The Old Testament of the Holy Bible
ພຣະເຈົ້າຊົງສ້າງໂລກ
1 ເມື່ອພຣະເຈົ້າຊົງເລີ້ມຕົ້ນນິລະມິດສ້າງແຜ່ນດິນ ແລະສັພສິ່ງໃນທ້ອງຟ້ານັ້ນ 2 ໂລກບໍ່ທັນມີຮູບຮ່າງເທື່ອ ຄວາມມືດຫຸ້ມຫໍ່ ມະຫາສະຫມຸດອັນກ້ວາງໃຫຍ່ໄພສານ ແລະພຣະວິນຍານຂອງພຣະເຈົ້າຊົງເວີ່ນວຽນຢູ່ເທິງນ້ຳ 3 ພຣະເຈົ້າຊົງສັ່ງວ່າ, “ໃຫ້ແສງສວ່າງເກີດມີຂຶ້ນ” ແສງສວ່າງກໍມີຂຶ້ນ 4 ພຣະອົງຊົງທອດພຣະເນດແສງສວ່າງດ້ວຍຄວາມພໍພຣະທັຍ 5 ດັ່ງນັ້ນ ຈຶ່ງຊົງແຍກແສງສວ່າງອອກຈາກມືດ ພຣະອົງຊົງເອີ້ນແສງສວ່າງນັ້ນວ່າ “ກາງເວັນ” ແລະຊົງເອີ້ນມືດນັ້ນວ່າ “ກາງຄືນ” ມື້ຄືນຜ່ານໄປແລະມື້ເຊົ້າຕ່າວມາ ແມ່ນມື້ທີ່ນຶ່ງ 6 ຕໍ່ມາ ພຣະເຈົ້າຊົງສັ່ງວ່າ “ໃຫ້ມີວົງໂຄ້ງແຍກນ້ຳອອກຈາກກັນເປັນສອງສ່ວນ 7 ຄື: ນ້ຳຢູ່ເທິງວົງໂຄ້ງແລະນ້ຳຢູ່ລຸ່ມວົງໂຄ້ງ” ແລ້ວສິ່ງນັ້ນກໍເກີດມີມາ 8 ດັ່ງນັ້ນ ພຣະເຈົ້າຊົງເຮັດວົງໂຄ້ງ ແລະຊົງເອີ້ນວົງໂຄ້ງນັ້ນວ່າ “ຟ້າ” ມື້ຄືນຜ່ານໄປແລະມື້ເຊົ້າຕ່າວມາ ແມ່ນມື້ທີ່ສອງ 9 ຕໍ່ມາອີກ ພຣະເຈົ້າຊົງສັ່ງວ່າ, “ໃຫ້ນ້ຳທີ່ຢູ່ລຸ່ມທ້ອງຟ້າໂຮມເຂົ້າກັນຢູ່ບ່ອນດຽວ ເພື່ອໃຫ້ມີວັດຖຸແຫ້ງປາກົດຂຶ້ນ” ແລ້ວສິ່ງນັ້ນກໍເກີດມາ 10 ພຣະອົງຊົງເອີ້ນວັດຖຸແຫ້ງນັ້ນວ່າ “ແຜ່ນດິນ” ແລະຊົງນ້ຳທີ່ໂຮມກັນນັ້ນວ່າ “ມະຫາສະຫມຸດ” ພຣະອົງຊົງຊົມສິ່ງທີ່ນີລະມິດສ້າງຂຶ້ນມາແລ້ວນັ້ນກໍຊົງພໍພຣະທັຍ 11 ຈຶ່ງຊົງສັ່ງວ່າ, “ໃຫ້ແຜ່ນດິນເກີດພືດທຸກຊະນິດ ທັງແນວເປັນເມັດແລະແນວເປັນຫມາກ” ແລ້ວສິ່ງນັ້ນກໍເກີດມີມາ 11 ດັ່ງນັ້ນ ພືດທຸກຊະນິດຈຶ່ງເກີດມີຂຶ້ນຕາມທີ່ພຣະອົງຊົງສັ່ງ ພຣະອົງຊົງທອດພຣະເນດສິ່ງທີ່ຊົງນິລະມິດສ້າງກໍຊົງພໍພຣະທັຍ 12 ມື້ຄືນຜ່ານໄປ ແລະມື້ເຊົ້າຕ່າວມາ ແມ່ນມື້ທີ່ສາມ 13 ຕໍ່ມາ ພຣະເຈົ້າຊົງສັ່ງວ່າ, “ໃຫ້ມີດວງແຈ້ງໃນທ້ອງຟ້າ ແຍກກາງເວັນແລະກາງຄືນ ແລະໃຫ້ກຳນົດເວລາຂອງມື້ ຂອງປີ ແລະຂອງຣະດູການ 14 ພ້ອມທັງສົ່ງແສງລົງມາເທິງແຜ່ນດິນໂລກ ແລ້ວສິ່ງນັ້ນກໍເກີດມີມາ 15 ດັ່ງນັ້ນ ພຣະເຈົ້າຈຶ່ງຊົງສ້າງດວງແຈ້ງໃຫຍ່ສອງດວງ ຄືດວງຕາເວັນ ສຳລັບຄອບຄອງກາງເວັນ ແລະດວງຈັນສຳລັບຄອບຄອງກາງຄືນ ພຣະອົງຍັງໄດ້ຊົງສ້າງຫມູ່ດວງດາວຕ່າງໆອີກ 16 ພຣະອົງໄດ້ຕັ້ງດວງຕາເວັນ ດວງຈັນ ແລະດວງດາວຕ່າງໆທີ່ຢູ່ເທິງຟ້າໃຫ້ສົ່ງແສງສວ່າງລົງມາສູ່ແຜ່ນດິນໂລກ 17 ເພື່ອກໍານົດກາງເວັນກາງຄືນ ແລະແຍກແສງສວ່າງອອກຈາກມືດ ພຣະອົງຊົງທອດພຣະເນດສິ່ງທີ່ນິລະມິດກໍຊົງພໍພຣະທັຍ 18 ມື້ຄືນຜ່ານໄປ ແລະມື້ເຊົ້າຕ່າວມາ ແມ່ນມື້ທີ່ສີ່ 19 ແລ້ວຕໍ່ມາ ພຣະອົງຊົງສັ່ງວ່າ, “ໃຫ້ສັດຫລາຍແນວເກີດຂຶ້ນໃນນ້ຳແລະໃຫ້ມີນົກບິນໄປມາໃນທ້ອງຟ້າອາກາດ” ແລ້ວກໍໄດ້ເປັນດັ່ງນັ້ນ 20 ສະນັ້ນ ພຣະເຈົ້າຈຶ່ງຊົງນິລະມິດສ້າງສັດທະເລຂະຫນາດໃຫຍ່ແລະສິ່ງທີ່ມີຊີວິິດທຸກຊະນິດເກີດຂຶ້ນມາໃນນ້ຳ ແລະຊົງສ້າງນົກທຸກຊະນິດໃນທ້ອງຟ້າອາກາດ ພຣະອົງຊົງທອດພຣະເນດສິ່ງທີ່ນິລະມິດສ້າງກໍຊົງພໍພຣະທັຍ 21 ແລ້ວຊົງອວຍພອນແກ່ສັດເຫລົ່ານັ້ນວ່າ, “ຈົ່ງອອກແມ່ແຜ່ລູກໃຫ້ເຕັມມະຫາສະຫມຸດ ແລະໃຫ້ມີຝູງນົກແຜ່ຜາຍຂະຫຍາຍພັນຫລາຍຂຶ້ນເທິງແຜ່ນດິນໂລກ” 22 ມື້ຄືນຜ່ານໄປ ແລະມື້ເຊົ້າຕ່າວມາ ແມ່ນມື້ທີ່ຫ້າ 23 ຄັນຕໍ່ມາ ພຣະເຈົ້າຊົງສັ່ງອີກວ່າ, “ໃຫ້ສັດຕ່າງຄືສັດບ້ານ ສັດປ່າ ແລະສັດເລືອຄານເກີດມີຂຶ້ນທົ່ວໂລກ” ແລ້ວສິ່ງນັ້ນກໍເກີດມີມາ 24 ດັ່ງນັ້ນ ພຣະເຈົ້າຈຶ່ງຊົງນິລະມິດສ້າງສັດບ້ານ ສັດປ່າ ແລະສັດເລືອຄານທຸກຊະນິດ ພຣະອົງຊົງທອດພຣະເນດສັດເຫລົ່ານັ້ນ ກໍຊົງພໍພຣະທັຍ 25 ຄັນແລ້ວ ພຣະເຈົ້າຈຶ່ງຊົງກ່າວວ່າ, “ບັດນີ້ເຮົາຈະສ້າງມະນຸດໃຫ້ມີຮູບຮ່າງຄ້າຍຄືເຮົາເອງ ເຂົາຈະມີອຳນາດເຫນືອກວ່າປາ ນົກ ສັດປ່າ ແລະສັດເລືອຄານຕ່າງໆ” 26 ດັ່ງນັ້ນ ພຣະເຈົ້າຈຶ່ງຊົງສ້າງມະນຸດ ໃຫ້ມີຮູບຮ່າງຄ້າຍຄືກັນກັບພຣະອົງ ພຣະອົງໄດ້ສ້າງຊາຍແລະຍິງ 27 ຄັນສ້າງແລ້ວກໍຊົງອວຍພອນໃຫ້ແກ່ເຂົາວ່າ, “ຈົ່ງມີລູກເຕົ້າໃຫ້ມາກຫລາຍ ໃຫ້ເຊື້ອສາຍຂອງພວກເຈົ້າມີຢູ່ທົ່ວທຸກແຫ່ງເພື່ອຄຸ້ມຄອງໂລກເຮົາ ໃຫ້ພວກເຈົ້າມີອຳນາດເຫນືອກວ່າປາ ນົກ ສັດປ່າ ແລະສັດເລືອຄານທຸກຊະນິດ” 28 ພຣະເຈົ້າຊົງກ່າວຕໍ່ໄປວ່າ, “ສຳລັບພວກເຈົ້າເຮົາໄດ້ໃຫ້ພືດ ແລະຫມາກໄມ້ທຸກຊະນິດເປັນອາຫານ 29 ແຕ່ສຳລັບສັດປ່າ ສັດເລືອຄານ ແລະຝູງນົກນັ້ນເຮົາໄດ້ໃຫ້ຫຍ້າເປັນອາຫານ” ແລ້ວສິ່ງນັ້ນກໍເກີດມີມາ 30 ພຣະເຈົ້າຊົງທອດພຣະເນດສັພສິ່ງທີ່ຊົງນິລະມິດສ້າງ ກໍຊົງພໍພຣະທັຍຫລາຍ ມື້ຄືນຜ່ານໄປມື້ເຊົ້າຕ່າວມາ ແມ່ນມື້ທີ່ຫົກ
1 ດັ່ງນັ້ນ ແຜ່ນດິນໂລກ ທ້ອງຟ້າ ສັພສິ່ງໃນໂລກ ແລະໃນທ້ອງຟ້າກໍສຳເຣັດເສັດສິ້ນ 2 ໃນມື້ທີ່ເຈັດ ສັພສິ່ງກໍສຳເຣັດຫມົດແລ້ວ ໃນວັນນີ້ ພຣະເຈົ້າຊົງພັກຜ່ອນ ແລະຢຸດກິຈການທັງປວງ 3 ພຣະອົງຊົງອວຍພອນແກ່ມື້ທີ່ເຈັດ ແລ້ວຕັ້ງເປັນວັນຂອງພຣະເຈົ້າ ເພາະໃນວັນນັ້ນການນິລະມິດສ້າງກໍສຳເຣັດຫມົດແລ້ວ ແລະພຣະອົງຊົງຢຸດກິຈການທັງປວງກົກເຄົ້າຂອງແຜ່ນດິນ 4 ເຣື່ອງຟ້າສວັນແລະແຜ່ນດິນທີ່ພຣະເຈົ້າຊົງສ້າງມີດັ່ງນີ້
ມະນຸດໃນສວນເອເດັນ
ເມື່ອພຣະຜູ້ເປັນເຈົ້າໄດ້ຊົງສ້າງແຜ່ນດິນໂລກ ແລະທ້ອງຟ້າສຳເຣັດແລ້ວ 5 ຕົ້ນໄມ້ກໍ່ຫຍ້າກໍຍັງບໍ່ທັນມີເລີຍ ເພາະວ່າພຣະເຈົ້າຍັງບໍ່ທັນທຳໃຫ້ຝົນຕົກ ແລະບໍ່ມີຄົນທຳມາຫາກິນເທິງແຜ່ນດິນໂລກເທື່ອ 6 ເຖິງແມ່ນວ່າຈະບໍ່ມີຝົນຕົກກໍດີ ກໍຍັງມີອາຍນ້ຳຂຶ້ນມາຈາກດິນ ເພື່ອທຳໃຫ້ພື້ນດິນເກີດຄວາມຊຸ່ມຊື່ນທົ່ວໄປ 7 ເມື່ອນັ້ນ ພຣະຜູ້ເປັນເຈົ້າໄດ້ເອົາດິນມາປັ້ນເປັນຮູບຄົນແລ້ວເປົ່າລົມຫາຍໃຈໃສ່ຮູດັງໃຫ້ມີຊິວິດ ຮູບປັ້ນນັ້ນກໍກັບກາຍເປັນຄົນທີ່ມີຊີວິດຈິດໃຈ 8 ຕໍ່ມາ ພຣະຜູ້ເປັນເຈົ້າຊົງສ້າງສວນຂຶ້ນແຫ່ງນຶ່ງ ໃນເອເດນທາງທິດຕາເວັນອອກ ເມື່ອສ້າງແລ້ວກໍຊົງເອົາຄົນທີ່ພຣະອົງໄດ້ປັ້ນນັ້ນມາອາໄສຢູ່ 9 ໃນສວນນັ້ນ ພຣະອົງຊົງໄດ້ນິລະມິດໃຫ້ກົກໄມ້ເກີດຂຶ້ນ ຊຶ່ງມີໃບຂຽວງາມດີ ແລະຜົນລະໄມ້ກໍເປັນຫນ້າຢາກກິນ ໃນກາງສວນມີຕົ້ນໄມ້ພິເສດຢູ່ສອງຕົ້ນ ຄືຕົ້ນໄມ້ທີ່ໃຫ້ມີຊິວິດ ແລະຕົ້ນໄມ້ທີ່ໃຫ້ຮູ້ຈັກຄວາມດີ ແລະຄວາມຊົ່ວ 10 ນອກນີ້ ຍັງມີແມ່ນ້ຳສາຍນຶ່ງໄຫລອອກຈາກເອເດນມາຊຸບລ້ຽງສວນນີ້ ແມ່ນ້ຳນີ້ແບ່ງອອກເປັນສີ່ສາຍ 11 ສາຍທີ່ນຶ່ງຊື່ວ່າ ປິໂຊນ ຊຶ່ງໄຫລອ້ອມປະເທດຮາວິລາ ທີ່ນັ້ນມີແຮ່ທອງຄໍາ 12 ໃນປະເທດນີ້ມີບໍ່ຄຳຊັ້ນດີ ມີແກ້ວປະເສີດໂມລາ ແລະຕົ້ນຢາງຫອມທີ່ມີຄ່າ 13 ສາຍທີ່ສອງຊື່ວ່າ ກິໂຮນ ຊື່ງໄຫລອ້ອມປະເທດກູຊ 14 ສາຍທີ່ສາມຊື່ວ່າ ຕິກຣິສ ຊື່ງໄຫລຜ່ານປະເທດອັສຊີເຣັຽທາງທິດຕາເວັນອອກ ແລະສາຍທີ່ສີ່ຊື່ວ່າ ເອີຟຣາດ 15 ພຣະຜູ້ເປັນເຈົ້າໄດ້ເອົາຄົນທີ່ພຣະອົງສ້າງນັ້ນ ມາເຝົ້າຮັກສາແລະເບິ່ງແຍງສວນ 16 ພຣະອົງຊົງສັ່ງແກ່ຊາຍຜູ້ນັ້ນວ່າ, “ຫມາກໄມ້ທຸກໆກົກໃນສວນນີ້ເຈົ້າກິນໄດ້ຫມົດ 17 ເວັ້ນໄວ້ແຕ່ກົກທີ່ໃຫ້ຮູ້ຈັກຄວາມດີ ແລະຄວາມຊົ່ວ ເຈົ້າຢ່າກິນ ຖ້າເຈົ້າຂືນກິນຫມາກໄມ້ໃນກົກນີ້ ເຈົ້າຈະຕ້ອງເຖິງແກ່ຄວາມຕາຍ” 18 ພຣະຜູ້ເປັນເຈົ້າຊົງກ່າວອີກວ່າ, “ບໍ່ເປັນການສົມຄວນທີ່ໃຫ້ຜູ້ຊາຍຢູ່ໂດດດ່ຽວເຊັ່ນນີ້ ເຮົາຄວນຫາຜູ້ຊົດຊ່ອຍທີ່ເຫມາະສົມໃຫ້ເຂົາ” 19 ຄັນແລ້ວ ພຣະອົງຈຶ່ງເອົາຂີ້ດິນປັ້ນເປັນສັດ ແລະນົກຕ່າງໆ ແລ້ວເອົາສັດ ແລະນົກທີ່ປັ້ນນັ້ນໃຫ້ຊາຍຜູ້ຮັກສາສວນເບິ່ງ ເພື່ອຢາກຮູ້ວ່າເຂົາຈະໃສ່ຊື່ຫຍັງໃຫ້ ຄັນແລ້ວຊື່ທີ່ເຂົາຕັ້ງໃຫ້ນັ້ນກໍເປັນຊື່ຂອງສັດຕ່າງໆຕໍ່ໆມາ 20 ຫລັງຈາກຜູ້ຊາຍນັ້ນໄດ້ຕັ້ງຊື່ໃຫ້ສັດຕ່າງໆແລ້ວ ສັດເຫລົ່ານັ້ນກໍບໍ່ໄດ້ເປັນຜູ້ຊົດຊ່ອຍເຂົາຫຍັງຫມົດ 21 ເມື່ອເປັນດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງທຳໃຫ້ຊາຍຜູ້ນັ້ນນອນຫລັບສນິດ ໃນຂນະນອນຫລັບຢູ່ນັ້ນ ພຣະອົງຊົງເອົາກະດູກຂ້າງຊີກນຶ່ງຂອງເຂົາອອກມາ ແລ້ວຊົງທຳໃຫ້ເນື້ອຫນັງຈອດຕິດກັນດັ່ງເດີມ 22 ພຣະອົງຊົງເອົາກະດູກຂ້າງນັ້ນມາສ້າງເປັນຜູ້ຍິງ ເມື່ອສ້າງແລ້ວພຣະອົງກໍຊົງມອບຍິງນັ້ນໃຫ້ແກ່ເຂົາ 23 ຊາຍຜູ້ນັ້ນຈຶ່ງເວົ້າວ່າ, “ໃນທີ່ສຸດ ນີ້ເດ ຜູ້ຊຶ່ງມີຮູບຮ່າງຄືເຮົາ ກະດູກຂອງນາງ ມາຈາກກະດູກຂອງເຮົາ ເນື້ອຫນັງຂອງນາງ ມາຈາກເນື້ອຫນັງຂອງເຮົາ ນາງຊື່ວ່າ ຜູ້ຍິງ ເພາະນາງມາຈາກຜູ້ຊາຍ” 24 ດ້ວຍເຫດນີ້ ຜູ້ຊາຍຈຶ່ງຕ້ອງລາຈາກບິດາມານດາຂອງຕົນໄປຕິດພັນຢູ່ກັບພັຣຍາ ແລ້ວເຂົາທັງສອງກໍກາຍເປັນຄົນຄົນດຽວກັນ 25 ຜູ້ຊາຍແລະຜູ້ຍິງນັ້ນເປືອຍກາຍຢູ່ ໂດຍບໍ່ຮູ້ສຶກລະອາຍກັນເລີຍ
ມະນຸດຕົກຢູ່ໃນຄວາມບາບ
1 ງູເປັນສັດທີ່ຫລັກແຫລມກວ່າສັດທັງຫລາຍ ທີ່ພຣະຜູ້ເປັນເຈົ້າໄດ້ສ້າງໄວ້ ງູໄດ້ຖາມຜູ້ຍິງວ່າ, “ຈິງຫລື ທີ່ພຣະເຈົ້າຊົງຫ້າມບໍ່ໃຫ້ພວກເຈົ້າກິນຫມາກໄມ້ໃນສວນນີ້?” 2 ຜູ້ຍິງນັ້ນຕອບວ່າ, “ຫມາກໄມ້ທຸກໆກົກໃນສວນນີ້ ພວກເຮົາກິນໄດ້ 3 ເວັ້ນໄວ້ແຕ່ຫມາກໄມ້ໃນກົກທີ່ຢູ່ກາງສວນນັ້ນ ເພາະພຣະເຈົ້າບອກບໍ່ໃຫ້ພວກເຮົາກິນ ຫລືກະທັ່ງແຕະຕ້ອງເປັນເດັດຂາດ ຖ້າພວກເຮົາຂືນກິນພວກເຮົາຕ້ອງຕາຍ” 4 ງູຈິ່ງຕອບວ່າ, “ບໍ່ເປັນຄວາມຈິງ, ພວກເຈົ້າຈະບໍ່ຕາຍດອກ 5 ພຣະເຈົ້າເວົ້າເຊັ່ນນັ້ນກໍເພາະພຣະອົງຊົງຮູ້ດີວ່າ ເມື່ອໃດເຈົ້າກິນຫມາກໄມ້ນັ້ນ ເຈົ້າຈະຮູ້ແຈ້ງເຫັນຈິງກັບຈະຮູ້ການດີ ແລະການຊົ່ວເຫມືອນດັ່ງພຣະອົງ” 6 ຜູ້ຍິງເຫັນວ່າຫມາກໄມ້ໃນກົກນັ້ນຊ່າງງາມ ແລະເປັນຫນ້າຢາກກິນອີ່ຫລີ ນອກນີ້ນາງຍັງຄິດວ່າຈະມີສະຕິປັນຍາອີກ ດັ່ງນັ້ນນາງຈຶ່ງຕັດສິນໃຈປິດເອົາຫມາກໄມ້ແລ້ວກິນ 7 ຄັນແລ້ວ ຈຶ່ງເອົາຫມາກໄມ້ນັ້ນໃຫ້ຜົວນາງກິນນຳ ຫລັງຈາກກິນຫມາກໄມ້ແລ້ວ ໃນທັນໃດນັ້ນ ພວກເຂົາກໍຮູ້ແຈ້ງເຫັນຈິງ ເພາະສະນັ້ນ ພວກເຂົາຈຶ່ງຮູ້ວ່າ ພວກຕົນກໍາລັງເປືອຍກາຍຢູ່ ດັ່ງນັ້ນ ພວກເຂົາຈຶ່ງພາກັນເອົາໃບໄມ້ມາຫຍິບເຂົ້າກັນທຳເປັນເຄື່ອງນຸ່ງ 8 ໃນຄືນວັນນັ້ນ ພວກເຂົາໄດ້ຍິນສຽງຍ່າງຂອງພຣະຜູ້ເປັນເຈົ້າໃນສວນ ພວກເຂົາຈຶ່ງພາກັນຫລົບລີ້ຊ່ອນຢູ່ໃນຖ້າມກາງກົກໄມ້ 9 ແຕ່ພຣະຜູ້ເປັນເຈົ້າໄດ້ຊົງເອີ້ນຫາຊາຍຜູ້ນັ້ນວ່າ, “ເຈົ້າຢູ່ໃສ?” 10 ເຂົາຈຶ່ງຕອບວ່າ, “ຂ້າພຣະອົງໄດ້ຍິນສຽງຍ່າງຂອງພຣະອົງໃນສວນ ຂ້າພຣະອົງຢ້ານຈຶ່ງຫລົບລີ້ຊ່ອນຕົວຢູ່ເພາະວ່າຂ້າພຣະອົງກຳລັງເປືອຍກາຍ” 11 ພຣະເຈົ້າຈຶ່ງຖາມວ່າ, “ໃຜບອກວ່າເຈົ້າເປືອຍກາຍ ບໍ່ແມ່ນເຈົ້າກິນຫມາກໄມ້ທີ່ເຮົາໄດ້ຫ້າມນັ້ນຫລື?” 12 ຊາຍຜູ້ນັ້ນທູນຕອບວ່າ, “ໂດຍ, ແມ່ນຜູ້ຍິງທີ່ພຣະອົງປະທານໃຫ້ນັ້ນເອົາຫມາກໄມ້ໃຫ້ຂ້າພຣະອົງກິນ” 13 ແລ້ວພຣະຜູ້ເປັນເຈົ້າຊົງຖາມຜູ້ຍິງນັ້ນວ່າ, “ເປັນຫຍັງເຈົ້າຈຶ່ງທຳເຊັ່ນນັ້ນ” ນາງທູນຕອບວ່າ, “ງູໄດ້ຍົວະໃຫ້ຂ້າພຣະອົງກິນ” 14 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກງູວ່າ, “ດ້ວຍເຫດວ່າ ເຈົ້າໄດ້ຫລອກລວງຜູ້ຍິງນັ້ນ ແມ່ນເຈົ້າເທົ່ານັ້ນທີ່ຈະໄດ້ຮັບການສາບແຊ່ງໃນຈຳນວນສັດທັງປວງ ແຕ່ບັດນີ້ໄປ ເຈົ້າຈະລີເລືອດ້ວຍທ້ອງ ແລະຈະເອົາຂີ້ດິນເປັນອາຫານ 15 ເຈົ້າກັບແມ່ຍິງຈະຕ້ອງກຽດຊັງກັນ ມະນຸດແລະງູຈະຕ້ອງເປັນສັດຕຣູກັນ ມະນຸດຈະພຍາຍາມຢຽບຫົວເຈົ້າໃຫ້ແຕກ ແລະເຈົ້າກໍຈະພຍາຍາມຕອດສົ້ນຫນ່ອງຂອງພວກເຂົາ” 16 ແລ້ວພຣະອົງຊົງກ່າວກັບຜູ້ຍິງນັ້ນວ່າ, “ເຣົາຈະເພີ້ມຄວາມຫຍຸ້ງຍາກໃຫ້ແກ່ເຈົ້າເວລາມີທ້ອງ ແລະຈະໃຫ້ເຈົ້າຄອດບຸດດ້ວຍຄວາມເຈັບປວດ ເຖິງປານນັ້ນເຈົ້າກໍຍັງຢາກໄດ້ຜົວຢູ່ ແລະຜົວນັ້ນຈະເປັນນາຍປົກຄອງເບິ່ງແຍງເຈົ້າ” 17 ຄັນແລ້ວ ພຣະຜູ້ເປັນເຈົ້າຊົງກ່າວກັບອາດາມວ່າ, “ເຈົ້າໄດ້ເຊື່ອຟັງພັຣຍາຂອງເຈົ້າ ເຈົ້າກິນຫມາກໄມ້ຊຶ່ງເຮົາໄດ້ຫ້າມ ຍ້ອນສິ່ງທີ່ເຈົ້າໄດ້ກະທຳມານັ້ນ ຂີ້ດິນຈະຖືກສາບແຊ່ງ ກ່ອນຈະໄດ້ອາຫານມາລ້ຽງຊີບ ເຈົ້າຈະຕ້ອງເຮັດວຽກຢ່າງຫນັກ ຂຸດດິນຟັນໄມ້ຈົນຫນ້າແຫລ້ຫນ້າກ່ຳເທົ່າສ້ຽງຊີວິດ 18 ກົກໄມ້ແລະພືດຕ່າງໆທີ່ມີຫນາມຈະເກີດຂຶ້ນສຳລັບເຈົ້າ ແລະຈະກິນພືດນັ້ນເປັນອາຫານ 19 ເຈົ້າຈະຕ້ອງຫາລ້ຽງຊີບດ້ວຍເຫື່ອໄຫລໄຄຍ້ອຍ ຈົນກວ່າເຈົ້າຈະສິ້ນຊີວິດກັບຄືນໄປສູ່ດິນບ່ອນທີ່ເຈົ້າມາ ເຈົ້າມາແຕ່ດິນ ເຈົ້າຈະຕ້ອງກັບໄປໃນດິນອີກ” 20 ອາດາມໃສ່ຊື່ໃຫ້ພັຣຍາຂອງເຂົາວ່າ “ເອວາ” ຊຶ່ງມີຄວາມຫມາຍວ່າ ນາງເປັນມານດາຂອງມະນຸດທັງປວງ 21 ຕໍ່ມາ ພຣະຜູ້ເປັນເຈົ້າໄດ້ປະທານເສື້ອທີ່ທຳດ້ວຍຫນັງສັດໃຫ້ອາດາມ ແລະເມັຽຂອງເຂົານຸ່ງຫົ່ມ
ອາດາມແລະເອວາຖືກໄລ່ອອກຈາກສວນ
22 ຫລັງຈາກນັ້ນຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ບັດນີ້ ມະນຸດໄດ້ກາຍເປັນເຫມືອນພວກເຮົາໄດ້ຮູ້ຈັກການດີ ແລະການຊົ່ວ ເຂົາຈະບໍ່ໄດ້ກິນຫມາກໄມ້ທີ່ໃຫ້ມີຊີວິດຕລອດໄປເປັນນິດອີກ” 23 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຂັບໄລ່ເຂົາອອກຈາກສວນເອເດນ ໃຫ້ເຮັດວຽກຂຸດດິນຟັນໄມ້ ແລະທຳມາຫາກິນໃນດິນບ່ອນທີ່ກຳເນີດມາ 24 ເມື່ອພຣະເຈົ້າໄດ້ຂັບໄລ່ມະນຸດອອກຈາກສວນແລ້ວ ພຣະອົງໄດ້ຊົງແຕ່ງຕັ້ງເທວະດາ ເຊຣູບິມ ທາງທິດຕາເວັນອອກຂອງສວນ ແລະດາບທີ່ມີແສງໄຟແກວ່ງໄປທົ່ວທຸກທິດ ເພື່ອປ້ອງກັນບໍ່ໃຫ້ຜູ້ນຶ່ງຜູ້ໃດເຂົ້າໄປໃກ້ກົກໄມ້ທີ່ໃຫ້ມີຊີວິດຕລອດໄປເປັນນິດນັ້ນ
ກາອິນ ແລະອາເບນ
1 ຄັນຕໍ່ມາ ອາດາມໄດ້ສົມສູ່ຮ່ວມກັບພັຣຍາຂອງຕົນ ນາງຈຶ່ງຖືພາແລ້ວໄດ້ເກີດບຸດຊາຍຜູ້ນຶ່ງ ນາງຈຶ່ງເວົ້າວ່າ, “ຂ້າພຣະອົງໄດ້ບຸດຊາຍຍ້ອນພຣະຜູ້ເປັນເຈົ້າເປັນຜູ້ຊົດຊ່ອຍ” 2 ດັ່ງນັ້ນ ນາງຈຶ່ງຕັ້ງຊື່ໃຫ້ເດັກນ້ອຍວ່າ ກາອິນ ຕໍ່ມານາງໄດ້ບຸດຊາຍອີກຜູ້ນຶ່ງຊື່ວ່າ ອາເບນ ຊຶ່ງມີອາຊີບເປັນຜູ້ລ້ຽງແກະ ສ່ວນກາອິນເປັນພໍ່ນາ 3 ຄັນຕໍ່ມາວັນນຶ່ງ ກາອິນກໍເອົາຜົນລະປູກມາຖວາຍພຣະຜູ້ເປັນເຈົ້າ 4 ສ່ວນອາເບນກໍເອົາສັດເກີດແຕ່ຫົວປີທີ່ຕຸ້ຍພີດີງາມໃນຝູງສັດມາຂ້າ ແລ້ວເອົາເນື້ອສ່ວນທີ່ດີໆມາຖວາຍແກ່ພຣະຜູ້ເປັນເຈົ້າ ພຣະອົງຊົງພໍພຣະທັຍໃນການກະທຳຂອງອາເບນ 5 ສ່ວນການຖວາຍຂອງກາອິນນັ້ນບໍ່ເປັນທີ່ຊອບພຣະທັຍຂອງພຣະຜູ້ເປັນເຈົ້າເລີຍ ກາອິນຈຶ່ງຄຽດແຄ້ນ ແລະເຕັມໄປດ້ວຍຄວາມບໍ່ພໍໃຈ 6 ເມື່ອພຣະຜູ້ເປັນເຈົ້າຊົງເຫັນດັ່ງນັ້ນ ຈຶ່ງຊົງຖາມການອິນວ່າ, “ກາອິນເອີຍ ເປັນຫຍັງເຈົ້າຈຶ່ງຄຽດແຄ້ນ ແລະເຕັມໄປດ້ວຍຄວາມບໍ່ພໍໃຈ? 7 ຖ້າເຈົ້າກະທຳດີ ເຈົ້າຄວນເງີຍຫນ້າຂຶ້ນດ້ວຍຄວາມຍີ້ມແຍ້ມ ແຕ່ດ້ວຍວ່າເຈົ້າກະທຳຊົ່ວ ຄວາມຊົ່ວກໍເຫມືອນດັ່ງສັດຮ້າຍທີ່ກຳລັງລໍຄອຍຖ້າຄຸບເຈົ້າ ມັນຕ້ອງຄຸບກິນເຈົ້າ ແຕ່ເຈົ້າຄວນເອົາຊະນະມັນໄດ້” 8 ຕໍ່ມາ ກາອິນຈຶ່ງເວົ້າກັບອາເບນຜູ້ເປັນນ້ອງຊາຍວ່າ, “ເຮົາພາກັນໄປຍ່າງຫລິ້ນໃນທົ່ງນາເທາະ” ເມື່ອສອງອ້າຍນ້ອງ ອອກໄປເຖິງທົ່ງນາແລ້ວ ກາອິນຜູ້ເປັນອ້າຍກໍປ້ຳນ້ອງຊາຍລົງດິນແລ້ວຂ້າຖິ້ມ 9 ເມື່ອເປັນເຊັ່ນນີ້ ພຣະຜູ້ເປັນເຈົ້າຈຶ່ງຊົງຖາມກາອິນວ່າ, “ກາອິນເອີຍ ນ້ອງຊາຍເຈົ້າຢູ່ໃສ?” ເຂົາໄດ້ຕອບວ່າ, “ຂ້າພຣະອົງບໍ່ຮູ້ຈັກ ຫລືວ່າພຣະອົງໃຫ້ຂ້າພຣະອົງເປັນຜູ້ຮັກສານ້ອງຊາຍຂອງຂ້າພຣະອົງຊັ້ນບໍ່?” 10 ພຣະຜູ້ເປັນເຈົ້າຊົງຖາມອີກວ່າ, “ກາອິນ ເປັນຫຍັງເຈົ້າຈຶ່ງທຳເຣື່ອງໂຫດຮ້າຍເຊັ່ນນີ້? ນ້ອງຊາຍເຈົ້ານອນເລືອດອາບຕົວຢູ່ໃນທົ່ງນາ ກິ່ນເລືອດຂອງເຂົາຂຶ້ນມາຫາເຮົາເຫມືອນສຽງຮ້ອງຂໍແກ້ແຄ້ນ 11 ເຈົ້າຈະຖືກດ່າ ຖືກສາບແຊ່ງ ແລະຖືກເນຣະເທດອອກຈາກທົ່ງນາບ່ອນຊຶ່ງດູດກິນເລືອດຂອງນ້ອງຊາຍຊຶ່ງເຈົ້າໄດ້ຂ້າ 12 ຖ້າເຈົ້າເຮັດໄຮ່ທຳນາດິນນັ້ນຈະບໍ່ນຳຄວາມອຸດົມສົມບູນມາໃຫ້ ເຈົ້າຈະເປັນຄົນບໍ່ມີຫລັກແຫລ່ງຈະຊັດເຊພະເນຈອນໄປໃນໂລກນີ້” 13 ກາອິນຈຶ່ງກາບທູນຂໍຕໍ່ພຣະຜູ້ເປັນເຈົ້າວ່າ, “ໂທດນີ້ຫນັກຫລາຍເກີນກວ່າຂ້າພຣະອົງຈະທົນໄດ້ 14 ພຣະອົງໄລ່ຂ້າພຣະອົງໃຫ້ຫນີຈາກທີ່ທຳມາຫາກິນແລະຈາກພຣະພັກຂອງພຣະອົງ ໃຫ້ຂ້າພຣະອົງບໍ່ມີທີ່ພັກອາໄສ ແລະໃຫ້ຫອບໄປໃນໂລກນີ້ ຖ້າໃຜພົບຂ້າພຣະອົງກໍຈະຂ້າຂ້າພຣະອົງເສັຽ” 15 ພຣະຜູ້ເປັນເຈົ້າຊົງຕອບກາອິນວ່າ, “ບໍ່ດອກ, ຖ້າຜູ້ໃດຂ້າເຈົ້າ ຜູ້ນັ້ນກໍຈະໄດ້ຮັບໂທດເຈັດເທົ່າ” ດ້ວຍເຫດນີ້ ພຣະຜູ້ເປັນເຈົ້າຈຶ່ງທຳເຄື່ອງຫມາຍໄວ້ໃນຕົວກາອິນເພື່ອວ່າ ເມື່ອຜູ້ໃດພົບຈະບໍ່ໄດ້ຂ້າເຂົາ 16 ກາອິນຈຶ່ງຫນີໄກຈາກພຣະພັກຂອງພຣະຜູ້ເປັນເຈົ້າ ໄປອາໄສຢູ່ໃນດິນແດນແຫ່ງນຶ່ງທີ່ມີຊື່ວ່າ ໂນດ ຢູ່ທາງທິດຕາເວັນອອກຂອງເອເດນ
ເຊື້ອສາຍຂອງກາອິນ
17 ຕໍ່ມາ ກາອິນໄດ້ສົມສູ່ຢູ່ຮ່ວມກັບພັຣຍາຂອງເຂົາ ນາງຈຶ່ງໄດ້ຖືພາແລ້ວເກີດບຸດຊາຍຜູ້ນຶ່ງຊື່ ເອໂນກ ກາອິນໄດ້ສ້າງເມືອງນຶ່ງຂຶ້ນແລ້ວເອົາຊື່ບຸດຊາຍຂອງຕົນເປັນຊື່ເມືອງນັ້ນ 18 ເອໂນກມີບຸດຊາຍຊື່ ອີຣາດ ຊຶ່ງເປັນບິດາຂອງເມຮູຢາເອນ ເມຮູຢາເອນເປັນບິດາຂອງເມທູຊາເອນ ແລະເມທູຊາເອນມີບຸດຊາຍຊື່ວ່າ ລາເມກ 19 ລາເມກໄດ້ພັຣຍາສອງຄົນ ຜູ້ທີ່ນຶ່ງຊື່ ອາດາ ແລະຜູ້ທີ່ສອງຊື່ ຊິນລາ 20 ອາດາໃຫ້ກຳເນີດບຸດຊາຍຜູ້ນຶ່ງຊື່ ຢາບານ ຊຶ່ງເປັນບັນພະບຸຣຸດຂອງພວກລ້ຽງສັດທີ່ອາໄສຢູ່ໃນຜ້າເຕັນ 21 ຢູບານນ້ອງຂອງຢາບານເປັນບັນພະບຸຣຸດຂອງນັກຫລິ້ນພິນ ແລະນັກເປົ່າຂຸ່ຍ 22 ຕໍ່ມາອີກ ຊິນລາກໍເກີດບຸດຊາຍຊື່ ຕູບາກາອິນ ທ່ານເປັນບັນພະບູຣຸດຂອງຊ່າງຕີໂລຫະ ຊຶ່ງມີອາຊີບໃນການຕີເຫລັກ ແລະທອງສຳລິດ ຕູບາກາອິນມີນ້ອງຊາຍຊື່ ນາອາມາ 23 ທ່ານມັກເວົ້າອວດກັບພັຣຍາທັງສອງວ່າ, “ອາດາ ແລະຊິນລາເອິຍ ຈົ່ງຟັງເຣື່ອງອ້າຍເລົ່າໃຫ້ດີ ອ້າຍໄດ້ຂ້າຊາຍຜູ້ນຶ່ງ ກໍເພາະວ່າເຂົາຕີອ້າຍໃຫ້ອ້າຍເຈັບຊ້ຳ 24 ຖ້າຜູ້ໃດຕີກາອິນ ຜູ້ນັ້ນຈະໄດ້ຮັບໂທດເຈັດເທົ່າ ແຕ່ວ່າ ຖ້າຜູ້ໃດຕີອ້າຍ ຜູ້ນັ້ນຈະໄດ້ຮັບໂທດເຈັດສິບເທົ່າ”
ເຊື້ອສາຍຂອງເຊດ
25 ອາດາມໄດ້ສົມສູ່ຢູ່ກັບພັຣຍາຈຶ່ງໄດ້ບຸດຊາຍອີກຜູ້ນຶ່ງ ເອວາໄດ້ເວົ້າວ່າ, “ພຣະເຈົ້າຊົງໂຜດໃຫ້ຂ້າພຣະອົງມີບຸດຊາຍອີກ ເພື່ອທົດແທນອາເບນຜູ້ຊຶ່ງກາອິນໄດ້ຂ້າ” 26 ດັ່ງນັ້ນ ນາງຈຶ່ງໃຫ້ຊື່ບຸດຊາຍນັ້ນວ່າ ເຊດ ຕໍ່ມາ ເຊດມີບຸດຊາຍຜູ້ນຶ່ງຊື່ວ່າ ເອໂນສ ຕັ້ງແຕ່ເວລານັ້ນມາ ມະນຸດໄດ້ເລີ້ມຕົ້ນນະມັສການອອກພຣະນາມພຣະຜູ້ເປັນເຈົ້າ
ເຊື້ອສາຍຂອງອາດາມ
1 ອັນນີ້ແມ່ນຫນັງສືປະຫວັດເຊື້ອສາຍຂອງອາດາມ ເມື່ອພຣະເຈົ້າໄດ້ສ້າງອາດາມ ພຣະອົງໄດ້ສ້າງຕາມພຣະສາຍາຂອງພຣະເຈົ້າ 2 ພຣະອົງໄດ້ຊົງສ້າງຜູ້ຊາຍແລະຜູ້ຍິງ ເມື່ອສ້າງແລ້ວກໍຊົງອວຍພອນໃຫ້ ແລະຕັ້ງຊື່ໃຫ້ພວກເຂົາວ່າ “ມະນຸດ” 3 ເມື່ອອາດາມອາຍຸໄດ້ຮ້ອຍສາມສິບປີ ທ່ານມີບຸດ ຊາຍຄ້າຍຄືກັນກັບເຂົາ ຊື່ ເຊດ 4 ຫລັງຈາກນັ້ນ ອາດາມກໍມີອາຍຸຍືນຍາວມາຮອດແປດຮ້ອຍປີ ແລະມີບຸດຊາຍຍິງອີກຫລາຍຄົນ 5 ແລ້ວໄດ້ເຖິງແກ່ກຳໄປ ເມື່ອອາຍຸເກົ້າຮ້ອຍສາມສິບປີ 6 ເມື່ອເຊດອາຍຸໄດ້ຣ້ອຍຫ້າປີ ມີບຸດຊາຍຊື່ ເອໂນສ 7 ຫລັງຈາກນັ້ນ ເຊດມີອາຍຸຍືນຍາວມາອີກແປດຮ້ອຍເຈັດປີ ແລະມີບຸດຊາຍຍິງຫລາຍຄົນ 8 ແລ້ວກໍເຖິງແກ່ກຳໄປໃນເມື່ອອາຍຸ ເກົ້າຮ້ອຍສິບສອງປີ 9 ເມື່ອເອໂນສ ອາຍຸໄດ້ເກົ້າສິບປີ ມີບຸດຊາຍຊື່ ເກນານ 10 ຫລັງຈາກນັ້ນ ເອໂນສມີອາຍຸຍາວມາອີກຮອດແປດຮ້ອຍສິບຫ້າປີ ແລະມີບຸດຊາຍຍິງອີກຫລາຍຄົນ 11 ແລ້ວກໍເຖິງແກ່ກຳໄປໃນເມື່ອອາຍຸໄດ້ເກົ້າຮ້ອຍຫ້າປີ 12 ເມື່ອເກນານອາຍຸໄດ້ເຈັດສິບປີ ມີບຸດຊາຍຜູ້ຊື່ ມາຫາລາເລນ 13 ຫລັງຈາກນັ້ນ ເກນານມີອາຍຸຍືນຍາວອີກຮອດແປດຮ້ອຍສີ່ສິບປີ ແລະມີບຸດຊາຍຍິງອີກຫລາຍຄົນ 14 ແລ້ວກໍເຖິງແກ່ກຳໄປໃນເມື່ອອາຍຸເກົ້າຮ້ອຍສິບປີ 15 ເມື່ອມາຫາລາເລນອາຍຸໄດ້ຫົກສິບຫ້າປີ ມີບຸດຊາຍຊື່ ຢາເຣດ 16 ຫລັງຈາກນັ້ນ ມາຫາລາເລນມີອາຍຸຍືນຍາວອີກມາຮອດແປດຮ້ອຍສາມສິບປີ ແລະມີບຸດຊາຍຍິງອີກຫລາຍຄົນ 17 ແລ້ວກໍເຖິງແກ່ກຳໄປໃນເມື່ອອາຍຸແປດຮ້ອຍເກົ້າສິບຫ້າປີ 18 ເມື່ອຢາເຣດອາຍຸໄດ້ຮ້ອຍຫົກສິບສອງປີ ມີບຸດຊາຍຊື່ ເອໂນກ 19 ຫລັງຈາກນັ້ນ ຢາເຣດມີອາຍຸຍືນຍາວມາຮອດແປດຮ້ອຍປີ ແລະມີບຸດຊາຍຍິງອີກຫລາຍຄົນ 20 ແລ້ວກໍເຖິງແກ່ກຳໄປເມື່ອອາຍຸເກົ້າຮ້ອຍຫົກສິບສອງປີ 21 ເມື່ອເອໂນກອາຍຸໄດ້ຫົກສິບຫ້າປີ ມີບຸດຊາຍຊື່ ເມທູເຊລາ 22 ຫລັງຈາກນັ້ນ ເອໂນກໄດ້ຕິດຕາມພຣະເຈົ້າໄປຕື່ມອີກສາມຮ້ອຍປີ ແລະມີບຸດຊາຍຍິງອີກຫລາຍຄົນ 23 ແລ້ວມີອາຍຸທັງຫມົດສາມຮ້ອຍຫົກສິບຫ້າປີ 24 ເອໂນກໄດ້ຕິດຕາມພຣະເຈົ້າໄປຈົນຊົ່ວຊີວິດ ແລ້ວພຣະອົງກໍໄດ້ຊົງຮັບເອົາເຂົາໄປຢູ່ນຳ 25 ເມື່ອເມທູເຊລາອາຍຸໄດ້ຮ້ອຍແປດສິບເຈັດປີ ມີບຸດຊາຍຜູ້ຊື່ ລາເມກ 26 ຫລັງຈາກນັ້ນເມທູເຊລາມີອາຍຸຍືນຍາວມາອີກຮອດເຈັດຮ້ອຍແປດສິບສອງປີ ແລະມີບຸດຊາຍຍິງອີກຫລາຍຄົນ 27 ແລ້ວກໍເຖິງແກ່ກຳໄປເມື່ອອາຍຸເກົ້າຮ້ອຍຫົກສິບເກົ້າປີ 28 ເມື່ອລາເມກອາຍຸໄດ້ຮ້ອຍແປດສິບສອງປີ ຈິ່ງມີບຸດຊາຍຜູ້ນຶ່ງ 29 ແລະເວົ້າວ່າ, “ເດັກນ້ອຍຜູ້ນີ້ຈະເປັນຜູ້ເລົ້າໂລມໃຫ້ຫາຍຄວາມອິດເມື່ອຍຈາກການອັນທຸກຍາກຂອງພວກເຮົາ ອັນສືບເນື່ອງມາຈາກ ພຣະຜູ້ເປັນເຈົ້າໄດ້ສາບແຊ່ງດິນ” ສະນັ້ນ ເຂົາຈິ່ງໃສ່ຊື່ເດັກນ້ອຍນັ້ນວ່າ ໂນອາ 30 ຫລັງຈາກນັ້ນ ລາເມກມີອາຍຸຍືນຍາວມາອີກຮອດຫ້າຮ້ອຍເກົ້າສິບຫ້າປີ ແລະມີບຸດຊາຍຍິງອີກຫລາຍຄົນ 31 ແລ້ວກໍເຖິງແກ່ກຳໄປເມື່ອອາຍຸໄດ້ເຈັດຮ້ອຍເຈັດສິບເຈັດປີ 32 ເມື່ອໂນອາອາຍຸໄດ້ຫ້າຣ້ອຍປີ ມີບຸດຊາຍສາມຄົນຄື ເຊມ ຮາມ ແລະຢາເຟດ
ຄວາມຊົ່ວຊາມຂອງມະນຸດ
1 ຢູ່ມາ ເມື່ອມະນຸດໄດ້ເພີ້ມທະວີຫລາຍຂຶ້ນໃນແຜ່ນດິນໂລກ ຜູ້ສາວກໍມີຫລາຍ 2 ດັ່ງນັ້ນ ເທວະບຸດທັງຫລາຍທີ່ເຫັນຄວາມງາມຂອງຍິງເຫລົ່ານັ້ນກໍຫາຊອກເລືອກແຕ່ງງານຕາມໃຈມັກ 3 ເມື່ອພຣະຜູ້ເປັນເຈົ້າຊົງເຫັນເປັນເຊັ່ນນີ້ ກໍຊົງກ່າວວ່າ, “ເຮົາຈະບໍ່ອະນຸຍາດໃຫ້ມະນຸດມີຊີວິດຕລອດໄປເປັນນິດດ້ວຍເຫດວ່າ ເຂົາເປັນມະນຸດ ເຂົາຈຳເປັນຕ້ອງຕາຍ ແຕ່ບັດນີ້ໄປ ພວກເຂົາຈະມີອາຍຸບໍ່ກາຍຮ້ອຍຊາວປີ 4 ໃນເວລານັ້ນ ມີຄົນຮູບຮ່າງໃຫຍ່ ແລະມີຄວາມສາມາດຫລາຍ ຄົນພວກນີ້ເກີດມາຈາກຜູ້ຍິງ ແລະເທວະບຸດ ພວກເຂົາເປັນວີຣະບຸຣຸດຜູ້ມີຊື່ສຽງໃນອະດີດຕະການ 5 ເມື່ອພຣະຜູ້ເປັນເຈົ້າເຫັນວ່າ ມະນຸດໂຫດຮ້າຍສາມານມີຢູ່ທຸກຫົນທຸກແຫ່ງ ແລະຄວາມຄິດຊົ່ວກໍບັງຄັບຈິດໃຈເຂົາຢູ່ທຸກເວລາ 6 ພຣະອົງຈຶ່ງເສັຽພຣະທັຍຫລາຍ ແລະມີຄວາມກິນແຫນງຢ່າງຍິ່ງໃຫຍ່ທີ່ໄດ້ສ້າງພວກເຂົາຂຶ້ນມາຢູ່ໃນໂລກນີ້ 7 ດ້ວຍເຫດນີ້ ພຣະອົງຈຶ່ງກ່າວວ່າ, “ເຮົາຈະທຳລາຍມະນຸດທຸກໆຄົນທີ່ເຮົາໄດ້ສ້າງຂຶ້ນແລ້ວໃນທຸກຫົນທຸກແຫ່ງ ເຮົາຈະທຳລາຍຝູງສັດ ແລະຝູງນົກຕ່າງໆ ເພາະວ່າເຣົາເສັຽໃຈທີ່ໄດ້ສ້າງມັນມາ” 8 ແຕ່ພຣະຜູ້ເປັນເຈົ້າຊົງພໍພຣະທັຍນຳໂນອາເທົ່ານັ້ນ 9 ຕໍ່ໄປນີ້ຄືເຊື້ອສາຍຂອງໂນອາ ໂນອາເປັນຄົນຊອບທັມ ດີພ້ອມໃນສະໄຫມຂອງເຂົາ ໂນອາຕິດສນິດຢູ່ກັບພຣະເຈົ້າ 10 ໂນອາມີບຸດຊາຍສາມຄົນຄື ເຊມ ຮາມ ແລະຢາເຟດ 11 ແຕ່ວ່າຄົນທັງຫລາຍໄດ້ກະທຳຜິດຕໍ່ນ້ຳພຣະທັຍຂອງພຣະອົງ ແລ້ວຄວາມຊົ່ວຂອງມະນຸດກໍໄດ້ມີຢູ່ທຸກທີ່ທຸກບ່ອນ 12 ພຣະເຈົ້າຊົງເຫັນວ່າ ໂລກນີເຕັມໄປດ້ວຍຄວາມຊົ່ວ ກໍຍ້ອນວ່າມະນຸດທັງປວງກະທຳແຕ່ຄວາມຊົ່ວ
ໂນອາສ້າງເຮືອໃຫຍ່
13 ຄັນຕໍ່ມາ ພຣະເຈົ້າຊົງກ່າວກັບໂນອາວ່າ, “ເຮົາໄດ້ຕັດສິນໃຈຈະທຳລາຍມະນຸດສະໂລກແລ້ວ ເຮົາຈະທຳລາຍພວກເຂົາຈົນຫມົດສິ້ນ ເພາະວ່າໂລກນີ້ເຕັມໄປດ້ວຍການຊົ່ວຮ້າຍຂອງເຂົາ 14 ເຈົ້າຈົ່ງສ້າງເຮືອດ້ວຍໄມ້ແກ່ນອັນແຫນ້ນຫນາສຳລັບເຈົ້າ ຈົ່ງສ້າງເປັນຫລາຍຫ້ອງແລ້ວເອົາຂີ້ຊີຢາທາງໃນແລະທາງນອກໃຫ້ດີ 15 ຈົ່ງສ້າງເຮືອດັ່ງກ່າວນີ້ທາງຍາວໃຫ້ໄດ້ສາມຮ້ອຍສອກ ທາງກວ້າງຫ້າສິບສອກ ແລະທາງສູງສາມສິບສອກ 16 ຈົ່ງທຳປ່ອງຢ້ຽມຈຸຫລັງຄາສູງນຶ່ງສອກ ຍາວຕາມຝາແລະປະຕູທາງຂ້າງເຮືອ ແລ້ວທຳທາງໃນເຮືອໃຫ້ເປັນສາມຊັ້ນ 17 ເຮົາຈະໃຫ້ນ້ຳມາຖ້ວມໂລກ ແລະທຳລາຍທຸກສິ່ງທີ່ມີຊີວິດຢູ່ທຸກໆສິ່ງໃນໂລກນີ້ຈະຕາຍໄປ 18 ແຕ່ວ່າ ເຮົາຈະຕັ້ງຄຳຫມັ້ນສັນຍາໄວ້ກັບເຈົ້າ ສະນັ້ນ ຈົ່ງເອົາພັຣຍາ ບຸດຊາຍ ແລະບຸດສະໃພ້ຂອງເຈົ້າເຂົ້າໄປໃນເຮືອ 19 ພ້ອມທັງເອົາສັດທຸກໆຊະນິດແນວລະຄູ່ 20 ນົກທຸກໆຊະນິດແນວລະຄູ່ ສັດລາກ ສັດເລືອ ສັດໃຫຍ່ ສັດນ້ອຍທຸກໆຊະນິດແນວລະຄູ່ ເພື່ອໃຫ້ສັດເຫລົ່ານັ້ນມີຊິວິດຢູ່ 21 ຢ່າລືມເອົາອາຫານຫລາຍໆຊະນິດສຳລັບຄອບຄົວຂອງເຈົ້າ ແລະສຳລັບສັດເຫລົ່ານັ້ນດ້ວຍ 22 ໂນອາກໍທຳທຸກຢ່າງຕາມທີ່ພຣະເຈົ້າໄດ້ສັ່ງໄວ້
ນ້ຳຖ້ວມໂລກ
1 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂນອາວ່າ, “ເຈົ້າພ້ອມຄອບຄົວຂອງເຈົ້າທັງຫມົດຈົ່ງເຂົ້າໄປໃນເຮືອເຖີດ ເຮົາໄດ້ເຫັນວ່າ ເຈົ້າເປັນຜູ້ຊອບທັມ ແລະແມ່ນເຈົ້າຜູ້ດຽວໃນຈຳນວນພວກປະຊາຊົນເຫລົ່ານັ້ນທີ່ເຮົາພໍໃຈ 2 ຈົ່ງເອົາສັດທີ່ບໍ່ມີມົນທິນແນວລະເຈັດຄູ່ ແລະເອົາສັດທີ່ມີມົນທິນແນວລະຄູ່ 3 ນົກຊະນິດລະເຈັດຄູ່ ເພາະເຮົາຢາກໃຫ້ສັດເຫລົ່ານີ້ມີຊີວິດຢູ່ ແລະອອກແມ່ແຜ່ລູກຕໍ່ໄປໃນໂລກ 4 ໃນເຈັດວັນຂ້າງຫນ້ານີ້ ເຮົາຈະໃຫ້ຝົນຕົກລົງມາໃນໂລກສີ່ສິບວັນສີ່ສິບຄືນ ແລ້ວເຮົາຈະໃຫ້ທຸກໆສິ່ງທີ່ມີຊີວິດຊື່ງເຣົາໄດ້ສ້າງມານັ້ນຈິບຫາຍໄປ” 5 ໂນອາກໍໄດ້ທຳທຸກສິ່ງທຸກຢ່າງຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງ 6 ຄາວນ້ຳຖ້ວມໂລກຢູ່ນັ້ນ ໂນອາມີອາຍຸຫົກຮ້ອຍປີ 7 ໂນອາພ້ອມດ້ວຍບຸດຊາຍ ພັຣຍາແລະບຸດສະໃພ້ທັງຫລາຍ 8 ຕລອດທັງສັດທີ່ບໍ່ມີມົນທິນ ແລະສັດທີ່ມີມົນທິນ ນົກແລະສັດນ້ອຍທຸກຊະນິດແນວລະຄູ່ 9 ໄດ້ພາກັນເຂົ້າໄປໃນເຮືອເພື່ອຫລີກເວັ້ນຈາກນ້ຳຖ້ວມ ຕາມທີ່ພຣະເຈົ້າໄດ້ຊົງສັ່ງໄວ້ 10 ຫລັງຈາກເຈັດວັນແລ້ວ ຝົນກໍໄດ້ຕົກລົງຖ້ວມໂລກ 11 ໃນວັນທີ່ສິບເຈັດເດືອນທີ່ສອງ ເມື່ອໂນອາມີອາຍຸຫົກຮ້ອຍປີ ຟ້າກໍມືດຄຶ້ມແລ້ວຖອກເທຫ່າຝົນລົງມາສູ່ໂລກ ນ້ຳໃນບໍ່ ໃນເຫວແລະຫ້ວຍຮ່ອງກໍພຸ່ງຂຶ້ນ 12 ຝົນຕົກບໍ່ຂາດສາຍໃນແຜ່ນດິນໂລກ ສີ່ສິບວັນສີ່ສິບຄືນ 13 ໃນວັນຝົນເລີ້ມຕົກນັ້ນ ໂນອາພ້ອມດ້ວຍພັຣຍາ ແລະບຸດຊາຍສາມຄົນຄື ເຊມ ຮາມ ແລະຢາເຟດກັບພັຣຍາຂອງເຂົາໄດ້ພາກັນເຂົ້າໄປໃນເຮືອ 14 ຄົນເຫລົ່ານັ້ນພ້ອມທັງສັດທຸກຊະນິດສັດປ່າ ສັດບ້ານ ສັດໃຫຍ່ ສັດນ້ອຍ ແລະນົກ ຫນູທຸກຊະນິດແນວລະຄູ່ 15 ບັນດາສັດທີ່ມີລົມຫາຍໃຈກໍພາກັນເຂົ້າຢູ່ໃນເຮືອກັບໂນອາແນວລະຄູ່ໆ 16 ສັດທັງຫລາຍທີ່ເຂົ້າໄປນັ້ນມີທັງຕົວຜູ້ ແລະຕົວແມ່ທຸກຢ່າງຕ່າງເຂົ້າໄປຕາມທີ່ພຣະເຈົ້າຊົງສັ່ງແລ້ວ ພຣະອົງກໍຊົງອັດປະຕູເຮືອ 17 ຄັນແລ້ວຝົນກໍເລີ້ມຕົກບໍ່ຂາດສາຍຕລອດສີ່ສິບວັນສີ່ສິບຄືນ 18 ນ້ຳກໍມາກຂຶ້ນເລື້ອຍໆ ເຮືອຂອງໂນອາຟູ່ຢູ່ເທິງຫນ້ານ້ຳ 19 ນ້ຳກໍມາກຂຶ້ນເລື້ອຍຈົນພູຜາຫນ່ວຍສູງໆກໍຖືກນ້ຳຖ້ວມ 20 ແລະນ້ຳຍັງໄດ້ຖ້ວມພູຜາເຫລົ່ານັ້ນຂຶ້ນໄປອີກສິບຫ້າສອກ 21 ທຸກໆສິ່ງທີ່ມີຊີວິດຢູ່ໃນໂລກຄື ນົກ ສັດທຸກຊະນິດຕລອດທັງຄົນກໍຈົມນ້ຳຕາຍ 22 ບັນດາສັດທີ່ມີລົມຫາຍໃຈເຂົ້າອອກທາງດັງ ຄືສັດທີ່ອາໄສຢູ່ເທິງແຜ່ນດິນກໍຕາຍຫມົດ 23 ທຸກໆສິ່ງທີ່ມີຊິວິດຢູ່ໃນໂລກຄື ນົກ ສັດທຸກຊະນິດຕລອດທັງຄົນກໍຈົມນ້ຳຕາຍ ເວັ້ນໄວ້ແຕ່ຄອບຄົວຂອງໂນອາ ແລະສັດທີ່ມີຢູ່ໃນເຮືອທໍ່ນັ້ນ 24 ນ້ຳຖ້ວມໂລກຢູ່ເປັນເວລາຮ້ອຍຫ້າສິບວັນ
ນ້ຳບົກລົງ
1 ຫລັງຈາກນ້ຳຖ້ວມໂລກໄດ້ຮ້ອຍຫ້າສິບວັນແລ້ວພຣະເຈົ້າຍັງບໍ່ລືມໂນອາພ້ອມທັງສັດຕ່າງໆທີ່ຢູ່ໃນເຮືອ ພຣະອົງຊົງທໍາໃຫ້ລົມພັດມາເທິງຫນ້າໂລກ 2 ແລ້ວນ້ຳກໍຄ່ອຍບົກລົງທ້ອງຟ້າກໍເລີ້ມແຈ່ມໃສຂຶ້ນ ຝົນກໍເຊົາຕົກ 3 ນ້ຳໃນບໍ່ນ້ຳໃນເຫວ ແລະຫ້ວຍຮ່ອງກໍລົດນ້ອຍຖອຍລົງເປັນລຳດັບ 4 ໃນມື້ວັນທີ່ສິບເຈັດຂອງເດືອນເຈັດ ເຮືອຂອງໂນອາໄດ້ຄ້າງຢູ່ເທິງພູ ອາຣາຣັດ 5 ນ້ຳໄດ້ບົກລົງເລື້ອຍໆ ຈົນມື້ວັນທີ່ນື່ງຂອງເດືອນສິບຍອດພູທັງຫລາຍຈຶ່ງໄດ້ປາກົດຂຶ້ນ 6 ຢູ່ຕໍ່ມາອີກສີ່ສິບວັນ ໂນອາໄດ້ໄຂປ່ອງຢ້ຽມເຮືອອອກ 7 ແລ້ວໄດ້ປ່ອຍກາຕົວນຶ່ງອອກໄປ ກາຕົວນັ້ນໄດ້ບິນໄປເລີຍຈົນນ້ຳແຫ້ງຈາກແຜ່ນດິນ 8 ໂນອາກໍໄດ້ປ່ອຍນົກກາງແກຕົວນຶ່ງອອກໄປອີກ ເພື່ອຈະໄດ້ຮູ້ວ່ານ້ຳບົກແລ້ວຫລືຍັງ 9 ແຕ່ວ່ານົກກາງແກຕົວນັ້ນບໍ່ມີບ່ອນຈະຈັບຈຶ່ງໄດ້ກັບຄືນມາຫາໂນອາເພາະວ່ານ້ຳຍັງຖ້ວມໂລກຢູ່ ພໍເຫັນນົກບິນກັບມາ ໂນອາໄດ້ເດ່ມືອອກໄປຈັບເອົານົກກາງແກຕົວນັ້ນມາໄວ້ໃນເຮືອນຳຫມູ່ 10 ເຈັດວັນຕໍ່ມາ ທ່ານໄດ້ປ່ອຍນົກກາງແກອອກໄປອີກ 11 ນົກກາງແກຕົວນັ້ນໄດ້ບິນກັບມາໃນຕອນແລງພ້ອມທັງຄາບເອົາໃບຫມາກກອກມານຳ ເມື່ອເຫັນເຊັ່ນນີ້ ທ່ານຈຶ່ງຮູ້ຈັກຄັກແນ່ວ່ານ້ຳໄດ້ບົກລົງແລ້ວ 12 ເຈັດວັນຕໍ່ມາ ທ່ານໄດ້ປ່ອຍນົກກາງແກອອກໄປອີກ ແຕ່ເທື່ອນີ້ນົກຕົວນັ້ນບໍ່ເຫັນກັບມາເລີຍ 13 ເມື່ອໂນອາມີອາຍຸໄດ້ຫົກຮ້ອຍນຶ່ງປີ ໃນວັນທີນຶ່ງຂອງເດືອນທີນຶ່ງຂອງປີນັ້ນ ນ້ຳກໍໄດ້ແຫ້ງລົງຫມົດ ຫລັງຈາກທ່ານໄດ້ເປີດຫລັງຄາເຮືອອອກແລ້ວ 14 ກໍມອງເຫັນວ່າຫນ້າດິນໄດ້ແຫ້ງແລ້ວ ສະນັ້ນໃນວັນທີ່ຊາວເຈັດຂອງເດືອນທີ່ສອງ ແຜ່ນດິນໂລກກໍແຫ້ງຢ່າງສິ້ນເຊີງ 15 ແລ້ວພຣະເຈົ້າຊົງກ່າວແກ່ໂນອາວ່າ, 16 “ເຈົ້າພ້ອມທັງພັຣຍາ ບຸດຊາຍແລະບຸດສະໃພ້ ຈົ່ງພາກັນອອກຈາກເຮືອນັ້ນເຖີດ 17 ຈົ່ງປ່ອຍສັດທັງຫລາຍທີ່ຢູ່ໃນເຮືອຄື ສັດບ້ານ ສັດປ່າ ສັດເລືອຄານ ນົກ ຫນູອອກມາເພື່ອໃຫ້ມັນອອກແມ່ແຜ່ລູກຫລາຍຂຶ້ນຢູ່ໃນໂລກນີ້” 18 ດັ່ງນັ້ນ ໂນອາພ້ອມທັງພັຣຍາ ບຸດຊາຍແລະບຸດສະໃພ້ກໍພາກັນອອກຈາກເຮືອ 19 ສ່ວນສັດບ້ານ ສັດປ່າ ສັດເລືອຄານ ແລະນົກຫນູກໍພາກັນອອກມາຈາກເຮືອ ຕາມເຊື້ອຊາດຂອງມັນເຫມືອນກັນ
ໂນອາຖວາຍເຄື່ອງບູຊາ
20 ຄັນຕໍ່ມາ ໂນອາໄດ້ສ້າງແທ່ນບູຊາຖວາຍແດ່ພຣະຜູ້ເປັນເຈົ້າ ແລະເລືອກເອົາສັດແລະນົກທີ່ບໍ່ມີມົນທິນມາຂ້າເຜົາຖວາຍເທິງແທ່ນບູຊານັ້ນ 21 ເມື່ອພຣະຜູ້ເປັນເຈົ້າຊົງໄດ້ຮັບກິ່ນຫອມຫວນຊວນພຣະທັຍເຊັ່ນນັ້ນແລ້ວພຣະອົງຊົງຄິດວ່າ, “ເຮົາຈະບໍ່ດ່າສາບແຊງໂລກນີ້ຍ້ອນມະນຸດອີກ ເພາະເຮົາຮູ້ແລ້ວວ່າ ຄວາມຄິດຊົ່ວຊ້າຂອງມະນຸດມີມາແຕ່ເວລາຍັງນ້ອຍ ເຣົາຈະບໍ່ທຳລາຍສິ່ງທີ່ມີຊີວິດເຫມືອນດັ່ງທີ່ເຮົາໄດ້ທຳລາຍມາແລ້ວ 22 ຕາບໃດທີ່ໂລກຍັງຄົງຢູ່ ຍາມຫວ່ານກ້າແລະຍາມເກັບກ່ຽວ ຣະດູຫນາວ ແລະຣະດູຮ້ອນ ກາງເວັນແລະກາງຄືນຈະມີສືບໆໄປ
ພຣະເຈົ້າຊົງສັນຍາກັບໂນອາ
1 ພຣະເຈົ້າຊົງອວຍໄຊໃຫ້ພອນແກ່ໂນອາ ພ້ອມທັງບຸດຊາຍທັງສາມຄົນຂອງເຂົາວ່າ, 2 “ໃຫ້ພວກເຈົ້າມີລູກເຕົ້າມາກທະວີຂຶ້ນທົ່ວໂລກເທີນ ສັດທຸກໆຊະນິດໃນໂລກຄື ສັດລາກ ສັດເລືອຄານ ສັດໃຫຍ່ ສັດນ້ອຍນົກຫນູ ແລະປູປານາໆຊະນິດ ຈະຢ້ານກົວ ແລະຢູ່ໃຕ້ອຳນາດຂອງເຈົ້າ 3 ແຕ່ບັດນີ້ໄປສັດທຸກໆຊະນິດ ແລະພືດທຸກໆຢ່າງ ພວກເຈົ້າກິນໄດ້ເພາະເຮົາໄດ້ປະທານສິ່ງນັ້ນໃຫ້ເປັນອາຫານແກ່ພວກເຈົ້າ 4 ແຕ່ມີສິ່ງທີ່ເຈົ້າບໍ່ຄວນກິນຄື ເລືອດຊຶ່ງເປັນຫລັກສຳຄັນຂອງຊີວິດ 5 ຖ້າຜູ້ໃດຂ້າເຈົ້າ ເຮົາຈະລົງໂທດຜູ້ນັ້ນເຖິງຕາຍ ເຮົາຈະທຳລາຍສັດທຸກຕົວທີ່ຂ້າເຈົ້າ ແລະເຮົາຈະລົງໂທດທຸກໆຄົນທີ່ຂ້າເພື່ອນມະນຸດດ້ວຍກັນ 6 ຜູ້ໃດຂ້າເພື່ອນສັນໃດ ຜູ້ນັ້ນຈະຖືກເພື່ອນຂ້າສັນນັ້ນ ເພາະວ່າພຣະເຈົ້າໄດ້ຊົງສ້າງມະນຸດຕາມຮູບຮ່າງຂອງພຣະອົງ 7 ສະນັ້ນ ພວກເຈົ້າຈົ່ງສືບຫນໍ່ແທນແນວໃຫ້ມາກຫລາຍ ເພື່ອໃຫ້ເຊື້ອສາຍຂອງພວກເຈົ້າແຜ່ຜາຍໄປທົ່ວທຸກແຫ່ງໃນໂລກ” 8 ພຣະເຈົ້າຊົງສັນຍາກັບໂນອາ ແລະບຸດຊາຍຂອງທ່ານວ່າ, 9 “ແຕ່ບັດນີ້ເປັນຕົ້ນໄປ ເຮົາສັນຍາຕໍ່ເຈົ້າ ເຊື້ອສາຍຂອງເຈົ້າ 10 ແລະສັດທຸກຊະນິດທີ່ອອກມາຈາກເຮືອເຊັ່ນ ນົກຫນູ ສັດບ້ານ ສັດປ່າວ່າ 11 ດ້ວຍຄຳຫມັ້ນສັນຍາທີ່ເຮົາຕັ້ງໄວ້ເຮົາຈະບໍ່ທຳລາຍທຸກໆສິ່ງທີ່ມີຊີວິດດ້ວຍນ້ຳ ນ້ຳຖ້ວມໂລກເຊັ່ນນີ້ຈະບໍ່ມີອີກຈັກເທື່ອ 12 ພຣະເຈົ້າຊົງກ່າວຕື່ມອີກວ່າ, “ເຮົາຕັ້ງຮຸ້ງກິນນ້ຳໄວ້ເພື່ອເປັນເຄື່ອງຫມາຍສຳຄັນຂອງຄຳຫມັ້ນສັນຍາຕລອດໄປເປັນນິດຊຶ່ງເຮົາໄດ້ກະທຳຕໍ່ເຈົ້າ ແລະສັດຕ່າງໆ 13 ຮຸ້ງກິນນ້ຳຈະເປັນເຄື່ອງຫມາຍສຳຄັນຂອງຄຳຫມັ້ນສັນຍາທີ່ເຮົາໄດ້ຕັ້ງໄວ້ກັບໂລກ 14 ຫາກເມື່ອໃດເຮົາໄດ້ທຳໃຫ້ມີເມກປົກຫຸ້ມທົ່ວແຜ່ນດິນໂລກ ແລະທຳໃຫ້ມີຮຸ້ງປາກົດຂຶ້ນໃນເມກ 15 ແລ້ວເຮົາກໍຈະຄິດເຖິງຄຳຫມັ້ນສັນຍາຂອງເຮົາທີ່ໄດ້ໃຫ້ແກ່ເຈົ້າ ແລະສັດທັງປວງວ່າຈະບໍ່ທຳລາຍທຸກໆສິ່ງທີ່ມີຊີວິດດ້ວຍນ້ຳອີກ 16 ເມື່ອຮຸ້ງປາກົດຂຶ້ນໃນເມກເຮົາກໍຈະໄດ້ເຫັນ ແລະຈະໄດ້ລະນຶກເຖິງຄຳຫມັ້ນສັນຍາຕລອດໄປເປັນນິດລະຫວ່າງເຮົາກັບທຸກໆສິ່ງທີ່ມີຊີວິດຢູ່ໃນໂລກ” 17 ພຣະເຈົ້າໄດ້ກ່າວຕໍ່ໂນອາອີກວ່າ, “ນີ້ແຫລະເຄື່ອງຫມາຍສຳຄັນຂອງຄຳຫມັ້ນສັນຍາຊຶ່ງເຮົາໄດ້ກະທຳຕໍ່ທຸກໆສິ່ງທີ່ມີຊີວິດຢູ່ໃນໂລກ”
ໂນອາແລະລູກຊາຍ
18 ບຸດຊາຍຂອງໂນອາທີ່ໄດ້ອອກມາຈາກເຮືອຄື ເຊມ ຮາມ ແລະຢາເຟດ ຮາມເປັນບິດາຂອງການາອານ 19 ບຸດຊາຍທັງສາມຂອງທ່ານໄດ້ເປັນບັນພະບຸຣຸດຂອງປະເທດຊາດທັງປວງໃນໂລກ 20 ໂນອາຊຶ່ງມີອາຊີບຊາວໄຮ່ ເປັນຜູ້ທຳອິດທີ່ປູກຕົ້ນອະງຸ່ນ 21 ວັນນຶ່ງ ທ່ານດື່ມນ້ຳອະງຸ່ນຫລາຍຈົນມືນເມົາ ຈົນຫລົງແກ້ເຄື່ອງນຸ່ງຫົ່ມຂອງຕົນອອກ ແລ້ວນອນເປືອຍກາຍຢູ່ໃນຜ້າເຕັນ 22 ເມື່ອຮາມຜູ້ເປັນບິດາຂອງການາອານ ເຫັນບິດາຂອງຕົນນອນເປືອຍກາຍຢ່າງມືນເມົາຢູ່ເຊັ່ນນັ້ນກໍຟ້າວໄປບອກອ້າຍທັງສອງມາ 23 ເຊມ ແລະຢາເຟດກໍເອົາຜ້າພາດບ່າແລ້ວທັງສອງຄົນກໍເດີນຫັນຫລັງເຂົ້າໄປປົກປິດກາຍຂອງບິດາທີ່ເປືອຍກາຍຢູ່ ໂດຍບໍ່ໄດ້ຫັນຫນ້າເບິ່ງກາຍຂອງບິດາທີ່ເປືອຍຢູ່ນັ້ນ 24 ເມື່ອໂນອາ ຕື່ນແຕ່ນອນແລະຊວ່າງເຫລົ້າແລ້ວ ກໍຮູ້ຈັກສິ່ງທີ່ບຸດຊາຍຫລ້າໄດ້ກະທໍາຕໍ່ຕົນ 25 ທ່ານຈຶ່ງຮ້ອງຂຶ້ນວ່າ, “ກູຂໍສາບແຊ່ງການາອານ ມັນຈະເປັນຂ້ອຍຂ້າຂອງອ້າຍມັນ” 26 ທ່ານກ່າວອີກວ່າ, “ຂໍສັຣເສີນພຣະຜູ້ເປັນເຈົ້າ ຜູ້ເປັນພຣະເຈົ້າຂອງເຊມ ການາອານ ຈະເປັນຂ້ອຍຂ້າຂອງເຊມ 27 ຂໍພຣະເຈົ້າຊົງໂຜດໃຫ້ຢາເຟດ ຈະເຣີນມັ່ງຄັ່ງສົມບູນຂຶ້ນ ແລະຂໍໃຫ້ເຊື້ອສາຍຂອງເຂົາ ຈົ່ງຢູ່ຮ່ວມກັນກັບປະຊາຊົນຂອງເຊມ ການາອານຈົ່ງຕົກເປັນຂ້ອຍຂ້າຂອງຢາເຟດ” 28 ຫລັງຈາກນ້ຳຖ້ວມໂລກແລ້ວ ໂນອາມີອາຍຸຕໍ່ມາອີກສາມຮ້ອຍຫ້າສິບປີ 29 ທ່ານຈຶ່ງເຖິງແກ່ກຳໄປເມື່ອອາຍຸໄດ້ເກົ້າຮ້ອຍຫ້າສິບປີ
ເຊື້ອສາຍຂອງບຸດຊາຍໂນອາ
1 ຕໍ່ໄປນີ້ແມ່ນເຊື້ອສາຍບຸດຊາຍທັງຫລາຍຂອງໂນອາຄື ເຊມ ຮາມ ແລະຢາເຟດ ບຸດຊາຍຂອງເຂົາໄດ້ເກີດຫລັງຈາກນ້ຳ ຖ້ວມໂລກ 2 ບຸດຊາຍຂອງຢາເຟດຊື່ ໂກເມີ ມາກົກ ມາດັຍ ຢາວານ ຕູບານ ເມເຊກ ແລະຕີຣັສ 3 ບຸດຊາຍຂອງໂກເມີຊື່ ອັສເກນັຊ ຣິຟັທ ແລະໂຕກາຣ໌ມາ 4 ບຸດຊາຍຂອງຢາວານຊື່ ເອລິຊາ ຕາຣ໌ຊິສ ຊາວກິດຕິມ ແລະຊາວໂຣດານິມ 5 ພວກເຂົາເຫລົ່ານີ້ເປັນບັນພະບຸຣຸດຂອງປະຊາຊົນທີ່ອາໄສຢູ່ຕາມແຄມດອນ ແລະຕາມແຄມທະເລ ພວກນີ້ເປັນເຊື້ອສາຍຂອງຢາເຟດຊຶ່ງອາໄສຢູ່ໃນເຜົ່າ ແລະໃນປະເທດແຕກຕ່າງກັນ ແຕ່ລະຫມວດຫມູ່ ປາກພາສາຂອງພວກເຂົາເອງ 6 ບຸດຊາຍຂອງຮາມຊື່ ກູຊ ເອຢິບ ປູທ ແລະການາອານ 7 ບຸດຊາຍຂອງກູຊ ຊື່ເຊບາ ຮາວິລາ ຊັບຕາ ຣາອາມາ ແລະຊັບເຕກາ 8 ບຸດຊາຍຂອງຣາອາມາຊື່ ເຊບາ ແລະເດດານກູຊມີບຸດຊາຍອີກຜູ້ນຶ່ງຊື່ ນິມໂຣດ ນິມໂຣດເປັນຜູ້ປົກຄອງຜູ້ຍິ່ງໃຫຍ່ຄົນທຳອິດໃນໂລກ 9 ທ່ານຍັງເປັນນາຍພານຜູ້ຍິ່ງໃຫຍ່ໃນໂລກອີກ ດ້ວຍເຫດນີ້ ຈິ່ງມີຄຳເວົ້າເລົ່າລືກັນມາວ່າ “ເປັນນາຍພານຜູ້ຍິ່ງໃຫຍ່ຫມືອນດັ່ງນິມໂຣດ” 10 ຣາຊອານາຈັກທຳອິດທີ່ນິມໂຣດປົກຄອງມີຄື ບາເບນ ເອເຣກ ແລະອັກກາດ ຣາຊອານາຈັກເຫລົ່ານີ້ຢູ່ໃນປະເທດຊິນາກ 11 ອັສຊີເຣັຽ ອອກຈາກປະເທດຊິນາກໄປ ສ້າງເມືອງນິເນເວ ເຣໂຮໂບທອິຣ໌ ກາລາ 12 ແລະເຣເຊນຊື່ງຢູ່ລະຫວ່າງເມືອງນິເນເວ ແລະເມືອງກາລາ ເມືອງນີ້ເປັນເມືອງໃຫຍ່ 13 ເອຢິບເປັນບິດາຂອງລູດິມ ອານາມິມ ເລຮາບິມເນັຟຕູຮິມ 14 ປັທຣູຊິມ ກັສລູຮິມ ແລະເກັຟໂຕຣິມ ພວກນີ້ໄດ້ສືບເຊື້ອສາຍໃຫ້ຄົນຟີລິສຕິນ 15 ບຸດຊາຍກົກຂອງການາອານຊື່ ຊິໂດນ ແລະຜູ້ຕໍ່ມາແມ່ນ ເຮທ 16 ແລະຊາວເຢບຸສ ຊາວອາໂມຣິດ ຊາວກີຣ໌ກາຊິດ 17 ຊາວຮິວິ ຊາວອາຣ໌ກິດ ຊາວຊີນິດ 18 ຊາວອາຣ໌ວາດິດ ຊາວເຊມາຣິດ ແລະຊາວຮາມັທ ພາຍລຸນມາເຊື້ອສາຍຂອງການາອານໄດ້ແຜ່ກວ້າງອອກໄປ 19 ຈົນເຂດແດນຂອງພວກເຂົາຮອດຊິໂດນທາງເບື້ອງເມືອງເກຣາ ເມືອງກາຊາ ແລະຂ້າງເມືອງໂຊໂດມ ຮອດເມືອງໂກໂມຣາ ເມືອງອັດມາ ແລະເຊບົວອິມຮອດເມືອງລາຊາ 20 ພວກເຫລົ່ານີ້ແມ່ນເຊື້ອສາຍຂອງຮາມ ຊຶ່ງອາໄສຢູ່ເປັນຫມູ່ຫມວດເຜົ່າແລະປະເທດ ແຕ່ລະຫມູ່ຫມວດປາກເວົ້າພາສາຂອງຕົນເອງ 21 ເຊມຜູ້ຊຶ່ງເປັນບັນພະບຸຣຸດຂອງເດັກນ້ອຍຊາວເອເບີ ແລະຜູ້ຊຶ່ງເປັນອ້າຍກົກຂອງຢາເຟດກໍມີບຸດຫລາຍຄົນເຊັ່ນດຽວກັນ 22 ບຸດຊາຍຂອງເຊມຊື່ ເອລາມ ອັສຊູຣ໌ ອາກປັກສາດ ລູດ ແລະອາຣາມ 23 ບຸດຊາຍຂອງອາຣາມຄື ອຸຊ ຮຸນ ເກເທີ ແລະມັສ 24 ອາກປັກສາດເປັນບິດາຂອງເຊລາ ແລະເຊລາເປັນບິດາຂອງເອເບີ 25 ເອເບີມີບຸດຊາຍສອງຄົນ ຜູ້ອ້າຍຊື່ ເປເລກ ກ່ອນຈະໃສ່ຊື່ນີ້ກໍເພາະວ່າ ໃນສະໄຫມຂອງທ່ານປະຊາຊົນໃນໂລກຖືກແບ່ງແຍກກັນ ນ້ອງຊາຍຂອງເປເລກຊື່ ໂຢກທານ 26 ໂຢກທານມີບຸດຊາຍຫລາຍຄົນຊື່ ອັນໂມດາດ ເຊເລຟ ຮາຊາມາເວທ ເຢຣາ 27 ຮາໂດຣາມ ອຸຊານ ດິກລາ 28 ໂອບານ ອາບິມາເອນ ເຊບາ 29 ໂອຟີຣ໌ ຮາວີລາ ແລະໂຢບັບ 30 ດິນແດນທີ່ພວກເຂົາອາໄສຢູ່ນັ້ນມີຕັ້ງແຕ່ເມຊາຂ້າງເບື້ອງເຊຟາກ ຈົນເຖິງພູເຂົາທາງທິດຕາເວັນອອກ 31 ພວກເຫລົ່ານີ້ແມ່ນເຊື້ອສາຍຂອງເຊມ ຊຶ່ງໄດ້ອາໄສຢູ່ເປັນຫມູ່ຫມວດເຜົ່າແລະປະເທດ ແຕ່ລະຫມູ່ຫມວດນັ້ນປາກເວົ້າພາສາຂອງຕົນເອງ 32 ທຸກໆເຜົ່າແລະຫມູ່ຫມວດທີ່ກ່າວມານັ້ນ ແມ່ນເຊື້ອສາຍຈາກບຸດຊາຍທັງຫລາຍຂອງໂນອາທີ່ມາຈາກເຊື້ອສາຍຕ່າງໆກັນປະຊາຊົນທຸກໆຄົນໃນຊາດຕ່າງໆໃນໂລກນີ້ ແມ່ນສືບເຊື້ອສາຍມາຈາກໂນອາ ແລະຈາກບຸດຊາຍຂອງທ່ານ ພາຍຫລັງຈາກນ້ຳຖ້ວມໂລກ
ຫໍຄອຍເມືອງບາເບນ
1 ແຕ່ທຳອິດ ມະນຸດໃນໂລກເວົ້າພາສາດຽວກັນແລະໃຊ້ຄຳເວົ້າແບບດຽວກັນ 2 ຢູ່ມາເມື່ອພວກເຂົາໄດ້ຍົກຍ້າຍໄປທາງທິດຕາເວັນອອກ ພວກເຂົາຈຶ່ງພົບທົ່ງຮາບພຽງແຫ່ງນຶ່ງໃນປະເທດຊິນາກ ແລ້ວໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ 3 ແລ້ວພວກເຂົາໄດ້ເວົ້າວ່າ, “ເອົາເທາະ! ພວກເຮົາພາກັນປັ້ນດິນຈີ່ ແລ້ວເຜົາໃຫ້ມັນແຂງດີ” ດັ່ງນັ້ນ ພວກເຂົາຈຶ່ງມີດິນຈີ່ສຳລັບກໍ່ສ້າງ ແລະມີຢາງໃຊ້ຕາງປະທາຍ 4 ແລ້ວພວກເຂົາເວົ້າວ່າ, “ບັດນີ້ ພວກເຮົາມາພາກັນສ້າງເມືອງຂອງພວກເຮົາ ພ້ອມທັງກໍ່ຫໍຄອຍໃຫ້ມີຍອດສູງຈຸຟ້າ ພວກເຮົາຄວນສ້າງຊື່ສຽງໄວ້ ເພື່ອເຮົາຈະບໍ່ໄດ້ພັດພາກຈາກກັນໄປໃນໂລກນີ້” 5 ແລ້ວພຣະອົງຈຶ່ງສະເດັດລົງມາທອດພຣະເນດເມືອງແລະຫໍຄອຍສູງທີ່ມະນຸດໄດ້ສ້າງຂຶ້ນ 6 ພຣະອົງຊົງກ່າວວ່າ, “ບັດນີ້ ມະນຸດທ້ອນໂຮມກັນເປັນອັນນຶ່ງອັນດຽວ ເຂົາເວົ້າພາສາດຽວກັນ ນີ້ກໍເປັນພຽງຂັ້ນເລີ້ມຕົ້ນທີ່ເຂົາໄດ້ກະທຳມາ ໃນຂັ້ນຕໍ່ໄປ ພວກເຂົາກໍຈະສາມາດທຳທຸກສິ່ງທຸກຢ່າງທີ່ເຂົາປາຖນາຢາກທຳ 7 ສະນັ້ນ ເຮົາຕ້ອງລົງໄປທຳໃຫ້ພາສາຂອງເຂົາແຕກຕ່າງກັນ ເພື່ອພວກເຂົາຈະເວົ້າບໍ່ເຂົ້າໃຈກັນອີກ” 8 ແລ້ວພຣະຜູ້ເປັນເຈົ້າຊົງທໍາໃຫ້ພວກເຂົາພັດພາກຈາກກັນໄປຢູ່ທົ່ວທຸກແຫ່ງໃນໂລກ ພວກເຂົາຈຶ່ງເຊົາສ້າງເມືອງນັ້ນ 9 ດ້ວຍເຫດນັ້ນ ເມືອງນີ້ຈຶ່ງມີຊື່ວ່າ ບາເບນ ເພາະວ່າບ່ອນນີ້ເປັນບ່ອນທີ່ພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ພາສາຂອງພວກເຂົາແຕກຕ່າງກັນ ແລະທຳໃຫ້ມະນຸດພັດພາກຈາກກັນໄປທົ່ວທຸກແຫ່ງໃນໂລກ
ເຊື້ອສາຍຂອງເຊມ
10 ເຊື້ອສາຍຂອງເຊມມີຄວາມເປັນມາດັ່ງນີ້ ເມື່ອເຊມມີອາຍຸໄດ້ຮ້ອຍປີ ກໍມີບຸດຊາຍຊື່ ອາກປັກສາດ ເມື່ອສອງປີຫລັງຈາກນ້ຳຖ້ວມໂລກ 11 ຕັ້ງແຕ່ເຊມມີບຸດຊາຍຄືອາກປັກສາດມາ ກໍມີອາຍຸຕໍ່ມາອີກຫ້າຮ້ອຍປີ ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ 12 ເມື່ອອາກປັກສາດມີອາຍຸໄດ້ສາມສິບຫ້າປີ ກໍມີບຸດຊາຍຊື່ ເຊລາ 13 ຕັ້ງແຕ່ໄດ້ເຊລາມາ ກໍມີອາຍຸຕໍ່ມາອີກສີ່ຮ້ອຍສາມປີ ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ 14 ເມື່ອເຊລາມີອາຍຸໄດ້ສາມສິບປີ ມີບຸດຊາຍຊື່ ເອເບີ 15 ຕັ້ງແຕ່ໄດ້ເອເບີມາ ກໍມີອາຍຸຕໍ່ມາອີກສີ່ຮ້ອຍສາມປີ ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ 16 ເມື່ອເອເບີມີອາຍຸໄດ້ສາມສິບສີ່ ກໍມີບຸດຊາຍຊື່ ເປເລກ 17 ຕັ້ງແຕ່ໄດ້ເປເລກມາ ກໍມີອາຍຸຕໍ່ມາອີກສີ່ຮ້ອຍສາມສິບປີ ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ 18 ເມື່ອເປເລກມີອາຍຸໄດ້ສາມສິບປີ ກໍມີບຸດຊາຍຊື່ ເຣອູ 19 ຕັ້ງແຕ່ໄດ້ເຣອູມາ ກໍມີຊີວິດຕໍ່ມາອີກສອງຮ້ອຍເກົ້າປີ ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ 20 ເມື່ອເຣອູມີອາຍຸໄດ້ສາມສິບສອງປີ ກໍມີບຸດຊາຍຊື່ ເຊຣຸກ 21 ຕັ້ງແຕ່ໄດ້ເຊຣຸກມາ ກໍມີຊີວິດຕໍ່ມາອີກສອງຮ້ອຍເຈັດປີ ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ 22 ເມື່ອເຊຣຸກມີອາຍຸໄດ້ສາມສິບປີ ກໍມີບຸດຊາຍຊື່ ນາໂຮຣ໌ 23 ຕັ້ງແຕ່ໄດ້ນາໂຮຣ໌ມາ ກໍມີຊີວິດຕໍ່ມາອີກຕື່ມສອງຮ້ອຍປີ ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ 24 ເມື່ອນາໂຮຣ໌ມີອາຍຸໄດ້ຊາວເກົ້າປີກໍມີບຸດຊາຍຊື່ ເຕຣາ 25 ຕັ້ງແຕ່ໄດ້ເຕຣາມາ ກໍມີຊີວິດຕໍ່ມາອີກຮ້ອຍສິບເກົ້າປີ ແລະມີບຸດຊາຍຍິງຕື່ມອີກຫລາຍຄົນ 26 ເມື່ອເຕຣາມີອາຍຸໄດ້ເຈັດສິບປີ ກໍມີບຸດຊາຍສາມຄົນແລ້ວຄື ອັບຣາມ ນາໂຮຣ໌ ແລະຮາຣານ
ເຊື້ອສາຍຂອງເຕຣາ
27 ຕໍ່ໄປນີ້ແມ່ນເຊື້ອສາຍຂອງເຕຣາຄື ເຕຣາມີບຸດຊາຍສາມຄົນຊື່ ອັບຣາມ ນາໂຮຣ໌ ແລະຮາຣານ ຮາຣານມີບຸດຊາຍຊື່ ໂລດ 28 ຮາຣານໄດ້ສິ້ນຊີວິດກ່ອນເຕຣາຜູ້ເປັນບິດາໃນບ້ານເກີດເມືອງນອນຂອງຕົນ ຄືເມືອງອູຣ໌ແຂວງຄັນເດອານ 29 ອັບຣາມ ແລະນາໂຮຣ໌ຕ່າງກໍໄດ້ແຕ່ງງານ ພັຣຍາຂອງອັບຣາມຊື່ ຊາຣາຍ ພັຣຍາຂອງນາໂຮຣ໌ຊື່ ມິລະກາ ມິລະກາເປັນບຸດຕຣີຂອງຮາຣານ ຮາຣານເປັນບິດາຂອງ ມິລະກາ ແລະອິສກາ 30 ນາງຊາຣາຍບໍ່ມີບຸດເພາະນາງເປັນຫມັນ 31 ເຕຣາພ້ອມບຸດຊາຍຄື ອັບຣາມກັບຫລານຊາຍຄືໂລດບຸດຊາຍຂອງຮາຣານ ແລະຊາຣາຍພັຣຍາຂອງອັບຣາມໄດ້ພາກັນຫນີຈາກເມືອງອູຣ໌ ປະເທດຄັນເດອາເຂົ້າໄປອາໄສຢູ່ໃນປະເທດການາອານພວກເຂົາພາກັນໄປເຖິງເມືອງຮາຣານແລະຕັ້ງຖິ່ນຖານຢູ່ທີ່ນັ້ນ 32 ເຕຣາໄດ້ເຖິງແກ່ກຳຢູ່ທີ່ນັ້ນ ເມື່ອອາຍຸໄດ້ສອງຮ້ອຍຫ້າປີ
ພຣະເຈົ້າຊົງເອີ້ນອັບຣາມ
1 ຄັນຕໍ່ມາ ພຣະຜູ້ເປັນເຈົ້າໄດ້ຊົງບອກແກ່ອັບຣາມວ່າ, “ຈົ່ງອອກຈາກປະເທດຂອງເຈົ້າ ຈາກຍາດພີ່ນ້ອງແລະຈາກບ້ານຂອງເຈົ້າແລ້ວໄປໃນປະເທດທີ່ເຮົາຈະບອກເຈົ້າ 2 ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລາຍຂຶ້ນແລ້ວເກີດເປັນຊົນຊາດໃຫຍ່ ເຮົາຈະອວຍພອນໃຫ້ເຈົ້າເປັນຜູ້ທີ່ມີຊື່ສຽງ ແລະຜູ້ອື່ນຈະໄດ້ຮັບພອນຍ້ອນເຈົ້າ 3 ເຮົາຈະອວຍພອນຜູ້ທີ່ອວຍພອນເຈົ້າ ແຕ່ເຮົາຈະສາບແຊ່ງຜູ້ທີ່ສາບແຊ່ງເຈົ້າ ທຸກໆຊົນຊາດໃນໂລກຈະຂໍໃຫ້ເຮົາອວຍພອນພວກເຂົາເຫມືອນດັ່ງເຮົາໄດ້ອວຍພອນໃຫ້ພວກເຈົ້າ” 4 ເມື່ອອັບຣາມອາຍຸໄດ້ເຈັດສິບຫ້າປີ ທ່ານກໍອອກຈາກເມືອງຮາຣານໄປຕາມທີ່ພຣະຜູ້ເປັນເຈົ້າຊົງບອກ ໂລດກໍໄປນຳທ່ານ ດ້ວຍ 5 ອັບຣາມພາຊາຣາຍພັຣຍາຂອງຕົນກັບໂລດຫລານຊາຍ ພ້ອມທັງຊັບສິ່ງຂອງທີ່ໄດ້ສະສົມໄວ້ໃນເມືອງຮາຣານ ແລະພວກຂ້ອຍຂ້າໄປນໍາດ້ວຍ ພວກເຂົາອອກເດີນທາງມຸ່ງຫນ້າໄປຍັງປະເທດການາອານ 6 ເມື່ອຮອດປະເທດການາອານແລ້ວ ອັບຣາມຍັງເດີນທາງຜ່ານປະເທດໄປຈົນເຖິງບ່ອນສັກສີດຂອງເມືອງເຊເຄມ ຄືຕົ້ນໄມ້ສັກສິດທີ່ໂມເຣ (ໃນເວລານັ້ນ ຊາວການາອານກໍໄດ້ອາໄສຢູ່ໃນດິນແດນນັ້ນແລ້ວ) 7 ພຣະຜູ້ເປັນເຈົ້າໄດ້ຊົງປາກົດຕໍ່ອັບຣາມແລະກ່າວຕໍ່ທ່ານວ່າ, “ນີ້ແມ່ນດິນແດນທີ່ເຮົາຈະມອບໃຫ້ແກ່ເຊື້ອສາຍຂອງເຈົ້າ” ສະນັ້ນ ໃນບ່ອນນີ້ອັບຣາມໄດ້ສ້າງແທ່ນບູຊາຖວາຍພຣະຜູ້ເປັນເຈົ້າທີ່ໄດ້ປາກົດຂຶ້ນແກ່ຕົນ 8 ຫລັງຈາກນັ້ນ ທ່ານໄດ້ຍົກຍ້າຍໄປທາງທິດໃຕ້ ຄືໄປເທິງພູທາງທິດຕາເວັນອອກຂອງເມືອງເບັດເອນ ແລະໄດ້ຕັ້ງທີ່ພັກອາໄສຢູ່ລະຫວ່າງເມືອງເບັດເອນກັບເມືອງອາອີ ໃນທີ່ນັ້ນອັບຣາມໄດ້ສ້າງແທ່ນບູຊາ ແລະນະມັສການພຣະຜູ້ເປັນເຈົ້າ 9 ຕໍ່ຈາກນັ້ນ ທ່ານກໍຍົກຍ້າຍໄປທາງທິດໃຕ້ອອກເດີນທາງເປັນລະຍະໆໄປສູ່ດິນແດນເນເກັບ
ອັບຣາມໃນປະເທດເອຢິບ
10 ໃນເວລານັ້ນ ມີການອຶດຢາກຢ່າງແສນສາຫັດເກີດຂຶ້ນໃນປະເທດການາອານ ຈຶ່ງເປັນເຫດໃຫ້ອັບຣາມຕ້ອງໄປອາໄສຢູ່ໃນປະເທດເອຢິບຊົ່ວລະຍະນຶ່ງ 11 ເມື່ອໃກ້ຈະຮອດດ່ານເຂົ້າປະເທດ ທ່ານຈຶ່ງເວົ້າກັບພັຣຍາວ່າ, “ຊາຣາຍ ເຈົ້າເປັນຍິງທີ່ຈົບງາມ 12 ເມື່ອຊາວເອຢິບເຫັນເຈົ້າ ພວກເຂົາຄົງຈະເວົ້າວ່າເຈົ້າເປັນພັຣຍາຂອງຂ້ອຍ ແລ້ວພວກເຂົາກໍຈະຂ້າຂ້ອຍຖິ້ມເພື່ອຈະເອົາເຈົ້າໄປ 13 ດັ່ງນັ້ນ ເພື່ອເວັ້ນຈາກສິ່ງນີ້ ຂໍໃຫ້ເຈົ້າບອກກັບເຂົາວ່າ ເຈົ້າເປັນນ້ອງສາວຂອງຂ້ອຍ ເພື່ອວ່າພວກເຂົາຈະບໍ່ຂ້າຂ້ອຍ ແລະຈະປະຕິບັດຕໍ່ຂ້ອຍເປັນຢ່າງດີ” 14 ເມື່ອອັບຣາມເຂົ້າໄປໃນເຂດແດນປະເທດເອຢິບແລ້ວ ຊາວເອຢິບກໍເຫັນວ່າພັຣຍາຂອງທ່ານເປັນຄົນງາມຫລາຍ 15 ຄັນຂ້າຣາຊການເອຢິບເຫັນຊາຣາຍ ຈຶ່ງໄປທູນຍົກຍ້ອງຄວາມຕໍ່ຟາຣາໂອກະສັດຂອງພວກເຂົາ ດັ່ງນັ້ນ ນາງຈຶ່ງຖືກພາຕົວໄປຍັງພຣະຣາຊວັງຂອງກະສັດ 16 ຍ້ອນນາງຊາຣາຍ ກະສັດຟາຣາໂອ ຈຶ່ງປະຕິບັດຕໍ່ອັບຣາມເປັນຢ່າງດີ ແລ້ວຍັງມອບຝູງແກະ ຝູງແບ້ ຝູງງົວ ຝູງລໍ ຝູງອູດແລະຂ້ອຍຂ້າຊາຍຍິງໃຫ້ 17 ພຣະຜູ້ເປັນເຈົ້າຊົງທຳໃຫ້ກະສັດຟາຣາໂອ ແລະຄົນໃນພຣະຣາຊວັງເຈັບໂຊຢ່າງຮ້າຍແຮງ ກໍຍ້ອນວ່າພຣະອົງໄດ້ຮັບເອົານາງຊາຣາຍພັຣຍາຂອງອັບຣາມມາຢູ່ໃນພຣະຣາຊວັງ 18 ສະນັ້ນ ກະສັດຟາຣາໂອຊົງເອີ້ນອັບຣາມມາແລ້ວຖາມເວ່າ, “ເປັນຫຍັງເຈົ້າຈຶ່ງເຮັດການດັ່ງນີ້ ເປັນຫຍັງຈຶ່ງບໍ່ບອກວ່າເປັນເມັຽຂອງເຈົ້າ? 19 ເປັນຫຍັງຈຶ່ງເວົ້າວ່າເປັນນ້ອງສາວ? ຍ້ອນຈັ່ງຊັ້ນແຫລະ, ເຮົາຈຶ່ງເອົານາງມາເປັນພັຣຍາ ນີ້ນາງຢູ່ນີ້ໃຫ້ເອົາຄືນໄປເສັຽ” 20 ຄັນແລ້ວ ກະສັດຟາຣາໂອໄດ້ສັ່ງໃຫ້ຂ້າຣາຊການຂອງພຣະອົງ ພາອັບຣາມເອົາພັຣຍາ ແລະສິ່ງຂອງອອກຈາກປະເທດໄປ
ອັບຣາມແລະໂລດແຍກຈາກກັນ
1 ອັບຣາມພາພັຣຍາກັບສິ່ງຂອງທີ່ທ່ານມີ ມຸ່ງຫນ້າອອກຈາກແຜ່ນດິນເອຢິບໄປສູ່ເຂດເນເກັບ ໂລດກໍຕິດຕາມທ່ານໄປດ້ວຍ 2 ອັບຣາມເປັນຄົນຮັ່ງມີ ທ່ານມີຝູງແກະ ຝູງແບ້ ແລະຝູງງົວຄວາຍພ້ອມທັງເງິນຄຳມາກຫລາຍ 3 ທ່ານຍົກຍ້າຍຈາກເຂດເນເກັບໄປສູ່ເມືອງເບັດເອນເປັນລະຍະໆຈົນເຖິງບ່ອນຊຶ່ງທ່ານໄດ້ຕັ້ງທີ່ພັກມາຄາວກ່ອນ ຢູ່ລະຫວ່າງເມືອງເບັດເອນກັບເມືອງອາອີ 4 ທ່ານກໍໄດ້ກັບຄືນໄປບ່ອນທີ່ທ່ານໄດ້ສ້າງແທ່ນບູຊາໄວ້ແຕ່ກ່ອນແລ້ວ ອັບຣາມນະມັສການອອກພຣະນາມພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ 5 ໂລດຜູ້ເດີນທາງຮ່ວມໄປກັບອັບຣາມກໍມີ ຝູງແກະ ຝູງແບ້ ຝູງງົວຄວາຍ ແລະຜ້າເຕັນຈຳນວນຫລາຍ 6 ເມື່ອເປັນເຊັ່ນນີ້ ຄົນລ້ຽງສັດຂອງອັບຣາມ ແລະໂລດຈຶ່ງຜິດຖຽງກັນ ເພາະບໍ່ມີທົ່ງຫຍ້າລ້ຽງສັດພຽງພໍ 7 ເພື່ອໃຫ້ເຂົາທັງສອງຝ່າຍຢູ່ຮ່ວມກັນໄດ້ ໃນຄາວນັ້ນຊາວການາອານ ແລະຊາວເປຣິສຊີກໍໄດ້ອາໄສຢູ່ທີ່ນັ້ນແລ້ວ 8 ດັ່ງນັ້ນ ອັບຣາມຈຶ່ງເວົ້າກັບໂລດວ່າ, “ເຮົາທັງສອງກໍເປັນພີ່ນ້ອງກັນ ຂໍຢ່າໃຫ້ຄົນຂອງເຈົ້າ ແລະຄົນຂອງຂ້ອຍຜິດຖຽງກັນເລີຍ 9 ເຮົາແຍກຈາກກັນເສັຽ ຈົ່ງເລືອກເອົາດິນທີ່ເຈົ້າເຫັນຢູ່ຕໍ່ຫນ້ານີ້ຕາມເຈົ້າຕ້ອງການແລ້ວຫນີຈາກເຮົາໄປ ຖ້າເຈົ້າໄປທາງນຶ່ງເຮົາກໍຈະໄປອີກທາງນຶ່ງ” 10 ດັ່ງນັ້ນ ໂລດຈຶ່ງຫລຽວເບິ່ງທົ່ວໆໄປເຫັນວ່າ ທົ່ງຮາບພຽງຂອງແມ່ນ້ຳຈໍແດນທັງຫມົດຈົນເຖິງເມືອງໂຊອາ ມີນ້ຳຫລາຍເຫມືອນດັ່ງສວນຂອງພຣະເຈົ້າ ຫລືເຫມືອນແຜ່ນດິນເອຢິບ (ກ່ອນພຣະເຈົ້າຊົງທຳລາຍເມືອງໂຊໂດມ ແລະເມືອງໂກໂມຣາ ທົ່ງຮາບພຽງນີ້ໄດ້ອຸດົມສົມບູນດີ) 11 ໂລດຈຶ່ງຕັດສິນໃຈເລືອກເອົາທົ່ງຮາບພຽງຂອງແມ່ນ້ຳຈໍແດນທັງຫມົດເປັນບ່ອນຢູ່ຂອງຕົນ ແລ້ວເຄື່ອນຂະບວນມຸ່ງຫນ້າໄປທາງທິດຕາເວັນອອກ ການແຍກກັນຂອງເຂົາທັງສອງເປັນດັ່ງນີ້ແຫລະ 12 ອັບຣາມໄດ້ອາໄສຢູ່ໃນປະເທດການາອານ ສ່ວນໂລດໄດ້ຕັ້ງຖິ່ນຖານຢູ່ໃນລະຫວ່າງກາງຂອງເມືອງຕ່າງໆໃນທົ່ງຮາບພຽງຄື ຕັ້ງຄ້າຍພັກໃກ້ກັບເມືອງໂຊໂດມ 13 ປະຊາຊົນໃນເມືອງນີ້ເປັນຄົນຊົ່ວຮ້າຍແລະທຳຜິດບາບຕໍ່ສູ້ພຣະຜູ້ເປັນເຈົ້າ
ອັບຣາມຍ້າຍໄປເມືອງເຮັບໂຣນ
14 ຫລັງຈາກໂລດໄດ້ຫນີໄປແລ້ວ ພຣະຜູ້ເປັນເຈົ້າຊົງກ່າວກັບອັບຣາມວ່າ, “ຕັ້ງແຕ່ບ່ອນເຈົ້າຢືນຢູ່ນີ້ ຈົ່ງເບິ່ງໄປທົ່ວທຸກທິດ ໃຫ້ດີ 15 ດິນທຸກໆບ່ອນທີ່ເຈົ້າແນມເຫັນຢູ່ນີ້ ເຮົາຈະໃຫ້ເຈົ້າແລະເຊຶ້ອສາຍຂອງເຈົ້າຢູ່ສືບໆໄປເປັນນິດ 16 ເຮົາຈະທຳໃຫ້ເຊື້ອສາຍຂອງເຈົ້າເພີ້ມທະວິຫລາຍຂຶ້ນດັ່ງຝຸ່ນດິນ ຖ້າຜູ້ໃດນັບຂີ້ຝຸ່ນດິນໃນໂລກນີ້ໄດ້ ຈຶ່ງຈະສາມາດນັບເຊື້ອສາຍຂອງເຈົ້າໄດ້ 17 ບັດນີ້ ຈົ່ງລຸກຂຶ້ນແລ້ວອອກເດີນທາງໄປທົ່ວດິນແດນນີ້ ເພາະວ່າເຮົາຈະໃຫ້ດິນຕອນນີ້ແກ່ເຈົ້າ” 18 ດັ່ງນັ້ນ ອັບຣາມຈຶ່ງຍົກຍ້າຍຂະບວນໄປຕັ້ງຢູ່ໃກ້ໆກັບຕົ້ນໄມ້ສັກສິດຂອງມັມເຣທີ່ເມືອງເຮໂບຣນ ໃນທີ່ນັ້ນ ທ່ານໄດ້ສ້າງແທ່ນບູຊາຖວາຍແກ່ພຣະຜູ້ເປັນເຈົ້າ
ອັບຣາມຊ່ອຍຊີວິດໂລດ
1 ອັມຣາເຟນກະສັດເມືອງຊິນາຣ໌ ອາຣິໂອກກະສັດເມືອງເອນລາຊາຣ໌ ເຄໂດຣ໌ລາໂອເມີກະສັດຂອງເມືອງເອລາມ ແລະຕິດານກະສັດຊາວກົວອີມ 2 ໄດ້ທຳເສິກກັບກະສັດຫ້າອົງຄື ເບຣາກະສັດເມືອງໂຊໂດມ ບິຣ໌ຊາກະສັດເມືອງໂກໂມຣາ ຊິນັບກະສັດເມືອງອັດມາ ເຊເມເບີກະສັດເມືອງເຊບົວອິມ ແລະກະສັດເມືອງເບລາ (ຫລືໂຊອາຮ໌) 3 ກະສັດທັງຫ້າອົງນີ້ໄດ້ຮ່ວມເຂົ້າກັນເປັນພັນທະມິດ ແລະໄດ້ໂຮມກຳລັງກັນຢູ່ໃນທົ່ງຮາບພຽງຊິດດິມຊຶ່ງໃນປະຈຸບັນນີ້ເປັນທະເລຕາຍ 4 ກະສັດທັງຫ້າໄດ້ຜ່າຍແພ້ຍອມຢູ່ໃຕ້ຄວາມຄວບຄຸມຂອງກະສັດເຄໂດລາໂອເມເປັນເວລາສິບສອງປີ ແຕ່ວ່າໃນປີທີ່ສິບສາມ ພວກກະສັດທັງຫ້າອົງນັ້ນໄດ້ພາກັນກະບົດຂຶ້ນ 5 ໃນປີທີ່ສິບສີ່ ເຄໂດລາໂອເມພ້ອມທັງພັນທະມິດໄດ້ຍົກທັບມາປາບຄົນເຣຟາອິມໃນເມືອງອັສເຕໂຣທການາອິມ ຄົນຊູຊິມໃນເມືອງຮາມ ຄົນເອມິມໃນທົ່ງນາຂອງເມືອງຊາເວກິຣິອາທາອິມ 6 ແລະຄົນໂຮຣິໃນພູເຂົາເຊອີຣ໌ ພຣະອົງຍັງໄລ່ຕິດຕາມພວກເຂົາຈົນຮອດເມືອງເອນປາຣານຊຶ່ງຢູ່ໃກ້ຖິ່ນກັນດານ 7 ຕໍ່ຈາກນັ້ນພວກກະສັດເຫລົ່ານີ້ໄດ້ເຄື່ອນທັບກັບມາເຖິງເມືອງເອນມິສປັດ (ຄືກາເດສ) ເມືອງນີ້ມີຊື່ອີກວ່າ ນ້ຳພຸບ່ອນຕັດສິນຄວາມ) ແລະໄດ້ຕີຊະນະທຸກໆເມືອງຂອງຊາວອາມາເລກພ້ອມທັງຊາວອາໂມຣິດ ຊຶ່ງໄດ້ອາໄສຢູ່ໃນເມືອງຣາຊາໂຊນຕາມາຣ໌ 8 ຕໍ່ມາ ກະສັດເມືອງໂຊໂດມ ກະສັດເມືອງໂກໂມຣາ ກະສັດເມືອງອັດມາ ກະສັດເມືອງເຊບົວອິມ ແລະກະສັດເມືອງເບລາ (ຄືໂຊອາຮ໌) ໄດ້ທ້ອນໂຮມກຳລັງກອງທັບຢູ່ໃນທົ່ງຮາບພຽງຊິດດິມ 9 ເພື່ອຕໍ່ສູ້ເຄໂດຣ໌ລາໂອເມກະສັດເມືອງເອລານ ຕິດານ ກະສັດເມືອງກົວອິມ ອັມຣາເຟນ ກະສັດເມືອງຊີນາຣ໌ ແລະອາຣິໂອກ ກະສັດເມືອງເອນລາຊາຣ໌ຝ່າຍນຶ່ງມີກະສັດຫ້າອົງສູ້ກັບອີກຝ່າຍນຶ່ງມີກະສັດສີ່ອົງ 10 ທົ່ງຮາບພຽງຂອງຊິດດິມເຕັມໄປດ້ວຍບໍ່ຢາງປູທາງ ເມື່ອກະສັດເມືອງໂຊໂດມແລະໂກໂມຣາພຍາຍາມເອົາຕົວລອດຈາກການສູ້ຮົບທັງສອງພຣະອົງຈຶ່ງຕົກລົງໃນບໍ່ນັ້ນ ສ່ວນກະສັດອົງອື່ນໄດ້ຫລົບລີ້ເອົາຕົວລອດໄປທາງພູເຂົາ 11 ພວກກະສັດທັງສີ່ອົງໄດ້ຍຶດເອົາສິ່ງຂອງທັງຫມົດ ແລະເຂົ້າປາອາຫານໃນເມືອງໂຊໂດມ ແລະເມືອງໂກໂມຣາແລ້ວຫນີໄປ 12 ແລ້ວຍັງໄດ້ຈັບໂລດພ້ອມທັງຍຶດເອົາຊັບສິນເງິນທອງຂອງເຂົາໄປນຳດ້ວຍ ເພາະໃນຂນະນັ້ນເຂົາໄດ້ອາໄສຢູ່ເມືອງໂຊໂດມ 13 ມີຊາຍຄົນນຶ່ງປົບຫນີມາຈາກສະຫນາມຮົບ ບອກເຣື່ອງທີ່ເກີດຂຶ້ນກັບໂລດໃຫ້ອັບຣາມຮູ້ຈັກ ອັບຣາມເປັນຄົນເຮັບເຣີ ຊຶ່ງໄດ້ອາໄສຢູ່ໃກ້ຕົ້ນໄມ້ສັກສິດຂອງມັມເຣ ຊາວອາໂມຣິດຜູ້ຊຶ່ງເປັນອ້າຍຂອງເອສໂກນ ແລະອາເນີ ຄົນເຫລົ່ານີ້ເປັນພັນທະມິດຂອງອັບຣາມ 14 ເມື່ອອັບຣາມໄດ້ຍິນວ່າຫລານຂອງທ່ານຖືກຈັບໄປ ທ່ານຈຶ່ງນຳກຳລັງພົນທີ່ຈົ່ງຮັກພັກດີຕໍ່ທ່ານຈຳນວນສາມຮ້ອຍສິບແປດຄົນໄລ່ຕິດຕາມກະສັດທັງສີ່ອົງໄປເຖິງເມືອງດານ 15 ໃນທີ່ນັ້ນ ອັບຣາມໄດ້ແຍກກຳລັງອອກເປັນສອງສາຍ ແລ້ວບຸກໂຈມຕີພວກກະສັດທັງສີ່ໃນເວລາກາງຄືນ ຈົນກະສັດທັງສີ່ຜ່າຍແພ້ໄປ ພວກອັບຣາມໄດ້ໄລ່ຕິດຕາມພວກເຂົາໄປຈົນເຖິງເມືອງໂຮບາທາງທິດເຫນືອຂອງເມືອງດາມັສກັສ 16 ອັບຣາມໄດ້ຍຶດຊັບສິນເງິນທອງທັງຫມົດກັບຄືນມາທັງໄດ້ນຳໂລດຫລານຊາຍຂອງທ່ານ ແລະຊັບສົມບັດຂອງເຂົາພ້ອມທັງພວກຜູ້ຍິງ ແລະຄົນອື່ນໆກັບຄືນມາດ້ວຍ
ກະສັດເມນຄີເຊເດັກໃຫ້ພອນແກ່ອັບຣາມ
17 ເມື່ອອັບຣາມກັບຄືນມາແຕ່ຮົບ ແລະໄດ້ຊະນະກະສັດເຄໂດຣ໌ລາໂອເມ ແລະກະສັດອື່ນໆທີ່ເປັນພັນທະມິດຂອງພຣະອົງ ແລ້ວ ກະສັດເມືອງໂຊໂດມໄດ້ສະເດັດອອກມາພົບທ່ານທີ່ຮ່ອມພູຊາເວ (ຫລືມີຊື່ອີກວ່າ ຮ່ອມພູຂອງກະສັດ) 18 ແລ້ວເມນຄີເຊເດັກຜູ້ເປັນກະສັດເມືອງຊາເລັມ ແລະເປັນປະໂຣຫິດຂອງພຣະເຈົ້າອົງສູງສຸດໄດ້ເອົາເຂົ້າຈີ່ ແລະເຫລົ້າອະງຸ່ນໃຫ້ແກ່ອັບຣາມ 19 ພ້ອມທັງອວຍຊັຍໃຫ້ພອນແກ່ທ່ານວ່າ, “ຂໍພຣະເຈົ້າອົງສູງສຸດ ຜູ້ຊົງສ້າງຟ້າສວັນແລະແຜ່ນດິນໂລກ ໂຜດປະທານພອນແກ່ອັບຣາມເທີນ 20 ສາທຸການແດ່ພຣະເຈົ້າອົງສູງສຸດຜູ້ຊົງໃຫ້ທ່ານຜາບແພ້ສັດຕຣູ” ແລ້ວອັບຣາມກໍຖວາຍນຶ່ງສ່ວນສິບຂອງສິ່ງຂອງທີ່ທ່ານໄດ້ມາຈາກການສູ້ຮົບໃຫ້ກະສັດເມັນຄີເຊເດັກ 21 ຄັນແລ້ວ ກະສັດເມືອງໂຊໂດມ ກ່າວແກ່ອັບຣາມວ່າ,”ຂໍຈົ່ງຄືນຄົນທັງຫມົດນີ້ໃຫ້ແກ່ເຮົາ ສ່ວນເຂົ້າຂອງນັ້ນທ່ານຈົ່ງເອົາໄປເຖີດ” 22 ແຕ່ອັບຣາມທູນຕອບວ່າ, “ຂ້າພະເຈົ້າໄດ້ສາບານຢ່າງເຄັ່ງຄັດຊ້ອງຫນ້າພຣະພັກພຣະຜູ້ເປັນເຈົ້າອົງສູງສຸດຜູ້ສ້າງຟ້າສວັນແລະແຜ່ນດິນໂລກແລ້ວວ່າ ຂ້າພະເຈົ້າຈະບໍ່ເອົາສິ່ງນຶ່ງສິ່ງໃດທີ່ເປັນຂອງພຣະອົງ 23 ແມ່ນແຕ່ຝ້າຍໄຫມຫຍິບຫລືສາຍຮັດເກີບເສັ້ນນຶ່ງ ເພື່ອພຣະອົງຈະບໍ່ໄດ້ກ່າວວ່າ ແມ່ນເຮົາທີ່ເຮັດໃຫ້ອັບຣາມເປັນຄົນຮັ່ງມີ 24 ຂ້າພະເຈົ້າຈະບໍ່ຮັບສິ່ງນຶ່ງສິ່ງໃດເລີຍເວັ້ນໄວ້ ແຕ່ສະບຽງອາຫານທີ່ຄົນຂອງຂ້າພະເຈົ້າໄດ້ກິນໄປແລ້ວ ແລະສ່ວນແບ່ງຂອງພວກທີ່ເປັນພັນທະມິດຂອງຂ້າພະເຈົ້າຄື ອາເນີ ເອັສໂກນ ແລະມັມເຣ ໃຫ້ເຂົາເຈົ້າຮັບເອົາສ່ວນຂອງພວກເຂົາໄປເທີນ
ພຣະເຈົ້າຊົງສັນຍາກັບອັບຣາມ
1 ຫລັງຈາກນັ້ນ ອັບຣາມໄດ້ຍິນພຣະດຳຣັດຂອງພຣະເຈົ້າໃນນິມິດວ່າ, “ອັບຣາມເອີຍ, ຢ່າສູ່ຢ້ານ ເຮົາເປັນແຜ່ນເຫລັກຕ້ານທານເພື່ອປົກປັກຮັກສາເຈົ້າ ເຣົາຈະປະທານບຳເຫນັດອັນຍິ່ງໃຫຍ່ໃຫ້ແກ່ເຈົ້າ” 2 ອັບຣາມກາບທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ພຣະອົງຢາກປະທານບຳເຫນັດໃຫ້ແກ່ຂ້າພຣະອົງເຮັດຫຍັງ ເພາະຂ້າພຣະອົງບໍ່ມີບຸດ ຜູ້ຈະສືບມໍຣະດົກຈາກຂ້າພຣະອົງແຕ່ຜູ້ດຽວກໍຄື ເອລິເອເຊີຊາວດາມັສ 3 ພຣະອົງບໍ່ໄດ້ຊົງປະທານບຸດໃຫ້ຂ້າພຣະອົງ ແລະຜູ້ນຶ່ງໃນຈຳນວນຂ້າໃຊ້ກໍຈະເປັນຜູ້ໄດ້ຮັບມໍຣະດົກຂອງຂ້າພຣະອົງ” 4 ຄັນຕໍ່ມາ ອັບຣາມໄດ້ຍິນພຣະຜູ້ເປັນເຈົ້າກ່າວແກ່ທ່ານອີກວ່າ, “ຂ້າໃຊ້ຜູ້ນີ້ຈະບໍ່ສືບມໍຣະດົກຂອງເຈົ້າດອກ ແມ່ນບຸດຊາຍຂອງເຈົ້າຈະເປັນຜູ້ໄດ້ຮັບ” 5 ພຣະຜູ້ເປັນເຈົ້າໄດ້ພາອັບຣາມຍ່າງອອກໄປຂ້າງນອກແລະເວົ້າວ່າ, “ຈົ່ງນັບດວງດາວທີ່ຢູ່ທ້ອງຟ້າທີ່ເຈົ້າເຫັນຢູ່ນັ້ນເບິ່ງດູ ນັບໄດ້ບໍ່ ເຈົ້າຈະມີເຊື້ອສາຍຫລາຍຄືກັນກັບດວງດາວເຫລົ່ານັ້ນ” 6 ອັບຣາມກໍເຊື່ອຟັງພຣະຜູ້ເປັນເຈົ້າ ຍ້ອນຄວາມເຊື່ອນັ້ນ ພຣະອົງຊົງຖືວ່າທ່ານເປັນຜູ້ຊອບທັມ 7 ຄັນຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວແກ່ອັບຣາມວ່າ, “ເຮົາແມ່ນພຣະຜູ້ເປັນເຈົ້າ ຜູ້ນຳເຈົ້າຫນີອອກຈາກເມືອງອູຣ໌ປະເທດຄັນເດອານ ເພື່ອຈະໃຫ້ປະເທດນີ້ເປັນຂອງເຈົ້າ” 8 ແຕ່ອັບຣາມທູນຕອບວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຈະຮູ້ວ່າປະເທດນີ້ເປັນສ່ວນຂອງຂ້າພຣະອົງໄດ້ດ້ວຍວິທີໃດ?” 9 ພຣະອົງຊົງຕອບວ່າ, “ຈົ່ງເອົາງົວແມ່ອາຍຸສາມປີຕົວນຶ່ງ ແບ້ແມ່ອາຍຸສາມປີຕົວນຶ່ງ ແກະເຖິກອາຍຸສາມປີຕົວນຶ່ງ ນົກເຂົາຕົວນຶ່ງ ນົກກາງແກຕົວນຶ່ງມາຖວາຍແກ່ເຮົາ” 10 ອັບຣາມໄດ້ເອົາສັດແລະນົກເຫລົ່ານັ້ນມາຖວາຍແກ່ພຣະເຈົ້າ ສັດນັ້ນທ່ານຜ່າເຄິ່ງແລ້ວລຽນເປັນແຖວຊື່ກັນ ສ່ວນນົກນັ້ນທ່ານບໍ່ໄດ້ຜ່າເຄິ່ງ 11 ຄັນແຮ້ງບິນມາຈັບເນື້ອສັດ ທ່ານກໍໄລ່ມັນຫນີ 12 ເມື່ອຕາເວັນຄ້ອຍຫລັບລົງແລ້ວ ອັບຣາມກໍນອນຫລັບສນິດ ເວລານັ້ນຄວາມຢ້ານກົວອັນໃຫຍ່ກໍບັງເກີດຂຶ້ນກັບທ່ານ 13 ພຣະຜູ້ເປັນເຈົ້າຊົງກ່າວແກ່ທ່ານວ່າ, “ເຊື້ອສາຍຂອງເຈົ້າຈະໄປອາໄສຢູ່ຕ່າງປະເທດໃນຖານະຄົນຕ່າງຖິ່ນ ພວກເຂົາຈະຕົກເປັນທາດຂອງປະເທດນັ້ນ ແລະຈະຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີ 14 ແຕ່ເຮົາຈະລົງໂທດປະເທດທີ່ປະພຶດເຊັ່ນນັ້ນຕໍ່ພວກເຂົາ ແລະພວກເຂົາຈະອອກມາຈາກປະເທດນັ້ນໂດຍມີຊັບສົມບັດຢ່າງມະຫາສານ 15 ແຕ່ເຈົ້າຈະມີຊີວິດອັນຣາບລື້ນ ແລະຕາຍຢ່າງສງົບສຸກ ເຈົ້າຈະຕາຍເວລາເຖົ້າແກ່ຫລາຍແລ້ວເຂົາຈະຝັງສົບເຈົ້າໄວ້ 16 ໃນຊົ່ວອາຍຸສີ່ເຊັ່ນຄົນເຊື້ອສາຍຂອງເຈົ້າຈະກັບມາທີ່ນີ້ ແລ້ວເຮົາຈະຂັບໄລ່ຊາວອາໂມຣິດ ເພາະໃນເວລານັ້ນພວກເຂົາຈະໄດ້ກະທຳຄວາມຊົ່ວຢ່າງເຕັມປ່ຽມແລ້ວ 17 ເມື່ອຕາເວັນຕົກແລ້ວ ໃນທັນທີທັນໃດກໍມີເຕົາໄຟຮ້ອນຄວັນພຸ່ງຂຶ້ນແລະໂຄມໄຟທີ່ມີແສງຮຸ່ງເຮືອງປາກົດຂຶ້ນ ແລ້ວກາຍໄປລະຫວ່າງຊາກສັດເຫລົ່ານັ້ນ 18 ໃນວັນນັ້ນ ພຣະຜູ້ເປັນເຈົ້າຊົງໃຫ້ຄຳຫມັ້ນສັນຍາກັບອັບຣາມວ່າ, “ເຮົາຂໍມອບດິນແດນນີ້ໃຫ້ແກ່ເຊື້ອສາຍຂອງເຈົ້າ ຕັ້ງແຕ່ແມ່ນ້ຳເອຢິບຈົນເຖິງແມ່ນ້ຳໃຫຍ່ເອີຟຣາດ 19 ຄືດິນແດນຂອງຄົນເກນິດ ຄົນເກນິສຊີ ຄົນກາດໂມນິດ 20 ຄົນຮິດຕິ ຄົນເປຣິສຊີ ຄົນເຮຟາອິມ 21 ຄົນອາໂມຣິດ ຄົນການາອານ ຄົນເກິກາຣ໌ຊິ ແລະຄົນເຢບຸສດ້ວຍ”
ຮາກາ ແລະອິຊມາເອນ
1 ນາງຊາຣາຍພັຣຍາອັບຣາມບໍ່ເຄີຍມີບຸດ ແຕ່ນາງມີສາວໃຊ້ເອຢິບຜູ້ນຶ່ງຊື່ ຮາກາ 2 ຊາຣາຍຈຶ່ງເວົ້າຕໍ່ອັບຣາມວ່າ, “ເບິ່ງດູ ຈົນເຖິງດຽວນີ້ພຣະຜູ້ເປັນເຈົ້າບໍ່ໄດ້ໃຫ້ຂ້ອຍມີບຸດ ເປັນຫຍັງເຈົ້າຈຶ່ງບໍ່ສົມສູ່ຮ່ວມກັບສາວໃຊ້ຂອງຂ້ອຍ? ບາງທີນາງຈະມິບຸດໃຫ້ຂ້ອຍກໍໄດ້” 3 ດັ່ງນັ້ນ ອັບຣາມກໍທຳຕາມ ຊາຣາຍຈຶ່ງມອບນາງຮາກາສາວໃຊ້ຊາວເອຢິບໃຫ້ເປັນພັຣຍານ້ອຍຜົວແຫ່ງຕົນ ເຫດການນີ້ມີຂຶ້ນຫລັງຈາກອັບຣາມໄດ້ອາໄສຢູ່ໃນປະເທດການາອານເປັນເວລາສິບປີແລ້ວ 4 ຄັນອັບຣາມໄດ້ຢູ່ຮ່ວມກັບນາງຮາກາແລ້ວ ນາງກໍເລີຍຕັ້ງທ້ອງ ເມື່ອນາງຮາກາຮູ້ວ່ານາງມີທ້ອງຈຶ່ງເກີດມີຄວາມຈອງຫອງດູຖູກຢຽບຫຍາມນາງຊາຣາຍ 5 ຄັນແລ້ວ ຊາຣາຍຈຶ່ງເວົ້າກັບອັບຣາມວ່າ, “ມັນເປັນຄວາມຜິດຂອງເຈົ້າທີ່ນາງຮາກາດູຖູກຢຽບຫຍາມຂ້ອຍ ຂ້ອຍໄດ້ເອົາສາວໃຊ້ຂອງຂ້ອຍໃຫ້ເປັນພັຣຍາຂອງເຈົ້າ ແຕ່ເມື່ອມັນຮູ້ວ່າມັນມີທ້ອງແລ້ວກໍດູຖູກຢຽບຫຍາມຂ້ອຍ ຂໍພຣະຜູ້ເປັນເຈົ້າຕັດສິນເອງເຖີດວ່າ ໃນລະຫວ່າງຂ້ອຍກັບເຈົ້າແມ່ນຜູ້ໃດຖືກແລະແມ່ນຜູ້ໃດຜິດ” 6 ອັບຣາມຈຶ່ງຕອບພັຣຍາວ່າ, “ດີແລ້ວ ຈົ່ງເຂົ້າໃຈວ່ານາງຮາກາຍັງເປັນສາວໃຊ້ຂອງເຈົ້າຢູ່ແລະຍັງຢູ່ໃຕ້ຄວາມຄຸ້ມຄອງຂອງເຈົ້າ ຈົ່ງກະທຳກັບນາງຕາມທີ່ເຈົ້າເຫັນສົມຄວນເຖີດ” ດັ່ງນັ້ນ ນາງຊາຣາຍຈຶ່ງຂົ່ມເຫັງນາງຮາກາຈົນນາງໄດ້ປົບ ຫນີໄປ 7 ທູດຂອງພຣະຜູ້ເປັນເຈົ້າພົບນາງໃກ້ໆກັບບໍ່ນ້ຳໃນຖິ່ນກັນດານທາງໄປເມືອງຊູຣ໌ 8 ຈຶ່ງຖາມນາງວ່າ, “ສາວໃຊ້ນາງຊາຣາຍ ເຈົ້າມາແຕ່ໃສ? ແລະເຈົ້າຈະໄປໃສ? ນາງຕອບວ່າ, “ຂ້າພຣະອົງກຳລັງປົບຫນີຈາກນາງຊາຣາຍ” 9 ທູດພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຈົ່ງກັບຄືນເມືອຫານາຍຍິງຂອງເຈົ້າ ແລະຍອມຖ່ອມຕົວລົງຢູ່ໃຕ້ການຄຸ້ມຄອງຂອງເຂົາເຖີດ” 10 ທູດອົງນັ້ນເວົ້າຕໍ່ໄປອີກວ່າ, “ເຮົາຈະໃຫ້ເຊື້ອສາຍຂອງເຈົ້າທະວີຫລາຍຂຶ້ນ ຈົນບໍ່ມີໃຜສາມາດນັບໄດ້ 11 ເຈົ້າກຳລັງຈະມີບຸດຊາຍຢູ່ແລ້ວ ຊຶ່ງເຈົ້າຈະໃສ່ຊື່ວ່າ ອິຊມາເອນ ເພາະວ່າພຣະຜູ້ເປັນເຈົ້າຊົງໄດ້ຍິນຄຳຮ້ອງທຸກຂອງເຈົ້າ 12 ແຕ່ບຸດຊາຍເຈົ້າຈະເປັນເຫມືອນລໍປ່າ ເຂົາຈະຕໍ່ສູ້ກັບທຸກໆຄົນ ແລະທຸກໆຄົນກໍຈະຕໍ່ສູ້ເຂົາ ເຂົາຈະຢູ່ໂດຍປາສຈາກຍາດພີ່ນ້ອງ” 13 ນາງຮາກາຈຶ່ງເອີ້ນພຣະນາມພຣະຜູ້ເປັນເຈົ້າຜູ້ຊົງກ່າວແກ່ຕົນວ່າ, “ພຣະອົງເປັນພຣະເຈົ້າ ຜູ້ຊົງເຫັນ” ແລະເວົ້າວ່າ, “ຂ້າ ພະເຈົ້າໄດ້ເຫັນພຣະອົງທີ່ນີ້ ແລ້ວຍັງມີຊີວິດຢູ່ອີກຈິງຫລື” 14 ດ້ວຍເຫດນີ້ ນ້ຳສ້າງຊຶ່ງຢູ່ລະຫວ່າງເມືອງກາເດັສແລະເມືອງເບເຣດຈຶ່ງມີຊື່ວ່າ “ເບເອີລາຮັຍຣົວ“(ນ້ຳສ້າງຂອງພຣະເຈົ້າ ຜູ້ຊົງເຫັນ) 15 ນາງຮາກາໄດ້ບຸດຊາຍໃຫ້ແກ່ອັບຣາມ ແລ້ວທ່ານໄດ້ຕັ້ງຊື່ເດັກນັ້ນວ່າ ອິຊມາເອນ 16 ໃນເວລານັ້ນອັບຣາມມີອາຍຸໄດ້ແປດສິບຫົກປີ
ພິທີຕັດເປັນເຄື່ອງຫມາຍແຫ່ງຄຳສັນຍາ
1 ເມື່ອອັບຣາມອາຍຸໄດ້ເກົ້າສິບເກົ້າປີ ພຣະຜູ້ເປັນເຈົ້າຊົງປາກົດໃຫ້ທ່ານເຫັນແລະກ່າວວ່າ, “ເຮົາເປັນພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ ຈົ່ງເຊື່ອຟັງເຮົາ ແລະປະພຶດແຕ່ຄວາມຊອບທັມຕລອດຊົ່ວຊີວິດຂອງເຈົ້າ 2 ເຮົາຈະທຳຄຳຫມັ້ນສັນຍາກັບເຈົ້າ ແລະຈະໃຫ້ເຊື້ອສາຍຂອງເຈົ້າເພີ້ມທະວີຂຶ້ນ” 3 ອັບຣາມກົ້ມຂາບລົງແລ້ວ ພຣະເຈົ້າຊົງກ່າວວ່າ, 4 “ນີ້ແມ່ນຄຳຫມັ້ນສັນຍາທີ່ເຮົາທຳກັບເຈົ້າ ເຮົາສັນຍາວ່າເຈົ້າຈະເປັນບັນພະບຸຣຸດຂອງປະເທດທັງຫລາຍ 5 ເຈົ້າຈະບໍ່ຊື່ອັບຣາມອິກຕໍ່ໄປ ແຕ່ເຈົ້າຈະມີຊື່ໃຫມ່ວ່າ ອັບຣາຮາມ ເພາະວ່າເຮົາກຳລັງໃຫ້ເຈົ້າເປັນບັນພະບຸຣຸດຂອງປະເທດທັງຫລາຍ 6 ເຮົາຈະໃຫ້ເຊື້ອສາຍຂອງເຈົ້າເພີ້ມທະວີຍິ່ງໆຂຶ້ນຈົນກາຍເປັນປະເທດຕ່າງໆ ແລະຫລາຍຄົນຢູ່ໃນຈຳນວນເຊື້ອສາຍນີ້ຈະເປັນເຖິງຂັ້ນກະສັດ 7 ເຮົາຈະຖືຮັກສາຄຳຫມັ້ນສັນຍາຂອງເຮົາທີ່ມີຕໍ່ເຈົ້າ ແລະຕໍ່ເຊື້ອສາຍຂອງເຈົ້າໃນເຊັ່ນຄົນຕໍ່ມາ ໃຫ້ເປັນຄຳຫມັ້ນສັນຍາອັນຕລອດໄປເປັນນິດ ເຮົາຈະເປັນພຣະເຈົ້າຂອງເຈົ້າ ແລະຈະເປັນພຣະເຈົ້າຂອງເຊື້ອສາຍຂອງເຈົ້າດ້ວຍ 8 ເຮົາຈະໃຫ້ດິນທີ່ເຈົ້າອາໄສຢູ່ໃນປະຈຸບັນຖານະຊາວຕ່າງປະເທດນີ້ໃຫ້ແກ່ເຈົ້າແລະເຊື້ອສາຍຂອງເຈົ້າ ດິນແດນການາອານທັງຫມົດຈະເປັນຂອງພວກເຈົ້າຕລອດໄປ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຈົ້າ” 9 ພຣະເຈົ້າຊົງກ່າວກັບອັບຣາມວ່າ, “ເຈົ້າເອງກໍດີ ເຊື້ອສາຍຂອງເຈົ້າໃນເຊັ່ນຕໍ່ໆໄປກໍດີ ຈົ່ງຮັກສາຄຳຫມັ້ນສັນຍາຂອງເຮົາ 10 ອັນນີ້ແມ່ນສິ່ງທີ່ເຈົ້າແລະເຊື້ອສາຍຂອງເຈົ້າຕ້ອງປະຕິບັດຄື ຜູ້ຊາຍທຸກຄົນໃນພວກເຈົ້າຕ້ອງເຂົ້າພິທີຕັດ 11 ຕັ້ງແຕ່ບັດນີ້ໄປເຈົ້າຈະຕ້ອງທຳພິທີຕັດໃຫ້ແກ່ເພດຊາຍທຸກໆຄົນ 12 ເມື່ອເຂົາອາຍຸໄດ້ແປດວັນທັງເດັກທີ່ເກີດມາຈາກພວກຂ້າໃຊ້ ແລະຂ້ອຍຂ້າທີ່ໄຖ່ມາຈາກຊາວຕ່າງປະເທດ ການກະທຳເຊັ່ນນີ້ຈະສະແດງວ່າ ນັ້ນແມ່ນການສັນຍາລະຫວ່າງເຈົ້າກັບເຮົາ 13 ທຸກຄົນຕ້ອງຮັບພິທີຕັດ ແລະການຮັບພິທີຕັດນັ້ນຕ້ອງຫມາຍໄວ້ໃນຮ່າງກາຍຂອງພວກເຈົ້າ ເພື່ອສະແດງໃຫ້ເຫັນວ່າ ຄຳຫມັ້ນສັນຍາຂອງເຮົາກັບເຈົ້ານັ້ນມີສືບໆໄປເປັນນິດ 14 ຊາຍຜູ້ໃດບໍ່ຮັບພິທີຕັດຈະຕ້ອງຖືກຕັດອອກຈາກພີ່ນ້ອງຂອງຕົນ ເພາະວ່າເຂົາບໍ່ຮັກສາຄຳຫມັ້ນສັນຍາກັບເຮົາ” 15 ພຣະເຈົ້າຊົງກ່າວກັບອັບຣາຮາມອີກວ່າ, “ເຈົ້າບໍ່ຕ້ອງເອີ້ນພັຣຍາຂອງເຈົ້າວ່າຊາຣາຍອີກຕໍ່ໄປ ບັດນີ້ຊື່ຂອງນາງແມ່ນນາງຊາຣາ 16 ເຮົາຈະອວຍພອນໃຫ້ນາງ ແລະຈະໃຫ້ເຈົ້າມີບຸດຊາຍທີ່ເກີດຈາກນາງ ເຮົາຈະອວຍພອນໃຫ້ນາງເປັນມານດາຂອງປະຊາຊາດທັງຫລາຍ ແລະກະສັດຫລາຍອົງຈະມາຈາກເຊື້ອສາຍຂອງນາງ” 17 ອັບຣາຮາມກົ້ມຂາບລົງຍິ້ມຫົວໃນໃຈວ່າ, “ຄົນອາຍຸໄດ້ຮ້ອຍປີແລ້ວຈະມີບຸດໄດ້ຈັ່ງໃດ?” ແລະນາງຊາຣາອາຍຸກໍໄດ້ເກົ້າສິບປີແລ້ວຈະມີບຸດໄດ້ບໍ່?” 18 ອັບຣາຮາມທູນຕໍ່ພຣະເຈົ້າວ່າ, “ຂ້າພຣະອົງຂໍພຣະອົງປົກປ້ອງຮັກສາ ອິຊມາເອນໃຫ້ເຂົາມີຊີວິດຢູ່ຖ້ອນ” 19 ແຕ່ພຣະເຈົ້າຊົງກ່າວແກ່ທ່ານວ່າ, “ເຈົ້າເຂົ້າໃຈຜິດ ເຈົ້າຈະໄດ້ບຸດຊາຍຈາກຊາຣາພັຣຍາຂອງເຈົ້າ ແລະຈົ່ງໃສ່ຊື່ເດັກນັ້ນວ່າ ອີຊາກ ເຮົາຈະຮັກສາຄຳຫມັ້ນສັນຍາຂອງເຮົາກັບເຂົາ ແລະເຊື້ອສາຍຂອງເຂົາ ເປັນຄຳຫມັ້ນສັນຍາອັນຕລອດໄປເປັນນິດ 20 ເຈົ້າໄດ້ຂໍໃຫ້ເຮົາປົກປັກຮັກສາ ອິຊມາເອນ ນີ້ແມ່ນສິ່ງທີ່ເຮົາຈະກະທຳກັບເຂົາ ຄືເຮົາຈະອວຍພອນໃຫ້ເຂົາມີລູກຫລານ ແລະເຊື້ອສາຍມາກມາຍກ່າຍກອງ ເຂົາຈະເປັນບິດາຂອງເຈົ້າຊາຍສິບສອງອົງ ແລະເຊື້ອສາຍຂອງເຂົາຈະເປັນປະເທດອັນຍິ່ງໃຫຍ່ 21 ເຮົາຈະຮັກສາຄຳຫມັ້ນສັນຍາຂອງເຮົາກັບອີຊາກ ບຸດຊາຍຂອງເຈົ້າຜູ້ຈະເກີດຈາກຊາຣາໃນປີຫນ້າລະຫວ່າງຣະດູນີ້” 22 ເມື່ອພຣະເຈົ້າກ່າວຕໍ່ອັບຣາຣາມຫມົດແລ້ວ ພຣະອົງກໍສະເດັດຈາກໄປ 23 ຄັນຕໍ່ມາ ໃນວັນດຽວກັນນັ້ນອັບຣາຮາມໄດ້ເຮັດພິທີຕັດ ດັ່ງທີ່ພຣະເຈົ້າໄດ້ຊົງສັ່ງໄວ້ໃຫ້ແກ່ບຸດຊາຍ ອິຊມາເອນພ້ອມທັງຂ້າໃຊ້ທຸກໆຄົນທັງຜູ້ທີ່ເກີດຢູ່ເຮືອນແລະຜູ້ທີ່ຊື້ມາ 24 ອັບຣາຮາມກໍຮັບພິທີຕັດເມື່ອອາຍຸໄດ້ເກົ້າສິບເກົ້າປີ 25 ແລະອິຊມາເອນກໍຮັບເມື່ອອາຍຸໄດ້ສິບສາມປີ 26 ພວກເຂົາທັງສອງໄດ້ຮັບພິທີຕັດວັນດຽວກັນ 27 ແລະພວກຂ້າໃຊ້ທຸກໆຄົນທີ່ຢູ່ໃນເຮືອນຄືພວກເກີດໃນເຮືອນແລະທີ່ເອົາເງິນຊື້ມາກໍເຂົ້າພິທີຕັດພ້ອມກັບທ່ານ
ຄຳສັນຍາກ່ຽວກັບການເກີດຂອງອິຊາກ
1 ພຣະຜູ້ເປັນເຈົ້າໄດ້ປາກົດແກ່ອັບຣາຮາມທີ່ຕົ້ນໄມ້ສັກສິດຂອງມັມເຣ ຂນະທີ່ ທ່ານນັ່ງຢູ່ທີ່ປະຕູເຕັນເວລາແດດຮ້ອນ 2 ເມື່ອອັບຣາຮາມເງີຍຫນ້າຂຶ້ນ ກໍເຫັນຊາຍສາມຄົນຢືນຢູ່ທາງຫນ້າທ່ານ ເມື່ອເຫັນເຂົາທ່ານຈຶ່ງຟ້າວລຸກຂຶ້ນ ແລ້ວອອກໄປຕ້ອນຮັບກົ້ມຂາບລົງແລ້ວກ່າວວ່າ, 3 “ທ່ານເຈົ້າເອີຍ ຖ້າຂ້າພະເຈົ້າເປັນທີ່ໂປດປານໃນສາຍຕາຂອງທ່ານ ຈົ່ງແວ່ບ້ານຂ້າພະເຈົ້າກ່ອນຈະໄປທີ່ອື່ນເທີນ ເພາະຂ້າພະເຈົ້າເປັນຂ້າໃຊ້ຂອງທ່ານ 4 ຂ້າພະເຈົ້າຈະສັ່ງໃຫ້ເຂົາເອົານ້ຳມາໃຫ້ທ່ານລ້າງຕີນ ແລ້ວຂໍທ່ານຈົ່ງພັກຜ່ອນຢ່ອນອາຣົມໃຕ້ຕົ້ນໄມ້ນີ້ກ່ອນເຖິດ ຂ້າພະເຈົ້າຈະເອົາອາຫານບາງເລັກນ້ອຍມາໃຫ້ທ່ານຮັບປະທານ 5 ເພື່ອທ່ານຈະໄດ້ມີແຮງເດີນທາງຕໍ່ໄປເພາະທ່ານໄດ້ມາຮອດບ້ານຂອງຂ້າພະເຈົ້າແລ້ວ ດັ່ງນັ້ນຂ້າພະເຈົ້າຍິນດີຮັບໃຊ້ທ່ານຢ່າງຈິງໃຈ” ຊາຍທັງສາມຈຶ່ງຕອບວ່າ, “ດີແລ້ວ ຈົ່ງທຳຕາມທີ່ເຈົ້າໄດ້ເວົ້ານີ້ເທີນ” 6 ອັບຣາຮາມຟ້າວແລ່ນເຂົ້າໄປໃນທີ່ຜ້າເຕັນ ແລ້ວບອກຊາຣາວ່າ, “ໄວໆ ຮິບເອົາແປ້ງຢ່າງລະອຽດສາມຄຸ ມານວດແລ້ວເຮັດເຂົ້າຫນົມ” 7 ສ່ວນທ່ານກໍແລ່ນໄປຫາຝູງສັດ ແລະເລືອກເອົາງົວນ້ອຍໂຕຕຸ້ຍພີມາໃຫ້ຄົນໃຊ້ຂ້າແລ້ວຈັດແຈ່ງເປັນອາຫານ 8 ຄັນແລ້ວ ທ່ານກໍເອົາເນີຍ ນ້ຳນົມສົດ ແລະຊີ້ນທີ່ຈັດແຈ່ງແລ້ວນັ້ນມາວາງໄວ້ຕໍ່ຫນ້າຊາຍທັງສາມ ເມື່ອເຂົາຮັບປະທານຢູ່ນັ້ນ ທ່ານກໍຢືນຢູ່ໃກ້ໆເຂົາຢູ່ໃຕ້ຕົ້ນໄມ້ 9 ຕໍ່ມາ ຊາຍທັງສາມຈຶ່ງຖາມອັບຣາຮາມວ່າ, “ຊາຣາພັຣຍາຂອງເຈົ້າຢູ່ໃສ? ທ່ານຕອບວ່າ, “ນາງຢູ່ໃນຜ້າເຕັນພຸ້ນ” 10 ແຂກທີ່ມາຢ້ຽມຢາມກ່າວຕໍ່ໄປວ່າ, “ເຮົາຂໍບອກຕໍ່ເຈົ້າວ່າ ອີກເກົ້າເດືອນນາງຊາຣາຈະມີບຸດ ແລະເມື່ອຮອດເວລານັ້ນເຮົາຈະກັບມາອີກ” ນາງຊາຣາຊຶ່ງຢືນຟັງຢູ່ໃກ້ປະຕູເຕັນຂ້າງຫລັງຜົວກໍໄດ້ຍິນເຣື່ອງນີ້ 11 ອັບຣາຮາມ ແລະຊາຣາຕ່າງກໍເຖົ້າຫລາຍແລ້ວ ອີກປະການນຶ່ງຊາຣາກໍເຊົາເປັນປະຈຳເດືອນມານານແລ້ວ 12 ດັ່ງນັ້ນ ນາງຈຶ່ງຍິ້ມຫົວໃນໃຈແລະເວົ້າວ່າ, “ດຽວນີ້ ຂ້ອຍກໍເຖົ້າແກ່ເກີນກວ່າຈະມີບຸດແລ້ວ ອີກຢ່າງນຶ່ງຜົວຂອງຂ້ອຍກໍເຖົ້າແກ່ຫລາຍແລ້ວ ຂ້ອຍຍັງຈະມີຄວາມຍິນດີຢູ່ບໍ?” 13 ແລ້ວພຣະຜູ້ເປັນເຈົ້າໄດ້ຖາມອັບຣາຮາມວ່າ, “ເປັນຫຍັງນາງຊາຣາຈຶ່ງຍິ້ມຫົວແລະເວົ້າວ່າ “ເຮົາຈະມີບຸດແທ້ບໍໃນເມື່ອເຮົາແກ່ຕົວແລ້ວເຊັ່ນນີ້ ມີຫຍັງແດ່ຍາກສຳລັບພຣະຜູ້ເປັນເຈົ້າຫລື? 14 ໃນລະຍະເກົ້າເດືອນເຮົາຈະກັບມາອີກ ແລະນາງຊາຣາຈະມີບຸດຊາຍຜູ້ນຶ່ງ” 15 ຍ້ອນຄວາມຢ້ານກົວນາງຊາຣາຈຶ່ງປະຕິເສດວ່າ, “ຂ້ານ້ອຍບໍ່ໄດ້ຍິ້ມຫົວ” ພຣະອົງຊົງຕອບວ່າ, “ແມ່ນແລ້ວ ເຈົ້າຍິ້ມຫົວແທ້”
ອັບຣາຮາມອະທິຖານສຳລັບເມືອງໂຊໂດມ
16 ຫລັງຈາກນັ້ນ ຊາຍທັງສາມກໍຈາກໄປສູ່ບ່ອນທີ່ພວກເຂົາຈະສາມາດເຫັນເມືອງໂຊໂດມໄດ້ ອັບຣາຮາມກໍຕາມໄປສົ່ງເຂົາ 17 ພຣະຜູ້ເປັນເຈົ້າຊົງກ່າວວ່າ “ຄວນຫລືທີ່ເຮົາຈະປິດບັງອັບຣາຮາມໃນສິ່ງທີ່ເຮົາຈະກະທຳນັ້ນບໍ່ໃຫ້ອັບຣາຮາມຮູ້ 18 ເພາະເຊື້ອສາຍຂອງເຂົາຈະກາຍເປັນປະເທດທີ່ຍິ່ງໃຫຍ່ແລະມີອຳນາດ ຊົນຊາດທັງປວງໃນໂລກຈະໄດ້ຮັບພອນກໍເພາະທ່ານ 19 ເຮົາໄດ້ເລືອກເອົາເຂົາແລ້ວກໍເພື່ອເຂົາຈະໄດ້ສັ່ງສອນລູກຫລານເຫລັນຂອງເຂົາໃຫ້ເຊື່ອຟັງຂໍ້ບັນຍັດຂອງພຣະຜູ້ເປັນເຈົ້າ ໂດຍປະພຶດໃນສິ່ງທີ່ຖືກຕ້ອງ ແລະຊອບທັມ ເພື່ອວ່າພຣະຜູ້ເປັນເຈົ້າຈະໄດ້ປະທານສິ່ງຊຶ່ງພຣະອົງຊົງສັນຍາໄວ້ແລ້ວໃຫ້ແກ່ອັບຣາຮາມ 20 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ມີສຽງຟ້າຮ້ອງອັນຫນ້າຢ້ານກົວຕໍ່ສູ້ເມືອງໂຊໂດມ ກັບເມືອງໂກໂມຣາ ແລະຄວາມຜິດບາບຂອງຊາວເມືອງກໍຫນັກຫລາຍ 21 ເຮົາຈະລົງມາພິສູດເບິ່ງວ່າ ການກ່າວຫາທີ່ເຮົາໄດ້ຍິນນັ້ນຖືກຕ້ອງຫລືບໍ່? ເຮົາຈະຄົ້ນຫາໃຫ້ຮູ້ຄວາມຈິງ” 22 ຕໍ່ມາ ຊາຍເຫລົ່ານັ້ນກໍຈາກໄປ ແລະມຸ່ງຫນ້າສູ່ເມືອງໂຊໂດມ ແຕ່ພຣະຜູ້ເປັນເຈົ້າຍັງຢູ່ກັບອັບຣາຮາມ 23 ອັບຣາຮາມຫຍັບເຂົ້າໃກ້ພຣະຜູ້ເປັນເຈົ້າແລະທູນຖາມວ່າ, “ພຣະອົງຈະທຳລາຍຄົນຊອບທັມກັບຄົນອະທັມໄປພ້ອມໆກັນແທ້ຫລື? 24 ຖ້າວ່າມີຄົນຊອບທັມຫ້າສິບຄົນໃນເມືອງ ພຣະອົງກໍຈະທຳລາຍຫມົດເມືອງບໍ່? ພຣະອົງຈະບໍ່ຈົ່ງເມືອງນີ້ໄວ້ເພື່ອຊ່ອຍຫ້າສິບຄົນນັ້ນໃຫ້ພົ້ນຫລື? 25 ແນ່ນອນທີ່ສຸດ ພຣະອົງຈະບໍ່ຂ້າຄົນຊອບທັມພ້ອມກັບຄົນອະທັມ ພຣະອົງຈະບໍ່ກະທຳເຊັ່ນນັ້ນ ຄົນຊອບທັມຈະຖືກລົງໂທດເຫມືອນດັ່ງຄົນອະທັມເປັນໄປບໍ່ໄດ້ເດັດຂາດ ຜູ້ພິພາກສາໂລກຕ້ອງກະທຳທຸກສິ່ງຢ່າງຍຸດຕິທັມ” 26 ພຣະຜູ້ເປັນເຈົ້າຊົງຕອບວ່າ, “ຖ້າເຮົາພົບຄົນຊອບທັມຫ້າສິບຄົນໃນເມືອງໂຊໂດມ ເຮົາຈະໄວ້ຊີວິດຄົນທັງເມືອງ ເພາະເຫັນແກ່ຄົນຊອບທັມຫ້າສິບຄົນນັ້ນ” 27 ອັບຣາຮາມທູນອີກວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າຂໍພຣະອົງຊົງໂຜດອະພັຍທີ່ຂ້າພຣະອົງກ້າເວົ້າກັບພຣະອົງອີກ ຂ້າພຣະອົງເປັນພຽງມະນຸດແລະອາດເປັນການບໍ່ສົມຄວນທີ່ມາຮ້ອງຂໍຕໍ່ພຣະອົງ 28 ແຕ່ຖ້າບາງທີມີຄົນຊອບທັມສີ່ສິບຫ້າຄົນເທົ່ານັ້ນແທນທີ່ຈະມີຫ້າສິບ ພຣະອົງກໍຈະທຳລາຍຫມົດເມືອງເພາະຍ້ອນຂາດຫ້າຄົນນັ້ນຫລື?” ພຣະຜູ້ເປັນເຈົ້າຊົງຕອບວ່າ, “ເຮົາຈະບໍ່ທຳລາຍເມືອງນັ້ນ ຖ້າເຮົາພົບຄົນຊອບທັມສີ່ສິບຫ້າຄົນ” 29 ອັບຣາຮາມທູນຖາມຕໍ່ໄປວ່າ, “ບາງທີຫາກມີພຽງສີ່ສິບຄົນເດ່?” ພຣະອົງຕອບວ່າ, “ເຮົາຈະບໍ່ທຳລາຍເມືອງນັ້ນຖ້າເຮົາພົບສີ່ສິບຄົນ” 30 ອັບຣາຮາມເວົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຢ່າຟ້າວພຣະພິໂຣດທ້ອນ ຂ້າພຣະອົງຂໍຖາມອີກວ່າ ຖ້າມີຄົນສາມສິບຄົນເດ່?” ພຣະອົງກ່າວວ່າ, “ເຮົາຈະບໍ່ກະທຳການນັ້ນຖ້າເຮົາພົບສາມສິບຄົນ” 31 ອັບຣາຮາມທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງໂຜດອະພັຍທີ່ຂ້າພຣະອົງກ້າເວົ້າກັບພຣະອົງອີກ ສົມມຸດວ່າມີພຽງຊາວຄົນເທົ່ານັ້ນເດ່?” ພຣະອົງຕອບວ່າ, “ເຮົາຈະບໍ່ທຳລາຍເມືອງນັ້ນຖ້າເຮົາພົບຊາວຄົນ” 32 ອັບຣາຮາມທູນອີກວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າໂຜດຢ່າພຣະພິໂຣດຂ້າພຣະອົງທ້ອນ ຂ້າພຣະອົງຂໍທູນພຣະອົງອີກຄັ້ງນຶ່ງເທົ່ານັ້ນ ພຣະອົງຈະເຮັດແນວໃດຖ້າມີພຽງສິບຄົນ” ພຣະອົງຕອບວ່າ, “ເຮົາກໍຈະບໍ່ທຳລາຍເມືອງນັ້ນເຫມືອນກັນຖ້າຫາກມີພຽງແຕ່ສິບຄົນ” 33 ຫລັງຈາກພຣະຜູ້ເປັນເຈົ້າຊົງສົນທະນາກັບອັບຣາຮາມສິ້ນສຸດລົງແລ້ວ ພຣະອົງກໍສະເດັດຈາກໄປ ແລະອັບຣາຮາມກໍກັບຄືນເມືອບ້ານຂອງຕົນ
ຄວາມຊົ່ວຊາມຂອງຊາວເມືອງໂຊໂດມ
1 ເມື່ອທູດຂອງພຣະຜູ້ເປັນເຈົ້າສອງອົງເຂົ້າໄປໃນເມືອງໂຊໂດມເວລາຄ່ຳ ໂລດກໍນັ່ງຢູ່ທີ່ປະຕູບ່ອນຊາວເມືອງພົບປະສົນທະນາກັນ ເມື່ອໂລດເຫັນທ່ານທັງສອງກໍຟ້າວແລ່ນອອກໄປຕ້ອນຮັບ 2 ເຂົາກົ້ມຂາບລົງແລະເວົ້າວ່າ, “ອາດຍາເອີຍ ຂ້າພະເຈົ້າຂໍໄຫວ້ວອນທ່ານກະຣຸນາແວ່ເຂົ້າໄປໃນເຮືອນຂ້າພະເຈົ້າກ່ອນທ້ອນ ທ່ານຈະລ້າງຕີນ ແລະພັກແຮມຄືນກໍໄດ້ ຄັນຕອນເຊົ້າມາ ທ່ານຈຶ່ງຄ່ອຍເດີນທາງຕໍ່ໄປ” ແຕ່ທູດຂອງພຣະຜູ້ເປັນເຈົ້າຕອບວ່າ, “ບໍ່ດອກ ພວກເຮົາຈະຄ້າງຄືນໃນແຄມທາງຖນົນຂອງເມືອງນີ້” 3 ແຕ່ໂລດກໍຂໍຮ້ອງອີກ ແລະໃນທີ່ສຸດຊາຍທັງສອງກໍຕົກລົງໄປເຮືອນຂອງເຂົາ ໂລດຈຶ່ງໄດ້ຈັດແຈ່ງເຂົ້າຫນົມ ແລະອາຫານອັນດີມາຕ້ອນຮັບ 4 ກ່ອນທ່ານທັງສອງຈະເຂົ້າໄປນອນ ພວກຜູ້ຊາຍຊາວເມືອງໂຊໂດມທັງຫນຸ່ມແລະເຖົ້າແກ່ໄດ້ພາກັນອາອ້ອມເຮືອນນັ້ນໄວ້ 5 ພວກເຂົາຮ້ອງໂລດອອກມາແລະຖາມວ່າ, “ຜູ້ຊາຍທີ່ມາພັກເຊົາຢູ່ບ້ານເຈົ້າຄືນນີ້ຢູ່ໃສ? ຈົ່ງພາເຂົາອອກມາເພື່ອເຮົາຈະໄດ້ສົມສູ່ກັບເຂົາ” 6 ໂລດອອກມາຫາພວກຊາວເມືອງນັ້ນແລ້ວອັດປະຕູໄວ້ 7 ໂລດເວົ້າກັບເຂົາວ່າ, “ພີ່ນ້ອງເອີຍ ເຮົາຂໍນຳຢ່າກະທຳແນວບໍ່ດີເຊັ່ນນີ້ເທາະ! 8 ເອົາຢ່າງນີ້ສາ ເຮົາມີລູກສາວຢູ່ສອງຄົນທີ່ຍັງບໍ່ເຄີຍຜ່ານຜູ້ຊາຍມາຈັກເທື່ອເຮົາຈະນຳອອກມາໃຫ້ ທ່ານຈະເຮັດກັບເຂົາແນວໃດກໍໄດ້ຕາມໃຈຊອບແຕ່ຂໍຢ່າກະທຳສິ່ງໃດໃຫ້ແກ່ຊາຍສອງຄົນນີ້ ເພາະທ່ານເປັນແຂກຂອງເຮົາ ເຮົາຈຳເປັນຕ້ອງຄຸ້ມຄອງພວກທ່ານ” 9 ແຕ່ເຂົາຕອບໂລດວ່າ, “ຖອຍອອກໄປບັກຕ່າງດ້າວ ມຶງແມ່ນໃຜທີ່ບັງອາດມາສັ່ງສອນພວກກູ ຫລີກອອກໄປ ຖ້າບໍ່ດັ່ງນັ້ນກູຈະເຮັດກັບມືງຫນັກກວ່າເຮັດກັບພວກເຂົາ” ພວກເຂົາຊຸກໂລດໃຫ້ຖອຍໄປແລ້ວຈະພາກັນພັງປະຕູເຂົ້າໄປ 10 ແຕ່ຊາຍທັງສອງທີ່ຢູ່ໃນເຮືອນນັ້ນໄຂປະຕູອອກມາດຶງເອົາໂລດເຂົ້າໄປໃນເຮືອນແລ້ວອັດປະຕູໄວ້ 11 ໃນທັນໃດນັ້ນ ຊາຍສອງຄົນກໍບັນດານໃຫ້ພວກອັນທະພານຢູ່ຂ້າງນອກນັ້ນບໍ່ເຫັນຮຸ່ງ ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດເຫັນປະຕູເຮືອນໄດ້
ການທຳລາຍເມືອງໂຊໂດມ ແລະເມືອງໂກໂມຣາ
12 ຊາຍທັງສອງຖາມໂລດວ່າ, “ເຈົ້າມີໃຜແດ່ຢູ່ໃນເມືອງນີ້ ຈົ່ງເອົາພວກບຸດເຂີຍບຸດຊາຍບຸດຍິງແລະພີ່ນ້ອງຂອງເຈົ້າອອກຈາກເມືອງນີ້ໄວ ເພາະວ່າພວກເຮົາກຳລັງຈະທຳລາຍບ່ອນນີ້ 13 ພຣະຜູ້ເປັນເຈົ້າໄດ້ຍິນສຽງຟ້ອງຮ້ອງອັນຫນ້າຢ້ານກົວຕໍ່ສູ້ປະຊາຊົນເຫລົ່ານີ້ ຈຶ່ງຊົງໃຊ້ພວກເຮົາມາທຳລາຍເມືອງໂຊໂດມນີ້” 14 ຄັນແລ້ວ ໂລດຈຶ່ງໄປເວົ້າກັບພວກຄູ່ຫມັ້ນຂອງບຸດຍິງຂອງຕົນວ່າ, “ຈົ່ງຫນີອອກຈາກເມືອງນີ້ໄປໄວໆ ເພາະພຣະຜູ້ເປັນເຈົ້າຈະທຳລາຍບ່ອນນີ້” ແຕ່ພວກເຂົາຄິດວ່າໂລດເວົ້າຫລິ້ນ 15 ເມື່ອເວລາຮຸ່ງເຊົ້າ ພວກທູດຂອງພຣະເຈົ້າພຍາຍາມເລັ່ງໂລດໂດຍເວົ້າວ່າ, “ໄວໆ ຈົ່ງເອົາພັຣຍາແລະບຸດຍິງສອງຄົນຂອງເຈົ້າອອກຫນີໄປ ເພື່ອວ່າພວກເຈົ້າຈະບໍ່ເສັຽຊີວິດເມື່ອເມືອງນີ້ຖືກທຳລາຍ” 16 ແຕ່ໂລດຍັງສົງໄສຢູ່ ເຖິງຢ່າງໃດກໍດີ ພຣະຜູ້ເປັນເຈົ້າຍັງສົງສານເຂົາ ດັ່ງນັ້ນ ທູດທັງສອງຈຶ່ງດຶງມືເຂົາພ້ອມທັງພັຣຍາ ແລະບຸດຍິງພາກັນອອກຈາກເມືອງນີ້ໄປ 17 ເມື່ອພວກເຂົາຖືກນຳພາອອກຈາກເມືອງໄປແລ້ວ ທູດຂອງພຣະຜູ້ເປັນເຈົ້າອົງນຶ່ງເວົ້າວ່າ, “ຈົ່ງຟ້າວຫນີເອົາຕົວລອດ ຢ່າຫລຽວຄືນຫລັງແລະຢ່າຢຸດຢູ່ຮ່ອມພູ ໃຫ້ພາກັນແລ່ນຂຶ້ນໄປເທິງພູນ້ອຍພຸ້ນ ເພື່ອວ່າເຈົ້າຈະບໍ່ຕາຍ” 18 ແຕ່ໂລດຕອບວ່າ, “ບໍ່ດອກທ່ານເອີຍ 19 ທ່ານມີຄວາມເມດຕາກະຣຸນາ ແລະມີບຸນຄຸນຕໍ່ຂ້າພະເຈົ້າຫລາຍແລ້ວທີ່ໄດ້ຊ່ອຍຊີວິດຂອງຂ້າພະເຈົ້າໄວ້ ແຕ່ວ່າພູນ້ອຍນັ້ນຍັງຢູ່ໄກຫລາຍໄພພິບັດຈະຕາມມາທັນຂ້າພະເຈົ້າ ແລະຂ້າພະເຈົ້າກໍຈະເສັຽຊີວິດກ່ອນຈະໄປເຖິງທີ່ນັ້ນ 20 ທ່ານເຫັນເມືອງນ້ອຍນັ້ນບໍ່ ເມືອງນັ້ນຢູ່ໃກ້ພໍທີ່ຂ້າພະເຈົ້າຈະໄປເຖິງກ່ອນໄດ້ ໃຫ້ຂ້າພະເຈົ້າໄປຫັ້ນເທີນ ທ່ານເຫັນແລ້ວວ່າມັນເປັນພຽງບ່ອນນ້ອຍໆແລະຊິວິດຂອງຂ້າພະເຈົ້າອາດຈະປອດໄພ” 21 ທູດຂອງພຣະເຈົ້າຕອບວ່າ, “ເຮົາຕົກລົງ ເຮົາຈະບໍ່ທຳລາຍເມືອງນັ້ນ 22 ຮີບຟ້າວແລ່ນໄປໄວໆເຮົາຈະບໍ່ທຳສິ່ງນຶ່ງສິ່ງໃດກ່ອນເຈົ້າຈະໄປຮອດຫັ້ນ” ແລ້ວທູດຂອງພຣະເຈົ້າກໍປະພວກເຂົາໄວ້ທີ່ນັ້ນ ຍ້ອນໂລດເວົ້າບ່ອນນັ້ນວ່ານ້ອຍ ເມືອງນັ້ນຈຶ່ງມີຊື່ວ່າ ໂຊອາຣ໌ 23 ເມື່ອໂລດໄປເຖິງເມືອງໂຊອາຣ໌ ຕາເວັນກໍກຳລັງຂຶ້ນແລ້ວ 24 ພຣະຜູ້ເປັນເຈົ້າຈຶ່ງຊົງທຳໃຫ້ໄຟ ແລະມາດມາແຕ່ທ້ອງຟ້າຕົກລົງມາໃສ່ເມືອງໂຊໂດມ ແລະເມືອງໂກໂມຣາ 25 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງທຳລາຍສອງເມືອງ ແລະຮ່ອມພູທັງຫມົດພ້ອມທັງປະຊາຊົນທຸກຄົນໃນເມືອງແລະພືດພັນຕ່າງໆທີ່ເກີດຂຶ້ນຈາກດິນ 26 ແຕ່ພັຣຍາຂອງໂລດໄດ້ຫລຽວຄືນຫລັງ ດັ່ງນັ້ນ ນາງຈຶ່ງໄດ້ກາຍເປັນເສົາກ້ອນເກືອ 27 ຕັ້ງແຕ່ເຊົ້າໆຂອງວັນຕໍ່ມາ ອັບຣາຮາມຈຶ່ງຟ້າວໄປບ່ອນທີ່ທ່ານເຝົ້າພຣະຜູ້ເປັນເຈົ້າ 28 ທ່ານຫລຽວລົງເບິ່ງເມືອງໂຊໂດມ ເມືອງໂກໂມຣາ ແລະຮ່ອມພູທັງຫມົດຈຶ່ງເຫັນຄວັນໄຟພຸ່ງຂຶ້ນມາຈາກບ່ອນນັ້ນເຫມືອນດັ່ງຄວັນໄຟທີ່ພຸ່ງຂຶ້ນມາຈາກເຕົາຫລອມໃຫຍ່ 29 ແຕ່ເມື່ອພຣະເຈົ້າຊົງທຳລາຍເມືອງທັງສອງຢູ່ໃນຮ່ອມພູນັ້ນ ພຣະອົງຍັງຊົງຈົດຈໍາຄຳຮ້ອງຂໍຂອງອັບຣາຮາມຢູ່ໂດຍຊ່ອຍໂລດໃຫ້ພົ້ນຈາກອັນຕະຣາຍ
ກົກເຄົ້າຂອງພວກໂມອາບ ແລະອັມໂມນ
30 ໂລດມີຄວາມຢ້ານຕໍ່ເຫດການທີ່ຜ່ານມາ ຈົນບໍ່ຢາກອາໄສຢູ່ເມືອງໂຊອາຣ໌ ດັ່ງນັ້ນ ເຂົາຈຶ່ງພາບຸດຍິງທັງສອງຍ້າຍໄປອາໄສຢູ່ໃນຖ້ຳທີ່ພູນ້ອຍ 31 ຜູ້ເອື້ອຍຈຶ່ງເວົ້າຕໍ່ນ້ອງວ່າ, “ພໍ່ພວກເຮົາກໍເຖົ້າແກ່ແລ້ວ ແລະບໍ່ມີຊາຍຂອງຜູ້ໃດເລີຍເຫລືອຢູ່ໃນໂລກນີ້ທີ່ຈະມາແຕ່ງງານກັບພວກເຮົາເພື່ອວ່າເຮົາຈະມີບຸດສືບຫນໍ່ແທນແນວຕາມທຳນຽມ 32 ມາເທາະ ເຮົາຈົ່ງເອົາເຫລົ້າໃຫ້ພໍ່ດື່ມໃຫ້ເມົາ ແລ້ວຮ່ວມປະເວນິກັບທ່ານ ເພື່ອຈະໄດ້ບຸດຈາກພໍ່ຂອງພວກເຮົາ 33 ໃນຄືນນັ້ນ ເຂົາໄດ້ເອົາເຫລົ້າອະງຸ່ນໃຫ້ບິດາດື່ມຈົນເມົາ ແລ້ວເອື້ອຍກໍຮ່ວມປະເວນິກັບບິດາຂອງນາງ ແຕ່ບິດາບໍ່ຮູ້ຫຍັງເລີຍຍ້ອນຄວາມມືນເມົາ 34 ວັນຕໍ່ມາ ເອື້ອຍຈຶ່ງເວົ້າກັບນ້ອງວ່າ, “ຂ້ອຍໄດ້ຮ່ວມປະເວນິກັບພໍ່ແລ້ວຄືນວານນີ້ ຄືນມື້ແລງນີ້ພວກເຮົາຕ້ອງເຮັດໃຫ້ທ່ານເມົາອີກ ແລ້ວແມ່ນທີ່ເຈົ້າຈະເຮັດຄືກັບຂ້ອຍ ຄັນແລ້ວພວກເຮົາທັງສອງກໍຈະໄດ້ບຸດນຳທ່ານ 35 ໃນຄືນນັ້ນ ພວກເຂົາຈຶ່ງເອົາເຫລົ້າໃຫ້ບິດາດື່ມຈົນເມົາ ແລ້ວຜູ້ນ້ອງກໍຮ່ວມປະເວນິກັບທ່ານຍ້ອນຄວາມມືນເມົາທ່ານຈຶ່ງບໍ່ຮູ້ເຣື່ອງນີ້ເລີຍ 36 ດ້ວຍວິທີນບຸດຍິງຂອງໂລດທັງສອງຈຶ່ງຕັ້ງທ້ອງ ຜູ້ເອື້ອຍໄດ້ບຸດຊາຍຜູ້ນຶ່ງຊື່ ໂມອາບ 37 ເຂົາໄດ້ເປັນບັນພະບຸຣຸດຂອງຊາວໂມອາບມາຈົນຮອດປະຈຸບັນນີ້ 38 ຜູ້ນ້ອງໄດ້ບຸດຊາຍຜູ້ນຶ່ງເຫມືອນກັນຊື່ ເບັນອັມມີ ເຂົາໄດ້ເປັນບັນພະບຸຣຸດຂອງຊາວອັມໂມນມາຈົນເຖິງປະຈຸບັນນີ້
ອັບຣາຮາມ ແລະອາບີເມເລກ
1 ອັບຣາຮາມເດີນທາງຈາກທີ່ນັ້ນໄປຍັງແດນເນເກັບ ແລ້ວໄດ້ຕັ້ງຖິ່ນຖານອາໄສຢູ່ລະຫວ່າງເມືອງກາເດັສ ແລະເມືອງຊູຣ໌ ໃນເວລານັ້ນທ່ານກໍໄດ້ພັກພາອາໄສຢູ່ເມືອງເກຣາ 2 ອັບຣາຮາມເວົ້າວ່າ ນາງຊາຣາຜູ້ເປັນພັຣຍາ ເປັນນ້ອງສາວຂອງທ່ານ ດັ່ງນັ້ນ ອາບີເມເລກເຈົ້າຊີວິດແຫ່ງເກຣາຈຶ່ງເອົານາງຊາຣາໄປ 3 ໃນຄືນນັ້ນ ພຣະເຈົ້າໄດ້ປາກົດໃນພຣະສຸບີນຂອງເຈົ້າຊີວິດ ແລະເວົ້າວ່າ, “ເຈົ້າຈະຕາຍເຫດວ່ານາງຊາຣາເປັນຍິງທີ່ໄດ້ແຕ່ງງານແລ້ວ” 4 ແຕ່ວ່າ ກະສັດອາບີເມເລກ ຊຶ່ງບໍ່ໄດ້ແຕະຕ້ອງນາງແຕ່ຢ່າງໃດເລີຍໄດ້ທູນວ່າ, “ພຣະອົງເຈົ້າຂ້າ ພຣະອົງຈະຂ້າຄົນທີ່ບໍ່ມີຄວາມຜິດຫລື?” 5 ອັບຣາຮາມເວົ້າວ່າ ນາງເປັນນ້ອງສາວຂອງເຂົາ ແລະນາງຊາຣາເອງກໍເວົ້າວ່າ ເຂົາເປັນອ້າຍຂອງນາງ ຂ້າພຣະອົງໄດ້ກະທຳສິ່ງນັ້ນດ້ວຍຄວາມບໍຣິສຸດໃຈ ແລະບໍ່ໄດ້ກະທຳຜິດຫຍັງເລີຍ” 6 ພຣະເຈົ້າໄດ້ຊົງຕອບໃນພຣະສຸບີນແກ່ກະສັດວ່າ, “ຖືກແລ້ວ ເຮົາກໍຮູ້ເຈົ້າໄດ້ກະທຳດ້ວຍຄວາມບໍຣິສຸດໃຈ ດັ່ງນີ້ແຫລະ ເຮົາຈຶ່ງຮັກສາເຈົ້າໄວ້ບໍ່ໃຫ້ກະທຳຜິດຕໍ່ເຮົາ ດ້ວຍການແຕະຕ້ອງນາງ 7 ບັດນີ້ ຈົ່ງເອົາຜູ້ຍິງໄປສົ່ງໃຫ້ສາມີຂອງນາງຄືນສາ ສາມີຂອງນາງເປັນຜູ້ປະກາດພຣະທັມຂອງເຮົາ ເຂົາຈະອ້ອນວອນໃຫ້ເຈົ້າເພື່ອເຈົ້າກໍຈະບໍ່ຕາຍ ແຕ່ເຮົາຂໍເຕືອນເຈົ້າວ່າ ຖ້າເຈົ້າບໍ່ເອົານາງໄປສົ່ງຄືນເຈົ້າ ແລະຄອບຄົວຂອງເຈົ້າທັງຫມົດຈະຕ້ອງຕາຍ” 8 ແຕ່ເຊົ້າມືດຂອງວັນໃຫມ່ ກະສັດອາບີເມເລກໄດ້ເອີ້ນຂ້າໃຊ້ມາຫມົດທຸກຄົນ ແລະໄດ້ຊົງເລົ່າເຫດການນັ້ນໃຫ້ພວກເຂົາຟັງ ພວກເຂົາຈຶ່ງມີຄວາມຢ້ານກົວຫລາຍ 9 ຕໍ່ມາ ກະສັດອາບີີເມເລກຈຶ່ງໄດ້ເອີ້ນອັບຣາຮາມມາ ແລະໄດ້ຖາມທ່ານວ່າ, “ເປັນຫຍັງເຈົ້າຈຶ່ງກະທຳເຊັ່ນນີ້ແກ່ພວກເຮົາ? ເຮົາໄດ້ກະທຳຜິດຫຍັງແກ່ເຈົ້າແດ່ ເຈົ້າຈຶ່ງໄດ້ນຳຄວາມອັດຕະຄັດອັນຍິ່ງໃຫຍ່ມາໃຫ້ແກ່ເຮົາ ແລະຣາຊອານາຈັກຂອງເຮົາ? ການທີ່ເຈົ້າໄດ້ເຮັດແກ່ເຮົາບໍ່ເປັນການສົມຄວນເລີຍ” 10 ອາບີເມເລກກ່າວກັບອັບຣາຮາມວ່າ, “ເປັນຫຍັງເຈົ້າຈຶ່ງໄດ້ກະທຳເຊັ່ນນີ້? 11 ອັບຣາຮາມຈຶ່ງກາບທູນວ່າ, “ຂ້າພຣະອົງຄິດວ່າ ໃນທີ່ນີ້ບໍ່ມີໃຜຢ້ານຢຳການຕັດສິນຂອງພຣະເຈົ້າ ແລະຄິດວ່າເຂົາຕ້ອງຂ້າຂ້າພຣະອົງເສັຽ ເພື່ອຈະເອົາພັຣຍາຂອງຂ້າພຣະອົງໄປ 12 ທີ່ຈິງນາງເອງກໍເປັນນ້ອງສາວຂອງຂ້າພຣະອົງແທ້ ນາງເປັນບຸດຕ່າງມານດາເທົ່ານັ້ນ ແລະຂ້າພຣະອົງໄດ້ແຕ່ງງານກັບນາງ 13 ດັ່ງນັ້ນ ເມື່ອພຣະເຈົ້າໄດ້ໃຫ້ຂ້າພຣະອົງຫນີຈາກເຮືອນຂອງບິດາໄປສູ່ດິນແດນຕ່າງປະເທດ ຂ້າພຣະອົງຈຶ່ງເວົ້າກັບນາງວ່າ ເຈົ້າຕ້ອງສະແດງຄວາມຊື່ສັດຕໍ່ຂ້ອຍໃນທຸກໆບ່ອນທີ່ເຮົາໄປໂດຍເວົ້າເຖິງຂ້ອຍວ່າ ຂ້ອຍເປັນອ້າຍຂອງເຈົ້າ” 14 ຄັນຕໍ່ມາ ກະສັດອາບີເມເລກກໍສົ່ງນາງຊາຣາຄືນໃຫ້ອັບຣາຮາມ ແລະພ້ອມດຽວກັນນັ້ນພຣະອົງຍັງໄດ້ເອົາຝູງແກະ ຝູງງົວ ແລະຂ້າໃຊ້ໃຫ້ທ່ານອີກ 15 ພຣະອົງເວົ້າກັບອັບຣາຮາມວ່າ, “ທີ່ນີ້ແມ່ນຖິ່ນຂອງເຮົາທັງຫມົດເຈົ້າຈະອາໄສຢູ່ບ່ອນໃດກໍໄດ້ຕາມແຕ່ເຈົ້າຕ້ອງການ” 16 ແລ້ວພຣະອົງຈຶ່ງເວົ້າຕໍ່ນາງຊາຣາວ່າ, “ເຮົາເອົາເງິນພັນຫລຽນໃຫ້ອ້າຍຂອງເຈົ້າ ເພື່ອເປັນຂໍ້ພິສູດໃຫ້ທຸກຄົນທີ່ຢູ່ນຳເຈົ້າເຫັນວ່າ ເຈົ້າເປັນຄົນສັດຊື່ ແລະບໍ່ໄດ້ກະທຳຜິດຫຍັງເລີຍ” 17 ຍ້ອນເຣື່ອງນາງຊາຣາພັຣຍາຂອງອັບຣາຮາມພຣະເຈົ້າຈຶ່ງທຳໃຫ້ພວກຜູ້ຍິງທຸກໆຄົນທີ່ຢູ່ໃນພຣະຣາຊວັງຂອງກະສັດອາບີເມເລກບໍ່ມີບຸດ 18 ສະນັ້ນຍ້ອນການອ້ອນວອນຂອງອັບຣາຮາມ ເພື່ອກະສັດອາບີເມເລກ ພຣະເຈົ້າຈຶ່ງຊົງໂຜດໃຫ້ພຣະອົງດີເປັນປົກກະຕິ ພຣະເຈົ້າຊົງໂຜດໃຫ້ມະເຫສິ ແລະພວກຂ້າໃຊ້ຍິງທັງຫລາຍດີ ດັ່ງນັ້ນພວກເຂົາຈຶ່ງມີບຸດໄດ້
ການເກີດຂອງອີຊາກ
1 ພຣະຜູ້ເປັນເຈົ້າຊົງໂຜດຊ່ອຍໃຫ້ນາງຊາຣາຕາມທີ່ພຣະອົງຊົງສັນຍາໄວ້ 2 ນາງໄດ້ຕັ້ງທ້ອງແລະໄດ້ບຸດຊາຍຜູ້ນຶ່ງໃຫ້ອັບຣາຮາມ ເມື່ອທ່ານເຖົ້າແກ່ແລ້ວ ເດັກນ້ອຍນັ້ນໄດ້ເກີດຕາມເວລາທີ່ພຣະເຈົ້າໄດ້ຊົງບອກໄວ້ 3 ອັບຣາຮາມໃສ່ຊື່ບຸດນັ້ນວ່າ ອີຊາກ 4 ເມື່ອອີຊາກອາຍຸໄດ້ແປດວັນ ອັບຣາຮາມກໍທໍາພິທີຕັດໃຫ້ຕາມທີ່ພຣະເຈົ້າໄດ້ຊົງສັ່ງທ່ານໄວ້ 5 ເມື່ອອີຊາກເກີດມາ ອັບຣາຮາມໄດ້ຮ້ອຍປີ 6 ແລ້ວນາງຊາຣາເວົ້າວ່າ, “ພຣະເຈົ້າຊົງປະທານຄວາມຊົມຊື່ນຍີນດີ ແລະສຽງຫົວເລາະໃຫ້ແກ່ຂ້ອຍ ທຸກຄົນທີ່ໄດ້ຍິນເຣື່ອງນີ້ກໍຈະຫົວເລາະນຳຂ້ອຍ” 7 ນາງເວົ້າຕື່ມອີກວ່າ, “ໃຜຈະເວົ້າກັບອັບຣາຮາມໄດ້ວ່າ ຊາຣາຍັງຈະມີບຸດ ເຖິງຢ່າງໃດກໍດີ ຂ້ອຍໄດ້ບຸດຊາຍຜູ້ນຶ່ງໃຫ້ທ່ານເມື່ອທ່ານເຖົ້າແກ່ແລ້ວ” 8 ເດັກນ້ອຍນັ້ນກໍຈະເຣີນເຕີບໂຕຂຶ້ນ ແລະໃນມື້ທີ່ທ້າວອີຊາກຢ່ານົມ ອັບຣາຮາມໄດ້ຈັດງານກິນລ້ຽງຢ່າງໃຫຍ່ໂຕ 9 ມື້ນຶ່ງ ອິຊມາເອນບຸດຊາຍນາງຮາກາຊາວເອຢິບກໍາລັງຫລິ້ນຢູ່ກັບອີຊາກບຸດຊາຍນາງຊາຣາ 10 ເມື່ອນາງຊາຣາເຫັນດັ່ງນັ້ນ ຈຶ່ງເວົ້າກັບອັບຣາຮາມວ່າ, “ຈົ່ງສົ່ງທາດຍິງຜູ້ນີ້ ແລະບຸດຊາຍຫນີໄປສາ ເພາະວ່າບໍ່ສົມຄວນໃຫ້ບຸດຊາຍຂອງມັນໄດ້ຮັບສ່ວນນຶ່ງສ່ວນໃດໃນກອງມໍຣະດົກຂອງເຈົ້າເລີຍແມ່ນອິຊາກບຸດຊາຍຂອງຂ້ອຍເທົ່ານັ້ນທີ່ຈະໄດ້ຮັບແຕ່ຜູ້ດຽວ” 11 ເຣື່ອງນີ້ສ້າງຄວາມຫນັກໃຈໃຫ້ແກ່ອັບຣາຮາມເປັນຢ່າງມາກ ເພາະອິຊມາເອນກໍເປັນບຸດຂອງທ່ານເຫມືອນກັນ 12 ແຕ່ພຣະເຈົ້າຊົງກ່າວກັບອັບຣາຮາມວ່າ, “ຢ່າສູ່ອຸກໃຈໃນເຣື່ອງເດັກນ້ອຍແລະທາດຍິງຮາການັ້ນເລີຍ ຈົ່ງທຳຕາມທີ່ຊາຣາບອກເຈົ້າ ເພາະວ່າຍ້ອນອີຊາກເຈົ້າຈະມີເຊື້ອສາຍມາກມາຍຕາມທີ່ເຮົາໄດ້ສັນຍາໄວ້ 13 ເຮົາຈະໃຫ້ບຸດຂອງທາດຍິງນັ້ນ ມີລູກຫລານມາກມາຍເຫມືອນກັນ ເພື່ອເຂົາຈະໄດ້ກາຍເປັນອີກປະເທດນຶ່ງ ເພາະເຂົາກໍເປັນບຸດຂອງເຈົ້າເຫມືອນກັນ” 14 ວັນຕໍ່ມາຕັ້ງແຕ່ເຊົ້າໆ ອັບຣາຮາມເອົາອາຫານແລະນ້ຳເຕົ້າຫນ່ວຍນຶ່ງໃຫ້ນາງຮາກາ ເອົາເດັກນ້ອຍເຈັ່ຽໃສ່ຫລັງຂອງນາງແລ້ວສົ່ງນາງອອກຫນີໄປ ນາງຈຶ່ງຫນີຊັດເຊພະເນຈອນໄປໃນຖິ່ນກັນດານເບເອີເຊບາ 15 ເມື່ອນ້ຳໃນເຕົ້ານັ້ນຫມົດ ນາງຈຶ່ງປະບຸດໄວ້ຢູ່ໃຕ້ພຸ່ມໄມ້ແຫ່ງນຶ່ງແລ້ວຫນີໄປນັ່ງຢູ່ຫ່າງຈາກເດັກນ້ອຍປະມານຮ້ອຍຫລາ 16 ນາງເວົ້າຢູ່ຜູ້ດຽວວ່າ, “ຂ້ອຍບໍ່ກ້າເບິ່ງບຸດຂ້ອຍຕາຍ” ເມື່ອນາງນັ່ງລົງທີ່ນັ້ນເດັກກໍເລີ້ມຮ້ອງໄຫ້ຂຶ້ນ 17 ພຣະເຈົ້າຊົງໄດ້ຍິນສຽງເດັກນ້ອຍຮ້ອງໄຫ້ ແລະທູດຂອງພຣະອົງໄດ້ເອີ້ນນາງຮາກາຈາກຟ້າສວັນວ່າ, “ຮາກາ ເຈົ້າມີຄວາມອຸກອັ່ງຫຍັງ? ຢ່າສູ່ຢ້ານເລີຍ ພຣະເຈົ້າໄດ້ຍິນສຽງເດັນນ້ອຍໄຫ້ແລ້ວ 18 ຈົ່ງລຸກຂຶ້ນໄປອູ້ມ ແລະອອຍເຂົາເທີນ ເຮົາຈະໃຫ້ເຊື້ອສາຍເຂົາມາກມາຍຈົນເກີດເປັນປະເທດໃຫຍ່ 19 ຄັນແລ້ວ ພຣະເຈົ້າຊົງເຮັດໃຫ້ນາງເຫັນນ້ຳສ້າງຫນ່ວຍນຶ່ງ ນາງຈຶ່ງຟ້າວໄປຕັກເອົານ້ຳຈົນເຕັມເຕົ້າແລ້ວເອົາໄປໃຫ້ບຸດຊາຍດື່ມ 20 ພຣະເຈົ້າຊົງສະຖິດຢູ່ກັບເດັກນ້ອຍຈົນເຂົາຈະເຣີນເຕີບໂຕຂຶ້ນ ເຂົາໄດ້ອາໄສຢູ່ໃນປ່າກັນດານປາຣານ 21 ໄດ້ກາຍເປັນນາຍພານທີ່ສລາດ ແລະຊໍານານ ມານດາໄດ້ຫາພັຣຍາມາຈາກປະເທດເອຢິບມາໃຫ້ເຂົາ 22 ໃນຄາວນັ້ນ ກະສັດອາບີເມເລກໄດ້ສະເດັດໄປຫາອັບຣາຮາມກັບຟິໂກນນາຍທະຫານຂອງພຣະອົງແລ້ວເວົ້າວ່າ, “ພຣະເຈົ້າໄດ້ສະຖິດຢູ່ກັບເຈົ້າໃນການກະທຳທຸກສິ່ງທຸກຢ່າງ 23 ສະນັ້ນ ຈົ່ງປະຕິຍານໃນທີ່ນີ້ຕໍ່ພຣະພັກພຣະເຈົ້າວ່າ ເຈົ້າຈະບໍ່ຫລອກລວງເຮົາ ລູກຫລານຫລືເຊື້ອສາຍຂອງເຮົາ ເຮົາມີຄວາມຊື່ສັດຕໍ່ເຈົ້າ ດັ່ງນັ້ນ ຈົ່ງສັນຍາແກ່ເຮົາວ່າ ເຈົ້າຈະຊື່ສັດຕໍ່ເຮົາເຫມືອນກັນ ແລະຕໍ່ແຜ່ນດິນທີ່ເຈົ້າອາໄສຢູ່ນີ້” 24 ອັບຣາຮາມກໍທູນຕອບວ່າ, “ຂ້າພຣະອົງຂໍປະຕິຍານ” 25 ອັບຣາຮາມຮ້ອງຂໍຕໍ່ກະສັດອາບີເມເລກກ່ຽວເຣື່ອງນ້ຳສ້າງທີ່ຂ້າຣາຊການຂອງພຣະອົງໄດ້ຍຶດເອົາ 26 ກະສັດອາບີເມເລກຈຶ່ງກ່າວວ່າ, “ເຮົາບໍ່ຊາບ ເຣື່ອງນີ້ເຈົ້າບໍ່ບອກເຮົາ ແລະແມ່ນເທື່ອທຳອິດທີ່ເຮົາໄດ້ຍິນເຣື່ອງນີ້” 27 ຄັນແລ້ວ ອັບຣາຮາມກໍເອົາແກະ ແລະງົວບາງຕົວຖວາຍແກ່ອາບີເມເລກ ແລ້ວທັງສອງກໍຕັ້ງຂໍ້ຕົກລົງກັນ 28 ອັບຣາຮາມແຍກເອົາແກະເຈັດໂຕອອກຈາກຝູງ 29 ກະສັດອາບີເມເລກຈຶ່ງຖາມທ່ານວ່າ, “ເຈົ້າແຍກແກະເຈັດໂຕອອກມາເຮັດຫຍັງ?” 30 ອັບຣາຮາມທູນຕອບວ່າ, “ພຣະອົງຈົ່ງຮັບລູກແກະເຈັດໂຕນີ້ໄປເທີນ ດ້ວຍການກະທຳເຊັ່ນນີ້ ພຣະອົງຈະຊົງຮັບຮູ້ວ່າຂ້າພຣະອົງໄດ້ຂຸດນ້ຳສ້າງນີ້ ດັ່ງນັ້ນບ່ອນນີ້ຈຶ່ງເອີ້ນວ່າ ເບເອີເຊບາ 31 ເພາະວ່າ ເປັນບ່ອນທີ່ທັງສອງໄດ້ປະຕິຍານຕໍ່ກັນ 32 ຫລັງຈາກທັງສອງໄດ້ຕັ້ງຂໍ້ຕົກລົງທີ່ເບເອີເຊບາແລ້ວ ກະສັດອາບີເມເລກ ແລະຟິໂກນນາຍທະຫານຂອງພຣະອົງກໍພາກັນ ກັບຄືນສູ່ດິນແດນຊາວຟີລິສຕິນ 33 ຄັນແລ້ວ ອັບຣາຮາມໄດ້ປູກຕົ້ນໄມ້ໃສ່ທີ່ເບເອີເຊບາ ແລະນະມັສການອອກພຣະນາມພຣະຜູ້ເປັນເຈົ້າ ພຣະເຈົ້າອົງຕັ້ງຢູ່ເປັນນິດ 34 ອັບຣາຮາມໄດ້ອາໄສຢູ່ໃນແຄວ້ນຊາວຟີລີສຕິນເປັນເວລາຫລາຍວັນ
ພຣະຜູ້ເປັນເຈົ້າຊົງສັ່ງໃຫ້ອັບຣາຮາມຖວາຍອີຊາກ
1 ຄັນຕໍ່ມາ ພຣະເຈົ້າຊົງລອງໃຈອັບຣາຮາມ ພຣະອົງຊົງກ່າວແກ່ທ່ານວ່າ, “ອັບຣາຮາມເອີຍ” ທ່ານຈຶ່ງທູນຕອບວ່າ, “ພຣະເຈົ້າຂ້າ” 2 ແລ້ວພຣະອົງຊົງກ່າວວ່າ, “ຈົ່ງເອົາອີຊາກບຸດຊາຍສຸດທີ່ຮັກຄົນດຽວຂອງເຈົ້າໄປຍັງແຄວ້ນໂມຣິຢາ ໃນທີ່ນັ້ນ ຈົ່ງເຜົາເຂົາຖວາຍເປັນເຄື່ອງບູຊາແກ່ເຮົາຢູ່ເທິງພູແຫ່ງນຶ່ງທີ່ເຮົາຈະບອກແກ່ເຈົ້າ” 3 ອັບຣາຮາມຈຶ່ງລຸກຂຶ້ນແຕ່ເຊົ້າມືດ ເອົາອານໃສ່ເທິງຫລັງລໍແລ້ວເອົາອີຊາກກັບຄົນໃຊ້ສອງຄົນໄປນຳຕົນ ພ້ອມນີ້ ທ່ານໄດ້ຕຽມເອົາຟືນເພື່ອເຜົາເຄື່ອງບູຊາ ແລ້ວພາກັນອອກເດີນທາງມຸ່ງຫນ້າໄປສູ່ບ່ອນທີ່ພຣະເຈົ້າຊົງບອກໄວ້ 4 ເມື່ອເດີນທາງມາໄດ້ສາມວັນ ອັບຣາຮາມກໍແລເຫັນບ່ອນທີ່ພຣະເຈົ້າຊົງບອກນັ້ນແຕ່ໄກ 5 ຄັນແລ້ ທ່ານຈຶ່ງເວົ້າກັບຄົນໃຊ້ວ່າ, “ພວກເຈົ້າກັບລໍຈົ່ງຖ້າຂ້ອຍຢູ່ນີ້ ຂ້ອຍກັບລູກຊາຍຈະພາກັນຂຶ້ນໄປນະມັສການພຣະ ເຈົ້າຢູ່ເທິງພຸ້ນແລ້ວຈະກັບມາຫາ” 6 ອັບຣາຮາມເອົາຟືນໃຫ້ອີຊາກແບກໄປ ສ່ວນທ່ານເອງກໍຖືເອົາໄຟແລະມິດ ແລ້ວພໍ່ລູກກໍພາກັນມຸ່ງຫນ້າໄປທີ່ນັ້ນ 7 ເມື່ອກຳລັງເດີນທາງໄປນັ້ນອີຊາກຈຶ່ງເວົ້າຕໍ່ອັບຣາຮາມວ່າ, “ພໍ່ເອີຍ” ທ່ານຕອບວ່າ, “ແມ່ນຫຍັງລູກ?” ອີຊາກຈຶ່ງຖາມຕໍ່ໄປວ່າ, “ຟືນແລະໄຟກໍມີແລ້ວແຕ່ລູກແກະທີ່ຈະເຜົາຖວາຍບູຊານັ້ນຢູ່ໃສ?” 8 ອັບຣາຮາມຕອບວ່າ, “ພຣະເຈົ້າຈະຊົງຈັດຫາໃຫ້ເອງ” ພໍ່ລູກທັງສອງກໍພາກັນເດີນທາງຕໍ່ໄປ 9 ເມື່ອເຂົາໄປຮອດບ່ອນທີ່ພຣະຜູ້ເປັນເຈົ້າໄດ້ຊົງບອກໄວ້ແລ້ວ ອັບຣາຮາມຈຶ່ງສ້າງແທ່ນບູຊາຂຶ້ນ ຈັດເອົາຟືນວາງໄວ້ເທິງແທ່ນນັ້ນ ກຸມມັດບຸດຊາຍຂອງຕົນວາງໄວ້ເທິງກອງຟືນທີ່ແທ່ນບູຊາ 10 ແລ້ວທ່ານຈຶ່ງຈັບມີດຕຽມຈະຂ້າບຸດຊາຍ 11 ແຕ່ໃນທັນໃດນັ້ນ ທູດຂອງພຣະຜູ້ເປັນເຈົ້າເອີ້ນມາແຕ່ຟ້າສວັນວ່າ, “ອັບຣາຮາມ ອັບຣາຮາມເອີຍ” ທ່ານຈຶ່ງທູນຕອບວ່າ, “ພຣະເຈົ້າຂ້າ” 12 ທູດຂອງພຣະເຈົ້າຈຶ່ງກ່າວຕໍ່ໄປວ່າ, “ຢ່າທຳຮ້າຍຫລືເຮັດຫຍັງແກ່ເດັກຊາຍຜູ້ນີ້ ບັດນີ້ເຮົາຮູ້ແລ້ວວ່າ ເຈົ້າເຊື່ອຟັງແລະຢຳເກງພຣະເຈົ້າຢູ່ສເມີ ດ້ວຍວ່າເຈົ້າບໍ່ໄດ້ຫວງບຸດຊາຍໂທນຂອງເຈົ້າໄວ້ ແຕ່ໄດ້ຍອມຖວາຍເຂົາໃຫ້ແກ່ເຮົາ” 13 ອັບຣາຮາມແນມໄປຮອບໆຕົວເຫັນແກະເຖິກໂຕນຶ່ງຊຶ່ງເຂົາຂອງມັນຄາພຸ່ມໄມ້ຢູ່ ທ່ານຈຶ່ງໄປອູ້ມເອົາມັນມາຂ້າຖວາຍແກ່ ພຣະຜູ້ເປັນເຈົ້າແທນບຸດຊາຍ 14 ອັບຣາຮາມໃສ່ຊື່ບ່ອນນັ້ນວ່າ “ພຣະຜູ້ເປັນເຈົ້າຊົງຈັດຫາໃຫ້” ແລະຈົນເຖິງທຸກວັນນີ້ຊາວເມືອງກໍຍັງເວົ້າຕໍ່ໆກັນມາວ່າ “ເທິງພູເຂົາຂອງພຣະຜູ້ເປັນເຈົ້າ ພຣະອົງຊົງຈັດຫາໃຫ້” 15 ທູດຂອງພຣະຜູ້ເປັນເຈົ້າເອີ້ນອັບຣາຮາມມາແຕ່ຟ້າສວັນເທື່ອທີ່ສອງວ່າ, 16 “ເຮົາຂໍສາບານດ້ວຍອຳນາດ ແລະຊື່ສຽງຂອງເຮົາວ່າ ເຮົາຈະອວຍພອນໃຫ້ເຈົ້າຢ່າງມະຫາສານ ກໍເພາະວ່າເຈົ້າໄດ້ທຳຕາມທີ່ເຮົາບອກ ແລະບໍ່ໄດ້ຫວງບຸດຊາຍໂທນຂອງເຈົ້າໄວ້ 17 ເຮົາຂໍສັນຍາວ່າຈະປະທານເຊື້ອສາຍໃຫ້ເຈົ້າຢ່າງມາກມາຍເຫມືອນດັ່ງດວງດາວໃນທ້ອງຟ້າ ຫລືເຫມືອນເມັດດິນຊາຍໃນແຄມທະເລ ເຊື້ອສາຍຂອງເຈົ້າຈະຜາບແພ້ສັດຕຣູທັງຫລາຍ 18 ຊົນຊາດທັງປວງໃນໂລກ ຈະຣ້ອງຂໍໃຫ້ເຮົາອວຍພອນເຂົາເຫມືອນດັ່ງເຮົາໄດ້ອວຍພອນໃຫ້ເຊື້ອສາຍຂອງເຈົ້າ ເຮົາຈະທຳສິ່ງນີ້ກໍຍ້ອນເຈົ້າໄດ້ຟັງຄຳສັ່ງຂອງເຮົາ” 19 ອັບຣາຮາມໄດ້ຫລົບຄືນມາຫາຄົນໃຊ້ທັງສອງ ແລ້ວພາກັນຄືນເມືອສູ່ເມືອງເບເອີເຊບາບ່ອນທີ່ຕົນອາໄສຢູ່
ເຊື້ອສາຍຂອງນາໂຮຣ໌
20 ຄັນຕໍ່ມາ ອັບຣາຮາມໄດ້ຊາບວ່າ ນາງມິລະກາພັຣຍາຂອງນາໂຮຣ໌ຜູ້ຊຶ່ງເປັນນ້ອງຊາຍຂອງຕົນມີບຸດຫລາຍຄົນ 21 ຄື ອຸຊອ້າຍກົກ ບຸສນ້ອງຊາຍ ເກມູເອນບິດາຂອງອາຣາມ 22 ເຄເຊດ ຮາໂຊ ປິນດັສ ຢິດລັຟ ແລະເບທູເອນ 23 (ເບທູເອນເປັນບິດາຂອງນາງເຣເບກາ) ມິລະກາໄດ້ເກີດບຸດຊາຍແປດຄົນນີ້ໃຫ້ແກ່ ນາໂຮ 24 ພັຣຍາຜູ້ທີ່ສອງຂອງນາໂຮຄືນາງເຣອູມາ ມີບຸດສີ່ຄົນຄື ເຕບາ ກາຮາມ ຕາຮັສ ແລະມາອາກາ
ນາງຊາຣາເຖິງແກ່ກຳແລະອັບຣາຮາມຊື້ບ່ອນຝັງສົບ
1 ນາງຊາຣາມີອາຍຸໄດ້ຮ້ອຍຊາວເຈັດປີ ນາງມີຊີວີດເຖິງອາຍຸນີ້ 2 ໄດ້ເຖິງແກ່ກຳທີ່ ກິຣິອາດອາຣ໌ບາ (ຫລືເຮໂບຣນ) ຢູ່ໃນປະເທດການາອານ ອັບຣາຮາມໄດ້ຕົບແຕ່ງສົບພັຣຍາ ແລະໄວ້ທຸກໃຫ້ນາງ 3 ຕໍ່ມາ ອັບຣາຮາມກໍປະສົບພັຣຍາໄວ້ ແລະໄປເວົ້າກັບຊາວຮິດຕີວ່າ, 4 “ຂ້າພະເຈົ້າອາໄສຢູ່ບ່ອນນີ້ໃນນາມຄົນຕ່າງດ້າວເທົ່ານັ້ນ ຈົ່ງຂາຍດິນບາງຕອນໃຫ້ຂ້າພະເຈົ້າຝັງສົບພັຣຍາຂ້າພະເຈົ້າແດ່” 5 ພວກເຂົາຕອບວ່າ, 6 “ອາດຍາເອີຍ ຂໍຟັງພວກເຮົາກ່ອນ ອາດຍາເປັນເຈົ້ານາຍຜູ້ມີອຳນາດໃນຖ້າມກາງພວກເຮົາ ຈົ່ງຝັງພັຣຍາຂອງອາດຍາ ໃນຫລຸມຝັງສົບຂອງພວກເຮົາຕາມທີ່ອາດຍາເຫັນຊອບເທີນ ບໍ່ມີໃຜໃນພວກເຮົາຈະປະຕິເສດ ແລະຂັດຂວາງທ່ານບໍ່ໃຫ້ຝັງພັຣຍາໃສ່ຫລຸມຝັງສົບທີ່ເຂົາມີ” 7 ຄັນແລ້ວ ອັບຣາຮາມກໍຢືນຂຶ້ນແລ້ວກົ້ມຄຳນັບພວກເຂົາ 8 ແລະເວົ້າວ່າ, “ຖ້າພວກເຈົ້າຍິນດີໃຫ້ຂ້າພະເຈົ້າຝັງພັຣຍາຂ້າພະເຈົ້າຢູ່ທີ່ນີ້ ຈົ່ງກະຣຸນາໄປນຳ ເອໂຟຣນຊາວຮິດຕິຜູ້ເປັນຫລານຊາຍຂອງໂຊຮາ 9 ໃຫ້ເຂົາຂາຍຖ້ຳມັກເປລາທີ່ແຄມນາຂອງເຂົາໃຫ້ຂ້າພະເຈົ້າຕາມຣາຄາທີ່ວາງໄວ້ແລ້ວໃນຖ້າມກາງພວກທ່ານທີ່ນີ້ ເພື່ອວ່າຂ້າພະເຈົ້າຈະມີຖ້ຳຝັງສົບໄວ້ເປັນຂອງຕົນເອງ” 10 ໃນເວລານັ້ນ ເອໂຟຣນກໍນັ່ງກັບຊາວຮິດຕີທີ່ບ່ອນປະຊຸມໃນປະຕູເຂົ້າເມືອງ ຈຶ່ງຕອບອັບຣາຮາມໃຫ້ທຸກຄົນໃນທີ່ນັ້ນໄດ້ຍິນວ່າ, 11 “ອາດຍາເອີຍ, ບໍ່ແມ່ນຈັ່ງຊັ້ນດອກ ຈົ່ງຟັງຂ້າພະເຈົ້າກ່ອນ ຂ້າພະເຈົ້າຈະໃຫ້ດິນນາທັງຫມົດພ້ອມທັງຖ້ຳທີ່ຢູ່ໃນນານັ້ນໃຫ້ແກ່ທ່ານ ຂ້າພະເຈົ້າເວົ້າຢູ່ທີ່ນີ້ຕໍ່ຫນ້າປະຊາຊົນຂອງຂ້າພະເຈົ້າ ຂ້າພະເຈົ້າຈະໃຫ້ຖ້ຳນັ້ນແກ່ທ່ານເພື່ອທ່ານຈະໄດ້ຝັງສົບພັຣຍາ” 12 ແຕ່ອັບຣາຮາມກໍກົ້ມຄຳນັບຊາວເມືອງນັ້ນ 13 ແລະເວົ້າກັບເອໂຟຣນຊ້ອງຫນ້າຊາວເມືອງນັ້ນວ່າ, “ຖ້າທ່ານຍິນຍອມ ກະຣຸນາຟັງຂ້າພະເຈົ້າກ່ອນ ຂ້າພະເຈົ້າຂໍຊື້ນາທັງຫມົດ ຈົ່ງຍອມຮັບເງິນຄ່ານາ ແລະຂ້າພະເຈົ້າກໍຈະຝັງສົບພັຣຍາຂ້າພະເຈົ້າຢູ່ທີ່ນັ້ນ 14 ເອໂຟຣນຕອບວ່າ, 15 “ທ່ານເອີຍ, ນາຕອນນັ້ນມີຣາຄາເຖິງສີ່ຣ້ອຍຫລຽນ ແຕ່ສຳລັບຂ້າພະເຈົ້າກັບທ່ານແລ້ວກໍບໍ່ມີເປັນຫຍັງດອກ ຈົ່ງຝົງສົບພັຣຍາຂອງທ່ານເທີນ” 16 ອັບຣາຮາມໄດ້ຕົກລົງຊື້ດິນນັ້ນຈາກເອໂຟຣນຕໍ່ຫນ້າຊາວຮິດຕິເປັນເງິນຈຳນວນສີ່ຮ້ອຍເຊເກລ ຕາມອັດຕາທີ່ເຄີຍໃຊ້ກັນໃນເວລານັ້ນ 17 ດິນຂອງເອໂຟຣນທີ່ມັກເປລາ ທາງທິດຕາເວັນອອກຂອງມັມເຣຮວມທັງນາແລະຖ້ຳ 18 ພ້ອມທັງຕົ້ນໄມ້ທຸກໆຕົ້ນທີ່ຢູ່ໃນເຂດແດນນັ້ນເອໂຟຣນກໍໂອນໃຫ້ອັບຣາຮາມຕໍ່ຫນ້າຊາວຮິດຕິຄື ຄົນທີ່ມາປະຊຸມຢູ່ ທາງປະຕູເຂົ້າເມືອງນັ້ນ 19 ຕໍ່ມາ ອັບຣາຮາມກໍຝັງສົບນາງຊາຣາພັຣຍາຂອງຕົນໄວ້ໃນຖ້ຳທີ່ນາມັກເປລາໃນປະເທດການາອານ 20 ສະນັ້ນ ນາແລະຖ້ຳຢູ່ໃນທີ່ນັ້ນ ຊຶ່ງເຄິຍເປັນຂອງຊາວຮິດຕິກໍເລີຍເປັນສົມບັດຂອງອັບຣາຮາມເພື່ອໃຊ້ໃຫ້ເປັນບ່ອນຝັງສົບ
ພັຣຍາອີຊາກ
1 ຢູ່ຕໍ່ມາ ອັບຣາຮາມກໍເຖົ້າແກ່ຫລາຍແລ້ວ ແລະພຣະຜູ້ເປັນເຈົ້າໄດ້ອວຍພອນໃຫ້ທຸກສິ່ງທຸກຢ່າງ ທີ່ເຄີຍໄດ້ກະທຳມານັ້ນຈະເຣີນຂຶ້ນ 2 ອັບຣາຮາມເວົ້າກັບຄົນໃຊ້ຜູ້ອາວຸໂສຊຶ່ງຮັບຜິດຊອບໃນຊັບສົມບັດວ່າ, “ຈົ່ງວາງມືລົງວ່າງກົກຂາຂ້ອຍ 3 ແລ້ວສາບານຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າແຫ່ງສວັນແລະແຜ່ນດິນໂລກວ່າ ເຈົ້າຈະບໍ່ເອົາຜູ້ສາວໃນປະເທດການາອານບ່ອນທີ່ຂ້ອຍອາໄສຢູ່ນີ້ມາເປັນພັຣຍາຂອງບຸດຊາຍຂ້ອຍ 4 ແຕ່ວ່າ ເຈົ້າຈົ່ງກັບເມືອປະເທດຂອງຂ້ອຍ ແລ້ວຊອກຫາເອົາບຸດຍິ ງໃນຖ້າມກາງພວກຍາດພີ່ນ້ອງມາເປັນພັຣຍາຂອງອິຊາກ” 5 ຄົນໃຊ້ຈຶ່ງຖາມວ່າ, “ຈະເຮັດແນວໃດ ເມື່ອຍິງສາວຜູ້ທີ່ຈະເປັນບຸດສະໃພ້ນັ້ນບໍ່ຍອມຈາກບ້ານມາຢູ່ນຳເຮົາໃນປະເທດນີ້ ຈະໃຫ້ຂ້າພະເຈົ້າເອົາບຸດຊາຍຂອງທ່ານໄປສູ່ເຂົາຫລື?” 6 ອັບຣາຮາມຈຶ່ງຕອບວ່າ, “ບໍ່ ເຈົ້າຈົ່ງລະວັງຢ່າພາບຸດຊາຍຂ້ອຍກັບໄປປະເທດຂອງຂ້ອຍ 7 ເຫດວ່າ ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຟ້າສວັນໄດ້ພາຂ້ອຍຫນີອອກຈາກເຮືອນບິດາ ແລະຈາກບ້ານເກີດເມືອງນອນ ຈາກດິນດອນ ແລະຈາກຍາດຕິພີ່ນ້ອງຂອງຂ້ອຍ ມາຢູ່ດິນແດນຕອນນີ້ທີ່ພຣະອົງຈະຊົງປະທານໃຫ້ເຊື້ອສາຍຂອງຂ້ອຍຕາມ ພຣະສັນຍາພຣະອົງຈະໃຊ້ທູດຂອງພຣະອົງໄປກ່ອນເຈົ້າເພື່ອເຈົ້າຈະຫາພັຣຍາຢູ່ທີ່ນັ້ນໃຫ້ແກ່ບຸດຊາຍຂອງຂ້ອຍໄດ້ 8 ແຕ່ວ່າ ຖ້າຫາກຍິງສາວນັ້ນບໍ່ຍອມມານຳເຈົ້າ ເຈົ້າຈະຫວິດຈາກຄຳສາບານ ເຖິງຢ່າງໃດເຈົ້າກໍຢ່າພາບຸດຊາຍຂອງຂ້ອຍກັບໄປທີ່ນັ້ນເດັດຂາດ 9 ດັ່ງນັ້ນ ຄົນໃຊ້ຈຶ່ງວາງມືລົງວ່າງກົກຂາຂອງອັບຣາຮາມ ແລະຂໍສາບານວ່າຈະທຳທຸກສິ່ງຕາມທີ່ນາຍຂໍຣ້ອງ 10 ຄັນແລ້ວ ຄົນໃຊ້ຈຶ່ງເອົາອູດສິບຕົວຂອງນາຍພ້ອມທັງຂອງຂວັນທີ່ມີຄ່າຫລາຍຢ່າງອອກເດີນທາງມຸ່ງຫນ້າໄປສູ່ເມືອງທີ່ນາໂຮຣ໌ຢູ່ໃນປະເທດເມໂຊໂປຕາເມັຽ 11 ເຂົາມາຮອດເມືອງນີ້ເວລາແລງ ເຂົາຈຶ່ງໃຫ້ອູດຄຸເຂົ່າລົງ ສ່ວນເຂົາເອງກໍອະທິຖານພຣະເຈົ້າວ່າ, 12 “ໂອ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອັບຣາຮາມນາຍຂອງຂ້າພຣະອົງ ຂໍໂຜດປະທານຄວາມສຳເຣັດໃນມື້ນີ້ໃຫ້ແກ່ຂ້າພຣະອົງ ແລະໂຜດສະແດງຄວາມຮັກຫມັ້ນຄົງຂອງພຣະອົງຕໍ່ນາຍຂອງຂ້າພຣະອົງເທີນ 13 ຂ້າພຣະອົງກຳລັງຢູ່ແຄມນ້ຳສ້າງ ບ່ອນທີ່ບັນດາຍິງສາວຊາວເມືອງກຳລັງອອກມາຕັກນ້ຳ 14 ຖ້າຂ້າພຣະອົງເວົ້າຕໍ່ຍິງສາວຜູ້ໃດຜູ້ນຶ່ງວ່າ, “ຂ້ອຍຂໍດື່ມນ້ຳໃນໄຫຂອງເຈົ້າແດ່” ແລ້ວຖ້ານາງຕອບວ່າ, “ເຊີນດື່ມແມ໋ ຂ້ອຍຈະເອົາໃຫ້ຝູງອູດເຈົ້າກິນດ້ວຍ ຂໍໃຫ້ຍິງສາວຜູ້ນັ້ນເປັນຜູ້ຊື່ງພຣະອົງຊົງເລືອກໃຫ້ເປັນພັຣຍາອີຊາກຜູ້ຮັບໃຊ້ຂອງພຣະອົງ ທ້ອນ ຢ່າງນີ້ຂ້າພຣະອົງກໍຈະຮູ້ໄດ້ວ່າພຣະອົງຊົງໄດ້ສະແດງຄວາມຮັກຫມັ້ນຄົງຕໍ່ນາຍຂອງຂ້າພຣະອົງ” 15 ກ່ອນເຂົາອ້ອນວອນແລ້ວ ນາງເຣເບກາບຸດຍິງເບທູເອນກໍແບກໄຫນ້ຳຍ່າງມາທີ່ນ້ຳສ້າງ (ເບທູເອນເປັນບຸດມິລະກາ ແລະນາໂຮຣ໌ ຜູ້ເປັນນ້ອງຊາຍຂອງອັບຣາຮາມ) 16 ນາງເປັນສາວໂສດແລະງາມຫລາຍ ນາງລົງໄປທີ່ນ້ຳສ້າງແລ້ວຕັກນ້ຳຈົນເຕັມໄຫພໍກຳລັງຈະກັບຄືນເມືອ 17 ຄົນໃຊ້ຂອງອັບຣາຮາມຈຶ່ງຟ້າວແລ່ນໄປຫານາງແລ້ວເວົ້າວ່າ, “ຂ້ອຍຂໍດື່ມນ້ຳໃນໄຫຂອງເຈົ້າແດ່” 18 ນາງຕອບວ່າ, “ເຊີນໂລດຍາລຸງ” ນາງຈຶ່ງປົງໄຫລົງຈາກບ່າແລ້ວເອົານ້ຳໃຫ້ເຂົາດື່ມ 19 ຫລັງຈາກເຂົາອີ່ມແລ້ວນາງກໍເວົ້າວ່າ, “ຂ້ານ້ອຍກໍຈະຕັກນ້ຳໃຫ້ອູດຂອງຍາລຸງກິນຈົນອີ່ມຫມົດທຸກໂຕ” 20 ນາງຈຶ່ງຟ້າວຖອກນ້ຳໃນໄຫໃສ່ຮາງ ແລ້ວກໍແລ່ນໄປຕັກມາຖອກໃສ່ອີກຈົນອູດທຸກໂຕກີນອີ່ມ 21 ຊາຍຄົນນັ້ນກໍຢືນເບິ່ງນາງຢ່າງງຽບໆ ເພື່ອຈະໄດ້ຮູ້ວ່າພຣະເຈົ້າປະທານຄວາມສຳເຣັດໃຫ້ເຂົາແທ້ຫລືບໍ່ 22 ເມື່ອນາງເອົານ້ຳໃຫ້ອູດກິນອີ່ມຫມົດທຸກຕົວແລ້ວ ຄົນໃຊ້ຂອງອັບຣາຮາມກໍເອົາປອກຄຳເຄິ່ງເຊເກລເກາະໃສ່ດັງນາງ ແລະເອົາສາຍແຂນສິບເຊເກລສອງເສັ້ນໃສ່ໃຫ້ນາງ 23 ແລ້ວເຂົາຖາມນາງຕື່ມອີກວ່າ, “ບອກຂ້ອຍແດ່ໄດ້ບໍ່ວ່າບິດາຂອງນາງແມ່ນໃຜ? ໃນເຮືອນຂອງບິດາ ເຈົ້າຍັງມີບ່ອນພັກເຊົາສຳລັບຂ້ອຍແລະສັດຂອງຂ້ອຍບໍ່?” 24 ນາງຕອບວ່າ, “ຂ້ານ້ອຍເປັນບຸດຍິງຂອງເບທູເອນ ບຸດຊາຍຂອງມິລະກາແລະນາໂຮຣ໌ 17 ຢູ່ບ້ານຂ້ານ້ອຍມີເຟືອງແລະຫຍ້າສຳລັບສັດແລະມີບ່ອນພັກສຳລັບຍາລຸງດ້ວຍ” 18 ເມື່ອໄດ້ຍິນນາງເວົ້າດັ່ງນັ້ນ ຄົນໃຊ້ຂອງອັບຣາຮາມຈຶ່ງຂາບລົງນະມັສການພຣະເຈົ້າ 19 ແລະເວົ້າວ່າ, “ຂໍສັຣເສີນອົງພຣະຜູ້ເປັນເຈົ້າຂອງອັບຣາຮາມ ພຣະອົງຊົງສະແດງຄວາມຮັກຫມັ້ນຄົງແລະທ່ຽງທັມ ຕໍ່ນາຍຂອງຂ້າພຣະອົງ ແລະຍັງຊົງພາຂ້າພຣະອົງມາເຖິງບ້ານນ້ອງຊາຍຂອງທ່ານ” 20 ຍິງສາວຈຶ່ງແລ່ນໄປຫາຄົນໃນຄອບຄົວຂອງມານດາ ເລົ່າເຖິງເຣື່ອງທີ່ເກີດຂຶ້ນທັງຫມົດສູ່ຟັງ 21 ເຣເບກາມີອ້າຍຄົນນຶ່ງຊື່ ລາບານ ລາບານແລ່ນໄປຫາຊາຍຜູ້ນັ້ນທີ່ນ້ຳພຸ 22 ເມື່ອທ່ານເຫັນປອກຄຳເກາະດັງແລະສາຍແຂນຄຳນຳນາງ ແລະເມື່ອທ່ານໄດ້ຍິນຄຳເຣເບການ້ອງສາວວ່າ, “ຊາຍນັ້ນເວົ້າກັບຂ້ອຍຢ່າງນີ້” ທ່ານກໍຟ້າວແລ່ນອອກໄປພົບຊາຍຄົນນັ້ນທີ່ຢືນລໍຢູ່ກັບຝູງອູດຂອງເຂົາໃກ້ນ້ຳສ້າງ 23 ແລ້ວເວົ້າຕໍ່ເຂົາວ່າ, “ທ່ານຜູ້ມີພຣະພອນຂອງພຣະເຈົ້າ ເຊີນເຂົ້າໄປໃນເຮືອນເທີນ ເປັນຫຍັງທ່ານຈະ
ຢືນຢູ່ຂ້າງນອກ ຂ້າພະເຈົ້າໄດ້ຈັດບ່ອນສຳລັບທ່ານ ແລະສຳລັບຝູງອູດຂອງທ່ານແລ້ວ?”
24 ຊາຍນັ້ນກໍເຂົ້າໄປໃນເຮືອນ ສ່ວນລາບານກໍຂົນເຄື່ອງລົງຈາກຫລັງອູດເອົາເຟືອງ ແລະຫຍ້າໃຫ້ມັນກິນ ແລ້ວເອົາໃຫ້ຄົນໃຊ້ຂອງອັບຣາຮາມ ແລະຄົນທີ່ມານຳເຂົາລ້າງຕີນ 25 ເມື່ອເຈົ້າຂອງບ້ານຈັດໂຕະອາຫານຮຽບຮ້ອຍແລ້ວ ຄົນໃຊ້ຂອງອັບຣາຮາມຈຶ່ງເວົ້າວ່າ, “ຂ້າພະເຈົ້າຈະບໍ່ລົງມືຮັບປະທານອາຫານຈົນກວ່າຂ້າພະເຈົ້າຈະເວົ້າເຣື່ອງທີ່ຂ້າພະເຈົ້າຢາກເວົ້າເສັຽກ່ອນ” ລາບານຈຶ່ງຕອບວ່າ, “ເຊີນເວົ້າມາເທີນ” 26 ເຂົາຈຶ່ງເວົ້າວ່າ, “ຂ້າພະເຈົ້າເປັນຄົນໃຊ້ຂອງອັບຣາຮາມ ອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ນາຍຂອງຂ້າພະເຈົ້າຮັ່ງມີເປັນ ດິເປັນໃຫຍ່ເປັນໂຕ 27 ພຣະອົງໄດ້ຊົງປະທານໃຫ້ທ່ານມີຝູງແກະ ຝູງແບ້ ຝູງງົວ ຝູງລາ ແລະຝູງອູດ ມີເງິນມີຄຳແລະຂ້າໃຊ້ຊາຍຍິງ 28 ນາງຊາຣາພັຣຍາຂອງນາຍຂ້່າພະເຈົ້າໄດ້ມີບຸດຊາຍຜູ້ນຶ່ງເວລາເຖົ້າແລ້ວ ທ່ານໄດ້ມອບຊັບສົມບັດທຸກສິ່ງທຸກຢ່າງໃຫ້ເຂົາ 29 ທ່ານຍັງໄດ້ໃຫ້ຂ້າພະເຈົ້າສາບານວ່າຈະຍອມຟັງຄຳສັ່ງນີ້ ຄືບໍ່ໃຫ້ຂ້າພະເຈົ້າເລືອກເອົາຍິງສາວຊາວການາອານໃນບ່ອນທີ່ທ່ານຢູ່ນັ້ນມາເປັນບຸດສະໃພ້ 30 ທ່ານຈະສາບແຊ່ງຖ້າຫາກຂ້າພະເຈົ້າບໍ່ມາຊອກຫາເອົາຍິງສາວຂອງຍາດພີ່ນ້ອງຂອງທ່ານທີ່ເມືອງນີ້ ໃຫ້ມາເປັນພັຣຍາບຸດຊາຍທ່ານ 31 ແລ້ວຂ້າພະເຈົ້າໄດ້ເວົ້າຕໍ່ນາຍວ່າ ຈະເຮັດແນວໃດຖ້າຫາກຍິງສາວຄົນນັ້ນບໍ່ມານຳ? 32 ທ່ານໄດ້ຕອບວ່າ ອົງພຣະຜູ້ເປັນເຈົ້າຜູ້ຂ້ອຍເຊື່ອຟັງຢູ່ເນື່ອງນິດຈະສົ່ງທູດຂອງພຣະອົງໄປກັບເຈົ້າ ແລະປະທານຄວາມສຳເຣັດໃຫ້ ເຈົ້າຈະໄດ້ຍິງສາວຜູ້ນຶ່ງຈາກຄອບຄົວຍາດພີ່ນ້ອງຂອງບິດາຂ້ອຍມາໃຫ້ອີຊາກ 33 ຖ້າເຈົ້າເຮັດຕາມຂ້ອຍສັ່ງ ເຈົ້າກໍຈະຫວິດຈາກຄຳສາບແຊ່ງ ແລະຖ້າເຈົ້າໄດ້ຮັບການປະຕິເສດຈາກຍາດພີ່ນ້ອງໃນຄອບຄົວຂ້ອຍ ເຈົ້າກໍຈະຫວິດຈາກຄຳສາບແຊ່ງນີ້ເຊັ່ນດຽວກັນ 34 ເມື່ອຂ້າພະເຈົ້າໄດ້ອອກເດີນທາງມາຮອດນໍ້າສ້າງທີ່ນີ້ ຂ້າພະເຈົ້າໄດ້ອ້ອນວອນທູນຂໍນຳພຣະເຈົ້າວ່າ ຂ້າແດ່ອົງພຣະຜູ້ເປັນເຈົ້າຂອງອັບຣາຮາມຂໍຊົງໂຜດໃຫ້ສິ່ງທີ່ຂ້າພະເຈົ້າເຮັດນີ້ສຳເຣັດເທີນ 35 ເວລານີ້ ຂ້າພະເຈົ້າກຳລັງຢືນຢູ່ໃກ້ນ້ຳສ້າງ ຖ້າຍິງສາວຜູ້ນຶ່ງອອກມາຕັກນ້ຳ ແລະຂ້າພະເຈົ້າຈະເວົ້າກັບນາງວ່າ ຂໍດື່ມນ້ຳໃນໄຫຂອງເຈົ້າແດ່ຖ້ອນ 36 ຄັນນາງຕອບວ່າ ເຊີນດື່ມແມ໋, ແລະຂ້ອຍຈະເອົານ້ຳໃຫ້ອູດຂອງເຈົ້າກິນດ້ວຍ ຂໍໃຫ້ຜູ້ນີ້ເປັນຍິງສາວຜູ້ທີ່ພຣະຜູ້ເປັນເຈົ້າຊົງເລືອກໄວ້ໃຫ້ເປັນພັຣຍາບຸດຊາຍຂອງນາຍຂອງຂ້າພຣະອົງ 37 ກ່ອນຂ້າພະເຈົ້າອ້ອນວອນຈົບ ກໍພໍດີນາງເຣເບກາແບກໄຫລົງໄປຕັກນ້ຳ ຂ້າພະເຈົ້າຈຶ່ງເວົ້າຕໍ່ນາງວ່າ ຂ້ອຍຂໍດື່ມນ້ຳແດ່ 38 ນາງຈຶ່ງຟ້າວເອົາໄຫລົງຈາກບ່າແລ້ວເວົ້າວ່າ ເຊີນດື່ມແມ໋ ແລ້ວຂ້ານ້ອຍຈະເອົານ້ຳໃຫ້ຝູງອູດທ່ານກິນດ້ວຍ ຂ້າພະເຈົ້າຈຶ່ງດື່ມ ແລ້ວນາງກໍຕັກນ້ຳໃຫ້ອູດກິນຄືກັນ 39 ຂ້າພະເຈົ້າຈຶ່ງຖາມນາງວ່າ ບິດາຂອງເຈົ້າແມ່ນໃຜ? ນາງຈຶ່ງຕອບວ່າ ບິດາຂອງຂ້ານ້ອຍແມ່ນເບທູເອນ ບຸດຊາຍຂອງນາໂຮຣ໌ ແລະມິລະກາ ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອົາປອກຄຳເກາະໃສ່ດັງ ແລະເອົາສາຍແຂນໃສ່ໃຫ້ນາງ 40 ຄັນແລ້ວ ຂ້າພະເຈົ້າກໍຂາບລົງນະມັສການ ແລະສັຣເສີນພຣະຜູ້ເປັນເຈົ້າຂອງອັບຣາຮາມຜູ້ຊົງພາຂ້າພະເຈົ້າມາຖືກບ່ອນທີ່ຂ້າພະເຈົ້າພົບຫລານສາວຂອງນາຍຂ້າພະເຈົ້າຜູ້ຊຶ່ງຈະເປັນພັຣຍາບຸດຊາຍທ່ານ 41 ບັດນີ້ ຖ້າພວກເຈົ້າຍອມສະແດງຄວາມຊື່ສັດ ແລະຄວາມຈິງໃຈຕໍ່ນາຍຂ້າພະເຈົ້າ ກໍຂໍບອກໃຫ້ຂ້າພະເຈົ້າຮູ້ ຫລືຖ້າຫາກບໍ່ເປັນດັ່ງນັ້ນກໍຂໍບອກມາເພື່ອຂ້າພະເຈົ້າຈະໄດ້ຕັດສິນໃຈວ່າຈະຄວນເຮັດແນວໃດ?” 42 ເບທູເອນ ແລະລາບານຈຶ່ງຕອບວ່າ, “ດ້ວຍວ່າເຣື່ອງນີ້ເປັນນ້ຳພຣະທັຍຂອງພຣະຜູ້ເປັນເຈົ້າແລ້ວ ບໍ່ແມ່ນພວກເຮົາທີ່ຈະຕັດສິນໃຈແນວໃດແນວນຶ່ງໄດ້ 43 ນາງເຣເບກາກໍຢູ່ນີ້ ຈົ່ງເອົານາງໄປເປັນພັຣຍາຂອງບຸດຊາຍນາຍເຈົ້າເທີນ ຕາມທີ່ພຣະອົງຊົງກ່າວໄວ້” 44 ເມື່ອຂ້າໃຊ້ອັບຣາຮາມໄດ້ຍິນເຊັ່ນນັ້ນ ເຂົາຈຶ່ງຂາບລົງນະມັສການພຣະຜູ້ເປັນເຈົ້າ 45 ແລ້ວເຂົາກໍເອົາເຄື່ອງເງິນຄຳ ເພັດພອຍແລະເສື້ອຜ້າອັນງາມໆໃຫ້ນາງເຣເບກາ ເຂົາຍັງໄດ້ເອົາຂອງຂວັນຣາຄາແພງໃຫ້ມານດາແລະອ້າຍຂອງນາງອີກດ້ວຍ 46 ຄັນແລ້ວ ຄົນໃຊ້ຂອງອັບຣາຮາມ ແລະຄົນທີ່ມາກັບເຂົາກໍຮັບປະທານອາຫານແລ້ວຄ້າງຄືນຢູ່ທີ່ນັ້ນ ຕອນເຊົ້າ ເມື່ອພວກເຂົາຕື່ນຂຶ້ນຄົນໃຊ້ນັ້ນໄດ້ເວົ້າວ່າ, “ຈົ່ງໃຫ້ຂ້າພະເຈົ້າກັບເມືອຫານາຍຂ້າພະເຈົ້າເທີນ” 47 ແຕ່ແມ່ ແລະອ້າຍຂອງເຣເບກາເວົ້າວ່າ, “ຂໍໃຫ້ນາງຢູ່ກັບພວກເຮົາກ່ອນຈັກອາທິດນຶ່ງຫລືຈັກສິບມື້ ແລ້ວຈຶ່ງຄ່ອຍໄປບໍ່ໄດ້ບໍ່?” 48 ແຕ່ເຂົາຕອບວ່າ, “ຢ່າຫນ່ວງຫນ່ຽວຂ້າພະເຈົ້າໄວ້ເລີຍ ອົງພຣະຜູ້ເປັນເຈົ້າຊົງໃຫ້ການເດີນທາງຂອງຂ້າພະເຈົ້າບັງເກີດຜົນແລ້ວ ຈົ່ງໃຫ້ຂ້າພະເຈົ້າກັບເມືອຫານາຍຂ້າພະເຈົ້າເທີນ” 49 ພວກເຂົາຈຶ່ງຕອບວ່າ, “ຄັນຊັ້ນໃຫ້ເອີ້ນນາງມາຖາມເບິ່ງ ນາງຈະເວົ້າວ່າຈັ່ງໃດ” 50 ດັ່ງນັ້ນ ພວກເຂົາຈຶ່ງໄດ້ເອີ້ນນາງເຣເບກາມາຖາມວ່າ, “ເຈົ້າຈະໄປກັບຊາຍຄົນນີ້ຫລືບໍ່?” ນາງຈຶ່ງຕອບວ່າ, “ໂດຍຂ້ານ້ອຍຈະໄປ” 51 ດ້ວຍເຫດນີ້ ພວກເຂົາຈຶ່ງມອບນາງເຣເບກາພ້ອມກັບແມ່ນົມຂອງນາງໃຫ້ໄປກັບຄົນໃຊ້ຂອງອັບຣາຮາມແລະຄົນຂອງເຂົາ 52 ກ່ອນຈະຈາກໄປ ພວກເຂົາໄດ້ອວຍພອນໃຫ້ແກ່ນາງເຣເບກາມີຂໍ້ຄວາມດັ່ງນີ້, “ນ້ອງເອີຍ ຂໍໃຫ້ເຈົ້າເປັນມານດາຂອງຄົນຫລາຍແສນ ຂໍໃຫ້ເຊື້ອສາຍຂອງເຈົ້າຜາບແພ້ສັດຕຣູ” 53 ຄັນແລ້ວ ນາງເຣເບກາ ແລະສາວໃຊ້ກໍຂຶ້ນຫລັງອູດອອກເດີນທາງໄປກັບຄົນໃຊ້ຂອງອັບຣາຮາມ 54 ອີຊາກພວມຫາກໍກັບມາແຕ່ນ້ຳສ້າງທີ່ຊື່ວ່າ “ນ້ຳສ້າງຂອງພຣະເຈົ້າຜູ້ຊົງເຫັນຂ້ອຍ” ຢູ່ໃນແຄວ້ນເນເກັບ 55 ໃນຕອນແລງ ອີຊາກໄດ້ອອກໄປຍ່າງຫລິ້ນໃນທົ່ງນາເລີຍເຫັນຂະບວນອູດກຳລັງມາ 56 ເມື່ອນາງເຣເບກາເຫັນອີຊາກ ນາງຈຶ່ງລົງຈາກຫລັງອູດ 57 ແລ້ວຖາມຄົນໃຊ້ຂອງອັບຣາຮາມວ່າ, “ຜູ້ຊາຍທີ່ກຳລັງຍ່າງມານັ້ນແມ່ນໃຜ?” ເຂົາຈຶ່ງຕອບນາງວ່າ, “ແມ່ນນາຍຂ້າພະເຈົ້າເອງ” ເມື່ອໄດ້ຍິນດັ່ງນັ້ນນາງຈຶ່ງເອົາຜ້າອັດຫນ້າໄວ້ 58 ຄົນໃຊ້ຈຶ່ງໄດ້ເລົ່າທຸກສິ່ງທຸກຢ່າງທີ່ໄດ້ກະທໍາມາສູ່ອິຊາກຟັງ 59 ຄັນແລ້ວ ອິຊາກກໍພານາງເຣເບກາເຂົ້າມາໃນເຕັນຂອງມານດາ ແລະຮັບເອົານາງເປັນພັຣຍາອີຊາກກໍຮັກນາງເຣເບກາ ດັ່ງນັ້ນ ເຂົາຈຶ່ງມີຄວາມສະບາຍໃຈຂຶ້ນ ຫລັງຈາກໄດ້ສູນເສັຽມານດາສຸດທີ່ຮັກໄປແລ້ວ
ເຊື້ອສາຍຂອງອັບຣາຮາມຈາກຍິງອື່ນ
1 ອັບຣາຮາມໄດ້ແຕ່ງງານກັບຍິງອີກຜູ້ນຶ່ງຊື່ວ່າເກຕຸຣາ 2 ນາງໄດ້ເກີດບຸດຊາຍຫລາຍຄົນໃຫ້ທ່ານຄື ຊິມຣາມ ໂຢກຊານ ເມດານ ມີດີອານ ອິສບາກ ແລະຊູອາ 3 ໂຢກຊານເປັນບິດາຂອງເຊບາ ແລະເດດານ ບຸດຊາຍຂອງເດດານຄື ອັສຊູຣິມ ເລຕູຊິມ ແລະເລອູມມີມ 4 ບຸດຊາຍຂອງມີດິອານ ເອຟາ ເອເຟີ ຮາໂນກ ອາບີດາ ແລະເອນດາອາ ພວກເຂົາທັງຫມົດນີ້ເປັນລູກຫລານຂອງນາງເກຕຸຣາ 5 ອັບຣາຮາມໄດ້ມອບມໍຣະດົກທຸກໆສິ່ງໃຫ້ອີຊາກ ກ່ອນເສັຽຊີວິດ 6 ທ່ານໄດ້ແບ່ງຊັບສິ່ງຂອງບາງສ່ວນໃຫ້ບຸດຊາຍທີ່ໄດ້ຈາກພັຣຍານ້ອຍທຸກໆຄົນ ແລ້ວໃຫ້ພວກເຂົາຫນີຈາກອີຊາກບຸດຊາຍຂອງຕົນໄປຢູ່ທາງດິນແດນທິດຕາເວັນອອກ
ມໍຣະນາກັມ ແລະການຝັງສົບອັບຣາຮາມ
7 ອັບຣາຮາມເຖົ້າແກ່ຫລາຍ ທ່ານໄດ້ເຖິງແກ່ກຳໄປຢູ່ນຳພີ່ນ້ອງທີ່ຕາຍໄປກ່ອນແລ້ວເມື່ອອາຍຸຮ້ອຍເຈັດສິບຫ້າປີ 8 ອີຊາກ ແລະອິຊມາເອນບຸດຊາຍຂອງທ່ານໄດ້ຝັງທ່ານໄວ້ໃນອຸບໂມງມັກເປລາ 9 ໃນນາທີ່ທ່ານໄດ້ຊື້ຈາກເອໂຟຣນບຸດຊາຍຂອງໂຊຮາຊາວຮິດຕີ ຢູ່ທາງທິດຕາເວັນອອກຂອງເມືອງມັມເຣ 10 ອັບຣາຮາມ ແລະພັຣຍາຂອງທ່ານກໍໄດ້ຝັງໃນນາຕອນນີ້ຄືກັນ 11 ຫລັງຈາກອັບຣາຮາມໄດ້ເຖິງແກ່ກຳໄປແລ້ວ ພຣະເຈົ້າຊົງອວຍພອນອິຊາກຜູ້ຊຶ່ງໄດ້ອາໄສຢູ່ໃກ້ນ້ຳສ້າງທີ່ຊື່ວ່າ “ນ້ຳສ້າງຂອງພຣະເຈົ້າ ຜູ້ຊົງເຫັນ”
ເຊື້ອສາຍຂອງອິຊມາເອນ
12 ເຊື້ອສາຍຂອງອິຊມາເອນບຸດຊາຍຂອງອັບຣາຮາມ ແລະນາງຮາກາຄົນເອຢິບ ຊຶ່ງເປັນສາວໃຊ້ນາງຊາຣາມີດັ່ງນີ້, 13 ຄື ບຸດຊາຍຂອງອິຊມາເອນຕາມລຳດັບກຳເນີດຄື ເນບາໂຢດ ບຸດຊາຍກົກ ຕໍ່ມາ ເກດາ ອັດເບເອນ ມິບຊາມ 14 ມິສມາ ດູມາ ມັສຊາ 15 ຮາດັດ ເຕມາ ເຢຕູຣ໌ ນາຟິສ ແລະເກເດມາ 16 ຄົນເຫລົ່ານີ້ແມ່ນບຸດຊາຍຂອງອິຊມາເອນຊື່ງຊື່ຂອງພວກເຂົາກາຍເປັນຊື່ບ້ານ ຊື່ບ່ອນພັກພາອາໄສ ແລະຊື່ສິບສອງເຜົ່າໃນຈຳນວນເຜົ່າຕ່າງໆ 17 ເມື່ອອິຊມາເອນມີອາຍຸຮ້ອຍສາມສິບເຈັດປີ ທ່ານກໍເຖິງແກ່ກຳໄປຢູ່ນຳພີ່ນ້ອງທີ່ຕາຍໄປກ່ອນແລ້ວ 18 ເຊື້ອສາຍຂອງອິຊມາເອນໄດ້ອາໄສຢູ່ໃນດິນແດນລະຫວ່າງເມືອງຮາວີລາ ຈົນເຖິງເມືອງຊູຣ໌ທາງທິດຕາເວັນອອກຂອງປະເທດເອຢິບທາງໄປສູ່ປະເທດອັສຊີເຣັຽ ພວກເຂົາອາໄສຢູ່ຕ່າງຫາກຈາກຍາດພີ່ນ້ອງຂອງເຂົາ
ການເກີດຂອງເອຊາວ ແລະຢາໂຄບ
19 ເຣື່ອງຂອງອີຊາກບຸດຊາຍຂອງອັບຣາຮາມເປັນມາດັ່ງນີ້ 20 ອີຊາກມີອາຍຸໄດ້ສີ່ສິບປີ ເມື່ອແຕ່ງງານກັບນາງເຣເບການ້ອງສາວຂອງລາບານບຸດເບທູເອນຄົນອາຣາມຊາວເມືອງປັດດານອາຣາມ ນ້ອງສາວຂອງລາບານຄົນອາຣາເມອານ 21 ຍ້ອນນາງເຣເບກາບໍ່ມີບຸດ ອີຊາກຈຶ່ງອ້ອນວອນຕໍ່ພຣະຜູ້ເປັນເຈົ້າ ພຣະອົງຊົງຕອບຄຳອະທິຖານຂອງເຂົາ ໂດຍໃຫ້ນາງເຣເບກາຕັ້ງທ້ອງ 22 ເມື່ອນາງຖືພາຢູ່ນັ້ນ ບຸດຝາແຝດໄດ້ບຽດສຽດກັນຢູ່ໃນທ້ອງ ນາງຈຶ່ງເວົ້າວ່າ, “ຖ້າຫາກເຊັ່ນນີ້ ເປັນຫຍັງຂ້ອຍຈຶ່ງຢາກມີບຸດ?” ແລ້ວນາງຈຶ່ງໄປອ້ອນວອນກາບທູນຕໍ່ພຣະເຈົ້າກ່ຽວກັບເຣື່ອງນີ້ 23 ພຣະຜູ້ເປັນເຈົ້າຊົງກ່າວກັບນາງວ່າ, “ເດັກສອງຄົນທີ່ຢູ່ໃນທ້ອງຂອງເຈົ້າ ຈະເກີດເປັນປະຊາຊົນສອງປະເທດຕໍ່ສູ້ກັນ ຜູ້ນຶ່ງຈະແຂງແຮງກວ່າອີກຜູ້ນຶ່ງ ອ້າຍຈະຮັບໃຊ້ນ້ອງ” 24 ຄັນຕໍ່ມາ ນາງກໍອອກບຸດຝາແຝດສອງຄົນ ບຸດຊາຍຜູ້ອອກກ່ອນແດງແລະມີຂົນເຕັມຕົວເຫມືອນເສື້ອທີ່ທຳດ້ວຍຂົນສັດ 25 ດ້ວຍເຫດນີ້ ທ່ານຈຶ່ງເອີ້ນເຂົາວ່າ ເອຊາວ 26 ເມື່ອນ້ອງເຂົາເກີດມາມືກໍຈັບສົ້ນນ່ອງຂອງເອຊາວໄວ້ ສະນັ້ນ ທ່ານຈຶ່ງເອີ້ນເຂົາວ່າ ຢາໂຄບ ເມື່ອບຸດຝາແຝດທັງສອງເກີດ ອີຊາກອາຍຸໄດ້ຫົກສິບປີແລ້ວ 27 ເມື່ອເດັກນ້ອຍທັງສອງໃຫຍ່ເຕີບໂຕຂຶ້ນມາ ເອຊາວໄດ້ກາຍເປັນນາຍພານທີ່ເກັ່ງກ້າແລະຊຳນານ ເຂົາເປັນຄົນບໍ່ມັກຢູ່ເຮືອນ ສ່ວນຢາໂຄບເປັນຄົນສຸຂຸມແລະມັກຢູ່ແຕ່ເຮືອນ 28 ອີຊາກຮັກເອຊາວເພາະວ່າໄດ້ກິນເນື້ອທີ່ເຂົາຫາມາໄດ້ ສ່ວນນາງເຣເບກາຮັກຢາໂຄບ
ເອຊາວຂາຍສິດທິອ້າຍກົກ
29 ວັນນຶ່ງ ເມື່ອຢາໂຄບກຳລັງເຮັດແກງຢູ່ ພໍດີເອຊາວກັບມາແຕ່ລ່າເນື້ອ ເຂົາຫິວຫລາຍຈຶ່ງເວົ້າກັບຢາໂຄບວ່າ, 30 “ຂ້ອຍຂໍກິນແກງຫມາກຖົ່ວແດງເຈົ້າຈັກຄຳແດ່ທ້ອນ ຂ້ອຍຫິວຈະຕາຍຢູ່ແລ້ວ” (ດ້ວຍເຫດຜົນດັ່ງກ່າວນີ້ທ່ານຈຶ່ງເອີ້ນເອຊາວວ່າ ເອໂດມ) 31 ແຕ່ຢາໂຄບຕອບວ່າ, “ຂ້ອຍຈະໃຫ້ເຈົ້າກິນ ຖ້າເຈົ້າຫາກຂາຍສິດທິອ້າຍກົກໃຫ້ຂ້ອຍ” 32 ເອຊາວເວົ້າວ່າ, “ເອົາລະ! ຂ້ອຍຫິວໃກ້ຈະຕາຍຢູ່ແລ້ວ ສິດທິອ້າຍກົກຈະມິປໂຍດຫຍັງແກ່ຂ້ອຍ?” 33 ຢາໂຄບຈຶ່ງເວົ້າວ່າ, “ສາບານກ່ອນແມ໋ ວ່າເຈົ້າຈະມອບສິດທິອ້າຍກົກໃຫ້ຂ້ອຍ” ເອຊາວຈຶ່ງສາບານແລ້ວຂາຍສິດທິອ້າຍກົກຂອງຕົນໃຫ້ຢາໂຄບ 34 ຄັນແລ້ວ ຢາໂຄບຈຶ່ງເອົາເຂົ້າຈີ່ ແລະແກງຫມາກຖົ່ວໃຫ້ເອຊາວ ເຂົາກິນແລະດື່ມຈົນອີ່ມແລ້ວກໍອອກຫນີໄປ ການປະຫມາດສິດທິອ້າຍກົກຂອງເອຊາວກໍເປັນມາດັ່ງນີ້ແຫລະ
ອີຊາກ ແລະອາບີເມເລກ
1 ຢູ່ຕໍ່ມາ ໄດ້ມີການອຶດຢາກເກີດຂຶ້ນໃນປະເທດ ຊຶ່ງການອຶດຢາກຢ່າງນີ້ໄດ້ເຄີຍມີມາແລ້ວໃນສະໄຫມອັບຣາຮາມ ອິຊາກຈຶ່ງໄປຫາກະສັດອາບີເມເລກເຈົ້າຊີວິດຂອງຊາວຟີລິສຕິນທີ່ເກຣາ 2 ອົງພຣະຜູ້ເປັນເຈົ້າໄດ້ປາກົດແກ່ອີຊາກ ແລະກ່າວແກ່ທ່ານວ່າ, “ຢ່າໄປເອຢິບ ຈົ່ງອາໄສຢູ່ໃນແຜ່ນດິນຊຶ່ງເຮົາຈະບອກໃຫ້ແກ່ເຈົ້າ 3 ຄືອາໄສຢູ່ໃນດິນແດນນີ້ ເຮົາຈະຢູ່ກັບເຈົ້າ ແລະອວຍພອນໃຫ້ເຈົ້າ ເພາະວ່າເຮົາຈະມອບດິນແດນທັງຫມົດນີ້ໃຫ້ແກ່ເຈົ້າແລະເຊື້ອສາຍຂອງເຈົ້າ ເຮົາຈະຍຶດຖືສັນຍາທີ່ເຮົາໄດ້ມີກັບອັບຣາຮາມພໍ່ຂອງເຈົ້າ 4 ເຮົາຈະໃຫ້ເຈົ້າມີເຊື້ອສາຍຫລວງຫລາຍເຫມືອນດັ່ງດວງດາວໃນທ້ອງຟ້າ ແລະເຮົາຈະມອບດິນແດນທັງຫມົດນີ້ໃຫ້ເຊື້ອສາຍຂອງເຈົ້າ ຊົນຊາດທັງປວງໃນໂລກ ຈະຂໍໃຫ້ເຮົາອວຍພອນໃຫ້ພວກເຂົາເຫມືອນດັ່ງທີ່ເຮົາອວຍພອນໃຫ້ເຊື້ອສາຍ
ຂອງເຈົ້າ
5 ກໍເພາະວ່າ ອັບຣາຮາມໄດ້ເຊື່ອຟັງເຮົາ ໂດຍໄດ້ຮັກສາຂໍ້ຄຳສັ່ງທຸກຢ່າງຂອງເຮົາ ເຮົາຈະອວຍພອນໃຫ້ເຈົ້າ” 6 ດັ່ງນັ້ນ ອິຊາກຈຶ່ງອາໄສຢູ່ໃນເມືອງເກຣາຣ໌ ເມື່ອຜູ້ຊາຍຊາວເມືອງຖາມກ່ຽວກັບພັຣຍາຂອງທ່ານ 7 ທ່ານກໍເວົ້າວ່າ, “ນາງເປັນນ້ອງສາວຂອງຂ້າພະເຈົ້າ” ທ່ານບໍ່ກ້າເວົ້າວ່ານາງເປັນພັຣຍາ ເພາະຢ້ານພວກຜູ້ຊາຍເມືອງນີ້ຂ້າທ່ານ ແລ້ວເອົານາງເຣເບກາຊຶ່ງເປັນຄົນງາມໄປເປັນພັຣຍາ 8 ເມື່ອອີຊາກໄດ້ອາໄສຢູ່ໃນເມືອງນີ້ຊົ່ວລະຍະນຶ່ງແລ້ວ ວັນນຶ່ງ ອາບີເມເລກເຈົ້າຊິວິດຂອງຊາວຟີລິສຕິນ ຫລຽວລົງມາຈາກປ່ອງຢ້ຽມກໍເຫັນອີຊາກຢອກນາງເຣເບກາພັຣຍາຂອງຕົນຢ່າງສນິດສນົມ 9 ກະສັດອາບີເມເລກຈຶ່ງເອີ້ນອີຊາກມາເຝົ້າແລະຊົງກ່າວວ່າ, “ເບິ່ງແມ໋, ນາງເປັນພັຣຍາຂອງເຈົ້າແທ້ໆ ເປັນຫຍັງເຈົ້າຈຶ່ງເວົ້າວ່າເປັນນ້ອງສາວ?” ທ່ານຈຶ່ງທູນວ່າ, “ເພາະຂ້າພຣະອົງຄິດວ່າຄົງຈະຖືກຂ້າ ຖ້າຫາກເວົ້າວ່ານາງເປັນພັຣຍາຂອງຂ້າພຣະອົງ” 10 ກະສັດອາບິເມເລກຈຶ່ງຊົງກ່າວວ່າ, “ເປັນຫຍັງເຈົ້າຈຶ່ງກະທຳກັບເຮົາດັ່ງນີ້? ບາງທີມີຄົນຂອງເຮົາຜູ້ນຶ່ງອາດນອນກັບພັຣຍາຂອງເຈົ້າກໍໄດ້ ແລ້ວເຈົ້າກໍຈະພາໃຫ້ພວກເຮົາທຳຊົ່ວ” 11 ດັ່ງນັ້ນ ກະສັດອາບີເມເລກຈຶ່ງຊົງມີພຣະກະແສຮັບສັ່ງປະຊາຊົນທັງປວງໃນເມືອງນັ້ນວ່າ, “ຖ້າຜູ້ໃດຂົ່ມເຫັງຊາຍຜູ້ນີ້ແລະພັຣຍາຂອງເຂົາ ຜູ້ນັ້ນຈະໄດ້ຖືກປະຫານຊິວິດ” 12 ອີຊາກໄດ້ເຮັດນາໃນປະເທດນີ້ ແລະໃນປີນັ້ນເອງທ່ານໄດ້ເກັບກ່ຽວເຂົ້າໄດ້ຣ້ອຍເທົ່າໃນຈຳນວນເຂົ້າທີ່ເພາະປູກ ກໍຍ້ອນວ່າພຣະເຈົ້າໄດ້ຊົງອວຍພອນໃຫ້ທ່ານ 13 ອີຊາກໄດ້ຈະເຣີນຮຸ່ງເຮືອງແລະກາຍເປັນຄົນຮັ່ງມີ 14 ໄດ້ມີຝູງແກະ ຝູງງົວ ແລະມີຂ້າໃຊ້ຢ່າງຫລວງຫລາຍຈົນຊາວຟີລິສຕິນອິດສາທ່ານ 15 ພວກເຂົາຈຶ່ງເອົາຂີ້ດິນຖົມ ນ້ຳສ້າງທຸກໆຫນ່ວຍທີ່ຂ້າໃຊ້ຂອງພໍ່ທ່ານໄດ້ຂຸດໄວ້ໃນສະໄຫມທີ່ຍັງມີຊີວິດຢູ່ 16 ຢູ່ຕໍ່ມາ ກະສັດອາບີເມເລກຊົງກ່າວຕໍ່ອີຊາກວ່າ,“ຈົ່ງຫນີຈາກຫມູ່ເຮົາເສັຽ ເພາະຫມູ່ເຈົ້າມີອິດທິພົນຫລາຍກວ່າພວກເຮົາ” 17 ດັ່ງນັ້ນ ອີຊາກຈຶ່ງອອກຫນີຈາກນານັ້ນ ແລະໄປຕັ້ງຄ້າຍພັກອາໄສຢູ່ຮ່ອມພູຂອງເມືອງເກຣາ 18 ທ່ານໄດ້ຂຸດນ້ຳສ້າງເກົ່າທີ່ອັບຣາຮາມບິດາຂອງທ່ານໄດ້ຂຸດໄວ້ໃນສະໄຫມກ່ອນນັ້ນອີກ ແຕ່ນ້ຳສ້າງເຫລົ່ານີ້ ຊາວຟີລິສຕິນໄດ້ຖົມຫລັງຈາກອັບຣາຮາມໄດ້ເຖິງແກ່ກຳ ອີຊາກໄດ້ເອີ້ນຊື່ນ້ຳສ້າງທີ່ຂຸດໃຫມ່ນີ້ເຫມືອນຊື່ເກົ່າທີ່ບິດາທ່ານໄດ້ເອີ້ນມາແລ້ວ 19 ເມື່ອຄົນໃຊ້ຂອງອິຊາກໄດ້ຂຸດນ້ຳສ້າງທີ່ຮ່ອມພູ ພວກເຂົາໄດ້ພົບນ້ຳອອກບໍ່ 20 ຄົນລ້ຽງສັດຂອງເມືອງເກຣາຈຶ່ງມາທະເລາະວິວາດກັບຄົນລ້ຽງສັດຂອງອີຊາກ ພວກເຂົາເວົ້າວ່າ, “ນ້ຳນີ້ເປັນຂອງຫມູ່ເຮົາ” ດັ່ງນັ້ນ ອີຊາກຈຶ່ງໃສ່ຊື່ບໍ່ນ້ຳນີ້ວ່າ ເອເຊກ (ທະເລາະວິວາດ) ກໍຍ້ອນວ່າພວກເຂົາໄດ້ທະເລາະວິວາດກັບທ່ານ 21 ຄົນໃຊ້ຂອງອີຊາກໄດ້ຂຸດນ້ຳສ້າງອີກຫນ່ວຍນຶ່ງແລະບ່ອນນີ້ກໍມີການຖົກຖຽງກັນອີກ ທ່ານຈຶ່ງໃສ່ຊື່ນ້ຳສ້າງບ່ອນນີ້ວ່າ ຊິດນາ (ສັດຕຣູ) 22 ທ່ານຈຶ່ງຫນີຈາກທີ່ນັ້ນ ແລະໄປຂຸດນ້ຳສ້າງທີ່ອື່ນອີກ ທີ່ນັ້ນບໍ່ມີການຖົກຖຽງກັນເກີດຂຶ້ນ ດັ່ງນັ້ນ ທ່ານຈຶ່ງໃສ່ຊື່ນ້ຳສ້າງນີ້ວ່າ ເຣໂຮໂບທ (ອິສຣະພາບ) ທ່ານເວົ້າວ່າ, “ບັດນີ້ ພຣະຜູ້ເປັນເຈົ້າຊົງປະທານອິສຣະພາບໃຫ້ແກ່ພວກເຮົາໃນດິນແດນນີ້ ພວກເຮົາກໍຈະມີຄວາມຈະເຣິນຮຸ່ງເຮືອງຂຶ້ນໃນທີ່ນີ້” 23 ຢູ່ມາວັນນຶ່ງ ທ່ານໄດ້ໄປຍັງເມືອງເບເອີເຊບາ 24 ໃນຄືນນັ້ນ ພຣະຜູ້ເປັນເຈົ້າໄດ້ຊົງປາກົດຕໍ່ທ່ານແລະກ່າວວ່າ, “ເຮົາເປັນພຣະເຈົ້າຂອງອັບຣາຮາມບິດາຂອງເຈົ້າ ຈົ່ງຢ່າສູ່ຢ້ານ ເພາະເຮົາສະຖິດຢູ່ກັບເຈົ້າ ເຮົາຈະອວຍພອນໃຫ້ເຈົ້າມີເຊື້ອສາຍຢ່າງມາກມາຍກໍຍ້ອນເຫັນແກ່ອັບຣາຮາມຂ້າໃຊ້ຂອງເຮົາ” 25 ສະນັ້ນ ອີຊາກຈຶ່ງສ້າງແທ່ນບູຊາ ແລະນະມັສການພຣະຜູ້ເປັນເຈົ້າ ແລ້ວທ່ານກໍຕັ້ງຄ້າຍຢູ່ທີ່ນັ້ນ ແລະຄົນໃຊ້ຂອງທ່ານກໍໄດ້ຂຸດນ້ຳສ້າງຫນ່ວຍນຶ່ງຂຶ້ນອີກ
ການຕົກລົງກັນລະຫວ່າງອີຊາກ ແລະກະສັດອາບີເມເລກ
26 ຢູ່ຕໍ່ມາ ກະສັດອາບີເມເລກໄດ້ສະເດັດມາແຕ່ເມືອງເກຣາ ພ້ອມອາຮູສຊັທທີ່ປຶກສາ ແລະຟິໂກນນາຍທະຫານ ເພື່ອຢ້ຽມຢາມອີຊາກ 27 ອີຊາກໄດ້ທູນຖາມວ່າ, “ດ້ວຍເຫດໃດ ພຣະອົງຈຶ່ງສະເດັດມາຫາຂ້າພະເຈົ້າຈົນເຖິງທີ່ນີ້? ເພາະເມື່ອຄາວກ່ອນ ພຣະອົງຊົງກຽດຊັງຂ້າພະເຈົ້າ ແລະຊົງຂັບໄລ່ຂ້າພະເຈົ້າອອກຈາກປະເທດຂອງພຣະອົງ” 28 ຝ່າຍກະສັດອາບິເມເລກຈຶ່ງຕອບວ່າ,” ບັດນີ້ ພວກເຮົາຮູ້ວ່າພຣະເຈົ້າຊົງສະຖິດຢູ່ກັບເຈົ້າ ພວກເຮົາຈຶ່ງຄິດວ່າ ຂໍໃຫ້ເຮົາມີການຕົກລົງອັນສຳຄັນລະຫວ່າງເຈົ້າແລະເຮົາ 29 ພວກເຮົາປະສົງຢາກໃຫ້ເຈົ້າສັນຍາວ່າຈະບໍ່ທຳຮ້າຍພວກເຮົາ ເຊັ່ນດຽວກັນກັບທີ່ພວກເຮົາບໍ່ໄດ້ເຄີຍທຳຮ້າຍພວກເຈົ້າ ພວກເຮົາໄດ້ສ້າງແຕ່ຄວາມດີ ແລະປ່ອຍໃຫ້ເຈົ້າຢູ່ຢ່າງສງົບສຸກ ບັດນີ້ ເຈົ້າໄດ້ຮັບພຣະພອນແລ້ວ” 30 ອີຊາກຈຶ່ງຈັດການກິນລ້ຽງສະຫລອງຢ່າງຄຶກຄື້ນ ແລະພວກເຂົາກໍກິນແລະດື່ມຢ່າງສຳຣານໃຈ 31 ໃນຕອນເຊົ້າມືດ ທັງສອງຝ່າຍໄດ້ສາບານຕໍ່ກັນແລະກັນ ແລ້ວອີຊາກຈຶ່ງໄປສົ່ງພວກເຂົາກັບໄປ ພວກເຂົາກໍອຳລາຈາກທ່ານໄປຢ່າງມິດທີ່ດີ 32 ໃນວັນນັ້ນເອງ ຄົນໃຊ້ຂອງອີຊາກມາບອກກ່ຽວກັບການຂຸດນ້ຳສ້າງວ່າ, “ພວກເຮົາພົບນ້ຳແລ້ວ” 33 ທ່ານເອີ້ນຊື່ນ້ຳສ້າງນັ້ນວ່າ ຊີບາ ດ້ວຍເຫດຜົນດັ່ງນີ້ເມືອງນັ້ນຈຶ່ງມີຊື່ວ່າ ເບເອີເຊບາຈົນເຖິງທຸກວັນນີ້
ພັຣຍາຂອງເອຊາວ
34 ເມື່ອເອຊາວມີອາຍຸສີ່ສິບປີ ທ່ານໄດ້ແຕ່ງງານກັບນາງຢູດິດ ບຸດຍິງຂອງເບເອຣິ ຊາວຮິດຕີ ແລະນາງບາເຊມັທ ບຸດຍິງຂອງເອໂລນຊາວຮິດຕີ 35 ຜູ້ຍິງທັງສອງນີ້ໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ອີຊາກ ແລະນາງເຣເບກາຫລາຍ
ຢາໂຄບຫລອກລວງພໍ່ເພື່ອຂໍພອນ
1 ອີຊາກເຖົ້າແກ່ຫລາຍຈົນຕາທ່ານບໍ່ເຫັນຮຸ່ງ ທ່ານເອີ້ນເອຊາວບຸດຊາຍກົກມາແລ້ວເວົ້າວ່າ, “ລູກເອີຍ” ເຂົາຈຶ່ງຕອບວ່າ, “ໂດຍ ຂ້ານ້ອຍ” 2 ອີຊາກເວົ້າຕໍ່ໄປວ່າ, “ເຈົ້າກໍເຫັນແລ້ວວ່າພໍ່ເຖົ້າຫລາຍ ແລະອາດຈະຕາຍມື້ໃດມື້ນຶ່ງໃນໄວໆນີ້ກໍໄດ້ 3 ບັດນີ້ ຈົ່ງເອົາອາວຸດຂອງເຈົ້າຄືທະນູແລະລູກສອນ ແລ້ວເຂົ້າໄປລ່າເນື້ອໃນປ່າມາໃຫ້ພໍ່ 4 ຈົ່ງເຮັດອາຫານແຊບໆທີ່ພໍ່ມັກແລ້ວເອົາມາໃຫ້ພໍ່ກິນ ເມື່ອພໍ່ກິນອີ່ມແລ້ວພໍ່ຈະອວຍພອນໃຫ້ແກ່ເຈົ້າເປັນຄັ້ງສຸດທ້າຍກ່ອນພໍ່ຈະຕາຍ 5 ເມື່ອອີຊາກເວົ້າກັບເອຊາວ ນາງເຣເບກາໄດ້ຍິນເຣື່ອງນັ້ນ 6 ຄັນແລ້ວ ພໍເອຊາວອອກຈາກເມືອງໄປລ່າເນື້ອມາໃຫ້ບິດາ ນາງເຣເບກາຈຶ່ງເວົ້າກັບຢາໂຄບວ່າ “ແມ່ໄດ້ຍິນພໍ່ເຈົ້າເວົ້າກັບເອຊາວອ້າຍຂອງເຈົ້າວ່າ 7 ເຈົ້າຈົ່ງໄປລ່າເນື້ອ ແລ້ວເຮັດອາຫານແຊບໆໃຫ້ພໍ່ ເມື່ອພໍ່ກິນອີ່ມແລ້ວ ພໍ່ຈະອວຍພອນໃຫ້ເຈົ້າຕໍ່ຫນ້າພຣະຜູ້ເປັນເຈົ້າກ່ອນພໍ່ຈະຕາຍ 8 ບັດນີ້ ລູກເອີຍ, ຈົ່ງຟັງແແລະເຮັດໃນສິ່ງທີ່ແມ່ບອກ 9 ຈົ່ງໄປທີ່ຝູງແບ້ ແລະເອົາລູກແບ້ໂຕຕຸ້ຍໆສອງຕົວມາໃຫ້ ເພື່ອແມ່ຈະເຮັດອາຫານຢ່າງແຊບໆທີ່ພໍ່ເຈົ້າມັກ 10 ແລ້ວເຈົ້າຈົ່ງເອົາອາຫານນັ້ນໄປໃຫ້ພໍ່ເຈົ້າກິນ ແລະທ່ານຈະອວຍພອນໃຫ້ເຈົ້າກ່ອນທ່ານຈະຕາຍ” 11 ແຕ່ຢາໂຄບເວົ້າຕໍ່ມານດາວ່າ, “ແມ່ກໍຮູ້ວ່າເອຊາວເປັນຄົນມີຂົນ ສ່ວນຂ້ານ້ອຍມີຕົນຕົວກ້ຽງ 12 ບາງທີ່ພໍ່ທ່ານອາດຈະລູບຂ້ານ້ອຍ ແລະຮູ້ ວ່າຂ້ານ້ອຍກຳລັງຫລອກລວງທ່ານ ດັ່ງນັ້ນ ແທນທີ່ຂ້ານ້ອຍຈະໄດ້ຮັບຄວາມພອນຈາກທ່ານກໍເລີຍຈະໄດ້ຮັບຄວາມປ້ອຍດ່າ” 13 ແມ່ໄດ້ຕອບເຂົາວ່າ, “ລູກເອີຍ, ຂໍໃຫ້ຄວາມປ້ອຍດ່າຕົກເປັນຂອງແມ່ ຈົ່ງໄປເອົາແບ້ທີ່ແມ່ບອກນັ້ນມາ” 14 ດັ່ງນັ້ນ ເຂົາຈຶ່ງໄປຫາເອົາແບ້ມາໃຫ້ແລະແມ່ກໍໄດ້ເຮັດອາຫານອັນແຊບໆທີ່ອິຊາກມັກກິນ 15 ແລ້ວນາງເຣເບກາຈຶ່ງເອົາເສື້ອໂຕງາມໆຂອງເອຊາວທີ່ມີຢູ່ໃນເຣືອນມາໃຫ້ຢາໂຄບນຸ່ງ 16 ນາງໄດ້ເອົາຫນັງແກະມາປົກແຂນແລະຄໍອັນກ້ຽງຂອງເຂົາ 17 ແລ້ວນາງຈຶ່ງເອົາອາຫານຢ່າງແຊບໆ ແລະເຂົ້າຈີ່ທີ່ນາງເຮັດມາໃຫ້ຢາໂຄບຖືໄປ 18 ຢາໂຄບຈຶ່ງໄປຫາບິດາ ແລະເວົ້າວ່າ, “ພໍ່ ຂ້ານ້ອຍ” ທ່ານຕອບວ່າ, “ພໍ່ຢູ່ນີ້ ລູກເອີຍ ເຈົ້າຄືໃຜ?” 19 ຢາໂຄບຕອບວ່າ, “ຂ້ານ້ອຍແມ່ນເອຊາວບຸດຊາຍກົກ ຂ້ານ້ອຍໄດ້ເຮັດສິ່ງທີ່ພໍ່ບອກແລ້ວ ຈົ່ງລຸກຂຶ້ນມາຮັບປະທານອາຫານນີ້ເຖີດ ເພື່ອວ່າຂ້ານ້ອຍຈະໄດ້ຮັບຄວາມອວຍພອນຈາກພໍ່” 20 ອີຊາກເວົ້າວ່າ, “ລູກໄດ້ມາແຕ່ໃສໄວແທ້?” ຢາໂຄບຕອບວ່າ, “ເພາະວ່າພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພໍ່ໄດ້ຊ່ອຍຂ້ານ້ອຍ” 21 ອີຊາກເວົ້າຕໍ່ຢາໂຄບວ່າ, “ຈົ່ງຫຍັບເຂົ້າມາໃກ້ໆພີ້ ເພື່ອພໍ່ຈະໄດ້ລູບເຈົ້າວ່າແມ່ນເອຊາວແທ້ຫລືບໍ່” 22 ຢາໂຄບຫຍັບເຂົ້າໄປໃກ້ໆບິດາ ທ່ານລູບຄຳເຂົາ ແລະເວົ້າວ່າ, “ສຽງປາກຂອງເຈົ້າຄືກັນກັບສຽງປາກຂອງຢາໂຄບ ແຕ່ແຂນຂອງເຈົ້າຄືກັນກັບແຂນຂອງເອຊາວ” 23 ທ່ານບໍ່ຮູ້ຈັກວ່າແມ່ນຢາໂຄບ ກໍເພາະວ່າແຂນຂອງເຂົາມີຂົນຄືກັນກັບແຂນເອຊາວ ທ່ານຈຶ່ງເລີ້ມຕົ້ນອວຍພອນໃຫ້ເຂົາ 24 ແຕ່ຍັງຖາມຊ້ຳອີກວ່າ, “ເຈົ້າແມ່ນເອຊາວແທ້ບໍ່?” ເຂົາຈຶ່ງຕອບວ່າ, “ຂ້ານ້ອຍແມ່ນເອຊາວແທ້” 25 ອີຊາກເວົ້າວ່າ, “ຈົ່ງເອົາອາຫານຂອງເຈົ້າມາ ເມື່ອກິນອີ່ມແລ້ວພໍ່ຈະອວຍພອນໃຫ້ເຈົ້າ” ຢາໂຄບຈຶ່ງເອົາອາຫານມາໃຫ້ທ່ານກິນແລ້ວເອົາເຫລົ້າອະງຸ່ນໃຫ້ດື່ມ 26 ຄັນແລ້ວບິດາຈຶ່ງເວົ້າວ່າ, “ລູກເອີຍ ຈົ່ງຫຍັບເຂົ້າມາໃກ້ໆແລ້ວຈູບພໍ່” 27 ຢາໂຄບຈຶ່ງຫຍັບເຂົ້າມາຈູບທ່ານ ພໍເມື່ອອີຊາກໄດ້ກິ່ນເຄື່ອງນຸ່ງຂອງເອຊາວ ທ່ານຈຶ່ງອວຍພອນໃຫ້ເຂົາວ່າ, “ກິ່ນຫອມຂອງບຸດຊາຍຂ້ອຍນີ້ ຄ້າຍຄືກັນກັບກິ່ນຫອມຂອງທົ່ງນາທີ່ພຣະຜູ້ເປັນເຈົ້າຊົງໄດ້ອວຍພອນໃຫ້ 28 ຂໍພຣະເຈົ້າຊົງປະທານຄວາມຊຸ່ມຊື່ນມາແຕ່ສວັນ ເພື່ອໃຫ້ທົ່ງນາຂອງເຈົ້າອຸດົມສົມບູນໄປດ້ວຍຕົ້ນເຂົ້າ ແລະຕົ້ນອະງຸ່ນ 29 ຂໍໃຫ້ປະຊາຊົນໃນຊາດຕ່າງໆ ເຊື່ອຟັງແລະຂາບລົງຕໍ່ຫນ້າເຈົ້າ ຜູ້ທີ່ດ່າເຈົ້າ ຜູ້ນັ້ນຈະຖືກດ່າ ແລະຜູ້ທີ່ອວຍພອນເຈົ້າ ຜູ້ນັ້ນຈະໄດ້ຮັບພອນ” 30 ພໍດີຢາໂຄບໄດ້ຮັບພອນຈາກອິຊາກແລ້ວ ເຂົາກໍລາກັບ ຫລັງຈາກນັ້ນມາຫນ້ອຍນຶ່ງ ເອຊາວຜູ້ເປັນອ້າຍກົກກໍກັບມາແຕ່ລ່າເນື້ອ 31 ເຂົາໄດ້ຄົວອາຫານອັນແຊບໆແລ້ວເອົາໄປໃຫ້ບິດາເຂົາເວົ້າວ່າ, “ພໍ່ເອີຍ, ຈົ່ງລຸກຂຶ້ນມາຮັບປະທານອາຫານຂອງຂ້ານ້ອຍເທາະ ເພື່ອພໍ່ຈະໄດ້ອວຍພອນໃຫ້ຂ້ານ້ອຍ” 32 ອີຊາກຈຶ່ງຖາມເຂົາວ່າ,” ເຈົ້າແມ່ນໃຜ?” ເຂົາຈຶ່ງຕອບວ່າ, “ຂ້ານ້ອຍແມ່ນເອຊາວບຸດຊາຍກົກຂອງພໍ່” 33 ພໍໄດ້ຍິນດັ່ງນັ້ນ ອິຊາກກໍສະດຸ້ງພ້ອມທັງສັ່ນຫມົດຕົວ ແລ້ວຖາມວ່າ, “ຄັນຊັ້ນແມ່ນຜູ້ໃດທີ່ຂ້າສັດແລ້ວຈັດແຈ່ງອາຫານເອົາມາໃຫ້ພໍ່ກິນ ພໍ່ໄດ້ກິນແລະໄດ້ອວຍພອນເທື່ອສຸດທ້າຍໃຫ້ເຂົາຫາກໍ່ຢ່າກ່ອນເຈົ້າມານີ້ ແລະເຂົາກໍໄດ້ຮັບຄວາມພອນນັ້ນຢ່າງເດັດຂາດ” 34 ເມື່ອເອຊາວໄດ້ຍິນເຊັ່ນນັ້ນ ເຂົາກໍຮ້ອງໄຫ້ຂຶ້ນດ້ວຍຄວາມຂົມຂື່ນ ແລະເວົ້າວ່າ, “ພໍ່ຂ້ານ້ອຍຈົ່ງໃຫ້ພອນຂ້ານ້ອຍຄືກັນເທາະ” 35 ອິຊາກຕອບວ່າ, “ນ້ອງຂອງເຈົ້າໄດ້ຫລອກລວງພໍ່ ເຂົາໄດ້ເອົາພອນທີ່ເຈົ້າຄວນຈະໄດ້ຮັບໄປແລ້ວ” 36 ເອຊາວເວົ້າວ່າ, “ນີ້ແມ່ນເທື່ອທີ່ສອງແລ້ວທີ່ເຂົາໂກງຂ້ານ້ອຍກໍບໍ່ແມ່ນຍ້ອນເຂົາຊື່ຢາໂຄບຫລື ເຂົາໄດ້ເອົາສິດທິການເປັນອ້າຍກົກຂອງຂ້ານ້ອຍໄປແລ້ວ ແລະບັດນີ້ເຂົາໄດ້ເອົາຄວາມພອນຂອງຂ້ານ້ອຍໄປອີກ ພໍ່ບໍ່ມີຄວາມພອນທີ່ເຫລືອໄວ້ໃຫ້ຂ້ານ້ອຍແດ່ບໍ່?” 37 ອີຊາກໄດ້ຕອບເອຊາວວ່າ, “ພໍ່ໄດ້ອວຍພອນໃຫ້ເຂົາເປັນນາຍເຈົ້າ ແລະເປັນນາຍພວກຍາດຕິພີ່ນ້ອງທັງຫລາຍ ພ້ອມທັງໃຫ້ເຂົາມີເຂົ້າແລະເຫລົ້າອະງຸ່ນຢ່າງອຸດົມສົມບູນ ບັດນີ້ຈະຍັງເຫລືອຫຍັງອີກທີ່ພໍ່ສາມາດເຮັດໃຫ້ເຈົ້າໄດ້ລູກເອີຍ” 38 ເອຊາວຊັກຖາມບິດາວ່າ, “ພໍ່ເອີຍ ຄວາມພອນຂອງພໍ່ມີເທົ່ານັ້ນບໍ່ ຂໍອວຍພອນໃຫ້ຂ້ານ້ອຍແດ່ທ້ອນ” ເຂົາເວົ້າພ້ອມທັງຮ້ອງໄຫ້ 39 ຄັນແລ້ວອີຊາກເວົ້າຕໍ່ເຂົາວ່າ, “ເຈົ້າຈະຢູ່ໄກຈາກດິນທີ່ອຸດົມສົມບູນ ແລະທົ່ງນາຂອງເຈົ້າກໍຈະບໍ່ໄດ້ຮັບຄວາມຊຸ່ມຊື່ນຈາກສວັນ 40 ເຈົ້າຈະລ້ຽງຊີວິດດ້ວຍດາບ ແລະຈະເປັນຂ້າໃຊ້ນ້ອງຊາຍຂອງເຈົ້າ ແຕ່ວ່າເມື່ອເຈົ້າຫາກກະບົດເມື່ອໃດ ເຈົ້າຈະປົດແອກຂອງເຂົາອອກຈາກຄໍຂອງເຈົ້າ” 41 ເອຊາວກຽດຊັງຢາໂຄບກໍຍ້ອນວ່າ ບິດາໄດ້ໃຫ້ພອນແກ່ເຂົາ ເອຊາວຄິດວ່າ, “ວັນໄວ້ອາໄລພໍ່ຂອງເຮົາກໍໃກ້ເຂົ້າມາແລ້ວ ເມື່ອວັນນັ້ນສິ້ນສຸດລົງ ເຮົາກໍຈະຂ້າຢາໂຄບເສັຽ” 42 ແຕ່ນາງເຣເບກາຮູ້ແຜນການຂອງເອຊາວກ່ອນຈຶ່ງໄປບອກຢາໂຄບວ່າ, “ເອຊາວອ້າຍຂອງເຈົ້າກຳລັງແຜນການຈະຂ້າເຈົ້າເພື່ອແກ້ແຄ້ນ 43 ບັດນີ້ ລູກເອີຍ, ຈົ່ງເຮັດສິ່ງທີ່ແມ່ບອກ ຈົ່ງຕຽມຕົວແລ້ວຫນີໄປຢູ່ນຳລາບານລຸງຂອງເຈົ້າທີ່ເມືອງຮາຣານເສັຽ 44 ຢູ່ກັບທ່ານຊົ່ວລະຍະນຶ່ງກ່ອນຈົນກວ່າອ້າຍເຈົ້າຈະເຊົາຄຽດ ແລະລືມສິ່ງທີ່ເຈົ້າໄດ້ເຮັດກັບເຂົາ 45 ຄັນແລ້ວ ແມ່ຈະໃຊ້ໃຫ້ຄົນໄປເອົາເຈົ້າກັບຄືນມາ ເພາະວ່າແມ່ບໍ່ຢາກຈະສູນເສັຽບຸດທັງສອງພ້ອມກັນໃນວັນດຽວ”
ອີຊາກສົ່ງຢາໂຄບໄປຫາລາບານ
46 ນາງເຣເບກາເວົ້າຕໍ່ອີຊາກວ່າ, “ຂ້ອຍເບື່ອຫນ່າຍທີ່ເອຊາວເອົາພັຣຍາຕ່າງຊາດ ຖ້າຢາໂຄບຫາກແຕ່ງງານກັບຍິງສາວຊາວຮິດຕີອີກໃຫ້ຂ້ອຍຕາຍເສັຽດີກວ່າ”
1 ອີຊາກໄດ້ເອີ້ນຢາໂຄບມາ ເພື່ອອວຍພອນໃຫ້ເຂົາແລ້ວຈຶ່ງສັ່ງວ່າ, “ລູກຢ່າແຕ່ງງານກັບສາວການາອານເດີ 2 ຈົ່ງຕຽມຕົວໄປເມືອງປັດດານອາຣາມ ຫາບ້ານເບທູເອນ ບິດາຂອງແມ່ເຈົ້າ ແລະຫາເອົາຍິງສາວຜູ້ນຶ່ງໃນຈຳນວນບຸດຍິງຂອງລາບານລຸງຂອງເຈົ້າ 3 ຂໍພຣະເຈົ້າຜູ້ມີຣິດອຳນາດຍິ່ງໃຫຍ່ ຈົ່ງອວຍພອນເຈົ້າ ແລະປະທານລູກເຕົ້າຢ່າງຫລວງຫລາຍໃຫ້ ເພື່ອວ່າເຈົ້າຈະໄດ້ເປັນບັນພະບຸຣຸດຂອງຊົນຊາດຕ່າງໆ 4 ຂໍພຣະອົງຊົງອວຍພອນເຈົ້າ ແລະເຊື້ອສາຍເຫມືອນດັ່ງໄດ້ອວຍພອນໃຫ້ອັບຣາຮາມ ເພື່ອເຈົ້າຈະໄດ້ເປັນເຈົ້າຂອງດິນແດນທີ່ເຈົ້າອາໄສຢູ່ນີ້ ທີ່ພຣະອົງຊົງປະທານໃຫ້ອັບຣາຮາມ” 5 ອີຊາກໄດ້ສົ່ງຢາໂຄບໄປຢ່າງນີ້ ຢາໂຄບກໍໄປປັດດານອາຣາມໄປຫາລາບານບຸດຊາຍຂອງເບທູເອນຄົນອາຣາເມອານອ້າຍຂອງເຣເບກາ ມານດາຂອງຢາໂຄບ ແລະເອຊາວ
ເອຊາວໄດ້ພັຣຍາອີກຄົນນຶ່ງ
6 ເອຊາວຮູ້ວ່າອີຊາກໄດ້ອວຍພອນ ແລະສັ່ງຢາໂຄບວ່າ, “ຢ່າໄປເອົາສາວຊາວການາອານມາເປັນພັຣຍາ ໃຫ້ໄປຫາຊອກເອົາພັຣຍາທີ່ປັດດານອາຣາມ 7 ເອຊາວຮູ້ວ່າຢາໂຄບໄດ້ຟັງຄວາມຂອງບິດາມານດາ ແລະໄດ້ໄປປັດດານອາຣາມ 8 ດັ່ງນັ້ນ ເຂົາຈຶ່ງເຂົ້າໃຈວ່າອີຊາກບໍ່ມັກສາວຊາວການາອານ 9 ເຂົາຈຶ່ງໄປຫາອິຊມາເອນບຸດຊາຍຂອງອັບຣາຮາມແລ້ວແຕ່ງງານໃຫມ່ອີກກັບນາງມາຮາຣາດນ້ອງສາວເນບາໂຢດບຸດຂອງອິຊມາເອນ
ຄວາມຝັນຂອງຢາໂຄບທີ່ເບັດເອນ
10 ຢາໂຄບຫນີຈາກເບເອີເຊບາ ແລະມຸ່ງຫນ້າໄປຍັງເມືອງຮາຣານ 11 ເຂົາມາຮອດບ່ອນນຶ່ງພໍດີເປັນເວລາຄ່ຳ ຈຶ່ງພັກແຮມຄືນຢູ່ທີ່ນັ້ນເຂົາລົ້ມນອນລົງໂດຍເອົາກ້ອນຫີນຫມູນຕາງຫມອນ 12 ເມື່ອຫລັບໄປເຂົາຝັນເຫັນຂັ້ນໄດແຕ່ດິນຈົນຈຸຟ້າ ບັນດາທູດຂອງພຣະເຈົ້າກຳລັງຍ່າງຂຶ້ນຍ່າງລົງຕາມຂັ້ນໄດນັ້ນ 13 ແລ້ວເຂົາຈຶ່ງເຫັນອົງພຣະຜູ້ເປັນເຈົ້າຢືນຢູ່ ແລະກ່າວແກ່ເຂົາວ່າ, “ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອັບຣາຮາມ ແລະພຣະເຈົ້າຂອງອີຊາກ ເຮົາຈະປະທານດິນແດນທີ່ເຈົ້າກຳລັງນອນຢູ່ນີ້ໃຫ້ເຈົ້າ ແລະເຊື້ອສາຍຂອງເຈົ້າ 14 ເຊື້ອສາຍຂອງເຈົ້າຈະຫລວງຫລາຍເຫມືອນດັ່ງຂີ້ຝຸ່ນດິນ ພວກເຂົາຈະແຜ່ຜາຍເຂດແດນໄປທົ່ວທຸກທິດ ແລະທຸກຊົນຊາດຈະຂໍໃຫ້ເຮົາອວຍພອນເຂົາເຫມືອນດັ່ງເຮົາໄດ້ອວຍພອນເຈົ້າ ແລະເຊື້ອສາຍຂອງເຈົ້າ 15 ຈົ່ງຈຳໄວ້ວ່າເຮົາຈະຢູ່ນຳເຈົ້າ ແລະປົກປັກຮັກສາເຈົ້າທຸກທີ່ທຸກບ່ອນທີ່ເຈົ້າໄປ ແລະກະທຳທຸກຢ່າງທີ່ໄດ້ບອກເຈົ້າແລ້ວ” 16 ເມື່ອຢາໂຄບຕື່ນຂຶ້ນຈຶ່ງເວົ້າວ່າ, “ອົງພຣະຜູ້ເປັນເຈົ້າສະຖິດຢູ່ບ່ອນນີ້ແທ້ ແຕ່ເຮົາບໍ່ຮູ້ຈັກ” 17 ເຂົາຈຶ່ງຢ້ານແລະເວົ້າວ່າ, “ບ່ອນນີ້ເປັນບ່ອນສັກສິດ ອາດເປັນເຮືອນຂອງພຣະເຈົ້າ ແລະປະຕູສວັນກໍໄດ້” 18 ຢາໂຄບຈຶ່ງລຸກຂຶ້ນແຕ່ເຊົ້າໆ ແລ້ວໄດ້ເອົາກ້ອນຫີນທີ່ຫມູນຫົວນັ້ນຕັ້ງເປັນເສົາອະນຸສອນ ຄັນແລ້ວ ຈຶ່ງເອົານ້ຳມັນຫອມເທໃສ່ເພື່ອອຸທິດບ່ອນນີ້ແກ່ພຣະເຈົ້າ 19 ເຂົາເອີ້ນບ່ອນນີ້ວ່າ ເບັດເອນ (ແຕ່ກ່ອນເມືອງນັ້ນຊື່ວ່າ ລູຊ) 20 ຢາໂຄບສາບານຕໍ່ພຣະຜູ້ເປັນເຈົ້າວ່າ, “ຖ້າພຣະອົງຊົງປົກປັກຮັກສາຂ້າພຣະອົງໃນການເດີນທາງ ໃຫ້ອາຫານ ແລະເຄື່ອງນຸ່ງຫົ່ມ 21 ຈົນຂ້າພຣະອົງກັບຄືນເຖິງບ້ານບິດາຂອງຂ້າພຣະອົງຢ່າງປອດໄພ ແລ້ວພຣະອົງຈຶ່ງຈະເປັນພຣະເຈົ້າຂອງຂ້າພຣະອົງແທ້ 22 ກ້ອນຫີນຊຶ່ງຂ້າພຣະອົງໄດ້ຕັ້ງຂຶ້ນເປັນເສົາອະນຸສອນນັ້ນກໍຈະເປັນເຮືອນຂອງພຣະອົງ ແລະຂ້າພຣະອົງກໍຈະຖວາຍນຶ່ງສ່ວນສິບໃນສິ່ງຂອງທຸກໆຢ່າງທີ່ພຣະອົງໄດ້ຊົງປະທານໃຫ້ແກ່ຂ້າພຣະອົງ”
ຢາໂຄບຮອດເຮືອນລາບານ
1 ຢາໂຄບໄດ້ເດີນທາງຕໍ່ໄປຈົນເຖິງດິນແດນຂອງຊາວຕາເວັນອອກ 2 ເມື່ອຫລຽວໄປ ໃນທັນທີທັນໃດນັ້ນ ເຂົາກໍເຫັນນ້ຳສ້າງຢູ່ໃນທົ່ງນາ ພ້ອມທັງແກະສາມຝູງນອນພັກຜ່ອນຢູ່ໃກ້ໆທີ່ນັ້ນຫມົດແລ້ວ ແກະທຸກຝູງໄດ້ກິນນ້ຳໃນສ້າງຫນ່ວຍນີ້ຊື່ງມີຝາອັດເຮັດດ້ວຍຫີນກ້ອນໃຫຍ່ 3 ເມື່ອແກະທຸກໆຝູງໄດ້ມາໂຮມກັນຢູ່ທີ່ນີ້ຫມົດແລ້ວ ທໍາມະດາພວກລ້ຽງແກະຈຶ່ງກິ້ງກ້ອນຫີນນັ້ນອອກຈາກປາກສ້າງ ແລ້ວຕັກນ້ຳໃຫ້ແກະກິນ ຄັນແລ້ວກໍກິ້ງກ້ອນຫີນນັ້ນອັດປາກສ້າງໄວ້ຄືເກົ່າ 4 ຢາໂຄບຖາມພວກລ້ຽງແກະວ່າ, “ເພື່ອນເອີຍ, ພວກເຈົ້າມາແຕ່ໃສ? ພວກເຂົາຈຶ່ງຕອບວ່າ, “ພວກເຮົາມາແຕ່ເມືອງຮາຣານ” 5 ຢາໂຄບຈຶ່ງຖາມອີກວ່າ, “ພວກເຈົ້າຮູ້ຈັກທ່ານລາບານຫລານຊາຍນາໂຮຣ໌ບໍ່? ພວກເຂົາຕອບວ່າ, “ເອີ ພວກເຮົາຮູ້ຈັກທ່ານດີ” 6 ຢາໂຄບຖາມອີກວ່າ, “ທ່ານຍັງຢູ່ສະບາຍດີຫລື? ພວກເຂົາຕອບວ່າ, “ຍັງຢູ່ສະບາຍດີ ຫັ້ນເດ່ບຸດສາວຂອງເຂົາຊື່ ຣາເຊັນກຳລັງຕ້ອນຝູງແກະມາ” 7 ຢາໂຄບເວົ້າວ່າ, “ເວລານີ້ຍັງເວັນຢູ່ ແລະຍັງບໍ່ທັນແມ່ນຍາມນຳຝູງສັດກັບຄືນເມືອເທື່ອ ເປັນຫຍັງພວກເຈົ້າຈຶ່ງບໍ່ເອົາສັດກິນນ້ຳເສັຽກ່ອນແລ້ວຈຶ່ງເອົາໄປລ້ຽງອີກ?” 8 ພວກເຂົາຈຶ່ງຕອບວ່າ, “ບໍ່ໄດ້ດອກ ຕ້ອງລໍຖ້າຈົນແກະທຸກໆຝູງມາຮອດເສັຽກ່ອນຈຶ່ງກິ້ງກ້ອນຫີນນັ້ນອອກ ແລ້ວເອົານ້ຳໃຫ້ແກະກິນ” 9 ໃນເວລາທີ່ຢາໂຄບກຳລັງຢືນເວົ້າກັບພວກລ້ຽງແກະຢູ່ນັ້ນ ນາງຣາເຊັນຊຶ່ງເປັນຜູ້ລ້ຽງແກະບິດານາງກໍໄດ້ພາຝູງແກະມາຮອດນ້ຳສ້າງ 10 ພໍຢາໂຄບເຫັນຣາເຊັນພ້ອມທັງຝູງແກະ ເຂົາຈຶ່ງໄປທີ່ນ້ຳສ້າງແລ້ວກີ້ງກ້ອນຫີນນັ້ນອອກແລ້ວເອົານ້ຳໃຫ້ສັດກິນ 11 ຄັນແລ້ວ ຢາໂຄບຈຶ່ງຈູບນາງພ້ອມທັງຮ້ອງໄຫ້ 12 ຢາໂຄບເວົ້າຕໍ່ນາງຣາເຊັນວ່າ, “ຂ້ອຍແມ່ນບຸດຊາຍຂອງນາງເຣເບກາ ແລະເປັນພີ່ນ້ອງກັນກັບພໍ່ເຈົ້າ” ດັ່ງນັ້ນ ນາງຣາເຊັນຈຶ່ງຟ້າວແລ່ນໄປບອກບິດາ 13 ເມື່ອລາບານໄດ້ຍິນຂ່າວກ່ຽວກັບຢາໂຄບຫລານຊາຍຂອງຕົນກໍຟ້າວແລ່ນອອກໄປພົບ ແລະກອດຈູບເຂົາ ທ່ານພາເຂົາເຂົ້າໄປໃນເຮືອນ ແລ້ວຢາໂຄບກໍໄດ້ເລົ່າເຫດການທຸກໆຢ່າງທີ່ເກີດຂຶ້ນກັບຕົນໃຫ້ແກ່ລຸງຟັງ 14 ລາບານເວົ້າກັບຫລານຊາຍວ່າ, “ຖືກແລ້ວ ເຈົ້າແມ່ນເລືອດເນື້ອເຊື້ອໄຂຂອງຂ້ອຍແທ້” ຢາໂຄບໄດ້ອາໄສຢູ່ນຳລາບານນຶ່ງເດືອນ
ຢາໂຄບຮັບໃຊ້ລາບານເພາະຢາກໄດ້ນາງຣາເຊັນ
15 ຢູ່ມາ ລາບານເວົ້າກັບຢາໂຄບວ່າ, “ພວກເຮົາເປັນພີ່ນ້ອງກັນກໍຈິງ ແຕ່ການເຮັດວຽກເຮັດການນັ້ນຕ້ອງມີຄ່າຈ້າງລາງວັນ ເຈົ້າບໍ່ຕ້ອງເຮັດວຽກໃຫ້ຂ້ອຍລ້າໆດອກ ເຈົ້າຕ້ອງການຄ່າຈ້າງເທົ່າໃດ?” 16 ລາບານມີບຸດຕຣີຢູ່ສອງຄົນ ຜູ້ກົກມີຊື່ວ່າ ນາງເລອາ ແລະຜູ້ນ້ອງຊື່ວ່າ ນາງຣາເຊັນ 17 ນາງເລອາເປັນຄົນບໍ່ງາມ ສ່ວນນາງຣາເຊັນນັ້ນເປັນຄົນງາມຫລາຍ 18 ຢາໂຄບຮັກນາງຣາເຊັນ ດ່ັ່ງນັ້ນ ເຂົາຈຶ່ງເວົ້າວ່າ, “ຂ້ອຍຈະເຮັດວຽກໃຫ້ລຸງຢູ່ເຈັດປີ ເພື່ອແລກເອົາກັບນາງຣາເຊັນລູກສາວຜູ້ນ້ອຍຂອງລຸງ” 19 ລາບານເວົ້າວ່າ, “ຂ້ອຍຍິນດີມອບນາງໃຫ້ເຈົ້າດີກວ່າຈະມອບໃຫ້ຄົນອື່ນ ຈົ່ງຢູ່ນຳຂ້ອຍ” 20 ຢາໂຄບໄດ້ເຮັດວຽກການຢູ່ເຈັດປີເພື່ອຈະແລກເອົາກັບນາງຣາເຊັນ ແຕ່ເວລາຜ່ານໄປເຫມືອນດັ່ງສອງສາມວັນເທົ່ານັ້ນຍ້ອນວ່າເຂົາຮັກນາງຫລາຍ 21 ຢາໂຄບເວົ້າກັບລາບານວ່າ, “ເວລາທີ່ກຳນົດໄວ້ກໍຄົບແລ້ວ ຈົ່ງໃຫ້ຂ້ອຍແຕ່ງງານກັບນາງຣາເຊັນສາ” 22 ດັ່ງນັ້ນ ລາບານຈຶ່ງຕົກລົງແລ້ວຈັດພິທີແຕ່ງງານໃຫ້ ແລະໄດ້ເຊຶ້ອເຊີນພວກເພື່ອນບ້ານແລະມິດສະຫາຍມາຮ່ວມ 23 ແຕ່ໃນຄືນນັ້ນ ລາບານໄດ້ເອົານາງເລອາໄປໃຫ້ຢາໂຄບແທນທີ່ຈະແມ່ນນາງຣາເຊັນ ສ່ວນຢາໂຄບກໍໄດ້ສົມສູ່ຢູ່ຮ່ວມກັບນາງໂດຍບໍ່ໄດ້ຮູ້ສຶກໂຕ 24 ລາບານໄດ້ມອບນາງຊີນປາຂ້າໃຊ້ຂອງທ່ານໃຫ້ເປັນຂ້າໃຊ້ຂອງນາງເລອາ 25 ເມື່ອຕອນເຊົ້າມາຢາໂຄບຈຶ່ງພົບວ່າຜູ້ທີ່ຕົນແຕ່ງງານແລ້ວນັ້ນແມ່ນນາງເລອາ ເຂົາຈຶ່ງເວົ້າຕໍ່ລາບານວ່າ, “ເປັນຫຍັງເຈົ້າຈຶ່ງເຮັດແບບນີ້ກັບຂ້ອຍ ຂ້ອຍໄດ້ເຮັດວຽກໃຫ້ເຈົ້າຈົນເຖິງເຈັດປີ ເພື່ອຈະໄດ້ກັບນາງຣາເຊັນ ແຕ່ແລ້ວເປັນຫຍັງເຈົ້າຈຶ່ງຫລອກລວງຂ້ອຍ” 26 ລາບານຕອບວ່າ, “ກໍເພາະວ່າບໍ່ແມ່ນທຳນຽມຂອງເມືອງນີ້ ທີ່ຈະໃຫ້ນ້ອງສາວໄດ້ແຕ່ງງານກ່ອນເອື້ອຍ 27 ໃຫ້ເຈົ້າລໍຖ້າການແຕ່ງງານນີ້ໄປຈົນຫມົດອາທິດນຶ່ງກ່ອນແລ້ວຂ້ອຍຈຶ່ງຈະມອບນາງຣາເຊັນໃຫ້ເຈົ້າ ຖ້າເຈົ້າຫາກຕົກລົງເຣັດວຽກໃຫ້ຂ້ອຍຕື່ມອີກເຈັດປີ” 28 ຢາໂຄບກໍຕົກລົງ ເມື່ອໄດ້ອາທິດນຶ່ງແລ້ວ ລາບານຈຶ່ງໄດ້ມອບນາງຣາເຊັນໃຫ້ເປັນພັຣຍາ 29 ລາບານໄດ້ມອບນາງບິນຮາຂ້າໃຊ້ຂອງທ່ານໃຫ້ເປັນຂ້າໃຊ້ຂອງນາງຣາເຊັນ 30 ດັ່ງນັ້ນ ຢາໂຄບຈຶ່ງໄດ້ສົມສູ່ຢູ່ຮ່ວມກັບນາງຣາເຊັນອີກ ແລະເຂົາໄດ້ຮັກນາງຫລາຍກວ່ານາງເລອາ ເຂົາໄດ້ເຮັດວຽກໃຫ້ແກ່ລາບານອີກເຈັດປີເຕັມຕາມສັນຍາ
ບຸດຊາຍຍິງຂອງຢາໂຄບ
31 ເມື່ອອົງພຣະຜູ້ເປັນເຈົ້າຊົງເຫັນວ່າຢາໂຄບບໍ່ຮັກນາງເລອາ ພຣະອົງຈຶ່ງຊົງທຳໃຫ້ນາງມີບຸດ ສ່ວນນາງຣາເຊັນນັ້ນບໍ່ໃຫ້ມີ 32 ນາງເລອາຕັ້ງທ້ອງແລ້ວເກີດບຸດຊາຍຜູ້ນຶ່ງ ນາງເວົ້າວ່າ, “ອົງພຣະຜູ້ເປັນເຈົ້າໄດ້ຊົງເຫັນຄວາມອຸກອັງຂອງຂ້ານ້ອຍ ແລະບັດນີ້ ຜົວຄົງຈະຮັກຂ້ານ້ອຍ” ດັ່ງນັ້ນ ນາງຈຶ່ງໄດ້ຕັ້ງຊື່ເດັກນ້ອຍນັ້ນວ່າ ຣູເບນ 33 ຕໍ່ມາ ນາງໄດ້ຕັ້ງທ້ອງແລ້ວອອກບຸດອີກ ນາງເວົ້າວ່າ, “ອົງພຣະຜູ້ເປັນເຈົ້າໄດ້ຊົງປະທານບຸດຊາຍໃຫ້ຂ້ານ້ອຍ ກໍຍ້ອນພຣະອົງໄດ້ຍິນວ່າຜົວບໍ່ຮັກຂ້ານ້ອຍ” ດັ່ງນັ້ນ ນາງຈຶ່ງໃສ່ຊື່ເດັກນ້ອຍນັ້ນວ່າຊີເມໂອນ 34 ຢູ່ມາ ນາງຖືພາອີກ ແລະອອກບຸດຊາຍຜູ້ໃຫມ່ຕື່ມ ນາງເວົ້າວ່າ, “ບັດນີ້ຜົວຕ້ອງຕິດພັນຢູ່ກັບຂ້ານ້ອຍກໍເພາະວ່າຂ້ານ້ອຍໄດ້ບຸດຊາຍຢູ່ກັບທ່ານສາມຄົນແລ້ວ” ດັ່ງນັ້ນ ນາງຈຶ່ງໃສ່ຊື່ເດັກນ້ອຍນັ້ນວ່າ ເລວີ 35 ຕໍ່ມາອີກ ນາງຖືພາ ແລະອອກບຸດຊາຍຕື່ມອີກ ນາງເວົ້າວ່າ, “ເທື່ອນີ້ຂ້ານ້ອຍຈະສັຣເສີນພຣະຜູ້ເປັນເຈົ້າ” ສະນັ້ນ ນາງຈຶ່ງໃສ່ຊື່ເດັກນ້ອຍນັ້ນວ່າ ຢູດາ ແຕ່ນັ້ນຕໍ່ມານາງກໍບໍ່ມີບຸດ
1 ເມື່ອນາງຣາເຊັນເຫັນວ່າຕົນບໍ່ມີບຸດໃຫ້ແກ່ຢາໂຄບ ນາງຈຶ່ງເກີດມີຄວາມອິດສາເອື້ອຍ ນາງເວົ້າຕໍ່ຢາໂຄບວ່າ, “ຈະໃຫ້ຂ້ອຍມີບຸດຫລືຈະໃຫ້ຂ້ອຍຕາຍ?” 2 ຢາໂຄບຮ້າຍນາງແລະເວົ້າວ່າ, “ຂ້ອຍບໍ່ມີອຳນາດດັ່ງພຣະເຈົ້າ ມີແຕ່ພຣະອົງຜູ້ດຽວເທົ່ານັ້ນທີ່ສາມາດໃຫ້ເຈົ້າມີບຸດໄດ້” 3 ນາງເວົ້າວ່າ, “ນາງບິນຮາຂ້າໃຊ້ສາວຂອງຂ້ອຍກໍຢູ່ນີ້ ໃຫ້ເຈົ້າສົມສູ່ຮ່ວມກັບນາງເສັຽ ດ້ວຍວິທີນີ້ຂ້ອຍຈະໄດ້ເປັນແມ່ຂອງເດັກທີ່ເກີດມາຈາກນາງ” 4 ດັ່ງນັ້ນ ນາງຣາເຊັນຈຶ່ງເອົານາງບິນຮາຂ້າໃຊ້ສາວຂອງຕົນໃຫ້ແກ່ຜົວ ແລະທ່ານກໍໄດ້ສົມສູ່ກັບນາງ 5 ນາງບິນຮາໄດ້ຖືພາ ແລະໄດ້ເກີດບຸດຊາຍຜູ້ນຶ່ງ 6 ເມື່ອເປັນເຊັ່ນນີ້ ນາງຣາເຊັນກໍເວົ້າວ່າ,” ພຣະເຈົ້າຊົງໃຫ້ຄວາມຍຸດຕິທັມແກ່ຂ້ານ້ອຍແລ້ວ ພຣະອົງຊົງໄດ້ຍິນຄວາມອ້ອນວອນຂອງຂ້ານ້ອຍ ຈຶ່ງໄດ້ປະທານບຸດຊາຍໃຫ້” ນາງໃສ່ຊື່ເດັກນ້ອຍນັ້ນວ່າ ດານ 7 ຕໍ່ມາ ສາວໃຊ້ນາງຣາເຊັນໄດ້ຖືພາອີກ ແລະໄດ້ເກີດບຸດຊາຍຜູ້ທີ່ສອງກັບຢາໂຄບ 8 ນາງຣາເຊັນເວົ້າວ່າ, “ຂ້າພະເຈົ້າພຍາຍາມເອົາຊະນະເອື້ອຍຂ້າພະເຈົ້າ ດ້ວຍການຕໍ່ສູ້ອັນລຳບາກ ໃນທີ່ສຸດຂ້ານ້ອຍກໍເປັນຜູ້ມີໄຊ” ນາງຣາເຊັນໄດ້ໃສ່ຊື່ເດັກນັ້ນວ່າ ເນັຟທາລີ 9 ເມື່ອນາງເລອາເຫັນວ່າຕົນບໍ່ມີບຸດອີກ ຈຶ່ງເອົານາງຊີນປາຂ້າໃຊ້ສາວໃຫ້ເປັນພັຣຍາຂອງຢາໂຄບ 10 ຄັນຕໍ່ມາ ນາງຊີນປາກໍມີບຸດຊາຍຜູ້ນຶ່ງ 11 ນາງເລອາຈຶ່ງເວົ້າວ່າ, “ຂ້ານ້ອຍໄດ້ຮັບໂຊກດີ” ສະນັ້ນ ນາງຈຶ່ງໃສ່ຊື່ເດັກນັ້ນວ່າ ກາດ 12 ນາງຊີນປາໄດ້ເກີດບຸດຊາຍຜູ້ທີ່ສອງອີກ 13 ນາງເລອາເວົ້າວ່າ, “ຂ້າພະເຈົ້າຊ່າງມີຄວາມຍິນດີຫລາຍແທ້ ແລະບັດນີ້ ພວກຜູ້ຍິງທັງຫລາຍຈະເອີ້ນຂ້ານ້ອຍວ່າຜູ້ມີຄວາມຍິນດີ” ນາງໄດ້ໃສ່ຊື່ເດັກນັ້ນວ່າ ອາເຊີ 14 ຄັນມາເຖິງຣະດູກ່ຽວເຂົ້າ ຣູເບນໄດ້ໄປທ່ຽວຕາມທົ່ງນາ ແລະໄດ້ພົບຫມາກເຂືອຊນິດນຶ່ງ ເຂົາເອົາຫມາກເຂືອນັ້ນມາໃຫ້ນາງເລອາຜູ້ເປັນແມ່ ນາງຣາເຊັນເວົ້າກັບນາງເລອາວ່າ, “ຂ້ອຍຂໍຫມາກເຂືອຂອງບຸດຊາຍເຈົ້າຈັກຫນ່ວຍແດ່” 15 ນາງເລອາເລີຍຕອບວ່າ, “ເຈົ້າເອົາຜົວຂ້ອຍໄປແລ້ວຍັງບໍ່ພໍຫລື? ບັດນີ້ເຈົ້າຍັງຈະພຍາຍາມເອົາຫມາກເຂືອຂອງບຸດຊາຍຂ້ອຍໄປອີກ” ນາງຣາເຊັນເວົ້າວ່າ, “ຖ້າເຈົ້າຫາກເອົາຫມາກເຂືອໃຫ້ຂ້ອຍ ຄືນມື້ແລງນີ້ ຂ້ອຍຈະໃຫ້ຢາໂຄບໄປນອນນຳເຈົ້າ” 16 ຕອນແລງເມື່ອຢາໂຄບກັບມາແຕ່ທົ່ງນາ ນາງເລອາກໍແລ່ນອອກໄປຫາ ແລະເວົ້າວ່າ, “ຄືນນີ້ເຈົ້າຕ້ອງມານອນນຳຂ້ອຍ ເພາະວ່າຂ້ອຍໄດ້ຊື້ເຈົ້າດ້ວຍຫມາກເຂືອຂອງບຸດຊາຍຂ້ອຍ” ດັ່ງນັ້ນ ໃນຄືນນັ້ນເຂົາຈຶ່ງໄດ້ສົມສູ່ຮ່ວມກັບນາງ 17 ພຣະເຈົ້າຊົງຕອບຄຳອ້ອນວອນຂອງນາງເລອາ ນາງໄດ້ຖືພາແລະເກີດບຸດຊາຍຜູ້ທີ່ຫ້າ 18 ນາງເລອາເວົ້າວ່າ, “ພຣະເຈົ້າໄດ້ປະທານບຳເຫນັດໃຫ້ຂ້ານ້ອຍກໍຍ້ອນວ່າ ຂ້ານ້ອຍໄດ້ເອົາສາວໃຊ້ໃຫ້ເປັນພັຣຍາຂອງຜົວຂ້ານ້ອຍ” ດັ່ງນັ້ນ ນາງຈຶ່ງໃສ່ຊື່ເດັກນັ້ນວ່າ ອິສຊາຄາ 19 ຕໍ່ມາ ນາງເລອາຖືພາອີກ ແລະເກີດບຸດຊາຍຜູ້ທີ່ຫົກ 20 ນາງເວົ້າວ່າ, “ພຣະເຈົ້າໄດ້ປະທານຂອງຂວັນຢ່າງດີໃຫ້ຂ້ານ້ອຍ ບັດນີ້ ຜົວຄົງຈະຮັກຂ້ານ້ອຍ ເພາະວ່າຂ້ານ້ອຍໄດ້ບຸດແກ່ເຂົາຕັ້ງຫົກຄົນແລ້ວ” ສະນັ້ນ ນາງຈຶ່ງຕັ້ງຊື່ເດັກນີ້ວ່າ ເຊບູລູນ 21 ຄັນຕໍ່ມາ ນາງກໍມີບຸດຕຣີຜູ້ນື່ງອີກຊື່ງເຂົາໃຫ້ຊື່ວ່າ ດິນາ 22 ແຕ່ເຖິງຢ່າງໃດກໍຕາມ ພຣະເຈົ້າຍັງຊົງບໍ່ຫລົງລືມນາງຣາເຊັນ ພຣະອົງໄດ້ຊົງຕອບຄຳອ້ອນວອນຂອງນາງ ແລະທຳໃຫ້ນາງມີບຸດ 23 ນາງໄດ້ຖືພາ ແລະເກີດບຸດຊາຍຜູ້ນຶ່ງ ນາງເວົ້າວ່າ, “ພຣະເຈົ້າຊົງໃຫ້ອະພັຍຂ້ານ້ອຍ ໂດຍໃຫ້ຂ້ານ້ອຍມີບຸດແລ້ວ 24 ຂໍພຣະຜູ້ເປັນເຈົ້າຊົງປະທານໃຫ້ຂ້ານ້ອຍມີບຸດຜູ້ໃຫມ່ອີກທ້ອນ” ສະນັ້ນ ນາງຈຶ່ງໃຫ້ຊື່ເດັກນັ້ນວ່າ ໂຢເຊັບ
ຢາໂຄບຂໍອຳລາຈາກລາບານຄືນສູ່ບ້ານ
25 ຫລັງຈາກໂຢເຊັບໄດ້ເກີດແລ້ວ ຢາໂຄບກໍເວົ້າກັບລາບານວ່າ, “ຂໍພໍ່ ຈົ່ງອະນຸຍາດໃຫ້ຂ້ານ້ອຍກັບເມືອບ້ານເດີມເທີນ 26 ຈົ່ງຍົກເມັຽຊຶ່ງຂ້ານ້ອຍໄດ້ເຮັດວຽກແລກເອົານຳພໍ່ນັ້ນ ກັບບຸດໃຫ້ຂ້ານ້ອຍເອົາເມືອພ້ອມ ເພາະພໍ່ກໍຮູ້ຢູ່ແລ້ວວ່າຂ້ານ້ອຍໄດ້ເຮັດວຽກໃຫ້ພໍ່ນັ້ນດີສ່ຳໃດ” 27 ລາບານຕອບເຂົາວ່າ, “ພໍ່ກໍຢາກເວົ້ານຳລູກຄືກັນ ຄືວ່າພໍ່ໄດ້ສັງເກດເຫດການເບິ່ງກໍຮູ້ວ່າພໍ່ໄດ້ຮັບພຣະພອນຈາກພຣະຜູ້ເປັນເຈົ້າກໍຍ້ອນເຈົ້າ 28 ຈົ່ງບອກຄ່າຈ້າງທີ່ເຈົ້າຕ້ອງການມາ ແລ້ວພໍ່ຈະຈ່າຍໃຫ້ 29 ຢາໂຄບຕອບລາບານວ່າ, “ຂ້ານ້ອຍໄດ້ເຮັດວຽກໃຫ້ພໍ່ສ່ຳໃດ ແລະຝູງສັດທັງຫລາຍຂອງພໍ່ຢູ່ກັບຂ້ານ້ອຍດີສ່ຳໃດ ພໍ່ກໍຮູ້ຢູ່ແລ້ວເພາະວ່າກ່ອນຂ້ານ້ອຍມາ ພໍ່ມີສັດແຕ່ຫນ້ອຍດຽວ 30 ແຕ່ບັດນີ້ ພໍ່ໄດ້ມີຂຶ້ນເປັນຈຳນວນຫລວງຫລາຍກໍເພາະຂ້ານ້ອຍ ພຣະຜູ້ເປັນເຈົ້າຈຶ່ງໄດ້ອວຍພອນໃຫ້ພໍ່ ບັດນີ້ ກໍເປັນເວລາສົມຄວນແລ້ວທີ່ຂ້ານ້ອຍຈະມີຝູງສັດເປັນຂອງຕົນເອງ” 31 ລາບານຖາມວ່າ, “ຄັນຊັ້ນຈະໃຫ້ພໍ່ເອົາຫຍັງໃຫ້ເຈົ້າ?” ຢາໂຄບຕອບວ່າ, “ຂ້ານ້ອຍບໍ່ຕ້ອງການຄ່າຈ້າງຫຍັງຫມົດ ແຕ່ຖ້າພໍ່ຕົກລົງຂ້ານ້ອຍຈະເບິ່ງແຍງຝູງສັດຂອງພໍ່ຕໍ່ໄປ 32 ຄືມື້ນີ້ ຂ້ານ້ອຍຈະໄປກວດເບິ່ງຝູງສັດຂອງພໍ່ທັງຫມົດ ແຍກລູກແກະສິດຳທຸກໆຕົວອອກ ແບ້ສີດ່າງແລະມີຈຸດດ່າງດາວທຸກໆຕົວອອກຈາກຝູງ ໃຫ້ເອົາສັດເຫລົ່ານີ້ແຫລະເປັນຄ່າຈ້າງຂອງຂ້ານ້ອຍໃນພາຍຫນ້າ 33 ເມື່ອພໍ່ໄປຢ້ຽມຢາມແລະກວດເບິ່ງຝູງສັດຊຶ່ງເປັນຄ່າຈ້າງຂອງຂ້ານ້ອຍນີ້ກໍຈະເຫັນຢ່າງແນ່ນອນວ່າ ຂ້ານ້ອຍມີຄວາມສັດຊື່ຫລືບໍ່ ຖ້າຂ້ານ້ອຍມີແບ້ທີ່ບໍ່ມີສິດ່າງຫລືມີຈຸດດ່າງດາວ ແລະມີແກະທີ່ບໍ່ແມ່ນສີດໍາກໍສະແດງວ່າສັດເຫລົ່ານັ້ນຖືກລັກຂອງພໍ່ມາ 34 ລາບານຕອບວ່າ, “ດີແລ້ວ ເຮົາຈະເຮັດດັ່ງເຈົ້າເວົ້າມາ” 35 ໃນວັນນັ້ນ ລາບານໄດ້ຄັດເລືອກເອົາແບ້ເຖິກ ແລະແບ້ແມ່ສີລາຍສີດ່າງ ແລະລູກແບ້ສີດຳໃນຝູງອອກມາມອບໃຫ້ບຸດເຂີຍຂອງທ່ານເປັນຜູ້ເບິ່ງແຍງ 36 ຄັນແລ້ວ ທ່ານພ້ອມຝູງແບ້ທີ່ແຍກອອກຈິ່ງຫນີໄປໄກຈາກຢາໂຄບເປັນລະຍະທາງເດີນເຖິງສາມວັນ ສ່ວນຝູງແກະທີ່ເຫລືອຈາກລາບານນັ້ນ ຢາໂຄບເປັນຜູ້ລ້ຽງໄວ້ 37 ຢາໂຄບໄດ້ເອົາງ່າໄມ້ເປັນຈາກຕົ້ນຈັນປ່າ ຕົ້ນຫມາກບົກແລະຕົ້ນຫູກວາງ ແລ້ວປອກເປືອກງ່າໄມ້ບາງບ່ອນໃຫ້ເປັນລາຍ 38 ເຂົາໄດ້ເອົາງ່າໄມ້ນັ້ນໄປວາງໄວ້ຕໍ່ຫນ້ອ່າງບ່ອນສັດໄປກິນນ້ຳ ເພື່ອໃຫ້ເກີດຜົນສະທ້ອນເວລາສັດປະສົມພັນ 39 ດັ່ງນັ້ນເມື່ອຝູງແກະ ແລະແບ້ປະສົມພັນຕໍ່ຫນ້າງ່າໄມ້ກໍຈະອອກລູກເປັນສິດ່າງດາວ 40 ຢາໂຄບໄດ້ເອົາລູກແບ້ທີ່ອອກໃຫມ່ໄປໄວ້ຕ່າງຫາກ ແລະເອົາຕົວແມ່ສິດ່າງດາວແລະດຳທີ່ລາບານໃຫ້ນັ້ນໄປໄວ້ຕ່າງຫາກ ດ້ວຍວິທີນີ້ ເຂົາຈຶ່ງສາມາດຜລິດແກະເປັນຂອງຕົນເອງໄດ້ແລະບໍ່ເອົາໄປປະປົນກັບຝູງແກະຂອງລາບານ 41 ເມື່ອສັດຕົວພິປະສົມພັນ ຢາໂຄບຈິ່ງເອົາງ່າໄມ້ລາຍວາງໄວ້ຕໍ່ຫນ້າອ່າງບ່ອນສັດມາກິນນໍ່ສ ເພື່ອວ່າສັດເຫລົ່ານັ້ນຈະເກີດລູກອອກມາເປັນສີດັ່ງງ່າໄມ້ 42 ແຕ່ສ່ວນສັດທີ່ຈ່ອຍບໍ່ມີແຮງ ຢາໂຄບບໍ່ໄດ້ເອົາງ່າໄມ້ໃສ່ໄວ້ ດັ່ງນັ້ນສັດທີ່ແຂງແຮງຈຶ່ງເປັນຂອງຢາໂຄບ ແລະສັດທີ່ບໍ່ແຂງແຮງຈຶ່ງເປັນຂອງລາບານ 43 ໃນບໍ່ນານ ຢາໂຄບກໍກາຍເປັນຄົນຮັ່ງມີ ເຂົາມີແກະຫລາຍຝູງ ມີຝູງອູດ ມີຝູງລໍ ແລະຂ້າໃຊ້ຊາຍຍິງຢ່າງມາກມາຍ
ຢາໂຄບຫລົບຫນີຈາກລາບານ
1 ຢາໂຄບໄດ້ຍິນພວກບຸດຊາຍຂອງລາບານເວົ້າວ່າ, “ຢາໂຄບໄດ້ເອົາຊັບສົມບັດຂອງບິດາເຮົາທຸກສິ່ງ ທີ່ເຂົາມີມານັ້ນຈາກ ບິດາ ເຮົາໄປຫມົດ” 2 ຢາໂຄບໄດ້ເຫັນວ່າທ່າທີຂອງລາບານທີ່ມີຕໍ່ເຂົານັ້ນບໍ່ດີຄືແຕ່ກ່ອນ 3 ຄັນຕໍ່ມາ ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ເຂົາວ່າ, “ຈົ່ງກັບຄືນເມືອສູ່ດິນແດນບັນພະບຸຣຸຸດ ແລະຍາດພີ່ນ້ອງຂອງເຈົ້າ ເຮົາຈະຢູ່ກັບເຈົ້າ” 4 ດັ່ງນັ້ນ ຢາໂຄບຈຶ່ງສັ່ງຄວາມໄປຫານາງຣາເຊັນແລະນາງເລອາໃຫ້ມາຫາຢູ່ທີ່ທົ່ງລ້ຽງສັດ 5 ເຂົາເວົ້າຕໍ່ພັຣຍາວ່າ, “ອ້າຍສັງເກດເຫັນວ່າ ບິດາຂອງພວກນ້ອງບໍ່ມີທ່າທີຄືແຕ່ກ່ອນຕໍ່ອ້າຍ ແຕ່ວ່າພຣະເຈົ້າຂອງບິດາອ້າຍໄດ້ສະຖີດຢູ່ນຳອ້າຍ 6 ພວກນ້ອງທັງສອງກໍຮູ້ແລ້ວວ່າ ອ້າຍໄດ້ເຮັດວຽກໃຫ້ທ່ານເຕັມກຳລັງ 7 ນອກໄປຈາກນີ້ ທ່ານຍັງໄດ້ໂກງອ້າຍ ແລະປ່ຽນຄ່າຈ້າງເຖິງສິບເທື່ອ ແຕ່ວ່າພຣະເຈົ້າບໍ່ຊົງອະນຸຍາດໃຫ້ທ່ານທຳລາຍອ້າຍ 8 ເມື່ອເວລາບິດາຂອງພວກນ້ອງເວົ້າວ່າ ແບ້ທີ່ມີຂົນເປັນເມັດຈະເປັນຄ່າຈ້າງຣາງວັນຂອງອ້າຍ ແລ້ວແບ້ທຸກໆຕົວກໍອອກລູກມີຂົນເປັນເມັດ ເມື່ອທ່ານເວົ້າວ່າແບ້ທີ່ມີຂົນກ່ານຈະເປັນຄ່າຈ້າງຣາງວັນສຳລັບອ້າຍ ແບ້ທັງຫມົດກໍອອກລູກເປັນຂົນກ່ານທຸກໂຕ 9 ພຣະເຈົ້າໄດ້ປະທານຝູງສັດຂອງບິດາພວກນ້ອງໃຫ້ອ້າຍ 10 ຍາມສັດຖືເຊີງ ອ້າຍໄດ້ຝັນເຫັນວ່າແບ້ເຖິກທີ່ຖືເຊີງນັ້ນມີຂົນເປັນຈຸດດ່າງດາວ 11 ທູດຂອງພຣະເຈົ້າໄດ້ກ່າວຕໍ່ໄປວ່າ, “ຢາໂຄບເອີຍ” ອ້າຍຕອບວ່າ, “ໂດຍ ຂ້ານ້ອຍ” 12 ທູດຂອງພຣະເຈົ້າເວົ້າຕໍ່ໄປວ່າ, “ຈົ່ງເບິ່ງພຸ້ນດູ ແບ້ເຖິກທີ່ຖືເຊີງນັ້ນມີຂົນເປັນຈຸດດ່າງດ້າວ ເຮົາໄດ້ກະທຳການນີ້ຂຶ້ນກໍເພາະເຮົາຮູ້ຈັກທຸກໆຢ່າງທີ່ລາບານກຳລັງກະທຳກັບເຈົ້າ 13 ເຮົາແມ່ນພຣະເຈົ້າຜູ້ໄດ້ປາກົດໃຫ້ເຈົ້າເຫັນທີ່ ເບັດເອນ ບ່ອນເຈົ້າໄດ້ຖວາຍເສົາອະນຸສອນພ້ອມກັບນ້ຳມັນຫອມແລະສາບານໄວ້ ບັດນີ້ ຈົ່ງຕຽມຕົວອອກຫນີຈາກແຜ່ນດິນນີ້ ແລະກັບຄືນສູ່ບ້ານເກີດຂອງເຈົ້າ” 14 ນາງຣາເຊັນແລະນາງເລອາຕອບຢາໂຄບວ່າ, “ບໍ່ມີມູນມໍຣະດົກຫຍັງທີ່ເຫລືອຢູ່ເຮືອນພໍ່ 15 ສຳລັບພວກເຮົາບໍ່ແມ່ນທ່ານຖືພວກເຮົາຄືຄົນອື່ນບໍ່ ທ່ານຂາຍພວກເຮົາ ແລະດຽວນີ້ທ່ານກໍຈ່າຍເງິນນັ້ນຫມົດແລ້ວ 16 ຊັບສົມບັດທຸກຢ່າງທີ່ພຣະເຈົ້າຊົງເອົາມາຈາກພໍ່ຂອງພວກເຮົາກໍກາຍເປັນຂອງພວກເຮົາ ແລະລູກຫລານຂອງເຮົາຫມົດແລ້ວ ຈົ່ງເຮັດຕາມທີ່ພຣະເຈົ້າໄດ້ບອກອ້າຍ” 17 ດັ່ງນັ້ນ ຢາໂຄບຈຶ່ງຕຽມພ້ອມແລ້ວເອົາບຸດເອົາພັຣຍາຂຶ້ນຂີ່ຫລັງອູດ 18 ຮີບໂຮມເອົາສິ່ງຂອງທຸກສິ່ງທຸກຢ່າງທີ່ໄດ້ໃນປະເທດເມໂຊໂປຕາເມັຽ ແລະປ້ອງຝູງສັດອອກນຳຫນ້າເດີນທາງຄືນເມືອຫາບິດາຂອງຕົນທີ່ການາອານ 19 ສ່ວນລາບານກໍອອກໄປແຖຂົນແກະ ໃນຂນະທີ່ທ່ານບໍ່ຢູ່ ນາງຣາເຊັນໄດ້ລັກເອົາຮູບເຄົາຣົບປະຈຳເຮືອນຂອງບິດາໄປນຳ 20 ຢາໂຄບໄດ້ລວງລາບານຊາວອາຣາເມອານ ໂດຍບໍ່ໄດ້ບອກໃຫ້ຮູ້ເຖິງການຈາກໄປ 21 ເຂົາໄດ້ເອົາຊັບສົມບັດທັງຫມົດຫນີຂ້າມແມ່ນ້ຳເອິຟຣາດມຸ່ງຫນ້າໄປສູ່ພູເຂົາກີເລອາດ
ລາບານໄລ່ຕິດຕາມຢາໂຄບ
22 ສາມວັນຕໍ່ມາ ລາບານຈຶ່ງຮູ້ວ່າຢາໂຄບໄດ້ຫນີໄປແລ້ວ 23 ທ່ານຈຶ່ງພາຄົນໄລ່ຕິດຕາມຢາໂຄບເປັນເວລາເຈັດວັນຈຶ່ງທັນເຂົາທີ່ພູກີເລອາດ 24 ໃນຄືນນັ້ນ ພຣະເຈົ້າປາກົດໃນຄວາມຝັນຂອງລາບານຊາວອາຣາເມອານ ແລະຊົງກ່າວຕໍ່ເຂົາວ່າ, “ຈົ່ງລະວັງ! ຢ່າມາຂູ່ຢາໂຄບເລີຍ” 25 ລາບານທັນຢາໂຄບທີ່ພູກິເລອາດ ບ່ອນເຂົາຕັ້ງຄ້າຍພັກຢູ່ ແລະລາບານກໍຕັ້ງທີ່ພັກຢູ່ເທິງພູນັ້ນ 26 ລາບານໄດ້ເວົ້າກັບຢາໂຄບວ່າ, “ເປັນຫຍັງເຈົ້າຈຶ່ງຕົບຕາຂ້ອຍ ແລະພາບຸດຕຣີຂ້ອຍຫນີມາເຫມືອນຜູ້ຍິງຊະເລີຍເສິກ? 27 ເປັນຫຍັງເຈົ້າຈຶ່ງລວງຂ້ອຍແລະປົບຫນີໂດຍບໍ່ຄອບ? ຖ້າເຈົ້າບອກຂ້ອຍກໍຈະໄປສົ່ງເຖິງທາງດ້ວຍຄວາມຍິນດີ ໂດຍໃຫ້ມີຂະບວນແຫ່ທັງດົນຕຣີ ສຽງກອງ ສຽງພິນ ແລະສຽງຮ້ອງລຳທຳເພງ 28 ອັນນີ້ເຈົ້າບໍ່ໃຫ້ຂ້ອຍຈູບສັ່ງລາບຸດຕຣີແລະຫລານໆຂ້ອຍເລີຍ ເປັນຫຍັງເຈົ້າຈຶ່ງເຮັດແບບໂງ່ໆເຊັ່ນນີ້ 29 ຂ້ອຍມີສິດທີ່ຈະລົງໂທດເຈົ້າ ແຕ່ຄືນນີ້ ພຣະເຈົ້າແຫ່ງບັນພະບຸຣຸດຂອງເຈົ້າໄດ້ບອກບໍ່ໃຫ້ຂ້ອຍຂູ່ເຈົ້າ 30 ຂ້ອຍຮູ້ວ່າເຈົ້າປົບຫນີກໍເພາະວ່າເຈົ້າຢາກກັບເມືອບ້ານແຮງ ແຕ່ວ່າເປັນຫຍັງເຈົ້າຈຶ່ງລັກເອົາຮູບພຣະຂ້ອຍໄປ” 31 ຢາໂຄບຕອບວ່າ, “ຂ້ານ້ອຍຢ້ານ ເພາະຄິດວ່າພໍ່ອາດຈະເອົາບຸດຕຣີຫນີໄປຈາກຂ້ານ້ອຍ 32 ແຕ່ຖ້າພໍ່ພົບຮູບພຣະຂອງພໍ່ຢູ່ນຳໃຜຈົ່ງຂ້າຜູ້ນັ້ນຖິ້ມໂລດຄົນຂອງເຮົາກໍຢູ່ນີ້ ເພື່ອເປັນພຍານຫລັກຖານ ຈົ່ງຫາຊອກຄົ້ນເອົາທຸກໆສິ່ງທີ່ເປັນຂອງພໍ່ໄປ” ຢາໂຄບບໍ່ຮູ້ຈັກວ່ານາງຣາເຊັນໄດ້ລັກເອົາຮູບພຣະນັ້ນມານຳ 33 ລາບານເຂົ້າໄປຄົ້ນໃນຜ້າເຕັນຂອງຢາໂຄບ ແລ້ວເຂົ້າໄປໃນຜ້າເຕັນຂອງເລອາ ແລະຜ້າເຕັນຂອງຂ້າໃຊ້ຍິງທັງຫມົດ ແຕ່ບໍ່ພົບຮູບພຣະນັ້ນເລີຍ ຄັນແລ້ວທ່ານຈິ່ງເຂົ້າໄປໃນຜ້າເຕັນຂອງນາງຣາເຊັນ 34 ນາງຣາເຊັນໄດ້ເອົາຮູບເຄົາຣົບປະຈຳເຮືອນເຫລົ່ານັ້ນເຊື່ອງໄວ້ໃນຖົງອານເທິງຫລັງອູດ ແລ້ວນັ່ງຖົງນັ້ນໄວ້ ລາບານໄດ້ຊອກຄົ້ນເບິ່ງຫມົດໃນຜ້າເຕັນ ແຕ່ກໍບໍ່ພົບຫຍັງ 35 ນາງຣາເຊັນຈິ່ງເວົ້າຕໍ່ບິດາຂອງນາງວ່າ, “ພໍ່ຢ່າຮ້າຍຂ້ານ້ອຍເລີຍທີ່ລູກບໍ່ສາມາດລຸກຢືນຂຶ້ນໃນເວລາພໍ່ມາ ກໍເພາະວ່າລູກເປັນປະຈຳເດືອນ” ລາບານຊອກຄົ້ນເບິ່ງຫມົດຊູ່ບ່ອນແຕ່ວ່າບໍ່ພົບຮູບພຣະນັ້ນເລີຍ 36 ສ່ວນຢາໂຄບອາລົມກໍບໍ່ຄ່ອຍດີ ເລີຍເວົ້າສຳນຽງຮ້າຍກັບລາບານວ່າ, “ຂ້ານ້ອຍໄດ້ກະທຳຜິດຫຍັງ? ແລະໄດ້ລະເມີດກົດຫມາຍຫຍັງທີ່ພາໃຫ້ພໍ່ຕ້ອງຕິດຕາມຂ້ານ້ອຍມາ? 37 ບັດນີ້ ພໍ່ໄດ້ຄົ້ນເບິ່ງຫມົດແລ້ວສິ່ງຂອງໃນບ້ານຂ້ານ້ອຍມີສິ່ງຂອງຫຍັງແດ່ທີ່ເຫັນວ່າເປັນຂອງພໍ່? ເອົາອອກມາໃຫ້ຄົນຂອງພໍ່ແລະຄົນຂອງຂ້ານ້ອຍເບິ່ງດູ ແລະໃຫ້ເຂົາຕັດສິນຄວາມລະຫວ່າງເຮົາທັງສອງ 38 ເປັນເວລາຊາວປີທີ່ຂ້ານ້ອຍຢູ່ນຳພໍ່ ແກະແລະແບ້ຂອງພໍ່ກໍອອກແມ່ແພ່ລູກຢູ່ບໍ່ຂາດ ແຕ່ຂ້ານ້ອຍບໍ່ໄດ້ກິນແມ່ນແຕ່ແກະເຖິກຕົວດຽວໃນຝູງຂອງພໍ່ 39 ເມື່ອແກະໂຕນຶ່ງຖືກສັດປ່າກັດຕາຍ ຂ້ານ້ອຍກໍບໍ່ໄດ້ເອົາມາໃຫ້ພໍ່ເບິ່ງ ແລະກໍບໍ່ແມ່ນຄວາມຜິດຂອງຂ້ານ້ອຍ ແຕ່ແມ່ນຂ້ານ້ອຍທີ່ຈ່າຍຄ່າເສັຽຫາຍ ພໍ່ຍັງທວງຖາມເອົານຳຂ້ານ້ອຍ ສິ່ງທີ່ຖືກລັກຍາມກາງເວັນແລະຍາມກາງຄືນ 40 ມີຫລາຍເທື່ອທີ່ຂ້ານ້ອຍຕ້ອງທົນຕໍ່ຄວາມເຜົາຜານຂອງແສງແດດໃນເວລາກາງເວັນ ແລະຕໍ່ຄວາມຫນາວກະດ້າງໃນເວລາກາງຄືນ ຈົນຂ້ານ້ອຍບໍ່ສາມາດນອນຕາຫລັບໄດ້ 41 ແມ່ນສິ່ງເຫລົ່ານີ້ແຫລະທີ່ຂ້ານ້ອຍໄດ້ອາໄສຢູ່ນຳພໍ່ຊາວປີ ຂ້ານ້ອຍໄດ້ເຮັດວຽກສິບສີ່ປີ ເພື່ອແລກເອົາກັບບຸດຕຣີສອງຄົນຂອງພໍ່ ແລະອີກຫົກປີເພື່ອມີຝູງສັດແລະເຖິງປານນັ້ນພໍ່ຍັງປ່ຽນຄ່າຈ້າງຂອງຂ້ານ້ອຍເຖິງສິບເທື່ອ 42 ຖ້າຫາກພຣະເຈົ້າຂອງບັນພະບຸຣຸດຂ້ານ້ອຍ ຄືພຣະເຈົ້າຂອງອັບຣາຮາມ ພຣະເຈົ້າອົງທີ່ອີຊາກນະມັສການບໍ່ໄດ້ສະຖິດຢູ່ນຳຂ້ານ້ອຍ ປານນີ້ພໍ່ຄົງໄລ່ຂ້ານ້ອຍຫນີມືເປົ່າແລ້ວ ແຕ່ວ່າພຣະເຈົ້າໄດ້ເຫັນຄວາມລະທົມ ແລະວຽກການທີ່ຂ້ານ້ອຍໄດ້ທຳ ສະນັ້ນ ພຣະອົງຈຶ່ງຊົງໄດ້ຕັດສິນໃນຄືນນີ້” 43 ລາບານຕອບຢາໂຄບວ່າ, “ບຸດຕຣີເຫລົ່ານີ້ກໍແມ່ນບຸດຕຣີຂອງຂ້ອຍ ເດັກເຫລົ່ານີ້ກໍແມ່ນເດັກຂອງຂ້ອຍ ແລະຝູງສັດກໍແມ່ນຂອງຂ້ອຍທຸກສິ່ງທີ່ເຈົ້າເຫັນຢູ່ນີ້ກໍເປັນຂອງຂ້ອຍ ແຕ່ວ່າບັດນີ້ຂ້ອຍຈະເຮັດຫຍັງເພື່ອບຸດຕຣີແລະເພື່ອຫລານຂອງຂ້ອຍໄດ້ 44 ດີແລ້ວ ພວກເຮົາຈົ່ງພາກັນມາຕົກລົງກັນໂດຍເອົາຫີນມາກອງໄວ້ ເພື່ອເຮັດເປັນອະນຸສອນລະຫວ່າງເຮົາທັງສອງ” 45 ສະນັ້ນ ຢາໂຄບຈຶ່ງຕັ້ງເສົາຫີນອະນຸສອນເສົານຶ່ງຂຶ້ນ 46 ແລ້ວຄົນຂອງເຂົາເອົາຫີນມາກອງຫີນນັ້ນ 47 ລາບານໃຫ້ຊື່ກອງຫີນນັ້ນວ່າ ເຢກາຣ໌ຊາຮາດູທາຂນະດຽວກັນຢາໂຄບກໍໃສ່ຊື່ກອງຫີນນັ້ນວ່າ ກາເລເອດ 48 ລາບານເວົ້າວ່າ, “ກອງຫີນນີ້ຈະເປັນອະນຸສອນແຫ່ງການຕົກລົງລະຫວ່າງເຈົ້າແລະຂ້ອຍ” ດ້ວຍເຫດນີ້ ບ່ອນນັ້ນຈຶ່ງມີຊື່ວ່າ ກາເລເອດ 49 ລາບານເວົ້າອີກວ່າ, “ຂໍພຣະຜູ້ເປັນເຈົ້າຊົງເຝົ້າຄອຍເບິ່ງພວກເຮົາ ເວລາຫ່າງເຫີນຈາກກັນ” ດັ່ງນັ້ນ ບ່ອນນີ້ຈຶ່ງມີຊື່ອີກວ່າ ມີສປາ 50 ລາບານເວົ້າຕໍ່ໄປວ່າ,“ຖ້າເຈົ້າຂົ່ມເຫັງບຸດຕຣີຂ້ອຍ ຫລືຖ້າເຈົ້າແຕ່ງງານກັບຍິງອື່ນອີກ ເຖິງແມ່ນວ່າຂ້ອຍບໍ່ຮູ້ຈັກເຣື່ອງນັ້ນກໍຕາມ ຈົ່ງຈຳໄວ້ວ່າພຣະເຈົ້າເປັນຜູ້ຄອຍເບິ່ງພວກເຮົາ” 51 ລາບານເວົ້າຕໍ່ຢາໂຄບວ່າ, “ອັນນີ້ ແມ່ນກອງຫີນທີ່ຂ້ອຍໄດ້ກອງຂຶ້ນລະຫວ່າງເຮົາທັງສອງ ແລະອັນນີ້ກໍແມ່ນເສົາຫີນອະນຸສອນ 52 ເສົາຫີນອະນຸສອນແລະກອງຫີນນີ້ ຈະເປັນສັນຍາລັກວ່າ ຂ້ອຍຈະບໍ່ຂ້າມກອງຫີນນີ້ໄປບຸກໂຈມຕີເຈົ້າ ແລະເຈົ້າກໍຄືກັນຈະບໍ່ຂ້າມເສົາຫີນນີ້ມາບຸກໂຈມຕີຂ້ອຍ 53 ພຣະເຈົ້າຂອງອັບຣາຮາມແລະພຣະເຈົ້າຂອງນາໂຮ ຈະເປັນຜູ້ຕັດສິນລະຫວ່າງພວກເຮົາ” ຄັນແລ້ວ ຢາໂຄບກໍສາບານໃນນາມຂອງພຣະເຈົ້າອົງທີ່ອີຊາກບິດາຂອງຕົນໄດ້ນະມັສການ 54 ຢາໂຄບໄດ້ຂ້າສັດຖວາຍບູຊາຢູ່ເທິງພູ ແລະໄດ້ເຊື້ອເຊີນພີ່ນ້ອງຂອງຕົນມາຮ່ວມຮັບປະທານອາຫານ ຫລັງຈາກຮັບປະທານອາຫານແລ້ວພວກເຂົາກໍນອນຄ້າງຄືນຢູ່ທີ່ນັ້ນ 55 ແຕ່ເຊົ້າຂອງວັນໃຫມ່ ລາບານໄດ້ຈູບສັ່ງລາບຸດຕຣີ ແລະຫລານຂອງຕົນ ພ້ອມທັງອວຍພອນໃຫ້ແກ່ເຂົາແລ້ວກໍກັບຄືນເມືອບ້ານ
ຢາໂຄບກະຕຽມເພື່ອໄປພົບເອຊາວ
1 ຢາໂຄບໄດ້ເດີນທາງຕໍ່ໄປ ແລະທູດຂອງພຣະເຈົ້າໄດ້ມາພົບເຂົາ 2 ເມື່ອຢາໂຄບເຫັນທູດເຫລົ່ານັ້ນຈຶ່ງກ່າວວ່າ, “ອັນນີ້ແມ່ນກອງທັບຂອງພຣະເຈົ້າ” ດັ່ງນັ້ນ ເຂົາຈຶ່ງໃສ່ຊື່ບ່ອນນັ້ນວ່າ ມາຫານາອີມ 3 ຢາໂຄບໄດ້ສົ່ງນຳຂ່າວຈຳນວນນຶ່ງໄປບອກແກ່ ເອຊາວຜູ້ເປັນອ້າຍທີ່ເມື່ອງເຊອີໃນປະເທດເອໂດມ 4 ໄດ້ສັ່ງແກ່ພວກນຳຂ່າວນັ້ນໄປເວົ້າຕໍ່ເອຊາວດັ່ງນີ້, “ຢາໂຄບຂ້າໃຊ້ຜູ້ອ່ອນນ້ອມຂອງທ່ານ ຊຶ່ງໄດ້ໄປອາໄສຢູ່ນຳລາບານ ແລະຫາກໍ່ກັບມາດຽວນີ້ ຂໍຣາຍງານຕໍ່ທ່ານວ່າ 5 ຂ້ານ້ອຍມີຝູງງົວ ຝູງລໍ ຝູງແບ້ ແລະຝູງແກະ ພ້ອມທັງຂ້າໃຊ້ຊາຍຍິງຫລາຍຄົນໄດ້ມາຂໍຮ້ອງຕໍ່ທ່ານ ໂດຍຫວັງວ່າຈະໄດ້ຮັບຄວາມເຫັນອົກເຫັນໃຈ” 6 ເມື່ອຄົນນຳຂ່າວກັບຄືນມາ ພວກເຂົາໄດ້ເລົ່າໃຫ້ຢາໂຄບຟັງວ່າ, “ພວກຂ້ານ້ອຍໄດ້ໄປຫາເອຊາວອ້າຍຂອງທ່ານແລ້ວ ເຂົາພວມອອກເດີນທາງມາພົບທ່ານ ພ້ອມທັງມີຄົນມານຳສີ່ຮ້ອຍ” 7 ຢາໂຄບມີຄວາມຢ້ານກົວຫລາຍຈົນອາລົມເສັຽ ຈຶ່ງໄດ້ແບ່ງຄົນພ້ອມທັງຝູງແກະ ຝູງແບ້ ຝູງງົວ ແລະຝູງອູດອອກເປັນສອງຫມູ່ 8 ຄິດວ່າ, “ຖ້າເອຊາວມາບຸກລຸກໂຈມຕີຫມູ່ທີ່ນຶ່ງ ອີກຫມູ່ນຶ່ງກໍຈະອາດສາມາດຫລົບຫນີໄປໄດ້” 9 ຄັນແລ້ວ ຢາໂຄບກໍອ້ອນວອນວ່າ, “ໂອ ພຣະເຈົ້າຂອງອັບຣາຮາມ ແລະຂອງອີຊາກ ຜູ້ເປັນປູ່ ແລະພໍ່ຂອງຂ້າພຣະອົງ ຂໍພຣະອົງຊົງງ່ຽງຫູຟັງຂ້າພຣະອົງແດ່ທ້ອນ ພຣະອົງຊົງບອກຂ້າພຣະອົງວ່າ ຈົ່ງກັບຄືນເມືອເມືອງຫາຍາດຕິພີ່ນ້ອງຂອງເຈົ້າ ແລະເຮົາຈະໃຫ້ທຸກສິ່ງທຸກຢ່າງຜ່ານພົ້ນໄປໂດຍດີສຳລັບເຈົ້າ 10 ຂ້າພຣະອົງບໍ່ຄູ່ຄວນກັບຄວາມກະຣຸນາ ແລະຄວາມຊື່ສັຕສຸຈຣິດທີ່ພຣະອົງຊົງສຳແດງແກ່ຂ້າພຣະອົງຜູ້ເປັນຂ້າໃຊ້ຂອງພຣະອົງ ຂ້າພຣະອົງໄດ້ຂ້າມແມ່ນ້ຳຈໍແດນມີພຽງໄມ້ເທົ້າເທົ່ານັ້ນ ແຕ່ບັດນີ້ຂ້າພຣະອົງໄດ້ກັບຄືນມາພ້ອມດ້ວຍຝູງຄົນແລະຝູງສັດສອງຫມູ່ນີ້ 11 ຂໍພຣະອົງຊົງໂຜດຊ່ອຍໃຫ້ຂ້າພຣະອົງພົ້ນຈາກເງື້ອມມືຂອງອ້າຍເອຊາວຖ້ອນ ຂ້າພຣະອົງຢ້ານວ່າເຂົາຈະເຂົ້າມາບຸກໂຈມຕີແລະທຳຮ້າຍພວກຂ້າພຣະອົງທັງຫມົດ ທັງຜູ້ຍິງແລະເດັກນ້ອຍ 12 ຈົ່ງຈົດຈຳຄໍາສັນຍາຂອງພຣະອົງເທີນ ທີ່ວ່າເຮົາຈະທຳທຸກສິ່ງທຸກຢ່າງໃຫ້ຜ່ານພົ້ນໄປໂດຍດີສຳລັບເຈົ້າ ແລະເຮົາຈະໃຫ້ເຈົ້າມີເຊື້ອສາຍຢ່າງມາກຫລາຍຈົນນັບບໍ່ໄດ້ເຫມືອນເມັດດິນຊາຍທີ່ແຄມທະເລ 13 ຫລັງຈາກຢາໂຄບໄດ້ນອນຄ້າງຄືນທີ່ນັ້ນແລ້ວ ເຂົາໄດ້ເລືອກເອົາສິ່ງຂອງທີ່ເຂົາມີ ເພື່ອຈະໄດ້ໃຫ້ເປັນຂອງກຳນັນແກ່ເອຊາວຜູ້ເປັນອ້າຍ 14 ຄືແບ້ແມ່ສອງຮ້ອຍໂຕ ແບ້ເຖິກຊາວໂຕ ແກະແມ່ສອງຣ້ອຍໂຕ ແລະແກະຜູ້ຊາວໂຕ 15 ໂຕອູດແມ່ກັບລູກທີ່ຍັງກິນນົມຢູ່ສາມສິບໂຕ ງົວແມ່ສີ່ສິບໂຕ ງົວຜູ້ສິບໂຕ ລໍແມ່ຊາວໂຕ ແລະລໍຜູ້ສິບໂຕ 16 ເຂົາໄດ້ມອບຝູງສັດແຕ່ລະຝູງໃຫ້ຂ້າໃຊ້ແຕ່ລະຄົນເປັນຜູ້ເບິ່ງຮັກສາ ແລະສັ່ງພວກເຂົາວ່າ, “ຈົ່ງພາກັນເດີນທາງໄປກ່ອນຂ້ອຍ ແລະປ່ອຍລະຍະຫ່າງກັນພໍສົມຄວນ” 17 ເຂົາສັ່ງຂ້າໃຊ້ຜູ້ທີ່ນຶ່ງວ່າ, “ເມື່ອເອຊາວອ້າຍຂອງຂ້ອຍພົບເຈົ້າແລະຖາມວ່າ ເຈົ້າຈະໄປໃສ? ໃຜເປັນນາຍຂອງເຈົ້າ? ສັດທີ່ຍ່າງໄປກ່ອນເປັນຂອງໃຜ? 18 ເຈົ້າຕ້ອງຕອບວ່າ “ສັດເຫລົ່ານັ້ນເປັນຂອງຢາໂຄບ ຂ້າໃຊ້ຂອງທ່ານ ໄດ້ສັ່ງໃຫ້ເອົາສັດເຫລົ່ານີ້ມາເປັນຂອງຕ້ອນແກ່ເອຊາວເຈົ້ານາຍຂອງຂ້ານ້ອຍ ສ່ວນຢາໂຄຍເອງກຳລັງເດີນທາງມາຕາມຫລັງ” 19 ຢາໂຄບໄດ້ສັ່ງຜູ້ທີ່ສອງທີ່ສາມແລະຫມົດທຸກຄົນທີ່ຄຸມສັດໄປນັ້ນແບບດຽວກັນວ່າ, “ເມື່ອເຈົ້າພົບເອຊາວຕ້ອງເວົ້າກັບເຂົາ ແບບນີ້ວ່າ 20 “ຢາໂຄບຂ້າໃຊ້ຂອງທ່ານກຳລັງຍ່າງຕາມຫລັງພວກເຮົາມາ” ຢາໂຄບຄິດໃນໃຈວ່າ, “ດ້ວຍຂອງຕ້ອນທີ່ຂ້ອຍສົ່ງໄປໃຫ້ເອຊາວກ່ອນນັ້ນ ເຂົາຄົງຈະເຫັນໃຈຂ້ອຍ ແລະເມື່ອຂ້ອຍພົບເຂົາ ບາງທີເຂົາອາດຈະຍົກໂທດໃຫ້ຂ້ອຍກໍໄດ້” 21 ຢາໂຄບໄດ້ສົ່ງຂອງຕ້ອນມາກ່ອນ ສ່ວນເຂົາເອງຍັງນອນຄ້າງຄືນຢູ່ທີ່ຄ້າຍ
ຢາໂຄບຕໍ່ສູ້ກັບຊາຍຜູ້ນຶ່ງທີ່ເປນີເອນ
22 ໃນຄືນດຽວກັນນັ້ນ ຢາໂຄບໄດ້ຕື່ນຂຶ້ນພາພັຣຍາທັງສອງ ຂ້າໃຊ້ຍິງສອງຄົນ ແລະບຸດສິບເອັດຄົນຂ້າມແມ່ນ້ຳຢັບໂບກ 23 ຫລັງຈາກສົ່ງພວກເຂົາຂ້າມຫມົດແລ້ວ ຢາໂຄບກໍຈັດເອົາສິ່ງຂອງຂ້າມໄປອີກ 24 ສ່ວນເຂົາເອງຍັງຄ້າງຢູ່ຟາກນ້ຳພຸ້ນຄົນດຽວ 25 ແລ້ວມີຊາຍຄົນນຶ່ງໄດ້ຕໍ່ສູ້ກັບເຂົາຈົນຮອດຮຸ່ງເຊົ້າ ຂນະທີ່ກຳລັງຕໍ່ສູ້ກັນ ຊາຍຜູ້ນັ້ນເຫັນວ່າຕົນຈະບໍ່ຊະນະຢາໂຄບ ຈຶ່ງຕິແອວຂອງເຂົາຈົນພິກໂບກ 26 ຊາຍຜູ້ນັ້ນເວົ້າວ່າ, “ປ່ອຍໃຫ້ເຮົາໄປເສັຽ ເພາະຕາເວັນກໍກຳລັງຈະຂຶ້ນແລ້ວ” ແຕ່ຢາໂຄບຕອບວ່າ, “ຂ້າພະເຈົ້າຈະບໍ່ປ່ອຍທ່ານໄປ ຈົນກວ່າທ່ານຈະອວຍພອນໃຫ້ຂ້າພະເຈົ້າ” 27 ຊາຍຄົນນັ້ນຈຶ່ງຖາມວ່າ, “ເຈົ້າຊື່ຫຍັງ?” ຢາໂຄບຕອບວ່າ, “ຂ້າພະເຈົ້າຊື່ຢາໂຄບ” ທ່ານເວົ້າຕື່ມອີກວ່າ, “ຊື່ຂອງເຈົ້າຈະບໍ່ແມ່ນຢາໂຄບອີກ ເພາະວ່າເຈົ້າໄດ້ຕໍ່ສູ້ກັບພຣະເຈົ້າແລະມະນຸດ ແລະໄດ້ຊະນະ ດັ່ງນັ້ນ ເຈົ້າຈະມີຊື່ໃຫມ່ວ່າ ອິສຣາເອນ” 28 ຢາໂຄບເວົ້າວ່າ, “ກະຣຸນາບອກຊື່ທ່ານໃຫ້ຂ້າພະເຈົ້າຮູ້ແດ່” 29 ແຕ່ທ່ານຊ້ຳຕອບວ່າ, “ເປັນຫຍັງເຈົ້າຈຶ່ງຖາມຊື່ເຮົາ?” ຄັນແລ້ວ ຊາຍຜູ້ນັ້ນກໍອວຍພອນໃຫ້ຢາໂຄບ 30 ຢາໂຄບເວົ້າວ່າ, “ຂ້າພະເຈົ້າໄດ້ເຫັນພຣະເຈົ້າຕໍ່ຫນ້າຕໍ່ຕາ ແຕ່ຂ້າພະເຈົ້າກໍຍັງບໍ່ຕາຍ” ດັ່ງນັ້ນ ເຂົາຈຶ່ງເອີ້ນບ່ອນນັ້ນວ່າ ເປນີເອນ 31 ຢາໂຄບອອກຈາກເປນີເອນໄປເມື່ອຕາເວັນກຳລັງຂຶ້ນ ເຂົາຍ່າງຂາເຢັກໄປເພາະເຈັບແອວ 32 ດ້ວຍເຫດຜົນດັ່ງກ່າວນີ້ ຊາວອິສຣາເອນຈຶ່ງບໍ່ກິນຊີ້ນເອັນທີ່ຕໍ່ກັບແອວ ເພາະວ່າແມ່ນຊີ້ນບ່ອນທີ່ພຣະເຈົ້າໄດ້ຕີ
ຢາໂຄບພົບເອຊາວ
1 ເອຊາວພ້ອມລູກນ້ອງສີ່ຮ້ອຍຄົນໄດ້ມາຫາຢາໂຄບ ເມື່ອຢາໂຄບເຫັນເຊັ່ນນັ້ນ ເຂົາຈຶ່ງແບ່ງເດັກນ້ອຍໃຫ້ເລອາ ໃຫ້ຣາເຊັນ ແລະໃຫ້ສາວໃຊ້ສອງຄົນ 2 ເຂົາໄດ້ໃຫ້ຄົນໃຊ້ສອງຄົນກັບບຸດຂອງເຂົາຢູ່ຫນ້າເລອາ ແລະບຸດຂອງເຂົາຢູ່ກາງ ຣາເຊັນ ແລະໂຢເຊັບຢູ່ທາງຫລັງ 3 ສ່ວນຢາໂຄບເອງກໍອອກຫນ້າພວກເຂົາໄປ ແລ້ວຂາບລົງເຈັດເທື່ອຈົນເຂົ້າໄປຮອດອ້າຍ 4 ເອຊາວກໍແລ່ນອອກໄປພົບພ້ອມທັງກອດແລະຈູບຢາໂຄບ ພວກເຂົາທັງສອງພາກັນຮ້ອງໄຫ້ 5 ເມື່ອເອຊາວມືນຕາຂຶ້ນເຫັນຜູ້ຍິງ ແລະເດັກນ້ອຍເຫລົ່ານັ້ນຈຶ່ງຖາມວ່າ, “ຄົນທີ່ມານຳເຈົ້ານີ້ແມ່ນໃຜ?” ຢາໂຄບຕອບວ່າ, “ອ້າຍເອີຍ, ພວກນີ້ແມ່ນບຸດຂອງນ້ອງເອງ ທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້” 6 ແລ້ວພວກເຂົາກໍຫຍັບເຂົ້່າມາຂາບເອຊາວເປັນລຳດັບໄປຄື ສາວໃຊ້ທັງສອງພ້ອມບຸດ 7 ຕໍ່ມາ ເລອາກັບບຸດ ແລະສຸດທ້າຍແມ່ນຣາເຊັນກັບໂຢເຊັບ 8 ເອຊາວຈຶ່ງຖາມວ່າ, “ຄັນຊັ້ນຫມວດທີ່ຂ້ອຍພົບກ່ອນນັ້ນເດ ແມ່ນພວກໃດກັນ?” ຢາໂຄບຕອບວ່າ, “ພວກນັ້ນ ນ້ອງໄດ້ສົ່ງມາຂໍຄວາມເມດຕາຈາກອ້າຍ” 9 ແຕ່ເອຊາວຕອບວ່າ, “ນ້ອງເອີຍ ອ້າຍມີພຽງພໍແລ້ວ ຈົ່ງຮັກສາໄວ້ເພື່ອນ້ອງເສັຽ” 10 ຢາໂຄບເວົ້າວ່າ, “ບໍ່ແມ່ນຢ່າງນັ້ນ ຖ້າອ້າຍຫາກມີຄວາມກະຣຸນາຕໍ່ນ້ອງແລ້ວ ຈົ່ງຮັບເອົາຂອງຕ້ອນນີ້ເທີນ ນ້ອງເຫັນຫນ້າຕາຂອງອ້າຍ ກໍເຫມືອນກັນກັບເຫັນພຣະພັກຂອງພຣະເຈົ້າ ແລະດຽວນີ້ອ້າຍກໍດີຕໍ່ນ້ອງຫລາຍແທ້ໆ 11 ຈົ່ງຮັບເອົາຂອງຕ້ອນທີ່ນ້ອງເອົາມານີ້ສາເທີນ ເພາະພຣະເຈົ້າຊົງໂຜດກະຣຸນານ້ອງ ແລະໄດ້ປະທານທຸກສິ່ງທຸກຢ່າງທີ່ນ້ອງຕ້ອງການ” ຢາໂຄບວິງວອນຢ່າງອ່ອນນ້ອມຈົນອ້າຍຍອມຮັບເອົາ 12 ຕໍ່ມາເອຊາວເວົ້າວ່າ, “ເຮົາພາກັນອອກເດີນທາງເທາະ ອ້າຍຈະນຳຫນ້ານ້ອງໄປ” 13 ຢາໂຄບຈຶ່ງຕອບວ່າ, “ອ້າຍເອີຍ, ອ້າຍກໍຮູ້ວ່າພວກເດັກນ້ອຍກໍຍັງອ່ອນແຮງ ແລະນ້ອງຍັງຫ່ວງນຳຝູງສັດ ແລະລູກນ້ອຍຂອງມັນທີ່ຍັງກິນນົມຢູ່ ຖ້າພວກເຮົາເລັ່ງຮີບໄລ່ໄປໃນວັນດຽວ ສັດເຫລົ່ານີ້ກໍຈະຕາຍຫມົດ ຂໍອ້າຍຈົ່ງໄປກ່ອນນ້ອງສາ 14 ສ່ວນນ້ອງຈະຕິດຕາມອ້າຍໄປຊ້າໆ” ແຕ່ຈະພຍາຍາມໄປໄວເທົ່າທີ່ຈະໄວໄດ້ຕາມຄວາມສາມາດຂອງເດັກນ້ອຍແລະຂອງສັດຈົນຮອດເມືອງ ເຊອີຣ໌” 15 ເອຊາວເວົ້າວ່າ, “ຄັນຊັ້ນ ອ້າຍຈະປະຄົນງານບາງຄົນໄວ້ກັບນ້ອງ” ແຕ່ຢາໂຄບຕອບວ່າ, “ເປັນຄວາມກະຣຸນາຂອງອ້າຍຫລາຍແທ້ໆ ແຕ່ນ້ອງເຫັນວ່າບໍ່ມີຄວາມຈຳເປັນ” 16 ໃນວັນນັ້ນ ເອຊາວໄດ້ອອກເດີນທາງກັບເມືອງເຊອີຣ໌ 17 ສ່ວນຢາໂຄບກໍເດີນທາງໄປເຖິງ ຊຸກໂກດ ແລ້ວສ້າງເຮືອນຢູ່ຫລັງນຶ່ງສຳລັບຄອບຄົວ ແລະສ້າງຄອກສຳລັບຝູງສັດ ດ້ວຍເຫດນີ້ ບ່ອນນັ້ນຈຶ່ງມີຊື່ວ່າ ຊຸກໂກດ 18 ຢາໂຄບເດີນທາງຈາກປັດດານອາຣາມໄດ້ມາຮອດເມືອງເຊເຄມ ໃນປະເທດການາອານຢ່າງປອດໄພ ທ່ານໄດ້ຕັ້ງຄ້າຍພັກຢູ່ຕໍ່ຫນ້າເມືອງ 19 ແລະໄດ້ຊື້ທົ່ງນຶ່ງຣາຄາຮ້ອຍຫລຽນ ຈາກບຸດ ຊາຍຂອງຮາໂມຣ໌ ບິດາຂອງເຊເຄມ 20 ຢາໂຄບສ້າງແທ່ນບູຊາຂຶ້ນທີ່ນັ້ນ ແລະໃສ່ຊື່ວ່າ ເອນອີໂລເຮອິສຣາເອນ
ນາງດີນາຖືກຂົ່ມຂືນ
1 ນາງດິນາບຸດຕຣີຢາໂຄບແລະນາງເລອາ ໄດ້ພາກັນອອກໄປຫລີ້ນນຳພວກຜູ້ຍິງໃນເມືອງ 2 ເມື່ອເຊເຄມບຸດຊາຍຂອງຮາໂມຣ໌ ຊາວຮິວິຜູ້ເປັນເຈົ້າເມືອງໃນເມືອງນີ້ເຫັນນາງ ເຂົາຈຶ່ງຈັບເອົານາງໄປຂົ່ມຂືນ 3 ເຊເຄມໄດ້ກະທຳດ້ວຍຄວາມຮັກ ເຂົາພຍາຍາມອີ່ນອອຍແລະປະເລົ້າປະໂລມນາງ 4 ຕໍ່ມາ ເຂົາຈຶ່ງເວົ້າກັບບິດາວ່າ, “ຈົ່ງໄປຂໍຍິງນີ້ໄຫ້ເປັນພັຣຍາຂ້ານ້ອຍເຖີດ” 5 ຢາໂຄບຮູ້ວ່າ ບຸດຕຣີຂອງຕົນໄດ້ຮັບຄວາມອັບອາຍຂາຍຫນ້າທ່ານເລີຍບໍ່ຮູ້ຈະເຮັດແນວໃດ ເພາະບຸດຊາຍຂອງທ່ານທຸກຄົນກໍໄດ້ອອກໄປລ້ຽງສັດທີ່ທົ່ງນາ 6 ສະນັ້ນ ທ່ານຈຶ່ງລໍຖ້າໃຫ້ເຂົາກັບມາກ່ອນ ຮາໂມຣ໌ບິດາຂອງເຊເຄມໄດ້ໄປປຶກສາຫາລືກັນກັບຢາໂຄບ 7 ເປັນເວລາພໍດີກັບພວກລູກຊາຍຂອງຢາໂຄບກັບມາແຕ່ທົ່ງນາ ເມື່ອພວກເຂົາໄດ້ຮູ້ວ່າເຊເຄມໄດ້ຂົ່ມຂືນດິນາ ພວກເຂົາກໍຄຽດແຄ້ນແລະທຸກໃຈຫລາຍທີ່ເຂົາໄດ້ທຳໃນສີ່ງທີ່ບໍ່ສົມຄວນ ໂດຍໃຫ້ພວກອິສຣາເອນໄດ້ຮັບຄວາມຫມີ່ນປະຫມາດນີນທາ ແລະອັບອາຍຂາຍຫນ້າ 8 ແຕ່ຮາໂມຣ໌ໄດ້ເວົ້າຕໍ່ເຂົາວ່າ, “ເຊເຄມບຸດຊາຍຂອງຂ້ອຍໄດ້ຫລົງຮັກລູກສາວຂອງເຈົ້າ ຂໍໃຫ້ພວກເຂົາໄດ້ແຕ່ງງານກັນສາ 9 ຂໍພວກເຮົາຈົ່ງເປັນອັນນຶ່ງອັນດຽວກັນ ໂດຍໃຫ້ບຸດຂອງພວກເຮົາໄດ້ແຕ່ງງານກັນ ຄືບຸດຊາຍຂອງຂ້ອຍຈະແຕ່ງງານກັບບຸດຕຣີຂອງເຈົ້າ ແລະບຸດຊາຍຂອງເຈົ້າຈະແຕ່ງງານກັບບຸດຕຣີຂອງຂ້ອຍກໍໄດ້ 10 ຕໍ່ໄປ ເຮົາກໍຈະຢູ່ໃນດິນແດນນີ້ນຳກັນ ເຈົ້າຈະຢູ່ບອ່ນໃດກໍໄດ້ ເຈົ້າຈະຄ້າຂາຍແລະມີດິນເປັນຂອງພວກເຈົ້າໄດ້ຕາມໃຈມັກ” 11 ຄັນແລ້ວ ເຊເຄມຈຶ່ງເວົ້າຕໍ່ບິດາແລະອ້າຍນ້ອງຂອງດີນາວ່າ, “ຈົ່ງໃຫ້ຄວາມກະຣຸນາຕໍ່ຂ້ອຍເທີນ ແລະຂ້ອຍຈະໃຫ້ທຸກຢ່າງທີ່ເຈົ້າຕ້ອງການ ຈົ່ງບອກຂ້ອຍມາສິ່ງທີ່ເຈົ້າຕ້ອງການ 12 ຈະແມ່ນຂອງຂວັນແລະເງິນຄຳສິນສອດຫລາຍເທົ່າໃດກໍໄດ້ຕາມທີ່ເຈົ້າຕ້ອງການ ຂ້ອຍຈະໃຫ້ທຸກສິ່ງທີ່ເຈົ້າຂໍມາ ຂໍພຽງແຕ່ໃຫ້ຂ້ອຍໄດ້ແຕ່ງງານກັບນາງເທົ່ານັ້ນ 13 ບຸດຊາຍຢາໂຄບຕອບເຊເຄມ ແລະຮາໂມຣ໌ໃນທຳນອງຫລອກລວງ ເພາະເຊເຄມໄດ້ເຮັດໃຫ້ນ້ອງສາວຂອງພວກເຂົາອັບອາຍຂາຍຫນ້າ 14 ພວກເຂົາເວົ້າວ່າ, “ພວກເຮົາບໍ່ຍອມໃຫ້ນາງດິນາແຕ່ງງານກັບຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດ ເພາະວ່າມັນເປັນການເສັຽກຽດຕິຍົດສຳລັບພວກເຮົາ 15 ມີເງື່ອນໃຂດຽວເທົ່ານັ້ນທີ່ພວກເຮົາຈະລົງລອຍກັນໄດ້ຄື ພວກເຈົ້າຕ້ອງເປັນເຫມືອນພວກເຮົາຄື ຜູ້ຊາຍທຸກໆຄົນຈະຕ້ອງໄດ້ຮັບພິທີຕັດ 16 ແລ້ວພວກເຮົາກໍຈະຍອມໃຫ້ພວກເຈົ້າແຕ່ງງານກັບບຸດຕຣີພວກເຮົາ ແລະພວກເຮົາກໍຈະແຕ່ງງານກັບບຸດຕຣີຂອງພວະເຈົ້າໄດ້ ແລ້ວພວກເຮົາຈະຢູ່ຮ່ວມກັນ ແລະເປັນປະຊາຊົນອັນນຶ່ງອັນດຽວກັນ 17 ແຕ່ຖ້າຫາກວ່າເຈົ້າບໍ່ຍິນຍອມຮັບຂໍ້ສເນີຂອງພວກເຮົາ ພວກເຮົາກໍຈະເອົານາງຄືນມາ ແລະອອກຫນີຈາກປະເທດນີ້ໄປ” 18 ຮາໂມຣ໌ກັບບຸດຊາຍເຫັນວ່າເງື່ອນໄຂນັ້ນເປັນທີ່ພໍໃຈແລ້ວ 19 ດັ່ງນັ້ນ ເຊເຄມຈຶ່ງຮັບເອົາຕາມຂໍ້ທີ່ສເນິມາ ກໍຍ້ອນວ່າເຂົາຮັກນາງດິນາຫລາຍ ເຊເຄມເປັນຄົນທີ່ຫນ້ານັບຖືຫລາຍໃນຄອບຄົວຂອງເຂົາ 20 ຮາໂມຣ໌ກັບເຊເຄມບຸດຊາຍຂອງທ່ານໄດ້ພາກັນໄປບ່ອນປະຊຸມທີ່ປະຕູເມືອງ ແລະເວົ້າກັບຊາວເມືອງວ່າ, 21 “ຄົນພວກນີ້ເປັນມິດກັນກັບພວກເຮົາ ຈົ່ງໃຫ້ເຂົາອາໄສຢູ່ໃນປະເທດນີ້ແລະໂຍກຍ້າຍໄປມາຕາມໃຈມັກ ດິນແດນກໍຍັງກວ້າງຂວາງຢູ່ສຳລັບເຂົາ ຈົ່ງໃຫ້ບຸດຊາຍກັບບຸດຕຣີຂອງພວກເຮົາ ແລະຂອງພວກເຂົາໄດ້ແຕ່ງງານກັນ 22 ພວກເຂົາຈະຍິນຍອມຢູ່ນຳພວກເຮົາ ແລະເປັນປະຊາຊົນອັນນຶ່ງອັນດຽວກັນກັບພວກເຮົາ ແຕ່ມີພຽງເງື່ອນໄຂດຽວເທົ່ານັ້ນທີ່ພວກເຮົາຕ້ອງປະຕິບັດ ຄືໃຫ້ຜູ້ຊາຍທຸກໆຄົນຂອງພວກເຮົາຈົ່ງຮັບພິທີຕັດເຫມືອນດັ່ງພວກເຂົາ 23 ຍັງບໍ່ແລ້ວເທົ່ານັ້ນສັດທັງຫລາຍພ້ອມທັງສິ່ງຂອງທັງຫມົດກໍຈະເປັນຂອງພວກເຮົາ ດັ່ງນັ້ນ ຈົ່ງຍອມຮັບເອົາເງື່ອນໄຂຂອງເຂົາ ແລ້ວໃຫ້ພວກເຂົາຢູ່ນຳພວກເຮົາສາ” 24 ປະຊາຊົນທຸກໆຄົນໃນເມືອງກໍເຫັນດີ ແລະຍອມປະຕິບັດຕາມຄໍາທີ່ຮາໂມຣ໌ກັບເຊເຄມໄດ້ສເນີມາ ແລະຜູ້ຊາຍທຸກໆຄົນກໍເຂົ້າຮັບພິທີຕັດຫມົດ 25 ສາມວັນຕໍ່ມາ ໃນເວລາທີ່ພວກຜູ້ຊາຍຍັງເຈັບປ່ວຍຢູ່ນັ້ນ ເນື່ອງມາຈາກການຮັບພິທີຕັດ ຊີເມໂອນແລະເລວິ ຊຶ່ງເປັນອ້າຍຂອງນາງດີນາແລະເປັນບຸດຂອງຢາໂຄບໄດ້ຖືດາບເຂົ້າໄປໃນເມືອງຢ່າງບໍ່ມີໃຜສົງໄສ ແລ້ວຂ້າຜູ້ຊາຍທຸກໆຄົນໃນເມືອງນັ້ນ 26 ເຂົາຂ້າຮາໂມຣ໌ແລະເຊເຄມ ແລ້ວພານາງດິນາຫນີອອກຈາກເຮືອນຂອງເຊເຄມມາ 27 ຍ້ອນນ້ອງສາວເຂົາໄດ້ຮັບຄວາມອັບອາຍຂາຍຫນ້າ ລູກຊາຍຄົນອື່ນອີກຂອງຢາໂຄບຈຶ່ງໄດ້ຕໍ່ສູ້ກັນກັບຜູ້ບາດເຈັບແລ້ວ ເອົາສິ່ງຂອງທີ່ມີຄ່າທີ່ມີໃນເມືອງນັ້ນໄປ 28 ພວກເຂົາໄດ້ເອົາຝູງສັດຄືງົວຄວາຍ ລໍພ້ອມສິ່ງຂອງໃນເມືອງ ແລະໃນທົ່ງນາໄປຫມົດ 29 ຍຶດເອົາສິ່ງຂອງທີ່ມີຄ່າທັງຫມົດ ຈັບເອົາບຸດພັຣຍາຂອງຄົນເຫລົ່ານັ້ນ ແລະຂົນເອົາທຸກສິ່ງໃນເຮືອນໄປຫມົດ 30 ຢາໂຄບຈິ່ງເວົ້າກັບຊີເມໂອນແລະເລວີວ່າ, “ຫມູ່ເຈົ້າໄດ້ກໍ່ເຣື່ອງວຸ້ນວາຍໃຫ້ຂ້ອຍ ບັດນີ້ ປະຊາຊົນທຸກຄົນໃນປະເທດນີ້ຄື ຊາວການາອານ ຊາວເປຣີສຊີ ຕ້ອງຊັງຫນັງຫນ້າຂ້ອຍ ຖ້າພວກປະຊາຊົນເຫລົ່ານັ້ນພ້ອມໃຈກັນມາໂຈມຕີ ຂ້ອຍກັບຄອບຄົວກໍຈະຖືກຂ້າຖິ້ມ ເພາະວ່າຂ້ອຍມີຄົນບໍ່ຫລາຍ” 31 ແຕ່ພວກເຂົາຕອບວ່າ, “ເຮົາບໍ່ຍອມໃຫ້ເຂົາທຳກັບນ້ອງສາວເຮົາເຫມືອນດັ່ງຍິງຊົ່ວ”
ພຣະເຈົ້າອວຍພອນຢາໂຄບທີ່ເບັດເອນ
1 ພຣະເຈົ້າຊົງກ່າວຕໍ່ຢາໂຄບວ່າ, “ຮີບຕຽມຕົວແລ້ວອອກໄປອາໄສຢູ່ເບັດເອນ ໃນທີ່ນັ້ນ ຈົ່ງສ້າງແທ່ນບູຊາພຣະເຈົ້າຜູ້ປາກົດຕໍ່ເຈົ້າ ເມື່ອເຈົ້າກຳລັງປົບຫນີຈາກເອຊາວອ້າຍຂອງເຈົ້າ” 2 ດັ່ງນັ້ນ ຢາໂຄບຈຶ່ງບອກກັບຄອບຄົວຂອງຕົນ ແລະທຸກຄົນທີ່ອາໄສຢູ່ນຳວ່າ, “ຈົ່ງປະຖິ້ມຮູບພຣະທັງຫລາຍທີ່ມີຢູ່ ພ້ອມທັງຊຳຮະກາຍໃຈໃຫ້ສະອາດຜ່ອງໃສ ແລະນຸ່ງເຄື່ອງອັນຈົບງາມ 3 ພວກເຮົາຈະຫນີໄປຢູ່ເບັດເອນໃນບ່ອນນັ້ນ ຂ້ອຍຈະສ້າງແທ່ນສຳລັບຖວາຍບູຊາພຣະເຈົ້າອົງຊົງໄດ້ສະຖິດຢູ່ນຳຂ້ອຍ ໃນທຸກໆບ່ອນທີ່ຂ້ອຍໄປ ແລະຊົງໄດ້ຊົດຊ່ອຍຂ້ອຍເວລາທຸກຍາກລຳບາກ” 4 ດັ່ງນັ້ນ ພວກເຂົາຈຶ່ງເອົາຮູບພຣະທີ່ເຂົາມີຢູ່ ແລະຕຸ້ມຫູທີ່ເຂົາໃສ່ມອບໃຫ້ຢາໂຄບ ທ່ານຈຶ່ງເອົາເຄື່ອງເຫລົ່ານີ້ໄປຝັງໄວ້ໃຕ້ຕົ້ນຫມາກກໍ່ໃກ້ໆເມືອງເຊເຄມ 5 ເມື່ອຢາໂຄບພ້ອມທັງບຸດຊາຍຂອງຕົນກຳລັງອອກເດີນທາງ ຄົນທີ່ຢູ່ໃນເມືອງໃກ້ຄຽງກໍເກີດມີຄວາມຢ້ານຢ່າງໃຫຍ່ ຈົນບໍ່ສາມາດໄລ່ຕິດຕາມພວກເຂົາໄປ 6 ຢາໂຄບພ້ອມປະຊາຊົນທຸກຄົນໄດ້ມາຮອດເມືອງລູຊ (ຫລືເບັດເອນ) ທີ່ປະເທດການາອານ 7 ໃນທີ່ນັ້ນ ທ່ານໄດ້ສ້າງແທ່ນສຳລັບຖວາຍບູຊາແລ້ວໃສ່ຊື່ບ່ອນນັ້ນວ່າ ເບັດເອນ ກໍເພາະວ່າພຣະເຈົ້າໄດ້ຊົງປາກົດແກ່ຢາໂຄບ ເມື່ອຄາວປົບຫນີຈາກອ້າຍຂອງທ່ານ 8 ຄັນຕໍ່ມາ ນາງເດໂບຣາແມ່ນົມຂອງນາງເຣເບກາກໍເຖິງແກ່ກຳ ເຂົາເອົາສົບຂອງນາງຝັງໄວ້ໃຕ້ຕົ້ນຫມາກກໍ່ທາງທິດໃຕ້ຂອງເມືອງເບັດເອນ ເຂົາຈຶ່ງໃສ່ຊື່ກົກໄມ້ນັ້ນວ່າ ອັນໂລນບາຄູທ ຕົ້ນຫມາກກໍ່ແຫ່ງການຮ້ອງໄຫ້ 9 ເມື່ອຢາໂຄບກັບຈາກປັດດານອາຣາມ ພຣະເຈົ້າໄດ້ຊົງປາກົດຕໍ່ທ່ານອີກ ແລະຊົງອວຍພອນໃຫ້ທ່ານວ່າ, 10 “ຕໍ່ໄປນີ້ ຊື່ຂອງເຈົ້າຈະບໍ່ແມ່ນຢາໂຄບອີກ ຊື່ຂອງເຈົ້າຈະແມ່ນອິສຣາເອນ” ດັ່ງນັ້ນ ທ່ານຈຶ່ງມີຊື່ວ່າ ອິສຣາເອນ 11 ແລ້ວພຣະເຈົ້າຊົງກ່າວຕໍ່ໄປວ່າ, “ເຮົາແມ່ນພຣະຜູ້ເປັນເຈົ້າຜູ້ມີຣິດອຳນາດຍິ່ງໃຫຍ່ ເຈົ້າຈະມີເຊື້ອສາຍມາກມາຍຈົນກາຍເປັນຫລາຍຊົນຊາດ ແລະຍັງມີບາງຄົນອີກໃນເຊື້ອສາຍຂອງເຈົ້າຈະເປັນກະສັດ 12 ເຮົາຈະເອົາດິນຊຶ່ງເຮົາໄດ້ໃຫ້ອັບຣາຮາມ ແລະອີຊາກນັ້ນໃຫ້ເຈົ້າ ແລະເຊື້ອສາຍຂອງເຈົ້າສືບຕໍ່ໄປ” 13 ຄັນແລ້ວ ພຣະເຈົ້າກໍສະເດັດຈາກບ່ອນທີ່ພະອົງຊົງກ່າວຕໍ່ທ່ານຄືນສູ່ສວັນ 14 ຢາໂຄບຈຶ່ງຝັງເສົາຫີນເປັນອະນຸສອນໄວ້ທີ່ນັ້ນ ທ່ານໄດ້ຖອກເຄື່ອງດື່ມຖວາຍບູຊາໃສ່ເທິງເສົາຫີນ ແລະແລ້ວກໍເອົານ້ຳມັນທີ່ມີກິ່ນຫອມຖອກໃສ່ອີກ 15 ຢາໂຄບໃສ່ຊື່ບ່ອນນັ້ນວ່າ ເບັດເອນ
ນາງຣາເຊັນເສັຽຊີວິດ
16 ພວກເຂົາພາກັນອອກຈາກເບັດເອນໄປ ເມື່ອເດີນທາງໄປໃກ້ຈະຮອດເອຟຣັທແລ້ວ ນາງຣາເຊັນກໍເຈັບທ້ອງຈະຄອດບຸດ ເທື່ອນີ້ນາງຄອດບຸດລຳບາກຫລາຍ 17 ເມື່ອນາງເບັ່ງບຸດເມື່ອໃດ ນາງຜະດຸງຄັນກໍເວົ້າກັບນາງວ່າ, “ບໍ່ຕ້ອງຢ້ານ ເຈົ້າຈະໄດ້ບຸດຜູ້ຊາຍອີກ” 18 ນາງສິ້ນໃຈຕາຍ ຫລັງຈາກຄອດບຸດແລ້ວ ແຕ່ກ່ອນສິ້ນໃຈຕາຍນາງໃສ່ຊື່ບຸດວ່າ ເບັນໂອນີ ແຕ່ຢາໂຄບໃສ່ຊື່ໃຫ້ໃຫມ່ວ່າ ເບັນຢາມິນ 19 ຢາໂຄບໄດ້ເອົາສົບນາງຣາເຊັນໄປຝັງໄວ້ໃກ້ແຄມທາງໄປເມືອງເອຟຣັທ (ປັດຈຸບັນແມ່ນເມືອງເບັດເລເຮັມ) 20 ຄັນແລ້ວ ທ່ານໄດ້ຝັງເສົາຫີນເທິງຫລຸມຝົງສົບເປັນອະນຸສອນ ແລະເສົານັ້ນໄດ້ເອີ້ນວ່າ “ເສົານາງຣາເຊັນ” ມາເທົ່າທຸກວັນນີ້ 21 ຕໍ່ມາ ອິສຣາເອນໄດ້ຍ້າຍໄປຕັ້ງຄ້າຍພັກອາໄສຢູ່ທາງຟາກຫໍຄອຍເອເດີເບື້ອງນັ້ນ
ບັນດາບຸດຂອງຢາໂຄບ
22 ເມື່ອອິສຣາເອນໄດ້ອາໄສຢູ່ໃນປະເທດນັ້ນ ຣູເບນໄດ້ລັກນອນນຳນາງບີນຮາພັຣຍານ້ອຍຂອງບິດາ ອິສຣາເອນຜູ້ເປັນບິດາກໍຮູ້ເຣື່ອງນີ້ ຝ່າຍບຸດຊາຍຂອງຢາໂຄບມີສິບສອງຄົນ 23 ບຸດຊາຍທີ່ເກີດຈາກນາງເລອາຄື ຣູເບນບຸດຊາຍກົກ ຊີເມໂອນ ເລວິ ຢູດາ ອິສຊາຄາ ແລະເຊບູລູນ 24 ບຸດຊາຍທີ່ເກີດຈາກນາງຣາເຊັນຄື ໂຢເຊັບ ແລະເບັນຢາມິນ 25 ບຸດຊາຍທີ່ເກີດຈາກນາງບີນຮາສາວໃຊ້ນາງຣາເຊັນຄື ດານ ແລະເນັຟທາລີ 26 ບຸດຊາຍທີ່ເກີດຈາກນາງຊີນປາສາວໃຊ້ນາງເລອາຄື ກາດ ແລະອາເຊີ ຄົນເຫລົ່ານີ້ແມ່ນບຸດຊາຍຂອງຢາໂຄບທີ່ເກີດຢູ່ເມໂຊໂປຕາເມັຽ
ອີຊາກເຖິງແກ່ກຳ
27 ຢາໂຄບໄດ້ກັບຄືນມາຫາອິຊາກບິດາຂອງຕົນທີ່ມັມເຣ (ມີຊື່ວ່າ ກີຣິອາດ-ອາຣ໌ບາ ຫລືເຮໂບຣນ) ບ່ອນທີ່ອັບຣາຮາມ ແລະອິຊາກໄດ້ເຄີຍອາໄສຢູ່ 28 ອີຊາກໄດ້ເຖິງແກ່ກຳໄປຢູ່ນຳພີ່ນ້ອງຂອງທ່ານ ເມື່ອອາຍຸໄດ້ຮ້ອຍແປດສິບປີ 29 ຢາໂຄບ ແລະເອຊາວບຸດຊາຍຂອງທ່ານເອງເປັນຜູ້ຝັງສົບ
ເຊື້ອສາຍຂອງເອຊາວ
1 ເຊື້ອສາຍຂອງເອຊາວ (ຫລືເອໂດມ) ມີດັ່ງນີ້, 2 ເອຊາວມີພັຣຍາຊາວການາອານສາມຄົນຄື ນາງອາດາບຸດຕຣີຂອງເອໂລນຊາວຮິດຕີ ນາງໂອໂຮລີບາມາບຸດຕຣີຂອງອານາ ແລະຫລານຂອງຊີເບໂອນຊາວຮີວີ 3 ແລະນາງບາເຊມັທ ບຸດຕຣີຂອງອິຊມາເອນ ນ້ອງສາວຂອງເນບາໂຢດ 4 ນາງອາດາມີບຸດຊາຍກັບເອຊາວຊື່ ເອລິຟັສ ນາງບາເຊມາດມີບຸດຊາຍຊື່ ຣູເອນ 5 ແລະນາງໂອໂຮລິບາມາມີບຸດຊາຍຊື່ ເຢອຸສ ຢາລາມ ແລະໂກຣາ ພວກເຂົາທັງຫມົດເປັນບຸດຊາຍຂອງເອຊາວ ທີ່ເກີດເວລາທ່ານໄປອາໄສຢູ່ໃນປະເທດການາອານ 6 ຕໍ່ມາ ເອຊາວໄດ້ພາພັຣຍາ ບຸດຊາຍຍິງ ແລະຫມົດທຸກຄົນຢູ່ໃນເຮືອນຂອງຕົນ ພ້ອມທັງສັດແລະທຸກສິ່ງທີ່ມີຢູ່ໃນປະເທດການາອານຫນີຈາກຢາໂຄບນ້ອງຊາຍໄປຍັງປະເທດອື່ນ 7 ເພາະຊັບສົມບັດຂອງທັງສອງມີຫລາຍ ດິນແດນທີ່ເຂົາອາໄສຢູ່ນັ້ນບໍ່ພຽງພໍໃຫ້ເຂົາລ້ຽງຝູງສັດ ແລະບໍ່ສາມາດຢູ່ນຳກັນໄດ້ 8 ສະນັ້ນ ເອຊາວຈຶ່ງໄປອາໄສຢູ່ພູນ້ອຍຂອງປະເທດເຊອີຣ໌ ເອຊາວ ຄືເອໂດມ 9 ຕໍ່ໄປ ແມ່ນເຊື້ອສາຍຂອງເອຊາວຜູ້ຊຶ່ງໃຫ້ກຳເນີດຕະກູນເອໂດມທີ່ອາໄສຢູ່ເທິງພູນ້ອຍເຊອີຣ໌ 10 ບຸດຊາຍທັງຫລາຍຂອງເອຊາວມີຊື່ດັ່ງນີ້ຄື ເອລິຟັສ ບຸດຊາຍຂອງນາງເອດາ ແລະຣູເອນບຸດຊາຍຂອງນາງບາເຊມັທ 11 ບຸດຊາຍຂອງເອລີຟັສມີຄື ເຕມານ ໂອມາກ ເຊໂຟ ກາຕາມ ແລະເກນັສ 12 (ຕິມນາເປັນພັຣຍາເອລີຟັສ ຜູ້ຊຶ່ງເປັນບຸດຊາຍຂອງເອຊາວ ນາງມີບຸດຊາຍດ້ວຍກັນກັບເອລີຟັສຊື່ ອາມາເລກ) ຄົນເຫລົ່ານີ້ແມ່ນບຸດຊາຍຂອງນາງອາດາພັຣຍາຂອງເອຊາວ 13 ຕໍ່ໄປນີ້ເປັນບຸດຊາຍຂອງຣູເອນມີຄື ນາຮາດ ເຊຣາ ຊາມມາ ແລະມິສຊາ ຄົນເຫລົ່ານີ້ ແມ່ນບຸດຊາຍຂອງນາງບາເຊມັທພັຣຍາຂອງເອຊາວ 14 ຕໍ່ໄປນີ້ເປັນບຸດຊາຍຂອງນາງໂອໂຮລີບາມາ ຊຶ່ງເປັນບຸດຂອງອານາ ແລະຫລານຂອງຊີເບໂອນພັຣຍາຂອງເອຊາວມີຄື ເຢອຸສ ຢາລາມ ແລະໂກຣາ ເຂົາເປັນບຸດຊາຍຂອງນາງໂອໂຮລີບາມາ ແລະເອຊາວ 15 ຕໍ່ໄປນີ້ ແມ່ນຫົວຫນ້າເຊື້ອສາຍຂອງເອຊາວຄື ບັນດາບຸດຊາຍຂອງເອລີຟັສ ບຸດຊາຍກົກຂອງເອຊາວເປັນຫົວຫນ້າຂອງພວກເຕມານ ໂອມາກ ເຊໂຟ ເກນັສ 16 ໂກຣາ ກາຕາມ ແລະອາມາເລກ ຄົນເຫລົ່ານີ້ເປັນຫົວຫນ້າຂອງຕະກູນເອລີຟັສຢູ່ໃນປະເທດເອໂດມ ພວກເຂົາເປັນບຸດຊາຍຂອງນາງອາດາ 17 ພວກບຸດຊາຍຂອງຣູເອນ ຊຶ່ງເປັນບຸດຊາຍຂອງເອຊາວ ເປັນຫົວຫນ້າຂອງພວກນາຮາດ ເຊຣາ ຊາມມາ ແລະມີສຊາ ຄົນເຫລົ່ານີ້ເປັນຫົວຫນ້າຂອງຕະກູນຣູເອນຢູ່ໃນປະເທດເອໂດມ ພວກເຂົາເປັນບຸດຊາຍຂອງນາງບາເຊມັທພັຣຍາຂອງເອຊາວ 18 ພວກບຸດຊາຍຂອງນາງໂອໂຮລີບາມາ ຊຶ່ງເປັນພັຣຍາຂອງເອຊາວເປັນຫົວຫນ້າຂອງຕະກູນເຢອຸສ ຢາລາມ ແລະໂກຣາ ພວກຫົວຫນ້າເຫລົ່ານີ້ເກີດຈາກນາງໂອໂຮລີບາມາຊຶ່ງເປັນບຸດຕຣີຂອງອານາ ແລະເປັນພັຣຍາຂອງເອຊາວ 19 ຄົນເຫລົ່ານີ້ເປັນເຊື້ອສາຍຂອງເອຊາວ (ຄືເອໂດມ) ແລະເປັນຫົວຫນ້າຕະກູນຕ່າງໆ
ເຊື້ອສາຍຂອງເຊອີຣ໌
20 ຕໍ່ໄປນີ້ ເປັນບຸດຊາຍທັງຫລາຍຂອງເຊອີຣ໌ຊາວໂຮຣ໌ ຊຶ່ງເປັນປະຊາຊົນຂອງປະເທດເອໂດມຄື ໂລຕານ ໂຊບານ ຊີເບໂອນ ອານາ 21 ດີໂຊນ ເອເຊີ ແລະດີຊານ ພວກເຫລົ່ານີ້ເປັນບຸດຊາຍຂອງເຊອີຣ໌ ເປັນຫົວຫນ້າຂອງຕະກູນໂຮຣ໌ຢູ່ໃນປະເທດເອໂດມ 22 ໂຮຣິ ແລະເຮມານເປັນບຸດຊາຍຂອງໂລຕານ ແລະຕີມານາເປັນນ້ອງສາວຂອງໂລຕານ 23 ຕໍ່ໄປນີ້ເປັນບຸດຊາຍຂອງໂຊບານຄື ອັນວານ ມານາຮາດ ເອບັນ ເຊໂຟ ແລະໂອນາມ 24 ຕໍ່ໄປນີ້ເປັນບຸດຊາຍຂອງຊີເບໂອນຄື ອັຍຢາ ແລະອານາ (ອານາເປັນຜູ້ພົບນ້ຳອອກບໍ່ຮ້ອນຢູ່ໃນຖິ່ນກັນດານ ເມື່ອເວລາເຂົາລ້ຽງຝູງລໍຂອງຊີເບໂອນບິດາຂອງເຂົາ) 25 ຕໍ່ໄປນີ້ເປັນບຸດຊາຍຂອງອານາຄື ດີໂຊນ ແລະໂອໂຮລີບາມາ ບຸດຕຣີຂອງອານາ 26 ຕໍ່ໄປນີ້ເປັນບຸດຊາຍຂອງດີໂຊນຄື ເຮມດານ ເອັສບານ ອິທຣານ ແລະເຄຣານ 27 ຕໍ່ໄປນີ້ເປັນບຸດຊາຍຂອງເອເຊີຄື ບິນຮານ ຊາອາວານ ແລະອາການ 28 ຕໍ່ໄປນີ້ເປັນບຸດຊາຍຂອງດິຊານຄື ອູຊ ແລະອາຣານ 29 ຄົນເຫລົ່ານີ້ເປັນພວກຫົວຫນ້າຂອງຊາວໂຮຣ໌ ຄື ໂລຕານ ໂຊບານ ຊີເບໂອນ ອານາ 30 ດີໂຊນ ເອເຊີ ແລະດີຊານ ຄົນເຫລົ່ານີ້ເປັນຫົວຫນ້າຂອງຊາວໂຮຣ໌ຕາມຕະກູນຢູ່ໃນປະເທດ
ເຊອີຣ໌
ເຈົ້າຊີວິດເມືອງເອໂດມ 31 ຕໍ່ໄປນີ້ເປັນກະສັດທີ່ມາປົກຄອງປະເທດເອໂດມ ກ່ອນທີ່ເຈົ້າຊີວິດອິສຣາເອນໄດ້ມາປົກຄອງຢູ່ທີ່ນັ້ນມີຄື 32 ກະສັດເບລາ ບຸດຊາຍຂອງເບໂອຣ໌ ມາແຕ່ເມືອງດີນຮາບາ ມາປົກຄອງໃນປະເທດເອໂດມ 33 ເມື່ອເບລາສິ້ນພຣະຊົນແລ້ວ ໂຢບັບ ບຸດຊາຍຂອງເຊຣາຊື່ງມາຈາກເມືອງໂບສຣາກໍມາປົກຄອງແທນ 34 ເມື່ອໂຢບັບສິ້ນພຣະຊົນຮູຊາມຊຶ່ງມາຈາກເມືອງເຕມານກໍມາປົກຄອງແທນ 35 ເມື່ອຮູຊາມສິ້ນພຣະຊົນ ຮາດາດບຸດຊາຍຂອງເບດັດ ຜູ້ຮົບຊະນະຊາວມີດິອານໃນປະເທດໂມອາບຂຶ້ນປົກຄອງແທນ ມາແຕ່ເມືອງອາວິທ 36 ເມື່ອຮາດາດສິ້ນພຣະຊົນ ຊາມລາຊຶ່ງມາຈາກມັສເຣກາຂຶ້ນປົກຄອງແທນ 37 ເມື່ອຊາມລາສິ້ນພຣະຊົນ ຊາອູນຊຶ່ງມາຈາກເມືອງເຮໂຣໂບທທີ່ຕັ້ງຢູ່ແຄມແມ່ນ້ຳເອີຟຣາດກໍຂຶ້ນປົກຄອງແທນ 38 ເມື່ອຊາອູນສິ້ນພຣະຊົນ ບາອານຮານານ ບຸດຊາຍຂອງອັກໂບຣ໌ກໍຂຶ້ນປົກຄອງແທນ 39 ເມື່ອບາອານຮານານບຸດຊາຍຂອງອັກໂບຣ໌ ສິ້ນພຣະຊົນ ຮາດາຣ໌ກໍຂຶ້ນປົກຄອງແທນທ່ານ ມາຈາກເມືອງປາອູ ມະເຫສີຊື່ ວ່າ ເມເຣຕາເບນ ບຸດຕຣີຂອງມາເຕຣດ ຫລານເມຊາຮັບ 40 ຕໍ່ໄປນີ້ ແມ່ນຫົວຫນ້າຂອງຕະກູນເອຊາວຕາມຕະກູນ ແລະບ່ອນທີ່ພວກເຂົາອາໄສຢູ່ຄື ຕິມນາ ອັນວາ ເຢເທດ 41 ໂອໂຮລີບາມາ ເອລາ ປີໂນນ 42 ເກນັສ ເຕມານ ມິບຊາຣ໌ 43 ມັກດິເອນ ແລະອີຮາມ ຄົນເຫລົ່ານີ້ເປັນຫົວຫນ້າຂອງຕະກູນເອໂດມ (ຄືເອຊາວບິດາຂອງເອໂດມ) ຕາມທີ່ຢູ່ໃນເຂດທີ່ເປັນກຳມະສິດຂອງເຂົາ
ໂຢເຊັບ ແລະພວກອ້າຍ
1 ຢາໂຄບໄດ້ອາໄສຢູ່ໃນປະເທດການາອານ ບ່ອນທີ່ບິດາຂອງຕົນເຄີຍອາໄສຢູ່ແຕ່ກ່ອນນັ້ນເລື້ອຍໆມາ 2 ປະຫວັດຄອບຄົວຢາໂຄບມີດັ່ງນີ້: ໂຢເຊັບ ຊາຍຫນຸ່ມອາຍຸສິບເຈັດປີ ເຄີຍໄປລ້ຽງຝູງແກະ ແລະແບ້ນຳພວກອ້າຍຄື ພວກບຸດຂອງນາງບິນຮາ ແລະນາງຊີນປາພັຣຍານ້ອຍຂອງບິດາຢູ່ສເມີ ໂຢເຊັບໄດ້ຟ້ອງການກະທຳຊົ່ວຂອງພວກອ້າຍສູ່ບິດາຟັງເລື້ອຍໆ 3 ອິສຣາເອນຜູ້ເປັນບິດາ ຊຶ່ງຮັກໂຢເຊັບຫລາຍກວ່າບຸດຊາຍຄົນອື່ນໆ ເພາະວ່າທ່ານໄດ້ເຂົາເມື່ອເວລາແກ່ຕົວແລ້ວ ທ່ານໄດ້ຕັດເສື້ອລ່າມມີແຂນຜືນນຶ່ງໃຫ້ເຂົາ 4 ເມື່ອພວກອ້າຍເຫັນດັ່ງນັ້ນ ກໍອິດສາ ແລະຊັງໂຢເຊັບຫລາຍທີ່ສຸດ ຈົນບໍ່ເວົ້າຈາປາໄສນຳເຂົາຢ່າງທີ່ເຄີຍສນິດສນົມມາກ່ອນ 5 ວັນນຶ່ງ ໂຢເຊັບໄດ້ເລົ່າຄວາມຝັນສູ່ພວກອ້າຍຟັງວ່າ, 6 “ຂ້ອຍຝັນເຫັນ 7 ພວກອ້າຍກັບຂ້ອຍກຳລັງພາກັນມັດເຂົ້າຢູ່ທົ່ງນາ ເມື່ອມັດແລ້ວ ມັດເຂົ້ານັ້ນກໍຕັ້ງຂຶ້ນ ມັດເຂົ້າພວກອ້າຍກໍມາລ້ອມມັດເຂົ້າຂ້ອຍເປັນວົງມົນແລ້ວກໍລົ້ມລົງຕໍ່ຫນ້າມັດເຂົ້າຂ້ອຍ” 8 ພວກອ້າຍຈຶ່ງຖາມວ່າ, “ເຈົ້າຄິດວ່າ ເຈົ້າຈະໄດ້ເປັນກະສັດປົກຄອງພວກເຮົາຊັ້ນບໍ່?” ຍ້ອນຄວາມຝັນທີ່ໄດ້ເລົ່າມານັ້ນເອງ ພວກອ້າຍຈຶ່ງພາກັນຊັງເຂົາຫລາຍຍິ່ງຂຶ້ນ 9 ຕໍ່ມາ ໂຢເຊັບກໍຝັນອີກ ເຂົາຈຶ່ງເລົ່າຄວາມຝັນສູ່ພວກອ້າຍຟັງອີກວ່າ, “ເທື່ອນີ້ ຂ້ອຍຝັນເປັນຕາເວັນແລະເດືອນ ພ້ອມກັບດວງດາວສິບເອັດດວງຂາບໄຫວ້ຂ້ອຍ” 10 ເມື່ອເຂົາເລົ່າຄວາມຝັນສູ່ບິດາແລະພວກອ້າຍຟັງ ບິດາຈຶ່ງທ້ວງເຂົາວ່າ, “ເຈົ້າມາຊ່າງຝັນແທ້! ເຈົ້າຄິດວ່າພໍ່ແມ່ ແລະອ້າຍຂອງເຈົ້າຈະພາກັນໄປຂາບໄຫວ້ເຈົ້າຊັ້ນບໍ່?” 11 ພວກອ້າຍຈຶ່ງພາກັນອິດສາໂຢເຊັບຫລາຍຂຶ້ນອີກ ແຕ່ອິສຣາເອນຜູ້ເປັນບິດາໄດ້ຈື່ຈຳຄວາມຝັນຂອງໂຢເຊັບນີ້ໄວ້
ໂຢເຊັບຖືກຂາຍໄປປະເທດເອຢິບ
12 ພວກອ້າຍຂອງໂຢເຊັບໄດ້ພາກັນໄປລ້ຽງສັດໃຫ້ບິດາທີ່ເຂດເຊເຄມ 13 ອິສຣາເອນເວົ້າຕໍ່ໂຢເຊັບວ່າ, “ພວກອ້າຍເຈົ້າໄດ້ໄປລ້ຽງສັດຢູ່ທີ່ເຊເຄມພຸ້ນ ຮີບຟ້າວຕຽມຕົວສາພໍ່ຈະສົ່ງເຈົ້າໄປຫາເຂົາ” ໂຢເຊັບຕອບວ່າ, “ໂດຍ ຂ້ານ້ອຍພ້ອມແລ້ວ” 14 ບິດາເວົ້າຕື່ມອີກວ່າ, “ໃຫ້ເຈົ້າໄປກວດເບິ່ງພວກອ້າຍດຸວ່າເຂົາພາກັນຢູ່ກິນຢ່າງໃດ? ແລະໄປເບິ່ງຝູງສັດຂອງເຮົາອີກວ່າຍັງຢູ່ດີບໍ່ແລ້ວໃຫ້ເຈົ້າກັບມາບອກພໍ່” ເມື່ອບິດາບອກແລ້ວໂຢເຊັບຈຶ່ງອອກເດີນທາງຈາກຮ່ອມພູເຮໂບຣນບ່ອນທີ່ບິດາອາໄສຢູ່ໄປຫາພວກອ້າຍ 15 ເມື່ອໂຢເຊັບມາເຖິງເຊເຄມ ຂນະທີ່ເຂົາຍ່າງໄປມາຢູ່ໃນເຂດນັ້ນ ມີຊາຍຄົນນຶ່ງມາພົບເຂົາແລະຖາມເຂົາວ່າ, “ເຈົ້າຊອກຫາໃຜ?” 16 ໂຢເຊັບຕອບວ່າ, “ຂ້ອຍຊອກຫາອ້າຍຂ້ອຍ ກະຣຸນາບອກຂ້ອຍແດ່ວ່າພວກເຂົາເຈົ້າລ້ຽງສັດຢູ່ບ່ອນໃດ?” 17 ຊາຍຄົນນັ້ນຕອບວ່າ, “ເຂົາເຈົ້າຫນີໄປຈາກທີ່ນີ້ແລ້ວ ຂ້ອຍໄດ້ຍິນພວກເຂົາເຈົ້າເວົ້າວ່າຈະໄປໂດທານ” ດັ່ງນັ້ນໂຢເຊັບຈຶ່ງຕິດຕາມໄປຫາພວກອ້າຍ ແລະພົບເຂົາທີ່ນັ້ນ 18 ພວກອ້າຍຫລຽວເຫັນໂຢເຊັບມາແຕ່ໄກໆ ເຂົາຈຶ່ງວາງແຜນປອງຮ້າຍຈະຂ້າເສັຽ 19 ມີຜູ້ນຶ່ງໃນຈຳນວນພວກອ້າຍເວົ້າວ່າ, “ຄົນຊ່າງຝັນມານີ້ແລ້ວ 20 ບັດນີ້ ພວກເຮົາພາກັນຂ້າມັນເທາະ ແລະໂຍນສົບມັນລົງສ້າງ ແລ້ວພວກຫມູ່ເຮົາຈຶ່ງພາກັນເວົ້າວ່າ ສັດຮ້າຍກັດກິນມັນ ແລ້ວເຮົາກໍຈະໄດ້ຄອຍເບິ່ງວ່າຄວາມຝັນຂອງມັນນັ້ນຈະເປັນໄປໄດ້ບໍ່” 21 ເມື່ອຣູເບນໄດ້ຍິນພວກອ້າຍເວົ້າດັ່ງນັ້ນ ກໍພຍາຍາມຊອກຫາວິທີຊ່ອຍໂຢເຊັບ 22 ເຂົາເວົ້າວ່າ, “ຢ່າຕີຢ່າຂ້າມັນເທາະ ພຽງແຕ່ໂຍນມັນລົງໃນສ້າງບ່ອນຖິ່ນກັນດານນີ້ກໍພໍແລ້ວ” ທັງນີ້ເພື່ອຈະຊ່ອຍເຫລືອ ນ້ອງໃຫ້ພົ້ນຈາກເງື້ອມມືຂອງພວກເຂົາແລ້ວກໍຈະສົ່ງກັບເມືອຫາບິດາ 23 ພໍໂຢເຊັບມາຮອດບ່ອນເຂົາຢູ່ ເຂົາກໍກຸມແກ້ເສື້ອລ່າມມີແຂນຂອງເຂົາອອກ 24 ແລ້ວຈັບໂຢເຊັບໂຍນລົງໃນສ້າງທີ່ບໍ່ມີນ້ຳ 25 ແລ້ວພວກເຂົາກໍພາກັນມານັ່ງກິນເຂົ້າ ໃນທັນໃດນັ້ນ ພວກເຂົາກໍເຫັນພວກອິສຣາເອນກຳລັງເດີນທາງມາຈາກເມືອງກີເລອາດ ພວກເຂົາໃຊ້ອູດຕ່າງຢາງໄມ້ຫອມແລະເຄື່ອງເທດໄປຂາຍທີ່ປະເທດເອຢິບ 26 ຢູດາເວົ້າຕໍ່ພວກອ້າຍວ່າ, “ຖ້າຫມູ່ເຮົາຂ້າມັນ ແລະອຳຄວາມຜິດໄວ້ ຫມູ່ເຮົາຈະໄດ້ຫຍັງ? 27 ຫມູ່ເຮົາພາກັນຂາຍມັນໃຫ້ພວກອິສຣາເອນຈະບໍ່ດີກວ່າບໍ່ ຖ້າເຮັດຢ່າງຂ້ອຍວ່ານີ້ກໍບໍ່ຕ້ອງຂ້າຕີມັນ ເຖິງຢ່າງໃດມັນກໍເປັນນ້ອງຂອງພວກເຮົາ ແລະເປັນເລືອດເນື້ອເຊື້ອໄຂອັນດຽວກັນ” ພວກອ້າຍທຸກຄົນກໍເຫັນພ້ອມ 28 ເມື່ອພໍ່ຄ້າຜູ້ນຶ່ງອີກຄືຊາວມີດິອານມາເຖິງ ພວກເຂົາກໍດຶງເອົາໂຢເຊັບຂຶ້ນມາຈາກສ້າງ ແລ້ວຂາຍຕໍ່ໃຫ້ພວກພໍ່ຄ້າຊາວອິຊມາເອນເປັນເງິນຈຳນວນຊາວຫລຽນ ພໍ່ຄ້າໄດ້ພາໂຢເຊັບໄປຍັງປະເທດເອຢິບ 29 ເມື່ອຣູເບນກັບໄປເບິ່ງນ້ຳສ້າງບໍ່ເຫັນໂຢເຊັບຢູ່ໃນຫັ້ນ ເຂົາຈຶ່ງຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມເສັຽໃຈ 30 ເຂົາກັບມາຫານ້ອງ ແລະເວົ້າວ່າ, “ບໍ່ເຫັນໂຢເຊັບໃນສ້າງ ຂ້ອຍຈະເຮັດແນວໃດດີ” 31 ຕໍ່ມາ ພວກເຂົາໄດ້ຂ້າແບ້ ແລະເອົາເລືອດທາໃສ່ເສື້ອລ່າມຂອງໂຢເຊັບ 32 ແລ້ວກໍພາກັນຖືເສື້ອໄປຫາບິດາແລະເວົ້າວ່າ, “ພວກຂ້ານ້ອຍໄດ້ພົບເສື້ອນີ້ ຈົ່ງກວດເບິ່ງດູວ່າແມ່ນຂອງລູກຊາຍພໍ່ຫລືບໍ່?” 33 ອິສຣາເອນຈື່ເສື້ອນັ້ນໄດ້ແລະເວົ້າວ່າ, “ແມ່ນແລ້ວ ເສື້ອຂອງໂຢເຊັບລູກຊາຍຂ້ອຍ ສັດຮ້າຍໄດ້ກັດກິນມັນຈົນເຖິງແກ່ຄວາມຕາຍ” 34 ຢາໂຄບຈີກເສື້ອຕົນເອງແລ້ວເອົາຜ້າດຳຄຽນແອວດ້ວຍຄວາມໂສກເສົ້າເສັຽໃຈ ທ່ານໄວ້ທຸກໃຫ້ແກ່ບຸດເປັນເວລາຫລາຍວັນ 35 ຝ່າຍບຸດຊາຍຍິງທຸກຄົນກໍເວົ້າອອຍບິດາ ແຕ່ທ່ານບໍ່ຍອມຟັງສຽງໃຜຫມົດ ທ່ານເວົ້າາວ່າ, “ກູຈະໄວ້ທຸກໃຫ້ລູກຊາຍກູຈົນກວ່າຈະຕາຍຕາມມັນໄປ” ສະນັ້ນ ທ່ານຈຶ່ງໄວ້ທຸກໃຫ້ເຂົາຕໍ່ໄປ 36 ໃນເວລາດຽວກັນນັ້ນ ຊາວມີດິອານກໍຂາຍໂຢເຊັບໃຫ້ໂປຕີຟານາຍທະຫານຮັກສາການຂອງກະສັດຟາຣາໂອ ໃນປະເທດເອຢິບ
ຢູດາ ແລະຕາມາ
1 ໃນຄາວນັ້ນ ຢູດາໄດ້ຫນີຈາກພວກອ້າຍນ້ອງໄປອາໄສຢູ່ນຳຄົນຜູ້ນຶ່ງຊື່ ຮີຣາ ເຂົາມາຈາກເມືອງອາດຸນລາມ 2 ທີ່ນັ້ນ ຢູດາໄດ້ພົບກັບບຸດຕຣີຂອງຊຸອາຊາວການາອານ ແລ້ວໄດ້ແຕ່ງງານກັບນາງ 3 ເຂົາໄດ້ບຸດຊາຍຜູ້ນຶ່ງຊື່ ເອຣ໌ 4 ຕໍ່ມາ ເຂົາກໍໄດ້ບຸດຊາຍອີກຊື່ ໂອນານ 5 ເຂົາໄດ້ບຸດຊາຍອີກເປັນຄົນທີ່ສາມ ແລະໃສ່ຊື່ໃຫ້ວ່າ ເຊລາ ເມື່ອໄດ້ເດັກນ້ອຍຜູ້ນີ້ພວກເຂົາໄດ້ອາໄສຢູ່ເມືອງເຄຊິບ 6 ຢູດາກໍໄດ້ຫາຍິງຄົນນຶ່ງຊື່ຕາມາໃຫ້ເປັນພັຣຍາເອຣ໌ ບຸດຫົວປີຂອງຕົນ 7 ເອຣ໌ ເປັນຄົນຊົ່ວປະພຶດຕົວບໍ່ເປັນທີ່ຊອບພຣະທັຍຂອງພຣະຜູ້ເປັນເຈົ້າ ແລະພຣະເຈົ້າໄດ້ທຳໃຫ້ເຂົາຕາຍ 8 ເມື່ອເປັນເຊັ່ນນີ້ ຢູດາຈຶ່ງເວົ້າຕໍ່ໂອນານວ່າ, “ຈົ່ງເອົາພັຣຍາອ້າຍເຈົ້າສາ ເພື່ອວ່າຈະໄດ້ສືບເຊື້ອສາຍອ້າຍເຈົ້າໄວ້” ແຕ່ໂອນານຮູ້ວ່າເດັກນ້ອຍຈະບໍ່ແມ່ນບຸດຂອງເຂົາ 9 ສະນັ້ນ ເມື່ອເຂົາສົມສູ່ກັບນາງເທື່ອໃດ ເຂົາກໍຈະເຮັດໃຫ້ນ້ຳກາມຕົກເຮັ່ຽ ດັ່ງນັ້ນເຂົາຈຶ່ງບໍ່ສືບເຊື້ອສາຍໃຫ້ອ້າຍ 10 ສິ່ງທີ່ເຂົາເຮັດນັ້ນກໍບໍ່ເປັນທີ່ຊອບພຣະທັຍຂອງພຣະຜູ້ເປັນເຈົ້າ ສະນັ້ນ ພຣະເຈົ້າຈຶ່ງໄດ້ທຳໃຫ້ເຂົາຕາຍຄືກັນ 11 ຕໍ່ມາ ຢູດາເວົ້າຕໍ່ຕາມາບຸດສະໃພ້ຂອງຕົນວ່າ, “ຈົ່ງກັບຄືນເມືອບ້ານບິດາຂອງເຈົ້າ ແລະໃຊ້ຊີວີດຍິງຫມ້າຍສາ ເພື່ອລໍຖ້າຊາມຊາເຊລາໃຫຍ່” ທ່ານເວົ້າເຊັ່ນນີ້ ກໍເພາະຢ້ານວ່າເຊລາອາດຈະຖືກຂ້າຄືກັນກັບອ້າຍຂອງເຂົາ ດັ່ງນັ້ນ ຕາມາຈຶ່ງກັບຄືນເມືອຢູ່ບ້ານບິດາຂອງຕົນ 12 ຢູ່ມາອີກດົນນານ ພັຣຍາຂອງຢູດາຊຶ່ງເປັນບຸດຕຣີຂອງຊູອາກໍເສັຽຊີວິດ ເມື່ອຢູດາຫມົດກຳນົດໄວ້ທຸກແລ້ວ ທ່ານແລະຮີຣາຊາວອາດຸນລາມຫມູ່ຂອງທ່ານກໍພາກັນໄປບ່ອນຕັດຂົນແກະຂອງຕົນທີ່ເມືອງຕິມນາ 13 ເວລານັ້ນມີຄົນມາບອກຕາມາວ່າ, “ພໍ່ປູ່ຂອງເຈົ້າກຳລັງຈະໄປຕັດຂົນແກະທີ່ເມືອງຕິມນາ” 14 ດັ່ງນັ້ນ ນາງຈຶ່ງປ່ຽນເຄື່ອງໄວ້ທຸກເອົາຜ້າປົກຫນ້າໄວ້ແລ້ວໄປນັ່ງຢູ່ທາງເຂົ້າບ້ານເອນາອິມ ບ່ອນທາງທີ່ຈະໄປເມືອງຕິມນາ ນາງຮູ້ວ່າຊາລາກໍໃຫຍ່ຂຶ້ນແລ້ວ ແຕ່ນາງຍັງບໍ່ທັນໄດ້ແຕ່ງງານກັບເຂົາເທື່ອ 15 ເມື່ອຢູດາເຫັນນາງ ທ່ານກໍຄິດວ່ານາງເປັນຍິງຫາເງິນ ກໍຍ້ອນວ່ານາງເອົາຜ້າປົກຫນ້າໄວ້ 16 ທ່ານຈຶ່ງເຂົ້າໄປຫານາງທີ່ແຄມທາງແລະເວົ້າວ່າ, “ນ້ອງສາວໄປກັບອ້າຍເທາະ” ທ່ານບໍ່ຮູ້ຈັກນາງເປັນບຸດສະໃພ້ຂອງຕົນ ນາງຈຶ່ງເວົ້າວ່າ, “ອ້າຍຈະໃຫ້ຫຍັງນ້ອງ?” 17 ທ່ານຕອບວ່າ, “ອ້າຍຈະເອົາລູກແບ້ຈາກຝູງສົ່ງມາໃຫ້ເຈົ້າໂຕນຶ່ງ” ນາງຕອບວ່າ, “ຕົກລົງ ແຕ່ອ້າຍຈະຕ້ອງມອບຂອງມັດຈຳແກ່ນ້ອງຈົນກວ່າອ້າຍຈະສົ່ງລູກແບ້ມາໃຫ້” 18 ທ່ານຕອບນາງວ່າ, “ອ້າຍຈະເອົາຫຍັງໃຫ້ນ້ອງເປັນຂອງມັດຈຳ?” ນາງຕອບວ່າ, “ກາທີ່ມີເຊືອກຫ້ອຍ ແລະໄມ້ຄ້ອນເທົ້າທີ່ອ້າຍກຳລັງຖືຢູ່ນັ້ນເດ” ທ່ານກໍເອົາຂອງເຫລົ່ານັ້ນໃຫ້ນາງ ແລ້ວທັງສອງກໍໄດ້ໄປນອນນຳກັນ 19 ຄັນແລ້ວ ຕາມາກໍລຸກຫນີໄປ ນາງເອົາຜ້າປົກຫນ້າອອກແລ້ວນຸ່ງເຄື່ອງໄວ້ທຸກດັ່ງເດີມ ຕໍ່ມານາງກໍຮູ້ສຶກຕັ້ງທ້ອງ 20 ຢູ່ມາ ຢູດາສົ່ງຫມູ່ຂອງຕົນຊາວອາດຸນລາມ ໃຫ້ນຳລູກແບ້ໄປໄຖ່ເອົາຂອງມັດຈຳຈາກຍິງຄົນນັ້ນແຕ່ບໍ່ພົບນາງ 21 ເຂົາໄດ້ຖາມຄົນທີ່ນັ້ນວ່າ, “ຍິງຫາເງິນຊື່ງນັ່ງຢູ່ແຄມທາງໄປບ້ານເອນາອິມຢູ່ໃສ? ພວກເຂົາຕອບວ່າ, “ຢູ່ທີ່ນີ້ບໍ່ເຄີຍມີຜູ້ຍິງຫາເງິນ” 22 ສະນັ້ນ ເຂົາຈຶ່ງກັບຄືນເມືອຫາຢູດາ ແລະເວົ້າຕໍ່ທ່ານວ່າ, “ຂ້ອຍບໍ່ພົບນາງ ເຂົາເຈົ້າຍັງເວົ້າວ່າຢູ່ທີ່ນັ້ນບໍ່ເຄີຍມີຍິງປະເພດນັ້ນເລີຍ” 23 ຢູດາເວົ້າວ່າ, “ຖ້າເປັນເຊັ່ນນີ້ ຢ່າພຍາຍາມເອົາສິ່ງຂອງເຫລົ່ານັ້ນກັບຄືນມາ ຢ້ານຄົນທັງຫລາຍຈະຫມິ່ນປມາດພວກເຮົາ ຂ້ອຍໄດ້ສົ່ງລູກແບ້ຕົວນີ້ໄປໃຫ້ນາງແລ້ວ ແຕ່ເຈົ້າກໍຫານາງບໍ່ພົບ” 24 ຢູ່ມາອີກປະມານສາມເດືອນ ມີຄົນຜູ້ນຶ່ງມາບອກຢູດາວ່າ, “ດຽວນີ້ ຕາມາບຸດສະໃພ້ຂອເຈົ້າຖືກເຂົາຫລີ້ນມີລູກມານສະແລ້ວ” ຢູດາຈິ່ງສັ່ງວ່າ, “ເອົານາງອອກມາຂ້າງນອກ ແລະເອົາໄຟເຜົານາງໃຫ້ຕາຍສາ” 25 ເມື່ອເຂົາເອົານາງອອກມາຂ້າງນອກ ນາງກໍສົ່ງຄົນໄປບອກກັບພໍ່ປູ່ວ່າ, “ຂ້ອຍຖືພານຳຄົນທີ່ມີຂອງເຫລົ່ານີ້ ຈົ່ງເບິ່ງກາທີ່ເຊືອກຫ້ອຍ ແລະໄມ້ຄ້ອນເທົ້ານີ້ດຸວ່າ ເປັນຂອງໃຜ?” 26 ຢູດາເບິ່ງຂອງເຫລົ່ານັ້ນແລະເວົ້າວ່າ, “ນາງເຮັດຖືກຕ້ອງແລ້ວ ຂ້ອຍກໍແມ່ນຜູ້ນຶ່ງທີ່ໄດ້ເຮັດຜິດພາດ ຂ້ອຍຄວນຈະໃຫ້ນາງແຕ່ງງານກັບເຊລາບຸດຊາຍຂອງຂ້ອຍ” ຕໍ່ນັ້ນມາ ຢູດາກໍບໍ່ໄດ້ສົມສູ່ກັບນາງອີກ 27 ຢູ່ມາ ເມື່ອເຖິງເວລາກຳນົດຄອດບຸດ ກໍຮູ້ວ່າບຸດ ໃນທ້ອງນັ້ນເປັນບຸດຝາແຝດ 28 ເມື່ອນາງຕາມາຈະຄອດນັ້ນ ບຸດຄົນນື່ງເອົາມື
ອອກມານາງຜະດຸງຄັນກໍຈັບມື ແລ້ວເອົາດ້າຍສີແດງມັດໄວ້ແລ້ວເວົ້າວ່າ, “ຜູ້ນີ້ອອກກ່ອນ”
29 ແຕ່ບຸດນ້ອຍນັ້ນຫົດມືເຂົ້າຄືນ ແລະນ້ອງຂອງເຂົາຈຶ່ງເກີດກ່ອນ ແລ້ວນາງຜະດຸງຄັນຈຶ່ງເວົ້າວ່າ, “ອ້າວ! ຊ່າງແຫກອອກມາໄດ້” ສະນັ້ນຈຶ່ງໄດ້ໃສ່ຊື່ໃຫ້ວ່າ ເປເຣສ 30 ແລ້ວອ້າຍຂອງເຂົາຈຶ່ງອອກມາໂດຍມີຝ້າຍສີແດງມັດມື ຈຶ່ງໃສ່ຊື່ວ່າ ເຊຣາ
ໂຢເຊັບ ແລະພຣັຍາຂອງໂປຕີຟາ
1 ໂຢເຊັບໄດ້ຖືກພາຕົວມາຮອດປະເທດເອຢິບ ພວກອິຊມາເອນຜູ້ທີ່ໄດ້ຊື້ເຂົາມາກໍຂາຍໂຢເຊັບຕໍ່ໃຫ້ຊາວເອຢິບຊື່ ໂປຕີຟາ ຊຶ່ງເປັນນາຍທະຫານທີ່ຮັກສາພຣະຣາຊວັງຂອງຟາຣາໂອ 2 ພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບໂຢເຊັບ ໂດຍບັນດານທຸກສິ່ງທຸກຢ່າງໃຫ້ເກີດເປັນຜົນດີແກ່ເຂົາ ໄດ້ອາໄສຢູ່ເຮືອນຂອງໂປຕີຟານາຍຂອງເຂົາ 3 ເມື່ອໂປຕີຟາເຫັນວ່າພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບໂຢເຊັບ ໂດຍຊົງໃຫ້ທຸກສິ່ງທຸກຢ່າງທີ່ເຂົາກະທຳເກີດເປັນຜົນສຳເລັດ 4 ນາຍຈຶ່ງພໍໃຈກັບວຽກການທີ່ໂຢເຊັບໄດ້ກະທຳດັ່ງນັ້ນ ນາຍຈຶ່ງມອບເຮືອນແລະທຸກສິ່ງທີ່ທ່ານມີໃຫ້ເຂົາເບິ່ງແຍງ ແລະຮັບຜິດຊອບຍ້ອນໂຢເຊັບ ພຣະຜູ້ເປັນເຈົ້າຈຶ່ງອວຍພອນເຮືອນຫລັງນັ້ນ 5 ພຣະອົງຊົງອວຍພອນໃຫ້ທຸກສິ່ງທຸກຢ່າງທີ່ໂປຕີຟາມີໃນເຮືອນ ແລະໃນທົ່ງນາຈະເຣີນຂຶ້ນ 6 ກໍເພາະວ່າໂປຕີຟາໄດ້ມອບຊັບສິ່ງຂອງທຸກຢ່າງໃຫ້ໂຢເຊັບເບິ່ງແຍງຮັກສາແທນ ສະນັ້ນ ທ່ານຈຶ່ງບໍ່ໄດ້ມີຄວາມກັງວົນສົນໃຈຫຍັງເລີຍເວັ້ນໄວ້ແຕ່ອາຫານປະຈຳວັນເທົ່ານັ້ນ 7 ໂຢເຊັບເປັນຊາຍຫນຸ່ມທີ່ມີຮູບຮ່າງສົມສ່ວນ ແລະມີຫນ້າຕາງາມ ຫລັງຈາກນັ້ນມາບໍ່ເຫິງເທົ່າໃດພັຣຍາຂອງໂປຕີຟາກໍສົນໃຈແລະເກີດສເນ່ຫາໃນຕົວໂຢເຊັບ ນາງຈຶ່ງເວົ້າກັບເຂົາວ່າ, “ມານອນນຳຂ້ອຍເທາະ” 8 ໂຢເຊັບປະຕິເສດ ແລະຕອບນາງວ່າ, “ນາຍຂອງຂ້າພະເຈົ້າທ່ານບໍ່ໄດ້ກັງວົນສົນໃຈນຳສິ່ງນຶ່ງສິ່ງໃດເລີຍຢູ່ໃນເຣືອນນີ້ ກໍຍ້ອນທ່ານໄວ້ເນື້ອເຊື່ອໃຈຂ້າພະເຈົ້າ ທ່ານໄດ້ໃຫ້ຂ້າພະເຈົ້າຮັບຜິດຊອບທຸກສິ່ງທີ່ທ່ານມີ 9 ຂ້າພະເຈົ້າມີອຳນາດໃນເຮືອນຫລັງນີ້ເທົ່າກັນກັບທ່ານ ທ່ານບໍ່ເຄີຍຫວງຫ້າມຂ້າພະເຈົ້າໃນການກະທຳໃດໆເລີຍ ເວັ້ນໄວ້ແຕ່ຍານາງທີ່ເປັນພັຣຍາຂອງທ່ານ ຂ້າພະເຈົ້າຈະກ້າກະທຳການຜິດປະເວນິແລະກະທຳສິ່ງທີ່ຊົ່ວຊ້າຢ່າງນີ້ຕໍ່ຫນ້າພຣະເຈົ້າໄດ້ຢ່າງໃດ” 10 ເຖິງແມ່ນນາງຂໍຮ້ອງໂຢເຊັບມື້ແລ້ວມື້ອີກໃຫ້ໄປນອນກັບນາງ ແຕ່ໂຢເຊັບກໍບໍ່ຍອມຟັງ 11 ແຕ່ຕໍ່ມາວັນນຶ່ງ ເມື່ອໂຢເຊັບເຂົ້າໄປເຮັດວຽກໃນເຮືອນຂອງນາຍຊຶ່ງມື້ນັ້ນບໍ່ມີຄົນໃຊ້ຈັກຄົນຢູ່ໃນເຮືອນເລີຍ 12 ພັຣຍາຂອງນາຍຈຶ່ງສວຍໂອກາດນັ້ນຈ່ອງເສື້ອເຂົາໄວ້ແລ້ວເວົ້າວ່າ, “ໄປນອນກັບຂ້ອຍເທາະ” ແຕ່ໂຢເຊັບພຍາຍາມເອົາຕົວລອດຫລົບຫນີອອກໄປຂ້າງນອກໂດຍປະເສື້ອນອກໄວ້ຄາມືນາງ 13 ເມື່ອນາງເຫັນໂຢເຊັບປະເສື້ອໄວ້ແລະແລ່ນອອກໄປຈາກເຮືອນ 14 ນາງກໍເບັ່ງສຽງຮ້ອງໃສ່ຄົນໃນເຮືອນວ່າ, “ເບິ່ງນີ້ແມ໋, ຜົວຂ້ອຍໄດ້ເອົາຄົນຕ່າງດ້າວຊາວເຮັບເຣີມາຢູ່ໃນເຣືອນ ແລະບັດນີ້ມັນໄດ້ດູຫມິ່ນປມາດເຮົາ ມັນໄດ້ເຂົ້າມາໃນຫ້ອງນອນຂອງຂ້ອຍແລະບອກຂ້ອຍໃຫ້ໄປນອນກັບມັນ 15 ແຕ່ຍ້ອນຂ້ອຍຮ້ອງຈົນສຸດແຮງ ມັນຈຶ່ງຟ້າວແລ່ນອອກຫນີມາຂ້າງນອກ ໂດຍໄດ້ປະເສື້ອນອກຂອງມັນໄວ້” 16 ນາງໄດ້ເກັບເສື້ອນອກຂອງໂຢເຊັບໄວ້ຈົນຜົວກັບມາເຮືອນ 17 ຄັນແລ້ວ ນາງຈຶ່ງເລົ່າເຣື່ອງທີເກີດຂຶ້ນສູ່ຜົວຟັງວ່າ, “ຄົນໃຊ້ຄົນຕ່າງດ້າວຊາວເຮັບເຣີທີ່ເຈົ້າເອົາມາຢູ່ນຳນັ້ນເຂົ້າມາຂົ່ມຂືນຂ້ອຍໃນຫ້ອງນອນ 18 ແຕ່ເມື່ອຂ້ອຍຮ້ອງຂຶ້ນ ມັນຈຶ່ງແລ່ນຫນີອອກໄປຂ້າງນອກໂດຍປະເສື້ອຊັ້ນນອກມັນໄວ້ຫນີ້” 19 ເມື່ອນາຍຂອງໂຢເຊັບໄດ້ຍິນພັຣຍາເລົ່າເຣື່ອງນີ້ສູ່ຟັງ ກໍຄຽດທັງເວົ້າວ່າ, “ຄົນໃຊ້ຂອງເຈົ້າກ້າເຮັດກັບຂ້ອຍເຖິງປານນີ້ຫວະ” 20 ທ່ານຈຶ່ງສັ່ງຂັງໂຢເຊັບໄວ້ໃນຄຸກບ່ອນທີ່ກະສັດຂັງນັກໂທດ ດັ່ງນັ້ນ ເຂົາຈຶ່ງຖືກຂັງໄວ້ທີ່ນັ້ນ 21 ແຕ່ພຣະຜູ້ເປັນເຈົ້າໄດ້ຊົງຊ່ອຍໂຢເຊັບແລະຊົງເມດຕາກະຣຸນາເຂົາ ດັ່ງນັ້ນ ທຳມະໂຣງຊອບອົກຊອບໃຈເຂົາ 22 ທ່ານໄດ້ມອບໃຫ້ໂຢເຊັບເປັນຜູ້ຕາງຫນ້າເບິ່ງແຍງນັກໂທດທັງຫລາຍ ເຂົາເປັນຜູ້ຮັບຜິດຊອບວຽກການທຸກໆຢ່າງທີ່ມີຢູ່ໃນຄຸກ 23 ທ່ານບໍ່ໄດ້ກວດກາສິ່ງໃດທີ່ໂຢເຊັບຮັບຜິດຊອບ ເພາະວ່າພຣະເຈົ້າຊົງຊ່ອຍເຂົາ ແລະຊົງໃຫ້ ທຸກສິ່ງທີ່ເຂົາເຮັດໄດ້ຮັບຜົນສຳເຣັດ
ໂຢເຊັບແກ້ຄວາມຝັນຂອງນັກໂທດ
1 ຫລັງຈາກນັ້ນມາອີກບໍ່ເຫິງເທົ່າໃດ ຫົວຫນ້າພະນັກງານເຮັດເຫລົ້າອະງຸ່ນ ແລະຫົວຫນ້າພະນັກງານເຮັດເຂົ້າຈີ່ຂອງກະສັດເອຢິບໄດ້ກະທຳຜິດຕໍ່ນາຍຂອງເຂົາ 2 ຟາຣາໂອ ຈຶ່ງບໍ່ພໍພຣະທັຍກັບຂ້າຣາຊການທັງສອງຄົນນີ້ 3 ດັ່ງນັ້ນ ພຣະອົງຈຶ່ງຊົງສັ່ງຂັງທັງສອງໃນຄຸກໃນເຮືອນຂອງນາຍທະຫານຮັກສາພຣະຣາຊວັງຊຶ່ງເປັນບ່ອນດຽວທີ່ໂຢເຊັບຖືກຂັງໄວ້ 4 ນາຍທຳມະໂຣງໄດ້ເອົາໂຢເຊັບມາເປັນຜູ້ຮັບໃຊ້ຂ້າຣາຊການທັງສອງຄົນນີ້ ພວກເຂົາຢູ່ໃນຄຸກຮ່ວມກັນເປັນເວລາເຫິງນານເຕີບ 5 ຄືນນຶ່ງ ໃນຫ້ອງຂັງນັ້ນ ຂ້າຣາຊການທັງສອງຂອງຟາຣາໂອຕ່າງກໍຝັນ ຄວາມຝັນແຕ່ລະຄົນມີຄວາມຫມາຍແຕກຕ່າງກັນ 6 ຕອນເຊົ້າມາ ເມື່ອໂຢເຊັບເຂົ້າມາໃນຫ້ອງ ຈຶ່ງສັງເກດເຫັນພວກເຂົາທັງສອງກະວົນກະວາຍໃຈ 7 ຈຶ່ງຖາມຂ້າຣາຊການທີ່ຖືກຈຳຢູ່ໃນຄຸກທີ່ບ້ານນາຍຂອງຕົນວ່າ, “ມື້ນີ້ ພວກທ່ານມີຄວາມທຸກໃຈເຣື່ອງຫຍັງ?” 8 ພວກເຂົາຕອບວ່າ, “ພວກຂ້ອຍທັງສອງໄດ້ຝັນໃນຄຸກນີ້ບໍ່ມີໃຜຈະສາມາດແກ້ຄວາມຝັນໄດ້” ໂຢເຊັບຈຶ່ງເວົ້າວ່າ, “ແມ່ນພຣະເຈົ້າເທົ່ານັ້ນທີ່ຈະແກ້ໄດ້? ໃຫ້ພວກທ່ານເລົ່າຄວາມຝັນສູ່ຂ້ອຍຟັງເບິ່ງດູ” 9 ເມື່ອໄດ້ຍິນດັ່ງນັ້ນ ຫົວຫນ້າພະນັກງານເຮັດເຫລົ້າອະງຸ່ນຈຶ່ງເລົ່າຄວາມຝັນຂອງຕົນໃຫ້ໂຢເຊັບຟັງວ່າ, “ມີຕົ້ນເຫລົ້າອະງຸ່ນຕົ້ນນື່ງຢູ່ຕໍ່ຫນ້າຂ້ອຍແລະມີງ່າສາມງ່າ 10 ໃນທັນໃດນັ້ນ ງ່າເຫລົ່ານັ້ນກໍປົ່ງໃບອອກ ດອກກໍບານແລະພວງຫມາກອະງຸ່ນກໍສຸກເຕັມງ່າ 11 ຂ້ອຍຍົກຈອກຟາຣາໂອຂຶ້ນ ແລະປິດຫມາກອະງຸ່ນບີບລົງໃສ່ຈອກນັ້ນແລ້ວຖວາຍແດ່ພຣະອົງ” 12 ເມື່ອເລົ່າສຸດແລ້ວ ໂຢເຊັບກໍເວົ້າວ່າ, “ຄວາມຝັນທ່ານມີຄວາມຫມາຍດັ່ງນີ້ ງ່າສາມງ່ານັ້ນຫມາຍເຖິງສາມວັນ 13 ໃນສາມວັນ ຟາຣາໂອຈະຊົງອະພັຍໂທດໃຫ້ທ່ານ ເມື່ອຊົງປົດປ່ອຍອອກຈາກຄຸກແລ້ວ ຈະຊົງມອບຕຳແຫນ່ງເດີມໃຫ້ ທ່ານຈະໄດ້ຖວາຍຈອກເຫລົ້າອະງຸ່ນແດ່ພຣະອົງເຫມືອນທີ່ທ່ານເຄີຍໄດ້ປະຕິບັດມາໃນສະໄຫມທ່ານຍັງເປັນຫົວຫນ້າພະນັກງານເຫລົ້າອະງຸ່ນ 14 ແຕ່ຢ່າລືມຂ້າພະເຈົ້າເດີ ເມື່ອທຸກສິ່ງຮຽບຮ້ອຍໄປໂດຍດີແລ້ວ ຂໍທ່ານກະຣຸນາທູນເຣື່ອງຂ້າພະເຈົ້າໃຫ້ຟາຣາໂອຊົງຊາບແດ່ ເພື່ອພຣະອົງຈະໄດ້ຊົງປ່ອຍຂ້າພະເຈົ້າອອກຈາກຄຸກນີ້ 15 ອັນທີ່ຈິງ ຂ້າພະເຈົ້າໄດ້ຖືກເຂົາລັກມາແຕ່ດິນແດນຊາວເຮັບເຣິ ແລະຈົນເຖິງດຽວນີ້ ຂ້າພະເຈົ້າບໍ່ໄດ້ກະທຳຜິດປະການໃດພໍທີ່ພວກເຂົາຈະຈັບຂ້າພະເຈົ້າມາຂັງຄຸກໄວ້ຢູ່ຢ່າງນີ້” 16 ເມື່ອຫົວຫນ້າພະນັກງານເຮັດເຂົ້າຈີ່ເຫັນວ່າ ຄວາມຫມາຍຂອງຄວາມຝັນຂອງພະນັກງານເຮັດເຫລົ້າອະງຸ່ນເປັນເຣື່ອງດີ ເຂົາຈຶ່ງເວົ້າຕໍ່ໂຢເຊັບວ່າ, “ຂ້ອຍກໍຝັນຄືກັນ ຄືຝັນວ່າມີຖາດເຂົ້າຈີ່ສາມໃບຢູ່ເທິງຫົວຂ້ອຍ ຢູ່ໃນຖາດຫນ່ວຍເທິງນັ້ນມີເຂົ້າຈີ່ທຸກໆຊະນິດສຳລັບຟາຣາໂອ 17 ແຕ່ນົກກິນເຂົ້າຈີ່ນັ້ນຫມົດ” ເມື່ອເລົ່າສຸດ 18 ໂຢເຊັບຕອບວ່າ, “ຄວາມຫມາຍມີດັ່ງນີ້ ຖາດສາມໃບຫມາຍເຖິງສາມວັນ 19 ໃນສາມວັນ ຟາຣາໂອຈະເອົາທ່ານອອກຈາກຄຸກ ແລ້ວຈະສັ່ງແຂວນຄໍທ່ານໄວ້ເທິງຕົ້ນໄມ້ ແລະແຮ້ງທັງຫລາຍຈະບິນມາເຈາະກິນເນື້ອທ່ານ” 20 ຫລັງຈາກນັ້ນມາສາມວັນ ເປັນວັນເກີດຂອງຟາຣາໂອ ພຣະອົງຊົງຈັດລ້ຽງຂ້າຣາຊການບໍຣິພານຂອງພຣະອົງ ແລ້ວຊົງປ່ອຍພະນັກງານເຮັດເຫລົ້າອະງຸ່ນ ແລະຫົວຫນ້າພະນັກງານເຮັດເຂົ້າຈີ່ອອກຈາກຄຸກໃຫ້ມາຢືນຢູ່ຕໍ່ຫນ້າຂ້າຣາຊການທັງຫລາຍ 21 ພຣະອົງຊົງມອບຕຳແຫນ່ງເດີມຄືນໃຫ້ພະນັກງານເຮັດເຫລົ້າອະງຸ່ນ ແລ້ວເຂົາກໍຈະຖວາຍຈອກເຫລົ້າອະງຸ່ນແດ່ພຣະອົງ ແລະຊົງສັ່ງແຂວນຄໍຫົວຫນ້າພະນັກງານເຮັດເຂົ້າຈີ່ 22 ທຸກສິ່ງທຸກຢ່າງກໍເປັນໄປຕາມທີ່ໂຢເຊັບໄດ້ແກ້ຄວາມຝັນໃຫ້ພວກເຂົາຟັງ 23 ແຕ່ຫົວຫນ້າພະນັກງານເຮັດເຫລົ້າອະງຸ່ນບໍ່ໄດ້ນຶກເຖິງໂຢເຊັບເລີຍໄດ້ລືມເຂົາຈົນຫມົດສິ້ນ
ໂຢເຊັບແກ້ຄວາມຝັນຂອງຟາຣາໂອ
1 ຫລັງຈາກນັ້ນມາສອງປີ ຟາຣາໂອໄດ້ຝັນວ່າ ພຣະອົງໄດ້ຊົງຢືນຢູ່ແຄມແມ່ນ້ຳນິນ 2 ໃນຂນະນັ້ນ ມີງົວແມ່ໂຕຕຸ້ຍພີດີງາມເຈັດໂຕຂຶ້ນມາຈາກແມ່ນ້ຳນິນແລະໄດ້ກັດກິນຫຍ້າ 3 ແລ້ວຈຶ່ງມີງົວແມ່ທີ່ຈ່ອຍຜອມແລະເປັນຫນ້າຂີ້ດຽດອີກເຈັດໂຕຂຶ້ນມາຈາກແມ່ນ້ຳນິນ ແລະຢືນຢູ່ ກັບງົວແມ່ທີ່ຕຸ້ຍພີດີງາມນັ້ນ 4 ຕໍ່ມາ ງົວແມ່ຈ່ອຍກໍກືນກິນງົວແມ່ຕຸ້ຍພີດີງາມທັງເຈັດໂຕ ແລ້ວຟາຣາໂອກໍຊົງຊວາດຮູ້ເມື່ອ 5 ພຣະອົງຊົງຫລັບໄປອີກແລະຝັນວ່າ ມີຮວງເຂົ້າທີ່ມີເມັດຕຶ່ງດີເຈັດຮວງເກີດຈາກຕົ້ນດຽວກັນ 6 ແລ້ວກໍມີຮວງເຂົ້າເຈັດຮວງງອກອອກມາເປັນເຂົ້າເມັດລີບຫ່ຽວແຫ້ງເພາະຖືກລົມທະເລຊາຍ 7 ຮວງເຂົ້າລີບເຈັດຮວງໄດ້ກືນກິນຮວງເຂົ້າເມັດຕຶ່ງເຈັດຮວງນັ້ນ ຟາຣາໂອຈຶ່ງຊົງຊວາດຮູ້ເມື່ອ ແລະເຫັນວ່າພຣະອົງຝັນໄປ 8 ໃນເຊົ້າວັນນັ້ນ ພຣະອົງຊົງວຸ້ນວາຍພຣະທັຍຫລາຍ ດັ່ງນັ້ນຈຶ່ງຮັບສັ່ງໃຫ້ຄົນໄປເຊີນຫມໍມໍແລະນັກປາດໃນປະເທດເອຢິບມາ ພຣະອົງຊົງໄດ້ເລົ່າຄວາມຝັນໃຫ້ຄົນເຫລົ່ານັ້ນຟັງ ແຕ່ບໍ່ມີໃຜສາມາດແກ້ຄວາມຝັນນັ້ນໄດ້ 9 ຕໍ່ຈາກນັ້ນ ຫົວຫນ້າພະນັກງານເຮັດເຫລົ້າອະງຸ່ນ ຈຶ່ງກາບທູນຕໍ່ຟາຣາໂອວ່າ, “ຂ້ານ້ອຍຄວນສາລະພາບຄວາມຜິດຂອງຂ້ານ້ອຍໃນວັນນີ້ 10 ຄັ້ງເມື່ອພຣະອົງຊົງພິໂຣດຂ້າໃຊ້ຂອງພຣະອົງ ໂດຍຊົງຮັບສັ່ງຂັງຫົວຫນ້າພະນັກງານເຮັດເຂົ້າຈີ່ ແລະຂ້ານ້ອຍໃນຄຸກຂອງທະຫານຮັກສາພຣະອົງນັ້ນ 11 ໃນຄືນນຶ່ງ ພວກຂ້ານ້ອຍທັງສອງໄດ້ຝັນ ໂດຍຄວາມຫມາຍຂອງຄວາມຝັນນັ້ນກໍກ່ຽວຂ້ອງກັນແຕ່ລະບຸກຄົນ 12 ມີຊາຍຫນຸ່ມຊາວເຮັບເຣິຜູ້ນຶ່ງທີ່ຖືກຂັງຢູ່ນຳພວກຂ້ານ້ອຍ ເຂົາເປັນຄົນໃຊ້ຂອງນາຍທະຫານຮັກສາພຣະອົງ ພວກຂ້ານ້ອຍໄດ້ເລົ່າຄວາມຝັນໃຫ້ເຂົາຟັງ ເຂົາກໍແກ້ຄວາມຝັນຂອງພວກຂ້ານ້ອຍແຕ່ລະຄົນຖືກຕ້ອງທຸກສິ່ງໄດ້ເປັນຈິງຕາມທີ່ເຂົາໄດ້ເວົ້າຄື 13 ຂ້ານ້ອຍໄດ້ຮັບພຣະຣາຊທານຕຳແຫນ່ງເດີມ ແລະຫົວຫນ້າພະນັກງານເຮັດເຂົ້າຈີ່ກໍຖືກແຂວນຄໍ” 14 ຟາຣາໂອຈຶ່ງຮັບສັ່ງໃຫ້ຄົນໄປນຳໂຢເຊັບມາ ພວກເຂົາກໍຟ້າວເອົາເຂົາອອກຈາກຄຸກ ຫລັງຈາກແຖຫນວດແລະປ່ຽນເຄື່ອງນຸ່ງແລ້ວ ເຂົາກໍນຳໂຢເຊັບໄປຢືນຕໍ່ພຣະພັກຂອງຟາຣາໂອ 15 ພຣະອົງຊົງກ່າວຕໍ່ໂຢເຊັບວ່າ, “ເຮົາໄດ້ຝັນ ແລະບໍ່ມີໃຜສາມາດແກ້ຄວາມຝັນນັ້ນໄດ້ ເຮົາໄດ້ຊາບວ່າເມື່ອເຈົ້າໄດ້ຍິນຄວາມຝັນແລ້ວເຈົ້າສາມາດແກ້ໄດ້” 16 ໂຢເຊັບຈຶ່ງທູນຕອບວ່າ, “ແຕ່ບໍ່ແມ່ນຂ້ານ້ອຍດອກ ແມ່ນພຣະເຈົ້າຕ່າງຫາກທີ່ປະທານຄຳຕອບຢ່າງດີແກ່ພຣະອົງ” 17 ຟາຣາໂອຊົງກ່າວວ່າ, “ເຮົາໄດ້ຝັນວ່າ ເຮົາໄດ້ຢືນຢູ່ເທິງແຄມແມ່ນໍ້ານິນ 18 ໃນເວລານັ້ນ ມີງົວແມ່ຕຸ້ຍພີດີງາມເຈັດໂຕຂຶ້ນມາຈາກແມ່ນ້ຳນິນ ແລ້ວໄດ້ກິນຫຍ້າ 19 ຕໍ່ມາ ມີງົວແມ່ອີກເຈັດໂຕຊຶ່ງຈ່ອຍຜອມຫນ້າຂີ້ດຽດແລະຫນ້າຢ້ານ ເປັນງົວແມ່ທີ່ຫນ້າສັງເວດທີ່ສຸດຊຶ່ງເຮົາບໍ່ເຄີຍເຫັນມາໃນປະເທດເອຢິບ 20 ງົວຈ່ອຍຜອມເຫລົ່ານີ້ໄດ້ກືນກິນງົວໂຕຕຸ້ຍພີ ແຕ່ມັນກິນເວລາໃດບໍ່ມີໃຜຮູ້ເຫັນ 21 ເພາະວ່າງົວເຫລົ່ານັ້ນຍັງຈ່ອຍຜອມຢູ່ຄືເກົ່າແລ້ວເຮົາກໍຊວາດຮູ້ເມື່ອ 22 ແຕ່ເມື່ອເຮົາຫລັບໄປອີກ ຍັງໄດ້ຝັນເຫັນຮວງເຂົ້າເມັດຕຶ່ງເຈັດຮວງໃນຕົ້ນເຂົ້າດຽວກັນ 23 ແລ້ວມີຮວງເຂົ້າເຈັດຮວງງອກອອກມາ ແຕ່ເປັນເຂົ້າເມັດລີບແລະແຫ້ງເພາະຖືກລົມຈາກທະເລຊາຍ 24 ຮວງເຂົ້າເມັດລີບໄດ້ກືນກິນຮວງເຂົ້າເມັດຕຶ່ງ ເຮົາໄດ້ເລົ່າຄວາມຝັນນີ້ໃຫ້ຫມໍມໍຟັງ ແຕ່ບໍ່ມີໃຜສາມາດແກ້ໄຂໄດ້” 25 ໂຢເຊັບຈຶ່ງທູນຕໍ່ຟາຣາໂອວ່າ, “ຄວາມຝັນສອງຢ່າງນີ້ມີຄວາມຫມາຍຢ່າງດຽວກັນ ພຣະເຈົ້າໄດ້ຊົງບອກໃຫ້ພຣະອົງຮູ້ຈັກເຖິງສິ່ງທີ່ຈະບັງເກີດຂຶ້ນ 26 ງົວແມ່ຕຸ້ຍພີດີງາມເຈັດໂຕນັ້ນຫມາຍເຖິງເຈັດປີ ແລະຮວງເຂົ້າເມັດຕຶ່ງເຈັດຮວງນັ້ນກໍຫມາຍເຖິງເຈັດປີຄືກັນ ທັງສອງຢ່າງມີຄວາມຫມາຍແບບດຽວກັນ 27 ງົວແມ່ຈ່ອຍຜອມແລະເປັນຫນ້າຂີ້ດຽດຊຶ່ງຂຶ້ນມາຈາກນ້ຳຕາມຫລັງ ແລະຮວງເຂົ້າເມັດລີບເຈັດຮວງຊຶ່ງເຜົາແຫ້ງເພາະລົມຈາກທະເລຊາຍນັ້ນ ແມ່ນເປັນເວລາເຈັດປີທີ່ປະສົບກັບຄວາມອຶດຢາກ 28 ຄວາມຝັນຂອງພຣະອົງແມ່ນຕາມທີ່ຂ້ານ້ອຍໄດ້ກາບທູນນີ້ ພຣະເຈົ້າໄດ້ສະແດງໃຫ້ພຣະອົງຮູ້ເຖິງສິ່ງທີ່ຈະບັງເກີດຂຶ້ນ 29 ໃນທົ່ວດິນແດນຂອງປະເທດເອຢິບຈະມີຄວາມອຸດົມສົມບູນພູນສຸກເປັນເວລາເຈັດປີ 30 ຫລັງຈາກນັ້ນມາ ຈະມີການອຶດຢາກເກີດຂຶ້ນເປັນເວລາເຈັດປີອີກ ຄວາມອຸດົມສົມບູນໃນປະເທດເອຢິບຈະຖືກລົບລ້າງຫມົດ ຄວາມອຶດຢາກຈະທຳລາຍປະເທດແທນລະຍະການ 31 ຄວາມອຸດົມສົມບູນຖືກລົບລ້າງຫມົດສິ້ນ ກໍເພາະວ່າຄວາມອຶດຢາກທີ່ຕິດຕາມມານັ້ນຈະຮ້າຍແຮງທີ່ສຸດ 32 ສາຍເຫດທີ່ພຣະອົງຊົງຝັນສອງເທື່ອນັ້ນ ຫມາຍຄວາມວ່າ ພຣະເຈົ້າຊົງກຳນົດລະຍະການນີ້ໄວ້ແລ້ວ ແລະພຣະອົງຊົງໃຫ້ບັງເກີດຂຶ້ນໃນອະນາຄົດອັນມໍ່ໆນີ້ 33 ບັດນີ້ ພຣະອົງຄວນຊອກຫາຄົນທີ່ມີຄວາມສລຽວສລາດແລະມີສະຕິປັນຍາຄົນນຶ່ງໄວ້ ແລ້ວຕັ້ງທ່ານໃຫ້ເປັນຜູ້ປົກຄອງປະເທດເອຢິບ 34 ພຣະອົງຕ້ອງຊົງແຕ່ງຕັ້ງຂ້າຣາຊການປົກຄອງເຂດແຂວງຕ່າງໆເຫມືອນກັນ ແລະໃຫ້ເກັບເອົາຜົນລະປູກນຶ່ງສ່ວນຫ້າໃນລະຫວ່າງເຈັດປີທີ່ອຸດົມສົມບູນນັ້ນ 35 ໃຫ້ພວກເຂົາສະສົມອາຫານທຸກໆຊະນິດໃນປີທີ່ອຸດົມສົມບູນໄວ້ ແລະປະຕິບັດຕາມພຣະບັນຊາຂອງພຣະອົງຄືເກັບເຂົ້າໄວ້ໃນເມືອງຕ່າງໆພາຍໃຕ້ການກວດກາຂອງພຣະອົງ ແລະຮັກສາໄວ້ໃຫ້ດີ 36 ອາຫານທີ່ເກັບໄວ້ນີ້ຈະເປັນເຄື່ອງບັນເທົາທຸກເວລາອຶດຢາກໃນລະຍະເຈັດປີທີ່ຈະມາເຖິງນີ້ ເພື່ອປະຊາຊົນຊາວເອຢິບຈະບໍ່ໄດ້ອຶດເຂົ້າຕາຍ”
ໂຢເຊັບຖືກແຕ່ງຕັ້ງໃຫ້ເປັນຜູ້ປົກຄອງປະເທດເອຢິບ
37 ຟາຣາໂອ ແລະຂ້າຣາຊການຂອງພຣະອົງເຫັນຊອບໃນແຜນການທີ່ໂຢເຊັບສເນິມານັ້ນ 38 ພຣະອົງຊົງກ່າວຕໍ່ພວກຂ້າຣາຊການວ່າ, “ພວກເຮົາຈະໄປຊອກຫາຄົນຊຶ່ງພຣະວິນຍານຂອງພຣະເຈົ້າສະຖິດຢູ່ກັບເຂົາ ຄືຄົນນີ້ໄດ້ຢູ່ໃສ?” 39 ຟາຣາໂອຈຶ່ງກ່າວຕໍ່ໂຢເຊັບວ່າ, “ດ້ວຍວ່າພຣະເຈົ້າໄດ້ໂຜດສະແດງສິ່ງຕ່າງໆນີ້ແກ່ເຈົ້າຢ່າງແຈ່ມແຈ້ງ ໂດຍບໍ່ມີໃຜເຂົ້າໃຈແລະມີສະຕິປັນຍາທໍ່ເຈົ້າ 40 ດັ່ງນັ້ນ ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງປະເທດ ແລະປະຊາຊົນທຸກຄົນຈະຕ້ອງທຳຕາມຄຳສັ່ງຂອງເຈົ້າ ເຮົາຍິ່ງໃຫຍ່ກວ່າເຈົ້າກໍເພາະວ່າເຮົາເປັນກະສັດທໍ່ນັ້ນ” 41 ຕໍ່ມາ ກະສັດຟາຣາໂອຊົງກ່າວກັບໂຢເຊັບວ່າ,“ບັດນີ້ ເຈົ້າກໍຮູ້ແລ້ວວ່າ ເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງປະເທດເອຢິບແລ້ວ” 42 ຟາຣາໂອຊົງຖອດແຫວນກາປະທັບຈາກນີ້ວພຣະຫັດ ແລ້ວສຸບໃສ່ນີ້ວມືຂອງໂຢເຊັບ ເອົາເສື້ອທີ່ງາມທີ່ສຸດໃຫ້ໂຢເຊັບນຸ່ງ ເອົາສາຍຄໍຄຳຄ້ອງຄໍໃຫ້ 43 ແລ້ວພຣະອົງໃຫ້ໂຢເຊັບຂີ່ຣົດພຣະທີ່ນັ່ງຄັນທີ່ສອງຮອງຈາກພຣະອົງ ແລະທະຫານຮັກສາພຣະອົງຮ້ອງປະກາດວ່າ “ຈົ່ງຫລີກທາງໃຫ້” ໂຢເຊັບໄດ້ຖືກສະຖາປະນາຂຶ້ນໃຫ້ເປັນຜູ້ປົກຄອງປະເທດເອຢິບໂດຍວີທີດັ່ງກ່າວມານີ້ 44 ຟາຣາໂອກ່າວຕໍ່ໂຢເຊັບວ່າ, “ເຮົາເປັນກະສັດກໍຈິງ ແຕ່ໃນປະເທດເອຢິບນີ້ ຜູ້ໃດບໍ່ໄດ້ຮັບອະນຸຍາດຈາກເຈົ້າຈະເຮັດຫຍັງບໍ່ໄດ້” 45 ພຣະອົງໄດ້ໃສ່ຊື່ໃຫ້ໂຢເຊັບໃຫມ່ວ່າ “ຊາເຟນັທ ປາເນອາ” ແລະພຣະອົງໄດ້ປະທານນາງອາເຊນັທ ບຸດຕຣີຂອງໂປຕີເຟຣາ ປະໂຣຫິດເມືອງໂອນໃຫ້ເປັນພັຣຍາ ໂຢເຊັບໄດ້ເດີນທາງໄປກວດການທົ່ວປະເທດເອຢິບ 46 ໂຢເຊັບໄດ້ເຂົ້າຮັບໃຊ້ຟາຣາໂອແຫ່ງປະເທດເອຢິບເມື່ອອາຍຸໄດ້ສາມສິບປີ ທ່ານທູນລາພຣະອົງແລ້ວອອກເດີນທາງໄປກວດການທົ່ວປະເທດຕາງພຣະເນດພຣະກັນ 47 ໃນລະຍະເຈັດປີທີ່ອຸດົມສົມບູນນັ້ນ ປະເທດເອຢິບຜລິດຜົນລະປູກໄດ້ຢ່າງຫລວງຫລາຍ 48 ໂຢເຊັບສະສົມອາຫານທຸກໆຊະນິດໄວ້ໃນລະຍະເຈັດປີທີ່ອຸດົມສົມບູນ ແລ້ວເອົາໄປເກັບໄວ້ຕາມເມືອງຕ່າງໆໃນແຕ່ລະເມືອງນັ້ນ ທ່ານຮິບໂຮມເອົາເຂົ້າທີ່ເກັບໄດ້ຈາກນາອ້ອມແອ້ມມາເກັບໄວ້ໃນຕົວເມືອງ 49 ທ່ານສະສົມເຂົ້າໄວ້ໄດ້ມາກຫລາຍປານເກັບເມັດດິນຊາຍໃນແຄມທະເລຫລາຍຈົນບໍ່ສາມາດຊັ່ງຕວງໄດ້ 50 ກ່ອນປີຈະເກີດການອຶດຢາກ ໂຢເຊັບມີບຸດຊາຍສອງຄົນກັບນາງອາເຊນັທ ບຸດຕຣີຂອງໂປຕີເຟຣາປະໂຣຫິດເມືອງໂອນ 51 ໂຢເຊັບເວົ້າວ່າ, “ພຣະເຈົ້າໄດ້ຊົງເຮັດໃຫ້ຂ້ອຍລືມຄວາມເຈັບຊ້ຳນາໆປະການແລະລືມຄອບຄົວຂອງບິດາຂ້ອຍທັງຫມົດ” ດັ່ງນັ້ນ ຈຶ່ງໄດ້ຕັ້ງຊື່ໃຫ້ບຸດຊາຍກົກວ່າ “ມານັສເຊ” 52 ແລະຍັງໄດ້ເວົ້າຕື່ມອີກວ່າ, “ພຣະເຈົ້າໄດ້ປະທານບຸດຊາຍໃຫ້ຂ້ອຍໃນປະເທດທີ່ຂ້ອຍມີຄວາມທຸກໃຈ” ດັ່ງນັ້ນ ທ່ານຈຶ່ງໃສ່ຊື່ບຸດຊາຍຄົນທີ່ສອງວ່າ “ເອຟຣາອິມ” 53 ຄວາມອຸດົມສົມບູນເປັນເວລາເຈັດປີ ໃນປະເທດເອຢິບໄດ້ສິ້ນສຸດລົງ 54 ແລະຄວາມອຶດຢາກເປັນເວລາເຈັດປີກໍບັງເກີດຂຶ້ນມາແທນຕາມທີ່ໂຢເຊັບໄດ້ທຳນາຍໄວ້ ຢູ່ໃນປະເທດອື່ນໆບໍ່ມີເຂົ້າຈະກິນແລ້ວ ແຕ່ໃນປະເທດເອຢິບຍັງມີເຂົ້າກິນຢູ່ 55 ເມື່ອປະເທດເອຢິບເລີ້ມຕົ້ນອຶດຢາກ ປະຊາຊົນກໍແຫ່ກັນມາຮ້ອງທຸກຂໍອາຫານນຳຟາຣາໂອ ພຣະອົງຈຶ່ງຊົງກ່າວແກ່ພວກເຂົາວ່າ, “ຈົ່ງໄປຫາໂຢເຊັບ ແລະເຮັດຕາມທີ່ທ່ານບອກ” 56 ເມື່ອຄວາມອຶດຢາກເກີດຂຶ້ນທົ່ວປະເທດ ໂຢເຊັບກໍໄຂສາງເຂົ້າທຸກໆສາງ ແລ້ວຂາຍໃຫ້ແກ່ປະຊາຊົນເອຢິບ ເພາະວ່າການອຶດຢາກຄັ້ງນີ້ຮ້າຍແຮງທີ່ສຸດ 57 ປະຊາຊົນຈາກຫລາຍປະເທດໃນໂລກ ໄດ້ພາກັນມາປະເທດເອຢິບ ເພື່ອຂໍຊື້ເຂົ້ານຳໂຢເຊັບ ເພາະວ່າການອຶດຢາກໄດ້ເກີດຂຶ້ນໃນທຸກໆປະເທດທົ່ວໂລກຢ່າງຮ້າຍແຮງ
ພວກອ້າຍຂອງໂຢເຊັບມາປະເທດເອຢິບເພື່ອຫາຊື້ເຂົ້າ
1 ເມື່ອຢາໂຄບຊາບວ່າຢູ່ໃນປະເທດເອຢິບຍັງມີເຂົ້າຂາຍ ທ່ານຈຶ່ງເວົ້າກັບພວກລູກວ່າ, “ເປັນຫຍັງພວກເຈົ້າຈຶ່ງພາກັນຢູ່ຊື່ໆ” 2 ຂ້ອຍໄດ້ຍິນວ່າທີ່ປະເທດເອຢິບມີເຂົ້າຂາຍ ຈົ່ງໄປທີ່ນັ້ນຊື້ເຂົ້າແມ໋ ຖ້າບໍ່ດັ່ງນັ້ນພວກເຮົາຈະອຶດເຂົ້າຕາຍກັນໃດ໋” 3 ດັ່ງນັ້ນ ພວກອ້າຍໂຢເຊັບທັງສິບຄົນຈຶ່ງພາກັນໄປທີ່ປະເທດເອຢິບເພື່ອຫາຊື້ເຂົ້າ 4 ຢາໂຄບບໍ່ໄດ້ໃຫ້ເບັນຢາມິນນ້ອງຊາຍຄີງໆຂອງໂຢເຊັບໄປນຳ ເພາະຢ້ານເປັນອັນຕະຣາຍ 5 ດັ່ງນີ້ບຸດຊາຍຂອງອິສຣາເອນ ມາຊື້ເຂົ້າພ້ອມກັນກັບພວກອື່ນໆ ຍ້ອນວ່າໃນປະເທດການາອານມີການອຶດຢາກເກີດຂຶ້ນ 6 ໂຢເຊັບໃນຖານະເປັນຜູ້ປົກຄອງປະເທດເອຢິບ ໄດ້ຂາຍເຂົ້າໃຫ້ແກ່ປະຊາຊົນທຸກໆຊາດໃນປະເທດຕ່າງໆ ດັ່ງນັ້ນ ພວກອ້າຍຂອງໂຢເຊັບຈີ່ງເຂົ້າມາຫາ ແລະຂາບລົງຕໍ່ຫນ້າທ່ານ 7 ເມື່ອໂຢເຊັບເຫັນພວກອ້າຍກໍຈື່ໄດ້ ແຕ່ທ່ານເຮັດທໍາທ່າຄືບໍ່ຮູ້ຈັກ ທ່ານເວົ້າຢ່າງມີອຳນາດຕໍ່ພວກອ້າຍວ່າ, “ພວກເຈົ້າມາແຕ່ໃສ?” ພວກເຂົາຈຶ່ງຕອບວ່າ, “ພວກຂ້າພະເຈົ້າມາແຕ່ປະເທດການາອານເພື່ອມາຂໍຊື້ເຂົ້າ” 8 ໂຢເຊັບຈື່ພວກອ້າຍຂອງຕົນໄດ້ ແຕ່ເຂົາເຈົ້າຈື່ທ່ານບໍ່ໄດ້ ທ່ານຍັງຈົດຈຳຄວາມຝັນທີ່ຝັນກ່ຽວກັບພວກເຂົາເຈົ້າ 9 ທ່່ານເວົ້າວ່າ, “ພວກເຈົ້າເປັນນັກສືບ ພວກເຈົ້າມາສືບເບິ່ງຈຸດອ່ອນໃນປະເທດຂອງເຮົາ” 10 ພວກເຂົາຈຶ່ງຕອບວ່າ, “ບໍ່ດອກ ອາດຍາເອີຍ, ພວກຂ້າພະເຈົ້າມາໃນຖານະເປັນຜູ້ຮັບໃຊ້ຂອງອາດຍາ ເພື່ອຂໍຊື້ເຂົ້າ 11 ທັງຫມົດນີ້ເປັນອ້າຍນ້ອງກັນ ບໍ່ແມ່ນເປັນນັກສືບດອກອາດຍາເອີຍ ພວກຂ້າພະເຈົ້າເປັນຄົນສັດຊື່” 12 ແຕ່ໂຢເຊັບເວົ້າຊ້ຳເປັນຫນັກແຫນ້ນວ່າ, “ຕ້ອງແມ່ນ ພວກເຈົ້າມາສືບເບິ່ງຈຸດອ່ອນໃນປະເທດຂອງເຮົາ” 13 ພວກເຂົາເວົ້າວ່າ, “ອາດຍາເອີຍ, ພວກຂ້າພະເຈົ້າມີອ້າຍນ້ອງນຳກັນສິບສອງຄົນ ເກີດຮ່ວມພໍ່ດຽວກັນຢູ່ໃນປະເທດການາອານ ດຽວນີ້ ນ້ອງຜູ້ຫລ້າຢູ່ນຳພໍ່ ແລະອ້າຍຂອງຜູ້ຫລ້າໄດ້ຕາຍໄປແລ້ວ” 14 ໂຢເຊັບຕອບເຂົາວ່າ, “ແມ່ນຄືເຮົາເວົ້າແທ້ໆ ພວກເຈົ້າຕ້ອງເປັນນັກສືບອີຫລີ 15 ສິ່ງນີ້ຈະເປັນເຄື່ອງພິສູດພວກເຈົ້າ ຄືເຮົາຂໍສັນຍາໃນນາມຟາຣາໂອວ່າ ເຮົາຈະບໍ່ປ່ອຍພວກເຈົ້າ ຈົນກວ່ານ້ອງຫລ້າຂອງພວກເຈົ້າຈະມາທີ່ນີ້ 16 ໃຫ້ສົ່ງຜູ້ນຶ່ງໃນຈຳນວນພວກເຈົ້າໄປເອົາເຂົາມາ ພວກທີ່ເຫລືອນັ້ນຈະຕ້ອງຖືກກັກຂັງໄວ້ ຈົນກວ່າສິ່ງທີ່ພວກເຈົ້າເວົ້າມານັ້ນຈະພິສູດເຫັນວ່າເປັນຄວາມຈິງ ຖ້າບໍ່ດັ່ງນັ້ນ ຕາບໃດທີ່ຟາຣາໂອຍັງມີຊີວິດຢູ່ ພວກເຈົ້າກໍຄົງເປັນນັກສືບຢູ່ຕາບນັ້ນ” 17 ຍ້ອນເຣື່ອງດັ່ງກ່າວນີ້ ໂຢເຊັບຈີ່ງສັ່ງຂັງພວກເຂົາສາມວັນ 18 ຕໍ່ມາ ໃນວັນທີ່ສາມ ໂຢເຊັບຈຶ່ງເວົ້າກັບພວກເຂົາວ່າ, “ຂ້ອຍນະມັສການພຣະເຈົ້າ ດັ່ງນັ້ນ ຖ້າພວກເຈົ້າເຮັດສິ່ງນີ້ໄດ້ ພວກເຈົ້າກໍຈະພົ້ນໂທດ ຄືຖ້າພວກເຈົ້າເປັນຄົນສັດຊື່ແທ້ 19 ໃຫ້ຜູ້ດຽວເທົ່ານັ້ນໃນຈຳນວນພວກເຈົ້າຢູ່ໃນຄຸກນີ້ ນອກຈາກນັ້ນໃຫ້ເອົາເຂົ້າທີ່ຊື້ນີ້ເມືອໃຫ້ຄອບຄົວຂອງພວກເຈົ້າທີ່ກຳລັງຫິວຢູ່ 20 ແຕ່ພວກເຈົ້າຕ້ອງເອົານ້ອງຊາຍຫລ້າມາຫາເຮົາ ເພື່ອພິສູດວ່າພວກເຈົ້າໄດ້ເວົ້າຄວາມຈິງພຽງໃດ ແລ້ວພວກເຈົ້າກໍຈະບໍ່ຖືກປະຫານຊີວິດ” ພວກເຂົາຍອມຕົກລົງຕາມຂໍ້ສເນິນັ້ນ 21 ພວກເຂົາເວົ້າຕໍ່ກັນແລະກັນວ່າ, “ແມ່ນແລ້ວຫມູ່ເຮົາເປັນຜູ້ຜິດແທ້ທີ່ໄດ້ກະທຳແກ່ນ້ອງຂອງພວກເຮົາ ຫມູ່ເຮົາໄດ້ເຮັດໃຫ້ເຂົາມີຄວາມລຳບາກຫລາຍ ເມື່ອເຂົາຮ້ອງຂໍຄວາມຊ່ອຍເຫລືອ ແຕ່ຫມູ່ເຮົາບໍ່ຍອມຟັງສຽງ ຍ້ອນສິ່ງນັ້ນແຫລະຄວາມລຳບາກຈຶ່ງຕາມສນອງພວກຫມູ່ເຮົາດຽວນີ້” 22 ຣູເບນເວົ້າວ່າ, “ຂ້ອຍໄດ້ບອກພວກເຈົ້າແລ້ວວ່າຢ່າຕີເຂົາ ແຕ່ພວກເຈົ້າກໍບໍ່ຍອມຟັງຂ້ອຍ ເຫັນບໍ່ ບັດນີ້ກັມໄດ້ຕອບສນອງກຳແລ້ວ“ 23 ໂຢເຊັບເຂົ້າໃຈໃນເຣື່ອງທີ່ພວກເຂົາເວົ້າ ແຕ່ພວກເຂົາບໍ່ຮູ້ຈັກວ່າທ່ານເຂົ້າໃຈ ກໍເພາະວ່າໂຢເຊັບໃຊ້ນາຍພາສາເມຶ່ອເວົ້າກັບພວກເຂົາ 24 ໂຢເຊັບໄດ້ຫນີຈາກພວກເຂົາ ແລະໄປລີ້ຮ້ອງໄຫ້ຢູ່ຜູ້ດຽວ ເມື່ອທ່ານອົດກັ້ນອາລົມຂົມຂື່ນໃຈໄດ້ແລ້ວຈຶ່ງກັບເຂົ້າມາຫາອີກ ທ່ານຈຶ່ງສັ່ງໃຫ້ເຂົາເອົາຊີເມໂອນອອກມາຜູກໄວ້ຕໍ່ຫນ້າຕໍ່ຕາພວກເຂົາ 25 ໂຢເຊັບສັ່ງໃຫ້ຄົນເອົາເຂົ້າໃສ່ຖົງພວກເຂົາຈົນເຕັມ ແລ້ວເອົາເງິນຂອງແຕ່ລະຄົນໃສ່ໄວ້ໃນຖົງເທິງເຂົ້ານັ້ນຄືນ ແລ້ວເອົາອາຫານໃຫ້ພວກເຂົາໄປກິນຕາມທາງນຳ ຄົນຂອງທ່ານກໍໄດ້ເຮັດຕາມຄຳສັ່ງນັ້ນທຸກປະການ
ພວກອ້າຍຂອງໂຢເຊັບຄືນສູ່ປະເທດການາອານ
26 ພວກອ້າຍທັງຫລາຍກໍພາກັນເອົາເຂົ້າທີ່ຊື້ນັ້ນຕ່າງໃສ່ຫລັງລໍແລ້ວກໍອອກເດີນທາງໄປ 27 ຄັນຕໍ່ມາ ໃນບ່ອນທີ່ພັກເຊົາແຮມຄືນ ຄົນນຶ່ງໃນຈຳນວນນັ້ນໄດ້ໄຂຖົງເພື່ອເອົາເຂົ້າໃຫ້ລໍກິນ ໄດ້ພົບເງິນຢູ່ໃນປາກຖົງເຂົ້າ 28 ເຂົາຈຶ່ງຮ້ອງໃສ່ພວກອ້າຍວ່າ, “ເງິນຂອງຂ້ອຍຢູ່ນີ້” ພວກເຂົາກໍຕົກໃຈຈົນຕົວສັ່ນ ຈິ່ງຫັນຫນ້າເຂົ້າຫາກັນແລະເວົ້າວ່າ, “ພຣະເຈົ້າຊົງກະທຳຕໍ່ພວກເຮົາຢ່າງນີ້ຈະເປັນແນວໃດນໍ” 29 ເມື່ອພວກເຂົາກັບມາຮອດບິດາທີ່ປະເທດການາອານແລ້ວ ກໍເລົ່າເຣື່ອງຕ່າງໆທີ່ເກີດຂຶ້ນກັບພວກເຂົາສູ່ບິດາຟັງວ່າ, 30 ຜູ້ປົກຄອງປະເທດໄດ້ເວົ້າຢ່າງຮຸນແຮງກັບພວກເຮົາ ທັງຫາເຣື່ອງໃສ່ວ່າພວກເຮົາເປັນນັກສືບເຂົ້າໄປໃນປະເທດຂອງເຂົາ 31 ພວກເຮົາຈຶ່ງເວົ້າກັບທ່ານວ່າ ພວກເຮົາເປັນຄົນສັດຊື່ ບໍ່ແມ່ນນັກສືບ 32 ພວກເຮົາມີອ້າຍນ້ອງສິບສອງຄົນເປັນບຸດຮ່ວມພໍ່ດຽວກັນ ຜູ້ນຶ່ງໄດ້ຕາຍໄປແລ້ວ ແລະນ້ອງຫລ້າກໍຢູ່ກັບພໍ່ໃນປະເທດການາອານ 33 ທ່ານໄດ້ເວົ້າວ່າ, “ເຮົາຈະເຊື່ອວ່າ ພວກເຈົ້າເປັນຄົນສັດຊື່ກໍຕໍ່ເມື່ອຄົນນຶ່ງໃນຈຳນວນພວກເຈົ້າຈະຕ້ອງຢູ່ກັບເຮົາ ນອກນັ້ນໃຫ້ພາກັນເອົາເຂົ້າກັບຄືນເມືອໃຫ້ຄອບຄົວຂອງພວກເຈົ້າທີ່ກຳລັງອຶດຢູ່ 34 ແຕ່ໃຫ້ພວກເຈົ້າພານ້ອງຊາຍຫລ້ານັ້ນມາຫາເຮົາ ໂດຍວິທີນີ້ແຫລະເຮົາຈຶ່ງຈະເຊື່ອວ່າພວກເຈົ້າເປັນຄົນສັດຊື່ ແລະບໍ່ແມ່ນນັກສືບ ຄັນແລ້ວເຮົາຈະສົ່ງອ້າຍຂອງພວກເຈົ້າຄືນ ແລະພວກເຈົ້າກໍຈະທຳນາຄ້າຂາຍຢູ່ໃນປະເທດນີ້ໄດ້” 35 ໃນຂນະທີ່ພວກເຂົາໄຂຖົງເຂົ້າ ແຕ່ລະຄົນກໍເຫັນຫໍ່ເງິນຂອງຕົນຢູ່ໃນຖົງ ຄັນພວກເຂົາກັບບີດາເຫັນຫໍ່ເງິນກໍພາກັນຢ້ານກົວ 36 ຢາໂຄບຜູ້ເປັນບິດາຈຶ່ງເວົ້າວ່າ, “ພວກເຈົ້າຈະບໍ່ໃຫ້ລູກຢູ່ກັບຂ້ອຍຈັກຄົນຫວະ ໂຢເຊັບກໍຕາຍໄປແລ້ວ ຊີໂມເອນກໍຖືກຈັບ ແລະບັດນີ້ພວກເຈົ້າຈະເອົາເບັນຢາມິນຫນີຈາກຂ້ອຍອີກ ຂ້ອຍຜູ້ດຽວທີ່ທຸກທໍຣະມານທີ່ສຸດ” 37 ຣູເບນຈຶ່ງເວົ້າກັບບິດາວ່າ, “ຖ້າລູກບໍ່ນຳເບັນຢາມິນມາສົ່ງພໍ່ຄືນ ໃຫ້ພໍ່ຂ້າບຸດຊາຍຂອງລູກສອງຄົນນັ້ນຖິ້ມ ຈົ່ງມອບເບັນຢາມິນໄວ້ໃນຄວາມດູແລຂອງລູກເຖີດ ລູກຈະຕ້ອງເອົາເຂົາກັບຄືນມາ” 38 ແຕ່ຢາໂຄບເວົ້າວ່າ, “ຂ້ອຍຈະບໍ່ຍອມໃຫ້ລູກຊາຍຂ້ອຍໄປນຳພວກເຈົ້າ ອ້າຍຂອງເຂົາກໍໄດ້ຕາຍໄປແລ້ວ ຍັງເຫລືອແຕ່ເຂົາຜູ້ດຽວ ບາງທີເຂົາອາດຖືກຂ້າຕາຍຕາມທາງກໍໄດ້ ຂ້ອຍກໍເຖົ້າແກ່ຫລາຍແລ້ວຫາກພະເຊີນກັບຄວາມທຸກໂສກທີ່ພວກເຈົ້າເປັນຜູ້ກໍ່ຂຶ້ນນີ້ ອາດເຮັດໃຫ້ຂ້ອຍຊ້ຳໃຈຕາຍກໍໄດ້”
ພວກອ້າຍຂອງໂຢເຊັບກັບຄືນໄປປະເທດ ເອຢິບພ້ອມເບັນຢາມິນ
1 ຄວາມອຶດຢາກໃນປະເທດການາອານຮ້າຍແຮງທີ່ສຸດ 2 ເມື່ອຄອບຄົວຂອງຢາໂຄບກິນເຂົ້າຊຶ່ງຊື້ມາຈາກປະເທດເອຢິບຫມົດແລ້ວ ຢາໂຄບຈຶ່ງເວົ້າຕໍ່ພວກບຸດຊາຍວ່າ, “ຈົ່ງກັບຄືນໄປຊື້ອາຫານຕື່ມອີກຈັກຫນ່ອຍສຳລັບພວກເຮົາແມ໋” 3 ຢູດາຈຶ່ງຕອບວ່າ, “ຜູ້ປົກຄອງປະເທດເອຢິບໄດ້ເວົ້າກັບພວກລູກຢ່າງເດັດຂາດແລ້ວວ່າ ຢ່າໄປປາກົດຕົວໃຫ້ທ່ານເຫັນຫນ້າອີກ ຖ້າພວກເຮົາບໍ່ນຳເອົານ້ອງຫລ້າເຮົາໄປພົບທ່ານ 4 ແຕ່ຖ້າພໍ່ຍອມຕົກລົງໃຫ້ນ້ອງຊາຍຫລ້າໄປກັບພວກເຮົາ ພວກເຮົາກໍຈະໄປຊື້ເຂົ້າໃຫ້ພໍ່ 5 ຫາກພໍ່ບໍ່ຍອມຕົກລົງ ພວກເຮົາກໍຈະບໍ່ຍອມໄປ ເພາະທ່ານໄດ້ເວົ້າວ່າ ພວກເຈົ້າຢ່າມາໃຫ້ຂ້ອຍເຫັນຫນ້າອີກ ຖ້າພວກເຈົ້າບໍ່ເອົານ້ອງຊາຍເຈົ້າມາພ້ອມ” 6 ອິສຣາເອນຈຶ່ງເວົ້າວ່າ, “ເປັນຫຍັງຫມູ່ເຈົ້າຈຶ່ງເຮັດຄວາມຫຍຸ້ງຍາກໃຫ້ຂ້ອຍຫລາຍແທ້ ດັນໄປເວົ້າກັບທ່ານວ່າຫມູ່ເຈົ້າມີນ້ອງຢູ່ອີກຜູ້ນຶ່ງ” 7 ພວກເຂົາຈຶ່ງຕອບວ່າ, “ຊາຍຄົນນັ້ນໄດ້ຖາມພວກເຮົາ ແລະຄອບຄົວວ່າ ພໍ່ຂອງພວກເຈົ້າຍັງມີຊີວິດຢູ່ບໍ່? ພວກເຈົ້າມີນ້ອງຊາຍບໍ່? ພວກເຮົາກໍພາກັນຕອບຄໍາຖາມທ່ານຕາມຊື່ເພາະພວກເຮົາບໍ່ຮູ້ຈັກວ່າ ທ່ານຈະບອກໃຫ້ມານຳເອົານ້ອງຊາຍໄປຫາທ່ານ” 8 ຢູດາເວົ້າກັບອິສຣາເອນບິດາຂອງຕົນວ່າ, “ຈົ່ງອະນຸຍາດໃຫ້ນ້ອງຊາຍໄປກັບພວກລູກສາ ແລ້ວພວກເຮົາກໍຈະໄດ້ຮິບຕຽມຕົວອອກເດີນທາງ ແລ້ວທຸກຄົນທັງພໍ່ແລະລູກຫລານກໍຈະບໍ່ອຶດເຂົ້າຕາຍ 9 ລູກຈະຍອມຖວາຍຊີວິດເພື່ອເຂົາ ຂໍພໍ່ມອບພາຣະຮັບຜິດຊອບໄວ້ກັບລູກ ຖ້າວ່າລູກບໍ່ນຳເຂົາກັບຄືນມາຢ່າງປອດໄພ ລູກຈະຍອມເປັນຜູ້ຮັບຜິດຊອບຕໍ່ພໍ່ຕລອດຊິວິດ 10 ຖ້າພວກເຮົາບໍ່ມົວຊັກຊ້າຢູ່ຢ່າງນີ້ ປານນີ້ພວກເຮົາອາດຈະກັບມາເປັນທ້ຽວທີ່ສອງແລ້ວ” 11 ອິສຣາເອນຜູ້ເປັນບິດາຈຶ່ງເວົ້າກັບພວກເຂົາວ່າ, “ຖ້າດັ່ງນັ້ນໃຫ້ເຮັດດັ່ງນີ້ ຄືໃຫ້ເອົາຜົນລະປູກອັນດີທີ່ສຸດທີ່ມີໃນປະເທດຂອງເຮົາໃສ່ຖົງເຂົ້າໄປຕ້ອນຊາຍຄົນນັ້ນເຊັ່ນ: ຍານ ນໍ້າເຜິ້ງ ເຄື່ອງເທດ ຫມາກກໍ່ ແລະຫມາກບົກ 12 ຈົ່ງຖືເງິນໄປນຳອີກສອງເທົ່າ ກໍເພາະເຈົ້າຈະຕ້ອງເອົາເງິນທີ່ພົບໃນຖົງເຂົ້າໄປສົ່ງຄືນ ບາງທີອາດເປັນການຫລົງລືມກໍໄດ້ 13 ຈົ່ງຕຽມຕົວແລ້ວເອົານ້ອງຊາຍອອກເດີນທາງໄປຫາຊາຍຄົນນັ້ນສາ 14 ຂໍໃຫ້ພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ຈົ່ງດົນບັນດານໃຫ້ຊາຍຜູ້ນັ້ນມີຄວາມເມດຕາຕໍ່ພວກເຈົ້າ ເພື່ອວ່າທ່ານຈະໄດ້ປ່ອຍນ້ອງຂອງພວກເຈົ້າອີກຜູ້ນຶ່ງ ກັບເບັນຢາມິນໃຫ້ກັບຄືນມາຫາພໍ່ ຖ້າວ່າຈະສູນເສັຽລູກທັງສອງອີກກໍຕ້ອງຈຳເປັນ” 15 ດັ່ງນັ້ນ ພວກບຸດຊາຍຂອງຢາໂຄບກໍເອົາຂອງຕ້ອນ ແລະເງິນສອງເທົ່າພ້ອມກັບເບັນຢາມິນ ແລ້ວອອກເດີນທາງໄປສູ່ປະເທດເອຢິບເພື່ອພົບໂຢເຊັບ 16 ເມື່ອໂຢເຊັບເຫັນເບັນຢາມິນມາກັບພວກເຂົາ ທ່ານຈຶ່ງສັ່ງຄົນໃຊ້ຜູ້ຮັບຜິດຊອບໃນເຮືອນວ່າ, “ຈົ່ງພາຄົນເຫລົ່ານີ້ໄປເຮືອນແລ້ວ ຈົ່ງໄປຂ້າສັດແລະຈັດແຈ່ງອາຫານ ເພາະວ່າຕອນສວາຍນີ້ ຄົນເຫລົ່ານີ້ຈະກິນເຂົ້ານຳເຮົາ” 17 ຄົນໃຊ້ກໍໄດ້ເຮັດຕາມທີ່ໂຢເຊັບສັ່ງ ແລະພາພວກເຂົາໄປເຮືອນຂອງທ່ານ 18 ເມື່ອພວກເຂົາຖືກນຳພາໄປຮອດເຮືອນຂອງໂຢເຊັບ ເຂົາກໍເກີດຄວາມຢ້ານກົວແລະຄິດໄປວ່າ, “ພວກເຮົາຖືກພາມານີ້ກໍຍ້ອນເງິນທີ່ພວກເຮົາພົບຢູ່ໃນຖົງເຂົ້າຄັ້ງມາຖ້ຽວທຳອິດນັ້ນ ເຂົາເຈົ້າອາດທຸບຕິພວກເຮົາເອົາພວກເຮົາໄປເປັນທາດແລະຍຶດເອົາລໍທັງຫມົດຂອງພວກເຮົາ” 19 ດັ່ງນັ້ນ ພວກເຂົາຈຶ່ງມາຫາຄົນໃຊ້ຜູ້ຮັບຜິດຊອບໃນເຮືອນຂອງໂຢເຊັບ ແລະເວົ້າກັບເຂົາທີ່ປະຕູເຮືອນ 20 ວ່າ,” ນາຍເອີຍ, ຂໍໄດ້ໂຜດກະຣຸນາເທີນ ເມື່ອຄາວຂ້າພະເຈົ້າໄດ້ມາຊື້ສະບ່ຽງອາຫານຖ້ຽວກ່ອນນັ້ນ 21 ເວລາເດີນທາງກັບພວກຂ້າພະເຈົ້າໄດ້ໄຂຖົງເຂົ້າ ແລ້ວໄດ້ພົບເງິນທີ່ຈ່າຍຄ່າຊື້ເຂົ້າຄົບຕາມຈຳນວນເດີມ ຈຶ່ງໄດ້ຖືເອົາເງິນຈຳນວນນັ້ນນໍາມາສົ່ງຄືນ 22 ຂ້າພະເຈົ້າບໍ່ຮູ້ຈັກວ່າ ແມ່ນໃຜເອົາເງິນນັ້ນມາໃສ່ໃນຖົງເຂົ້າໄວ້ ເທື່ອນີ້ຂ້າພະເຈົ້າໄດ້ຖືເງິນມາຫລາຍພໍສົມຄວນເພື່ອຂໍຊື້ເຂົ້າອີກ” 23 ຄົນໃຊ້ຈຶ່ງເວົ້າວ່າ, “ຢ່າສູ່ອຸກໃຈແລະຢ້ານກົວເລີຍ ພຣະເຈົ້າຂອງພວກເຈົ້າ ແລະຂອງບິດາພວກເຈົ້າໄດ້ເອົາຊັບສົມບັດນີ້ມາໃສ່ໃນຖົງເຂົ້າຂອງພວກເຈົ້າ ເງິນທີ່ພວກເຈົ້າຈ່າຍນັ້ນຂ້ອຍໄດ້ຮັບຮຽບຮ້ອຍແລ້ວ” ແລ້ວຄົນຕົ້ນເຮືອນກໍນຳເອົາຊີເມໂອນອອກມາຫາພວກເຂົາ 24 ຄົນໃຊ້ຈຶ່ງພາພວກເຂົາເຂົ້າໄປໃນເຮືອນໂຢເຊັບ ເຂົາໄດ້ເອົານ້ຳໃຫ້ພວກເຂົາລ້າງຕີນ ແລະເອົາເຟືອງໃຫ້ລໍກິນ 25 ພວກເຂົາຕຽມຈັດຂອງຕ້ອນໄວ້ມອບໃຫ້ໂຢເຊັບໃນຕອນສວາຍ ເພາະພວກເຂົາໄດ້ຮູ້ວ່າທ່ານຈະມາຮັບປະທານອາຫານທີ່ບ້ານ 26 ເມື່ອໂຢເຊັບມາເຖິງບ້ານ ພວກເຂົາກໍພາກັນເອົາຂອງຕ້ອນນຳເຂົ້າໄປໃນເຮືອນເພື່ອມອບໃຫ້ທ່ານ ພວກເຂົາໄດ້ຂາບລົງກັບດິນຕໍ່ຫນ້າໂຢເຊັບ 27 ໂຢເຊັບໄດ້ໄຕ່ຖາມເຖິງຄວາມສຸກທຸກຂອງພວກເຂົາ ແລ້ວຈຶ່ງຖາມຕໍ່ໄປວ່າ, “ພໍ່ຂອງຫມູ່ເຈົ້າຊຶ່ງຫມູ່ເຈົ້າໄດ້ເວົ້າໃຫ້ຂ້ອຍຟັງວ່າເຖົ້າແກ່ຫລາຍແລ້ວນັ້ນເປັນຢ່າງໃດ? ທ່ານຍັງມີຊີວິດຢູ່ ແລະສະບາຍດີບໍ່?” 28 ພວກເຂົາຈຶ່ງຕອບວ່າ, “ພໍ່ຂອງຂ້າພະເຈົ້າຂ້າໃຊ້ທີ່ສັດຊື່ຕໍ່ອາດຍາຍັງມີຊີວິດຢູ່ ແລະຍັງຢູ່ສະບາຍດີ” ຄັນແລ້ວພວກເຂົາກໍຂາບລົງດິນໂດຍຊ້ອງຫນ້າທ່ານອີກ 29 ເມື່ອໂຢເຊັບເຫັນເບັນຢາມິນນ້ອງຊາຍຄີງຂອງຕົນ ທ່ານຈຶ່ງເວົ້າວ່າ, “ຊາຍຄົນນີ້ຄົງເປັນນ້ອງ ຊາຍຫລ້າຂອງຫມູ່ເຈົ້າ ຊຶ່ງໄດ້ເວົ້າໃຫ້ເຮົາຟັງແຕ່ກ່ອນນັ້ນຕິ ແມ່ນບໍ່? ນ້ອງເອີຍ ຂໍພຣະເຈົ້າຈົ່ງອວຍພອນແກ່ເຈົ້າ” 30 ຄັນແລ້ວ ໂຢເຊັບກໍຟ້າວຍ່າງອອກຫນີໄປ ເພາະຈິດໃຈຂອງທ່ານມີຄວາມຮູ້ສຶກຕື່ນເຕັ້ນຫລາຍທີ່ເຫັນນ້ອງຊາຍຄີງຂອງຕົນ ທ່ານເກືອບຮ້ອງໄຫ້ຕໍ່ຫນ້າພວກເຂົາ ແຕ່ເມື່ອອົດບໍ່ໄດ້ ທ່ານຈຶ່ງເຂົ້າໄປລີ້ຮ້ອງໄຫ້ຢູ່ໃນຫ້ອງສ່ວນຕົວ 31 ຫລັງຈາກລ້າງຫນ້າລ້າງຕາແລ້ວ ທ່ານຈຶ່ງໄດ້ອອກມາຂ້າງນອກ ພຍາຍາມລະງັບຄວາມຮູ້ສຶກໄວ້ ແລ້ວສັ່ງໃຫ້ຄົນໃຊ້ຈັດແຈ່ງເອົາອາຫານມາ 32 ເຂົາໄດ້ຈັດແຈ່ງໂຕະໃຫ້ໂຢເຊັບກິນຜູ້ດຽວຕ່າງຫາກ ແລະໄດ້ຈັດແຈ່ງໃຫ້ພວກອ້າຍນ້ອງໂຕະນຶ່ງອີກຕ່າງຫາກ ຊາວເອຢິບຊຶ່ງໄປຮ່ວມນັ້ນກໍໄດ້ຈັດໃຫ້ກິນອີກໂຕະນຶ່ງຕ່າງຫາກ ເພາະເຂົາຖືວ່າເປັນການອັບອາຍຂາຍຫນ້າທີ່ກິນຮ່ວມໂຕະກັບຊາວເຮັບເຣີ 33 ພວກອ້າຍນ້ອງຂອງໂຢເຊັບນັ່ງລຽນກັນຢູ່ໂຕະຂ້າງຫນ້າຂອງໂຢເຊັບ ພວກເຂົານັ່ງເປັນລຳດັບແຕ່ອ້າຍກົກມາຫານ້ອງຊາຍຫລ້າຕາມອາຍຸ ເມື່ອພວກເຂົານັ່ງຮຽບຮ້ອຍແລ້ວ ພວກເຂົາກໍເບິ່ງຫນ້າກັນແລະກັນຢ່າງປລາດໃຈ 34 ຄົນໃຊ້ໄດ້ແຈກອາຫານແຕ່ໂຕະຂອງໂຢເຊັບໄປ ແລະເຂົາໄດ້ແຈກໃຫ້ເບັນຢາມິນຫລາຍກວ່າພວກອື່ນໆຫ້າເທົ່າ ດັ່ງນັ້ນ ພວກເຂົາຈຶ່ງກິນແລະດື່ມກັບທ່ານຈົນມືນເມົາ
ຈອກເຫລົ້າເສັຽ
1 ໂຢເຊັບໄດ້ສັ່ງຄົນໃຊ້ຜູ້ຮັບຜິດຊອບໃນເຮືອນຂອງຕົນວ່າ, “ຈົ່ງເອົາສະບຽງອາຫານໃສ່ຖົງຂອງຄົນເຫລົ່ານີ້ ໃຫ້ຫລາຍເທົ່າທີ່ພວກເຂົາສາມາດເອົາໄປໄດ້ ແລະໃຫ້ເອົາເງິນຂອງເຂົາແຕ່ລະຄົນໃສ່ລົງໃນຖົງເທິງເຂົ້າແຕ່ລະຖົງ ໃຫ້ເອົາເງິນຊື້ເຂົ້າຂອງເຂົາກັບຈອກເງິນຂອງເຮົາໃສ່ລົງໃນຖົງເຂົ້າຂອງນ້ອງຊາຍຫລ້າເຂົາ” 2 ແລ້ວຄົນໃຊ້ກໍໄດ້ທຳຕາມທີ່ໂຢເຊັບສັ່ງທຸກປະການ 3 ເມື່ອຮຸ່ງຂຶ້ນແຕ່ເຊົ້າໆ ພວກເຂົາກໍພາກັນອອກເດີນທາງກັບເມືອພ້ອມດ້ວຍລໍຂອງພວກເຂົາ 4 ຄັນພວກເຂົາໄປບໍ່ໄກຈາກເມືອງພໍເທົ່າໃດ ໂຢເຊັບຈຶ່ງເວົ້າກັບຄົນໃຊ້ຜູ້ຮັບຜິດຊອບປະຈຳເຮືອນຂອງຕົນວ່າ, “ຈົ່ງຮີບອອກໄປຕິດຕາມຄົນເຫລົ່ານັ້ນ ເມື່ອເຈົ້າທັນພວກເຂົາແລ້ວ ໃຫ້ເຈົ້າວ່າເປັນຫຍັງພວກເຈົ້າປະພຶດການຊົ່ວຕອບແທນການດີ ເປັນຫຍັງຈຶ່ງລັກເອົາຈອກເງິນຂອງເຣົາມາ? 5 ຈອກນັ້ນເປັນຈອກສະເພາະທີ່ເຈົ້ານາຍຂອງຂ້ອຍ ໃຊ້ສຳລັບດື່ມນ້ຳ ແລະໃຊ້ກວດເບິ່ງເຫດການ ພວກເຈົ້າເຮັດຜິດຢ່າງຮ້າຍແຮງຮູ້ບໍ່?” 6 ເມື່ອຄົນໃຊ້ນັ້ນອອກຕິດຕາມທັນພວກເຂົາແລ້ວ ກໍເວົ້າດັ່ງທີ່ນາຍສັ່ງນັ້ນກັບເຂົາ 7 ພວກເຂົາຈຶ່ງຕອບວ່າ, “ອາດຍາເວົ້າເຊັ່ນນີ້ຫມາຍຄວາມວ່າຢ່າງໃດ? ຂ້າພະເຈົ້າບໍ່ເຄີຍໄດ້ກະທຳເຊັ່ນນັ້ນຈັກເທື່ອ 8 ເບິ່ງແມ໋, ທ່ານກໍໄດ້ເຫັນຂ້າພະເຈົ້າທັງຫລາຍນຳເອົາເງິນ ຊຶ່ງໄດ້ພົບຢູ່ໃນຖົງເຂົ້າໃນປະເທດການາອານນັ້ນມາສົ່ງຄືນໃຫ້ແກ່ທ່ານ ເປັນຫຍັງຂ້າພະເຈົ້າທັງຫລາຍຊິມາລັກເອົາເງິນຫລືຄຳໄປຈາກບ້ານເຈົ້ານາຍຂອງທ່ານ? 9 ເອົາເທາະ ຖ້າສິ່ງເຫລົ່ານັ້ນຕົກຢູ່ນຳຜູ້ໃດຜູ້ນຶ່ງໃນຈຳນວນພວກຂ້າພະເຈົ້າຜູ້ຮັບໃຊ້ຂອງທ່ານ ຂໍໃຫ້ຂ້າຜູ້ນັ້ນເສັຽ ແລ້ວຂ້າພະເຈົ້າທຸກຄົນກໍຈະຍອມເປັນທາດເຈົ້ານາຍຂອງຂ້າພະເຈົ້າດ້ວຍ” 10 ຄົນໃຊ້ຈຶ່ງເວົ້າວ່າ, “ຕົກລົງ ແຕ່ຖ້າວ່າຂ້ອຍພົບຈອກນັ້ນນໍາຜູ້ໃດຜູ້ນຶ່ງໃນພວກເຈົ້າ ຜູ້ມີຈອກນັ້ນຈະຕ້ອງເປັນທາດຂອງຂ້ອຍ ນອກນັ້ນໃຫ້ເປັນອິສຣະຫມົດ” 11 ດັ່ງນັ້ນ ພວກເຂົາຈຶ່ງຟ້າວເອົາຖົງສະບຽງອາຫານລົງຈາກຫລັງລໍ ແລ້ວແຕ່ລະຄົນກໍໄຂຖົງຂອງຕົນອອກ 12 ຄົນໃຊ້ຂອງໂຢເຊັບຈຶ່ງຄົ້ນເບິ່ງແຕ່ອ້າຍກົກຈົນຮອດນ້ອງຫລ້າ ແລ້ວພົບຈອກນັ້ນຢູ່ໃນຖົງເຂົາຂອງເບັນຢາມິນ 13 ເມື່ອເປັນດັ່ງນັ້ນ ພວກເຂົາຈຶ່ງພາກັນຈີກເສື້ອຂອງຕົນເອງດ້ວຍຄວາມເສັຽໃຈ ເອົາຖົງຂຶ້ນໃສ່ຫລັງລໍແລະກັບຄືນເຂົ້າໄປໃນເມືອງ 14 ເມື່ອຢູດາ ແລະພວກອ້າຍນ້ອງມາຮອດເຮືອນຂອງໂຢເຊັບ ຊຶ່ງຂນະນັ້ນທ່ານເອງກໍຍັງຢູ່ເຮືອນ ພວກເຂົາຈຶ່ງພາກັນຂາບລົງຕໍ່ຫນ້າທ່ານ 15 ແລ້ວໂຢເຊັບກໍເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດດັ່ງນີ້? ພວກເຈົ້າອາດບໍ່ຮູ້ຈັກວ່າຄົນຢ່າງເຮົານີ້ເປັນຄົນຕາທິບ” 16 ຢູດາໄດ້ເວົ້າວ່າ, “ຂ້າພະເຈົ້າທັງຫລາຍບໍ່ມີທາງໂຕ້ຖຽງໄດ້ແລ້ວ ແລະບໍ່ຊ່າງຈະພິສູດຄວາມບໍຣິສຸດຂອງພວກຂ້າພະເຈົ້າຢ່າງໃດໄດ້ອີກ ພຣະເຈົ້າໄດ້ປະຈານຂາຍຫນ້າເພາະຄວາມຜິດຂອງຂ້າພະເຈົ້າທັງຫລາຍແລ້ວທ່ານຜູ້ຍິ່ງໃຫຍ່ເອີຍ ບັດນີ້ ຂ້າພະເຈົ້າທຸກຄົນຕົກເປັນທາດຂອງທ່ານແລ້ວ ແລະຈະບໍ່ແມ່ນແຕ່ຜູ້ດຽວສະເພາະຄົນທີ່ທ່ານພົບຈອກເທົ່ານັ້ນ” 17 ໂຢເຊັບເວົ້າວ່າ, “ບໍ່ແມ່ນດອກ ເຮົາຈະບໍ່ເຮັດເຊັ່ນນັ້ນ ຜູ້ເຮົາພົບຈອກນຳເທົ່ານັ້ນທີ່ຈະເປັນທາດຂອງເຮົາ ສ່ວນນອກນັ້ນ ຈົ່ງກັບໄປຫາພໍ່ຂອງພວກເຈົ້າຢ່າງປອດພັຍເທີນ”
ຢູດາຣ້ອງຂໍເພື່ອເບັນຢາມິນ
18 ຄັນຕໍ່ມາ ຢູດາໄດ້ເຂົ້າໄປຫາໂຢເຊັບແລະຮ້ອງຂໍວ່າ, “ທ່ານຜູ້ຍິ່ງໃຫຍ່ເອີຍ, ໂຜດກະຣຸນາໃຫ້ຂ້າພະເຈົ້າໄດ້ລົມກັບທ່ານຢ່າງເປັນກັນເອງກ່ອນຖ້ອນ ຂໍທ່ານຢ່າຟ້າວໂກດຮ້າຍຂ້າພະເຈົ້າ ທ່ານເອງກໍເປັນເຫມືອນຟາຣາໂອ 19 ທ່ານຖາມຂ້າພະເຈົ້າທັງຫລາຍວ່າ ພວກເຈົ້າມີພໍ່ແລະນ້ອງບໍ່? 20 ພວກຂ້າພະເຈົ້າກໍຕອບວ່າ ພວກຂ້າພະເຈົ້າມີພໍ່ທີ່ເຖົ້າຊະຣາແລ້ວ ມີນ້ອງຊາຍຜູ້ນຶ່ງເກີດເມື່ອພໍ່ເຖົ້າແກ່ແລ້ວ ອ້າຍຂອງເດັກຜູ້ນັ້ນໄດ້ຕາຍໄປແລ້ວ ແລະເຂົາຜູ້ດຽວເທົ່ານັ້ນທີ່ເກີດຮ່ວມທ້ອງແມ່ດຽວກັນຊຶ່ງຍັງມີຊີວິດຢູ່ ສະນັ້ນພໍ່ຈຶ່ງຮັກເຂົາຫລາຍ 21 ທ່ານໄດ້ເວົ້າກັບຂ້າພະເຈົ້າທັງຫລາຍວ່າ ໃຫ້ເອົາເຂົາມາທີ່ນີ້ ເພື່ອທ່ານຈະໄດ້ເຫັນເຂົາ 22 ຂ້າພະເຈົ້າທັງຫລາຍຮຽນໄດ້ຕອບທ່ານວ່າ ເດັກຫນຸ່ມຄົນນີ້ຈະພາກຈາກພໍ່ບໍ່ໄດ້ ຖ້າເຂົາຈາກໄປເມື່ອໃດ ພໍ່ເຂົາຕ້ອງຕາຍ 23 ຄັນແລ້ວ ທ່ານເວົ້າວ່າ ພວກເຈົ້າຢ່າມາໃຫ້ຂ້ອຍເຫັນຫນ້າອີກ ຖ້າບໍ່ເອົານ້ອງຊາຍຫລ້າເຈົ້າມານຳ 24 ເມື່ອຂ້າພະເຈົ້າກັບຄືນເມືອຫາບິດາຜູ້ເປັນຂ້າໃຊ້ຂອງທ່ານ ຂ້າພະເຈົ້າທັງຫລາຍຈຶ່ງເລົ່າເຣື່ອງທີ່ນາຍເວົ້າໃຫ້ທ່ານຟັງ 25 ຄັນແລ້ວ ທ່ານໄດ້ເວົ້າວ່າ ຈົ່ງພາກັນໄປຊື້ເຂົ້າມາໃຫ້ພໍ່ຈັກຫນ່ອຍແດ່ 26 ຂ້າພະເຈົ້າທັງຫລາຍຈຶ່ງຕອບທ່ານວ່າ ເຮົາໄປບໍ່ໄດ້ ຖ້າບໍ່ໄດ້ເອົານ້ອງຊາຍຫລ້າມານຳ 27 ພໍ່ຜູ້ຮັບໃຊ້ຂອງທ່ານຈຶ່ງບອກຂ້າພະເຈົ້າທັງຫລາຍວ່າ ພວກເຈົ້າກໍຮູ້ແລ້ວວ່າ ເມັຽຂອງຂ້ອຍໄດ້ເກີດບຸດຊາຍສອງຄົນນີ້ໃຫ້ສຳລັບຂ້ອຍ 28 ຜູ້ທຳອີດກໍຕາຍຈາກຂ້ອຍໄປແລ້ວ ຂ້ອຍຄາດວ່າເຂົາຄົງຈະຖືກສັດຮ້າຍກັດຕາຍ ເພາະວ່າຂ້ອຍບໍ່ໄດ້ເຫັນເຂົາຈົນເທົ່າດຽວນີ້ 29 ບັດນີ້ ຖ້າພວກເຈົ້າຈະເອົາລູກຊາຍຫລ້າຜູ້ນີ້ໄປຈາກຂ້ອຍແລະຖືກຂ້າອີກ ພວກເຈົ້າກໍຈະສ້າງຄວາມທຸກທໍຣະມານໃຈ ແກ້ງຈະຂ້າຂ້ອຍອີກໃນຍາມເຖົ້າຊະຣາການຢ່າງນີ້ 30 ທ່ານຜູ້ຍິ່ງໃຫຍ່ ເຣື່ອງມີຢູ່ວ່າຫາກຂ້າພະເຈົ້າກັບເມືອຫາພໍ່ຜູ້ຮັບໃຊ້ຂອງທ່ານໂດຍບໍ່ມີນ້ອງຄົນນີ້ແລ້ວ 31 ເມື່ອພໍ່ຮູ້ວ່າບໍ່ມີເຂົາມານຳ ທ່ານກໍຈະສິ້ນໃຈຕາຍ ຊີວິດຂອງທ່ານຂຶ້ນຢູ່ກັບເດັກນ້ອຍຜູ້ນີ້ ທ່ານເອີຍ ພວກຂ້າພະເຈົ້າກໍຈະສ້າງຄວາມທຸກໃຈຢ່າງຫລວງຫລາຍ ແກ້ງຂ້າພໍ່ໃນເວລາທ່ານເຖົ້າແກ່ຊະຣາຢ່າງນີ້ 32 ຂ້າພະເຈົ້າຜູ້ຮັບໃຊ້ຂອງທ່ານຮັບປະກັນນ້ອງໄວ້ຕໍ່ຫນ້າພໍ່ວ່າ ຈະເອົາຊີວິດຂອງຂ້າພະເຈົ້າແທນເດັກຄົນນີ້ ໂດຍບອກພໍ່ວ່າ ຖ້າບໍ່ໄດ້ນໍາເອົາເຂົາກັບຄືນມາຫາທ່ານ ຂ້າພະເຈົ້າກໍເປັນຜູ້ກະທຳຜິດຕໍ່ພໍ່ຕລອດຊົ່ວຊີວິດ 33 ບັດນີ້ ທ່ານເອີຍ ຂ້າພະເຈົ້າຈະຢູ່ທີ່ນີ້ເປັນທາດຮັບໃຊ້ຂອງທ່ານແທນເດັກຄົນນີ້ ກະຣຸນາໃຫ້ເຂົາກັບຄືນເມືອກັບພວກອ້າຍຂອງເຂົາເທີນ 34 ຂ້າພະເຈົ້າຈະກັບຄືນຫາພໍ່ໄດ້ຢ່າງໃດ ຖ້າຫາກບໍ່ມີເດັກຄົນນີ້ເມືອນຳ ຂ້າພະເຈົ້າບໍ່ຢາກເຫັນເຄາະຮ້າຍເກີດຂຶ້ນກັບພໍ່ຂອງຂ້າພະເຈົ້າ”
ໂຢເຊັບບອກໃຫ້ພວກອ້າຍນ້ອງຮູ້ວ່າທ່ານແມ່ນໃຜ?
1 ໂຢເຊັບບໍ່ສາມາດຈະລະງັບຄວາມຮູ້ສຶກຂອງຕົນຕໍ່ຫນ້າຜູ້ຮັບໃຊ້ທັງຫມົດໄດ້ ສະນັ້ນ ທ່ານຈຶ່ງຮ້ອງອອກມາວ່າ, “ໃຫ້ທຸກຄົນອອກໄປ” ເວລາທ່ານ ບອກພວກອ້າຍແລະນ້ອງຂອງຕົນວ່າທ່ານຄືໃຜນັ້ນ ບໍ່ມີຄົນອື່ນເລີຍຢູ່ທີ່ນັ້ນ 2 ທ່ານໄຫ້ສະອຶກສະອື້ນສຽງດັງຈົນຊາວເອຢິບໄດ້ຍິນ ແລະຂ່າວນີ້ກໍແຜ່ໄປເຖິງພຣະຣາຊວັງ 3 ໂຢເຊັບເວົ້າຕໍ່ພວກອ້າຍວ່າ, “ຂ້ອຍແມ່ນໂຢເຊັບ ບິດາຂອງຂ້ອຍຍັງມີຊີວິດຢູ່ບໍ່?” ພວກອ້າຍພາກັນຢ້ານກົວຈົນບໍ່ສາມາດຕອບທ່ານໄດ້ 4 ແລ້ວໂຢເຊັບຈຶ່ງເວົ້າຕໍ່ໄປວ່າ, “ຈົ່ງພາກັນຫຍັບເຂົ້າມາໃກ້ໆຂ້ອຍ” ພວກເຂົາກໍຫຍັບເຂົ້າໄປໃກ້ໆ ແລ້ວທ່ານເວົ້າວ່າ, “ຂ້ອຍແມ່ນໂຢເຊັບນ້ອງຊາຍຂອງພວກເຈົ້າ ຊຶ່ງພວກເຈົ້າໄດ້ຂາຍມາປະເທດເອຢິບ 5 ບັດນີ້ ຢ່າໄດ້ກະວົນກະວາຍໃຈ ຫລືຕິຕົນເອງທີ່ຂາຍຂ້ອຍມາທີ່ນີ້ ແມ່ນພຣະເຈົ້າແທ້ໆທີ່ຊົງໃຊ້ຂ້ອຍມາທີ່ນີ້ກ່ອນ ເພື່ອຊ່ອຍເຫລືອຊີວິດພວກເຈົ້າ 6 ດຽວນີ້ເປັນພຽງປີທີ່ສອງຂອງການອຶດຢາກຢູ່ໃນແຜ່ນດິນນີ້ ແຕ່ຍັງຈະມີອີກຫ້າປີທີ່ຈະບໍ່ມີການປູກຝັງແລະການເກັບກ່ຽວ 7 ພຣະເຈົ້າໄດ້ຊົງໃຊ້ຂ້ອຍມາກ່ອນພວກເຈົ້າ ເພື່ອຊ່ອຍເຫລືອຊີວິດຂອງພວກເຈົ້າໄວ້ ແລະເພື່ອໃຫ້ເຊື້ອສາຍຂອງພວກເຮົາມີຢູ່ສືບໄປ 8 ດັ່ງນັ້ນ ຈຶ່ງບໍ່ແມ່ນພວກເຈົ້າແທ້ສົ່ງຂ້ອຍມາ ແຕ່ແມ່ນພຣະເຈົ້າ ພຣະອົງຊົງໂຜດໃຫ້ຂ້ອຍເປັນຂຸນນາງຜູ້ສຳຄັນທີ່ສຸດຂອງຟາຣາໂອ ຄືຮັບຜິດຊອບຊັບສົມບັດ ແລະມໍຣະດົກທັງຫມົດຂອງພຣະອົງ ແລະປົກຄອງປະເທດເອຢິບ 9 ບັດນີ້ ພວກເຈົ້າຈົ່ງພາກັນຟ້າວເມືອຫາພໍ່ ແລະນຳຄຳສັ່ງຂອງຂ້ອຍເມືອບອກທ່ານວ່າ ພຣະເຈົ້າໄດ້ປະທານໃຫ້ຂ້ອຍເປັນຜູ້ປົກຄອງປະເທດເອຢິບ 10 ໃຫ້ພໍ່ມາຫາຂ້ອຍໄວທີ່ສຸດ ໃຫ້ພໍ່ເອງມາພ້ອມລູກຫລານ ຝູງແກະ ແລະຝູງແບ້ ທັງງົວຄວາຍແລະທຸກສິ່ງທີ່ພໍ່ມີ ຂ້ອຍຈະໃຫ້ພໍ່ຢູ່ເຂດໂກເຊນບ່ອນທີ່ໃກ້ກັບຂ້ອຍ 11 ຖ້າພໍ່ຢູ່ໂກເຊນ ຂ້ອຍກໍສາມາດເບິ່ງແຍງທ່ານໄດ້ ຄວາມອຶດຢາກກໍຍັງຈະມີອີກຫ້າປີ ແລະຂ້ອຍບໍ່ຢາກໃຫ້ພໍ່ພ້ອມກັບຄົນທັງປວງທີ່ພໍ່ມີຕ້ອງອຶດຢາກ” 12 ໂຢເຊັບເວົ້າກັບພວກອ້າຍນ້ອງຕໍ່ໄປວ່າ, “ບັດນີ້ ພວກເຈົ້າທຸກຄົນພ້ອມທັງເບັນຢາມິນນ້ອງຊາຍຂອງຂ້ອຍໄດ້ເຫັນແລ້ວວ່າ ແມ່ນຂ້ອຍເອງທີ່ກຳລັງເວົ້າກັບພວກເຈົ້າ 13 ຈົ່ງເລົ່າສູ່ພໍ່ຟັງວ່າ ຂ້ອຍມີອຳນາດຢູ່ໃນປະເທດນີ້ພໍພຽງໃດ ແລະຈົ່ງເລົ່າທຸກສິ່ງທີ່ພວກເຈົ້າໄດ້ເຫັນ ແລ້ວໃຫ້ຮີບພາທ່ານ ມາໄວໆ” 14 ຄັນແລ້ວ ໂຢເຊັບຈຶ່ງກອດເບັນຢາມິນນ້ອງຊາຍຂອງຕົນໄວ້ໃນອ້ອມແຂນພ້ອມທັງຮ້ອງໄຫ້ ເບັນຢາມິນກໍຮ້ອງໄຫ້ໃນອ້ອມກອດຂອງອ້າຍຄືກັນ 15 ຕໍ່ມາ ທ່ານກໍກອດຈູບພວກອ້າຍທຸກໆຄົນພ້ອມທັງຮ້ອງໄຫ້ 16 ເມື່ອຂ່າວໄດ້ແຜ່ອອກໄປເຖິງພຣະຣາຊວັງຂອງຟາຣາໂອວ່າ ພວກອ້າຍນ້ອງໂຢເຊັບໄດ້ມາຫາທ່ານ ພຣະອົງພ້ອມດ້ວຍຂ້າຣາຊການກໍມີຄວາມຍິນດີນຳ 17 ຟາຣາໂອຊົງກ່າວຕໍ່ໂຢເຊັບວ່າ, “ຈົ່ງບອກໃຫ້ພວກອ້າຍເຈົ້າບັນທຸກສິ່ງຂອງໃສ່ຫລັງສັດກັບຄືນເມືອປະເທດການາອານ 18 ໃຫ້ພວກເຂົາເມືອເອົາບິດາ ແລະຄອບຄົວຂອງພວກເຂົາມາຫາເຮົາ ເຮົາຈະມອບທີ່ດິນບ່ອນອຸດົມສົມບູນໃນປະເທດເອຢິບໃຫ້ ແລະພວກເຂົາຈະໄດ້ກິນຜົນລະປູກອັນດີໃນປະເທດນີ້ 19 ບອກໃຫ້ພວກເຂົາເອົາກວຽນຈາກປະເທດເອຢິບໄປເພື່ອໃຫ້ບິດາພ້ອມພັຣຍາແລະບຸດຂອງພວກເຂົາຂີ່ມາທີ່ນີ້ 20 ຢ່າໃຫ້ພວກເຂົາອຸກອັ່ງໃຈທີ່ຕ້ອງຫນີຈາກຖິ່ນກັນດານ ແລະຊັບສິ່ງຂອງໆພວກເຂົາ ເພາະສິ່ງທີ່ດີໃນປະເທດເອຢິບ ເຮົາຈະມອບໃຫ້ເປັນຂອງພວກເຂົາ 21 ພວກບຸດຊາຍຂອງອິສຣາເອນກໍປະຕິບັດຕາມ ໂຢເຊັບເອົາກວຽນຫລາຍຄັນໃຫ້ເຂົາຕາມພຣະກະແສຮັບສັ່ງຂອງຟາຣາໂອ ແລະໄດ້ເອົາອາຫານໃຫ້ພວກເຂົາໄປກິນຕາມທາງດ້ວຍ 22 ທ່ານຍັງໄດ້ເອົາເຄື່ອງໃຫມ່ໃຫ້ເຂົາຖ່າຍຜູ້ລະຊຸດ ສ່ວນເບັນຢາມິນນັ້ນທ່ານໄດ້ເອົາເງິນສາມຮ້ອຍຫລຽນ ແລະເຄື່ອງນຸ່ງຫ້າຊຸດໃຫ້ເປັນພິເສດ 23 ທ່ານຍັງສົ່ງລໍສິບໂຕຕ່າງຜົນລະປູກທີ່ດີໃນປະເທດເອຢິບໄປໃຫ້ບິດາຂອງທ່ານ ແລະລໍອີກສິບໂຕຕ່າງເຂົ້າສານ ເຂົ້າຈີ່ແລະສະບຽງອາຫານອື່ນໆສຳລັບບິດາ ເພື່ອເດີນທາງກັບມາປະເທເອຢິບ 24 ທ່ານໄດ້ໄປສົ່ງພວກອ້າຍອອກເດີນທາງກັບ ແລະສັ່ງພວກເຂົາວ່າ, “ເວລາເດີນທາງຢ່າຜີດຖຽງກັນເດີ” 25 ພວກເຂົາອອກຈາກປະເທດເອຢິບ ກັບໄປຫາຢາໂຄບບິດາຂອງຕົນທີ່ການາອານ 26 ຄັນເມືອຮອດແລ້ວ ພວກເຂົາຈຶ່ງເວົ້າໃຫ້ບິດາຟັງວ່າ, “ໂຢເຊັບຍັງມີຊີວິດຢູ່ ທ່ານເປັນຜູ້ປົກຄອງປະເທດເອຢິບທັງຫມົດ” ພໍໄດ້ຍິນເຊັ່ນນັ້ນ ຢາໂຄບກໍຕົກຕະລຶງ ແລະຍັງບໍ່ຍອມເຊື່ອຄວາມເວົ້າຂອງພວກເຂົາ 27 ແຕ່ເມື່ອພວກເຂົາໄດ້ເລົ່າຄວາມເວົ້າຂອງໂຢເຊັບທຸກໆຄຳສູ່ບິດາຟັງ ເມື່ອໄດ້ເຫັນກວຽນທີ່ໂຢເຊັບສົ່ງມາໃຫ້ເປັນພາຫານະຂີ່ໄປປະເທດເອຢິບ ທ່ານກໍຮູ້ສຶກຕື່ນເຕັ້ນດີໃຈຫລາຍ 28 ຄັນແລ້ວ ທ່ານກໍເວົ້າວ່າ, “ພໍແລ້ວບາດນີ້ ໂຢເຊັບບຸດຊາຍຂອງຂ້ອຍຍັງມີຊີວິດຢູ່ ຂ້ອຍຕ້ອງໄປພົບເຂົາກ່ອນຂ້ອຍຈະຕາຍ”
ຢາໂຄບກັບຄອບຄົວໄປປະເທດເອຢິບ
1 ຢາໂຄບໄດ້ມ້ຽນມັດເອົາສິ່ງຂອງທຸກສິ່ງທຸກຢ່າງເທົ່າທີ່ມີ ແລ້ວກໍໄປເມືອງເບເອີເຊບາ ຊຶ່ງຢູ່ໃນທີ່ນັ້ນ ທ່ານໄດ້ຖວາຍບູຊາແດ່ພຣະເຈົ້າຂອງອີຊາກບິດາຂອງຕົນ 2 ໃນຄືນນັ້ນ ພຣະເຈົ້າຊົງກ່າວກັບຢາໂຄບໃນນິມິດວ່າ, “ຢາໂຄບ ຢາໂຄບເອີຍ” ທ່ານຈຶ່ງຂານຕອບວ່າ, “ໂດຍ ຂ້າພຣະອົງກຳລັງຟັງພຣະອົງຢູ່” 3 ພຣະອົງຊົງກ່າວຕໍ່ໄປວ່າ, “ເຮົາເປັນພຣະເຈົ້າ ພຣະເຈົ້າຂອງບິດາເຈົ້າ ບໍ່ຕ້ອງຢ້ານກົວສິ່ງໃດເລີຍໃນການທີ່ຈະໄປປະເທດເອຢິບ ເຮົາຈະທຳໃຫ້ເຊື້ອສາຍຂອງເຈົ້າທະວີຂຶ້ນເປັນຊົນຊາດໃຫຍ່ຢູ່ໃນທີ່ນັ້ນ 4 ເຮົາຈະນຳຫນ້າເຈົ້າໄປ ແລະເຮົາຈະພາເອົາເຊື້ອສາຍຂອງເຈົ້າກັບຄືນມາທີ່ນີ້ ໂຢເຊັບຈະໄດ້ຢູ່ກັບເຈົ້າເມື່ອເວລາເຈົ້າຕາຍ” 5 ແລ້ວຢາໂຄບຈຶ່ງອອກຈາກເມືອງເບເອີເຊບາໄປ ພວກບຸດຊາຍໄດ້ເອົາບິດາ ບຸດນ້ອຍແລະພັຣຍາຂອງພວກເຂົາຂຶ້ນກວຽນ ຊຶ່ງຟາຣາໂອໄດ້ສົ່ງມາຮັບເອົາພວກເຂົາ 6 ພວກເຂົາພາກັນເອົາຝູງສັດ ແລະຊັບສົມບັດເທົ່າທີ່ມີຢູ່ໃນປະເທດການາອານ ແລ້ວອອກເດີນທາງມຸ່ງຫນ້າໄປສູ່ປະເທດເອຢິບ 7 ຢາໂຄບໄດ້ເອົາຄົນຂອງທ່ານທັງຫມົດໄປນຳຄື ບຸດຊາຍ ຫລານຊາຍ ບຸດຕຣີແລະຫລານສາວ 8 ຕໍ່ໄປນີ້ແມ່ນຊື່ເຊື້ອສາຍວົງວານຂອງອິສຣາເອນທີ່ໄປຢູ່ເອຢິບ ຢາໂຄບແລະບຸດຊາຍຂອງທ່ານຄື ຣູເບນ ບຸດຊາຍກົກຂອງຢາໂຄບ 9 ແລະຣູເບນມີບຸດຊາຍຄື ຣາໂນກ ປານລູ ເຮສໂລນ ແລະກາຣ໌ມີ 10 ຊີເມໂອນມີບຸດຊາຍຄື ເຢມູເອນ ຢາມິນ ໂອຮັດ ຢາຄິນ ໂຊຣາ ແລະຊາອູນບຸດທີ່ເກີດຈາກຍິງຊາວການາອານ 11 ເລວີມີບຸດຊາຍຄື ເກີໂຊນ ໂກຮາດ ແລະເມຣາຣີ 12 ຢູດາມີບຸດຊາຍຄື ເອຣ໌ ໂອນານ ເຊລາ ເປເຣສ ແລະເຊຣາ (ແຕ່ເອຣ໌ ແລະໂອນານໄດ້ຕາຍໄປແລ້ວຢູ່ໃນປະເທດການາອານ) ແລະເປເຣສມີບຸດຊາຍຄື ເຮັສໂຣນ ແລະຮາມູນ 13 ອິສຊາຄາມີບຸດຊາຍຄື ໂຕລາ ປູວາ ຢາຊູບ ແລະຊິມໂຣນ 14 ເຊບູໂລນມີບຸດຊາຍຄື ເຊເຣດ ເອໂລນ ແລະຢາເລເອນ 15 (ພວກເຫລົ່ານີ້ເປັນບຸດຊາຍຂອງນາງເລອາ ຊຶ່ງນາງມີໃຫ້ແກ່ຢາໂຄບໃນປັດດານອາຣາມ ກັບບຸດຕຣີຄື ນາງດີນາ ບຸດຊາຍຍິງມີທັງຫມົດສາມສິບສາມຄົນ) 16 ກາດມີບຸດຊາຍຄື ຊິພີໂອນ ຮັກກີ ຊູນີ ເອັສໂບນ ເອຣິ ອາໂຣດີ ແລະອາເຣລີ 17 ອາເຊີມີບຸດຊາຍຄື ອີມນາ ອິຊວາ ອິຊວີ ເບຣິອາ ນາງເຊຣາ ແລະເບຣິອາມີບຸດຊາຍຄື ເຮເບີ ແລະມັນຄີເອນ 18 (ພວກເຫລົ່ານີ້ເປັນລູກຫລານຂອງນາງຊີນປາ ຜູ້ຊຶ່ງລາບານຍົກໃຫ້ແກ່ນາງເລອາບຸດສາວຂອງທ່ານ ແລະບຸດຊາຍຫົກຄົນນີ້ທີ່ນາງມີໃຫ້ຢາໂຄບ) 19 ບຸດຊາຍຂອງນາງຣາເຊັນພັຣຍາຂອງຢາໂຄບຄື ໂຢເຊັບ ແລະເບັນຢາມິນ 20 ມານັສເຊ ແລະເອຟຣາອິມ ເກີດແກ່ໂຢເຊັບໃນແຜ່ນດິນເອຢິບ ສອງຄົນນີ້ນາງອາເຊນັທເປັນບຸດຕຣີຂອງໂປຕີເຟຣາ ປະໂຣຫິດເມືອງໂອນມີໃຫ້ທ່ານ 21 ເບັນຢາມິນມີບຸດຊາຍຄື ເບລາ ເບເຄີ ອັສເບນ ເກຣາ ນາອາມານ ເອຮີ ໂຣສ ມຸບປິມ ຮຸບປິມ ແລະອາດ 22 (ພວກເຫລົ່ານີ້ເປັນລູກຫລານຂອງນາງຣາເຊັນທີ່ເກີດແກ່ຢາໂຄບມີສິບສີ່ຄົນດ້ວຍກັນ) 23 ດານມີບຸດຊາຍຄື ຮາຊູມ 24 ເນັຟທາລີມີບຸດຊາຍຄື ຢາເຊເອນ ກູນີ ເຢເຊີ ແລະຊິນເລມ 25 (ພວກເຫລົ່ານີ້ເປັນລູກຫລານຂອງນາງບິນຮາ ຜູ້ທີ່ລາບານຍົກໃຫ້ແກ່ນາງຣາເຊັນບຸດຕຣີຂອງຕົນ ແລະບຸດຊາຍເຈັດຄົນນີ້ນາງມີໃຫ້ແກ່ຢາໂຄບ) 26 ຈຳນວນເຊື້ອສາຍແທ້ໆທັງຫມົດຂອງຢາໂຄບ ຊຶ່ງໄປຢູ່ໃນປະເທດເອຢິບມີ ຫົກສິບຫົກຄົນ ໂດຍບໍ່ນັບພັຣຍາຂອງພວກບຸດຊາຍ 27 ໂຢເຊັບມີບຸດຊາຍທີ່ເກີດຢູ່ໃນປະເທດເອຢິບມີສອງຄົນ ໂຮມຄອບຄົວຂອງຢາໂຄບທັງຫມົດໄປຢູ່ທີ່ນັ້ນມີເຈັດສິບຄົນ
ຢາໂຄບແລະຄອບຄົວໃນປະເທດເອຢິບ
28 ຕໍ່ມາ ຢາໂຄບໄດ້ສົ່ງຢູດາໄປບອກໂຢເຊັບລ່ວງຫນ້າໃຫ້ທ່ານມາລໍຖ້າຮັບບິດາທີ່ເຂດໂກເຊນ 29 ໂຢເຊັບກໍຕຽມຣົດມ້າແລະອອກໄປພົບບິດາຂອງຕົນທີ່ນັ້ນ ເມື່ອເຂົາໄດ້ເຫັນບິດາ ເຂົາກໍຟ້າວແລ່ນໄປກອດຄໍໃນທັນທີ ແລະໄຫ້ສະອຶກສະອື້ນເປັນເວລາດົນນານ 30 ຢາໂຄບເວົ້າຕໍ່ໂຢເຊັບວ່າ, “ບັດນີ້ ພໍ່ຄືຊິຕາຍຕາຫລັບຢູ່ດອກ ໃນເມື່ອພໍ່ໄດ້ເຫັນຫນ້າລູກແລະຮູ້ວ່າລູກຍັງມີຊີວິດຢູ່” 31 ແລ້ວໂຢເຊັບກໍເວົ້າກັບພວກອ້າຍນ້ອງ ແລະຄອບຄົວຂອງບິດາວ່າ, “ຂ້ອຍຈະຕ້ອງໄປທູນຟາຣາໂອໃຫ້ຊົງຊາບວ່າ ພວກອ້າຍນ້ອງແລະຄອບຄົວພໍ່ຂອງເຮົາ ຊຶ່ງໄດ້ອາໄສຢູ່ໃນປະເທດການາອານໄດ້ມາຮອດແລ້ວ 32 ທຸກຄົນເປັນຄົນລ້ຽງແກະ ແລະງົວຄວາຍ ໄດ້ເອົາຝູງແກະ ຝູງງົວພ້ອມທຸກໆສິ່ງທີ່ມີມານຳ 33 ເມື່ອຟາຣາໂອເອີ້ນເຈົ້າໄປແລະຖາມວ່າ ພວກເຈົ້າມີອາຊີບຫຍັງ? 34 ໃຫ້ພວກເຈົ້າຕອບວ່າ ຂ້າແດ່ພຣະອົງ ພວກຂ້າ ພຣະອົງລ້ຽງສັດເປັນອາຊີບເຫມືອນດັ່ງບັນພະບູຣຸດ ເຈົ້າຕ້ອງທູນໂດຍວິທີນີ້ ພວກເຈົ້າຈຶ່ງຈະໄດ້ອາໄສຢູ່ໃນເຂດໂກເຊນ” ໂຢເຊັບເວົ້າເຊັ່ນນີ້ກໍເພາະວ່າຊາວເອຢິບບໍ່ມັກພວກລ້ຽງແກະ
1 ດັ່ງນັ້ນ ໂຢເຊັບຈຶ່ງໄປກາບທູນຟາຣາໂອວ່າ, “ບິດາແລະພວກອ້າຍຂອງຂ້ານ້ອຍໄດ້ມາແຕ່ປະເທດການາອານຮອດແລ້ວ ພ້ອມທັງຝູງສັດແລະທຸກສິ່ງທີ່ເຂົາມີ ດຽວນີ້ພວກເຂົາເຈົ້າໄດ້ອາໄສຢູ່ໃນເຂດໂກເຊນ” 2 ຄັນແລ້ວ ໂຢເຊັບກໍແນະນຳອ້າຍທັງຫ້າຄົນທີ່ມານຳແດ່ຟາຣາໂອ 3 ພຣະອົງຖາມພວກເຂົາວ່າ, “ພວກເຈົ້າມີອາຊີບຫຍັງ?” ພວກເຂົາທູນຕອບວ່າ, “ຂ້າແດ່ພຣະອົງ ພວກຂ້ານ້ອຍລ້ຽງສັດເປັນອາຊີບເຫມືອນດັ່ງບັນພະບຸຣຸດ 4 ພວກຂ້ານ້ອຍມາຂໍເພິ່ງພຣະບໍຣົມມະໂພທິສົມພານຂອງພຣະອົງ ກໍເພາະວ່າໃນປະເທດການາອານເກີດມີຄວາມອຶດຢາກຢ່າງຮ້າຍແຮງ ຈົນວ່າບໍ່ມີທົ່ງຫຍ້າສຳລັບລ້ຽງຝູງສັດ ຂ້າແດ່ພຣະອົງ ຂໍພຣະອົງຊົງພຣະກະຣຸນາໃຫ້ພວກຂ້ານ້ອຍໄດ້ອາໄສຢູ່ໃນໂກເຊນເທີນ” 5 ຟາຣາໂອກ່າວແກ່ໂຢເຊັບວ່າ, “ບິດາ ແລະອ້າຍນ້ອງມາຫາເຈົ້າແລ້ວ 6 ເຈົ້າມີປະເທດເອຢິບຢູ່ຕໍ່ຫນ້າທ່ານ ໃຫ້ພວກເຂົາອາໄສຢູ່ໃນເຂດໂກເຊນໄດ້ ແລະຖ້າເຈົ້າຮູ້ວ່າຜູ້ນຶ່ງຜູ້ໃດໃນພວກເຂົາມີຄວາມສາມາດກໍໃຫ້ເຂົາຮັບລ້ຽງຝູງສັດຂອງເຮົານຳດ້ວຍ” 7 ຄັນຕໍ່ມາ ໂຢເຊັບໄດ້ພາຢາໂຄບບິດາແຫ່ງຕົນເຂົ້າເຝົ້າຟາຣາໂອ ຢາໂຄບໄດ້ຖວາຍພຣະພອນແດ່ພຣະອົງ 8 ຟາຣາໂອຊົງຖາມທ່ານວ່າ, “ເຈົ້າມີອາຍຸໄດ້ຈັກປີແລ້ວ?” 9 ຢາໂຄບທູນຕອບວ່າ, “ຂ້ານ້ອຍມີອາຍຸພຽງຮ້ອຍສາມສິບປີ ຊຶ່ງເປັນຊີວິດທີ່ທ່ອງທ່ຽວໄປມາ ວັນເວລາທີ່ຂ້ານ້ອຍໃຊ້ຊີວິດຢູ່ກໍຫນ້ອຍ ແລະລຳບາກບໍ່ຄືຊີວິດຂອງປູ່ຍ່າຕາຍາຍຂອງຂ້ານ້ອຍ” 10 ຢາໂຄບຖວາຍພຣະພອນແກ່ຟາຣາໂອແລ້ວທູນລາພຣະອົງຈາກພຣະພັກຂອງຟາຣາໂອ 11 ຫລັງຈາກນັ້ນ ໂຢເຊັບກໍຈັດທີ່ດິນໃຫ້ບິດາ ແລະອ້າຍຂອງຕົນຢູ່ໃນປະເທດເອຢິບ ໂດຍເລືອກເອົາດິນຕອນດີໆໃນເຂດຣາເມເຊສໃຫ້ເປັນສົມບັດຂອງພວກເຂົາຕາມທີ່ຟາຣາໂອໄດ້ຊົງສັ່ງ 12 ໂຢເຊັບໄດ້ຈັດຫາສະບຽງອາຫານໃຫ້ບິດາ ໃຫ້ພວກອ້າຍແລະຄອບຄົວຂອງເຂົາທຸກໆຄົນຕລອດທັງຜູ້ຕິດຕາມດ້ວຍ 13 ການອຶດຢາກຄັ້ງນີ້ຮ້າຍແຮງທີ່ສຸດ ຈົນວ່າໃນປະເທດທັງຫລາຍບໍ່ມີເຂົ້າຈະກິນ ປະເທດເອຢິບແລະປະເທດການາອານກໍອ່ອນເພັຽດ້ວຍການອຶດຢາກ 14 ໂຢເຊັບທ້ອນໂຮມເອົາເງິນທັງຫມົດຈາກການຂາຍເຂົ້າໃຫ້ແກ່ຊາວເອຢິບແລະຊາວການາອານນໍາໄປຖອກທີ່ຄັງຂອງຟາຣາໂອ 15 ເມື່ອເງິນຂອງຊາວເອຢິບ ແລະຊາວການາອານຫມົດ ຊາວເອຢິບທຸກຄົນກໍແຫ່ຫັນມາຫາໂຢເຊັບແລະເວົ້າວ່າ, “ພວກຂ້າພະເຈົ້າຂໍອາຫານກິນແດ່ທ້ອນ ຢ່າປ່ອຍໃຫ້ພວກຂ້າພະເຈົ້າຕາຍເລີຍ ກະຣຸນາຊົດຊ່ອຍພວກຂ້າພະເຈົ້າດ້ວຍວີທີໃດວີທີນຶ່ງແດ່ຖ້ອນ ເພາະເງິນຂອງພວກຂ້າພະເຈົ້າກໍຫມົດ ສ້ຽງແລ້ວ” 16 ໂຢເຊັບຈຶ່ງຕອບວ່າ, “ຖ້າພວກເຈົ້າບໍ່ມີເງິນ ໃຫ້ພວກເຈົ້າເອົາສັດມາຂ້ອຍຈະເອົາເຂົ້າແລກປ່ຽນເອົາ” 17 ດັ່ງນັ້ນ ພວກເຂົາຕ່າງກໍເອົາສັດຂອງຕົນມາໃຫ້ໂຢເຊັບ ແລະທ່ານກໍເອົາອາຫານແລກປ່ຽນເອົາສັດເຫລົ່ານັ້ນເປັນຕົ້ນວ່າ ມ້າ ແກະ ແບ້ ງົວ ແລະລໍ ໃນປີນັ້ນ ທ່ານໄດ້ຈ່າຍອາຫານໃຫ້ແກ່ປະຊາຊົນໂດຍວິທີ ແລະປ່ຽນກັບສັດຕ່າງໆຂອງພວກເຂົາເຈົ້າ 18 ປີຕໍ່ມາ ພວກເຂົາກໍພາກັນມາຫາໂຢເຊັບອີກແລະເວົ້າວ່າ, “ທ່ານຜູ້ຍິ່ງໃຫຍ່ເອີຍ, ພວກຂ້າພະເຈົ້າຂໍເວົ້າຄວາມຈິງໃຫ້ທ່ານຟັງ ໂດຍບໍ່ປິດບັງຫຍັງ ຄືເງິນຂອງພວກຂ້າພະເຈົ້າກໍຫມົດແລ້ວ ແລະສັດຂອງພວກຂ້າພະເຈົ້າກໍເປັນຂອງທ່ານຫມົດແລ້ວ ດຽວນີ້ ພວກຂ້າພະເຈົ້າບໍ່ເຫລືອຫຍັງໃຫ້ອາດຍາ ນອກຈາກຮ່າງກາຍແລະດິນດອນຂອງພວກຂ້າພະເຈົ້າ 19 ຢ່າປ່ອຍໃຫ້ພວກຂ້າພະເຈົ້າອຶດຕາຍຖ້ອນ ຈົ່ງຊອກຫາວິທີຢ່າງໃດຢ່າງນຶ່ງຊ່ອຍພວກຂ້າພະເຈົ້າແດ່ ຂໍຢ່າປ່ອຍໃຫ້ພວກຂ້າພະເຈົ້າເສັຽດິນດອນຕອນຫຍ້າທ້ອນ ກະຣຸນາຊື້ແລະເອົາເຂົ້າແລກກັບດິນຂອງພວກຂ້າພະເຈົ້າສາ ພວກຂ້າພະເຈົ້າຍິນ ດີຍອມເປັນທາດຂອງຟາຣາໂອ ແລ້ວພຣະອົງກໍຈະໄດ້ດິນຂອງພວກຂ້າພະເຈົ້າ ຂໍທ່ານຈົ່ງເອົາເຂົ້າປູກໃຫ້ພວກຂ້າພະເຈົ້າ ດ້ວຍ ເພື່ອພວກຂ້າພະເຈົ້າຈະບໍ່ອຶດຕາຍ ແລະເພື່ອດິນດອນຂອງພວກຂ້າພະເຈົ້າຈະບໍ່ຫວ່າງເປົ່າ” 20 ໂຢເຊັບກໍຊື້ເອົາດິນທັງຫມົດໃຫ້ຟາຣາໂອ ຊາວເອຢິບທຸກຄົນຂາຍດິນຂອງຕົນກໍຍ້ອນວ່າການອຶດຢາກເທື່ອນີ້ຮ້າຍແຮງທີ່ ສຸດ ດັ່ງນັ້ນ ດິນທັງຫມົດໃນປະເທດເອຢິບຈຶ່ງກາຍເປັນດິນຂອງຟາຣາໂອ 21 ໂຢເຊັບໄດ້ເອົາປະຊາຊົນທັງຫມົດໃນປະເທດມາເປັນທາດ 22 ຍັງແຕ່ດິນຂອງພວກປະໂຣຫິດເທົ່ານັ້ນທີ່ບໍ່ໄດ້ຊື້ເອົາ ພວກປະໂຣຫິດບໍ່ໄດ້ຂາຍດິນຂອງພວກເຂົາກໍເພາະວ່າພວກເຂົາໄດ້ຮັບເງິນອຸດຫນຸນຈາກຟາຣາໂອ 23 ໂຢເຊັບເວົ້າຕໍ່ປະຊາຊົນວ່າ, “ພວກເຈົ້າເຫັນບໍ່ ມື້ນີ້ຂ້ອຍໄດ້ຊື້ພວກເຈົ້າພ້ອມທັງດິນໃຫ້ຟາຣາໂອນີ້ຄືເຂົ້າປູກສຳລັບພວກເຈົ້າຊຶ່ງພວກເຈົ້າຕ້ອງເອົາໄປຫວ່ານໃນດິນຂອງພວກເຈົ້າ 24 ເມື່ອຮອດເວລາເກັບກ່ຽວ ພວກເຈົ້າຕ້ອງຖວາຍຜົນລະປູກນຶ່ງສ່ວນຫ້າໃຫ້ຟາຣາໂອ ສ່ວນທີ່ເຫລືອນັ້ນໃຫ້ເປັນຂອງພວກເຈົ້າ ທ່ານໃຫ້ເຂົ້າປູກແລະໄວ້ກິນສຳລັບພວກເຈົ້າແລະຄອບຄົວ” 25 ພວກເຂົາພາກັນຕອບວ່າ, “ອາດຍາໄດ້ເຮັດດີຕໍ່ພວກຂ້າພະເຈົ້າ ໂດຍໄດ້ຊ່ອຍເຫລືອຊິວິດຂອງພວກຂ້າພະເຈົ້າໄວ້ ພວກຂ້າພະເຈົ້າຍິນດີເປັນທາດຂອງຟາຣາໂອ” 26 ດັ່ງນັ້ນ ໂຢເຊັບຈຶ່ງແຕ່ງກົດຫມາຍປົກຄອງທີ່ດິນໃນປະເທດເອຢິບໄວ້ ຄືຕ້ອງຖວາຍຜົນລະປູກນຶ່ງສ່ວນຫ້າໃຫ້ແກ່ຟາຣາໂອ ກົດຫມາຍນີ້ຍັງໃຊ້ກັນຢູ່ຈົນເຖິງທຸກວັນນີ້ ດິນຂອງປະໂຣຫິດເທົ່ານັ້ນທີ່ບໍ່ເປັນຂອງຟາຣາໂອ
ຄວາມປະສົງອັນສຸດທ້າຍຂອງຢາໂຄບ
27 ພວກອິສຣາເອນທີ່ອາໄສຢູ່ໃນປະເທດເອຢິບ ໄດ້ຮັ່ງມີເປັນດີຂຶ້ນພ້ອມທັງລູກຫລານຫລາຍຂຶ້ນ 28 ຢາໂຄບອາໄສຢູ່ໃນປະເທດເອຢິບສິບເຈັດປີ ຈົນທ່ານອາຍຸໄດ້ ຮ້ອຍສີ່ສິບເຈັດປີ 29 ເມື່ອຢາໂຄບຮູ້ສຶກວ່າຕົນເອງໃກ້ຈະຕາຍແລ້ວ ທ່ານກໍຮ້ອງໂຢເຊັບບຸດຊາຍມາເວົ້າວ່າ, “ຈົ່ງສາບານຕໍ່ຫນ້າພໍ່ເທີນ ໂດຍໃຫ້ເອົາມືຂອງເຈົ້ານົບໄວ້ໃນຫວ່າງຂາພໍ່ ແລ້ວສັນຍາວ່າລູກຈະຊື່ສັດແລະປະພຶດດີຕໍ່ພໍ່ ແລະຢ່າຝັງສົບພໍ່ໄວ້ໃນປະເທດເອຢິບນີ້ 30 ພໍ່ຕ້ອງການໃຫ້ລູກຝັງພໍ່ໄວ້ໃນບ່ອນທີ່ຝັງປູ່ຍ່າຕາຍາຍຂອງພໍ່ ຈົ່ງເອົາພໍ່ອອກຫນີຈາກປະເທດເອຢິບ ແລະຝັງພໍ່ໄວ້ໃນອຸບໂມງຂອງພວກປູ່ຍ່າຕາຍາຍນັ້ນ” ໂຢເຊັບຕອບວ່າ, “ລູກຈະເຮັດຕາມທີ່ພໍ່ບອກ” 31 ຢາໂຄບຜູ້ມີຊື່ອີກວ່າ ອິສຣາເອນເວົ້າວ່າ, “ຈົ່ງສາບານຕໍ່ພໍ່ວ່າລູກຈະເຮັດດັ່ງນັ້ນ” ໂຢເຊັບກໍສາບານຕາມອິສຣາເອນຕ້ອງການທຸກຢ່າງ ແລ້ວໄດ້ຂາບລົງທີ່ຫົວຕຽງນອນຂອງບິດາຕົນ
ຢາໂຄບອວຍພອນເອຟຣາອິມແລະມານັສເຊ
1 ຫລັງຈາກນັ້ນມີຄົນມາບອກໂຢເຊັບວ່າ, “ບິດາຂອງອາດຍາເຈັບຫນັກ” ພໍໄດ້ຍິນດັ່ງນັ້ນ ໂຢເຊັບກໍພາບຸດຊາຍທັງສອງຄື ມານັສເຊ ແລະເອຟຣາອິມໄປເບິ່ງບິດາຂອງຕົນ 2 ເມື່ອຢາໂຄບໄດ້ຍິນເຂົາມາບອກວ່າ, “ໂຢເຊັບລູກຊາຍຂອງເຈົ້າມາເບິ່ງ” ທ່ານຈຶ່ງຮວບຮວມເຫື່ອແຮງທີ່ມີຢູ່ລຸກຂຶ້ນນັ່ງເທິງຕຽງ 3 ຢາໂຄບເວົ້າຕໍ່ໂຢເຊັບວ່າ, “ພຣະເຈົ້າຜູ້ມີອໍານາດຍິ່ງໃຫຍ່ໄດ້ປາກົດຕໍ່ພໍ່ທີ່ເມືອງລູຊໃນປະເທດການາອານ ແລະຊົງອວຍພອນໃຫ້ພໍ່ 4 ພຣະອົງຊົງກ່າວວ່າ ເຮົາຈະໃຫ້ເຈົ້າມີລູກຫລານຫລາຍ ເພື່ອວ່າເຊື້ອສາຍວົງວານຂອງເຈົ້າຈະກາຍເປັນຫລາຍໆຊົນຊາດ ເຮົາຈະເອົາດິນດອນຕອນນີ້ໃຫ້ເປັນສົມບັດແກ່ເຊື້ອສາຍເຫລົ່າກໍຂອງເຈົ້າຕລອດໄປ” 5 ບັດນີ້ ບຸດຊາຍສອງຄົນຂອງເຈົ້າຄື ເອຟຣາອິມ ແລະມານັສເຊ ຊຶ່ງໄດ້ເກີດໃນປະເທດເອຢິບກ່ອນພໍ່ມາຢູ່ນີ້ຈະຕ້ອງເປັນຂອງພໍ່ ເຫມືອນກັນກັບຣູເບນ ແລະຊີເມໂອນ 6 ແຕ່ວ່າລູກຂອງເຈົ້າທີ່ເກີດຫລັງພວກເຂົາທັງສອງຄົນນີ້ຈະເປັນຂອງເຈົ້າ ພວກເຂົາຈະໄດ້ຮັບມໍຣະດົກສືບຕໍ່ຈາກອ້າຍຂອງພວກເຂົາ 7 ພໍ່ເຮັດດັ່ງນີ້ກໍເພາະວ່າເມື່ອພໍ່ກັບຈາກປະເທດເມໂຊໂປຕາເມັຽ ຂນະທີ່ພວກເຮົາຍັງຢູ່ບໍ່ຫ່າງໄປເທົ່າໃດຈາກເອຟຣັທໃນປະເທດການາອານ ຣາເຊັນແມ່ຂອງເຈົ້າກໍໄດ້ເສັຽຊີວິດໄປ ເຣື່ອງນີ້ສ້າງຄວາມທຸກໃຈອັນມະຫາສານໃຫ້ແກ່ພໍ່ ພໍ່ໄດ້ຝັງສົບແມ່ຂອງເຈົ້າຢູ່ແຄມທາງໄປເມືອງເອຟຣາດ (ເອຟຣາດ ແມ່ນເມືອງເບັດເລເຮັມ) 8 ເມື່ອອິສຣາເອນເຫັນບຸດຊາຍຂອງໂຢເຊັບ ແລ້ວຈຶ່ງຖາມວ່າ, “ເດັກສອງຄົນນີ້ແມ່ນໃຜ?” 9 ໂຢເຊັບຕອບວ່າ, “ເດັກສອງຄົນນີ້ແມ່ນບຸດຂອງລູກຊຶ່ງພຣະເຈົ້າໄດ້ປະທານໃຫ້ໃນປະເທດເອຢິບນີ້” ອິສຣາເອນເວົ້າວ່າ, “ຈົ່ງເອົາເຂົາເຂົ້າມາຫາພໍ່ເບິ່ງ ເພື່ອພໍ່ຈະໄດ້ອວຍພອນໃຫ້ແກ່ເຂົາ” 10 ສາຍຕາຂອງອິສຣາເອນກໍອ່ອນລົງຍ້ອນຄວາມແກ່ຊະຣາ ທ່ານບໍ່ເຫັນຮຸ່ງ ໂຢເຊັບຈຶ່ງນຳເດັກສອງຄົນນັ້ນເຂົ້າມາ ແລ້ວທ່ານກອດແລະຈູບເຂົາ 11 ອິສຣາເອນເວົ້າຕໍ່ໂຢເຊັບວ່າ, “ພໍ່ບໍ່ເຄິຍຄິດເລີຍວ່າຈະໄດ້ເຫັນລູກອີກ ແຕ່ດຽວນີ້ພຣະເຈົ້າຊົງນຳພໍ່ໃຫ້ເຫັນຮອດລູກຂອງເຈົ້າ” 12 ແລ້ວໂຢເຊັບກໍເອົາເຂົາທັງສອງອອກຈາກຕັກຂອງອິສຣາເອນ ແລ້ວພາກັນກົ້ມຂາບລົງດິນຕໍ່ຫນ້າທ່ານ 13 ເມື່ອແລ້ວ ໂຢເຊັບກໍໄດ້ຈູງເອົາເຂົາທັງສອງມາຄືເອົາມືຂວາຈູງເອຟຣາອິມ ມືຊ້າຍຈູງມານັສເຊ ເພື່ອວ່າເຂົາຈະໄດ້ຢູ່ທາງກ້ຳຂວາຂອງອິສຣາເອນແລ້ວນຳພວກເຂົາມາຫາທ່ານ 14 ແຕ່ອິສຣາເອນໄດ້ໄຂວ່ແຂນຂອງຕົນຄື ເອົາມືຂວາວາງເທິງຫົວເອຟຣາອິມຜູ້ເປັນນ້ອງ ແລະມືຊ້າຍວາງເທິງຫົວຂອງມານັສເຊຜູ້ເປັນອ້າຍ 15 ແລ້ວທ່ານຈຶ່ງອວຍພອນແກ່ພວກເຂົາທັງສອງວ່າ, “ຂໍພຣະຜູ້ເປັນເຈົ້າອົງຊົງເປັນພຣະເຈົ້າຂອງປູ່ຍ່າຕາຍາຍຂ້າພະເຈົ້າຄື ອັບຣາຮາມ ແລະອີຊາກ ຈົ່ງອວຍພອນໃຫ້ແກ່ເຂົາທັງສອງຄົນນີ້ ຂໍພຣະເຈົ້າຊົງນຳພາຂ້າພະເຈົ້າທຸກໆວັນ ອວຍພອນແກ່ພວກເຂົາ 16 ເທວະດາທີ່ໄດ້ຊ່ອຍຂ້າພະເຈົ້າໃຫ້ລອດພົ້ນຈາກຄວາມຊົ່ວທັງຫລາຍ ຈົ່ງອວຍພອນໃຫ້ແກ່ພວກເຂົາໃຫ້ຊື່ຂອງຂ້າພະເຈົ້າ ແລະຊື່ຂອງປູ່ຍ່າຕາຍາຍຄື ອັບຣາຮາມ ແລະອີຊາກຢູ່ນຳພວກເຂົາ ໃຫ້ພວກເຂົາມີລູກຫລານຫລາຍຈົນກາຍເປັນພວກໃຫຍ່ 17 ເມື່ອໂຢເຊັບເຫັນບິດາຂອງຕົນເອົາມືຂວາວາງເທິງຫົວເອຟຣາອິມກໍເກີດບໍ່ພໍໃຈ ດັ່ງນັ້ນທ່ານຈຶ່ງປ່ຽນມືຂອງພໍ່ທີ່ວາງເທິງຫົວຂອງເອຟຣາອິມນັ້ນ ມາວາງເທິງຫົວຂອງມານັສເຊ 18 ທ່ານເວົ້າຕໍ່ບິດາວ່າ, “ບໍ່ແມ່ນທາງນີ້ພໍ່ເອີຍ ທາງນີ້ແມ່ນຜູ້ອ້າຍ ຂໍເອົາມືຂວາວາງເທິງຫົວຂອງຄົນນີ້ເຖີດ” 19 ຢາໂຄບປະຕິເສດແລະເວົ້າວ່າ, “ພໍ່ຮູ້ດີລູກເອີຍ ເຊື້ອສາຍຂອງມານັສເຊຈະກາຍເປັນຊົນຊາດໃຫຍ່ເຫມືອນກັນ ແຕ່ວ່າຜູ້ນ້ອງຂອງເຂົາຈະເປັນຊົນຊາດຍິ່ງໃຫຍ່ກວ່າເຊື້ອສາຍຂອງອ້າຍ ເຂົາຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່” 20 ດັ່ງນັ້ນ ທ່ານຈຶ່ງອວຍພອນເຂົາໃນວັນນັ້ນວ່າ, “ພວກອິສຣາເອນຈະຂໍພຣະເຈົ້າອວຍພອນໃຫ້ຜູ້ອື່ນເຫມືອນດັ່ງພຣະອົງຊົງອວຍພອນເຈົ້າ ພວກເຂົາຈະເວົ້າວ່າ ຂໍພຣະເຈົ້າຊົງກະທຳຕໍ່ຫນ້າເຈົ້າເຫມືອນກັບເອຟຣາອິມ ແລະມານັສເຊ” ໂດຍທຳນອງນີ້ທ່ານຈຶ່ງເອົາເອຟຣາອິມອອກຫນ້າມານັສເຊ 21 ຄັນແລ້ວ ອິສຣາເອນເວົ້າຕໍ່ໂຢເຊັບວ່າ, “ລູກເຫັນ ບໍພໍ່ໃກ້ຈະຕາຍຢູ່ແລ້ວ ແຕ່ວ່າພຣະເຈົ້າຈະສະຖິດຢູ່ກັບເຈົ້າ ແລະຈະນຳເຈົ້າກັບຄືນເມືອປະເທດຂອງປູ່ຍ່າຕາຍາຍເຈົ້າ 22 ພໍ່ຈະມອບເຊເຄມບ່ອນພໍ່ເລືອກໄວ້ ແລະໄດ້ມາຈາກຊາວອາໂມຣິດດ້ວຍຄົມດາບແລະດ້ວຍທະນູ ເພື່ອໃຫ້ເຈົ້າບໍ່ແມ່ນໃຫ້ພວກອ້າຍຂອງເຈົ້າ”
ການທຳນວາຍຂອງຢາໂຄບກ່ຽວກັບລູກຊາຍ
1 ຢາໂຄບເອີ້ນພວກບຸດຊາຍຂອງຕົນມາແລະເວົ້າວ່າ, “ໃຫ້ພາກັນມາໂຮມຢູ່ທີ່ນີ້ທຸກຄົນ ແລ້ວພໍ່ຈະທຳນາຍສິ່ງທີ່ຈະເກີດຂຶ້ນກັບພວກເຈົ້າໃນອານາຄົດ 2 ລູກເອີຍ, ຈົ່ງພ້ອມພຽງກັນມາຟັງພໍ່ຂອງພວກເຈົ້າ 3 ຣູເບນ ລູກຄົນທຳອິດຂອງພໍ່ເອີຍ ເຈົ້າເປັນກຳລັງແລະເປັນຜົນງານທຳອິດຂອງເຫື່ອແຮງຂອງພໍ່ ເປັນຜູ້ອົງອາດແລະແຂງແຮງໃນບັນດາລູກຂອງພໍ່ 4 ເຈົ້າຮ້າຍແຮງເຫມືອນນ້ຳໄຫລ ແຕ່ເຈົ້າຈະບໍ່ເປັນຜູ້ສຳຄັນກວ່ານ້ອງ ເພາະເຈົ້າໄດ້ເປັນຊູ້ກັບພັຣຍາຂອງພໍ່ ເຈົ້າໄດ້ເຮັດໃຫ້ຕຽງນອນຂອງພໍ່ມົນທິນ 5 ຊີເມໂອນກັບເລວີເປັນອ້າຍນ້ອງກັນ ພວກເຂົາໃຊ້ອາວຸດໄປໃນທາງທີ່ຜິດ 6 ຂ້ອຍບໍ່ຮ່ວມປຶກສາເຣື່ອງລັບນຳພວກເຂົາ ຂ້ອຍບໍ່ເຂົ້າສ່ວນໃນການປະຊຸມກັບພວກເຂົາ ເພາະວ່າເຂົາຂ້າຄົນດ້ວຍຄວາມໂກດ ແລະເຂົາຕັດເອັນຄະນ່ອງງົວຜູ້ຫລິ້ນ 7 ຂໍໃຫ້ຄວາມຮ້າຍທີ່ແສນທາລຸນແລະຄວາມໂມໂຫທີ່ແສນຮ້າຍຂາດຂອງພວກເຂົາຖືກສາບແຊ່ງ ຂ້ອຍຈະໃຫ້ພວກເຂົາແຕກແຍກກັນໃນດິນແດນຢາໂຄບ ຂ້ອຍຈະໃຫ້ພວກເຂົາພັດພາກຈາກກັນໃນຫມູ່ອິສຣາເອນ 8 ຢູດາເອີຍ ພວກອ້າຍນ້ອງຈະສັຣເສີນເຈົ້າ ເຈົ້າຈັບຄໍຂອງສັດຕຣູຍໍຂຶ້ນ ພວກອ້າຍນ້ອງຈະກົ້ມຂາບລົງຕໍ່ຫນ້າເຈົ້າ 9 ຢູດາເປັນລູກສິງ ເຂົາກັດກິນເຫຍື່ອແລ້ວກັບຄືນສູ່ບ່ອນຊົ້ນ ເຂົາບິດໂຕແລ້ວກໍກົ້ມນອນລົງເຫມືອນສິງໂຕນຶ່ງ ແລະບໍ່ມີໃຜກ້າຕໍແຫລເຂົາ 10 ເຂົາຖືໄມ້ຄ້ອນຂອງກະສັດ ແລະວາງໄວ້ໃນຫວ່າງຕີນຂອງເຂົາ ເຂົາຈະຄຸ້ມຄອງອຳນາດຂອງຕົນ ຈົນກວ່າຜູ້ສົມຄວນມີອຳນາດຈະມາ ແລະປົກຄອງປະຊາຊົນທຸກທົ່ວຫນ້າ 11 ເຂົາມັດລໍຫນຸ່ມຂອງເຂົາໄວ້ທີ່ຕົ້ນອະງຸ່ນທີ່ມີຫມາກດົກ ເຂົາຊັກເຄື່ອງນຸ່ງດ້ວຍເຫລົ້າອະງຸ່ນສີແດງ 12 ຕາເຂົາແດງເພາະດື່ມເຫລົ້າອະງຸ່ນ ແຂ້ວເຂົາຂາວເພາະດື່ມນ້ຳນົມ 13 ເຊບູລູນຈະມາອາໄສຢູ່ແຄມທະເລ ຝັ່ງທະເລຂອງເຂົາຈະເປັນບ່ອນຈອດເຮືອ ເຂດແດນຂອງເຂົາຈະໄປຈົນຈຸເມືອງຊີໂດນ 14 ສ່ວນອິສຊາຄາແມ່ນລໍຜູ້ທີ່ຊົງກຳລັງ ແຕ່ເຂົາຫມອບລົງເມື່ອເວລາໃສ່ອານ 15 ເມື່ອເຂົາເຫັນບ່ອນພັກແສນດີ ແລະແຜ່ນດິນແສນສນຸກສະບາຍ ເຂົາກໍຫງ່ຽງບ່າຂອງຕົນລົງຮັບແບກ ຍອມເປັນທາດເຮັດວຽກຫນັກ 16 ດານຈະເປັນຜູ້ປົກຄອງປະຊາຊົນຂອງຕົນ ພວກເຂົາຈະເປັນອີກເຜົ່ານຶ່ງຂອງພວກອິສຣາເອນ 17 ດານຈະເປັນງູຢູ່ແຄມຖນົນ ເປັນງູພິດຢູ່ແຄມທາງ ຊຶ່ງກັດສົ້ນຄະນ່ອງມ້າໃຫ້ຄົນຂີ່ຫງາຍຕົກລົງ 18 ໂອ ພຣະຜູ້ເປັນເຈົ້າເອີຍ, ຂ້າພຣະອົງຂໍຄວາມຊ່ອຍເຫລືອໃຫ້ພົ້ນມາຈາກພຣະອົງ 19 ກາດຈະມີພວກປຸ້ນໄລ່ຕາມປຸ້ນເຂົາ ແຕ່ເຂົາຈະຕໍ່ສູ້ຂັບໄລ່ພວກເຂົາຫນີ ດິນແດນຂອງອາເຊີຈະຜລິດເຂົ້າໄດ້ສົມບູນ 20 ເຂົາຈະຖວາຍພຣະກະຍາຫານແດ່ກະສັດເລື້ອຍໆ 21 ເນັຟທາລີເປັນກວາງແມ່ອິສຣະ ຊຶ່ງມີລູກງາມ 22 ໂຢເຊັບເປັນໂຕລໍປ່າ ເປັນລໍປ່າທີ່ໃຫຍ່ຈາກນ້ຳພຸ ເປັນມ້ານ້ອຍປ່າຢູ່ເທິງເນີນເຂົາ 23 ພວກນາຍພານຈະຕາມລ່າເຂົາຢ່າງໂຫດຮ້າຍ ພ້ອມທັງຫນ້າແລະທະນູ ທັງຍິງແລະຂົ່ມຂູ່ເຂົາ 24 ແຕ່ຄັນທະນູຂອງພວກພານໄດ້ຫັກດີດໄປຢ່າງແຮງ ເອັນແຂນຂອງພວກພານກໍຂາດ ກໍຍ້ອນອຳນາດຂອງພຣະເຈົ້າຜູ້ຍິ່ງໃຫຍ່ຂອງຢາໂຄບ ຍ້ອນຜູ້ລ້ຽງອິສຣາເອນ ແລະຍ້ອນໂງ່ນຫີນອິສຣາເອນ 25 ດ້ວຍການຊົດຊ່ອຍຂອງພຣະບິດາເຈົ້າ ດ້ວຍພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ ຜູ້ຊົງອວຍພອນເຈົ້າ ຄວາມພອນທີ່ມາກັບຝົນຈາກເບື້ອງເທິງ ແລະຄວາມພອນທີ່ມາກັບນ້ຳຈາກພື້ນທໍລະນີ ຄວາມພອນທີ່ມາຈາກເຕົ້ານົມແລະທ້ອງແມ່ 26 ຄວາມພອນທີ່ມາຈາກເມັດເຂົ້າແລະດອກໄມ້ ຄວາມພອນທີ່ມາຈາກພູເຂົາອັນເກົ່າແກ່ ຄືມາຈາກຄວາມສົມບູນຂອງເນີນເຂົາຕລອດເປັນນິດ ຂໍພອນເຫລົ່ານັ້ນຈົ່ງຢູ່ເທິງຫົວຂອງໂຢເຊັບ ຢູ່ເທິງຫນ້າຜາກຂອງຜູ້ທີ່ຕ່າງຈາກອ້າຍນ້ອງ 27 ເບັນຢາມິນເປັນຫມາໃນລ່າເນື້ອ ເວລາເຊົ້າກໍກິນເຫຍື່ອທີ່ເຂົາລ່າໄດ້ ແລະຕອນແລງກໍແບ່ງປັນເຫຍື່ອທີ່ເຂົາຊອກຫາມາໄດ້” 28 ພວກທີ່ໄດ້ເວົ້າມານີ້ແມ່ນສິບສອງຕະກູນອິສຣາເອນ ແລະສິ່ງທີ່ເລົ່າມານັ້ນແມ່ນຖ້ອຍຄຳທີ່ຢາໂຄບໄດ້ທຳນວາຍໄວ້ໃຫ້ເຂົາ ທ່ານໃຫ້ພອນພວກເຂົາຕາມພອນທີ່ແຕ່ລະຄົນສົມຄວນຈະໄດ້ຮັບ
ມໍຣະນະກັມແລະການຝັງສົບຢາໂຄບ
29 ຄັນແລ້ວ ຢາໂຄບໄດ້ສັ່ງພວກເຂົາວ່າ, “ບັດນີ້ພໍ່ໃກ້ຈະສິ້ນໃຈຄືນໄປຢູ່ກັບພວກພີ່ນ້ອງເຮົາທີ່ຕາຍໄປແລ້ວ ຈົ່ງຝັງພໍ່ໄວ້ກັບປູ່ຍ່າຕາຍາຍຢູ່ໃນຫລຸມຝັງສົບ ຊຶ່ງຢູ່ໃນນາຂອງເອໂຟຣນຊາວຮິດຕີ 30 ທີ່ມັກເປລາທາງທິດຕາເວັນອອກຂອງມັມເຣ ຢູ່ໃນປະເທດການາອານ ອັບຣາຮາມໄດ້ຊື້ຖ້ຳໃນທົ່ງນາຂອງເອໂຟຣນຊາວຮິດຕີນັ້ນໄວ້ 31 ເພື່ອເຮັດຖ້ຳຝັງສົບ ແມ່ນໃນບ່ອນນັ້ນເອງທີ່ພວກເຂົາຝັງອັບຣາຮາມແລະນາງຊາຣາພັຣຍາຂອງທ່ານ ອິຊາກແລະນາງເຣເບກາພັຣຍາຂອງທ່ານ ແລະຂ້ອຍໄດ້ຝັງນາງເລອາພັຣຍາຂອງຂ້ອຍ 32 ທົ່ງນາ ແລະຖ້ຳນັ້ນໄດ້ຊື້ມາຈາກຊາວຮິດຕິ” 33 ເມື່ອຢາໂຄບສັ່ງບຸດຊາຍທ່ານຫມົດແລ້ວ ທ່ານກໍຍໍຕີນຂຶ້ນເທິງຕຽງແລ້ວສິ້ນໃຈຕາຍ ແລະໄປຢູ່ຮ່ວມກັບພີ່ນ້ອງຂອງທ່ານ
1 ໂຢເຊັບແລ່ນອອກກອດຮ່າງກາຍຊຶ່ງປາສຈາກວິນຍານທັງຮ້ອງໄຫ້ແລະຈູບຫນ້າຜາກບິດາ 2 ແລ້ວກໍສັ່ງໃຫ້ແພດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທ່ານອາບນ້ຳຢາຮັກສາສົບຂອງຢາໂຄບ ນາຍແພດກໍທຳຕາມຄຳສັ່ງນັ້ນທຸກປະການ 3 ພວກເຂົາໃຊ້ເວລາສີ່ສິບວັນໃນການອາບນ້ຳຢາຮັກສາສົບນັ້ນບໍ່ໃຫ້ເປື່ອຍເນົ່າ ແລ້ວຊາວເອຢິບກໍໄວ້ທຸກໃຫ້ທ່ານເຈັດສິບວັນ 4 ເມື່ອເວລາໄວ້ທຸກສິ້ນສຸດລົງແລ້ວ ໂຢເຊັບໄດ້ເວົ້າຕໍ່ຂຸນວັງຂອງຟາຣາໂອວ່າ, “ຖ້າພວກທ່ານມີຄວາມເມດຕາຕໍ່ຂ້າພະເຈົ້າແລ້ວ ກະຣຸນາໄປທູນຟາຣາໂອໃຫ້ແດ່ວ່າ 5 ເມື່ອພໍ່ຂ້າພະເຈົ້າໃກ້ຈະສິ້ນໃຈຕາຍ ທ່ານໄດ້ໃຫ້ຂ້າພະເຈົ້າສັນຍາຕໍ່ທ່ານວ່າ ຕ້ອງນຳເອົາສົບຂອງທ່ານໄປຝັງໄວ້ໃນອຸບໂມງຝັງສົບທີ່ທ່ານໄດ້ຂຸດໄວ້ເອງໃນປະເທດການາອານ ສະນັ້ນ ຂໍພຣະອົງຊົງອະນຸຍາດໃຫ້ຂ້າພະເຈົ້າໄປຝັງສົບພໍ່ຂ້າພະເຈົ້າເທີນ ແລ້ວຂ້າພະເຈົ້າກໍຈະກັບຄືນມາ” 6 ຕໍ່ມາ ຟາຣາໂອຊົງຕອບວ່າ, “ຈົ່ງໄປຝັງບິດາເຈົ້າຕາມທີ່ເຈົ້າໄດ້ໃຫ້ສັນຍາກັບທ່ານ” 7 ດັ່ງນັ້ນ ໂຢເຊັບຈຶ່ງໄປຝັງສົບບິດາຂອງຕົນໂດຍມີບັນດາຂຸນວັງຂອງຟາຣາໂອທຸກໆຄົນ ຣາຊມົນຕຣີໃນພຣະຣາຊວັງ ຜູ້ນຳຂອງຊາວເອຢິບ 8 ພ້ອມທັງຄອບຄົວຂອງໂຢເຊັບທຸກໆຄົນ ພວກອ້າຍແລະຄອບຄົວຂອງບິດາໄປນຳເວັ້ນໄວ້ແຕ່ເດັກນ້ອຍ ຝູງແກະ ແບ້ແລະງົວທີ່ຢູ່ໃນເຂດໂກເຊນ 9 ນອກນີ້ຍັງມີຣົດມ້າ ແລະທະຫານມ້າຕິດຕາມທ່ານໄປເປັນຂະບວນແຫ່ຢ່າງຍືດຍາວ 10 ເມື່ອຂະບວນແຫ່ມາຮອດລານເຂົ້າຂອງອາຕາດຊຶ່ງຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ ພວກເຂົາກໍພາກັນເຮັດພິທີປົງສົບຢ່າງໃຫຍ່ໂຕ ແລະສຳຫລັກສຳຄັນຢ່າງສົມກຽດ ໂຢເຊັບໄດ້ຈັດພິທີໄວ້ທຸກເຈັດວັນ 11 ເມື່ອຊາວການາອານເຫັນການໄວ້ທຸກຢູ່ທີ່ເອຕາດ ພວກເຂົາກໍເວົ້າວ່າ, “ອັນນີ້ ແມ່ນພິທີຮ້ອງໄຫ້ໄວ້ທຸກອັນສຳຄັນຂອງຊາວເອຢິບ” ສະນັ້ນ ເຂົາຈຶ່ງໃສ່ຊື່ບ່ອນນັ້ນວ່າ ອາເບນ ມິຊຣາອິມ ຊຶ່ງຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ 12 ດັ່ງນັ້ນ ພວກລູກຫລານຂອງຢາໂຄບຈຶ່ງໄດ້ທຳຕາມທີ່ທ່ານໄດ້ສັ່ງພວກເຂົາໄວ້ກ່ອນແລ້ວທຸກປະການ 13 ພວກເຂົາໄດ້ຫາມສົບຂອງບິດາໄປປະເທດການາອານ ແລະຝັງໄວ້ໃນອຸບໂມງຝັງສົບໃນນາມັກເປລາ ທາງທິດຕາເວັນອອກຂອງມັມເຣ ຊຶ່ງອັບຣາຮາມໄດ້ຊື້ນຳເອໂຟຣນຊາວຮິດຕີ ເພື່ອເອົາໄວ້ເຮັດບ່ອນຝັງສົບ 14 ຫລັງຈາກ ໂຢເຊັບຝັງສົບພໍ່ແລ້ວ ທ່ານກໍກັບຄືນສູ່ປະເທດເອຢິບພ້ອມກັບພວກອ້າຍນ້ອງແລະຜູ້ທີ່ຕິດຕາມທ່ານໄປທຸກຄົນ
ໂຢເຊັບເລົ້າໂລມໃຫ້ອ້າຍນ້ອງເຊົາຢ້ານ
15 ຫລັງຈາກບິດາຂອງເຂົາຕາຍແລ້ວ ພວກອ້າຍຂອງໂຢເຊັບກໍພາກັນເວົ້າວ່າ, “ພວກເຮົາຈະເຮັດແນວໃດ? ໂຢເຊັບອາດຍັງຊັງພວກເຮົາແລະຢາກແກ້ແຄ້ນຄວາມຊົ່ວທຸກຢ່າງທີ່ພວກເຮົາໄດ້ກະທຳຕໍ່ເຂົາ” 16 ດັ່ງນັ້ນ ພວກເຂົາຈຶ່ງສັ່ງຄວາມໄປຫາໂຢເຊັບວ່າ, “ພໍ່ໄດ້ສັ່ງຄວາມນີ້ໄວ້ກັບເຮົາໃຫ້ໄປບອກເຈົ້າກ່ອນທ່ານຕາຍ 17 ວ່າພໍ່ຂໍໃຫ້ເຈົ້າຍົກໂທດຄວາມຜິດຊຶ່ງພວກອ້າຍຜູ້ຮັບໃຊ້ຂອງພຣະເຈົ້າຂອງບິດາເຈົ້າໄດ້ກະທຳ” ເມື່ອເຂົາເວົ້າຄວາມນັ້ນໃຫ້ຟັງແລ້ວ ໂຢເຊັບກໍຮ້ອງໄຫ້ຂຶ້ນ 18 ຄັນແລ້ວ ພວກອ້າຍຂອງທ່ານກໍພາກັນມາໂດຍຕົນເອງ ແລ້ວຂາບລົງຕໍ່ຫນ້າທ່ານເວົ້າວ່າ, “ພວກເຮົາຢູ່ນີ້ເຫມືອນຂ້າໃຊ້ຂອງທ່ານແລ້ວ” 19 ແຕ່ໂຢເຊັບເວົ້າຕໍ່ພວກເຂົາວ່າ, “ຢ່າພາກັນຢ້ານກົວເລີຍ ຂ້ອຍບໍ່ສາມາດຍົກຕົວຂ້ອຍເອງຂຶ້ນໄປສູ່ບ່ອນຂອງພຣະເຈົ້າໄດ້ 20 ການທີ່ພວກເຈົ້າໄດ້ເຮັດອຸບາຍຊົ່ວຕໍ່ຂ້ອຍນັ້ນ ບັດນີ້ ພຣະເຈົ້າໄດ້ຕອບຄືນດ້ວຍການດີ ເພື່ອຮັກສາຊີວິດຂອງປະຊາຊົນທັງມວນໄວ້ ຊຶ່ງມີຊີວິດຢູ່ໄດ້ທຸກມື້ນີ້ກໍຍ້ອນຄວາມດີອັນນີ້ 21 ບັດນີ້ ຢ່າສູ່ຢ້ານເລີຍ ຂ້ອຍຈະປົກປັກຮັກສາພວກເຈົ້າພ້ອມທັງລູກຫລານຂອງພວກເຈົ້າ”
ມໍຣະນະກັມຂອງໂຢເຊັບ
22 ໂຢເຊັບຢູ່ໃນປະເທດເອຢິບກັບຄອບຄົວບິດາຂອງທ່ານ ທ່ານໄດ້ເຖິງແກ່ກຳໄປເມື່ອອາຍຸຮ້ອຍສິບປີ 23 ທ່ານມີຊີວິດຢູ່ຈົນເຫັນລູກຫລານຂອງເອຟຣາອິມ ເມື່ອບຸດຂອງມາຄີຣ໌ ຫລານຂອງມານັສເຊເກີດ ໂຢເຊັບກໍຮັບເອົາເຂົາໄວ້ໃນຄອບຄົວຂອງຕົນ 24 ຕໍ່ມາ ທ່ານເວົ້າຕໍ່ພວກອ້າຍວ່າ, “ຂ້ອຍໃກ້ຈະຕາຍຢູ່ແລ້ວ ແຕ່ພຣະເຈົ້າຈະໂຜດຮັກສາພວກເຈົ້າຢ່າງແນ່ນອນແລະຈະພາພວກເຈົ້າຫນີອອກຈາກແຜ່ນດິນນີ້ຄືນສູ່ແຜ່ນດິນທີ່ພຣະອົງໄດ້ສາບານໄວ້ແລ້ວກັບອັບຣາຮາມ ອີຊາກ ແລະຢາໂຄບ” 25 ແລ້ວໂຢເຊັບກໍໃຫ້ພວກບຸດຊາຍຂອງອິສຣາເອນສາບານ ທ່ານເວົ້າວ່າ, “ຈົ່ງສາບານຕໍ່ຂ້ອຍວ່າ ເມື່ອພຣະເຈົ້າຊົງໂຜດຮັກສາພວກເຈົ້າ ພວກເຈົ້າຕ້ອງເອົາກະດູກຂອງຂ້ອຍຫນີຈາກບ່ອນນີ້ໄປກັບພວກເຈົ້າ” 26 ຄັນກ່າວດັ່ງນັ້ນແລ້ວ ໂຢເຊັບກໍສິ້ນໃຈຕາຍ ທ່ານເຖິງແກ່ກຳໄປໃນເມື່ອອາຍຸຮ້ອຍສິບປີ ພວກເຂົາໄດ້ອາບນ້ຳຢາຮັກສາສົບທ່ານ ເພື່ອບໍ່ໃຫ້ເປື່ອຍເນົ່າແລ້ວເອົາສົບບັນຈຸໃສ່ໂລງເກັບຮັກສາໄວ້ໃນປະເທດເອຢິບ
ຊາວອິສຣາເອນຕົກເປັນທາດ ໃນປະເທດເອຢິບ
1 ຕໍ່ໄປນີ້ ແມ່ນລາຍຊື່ບຸດຊາຍຂອງຢາໂຄບ ທີ່ໄດ້ອົບພະຍົບໄປຢູ່ປະເທດເອຢິບ 2 ຄື ຣູເບນ, ຊີເມໂອນ, ເລວີ, ແລະຢູດາ, 3 ອິສຊາຄາ, ເຊບູລູນ, ແລະເບັນຢາມິນ, 4 ດານ, ແລະເນັຟທາລີ, ກາດ, ແລະອາເຊີ 5 ຄົນທັງປວງທີ່ເປັນເຊື້ອສາຍຂອງຢາໂຄບ ມີທັງຫມົດເຈັດສິບຄົນ ສ່ວນບຸດອີກຜູ້ນຶ່ງຂອງຢາໂຄບຄື ໂຢເຊັບນັ້ນໄດ້ໄປຢູ່ໃນປະເທດເອຢິບກ່ອນແລ້ວ 6 ພາຍລຸນມາໂຢເຊັບກັບພວກອ້າຍນ້ອງ ແລະບັນດາຄົນໃນສະໄຫມດຽວກັນກໍໄດ້ຕາຍໄປ 7 ແຕ່ເນຶ່ອງຈາກຊາວອິສຣາເອນ ເປັນຄົນມີບຸດໄວ ປະຊາຊົນຈຶ່ງເພີ້ມທະວີແລະມີກຳລັງແຜ່ຜາຍໄປທົ່ວທັງປະເທດນັ້ນ 8 ຕໍ່ມາ ໄດ້ມີກະສັດອົງໃຫມ່ຂຶ້ນສະເຫວີຍຣາຊສົມບັດໃນປະເທດເອຢິບ ກະສັດອົງນີ້ບໍ່ຊົງຮູ້ເຣື່ອງຫຍັງກ່ຽວກັບໂຢເຊັບ 9 ພຣະອົງໄດ້ຊົງປະກາດຕໍ່ປະຊາຊົນຂອງພຣະອົງວ່າ “ເບິ່ງດູ, ຄົນອິສຣາເອນນັບມື້ເພີ້ມທະວີມີກຳລັງຫລາຍຂຶ້ນ ຊຶ່ງອາດຈະມີອັນຕະຣາຍແກ່ພວກເຮົາ 10 ບັດນີ້ ໃຫ້ພວກເຮົາໃຊ້ອຸບາຍອັນເລິກແລບ ເພື່ອຂັດຂວາງບໍ່ໃຫ້ຄົນພວກນີ້ເພີ້ມທະວິຫລາຍຂຶ້ນ ເພາະວ່າຖ້າຫາກເກີດສົງຄາມຂຶ້ນເມື່ອໃດຄົນພວກນີ້ກໍອາດຈະເຂົ້າຮ່ວມມືກັບສັດຕຣູຫັນມາຕໍ່ສູ້ເຮົາ ແລ້ວພວກເຂົາກໍຈະຫນີອອກຈາກປະເທດນີ້ໄດ້” 11 ດ້ວຍເຫດນີ້ ຝ່າຍກະສັດເອຢິບຈຶ່ງແຕ່ງຕັ້ງຜູ້ຄວບຄຸມຊາວອິສຣາເອນ ເພື່ອບັງຄັບໃຫ້ພວກເຂົາເຮັດວຽກການຫນັກ ໃຫ້ເຂົາສ້າງເມືອງປິທົມ ແລະເມືອງຣາເມເຊສ ເພື່ອໄວ້ເກັບຣາຊສົມບັດຂອງກະສັດຟາຣາໂອ 12 ເຖິງແມ່ນວ່າຊາວເອຢິບຈະຂົ່ມເຫັງເຂົາຫລາຍປານໃດ ຊາວອິສຣາເອນກໍແຮງແຜ່ຜາຍທະວີຂຶ້ນ ຈົນຝ່າຍເອຢິບມີຄວາມຫວັ່ນເກງໃນຈຳນວນຄົນພວກນີ້ 13 ດັ່ງນັ້ນ ເພື່ອໃຫ້ຊີວິດຂອງເຂົາຂົ່ມຂື່ນ ພວກເຂົາຈຶ່ງຖືກບັງຄັບໃຫ້ເຮັດວຽກຫນັກຈົນເຫລືອບ່າກວ່າແຮງ 14 ເຊັ່ນ ໃຫ້ນວດດິນ, ປັ້ນດິນຈີ່, ແລະເຮັດວຽກຫນັກຕ່າງໆຢູ່ຕາມທົ່ງນາ 15 ຕໍ່ມາ ກະສັດເອຢິບ ໄດ້ຊົງບອກນາງຜະດຸງຄັນຊາວເຮັບເຣິສອງຄົນ ຄົນນຶ່ງຊື່ ຊິຟຣາ, ແລະອີກຄົນນຶ່ງຊື່ ປູອາ 16 ວ່າ, “ເມື່ອພວກເຈົ້າໄປເອົາບຸດອອກໃຫ້ຍິງຊາວເຮັບເຣີ ຖ້າເດັກນ້ອຍທີ່ເກີດມານັ້ນຫາກເປັນຜູ້ຊາຍ ໃຫ້ພວກເຈົ້າຂ້າຖິ້ມ ຖ້າເປັນຜູ້ຍິງບໍ່ໃຫ້ຂ້າ” 17 ແຕ່ນາງຜະດຸງຄັນທັງສອງຄົນນັ້ນເປັນຜູ້ຢຳເກງພຣະເຈົ້າ ຈຶ່ງບໍ່ໄດ້ທຳຕາມພຣະບັນຊາຂອງກະສັດເອຢິບ ພວກນາງໄດ້ປ່ອຍໃຫ້ເດັກນ້ອຍຜູ້ຊາຍມີຊີວິດຢູ່ 18 ເມື່ອກະສັດເອຢິບຊົງຊາບດັ່ງນີ້ ກໍມີພຣະກະແສດຳຣັດສັ່ງໃຫ້ນາງຜະດຸງຄັນສອງຄົນເຂົ້າເຝົ້າ ແລ້ວຊົງຖາມວ່າ, “ເປັນຫຍັງພວກເຈົ້າ ຈຶ່ງປ່ອຍໃຫ້ເດັກນ້ອຍຜູ້ຊາຍມີຊີວິດຢູ່?” 19 ພວກນາງຜະດຸງຄັນທູນຕອບວ່າ “ເພາະຜູ້ຍິງຊາວເຮັບເຣິບໍ່ເຫມືອນຜູ້ຍິງຊາວເອຢິບຄືພວກເຂົາໄດ້ບຸດງ່າຍຫລາຍ ຈົນນາງຜະດຸງຄັນໄປບໍ່ທັນ” 20 ດ້ວຍວ່າພວກນາງຜະດຸງຄັນຢຳເກງພຣະເຈົ້າ ພຣະອົງຈຶ່ງຊົງພໍພຣະທັຍພວກນາງ 21 ແລະຊົງໂຜດໃຫ້ຄອບຄົວຂອງນາງມີລູກຫລານຫລາຍ ປະຊາຊົນອີສຣາເອນຈຶ່ງເພີ້ມທະວີມີກຳລັງຫລາຍຂຶ້ນ 22 ຕໍ່ມາ ກະສັດຟາຣາໂອຊົງຮັບສັ່ງຕໍ່ປະຊາຊົນຂອງພຣະອົງວ່າ, “ບຸດຊາຍເຮັບເຣີທຸກຄົນທີ່ເກີດມາໃຫ້ເອົາໄປຖິ້ມເສັຽໃນແມ່ນ້ຳນິນເສັຽ ແຕ່ບຸດຍິງທຸກຄົນໃຫ້ມີຊີວິດຢູ່”
ໂມເຊເກີດແລະໄດ້ຮັບຄວາມຊ່ອຍເຫລືອ
1 ຍັງມີຊາຍຕະກຸນເລວິຄົນນຶ່ງ ໄດ້ແຕ່ງງານກັບຍິງສາວຕະກຸນດຽວກັນ 2 ຕໍ່ມາ ຜູ້ຍິງຜູ້ນີ້ໄດ້ຖືພາແລະຄອດບຸດເປັນຊາຍເມື່ອນາງເຫັນວ່າບຸດທີ່ເກີດມານັ້ນມີຮູບຮ່າງງາມ ກໍເຊຶ່ອງບຸດໄວ້ເຖິງສາມເດືອນ 3 ເມື່ອນາງບໍ່ສາມາດຈະເຊຶ່ອງໄວ້ຕໍ່ໄປອິກ ນາງກໍເອົາໄມ້ມາເຮັດອູ່ທາດ້ວຍຢາງມາໃສ່ບຸດນ້ອຍນັ້ນ ແລ້ວນຳໄປໄວ້ເທິງນ້ຳບ່ອນທີ່ມີກໍຫຍ້າແຄມຕາຝັ່ງ 4 ແລ້ວເອື້ອຍຂອງເດັກນ້ອຍນັ້ນໄດ້ໄປຢືນຊອມຢູ່ຫ່າງໄກ ເພື່ອຢາກຈະຮູ້ວ່າຈະມີຫຍັງເກີດຂຶ້ນແກ່ນ້ອງຂອງຕົນ 5 ຕໍ່ມາ ພຣະຣາຊທິດາຂອງກະສັດຟາໂຣ ໄດ້ສະເດັດໄປສົງທີ່ແມ່ນ້ຳ ແລະໃນຂນະທີ່ພວກສາວໃຊ້ຍ່າງໄປໃກ້ຕາມແມ່ນ້ຳ ພຣະນາງກໍຊົງຫລຽວເຫັນອູ່ຢູ່ກາງກໍຫຍ້າ ຈຶ່ງຮັບສັ່ງໃຫ້ສາວໃຊ້ໄປນຳເອົາມາ 6 ເມື່ອສາວໃຊ້ນໍາມາຖວາຍ ພຣະນາງກໍຊົງເປິດເບິ່ງ ຈຶ່ງຊົງເຫັນເດັກນ້ອຍຜູ້ຊາຍນອນຢູ່ ເດັກນ້ອຍນັ້ນໄດ້ຮ້ອງໄຫ້ຂຶ້ນ ພຣະນາງຊົງເກີດຄວາມສົງສານແລະຊົງກ່າວວ່າ, “ນີ້ແມ່ນບຸດຊາຍຂອງຊາວເຮັບເຣິ” 7 ຝ່າຍເອື້ອຍຂອງເດັກນ້ອຍນັ້ນໄດ້ທູນຖາມພຣະຣາຊທິດາຂອງກະສັດຟາໂຣວ່າ “ພຣະນາງບໍ່ຢາກໃຊ້ຂ້າພຣະອົງ ໄປຫາແມ່ຍິງຊາວເຮັບເຣີມາລ້ຽງເດັກນ້ອຍຜູ້ນີ້ແນ່ບໍ່?” 8 ພຣະນາງກໍຊົງຕອບວ່າ, “ໄປແມ໋” ຍິງສາວຜູ້ນັ້ນຈຶ່ງໄປເອີ້ນເອົາມານດາຂອງເດັກນ້ອຍນັ້ນມາ 9 ຝ່າຍພຣະຣາຊທິດາຂອງກະສັດຟາຣາໂອໄດ້ຊົງຮັບສັ່ງແກ່ຍິງນັ້ນວ່າ, “ເຈົ້າຈົ່ງເອົາເດັກນ້ອຍຜູ້ນີ້ໄປລ້ຽງໃຫ້ເຮົາແດ່ ເຮົາຈະໃຫ້ຄ່າຈ້າງເຈົ້າ” ຍິງຜູ້ນັ້ນຈຶ່ງຮັບເອົາເດັກນ້ອຍຊຶ່ງເປັນບຸດຂອງຕົນເອງໄປລ້ຽງໄວ້ 10 ເມື່ອເດັກນ້ອຍນັ້ນໃຫຍ່ສູງຂຶ້ນແດ່ແລ້ວ ນາງກໍນຳມາມອບພຣະຣາຊທິດາ ພຣະນາງກໍຊົງຮັບເອົາເປັນພຣະຣາຊບຸດ ແລະຊົງປະທານຊື່ໃຫ້ວ່າໂມເຊ ໂດຍພຣະນາງກ່າວວ່າ, “ເພາະເຮົາໄດ້ຍົກຂຶ້ນມາຈາກນ້ຳ”
ໂມເຊຫນີຈາກປະເທດເອຢິບ
11 ຢູ່ມາວັນນຶ່ງ ເມື່ອໂມເຊໃຫຍ່ແລ້ວ ວັນນຶ່ງຈຶ່ງອອກໄປຢ້ຽມຢາມພວກພີ່ນ້ອງທີ່ເປັນຊາດດຽວກັນກັບຕົນ ໂມເຊໄດ້ເຫັນເຂົາຖືກບັງຄັບໃຫ້ເຮັດວຽກຢ່າງຫນັກ ແລະເຫັນຊາວເອຢິບຄົນນຶ່ງຂ້າຕີຊາວເຣັບເຣິຄົນນຶ່ງຊຶ່ງເປັນຊາດດຽວກັນກັບຕົນ 12 ໂມເຊຈຶ່ງຫລຽວຫນ້າຫລຽວຫລັງ ເມື່ອບໍ່ເຫັນຜູ້ໃດຢູ່ທີ່ນັ້ນ ກໍຈັດການຂ້າຄົນເອຢິບຜູ້ນັ້ນເສັຽ ແລ້ວຝັງສົບເຊຶ່ອງໄວ້ໃນດິນຊາຍ 13 ວັນຕໍ່ມາ ໂມເຊໄດ້ອອກໄປອິກ ເທື່ອນີ້ໄດ້ພົບຄົນເຮັບເຣີສອງຄົນກຳລັງຕີກັນຢູ່ ເຂົາຈຶ່ງຖາມຜູ້ທີ່ຄິດວ່າເປັນຄົນຜິດນັ້ນວ່າ “ເປັນຫຍັງຈຶ່ງຕີຄົນຊາດດຽວກັນ?” 14 ຄົນຜູ້ນັ້ນກໍຕອບວ່າ “ໃຜເປັນຜູ້ແຕ່ງຕັ້ງໃຫ້ທ່ານເປັນເຈົ້ານາຍ ແລະເປັນຕຸລາການມາຕັດສິນຂ້າພະເຈົ້າ ທ່ານຈະຂ້າຂ້າພະເຈົ້າເຫມືອນໄດ້ຂ້າຄົນເອຢິບຜູ້ນັ້ນບໍ່?” ໂມເຊເລີຍຕົກໃຈພ້ອມກັບຄິດວ່າ, “ໂທ! ເຣື່ອງນີ້ໄດ້ມີຄົນຮູ້ເຫັນແລ້ວເປັນແນ່” 15 ເມື່ອກະສັດຟາໂຣໄດ້ຊົງຊາບເຣື່ອງນີ້ກໍພຍາຍາມຫາຊ່ອງທາງຂ້າຊີວິດໂມເຊເສັຽ ແຕ່ໂມເຊໄດ້ເອົາຕົວຫນີໄປຢູ່ປະເທດມີດິອານເສັຽກ່ອນ ເວລາໂມເຊໄປເຖິງປະເທດມີດິອານ ເຂົາໄດ້ໄປນັ່ງຢູ່ໃກ້ນ້ຳສ້າງແຫ່ງນຶ່ງ 16 ຝ່າຍປະໂຣຫິດຂອງຄົນມີດິອານມີບຸດຕຣີເຈັດຄົນໄດ້ພາກັນມາຕັກນ້ຳ ໃຫ້ຝູງແບ້, ແລະແກະຂອງພວກຕົນກິນ 17 ແຕ່ພວກລ້ຽງສັດໄດ້ມາຂັບໄລ່ພວກນາງຫນີ ໂມເຊຈຶ່ງເຂົ້າໄປຊ່ອຍຕັກນ້ຳໃຫ້ສັດພວກນາງກິນ 18 ເມື່ອຍິງເຫລົ່ານີ້ກັບຄືນໄປຫາຣູເອນບິດາຂອງເຂົາກໍຖາມວ່າ, “ເປັນຫຍັງມື້ນີ້ຈຶ່ງກັບມາໄວແທ້?” 19 ຝ່າຍບຸດຕຣີກໍຕອບວ່າ, “ມີຄົນເອຢິບຜູ້ນຶ່ງ ໄດ້ຊ່ອຍເຫລືອພວກເຮົາໃຫ້ພົ້ນຈາກການຂົ່ມເຫັງຂອງຄົນລ້ຽງສັດ ທັງໄດ້ຊ່ອຍຕັກນ້ຳໃຫ້ສັດພວກເຮົາກິນດ້ວຍ” 20 ບິດາໄດ້ຖາມບຸດຕຣີຕໍ່ໄປວ່າ, “ຊາຍຜູ້ນີ້ຢູ່ໃສ? ເປັນຫຍັງຈຶ່ງມາປະເຂົາ? ຮິບໄປເຊີນເຂົາມາກິນເຂົ້ານຳເຮົາ” 21 ຝ່າຍໂມເຊຈຶ່ງໄດ້ມາຫາຣູເອນ ແລະຍິນດີຢູ່ນຳເລີຍ ຣູເອນໄດ້ຍົກຊິບໂປຣາບຸດຕຣີຂອງຕົນໃຫ້ເປັນພັຣຍາໂມເຊ 22 ນາງຊິບໂປຣາໄດ້ຄອດບຸດຊາຍຜູ້ນຶ່ງ ໂມເຊຈື່ງໃສ່ໃຫ້ບຸດຊາຍຜູ້ນີ້ວ່າ ເກີໂຊມ ເພາະໂມເຊຄິດວ່າ, “ຂ້າພະເຈົ້າເປັນຄົນຕ່າງປະເທດທີ່ມາອາໄສຢູ່ໃນປະເທດນີ້” 23 ເມື່ອຫລາຍປີຜ່ານໄປ ກະສັດເອຢິບກໍສິ້ນພຣະຊົນ ຊາວອີສຣາເອນກໍຍັງຮ້ອງຄ່ຳຄວນຍ້ອນຄວາມເປັນທາດນັ້ນຢູ່ ເຂົາໄດ້ຮ້ອງຂໍຄວາມຊ່ອຍເຫລືອ ສຽງຣ້ອງຂໍຂອງເຂົາໄດ້ດັງຂຶ້ນໄປເຖິງພຣະເຈົ້າ 24 ເມື່ອພຣະເຈົ້າຊົງໄດ້ຍິນສຽງຮ້ອງຄ່ຳຄວນຂອງເຂົາ ກໍຊົງລະນຶກເຖິງຄຳຫມັ້ນສັນຍາທີ່ພຣະອົງໄດ້ຊົງໃຫ້ໄວ້ກັບອັບຣາຮາມ, ອີຊາກ, ແລະຢາໂຄບ 25 ພຣະອົງໄດ້ຊົງຫລິງເຫັນແລະສົນພຣະທັຍໃນຄວາມທຸກຍາກລຳບາກຂອງຊາວອິສຣາເອນເຫລົ່ານັ້ນ.
ພຣະເຈົ້າຊົງເອີ້ນໂມເຊ
1 ວັນນຶ່ງເມື່ອໂມເຊລ້ຽງຝູງແກະຂອງເຢດໂຣ ພໍ່ເຖົ້າຂອງຕົນຜູ້ເປັນປະໂຣຫິດຂອງຊາວມີດິອານ ເຂົາໄດ້ພາຝູງສັດນັ້ນຂ້າມຖິ່ນກັນດານມາຍັງໂຮເຣັບພູຂອງພຣະເຈົ້າ 2 ຂນະນັ້ນທູດຂອງພຣະຜູ້ເປັນເຈົ້າໄດ້ປາກົດເປັນແປວໄຟໃຫ້ໂມເຊເຫັນຢູ່ໃນກາງພຸ່ມໄມ້ ໂມເຊຈຶ່ງຫລຽວເບິ່ງໄຟນັ້ນດ້ວຍຄວາມປະຫລາດໃຈ ແຕ່ບໍ່ເຫັນວ່າພຸ່ມໄມ້ນັ້ນຖືກໄຫມ້ 3 ໂມເຊຈຶ່ງເວົ້າກັບຕົວເອງວ່າ, “ບ໋ະ! ຕ້ອງເຂົ້າໄປເບິ່ງແສງປລາດນີ້ໃກ້ໆ ເສັຽກ່ອນ ເພາະຢາກຮູ້ວ່າເປັນຫຍັງໄຟລຸກຢູ່ພຸ່ມໄມ້ຈື່ງບໍ່ໄຫມ້” 4 ເມື່ອພຣະຜູ້ເປັນເຈົ້າຊົງເຫັນໂມເຊຍ່າງເຂົ້າມາໃກ້ ພຣະອົງກໍຊົງເອີ້ນອອກມາຈາກພຸ່ມໄມ້ນັ້ນວ່າ, “ໂມເຊ, ໂມເຊເອີຍ!” ໂມເຊໄດ້ທູນຕອບວ່າ, “ຂ້າພຣະອົງຢູ່ທີ່ນີ້” 5 ພຣະເຈົ້າຈຶ່ງຊົງບອກວ່າ, “ຢ່າຫຍັບເຂົ້າມາໃກ້ ຈົ່ງຖອດເກີບອອກເສັຽ ເພາະບ່ອນທີ່ເຈົ້າຢືນຢູ່ນີ້ເປັນບ່ອນສັກສິດ” 6 ພຣະອົງຊົງບອກຕໍ່ໄປອີກວ່າ, “ເຣົາເປັນພຣະເຈົ້າຂອງບິດາເຈົ້າ ເປັນພຣະເຈົ້າຂອງອັບຣາຮາມ, ຂອງອີຊາກ, ແລະຂອງຢາໂຄບ” ແລ້ວໂມເຊໄດ້ເຊຶ່ອງຫນ້າເພາະບໍ່ກ້າຫລຽວເບິ່ງພຣະເຈົ້າ 7 ຕໍ່ມາ ພຣະຜູ້ເປັນເຈົ້າໄດ້ຊົງກ່າວວ່າ, “ເຮົາໄດ້ເຫັນຄວາມຕົກທຸກໄດ້ຍາກແຫ່ງໄພ່ພົນຂອງເຮົາໃນເອຢິບຢ່າງຄັກແນ່ແລ້ວ ແລະທັງໄດ້ຍິນສຽງຮ້ອງຂໍຄວາມຊ່ອຍເຫລືອຂອງເຂົາຍ້ອນນາຍຄຸມຂົ່ມເຫັງດ້ວຍ ເຮົາຮູ້ຈັກຄວາມທຸກຍາກຂອງເຂົາທີ່ສຸດ 8 ເຮົາລົງມາຊ່ອຍເຂົາໃຫ້ພົ້ນຈາກເງື້ອມມືຂອງຊາວເອຢິບ ເພື່ອນຳພາພວກເຂົາໄປຍັງແຜ່ນດິນອັນອຸດົມສົມບູນແລະກວ້າງຂວາງ ຄືແຜ່ນດິນຂອງຊາວການາອານ, ຊາວຮິດຕິ, ຊາວອາໂມຣິດ, ຊາວເປຣີສຊີ, ຊາວຮີວີ, ແລະຊາວເຢບຸສ 9 ສຽງຣ້ອງຂໍຂອງຊາວອິສຣາເອນໄດ້ມາເຖິງເຮົາແລ້ວ ເຮົາໄດ້ເຫັນຊາວອີສຣາເອນຖືກກົດຂີ່ຂົ່ມເຫັງ 10 ບັດນີ້ ເຮົາຈະສົ່ງເຈົ້າໄປເຝົ້າກະສັດຟາຣາໂອ ເພື່ອໃຫ້ເຈົ້າເປັນຜູ້ນຳພາອີສຣາເອນ ໄພ່ພົນຂອງເຮົາອອກຈາກປະເທດເອຢິບ” 11 ຝ່າຍໂມເຊໄດ້ກາບທູນພຣະເຈົ້າວ່າ, “ຂ້າພຣະອົງເປັນຄົນທຳມະດາຈະໄປເຝົ້າກະສັດຟາຣາໂອ ແລະນໍາຊາວອິສຣາເອນອອກຈາກເອຢິບໄດ້ແນວໃດ?” 12 ພຣະອົງຊົງຕອບວ່າ, “ເຮົາຈະຢູ່ນຳເຈົ້າ ຫມາຍສຳຄັນຕໍ່ໄປນີ້ຈະບອກໃຫ້ເຈົ້າຮູ້ວ່າແມ່ນເຮົາແທ້ໄດ້ສົ່ງເຈົ້າໄປ ຄືເມື່ອເຈົ້ານຳພາຊາວອິສຣາເອນອອກຈາກເອຢິບແລ້ວ ພວກເຈົ້າຈະໄດ້ຂາບໄຫວ້ເຮົາຢູ່ເທິງພູນີ້” 13 ແລ້ວໂມເຊໄດ້ທູນຖາມພຣະເຈົ້າວ່າ, “ເມື່ອຂ້າພຣະອົງໄປເຖິງຊາວອິສຣາເອນແລະບອກເຂົາວ່າ ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກທ່ານໄດ້ສົ່ງຂ້າພະເຈົ້າມາຫາພວກທ່ານ ພວກເຂົາກໍຈະຖາມຂ້າພຣະອົງວ່າ ພຣະເຈົ້າອົງນັ້ນຊົງພຣະນາມວ່າແນວໃດ? ແລ້ວຂ້າພຣະອົງຈະຕອບເຂົາວ່າຈັ່ງໃດ? ຖ້າພຣະອົງບໍ່ບອກພຣະນາມຂອງພຣະອົງໃຫ້ຂ້າພຣະອົງຮູ້ເສັຽກ່ອນ” 14 ພຣະເຈົ້າຈຶ່ງຊົງບອກໂມເຊວ່າ, “ເຮົາເປັນຜູ້ຊຶ່ງເຮົາເປັນ” ພຣະອົງຊົງກ່າວຕໍ່ໄປວ່າ, “ໃຫ້ເຈົ້າໄປບອກຊາວອິສຣາເອນວ່າ ຜູ້ຊົງພຣະນາມວ່າ “ເຮົາເປັນ” ໄດ້ສົ່ງຂ້າພະເຈົ້າມາຫາທ່ານທັງຫລາຍ” 15 ພຣະເຈົ້າຍັງຊົງບອກໂມເຊອີກວ່າ, “ໃຫ້ເຈົ້າບອກຊາວອິສຣາເອນດັ່ງນີ້ ພຣະຜູ້ເປັນເຈົ້າແຫ່ງບັນພະບຸຣຸດຂອງທ່ານ ຄືພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ ໄດ້ສົ່ງຂ້າພະເຈົ້າມາຫາທ່ານທັງຫລາຍ ອັນນີ້ແຫລະ, ແມ່ນນາມຂອງເຮົາ ຊື່ອັນນີ້ຈະບໍ່ປ່ຽນແປງຕລອດໄປເປັນນິດ ແຕ່ຈະເປັນຢູ່ຢ່າງນີ້ທຸກຊົ່ວອາຍຸຄົນ 16 ເຈົ້າຈົ່ງໄປຮ່ວມປະຊຸມກັບພວກເຖົ້າແກ່ອິສຣາເອນແລະບອກເຂົາວ່າ ພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານທັງຫລາຍ ຄືພຣະເຈົ້າຂອງອັບຣາຮາມ, ຂອງອີຊາກ, ແລະຂອງຢາໂຄບໄດ້ປາກົດຕໍ່ຫນ້າຂ້າພະເຈົ້າ ບອກຂ້າພະເຈົ້າວ່າເຮົາໄດ້ມາຫາເຈົ້າ ແລະໄດ້ເຫັນສິ່ງທີ່ຊາວເອຢິບປະພຶດຕໍ່ພວກເຈົ້າແລ້ວ 17 ເຮົາສັນຍາໄວ້ແລ້ວວ່າ ຈະນຳພວກເຈົ້າອອກຈາກປະເທດເອຢິບ ຄືບ່ອນທີ່ພວກເຈົ້າທຸກຍາກລຳບາກນີ້ ໄປຍັງແຜ່ນດິນຂອງຊາວການາອານ, ຊາວຮິດຕິ, ຊາວອາໂມຣິດ, ຊາວເປຣິສຊີ, ຊາວຮິວີ, ແລະຊາວເຢບຸສ ຊຶ່ງເປັນແຜ່ນດິນທີ່ອຸດົມສົມບູນ ແລ້ວເຂົາຈະເຊື່ອຟັງຄຳຂອງເຈົ້າ 18 ເຂົາຈະເຊື່ອຟັງຄໍາຂອງເຈົ້າ ແລ້ວເຈົ້າກັບພວກເຖົ້າແກ່ຊາວອິສຣາເອນ ຈົ່ງພາກັນໄປເຝົ້າກະສັດຂອງເອຢິບແລະທູນວ່າ, “ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາວເຮັບເຣີໄດ້ຊົງປາກົດຕໍ່ພວກຂ້າພຣະອົງທັງຫລາຍ ບັດນີ້ ຂໍພຣະອົງຊົງໂຜດໃຫ້ພວກຂ້າພຣະອົງເຂົ້າໄປໃນຖິ່ນກັນດານ ຊຶ່ງເປັນໄລຍະທາງເດີນສາມວັນ ເພື່ອຖວາຍສັຕບູຊາແກ່ພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງ 19 ເຮົາຮູ້ແລ້ວວ່າ ກະສັດເອຢິບຈະບໍ່ຍອມໃຫ້ພວກເຈົ້າໄປ ເວັ້ນໄວ້ແຕ່ຈະໃຊ້ອຳນາດບັງຄັບກະສັດຈຶ່ງຈະຍອມ 20 ຄືເຮົາຈະໃຊ້ຣິດອຳນາດກະທຳການອັດສະຈັນລົງໂທດຄົນເອຢິບ ແລ້ວກະສັດເອຢິບກໍຈະຍອມປ່ອຍໃຫ້ພວກເຈົ້າໄປ 21 ເຮົາຈະທຳໃຫ້ໄພ່ພົນຂອງເຮົາ ໄດ້ຮັບຄວາມນັບຖືຈາກຊາວເອຢິບ ເພື່ອບໍ່ໃຫ້ພວກເຈົ້າໄປດ້ວຍມືເປົ່າໆ 22 ໃຫ້ຜູ້ຍິງທຸກຄົນຂໍເຄື່ອງເງິນເຄື່ອງຄຳ ແລະຂໍເສື້ອຜ້າຈາກຜູຍິງທີ່ຢູ່ໃນເຮືອນ ຫລືຈາກເພື່ອນບ້ານຂອງຕົນ ແລ້ວໃຫ້ເອົາເຄື່ອງເອ້ເຫລົ່ານີ້ໄປຕົກແຕ່ງໃຫ້ບຸດຊາຍຍິງຂອງພວກເຈົ້າ ດ້ວຍການກະທຳຢ່າງນີ້ ພວກເຈົ້າຈຶ່ງຈະໄດ້ສິ່ງຂອງຈາກຊາວເອຢິບ”
1 ໂມເຊໄດ້ທູນຕອບວ່າ “ຖ້າສົມມຸດວ່າຄົນອິສຣາເອນບໍ່ເຊື່ອຟັງຂ້າພຣະອົງ ຄືບໍ່ເຊື່ອວ່າພຣະອົງໄດ້ປາກົດຕໍ່ຂ້າພຣະອົງ ແລ້ວຂ້າພຣະອົງຈະທຳຢ່າງໃດ?” 2 ພຣະຜູ້ເປັນເຈົ້າຊົງຖາມໂມເຊວ່າ, “ແມ່ນຫຍັງທີ່ເຈົ້າຖືຢູ່ນັ້ນ?” 3 ໂມເຊກາບທູນວ່າ, “ໄມ້ເທົ້າ ພຣະເຈົ້າຂ້າ” ພຣະຜູ້ເປັນເຈົ້າຈຶ່ງຊົງບອກວ່າ, “ຖິ້ມມັນລົງດິນເບິ່ງດູ” ພໍໂມເຊຖິ້ມລົງ ໄມ້ເທົ້ານັ້ນກໍກາຍເປັນງູ ໂມເຊຢ້ານຈຶ່ງແລ່ນຫນີໄປ 4 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງກົ້ມລົງຈັບຫາງງູໄວ້” ພໍໂມເຊກົ້ມລົງຈັບ ງູນັ້ນກໍກາຍເປັນໄມ້ເທົ້າຕາມເດີມ 5 ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ, “ໃຫ້ເຈົ້າທຳຢ່າງນີ້ ເພື່ອຈະໃຫ້ຊາວອີສຣາເອນເຊື່ອວ່າ ພຣະຜູ້ເປັນເຈົ້າແຫ່ງບັນພະບຸຣຸດຂອງເຂົາ ຄືພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ແລະພຣະເຈົ້າຂອງຢາໂຄບໄດ້ປາກົດຕໍ່ຫນ້າເຈົ້າແທ້” 6 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໂມເຊອິກວ່າ, “ຈົ່ງເອົາມືສອດເຂົ້າໄປໃນເສື້ອຜ້າຫນ້າເອິກ” ໂມເຊກໍທຳຕາມ ເມື່ອໂມເຊເອົາມືອອກມາກໍເຫັນວ່າມືຂອງຕົນເປັນພຍາດ ຄື ເປັນດອກຂາວເຫມືອນນວນຝ້າຍ 7 ແລ້ວພຣະຜູ້ເປັນເຈົ້າຊົງບອກວ່າ, “ໃຫ້ເອົາມືສອດເຂົ້າໄປໃນເສື້ອຜ້າຫນ້າເອິກ” ໂມເຊກໍສອດເຂົ້າໄປ ເມື່ອເຂົາເອົາມືອອກມາ ກໍເຫັນມືຂອງຕົນສະອາດດີຄືເກົ່າ 8 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຖ້າເຂົາບໍ່ເຊື່ອເຈົ້າ ຫລືບໍ່ເຊື່ອການກະທຳເທື່ອທີ່ນຶ່ງ ເຂົາອາດຈະເຊື່ອການກະທຳເທື່ອທີ່ສອງ 9 ຖ້າເຂົາບໍ່ເຊື່ອການກະທຳທັງສອງຢ່າງນີ້ ທັງບໍ່ຍອມຟັງສຽງຂອງເຈົ້າ ເຈົ້າຈົ່ງຕັກເອົານ້ຳໃນແມ່ນ້ຳໄປເທໃສ່ດິນແຫ້ງ ແລ້ວນ້ຳນັ້ນຈະກາຍເປັນເລືອດ” 10 ຝ່າຍໂມເຊໄດ້ກາບທູນພຣະຜູ້ເປັນເຈົ້າຕໍ່ໄປວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງເປັນຄົນເວົ້າບໍ່ເກັ່ງ ຄືໃນຄາວກ່ອນກໍດິ ຫລືຕັ້ງແຕ່ເວລາທີ່ພຣະອົງຊົງກ່າວກັບຂ້າພຣະອົງແລ້ວກໍດີ ຂ້າພຣະອົງເປັນຄົນເວົ້າບໍ່ລ່ຽນໄຫລເລີຍ” 11 ພຣະຜູ້ເປັນເຈົ້າຊົງຖາມໂມເຊວ່າ, “ໃຜສ້າງປາກມະນຸດ? ໃຜທຳໃຫ້ເຂົາປາກກືກ, ຫູຫນວກ, ຕາດິ, ຕາບອດ, ບໍ່ແມ່ນເຮົາບໍ່? 12 ດ້ວຍເຫດນີ້ ເຈົ້າຈົ່ງໄປເສັຽ ເຮົາຈະຊ່ອຍເຈົ້າເວົ້າ ແລະຈະບອກເຣື່ອງໃຫ້ເຈົ້າເວົ້າ” 13 ແຕ່ໂມເຊທູນຂໍອິກວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງສົ່ງຜູ້ອື່ນໄປທ້ອນ” 14 ພໍໂມເຊເວົ້າດັ່ງນີ້ ພຣະຜູ້ເປັນເຈົ້າກໍຊົງພິໂຣດໂດຍຊົງກ່າວວ່າ, “ອາໂຣນຄົນເລວິເປັນອ້າຍຂອງເຈົ້າແມ່ນບໍ? ເຮົາຮູ້ວ່າເຂົາເປັນຄົນເວົ້າເກັ່ງ ບັດນີ້ ເຂົາກໍາລັງຍ່າງມາພົບເຈົ້າ ເຂົາຈະດີໃຈຫລາຍທີ່ໄດ້ພົບເຈົ້າ ເຈົ້າຈົ່ງເວົ້າກັບເຂົາ ແລະບອກເຣື່ອງໃຫ້ເຂົາເວົ້າ 15 ຝ່າຍເຮົາຈະຊ່ອຍພວກເຈົ້າເວົ້າ ກັບທັງຈະຊ່ອຍພວກເຈົ້າທັງສອງໃຫ້ຮູ້ວ່າຄວນຈະເຮັດແນວໃດ? 16 ອາໂຣນຈະເປັນຜູ້ເວົ້າກັບປະຊາຊົນແທນເຈົ້າ ເຂົາຈະເປັນໂຄສົກຂອງເຈົ້າ ເຈົ້າຈະເປັນເຫມືອນພຣະເຈົ້າ ເພື່ອບອກສິ່ງທີ່ຄວນເວົ້າແກ່ເຂົາ 17 ເຈົ້າຈົ່ງຖືໄມ້ເທົ້ານີ້ ເພື່ອກະທຳການອັດສະຈັນເຫລົ່ານັ້ນ”
ໂມເຊກັບຄືນເອຢິບ
18 ຫລັງຈາກນັ້ນ ໂມເຊກໍກັບຄືນໄປຫາເຢດໂຣພໍ່ເຖົ້າຂອງຕົນ ເພື່ອຂໍລາກັບຄືນໄປຍັງເອຢິບ ໂມເຊເວົ້າວ່າ, “ຂໍລາກັບຄືນໄປຢ້ຽມຢາມພີ່ນ້ອງໃນເອຢິບ ເພື່ອຢາກຮູ້ວ່າເຂົາຍັງມີຊີວິດຢູ່ຫລືບໍ່” ຝ່າຍເຢດໂຣກໍບອກບຸດເຂີຍວ່າ, “ໄປດີ” 19 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊໃນເມືອງມີດິອານວ່າ, “ຈົ່ງກັບຄືນໄປຍັງເອຢິບເສັຽ ເພາະຈຳພວກຄົນທີ່ຢາກຂ້າເຈົ້າກໍຕາຍຫມົດແລ້ວ” 20 ໂມເຊຈຶ່ງຈັດແຈ່ງໃຫ້ພັຣຍາແລະບຸດຊາຍຂຶ້ນຂີ່ລໍກັບຄືນໄປເອຢິບ ສ່ວນໂມເຊກໍຖືໄມ້ເທົ້າທີ່ພຣະເຈົ້າໄດ້ຊົງປະທານໃຫ້ 21 ແລ້ວພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, “ເມື່ອເຈົ້າກັບຄືນໄປເຖິງເອຢິບ ເຈົ້າຈົ່ງກະທຳການອັດສະຈັນຕໍ່ຫນ້າກະສັດຟາຣາໂອຕາມສິດທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ ຝ່າຍເຮົາຈະທຳໃຫ້ກະສັດຟາຣາໂອດື້ດ້ານບໍ່ຍອມປ່ອຍປະຊາຊົນໄປ 22 ແລ້ວເຈົ້າບອກກະສັດຟາຣາໂອວ່າ, “ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ ຄົນອີສຣາເອນເປັນບຸດຫົວປີຂອງເຮົາ 23 ເຮົາບອກເຈົ້າວ່າ ຈົ່ງປ່ອຍບຸດຂອງເຮົາໄປບົວລະບັດເຣົາ ຖ້າເຈົ້າບໍ່ຍອມໃຫ້ບຸດເຮົາໄປ ເຮົາຈະຂ້າບຸດຫົວປີຂອງເຈົ້າເສັຽ” 24 ຄັນຕໍ່ມາ ພຣະຜູ້ເປັນເຈົ້າໄດ້ພົບໂມເຊໃນທີ່ພັກກາງທາງ ແລະຈະຊົງຂ້າໂມເຊເສັຽ 25 ແຕ່ນາງຊິບໂປຣາໄດ້ເອົາຫີນຄົມປາດຫນັງອະວັຍະວະລັບບຸດຊາຍຂອງຕົນອອກ ແລ້ວເອົາໄປແປະໃສ່ຕີນຂອງໂມເຊ ນາງເວົ້າວ່າ, “ເຈົ້າເປັນຜົວແຫ່ງເລືອດ” 26 ພຣະຜູ້ເປັນເຈົ້າຈຶ່ງຊົງໂຜດໃຫ້ໂມເຊມີຊີວິດຢູ່ຕໍ່ໄປ ແລະຝ່າຍນາງຊິບໂປຣາກໍເວົ້າວ່າ, “ເຈົ້າເປັນຜົວແຫ່ງເລືອດດ້ວຍການຕັດປາຍອະໄວຍະວະລັບນັ້ນ” 27 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກອາໂຣນວ່າ, “ຈົ່ງໄປຫາໂມເຊໃນຖິ່ນກັນດານ” ອາໂຣນຈຶ່ງໄປຫາໂມເຊຢູ່ທີ່ພູຂອງພຣະເຈົ້າ ເມື່ອທັງສອງພົບກັນກໍກອດຈູບກັນ 28 ເວລານັ້ນ ໂມເຊໄດ້ເລົ່າເຣື່ອງການອັດສະຈັນທັງປວງທີ່ພຣະອົງຊົງບອກໃຫ້ໂມເຊທຳ 29 ຫລັງຈາກນັ້ນ ໂມເຊກັບອາໂຣນໄດ້ໄປປະຊຸມຮ່ວມກັນກັບບັນດາພວກເຖົ້າແກ່ຊາວອິສຣາເອນ 30 ໃນທີ່ນັ້ນ ອາໂຣນກໍໄດ້ເລົ່າເຣື່ອງທັງຫມົດທີ່ພຣະຜູ້ເປັນເຈົ້າຊົງບອກໂມເຊໃຫ້ທີ່ປະຊຸມຟັງ ແລະໂມເຊກໍໄດ້ທຳການອັດສະຈັນຕ່າງໆ ຕໍ່ຫນ້າປະຊາຊົນ 31 ຝ່າຍປະຊາຊົນກໍເຊື່ອ ແລະເມື່ອເຂົາໄດ້ຍິນວ່າພຣະຜູ້ເປັນເຈົ້າໄດ້ສະເດັດມາຢ້ຽມຢາມປະຊາຊົນອິສຣາເອນ ເພື່ອທອດພຣະເນດເບິ່ງຄວາມທຸກຍາກຂອງພວກເຂົາ ພວກເຂົາກໍພາກັນຂາບລົງນະມັສການພຣະອົງ
ໂມເຊແລະອາໂຣນເຂົ້າເຝົ້າກະສັດຟາຣາໂອ
1 ຕໍ່ມາ ໂມເຊກັບອາໂຣນໄດ້ພາກັນເຂົ້າເຝົ້າກະສັດຟາຣາໂອທູນວ່າ, “ພຣະຜູ້ເປັນເຈົ້າຂອງຊາວອິສຣາເອນຊົງກ່າວວ່າ ຈົ່ງປ່ອຍໃຫ້ໄພ່ພົນຂອງເຮົາໄປ ເພື່ອເຂົາທັງຫລາຍຈະໄດ້ຈັດພິທີກິນລ້ຽງຖວາຍເຮົາໃນຖິ່ນກັນດານ” 2 ກະສັດຟາຣາໂອຈຶ່ງຊົງຖາມວ່າ, “ພຣະຜູ້ເປັນເຈົ້າຄືໃຜ? ຈຳເປັນຫຍັງທີ່ໃຫ້ປ່ອຍຄົນອິສຣາເອນໄປ? ເຮົາບໍ່ຮູ້ຈັກພຣະຜູ້ເປັນເຈົ້າດອກ ເຮົາຈະບໍ່ປ່ອຍໃຫ້ຄົນອິສຣາເອນໄປເດັດຂາດ” 3 ຝ່າຍໂມເຊກັບອາໂຣນກໍທູນຕໍ່ໄປວ່າ, “ພຣະເຈົ້າຂອງຊາວເຮັບເຣີໄດ້ຊົງປາກົດຕໍ່ພວກຂ້ານ້ອຍ ດັ່ງນັ້ນຂໍຊົງໂຜດໃຫ້ພວກຂ້ານ້ອຍໄປໃນຖິ່ນກັນດານຊຶ່ງເປັນໄລຍະທາງເດີນສາມວັນ ເພື່ອຖວາຍສັຕບູຊາແດ່ພຣະຜູ້ເປັນເຈົ້າຂອງພວກຂ້ານ້ອຍ ຖ້າບໍ່ໄປພຣະອົງຈະຊົງລົງໂທດພວກຂ້ານ້ອຍດ້ວຍໂຣກໄພ ຫລືເສິກສົງຄາມ” 4 ກະສັດເອຢິບຊົງຕອບວ່າ, “ເຫດໃດພວກເຈົ້າຈຶ່ງຢາກໃຫ້ປະຊາຊົນປະຖິ້ມວຽກຂອງເຂົາ? ເຈົ້າຈົ່ງຄືນໄປເຮັດວຽກຂອງພວກເຈົ້າດຽວນີ້” 5 ກະສັດຟາຣາໂອຊົງກ່າວຕໍ່ໄປອິກວ່າ, “ປະຊາຊົນອິສຣາເອນກໍມີຈຳນວນຫລາຍແລ້ວໃນປະເທດນີ້ ເຈົ້າທັງສອງຢາກໃຫ້ພວກເຂົາປະວຽກການຫລື” 6 ແລ້ວໃນວັນນັ້ນເອງ ກະສັດຟາຣາໂອຊົງສັ່ງຜູ້ຄວບຄຸມງານຊຶ່ງເປັນຄົນເອຢິບ ກັບຫົວຫນ້າຄົນງານຊຶ່ງເປັນຄົນອິສຣາເອນວ່າ, 7 ຕັ້ງແຕ່ວັນນີ້ໄປ ພວກເຈົ້າຢ່າເອົາເຟືອງໃຫ້ຄົນອິສຣາເອນໃຊ້ເຮັດດິນຈີ່ອິກ ໃຫ້ເຂົາໄປຫາເກັບເອົາເອງ 8 ແຕ່ດິນຈີ່ນັ້ນໃຫ້ເຂົາທຳໃຫ້ໄດ້ທໍ່ເກົ່າ ຢ່າໃຫ້ຫລຸດລົງເພາະວ່າເຂົາເປັນຄົນຂີ້ຄ້ານ ເຂົາຈຶ່ງພາກັນໄປຮ້ອງຂໍຖວາຍສັຕບູຊາແດ່ພຣະເຈົ້າຂອງເຂົາ 9 ຈົ່ງໃຫ້ເຂົາເຮັດວຽກຫນັກຂຶ້ນກ່ວາເກົ່າ ເພື່ອເຂົາຈະໄດ້ຫຍຸ້ງຢູ່ກັບວຽກ ແລ້ວຈະບໍ່ມີເວລາຟັງຄຳຕົວະຍົວະ” 10 ຫລັງຈາກນັ້ນ ຜູ້ຄວບຄຸມງານແລະຫົວຫນ້າຄົນງານກໍອອກໄປເວົ້າກັບຄົນອິສຣາເອນວ່າ “ບັດນີ້ ກະສັດຟາຣາໂອຈະບໍ່ໃຫ້ເຟືອງແກ່ພວກເຈົ້າອິກ 11 ໃຫ້ພວກເຈົ້າໄປຊອກຫາເອົາເອງ ແຕ່ຈຳນວນດິນຈີ່ຕ້ອງໃຫ້ໄດ້ທໍ່ເກົ່າ” 12 ດັ່ງນັ້ນ ພວກຄົນອິສຣາເອນຈຶ່ງແຕກກະຈັດກະຈາຍກັນໄປຫາເອົາເຟືອງທົ່ວປະເທດເອຢິບ 13 ຝ່າຍພວກຄວບຄຸມງານກໍບັງຄັບບີບບີ້ຄົນອິສຣາເອນຫນັກຂຶ້ນ ໂດຍເວົ້າວ່າ, “ແຕ່ລະມື້ພວກເຈົ້າຕ້ອງເຮັດດິນຈີ່ໃຫ້ໄດ້ທໍ່ກັບຄາວມີເຟືອງຢູ່” 14 ພວກຄວບຄຸມງານຂອງກະສັດຟາຣາໂອເຫລົ່ານີ້ ໄດ້ຂ້ຽນຕີຫົວຫນ້າຄົນງານຂອງຊາວອິສຣາເອນພ້ອມກັບຖາມວ່າ, “ເປັນຫຍັງ ວານນີ້ກັບມື້ນີ້ຈຶ່ງບໍ່ໄດ້ດິນຈີ່ເຕັມຈຳນວນຄືແຕ່ກ່ອນ?” 15 ແລ້ວພວກຫົວຫນ້າຄົນງານຂອງອິສຣາເອນໄດ້ເຂົ້າເຝົ້າກະສັດຟາຣາໂອທູນວ່າ, “ດ້ວຍເຫດໃດພຣະອົງຈຶ່ງຊົງທຳດັ່ງນີ້ກັບພວກຂ້ານ້ອຍ? 16 ຄືພຣະອົງບໍ່ອະນຸຍາດໃຫ້ພວກຂ້ານ້ອຍຮັບເຟືອງເຫມືອນແຕ່ກ່ອນ ແຕ່ຍັງສັ່ງໃຫ້ພວກຂ້ານ້ອຍເຮັດດິນຈີ່ຢູ່ ແລະດຽວນີ້ຜູ້ຄວບຄຸມງານຂອງພຣະອົງໄດ້ຂ້ຽນຕິພວກຂ້ານ້ອຍ ເຣື່ອງນີ້ແມ່ນພຣະອົງເອງເປັນຝ່າຍຜິດ” 17 ກະສັດຟາຣາໂອຊົງຕອບວ່າ, “ພວກເຈົ້າຂີ້ຄ້ານຫລາຍແທ້ໆ! ດ້ວຍເຫດນີ້ແຫລະ, ພວກເຈົ້າຈຶ່ງມາຮ້ອງຂໍຕໍ່ເຮົາວ່າຢາກໄປຖວາຍສັຕບູຊາແດ່ພຣະຜູ້ເປັນເຈົ້າ 18 ພວກເຈົ້າຕ້ອງກັບໄປເຮັດວຽກດຽວນີ້ ເຮົາບໍ່ມິເຟືອງໃຫ້ພວກເຈົ້າດອກ ແຕ່ດິນຈີ່ນັ້ນຕ້ອງໃຫ້ໄດ້ຄົບຕາມຈຳນວນ” 19 ເມື່ອຫົວຫນ້າຄົນງານອິສຣາເອນຮູ້ວ່າ ພວກເຂົາຖືກບັງຄັບໃຫ້ເຮັດດິນຈີ່ໃຫ້ໄດ້ແຕ່ລະມື້ຄົບຕາມຈຳນວນ ພວກເຂົາກໍມີຄວາມທຸກຫລາຍ 20 ຄັນພວກເຂົາອອກມາແຕ່ເຝົ້າກະສັດຟາຣາໂອ ກໍພົບເຫັນໂມເຊກັບອາໂຣນຢືນຖ້າພວກເຂົາຢູ່ ຈຶ່ງເວົ້າກັບໂມເຊແລະອາໂຣນວ່າ, 21 “ຂໍໃຫ້ພຣະຜູ້ເປັນເຈົ້າຊົງລົງໂທດພວກທ່ານ ທີ່ພວກທ່ານໄດ້ເຮັດໃຫ້ກະສັດຟາຣາໂອແລະຂ້າຣາຊການຂອງພຣະອົງຄຽດຊັງພວກຂ້າພະເຈົ້າ ພວກທ່ານໄດ້ເຮັດເຊັ່ນນີ້ກໍເຫມືອນກັບເອົາດາບໃຫ້ພວກທ່ານມາຂ້າພວກຂ້າພະເຈົ້າເສັຽ”
ໂມເຊອ້ອນວອນພຣະເຈົ້າ
22 ຕໍ່ມາ ໂມເຊໄດ້ຄືນໄປກາບທູນພຣະຜູ້ເປັນເຈົ້າອີກວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ເຫດໃດພຣະອົງຈຶ່ງຊົງລົງໂທດປະຊາຊົນອິສຣາເອນ? ແລະເຫດໃດພຣະອົງຈຶ່ງຊົງໃຫ້ຂ້າພຣະອົງມາ? 23 ຄືຕັ້ງແຕ່ຂ້າພຣະອົງໄປເຝົ້າກະສັດຟາຣາໂອທູນໃນນາມຂອງພຣະອົງແລ້ວ ກະສັດຟາຣາໂອຍັງຊົງຂົ່ມເຫັງໄພ່ພົນຂອງພຣະອົງເລື້ອຍມາ ບໍ່ເຫັນວ່າພຣະອົງໄດ້ຊ່ອຍເຫລືອອັນໃດເຂົາເລີຍ”
1 ແລ້ວພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ບັດນີ້ ເຈົ້າຈະໄດ້ເຫັນເຫດການ ທີ່ເຮົາຈະທຳຕໍ່ກະສັດຟາຣາໂອ ຄືເຮົາຈະບັງຄັບໃຫ້ກະສັດຟາຣາໂອດ້ວຍມືອັນຊົງຣິດ ໃຫ້ປ່ອຍປະຊາຊົນໄປ ດ້ວຍມືອັນເຂັ້ມແຂງຂອງເຮົານັ້ນແຫລະ ເຂົາຈະໄລ່ປະຊາຊົນອອກຈາກແຜ່ນດິນຂອງເຂົາ”
ພຣະເຈົ້າຊົງເອີ້ນໂມເຊອີກ
2 ພຣະເຈົ້າຊົງກ່າວແກ່ໂມເຊອິກວ່າ, “ເຮົາຄືພຣະຜູ້ເປັນເຈົ້າ 3 ເຮົາໄດ້ປາກົດໃຫ້ແກ່ອັບຣາຮາມ, ແກ່ອີຊາກ, ແລະແກ່ຢາໂຄບ ເຫັນໃນຖານະເປັນພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ ແຕ່ເຮົາບໍ່ໄດ້ສຳແດງໃຫ້ເຂົາຮູ້ຈັກເຮົາໃນນາມພຣະຜູ້ເປັນເຈົ້າ 4 ແລະເຮົາໄດ້ໃຫ້ຄຳຫມັ້ນສັນຍາແກ່ເຂົາດ້ວຍວ່າ ເຮົາຈະຍົກແຜ່ນດິນການາອານ ທີ່ເຂົາເຄິຍອາໄສຢູ່ຄາວເປັນຄົນຕ່າງດ້າວນັ້ນໃຫ້ແກ່ເຂົາ 5 ບັດນີ້ ເຮົາໄດ້ຍິນສຽງຮ້ອງຄ່ຳຄວນຂອງຊາວອິສຣາເອນ ຊຶ່ງຖືກຊາວເອຢິບບັງຄັບໃຫ້ເປັນທາດ ແລະເຮົາລະນຶກເຖິງຄຳຫມັ້ນສັນຍາຂອງເຮົາ 6 ດ້ວຍເຫດນີ້ ເຮົາຈຶ່ງບອກຄົນອິສຣາເອນວ່າ ເຮົາຄືພຣະຜູ້ເປັນເຈົ້າ ເຮົາຈະຊ່ອຍໃຫ້ພວກເຈົ້າລອດພົ້ນຈາກຊາວເອຢິບ ບັງຄັບໃຫ້ເຮັດວຽກຫນັກໃຫ້ພົ້ນຈາກການເປັນທາດຂອງພວກເຂົາ ຈະໄຖ່ເອົາພວກເຈົ້າດ້ວຍແຂນອັນມີຣິດຂອງເຮົາ ແລະດ້ວຍການລົງໂທດພວກເຂົາຢ່າງຮຸນແຮງ 7 ເຮົາຈະຮັບເອົາພວກເຈົ້າເປັນໄພ່ພົນຂອງເຮົາ ແລະຈະເປັນພຣະເຈົ້າຂອງພວກເຈົ້າ ພວກເຈົ້າຈະຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ ຜູ້ຊ່ອຍພວກເຈົ້າໃຫ້ພົ້ນຈາກຊາວເອຢິບບີບບັງຄັບໃຫ້ເຣັດວຽກຫນັກ 8 ເຮົາຈະນຳພວກເຈົ້າເຂົ້າໄປຍັງແຜ່ນດິນທີ່ເຮົາໄດ້ສັນຍາໄວ້ວ່າຈະຍົກໃຫ້ແກ່ອັບຣາຮາມ, ແກ່ອີຊາກ, ແລະແກ່ຢາໂຄບ ເຮົາຈະຍົກແຜ່ນດິນນັ້ນໃຫ້ເປັນກຳມະສິດຂອງພວກເຈົ້າ ເຮົາຄືພຣະຜູ້ເປັນເຈົ້າ” 9 ຝ່າຍໂມເຊຈຶ່ງນຳຄວາມນັ້ນໄປບອກຊາວອິສຣາເອນ ແຕ່ເນື່ອງຈາກວ່າຊາວອິສຣາເອນໄດ້ອິດເມື່ອຍ ແລະເບື່ອຫນ່າຍໃນວຽກການອັນຫ້ຽມໂຫດ ພວກເຂົາຈຶ່ງບໍ່ເຊື່ອຟັງຄວາມເວົ້າຂອງໂມເຊ 10 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໂມເຊອິກວ່າ, 11 “ຈົ່ງໄປບອກໃຫ້ຟາຣາໂອກະສັດຂອງເອຢິບປ່ອຍຊົນຊາດອິສຣາເອນອອກຈາກເອຢິບ” 12 ແຕ່ໂມເຊກາບທູນພຣະຜູ້ເປັນເຈົ້າວ່າ, “ແມ່ນແຕ່ຊາວອິສຣາເອນເອງກໍບໍ່ເຫັນເຊື່ອຟັງຂ້າພຣະອົງ ແລ້ວກະສັດຟາຣາໂອຈະເຊື່ອຟັງຂ້າພຣະອົງໄດ້ແນວໃດ? ເພາະຂ້າພຣະອົງເປັນຄົນເວົ້າບໍ່ເກັ່ງ” 13 ພຣະຜູ້ເປັນເຈົ້າຊົງສັ່ງໃຫ້ໂມເຊ ແລະອາໂຣນ ບອກຊາວອິສຣາເອນກັບກະສັດຟາຣາໂອວ່າ ເຂົາທັງສອງໄດ້ຮັບຄຳສັ່ງໃຫ້ນໍາຊົນຊາດອິສຣາເອນອອກຈາກເອຢິບ
ເຊື້ອສາຍຂອງໂມເຊແລະອາໂຣນ
14 ຕໍ່ໄປນີ້ເປັນຕົ້ນຕະກູນຂອງພວກເຂົາ ບຸດຊາຍຂອງຣູເບນຜູ້ເປັນບຸດຫົວປີຂອງອິສຣາເອນຊື່ ຮາໂນກ, ປານລູ, ເຮສໂຣນ, ແລະກາຣ໌ມີ ເຫລົ່ານີ້ເປັນຕະກູນເຜົ່າຣູເບນ 15 ບຸດຊາຍຂອງຊີ ເມໂອນຊື່ ເຢມູເອນ ຢາມີນໂອຮັດ ຢາຄີນ ໂຊຮາຣ໌ ແລະຊາອູນ ຜູ້ມາຈາກຍິງການາອານ ເຫລົ່ານີ້ເປັນຕະກູນເຜົ່າຊີເມໂອນ 16 ຕໍ່ໄປນີ້ເປັນຊື່ບຸດຊາຍຂອງເລວິຕາມເຊື້ອສາຍຂອງເຂົາຄື ເກີໂຊນ ໂກຮາດ ແລະເມຣາຣີ ເລວີນັ້ນມີອາຍຸໄດ້ຮ້ອຍສາມສິບເຈັດປີ 17 ບຸດຊາຍຂອງເກີໂຊນຊື່ ລິບນີ ແລະຊິເມອີ ຕາມຕະກູນຂອງເຂົາ 18 ບຸດຊາຍຂອງໂກຮາດຊື່ ອັມຣາມ ອິສຮາ ເຮໂບຣນ, ແລະອຸສຊີເອນ ໂກຮາດມີອາຍຸໄດ້ຮ້ອຍສາມສິບສາມປີ 19 ບຸດຊາຍຂອງເມຣາຣິຊື່ ມາລີ ແລະມູຊີ ເຫລົ່ານີ້ເປັນຕະກູນຂອງຄົນເລວີຕາມເຊື້ອສາຍຂອງເຂົາ 20 ຝ່າຍອັມຣາມໄດ້ແຕ່ງງານກັບນາງໂຢເຄເບດ ນ້ອງບິດາຂອງຕົນເປັນພັຣຍາ ແລ້ວນາງໃຫ້ກຳເນິດບຸດຊາຍແກ່ເຂົາຊື່ ອາໂຣນ,ແລະໂມເຊ ອັມຣາມມີອາຍຸໄດ້ຮ້ອຍສາມສິບເຈັດປີ 21 ບຸດຊາຍຂອງອິສຮາຊື່ ໂກຣາ, ເນເຟກ, ແລະຊິກຣີ 22 ບຸດຊາຍຂອງອຸສຊີເອນຊື່ ມິຊາເອນ ເອນຊາຟານ ແລະຊິດຣີ 23 ຝ່າຍອາໂຣນໄດ້ນາງເອລິເຊບາ ບຸດຕຣີຂອງອັມມີນາດາບ ນ້ອງສາວຂອງນາໂຊນເປັນພັຣຍາ ນາງມີບຸດຊາຍກັບທ່ານຊື່ ນາດາບ ອາບິຮູ ເອເລອາຊາ, ແລະອິທາມາ 24 ບຸດຊາຍຂອງໂກຣາຊື່ ອັດຊິ ເອນການາ ແລະອາບິອາສາຟ ເຫລົ່ານີ້ເປັນຕະກູນຂອງຄົນໂກຣາ 25 ຝ່າຍເອເລອາຊາບຸດຊາຍຂອງອາໂຣນ ໄດ້ຮັບບຸດຕຣີ ຄົນນຶ່ງຂອງປູທິເອນເປັນພັຣຍາ ນາງມີບຸດຊາຍກັບທ່ານຊື່ ຟີເນຮັສ ຄົນເຫລົ່ານີ້ເປັນຕົ້ນຕະກູນຂອງຄົນເລວີຕາມຕະກູນ
ພຣະຜູ້ເປັນເຈົ້າຊົງສັ່ງໂມເຊແລະອາໂຣນ
26 ແມ່ນໂມເຊແລະອາໂຣນນີ້ແຫລະທີ່ພຣະຜູ້ເປັນເຈົ້າຊົງບອກວ່າ, “ຈົ່ງພາຊາວອິສຣາເອນອອກຈາກປະເທດເອຢິບເປັນຫມວດເປັນຫມູ່ 27 ສອງຄົນນີ້ແຫລະທີ່ໄດ້ບອກໃຫ້ກະສັດຟາຣາໂອປ່ອຍຊົນຊາດອິສຣາເອນອອກຈາກເອຢິບ
ໂມເຊແລະອາໂຣນເຊື່ອຟັງຄຳສັ່ງຂອງພຣະເຈົ້າ
28 ໃນວັນທີ່ພຣະຜູ້ເປັນເຈົ້າ ຊົງກ່າວກັບໂມເຊໃນປະເທດເອຢິບນັ້ນ ພຣະອົງຊົງກ່າວວ່າ, 29 “ເຮົາຄືພຣະຜູ້ເປັນເຈົ້າ ພວກເຈົ້າຈົ່ງເລົ່າຂໍ້ຄວາມທັງຫມົດທີ່ເຮົາໄດ້ບອກແກ່ເຈົ້າໃຫ້ກະສັດຟາຣາໂອຟັງ” 30 ແຕ່ໂມເຊໄດ້ກາບທູນພຣະຜູ້ເປັນເຈົ້າວ່າ, “ພຣະອົງຊົງຊາບແລ້ວວ່າ ຂ້າພຣະອົງເປັນຄົນເວົ້າບໍ່ເກັ່ງ ແລ້ວກະສັດຟາຣາໂອຈະເຊື່ອຂ້າພຣະອົງໄດ້ຢ່າງໃດ?”
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, “ເບິ່ງແມ໋ ເຮົາຈະທຳໃຫ້ເຈົ້າເປັນເຫມືອນພຣະເຈົ້າຕໍ່ຫນ້າຟາຣາໂອ ແລະອາໂຣນອ້າຍຂອງເຈົ້າຈະເປັນຜູ້ປະກາດພຣະທັມແກ່ກະສັດຟາຣາໂອແທນເຈົ້າ 2 ເຈົ້າຈົ່ງບອກຂໍ້ຄວາມທັງຫມົດທີ່ເຮົາສັ່ງເຈົ້ານັ້ນແກ່ອາໂຣນ ແລ້ວອາໂຣນຈະບອກໃຫ້ຟາຣາໂອປ່ອຍຊົນຊາດອິສຣາເອນອອກໄປຈາກປະເທດເອຢິບ 3 ແຕ່ເຮົາຈະທຳໃຫ້ກະສັດຟາຣາໂອໃຈແຂງ ແມ້ວ່າເຮົາຈະທຳການອັດສະຈັນຫລວງຫລາຍ ຊຶ່ງເປັນຫມາຍສຳຄັນໃນປະເທດເອຢິບແລ້ວກໍຕາມ 4 ຟາຣາໂອກໍຈະບໍ່ເຊື່ອຟັງເຈົ້າ ຫລັງຈາກນັ້ນເຮົາຈະໃຊ້ອຳນາດບີບບັງຄັບຄົນເອຢິບແລະລົງໂທດຄົນເອຢິບຢ່າງຫນັກ ເພື່ອນຳພາກອງທັບຂອງເຮົາ ຄືປະຊາຊົນອິສຣາເອນອອກຈາກປະເທດເອຢິບ 5 ເມື່ອເຮົາຢຽດມືອອກຕໍ່ສູ້ຄົນເອຢິບແລະນຳພາຊາວອິສຣາເອນອອກຈາກປະເທດນັ້ນແລ້ວ ຊາວເອຢິບຈຶ່ງຈະຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າ” 6 ໂມເຊແລະອາໂຣນໄດ້ທຳຕາມຄຳສັ່ງຂອງພຣະຜູ້ເປັນເຈົ້າ 7 ເມື່ອເຂົາທັງສອງໄປທູນກະສັດຟາຣາໂອນັ້ນ ໂມເຊມີອາຍຸແປດສິບປີ ສ່ວນອາໂຣນມີອາຍຸແປດສິບສາມປີ
ໄມ້ເທົ້າຂອງອາໂຣນ
8 ຕໍ່ມາພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊ ແລະອາໂຣນວ່າ, 9 ເມື່ອຟາຣາໂອສັ່ງເຈົ້າວ່າ ຈົ່ງສະແດງການອັດສະຈັນພິສູດງານຂອງເຈົ້າ ເຈົ້າຈົ່ງບອກອາໂຣນວ່າ “ຖິ້ມໄມ້ເທົ້າຂອງຕົນລົງຕໍ່ຫນ້າຟາຣາໂອ ແລ້ວໄມ້ເທົ້ານັ້ນຈະກາຍເປັນງູ” 10 ໂມເຊກັບອາໂຣນຈຶ່ງພາກັນເຂົ້າໄປເຝົ້າກະສັດຟາຣາໂອແລະທຳຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງໄວ້ ຄືອາໂຣນໄດ້ຖິ້ມໄມ້ເທົ້ານັ້ນລົງຊ້ອງພຣະພັກກະສັດຟາຣາໂອແລະບັນດາຂ້າຣາຊການຂອງພຣະອົງ ແລ້ວໄມ້ເທົ້ານັ້ນກໍກາຍເປັນງູ 11 ຂນະນັ້ນ ກະສັດຟາຣາໂອໄດ້ຊົງເອີ້ນພວກນັກປາດແລະຫມໍມົນຂອງພຣະອົງມາ ພວກເຂົາເຫລົ່ານີ້ຕ່າງກໍທຳເຊັ່ນນັ້ນໄດ້ເຫມືອນກັນ 12 ພວກເຂົາໄດ້ຖິ້ມໄມ້ເທົ້າຂອງຕົນລົງ ໄມ້ເທົ້າເຫລົ່ານັ້ນກໍກາຍເປັນງູ ແຕ່ງູຂອງອາໂຣນໄດ້ກືນກິນງູຂອງເຂົາທັງຫມົດ 13 ເຖິງປານນັ້ນກະສັດຟາຣາໂອກໍຍັງແຂງພຣະທັຍຢູ່ ບໍ່ຍອມເຊື່ອຟັງໂມເຊແລະອາໂຣນ ເປັນຄວາມຈິງຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງບອກໄວ້
ນ້ຳກາຍເປັນເລືອດ
14 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຟາຣາໂອນັ້ນດື້ດ້ານບໍ່ຍອມປ່ອຍໃຫ້ປະຊາຊົນໄປ 15 ເຈົ້າຈົ່ງໄປຫາກະສັດຟາຣາໂອໃນຕອນເຊົ້າ ລະຫວ່າງເຂົາອອກໄປຍັງແມ່ນ້ຳນິນ ໃຫ້ເຈົ້າຢືນຄອຍຢູ່ແຄມຕາຝັ່ງ ໃຫ້ຖືໄມ້ເທົ້າທີ່ໄດ້ກາຍເປັນງູນັ້ນໄປນຳດ້ວຍ 16 ໃຫ້ເຈົ້າເວົ້າຕໍ່ກະສັດຟາຣາໂອວ່າ ພຣະຜູ້ເປັນເຈົ້າຂອງຊາວເຮັບເຣິໄດ້ໃຊ້ໃຫ້ຂ້າພຣະອົງມາ ເພື່ອບອກໃຫ້ພຣະອົງປ່ອຍໄພ່ພົນຂອງພຣະຜູ້ເປັນເຈົ້າໄປ ເພື່ອເຂົາຈະໄດ້ຂາບໄຫວ້ບູຊາພຣະຜູ້ເປັນເຈົ້າຢູ່ໃນຖິ່ນກັນດານ ແຕ່ຈົນກະທັ້ງບັດນີ້ ພຣະອົງກໍຍັງບໍ່ເຊື່ອຟັງຄຳຂອງພຣະຜູ້ເປັນເຈົ້າເລີຍ 17 ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ ພຣະອົງຈະຮູ້ຈັກພຣະຜູ້ເປັນເຈົ້າດ້ວຍການກະທຳ ດັ່ງນີ້ ເບິ່ງເດີ, ຂ້າພຣະອົງຈະເອົາໄມ້ເທົ້າຟາດລົງໃນແມ່ນ້ຳນິນ ແລ້ວພຣະເຈົ້າຈະໃຫ້ແມ່ນ້ຳນັ້ນກາຍເປັນເລືອດ 18 ປາທັງຫລາຍຈະຕາຍ ນ້ຳຈະເຫມັນເນົ່າ ຊາວເອຢິບຈະດື່ມນ້ຳນັ້ນບໍ່ໄດ້” 19 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, “ຈົ່ງບອກໃຫ້ອາໂຣນເດ່ໄມ້ເທົ້າຂອງເຂົາໃສ່ແມ່ນ້ຳລຳຄອງ ໃສ່ຫນອງບຶງແລະອ່າງນ້ຳໃນປະເທດເອຢິບ ເພື່ອໃຫ້ນ້ຳເຫລົ່ານັ້ນກາຍເປັນເລືອດ ຕລອດທົ່ວທັງແຜ່ນດິນຈະມີແຕ່ເລືອດ ທັງທີ່ຢູ່ໃນພາຊນະໄມ້ແລະພາຊນະຫີນ” 20 ໂມເຊກັບອາໂຣນໄດ້ທຳຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງ ຄືອາໂຣນໄດ້ຍົກໄມ້ເທົ້າຂຶ້ນຕີນ້ຳໃນແມ່ນ້ຳນິນຊ້ອງພຣະພັກກະສັດຟາຣາໂອແລະພວກຂ້າ ຣາຊການ ແລ້ວນ້ຳໃນແມ່ນ້ຳກໍກາຍເປັນເລືອດທັງຫມົດ 21 ຝູງປາກໍຕາຍ ແມ່ນ້ຳກໍເຫມັນເນົ່າ ຊາວເອຢິບກໍດື່ມນ້ຳນັ້ນບໍ່ໄດ້ ເພາະມີເລືອດທົ່ວປະເທດເອຢິບ 22 ຝ່າຍພວກຫມໍມົນຂອງເອຢິບກໍໃຊ້ຄາຖາອາຄົມຂອງເຂົາ ເຮັດສິ່ງນັ້ນໄດ້ເຫມືອນກັນ ສະນັ້ນກະສັດຟາຣາໂອຈຶ່ງຊົງແຂງພຣະທັຍຢູ່ຕາມເດີມ ພຣະອົງບໍ່ຍອມເຊື່ອຟັງໂມເຊແລະອາໂຣນເລີຍ ເປັນຄວາມຈິງຕາມທີ່ພຣະຜູ້ເປັນເຈົ້າຊົງບອກໄວ້ 23 ກະສັດຟາຣາໂອໄດ້ສະເດັດກັບຄືນສູ່ພຣະຣາຊວັງບໍ່ໄດ້ສົນພຣະທັຍໃນເຫດການທີ່ເກີດຂຶ້ນນັ້ນແຕ່ຢ່າງໃດ 24 ຊາວເອຢິບທັງຫມົດຕ່າງກໍພາກັນຂຸດນ້ຳສ້າງຕາມແຄມແມ່ນ້ຳນິນ ເພາະວ່າພວກເຂົາດື່ມນ້ຳໃນແມ່ນ້ຳນິນບໍ່ໄດ້ 25 ເຈັດວັນຜ່ານໄປນັບຕັ້ງແຕ່ພຣະເຈົ້າຊົງບັນດານໃຫ້ແມ່ນ້ຳນິນກາຍເປັນເລືອດ
ເຣື່ອງກົບ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, “ຈົ່ງໄປຫາຟາຣາໂອບອກວ່າ ພຣະຜູ້ເປັນເຈົ້າຊົງສັ່ງໃຫ້ປ່ອຍຊົນຊາດຂອງພຣະອົງໄປບົວລະບັດພຣະອົງ 2 ຖ້າບໍ່ຍອມພຣະຜູ້ເປັນເຈົ້າຈະໃຫ້ຝູງກົບຂຶ້ນມາຮົບກວນທົ່ວປະເທດເອຢິບ 3 ແມ່ນ້ຳນິນຈະເຕັມໄປດ້ວຍຝູງກົບ ມັນຈະຂຶ້ນມາຢູ່ໃນພຣະຣາຊວັງ ໃນຫ້ອງບັນທົມ ໃນແທ່ນບັນທົມ ໃນເຮືອນຂອງພວກຂ້າຣາຊການ ໃນເຮືອນປະຊາຊົນ ໃນເຕົາອົບເຂົ້າຫນົມແລະໃນຮາງນວດແປ້ງ 4 ຝູງກົບນັ້ນຈະຂຶ້ນມາເທິງພຣະກາຍຂອງພຣະອົງ ແລະຂຶ້ນເທິງຕົນຕົວປະຊາຊົນກັບຂ້າຣາຊການທັງຫມົດ” 5 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງບອກໃຫ້ອາໂຣນເດ່ໄມ້ເທົ້າໄປຕາມແມ່ນ້ຳລຳຄອງ ແລະຫນອງບຶງທັງຫລາຍ ເພື່ອໃຫ້ຝູງກົບຂຶ້ນມາເທິງປະເທດເອຢິບ” 6 ອາໂຣນຈຶ່ງເດ່ໄມ້ເທົ້າຊີ້ໄປທາງແມ່ນ້ຳທັງຫລາຍໃນປະເທດເອຢິບ ຝູງກົບກໍຂຶ້ນມາທົ່ວປະເທດເອຢິບ 7 ຝ່າຍພວກຫມໍມົນກໍທຳໃຫ້ມີຝູງກົບຂຶ້ນມາເທິງແຜ່ນດິນໄດ້ເຫມືອນກັນ 8 ຕໍ່ມາ ກະສັດຟາຣາໂອຊົງເອີ້ນໂມເຊກັບອາໂຣນມາແລະບອກວ່າ “ພວກເຈົ້າຈົ່ງອ້ອນວອນໃຫ້ພຣະຜູ້ເປັນເຈົ້າບອກຝູງກົບໄປເສັຽຈາກເຮົາ ແລະຈາກປະຊາຊົນຂອງເຮົາ ແລ້ວເຮົາຈະປ່ອຍໃຫ້ຄົນອິສຣາເອນໄປຖວາຍສັຕບູຊາແດ່ພຣະຜູ້ເປັນເຈົ້າ” 9 ໂມເຊໄດ້ທູນຕອບກະສັດຟາຣາໂອວ່າ “ສຸດແລ້ວແຕ່ພຣະອົງຈະກຳນົດເວລາໃຫ້ຂ້າພຣະອົງອ້ອນວອນສຳລັບພຣະອົງ ສຳລັບຂ້າຣາຊການແລະປະຊາຊົນຂອງພຣະອົງ ເພື່ອໃຫ້ຝູງກົບຫນີໄປຈາກຄົນແລະຈາກບ່ອນຢູ່ອາໄສ ໃຫ້ມັນມີແຕ່ໃນແມ່ນ້ຳນິນທໍ່ນັ້ນ” 10 ກະສັດຟາຣາໂອຊົງຕອບວ່າ, “ໃຫ້ທຳໃນມື້ອື່ນນີ້” ໂມເຊຈຶ່ງທູນວ່າ, “ຈະເປັນໄປຕາມທີ່ພຣະອົງຕ້ອງການນັ້ນ ເພື່ອພຣະອົງຈະໄດ້ຊາບວ່າ ບໍ່ມີພຣະອົງໃດເຫມືອນພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງ 11 ຝູງກົບຈະຫນີໄປຈາກພຣະອົງ ຈາກພຣະຣາຊສຳນັກ ຈາກຂ້າຣາຊການ ແລະຈາກປະຊາຊົນຂອງພຣະອົງ ຈະມີເຫລືອຢູ່ແຕ່ໃນແມ່ນ້ຳນິນທໍ່ນັ້ນ” 12 ແລ້ວໂມເຊກັບອາໂຣນໄດ້ທູນລາກະສັດຟາຣາໂອໄປ ໂມເຊໄດ້ອ້ອນວອນຂໍໃຫ້ພຣະຜູ້ເປັນເຈົ້າຊົງເລີກໃຊ້ຝູງກົບທໍຣະມານກະສັດເອຢິບ 13 ພຣະຜູ້ເປັນເຈົ້າກໍຊົງທຳຕາມຄຳທູນຂອງໂມເຊ ຝູງກົບທີ່ຢູ່ໃນບ້ານເຮືອນ ໃນເດີ່ນບ້ານແລະທົ່ງນາຈຶ່ງໄດ້ຕາຍຫມົດ 14 ຊາວເອຢິບໄດ້ກອງກົບຕາຍໄວ້ເປັນກອງໃຫຍ່ ແລ້ວແຜ່ນດິນນັ້ນກໍເຫມັນເນົ່າທົ່ວໄປ 15 ເມື່ອກະສັດຟາຣາໂອຊົງເຫັນວ່າຄວາມທຸກຮ້ອນນັ້ນເບົາບາງລົງແລ້ວ ກໍກັບມີພຣະທັຍແຂງກ້າວຂຶ້ນອີກ ຄືບໍ່ຍອມເຊື່ອຟັງໂມເຊແລະອາໂຣນ ເປັນຄວາມຈິງຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ 16 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງບອກໃຫ້ອາໂຣນຈັບໄມ້ເທົ້າຂຶ້ນມາຕີດິນ ເພື່ອໃຫ້ຝຸ່ນດິນກາຍເປັນຮີ້ນແລະຍຸງທົ່ວປະເທດເອຢິບ 17 ເຂົາທັງສອງກໍໄດ້ທຳຕາມ ອາໂຣນໄດ້ຈັບໄມ້ເທົ້າຂຶ້ນຕີດິນ ແລ້ວຝຸ່ນດິນທັງຫມົດໃນປະເທດເອຢິບໄດ້ກາຍເປັນຮີ້ນແລະຍຸງມາຕອມມະນຸດ ແລະສັດ 18 ພວກຫມໍມົນກໍພຍາຍາມທຳຢ່າງນັ້ນເຫມືອນກັນ ແຕ່ພວກທຳບໍ່ໄດ້ 19 ຂນະນັ້ນ ພວກຫມໍມົນໄດ້ທູນກະສັດຟາຣາໂອວ່າ, “ສິ່ງທີ່ເກີດຂຶ້ນນີ້ແມ່ນການກະທຳຂອງພຣະເຈົ້າ” ແຕ່ກະສັດຟາຣາໂອຊົງມີພຣະທັຍແຂງຢູ່ຄືເກົ່າບໍ່ຍອມເຊື່ອຟັງໂມເຊແລະອາໂຣນ ເປັນຄວາມຈິງຕາມທີ່ພຣະຜູ້ເປັນເຈົ້າຊົງກ່າວໄວ້
ເຣື່ອງເຫລືອກ
20 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ມື້ອື່ນແຕ່ເຊົ້າ ຈົ່ງໄປເຝົ້າກະສັດຟາຣາໂອ ຂນະທີ່ກະສັດຟາຣາໂອໄປຍັງແມ່ນ້ຳໃຫ້ເຈົ້າບອກວ່າ ພຣະຜູ້ເປັນເຈົ້າຊົງສັ່ງໃຫ້ປ່ອຍຊົນຊາດຂອງພຣະອົງໄປບົວລະບັດພຣະອົງ 21 ຖ້າບໍ່ຍອມປ່ອຍໄປພຣະຜູ້ເປັນເຈົ້າຈະທຳໃຫ້ຝູງເຫລືອກມາຕອມພຣະກາຍຂອງພຣະອົງ ຕອມຂ້າຣາຊການ ຕອມປະຊາຊົນ ແລະຕອມພຣະຣາຊສຳນັກຂອງພຣະອົງ ຕາມບ້ານເຮືອນຂອງຊາວເອຢິບແລະຕາມພື້ນດິນຈະເຕັມໄປດ້ວຍເຫລືອກ 22 ໃນວັນນັ້ນ ພຣະຜູ້ເປັນເຈົ້າຈະບໍ່ໃຫ້ແຄວ້ນໂກເຊັນ ບ່ອນປະຊາຊົນອິສຣາເອນອາໄສຢູ່ມີເຫລືອກ ເພື່ອພຣະອົງຈະໄດ້ຮູ້ວ່າ ພຣະຜູ້ເປັນເຈົ້າຊົງກະທຳພາລະກິດຢູ່ໃນປະເທດນີ້ 23 ພຣະຜູ້ເປັນເຈົ້າຈະຊົງແບ່ງເຂດລະຫວ່າງປະຊາຊົນອິສຣາເອນກັບປະຊາຊົນເອຢິບ ເຫດການນີ້ຈະເກີດຂຶ້ນໃນມື້ອື່ນນີ້” 24 ແລ້ວພຣະຜູ້ເປັນເຈົ້າໄດ້ຊົງກະທຳຢ່າງນັ້ນ ຝູງເຫລືອກອັນມະຫາສານໄດ້ເຂົ້າໄປໃນພຣະຣາຊວັງຂອງກະສັດຟາຣາໂອ ໃນເຮືອນຂ້າຣາຊການ ແລະທົ່ວປະເທດເອຢິບ ປະເທດນັ້ນຈຶ່ງໄດ້ຮັບການທໍຣະມານທີ່ສຸດຍ້ອນຝູງເຫລືອກນັ້ນ 25 ຕໍ່ມາ ກະສັດຟາຣາໂອຊົງເອີ້ນໂມເຊກັບອາໂຣນເຂົ້າເຝົ້າແລະຊົງສັ່ງວ່າ, “ຈົ່ງພາກັນໄປຖວາຍສັຕບູຊາແດ່ພຣະເຈົ້າຂອງພວກເຈົ້າໃນດິນແດນປະເທດນີ້” 26 ໂມເຊທູນຕອບວ່າ, “ເປັນການບໍ່ຖືກຕ້ອງທີ່ຈະເຮັດຢ່າງນັ້ນ ເພາະຖ້າຖວາຍສັຕບູຊາແດ່ພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງໃຫ້ຊາວເອຢິບເຫັນ ຊຶ່ງເຂົາຖືວ່າເປັນຂອງຫນ້າຂີ້ດຽດ ເຂົາກໍຈະເອົາກ້ອນຫີນຄວ່າງໃສ່ພວກຂ້າພຣະອົງ 27 ສະນັ້ນ ພວກຂ້າພຣະອົງຈຶ່ງຈຳເປັນຕ້ອງເຂົ້າໄປຖວາຍສັຕບູຊາໃນຖິ່ນກັນດານ ຊຶ່ງເປັນໄລຍະທາງເດີນສາມວັນຕາມທີ່ພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງຊົງສັ່ງໄວ້” 28 ກະສັດຟາຣາໂອຊົງຮັບສັ່ງຕໍ່ໄປວ່າ, “ເຮົາຈະປ່ອຍໃຫ້ພວກເຈົ້າໄປຖວາຍສັຕບູຊາແດ່ພຣະຜູ້ເປັນເຈົ້າຂອງພວກເຈົ້າ ແຕ່ພວກເຈົ້າຈະຕ້ອງບໍ່ໄປໄກ ແລະໃຫ້ອ້ອນວອນສຳລັບເຮົາ” 29 ໂມເຊທູນຕອບວ່າ, “ພໍຂ້າພຣະອົງທູນລາພຣະອົງໄປ ຂ້າພຣະອົງກໍຈະອ້ອນວອນຕໍ່ພຣະຜູ້ເປັນເຈົ້າ ຂໍໃຫ້ຝູງເຫລືອກຫນີໄປຈາກພຣະອົງ ຈາກຂ້າຣາຊການ ແລະຈາກປະຊາຊົນຂອງພຣະອົງໃນມື້ອື່ນນີ້ ແຕ່ພຣະອົງຢ່າໄດ້ຫລອກລວງພວກຂ້າພຣະອົງຕໍ່ໄປອີກ ຄືຢ່າຂັດຂວາງປະຊາຊົນອິສຣາເອນໃນການໄປຖວາຍສັຕບູຊາແດ່ພຣະຜູ້ເປັນເຈົ້າ” 30 ແລ້ວໂມເຊໄດ້ທູນລາກະສັດຟາຣາໂອ ໄປອ້ອນວອນຕໍ່ພຣະຜູ້ເປັນເຈົ້າ 31 ພຣະຜູ້ເປັນເຈົ້າຊົງໄດ້ທຳຕາມຄຳທູນຂໍຂອງໂມເຊຄື ໄດ້ຊົງທຳໃຫ້ຝູງເຫລືອກຫນີໄປເສັຽຈາກກະສັດຟາຣາໂອ ຈາກຂ້າຣາຊການ ແລະຈາກປະຊາຊົນຂອງພຣະອົງບໍ່ໃຫ້ເຫລືອກເຫລືອຢູ່ຈັກໂຕເລີຍ 32 ແຕ່ແລ້ວກະສັດຟາຣາໂອກໍຍັງມີພຣະທັຍແຂງຢູ່ຄືເກົ່າ ໂດຍບໍ່ຍອມປ່ອຍໃຫ້ປະຊາຊົນອິສຣາເອນໄປ
ເຣື່ອງສັດທັງຫລາຍຕາຍ
1 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງໄປຫາຟາຣາໂອແລ້ວເວົ້າວ່າ ພຣະຜູ້ເປັນເຈົ້າຂອງຊາວເຮັບເຣີຊົງສັ່ງໃຫ້ປ່ອຍໄພ່ພົນຂອງພຣະອົງໄປບົວລະບັດພຣະອົງ 2 ຖ້າບໍ່ຍອມປ່ອຍໄປ ຍັງຫນ່ວງຫນ່ຽວເຂົາໄວ້ອີກ 3 ພຣະຜູ້ເປັນເຈົ້າຈະໃຫ້ເກີດໂຣກລະບາດຢ່າງຮ້າຍແຮງແກ່ຝູງສັດຊາວເອຢິບຄື ແກ່ຝູງມ້າ, ຝູງລໍ, ຝູງອູດ, ຝູງງົວຄວາຍ, ແລະຝູງແກະແບ້ 4 ພຣະຜູ້ເປັນເຈົ້າຈະທຳໃຫ້ຝູງສັດຊາວເອຢິບຕາຍແລະຈິບຫາຍໄປ ແຕ່ຈະໃຫ້ຝູງສັດອິສຣາເອນມີຊີວິດຢູ່ 5 ພຣະຜູ້ເປັນເຈົ້າຊົງກຳນົດວ່າຈະໃຫ້ສິ່ງນີ້ເກີດຂຶ້ນໃນມື້ອື່ນນີ້” 6 ຄັນມື້ອື່ນມາ ພຣະຜູ້ເປັນເຈົ້າກໍຊົງກະທຳຕາມທີ່ຊົງກ່າວໄວ້ ຄືໄດ້ຊົງທຳສັດທັງປວງຂອງເອຢິບຕາຍ ແຕ່ສັດຂອງຊາວອິສຣາເອນບໍ່ໄດ້ຕາຍຈັກໂຕ 7 ກະສັດຟາຣາໂອຈຶ່ງຊົງໃຊ້ຄົນໄປເບິ່ງ ແລ້ວກໍຊົງຊາບວ່າສັດຂອງຊາວອິສຣາເອນບໍ່ໄດ້ຕາຍເລີຍ ເມື່ອຊົງຊາບດັ່ງນີ້ ກໍຊົງມີພຣະທັຍແຂງຢູ່ຕາມເດີມ ໂດຍບໍ່ຍອມປ່ອຍໃຫ້ປະຊາຊົນອິສຣາເອນໄປ
ເຣື່ອງຝີ
8 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊແລະອາໂຣນວ່າ, “ພວກເຈົ້າຈົ່ງກຳເອົາຂີ້ເທົ່າໄຟເຕັມກຳມື ແລ້ວໃຫ້ໂມເຊຫວ່ານຂຶ້ນໄປເທິງອາກາດຕໍ່ຫນ້າຟາຣາໂອ 9 ຂີ້ເທົ່າໄຟນັ້ນຈະກາຍເປັນຝຸ່ນດິນປິວໄປທົ່ວປະເທດເອຢິບຈະຕົກຖືກມະນຸດແລະສັດເດັຽຣະສານ ແລ້ວຈະເກີດເປັນຝີແຕກເປັນບາດໃນຕົນຕົວ” 10 ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງກຳເອົາຂີ້ເທົ່າໄຟຢືນຢູ່ຊ້ອງພຣະພັກກະສັດຟາຣາໂອ ແລ້ວໂມເຊໄດ້ຫວ່ານຂຶ້ນໄປເທິງອາກາດ ຂີ້ເທົ່າໄຟນັ້ນກໍປິວໄປຕົກຖືກມະນຸດແລະສັດເດັຽລະສານ ເປັນເຫດໃຫ້ມະນຸດແລະສັດເກີດເປັນຝີແຕກເປັນບາດໃນຕົນຕົວ 11 ພວກຫມໍມົນຊາວເອຢິບບໍ່ສາມາດຈະເຮັດແຂ່ງຂັນໂມເຊໄດ້ ເພາະວ່າຝິນັ້ນໄດ້ເກີດກັບເຂົາເອງເຫມືອນຊາວເອຢິບທັງປວງ 12 ແຕ່ພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ກະສັດຟາຣາໂອມີພຣະທັຍແຂງຢູ່ ໂດຍບໍ່ຍອມປ່ອຍໃຫ້ຄົນອິສຣາເອນໄປ ເປັນຄວາມຈິງຕາມທີ່ພຣະອົງຊົງບອກໄວ້ກັບໂມເຊນັ້ນ
ເຣື່ອງຫມາກເຫັບ
13 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງໄປເຝົ້າກະສັດຟາຣາໂອແຕ່ເຊົ້າທູນວ່າ ພຣະຜູ້ເປັນເຈົ້າຂອງຊາວເຮັບເຣີຊົງສັ່ງໃຫ້ປ່ອຍໄພ່ພົນຂອງພຣະອົງໄປບົວລະບັດພຣະອົງ 14 ດ້ວຍວ່າຄາວນີ້ ພຣະຜູ້ເປັນເຈົ້າຈະລົງໂທດພຣະອົງ ກັບຂ້າຣາຊການແລະປະຊາຊົນເອຢິບ ເພື່ອໃຫ້ພຣະອົງຊົງຊາບວ່າ ທົ່ວໂລກນີ້ບໍ່ມີໃຜສເມີເຫມືອນພຣະຜູ້ເປັນເຈົ້າໄດ້ 15 ຖ້າພຣະຜູ້ເປັນເຈົ້າຊົງທຳລາຍພຣະອົງກັບປະຊາຊົນເອຢິບດ້ວຍພຍາດ ພຣະອົງກໍຈະຖືກທຳລາຍຈົນຫມົດສິ້ນ 16 ແຕ່ທີ່ພຣະຜູ້ເປັນເຈົ້າຊົງໃຫ້ພຣະອົງຍັງມີຊິວິດຢູ່ນີ້ ກໍເພື່ອຈະໃຫ້ເຫັນຣິດທານຸພາບຂອງພຣະຜູ້ເປັນເຈົ້າ ເພື່ອວ່າຊື່ສຽງຂອງພຣະຜູ້ເປັນເຈົ້າຈະໄດ້ແຜ່ຜາຍໄປທົ່ວໂລກ 17 ດຽວນີ້ ພຣະອົງຍັງແຂງພຣະທັຍບໍ່ຍອມປ່ອຍໃຫ້ປະຊາຊົນອິສຣາເອນໄປ 18 ດັ່ງນັ້ນ ມື້ອື່ນປະມານເວລານີ້ ພຣະຜູ້ເປັນເຈົ້າຈະທຳໃຫ້ຫມາກເຫັບໃຫຍ່ຕົກລົງມາຢ່າງຫນັກ ຢ່າງທີ່ບໍ່ເຄີຍມີຈັກເທື່ອຕັ້ງແຕ່ເປັນປະເທດເອຢິບມາ 19 ບັດນີ້ ຈົ່ງຕ້ອນຝູງສັດກັບບັນດາສິ່ງທີ່ມີຢູ່ໃນກາງແຈ້ງ ຈະຖືກຫມາກເຫັບໃຫຍ່ຕົກໃສ່ຕາຍຫມົດ” 20 ເມື່ອໄດ້ຍິນດັ່ງນັ້ນ ພວກຂ້າຣາຊການຂອງກະສັດຟາຣາໂອກໍເຊື່ອຟັງ ແລະຢຳເກງໃນຖ້ອຍຄຳຂອງພຣະຜູ້ເປັນເຈົ້າ ພວກເຂົາຈຶ່ງນຳພວກທາດກັບຝູງສັດຂອງຕົນເຂົ້າບ່ອນກຳບັງ 21 ແຕ່ພວກທີ່ບໍ່ສົນໃຈໃນຖ້ອຍຄຳຂອງພຣະຜູ້ເປັນເຈົ້າ ກໍປະປ່ອຍໃຫ້ພວກທາດແລະຝູງສັດຂອງຕົນຢູ່ໃນກາງແຈ້ງ 22 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງຍົກມືຂຶ້ນເທິງທ້ອງຟ້າເພື່ອໃຫ້ຫມາກເຫັບໃຫຍ່ຕົກລົງມາຖືກຄົນ ຖືກສັດແລະພືດພັນທັນຍາຫານຕ່າງໆໃນກາງແຈ້ງທົ່ວປະເທດເອຢິບ” 23 ໂມເຊຈຶ່ງຍົກໄມ້ເທົ້າຂຶ້ນເທິງຟ້າ ແລ້ວພຣະຜູ້ເປັນເຈົ້າໄດ້ຊົງໃຫ້ມີຟ້າຮ້ອງ ມີຟ້າແມບເຫລື້ອມແລະມີຫມາກເຫັບຕົກລົງມາເທິງປະເທດເອຢິບ 24 ພາຍຸຝົນ ຟ້າແມບເຫລື້ອມແລະຫມາກເຫັບໄດ້ຕົກລົງມາຢ່າງຫນັກ ຢ່າງທີ່ບໍ່ເຄີຍມີຈັກເທື່ອຕັ້ງແຕ່ເປັນຊາດເອຢິບມາ 25 ສິ່ງສາຣະພັດທັງຄົນແລະສັດທີ່ຢູ່ໃນກາງແຈ້ງທົ່ວປະເທດເອຢິບ ໄດ້ຖືກຫມາກເຫັບໃຫຍ່ຕົກລົງມາທຳລາຍຈິບຫາຍຫມົດ ຜັກຫຍ້າແລະກົກໄມ້ກໍເສັຽຫາຍຫັກລົ້ມຫມົດ 26 ມີແຕ່ແຄວ້ນໂກເຊັນບ່ອນຊາວອິສຣາເອນອາໄສຢູ່ທໍ່ນັ້ນ ທີ່ຫມາກເຫັບບໍ່ໄດ້ຕົກລົງໃສ່ 27 ໃນເທື່ອນີ້ ກະສັດຟາຣາໂອຊົງໃຊ້ຄົນໄປເອີ້ນໂມເຊແລະອາໂຣນມາເຝົ້າຊົງກ່າວວ່າ, “ເຮົາໄດ້ເຮັດບາບແລ້ວໃນຄາວນີ້ ພຣະຜູ້ເປັນເຈົ້າເປັນຝ່າຍຖືກ ເຮົາກັບປະຊາຊົນຂອງເຮົາເປັນຝ່າຍຜິດ 28 ຂໍໃຫ້ເຈົ້າອ້ອນວອນຂໍນຳພຣະຜູ້ເປັນເຈົ້າ ເຣື່ອງຫມາກເຫັບແລະຟ້າຮ້ອງນີ້ເຮົາທົນບໍ່ໄຫວແລ້ວ ບັດນີ້ ເຮົາຈະປ່ອຍໃຫ້ພວກເຈົ້າໄປ ໂດຍບໍ່ຕ້ອງລັງເລຕໍ່ໄປອິກ” 29 ໂມເຊໄດ້ທູນຕອບວ່າ, “ພໍຂ້າພຣະອົງອອກໄປຈາກເມືອງນີ້ ຂ້າພຣະອົງຈະຍົກມືຂຶ້ນອ້ອນວອນພຣະຜູ້ເປັນເຈົ້າ ແລ້ວສຽງຟ້າຮ້ອງກໍຈະເຊົາ ແລະຫມາກເຫັບກໍຈະບໍ່ຕົກລົງມາອີກ ເພື່ອພຣະອົງຈະໄດ້ຮູ້ວ່າໂລກນີ້ເປັນຂອງພຣະຜູ້ເປັນເຈົ້າ 30 ແຕ່ຂ້າພຣະອົງຮູ້ຢູ່ແລ້ວວ່າ ພຣະອົງກັບພວກຂ້າຣາຊການຂອງພຣະອົງຈະຍັງບໍ່ຢຳເກງພຣະຜູ້ເປັນເຈົ້າ” 31 ກົກປ່ານກັບເຂົ້າເດືອຍກໍຖືກທຳລາຍຫມົດ ເພາະໃນເວລານັ້ນເຂົ້າເດືອຍກຳລັງມີຮວງ ແລະກົກປ່ານກໍອອກດອກແລ້ວ 32 ແຕ່ເຂົ້າບເລກັບເຂົ້າຝ້າງນັ້ນບໍ່ໄດ້ຖືກທຳລາຍ ເພາະວ່າມັນຍັງບໍ່ທັນຂຶ້ນມາພົ້ນດິນ 33 ເມື່ອໂມເຊທູນລາກະສັດຟາຣາໂອອອກຈາກເມືອງໄປ ໂມເຊກໍຍົກມືຂຶ້ນອ້ອນວອນພຣະຜູ້ເປັນເຈົ້າ ແລ້ວສຽງຟ້າຮ້ອງກໍເຊົາ ຫມາກເຫັບແລະຝົນກໍເຊົາຕົກ 34 ເມື່ອຊົງເຫັນວ່າຝົນກັບຫມາກເຫັບແລະຟ້າຮ້ອງເຊົາແລ້ວ ຝ່າຍກະສັດຟາຣາໂອກັບຂ້າຣາຊການຂອງພຣະອົງ ກໍຊົງປ່ຽນພຣະທັຍທຳຜິດຕໍ່ໄປອີກ 35 ຄືບໍ່ຍອມປ່ອຍໃຫ້ຊາວອິສຣາເອນໄປ ເປັນຄວາມຈິງຕາມທີ່ພຣະຜູ້ເປັນເຈົ້າຊົງບອກໂມເຊໄວ້
ຕັກແຕນ
1 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, “ຈົ່ງໄປຫາຟາຣາໂອ ເຮົາໄດ້ທຳໃຫ້ຟາຣາໂອກັບຂ້າຣາຊການມີໃຈແຂງກະດ້າງ ເພື່ອເຮົາຈະໄດ້ທຳການ
ອັດສະຈັນເຫລົ່ານີ້ໃນຖ້າມກາງພວກເຂົາ
2 ເພື່ອເຈົ້າຈະໄດ້ເລົ່າເຣື່ອງການອັດສະຈັນທີ່ເຮົາໄດ້ທຳໃຫ້ຄົນເອຢິບ ເສັຽຫນ້າເສັຽຕາສູ່ລູກຫລານຟັງ ແລະເພື່ອເຈົ້າທັງຫລາຍຈະໄດ້ຮູ້ວ່າ ເຮົາຄື ພຣະຜູ້ເປັນເຈົ້າ” 3 ໂມເຊກັບອາໂຣນຈຶ່ງເຂົ້າໄປເຝົ້າກະສັດຟາຣາໂອທູນວ່າ, “ພຣະຜູ້ເປັນເຈົ້າຂອງຊາວເຮັບເຣີຊົງກ່າວວ່າ ພຣະອົງຈະຊົງຂັດຂືນບໍ່ຍອມອ່ອນນ້ອມຕໍ່ພຣະຜູ້ເປັນເຈົ້າຢູ່ອີກເຫິງປານໃດ? ຈົ່ງປ່ອຍໃຫ້ຊົນຊາດອິສຣາເອນໄປບົວລະບັດພຣະຜູ້ເປັນເຈົ້າເສັຽ 4 ຖ້າພຣະອົງຍັງປະຕິເສດບໍ່ຍອມປ່ອຍໄປ ເບິ່ງເດີ, ມື້ອື່ນນີ້ ພຣະຜູ້ເປັນເຈົ້າຈະໃຫ້ຕັກແຕນເຂົ້າມາໃນປະເທດຂອງພຣະອົງ 5 ຝູງຕັກແຕນຈະປົກຄຸມຢູ່ທົ່ວໄປຈົນບໍ່ເຫັນດິນ ມັນຈະກິນທຸກສິ່ງທີ່ເຫລືອຈາກຫມາກເຫັບທຳລາຍ ກົກໄມ້ທຸກກົກຂອງພຣະອົງມັນຈະກິນຫມົດ 6 ມັນຈະເຂົ້າໄປຢູ່ໃນພຣະຣາຊວັງ ໃນເຮືອນຂອງຂ້າຣາຊການແລະໃນເຮືອນຂອງຄົນເອຢິບ ມັນຈະໂຫດຮ້າຍກວ່າທຸກໆ ຢ່າງທີ່ບັນພະບຸຣຸດຂອງພຣະອົງເຄີຍປະສົບມາຕັ້ງແຕ່ຢູ່ໃນປະເທດນີ້” ແລ້ວໂມເຊກໍທູນລາກະສັດຟາຣາໂອໄປ 7 ຕໍ່ມາ ພວກຂ້າຣາຊການໄດ້ທູນກະສັດຟາຣາໂອວ່າ, “ບຸກຄົນຜູ້ນີ້ຍັງຈະທຳໃຫ້ພວກເຮົາເດືອດຮ້ອນຢູ່ເຫິງປານໃດ? ຂໍພຣະອົງຊົງພຣະກະຣຸນາໂຜດປ່ອຍຄົນຫລົ່ານີ້ໄປບົວລະບັດພຣະຜູ້ເປັັນເຈົ້າຂອງເຂົາເສັຽ ພຣະອົງຍັງບໍ່ເຫັນບໍ່ວ່າເອຢິບໄດ້ຈິບຫາຍແລ້ວ?” 8 ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງຖືກນຳເຂົ້າເຝົ້າກະສັດຟາຣາໂອອີກ ໃນເທື່ອນີ້ ກະສັດຟາຣາໂອຊົງກ່າວວ່າ, “ຈົ່ງໄປບົວລະບັດພຣະຜູ້ເປັນເຈົ້າຂອງເຈົ້າເສັຽ ແຕ່ໃຜແດ່ຈະໄປ?” 9 ໂມເຊທູນຕອບວ່າ, “ພວກຂ້ານ້ອຍຈະພາກັນໄປຫມົດ ທັງຄົນຫນຸ່ມຄົນແກ່ທັງບຸດຊາຍຍິງ ທັງຝູງແກະຝູງແບ້ ທັງງົວທັງຄວາຍ ເພາະພວກຂ້າພຣະອົງຈະຈັດໃຫ້ມີພິທີລ້ຽງທາງສາສນາຖວາຍບູຊາແດ່ພຣະຜູ້ເປັນເຈົ້າ” 10 ກະສັດຟາຣາໂອຊົງກ່າວຕອບວ່າ, “ໃຫ້ພຣະຜູ້ເປັນເຈົ້າຊ່ອຍເຈົ້າເສັຽ ຝ່າຍເຮົາຈະບໍ່ອະນຸຍາດໃຫ້ພວກຜູ້ຍິງແລະເດັກນ້ອຍໄປດອກ ມັນເປັນຄວາມຈິງແລ້ວວ່າພວກເຈົ້າມີແຜນການຮ້າຍ 11 ອະນຸຍາດບໍ່ໄດ້ດອກ ຖ້າພວກເຈົ້າຢາກຈະ ນະມັສການພຣະຜູ້ເປັນເຈົ້າແທ້ ໃຫ້ພາແຕ່ພວກຜູ້ຊາຍໄປ” ແລ້ວໂມເຊກັບອາໂຣນກໍຖືກໄລ່ຫນີຈາກພຣະພັກກະສັດຟາຣາໂອ 12 ຕໍ່ມາ ພຣະຜູ້ເປັນເຈົ້າບອກໂມເຊວ່າ, “ຈົ່ງຍົກມືຂຶ້ນເຫນືອປະເທດເອຢິບ ເພື່ອໃຫ້ຕັກແຕນມາທຳລາຍທຸກສິ່ງທີ່ເກີດຂຶ້ນໃນແຜ່ນດິນແລະທຳລາຍທຸກສິ່ງທີ່ເຫລືອຈາກຫມາກເຫັບນັ້ນ” 13 ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ເທົ້າຂຶ້ນ ແລ້ວພຣະຜູ້ເປັນເຈົ້າຊົງໃຫ້ລົມຕາເວັນອອກພັດມາຍັງປະເທດທັງກາງເວັນແລະກາງຄືນ ຄັນເວລາເຊົ້າລົມຕາເວັນອອກກໍພັດເອົາຝູງຕັກແຕນມາ 14 ຝູງຕັກແຕນນັ້ນໄດ້ເຂົ້າມາເຕັມປະເທດເອຢິບ ຊຶ່ງແຕ່ກ່ອນຫລືຫລັງຈາກນັ້ນມາ ກໍບໍ່ເຄິຍມີຝູງຕັກແຕນຫລວງຫລາຍຢ່າງນີ້ຈັກເທື່ອ 15 ຝູງຕັກແຕນນີ້ໄດ້ປົກຫຸ້ມພື້ນດິນຈົນດຳມືດ ມັນໄດ້ກິນຜັກຫຍ້າແລະຫມາກໄມ້ທຸກຢ່າງທີ່ເຫລືອຈາກຫມາກເຫັບຕົກໃສ່ ຕລອດທົ່ວປະເທດເອຢິບບໍ່ມີພືດພັນທັນຍາຫານຫລືກົກໄມ້ໃບຂຽວເຫລືອຢູ່ເລີຍ 16 ຂນະນັ້ນ ກະສັດຟາຣາໂອກໍຟ້າວໃຫ້ເອົາໂມເຊກັບອາໂຣນເຂົ້າມາເຝົ້າຊົງບອກວ່າ, “ເຮົາໄດ້ທຳບາບຕໍ່ສູ້ພຣະຜູ້ເປັນເຈົ້າຂອງເຈົ້າ ແລະຕໍ່ສູ້ເຈົ້າທັງຫລາຍດ້ວຍ 17 ບັດນີ້ ຂໍເຈົ້າຈົ່ງໃຫ້ອະພັຍໂທດແກ່ເຮົາແຕ່ເທື່ອນີ້ເທື່ອດຽວ ຈົ່ງອ້ອນວອນຂໍໃຫ້ພຣະຜູ້ເປັນເຈົ້າຂອງເຈົ້າຍົກໂທດອັນຈະນຳໄປສູ່ຄວາມຕາຍນີ້ອອກຈາກເຮົາ” 18 ແລ້ວໂມເຊໄດ້ທູນລາກະສັດຟາຣາໂອ ໄປອ້ອນວອນພຣະຜູ້ເປັນເຈົ້າ 19 ພຣະຜູ້ເປັນເຈົ້າຈຶ່ງຊົງໃຫ້ລົມແດງພັດໄປທາງທິດຕາເວັນຕົກ ລົມນັ້ນໄດ້ພັດເອົາຝູງຕັກແຕນໄປຕົກລົງໃນທະເລໄມ້ອໍ້ ຈົນບໍ່ມີຕັກແຕນຕັກໂຕເຫລືອຢູ່ໃນປະເທດເອຢິບ 20 ແຕ່ພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ກະສັດຟາຣາໂອມີຈິດໃຈແຂງກະດ້າງຢູ່ຄືເກົ່າ ໂດຍບໍ່ຊົງຍອມປ່ອຍໃຫ້ຊາວອິສຣາເອນໄປຕາມເຄີຍ
ຄວາມມືດ
21 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, “ຈົ່ງຍົກມືຂອງເຈົ້າຂຶ້ນເທິງທ້ອງຟ້າ ເພື່ອໃຫ້ເກີດຄວາມມືດອັນຫນາຕຶບຈົນຈະຈັບບາຍອັນໃດບໍ່ໄດ້ໃນແຜ່ນດິນເອຢິບ” 22 ໂມເຊຈຶ່ງຊົງຍົກຂຶ້ນສູ່ທ້ອງຟ້າ ແລ້ວຄວາມມືດອັນຫນາຕຶບກໍເກີດຂຶ້ນທົ່ວແຜ່ນດິນເອຢິບຕລອດສາມວັນ 23 ຄົນເອຢິບຫລຽວເບິ່ງກັນບໍ່ເຫັນແລະບໍ່ມີໃຜຫນີໄປຈາກເຮືອນຂອງຕົນເປັນເວລາສາມວັນ ແຕ່ໃນບ່ອນຢູ່ຂອງຊາວອິສຣາເອນໄດ້ມີແສງສວ່າງໃຫ້ເຂົາເຫັນຮຸ່ງໄດ້ 24 ກະສັດຟາຣາໂອຈຶ່ງຊົງສັ່ງໃຫ້ໂມເຊເຂົ້າມາເຝົ້າຊົງກ່າວວ່າ, “ພວກເຈົ້າຈົ່ງໄປບົວລະບັດພຣະຜູ້ເປັນເຈົ້າເສັຽ ພວກຜູ້ຍິງແລະເດັກນ້ອຍກໍໄປກັບພວກເຈົ້າໄດ້ ແຕ່ຝູງແກະແບ້ແລະງົວຄວາຍໃຫ້ຢູ່ທີ່ນີ້” 25 ໂມເຊຈຶ່ງທູນຕອບວ່າ, “ຕ້ອງໂຜດໃຫ້ມີຝູງສັດໄປດ້ວຍ ເພື່ອພວກຂ້ານ້ອຍຈະໄດ້ເຜົາບູຊາແດ່ພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງ 26 ຝູງສັດຂອງພວກຂ້ານ້ອຍຈະຕ້ອງເອົາໄປນຳດ້ວຍບໍ່ໃຫ້ເຫລືອຄ້າງຢູ່ຈັກໂຕ ເພາະວ່າຈະຕ້ອງເລືອກເອົາສັດເຫລົ່ານັ້ນເຜົາຖວາຍບູຊາແດ່ພຣະຜູ້ເປັນເຈົ້າ ພວກຂ້ານ້ອຍຍັງບໍ່ຮູ້ວ່າຈະຕ້ອງເອົາສັດໂຕໃດ ຖວາຍບູຊາແດ່ພຣະຜູ້ເປັນເຈົ້າ ຈົນກວ່າພວກຂ້ານ້ອຍຈະໄປເຖິງທີ່ນັ້ນເສັຽກ່ອນ” 27 ພຣະຜູ້ເປັນເຈົ້າຊົງທຳໃຫ້ກະສັດຟາຣາໂອມີພຣະທັຍກະດ້າງຢູ່ຕາມເດີມ ໂດຍບໍ່ຍອມປ່ອຍໃຫ້ຊົນຊາດອິສຣາເອນໄປ 28 ກະສັດຟາຣາໂອຊົງຮ້າຍໂມເຊໂດຍເວົ້າວ່າ, “ອອກຫນີ! ລະວັງໃຫ້ດິ ຢ່າມາເຫັນຫນ້າເຮົາອີກເລີຍ ເພາະຖ້າເຈົ້າເຫັນຫນ້າເຮົາໃນມື້ໃດ ເຈົ້າຈະຕ້ອງຕາຍໃນມື້ນັ້ນ” 29 ໂມເຊກໍທູນຕອບວ່າ, “ພຣະອົງຊົງເວົ້າຖືກຕ້ອງແລ້ວ ຂ້ານ້ອຍຈະບໍ່ກັບມາໃຫ້ພຣະອົງເຫັນຫນ້າອີກຈັກເທື່ອ”
ພະຍາກອນເຣື່ອງມໍຣະກັມຂອງລູກຫົວປີຊາວເອຢິບ
1 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, “ເຮົາຈະນຳໄພວິບັດອີກຢ່າງນຶ່ງມາລົງໂທດກະສັດຟາຣາໂອແລະຄົນເອຢິບ ຫລັງຈາກນັ້ນເຂົາຈະປ່ອຍພວກເຈົ້າໄປ ໃນເທື່ອນີ້ເຂົາຈະໄລ່ພວກເຈົ້າໄປຫມົດ 2 ບັດນີ້ ເຈົ້າຈົ່ງໃຫ້ຄົນອິສຣາເອນທັງຫມົດ ທັງຜູ້ຊາຍແລະຜູ້ຍິງ ຂໍເອົາເຄື່ອງເງິນເຄື່ອງຄຳຈາກເພື່ອນບ້ານຂອງເຂົາ” 3 ພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ຄົນເອຢິບຢຳເກງຄົນອິສຣາເອນ ແລະຍັງຊົງທຳໃຫ້ໂມເຊໄດ້ຮັບຄວາມນັບຖືຈາກຂ້າຣາຊການແລະຊາວເອຢິບທັງປວງດ້ວຍ 4 ໂມເຊໄດ້ທູນກະສັດຟາຣາໂອວ່າ, “ພຣະຜູ້ເປັນເຈົ້າຊົງບອກວ່າ ໃນເວລາປະມານທ່ຽງຄືນ ພຣະອົງຈະສະເດັດໄປໃນຖ້າມກາງຊາວເອຢິບ 5 ໃນເວລານັ້ນ ບຸດຫົວປີທັງຫມົດໃນປະເທດເອຢິບ ຄືຕັ້ງແຕ່ອົງມົງກຸດຣາຊກຸມມານລົງມາເຖິງບຸດຫົວປີຂອງຂ້າໃຊ້ຍິງໃນໂຮງໂມ້ແປ້ງຕລອດທັງລູກຫົວປີຂອງສັດເດັຽຣະສານຈະຕາຍຫມົດ 6 ແລ້ວຈະມີສຽງຮ້ອງໄຫ້ທົ່ວປະເທດເອຢິບ ຊຶ່ງແຕ່ກ່ອນຫລືຫລັງຈາກນັ້ນມາກໍບໍ່ເຄີຍມີຢ່າງນີ້ຈັກເທື່ອໃນປະເທດເອຢິບ 7 ແຕ່ໃນຖ້າມກາງຊາວອິສຣາເອນນັ້ນຈະງຽບສງົບແມ່ນແຕ່ສຽງຫມາເຫົ່າຄົນຫລືສັດກໍບໍ່ມີ ທັງນີ້ກໍເພື່ອໃຫ້ພຣະອົງຊົງຊາບວ່າ ພຣະຜູ້ເປັນເຈົ້າຊົງກະທຳກັບຊາວເອຢິບຕ່າງກັບຊາວອິສຣາເອນ 8 ຫລັງຈາກນັ້ນ ຂ້າຣາຊການທັງຫມົດຂອງພຣະອົງຈະມາຫາຂ້ານ້ອຍ ແລະຂາບລົງເວົ້າວ່າ ຂໍທ່ານກັບປະຊາຊົນທັງປວງຂອງທ່ານໄປເສັຽຈາກທີ່ນີ້ ແລ້ວຂ້ານ້ອຍກໍຈະອອກຫນີໄປ” ຄັນແລ້ວ ໂມເຊກໍທູນລາກະສັດຟາຣາໂອໄປດ້ວຍຄວາມຄຽດຮ້າຍທີ່ສຸດ 9 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂມເຊວ່າ, “ຟາຣາໂອ ຍັງຈະບໍ່ເຊື່ອຟັງເຈົ້າ ເພື່ອວ່າເຮົາຈະໄດ້ທຳການອັດສະຈັນເພີ້ມຂຶ້ນອີກໃນປະເທດເອຢິບ” 10 ໂມເຊແລະອາໂຣນໄດ້ກະທຳການອັດສະຈັນເຫລົ່ານັ້ນຊ້ອງຫນ້າພຣະພັກກະສັດຟາຣາໂອ ແຕ່ພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ກະສັດຟາຣາໂອມີພຣະທັຍແຂງກະດ້າງຢູ່ຕາມເດີມ ໂດຍບໍ່ຊົງຍອມໃຫ້ຊາວອິສຣາເອນໄປເສັຽຈາກປະເທດເອຢິບ
ງານປັສຄາ
1 ພຣະຜູ້ເປັນເຈົ້າຊົງບອກໂມເຊກັບອາໂຣນ ໃນປະເທດເອຢິບວ່າ, 2 “ເດືອນນີ້ກໍເປັນເດືອນທີ່ນຶ່ງຂອງປີໃຫມ່ສຳລັບເຈົ້າທັງຫລາຍແລ້ວ 3 ພວກເຈົ້າຈົ່ງປະກາດຕໍ່ຊຸມນຸມຊົນອິສຣາເອນວ່າ ໃນວັນທີ່ສິບເດືອນນີ້ ໃຫ້ຊາຍທຸກຄົນຈັດຕຽມລູກແກະຫລືລູກແບ້ຄອບຄົວລະນຶ່ງໂຕ 4 ຖ້າຄອບຄົວໃດມີຫນ້ອຍຄົນຈະກິນລູກແກະໂຕນຶ່ງບໍ່ຫມົດ ກໍໃຫ້ຮ່ວມກັບເພື່ອນບ້ານທີ່ຢູ່ໃກ້ຄຽງກັນ ຈັດຕຽມເອົາລູກສັດໂຕນຶ່ງຕາມທີ່ຄິດວ່າຈະກິນໄດ້ຫມົດແລະໃຫ້ເຈົ້ານັບຈຳນວນຄົນທີ່ຈະກິນລູກແກະນັ້ນດ້ວຍ 5 ສັດຂອງເຈົ້າຈະຕ້ອງປາສຈາກຕຳຫນີເປັນສັດໂຕເຖິກອາຍຸນຶ່ງຂວບ ຈົ່ງເລືອກເອົາໃນຝູງແກະຫລືຝູງແບ້ 6 ເຈົ້າຈົ່ງຮັກສາໄວ້ໃຫ້ດີຈົນເຖິງວັນທີ່ສິບສີ່ ແລ້ວໃນຄ່ຳວັນນັ້ນ ໃຫ້ທີ່ຊຸມນຸມຊົນອິສຣາເອນຂ້າສັດຂອງເຂົາ 7 ໃຫ້ເຂົາເອົາເລືອດທາໃສ່ໄມ້ຂອບວົງປະຕູບ່ອນກິນລ້ຽງກັນນັ້ນ ທັງຂ້າງຊ້າຍຂ້າງຂວາແລະຂ້າງເທິງ 8 ໃນຄືນນັ້ນໃຫ້ເຂົາຮັບປະທານຊີ້ນປີ້ງກັບຂະຫນົມບໍ່ໃສ່ເຊື້ອແປ້ງແລະຜັກຂົມ 9 ຢ່າຮັບປະທານຊີ້ນທີ່ຍັງດິບຫລືຊີ້ນຕົ້ມ ແຕ່ໃຫ້ປີ້ງເສັຽກ່ອນທັງຫົວທັງຂາແລະເຄື່ອງໃນທັງຫມົດ 10 ຈົ່ງຮັບປະທານໃຫ້ຫມົດ ຢ່າໃຫ້ມີອັນໃດເຫລືອໄວ້ຮອດມື້ເຊົ້າ ຖ້າມີອັນໃດຍັງເຫລືອຢູ່ກໍໃຫ້ຖິ້ມໃສ່ໄຟເສັຽ 11 ກ່ອນພວກເຈົ້າຈະຮັບປະທານໃຫ້ທຳດັ່ງນີ້ ໃຫ້ຮັດສາຍແອວສຸບເກີບແລະຖືໄມ້ເທົ້າໄວ້ ແລ້ວໃຫ້ພ້ອມກັນກິນໄວໆ ການກິນລ້ຽງຢ່າງນີ້ເປັນງານສະຫລອງປັສຄາຖວາຍແດ່ພຣະຜູ້ເປັນເຈົ້າ 12 ແລ້ວໃນຄືນນັ້ນເຮົາຈະຜ່ານເຂົ້າໄປໃນປະເທດເອຢິບ ເຮົາຄືພຣະຜູ້ເປັນເຈົ້າ 13 ເລືອດທີ່ພວກເຈົ້າທາໃສ່ເຮືອນນັ້ນ ຈະເປັນເຄື່ອງຫມາຍສຳຄັນບອກໃຫ້ຮູ້ວ່າພວກເຈົ້າຢູ່ທີ່ນັ້ນ ເມື່ອເຮົາທຳລາຍປະເທດເອຢິບ ເຮົາຈະບໍ່ທຳລາຍພວກເຈົ້າ ແລະເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານເວັ້ນພວກເຈົ້າໄປ 14 ໃຫ້ພວກເຈົ້າຖືວັນນີ້ເປັນວັນລະນຶກເຖິງ ຈົ່ງຈັດສະຫລອງວັນນີ້ເປັນພິທີລ້ຽງທາງສາສນາຖວາຍພຣະຜູ້ເປັນເຈົ້າ ໃຫ້ພວກເຈົ້າຖືເອົາວັນນີ້ ເປັນມື້ລ້ຽງສະຫລອງຕລອດໄປທຸກຊົ່ວອາຍຸຄົນ 15 ພວກເຈົ້າຈົ່ງຮັບປະທານເຂົ້າຈີ່ບໍ່ໃສ່ເຊື້ອແປ້ງໃຫ້ຄົບເຈັດວັນ ໃນວັນແຣກຕ້ອງຍ້າຍເຊື້ອແປ້ງອອກຈາກເຮືອນຂອງພວກເຈົ້າ ເພາະວ່າຖ້າຜູ້ໃດກິນເຂົ້າຈີ່ທີ່ໃສ່ເຊື້ອແປ້ງຕັ້ງແຕ່ວັນທີ່ນຶ່ງຈົນເຖິງວັນທີ່ເຈັດ ຈະຕ້ອງຕັດຜູ້ນັ້ນອອກຈາກເຊື້ອຊາດອິສຣາເອນ 16 ໃນວັນແຣກກັບວັນທີ່ເຈັດໃຫ້ມີການຊຸມນຸມທາງສາສນາ ໃນສອງວັນນີ້ບໍ່ໃຫ້ໃຫ້ເຮັດວຽກຫຍັງ ເວັ້ນໄວ້ແຕ່ການຕຽມອາຫານສຳລັບຮັບປະທານ 17 ພວກເຈົ້າຈົ່ງຖືຮັກສາພິທີຮັບປະທານເຂົ້າຈີ່ບໍ່ໃສ່ເຊື້ອແປ້ງໄປຈົນເຖິງຕອນຄ່ຳວັນທີ່ສິບສີ່ຂອງເດືອນທີ່ນຶ່ງ 18 ໃຫ້ພວກເຈົ້າຮັບປະທານເຂົ້າຈີ່ບໍ່ໃສ່ເຊື້ອແປ້ງໄປຈົນເຖິງຕອນຄ່ຳຂອງວັນທີ່ຊາວເອັດ 19 ໃນເຈັດວັນນັ້ນບໍ່ໃຫ້ມີເຊື້ອແປ້ງໃນເຮືອນຂອງພວກເຈົ້າ ເພາະຖ້າຄົນອິສຣາເອນຫລືຄົນຕ່າງຊາດຄົນໃດກິນເຂົ້າຈີ່ໃສ່ເຊື້ອແປ້ງ ຜູ້ນັ້ນຈະຕ້ອງຖືກຕັດອອກຈາກຊຸມນຸມຊົນອິສຣາເອນ 20 ຢູ່ໃນບ້ານເຮືອນຂອງພວກເຈົ້າ ຈະຕ້ອງບໍ່ກິນເຂົ້າຈີ່ໃດໆທີ່ໃສ່ເຊື້ອ ຈະຕ້ອງກິນແຕ່ເຂົ້າຈີ່ບໍ່ໃສ່ເຊື້ອ” 21 ຕໍ່ມາ ໂມເຊໄດ້ເຊີນພວກເຖົ້າແກ່ອິສຣາເອນມາພ້ອມກັນແລ້ວເວົ້າວ່າ, “ທ່ານທັງຫລາຍຈົ່ງໄປເລືອກເອົາລູກແກະຫລືລູກແບ້ຕາມບ້ານເຮືອນຂອງຕົນ ມາຂ້າເປັນສັດສຳລັບງານສະຫລອງປັສຄາ 22 ແລ້ວໃຫ້ເອົາໃບໄມ້ມັດນຶ່ງຈຸ່ມເລືອດໃນຂັນ ທາໃສ່ໄມ້ຂອບວົງປະຕູຂ້າງຊ້າຍຂ້າງຂວາແລະຂ້າງເທິງ ຢ່າໃຫ້ຜູ້ໃດອອກໄປພົ້ນປະຕູເຣືອນຂອງຕົນຈົນຮອດມື້ເຊົ້າ 23 ເມື່ອພຣະຜູ້ເປັນເຈົ້າສະເດັດມາທໍາລາຍຊາວເອຢິບ ພຣະອົງຈະທອດພຣະເນດເຫັນເລືອດທີ່ທາໄວ້ນັ້ນ ແລ້ວພຣະອົງຈະບໍ່ໃຫ້ທູດມໍຣະນາເຂົ້າໄປໃນເຣືອນແລະທຳລາຍທ່ານ 24 ທ່ານທັງຫລາຍຈົ່ງຖືກົດອັນນີ້ເປັນຄຳສັ່ງຕລອດໄປສຳລັບທ່ານແລະລູກຫລານ 25 ເມື່ອທ່ານທັງຫລາຍໄປເຖິງແຜ່ນດິນທີ່ພຣະຜູ້ເປັນເຈົ້າຈະຊົງປະທານໃຫ້ ຕາມທີ່ພຣະອົງໄດ້ຊົງໃຫ້ຄຳຫມັ້ນສັນຍາໄວ້ນັ້ນ ພວກທ່ານຈົ່ງຖືຮັກສາພິທີນີ້ໄວ້ 26 ຄັນລູກຫລານຂອງທ່ານຖາມວ່າ ພິທິອັນນີ້ຫມາຍຄວາມວ່າແນວໃດ? 27 ທ່ານທັງຫລາຍຈົ່ງຕອບວ່າ ແມ່ນງານສະຫລອງປັສຄາຖວາຍແດ່ພຣະຜູ້ເປັນເຈົ້າ ເພາະເວລາພຣະອົງຊົງທຳລາຍຊາວເອຢິບນັ້ນ ພຣະອົງໄດ້ຊົງຜ່ານເວັ້ນບ້ານເຮືອນຊາວອິສຣາເອນໃນປະເທດເອຢິບ” ແລ້ວປະຊາຊົນໄດ້ຂາບລົງນະມັສການພຣະຜູ້ເປັນເຈົ້າ 28 ຕໍ່ໄປຊາວອິສຣາເອນກໍໄປທຳຕາມຄຳສັ່ງ ທີ່ພຣະຜູ້ເປັນເຈົ້າໄດ້ຊົງສັ່ງໂມເຊແລະອາໂຣນນັ້ນ
ການຕາຍຂອງບຸດຫົວປີ
29 ແລ້ວໃນເວລາທ່ຽງຄືນ ພຣະຜູ້ເປັນເຈົ້າໄດ້ຊົງຂ້າບຸດຫົວປີທັງຫມົດໃນປະເທດເອຢິບ ຕັ້ງແຕ່ອົງມຸງກຸດຣາຊກຸມມານຜູ້ຈະປະທັບເທິງບັນລັງ ຈົນເຖິງບຸດຫົວປີຂອງນັກໂທດຜູ້ຢູ່ໃນຄຸກມືດ ແລະລູກຫົວປີຂອງສັດເດັຽຣະສານທັງປວງກໍຊົງຂ້າດ້ວຍ 30 ເມື່ອກະສັດຟາຣາໂອກັບຂ້າຣາຊການແລະຊາວເອຢິບທັງປວງ ຕື່ນຂຶ້ນໃນເວລາກາງຄືນ ກໍໄດ້ຍິນສຽງຮ້ອງໄຫ້ທົ່ວໄປໃນປະເທດເອຢິບ ເນື່ອງຈາກວ່າບໍ່ມີບ້ານເຮືອນໃດທີ່ບຸດບໍ່ຕາຍ 31 ກະສັດຟາຣາໂອຈຶ່ງຊົງຮັບສັ່ງໃຫ້ໂມເຊກັບອາໂຣນເຂົ້າເຝົ້າໃນກາງຄືນນັ້ນຊົງບອກວ່າ, “ເຈົ້າທັງສອງກັບຊາວອິສຣາເອນຈົ່ງອອກໄປເສັຽຈາກປະເທດຂອງເຮົາ ຈົ່ງໄປບົວລະບັດພຣະຜູ້ເປັນເຈົ້າຕາມທີ່ພວກເຈົ້າໄດ້ຂໍຮ້ອງນັ້ນ 32 ໃຫ້ເອົາຝູງແກະແບ້ແລະຝູງງົວຄວາຍຂອງພວກເຈົ້າໄປດ້ວຍ ຈົ່ງໄປເສັຽໃຫ້ອ້ອນວອນຂໍພອນສຳລັບເຮົາດ້ວຍ”
ຊາວອິສຣາເອນອອກຈາກເອຢິບ
33 ປະຊາຊົນເອຢິບໄດ້ບັງຄັບໃຫ້ຊາວອິສຣາເອນໄປຈາກປະເທດໂດຍໄວ ພວກເຂົາເວົ້າວ່າ, “ພວກເຮົາຈະຕ້ອງຕາຍກັນຫມົດຖ້າພວກເຈົ້າຢູ່ນີ້” 34 ດັ່ງນັ້ນ ຊາວອິສຣາເອນຈຶ່ງໄດ້ເອົາແປ້ງດິບທີ່ຍັງບໍ່ໄດ້ໃສ່ເຊື້ອກັບຮາງນວດແປ້ງຫໍ່ໃສ່ຜ້າແບກໄປ 35 ພວກເຂົາໄດ້ທຳຕາມໂມເຊສັ່ງ ຄືໄດ້ຂໍເອົາເຄື່ອງເງິນ ເຄື່ອງຄຳແລະເສື້ອຜ້າຈາກຊາວເອຢິບ 36 ພຣະຜູ້ເປັນເຈົ້າກໍຊົງທຳໃຫ້ຊາວເອຢິບຢຳເກງອິສຣາເອນ ພວກເຂົາຈຶ່ງມອບສິ່ງຂອງໃຫ້ຕາມທີ່ຊາວອິສຣາເອນຂໍ ຊາວອິສຣາເອນຈຶ່ງສາມາດຮິບໂຮມເອົາສິ່ງຂອງຈາກຊາວເອຢິບ 37 ປະຊາຊົນອິສຣາເອນໄດ້ອອກຈາກເມືອງຣາເມເຊສ ເຖິງເມືອງຊຸກໂກດ ມີຜູ້ຊາຍທັງຫມົດທີ່ຍ່າງໄປດ້ວຍກັນປະມານຫົກແສນຄົນ ທັງນີ້ບໍ່ນັບຜູ້ຍິງແລະເດັກນ້ອຍ 38 ນອກນັ້ນກໍມີຊາວຕ່າງຊາດກັບຝູງແກະແບ້ແລະງົວຄວາຍໄປນຳອິກຈຳນວນຫລາຍ 39 ພວກເຂົາໄດ້ເອົາກ້ອນແປ້ງທີ່ຍັງບໍ່ທັງໄດ້ໃສ່ເຊື້ອແປ້ງຊຶ່ງພວກເຂົານໍາອອກມາຈາກປະເທດເອຢິບປີ້ງເປັນອາຫານ ເພາະວ່າພວກເຂົາຖືກບັງຄັບໃຫ້ອອກຈາກເອຢິບໂດຍໄວຈຶ່ງບໍ່ມີເວລາຈັດຕຽມສະບຽງອາຫານ 40 ຊາວອິສຣາເອນໄດ້ຢູ່ໃນປະເທດເອຢິບເປັນເວລາ ສີ່ຮ້ອຍສາມສິບປີ 41 ໄພ່ພົນຂອງພຣະຜູ້ເປັນເຈົ້າໄດ້ອອກຈາກປະເທດເອຢິບໃນມື້ທີ່ຄົບ ສີ່ຮ້ອຍສາມສິບປີນັ້ນພໍດີ 42 ມື້ນັ້ນເປັນເວລາກາງຄືນ ແລະພຣະຜູ້ເປັນເຈົ້າກໍຊົງເຝົ້າເບິ່ງຢູ່ ເພື່ອຊົງນຳເຂົາອອກຈາກປະເທດເອຢິບໄປ ຊາວອິສຣາເອນຈຶ່ງຖືເອົາຄືນມື້ນັ້ນເປັນຄືນຢູ່ເຝົ້າ ເພື່ອລະນຶກເຖິງພຣະຜູ້ເປັນເຈົ້າຕລອດມາທຸກຊົ່ວອາຍຸຄົນ
ລະບຽບງານສະຫລອງປັສຄາ
43 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໂມເຊແລະອາໂຣນວ່າ, “ຕໍ່ໄປນີ້ ແມ່ນລະບຽບກ່ຽວກັບງານສະຫລອງປັສຄາ ຄືຄົນຕ່າງຊາດບໍ່ໃຫ້ຮ່ວມກິນນຳ 44 ແຕ່ຂ້າທາດຜູ້ທີ່ນາຍຊື້ມາ ແລະເຂົ້າພິທີຕັດແລ້ວໃຫ້ຮ່ວມກິນນຳໄດ້ 45 ສ່ວນຄົນຜູ້ທີ່ອາໄສຢູ່ຊົ່ວຄາວ ຫລືລູກຈ້າງບໍ່ໃຫ້ກິນນຳ 46 ປັສຄານັ້ນໃຫ້ກິນຢູ່ໃນເຮືອນ ຢ່າເອົາຊີ້ນອອກໄປນອກເຮືອນ ຢ່າຫັກກະດູກໃດໆຂອງສັດນັ້ນ 47 ໃຫ້ຊຸມນຸມຊົນອິສຣາເອນທັງຫມົດເຂົ້າຮ່ວມໃນພິທີກິນລ້ຽງນີ້ 48 ຖ້າຄົນຕ່າງຊາດທີ່ອາໄສຢູ່ນຳພວກເຈົ້າ ຢາກຈະຈັດງານສະຫລອງປັສຄາຖວາຍພຣະຜູ້ເປັນເຈົ້າ ກໍໃຫ້ຊາຍພວກນັ້ນທຸກຄົນເຂົ້າພິທີຕັດເສັຽກ່ອນ ແລ້ວຈຶ່ງໃຫ້ເຂົາເຂົ້າຮ່ວມໃນພິທີລ້ຽງນີ້ໄດ້ ເຂົາຈະຖືກຖືວ່າເປັນຄົນເຊື້ອຊາດອິສຣາເອນ 49 ແຕ່ຜູ້ໃດທີ່ບໍ່ໄດ້ເຂົ້າພິທີຕັດ ຢ່າໃຫ້ກິນ ສຳລັບຄົນອິສຣາເອນແລະຄົນຕ່າງດ້າວທີ່ອາໄສຢູ່ນຳພວກເຈົ້າ ກໍໃຫ້ໃຊ້ກົດລະບຽບອັນດຽວກັນນີ້” 50 ຊາວອິສຣາເອນທັງປວງໄດ້ເຊື່ອຟັງແລະທຳຕາມທຸກຢ່າງ ຄືພຣະຜູ້ເປັນເຈົ້າໄດ້ຊົງສັ່ງໂມເຊແລະອາໂຣນຢ່າງໃດ ເຂົາກໍທຳຕາມຢ່າງນັ້ນ 51 ໃນວັນນີ້ແຫລະ, ພຣະຜູ້ເປັນເຈົ້າຊົງນໍາຊາວອິສຣາເອນອອກຈາກເອຢິບເປັນຂະບວນກອງທັບ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງຖວາຍລູກກົກທັງປວງຂອງຊາວອິສຣາເອນແກ່ເຮົາ ຄືລູກກົກຂອງຄົນແລະຂອງສັດທັງຫມົດເປັນຂອງເຮົາ”
ພິທີດ້ວຍເຂົ້າຈີ່ບໍ່ໃສ່ເຊື້ອແປ້ງ
3 ໂມເຊໄດ້ເວົ້າກັບປະຊາຊົນວ່າ, “ຈົ່ງລະນຶກເຖິງວັນນີ້ ຄືວັນທີ່ທ່ານທັງຫລາຍໄດ້ອົບພະຍົບອອກຈາກເອຢິບ ອອກຈາກປະເທດທີ່ພວກທ່ານໄດ້ຕົກເປັນທາດ ເພາະພຣະຜູ້ເປັນເຈົ້າໄດ້ຊົງນຳທ່ານທັງຫລາຍອອກຈາກທີ່ນັ້ນ ດ້ວຍຣິດທານຸພາບອັນຍິ່ງໃຫຍ່ ສະນັ້ນ ຢ່າກິນເຂົ້າຈີ່ທີ່ໃສ່ເຊື້ອແປ້ງ 4 ທ່ານທັງຫລາຍໄດ້ອົບພະຍົບອອກຈາກເອຢິບ ໃນວັນນີ້ໃນເດືອນທີ່ນຶ່ງ 5 ພຣະຜູ້ເປັນເຈົ້າໄດ້ຊົງສັນຍາໄວ້ເດັດຂາດກັບບັນພະບຸຣຸດຂອງທ່ານທັງຫລາຍວ່າ ຈະຊົງຍົກແຜ່ນດິນທີ່ອຸດົມສົມບູນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມຣິດ, ຊາວຮິວີ, ແລະຊາວເຢບຸສໃຫ້ແກ່ທ່ານທັງຫລາຍ ເມື່ອພຣະອົງຊົງນຳທ່ານທັງຫລາຍເຂົ້າໄປເຖິງແຜ່ນດິນເຫລົ່ານີ້ ພວກທ່ານຈົ່ງຈັດງານສະຫລອງວັນນີ້ໃນເດືອນນີ້ 6 ຈົ່ງຮັບປະທານເຂົ້າຈີ່ບໍ່ໃສ່ເຊື້ອແປ້ງເປັນເວລາເຈັດວັນ ໃນວັນທີ່ເຈັດໃຫ້ຈັດງານສະຫລອງຖວາຍແດ່ພຣະຜູ້ເປັນເຈົ້າ 7 ຈົ່ງຮັບປະທານເຂົ້າຈີ່ບໍ່ໃສ່ເຊື້ອແປ້ງໃຫ້ຄົບເຈັດວັນ ຢ່າໃຫ້ມີເຂົ້າຈີ່ໃສ່ເຊື້ອແປ້ງໃນແຜ່ນດິນຂອງພວກທ່ານ 8 ໃນວັນນັ້ນ ຈົ່ງອະທິບາຍໃຫ້ບຸດຂອງທ່ານຟັງວ່າ ທີ່ໄດ້ຈັດພິທິລະນຶກເຖິງນີ້ຂຶ້ນກໍເນື່ອງຈາກວ່າພຣະຜູ້ເປັນເຈົ້າໄດ້ຊ່ອຍເຫລືອເຮົາ ຄາວເມື່ອເຮົາໄດ້ອົບພະຍົບອອກຈາກປະເທດເອຢິບ 9 ງານສະຫລອງນີ້ຈະເປັນເຫມືອນຕຳຫນິທີ່ຫມາຍໄວ້ໃນມືຂອງພວກທ່ານ ຫລືເປັນອະນຸສອນຂອງການລະນຶກເຖິງຢູ່ເທິງຫນ້າຜາກຂອງພວກທ່ານ ເພື່ອວ່າພວກທ່ານຈະໄດ້ກ່າວເຖິງພຣະທັມຂອງພຣະຜູ້ເປັນເຈົ້າສືບຕໍ່ໄປ ເພາະພຣະອົງໄດ້ຊົງນຳພວກທ່ານອອກຈາກເອຢິບດ້ວຍຣິດທານຸພາບອັນຍິ່ງໃຫຍ່ 10 ທ່ານທັງຫລາຍຈົ່ງຈັດງານສະຫລອງທຸກໆປີເມື່ອເຖິງກຳນົດ
ເຣື່ອງລູກຫົວປີ
11 ພຣະຜູ້ເປັນເຈົ້າຈະຊົງນຳທ່ານທັງຫລາຍ ເຂົ້າໄປຍັງແຜ່ນດິນການາອານ ຄືແຜ່ນດິນທີ່ພຣະອົງໄດ້ຊົງສັນຍາວ່າ ຈະໃຫ້ພວກທ່ານແລະບັນພະບຸຣຸດຂອງພວກທ່ານ 12 ເມື່ອນັ້ນ ທ່ານທັງຫລາຍຈົ່ງຖວາຍບຸດຫົວປີທັງຫມົດແກ່ພຣະຜູ້ເປັນເຈົ້າ ແລະສຳລັບສັດໂຕເຖິກທີ່ເປັນລູກຫົວປີທຸກໂຕຂອງທ່ານເປັນຂອງພຣະຜູ້ເປັນເຈົ້າ 13 ຈົ່ງເອົາລູກແກະໄຖ່ເອົາລູກລໍຫົວປີ ຖ້າພວກທ່ານບໍ່ໄຖ່ຈົ່ງຫັກຄໍມັນເສັຽ ສ່ວນບຸດຫົວປີຂອງພວກທ່ານທັງຫລາຍຈົ່ງໄຖ່ໄວ້ 14 ຕໍ່ໄປພາຍຫນ້າ ເມື່ອບຸດຂອງພວກທ່ານຖາມວ່າ ທີ່ເຮັດນີ້ຫມາຍຄວາມວ່າແນວໃດ? ທ່ານທັງຫລາຍຈົ່ງບອກເຂົາວ່າ ພຣະຜູ້ເປັນເຈົ້າໄດ້ຊົງນຳພວກເຮົາອອກມາຈາກປະເທດເອຢິບບ່ອນຕົກເປັນທາດດ້ວຍຣິດທານຸພາບອັນຍິ່ງໃຫຍ່ 15 ເມື່ອກະສັດຟາຣາໂອມີພຣະທັຍແຂງກະດ້າງ ບໍ່ຍອມປ່ອຍໃຫ້ພວກເຮົາມາ ພຣະຜູ້ເປັນເຈົ້າຈຶ່ງຊົງຂ້າບຸດຫົວປີທັງຫລາຍຂອງຊາວເອຢິບ ທັງບຸດຫົວປີຂອງຄົນແລະສັດເດັຽລະສານ ດ້ວຍເຫດນີ້ ເຮົາຈຶ່ງຖວາຍສັດຫົວໂຕເຖິກແດ່ພຣະເຈົ້າ ແຕ່ບຸດຫົວປີທັງຫລາຍຂອງເຮົາ ເຮົາກໍໄຖ່ໄວ້ 16 ດັ່ງນັ້ນ ງານສະຫລອງວັນນີ້ຈະເປັນເຄື່ອງເຕືອນຈິດໃຈທ່ານເຫມືອນຕຳຫນິໃນມືຂອງພວກທ່ານ ຫລືເຫມືອນເຄື່ອງຫມາຍສຳຄັນທີ່ຢູ່ເທິງຫນ້າຜາກຂອງພວກທ່ານ ເພາະພຣະຜູ້ເປັນເຈົ້າໄດ້ຊົງນຳພວກເຮົາອອກມາຈາກປະເທດເອຢິບດ້ວຍຣິດທານຸພາບອັນຍິ່ງໃຫຍ່”
ກ້ອນເສົາເມກ ແລະແປວໄຟ
17 ເມື່ອກະສັດຟາຣາໂອຊົງປ່ອຍປະຊາຊົນອິສຣາເອນໄປ ພຣະເຈົ້າບໍ່ໄດ້ນຳພວກເຂົາຂຶ້ນໄປທາງປະເທດຟິລິສຕິນ ເຖິງແມ່ນວ່າທາງນັ້ນເປັນທາງໃກ້ກໍຕາມ ເພາະພຣະເຈົ້າຊົງກ່າວວ່າ, “ປະຊາຊົນອາດຈະປ່ຽນໃຈກັບຄືນເອຢິບອີກ ເມື່ອພວກເຂົາເຫັນສົງຄາມທີ່ຕ້ອງສູ້ຮົບ” 18 ດັ່ງນັ້ນ ພຣະເຈົ້າຈຶ່ງຊົງນຳເຂົາອ້ອມໄປທາງຖິ່ນກັນດານ ມຸ່ງຫນ້າໄປຍັງທະເລໄມ້ອໍ້ ຊາວອິສຣາເອນໄດ້ອົບພະຍົບອອກຈາກປະເທດເອຢິບ ເປັນຂະບວນເສິກ 19 ໂມເຊໄດ້ເອົາກະດູກໂຢເຊັບໄປດ້ວຍ ເພາະໂຢເຊັບໄດ້ສັນຍາກັບຊາວອິສຣາເອນວ່າ, “ພຣະເຈົ້າຈະຊ່ອຍເຫລືອພວກເຈົ້າຢ່າງແນ່ນອນ ດັ່ງນັ້ນ ພວກເຈົ້າຕ້ອງເອົາກະດູກຂອງເຮົາອອກໄປຈາກທີ່ນີ້ດ້ວຍ” 20 ປະຊາຊົນອິສຣາເອນໄດ້ອົບພະຍົບອອກຈາກຊຸກໂກດ ໄປຕັ້ງຄ້າຍພັກເຊົາຢູ່ເອທາມແຄມຖິ່ນກັນດານ 21 ໃນລະຫວ່າງເວລານັ້ນ ພຣະຜູ້ເປັນເຈົ້າໄດ້ສະເດັດນຳຫນ້າພວກເຂົາໄປ ດ້ວຍກ້ອນເສົາເມກໃນເວລາກາງເວັນ ເພື່ອບອກທາງໃຫ້ພວກເຂົາໄປ ແລະຊົງນຳຫນ້າພວກເຂົາໄປດ້ວຍແປວໄຟໃນເວລາກາງຄືນ ເພື່ອໃຫ້ເຂົາໄດ້ຮັບແສງສວ່າງໃຫ້ສາມາດເດິນທາງໄປໄດ້ທັງກາງເວັນແລະກາງຄືນ 22 ກ້ອນເສົາເມກໄດ້ນຳຫນ້າເຂົາໄປໃນເວລາກາງເວັນ ແລະແປວໄຟໄດ້ນຳຫນ້າໄປໃນເວລາກາງຄືນ
ຂ້າມທະເລໄມ້ອໍ້
1 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 2 “ຈົ່ງບອກໃຫ້ຊາວອິສຣາເອນກັບຄືນໄປຕັ້ງຄ້າຍພັກເຊົາຢູ່ຕໍ່ຫນ້າປີຮາຮີໂຣທ ລະຫວ່າງມິກໂດນກັບທະເລ ຕໍ່ຫນ້າບາອານເຊໂຟນໃກ້ໆທະເລ 3 ແລ້ວກະສັດຟາຣາໂອຈະຄິດວ່າປະຊາຊົນອິສຣາເອນຫນີໄປຈາກປະເທດບໍ່ໄດ້ ເພາະວ່າເຂົາຫລົງທາງໄປທາງຖິ່ນກັນດານ 4 ເຮົາຈະທຳໃຫ້ຈິດໃຈກະສັດຟາຣາໂອແຂງກະດ້າງ ແລ້ວກະສັດຟາຣາໂອຈະໄລ່ຕິດຕາມມາ ເຮົາຈະມີໄຊຊະນະກະສັດຟາຣາໂອ ແລະພົນທະຫານທັງຫມົດຈະນຳຊື່ສຽງມາສູ່ເຮົາ ຊາວເອຢິບຈະຮູ້ວ່າ ເຮົາຄື ພຣະຜູ້ເປັນເຈົ້າ” ເຂົາທັງຫລາຍກໍທຳຕາມຮັບສັ່ງນັ້ນ 5 ເມື່ອກະສັດເອຢິບຊົງຊາບວ່າ ປະຊາຊົນອິສຣາເອນໄປໄດ້ແລ້ວ ພຣະອົງກັບຂ້າຣາຊການຂອງພຣະອົງກໍປ່ຽນຄວາມຄິດໃຫມ່ ໂດຍເວົ້າວ່າ, “ເຫດໃດ ພວກເຮົາຈຶ່ງປ່ອຍໃຫ້ປະຊາຊົນອິສຣາເອນຫນີຈາກເປັນທາດຮັບໃຊ້ພວກເຮົາ?” 6 ກະສັດຟາຣາໂອຈຶ່ງຈັດຕຽມຣົດຮົບແລະພົນທະຫານຕິດຕາມໄປກັບພຣະອົງ 7 ພຣະອົງໄດ້ເອົາຣົດຮົບຢ່າງດິຫົກຮ້ອຍຄັນ ກັບຣົດຮົບອື່ນໆອີກໄປດ້ວຍ ມີນາຍທະຫານປະຈຳຢູ່ທຸກຄັນ 8 ພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ກະສັດຟາຣາໂອມີພຣະທັຍແຂງກະດ້າງ ກະສັດຟາຣາໂອຈຶ່ງໄດ້ໄລ່ຕິດຕາມປະຊາຊົນອິສຣາເອນໄປ ຊຶ່ງເຂົາກຳລັງຍົກຂະບວນອອກໄປດ້ວຍຄວາມຄຸ້ມຄອງຂອງພຣະຜູ້ເປັນເຈົ້າ 9 ຊາວເອຢິບພ້ອມດ້ວຍຂະບວນຣົດມ້າ ຄົນຂັບຣົດແລະເຫລົ່າທະຫານໃນກອງທັບຂອງກະສັດຟາຣາໂອໄດ້ໄລ່ຕິດຕາມມາ ພວກເຂົາໄດ້ມາທັນພວກອິສຣາເອນຢູ່ຄ້າຍພັກແຄມທະເລໃກ້ໆກັບປີຮາຮິໂຣທຕໍ່ຫນ້າບາອານເຊໂຟນ 10 ເມື່ອກອງທັບຂອງກະສັດຟາຣາໂອເຂົ້າມາໃກ້ ຊາວອິສຣາເອນກໍເຫັນກອງທັບທີ່ຍົກມາຕໍ່ສູ້ຕົນ ພວກເຂົາຈຶ່ງຢ້ານແລະຮ້ອງໄຫ້ ຂໍໃຫ້ພຣະຜູ້ເປັນເຈົ້າຊົງຊ່ອຍ 11 ພວກເຂົາໄດ້ເວົ້າກັບໂມເຊວ່າ, “ໃນເອຢິບບໍ່ມີບ່ອນຝັງສົບບໍ່ ທ່ານຈຶ່ງໄດ້ພາພວກເຮົາອອກມາຕາຍໃນຖິ່ນກັນດານນີ້ ເປັນຫຍັງຈຶ່ງພາພວກເຮົາອອກມາຈາກເອຢິບ 12 ຄາວຢູ່ໃນເອຢິບພວກເຮົາໄດ້ບອກທ່ານແລ້ວວ່າ ເຣື່ອງນີ້ຈະເກີດຂຶ້ນແມ່ນບໍ່? ພວກເຮົາເວົ້າວ່າຈົ່ງປ່ອຍໃຫ້ພວກເຮົາຢູ່ຕາມລຳພັງ ພວກເຮົາຈະຢູ່ເປັນທາດຮັບໃຊ້ຄົນເອຢິບ ເພາະຢູ່ເປັນທາດຮັບໃຊ້ຄົນເອຢິບຍັງດີກວ່າຈະມາຕາຍໃນຖິ່ນກັນດານນີ້” 13 ໂມເຊໄດ້ຕອບປະຊາຊົນວ່າ, “ຢ່າຢ້ານເລີຍ, ຈົ່ງຍຶດຫມັ້ນຢູ່ ຈົ່ງຄອຍເບິ່ງສິ່ງທີ່ພຣະຜູ້ເປັນເຈົ້າຈະຊ່ອຍໃຫ້ພົ້ນໃນມື້ນີ້ ແລ້ວຊາວເອຢິທີ່ທ່ານທັງຫລາຍໄດ້ເຫັນໃນມື້ນີ້ ຕໍ່ໄປຈະບໍ່ໄດ້ເຫັນອີກຈັກເທື່ອ 14 ພຣະຜູ້ເປັນເຈົ້າຈະຊົງຮົບແທນທ່ານທັງຫລາຍດອກ ພວກທ່ານບໍ່ຕ້ອງເຮັດຫຍັງ” 15 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, “ເປັນຫຍັງເຈົ້າຈຶ່ງຮ້ອງທຸກຕໍ່ເຮົາ? ຈົ່ງບອກໃຫ້ຊາວອິສຣາເອນມຸ່ງຫນ້າຕໍ່ໄປ 16 ຝ່າຍເຈົ້າຈົ່ງໄມ້ເທົ້າຂອງເຈົ້າຂຶ້ນ ແລ້ວເດ່ມືອອກໄປທາງທະເລ ທຳໃຫ້ນ້ຳທະເລນັ້ນແຍກອອກ ເພື່ອຊາວອິສຣາເອນຈະໄດ້ຍ່າງຂ້າມໄປເທິງດິນກາງທະເລ 17 ສ່ວນເຮົາຈະທຳໃຫ້ໃຈຊາວເອຢິບແຂງກະດ້າງແລະໄລ່ຕິດຕາມໄປ ເຣົາຈະມີຊັຍຊະນະເຫນືອກະສັດຟາຣາໂອ ກອງທັບພ້ອມທັງຣົດຮົບ ແລະຄົນຂັບຣົດຂອງຟາຣາໂອຈະນຳກຽດຕິຍົດມາໃຫ້ເຮົາ 18 ເມື່ອເຮົາຊະນະເຂົາທັງຫມົດແລ້ວ ຊາວເອຢິບຈຶ່ງຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າ” 19 ຝ່າຍທູດຂອງພຣະຜູ້ເປັນເຈົ້າທີ່ນຳຫນ້າກອງທັບອິສຣາເອນ ໄດ້ກັບໄປຢູ່ຂ້າງຫນ້າ ກ້ອນເສົາເມກຊຶ່ງຢູ່ຂ້າງຫນ້າ ກໍກັບມາຕັ້ງຢູ່ຂ້າງຫລັງພວກເຂົາ ຄືໄດ້ມາຢູ່ລະຫວ່າງກອງທັບເອຢິບກັບກອງທັບອິສຣາເອນ 20 ເມກນັ້ນໄດ້ທຳໃຫ້ມີຄວາມມືດ ບໍ່ໃຫ້ທັງສອງຝ່າຍເຂົ້າໃກ້ກັນໄດ້ ຄືນນັ້ນຈຶ່ງຜ່ານພົ້ນໄປ 21 ໂມເຊໄດ້ເດ່ມືຂອງທ່ານອອກໄປທາງທະເລ ພຣະຜູ້ເປັນເຈົ້າຈຶ່ງຊົງໃຫ້ລົມຮ້ອນທາງທິດຕາເວັນອອກພັດທະເລຕລອດຄືນ ທຳໃຫ້ທະເລເປັນດິນແຫ້ງ ນ້ຳຈຶ່ງໄດ້ແຍກອອກຈາກກັນ 22 ປະຊາຊົນອິສຣາເອນຈຶ່ງພາກັນຍ່າງຂ້າມໄປເທິງດິນກາງທະເລ ໂດຍມີກຳແພງນ້ຳຕັນໄວ້ທັງສອງຂ້າງທາງ 23 ຝ່າຍເອຢິບກໍໄລ່ຕິດຕາມເຂົ້າມາເຖິງທະເລ ພ້ອມກັບຝູງມ້າຣົດຮົບແລະຄົນຂັບຣົດຂອງກະສັດຟາຣາໂອ 24 ຄັນຮອດເວລາເຊົ້າມືດ ພຣະຜູ້ເປັນເຈົ້າໄດ້ທອດພຣະເນດເບິ່ງກອງທັບເອຢິບ ຈາກທາງແປວເສົາໄຟແລະກ້ອນເສົາເມກຈຶ່ງຊົງໃຫ້ກອງທັບເອຢິບເກີດໂກລາຫົນຂຶ້ນ 25 ພຣະອົງຊົງທຳໃຫ້ລໍ້ຣົດຂອງພວກເຂົາຝືດ ເພື່ອໃຫ້ມັນແລ່ນໄປໄດ້ຍາກທີ່ສຸດ ຊາວເອຢິບຈຶ່ງເວົ້າວ່າ, “ພວກເຮົາພາກັນແລ່ນຫນີໄປຈາກຊາວອິສຣາເອນເສັຽເທາະ ເພາະວ່າພຣະຜູ້ເປັນເຈົ້າຊົງຕໍ່ສູ້ເຮົາແທນເຂົາແລ້ວ” 26 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, “ຈົ່ງເດ່ມືອອກໄປທາງທະເລ ເພື່ອໃຫ້ນ້ຳໄຫລມາຖ້ວມຊາວເອຢິບ ຖ້ວມຣົດຮົບແລະຄົນຂັບຣົດຂອງພວກເຂົາ” 27 ໂມເຊຈຶ່ງເດ່ມືອອກໄປທາງທະເລ ຄັນຕົກມື້ເຊົ້າມານ້ຳທະເລກໍກັບຄືນສູ່ສະພາບເດີມ ຊາວເອຢິບໄດ້ພຍາຍາມຫນີແຕ່ຫນີບໍ່ໄດ້ເພາະຖືກກະແສນ້ຳພັດ ພຣະຜູ້ເປັນເຈົ້າໄດ້ຊົງຊຸກຍູ້ຊາວເອຢິບລົງທະເລ 28 ນ້ຳໄດ້ໄຫລຖ້ວມຣົດຮົບ ພ້ອມທັງຄົນຂັບຣົດແລະກອງທັບຂອງກະສັດຟາຣາໂອທັງຫມົດ ຊຶ່ງພວກເຂົາໄດ້ໄລ່ຕິດຕາມມາເຖິງທະເລ ນ້ຳໄດ້ຖ້ວມຫມົດບໍ່ເຫລືອຈັກຄົນ 29 ແຕ່ຝ່າຍອິສຣາເອນໄດ້ພາກັນຍ່າງໄປເທິງດິນກາງທະເລໂດຍມີກຳແພງນ້ຳຕັນໄວ້ທັງຂ້າງຊ້າຍແລະຂ້າງຂວາ 30 ໃນວັນນັ້ນ ພຣະຜູ້ເປັນເຈົ້າຊົງໂຜດຊ່ອຍຊາວອິສຣາເອນໃຫ້ພົ້ນຈາກເງື້ອມມືຂອງຊາວເອຢິບ ຊາວອິສຣາເອນໄດ້ເຫັນຊາວເອຢິບຕາຍຢູ່ຕາມແຄມທະເລ 31 ເມື່ອຊາວອິສຣາເອນໄດ້ເຫັນການກະທຳອັນຍິ່ງໃຫຍ່ ທີ່ພຣະຜູ້ເປັນເຈົ້າໄດ້ຊົງກະທຳຕໍ່ສູ້ຊາວເອຢິບ ພວກເຂົາກໍຢຳເກງແລະເຊື່ອຖືພຣະຜູ້ເປັນເຈົ້າກັບໂມເຊຜູ້ຮັບໃຊ້ຂອງພຣະອົງ
ບົດເພງຂອງໂມເຊ
1 ຂນະນັ້ນ ໂມເຊກັບປະຊາຊົນອິສຣາເອນ ໄດ້ຮ້ອງເພງສັຣເສິນພຣະຜູ້ເປັນເຈົ້າດັ່ງຕໍ່ໄປນີ້: ຂ້າພະເຈົ້າຈະຮ້ອງເພງສັຣເສິນພຣະຜູ້ເປັນເຈົ້າ ເພາະພຣະອົງຊົງມີໄຊຊະນະຢ່າງຫລວງຫລາຍ ພຣະອົງໄດ້ຊົງຊຸກມ້າແລະຄົນຂັບຣົດລົງທະເລ 2 ພຣະຜູ້ເປັນເຈົ້າຊົງທຳໃຫ້ຂ້າພະເຈົ້າແຂງແຮງ ແລະມີກຳລັງ ພຣະອົງຊົງຊ່ອຍໃຫ້ຂ້າພະເຈົ້າພົ້ນ ພຣະອົງຊົງເປັນພຣະເຈົ້າຂອງຂ້າພະເຈົ້າ ແລະຂ້າພະເຈົ້າຈະສັຣເສິນພຣະອົງ ຊົງເປັນພຣະເຈົ້າບັນພະບຸຣຸດຂອງຂ້າພະເຈົ້າ ຂ້າພະເຈົ້າຈະຮ້ອງເພງສັຣເສິນຄວາມຍິ່ງໃຫຍ່ຂອງພຣະອົງ 3 ພຣະຜູ້ເປັນເຈົ້າຊົງເປັນນັກຮົບ ພຣະຜູ້ເປັນເຈົ້າແມ່ນພຣະນາມຂອງພຣະອົງ 4 ພຣະອົງຊົງໂຍນຣົດຮົບ ແລະເຫລົ່າທະຫານຂອງຟາຣາໂອໃນທະເລ ນາຍທະຫານຊັ້ນຍອດຂອງຟາຣາໂອໄດ້ຈົມລົງພື້ນທະເລໄມ້ອໍ້ 5 ນ້ຳທະເລເລິກໄດ້ຖ້ວມເຂົາ ເຂົາໄດ້ຈົມລົງພື້ນທະເລເຫມືອນດັ່ງກ້ອນຫີນ 6 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຫັດເບື້ອງຂວາອັນແຂງແຮງຂອງພຣະອົງຊົງອັດສະຈັນຫລາຍ ພຣະຫັດນັ້ນຊົງທຳລາຍສັດຕຣູຂາດເປັນຕ່ອນໆ 7 ພຣະອົງຊົງທຳລາຍຄູ່ຕໍ່ສູ້ຂອງພຣະອົງ ດ້ວຍເດຊານຸພາບອັນຍິ່ງໃຫຍ່ ພຣະພິໂຣດຂອງພຣະອົງຊົງແຜດເຜົາເຂົາໄຫມ້ ເຫມືອນດັ່ງຕໍເຟືອງ 8 ພຣະອົງຊົງເປົ່າໃຫ້ນ້ຳຂຶ້ນສູງດ້ວຍລົມຫາຍໃຈຂອງພຣະອົງ ນ້ຳໄດ້ຖ້ວມສູງຂຶ້ນຊື່ເຫມືອນດັ່ງກຳແພງ ນ້ຳທະເລເລິກໄດ້ແຫ້ງລົງໄປເຖິງພື້ນ 9 ພວກສັດຕຣູໄດ້ເວົ້າວ່າ ເຮົາຈະໄລ່ຕິດຕາມຈັບເອົາໃຫ້ໄດ້ ເຮົາຈະຍຶດເອົາຊັບສົມບັດຂອງພວກເຂົາ ຈະເອົາທຸກສິ່ງຈາກເຂົາທີ່ເຮົາຕ້ອງການ ເຮົາຈະຊັກດາບອອກແລະຍຶດເອົາທຸກສິ່ງທີ່ເຂົາມີດ້ວຍກຳລັງຂອງເຮົາ 10 ແຕ່ພຣະອົງຊົງໃຫ້ລົມຂອງພຣະອົງພັດມາ ນ້ຳທະເລຈຶ່ງຖ້ວມພວກເຂົາ ພວກເຂົາໄດ້ຈົມລົງໃນນ້ຳເລິກເຫມືອນຂີ້ກົ່ວ 11 ຂ້າແດ່ພຣະຜູ້ເປັນເຈົ້າ ໃນບັນດາພຣະນັ້ນແມ່ນອົງໃດຫນໍຄືພຣະອົງ ອົງໃດຫນໍເຫມືອນກັບພຣະອົງຜູ້ຊົງບໍຣິສຸດຮຸ່ງເຮືອງ ອົງໃດຫນໍເຫມືອນກັບພຣະອົງຜູ້ຊົງກະທຳການອັດສະຈັນ ແລະການຍິ່ງໃຫຍ່ອັນຫນ້າຢ້ານ 12 ພຣະອົງຊົງຢຽດພຣະຫັດເບື້ອງຂວາອອກ ແຜ່ນດິນຈຶ່ງໄດ້ກືນເຂົາທັງຫລາຍເສັຽ 13 ພຣະອົງໄດ້ຊົງນຳປະຊາຊົນອອກມາດ້ວຍຄວາມຮັກຫມັ້ນຄົງຂອງພຣະອົງ ຄືປະຊາຊົນທີ່ພຣະອົງໄດ້ຊົງໄຖ່ໄວ້ ພຣະອົງໄດ້ຊົງພາເຂົາມາເຖິງບ່ອນສັກສິດຂອງພຣະອົງດ້ວຍເດຊານຸພາບຂອງພຣະອົງ 14 ຊົນຊາດທັງຫລາຍໄດ້ຍິນແລ້ວກໍສະທ້ານຢ້ານກົວ ຊົນຊາດຟິລິສຕີນໄດ້ເຈັບປວດເຫມືອນເຈັບທ້ອງລູກ 15 ພວກເຈົ້ານາຍໃນເມືອງເອໂດມກໍຢ້ານກົວ ຜູ້ມີອຳນາດໃນເມືອງໂມອາບກໍຕົວສັ່ນ ທຸກໆຄົນໃນປະເທດການາອານໄດ້ຫມົດກຳລັງໃຈ 16 ຄວາມຕົກໃຈໄດ້ເກີດຂຶ້ນໃນໃຈຂອງເຂົາ ເນື່ອງຈາກຣິດທານຸພາບຂອງພຣະອົງ ໂອ ພຣະຜູ້ເປັນເຈົ້າ ພວກເຂົາຢືນນີ້ງຢູ່ເຫມືອນກ້ອນຫີນ ຈົນໄພ່ພົນຂອງພຣະອົງໄດ້ຜ່ານພົ້ນໄປ ຈົນປະຊາຊົນທີ່ພຣະອົງຊົງໄຖ່ໄວ້ໄດ້ຜ່ານພົ້ນໄປ 17 ໂອ ພຣະຜູ້ເປັນເຈົ້າ ພຣະອົງຊົງນຳເຂົາມາຮັກສາໄວ້ເທິງພູຂອງພຣະອົງ ຊຶ່ງພຣະອົງໄດ້ຊົງສ້າງໄວ້ເປັນບ່ອນສະຖິດຂອງພຣະອົງໂອ ພຣະຜູ້ເປັນເຈົ້າ ພຣະວິຫານເປັນບ່ອນພຣະອົງເອງຊົງສ້າງ 18 ພຣະຜູ້ເປັນເຈົ້າຈະຊົງເປັນເຈົ້າຊີວິດຕລອດໄປເປັນນິດ” 19 ເພາະເມື່ອຝູງມ້າພ້ອມທັງຣົດຮົບແລະຄົນຂັບຂອງຟາຣາໂອໄດ້ລົງໄປໃນທະເລ ພຣະຜູ້ເປັນເຈົ້າກໍຊົງໃຫ້ນ້ຳທະເລໄຫລຄືນມາຖ້ວມ ແຕ່ຊາວອິສຣາເອນໄດ້ຍ່າງໄປເທິງດິນກາງທະເລນັ້ນ
ບົດເພງຂອງມີຣີອາມ
20 ນາງມີຣິອາມຜູ້ປະກາດພຣະທັມ ຊຶ່ງເປັນເອື້ອຍຂອງອາໂຣນໄດ້ຖືກອງໂທນ ແລະຜູ້ຍິງທັງຫມົດກໍຍ່າງຟ້ອນລຳຕິດຕາມສຽງກອງໄປ 21 ນາງມີຣິອາມໄດ້ຮ້ອງເພງອອກຫນ້າວ່າ: “ຈົ່ງຮ້ອງເພງສັຣເສິນພຣະຜູ້ເປັນເຈົ້າ ເພາະພຣະອົງຊົງມີຊັຍຊະນະຢ່າງໃຫຍ່ຫລວງ ພຣະອົງຊົງຊຸກມ້າແລະຄົນຂັບຣົດລົງໃນທະເລ”
ນ້ຳຂົມທີ່ ມາຣາ
22 ຕໍ່ມາ ໂມເຊໄດ້ໃຫ້ຊາວອິສຣາເອນຕຽມຕົວອອກຈາກທະເລໄມ້ອໍ້ໄປຍັງຖິ່ນກັນດານຊູຣ໌ ພວກເຂົາໄດ້ພາກັນຍ່າງຢູ່ໃນຖິ່ນກັນດານເຖິງສາມວັນກໍບໍ່ພໍ້ນ້ຳ 23 ຄັນແລ້ວເຂົາກໍມາເຖິງບໍ່ນ້ຳຂົມແຫ່ງນຶ່ງ ນ້ຳນັ້ນໄດ້ຂົມຫລາຍຈົນເຂົາດື່ມບໍ່ໄດ້ ເຂົາຈຶ່ງເອີ້ນຊື່ນ້ຳນັ້ນວ່າ ມາຣາ 24 ປະຊາຊົນອິສຣາເອນໄດ້ພາກັນຈົ່ມຮ້າຍໂມເຊແລະຖາມວ່າ, “ພວກເຮົາຈະດື່ມຫຍັງ?” 25 ໂມເຊຈຶ່ງອ້ອນວອນດ້ວຍໃຈຮ້ອນຮົນຕໍ່ພຣະຜູ້ເປັນເຈົ້າ ແລ້ວພຣະອົງໄດ້ຊີ້ໃຫ້ໂມເຊເຫັນທ່ອນໄມ້ອັນນຶ່ງ ໂມເຊຈຶ່ງຈັບໄມ້ນັ້ນຖິ້ມລົງໃນນ້ຳ ນ້ຳກໍຈືດບໍ່ຂົມຄືເກົ່າ ໃນທີ່ນັ້ນ ພຣະຜູ້ເປັນເຈົ້າໄດ້ຊົງປະທານກົດບັນຍັດໃຫ້ແກ່ພວກເຂົາ ແລະໄດ້ຊົງທົດລອງໃຈເຂົາຢູ່ທີ່ນັ້ນດ້ວຍ 26 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຖ້າພວກເຈົ້າເຊື່ອຟັງເຮົາຜູ້ເປັນພຣະຜູ້ເປັນເຈົ້າຂອງເຈົ້າ ຈົ່ງທຳໃນສິ່ງທີ່ເຮົາເຫັນວ່າຖືກຕ້ອງ ເອົາໃຈໃສ່ທຳຕາມພຣະບັນຍັດຂອງເຮົາ ແລະປະຕິບັດຕາມກົດບັນຍັດຂອງເຮົາທຸກຢ່າງ ເຮົາກໍຈະບໍ່ລົງໂທດພວກເຈົ້າດ້ວຍໂຣກໄພໄຂ້ເຈັບຕ່າງໆເຫມືອນຢ່າງທີ່ເຣົາໄດ້ນຳມາລົງໂທດຊາວເອຢິບນັ້ນ ເຮົານີ້ແຫລະ ເປັນຜູ້ປີ່ນປົວພວກເຈົ້າໃຫ້ດີ” 27 ຕໍ່ໄປ ພວກອິສຣາເອນກໍມາເຖິງເອລິມ ບ່ອນມີນ້ຳພຸສິບສອງບໍ່ ແລະມີຕົ້ນຕານເຈັດສິບຕົ້ນ ແລ້ວຕັ້ງຄ້າຍພັກເຊົາຢູ່ໃກ້ນ້ຳທີ່ນັ້ນ
ມານາ ແລະນົກຂຸ້ມ
1 ແລ້ວຊຸມນຸມຊົນອິສຣາເອນທັງຫມົດໄດ້ອອກຈາກຄ້າຍພັກເອລິມ ແລະໃນວັນທີ່ສິບຫ້າຂອງເດືອນທີ່ສອງ ຄືນັບຕັ້ງແຕ່ເວລາອອກຈາກເອຢິບແລ້ວ ພວກເຂົາທັງຫມົດໄດ້ມາເຖິງຖິ່ນກັນດານຊິນ ຊຶ່ງຢູ່ລະຫວ່າງເອລິມກັບພູຊີນາອີ 2 ເມື່ອຢູ່ໃນຖິ່ນກັນດານ ພວກເຂົາໄດ້ພາກັນຈົ່ມຮ້າຍ ໂມເຊ ແລະອາໂຣນ 3 ພວກເຂົາເວົ້າວ່າ, “ພວກຂ້າພະເຈົ້າພໍໃຈໃຫ້ພຣະຜູ້ເປັນເຈົ້າຂ້າຕາຍຢູ່ເອຢິບ ບ່ອນທີ່ໄດ້ນັ່ງກິນເຂົ້າປາອາຫານອີ່ມຕາມຄວາມຕ້ອງການ ແຕ່ນີ້ທ່ານໄດ້ນຳພວກຂ້າພະເຈົ້າທັງຫມົດອອກມາອຶດຢາກຕາຍຢູ່ໃນຖິ່ນກັນດານ” 4 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, “ບັດນີ້ ເຮົາຈະທຳໃຫ້ອາຫານຕົກລົງມາຈາກທ້ອງຟ້າດັ່ງຫ່າຝົນສຳລັບພວກເຈົ້າ ໃຫ້ປະຊາຊົນໄປຊອກເກັບເອົາທຸກວັນ ໃຫ້ເກັບເອົາພໍດີກິນສຳລັບວັນນຶ່ງທີ່ໃຫ້ທຳດັ່ງນີ້ ກໍເພື່ອເຮົາຈະໄດ້ທົດລອງເບິ່ງໃຈເຂົາວ່າເຂົາຈະທໍາຕາມຄຳບອກສອນຂອງເຮົາຫລືບໍ່? 5 ໃນວັນທີ່ຫົກ ໃຫ້ເຂົາເກັບເອົາຫລາຍກວ່າວັນກ່ອນນຶ່ງເທົ່າ ແລ້ວໃຫ້ຈັດຕຽມທຳອາຫານໄວ້” 6 ໂມເຊ ກັບອາໂຣນຈຶ່ງບອກປະຊາຊົນອິສຣາເອນທັງປວງວ່າ, “ໃນຕອນຄ່ຳນີ້ ພວກເຈົ້າທັງຫລາຍຈະໄດ້ຮູ້ວ່າ ແມ່ນພຣະຜູ້ເປັນເຈົ້າຊົງນຳພວກເຈົ້າອອກຈາກເອຢິບ 7 ແລະໃນຕອນເຊົ້າ ພວກເຈົ້າຈະໄດ້ເຫັນພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ ພຣະອົງຊົງໄດ້ຍິນຄຳຈົ່ມຕໍ່ວ່າຂອງພວກທ່ານທີ່ມີຕໍ່ພຣະອົງແລ້ວ ເພາະເຮົາທັງສອງນັ້ນແມ່ນຜູ້ໃດ ພວກທ່ານຈຶ່ງມາຈົ່ມຕໍ່ວ່າເຮົາ” 8 ໂມເຊໄດ້ເວົ້າຕໍ່ໄປວ່າ, “ແມ່ນພຣະຜູ້ເປັນເຈົ້າຈະໃຫ້ພວກເຈົ້າມີຊີ້ນຮັບປະທານໃນຕອນແລງ ແລະມີເຂົ້າຮັບປະທານຢ່າງບໍຣິບູນໃນຕອນເຊົ້າ ເພາະພຣະອົງຊົງໄດ້ຍິນຄຳຈົ່ມຂອງທ່ານຕໍ່ພຣະອົງເຮົາທັງສອງເປັນຜູ້ໃດ ພວກທ່ານບໍ່ໄດ້ຈົ່ມຮ້າຍຕໍ່ວ່າເຮົາ ແຕ່ໄດ້ຈົ່ມຮ້າຍຕໍ່ພຣະຜູ້ເປັນເຈົ້າ” 9 ຕໍ່ມາ ໂມເຊໄດ້ເວົ້າກັບອາໂຣນວ່າ, “ຈົ່ງບອກຊຸມນຸມຊົນອິສຣາເອນເຂົ້າມາຢືນຢູ່ຊ້ອງຫນ້າພຣະພັກພຣະຜູ້ເປັນເຈົ້າ ເພາະວ່າພຣະອົງຊົງໄດ້ຍິນຄຳຈົ່ມຮ້າຍຂອງພວກເຂົາແລ້ວ” 10 ໃນຂນະທີ່ ອາໂຣນກຳລັງເວົ້າກັບຊຸມນຸມຊົນອິສຣາເອນຢູ່ນັ້ນ ເຂົາທັງຫລາຍຕ່າງກໍພາກັນຫັນຫນ້າຫລຽວໄປທາງຖິ່ນກັນດານ ທັນໃດນັ້ນໄດ້ເກີດມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າປາກົດຂຶ້ນໃນເມກ 11 ແລ້ວພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 12 “ເຮົາໄດ້ຍິນຄຳຈົ່ມຮ້າຍຂອງຊາວອິສຣາເອນແລ້ວ ເຈົ້າຈົ່ງບອກເຂົາວ່າພວກເຈົ້າຈະໄດ້ກິນຊີ້ນໃນເວລາຄ່ຳມືດ ແລະຈະໄດ້ກິນເຂົ້າອີ່ມໃນເວລາເຊົ້າ ແລ້ວເຈົ້າທັງຫລາຍຈະໄດ້ຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າຂອງພວກເຈົ້າ” 13 ຄັນເຖິງເວລາຄ່ຳ ກໍມີນົກຂຸ້ມບິນມາເຕັມຄ້າຍພັກເຊົາ ແລະໃນຕອນເຊົ້າກໍມີນ້ຳຫມອກປົກຫຸ້ມຢູ່ຮອບຄ້າຍ 14 ເມື່ອນ້ຳຫມອກເຫິຍໄປຫມົດແລ້ວ ໄດ້ມີສິ່ງນຶ່ງຢູ່ເທິງດິນໃນຖິ່ນກັນດານ ສິ່ງນັ້ນເປັນແຜ່ນບາງໆເຫມືອນນ້ຳຫມອກກ້າມ 15 ເມື່ອຊາວອິສຣາເອນເຫັນ ກໍບໍ່ຣູ້ຈັກວ່າແມ່ນຫຍັງ ພວກເຂົາຈຶ່ງຖາມກັນແລະກັນວ່າ, “ອັນນີ້ແມ່ນຫຍັງ?” ໂມເຊໄດ້ບອກເຂົາວ່າ, “ອັນນີ້ແມ່ນເຂົ້າທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ພວກເຈົ້າກິນ 16 ພຣະຜູ້ເປັນເຈົ້າຊົງສັ່ງດັ່ງນີ້ວ່າ, ທຸກໆຄົນຈົ່ງເກັບເອົາຕາມທີ່ຕົນຈະກິນໄດ້ຫມົດ ຈົ່ງເກັບເອົາຄົນລະໂອເມີ ໃຫ້ຄົບຕາມຈຳນວນຄົນທີ່ມີຢູ່ໃນຕູບຜ້າເຕັນຂອງຕົນ” 17 ປະຊາຊົນອິສຣາເອນກໍໄດ້ທຳຕາມ ລາງຄົນໄດ້ເກັບເອົາຫລາຍ ລາງຄົນໄດ້ເກັບເອົາຫນ້ອຍ 18 ແຕ່ເມື່ອພວກເຂົາຊັ່ງເບິ່ງ ຄົນທີ່ເກັບເອົາຫລາຍກໍບໍ່ມີຫລາຍ ແລະຄົນທີ່ເກັບເອົາຫນ້ອຍກໍບໍ່ມີຫນ້ອຍ ທຸກຄົນຈຶ່ງເກັບໄດ້ພໍດີກັບກິນອີ່ມ 19 ໂມເຊໄດ້ບອກວ່າ, “ຢ່າໃຫ້ຜູ້ໃດເກັບມ້ຽນໄວ້ຈົນຮອດມື້ອື່ນ” 20 ແຕ່ມີລາງຄົນບໍ່ເຊື່ອຟັງໂມເຊ ຄືເຂົາໄດ້ເອົາສ່ວນນຶ່ງມ້ຽນໄວ້ຈົນຮອດມື້ອື່ນ ພໍຮອດມື້ເຊົ້າອາຫານນັ້ນກໍເປັນຫນອນແລະບູດເນົ່າ ໂມເຊຈຶ່ງຮ້າຍພວກເຂົາ 21 ດັ່ງນັ້ນ ຕໍ່ໄປພວກເຂົາຈຶ່ງຫາເກັບເອົາທຸກເຊົ້າເທົ່າທີ່ຕົນພໍຈະກິນອີ່ມ ແຕ່ພໍແດດຮ້ອນຂຶ້ນ ອາຫານນັ້ນກໍລະລາຍຫາຍໄປ 22 ຕໍ່ມາ ໃນວັນທີ່ຫົກ ເຂົາໄດ້ເກັບເອົາອາຫານນັ້ນສອງເທົ່າ ຄືຄົນລະສອງໂອເມີ ແລ້ວບັນດາຫົວຫນ້າຊຸມນຸມຊົນອິສຣາເອນໄດ້ມາຣາຍງານເຣື່ອງນີ້ຕໍ່ໂມເຊ 23 ໂມເຊໄດ້ບອກເຂົາວ່າ, “ພຣະຜູ້ເປັນເຈົ້າຊົງມີພຣະດຳຣັດດັ່ງນີ້, ມື້ອື່ນແມ່ນວັນສິນ ຄືວັນບໍຣິສຸດຂອງພຣະຜູ້ເປັນເຈົ້າ ສະນັ້ນມີອັນໃດປີ້ງກໍໃຫ້ປີ້ງເສັຽ ມີອັນໃດຕົ້ມກໍໃຫ້ຕົ້ມເສັຽ ສິ່ງທີ່ເຫລືອຈົ່ງເອົາມ້ຽນໄວ້ຮອດມື້ອື່ນ” 24 ພວກເຂົາຈຶ່ງທຳຕາມໂມເຊສັ່ງ ຄືໄດ້ເກັບອາຫານທີ່ເຫລືອມ້ຽນໄວ້ຈົນຮອດມື້ອື່ນ ອາຫານນັ້ນບໍ່ໄດ້ບູດເຫມັນເປັນຫນອນເລີຍ 25 ຕໍ່ໄປ ໂມເຊໄດ້ບອກວ່າ, “ມື້ນີ້ຈົ່ງກິນອາຫານນັ້ນເສັຽ ເພາະວ່າມື້ນີ້ເປັນວັນສິນຂອງພຣະຜູ້ເປັນເຈົ້າ ແລະພວກທ່ານຈະຫາອາຫານໃດໆບໍ່ໄດ້ອີກໃນທີ່ທົ່ວໄປ 26 ຈົ່ງໄປຫາເກັບເອົາເສັຽຫົກວັນ ແຕ່ໃນວັນທີ່ເຈັດຊຶ່ງເປັນວັນສິນນັ້ນຈະບໍ່ມີອາຫານເລີຍ” 27 ຄັນແລ້ວ ໃນວັນທີ່ເຈັດໄດ້ມີລາງຄົນອອກໄປຫາເອົາອາຫານນັ້ນ ແຕ່ເຂົາກໍຫາບໍ່ໄດ້ 28 ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວຕໍ່ໂມເຊວ່າ, “ພວກເຈົ້າຈະຂັດຂືນຂໍ້ບັນຍັດ ແລະກົດຫມາຍຂອງເຮົາຢູ່ເຫິງປານໃດ? ຈົ່ງຈຳໄວ້ວ່າ ເຮົາຄືພຣະຜູ້ເປັນເຈົ້າໄດ້ໃຫ້ວັນສິນແກ່ພວກເຈົ້າ 29 ເຫດສັນນັ້ນໃນວັນທີ່ຫົກ ເຮົາຈຶ່ງໄດ້ປະທານອາຫານໃຫ້ພໍກິນໄດ້ສອງມື້ແກ່ພວກເຈົ້າ ໃນວັນທີ່ເຈັດທຸກຄົນຕ້ອງຢູ່ກັບທີ່ບໍ່ໃຫ້ມີຜູ້ໃດອອກຈາກບ້ານເຮືອນຂອງຕົນ” 30 ດ້ວຍເຫດນີ້ ຄົນທັງປວງຈຶ່ງບໍ່ເຮັດວຽກໃນວັນຖ້ວນເຈັດ 31 ປະຊາຊົນອິສຣາເອນໄດ້ເອີ້ນຊື່ອາຫານນັ້ນວ່າ ມານາ ອາຫານນີ້ເປັນເມັດຂາວໆເຫມືອນໃນຜັກຊີ ມີຣົດເຫມືອນເຂົ້າຫນົມແຜ່ນປະສົມນ້ຳເຜີ້ງ 32 ໂມເຊໄດ້ເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງສັ່ງດັ່ງນີ້ວ່າ, ຈົ່ງຜອງເອົາມານານຶ່ງໂອເມີເກັບໄວ້ຕລອດຊົ່ວເຊື້ອສາຍຂອງພວກເຈົ້າ ເພື່ອເຂົາທັງຫລາຍຈະໄດ້ເຫັນອາຫານທີ່ເຮົາໄດ້ໃຫ້ເຈົ້າກິນໃນຖິ່ນກັນດານ ເມື່ອຄາວເຮົາໄດ້ນຳພວກເຈົ້າອອກຈາກເອຢິບນັ້ນ” 33 ໂມເຊໄດ້ບອກອາໂຣນວ່າ, “ຈົ່ງຜອງມານານຶ່ງໂອເມີໃສ່ໄຫໄວ້ສຳລັບເຊື້ອສາຍຂອງເຈົ້າ” 34 ອາໂຣນຈຶ່ງໄດ້ວາງມານານັ້ນໄວ້ຕໍ່ຫນ້າຫີບພຣະສັນຍາ ເພື່ອເກັບຮັກສາໄວ້ຕາມພຣະຜູ້ເປັນເຈົ້າຊົງສັ່ງໂມເຊ 35 ປະຊາຊົນອິສຣາເອນໄດ້ກິນມານາເປັນອາຫານຢູ່ສີ່ສິບປີ ຈົນພວກເຂົາໄດ້ມາເຖິງແຜ່ນດິນບ່ອນມີຄົນຢູ່ຄືຮອດຊາຍແດນປະເທດການາອານ 36 (ນຶ່ງໂອເມີເທົ່າກັບນຶ່ງໃນສິບຂອງເອຟາ)
ນ້ຳອອກມາຈາກຫີນ
1 ຊຸມນຸມຊົນອິສຣາເອນທັງຫມົດ ໄດ້ຍົກອອກຈາກຖິ່ນກັນດານຊິນ ຍ້າຍໄປຕັ້ງຄ້າຍຢູ່ເປັນລະຍະໆຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າ ພວກເຂົາໄດ້ຕັ້ງຄ້າຍພັກເຊົາຢູ່ທີ່ເຣຟີດິມ ແຕ່ໃນທີ່ນີ້ບໍ່ມີນ້ຳໃຫ້ປະຊາຊົນດື່ມ 2 ພວກເຂົາຈຶ່ງຜິດຖຽງກັບໂມເຊ ແລະເວົ້າວ່າ, “ໃຫ້ພວກຂ້າພະເຈົ້າດື່ມນ້ຳແດ່” ໂມເຊໄດ້ຕອບວ່າ, “ພວກເຈົ້າຫາເຣື່ອງຜິດຖຽງກັບເຮົາເຮັດຫຍັງ? ເປັນຫຍັງຈຶ່ງບັງອາດລອງດີກັບພຣະຜູ້ເປັນເຈົ້າ?” 3 ປະຊາຊົນໄດ້ຫິວນ້ຳຫລາຍຂຶ້ນ ຈຶ່ງຈົ່ມຮ້າຍໃສ່ໂມເຊ ວ່າ, “ເປັນຫຍັງທ່ານຈຶ່ງພາພວກຂ້າພະເຈົ້າອອກມາຈາກເອຢິບ? ຮູ້ບໍ່ວ່າພວກຂ້າພະເຈົ້າທັງເດັກນ້ອຍແລະຝູງສັດຫິວນ້ຳຈະຕາຍແລ້ວ” 4 ໂມເຊຈຶ່ງອ້ອນວອນພຣະຜູ້ເປັນເຈົ້າດ້ວຍຄວາມຮ້ອນຮົນວ່າ, “ຂ້າພຣະອົງຈະເຮັດແນວໃດກັບປະຊາຊົນເຫລົ່ານີ້? ພວກເຂົາເກືອບຈະເອົາຫີນຄວ່າງໃສ່ຂ້າພຣະອົງແລ້ວ” 5 ພຣະຜູ້ເປັນເຈົ້າຊົງຕອບໂມເຊວ່າ, “ເຈົ້າຈົ່ງຍ່າງໄປກ່ອນປະຊາຊົນເຫລົ່ານັ້ນ ໃຫ້ເອົາຫົວຫນ້າບາງຄົນຂອງຊາວອິສຣາເອນໄປດ້ວຍ ໄມ້ເທົ້າທີ່ເຈົ້າໃຊ້ຕີແມ່ນ້ຳກໍໃຫ້ຖືໄປ ໃຫ້ຮີບອອກເດີນທາງໄປ ເຮົາຈະຢືນຢູ່ຕໍ່ຫນ້າເຈົ້າເທິງໂງ່ນຫີນທີ່ໂຮເຣັບ 6 ເຈົ້າຈົ່ງຕີຫີນນັ້ນ ແລ້ວນ້ຳຈະໄຫລອອກມາໃຫ້ປະຊາຊົນດື່ມໄດ້” ໂມເຊຈຶ່ງທຳດັ່ງນັ້ນຕໍ່ຫນ້າພວກຫົວຫນ້າຂອງຊາວອິສຣາເອນ 7 ສະຖານທີ່ນັ້ນຈຶ່ງມີຊື່ວ່າ ມັດສາຫລືລາງຄົນເອີ້ນວ່າ ເມຣິບາ ເພາະຊາວອິສຣາເອນໄດ້ທະເລາະຜິດຖຽງກັນ ແລະລອງດີກັບພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ ໂດຍເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບພວກເຮົາຫລືບໍ່?”
ທຳສົງຄາມກັບຄົນອາມາເລກ
8 ຊາວອາມາເລກໄດ້ຍົກທັບມາຕີຊາວອິສຣາເອນທີ່ເຣຟີດິມ 9 ໂມເຊຈຶ່ງເວົ້າກັບໂຢຊວຍວ່າ, “ຈົ່ງໂຮມກຳລັງຄົນຂອງເຮົາອອກໄປສູ້ຮົບກັບຊາວອາມາເລກໃນມື້ອື່ນນີ້ ເຮົາຈະຖືໄມ້ເທົ້າທີ່ພຣະເຈົ້າປະທານໃຫ້ຢືນຢູ່ເທິງຈອມພູ” 10 ໂຢຊວຍໄດ້ທຳຕາມໂມເຊສັ່ງຄື ໄດ້ອອກໄປສູ້ຮົບກັບຊາວອາມາເລກ ສ່ວນໂມເຊ ອາໂຣນ ແລະຮູເຣໄດ້ຂຶ້ນໄປເທິງຈອມພູນັ້ນ 11 ເມື່ອໃດໂມເຊຍົກແຂນຂຶ້ນ ຊາວອິສຣາເອນກໍເປັນຝ່າຍໄດ້ປຽບ ແຕ່ພໍໂມເຊເອົາແຂນລົງ ຝ່າຍອາມາເລກກໍເລີ້ມໄດ້ປຽບ 12 ເມື່ອໂມເຊເມື່ອຍແຂນອາໂຣນກັບຮູເຣກໍນຳກ້ອນຫີນມາໃຫ້ໂມເຊນັ່ງ ແລ້ວເຂົາທັງສອງກໍຢືນຈັບແຂນໂມເຊຍົກຂຶ້ນຄົນລະຂ້າງ ແຂນຂອງໂມເຊຈຶ່ງຍົກຢູ່ຈົນເທົ່າຕາເວັນຕົກດິນ 13 ໂຢຊວຍກໍຊະນະປະຊາຊົນຂອງອາມາເລກໄດ້ທັງຫມົດ 14 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງຂຽນເຣື່ອງທີ່ເກີດຂຶ້ນນີ້ໄວ້ໃນປື້ມເພື່ອຈະໄດ້ລະນຶກເຖິງ ແລະຈົ່ງເລົ່າໃຫ້ໂຢຊວຍຟັງວ່າ ເຮົາຈະທຳໃຫ້ຊື່ສຽງຂອງອາມາເລກຫມົດສິ້ນໄປ” 15 ແລ້ວໂມເຊໄດ້ສ້າງແທ່ນບູຊາອັນນຶ່ງຂຶ້ນເອີ້ນແທ່ນນັ້ນວ່າ, “ພຣະຜູ້ເປັນເຈົ້າຊົງເປັນທຸງໄຊຂອງຂ້າພະເຈົ້າ” (ເຢໂຮວາ ນິສຊີ) 16 ທ່ານກ່າວວ່າ, “ຈົ່ງຍົກສູງທຸງໄຊຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຈະສູ້ຮົບກັບຊາວອາມາເລກຕລອດໄປ”
ເຢດໂຣມາຢ້ຽມຢາມໂມເຊ
1 ເຢດໂຣພໍ່ເຖົ້າຂອງໂມເຊ ຜູ້ທີ່ເປັນປະໂຣຫິດແຫ່ງມີດິອານ ໄດ້ຍິນເຖິງທຸກສິ່ງທີ່ພຣະເຈົ້າໄດ້ກະທຳເພື່ອໂມເຊແລະປະຊາຊົນອິສຣາເອນ ເມື່ອພຣະອົງໄດ້ນຳພວກເຂົາອອກມາຈາກເອຢິບ 2 ສະນັ້ນ ເຢດໂຮຈຶ່ງພາຊິບໂປຣາພັຣຍາຂອງໂມເຊຜູ້ທີ່ຖືກປະໄວ້ກັບຕົນນັ້ນມາຫາໂມເຊ 3 ພ້ອມບຸດຊາຍທັງສອງຄົນຂອງນາງ ຄົນນຶ່ງຊື່ ເກີໂຊມ (ໂມເຊໄດ້ກ່າວວ່າ, “ຂ້າພະເຈົ້າເປັນຄົນຕ່າງປະເທດທີ່ມາອາໄສຢູ່ໃນປະເທດນີ້“) 4 ອີກຄົນນຶ່ງຊື່ ເອລີເອເຊີ (ທ່ານກ່າວອີກວ່າ, “ພຣະເຈົ້າຂອງບິດາຂ້າພະເຈົ້າເປັນຜູ້ຊ່ອຍຊູຂ້າພະເຈົ້າໃຫ້ພົ້ນຈາກການນຳລ້າສັງຫານຂອງກະສັດແຫ່ງເອຢິບ”) 5 ເຢດໂຣໄດ້ພາພັຣຍາຂອງໂມເຊພ້ອມດ້ວຍບຸດທັງສອງຂອງນາງ ມາຍັງຖິ່ນແຫ້ງແລ້ງກັນດານ ບ່ອນທີ່ໂມເຊໄດ້ຕັ້ງຄ້າຍພັກຢູ່ທີ່ພູສັກສິດ 6 ທ່ານໄດ້ສົ່ງຄົນໄປບອກໂມເຊວ່າ, “ພວກຕົນກຳລັງເດີນທາງມາ” 7 ດັ່ງນັ້ນ ໂມເຊຈຶ່ງອອກໄປພົບແລະຂາບລົງຕໍ່ຫນ້າເຢດໂຣ ແລະທັງຈູບທ່ານ ພວກເຂົາຖາມເຖິງຄວາມສຸກທຸກຂອງກັນແລະກັນ ຄັນແລ້ວພໍພາກັນໄປຍັງເຕັນບ່ອນພັກຂອງໂມເຊ 8 ໂມເຊເລົ່າສູ່ເຢດໂຣຟັງທຸກສິ່ງທຸກຢ່າງທີ່ພຣະຜູ້ເປັນເຈົ້າໄດ້ທຳຕໍ່ກະສັດແລະຕໍ່ຊາວເອຢິບ ເພື່ອຊ່ອຍກູ້ເອົາຊາວອິສຣາເອນ ໂມເຊຍັງໄດ້ເລົ່າເຖິງຄວາມຍາກລຳບາກນາໆປະການທີ່ຊາວອິສຣາເອນໄດ້ປະເຊີນໃນຄາວເດີນທາງ ແລະເຖິງການທີ່ພຣະຜູ້ເປັນເຈົ້າໄດ້ໂຜດຊ່ອຍພວກເຂົາໃຫ້ພົ້ນຢ່າງໃດ 9 ເມື່ອເຢດໂຣໄດ້ຍິນຫມົດທຸກເຣື່ອງຢ່າງນັ້ນແລ້ວ ທ່ານກໍດີໃຈຫລາຍ 10 ແລະກ່າວວ່າ, “ສັຣເສິນພຣະຜູ້ເປັນເຈົ້າອົງທີ່ໂຜດຊ່ອຍທ່ານທັງຫລາຍໃຫ້ລອດຈາກເງື້ອມມືຊາວເອຢິບແລະຈາກຫັດຂອງກະສັດຟາຣາໂອ ແລະຊົງຊ່ອຍປະຊາຊົນໃຫ້ພົ້ນຈາກມືຂອງຊາວເອຢິບ 11 ບັດນີ້ເຮົາຮູ້ແລ້ວວ່າ ພຣະຜູ້ເປັນເຈົ້າຍິ່ງໃຫຍ່ກວ່າພຣະທັງຫລາຍ ເພາະພຣະອົງຊົງສຳແດງຄວາມຍິ່ງໃຫຍ່ນີ້ ເມື່ອເອຢິບໄດ້ເຮັດຕໍ່ຊາວອິສຣາເອນດ້ວຍຄວາມດູຫມິ່ນປະຫມາດເຊັ່ນນັ້ນ” 12 ແລ້ວເຢໂຣດພໍ່ເຖົ້າຂອງໂມເຊກໍນຳເອົາເຄື່ອງເຜົາບູຊາແລະເຄື່ອງສັຕບູຊາຖວາຍແກ່ພຣະເຈົ້າ ຝ່າຍອາໂຣນ ແລະພວກຜູ້ນຳກໍໄດ້ໄປຮ່ວມຮັບປະທານອາຫານລ້ຽງກັບພໍ່ເຖົ້າຂອງໂມເຊ ສະເພາະພຣະພັກພຣະເຈົ້າ
ໂມເຊແຕ່ງຕັ້ງພວກຜູ້ປົກຄອງ
13 ໃນວັນຕໍ່ມາ ໂມເຊໄດ້ອອກມານັ່ງພິຈາຣະນາເພື່ອຕັດສິນຄວາມໃຫ້ປະຊາຊົນ ທ່ານໄດ້ຫຍຸ້ງຢູ່ກັບວຽກແຕ່ເຊົ້າຈົນຮອດຄ່ຳ 14 ເມື່ອພໍ່ເຖົ້າໂມເຊໄດ້ເຫັນງານທີ່ໂມເຊທຳເພື່ອປະຊາຊົນເຊັ່ນນັ້ນ ຈຶ່ງຖາມວ່າ, “ເຈົ້າໃຊ້ວິທີຫຍັງປະຕິບັດກັບປະຊາຊົນ? ດ້ວຍເຫດໃດເຈົ້າຈຶ່ງເຮັດຜູ້ດຽວໂດຍປ່ອຍໃຫ້ປະຊາຊົນໃຫ້ຢືນອ້ອມທີ່ນີ້ແຕ່ເຊົ້າຮອດຄ່ຳ?“ 15 ແລ້ວໂມເຊກໍຕອບພໍ່ເຖົ້າວ່າ, “ເພາະປະຊາຊົນມາຫາຂ້າພະເຈົ້າ ເພື່ອຂໍໃຫ້ທູນຖາມພຣະເຈົ້າ” 16 ເມື່ອມີສອງຄົນໂຕ້ຖຽງກັນ ພວກເຂົາກໍມາຫາຂ້າພະເຈົ້າ ແລະຂ້າພະເຈົ້າກໍຕັດສິນຄວາມໃຫ້ລະຫວ່າງເຂົາທັງສອງ ສອນພວກເຂົາໃຫ້ຮູ້ເຖິງກົດເກນແລະຂໍ້ຄຳສັ່ງຂອງພຣະເຈົ້າ 17 ແລ້ວພໍ່ເຖົ້າຂອງໂມເຊຈຶ່ງກ່າວແກ່ທ່ານວ່າ, “ທ່ານເຮັດຢ່າງນີ້ບໍ່ແມ່ນວິທີດີ 18 ທ່ານຈະເຮັດໃຫ້ທ່ານເອງອ່ອນເພັຽເສັຽກຳລັງ ພ້ອມທັງປະຊາຊົນເຫລົ່ານີ້ດ້ວຍ ວຽກການນີ້ຫນັກເຫລືອກຳລັງທີ່ທ່ານຜູ້ດຽວຈະທຳໄດ້ 19 ບັດນີ້ຟັງເຣົາ ເຮົາຈະໃຫ້ຄຳແນະນຳທີ່ດີແກ່ທ່ານແລະຂໍໃຫ້ພຣະເຈົ້າສະຖິດຢູ່ກັບທ່ານ ເປັນການຖືກຕ້ອງທີ່ທ່ານຈົ່ງເປັນຜູ້ແທນຂອງປະຊາຊົນຕໍ່ພຣະເຈົ້າ ແລະນຳຄວາມກາບທູນພຣະເຈົ້າ 20 ທ່ານຈົ່ງສັ່ງສອນເຂົາໃຫ້ເຂົາຮູ້ກົດເກນ ແລະຂໍ້ຕັດສິນ ແລະສະແດງໃຫ້ເຂົາຮູ້ຈັກທາງທີ່ເຂົາຕ້ອງດຳເນີນຊີວິດແລະສິ່ງທີ່ຕ້ອງປະຕິບັດ 21 ແຕ່ນອກຈາກນີ້ ທ່ານຈົ່ງເລືອກຄົນທີ່ສາມາດຈາກພວກປະຊາຊົນ ຄືຄົນທີ່ຢຳເກງພຣະເຈົ້າ ໄວ້ໃຈໄດ້ ແລະບໍ່ກິນສິນບົນ ແຕ່ງຕັ້ງຄົນຢ່າງນີ້ໄວ້ເປັນຜູ້ປົກຄອງຄົນ ພັນຄົນ ຮ້ອຍຄົນ ຫ້າສິບຄົນ ແລະສິບຄົນ 22 ໃຫ້ເຂົາຮັບຫນ້າທີ່ເປັນຜູ້ຕັດສິນຄວາມຂອງປະຊາຊົນປະຈຳ ສ່ວນກໍຣະນີໃຫຍ່ໆກໍໃຫ້ເຂົານຳມາແຈ້ງຕໍ່ທ່ານ ແຕ່ສ່ວນຄະດີເລັກນ້ອຍໃຫ້ເຂົາຕັດສິນເອງ ວິທີນີ້ຈະທຳໃຫ້ການງານຂອງທ່ານເບົາລົງ ແລະພວກເຂົາຈະແບກພາຣະຮ່ວມກັບເຈົ້າ 23 ຖ້າເຮັດດັ່ງນີ້ແລະພຣະເຈົ້າຊົງບັນຊາແລ້ວ ທ່ານກໍຈະສາມາດທົນໄດ້ ປະຊາຊົນທັງປວງນີ້ກໍຈະໄປຍັງທີ່ອາໄສຂອງເຂົາດ້ວຍຄວາມສງົບສຸກ 24 ໂມເຊກໍເຊື່ອຟັງຖ້ອຍຄຳຂອງພໍ່ເຖົ້າ ແລະທຳຕາມທີ່ເຂົາແນະນຳທຸກປະການ 25 ໂມເຊຈຶ່ງໄດ້ເລືອກຄົນທີ່ສາມາດຈາກຄົນອິສຣາເອນທັງປວງ ຕັ້ງໃຫ້ເປັນຫົວຫນ້າປະຊາຊົນ ເປັນຜູ້ປົກຄອງພັນຄົນ ຮ້ອຍຄົນ ຫ້າສິບຄົນ ແລະສິບຄົນ 26 ຄົນເຫລົ່ານັ້ນພິພາກສາຄວາມຂອງປະຊາຊົນເປັນປະຈຳ ໂດຍນຳຄະດີໃຫຍ່ໆມາຫາໂມເຊ ສ່ວນຄະດີເລັກນ້ອຍນັ້ນເຂົາພິຈາລະນາຕັດສິນເອງ 27 ແລ້ວໂມເຊກໍອຳລາພໍ່ເຖົ້າກັບໄປ ແລະທ່ານໄດ້ກັບຄືນເມືອຍັງບ້ານເມືອງຂອງຕົນ
ຊາວອິສຣາເອນທີ່ພູ ຊີນາອີ
1 ໃນວັນທີ່ນຶ່ງຂອງເດືອນທີ່ສາມນັບແຕ່ຊາວອິສຣາເອນໄດ້ອອກຈາກເອຢິບ ພວກເຂົາໄດ້ມາເຖິງຖິ່ນກັນດານທີ່ຊີນາອີ 2 ເມື່ອອອກຈາກເຣຟີດິມມາເຖິງຖິ່ນກັນດານຊີນາອີແລ້ວ ພວກເຂົາໄດ້ຕັ້ງຄ້າຍພັກເຊົາຢູ່ຕໍ່ຫນ້າພູນັ້ນ 3 ແລ້ວໂມເຊໄດ້ຂຶ້ນໄປເທິງພູເພື່ອເຝົ້າພຣະເຈົ້າ ພຣະຜູ້ເປັນເຈົ້າຊົງເອີ້ນຈາກພູມາຫາໂມເຊວ່າ, “ຈົ່ງບອກເຊື້ອສາຍຢາໂຄບ ແລະບອກຊາວອິສຣາເອນດັ່ງນີ້ 4 ພວກເຈົ້າໄດ້ເຫັນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກະທຳຕໍ່ຊາວເອຢິບແລ້ວ ພຣະອົງໄດ້ຍົກພວກເຈົ້າຂຶ້ນເຫມືອນດັ່ງນົກອິນຊີຍົກລູກຂຶ້ນດ້ວຍປີກຂອງມັນ 5 ເພື່ອນຳພວກເຈົ້າມາຫາພຣະອົງ ບັດນີ້ ຖ້າພວກເຈົ້າເຊື່ອຟັງພຣະອົງ ແລະຮັກສາຄຳຫມັ້ນສັນຍາຂອງພຣະອົງໄວ້ ພວກເຈົ້າກໍຈະໄດ້ເປັນໄພ່ພົນຂອງພຣະອົງຫມົດ ທັງໂລກເປັນຂອງພຣະອົງ 6 ແຕ່ພວກເຈົ້າຈະໄດ້ເປັນໄພ່ພົນພິເສດຂອງພຣະອົງ ຈະໄດ້ເປັນປະໂຣຫິດຜູ້ຮັບໃຊ້ພຣະອົງ ແລະເປັນໄພ່ພົນບໍຣິສຸດຂອງພຣະອົງ ນີ້ແມ່ນຖ້ອຍຄຳທີ່ເຈົ້າຈະຕ້ອງບອກຊາວອິສຣາເອນ” 7 ດັ່ງນັ້ນ ໂມເຊຈຶ່ງໄປເອີ້ນພວກຫົວຫນ້າປະຊາຊົນມາພ້ອມກັນ ແລະບອກສິ່ງທັງປວງທີ່ພຣະຜູ້ເປັນເຈົ້າຊົງກ່າວສູ່ພວກເຂົາຟັງ 8 ແລະປະຊາຊົນໄດ້ຕອບພ້ອມກັນວ່າ, “ທຸກສິ່ງທີ່ພຣະຜູ້ເປັນເຈົ້າຊົງບອກນັ້ນ ພວກຂ້າພະເຈົ້າທັງຫລາຍຈະທຳຕາມ” ໂມເຊຈຶ່ງກາບທູນພຣະຜູ້ເປັນເຈົ້າຕາມທີ່ປະຊາຊົນໄດ້ຕອບ 9 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂມເຊວ່າ, “ເຮົາຈະມາຫາເຈົ້າດ້ວຍເມກອັນຫນາຕຶບ ເພື່ອປະຊາຊົນຈະໄດ້ຍິນ ຂນະເຮົາເວົ້າກັບເຈົ້າ ແລ້ວເຂົາຈະໄດ້ເຊື່ອເຈົ້າສເມີ” ໂມເຊຈຶ່ງກາບທູນພຣະຜູ້ເປັນເຈົ້າຕາມທີ່ປະຊາຊົນໄດ້ຕອບ 10 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງໄປບອກໃຫ້ປະຊາຊົນຕຽມຕົວນະມັສການໃນມື້ນີ້ ແລະມື້ອື່ນ ພວກເຂົາຈະຕ້ອງຊັກເສື້ອຜ້າຂອງເຂົາໃຫ້ສະອາດ 11 ໃນວັນຖ້ວນສາມໃຫ້ພວກເຂົາຕຽມຕົວໄວ້ ໃນມື້ນັ້ນເຮົາຈະລົງມາເທິງພູຊີນາອີ ຄົນທັງປວງຈະໄດ້ເຫັນເຮົາຢູ່ທີ່ນັ້ນ 12 ເຈົ້າຈົ່ງກຳນົດເຂດໃຫ້ປະຊາຊົນຢູ່ຮອບພູນັ້ນ ແລ້ວບອກເຂົາວ່າ ຈົ່ງລະວັງໃຫ້ດີ ຢ່າລ່ວງເຂດຂຶ້ນໄປເທິງພູຫລືຊູນຕີນພູນັ້ນ ຖ້າຜູ້ໃດຂືນລ່ວງລ້ຳເຂົ້າໄປຢຽບຕີນພູຈະມີໂທດເຖິງຕາຍ 13 ຜູ້ນັ້ນຈະຖືກແກວ່ງດ້ວຍກ້ອນຫີນ ຫລືຍິງດ້ວຍຫນ້າທະນູ ບໍ່ໃຫ້ຂ້າດ້ວຍວິທີເອົາມືຖືກຕ້ອງ ຈະເປັນມະນຸດຫລືສັດກໍໃຫ້ຂ້າເສັຽຢ່າໄວ້ຊີວິດ ເມື່ອໄດ້ຍິນສຽງເປົ່າແກແລ້ວຈົ່ງໃຫ້ປະຊາຊົນຂຶ້ນມາເທິງພູໄດ້” 14 ໂມເຊຈຶ່ງລົງຈາກພູມາຫາປະຊາຊົນ ເພື່ອບອກໃຫ້ເຂົາຕຽມຕົວນະມັສການ ພວກເຂົາໄດ້ຊັກເສື້ອຜ້າຂອງຕົນໃຫ້ສະອາດ 15 ແລ້ວໂມເຊໄດ້ບອກເຂົາວ່າ, “ທ່ານທັງຫລາຍຈົ່ງຕຽມຕົວໃຫ້ດີໃນວັນທີ່ສາມ ຢ່າຮ່ວມຫລັບນອນນຳຜູ້ຍິງເດັດຂາດ” 16 ຢູ່ມາໃນຕອນເຊົ້າຂອງວັນທີ່ສາມ ໄດ້ເກີດຟ້າຮ້ອງແມບແລະມີເມກອັນຫນາຕຶບປົກຫຸ້ມຢູ່ເທິງພູນັ້ນ ພ້ອມກັບມີສຽງແກດັງສນັ່ນຫວັ່ນໄຫວ ຈົນຄົນທັງປວງທີ່ຢູ່ໃນຄ້າຍຢ້ານກົວຕົວສັ່ນ 17 ໂມເຊຈຶ່ງນຳປະຊາຊົນອອກຈາກຄ້າຍໄປເຝົ້າພຣະເຈົ້າ 18 ພວກເຂົາໄດ້ມາຢຸດຢືນຢູ່ທີ່ຕີນພູທົ່ວພູຊີນາອີມີຄວັນປົກຫຸ້ມຢູ່ ເພາະພຣະຜູ້ເປັນເຈົ້າສະເດັດລົງມາເທິງພູນັ້ນດ້ວຍໄຟຄວັນ ໄຟໄດ້ພຸ່ງຂຶ້ນເຫມືອນຄວັນໃນເຕົາໃຫຍ່ ປະຊາຊົນທັງປວງຈຶ່ງຢ້ານສັ່ນຢ່າງຮຸນແຮງ 19 ເມື່ອສຽງແກດັງຂຶ້ນ ໂມເຊໄດ້ກາບທູນພຣະເຈົ້າ ພຣະອົງກໍຊົງຕອບດ້ວຍສຽງຟ້າຮ້ອງ 20 ພຣະຜູ້ເປັນເຈົ້າໄດ້ສະເດັດລົງມາເທິງຈອມພູຊີນາອີ ຊົງເອີ້ນໂມເຊໃຫ້ຂຶ້ນໄປເທິງຈອມ ໂມເຊຈຶ່ງຂຶ້ນໄປ 21 ແລ້ວພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງລົງໄປຕັກເຕືອນປະຊາຊົນ ຢ່າໃຫ້ເຂົາຂ້າມເຂດເຂົ້າມາເບິ່ງເຮົາ ຖ້າບໍ່ດັ່ງນັ້ນເຂົາຈະຕ້ອງຕາຍເປັນຈຳນວນຫລາຍ 22 ອີກປະການນຶ່ງ ພວກປະໂຣຫິດຜູ້ທີ່ເຂົ້າມາໃກ້ເຮົານັ້ນ ຈົ່ງໃຫ້ເຂົາຊຳຮະຕົວໃຫ້ບໍຣິສຸດ ຖ້າບໍ່ດັ່ງນັ້ນເຮົາຈະລົງໂທດເຂົາ” 23 ໂມເຊໄດ້ກາບທູນພຣະຜູ້ເປັນເຈົ້າວ່າ, “ປະຊາຊົນຂຶ້ນມາບໍ່ໄດ້ ເພາະພຣະອົງຊົງເຕືອນພວກຂ້າພຣະອົງທັງຫລາຍວ່າ ຈົ່ງກັ້ນເຂດໄວ້ຮອບພູນັ້ນ ແລະໃຫ້ທຳເປັນບ່ອນສັກສິດ” 24 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ເຈົ້າຈົ່ງລົງໄປເສັຽ ແລ້ວໃຫ້ອາໂຣນຂຶ້ນມານຳເຈົ້າ ແຕ່ພວກປະໂຣຫິດກັບປະຊາຊົນຢ່າຂ້າມເຂດຂຶ້ນມາຫາເຣົາຖ້າບໍ່ດັ່ງນັ້ນ ເຮົາຈະລົງໂທດເຂົາ” 25 ໂມເຊຈຶ່ງລົງໄປ ແລະບອກປະຊາຊົນຢ່າງນັ້ນ
ພຣະບັນຍັດສິບປະການ
1 ພຣະຜູ້ເປັນເຈົ້າຊົງກ່າວຖ້ອຍຄຳຕໍ່ໄປນີ້ວ່າ, 2 “ເຮົາແມ່ນພຣະຜູ້ເປັນເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພາພວກເຈົ້າອອກຈາກປະເທດເອຢິບ ຄືອອກຈາກປະເທດທີ່ພວກເຈົ້າໄດ້ຕົກເປັນທາດ 3 ພວກເຈົ້າຢ່າມີພຣະອື່ນ ນອກຈາກເຮົາ 4 ພວກເຈົ້າຢ່າເຮັດຮູບເຄົາຣົບສໍາລັບຕົນ ຫລືຮູບສິ່ງນຶ່ງສິ່ງໃດທີ່ມີຢູ່ໃນຟ້າສວັນ ໃນແຜ່ນດິນຫລືໃນລຸ່ມແຜ່ນດິນ 5 ຢ່າຂາບໄຫວ້ຮູບເຫລົ່ານັ້ນ ເພາະວ່າເຮົາເປັນພຣະຜູ້ເປັນເຈົ້າຂອງພວກເຈົ້າ ແລະເປັນພຣະເຈົ້າຜູ້ຫວງແຫນພວກເຈົ້າ ເຮົາຈະລົງໂທດລູກຫລານຂອງຜູ້ທີ່ຊັງເຮົາເຖິງສາມສີ່ຊົ່ວອາຍຸຄົນ 6 ແຕ່ຈະສະແດງຄວາມຮັກຫມັ້ນຄົງຕໍ່ຜູ້ທີ່ຮັກເຮົາ ແລະຕໍ່ຜູ້ທີ່ປະພຶດຕາມພຣະບັນຍັດຂອງເຮົາສືບໄປຫລາຍຊົ່ວອາຍຸພັນຄົນ 7 ພວກເຈົ້າຢ່າໃຊ້ຊື່ພຣະຜູ້ເປັນເຈົ້າຂອງເຈົ້າ ໄປໃນທາງທີ່ຜິດເພາະເຮົາຈະລົງໂທດຜູ້ທີ່ໃຊ້ຊື່ເຮົາໄປໃນທາງທີ່ຜິດ 8 ພວກເຈົ້າຈົ່ງນັບຖືວັນສິນ ໃຫ້ຖືເປັນວັນສັກສິດຂອງພຣະຜູ້ເປັນເຈົ້າ 9 ຈົ່ງເຮັດວຽກທັງປວງຂອງເຈົ້າແຕ່ໃນຫົກມື້ 10 ແຕ່ມື້ຖ້ວນເຈັດໃຫ້ຖືເປັນວັນສັກສິດຂອງພຣະຜູ້ເປັນເຈົ້າຂອງເຈົ້າ ໃນມື້ນີ້ໃຫ້ເຈົ້າເອງພ້ອມດ້ວຍບຸດຊາຍບຸດຍິງ ຂ້ອຍທາດ ແລະສັດລ້ຽງຂອງພວກເຈົ້າຕລອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງພວກເຈົ້າຢຸດເຮັດວຽກທັງຫມົດ 11 ໃນຫົກມື້ນັ້ນພຣະຜູ້ເປັນເຈົ້າໄດ້ຊົງສ້າງຟ້າສວັນ ແຜ່ນດິນໂລກ ທະເລ ແລະສິ່ງສາຣະພັດທີ່ມີຢູ່ໃນສາມແຫ່ງນີ້ ແຕ່ໃນມື້ຖ້ວນເຈັດພຣະອົງໄດ້ຢຸດພັກ ດ້ວຍເຫດນີ້ ພຣະຜູ້ເປັນເຈົ້າຈຶ່ງໄດ້ອວຍພອນໃຫ້ມື້ຖ້ວນເຈັດເປັນວັນສິນບໍຣິສຸດສຳລັບພຣະອົງ 12 ຈົ່ງນັບຖືບິດາມານດາຂອງເຈົ້າ ເພື່ອເຈົ້າຈະມີອາຍຸຫມັ້ນຍືນຢູ່ໃນແຜ່ນດິນທີ່ພຣະຜູ້ເປັນເຈົ້າຂອງເຈົ້າໄດ້ມອບໃຫ້ 13 ພວກເຈົ້າຢ່າຂ້າຄົນ 14 ຢ່າລ່ວງເກີນຜົວເມັຽຜູ້ອື່ນ 15 ຢ່າລັກຊັບ 16 ຢ່າເປັນພຍານເທັດໃສ່ຮ້າຍເພື່ອນບ້ານຂອງຕົນ 17 ຢ່າອີດສາຢາກໄດ້ເຮືອນຂອງຜູ້ອື່ນ ຢ່າອິດສາຢາກໄດ້ຜົວຫລືເມັຽ ຢາກໄດ້ຂ້ອຍທາດ ຢາກໄດ້ງົວຄວາຍ ຢາກໄດ້ລໍຫລືສິ່ງອື່ນໃດທີ່ເປັນຂອງຄົນອື່ນ”
ຄວາມຢ້ານກົວຂອງປະຊາຊົນ
18 ເມື່ອປະຊາຊົນໄດ້ຍິນສຽງຟ້າຮ້ອງ ສຽງແກ ເຫັນຟ້າແມບເຫລື້ອມ ແລະເຫັນຄວັນໄຟພຸ່ງຂຶ້ນຈາກພູ ພວກເຂົາກໍຢ້ານກົວຕົວສັ່ນ ແລະຢືນຢູ່ຫ່າງໄກ 19 ພວກເຂົາໄດ້ເວົ້າກັບໂມເຊວ່າ, “ເຊີນທ່ານເວົ້າເທີນ ພວກຂ້າພະເຈົ້າຈະຟັງ ແຕ່ຢ່າໃຫ້ພຣະເຈົ້າ ຕຣັດກັບພວກຂ້າພະເຈົ້າ ຢ້ານວ່າຂ້າພະເຈົ້າຈະຕາຍ” 20 ໂມເຊຈຶ່ງເວົ້າກັບປະຊາຊົນວ່າ, “ຢ່າສູ່ຢ້ານ ພຣະເຈົ້າໄດ້ສະເດັດມາທົດລອງພວກເຈົ້າຊື່ໆດອກ ເພື່ອໃຫ້ພວກເຈົ້າຢຳເກງພຣະອົງ ເພື່ອວ່າພວກເຈົ້າຈະບໍ່ທຳບາບອີກ” 21 ແຕ່ປະຊາຊົນກໍຍັງຢືນຢູ່ຫ່າງໄກຕໍ່ໄປ ມີແຕ່ໂມເຊເທົ່ານັ້ນທີ່ໄດ້ເຂົ້າໄປໃກ້ເມກອັນຕຶບບ່ອນພຣະເຈົ້າສະຖິດຢູ່
ກົດຫມາຍກ່ຽວກັບແທ່ນບູຊາ
22 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ໃຫ້ບອກຊາວອິສຣາເອນດັ່ງນີ້, ເຈົ້າທັງຫລາຍໄດ້ເຫັນແລ້ວວ່າ ພຣະຜູ້ເປັນເຈົ້າໄດ້ເວົ້າກັບພວກເຈົ້າຈາກຟ້າສວັນ 23 ພວກເຈົ້າຢ່າທຳຮູບພຣະເງິນ ພຣະຄຳສຳລັບຂາບໄຫວ້ທຽບຄຽງກັບພຣະອົງ 24 ຈົ່ງເອົາດິນກໍ່ແທ່ນບູຊາສຳລັບພຣະອົງ ແລະເທິງແທ່ນນັ້ນຈົ່ງເອົາແກະ ຫລືງົວເປັນເຄື່ອງເຜົາບູຊາ ແລະເປັນເຄື່ອງຖວາຍເພື່ອຄວາມສາມັກຄີ ໃນບ່ອນທີ່ພຣະອົງຊົງບອກໃຫ້ພວກເຈົ້າຂາບໄຫວ້ພຣະອົງນັ້ນ ພຣະອົງຈະມາຫາແລະອວຍພອນພວກເຈົ້າ 25 ຖ້າພວກເຈົ້າກໍ່ແທ່ນບູຊາດ້ວຍຫິນສຳລັບພຣະອົງ ຢ່າໄດ້ກໍ່ດ້ວຍຫິນທີ່ຕັດຖູແລ້ວ ເພາະຖ້າພວກເຈົ້າເອົາຫິນທີ່ຕັດຖູແລ້ວມາກໍ່ແທ່ນບູຊາ ຫີນນັ້ນກໍຈະໃຊ້ບໍ່ໄດ້ສຳລັບພຣະອົງ 26 ພວກເຈົ້າຢ່າທຳແທ່ນທີ່ມີຂັ້ນໄດ ເພາະວ່າຈະເປັນເຫດໃຫ້ພວກເຈົ້າເຜີຍຄວາມລັບໃສ່ແທ່ນນັ້ນ”
ການປະຕິບັດຕໍ່ທາດ
1 ຕໍ່ໄປນີ້ເປັນກົດຫມາຍຊຶ່ງເຈົ້າຕ້ອງປະກາດໃຫ້ເຂົາທັງຫລາຍຮູ້ໄວ້ 2 “ຖ້າເຈົ້າຊື້ທາດເປັນຄົນເຮັບເຣີ ເຂົາຈະຢູ່ຮັບໃຊ້ເຈົ້າຫົກປີ ໃນປີທີ່ເຈັດເຈົ້າຕ້ອງປ່ອຍເຂົາໃຫ້ເປັນອິສຣະ ໂດຍ ເຂົາບໍ່ຕ້ອງຈ່າຍຫຍັງເລີຍ 3 ທາດຊຶ່ງໄດ້ມາແຕ່ຜູ້ດຽວຈົ່ງປ່ອຍເຂົາໄປແຕ່ຜູ້ດຽວ ຖ້າເຂົາມີພັຣຍາຕ້ອງປ່ອຍພັຣຍຂອງເຂົາໄປດ້ວຍ 4 ຖ້ານາຍຫາພັຣຍາໃຫ້ເຂົາ ແລະພັຣຍາໄດ້ເກີດລູກບໍ່ວ່າຊາຍ ຫລືຍິງກໍດີ ຍິງນັ້ນ ແລະລູກຂອງນາງຈະຕ້ອງເປັນຄົນຂອງນາຍ ເຂົາຈະເປັນອິສຣະໄດ້ແຕ່ຕົວຄົນດຽວ 5 ຖ້າທາດນັ້ນມາກ່າວຢ່າງເປີດເຜີຍແລະບໍຣິສຸດໃຈວ່າ ຂ້າພະເຈົ້າຮັກນາຍຂອງຕົນ ຮັກພັຣຍາ ແລະລູກຂອງຂ້າພະເຈົ້າ ແລະບໍ່ຢາກຫນີໄປເປັນອິສຣະ 6 ເວລານັ້ນ ໃຫ້ນາຍພາທາດຜູ້ນັ້ນໄປເຝົ້າພຣະເຈົ້າ ຢູ່ທີ່ນັ້ນ ນາຍຈະໃຫ້ທາດຢືນແນບກັບປະຕູຫລືວົງປະຕູ ແລະບ່ອງຫູໃຫ້ເຂົາ ແລ້ວເຂົາກໍຈະເປັນທາດຂອງນາຍຕລອດຊີວິດ 7 “ຖ້າຊາຍຄົນໃດຂາຍບຸດຍິງ ຂອງຕົນໄປເປັນທາສີ ຍິງຜູ້ນີ້ຈະບໍ່ໄດ້ເປັນອິສຣະເຫມືອນທາດ 8 ຖ້າຍິງນັ້ນບໍ່ເປັນທີ່ພໍໃຈຂອງນາຍທີ່ຮັບນາງໄວ້ ຕ້ອງຍອມໃຫ້ຄົນອື່ນໄຖ່ນາງໄປ ແຕ່ບໍ່ມີສິດຈະຂາຍຍິງນັ້ນໃຫ້ແກ່ຊາວຕ່າງປະເທດ ເພາະບໍ່ໄດ້ຊື່ສັດຕໍ່ຍິງນັ້ນແລ້ວ 9 ຖ້ານາຍຍົກຍິງນັ້ນໃຫ້ເປັນພັຣຍາລູກຊາຍຂອງຕົນ ກໍໃຫ້ເຂົາປະຕິບັດຕໍ່ຍິງນັ້ນດັ່ງເປັນບຸດຕຣີຂອງຕົນ 10 ຖ້າເຂົາຫາຍິງອື່ນມາເປັນພັຣຍາ ຢ່າໃຫ້ເຂົາລົດອາຫານເຄື່ອງນຸ່ງຖື ແລະສິດທິຢູ່ໃນລະດັບເດີມຕາມທີ່ນາງເຄີຍໄດ້ຮັບມາກ່ອນ 11 ຖ້າເຂົາບໍ່ໄດ້ກະທຳຕາມປະການໃດ ໃນສາມປະການນີ້ແກ່ນາງ ຍິງນັ້ນກໍຈະໄດ້ຮັບອິສຣະໂດຍບໍ່ຕ້ອງມີຄ່າໄຖ່ ບໍ່ຕ້ອງເສັຽເງິນ
ກົດຫມາຍກ່ຽວກັບການທາຣຸນ
12 “ຜູ້ໃດທຸບຕີຄົນນຶ່ງໃຫ້ຕາຍ ຜູ້ນັ້ນຈຳຕ້ອງຮັບໂທດເຖິງຕາຍເຫມືອນກັນ 13 ຖ້າຜູ້ໃດບໍ່ໄດ້ເຈຕນາຂ້າຄົນ ແຕ່ເຂົາຕາຍເພາະພຣະເຈົ້າຊົງປ່ອຍໃຫ້ຕາຍດ້ວຍມືຂອງຜູ້ນັ້ນ ເຮົາຈະຕັ້ງບ້ານນຶ່ງໄວ້ໃຫ້ເຂົາຫນີໄປຢູ່ທີ່ນັ້ນ 14 ແຕ່ຖ້າຜູ້ໃດເຈຕນາຫັກຫລັງຂ້າເພື່ອນບ້ານ ກໍໃຫ້ດຶງຕົວເຂົາໄປຈາກແທ່ນບູຊາຂອງເຮົາເພື່ອລົງໂທດໃຫ້ເຖິງຕາຍ 15 ຜູ້ໃດທຸບຕີບິດາມານດາຂອງຕົນ ຜູ້ນັ້ນຈະຕ້ອງຖືກຮັບໂທດເຖິງຕາຍ 16 ຜູ້ໃດລັກຄົນໄປຂາຍກໍດີ ຫລືມີຜູ້ພົບເຫັນທີ່ຖືກລັກໄປຢູ່ໃນມືຂອງຜູ້ນັ້ນກໍດີ ຜູ້ລັກນັ້ນຈະຕ້ອງຖືກຮັບໂທດເຖິງຕາຍ 17 “ຜູ້ໃດກໍຕາມທີ່ສາບແຊ່ງບິດາມານດາຂອງຕົນ ຈະຕ້ອງໄດ້ຮັບໂທດເຖິງຕາຍ 18 “ຖ້າມີການຕົບຕີຕໍ່ສູ້ກັນ ແລະຝ່າຍນຶ່ງເອົາຫີນແກວ່ງຫລືຕີ ແຕ່ອີກຝ່າຍນຶ່ງບໍ່ເຖິງແກ່ຄວາມຕາຍ ພຽງແຕ່ເຈັບປ່ວຍຕ້ອງນອນພັກ 19 ຖ້າຜູ້ທີ່ຖືກເຈັບນັ້ນລຸກຂຶ້ນ ຖືໄມ້ເທົ້າຍ່າງອອກໄປໄດ້ອີກ ຜູ້ຕີນັ້ນກໍພົ້ນໂທດ ແຕ່ເຂົາຈະຕ້ອງເສັຽຄ່າປ່ວຍການ ແລະຄ່າຮັກສາບາດແຜຈົນຫາຍເປັນປົກກະຕິ 20 “ຖ້າຜູ້ໃດທຸບຕີທາດຊາຍຍິງຂອງຕົນດ້ວຍໄມ້ຈົນຕາຍຄາມື ຜູ້ນັ້ນຕ້ອງຖືກຮັບໂທດ 21 ຫາກວ່າທາດນັ້ນມີຊີວິດຕໍ່ໄປໄດ້ວັນນຶ່ງ ຫລືສອງວັນຈຶ່ງຕາຍ ນາຍກໍບໍ່ຕ້ອງຖືກຮັບໂທດ ເພາະທາດນັ້ນເປັນດັ່ງເງິນຂອງນາຍ 22 “ຖ້າມີຜູ້ຊາຍຕີກັນແລະບັງເອີນໄປຖືກຜູ້ຍິງຖືພາ ຈົນເປັນເຫດໃຫ້ລູກໃນທ້ອງຕາຍ ແຕ່ຍິງນັ້ນບໍ່ເປັນອັນຕະຣາຍແຕ່ປະການໃດ ຜູ້ຕີນັ້ນຈະຕ້ອງຖືກປັບໄຫມຕາມແຕ່ຜົວຂອງຍິງນັ້ນຮຽກຮ້ອງເອົາຈາກເຂົາ ແລະເຂົາຈະຕ້ອງເສັຽຕາມຜູ້ພິພາກສາຈະຕັດສິນ 23 ຖ້າຫາກວ່າເປັນເຫດໃຫ້ເກີດອັນຕະຣາຍປະການໃດ ກໍໃຫ້ການລົງໂທດດັ່ງນີ້ ຊີວິດແທນຊີວິດ 24 ຕາແທນຕາ ແຂ້ວແທນແຂ້ວ ມືແທນມື ຕີນແທນຕີນ 25 ຮອຍໄຟໄຫມ້ແທນຮອຍໄຟໄຫມ້ ບາດແຜແທນບາດແຜ ຮອຍບວມຊ້ຳແທນຮອຍບວມຊ້ຳ 26 “ຖ້າຜູ້ໃດຕີນັຍຕາຂອງທາດຊາຍຍິງໃຫ້ບອດໄປ ເຂົາຕ້ອງປ່ອຍທາດນັ້ນໃຫ້ເປັນອິສຣະ ເທົ່າກັບເປັນການຈ່າຍຄ່າຕາຂອງເຂົາ 27 ຖ້າຜູ້ໃດທຳໃຫ້ແຂ້ວຂອງທາດຫັກໄປ ເຂົາຕ້ອງປ່ອຍທາດນັ້ນໃຫ້ເປັນອິສຣະ ເທົ່າກັບເປັນການຈ່າຍຄ່າແຂ້ວຂອງທາດຜູ້ນັ້ນ
ກົດຫມາຍກ່ຽວກັບຄວາມຮັບຜິດຊອບຂອງຜູ້ເປັນເຈົ້າຂອງ
28 “ຖ້າງົວເຖິກຊົນຊາຍຫລືຍິງເຖິງຕາຍ ຈົ່ງເອົາຫີນຄວ່າງໃສ່ງົວນັ້ນໃຫ້ຕາຍ ແລະຢ່າກິນຊີ້ນຂອງມັນ ແຕ່ເຈົ້າຂອງງົວຕົວນັ້ນບໍ່ມີໂທດ 29 ແຕ່ຖ້າງົວນັ້ນເຄີຍຊົນຄົນມາກ່ອນ ແລະມີຜູ້ມາເຕືອນໃຫ້ເຈົ້າຂອງຮູ້ ແຕ່ເຈົ້າຂອງບໍ່ໄດ້ກັກຂັງມັນໄວ້ ມັນຈຶ່ງໄດ້ຊົນຊາຍຫລືຍິງເຖິງຕາຍ ໃຫ້ເອົາຫີນຄວ່າງໃສ່ງົວນັ້ນເສັຽໃຫ້ຕາຍ ແລະໃຫ້ລົງໂທດເຈົ້າຂອງເຖິງຕາຍດ້ວຍ 30 ຖ້າຈະຮຽກຮ້ອງເອົາຄ່າໄຖ່ຈາກຜູ້ນັ້ນ ເຂົາຕ້ອງເສັຽຄ່າໄຖ່ແທນຊີວິດຂອງເຂົາຕາມທີ່ໄດ້ຮຽກຮ້ອງ 31 ຫາກງົວນັ້ນຊົນບຸດຊາຍແລະບຸດຍິງ ກໍຈົ່ງປັບໂທດຕາມກົດຫມາຍຂໍ້ນີ້ເຫມືອນກັນ 32 ຖ້າງົວນັ້ນຊົນທາດຊາຍຍິງຂອງຜູ້ໃດ ເຈົ້າຂອງງົວຕ້ອງໃຫ້ເງິນແກ່ນາຍຂອງທາດນັ້ນສາມສິບເຊເກລ ແລ້ວຕ້ອງເອົາຫີນຄວ່າງໃສ່ງົວນັ້ນໃຫ້ຕາຍເສັຽດ້ວຍ 33 “ຖ້າຜູ້ໃດເປີດບໍ່ນ້ຳ ຫລືຂຸດບໍ່ ແຕ່ບໍ່ໄດ້ປິດໄວ້ ແລ້ວມີງົວ ຫລືລໍຕົກລົງໄປຕາຍໃນບໍ່ນັ້ນ 34 ເຈົ້າຂອງບໍ່ນ້ຳຕ້ອງໃຫ້ຄ່າຊົດໃຊ້ ເຂົາຕ້ອງເສັຽເງິນຄ່າສັດນັ້ນໃຫ້ແກ່ເຈົ້າຂອງ ຊາກສັດທີ່ຕາຍນັ້ນຈະຕົກເປັນຂອງເຈົ້າຂອງບໍ່ນ້ຳ 35 “ຖ້າງົວຂອງຜູ້ໃດຊົນງົວຂອງຜູ້ອື່ນໃຫ້ຕາຍ ເຂົາຕ້ອງຂາຍງົວທີ່ເປັນຢູ່ແລ້ວມາແບ່ງເງິນກັນ ແລະງົວທີ່ຕາຍນັ້ນໃຫ້ແບ່ງກັນດ້ວຍ 36 ຫລືຖ້າຮູ້ແລ້ວວ່າ ງົວນັ້ນເຄີຍຊົນມາກ່ອນ ແຕ່ເຈົ້າຂອງບໍ່ໄດ້ກັກຂັງໄວ້ ເຈົ້າຂອງຕ້ອງໃຊ້ງົວແທນງົວ ແລະງົວທີ່ຕາຍນັ້ນກໍຕົກເປັນຂອງຕົນ
ກົດຫມາຍກ່ຽວກັບການໃຊ້ຄົນ
1 “ຖ້າຜູ້ໃດລັກງົວຫລືແກະໄປຂ້າຫລືໄປຂາຍ ໃຫ້ຜູ້ນັ້ນໃຊ້ຄືນງົວຫ້າໂຕແທນງົວໂຕນຶ່ງ ແລະໃຊ້ແກະສີ່ໂຕແທນແກະໂຕນຶ່ງ 2 “ຖ້າຜູ້ໃດເຫັນຂະໂມຍບຸກເຂົ້າໄປໃນເຮືອນ ແລ້ວຕີຂະໂມຍນັ້ນຕາຍ ເຂົາບໍ່ມີໂທດເຖິງຕາຍເພາະການຕີຄົນນັ້ນ 3 ຖ້າດວງຕາເວັນຂຶ້ນແລ້ວ ຜູ້ຕີຈະມີໂທດເຖິງຕາຍ ແຕ່ຜູ້ຮ້າຍນັ້ນຕ້ອງໃຫ້ຄ່າຊົດໃຊ້ ຖ້າເຂົາບໍ່ມີອັນໃດຈະໃຊ້ໃຫ້ ຕ້ອງຂາຍເຂົາເປັນຄ່າຂອງທີ່ລັກໄປນັ້ນ 4 ຖ້າຈັບຂອງທີ່ລັກໄປນັ້ນໄດ້ຢູ່ໃນມືຂອງເຂົາ ຈະເປັນງົວກໍດີ ຫລືລໍກໍດີ ຫລືແກະກໍດີ ຊຶ່ງຍັງເປັນຢູ່ ຂະໂມຍນັ້ນຕ້ອງໃຫ້ຄ່າຊົດໃຊ້ເປັນສອງເທົ່າ 5 “ຜູ້ໃດປ່ອຍໃຫ້ສັດກິນຫຍ້າຢູ່ໃນນາຫລືຢູ່ໃນສວນອະງຸ່ນ ແລະມັນຫລົງຝູງໄປກິນຜົນລະປູກທີ່ເກີດໃນນາຂອງຄົນອື່ນ ເຂົາຕ້ອງໃຫ້ຄ່າຊົດໃຊ້ ໂດຍໃຫ້ຂອງດີທີ່ສຸດໃນນາຂອງຕົນ ແລະຂອງທີ່ດີທີ່ສຸດໃນສວນອະງຸ່ນຂອງຕົນເປັນຄ່າເສັຽຫາຍ 6 “ຖ້າຈຸດໄຟທີ່ໄຮ່ນາຂອງຕົນ ແລະໄຟລາມໄປຕິດກອງເຂົ້າ ຫລືຕີດຕົ້ນເຂົ້າຊຶ່ງບໍ່ໄດ້ກ່ຽວ ຫລືຕິດທົ່ງນາໃຫ້ໄຫມ້ເສັຽ ຜູ້ທີ່ຈຸດໄຟນັ້ນຕ້ອງໃຊ້ຄ່າເສັຽຫາຍເຕັມຈຳນວນ 7 “ຖ້າຜູ້ໃດຝາກເງິນ ຫລືສິ່ງຂອງໄວ້ກັບເພື່ອນບ້ານ ແລ້ວຂອງນັ້ນຖືກຂະໂມຍລັກໄປຈາກເຮືອນຜູ້ນັ້ນ ຖ້າຈັບຂະໂມຍໄດ້ຂະໂມຍຕ້ອງໃຊ້ແທນເປັນສອງເທົ່າ 8 ຖ້າຈັບຂະໂມຍບໍ່ໄດ້ ຈົ່ງໃຫ້ເຈົ້າຂອງເຮືອນມາເຝົ້າພຣະເຈົ້າເພື່ອຈະດູວ່າມືຂອງຕົນເອງໄດ້ລັກສິ່ງຂອງຂອງເພື່ອນບ້ານນັ້ນຫລືບໍ່ 9 “ໃນຄະດີຟ້ອງຮ້ອງທຸກຢ່າງ ຈະເປັນເຣື່ອງງົວ ລໍ ແກະ ຫລືເສື້ອຜ້າ ຫລືເຣື່ອງສິ່ງຂອງໃດໆທີ່ຫາຍໄປ ຖ້າມີຄົນມາອ້າງວ່າສິ່ງນີ້ສິ່ງນັ້ນເປັນຂອງຕົນ ຈົ່ງນຳຄະດີຂອງຄູ່ຄວາມນັ້ນໄປເຝົ້າພຣະເຈົ້າ ພຣະເຈົ້າຊົງຕັດສິນວ່າຜູ້ໃດຜິດ ຜູ້ນັ້ນຈະຕ້ອງໃຊ້ຄ່າຊົດໃຊ້ເປັນສອງເທົ່າ 10 “ຖ້າຜູ້ໃດຝາກລໍ ຫລືງົວ ຫລືແກະ ຫລືສັດໃດໆໄວ້ກັບເພື່ອນບ້ານ ແລະສັດນັ້ນເກີດຕາຍລົງ ຫລືເປັນອັນຕະຣາຍ ຫລືມີຜູ້ໄລ່ຕ້ອນໄປຈາກບ້ານນັ້ນໂດຍບໍ່ມີໃຜເຫັນ 11 ຕ້ອງໃຫ້ຜູ້ຮັບຝາກນັ້ນສາບານຕົວຕໍ່ເພື່ອນບ້ານ ຕໍ່ພຣະພັກພຣະເຈົ້າ ເພື່ອດູວ່າມືຂອງເຂົາລັກຂອງຂອງເພື່ອນບ້ານນັ້ນຈິງຫລືບໍ່ ແລ້ວເຈົ້າຂອງນັ້ນຈະຕ້ອງຍິນຍອມ ຜູ້ຮັບຝາກນັ້ນບໍ່ຕ້ອງໃຫ້ຄ່າຊົດໃຊ້ 12 ແຕ່ຖ້າສັດນັ້ນຖືກລັກໄປ ຂນະເມື່ອຜູ້ຮັບຝາກຢູ່ດ້ວຍ ຜູ້ຮັບຝາກຕ້ອງໃຫ້ຄ່າຊົດໃຊ້ແກ່ເຈົ້າຂອງ 13 ຖ້າມີສັດຮ້າຍມາກັດສັດນັ້ນຕາຍ ຈົ່ງເອົາຊາກມາໃຫ້ກວດດູເປັນຫລັກຖານ ແລ້ວຜູ້ຮັບຝາກບໍ່ຕ້ອງໃຫ້ຄ່າຊົດໃຊ້ແທນສັດທີ່ຖືກກັດນັ້ນ 14 “ຖ້າຜູ້ໃດຢືມສິ່ງໃດໆໄປຈາກເພື່ອນບ້ານ ແລ້ວເກີດເປັນອັນຕະຣາຍ ຫລືຕາຍລະຫວ່າງເວລາທີ່ເຈົ້າຂອງບໍ່ຢູ່ ຜູ້ຢືມຕ້ອງໃຫ້ຄ່າຊົດໃຊ້ເຕັມຕາມຈຳນວນ 15 ຖ້າເຈົ້າຂອງຢູ່ດ້ວຍ ຜູ້ຢືມບໍ່ຕ້ອງໃຫ້ຄ່າຊົດໃຊ້ ຖ້າເປັນຂອງເຊົ່າໃຫ້ຄິດແຕ່ຄ່າເຊົ່າເທົ່ານັ້ນ
ກົດຫມາຍກ່ຽວກັບຈະຣີຍະທັມ ແລະສາສນາ
16 “ຖ້າຊາຍຄົນນຶ່ງຫລອກລວງຍິງສາວພົມມະຈາຣີທີ່ຍັງບໍ່ທັນມີຄູ່ຫມັ້ນແລະນອນຮ່ວມກັບຍິງນັ້ນ ຜູ້ນັ້ນຕ້ອງເສັຽເງິນສິນສອດ ແລະຕ້ອງຮັບຍິງນັ້ນເປັນພັຣຍາຂອງຕົນ 17 ຖ້າບິດາບໍ່ຍອມຢ່າງເດັດຂາດ ທີ່ຈະຍົກຍິງນັ້ນໃຫ້ເປັນພັຣຍາ ເຂົາກໍຕ້ອງເສັຽເງິນເທົ່າສີນສອດຕາມທັມນຽມສູ່ຂໍຍິງພົມມະຈາຣີນັ້ນເຫມືອນກັນ 18 “ສຳລັບຍິງແມ່ມົດ ເຈົ້າຢ່າໃຫ້ລອດຊີວິດຢູ່ເລີຍ 19 “ຜູ້ໃດຮ່ວມປະເວນີກັບສັດ ຜູ້ນັ້ນຈະຕ້ອງຖືກລົງໂທດເຖິງຕາຍ 20 “ຜູ້ໃດຖວາຍບູຊາແດ່ພຣະຕ່າງໆ ເວັ້ນແຕ່ພຣະເຈົ້າອົງດຽວ ຜູ້ນັ້ນຕ້ອງຖືກປັບໂທດເຖິງຕາຍທີ່ດຽວ 21 “ເຈົ້າຢ່າບີບບັງຄັບຫລືຂົ່ມເຫັງຄົນຕ່າງດ້າວເລີຍ ເພາະເຈົ້າທັງຫລາຍເຄີຍເປັນຄົນຕ່າງດ້າງຢູ່ໃນປະເທດເອຢີບ 22 ຢ່າຂົ່ມເຫັງຍິງຫມ້າຍຫລືລູກກຳພ້າ 23 ຖ້າເຈົ້າຂົ່ມເຫັງເຂົາໂດຍວິທີໃດກໍຕາມ ແລະເຂົາຮ້ອງທຸກເຖິງເຮົາ ເຣົາຈະຟັງຄຳຮ້ອງທຸກຂອງເຂົາແນ່ນອນ 24 ຄວາມໂກດຂອງເຮົາຈະພຸ່ງຂຶ້ນ ແລະເຮົາຈະປະຫານເຈົ້າດ້ວຍດາບ ພັຣຍາຂອງເຈົ້າຈະຕ້ອງເປັນຫມ້າຍ ແລະບຸດຂອງເຈົ້າຈະຕ້ອງເປັນກຳພ້າ 25 “ຖ້າເຈົ້າໃຫ້ປະຊາຊົນຂອງເຮົາຄົນໃດທີ່ເປັນຄົນຍາກຈົນ ແລະຢູ່ກັບເຈົ້າຢືມເງິນໄປ ຢ່າຖືວ່າຕົນເປັນເຈົ້າຫນີ້ ແລະຢ່າຄີດດອກເບັ້ຽຈາກເຂົາ 26 ຖ້າເຈົ້າໄດ້ຮັບເສື້ອຄຸມຂອງເພື່ອນບ້ານໄວ້ເປັນຂອງປະກັນ ຈົ່ງຄືນຂອງນັ້ນໃຫ້ເຂົາກ່ອນຕາເວັນຕົກດິນ 27 ເພາະເຂົາອາດມີເສື້ອຄຸມຕົວນັ້ນຕົວດຽວເປັນເຄື່ອງປົກຄຸມຮ່າງກາຍ ບໍ່ດັ່ງນັ້ນເວລານອນເຂົາຈະເອົາອັນໃດຫົ່ມ ເມື່ອເຂົາທູນຮ້ອງທຸກຕໍ່ເຮົາ ເຮົາຈະສະດັບຟັງ ເພາະເຮົາເປັນຜູ້ມີເມດຕາກະຣຸນາ 28 “ຢ່າດ່າພຣະເຈົ້າ ຫລືສາບແຊ່ງຜູ້ປົກຄອງຊົນຊາດຂອງເຈົ້າເລີຍ 29 “ຢ່າຜັດວັນທີ່ຈະນຳພືດຜົນອັນອຸດົມຂອງເຈົ້າ ແລະນ້ຳຜົນລະໄມ້ຕ່າງໆ ມາຖວາຍພຣະເຈົ້າ ຢ່າຊັກຊ້າເລີຍ “ຈົ່ງຖວາຍບຸດຫົວປີຂອງເຈົ້າໃຫ້ແກ່ເຮົາ 30 ສຳລັບງົວ ແລະແບ້ ແກະຂອງເຈົ້າ ຈົ່ງທຳດັ່ງນັ້ນເຫມືອນກັນ ໃຫ້ລູກມັນຢູ່ກັບແມ່ເຈັດວັນ ເຖິງວັນທີ່ແປດຈົ່ງພາມາຖວາຍແກ່ເຮົາ 31 “ເຈົ້າທັງຫລາຍເປັນຄົນບໍຣິສຸດ ອຸທິດແກ່ເຮົາ ເຫດສະນັ້ນເນື້ອສັດທີ່ຖືກກັດຕາຍໃນທົ່ງນາ ເຈົ້າຢ່າກິນເລີຍ ຈົ່ງຖິ້ມໃຫ້ຫມາກິນເສັຽ
ຄວາມຍຸດຕິທັມແລະຄວາມທ່ຽງທັມ
1 “ຢ່ານຳເຣື່ອງບໍ່ຈິງໄປເລົ່າຕໍ່ໆກັນ ຢ່າຮ່ວມໃຈເປັນພຍານໃຈຮ້າຍກັບຄົນຊົ່ວ 2 ຢ່າທຳຊົ່ວຕາມຢ່າງຄົນຈຳນວນຫລາຍທີ່ເຂົາທຳກັນນັ້ນເລີຍ ຢ່າອ້າງພຍານລຳອຽງເຂົ້າຂ້າງຄົນຫມູ່ຫລາຍ ຈະທຳໃຫ້ຂາດຄວາມຍຸດຕິທັມໄປ 3 ຢ່າລຳອຽງເຂົ້າຂ້າງຄົນຈົນໃນຄະດີຂອງເຂົາ 4 “ຖ້າເຈົ້າພົບງົວ ຫລືລໍຂອງສັດຕຣູຫລົງມາ ຈົ່ງພາໄປສົ່ງຄືນໃຫ້ເຈົ້າຂອງຈົ່ງໄດ້ 5 ຖ້າເຫັນລໍຂອງຜູ້ທີ່ກຽດຊັງເຈົ້າລົ້ມລົງເພາະບັນທຸກຂອງຫນັກ ຢ່າໄດ້ເມີນເສີຍເສັຽ ຈົ່ງຊ່ອຍເຂົາຍົກມັນຂຶ້ນ 6 “ເຈົ້າຢ່າບິດເບືອນຄຳພິພາກສາ ໃຫ້ຜິດໄປຈາກຄວາມຍຸດຕິທັມທີ່ຄົນຈົນຄວນໄດ້ຮັບໃນຄະດີຂອງເຂົາ 7 ເຈົ້າຈົ່ງຫລີກໃຫ້ຫ່າງໄກຈາກການໃສ່ຄວາມຄົນອື່ນ ຢ່າປະຫານຊີວິດຄົນທີ່ປາສຈາກຄວາມຜິດ ແລະຄົນສັຕທັມ ເພາະເຮົາຈະບໍ່ຍົກໂທດໃຫ້ຄົນອະທັມ 8 ຢ່າຮັບສິນບົນເລີຍ ເພາະວ່າສິນບົນທຳໃຫ້ຄົນຕາດີກາຍເປັນຄົນຕາບອດໄປ ແລະອາດພິກຄະດີຂອງຄົນຊອບທັມເສັຽໄດ້ 9 “ເຈົ້າຢ່າຂົ່ມເຫັງຄົນຕ່າງດ້າວ ເພາະເຈົ້າຮູ້ຈັກໃຈຄົນຕ່າງດ້າວແລ້ວ ເພາະວ່າເຈົ້າທັງຫລາຍກໍເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບມາກ່ອນ
ປີ ແລະວັນສະບາໂຕ
10 “ຈົ່ງຫວ່ານພືດແລະເກັບກ່ຽວຜົນລະປູກໃນນາຂອງເຈົ້າຕລອດຫົກປີ 11 ແຕ່ປີທີເຈັດນັ້ນຈົ່ງງົດເສັຽ ປ່ອຍໃຫ້ນານັ້ນວ່າງຢູ່ ເພື່ອໃຫ້ຄົນຍາກຈົນໃນຊົນຊາດຂອງເຈົ້າເກັບກິນ ສ່ວນທີ່ເຫລືອນອກນັ້ນກໍໃຫ້ສັດປ່າກິນສ່ວນສວນອະງຸ່ນ ແລະສວນຫມາກກອກເທດເຈົ້າຈົ່ງກະທຳເຊັ່ນດຽວກັນ 12 ຈົ່ງທຳການງານຂອງເຈົ້າຫົກວັນ ແຕ່ໃນວັນທີ່ເຈັດນັ້ນ ຈົ່ງຢຸດງານ ເພື່ອງົວ ລໍ ຂອງເຈົ້າຈະໄດ້ພັກ ແລະລູກຊາຍທາສີຂອງເຈົ້າ ກັບຄົນຕ່າງດ້າວຈະໄດ້ພັກຜ່ອນ 13 ສິ່ງທັງປວງທີ່ເຮົາສັ່ງເຈົ້າໄວ້ນັ້ນຈົ່ງລະວັງຖືໃຫ້ດີ ແລະຢ່າອອກຊື່ພຣະອື່ນເລີຍ ຢ່າໃຫ້ໄດ້ຍິນຊື່ຂອງພຣະເຫລົ່ານັ້ນອອກຈາກປາກຂອງເຈົ້າ
ເທສການສຳຄັນສາມປາງ
14 “ຈົ່ງຖືເທສການຖວາຍແກ່ເຮົາສາມປາງຕໍ່ປີ 15 ຈົ່ງຖືເທສການຮັບປະທານເຂົ້າຈີ່ບໍ່ມີເຊື້ອຕາມເວລາທີ່ກຳຫນົດໄວ້ໃນເດືອນອາບິບ ອັນເປັນເດືອນທີ່ເຣົາໄດ້ບັນຊາໄວ້ ເຈົ້າຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃນເຈັດວັນ ຕາມທີ່ເຮົາສັ່ງເຈົ້າໄວ້ແລ້ວ ເພາະໃນເດືອນນັ້ນເຈົ້າອອກຈາກເອຢິບ ຢ່າເຂົ້າມານະມັສການເຮົາໂດຍບໍ່ມີເຄື່ອງຖວາຍ 16 “ຈົ່ງຖືເທສການລ້ຽງສະຫລອງການເກັບກ່ຽວ ຖວາຍພືດຜົນແຣກທີ່ເກີດຈາກແຮງງານຂອງເຈົ້າ ຊຶ່ງເຈົ້າໄດ້ຫວ່ານພືດລົງໃນນາ ເຈົ້າຈົ່ງຖືເທສການລ້ຽງສະຫລອງການເກັບພືດຜົນປາຍປີ ເມື່ອເຈົ້າເກັບພືດຜົນຈາກທົ່ງນາອັນເປັນຜົນງານຂອງເຈົ້າ 17 ໃຫ້ພວກຜູ້ຊາຍເຂົ້າເຝົ້າພຣະເຈົ້າປີລະສາມເທື່ອ 18 “ຢ່າຖວາຍເລືອດຈາກເຄື່ອງບູຊາຂອງເຮົາ ພ້ອມກັບເຂົ້າຈີ່ມີເຊື້ອ ຫລືປ່ອຍໃຫ້ມີໄຂມັນໃນການລ້ຽງຂອງເຮົາເຫລືອຢູ່ຈົນຮອດຮຸ່ງເຊົ້າ 19 “ພືດຜັນອັນດີເລີດຊຶ່ງໄດ້ເກັບຄັ້ງແຣກຈາກໄຮ່ນາຂອງເຈົ້ານັ້ນ ຈົ່ງນຳມາຖວາຍໃນພຣະວິຫານພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ
ທູດສວັນຮັບບັນຊາໃຫ້ມານຳອິສຣາເອນ
20 “ເບິ່ງແມ໋ ເຮົາໃຊ້ທູດຂອງເຮົາເດີນນຳຫນ້າພວກເຈົ້າ ເພື່ອຄອຍລະວັງຮັກສາພວກເຈົ້າຕາມທາງ ນຳໄປເຖິງທີ່ຊຶ່ງເຣົາໄດ້ຕຽມໄວ້ 21 ຈົ່ງເອົາໃຈໃສ່ ຟັງຄຳເວົ້າຂອງທູດນັ້ນ ແລະເຊື່ອຟັງຄຳຂອງເຂົາ ຢ່າຂັດຂືນເຂົາ ເພາະເຂົາຈະບໍ່ຍົກໂທດໃຫ້ເຈົ້າເລີຍ ດ້ວຍວ່າເຂົາກະທຳໃນນາມຂອງເຮົາ 22 “ຖ້າເຈົ້າທັງຫລາຍຟັງສຽງຂອງເຂົາຈິງນັ້ນ ແລະທຳທຸກສິ່ງຕາມທີ່ເຮົາສັ່ງໄວ້ ເຮົາຈະເປັນສັດຕຣູຕໍ່ສັດຕຣູຂອງພວກເຈົ້າ ແລະເປັນປໍຣະປັກຕໍ່ປໍຣະປັກຂອງພວກເຈົ້າ 23 “ເມື່ອທູດຂອງເຮົາໄປຂ້າງຫນ້າພວກເຈົ້າ ແລະນຳພວກເຈົ້າໄປເຖິງຄົນອາໂມຣິດ ຄົນຮິດຕີ ຄົນເປຣິສຊີ ຄົນການາອານ ຄົນຮີວີ ແລະຄົນເຢບຸສ ແລ້ວເຮົາທຳລາຍລ້າງຄົນເຫລົ່ານັ້ນເສັຽ 24 ຢ່າຂາບໄຫວ້ພຣະຂອງເຂົາ ຫລືບົວລະບັດ ຫລືທຳຕາມແບບຢ່າງທີ່ພວກເຂົາກະທຳ ແຕ່ຈົ່ງທຳລາຍຮູບເຄົາຣົບຂອງເຂົາ ແລະທຸບເສົາສັກສິດຂອງເຂົາເສັຽໃຫ້ແຫລກລະອຽດ 25 ຈົ່ງບົວລະບັດພຣະເຈົ້າຂອງເຈົ້າ ແລ້ວພຣະອົງຈະຊົງອວຍພອນແກ່ອາຫານແລະນ້ຳຂອງເຈົ້າ ເຮົາຈະບັນດານໃຫ້ໂຣກຕ່າງໆຫາຍໄປຈາກຖ້າມກາງພວກເຈົ້າ 26 ຈະບໍ່ມີການແທ້ງລູກ ຫລືເປັນຫມັນໃນດິນແດນຂອງເຈົ້າ ເຮົາຈະໃຫ້ເຈົ້າມີອາຍຸຍືນນານ 27 ເຣົາຈະບັນດານໃຫ້ເກີດຄວາມສຍົດສຍອງຂຶ້ນກ່ອນຫນ້າພວກເຈົ້າຈະໄປເຖິງຊາວເມືອງທັງປວງທີ່ພວກເຈົ້າໄປຜະເຊີນຫນ້ານັ້ນ ເຮົາຈະທຳໃຫ້ເກີດຄວາມໂກລາຫົນ ເຮົາຈະໃຫ້ສັດຕຣູທັງປວງຫັນຫລັງຫນີພວກເຈົ້າ 28 ເຮົາຈະໃຊ້ໃຫ້ຝູງຕໍ່ລ່ວງຫນ້າໄປກ່ອນພວກເຈົ້າ ຈະຂັບໄລ່ຄົນຮີວີ ຄົນການາອານ ແລະຄົນຮິດຕີໄປໃຫ້ພົ້ນຫນ້າພວກເຈົ້າ 29 ເຮົາຈະບໍ່ໄລ່ພວກເຂົາໄປໃຫ້ພົ້ນຫນ້າພວກເຈົ້າໃນໄລຍະປີດຽວ ຢ້ານວ່າແຜ່ນດິນຈະວ່າງເປົ່າ ແລະສັດປ່າຈະທະວີຈຳນວນຂຶ້ນຕໍ່ສູ້ກັບພວກເຈົ້າ 30 ແຕ່ເຮົາຈະໄລ່ເຂົາໄປໃຫ້ພົ້ນຫນ້າພວກເຈົ້າເທື່ອລະເລັກລະນ້ອຍຈົນພວກເຈົ້າທະວີຈຳນວນມາກຂຶ້ນ ແລ້ວໄດ້ຮັບມອບດິນແດນນັ້ນເປັນກຳມະສິດ 31 ເຮົາຈະກຳນົດເຂດແດນຂອງພວກເຈົ້າໄວ້ຕັ້ງແຕ່ທະເລແດງຈົນເຖິງທະເລຂອງຊາວຟີລິສຕິນ ຕັ້ງແຕ່ຖິ່ນກັນດານຈົນເຖິງແມ່ນ້ຳເອີຟຣາດ ເພາະເຮົາຈະມອບຊາວເມືອງນັ້ນໄວ້ໃນມືຂອງພວກເຈົ້າ ໃຫ້ພວກເຈົ້າໄລ່ເຂົາໄປເສັຽໃຫ້ພົ້ນ 32 ພວກເຈົ້າຢ່າທຳພັນທະສັນຍາກັບເຂົາ ຫລືກັບພຣະຂອງເຂົາເລີຍ 33 ເຂົາຈະອາໄສໃນດິນແດນຂອງເຈົ້າບໍ່ໄດ້ ຢ້ານວ່າເຂົາຈະຊັກຈູງໃຫ້ເຈົ້າກະທຳບາບຕໍ່ເຣົາ ເພາະວ່າຖ້າພວກເຈົ້າບົວລະບັດພຣະຂອງເຂົາ ເຣື່ອງນີ້ຈະເປັນບ້ວງແຮ້ວດັກເຈົ້າເປັນແນ່”
ຊົງໃຫ້ສັດຍາບັນຄຳຫມັ້ນສັນຍາ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, “ເຈົ້າກັບອາໂຣນ ນາດາບ ອາບີຮູ ແລະພວກຫົວຫນ້າເຈັດສິບຄົນຂອງຊາວອິສຣາເອນ ຈົ່ງຂຶ້ນມາຫາເຮົາເທິງພູ ໃຫ້ຂາບໄຫວ້ເຮົາຢູ່ໃນລະຍະໄກ 2 ໃຫ້ເຈົ້າຄົນດຽວເຂົ້າມາໃກ້ເຮົາ ຄົນອື່ນໆຢ່າເຂົ້າມາໃກ້ ແລະຢ່າໃຫ້ປະຊາຊົນຂຶ້ນມາກັບເຈົ້າເລີຍ” 3 ໂມເຊຈຶ່ງນຳຄຳສັ່ງກັບກົດຫມາຍທັງຫມົດຂອງພຣະຜູ້ເປັນເຈົ້າມາຊີ້ແຈງໃຫ້ປະຊາຊົນຊາບ ປະຊາຊົນທັງຫມົດໄດ້ຕອບເປັນສຽງດຽວກັນວ່າ “ຖ້ອຍຄຳທັງຫມົດທີ່ພຣະຜູ້ເປັນເຈົ້າໄດ້ຊົງສັ່ງນັ້ນ ພວກເຮົາຈະທຳຕາມ” ໂມເຊໄດ້ຈາຣຶກຂໍ້ຄຳສັ່ງທັງຫມົດຂອງພຣະຜູ້ເປັນເຈົ້າໄວ້ 4 ຕອນເຊົ້າມືດຂອງມື້ຕໍ່ມາ ໂມເຊໄດ້ສ້າງແທ່ນບູຊາໄວ້ທີ່ຕີນພູ ແລະໄດ້ຕັ້ງຫີນສິບສອງກ້ອນຕາມຈຳນວນຕະກູນຂອງອິສຣາເອນໄວ້ເປັນອະນຸສອນ 5 ຕໍ່ມາ ໂມເຊໄດ້ໃຊ້ພວກຄົນຫນຸ່ມຊາວອິສຣາເອນຖວາຍເຄື່ອງເຜົາບູຊາ ແລະເຜົາງົວຖວາຍເພື່ອຄວາມສາມັກຄີແດ່ພຣະຜູ້ເປັນເຈົ້າ 6 ໂມເຊໄດ້ແບ່ງເລືອດງົວເຄິ່ງນຶ່ງໄວ້ໃນຊາມ ອີກເຄິ່ງນຶ່ງໄດ້ຫວິດໃສ່ແທ່ນບູຊາ 7 ແລ້ວທ່ານໄດ້ອ່ານຫນັງສືຄຳຫມັ້ນສັນຍາດ້ວຍສຽງອັນດັງຕໍ່ຫນ້າປະຊາຊົນ ຜູ້ຊຶ່ງເວົ້າວ່າ, “ພວກເຮົາຈະເຊື່ອຟັງແລະທຳຕາມທຸກຢ່າງທີ່ພຣະຜູ້ເປັນເຈົ້າຊົງສັ່ງ” 8 ຂນະນັ້ນ ໂມເຊໄດ້ເອົາເລືອດໃນຊາມຫວິດໃສ່ປະຊາຊົນແລະເວົ້າວ່າ, “ນີ້ແມ່ນເລືອດແຫ່ງຄຳຫມັ້ນສັນຍາທີ່ຊົງໃຫ້ສັຕຍາບັນແລ້ວ ພຣະຜູ້ເປັນເຈົ້າຊົງຕັ້ງຄຳຫມັ້ນສັນຍາດ້ວຍການໃຫ້ຄຳສັ່ງຂອງພຣະອົງ” 9 ໂມເຊ ອາໂຣນ ນາດາບ ອາບິຮູ ແລະພວກຫົວຫນ້າເຈັດສິບຄົນຂອງຊາວອິສຣາເອນໄດ້ຂຶ້ນໄປເທິງພູ 10 ພວກເຂົາໄດ້ເຫັນພຣະເຈົ້າຂອງອິສຣາເອນ ຢູ່ລຸ່ມພຣະບາດຂອງພຣະອົງມີສິ່ງນຶ່ງເບິ່ງເຫມືອນແກ້ວໄພທູນ ມີສີແຈ່ມໃສເຫມືອນກັບທ້ອງຟ້າ 11 ພຣະອົງບໍ່ໄດ້ທຳຮ້າຍບັນດາຫົວຫນ້າຂອງຊາວອິສຣາເອນ ພວກເຂົາໄດ້ເຫັນພຣະເຈົ້າ ແຕ່ຍັງມີຊີວິດແລະກິນດື່ມຢູ່ຕໍ່ໄປ
ໂມເຊເທິງພູຊີນາອີ
12 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, “ຈົ່ງຂຶ້ນມາຫາເຮົາເທິງພູ ແລະພັກຢູ່ທີ່ນີ້ ເຮົາຈະໃຫ້ແຜ່ນຫີນທີ່ມີຂໍ້ພຣະທັມ ແລະຂໍ້ບັນຍັດແກ່ເຈົ້າ ຊຶ່ງເຮົາໄດ້ຈາຣຶກໄວ້ເພື່ອສອນປະຊາຊົນ” 13 ໂມເຊຈຶ່ງຕຽມຕົວຂຶ້ນໄປເທິງພູຂອງພຣະເຈົ້າພ້ອມກັບໂຢຊວຍຄົນໃຊ້ຂອງຕົນ 14 ໂມເຊໄດ້ເວົ້າກັບພວກຫົວຫນ້າວ່າ, “ຈົ່ງລໍຖ້າພວກຂ້າພະເຈົ້າຢູ່ທີ່ນີ້ຈົນເທົ່າກັບມາ ອາໂຣນກັບຮູເຣໄດ້ຢູ່ນຳພວກທ່ານ ຖ້າມີເຣື່ອງຫຍັງເກີດຂຶ້ນກໍໃຫ້ໄປຫາທ່ານທັງສອງນີ້ເດີ” 15 ໂມເຊໄດ້ຂຶ້ນໄປເທິງພູ ແລະມີເມກປົກຫຸ້ມພູນັ້ນຢູ່ 16 ພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າໄດ້ລົງມາເທິງພູຊີນາອີ ເມກໄດ້ປົກຫູ້ມຢູ່ເປັນເວລາຫົກວັນ ໃນວັນຖ້ວນເຈັດພຣະຜູ້ເປັນເຈົ້າໄດ້ຊົງເອີ້ນໂມເຊມາຈາກຖ້າມກາງເມກ 17 ຊາວອິສຣາເອນໄດ້ເຫັນພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ ຄືເຫັນເປັນເຫມືອນແປວໄຟລຸກໄຫມ້ຢູ່ເທິງຈອມພູ 18 ໂມເຊໄດ້ເຂົ້າໄປໃນເມກ ແລະຂຶ້ນໄປເທິງພູ ແລ້ວໄດ້ຢູ່ທີ່ນັ້ນເປັນເວລາສີ່ສິບມື້ສີ່ສິບຄືນ
ເຄື່ອງຖວາຍສຳລັບບ່ອນສັກສິດ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງສັ່ງຊົນຊາດອິສຣາເອນໃຫ້ນຳສິ່ງຂອງມາຖວາຍແກ່ເຮົາ ຂອງນັ້ນໃຫ້ຮັບມາຈາກທຸກໆຄົນທີ່ເຕັມໃຈຖວາຍ 3 ຂອງຖວາຍຊຶ່ງເຈົ້າຈະຕ້ອງຮັບຈາກເຂົາຄື ທອງຄຳ ເງິນ ທອງສຳລິດ 4 ດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ຜ້າປ່ານເນື້ອລະອຽດດີ ແລະຂົນແກະ 5 ຫນັງແກະໂຕຜູ້ຍ້ອມສີແດງ ຫນັງສັດທີ່ລະອຽດດີ ແລະໄມ້ກະຖິນເທດ 6 ນ້ຳມັນເຕີມຕະກຽງ ເຄື່ອງເທດປຸງນ້ຳມັນສຳລັບເຈີມ ແລະເຄື່ອງຫອມເຜົາບູຊາ 7 ແກ້ວໂກເມນ ແລະເພັດພອຍຊະນິດຕ່າງໆສຳລັບຕົກແຕ່ງເສື້ອຄຸມເອໂຟດ ແລະແຜ່ນຮອງເອິກ 8 ແລ້ວໃຫ້ເຂົາສ້າງສະຖານນະມັສການຖວາຍແກ່ເຮົາ ເພື່ອວ່າເຮົາຈະໄດ້ຢູ່ຖ້າມກາງພວກເຂົາ 9 ແບບຢ່າງຫໍເຕັນສັກສິດ ແລະເຄື່ອງທັງປວງຂອງຫໍເຕັນສັກສິດນັ້ນ ເຈົ້າຈົ່ງທຳຕາມທີ່ເຮົາແຈ້ງໄວ້ແກ່ເຈົ້ານີ້ທຸກປະການ
ຫີບຄຳສັນຍາ
10 “ໃຫ້ເຂົາທຳຫີບໃບນຶ່ງດ້ວຍໄມ້ກະຖິນເທດ ຍາວສອງສອກຄືບ ກວ້າງສອກຄືບ ແລະສູງສອກຄືບ 11 ຫີບນັ້ນໂອບດ້ວຍທອງຄຳບໍຣິສຸດ ທັງດ້ານໃນແລະດ້ານນອກ ແລ້ວທຳຂອບທອງຄຳອ້ອມຮອບຫີບ 12 ໃຫ້ຫລໍ່ຮ່ວງທອງຄຳສີ່ຮ່ວງສຳລັບຫີບນັ້ນ ຕິດໄວ້ທີ່ມຸມທັງສີ່ ດ້ານນີ້ສອງຮ່ວງ ແລະດ້ານນັ້ນສອງຮ່ວງ 13 ໃຫ້ທຳຄານຫາມດ້ວຍໄມ້ກະຖິນເທດ ແລະໂອບດ້ວຍທອງຄຳ 14 ແລ້ວສອດຄານຫາມເຂົ້າທີ່ຮ່ວງຂ້າງຫີບ ສໍາລັບໃຊ້ຍົກຫາມຫິບນັ້ນ 15 ໄມ້ຄານຫາມໃຫ້ສອກໄວ້ໃນຮ່ວງຂອງຫີບຢ່າຖອດອອກເລີຍ 16 ພຣະໂອວາດທີ່ເຮົາຈະໃຫ້ແກ່ເຈົ້າຈົ່ງເກັບໄວ້ໃນຫີບນັ້ນ 17 ແລ້ວຈົ່ງທຳພຣະທີ່ນັ່ງກະຣຸນາ ດ້ວຍທອງຄຳບໍຣິສຸດຍາວສອງສອກຄືບ ກວ້າງສອກຄືບ 18 ຈົ່ງທຳເຊຣູບິມທອງຄຳສອງຮູບ ໂດຍໃຊ້ຝີຄ້ອນທຳຕັ້ງໄວ້ທີ່ປາຍພຣະທີ່ນັ່ງກະຣຸນາທັງສອງຂ້າງ 19 ທຳເຊຣູບິມໄວ້ທີ່ສົ້ນປາຍພຣະທີ່ນັ່ງກະຣຸນາຂ້າງລະຮູບ ທຳເຊຣູບິມນັ້ນ ແລະໃຫ້ສົ້ນປາຍທັງສອງຂ້າງຕິດເປັນເນື້ອດຽວກັນກັບພຣະທີ່ນັ່ງກະຣຸນາ 20 ໃຫ້ເຊຣູບິມນັ້ນພືປີກອອກໄວ້ເບື້ອງເທິງປົກພຣະທີ່ນັ່ງກະຣຸນາໄວ້ດ້ວຍປີກ ແລະໃຫ້ປິ່ນຫນ້າເຂົ້າຫາກັນ ໃຫ້ເຊຣູບິມປິ່ນຫນ້າເຂົ້າມາຊື່ພຣະທີ່ນັ່ງກະຣຸນາ 21 ແລ້ວຈົ່ງຕັ້ງພຣະທີ່ນັ່ງກະຣຸນານັ້ນໄວ້ເທິງຫີບ ຈົ່ງບັນຈຸພຣະໂອວາດຊຶ່ງເຮົາຈະໃຫ້ໄວ້ແກ່ເຈົ້າໄວ້ໃນຫີບນັ້ນ 22 ທີ່ນັ້ນ ເຮົາຈະພົບກັບເຈົ້າຢູ່ທີ່ເທິງພຣະທີ່ນັ່ງກະຣຸນານັ້ນ ຄືລະຫວ່າງກາງທັງສອງຂອງເຊຣູບິມ ຊຶ່ງຕັ້ງຢູເທິງຫິບພຣະໂອວາດ ເຮົາຈະສົນທະນາກັບເຈົ້າທຸກເຣື່ອງ ຊຶ່ງເຮົາຈະສັ່ງເຈົ້າໃຫ້ປະກາດແກ່ຊົນຊາດອິສຣາເອນ
ໂຕະເຂົ້າຈີ່ຫນ້າພຣະພັກ
23 ຈົ່ງທຳໂຕະຫນ່ວຍນຶ່ງດ້ວຍໄມ້ກະຖິນເທດທີ່ຍາວສອງສອກຄືບ ກວ້າງນຶ່ງສອກຄືບ ແລະສູງສອງຄືບ 24 ຈົ່ງໂອບໂຕະນັ້ນດ້ວຍທອງຄຳບໍຣິສຸດ ແລະຈົ່ງແນບຂອບໂຕະນັ້ນດ້ວຍທອງຄຳຄືກັນ 25 ຂອບໂຕະນັ້ນທຳໃຫ້ກວ້າງນຶ່ງຝ່າມື ໂດຍຮອບ ແລ້ວທຳຂອບທອງຄຳປະກອບໃຫ້ຮອບຂອບນັ້ນ 26 ຈົ່ງທຳຮ່ວງທອງຄຳສີ່ອັນຕິດໄວ້ທີ່ແຈມຸມຂາໂຕະທັງສີ່ 27 ຮ່ວງນັ້ນໃຫ້ຕິດກັບຂອບ ເພື່ອເອົາໄວ້ສອດຄານຫາມ 28 ເຈົ້າຈົ່ງທຳຄານຫາມດ້ວຍໄມ້ກະຖິນເທດ ໂອບດ້ວຍທອງຄຳ ໃຫ້ຫາມໂຕະດ້ວຍໄມ້ນີ້ 29 ເຈົ້າຈົ່ງທຳຈານ ຈອກ ໄຫ ແລະຖ້ວຍເພື່ອໃຊ້ໃນການຖວາຍບູຊາເຄື່ອງດື່ມບູຊາ ສິ່ງເຫລົ່ານີ້ເຈົ້າຈົ່ງທຳດ້ວຍທອງຄຳບໍຣິສຸດ 30 ແລະເຈົ້າຈົ່ງວາງເຂົ້າຈີ່ຫນ້າພຣະພັກໄວ້ເທິງໂຕະນັ້ນຕໍ່ຫນ້າເຮົາເປັນນິດ
ຫລັກຕະກຽງຄຳ
31 “ເຈົ້າຈົ່ງທຳເຄື່ອງຮອງຕີນໂຄມອັນນຶ່ງດ້ວຍທອງຄຳບໍຣິສຸດ ຖານແລະລຳຕົວຂອງເຄື່ອງຣອງຕີນໂຄມນັ້ນ ຈົ່ງໃຊ້ຝີຄ້ອນທຳດອກ ແລະກີບໃຫ້ຕິດເປັນເນື້ອດຽວກັນກັບເຄື່ອງຮອງຕີນໂຄມ 32 ໃຫ້ມີກິ່ງຫົກກີ່ງແຍກອອກຈາກລຳເຄື່ອງຮອງຕີນໂຄມນັ້ນຂ້າງລະສາມກິ່ງ 33 ກິ່ງນຶ່ງມີດອກເຫມືອນດອກຫມາກບົກສາມດອກ ທຸກໆດອກໃຫ້ມີຖານດອກລະກີບ ອີກກິ່ງນຶ່ງໃຫ້ມີດອກສາມດອກເຫມືອນດອກຫມາກບົກ ທຸກໆດອກໃຫ້ມີຖານດອກແລະກີບ ໃຫ້ເປັນດັ່ງນີ້ທັງຫົກກິ່ງ ຊຶ່ງຍື່ນອອກຈາກລຳຫລັກຕະກຽງ 34 ສຳລັບລໍາເຄື່ອງຮອງຕີນໂຄມນັ້ນໃຫ້ມີດອກສີ່ດອກ ເຫມືອນດອກຫມາກບົກ ທັງຖານດອກ ແລະກີບ 35 ໃຕ້ກິ່ງທຸກໆຄູ່ທັງຫົກກິ່ງທີ່ລຳເຄື່ອງຮອງຕີນໂຄມນັ້ນ ໃຫ້ມີກະເປາະເປັນເນື້ອດຽວກັນກັບເຄື່ອງຮອງຕີນໂຄມ 36 ກະເປາະແລະກິ່ງທຳໃຫ້ເປັນເນື້ອດຽວກັນກັບເຄື່ອງຮອງຕີນໂຄມ ໃຫ້ທຸກສ່ວນເປັນເນື້ອດຽວກັນດ້ວຍທອງຄຳບໍຣິສຸດທີ່ໃຊ້ຄ້ອນທຳ 37 ຈົ່ງທຳຕະກຽງເຈັດດວງສຳລັບເຄື່ອງຮອງຕີນໂຄມນັ້ນ ແລະໄຕ້ຕະກຽງໃຫ້ສ່ອງແສງຕົງໄປຫນ້າເຄື່ອງຮອງຕີນໂຄມ 38 ຄີມຄີບຕັດໃສ້ຕະກຽງ ແລະຖາດໃສ່ຄີມນັ້ນ ຈົ່ງທຳດ້ວຍທອງຄຳບໍຣິສຸດ 39 ເຄື່ອງຮອງຕີນໂຄມກັບເຄື່ອງໃຊ້ທຸກຢ່າງໃຫ້ທຳດ້ວຍທອງຄຳບໍຣິສຸດນຶ່ງຕາລັນ 40 ຈົ່ງລະວັງທຳສິ່ງເຫລົ່ານີ້ ຕາມແບບຢ່າງທີ່ເຮົາແຈ້ງແກ່ເຈົ້າທີ່ເທິງພູນັ້ນ”
ຫໍເຕັນສັກສິດ
1 “ນອກຈາກນັ້ນ ເຈົ້າຈົ່ງທຳຫໍເຕັນສັກສິດດ້ວຍຜ້າກັ້ງສິບຜືນ ທຳດ້ວຍຜ້າປ່ານເນື້ອດີ ແລະຜ້າຕ່ຳດ້ວຍດ້າຍຍ້ອມສີຟ້າ ສີມ່ວງ ສີແດງເຂັ້ມ ກັບໃຫ້ມີພາບເຊຣູບິມມືຊ່າງອອກແບບໄວ້ 2 ຜ້າກັ້ງຜືນນຶ່ງໃຫ້ຍາວຊາວແປດສອກ ກວ້າງສີ່ສອກ ຜ້າກັ້ງທຸກຜືນໃຫ້ເທົ່າກັນ 3 ຜ້າກັ້ງຫ້າຜືນໃຫ້ກ້ຽວຕິດກັນ ແລະອີກຫ້າຜືນນັ້ນກໍໃຫ້ກ້ຽວຕິດກັນດ້ວຍ 4 ຈົ່ງທຳຜ້າກັ້ງດ້ວຍດ້າຍສີຟ້າຕິດໄວ້ຕາມຂອບຜ້າກັ້ງດ້ານນອກສຸດຊຸດທີ່ນຶ່ງ ແລະຕາມຂອບຜ້າກັ້ງດ້ານນອກຊຸດທີ່ສອງ ຈົ່ງຕິດຫູໄວ້ເຫມືອນກັນ 5 ຜ້າກັ້ງຜືນນຶ່ງໃຫ້ທຳຫູຫ້າສິບຫູ ແລະຕາມຂອບຜ້າກັ້ງຊຸດທີ່ສອງ ໃຫ້ທຳຫູຫ້າສິບໃຫ້ຊື່ກັນ 6 ຈົ່ງທຳຂໍເກາະຄຳຫ້າສິບຂໍສຳລັບໃຊ້ກ້ຽວຜ້າກັ້ງ ເພື່ອໃຫ້ເປັນຫໍເຕັນດຽວກັນ 7 “ຈົ່ງທຳຜ້າກັ້ງດ້ວຍຂົນແບ້ ສຳລັບເປັນເຕັນຄຸມຫໍເຕັນຊັ້ນນອກອີກສິບເອັດຜືນ 8 ຜ້າກັ້ງນຶ່ງໃຫ້ທຳຍາວສາມສິບສອກ ກວ້າງສີ່ສອກ ທັງສິບເອັດຜືນໃຫ້ເທົ່າກັນ 9 ຜ້າກັ້ງຫ້າຜືນໃຫ້ກ້ຽວຕິດກັນຕ່າງຫາກ ແລະຜ້າກັ້ງອີກຫົກຜືນໃຫ້ກ້ຽວຕິດກັນຕ່າງຫາກເຊັ່ນກັນ ແລະຜ້າກັ້ງທີ່ຫົກນັ້ນຈົ່ງໃຫ້ຫ້ອຍຊ້ອນລົງມາຂ້າງຫນ້າເຕັນ 10 ຈົ່ງທຳຫູຫ້າສິບຫູຕິດກັບຂອບຜ້າກັ້ງດ້ານນອກຊຸດທີ່ນຶ່ງ ແລະຫູຫ້າສິບຫູຕິດກັບຂອບຜ້າກັ້ງດ້ານນອກສຸດຊຸດທີ່ສອງ 11 “ແລ້ວທຳຂໍທອງສຳຣິດຫ້າສິບຂໍ ກ້ຽວຂໍເຂົ້າທີ່ຫູ ກ້ຽວໃຫ້ຕິດເປັນເຕັນຫລັງດຽວກັນ 12 ຜ້າກັ້ງສ່ວນທີ່ເກີນຢູ່ ຄືຕີນຜ້າກັ້ງເຄິ່ງນຶ່ງທີ່ເຫລືອຢູ່ນັ້ນ ຈົ່ງໃຫ້ຫ້ອຍລົງມາດ້ານຫລັງຫໍເຕັນ 13 ສ່ວນຜ້າກັ້ງຄຸມຫໍເຕັນ ຊຶ່ງຍາວເກີນໄປຂ້າງລະນຶ່ງສອກນັ້ນ ໃຫ້ຫ້ອຍລົງມາຂ້າງໆຫໍເຕັນ ທັງຂ້າງນີ້ແລະຂ້າງນັ້ນສຳລັບໃຊ້ບັງ 14 ເຄື່ອງປົກເຕັນຂ້າງເທິງ ເຈົ້າຈົ່ງທຳດ້ວຍຫນັງແກະໂຕຜູ້ຍ້ອມສີແດງຊັ້ນນຶ່ງ ແລະຄຸມດ້ວຍຫນັງສັດລະອຽດດີອີກຊັ້ນນຶ່ງ
ຮ່າງຂອບ
15 “ໄມ້ຮ່າງຂອບສຳລັບທຳຝາຫໍເຕັນນັ້ນ ໃຫ້ໃຊ້ໄມ້ກະຖິນເທດຕັ້ງຕົງຂຶ້ນ 16 ໄມ້ຮ່າງຂອບນັ້ນໃຫ້ຍາວແຜ່ນລະສິບສອກ ກວ້າງສອກເສດ 17 ໃຫ້ມີເດືອຍຂອບລະສອງເດືອຍ ເດືອຍຂອບນຶ່ງມີໄມ້ປະກັບຕິດກັບເດືອຍອີກຂອບນຶ່ງ ໄມ້ຮ່າງຂອບຫໍເຕັນທັງຫມົດໃຫ້ທຳຢ່າງນີ້ 18 ເຈົ້າຈົ່ງທຳໄມ້ຮ່າງຂອບຫໍເຕັນດັ່ງນີ້ ດ້ານໃຕ້ໃຫ້ທຳຊາວແຜ່ນ 19 ຈົ່ງທຳຖານຮອງຮັບດ້ວຍເງິນສີ່ສິບຖານ ສຳລັບໄມ້ຮ່າງຂອບຊາວແຜ່ນ ໃຕ້ໄມ້ຮ່າງຂອບແຜ່ນນຶ່ງໃຫ້ມີຖານຮອບຮັບແຜ່ນລະສອງຖານ ສຳລັບສວມເດືອຍສອງອັນ 20 ດ້ານທີ່ສອງຂອງຫໍເຕັນຂ້າງທິດເຫນືອນັ້ນ ໃຫ້ໃຊ້ໄມ້ຮ່າງຂອບຊາວແຜ່ນ 21 ແລະທຳຖານເງິນຮອງຮັບສີ່ສິບຖານ ໃຕ້ຂອບໃຫ້ທຳຖານແຜ່ນລະສອງຖານ 22 ສ່ວນດ້ານຫລັງທິດຕາເວັນຕົກຂອງຫໍເຕັນ ໃຫ້ທຳໄມ້ຮ່າງຂອບຫົກແຜ່ນ 23 ແລະທຳອີກສອງແຜ່ນສຳລັບມຸມຫໍເຕັນດ້ານຫລັງ 24 ໄມ້ຮ່າງຂອບນັ້ນຂ້າງລຸ່ມໃຫ້ແຍກກັນ ແຕ່ທາງເທິງຍອດໃຫ້ຕິດກັນທີ່ຮ່ວງແຣກທັງສອງແຫ່ງໃຫ້ກະທຳດັ່ງນີ້ ກໍຈະທຳໃຫ້ເກີດມຸມສອງມຸມ 25 ຄືຮວມເປັນໄມ້ຮ່າງຂອງແປດແຜ່ນດ້ວຍກັນ ແລະຖານເງິນສິບຫົກອັນ ໃຕ້ຂອບໄມ້ໃຫ້ມີຖານຮອງຮັບແຜ່ນລະສອງຖານ 26 “ເຈົ້າຈົ່ງທໍາກອນດ້ວຍໄມ້ກະຖິນເທດຫ້າອັນ ສຳລັບໄມ້ກອນຝາຫໍເຕັນດ້ານນຶ່ງ 27 ແລ້ວກອນອີກຫ້າອັນສຳລັບຂັດໄມ້ຮ່າງຂອບຝາຫໍເຕັນອີກດ້ານນຶ່ງ ແລະກອນອີກຫ້າອັນສຳລັບຂັດໄມ້ຮ່າງຂອບຝາຫໍເຕັນດ້ານຫລັງ ຄືດ້ານຕາເວັນຕົກ 28 ກອນຕົວກາງຄືຢູ່ທາງກາງຂອງໄມ້ຮ່າງຂອບສຳລັບຂັດຝາຮ້ອຍໃຫ້ຕິດກັນ 29 ຈົ່ງໂອບໄມ້ຮ່າງຂອບເຫລົ່ານັ້ນດ້ວຍທອງຄຳແລະທຳຮ່ວງໄມ້ຮ່າງຂອບດ້ວຍທອງຄຳ ສຳລັບຮ້ອຍກອນ ແລະກອນນັ້ນໃຫ້ໂອບດ້ວຍທອງຄຳ 30 ຫໍເຕັນນັ້ນ ເຈົ້າຈົ່ງຈັດຕັ້ງໄວ້ຕາມແບບຢ່າງທີ່ເຮົາໄດ້ແຈ້ງແກ່ເຈົ້າແລ້ວທີ່ເທິງພູເຂົາ
ຜ້າກັ້ງ
31 “ຈົ່ງທຳຜ້າກັ້ງຜືນນຶ່ງ ຕ່ຳດ້ວຍດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະດ້ວຍຜ້າປ່ານເນື້ອດີ ໃຫ້ມີພາບເຊຣູບິມຝີມືຊ່າງອອກແບບໄວ້ 32 ຜ້າກັ້ງນັ້ນໃຫ້ແຂວນໄວ້ດ້ວຍຂໍທອງຄໍາທີ່ເສົາໄມ້ກະຖິນເທດສີ່ເສົາທີ່ໂອບດ້ວຍທອງຄຳ ແລະຊຶ່ງຕັ້ງຢູ່ເທີງຖານເງິນສີ່ອັນ 33 ຜ້າກັ້ງນັ້ນໃຫ້ເຂົາແຂວນໄວ້ກັບຂໍສຳລັບກ້ຽວຜ້າກັ້ງ ແລ້ວເອົາຫິບຄຳສັນຍາເຂົ້າມາໄວ້ຂ້າງໃນພາຍໃນຜ້າກັ້ງ ແລະຜ້າກັ້ງນັ້ນຈະເປັນທີ່ແບ່ງເຕັນລະຫວ່າງບ່ອນສັກສິດຈາກບ່ອນບໍ່ສັກສິດທີ່ສຸດ 34 ພຣະທີ່ນັ່ງກະຣຸນານັ້ນໃຫ້ຕັ້ງໄວ້ເທິງຫີບຄຳສັນຍາໃນບ່ອນສັກສິດ 35 ຈົ່ງຕັ້ງໂຕະໄວ້ຂ້າງນອກຜ້າກັ້ງ ແລະຈົ່ງຕັ້ງເຄື່ອງຮອງຕີນໂຄມໄວ້ກ້ານໃຕ້ໃນຫໍເຕັນກົງກັນຂ້າມກັບໂຕະ ເຈົ້າຈົ່ງຕັ້ງໂຕະໄວ້ທາງດ້ານເຫນືອ 36 “ເຈົ້າຈົ່ງທຳຜ້າກັ້ງບັງທີ່ປະຕູເຕັນນັ້ນດ້ວຍດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະດ້ວຍຜ້າປ່ານເນື້ອດີ ປະກອບດ້ວຍຝີມືຊ່າງດ້າຍສີ 37 ຈົ່ງທຳເສົາຫ້າຕົ້ນດ້ວຍໄມ້ກະຖິນເທດທີ່ປະຕູ ແລ້ວໂອບເສົານັ້ນດ້ວຍທອງຄຳ ຂໍແຂວນເສົາຈົ່ງທຳດ້ວຍທອງຄຳ ແລ້ວຫລໍ່ຖານທອງສຳຣິດຫ້າຖານສຳລັບຮອງຮັບເສົານັ້ນ
ແທ່ນເຄື່ອງເຜົາບູຊາ
1 ເຈົ້າຈົ່ງທຳແທ່ນບູຊາດ້ວຍໄມ້ກະຖິນເທດໃຫ້ຍາວຫ້າສອກ ກວ້າງຫ້າສອກ ໃຫ້ເປັນແທ່ງສີຫລ່ຽມ ສູງສາມສອກ 2 ຈົ່ງທຳຍອດຕິດໄວ້ທັງສີ່ມຸມຂອງແທ່ນ ໃຫ້ເປັນອັນດຽວກັນກັບແທ່ນ ແລະຈົ່ງໂອບແທ່ນດ້ວຍທອງສຳຣິດ 3 ເຈົ້າຈົ່ງທຳຫມໍ້ສຳລັບໃສ່ຂີ້ເທົ່າ ຊ້ວນ ຖ້ວຍຂໍເກາະເນື້ອ ແລະຖາດຮອງໄຟ ຄືເຄື່ອງໃຊ້ສຳລັບແທ່ນທັງຫມົດ ເຈົ້າຈົ່ງທຳດ້ວຍທອງສຳຣິດ 4 ແລ້ວເອົາທອງສຳຣິດທຳຕາຂ່າຍປະດັບແທ່ນນັ້ນ ກັບທຳຮ່ວງທອງສຳຣິດຕິດທີ່ແຈມຸມທັງສີ່ຂອງຕາຂ່າຍ 5 ຕາຂ່າຍນັ້ນໃຫ້ຢູ່ໃຕ້ຂອບຂອງແທ່ນ ແລະໃຫ້ຫ້ອຍຢູ່ຕັ້ງແຕ່ກາງແທ່ນລົງມາ 6 ໄມ້ຄານຫາມແທ່ນ ໃຫ້ທຳດ້ວຍໄມ້ກະຖິນເທດ ແລະຫຸ້ມດ້ວຍທອງສຳຣິດ 7 ໄມ້ຄານນັ້ນໃຫ້ສອດໄວ້ໃນຮ່ວງ ໃນເວລາຫາມໄມ້ຄານຈະຢູ່ຂ້າງແທ່ນຂ້າງລະອັນ 8 ແທ່ນນັ້ນທຳດ້ວຍໄມ້ກະດານ ແຕ່ຂ້າງໃນແທ່ນຂວັດຕາມແບບທີ່ແຈ້ງແກ່ເຈົ້າແລ້ວທີ່ພູເຂົາ ຈົ່ງໃຫ້ເຂົາທຳຢ່າງນັ້ນ
ລານຫໍເຕັນສັກສິດ
9 “ເຈົ້າຈົ່ງສ້າງລານຫໍເຕັນສັກສິດ ໃຫ້ຮົ້ວດ້ານໃຕ້ມີຜ້າກັ້ງ ທຳດ້ວຍຜ້າປ່ານເນື້ອດີ ຍາວນຶ່ງຮ້ອຍສອກ 10 ໃຫ້ມີເສົາຊາວຕົ້ນ ກັບຖານທອງສຳຣິດຮອງຮັບເສົາຊາວຖານ ຂໍຕິດເສົາແລະຮາວຍຶດເສົານັ້ນໃຫ້ທຳດ້ວຍເງິນ 11 ທຳນອງດຽວກັນ ດ້ານທິດເຫນືອໃຫ້ມີຜ້າຍັງຍາວຮ້ອຍສອກ ເຫມືອນກັນກັບເສົາຊາວຕົ້ນ ແລະຖານທອງສຳຣິດຊາວຖານ ຂໍແລະຮາວຍຶດເສົານັ້ນ ໃຫ້ທຳດ້ວຍເງິນ 12 ຕາມສ່ວນກວ້າງຂອງລານດ້ານຕາເວັນຕົກ ໃຫ້ມີຜ້າບັງຍາວຫ້າສິບສອກ ກັບເສົາສິບຕົ້ນ ແລະຖານຮອງຮັບເສົາສິບຖານ 13 ສ່ວນກວ້າງຂອງລານດ້ານຕາເວັນອອກ ໃຫ້ຍາວຫ້າສິບສອກ 14 ຜ້າບັງດ້ານຮີມປະຕູຂ້າງນຶ່ງໃຫ້ຍາວສິບຫ້າສອກ ມີເສົາສາມຕົ້ນ ແລະຖານຮອງຮັບເສົາສາມຖານ 15 ອີກຂ້າງນຶ່ງໃຫ້ມີຜ້າບັງຍາວສິບຫ້າສອກ ມີເສົາສາມຕົ້ນ ແລະຖານຮອງຮັບເສົາສາມຖານ 16 ໃຫ້ມີຜ້າບັງຕາທີ່ປະຕູຍາວຊາວສອກ ຜ້າສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີ ປະກອບດ້ວຍຝີມືຂອງຊ່າງດ້າຍສີ ກັບເສົາສີ່ຕົ້ນແລະຖານຮອງຮັບເສົາສີ່ຖານ 17 ເສົາລ້ອມອ້ອມທັງຫມົດ ໃຫ້ມີຣາວສຳລັບຍຶດເສົາໃຫ້ຕິດຕໍ່ກັນທຳດ້ວຍເງິນ ແລະໃຫ້ທຳຂໍດ້ວຍຖານຖານຮອງຮັບເສົານັ້ນທຳດ້ວຍທອງສຳຣິດ 18 ດ້ານຍາວຂອງລານນັ້ນຈະເປັນຮ້ອຍສອກ ດ້ານກວ້າງຫ້າສິບສອກ ສູງຫ້າສອກ ກັ້ນດ້ວຍຜ້າປ່ານເນື້ອດີ ແລະມີຖານທອງສຳຣິດ 19 ເຄື່ອງໃຊ້ສອຍທັງຫມົດຂອງຫໍເຕັນສັກສິດພ້ອມທັງຫລັກຫມຸດສຳລັບຮົ້ວທີ່ກັ້ນລານທັງຫມົດ ໃຫ້ທຳດ້ວຍທອງສຳຣິດ
ການບົວລະບັດຕະກຽງ
20 “ເຈົ້າຈົ່ງສົ່ງຊົນຊາດອິສຣາເອນໃຫ້ນຳນ້ຳມັນຫມາກກອກເທດບໍຣິສຸດທີ່ຄັ້ນໄວ້ນັ້ນມາສຳລັບເຕີມຕະກຽງ ເພື່ອຈະໃຫ້ຕະກຽງນັ້ນສ່ອງສວ່າງຢູ່ສເມີ 21 ໃນເຕັນນັດພົບຂ້າງນອກຜ້າກັ້ງຊຶ່ງຢູ່ຫນ້າຫີບຄຳສັນຍາ ໃຫ້ອາໂຣນ ແລະບຸດຂອງອາໂຣນ ບົວລະບັດຕະກຽງນັ້ນຢູ່ສະເພາະພຣະພັກພຣະເຈົ້າ ຕັ້ງແຕ່ເວລາຄ່ຳຈົນເຖິງຮຸ່ງເຊົ້າ ໃຫ້ເປັນກົດເກນທີ່ຊົນຊາດອິສຣາເອນຕ້ອງປະຕິບັດຕາມຊົ່ວຊາດເຊື້ອສາຍຂອງເຂົາ
ເຄື່ອງແຕ່ງກາຍຂອງປະໂຣຫິດ
1 “ຈົ່ງນຳອາໂຣນອ້າຍຂອງເຈົ້າ ແລະບຸດຂອງເຂົາແຍກອອກມາຈາກຫມູ່ຊົນຊາດອິສຣາເອນໃຫ້ມາຢູ່ໃກ້ເຈົ້າ ເພື່ອຈະໄດ້ເປັນປະໂຣຫິດບົວຣະບັດເຮົາ ຄືທັງອາໂຣນແລະບຸດຂອງອາໂຣນ ຄື ນາດາບ ອາບິຮູ ເອເລອາຊາ ແລະອິທາມາ 2 ແລ້ວໃຫ້ທຳເຄື່ອງຍົດບໍຣິສຸດສຳລັບອາໂຣນອ້າຍຂອງເຈົ້າໃຫ້ສົມກຽດ ແລະງົດງາມ 3 ໃຫ້ກ່າວແກ່ຄົນທັງປວງຜູ້ມີຄວາມສາມາດ ຊຶ່ງເຮົາໄດ້ບັນດານໃຫ້ເຂົາມີຈິດໃຈອັນສາມາດນັ້ນ ໃຫ້ເຂົາທຳເຄື່ອງຍົດສຳລັບສະຖາປະນາອາໂຣນໃຫ້ບົວຣະບັດເຮົາໃນຕຳແຫນ່ງປະໂຣຫິດ 4 ໃຫ້ເຂົາທຳເຄື່ອງຍົດດັ່ງຕໍ່ໄປນີ້ຄື ແຜ່ນຮອງເອິກ ເສື້ອເອໂຟດ ເສື້ອຄຸມຍາວບໍ່ມີແຂນ ເສື້ອຄຸມຍາວມີແຂນ ຫມວກສຸບ ແລະຜ້າຮັດແອວ ແລະໃຫ້ເຂົາທຳເຄື່ອງຍົດບໍຣິສຸດສຳລັບອາໂຣນອ້າຍຂອງເຈົ້າແລະບຸດຂອງເຂົາ ເພື່ອຈະໄດ້ເປັນປະໂຣຫິດບົວຣະບັດເຮົາ 5 “ໃຫ້ເຂົາເຫລົ່ານັ້ນຮັບເອົາຄຳ ດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີ
ເອໂຟດ
6 ໃຫ້ເຂົາທໍາເອໂຟດດ້ວຍທອງຄຳ ດ້ວຍດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີ ຕັດດ້ວຍຝີມືຊ່າງອອກແບບ 7 ແຂບທີ່ຜູກບ່າຂອງເອໂຟດນັ້ນ ໃຫ້ຕິດກັບຮີມຕອນເທິງທັງສອງອັນ ເພື່ອຈະຕິດເປັນອັນດຽວກັນ 8 ສາຍຮັດແອວຕ່ຳຢ່າງປານີຕ ສຳລັບຮັດທັບເອໂຟດ ໃຫ້ທຳດ້ວຍຝືມືຢ່າງດຽວກັນ ແລະໃຊ້ວັດຖຸຢ່າງດຽວກັນກັບເອໂຟດ ຄືທຳດ້ວຍທອງຄຳ ດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີ 9 ແລ້ວໃຊ້ແກ້ວໂກເມນສອງແຜ່ນ ສຳລັບຈາຣຶກຊື່ບຸດຊາຍຂອງອິສຣາເອນໄວ້ 10 ທີ່ແກ້ວແຜ່ນນຶ່ງໃຫ້ຈາຣຶກຊື່ໄວ້ອີກຫົກຊື່ ແລະແຜ່ນທີ່ສອງກໍໃຫ້ຈາຣຶກຊື່ໄວ້ອີກຫົກຊື່ທີ່ເຫລືອຢູ່ຕາມກຳເນີດ 11 ໃຫ້ຊ່າງແກະຈາຣຶກຊື່ເຫລົ່າບຸດຊາຍອິສຣາເອນໄວ້ທີ່ແກ້ວທັງສອງແຜ່ນນັ້ນ ເຊັ່ນຢ່າງແກະຕຣາແລ້ວຝັງໄວ້ເທິງກະໂບກຄຳຊື່ງມີລວດລາຍລະອຽດ 12 ແກ້ວທັງສອງແຜ່ນນັ້ນໃຫ້ຕິດໄວ້ກັບເອໂຟດເທິງບ່າທັງສອງຂ້າງ ແກ້ວນັ້ນຈະເປັນຣະລຶກເຖິງບັນດາບຸດແຫ່ງອິສຣາເອນ ແລະອາໂຣນຈະແບກຊື່ເຂົາທັງຫລາຍໄວ້ເທິງບ່າທອງສອງສະເພາະພຣະພັກພຣະຜູ້ເປັນເຈົ້າເປັນທີ່ຣະລຶກ 13 ເຈົ້າຈົ່ງທຳກະໂບກຄຳມີລວດລາຍລະອຽດ 14 ກັບທຳສ້ອຍສອງສາຍດ້ວຍທອງຄຳບໍຣິສຸດ ເປັນສ້ອຍຖັກກ້ຽວແລ້ວຕິດໄວ້ທີ່ກະໂບກນັ້ນ
ແຜ່ນຮອງເອິກ
15 “ຈົ່ງທຳແຜ່ນຮອງເອີກສຳລັບແຕ່ງເວລາພິພາກສາ ດ້ວຍຝີມືຊ່າງອອກແບບຝີມືເຫມືອນທຳເອໂຟດ ຄືທຳດ້ວຍທອງຄຳ ດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີ 16 ໃຫ້ທຳແຜ່ນຮອງເອິກເປັນຮູບສີ່ຫລ່ຽມ ພັບທົບກາງຍາວຄືບນຶ່ງ ກ້ວາງຄືບນຶ່ງ 17 ຈົ່ງຝັງແກ້ວສີ່ແຖວເທິງແຜ່ນຮອງເອິກນັ້ນ ແຖວທີ່ນຶ່ງຝັງທັບທີມ ພອຍເຫລືອງ ແລະມໍຣະກົດ 18 ແຖວທີ່ສອງຝັງພອຍ ໄພທູນ ແລະເພັດ 19 ແຖວທີ່ສາມຝັງນີນໂມຣາ ແລະເພທາຍສີມ່ວງ 20 ແຖວທີ່ສີ່ຝັງເພທາຍ ໂກເມນ ແລະມະນີໂຊຕ ແກ້ວທັງຫມົດນີ້ໃຫ້ຝັງໃນລວດລາຍອັນລະອຽດທີ່ທຳດ້ວຍທອງຄຳ 21 ແກ້ວເຫລົ່ານັ້ນໃຫ້ມີຊື່ເຫລົ່າບຸດອິສຣາເອນສິບສອງຊື່ຈາຣຶກໄວ້ເຫມືອນແກະຕຣາ ຈະມີຊື່ເຜົ່າທຸກເຜົ່າຕາມລຳດັບສິບສອງເຜົ່າ 22 ແລະເຈົ້າຈົ່ງທຳສ້ອຍຖັກກ້ຽວດ້ວຍທອງຄຳບໍຣິສຸດສຳລັບແຜ່ນຮອງເອິກ 23 ແລະເຈົ້າຈົ່ງທຳຮ່ວງທອງຄຳສອງຮ່ວງຕິດໄວ້ທີ່ມຸມເທິງທັງສອງຂອງແຜ່ນຮອງເອິກ 24 ສ່ວນສ້ອຍທີ່ທຳດ້ວຍທອງຄຳນັ້ນ ໃຫ້ກ້ຽວດ້ວຍຮ່ວງທີ່ມຸມແຜ່ນຮອງເອິກ 25 ແລະປາຍສ້ອຍອິກສອງຂ້າງ ໃຫ້ຕິດກັບກະໂບກທີ່ມີລວດລາຍລະອຽດທັງສອງ ໃຫ້ຕິດໄວ້ຂ້າງຫນ້າທີ່ແຂບຍຶດເອໂຟດທັງສອງຂ້າງເທິງບ່າ 26 ຈົ່ງທຳຮ່ວງຄຳສອງອັນຕິດໄວ້ທີ່ແຈລຸ່ມທັງສອງຂ້າງຂອງແຜ່ນຮອງເອີກຂ້າງໃນທີ່ຕິດເອໂຟດ 27 ຈົ່ງທຳຮ່ວງສອງອັນດ້ວຍທອງຄຳໃສ່ໄວ້ຮີມເອໂຟດເບື້ອງຫນ້າ ໃຕ້ແຂບທີ່ໃກ້ກັບສາຍດືງແລະເທິງສາຍແອວນັ້ນຊື່ງຕ່ຳດ້ວຍຝີມືປານີຕ 28 ໃຫ້ຜູກແຜ່ນຮອງເອິກນັ້ນຕິດກັບເອໂຟດດ້ວຍ ໃຊ້ດ້າຍຖັກສີຟ້າຮ້ອຍຜູກທີ່ຮ່ວງ ໃຫ້ທັບແຜ່ນຮອງເອິກຮັດສາຍແອວທີ່ທຳດ້ວຍຝີມືປານີຕຂອງເອໂຟດເພື່ອບໍ່ໃຫ້ແຜ່ນຮອງເອິກຫລຸດໄປຈາກເອໂຟດ 29 ອາໂຣນຈີ່ງຈະມີຊື່ເຫລົ່າບຸດອິສຣາເອນຈາຣຶກໄວ້ທີ່ແຜ່ນຮອງເອິກ ສຳລັບແຕ່ງເວລາພິພາກສາຕິດໄວ້ທີ່ເອິກຂອງຕົນ ໃຫ້ເປັນທີ່ຣະລຶກຕໍ່ພຣະພັກພຣະຜູ້ເປັນເຈົ້າສເມີ ເມື່ອເຂົາເຂົ້າໄປໃນຫໍເຕັນສັກສິດນັ້ນ 30 ຈົ່ງໃສ່ອູຣິມ ແລະທູມມິມ ໄວ້ໃນແຜ່ນຮອງເອິກ ແລະຂອງສອງສິ່ງນີ້ຈະຢູ່ທີ່ຫົວໃຈຂອງອາໂຣນເມື່ອເຂົ້າເຝົ້າພຣະຜູ້ເປັນເຈົ້າ ອາໂຣນຈະຮັບພາຣະການພິພາກສາເຫລົ່າບຸດອິສຣາເອນໄວ້ທີ່ຫົວໃຈຂອງຕົນສເມີສະເພາະພຣະພັກພຣະຜູ້ເປັນເຈົ້າ
ເຄື່ອງແຕ່ງກາຍຊະນິດອື່ນຂອງປະໂຣຫິດ
31 “ເຈົ້າຈົ່ງທຳເສື້ອຄຸມໃຫ້ເຂົ້າຊຸດກັບເອໂຟດດ້ວຍຜ້າສີຟ້າລ້ວນ 32 ໃຫ້ທຳຊ່ອງຄໍກາງຜືນເສື້ອ ແລ້ວຫຍິບຮອບຄໍດ້ວຍຜ້າຕ່ຳລຽບຕາມຄໍ ເສື້ອນີ້ໃຫ້ແນບດ້ວຍຜ້າຫນາເພື່ອບໍ່ໃຫ້ຂາດງ່າຍ 33 ທີ່ຕີນເສື້ອຄຸມໃຫ້ປັກຮູບຫມາກພິລາ ໃຊ້ດ້າຍສີຟ້າ ສີມ່ວງ ສີແດງເຂັ້ມຮອບຕີນເສື້ອ ແລະຕິດຫມາກກະດິ່ງທອງຄໍາສລັບກັບຫມາກພິລາ 34 ຫມາກກະດິ່ງທອງຄຳຫນ່ວນນຶ່ງ ຫມາກທັບທິມຫມາກນຶ່ງ ຫມາກກະດິ່ງທອງຄຳອິກຫມາກນຶ່ງ ຫມາກພິລາອິກຫມາກນຶ່ງຮອບຕີນເສື້ອຄຸມ 35 ອາໂຣນຈະສວມເສື້ອໂຕນັ້ນເມື່ອທຳງານບົວຣະບັດ ແລະຈະໄດ້ຍິນສຽງຫມາກກະດິ່ງເມື່ອເຂົ້າເຝົ້າພຣະຜູ້ເປັນເຈົ້າໃນຫໍເຕັນສັກສິດ ແລະເມື່ອຍ່າງອອກມາ ດ້ວຍຢ້ານວ່າເຂົາຈະຕ້ອງຕາຍ 36 “ເຈົ້າຈົ່ງທຳແຜ່ນທອງຄຳບໍຣິສຸດຈາຣຶກຄຳວ່າ “ບໍຣິສຸດແດ່ພຣະຜູ້ເປັນເຈົ້າ” ໄວ້ເຫມືອນຢ່າງແກະຕາ 37 ແລະເຈົ້າຈົ່ງເອົາດ້າຍຖັກສີຟ້າ ຜູກແຜ່ນທອງຄຳນັ້ນໄວ້ເທິງຫມວກໃຫ້ຢູ່ທີ່ຂ້າງຫມວກດ້ານຫນ້າ 38 ແຜ່ນທອງຄຳນັ້ນຈະຢູ່ທີ່ຫນ້າຜາກຂອງອາໂຣນ ແລະອາໂຣນຈະຮັບຄວາມຜິດອັນເກີດແກ່ຊົນຊາດອິສຣາເອນ ເນຶ່ອງຈາກຂອງຖວາຍອັນບໍຣິສຸດ ຊຶ່ງນຳມາຊຳຮະໃຫ້ເປັນຂອງຖວາຍອັນບໍຣິສຸດ ແລະແຜ່ນຄຳນັ້ນໃຫ້ຢູ່ທີ່ຫນ້າຜາກຂອງອາໂຣນສເມີ ເພື່ອພຣະຜູ້ເປັນເຈົ້າຈະໄດ້ຊົງຮັບສິ່ງຂອງເຫລົ່ານັ້ນຈາກເຂົາ 39 “ຈົ່ງຕ່ຳເສື້ອໃຫ້ເປັນຕາມຸກດ້ວຍປ່ານເນື້ອດີ ສ່ວນຜ້າຫມວກນັ້ນ ຈົ່ງທຳດ້ວຍຜ້າປ່ານເນື້ອດີ ແລະທຳສາຍແອວດ້ວຍຝີມືຊ່າງດ້າຍສີ 40 “ຈົ່ງທຳເສື້ອຄຸມ ສາຍຮັດແອວ ແລະຫມວກສຳລັບບຸດອາໂຣນໃຫ້ສົມກຽດແລະງົດງາມ 41 ຈົ່ງແຕ່ງອາໂຣນອ້າຍຂອງເຈົ້າແລະບຸດເຂົາດ້ວຍເຄື່ອງຍົດ ແລ້ວຫົດສົງແລະສະຖາປະນາ ແລະຊໍາຮະເຂົາໃຫ້ບໍຣິສຸດ ເພື່ອໃຫ້ເຂົາເປັນປະໂຣຫິດບົວລະບັດເຮົາ 42 ຈົ່ງຫຍີບສົ້ງໃຫ້ເຂົາເຫລົ່ານັ້ນດ້ວຍຜ້າປ່ານເພື່ອຈະປົກປິດກາຍທີ່ເປືອຍຂອງເຂົາໃຫ້ຍາວຕັ້ງແຕ່ແອວຈົນເຖິງຕົ້ນຂາ 43 ໃຫ້ອາໂຣນກັບບຸດເຂົາສວມສົ້ງນັ້ນເມື່ອເຂົາໄປໃນເຕັນນັດພົບ ແລະເມື່ອເຂົ້າໃກ້ແທ່ນບູຊາເພື່ອບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດໃນບ່ອນສັກສິດ ເພື່ອພວກເຂົາຈະບໍ່ຖືກຂ້າຍ້ອນວ່າບໍ່ປົກປິດຕົນໂຕ ອັນນີ້ແມ່ນກົດເກນອັນຖາວອນຊຶ່ງອາໂຣນແລະເຊື້ອສາຍຂອງເຂົາຈະຕ້ອງປະຕິບັດຕາມຕລອດໄປ
ການຖວາຍຕົວຂອງອາໂຣນ ແລະບຸດຊາຍຂອງທ່ານ
1 “ຕໍ່ໄປນີ້ເປັນການຊຶ່ງເຈົ້າຄວນກະທຳເພື່ອຊຳຮະຕົວເຂົາທັງຫລາຍໃຫ້ບໍຣິສຸດ ເພື່ອເຂົາຈະເປັນປະໂຣຫິດບົວລະບັດເຮົາ ຄືຈົ່ງເອົາງົວຫນຸ່ມໂຕນຶ່ງແລະແກະເຖິກສອງໂຕຊຶ່ງປາສຈາກຕຳນີ 2 ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ ເຂົ້າຈີ່ທີ່ບໍ່ມີເຊື້ອປົນໃສ່ນ້ຳມັນ ແລະເຂົ້າຈີ່ແຜ່ນບາງທີ່ບໍ່ມີເຊື້ອທານ້ຳມັນ ເຂົ້າຈີ່ເຫລົ່ານີ້ຈົ່ງທຳດ້ວຍຍອດແປ້ງເຂົ້າສາລີ 3 ແລ້ວຈົ່ງໃສ່ເຂົ້າຈີ່ຕ່າງໆເຫລົ່ານັ້ນໄວ້ໃນກະຕ່າດຽວກັນ ຈົ່ງນຳມາພ້ອມກັບງົວເຖິກ ແລະລູກແກະໂຕຜູ້ສອງໂຕ 4 ຈົ່ງນໍາອາໂຣນແລະບຸດຊາຍທັງຫລາຍຂອງເຂົາມາທີ່ປະຕູເຕັນນັດພົບ ແລ້ວຈົ່ງຊຳຮະຕົວເຂົາທັງຫລາຍດ້ວຍນ້ຳ 5 ຈົ່ງສວມເຄື່ອງຍົດໃຫ້ອາໂຣນ ຄືເສື້ອໃນຂອງເສື້ອເອໂຟດ ເອໂຟດແລະແຜ່ນຮອງເອິກ ແລະເອົາສາຍຮັດແອວທີ່ຕ່ຳດ້ວຍຝີມີປານີຕ ສຳລັບໃຊ້ກັບເອໂຟດນັ້ນຮັດແອວໄວ້ 6 ຈົ່ງສວມຫມວກທີ່ຫົວຂອງອາໂຣນ ແລະຈົ່ງສວມມົງກຸດບໍຣິສຸດທັບຫມວກ 7 ຈົ່ງເອົານ້ຳມັນຫົດສົງເທລົງຫົວຂອງເຂົາ ແລະຫົດສົງຕັ້ງເຂົາໄວ້ 8 ຈົ່ງນຳບຸດຊາຍທັງຫລາຍຂອງເຂົາມາແລະສວມເສື້ອໃຫ້ 9 ແລ້ວຈົ່ງເອົາສາຍແອວຮັດແອວເຂົາໄວ້ ທັງຕົວເອໂຣນແລະບຸດຂອງເຂົາ ແລະສຸບຫມວກໃຫ້ເຂົາ ແລ້ວເຂົາກໍຈະເປັນປະໂຣຫິດຕາມກົດເກນ ດັ່ງນີ້ແຫລະ ເຈົ້າຈົ່ງສະຖາປະນາອາໂຣນແລະບຸດຊາຍທັງຫລາຍຂອງເຂົາໄວ້ 10 “ເຈົ້າຈົ່ງນຳງົວເຖິກມາທີ່ຫນ້າເຕັນນັດພົບ ໃຫ້ອາໂຣນກັບບຸດຂອງເຂົາເອົາມືວາງລົງເທິງຫົວງົວເຖິກ 11 ແລ້ວຈົ່ງຂ້າງົວເຖິກນັ້ນຕໍ່ພຣະພັກພຣະຜູ້ເປັນເຈົ້າທີ່ປະຕູເຕັນນັດພົບ 12 ແລະຈົ່ງເອົານິ້ວມືຈຸ່ມເລືອດງົວເຖິກນັ້ນ ທາໄວ້ເທິງຍອດແທ່ນນັ້ນ ສ່ວນເລືອດທີ່ເຫລືອທັງຫມົດຈົ່ງເທໄວ້ທີ່ພື້ນແທ່ນບູຊາ 13 ເຈົ້າຈົ່ງເອົາໄຂມັນທີ່ຫຸ້ມເຄື່ອງໃນສ່ວນທີ່ດີທີ່ສຸດຂອງຕັບ ແລະໄຕທັງສອງກັບໄຂມັນທີ່ຕິດກັບໄຕນັ້ນມາເຜົາເທິງແທ່ນ 14 ແຕ່ຊີ້ນກັບຫນັງ ແລະໃສ້ພຸງຂອງງົວເຖິກນັ້ນຈົ່ງເຜົາໄຟເສັຽຂ້າງນອກຄ້າຍ ທັງນີ້ເປັນເຄື່ອງບູຊາໄຖ່ບາບ 15 “ເຈົ້າຈົ່ງນຳແກະຜູ້ໂຕນຶ່ງມາໃຫ້ອາໂຣນກັບບຸດເຂົາ ເອົາມືຂອງຕົນວາງເທິງຫົວແກະໂຕຜູ້ນັ້ນ 16 ແລ້ວຈົ່ງຂ້າແກະໂຕນັ້ນເສັຽ ເອົາເລືອດພົມອ້ອມຮອບແທ່ນ 17 ຈົ່ງຕັດແກະໂຕນັ້ນອອກເປັນຕ່ອນໆແລະເຄື່ອງໃນກັບຂາ ຈົ່ງລ້າງນ້ຳວາງໄວ້ກັບເນື້ອແລະຫົວ 18 ແລ້ວຈົ່ງເຜົາແກະຕົວນັ້ນທັງໂຕເທິງແທ່ນບູຊາ ເປັນເຄື່ອງເຜົາບູຊາຖວາຍແດ່ພຣະຜູ້ເປັນເຈົ້າ ເປັນກິ່ນພໍພຣະທັຍ ເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 19 “ຈົ່ງນຳແກະໂຕຜູ້ອີກໂຕນຶ່ງມາ ແລ້ວໃຫ້ອາໂຣນກັບບຸດເຂົາເອົາມືຂອງຕົນວາງເທິງຫົວແກະຜູ້ນັ້ນ 20 ແລ້ວທ່ານຈົ່ງຂ້າແກະໂຕນັ້ນເສັຽ ເອົາເລືອດສ່ວນນຶ່ງເຈີມທີ່ປາຍໃບຫູຂ້າງຂວາຂອງອາໂຣນ ແລະທີ່ປາຍໃບຫູຂ້າງຂວາຂອງບຸດຊາຍຂອງເຂົາທຸກຄົນ ແລະທີ່ຫົວແມ່ມືຂ້າງຂວາ ແລະທີ່ຫົວແມ່ເທົ້າຂ້າງຂວາຂອງເຂົາ ແລ້ວຈົ່ງເອົາເລືອດທີ່ເຫລືອພົມອ້ອມຮອບແທ່ນບູຊາ 21 ຈົ່ງເອົາເລືອດສ່ວນນຶ່ງທີ່ຢູ່ເທິງແທ່ນແລະນ້ຳມັນເຈີມນັ້ນຫົດສົງອາໂຣນແລະເຄື່ອງຍົດຂອງເຂົາ ຈົ່ງຫົດສົງບຸດຊາຍທັງຫລາຍຂອງເຂົາ ແລະເຄື່ອງຍົດຂອງບຸດຊາຍເຫລົ່ານັ້ນດ້ວຍ ອາໂຣນແລະເຄື່ອງຍົດຂອງເຂົາຈະບໍຣິສຸດຮວມທັງບຸດຂອງເຂົາແລະເຄື່ອງຍົດຂອງເຂົາດ້ວຍ 22 “ເຈົ້າຈົ່ງເອົາໄຂມັນແກະໂຕຜູ້ແລະຫາງມັນກັບໄຂມັນທີ່ຕິດເຄື່ອງໃນ ແລະໄຂມັນທີ່ຕິດກັບຕັບແລະໄຕທັງສອງ ແລະໄຂມັນທີ່ຕິດຢູ່ກັບໂຕ ກັບໂຄນຂາຂ້າງຂວາດ້ວຍ (ເພາະເປັນແກະໃຊ້ສຳລັບການສະຖາປະນາ) 23 ແລະເຂົ້າຈີ່ກ້ອນນຶ່ງ ແລະເຂົ້າຈີ່ປົນໃສ່ນ້ຳມັນແຜ່ນນຶ່ງ ແລະເຂົ້າຈີ່ແຜ່ນນຶ່ງຈາກກະຕ່າເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ ຊຶ່ງຢູ່ຕໍ່ພຣະພັກພຣະຜູ້ເປັນເຈົ້າ 24 ແລ້ວຈົ່ງວາງສິ່ງຂອງເຫລົ່ານັ້ນໄວ້ໃນມືຂອງອາໂຣນ ແລະໃນມືບຸດຂອງເຂົາ ນຳໄປທຳພິທີຍື່ນຖວາຍໃຫ້ເປັນເຄື່ອງຍື່ນຖວາຍບູຊາແດ່ພຣະຜູ້ເປັນເຈົ້າ 25 ແລ້ວຈົ່ງຮັບສິ່ງເຫລົ່ານີ້ຈາກມືຂອງເຂົານໍາໄປເຜົາເທິງແທ່ນບູຊາຮວມເຂົ້າກັບເຄື່ອງເຜົາບູຊາເປັນກິ່ນທີ່ພໍພຣະທັຍພຣະຜູ້ເປັນເຈົ້າ ເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 26 “ຈົ່ງເອົາຊີ້ນທີ່ເອິກແກະເຖິກຊຶ່ງເປັນແກະສະຖາປະນາອາໂຣນ ແລ້ວທຳພິທີຍື່ນຖວາຍເປັນເຄື່ອງບູຊາຍື່ນຖວາຍແດ່ພຣະຜູ້ເປັນເຈົ້າ ແລະນັ້ນຈະເປັນສ່ວນຂອງເຈົ້າ 27 ແລະຈົ່ງເອົາຊີ້ນທີ່ເອິກແກະເຖິກຊຶ່ງເປັນເຄື່ອງຍື່ນຖວາຍນັ້ນໄວ້ ແລະຊີ້ນໂຄ່ນຂາອັນເປັນສ່ວນຍົກໃຫ້ແກ່ປະໂຣຫິດຊຶ່ງເປັນເຄື່ອງຍື່ນຖວາຍ ແລະຊຶ່ງເປັນຂອງຖວາຍຈາກແກະໃຊ້ສຳລັບການສະຖາປະນາ ດ້ວຍເປັນສ່ວນຂອງອາໂຣນແລະບຸດເຂົາ 28 ນັ້ນແຫລະ, ເປັນສ່ວນຊຶ່ງອາໂຣນແລະບຸດເຂົາຈະໄດ້ຮັບຈາກຊົນຊາດອິສຣາເອນ ເພາະເປັນສ່ວນທີ່ຍົກໃຫ້ແກ່ປະໂຣຫິດແລະຊົນຊາດອິສຣາເອນ ຈະຍົກໃຫ້ຈາກເຄື່ອງສານຕິບູຊາເປັນເຄື່ອງບູຊາຂອງເຂົາຖວາຍແດ່ພຣະເຈົ້າ 29 “ເຄື່ອງຍົດຂອງອາໂຣນຈະເປັນຂອງບຸດຊາຍຂອງເຂົາຕໍ່ໆໄປ ໃຫ້ເຂົາສວມເມື່ອເຂົາຮັບການຫົດສົງ ແລະໄດ້ຮັບການສະຖາປະນາຕຳແຫນ່ງ 30 ຈົ່ງໃຫ້ບຸດຊຶ່ງຈະເປັນປະໂຣຫິດແທນເຂົານັ້ນສວມເຄື່ອງຍົດເຫລົ່ານັ້ນຄົບເຈັດວັນ ຂນະທີ່ເຂົາມາຍັງເຕັນນັດພົບເພື່ອບົວລະບັດໃນບ່ອນສັກສິດ 31 “ຈົ່ງຕົ້ມຊີ້ນແກະເຖິກສຳລັບການສະຖາປະນາໃນສະຖານທີ່ສັກສິດ 32 ແລ້ວໃຫ້ອາໂຣນກັບບຸດຂອງເຂົາຮັບປະທານຊີ້ນແກະເຖິກນັ້ນ ແລະເຂົ້າຈີ່ຊຶ່ງຢູ່ໃນກະຕ່າທີ່ປະຕູເຕັນນັດພົບ 33 ໃຫ້ເຂົາຮັບປະທານຂອງຊຶ່ງນຳມາບູຊາລ້າງມົນທິນເພື່ອຈະສະຖາປະນາແລະຊຳຮະເຂົາເຫລົ່ານັ້ນໃຫ້ບໍຣິສຸດ ແຕ່ສ່ວນພວກຄາຣາວາສຢ່າໃຫ້ຮັບປະທານ ເພາະເປັນຂອງບໍຣິສຸດ 34 ແລະຖ້າວ່າຊີ້ນທີ່ໃຊ້ໃນພິທີສະຖາປະນາ ແລະເຂົ້າຈີ່ນັ້ນຍັງເຫລືອຢູ່ຈົນຮຸ່ງເຊົ້າ ກໍໃຫ້ເຜົາສ່ວນທີ່ເຫລືອນັ້ນດ້ວຍໄຟເສັຽ ຢ່າໃຫ້ຮັບປະທານເພາະເປັນຂອງບໍຣິສຸດ 35 “ດັ່ງນີ້ແຫລະ, ເຈົ້າຈົ່ງກະທຳໃຫ້ແກ່ອາໂຣນ ແລະບຸດເຂົາຕາມທີ່ເຮົາໄດ້ບັນຊາເຈົ້າໄວ້ ຈົ່ງທຳພິທີສະຖາປະນາເຂົາໃຫ້ຄົບເຈັດວັນ 36 ຈົ່ງນຳງົວເຖິກໂຕນຶ່ງມາຖວາຍທຸກໆວັນ ເປັນເຄື່ອງບູຊາໄຖ່ຄົນຈາກບາບ ເພື່ອທຳການລ້າງມົນທິນ ແລະຈົ່ງຊຳຮະແທ່ນບູຊາ ດ້ວຍທຳການລົບມົນທິນຂອງແທ່ນນັ້ນ ຈົ່ງຫົດສົງແທ່ນນັ້ນເພື່ອຈະຊຳຮະໃຫ້ບໍຣີສຸດ 37 ຈົ່ງທຳການລ້າງມົນທິນແທ່ນນັ້ນຄົບເຈັດມື້ ແລະຊຳຮະແທ່ນນັ້ນໃຫ້ບໍຣິສຸດ ແລ້ວແທ່ນນັ້ນຈະບໍຣິສຸດທີ່ສຸດ ສິ່ງນຶ່ງສິ່ງໃດທີ່ຖືກຕ້ອງແທ່ນນັ້ນກໍຈະບໍຣິສຸດດ້ວຍ
ການຖວາຍບູຊາປະຈຳວັນ
38 “ຕໍ່ໄປນີ້ເປັນສິ່ງຊຶ່ງເຈົ້າຕ້ອງຖວາຍເທິງແທ່ນນັ້ນທຸກວັນສເມີໄປ ຄືລູກແກະສອງໂຕ ອາຍຸນຶ່ງປີ 39 ຈົ່ງນຳລູກແກະໂຕນຶ່ງມາບູຊາເວລາເຊົ້າ ແລະນຳອີກໂຕນຶ່ງມາບູຊາເວລາຄ່ຳ 40 ພ້ອມກັບລູກແກະໂຕທີ່ນຶ່ງນັ້ນ ຈົ່ງຖວາຍຍອດແປ້ງນຶ່ງໃນສິບເອຟາ ປົນໃສ່ກັບນ້ຳມັນທີ່ຄັ້ນໄວ້ນັ້ນນຶ່ງໃນສີ່ຮີນ ແລະເຫລົ້າອະງຸ່ນນຶ່ງໃນສີ່ຮີນຄູ່ກັນ ເປັນເຄື່ອງດື່ມບູຊາ 41 ຈົ່ງຖວາຍແກະອີກໂຕນຶ່ງນັ້ນໃນເວລາຄ່ຳ ຖວາຍທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນດ້ວຍ ເຫມືອນຢ່າງໃນເວລາເຊົ້າ ໃຫ້ເປັນກິ່ນພໍພຣະທັຍ ເປັນເຄື່ອງບູຊາດ້ວຍໄຟແດ່ພຣະຜູ້ເປັນເຈົ້າ 42 ນີ້ຈະເປັນເຄື່ອງເຜົາບູຊາ ຕລອດຊົ່ວຊາດເຊື້ອສາຍຂອງເຈົ້າ ທີ່ປະຕູເຕັນນັດພົບສະເພາະພຣະພັກພຣະຜູ້ເປັນເຈົ້າ ທີ່ຊຶ່ງເຮົາຈະພົບເຈົ້າທັງຫລາຍແລະສົນທະນາກັບເຈົ້າທີ່ນັ້ນ 43 ທີ່ນັ້ນເຮົາຈະພົບຊົນຊາດອິສຣາເອນ ແລະຫໍເຕັນສັກສິດນັ້ນຈະຮັບການຊຳຮະໃຫ້ບໍຣິສຸດດ້ວຍພຣະສະງ່າຣາສີຂອງເຮົາ 44 ເຮົາຈະຊຳຮະເຕັນນັດພົບແລະແທ່ນບູຊາໄວ້ເປັນທີ່ບໍຣິສຸດ ແລະເຮົາຈະຊຳຮະອາໂຣນ ແລະບຸດເຂົາໃຫ້ບໍຣິສຸດດ້ວຍ ເພື່ອໃຫ້ເປັນປະໂຣຫິດບົວລະບັດເຣົາ 45 ເຮົາຈະສະຖິດຢູ່ຖ້າມກາງຊົນຊາດອິສຣາເອນ ແລະຈະເປັນພຣະເຈົ້າຂອງເຂົາ 46 ເຂົາຈະຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ ຜູ້ໄດ້ນຳເຂົາອອກຈາກແຜ່ນດິນເອຢິບ ເພື່ອເຮົາຈະສະຖິດຢູ່ຖ້າມກາງເຂົາທັງຫລາຍ ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ
ແທ່ນເຄື່ອງຫອມ
1 “ເຈົ້າຈົ່ງສ້າງແທ່ນສຳລັບເຜົາເຄື່ອງຫອມ ຈົ່ງທຳແທ່ນນັ້ນດ້ວຍໄມ້ກະຖິນເທດ 2 ໃຫ້ຍາວສອກນຶ່ງ ກວ້າງສອກນຶ່ງ ເປັນຮູບສີ່ຫລ່ຽມ ແລະສູງສອງສອກ ເຊີງຍອດແທ່ນນັ້ນໃຫ້ເປັນໄມ້ທ່ອນດຽວກັນກັບແທ່ນ 3 ແລະຈົ່ງໂອບແທ່ນດ້ວຍທອງຄຳບໍຣິສຸດ ທັງດ້ານເທິງແລະດ້ານຂ້າງທຸກດ້ານ ແລະເຊີງຍອດດ້ວຍ ແລະຈົ່ງທຳຂອບທອງຄຳອ້ອມຮອບແທ່ນ 4 ຈົ່ງທຳຮ່ວງທອງຄຳສອງຮ່ວງ ຕິດໄວ້ໃຕ້ຂອບດ້ານລະຮ່ວງກົງກັນຂ້າມ ຮ່ວງນັ້ນສຳລັບສອດໃສ່ໄມ້ຄານຫາມ 5 ໄມ້ຄານຫາມນັ້ນຈົ່ງທຳດ້ວຍໄມ້ກະຖິນເທດໂອບດ້ວຍຄຳ 6 ຈົ່ງຕັ້ງແທ່ນນັ້ນໄວ້ຂ້າງນອກຜ້າກັ້ງຊຶ່ງຢູ່ໃກ້ຫີບຄຳສັນຍາຂ້າງຫນ້າພຣະທີ່ນັ່ງ ຊຶ່ງຢູ່ເຫນືອຫີບຄຳສັນຍາບ່ອນທີ່ເຮົາຈະພົບກັບເຈົ້າ 7 ຈົ່ງໃຫ້ອາໂຣນເຜົາເຄື່ອງຫອມເທິງແທ່ນນັ້ນທຸກເວລາເຊົ້າ ເມື່ອເຂົາແຕ່ງເຄື່ອງຮອງຕີນໂຄມກໍຈົ່ງເຜົາເຄື່ອງຫອມດ້ວຍ 8 ແລະໃນເວລາຄ່ຳ ເມື່ອອາໂຣນຈຸດຕະກຽງ ໃຫ້ເຜົາເຄື່ອງຫອມເທິງແທ່ນເປັນເຄື່ອງຫອມຕລອດໄປຕໍ່ພຣະພັກພຣະຜູ້ເປັນເຈົ້າ ຕລອດຊົ່ວຊາດເຊື້ອສາຍຂອງເຈົ້າ 9 ແຕ່ເຄື່ອງຫອມຢ່າງທີ່ຫ້າມ ຢ່າໄດ້ເຜົາເທິງແທ່ນນັ້ນເລີຍ ຫລືເຜົາເຄື່ອງເຜົາບູຊາ ຫລືເຄື່ອງທັນຍາບູຊາ ຫລືເທເຄື່ອງດື່ມບູຊາເທິງນັ້ນ 10 ໃຫ້ອາໂຣນທຳການບູຊາໄຖ່ບາບປີລະເທື່ອ ໃຫ້ເຂົາທຳການລ້າງມົນທິນແທ່ນນັ້ນປີລະຄັ້ງດ້ວຍເລືອດຂອງເຄື່ອງບູຊາໄຖ່ບາບລ້າງມົນທິນຕລອດຊົ່ວຊາດເຊື້ອສາຍຂອງເຈົ້າ ແທ່ນນັ້ນຈະບໍຣິສຸດທີ່ສຸດແດ່ພຣະຜູ້ເປັນເຈົ້າ”
ເງິນຄ່າໄຖ່ບາບ
11 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 12 ເມື່ອເຈົ້າຈະຈົດສຳມະໂນຄົວຊົນຊາດອິສຣາເອນ ຈົ່ງໃຫ້ເຂົາຕ່າງນຳຊັບສິນມາຖວາຍພຣະຜູ້ເປັນເຈົ້າ ເປັນຄ່າໄຖ່ຊີວິດ ເມື່ອເຈົ້ານັບຈຳນວນເຂົາ ເພື່ອຈະບໍ່ໄດ້ເກີດໄພວິບັດຂຶ້ນໃນຫມູ່ພວກເຂົາເມື່ອເຈົ້ານັບເຂົາ 13 ທຸກຄົນທີ່ຂຶ້ນທະບຽນສຳມະໂນຄົວ ຈະຕ້ອງຖວາຍຂອງຢ່າງນີ້ ຄືເງິນເຄີ່ງເຊເກລ ຕາມເຊເກລຂອງສະຖານນະມັສການ (ເຊເກລນຶ່ງມີຊາວເກຣາ) ເຄິ່ງເຊເກລເປັນເງິນຖວາຍແດ່ພຣະຜູ້ເປັນເຈົ້າ 14 ທຸກໆຄົນທີ່ຂຶ້ນທະບຽນສຳມະໂນຄົວ ອາຍຸຕັ້ງແຕ່ຊາວປີຂຶ້ນໄປ ໃຫ້ນຳເງິນມາຖວາຍພຣະຜູ້ເປັນເຈົ້າ 15 ເມື່ອເຈົ້າທັງຫລາຍນຳເງິນມາຖວາຍແດ່ພຣະຜູ້ເປັນເຈົ້າ ເພື່ອຈະໄດ້ໄຖ່ຊີວິດຂອງເຈົ້າທັງຫລາຍນັ້ນ ສຳລັບຄົນຮັ່ງມີກໍຢ່າຖວາຍເກີນ ແລະສຳລັບຄົນຈົນກໍຢ່າໃຫ້ຫນ້ອຍກວ່າເຄິ່ງເຊເກລ 16 ຈົ່ງເກັບເງິນຄ່າໄຖ່ຈາກຊົນຊາດອິສຣາເອນ ແລະຈົ່ງກຳນົດເງິນໄວ້ໃຊ້ຈ່າຍໃນເຕັນນັດພົບ ເພື່ອພຣະຜູ້ເປັນເຈົ້າຈະໄດ້ຊົງຣະລຶກເຖິງຊົນຊາດອິສຣາເອນສຳລັບການໄຖ່ຊີວິດຂອງເຈົ້າທັງຫລາຍ”
ຂັນ
17 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 18 ເຈົ້າຈົ່ງທຳຂັນທອງສຳຣິດ ແລະພານຮອງຂັນທອງສຳຣິດດ້ວຍ ສຳລັບລ້າງຊຳຮະ ຈົ່ງຕັ້ງຂັນນັ້ນໄວ້ລະຫວ່າງເຕັນນັດພົບ ແລະແທ່ນບູຊາ ແລ້ວຈົ່ງຕັກນ້ຳໃສ່ໄວ້ໃນຂັນນັ້ນ 19 ໃຫ້ອາໂຣນແລະບຸດຊາຍຂອງເຂົາໃຊ້ລ້າງມື ແລະຕີນ 20 ເມື່ອເຂົາຈະເຂົ້າໄປໃນເຕັນນັດພົບ ເຂົາຈະຕ້ອງຊຳຮະດ້ວຍນ້ຳເພື່ອຈະບໍ່ຕາຍ ເມື່ອເຂົາເຂົ້າມາໃກ້ແທ່ນທຳການບົວລະບັດ ຄືຖວາຍເຄື່ອງບູຊາດ້ວຍໄຟແດ່ພຣະຜູ້ເປັນເຈົ້າ 21 ຈົ່ງໃຫ້ເຂົາລ້າງມື ແລະຕີນເພື່ອຈະບໍ່ໄດ້ຕາຍ ແລະໃຫ້ເປັນກົດເກນຕລອດໄປປະຈຳຕົວເຂົາ ຄືອາໂຣນກັບເຊື້ອສາຍຂອງເຂົາຕລອດຊົ່ວຊາດເຊື້ອສາຍຂອງເຂົາ”
ນ້ຳມັນເຈີມແລະເຄື່ອງຫອມ
22 ພຣະຜູ້ເປັນເຈົ້າຍັງກ່າວແກ່ໂມເຊວ່າ, 23 ຈົ່ງເອົາເຄື່ອງຫອມຊັ້ນດີທີ່ສຸດ ຄືຢາງໄມ້ຫອມ ຊຶ່ງມີນ້ຳຫນັກຫ້າຣ້ອຍເຊເກລ ແລະກຳຍານເປັນກິ່ງຈຳນວນ ຄືສອງຮ້ອຍຫ້າສິບເຊເກລ ໃບເຕີຍຫອມສອງຣ້ອຍຫ້າສິບເຊເກລ 24 ແລະກາລະບູນຫ້າຮ້ອຍ ຕາມເຊເກລຂອງສະຖານນະມັສການ ແລະນ້ຳມັນຫມາກກອກເທດນຶ່ງຮີນ 25 ເຈົ້າຈົ່ງເອົາສິ່ງເຫລົ່ານີ້ມາທຳເປັນນ້ຳມັນເຈີມອັນສັກສິດເປັນນ້ຳຫອມປຸງຕາມສິລປະຊ່າງປຸງ ນ້ຳມັນນັ້ນຈະເປັນນ້ຳມັນເຈີມອັນບໍຣິສຸດ 26 ແລ້ວຈົ່ງເອົານ້ຳມັນຫົດສົງເຕັນນັດພົບ ແລະຫີບຄຳສັນຍາດ້ວຍ 27 ໂຕະແລະເຄື່ອງໃຊ້ປະຈຳໂຕະ ເຄື່ອງຮອງຕີນໂຄມ ກັບເຄື່ອງໃຊ້ປະຈຳເຄື່ອງຮອງຕີນໂຄມ ແລະແທ່ນເຜົາເຄື່ອງຫອມ 28 ແທ່ນເຄື່ອງເຜົາບູຊາ ແລະເຄື່ອງໃຊ້ປະຈຳແທ່ນ ທັງຂັນແລະພານຮອງຂັນນັ້ນ 29 ຈົ່ງຊຳຮະໃຫ້ບໍຣິສຸດເພື່ອຈະໄດ້ບໍຣິສຸດທີ່ສຸດ ແລະອັນໃດມາຖືກສິ່ງເຫລົ່ານັ້ນກໍບໍຣິສຸດດ້ວຍ 30 ຈົ່ງຊຳຮະອາໂຣນ ແລະບຸດຂອງເຂົາໄວ້ໃຫ້ບໍຣິສຸດ ເພື່ອເຂົາຈະໄດ້ເປັນປະໂຣຫິດບົວລະບັດເຣົາ 31 ທ່ານຈົ່ງກ່າວແກ່ຊົນຊາດອິສຣາເອນວ່າ ນີ້ແຫລະ ເປັນນ້ຳມັນເຈີມອັນບໍຣິສຸດສຳລັບເຮົາ ຕລອດຊົ່ວຊາດເຊື້ອສາຍຂອງເຈົ້າ 32 ນ້ຳມັນນີ້ຢ່າໃຫ້ຫົດສົງຄົນສາມັນເລີຍ ແລະຢ່າຜສົມທຳນ້ຳມັນອື່ນເຫມືອນຢ່າງນ້ຳມັນນີ້ ນ້ຳມັນນີ້ເປັນນ້ຳມັນບໍຣິສຸດ ເຈົ້າທັງຫລາຍຈົ່ງຖືໄວ້ເປັນບໍຣິສຸດ 33 ຜູ້ໃດຈະຜສົມນ້ຳມັນຢ່າງນີ້ ຫລືຜູ້ໃດຈະໃຊ້ຫົດສົງຄົນຂ້າງນອກ ຜູ້ນັ້ນຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຣົາອີກຕໍ່ໄປ” 34 ພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, “ຈົ່ງເອົາເຄື່ອງເທດ ຄືກຳຍານ ຊາມົດ ແລະມະຫາຫີງ ຜສົມກັບກຳຍານບໍຣິສຸດ (ໃຫ້ເທົ່າໆກັນທຸກຢ່າງ) 35 ຈົ່ງຜສົມເຄື່ອງຫອມປຸງຕາມສິລປະຊ່າງປຸງປົນດ້ວຍເກືອໃດ້ເປັນຂອງບໍຣິສຸດແລະສັກສິດ 36 ຈົ່ງເອົາສ່ວນນຶ່ງມາຕຳໃຫ້ລະອຽດ ແລະວາງອີກສ່ວນນຶ່ງໄວ້ຫນ້າຫີບຄຳສັນຍາໃນເຕັນນັດພົບທີ່ເຣົາຈະພົບກັບເຈົ້າ ເຄື່ອງຫອມນັ້ນເຈົ້າຈົ່ງຖືວ່າບໍຣິສຸດທີ່ສຸດ 37 ເຄື່ອງຫອມທີ່ເຈົ້າກະທຳຕາມສ່ວນທີ່ຜສົມນັ້ນເຈົ້າຢ່າທຳໃຊ້ເອງໃຫ້ຖືວ່ານີ້ເປັນເຄື່ອງຫອມສັກສິດແດ່ພຣະຜູ້ເປັນເຈົ້າ 38 ຜູ້ໃດທຳເຄື່ອງເຊັ່ນນີ້ໄວ້ໃຊ້ເປັນນ້ຳຫອມ ຜູ້ນັ້ນຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາອີກຕໍ່ໄປ”
ຊົງເອີ້ນເບຊາເລນ ແລະໂອໂຣລີອາບ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ເບີ່ງແມ໋, ເຮົາໄດ້ອອກຊື່ເບຊາເອນ ຜູ້ເປັນບຸດອູຣີ ຜູ້ເປັນບຸດເຮີແຫ່ງເຜົ່າຢູດາ 3 ແລະໄດ້ໃຫ້ເຂົາປະກອບດ້ວຍພຣະວິນຍານຂອງພຣະເຈົ້າ ຄືໃຫ້ເຂົາມີສະຕິປັນຍາຄວາມເຂົ້າໃຈແລະຄວາມຮູ້ໃນວິຊາການທຸກຢ່າງ 4 ຈະໄດ້ຄິດອອກແບບຢ່າງປານິຕໃນການທຳເຄື່ອງຄຳ ເງິນ ແລະທອງສຳຣິດ 5 ເຈັຍຣະນັຍພອຍຕ່າງໆສຳລັບຝັງໃນກະເປົ່າແລະແກະສະລັກໄມ້ໄດ້ ຄືປະກອບວິຊາການທຸກຢ່າງ 6 ແລະດູເຖີດເຮົາໄດ້ຕັ້ງຜູ້ຊ່ອຍອີກຄົນນຶ່ງຊື່ ໂອໂຮລີອາບ ບຸດອາຮິຊາມາກແຫ່ງເຜົ່າດານ ເຮົາໄດ້ໃຫ້ຄວາມສາມາດແກ່ຄົນທັງປວງທີ່ມີຝີມືເພື່ອເຂົາຈະໄດ້ທຳສິ່ງສາຣະພັດ ຊຶ່ງເຮົາໄດ້ສັ່ງເຈົ້າໄວ້ນັ້ນ 7 ຄືເຕັນນັດພົບ ຫີບຄຳສັນຍາ ແລະພຣະທີ່ນັ່ງກະຣຸນາ ຊຶ່ງຢູ່ເທິງຫີບຄຳສັນຍາ ແລະເຄື່ອງໃຊ້ທຸກຢ່າງສຳລັບເຕັນ 8 ໂຕະກັບເຄື່ອງໃຊ້ທຸກຢ່າງສຳລັບໂຕະ ເຄື່ອງຮອງຕີນໂຄມບໍຣິສຸດກັບເຄື່ອງໃຊ້ສຳລັບເຄື່ອງຮອງຕີນໂຄມ ແລະແທ່ນເຄື່ອງຫອມ 9 ແທ່ນເຄື່ອງເຜົາບູຊາກັບເຄື່ອງໃຊ້ປະຈຳແທ່ນ ຂັນກັບພານຮອງ 10 ເສື້ອຍົດຫຍີບດ້ວຍຝີມືປານີຕ ຄືເສື້ອຍົດອັນບໍຣິສຸດຂອງອາໂຣນປະໂຣຫິດ ແລະເສື້ອຍົດຂອງບຸດຂອງເຂົາ ເພື່ອຈະໄດ້ສວມປະຕິບັດໃນຕຳແຫນ່ງປະໂຣຫິດ 11 ແລະນ້ຳມັນເຈີມກັບເຄື່ອງຫອມສຳລັບສະຖານສັກສິດທີ່ເຮົາບັນຊາເຈົ້ານັ້ນ ໃຫ້ເຂົາກະທຳຕາມທຸກປະການ”
ວັນສະບາໂຕ
12 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 13 “ຈົ່ງສັ່ງຊົນຊາດອິສຣາເອນວ່າ ເຈົ້າທັງຫລາຍຈົ່ງຮັກສາວັນສະບາໂຕຂອງເຮົາໄວ້ ເພາະນີ້ຈະເປັນຫມາຍສຳຄັນລະຫວ່າງເຮົາກັບເຈົ້າຕລອດຊົ່ວຊາດເຊື້ອສາຍຂອງເຈົ້າ ເພື່ອເຈົ້າຈະຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າ ຜູ້ໄດ້ກະທຳເຈົ້າໃຫ້ບໍຣິສຸດ 14 ເຫດສັນນັ້ນ ເຈົ້າທັງຫລາຍຈົ່ງຮັກສາວັນສະບາໂຕໄວ້ ເພາະເປັນວັນບໍຣິສຸດສຳລັບເຈົ້າ ຜູ້ໃດກະທຳໃຫ້ວັນນັ້ນເປັນມົນທິນຈະຕ້ອງຖືກລົງໂທດເຖິງຕາຍ ຖ້າຜູ້ໃດທຳການງານໃນວັນນັ້ນ ຜູ້ນັ້ນຕ້ອງຖືກຈຳກັດອອກເສັຽຈາກພັກພວກຂອງຕົນ 15 ຈົ່ງທຳງານແຕ່ໃນກຳຫນົດຫົກວັນ ແຕ່ໃນວັນທີ່ເຈັດເປັນວັນສະບາໂຕ ເປັນວັນຢຸດພັກສງົບ ເປັນວັນບໍຣິສຸດແດ່ພຣະຜູ້ເປັນເຈົ້າ ຜູ້ໃດທຳງານໃນວັນນັ້ນຕ້ອງຖືກລົງໂທດເຖິງຕາຍ 16 ເຫດສັນນີ້ ຊົນຊາດອິສຣາເອນຈຶ່ງຖືວັນສະບາໂຕຕລອດຊົ່ວຊາດເຊື້ອສາຍຂອງເຂົາ ເປັນພັນທະສັນຍາ 17 ເປັນຫມາຍສຳຄັນລະຫວ່າງເຮົາກັບຊົນຊາດອິສຣາເອນວ່າ ໃນຫົກວັນພຣະຜູ້ເປັນຈົ້າໄດ້ຊົງສ້າງຟ້າສວັນ ແລະແຜ່ນດິນໂລກ ແຕ່ໃນວັນທີ່ເຈັດພຣະອົງໄດ້ຊົງງົດການງານໄວ້ ແລະໄດ້ຊົງຢ່ອນພຣະທັຍໃນວັນນັ້ນ” 18 ເມື່ອພຣະເຈົ້າກ່າວແກ່ໂມເຊເທິງພູເຂົາຊີນາອີແລ້ວ ພຣະອົງໄດ້ປະທານແຜ່ນພຣະໂອວາດສອງແຜ່ນເປັນແຜ່ນສີລາຈາຣຶກດ້ວຍນີ້ວພຣະຫັດຂອງພຣະເຈົ້າ
ງົວຄຳ
1 ເມື່ອປະຊາຊົນເຫັນໂມເຊພັກຢູ່ເທິງພູເຫິງນານ ບໍ່ລົງມາຈັກເທື່ອ ພວກເຂົາກໍພາກັນມາຫຸ້ມລ້ອມອາໂຣນເວົ້າວ່າ, “ຈົ່ງສ້າງຮູບພຣະສຳລັບນຳຫນ້າພວກເຮົາໄປເທາະ ດ້ວຍວ່າໂມເຊຄົນທີ່ນຳພວກເຮົາອອກຈາກປະເທດເອຢິບນັ້ນ ພວກເຮົາບໍ່ຮູ້ວ່າທ່ານເປັນຫຍັງໄປເສັຽແລ້ວ?” 2 ອາໂຣນໄດ້ຕອບພວກເຂົາວ່າ, “ຈົ່ງຖອດຕຸ້ມຫູທອງຄຳອອກຈາກຫູພັຣຍາແລະບຸດຊາຍຍິງຂອງພວກເຈົ້າ ແລ້ວໃຫ້ເອົາມັນມາໃຫ້ເຮົາ” 3 ສະນັ້ນ ປະຊາຊົນທັງຫມົດຈຶ່ງຖອດຕຸ້ມຫູທອງຄຳຂອງຕົນມາມອບໃຫ້ອາໂຣນ 4 ອາໂຣນກໍຮັບເອົາຕຸ້ມຫູນັ້ນ ແລ້ວໃຊ້ເຄື່ອງມືຫລໍ່ເປັນຮູບງົວນ້ອຍ ປະຊາຊົນໄດ້ເວົ້າວ່າ, “ອິສຣາເອນເອີຍ, ອັນນີ້ແມ່ນພຣະຂອງພວກເຮົາ ຊຶ່ງໄດ້ນຳພວກເຮົາອອກຈາກປະເທດເອຢິບ” 5 ເມື່ອອາໂຣນໄດ້ຍິນດັ່ງນັ້ນແລ້ວ ຈຶ່ງສ້າງແທ່ນອັນນຶ່ງໄວ້ຕໍ່ຫນ້າຮູບງົວຄຳ ແລ້ວປະກາດວ່າ, “ມື້ອື່ນຈະມີງານກິນລ້ຽງຖວາຍພຣະກຽດແດ່ພຣະຜູ້ເປັນເຈົ້າ” 6 ຄັນຮອດມື້ອື່ນຕອນເຊົ້າມືດ ພວກເຂົາກໍເຜົາສັດຖວາຍ ແລະນໍາສັດຕົວອື່ນມາຖວາຍເພື່ອຄວາມສາມັກຄີ ຝ່າຍປະຊາຊົນກໍນັ່ງລົງກິນແລະດື່ມ ແລ້ວກໍຫລິ້ນມ່ວນຊື່ນກັນ 7 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງລົງໄປດຽວນີ້ ດ້ວຍວ່າປະຊາຊົນຂອງເຈົ້າ ຊຶ່ງເຈົ້າໄດ້ນຳພາອອກມາຈາກປະເທດເອຢິບນັ້ນໄດ້ທຳຜິດເສັຽແລ້ວ 8 ພວກເຂົາໄດ້ປະຖິ້ມທາງປະພຶດທີ່ເຮົາສັ່ງໃຫ້ທຳ ຄືເຂົາໄດ້ຟ້າວຫລໍ່ຮູບງົວນ້ອຍດ້ວຍຄຳຮູບນຶ່ງສຳລັບຂາບໄຫວ້ ແລະຖວາຍບູຊາ ພວກເຂົາເວົ້າວ່າ ອິສຣາເອນເອີຍ, ອັນນີ້ແມ່ນພຣະຂອງພວກເຮົາ ຊຶ່ງໄດ້ນຳພາພວກເຮົາອອກຈາກເອຢິບ” 9 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ເຮົາຮູ້ປະຊາຊົນພວກນີ້ດີ ເຂົາເປັນຄົນຫົວດື້ 10 ບັດນີ້ ປ່ອຍໃຫ້ເປັນຫນ້າທີ່ຂອງເຮົາ ເຮົາຈະທຳລາຍເຂົາດ້ວຍຄວາມໂກດຂອງເຮົາ ແລ້ວເຮົາຈະທຳໃຫ້ເຈົ້າແລະເຊື້ອສາຍຂອງເຈົ້າເປັນປະຊາຊາດໃຫຍ່” 11 ແຕ່ໂມເຊໄດ້ຫນ່ຽວວອນພຣະຜູ້ເປັນເຈົ້າຂອງຕົນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ດ້ວຍເຫດໃດພຣະອົງຈຶ່ງປ່ອຍໃຫ້ພຣະພິໂຣດຂອງພຣະອົງລຸກໄຫມ້ໄພ່ພົນຂອງພຣະອົງ ຊຶ່ງແມ່ນພຣະອົງໄດ້ຊົງນຳເຂົາອອກມາຈາກປະເທດເອຢິບດ້ວຍຄວາມຍິ່ງໃຫຍ່ແລະຣິດທານຸພາບ 12 ພຣະອົງຢາກຈະໃຫ້ຊາວເອຢິບເວົ້າຫລືວ່າ ພຣະອົງໄດ້ຊົງນຳເຂົາອອກມາຈາກເອຢີບດ້ວຍເຈຕະນາຮ້າຍ ຄືເພື່ອປະຫານຊີວິດແລະທຳລາຍເຂົາໃຫ້ຕາຍຫມົດຢູ່ເທິງພູ ຂໍພຣະອົງຊົງຄາຍພຣະພິໂຣດ ອັນແຮງກ້າຂອງພຣະອົງເສັຽຖ້ອນ ແລະຊົງປ່ຽນພຣະທັຍຢ່ານຳໄພວິບັດຢ່າງນີ້ມາສູ່ໄພ່ພົນຂອງພຣະອົງທ້ອນ 13 ຂໍພຣະອົງຊົງລະນຶກເຖິງອັບຣາຮາມ ອີຊາກ ແລະອິສຣາເອນຜູ້ຮັບໃຊ້ຂອງພຣະອົງ ຜູ້ຊຶ່ງພຣະອົງໄດ້ປະຕິຍານໄວ້ກັບເຂົາດ້ວຍພຣະນາມຂອງພຣະອົງເອງວ່າ ເຮົາຈະໃຫ້ເຊື້ອສາຍຂອງເຈົ້າເພີ້ມທະວີຫລາຍຂຶ້ນເຫມືອນດາວໃນທ້ອງຟ້າ ແລະໃຫ້ແຜ່ນດິນທັງຫມົດແກ່ເຊື້ອສາຍຂອງເຈົ້າຕາມທີ່ເຮົາໄດ້ສັນຍາໄວ້ ພວກເຂົາຈະໄດ້ເປັນເຈົ້າຂອງຕລອດໄປເປັນນິດ” 14 ສະນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງປ່ຽນພຣະທັຍ ບໍ່ຊົງນຳໄພວິບັດມາສູ່ໄພ່ພົນຂອງພຣະອົງຕາມທີ່ຊົງກ່າວນັ້ນ 15 ຝ່າຍໂມເຊໄດ້ກັບລົງມາຈາກພູ ຖືແຜ່ນຫີນພຣະໂອວາດມາສອງແຜ່ນ 16 ໃນແຜ່ນຫີນນັ້ນໄດ້ຈາຣຶກພຣະຄັມຂອງພຣະເຈົ້າໄວ້ທັງສອງຂ້າງ ເປັນພຣະຫັຖະກິດຂອງພຣະເຈົ້າ ພຣະເຈົ້າຊົງຈາຣຶກໃສ່ແຜ່ນຫີນນັ້ນ 17 ເມື່ອໂຢຊວຍໄດ້ຍິນສຽງປະຊາຊົນອຶກກະທຶກຢູ່ ເຂົາກໍເວົ້າກັບໂມເຊວ່າ, “ຂ້າພະເຈົ້າໄດ້ຍິນສຽງສູ້ຮົບກັນຢູ່ໃນຄ້າຍ” 18 ໂມເຊໄດ້ຕອບວ່າ, “ນັ້ນບໍ່ແມ່ນສຽງຂອງຄົນທີ່ມີຊັຍຊະນະ ແລະບໍ່ແມ່ນສຽງຮ້ອງໄຫ້ຂອງຄົນທີ່ຜ່າຍແພ້ ສຽງທີ່ໄດ້ຍິນນັ້ນແມ່ນສຽງຮ້ອງເພງ” 19 ເມື່ອໂມເຊເຂົ້າມາໃກ້ຄ້າຍ ກໍເຫັນຮູບງົວນ້ອຍແລະເຫັນປະຊາຊົນກຳລັງເຕັ້ນລຳກັນຢູ່ ທ່ານຈຶ່ງຮ້າຍຢ່າງຮຸນແຮງ ໂດຍໄດ້ໂຍນແຜ່ນຫີນທີ່ຖືມານັ້ນຖິ້ມຈົນແຕກເສັຽຫາຍຢູ່ທີ່ຕີນພູ 20 ທ່ານໄດ້ເຜົາຮູບງົວນ້ອຍທີ່ພວກເຂົາທຳນັ້ນຖິ້ມໄດ້ບົດລະອຽດໂຮຍລົງໃນນ້ຳ ແລ້ວໄດ້ບັງຄັບໃຫ້ຊາວອິສຣາເອນດື່ມ 21 ໂມເຊໄດ້ຖາມອາໂຣນວ່າ, “ປະຊາຊົນພວກນີ້ໄດ້ເຮັດຫຍັງໃຫ້ເຈົ້າ ເຈົ້າຈຶ່ງພາພວກເຂົາເຮັດບາບຢ່າງໃຫຍ່ຫລວງຢ່າງນີ້?” 22 ອາໂຣນໄດ້ຕອບວ່າ, “ຢ່າຄຽດຮ້າຍຂ້າພະເຈົ້າເທາະ ທ່ານກໍຮູ້ວ່າປະຊາຊົນເຫລົ່ານີ້ໄດ້ອວ່າຍຫນ້າໄປສູ່ທາງຊົ່ວແລ້ວ 23 ເຂົາໄດ້ມາຮ້ອງຂໍຕໍ່ຂ້າພະເຈົ້າວ່າ ໃຫ້ສ້າງຮູບພຣະສຳລັບນຳຫນ້າພວກເຂົາໄປ ເພາະພວກເຂົາບໍ່ຮູ້ຈັກວ່າໂມເຊຄົນທີ່ນຳພາພວກເຂົາອອກຈາກປະເທດເອຢິບນັ້ນເປັນຫຍັງໄປເສັຽແລ້ວ 24 ຂ້າພະເຈົ້າຈຶ່ງຖາມເຂົາວ່າຜູ້ໃດມີຄຳແດ່ ຜູ້ທີ່ມີເຄື່ອງຄຳຈຶ່ງຖອດອອກມາມອບໃຫ້ຂ້າພະເຈົ້າ ຂ້າພະເຈົ້າຈຶ່ງເອົາໄປໃສ່ໄຟຫລໍ່ເປັນຮູບງົວນ້ອຍນີ້ອອກມາ” 25 ໂມເຊເຫັນວ່າປະຊາຊົນນີ້ຫລົງງົມງາຍຫລາຍ ເພາະອາໂຣນໄດ້ປ່ອຍໃຫ້ເຂົາຂາບໄຫວ້ຮູບພຣະທັງໆທີ່ສັດຕຣູມີຢູ່ຮອບຕົວເຂົາ 26 ດັ່ງນັ້ນ ໂມເຊຈຶ່ງໄປຢືນຢູ່ທີ່ປະຕູຄ້າຍ ແລະຮ້ອງຂຶ້ນວ່າ, “ຜູ້ໃດຢູ່ຝ່າຍພຣະຜູ້ເປັນເຈົ້າໃຫ້ຜູ້ນັ້ນມາຫາເຮົາເດີ?” ພວກເລວີທັງຫມົດໄດ້ມາຫາໂມເຊ 27 ທ່ານຈຶ່ງເວົ້າກັບເຂົາວ່າ, “ພຣະຜູ້ເປັນເຈົ້າຂອງພວກອິສຣາເອນຊົງກ່າວວ່າ ໃຫ້ພວກເຂົາທຸກຄົນຖືດາບ ບຸກຜ່າຄ້າຍເຂົ້າໄປແຕ່ປະຕູນີ້ເຖິງປະຕູນັ້ນ ແລ້ວໃຫ້ຂ້າອ້າຍນ້ອງ ມິດສະຫາຍແລະເພື່ອນບ້ານຂອງພວກເຈົ້າ” 28 ພວກເລວີຈຶ່ງທຳຕາມໂມເຊສັ່ງ ພວກເຂົາໄດ້ຂ້າປະຊາຊົນຕາຍໃນມື້ນັ້ນປະມານສາມພັນຄົນ 29 ແລ້ວໂມເຊໄດ້ເວົ້າຕໍ່ພວກເລວີ, “ວັນນີ້ພວກເຈົ້າໄດ້ສະຖາປະນາໂຕເອງຂຶ້ນເປັນປະໂຣຫິດຮັບໃຊ້ພຣະຜູ້ເປັນເຈົ້າແລ້ວ ໂດຍໄດ້ຂ້າບຸດຊາຍແລະເອື້ອຍນ້ອງຂອງຕົນ ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງອວຍພຣະພອນໃຫ້ພວກເຈົ້າໃນວັນນີ້” 30 ວັນຕໍ່ມາ ໂມເຊໄດ້ເວົ້າກັບປະຊາຊົນວ່າ, “ພວກເຈົ້າໄດ້ທຳບາບຢ່າງຮ້າຍແຮງ ບັດນີ້ ເຮົາຈະຂຶ້ນໄປເຝົ້າພຣະຜູ້ເປັນເຈົ້າຢູ່ເທິງພູ ບາງທີເຮົາອາດສາມາດໄຖ່ບາບໃຫ້ພວກເຈົ້າໄດ້” 31 ດັ່ງນັ້ນ ໂມເຊຈຶ່ງກັບຄືນໄປເຝົ້າພຣະຜູ້ເປັນເຈົ້າກາບທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ປະຊາຊົນນີ້ໄດ້ທຳບາບຢ່າງຮ້າຍແຮງ ພວກເຂົາໄດ້ຫລໍ່ພຣະຄຳສຳລັບຕົນເອງ 32 ແຕ່ບັດນີ້ ຂໍພຣະອົງຊົງໂຜດໃຫ້ອະພັຍບາບແກ່ເຂົາ ຖ້າພຣະອົງບໍ່ຊົງພໍພຣະທັຍ ໂຜດຂໍພຣະອົງຊົງລຶບຊື່ຂອງຂ້າພຣະອົງອອກຈາກປຶ້ມທີ່ພຣະອົງຊົງຈົດໄວ້ເສັຽ” 33 ພຣະຜູ້ເປັນເຈົ້າຊົງຕອບໂມເຊວ່າ, “ຜູ້ໃດທຳບາບຕໍ່ສູ້ເຮົາ ເຮົາຈະລຶບຊື່ຜູ້ນັ້ນອອກຈາກປຶ້ມຂອງເຮົາ 34 ບັດນີ້ ຈົ່ງໄປເສັຽໃຫ້ພາປະຊາຊົນໄປຍັງບ່ອນທີ່ເຮົາບອກໃຫ້ໄປນັ້ນ ຈົ່ງຈື່ໄວ້ວ່າ ເທວະດາຂອງເຮົາຈະນຳຫນ້າເຈົ້າໄປ ແຕ່ເມື່ອເຮົາມາພິພາກສາ ພວກເຂົາຈະຖືກລົງໂທດຍ້ອນບາບຂອງເຂົາເອງ” 35 ພຣະຜູ້ເປັນເຈົ້າໄດ້ຊົງໃຫ້ພຍາດເກີດມີຂຶ້ນໃນຫມູ່ປະຊາຊົນ ເພາະວ່າພວກເຂົາໄດ້ບັງຄັບໃຫ້ອາໂຣນຫລໍ່ຮູບງົວນ້ອຍ
ພຣະຜູ້ເປັນເຈົ້າສັ່ງໃຫ້ຍົກຍ້າຍໄປ
1 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ເຈົ້າກັບປະຊາຊົນທີ່ເຈົ້າໄດ້ນຳອອກມາຈາກປະເທດເອຢິບ ຈົ່ງຍົກຍ້າຍໄປຈາກບ່ອນນີ້ເສັຽ ໃຫ້ໄປຍັງແຜ່ນດິນທີ່ເຮົາໄດ້ສັນຍາໄວ້ກັບອັບຣາຮາມ ກັບອີຊາກ ແລະຢາໂຄບ ຄືເຮົາໄດ້ສັນຍາຕໍ່ເຂົາວ່າຈະຍົກແຜ່ນດິນນັ້ນ ໃຫ້ແກ່ເຊື້ອສາຍຂອງເຂົາ 2 ເຮົາຈະໃຫ້ເທວະດາຕົນນຶ່ງນຳຫນ້າເຈົ້າໄປ ເຮົາຈະຂັບໄລ່ຊາວການາອານ ຊາວອາໂມຣິດ ຊາວຮິດຕີ ຊາວເປຣິສຊີ ຊາວຮີວີ ແລະຊາວເຢບຸສ ອອກຈາກທີ່ນັ້ນ 3 ເຈົ້າຈະໄປເຖິງແຜ່ນດິນທີ່ອຸດົມສົມບູນ ແຕ່ເຮົາເອງຈະບໍ່ໄປກັບພວກເຈົ້າ ເພາະພວກເຈົ້າເປັນປະຊາຊົນຫົວດື້ ຖ້າເຮົາໄປ ເຮົາອາດຈະທຳຮ້າຍພວກເຈົ້າໃນກາງທາງ” 4 ເມື່ອປະຊາຊົນໄດ້ຍິນຂ່າວຮ້າຍນີ້ ພວກເຂົາກໍພາກັນໄວ້ທຸກ ແລະບໍ່ມີຜູ້ໃດໃສ່ເຄື່ອງເອ້ເລີຍ 5 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງບອກຊາວອິສຣາເອນວ່າ ພວກເຈົ້າເປັນຄົນຫົວດື້ ຖ້າພຣະຜູ້ເປັນເຈົ້າໄປກັບພວກເຈົ້າແມ່ນຊົ່ວເວລາຫນ້ອຍດຽວ ພຣະອົງກໍຈະລ້າງຜານພວກເຈົ້າເສັຽ ບັດນີ້ ຈົ່ງຖອດເຄື່ອງເອ້ຂອງພວກເຈົ້າອອກ ເພື່ອພຣະອົງຈະໄດ້ຮູ້ວ່າຄວນເຮັດຫຍັງກັບພວກເຈົ້າ” 6 ດັ່ງນັ້ນ ປະຊາຊົນອິສຣາເອນຈຶ່ງບໍ່ໃສ່ເຄື່ອງເອ້ຕັ້ງແຕ່ຍົກຍ້າຍອອກຈາກໂຮເຣັບເປັນຕົ້ນມາ
ຫໍເຕັນສັກສິດ
7 ໂມເຊເຄີຍກາງເຕັນຫລັງນຶ່ງໄວ້ຂ້າງນອກຄ້າຍໃນລະຍະໄກ ທ່ານໄດ້ເອີ້ນເຕັນຫລັງນັ້ນວ່າ “ຫໍເຕັນສັກສິດ” ຄົນໃດຢາກຈະເຂົ້າເຝົ້າພຣະຜູ້ເປັນເຈົ້າກໍອອກໄປຍັງຫໍເຕັນສັກສິດນັ້ນ 8 ເມື່ອໃດໂມເຊອອກໄປຍັງເຕັນ ປະຊາຊົນທັງຫມົດກໍຢືນຢູ່ທີ່ປະຕູເຕັນຂອງຕົນ ເພື່ອເຝົ້າເບິ່ງໂມເຊຈົນກະທັ້ງທ່ານເຂົ້າໄປໃນເຕັນ 9 ເມື່ອໂມເຊເຂົ້າໄປໃນເຕັນແລ້ວ ກ້ອນເສົາເມກກໍລອຍລົງມາຕັ້ງຢູ່ທີ່ປະຕູເຕັນ ແລ້ວພຣະຜູ້ເປັນເຈົ້າໄດ້ຊົງສົນທະນາກັບໂມເຊຈາກກ້ອນເສົາເມກນັ້ນ 10 ເມື່ອປະຊາຊົນເຫັນກ້ອນເສົາເມກນັ້ນຕັ້ງຢູ່ທີ່ປະຕູເຕັນ ເຂົາກໍລຸກຢືນຂຶ້ນກົ້ມນະມັສການທີ່ປະຕູເຕັນຂອງຕົນ 11 ພຣະຜູ້ເປັນເຈົ້າຊົງສົນທະນາກັບໂມເຊ ຫນ້າຕໍ່ຫນ້າເຫມືອນມິດສະຫາຍສົນທະນາກັນ ແລ້ວໂມເຊກໍກັບໄປຍັງຄ້າຍ ແຕ່ໂຢຊວຍຄົນໃຊ້ຫນຸ່ມ ຜູ້ເປັນບຸດນູນບໍ່ໄດ້ອອກໄປຈາກເຕັນ
ພຣະຜູ້ເປັນເຈົ້າຊົງສັນຍາວ່າຈະຢູ່ນຳ
12 ໂມເຊໄດ້ກາບທູນພຣະຜູ້ເປັນເຈົ້າວ່າ, “ເປັນຄວາມຈິງວ່າພຣະອົງໄດ້ຊົງບອກໃຫ້ຂ້າພຣະອົງນຳພາປະຊາຊົນນີ້ໄປຍັງແຜ່ນດິນນັ້ນ ແຕ່ພຣະອົງບໍ່ໄດ້ຊົງບອກໃຫ້ຂ້າພຣະອົງຮູ້ວ່າ ແມ່ນຜູ້ໃດຈະໄປນຳຂ້າພຣະອົງ ພຣະອົງຊົງບອກແຕ່ພຽງວ່າ ເຮົາຮູ້ຈັກເຈົ້າດີ ເຮົາພໍໃຈໃນເຈົ້າ 13 ບັດນີ້ ຖ້າພຣະອົງພໍພຣະທັຍໃນຂ້າພຣະອົງ ຂໍພຣະອົງຊົງບອກແຜນການຂອງພຣະອົງໃຫ້ຂ້າພຣະອົງຮູ້ແດ່ ເພື່ອຂ້າພຣະອົງຈະໄດ້ຮູ້ຈັກພຣະອົງ ແລະໄດ້ຮັບຄວາມພໍພຣະທັຍຈາກພຣະອົງສເມີໄປ ຂໍພຣະອົງຊົງສຳນຶກດ້ວຍວ່າ ຊົນຊາດນີ້ເປັນໄພ່ພົນຂອງພຣະອົງ” 14 ພຣະຜູ້ເປັນເຈົ້າຊົງຕອບວ່າ, “ເຮົາຈະໄປນຳເຈົ້າ ຈະໃຫ້ເຈົ້າມີໄຊຊະນະ ແລະມີຄວາມສງົບສຸກ” 15 ໂມເຊໄດ້ກາບທູນພຣະອົງວ່າ, “ຖ້າພຣະອົງບໍ່ສະເດັດໄປນຳພວກຂ້າພຣະອົງ ຂໍຢ່າໃຫ້ພວກຂ້າພຣະອົງຫນີໄປຈາກທີ່ນີ້ 16 ເຮັດຢ່າງໃດຈຶ່ງຈະຮູ້ວ່າ ຂ້າພຣະອົງແລະໄພ່ພົນຂອງພຣະອົງເປັນທີ່ພໍພຣະທັຍຂອງພຣະອົງແລ້ວ ກໍເມື່ອພຣະອົງສະເດັດຂຶ້ນໄປກັບພວກຂ້າພຣະອົງດ້ວຍບໍ່ແມ່ນຫລື ດັ່ງນີ້ຂ້າພຣະອົງແລະໄພ່ພົນຂອງພຣະອົງ ຈຶ່ງແຕກຕ່າງກັບຊົນຊາດອື່ນໆທົ່ວພື້ນແຜ່ນດິນໂລກ” 17 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ເຮົາຈະທຳຕາມຄຳທີ່ເຈົ້າເວົ້າ ເພາະວ່າເຮົາພໍໃຈໃນເຈົ້າ ແລະຮູ້ຈັກເຈົ້າດີ” 18 ໂມເຊໄດ້ທູນຂໍວ່າ, “ຂໍຊົງໂຜດສະແດງພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະອົງໃຫ້ຂ້າພຣະອົງເບິ່ງແດ່ຖ້ອນ” 19 ພຣະຜູ້ເປັນເຈົ້າຊົງຕອບວ່າ, “ເຮົາຈະທຳໃຫ້ຄຸນງາມຄວາມດີຂອງເຮົາທັງຫມົດ ປະຈັກແຈ້ງຕໍ່ຫນ້າເຈົ້າ ແລະເຮົາຈະປະກາດຊື່ຂອງເຮົາ ຄືພຣະຜູ້ເປັນເຈົ້າໃຫ້ເຈົ້າໄດ້ຍິນ ເຮົາຈະສະແດງຄວາມເມດຕາສົງສານຕໍ່ຜູ້ທີ່ເຮົາປະສົງຈະໃຫ້” 20 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໄປວ່າ, “ເຈົ້າຈະບໍ່ເຫັນຫນ້າເຮົາ ເພາະວ່າມະນຸດນັ້ນເຫັນຫນ້າເຮົາແລ້ວຈະຕ້ອງຕາຍ” 21 ພຣະອົງຊົງກ່າວຕໍ່ໄປວ່າ, “ເບິ່ງແມ໋ ໃນທີ່ນີ້ມີບ່ອນນຶ່ງຢູ່ໃກ້ເຮົາ ເຈົ້າຈົ່ງໄປຢືນເທິງຫີນໃນທີ່ນັ້ນ 22 ເມື່ອຣັສມີຄວາມຍິ່ງໃຫຍ່ຂອງເຮົາຜ່ານໄປໃກ້ ເຮົາຈະເຊື່ອງເຈົ້າໄວ້ໃນຊ່ອງຫີນ ແລະຈະເອົາມືຂອງເຮົາປິດບັງເຈົ້າໄວ້ ຈົນກວ່າເຮົາໄດ້ຜ່ານພົ້ນໄປແລ້ວ 23 ແລ້ວເຮົາຈະເອົາມືເຮົາອອກ ເຈົ້າຈະເຫັນຫລັງຂອງເຮົາ ແຕ່ຫນ້າຂອງເຮົານັ້ນເບິ່ງບໍ່ໄດ້”
ຊົງປະທານຫີນແຜ່ນທີ່ສອງ
1 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງຕັດຫີນສອງແຜ່ນໃຫ້ເຫມືອນແຜ່ນເກົ່າ ແລ້ວເຮົາຈະຈາຣຶກຖ້ອຍຄຳຊຶ່ງຢູ່ໃນແຜ່ນເດີມທີ່ເຈົ້າໄດ້ທຳແຕກນັ້ນໃຫ້ 2 ຈົ່ງທຳໃຫ້ແລ້ວໃນຕອນເຊົ້າມື້ອື່ນແລ້ວໃຫ້ຂຶ້ນມາຫາເຮົາເທິງຈອມພູຊີນາອີ 3 ຢ່າໃຫ້ຜູ້ໃດຂຶ້ນມານຳ ບໍ່ໃຫ້ມີຜູ້ໃດຢູ່ເທິງພູ ບໍ່ໃຫ້ມີຝູງແບ້ ຝູງແກະ ແລະຝູງງົວຄວາຍກິນຫຍ້າຢູ່ຕໍ່ຫນ້າພູນີ້” 4 ດັ່ງນັ້ນ ໂມເຊຈຶ່ງຕັດເອົາຫີນສອງແຜ່ນເຫມືອນສອງແຜ່ນທຳອິດ ແລ້ວມື້ອື່ນຕອນເຊົ້າມືດ ທ່ານກໍຖືຫີນນັ້ນຂຶ້ນໄປເທິງພູຊີນາອີຕາມພຣະຜູ້ເປັນເຈົ້າຊົງສັ່ງ 5 ພຣະຜູ້ເປັນເຈົ້າໄດ້ສະເດັດມາດ້ວຍເມກ ຊົງຢືນຢູ່ກັບໂມເຊທີ່ນັ້ນ ແລະໂມເຊໄດ້ຮ້ອງອອກພຣະນາມຂອງພຣະຜູ້ເປັນເຈົ້າ 6 ແລ້ວພຣະຜູ້ເປັນເຈົ້າໄດ້ສະເດັດຜ່ານຫນ້າໂມເຊໄປ ແລະຊົງກ່າວວ່າ, “ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າແມ່ນພຣະເຈົ້າຜູ້ເຕັມປ່ຽມໄປດ້ວຍຄວາມເມດຕາກະຣຸນາ ຜູ້ບໍ່ໂກດງ່າຍ ຜູ້ສະແດງຄວາມຮັກຫມັ້ນຄົງ ແລະຄວາມສັດຊື່ 7 ຜູ້ມີຄວາມຮັກຫມັ້ນຄົງຫລາຍຊົ່ວອາຍຸພັນຄົນ ຜູ້ໂຜດໃຫ້ອະພັຍຄວາມບໍ່ຍຸດຕິທັມ ຄວາມຊົ່ວຊ້າ ແລະຄວາມບາບ ແຕ່ຈະລົງໂທດລູກຫລານເຫລັນເຖິງສາມສີ່ຊົ່ວອາຍຸຄົນ ຍ້ອນຄວາມບາບທີ່ບິດາມານດາຂອງເຂົາໄດ້ກະທຳ” 8 ໂມເຊຈຶ່ງຟ້າວຄຸເຂົ່າລົງດິນນະມັສການ 9 ແລ້ວກາບທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຖ້າຫາກຂ້າພຣະອົງເປັນທີ່ຊອບພຣະທັຍພຣະອົງແທ້ ເຖິງແມ່ນປະຊາຊົນນັ້ນຈະຫົວດື້ກໍຂໍພຣະອົງຊົງໂຜດສະເດັດໄປກັບພວກຂ້າພຣະອົງຖ້ອນ ຂໍຊົງໃຫ້ອະພັຍຄວາມຊົ່ວຮ້າຍ ແລະຄວາມບາບຂອງພວກຂ້າພຣະອົງ ຂໍຊົງໂຜດຮັບເອົາພວກຂ້າພຣະອົງເປັນໄພ່ພົນຂອງພຣະອົງເທີນ”
ຊົງສັນຍາໃຫມ່
10 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາຈະໃຫ້ຄຳຫມັ້ນສັນຍາແກ່ເຈົ້າ ຈະທຳການອັດສະຈັນຕໍ່ຫນ້າປະຊາຊົນທັງປວງຂອງເຈົ້າ ຄືການອັດສະຈັນທີ່ເຮົາບໍ່ເຄີຍທຳມາກ່ອນໃນຖ້າມກາງຊົນຊາດໃດໆທົ່ວໂລກນີ້ ປະຊາຊົນທັງປວງຊຶ່ງຢູ່ກັບເຈົ້າ ຈະໄດ້ເຫັນການກະທຳຂອງອົງພຣະຜູ້ເປັນເຈົ້າ ເພາະເຮົາຈະກະທຳສິ່ງອັນຫນ້າຢ້ານໃຫ້ເຈົ້າເຫັນ 11 ຈົ່ງທຳຕາມຂໍ້ບັນຍັດທີ່ເຮົາຈະໃຫ້ເຈົ້າໃນມື້ນີ້ ເຮົາຈະຂັບໄລ່ຊາວອາໂມຣິດ ຊາວການາອານ ຊາວຮິດຕີ ຊາວເປຣິສຊີ ຊາວຮີວີ ແລະຊາວເຢບຸສໄປເສັຽຈາກເຈົ້າ 12 ຈົ່ງລະວັງໃຫ້ດີ ເຈົ້າຢ່າຜູກສຳພັນໃດໆກັບຊົນຊາດທີ່ເຈົ້າຈະໄປເຖິງນັ້ນ ເພາະວ່າມັນຈະເປັນສິ່ງທຳລາຍພວກເຈົ້າ 13 ແຕ່ພວກເຈົ້າຈົ່ງທຳລາຍແທ່ນບູຊາ ທັບເສົາຫີນສັກສິດ ແລະຕັດໄມ້ສັກສິດຂອງພວກເຂົາຖິ້ມ 14 ເຈົ້າຢ່າໄດ້ຂາບໄຫວ້ພຣະອື່ນເລີຍ ເພາະວ່າເຮົາເປັນພຣະເຈົ້າຜູ້ຫວງແຫນພວກເຈົ້າ 15 ຢ່າຜູກສຳພັນໃດໆກັບຊົນຊາດເຫລົ່ານັ້ນ ເພາະເມື່ອເຂົາຂາບໄຫວ້ແລະບູຊາພຣະຂອງເຂົາ ເຂົາກໍເຮັດບໍ່ສັດຊື່ເຫມືອນຍິງໂສເພນີ ແລະເຂົາກໍຈະເຊີນພວກເຈົ້າໄປຮ່ວມດ້ວຍ ພວກເຈົ້າອາດຈະຮັບປະທານອາຫານທີ່ເຂົາເອົາຖວາຍບູຊານັ້ນ 16 ບຸດຊາຍຂອງເຈົ້າອາດແຕ່ງງານກັບບຸດຍິງຂອງເຂົາ ຜູ້ຍິງຕ່າງປະເທດເຫລົ່ານີ້ຈະບົວລະບັດພຣະຂອງຕົນເຫມືອນຍິງໂສເພນີ ເຂົາຈະຊັກຊວນບຸດຊາຍຂອງເຈົ້າທຳບໍ່ສັດຊື່ຕໍ່ເຮົາ ແລະຮັບໃຊ້ພຣະຂອງເຂົາ 17 ເຈົ້າຢ່າຫລໍ່ຮູບພຣະສຳລັບຕົນເລີຍ 18 ເຈົ້າຈົ່ງຖືຮັກສາພິທີກິນລ້ຽງເຂົ້າຈີ່ບໍ່ໃສ່ເຊື້ອແປ້ງ ຕາມທີ່ເຮົາໄດ້ສັ່ງໄວ້ ໃຫ້ກິນເຂົ້າຈີ່ບໍ່ໃສ່ເຊື້ອຈົນຄົບເຈັດວັນໃນເດືອນທີ່ນຶ່ງ ເພາະວ່າພວກເຈົ້າອອກຈາກເອຢິບໃນເດືອນນີ້ 19 ບຸດຫົວປີທຸກຄົນ ຫລືງົວ ແລະແກະເຖິກໂຕເກີດກ່ອນທຸກໂຕຂອງເຈົ້າເປັນຂອງເຣົາ 20 ແຕ່ເຈົ້າຈົ່ງເອົາລູກແກະມາໄຖ່ເອົາລູກລໍໂຕທຳອິດໄວ້ ຖ້າເຈົ້າບໍ່ໄຖ່ໄວ້ໃຫ້ຫັກຄໍມັນເສັຽ ບຸດກົກທຸກຄົນຂອງເຈົ້າໃຫ້ໄຖ່ໄວ້ ຢ່າໃຫ້ຜູ້ໃດມາເຝົ້າເຮົາໂດຍບໍ່ມີເຄື່ອງຖວາຍເລີຍ 21 ເຈົ້າຈົ່ງເຮັດວຽກແຕ່ໃນຫົກວັນ ສ່ວນວັນຖ້ວນເຈັດໃຫ້ເຈົ້າຢຸດພັກເຖິງຈະຢູ່ໃນລະຫວ່າງໄຖນາແລະກ່ຽວເຂົ້າກໍຕາມ 22 ຈົ່ງຈັດງານສະຫລອງສັປດາ ຄືງານກິນລ້ຽງສະຫລອງຫມາກຜົນທຳອິດຂອງຣະດູກ່ຽວເຂົ້າບເລ ແລະງານກິນລ້ຽງສະຫລອງການເກັບກ່ຽວໃນປາຍປີ 23 ບັນດາຜູ້ຊາຍທັງຫລາຍຂອງພວກເຈົ້າ ໃຫ້ມາຫາເຮົາຜູ້ເປັນພຣະເຈົ້າຂອງຊາວອິສຣາເອນປີລະສາມເທື່ອ 24 ຫລັງຈາກເຮົາໄດ້ຂັບໄລ່ຊົນຊາດທັງຫລາຍອອກໄປພົ້ນຫນ້າເຈົ້າ ແລະໄດ້ຂະຫຍາຍເຂດແດນຂອງເຈົ້າໃຫ້ກວ້າງຂວາງອອກໄປແລ້ວ ຈະບໍ່ມີໃຜພຍາຍາມຍຶດເອົາປະເທດຂອງເຈົ້າ ໃນລະຫວ່າງພວກເຈົ້າໄປຫາເຮົາປີລະສາມເທື່ອນັ້ນ 25 ຢ່າໄດ້ຖວາຍເຂົ້າຈີ່ທີ່ໃສ່ເຊື້ອແປ້ງ ເມື່ອພວກເຈົ້າເຜົາສັດຖວາຍເຮົາ ຢ່າເກັບຊີ້ນສັດທີ່ຂ້າກິນລ້ຽງໃນງານສະຫລອງປັສຄາໄວ້ຈົນເຖິງມື້ເຊົ້າ 26 ຈົ່ງນຳເອົາຜົນລະປູກທຳອິດອັນດີທີ່ສຸດໃນນາຂອງເຈົ້າ ມາຖວາຍໄວ້ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ເຈົ້າຢ່າຕົ້ມຊີ້ນລູກແບ້ດ້ວຍນ້ຳນົມແມ່ຂອງມັນ” 27 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງຂຽນຄຳເຫລົ່ານີ້ໄວ້ ເພາະວ່າຄຳຫມັ້ນສັນຍາທີ່ເຮົາໄດ້ທຳໄວ້ກັບເຈົ້າ ແລະກັບພວກອິສຣາເອນມີຢູ່ໃນຄຳເຫລົ່ານີ້ແລ້ວ” 28 ໂມເຊໄດ້ເຝົ້າພຣະຜູ້ເປັນເຈົ້າຢູ່ທີ່ນັ້ນເປັນເວລາສີ່ສິບວັນສີ່ສິບຄືນ ໂດຍບໍ່ໄດ້ກິນອາຫານແລະດື່ມນ້ຳເລີຍ ທ່ານໄດ້ຈາຣຶກຂໍ້ຄວາມຂອງຄຳຫມັ້ນສັນຍາ ຄືພຣະບັນຍັດສິບປະການໄວ້ໃນແຜ່ນຫີນນັ້ນ
ໂມເຊ ລົງມາຈາກພູ
29 ເມື່ອໂມເຊຖືແຜ່ນຫີນພຣະໂອວາດສອງແຜ່ນລົງມາຈາກພູຊີນາອີນັ້ນ ໂມເຊບໍ່ຮູ້ວ່າຜິວຫນ້າຂອງຕົນສ່ອງແສງ ຄືຫນ້າຂອງທ່ານໄດ້ສອ່ງແສງຍ້ອນພຣະຜູ້ເປັນເຈົ້າຊົງສົນທະນາກັບທ່ານ 30 ເມື່ອອາໂຣນກັບຊາວອິສຣາເອນທັງປວງເຫັນຫນ້າໂມເຊສ່ອງແສງ ພວກເຂົາກໍບໍ່ກ້າເຂົ້າໄປໃກ້ທ່ານ ແຕ່ໂມເຊໄດ້ເອີ້ນພວກເຂົາມາ 31 ແລ້ວອາໂຣນກັບບັນດາຫົວຫນ້າຂອງຊຸມນຸມຊົນໄດ້ເຂົ້າມາຫາໂມເຊ ທ່ານຈຶ່ງສົນທະນາກັບເຂົາ 32 ເມື່ອຊາວອິສຣາເອນເຂົ້າມາໃກ້ແລ້ວ ໂມເຊກໍບອກເຂົາທັງຫລາຍຕາມທີ່ພຣະຜູ້ເປັນເຈົ້າຊົງບອກຢູ່ເທິງພູຊີນາອີ 33 ເມື່ອໂມເຊເວົ້າສຸດກໍເອົາຜ້າປົກຫນ້າໄວ້ 34 ເມື່ອໃດທ່ານເຂົ້າໄປເຝົ້າພຣະຜູ້ເປັນເຈົ້າໃນເຕັນສັກສິດ ທ່ານກໍເອົາຜ້ານັ້ນອອກຈົນເທົ່າອອກມາ ຄັນທ່ານອອກມາແລ້ວ ກໍເລົ່າຂໍ້ຄວາມທັງຫມົດທີ່ພຣະຜູ້ເປັນເຈົ້າຊົງສັ່ງສູ່ຊາວອິສຣາເອນຟັງ 35 ແລະຊາວອິສຣາເອນກໍໄດ້ເຫັນຜິວຫນ້າຂອງໂມເຊສອ່ງແສງ ແລ້ວໂມເຊກໍໄດ້ເອົາຜ້າປົກຫນ້າໄວ້ຈົນເທົ່າໄດ້ເຂົ້າເຝົ້າພຣະຜູ້ເປັນເຈົ້າອີກ
ລະບຽບວັນສະບາໂຕ
1 ຝ່າຍໂມເຊໃຫ້ຊຸມນຸມຊົນອິສຣາເອນປະຊຸມກັນກ່າວແກ່ເຂົາວ່າ, “ຕໍ່ໄປນີ້ເປັນສິ່ງຊຶ່ງພຣະເຈົ້າບັນຊາໃຫ້ທ່ານທັງຫລາຍກະທຳ 2 ຈົ່ງທຳງານໃນກຳນົດຫົກວັນ ແຕ່ວັນທີ່ເຈັດໃຫ້ທ່ານຖືເປັນວັນບໍຣິສຸດ ເປັນວັນສະບາໂຕແດ່ພຣະເຈົ້າ ສໍາລັບໃຫ້ພັກ 3 ໃນວັນສະບາໂຕນັ້ນຢ່າກໍ່ໄຟເລີຍ ທົ່ວຕລອດທີ່ອາໄສຂອງເຈົ້າ”
ການນຳຂອງບູຊາມາຖວາຍ
4 ໂມເຊໄດ້ກ່າວແກ່ຊຸມນຸມຊົນອິສຣາເອນວ່າ, “ຕໍ່ໄປນີ້ເປັນສິ່ງທີ່ຊຶ່ງພຣະຜູ້ເປັນເຈົ້າຊົງສັ່ງ 5 ທ່ານທັງຫລາຍຈົ່ງນຳຂອງຈາກຂອງທີ່ມີຢູ່ມາຖວາຍພຣະຜູ້ເປັນເຈົ້າ ຜູ້ໃດມີນ້ຳໃຈກວ້າງຂວາງໃຫ້ຜູ້ນັ້ນນຳຂອງມາຖວາຍພຣະຜູ້ເປັນເຈົ້າ ຄືທອງຄຳ ເງິນ ແລະທອງສຳຣິດ 6 ຜ້າສີຟ້າ ສີມ່ວງ ສີແດງເຂັ້ມ ຜ້າປ່ານເນື້ອດີ ແລະຂົນແບ້ 7 ຫນັງແກະໂຕຜູ້ຍ້ອມສີແດງ ຫນັງສັດລະອຽດດີ ແລະໄມ້ກະຖິນເທດ 8 ນ້ຳມັນເຕີມຕະກຽງ ເຄື່ອງຫອມສຳລັບປົນໃສ່ນ້ຳມັນເຈີມ ແລະປຸງເຄື່ອງຫອມສຳລັບການເຜົາຖວາຍ 9 ແກ້ວໂກເມນ ແລະແກ້ວຕ່າງໆສຳລັບຝັງທຳເອໂຟດແລະແຜ່ນຮອງເອິກ
ການນຳຂອງບູຊາມາຖວາຍ
10 “ຈົ່ງໃຫ້ທຸກຄົນຊຶ່ງມີສະຕິປັນຍາໃນຫມູ່ພວກທ່ານ ພາກັນມາທຳສິ່ງທັງປວງຊຶ່ງພຣະຜູ້ເປັນເຈົ້າຊົງສັ່ງໃຫ້ທຳແລ້ວ 11 ຄືຫໍເຕັນສັກສິດ ເຕັນແລະຜ້າຄຸມເຕັນ ຂໍເກາະແລະຮ່າງໄມ້ຂອບ ກອນ ເສົາ ແລະຖານຮອງຮັບເສົາຂອງຫໍເຕັນນັ້ນ 12 ຫີບແລະໄມ້ຄານຫີບ ພຣະທີ່ນັ່ງກະຣຸນາກັບຜ້າກັ້ງບັງ 13 ໂຕະກັບໄມ້ຄານຫາມໂຕະ ເຄື່ອງໃຊ້ທັງປວງສຳລັບໂຕະ ແລະເຂົ້າຈີ່ຫນ້າພຣະພັກ 14 ເຄື່ອງຮອງຕີນໂຄມທີ່ໃຫ້ແສງສວ່າງກັບເຄື່ອງອຸປກອນ ແລະຕະກຽງ ແລະນ້ຳມັນເຕີມຕະກຽງ 15 ແທ່ນເຜົາເຄື່ອງຫອມກັບໄມ້ຄານຫາມແທ່ນນັ້ນ ນ້ຳມັນເຈີມ ແລະເຄື່ອງຫອມສຳລັບເຜົາຖວາຍ ແລະຜ້າກັ້ງບັງສຳລັບປະຕູ ທີ່ປະຕູຫໍເຕັນ 16 ແທ່ນເຄື່ອງເຜົາບູຊາກັບຕາຂ່າຍທອງສຳຣິດ ໄມ້ຄານຫາມແລະເຄື່ອງໃຊ້ຂອງແທ່ນ ຂົນກັບພານຮອງ 17 ຜ້າກັ້ງສໍາລັບກັ້ນອ້ອມຮອບຫໍເຕັນ ກັບເສົາ ແລະຖານຮອງຮັບເສົາ ແລະຜ້າກັ້ງສຳລັບປະຕູ 18 ຫລັກປັກສຳລັບຫໍເຕັນ ແລະຫລັກປັກຜ້າກັ້ງ ອ້ອມຮອບຫໍເຕັນ ພ້ອມເຊືອກເນັ່ງ 19 ເສື້ອຍົດຫຍີບດ້ວຍຝີມືປານີຕສຳລັບແຕ່ງເວລາບົວຣະບັດໃນບ່ອນສັກສິດ ຄືເສື້ອຍົດບໍຣິສຸດສຳລັບອາໂຣນປະໂຣຫິດ ແລະເສື້ອຍົດສຳລັບບຸດຂອງທ່ານ ເພື່ອໃຊ້ປະຕິບັດໃນຕຳແຫນ່ງປະໂຣຫິດ” 20 ແລ້ວຊຸມນຸມອິສຣາເອນທັງຫມົດກໍແຍກຍ້າຍກັນຈາກໂມເຊໄປ 21 ທຸກຄົນທີ່ມີໃຈສັດທາ ແລະທີ່ມີໃຈອາສາສມັກກໍນຳສິ່ງຂອງມາຖວາຍພຣະຜູ້ເປັນເຈົ້າສຳລັບຫໍເຕັນນັດພົບ ແລະການບົວລະບັດຕ່າງໆ ແລະສຳລັບເຄື່ອງຍົດບໍຣິສຸດ 22 ເຂົາຈຶ່ງພາກັນມາທັງຊາຍແລະຍິງ ບັນດາຜູ້ທີ່ມີນ້ຳໃຈສມັກນຳມາຊຶ່ງເຂັມກັດ ຕຸ້ມຫູ ແຫວນ ແລະສາຍທອງຄຳ ແລະເຄື່ອງເອ້ເປັນທອງຄຳຢ່າງອື່ນ ຄືທຸກຄົນນຳທອງຄຳມາຍື່ນຖວາຍແດ່ພຣະຜູ້ເປັນເຈົ້າ 23 ສ່ວນທຸກຄົນທີ່ມີດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ຫລືທີ່ມີຜ້າປ່ານເນື້ອດີ ຂົນແບ້ ຫນັງແກະໂຕຜູ້ຍ້ອມດ້ວຍສີແດງ ແລະຫນັງສັດລະອຽດດີ ກໍເອົາຂອງເຫລົ່ານັ້ນມາຖວາຍ 24 ທຸກຄົນທີ່ມີເງິນ ຫລືທອງສຳຣິດຈະຖວາຍ ກໍໄດ້ນຳມາຖວາຍພຣະຜູ້ເປັນເຈົ້າ ແລະທຸກຄົນທີ່ມີໄມ້ກະຖິນເທດໃຊ້ການໄດ້ກໍນຳໄມ້ນັ້ນມາຖວາຍ 25 ສ່ວນຜູ້ຍິງທັງປວງທີ່ຊຳນານກໍປັ່ນດ້າຍດ້ວຍມືຂອງຕົນ ແລ້ວນຳດ້າຍຊຶ່ງປັ່ນນັ້ນມາຖວາຍ ທັງສີຟ້າ ສີມ່ວງ ສີແດງເຂັ້ມ ແລະເສັ້ນປ່ານປັ່ນຢ່າງດີ 26 ຝ່າຍບັນດາຜູ້ຍິງທີ່ໃຈສັດທາກໍປັ່ນຂົນແບ້ດ້ວຍຄວາມຊຳນານ 27 ບັນດາປະມຸກກໍນຳແກ້ວໂກເມນ ແລະແກ້ວຕ່າງໆມາສຳລັບຝັງທຳເອໂຟດ ແລະແຜ່ນຮອງເອິກ 28 ກັບເຄື່ອງຫອມແລະນ້ຳມັນຕາມຕະກຽງ ນ້ຳມັນເຈີມ ແລະນ້ຳມັນເຄື່ອງຫອມສຳລັບເຜົາບູຊາ 29 ຄົນອິສຣາເອນທັງຊາຍແລະຍິງທຸກຄົນທີ່ມີໃຈສມັກນຳຂອງຖວາຍສຳລັບການງານຕ່າງໆ ຊຶ່ງພຣະຜູ້ເປັນເຈົ້າຊົງສັ່ງໂມເຊໄວ້ໃຫ້ກະທຳ ກໍນຳຂອງມາຕາມໃຈຖວາຍແດ່ພຣະຜູ້ເປັນເຈົ້າ
ເບຊາເລນ ໂອໂຮລີອາບ
30 ໂມເຊຈຶ່ງກ່າວແກ່ຄົນອິສຣາເອນວ່າ, “ດູກ່ອນທ່ານ ພຣະຜູ້ເປັນເຈົ້າໄດ້ຊົງອອກຊື່ ເບຊາເລນ ບຸດອູຣີ ຜູ້ເປັນບຸດຂອງເຮີເຜົ່າຢູດາ 31 ແລະພຣະອົງໄດ້ຊົງໃຫ້ຜູ້ນັ້ນປະກອບດ້ວຍພຣະວິນຍານຂອງພຣະເຈົ້າໃຫ້ມີສະຕິປັນຍາແລະຄວາມເຂົ້າໃຈ ແລະຄວາມຮູ້ໃນການຊ່າງຝີມືຕ່າງໆ 32 ເພື່ອຈະຄິດປະດີດລວດລາຍຢ່າງສລາດ ທຳດ້ວຍທອງຄຳ ແລະເງິນ ແລະທອງສຳຣິດ 33 ແລະເຈັຍລະນັຍແກ້ວຕ່າງໆ ສຳລັບຝັງໃນກະໂບກແລະການແກະສລັກໄມ້ ຄືໃຫ້ມີຝີມືດີເລີດທຸກຢ່າງ 34 ພຣະອົງຊົງດົນໃຈໃຫ້ຜູ້ນັ້ນມີນ້ຳໃຈທີ່ຈະສອນຄົນອື່ນໄດ້ດ້ວຍ ພ້ອມດ້ວຍ ໂອໂຮລີອາບ ບຸດອາຮີຊາມາກເຜົ່າດານ 35 ຄົນທັງສອງນີ້ພຣະອົງຊົງປະທານສະຕິປັນຍາຄວາມສາມາດໃນການທີ່ຈະກະທຳງານໄດ້ທຸກຢ່າງ ຄືການຊ່າງຝີມື ການຊ່າງອອກແບບ ແລະການຊ່າງດ້າຍສີ ຄືສີຟ້າ ສີມ່ວງ ສີແດງເຂັ້ມ ແລະເສັ້ນປ່ານປັ່ນຢ່າງດີ ແລະຊ່າງຕ່ຳ ຄືທຳການຊ່າງຝີມືໄດ້ທຸກຢ່າງ ແລະເປັນຊ່າງອອກແບບຢ່າງສລາດດ້ວຍ
1 ຝ່າຍເບຊາເລນ ແລະໂອໂຮລີອາບ ແລະຄົນທັງປວງທີ່ມີຄວາມສາມາດ ຊຶ່ງພຣະເຈົ້າຊົງປະທານສະຕິປັນຍາແລະຄວາມເຂົ້າໃຈໃຫ້ພໍທີ່ຈະທຳການທຸກຢ່າງໃນການສ້າງສະຖານນະມັສການຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງໄວ້ແລ້ວທຸກປະການ”
ປະຊາຊົນນຳຂອງຖວາຍຢ່າງຫລວງຫລາຍ
2 ໂມເຊຈຶ່ງເອີ້ນເບຊາເລນ ແລະໂອໂຮລີອາບ ກັບຄົນທັງປວງທີ່ມີຄວາມສາມາດ ຊຶ່ງພຣະເຈົ້າຊົງປະທານໃຫ້ແກ່ຈິດໃຈຂອງເຂົາ ແລະໃຈຂອງເຂົາກະຕຸ້ນເຂົາໃຫ້ມາທຳງານ 3 ຄົນເຫລົ່ານີ້ໄດ້ຣັບສິ່ງຂອງຖວາຍນັ້ນຈາກໂມເຊທີ່ຄົນອິສຣາເອນນຳມາຖວາຍເພື່ອນຳໄປທຳສະຖານນະມັສການປະຊາຊົນຍັງນຳຂອງທີ່ສມັກໃຈຈະຖວາຍມາຖວາຍອີກທຸກໆເວລາເຊົ້າ 4 ຝ່າຍຄົນທັງປວງທີ່ມີຄວາມສາມາດຊຶ່ງທຳງານຕ່າງໆທີ່ສະຖານນະມັສການນັ້ນມາເຖິງ ແລ້ວຕ່າງກໍຢຸດທຳງານໃນຫນ້າທີ່ຂອງຕົນ 5 ພາກັນມາບອກໂມເຊວ່າ, “ປະຊາຊົນມນຳຂອງມາຖວາຍມາກເກີນຄວາມຕ້ອງການ ທີ່ຈະໃຊ້ໃນງານນັ້ນ ຊຶ່ງພຣະຜູ້ເປັນເຈົ້າຊົງສັ່ງໃຫ້ກະທຳ” 6 ໂມເຊຈີ່ງສັ່ງໃຫ້ປະກາດໄປທົ່ວຄ້າຍວ່າ, “ຢ່າໃຫ້ຊາຍຍິງນຳຂອງສຳລັບທຳສະຖານນະມັສການມາຖວາຍອີກເລີຍ“ເຫດສະນັ້ນປະຊາຊົນຈຶ່ງຢັບຢັ້ງບໍ່ນຳຂອງມາຖວາຍອີກ 7 ເພາະຂອງທີ່ເຂົາມີຢູ່ແລ້ວກໍພໍ ແລະຍັງມີເຫລືອອີກ 8 ບັນດາຊ່າງຜູ້ມີຄວາມສາມາດ ໄດ້ທຳຫໍເຕັນດ້ວຍຜ້າກັ້ງສິບຜືນ ດ້ວຍຜ້າປ່ານເນື້ອດີ ດ້ວຍດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ມີຮູບເຊຣູບິມຝີມືຊ່າງອອກແບບໄວ້ 9 ຜ້າກັ້ງຜືນນຶ່ງຍາວຊາວແປດສອກ ກວ້າງສີ່ສອກ ຜ້າກັ້ງທຸກຜືນເທົ່າກັນ 10 ຜ້າກັ້ງຫ້າຜືນເຂົາທຳໃຫ້ກ້ຽວຕິດກັນ ແລະອີກຫ້າຜືນນັ້ນກ້ຽວຕິດກັນດ້ວຍ 11 ເຂົາທຳຫູດ້ວຍດ້າຍສີຟ້າ ຕິດໄວ້ຕາມຂອບຜ້າກັ້ງດ້ານນອກສຸດ ຊຸດທີ່ນຶ່ງ ແລະຕາມຂອບຜ້າກັ້ງດ້ານນອກສຸດ ຊຸດທີ່ສອງກໍທຳຫູໄວ້ເຫມືອນກັນ 12 ຜ້າກັ້ງຜືນນຶ່ງເຂົາທຳຫູຫ້າສິບຫູ ແລະຕາມຂອບຜ້າກັ້ງຊຸດທີ່ສອງ ເຂົາກໍທຳຫູຫ້າສິບຫູໃຫ້ຊື່ກັນ 13 ແລະເຂົາທຳຂໍເກາະທອງຄໍາຫ້າສິບຂໍ ສຳລັບໃຊ້ກ້ຽວຜ້າກັ້ງເພື່ອໃຫ້ຫໍເຕັນເປັນຜືນອັນດຽວກັນ 14 ເຂົາທຳຜ້າກັ້ງດ້ວຍຂົນແບ້ ສຳລັບເປັນປົກຄຸມຫໍເຕັນສິບເອັດຜືນ 15 ຜ້າຜືນນຶ່ງຍາວສາມສິບສອກ ກວ້າງສີ່ສອກ ທັງສິບເອັດຜືນເທົ່າກັນ 16 ເຂົາກ້ຽວຜ້າກັ້ງຫ້າຜືນໃຫ້ຕິດກັນຕ່າງຫາກ ແລະຜ້າກັ້ງອີກຫົກຜືນກໍກ້ຽວກັນອີກຕ່າງຫາກ 17 ແລະເຂົາທຳຫູຫ້າສິບຫູຕິດກັບຜ້າກັ້ງດ້ານນອກສຸດຊຸດທີ່ນຶ່ງ ແລະເຂົາທຳຫູຫ້າສິບຫູຕິດກັບຂອບຜ້າກັ້ງດ້ານນອກສຸດຊຸດທີ່ສອງ 18 ເຂົາທຳຂໍເກາະທອງສໍາຣິດຫ້າສິບຂໍສຳລັບເກາະຜ້າກັ້ງທັງສອງຊຸດໃຫເຂົ້າກັນເປັນຜືນດຽວ 19 ເຂົາທຳຜ້າປົກຄຸມເຕັນດ້ວຍຫນັງແກະໂຕເຖິກຍ້ອມສີແດງຊັ້ນນຶ່ງ ແລະຄຸມທັບດ້ວຍຫນັງສັດລະອຽດດີອີກຊັ້ນນຶ່ງ 20 ເຂົາທຳໄມ້ຮ່າງຂອບສຳລັບເຕັນດ້ວຍໄມ້ກະຖິນເທດຍົກຕັ້ງຂຶ້ນຊື່ໆ 21 ໄມ້ຮ່າງຂອບນັ້ນຍາວແຜ່ນລະສິບສອກ ກວ້າງສອກຄືບ 22 ມີເດືອຍຂອບລະສອງເດືອຍ ເດືອຍຂອບນຶ່ງມີໄມ້ປະກັບຕິດກັບເດືອຍອີກຂອບນຶ່ງ ເຂົາໄດ້ທຳໄມ້ຮ່າງຂອບຫໍເຕັນທັງຫມົດຢ່າງນີ້ 23 ເຂົາທຳໄມ້ຮ່າງຂອບຫໍເຕັນດັ່ງນີ້ ດ້ານໃຕ້ເຂົາໃຊ້ຊາວແຜ່ນ 24 ເຂົາທໍາຖານດ້ວຍເງິນສີ່ສິບຖານ ສຳລັບໄມ້ຮ່າງຂອບຊາວແຜ່ນ ໃຕ້ໄມ້ຮ່າງຂອບແຜ່ນນຶ່ງ ມີຖານຮອງຮັບແຜ່ນລະສອງຖານ ສຳລັບສວມເດືອຍສອງອັນ 25 ດ້ານທີ່ສອງຂອງຫໍເຕັນຂ້າງທິດເຫນືອນັ້ນເຂົາທຳໄມ້ຮ່າງຂອບຊາວແຜ່ນ 26 ເຂົາທຳຖານເງິນຮອງຮັບສີ່ສິບຖານ ໃຕ້ໄມ້ຮ່າງຂອບມີຖານແຜ່ນລະສອງຖານ 27 ສ່ວນດ້ານຫລັງທິດຕາເວັນຕົກຂອງຫໍເຕັນ ເຂົາທຳໄມ້ຮ່າງຂອບຫົກແຜ່ນ 28 ເຂົາທຳໄມ້ຮ່າງອີກສອງແຜ່ນສຳລັບແຈຫໍເຕັນດ້ານຫລັງ 29 ໄມ້ຮ່າງຂອບນັ້ນຂ້າງລຸ່ມໃຫ້ແຍກກັນ ແຕ່ເບື້ອງເທິງຍອດຕິດຕໍ່ກັນທີ່ຮ່ວງທຳອິດ ເຂົາທຳຢ່າງນີ້ເພື່ອໃຫ້ເກີດແຈສອງແຈ 30 ຄືຮວມເປັນໄມ້ຮ່າງຂອບແປດແຜ່ນດ້ວຍກັນ ແລະຖານເງິນສິບຫົກອັນ ໃຕ້ໄມ້ຮ່າງຂອບມີຖານແຜ່ນລະສອງຖານ 31 ເຂົາທຳຂາງດ້ວຍໄມ້ກະຖິນເທດຫ້າອັນສຳລັບຂັດໄມ້ 32 ຂອບຝາຫໍເຕັນດ້ານນຶ່ງ ແລະຂາງອີກຫ້າອັນສຳລັບຂັດໄມ້ຂອບຝາຫໍເຕັນອີກດ້ານນຶ່ງ ແລະຂາງອີກຫ້າອັນສຳລັບຂັດໄມ້ຂອບຝາຫໍເຕັນດ້ານຫລັງຄືດ້ານຕາເວັນຕົກ 33 ເຂົາທຳຂາງໂຕກາງໃຫ້ຈັ້ງຕອນກາງຂອງໄມ້ຮ່າງຂອບສຳລັບຂັດຝາຕັ້ງແຕ່ແຈນຶ່ງໄປສຸດອີກແຈນຶ່ງ 34 ເຂົາໂອບໄມ້ຮ່າງຂອບເຫລົ່ານັ້ນດ້ວຍທອງຄຳ ແລະທຳຮ່ວງຂອບດ້ວຍທອງຄຳສຳລັບຈັ້ງຂາງ ແລະຂາງນັ້ນເຂົາໂອບດ້ວຍທອງຄຳເຊັ່ນກັນ 35 ເຂົາທຳຜ້າກັ້ງດ້ອຍດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະດ້ວຍຜ້າປ່ານເນື້ອດີມີພາບເຊຣູບິມຝີມືຊ່າງອອກແບບໄວ້ 36 ເຂົາທຳເສົາໄມ້ກະຖິນເທດສີ່ເສົາໂອບດ້ວຍທອງຄຳ ຂໍຕິດເສົານັ້ນກໍເປັນທອງຄຳ ເຂົາຫລໍ່ຖານເງິນສີ່ອັນ ສຳລັບຮອງຮັບເສົານັ້ນ 37 ແລະເຂົາທຳຜ້າກັ້ງທີ່ປະຕູເຕັນນັ້ນດ້ວຍດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີປະກອບດ້ວຍຝີມືຊ່າງປັກ 38 ແລະທຳເສົາຫ້າຕົ້ນ ສຳລັບຜ້າກັ້ງນັ້ນພ້ອມດ້ວຍຂໍເກາະ ແລະໃຊ້ທອງຄຳໂອບທັງເສົາແລະເຊືອກທີ່ຫ້ອຍຜ້າກັ້ງນັ້ນດ້ວຍ ແຕ່ຖານຫ້າຖານສຳລັບຮອບຮັບເສົານັ້ນທຳດ້ວຍທອງສຳຣິດ
ການທຳຫີບ
1 ເບຊາເລນທຳຫີບດ້ວຍໄມ້ກະຖິນເທດ ຍາວສອງສອກຄືບ ກວ້າງສອກຄືບ ແລະສູງສອກຄືບ 2 ຫີບນັ້ນເຂົາໂອບດ້ວຍທອງຄຳບໍຣິສຸດ ທັງຂ້າງໃນແລະຂ້າງນອກ ແລະໄດ້ທຳຂອບຮອບຫີບນັ້ນດ້ວຍທອງຄຳ 3 ເຂົາຫລໍ່ຮ່ວງທອງຄຳສີ່ຮ່ວງຕິດໄວ້ທີ່ມຸມແຈທັງສີ່ ດ້ານນີ້ສອງຮ່ວງ ແລະດ້ານນັ້ນສອງຮ່ວງ 4 ເຂົາທຳຄານຫາມດ້ວຍໄມ້ກະຖິນເທດຫຸ້ມດ້ວຍທອງຄຳ 5 ເຂົາສອດຄານຫາມເຂົ້າທີ່ຮ່ວງຂ້າງຫີບສຳລັບໃຊ້ຍົກຫີບນັ້ນ 6 ແລ້ວເຂົາທໍາພຣະທີ່ນັ່ງກະຣຸນາດ້ວຍທອງຄຳບໍຣິສຸດ ຍາວສອງສອກຄືບ ກວ້າງສອກຄືບ 7 ເຂົາທຳເຊຣູບິມທອງຄຳສອງຮູບ ໂດຍໃຊ້ຄ້ອນທຳ ຕັ້ງໄວ້ທີ່ປາຍພຣະທີ່ນັ່ງກະຣຸນາທັງສອງຂ້າງ 8 ເຂົາທຳເຊຣູບິມໄວ້ທີ່ປາຍພຣະທີ່ນັ່ງກະຣຸນາຂ້າງລະຮູບ ເຂົາທຳເຊຣູບິມນັ້ນຕອນປາຍທັງສອງຂ້າງເປັນເນື້ອດຽວກັນກັບພຣະທີ່ນັ່ງກະຣຸນາ 9 ໃຫ້ເຊຣູບິມກາງປີກອອກເບື້ອງເທິງປົກພຣະທີ່ນັ່ງກະຣຸນາໄວ້ດ້ວຍປີກ ແລະໃຫ້ຫັນຫນ້າເຂົ້າຫາກັນ ຄືໃຫ້ເຊຣູບິມຫັນຫນ້າມາຊື່ພຣະທີ່ນັ່ງກະຣຸນາ
ການທຳໂຕະ
10 ເຂົາເອົາໄມ້ກະຖິນເທດທຳໂຕະຫນ່ວຍນຶ່ງ ຍາວສອງສອກ ກວ້າງນຶ່ງສອກ ແລະສູງສອກຄືບ 11 ເຂົາໂອບໂຕະນັ້ນດ້ວຍທອງຄຳບໍຣິສຸດ ແລະທຳຂອບທອງຄຳອ້ອມໂຕະນັ້ນດ້ວຍ 12 ເຂົາທຳຂອບນອກຂອງໂຕະນັ້ນກວ້າງນຶ່ງຝ່າມືໂດຍອ້ອມຮອບ ແລ້ວທຳຂອບທອງຄຳປະກອບອ້ອມຮອບຂອບນັ້ນ 13 ເຂົາຫລໍ່ຮ່ວງທອງຄຳສີ່ອັນຕິດໄວ້ທີ່ມຸມໂຕະທັງສີ່ທີ່ຂາໂຕະ 14 ຮ່ວງນັ້ນຕິດກັບຂອບ ສຳລັບສອດຄານຫາມ 15 ເຂົາທຳຄານຫາມດ້ວຍໄມ້ກະຖິນເທດໂອບດ້ວຍທອງຄຳສຳລັບຫາມໂຕະນັ້ນ 16 ແລະເຂົາທຳເຄື່ອງໃຊ້ສຳລັບໂຕະນັ້ນມີ ຈານ ຈອກ ໄຫ ແລະຖ້ວຍທີ່ໃຊ້ຣິນເຄື່ອງດື່ມບູຊາ ຊຶ່ງທຳດ້ວຍທອງຄຳບໍຣິສຸດທັງສິ້ນ
ການທຳເຄື່ອງຮອງຕີນໂຄມ
17 ເຂົາທຳເຄື່ອງຮອງຕີນໂຄມອັນນຶ່ງດ້ວຍທອງຄຳບໍຣິສຸດ ຖານແລະລຳຕົວຂອງເຄື່ອງຮອງຕີນໂຄມນັ້ນໃຊ້ຄ້ອນທຳດອກ ຄືຖານດອກແລະກີບທຳເປັນເນື້ອດຽວກັນກັບເຄື່ອງຮອງຕີນໂຄມ 18 ມີກິ່ງຫົກກິ່ງແຍກອອກຈາກລໍາເຄື່ອງຮອງຕີນໂຄມນັ້ນຂ້າງລະສາມກິ່ງ 19 ແຕ່ລະກິ່ງມີດອກເຫມືອນດອກຫມາກບົກສາມດອກ ທຸກໆດອກມີ ຖານ ດອກ ແລະກີບ ເປັນດັ່ງນີ້ທັງຫົກກິ່ງ ຊຶ່ງຕໍ່ອອກຈາກລຳຫລັກຕະກຽງ 20 ສຳລັບເຄື່ອງຮອງຕີນໂຄມນັ້ນມີດອກສີ່ດອກເຫມືອນດອກຫມາກບົກທັງຖານດອກແລະກີບ 21 ໃຕ້ກິ່ງທຸກໆຄູ່ທັງຫົກກິ່ງທີ່ລຳເຄື່ອງຮອງຕີນໂຄມນັ້ນ ໃຫ້ມີກະໂບກເປັນເນື້ອດຽວກັນກັບເຄື່ອງຮອງຕີນໂຄມ 22 ກະໂບກແລະກິ່ງເປັນເນື້ອດຽວກັນກັບເຄື່ອງຮອງຕີນໂຄມທຳທຸກສ່ວນເປັນເນື້ອດຽວກັນດ້ວຍທອງຄຳບໍຣິສຸດ ແລະໃຊ້ຄ້ອນທຳ 23 ເຂົາທຳຕະກຽງເຈັດດວງສຳລັບເຄື່ອງຮອງຕີນໂຄມນັ້ນ ຄີມຕັດໄສ້ຕະກຽງແລະຖາດຮອງ ດວ້ຍທອງຄຳບໍຣິສຸດ 24 ເຄື່ອງຮອງຕີນໂຄມ ແລະເຄື່ອງໃຊ້ທັງຫມົດສຳລັບເຄື່ອງຮອງຕີນໂຄມນັ້ນ ເຂົາທຳດ້ວຍທອງຄຳບໍຣິສຸດຫນັກນຶ່ງຕາລັນ
ແທ່ນບູຊາສຳລັບເຜົາເຄື່ອງຫອມ
25 ເຂົາສ້າງແທ່ນບູຊາ ສຳລັບເຜົາເຄື່ອງຫອມດ້ວຍໄມ້ກະຖິນເທດ ຍາວສອກນຶ່ງ ກວ້າງສອກນຶ່ງ ເປັນຮູບສີ່ຫລ່ຽມ ແລະສູງສອງສອກ ຍອດທີ່ແຈແທ່ນນັ້ນກໍເປັນໄມ້ທ່ອນດຽວກັນກັບແທ່ນ 26 ເຂົາຫຸ້ມແທ່ນນັ້ນດ້ວຍທອງຄຳບໍຣິສຸດ ທັງດ້ານເທິງແລະດ້ານຂ້າງທັງສີ່ດ້ານ ແລະຍອດດ້ວຍ ແລະເຂົາທຳຂອບທອງຄຳອ້ອມຮອບແທ່ນນັ້ນ 27 ເຂົາທຳຮ່ວງທອງຄຳສອງຮ່ວງຕິດໄວ້ໃຕ້ຂອບທັງສອງດ້ານ ກົງກັນຂ້າມກັນ ເປັນທີ່ສຳລັບສອດໃສ່ໄມ້ຄານຫາມ 28 ເຂົາທຳໄມ້ຄານຫາມນັ້ນດ້ວຍໄມ້ກະຖິນເທດໂອບດ້ວຍທອງຄຳ
ການປຸງນ້ຳມັນເຈີມແລະເຄື່ອງຫອມ
29 ເຂົາປຸງນ້ຳມັນເຈີມອັນສັກສິດ ແລະປຸງເຄື່ອງຫອມດ້ວຍເຄື່ອງເທດຕາມສິລປະຂອງຊ່າງປຸງ
ການທຳແທ່ນເຄື່ອງເຜົາບູຊາ
1 ເຂົາທຳແທ່ນເຄື່ອງເຜົາບູຊາດ້ວຍໄມ້ກະຖິນເທດຍາວຫ້າສອກ ກວ້າງຫ້າສອກ ເປັນແທ່ນສີ່ຫລ່ຽມ ສູງສາມສອກ 2 ເຂົາທຳຍອດຕິດໄວ້ທັງສີ່ແຈຂອງແທ່ນນັ້ນ ຍອດນັ້ນເປັນໄມ້ເນື້ອດຽວກັນກັບແທ່ນບູຊາ ເຂົາໂອບແທ່ນດ້ວຍທອງສຳຣິດ 3 ເຂົາທຳເຄື່ອງເທິງແທ່ນນັ້ນທຸກຢ່າງຄື ຫມໍ້ ຊ້ວນ ຖ້ວຍ ຂໍເກາະ ແລະຖາດຮອງໄຟ ເຄື່ອງໃຊ້ສໍາລັບແທ່ນທັງຫມົດນັ້ນ ເຂົາທຳດ້ວຍທອງສໍາຣິດ 4 ແລະເຂົາເອົາທອງສຳຣິດທຳເປັນຕາຂ່າຍປະດັບແທ່ນນັ້ນໃຫ້ຢູ່ໃຕ້ຂອບຂອງແທ່ນ ແລະຫ້ອຍຢູ່ຕັ້ງແຕ່ກາງແທ່ນລົງມາ 5 ເຂົາຫລໍ່ຮ່ວງສິ່ງຮ່ວງຕິດທີ່ແຈທັງສີ່ຂອງຕາຂ່າຍສຳລັບສອດໄມ້ຄານຫາມ 6 ເຂົາທຳໄມ້ຄານຫາມດ້ວຍໄມ້ກະຖິນເທດ ແລະໂອບດ້ວຍທອງສຳຣິດ 7 ເຂົາສອດໄມ້ຄານນັ້ນໄວ້ໃນຮ່ວງທີ່ຂ້າງແທ່ນສຳລັບຫາມ ເຂົາທຳແທ່ນນັ້ນດ້ວຍໄມ້ກະດານ ໂດຍຂວັດລົງເປັນຫມົ້ງທາງກາງ
ການທຳຂັນ
8 ເຂົາທຳຂັນທອງສຳຣິດ ແລະພານຮອງຂັນທອງສຳຣິດ ຈາກແວ່ນແຍງຂອງບັນດາຜູ້ຍິງທີ່ບົວລະບັດໃນທາງປະຕູເຂົ້າເຕັນນັດພົບ
ລານຫໍເຕັນສັກສິດ
9 ແລະເຂົາທຳລານໄວ້ດ້ວຍ ໃຫ້ຮົ້ວດ້ານໃຕ້ມີຜ້າບັງ ທຳດ້ວຍຜ້າປ່ານເນື້ອດີຍາວຮ້ອຍສອກ 10 ມີເສົາຊາວຕົ້ນກັບຖານທອງສຳຣິດຮອງຮັບເສົາຊາວຖານ ຂໍຕິດເສົາແລະຮາວຍຶດເສົານັ້ນທຳດ້ວຍເງິນ 11 ດ້ານເຫນືອຍາວຮ້ອຍສອກ ກັບເສົາຊາວຕົ້ນ ແລະຖານທອງສໍາຣິດຊາວຖານ ຂໍແລະຮາວຍຶດເສົານັ້ນທຳດ້ວຍເງິນ 12 ສ່ວນດ້ານຕາເວັນຕົກມີຜ້າບັງຍາວຫ້າສິບສອກ ກັບເສົາສິບຕົ້ນ ແລະຖານຮອງຮັບເສົາສິບຖານ ຂໍແລະຣາວຍຶດເສົາທຳດ້ວຍເງິນ 13 ດ້ານຕາເວັນອອກໃຊ້ຜ້າຍາວຫ້າສິບສອກ 14 ຜ້າບັງດ້ານຮີມປະຕູຂ້າງນຶ່ງຍາວຫ້າສິບສອກ ມີເສົາສາມຕົ້ນ ແລະຖານຮອງຮັບເສົາສາມຖານ 15 ແລະອີກຂ້າງນຶ່ງກໍເຫມືອນກັນ ຮີມປະຕູຂ້າງນີ້ແລະຂ້າງນັ້ນ ມີຜ້າບັງຍາວສິບຫ້າສອກ ມີເສົາສາມຕົ້ນແລະຖານຮອງຮັບເສົາສາມຖານ 16 ຜ້າບັງລານອ້ອມຮອບນັ້ນທຳດ້ວຍຜ້າປ່ານເນື້ອດີ 17 ຖານຮອງຮັບເສົານັ້ນທຳດ້ວຍທອງສຳຣິດ ຂໍຕິດເສົາແລະຮາວຍຶດເສົາເປັນເງິນ ແລະກຸບປົກຂອງເສົານັ້ນໂອບດ້ວຍເງິນ ແລະເສົາທຸກຕົ້ນຂອງລານມີຮາວຍຶດເສົາທຳດ້ວຍເງິນ 18 ຜ້າກັ້ງບັງທີ່ປະຕູລານນັ້ນປັກດ້ວຍຝີມືຂອງຊ່າງປັກ ເປັນສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີ ຍາວຊາວສອກ ສູງຫ້າສອກ ສເມີກັບຜ້າບັງລານ 19 ມີເສົາສີ່ຕົ້ນກັບຖານຮອງຮັບເສົາສີ່ຖານ ເປັນທອງສຳຣິດ ຂໍຕິດເສົາທໍາດ້ວຍເງິນ ແລະສ່ວນທີ່ໂອບກຸບປົກ ກັບຣາວຍຶດເສົາເປັນເງິນ 20 ຫລັກຫມຸດທຸກຫລັກຂອງຫໍເຕັນສັກສິດ ແລະຂອງລານຮອບຫໍເຕັນນັ້ນ ທຳດ້ວຍທອງສຳຣິດ 21 ນີ້ແຫລະເປັນບັນຊີສິ່ງຂອງທີ່ໃຊ້ໃນຫໍເຕັນສັກສິດ ຄືຫໍເຕັນພຣະໂອວາດ ຊຶ່ງເຂົາທັງຫລາຍນັບຕາມຄຳສັ່ງຂອງໂມເຊມີຄົນເລວີຈັດທຳຕາມບັນຊາຂອງອິທາມາບຸດອາໂຣນປະໂຣຫິດ 22 ສ່ວນເບຊາເລນບຸດອູຣີຜູ້ເປັນບຸດຂອງເຮີແຫ່ງເຜົ່າຢູດາ ທຳສິ່ງສາຣະພັດທີ່ພຣະເຈົ້າໄດ້ຊົງບັນຊາໂມເຊແລ້ວ 23 ຜູ້ຮ່ວມງານກັບເຂົາຄື ໂອໂຮລີອາບ ບຸດອາຮີຊາມາກ ແຫ່ງເຜົ່າດານ ເປັນຊ່າງຝີມືຊ່າງອອກແບບ ແລະຊ່າງດ້າຍສີ ໃຊ້ດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີ 24 ຄຳທັງຫມົດຊື່ງເຂົາໃຊ້ໃນການສ້າງຫໍເຕັນສັກສິດນັ້ນ ຄືຄຳທີ່ເຂົານຳມາຖວາຍ ມີນ້ຳຫນັກຊາວເກົ້າຕາລັນ ເຈັດຮ້ອຍສາມສິບເຊເກລ ຕາມເຊເກລແຫ່ງສະຖານນະມັສການ 25 ເງິນຕາມຈຳນວນຊຸມນຸມຊົນໄດ້ນັບໄວ້ ຮວມເປັນນຶ່ງຮ້ອຍຕາລັນກັບນຶ່ງພັນເຈັດຮ້ອຍເຈັດສິບຫ້າເຊເກລ ຕາມເຊເກລແກ່ງສະຖານນະມັສການ 26 ຄົນລະເບກາ (ຄືເຄິ່ງເຊເກລ ຕາມເຊເກລຂອງສະຖານນະມັສການ) ອັນເກັບມາຈາກທຸກຄົນທີ່ໄປຈົດທະບຽນສຳມະໂນຄົວ ຄືນັບຕັ້ງແຕ່ອາຍຸຊາວປີຂື້ນໄປຮວມຫົກແສນສາມພັນຫ້າຮ້ອຍຫ້າສິບຄົນ 27 ເງິນນຶ່ງຮ້ອຍຕາລັນນັ້ນ ເຂົາໃຊ້ຫລໍ່ທຳຖານຮອງຮັບ ຂອງສະຖານນະມັສການ ແລະຖານຂອງຜ້າກັ້ງ ຖານຮ້ອຍຖານເປັນເງິນນຶ່ງຮ້ອຍຕາລັນ ຄືຖານລະນຶ່ງຕາລັນ 28 ແຕ່ເງິນນຶ່ງພັນເຈັດຮ້ອຍເຈັດສິບຫ້າເຊເກລນັ້ນ ເຂົາໃຊ້ທຳຂໍສຳລັບເສົາແລະໂອບກຸບປົກຂອງເສົານັ້ນ ແລະທຳຮາວຍຶດເສົາດ້ວຍ 29 ທອງສຳຣິດທີ່ເຂົານຳມາຖວາຍຫນັກເຈັດສິບຕາລັນ ກັບສອງພັນສີ່ຣ້ອຍເຊເກລ 30 ທອງສຳຣິດນັ້ນເຂົາໃຊ້ທຳຖານປະຕູເຕັນນັດພົບ ແລະທຳແທ່ນທອງສຳຣິດ ແລະຕາຂ່າຍປະດັບແທ່ນແລະທຳເຄື່ອງໃຊ້ທັງຫມົດຂອງແທ່ນນັ້ນ 31 ທຳຖານລ້ອມອ້ອມຮອບລານແລະຖານທີ່ປະຕູລານຫລັກຫມຸດທັງຫມົດຂອງຫໍເຕັນສັກສິດ ແລະຫລັກຫມຸດອ້ອມຮອບລານນັ້ນ
ການຫຍິບເສື້ອຂອງປະໂຣຫິດ
1 ດ້າຍສີຟ້າ ສີມ່ວງ ສີແດງເຂັ້ມນັ້ນ ເຂົາໃຊ້ທຳເສື້ອຜ້າສຳລັບໃສ່ເວລາບົວລະບັດໃນບ່ອນສັກສິດ ແລະໄດ້ທຳເຄື່ອງຍົດບໍຣິສຸດສຳລັບອາໂຣນ ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 2 ເຂົາທຳເອໂຟດດ້ວຍທອງຄໍາ ດ້ວຍດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະເສັ້ນປ່ານຢ່າງດີ 3 ເຂົາຕີທອງຄຳແຜ່ອອກເປັນແຜ່ນບາງໆ ແລ້ວຕັດເປັນເສັ້ນນ້ອຍໆ ເພື່ອຈະຕ່ຳເຂົ້າກັບດ້າຍສີຟ້າ ເຂົ້າກັບດ້າຍສີມ່ວງ ເຂົ້າກັບດ້າຍສີແດງເຂັ້ມ ແລະເຂົ້າກັບເສັ້ນປ່ານຢ່າງດີດ້ວຍຝີມືຊ່າງຊຳນານ 4 ເຂົາທຳຜ້າສອງແຜ່ນນ້ອຍໆຊຶ່ງສົ້ນທັງສອງສາມາດຕິດໄວ້ທີ່ບ່າເພື່ອໂຍງເອໂຟດ ໄຫ້ຕິດກັບຮິມຕອນບົນທັງສອງອັນ 5 ສ່ວນສາຍຮັດ ຕ່ຳຢ່າງປານີຕສຳລັບຄາດທັບເອໂຟດນັ້ນ ເຂົາທໍາດ້ວຍວັດຖຸຢ່າງດຽວກັນ ແລະຝີມືຢ່າງດຽວກັບເອໂຟດ ຄືທຳດ້ວຍທອງຄຳ ດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 6 ເຂົາເອົາແກ້ວໂກເມນຝັງໄວ້ໃນກະໂບກທອງຄໍາຊຶ່ງມີລວດລາຍລະອຽດ ແລະແກະຢ່າງແກະຕາ ເປັນຊື່ບຸດຊາຍອິສຣາເອນ 7 ແລ້ວເຂົາຕິດໄວ້ກັບເອໂຟດເທິງແຖບບ່ານັ້ນເພື່ອໃຫ້ລະນຶກເຖິງບັນດາບຸດແຫ່ງອິສຣາເອນ ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 8 ເຂົາທຳແຜ່ນຮອງເອິກດ້ວຍຝີມືຊ່າງອອກແບບໃຫ້ຝີມືເຫມືອນກັນທຳເອໂຟດ ຄືທຳດ້ວຍຄຳ ດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີ 9 ເຂົາທຳແຜ່ນຮອງເອິກເປັນຮູບສີ່ຫລ່ຽມ ພັບທົບກາງຍາວຄືບນຶ່ງ ກວ້າງຄືບນຶ່ງ ເປັນສອງທົບດ້ວຍກັນ 10 ເຂົາຝັງແກ້ວສີ່ແຖວເທິງແຜ່ນຮອງເອິກນັ້ນ ແຖວທີ່ນຶ່ງຝັງທັບທິມ ພອຍເຫລືອງ ແລະມໍຣະກົດ 11 ແຖວທີ່ສອງຝັງພອຍ ໄພທູນ ແລະເພັດ 12 ແຖວທີ່ສາມຝັງນິນ ໂມຣາ ແລະເພທາຍສີມ່ວງ 13 ແຖວທີ່ສີ່ຝັງເພທາຍ ໂກເມນ ແລະມະນີໂຊຕ ແກ້ວທັງຫມົດນີ້ເຂົາໄດ້ຝັງໃນກະໂບກລວດລາຍລະອຽດທຳດ້ວຍທອງຄຳ 14 ແກ້ວເຫລົ່ານີ້ມີຊື່ເຫລົ່າບຸດຂອງອິສຣາເອນສິບສອງຊື່ ຈາຣຶກໄວ້ເຫມືອນແກະຕາ ມີຊື່ເຜົ່າທຸກເຜົ່າຕາມລຳດັບສິບສອງເຜົ່າ 15 ເຂົາທຳສ້ອຍຖັກກ້ຽວດ້ວຍທອງຄຳບໍຣິສຸດສຳລັບແຜ່ນຮອງເອິກ 16 ແລະເຂົາທັງຫລາຍທຳລວດລາຍລະອຽດດ້ວຍທອງຄຳສອງອັນ ແລະຮ່ວງທອງຄຳສອງຮ່ວງ ຕິດໄວ້ທີ່ສົ້ນທັງສອງຂອງແຜ່ນຮອງເອິກ 17 ເຂົາທັງຫລາຍສອດສ້ອຍທີ່ທຳດ້ວຍທອງຄຳນັ້ນ ໃນຮ່ວງທີ່ສົ້ນແຜ່ນຮອງເອິກ 18 ແລະປາຍສ້ອຍອິກສອງຂ້າງນັ້ນ ເຂົາທັງຫລາຍທຳຕິດກັບກະໂບກລວດລາຍລະອຽດທັງສອງໃຫ້ຕິດໄວ້ຂ້າງຫນ້າເສື້ອເອໂຟດທັງສອງຂ້າງເທິງບ່າ 19 ເຂົາທັງຫລາຍທຳຮ່ວງທອງຄຳສອງອັນຕິດໄວ້ທີ່ຂອບດ້ານລຸ່ມທັງສອງຂອງແຜ່ນຮອງເອິກຂ້າງໃນຕິດເອໂຟດ 20 ແລະເຂົາທັງຫລາຍທຳຮ່ວງສອງອັນດ້ວຍທອງຄຳ ເພື່ອຜູກຕິດກັບທາງລຸ່ມຂອງສາຍດຶງທັງສອງຂ້າງທີ່ເບື້ອງຫນ້າບ່າໄຫລ່ຂອງເສື້ອເອໂຟດ ຄືໃກ້ກັບສາຍດຶງແລະເທິງສາຍແອວປ່ານ 21 ແລະເຂົາທັງຫລາຍຜູກແຜ່ນຮອງເອິກນັ້ນຕິດກັບເອໂຟດດ້ວຍ ໃຊ້ດ້າຍຖັກສີຟ້າຮ້ອຍຜູກທີ່ຮ່ວງ ໃຫ້ຮັດຕິດກັບເອິກທີ່ເທິງສາຍແອວ ເພື່ອບໍ່ໃຫ້ແຜ່ນຮອງເອິກຫລຸດໄປຈາກເອໂຟດ ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 22 ເຂົາທຳເສື້ອຄຸມເຂົ້າຊຸດກັບເອໂຟດໄດ້ທຳດ້ວຍຜ້າຂົນແກະສີຟ້າທັງຫມົດ 23 ແລະຊ່ວງກາງຂອງເສື້ອນັ້ນ ເຂົາທຳເປັນເສື້ອຄໍສຸບ ແລະແນບດ້ວຍຜ້າຫນາເພື່ອບໍ່ໃຫ້ຂາດງ່າຍ 24 ທີ່ຕີນເສື້ອຄຸມ ເຂົາທັງຫລາຍປັກເປັນຮູບຫມາກພິລາ ໃຊ້ດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ແລະຜ້າປ່ານເນື້ອດີ 25 ເຂົາທັງຫລາຍທຳຫມາກກະດິ່ງດ້ວຍທອງຄຳບໍຣິສຸດ ແລ້ວຕິດຫມາກກະດິ່ງລະຫວ່າງຫມາກພິລາຮອບຕີນເສິ້ອຄຸມນັ້ນ 26 ຄືຫມາກກະດີ່ງອັນນຶ່ງ ຫມາກພິລາຫມາກນຶ່ງແລະຫມາກກະດິ່ງອັນນຶ່ງ ຫມາກພິລາອີກຫມາກນຶ່ງສລັບກັນດັ່ງນີ້ ຮອບຕີນເສື້ອຄຸມນັນ ສຳລັບສວມເວລາບົວລະບັດພຣະເຈົ້າ ຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາແກ່ໂມເຊ 27 ເຂົາທັງຫລາຍທຳເສື້ອດ້ວຍຜ້າປ່ານເນື້ອດີສຳລັບອາໂຣນ ແລະສຳລັບບຸດຊາຍຂອງທ່ານ 28 ແລະທຳຫມວກສຸບ ຜ້າປົກຫົວແລະທຳສົ້ງດ້ວຍຜ້າປ່ານເນື້ອດີ 29 ແລະສາຍແອວດ້ວຍຜ້າປ່ານເນື້ອລະອຽດດີ ແລະປັກດ້ວຍດ້າຍສີຟ້າ ສີມ່ວງ ສີແດງເຂັ້ມ ດ້ວຍຝີມືຊ່າງປັກ ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 30 ເຂົາທັງຫລາຍທຳແຜ່ນມົງກຸດສັກສິດດ້ວຍທອງຄຳບໍຣິສຸດ ຈາຣຶກຄຳວ່າ “ບໍຣິສຸດແດ່ພຣະຜູ້ເປັນເຈົ້າ” ໄວ້ເຫມືອນຢ່າງແກະຕຣາ 31 ແລ້ວເຂົາເອົາດ້າຍຖັກສີຟ້າ ຜູກແຜ່ນທອງຄຳນັ້ນໄວ້ເທິງຫມວກ ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ
ວຽກງານສໍາເຣັດ
32 ດັ່ງນີ້ແຫລະເຂົາທຳງານສຳລັບຫໍເຕັນສັກສິດແຫ່ງເຕັນນັດພົບ ໃຫ້ສຳເຣັດທຸກປະການ ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊໄວ້ຢ່າງໃດ ຄົນອິສຣາເອນກໍກະທຳຢ່າງນັ້ນທຸກປະການ 33 ເຂົາຈຶ່ງໄດ້ນຳຫໍເຕັນແລະເຄື່ອງໃຊ້ທັງປວງຄື ຂໍເກາະ ຮ່າງຂອບໄມ້ ໄມ້ຂາງ ເສົາ ແລະຖານຮອງຮັບເສົາ 34 ຜ້າປົກຄຸມຫໍເຕັນຂ້າງເທິງທຳດ້ວຍຫນັງແກະຕົວຜູ້ຍ້ອມສີແດງ ແລະຫນັງສັດ ແລະຜ້າກັ້ງບັງ 35 ຫິບຄຳສັນຍາກັບໄມ້ຄານຫາມຂອງຫິບນັ້ນ ແລະພຣະທີ່ນັ່ງກະຣຸນາ 36 ໂຕະກັບເຄື່ອງໃຊ້ທັງຫມົດເທິງໂຕະນັ້ນ ແລະເຂົ້າຈີ່ຫນ້າພຣະພັກ 37 ເຄື່ອງຮອງຕີນໂຄມບໍຣີສຸດກັບຕະກຽງ ຄືຕະກຽງທີ່ເຂົ້າທີ່ ແລະເຄື່ອງໃຊ້ທັງຫມົດຂອງເຄື່ອງຮອງຕີນໂຄມນັ້ນ ແລະນ້ຳມັນສຳລັບຕາມຕະກຽງ 38 ແທ່ນທອງຄຳ ນ້ຳມັນເຈີມ ເຄື່ອງຫອມ ເຄື່ອງຫອມສຳລັບເຜົາບູຊາ ແລະຜ້າກັ້ງສຳລັບປະຕູເຕັນ 39 ແທ່ນບູຊາທອງສຳຣິດ ກັບຕາຂ່າຍທອງສຳຣິດສຳລັບແທ່ນນັ້ນ ໄມ້ຄານຫາມແລະເຄື່ອງໃຊ້ທັງຫມົດຂອງແທ່ນ ຂັນກັບພານຮອງຂັນ 40 ຜ້າກັ້ງສຳລັບອ້ອມຮອບຫໍເຕັນກັບຖານຮອງຮັບ ຜ້າກັ້ງສຳລັບປະຕູທາງເຂົ້າ ແລະເຊືອກເນັ່ງ ຫລັກສຽບຂອງຫໍເຕັນ ແລະເຄື່ອງໃຊ້ທັງຫມົດຂອງພິທີການທີ່ເຫໍຕັນ ສຳລັບເຕັນນັດພົບ 41 ເສື້ອຜ້າທຳຢ່າງປານີຕ ສຳລັບສວມໃນເວລາບົວລະບັດໃນບ່ອນສັກສິດ ເຄື່ອງຍົດບໍຣິສຸດສຳລັບອາໂຣນ ເຄື່ອງຍົດສຳລັບບຸດອາໂຣນ ສຳລັບໃຊ້ສວມໃນເວລາບົວລະບັດໃນຕຳແຫນ່ງປະໂຣຫິດ 42 ສິ່ງສາຣະພັດທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊແລ້ວ ຊົນຊາດອິສຣາເອນກະທຳໃຫ້ສຳເຣັດທຸກປະການ 43 ໂມເຊຈຶ່ງກວດເບິ່ງງານທັງປວງ ເຫັນວ່າພວກເຂົາໄດ້ທຳຕາມທີ່ພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ທຸກປະການ ໂມເຊຈຶ່ງອວຍພອນແກ່ເຂົາ
ການຕັ້ງຫໍເຕັນສັກສິດ
1 ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, 2 “ໃນວັນທີ່ນຶ່ງຂອງເດືອນທີ່ນຶ່ງ ຈົ່ງຕັ້ງຫໍເຕັນນັດພົບຂື້ນ 3 ຈົ່ງເອົາຫີບຄຳສັນຍາໄວ້ໃນທີ່ນັ້ນ ໃຫ້ກາງຜ້າກັ້ງບັງຫີບນັ້ນໄວ້ 4 ຈົ່ງຍົກໂຕະເຂົ້າມາຕັ້ງໄວ້ ແລະຈັດເຄື່ອງເທິງໂຕະໄວ້ຕາມທີ່ຂອງມັນ ແລ້ວນຳເຄື່ອງຮອງຕີນໂຄມເຂົ້າມາແລະໃສ່ຕະກຽງໄວ້ເທິງຫລັກ 5 ຈົ່ງຕັ້ງແທ່ນທອງຄຳສຳລັບເຜົາເຄື່ອງຫອມໄວ້ຕໍ່ຫນ້າຫີບພຣະໂອວາດ ແລ້ວກາງຜ້າກັ້ງໄວ້ທີ່ປະຕູຫໍເຕັນສັກສິດ 6 ຈົ່ງຕັ້ງແທ່ນເຄື່ອງເຜົາບູຊາໄວ້ຕໍ່ຫນ້າຫໍເຕັນສັກສິດແຫ່ງເຕັນນັດພົບ 7 ຈົ່ງຕັ້ງຂັນໄວ້ລະຫວ່າງຫໍເຕັນສັກສິດກັບແທ່ນບູຊາ ຈົ່ງຕັກນ້ຳໃສ່ໄວ້ໃນຂັນນັ້ນ 8 ໃຫ້ທຳຮົ້ວອ້ອມຮອບຫໍເຕັນສັກສິດ ແລະກາງຜ້າກັ້ງໄວ້ທີ່ປະຕູຮົ້ວ 9 ໃຫ້ເອົານ້ຳມັນຫອມທາຫໍເຕັນສັກສິດກັບທຸກສິ່ງທີ່ຢູ່ໃນນັ້ນ ແລະຈົ່ງທຳໃຫ້ເຄື່ອງໃຊ້ທັງຫມົດບໍຣິສຸດ ແລ້ວຫໍເຕັນນັ້ນຈະບໍຣິສຸດ 10 ໃຫ້ທາແທ່ນສຳລັບເຄື່ອງເຜົາບູຊາດ້ວຍ ແລະເຄື່ອງໃຊ້ທັງຫມົດເທິງແທ່ນ ຈົ່ງຊຳຮະແທ່ນນັ້ນໃຫ້ບໍຣິສຸດ ແທ່ນນັ້ນນັ້ນຈະບໍຣິສຸດທີ່ສຸດ 11 ຈົ່ງທາຂັນກັບພານຮອງຂັນ ແລະຊຳຮະໃຫ້ບໍຣິສຸດ 12 ຈົ່ງນຳອາໂຣນກັບບຸດຂອງທ່ານມາຍັງປະຕູຫໍເຕັນນັດພົບ ແລ້ວໃຊ້ນ້ຳລ້າງຊຳຮະຕົວເຂົາ 13 ຈົ່ງນຳເສື້ອບໍຣິສຸດສວມໃຫ້ອາໂຣນ ພ້ອມທັງຫົດສົງນ້ຳມັນ ແລະທຳໃຫ້ເຂົາບໍຣິສຸດ ເພື່ອເຂົາຈະໄດ້ເປັນປະໂຣຫິດຜູ້ບົວລະບັດເຣົາ 14 ແລ້ວຈົ່ງນຳບຸດຂອງອາໂຣນມາແລະນຸ່ງເສື້ອຍົດໃຫ້ 15 ຈົ່ງທາເຂົາເຫມືອນທາບິດາຂອງເຂົາ ເພື່ອເຂົາຈະໄດ້ເປັນປະໂຣຫິດຜູ້ບົວລະບັດເຮົາ ການທານັ້ນຈະເປັນການທາແຕ່ງຕັ້ງເຂົາໄວ້ເປັນປະໂຣຫິດຕລອດໄປເປັນນິດຕລອດຊົ່ວຊາດເຊື້ອສາຍຂອງເຂົາ” 16 ໂມເຊໄດ້ທຳຕາມພຣະຜູ້ເປັນເຈົ້າຊົງສັ່ງທຸກຢ່າງ 17 ໃນວັນທີ່ນຶ່ງແລະເດືອນທີ່ນຶ່ງຂອງປີທີ່ສອງ ທ່ານຕິດຕັ້ງຫໍເຕັນສັກສິດ 18 ໂມເຊໄດ້ຕິດຕັ້ງຫໍເຕັນສັກສິດຂຶ້ນຄືໄດ້ຕັ້ງຕີນໃສ່ໄມ້ແປ້ນ ສອດຮາວແລະຕັ້ງຫລັກຂຶ້ນ 19 ທ່ານໄດ້ຄຶງຜ້າເຕັນເທິງຫໍເຕັນສັກສິດ ແລະມຸງປົກເຕັນຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 20 ໄດ້ເອົາແຜ່ນຫີນພຣະໂອວາດໄວ້ໃນຫີບນັ້ນ ແລະສອດໄມ້ຄານຫາມໄວ້ໃນຫີບນັ້ນ ແລ້ວຕັ້ງພຣະທີ່ນັ່ງກະຣຸນາໄວ້ເທິງຫີບ 21 ແລ້ວໄດ້ນຳຫີບຄຳສັນຍາໄປໄວ້ໃນຫໍເຕັນສັກສິດ ພ້ອມທັງກາງຜ້າກັ້ງປິດບັງໄວ້ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 22 ທ່ານຕັ້ງໂຕະໄວ້ໃນເຕັນນັດພົບທາງທິດເຫນືອຂອງຫໍເຕັນສັກສິດນອກຜ້າກັ້ງ 23 ແລ້ວຈັດເຂົ້າຈີ່ສຳລັບຖວາຍພຣະຜູ້ເປັນເຈົ້າໄວ້ເທິງໂຕະນັ້ນຕາມພຣະອົງຊົງສັ່ງ 24 ແລະທ່ານໄດ້ຕັ້ງເຄື່ອງຮອງຕີນໂຄມໄວ້ໃນຫໍເຕັນນັດພົບ ຄືຕັ້ງໄວ້ຕໍ່ຫນ້າໂຕະຂ້າງເຕັນເບື້ອງໃຕ້ 25 ແລະເອົາຕະກຽງໄວ້ເທິງຫລັກຊ້ອງພຣະພັກພຣະຜູ້ເປັນເຈົ້າຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 26 ທ່ານໄດ້ຕັ້ງແທ່ນທອງຄຳໄວ້ໃນຫໍເຕັນນັດພົບເບື້ອງຫນ້າຜ້າກັ້ງ 27 ແລະເຜົາເຄື່ອງຫອມເທິງແທ່ນນັ້ນ ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 28 ແລະໄດ້ກາງຜ້າກັ້ງໄວ້ທີ່ປະຕູເຂົ້າເຕັນສັກສິດ 29 ທ່ານຕັ້ງແທ່ນເຜົາເຄື່ອງບູຊາໄວ້ທີ່ປະຕູຫໍເຕັນສັກສິດ ແລະຖວາຍເຄື່ອງເຜົາບູຊາ ແລະເຄື່ອງທັນຍາຫານບູຊາເທິງແທ່ນນັ້ນຕາມພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 30 ທ່ານຕັ້ງຂັນໄວ້ລະຫວ່າງເຕັນນັດພົບກັບແທ່ນບູຊາ ແລ້ວເອົານ້ຳໃສ່ຂັນໄວ້ສຳລັບຊຳຮະລ້າງ 31 ໂມເຊກັບອາໂຣນ ແລະບຸດຊາຍຂອງທ່ານໄດ້ລ້າງມືແລະຕີນທີ່ຂັນນັ້ນ 32 ເມື່ອເຂົາທັງຫລາຍຈະເຂົ້າໄປໃນຫໍເຕັນນັດພົບ ຫລືເຂົ້າໄປໃກ້ແທ່ນນັ້ນເມື່ອໃດ ເຂົາກໍຈະຊຳຮະລ້າງເສັຽກ່ອນຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 33 ທ່ານກັ້ນຮົ້ວອ້ອມຮອບເຕັນສັກສິດແລະແທ່ນນັ້ນ ແລ້ວກາງຜ້າກັ້ງໄວ້ທີ່ປະຕູຮົ້ວ ໂມເຊກໍຈັດງານນັ້ນສຳເຣັດໄປທຸກປະການ
ເມກປົກຄຸມຫໍເຕັນສັກສິດ
34 ເມກໄດ້ປົກຄຸມຫໍເຕັນສັກສິດ ແລະມີພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າຢູ່ໃນທີ່ນັ້ນ 35 ໂມເຊເຂົ້າໄປໃນຫໍເຕັນສັກສິດບໍ່ໄດ້ ເພາະວ່າມີເມກປົກຄຸມຢູ່ ແລະພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ 36 ຊາວອິສຣາເອນຈະອອກຈາກຄ້າຍນີ້ໄປຍັງຄ້າຍອື່ນໄດ້ ກໍຕໍ່ເມື່ອເມກໄດ້ລອຍຂຶ້ນຈາກຫໍເຕັນສັກສິດແລ້ວເທົ່ານັ້ນ 37 ຖ້າເມກນັ້ນບໍ່ລອຍຂຶ້ນໄປ ພວກເຂົາກໍບໍ່ອອກເດີນທາງໄປຍັງຄ້າຍອື່ນ ພວກເຂົາຈະຕ້ອງຖ້າຢູ່ຈົນເຖິງວັນທີ່ເມກນັ້ນລອຍຂຶ້ນ 38 ໃນກາງເວັນເມກຂອງພຣະຜູ້ເປັນເຈົ້າຊົງສະຖິດຢູ່ເທິງຫໍເຕັນສັກສິດ ແລະຕອນກາງຄືນໄດ້ມີໄຟໃນເມກນັ້ນ ຊາວອິສຣາເອນໄດ້ເຫັນເມກເມື່ອເຂົາຍົກຍ້າຍໄປ
ເຄື່ອງເຜົາບູຊາ
1 ພຣະຜູ້ເປັນເຈົ້າຊົງເອີ້ນໂມເຊສັ່ງກັບທ່ານຈາກເຕັນນັດພົບວ່າ, 2 “ຈົ່ງເວົ້າກັບຊາວອິສຣາເອນ ແລະກ່າວແກ່ເຂົາວ່າ ເມື່ອຄົນໃດໃນພວກທ່ານນຳເຄື່ອງບູຊາມາຖວາຍພຣະຜູ້ເປັນເຈົ້າ ໃຫ້ນຳສັດລ້ຽງອັນເປັນເຄື່ອງບູຊາຂອງທ່ານມາຈາກຝູງງົວ ຫລືຝູງແກະ ຫລືແບ້ 3 “ຖ້າເຄື່ອງບູຊານີ້ເປັນເຄື່ອງເຜົາບູຊາມາຈາກຝູງງົວ ກໍໃຫ້ເຂົານໍາສັດໂຕເຖິກທີ່ບໍ່ມີຕຳຫນິ ໃຫ້ເຂົານໍາເຄື່ອງບູຊານັ້ນມາທີ່ປະຕູເຕັນນັດພົບ ເພື່ອໃຫ້ເຂົາເປັນທີ່ຊອບພຣະທັຍຕໍ່ພຣະຜູ້ເປັນເຈົ້າ 4 ໃຫ້ເຂົາເອົາມືວາງເທິງຫົວສັດຊຶ່ງເປັນເຄື່ອງເຜົາບູຊານັ້ນ ແລະເຄື່ອງເຜົາບູຊານັ້ນຈະເປັນທີ່ຊົງຊອບພຣະທັຍ ເພື່ອທຳການລົບມົນທິນຂອງຜູ້ນັ້ນ 5 ແລ້ວໃຫ້ເຂົາຂ້າງົວເຖິກນັ້ນຕໍ່ພຣະພັກພຣະຜູ້ເປັນເຈົ້າ ຝ່າຍບຸດຊາຍຂອງອາໂຣນຜູ້ເປັນປະໂຣຫິດຈະຖວາຍເລືອດ ແລະເອົາເລືອດມາຊິດໃສ່ທີ່ແທ່ນແລະຮອບແທ່ນບູຊາຊຶ່ງຢູ່ຊື່ປະຕູເຕັນນັດພົບ 6 ແລະໃຫ້ເຂົາດືງຫນັງເຄື່ອງເຜົາບູຊານັ້ນອອກເສັຽ ແລ້ວຕັດເປັນຕ່ອນໆ 7 ແລະໃຫ້ບຸດຂອງອາໂຣນຜູ້ເປັນປະໂຣຫິດຈະກໍ່ໄຟທີ່ແທ່ນ ແລະຮຽງຟືນເທິງໄຟ 8 ແລະພວກບຸດຊາຍຂອງອາໂຣນ ຜູ້ເປັນປະໂຣຫິດຈະວາງຕ່ອນຊີ້ນ ຫົວ ແລະໄຂມັນສັດຕາມລຳດັບໄວ້ເທິງຟືນເທິງໄຟທີ່ແທ່ນບູຊາ 9 ແຕ່ໃຫ້ເຂົາເອົານ້ຳລ້າງເຄື່ອງໃນ ແລະຂາສັດ ແລ້ວປະໂຣຫິດຈຶ່ງເຜົາຂອງທັງຫມົດເທິງແທ່ນເປັນເຄື່ອງເຜົາບູຊາ ເປັນເຄື່ອງບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ 10 “ຖ້າຂອງຖວາຍທີ່ຜູ້ໃດຈະໃຊ້ເປັນເຄື່ອງເຜົາບູຊາມາຈາກຝູງແກະ ຫລືຝູງແບ້ ໃຫ້ຜູ້ນັ້ນເລືອກເອົາສັດໂຕເຖິກທີ່ບໍ່ມີຕໍາຫນິ 11 ໃຫ້ເຂົາຂ້າສັດນັ້ນເສັຽທີ່ແທ່ນບູຊາຂ້າງດ້ານເຫນືອຕໍ່ພຣະພັກພຣະຜູ້ເປັນເຈົ້າ ແລະບຸດຊາຍຂອງອາໂຣນຜູ້ເປັນປະໂຣຫິດຈະເອົາເລືອດສັດນັ້ນຊິດໃສ່ທີ່ແທ່ນແລະຮອບແທ່ນບູຊາ 12 ໃຫ້ເຂົາຟັນສັດນັ້ນໃຫ້ເປັນຕ່ອນໆ ທັງຫົວແລະໄຂມັນນຳ ແລະປະໂຣຫິດຈະວາງເຄື່ອງເຫລົ່ານີ້ຕາມລຳດັບໄວ້ເທິງຟືນເທິງໄຟທີ່ແທ່ນບູຊາ 13 ແຕ່ເຄື່ອງໃນກັບຂານັ້ນຜູ້ຖວາຍບູຊາຈະລ້າງເສັຽດ້ວຍນ້ຳ ແລະໃຫ້ປະໂຣຫິດເອົາເຄື່ອງທັງຫມົດເຫລົ່ານີ້ເຜົາບູຊາດ້ວຍກັນເທິງແທ່ນ ເປັນເຄື່ອງເຜົາບູຊາ ຄືເປັນເຄື່ອງບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ 14 “ຖ້າຜູ້ໃດຈະນຳນົກມາຖວາຍເປັນເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ ກໍໃຫ້ຜູ້ນັ້ນນຳຂອງບູຊາທີ່ເປັນນົກເຂົາ ຫລືນົກກາງແກຣຸ່ນໆມາຖວາຍ 15 ຈົ່ງໃຫ້ປະໂຣຫິດນໍານົກນັ້ນມາທີ່ແທ່ນ ໃຫ້ເລືອດໄຫລອອກມາຂ້າງໆແທ່ນ 16 ແລະໃຫ້ດຶງຫນຽງ ແລະຫລົກຂົນນົກອອກເສັຽ ແລ້ວຖິ້ມລົງແທ່ນດ້ານຕາເວັນອອກໃນບ່ອນທີ່ຖິ້ມຂີ້ເທົ່າ 17 ແລະໃຫ້ເຂົາຈີກປີກຢ່າໃຫ້ຂາດອອກຈາກໂຕ ແລະປະໂຣຫິດຈະເຜົານົກນັ້ນເທິງແທ່ນທີ່ກອງຟືນເທິງໄຟ ເປັນເຄື່ອງເຜົາບູຊາ ຄືເປັນເຄື່ອງບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ
ທັນຍາບູຊາ
1 “ເມື່ອຜູ້ໃດນຳທັນຍາບູຊາມາເປັນເຄື່ອງບູຊາຖວາຍແດ່ພຣະຜູ້ເປັນເຈົ້າ ກໍໃຫ້ຜູ້ນັ້ນນຳຍອດແປ້ງມາຖວາຍ ໃຫ້ເຂົາເທນ້ຳມັນລົງທີ່ແປ້ງແລະໃສ່ກຳຍານດ້ວຍ 2 ແລ້ວນຳມາໃຫ້ບຸດອາໂຣນຜູ້ເປັນປະໂຣຫິດ ຜູ້ທຳພິທີຈະເອົາແປ້ງກຳນຶ່ງພ້ອມນ້ຳມັນແລະກຳຍານທັງຫມົດອອກ ແລະປະໂຣຫິດຈະເຜົາເຄື່ອງບູຊາສ່ວນນີ້ເປັນສ່ວນອະນຸສອນເທິງແທ່ນ ຄືບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ 3 ສ່ວນພືດຜົນເປັນເມັດທີ່ເຫລືອຢູ່ນັ້ນຈະເປັນຂອງອາໂຣນແລະບຸດຂອງເຂົາ ເປັນສ່ວນບໍຣິສຸດຢ່າງຍິ່ງຈາກເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 4 “ເມື່ອທ່ານນຳທັນຍາບູຊາເປັນເຂົ້າຈີ່ອົບໃນເຕົາອົບມາຖວາຍເປັນເຄື່ອງບູຊາ ໃຫ້ເປັນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງທຳດ້ວຍຍອດແປ້ງປົນໃສ່ນ້ຳມັນ ຫລືເຂົ້າຈີ່ແຜ່ນທີ່ບໍ່ມີເຊື້ອແປ້ງທານ້ຳມັນ 5 ແລະຖ້າທ່ານນຳທັນຍາບູຊາເປັນເຂົ້າຈີ່ປີ້ງເທິງເຫລັກ ກໍໃຫ້ເປັນເຂົ້າຈີ່ທຳດ້ວຍຍອດແປ້ງທີ່ບໍ່ມີເຊື້ອແປ້ງປົນນ້ຳມັນ 6 ທ່ານຈົ່ງຫັກເຂົ້າຈີ່ນັ້ນເປັນຕ່ອນນ້ອຍໆພ້ອມທັງເທນ້ຳມັນລາດໃສ່ ເມື່ອນຳມາຖວາຍເປັນທັນຍາບູຊາ 7 ຖ້າເຄື່ອງບູຊາຂອງທ່ານເປັນທັນຍາບູຊາຈືນດ້ວຍກະທະໃຫ້ທຳດ້ວຍຍອດແປ້ງປົນນ້ຳມັນ 8 ທ່ານຈະນຳທັນຍາບູຊາຊຶ່ງທຳດ້ວຍສິ່ງເຫລົ່ານີ້ມາຖວາຍແດ່ພຣະຜູ້ເປັນເຈົ້າ ເມື່ອນຳມາໃຫ້ປະໂຣຫິດແລ້ວ ປະໂຣຫິດຈະນຳມາເຖິງແທ່ນບູຊາ 9 ແລະປະໂຣຫິດຈະນຳສ່ວນທີ່ຣະລຶກອອກຈາກທັນຍາບູຊາ ແລະເຜົາເສັຽເທິງແທ່ນເປັນເຄື່ອງບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ 10 ສ່ວນທັນຍາບູຊາທີ່ເຫລືອຢູ່ນັ້ນຕົກເປັນຂອງອາໂຣນແລະຂອງບຸດທ່ານ ເປັນສ່ວນບໍຣິສຸດຢ່າງຍິ່ງຈາກເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 11 “ບັນດາທັນຍາບູຊາຊຶ່ງນຳມາຖວາຍແດ່ພຣະຜູ້ເປັນເຈົ້ານັ້ນຢ່າໃຫ້ມີເຊື້ອແປ້ງ ເຈົ້າຢ່າເຜົາເຊື້ອແປ້ງແລະນ້ຳເຜີ້ງເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 12 ຖ້າເຈົ້າຈະນຳສິ່ງທັງສອງນີ້ເປັນຜົນຣຸ່ນທຳອິດມາຖວາຍແດ່ພຣະຜູ້ເປັນເຈົ້າກໍໄດ້ ແຕ່ຢ່າເຜົາຖວາຍເທິງແທ່ນໃຫ້ເປັນກິ່ນທີ່ພໍພຣະທັຍ 13 ເຈົ້າຈົ່ງປຸງບັນດາທັນຍາບູຊາດ້ວຍໃສ່ເກືອ ເຈົ້າຢ່າໃຫ້ເກືອແຫ່ງຄຳຫມັ້ນສັນຍາກັບພຣະເຈົ້າຂອງເຈົ້າຂາດເສັຽຈາກທັນຍາບູຊາຂອງເຈົ້າ ເຈົ້າຈົ່ງຖວາຍເກືອພ້ອມກັບບັນດາເຄື່ອງບູຊາຂອງເຈົ້າ 14 “ຖ້າເຈົ້າຖວາຍທັນຍາບູຊາເປັນຜົນຣຸ່ນທຳອິດແດ່ພຣະຜູ້ເປັນເຈົ້າ ທັນຍາບູຊາອັນເປັນຜົນຣຸ່ນທຳອິດນັ້ນເຈົ້າຈົ່ງຖວາຍຮວງໃຫມ່ໆຢ້າງໃຫ້ແຫ້ງ ບົດເມັດໃຫ້ລະອຽດ 15 ເຈົ້າຈົ່ງໃສ່ນ້ຳມັນ ແລະວາງເຄື່ອງກຳຍານໄວ້ເທິງນັ້ນເປັນທັນຍາບູຊາ 16 ປະໂຣຫິດຈະເອົາສ່ວນນຶ່ງຂອງເມັດທີ່ບົດ ນ້ຳມັນແລະເຄື່ອງກຳຍານເຜົາຖວາຍເປັນສ່ວນອະນຸສອນເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ
3. ສານຕິບູຊາ 1 “ຖ້າຜູ້ນຶ່ງຜູ້ໃດຖວາຍເຄື່ອງບູຊາເປັນສານຕິບູຊາ ຖ້າເຂົາຖວາຍງົວເຖິກ ຫລືງົວແມ່ຈາກຝູງ ໃຫ້ເຂົາຖວາຍສັດໂຕທີ່ບໍ່ມີຕຳຫນິແດ່ພຣະຜູ້ເປັນເຈົ້າ 2 ໃຫ້ເຂົາເອົາມືວາງເທິງຫົວຂອງສັດຕົວທີ່ຈະຖວາຍ ແລະຈົ່ງຂ້າເສັຽທີ່ປະຕູເຕັນນັດພົບ ບຸດຂອງອາໂຣນຜູ້ເປັນປະໂຣຫິດຈະເອົາເລືອດຊິດໃສ່ທີ່ແທ່ນແລະອ້ອມຮອບແທ່ນບູຊາ 3 ຈາກເຄື່ອງບູຊາທີ່ຖວາຍເປັນສານຕິບູຊາ ເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ ຜູ້ຖວາຍຈະນຳໄຂມັນທີ່ຕິດກັບເຄື່ອງໃນແລະໄຂມັນທີ່ໃນເຄື່ອງໃນທັງຫມົດ 4 ແລະຫມາກໄຂ່ຫລັງທັງສອງຫນ່ວຍກັບໄຂມັນທີ່ຕິດບັ້ນແອວນັ້ນ ແລະໃຫ້ເອົາສ່ວນທີ່ດີທີ່ສຸດຂອງຕັບນັ້ນອອກເສັຽພ້ອມກັບຫມາກໄຂ່ຫລັງ 5 ບຸດອາໂຣນຈະເຜົາເສັຽເທິງແທ່ນບູຊາເທິງເຄື່ອງເຜົາບູຊາຊຶ່ງຢູ່ເທິງຟືນເທິງໄຟ ເປັນເຄື່ອງບູຊາດ້ວຍໄຟ ເປັນກິ່ນຫອມທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ 6 “ຖ້າຜູ້ໃດນຳເຄື່ອງບູຊາທີ່ເປັນສານຕິບູຊາເປັນສັດໂຕເຖິກຫລືໂຕແມ່ທີ່ໄດ້ມາຈາກຝູງແບ້ ແກະ ກໍຢ່າໃຫ້ສັດນັ້ນມີຕຳຫນິ 7 ຖ້າເຂົາຈະຖວາຍລູກແກະເປັນເຄື່ອງບູຊາກໍໃຫ້ເຂົານຳມາຖວາຍແດ່ພຣະຜູ້ເປັນເຈົ້າ 8 ໃຫ້ເຂົາເອົາມືວາງເທິງຫົວຂອງສັດນັ້ນ ແລະໃຫ້ຂ້າເສັຽທີ່ຫນ້າເຕັນນັດພົບ ແລະບຸດອາໂຣນຈະເອົາເລືອດຊິດໃສ່ຂ້າງທັງສີ່ຂອງແທ່ນບູຊາ 9 ຈາກເຄື່ອງບູຊາທີ່ຖວາຍເປັນສານຕິບູຊາ ຄືບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ ໃຫ້ເຂົາຖວາຍໄຂມັນ ຫາງທີ່ເປັນໄຂມັນທັງຫມົດແປະກະດູກສັນຫລັງ ແລະໄຂມັນທີ່ຫຸ້ມເຄື່ອງໃນ ກັບໄຂມັນທີ່ໃນເຄື່ອງໃນ 10 ຫມາກໄຂ່ຫລັງສອງຫນ່ວຍກັບໄຂມັນທີ່ຕິດຢູ່ບັ້ນແອວ ໃຫ້ເອົາສ່ວນທີ່ດີທີ່ສຸດຂອງຕັບອອກເສັຽພ້ອມກັບຫມາກໄຂ່ຫລັງ 11 ແລະປະໂຣຫິດຈະເອົາສິ່ງເຫລົ່ານີ້ເຜົາເທິງແທ່ນເປັນອາຫານເຜົາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 12 “ຖ້າເຄື່ອງບູຊາຂອງເຂົາເປັນແບ້ ກໍໃຫ້ເຂົານຳມາຖວາຍຕໍ່ພຣະພັກພຣະຜູ້ເປັນເຈົ້າ 13 ໃຫ້ເຂົາເອົາມືວາງເທິງຫົວຂອງມັນ ແລະຂ້າມັນເສັຽທີ່ຫນ້າເຕັນນັດພົບ ແລະບຸດອາໂຣນຈະເອົາເລືອດຊິດໃສ່ທັງສີ່ຂ້າງຂອງແທ່ນບູຊາ 14 ແລ້ວໃຫ້ເຂົາເອົາສິ່ງເຫລົ່ານີ້ຈາກແບ້ໂຕນັ້ນເປັນເຄື່ອງບູຊາ ເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ ຄືໄຂມັນທີ່ຫຸ້ມເຄື່ອງໃນ ແລະໄຂມັນທີ່ຢູ່ໃນເຄື່ອງໃນ 15 ຫມາກໄຂ່ຫລັງສອງຫນ່ວຍກັບໄຂມັນທີ່ຕິດຢູ່ບັ້ນແອວ ສ່ວນທີ່ດີທີ່ສຸດຂອງຕັບ ຊຶ່ງເຂົາຈະຕ້ອງເອົາອອກເສັຽພ້ອມກັບຫມາກໄຂ່ຫລັງ 16 ແລະປະໂຣຫິດຈະເຜົາສິ່ງເຫລົ່ານີ້ເທິງແທ່ນເປັນອາຫານເຜົາໄຟ ເປັນກິ່ນທີ່ພໍພຣະທັຍ ໄຂມັນທັງຫມົດເປັນຂອງພຣະຜູ້ເປັນເຈົ້າ 17 ໃຫ້ເປັນກົດເກນຖາວອນປະຈຳຕລອດຊົ່ວຊາດເຊື້ອສາຍຂອງເຈົ້າໃນບ່ອນທີ່ເຈົ້າອາໄສຢູ່ທົ່ວໆໄປວ່າ ເຈົ້າຢ່າຮັບປະທານໄຂມັນຫລືເລືອດ”
ເຄື່ອງບູຊາໄຖ່ບາບ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ຖ້າຜູ້ນຶ່ງຜູ້ໃດກະທຳຜິດສິ່ງໃດຊຶ່ງພຣເຈົ້າໄດ້ຊົງບັນຊາບໍ່ໃຫ້ກະທຳ ໂດຍເຂົາບໍ່ໄດ້ເຈຕນາກະທຳສິ່ງເຫລົ່ານັ້ນປະການນຶ່ງປະການໃດ 3 ຖ້າຜູ້ກະທຳຜິດເປັນປະໂຣຫິດທີ່ໄດ້ຮັບການຫົດສົງໄວ້ ຍ່ອມນຳກັມບາບມາສູ່ປະຊາຊົນ ເຫດດ້ວຍບາບທີ່ເຂົາໄດ້ກະທຳໄປກໍໃຫ້ເຂົາງົວເຖິກຊຶ່ງບໍ່ມີຕຳຫນິມາຖວາຍເປັນເຄື່ອງບູຊາໄຖ່ບາບ 4 ໃຫ້ເຂົານຳງົວນັ້ນມາທີ່ເຕັນນັດພົບຕໍ່ພຣະຜູ້ເປັນເຈົ້າ ແລະໃຫ້ເຂົາເອົາມືວາງເທິງຫົວງົວໂຕນັ້ນ ແລະໃຫ້ຂ້າມັນເສັຽຕໍ່ພຣະພັກພຣະຜູ້ເປັນເຈົ້າ 5 ແລະປະໂຣຫິດຜູ້ໄດ້ຮັບການຫົດສົງແລ້ວຈະນຳເລືອດງົວນັ້ນມາທີ່ເຕັນນັດພົບ 6 ປະໂຣຫິດຈະເອົານິ້ວຈຸ່ມລົງໃນເລືອດ ແລະຊິດໃສ່ທີ່ຫນ້າເຕັນສະຖານນະມັສການເຈັດຄັ້ງຕໍ່ພຣະພັກພຣະເຈົ້າ 7 ແລະປະໂຣຫິດຈະເອົາເລືອດຫນ້ອຍນຶ່ງເຈີມທີ່ຍອດຂອງແທ່ນເຜົາເຄື່ອງຫອມຊຶ່ງຢູ່ທີ່ປະຕູເຕັນນັດພົບ 8 ແລະເຂົາຈະເອົາໄຂມັນອອກເສັຽຈາກງົວໂຕ ທີ່ເປັນເຄື່ອງບູຊາໄຖ່ບາບນີ້ ຄືໄຂມັນທີ່ຫຸ້ມເຄື່ອງໃນ ແລະໄຂມັນທີ່ໃນເຄື່ອງໃນ 9 ແລະຫມາກໄຂ່ຫລັງສອງອັນກັບໄຂມັນທີ່ຕິດຢູ່ ແລະສ່ວນທີ່ດີທີ່ສຸດຂອງຕັບ ຊຶ່ງເຂົາຈະຕ້ອງເອົາອອກເສັຽພ້ອມກັບຫມາກໄຂ່ຫລັງ 10 (ໃຫ້ເອົາອອກເຊັ່ນດຽວກັບເອົາອອກຈາກງົວທີ່ຖວາຍເປັນສານຕິບູຊາ) ແລະປະໂຣຫິດຈະເຜົາສິ່ງເຫລົ່ານີ້ເທິງແທ່ນເຄື່ອງເຜົາບູຊາ 11 ແຕ່ຫນັງຂອງງົວພ້ອມກັບຊີ້ນງົວ ຫົວ ຂາ ເຄື່ອງໃນ ແລະມູນຂອງມັນ 12 ຄືງົວທັງໂຕນີ້ ໃຫ້ເອົາອອກໄປເສັຽຈາກຄ້າຍເຖິງບ່ອນສະອາດ ບ່ອນຖິ້ມຂີ້ເທົ່າ ແລະໃຫ້ສຸມໄຟເຜົາເສັຽ ບ່ອນຖິ້ມຂີ້ເທົ່າຢູ່ທີ່ໃດກໍໃຫ້ເຜົາທີ່ນັ້ນ 13 “ຖ້າຊຸມນຸມຊົນອິສຣາເອນທັງຫມົດກະທຳຜິດໂດຍບໍ່ຮູ້ຕົວ ແລະຄວາມຜິດນັ້ນກໍປາກົດແກ່ທີ່ປະຊຸມ ແລະເຂົາໄດ້ກະທຳສິ່ງນຶ່ງສິ່ງໃດ ຊຶ່ງພຣະຜູ້ເປັນເຈົ້າບັນຊາບໍ່ໃຫ້ກະທຳ ຈຶ່ງເປັນການກະທຳກັມບາບ 14 ເມື່ອຄວາມຜິດທີ່ເຂົາໄດ້ກະທຳນັ້ນເປັນທີ່ປະຈັກຂຶ້ນ ໃຫ້ທີ່ປະຊຸມຖວາຍງົວຫນຸ່ມໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ໃຫ້ນຳງົວນັ້ນມາທີ່ຫນ້າເຕັນນັດພົບ 15 ແລະຜູ້ໃຫຍ່ຂອງຊຸມນຸມຊົນຈະເອົາມືວາງເທິງຫົວຂອງງົວນັ້ນຕໍ່ພຣະພັກພຣະຜູ້ເປັນເຈົ້າ 16 ແລ້ວປະໂຣຫິດຜູ້ຮັບການເຈີມຈະນຳເລືອດຂອງງົວມາທີ່ເຕັນນັດພົບ 17 ແລະປະໂຣຫິດຈະເອົານີ້ວມືຈຸ່ມລົງໃນເລືອດແລະຊິດເລືອດນັ້ນໃສ່ຫນ້າຜ້າກັ້ງເຈັດຄັ້ງຕໍ່ພຣະພັກພຣະເຈົ້າ 18 ແລະປະໂຣຫິດຈະເອົາເລືອດຫນ້ອຍນຶ່ງທາໃສ່ຍອດຂອງແທ່ນບູຊາຊຶ່ງຢູ່ໃນເຕັນນັດພົບຕໍ່ພຣະພັກພຣະເຈົ້າ ສ່ວນເລືອດທີ່ເຫລືອຢູ່ນັ້ນ ເຂົາຈະເທລົງທີ່ຖານແທ່ນເຄື່ອງບູຊາຊຶ່ງຢູ່ທີ່ປະຕູເຕັນນັດພົບ 19 ແລະເຂົາຈະເອົາໄຂມັນອອກຈາກງົວນັ້ນທັງຫມົດ ນຳໄປເຜົາເສັຽເທິງແທ່ນ 20 ເຂົາຈະກະທຳດັ່ງນີ້ແກ່ງົວຕົວນີ້ ເຂົາໄດ້ກະທຳກັບງົວຕົວທີ່ຖວາຍເປັນເຄື່ອງບູຊາໄຖ່ບາບຢ່າງໃດກໍໃຫ້ເຂົາກະທຳແກ່ງົວຕົວນີ້ຢ່າງນັ້ນ ດັ່ງນີ້ປະໂຣຫິດຈະທຳການລົບມົນທິນບາບຂອງຊຸມນຸມຊົນ ແລ້ວເຂົາທັງຫລາຍຈະໄດ້ຮັບການອະພັຍ 21 ແລ້ວປະໂຣຫິດຈະນຳງົວອອກໄປນອກຄ້າຍ ແລະເຜົາເສັຽຢ່າງກັບເຜົາງົວໂຕກ່ອນ ເປັນເຄື່ອງບູຊາໄຖ່ບາບຂອງທີ່ປະຊຸມ 22 “ຖ້າຜູ້ປົກຄອງກະທຳຄວາມຜິດ ກະທຳສິ່ງຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາຊົງບັນຊາບໍ່ໃຫ້ກະທຳໂດຍບໍ່ຮູ້ຕົວ ແລ້ວມີກັມບາບ 23 ຖ້າໄດ້ແຈ້ງໃຫ້ເຂົາຊາບເຖິງຄວາມຜິດທີ່ເຂົາໄດ້ກະທຳນັ້ນແລ້ວ ກໍໃຫ້ເຂົານຳແບ້ເຖິກທີ່ບໍ່ມີຕຳຫນິໂຕນຶ່ງມາເປັນເຄື່ອງບູຊາ 24 ໃຫ້ເຂົາເອົາມືວາງເທິງຫົວແບ້ ແລະໃຫ້ຂ້າແບ້ໃນບ່ອນທີ່ເຂົາຂ້າສັດເປັນເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ ນີ້ເປັນເຄື່ອງບູຊາໄຖ່ບາບ 25 ປະໂຣຫິດຈະເອົານີ້ວມືຈຸ່ມເລືອດ ເຄື່ອງບູຊາໄຖ່ບາບນຳໄປທາທີ່ຍອດແທ່ນເຄື່ອງເຜົາບູຊາ ແລະເທເລືອດທີ່ເຫລືອຢູ່ນັ້ນທີ່ຖານຂອງແທ່ນເຄື່ອງເຜົາບູຊາ 26 ແລະໃຫ້ເຂົາເຜົາໄຂມັນທັງຫມົດເທິງແທ່ນ ເຫມືອນຢ່າງກັບເຜົາໄຂມັນເຄື່ອງສານຕິບູຊາ ດັ່ງນີ້ແຫລະປະໂຣຫິດຈະທຳການລົບມົນທິນບາບຂອງເຂົາ ແລະເຂົາຈະໄດ້ຮັບການອະພັຍ 27 “ຖ້າປະຊາຊົນສາມັນຄົນນຶ່ງຄົນໃດກະທຳຄວາມຜິດໂດຍບໍ່ໄດ້ເຈຕນາ ຄືກະທຳສິ່ງນຶ່ງສິ່ງໃດຊຶ່ງພຣະເຈົ້າຊົງບັນຊາບໍ່ໃຫ້ກະທຳ ແລະກໍມີກັມບາບ 28 ເມື່ອໄດ້ແຈ້ງໃຫ້ເຂົາຊາບເຖິງຄວາມຜິດ ຊຶ່ງເຂົາໄດ້ກະທຳແລ້ວ ຫ້ເຂົານຳແບ້ແມ່ໂຕນຶ່ງຊຶ່ງບໍ່ມີຕຳຫນິມາເປັນເຄື່ອງບູຊາໄຖ່ບາບທີ່ເຂົາໄດ້ກະທຳໄປນັ້ນ 29 ເຂົາຈະເອົາມືວາງເທິງຫົວຂອງເຄື່ອງເຜົາບູຊາໄຖ່ບາບ ແລະຂ້າເຄື່ອງບູຊາໄຖ່ບາບນັ້ນໃນບ່ອນທີ່ເຂົາຖວາຍເຄື່ອງເຜົາບູຊາ 30 ປະໂຣຫິດຈະເອົານີ້ວມືຈຸ່ມເລືອດແບ້ນັ້ນໄປທາທີ່ຍອດຂອງແທ່ນເຄື່ອງເຜົາບູຊາ 31 ເຂົາຈະເອົາໄຂມັນອອກເສັຽໃຫ້ຫມົດຢ່າງທີ່ເອົາອອກເສັຽຈາກເຄື່ອງສານຕິບູຊາ ແລະປະໂຣຫິດຈະເຜົາໄຂມັນນັ້ນເທິງແທ່ນ ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ ແລະປະໂຣຫິດຈະທຳການລົບມົນທິນບາບຂອງເຂົາ ແລະເຂົາຈະໄດ້ຮັບການອະພັຍ 32 “ຖ້າເຂົານຳລູກແກະມາເປັນເຄື່ອງບູຊາໄຖ່ບາບ ກໍໃຫ້ເຂົານຳລູກແກະແມ່ບໍ່ມີຕໍາຫນິມາ 33 ເຂົາຈະເອົາມືວາງເທິງຫົວຂອງເຄື່ອງບູຊາໄຖ່ບາບ ແລະຂ້າເສັຽເປັນເຄື່ອງບູຊາໄຖ່ບາບໃນບ່ອນທີ່ເຂົາຂ້າເຄື່ອງເຜົາບູຊາ 34 ປະໂຣຫິດຈະເອົານີ້ວມືຈຸ່ມເລືອດເຄື່ອງບູຊາໄຖ່ບາບນັ້ນ ນຳໄປທາທີ່ຍອດຂອງແທ່ນເຄື່ອງເຜົາບູຊາ ແລະເທເລືອດທີ່ເຫລືອນັ້ນລົງທີ່ຖານຂອງແທ່ນ 35 ເຂົາຈະເອົາໄຂມັນທັງຫມົດອອກເສັຽຢ່າງທີ່ເອົາໄຂມັນຂອງລູກແກະອອກຈາກເຄື່ອງສານຕິບູຊາ ແລະປະໂຣຫິດຈະເຜົາໄຂມັນເທິງແທ່ນເທິງເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ ແລະປະໂຣຫິດຈະທຳການລົບມົນທິນບາບຂອງເຂົາ ຊຶ່ງເຂົາໄດ້ກະທຳຜິດ ແລະເຂົາຈະໄດ້ຮັບການອະພັຍ
1 “ຖ້າຜູ້ໃດກະທຳຄວາມຜິດໃນຂໍ້ທີ່ໄດ້ຍິນຄຳໃຫ້ສາບານຕົວເປັນພຍານ ແລະແມ້ວ່າເຂົາເປັນພຍານ ໂດຍທີ່ເຂົາເຫັນຫລືຮູ້ເຣື່ອງກໍຕາມ ແຕ່ເຂົາບໍ່ຍອມໃຫ້ການເປັນພຍານ ເຂົາຕ້ອງຮັບຄວາມຜິດ 2 ຫລືຜູ້ນຶ່ງຜູ້ໃດແຕະຕ້ອງສິ່ງທີ່ເປັນມົນທິນ ຈະເປັນຊາກສັດປ່າທີ່ມົນທິນ ຫລືຊາກສັດລ້ຽງທີ່ມົນທິນ ຫລືຊາກສັດນ້ອຍໆທີ່ມີຫລາຍທີ່ເປັນມົນທິນ ໂດຍບໍ່ທັນຮູ້ຕົວ ເຂົາຈຶ່ງເປັນຄົນມີມົນທິນ ເຂົາກໍມີບາບກັມ 3 ຖ້າເຂົາແຕະຕ້ອງມົນທິນຂອງຄົນ ຈະເປັນສິ່ງໃດໆຊຶ່ງເປັນມົນທິນອັນເປັນສິ່ງທີ່ກະທຳໃຫ້ຄົນນັ້ນເປັນມົນທິນ ໂດຍເຂົາບໍ່ຮູ້ຕົວ ເມື່ອເຂົາຮູ້ແລ້ວເຂົາກໍມີບາບກັມ 4 ຖ້າຄົນນຶ່ງຄົນໃດເຜີຕົວກ່າວຄຳສາບານວ່າຈະກະທຳຊົ່ວຫລືດີ ຫລືເຜີຕົວກ່າວຄຳສາບານໃດໆ ແລະເຂົາກະທຳໂດຍບໍ່ທັນຮູ້ຕົວ ເມື່ອເຂົາຮູ້ສຶກຕົວແລ້ວໃນປະການໃດກໍຕາມ ເຂົາກໍມີບາບກັມ 5 ເມື່ອຜູ້ນຶ່ງຜູ້ໃດກະທຳບາບກັມໃດໆທີ່ກ່າວມານີ້ ກໍໃຫ້ເຂົາສາລະພາບຄວາມຜິດທີ່ເຂົາໄດ້ກະທຳ 6 ແລະໃຫ້ເຂົານຳເຄື່ອງບູຊາໄຖ່ບາບກັມມາຖວາຍແດ່ພຣະຜູ້ເປັນເຈົ້າ ເພາະບາບຊຶ່ງເຂົາໄດ້ກະທຳນັ້ນ ເຄື່ອງບູຊານັ້ນຈະເປັນສັດໂຕແມ່ຈາກຝູງ ຄືລູກແກະຫລືແບ້ ກໍເປັນເຄື່ອງບູຊາໄຖ່ບາບໄດ້ ດັ່ງນີ້ປະໂຣຫິດຈະທຳການລົບມົນທິນບາບໃຫ້ເຂົາ ເພາະເຂົາທຳບາບ 7 “ຖ້າເຂົາບໍ່ສາມາດຖວາຍລູກແກະຕົວນຶ່ງ ກໍໃຫ້ເຂົານຳນົກເຂົາສອງຕົວ ຫລືນົກກາງແກສອງຕົວ ນົກຕົວນຶ່ງເປັນເຄື່ອງບູຊາໄຖ່ບາບ ແລະນົກອີກຕົວນຶ່ງເປັນເຄື່ອງເຜົາບູຊາ ໃຫ້ເປັນເຄື່ອງບູຊາໄຖ່ບາບກັມຖວາຍແດ່ພຣະຜູ້ເປັນເຈົ້າ ລ້າງຄວາມຜິດທີ່ເຂົາໄດ້ກະທຳໄປ 8 ໃຫ້ເຂົານຳນົກທັງສອງນີ້ມາໃຫ້ປະໂຣຫິດ ປະໂຣຫິດກໍຖວາຍຈົກຕົວນຶ່ງເປັນເຄື່ອງບູຊາໄຖ່ບາບ ໃຫ້ເຂົາບິດຫົວນົກຫລຸດຈາກຄໍແຕ່ຢ່າໃຫ້ຂາດ 9 ແລະໃຫ້ເອົາເລືອດເຄື່ອງບູຊາໄຖ່ບາບຊິດໃສ່ທີ່ຂ້າງແທ່ນເສັຽ ສ່ວນເລືອດທີ່ເຫລືອຢູ່ປ່ອຍໃຫ້ໄຫລອອກຈາກທີ່ຖານແທ່ນ ນີ້ເປັນເຄື່ອງບູຊາໄຖ່ບາບ 10 ແລ້ວເຂົາຈະຖວາຍນົກຕົວທີ່ສອງເປັນເຄື່ອງເຜົາບູຊາຕາມກົດຫມາຍ ແລະປະໂຣຫິດຈະທຳການລົບມົນທີນບາບຂອງເຂົາຊຶ່ງເຂົາໄດ້ກະທຳໄປ ແລະເຂົາຈະໄດ້ຮັບການອະພັຍ 11 “ແຕ່ຖ້າເຂົາຍັງບໍ່ສາມາດທີ່ຈະນຳນົກເຂົາສອງຕົວ ຫລືນົກກາງແກຫນຸ່ມສອງຕົວມາ ກໍໃຫ້ເຂົານຳເຄື່ອງບູຊາໄຖ່ບາບຊຶ່ງເຂົາໄດ້ກະທຳນັ້ນມາ ຄືຍອດແປ້ງນຶ່ງໃນສິບເອຟາ ເອົາມາເປັນເຄື່ອງບູຊາໄຖ່ບາບ ຢ່າໃສ່ນ້ຳມັນ ຫລືໃສ່ເຄື່ອງກຳຍານໃນແປ້ງ ເພາະເປັນເຄື່ອງບູຊາໄຖ່ບາບ 12 ໃຫ້ເຂົານຳແປ້ງມາໃຫ້ປະໂຣຫິດ ແລະປະໂຣຫິດຈະເອົາແປ້ງກຳມືນຶ່ງເປັນສ່ວນອະນຸສອນ ແລະເຜົາເສັຽເທິງແທ່ນເທິງເຄື່ອງເຜົາບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ ເປັນເຄື່ອງບູຊາໄຖ່ບາບ 13 ຢ່າງນີ້ແຫລະ ປະໂຣຫິດຈະທຳການລົບມົນທິນບາບຂອງເຂົາ ຊຶ່ງເຂົາໄດ້ກະທຳໃນເຣື່ອງນຶ່ງເຣື່ອງໃດທີ່ກ່າວມານີ້ ແລະເຂົາຈະໄດ້ຮັບການອະພັຍ ສ່ວນທີ່ເຫລືອນັ້ນຈະເປັນຂອງປະໂຣຫິດ ເຊັ່ນດຽວກັບເຄື່ອງຖວາຍພືດຜົນເປັນເມັດ”
ເຄື່ອງບູຊາໄຖ່ບາບກັມ
14 ພຣະເຈົ້າສັ່ງກັບໂມເຊວ່າ, 15 “ຖ້າຜູ້ໃດທຳການບໍ່ຊື່ສັດ ແລະທຳບາບໂດຍບໍ່ຮູ້ຕົວໃນເຣື່ອງຂອງບໍຣິສຸດແຫ່ງພຣະເຈົ້າ ໃຫ້ຜູ້ນັ້ນນຳແກະໂຕເຖິກທີ່ປາສຈາກຕຳຫນິເປັນເຄື່ອງບູຊາໄຖ່ກັມບາບຖວາຍແດ່ພຣະເຈົ້າ ໃຫ້ເຈົ້າຕີຣາຄາເປັນເງິນເຊເກລຕາມເຊເກລຂອງສະຖານນະມັສການ ເປັນເຄື່ອງບູຊາໄຖ່ກັມບາບ 16 ແລະໃຫ້ຜູ້ນັ້ນຊົດໃຊ້ຂອງບໍຣິສຸດທີ່ຂາດໄປ ແລະເພີ້ມອີກນຶ່ງໃນຫ້າຂອງຣາຄາສິ່ງທີ່ຂາດໄປນັ້ນ ນຳມອບໃຫ້ແກ່ປະໂຣຫິດ ແລະປະໂຣຫິດຈະທຳການລົບມົນທິນບາບຂອງເຂົາດ້ວຍແກະເຖິກ ທີ່ຖວາຍເປັນເຄື່ອງບູຊາໄຖ່ກັມບາບ ແລະເຂົາຈະໄດ້ຮັບການອະພັຍ 17 “ຖ້າຜູ້ໃດກະທຳຜິດ ຄືກະທຳສິ່ງທີ່ພຣະເຈົ້າຊົງບັນຊາບໍ່ໃຫ້ກະທຳ ເຖິງແມ່ນວ່າເຂົາກະທຳໂດຍບໍ່ຮູ້ເທົ່າເຖິງການເຂົາກໍມີຄວາມຜິດຈະຕ້ອງຮັບໂທດ 18 ໃຫ້ຜູ້ນັ້ນນຳແກະເຖິກທີ່ປາສຈາກຕຳຫນິມາຈາກຝູງ ໃຫ້ເຈົ້າຕີຣາຄາ ເປັນຣາຄາເຄື່ອງບູຊາໄຖ່ກັມບາບ ແລະໃຫ້ປະໂຣຫິດທຳການລົບມົນທິນບາບຂອງເຂົາຕາມຄວາມຜິດຊຶ່ງເຂົາໄດ້ກະທຳດ້ວຍບໍ່ໄດ້ເຈຕນານັ້ນ ແລະເຂົາຈະໄດ້ຮັບການອະພັຍ 19 ເປັນເຄື່ອງບູຊາໄຖ່ກັມບາບ ເພາະເຂົາໄດ້ກະທຳກັມບາບຕໍ່ພຣະເຈົ້າ”
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຜູ້ໃດທຳບາບແລະທຳການບໍ່ຊື່ສັດຕໍ່ພຣະຜູ້ເປັນເຈົ້າ ດ້ວຍການຫລອກລວງເພື່ອນບ້ານໃນເຣື່ອງການຝາກ ຫລືການປະກັນ ຫລືທາງການໂຈຣະກັມ ຫລືຖ້າເຂົາໄດ້ບີບບັງຄັບເພື່ອນບ້ານ 3 ຫລືພົບສິ່ງທີ່ຫາຍໄປແລ້ວແຕ່ບໍ່ຍອມຮັບ ສາບານຕົນເປັນຄວາມເທັດ ຫລືກະທຳສິ່ງໃດທີ່ຄົນກະທຳຜິດ 4 ເມື່ອຜູ້ໃດໄດ້ທຳບາບ ແລະມີກັມບາບແລ້ວ ກໍໃຫ້ຜູ້ນັ້ນຄືນຂອງໄດ້ມາທາງໂຈຣະກັມນັ້ນເສັຽ ຫລືສິ່ງໃດທີ່ເຂົາໄດ້ມາດ້ວຍການປີບບັງຄັບ ຫລືສິ່ງທີ່ຝາກເຂົາໄວ້ ຫລືສິ່ງສູນຫາຍທີ່ເຂົາໄດ້ພົບເຂົ້າ 5 ຫລືສິ່ງໃດໆທີ່ໄດ້ສາບານເທັດໄວ້ ເຂົາຕ້ອງຄືນໃຫ້ເຕັມຕາມຈຳນວນ ແລະຈົ່ງເພີ້ມອີກນຶ່ງໃນຫ້າ ແລະມອບໃຫ້ແກ່ເຈົ້າຂອງໃນວັນທີ່ເຂົາຖວາຍເຄື່ອງບູຊາໄຖ່ກັມບາບ 6 ໃຫ້ຜູ້ນັ້ນນຳແກະໂຕເຖິກທີ່ບໍ່ມີຕຳຫນິມາຈາກຝູງເປັນເຄື່ອງບູຊາໄຖ່ກັມບາບຖວາຍແດ່ພຣະເຈົ້າ ມາມອບໃຫ້ປະໂຣຫິດ ໃຫ້ເຈົ້າຕີຣາຄາເອງເປັນຣາຄາເຄື່ອງບູຊາໄຖ່ກັມບາບ 7 ແລະໃຫ້ປະໂຣຫິດທຳການລົບມົນທິນບາບຂອງເຂົາຕໍ່ພຣະພັກພຣະເຈົ້າ ແລະເຂົາຈະໄດ້ຮັບການອະພັຍໃນທຸກສິ່ງທີ່ເຂົາໄດ້ກະທຳໄປຊຶ່ງໃຫ້ຮັບກັມບາບ”
ກົດອື່ນໆຂອງການຖວາຍບູຊາ
8 ພຣະເຈົ້າຊົງບອກກັບໂມເຊວ່າ, 9 “ຈົ່ງບັນຊາແກ່ອາໂຣນ ແລະບຸດຂອງເຂົາວ່າ ຕໍ່ໄປນີ້ເປັນກົດເຣື່ອງເຄື່ອງເຜົາບູຊາ ເຄື່ອງເຜົາບູຊານັ້ນຈະຕ້ອງເຜົາຢູ່ເທິງແທ່ນຕລອດຄືນຈົນຮຸ່ງເຊົ້າ ຈົ່ງໃຫ້ໄຟເທິງແທ່ນເຜົາເຄື່ອງບູຊາລຸກຢູ່ເລື້ອຍໄປ 10 ໃຫ້ປະໂຣຫິດນຸ່ງເສື້ອຜ້າປ່ານແລະນຸ່ງສົ້ງຜ້າປ່ານ ແລະໃຫ້ຕັກຂີ້ເທົ່າອອກຈາກໄຟທີ່ໄຫມ້ເຄື່ອງເຜົາບູຊາຢູ່ເທິງແທ່ນນຳໄປໄວ້ຂ້າງແທ່ນ 11 ໃຫ້ຖອດເສື້ອທີ່ນຸ່ງຢູ່ອອກແລ້ວ ສວມເສື້ອອີກໂຕນຶ່ງ ນຳຂີ້ເທົ່າອອກໄປນອກຄ້າຍຍັງທີ່ສະອາດ 12 ໃຫ້ຮັກສາໄຟທີ່ເທິງແທ່ນໃຫ້ລຸກຢູ່ ຢ່າໃຫ້ດັບເລີຍທີ່ດຽວ ໃຫ້ປະໂຣຫິດໃສ່ຟືນທຸກເຊົ້າແລະໃຫ້ຮຽງເຄື່ອງເຜົາບູຊາໃຫ້ເປັນລະບຽບໄວ້ເທິງແທ່ນ ແລະເຜົາໄຂມັນຂອງເຄຶ່ອງສານຕິບູຊາເທິງນັ້ນ 13 ຕ້ອງຮັກສາໃຫ້ໄຟຕິດຢູ່ເທິງແທ່ນເລື້ອຍໄປ ຢ່າໃຫ້ດັບເປັນອັນຂາດ 14 “ຕໍ່ໄປນີ້ເປັນກົດຂອງການຖວາຍທັນຍາບູຊາ ໃຫ້ບຸດອາໂຣນຖວາຍເຄື່ອງບູຊານີ້ຕໍ່ພຣະພັກພຣະເຈົ້າທີ່ຫນ້າແທ່ນບູຊາ 15 ໃຫ້ປະໂຣຫິດຄົນນຶ່ງຫຍິບຍອດແປ້ງກຳມືນຶ່ງມາຈາກທັນຍາບູຊາ ປົນໃສ່ນ້ຳມັນແລະເຄື່ອງກຳຍານທັງຫມົດຊຶ່ງຢູ່ເທິງທັນຍາບູຊາ ແລະເຜົາສ່ວນນີ້ເທິງແທ່ນເປັນສ່ວນອະນຸສອນ ເປັນກິ່ນທີ່ພໍພຣະທັຍແດ່ພຣະເຈົ້າ 16 ສ່ວນທີ່ເຫລືອຢູ່ໃຫ້ອາໂຣນ ແລະບຸດຂອງເຂົາຮັບປະທານ ໃຫ້ເປັນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງຮັບປະທານໃນສະຖານສັກສິດ ໃຫ້ຮັບປະທານໃນລານຂອງເຕັນນັດພົບ 17 ຢ່າໃສ່ເຊື້ອແປ້ງໃນເຂົ້າຈີ່ນັ້ນແລ້ວປີ້ງ ເຮົາໄດ້ໃຫ້ສ່ວນນີ້ເປັນສ່ວນເຄື່ອງບູຊາດ້ວຍໄຟຂອງເຣົາອັນຕົກແກ່ເຂົາ ເປັນສິ່ງບໍຣິສຸດທີ່ສຸດເຊັ່ນດຽວກັບເຄື່ອງບູຊາໄຖ່ບາບ ແລະເຄື່ອງບູຊາໄຖ່ກັມບາບ 18 ໃຫ້ບຸດທັງຫລາຍຂອງອາໂຣນຮັບປະທານສິ່ງນີ້ ເປັນກົດຖາວອນຕລອດຊົ່ວຊາດເຊື້ອສາຍຂອງເຈົ້າ ຈາກເຄື່ອງບູຊາດ້ວຍໄຟຂອງພຣະເຈົ້າ ຜູ້ໃດທີ່ຖືກຕ້ອງສິ່ງເຫລົ່ານີ້ຈະບໍຣິສຸດ” 19 ພຣະເຈົ້າຊົງບອກກັບໂມເຊວ່າ, 20 “ຕໍ່ໄປນີ້ເປັນເຄື່ອງບູຊາທີ່ອາໂຣນແລະບຸດທັງຫລາຍຂອງເຂົາຈະຕ້ອງຖວາຍແດ່ພຣະເຈົ້າໃນວັນທີ່ເຂົາຮັບການເຈີມ ຄືຍອດແປ້ງນຶ່ງໃນສິບເອຟາເປັນທັນຍາບູຊາປະຈຳໃຫ້ຖວາຍຕອນເຊົ້າເຄິ່ງນຶ່ງ ຕອນແລງເຄິ່ງນຶ່ງ 21 ໃຫ້ປົນໃສ່ກັບນ້ຳມັນໃຫ້ເຂົ້າກັນດີແລ້ວຈືນເທິງເຫລັກ ທຳເປັນແຜ່ນເຫມືອນທັນຍາບູຊາ ແລ້ວຖວາຍເປັນກິ່ນພໍພຣະທັຍແດ່ພຣະເຈົ້າ 22 ໃຫ້ປະໂຣຫິດຈາກບັນດາບຸດຂອງອາໂຣນຜູ້ຮັບການເຈີມຕັ້ງແທນເຂົາ ໃຫ້ຖວາຍສິ່ງນີ້ແດ່ພຣະເຈົ້າເປັນກົດສືບໄປເປັນນິດ ໃຫ້ເຜົາເຄື່ອງບູຊາທັງຫມົດເສັຽ 23 ທັນຍາບູຊາຂອງປະໂຣຫິດທຸກຣາຍໃຫ້ເຜົາເສັຽໃຫ້ຫມົດ ຢ່າໃຫ້ຮັບປະທານ 24 ພຣະເຈົ້າຊົງບອກກັບໂມເຊວ່າ, 25 “ຈົ່ງກ່າວແກ່ອາໂຣນແລະບຸດຂອງເຂົາວ່າ ຕໍ່ໄປນີ້ເປັນກົດຂອງການຖວາຍເຄື່ອງບູຊາໄຖ່ບາບ ໃຫ້ຂ້າສັດທີ່ເປັນເຄື່ອງບູຊາໄຖ່ບາບໃນບ່ອນທີ່ຂ້າສັດ ອັນເປັນເຄື່ອງເຜົາບູຊາຕໍ່ພຣະພັກພຣະເຈົ້າ ເປັນຂອງບໍຣິສຸດທີ່ສຸດ 26 ໃຫ້ປະໂຣຫິດຜູ້ຖວາຍບູຊາໄຖ່ບາບຮັບປະທານສັດນັ້ນ ໃຫ້ເຂົາຮັບປະທານໃນສະຖານສັກສິດໃນລານເຕັນນັດພົບ 27 ສິ່ງໃດທີ່ແຕະຕ້ອງຊີ້ນສັດນັ້ນຈະບໍຣິສຸດ ແລະເມື່ອປະພົມມີເລືອດຕິດເສື້ອ ກໍໃຫ້ຊັກເສື້ອສ່ວນທີ່ຕິດເລືອດນັ້ນໃນສະຖານສັກສິດ 28 ຈົ່ງທຳລາຍພາຊນະດິນທີ່ໃຊ້ຕົ້ມຊີ້ນນັ້ນເສັຽ ຖ້າຕົ້ມໃນພາຊນະທອງສຳຣິດກໍໃຫ້ຂັດແລະລ້າງເສັຽດ້ວຍນ້ຳ 29 ຜູ້ຊາຍທຸກຄົນທີ່ເປັນປະໂຣຫິດຮັບປະທານໄດ້ ເປັນຂອງບໍຣິສຸດທີ່ສຸດ 30 ແຕ່ເຄື່ອງບູຊາໄຖ່ບາບ ຊຶ່ງປະໂຣຫິດນຳເລືອດໄປໃນເຕັນນັດພົບ ເພື່ອທຳການລົບມົນທິນໃນສະຖານສັກສິດນັ້ນຢ່າຮັບປະທານເລີຍ ຕ້ອງເຜົາໄຟເສັຽ
1 ຕໍ່ໄປນີ້ເປັນກົດເຣື່ອງເຄື່ອງບູຊາໄຖ່ກັມບາບ ເປັນສິ່ງບໍຣິສຸດທີ່ສຸດ 2 ໃຫ້ຂ້າສັດອັນເປັນເຄື່ອງບູຊາໄຖ່ກັມບາບໃນບ່ອນທີ່ຂ້າສັດອັນເປັນເຄື່ອງເຜົາບູຊາ ແລະໃຫ້ເອົາເລືອດສັດນັ້ນຊິດໃສ່ທີ່ແທ່ນແລະຮອບແທ່ນ 3 ແລະໃຫ້ເອົາໄຂມັນຂອງສັດນັ້ນຖວາຍບູຊາເສັຽທັງຫມົດດ້ວຍ ຫາງມັນໆ ໄຂມັນທີ່ຫຸ້ມເຄື່ອງໃນ 4 ຫມາກໄຂ່ຫລັງສອງອັນພ້ອມກັບໄຂມັນທີ່ຕິດຢູ່ຊື່ບັ້ນແອວ ແລະສ່ວນດີທີ່ສຸດຂອງຕັບ ຊຶ່ງຕ້ອງເອົາອອກພ້ອມກັບຫມາກໄຂ່ຫລັງ 5 ໃຫ້ປະໂຣຫິດເຜົາສິ່ງເຫລົ່ານີ້ເທິງແທ່ນເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ ເປັນເຄື່ອງບູຊາໄຖ່ກັມບາບ 6 ຜູ້ຊາຍທຸກຄົນທີ່ເປັນປະໂຣຫິດຮັບປະທານໄດ້ ໃຫ້ຮັບປະທານໃນສະຖານບໍຣິສຸດ ເປັນຂອງບໍຣີສຸດທີ່ສຸດ 7 ເຄື່ອງບູຊາໄຖ່ກັມບາບກໍເຫມືອນເຄື່ອງບູຊາໄຖ່ບາບ ມີກົດຢ່າງດຽວກັນ ປະໂຣຫິດຜູ້ໃຊ້ເຄື່ອງບູຊາທຳການລົບມົນທິນຈະໄດ້ເຄື່ອງບູຊານັ້ນ 8 ປະໂຣຫິດຄົນໃດຖວາຍເຄື່ອງເຜົາບູຊາຂອງຜູ້ໃດ ປະໂຣຫິດຜູ້ນັ້ນຍ່ອມໄດ້ຫນັງຂອງເຄື່ອງເຜົາບູຊາທີ່ຕົນຖວາຍ 9 ເຄື່ອງທັນຍາບູຊາທຸກຢ່າງທີ່ປີ້ງໃນເຕົາອົບ ແລະສິ່ງທັງຫມົດຊຶ່ງຕຽມໃນກະທະຫລືທີ່ເຫລັກໃຫ້ຕົກເປັນຂອງປະໂຣຫິດຜູ້ຖວາຍຂອງເຫລົ່ານັ້ນ 10 ທັນຍາບູຊາທຸກຢ່າງທີ່ປົນນ້ຳມັນຫລືບໍ່ປົນຈະຕົກເປັນຂອງບຸດອາໂຣນທົ່ວກັນ 11 “ຕໍ່ໄປນີ້ເປັນກົດເຣື່ອງເຄື່ອງສານຕິບູຊາຊຶ່ງຜູ້ນຶ່ງຜູ້ໃດນຳມາຖວາຍແດ່ພຣະຜູ້ເປັນເຈົ້າ 12 ຖ້າເຂົາຖວາຍເປັນເຄື່ອງໂມທະນາພຣະຄຸນ ກໍໃຫ້ເຂົາຖວາຍເຂົ້າຈີ່ບໍ່ມີເຊື້ອແປ້ງປົນໃສ່ກັບນ້ຳມັນ ເຂົ້າຫນົມເປັນແຜ່ນບໍ່ມີເຊື້ອແປ້ງທານ້ຳມັນ ເຂົ້າຫນົມຍອດແປ້ງປົນນ້ຳມັນໃຫ້ດີພ້ອມກັບເຄື່ອງບູຊາໂມທະນາ 13 ໃຫ້ເຂົານຳເຂົ້າຈີ່ໃສ່ເຊື້ອແປ້ງມາຖວາຍເປັນສ່ວນຂອງເຄື່ອງບູຊາພ້ອມກັບສັດອັນເປັນເຄື່ອງສານຕິບູຊາທີ່ຖວາຍເປັນການໂມທະນາພຣະຄຸນ 14 ໃຫ້ເຂົາຖວາຍຂອງບູຊາເຫລົ່ານີ້ຢ່າງລະກ້ອນແດ່ພຣະຜູ້ເປັນເຈົ້າ ຊຶ່ງເປັນສ່ວນທີ່ຕົກແກ່ປະໂຣຫິດຜູ້ເອົາເລືອດສານຕິບູຊາໄປຊິດໃສ່ແທ່ນບູຊາ 15 ສ່ວນຊີ້ນສັຕເຄື່ອງສານຕິບູຊາເພື່ອໂມທະນາພຣະຄຸນນັ້ນ ເຂົາຈະຕ້ອງຮັບປະທານເສັຽໃນວັນທຳການຖວາຍບູຊາ ຢ່າເຫລືອໄວ້ຈົນເຖິງຮຸ່ງເຊົ້າເລີຍ 16 ຖ້າເຄື່ອງບູຊານັ້ນເປັນເຄື່ອງບູຊາແກ້ບົນ ຫລືເປັນເຄື່ອງບູຊາຕາມໃຈສມັກໃຫ້ເຂົາຮັບປະທານເສັຽໃນວັນທຳການຖວາຍບູຊາ ແລະໃນວັນຮຸ່ງຂຶ້ນເຂົາຍັງຮັບປະທານສ່ວນທີ່ເຫລືອໄດ້ 17 ສ່ວນຊີ້ນຂອງເຄື່ອງບູຊາທີ່ເຫລືອເຖິງວັນທີ່ສາມໃຫ້ເຜົາເສັຽດ້ວຍໄຟ 18 ຖ້າຜູ້ໃດຮັບປະທານຊີ້ນສັດອັນເປັນເຄື່ອງສານຕິບູຊາໃນວັນທີ່ສາມ ຜູ້ຖວາຍນັ້ນຈະບໍ່ເປັນທີ່ໂປດປານ ແລະບໍ່ຊົງຖືວ່າ ເຄື່ອງບູຊານັ້ນເປັນທີ່ພໍພຣະທັຍ ເປັນການກະທຳທີ່ຫນ້າລັງກຽດແລະຜູ້ທີ່ຣັບປະທານຈະຕ້ອງໄດ້ຮັບໂທດ 19 “ຊີ້ນທີ່ໄປຖືກຂອງທີ່ເປັນມົນທິນໃດໆຢ່າຮັບປະທານ ຈົ່ງເຜົາເສັຽດ້ວຍໄຟ ຜູ້ໃດທີ່ສະອາດທຸກຄົນຮັບປະທານຊີ້ນໄດ້ 20 ຖ້າຜູ້ໃດຮັບປະທານຊີ້ນສັດບູຊາອັນເປັນສານຕິບູຊາແດ່ພຣະຜູ້ເປັນເຈົ້າໂດຍທີ່ຕົນຍັງມີມົນທິນຕິດຕົວຢູ່ ຕ້ອງຕັດຂາດຜູ້ນັ້ນເສັຽຈາກປະຊາຊົນ (ຈະບໍ່ມີໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າອີກຕໍ່ໄປ) 21 ຖ້າຜູ້ໃດແຕະຕ້ອງສິ່ງທີ່ເປັນມົນທິນ ບໍ່ວ່າຈະເປັນມົນທິນຂອງຄົນ ຫລືເປັນສັດທີ່ມົນທິນ ຫລືເປັນສິ່ງທີ່ຫນ້າລັງກຽດອັນໃດທີ່ມົນທິນ ແລະຜູ້ນັ້ນມາຮັບປະທານຊີ້ນເຄື່ອງບູຊາຂອງສານຕິບູຊາແດ່ພຣະຜູ້ເປັນເຈົ້າ ໃຫ້ຕັດຂາດຜູ້ນັ້ນເສັຽຈາກຊົນຊາດຂອງຕົນ” 22 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 23 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ເຈົ້າທັງຫລາຍຢ່າຮັບປະທານໄຂມັນຂອງງົວ ຂອງແກະ ຫລືຂອງແບ້ 24 ໄຂມັນຂອງສັດທີ່ຕາຍເອງ ແລະໄຂມັນຂອງສັດ ທີ່ສັດກັດຕາຍຈະນຳໄປໃຊ້ຢ່າງອື່ນກໍໄດ້ ແຕ່ຢ່າຮັບປະທານເລີຍເປັນອັນຂາດ 25 ຖ້າຜູ້ໃດຮັບປະທານໄຂມັນສັດອັນເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປນັເຈົ້າ ໃຫ້ຕັດຂາດຜູ້ນັ້ນເສັຽຈາກຊົນຊາດຂອງຕົນ 26 ນອກຈາກນີ້ ເຈົ້າຢ່າຮັບປະທານເລືອດເລີຍ ບໍ່ວ່າເລືອດນົກຫລືເລືອດສັດໃນທີ່ໃດໆທີ່ເຈົ້າອາໄສຢູ່ 27 ຜູ້ໃດຮັບປະທານເລືອດຢ່າງໃດໆໃຫ້ຕັດຂາດຜູ້ນັ້ນເສັຽຈາກຊົນຊາດຂອງຕົນ” 28 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 29 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ຜູ້ໃດຈະຖວາຍສັຕບູຊາອັນເປັນສານຕິບູຊາແດ່ພຣະຜູ້ເປັນເຈົ້າ ໃຫ້ຜູ້ນັ້ນນຳເຄື່ອງບູຊາຂອງເຂົາມາຖວາຍແດ່ພຣະຜູ້ເປັນເຈົ້າ ຈາກສັຕບູຊາອັນເປັນສານຕິບູຊາຂອງເຂົາ 30 ໃຫ້ເຂົານຳເຄື່ອງຖວາຍບູຊາດ້ວຍໄຟແດ່ພຣະຜູ້ເປັນເຈົ້າມາດ້ວຍຕົນເອງ ໃຫ້ເຂົານຳໄຂມັນມາພ້ອມກັບຊີ້ນຫນ້າເອິກນັ້ນ ເພື່ອເອົາຊີ້ນຫນ້າເອິກນັ້ນທຳພິທີຍື່ນຖວາຍເປັນເຄື່ອງຍື່ນບູຊາຖວາຍແດ່ພຣະຜູ້ເປັນເຈົ້າ 31 ໃຫ້ປະໂຣຫິດເຜົາໄຂມັນເສັຽເທິງແທ່ນບູຊາ ແຕ່ຊີ້ນຫນ້າເອິກນັ້ນຕົກເປັນຂອງອາໂຣນແລະບຸດຂອງເຂົາ 32 ແຕ່ຂາຂວາຂອງສັດນັ້ນເຈົ້າຈົ່ງໃຫ້ປະໂຣຫິດເປັນສ່ວນຖວາຍຈາກເຄື່ອງບູຊາແຫ່ງສານຕິບູຊາ 33 ບຸດອາໂຣນຜູ້ທຳພິທີຖວາຍເລືອດແຫ່ງສານຕິບູຊາແລະໄຂມັນຈະໄດ້ຮັບຂາຂວາເປັນສ່ວນຂອງເຂົາ 34 ເພາະວ່າຊີ້ນຫນ້າເອິກທີ່ຍື່ນຖວາຍ ແລະຊີ້ນຂາທີ່ຖວາຍນັ້ນເຮົາໄດ້ເອົາຈາກຄົນອິສຣາເອນຈາກເຄື່ອງສານຕິບູຊາຂອງເຂົາ ແລະເຮົາໄດ້ມອບໃຫ້ແກ່ອາໂຣນປະໂຣຫິດແລະບຸດຂອງເຂົາ ເປັນສ່ວນໄດ້ອັນຖາວອນຈາກຄົນອິສຣາເອນ 35 ນີ້ເປັນສ່ວນຂອງອາໂຣນແລະບຸດຂອງເຂົາ ໄດ້ຈາກເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ ມອບຫມາຍໃຫ້ແກ່ເຂົາທັງຫລາຍໃນວັນທີ່ເຂົາທັງຫລາຍຖືກຖວາຍໄວ້ເປັນປະໂຣຫິດບົວຣະບັດພຣະຜູ້ເປັນເຈົ້າ 36 ພຣະຜູ້ເປັນເຈົ້າຊົງສັ່ງຄົນອິສຣາເອນໃຫ້ມອບສິ່ງເຫລົ່ານີ້ແກ່ເຂົາທັງຫລາຍ ໃນວັນທີ່ເຂົາທັງຫລາຍໄດ້ຣັບການເຈີມເປັນປະໂຣຫິດ ເປັນສ່ວນໄດ້ອັນຖາວອນຕລອດຊົ່ວຊາດເຊື້ອສາຍຂອງເຂົາ” 37 ທັງຫມົດນີ້ເປັນກົດເຣື່ອງເຄື່ອງເຜົາບູຊາ ເຄື່ອງທັນຍາບູຊາ ເຄື່ອງໄຖ່ບາບ ເຄື່ອງບູຊາໄຖ່ກັມບາບ ພິທີຊຳຮະໃຫ້ບໍຣິສຸດ ແລະເຄື່ອງສານຕິບູຊາ 38 ຊຶ່ງພຣະຜູ້ເປັນເຈົ້າບັນຊາໂມເຊເທິງພູເຂົາຊີນາອີ ໃນວັນທີ່ພຣະອົງຊົງບັນຊາຄົນອິສຣາເອນໃຫ້ນຳເຄື່ອງບູຊາມາຖວາຍແດ່ພຣະຜູ້ເປັນເຈົ້າໃນຖິ່ນກັນດານຊີນາອີ
ອາໂຣນແລະບຸດຂອງທ່ານຖວາຍຕົວ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງນຳອາໂຣນແລະບຸດຂອງເຂົາມາພ້ອມກັບເສື້ອຍົດ ນ້ຳມັນເຈີມ ງົວອັນເປັນເຄື່ອງບູຊາໄຖ່ບາບ ແກະເຖິກສອງໂຕ ຖາດເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ 3 ແລະຈົ່ງເອີ້ນຊຸມນຸມຊົນທັງຫມົດໃຫ້ປະຊຸມກັນທີ່ປະຕູເຕັນນັດພົບ” 4 ແລະໂມເຊກໍກະທຳດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາແກ່ທ່ານ ແລະຊຸມນຸມຊົນກໍປະຊຸມກັນທີ່ປະຕູເຕັນນັດພົບ 5 ໂມເຊກ່າວແກ່ຊຸມນຸມຊົນວ່າ, “ຕໍ່ໄປນີ້ເປັນສິ່ງຊຶ່ງພຣະຜູ້ເປັນເຈົ້າຊົງບັນຊາໃຫ້ກະທຳ” 6 ໂມເຊກໍນຳອາໂຣນແລະບຸດທັງຫລາຍຂອງເຂົາມາຊຳຮະກາຍດ້ວຍນ້ຳ 7 ແລ້ວສວມເສື້ອໃຫ້ແລະເອົາຜ້າມັດແອວໃຫ້ ແລ້ວສວມເສື້ອໃນໃຫ້ ແລະສວມເອໂຟດໃຫ້ເຂົາເອົາຜ້າຮັດແອວຂອງເອໂຟດທີ່ເຮັດດ້ວຍຜ້າປ່ານຢ່າງດີຮັດແອວໃຫ້ ຜູກເອໂຟດໃຫ້ຕິດເຂົາໄວ້ 8 ແລະໂມເຊສວມແຜ່ນຮອງເອິກໃຫ້ອາໂຣນ ແລະໃສ່ອູຣິມກັບທຸມມິມ ໄວ້ໃນນັ້ນດ້ວຍ 9 ແລະສວມຜ້າມາລາໄວ້ເທິງຫົວ ແລະຕິດແຜ່ນທອງຄຳອັນເປັນມົງກຸດທີ່ຜ້າມາລາດ້ານຫນ້າ ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊໄວ້ນັ້ນ 10 ແລ້ວໂມເຊນຳນ້ຳມັນເຈີມມາເຈີມເຕັນແລະທຸກສິ່ງທີ່ຢູ່ໃນນັ້ນ ຊຳຮະໃຫ້ເປັນຂອງບໍຣິສຸດ 11 ແລະທ່ານເອົານ້ຳມັນເຈີມຊິດໃສ່ເທິງແທ່ນເຈັດເທື່ອ ເຈີມແທ່ນແລະເຈີມພາຊນະປະຈຳແທ່ນທັງຫມົດ ເຈີມຂັນແລະພານຮອງຂັນເພື່ອຊຳຮະໃຫ້ເປັນຂອງບໍຣິສຸດ 12 ແລະທ່ານເທນ້ຳມັນເຈີມລົງເທິງຫົວຂອງອາໂຣນແລະເຈີມເຂົາໄວ້ເພື່ອຊຳຮະໃຫ້ບໍຣິສຸດ 13 ແລະໂມເຊກໍນຳບຸດອາໂຣນເຂົ້າມາສວມເສື້ອແລ້ວຮັດສາຍແອວໃຫ້ ແລະສວມມາລາໃຫ້ ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊໄວ້ 14 ແລ້ວທ່ານຈຶ່ງນຳງົວອັນເປັນເຄື່ອງບູຊາໄຖ່ບາບເຂົ້າມາ ອາໂຣນແລະບຸດທັງຫລາຍຂອງເຂົາກໍເອົາມືຂອງຕົນວາງເທິງຫົວງົວອັນເປັນເຄື່ອງບູຊາໄຖ່ບາບນັ້ນ 15 ໂມເຊກໍຂ້າງົວຕົວນັ້ນເສັຽ ເອົານິ້ວມືຈຸ່ມເລືອດໄປເຈີມໃສ່ຍອດທີ່ແຈແທ່ນ ຊໍາຮະແທ່ນໃຫ້ບໍຣິສຸດ ແລ້ວເທເລືອດທີ່ຖານຂອງແທ່ນ ຖວາຍແທ່ນໄວ້ເປັນສິ່ງບໍຣີສຸດ ເພື່ອທຳການລົບມົນທິນຂອງແທ່ນນັ້ນ 16 ແລະທ່ານນຳໄຂມັນທີ່ຢູ່ກັບເຄື່ອງໃນແລະສ່ວນດີທີ່ສຸດຂອງຕັບ ແລະຫມາກໄຂ່ຫລັງສອງອັນພ້ອມກັບໄຂມັນ ແລ້ວໂມເຊກໍເຜົາສິ່ງເຫລົ່ານີ້ເສັຽເທິງແທ່ນ 17 ແຕ່ງົວແລະຫນັງງົວ ກັບຊີ້ນແລະເຄື່ອງໃນໃສ້ພຸງຂອງມັນ ທ່ານເຜົາເສັຽດ້ວຍໄຟຂ້າງນອກຄ້າຍ ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊໄວ້ 18 ແລ້ວທ່ານກໍນຳແກະເຖິກອັນເປັນເຄື່ອງເຜົາບູຊາເຂົ້າມາ ອາໂຣນກັບບຸດທັງຫລາຍຂອງເຂົາກໍເອົາມືຂອງຕົນວາງເທິງຫົວຂອງແກະເຖິກນັ້ນ 19 ໂມເຊກໍຂ້າແກະນັ້ນເສັຽ ເອົາເລືອດຊິດໃສ່ທີ່ແທ່ນແລະຮອບແທ່ນ 20 ເມື່ອເຂົາຟັນແກະອອກເປັນຕ່ອນໆ ໂມເຊກໍເຜົາຫົວແລະແກະຕ່ອນໆກັບໄຂມັນເສັຽ 21 ເມື່ອເອົານ້ຳລ້າງເຄື່ອງໃນແລະຂາແກະແລ້ວ ໂມເຊກໍເຜົາແກະທັງໂຕເທິງແທ່ນ ເປັນເຄື່ອງເຜົາບູຊາເປັນກິ່ນທີ່ພໍພຣະທັຍ ເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊ 22 ທ່ານຈຶ່ງນຳແກະເຖິກອີກໂຕນຶ່ງນັ້ນເຂົ້າມາ ຄືແກະໂຕທີ່ເປັນເຄື່ອງສະຖາປະນາອາໂຣນແລະບຸດທັງຫລາຍຂອງເຂົາກໍເອົາມືຂອງຕົນວາງເທິງຫົວຂອງແກະເຖິກນັ້ນ 23 ໂມເຊກໍຂ້າແກະນັ້ນເສັຽ ເອົາເລືອດເຈີມທີ່ປາຍຫູຂ້າງຂວາຂອງອາໂຣນ ແລະທີ່ນີ້ວຫົວແມ່ມືຂວາຂອງເຂົາ ແລະທີ່ນິ້ວຫົວໂປ້ຕີນຂວາຂອງເຂົາ 24 ແລ້ວກໍນຳບຸດທັງຫລາຍຂອງອາໂຣນເຂົ້າມາແລະໂມເຊເອົາເລືອດເຈີມທີ່ປາຍຫູຂ້າງຂວາ ທີ່ນິ້ວຫົວໂປ້ມືຂ້າງຂວາ ທີ່ນິ້ວຫົວໂປ້ຕີນຂ້າງຂວາຂອງເຂົາ ແລະໂມເຊເອົາເລືອດຊິດໃສ່ທີ່ແທ່ນແລະຮອບແທ່ນ 25 ແລ້ວທ່ານຈຶ່ງນຳໄຂມັນແລະຫາງມັນໆ ແລະໄຂມັນທັງຫມົດທີ່ຢູ່ກັບເຄື່ອງໃນ ແລະສ່ວນທີ່ດີທີ່ສຸດຂອງຕັບ ແລະຫມາກໄຂ່ຫລັງສອງອັນກັບໄຂມັນທີ່ຕິດຢູ່ ແລະຂາຂ້າງຂວາ 26 ແລະທ່ານຈັບເຂົ້າຫນົມທີ່ບໍ່ມີເຊື້ອແປ້ງກ້ອນນຶ່ງຈາກຖາດເຂົ້າຫນົມທີ່ບໍ່ມີເຊື້ອ ຊຶ່ງຢູ່ຕໍ່ພຣະພັກພຣະຜູ້ເປັນເຈົ້າ ແລະຈັບເຂົ້າຫນົມປົນນ້ຳມັນກ້ອນນຶ່ງ ເຂົ້າຫນົມແຜ່ນອັນນຶ່ງ ວາງຂອງເຫລົ່ານີ້ໄວ້ເທິງໄຂມັນ ແລະເທິງຂາຂ້າງຂວາ 27 ທ່ານເອົາສິ່ງເຫລົ່ານີ້ວາງໄວ້ໃນມືຂອງອາໂຣນ ແລະມືຂອງບຸດທັງຫລາຍຂອງເຂົາ ແລະທຳພິທີຍື່ນເປັນເຄື່ອງຍື່ນຖວາຍແດ່ພຣະຜູ້ເປັນເຈົ້າ 28 ແລ້ວໂມເຊກໍຮັບຂອງເຫລົ່ານັ້ນມາຈາກມືຂອງເຂົາທັງຫລາຍແລະເຜົາເສັຽເທິງແທ່ນ ພ້ອມກັບເຄື່ອງເຜົາບູຊາ ເປັນເຄື່ອງສຳລັບການແຕ່ງຕັ້ງ ເປັນກິ່ນທີ່ພໍພຣະທັຍ ເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 29 ແລະໂມເຊເອົາຊີ້ນເອິກທຳພິທີຍື່ນ ເປັນເຄື່ອງຍື່ນຖວາຍແດ່ພຣະຜູ້ເປັນເຈົ້າ ນີ້ເປັນແກະສະຖາປະນາສ່ວນຂອງໂມເຊ ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊ 30 ແລ້ວໂມເຊນຳນ້ຳມັນເຈີມແລະເລືອດຊຶ່ງຢູ່ເທິງແທ່ນ ປະພົມເທິງອາໂຣນແລະເຄື່ອງຍົດຂອງເຂົາ ແລະເທິງບຸດທັງຫລາຍ ກັບເທິງເສື້ອຂອງບຸດທັງຫລາຍຂອງເຂົາ ດັ່ງນີ້ແຫລະທ່ານກໍຊຳຮະອາໂຣນກັບເຄື່ອງຍົດຂອງເຂົາໃຫ້ບໍຣິສຸດ ບຸດທັງຫລາຍຂອງເຂົາກັບເຄື່ອງຍົດຂອງບຸດນັ້ນດ້ວຍ 31 ໂມເຊສັ່ງອາໂຣນແລະບຸດທັງຫລາຍຂອງເຂົາວ່າ, “ຈົ່ງຕົ້ມຊີ້ນເສັຽທີ່ປະຕູເຕັນນັດພົບ ແລະຮັບປະທານເສັຽທີ່ນັ້ນກັບເຂົ້າຫນົມຊຶ່ງຢູ່ໃນຖາດສໍາລັບການແຕ່ງຕັ້ງ ດັ່ງທີ່ຂ້າພະເຈົ້າບັນຊາທ່ານໄວ້ ອາໂຣນແລະບຸດທັງຫລາຍຂອງເຂົາຈະຮັບປະທານ 32 ຊີ້ນແລະເຂົ້າຫນົມທີ່ເຫລືອນັ້ນທ່ານຈົ່ງເຜົາເສັຽດ້ວຍໄຟ 33 ແລະທ່ານທັງຫລາຍຢ່າອອກໄປນອກປະຕູເຕັນນັດພົບຕລອດເຈັດວັນຈົນກວ່າວັນກຳນົດສະຖາປະນາຂອງທ່ານຈະຄົບ ເພາະທີ່ຈະສະຖາປະນາທ່ານນັ້ນກໍກິນເວລາເຈັດວັນ 34 ສິ່ງທີ່ໄດ້ກະທຳໃນວັນນີ້ ພຣະຜູ້ເປັນເຈົ້າຊົງບັນຊາໃຫ້ກະທຳເພື່ອລົບມົນທິນຂອງທ່ານ 35 ທ່ານຈົ່ງຢູ່ທີ່ປະຕູເຕັນນັດພົບທັງກາງເວັນແລະກາງຄືນຕລອດເຈັດວັນ ກະທຳກິຈທີ່ພຣະຜູ້ເປັນເຈົ້າຊົງກຳຊັບໄວ້ ຢ້ານວ່າທ່ານຈະຕ້ອງເຖິງຕາຍ ເພາະນີ້ເປັນສິ່ງທີ່ຂ້າພະເຈົ້າໄດ້ຮັບບັນຊາມາ” 36 ອາໂຣນກັບບຸດທັງຫລາຍຂອງເຂົາໄດ້ກະທຳຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາທາງໂມເຊທຸກປະການ
ອາໂຣນຖວາຍເຄື່ອງສັກກາຣະບູຊາ
1 ໃນວັນທີ່ແປດໂມເຊກໍເອີ້ນອາໂຣນແລະບຸດທັງຫລາຍຂອງເຂົາ ແລະພວກຜູ້ໃຫຍ່ຂອງອິສຣາເອນ 2 ທ່ານກ່າວແກ່ອາໂຣນວ່າ, “ຈົ່ງນຳລູກງົວໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ແລະແກະເຖິກໂຕນຶ່ງເປັນເຄື່ອງເຜົາບູຊາ ທັງສອງຢ່າໃຫ້ມີຕໍາຫນິ ຈົ່ງຖວາຍບູຊາແດ່ພຣະຜູ້ເປັນເຈົ້າ 3 ແລະກ່າວແກ່ຄົນອິສຣາເອນວ່າ, “ຈົ່ງເອົາແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ແລະລູກງົວໂຕນຶ່ງກັບລູກແກະໂຕນຶ່ງ ທັງສອງໃຫ້ມີອາຍຸນຶ່ງປີ ປາສຈາກຕຳຫນິເປັນເຄື່ອງເຜົາບູຊາ 4 ແລະເອົາງົວເຖິກໂຕນຶ່ງແລະແກະເຖິກໂຕນຶ່ງເປັນສານຕິບູຊາຖວາຍແດ່ພຣະຜູ້ເປັນເຈົ້າ ແລະເອົາທັນຍາບູຊາປົນນ້ຳມັນມາຖວາຍ ເພາະວ່າພຣະຜູ້ເປັນເຈົ້າຈະຊົງປາກົດແກ່ທ່ານໃນວັນນີ້” 5 ເຂົາທັງຫລາຍກໍນຳສິ່ງທີ່ໂມເຊບັນຊານັ້ນມາທີ່ເຕັນນັດພົບ ແລະຊຸມນຸມຊົນທັງຫມົດກໍເຂົ້າມາໃກ້ ຢືນຢູ່ຕໍ່ພຣະພັກພຣະຜູ້ເປັນເຈົ້າ 6 ໂມເຊກ່າວວ່າ, “ນີ້ເປັນສິ່ງຊຶ່ງພຣະຜູ້ເປັນເຈົ້!ຊົງບັນຊາໃຫ້ທ່ານທັງຫລາຍກະທຳ ແລະພຣະສະງ່າຣາສີຂອງພຣະຜູ້ເປັນເຈົ້າຈະປາກົດແກ່ທ່ານທັງຫລາຍ” 7 ແລ້ວໂມເຊຈຶ່ງສັ່ງອາໂຣນວ່າ, “ຈົ່ງເຂົ້າໄປໃກ້ແທ່ນບູຊາ ຖວາຍເຄື່ອງບູ ຊາໄຖ່ບາບ ແລະເຄື່ອງບູຊາຂອງທ່ານເສັຽ ແລະທຳການລົບມົນທິນບາບຂອງຕົວທ່ານກັບປະຊາຊົນທັງຫລາຍ ແລະຈົ່ງນຳເຄື່ອງຖວາຍບູຊາຂອງປະຊາຊົນມາ ແລະທຳການລົບມົນທິນບາບຂອງເຂົາ ດັ່ງທີ່ພຣະຜູ້ເປັນເຈົ້າຊົງສັ່ງ” 8 ອາໂຣນຈຶ່ງເຂົ້າໄປໃກ້ແທ່ນບູຊາ ແລະຂ້າລູກງົວອັນເປັນເຄື່ອງບູຊາໄຖ່ບາບຊຶ່ງເປັນຂອງເພື່ອຕົນ 9 ແລະບຸດອາໂຣນກໍນຳເລືອດມາໃຫ້ເຂົາ ເຂົາກໍເອົານິ້ວມືຈຸ່ມເລືອດໄປທາໃສ່ຍອດແທ່ນ ແລະເທເລືອດລົງທີ່ຖານແທ່ນ 10 ສ່ວນໄຂມັນແລະຫມາກໄຂຫລັງສ່ວນທີ່ດີທີ່ສຸດຂອງຕັບ ຈາກເຄື່ອງບູຊາໄຖ່ບາບນັ້ນເຂົາເຜົາເສັຽເທິງແທ່ນ ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊ 11 ເຂົາກໍເຜົາຊີ້ນແລະຫນັງເສັຽດ້ວຍໄຟທີ່ພາຍນອກຄ້າຍ 12 ເຂົາຂ້າສັດເຄື່ອງເຜົາບູຊາ ແລ້ວບຸດອາໂຣນກໍນຳເລືອດມາໃຫ້ເຂົາ ເຂົາຈຶ່ງເອົາເລືອດນັ້ນຊິດໃສ່ທີ່ແທ່ນແລະຮອບແທ່ນ 13 ແລະບຸດອາໂຣນກໍສົ່ງເຄື່ອງເຜົາບູຊາທີ່ລະທ່ອນກັບຫົວມາໃຫ້ອາໂຣນ ອາໂຣນກໍເຜົາສິ່ງເຫລົ່ານີ້ເທິງແທ່ນ 14 ອາໂຣນຈຶ່ງລ້າງເຄື່ອງໃນແລະຂາສັດ ແລະເຜົາເສັຽພ້ອມກັບເຄື່ອງເຜົາບູຊາທີ່ເທິງແທ່ນບູຊາ 15 ແລ້ວອາໂຣນກໍນຳເຄື່ອງບູຊາຂອງປະຊາຊົນມາຖວາຍ ຄືນຳແບ້ຊຶ່ງເປັນເຄື່ອງບູຊາໄຖ່ບາບ ຊຶ່ງເປັນຂອງເພື່ອປະຊາຊົນມາຂ້າເສັຽບູຊາໄຖ່ບາບ ດັ່ງເຄື່ອງບູຊາໄຖ່ບາບຄັ້ງກ່ອນນັ້ນ 16 ເຂົາກໍຖວາຍເຄື່ອງເຜົາບູຊາຖວາຍຕາມກົດຫມາຍ 17 ແລະເຂົາກໍຖວາຍທັນຍາບູຊາໂດຍຈັບມາກຳມືນຶ່ງເຜົາເສັຽເທິງແທ່ນ ນອກເຫນືອເຄື່ອງເຜົາບູຊາປະຈຳຕອນເຊົ້າ 18 ເຂົາຂ້າງົວເຖິກແລະແກກະເຖິກເປັນເຄື່ອງສານຕິບູຊາສຳລັບປະຊາຊົນ ແລະບຸດອາໂຣນນຳເລືອດມາໃຫ້ອາໂຣນ ອາໂຣນກໍເອົາເລືອດຊິດທີ່ແທ່ນແລະຮອບແທ່ນ 19 ແລະນຳໄຂມັນງົວ ແລະໄຂມັນແກະກັບຫາງມັນ ແລະໄຂມັນທີ່ຫຸ້ມເຄື່ອງໃນ ແລະຫມາກໄຂ່ຫລັງກັບສ່ວນທີ່ດີທີ່ສຸດຂອງຕັບມາໃຫ້ 20 ແລະເຂົາທັງຫລາຍວາງໄຂມັນເສັຽເທິງແທ່ນ 21 ສ່ວນຊີ້ນຫນ້າເອິກແລະຊີ້ນຂາຂວານັ້ນ ອາໂຣນທຳພິທີຍື່ນຖວາຍແດ່ພຣະຜູ້ເປັນເຈົ້າ ດັ່ງທີໂມເຊໄດ້ບັນຊາໄວ້ 22 ແລ້ວອາໂຣນຍົກມືຂຶ້ນອວຍພອນປະຊາຊົນ ແລະອາໂຣນກໍລົງມາຈາກການຖວາຍເຄື່ອງບູຊາໄຖ່ບາບ ເຄື່ອງເຜົາບູຊາແລະສານຕິບູຊາ 23 ໂມເຊກັບອາໂຣນຈຶ່ງເຂົ້າໄປໃນເຕັນນັດພົບ ເມື່ອເຂົາທັງສອງອອກມາ ເຂົາກໍອວຍພອນປະຊາຊົນ ແລະພຣະສະງ່າຣາສີຂອງພຣະຜູ້ເປັນເຈົ້າ ກໍປາກົດແກ່ປະຊາຊົນທັງມວນ 24 ແປວໄຟພຸ່ງອອກມາຕໍ່ພຣະພັກພຣະຜູ້ເປັນເຈົ້າ ເຜົາເຄື່ອງເຜົາບູຊາແລະໄຂມັນຊຶ່ງຢູ່ເທິງແທ່ນ ເມື່ອປະຊາຊົນທັງຫລາຍເຫັນກໍໂຮ່ຣ້ອງແລະນ້ອມຫນ້າລົງທີ່ດິນ
ບາບຂອງນາດາບແລະອາບີຮູ
1 ຝ່າຍນາດາບແລະອາບີຮູບຸດຂອງອາໂຣນ ຕ່າງນຳຫມໍ້ຂາງໄຟຂອງເຂົາມາ ແລະເອົາໄຟໃສ່ໃນນັ້ນ ແລ້ວໃສ່ເຄື່ອງຫອມລົງ ເອົາໄຟທີ່ຕ້ອງຫ້າມມາເຜົາຖວາຍບູຊາແດ່ພຣະຜູ້ເປັນເຈົ້າ ຊຶ່ງພຣະອົງບໍ່ໄດ້ຊົງບັນຊາໃຫ້ເຂົາກະທຳເຊັ່ນນັ້ນ 2 ໄຟກໍພຸ່ງຂຶ້ນມາຈາກທີ່ພຣະຜູ້ເປັນເຈົ້າປະທັບໄຫມ້ເຂົາທັງສອງ ແລະເຂົາກໍຕາຍຕໍ່ພຣະພັກພຣະຜູ້ເປັນເຈົ້າ 3 ໂມເຊຈຶ່ງບອກອາໂຣນວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາຈະສຳແດງຄວາມບໍຣິສຸດຂອງເຮົາຖ້າມກາງຜູ້ທີ່ຢູ່ໃກ້ເຮົາ ເຂົາຈະຖວາຍຄວາມຍິ່ງໃຫຍ່ແກ່ເຮົາຕໍ່ຫນ້າປະຊົນຊົນທັງປວງ” ແລະອາໂຣນກໍມິດຢູ່ 4 ໂມເຊເອີ້ນມີຊາເອນ ແລະເອນຊາຟານ ບຸດຂອງອຸສຊີເອນ ລຸງຂອງອາໂຣນບອກເຂົາວ່າ, “ຈົ່ງເຂົ້າມາໃກ້ ຫາມເອົາພີ່ນ້ອງຂອງເຈົ້າອອກໄປເສັຽນອກຄ້າຍຈາກຫນ້າສະຖານນະມັສການ” 5 ເຂົາກໍເຂົ້າມາໃຫ້ຫາມສົບທັງເສື້ອອອກໄປໄວ້ນອກຄ້າຍຕາມທີ່ໂມເຊສັ່ງ 6 ແລະໂມເຊກ່າວແກ່ອາໂຣນ ແລະເອເລອາຊາ ແລະອິທາມາ ບຸດອາໂຣນວ່າ, “ທ່ານທັງຫລາຍຢ່າປ່ອຍຜົມຫ້ອຍ ຫລືຈີກເສື້ອຜ້າຂອງທ່ານ ຢ້ານວ່າທ່ານຈະຕ້ອງຕາຍ ແລະຢ້ານວ່າພຣະພິໂຣດຈະຕົກຢູ່ເຫນືອຊຸມນຸມຊົນ ແຕ່ພີ່ນ້ອງຂອງທ່ານຄືວົງວານອິສຣາເອນທັງປວງ ຈະໄວ້ທຸກເພາະພຣະເຈົ້າຊົງໃຫ້ບັງເກີດການເຜົາໄຫມ້ກໍໄດ້ 7 ແລະຢ່າອອກໄປຈາກປະຕູເຕັນນັດພົບ ຢ້ານວ່າທ່ານຕ້ອງຕາຍ ເພາະວ່ານ້ຳມັນເຈີມແຫ່ງພຣະເຈົ້າຢູ່ເຫນືອທ່ານທັງຫລາຍ” ແລະເຂົາທັງຫລາຍກໍກະທຳຕາມຄຳຂອງໂມເຊ
ສ່ວນໄດ້ແລະຫນ້າທີ່ຂອງປະໂຣຫິດ
8 ພຣະເຈົ້າຊົງກ່າວກັບອາໂຣນວ່າ, 9 “ເມື່ອຕົວເຈົ້າຫລືບຸດຂອງເຈົ້າຈະເຂົ້າໄປໃນເຕັນນັດພົບ ຢ່າດື່ມເຫລົ້າອະງຸ່ນ ຫລືສຸຣາຢ້ານວ່າເຈົ້າຈະຕ້ອງຕາຍ ທັງນີ້ໃຫ້ເປັນກົດເກນຖາວອນຢູ່ຕລອດຊົ່ວເຊື້ອສາຍຂອງເຈົ້າ 10 ເຈົ້າຈົ່ງແຍກຂອງບໍຣິສຸດລະຫວ່າງສິ່ງທີ່ເປັນຂອງພຣະເຈົ້າ ແລະສິ່ງທີ່ໃຊ້ກັນຢູ່ທົ່ວໄປ ຂອງມົນທິນຈາກຂອງບໍ່ມົນທິນ 11 ແລະເຈົ້າຈະຕ້ອງສອນປະຊາຊົນອິສຣາເອນໃຫ້ຊາບເຖິງກົດເກນທັງມວນ ຊຶ່ງພຣະເຈົ້າໄດ້ຊົງກ່າວແກ່ເຂົາທັງຫລາຍຜ່ານທາງໂມເຊ 12 ໂມເຊກ່າວແກ່ອາໂຣນ ແລະເອເລອາຊາ ແລະອິທາມາ ບຸດຂອງເຂົາຜູ້ທີ່ເຫລືອຢູ່ວ່າ, “ຈົ່ງເອົາທັນຍາບູຊາ ຊື່ງເຫລືອຈາກການບູຊາດ້ວຍໄຟຖວາຍແດ່ພຣະເຈົ້າ ມາຮັບປະທານທີ່ແຄມແທ່ນບູຊາ ບໍ່ໃສ່ເຊື້ອແປ້ງ ເພາະເປັນຂອງບໍຣິສຸດທີ່ສຸດ 13 ເຈົ້າຈົ່ງຮັບປະທານໃນສະຖານບໍຣິສຸດ ເພາະເປັນສ່ວນຂອງເຈົ້າ ແລະສ່ວນຂອງບຸດຂອງເຈົ້າ ຈາກເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະເຈົ້າ ເພາະຂ້າພະເຈົ້າໄດ້ຮັບບັນຊາດັ່ງນີ້ 14 ແຕ່ຊີ້ນຫນ້າເອິກທີ່ຍື່ນບູຊາ ແລະຊີ້ນຂາທີ່ບູຊາແລ້ວນັ້ນ ເຈົ້າຈົ່ງຮັບປະທານໃນບ່ອນສະອາດທີ່ໃດກໍໄດ້ ທັງຕົວເຈົ້າແລະບຸດຊາຍບຸດຍິງຂອງເຈົ້າກໍຮັບປະທານໄດ້ ເພາະເປັນສ່ວນທີ່ໄດ້ມາຈາກສານຕິບູຊາຂອງປະຊາຊົນອັນຕົກຢູ່ກັບທ່ານທັງບຸດຊາຍທັງຫລາຍຂອງທ່ານດ້ວຍ 15 ຊີ້ນຂາທີ່ບູຊາ ແລະຊີ້ນຫນ້າເອິກທີ່ຍື່ນຖວາຍເຂົາຈະນຳມາບູຊາພ້ອມກັບເຄື່ອງໄຂມັນທີ່ບູຊາດ້ວຍໄຟ ເພື່ອຍື່ນຖວາຍເປັນເຄື່ອງຍື່ນບູຊາຖວາຍແດ່ ພຣະເຈົ້າ ສິ່ງເຫລົ່ານີ້ເປັນຂອງທ່ານແລະບຸດທັງຫລາຍຂອງທ່ານ ເປັນສ່ວນໄດ້ຂອງທ່ານເປັນນິດ ດັ່ງທີ່ພຣະເຈົ້າຊົງບັນຊາໄວ້” 16 ຝ່າຍໂມເຊໄດ້ພຍາຍາມໄຕ່ຖາມເຖິງເຣື່ອງແບ້ຊຶ່ງເປັນເຄື່ອງບູຊາໄຖ່ບາບ ແລະເບິ່ງແມ໋ ແບ້ໂຕນັ້ນຖືກເຜົາເສັຽແລ້ວ ທ່ານຈຶ່ງໃຈຮ້າຍເອເລອາຊາ ແລະອິທາມາ ບຸດຊາຍຂອງອາໂຣນທີ່ເຫລືອຢູ່ ທ່ານບອກເຂົາວ່າ, 17 “ເຫດໃດ ທ່ານຈຶ່ງບໍ່ໄດ້ຮັບປະທານເຄື່ອງບູຊາໄຖ່ບາບໃນສະຖານສັກສິດ? ໃນເມື່ອເປັນຂອງບໍຣິສຸດທີ່ສຸດ ແລະເຂົາໄດ້ໃຫ້ທ່ານເພື່ອທ່ານຈະໄດ້ຣັບຄວາມຜິດຂອງຊຸມນຸມຊົນ ເພື່ອທຳການລົບມົນທິນບາບຂອງເຂົາທັງຫລາຍຕໍ່ພຣະເຈົ້າ 18 ເບິ່ງແມ໋, ເລືອດສັດນັ້ນກໍບໍ່ໄດ້ນຳເຂົ້າມາຍັງສະຖານສັກສິດທີ່ຫ້ອງຂ້າງໃນ ທ່ານຄວນຈະໄດ້ຮັບປະທານສິ່ງເຫລົ່ານີ້ໃນສະຖານສັກສິດ ດັ່ງທີ່ຂ້າພະເຈົ້າໄດ້ບັນຊາແລ້ວນັ້ນ” 19 ອາໂຣນຈຶ່ງກ່າວແກ່ໂມເຊວ່າ, “ເບິ່ງແມ໋, ມື້ນີ້ເຂົາໄດ້ຖວາຍເຄື່ອງບູຊາຂອງເຂົາຕໍ່ພຣະພັກພຣະເຈົ້າແລ້ວ ແລະເຫດການເຫລົ່ານີ້ກໍຕົກທີ່ຂ້າພະເຈົ້າ ຖ້າມື້ນີ້ຂ້າພະເຈົ້າໄດ້ຮັບປະທານເຄື່ອງບູຊາໄຖ່ບາບ ຈະເປັນທີ່ໂປດປານຕໍ່ພຣະພັກພຣະເຈົ້າຫລື” 20 ເມື່ອໂມເຊໄດ້ຟັງດັ່ງນັ້ນທ່ານກໍພໍໃຈ
ສັດສະອາດແລະສັດມົນທິນ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊແລະອາໂຣນວ່າ, 2 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ຕໍ່ໄປນີ້ເປັນສັດທີ່ມີຊີວິດໃນບັນດາສັດໃນໂລກຊຶ່ງເຈົ້າຈະຮັບປະທານໄດ້ 3 ບັນດາສັດທີ່ແຍກກີບ ແລະມີກີບຜ່າ ແລະສັດຄ້ຽວເອື້ອງເຈົ້າຣັບປະທານໄດ້ 4 ຢ່າງໃດກໍຕາມສັດຕໍ່ໄປນີ້ທີ່ຄ້ຽວເອື້ອງ ຫລືແຍກກີບເຈົ້າກໍຢ່າຮັບປະທານ ອູດ ເພາະມັນຄ້ຽວເອື້ອງແຕ່ບໍ່ແຍກກີບເປັນສັດມົນທິນແກ່ເຈົ້າ 5 ເຫມັ້ນ ເພາະມັນເປັນຄ້ຽວເອື້ອງແຕ່ບໍ່ແຍກກີບ ເປັນສັດມົນທິນແກ່ເຈົ້າ 6 ກະຕ່າຍ ເພາະວ່າມັນເປັນສັດຄ້ຽວເອື້ອງແຕ່ບໍ່ແຍກກີບ ເປັນສັດມົນທິນແກ່ເຈົ້າ 7 ຫມູ ເພາະມັນເປັນສັດແຍກກີບ ແລະມີກີບຜ່າແຕ່ບໍ່ຄ້ຽວເອື້ອງ ຈຶ່ງເປັນສັດມົນທິນແກ່ເຈົ້າ 8 ຢ່າຮັບປະທານຊີ້ນຂອງສັດເຫລົ່ານີ້ເລີຍ ແລະເຈົ້າຢ່າແຕະຕ້ອງຊາກຂອງມັນ ມັນເປັນຂອງມົນທິນແກ່ເຈົ້າ 9 “ສັດທີ່ຢູ່ໃນນ້ຳທັງຫມົດເຫລົ່ານີ້ເຈົ້າຮັບປະທານໄດ້ ຂອງທຸກຢ່າງຊຶ່ງຢູ່ໃນນ້ຳ ທີ່ມີຄີແລະມີເກັດ ຈະຢູ່ໃນທະເລຫລືໃນແມ່ນ້ຳກໍຕາມ ເຈົ້າຮັບປະທານໄດ້ 10 ແຕ່ຂອງທຸກຢ່າງຊຶ່ງຢູ່ໃນນ້ຳບໍ່ມີຄີແລະເກັດ ຈະເປັນສັດໂຕນ້ອຍໆໃນນ້ຳ ຫລືສັດທີ່ມີຊີວິດໃນນ້ຳ ເປັນສັດທີ່ຫນ້າລັງກຽດແກ່ເຈົ້າ 11 ເຖິງຈະເປັນສັດທີ່ຫນ້າລັງກຽດແກ່ເຈົ້າ ຊີ້ນມັນກໍດີເຈົ້າຢ່າຮັບປະທານ ຫລືແມ່ນແຕ່ແຕະຕ້ອງຊາກຂອງມັນ 12 ຂອງທຸກຢ່າງຊຶ່ງຢູ່ໃນນ້ຳບໍ່ມີກີບ ແລະມີເກັດເປັນສິ່ງທີ່ຫນ້າລັງກຽດແກ່ເຈົ້າ 13 “ຕໍ່ໄປນີ້ເປັນນົກຊຶ່ງເຈົ້າຫນ້າລັງກຽດ ເຈົ້າຢ່າຮັບປະທານ ມັນເປັນສັດທີ່ຫນ້າລັງກຽດ ຄືນົກອິນຊີ ແຮ້ງ ນົກອອກ 14 ແຫລວຫາງຍາວ ແຫລວດຳຕາມຊະນິດຂອງມັນ 15 ນົກແກຕາມຊະນິດຂອງມັນ 16 ນົກກະຈອກເທດ ນົກເຄົ້າ ນົກນາງນວນ ນົກເຂົາຕາມຊະນິດຂອງມັນ 17 ນົກເຄົ້າແມວ ນົກຍາງ 18 ນົກກະທຸງ ກາ ແຮ້ງ 19 ນົກກະສາດຳ ນົກກະສາຕາມຊະນິດຂອງມັນ ນົກຫອນຍາວ ແລະເຈັຽ 20 ແມງໄມ້ທີ່ມີປີກຊຶ່ງຄານສີ່ຂາ ເປັນສັດທີ່ຫນ້າລັງກຽດແກ່ເຈົ້າ 21 ແຕ່ໃນບັນດາແມງໄມ້ມີປີກທີ່ຄານສີ່ຂານີ້ ເຈົ້າຈະຮັບປະທານຈຳພວກທີ່ມີຂາພັບໃຊ້ກະໂດດໄປເທິງດິນໄດ້ 22 ໃນຈຳພວກແມງໄມ້ຕໍ່ໄປນີ້ເຈົ້າຮັບປະທານໄດ້ ຕັກແຕນຕາມຊະນິດຂອງມັນ ຈີ່ຫລໍ່ຕາມຊະນິດຂອງມັນ ຈັກຈັ່ນຕາມຊະນິດຂອງມັນ ແລະຕັກແຕນໂມ໋ຕາມຊະນິດຂອງມັນ 23 ແຕ່ແມງໄມ້ມີປີກ່ຢາງອື່ນຊຶ່ງມີສີ່ຂາເປັນສັດທີ່ຫນ້າລັງກຽດແກ່ເຈົ້າ 24 “ສິ່ງເຫລົ່ານັ້ນຈະກະທຳໃຫ້ເຈົ້າມົນທິນໄດ້ ຄືຜູ້ໃດຜູ້ນຶ່ງແຕະຕ້ອງຊາກຂອງມັນຈະຕ້ອງມົນທິນໄປຈົນເຖິງຕອນແລງ 25 ຜູ້ໃດຖືກຊາກສັດສ່ວນໃດໆໄປ ຕ້ອງຊັກເສື້ອຜ້າຂອງຕົນ ແລະມົນທິນໄປຈົນເຖິງຕອນແລງ 26 ສັດແຍກກີບແຕ່ບໍ່ມີກີບຜ່າ ບໍ່ຄ້ຽວເອື້ອງເປັນສັດມົນທິນແກ່ເຈົ້າ ຜູ້ໃດແຕະຕ້ອງສັດເຫລົ່ານີ້ຈະມົນທິນ 27 ໃນບັນດາສັດສີ່ຕີນທຸກຢ່າງຊຶ່ງເດີນດ້ວຍຂະຍຸ້ມຕີນເປັນສັດມົນທິນແກ່ເຈົ້າ ຜູ້ໃດແຕະຕ້ອງຊາກສັດນີ້ຈະຕ້ອງມົນທິນໄປເຖິງຕອນແລງ 28 ຜູ້ໃດນຳຊາກມັນໄປຈະຕ້ອງຊັກເສື້ອຜ້າຂອງຕົນ ແລະມົນທິນໄປຈົນເຖິງຕອນແລງ ເປັນສັດມົນທິນແກ່ເຈົ້າ 29 “ໃນບັນດາສັດນ້ອຍໆຊຶ່ງມີຫລາຍເທິງດິນຊະນິດຕໍ່ໄປນີ້ເປັນສັດມົນທິນແກ່ເຈົ້າ ຄືເຫງັນ ຫນູ ເຮັ້ຽຕາມຊະນິດຂອງມັນ 30 ຈິ່ງໂຈະ ກັບແກ້ 31 ໃນບັນດາສັດນ້ອຍໆທີ່ມີຫລາຍ ຊະນິດເຫລົ່ານີ້ເປັນມົນທິນແກ່ເຈົ້າ ຜູ້ໃດແຕະຕ້ອງເມື່ອມັນຕາຍແລ້ວ ຜູ້ນັ້ນຈະມົນທິນໄປເຖິງຕອນແລງ 32 ແລະເມື່ອມັນຕາຍຕົກທັບສິ່ງໃດສິ່ງນັ້ນກໍເປັນມົນທິນ ບໍ່ວ່າຈະເປັນສິ່ງທີ່ເປັນໄມ້ ຫລືເສື້ອຜ້າ ຫລືຫນັງສັດ ຫລືກະສອບ ຫລືພາຊນະໃດໆທີ່ໃຊ້ເພື່ອປໂຍດຢ່າງໃດຈະຕ້ອງແຊ່ນ້ຳ ແລະຈະມົນທິນໄປຈົນເຖິງຕອນແລງຕໍ່ໄປກໍນັບວ່າສະອາດໄດ້ 33 ແລະຖ້າມັນຕົກໃສ່ພາຊນະດິນ ສິ່ງທີ່ຢູ່ໃນພາຊນະນັ້ນຈະມົນທິນ ຈົ່ງທຸບພາຊນະນັ້ນເສັຽ 34 ອາຫານໃນພາຊນະນັ້ນທີ່ຮັບປະທານໄດ້ຊຶ່ງມີນ້ຳປົນຢູ່ກໍເປັນມົນທິນ ແລະນ້ຳດື່ມທັງສິ້ນຊຶ່ງຈະດື່ມໄດ້ຈາກພາຊນະຢ່າງນີ້ຈະມົນທິນ 35 ຖ້າສ່ວນໃດຂອງຊາກສັດຕົກໃສ່ສິ່ງໃດໆ ສິ່ງນັ້ນກໍມົນທິນ ບໍ່ວ່າເປັນເຕົາອົບຫລືເຕົາ ຕ້ອງທຸບເສັຽ ເປັນມົນທິນ ແລະເປັນຂອງມົນທິນແກ່ເຈົ້າ 36 ຢ່າງໃດກໍຕາມນ້ຳພຸຫລືນ້ຳໃນອ່າງເກັບນ້ຳເປັນຂອງສະອາດ ແຕ່ສິ່ງໃດທີ່ແຕະຕ້ອງຊາກສັດນັ້ນຈະມົນທິນ 37 ຖ້າສ່ວນໃດຂອງຊາກຕົກໃສ່ເມັດພືດທີ່ໃຊ້ຫວ່ານ ພືດນັ້ນນັບວ່າສະອາດ 38 ຖ້າຖອກນ້ຳໃສ່ພືດນັ້ນ ແລະຊາກສັດສ່ວນໃດຕົກໃສ່ ພືດນັ້ນກໍເປັນມົນທິນແກ່ເຈົ້າ 39 “ຖ້າສັດຊຶ່ງເຈົ້າຈະຮັບປະທານໄດ້ນັ້ນຕາຍອງ ຜູ້ທີ່ແຕະຕ້ອງຊາກສັດນັ້ນຈະມົນທິນໄປຈົນເຖິງຕອນແລງ 40 ແລະຜູ້ໃດທີ່ຮັບປະທານຊາກນັ້ນຈະຕ້ອງຊັກເສື້ອຜ້າຂອງເຂົາເສັຽ ແລະເປັນມົນທິນໄປຈົນເຖິງຕອນແລງ ຜູ້ໃດທີ່ຈັບຖືຊາກນັ້ນໄປກໍຕ້ອງຊັກເສື້ອຜ້າຂອງຕົນ ແລະເປັນມົນທິນໄປຈົນເຖິງຕອນແລງ 41 “ບັນດາສັດເລື້ອຍຄານທີ່ໄປເປັນຝູງໆເທິງແຜ່ນດິນເປັນສິ່ງທີ່ຫນ້າລັງກຽດ ຢ່າຮັບປະທານ 42 ສິ່ງໃດທີ່ເລືອໄປດ້ວຍທ້ອງ ຫລືສິ່ງທີ່ຍ່າງສີ່ຂາ ຫລືສິ່ງທີ່ມີຫລາຍຂາ ທຸກສິ່ງທີ່ຄານໄປເທິງແຜ່ນດິນ ເຈົ້າຢ່າຮັບປະທານ ເພາະເປັນສິ່ງທີ່ຫນ້າລັງກຽດແກ່ເຈົ້າ 43 ເຈົ້າຢ່າກະທຳໃຫ້ຕົວເອງເປັນທີ່ຫນ້າລັງກຽດດ້ວຍສັດເລືອຄານໃດໆ ຢ່າທຳຕົວໃຫ້ເປັນມົນທິນໄປດ້ວຍສິ່ງເຫລົ່ານີ້ເລີຍ ຢ້ານວ່າເຈົ້າຈະບໍ່ສະອາດໄປນຳ 44 ເພາະເຮົາຄື ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຈົ່ງຊຳຮະຕົວໄວ້ໃຫ້ບໍຣິສຸດ ເພາະເຮົາບໍຣິສຸດ ເຈົ້າຢ່າທຳຕົວໃຫ້ເປັນມົນທິນໄປດ້ວຍສັດນ້ອຍໆທີ່ມີຫລາຍຊຶ່ງຄານໄປເທິງດິນ 45 ເພາະເຮົາຄື ພຣະເຈົ້າຜູ້ນຳເຈົ້າອອກຈາກແຜ່ນດິນເອຢິບ ເພື່ອເປັນພຣະເຈົ້າຂອງເຈົ້າ ເພາະສະນັ້ນເຈົ້າຈຶ່ງຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ” 46 ເຫລົ່ານີ້ເປັນກົດກ່າວເຖິງເຣືອງສັດແລະນົກ ແລະສິ່ງທີ່ມີຊີວິດທີ່ເຄື່ອນໄຫວໄປມາໃນນ້ຳ ແລະສັດທຸກຊະນິດທີ່ເລືອຄານເທິງແຜ່ນດິນ 47 ເພື່ອໃຫ້ສັງເກດຄວາມແຕກຕ່າງລະຫວ່າງສິ່ງທີ່ມີຊີວິດຮັບປະທານໄດ້ ແລະສັດມີຊິວິດທີ່ຮັບປະທານບໍ່ໄດ້
ການທີ່ຍິງຊຳຮະຫລັງຈາກຄອດບຸດ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ຖ້າຍິງຄົນໃດຖືພາຄອດບຸດເປັນຊາຍ ນາງຕ້ອງເປັນມົນທິນເຈັດວັນ ນາງຈະເປັນມົນທິນຢ່າງດຽວກັບມົນທິນເວລາທີ່ນາງມີປະຈຳເດືອນ 3 ໃນວັນທີ່ແປດໃຫ້ຕັດຫນັງປາຍອະວັຍະວະຂອງເດັກນັ້ນເສັຽເພື່ອເປັນການເຂົ້າສູ່ພິທີຕັດ 4 ໃຫ້ນາງຄອຍຢູ່ອີກສາມສິບສາມວັນດ້ວຍເຣື່ອງໂລຫິດຊຳຮະຂອງນາງ ຢ່າໃຫ້ນາງແຕະຕ້ອງຂອງບໍຣີສຸດອັນໃດ ຫລືເຂົ້າໄປໃນສະຖານນະມັສການ ຈົນກວ່າຈະຄົບວັນຊຳຮະຂອງນາງ 5 ແຕ່ຖ້ານາງຄອດບຸດເປັນຍິງ ນາງຈະມົນທິນໄປສອງອາທິດ ຢ່າງດຽວກັບເຣື່ອງການມີປະຈຳເດືອນ ແລະນາງຈະຕ້ອງຄອຍຢູ່ຫົກສິບຫົກວັນ ດ້ວຍເຣື່ອງໂລຫິດຊຳຮະຂອງນາງ 6 “ແລະເມື່ອວັນຊຳຮະຂອງນາງຄົບແລ້ວ ບໍ່ວ່າເປັນກຳນົດຂອງບຸດຊາຍຫລືບຸດຍິງ ໃຫ້ນາງໄປຫາປະໂຣຫິດທີ່ປະຕູເຕັນນັດພົບ ນຳລູກແກະອາຍຸນຶ່ງປີໂຕນຶ່ງໄປເປັນເຄື່ອງເຜົາບູຊາ ແລະນົກກາງແກຫນຸ່ມໂຕນຶ່ງຫລືນົກເຂົາໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 7 ໃຫ້ປະໂຣຫິດນຳຖວາຍແດ່ພຣະຜູ້ເປັນເຈົ້າ ແລະທຳການລົບມົນທິນໃຫ້ນາງ ແລ້ວນາງຈະສະອາດໃນເຣື່ອງໂລຫິດຂອງນາງຕົກ ນີ້ເປັນກົດກ່າວດ້ວຍເຣື່ອງການຄອດບຸດ ບໍ່ວ່າເປັນຊາຍຫລືຍິງ 8 ແລະຖ້ານາງບໍ່ສາມາດຫາລູກແກະໂຕນຶ່ງໄດ້ ກໍໃຫ້ນາງນຳນົກເຂົາສອງໂຕຫລືນົກກາງແກຫນຸ່ມສອງໂຕ ໂຕນຶ່ງເປັນເຄື່ອງເຜົາບູຊາ ແລະອີກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ແລະໃຫ້ປະໂຣຫິດທຳການລົບມົນທິນໃຫ້ນາງ ແລ້ວນາງຈະສະອາດ”
ກົດຫມາຍເຣື່ອງໂຣກເຮື້ອນ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊ ແລະອາໂຣນວ່າ, 2 “ຖ້າຜູ້ໃດເກີດອາການບວມ ຫລືໂພງ ຫລືດ່າງຂຶ້ນທີ່ຜິວຫນັງ ແລ້ວຜີວຫນັງຂອງເຂົາເປັນເຮື້ອນ ກໍໃຫ້ພາຜູ້ນັ້ນມາຫາອາໂຣນປະໂຣຫິດ ຫລືມາຫາບຸດຄົນນຶ່ງຄົນໃດຂອງເຂົາທີ່ເປັນປະໂຣຫິດ 3 ໃຫ້ປະໂຣຫິດກວດຜິວຫນັງບ່ອນທີ່ເປັນບາດ ຖ້າຂົນໃນບ່ອນນັ້ນຫງອກແລະເຫັນວ່າບາດນັ້ນຢູ່ເລິກກວ່າຜິວຫນັງລົງໄປ ນັບວ່າເປັນໂຣກເຮື້ອນ ເມື່ອປະໂຣຫິດກວດເຂົາຮຽບຮ້ອຍແລ້ວໃຫ້ປະກາດວ່າ ເຂົາເປັນມົນທິນ 4 ຖ້າຜິວຫນັງບ່ອນທີ່ເຈັບປວດນັ້ນຂາວ ແລະປາກົດວ່າພຍາດບໍ່ກິນເລິກລົງໄປກວ່າຜິວຫນັງ ແລະຂົນໃນບໍຣິເວນນັ້ນກໍບໍ່ຫງອກ ໃຫ້ປະໂຣຫິດກັກຕົວຜູ້ປ່ວຍໄວ້ເຈັດວັນ 5 ແລະໃຫ້ປະໂຣຫິດກວດເຂົາອີກໃນວັນທີ່ເຈັດ ຖ້າຕາມສາຍຕາຂອງເຂົາເຫັນວ່າບາດນັ້ນຍັງຄືເກົ່າແລະບໍ່ລາມອອກໄປໃນຜິວຫນັງ ກໍໃຫ້ປະໂຣຫິດກັກຕົວເຂົາຕໍ່ໄປອີກເຈັດວັນ 6 ພໍເຖິງວັນທີ່ເຈັດໃຫ້ປະໂຣຫິດກວດເຂົາອີກເທື່ອນຶ່ງ ຖ້າບໍຣິເວນທີ່ເຈັບນັ້ນຈາງລົງ ແລະບາດບໍ່ໄດ້ລາມອອກໄປໃນຜິວຫນັງ ກໍໃຫ້ປະໂຣຫິດປະກາດວ່າ ເຂົາສະອາດແລ້ວ ເຂົາເປັນບາດໂພງເທົ່ານັ້ນ ໃຫ້ເຂົາຊັກເຄື່ອງນຸ່ງແລ້ວເຂົາກໍສະອາດໄດ້ 7 ແຕ່ຖ້າຫາກວ່າພາຍຫລັງຈາກທີ່ເຂົາສຳແດງຕົວແກ່ປະໂຣຫິດເພື່ອຮັບການຊຳຣະແລ້ວນັ້ນ ປາກົດວ່າບໍຣິເວນທີ່ເຈັບປວດນັ້ນລາມອອກໄປໃນຜິວຫນັງ ເຂົາຕ້ອງກັບໄປຫາປະໂຣຫິດອີກ 8 ໃຫ້ປະໂຣຫິດທຳການກວດ ຖ້າບໍຣິເວນທີ່ເຈັບລາມອອກໄປໃນຜິວຫນັງ ກໍໃຫ້ປະໂຣຫິດປະກາດວ່າ ເຂົາເປັນມົນທິນ ເຂົາເປັນໂຣກເຮື້ອນ 9 “ຖ້າຜູ້ໃດເປັນໂຣກເຮື້ອນກໍໃຫ້ພາເຂົາມາຫາປະໂຣຫິດ 10 ແລະໃຫ້ປະໂຣຫິດກວດເບິ່ງຕົວເຂົາ ຖ້າມີບໍຣິເວນບວມສີຂາວເກີດຂຶ້ນທີ່ຜິວຫນັງ ຊຶ່ງທຳໃຫ້ຂົນທີ່ນັ້ນຫງອກ ແລະມີເນື້ອແຜສົດໃນບ່ອນທີ່ບວມນັ້ນ 11 ສະແດງວ່າເປັນໂຣກເຮື້ອຣັງທີ່ຜິວຫນັງ ໃຫ້ປະໂຣຫິດປະກາດວ່າເຂົາມົນທ້ນ ຢ່າກັກຕົວເຂົາໄວ້ ເພາະວ່າເຂົາເປັນມົນທິນ 12 ຖ້າໂຣກເຮື້ອນນັ້ນລາມໄປຕາມຜິວຫນັງ ຕາມທີ່ປະໂຣຫິດເຫັນກໍປາກົດວ່າລາມໄປຕາມຜິວຫນັງທົ່ວຕົວຜູ້ປ່ວຍຕັ້ງແຕ່ຫົວຈົນເຖິງຕີນ 13 ປະໂຣຫິດຕ້ອງກວດເບິ່ງ ຖ້າເຮື້ອນນັ້ນແຜ່ໄປທົ່ວຕົວ ໃຫ້ປະໂຣຫິດປະກາດວ່າເຂົາສະອາດດ້ວຍໂຣກຂອງເຂົາແລ້ວຕົວຂອງເຂົາເຜືອກ ເຂົາສະອາດ 14 ຖ້າມີເນື້ອແຜສົດປາກົດຂຶ້ນມາເມື່ອໃດ ເຂົາກໍເປັນມົນທິນ 15 ໃຫ້ປະໂຣຫິດກວດເບິ່ງທີ່ເນື້ອແຜສົດ ແລະປະກາດວ່າເຂົາເປັນມົນທິນ ເພາະເນື້ອແຜສົດນັ້ນທຳໃຫ້ມົນທິນ ເຂົາເປັນໂຣກເຮື້ອນ 16 ຖ້າເນື້ອແຜສົດນັ້ນປ່ຽນໄປອີກກາຍເປັນສີຂາວ ໃຫ້ເຂົາມາຫາປະໂຣຫິດ 17 ແລະໃຫ້ປະໂຣຫິດກວດເບິ່ງເຂົາ ແລະຖ້າພຍາດນັ້ນກາຍເປັນໂຣກເຜືອກ ໃຫ້ປະໂຣຫິດປະກາດວ່າ ຄົນທີ່ເປັນໂຣກນັ້ນ ສະອາດ ເຂົາສະອາດ 18 “ຖ້າທີ່ຮ່າງກາຍຂອງຄົນໃດມີແຜຝີຊຶ່ງຫາຍແລ້ວ 19 ຖ້າທີ່ແຜເປັນນັ້ນມີສີຂາວບວມຂຶ້ນມາຫລືມີຮອຍສີແດງເຣື່ອໆປາກົດ ກໍໃຫ້ຜູ້ນັ້ນສຳແດງຕົວຕໍ່ປະໂຣຫິດ 20 ແລະປະໂຣຫິດຈະກວດເບິ່ງ ຖ້າປາກົດວ່າທີ່ເປັນນັ້ນເລິກກວ່າຜິວຫນັງ ແລະຂົນທີ່ບໍຣິເວນນັ້ນຫງອກໃຫ້ປະໂຣຫິດປະກາດວ່າ ເຂົາເປັນມົນທິນ ບາດນັ້ນເປັນໂຣກເຮື້ອນມັນໂພງຂຶ້ນມາທີ່ແຜຝີ 21 ແຕ່ຖ້າປະໂຣຫິດກວດເບິ່ງແລ້ວເຫັນວ່າຂົນທີ່ນັ້ນກໍບໍ່ຫງອກ ແລະເປັນບໍ່ເລິກກວ່າຜິວຫນັງ ແຕ່ມີສີຊີດໆ ໃຫ້ປະໂຣຫິດກັກຕົວເຂົາໄວ້ເຈັດວັນ 22 ຖ້າບາດນັ້ນລາມອອກໄປໃນຜິວຫນັງ ກໍໃຫ້ປະໂຣຫິດປະກາດວ່າເຂົາເປັນມົນທິນ ເຂົາເປັນພຍາດຜິວຫນັງແລ້ວ 23 ແຕ່ຖ້າບໍຣີເວນນັ້ນຄົງທີ່ຢູ່ບໍ່ລາມອອກໄປ ກໍເປັນແຕ່ພຽງແຜເປັນຂອງຝີໃຫ້ປະໂຣຫິດປະກາດວ່າ ເຂົາສະອາດ 24 “ຫລື ເມື່ອສ່ວນຂອງຮ່າງກາຍຖືກໄຟລວກ ແລະເນື້ອແຜສົດທີ່ບ່ອນນັ້ນເປັນຮອຍສີແດງເຣື່ອໆຫລືສີຂາວ 25 ໃຫ້ປະໂຣຫິດກວດເບິ່ງ ຖ້າຂົນໃນບໍຣິເວນນັ້ນຫງອກ ແລະປາກົດວ່າເປັນເລິກກວ່າຜິວຫນັງ ກໍເປັນໂຣກເຮື້ອນ ມັນໂພງຂຶ້ນມາທີ່ແຜໄຟລວກ ແລະໃຫ້ປະໂຣຫິດປະກາດວ່າເຂົາເປັນມົນທິນ ເຂົາເປັນໂຣກເຮື້ອນ 26 ແຕ່ຖ້າປະໂຣຫິດກວດເບິ່ງ ເຫັນວ່າຂົນໃນບໍຣິເວນນັ້ນບໍ່ຫງອກ ແລະເປັນບໍ່ເລິກກວ່າຜິວຫນັງ ແຕ່ຈາງ ໃຫ້ປະໂຣຫິດກັກຕົວເຂົາໄວ້ເຈັດວັນ 27 ພໍເຖິງວັນທີ່ເຈັດກໍໃຫ້ປະໂຣຫິດກວດເບິ່ງເຂົາ ຖ້າທີ່ເປັນນັ້ນລາມອອກໄປໃນຜິວຫນັງ ກໍໃຫ້ປະໂຣຫິດປະກາດວ່າເຂົາເປັນມົນທິນ ເຂົາເປັນໂຣກເຮື້ອນ 28 ຖ້າຮອຍທີ່ເປັນນັ້ນຄົງຢູ່ ບໍ່ລາມອອກໄປໃນຜິວຫນັງ ແຕ່ຈາງ ບວມເພາະໄຟລວກໃຫ້ປະໂຣຫິດປະກາດວ່າເຂົາສະອາດ ເພາະມັນເປັນພຽງແຜເປັນຂອງໄຟລວກ 29 “ຖ້າຊາຍຫລືຍິງຄົນໃດມີໂຣກທີ່ຫົວ ຫລືທີ່ຫນວດ 30 ໃຫ້ປະໂຣຫິດກວດເບິ່ງໂຣກນັ້ນ ຖ້າປາກົດວ່າເປັນເລິກກວ່າຜິວຫນັງ ແລະຜົມບ່ອນນັ້ນເຫລືອງແລະບາງ ໃຫ້ປະໂຣຫິດປະກາດວ່າເຂົາເປັນມົນທິນ ເຂົາເປັນໂຣກຄັນ ເປັນໂຣກເຮື້ອນທີ່ຫົວ ຫລືທີ່ຫນວດ 31 ແລະຖ້າປະໂຣຫິດກວດເບິ່ງໂຣກຄັນນັ້ນ ແລະປາກົດວ່າເປັນບໍ່ເລິກກວ່າຜິວຫນັງ ແລະບໍ່ມີຜົມດໍາຢູ່ໃນບໍຣິເວນນັ້ນ ໃຫ້ປະໂຣຫິດກົກຕົວບຸກຄົນທີ່ເປັນໂຣກຄັນນັ້ນໄວ້ເຈັດວັນ 32 ພໍເຖິງວັນທີ່ເຈັດກໍໃຫ້ປະໂຣຫິດກວດບາດນັ້ນ ຖ້າອາການຄັນນັ້ນບໍ່ລາມອອກໄປ ແລະບໍ່ມີຂົນເຫລືອງໃນບໍຣິເວນນັ້ນ ແລະປາກົດວ່າອາການຄັນບໍ່ເລິກກວ່າຜິວຫນັງ 33 ກໍໃຫ້ຄົນນັ້ນແຖຜົມເສັຽ ແຕ່ຢ່າແຖບ່ອນບໍຣິເວນທີ່ຄັນ ໃຫ້ປະໂຣຫິດກັກຕົວບຸກຄົນທີ່ເປັນໂຣກຄັນນັ້ນໄວ້ອີກເຈັດວັນ 34 ພໍເຖິງວັນທີ່ເຈັດ ກໍໃຫ້ປະໂຣຫິດກວດເບິ່ງບ່ອນທີ່ຄັນ ຖ້າທີ່ຄັນນັ້ນບໍ່ລາມອອກໄປໃນຜິວຫນັງ ແລະປາກົດວ່າເປັນບໍ່ເລິກໄປກວ່າຜິວຫນັງ ໃຫ້ປະໂຣຫິດປະກາດວ່າເຂົາສະອາດ ໃຫ້ເຂົາຊັກເຄື່ອງນຸ່ງ ແລ້ວຈະສະອາດ 35 ແຕ່ຖ້າເຂົາຊຳຮະຕົວແລ້ວ ຍັງປາກົດວ່າໂຣກຄັນນັ້ນລາມອອກໄປໃນຜິວຫນັງ 36 ກໍໃຫ້ປະໂຣຫິດກວດເຂົາ ຖ້າໂຣກຄັນນັ້ນລາມອອກໄປໃນຜິວຫນັງແລ້ວ ບໍ່ຈຳເປັນຕ້ອງຊອກຫາຂົນສີເຫລືອງ ເຂົາເປັນມົນທິນແລ້ວ 37 “ແຕ່ຖ້າຕາມສາຍຕາຂອງເຂົາໂຣກຄັນນັ້ນລະງັບແລ້ວ ແລະມີຜົມດຳງອກຢູ່ໃນບໍຣິເວນນັ້ນ ໂຣກຄັນນັ້ນຫາຍແລ້ວເຂົາກໍສະອາດ ແລະໃຫ້ປະໂຣຫິດປະກາດວ່າເຂົາສະອາດ 38 “ເມື່ອຜູ້ຊາຍຫລືຜູ້ຍິງມີຮອຍຂາວທີ່ຜິວຫນັງ 39 ໃຫ້ປະໂຣຫິດກວດເຂົາ ຖ້າຮອຍທີ່ຜິວກາຍເປັນສີຂາວຫມົ່ນ ນັ້ນເປັນຂີ້ກ້ຽນທີ່ໂພງຂຶ້ນໃນຜິວຫນັງ ເຂົາສະອາດ 40 “ຖ້າຊາຍຄົນໃດມີຜົມຫລົ່ນຈາກຫົວ ເຂົາເປັນຄົນຫົວລ້ານ ແຕ່ເຂົາສະອາດ 41 ຖ້າຊາຍຄົນໃດມີຜົມທີ່ຫນ້າຜາກ ແລະທີ່ຂມັບຫລົ່ນ ຫນ້າຜາກຂອງເຂົາລ້ານແຕ່ເຂົາສະອາດ 42 ແຕ່ຖ້າຕົງບໍຣິເວນຫົວລ້ານ ຫລືຫນ້າຜາກລ້ານ ມີບໍຣິເວນເປັນໂຣກສີແດງເຣື່ອໆ ເຂົາເປັນຂີ້ກ້ຽນໂພງຂຶ້ນ ທີ່ຫົວລ້ານ ຫລືທີ່ຫນ້າຜາກລ້ານນັ້ນ 43 ໃຫ້ປະໂຣຫິດກວດເບິ່ງເຂົາ ຖ້າໂຣກບວມນັ້ນສີແດງເຣື່ອໆຢູ່ບ່ອນຫົວລ້ານ ຫລືຫນ້າຜາກລ້ານຂອງເຂົາ ເຫມືອນກັບໂຣກເຮື້ອນທີ່ປາກົດຕາມຜິວຫນັງ 44 ຊາຍຜູ້ນັ້ນເປັນໂຣກເຮື້ອນ ເຂົາເປັນມົນທິນ ປະໂຣຫິດຕ້ອງປະກາດວ່າ ເຂົາເປັນມົນທິນ ໂຣກຂອງເຂົາຢູ່ທີ່ຫົວ 45 “ໃຫ້ບຸກຄົນທີ່ເປັນໂຣກເຮື້ອນສວມເສື້ອຜ້າທີ່ຂາດ ແລະໃຫ້ປ່ອຍຜົມ ແລະໃຫ້ເຂົາປິດຮີມຝີປາກເທິງໄວ້ແລ້ວຮ້ອງໄປວ່າ “ມົນທິນ ມົນທິນ” 46 ເຂົາຈະເປັນມົນທິນຢູ່ຕລອດເວລາທີ່ເຂົາເປັນໂຣກ ເຂົາເປັນມົນທິນ ເຂົາຈະຕ້ອງຢູ່ແຕ່ລຳພັງພາຍນອກຄ້າຍ 47 “ເມື່ອໃນເຄື່ອງແຕ່ງກາຍມີເຮື້ອນ ບໍ່ວ່າຈະເປັນເຄື່ອງແຕ່ງກາຍຂົນສັດ ຫລືຜ້າປ່ານ 48 ຫລືຕິດຢູ່ຜ້າປ່ານຕ່ອນໃດຕ່ອນນຶ່ງຫລືຜ້າຂົນສັດ ຫລືຫນັງສັດ ຫລືສິ່ງໃດໆທີ່ເຮັດດ້ວຍຫນັງສັດ 49 ຖ້າໂຣກນັ້ນເຮັດໃຫ້ເຄື່ອງແຕ່ງກາຍມີສີຂຽວໆ ຫລືແດງໆ ທີ່ດ້າຍເສັ້ນຍືນຫລືເສັ້ນພຸ່ງ ທີ່ຫນັງຫລືສິ່ງໃດໆທີ່ທຳດ້ວຍຫນັງ ນັ້ນແມ່ນເຮື້ອນຈະຕ້ອງນຳໄປສະແດງຕໍ່ປະໂຣຫິດ 50 ແລະໃຫ້ປະໂຣຫິດກວດໂຣກນັ້ນ ແລະໃຫ້ກັກສິ່ງທີ່ເປັນໂຣກນັ້ນໄວ້ເຈັດວັນ 51 ພໍເຖິງວັນທີ່ເຈັດກໍໃຫ້ກວດເບິ່ງໂຣກນັ້ນອີກ ຖ້າໂຣກນັ້ນແຜ່ລາມໄປໃນເສື້ອຜ້າເຄື່ອງແຕ່ງກາຍ ບໍ່ວ່າທີ່ດ້າຍເສັ້ນຍືນຫລືເສັ້ນພຸ່ງ ເປັນທີ່ຫນັງສັດ ຫລືສິ່ງໃດທີ່ທຳດ້ວຍຫນັງສັດ ໂຣກນັ້ນເປັນໂຣກເຮື້ອນຢ່າງຮ້າຍແຮງ ນັບວ່າເປັນມົນທິນ 52 ໃຫ້ປະໂຣຫິດເຜົາເຄື່ອງນຸ່ງນັ້ນເສັຽ ບໍ່ວ່າເປັນໂຣກທີ່ດ້າຍເສັ້ນຍືນຫລືເສັ້ນພຸ່ງ ເປັນທີ່ຜ້າຂົນສັດຫລືຜ້າປ່ານ ຫລືສິ່ງໃດໆທີ່ທຳດ້ວຍຫນັງສັດ ເພາະເປັນໂຣກເຮື້ອນທີ່ຮ້າຍ ຈຶ່ງໃຫ້ເຜົາເສັຽໃນໄຟ 53 “ແລະຖ້າປະໂຣຫິດນັ້ນກວດເບິ່ງ ແລະໂຣກນັ້ນບໍ່ໄດ້ລາມໄປໃນເຄື່ອງທັງທີ່ດ້າຍເສັ້ນຍືນຫລືເສັ້ນພຸ່ງ ຫລືໃນສິ່ງໃດທີ່ທຳດ້ວຍຫນັງສັດ 54 ກໍໃຫ້ປະໂຣຫິດບັນຊາໃຫ້ເຂົາຊັກຕົວທີ່ເປັນໂຣກນັ້ນເສັຽ ແລະໃຫ້ກັກໄວ້ອີກເຈັດວັນ 55 ເມື່ອຊັກແລ້ວກໍໃຫ້ປະໂຣຫິດກວດເບິ່ງຕົວທີ່ເປັນໂຣກນັ້ນອີກ ຖ້າບໍຣິເວນທີ່ເປັນໂຣກບໍ່ປ່ຽນສີ ເຖິງແມ່ນວ່າໂຣກນັ້ນບໍ່ລາມໄປ ກໍເປັນມົນທິນ ເຈົ້າຈົ່ງເອົາໃສ່ໃນໄຟເຜົາເສັຽ ບໍ່ວ່າບໍຣິເວນທີ່ເປັນໂຣກເຮື້ອນນັ້ນຈະຢ່າງຂ້າງໃນຫລືຂ້າງນອກ 56 “ຖ້າປະໂຣຫິດກວດເບິ່ງເມື່ອຊັກແລ້ວເຫັນວ່າໂຣກນັ້ນຈາງ ກໍໃຫ້ຈີກບໍຣິເວນນັ້ນອກເສັຽຈາກເສື້ອຫລືຫນັງສັດ ຫລືເສັ້ນຍືນຫລືເສັ້ນພຸ່ງ 57 ຖ້າປາກົດຂຶ້ນອີກໃນເຄື່ອງນຸ່ງບໍ່ວ່າທີ່ດ້າຍເສັ້ນຍືນຫລືເສັ້ນພຸ່ງ ຫລືໃນສິ່ງໃດໆທີ່ທຳດ້ວຍຫນັງສັດ ໂຣກນັ້ນແຜ່ລາມໄປແລ້ວ ເຈົ້າຈົ່ງເຜົາສິ່ງທີ່ເປັນໂຣກນັ້ນດ້ວຍໄຟ 58 ຖ້າເຄື່ອງທັງທີ່ດ້າຍເສັ້ນຍືນຫລືເສັ້ນພຸ່ງ ຫລືສິ່ງທີ່ທຳດ້ວຍຫນັງສັດ ຊຶ່ງເມື່ອຊັກແລ້ວໂຣກນັ້ນຫມົດໄປ ກໍໃຫ້ຊັກອີກເປັນຄັ້ງທີ່ສອງສະອາດໄດ້ແລ້ວ” 59 ນີ້ເປັນກົດວ່າດ້ວຍໂຣກເຮື້ອນໃນເຄື່ອງທີ່ທຳດ້ວຍຂົນສັດຫລືຜ້າປ່ານ ບໍ່ວ່າເປັນທີ່ດ້າຍເສັ້ນຍືນຫລືເສັ້ນພຸ່ງ ຫລືເປັນທີ່ສິ່ງໃດໆທີ່ທຳດ້ວຍຫນັງສັດ ເພື່ອໃຫ້ພິຈາຣະນາວ່າຢ່າງໃດສະອາດ ຢ່າງໃດເປັນມົນທິນ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຕໍ່ໄປນີ້ເປັນກົດເຣື່ອງຄົນເປັນໂຣກເຮື້ອນ ໃນວັນຊຳຮະຕົວຂອງເຂົາ ໃຫ້ພາເຂົາມາຫາປະໂຣຫິດ 3 ແລະໃຫ້ປະໂຣຫິດທຳການກວດ ຖ້າຜູ້ປ່ວຍຫາຍດີຈາກໂຣກເຮື້ອນແລ້ວ 4 ກໍໃຫ້ປະໂຣຫິດສັ່ງເຂົາໃຫ້ຈັດຂອງສຳລັບຜູ້ຈະຮັບການຊຳຮະ ຄືນົກສະອາດທີ່ມີຊີວິດສອງໂຕ ໄມ້ສົນ ກັບດ້າຍສີແດງ ແລະຕົ້ນຫູສົບ 5 ໃຫ້ປະໂຣຫິດສັ່ງໃຫ້ເຂົາຂ້ານົກໂຕນຶ່ງໃນພາຊນະດິນຂ້າງເທິງນ້ຳໄຫລ 6 ໃຫ້ປະໂຣຫິດເອົານົກໂຕທີ່ຍັງເປັນຢູ່ກັບໄມ້ສົນ ດ້າຍສີແດງ ຕົ້ນຫູສົບ ຈຸ່ມເຂົາໄປໃນເລືອດຂອງຈົກທີ່ຖືກຂ້າຂ້າງເທິງນ້ຳໄຫລ 7 ແລະໃຫ້ປະໂຣຫິດຊິດໃສ່ຄົນທີ່ຈະຮັບການຊຳຮະຈາກໂຣກເຮື້ອນນັ້ນເຈັດເທື່ອ ແລ້ວປະກາດວ່າເຂົາສະອາດ ແລະໃຫ້ປ່ອຍນົກຕົວທີ່ຍັງມີຊີວິດນັ້ນໄປໃນພື້ນທົ່ງ 8 ແລະໃຫ້ຜູ້ທີ່ຮັບການຊຳຮະນັ້ນຊັກເຄື່ອງນຸ່ງຂອງຕົນ ແລະໃຫ້ແຖຜົມກັບຂົນທັງຫມົດເສັຽ ແລະອາບນ້ຳ ເຂົາກໍຈະສະອາດ ຕໍ່ຈາກນັ້ນກໍໃຫ້ເຂົາເຂົ້າຄ້າຍໄດ້ ແຕ່ໃຫ້ນອນຢູ່ນອກເຕັນຂອງເຂົາເຈັດວັນ 9 ພໍວັນທີ່ເຈັດໃຫ້ເຂົາແຖຜົມຈາກຫົວຂອງເຂົາໃຫ້ຫມົດ ໃຫ້ແຖຫນວດ ແລະແຖຂົນຄິ້ວ ຄືແຖໃຫ້ຫມົດ ແລ້ວໃຫ້ຊັກເຄື່ອງນຸ່ງ ແລະອາບນ້ຳ ເຂົາກໍຈະສະອາດ 10 “ໃນວັນທີ່ແປດໃຫ້ເຂົາເອົາລູກແກະເຖິກສອງໂຕປາສຈາກຕຳຫນິ ແລະຍອດແປ້ງປົນໃສ່ນ້ຳມັນສາມໃນສິບເອຟາເປັນທັນຍາບູຊາ ກັບນ້ຳມັນລົກນຶ່ງ 11 ໃຫ້ປະໂຣຫິດຜູ້ທຳການຊຳຮະ ນຳຜູ້ທີ່ຮັບການຊຳຮະກັບສິ່ງຂອງເຫລົ່ານີ້ມາຕໍ່ພຣະພັກພຣະຜູ້ເປັນເຈົ້າທີ່ປະຕູເຕັນນັດພົບ 12 ໃຫ້ປະໂຣຫິດນຳລູກແກະເຖິກໂຕນຶ່ງໄປຖວາຍເປັນເຄື່ອງບູຊາໄຖ່ກັມບາບພ້ອມກັບນ້ຳມັນລົກນຶ່ງ ນຳຍື່ນຖວາຍເປັນເຄື່ອງຍື່ນຖວາຍແດ່ພຣະຜູ້ເປັນເຈົ້າ 13 ໃຫ້ປະໂຣຫິດຂ້າລູກແກະນັ້ນໃນບ່ອນທີ່ເຂົາຂ້າສັດ ອັນເປັນເຄື່ອງບູຊາໄຖ່ບາບ ແລະສັດອັນເປັນເຄື່ອງເຜົາບູຊາໃນບ່ອນບໍຣິສຸດ ເພາະວ່າເຄື່ອງບູຊາໄຖ່ກັມບາບກໍເຫມືອນເຄື່ອງບູຊາໄຖ່ບາບ ເປັນຂອງທີ່ຕົກແກ່ປະໂຣຫິດ ເປັນຂອງບໍຣິສຸດທີ່ສຸດ 14 ປະໂຣຫິດຈະນຳເລືອດຂອງເຄື່ອງບູຊາໄຖ່ກັມບາບມາ ແລະປະໂຣຫິດຈະເຈີມທີ່ປາຍຫູຂ້າງຂວາຂອງຜູ້ທີ່ຣັບການຊຳຮະ ແລະເຈີມທີ່ນິ້ວຫົວແມ່ມືຂວາແລະທີ່ນິ້ວຫົວໂປ້ຕີນຂວາຂອງເຂົາ 15 ແລະປະໂຣຫິດຈະນຳນ້ຳມັນນຶ່ງລົກນັ້ນມາ ຖອກໃສ່ຝ່າມືຊ້າຍຂອງເຂົາ 16 ແລະເອົານິ້ວມືຂວາມຈິ້ມນ້ຳມັນຊຶ່ງຢູ່ໃນມືຊ້າຍ ປະນ້ຳມັນດ້ວຍນິ້ວຂອງເຂົາເຈັດເທື່ອຕໍ່ພຣະພັກພຣະຜູ້ເປັນເຈົ້າ 17 ສ່ວນນ້ຳມັນທີ່ເຫລືອຢູ່ໃນມືນັ້ນ ປະໂຣຫິດຈະເອົາມາ ເຈີມທີ່ປາຍຫູຂວາຂອງຜູ້ທີ່ຮັບການຊຳຮະ ແລະທີ່ນິ້ວໂປ້ມືຂວາແລະທີ່ນິ້ວໂປ້ຕີນຂວາທັບເທິງເລືອດເຄື່ອງບູຊາໄຖ່ກັມບາບ 18 ສ່ວນນ້ຳມັນທີ່ຍັງເຫລືອຢູ່ໃນມືຂອງປະໂຣຫິດນັ້ນ ເຂົາຈະຫົດສົງຂອງຜູ້ຮັບການຊຳຮະ ແລ້ວປະໂຣຫິດຈະທຳການລົບມົນທິນຂອງເຂົາຕໍ່ພຣະພັກພຣະຜູ້ເປັນເຈົ້າ 19 ປະໂຣຫິດຈະຖວາຍເຄື່ອງບູຊາໄຖ່ບາບ ເພື່ອທຳການລົບມົນທິນຂອງຜູ້ຣັບການຊຳຮະໃຫ້ພົ້ນຈາກມົນທິນຂອງເຂົາ ພາຍຫລັງປະໂຣຫິດຈຶ່ງຂ້າສັດອັນເປັນເຄື່ອງເຜົາບູຊາ 20 ແລະປະໂຣຫິດຈະຖວາຍເຄື່ອງເຜົາບູຊາແລະທັນຍາບູຊາເທິງແທ່ນ ປະໂຣຫິດຈະທຳການລົບມົນທິນຂອງເຂົາດັ່ງນີ້ ແລະເຂົາກໍຈະສະອາດໄດ້ 21 “ຖ້າຜູ້ນັ້ນເປັນຄົນຍາກຈົນແລະບໍ່ສາມາດຈະຫາມາໄດ້ເທົ່ານັ້ນ ກໍໃຫ້ເຂົານຳລູກແກະເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ກັມບາບເພື່ອຍື່ນຖວາຍ ກະທຳການລົບມົນທິນຂອງເຂົາ ແລະນຳຍອດແປ້ງນຶ່ງໃນສິບເອຟາປົນໃສ່ກັບນ້ຳມັນ ເປັນທັນຍາບູຊາກັບນ້ຳມັນລົກນຶ່ງ 22 ພ້ອມກັບນົກສອງໂຕ ຫລືລູກນົກກາງແກສອງໂຕ ຕາມທີ່ເຂົາສາມາດຫາມາໄດ້ ໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ນົກອີກໂຕນຶ່ງເປັນເຄື່ອງເຜົາບູຊາ 23 ໃນວັນທີ່ແປດໃຫ້ເຂົານຳມາມອບໃຫ້ແກ່ປະໂຣຫິດເພື່ອການຊຳຮະຂອງຕົນທີ່ປະຕູເຕັນນັດພົບຖວາຍຕໍ່ພຣະພັກພຣະຜູ້ເປັນເຈົ້າ 24 ແລະປະໂຣຫິດຈະນຳລູກແກະທີ່ເປັນເຄື່ອງບູຊາໄຖ່ກັມບາບ ແລະນຳມັນລົກນຶ່ງນັ້ນ ແລະປະໂຣຫິດຈະທຳພິທີຍື່ນຖວາຍເປັນເຄື່ອງຍື່ນບູຊາຖວາຍແດ່ພຣະຜູ້ເປັນເຈົ້າ 25 ແລະເຂົາຈະຂ້າລູກແກະເຄື່ອງບູຊາໄຖ່ບາບ ແລະປະໂຣຫິດຈະເອົາເລືອດຂອງເຄື່ອງບູຊາໄຖ່ກັມບາບມາເຈີມທີ່ປາຍຫູຂ້າງຂວາຂອງຜູ້ຮັບການ ຊໍາຮະ ແລະທີ່ນິ້ວໂປ້ມືຂວາ ກັບທີ່ນິ້ວໂປ້ຕີນຂວາຂອງເຂົາ 26 ແລ້ວປະໂຣຫິດຈະຖອກນ້ຳມັນໃສ່ເບື້ອງມືຊ້າຍຂອງຕົນ 27 ແລະໃຊ້ມືຂວາຊິດນ້ຳມັນເຈັດຄັ້ງຕໍ່ພຣະພັກພຣະຜູ້ເປັນເຈົ້າ 28 ແລະປະໂຣຫິດຈະເອົານ້ຳມັນທີ່ຢູ່ໃນມືເຈີມທີ່ປາຍຫູຂ້າງຂວາຂອງຜູ້ຮັບການຊຳຮະ ແລະທີ່ຫົວໂປ້ມືຂວາກັບຫົວໂປ້ຕີນຂວາຂອງເຂົາ ຕົງບ່ອນທີ່ເຈີມດ້ວຍເລືອດຂອງເຄື່ອງບູຊາໄຖ່ກັມບາບ 29 ນ້ຳມັນທີ່ເຫລືອຢູ່ໃນມືຂອງປະໂຣຫິດນັ້ນ ເຂົາຈະເຈີມຫົວຂອງຜູ້ທີ່ຮັບການຊຳຮະ ທຳການລົບມົນທິນຂອງເຂົາຕໍ່ພຣະພັກພຣະຜູ້ເປັນເຈົ້າ 30 ແລະເຂົາຈະຖວາຍນົກເຂົາຫລືນົກກາງແກຫນຸ່ມຕາມທີ່ເຂົາສາມາດຫາມາໄດ້ 31 ຖວາຍນົກໂຕນຶ່ງເປັນເຄື່ອງເຜົາບູຊາ ພ້ອມກັບທັນຍາບູຊາ ແລະປະໂຣຫິດຈະທຳການລົບມົນທິນຂອງຜູ້ຮັບການຊຳຮະຕໍ່ພຣະພັກພຣະຜູ້ເປັນເຈົ້າ 32 ນີ້ເປັນກົດສຳລັບຜູ້ທີ່ເປັນເຮື້ອນ ບໍ່ສາມາດຫາເຄື່ອງບູຊາເພື່ອການຊຳຮະຂອງຕົນໄດ້” 33 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊ ແລະອາໂຣນວ່າ, 34 “ເມື່ອເຈົ້າເຂົ້າໄປໃນແຜ່ນດິນການາອານ ຊຶ່ງເຮົາໄດ້ໃຫ້ແກ່ເຈົ້າເປັນກຳມະສິດນັ້ນ ແລະເຮົາຈະໃສ່ເຮື້ອນເຂົ້າທີ່ເຮືອນຫລັງນຶ່ງຫລັງໃດໃນແຜ່ນດິນທີ່ເຈົ້າຖືກຳມະສິດນັ້ນ 35 ຜູ້ໃດທີ່ຖືກຳມະສິດຂອງເຮືອນນັ້ນຈະຕ້ອງມາບອກແກ່ປະໂຣຫິດວ່າ “ຂ້າພະເຈົ້າເຫັນໂຣກຢ່າງນຶ່ງເກີດຂຶ້ນໃນເຮືອນຂອງຂ້າພະເຈົ້າ” 36 ແລ້ວປະໂຣຫິດຈະສັ່ງໃຫ້ເຂົາຂົນຂອງອອກຈາກເຮືອນໃຫ້ຫມົດ ກ່ອນທີ່ປະໂຣຫິດຈະໄປກວດໂຣກ ຢ້ານວ່າຂອງທຸກຢ່າງທີ່ຢູ່ໃນເຮື້ອນນັ້ນຈະຖືກປະກາດວ່າ ມົນທິນ ຕໍ່ຈາກນັ້ນປະໂຣຫິດຈຶ່ງຈະເຂົ້າໄປກວດເບິ່ງເຮືອນ 37 ແລະປະໂຣຫິດຈະກວດເບິ່ງໂຣກ ຖ້າໂຣກນັ້ນຢູ່ທີ່ຝາຂອງເຮືອນເປັນຮອຍສີຂຽວໆ ແດງໆ ແລະປາກົດວ່າຢູ່ເລິກກວ່າຜິວ 38 ແລ້ວປະໂຣຫິດຈະອອກຈາກເຮືອນໄປຢູ່ທີ່ປະຕູເຮືອນ ແລ້ວປິດເຮືອນເສັຽເຈັດວັນ 39 ພໍເຖິງວັນທີ່ເຈັດປະໂຣຫິດຈະກັບມາກວດເບິ່ງອີກ ຖ້າໂຣກນັ້ນແຜ່ລາມໄປໃນຝາເຮືອນ 40 ແລ້ວປະໂຣຫິດຈະສັ່ງໃຫ້ເອົາຫີນກ້ອນທີ່ຕິດໂຣກນັ້ນອອກເສັຽນຳໄປໂຍນຖິ້ມໃນບ່ອນມົນທິນພາຍນອກເມືອງ 41 ແລະສັ່ງໃຫ້ຂູດຂ້າງໃນເຣືອນທົ່ວໆໄປ ຜົງປູນທີ່ຂູດອອກມານັ້ນໃຫ້ນຳໄປຖິ້ມເສັຽໃນບ່ອນມົນທິນພາຍນອກເມືອງ 42 ແລ້ວໃຫ້ຫາຫີນອື່ນມາແທນຫີນກ້ອນທີ່ນຳອອກໄປ ແລະເອົາປູນອື່ນມາໂບກຝາເຮືອນນັ້ນ 43 “ເມື່ອເຂົາເອົາຫີນອອກ ຂູດເຮືອນແລະໂບກປູນໃຫມ່ແລ້ວ ຍັງເກີດໂຣກຂຶ້ນໃນເຮືອນນັ້ນອີກ 44 ແລ້ວປະໂຣຫິດຈະໄປກວດເບິ່ງ ຖ້າໂຣກນັ້ນແຜ່ລາມໄປໃນເຮືອນເປັນໂຣກເຮື້ອນຢ່າງຮ້າຍໃນເຮືອນ ເຮືອນກໍເປັນມົນທິນ 45 ໃຫ້ເຂົາພັງເຮືອນນັ້ນລົງ ຫີນ ໄມ້ ແລະປູນທີ່ເຮັດເຮືອນນັ້ນໃຫ້ຂົນໄປຖິ້ມເສັຽໃນບ່ອນທີ່ມົນທິນພາຍນອກເມືອງ 46 ນອກຈາກນີ້ ເມື່ອເຮືອນປິດຢູ່ ມີຜູ້ໃດເຂົ້າໄປຜູ້ນັ້ນຈະເປັນມົນທິນຈົນເຖິງເວລາຄ່ຳ 47 ຜູ້ໃດທີ່ນອນລົງໃນເຮືອນນັ້ນຕ້ອງຊັກເຄື່ອງນຸ່ງຂອງເຂົາ ແລະຜູ້ທີ່ຮັບປະທານໃນເຮືອນນັ້ນຕ້ອງຊັກເຄື່ອງນຸ່ງຂອງເຂົາດ້ວຍ 48 “ແຕ່ຖ້າປະໂຣຫິດມາທຳການກວດເຫັນວ່າເມື່ອໂບກປູນໃຫມ່ແລ້ວ ໂຣກນັ້ນບໍ່ໄດ້ແຜ່ລາມໄປໃນເຣືອນ ແລ້ວປະໂຣຫິດຈະປະກາດວ່າເຮືອນນັ້ນສະອາດ ເພາະໂຣກຫາຍແລ້ວ 49 ແລະເພື່ອຈະຊຳຮະເຮືອນນັ້ນໃຫ້ເຈົ້າຂອງເຮືອນນຳນົກນ້ອຍສອງໂຕກັບໄມ້ສົນ ດ້າຍສີແດງ ແລະຕົ້ນຫູສົບ 50 ໃຫ້ຂ້ານົກໂຕນຶ່ງໃນພາຊນະດິນຂ້າງເທິງນ້ຳທີ່ໄຫລ 51 ເອົາໄມ້ສົນ ຕົ້ນຫູສົບ ແລະດ້າຍສີແດງ ພ້ອມກັບນົກໂຕທີ່ຍັງມີຊີວິດຢູ່ຈຸ່ມລົງໃນເລືອດນົກທີ່ໄດ້ຂ້າຂ້າງເທິງນ້ຳທີ່ໄຫລນັ້ນ ແລ້ວຊິດໃສ່ເຮືອນນັ້ນເຈັດຄັ້ງ 52 ດັ່ງນີ້ເຂົາຈະໄດ້ຊຳຮະເຮືອນດ້ວຍເລືອດນົກ ດ້ວຍນ້ຳໄຫລແລະດ້ວຍນົກທີ່ມີຊີວິດ ດ້ວຍໄມ້ສົນ ຕົ້ນຫູສົບ ແລະດ້າຍສີແດງ 53 ໃຫ້ເຂົາປ່ອຍນົກທີ່ມີຊີວິດອອກໄປຈາກເມືອງຍັງພື້ນທົ່ງ ດັ່ງນີ້ແຫລະເຂົາຈະໄດ້ທຳການລົບມົນທິນຂອງເຮືອນ ແລະເຮືອນນັ້ນກໍສະອາດ” 54 ນີ້ເປັນກົດກ່ຽວກັບເຮື້ອນຕ່າງໆ ໂຣກຄັນ 55 ໂຣກເຮື້ອນໃນເຄື່ອງນຸ່ງຫົ່ມ ຫລືໃນເຮືອນ 56 ບ່ອນບວມ ຫລືໂພງ ຫລືບ່ອນດ່າງ 57 ເພື່ອໃຫ້ສະແດງວ່າເມື່ອໃດຈຶ່ງເອີ້ນວ່າມົນທິນ ເມື່ອເອີ້ນວ່າສະອາດ ນີ້ເປັນກົດເຣື່ອງໂຣກເຮື້ອນ
ສິ່ງອັນເປັນມົນທິນທີ່ໄຫລອອກຈາກຮ່າງກາຍ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊ ແລະອາໂຣນວ່າ, 2 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ເມື່ອຜູ້ໃດມີສິ່ງໄຫລອອກຈາກຮ່າງກາຍ ສິ່ງທີ່ໄຫລອອກຂອງເຂົານັ້ນເປັນມົນທິນ 3 ຕໍ່ໄປນີ້ເປັນກົດກ່ຽວກັບເຣື່ອງມົນທິນຂອງເຂົາເນື່ອງຈາກສິ່ງທີ່ໄຫລອອກ ຮ່າງກາຍຂອງເຂົາຈະມີສິ່ງໄຫລອອກຫລືສິ່ງທີ່ໄຫລອອກຄ້າງຢູ່ໃນຮ່າງກາຍຂອງເຂົາກໍດີ ເຣື່ອງນີ້ເປັນມົນທິນແກ່ເຂົາ 4 ຕຽງນອນຊຶ່ງຜູ້ໃດທີ່ມີສິ່ງໄຫລອອກຂຶ້ນໄປນອນ ຕຽງນັ້ນກໍເປັນມົນທິນ ທຸກສິ່ງທີ່ເຂົາຮອງນັ່ງກໍເປັນມົນທິນ 5 ຜູ້ໃດທີ່ແຕະຕ້ອງຕຽງຂອງເຂົາ ຕ້ອງຊັກເຄື່ອງນຸ່ງຂອງຕົນແລະອາບນ້ຳ ແລະຈະເປັນມົນທິນໄປຈົນເຖິງເວລາຄ່ຳ 6 ຜູ້ໃດໄປນັ່ງເທິງສິ່ງທີ່ຜູ້ມີສິ່ງໄຫລອອກໄດ້ນັ່ງກ່ອນ ຜູ້ນັ້ນຕ້ອງຊັກເຄື່ອງນຸ່ງຂອງເຕົນ ແລະອາບນ້ຳ ແລະຈະເປັນມົນທິນໄປຈົນເຖິງເວລາຄ່ຳ 7 ຜູ້ໃດໄປແຕະຕ້ອງຮ່າງກາຍຂອງຜູ້ທີ່ມີສິ່ງໄຫລອອກ ຜູ້ນັ້ນຕ້ອງຊັກເຄື່ອງນຸ່ງຂອງຕົນແລະອາບນ້ຳ ແລະເປັນມົນທິນໄປຈົນເຖິງເວລາຄ່ຳ 8 ແລະຖ້າຜູ້ໃດທີ່ມີສິ່ງໄຫລອອກນັ້ນຖົ່ມນ້ຳລາຍຖືກຕ້ອງຊັກເຄື່ອງນຸ່ງແລະອາບນ້ຳ ແລະເປັນມົນທິນໄປຈົນເຖິງເວລາຄ່ຳ 9 ແລະອານໃດໆຊຶ່ງຜູ້ມີສິ່ງໄຫລອອກນັ່ງຢູ່ ອານນັ້ນກໍເປັນມົນທິນ 10 ຜູ້ນຶ່ງຜູ້ໃດແຕະຕ້ອງສິ່ງທີ່ຮອງເຂົາຢູ່ນັ້ນ ຜູ້ນັ້ນຈະເປັນມົນທິນໄປຈົນເຖິງເວລາຄ່ຳ ແລະຜູ້ໃດທີ່ຈັບຖືສິ່ງນັ້ນຕ້ອງຊັກເຄື່ອງນຸ່ງຂອງຕົນ ແລະອາບນ້ຳ ຜູ້ນັ້ນຈະເປັນມົນທິນໄປຈົນເຖິງເວລາຄ່ຳ 11 ຜູ້ທີ່ມີສິ່ງໄຫລອອກແຕະຕ້ອງຜູ້ໃດດ້ວຍມືທີ່ບໍ່ໄດ້ລ້າງ ຜູ້ຖືກແຕະຕ້ອງນັ້ນຕ້ອງຊັກເຄື່ອງນຸ່ງຂອງຕົນແລະອາບນ້ຳ ແລະເປັນມົນທິນໄປຈົນເຖິງເວລາຄ່ຳ 12 ພາຊນະດິນຊຶ່ງຜູ້ມີສິ່ງໄຫລອອກແຕະຕ້ອງໃຫ້ທຸບເສັຽ ແລະພາຊນະໄມ້ທຸກຢ່າງກໍໃຫ້ຊຳຮະເສັຽດ້ວຍນ້ຳ 13 “ເມື່ອຜູ້ມີສິ່ງໄຫລອອກໄດ້ຊຳຮະສິ່ງໄຫລອອກຂອງເຂົາແລ້ວ ເຂົາຕ້ອງນັບການຊຳຮະຂອງເຂົາໃຫ້ຄົບເຈັດວັນ ແລະເຂົາຕ້ອງຊັກເຄື່ອງນຸ່ງ ແລະອາບນ້ຳທີ່ໄຫລເຂົາຈຶ່ງຈະສະອາດ 14 ໃນວັນທີ່ແປດໃຫ້ເຂົານຳນົກເຂົາສອງໂຕ ຫລືນົກກາງແກຫນຸ່ມສອງໂຕມາຕໍ່ພຣະພັກພຣະຜູ້ເປັນເຈົ້າທີ່ປະຕູເຕັນນັດພົບ ແລະມອບຂອງເຫລົ່ານັ້ນໃຫ້ແກ່ປະໂຣຫິດ 15 ໃຫ້ປະໂຣຫິດຖວາຍບູຊາ ຄືຖວາຍນົກໂຕນຶ່ງເປັນເຄື່ອງຖວາຍໄຖ່ບາບ ແລະນົກອີກໂຕນຶ່ງເປັນເຄື່ອງເຜົາບູຊາ ແລະປະໂຣຫິດຈະທຳການລົບມົນທິນຂອງເຂົາຕໍ່ພຣະຜູ້ເປັນເຈົ້າ ດ້ວຍເຣື່ອງສິ່ງໄຫລອອກຂອງເຂົາ 16 “ຊາຍຄົນໃດມີນ້ຳກາມໄຫລອອກໃຫ້ເຂົາອາບນ້ຳ ແລະເປັນມົນທິນໄປຈົນເຖິງເວລາຄ່ຳ 17 ເຄື່ອງນຸ່ງຫົ່ມທຸກໂຕ ແລະຜິວຫນັງທຸກສ່ວນທີ່ນ້ຳກາມໄຫລຖືກຕ້ອງຊຳຮະເສັຽໃນນ້ຳ ແລະເປັນມົນທິນໄປຈົນເຖິງເວລາຄ່ຳ 18 ຊາຍຄົນໃດສົມສູ່ກັບຍິງຄົນໃດ ແລະມີນ້ຳກາມໄຫລອອກທັງສອງຈະຕ້ອງອາບນ້ຳ ແລະເປັນມົນທິນໄປຈົນເຖິງເວລາຄ່ຳ 19 “ເມື່ອຍິງມີສິ່ງໄຫລອອກເປັນໂລຫິດປະຈຳເດືອນ ນາງຈະຕ້ອງເປັນມົນທິນໄປເຈັດວັນ ແລະຜູ້ໃດແຕະຕ້ອງນາງຈະຕ້ອງເປັນມົນທິນຈົນເຖິງເວລາຄ່ຳ 20 ຂນະເມື່ອນາງມີມົນທິນ ນາງໄປນອນທີ່ໃດທີ່ນັ້ນກໍມີມົນທິນ ສິ່ງໃດທີ່ນາງໄປນັ່ງທັບສິ່ງນັ້ນກໍເປັນມົນທິນ 21 ຜູ້ໃດໄປແຕະຕ້ອງບ່ອນນອນຂອງນາງ ຜູ້ນັ້ນຕ້ອງຊັກເຄື່ອງນຸ່ງ ແລະອາບນ້ຳ ແລະເປັນມົນທິນໄປຈົນເຖິງເວລາຄ່ຳ 22 ແລະຜູ້ນຶ່ງຜູ້ໃດແຕະຕ້ອງສິ່ງບ່ອນນາງນັ່ງ ຜູ້ນັ້ນຕ້ອງຊັກເຄື່ອງນຸ່ງແລະອາບນ້ຳ ແລະເປັນມົນທິນໄປຈົນເຖິງເວລາຄ່ຳ 23 ສິ່ງທີ່ນາງນັ່ງທັບຈະເປັນບ່ອນນອນຫລືສິ່ງໃດກໍດີ ເມື່ອຊາຍໃດໄປແຕະຕ້ອງເຂົ້າ ຜູ້ນັ້ນຈະເປັນມົນທິນໄປຈົນເຖິງເວລາຄ່ຳ 24 ຖ້າຊາຍໃດໄປສົມສູ່ກັບນາງ ແລະມົນທິນຂອງນາງມາຕິດທີ່ຊາຍນັ້ນ ຊາຍນັ້ນຈະເປັນມົນທິນໄປເຈັດວັນ ເຂົາໄປນອນທີ່ຕຽງໃດ ຕຽງນັ້ນກໍເປັນມົນທິນ 25 “ຖ້າຍິງໃດມີໂລຫິດໄຫລອອກຫລາຍວັນ ບໍ່ແມ່ນເປັນເວລາເປັນມົນທິນປະຈຳຂອງນາງ ຫລືຖ້ານາງມີໂລຫິດໄຫລອອກເລີຍກຳນົດເປັນມົນທິນປະຈຳຂອງນາງ ທຸກວັນທີ່ມີໂລຫິດໄຫລອອກນາງຕ້ອງເປັນມົນທິນ ນາງຕ້ອງເປັນມົນທິນຢ່າງດຽວກັບເວລາເປັນມົນທິນປະຈຳຂອງນາງ 26 ບ່ອນນອນທຸກຫລັງທີ່ນາງນອນ ເມື່ອວັນນາງມີສິ່ງໄຫລອອກ ບ່ອນນອນນັ້ນເປັນດັ່ງບ່ອນນອນເປັນມົນທິນປະຈຳຂອງນາງ ທຸກສິ່ງທີ່ນາງນັ່ງທັບຕ້ອງເປັນມົນທິນຢ່າງດຽວກັບມົນທິນໃນມົນທິນປະຈຳຂອງນາງ 27 ຜູ້ໃດແຕະຕ້ອງສິ່ງເຫລົ່ານັ້ນ ຜູ້ນັ້ນກໍເປັນມົນທິນດ້ວຍ ເຂົາຕ້ອງຊັກເຄື່ອງນຸ່ງ ແລະອາບນ້ຳ ແລະເປັນມົນທິນໄປຈົນເຖິງເວລາຄ່ຳ 28 ຖ້ານາງຊຳຮະສິ່ງໄຫລອອກຂອງນາງແລ້ວ ໃຫ້ນາງນັບເອງໃຫ້ຄົບເຈັດວັນ ຕໍ່ຈາກນັ້ນນາງຈຶ່ງຈະສະອາດ 29 ແລະໃນວັນທີ່ແປດໃຫ້ນາງນຳນົກເຂົາສອງໂຕ ຫລືລູກນົກກາງແກສອງໂຕໄປໃຫ້ປະໂຣຫິດທີ່ປະຕູເຕັນນັດພົບ 30 ແລະປະໂຣຫິດຈະຖວາຍນົກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ແລະອີກໂຕນຶ່ງເປັນເຄື່ອງເຜົາ ແລະປະໂຣຫິດຈະທຳການລົບມົນທິນໃຫ້ນາງຕໍ່ພຣະຜູ້ເປັນເຈົ້າ ດ້ວຍເຣື່ອງສິ່ງໄຫລອອກທີ່ເປັນມົນທິນຂອງນາງ 31 “ດັ່ງນີ້ແຫລະ, ພວກເຈົ້າຄວນຈະໃຫ້ຄົນອິສຣາເອນແຍກຈາກມົນທິນຂອງເຂົາທັງຫລາຍ ຢ້ານວ່າເຂົາຈະຕ້ອງຕາຍດ້ວຍມົນທິນຂອງເຂົາ ເມື່ອເຂົາທໍາໃຫ້ຫໍເຕັນຂອງເຮົາທີ່ຢູ່ຖ້າມກາງພວກເຂົາເປັນມົນທິນໄປ” 32 ນີ້ເປັນກົດເຣື່ອງຜູ້ທີ່ມີສິ່ງໄຫລອອກ ແລະຊາຍທີ່ມີນ້ຳກາມໄຫລອອກ ຊຶ່ງກະທຳໃຫ້ຕົວເປັນມົນທິນ 33 ແລະກ່ຽວກັບຍິງທີ່ປ່ວຍດ້ວຍເປັນມົນທິນປະຈຳຂອງນາງ ຄືທັງນີ້ກ່ຽວກັບຜູ້ທີ່ມີສິ່ງໄຫລອອກບໍ່ວ່າຊາຍຫລືຍິງ ແລະກ່ຽວກັບຊາຍຜູ້ສົມສູ່ກັບຍິງຜູ້ມີມົນທິນ
ວັນລຶບລ້າງບາບ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊຫລັງຈາກທີ່ບຸດທັງສອງຂອງອາໂຣນສິ້ນຊີວິດ ຄືເມື່ອເຂົາເຂົ້າມາໃກ້ພຣະຜູ້ເປັນເຈົ້າ ແລະເຖິງແກ່ຄວາມຕາຍ 2 ແລະພຣະຜູ້ເປັນເຈົ້າກ່າວກັບໂມເຊວ່າ, “ເຈົ້າຈົ່ງບອກອາໂຣນອ້າຍຂອງເຈົ້າວ່າ “ຢ່າເຂົ້າໄປໃນສະຖານສັກສິດຕລອດທຸກເວລາ ຄືເຂົ້າໄປຫນ້າພຣະທີ່ນັ່ງພຣະກະຣຸນາຊຶ່ງຢູ່ເທິງຫລັງຫີບ ຢ້ານວ່າເຂົາຈະຕ້ອງຕາຍ ເພາະວ່າເຮົາຈະປາກົດໃນເມກເຫນືອພຣະທີ່ນັ່ງກະຣຸນາ 3 ແຕ່ອາໂຣນຈະເຂົ້າມາໃນທີ່ບໍຣິສຸດໄດ້ດັ່ງນີ້ ຄືໃຫ້ເອົາງົວຫນຸ່ມໂຕນຶ່ງໄປເປັນເຄື່ອງບູຊາໄຖ່ບາບ ແລະແກະເຖິກໂຕນຶ່ງເປັນເຄື່ອງເຜົາບູຊາ 4 ໃຫ້ເຂົານຸ່ງເສື້ອຜ້າປ່ານບໍຣິສຸດ ແລະນຸ່ງສົ້ງຜ້າປ່ານ ສາຍຣັດແອວ ແລະຜ້າມາລາປ່ານ ນີ້ເປັນເຄື່ອງນຸ່ງບໍຣິສຸດ ເຂົາຈະຕ້ອງອາບນ້ຳແລ້ວຈຶ່ງນຸ່ງ 5 ແລະໃຫ້ເຂົານຳແບ້ເຖິກສອງໂຕເປັນເຄື່ອງບູຊາໄຖ່ບາບກັບແກະເຖິກໂຕນຶ່ງເປັນເຄື່ອງເຜົາບູຊາຈາກຊຸມນຸມຊົນອິສຣາເອນ 6 “ອາໂຣນຈະຖວາຍງົວເປັນເຄື່ອງບູຊາໄຖ່ບາບຂອງຕົນເອງ ແລະຈະທຳການລົບມົນທິນບາບຕົນເອງແລະຄອບຄົວຂອງຕົນ 7 ແລ້ວເຂົາຈະນຳແບ້ສອງໂຕນັ້ນໄປຖວາຍພຣະຜູ້ເປັນເຈົ້າທີ່ປະຕູເຕັນນັດພົບ 8 ແລະອາໂຣນຈະຈັບສະຫລາກແບ້ສອງໂຕນັ້ນ ສະຫລາກນຶ່ງຕົກເປັນຂອງພຣະຜູ້ເປັນເຈົ້າ ແລະອີກສະຫລາກນຶ່ງເພື່ອອາຊາເຊນ 9 ແບ້ໂຕທີ່ສະຫລາກຕົກເປັນຂອງພຣະຜູ້ເປັນເຈົ້ານັ້ນ ອາໂຣນຈະຖວາຍເປັນເຄື່ອງບູຊາໄຖ່ບາບ 10 ແຕ່ແບ້ອີກໂຕນຶ່ງຊຶ່ງສະຫລາກຕົກເພື່ອອາຊາເຊນນັ້ນ ຈະນຳຖວາຍຕໍ່ພຣະພັກພຣະຜູ້ເປັນເຈົ້າເປັນສັດເປັນ ເພື່ອທຳການລົບມົນທິນບາບໃຫ້ຕົກທີ່ມັນ ແລ້ວຈະໄດ້ປ່ອຍມັນເຂົ້າໄປໃນຖິ່ນກັນດານໃຫ້ແກ່ອາຊາເຊນ 11 “ອາໂຣນຈະຖວາຍງົວເປັນເຄື່ອງໄຖ່ບາບຂອງຕົນ ແລະຈະທໍາການລົບມົນທິນບາບຕົນເອງກັບຄອບຄົວຂອງຕົນ ເຂົາຈະຂ້າງົວເປັນເຄື່ອງບູຊາໄຖ່ບາບຂອງເຂົາເອງ 12 ແລະອາໂຣນຈະເອົາກະຖາງໄຟທີ່ມີຖ່ານລຸກຢູ່ມາຈາກແທ່ນບູຊາຕໍ່ພຣະພັກພຣະຜູ້ເປັນເຈົ້າ ແລະເຄື່ອງຫອມທຸບລະອຽດສອງກຳມືນຳເຂົ້າໄປພາຍໃນຜ້າກັ້ງ 13 ແລ້ວເອົາເຄື່ອງຫອມນັ້ນໃສ່ໄຟຖວາຍແດ່ພຣະຜູ້ເປັນເຈົ້າ ໃຫ້ຄວັນເຄື່ອງຫອມຂຶ້ນຄຸມພຣະທີ່ນັ່ງກະຣຸນາຊຶ່ງຢູ່ເຫນືອຫີບຄຳສັນຍາ ຢ້ານວ່າເຂົາຈະຕ້ອງຕາຍ 14 ເຂົາຈະເອົາເລືອດງົວມາຊິດໃສ່ທີ່ຫນ້າພຣະທີ່ນັ່ງກະຣຸນາດ້ວຍນິ້ວ ແລ້ວຈະຊິດໃສ່ທີ່ພຣະທີ່ນັ່ງກະຣຸນາເຈັດເທື່ອດ້ວຍນິ້ວຂອງເຂົາ 15 ແລ້ວອາໂຣນຈະຂ້າແບ້ອັນເປັນເຄື່ອງບູຊາໄຖ່ບາບສຳລັບປະຊາຊົນ ແລະນຳເລືອດແບ້ເຂົ້າໄປໃນພາຍໃນຜ້າກັ້ງ ແລະເອົາເລືອດແບ້ໄປກະທຳເຊັ່ນດຽວກັບກະທຳເລືອດງົວ ຄືຊິດໃສ່ເທິງພຣະທີ່ນັ່ງກະຣຸນາແລະທີ່ຂ້າງຫນ້າພຣະທີ່ນັ່ງກະຣຸນາ 16 ດັ່ງນີ້ແຫລະເຂົາຈະທຳການລົບມົນທິນຂອງສະຖານສັກສິດ ເພາະເຫດມົນທິນຂອງຄົນອິສຣາເອນ ແລະເພາະເຫດການທໍຣະຍົດ ເພາະບາບທັງສິ້ນຂອງເຂົາ ແລະອາໂຣນຈະກະທຳຕໍ່ເຕັນນັດພົບຊຶ່ງຢູ່ກັບເຂົາຖ້າມກາງມົນທິນຂອງປະຊາຊົນ 17 ຢ່າໃຫ້ມີຜູ້ໃດຢູ່ໃນເຕັນນັດພົບ ເມື່ອອາໂຣນເຂົ້າໄປທຳການລົບມົນທິນໃນສະຖານສັກສິດ ຈົນກວ່າເຂົາຈະອອກມາແລະທຳການລົບມົນທິນສຳລັບຕົວເຂົາ ແລະສຳລັບຄອບຄົວຂອງເຂົາ ແລະສຳລັບຊຸມນຸມຊົນອິສຣາເອນ 18 ແລະອາໂຣນຈະອອກໄປຍັງແທ່ນຊຶ່ງຢູ່ຕໍ່ພຣະພັກພຣະຜູ້ເປັນເຈົ້າ ແລະທຳການລົບມົນທິນແທ່ນນັ້ນ ເຂົາຈະເອົາເລືອດງົວ ເລືອດແບ້ ຊິດໃສ່ຍອດຂອງແທ່ນໂດຍຮອບ 19 ແລະເອົານິ້ວຈຸ່ມເລືອດຊິດໃສ່ແທ່ນນັ້ນເຈັດຄັ້ງ ແລະຊຳຮະກະທຳໃຫ້ແທ່ນບໍຣິສຸດພົ້ນຈາກມົນທິນຂອງຄົນອິສຣາເອນ 20 “ເມື່ອອາໂຣນເສັດຈາກການລົບມົນທິນຂອງສະຖານສັກສິດ ແລະເຕັນນັດພົບແລະແທ່ນບູຊາແລ້ວ ເຂົາຈະຖວາຍແບ້ໂຕທີ່ເປັນຢູ່ 21 ແລະອາໂຣນຈະເອົາມືທັງສອງວາງເທິງຫົວແບ້ທີ່ມີຊີວິດນັ້ນ ແລະກ່າວຄຳສາຣະພາບບັນດາບາບຂອງຄົນອິສຣາເອນ ແລະການທໍຣະຍົດທັງຫມົດ ແລະບາບທັງສິ້ນໃຫ້ຕົກລົງເທິງຫົວແບ້ນັ້ນ ແລະໃຫ້ຄົນທີ່ຕຽມມືໄວ້ພ້ອມແລ້ວມານຳແບ້ໄປປ່ອຍເຂົ້າຖິ່ນກັນດານ 22 ແບ້ນັ້ນຈະບັນທຸກມົນທິນທັງຫມົດໄປຍັງທີ່ປ່ຽວ ແລ້ວເຂົາກໍປ່ອຍໃຫ້ມັນເຂົ້າຖິ່ນກັນດານໄປ 23 “ແລ້ວອາໂຣນຈະເຂົ້າມາໃນເຕັນນັດພົບ ເຂົາຈະແກ້ເຄື່ອງນຸ່ງຜ້າປ່ານຊຸດທີ່ແຕ່ງເຂົ້າໄປໃນສະຖານທີ່ສັກສິດອອກເສັຽເກັບໄວ້ທີ່ນັ້ນ 24 ແລະເຂົາຈະຊຳຮະຕົວໃນນ້ຳໃນທີ່ບໍຣິສຸດແລ້ວນຸ່ງເຄື່ອງຂອງຕົນ ແລະເດີນອອກມາຖວາຍເຄື່ອງເຜົາບູຊາຂອງຕົນ ແລະເຄື່ອງເຜົາບູຊາຂອງປະຊາຊົນ ແລະທຳການລົບມົນທິນຂອງຕົນເອງກັບປະຊາຊົນທັງຫລາຍ 25 ເຂົາຈະເອົາໄຂມັນຂອງເຄື່ອງບູຊາໄຖ່ບາບໄປເຜົາເສັຽເທິງແທ່ນ 26 ຜູ້ທີ່ປ່ອຍແບ້ໄປໃຫ້ອາຊາເຊນນັ້ນຈະຕ້ອງຊັກເຄື່ອງນຸ່ງຂອງຕົນ ແລ້ວຕໍ່ມາຈຶ່ງຈະເຂົ້າໃນຄ້າຍໄດ້ 27 ເຂົາຈະເອົາງົວຊຶ່ງເປັນເຄື່ອງບູຊາໄຖ່ບາບແລະແບ້ຊຶ່ງເປັນເຄື່ອງບູຊາໄຖ່ບາບທີ່ອາໂຣນເອົາເລືອດໄປທຳການລົບມົນທິນສະຖານສັກສິດນັ້ນໄປເສັຽຂ້າງນອກຄ້າຍ ແລະເຂົາຈະເຜົາຊີ້ນຫນັງແລະມູນເສັຽດ້ວຍໄຟ 28 ຜູ້ທີ່ທຳການເຜົາກໍຕ້ອງຊັກເຄື່ອງນຸ່ງຂອງຕົນແລະອາບນ້ຳ ພາຍຫລັງເຂົາຈຶ່ງຈະກັບເຂົ້າຄ້າຍໄດ້ 29 “ໃຫ້ເປັນກົດເກນຖາວອນແກ່ເຈົ້າທັງຫລາຍວ່າໃນວັນທີ່ສິບເດືອນທີ່ເຈັດ ເຈົ້າຕ້ອງບັງຄັບໃຈຕົນເອງບໍ່ກະທຳການງານສິ່ງໃດ ທັງຕົວຊາວເມືອງເອງຫລືຄົນຕ່າງດ້າວທີ່ອາໄສຢູ່ຖ້າມກາງເຈົ້າ 30 ເພາະວ່າໃນວັນນີ້ຈະກະທຳການລົບມົນທິນບາບຂອງເຈົ້າ ແລະຊຳຮະເຈົ້າ ເຈົ້າຈະສະອາດຕໍ່ພຣະພັກພຣະຜູ້ເປັນເຈົ້າ ພົ້ນຈາກບາບທັງສິ້ນຂອງເຈົ້າ 31 ເປັນວັນສະບາໂຕໃຫ້ເຈົ້າທັງຫລາຍຢຸດພັກສງົບ ແລະເຈົ້າຕ້ອງບັງຄັບໃຈຂອງເຈົ້າ ທັງນີ້ໃຫ້ເປັນກົດເກນຖາວອນ 32 ປະໂຣຫິດທີ່ຖືກເຈີມ ແລະຖືກຊຳຮະໃຫ້ບໍຣິສຸດແທນບິດາຂອງຕົນຈະຕ້ອງທຳການລົບມົນທິນໂດຍນຸ່ງເສື້ອປ່ານບໍຣິສຸດ 33 ໃຫ້ເຂົາທຳການລົບມົນທິນແກ່ສະຖານສັກສິດ ແລະເຂົາຈະທຳການລົບມົນທິນໃຫ້ແກ່ເຕັນນັດພົບແລະໃຫ້ແກ່ແທ່ນ ແລະເຂົາຈະທຳການລົບມົນທິນໃຫ້ແກ່ປະໂຣຫິດ ແລະປະຊາຊົນທັງຫມົດໃນຊຸມນຸມຊົນນັ້ນ 34 ທັງນີ້ໃຫ້ເປັນກົດເກນຖາວອນແກ່ເຈົ້າທັງຫລາຍ ໃຫ້ທຳການລົບມົນທິນເພື່ອຄົນອິສຣາເອນປີລະຄັ້ງ ເພາະບາບທັງສິ້ນຂອງເຂົາ” ແລະໂມເຊກໍກະທຳຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາທ່ານໄວ້
ສະຖານທີ່ແຫ່ງດຽວສຳລັບການສັກກາຣະບູຊາ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງກ່າວແກ່ອາໂຣນແລະບຸດທັງຫລາຍຂອງເຂົາ ແລະແກ່ຄົນອິສຣາເອນວ່າ ຕໍ່ໄປນີ້ເປັນສິ່ງຊຶ່ງພຣະຜູ້ເປັນເຈົ້າໄດ້ຊົງບັນຊາໄວ້ 3 ຖ້າຊາວອິສຣາເອນຄົນໃດຂ້າງົວ ຫລືລູກແກະ ຫລືແບ້ໃນຄ້າຍ ຫລືຂ້າພາຍນອກຄ້າຍ 4 ແລະບໍ່ໄດ້ນຳມາທີ່ປະຕູເຕັນນັດພົບ ເພື່ອຖວາຍເປັນຂອງບູຊາແດ່ພຣະຜູ້ເປັນເຈົ້າ ທີ່ຫນ້າຫໍເຕັນແຫ່ງພຣະຜູ້ເປັນເຈົ້າ ຜູ້ນັ້ນຕ້ອງມີໂທດດ້ວຍມີກັມບາບເຣື່ອງເລືອດ ຄືເຂົາທຳໃຫ້ເລືອດຕົກ ໃຫ້(ອະເປຫິ) ຕັດຜູ້ນັ້ນເສັຽຈາກຊົນຊາດຂອງຕົນ 5 ທັງນີ້ເພື່ອປະສົງໃຫ້ຄົນອິສຣາເອນນຳເຄື່ອງຖວາຍຊຶ່ງເຂົາຂ້າທີ່ພື້ນທົ່ງ ມາຖວາຍແດ່ພຣະຜູ້ເປັນເຈົ້າ ມາຍັງປະໂຣຫິດທີ່ປະຕູເຕັນນັດພົບ ແລະຂ້າສັດນັ້ນເປັນສານຕິບູຊາຖວາຍແດ່ພຣະຜູ້ເປັນເຈົ້າ 6 ແລະປະໂຣຫິດຈະເອົາເລືອດສັດນັ້ນຊິດໃສ່ເທິງແທ່ນບູຊາພຣະຜູ້ເປັນເຈົ້າທີ່ປະຕູເຕັນນັດພົບ ແລະເຜົາໄຂມັນໃຫ້ເປັນກິ່ນທີ່ພໍພຣະທັຍຖວາຍແດ່ພຣະຜູ້ເປັນເຈົ້າ 7 ເຂົາກໍຈະບໍ່ຂ້າສັດບູຊາແບ້ຜີສາດອີກຕໍ່ໄປ ຊຶ່ງເຂົາທັງຫລາຍຫລິ້ນຊູ້ນັ້ນ ໃຫ້ເຣື່ອງນີ້ເປັນກົດເກນແກ່ເຂົາຕລອດຊົ່ວຊາດເຊື້ອສາຍຂອງເຂົາ 8 “ແລະເຈົ້າຈົ່ງກ່າວແກ່ເຂົາວ່າ ວົງວານອິສຣາເອນຄົນໃດຫລືຄົນຕ່າງດ້າວຄົນໃດຜູ້ອາໄສຢູ່ໃນຫມູ່ພວກເຂົາ ຜູ້ຖວາຍເຄື່ອງເຜົາບູຊາ ຫລືເຄື່ອງສັຕບູຊາ 9 ແລະບໍ່ໄດ້ນຳເຄື່ອງສັຕບູຊານັ້ນມາທີ່ປະຕູເຕັນນັດພົບເພື່ອຖວາຍແດ່ພຣະຜູ້ເປັນເຈົ້າກໍໃຫ້ຕັດຜູ້ນັ້ນເສັຽຈາກຊົນຊາດຂອງຕົນ 10 “ຖ້າວົງວານອິສຣາເອນຫລືຄົນຕ່າງດ້າວຄົນໃດຜູ້ອາໄສຢູ່ຖ້າມກາງເຂົາຮັບປະທານເລືອດ ເຮົາຈະຫມາຍຫນ້າບຸກຄົນຜູ້ຮັບປະທານເລືອດນັ້ນ ແລະຈະຕັດເຂົາເສັຽຈາກຊົນຊາດຂອງຕົນ 11 ເພາະວ່າຊີວິດຂອງເນື້ອຫນັງຢູ່ໃນເລືອດ ເຣົາໄດ້ໃຫ້ເລືອດແກ່ເຈົ້າເພື່ອໃຊ້ເທິງແທ່ນ ເພື່ອຈະທຳການລົບມົນທິນບາບແຫ່ງວິນຍານຈິດຂອງເຈົ້າ ເພາະວ່າໂລຫິດເປັນສິ່ງທີ່ທຳການລົບມົນທິນບາບ ດ້ວຍຊີວິດເປັນເຫດ 12 ເພາະສະນັ້ນເຮົາຈຶ່ງໄດ້ເວົ້າກັບຄົນອິສຣາເອນວ່າ ໃນພວກເຈົ້າຢ່າໃຫ້ຄົນໃດຮັບປະທານເລືອດເລີຍ ຫລືຄົນຕ່າງດ້າວຜູ້ອາໄສຖ້າມກາງເຈົ້າກໍຢ່າໄດ້ຮັບປະທານເລືອດ 13 ຄົນອິສຣາເອນຄົນໃດຫລືຄົນຕ່າງດ້າວທີ່ອາໄສຢູ່ຖ້າມກາງເຂົາ ໄປລ່າສັດຫລືນົກເພື່ອນຳມາຮັບປະທານກໍໃຫ້ຫລັ່ງເລືອດອອກແລ້ວເອົາຝຸ່ນດິນຖົມໄວ້ 14 “ເພາະວ່າຊີວິດຂອງສັດທຸກໂຕກໍຄືເລືອດຂອງມັນນັ້ນເອງ ເຫດສັນນັ້ນເຮົາຈຶ່ງໄດ້ກ່າວແກ່ປະຊາຊົນອິສຣາເອນວ່າ ເຈົ້າຢ່າຮັບປະທານເລືອດຂອງສັດໃດໆເລີຍ ເພາະວ່າຊີວິດຂອງສັດທຸກໂຕກໍຄືເລືອດຂອງມັນນັ້ນເອງ ຜູ້ໃດຮັບປະທານກໍຕ້ອງຖືກຕັດອອກ 15 ແລະທຸກຄົນບໍ່ວ່າຊາວເມືອງຫລືຄົນຕ່າງດ້າວຜູ້ຮັບປະທານສັດທີ່ຕາຍເອງຫລືສັດທີ່ຖືກສັດອື່ນກັດຕາຍ ຕ້ອງຊັກເຄື່ອງນຸ່ງແລະອາບນ້ຳ ແລະເປັນມົນທິນຢູ່ຈົນເຖິງເວລາຄ່ຳ ແລ້ວຈຶ່ງຈະສະອາດໄດ້ 16 ຖ້າເຂົາບໍ່ຊັກເຄື່ອງນຸ່ງ ຫລືອາບນ້ຳ ເຂົາຕ້ອງຮັບໂທດຂອງເຂົາ”
ຫ້າມການລ່ວງປະເວນີ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 3 ເຈົ້າທັງຫລາຍຢ່າກະທຳດັ່ງທີ່ເຂົາກະທຳກັນໃນແຜ່ນດິນເອຢິບຊຶ່ງເຈົ້າເຄີຍອາໄສຢູ່ນັ້ນ ແລະເຈົ້າຢ່າກະທຳດັ່ງທີ່ເຂົາກະທຳກັນໃນແຜ່ນດິນການາອານຊຶ່ງເຮົາກຳລັງພາເຈົ້າໄປນັ້ນ ເຈົ້າຢ່າປະພຶດຕາມກົດເກນຂອງເຂົາ 4 ເຈົ້າທັງຫລາຍຈົ່ງກະທຳຕາມກົດຫມາຍຂອງເຮົາແລະຮັກສາກົດເກນຂອງເຮົາແລະປະພຶດຕາມ ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ 5 ເພາະສະນັ້ນເຈົ້າທັງຫລາຍຈຶ່ງຕ້ອງຮັກສາກົດເກນຂອງເຮົາ ແລະກົດຫມາຍຂອງເຮົາດ້ວຍການກະທຳຕາມນັ້ນແຫລະ ມະນຸດຈຶ່ງຈະມີຊີວິດຢູ່ໄດ້ ເຮົາຄືພຣະຜູ້ເປັນເຈົ້າ 6 “ເຈົ້າຢ່າໃຫ້ຜູ້ໃດສົມສູ່ກັບຍາດຕິພີ່ນ້ອງຂອງຕົນ ເຮົາຄືພຣະຜູ້ເປັນເຈົ້າ 7 ເຈົ້າຢ່າທຳໃຫ້ພໍ່ຂອງຕົນຕ້ອງອັບອາຍຂາຍຫນ້າໂດຍສົມສູ່ກັບແມ່ຂອງຕົນ ຢ່າທຳໃຫ້ແມ່ຂອງຕົນຕ້ອງ
ອັບອາຍຂາຍຫນ້າ
8 ເຈົ້າຢ່າທຳໃຫ້ພໍ່ຂອງຕົນຕ້ອງອັບອາຍຂາຍຫນ້າໂດຍສົມສູ່ກັບພັຣຍາຄົນອື່ນໆຂອງທ່ານ 9 ເຈົ້າຢ່າສົມສູ່ກັບເອື້ອຍ ຫລືນ້ອງສາວຂອງເຈົ້າ ຜູ້ເປັນລູກສາວຂອງພໍ່ ຫລືຂອງແມ່ເຈົ້າ ຜູ້ໄດ້ເກີດໃນເຮືອນ ຫລືເກີດໃນທີ່ຕ່າງດ້າວ 10 ເຈົ້າຢ່າສົມສູ່ກັບລູກຍິງຂອງລູກຊາຍຂອງເຈົ້າ ຫລືຂອງບຸດຍິງຂອງລູກສາວຂອງເຈົ້າ ເຫດວ່າຂອງລັບຂອງເຂົາເປັນຂອງລັບຂອງເຈົ້າ 11 ເຈົ້າຢ່າສົມສູ່ກັບລູກສາວຂອງເມັຽພໍ່ເຈົ້າ ຊຶ່ງໄດ້ເກີດຈາກພໍ່ເຈົ້າເອງ ເປັນເອື້ອຍເປັນນ້ອງສາວຂອງເຈົ້າ 12 ເຈົ້າຢ່າສົມສູ່ກັບເອື້ອຍຫລືນ້ອງສາວຂອງພໍ່ເຈົ້າ ເພາະນາງເປັນຍາດຍິງທີ່ສນິດຂອງພໍ່ເຈົ້າ 13 ເຈົ້າຢ່າສົມສູ່ກັບເອື້ອຍຫລືນ້ອງສາວຂອງແມ່ເຈົ້າ ເພາະນາງເປັນຍາດຍິງທີ່ສນິດຂອງແມ່ເຈົ້າ 14 ເຈົ້າຢ່າສົມສູ່ກັບພັຣຍາຂອງອ້າຍ ຫລືນ້ອງຊາຍຂອງເຈົ້າ ເພາະນາງເປັນປ້າສະໃພ້ ແລະອາສະໃພ້ຂອງເຈົ້າ 15 ເຈົ້າຢ່າສົມສູ່ກັບລູກໃພ້ຂອງເຈົ້າ ນາງເປັນພັຣຍາລູກຊາຍເຈົ້າ 16 ເຈົ້າຢ່າສົມສູ່ກັບພັຣຍາອ້າຍ ຫລືພັຣຍານ້ອງຊາຍຂອງເຈົ້າ ເພາະນາງເປັນຂອງພີ່ນ້ອງຜູ້ຊາຍຂອງເຈົ້າ 17 ເຈົ້າຢ່າສົມສູ່ກັບຍິງຄົນນຶ່ງກັບລູກສາວຂອງນາງ ແລະເຈົ້າຢ່າເອົາລູກສາວຂອງລູກຊາຍຂອງນາງຫລືລູກສາວຂອງລູກສາວຂອງນາງ ເພາະວ່າເຂົາເປັນຍາດຍິງທີ່ສນິດ ເປັນການອະທັມ 18 ແລະເຈົ້າຢ່າສົມສູ່ກັບເອື້ອຍຫລືນ້ອງສາວຂອງພັຣຍາ ມາເປັນຄູ່ແຂ່ງກັບພັຣຍາ ເມື່ອພັຣຍາຍັງມີຊີວິດຢູ່ 19 “ເມື່ອຍິງຄົນໃດກຳລັງມີປະຈຳເດືອນ ເພາະວ່ານາງເປັນມົນທິນ 20 ເຈົ້າຢ່າສົມສູ່ກັບພັຣຍາຂອງເພື່ອນບ້ານຂອງເຈົ້າ ກະທຳໃຫ້ຕົວເຈົ້າລາມົກອານາຈານກັບນາງ 21 ເຈົ້າຢ່າຖວາຍລູກຫລານຂອງເຈົ້າໃຫ້ພຣະໂມເລກ ດ້ວຍໃຫ້ລຸຍໄຟ ກະທຳໃຫ້ພຣະນາມພຣະເຈົ້າຂອງເຈົ້າເຊື່ອມເສັຽກຽດ ເຮົາຄືພຣະຜູ້ເປັນເຈົ້າ 22 ເຈົ້າຢ່າສົມສູ່ກັບຜູ້ຊາຍໃຊ້ຕ່າງຜູ້ຍິງເປັນສິ່ງທີ່ຫນ້າກຽດຫນ້າຊັງ 23 ເຈົ້າຢ່າສົມສູ່ກັບສັດເດັຽຣະສານ ກະທຳຕົນໃຫ້ລາມົກອານາຈານ ຫລືຢ່າໃຫ້ຍິງຄົນໃດຍອມຕົວສົມສູ່ກັບສັດເດັຽຣະສານ ເພາະການເຮັດຢ່າງບ້າຄັ່ງເຊັ່ນນີ້ ພາໃຫ້ພວກເຈົ້າເປັນມົນທິນ 24 “ເຈົ້າທັງຫລາຍຢ່າກະທຳຕົວໃຫ້ຖ່ອຍຮ້າຍອານາຈານດ້ວຍສິ່ງເຫລົ່ານີ້ເລີຍ ເພາະວ່າບັນດາປະຊາຊາດ ທີ່ເຮົາໄດ້ໄລ່ໄປເສັຽຕໍ່ຫນ້າເຈົ້ານັ້ນ ກະທຳລາມົກອານາຈານຢ່າງນີ້ເອງ 25 ແລະແຜ່ນດິນນັ້ນກໍເປັນມົນທິນ ເຮົາຈຶ່ງຕ້ອງລົງໂທດແກ່ແຜ່ນດິນນັ້ນ ແລະແຜ່ນດິນກໍເປັນສ້ຽນຫນາມຕໍ່ຄົນທີ່ເຄີຍຢູ່ອາໄສ 26 ແຕ່ເຈົ້າທັງຫລາຍຈະຕ້ອງຮັກສາກົດເກນຂອງເຮົາ ແລະກົດຫມາຍຂອງເຮົາ ແລະຢ່າກະທຳສິ່ງທີ່ຫນ້າລັງກຽດເຫລົ່ານີ້ ບໍ່ວ່າເປັນຊາວເມືອງຫລືຄົນຕ່າງດ້າວຜູ້ອາໄສຢູ່ໃນຫມູ່ພວກເຈົ້າ 27 (ປະຊາຊົນໃນແຜ່ນດິນຜູ້ຢູ່ກ່ອນໄດ້ກະທຳສິ່ງທີ່ຫນ້າລັງກຽດເຫລົ່ານີ້ ດັ່ງນັ້ນແຜ່ນດິນກາຍເປັນມົນທິນ) 28 ຢ້ານວ່າເມື່ອເຈົ້າທັງຫລາຍທຳໃຫ້ແຜ່ນດິນເປັນມົນທິນ ແຜ່ນດິນກໍຈະເປັນສ້ຽນຫນາມຕໍ່ພວກເຈົ້າ ດັ່ງທີ່ແຜ່ນດິນໄດ້ເປັນສ້ຽນຫນາມແກ່ປະຊາຊາດທີ່ຢູ່ກ່ອນເຈົ້າອອກໄປນັ້ນ 29 ເພາະຜູ້ໃດກະທຳສິ່ງທີ່ຫນ້າລັງກຽດເຫລົ່ານີ້ ໃຫ້ຕັດຜູ້ກະທຳນັ້ນເສັຽຈາກຊົນຊາດຂອງຕົນ 30 ເຫດສະນັ້ນເຈົ້າທັງຫລາຍຈົ່ງປະຕິບັດຕາມຄຳສັ່ງຂອງເຮົາ ຢ່າປະພຶດຕາມທັມນຽມອັນຫນ້າລັງກຽດ ຊຶ່ງເຂົາປະພຶດກັນຢູ່ຕໍ່ຫນ້າເຈົ້າ ແລະຢ່າທຳຕົວເຈົ້າໃຫ້ເປັນມົນທິນດ້ວຍສິ່ງເຫລົ່ານີ້ ເຮົາຄື ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ”
ກົດຫມາຍເຣື່ອງຄວາມບໍຣິສຸດ ແລະຄວາມຍຸດຕິທັມ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງກ່າວແກ່ຊຸມນຸມຊົນອິສຣາເອນວ່າ ເຈົ້າທັງຫລາຍຕ້ອງບໍຣິສຸດ ເພາະເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າເປັນບໍຣິສຸດ 3 ເຈົ້າທຸກຄົນຕ້ອງເຄົາຣົບມານດາແລະບິດາຂອງຕົນ ແລະເຈົ້າຕ້ອງຮັກສາບັນດາສະບາໂຕຂອງເຮົາ ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 4 ຢ່າໃຫ້ຜູ້ໃດກັບນັບຖືຮູບເຄົາຣົບ ຫລືຫລໍ່ພຣະໄວ້ເປັນຮູບເຄົາຣົບສຳລັບຕົນ ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 5 “ເມື່ອເຈົ້າຖວາຍສານຕິບູຊາແດ່ພຣະຜູ້ເປັນເຈົ້າ ຈົ່ງຖວາຍເພື່ອໃຫ້ເຈົ້າເປັນທີ່ພໍພຣະທັຍ 6 ເຈົ້າຈົ່ງຮັບປະທານເຄື່ອງບູຊານັ້ນເສັຽໃນວັນທີ່ເຈົ້າຖວາຍບູຊາ ຫລືໃນວັນຮຸ່ງຂຶ້ນ ຖ້າມີສ່ວນໃດເຫລືອຢູ່ຈົນວັນທີ່ສາມ ຈົ່ງເຜົາໄຟເສັຽ 7 ຖ້າເອົາເຄື່ອງບູຊານັ້ນມາຮັບປະທານໃນວັນທີ່ສາມກໍເປັນການຫນ້າລັງກຽດ ບໍ່ເປັນທີ່ພໍພຣະທັຍ 8 ແລະທຸກຄົນທີ່ຣັບປະທານເຄື່ອງບູຊານັ້ນຕ້ອງຮັບໂທດ ເພາະເຂົາໄດ້ກະທຳສິ່ງບໍຣີສຸດຂອງພຣະຜູ້ເປັນເຈົ້າໃຫ້ມົນທິນ ໃຫ້ຕັດຜູ້ນັ້ນເສັຽຈາກຊົນຊາດຂອງຕົນ 9 “ເມື່ອເຈົ້າທັງຫລາຍກ່ຽວເຂົ້າໃນນາ ຢ່າເກັບກ່ຽວເຂົ້າທີ່ຂອບນາໃຫ້ຫມົດ ເມື່ອກ່ຽວແລ້ວກໍຢ່າເກັບເຂົ້າທີ່ຕົກ 10 ຢ່າເກັບຜົນທີ່ສວນອະງຸ່ນໃຫ້ຫມົດ ເຈົ້າຢ່າເກັບອະງຸ່ນທີ່ຕົກໃນສວນຂອງເຈົ້າ ຈົ່ງເຫລືອໄວ້ໃຫ້ຄົນຍາກຈົນແລະຄົນຕ່າງດ້າວແດ່ ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າ 11 “ເຈົ້າຢ່າລັກຊັບ ຫລືໂກງ ຫລືມຸສາຕໍ່ກັນ 12 ຢ່າສາບານອອກນາມຂອງເຮົາເປັນຄວາມເທັດ ກະທຳໃຫ້ພຣະນາມພຣະຜູ້ເປັນເຈົ້າຂອງເຈົ້າເປັນທີ່ຢຽດຫຍາມ ເຮົາຄືພຣະຜູ້ເປັນເຈົ້າ 13 “ເຈົ້າຢ່າບີບຄັ້ນເພື່ອນບ້ານຫລືປຸ້ນເຂົາ ຢ່າໃຫ້ຄ່າຈ້າງຂອງລູກຈ້າງຄ້າງຢູ່ກັບເຈົ້າຈົນເຖິງຮຸ່ງເຊົ້າ 14 ເຈົ້າຢ່າແຊ່ງຄົນຫູຫນວກ ຫລືວາງຂອງໃຫ້ຄົນຕາບອດສະດຸດ ແຕ່ເຈົ້າຈົ່ງຢຳເກງພຣະເຈົ້າຂອງເຈົ້າ ເຮົາຄືພຣະຜູ້ເປັນເຈົ້າ 15 “ເຈົ້າຢ່າພິພາກສາດ້ວຍຄວາມອະຍຸດຕິທັມ ເຈົ້າຢ່າລຳອ່ຽງເຂົ້າຂ້າງຄົນຈົນ ຫລືເຫັນແກ່ຫນ້າຜູ້ເປັນໃຫຍ່ ແຕ່ເຈົ້າຈົ່ງພິພາກສາເພື່ອນບ້ານຂອງເຈົ້າດ້ວຍຄວາມຊອບທັມ 16 ຢ່າທ່ຽວຂຶ້ນທ່ຽວລົງໃສ່ຮ້າຍປ້າຍສີຄົນອື່ນຖ້າມກາງຊົນຊາດຂອງຕົນ ແລະຢ່າປອງຮ້າຍຕໍ່ຊີວິດຂອງເພື່ອນບ້ານ ເຮົາຄືພຣະຜູ້ເປັນເຈົ້າ 17 “ຢ່າກຽດຊັງພີ່ນ້ອງຂອງເຈົ້າຢູ່ໃນໃຈ ແຕ່ເຈົ້າຈົ່ງຕັກເຕືອນເພື່ອນບ້ານຂອງເຈົ້າ ເພື່ອເຈົ້າຈະບໍ່ຕ້ອງຮັບໂທດເພາະເຂົາ 18 ເຈົ້າຢ່າແກ້ແຄ້ນຫລືຜູກພຍາບາດລູກຫລານຍາດພີ່ນ້ອງຂອງເຈົ້າ ແຕ່ເຈົ້າຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ ເຮົາຄືພຣະຜູ້ເປັນເຈົ້າ 19 “ເຈົ້າຈົ່ງຮັກສາກົດເກນຂອງເຮົາ ເຈົ້າຢ່າສະສົມສັດຂອງເຈົ້າກັບສັດປະເພດອື່ນ ເຈົ້າຢ່າຫວ່ານພືດປົນກັນສອງຊະນິດໃນນາຂອງເຈົ້າ ຢ່າໃຊ້ເຄື່ອງນຸ່ງທີ່ທຳດ້ວຍຜ້າສອງຊະນິດປົນກັນ 20 “ຖ້າຜູ້ໃດເຂົ້ານອນກັບຜູ້ຍິງທີ່ເປັນທາດ ທີ່ຊາຍອີກຄົນນຶ່ງສູ່ຂໍໄວ້ແລ້ວ ແຕ່ຍັງບໍ່ໄດ້ໄຖ່ຖອນຫລືປ່ອຍເປັນອິສຣະ ຕ້ອງສືບສວນເບິ່ງກ່ອນແຕ່ຢ່າໃຫ້ເຖິງຕາຍ ເພາະວ່າທາດຍິງນັ້ນຍັງບໍ່ເປັນອິສຣະ 21 ແຕ່ໃຫ້ຜູ້ນັ້ນນຳເຄື່ອງບູຊາໄຖ່ກັມບາບສຳລັບຕົວເຂົາຖວາຍແດ່ພຣະຜູ້ເປັນເຈົ້າທີ່ປະຕູເຕັນນັດພົບ ຄືແກະເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ກັມບາບ 22 ແລະປະໂຣຫິດຈະທຳການລົບມົນທິນບາບຂອງເຂົາດ້ວຍຖວາຍແກະເຖິກນັ້ນເປັນເຄື່ອງບູຊາໄຖ່ກັມບາບແດ່ພຣະຜູ້ເປັນເຈົ້າ ເພາະບາບຊຶ່ງເຂົາໄດ້ກະທຳໄປ ແລະໃຫ້ເຂົາໄດ້ຮັບການອະພັຍບາບທີ່ເຂົາໄດ້ກະທຳໄປນັ້ນເສັຽ 23 “ເມື່ອເຈົ້າເຂົ້າໄປໃນແຜ່ນດິນ ແລະປູກຕົ້ນໄມ້ທຸກຊະນິດທີ່ມີຜົນເປັນອາຫານ ຜົນທີ່ໄດ້ນັ້ນຕ້ອງເປັນຜົນທີ່ຕ້ອງຫ້າມສາມປີ ເຈົ້າຢ່າຮັບປະທານເລີຍ 24 ແລະປີທີ່ສີ່ ຜົນທີ່ໄດ້ທັງຫມົດຈະເປັນຂອງບໍຣິສຸດ ເປັນເຄື່ອງບູຊາຍົກຍໍພຣະກຽດແດ່ພຣະຜູ້ເປັນເຈົ້າ 25 ແຕ່ໃນປີທີ່ຫ້າເຈົ້າຈົ່ງຮັບປະທານຜົນຫມາກໄມ້ນັ້ນໄດ້ ເພື່ອຈະບັງເກີດຜົນທະວີຂຶ້ນເພື່ອເຈົ້າ ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 26 “ເຈົ້າຢ່າຮັບປະທານຊີ້ນສັດມີເລືອດໃນຊີ້ນນັ້ນ ເຈົ້າຢ່າເປັນຫມໍດູ ຫລືເປັນຫມໍຜີ 27 ເຈົ້າຢ່າກຽນຜົມກາຍຫູຂຶ້ນໄປ ຫລືກຽນຮີມຫນວດຂອງພວກເຈົ້າ 28 ເຈົ້າຢ່າປາດເນື້ອຂອງເຈົ້າເພາະເຫດມີຄົນຕາຍ ຫລືສັກເປັນເຄື່ອງຫມາຍໃດໆລົງທີ່ຕົວເຈົ້າ ເຮົາຄືພຣະຜູ້ເປັນເຈົ້າ 29 “ຢ່າທຳບຸດສາວຂອງຕົນໃຫ້ເປັນຄົນຖ່ອຍຮ້າຍດ້ວຍໃຫ້ເປັນຍິງໂສເພນີ ຢ້ານວ່າແຜ່ນດິນນັ້ນຈະເປັນຖິ່ນການຫລີ້ນຊູ້ ແລະແຜ່ນດິນຈະເຕັມດ້ວຍການຊົ່ວຮ້າຍຫນ້າອັບອາຍ 30 ເຈົ້າຈົ່ງຮັກສາສະບາໂຕທັງຫລາຍຂອງເຮົາ ແລະເຄົາຣົບຕໍ່ສະຖານນະມັສການຂອງເຮົາ ເຮົາຄືພຣະຜູ້ເປັນເຈົ້າ 31 “ຢ່າໄປຫາຄົນຫມໍຜີທີ່ປຸກວິນຍານຄົນຂຶ້ນມາປຶກສາ ຫລືພໍ່ມົດ ແມ່ມົດ ຢ່າທ່ຽວຄົ້ນຫາ ໃຫ້ຕົນມົນທິນໄປເພາະເຂົາເລີຍ ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 32 “ເຈົ້າຈົ່ງລຸກຂຶ້ນຄຳນັບຄົນຜົມຫງອກ ແລະເຄົາຣົບຄົນເຖົ້າແກ່ຊະຣາ ແລະຈົ່ງຢຳເກງເຈົ້າຂອງເຈົ້າ ເຮົາຄືພຣະຜູ້ເປັນເຈົ້າ 33 “ເມື່ອຄົນຕ່າງດ້າວອາໄສຢູ່ກັບເຈົ້າໃນແຜ່ນດິນຂອງເຈົ້າ ຢ່າຂົ່ມເຫັງເຂົາ 34 ຄົນຕ່າງດ້າວທີ່ອາໄສຢູ່ກັບເຈົ້ານັ້ນກໍເຫມືອນກັບຊາວເມືອງຂອງເຈົ້າ ເຈົ້າຈົ່ງຮັກເຂົາເຫມືອນກັບຮັກຕົນເອງ ເພາະວ່າເຈົ້າເຄີຍເປັນຄົນຕ່າງດ້າວໃນແຜ່ນດິນເອຢິບ ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ 35 “ເຈົ້າຢ່າກະທຳຜິດໃນການພິພາກສາ ໃນການວັດຍາວ ຫລືຊັ່ງນ້ຳຫນັກ ຫລືນັບຈຳນວນ 36 “ເຈົ້າຈົ່ງໃຊ້ຕາຊັ່ງທ່ຽງຕົງ ລູກຕຸ້ມທ່ຽງຕົງ ເອຟາທ່ຽງຕົງ ແລະຮີນທ່ຽງຕົງ ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຜູ້ໄດ້ພາເຈົ້າອອກມາຈາກແຜ່ນດິນເອຢິບ 37 ດັ່ງນີ້ແຫລະ ເຈົ້າຈົ່ງຮັກສາກົດເກນທັງຫມົດຂອງເຮົາ ແລະກົດຫມາຍຂອງເຮົາທັງສິ້ນ ແລະກະທຳຕາມ ເຮົາຄືພຣະຜູ້ເປັນເຈົ້າ
ໂທດຂອງການບໍ່ເຊື່ອຟັງ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງກ່າວແກ່ຄົນອິສຣເອນວ່າ ຄົນອິສຣາເອນຄົນໃດຫລືຄົນຕ່າງດ້າວຄົນໃດທີ່ອາໄສຢູ່ໃນອິສຣາເອນ ຜູ້ທີ່ມອບລູກຫລານຂອງຕົນໃຫ້ແກ່ພຣະໂມເລກ ຜູ້ນັ້ນຕ້ອງມີໂທດເຖິງຕາຍ ໃຫ້ປະຊາຊົນເອົາຫີນແກ່ວງໃສ່ເຂົາເສັຽໃຫ້ຕາຍ 3 ຕົວເຮົາເອງຈະຫມາຍຫນ້າຜູ້ນັ້ນໄວ້ ແລະຈະຕັດເຂົາຈາກຖ້າມກາງຊົນຊາດຂອງຕົນ ເພາະວ່າເຂົາໄດ້ໃຫ້ລູກຂອງເຂົາຄົນນຶ່ງແກ່ພຣະໂມເລກ ກະທຳໃຫ້ສະຖານສັກສິດຂອງເຮົາເປັນມົນທິນ ແລະກະທຳໃຫ້ນາມບໍຣິສຸດຂອງເຮົາເປັນທີ່ເຊື່ອມເສັຽ 4 ແລະຖ້າຣາສດອນຫລັບຫູຫລັບຕາ ເຣື່ອງຊາຍຄົນທີ່ໃຫ້ລູກຫລານແກ່ພຣະໂມເລກນັ້ນເສັຽ ບໍ່ລົງໂທດເຂົາໃຫ້ເຖິງຕາຍ 5 ເຮົາຈະຫມາຍຫນ້າຊາຍຄົນນັ້ນ ແລະສູ້ກັບຄອບຄົວຂອງເຂົາ ແລະຕັດເຂົາເສັຽຈາກຊົນຊາດຂອງຕົນ ທັງຕົວເຂົາກໍດີແລະຜູ້ໃດທີ່ທຳຕາມເຂົາໃນການຫລິ້ນຊູ້ກັບພຣະໂມເລກນັ້ນກໍດີ 6 “ຜູ້ໃດໃຝ່ຫາຫມໍຜີທີ່ປຸກວິນຍານຄົນຕາຍຂຶ້ນມາປຶກສາ ຫລືພໍ່ມົດ ແມ່ມົດ ຫລິ້ນຊູ້ກັບເຂົາ ເຮົາຈະຫມາຍຫນ້າຜູ້ນັ້ນ ແລະຕັດເຂົາເສັຽຈາກຊົນຊາດຂອງຕົນ 7 ເຫດສະນັ້ນເຈົ້າຈົ່ງຊຳຮະຕົວໃຫ້ບໍຣິສຸດ ເພາະເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 8 ຈົ່ງຮັກສາກົດເກນຂອງເຮົາແລະກະທຳຕາມ ເຮົາຄືພຣະຜູ້ເປັນເຈົ້າຜູ້ຕັ້ງເຈົ້າໄວ້ໃຫ້ບໍຣິສຸດ 9 ເພາະວ່າທຸກຄົນທີ່ແຊ່ງບິດາຫລືມານດາຂອງຕົນຈະຕ້ອງມີໂທດເຖິງຕາຍ ເຂົາໄດ້ແຊ່ງບິດາ ຫລືມານດາຂອງເຂົາ ທີ່ເຂົາຕ້ອງຕາຍນັ້ນເຂົາເອງຮັບຜິດຊອບ 10 “ຖ້າຜູ້ໃດຫລີ້ນຊູ້ກັບພັຣຍາຂອງຄົນອື່ນ ຖ້າຜູ້ໃດຫລິ້ນຊູ້ກັບພັຣຍາຂອງເພື່ອນບ້ານ ໃຫ້ລົງໂທດທັງຊາຍແລະຍິງນັ້ນເສັຽໃຫ້ຕາຍ 11 ຊາຍຄົນໃດທີ່ສົມສູ່ກັບເມັຽຂອງບິດາຕົນ ກໍເຮັດໃຫ້ບິດາຕົນໄດ້ຮັບຄວາມເຊື່ອມເສັຽແລະອັບອາຍຂາຍຫນ້າ ໃຫ້ລົງໂທດທັງສອງຄົນນັ້ນເສັຽໃຫ້ຕາຍ ທີ່ເຂົາຕ້ອງຕາຍນັ້ນເຂົາເອງຮັບຜິດຊອບ 12 ຊາຍຄົນໃດທີ່ສົມສູ່ກັບລູກໃພ້ຂອງຕົນ ເຂົາທັງສອງຈະຕ້ອງຖືກໂທດເຖິງຕາຍ ເຂົາໄດ້ປະພຶດຜິດຊາຍຍິງທີ່ຮ່ວມພໍ່ແມ່ດຽວກັນ ທີ່ເຂົາຕ້ອງຕາຍນັ້ນເຂົາເອງຮັບຜິດຊອບ 13 ຊາຍໃດສົມສູ່ກັບຜູ້ຊາຍກະທຳຢ່າງກັບຜູ້ຍິງ ທັງສອງຄົນກະທຳຜິດໃນສິ່ງອັນຫນ້າລັງກຽດ ທັງສອງຈະຕ້ອງໄດ້ຮັບໂທດເຖິງຕາຍ ທີ່ເຂົາຕ້ອງຕາຍນັ້ນເຂົາເອງຮັບຜິດຊອບ 14 ຊາຍຄົນໃດໄດ້ພັຣຍາ ແລະໄດ້ມານດາຂອງນາງມາເປັນພັຣຍາດ້ວຍ ນີ້ເປັນເຣື່ອງອະທັມ ໃຫ້ເຜົາທັງຊາຍນັ້ນແລະຍິງທັງສອງນັ້ນເສັຽດ້ວຍໄຟ ເພື່ອວ່າຈະບໍ່ມີຄວາມອະທັມໃນຖ້າມກາງພວກເຈົ້າ 15 ຖ້າຊາຍໃດສົມສູ່ກັບສັດເດັຽຣະສານ ຊາຍຜູ້ນັ້ນແລະສັດຈະຕ້ອງຮັບໂທດເຖິງຕາຍ 16 ຖ້າຍິງໃດເຂົ້າໃກ້ສັດເດັຽຣະສານ ແລະເຂົ້ານອນກັບມັນ ຍິງຜູ້ນັ້ນກັບສັດຈະຕ້ອງຮັບໂທດເຖິງຕາຍຄືກັນ ທີ່ເຂົາຕ້ອງຕາຍນັ້ນເຂົາເອງຮັບຜິດຊອບ 17 “ຖ້າຊາຍຄົນໃດແຕ່ງງານກັບເອື້ອຍ ຫລືນ້ອງຂອງຕົນເອງ ຫລືເອື້ອຍນ້ອງຕ່າງພໍ່ຕ່າງແມ່ກັນ ເປັນສິ່ງທີ່ຫນ້າລະອາຍຫລາຍ ຈະຕ້ອງຖືກຂັບໄລ່ໃຫ້ອອກໄປຈາກຫນ້າຊຸມນຸມຊົນຂອງເຂົາ ເພາະເຂົາໄດ້ສົມສູ່ກັບເອື້ອຍຫລືນ້ອງຂອງຕົນ ເຂົາຕ້ອງຮັບໂທດຂອງເຂົາ 18 ຊາຍຄົນໃດສົມສູ່ກັບຍິງຜູ້ມີປະຈຳເດືອນ ໃຫ້ຕັດທັງສອງຄົນອອກຈາກຊົນຊາດຂອງເຂົາ ເພາະພວກເຂົາໄດ້ຝ່າຝືນລະບຽບການກ່ຽວກັບການເປັນມົນທິນ 19 ເຈົ້າຢ່າສົມສູ່ກັບເອື້ອຍຫລືນ້ອງສາວມານດາເຈົ້າ ຫລືເອື້ອຍ ນ້ອງສາວຂອງບິດາເຈົ້າ ເຂົາທັງສອງຕ້ອງໄດ້ຮັບຜົນກັມສຳລັບການຜິດຊາຍຍິງທີ່ຮ່ວມພໍ່ແມ່ດຽວກັນ 20 ຖ້າຊາຍຄົນໃດສົມສູ່ກັບພັຣຍາຂອງລຸງ ເຂົາກໍທຳໃຫ້ລຸງຂອງເຂົາເຊື່ອມເສັຽ ທັງສອງຈະຕ້ອງຮັບໂທດ ເຂົາຈະຕາຍໂດຍບໍ່ມີບຸດ 21 ຖ້າຊາຍຄົນໃດເອົາພັຣຍາຂອງອ້າຍ ຫລືນ້ອງຊາຍໄປ ເປັນເຣື່ອງມົນທິນ ເຂົາຈະຕ້ອງຕາຍໂດຍບໍ່ມີບຸດ ທັງໄດ້ສ້າງຄວາມອັບອາຍຂາຍຫນ້າໃຫ້ແກ່ອ້າຍນ້ອງຂອງຕົນດ້ວຍ 22 “ເຫດສັນນັ້ນເຈົ້າຈົ່ງຮັກສາກົດເກນທັງສິ້ນຂອງເຣົາ ແລະກົດຫມາຍທັງສິ້ນຂອງເຮົາ ແລະກະທຳຕາມ ເພື່ອວ່າແຜ່ນດິນຊຶ່ງເຮົານຳເຈົ້າໃຫ້ມາຢູ່ນັ້ນຈະບໍ່ໄດ້ຄາຍພວກເຈົ້າໃຫ້ອອກໄປເສັຽ 23 ແລະເຈົ້າຢ່າປະພຶດຕາມທັມນຽມຂອງປະຊາຊາດທີ່ເຮົາໄລ່ໄປເສັຽໃຫ້ພົ້ນຫນ້າເຈົ້າ ດ້ວຍວ່າເຂົາທັງຫລາຍໄດ້ປະພຶດຜິດໃນສິ່ງເຫລົ່ານີ້ ເຮົາຈຶ່ງກຽດຊັງເຂົາ 24 ແຕ່ເຮົາໄດ້ບອກເຈົ້າແລ້ວວ່າ ເຈົ້າທັງຫລາຍຈະໄດ້ຮັບແຜ່ນດິນນີ້ເປັນມໍຣະດົກ ເຮົາຈະໃຫ້ແກ່ເຈົ້າເປັນກຳມະສິດ ເປັນແຜ່ນດິນທີ່ມີນ້ຳນົມແລະນ້ຳເຜິ້ງໄຫລບໍຣິບູນ ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າຜູ້ໄດ້ແຍກເຈົ້າອອກຈາກຊົນຊາດທັງຫລາຍ 25 ເຫດສະນັ້ນ ເຈົ້າຈົ່ງສັງເກດຄວາມແຕກຕ່າງລະຫວ່າງສັດສະອາດແລະສັດມົນທິນ ລະຫວ່າງນົກມົນທິນແລະນົກສະອາດ ເຈົ້າຢ່າກະທຳຕົວໃຫ້ເປັນທີ່ຫນ້າລັງກຽດດ້ວຍສັດຫລືນົກຫລືສິ່ງໃດໆທີ່ເລື້ອຍຄານຢູ່ເທິງດິນ ຊຶ່ງເຣົາໄດ້ແຍກໃຫ້ເຈົ້າແລ້ວວ່າເປັນຂອງມົນທິນ 26 ເຈົ້າຕ້ອງບໍຣິສຸດສຳລັບເຮົາ ເພາະເຮົາຄືພຣະເຈົ້າບໍຣິສຸດ ແລະໄດ້ແຍກເຈົ້າອອກຈາກຊົນຊາດທັງຫລາຍເພື່ອເຈົ້າຈະເປັນຂອງເຮົາ 27 “ຊາຍຫລືຍິງຄົນໃດທີ່ເປັນຄົນປຸກວິນຍານຂອງຄົນຕາຍຂຶ້ນມາປຶກສາ ຫລືພໍ່ມົດ ແມ່ມົດ ຈົ່ງຂ້າເສັຽ ຈົ່ງເອົາກ້ອນຫີນຄວ້າງໃສ່ ທີ່ເຂົາຕ້ອງຕາຍນັ້ນເຂົາເອງຮັບຜິດຊອບ”
ຄວາມບໍຣິສຸດຂອງປະໂຣຫິດ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, “ຈົ່ງກ່າວແກ່ບັນດາປະໂຣຫິດ ຄືບຸດຫລານຂອງອາໂຣນ ແລະສັ່ງເຂົາວ່າ ຢ່າໃຫ້ຜູ້ໃດກະທຳຕົວໃຫ້ມົນທິນດ້ວຍເຣື່ອງສົບໃນຫມູ່ປະຊາຊົນ 2 ເວັ້ນແຕ່ຍາດທີ່ສນິດທີ່ສຸດ ຄືມານດາ ບິດາ ບຸດຊາຍຍີງ ອ້າຍແລະນ້ອງຊາຍ 3 ຫລືເອື້ອຍແລະນ້ອງສາວພົມມາຈາຣີ (ຜູ້ທີ່ຍັງສນິດກັບເຂົາ ເພາະນາງຍັງບໍ່ມີຜົວ ເຂົາຈຶ່ງຍອມຕົວເປັນມົນທິນເພາະນາງໄດ້) 4 ຢ່າໃຫ້ເຂົາມີມົນທິນເພາະເປັນຜົວໃນຫມູ່ຊົນຊາດຂອງເຂົາ ແລະກະທຳໃຫ້ຕົນເປັນມົນທິນ 5 ຢ່າແຖຫົວຫລືກຽນຫນວດກຽນເຄົາ ຫລືປາດເນື້ອຕົວເອງ 6 ພວກປະໂຣຫິດຕ້ອງເປັນຄົນບໍຣິສຸດຕໍ່ພຣະເຈົ້າຂອງຕົນ ແລະບໍ່ກະທຳໃຫ້ພຣະນາມຂອງພຣະເຈົ້າເປັນທີ່ເຊື່ອມເສັຽ ເພາະເຂົາທັງຫລາຍຖວາຍເຄື່ອງບູຊາດ້ວຍໄຟແດ່ພຣະຜູ້ເປັນເຈົ້າ ເປັນພຣະກະຍາຫານແຫ່ງພຣະເຈົ້າຂອງເຂົາທັງຫລາຍ ເຫດສັນນັ້ນເຂົາທັງຫລາຍຈຶ່ງຕ້ອງບໍຣິສຸດ 7 ປະໂຣຫິດຈະແຕ່ງງານກັບຍິງແມ່ຈ້າງ ຫລືຍິງທີ່ມີມົນທິນບໍ່ໄດ້ ຫລືຈະແຕ່ງງານກັບຍິງທີ່ຮ້າງຈາກຜົວກໍບໍ່ໄດ້ ເພາະປະໂຣຫິດຈະຕ້ອງບໍຣິສຸດແດ່ພຣະເຈົ້າຂອງເຂົາ 8 ເຈົ້າຈົ່ງຊຳຮະເຂົາໃຫ້ບໍຣິສຸດ ເພາະເຂົາຖວາຍພຣະກະຍາຫານແຫ່ງພຣະເຈົ້າຂອງເຈົ້າເຂົາຈະຕ້ອງບໍຣິສຸດສຳລັບເຈົ້າ ເພາະເຮົາຄືພຣະເຈົ້າຜູ້ຊຳຮະເຈົ້າທັງຫລາຍໃຫ້ບໍຣິສຸດ ເຮົາບໍຣິສຸດ 9 ລູກສາວຂອງປະໂຣຫິດຄົນໃດ ຖ້ານາງກະທຳຕົວໃຫ້ມົນທິນໂດຍໄປເປັນໂສເພນີກໍກະທຳໃຫ້ບິດາເປັນມົນທິນ ຈະຕ້ອງເຜົານາງເສັຽດ້ວຍໄຟ 10 “ປະໂຣຫິດເປັນຜູ້ໃຫຍ່ໃນຫມູ່ພວກພີ່ນ້ອງ ຜູ້ຖືກເຈີມທີ່ຫົວດ້ວຍນ້ຳມັນແລະຜູ້ທີ່ໄດ້ຮັບການຊຳຮະໃຫ້ບໍຣິສຸດທີ່ຈະນຸ່ງເສື້ອຍົດ ຢ່າປ່ອຍຜົມຫລືຈີກເສື້ອຜ້າຂອງຕົນ 11 ຢ່າເຂົ້າໄປຖືກຕ້ອງສົບ ຫລືກະທຳຕົວໃຫ້ມົນທິນ ແມ້ວ່າສົບນັ້ນເປັນບິດາຫລືມານດາ 12 ຢ່າອອກໄປຈາກສະຖານນະມັສການ ຫລືກະທຳສະຖານນະມັສການຂອງພຣະເຈົ້າໃຫ້ເປັນມົນທິນ ເພາະວ່າການຊຳຮະໃຫ້ບໍຣິສຸດດ້ວຍນ້ຳມັນເຈີມຂອງພຣະເຈົ້າຢູ່ເທິງຕົວເຂົາ ເຮົາຄືພຣະຜູ້ເປັນເຈົ້າ 13 ເຂົາຈະຕ້ອງມີພັຣຍາ ເປັນຍິງພົມມະຈາຣີ 14 ຢ່າໃຫ້ເຂົາແຕ່ງງານກັບຍິງຫມ້າຍ ແມ່ຮ້າງ ຍີງທີ່ມີມົນທິນ ຫລືຍິງແມ່ຈ້າງ ເຂົາຈະຕ້ອງຫາຍິງພົມມະຈາຣີໃນຊົນຊາດຂອງເຂົາມາເປັນເມັຽ 15 ເພື່ອເຂົາຈະບໍ່ໄດ້ກະທຳໃຫ້ລູກຫລານຂອງເຂົາໃນຫມູ່ຊົນຊາດຂອງເຂົາເປັນມົນທິນ ເພາະເຮົາຄືພຣະຜູ້ເປັນເຈົ້າຜູ້ຕັ້ງເຂົາໄວ້ໃຫ້ບໍຣິສຸດ” 16 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 17 “ຈົ່ງກ່າວແກ່ອາໂຣນວ່າ ໃນບັນດາເຊື້ອສາຍ ຂອງເຈົ້າຕລອດທຸກຊົ່ວຊາດເຊື້ອສາຍຂອງເຂົາທັງຫລາຍ ຢ່າໃຫ້ຜູ້ມີຕຳຫນິພິການເຂົ້າໄປຖວາຍພຣະກະຍາຫານແຫ່ງພຣະເຈົ້າຂອງເຂົາ 18 ເພາະວ່າຜູ້ໃດທີ່ມີຕຳຫນິຈະເຂົ້າໃກ້ບໍ່ໄດ້ ບໍ່ວ່າເປັນຄົນຕາບອດຫລືເປັນຄົນຂາພິການ ຫລືທີ່ຫນ້າມີແຜເປັນ ຫລືແຂນຂາຍາວເກີນ 19 ຫລືມີຕີນພິການ ຫລືມືພິການ 20 ຄົນຫລັງຄ່ອມ ຄົນເຕັ້ຽຜິດປົກກະຕິ ຄົນເສັຽຕາ ຄົນເປັນຂີ້ກາກ ຫລືຂີ້ຫິດ ຫລືຄົນທີ່ເປັນກະເທືອຍ 21 ຜູ້ໃດໃນເຊື້ອສາຍອາໂຣນທີ່ມີຕຳຫນິ ຢ່າໃຫ້ເຂົ້າມາຖວາຍເຄື່ອງບູຊາດ້ວຍໄຟແດ່ພຣະເຈົ້າ ເພາະວ່າເຂົາເປັນຄົນມີຕຳຫນິ ຢ່າໃຫ້ເຂົາມາຖວາຍພຣະກະຍາຫານແຫ່ງພຣະເຈົ້າຂອງເຂົາ 22 ເຂົາຈະຮັບປະທານພຣະກະຍາຫານແຫ່ງພຣະເຈົ້າຂອງເຂົາໄດ້ທັງຂອງທີ່ບໍຣິສຸດທີ່ສຸດ ແລະຂອງບໍຣິສຸດ 23 ແຕ່ຢ່າໃຫ້ເຂົາເຂົ້າມາໃກ້ຜ້າກັ້ງ ຫລືໃກ້ແທ່ນ ເພາະເຂົາມີຕຳຫນິ ເພື່ອເຂົາຈະບໍ່ກະທຳໃຫ້ສະຖານນະມັສການຂອງເຮົາເປັນມົນທິນ ເພາະເຮົາຄືພຣະເຈົ້າ ຜູ້ຕັ້ງເຂົາໄວ້ໃຫ້ບໍຣິສຸດ” 24 ໂມເຊຈຶ່ງບອກອາໂຣນແລະບຸດຫລານຂອງອາໂຣນ ແລະຄົນອິສຣາເອນດັ່ງນັ້ນ
ຄວາມບໍຣິສຸດຂອງເຄື່ອງຖວາຍບູຊາ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງບອກອາໂຣນກັບບຸດຫລານຂອງເຂົາໃຫ້ອອກຫ່າງເສັຽຈາກສິ່ງບໍຣິສຸດຂອງຄົນອິສຣາເອນ ຊຶ່ງເຂົາທັງຫລາຍຖວາຍແກ່ເຮົາ ເພື່ອວ່າເຂົາທັງຫລາຍຈະບໍ່ໄດ້ກະທຳໃຫ້ນາມຂອງເຮົາເປັນມົນທິນ ເຮົາຄືພຣະຜູ້ເປັນເຈົ້າ 3 ຈົ່ງກ່າວແກ່ເຂົາວ່າ “ຖ້າຄົນນຶ່ງຄົນໃດໃນເຊື້ອສາຍຂອງເຈົ້າຕລອດຊົ່ວຊາດເຊື້ອສາຍເຂົ້າໃກ້ຂອງບໍຣິສຸດຊຶ່ງຄົນອິສຣາເອນຖວາຍແດ່ພຣະຜູ້ເປັນເຈົ້າ ຂນະທີ່ເຂົາມີມົນທິນຢູ່ຈະຕ້ອງຕັດເຂົາຄົນນັ້ນອອກໄປໃຫ້ພົ້ນຫນ້າເຮົາ ເຮົາຄືພຣະຜູ້ເປັນເຈົ້າ 4 ຢ່າໃຫ້ເຊື້ອສາຍອາໂຣນຄົນໃດທີ່ເປັນໂຣກເຮື້ອນຫລືມີສິ່ງໄຫລອອກມາຮັບປະທານຂອງບໍຣິສຸດ ໃຫ້ລໍຈົນກວ່າເຂົາສະອາດແລ້ວກ່ອນ ຜູ້ໃດແຕະຕ້ອງສິ່ງທີ່ມົນທິນ ໂດຍແຕະຕ້ອງສົບ ຫລືຜູ້ທີ່ມີນ້ຳກາມໄຫລອອກ 5 ຜູ້ໃດທີ່ແຕະຕ້ອງສິ່ງເລືອຄານ ຊຶ່ງກະທຳໃຫ້ເຂົາມົນທິນ ຫລືແຕະຕ້ອງຄົນຊຶ່ງອາດໃຫ້ເຂົາມົນທິນ ບໍ່ວ່າຈະເປັນມົນທິນຊະນິດໃດ 6 ບຸກຄົນຜູ້ແຕະຕ້ອງສິ່ງເຫລົ່ານີ້ ຕ້ອງມົນທິນໄປຈົນເຖິງຕອນແລງ ແລະຈະຮັບປະທານສິ່ງບໍຣິສຸດບໍ່ໄດ້ ນອກຈາກເຮົາຈະອາບນ້ຳຊຳຮະຕົວເສັຽກ່ອນ 7 ເມື່ອດວງຕາເວັນຕົກເຂົາກໍສະອາດ ພາຍຫລັງເຂົາຈຶ່ງຮັບປະທານສິ່ງບໍຣິສຸດໄດ້ ເພາະສິ່ງເຫລົ່ານັ້ນເປັນອາຫານຂອງເຂົາ 8 ສິ່ງໃດທີ່ຕາຍເອງ ຫລືຖືກສັດກັດຕາຍ ຢ່າຮັບປະທານ ເຂົາຈະເປັນມົນທິນດ້ວຍສິ່ງເຫລົ່ານີ້ ເຮົາຄືພຣະຜູ້ເປັນເຈົ້າ 9 ເພາະສັນນັ້ນ ເຂົາທັງຫລາຍຕ້ອງຮັກສາຄຳສັ່ງຂອງເຮົາ ຢ້ານວ່າເຂົາຈະຕ້ອງຮັບໂທດເພາະສິ່ງນັ້ນ ແລະຈະຕ້ອງຕາຍຮັບໂທດເມື່ອເຂົາກະທຳສິ່ງນັ້ນໃຫ້ເປັນມົນທິນ ເຮົາຄືພຣະຜູ້ເປັນເຈົ້າຜູ້ທີ່ຕັ້ງເຂົາໄວ້ໃຫ້ບໍຣິສຸດ 10 “ຢ່າໃຫ້ຄົນພາຍນອກຮັບປະທານສິ່ງບໍຣິສຸດ ຜູ້ທີ່ມາອາໄສຢູ່ກັບປະໂຣຫິດ ຫລືລູກຈ້າງຢ່າໃຫ້ຮັບປະທານສິ່ງບໍຣິສຸດນັ້ນ 11 ແຕ່ຖ້າປະໂຣຫິດຄົນນຶ່ງຊື້ທາດມາດ້າຍເງິນເປັນຊັບຂອງຕົນ ທາດນັ້ນຈະຮັບປະທານກໍໄດ້ ແລະຜູ້ທີ່ເກີດໃນຄົວເຮືອນຂອງປະໂຣຫິດຮັບປະທານອາຫານນັ້ນໄດ້ 12 ຖ້າລູກສາວຂອງປະໂຣຫິດໄປແຕ່ງງານກັບຄົນພາຍນອກ ນາງກໍຮັບປະທານສິ່ງບໍຣິສຸດນັ້ນບໍ່ໄດ້ 13 ຖ້າລູກສາວຂອງປະໂຣຫິດເປັນແມ່ຫມ້າຍ ຫລືແມ່ຮ້າງ ແລະບໍ່ມີບຸດ ແລະກັບມາຢູ່ທີ່ເຮືອນຂອງບິດາຢ່າງເມື່ອນາງຍັງເປັນສາວ ນາງຮັບປະທານອາຫານຂອງບິດາໄດ້ 14 ຖ້າຄົນໃດຮັບປະທານສິ່ງບໍຣິສຸດໂດຍບໍ່ໄດ້ເຈຕນາ ເຂົາຈະຕ້ອງເພີ້ມຄ່າຂອງນັ້ນນຶ່ງໃນຫ້າ ແລະມອບຂອງບໍຣິສຸດນັ້ນແກ່ປະໂຣຫິດ 15 ຢ່າໃຫ້ປະໂຣຫິດກະທຳສິ່ງບໍຣິສຸດຂອງຄົນອິສຣາເອນທີ່ນຳມາຖວາຍແດ່ພຣະຜູ້ເປັນເຈົ້າໃຫ້ເປັນມົນທິນ 16 ຊຶ່ງຈະກະທຳໃຫ້ເຂົາໄດ້ຮັບໂທດດ້ວຍມີຄວາມຜິດທີ່ຮັບປະທານສິ່ງບໍຣິສຸດ ເພາະເຮົາຄືພຣະຜູ້ເປັນເຈົ້າຜູ້ຕັ້ງເຂົາໄວ້ໃຫ້ບໍຣິສຸດ” 17 ພຣະເຈົ້າຊົງບອກກັບໂມເຊວ່າ, 18 “ຈົ່ງກ່າວແກ່ອາໂຣນ ແລະແກ່ຄົນອິສຣາເອນທັງຫມົດວ່າ ເມື່ອຄົນອິສຣເອນຜູ້ໃດຖວາຍເຄື່ອງບູຊາ ເປັນເຄື່ອງແກ້ບົນຫລືເຄື່ອງບູຊາດ້ວຍໃຈສມັກ ຊຶ່ງຖວາຍບູຊາແດ່ພຣະຜູ້ເປັນເຈົ້າເປັນເຄື່ອງເຜົາບູຊາ 19 ເພື່ອໃຫ້ເປັນທີ່ໂປດປານ ເຈົ້າຈົ່ງຖວາຍສັດໂຕເຖິກປາສຈາກຕຳຫນິ ຄືງົວເຖິກ ຫລືແກະ ຫລືແບ້ 20 ເຈົ້າຢ່າຖວາຍສິ່ງໃດໆທີ່ມີຕຳຫນິເພາະຈະບໍ່ຊົງຮັບເພື່ອເຈົ້າ 21 ເມື່ອຄົນໃດຖວາຍເຄື່ອງສານຕິບູຊາແດ່ພຣະຜູ້ເປັນເຈົ້າ ເພື່ອແກ້ບົນ ຫລືຖວາຍດ້ວຍໃຈສມັກ ເປັນສັດທີ່ໄດ້ມາຈາກຝູງງົວ ຫລືຝູງແບ້ ແກະ ສັດນັ້ນຕ້ອງບໍ່ມີຕຳຫນິຈຶ່ງຈະຊົງຮັບ ຢ່າໃຫ້ສັດນັ້ນມີທີ່ຕິເລີຍ 22 ສັດທີ່ຕາບອດຫລືພິການ ຫລືມີແຜ ຫລືມີສິ່ງໄຫລອອກ ຫລືເປັນຂີ້ກາກ ຫລືເປັນຂີ້ຫິດ ເຈົ້າຢ່ານຳມາຖວາຍແດ່ພຣະຜູ້ເປັນເຈົ້າ ຫລືນຳມາເປັນເຄື່ອງບູຊາດ້ວຍໄຟທີ່ເທິງແທ່ນຖວາຍແດ່ພຣະຜູ້ເປັນເຈົ້າ 23 ງົວຫລືລູກແກະທີ່ມີອະວັຍວະຍາວເກີນໄປ ຫລືສັ້ນເກີນໄປຈັກສ່ວນນຶ່ງ ທ່ານຈະມາຖວາຍເປັນເຄື່ອງບູຊາແກ້ບົນກໍບໍ່ເປັນທີ່ໂປດປານ 24 ສັດໂຕໃດທີ່ມີລູກອັນທະຊ້ຳ ຫລືຖືກທຸບ ຫລືຈີກຂາດ ຫລືມີຮອຍຕັດ ເຈົ້າຢ່ານຳມາຖວາຍແດ່ພຣະຜູ້ເປັນເຈົ້າ ໃຫ້ເປັນເຄື່ອງບູຊາໃນແຜ່ນດິນຂອງເຈົ້າ 25 ເຈົ້າຢ່ານຳສັດຊຶ່ງໄດ້ມາຈາກຄົນຕ່າງດ້າວຖວາຍເປັນພຣະກະຍາຫານແຫ່ງພຣະເຈົ້າຂອງເຈົ້າ ເພາະສັດນັ້ນມີຕຳຫນິດ້ຍຖືກທຳໃຫ້ພິການຈຶ່ງບໍ່ຊົງຮັບເພື່ອເຈົ້າ” 26 ພຣະເຈົ້າຊົງບອກກັບໂມເຊວ່າ, 27 “ເມື່ອງົວຫລືແກະຫລືແບ້ເກີດມາ ໃຫ້ຢູ່ກັບແມ່ເຈັດວັນ ຕັ້ງແຕ່ວັນທີ່ແປດເປັນຕົ້ນໄປຈະໃຊ້ເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າກໍເປັນທີ່ຊົງຮັບ 28 ແມ້ວ່າແມ່ນສັດນັ້ນຈະເປັນງົວຫລືແກະກໍດີ ເຈົ້າຢ່າຂ້າມັນພ້ອມກັບລູກຂອງມັນໃນວັນດຽວກັນ 29 ເມື່ອເຈົ້າຖວາຍເຄື່ອງສັຕບູຊາເປັນເຄື່ອງບູຊາໂມທະນາພຣະຄຸນແດ່ພຣະຜູ້ເປັນເຈົ້າ ເຈົ້າຈົ່ງຖວາຍເຄື່ອງສັຕບູຊານັ້ນເພື່ອເຈົ້າຈະເປັນທີ່ໂປດປານ 30 ຈົ່ງຮັບປະທານເຄື່ອງບູຊານັ້ນໃນວັນຖວາຍເຄື່ອງບູຊາ ຢ່າເຫລືອໄວ້ຈົນຮຸ່ງເຊົ້າເລີຍ ເຮົາຄືພຣະຜູ້ເປັນເຈົ້າ 31 “ເພາະສະນັ້ນເຈົ້າຈົ່ງຮັກສາພຣະບັນຍັດຂອງເຮົາແລະກະທຳຕາມ ເຮົາຄືພຣະຜູ້ເປັນເຈົ້າ 32 ເຈົ້າຢ່າກະທຳໃຫ້ນາມບໍຣິສຸດຂອງເຣົາເປັນທີ່ເຊື່ອມເສັຽ ແຕ່ໃຫ້ເຮົາເປັນທີ່ສັຣເສີນໃນຫມູ່ຄົນອິສຣາເອນ ເຮົາຄືພຣະຜູ້ເປັນເຈົ້າຜູ້ທຳເຈົ້າໃຫ້ບໍຣິສຸດ 33 ຜູ້ນຳເຈົ້າອອກຈາກແຜ່ນດິນເອຢິບ ເພື່ອເປັນພຣະເຈົ້າຂອງເຈົ້າ ເຮົາຄືພຣະຜູ້ເປັນເຈົ້າ”
ເທສການລ້ຽງຕາມກຳນົດ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 ຈົ່ງກ່າວແກ່ຄົນອິສຣາເອນວ່າ ເທສການລ້ຽງຕາມກຳນົດແດ່ພຣະຜູ້ເປັນເຈົ້າ ຊຶ່ງເຈົ້າຈະຕ້ອງປະກາດວ່າເປັນການປະຊຸມບໍຣິສຸດ ຄືເທສການລ້ຽງຕາມກຳຫນົດຂອງເຮົານັ້ນມີດັ່ງນີ້
ປັສຄາ ແລະມື້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
3 ຈົ່ງທຳການງານໃນຫົກວັນ ແຕ່ວັນທີ່ເຈັດນັ້ນເປັນສະບາໂຕແຫ່ງການຢຸດພັກສງົບ ເປັນວັນປະຊຸມບໍຣິສຸດ ເຈົ້າຢ່າທຳການງານໃດໆ ເປັນສະບາໂຕແດ່ພຣະຜູ້ເປັນເຈົ້າຕາມທີ່ຢູ່ທົ່ວໄປຂອງເຈົ້າ 4 “ຕໍ່ໄປນີ້ເປັນເທສການລ້ຽງຕາມກຳນົດແດ່ພຣະຜູ້ເປັນເຈົ້າ ເປັນການປະຊຸມບໍຣິສຸດ ຊຶ່ງເຈົ້າຈະຕ້ອງປະກາດຕາມເວລາກຳນົດໃຫ້ເຂົາຊາບ 5 ໃນຕອນແລງວັນທີ່ສິບສີ່ເດືອນທີ່ນຶ່ງເປັນວັນເທສການປັສຄາຂອງພຣະຜູ້ເປັນເຈົ້າ 6 ແລະໃນວັນທີ່ສິບຫ້າເດືອນດຽວກັນ ເປັນເທສການກິນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງຖວາຍແດ່ພຣະຜູ້ເປັນເຈົ້າ ໃຫ້ເຈົ້າຮັບປະທານເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງເຈັດວັນ 7 ໃນວັນຕົ້ນເຈົ້າຈົ່ງມີການປະຊຸມບໍຣິສຸດ ເຈົ້າຢ່າທຳງານຫນັກ 8 ແຕ່ເຈົ້າຈົ່ງຖວາຍເຄື່ອງບູຊາດ້ວຍໄຟແດ່ພຣະຜູ້ເປັນເຈົ້າໃຫ້ຄົບເຈັດວັນ ໃນວັນທີ່ເຈັດເປັນວັນປະຊຸມບໍຣິສຸດ ເຈົ້າຢ່າທຳງານຫນັກ”
ເທສການເກັບກ່ຽວ
9 ພຣະຜູ້ເປັນເຈົ້າສັ່ງກັບໂມເຊວ່າ, 10 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ເມື່ອເຈົ້າມາເຖິງແຜ່ນດິນຊຶ່ງເຮົາໃຫ້ເຈົ້າ ແລະກ່ຽວພືດຜົນຂອງແຜ່ນດິນນັ້ນ ເຈົ້າຈົ່ງເອົາເຟືອງເຂົ້າທີ່ກ່ຽວໃນຣຸ່ນແຣກນຳໄປໃຫ້ປະໂຣຫິດ 11 ແລະປະໂຣຫິດຈະນຳເຟືອງເຂົ້ານັ້ນ ທຳພິທີຍື່ນຖວາຍແດ່ພຣະຜູ້ເປັນເຈົ້າ ເພື່ອເຈົ້າຈະເປັນທີ່ໂປດປານ ຮຸ່ງຂຶ້ນຫລັງຈາກວັນສະບາໂຕປະໂຣຫິດຈະທຳພິທີຍື່ນຖວາຍ 12 ໃນວັນທີ່ເຈົ້າທຳພິທີຍື່ນເຟືອງເຂົ້າ ເຈົ້າຈົ່ງຖວາຍລູກແກະເຖິກອາຍຸນຶ່ງປີບໍ່ມີຕຳຫນິເປັນເຄື່ອງເຜົາບູຊາຖວາຍແດ່ພຣະຜູ້ເປັນເຈົ້າ 13 ແລະເຄື່ອງທັນຍາຍບູຊາທີ່ຄູ່ກັນນັ້ນ ຄືຍອດແປ້ງສອງໃນສິບເອຟາປົນໃສ່ນ້ຳມັນ ເຜົາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າເປັນກິ່ນພໍພຣະທັຍ ແລະເຄື່ອງດື່ມບູຊາທີ່ຄູ່ກັນຄືເຫລົ້າອະງຸ່ນນຶ່ງໃນສີ່ຮີນ 14 ເຈົ້າຢ່າຮັບປະທານເຂົ້າຈີ່ ຫລືເຂົ້າຂົ້ວ ເຂົ້າສົດຈົນກວ່າຈະເຖິງວັນດຽວກັນນີ້ ຄືກວ່າເຈົ້າຈະນໍາເຄື່ອງບູຊາຖວາຍແດ່ພຣະຜູ້ເປັນເຈົ້າຂອງເຈົ້າ ທັງນີ້ເປັນກົດເກນຖາວອນຕລອດຊົ່ວຊາດເຊື້ອສາຍຂອງເຈົ້າໃນທີ່ຢູ່ຂອງເຈົ້າທົ່ວໄປ
ເທສການສັປດາ
15 “ຕັ້ງແຕ່ວັນຮຸ່ງຂຶ້ນຈົນວັນສະບາໂຕ ເຈົ້າຈົ່ງນັບໃຫ້ໄດ້ຄົບເຈັດສັປດາເຕັມໆ ຄືນັບຈາກວັນທີ່ເຈົ້ານຳເຟືອງເຂົາເຂົ້າມາທຳພິທີຍື່ນຖວາຍເປັນຕົ້ນໄປ 16 ນັບໄປໃຫ້ໄດ້ຫ້າສິບວັນ ຈົນເຖິງວັນຖັດວັນສະບາໂຕທີ່ເຈັດແລ້ວເຈົ້າຈົ່ງນຳເຂົ້າໃຫມ່ມາຖວາຍແດ່ພຣະຜູ້ເປັນເຈົ້າເປັນທັນຍາບູຊາ 17 ຈົ່ງນຳເຂົ້າຈີ່ສອງກ້ອນທຳດ້ວຍແປ້ງສອງໃນສິບເອຟາຈາກທີ່ອາໄສຂອງເຈົ້າມາທຳພິທີຍື່ນຖວາຍໃຫ້ທຳດ້ວຍຍອດແປ້ງໃສ່ເຊື້ອປີ້ງເປັນຜົນຣຸ່ນແຣກຖວາຍແດ່ພຣະຜູ້ເປັນເຈົ້າ 18 ພ້ອມກັບເຂົ້າຈີ່ນັ້ນເຈົ້າຈົ່ງນຳລູກແກະເຈັດໂຕອາຍຸນຶ່ງປີປາສຈາກຕຳຫນິ ງົວຫນຸ່ມໂຕນຶ່ງ ແກະເຖິກສອງໂຕ ມາເປັນເຄື່ອງເຜົາບູຊາຖວາຍແດ່ພຣະຜູ້ເປັນເຈົ້າ ພ້ອມກັບທັນຍາບູຊາແລະເຄື່ອງດື່ມບູຊາ ອັນເປັນຄູ່ກັນໃຫ້ເປັນເຄື່ອງບູຊາດ້ວຍໄຟ ເປັນກິ່ນພໍພຣະທັຍຖວາຍແດ່ພຣະຜູ້ເປັນເຈົ້າ 19 ເຈົ້າຈົ່ງຖວາຍແບ້ເຖິກໂຕນຶ່ງ ເປັນເຄື່ອງບູຊາໄຖ່ບາບ ແລະລູກແກະເຖິກນຶ່ງປີສອງໂຕເປັນເຄື່ອງສານຕິບູຊາ 20 ໃຫ້ປະໂຣຫິດທຳພິທີຍື່ນຖວາຍພ້ອມກັບເຂົ້າຈີ່ຊຶ່ງເປັນຜົນຣຸ່ນແຣກເປັນເຄື່ອງຍື່ນຖວາຍແດ່ພຣະຜູ້ເປັນເຈົ້າ ພ້ອມກັບລູກແກະສອງໂຕ ຈະເປັນສິ່ງບໍຣິສຸດແດ່ພຣະຜູ້ເປັນເຈົ້າສຳລັບປະໂຣຫິດ 21 ແລະໃນວັນດຽວກັນນັ້ນ ເຈົ້າຈົ່ງປະກາດເຈົ້າຈົ່ງມີການປະຊຸມກັນບໍຣິສຸດ ເຈົ້າຢ່າທຳງານຫນັກ ທັງນີ້ເປັນກົດເກນຖາວອນທົ່ວໄປໃນທີ່ອາໄສຂອງເຈົ້າຕລອດຊົ່ວຊາດເຊື້ອສາຍຂອງເຈົ້າ 22 “ເມື່ອເຈົ້າກ່ຽວເຂົ້າໃນແຜ່ນດິນຂອງເຈົ້າ ເຈົ້າຢ່າກ່ຽວໄປທີ່ຂອບນາໃຫ້ຫມົດ ແລະຢ່າເກັບເຂົ້າທີ່ກ່ຽວຕົກ ເຈົ້າຈົ່ງຖິ້ມໄວ້ໃຫ້ຄົນຍາກຈົນ ແລະຄົນຕ່າງດ້າວ ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ”
ເທສການປີໃຫມ່
23 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 24 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ໃນວັນທີ່ນຶ່ງຂອງເດືອນທີ່ເຈັດ ເຈົ້າທັງຫລາຍຈົ່ງຖືເປັນວັນຢຸດພັກ
ສງົບວັນນຶ່ງ ເປັນວັນປະຊຸມບໍຣິສຸດປະກາດເປັນທີ່ລະນຶກດ້ວຍສຽງແກ
25 ເຈົ້າຢ່າທຳງານຫນັກ ແລະເຈົ້າຈົ່ງນຳເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ”
ວັນລົບລ້າງມົນທິນ
26 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 27 “ໃນວັນທີ່ສິບຂອງເດືອນທີ່ເຈັດນີ້ເປັນວັນທຳການລົບມົນທິນ ຈະເປັນວັນປະຊຸມບໍຣິສຸດແກ່ເຈົ້າ ແລະເຈົ້າຈົ່ງບັງຄັບໃຈຕົນເອງ ແລະນຳເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 28 ໃນວັນດຽວກັນນັ້ນເຈົ້າຢ່າທຳງານໃດໆ ເພາະເປັນວັນທຳການລົບມົນທິນ ທີ່ຈະທຳການລົບມົນທິນຂອງເຈົ້າຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 29 ໃນວັນດຽວກັນນີ້ ຖ້າຜູ້ໃດບໍ່ບັງຄັບໃຈກໍໃຫ້ຕັດຜູ້ນັ້ນເສັຽຈາກຖ້າມກາງຊົນຊາດຂອງຕົນ 30 ແລະໃນວັນດຽວກັນນີ້ຖ້າຜູ້ໃດທຳງານໃດໆ ເຮົາຈະທຳລາຍຜູ້ນັ້ນເສັຽຈາກຖ້າມກາງຊົນຊາດຂອງເຂົາ 31 ເຈົ້າຢ່າທຳງານສິ່ງໃດເລີຍ ທັງນີ້ເປັນກົດເກນຖາວອນຕລອດຊົ່ວຊາດເຊື້ອສາຍຂອງເຈົ້າທົ່ວໄປໃນທີ່ອາໄສຂອງເຈົ້າ 32 ຈະເປັນວັນສະບາໂຕສຳລັບຢຸດພັກສງົບແກ່ເຈົ້າ ແລະເຈົ້າຈົ່ງບັງຄັບໃຈຂອງເຈົ້າເລີ້ມແຕ່ຕອນແລງໃນວັນທີ່ເກົ້າຂອງເດືອນ ເຈົ້າຕ້ອງຮັກສາວັນສະບາໂຕຈາກເວລາຄ່ຳເຖິງເວລາຄ່ຳ”
ເທສການປຸກຕູບ
33 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 34 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ໃນວັນທີ່ສິບຫ້າເດືອນທີ່ເຈັດນີ້ ເປັນວັນເທສການປຸກຕູບຖວາຍແດ່ພຣະຜູ້ເປັນເຈົ້າສິ້ນເຈັດວັນ 35 ຈະມີການປະຊຸມບໍຣິສຸດໃນວັນແຣກ ເຈົ້າຢ່າທຳງານຫນັກ 36 ຈົ່ງນຳເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າທັງເຈັດວັນໃນວັນທີ່ແປດ ເຈົ້າຈົ່ງມີການປະຊຸມບໍຣິສຸດ ແລະນຳເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າເປັນການປະຊຸມຕາມພິທີ ເຈົ້າທັງຫລາຍຢ່າທຳງານຫນັກ 37 “ທັງນີ້ເປັນເທສການລ້ຽງຕາມກຳນົດແດ່ພຣະຜູ້ເປັນເຈົ້າ ຊຶ່ງເຈົ້າຕ້ອງປະກາດເປັນເວລາປະຊຸມບໍຣິສຸດ ເພື່ອໃຫ້ນຳຖວາຍແດ່ພຣະຜູ້ເປັນເຈົ້າ ຊຶ່ງເຄື່ອງບູຊາດ້ວຍໄຟເຄື່ອງເຜົາບູຊາແລະທັນຍາບູຊາ ທັງເຄື່ອງສັຕບູຊາແລະເຄື່ອງດື່ມບູຊາ ຕ່າງຫໍໃຫ້ຖືກຕ້ອງຕາມວັນກຳນົດນັ້ນ 38 ນອກເຫນືອວັນສະບາໂຕແຫ່ງພຣະຜູ້ເປັນເຈົ້າ ແລະນອກເຫນືອເຄື່ອງບູຊາຂອງເຈົ້າ ແລະນອກເຫນືອເຄື່ອງບູຊາແກ້ບົນຂອງເຈົ້າ ແລະນອກເຫນືອເຄື່ອງບູຊາດ້ວຍໃຈສມັກຂອງເຈົ້າ ຊຶ່ງເຈົ້ານຳມາຖວາຍແດ່ພຣະຜູ້ເປັນເຈົ້າ 39 “ໃນວັນທີ່ສິບຫ້າຂອງເດືອນທີ່ເຈັດ ເມື່ອເຈົ້າໄດ້ເກັບພືດຜົນທີ່ໄດ້ຈາກແຜ່ນດິນນັ້ນເຂົ້າມາແລ້ວ ເຈົ້າຈົ່ງມີເທສການລ້ຽງແຫ່ພຣະຜູ້ເປັນເຈົ້າເຈັດວັນ ໃນວັນແຣກໃຫ້ຢຸດພັກສງົບ 40 ໃນວັນແຣກເຈົ້າຈົ່ງນຳມາຊຶ່ງຜົນຈາກຕົ້ນຫມາກຂອງພວກເຈົ້າມາ ໃບຕານກ້ານພ້າວ ກັບງ່າໄມ້ທີ່ມີໃບດົກ ແລະເຈົ້າຈົ່ງປິຕິຍິນດີຢູ່ເຈັດວັນຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 41 ເຈົ້າຈົ່ງຖືເປັນພິທີເທສການລ້ຽງປີລະເຈັດວັນຖວາຍແດ່ພຣະຜູ້ເປັນເຈົ້າ ທັງນີ້ເປັນກົດເກນຖາວອນຕລອດຊົ່ວຊາດເຊື້ອສາຍຂອງເຈົ້າ ເຈົ້າຈົ່ງຖືພິທີນີ້ໃນເດືອນທີ່ເຈັດ 42 ເຈົ້າຈະຕ້ອງປຸກຕູບຢູ່ເປັນເວລາເຈັດວັນ ທຸກຄົນທີ່ເປັນຊາວພື້ນເມືອງອິສຣາເອນໃຫ້ເຂົ້າຢູ່ໃນຕູບ 43 ເພື່ອຊາດເຊື້ອສາຍຂອງເຈົ້າຈະໄດ້ຊາບວ່າ ເມື່ອເຮົາພາຄົນອິສຣາເອນອອກຈາກແຜ່ນດິນເອຢິບນັ້ນ ເຮົາໄດ້ໃຫ້ເຂົາຢູ່ໃນຕູບ ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ” 44 ດັ່ງນີ້ແຫລະ ໂມເຊຈຶ່ງໄດ້ປະກາດໃຫ້ຄົນອິສຣາເອນຊາບເຖິງເທສການລ້ຽງຕາມກຳນົດຂອງພຣະຜູ້ເປັນເຈົ້າ
ການດູແລຮັກສາຕະກຽງ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ເຈົ້າຈົ່ງສັ່ງຄົນອິສຣາເອນໃຫ້ນຳນ້ຳມັນຢ່າງບໍຣິສຸດສະກັດຈາກຫມາກກອກເທດເພື່ອເຕີມໃສ່ຕະກຽງ ເພື່ອໃຫ້ຕະກຽງລຸກຢູ່ສເມີ 3 ພາຍໃນເຕັນນັດພົບຂ້າງນອກຜ້າກັ້ງຫີບຄຳສັນຍານັ້ນ ໃຫ້ອາໂຣນຈັດຕະກຽງໃຫ້ເປັນລະບຽບຕັ້ງແຕ່ເວລາຄ່ຳຈົນເວລາເຊົ້າສເມີຕໍ່ພຣະຜູ້ເປັນເຈົ້າ ທັງນີ້ໃຫ້ເປັນກົດເກນຖາວອນຕລອດຊົ່ວຊາດເຊື້ອສາຍຂອງເຈົ້າ 4 ໃຫ້ອາໂຣນຈັດຕະກຽງໃຫ້ເປັນລະບຽບຢູ່ເທິງຄັນຕະກຽງທອງຄຳບໍຣິສຸດສເມີເປັນນິດແດ່ພຣະຜູ້ເປັນເຈົ້າ
ເຂົ້າຈີ່ຫນ້າພຣະພັກ
5 “ເຈົ້າຈົ່ງເອົາຍອດແປ້ງ ເຮັດເຂົ້າຈີ່ສິບສອງກ້ອນ ກ້ອນນຶ່ງໃຊ້ແປ້ງສອງໃນສິບເອຟາປີ້ງເສັຽ 6 ເຈົ້າຈົ່ງຈັດເຂົ້າຈີ່ນັ້ນວາງເທິງໂຕະທອງຄຳບໍຣິສຸດ ເປັນສອງແຖວໆລະຫົກກ້ອນ 7 ແລະເຈົ້າຈົ່ງເອົາເຄື່ອງກຳຍານບໍຣິສຸດໃສ່ໄວ້ທຸກແຖວ ເພື່ອຈະຄູ່ກັບເຂົ້າຈີ່ເປັນສ່ວນອະນຸສອນ ເພື່ອບູຊາດ້ວຍໄຟແດ່ພຣະຜູ້ເປັນເຈົ້າ 8 ທຸກໆວັນສະບາໂຕໃຫ້ອາໂຣນຈັດໄວ້ໃຫ້ເປັນລະບຽບຖວາຍແດ່ພຣະຜູ້ເປັນເຈົ້າສເມີໃນນາມຂອງອິສຣາເອນເປັນຄຳຫມັ້ນສັນຍາສືບໄປ 9 ເຂົ້າຈີ່ນີ້ຕົກເປັນຂອງອາໂຣນແລະບຸດຊາຍຂອງເຂົາ ໃຫ້ເຂົາຮັບປະທານໄດ້ໃນທີ່ບໍຣິສຸດ ເພາະເປັນສ່ວນບໍຣິສຸດທີ່ສຸດທີ່ໄດ້ຈາກເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າເປັນສ່ວນໄດ້ອັນຖາວອນ”
ການຫມິ່ນປະຫມາດພຣະນາມ ແລະກົດເຣື່ອງການລົງໂທດ
10 ຄັ້ງນັ້ນມີຊາຍຄົນນຶ່ງເປັນບຸດຂອງຍິງຄົນອິສຣາເອນ ຊຶ່ງບິດາເປັນຊາວເອຢິບ ອອກໄປຖ້າມກາງຄົນອິສຣາເອນ ແລະບຸດຊາຍຂອງຍິງອິສຣາເອນ ຜິດຖຽງກັບຊາຍອິສຣາເອນຄົນນຶ່ງໃນຄ້າຍ 11 ແລະບຸດຊາຍຍິງອິສຣາເອນຄົນນັ້ນໄດ້ຫມິ່ນປະຫມາດພຣະນາມແລະໄດ້ແຊ່ງດ່າ ເຂົາຈຶ່ງນຳຕົວມາໃຫ້ໂມເຊ ມານດາຂອງເຂົາຊື່ ເຊໂລມິທບຸດສາວຂອງດິບຣີຄົນເຜົ່າດານ 12 ເຂົາຈຶ່ງຈຳຊາຍຄົນນັ້ນໄວ້ຈົນກວ່ານ້ຳພຣະທັຍຂອງພຣະຜູ້ເປັນເຈົ້າຈະເປັນທີ່ກະຈ່າງຕໍ່ເຂົາທັງຫລາຍ 13 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 14 “ຈົ່ງນຳຜູ້ທີ່ແຊ່ງດ່ານັ້ນອອກມາຈາກຄ້າຍ ໃຫ້ບັນດາຜູ້ທີ່ໄດ້ຍິນຄຳແຊ່ງດ່າ ເອົາມືຂອງຕົນວາງໄວ້ເທິງຫົວຂອງເຂົາ ແລະໃຫ້ຊຸມນຸມຊົນເອົາຫີນຄວ້າງໃສ່ເຂົາໃຫ້ຕາຍ 15 ແລະຈົ່ງກ່າວແກ່ຄົນອິສຣາເອນວ່າ ຜູ້ໃດແຊ່ງດ່າພຣະຜູ້ເປັນເຈົ້າຂອງເຂົາ ຜູ້ນັ້ນຈະຕ້ອງໄດ້ຮັບໂທດບາບ 16 ຜູ້ໃດທີ່ຫມິ່ນປະຫມາດພຣະນາມຂອງພຣະເຈົ້າຈະຕ້ອງຖືກໂທດເຖິງຕາຍ ໃຫ້ຊຸມນຸມຊົນຄວ້າງກ້ອນຫີນໃສ່ເຂົາເສັຽໃຫ້ຕາຍ ຄົນຕ່າງດ້າວຫລືຊາວເມືອງກໍດີ ເມື່ອເຂົາຫມິ່ນປະຫມາດພຣະນາມ ຈະຕ້ອງຖືກໂທດເຖິງຕາຍ 17 “ຜູ້ທີ່ຂ້າຄົນຕາຍ ຈະຕ້ອງຖືກໂທດເຖິງຕາຍ 18 ຜູ້ທີ່ຂ້າສັດຂອງເຂົາຈະຕ້ອງຊົດໃຊ້ຊີວິດແທນຊີວິດ 19 ຖ້າຜູ້ໃດກະທຳໃຫ້ເພື່ອນບ້ານເສັຽໂສມ ເຂົາກະທຳໃຫ້ເສັຽໂສມຢ່າງໃດ ກໍໃຫ້ກະທຳແກ່ເຂົາຢ່າງນັ້ນ 20 ກະດູກຫັກແທນກະດູກຫັກ ຕາແທນຕາ ແຂ້ວແທນແຂ້ວ ເຂົາກະທຳໃຫ້ເສັຽໂສມຢ່າງໃດ ເຂົາກໍຕ້ອງຖືກທຳໃຫ້ເສັຽໂສມຢ່າງນັ້ນ 21 ຜູ້ໃດທີ່ຂ້າສັດຂອງເຂົາຕ້ອງເສັຽຄ່າຊົດໃຊ້ ແລະຜູ້ໃດທີ່ຂ້າຄົນໃຫ້ຜູ້ນັ້ນຖືກໂທດເຖິງຕາຍ 22 ເຈົ້າຈົ່ງມີກົດຫມາຍຢ່າງດຽວກັນສຳລັບຄົນຕ່າງດ້າວແລະສຳລັບຊາວເມືອງ ເພາະເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າ” 23 ໂມເຊກໍກ່າວແກ່ຄົນອິສຣາເອນດັ່ງນັ້ນ ເຂົາຈຶ່ງພາຄົນທີ່ແຊ່ງດ່ານັ້ນອອກມາຈາກຄ້າຍ ແລະເອົາຫີນຄວ້າງໃສ່ເຂົາຕາຍ ຄົນອິສຣາເອນກະທຳດັ່ງນີ້ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງໂມເຊໄວ້
ປີສະບາໂຕແລະປີສຽງເຂົາສັຕ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊທີ່ພູເຂົາຊີນາອີວ່າ, 2 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ເມື່ອເຈົ້າທັງຫລາຍເຂົ້າແຜ່ນດິນທີ່ເຮົາໃຫ້ເຈົ້ານັ້ນ ຈົ່ງໃຫ້ແຜ່ນດິນນັ້ນຖືສະບາໂຕ 3 ເຈົ້າຈົ່ງຫວ່ານພືດໃນນາຂອງເຈົ້າຫົກປີ ແລະຈົ່ງເລັມຂະແຫນງສວນອະງຸ່ນຂອງເຈົ້າ ແລະເກັບຜົນຫົກປີ 4 ແຕ່ໃນປີທີ່ເຈັດນັ້ນເປັນປີສະບາໂຕ ຈົ່ງໃຫ້ແຜ່ນດິນຢຸດພັກສງົບ ເປັນປີສະບາໂຕແດ່ພະຜູ້ເປັນເຈົ້າ ເຈົ້າຢ່າຫວ່ານພືດໃນນາ ຫລືເລັມຂະແຫນງສວນອະງຸ່ນຂອງເຈົ້າ 5 ສິ່ງໃດທີ່ງອກຂຶ້ນມາເອງ ເຈົ້າຢ່າເກັບກ່ຽວ ອະງຸ່ນອັນເກີດຢູ່ໃນເຄືອ ອັນເຈົ້າບໍ່ໄດ້ຕົກແຕ່ງກໍຢ່າເກັບ ໃຫ້ເປັນປີທີ່ແຜ່ນດິນຢຸດພັກສງົບ 6 ແຜ່ນດິນໃນປີສະບາໂຕນັ້ນຈະຍັງພືດຜົນໃຫ້ແກ່ເຈົ້າທັງຫລາຍຄືແກ່ຕົວເຈົ້າເອງ ແກ່ທາດຊາຍທາດຍິງຂອງເຈົ້າ ແກ່ລູກຈ້າງຂອງເຈົ້າ ແລະ
ແກ່ຄົນຕ່າງດ້າວທີ່ຢູ່ກັບເຈົ້າ
7 ພືດຜົນແຫ່ງແຜ່ນດິນທັງສິ້ນ ຈະເປັນອາຫານຂອງສັດລ້ຽງຂອງເຈົ້າແລະຂອງສັດປ່າໃນນັ້ນດ້ວຍ
ວາຣະຄົບຮອບຫ້າສິບປີ
8 “ເຈົ້າຈົ່ງນັບປີສະບາໂຕເຈັດປີ ຄືເຈັດຄູນເຈັດປີ ເວລາປີສະບາໂຕເຈັດປີຈຶ່ງເປັນສີ່ສິບເກົ້າປີແກ່ເຈົ້າ 9 ເຈົ້າຈົ່ງໃຫ້ເປົ່າເຂົາສັດດັງສນັ່ນໃນວັນທີ່ສິບເດືອນທີ່ເຈັດ ເຈົ້າຈົ່ງໃຫ້ເປົ່າເຂົາສັດທົ່ວແຜ່ນດິນໃນວັນທຳການລົບມົນທິນ 10 ເຈົ້າຈົ່ງຖືປີທີ່ຫ້າສິບໄວ້ເປັນປີບໍຣິສຸດແລະປະກາດອິສຣະພາບແກ່ບັນດາຄົນທີ່ອາໄສຢູ່ທົ່ວແຜ່ນດິນຂອງເຈົ້າໃຫ້ເປັນປີສຽງເຂົາສັດແກ່ເຈົ້າ ໃຫ້ທຸກຄົນກັບໄປຍັງພູມລຳເນົາອັນເປັນຊັບສິນຂອງຕົນ ແລະກັບໄປສູ່ຕະກູນຂອງຕົນ 11 ປີທີ່ຫ້າສິບນັ້ນເປັນປີສຽງເຂົາສັດຂອງເຈົ້າ ໃນປີນັ້ນເຈົ້າຢ່າຫວ່ານພືດຫລືກ່ຽວເກັບຜົນທີ່ເກີດຂຶ້ນມາເອງ ຫລືເກັບອະງຸ່ນຈາກເຄືອທີ່ບໍ່ໄດ້ຕົກແຕ່ງ 12 ເພາະເປັນປີສຽງເຂົາສັດ ຈະເປັນປີບໍຣິສຸດແກ່ເຈົ້າ ເຈົ້າຈົ່ງຮັບປະທານພືດຜົນທີ່ງອກມາຈາກນາໃນປີນັ້ນ 13 “ໃນປີສຽງເຂົາສັດນີ້ໃຫ້ທຸກຄົນກັບໄປສູ່ພູມລຳເນົາອັນເປັນຊັບສິນຂອງຕົນ 14 ເຈົ້າຈະຂາຍນາໃຫ້ເພື່ອນບ້ານກໍດີ ຫລືຊື້ຈາກເພື່ອນບ້ານກໍດີ ເຈົ້າຢ່າໂລບກັນ 15 ຕາມຈຳນວນປີຫລັງຈາກປີສຽງເຂົາສັດ ເຈົ້າຈົ່ງຊື້ນາຈາກເພື່ອນບ້ານຂອງເຈົ້າ ແລະໃຫ້ເຂົາຂາຍແກ່ເຈົ້າຕາມຈຳນວນປີທີ່ປູກພືດໄດ້ 16 ຖ້າຫລາຍປີກໍຕ້ອງເພີ້ມຣາຄາສູງຂຶ້ນ ຖ້າຫນ້ອຍປີເຈົ້າຈົ່ງລົດຣາຄາໃຫ້ຕ່ຳລົງ ເພາະທີ່ເຂົາຂາຍນັ້ນ ເຂົາກໍຂາຍຕາມຈຳນວນປີທີ່ປູກພືດ 17 ເຈົ້າຢ່າໂກງກັນ ແຕ່ເຈົ້າຈົ່ງຢຳເກງພຣະເຈົ້າຂອງເຈົ້າ ເພາະເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 18 “ເພາະສະນັ້ນເຈົ້າຈົ່ງກະທຳຕາມກົດເກນຂອງເຮົາ ແລະຮັກສາກົດຫມາຍຂອງເຮົາແລະປະຕິບັດຕາມ ດັ່ງນັ້ນເຈົ້າຈະອາໄສຢູ່ໃນແຜ່ນດິນນັ້ນຢ່າງປອດພັຍໄດ້ 19 ແຜ່ນດິນຈະອຳນວຍຜົນໃຫ້ເຈົ້າໄດ້ຮັບປະທານຢ່າງອີ່ມຫນຳ ແລະອາໄສຢູ່ຢ່າງປອດພັຍ 20 ຖ້າເຈົ້າຈະເວົ້າວ່າ “ຖ້າເຮົາທັງຫລາຍຫວ່ານຫລືກ່ຽວພືດຜົນຂອງເຮົາບໍ່ໄດ້ ໃນປີທີ່ເຈັດເຣົາຈະເອົາຫຍັງມາຮັບປະທານ” 21 ເຮົາຈະບັນຊາພອນຂອງເຮົາໃຫ້ມີເຫນືອເຈົ້າໃນປີທີ່ຫົກ ເພື່ອຈະມີພືດຜົນພໍສຳລັບສາມປີ 22 ເມື່ອເຈົ້າຫວ່ານໃນປີທີ່ແປດເຈົ້າຈະຣັບປະທານຂອງເກົ່າຂອງເຈົ້າ ຈົນປີທີ່ເກົ້າເມື່ອເຈົ້າໄດ້ພືດຜົນໃຫມ່ເຂົ້າມາເຈົ້າກໍຍັງຮັບປະທານພືດຜົນເກົ່າຂອງເຈົ້າຢູ່ 23 ເຈົ້າທັງຫລາຍຈະຂາຍທີ່ດິນຂອງເຈົ້າໃຫ້ຂາດບໍ່ໄດ້ເພາະວ່າທີ່ດິນນັ້ນເປັນຂອງເຮົາ ເພາະເຈົ້າເປັນຄົນແຂກເມືອງແລະເປັນຄົນອາໄສຢູ່ກັບເຮົາ 24 ທົ່ວໄປໃນແຜ່ນດິນທີ່ເຈົ້າຍຶດຖືຢູ່ ເຈົ້າຈົ່ງໃຫ້ມີການໄຖ່ຖອນທີ່ດິນຄືນ 25 “ຖ້າພີ່ນ້ອງຂອງເຈົ້າຍາກຈົນລົງ ແລະຂາຍທີ່ດິນສ່ວນນຶ່ງຂອງເຂົາ ໃຫ້ຍາດສນິດຖັດເຂົາໄປມາໄຖ່ຖອນນາທີ່ພີ່ນ້ອງຂອງເຂົາຂາຍໃຫ້ນັ້ນ 26 ຖ້າຊາຍຄົນນັ້ນບໍ່ມີຍາດມາໄຖ່ຖອນໃຫ້ ແຕ່ຕໍ່ມາເຂົາເປັນຄົນມັ່ງມີ ແລະມີຊັບພໍທີ່ຈະໄຖ່ຖອນໄດ້ 27 ໃຫ້ເຂົານັບປີຍ້ອນກັບໄປເຖິງປີທີ່ເຂົາຂາຍໃຫ້ ແລ້ວຈົ່ງນັບເງິນທີ່ຄວນຈ່າຍກັບຄືນນັ້ນໃຫ້ແກ່ຄົນທີ່ຕົນຂາຍໃຫ້ ແລະຕົວກໍເຂົ້າຢູ່ໃນທີ່ດິນຂອງເຂົາໄດ້ 28 ຖ້າເຂົາບໍ່ມີຊັບພໍທີ່ຈະໄຖ່ຄືນ ທີ່ດິນທີ່ເຂົາໄດ້ຂາຍໄປຈະຄົງຢູ່ໃນມືຂອງຜູ້ຊື້ຈົນເຖິງປີສຽງເຂົາສັດ ໃຫ້ເຂົາຄືນກັບໃຫ້ເຈົ້າຂອງໃນປີສຽງເຂົາສັດນີ້ ແລະເຈົ້າຂອງເດີມຈະກັບເຂົ້າຢູ່ໃນທີ່ເດີມຂອງເຂົາໄດ້ 29 “ຖ້າຜູ້ໃດຂາຍເຮືອນຊຶ່ງຢູ່ໃນເມືອງທີ່ມີກຳແພງ ເມື່ອຂາຍໄປແລ້ວໃຫ້ເຂົາໄຖ່ຖອນຄືນໄດ້ພາຍໃນນຶ່ງປີແຣກ ໃຫ້ເຂົາມີສິດໃນການໄຖ່ຄືນໄດ້ນຶ່ງປີເຕັມ 30 ຖ້າໃນເວລານຶ່ງປີເຕັມເຂົາບໍ່ທຳການໄຖ່ຖອນ ກໍໃຫ້ຈັດການເສັຽໃຫ້ເປັນການແນ່ນອນວ່າຜູ້ທີ່ຊື້ໄປມີສິດເຫນືອເຮືອນທີ່ຢູ່ໃນເມືອງທີ່ມີກຳແພງນັ້ນສິດຂາດແລ້ວ ຕລອດຊົ່ວຊາດເຊື້ອສາຍຂອງເຂົາ ໃນປີສຽງເຂົາສັດເຂົາກໍບໍ່ຕ້ອງຄືນໃຫ້ 31 ແຕ່ເຮືອນໃນຊົນນະບົດທີ່ບໍ່ມີກຳແພງລ້ອມ ໃຫ້ນັບເຂົ້າເປັນພວກດຽວກັບທ້ອງນາໃນປະເທດນັ້ນ ຄືໄຖ່ຖອນຄືນໄດ້ ແລະຈະຕ້ອງຄືນກັບໃຫ້ເຈົ້າຂອງເດີມໃນປີສຽງເຂົາສັດ 32 ແຕ່ຢ່າງໃດກໍຕາມເມືອງຂອງຄົນເລວີ ຫລືບ້ານໃນເມືອງທີ່ເຂົາຖືກຳມະສິດ ຄົນເລວີຈະໄຖ່ຖອນຄືນໄດ້ທຸກເວລາ 33 ຖ້າຄົນເລວີຄົນໃດໄຖ່ຖອນ ເຮືອນນັ້ນຊຶ່ງເຂົາຂາຍໄປກັບເມືອງທີ່ເຂົາຖືກຳມະສິດຕ້ອງກັບຄືນໃຫ້ເຈົ້າຂອງເດີມໃນປີສຽງເຂົາສັດ ເພາະເຮືອນໃນເມືອງຂອງຄົນເລວີເປັນກຳມະສິດຂອງເຂົາໃນຫມູ່ຄົນອິສຣາເອນ 34 ແຕ່ທົ່ງນາທີ່ເປັນທີ່ດິນສາທາຣະນະນັ້ນຈະຊື້ຂາຍກັນບໍ່ໄດ້ເພາະວ່າເປັນກຳມະສິດຖາວອນຂອງເຂົາທັງຫລາຍ 35 “ຖ້າພີ່ນ້ອງຂອງເຈົ້າຍາກຈົນລົງ ແລະລ້ຽງຕົວເອງຢູ່ກັບເຈົ້າບໍ່ໄດ້ ເຈົ້າຈະຕ້ອງລ້ຽງດູເຂົາໃຫ້ເຂົາຢູ່ກັບເຈົ້າຢ່າງຄົນຕ່າງດ້າວແລະຄົນທີ່ອາໄສຢູ່ 36 ຢ່າເອົາດອກເບັ້ຽຫລືເງິນເພີ້ມຈາກເຂົາ ແຕ່ຈົ່ງຢຳເກງພຣະເຈົ້າ ເພື່ອວ່າພີ່ນ້ອງຂອງເຈົ້າຈະຢູ່ໃກ້ຊິດກັບເຈົ້າໄດ້ 37 ເຈົ້າຢ່າໃຫ້ເຂົາຢືມເງິນດ້ວຍຄິດດອກເບັ້ຽ ຫລືຂາຍອາຫານດ້ວຍເອົາກຳໄຣຈາກເຂົາ 38 ເພາະເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຊຶ່ງນຳເຈົ້າອອກຈາກແຜ່ນດິນເອຢິບ ເພື່ອຍົກແຜ່ນດິນການາອານໃຫ້ແກ່ເຈົ້າ ແລະທີ່ຈະເປັນພຣະເຈົ້າຂອງເຈົ້າ 39 “ຖ້າພີ່ນ້ອງຂອງເຈົ້າຍາກຈົນລົງຢູ່ໃກ້ຊິດເຈົ້າ ແລະຂາຍຕົວໃຫ້ແກ່ເຈົ້າ ເຈົ້າຢ່າໃຫ້ເຂົາທຳງານເປັນທາດ 40 ໃຫ້ເຂົາຢູ່ກັບເຈົ້າຢ່າງລູກຈ້າງ ຫລືຄົນທີ່ອາໄສຢູ່ດ້ວຍ ໃຫ້ເຂົາປົນນິບັດເຈົ້າໄປເຖິງປີສຽງເຂົາສັດ 41 ແລ້ວເຂົາແລະລູກຫລານຂອງເຂົາຈະອອກໄປຈາກເຈົ້າກັບໄປສູ່ຕະກູນຂອງເຂົາ ແລະກັບໄປຢູ່ໃນທີ່ດິນຂອງບິດາຂອງເຂົາ 42 ເພາະວ່າເຂົາທັງຫລາຍເປັນຄົນໃຊ້ຂອງເຮົາທີ່ເຮົາພາອອກຈາກເອຢິບ ເຂົາຈະຂາຍຕົວເປັນທາດບໍ່ໄດ້ 43 ເຈົ້າຢ່າຂົ່ມຂືນເຂົາໃຫ້ລຳບາກ ແຕ່ຈົ່ງຢຳເກງພຣະເຈົ້າຂອງເຈົ້າ 44 ສ່ວນທາດຊາຍຍິງຊຶ່ງຈະມີໄດ້ນັ້ນ ເຈົ້າຈະຊື້ທາດຊາຍຍິງຈາກຖ້າມກາງບັນດາປະຊາຊາດທີ່ຢູ່ຂ້າງຄຽງເຈົ້າກໍໄດ້ 45 ເຈົ້າຈະຊື້ຈາກຄົນຕ່າງດ້າວທີ່ອາໄສຢູ່ໃນຫມູ່ພວກເຈົ້າທັງຄອບຄົວຂອງເຂົາ ຊຶ່ງເປັນຄົນເກີດໃນແຜ່ນດິນຂອງເຈົ້າ ແລະເຂົາຈະຕົກເປັນຊັບສິນຂອງເຈົ້າກໍໄດ້ 46 ເຈົ້າຈະທຳພິນັຍກັມຍົກເຂົາໃຫ້ແກ່ບຸດຫລານຂອງເຈົ້າໃຫ້ເປັນມໍຣະດົກແກ່ເຂົາເປັນກຳມະສິດສືບໄປກໍໄດ້ ເຈົ້າໃຊ້ເຂົາໄດ້ຢ່າງທາດ ແຕ່ເຈົ້າທັງຫລາຍຢ່າປົກຄອງພີ່ນ້ອງຄົນອິສຣາເອນດ້ວຍຄວາມຮຸນແຮງ 47 “ຖ້າຄົນຕ່າງດ້າວ ຫລືຄົນທີ່ອາໄສຢູ່ກັບເຈົ້າຮັ່ງມີຂຶ້ນ ແລະພີ່ນ້ອງຂອງເຈົ້າທີ່ຢູ່ກັບເຂົາຍາກຈົນລົງ ແລະຂາຍຕົວໃຫ້ແກ່ຄົນຕ່າງດ້າວຫລືຜູ້ທີ່ອາໄສຢູ່ກັບເຈົ້ານັນ ຫລືຂາຍໃຫ້ແກ່ຍາດຄົນນຶ່ງຄົນໃດຂອງຄົນຕ່າງດ້າວນັ້ນ 48 ເມື່ອເຂົາຂາຍຕົວແລ້ວກໍໃຫ້ມີການໄຖ່ຖອນ ຄືພີ່ນ້ອງຄົນນຶ່ງຄົນໃດຂອງເຂົາທຳການໄຖ່ຖອນເຂົາໄດ້ 49 ຫລືລຸງຫລືລູກພີ່ລູກນ້ອງຈະທຳການໄຖ່ຖອນເຂົາກໍໄດ້ ຫລືຍາດສນິດຂອງຕະກູນຂອງເຂົາຈະໄຖ່ຖອນເຂົາກໍໄດ້ ຫລືຖ້າເຂົາຮັ່ງມີຂຶ້ນ ເຂົາຈະໄຖ່ຖອນຕົວເອງກໍໄດ້ 50 ໃຫ້ຜູ້ທີ່ຂາຍຕົວຕິດກັບຜູ້ທີ່ຮັບຊື້ຕົວເຂົາໄປວ່າເຂົາໄດ້ຂາຍຕົວຈັກປີຈຶ່ງເຖິງປີສຽງເຂົາສັດ ຄ່າຕົວຂອງເຂົາເປັນຄ່າຕາມຈຳນວນປີ ເວລາທີ່ເຂົາຢູ່ກັບເຈົາຂອງຕົວເຂົານັ້ນຄິດຕາມເວລາຂອງລູກຈ້າງ 51 ຖ້າມີເວລາອີກຫລາຍປີ ເຂົາຕ້ອງຊຳຮະເງິນຄືນເທົ່າຄ່າປີທີ່ເຫລືອຢູ່ ນັບເປັນຄ່າໄຖ່ຖອນຕົວເຂົາ 52 ຖ້າຍັງເຫລືອຫນ້ອຍປີຈະເຖິງປີສຽງເຂົາສັດ ກໍໃຫ້ຜູ້ຂາຍຕົວຄິດກັບຜູ້ຊື້ຕົວໄວ້ຄິດເງິນຕາມຈຳນວນປີທີ່ເຂົາຄວນຈະຮັບໃຊ້ຄືນເປັນເງິນຄ່າໄຖ່ເຂົາ 53 ໃຫ້ເຂົາເປັນລູກຈ້າງລາຍປີຢູ່ກັບນາຍ ຢ່າໃຫ້ນາຍປົກຄອງຂົ່ມເຫັງເຂົາໃນຫມູ່ພວກເຈົ້າ 54 ຖ້າເຂົາບໍ່ໄຖ່ຖອນຕາມທີ່ກ່າວມານີ້ກໍໃຫ້ປ່ອຍເຂົາໃນປີສຽງເຂົາສັດ ທັງເຂົາພ້ອມກັບລູກຂອງເຂົາ 55 ຕໍ່ເຮົາ ຄົນອິສຣາເອນເປັນຄົນໃຊ້ເຂົາເປັນຄົນໃຊ້ຂອງເຮົາ ທີ່ເຮົາພາອອກຈາກແຜ່ນດິນເອຢິບ ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ
ພຣະພອນຂອງການເຊື່ອຟັງ
1 ເຈົ້າທັງຫລາຍຢ່າທຳຮູບເຄົາຣົບສຳລັບຕົນ ຫລືຕັ້ງຮູບແກະສລັກ ຫລືເສົາສັກສິດ ແລະເຈົ້າທັງຫລາຍຢ່າຕັ້ງຮູບສີລາແກະສລັກໄວ້ໃນແຜ່ນດິນຂອງເຈົ້າເພື່ອແກ່ການຂາບໄຫວ້ ເພາະເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 2 ເຈົ້າຈົ່ງຖືຮັກສາສະບາໂຕທັງຫລາຍຂອງເຮົາ ແລະຄາຣະວະຕໍ່ສະຖານສັກສິດຂອງເຮົາ ເຮົາຄືພຣະຜູ້ເປັນເຈົ້າ 3 “ຖ້າເຈົ້າທັງຫລາຍດຳເນີນຕາມກົດເກນຂອງເຮົາແລະຮັກສາບັນຍັດຂອງເຮົາແລະກະທຳຕາມ 4 ເຮົາຈະປະທານຝົນຕາມຣະດູແກ່ເຈົ້າ ແລະແຜ່ນດິນຈະເກີດພືດຜົນແລະຕົ້ນໄມ້ໃນທົ່ງຈະບັງເກີດຜົນ 5 ແລະເວລານວດເຂົ້າຈະດົນນານເຖິງຣະດູເກັບຜົນອະງຸ່ນ ແລະຣະດູເກັບຜົນອະງຸ່ນຈະດົນນານໄປເຖິງຣະດູຫວ່ານ ແລະເຈົ້າຈະຮັບປະທານອາຫານຢ່າງອີ່ມຫນຳສຳຣານ ແລະຢູ່ໃນແຜ່ນດິນຂອງເຈົ້າຢ່າງປອດພັຍ 6 ເຣົາຈະໃຫ້ສັນຕິພາບໃນແຜ່ນດິນ ເຈົ້າທັງຫລາຍຈະນອນລົງ ແລະບໍ່ມີຜູ້ໃດທີ່ຈະທຳໃຫ້ເຈົ້າຢ້ານ ເຮົາຈະກຳຈັດສັດຮ້າຍຈາກແຜ່ນດິນແລະດາບຈະບໍ່ຜ່ານແຜ່ນດິນຂອງເຈົ້າເລີຍ 7 ເຈົ້າຈະຂັບໄລ່ສັດຕຣູຂອງເຈົ້າ ແລະເຂົາທັງຫລາຍຈະລົ້ມລົງຕໍ່ຫນ້າເຈົ້າດ້ວຍດາບ 8 ພວກເຈົ້າຫ້າຄົນຈະຂັບໄລ່ສັດຕຣູຮ້ອຍຄົນ ພວກເຈົາຮ້ອຍຄົນຈະຂັບໄລ່ສັດຕຣູຫມື່ນຄົນ ແລະສັດ
ຕຣູຂອງເຈົ້າຈະລົ້ມລົງດ້ວຍດາບຕໍ່ຫນ້າເຈົ້າ
9 ເຮົາຈະຄິດເຖິງເຈົ້າ ຈະກະທຳໃຫ້ເຈົ້າມີເຊື້ອສາຍມາກຍິ່ງຂຶ້ນ ແລະດໍາຣົງຄຳຫມັ້ນສັນຍາຊຶ່ງມີໄວ້ກັບເຈົ້າ 10 ເຈົ້າຈະໄດ້ຮັບປະທານຂອງທີ່ສະສົມໄວ້ນານ ແລະເຈົ້າຈະຕ້ອງເອົາຂອງເກົ່າອອກໄປເພື່ອເອົາບ່ອນມາເກັບຂອງໃຫມ່ 11 ແລະເຮົາຈະຢູ່ໃນຫມູ່ພວກເຈົ້າ ແລະວິນຍານຈິດຂອງເຮົາຈະບໍ່ກຽດເຈົ້າ 12 ເຮົາຈະດຳເນີນໃນຫມູ່ພວກເຈົ້າ ແລະຈະເປັນພຣະເຈົ້າຂອງເຈົ້າ ແລະເຈົ້າຈະເປັນໄພ່ພົນຂອງເຣົາ 13 ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ຜູ້ນຳເຈົ້າອອກຈາກແຜ່ນດິນເອຢິບ ເພື່ອເຈົ້າຈະບໍ່ໄດ້ເປັນທາດຂອງເຂົາ ເຮົາໄດ້ຫັກຄານແອກຂອງເຈົ້າອອກເສັຽ ເພື່ອໃຫ້ເຈົ້າເດີນຕົວຕົງໄດ້
ໂທດຂອງການບໍ່ເຊື່ອຟັງ
14 “ຖ້າເຈົ້າບໍ່ໄດ້ເຊື່ອຟັງເຮົາ ແລະຈະບໍ່ກະທຳຕາມບບັນຍັດທັງຫມົດເຫລົ່ານີ້ 15 ຖ້າພວກເຈົ້າປະຕິເສດທີ່ຈະເຊື່ອຟັງບັນຍັດທັງຂໍ້ຄຳສັ່ງທັງຫລາຍຂອງເຮົາ ແລະທຳລາຍຄໍາຫມັ້ນສັນຍາທີ່ເຮົາໄດ້ທຳໄວ້ກັບພວກເຈົ້າ 16 ເຮົາຈະກະທຳດັ່ງນີ້ແກ່ເຈົ້າ ຄືເຮົາຈະນຳໄພອັນຕະຣາຍມາສູ່ພວກເຈົ້າ ຄວາມພິນາດ ແລະຄວາມເຈັບໄຂ້ ຊຶ່ງທຳໃຫ້ນັຍຕາບອດແລະກະທຳໃຫ້ ຊີວິດຊຸດໂຊມຢູ່ເຫນືອເຈົ້າທັງຫລາຍ ເຈົ້າທັງຫລາຍຈະຫວ່ານພືດໄວ້ເສັຽເປົ່າ ເພາະສັດຕຣູຂອງເຈົ້າຈະມາກິນ 17 ເຮົາຈະຫມາຍຫນ້າເຈົ້າ ເຈົ້າຈະແພ້ສັດຕຣູຂອງເຈົ້າ ຄົນທີ່ກຽດຊັງເຈົ້າ ຈະປົກຄອງຢູ່ເຫນືອເຈົ້າ ເຈົ້າຈະຫລົບຫນີໄປທັງທີ່ບໍ່ມີຜູ້ໃດໄລ່ຕິດຕາມ 18 ເມື່ອເປັນຢ່າງນີ້ແລ້ວເຈົ້າທັງຫລາຍຍັງບໍ່ຟັງເຮົາ ເຮົາກໍຈະຕີສອນເຈົ້າອີກດ້ວຍໂທດທີ່ເຈົ້າຜິດເຖິງເຈັດເທົ່າ 19 ເຮົາຈະທຳລາຍຄວາມດື້ດ້ານຈອງຫອງໃນກຳລັງອຳນາດຂອງເຈົ້າ ເຮົາຈະກະທຳໃຫ້ຟ້າສວັນຂອງເຈົ້າເຫມືອນທອງເຫລືອງ 20 ເຈົ້າທັງຫລາຍຈະເປືອງກຳລັງເສັຽເປົ່າໆ ເພາະວ່າແຜ່ນດິນຂອງເຈົ້າຈະບໍ່ມີພືດຜົນ ແລະຕົ້ນໄມ້ໃນແຜ່ນດິນກໍຈະບໍ່ບັງເກີດຜົນ 21 “ຖ້າເຈົ້າຍັງດຳເນີນຂັດແຍ້ງກັບເຮົາຢູ່ແລະບໍ່ເຊື່ອຟັງເຮົາ ເຮົາຈະນໍາໄພວິບັດມາເຫນືອເຈົ້າຍິ່ງຂຶ້ນ ເປັນເຈັດເທົ່າຂອງບາບຂອງເຈົ້າ 22 ເຮົາຈະປ່ອຍສັດປ່າໃຫ້ມາໃນຫມູ່ພວກເຈົ້າ ມັນຈະປຸ້ນເອົາລູກຫລານຂອງເຈົ້າ ແລະທຳລາຍສັດໃຊ້ຂອງເຈົ້າ ແລະທຳໃຫ້ເຈົ້າເຫລືອນ້ອຍ ເພື່ອຖນົນຫົນທາງຂອງເຈົ້າຈະໄດ້ຮ້າງເປົ່າ 23 “ຖ້າດ້ວຍການຕີສອນນີ້ເຈົ້າຍັງບໍ່ຫັນມາຫາເຣົາ ແລະຍັງປະພຶດຂັດແຍ້ງເຣົາຢູ່ 24 ແລ້ວເຮົາຈະດໍາເນີນການຂັດແຍ້ງເຈົ້າທັງຫລາຍ ແລະເຣົາເອງຈະຂ້ຽນຕີເຈົ້າດ້ວຍເຣື່ອງບາບຂອງເຈົ້າເຖິງເຈັດເທົ່າທະວີຄູນ 25 ເຮົາຈະນຳດາບມາເຫນືອເຈົ້າ ຊຶ່ງລົງໂທດເຈົ້າຕາມຄຳສັນຍາ ຖ້າເຈົ້າເຂົ້າມາຮວມກັນຢູ່ໃນເມືອງ ເຮົາຈະໂຣກຮ້າຍມາໃນຫມູ່ພວກເຈົ້າ ແລະເຈົ້າຈະຕົກໃນມືຂອງສັດຕຣູ 26 ເມື່ອເຮົາທຳລາຍອາຫານຫລັກຂອງເຈົ້າ ຜູ້ຍິງສິບຄົນຈະປີ້ງຂະຫນົມຂອງເຈົ້າດ້ວຍເຕົາອົບອັນດຽວ ແລ້ວເອົາຂະຫນົມມາຊັ່ງໃຫ້ເຈົ້າ ເຈົ້າຈະຮັບປະທານແຕ່ຈະບໍ່ອີ່ມ 27 “ຖ້າເປັນຢ່າງນີ້ແລ້ວ ເຈົ້າຍັງບໍ່ເຊື່ອຟັງເຮົາ ແຕ່ປະພຶດຂັດແຍ້ງເຮົາ 28 ເຮົາຈະດຳເນີນການຂັດແຍ້ງເຈົ້າຢ່າງຮຸນແຮງ ແລະເຮົາເອງຈະລົງໂທດເຈົ້າເພາະຄວາມຜິດບາບຂອງເຈົ້າເຈັດເທົ່າ 29 ເຈົ້າຈະຮັບປະທານເນື້ອລູກຊາຍຂອງເຈົ້າ ແລະເຈົ້າຈະຮັບປະທານເນື້ອລູກສາວຂອງເຈົ້າ 30 ເຮົາຈະທຳລາຍບ່ອນອັນສູງທັງຫລາຍຂອງເຈົ້າ ແລະຕັດແທ່ນເຄື່ອງຫອມຂອງເຈົ້າລົງ ແລະໂຍນສົບຂອງເຈົ້າລົງເຫນືອຊາກຮູບເຄົາຣົບຂອງເຈົ້າ ແລະຈິດໃຈຂອງເຮົາຈະກຽດຊັງເຈົ້າ 31 ເຮົາຈະໃຫ້ເມືອງຂອງເຈົ້າຮົກຮ້າງ ແລະຈະກະທຳໃຫ້ສະຖານນະມັສການຂອງເຈົ້າວ່າງເປົ່າ ແລະເຮົາຈະບໍ່ດົມກິ່ນຖວາຍຂອງເຈົ້າທີ່ພໍໃຈ 32 ເຮົາຈະໃຫ້ແຜ່ນດິນຂອງເຈົ້າຮ້າງແລ້ງຈົນສັດຕຣູຂອງເຈົ້າຜູ້ຈະມາອາໄສຢູ່ໃນນັ້ນແປກໃຈ 33 ເຣົາຈະໃຫ້ພວກເຈົ້າກະຈັດກະຈາຍໄປຢູ່ໃນບັນດາປະຊາຊາດ ແລະເຮົາຈະໃຫ້ດາບອອກຈາກຝັກໄລ່ຕາມເຈົ້າ ແລະແຜ່ນດິນຂອງເຈົ້າຈະຮົກຮ້າງ ແລະເມືອງຂອງເຈົ້າຈະວ່າງເປົ່າ 34 “ເມື່ອເຈົ້າຕ້ອງໄປຢູ່ໃນແຜ່ນດິນຂອງສັດຕຣູ ແຜ່ນດິນຂອງເຈົ້າຈະມີສະບາໂຕຕາບເທົ່າເວລາທີ່ວ່າງເປົ່າຢູ່ ແຜ່ນດິນກໍຈະໄດ້ຢຸດພັກ ແລະມີສະບາໂຕ 35 ຕາບໃດທີ່ແຜ່ນດິນວ່າງເປົ່າຢູ່ກໍຈະໄດ້ຢຸດພັກ ຄືຈະໄດ້ຢຸດພັກຢ່າງທີ່ບໍ່ໄດ້ຢຸດໃນສະບາໂຕຂນະເມື່ອເຈົ້າອາໄສຢູ່ໃນແຜ່ນດິນນັ້ນ 36 ສ່ວນພວກເຈົ້າທັງຫລາຍທີ່ຍັງເຫລືອຢູ່ເຮົາຈະໃຫ້ເຂົາມີໃຈອ່ອນແອໃນແຜ່ນດິນຂອງສັດຕຣູ ຈົນສຽງໃບໄມ້ແຫ້ງປິວຈະທຳໃຫ້ເຂົາຫນີ ແລະເຂົາຈະຫນີເຫມືອນຄົນຫນີຈາກດາບ ແລະເຂົາຈະລົ້ມລົງທັງທີ່ບໍ່ມີຄົນໄລ່ຕິດຕາມມາ 37 ເຂົາຈະສະດຸດຊຶ່ງກັນແລະກັນ ເຫມືອນຄົນຫນີດາບທັງທີ່ບໍ່ມີຄົນຕາມມາ ແລະເຈົ້າຈະບໍ່ມີກຳລັງຕໍ່ຕ້ານສັດຕຣູຂອງເຈົ້າ 38 ເຈົ້າທັງຫລາຍຈະລົ້ມຕາຍຖ້າມກາງບັນດາປະຊາຊາດແລະແຜ່ນດິນຂອງສັດຕຣູຂອງເຈົ້າຈະກິນເຈົ້າເສັຽ 39 ສ່ວນເຈົ້າທັງຫລາຍທີ່ເຫລືອຢູ່ຈະຈ່ອຍຜອມໄປໃນແຜ່ນດິນສັດຕຣູຂອງເຈົ້ານັ້ນເພາະກັມບາບຂອງຕົນ ແລະເພາະກັມບາບຂອງຕົນ ແລະເພາະກັມບາບຂອງບັນພະບຸຣຸດຂອງຕົນ ເຂົາຈະຕ້ອງຈ່ອຍຜອມໄປເຫມືອນຢ່າງບັນພະບຸຣຸດດ້ວຍ 40 “ແຕ່ຖ້າເຂົາທັງຫລາຍສາຣະພາບກັມບາບຂອງເຂົາ ແລະກັມບາບຂອງບັນພະບຸຣຸດຊຶ່ງເຂົາທັງຫລາຍກະທຳຜິດຕໍ່ເຣົາດ້ວຍຄວາມທໍຣະຍົດຂອງເຂົານັ້ນ ແລະທີ່ໄດ້ປະພຶດຂັດແຍ້ງເຮົາ 41 ເຮົາຈຶ່ງດໍາເນີນກາຍຂັດແຍ້ງເຂົາທັງຫລາຍ ແລະໄດ້ນຳເຂົາເຂົ້າແຜ່ນດິນແຫ່ງສັດຕຣູຂອງເຂົາ ຖ້າເມື່ອນັ້ນຈິດໃຈອັນນອກຮີດຂອງເຂົາຖ່ອມລົງແລ້ວ ແລະເຂົາໄດ້ແກ້ໄຂໃນເຣື່ອງກັມບາບຂອງເຂົາແລ້ວ 42 ເຮົາຈຶ່ງຈະຣະນຶກເຖິງຄຳຫມັ້ນສັນຍາຂອງເຮົາຊຶ່ງມີຕໍ່ອີຊາກ ແລະຄຳຫມັ້ນສັນຍາຂອງເຮົາຕໍ່ອັບຣາຮາມ ແລະເຮົາຈະຣະລຶກເຖິງແຜ່ນດິນນັ້ນ 43 ແຕ່ເຂົາຍັງຕ້ອງຖິ້ມແຜ່ນດິນນັ້ນໄວ້ ແລະແຜ່ນດິນຈະມີສະບາໂຕ ຊຶ່ງໄດ້ວ່າງຢູ່ໂດຍບໍ່ມີພວກເຂົາທັງຫລາຍອາໄສ ເຂົາທັງຫລາຍຈຶ່ງໄດ້ຮັບໂທດທີ່ໄດ້ກະທຳຜິດດ້ວຍເຣື່ອງເບື່ອຫນ່າຍກົດຫມາຍຂອງເຮົາ ແລະຈິດໃຈຂອງເຂົາກຽດຊັງກົດເກນຂອງເຮົາ 44 ເຖິງພຽງນັ້ນກໍດີເມື່ອເຂົາທັງຫລາຍຢູ່ໃນແຜ່ນດິນສັດຕຣູຂອງເຂົາ ເຮົາຈະບໍ່ເບື່ອຫນ່າຍເຂົາ ເຮົາຈະບໍ່ກຽດຊັງເຂົາເຖິງກັບຈະທຳລາຍເຂົາເສັຽໃຫ້ຫມົດທີ່ດຽວ ແລະທຳລາຍຄຳຫມັ້ນສັນຍາຊຶ່ງມີກັບເຂົາເສັຽ ເພາະເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາ 45 ເພາະເຫັນແກ່ເຂົາເຮົາຈະຣະນຶກເຖິງຄຳຫມັ້ນສັນຍາຊຶ່ງມີຕໍ່ບັນພະບຸຣຸດຂອງເຂົາ ຜູ້ຊຶ່ງເຮົາໄດ້ພາເຂົາອອກມາຈາກແຜ່ນດິນເອຢິບ ຕໍ່ຫນ້າບັນດາປະຊາຊາດ ເພື່ອເຮົາຈະໄດ້ເປັນພຣະເຈົ້າຂອງເຂົາ ເຮົາພຣະຜູ້ເປັນເຈົ້າ” 46 ສິ່ງເຫລົ່ານີ້ເປັນກົດເກນແລະກົດຫມາຍ ແລະບົດບັນຍັດຊຶ່ງພຣະຜູ້ເປັນເຈົ້າຊົງກະທຳໄວ້ລະຫວ່າງພຣະອົງກັບຊົນຊາດອິສຣາເອນເທິງພູເຂົາຊີນາອີໂດຍຜ່ານທາງໂມເຊ
ກົດຫມາຍກ່ຽວກັບການມອບຖວາຍ
1 ພຣະເຈົ້າກ່າວແກ່ໂມເຊວ່າ, 2 “ຈົ່ງແກ່ຄົນອິສຣາເອນວ່າ ເມື່ອຜູ້ໃດສາບານເປັນພິເສດໄວ້ ບຸກຄົນຜູ້ທີ່ຖືກສາບານໄວ້ນັ້ນ ເຈົ້າຕ້ອງນັບວ່າເຂົາເປັນຂອງພຣະຜູ້ເປັນເຈົ້າ 3 ໃຫ້ເຈົ້າກຳນົດຣາຄາດັ່ງນີ້ ຜູ້ຊາຍອາຍຸຕັ້ງແຕ່ຊາວປີເຖິງຫົກສິບປີຈະເປັນຄ່າເງິນຫ້າສິບເຊເກລຂອງສະຖານນະມັສການ 4 ຖ້າຜູ້ນັ້ນເປັນຜູ້ຍີງ ໃຫ້ເຈົ້າກຳນົດຣາຄາເປັນຄ່າເງິນສາມສິບເຊເກລ 5 ຖ້າຜູ້ນັ້ນຫ້າປີເຖິງຊາວປີ ໃຫ້ເຈົ້າກຳນົດຣາຄາຜູ້ຊາຍເປັນຄ່າເງິນຊາວເຊເກລ ແລະຜູ້ຍິງສິບເຊເກລ 6 ຖ້າຜູ້ນັ້ນອາຍຸນຶ່ງເດືອນເຖິງຫ້າປີ ໃຫ້ເຈົ້າກຳນົດຣາຄາຜູ້ຊາຍເປັນເງິນຄ່າຫ້າເຊເກລ ແລະຜູ້ຍິງສາມເຊເກລ 7 ຖ້າເປັນບຸກຄົນອາຍຸຫົກສິບປີຂຶ້ນໄປ ໃຫ້ເຈົ້າກຳນົດຣາຄາຜູ້ຊາຍເປັນຄ່າເງິນສິບຫ້າເຊເກລ ແລະຜູ້ຍິງເປັນສິບເຊເກລ 8 ຖ້າຜູ້ຊາຍຄົນໃດຍາກຈົນເກີນທີ່ຈະຊຳຮະຕາມທີ່ເຈົ້າກຳນົດຣາຄາ ກໍໃຫ້ນຳຜູ້ຖືກສາບານໄປຫາປະໂຣຫິດ ໃຫ້ປະໂຣຫິດກຳນົດຣາຄາຕາມກຳລັງຂອງຜູ້ທີ່ສາບານ ປະໂຣຫິດຈະກຳນົດຣາຄາຂອງຄົນນັ້ນ 9 “ຖ້າເປັນສັດຢ່າງທີ່ມະນຸດຈະມາຖວາຍພຣະຜູ້ເປັນເຈົ້າ ສິ່ງໃດໆທີ່ມະນຸດຖວາຍແດ່ພຣະຜູ້ເປັນເຈົ້າຖືວ່າເປັນຂອງບໍຣິດສຸດ 10 ຢ່າໃຫ້ເຂົານຳສິ່ງໃດມາແທນ ຫລືປ່ຽນ ເອົາດີມາປ່ຽນບໍ່ດີ ຫລືເອົາບໍ່ດີມາປ່ຽນດີ ຖ້າເຂົາທຳການປ່ຽນສັດ ທັງໂຕທີ່ນຳມາປ່ຽນ ແລະໂຕທີ່ຖືກປ່ຽນຈະຕ້ອງບໍຣິສຸດ 11 ຖ້າເປັນສັດມົນທິນຊຶ່ງບໍ່ຄວນນຳມາຖວາຍແດ່ພຣະຜູ້ເປັນເຈົ້າ ໃຫ້ຜູ້ນັ້ນນຳສັດໄປຫາປະໂຣຫິດ 12 ແລ້ວປະໂຣຫິດຈະຕີຄ່າວ່າເປັນຂອງດີຂອງບໍ່ດີ ທ່ານຜູ້ເປັນປະໂຣຫິດກຳນົດຣາຄາເທົ່າໃດກໍໃຫ້ເປັນເທົ່ານັ້ນ 13 ຖ້າເຂົາຈະມາໄຖ່ສັດນັ້ນກໍໃຫ້ເຂົາເພີ້ມອີກນຶ່ງໃນຫ້າຂອງຣາຄາທີ່ຕັ້ງໄວ້ 14 “ເມື່ອຄົນໃດຖວາຍເຮືອນຂອງຕົນໄວ້ເປັນຂອງບໍ ຣິສຸດແດ່ພຣະຜູ້ເປັນເຈົ້າ ປະໂຣຫິດຕ້ອງກຳນົດຣາຄາຕາມດີບໍ່ດີ ປະໂຣຫິດກຳນົດຣາຄາເທົ່າໃດກໍໃຫ້ເປັນເທົ່ານັ້ນ 15 ຖ້າຜູ້ທີ່ຖວາຍເຮືອນໄວ້ປະສົງຈະໄຖ່ເຮືອນຂອງເຂົາ ກໍໃຫ້ຜູ້ນັ້ນເພີ້ມເງິນອີກນຶ່ງໃນຫ້າຂອງຣາຄາເຣືອນທີ່ຕັ້ງໄວ້ ແລ້ວເຮືອນນັ້ນຈຶ່ງຕົກເປັນຂອງເຂົາໄດ້ 16 “ຖ້າຜູ້ໃດຖວາຍທີ່ດິນສ່ວນນຶ່ງ ແດ່ພຣະຜູ້ເປັນເຈົ້າຊື່ງເປັນມໍຣະດົກຕົກແກ່ເຂົາ ໃຫ້ເຈົ້າກຳນົດຣາຄາຂອງທີ່ດິນຕາມຈຳນວນພືດພັນທີ່ຫວ່ານລົງດິນນັ້ນ ຖ້າທີ່ນາໃຊ້ພັນບາລີນຶ່ງໂຮເມີ ໃຫ້ກຳນົດຣາຄາເປັນເງິນຫ້າສິບເຊເກລ 17 ຖ້າເຂົາຖວາຍນາໃນປີສຽງເຂົາສັດ ກໍໃຫ້ຄົງເຕັມຣາຄາທີ່ເຈົ້າກຳນົດ 18 ຖ້າເຂົາຖວາຍທີ່ນາພາຍຫລັງປີສຽງເຂົາສັດ ກໍໃຫ້ປະໂຣຫິດໄລ່ຄຳນວນຄ່າເງິນ ຕາມຈຳນວນປີທີ່ເຫລືອຢູ່ກວ່າຈະເຖິງປີສຽງເຂົາສັດ ໃຫ້ຫັກເສັຽຈາກຣາຄາທີ່ເຈົ້າກຳນົດ 19 ຖ້າຜູ້ທີ່ຖວາຍນາປະສົງຈະໄຖ່ນານັ້ນກໍໃຫ້ເຂົາເພີ້ມຄ່າເງິນອີກນຶ່ງໃນຫ້າ ຂອງກຳນົດຣາຄາທີ່ຕີໄວ້ 20 ແຕ່ຖ້າເຂົາບໍ່ປະສົງທີ່ຈະໄຖ່ນາ ຫລືເຂົາໄດ້ຂາຍນານັ້ນໃຫ້ແກ່ອີກຄົນນຶ່ງແລ້ວ ກໍຢ່າໃຫ້ໄຖ່ອີກເລີຍ 21 ແຕ່ນານັ້ນເມື່ອເຂົາຕ້ອງສະລະໃນປີສຽງເຂົາສັດ ກໍເປັນຂອງບໍຣິສຸດແດ່ພຣະເຈົ້າ ເພາະເປັນນາທີ່ຖວາຍໄວ້ ປະໂຣຫິດຈຶ່ງເຂົ້າຖືກຳມະສິດນານັ້ນໄດ້ 22 ຖ້າຄົນໃດຊື້ນາມາຖວາຍແດ່ພຣະເຈົ້າ ຊື່ງບໍ່ແມ່ນສ່ວນມໍຣະດົກທີ່ຕົກເປັນກຳມະສິດຂອງເຂົາ 23 ປະໂຣຫິດຈະໄລ່ຄຳນວນຄາດຫມາຍຈົນເຖິງປີສຽງເຂົາສັດ ໃນວັນນັ້ນເຈົ້າຂອງນາຕ້ອງຖວາຍເງິນເທົ່າກຳນົດຄ່ານາທີ່ຕີໄວ້ ເປັນສິ່ງບໍຣິສຸດແດ່ພຣະເຈົ້າ 24 ພໍເຖິງປີສຽງເຂົາສັດນານັ້ນຕ້ອງກັບໄປຕົກແກ່ຜູ້ທີ່ຂາຍໃຫ້ເຂົາຊຶ່ງເປັນເຈົ້າຂອງເດີມ ຕາມມໍຣະດົກທີ່ຕົກມາເປັນຂອງເຂົາ 25 ການກຳນົດຣາຄາທຸກຢ່າງຈະຕ້ອງເປັນໄປຕາມຄ່າເງິນເຊເກລຂອງສະຖານນະມັສການ ຊາວເກຣາເປັນນຶ່ງເຊເກລ 26 “ແຕ່ລູກສັດຫົວປີນັ້ນຢ່າໃຫ້ຜູ້ໃດນຳມາຖວາຍ ເພາະທີ່ເປັນສັດຫົວປີກໍຕົກເປັນຂອງພຣະເຈົ້າຢູ່ແລ້ວ ງົວກໍດີ ແກະກໍດີ ເປັນຂອງພຣະເຈົ້າ 27 ຖ້າເປັນສັດມົນທິນຈົ່ງໃຫ້ເຂົາຊື້ຄືນຕາມກຳນົດຣາຄາຂອງເຈົ້າ ໂດຍເພີ້ມນຶ່ງໃນຫ້າຂອງກຳນົດຣາຄາທີ່ຕີໄວ້ ຖ້າເຂົາບໍ່ໄຖ່ກໍໃຫ້ຂາຍເສັຽຕາມກຳນົດຣາຄາທີ່ຕີໄວ້ 28 “ແຕ່ສິ່ງໃດທີ່ຖວາຍຂາດແດ່ພຣະເຈົ້າ ເປັນສິ່ງທີ່ເຂົາມີຢູ່ ບໍ່ວ່າເປັນຄົນຫລືສັດ ຫລືທີ່ນາອັນເປັນມໍຣະດົກຕົກແກ່ເຂົາ ຈະຂາຍຫລືໄຖ່ບໍ່ໄດ້ເລີຍ ເພາະສິ່ງທີ່ຖວາຍຂາດແລ້ວເປັນສິ່ງບໍຣິສຸດທີ່ສຸດແດ່ພຣະເຈົ້າ 29 ຜູ້ໃດທີ່ຖືກຖວາຍຂາດແລ້ວ ຄືຜູ້ທີ່ຕ້ອງທຳລາຍເສັຽຈາກມະນຸດ ຢ່າໃຫ້ໄຖ່ຖອນຜູ້ນັ້ນ ຜູ້ນັ້ນຕ້ອງຖືກໂທດເຖິງຕາຍ 30 ນຶ່ງສ່ວນສິບທັງສິ້ນທີ່ໄດ້ຈາກແຜ່ນດິນ ເປັນພືດທີ່ໄດ້ຈາກແຜ່ນດິນກໍດີ ຫລືຫມາກຈາກຕົ້ນໄມ້ກໍດີ ເປັນຂອງພຣະເຈົ້າ ເປັນສິ່ງບໍຣິສຸດແດ່ພຣະເຈົ້າ 31 ຖ້າຄົນໃດປະສົງຈະໄຖ່ນຶ່ງສ່ວນສິບສ່ວນໃດຂອງເຂົາ ເຂົາຕ້ອງເພີ້ມອີກນຶ່ງໃນຫ້າຂອງນຶ່ງສ່ວນສິບນັ້ນ 32 ແລະນຶ່ງສ່ວນສິບໄດ້ມາຈາກຝູງງົວ ຫລືຝູງແບ້ ແກະ ຄືສັດນຶ່ງໃນສິບໂຕທີ່ລອດໃຕ້ໄມ້ເທົ້າຂອງຜູ້ລ້ຽງ ເປັນສັດບໍຣິສຸດແດ່ພຣະເຈົ້າ 33 ຢ່າໃຫ້ຄິດວ່າດີຫລືບໍ່ດີ ແລະຢ່າໃຫ້ເຂົາສັບປ່ຽນ ທັງໂຕທີ່ນຳມາປ່ຽນກັບໂຕທີ່ຖືກປ່ຽນເປັນຂອງບໍຣິສຸດ ໄຖ່ບໍ່ໄດ້” 34 ເຫລົ່ານີ້ເປັນບົດບັນຍັດທີ່ພຣະເຈົ້າຊົງບັນຍັດໄວ້ກັບໂມເຊສຳລັບຄົນອິສຣາເອນເທິງພູເຂົາຊີນາອີ
ນັບຄົນອິສຣາເອນທີ່ພູເຂົາຊີນາອີ
1 ໃນວັນທີ່ນຶ່ງເດືອນທີ່ສອງປີທີ່ສອງ ຕັ້ງແຕ່ເຂົາທັງຫລາຍອອກຈາກປະເທດເອຢິບ ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊໃນເຕັນນັດພົບໃນຖິ່ນກັນດານຊີນາອີວ່າ, 2 “ເຈົ້າຈົ່ງທຳສຳມະໂນຄົວຊຸມນຸມຊົນອິສຣາເອນທັງຫມົດຕາມຕະກູນຕາມຄອບຄົວ ຕາມຈຳນວນຣາຍຊື່ຜູ້ຊາຍຣຽງຕົວທຸກຄົນ 3 ເຈົ້າແລະອາໂຣນຈົ່ງນັບທຸກຄົນໃນອິສຣາເອນຊຶ່ງອອກຮົບໄດ້ ອາຍຸຕັ້ງແຕ່ຊາວປີຂຶ້ນໄປໄວ້ເປັນກອງໆ 4 ແລະໃຫ້ມີຊາຍຈາກທຸກເຜົ່າມາຢູ່ກັບເຈົ້າເຜົ່າລະຄົນ ແຕ່ລະຄົນໃຫ້ເປັນຫົວຫນ້າໃນຄອບຄົວຂອງຕົນ 5 ແລະຊື່ຊາຍທັງປວງທີ່ຈະຊ່ອຍເຈົ້ານັ້ນ ຈາກເຜົ່າຣູເບນ ຄື ເອລີຊູ ບຸດຂອງເຊເດອູ 6 ຈາກເຜົ່າຊີເມໂອນ ຄື ເຊລູມີເອນ ບຸດຂອງຊູຣີຊັດດັຍ 7 ຈາກເຜົ່າຢູດາ ຄື ນາໂຊນ ບຸດຂອງອັມມີນາດາບ 8 ຈາກເຜົ່າອິສຊາຄາ ຄື ເນທານເອນ ບຸດຂອງຊູອາ 9 ຈາກເຜົ່າເຊບູລູນ ຄື ເອລີອາບ ບຸດຂອງເຮໂລນ 10 ຈາກເຊື້ອສາຍຂອງໂຢເຊັບ ຈາກເຜົ່າເອຟຣາອິມ ຄື ເອລິຊາມາ ບຸດຂອງອັມມີຮູດ ຈາກເຜົ່າມານັສເຊ ຄື ກາມາລີເອນ ບຸດຂອງເປດາຊູ 11 ຈາກເຜົ່າເບັນຢາມິນ ຄື ອາບີດານ ບຸດຂອງກີເດໂອນີ 12 ຈາກເຜົ່າດານ ຄື ອາຮີເອເຊີ ບຸດຂອງອັມມີຊັດດັຍ 13 ຈາກເຜົ່າອາເຊີ ຄື ປາກີເອນ ບຸດຂອງໂອກຣານ 14 ຈາກເຜົ່າກາດ ຄື ເອລີອາສາຟ ບຸດຂອງເດອູເອນ 15 ຈາກເຜົ່າເນັຟທາລີ ຄື ອາຮີຣາ ບຸດຂອງເອນານ 16 ຄົນເຫລົ່ານີ້ເປັນຄົນທີ່ຊຸມນຸມຊົນເລືອກໃຫ້ເປັນຫົວຫນ້າແຫ່ງເຜົ່າຂອງບັນພະບຸຣຸດຂອງເຂົາ ເປັນຫົວຫນ້າເຊື້ອສາຍຄົນອິສຣາເອນ 17 ໂມເຊ ແລະອາໂຣນໄດ້ນຳຄົນເຫລົ່ານີ້ທີ່ມີຊື່ມາແລ້ວ 18 ແລ້ວໃນວັນທີ່ນຶ່ງເດືອນທີ່ສອງ ຄົນເຫລົ່ານີ້ກໍຮຽກປະຊຸມຊົນທັງຫມົດ ເຂົາມາຂຶ້ນທະບຽນຕາມຕະກູນແລະຕາມຄອບຄົວ ຕາມຈຳນວນຣາຍຊື່ລຽນຕົວຄົນທັງປວງທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ 19 ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງໂມເຊໄວ້ ທ່ານຈຶ່ງນັບຄົນທີ່ຖິ່ນກັນດານຊີນາອີດັ່ງນີ້ 20 ຄົນເຜົ່າຣູເບນບຸດຫົວປີຂອງອິສຣາເອນ ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ຕາມຈຳນວນຣາຍຊື່ຜູ້ຊາຍຣຽງຕົວທຸກຄົນ ທີ່ມີອາຍຸຕັ້ງແຕ່ຊາວຂຶ້ນໄປທີ່ອອກຮົບໄດ້ທັງຫມົດ 21 ຈໍານວນຄົນໃນເຜົ່າຣູເບນເປັນສີ່ຫມື່ນຫົກພັນຫ້າຣ້ອຍຄົນ 22 ຄົນເຜົ່າຊີເມໂອນ ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ທຸກຄົນທີ່ເຂົານັບຕາມຈຳນວນຣາຍຊື່ ຜູ້ຊາຍຣຽງຕົວທຸກຄົນ ທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ ທີ່ອອກຮົບໄດ້ທັງຫມົດ 23 ຈຳນວນຄົນໃນເຜົ່າຊີເມໂອນເປັນຫ້າຫມື່ນເກົ້າພັນສາມຮ້ອຍຄົນ 24 ຄົນເຜົ່າກາດຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ຕາມຈຳນວນຣາຍຊື່ຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປທີ່ອອກຮົບໄດ້ທັງຫມົດ 25 ຈຳນວນຄົນໃນເຜົ່າກາດເປັນສີ່ຫມື່ນຫ້າພັນຫົກຮ້ອຍຫ້າສິບຄົນ 26 ຄົນເຜົ່າຢູດາ ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ຕາມຈຳນວນຣາຍຊື່ຄົນທີ່ອາຍຸຕັ້ງແຕ່ຊາວປີຂຶ້ນໄປທີ່ອອກຮົບໄດ້ທັງຫມົດ 27 ຈໍານວນຄົນໃນເຜົ່າຢູດາເປັນເຈັດຫມື່ນສີ່ພັນຫົກຮ້ອຍຄົນ 28 ຄົນເຜົ່າອິສຊາຄາ ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ຕາມຈຳນວນຣາຍຊື່ຄົນທີ່ອາຍຸຕັ້ງແຕ່ຊາວປີຂຶ້ນໄປທີ່ອອກຮົບໄດ້ທັງຫມົດ 29 ຈຳນວນຄົນໃນເຜົ່າອິສຊາຄາເປັນຫ້າຫມື່ນສີ່ພັນສີ່ຮ້ອຍຄົນ 30 ຄົນເຜົ່າເຊບູລູນ ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ຕາມຈໍານວນຣາຍຊື່ຄົນທີ່ອາຍຸຕັ້ງແຕ່ຊາວປີຂຶ້ນໄປທີ່ອອກຮົບໄດ້ທັງຫມົດ 31 ຈຳນວນຄົນໃນເຜົ່າເຊບູລູນເປັນຫ້າຫມື່ນເຈັດພັນສີ່ຮ້ອຍຄົນ 32 ຄົນເຊື້ອສາຍໂຢເຊັບ ຄືຄົນເຜົ່າເອຟຣາອິມ ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ຕາມຈຳນວນຣາຍຊື່ຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ ທີ່ອອກຮົບໄດ້ທັງຫມົດ 33 ຈຳນວນຄົນເຜົ່າເອຟຣາອິມເປັນສີ່ຫມື່ນຫ້າຮ້ອຍຄົນ 34 ຄົນເຜົ່າມານັສເຊ ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ຕາມຈຳນວນຣາຍຊື່ຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ ທີ່ອອກຮົບໄດ້ທັງຫມົດ 35 ຈຳນວນຄົນໃນເຜົ່າມານັສເຊເປັນສາມຫມື່ນສອງພັນສອງຮ້ອຍຄົນ 36 ຄົນເຜົ່າເບັນຢາມິນ ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ຕາມຈຳນວນຣາຍຊື່ທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ ທີ່ອອກຮົບໄດ້ທັງຫມົດ 37 ຈຳນວນຄົນໃນເຜົ່າເບັນຢາມິນເປັນສາມຫມື່ນຫ້າພັນສີ່ຮ້ອຍຄົນ 38 ຄົນເຜົ່າດານ ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ຕາມຈຳນວນຣາຍຊື່ຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ ທີ່ອອກຮົບໄດ້ທັງຫມົດ 39 ຈໍານວນຄົນໃນເຜົ່າດານເປັນຫົກຫມື່ນສອງພັນເຈັດຮ້ອຍຄົນ 40 ຄົນເຜົ່າອາເຊີ ຊາດເຊື້ອສາຍຂອງເຂົາຕາມຕະກູນຕາມຄອບຄົວ ຕາມຈໍານວນຣາຍຊື່ຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ ທີ່ອອກຮົບໄດ້ທັງຫມົດ 41 ຈຳນວນຄົນໃນເຜົ່າອາເຊີເປັນສີ່ຫມື່ນນຶ່ງພັນຫ້າຮ້ອຍຄົນ 42 ຄົນເຜົ່າເນັຟທາລີ ຊາດເຊື້ອສາຍຂອງຕາມຕະກູນຕາມຄອບຄົວ ຕາມຈຳນວນຣາຍຊື່ຄົນທີ່ມີອາຍຸ ຕັ້ງແຕ່ຊາວປີຂຶ້ນໄປ ທີ່ອອກຮົບໄດ້ທັງຫມົດ 43 ຈຳນວນຄົນໃນເຜົ່າເນັບທາລີເປັນຫ້າຫມື່ນສາມພັນສີ່ຮ້ອຍຄົນ 44 ຈຳນວນຄົນເຫລົ່ານີ້ເປັນຄົນທີ່ໂມເຊກັບອາໂຣນ ແລະປະມຸກທັງສິບສອງຄົນຂອງຄົນອິສຣາເອນ ຜູ້ແທນຄົນເຜົ່າຂອງຕົນໄດ້ນັບໄວ້ 45 ສະນັ້ນຈຳນວນຄົນອິສຣາເອນທັງຫມົດທີ່ນັບຕາມຄອບຄົວ ຕາມຈຳນວນຄົນທີ່ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປທຸກຄົນໃນອິສຣາເອນຊຶ່ງອອກຮົບໄດ້ 46 ຈຳນວນຄົນທັງຫມົດເປັນຫົກແສນສາມພັນຫ້າຮ້ອຍຫ້າສິບຄົນ
ການແຕ່ງຕັ້ງຄົນເລວີໃຫ້ດູແລຫໍເຕັນສັກສິດ
47 ແຕ່ບໍ່ໄດ້ນັບຄົນເລວີຕາມເຜົ່າບັນພະບຸຣຸດຂອງຕົນຮ່ວມດ້ວຍ 48 ເພາະພຣະເຈົ້າຊົງກ່າວກັບໂມເຊວ່າ, 49 “ສະເພາະເຜົ່າເລວີເຈົ້າຢ່ານັບ ແລະຢ່າທຳສຳມະໂນຄົວໄວ້ໃນຄົນອິສຣາເອນ 50 ແຕ່ເຈົ້າຈົ່ງຕັ້ງຄົນເລວີໄວ້ສຳລັບຫໍເຕັນພຣະໂອວາດແລະເຄື່ອງໃຊ້ ກັບປະຕິບັດງານຫໍເຕັນນັ້ນ ແລະຕັ້ງເຕັນຢູ່ຮອບຫໍເຕັນ 51 ເມື່ອຈະຍ້າຍຫໍເຕັນໄປຄົນເລວີຈະຕ້ອງຮື້ຫໍເຕັນລົງ ແລະເມື່ອຈະຕັ້ງຫໍເຕັນຂຶ້ນ ກໍໃຫ້ຄົນເລວີເປັນຜູ້ຈັດຕັ້ງ ຜູ້ອື່ນເຂົ້າມາໃກ້ຫໍເຕັນ ຜູ້ນັ້ນຕ້ອງຖືກໂທດເຖິງຕາຍ 52 ໃຫ້ຄົນອິສຣາເອນຕັ້ງເຕັນຕາມທີ່ຂອງຕົນແຕ່ລະພວກ ແລະແຕ່ລະຄົນຕາມຄ້າຍຂອງຕົນ ແລະແຕ່ລະຄົນຕາມທຸງເຜົ່າຂອງຕົນ 53 ແຕ່ໃຫ້ຄົນເລວີຕັ້ງເຕັນຮອບຫໍເຕັນພຣະໂອວາດ ເພື່ອບໍ່ໃຫ້ພຣະພິໂຣດເກີດເຫນືອຊຸມນຸມຊົນອິສຣາເອນ ໃຫ້ເຜົ່າເລວີປະຕິບັດງານຫໍເຕັນພຣະໂອວາດ” 54 ຄົນອິສຣາເອນກໍກະທຳຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາແກ່ໂມເຊໄວ້ທຸກປະການ
ຄ້າຍແລະຫົວຫນ້າຂອງເຜົ່າ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊແລະອາໂຣນວ່າ, 2 “ໃຫ້ຄົນອິສຣາເອນຕັ້ງຄ້າຍຢູ່ຕາມທຸງຂອງຕົນທຸກຄົນ ຕາມທຸງຕຣາຄອບຄົວຂອງຕົນ ໃຫ້ຕັ້ງເຕັນຫັນຫນ້າເຂົ້າຫາເຕັນນັດພົບທຸກດ້ານ 3 ພວກທີ່ຕັ້ງຄ້າຍດ້ານຕາເວັນອອກທາງດວງອາທິດຂຶ້ນ ໃຫ້ເປັນຂອງທຸງຄ້າຍຢູດາຕາມກອງຂອງເຂົາ ນາໂຊນບຸດອັມມີນາດາບເປັນຫົວຫນ້າຂອງຄົນຢູດາ 4 ພົນໂຍທາທີ່ນັບໄວ້ນີ້ມີເຈັດຫມື່ນສີ່ພັນຫົກຮ້ອຍຄົນ 5 ໃຫ້ເຜົ່າອິສຊາຄາຕັ້ງຄ້າຍຣຽງຖັດມາ ເນທານເອນ ບຸດຂອງຊູອາເປັນຫົວຫນ້າຂອງຄົນເຜົ່າອິສຊາຄາ 6 ພົນໂຍທາທີ່ນັບໄວ້ນີ້ມີຫ້າຫມື່ນສີ່ພັນສີ່ຮ້ອຍຄົນ 7 ໃຫ້ເຜົ່າເຊບູລູນຣຽງຖັດຢູດາໄປ ເອລີອາບບຸດເຮໂລນເປັນຫົວຫນ້າຄົນເຜົ່າເຊບູລູນ 8 ພົນໂຍທາທີ່ນັບໄວ້ນີ້ມີຫ້າຫມື່ນເຈັດພັນສີ່ຮ້ອຍຄົນ 9 ຈຳນວນຊົນທັງຫມົດທີ່ນັບເຂົ້າໃນຄ້າຍຢູດາຕາມກອງຂອງເຂົາເປັນນຶ່ງແສນແປດຫມື່ນຫົກພັນສີ່ຮ້ອຍຄົນ ເມື່ອອອກເດີນຄົນເຫລົ່ານີ້ຈະຍົກໄປກ່ອນ 10 “ໃຫ້ທຸງຄ້າຍຂອງຣູເບນຕັ້ງທາງທິດໃຕ້ຕາມກອງຂອງເຂົາ ເອລີຊູ ບຸດຂອງເຊເດອູເປັນຫົວຫນ້າຂອງຄົນເຜົ່າຣູເບນ 11 ພົນໂຍທາທີ່ນັບໄວ້ນີ້ມີສີ່ຫມື່ນຫົກພັນຫ້າຮ້ອຍຄົນ 12 ໃຫ້ເຜົ່າຊີເມໂອນຕັ້ງຄ້າຍຮຽງຖັດມາ ເຊລູມີເອນ ບຸດຂອງຊູຣີຊັດດັຍເປັນຫົວຫນ້າຄົນເຜົ່າຊີເມໂອນ 13 ພົນໂຍທາທີ່ນັບໄວ້ນີ້ມີຫ້າຫມື່ນເກົ້າພັນສາມຮ້ອຍຄົນ 14 ໃຫ້ເຜົ່າກາດຮຽງຖັດຕໍ່ຣູເບນໄປ ເອລີອາສາຟ ບຸດຂອງຣູອູເອນເປັນຫົວຫນ້າຄົນເຜົ່າກາດ 15 ພົນໂຍທາທີ່ນັບໄວ້ນີ້ມີສີ່ຫມື່ນຫ້າພັນຫົກຮ້ອຍຫ້າສິບຄົນ 16 ຈຳນວນຄົນທັງຫມົດທີ່ນັບເຂົ້າໃນຄ້າຍຣູເບນຕາມກອງຂອງເຂົາເປັນນຶ່ງແສນຫ້າຫມື່ນນຶ່ງພັນສີ່ຮ້ອຍຫ້າສິບຄົນ ເມື່ອອອກເດີນຄົນເຫລົ່ານີ້ຈະເປັນພວກທີ່ສອງ 17 “ແລ້ວໃຫ້ຍົກເຕັນນັດພົບເດີນຕາມໄປ ໃຫ້ຄ້າຍຄົນເລວີຢູ່ກາງຂະບວນຄ້າຍ ເຂົາຕັ້ງຄ້າຍຢູ່ອັນດັບໃດກໍໃຫ້ອອກເດີນໄປຕາມອັນດັບນັ້ນ ທຸກຄ້າຍຕາມອັນດັບຕາມທຸງເຜົ່າຂອງຕົນ 18 “ໃຫ້ທຸງຄ້າຍຂອງເອຟຣາອິມຕັ້ງທິດຕາເວັນຕົກຕາມກອງຂອງເຂົາ ເອລີຊາມາ ບຸດຂອງອັມມີຮູດເປັນຫົວຫນ້າຂອງຄົນເຜົ່າເອຟຣາອິມ 19 ພົນໂຍທາທີ່ນັບໄວ້ນີ້ມີສີ່ຫມື່ນຫ້າຮ້ອຍຄົນ 20 ໃຫ້ຄົນເຜົ່າມານັສເຊຮຽງຖັດມາ ກາມາລີເອນ ບຸດຂອງເປດາຊູເປັນຫົວຫນ້າຄົນເຜົ່າມານັສເຊ 21 ພົນໂຍທາທີ່ນັບໄວ້ນີ້ມີສາມຫມື່ນສອງພັນສອງຮ້ອຍຄົນ 22 ໃຫ້ເຜົ່າເບັນຢາມິນຮຽງຖັດຕໍ່ເອຟຣາອິມໄປ ອາບີດານ ບຸດຂອງກີເດໂອນີເປັນຫົວຫນ້າຂອງຄົນເຜົ່າເບັນຢາມິນ 23 ພົນໂຍທາທີ່ນັບໄວ້ນີ້ມີສາມຫມື່ນຫ້າພັນສີ່ຮ້ອຍຄົນ 24 ຈຳນວນຄົນທັງຫມົດທີ່ນັບເຂົ້າໃນຄ້າຍເອຟຣາອິມຕາມກອງຂອງເຂົາເປັນນຶ່ງແສນແປດພັນນຶ່ງຮ້ອຍຄົນ 25 “ໃຫ້ທຸງຄ້າຍຂອງດານຕັ້ງທາງທິດເຫນືອຕາມກອງຂອງເຂົາ ອາຮິເອເຊີ ບຸດຂອງອັມມີຊັດດັຍເປັນຫົວຫນ້າຂອງຄົນເຜົ່າດານ 26 ພົນໂຍທາທີ່ນັບໄວ້ນີ້ມີຫົກຫມື່ນສອງພັນເຈັດຮ້ອຍຄົນ 27 ໃຫ້ເຜົ່າອາເຊີຕັ້ງຄ້າຍຮຽງຖັດມາ ປາກີເອນ ບຸດຂອງໂອກຣານເປັນຫົວຫນ້າຂອງຄົນເຜົ່າອາເຊີ 28 ພົນໂຍທາທີ່ນັບໄວ້ນີ້ມີສີ່ຫມື່ນນຶ່ງພັນຫ້າຮ້ອຍຄົນ 29 ໃຫ້ເຜົ່າເນັຟທາລີຮຽງຖັດດານໄປ ອາຮີຣາ ບຸດຂອງເອນານເປັນຫົວຫນ້າຄົນເຜົ່າເນັຟທາລີ 30 ພົນໂຍທາທີ່ນັບໄວ້ນີ້ມີຫ້າຫມື່ນສາມພັນສີ່ຮ້ອຍຄົນ 31 ຈຳນວນຄົນທັງຫມົດທີ່ນັບເຂົ້າໃນຄ້າຍດານ ເປັນນຶ່ງແສນຫ້າຫມື່ນເຈັດພັນຫົກຮ້ອຍຄົນ ເມື່ອອອກເດີນຄົນເຫລົ່ານີ້ຈະເປັນພວກສຸດທ້າຍ ເດີນຕາມທຸງເຜົ່າຂອງຕົນ” 32 ຄົນເຫລົ່ານີ້ເປັນຊົນຊາດອິສຣາເອນທີ່ນັບຕາມຄອບຄົວ ຄົນທັງຫມົດທີ່ຢູ່ໃນຄ້າຍ ນັບຕາມກອງມີຫົກແສນສາມພັນຫ້າຮ້ອຍຫ້າສິບຄົນ 33 ແຕ່ບໍ່ໄດ້ນັບພວກເລວີຮວມເຂົ້າໃນຄົນອິສຣາເອນ ຕາມພຣະຜູ້ເປັນເຈົ້າຊົງບັນຊາໂມເຊ 34 ຄົນອິສຣາເອນກໍກະທຳດັ່ງນັ້ນ ເຂົາທັງຫລາຍຕັ້ງຄ້າຍຢູ່ຕາມທຸງ ແລະຍົກອອກເດີນໄປທຸກຄົນຕາມຄອບຄົວຂອງຕົນຕາມຕະກູນຂອງຕົນ ຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊໄວ້ທຸກປະການ
ຈຳນວນແລະຫນ້າທີ່ຂອງຄົນເລວີ
1 ຕໍ່ໄປນີ້ເປັນເຜົ່າເຊື້ອສາຍຂອງອາໂຣນແລະໂມເຊ ຄັ້ງເມື່ອພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊເທິງພູເຂົາຊີນາອີ 2 ຊື່ບຸດຂອງອາໂຣນມີດັ່ງນີ້ ນາດາບບຸດຫົວປີ ອາບີຮູ ເອເລອາຊາ ແລະອິທາມາ 3 ນີ້ແຫລະເປັນຊື່ບຸດຂອງອາໂຣນທີ່ໄດ້ຫົດສົງໄວ້ເປັນປະໂຣຫິດ ເປັນຜູ້ທີ່ທ່ານສະຖາປະນາໄວ້ໃຫ້ປະຕິບັດໃນຫນ້າທີ່ປະໂຣຫິດ 4 ແຕ່ນາດາບແລະອາບີຮູຕາຍຕໍ່ພຣະພັກພຣະຜູ້ເປັນເຈົ້າ ເມື່ອເຂົາເອົາໄຟທີ່ຕ້ອງຫ້າມມາຖວາຍບູຊາ ແດ່ພຣະຜູ້ເປັນເຈົ້າທີ່ຖິ່ນກັນດານຊີນາອີ ແລະຕ່າງກໍບໍ່ມີບຸດ ດັ່ງນັ້ນເອເລອາຊາ ແລະອິທາມາຈຶ່ງໄດ້ປະຕິບັດໃນຫນ້າທີ່ປະໂຣຫິດໃນຄວາມດູແລຂອງອາໂຣນບິດາຂອງເຂົາ 5 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 6 “ຈົ່ງນຳເຜົ່າເລວີເຂົ້າມາໃກ້ ແລະຕັ້ງເຂົາໄວ້ຕໍ່ຫນ້າປະໂຣຫິດອາໂຣນ ໃຫ້ເຂົາບົວລະບັດອາໂຣນ 7 ເຂົາຈະປະຕິບັດຫນ້າທີ່ແທນອາໂຣນ ແລະແທນຊຸມນຸມທັງຫມົດຫນ້າເຕັນນັດພົບ ຂນະເຂົາປະຕິບັດງານທີ່ຫໍເຕັນ 8 ເຂົາຈະດູແລເຄື່ອງໃຊ້ຂອງເຕັນນັດພົບ ແລະປະຕິບັດຫນ້າທີ່ເທນຄົນອິສຣາເອນ ເມື່ອເຂົາປະຕິບັດງານທີ່ຫໍເຕັນ 9 ຈົ່ງມອບຄົນເລວີໄວ້ກັບອາໂຣນ ແລະກັບບຸດທັງຫລາຍຂອງອາໂຣນ ເຂົາທັງຫລາຍຮັບເລືອກຈາກຄົນອິສຣາເອນມອບໄວ້ກັບອາໂຣນແລ້ວ 10 ເຈົ້າຈົ່ງແຕ່ງຕັ້ງອາໂຣນ ແລະບຸດຊາຍທັງຫລາຍຂອງອາໂຣນໃຫ້ປະຕິບັດງານຕາມຕຳແຫນ່ງປະໂຣຫິດ ແຕ່ຄົນອື່ນທີ່ເຂົ້າມາໃກ້ຈະຕ້ອງຖືກລົງໂທດເຖິງຕາຍ” 11 ແລະພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 12 “ເບິ່ງແມ໋, ເຮົາເອງໄດ້ເລືອກຄົນເລວີຈາກຄົນອິສຣາເອນແທນບຸດຫົວປີຖ້າມກາງຄົນອິສຣາເອນທີ່ຄອດຈາກຄັນມານດາກ່ອນ ຄົນເລວີເປັນຂອງເຮົາ 13 ເພາະບັນດາບຸດຫົວປີເປັນຂອງເຮົາ ໃນວັນທີ່ເຮົາໄດ້ປະຫານຊີວິດລູກຫົວປີທັງຫລາຍໃນປະເທດເອຢິບນັ້ນ ເຮົາໄດ້ເລືອກບັນດາລູກຫົວປີໃນອິສຣາເອນ ທັງມະນຸດແລະສັດເດັຽຣະສານໄວ້ເປັນຂອງເຮົາ ທັງຫລາຍເຫລົ່ານີ້ຕ້ອງເປັນຂອງເຮົາ ເຮົາຄືພຣະຜູ້ເປັນເຈົ້າ” 14 ພຣະຜູ້ເປັນເຈົ້າກ່າວກັບໂມເຊທີ່ຖິ່ນກັນດານຊີນາອີວ່າ, 15 “ຈົ່ງນັບເຜົ່າເຊື້ອສາຍເລວີຕາມຕະກູນແລະຕາມຄອບຄົວ ຄືທ່ານຈົ່ງນັບຜູ້ຊາຍທຸກຄົນທີ່ມີອາຍຸຕັ້ງແຕ່ເດືອນນຶ່ງຂຶ້ນໄປ” 16 ໂມເຊຈຶ່ງໄດ້ນັບເຂົາທັງຫລາຍຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າດັ່ງທີ່ພຣະອົງຕຣັສສັ່ງໄວ້ 17 ຕໍ່ໄປນີ້ເປັນຊື່ບຸດຊາຍຂອງເລວີ ຄື ເກີໂຊນ ໂກຮາດ ແລະເມຣາຣີ 18 ຊື່ບຸດຂອງເກີໂຊນຕາມຄອບຄົວ ຄື ລິບນີ ແລະຊີເມອີ 19 ບຸດຂອງໂກຮາດຕາມຄອບຄົວ ຄື ອັມຣາມ ອິສຮາ ເຮໂບຣນ ແລະອຸສຊີເອນ 20 ແລະບຸດຂອງເມຣາຣີຕາມຄອບຄົວ ຄື ມາລີ ແລະມູຊີ ນີ້ເປັນຄອບຄົວຄົນເລວີ ຕາມຕະກູນຂອງເຂົາ 21 ວົງເກີໂຊນມີຕະກູນລີບນີ ແລະຕະກູນຊີເມອີ ເຫລົ່ານີ້ເປັນວົງວານເກີໂຊນ 22 ຈຳນວນຄົນທັງຫລາຍ ຄືຈຳນວນຜູ້ຊາຍທັງຫມົດທີ່ມີອາຍຸຕັ້ງແຕ່ເດືອນນຶ່ງຂຶ້ນໄປເປັນເຈັດພັນຫ້າຮ້ອຍຄົນ 23 ວົງວານເກີໂຊນນັ້ນຈະຕ້ອງຕັ້ງຄ້າຍຢູ່ຂ້າງຫລັງຫໍເຕັນດ້ານຕາເວັນຕົກ 24 ມີເອລີອາສາຟບຸດລາເອນເປັນຫົວຫນ້າວົງວານເກີໂຊນ 25 ງານທີ່ວົງເກີໂຊນປະຕິບັດໃນເຕັນນັດພົບ ມີງານຫໍເຕັນສັກສິດ ງານເຕັນພ້ອມກັບເຄື່ອງຄຸມເຕັນ ແລະຜ້າກັ້ງປະຕູເຕັນນັດພົບ 26 ຜ້າກັ້ງບັງລານແລະຜ້າກັ້ງປະຕູລານ ຊຶ່ງຢູ່ອ້ອມຮອບຫໍເຕັນແລະແທ່ນບູຊາ ຮວມທັງເຊືອກ ທັງງານສາຣະພັດກ່ຽວກັບສິ່ງເຫລົ່ານີ້ 27 ວົງໂກຮາດມີຕະກູນອັມຣາມ ຕະກູນອິສຮາ ຕະກູນເຮໂບຣນ ຕະກູນອຸສຊີເອນ ເຫລົ່ານີ້ເປັນວົງວານໂກຮາດ 28 ຕາມຈຳນວນຜູ້ຊາຍທັງຫມົດທີ່ມີອາຍຸຕັ້ງແຕ່ເດືອນນຶ່ງຂຶ້ນໄປເປັນແປດພັນຫົກຮ້ອຍຄົນ ເປັນຄົນປະຕິບັດຫນ້າທີ່ສະຖານນະມັສການ 29 ບັນດາຕະກູນລູກຫລານຂອງໂກຮາດຈະຕັ້ງຄ້າຍຢູ່ທາງດ້ານໃຕ້ຂອງຫໍເຕັນສັກສິດ 30 ມີເອລີຊາຟານ ບຸດຂອງອຸສຊີເອນເປັນຫົວຫນ້າຂອງວົງວານໂກຮາດ 31 ຄົນເຫລົ່ານີ້ມີຫນ້າທີ່ດູແລຫິບພຣະບັນຍັດ ໂຕະເຄື່ອງຮອງຕີນໂຄມ ແທ່ນບູຊາທັງສອງ ແລະເຄື່ອງໃຊ້ປະຕິບັດງານແລະຜ້າກັ້ງ ທັງງານສາຣະພັດທີ່ກ່ຽວກັບສິ່ງເຫລົ່ານີ້ 32 ເອເລອາຊາບຸດຂອງປະໂຣຫິດອາໂຣນເປັນນາຍໃຫຍ່ເຫນືອຫົວຫນ້າຂອງຄົນເລວີ ແລະກວດຕຣາຜູ້ທີ່ມີຫນ້າທີ່ປະຕິບັດສະຖານນະມັສການ 33 ວົງເມຣາຣີມີຕະກູນມາລີ ແລະຕະກູນມູຊີ ເຫລົ່ານີ້ເປັນວົງວານເມຣາຣີ 34 ຈຳນວນຄົນທັງຫລາຍຄືຈຳນວນຜູ້ຊາຍທັງຫມົດທີ່ມີອາຍຸຕັ້ງແຕ່ນຶ່ງເດືອນຂຶ້ນໄປເປັນຫົກພັນສອງຮ້ອຍຄົນ 35 ແລະຊູຣີເອນບຸດຂອງອາບີຮາອີນເປັນຫົວຫນ້າຂອງວົງວານເມຣາຣີ ຄົນເຫລົ່ານີ້ຈະຕັ້ງຄ້າຍຢູ່ດ້ານເຫນືອຂອງຫໍເຕັນສັກສິດ 36 ງານທີ່ກຳນົດໃຫ້ແກ່ວົງວານເມຣາຣີ ຄືງານດູແລໄມ້ຂອບຫໍເຕັນສັກສິດ ໄມ້ກອນ ໄມ້ເສົາ ຖານຮອງແລະເຄື່ອງປະກອບ ສິ່ງເຫລົ່ານີ້ທັງຫມົດ ທັງງານສາຣະພັດທີ່ກ່ຽວກັບສິ່ງເຫລົ່ານີ້ 37 ແລະເສົາອ້ອມຮອບລານ ພ້ອມກັບຖານຮອງຫລັກຫມຸດ ແລະເຊືອກ 38 ແລະບຸກຄົນທີ່ຈະຕັ້ງຄ້າຍຢູ່ຫນ້າຫໍເຕັນສັກສິດດ້ານຕາເວັນອອກຫນ້າເຕັນນັດພົບ ດ້ານທີ່ດວງອາທິດຂຶ້ນ ມີໂມເຊ ແລະອາໂຣນກັບບຸດຫລານຂອງທ່ານ ມີຫນ້າທີ່ດູແລພິທີການພາຍໃນສະຖານນະມັສການ ແລບັນດາກິຈການທີ່ຄວນກະທຳເພື່ອຄົນອິສຣາເອນ ແລະຜູ້ໃດອື່ນທີ່ເຂົ້າມາໃກ້ຈະຕ້ອງຖືກລົງໂທດເຖິງຕາຍ 39 ບັນດາຄົນທີ່ນັບເຂົ້າໃນຄົນເລວີ ຊຶ່ງໂມເຊແລະອາໂຣນໄດ້ນັບຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າ ເປັນບັນດາຜູ້ຊາຍທັງຫມົດຕາມຄອບຄົວທີ່ມີອາຍຸຕັ້ງແຕ່ນຶ່ງເດືອນຂຶ້ນໄປເປັນສອງຫມື່ນສອງພັນຄົນ
ຄົນເລວີແລະການໄຖ່ບຸດຫົວປີ
40 ແລະພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, “ຈົ່ງນັບບຸດຊາຍຫົວປີທັງຫລາຍຂອງຄົນອິສຣາເອນ ທີ່ມີອາຍຸຕັ້ງແຕ່ນຶ່ງເດືອນຂຶ້ນໄປ ຈົ່ງຈົດຈຳນວນລາຍຊື່ໄວ້ 41 ເຈົ້າຈົ່ງກັນພວກເລວີໄວ້ໃຫ້ເຮົາ ເຮົາຄືພຣະຜູ້ເປັນເຈົ້າ ທັງຫນີ້ເພື່ອແທນບຸດຫົວປີຖ້າມກາງຄົນອິສຣາເອນ ແລະໃຫ້ສັດທັງປວງຂອງຄົນເລວີແທນສັດຫົວປີທັງຫລາຍຂອງຄົນອິສຣາເອນ” 42 ດັ່ງນັ້ນໂມເຊຈຶ່ງໄດ້ນັບບຸດຫົວປີຖ້າມກາງຄົນອິສຣາເອນ ຕາມທີ່ພຣະຜູ້ເປັນເຈົ້າຕຣັດສັ່ງທ່ານ 43 ບຸດຊາຍຫົວປີທັງຫລາຍຕາມຈຳນວນຊື່ທີ່ນັບໄດ້ ຊຶ່ງມີອາຍຸຕັ້ງແຕ່ນຶ່ງເດືອນຂຶ້ນໄປມີສອງຫມື່ນສອງພັນສອງຮ້ອຍເຈັດສິບສາມຄົນ 44 ແລະພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, 45 “ຈົ່ງເອົາຄົນເລວີແທນບຸດຫົວປີທັງຫມົດຂອງຄົນອິສຣາເອນ ແລະເອົາສັດທັງຫລາຍຂອງຄົນເລວີແທນສັດຂອງຄົນອິສຣາເອນ ຄົນເລວີຈະເປັນຂອງເຮົາ ເຮົາຄືພຣະຜູ້ເປັນເຈົ້າ 46 ສຳລັບເປັນຄ່າໄຖ່ບຸດຫົວປີຂອງຄົນອິສຣາເອນຈຳນວນສອງຮ້ອຍເຈັດສິບສາມຄົນທີ່ເກີນຈຳນວນຜູ້ຊາຍຄົນເລວີນັ້ນ 47 ເຈົ້າຈົ່ງເກັບຄົນລະຫ້າເຊເກລ ຕາມເຊເກລຂອງສະຖານນະມັສການ ເຊເກລນຶ່ງມີຊາວເກຣາ ເຈົ້າຈົ່ງເກັບເງິນນັ້ນໄວ້ 48 ແລະມອບເງິນຊຶ່ງຕ້ອງເສັຽເປັນຄ່າໄຖ່ຂອງຄົນທີ່ເກີນເຫລົ່ານັ້ນໃຫ້ໄວ້ແກ່ອາໂຣນແລະບຸດຫລານຂອງທ່ານ” 49 ໂມເຊຈຶ່ງເກັບເງິນຄ່າໄຖ່ຈາກຄົນເຫລົ່ານັ້ນທີ່ເກີນກວ່າຈຳນວນຄົນທີ່ຄົນເລວີໄຖ່ໄວ້ 50 ຄືທ່ານເກັບເງິນຈາກບຸດຫົວປີຂອງຄົນອິສຣາເອນ ເປັນເງິນຈຳນວນນຶ່ງພັນສາມຮ້ອຍຫົກສິບຫ້າເຊເກລ ນັບຕາມເຊເກລຂອງສະຖານນະມັສການ 51 ແລະໂມເຊໄດ້ນຳເອົາເງິນຄ່າໄຖ່ໃຫ້ແກ່ອາໂຣນ ແລະລູກຫລານຂອງອາໂຣນຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າ ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊໄວ້
ຕະກູນໂກຮາດ
1 ພຣະຜູ້ເປັນເຈົ້າຊົງສັ່ງໂມເຊວ່າ, 2 ຈົ່ງທຳສຳມະໂນຄົວວົງວານໂກຮາດ ຈາກເຜົ່າເຊື້ອສາຍເລວີ ຕາມຕະກູນແລະຕາມຄອບຄົວ 3 ຈາກຄົນທີ່ມີອາຍຸສາມສິບປີເຖິງຫ້າສິບປີ ທຸກຄົນທີ່ເຂົ້າປະຕິບັດງານໄດ້ ເພື່ອທຳງານໃນເຕັນນັດພົບ 4 ນີ້ເປັນງານທີ່ວົງວານໂກຮາດກະທຳໃນເຕັນນັດພົບ ຄືງານທີ່ກະທຳຕໍ່ສິ່ງບໍຣິສຸດທີ່ສຸດ 5 ເມື່ອຈະເຄື່ອນຍ້າຍຄ້າຍໄປ ອາໂຣນແລະບຸດຂອງທ່ານຈະເຂົ້າໄປຂ້າງໃນ ແລະປົດຜ້າກັ້ງກຳບັງອອກເອົາຄຸມຫິບຄຳສັນຍາໄວ້ 6 ແລ້ວເອົາຫນັງສັດເນື້ອດີຄຸມ ແລະເອົາຜ້າສີຟ້າລ້ວນຄຸມເທິງນັ້ນ ແລະສອດຄານຫາມ 7 ແລະເອົາຜ້າສີຟ້າປູລົງເທິງໂຕະທີ່ປະທັບແລ້ວວາງຈານແລະຊາມ ຈານໃສ່ເຄື່ອງບູຊາ ແລະເຂົ້າຈີ່ຕັ້ງຖວາຍເປັນນິດກໍໃຫ້ວາງເທິງຜ້າສີຟ້ານັ້ນດ້ວຍ 8 ແລ້ວເອົາຜ້າສີແດງຄຸມ ເທິງນີ້ເອົາຫນັງສັດເນື້ອດີຄຸມອີກແລ້ວສອດຄານຫາມ 9 ແລ້ວໃຫ້ເຂົາເອົາຜ້າສີຟ້າຄຸມເຄື່ອງຮອງຕີນໂຄມທີ່ໃຊ້ຈຸດຄຸມຕະກຽງ ຄີມຕັດໄສ້ຕະກຽງ ຖາດແລະພາຊນະໃສ່ນ້ຳມັນເຕີມຕະກຽງ 10 ເອົາຫນັງສັດເນື້ອດີຫໍ່ຕະກຽງແລະເຄື່ອງປະກອບທັງຫມົດ ແລ້ວໃສ່ໄວ້ເທິງໂຄງຫາມ 11 ໃຫ້ເຂົາເອົາຜ້າສີຟ້າມາຄຸມແທ່ນຄຳ ເອົາຫນັງສັດເນື້ອດີຄຸມໄວ້ ແລ້ວສອດຄານຫາມ 12 ແລະໃຫ້ເຂົາເອົາຜ້າສີຟ້າຫໍ່ພາຊນະເຄື່ອງໃຊ້ຊຶ່ງໃຊ້ຢູ່ໃນສະຖານນະມັສການແລະຄຸມເສັຽດ້ວຍຫນັງສັດເນື້ອດີ ແລ້ວໃສ່ໄວ້ເທິງໂຄງຫາມ 13 ໃຫ້ເອົາຂີ້ເທົ່າອອກຈາກແທ່ນບູຊາ ເອົາຜ້າສີມ່ວງຄຸມແທ່ນເສັຽ 14 ເອົາພາຊນະປະຈຳແທ່ນທັງຫມົດຊຶ່ງເປັນເຄື່ອງໃຊ້ປະຈຳແທ່ນ ມີຖາດຮອງໄຟ ຂໍເກາະ ຊ້ວນແລະອ່າງ ແລະພາຊນະປະຈຳແທ່ນທັງຫມົດວາງໄວ້ຂ້າງເທິງ ແລ້ວເອົາຫນັງສັດຢ່າງດີຄຸມ ແລະສອດຄານຫາມ 15 ເມື່ອອາໂຣນ ແລະບຸດຊາຍຄຸມສະຖານນະມັສການ ແລະຄຸມເຄື່ອງໃຊ້ຂອງສະຖານນະມັສການແລ້ວ ເມື່ອເຖິງເວລາເຄື່ອນຍ້າຍຄ້າຍ ວົງວານໂກຮາດຈຶ່ງຈະເຂົ້າມາຫາມ ແຕ່ເຂົາຕ້ອງບໍ່ແຕະຕ້ອງຂອງບໍຣິສຸດເຫລົ່ານັ້ນຢ້ານວ່າເຂົາຈະຕ້ອງຕາຍ ສິ່ງເຫລົ່ານີ້ແຫລະທີ່ເປັນຂອງປະຈຳເຕັນນັດພົບຊຶ່ງວົງວານໂກຮາດຈະຕ້ອງຫາມ 16 “ແລ້ວເອເລອາຊາບຸດຊາຍຂອງປະໂຣຫິດອາໂຣນຈະຕ້ອງດູແລນ້ຳມັນສຳລັບຕາມຕະກຽງ ເຄື່ອງຫອມ ເຄື່ອງທັນຍາບູຊາ ແລະນ້ຳມັນເຈີມ ແລະດູແລເຕັນທັງຫມົດກັບບັນດາສິ່ງຂອງໃນເຕັນນັ້ນ ຄືສະຖານນະມັສການແລະເຄື່ອງປະກອບດ້ວຍ” 17 ພຣະເຈົ້າຊົງກ່າວແກ່ໂມເຊ ແລະອາໂຣນວ່າ, 18 “ຢ່າຕັດເຜົ່າຄອບຄົວຄົນໂກຮາດອອກເສັຽຈາກຄົນເລວີ 19 ແຕ່ຈົ່ງກະທຳແກ່ເຂົາເພື່ອຈະໃຫ້ມີຊີວິດ ແລະບໍ່ຕາຍ ເມື່ອເຂົາທັງຫລາຍເຂົ້າມາໃກ້ຂອງບໍຣິສຸດເຫລົ່ານັ້ນ ຄືອາໂຣນ ແລະບຸດທັງຫລາຍຂອງອາໂຣນ ຈະເຂົ້າໄປຕັ້ງເຂົາທັງຫລາຍໄວ້ຕາມງານແລະພາຣະຂອງເຂົາທຸກຄົນ 20 ແຕ່ຢ່າໃຫ້ໂກຮາດເຂົ້າໄປເບິ່ງຂອງບໍຣິສຸດແມ້ແຕ່ອຶດໃຈດຽວຢ້ານວ່າເຂົາຈະຕ້ອງຕາຍ” 21 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 22 “ຈົ່ງທຳສຳມະໂນຄົວວົງວານເກີໂຊນ ຕາມຕະກູນຕາມຄອບຄົວຂອງເຂົາດ້ວຍ 23 ເຈົ້າຈົ່ງນັບຄົນທີ່ມີອາຍຸຕັ້ງແຕ່ສາມສິບປີເຖິງຫ້າສິບປີ ທຸກຄົນທີ່ເຂົ້າປະຕິບັດງານໄດ້ເພື່ອທຳງານໃນເຕັນນັດພົບ 24 ຕໍ່ໄປນີ້ເປັນການງານຂອງວົງວານເກີໂຊນ ຄືງານບົວລະບັດແລະງານແບກພາຣະ 25 ໃຫ້ເຂົາທັງຫລາຍຂົນຜ້າກັ້ງເຕັນ ແລະຂົນເຕັນນັດພົບພ້ອມກັບຜ້າຄຸມ ແລະຫນັງສັດເນື້ອດີທີ່ຄຸມຢູ່ຂ້າງເທິງ ແລະຜ້າກັ້ງສຳລັບບັງປະຕູເຕັນນັດພົບ 26 ແລະຜ້າກັ້ງບັງລານ ແລະຜ້າກັ້ງທາງເຂົ້າປະຕູລານຊື່ງຢູ່ຮອບເຕັນແລະແທ່ນບູຊາ ແລະເຊືອກ ແລະເຄື່ອງໃຊ້ສອຍທັງຫມົດ ເຂົາຈະຕ້ອງກະທຳງານທີ່ຄວນກະທຳທຸກຢ່າງທີ່ກ່ຽວກັບສິ່ງເຫລົ່ານີ້ 27 ໃຫ້ອາໂຣນແລະບຸດຊາຍທັງຫລາຍຂອງອາໂຣນບັງຄັບບັນຊາບຸດຊາຍທັງຫລາຍຂອງເກີໂຊນ ເຣື່ອງທຸກສິ່ງທີ່ເຂົາຈະຕ້ອງຂົນ ແລະງານທຸກ
ຢ່າງທີ່ເຂົາຈະຕ້ອງກະທຳ ແລະເຈົ້າຈະຕ້ອງກຳນົດທຸກສິ່ງທີ່ເຂົາຈະຕ້ອງຂົນ
28 ນີ້ເປັນການງານຂອງວົງວານເກີໂຊນໃນເຕັນນັດພົບ ແລະອິທາມາບຸດຊາຍຂອງອາໂຣນປະໂຣຫິດຈະບັງຄັບດູແລງານຂອງຄົນເຫລົ່ານັ້ນ 29 “ຝ່າຍເຜົ່າເຊື້ອສາຍຂອງເມຣາຣີນັ້ນເຈົ້າຈົ່ງນັບເຂົາຕາມຕະກູນຕາມຄອບຄົວ 30 ເຈົ້າຈົ່ງນັບຄົນທີ່ມີອາຍຸສາມສິບປີຂຶ້ນໄປເຖິງຫ້າສິບປີ ທຸກຄົນທີ່ເຂົ້າປະຕິບັດງານໄດ້ເພື່ອທຳງານເຕັນນັດພົບ 31 ແລະຕໍ່ໄປນີ້ເປັນສິ່ງທີ່ກຳນົດໃຫ້ເຂົາຂົນ ງານທັງຫມົດຂອງເຂົາໃນການບົວລະບັດເຕັນນັດພົບ ຄືໄມ້ຂອບເຕັນ ໄມ້ກອນ ໄມ້ເສົາ ແລະຖານຮອງ 32 ເສົາອ້ອມລານພ້ອມກັບຖານຮອງ ຫລັກຫມຸດແລະເຊືອກ ເຄື່ອງໃຊ້ແລະເຄື່ອງປະກອບສິ່ງເຫລົ່ານີ້ທັງຫມົດເຈົ້າຈົ່ງກໍານົດຊື່ສິ່ງຂອງທີ່ເຂົາຕ້ອງຫາມ 33 ນີ້ເປັນການງານຂອງວົງວານເມຣາຣີ ເປັນງານທັງຫມົດຂອງເຂົາໃນການບົວລະບັດເຕັນນັດພົບ ໃນບັງຄັບບັນຊາຂອງອີທາມາບຸດຊາຍຂອງອາໂຣນປະໂຣຫິດ” 34 ໂມເຊແລະອາໂຣນແລະບັນດາຫົວຫນ້າຂອງຊຸມນຸມຊົນໄດ້ນັບເຜົ່າເຊື້ອສາຍຂອງໂກຮາດ ຕາມຕະກູນແລະຕາມຄອບຄົວ 35 ທຸກຄົນທີ່ມີອາຍຸຕັ້ງແຕ່ສາມສິບປີຂຶ້ນໄປເຖິງຫ້າສິບປີທີ່ເຂົ້າປະຕິບັດງານໄດ້ເພື່ອທຳງານໃນເຕັນນັດພົບ 36 ແລະຈຳນວນຕາມຕະກູນຂອງເຂົາເປັນສອງພັນເຈັດຮ້ອຍຫ້າສິບຄົນ 37 ນີ້ແຫລະເປັນຈຳນວນຄົນໃນຕະກູນໂກຮາດ ບັນດາຜູ້ປະຕິບັດງານໃນເຕັນນັດພົບ ຊຶ່ງໂມເຊແລະອາໂຣນໄດ້ນັບໄວ້ຕາມທີ່ພຣະເຈົ້າຊົງສັ່ງໂມເຊ 38 ຈຳນວນຄົນໃນວົງວານເກີໂຊນ ຕາມຕະກູນຕາມຄອບຄົວ 39 ທຸກຄົນທີ່ມີອາຍຸຕັ້ງແຕ່ສາມສິບປີຂຶ້ນໄປເຖິງຫ້າສິບປີທີ່ເຂົ້າປະຕິບັດງານໄດ້ ເພື່ອທຳງານໃນເຕັນນັດພົບ 40 ຈຳນວນຄົນຕາມຕະກູນຕາມຄອບຄົວ ເປັນສອງພັນຫົກຮ້ອຍສາມສິບຄົນ 41 ນີ້ເປັນຈຳນວນຄົນໃນວົງວານເກີໂຊນ ບັນດາຜູ້ປະຕິບັດງານໃນເຕັນນັດພົບ ຊຶ່ງໂມເຊແລະອາໂຣນໄດ້ນັບໄວ້ຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າ 42 ຈຳນວນຄົນໃນວົງວານເມຣາຣີຕາມຕະກູນຕາມຄອບຄົວ 43 ທຸກຄົນທີ່ມີອາຍຸຕັ້ງແຕ່ສາມສິບປີຂຶ້ນໄປເຖິງຫ້າສິບປີທີ່ເຂົ້າປະຕິບັດງານໄດ້ ເພື່ອທຳງານໃນເຕັນນັດພົບ 44 ຈຳນວນຄົນຕາມຕະກູນຂອງເຂົາເປັນສາມພັນສອງຮ້ອຍຄົນ 45 ນີ້ແຫລະເປັນຈຳນວນຄົນທີ່ນັບໄດ້ໃນວົງວານເມຣາຣີ ຊຶ່ງໂມເຊແລະອາໂຣນໄດ້ນັບໄວ້ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງໂມເຊ 46 ບັນດາຄົນເລວີທີ່ນັບໄດ້ ຜູ້ທີ່ໂມເຊແລະອາໂຣນແລະບັນດາຫົວຫນ້າຂອງຄົນອິສຣາເອນໄດ້ນັບໄວ້ຕາມຕະກູນຕາມຄອບຄົວ 47 ທຸກຄົນທີ່ມີອາຍຸຕັ້ງແຕ່ສາມສິບປີຂຶ້ນໄປເຖິງຫ້າສິບປີທີ່ເຂົ້າປະຕິບັດງານແລະທຳງານຂົນພາຣະໄດ້ໃນເຕັນນັດພົບ 48 ຈຳນວນຄົນທີ່ນັບໄດ້ນັ້ນເປັນແປດພັນຫ້າຮ້ອຍແປດສິບຄົນ 49 ເຂົາທັງຫລາຍໄດ້ຖືກຕັ້ງຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງທາງໂມເຊ ໃຫ້ທຸກຄົນທຳງານບົວລະບັດ ຫລືງານຂົນຂອງເຂົາ ດັ່ງນີ້ແຫລະໂມເຊໄດ້ນັບເຂົາໄວ້ຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາແກ່ໂມເຊ
ການຂັບໄລ່ຜູ້ມົນທິນອອກຈາກຄ້າຍ
1 ພຣະຜູ້ເປັນເຈົ້າຊົງສັ່ງໂມເຊວ່າ, 2 “ຈົ່ງບັນຊາຄົນອິສຣາເອນໃຫ້ສັ່ງບັນດາຄົນໂຣກເຮື້ອນ ແລະທຸກຄົນທີ່ມີສິ່ງໄຫລອອກ ແລະທຸກຄົນທີ່ມົນທິນເພາະການຖືກຊາກສົບໃຫ້ໄປນອກຄ້າຍ 3 ເຈົ້າຈົ່ງສັ່ງທັງຜູ້ຊາຍແລະຜູ້ຍິງໃຫ້ໄປນອກຄ້າຍ ເພື່ອບໍ່ໃຫ້ເຂົາກະທຳໃຫ້ຄ້າຍຂອງເຂົາຊຶ່ງເຣົາສະຖິດຢູ່ຖ້າມກາງນັ້ນເປັນມົນທິນ” 4 ແລະຄົນອິສຣາເອນກໍກະທຳຕາມ ແລະສັ່ງຄົນເຫລົ່ານັ້ນໃຫ້ໄປນອກຄ້າຍ ພຣະຜູ້ເປັນເຈົ້າຊົງສັ່ງໂມເຊໄວ້ປະການໃດຄົນອິສຣາເອນກໍກະທຳຕາມຢ່າງນັ້ນ
ກົດຫມາຍເຣື່ອງການຄືນຂອງ
5 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 6 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ຜູ້ຊາຍກໍດີ ຫລືຍິງກໍດີກະທຳບາບຢ່າງທີ່ມະນຸດກະທຳ ຄືປະພຶດຝ່າຝືນຕໍ່ພຣະເຈົ້າ ແລະຜູ້ນັ້ນໄດ້ຜິດແລ້ວ 7 ກໍໃຫ້ຜູ້ນັ້ນສາລະພາບຄວາມຜິດທີ່ເຂົາໄດ້ກະທຳ ແລະໃຫ້ເຂົາຄືນສິ່ງທີ່ຜິດຊຶ່ງເຂົາໄດ້ມານັ້ນເຕັມຕາມເດີມທັງເພີ້ມອີກນຶ່ງໃນຫ້າສ່ວນໃຫ້ແກ່ເຈົ້າຂອງເດີມຜູ້ທີ່ເຂົາໄດ້ກະທຳຜິດຕໍ່ນັ້ນ 8 ຖ້າຄົນນັ້ນບໍ່ມີພີ່ນ້ອງທີ່ຈະຮັບຂອງຄືນກໍໃຫ້ຖວາຍຂອງທີ່ຄືນນັ້ນແດ່ພຣະຜູ້ເປັນເຈົ້າທາງປະໂຣຫິດ ຮວມທັງແກະເຖິກສຳລັບບູຊາລ້າງມົນທິນບາບ 9 ແລະຂອງບໍຣິສຸດທີ່ຄົນອິສຣາເອນນຳມາຖວາຍທຸກສິ່ງອັນນຳມາໃຫ້ແກ່ປະໂຣຫິດກໍຕົກເປັນຂອງປະໂຣຫິດ 10 ສິ່ງບໍຣິສຸດຂອງທຸກຄົນໃຫ້ຕົກເປັນຂອງປະໂຣຫິດ ແລະທຸກສິ່ງທີ່ເຂົານຳໄປຖວາຍປະໂຣຫິດກໍຕ້ອງຕົກເປັນຂອງປະໂຣຫິດ”
ກົດຫມາຍເຣື່ອງການຫຶງຫວງ
11 ແລະພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 12 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ຖ້າເມັຽຂອງຊາຍຄົນໃດຫລົງປະພຶດນອກໃຈຜົວ 13 ມີຊາຍອື່ນມານອນຮ່ວມກັບນາງພົ້ນຕາຜົວຂອງນາງ ເຖິງແມ່ນນາງໄດ້ກະທຳຕົວໃຫ້ເປັນມົນທິນແລ້ວ ແຕ່ບໍ່ມີໃຜຮູ້ເຫັນ ແລະຍັງບໍ່ມີພຍານ ເພາະຈັບບໍ່ໄດ້ຄາທີ່ 14 ຈິດຫຶງຫວງກໍມາສີງຜົວ ເຂົາຈຶ່ງຫຶງຫວງເມັຽຂອງເຂົາ ເຖິງແມ່ນວ່າເມັຽບໍ່ໄດ້ທຳຄວາມຜິດ 15 ກໍໃຫ້ຊາຍຜູ້ນັ້ນພາເມັຽຂອງຕົນໄປຫາປະໂຣຫິດນຳເຄື່ອງບູຊາສຳລັບເມັຽໄປ ມີແປ້ງບເລ ນຶ່ງໃນສິບເອຟາ ຢ່າໃຫ້ເຂົາເທນ້ຳມັນຫລືໃສ່ກຳຍານໃນແປ້ງນັ້ນ ເພາະເປັນທັນຍາບູຊາແຫ່ງຄວາມຣຳລຶກຟື້ນໃຫ້ຣະລຶກເຖິງຄວາມຜິດ 16 “ແລະປະໂຣຫິດຈະນຳນາງມາໃກ້ໃຫ້ເຂົ້າເຝົ້າພຣະຜູ້ເປັນເຈົ້າ 17 ແລະປະໂຣຫິດຈະເອົານ້ຳບໍຣີສຸດທີ່ໃສ່ພາຊນະດິນ ເອົາຂີ້ຝຸ່ນທີ່ພື້ນເຕັນສັກສິດໃສ່ໃນນ້ຳມັນ 18 ແລະປະໂຣຫິດຈະໃຫ້ນາງເຂົ້າເຝົ້າພຣະເຈົ້າ ແລະແກ້ມ້ວນຜົມຂອງນາງອອກ ແລະສົ່ງທັນຍາບູຊາແຫ່ງຄວາມຣຳລຶກໃຫ້ນາງຖືໄວ້ ອັນເປັນທັນຍາບູຊາແຫ່ງຄວາມຫຶງຫວງ ແລ້ວປະໂຣຫິດຈະຖືນ້ຳແຫ່ງຄວາມຂົມຂື່ນທີ່ນຳການແຊ່ງສາບນັ້ນໄວ້ເອງ 19 ແລ້ວປະໂຣຫິດຈະໃຫ້ນາງສາບານຕົວວ່າ “ຖ້າບໍ່ມີຊາຍໃດມານອນກັບເຈົ້າ ຫລືເຈົ້າບໍ່ຫັນຫນີໄປກະທຳມົນທິນ ເມື່ອເຈົ້າຍັງຢູ່ໃນອຳນາດຂອງສາມີ ກໍໃຫ້ເຈົ້າພົ້ນເສັຽຈາກນ້ຳແຫ່ງຄວາມຂົມຂື່ນທີ່ນຳການສາບແຊ່ງນີ້ 20 ແຕ່ຖ້າເຈົ້າໄດ້ຫລົງໄປເຖິງແມ່ນວ່າເຈົ້າຢູ່ໃນອຳນາດຂອງຜົວ ແລະໄດ້ກະທຳຕົວເອງໃຫ້ເປັນມົນທິນ ແລະຊາຍອື່ນນອກຈາກຜົວໄດ້ເຂົ້ານອນດ້ວຍແລ້ວ 21 ກໍ (ໃຫ້ປະໂຣຫິດກະທຳໃຫ້ຍິງນັ້ນກ່າວຄຳສາບານສາບແຊ່ງ ແລະກ່າວແກ່ຜູ້ຍິງນັ້ນວ່າ) ຂໍໃຫ້ ພຣະຜູ້ເປັນເຈົ້າຊົງກະທຳເຈົ້າໃຫ້ເປັນຄຳແຊ່ງ ແລະເປັນຄຳສາບຖ້າມກາງຊົນຊາດຂອງເຈົ້າ ໃນເມື່ອພຣະຜູ້ເປັນເຈົ້າກະທຳໃຫ້ໂຄ່ນຂາເຈົ້າລີບ ແລະກະທຳໃຫ້ທ້ອງເຈົ້າໄຄ່ແລ້ວ 22 ຂໍໃຫ້ນ້ຳແຫ່ງຄຳສາບແຊ່ງນີ້ນັ້ນເຂົ້າໃນຕົວເຈົ້າກະທຳໃຫ້ທ້ອງເຈົ້າໄຄ່ ແລະກະທຳໃຫ້ໂຄນຂາເຈົ້າລີບໄປ” ແລະນາງນັ້ນຈະຕ້ອງກ່າວວ່າ “ອາແມນ ອາແມນ” 23 “ແລ້ວປະໂຣຫິດຈະຂຽນຄຳສາບນີ້ລົງໃນຫນັງສື ແລະລຶບຄວາມນັ້ນອອກເສັຽໃນນ້ຳແຫ່ງຄວາມຂົມຂື່ນ 24 ແລ້ວໃຫ້ຍິງນັ້ນດື່ມນ້ຳແຫ່ງຄວາມຂົມຂື່ນທີ່ນຳການສາບແຊ່ງ ແລ້ວນ້ຳທີ່ນຳການສາບແຊ່ງນັ້ນຈະເຂົ້າໄປໃນຕົວນາງ ກະທຳໃຫ້ນາງເຈັບປວດ 25 ແລະປະໂຣຫິດຈະເອົາທັນຍາບູຊາແຫ່ງຄວາມຫຶງຫວງອອກຈາກມືນາງ ຍື່ນຖວາຍທັນຍາບູຊານັ້ນແດ່ພຣະຜູ້ເປັນເຈົ້າ ແລ້ວນຳໄປທີ່ແທ່ນບູຊາ 26 ແລະປະໂຣຫິດຈະຫຍິບທັນຍາບູຊາກຳມືນຶ່ງເປັນສ່ວນອະນຸສອນ ແລ້ວເຜົາເສັຽເທິງແທ່ນບູຊາ ແລ້ວຈຶ່ງໃຫ້ຍິງນັ້ນດື່ມນ້ຳນັ້ນ 27 ເມື່ອໃຫ້ຍິງນັ້ນດື່ມນ້ຳແລ້ວ ຖ້ານາງກະທຳຕົວໃຫ້ມົນທິນແລະປະພຶດນອກໃຈຜົວ ນ້ຳທີ່ນຳການສາບແຊ່ງນັ້ນຈະເຂົ້າໃນຕົວນາງກະທຳໃຫ້ເຈັບປວດຂຶ້ນ ທ້ອງຈະໄຄ່ແລະໂຄນຂາຈະລີບໄປ ແລະຍິງນັ້ນຈະເປັນຄຳແຊ່ງສາບຖ້າມກາງຊົນຊາດຂອງນາງ 28 ຖ້າຍິງນັ້ນບໍ່ໄດ້ມີມົນທິນ ແຕ່ບໍຣິສຸດ ນາງຈະພົ້ນຄວາມຜິດ ແລະຕັ້ງທ້ອງ 29 “ນີ້ເປັນກົດເຣື່ອງຄວາມຫຶງຫວງ ເມື່ອເມັຽເຖິງແມ່ນວ່າຈະຢູ່ໃນອຳນາດຂອງຜົວໄດ້ຫລົງໄປກະທຳຕົນໃຫ້ມີມົນທິນ 30 ຫລືເມື່ອຈິດຫຶງຫວງສີງຜູ້ຊາຍ ແລະເຂົາຫຶງຫວງເມັຽຂອງເຂົາ ແລ້ວເຂົາຕ້ອງໃຫ້ນາງໄປເຂົ້າເຝົ້າພຣະຜູ້ເປັນເຈົ້າ ແລະປະໂຣຫິດຈະປະຕິບັດຕໍ່ນາງຕາມບັນຍັດນີ້ທຸກປະການ 31 ຜູ້ຊາຍຈຶ່ງຈະພົ້ນຄວາມຜິດ ແຕ່ຜູ້ຍິງຈະຕ້ອງຮັບໂທດຂອງນາງ”
ກົດຫມາຍເຣື່ອງພວກນາຊີຣີ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 ຈົ່ງກ່າວແກ່ຄົນອິສຣາເອນວ່າ ເມື່ອຜູ້ຊາຍກໍດີ ແລະຜູ້ຍິງກໍດີ ກະທຳສັຕສາບານເປັນພິເສດ ຄືສາບານເປັນຄົນນາຊີຣີ ປີກຕົວອອກຖວາຍແດ່ພຣະຜູ້ເປັນເຈົ້າ 3 ກໍໃຫ້ຜູ້ນັ້ນປີກຕົວອອກຈາກເຫລົ້າອະງຸ່ນ ແລະສຸຣາ ເຂົາຕ້ອງບໍ່ດື່ມນ້ຳສົ້ມທີ່ໄດ້ຈາກເຫລົ້າອະງຸ່ນ ຫລືສຸຣາ ບໍ່ດື່ມນ້ຳອະງຸ່ນຫລືຮັບປະທານອະງຸ່ນ ບໍ່ວ່າສົດຫລືແຫ້ງ 4 ຕລອດເວລາທີ່ເຂົາປີກຕົວອອກມານັ້ນ ເຂົາຕ້ອງບໍ່ຮັບປະທານສິ່ງໃດທີ່ໄດ້ຈາກຕົ້ນອະງຸ່ນ ທັງເປັນເມັດ ຫລືເປືອກອະງຸ່ນກໍດີ 5 ຕລອດເວລາທີ່ເຂົາສາບານປີກຕົວອອກມານັ້ນ ຢ່າໃຫ້ມີດໂກນຖືກຫົວຂອງເຂົາ ເຂົາຕ້ອງບໍຣິສຸດຈົນກວ່າຈະສິ້ນກຳນົດເວລາທີ່ເຂົາປີກຕົວອອກມາຖວາຍແດ່ພຣະຜູ້ເປັນເຈົ້າ ເຂົາຈະຕ້ອງໄວ້ຜົມຍາວ 6 “ຕລອດເວລາທີ່ເຂົາປີກຕົວອອກມາເພື່ອພຣະຜູ້ເປັນເຈົ້າ ເຂົາຕ້ອງບໍ່ເຂົ້າໃກ້ສົບຄົນຕາຍ 7 ຢ່າທຳຕົວໃຫ້ມີມົນທິນດ້ວຍບິດາມານດາ ຫລືພີ່ນ້ອງຊາຍຍີງທີ່ຕາຍ ເຂົາບໍ່ຄວນເຂົ້າໄປໃກ້ໃຫ້ເສັຽຄວາມບໍຣິສຸດ ເພາະວ່າຜົມຂອງເຂົາເປັນເຄື່ອງຫມາຍໃນການອຸທິດຖວາຍຕົວຕໍ່ພຣະຜູ້ເປັນເຈົ້າ 8 ຕລອດເວລາທີ່ເປັນຄົນນາຊີຣີຢູ່ນັ້ນ ເຂົາຕ້ອງທຳຕົນໃຫ້ບໍຣິສຸດຕໍ່ພຣະຜູ້ເປັນເຈົ້າ 9 “ແລະຖ້າມີຄົນມາຕາຍຢູ່ໃກ້ຕົວເຂົາປັດຈຸບັນທັນດ່ວນ ຫົວຂອງເຂົາທີ່ຊຳຮະໃຫ້ບໍຣິສຸດໄວ້ກໍເປັນມົນທິນເສັຽແລ້ວ ເຂົາຕ້ອງແຖຜົມຂອງເຂົາໃນວັນຊຳຮະຕົວຄືໃນວັນທີ່ເຈັດນັ້ນເຂົາຕ້ອງແຖຜົມ 10 ໃນວັນທີ່ແປດເຂົາຕ້ອງນຳນົກເຂົາສອງຕົວ ຫລືນົກພິຣາບສອງຕົວໄປໃຫ້ປະໂຣຫິດທີ່ປະຕູເຕັນນັດພົບ 11 ແລະປະໂຣຫິດຈະຖວາຍບູຊາຕົວນຶ່ງເປັນເຄື່ອງບູຊາໄຖ່ບາບ ອີກຕົວນຶ່ງຖວາຍເປັນເຄື່ອງເຜົາບູຊາລ້າງມົນທິນໃຫ້ເຂົາ ເພາະເຂົາໄດ້ກະທໍາຜິດເຫດເຣື່ອງສົບຄົນຕາຍ ແລະເຂົາຕ້ອງຊຳຮະຫົວໃຫ້ບໍຣິສຸດໃນວັນນັ້ນອີກ 12 ແລະໃຫ້ເຂົາປີກຕົວອອກເພື່ອພຣະຜູ້ເປັນເຈົ້າ ຕລອດເວລາການປີກຕົວຂອງເຂົາ ແລະນຳແກະເຖິກອາຍຸນຶ່ງປີມາເປັນເຄື່ອງບູຊາໄຖ່ກັມບາບ ແຕ່ເວລາກ່ອນນັ້ນນັບບໍ່ໄດ້ ເພາະການປະຕິຍານປີກຕົວຂອງເຂົານັ້ນມີມົນທິນເສັຽແລ້ວ 13 “ເມື່ອເວລາປີກຕົວຂອງເຂົາຄົບແລ້ວ ກົດຂອງພວກນາຊີຣີມີດັ່ງນີ້ ໃຫ້ນຳເຂົາມາທີ່ປະຕູເຕັນນັດພົບ 14 ໃຫ້ເຂົາຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ ຄືລູກແກະເຖິກອາຍຸນຶ່ງປີທີ່ປາສຈາກຕຳຫນິເປັນເຄື່ອງເຜົາບູຊາ ແລະລູກແກະແມ່ອາຍຸນຶ່ງປີທີ່ປາສຈາກຕຳຫນິເປັນເຄື່ອງບູຊາໄຖ່ບາບ ແລະແກະເຖິກໂຕນຶ່ງທີ່ປາສຈາກຕຳຫນິເປັນເຄື່ອງສານຕິບູຊາ 15 ແລະຂະຫນົມທີ່ບໍ່ມີເຊື້ອແປ້ງຖາດນຶ່ງ ຂະຫນົມທຳດ້ວຍຍອດແປ້ງປົນໃສ່ນ້ຳມັນ ຂະຫນົມແຜ່ນທີ່ບໍ່ມີເຊື້ອແປ້ງທານ້ຳມັນ ພ້ອມກັບເຄື່ອງທັນຍາບູຊາ ແລະເຄື່ອງດື່ມບູຊາທີ່ຄູ່ກັນ 16 ແລະປະໂຣຫິດຈະນຳຂອງເຫລົ່ານີ້ສເນີພຣະຜູ້ເປັນເຈົ້າແລ້ວຖວາຍເຄື່ອງບູຊາໄຖ່ບາບແລະເຄຶ່ອງເຜົາບູຊາ 17 ແລະປະໂຣຫິດຈະຖວາຍແກະເຖິກເປັນເຄື່ອງສານຕິບູຊາແດ່ພຣະຜູ້ເປັນເຈົ້າ ພ້ອມກັບຂະຫນົມທີ່ບໍ່ມີເຊື້ອແປ້ງຖາດນຶ່ງ ປະໂຣຫິດຈະຖວາຍທັນຍາບູຊາແລະເຄື່ອງດື່ມບູຊາທີ່ຄູ່ກັນດ້ວຍ 18 ແລະຜູ້ເປັນນາຊີຣີຈະແຖຫົວທີ່ສາບານນັ້ນທີ່ປະຕູເຕັນນັດພົບ ແລະນໍາເອົາຜົມທີ່ຫົວທີ່ສາບານໄວ້ນັ້ນໄປໃສ່ໄຟທີ່ຢູ່ໃຕ້ເຄື່ອງສານຕິບູຊາເສັຽ 19 ເມື່ອຜູ້ເປັນນາຊີຣີແຖຜົມທີ່ເຂົາສາບານແລ້ວ ປະໂຣຫິດຈະນຳຊີ້ນສັນຂາຫນ້າຂອງແກະເຖິກທີ່ຕົ້ມແລ້ວ ກັບຂະຫນົມບໍ່ມີເຊື້ອແປ້ງກ້ອນນຶ່ງໃນຖາດ ແລະຂະຫນົມແຜ່ນບໍ່ມີເຊື້ອແປ້ງແຜ່ນນຶ່ງວາງໄວ້ໃນມືຂອງທັງສອງຂອງຜູ້ເປັນນາຊີຣີນັ້ນ 20 ຫລັງຈາກນັ້ນ ປະໂຣຫິດຈະຕ້ອງນຳສິ່ງເຫລົ່ານີ້ສເນີຕໍ່ພຣະຜູ້ເປັນເຈົ້າ ເພື່ອເປັນຂອງຂວັນສັກສິດສຳລັບປະໂຣຫິດ ນອກຈາກນີ້ ຊີ້ນຫນ້າເອີກ ແລະຂາຂອງແກະຕ້ອງຕັດເປັນຂອງປະໂຣຫິດ ຈາກນັ້ນຜູ້ເປັນນາຊີຣີຈຶ່ງດື່ມເຫລົ້າອະງຸ່ນໄດ້ 21 “ນີ້ເປັນບັນຍັດຂອງຜູ້ເປັນນາຊີຣີຜູ້ສາບານ ແລະເຄຶ່ອງບູຊາຂອງເຂົາທີ່ຖວາຍແດ່ພຣະຜູ້ເປັນເຈົ້າໃນການປີກຕົວ ນອກຈາກສິ່ງອື່ນໆທີ່ເຂົາຖວາຍໄດ້ເປັນເຄື່ອງບູຊາຕາມທີ່ເຂົາສາບານເປັນນາຊີຣີນັ້ນ ດັ່ງນັ້ນແຫລະເຂົາຕ້ອງກະທຳຕາມກົດຂອງການປີກຕົວອອກໄປເປັນນາຊີຣີຕາມທີ່ເຂົາໄດ້ສາບານໄວ້”
ຄຳອວຍພອນແບບປະໂຣຫິດ
22 ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊວ່າ, 23 ຈົ່ງກ່າວແກ່ອາໂຣນ ແລະບຸດທັງຫລາຍຂອງອາໂຣນວ່າ ທ່ານທັງຫລາຍຈົ່ງອວຍພອນແກ່ຄົນອິສຣາເອນດັ່ງຕໍ່ໄປນີ້ ຄືວ່າແກ່ເຂົາທັງຫລາຍວ່າ 24 ຂໍພຣະຜູ້ເປັນເຈົ້າຊົງອວຍພຣະພອນແກ່ທ່ານ ແລະພີທັກຮັກສາທ່ານ 25 ຂໍພຣະຜູ້ເປັນເຈົ້າຊົງໃຫ້ພຣະພັກຂອງພຣະອົງທໍແສງແກ່ທ່ານ ແລະຊົງພຣະກະຣຸນາທ່ານ 26 ຂໍພຣະຜູ້ເປັນເຈົ້າຊົງເງີຍພຣະພັກຂອງພຣະອົງເຫນືອທ່ານ ແລະປະທານຄວາມສງົບສຸກແກ່ທ່ານ 27 ດັ່ງນັ້ນແຫລະໃຫ້ເຂົາປະທັບນາມຂອງເຮົາເຫນືອຄົນອິສຣາເອນ ແລະເຮົາຈະໄດ້ອວຍພອນແກ່ເຂົາທັງຫລາຍ”
ການຖວາຍຂອງພວກຫົວຫນ້າ
1 ເມື່ອວັນທີ່ໂມເຊຈັດຕັ້ງຫໍເຕັນສັກສິດແລ້ວ ແລະໄດ້ຫົດສົງແລະໄດ້ຊຳຮະເຕັນກັບບັນດາເຄື່ອງໃຊ້ສອຍປະຈຳຫໍເຕັນສັກສິດໃຫ້ບໍຣິສຸດ ແລະໄດ້ຫົດສົງແລະຊຳຮະແທ່ນບູຊາກັບພາຊນະປະຈຳທັງຫມົດໃຫ້ບໍຣິສຸດແລ້ວ 2 ບັນດາຫົວຫນ້າຂອງຄົນອິສຣາເອນ ຫົວຫນ້າຕະກູນ ຄືຫົວຫນ້າຂອງເຜົ່າຕ່າງໆຜູ້ຢູ່ເຫນືອຜູ້ທີ່ຂຶ້ນທະບຽນໄວ້ 3 ໄດ້ນຳຂອງບູຊາມາຖວາຍແດ່ພຣະຜູ້ເປັນເຈົ້າ ມີກວຽນຫົກລຳກັບງົວຫົກຄູ່ ຫົວຫນ້າສອງຄົນນຳກວຽນລຳນຶ່ງ ແລະງົວຄົນລະໂຕຖວາຍເສັຽທີ່ຫນ້າເຕັນສັກສິດ 4 ແລ້ວພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, 5 “ຈົ່ງຮັບຂອງເຫລົ່ານີ້ໄວ້ຈາກເຂົາເພື່ອຈະໄດ້ໃຊ້ໃນການທຳງານຂອງເຕັນນັດພົບຈົ່ງມອບໄວ້ກັບຄົນເລວີແກ່ທຸກຄົນຕາມງານບົວລະບັດຂອງເຂົາ” 6 ໂມເຊຈຶ່ງນຳກວຽນ ແລະງົວໄປມອບໃຫ້ແກ່ຄົນເລວີ 7 ທ່ານໃຫ້ກວຽນສອງລຳກັບງົວສອງຄູ່ແກ່ບຸດທັງຫລາຍຂອງເກີໂຊນຕາມງານບົວລະບັດຂອງເຂົາ 8 ທ່ານມອບກວຽນສີ່ລຳ ແລະງົວສີ່ຄູ່ໃຫ້ແກ່ບຸດທັງຫລາຍຂອງເມຣາຣີ ຕາມງານບົວລະບັດຂອງເຂົາຊຶ່ງເປັນຕາມຄຳຊີ້ແຈງຂອງອິທາມາບຸດອາໂຣນປະໂຣຫິດ 9 ແຕ່ທ່ານບໍ່ໄດ້ມອບສິ່ງໃດໃຫ້ແກ່ບຸດຂອງໂກຮາດ ເພາະງານບົວລະບັດຂອງເຂົາເປັນງານທີ່ຕ້ອງຫາມສິ່ງຂອງບໍຣິສຸດ 10 ແລະບັນດາຫົວຫນ້າກໍນຳຂອງບູຊາມາເພື່ອແກ່ການສະຫລອງແທ່ນບູຊາໃນວັນທີ່ທຳພິທີຫົດສົງແທ່ນບູຊານັ້ນ ແລະພວກຫົວຫນ້າຕ່າງກໍຖວາຍເຄື່ອງບູຊາຂອງຕົນຫນ້າແທ່ນບູຊາ 11 ພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, “ໃຫ້ພວກຫົວຫນ້າມາຖວາຍເຄື່ອງບູຊາຂອງເຂົາມື້ລະຄົນໃນງານສະຫລອງແທ່ນບູຊາ 12 ຜູ້ທີ່ຖວາຍເຄື່ອງບູຊາໃນວັນແຣກຄື ນາໂຊນບຸດອັມມີນາດາບແຫ່ງເຜົ່າຢູດາ 13 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ແລະຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການ ພາຊນະທັງສອງນີ້ມີຍອດແປ້ງປົນໃສ່ນ້ຳມັນເຕັມເພື່ອເປັນທັນຍາບູຊາ 14 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ ມີເຄື່ອງຫອມສຳລັບເຜົາເຕັມ 15 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 16 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 17 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສານຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງນາໂຊນບຸດຂອງອັມມີນາດາບ 18 ວັນທີ່ສອງເນທານເອນບຸດຊູອາ ຫົວຫນ້າເຜົ່າອິສຊາຄາຖວາຍຂອງ 19 ເຂົາຖວາຍຂອງຖວາຍຂອງເຂົາເປັນຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ເຊເກລຂອງສະຖານນະມັສການ ພາຊນະທັງສອງນີ້ມີຍອດແປ້ງປົນໃສ່ນ້ຳມັນເຕັມ ເພື່ອເປັນທັນຍາບູຊາ 20 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລມີເຄື່ອງຫອມສຳລັບເຜົາເຕັມ 21 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງເປັນເຄື່ອງເຜົາບູຊາ 22 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 23 ແລະງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສານຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເນທານເອນບຸດຊູອາ 24 ວັນທີ່ສາມເອລີອາບບຸດເຮໂລນ ຫົວຫນ້າຂອງຄົນເຜົ່າເຊບູລູນ 25 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການ ພາຊນະທັງສອງນີ້ມີຍອດແປ້ງປົນໃສ່ນ້ຳມັນເຕັມ ເພື່ອເປັນທັນຍາບູຊາ 26 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ ມີເຄື່ອງຫອມສຳລັບເຜົາເຕັມ 27 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 28 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 29 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສານຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເອລີອາບບຸດເຮໂລນ 30 ວັນທີ່ສີ່ເອລີຊູ ບຸດເຊເດອູ ຫົວຫນ້າຂອງຄົນເຜົ່າຣູເບນ 31 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການ ພາຊນະທັງສອງນີ້ມີຍອດແປ້ງປົນໃສ່ນ້ຳມັນເຕັມ ເພື່ອເປັນທັນຍາບູຊາ 32 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລມີເຄື່ອງຫອມສຳລັບເຜົາເຕັມ 33 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 34 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 35 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສານຕິບູບາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເອລີຊູບຸດເຊເດອູ 36 ວັນທີ່ຫ້າ ເຊລູມີເອນ ບຸດຊູຣີຊັດດັຍ ຫົວຫນ້າຂອງຄົນເຜົ່າຊີເມໂອນ 37 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການ ພາຊນະທັງສອງນີ້ມີຍອດແປ້ງປົນນ້ຳໃສ່ມັນເຕັມ ເພື່ອເປັນທັນຍາບູຊາ 38 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ ມີເຄື່ອງຫອມສຳລັບເຜົາເຕັມ 39 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 40 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 41 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສັນຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເຊລູມີເອນ ບຸດຊູຣີຊັດດັຍ 42 ວັນທີ່ຫົກ ເອລີອາສາຟ ບຸດເດອູເອນ ຫົວຫນ້າຂອງຄົນເຜົ່າກາດ 43 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການ ພາຊນະທັງສອງນີ້ມີຍອດແປ້ງປົນໃສ່ນ້ຳມັນເຕັມ ເພື່ອເປັນທັນຍາບູຊາ 44 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ ມີເຄື່ອງຫອມສຳລັບເຜົາເຕັມ 45 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 46 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 47 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສັນຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເອລີອາສາຟ ບຸດເດອູເອນ 48 ວັນທີ່ເຈັດ ເອລີຊາມາ ບຸດອັມມີຮູດ ຫົວຫນ້າຂອງຄົນເຜົ່າເອຟຣາອິມ 49 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການ ເພື່ອເປັນທັນຍາບູຊາ 50 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ ມີເຄື່ອງຫອມສຳລັບເຜົາເຕັມ 51 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 52 ແບ້ເຖິກໂຕນຶ່ງເປັນເຄື່ອງເຜົາບູຊາ 53 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສານຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງເອລີຊາມາ ບຸດອັມມີຮູດ 54 ວັນທີ່ແປດ ກາມາລີເອນ ບຸດເປດາຊູ ຫົວຫນ້າຂອງຄົນເຜົ່າມານັສເຊ 55 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການ ເພື່ອເປັນທັນຍາບູຊາ 56 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ ມີເຄື່ອງຫອມສຳລັບເຜົາເຕັມ 57 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 58 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 59 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສານຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງກາມາລີເອນ ບຸດເປດາຊູ 60 ວັນທີ່ເກົ້າ ອາບີດານ ບຸດກີເດໂອນີ ຫົວຫນ້າຂອງຄົນເຜົ່າເບັນຢາມິນ 61 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການ ເພື່ອເປັນທັນຍາບູຊາ 62 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ ມີເຄື່ອງຫອມສຳລັບເຜົາເຕັມ 63 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 64 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 65 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສານຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງອາບີດານ ບຸດກີເດໂອນີ 66 ວັນທີ່ສິບ ອາຮີເອເຊີ ບຸດອັມມີຊັດດັຍ ຫົວຫນ້າຂອງຄົນເຜົ່າດານ 67 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການເພື່ອເປັນທັນຍາບູຊາ 68 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ ມີເຄື່ອງຫອມສຳລັບເຜົາເຕັມ 69 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 70 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 71 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສານຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງອາຮີເອເຊີ ບຸດອັມມີຊັດດັຍ 72 ວັນທີ່ສິບເອັດ ປາກີເອນບຸດໂອກຣານ ຫົວຫນ້າຂອງຄົນເຜົ່າອາເຊີ 73 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການເພື່ອເປັນທັນຍາບູຊາ 74 ຖ້ວຍທອງຄຳໃບນຶ່ງ ຫນັກສິບເຊເກລ ມີເຄື່ອງຫອມສຳລັບເຜົາເຕັມ 75 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 76 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 77 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສານຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງປາກີເອນ ບຸດໂອກຣານ 78 ວັນທີ່ສິບສອງ ອາຮີຣາ ບຸດເອນານ ຫົວຫນ້າຂອງຄົນເຜົ່າເນັຟທາລີ 79 ຂອງຖວາຍຂອງເຂົາຄືຈານເງິນໃບນຶ່ງຫນັກນຶ່ງຣ້ອຍສາມສິບເຊເກລ ຊາມເງິນໃບນຶ່ງຫນັກເຈັດສິບເຊເກລ ຕາມເຊເກລຂອງສະຖານນະມັສການ ເພື່ອເປັນທັນຍາບູຊາ 80 ຖ້ວຍທອງຄຳໃບນຶ່ງຫນັກສິບເຊເກລ ມີເຄື່ອງຫອມສຳລັບເຜົາເຕັມ 81 ລູກງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີໂຕນຶ່ງ ເປັນເຄື່ອງເຜົາບູຊາ 82 ແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 83 ງົວເຖິກສອງໂຕ ແກະເຖິກຫ້າໂຕ ແບ້ເຖິກຫ້າໂຕ ລູກແກະເຖິກອາຍຸນຶ່ງປີຫ້າໂຕ ເປັນເຄື່ອງສານຕິບູຊາ ສິ່ງເຫລົ່ານີ້ເປັນຂອງຖວາຍຂອງອາຮີຣາ ບຸດເອນານ 84 ຕໍ່ໄປນີ້ເປັນຂອງຖວາຍໃນງານສະຫລອງແທ່ນບູຊາຈາກຫົວຫນ້າຂອງຄົນອິສຣາເອນ ໃນວັນທີ່ມີພິທີຫົດສົງແທ່ນບູຊານັ້ນ ຄືຈານເງິນສິບສອງໃບ ຊາມເງິນສິບສອງໃບ ຖ້ວຍຄຳສິບສອງໃບ 85 ຈານເງິນໃບນຶ່ງຫນັກນຶ່ງຮ້ອຍສາມສິບເຊເກລ ແລະຊາມໃບນຶ່ງຫນັກເຈັດສິບເຊເກລ ເງິນທີ່ທຳພາຊນະທັງຫມົດຫນັກສອງພັນສີ່ຮ້ອຍເຊເກລ ຕາມເຊເກລຂອງສະຖານນະມັສການ 86 ຖ້ວຍຄຳສິບສອງໃບມີເຄື່ອງຫອມສຳລັບເຜົາເຕັມ ຫນັກໃບລະສິບເຊເກລ ຕາມເຊເກລຂອງສະຖານນະມັສການ ຄຳທີ່ທຳຖ້ວຍທັງຫມົດຫນັກນຶ່ງຮ້ອຍຊາວເຊເກລ 87 ສັດສຳລັບເຄື່ອງເຜົາບູຊາ ມີງົວເຖິກສິບສອງໂຕ ແກະເຖິກສິບສອງໂຕ ລູກແກະເຖິກອາຍຸນຶ່ງປີສິບສອງໂຕ ພ້ອມກັບເຄື່ອງທັນຍາບູຊາຄູ່ກັນ ແລະແບ້ເຖິກສິບສອງໂຕສຳລັບເປັນເຄື່ອງບູຊາໄຖ່ບາບ 88 ສັດທັງຫມົດທີ່ຂ້າຖວາຍເປັນເຄື່ອງສານຕິບູຊາ ມີງົວເຖິກຊາວສີ່ໂຕ ແກະເຖິກຫົກສິບ ແບ້ເຖິກຫົກສິບ ແລະລູກແກະເຖິກອາຍຸນຶ່ງປີຫົກສິບໂຕ ນີ້ແຫລະເປັນຂອງຖວາຍໃນງານສະຫລອງແທ່ນບູຊາເມື່ອໄດ້ກະທຳການຫົດສົງແລ້ວ 89 ເມື່ອໂມເຊໄດ້ເຂົ້າໄປໃນເຕັນນັດພົບເພື່ອຈະກາບທູນພຣະອົງ ທ່ານໄດ້ຍິນພຣະສຸຣະສຽງຕຣັສກັບທ່ານມາຈາກພຣະທີ່ນັ່ງກະຣຸນາ ຊຶ່ງຢູ່ເທິງຫີບພຣະໂອວາດຖ້າມກາງເຊຣູບິມທັງສອງ ແລະພຣະສຸຣະສຽງນັ້ນໄດ້ສົນທະນາກັບທ່ານ
ການຕັ້ງຕະກຽງ
1 ພຣະເຈົ້າຊົງກ່າວແກ່ໂມເຊວ່າ, 2 ຈົ່ງກ່າວແກ່ອາໂຣນວ່າ ເມື່ອຈະຕັ້ງຕະກຽງໃຫ້ຕະກຽງທັງເຈັດສ່ອງແສງຂ້າງຫນ້າເຄື່ອງຮອງຕີນໂຄມ 3 ແລະອາໂຣນໄດ້ກະທຳດັ່ງນັ້ນທ່ານໄດ້ຕັ້ງຕະກຽງໃຫ້ສ່ອງແສງອອກດ້ານຫນ້າເຄື່ອງຮອງຕີນໂຄມ ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂມເຊ 4 ຝີມືທີ່ທຳເຄື່ອງຮອງຕີນໂຄມເປັນດັ່ງນີ້ ເປັນຄຳໃຊ້ຄ້ອນທຸບ ຕັ້ງແຕ່ຖານຂຶ້ນໄປເຖິງດອກເປັນຝີມືຄ້ອນ ຕາມແບບຢ່າງທີ່ພຣະຜູ້ເປັນເຈົ້າສຳແດງແກ່ໂມເຊ ເຂົາຈຶ່ງທຳເຄື່ອງຮອງຕີນໂຄມດັ່ງນັ້ນ
ການຊຳຮະຕັ້ງຄົນເລວີ
5 ແລະພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 6 “ຈົ່ງແຍກຄົນເລວີອອກຈາກຄົນອິສຣາເອນ ແລະຊຳຮະເຂົາທັງຫລາຍເສັຽ 7 ເຈົ້າຈົ່ງຊຳຮະເຂົາດັ່ງນີ້ ຈົ່ງເອົານ້ຳຊຳຮະມາປະພົມເຂົາ ໃຫ້ເຂົາແຖຂົນຕາມຕົນຕົວ ໃຫ້ຊັກຜ້າແລະຊຳຮະຕົວໃຫ້ສະອາດ 8 ແລ້ວໃຫ້ເຂົາທັງຫລາຍນຳລູກງົວເຖິກ ກັບເຄື່ອງທັນຍາບູຊາຄູ່ກັນ ຄືຍອດແປ້ງປົນໃສ່ນ້ຳມັນ ແລະເຈົ້າຈົ່ງນຳລູກງົວເຖິກອີກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 9 ແລ້ວຈົ່ງພາຄົນເລວີມາຫນ້າເຕັນນັດພົບ ແລະໃຫ້ຄົນອິສຣາເອນມາຊຸມນຸມພ້ອມກັນຫມົດ 10 ເມື່ອເຈົ້ານຳຄົນເລວີມາກາບທູນພຣະຜູ້ເປັນເຈົ້າ ໃຫ້ຄົນອິສຣາເອນເອົາມືຂອງເຂົາວາງເທິງຄົນເລວີ 11 ແລະໃຫ້ອາໂຣນຖວາຍຄົນເລວີແດ່ພຣະຜູ້ເປັນເຈົ້າໃຫ້ເປັນເຄື່ອງຍື່ນຖວາຍຈາກປະຊາຊົນອິສຣາເອນ ເພື່ອເຂົາຈະໄດ້ທຳງານບົວລະບັດພຣະຜູ້ເປັນເຈົ້າ 12 ແລ້ວຄົນເລວີຈະເອົາມືຂອງຕົນວາງເທິງຫົວງົວເຖິກທັງສອງ ເຈົ້າຈົ່ງເອົາໂຕນຶ່ງມາຖວາຍເປັນເຄື່ອງບູຊາໄຖ່ບາບ ແລະອີກໂຕນຶ່ງໃຫ້ເປັນເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ ເພື່ອລົບມົນທິນບາບຂອງຄົນເລວີ 13 ເຈົ້າຈົ່ງຕັ້ງຄົນເລວີໃຫ້ຄອຍຮັບໃຊ້ອາໂຣນ ແລະບຸດທັງຫລາຍຂອງອາໂຣນ ແລະຈົ່ງຖວາຍເຂົາທັງຫລາຍໃຫ້ເປັນເຄື່ອງຍື່ນຖວາຍແດ່ພຣະຜູ້ເປັນເຈົ້າ 14 “ສັນນີ້ແຫລະເຈົ້າຈົ່ງແຍກຄົນເລວີອອກຈາກຄົນອິສຣາເອນ ແລະຄົນເລວີຈະເປັນຂອງເຣົາ 15 ຕັ້ງແຕ່ນັ້ນໄປຄົນເລວີຈະເຂົ້າໄປບົວລະບັດງານທີ່ເຕັນນັດພົບ ໃນເມື່ອເຈົ້າໄດ້ຊຳຮະເຂົາ ແລະກະທຳການຍື່ນຖວາຍເຂົາໄວ້ແລ້ວ 16 ເພາະເຂົາທັງຫມົດຖືກແຍກອອກຈາກຄົນອິສຣາເອນ ແລະມອບໄວ້ແກ່ເຮົາ ເຮົາໄດ້ຮັບເຂົາມາເປັນຂອງເຣົາແລ້ວ ແທນທຸກຄົນທີ່ເກີດຈາກຄັນມານດາກ່ອນຄືແທນບຸດຫົວປີຂອງປະຊາຊົນອິສຣາເອນ 17 ເພາະວ່າລູກຫົວປີທັງຫມົດຂອງຄົນອິສຣາເອນເປັນຂອງເຮົາທັງຄົນແລະສັດ ໃນວັນທີ່ເຣົາໄດ້ສັງຫານລູກຫົວປີໃນແຜ່ນດິນເອຢິບ ເຮົາໄດ້ເລືອກເຂົາໄວ້ເປັນຂອງເຣົາ 18 ແລະເຮົາໄດ້ເລືອກຄົນເລວີແທນບຸດຫົວປີຂອງຄົນອິສຣາເອນ 19 ແລະເຮົາໄດ້ໃຫ້ຄົນເລວີຈາກຄົນອິສຣາເອນໄວ້ກັບອາໂຣນແລະບຸດຂອງອາໂຣນ ໃຫ້ປະຕິບັດງານແທນຄົນອິສຣາເອນທີ່ເຕັນນັດພົບ ແລະທຳການລ້າງມົນທິນໃຫ້ຄົນອິສຣາເອນ ເພື່ອວ່າຈະບໍ່ມີໄພວິບັດບັງເກີດແກ່ຄົນອິສຣາເອນ ເມື່ອເຂົາເຂົ້າມາໃກ້ສະຖານນະມັສການ” 20 ໂມເຊ ແລະອາໂຣນ ແລະຊຸມນຸມຊົນອິສຣາເອນທັງຫມົດໄດ້ກະທຳຕໍ່ຄົນເລວີດັ່ງນັ້ນ ຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງໂມເຊໃນເຣື່ອງຄົນເລວີທຸກປະການ ຄົນອິສຣາເອນກໍກະທຳດັ່ງນັ້ນ 21 ຄົນເລວີໄດ້ຊຳຮະຕົນໃຫ້ສິ້ນບາບ ແລະຊັກເສື້ອຜ້າຂອງຕົນ ແລະອາໂຣນກໍທຳພິທີຍື່ນຖວາຍເຂົາແດ່ພຣະຜູ້ເປັນເຈົ້າ ແລະອາໂຣນທຳການລົບມົນທິນຊຳຮະເຂົາ 22 ແຕ່ນັ້ນມາຄົນເລວີກໍເຂົ້າໄປປະຕິບັດໃນເຕັນນັດພົບ ໃນການຮັບໃຊ້ອາໂຣນ ແລະບຸດຊາຍຂອງອາໂຣນ ຕາມທີ່ພຣະຜູ້ເປັນເຈົ້າຕຣັສສັ່ງໂມເຊເຣື່ອງຄົນເລວີ ເຂົາຈຶ່ງໄດ້ກະທຳຢ່າງນັ້ນແກ່ເຂົາທັງຫລາຍ
ກຳນົດອາຍຸຄົນເລວີເມື່ອປະຕິບັດງານ
23 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 24 ເຣື່ອງນີ້ກ່ຽວກັບຄົນເລວີ ໃຫ້ຄົນເລວີທີ່ມີອາຍຸຕັ້ງແຕ່ຊາວຫ້າປີຂຶ້ນໄປ ເຂົ້າໄປປະຕິບັດງານໃນເຕັນນັດພົບ 25 ພໍອາຍຸໄດ້ຫ້າສິບປີໃຫ້ເຂົາຢຸດປະຕິບັດບໍ່ຕ້ອງທຳງານຕໍ່ໄປ 26 ແຕ່ໃຫ້ເຂົາຊ່ອຍພີ່ນ້ອງໃນເຕັນນັດພົບດູແລການງານ ບໍ່ຕ້ອງລົງມືທຳເອງ ເຈົ້າຈົ່ງກະທຳເຊັ່ນນີ້ແກ່ຄົນເລວີເມື່ອກຳນົດງານໃຫ້ເຂົາ”
ການຖືເທສການປັສຄາ
1 ໃນເດືອນທີ່ນຶ່ງປີທີ່ສອງຕັ້ງແຕ່ເຂົາທັງຫລາຍອອກຈາກແຜ່ນດິນເອຢິບ ພຣະຜູ້ເປັນເຈົ້າຕຣັດກັບໂມເຊທີ່ຖິ່ນກັນດານຊີນາອີວ່າ, 2 “ໃຫ້ຄົນອິສຣາເອນຖືເທສການປັສຄາ ຕາມເວລາທີ່ກຳນົດໄວ້ 3 ຄືເດືອນນີ້ໃນວັນຂຶ້ນສິບສີ່ຄ່ຳ ເວລາຄ່ຳ ເຈົ້າທັງຫລາຍຈົ່ງຖືເທສການປັສຄາຕາມເວລາທີ່ກຳນົດນັ້ນ ເຈົ້າຈົ່ງກະທຳຕາມກົດເກນແລະກົດຫມາຍທັງສິ້ນຂອງເທສການນັ້ນ” 4 ໂມເຊຈຶ່ງບອກຄົນອິສຣາເອນໃຫ້ຖືເທສການປັສຄາ 5 ເຂົາທັງຫລາຍໄດ້ຖືເທສການປັສຄາໃນເດືອນທີ່ນຶ່ງຂຶ້ນສິບສີ່ຄ່ຳເວລາຄ່ຳທີ່ຖິ່ນກັນດານຊີນາອີ ທີ່ພຣະຜູ້ເປັນເຈົ້າສັ່ງໂມເຊທຸກປະການ ຄົນອິສຣາເອນກໍກະທຳຕາມຢ່າງນັ້ນ 6 ມີຜູ້ຊາຍບາງຄົນທີ່ມີມົນທິນເພາະຖືກຕ້ອງສົບ ຈຶ່ງຖືປັສຄາໃນວັນນັ້ນບໍ່ໄດ້ ເຂົາຈຶ່ງມາຢູ່ຕໍ່ຫນ້າໂມເຊແລະອາໂຣນໃນວັນນັ້ນ 7 ເຂົາເຫລົ່ານັ້ນກ່າວແກ່ທ່ານວ່າ, “ເຣົາມີມົນທິນເພາະໄດ້ຖືກຕ້ອງສົບ ເປັນຫຍັງຈຶ່ງຫ້າມບໍ່ໃຫ້ເຣົາຖວາຍເຄື່ອງບູຊາຂອງພຣະຜູ້ເປັນເຈົ້າຕາມວັນກຳນົດຖ້າມກາງຄົນອິສຣາເອນ” 8 ໂມເຊບອກເຂົາວ່າ, “ຈົ່ງຄອຍຢູ່ກ່ອນເພື່ອເຣົາຈະຟັງເບິ່ງວ່າ ພຣະຜູ້ເປັນເຈົ້າກ່າວສັ່ງຢ່າງໃດເຣື່ອງທ່ານ” 9 ພຣະຜູ້ເປັນເຈົ້າຕຣັສກັບໂມເຊວ່າ, 10 ຈົ່ງກ່າວແກ່ຄົນອິສຣາເອນວ່າ ຖ້າຜູ້ໃດໃນພວກເຈົ້າຫລືໃນເຊື້ອສາຍຂອງເຈົ້າມີມົນທິນເພາະຖືກຕ້ອງສົບຫລືໄປທາງໄກ ກໍໃຫ້ຜູ້ນັ້ນຖືປັສຄາແດ່
ພຣະຜູ້ເປັນເຈົ້າ
11 ໃຫ້ຖືປັສຄາໃນເດືອນທີ່ສອງວັນທີ່ສິບສີ່ ເວລາຄ່ຳ ໃຫ້ເຂົາເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະຜັກຣົດຂົມ 12 ເຂົາທັງຫລາຍຕ້ອງບໍ່ໃຫ້ສິ່ງໃດເຫລືອ ໄວ້ຮອດຕອນເຊົ້າ ແລະບໍ່ຫັກກະດູກແກະປັສຄາ ໃຫ້ກະທຳຕາມກົດເກນໃນເຣື່ອງຖືເທສການປັສຄາທຸກປະການ 13 ແຕ່ຄົນທີ່ສະອາດແລະບໍ່ໄດ້ເດີນທາງໄປແຕ່ງົດບໍ່ຖືເທສການປັສຄາ ກໍຢ່າຖືວ່າເຂົາເປັນໄພ່ພົນຂອງເຮົາອີກຕໍ່ໄປ ເພາະເຂົາບໍ່ໄດ້ນຳເຄື່ອງບູຊາຂອງພຣະເຈົ້າມາຖວາຍຕາມກຳນົດ ຜູ້ນັ້ນຕ້ອງຖືກທຳໂທດ 14 ຖ້າຄົນຕ່າງດ້າວມາອາໄສຢູ່ຖ້າມກາງພວກເຈົ້າທັງຫລາຍ ຢາກຖືປັສຄາແດ່ພຣະຜູ້ເປັນເຈົ້າຕາມກົດເກນຂອງເທສການປັສຄາ ແລະຕາມກົດຫມາຍກໍໃຫ້ເຂົາຖືໄດ້ ເຈົ້າຈົ່ງມີກົດເກນຢ່າງດຽວສໍາລັບທັງຄົນຕ່າງດ້າວແລະຊາວເມືອງ
ກ້ອນເມກໄຟ
15 ໃນວັນທີ່ຕັ້ງຫໍເຕັນສັກສິດນັ້ນ ໄດ້ມີກ້ອນເມກປົກຄຸມຫໍເຕັນໄວ້ ຄືເຕັນພຣະໂອວາດ ໃນເວລາກາງຄືນເມກນັ້ນກໍຢູ່ເຫນືອຫໍເຕັນແລະເມກນັ້ນກາຍເປັນລັກສນະແສງໄຟຈົນຮຸ່ງເຊົ້າ 16 ເປັນຢ່າງນັ້ນສເມີມາ ມີເມກຄຸມ ກາງຄືນເມກນັ້ນກາຍເປັນລັກສນະແສງໄຟ 17 ເວລາໃດກ້ອນເມກຫາກລອຍຂຶ້ນໄປ ພວກອິສຣາເອນກໍມ້າງຄ້າຍຜ້າເຕັນ ແຕ່ເມື່ອກ້ອນເມກຫາກລົງມາປົກຄຸມ ພວກເຂົາກໍຕັ້ງຄ້າຍຜ້າເຕັນຂຶ້ນອີກ 18 ຄົນອິສຣາເອນອອກເດີນຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າ ແລະເຂົາໄດ້ຕັ້ງຄ້າຍຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າ ໃນເວລາໃດທີ່ເມກຢຸດຢູ່ເຫນືອຫໍເຕັນ ເຂົາກໍຍັງຕັ້ງຄ້າຍຢູ່ 19 ເມື່ອເມກປົກຄຸມເປັນເວລາຫລາຍວັນ ພວກເຂົາກໍໄດ້ເຊື່ອຟັງພຣະຜູ້ເປັນເຈົ້າ ແລະບໍ່ໄດ້ເຄື່ອນຍ້າຍໄປທາງໃດ 20 ບາງເທື່ອ ເວລາໃດກ້ອນເມກຫາກປົກຄຸມຢູ່ເປັນເວລາສອງ ຫລືສາມວັນກໍຕາມ ພວກເຂົາກໍບໍ່ໄດ້ຍົກຍ້າຍໄປໃສ ຖ້າພຣະຜູ້ເປັນເຈົ້າຊົງບອກໃຫ້ຢຸດ ພວກເຂົາກໍຢຸດ ຖ້າພຣະຜູ້ເປັນເຈົ້າບອກໃຫ້ໄປ ພວກເຂົາກໍໄປ 21 ບາງເທື່ອເມກປົກຄຸມຢູ່ຕັ້ງແຕ່ຄ່ຳເຖິງເຊົ້າ ຖ້າເມກລອຍຂື້ນໄປໃນເວລາຕອນເຊົ້າ ພວກເຂົາກໍຍົກອອກເດີນ ຫລືຖ້າເມກປົກຄຸມຢູ່ນຶ່ງວັນກັບນຶ່ງຄືນ ເມື່ອເມກລອຍຂຶ້ນເຂົາກໍຍົກອອກເດີນ 22 ບໍ່ວ່າເມກຈະປົກຄຸມຢູ່ເຫນືອຫໍເຕັນສອງວັນ ຫລືເດືອນນຶ່ງ ຫລືເວລານານກວ່າ ຄົນອິສຣາເອນກໍຢູ່ໃນຄ້າຍນານເທົ່ານັ້ນ ບໍ່ໄດ້ຍົກອອກໄປ ແຕ່ເມື່ອເມກລອຍຂຶ້ນເມື່ອໃດເຂົາກໍຍົກອອກໄປເມື່ອນັ້ນ 23 ເຂົາຕັ້ງຄ້າຍຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າ ແລເຂົາຍົກອອກເດີນຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າ ເຂົາທັງຫລາຍກໍປະຕິບັດງານຂອງພຣະຜູ້ເປັນເຈົ້າ ຕາມພຣະດຳຣັດທີ່ພຣະຜູ້ເປັນເຈົ້າຕຣັສສັ່ງໂມເຊ
ແກເງິນ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 ຈົ່ງທຳແກເງິນສອງອັນດ້ວຍໃຊ້ຄ້ອນທຸບ ເຈົ້າຈົ່ງໃຊ້ແກນັ້ນເອີ້ນຊຸມນຸມ ແລະໃຊ້ຮື້ຍ້າຍຄ້າຍ 3 ເມື່ອເປົ່າແກທັງສອງນັ້ນກໍໃຫ້ມາຊຸມນຸມພ້ອມກັນກັບເຈົ້າທີ່ທາງເຂົ້າເຕັນນັດພົບ 4 ຖ້າເປົ່າແກອັນດຽວໃຫ້ປະມຸກຜູ້ເປັນຫົວຫນ້າເຜົ່າອິສຣາເອນມາປະຊຸມກັບເຈົ້າ 5 ເມື່ອເປົ່າແກປຸກໃຫ້ບັນດາຄ້າຍທີ່ຕັ້ງຢູ່ດ້ານຕາເວັນອອກຍົກອອກເດີນ 6 ເມື່ອເປົ່າແກປຸກເທື່ອທີ່ສອງໃຫ້ບັນດາຄ້າຍທີ່ຢູ່ດ້ານໃຕ້ຍົກອອກເດີນ ເມື່ອໃດຈະໃຫ້ຍົກອອກເດີນກໍໃຫ້ເປົ່າແກປຸກ 7 ແຕ່ເມື່ອຈະໃຫ້ປະຊາຊົນທັງປວງມາປະຊຸມພ້ອມກັນຈົ່ງເປົ່າແກແຕ່ຢ່າທຳສຽງປຸກ 8 ໃຫ້ບຸດຂອງອາໂຣນຄືປະໂຣຫິດເປັນຄົນເປົ່າແກ ແກນີ້ຈະເປັນບັນຍັດຖາວອນຕລອດຊົ່ວເຊື້ອສາຍຂອງເຈົ້າ 9 ແລະເມື່ອເຈົ້າທັງຫລາຍຈະໄປທຳເສິກໃນແຜ່ນດິນຂອງເຈົ້າສູ້ສັດຕຣູຜູ້ມາບີບບັງຄັບເຈົ້າ ກໍໃຫ້ເປົ່າແກທຳສຽງປຸກ ເພື່ອພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ຈະຊົງຣະລຶກເຖິງເຈົ້າ ແລະຊ່ອຍເຈົ້າໃຫ້ພົ້ນຈາກສັດຕຣູຂອງເຈົ້າ 10 ໃນວັນທີ່ເຈົ້າທັງຫລາຍມີຄວາມຍິນດີ ແລະໃນງານເທສການແລະໃນວັນຕົ້ນເດືອນຂອງເຈົ້າ ເຈົ້າຈົ່ງເປົ່າແກເຫນືອເຄື່ອງເຜົາບູຊາແລະເຫນືອສັຕບູຊາອັນເປັນເຄື່ອງສານຕິບູຊາ ເປັນທີ່ໃຫ້ພຣະເຈົ້າຂອງເຈົ້າຣະລຶກເຖິງເຈົ້າ ເຣົາເປັນພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ”
ຄົນອິສຣາເອນອອກຈາກພູເຂົາຊີນາອີ
11 ໃນວັນທີ່ຊາວເດືອນທີ່ສອງປີທີ່ສອງ ຊົງໃຫ້ເມກນັ້ນຂຶ້ນຈາກຫໍເຕັນພຣະໂອວາດ 12 ຄົນອິສຣາເອນກໍຍົກເດີນຢຸດເປັນລະຍະໆ ໄປຈາກຖິ່ນກັນດານຊີນາອີ ແລະເມກນັ້ນມາຢຸດຢູ່ທີ່ຖິ່ນກັນດານປາຣານ 13 ເຂົາທັງຫລາຍໄດ້ຍົກອອກເດີນໄປເປັນຄັ້ງທຳອິດຕາມພຣະດຳຣັດຂອງພຣະເຈົ້າທີ່ໄດ້ສັ່ງໂມເຊ 14 ທຸງຄ້າຍຂອງຄົນຢູດາອອກເດີນໄປເປັນກອງໆກ່ອນ ມີນາໂຊນ ບຸດອັມມີນາດາບເປັນຜູ້ນຳພົນໂຍທາ 15 ເນທານເອນບຸດຊູອານຳພົນໂຍທາເຜົ່າອິສຊາຄາ 16 ແລະເອລີອາບບຸດເຮໂລນນຳພົນໂຍທາເຜົ່າຄົນ—ເຊບູລູນ 17 ເມື່ອຮື້ຫໍເຕັນສັກສິດລົງແລ້ວ ບັດດາບຸດເກີໂຊນ ແລະຂອງເມຣາຣີຜູ້ແບກຫາມເຕັນນັ້ນກໍຍົກເດີນໄປ 18 ທຸງຄ້າຍຂອງຄົນຣູເບນອອກເດີນໄປເປັນກອງໆ ເອລີຊູບຸດເຊເດອູເປັນຜູ້ນຳພົນໂຍທາ 19 ເຊລູມີເອນບຸດຊູຣີຊັດດັຍນຳພົນໂຍທາເຜົ່າຄົນຊີເມໂອນ 20 ເອລີອາສາຟ ບຸດເດອູເອນນຳພົນໂຍທາເຜົ່າຄົນກາດ 21 ແລ້ວຄົນໂກຮາດກໍຍົກອອກເດີນແບກຫາມສິ່ງບໍຣິສຸດຕ່າງໆ ກ່ອນທີ່ພວກນີ້ໄປເຖິງ ເຂົາກໍຕັ້ງຫໍເຕັນ່ຂຶ້ນເປັນທີ່ຮຽບຮ້ອຍແລ້ວ 22 ທຸງຄ້າຍຄົນເອຟຣາອິມອອກເດີນໄປເປັນກອງໆໄປເປັນກອງໆ ມີເອລີຊາມາ ບຸດອັມມີຮູດນຳພົນໂຍທາ 23 ກາມາລີເອນ ບຸດເປດາຊູນຳພົນໂຍທາເຜົ່າຄົນມານັສເຊ 24 ອາບີດານ ບຸດກີເດໂອນີນຳພົນໂຍທາເຜົ່າຄົນເບັນຢາມີນ 25 ແລ້ວທຸງຄ້າຍຄົນເຜົ່າດານເປັນພວກລະວັງທ້າຍຂອງຄ້າຍທັງຫມົດ ໄດ້ຍົກອອກເດີນໄປເປັນກອງໆມີອາຮີເອເຊີບຸດອັມມີຊັດດັຍນຳພົນໂຍທາ 26 ປາກີເອນ ບຸດໂອກຣານນຳພົນໂຍທາເຜົ່າຄົນເອເຊີ 27 ອາຮີຣາ ບຸດເອນານນຳພົນໂຍທາເຜົ່າຄົນເນັຟທາລີ 28 ນີ້ເປັນລຳດັບການເດີນທາງຂອງຄົນອິສຣາເອນຕາມເຫລົ່າພົນໂຍທາຂອງເຂົາ ເມື່ອເຂົາຍົກອອກເດີນໄປ 29 ໂມເຊເວົ້າກັບໂຮບັບບຸດຣູເອນຄົນມີດີອານພໍ່ເຖົ້າຂອງໂມເຊວ່າ, “ເຮົາທັງຫລາຍອອກເດີນໄປສູ່ທີ່ຊຶ່ງພຣະຜູ້ເປັນເຈົ້າຕຣັດໄວ້ວ່າ “ເຣົາຈະຍົກໃຫ້ແກ່ເຈົ້າທັງຫລາຍ” ເຊີນໄປກັບເຮົາເຖີດ ແລະເຮົາທັງຫລາຍຈະທຳດີແກ່ທ່ານ ເພາະພຣະຜູ້ເປັນເຈົ້າຊົງສັນຍາໃຫ້ຂອງດີແກ່ຄົນອິສຣາເອນ” 30 ແຕ່ເຂົາຕອບໂມເຊວ່າ, “ເຣົາບໍ່ໄປ ເຣົາຈະກັບຄືນໄປເມືອງຂອງເຮົາ ຍັງວົງຍາດຂອງເຣົາ” 31 ແລະໂມເຊວ່າ, “ຂໍຢ່າພາກຈາກເຮົາໄປເລີຍ ທ່ານຊາບຢູ່ແລ້ວວ່າ ເຮົາຕ້ອງຕັ້ງຄ້າຍຢູ່ໃນຖິ່ນກັນດານ ແລະທ່ານຈະໄດ້ເປັນເຫມືອນດັ່ງນັຍຕາຂອງເຣົາ 32 ຖ້າທ່ານໄປກັບເຮົາທັງຫລາຍ ພຣະຜູ້ເປັນເຈົ້າກະທຳຢ່າງນັ້ນແກ່ທ່ານ” 33 ເຂົາທັງຫລາຍກໍອອກເດີນຈາກພູເຂົາຂອງພຣະຜູ້ເປັນເຈົ້າລະຍະທາງສາມມື້ ຫີບຄຳສັນຍາຂອງພຣະຜູ້ເປັນເຈົ້ານຳຫນ້າເຂົາໄປສາມວັນເພື່ອຫາທີ່ພັກໃຫ້ເຂົາ 34 ເຂົາທັງຫລາຍຍົກຄ້າຍໄປເມື່ອໃດ ເມກຂອງພຣະຜູ້ເປັນເຈົ້າກໍຢູ່ເຫນືອເຂົາໃນກາງເວັນເມື່ອນັ້ນ 35 ເມື່ອຫີບຍົກອອກເດີນເມື່ອໃດ ໂມເຊກາບທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງລຸກຂຶ້ນເຖີດ ໃຫ້ສັດຕຣູທັງຫລາຍຂອງພຣະອົງກະຈັດກະຈາຍໄປ ໃຫ້ຜູ້ທີ່ຊັງພຣະອົງຫລີກຫນີພຣະອົງໄປ” 36 ເມື່ອຫີບຍັບຢັ້ງທ່ານກາບທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍສະເດັດກັບມາສູ່ຄົນຕະກູນອິສຣາເອນທີ່ນັບເປັນຫມື່ນນີ້ເຖີດ”
ຕາເບຣາ
1 ປະຊາຊົນພາກັນຈົ່ມທຸກຈົ່ມຮ້າຍກ່ຽວກັບເຣື່ອງໂຊກຮ້າຍຂອງພວກເຂົາຕໍ່ພຣະຜູ້ເປັນເຈົ້າ ເມື່ອຊົງໄດ້ຍິນດັ່ງນັ້ນ ພຣະອົງກໍຊົງພຣະພິໂຣດຫນັກຈຶ່ງທຳໃຫ້ເກີດມີໄຟໄຫມ້ຄ້າຍພັກຂອງພວກເຂົາ ໄຟໄດ້ໄຫມ້ແລະໄດ້ທຳລາຍຄ້າຍພັກໄປເບື້ອງນຶ່ງ 2 ພວກປະຊາຊົນຈຶ່ງຮ້ອງຂໍຄວາມຊ່ອຍເຫລືອຈາກໂມເຊ ດັ່ງນັ້ນໂມເຊຈຶ່ງອ້ອນວອນຕໍ່ພຣະຜູ້ເປັນເຈົ້າ ແລ້ວໄຟຈຶ່ງໄດ້ມອດລົງ 3 ຍ້ອນວ່າໄຟໄດ້ລຸກໄຫມ້ຄ້າຍພັກຂອງພວກເຂົາ ບ່ອນນີ້ຈຶ່ງຖືກເອີ້ນວ່າ ຕາເບຣາ 4 ພວກຕ່າງດ້າວທີ່ເດີນທາງຮ່ວມກັບພວກອິສຣາເອນກໍອຶດຢາກເປັນການໃຫຍ່ ແມ່ນແຕ່ພວກອິສຣາເອນເອງກໍຍັງຮ້ອງທຸກວ່າ “ຂໍຊີ້ນກີນແດ່” 5 ຄາວຢູ່ປະເທດເອຢິບພຸ້ນ ເຣົາຣະລຶກເຖິງປາທີ່ເຮົາເຄີຍກີນໂດຍບໍ່ເສັຽເງິນຄຳ ແລະເຮົາຍັງໄດ້ກິນຫມາກແຕງ ຫມາກໂມ ຜັກຫອມ ຜັກບົວ ຜັກທຽມ 6 ແຕ່ດຽວນີ້ ເຮົາບໍ່ມີເຫື່ອແຮງເລີຍ ເພາະໃນແຕ່ລະມື້ ນອກຈາກກິນມານາແລ້ວກໍບໍ່ມີສິ່ງອື່ນກິນອີກເລີຍ” 7 ມານາເປັນຄືເມັດເຂົ້າສີເຫລືອງອ່ອນ 8 ປະຊາຊົນພາກັນໄປເກັບມາໂມ້ທຳແປ້ງ ແລ້ວຕົ້ມໃຫ້ສຸກເພື່ອທຳເຂົ້າຫນົມແຜ່ນ ຣົດຊາດຂອງມັນເຫມືອນກັບຂະຫນົມທີ່ອົບໃສ່ນ້ຳມັນຫມາກກອກ 9 ມານາໄດ້ຕົກລົງມາໃນບ່ອນຕັ້ງຄ້າຍ ຊຶ່ງເປັນເວລາດຽວກັນກັບຕອນທີ່ນ້ຳຫມອກຕົກລົງໃນຍາມກາງຄືນ 10 ໃນຂນະທີ່ພວກເຂົາຢືນອ້ອມຢູ່ທາງປະຕູຕູບຜ້າເຕັນຂອງໂມເຊນັ້ນ ທ່ານກໍໄດ້ຍິນສຽງຈົ່ມທຸກຂອງປະຊາຊົນ ຝ່າຍພຣະຜູ້ເປັນເຈົ້າກໍຊົງພຣະພິໂຣດພວກເຂົາ 11 ສ່ວນໂມເຊກໍມີຄວາມທຸກຢ່າງຫນັກ ທ່ານຈຶ່ງທູນຕໍ່ພຣະຜູ້ເປັນເຈົ້າວ່າ, “ເປັນຫຍັງພຣະອົງຈຶ່ງທຳຮ້າຍແຮງຕໍ່ຂ້າພຣະອົງແທ້ ເຫດໃດພຣະອົງຈຶ່ງບໍ່ຊົງພໍພຣະທັຍກັບຂ້າພຣະອົງ ດ້ວຍເຫດໃດພຣະອົງຈຶ່ງຊົງໃຫ້ຂ້າພຣະອົງຮັບຜິດຊອບຄົນເຫລົ່ານີ້ 12 ຂ້າພຣະອົງບໍ່ໄດ້ສ້າງຊີວິດພວກເຂົາ ຫລືນຳພວກເຂົາລົງມາເກີດ ເປັນຫຍັງພຣະອົງຈຶ່ງຂໍໃຫ້ຂ້າ ພຣະອົງປະຕິບັດຕົນເຫມືອນຜູ້ລ້ຽງ ແລະໃຫ້ອູ້ມເຂົາໄວ້ໃນອ້ອມແຂນເຫມືອນກັບວ່າພວກເຂົາຍັງເປັນເດັກນ້ອຍ ເພື່ອໃຫ້ພາໄປເຖິງແຜ່ນດິນທີ່ພຣະອົງຊົງສັນຍາໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຂົາ 13 ຂ້າພຣະອົງຈະໄປເອົາຊີ້ນມາຈາກໃສຈຶ່ງຈະພຽງພໍກັບຄວາມຕ້ອງການຂອງຄົນເຫລົ່ານີ້ 14 ເພາະພວກເຂົາກຳລັງຂໍຊີ້ນກິນຢູ່ ຂ້າພຣະອົງບໍ່ສາມາດຮັບຜິດຊອບພວກເຂົາເຫລົ່ານີ້ໄດ້ ມັນເປັນການເຫລືອບ່າກວ່າແຮງສຳລັບຂ້າພຣະອົງແລ້ວ 15 ຖ້າພຣະອົງທຳຕໍ່ຂ້າພຣະອົງຢ່າງນີ້ ຂໍໂຜດປະຫານຊີວິດຂ້າພຣະອົງສາ ເພື່ອວ່າຂ້າພຣະອົງຈະບໍ່ໄດ້ທົນທານຕໍ່ພຣະພິໂຣດຂອງພຣະອົງອີກຕໍ່ໄປ”
ໂມເຊເລືອກຜູ້ນຳເຈັດສິບຄົນ
16 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂມເຊວ່າ, “ຈົ່ງຮີບໂຮມເອົາພວກຜູ້ນຳເຈັດສິບຄົນ ຊຶ່ງເປັນຜູ້ທີ່ເຂົ້າໃຈໃນການນຳປະຊາຊົນ ຈົ່ງພາພວກເຫລົ່ານີ້ມາຫາເຣົາທີ່ເຕັນນັດພົບແຫ່ງນີ້ ແລ້ວບອກໃຫ້ພວກເຂົາຢືນຢູ່ໃກ້ເຈົ້າເຮົາຈະລົງມາເວົ້າກັບເຈົ້າຢູ່ບ່ອນນັ້ນ 17 ແລະເຣົາຈະໃຫ້ອຳນາດຄືພຣະວີນຍານບາງສ່ວນແກ່ພວກເຂົາ ແລ້ວພວກເຂົາກໍຈະສາມາດຮັບ ພາຣະຊ່ອຍເຫລືອປະຊາຊົນເຫລົ່ານີ້ ສ່ວນເຈົ້າກໍຈະບໍ່ໄດ້ຮັບພາຣະນີ້ແຕ່ຄົນດຽວ 18 ຈົ່ງບອກປະຊາຊົນໃຫ້ຊຳຮະຕົນໃຫ້ບໍຣິສຸດໃນມື້ອື່ນ ແລ້ວພວກເຂົາກໍຈະມີຊີ້ນກິນ ເພາະພວກເຂົາຮ້ອງຂໍຕໍ່ພຣະຜູ້ເປັນເຈົ້າວ່າ “ໃຜຈະເອົາຊີ້ນພວກເຮົາກິນ ຖ້າພວກເຮົາຢູ່ປະເທດເອຢິບກໍຈະດີກວ່ານີ້” ເພາະເຫດນີ້ພຣະຜູ້ເປັນເຈົ້າຈະຊົງປະທານເນື້ອໃຫ້ທ່ານທັງຫລາຍຮັບປະທານ 19 ທ່ານຈະບໍ່ໄດ້ຮັບປະທານພຽງແຕ່ມື້ນຶ່ງຫລືສອງມື້ ຫ້າມື້ ສິບມື້ ຫລືຊາວມື້ເທົ່ານັ້ນ 20 ແຕ່ຈະຮັບປະທານຕລອດເດືອນຈົນພວກທ່ານຈະເປີດ ສິ່ງເຫລົ່ານີ້ໄດ້ເກີດຂຶ້ນເພາະວ່າພວກທ່ານໄດ້ປະລະພຣະຜູ້ເປັນເຈົ້າຜູ້ຊົງສະຖິດຢູ່ກັບພວກທ່ານ ແລະພວກທ່ານໄດ້ຮ້ອງທຸກຕໍ່ພຣະອົງວ່າພວກເຮົາເສັຽໃຈທີ່ໄດ້ອອກຫນີຈາກປະເທດເອຢິບ” 21 ໂມເຊທູນຕໍ່ພຣະຜູ້ເປັນເຈົ້າວ່າ, “ຜູ້ຊາຍສະກັນທີ່ຂ້າພຣະອົງກຳລັງນຳຫນ້າໄປມີເຖິງຫົກແສນຄົນ ແຕ່ພຣະອົງຊົງບອກວ່າຈະປະທານຊີ້ນໃຫ້ພວກເຂົາກິນຢ່າງພຽງພໍສຳລັບເດືອນນຶ່ງ 22 ຈະຕ້ອງຂ້າງົວ ແລະແກະຈັກຕົວຈຶ່ງຈະພໍກິນ ຫລືປາທັງຫມົດໃນນ້ຳທະເລອີກຈັກເທົ່າໃດຈຶ່ງຈະພໍໃຫ້ປະຊາຊົນກິນອີ່ມ 23 ພຣະຜູ້ເປັນເຈົ້າຊົງຕອບວ່າ, “ເຈົ້າຄິດວ່າອຳນາດຂອງເຮົາມີຂອບເຂດຈຳກັດຊັ້ນບໍ ໃນບໍ່ຊ້ານີ້ເຈົ້າຈະໄດ້ເຫັນວ່າຄຳທີ່ເຮົາໄດ້ເວົ້າໄປນັ້ນຈະເກີດຂຶ້ນແທ້ຫລືບໍ່ 24 ຄັນແລ້ວ ໂມເຊຈຶ່ງໄດ້ອອກໄປບອກປະຊາຊົນຕາມທີ່ພຣະຜູ້ເປັນເຈົ້າຊົງກ່າວໄວ້ ທ່ານໄດ້ທ້ອນໂຮມພວກຜູ້ນຳເຈັດສິບຄົນ ແລະໄດ້ຈັດໃຫ້ທຸກຄົນໄປຢືນອ້ອມຫໍເຕັນສັກສິດ 25 ແລ້ວພຣະຜູ້ເປັນເຈົ້າຊົງສະເດັດລົງມາເປັນກ້ອນເມກແລະກ່າວກັບໂມເຊ ໃນຂນະດຽວກັນນັ້ນ ພຣະອົງກໍຊົງປະທານພຣະວິນຍານບໍຣິສຸດ ທີ່ໂມເຊມີແລ້ວນັ້ນໃຫ້ພວກຜູ້ນຳເຈັດສິບຄົນນັ້ນ ພໍພຣະວິນຍານເຂົ້າສວມທັບ ພວກເຂົາກໍຮ້ອງຂຶ້ນດ້ວຍສຽງດັງເຫມືອນກັບຄົນເສັຽສະຕິແລ້ວບໍ່ດົນກໍງຽບລົງ 26 ໃນຈຳນວນພວກຜູ້ນຳເຈັດສິບຄົນ ມີສອງຄົນຄື ເອນດາດ ແລະເມດາດ ທີ່ບໍ່ໄດ້ອອກມາຈາກຕູບຜ້າເຕັນນຳຫມູ່ ແຕ່ພຣະວິນຍານໄດ້ຊົງເຂົ້າເຂົາທັງສອງຄົນນີ້ ພວກເຂົາຈຶ່ງຮ້ອງຂຶ້ນຢ່າງດັງເຫມືອນຄົນເສັຽສະຕິ 27 ເມື່ອເຫັນດັ່ງນັ້ນ ຊາຍຫນຸ່ມຜູ້ນຶ່ງກໍແລ່ນໄປບອກໂມເຊກ່ຽວກັບເຣື່ອງທີ່ເກີດຂຶ້ນກັບ ເອນດາດ ແລະເມດາດ 28 ແລ້ວໂຢຊວຍບຸດນູນທີ່ເປັນຜູ້ຊ່ອຍຂອງໂມເຊມາຕັ້ງແຕ່ຍັງຫນຸ່ມນ້ອຍໄດ້ເວົ້າຕໍ່ໂມເຊວ່າ, “ທ່ານເອີຍ ໄປບອກໃຫ້ພວກເຂົາຢຸດແມ໋” 29 ໂມເຊຕອບວ່າ, “ເຈົ້າມາສົນໃຈຫຍັງກັບວຽກຂອງເຮົາ ເຮົາຢາກໃຫ້ພຣະຜູ້ເປັນເຈົ້າປະທານພຣະວີນຍານໃຫ້ໄພ່ພົນຂອງພຣະອົງ ເພື່ອໃຫ້ພວກເຂົາເປັນຜູ້ປະກາດພຣະທັມ” 30 ແລ້ວໂມເຊພ້ອມທັງພວກຜູ້ນຳເຈັດສິບຄົນກໍພາກັນກັບຄືນເມືອຄ້າຍພັກ
ນົກຂຸ້ມ
31 ໃນທັນໃດນັ້ນພຣະຜູ້ເປັນເຈົ້າຊົງບັນດານໃຫ້ມີລົມພັດມາ ແລະມີຝູງນົກຂຸ້ມບີນມາຈາກທະເລ ມັນບີນຫ່າງຈາກພື້ນດິນພຽງສອງສອກເທົ່ານັ້ນ ນົກເຫລົ່ານີ້ໄດ້ມາຈັບຢູ່ຕາມຄ້າຍ ແລະທົ່ວທຸກບ່ອນອ້ອມແອ້ມຄ້າຍເປັນລະຍະຫລາຍຫລັກ 32 ດັ່ງນັ້ນ ປະຊາຊົນທັງປວງຈຶ່ງພາກັນຈັບເອົານົກຂຸ້ມນັ້ນຕລອດມື້ຕລອດຄືນ ຄົນຈັບໄດ້ນ້ອຍທີ່ສຸດໄດ້ເຖິງສິບໂຮເມີ ພວກເຂົາໄດ້ພາກັນຄົວນົກ ແລ້ວເອົາຕາກໄວ້ເຕັມທົ່ວຄ້າຍ 33 ກ່ອນຊີ້ນຈະຫມົດໄປ ແລະໃນຂນະທີ່ຍັງມີຊີ້ນກິນຢ່າງອຸດົມສົມບູນຢູ່ນັ້ນ ພຣະຜູ້ເປັນເຈົ້າຊົງພຣະພິໂຣດ ແລະຊົງທຳໃຫ້ພວກເຂົາເກີດເປັນໂຣກອະຫິວາ 34 ບ່ອນນີ້ໄດ້ໃສ່ຊື່ວ່າ ກິບໂຣດຮັດຕາອາວາ (ຫລຸມຝັງສົບຂອງຜູ້ຂໍກີນ) ເພາະວ່າພວກເຂົາໄດ້ຝັງສົບພວກທີ່ຂໍກິນຊີ້ນໄວ້ຢູ່ບ່ອນນັ້ນ 35 ຫລັງຈາກນັ້ນ ປະຊາຊົນກໍຍ້າຍໄປຢູ່ຮາເຊໂຣດ ແລະພາກັນຕັ້ງຄ້າຍພັກເຊົາຢູ່ທີ່ນັ້ນ
ອາໂຣນແລະມີຣີອາມ ກ່າວຂັດຂວາງໂມເຊ
1 ມີຣີອາມແລະອາໂຣນໄດ້ຕິຕຽນໂມເຊ ຍ້ອນຍິງຄົນກູຊທີ່ທ່ານໄດ້ແຕ່ງງານນຳ (ເພາະໂມເຊໄດ້ແຕ່ງງານກັບຍິງຄົນກູຊຄົນນຶ່ງ) 2 ເຂົາທັງສອງກ່າວວ່າ, “ພຣະຜູ້ເປັນເຈົ້າຊົງກ່າວຜ່ານທາງໂມເຊຄົນດຽວເທົ່ານັ້ນຈິງຫລື ພຣະອົງຊົງກ່າວຜ່ານທາງພວກເຮົາຄືກັນບໍ່ແມ່ນຫລື”
ພຣະຜູ້ເປັນເຈົ້າຊົງໄດ້ຍິນ
3 ໂມເຊເປັນຄົນຖ່ອມໃຈຫລາຍຍິ່ງກວ່າຄົນທັງປວງໃນເທິງແຜ່ນດິນໂລກນີ້ 4 ໃນທັນໃດນັ້ນພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊແລະອາໂຣນກັບມີຣີອາມວ່າ, “ເຈົ້າທັງສາມຈົ່ງອອກມາທີ່ເຕັນນັດພົບ” ເຂົາທັງສາມກໍອອກມາ 5 ພຣະຜູ້ເປັນເຈົ້າກໍສະເດັດລົງມາໃນເສົາເມກ ປະທັບຢືນທີ່ປະຕູເຕັນ ຊົງເອີ້ນອາໂຣນ ແລະມີຣີອາມ ເຂົາທັງສອງກໍມາຂ້າງຫນ້າ 6 ພຣະອົງຊົງກ່າວວ່າ, “ຈົ່ງຟັງຖ້ອຍຄຳຂອງເຣົາ ຖ້າຈະມີຜູ້ປະກາດພຣະທັມຖ້າມກາງເຈົ້າທັງຫລາຍ ເຮົາພຣະຜູ້ເປັນເຈົ້າຈະສຳແດງຕົວແກ່ຜູ້ນັ້ນເປັນນິມິດ ເຮົາຈະເວົ້າກັບເຂົາທາງຝັນ 7 ສຳລັບໂມເຊຜູ້ຮັບໃຊ້ຂອງເຮົາກໍບໍ່ເປັນເຊັ່ນນັ້ນ ໃນປະຊາຊົນຂອງເຮົາ ເຂົາສັດຊື່ 8 ເຮົາເວົ້າກັບເຂົາປາກຕໍ່ປາກຢ່າງຊັດເຈນ ບໍ່ເວົ້າລຶກລັບ ແລະເຂົາເຫັນຮູບຮ່າງຂອງພຣະຜູ້ເປັນເຈົ້າ ເປັນຫຍັງເຈົ້າບໍ່ຢ້ານທີ່ຈະເວົ້າຕິຕຽນໂມເຊ ຜູ້ຮັບໃຊ້ຂອງເຮົາ” 9 ພຣະຜູ້ເປັນເຈົ້າຊົງກີ້ວເຂົາ ແລ້ວສະເດັດຫນີໄປ 10 ເມື່ອເມກລອຍພົ້ນເຕັນໄປ ເບິ່ງແມ໋, ມີຣີອາມກໍເປັນໂຣກເຮື້ອນຂາວເຫມືອນຫີມມະ ອາໂຣນຫັນໄປເບິ່ງມີຣີອາມ ແລະເບິ່ງແມ໋, ມີຣີອາມເປັນໂຣກເຮື້ອນ 11 ແລະອາໂຣນເວົ້າກັບໂມເຊວ່າ, “ຂ້າແຕ່ເຈົ້ານາຍຂອງຂ້າພະເຈົ້າ ຂໍຢ່າລົງໂທດແກ່ເຮົາທັງສອງທີ່ໄດ້ກະທຳຄວາມໂງ່ແລະບາບເຊັ່ນນີ້ 12 ຂໍຢ່າໃຫ້ມີຣີອາມເປັນເຫມືອນຄົນທີ່ຕາຍແລ້ວ ດັ່ງຄົນທີ່ອອກຈາກຄັນມານດາມີເນື້ອກຸດໄປເຄິ່ງນຶ່ງ” 13 ແລະໂມເຊໄດ້ຮ້ອງທູນພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງຮັກສານາງ ຂ້າພຣະອົງທູນວິງວອນຕໍ່ພຣະອົງ” 14 ແຕ່ພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, ຖ້າພໍ່ຂອງນາງຖົ່ມນ້ຳລາຍໃສ່ຫນ້ານາງ ນາງຈະລະອາຍຢູ່ເຈັດມື້ບໍ່ແມ່ນຫລື ຈົ່ງກັກນາງໄວ້ນອກຄ້າຍເຈັດມື້ ພາຍຫລັງຈຶ່ງໃຫ້ກັບຄືນເຂົ້າມາໄດ້” 15 ດັ່ງນັ້ນ ມີຣີອາມຈຶ່ງຖືກກັກຢູ່ນອກຄ້າຍເຈັດວັນ ແລະປະຊາຊົນກໍບໍ່ໄດ້ຍົກເດີນໄປຈົນກວ່າມີຣີອາມກັບຄືນເຂົ້າມາອີກ 16 ແລ້ວປະຊາຊົນກໍຍົກເດີນຈາກເມືອງຮາເຊໂຣທ ໄປຕັ້ງຄ້າຍຢູ່ທີ່ຖິ່ນກັນດານປາຣານ
ພວກນັກສືບສອດແນມ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງເລືອກເອົາຜູ້ນຳຄົນນຶ່ງໃນແຕ່ລະຕະກູນໃຫ້ໄປສືບສອດແນມເບິ່ງປະເທດການາອານ ຊຶ່ງເປັນບ່ອນທີ່ເຮົາໄດ້ມອບໄວ້ໃຫ້ພວກອິສຣາເອນ 3 ແລ້ວໂມເຊກໍປະຕິບັດຕາມ ໂດຍໄດ້ຈັດສົ່ງພວກຜູ້ນຳຕໍ່ໄປນີ້ອອກຈາກຖິ່ນກັນດານປາຣານ 4 ຕໍ່ໄປນີ້ເປັນຊື່ຂອງຄົນເຫລົ່ານັ້ນ ຊັມມູອາ ບຸດຊັກເກີເປັນເຜົ່າຣູເບນ 5 ຊາຟັດ ບຸດໂຮຣີເປັນເຜົ່າຊີເມໂອນ 6 ກາເລັບ ບຸດເຢຟຸນເນເປັນເຜົ່າຢູດາ 7 ອີການ ບຸດໂຢເຊັບເປັນເຜົ່າອິສຊາຄາ 8 ໂຮເຊອາ ບຸດນູນເປັນເຜົ່າເອຟຣາອິມ 9 ປານຕີ ບຸດຣາຟູເປັນເຜົ່າເບັນຢາມິນ 10 ກາດດີເອນ ບຸດໂຊດີເປັນເຜົ່າເຊບູຣູນ 11 ກາດດີ ບຸດຊູຊີເປັນເຊື້ອສາຍຂອງໂຢເຊັບ ຄືເຜົ່າມານັສເຊ 12 ອັມມີເອນ ບຸດເກມັນລີເປັນເຜົ່າດານ 13 ເຊທອູຣ໌ ບຸດມີຄາເອນເປັນເຜົ່າອາເຊີ 14 ນາບີ ບຸດວົບຊີເປັນເຜົ່າເນັຟທາລີ 15 ເກອູເອນ ບຸດມາຄີເປັນເຜົ່າກາດ 16 ພວກເຫລົ່ານີ້ ຄືພວກນັກສືບສອດແນມທີ່ໂມເຊສົ່ງໄປສຳລວດກວດເບິ່ງຜືນແຜ່ນດິນການາອານ ທ່ານໄດ້ປ່ຽນຊື່ໃຫມ່ໃຫ້ໂຮເຊອາບຸດນູນວ່າ ໂຢຊວຍ 17 ໂມເຊໄດ້ສົ່ງພວກນີ້ອອກໄປ ແລະສັ່ງພວກເຂົາວ່າ, “ຈົ່ງເຂົ້າໄປເນເກັບແຕ່ທິດເຫນືອຫາທິດໃຕ້ ແລະຕລອດທົ່ວທັງປະເທດ ແລ້ວໃຫ້ໄປຍັງເນີນພູເພື່ອສຳລວດກວດເບິ່ງວ່າປະເທດນີ້ເປັນຢ່າງໃດ 18 ມີປະຊາຊົນຈັກຄົນແລະມີກຳລັງພົນຫນ້ອຍຫລາຍແລະເຂັ້ມແຂງປານໃດ 19 ໃຫ້ສຳລວດກວດເບິ່ງອີກວ່າ ປະເທດນີ້ອຸດົມສົມບູນຫລືບໍ່ ປະຊາຊົນຢູ່ໃນເມືອງທີ່ບໍ່ມີກຳແພງ ຫລືຢູ່ໃນປ້ອມ 20 ໃຫ້ເບິ່ງວ່າເມືອງນີ້ອຸດົມສົມບູນ ຫລືແຫ້ງແລ້ງ ແລະມີໄມ້ຫລາຍບໍ ຈົ່ງມີໃຈອົງອາດກ້າຫານ ແລະໃຫ້ນຳເອົາຜົນລະປູກບາງຢ່າງທີ່ເກີດຂຶ້ນຈາກບ່ອນນັ້ນມາ (ຍາມນັ້ນເປັນຍາມທີ່ຫມາກ ອະງຸ່ນກຳລັງສຸກ) 21 ດັ່ງນັ້ນ ພວກນັກສືບຈິ່ງໄດ້ເດີນທາງໄປຍັງເຂດເຫນືອ ເພື່ອສຳລວດກວດເບິ່ງດິນແດນທີ່ປ່າກັນດານຊີນ ທາງເຂດໃຕ້ຈົນເຖິງທາງໄປສູ່ເຣໂຮ ໃກ້ກັບເລໂບຮາມັທ 22 ພວກເຂົາຂຶ້ນໄປເຖິງເນເກັບ ແລະ ເຖີງເມືອງເຮໂບຣນ ຊຶ່ງເປັນບ່ອນຢູ່ຂອງເຜົ່າອາຮີມານ ເຊຊັຍ ແລະຕັນມັຍ ພວກເຜົ່າເຫລົ່ານີ້ເປັນເຊື້ອສາຍຂອງຊົນຊາດຮູບຮ່າງໃຫຍ່ ຄືຄົນອານາກິມຢູ່ທີ່ນັ້ນ (ເມືອງເຮໂບຣນນີ້ເຂົາໄດ້ສ້າງມາກ່ອນເມືອງໂຊອານທີ່ປະເທດເອຢິບໄດ້ເຈັດປີ) 23 ພວກເຂົາເດີນທາງມາຮ່ອມເອັສໂຄນ ຢູ່ທີ່ນີ້ພວກເຂົາໄດ້ຕັດເອົາງ່າໄມ້ຕົ້ນອະງຸ່ນຊຶ່ງມີພວງດົກຫນາ ຈົນມີສອງຄົນໃຊ້ໄມ້ຫາມ ພວກເຂົາຍັງໄດ້ນຳເອົາຫມາກພິລາ ແລະຫມາກເດື່ອບາງເລັກນ້ອຍມານຳ 24 ບ່ອນນີ້ເອີ້ນຊື່ວ່າຮ່ອມເອສໂກນ ຮ່ອມຫມາກ ອະງຸ່ນ ເພາະວ່າພວກອິສຣາເອນໄດ້ຕັດເອົາພົ້ວຫມາກອະງຸ່ນຢູ່ບ່ອນນັ້ນ 25 ຫລັງຈາກສຳລວດກວດເບິ່ງດິນແດນໄດ້ສີ່ສິບວັນແລ້ວ 26 ພວກເຂົາກໍພາກັນກັບຄືນມາຫາໂມເຊ ແລະອາໂຣນ ແລະພວກຊຸມນຸມຊົນອິສຣາເອນທີ່ກາເດັສໃນຖິ່ນກັນດານປາຣານ ພວກເຂົາໄດ້ລາຍງານທຸກສິ່ງທີ່ໄດ້ເຫັນ ແລະໄດ້ເອົາຫມາກໄມ້ທີ່ນຳມານັ້ນໃຫ້ທຸກຄົນເບິ່ງ 27 ພວກເຂົາບອກກັບໂມເຊວ່າ, “ຂ້າພະເຈົ້າໄດ້ສຳລວດເບິ່ງຜືນແຜ່ນດິນຕາມທີ່ທ່ານໄດ້ສົ່ງໄປນັ້ນແລ້ວ ດິນແດນແຫ່ງນີ້ມັ່ງຄັ່ງ ແລະອຸດົມສົມບູນຫລາຍ ແລະນີ້ເດ່ຫມາກໄມ້ບາງຢ່າງຈາກປະເທດນັ້ນ 28 ແຕ່ວ່າປະຊາຊົນຢູ່ບ່ອນນີ້ມີອຳນາດຫລາຍ ແລະຫົວເມືອງຕ່າງໆຂອງພວກເຂົາກໍກວ້າງໃຫຍ່ໄພສານທັງມີກຳແພງປ້ອງກັນໄວ້ເປັນຢ່າງດີ ນອກຈາກນີ້ ຂ້າພະເຈົ້າຍັງໄດ້ເຫັນເຊື້ອສາຍຂອງພວກອານາກຊຶ່ງເປັນຄົນທີ່ມີຮູບຮ່າງໃຫຍ່ສູງ 29 ສ່ວນຄົນອາມາເລກກໍຢູ່ທາງເຂດເບື້ອງໃຕ້ ແລະຄົນຮິດຕີ ຄົນເຢບຸສ ຄົນອາໂມຣິດກໍຢູ່ເທິງພູນ້ອຍ ຄົນການາອານກໍອາໄສຢູ່ໃກ້ທະເລເມດິເຕຣາເນ ແລະຢູ່ຕາມຝັ່ງແມ່ນ້ຳຈໍແດນ” 30 ແລ້ວກາເລັບຈຶ່ງບອກໃຫ້ປະຊາຊົນທີ່ຮ້ອງທຸກຕໍ່ໂມເຊມິດງຽບ ແລະເວົ້າຕໍ່ໄປວ່າ, “ພວກເຮົາມີກຳລັງພຽງພໍທີ່ຈະຊະນະໄດ້ ດັ່ງນັ້ນ ພວກເຮົາຕ້ອງເຂົ້າໂຈມຕີ ແລະຍຶດເອົາດິນແດນແຫ່ງນີ້ດຽວນີ້” 31 ແຕ່ວ່າ ພວກທີ່ໄປນຳກາເລັບໄດ້ເວົ້າວ່າ, “ບໍ່ໄດ້ ພວກເຮົາຍັງບໍ່ທັນມີກຳລັງພຽງພໍທີ່ຈະໄປໂຈມຕີ ເພາະວ່າປະຊາຊົນຢູ່ບ່ອນນັ້ນມີກຳລັງຫລາຍກວ່າພວກເຮົາ” 32 ດັ່ງນັ້ນ ພວກເຂົາຈຶ່ງຣາຍງານເທັດກ່ຽວກັບແຜ່ນດິນທີ່ໄດ້ໄປສຳລວດມານັ້ນຕໍ່ພວກອິສຣາເອນໂດຍພວກເຂົາເວົ້າວ່າ, “ດິນແດນແຫ່ງນັ້ນບໍ່ມີພືດຜົນຢ່າງໃດພໍທີ່ຈະລ້ຽງຝູງຄົນທີ່ນັ້ນໄດ້ ທຸກຄົນທີ່ພວກເຮົາໄດ້ພົບເຫັນນັ້ນເປັນຄົນສູງໃຫຍ່ 33 ທີ່ນັ້ນ ພວກເຮົາໄດ້ເຫັນຄົນເນຟີລ (ຄົນອານາກຜູ້ມາຈາກຄົນເນຟີນ) ພວກເຂົາມອງເບິ່ງພວກເຮົາເຫມືອນຝູງຕັກແຕນຕົວນ້ອຍໆເທົ່ານັ້ນ ແລະກໍເປັນດັ່ງນັ້ນໃນສາຍຕາຂອງພວກເຮົາດ້ວຍ”
ປະຊາຊົນກະບົດຕໍ່ພຣະເຈົ້າ
1 ປະຊາຊົນຮ້ອງທຸກດ້ວຍຄວາມໂສກເສົ້າຕລອດຄືນ ພວກເຂົາຈົ່ມທຸກຕໍ່ໂມເຊ ແລະອາໂຣນວ່າ, 2 “ຖ້າຕາຍຢູ່ໃນປະເທດເອຢິບ ຫລືແມ່ນວ່າຕາຍໃນຖິ່ນກັນດານນີ້ກໍຍັງດີກວ່າ 3 ເຫດໃດ ພຣະຜູ້ເປັນເຈົ້າຈີ່ງນຳພວກເຮົາໄປສູ່ດິນແດນແຫ່ງນັ້ນ ພວກເຮົາຈະຖືກຂ້າຕາຍໃນສະຫນາມຮົບແລະລູກເມັຽກໍຈະຖືກຈັບໄປ ສະນັ້ນ ກັບຄືນເມືອປະເທດເອຢິບຈະບໍ່ດີກວ່າບໍ? 4 ດັ່ງນັ້ນ ພວກເຂົາຈຶ່ງເວົ້າກັນວ່າ, “ຂໍໃຫ້ພວກເຮົາເລືອກເອົາຜູ້ນຳຄົນນຶ່ງ ແລ້ວກັບຄືນເມືອປະເທດເອຢິບເທາະ” 5 ແຕ່ແລ້ວໂມເຊກັບອາໂຣນ ໄດ້ກົ້ມຫນ້າຫມູບລົງຕໍ່ຫນ້າປະຊາຊົນທຸກຄົນ 6 ສ່ວນໂຢຊວຍບຸດຂອງນູນ ແລະກາເລັບບຸດຂອງເຢຟຸນເນ ສອງຄົນໃນຈຳນວນນັກສືບໄດ້ພາກັນຈີກເສື້ອຜ້າຂອງຕົນດ້ວຍຄວາມເສັຽໃຈ ແລ້ວເວົ້າຕໍ່ປະຊາຊົນວ່າ, 7 “ປະເທດທີ່ພວກຂ້າພະເຈົ້າໄດ້ໄປສຳລວດກວດເບິ່ງນັ້ນເປັນແຜ່ນດິນທີ່ດີເລີດ 8 ຖ້າວ່າພຣະຜູ້ເປັນເຈົ້າຊົງພໍພຣະທັຍໃນພວກເຮົາ ພຣະອົງກໍຈະຊົງນຳພວກເຮົາໄປສູ່ແຜ່ນດິນທີ່ມັ່ງຄັ່ງ ແລະອຸດົມສົມບູນນີ້ 9 ແຕ່ຂໍສິ່ງດຽວຄື ຢ່າກະບົດຕໍ່ສູ້ພຣະຜູ້ເປັນເຈົ້າເລີຍ ແລະຢ່າຢ້ານປະຊາຊົນທີ່ຢູ່ໃນແຖບນັ້ນ ພວກເຮົາຈະຊະນະພວກເຂົາຢ່າງງ່າຍດາຍ ພຣະຜູ້ເປັນເຈົ້າຊົງທຳລາຍຮູບພຣະທີ່ປົກປ້ອງພວກເຂົານັ້ນສູນ ສິ້ນໄປຫມົດແລ້ວ ຢ່າຢ້ານຫຍັງເລີຍເພາະວ່າພຣະອົງສະຖິດຢູ່ນຳພວກເຮົາ” 10 ແຕ່ພວກຊຸມນຸມຊົນທັງຫມົດໄດ້ວາງແຜນແກວ່ງກ້ອນຫີນໃສ່ໂມເຊ ແລະອາໂຣນໃຫ້ຕາຍ ໃນທັນໃດນັ້ນ ປະຊາຊົນໄດ້ເຫັນແປວໄຟຊຶ່ງສະແດງເຖິງຣັສມີຂອງພຣະຜູ້ເປັນເຈົ້າປາກົດຂຶ້ນເທິງຫໍເຕັນສັກສິດ
ໂມເຊອ້ອນວອນເພື່ອປະຊາຊົນ
11 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂມເຊວ່າ, “ເຖິງແມ່ນວ່າເຮົາໄດ້ກະທຳການອັດສະຈັນຫລາຍຢ່າງຖ້າມກາງພວກເຂົາມາແລ້ວກໍຕາມ ປະຊາຊົນເຫລົ່ານີ້ກໍຍັງຈະຫມິ່ນປະຫມາດ ແລະປະຕິເສດບໍ່ຍອມເຊື່ອຟັງເຮົາອີກຢູ່ 12 ດັ່ງນີ້ແຫລະ ເຮົາຈະສົ່ງໂຣກລະບາດມາທຳລາຍພວກເຂົາ ແຕ່ເຮົາຈະທຳໃຫ້ເຈົ້າເປັນຊົນຊາດທີ່ຍິ່ງໃຫຍ່ແລະມີອຳນາດຫລາຍກວ່າພວກເຂົາອີກ” 13 ແຕ່ໂມເຊທູນຕໍ່ພຣະຜູ້ເປັນເຈົ້າວ່າ, “ດ້ວຍອຳນາດຂອງພຣະອົງທີ່ຊົງນຳພວກປະຊາຊົນເຫລົ່ານີ້ອອກຈາກປະເທດເອຢິບ ເມື່ອພວກເອຢິບຮູ້ຈັກສິ່ງທີ່ພຣະອົງຊົງກະທຳຕໍ່ໄພ່ພົນຂອງພຣະອົງ 14 ພວກເຂົາກໍຈະເລົ່າໃຫ້ປະຊາຊົນໃນແຖບນັ້ນຟັງ ແລະພວກເຂົາກໍຈະໄດ້ຍິນແລ້ວວ່າ ພຣະອົງຊົງເປັນພຣະຜູ້ເປັນເຈົ້າຜູ້ຊົງສະຖິດຢູ່ກັບພວກຂ້າ ພຣະອົງ ຄືພວກຂ້າພຣະອົງໄດ້ເຫັນກ້ອນເມກຂອງພຣະອົງ ພຣະອົງຊົງນຳຫນ້າພວກຂ້າພຣະອົງກ່ອນດ້ວຍເສົາເມກໃນຍາມກາງເວັນ ແລະເສົາໄຟໃນຍາມກາງຄືນ 15 ດຽວນີ້ ຖ້າພຣະອົງຈະຊົງຂ້າໄພ່ພົນທັງຫມົດຂອງພຣະອົງ ຊົນຊາດຕ່າງໆທີ່ໄດ້ຍິນຊື່ສຽງຣຽງນາມຂອງພຣະອົງກໍຈະພາກັນປະນາມວ່າ 16 ພຣະອົງຊົງຂ້າໄພ່ພົນຂອງພຣະອົງໃນຖິ່ນກັນດານ ເພາະພຣະອົງຂາດຄວາມສາມາດທີ່ຈະນໍາພວກເຂົາໄປເຖິງແຜ່ນດິນທີ່ພຣະອົງຊົງສັນຍາວ່າຈະໃຫ້ພວກເຂົານັ້ນ 17 ຂ້າແດ່ພຣະຜູ້ເປັນເຈົ້າ ດ້ວຍເຫດນີ້ແຫລະ ຂ້າພຣະອົງຈຶ່ງອ້ອນວອນຕໍ່ພຣະອົງ ຂໍຊົງສະແດງຣິດອຳນາດຂອງພຣະອົງໃຫ້ພວກຂ້າພຣະອົງໄດ້ເຫັນ ແລະທຳຕາມທີ່ພຣະອົງຊົງສັນຍາໄວ້ໂດຍໄດ້ຊົງກ່າວວ່າ, 18 “ເຮົາເປັນຜູ້ມີຄວາມອົດກັ້ນ ເຮົາມີຄວາມຮັກທີ່ຍິ່ງໃຫຍ່ ມີຄວາມເມດຕາ ໃຫ້ການອະພັຍໂທດ ແລະໃຫ້ອະພັຍການທໍຣະຍົດ ແຕ່ເຮົາຈະລົງໂທດລູກຫລານເຫລັນສືບໆໄປສາມສີ່ຊົ່ວອາຍຸຄົນ ຍ້ອນຄວາມບາບທີ່ຕົກທອດມາຈາກພໍ່ແມ່ຂອງພວກເຂົາ” 19 ຂ້າພຣະອົງອ້ອນວອນຂໍຕໍ່ພຣະອົງໂຜດໃຫ້ອະພັຍໂທດປະຊາຊົນເຫລົ່ານີ້ ດ້ວຍຄວາມຮັກອັນຍິ່ງໃຫຍ່ທີ່ບໍ່ປ່ຽນແປງຂອງພຣະອົງເຫມືອນດັ່ງພຣະອົງຊົງໃຫ້ອະພັຍພວກເຂົາໃນຄາວທີ່ພວກເຂົາອອກມາຈາກປະເທດເອຢິບ” 20 ພຣະຜູ້ເປັນເຈົ້າຊົງຕອບວ່າ, “ເຮົາຈະໃຫ້ອະພັຍແກ່ເຂົາຕາມຄຳຂໍຣ້ອງຂອງເຈົ້າ 21 ແຕ່ເຮົາສັນຍາວ່າ ເຮົາມີຊີວິດຢູ່ຢ່າງແນ່ນອນ ແລະດ້ວຍຣັສມີຄວາມຍິ່ງໃຫຍ່ຂອງເຮົາເຕັມຢູ່ທົ່ວໂລກນີ້ 22 ເຮົາຈຶ່ງຈະບໍ່ໃຫ້ໃຜໃນຈຳນວນປະຊາຊົນເຫລົ່ານີ້ເຂົ້າໄປໃນແຜ່ນດິນນັ້ນ ພວກເຂົາໄດ້ເຫັນຣັສມີຂອງເຮົາ ແລະໄດ້ເຫັນການອັດສະຈັນທີ່ເຮົາໄດ້ກະທຳຢູ່ໃນປະເທດເອຢິບ ແລະໃນຖິ່ນກັນດານນັ້ນ ແຕ່ພວກເຂົາໄດ້ທົດລອງຄວາມອົດທົນພຍາຍາມຂອງເຮົາຫລາຍຄັ້ງ ທັງປະຕິເສດບໍ່ຍອມຟັງຄວາມເຮົາ 23 ພວກເຂົາຈະບໍ່ໄດ້ເຂົ້າໄປໃນແຜ່ນດິນທີ່ເຣົາໄດ້ສັນຍາໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຂົານັ້ນເລີຍ ຜູ້ທີ່ຫມິ່ນປະຫມາດເຮົາຈະບໍ່ມີໃຜໄດ້ເຂົ້າໄປໃນແຜ່ນດິນນັ້ນ 24 ແຕ່ວ່າ ຍ້ອນກາເລັບຜູ້ຮັບໃຊ້ຂອງເຮົາມີຈິດໃຈແຕກຕ່າງຄົນອື່ນ ແລະຍັງຄົງສັດຊື່ເຮົາຢູ່ ເຮົາຈຶ່ງຈະນຳເຂົາເຂົ້າໄປໃນແຜ່ນດິນທີ່ເຂົາໄດ້ໄປສຳລວດມາແລ້ວນັ້ນ ແລະເຊື້ອສາຍຂອງເຂົາຈະມີສິດເປັນເຈົ້າຂອງແຜ່ນດິນນັ້ນ 25 ຄືໃນຮ່ອມພູບ່ອນທີ່ອາມາເລກ ແລະຊາວການາອານຢູ່ໃນປະຈຸບັນນີ້ ດັ່ງນັ້ນ ໃນມື້ອື່ນຈົ່ງກັບຄືນເມືອໄປໃນຖິ່ນກັນດານຕາມສາຍທາງສູ່ທະເລແດງ
ພຣະຜູ້ເປັນເຈົ້າຊົງລົງໂທດໄພ່ພົນຂອງພຣະອົງຍ້ອນການຈົ່ມທຸກ
26 ແລ້ວພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊ ແລະອາໂຣນວ່າ, 27 “ຍັງອີກດົນປານໃດ ປະຊາຊົນທີ່ຊົ່ວຊ້າພວກນີ້ຈະເຊົາຈົ່ມທຸກຕໍ່ເຮົາ ເຣົາໄດ້ຍິນສຽງຂອງຄົນອິສຣາເອນຊຶ່ງຈົ່ມທຸກນີ້ມັນລົ້ນຫູເຮົາແລ້ວ 28 ເອົາລະໃຫ້ຕອບເຂົາດັ່ງນີ້ວ່າ ເຣົາມີຊີວິດຢູ່ສັນໃດ ເຮົາຂໍສາບານວ່າ ເຮົາຈະປະຕິບັດຕາມຄຳຮ້ອງຂໍຂອງພວກເຂົາສັນນັ້ນ ເຮົາຄື ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ 29 ພວກເຈົ້າຈະຕາຍ ແລະຊາກສົບຂອງພວກເຈົ້າຈະກະຈັດກະຈາຍໄປທົ່ວຖິ່ນກັນດານນີ້ ກໍຍ້ອນວ່າພວກເຈົ້າຈົ່ມທຸກໃສ່ເຮົາ ໃນຈຳນວນພວກເຈົ້ານັບຕັ້ງແຕ່ອາຍຸຊາວປີຂຶ້ນໄປຈະບໍ່ມີໃຜໄດ້ເຂົ້າໄປໃນແຜ່ນດິນນັ້ນ 30 ເຮົາໄດ້ສັນຍາໄວ້ວ່າຈະພາພວກເຈົ້າໄປໃນບ່ອນນັ້ນ ແຕ່ບໍ່ມີໃຜຈະໄດ້ໄປນອກຈາກ ກາເລັບ ແລະໂຢຊວຍເທົ່ານັ້ນ 31 ພວກເຈົ້າໄດ້ພາກັນເວົ້າວ່າ ພວກລູກຫລານຂອງພວກເຈົ້າຈະຕ້ອງຖືກຈັບ ແຕ່ວ່າເຮົາຈະນຳພວກເຈົ້າໄປຍັງແຜ່ນດິນບ່ອນທີ່ພວກເຈົ້າຈະບໍ່ຍອມໄປນັ້ນ 32 ຊຶ່ງບ່ອນນັ້ນຈະເປັນບ້ານເມືອງຂອງພວກເຂົາ ແຕ່ສ່ວນພວກເຈົ້າຊາກສົບຂອງພວກເຈົ້າຈະຖືກປະຖິ້ມໃນຖິ່ນກັນດານນີ້ 33 ແລະພວກລູກຂອງພວກເຈົ້າຈະເປັນຜູ້ລ້ຽງແກະໃນຖິ່ນກັນດານນີ້ເປັນເວລາສີ່ສິບປີ ພວກເຂົາຈະທຸກຍາກລຳບາກຈົນກວ່າຊາກສົບຂອງພວກເຈົ້າຈະເປື່ອຍເນົ່າໄປ 34 ຍ້ອນວ່າພວກເຈົ້າບໍ່ສັດຊື່ ພວກເຈົ້າໄດ້ໄປສຳລວດເບິ່ງແຜ່ນດິນເປັນເວລາສີ່ສິບວັນ ສະນັ້ນເຮົາຈະລົງໂທດເຈົ້າເປັນເວລາສີ່ສິບປີຍ້ອນວ່າພວກເຈົ້າບໍ່ເຊື່ອຟັງເຮົາ ແລ້ວພວກເຈົ້າຈີ່ງຈະຮູ້ວ່າຄວາມບໍ່ພໍໃຈຂອງເຮົາມີຄວາມຫມາຍສ່ຳໃດ 35 ເຮົາຂໍສາບານວ່າ ເຮົາຈະກະທຳດັ່ງນີ້ຕໍ່ພວກຄົນຊົ່ວຊ້າທີ່ຮ່ວມໃຈກັນຕໍ່ສູ້ເຮົາ ພວກເຈົ້າທຸກຄົນຈະຕ້ອງຕາຍຢູ່ໃນຖິ່ນກັນດານນີ້ ເຮົາພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” 36 ພວກທີ່ໂມເຊສົ່ງໄປສຳລວດເບິ່ງແຜ່ນດິນແລ້ວ ກັບມາຣາຍງານຂ່າວ ຊຶ່ງເປັນເຫດໃຫ້ປະຊາຊົນຈົ່ມທຸກໃສ່ໂມເຊນັ້ນ 37 ພຣະອົງໄດ້ຊົງທຳໃຫ້ພວກເຂົາຕາຍຍ້ອນໂຣກພັຍໄຂ້ເຈັບ 38 ດັ່ງນັ້ນ ໃນຈຳນວນນັກສືບສິບສອງຄົນນັ້ນຈຶ່ງມີແຕ່ໂຢຊວຍ ແລະກາເລັບເທົ່ານັ້ນທີ່ຍັງມີຊີວິດເຫລືອຢູ່
ປະເທດການາອານຖືກບຸກລຸກຄັ້ງທຳອິດ
39 ເມື່ອໂມເຊໄດ້ບອກຄົນອິສຣາເອນກ່ຽວກັບຖ້ອຍຄຳທີ່ພຣະຜູ້ເປັນເຈົ້າຊົງກ່າວນັ້ນ ພວກເຂົາກໍພາກັນໂສກເສົ້າເສັຽໃຈຫລາຍ 40 ດັ່ງນັ້ນ ໃນເວລາຮຸ່ງເຊົ້າຂອງວັນໃຫມ່ ຄົນອິສຣາເອນກໍອອກໄປຕີເສິກທາງພູນ້ອຍ ແລະເວົ້າວ່າ, “ດຽວນີ້ ຂ້າພະເຈົ້າທັງຫລາຍພ້ອມທີ່ຈະໄປຍັງບ່ອນທີ່ພຣະຜູ້ເປັນເຈົ້າຊົງບອກນັ້ນ ຂ້າພະເຈົ້າທັງຫລາຍຍອມຮັບວ່າຕົນເອງເປັນຄົນບາບແທ້” 41 ແຕ່ໂມເຊບອກວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ຟັງຄວາມພຣະຜູ້ເປັນເຈົ້າ ພວກເຈົ້າຈະບໍ່ມີຜົນສຳເຣັດດອກ 42 ບໍ່ຕ້ອງໄປເພາະວ່າພຣະຜູ້ເປັນເຈົ້າບໍ່ສະຖິດຢູ່ກັບພວກເຈົ້າ ສັດຕຣູຈະຊະນະພວກເຈົ້າ 43 ຍ້ອນວ່າພວກເຈົ້າບໍ່ຍອມຕິດຕາມພຣະຜູ້ເປັນເຈົ້າ ພຣະອົງຈຶ່ງບໍ່ຊົງສະຖິດຢູ່ກັບພວກເຈົ້າ ເມື່ອພວກເຈົ້າໄປປະເຊີນຫນ້າກັບພວກອາມາເລກ ແລະພວກການາອານໃນສະຫນາມຮົບ ພວກເຈົ້າຈະຕ້ອງຖືກຂ້າຕາຍ” 44 ແຕ່ພວກເຂົາກໍຍັງບັງອາດຂຶ້ນໄປຍັງພູນ້ອຍນັ້ນ ທັງໆທີ່ຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າ ແລະໂມເຊບໍ່ໄດ້ອອກຈາກຄ້າຍເລີຍ 45 ພວກອາມາເລກ ແລະພວກການາອານທີ່ຢູ່ໃນບ່ອນນັ້ນກໍໂຈມຕີ ແລະຊະນະພວກເຂົາພ້ອມທັງໄລ່ຕິດຕາມພວກເຂົາອອກໄປໄກທີ່ສຸດຈົນເຖິງເມືອງໂຮມາ
ກົດຫມາຍກ່ຽວກັບການຖວາຍບູຊາ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 ຈົ່ງກ່າວແກ່ຄົນອິສຣາເອນວ່າ ເມື່ອເຈົ້າທັງຫລາຍຈະເຂົ້າໃນແຜ່ນດິນທີ່ເຈົ້າຈະເຂົ້າອາໄສຢູ່ຊຶ່ງເຮົາໃຫ້ແກ່ເຈົ້ານັ້ນ 3 ຖ້າຜູ້ໃດຈະນຳເຄື່ອງຈາກຝູງງົວ ຫລືຈາກຝູງແບ້ ແກະໄປຖວາຍພຣະຜູ້ເປັນເຈົ້າເປັນເຄື່ອງບູຊາດ້ວຍໄຟ ຄືເຄື່ອງເຜົາບູຊາ ຫລືເຄື່ອງສັຕບູຊາ ເພື່ອແກ້ບົນ ຫລືເປັນເຄື່ອງບູຊາດ້ວຍໃຈສມັກ ຫລືໃນການລ້ຽງຕາມກຳນົດ ກະທຳໃຫ້ມີກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ 4 ກໍໃຫ້ຜູ້ນຳເຄື່ອງບູຊານັ້ນນຳທັນຍາບູຊາຖວາຍແດ່ພຣະຜູ້ເປັນເຈົ້າ ຄືຍອດແປ້ງນຶ່ງໃນສິບເອຟາ ປົນໃສ່ນ້ຳມັນນຶ່ງໃນສີ່ຮີນ 5 ແລະເຈົ້າຈົ່ງຈັດເຫລົ້າອະງຸ່ນນຶ່ງໃນສີ່ຮີນສຳລັບລູກແກະທຸກໂຕເປັນເຄື່ອງດື່ມເຜົາບູຊາຄູ່ກັບເຄື່ອງສັຕບູຊາ 6 ຫລືສຳລັບແກະເຖິກໂຕນຶ່ງ ເຈົ້າຈົ່ງຈັດທັນຍາບູຊາດ້ວຍຍອດແປ້ງສອງໃນສິບເອຟາ ປົນໃສ່ນ້ຳມັນນຶ່ງໃນສາມຮີນ 7 ແລະສຳລັບເປັນເຄື່ອງດື່ມບູຊາ ເຈົ້າຈົ່ງຖວາຍເຫລົ້າອະງຸ່ນນຶ່ງໃນສາມຮີນໃຫ້ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ 8 ເມື່ອເຈົ້າຈັດງົວເຖິກເປັນເຄື່ອງເຜົາບູຊາ ຫລືເປັນເຄື່ອງສັຕບູຊາ ເພື່ອແກ້ບົນ ຫລືໃຫ້ເປັນສານຕິ ບູຊາແດ່ພຣະຜູ້ເປັນເຈົ້າ 9 ກໍໃຫ້ນຳທັນຍາບູຊາມີຍອດແປ້ງສາມໃນສິບເອຟາປົນໃສ່ນ້ຳມັນເຄິ່ງຮີນມາບູຊາພ້ອມກັບງົວເຖິກນັ້ນ 10 ແລະໃຫ້ນຳເຄື່ອງດື່ມບູຊາມີເຫລົ້າອະງຸ່ນເຄິ່ງຮີນໃຫ້ເປັນການບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ 11 ຈົ່ງກະທຳຢ່າງນີ້ສຳລັບງົວເຖິກ ຫລືແກະເຖິກທຸກຕົວ ຫລືສຳລັບລູກແກະເຖິກ ຫລືລູກແບ້ທຸກໂຕ 12 ຕາມຈຳນວນສັດທີ່ຈັດມາ ຈົ່ງກະທຳຕາມສ່ວນນີ້ແກ່ສັດທຸກໆໂຕ 13 ບັນດາຊາວພື້ນເມືອງຕ້ອງກະທຳຢ່າງນີ້ທຸກຄົນ ເມື່ອຈະຖວາຍເຄື່ອງບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ 14 ຖ້າຄົນຕ່າງດ້າວທີ່ມາອາໄສຢູ່ກັບເຈົ້າ ຫລືຄົນນຶ່ງຄົນໃດຖ້າມກາງເຈົ້າຕລອດຊົ່ວເຊື້ອສາຍຂອງເຈົ້າຢາກຈະຖວາຍເຄື່ອງບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ ກໍໃຫ້ເຂົາທັງຫລາຍກະທຳເຫມືອນເຈົ້າທັງຫລາຍໄດ້ກະທຳນັ້ນ 15 ຈະຕ້ອງມີກົດເກນຢ່າງດຽວກັນສຳລັບຊຸມນຸມຊົນ ແລະສຳລັບຄົນຕ່າງດ້າວຜູ້ມາອາໄສຢູ່ກັບເຈົ້າ ເປັນກົດເກນຖາວອນຕລອດຊົ່ວເຊື້ອສາຍຂອງເຈົ້າ ຄືເຈົ້າເປັນຢ່າງໃດຄົນຕ່າງດ້າວກໍເປັນຢ່າງນັ້ນຕໍ່ພຣະພັກພຣະຜູ້ເປັນເຈົ້າ 16 ຈະຕ້ອງມີບັນຍັດຢ່າງດຽວກັນ ແລະກົດຫມາຍຢ່າງດຽວກັນສຳລັບເຈົ້າ ແລະກົດຫມາຍຢ່າງດຽວກັນສຳລັບເຈົ້າ ແລະສຳລັບຄົນຕ່າງດ້າວທີ່ມາອາໄສຢູ່ກັບເຈົ້າ” 17 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂມເຊວ່າ, 18 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ເມື່ອເຈົ້າທັງຫລາຍມາເຖິງແຜ່ນດິນທີ່ເຮົາຈະພາເຈົ້າໄປ 19 ແລະເມື່ອເຈົ້າຮັບປະທານອາຫານແຫ່ງແຜ່ນດິນນັ້ນ ເຈົ້າຈົ່ງນຳເຄື່ອງບູຊາຖວາຍແດ່ພຣະຜູ້ເປັນເຈົ້າ 20 ຈົ່ງເອົາແປ້ງປຽກສ່ວນນຶ່ງທີ່ເຈົ້າເຮັດໃຫມ່ ທຳຂະຫນົມກ້ອນນຶ່ງຖວາຍເປັນເຄື່ອງບູຊາ ເປັນເຄື່ອງບູຊາທີ່ໄດ້ຈາກລານນວດເຂົ້າ ເຈົ້າຈົ່ງຖວາຍເຊັ່ນວ່ານີ້ 21 ຈົ່ງເອົາແປ້ງປຽກສ່ວນນຶ່ງທີ່ເຈົ້າເຮັດໃຫມ່ຖວາຍເປັນເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າຕລອດຊົ່ວເຊື້ອສາຍຂອງເຈົ້າ 22 “ຖ້າເຈົ້າທັງຫລາຍໄດ້ປະຕິບັດຜິດ ບໍ່ໄດ້ຮັກສາພຣະບັນຍັດເຫລົ່ານີ້ທຸກປະການ ຊຶ່ງພຣະຜູ້ເປັນເຈົ້າໄດ້ສັ່ງແກ່ໂມເຊ 23 ທຸກປະການຊຶ່ງພຣະຜູ້ເປັນເຈົ້າຊົງບັນຊາໄວ້ທາງໂມເຊ ຕັ້ງແຕ່ວັນທີ່ພຣະຜູ້ເປັນເຈົ້າປະທານພຣະບັນຊາ ແລະຕໍ່ໆໄປຕລອດຊົ່ວເຊື້ອສາຍຂອງເຈົ້າ 24 ແລ້ວຖ້າປະຊາຊົນໄດ້ກະທຳຜິດໂດຍບໍ່ເຈຕນາ ໂດຍທີ່ຊຸມນຸມຊົນບໍ່ຮູ້ເຫັນ ຊຸມນຸມຊົນທັງຫມົດຕ້ອງຖວາຍລູກງົວເຖິກໂຕນຶ່ງເປັນເຄື່ອງເຜົາບູຊາໃຫ້ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ ພ້ອມກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນຕາມກົດຫມາຍ ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ 25 ແລະໃຫ້ປະໂຣຫິດທຳການລົບມົນທິນບາບໃຫ້ແກ່ຊຸມນຸມຊົນອິສຣາເອນທັງຫມົດແລະເຂົາທັງຫລາຍຈະໄດ້ຮັບອະພັຍໂທດ ເພາະເປັນການຜິດ ແລະເຂົາໄດ້ນຳເຄື່ອງບູຊາຂອງເຂົາມາຖວາຍດ້ວຍໄຟແດ່ພຣະຜູ້ເປັນເຈົ້າ ແລະຖວາຍເຄື່ອງບູຊາໄຖ່ບາບຕໍ່ພຣະພັກພຣະຜູ້ເປັນເຈົ້າ ເພາະຄວາມຜິດຂອງເຂົາ 26 ແລະຊຸມນຸມຊົນອິສຣາເອນທັງຫມົດຈະໄດ້ຮັບອະພັຍໂທດ ພ້ອມກັບຄົນຕ່າງດ້າວຜູ້ຢູ່ຖ້າມກາງເຂົາທັງຫລາຍ ເພາະວ່າພົນລະເມືອງທັງຫມົດກ່ຽວພັນກັບຄວາມຜິດນັ້ນອັນເກີດຂຶ້ນໂດຍເຈຕນາ 27 “ຖ້າບຸກຄົນຄົນນຶ່ງກະທຳຜິດໂດຍບໍ່ຮູ້ຕົວ ກໍໃຫ້ຜູ້ນັ້ນເອົາແບ້ແມ່ອາຍຸນຶ່ງປີໄປເປັນເຄື່ອງບູຊາໄຖ່ບາບ 28 ແລະໃຫ້ປະໂຣຫິດກະທໍາການລົບມົນທິນບາບຕໍ່ພຣະຜູ້ເປັນເຈົ້າໃຫ້ບຸກຄົນຜູ້ກະທຳຜິດນັ້ນເມື່ອເຂົາກະທຳບາບໂດຍບໍ່ຮູ້ຕົວເພື່ອທຳການລົບມົນທິນບາບເຂົາເສັຽ ແລະເຂົາຈະໄດ້ຮັບອະພັຍໂທດ 29 ໃຫ້ເຈົ້າມີບັນຍັດຢ່າງດຽວສຳລັບຜູ້ກະທຳຜິດໂດຍບໍ່ຮູ້ຕົວ ຄືຄົນອິສຣາເອນຜູ້ເປັນຊາວພື້ນເມືອງ ແລະຜູ້ເປັນຄົນຕ່າງດ້າວທີ່ຢູ່ຖ້າມກາງເຂົາ 30 ແຕ່ບຸກຄົນໃດໆບັງອາດກະທຳຜິດ ເຂົາເປັນຄົນພື້ນເມືອງ ຫລືຄົນຕ່າງດ້າວກໍດີ ຜູ້ນັ້ນຫມິ່ນປະຫມາດ ພຣະຜູ້ເປັນເຈົ້າ ໃຫ້(ອະເປຫິ)ຕັດຂາດຜູ້ນັ້ນເສັຽຈາກຊົນຊາດຂອງຕົນ 31 ເພາະເຂົາໄດ້ຫມີ່ນປະຫມາດພຣະດຳຣັດຂອງພຣະຜູ້ເປັນເຈົ້າ ແລະຂັດຂືນພຣະບັນຊາຂອງພຣະອົງ ໃຫ້(ອະເປຫິ) ຕັດຂາດຜູ້ນັ້ນໂລດ ໃຫ້ເຂົາຮັບໂທດຂອງຕົນ
ເອົາຫີນແກ່ວງໃສ່ຄົນທີ່ລະເມີດວັນສະບາໂຕ
32 ຂນະເມື່ອຄົນອິສຣາເອນຢູ່ໃນຖິ່ນກັນດານ ເຂົາພົບຄົນນຶ່ງໄປເກັບຟືນໃນວັນສະບາໂຕ 33 ຜູ້ທີ່ພົບເຂົາເກັບຟືນກໍພາເຂົາມາຫາໂມເຊ ແລະອາໂຣນ ແລະມາຫາຊຸມນຸມຊົນທັງຫມົດ 34 ເຂົາຈຶ່ງຈຳຄົນນັ້ນໄວ້ ເພາະຍັງບໍ່ແຈ້ງວ່າຈະທຳຢ່າງໃດແກ່ເຂົາ 35 ແລະພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, “ຊາຍຜູ້ນັ້ນຕ້ອງເຖິງຕາຍ ຊຸມນຸມຊົນຕ້ອງເອົາຫີນແກ່ວງໃສ່ເຂົາທີ່ນອກຄ້າຍ” 36 ແລະຊຸມນຸມຊົນທັງຫມົດຈຶ່ງພາເຂົາມານອກຄ້າຍ ແລະເອົາຫີນແກ່ວງໃສ່ເຂົາຈົນຕາຍ ຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊ
ກົດກ່ຽວກັບຍອຍເສື້ອຄຸມ
37 ພຣະຜູ້ເປັນເຈົ້າກ່າວຕໍ່ໂມເຊວ່າ, 38 “ຈົ່ງເວົ້າກັບຄົນອິສຣາເອນ ແລະສັ່ງເຂົາໃຫ້ທຳຍອຍໃສ່ແຈຂອງເຄື່ອງນຸ່ງຕລອດຊົ່ວເຊື້ອສາຍຂອງເຂົາ ໃຫ້ເອົາດ້າຍສີຟ້າຕິດຍອຍທີ່ແຈທຸກແຈ 39 ເພື່ອເຈົ້າຈະມອງເບິ່ງຍ່ອຍນັ້ນ ແລະຈົດຈຳພຣະບັນຊາທັງສິ້ນຂອງພຣະຜູ້ເປັນເຈົ້າ ແລະປະຕິບັດຕາມ ເພື່ອເຈົ້າຈະບໍ່ກະທຳສິ່ງໃດຕາມຄວາມພໍໃຈພໍຕາຂອງເຈົ້າຊຶ່ງເຈົ້າມັກຫລົງຕາມນັ້ນ 40 ເພື່ອວ່າເຈົ້າຈະຈົດຈຳ ແລະກະທຳຕາມບັນຊາທັງສິ້ນຂອງເຮົາ ແລະເປັນຄົນບໍຣິສຸດແດ່ພຣະຜູ້ເປັນເຈົ້າຂອງເຈົ້າ 41 ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ຜູ້ນຳເຈົ້າອອກຈາກແຜ່ນດິນເອຢິບ ເພື່ອເປັນພຣະຜູ້ເປັນເຈົ້າຂອງເຈົ້າ ເຮົາຄື ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ”
ການກະບົດຂອງໂກຣາດາທານແລະອາບີຣາມ
1 ໂກຣາ ບຸດອິສຮາ ບຸດໂກຮາດ ຜູ້ເປັນບຸດເລວີ ກັບດາທານ ແລະອາບີຮາມ ບຸດເອບີອາບ ແລະໂອນ ບຸດເປເລັດ ບຸດຣູເບນ ພາຄົນໄປ 2 ແລະໄປຢືນຕໍ່ຫນ້າໂມເຊ ພ້ອມກັບຄົນອິສຣາເອນຈຳນວນນຶ່ງ ເປັນຜູ້ນຳຂອງຊຸມນຸມຊົນມີສອງຮ້ອຍຫ້າສິບຄົນທີ່ເລືອກມາຈາກທີ່ປະຊຸມ ເປັນຄົນມີຊື່ 3 ແລະເຂົາທັງຫລາຍມາປະຊຸມກັນຕໍ່ໂມເຊ ຕໍ່ອາໂຣນ ກ່າວແກ່ທ່ານທັງສອງວ່າ, “ທ່ານທຳເກີນເຫດໄປ ເພາະວ່າຊຸມນຸມຊົນທັງຫມົດກໍບໍຣິສຸດທຸກໆຄົນ ແລະພຣະຜູ້ເປັນເຈົ້າຊົງສະຖິດຖ້າມກາງເຂົາ ເຫດໃດທ່ານຈຶ່ງຖືຕົວເຫນືອທີ່ປະຊຸມແຫ່ງພຣະຜູ້ເປັນເຈົ້າ” 4 ຄັນໂມເຊໄດ້ຍິນກໍຊົບຫນ້າລົງເຖິງດິນ 5 ທ່ານຈຶ່ງເວົ້າກັບໂກຣາ ແລະພັກພວກຂອງເຂົາວ່າ, “ມື້ອື່ນເຊົ້າ ພຣະຜູ້ເປັນເຈົ້າຈະຊົງສຳແດງໃຫ້ເຫັນວ່າ ຜູ້ໃດເປັນຂອງພຣະອົງ ແລະໃຜເປັນຄົນບໍຣິສຸດ ແລະຈະຊົງໃຫ້ຜູ້ນັ້ນເຂົ້າໃກ້ພຣະອົງ ຜູ້ໃດທີ່ພຣະອົງຊົງເລືອກ ພຣະອົງຈະຊົງໃຫ້ເຂົ້າໄປໃກ້ພຣະອົງ 6 ຈົ່ງກະທຳຢ່າງນີ້ ໃຫ້ໂກຣາ ແລະພັກພວກຂອງເຂົານຳຫມໍ້ຂາງໄຟມາ 7 ຈົ່ງເອົາໄຟໃສ່ ແລະໃສ່ເຄື່ອງຫອມຕໍ່ພຣະພັກພຣະຜູ້ເປັນເຈົ້າໃນມື້ອື່ນນີ້ ຜູ້ໃດທີ່ພຣະຜູ້ເປັນເຈົ້າຊົງເລືອກກໍຈະເປັນຄົນບໍຣິສຸດ ບຸດຂອງເລວີເອີຍ ທ່ານທັງຫລາຍໄດ້ກະທຳເກີນເຫດໄປ” 8 ແລະໂມເຊເວົ້າກັບໂກຣາວ່າ, “ພວກທ່ານຜູ້ເປັນບຸດຂອງເລວີຈົ່ງຟັງ 9 ເປັນເຣື່ອງເລັກນ້ອຍສຳລັບທ່ານຢູ່ຫລື ຊຶ່ງພຣະຜູ້ເປັນເຈົ້າແຫ່ງອິສຣາເອນໄດ້ແຍກທ່ານໃຫ້ມາໃກ້ພຣະອົງ ໃຫ້ປະຕິບັດງານໃນຫໍເຕັນສັກສິດຂອງພຣະຜູ້ເປັນເຈົ້າ ແລະຢືນຢູ່ຕໍ່ຫນ້າຊຸມນຸມຊົນເພື່ອບົວລະບັດພຣະອົງ 10 ແລະພຣະອົງຊົງນຳທ່ານມາໃກ້ພຣະອົງຮ່ວມທັງພີ່ນ້ອງທັງສິ້ນຂອງທ່ານ ຄືລູກຫລານຂອງເລວີ ທ່ານທັງຫລາຍສແວງຫາຕຳແຫນ່ງປະໂຣຫິດດ້ວຍຫລື 11 ເພາະສະນັ້ນທີ່ທ່ານ ແລະພັກພວກຂອງທ່ານໄດ້ປະຊຸມກັນກໍເປັນການຕໍ່ສູ້ພຣະຜູ້ເປັນເຈົ້າ ສ່ວນອາໂຣນເປັນຫຍັງ ທ່ານຈຶ່ງໄດ້ຈົ່ມໃຫ້ເຂົາ” 12 ໂມເຊໃຊ້ໃຫ້ໄປເອີ້ນດາທານ ແລະອາບີຣາມ ບຸດເອລີອາບ ເຂົາທັງສອງວ່າ, “ເຮົາບໍ່ຂື້ນໄປ 13 ເປັນການເລັກນ້ອຍຢູ່ຫລືທີ່ທ່ານນຳພວກເຮົາຈາກແຜ່ນດິນທີ່ມີນ້ຳນົມແລະນ້ຳເຜີ້ງໄຫລບໍຣິບູນ ເພື່ອຈະຂ້າພວກເຮົາເສັຽໃນຖິ່ນກັນດານ ແລະທ່ານຈະໄດ້ຕັ້ງຕົວຂຶ້ນເປັນເຈົ້ານາຍເຫນືອພວກເຣົາດ້ວຍ 14 ນອກຈາກນີ້ ທ່ານບໍ່ໄດ້ນຳພວກເຣົາເຂົ້າໄປຍັງແຜ່ນດິນທີ່ມີນ້ຳນົມ ແລະນ້ຳເຜີ້ງໄຫລບໍຣິບູນ ບໍ່ໄດ້ໃຫ້ພວກເຮົາຮັບທີ່ນາຫລືສວນອະງຸ່ນເປັນມໍຣະດົກ ທ່ານຈະຄວັກຕາຄົນເຫລົ່ານີ້ອອກເສັຽຫລື ເຮົາບໍ່ຂຶ້ນໄປ” 15 ໂມເຊໃຈຮ້າຍແລະກາບທູນພຣະຜູ້ເປັນເຈົ້າວ່າ, “ຂໍຢ່າຊົງໂປດປານເຄື່ອງບູຊາຂອງເຂົາເລີຍ ຂ້າພຣະອົງບໍ່ໄດ້ເອົາລໍຂອງເຂົາມາຈັກໂຕນຶ່ງ ແລະຂ້າພຣະອົງບໍ່ໄດ້ທຳອັນຕະຣາຍເຂົາຈັກຄົນດຽວ” 16 ແລະໂມເຊເວົ້າກັບໂກຣາວ່າ, “ຕົວທ່ານ ແລະພັກພວກຂອງທ່ານຈົ່ງເຂົ້າເຝົ້າພຣະຜູ້ເປັນເຈົ້າໃນມື້ອື່ນເຊົ້າ ທັງຕົວທ່ານ ພັກພວກຂອງທ່ານ ແລະອາໂຣນ 17 ໃຫ້ທຸກຄົນນຳຫມໍ້ຂາງໄຟຂອງຕົນໄປ ໃສ່ເຄື່ອງຫອມໃນນັ້ນ ໃຫ້ທຸກຄົນນຳຫມໍ້ຂາງໄຟເຂົ້າເຝົ້າຕໍ່ພຣະຜູ້ເປັນເຈົ້າ ມີຫມໍ້ຂາງໄຟສອງຮ້ອຍຫ້າສິບດ້ວຍກັນ ຕົວທ່ານດ້ວຍ ແລະອາໂຣນ ຕ່າງຈົ່ງເອົາຫມໍ້ຂາງໄຟຂອງຕົນໄປ” 18 ດັ່ງນັ້ນທຸກຄົນຈຶ່ງນຳຫມໍ້ຂາງໄຟເຂົາ ຕ່າງເອົາໄຟໃສ່ແລະເອົາເຄື່ອງຫອມໃສ່ ແລະເຂົາໄປຢືນຢູ່ທີ່ທາງເຂົ້າເຕັນນັດພົບ ພ້ອມກັບໂມເຊແລະອາໂຣນ 19 ໂກຣາກໍຮ່ວມຊຸມນຸມຊົນທີ່ທາງເຂົ້າເຕັນນັດພົບປະຈັນຫນ້າເຂົາທັງສອງ ແລະພຣະສະງ່າຣາສີຂອງພຣະຜູ້ເປັນເຈົ້າກໍປາກົດຕໍ່ຊຸມນຸມຊົນ 20 ພຣະຜູ້ເປັນເຈົ້າຕຣັສກັບໂມເຊ ແລະອາໂຣນວ່າ, 21 “ຈົ່ງແຍກຕົວເສັຽອອກຈາກຊຸມນຸມຊົນນີ້ ເພື່ອເຮົາຈະຜານເຂົາເສັຽໃນພິບຕາດຽວ” 22 ເຂົາທັງສອງກົ້ມຫນ້າລົງເຖິງດິນກາບທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຜູ້ຊົງເປັນພຣະເຈົ້າແຫ່ງຈິດວິນຍານຂອງມະນຸດທັງສິ້ນ ເມື່ອຄົນດຽວກະທຳຜິດ ພຣະອົງຈະພິໂຣດແກ່ຊຸມນຸມຊົນທັງຫມົດຫລື” 23 ພຣະຜູ້ເປັນເຈົ້າໄດ້ສັ່ງກັບໂມເຊວ່າ, 24 “ຈົ່ງກ່າວແກ່ຊຸມນຸມວ່າ ຈົ່ງໄປໃຫ້ຫ່າງທີ່ຢູ່ຂອງໂກຣາ ດາທານ ແລະອາບີຣາມ” 25 ແລ້ວໂມເຊລຸກຂຶ້ນໄປຫາດາທານ ແລະອາບີຣາມ ແລະພວກຜູ້ໃຫຍ່ແຫ່ງອິສຣາເອນກໍຕາມທ່ານໄປ 26 ໂມເຊຈຶ່ງກ່າວແກ່ຊຸມນຸມຊົນນັ້ນວ່າ, “ທ່ານທັງຫລາຍອອກໄປເສັຽໃຫ້ຫ່າງຈາກເຕັນຂອງຄົນຊົ່ວເຫລົ່ານີ້ ຢ່າແຕະຕ້ອງສິ່ງໃດຂອງເຂົາເລີຍ ຢ້ານວ່າທ່ານທັງຫລາຍຈະຕ້ອງຖືກກວາດໄປກັບບັນດາການບາບຂອງເຂົາດ້ວຍ” 27 ດັ່ງນັ້ນເຂົາທັງຫລາຍກໍອອກໄປໃຫ້ຫ່າງຈາກທີ່ຢູ່ຂອງໂກຣາ ດາທານ ແລະອາບີຣາມ ແລະດາທານກັບອາບີຣາມອອກມາຢືນຢູ່ທີ່ປະຕູເຕັນຂອງຕົນ ພ້ອມກັບເມັຽ ບຸດຊາຍ ແລະລູກນ້ອຍຂອງເຂົາ 28 ແລະໂມເຊເວົ້າວ່າ, “ດັ່ງນີ້ແຫລະ ທ່ານທັງຫລາຍຈະໄດ້ຊາບວ່າ ພຣະຜູ້ເປັນເຈົ້າໃຊ້ໃຫ້ຂ້າພະເຈົ້າມາກະທຳການທັງສິ້ນນີ້ ຂ້າພະເຈົ້າບໍ່ໄດ້ກະທຳຕາມອຳເພີໃຈຂ້າພະເຈົ້າເອງ 29 ຖ້າຄົນເຫລົ່ານີ້ຕາຍຢ່າງຄົນທຳມະດາມາຢ້ຽມເຍືອນເຂົາ ກໍຫມາຍວ່າພຣະຜູ້ເປັນເຈົ້າບໍ່ໄດ້ຊົງໃຊ້ຂ້າພະເຈົ້າມາ 30 ແຕ່ຖ້າພຣະຜູ້ເປັນເຈົ້າບັນດານສິ່ງໃຫມ່ເກີດຂຶ້ນ ແລະແຜ່ນທໍຣະນີອ້າປາກກືນຄົນເຫລົ່ານີ້ເຂົ້າໄປ ພ້ອມກັບສິ່ງຂອງທັງຫມົດຂອງເຂົາ ແລະເຂົາທັງຫລາຍລົງໄປສູ່ແດນຜູ້ຕາຍທັງເປັນ ທ່ານທັງຫລາຍຈົ່ງຊາບເຖີດວ່າຄົນເຫລົ່ານີ້ໄດ້ຫມິ່ນປະຫມາດພຣະຜູ້ເປັນເຈົ້າ” 31 ເມື່ອທ່ານກ່າວຄຳເຫລົ່ານີ້ຈົບແຜ່ນດິນໃຕ້ບ່ອນທີ່ເຂົາເຫລົ່ານັ້ນຢືນຢູ່ກໍແຍກອອກ 32 ແລະແຜ່ນທໍຣະນີກໍອ້າປາກອອກກືນເຂົາທັງຫລາຍກັບຄອບຄົວ ແລະບັນດາຄົນຂອງໂກຣາ ແລະສິ່ງຂອງທັງຫມົດຂອງເຂົາ 33 ດັ່ງນັ້ນເຂົາທັງຫລາຍພ້ອມກັບສິ່ງຂອງທັງຫມົດຂອງເຂົາລົງໄປສູ່ແດນຄົນຕາຍທັງເປັນ ແລະແຜ່ນດິນກໍກືນເຂົາໄວ້ ແລະເຂົາທັງຫລາຍກໍພິນາດເສັຽຈາກຖ້າມກາງທີ່ປະຊຸມ 34 ອິສຣາເອນທັງຫມົດທີ່ຢູ່ອ້ອມເຂົາໄດ້ຍິນສຽງຮ້ອງຂອງເຂົາກໍຫນີໄປ ເພາະເຂົາກ່າວວ່າ “ຢ້ານວ່າທໍຣະນີຈະກືນເຮົາເສັຽ” 35 ແລະໄຟອອກມາຈາກພຣະຜູ້ເປັນເຈົ້າ ເຜົາຜານຄົນທັງສອງຮ້ອຍຫ້າສິບທີ່ໄດ້ຖວາຍເຄື່ອງຫອມນັ້ນເສັຽ
ຫມໍ້ຂາງໄຟ
36 ແລ້ວພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 37 “ຈົ່ງບອກເອເລອາຊາ ບຸດອາໂຣນປະໂຣຫິດ ໃຫ້ເອົາຫມໍ້ຂາງໄຟອອກເສັຽຈາກແປວໄຟ ແລະເຈົ້າຈົ່ງກະຈາຍກ້ອນໄຟອອກຫ່າງໆກັນ ເພາະຫມໍ້ຂາງໄຟເຫລົ່ານັ້ນບໍຣິສຸດ 38 ຄືຫມໍ້ຂາງຂອງຄົນເຫລົ່ານີ້ທີ່ໄດ້ກະທຳບາບຈົນເຖິງເສັຽຊີວິດນັ້ນ ຈົ່ງເອົາຄ້ອນຕີແຜ່ທຳເປັນແຜ່ນຄຸມແທ່ນບູຊາ ເພາະໄດ້ຖວາຍຫມໍ້ຂາງເຫລົ່ານັ້ນແດ່ພຣະຜູ້ເປັນເຈົ້າ ຈຶ່ງເປັນສິ່ງບໍຣິສຸດ ດັ່ງນັ້ນສິ່ງເຫລົ່ານີ້ຈະເປັນຫມາຍສຳຄັນແກ່ຄົນອິສຣາເອນ” 39 ດັ່ງນັ້ນປະໂຣຫິດເອເລອາຊາຈຶ່ງນຳຫມໍ້ຂາງໄຟທອງສຳຣິດ ຊຶ່ງຜູ້ທີ່ຖືກໄຟເຜົານຳໄປບູຊາມາຕີແຜ່ອອກເປັນແຜ່ນຄຸມແທ່ນບູຊາ 40 ໃຫ້ເປັນເຄື່ອງເຕືອນໃຈຄົນອິສຣາເອນ ເພື່ອວ່າຄົນສາມັນຜູ້ທີ່ບໍ່ແມ່ນເປັນເຜົ່າເຊື້ອສາຍຂອງອາໂຣນ ຈະບໍ່ໄດ້ເຂົ້າໄປເຜົາເຄື່ອງຫອມຖວາຍພຣະຜູ້ເປັນເຈົ້າ ຢ້ານວ່າຈະເປັນຢ່າງໂກຣາ ແລະພັກພວກຂອງເຂົາ ດັ່ງທີ່ພຣະຜູ້ເປັນເຈົ້າກ່າວກັບເອເລອາຊາຜ່ານທາງໂມເຊ 41 ມື້ຕໍ່ມາຊຸມນຸມຊົນອິສຣາເອນກໍຈົ່ມທຸກຕໍ່ໂມເຊ ແລະອາໂຣນວ່າ, “ທ່ານໄດ້ປະຫານຊີວິດຄົນຂອງພຣະຜູ້ເປັນເຈົ້າເສັຽ” 42 ແລະເມື່ອຊຸມນຸມຊົນມາປະຊຸມປະຈັນຫນ້າໂມເຊ ແລະອາໂຣນ ເຂົາຫັນຫນ້າມາສູ່ເຕັນນັດພົບ ແລະເບິ່ງແມ໋, ເມກມາຄຸມເຕັນນັ້ນ ແລະພຣະສະງ່າຣາສີຂອງພຣະຜູ້ເປັນເຈົ້າກໍປາກົດ 43 ໂມເຊ ກັບອາໂຣນຈຶ່ງມາຫນ້າເຕັນນັດພົບ 44 ແລະພຣະຜູ້ເປັນເຈົ້າໄດ້ສັ່ງໂມເຊວ່າ, 45 “ຈົ່ງອອກໄປເສັຽຈາກຖ້າມກາງປະຊຸມຊົນນີ້ ເພື່ອເຮົາຈະຜານເຂົາທັງຫລາຍເສັຽໃນພິບຕາດຽວ” ແລະທ່ານທັງສອງກໍກົ້ມຫນ້າລົງເຖິງດິນ 46 ໂມເຊເວົ້າກັບອາໂຣນວ່າ, “ຈົ່ງເອົາຫມໍ້ຂາງໄຟຂອງທ່ານ ເອົາໄຟຈາກແທ່ນບູຊາໃສ່ໄວ້ ແລ້ວໃສ່ເຄື່ອງຫອມຮີບນຳໄປທີ່ຊຸມນຸມຊົນທຳການລົບມົນທິນບາບຂອງຊຸມນຸມຊົນນັ້ນເສັຽ ເພາະພຣະພິໂຣດພຸ່ງອອກມາຈາກພຣະຜູ້ເປັນເຈົ້າແລ້ວ ໄພວິບັດໄດ້ບັງເກີດຂຶ້ນ” 47 ອາໂຣນຈຶ່ງນຳຫມໍ້ຂາງໄຟດັ່ງທີ່ໂມເຊບອກ ແລ່ນເຂົ້າໄປຖ້າມກາງທີ່ປະຊຸມ ແລະໄພວິບັດໄດ້ບັງເກີດຂຶ້ນແກ່ປະຊາຊົນແລ້ວ ແລະທ່ານໄດ້ໃສ່ເຄື່ອງຫອມແລະທຳການລົບມົນທິນບາບຂອງປະຊາຊົນ 48 ທ່ານໄດ້ຢືນຢູ່ລະຫວ່າງຄົນຕາຍກັບຄົນເປັນ ແລະໄພວິບັດນັ້ນກໍຖືກລະງັບແລ້ວ 49 ບັນດາຄົນທີ່ຕາຍດ້ວຍໄພວິບັດມີນຶ່ງຫມື່ນສີ່ພັນເຈັດຮ້ອຍຄົນ ບໍ່ນັບຄົນທີ່ຕາຍດ້ວຍເຣື່ອງຂອງໂກຣາ 50 ເມື່ອໄພວີບັດຖືກລະງັບແລ້ວ ອາໂຣນກໍກັບໄປຫາໂມເຊທາງເຂົ້າເຕັນນັດພົບ
ໄມ້ເທົ້າຂອງອາໂຣນ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງເວົ້າກັບຄົນອິສຣາເອນ ແລະເອົາໄມ້ເທົ້າມາຈາກເຂົາ ເຜົ່າລະອັນຈາກຫົວຫນ້າທຸກຄົນຕາມເຜົ່າ ເປັນໄມ້ເທົ້າສິບສອງອັນ ຂຽນຊື່ຊາຍເຈົ້າຂອງໄມ້ໄວ້ເທິງໄມ້ເທົ້າທຸກອັນ 3 ຂຽນຊື່ຂອງອາໂຣນໄວ້ເທິງໄມ້ເທົ້າຂອງຄົນເຜົ່າເລວີ ເພາະຈະມີໄມ້ເທົ້າອັນດຽວສຳລັບຫົວຫນ້າເຜົ່ານຶ່ງ 4 ຈົ່ງວາງໄມ້ເທົ້າເຫລົ່ານັ້ນໄວ້ໃນເຕັນນັດພົບ ຕໍ່ຫນ້າພຣະໂອວາດທີ່ຊຶ່ງເຮົາພົບກັບເຈົ້າທັງຫລາຍ 5 ແລະໄມ້ເທົ້າຂອງຊາຍຜູ້ທີ່ເຮົາໂຜດເລືອກນັ້ນຈະງອກ ເຊັ່ນນີ້ເຮົາຈະກະທຳໃຫ້ສຽງຈົ່ມຂອງຄົນອິສຣາເອນ ຊຶ່ງເຂົາຈົ່ມຕໍ່ເຈົ້າສງົບລົງເສັຽຈາກເຮົາ” 6 ໂມເຊຈຶ່ງສັ່ງຄົນອິສຣາເອນ ແລະຫົວຫນ້າຂອງທ່ານທຸກຄົນກໍມອບໄມ້ເທົ້າແກ່ທ່ານຄົນລະອັນຕາມເຜົ່າເປັນໄມ້ເທົ້າສິບສອງອັນ ແລະໄມ້ເທົ້າຂອງອາໂຣນກໍຢູ່ໃນໄມ້ເທົ້າເຫລົ່ານັ້ນດ້ວຍ 7 ແລະໂມເຊວາງໄມ້ເທົ້າເຫລົ່ານັ້ນຕໍ່ພຣະຜູ້ເປັນເຈົ້າທີ່ໃນເຕັນພຣະໂອວາດ 8 ມື້ຕໍ່ມາໂມເຊໄດ້ເຂົ້າໄປໃນເຕັນພຣະໂອວາດ ເບິ່ງແມ໋, ໄມ້ເທົ້າຂອງອາໂຣນສຳລັບເຜົ່າເຊື້ອສາຍເລວີໄດ້ງອກມີດອກຕູມແລະດອກບານ ແລະເກີດຫມາກອັນໂມນສຸກຕິດຢູ່ດ້ວຍ 9 ແລ້ວໂມເຊນຳໄມ້ເທົ້າທັງຫມົດຈາກທີ່ຕົງພຣະພັກພຣະຜູ້ເປັນເຈົ້າມາຍັງຄົນອິສຣາເອນ ເຂົາໄດ້ກວດເບິ່ງ ແລະທຸກຄົນກໍນຳໄມ້ເທົ້າຂອງຕົນໄປ 10 ພຣະຜູ້ເປັນເຈົ້າໄດ້ກ່າວກັບໂມເຊວ່າ, “ຈົ່ງນຳໄມ້ເທົ້າຂອງອາໂຣນກັບໄປວາງໄວ້ທີ່ພຣະໂອວາດ ເກັບໄວ້ເປັນຫມາຍສຳຄັນສຳລັບເຕືອນພວກກະບົດ ເພື່ອເຈົ້າຈະໃຫ້ເຂົາທັງຫລາຍຍຸຕິການຈົ່ມວ່າເຮົາ ເພື່ອເຂົາຈະບໍ່ຕ້ອງຕາຍ” 11 ໂມເຊກໍກະທຳເຊັ່ນນີ້ ພຣະຜູ້ເປັນເຈົ້າໄດ້ຊົງສັ່ງທ່ານຢ່າງໃດ ທ່ານກໍກະທຳຢ່າງນັ້ນ 12 ແລະຄົນອິສຣາເອນເວົ້າກັບໂມເຊວ່າ, “ເບິ່ງແມ໋, ເຮົາພິນາດ ເຮົາເຖິງຄວາມຫາຍຍະນະ ເຮົາເຖິງຫາຍຍະນະຫມົດແລ້ວ 13 ທຸກຄົນທີ່ມາໃກ້ ຜູ້ມາໃກ້ຫໍເຕັນສັກສິດແຫ່ງພຣະຜູ້ເປັນເຈົ້າຕ້ອງຕາຍ ເຮົາຈະຕ້ອງຕາຍຫມົດຫລື”
ສິ່ງທີ່ຈັດສັນໄວ້ໃຫ້ປະໂຣຫິດ ແລະຄົນເລວີ
1 ດັ່ງນັ້ນພຣະຜູ້ເປັນເຈົ້າຊົງກ່າວແກ່ອາໂຣນວ່າ, “ເຈົ້າແລະບຸດຂອງເຈົ້າ ແລະຕະກູນຂອງເຈົ້າຈະຕ້ອງຮັບໂທດຄວາມຜິດ ເນື່ອງດ້ວຍສະຖານນະມັສການ ທັງເຈົ້າແລະບຸດຂອງເຈົ້າຈະຕ້ອງຮັບໂທດຄວາມຜິດ ເນື່ອງດ້ວຍຫນ້າທີ່ປະໂຣຫິດຂອງເຈົ້າ 2 ແລະຈົ່ງນຳພີ່ນ້ອງຂອງເຈົ້າມາໃກ້ເຈົ້າ ຊຶ່ງເປັນເຜົ່າເລວີ ເຜົ່າບິດາຂອງເຈົ້າ ເພື່ອເຂົາຈະສົມທົບກັບເຈົ້າ ແລະບົວລະບັດເຈົ້າ ຂນະທີ່ເຈົ້າແລະບຸດຢູ່ຕໍ່ຫນ້າເຕັນພຣະໂອວາດ 3 ເຂົາທັງຫລາຍຈະຄອຍຮັບໃຊ້ເຈົ້າ ແລະຮັບໃຊ້ຫນ້າທີ່ຕ່າງໆຂອງເຕັນ ແຕ່ຢ່າໃຫ້ເຂົ້າໃກ້ເຄື່ອງໃຊ້ຂອງສະຖານນະມັສການ ຫລືແທ່ນບູຊາ ຢ້ານວ່າເຂົາທັງຫລາຍ ແລະເຈົ້າຈະຕ້ອງຕາຍ 4 ເຂົາທັງຫລາຍຈະສົມທົບກັບພວກເຈົ້າ ແລະຄອຍຮັບໃຊ້ຢູ່ທີ່ເຕັນນັດພົບ ໃນງານບົວລະບັດທັງສິ້ນຂອງເຕັນ ແລະຢ່າໃຫ້ຜູ້ອື່ນໃດມາໃກ້ເຈົ້າ 5 ພວກເຈົ້າຕ້ອງຄອຍຮັບໃຊ້ໃນຫນ້າທີ່ຂອງສະຖານນະມັສການ ແລະຫນ້າທີ່ຂອງແທ່ນບູຊາ ເພື່ອພຣະພິໂຣດຈະບໍ່ເກີດແກ່ຄົນອິສຣາເອນອີກ 6 ແລະເບິ່ງແມ໋, ເຮົາໄດ້ເລືອກຄົນເລວີພີ່ນ້ອງຂອງເຈົ້າອອກຈາກຄົນອິສຣາເອນເປັນຂອງປະທານແກ່ເຈົ້າ ຖວາຍແດ່ພຣະຜູ້ເປັນເຈົ້າ ເພື່ອໃຫ້ເຈົ້າປະຕິບັດງານຂອງເຕັນນັດພົບ 7 ທັງເຈົ້າແລະບຸດຊາຍຈົ່ງຄອຍຮັບໃຊ້ໃນຫນ້າທີ່ປະໂຣຫິດ ເພື່ອງານທຸກຢ່າງທີ່ກ່ຽວຂ້ອງກັບແທ່ນບູຊາ ແລະສິ່ງທີ່ຢູ່ພາຍໃນຜ້າກັ້ງ ເຈົ້າຕ້ອງຢູ່ປະຕິບັດງານ ເຮົາໃຫ້ຕຳແຫນ່ງປະໂຣຫິດແກ່ເຈົ້າເປັນຂອງປະທານ ແລະຜູ້ໃດອື່ນທີ່ເຂົ້າມາໃກ້ຕ້ອງໃຫ້ເຖິງແກ່ຄວາມຕາຍ” 8 ແລ້ວພຣະຜູ້ເປັນເຈົ້າກ່າວຕໍ່ອາໂຣນວ່າ, “ເບິ່ງແມ໋, ເຮົາໄດ້ໃຫ້ເຄື່ອງບູຊາຂອງເຮົາສ່ວນນຶ່ງແກ່ເຈົ້າ ຄືບັນດາຂອງຖວາຍຂອງຄົນອິສຣາເອນ ເຣົາໃຫ້ເຈົ້າສ່ວນນຶ່ງ ແລະແກ່ລູກຫລານຂອງເຈົ້າເປັນສ່ວນກຳນົດຖາວອນ 9 ໃນບັນດາຂອງບໍຣິສຸດທີ່ສຸດສ່ວນຊຶ່ງບໍ່ໄດ້ເຜົາໄຟທີ່ເປັນຂອງຂອງເຈົ້າມີດັ່ງນີ້ ບັນດາຂອງຖວາຍຂອງເຂົາ ບັນດາທັນຍາບູຊາຂອງເຂົາ ບັນດາເຄື່ອງບູຊາໄຖ່ບາບຂອງເຂົາ ບັນດາເຄື່ອງບູຊາໄຖ່ກັມບາບຂອງເຂົາ ຊຶ່ງເຂົາຖວາຍແກ່ເຮົາ ຈະເປັນຂອງບໍຣິສຸດທີ່ສຸດແກ່ເຈົ້າ ແລະແກ່ລູກຫລານຂອງເຈົ້າ 10 ເຈົ້າຈົ່ງຮັບປະທານສິ່ງເຫລົ່ານີ້ໃນທີ່ບໍຣິສຸດທີ່ສຸດ ຜູ້ຊາຍທຸກຄົນຮັບປະທານໄດ້ ເປັນຂອງບໍຣິສຸດແກ່ເຈົ້າ 11 ສິ່ງຕໍ່ໄປນີ້ກໍເປັນຂອງເຈົ້າດ້ວຍ ຄືຂອງໃຫ້ທີ່ເຂົາຖວາຍ ບັນດາຂອງຍື່ນຖວາຍຂອງຄົນອິສຣາເອນ ເຮົາໄດ້ໃຫ້ໄວ້ແກ່ເຈົ້າແລະແກ່ບຸດຊາຍຍິງຊຶ່ງຢູ່ກັບເຈົ້າເປັນສ່ວນຖາວອນ ທຸກຄົນທີ່ສະອາດຢູ່ໃນຄອບຄົວຂອງເຈົ້າຮັບປະທານໄດ້ 12 ນ້ຳມັນທີ່ດີທີ່ສຸດທັງຫມົດ ແລະເຫລົ້າອະງຸ່ນທີ່ດີທີ່ສຸດ ແລະພືດຜົນທີ່ເປັນເມັດ ແລະຜົນຣຸ່ນທຳອິດທີ່ເຂົາຖວາຍແດ່ພຣະຜູ້ເປັນເຈົ້າເຮົາໃຫ້ແກ່ເຈົ້າ 13 ຜົນທີ່ສຸກຣຸ່ນທຳອິດຂອງທຸກຢ່າງຊຶ່ງຢູ່ໃນແຜ່ນດິນທີ່ເຂົານຳມາຖວາຍພຣະຜູ້ເປັນເຈົ້າຈະເປັນຂອງເຈົ້າ ທຸກຄົນທີ່ສະອາດຢູ່ໃນຄອບຄົວຂອງເຈົ້າຮັບປະທານໄດ້ 14 ບັນດາຂອງມອບຖວາຍໃນອິສຣາເອນຈະເປັນຂອງເຈົ້າ 15 ລູກຫົວປີຂອງຄົນອິສຣາເອນ ບໍ່ວ່າມະນຸດ ຫລືສັດກໍດີ ຊຶ່ງເຂົາຖວາຍແດ່ພຣະຜູ້ເປັນເຈົ້າຈະເປັນຂອງເຈົ້າ ແຕ່ຢ່າງໃດກໍຕາມ ບຸດຫົວປີຂອງມະນຸດເຈົ້າຈະຕ້ອງໄຖ່ໄວ້ ເຈົ້າຕ້ອງໄຖ່ລູກຫົວປີຂອງບັນດາສັດທັງປວງທີ່ມົນທິນດ້ວຍ 16 ແລະຄ່າໄຖ່ (ພໍອາຍຸໄດ້ນຶ່ງເດືອນເຈົ້າກໍຕ້ອງໄຖ່) ໃຫ້ເຈົ້າກຳນົດວ່າເປັນເງິນຫ້າເຊເກລ ຕາມເຊເກລຂອງສະຖານນະມັສການ (ຊຶ່ງເປັນຊາວເກຣາ) 17 ແຕ່ລູກຫົວປີຂອງງົວ ຫລືລູກຫົວປີຂອງແກະ ຫລືລູກຫົວປີຂອງແບ້ ເຈົ້າບໍ່ຕ້ອງໄຖ່ ເພາະເປັນຂອງບໍຣິສຸດ ເຈົ້າຈົ່ງເອົາເລືອດຂອງມັນຊິດໃສ່ແທ່ນບູຊາ ແລະເອົາໄຂມັນຂອງມັນເຜົາເປັນເຄື່ອງບູຊາດ້ວຍໄຟໃຫ້ເປັນກິ່ນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າ 18 ແຕ່ຊີ້ນຂອງມັນຈະເປັນຂອງເຈົ້າ ເຊັ່ນດຽວກັບຊີ້ນເອິກທີ່ຍື່ນຖວາຍ ຫລືຊີ້ນໂຄ່ນຂາຂວາເປັນຂອງເຈົ້າ 19 ບັນດາເຄື່ອງບູຊາບໍຣິສຸດທີ່ຄົນອິສຣາເອນມອບຖວາຍແດ່ພຣະຜູ້ເປັນເຈົ້າ ເຮົາໃຫ້ແກ່ເຈົ້າເປັນສ່ວນແບ່ງຖາວອນ ເປັນຄຳສັນຍາທີ່ເປັນນິດແດ່ພຣະຜູ້ເປັນເຈົ້າສຳລັບເຈົ້າ ແລະເຜົ່າເຊື້ອສາຍຂອງເຈົ້າດ້ວຍ” 20 ແລະພຣະເຈົ້າໄດ້ສັ່ງອາໂຣນວ່າ, “ເຈົ້າຈະບໍ່ໄດ້ຮັບມໍຣະດົກໃນແຜ່ນດິນຂອງເຂົາ ທັງເຈົ້າຈະບໍ່ມີສ່ວນອັນໃດກັບເຂົາເລີຍ ເຣົາເປັນສ່ວນແບ່ງຂອງເຈົ້າແລະເປັນມໍຣະດົກຂອງເຈົ້າຖ້າມກາງ
ຄົນອິສຣາເອນ
21 “ເຣົາໃຫ້ນຶ່ງສ່ວນສິບໃນອິສຣາເອນແກ່ຄົນເລວີເປັນມໍຣະດົກເປັນຄ່າຕອບແທນງານທີ່ເຂົາປະຕິບັດ ຄືງານປະຕິບັດທີ່ເຕັນນັດພົບ 22 ຕັ້ງແຕ່ນີ້ຕໍ່ໄປຄົນອິສຣາເອນຈະບໍ່ໄດ້ເຂົ້າມາໃກ້ເຕັນນັດພົບ ຢ້ານວ່າເຂົາຈະຮັບໂທດບາບ ແລະຈະຕ້ອງຕາຍ 23 ແຕ່ຄົນເລວີຈະຕ້ອງປະຕິບັດງານຂອງເຕັນນັດພົບ ແລະເຂົາຈະຕ້ອງຮັບໂທດຄວາມຜິດຂອງເຂົາ ຈະເປັນກົດເກນຖາວອນຕລອດຊົ່ວເຊື້ອສາຍຂອງເຈົ້າ ເຂົາຈະບໍ່ມີສ່ວນມໍຣະດົກຖ້າມກາງຄົນອິສຣາເອນ 24 ເພາະວ່າເຮົາໄດ້ຍົກນຶ່ງສ່ວນສິບຂອງຄົນອິສຣາເອນ ຊຶ່ງນຳມາຖວາຍແດ່ພຣະຜູ້ເປັນເຈົ້າ ເຮົາໄດ້ໃຫ້ແກ່ຄົນເລວີເປັນມໍຣະດົກ ເພາະສະນັ້ນເຮົາຈຶ່ງໄດ້ບອກເຂົາວ່າເຂົາຈະບໍ່ມີສ່ວນມໍຣະດົກຖ້າມກາງຄົນອິສຣາເອນ 25 ພຣະຜູ້ເປັນເຈົ້າກ່າວຕໍ່ໂມເຊວ່າ, 26 ນອກຈາກນີ້ ເຈົ້າຈົ່ງກ່າວແກ່ຄົນເລວີວ່າ “ເມື່ອພວກເຈົ້າຮັບນຶ່ງສ່ວນສິບຈາກຄົນອິສຣາເອນ ຊຶ່ງເຮົາໃຫ້ເປັນກຳມະສິດຂອງເຈົ້ານັ້ນ ພວກເຈົ້າຈົ່ງແບ່ງນຶ່ງສ່ວນສິບ ຖວາຍເປັນສ່ວນອຸດຫນຸນໃຫ້ແກ່ພຣະຜູ້ເປັນເຈົ້າເຫມືອນກັນ 27 ແລະສ່ວນຖວາຍຂອງເຈົ້ານັ້ນຈະນັບເຫມືອນນຶ່ງເປັນພືດທີ່ໄດ້ມາຈາກລານນວດເຂົ້າ ແລະເຫມືອນສ່ວນທີ່ເຕັມປ່ຽມຈາກບໍ່ຢ່ຳອະງຸ່ນ 28 ເພາະສະນັ້ນເຈົ້າຕ້ອງນຳຂອງບູຊາຈາກນຶ່ງສ່ວນສິບທັງສິ້ນຂອງເຈົ້າຖວາຍແດ່ພຣະຜູ້ເປັນເຈົ້າ ຄືນຶ່ງສ່ວນສິບທີ່ເຈົ້າຮັບຈາກຄົນອິສຣາເອນນັ້ນ ຈາກສ່ວນໄດ້ນີ້ພວກເຈົ້າຈົ່ງມອບຂອງຖວາຍແດ່ພຣະຜູ້ເປັນເຈົ້າແກ່ອາໂຣນປະໂຣຫິດ 29 ຈາກບັນດາຂອງທີ່ພວກເຈົ້າໄດ້ຮັບເຈົ້າຈົ່ງນຳເຄື່ອງຖວາຍທຸກສິ່ງທີ່ຕ້ອງຖວາຍແດ່ພຣະຜູ້ເປັນເຈົ້າ ຈາກບັນດາຂອງດີທີ່ສຸດນັ້ນ ຄືສ່ວນຂອງທີ່ບໍຣິສຸດ 30 ສະນັ້ນເຈົ້າຈົ່ງເວົ້າກັບເຂົາວ່າ, “ເມື່ອເຈົ້າໄດ້ຖວາຍສ່ວນທີ່ດີທີ່ສຸດແລ້ວ ໃຫ້ຄົນເລວີນັບສ່ວນທີ່ເຫລືອຢູ່ເປັນເຫມືອນນຶ່ງພືດທີ່ໄດ້ມາຈາກລານນວດເຂົ້າ ແລະເປັນຜົນໄດ້ຈາກບໍ່ຢ່ຳອະງຸ່ນ 31 ແລະເຈົ້າຈະຮັບປະທານສ່ວນນັ້ນໃນທີ່ໃດໆກໍໄດ້ ທັງຕົວເຈົ້າ ແລະຄອບຄົວຂອງເຈົ້າ ເພາະວ່າເປັນຣາງວັນຕອບແທນງານປະຕິບັດຂອງເຈົ້າໃນເຕັນນັດພົບ 32 ເມື່ອເຈົ້າໄດ້ຖວາຍສ່ວນທີ່ດີທີ່ສຸດແລ້ວ ເຈົ້າຈະບໍ່ມີໂທດໂດຍຂອງຖວາຍນັ້ນ ແລະເຈົ້າຢ່າທຳສິ່ງບໍຣິສຸດຂອງຄົນອິສຣາເອນໃຫ້ເປັນມົນທິນ ຢ້ານວ່າເຈົ້າຈະຕ້ອງຕາຍ”
ການຊຳຮະຜູ້ມີມົນທີນ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊ ແລະອາໂຣນວ່າ, 2 “ຕໍ່ໄປນີ້ເປັນກົດພຣະທັມຊຶ່ງພຣະຜູ້ເປັນເຈົ້າໄດ້ຊົງບັນຊາວ່າ ຈົ່ງບອກຄົນອິສຣາເອນໃຫ້ນຳງົວແມ່ສີແດງບໍ່ພິການຊຶ່ງບໍ່ມີຕຳຫນິ ແລະຍັງບໍ່ເຄີຍເຂົ້າທຽມແອກ 3 ແລະເຈົ້າຈົ່ງໃຫ້ງົວນັ້ນແກ່ເອເລອາຊາປະໂຣຫິດ ແລະໃຫ້ເອົາງົວນັ້ນໄປນອກຄ້າຍຂ້າເສັຽຕໍ່ຫນ້າເຂົາ 4 ແລະເອເລອາຊາຈະເອົານີ້ວມືຈຸ່ມເລືອດງົວຊິດໃສ່ທີ່ຂ້າງຫນ້າເຕັນນັດພົບເຈັດຄັ້ງ 5 ແລະໃຫ້ມີຄົນເຜົາງົວແມ່ນັ້ນເສັຽຕໍ່ຫນ້າເຂົາ ຄືຫນັງ ເນື້ອ ແລະເລືອດ ກັບເຄື່ອງໃນໄສ້ພຸງໃຫ້ເຜົາເສັຽຫມົດ 6 ແລະປະໂຣຫິດຈະເອົາໄມ້ສົນ ໄມ້ຫູສົບກັບດ້າຍສີແດງໂຍນເຂົ້າໄປໃນໄຟທີ່ເຜົາງົວແມ່ນັ້ນ 7 ແລ້ວປະໂຣຫິດຈະຊັກເສື້ອຜ້າຂອງຕົນ ແລະຊຳຮະຮ່າງກາຍເສັຽໃນນ້ຳ ພາຍຫລັງຈຶ່ງເຂົ້າໄປໃນຄ້າຍ ແລະປະໂຣຫິດນັ້ນຈຶ່ງເປັນມົນທິນຢູ່ຈົນເຖິງເວລາຄ່ຳ 8 ຜູ້ໃດທີ່ທຳການເຜົາງົວແມ່ຕ້ອງຊັກເສື້ອຜ້າ ແລະຊຳຮະຮ່າງກາຍຂອງຕົນເສັຽໃນນ້ຳ ແລະເຂົາຈະເປັນມົນທິນຢູ່ຈົນເຖິງເວລາຄ່ຳ 9 ໃຫ້ຊາຍຄົນທີ່ສະອາດເກັບຂີ້ເຖົ່າງົວແມ່ ນໍາໄປໄວ້ນອກຄ້າຍໃນທີ່ສະອາດ ໃຫ້ເກັບຂີ້ເຖົ່ານັ້ນໄວ້ເພື່ອຄົນອິສຣາເອນ ເພື່ອທຳນ້ຳຊຳຮະມົນທິນສຳລັບລ້າງບາບ 10 ແລະຄົນທີ່ເກັບຂີ້ເຖົ່າໄຟຂອງງົວແມ່ຕ້ອງຊັກເສື້ອຜ້າຂອງຕົນ ແລະເຂົາຈະເປັນມົນທິນຢູ່ຈົນເຖິງເວລາຄ່ຳ ຈະເປັນຢ່າງນີ້ແກ່ຄົນອິສຣາເອນ ແລະແກ່ຄົນຕ່າງດ້າວຜູ້ອາໄສຢູ່ຖ້າມກາງເຂົາເປັນກົດເກນຖາວອນ 11 “ຜູ້ທີ່ແຕະຕ້ອງສົບຂອງຜູ້ໃດກໍຕາມ ຕ້ອງເປັນມົນທິນຢູ່ເຈັດວັນ 12 ໃນວັນທີ່ສາມແລະວັນທີ່ເຈັດເຂົາຕ້ອງຊຳຮະຕົວດ້ວຍນ້ຳແລ້ວເຂົາຈະສະອາດ ຖ້າເຂົາບໍ່ຊຳຮະຕົວໃນວັນທີ່ສາມແລະວັນທີ່ເຈັດເຂົາຈະສະອາດບໍ່ໄດ້ 13 ຜູ້ໃດແຕະຕ້ອງຄົນຕາຍ ຄືຮ່າງກາຍຂອງຄົນທີ່ຕາຍແລ້ວ ແລະບໍ່ໄດ້ຊຳຮະຕົນ ຜູ້ນັ້ນກໍກະທຳໃຫ້ຫໍເຕັນຂອງພຣະຜູ້ເປັນເຈົ້າມີມົນທິນ ຕ້ອງ(ອະເປຫິ) ຕັດຂາດຄົນນັ້ນອອກຈາກອິສຣາເອນ ເພາະບໍ່ໄດ້ເອົານ້ຳຊຳຮະມົນທິນສາດໃສ່ເຂົາ ເຂົາຈະເປັນມົນທິນ ມົນທິນຍັງຄ້າງຢູ່ທີ່ເຂົາ 14 “ຕໍ່ໄປນີ້ເປັນບັນຍັດເຣື່ອງຄົນຕາຍໃນເຕັນ ທຸກຄົນທີ່ເຂົ້າມາໃນເຕັນ ຫລືທຸກຄົນທີ່ຢູ່ໃນເຕັນຈະເປັນມົນທິນໄປເຈັດວັນ 15 ພາຊນະທຸກຫນ່ວຍທີ່ບໍ່ມີຝາປິດຕ້ອງເປັນມົນທິນ 16 ຄົນໃດທີ່ຢູ່ໃນພື້ນທົ່ງໄປແຕະຕ້ອງຄົນທີ່ຖືກດາບຕາຍ ຫລືແຕະຕ້ອງສົບ ຫລືກະດູກຄົນ ຫລືຫລຸມຝັງສົບ ຈະເປັນມົນທິນໄປເຈັດວັນ 17 ສຳລັບເປັນມົນທິນນີ້ ຈົ່ງເອົາຂີ້ເຖົ່າຈາການບູຊາໄຖ່ບາບ ແລະເອົານ້ຳທີ່ໄຫລເຕີມເຂົ້າໄປປົນໃສ່ໃນພາຊນະ 18 ໃຫ້ຄົນສະອາດເອົາກິ່ງຫູສົບຈຸ່ມນ້ຳນັ້ນຊິດໃສ່ທີ່ເຕັນແລະເຄື່ອງໃຊ້ສອຍທັງສິ້ນ ແລະເທິງຕົວຄົນທີ່ຢູ່ທີ່ນັ້ນ ແລະເທິງຕົວຄົນທີ່ແຕະຕ້ອງກະດູກ ຫລືຄົນຖືກຂ້າ ຫລືຄົນຕາຍ ຫລືຫລຸມຝັງສົບ 19 ໃຫ້ຄົນສະອາດຊິດໃສ່ຄົນທີ່ເປັນມົນທິນໃນວັນທີ່ສາມ ແລະວັນທີ່ເຈັດ ຢ່າງນີ້ພໍວັນທີ່ເຈັດເຂົາຈະທຳໃຫ້ຄົນນັ້ນສະອາດ ແລະເຂົາຕ້ອງຊັກເສື້ອຜ້າແລະອາບນ້ຳ ພໍເຖິງເວລາຄ່ຳເຂົາຈະສະອາດ 20 “ແຕ່ຄົນທີ່ເປັນມົນທິນແລະບໍ່ຊຳຮະຕົວ ໃຫ້(ອະເປຫິ) ຕັດຂາດຄົນນັ້ນອອກເສັຽຈາກຖ້າມກາງທີ່ປະຊຸມ ເພາະເຂົາໄດ້ກະທຳໃຫ້ສະຖານນະມັສການຂອງພຣະເຈົ້າເປັນມົນທິນ ຄືວ່າບໍ່ໄດ້ເອົານ້ຳຊຳຮະມົນທິນສາດເຂົາ ເຂົາຈຶ່ງເປັນມົນທິນ 21 ແລະໃຫ້ເປັນກົດເກນຖາວອນແກ່ເຂົາ ຜູ້ທີ່ຊິດນ້ຳຊຳຮະມົນທິນຈະຕ້ອງຊັກເສື້ອຜ້າຂອງຕົນ ແລະຜູ້ທີ່ແຕະຕ້ອງນ້ຳຊຳຮະມົນທິນ ເຂົາຈະເປັນມົນທິນຈົນເຖິງເວລາຄ່ຳ 22 ແລະສິ່ງໃດທີ່ຜູ້ເປັນມົນແຕະຕ້ອງສິ່ງນັ້ນກໍເປັນມົນທິນ ແລະຜູ້ທີ່ແຕະຕ້ອງສິ່ງນັ້ນຈະເປັນມົນທິນຈະເຖິງເວລາຄ່ຳ”
ເຫດການທີ່ເມືອງກາເດສ
1 ຕໍ່ມາໃນເດືອນທີ່ນຶ່ງ ປະຊາຊົນອິສຣາເອນໄດ້ພາກັນມາຍັງຖິ່ນກັນດານຊີນ ແລະຕັ້ງຄ້າຍຢູ່ກາເດສຊຶ່ງເປັນບ່ອນທີ່ນາງມີຣີອາມໄດ້ຕາຍ ແລະຖືກຝັງໄວ້ຢູ່ທີ່ນັ້ນ 2 ຢູ່ບ່ອນນັ້ນ ບໍ່ມີນ້ຳກິນພວກປະຊາຊົນຈຶ່ງພາກັນອ້ອມໂມເຊ ແລະອາໂຣນ 3 ພວກເຂົາຈົ່ມທຸກໃສ່ທ່ານທັງສອງວ່າ, “ຖ້າວ່າພວກຂ້າພະເຈົ້າຕາຍຢູ່ຕໍ່ຫນ້າຫໍເຕັນສັກສິດພ້ອມກັບເພື່ອນຊາວອິສຣາເອນຄົງຈະດີກວ່າ 4 ເປັນຫຍັງພວກທ່ານຈຶ່ງນຳພວກຂ້າພະເຈົ້າອອກຈາກປະເທດເອຢິບ ແລະເຂົ້າມາໃນຖິ່ນກັນດານນີ້ ເພື່ອໃຫ້ພວກຂ້າພະເຈົ້າຕາຍໄປພ້ອມທັງຝູງສັດຂອງພວກຂ້າພະເຈົ້າຊັ້ນບໍ 5 ຢູ່ບ່ອນນີ້ບໍ່ມີເຂົ້າ ບໍ່ມີຕົ້ນຫມາກເດື່ອ ບໍ່ມີຕົ້ນອະງຸ່ນ ບໍ່ມີຕົ້ນຫມາກພິລາເລີຍ ແລະແມ່ນແຕ່ນ້ຳຈະດື່ມກໍຍັງບໍ່ມີ” 6 ດັ່ງນັ້ນ ໂມເຊແລະອາໂຣນຈຶ່ງພາກັນຍ່າງຫນີຈາກປະຊາຊົນ ແລະໄປຢືນຢູ່ທາງປະຕູເຂົ້າຫໍເຕັນສັກສິດ ພໍທັງສອງກົ້ມຂາບລົງພຣະຣັສມີຂອງພຣະຜູ້ເປັນເຈົ້າກໍປາກົດຂຶ້ນແກ່ຄົນທັງສອງ 7 ພຣະຜູ້ເປັນເຈົ້າກ່າວຕໍ່ໂມເຊວ່າ, 8 “ຈົ່ງຈັບເອົາໄມ້ເທົ້າຢູ່ຕໍ່ຫນ້າຫີບຄຳສັນຍານັ້ນ ແລ້ວເຈົ້າກັບອາໂຣນຈົ່ງໄປຈັດຊຸມນຸມຊົນທັງຫມົດໄວ້ໃຫ້ໄປເວົ້າຕໍ່ຫນ້າປະຊາຊົນທັງຫມົດ ແລະສັ່ງໃຫ້ນ້ຳໄຫລອອກມາຈາກກ້ອນຫີນຢູ່ບ່ອນນັ້ນ ແລ້ວນ້ຳກໍຈະໄຫລອອກມາເພື່ອໃຫ້ປະຊາຊົນດື່ມ ສະນັ້ນ ພວກເຂົາພ້ອມທັງຝູງສັດຈຶ່ງຈະມີນ້ຳດື່ມ” 9 ໂມເຊຈຶ່ງໄປເອົາໄມ້ເທົ້າຕາມຄຳສັ່ງຂອງພຣະຜູ້ເປັນເຈົ້າ 10 ຕໍ່ມາ ໂມເຊກັບອາໂຣນກໍຈັດເອົາປະຊາຊົນທັງຫມົດໄປຊຸມນຸມຢູ່ຕໍ່ຫນ້າໂງ່ນຫີນ ໂມເຊເວົ້າຂຶ້ນວ່າ, “ພວກເຈົ້າຜູ້ເປັນຄົນກະບົດຈົ່ງຟັງເທີນ ພວກເຮົາຈະສາມາດທຳໃຫ້ນ້ຳໄຫລອອກຈາກໂງ່ນຫີນນີ້ໄດ້ແທ້ບໍ່” 11 ແລ້ວໂມເຊກໍຕີໂງ່ນຫີນນັ້ນສອງຄັ້ງ ນ້ຳໄດ້ໄຫລອອກມາຢ່າງຫລວງຫລາຍ ປະຊາຊົນທຸກຖ້ວນຫນ້າ ແລະຝູງສັດກໍພາກັນດື່ມ 12 ແຕ່ພຣະຜູ້ເປັນເຈົ້າຊົງຕຳຫນິຕິຕຽນໂມເຊ ແລະອາໂຣນວ່າ, “ຍ້ອນພວກເຈົ້າບໍ່ມີຄວາມເຊື່ອພຽງພໍ ຈຶ່ງບໍ່ສາມາດສະແດງອຳນາດອັນສັກສິດຂອງເຮົາໃຫ້ປະຊາຊົນອິສຣາເອນຮູ້ຈັກ ພວກເຈົ້າຈະບໍ່ໄດ້ນຳພວກເຂົາເຂົ້າໄປໃນແຜ່ນດິນທີ່ເຣົາກຳລັງຈະໃຫ້ພວກເຂົານັ້ນ” 13 ເຣື່ອງນີ້ເກີດຂຶ້ນທີ່ ເມຣິບາ ບ່ອນທີ່ປະຊາຊົນອິສຣາເອນຈົ່ມທຸກຕໍ່ພຣະຜູ້ເປັນເຈົ້າ ແລະເປັນບ່ອນທີ່ພຣະອົງຊົງສະແດງໃຫ້ພວກເຂົາຮູ້ຈັກວ່າພຣະອົງຊົງບໍຣິສຸດ
ເຈົ້າຊີວິດເມືອງເອໂດມ ບໍ່ຍອມໃຫ້ພວກອິສຣາເອນຜ່ານໄປ
14 ໂມເຊໄດ້ສົ່ງທູດນຳຂ່າວຈາກກາເດສໄປຫາເຈົ້າຊີວິດແຫ່ງເອໂດມເພື່ອເວົ້າວ່າ, “ນີ້ເປັນຂ່າວມາຈາກປະເທດອ້າຍນ້ອງອິສຣາເອນ ຄືພຣະອົງກໍຮູ້ເຖິງຄວາມຫຍຸ້ງຍາກທີ່ເຮົາໄດ້ປະສົບພົບພໍ້ 15 ແລະທັງຮູ້ວ່າດ້ວຍເຫດໃດ ພວກບັນພະບຸຣຸດຂອງເຮົາຈຶ່ງໄດ້ໄປຢູ່ໃນປະເທດເອຢິບເປັນເວລາຫລາຍປີ ພວກເອຢິບໄດ້ຂົ່ມເຫັງເຮົາ ແລະບັນພະບຸຣຸດຂອງເຮົາ 16 ເຮົາຈຶ່ງຮ້ອງຂໍຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າ ພຣະອົງຊົງໄດ້ຍິນຄຳຮ້ອງຂໍຂອງເຮົາ ພຣະອົງຈຶ່ງໄດ້ສົ່ງທູດສວັນນຳຫນ້າເຮົາອອກມາຈາກປະເທດເອຢິບ ດຽວນີ້ ເຮົາໄດ້ຢູ່ທີ່ກາເດສ ຊຶ່ງເປັນເມືອງທີ່ຢູ່ໃກ້ເຂດແດນຂອງພຣະອົງ 17 ຂໍຄວາມກະຣຸນາໃຫ້ເຮົາຜ່ານປະເທດຂອງພຣະອົງໄປເທີນ ເຮົາແລະຝູງສັດຈະບໍ່ຢຸດຢູ່ຕາມຖນົນຫົນທາງ ຈະບໍ່ລ່ວງເຂົ້າໄປໃນທົ່ງນາ ຫລືສວນອະງຸ່ນ ແລະເຮົາຈະບໍ່ດື່ມນ້ຳຈາກສ້າງຂອງພຣະອົງເລີຍ ເຮົາຈະເດີນທາງໄປຕາມຫົນທາງຫລວງຈົນກວ່າຈະມົ້ມເຂດແດນຂອງພຣະອົງໄປ” 18 ແຕ່ພວກເອໂດມຕອບວ່າ, “ພວກເຮົາຈະບໍ່ຍອມໃຫ້ທ່ານຜ່ານປະເທດຂອງພວກເຮົາໄປເປັນເດັດຂາດ ຖ້າຫາກວ່າທ່ານຍັງຂືນມາ ພວກເຮົາຈະຕໍ່ສູ້ກັບທ່ານທັນທີ” 19 ຄົນອິສຣາເອນໄດ້ເວົ້າວ່າ, “ເຮົາຈະພາກັນໄປຕາມທາງຫລວງນີ້ ຖ້າຫາກວ່າເຮົາ ຫລືຝູງສັດຂອງເຮົາຫາກກິນນ້ຳຂອງພວກທ່ານ ເຮົາຈະໃຊ້ທົດແທນຫມົດ ຂໍແຕ່ໃຫ້ເຮົາໄດ້ຜ່ານໄປເທົ່ານັ້ນ 20 ພວກເອໂດມກໍຍັງເວົ້າອີກວ່າ, “ພວກເຮົາບໍ່ຍອມໃຫ້ທ່ານຜ່ານໄປຢ່າງເດັດຂາດ” ແລ້ວພວກເຂົາກໍຍົກທັບທີ່ຍິ່ງໃຫຍ່ ແລະເຂັ້ມແຂງອອກມາເພື່ອຈະຕໍ່ສູ້ກັບພວກອິສຣາເອນ 21 ພວກອິສຣາເອນຈຶ່ງໄດ້ກັບຄືນ ແລະໄປຕາມທາງເສັ້ນອື່ນ
ອາໂຣນເສັຽຊີວິດ
22 ພວກຊຸມນຸມຊົນອິສຣາເອນທັງຫມົດໄດ້ເດີນທາງອອກຈາກກາເດສ ແລະໄດ້ມາຮອດພູໂຮ ໃກ້ເຂດແດນເມືອງເອໂດມ 23 ຢູ່ບ່ອນນີ້ພຣະຜູ້ເປັນເຈົ້າຊົງກ່າວຕໍ່ອາໂຣນ ແລະໂມເຊວ່າ, 24 “ອາໂຣນຈະບໍ່ໄດ້ເຂົ້າໄປໃນແຜ່ນດິນທີ່ເຮົາກຳລັງຈະມອບໃຫ້ຊາວອິສຣາເອນນັ້ນ ອາໂຣນຈະຕ້ອງຕາຍເພາະວ່າຢູ່ເທິງເມືອງ ເມຣິບານັ້ນ ເຈົ້າທັງສອງໄດ້ກະບົດຕໍ່ສູ້ຄຳສັ່ງຂອງເຮົາ 25 ຈົ່ງພາອາໂຣນ ແລະເອເລອາຊາ ບຸດຊາຍຂອງເຂົາຂື້ນໄປເທີງພູໂຮ ແລະໃຫ້ແກ້ເສື້ອປະຈຳຕຳແຫນ່ງຂອງເຂົາອອກ 26 ແລ້ວເອົາໄປນຸ່ງໃຫ້ເອເລອາຊາ ເພາະອາໂຣນຈະເສັຽຊີວິດຢູ່ບ່ອນນັ້ນ” 27 ສ່ວນໂມເຊກໍປະຕິບັດຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງ ດັ່ງນັ້ນ ທັງສອງຈຶ່ງພາກັນຂຶ້ນໄປເທິງພູໂຮ ຖ້າມກາງສາຍຕາຂອງຊຸມນຸມຊົນທັງຫມົດ 28 ໂມເຊໄດ້ແກ້ເສື້ອຂອງອາໂຣນອອກ ແລະເອົານຸ່ງໃຫ້ເອເລອາຊາ ອາໂຣນໄດ້ຕາຍຢູ່ເທິງຈອມພູນັ້ນ ແລ້ວໂມເຊກັບອາໂຣນເອເລອາຊາກໍກັບຄືນລົງມາ 29 ເມື່ອຊຸມນຸມຊົນທັງຫມົດຮູ້ວ່າ ອາໂຣນໄດ້ຕາຍແລ້ວ ພວກເຂົາທັງຫມົດກໍພາກັນໄວ້ທຸກໃຫ້ທ່ານເປັນເວລາສາມສິບວັນ
ໄຊຊະນະຕໍ່ພວກການາອານ
1 ເມື່ອເຈົ້າຊີວິດອາຣາດ ຄົນການາອານຊຶ່ງປົກຄອງຢູ່ພາກໃຕ້ຂອງປະເທດໄດ້ຍິນວ່າ ຊາວອິສຣາເອນກຳລັງມາທາງອາທາຣິມ ພຣະອົງອອກໄປໂຈມຕີ ແລະຈັບເອົາຄົນອິສຣາເອນບາງຄົນມາເປັນຊະເລີຍ 2 ແລ້ວພວກອິສຣາເອນກໍສາບານຕໍ່ພຣະຜູ້ເປັນເຈົ້າວ່າ, “ຖ້າພຣະອົງຊົງອະນຸຍາດໃຫ້ຂ້າພຣະອົງທັງຫລາຍຕີຊະນະພວກເຫລົ່ານີ້ ຂ້າພຣະອົງທັງຫລາຍກໍຈະຂໍອຸທິດຖວາຍພວກເຂົາພ້ອມທັງຫົວເມືອງຕ່າງໃຫ້ພຣະອົງ ແລະຈະທຳລາຍພວກເຂົາທັງຫມົດ” 3 ພຣະຜູ້ເປັນເຈົ້າຊົງສະດັບຮັບຟັງ ແລະຊ່ອຍເຫລືອພວກເຂົາໃຫ້ຕີຊະນະຊາວການາອານ ດ້ວຍເຫດນີ້ ຊາວອິສຣາເອນຈຶ່ງໄດ້ທຳລາຍພວກເຂົາກັບຫົວເມືອງຕ່າງໆຢ່າງສິ້ນເຊີງ ແລ້ວບ່ອນນີ້ຈີ່ງມີຊື່ວ່າ ໂຮມາ
ງູທອງ
4 ຊາວອິສຣາເອນໄດ້ອອກຈາກພູໂຮ ໄປຕາມທາງສູ່ທະເລໄມ້ອໍ້ ເມື່ອກຳລັງຍ່າງອ້ອມເຂດແດນເອໂດມໄປນັ້ນ ພວກເຂົາເລີຍຫມົດຄວາມອົດທົນ 5 ພວກເຂົາຈຶ່ງຕໍ່ວ່າພຣະເຈົ້າ ແລະໂມເຊວ່າ, “ເຫດໃດຫນໍທ່ານຈຶ່ງນຳພວກເຮົາອອກມາຈາກປະເທດເອຢິບ ເພື່ອມາຕາຍໃນຖິ່ນກັນດານແຫ່ງນີ້ ຊຶ່ງເປັນບ່ອນທີ່ບໍ່ມີອາຫານແລະນ້ຳ ພວກເຮົາບໍ່ອາດທົນກິນອາຫານເຊັ່ນນີ້ອີກໄດ້ດອກ” 6 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງສົ່ງງູພິດມາໃນຖ້າມກາງຊາວອິສຣາເອນ ໄດ້ມີຫລາຍຄົນຖືກງູພິດຕອດ ແລະຕາຍໄປ 7 ແລ້ວປະຊາຊົນໄດ້ພາກັນມາເວົ້າຕໍ່ໂມເຊວ່າ, “ເວລາທີ່ເຮົາໄດ້ຕໍ່ວ່າພຣະຜູ້ເປັນເຈົ້າ ແລະຕໍ່ວ່າທ່ານນັ້ນ ພວກເຮົາໄດ້ກະທຳບາບແລ້ວ ແລະບັດນີ້ຂໍໃຫ້ທ່ານອ້ອນວອນຂໍໃຫ້ພຣະຜູ້ເປັນເຈົ້າຊົງເອົາງູເຫລົ່ານີ້ອອກຫນີໄປເສັຽ” ແລ້ວໂມເຊກໍອ້ອນວອນພຣະຜູ້ເປັນເຈົ້າເພື່ອພວກເຂົາ 8 ພຣະຜູ້ເປັນເຈົ້າຈຶ່ງຊົງບອກໂມເຊໃຫ້ເອົາທອງມາເຮັດເປັນຮູບງູ ແລ້ວເອົາໄປໄວ້ເທິງກົກເສົາເພື່ອວ່າເມື່ອມີຄົນໃດຖືກງູຕອດກໍຈະໄດ້ຫລຽວເບິ່ງຮູບງູນັ້ນ ແລະກໍຈະບໍ່ຕາຍ 9 ໂມເຊກໍໄດ້ທຳຮູບງູທອງ ແລະເອົາໄວ້ເທິງກົກເສົາ ເມື່ອຜູ້ທີ່ຖືກງູຕອດຫລຽວເບິ່ງງູທອງນັ້ນ ກໍຈະບໍ່ຕາຍ
ຄົນອິສຣາເອນເດີນທາງອ້ອມໂມອາບ
10 ແລະຄົນອິສຣາເອນກໍຍົກອອກເດີນໄປຕັ້ງຄ້າຍຢູ່ທີ່ໂອໂບທ 11 ແລະເຂົາອອກເດີນຈາກໂອໂບທໄປຕັ້ງຄ້າຍຢູ່ທີ່ອີເຢອາບາຣິມ ຢູ່ໃນຖິ່ນກັນດານກົງຂ້າມໂມອາບທາງທິດຕາເວັນຂຶ້ນ 12 ເຂົາຍົກອອກຈາກທີ່ນັ້ນມາຕັ້ງຄ້າຍຢູ່ທີ່ຫຸບເຂົາເຊເຣດ 13 ເຂົາຍົກອອກເດີນຈາກທີ່ນັ້ນໄປຕັ້ງຢູ່ຟາກເຫນືອຂອງລຸ່ມແມ່ນ້ຳອາຣ໌ໂນນ ຊຶ່ງຢູ່ໃນຖິ່ນກັນດານທີ່ຍຶດມາຈາກເຂດແດນຂອງຄົນອາໂມຣິດ ເພາະວ່າແມ່ນ້ຳອາຣ໌ໂນນເປັນເຂດແດນຂອງໂມອາບ ລະຫວ່າງໂມອາບກັບຄົນອາໂມຣິດ 14 ດັ່ງນັ້ນໃນຫນັງສືສົງຄາມຂອງພຣະຜູ້ເປັນເຈົ້າຈຶ່ງມີວ່າ ວາເຮັບໃນເມືອງຊູຟາ ແລະລຸ່ມແມ່ນ້ຳອາຣ໌ໂນນ 15 ແລະທີ່ເນີນທີ່ຂອງລຸ່ມເຫລົ່ານັ້ນຊື່ງຍຶດໄປຈົນເຖິງທີ່ຕົ້ນເມືອງອາຣ໌ ແລະຕໍ່ໄປເຖິງເຂດແດນໂມອາບ 16 ຈາກທີ່ນັ້ນເຂົາອອກເດີນຕໍ່ໄປເຖິງເມືອງເບເອີ ຊຶ່ງເປັນບໍ່ນ້ຳທີ່ພຣະຜູ້ເປັນເຈົ້າບອກກັບໂມເຊວ່າ, “ຈົ່ງຮວບຮວມປະຊາຊົນເຂົ້າດ້ວຍກັນ ເຮົາຈະໃຫ້ນ້ຳແກ່ເຂົາ” 17 ແລ້ວອິສຣາເອນຈຶ່ງຮ້ອງເພງນີ້ວ່າ ບໍ່ນ້ຳເອີຍ ຈົ່ງມີນ້ຳພຸ່ງຂຶ້ນມາ----- ໃຫ້ເຮົາມາຮ້ອງເພງກັນ----- 18 ເປັນບໍ່ນ້ຳທີ່ຫົວຫນ້າໄດ້ຂຸດໄວ້ ເປັນບໍ່ທີ່ເຈົ້ານາຍຂອງປະຊາຊົນເຈາະໄວ້ ດ້ວຍຕະບອງ ແລະໄມ້ເທົ້າຂອງທ່ານເຫລົ່ານັ້ນ ແລະຈາກຖິ່ນກັນດານນັ້ນໄປເຂົາກໍມາເຖິງມັດຕານາ 19 ແລະຈາກມັດຕານາເຖິງເມືອງນາຮາລີເອນ ແລະຈາກນາຮາລີເອນເຖິງເມືອງບາໂມທ 20 ແລະຈາກບາໂມທເຖິງຮ່ອມພູຊຶ່ງຢູ່ໃນທ້ອງຖິ່ນໂມອາບຂ້າງຍອດພູປິສກາຊຶ່ງເບິ່ງລົງມາເຫັນຖິ່ນແຫ້ງແລ້ງກັນດານ
ອິສຣາເອນຊະນະກະສັດຊີໂຮນ
21 ແລ້ວອິສຣາເອນສົ່ງຜູ້ສົ່ງຂ່າວໄປຫາຊີໂຮນກະສັດຄົນອາໂມຣິດກ່າວວ່າ, 20 “ຂໍໃຫ້ຂ້າພະເຈົ້າຜ່ານແຜ່ນດິນຂອງທ່ານ ພວກເຮົາຈະບໍ່ລ້ຽວເຂົ້າໄປໃນນາ ຫລືໃນສວນອະງຸ່ນ ເຮົາຈະບໍ່ດື່ມນ້ຳຈາກບໍ່ ເຮົາຈະເດີນໄປຕາມທາງຫລວງຈົນເຮົາໄດ້ຜ່ານເຂດແດນເມືອງຂອງທ່ານ” 21 ແຕ່ຊີໂຮນບໍ່ຍອມໃຫ້ອິສຣາເອນຍົກຜ່ານເຂດແດນຂອງທ່ານ ທ່ານຮວບຮວມພົນຂອງທ່ານຍົກອອກສູ້ຮົບກັບຄົນອິສຣາເອນໃນຖິ່ນກັນດານ ແລະມາເຖິງຢາຮັສ ຮົບກັບຄົນອິສຣາເອນໃນຖິ່ນກັນດານທີ່ນັ້ນ 22 ແລະຄົນອິສຣາເອນໄດ້ປະຫານທ່ານເສັຽດ້ວຍດາບ ຍຶດເອົາແຜ່ນດິນຂອງທ່ານຈາກແມ່ນ້ຳອາຣ໌ໂນນຈົນເຖິງຢັບໂບກໄກໄປຈົນເຖິງແດນຄົນອັມໂມນ ເພາະວ່າເຂດແດນຂອງຄົນອັມໂມນເຂັ້ມແຂງ 23 ແລະຄົນອິສຣາເອນຍຶດເມືອງເຫລົ່ານີ້ທັງຫມົດ ແລະຄົນອິສຣາເອນເຂົ້າຕັ້ງຢູ່ໃນຫົວເມືອງຂອງຄົນອາໂມຣິດໃນເຮສໂບນ ແລະຕາມຊົນນະບົດທັງຫມົດ 24 ເພາະວ່າເຮສໂບນເປັນເມືອງຫລວງຂອງຊີໂຮນກະສັດຂອງຄົນອາໂມຣິດ ຜູ້ທີ່ຕໍ່ສູ້ກັບກະສັດຊາວໂມອາບອົງກ່ອນ ແລະຍຶດໄດ້ແຜ່ນດິນຂອງທ່ານທັງສິ້ນໄກໄປເຖິງແມ່ນ້ຳອາຣ໌ໂນນ 25 ເພາະສະນັ້ນນັກຮ້ອງບົດປະພັນຈຶ່ງເວົ້າວ່າ ມາທີ່ເຮສໂບນໃຫ້ສ້າງ ແລະສະຖາປະນາເມືອງແຫ່ງຊີໂຮນຂຶ້ນ 26 ເພາະວ່າມີໄຟອອກໄປຈາກເຮສໂບນ ມີແປວໄຟອອກໄປຈາກເມືອງແຫ່ງຊີໂຮນ ໄດ້ທຳລາຍເມືອງອາຣ໌ຂອງໂມອາບ ເຈົ້າຂອງແຫ່ງເນີນສູງຂອງແມ່ນ້ຳອາຣ໌ໂນນ 27 ໂອ ໂມອາບເອີຍ ວິບັດແກ່ເຈົ້າ ໂອ ຊົນຊາດແຫ່ງພຣະເຄໂມສເອີຍ ເຈົ້າຕ້ອງພິນາດ ພຣະເຄໂມສໄດ້ທຳໃຫ້ບຸດຊາຍຂອງຕົນເປັນຄົນຫລົບໄພ ແລະທຳໃຫ້ລູກສາວຂອງຕົນເປັນຊະເລີຍຂອງຊີໂຮນກະສັດຄົນອາໂມຣິດ 28 ເຮົາທັງຫລາຍໄດ້ຍີງເຂົາທັງປວງ ເຣສໂບນພິນາດຈົນເຖິງດີໂບນ ເຮົາໄດ້ກວາດລ້າງເຖິງໂນຟາເສັຽ ຄືເຖິງເມເດບາ 29 ດັ່ງນັ້ນ ຄົນອິສຣາເອນໄດ້ອາໄສຢູ່ໃນແຜ່ນດິນຄົນອາໂມຣິດ 30 ແລະໂມເຊໃຊ້ຄົນໄປສອດແນມເມືອງຢາເຊີ ແລະເຂົາທັງຫລາຍໄດ້ຍຶດຊົນນະບົດຂອງເມືອງນັ້ນ ແລະຂັບໄລ່ຄົນອາໂມຣິດທີ່ຢູ່ທີ່ນັ້ນເສັຽ
ອິສຣາເອນຊະນະ ກະສັດໂອກ
31 ແລ້ວເຂົາກໍລ້ຽວຍົກເດີນໄປຕາມທາງເມືອງບາຊານ ແລະກະສັດໂອກ ເມືອງບາຊານກໍອອກມາທັງຕົວທ່ານກັບພົນໄພ່ຂອງທ່ານເພື່ອສູ້ຮົບກັບເຂົາທີ່ເອັດເຣອີ 32 ແຕ່ພຣະຜູ້ເປັນເຈົ້າໄດ້ບອກໂມເຊວ່າ, “ຢ່າຢ້ານເຂົາເລີຍ ເພາະເຮົາໄດ້ມອບເຂົາໄວ້ໃນມືຂອງເຈົ້າແລ້ວ ທັງພົນໄພ່ຂອງເຂົາ ແລະແຜ່ນດິນຂອງເຂົາ ແລະເຈົ້າຈະກະທຳແກ່ເຂົາຢ່າງເຈົ້າໄດ້ກະທຳແກ່ຊີໂຮນກະສັດຄົນອາໂມຣິດຜູ້ຢູ່ທີ່ເຮສໂບນ” 33 ດັ່ງນັ້ນ ເຂົາທັງຫລາຍຈຶ່ງຂ້າໂອກ ແລະລູກຫລານຂອງທ່ານເສັຽ ທັງປະຊາຊົນຂອງທ່ານບໍ່ມີເຫລືອໃຫ້ທ່ານຈັກຄົນດຽວ ແລະເຂົາທັງຫລາຍກໍເຂົ້າຍຶດແຜ່ນດິນຂອງທ່ານ
ເຈົ້າຊີວິດຊາວໂມອາບສົ່ງຄົນໄປຫາບາລາອາມ
1 ຊາວອິສຣາເອນໄດ້ເຄື່ອນຍ້າຍໄປຕັ້ງຄ້າຍຢູ່ຕາມທົ່ງຮາບໂມອາບຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ ຊຶ່ງກົງກັນຂ້າມກັບເມືອງເຢຣີໂກ 2 ເມື່ອເຈົ້າຊີວິດບາລາກ ບຸດຊາຍຂອງຊິບໂປໄດ້ເຫັນສິ່ງທີ່ຊາວອິສຣາເອນໄດ້ກະທຳຕໍ່ຊາວອາໂມຣິດແລ້ວ 3 ພຣະອົງ ແລະປະຊາຊົນຊາວໂມອາບກໍເກີດມີຄວາມສະທ້ານຢ້ານກົວຊາວອິສຣາເອນ ຍ້ອນວ່າຊາວອິສຣາເອນມີຈຳນວນຫລວງຫລາຍ 4 ຊາວໂມອາບຈຶ່ງເວົ້າຕໍ່ພວກຜູ້ນຳຊາວມີດີອານວ່າ, “ໃນບໍ່ຊ້ານີ້ ຝູງຊົນເຫລົ່ານີ້ຈະທຳລາຍທຸກສິ່ງຢູ່ອ້ອມເຣົາເຫມືອນດັ່ງງົວກິນຫຍ້າຢູ່ຕາມທົ່ງ” ໃນສະໄຫມນັ້ນ ບາລາກໄດ້ເປັນເຈົ້າຊີວິດຊາວໂມອາບ 5 ດັ່ງນັ້ນພຣະອົງຈຶ່ງຈັດສົ່ງຜູ້ນຳຂ່າວໄປຫາບາລາອາມ ບຸດຊາຍຂອງເບໂອຢູ່ເມືອງເປໂທ ໃກ້ແມ່ນ້ຳເອີຟຣາດ ທີ່ປະເທດອາມາວ ໃຫ້ຣາຍງານຂ່າວຕໍ່ ບາລາອາມວ່າ, “ເຈົ້າບາລາກຢາກໃຫ້ທ່ານຮູ້ວ່າ ຊົນຊາດທັງຫມົດທີ່ມາຈາກປະເທດເອຢິບນັ້ນໄດ້ຢາຍຢູ່ທຸກໆບ່ອນ ເຂົາໄດ້ຂູ່ເຂັນວ່າຈະຍຶດເອົາປະເທດຂອງພວກເຮົາ 6 ພວກເຂົາມີຈຳນວນຫລາຍກວ່າພວກເຮົາ ສະນັ້ນ ຂໍໃຫ້ທ່ານມາສາບແຊ່ງພວກເຂົາໃຫ້ພວກເຮົາແດ່ທ້ອນ ບາງທີພວກເຮົາອາດຈະຊະນະພວກເຂົາ ແລະຂັບໄລ່ພວກເຂົາຫນີຈາກແຜ່ນດິນນີ້ໄດ້ ເຈົ້າບາລາກຮູ້ດີວ່າຖ້າທ່ານກ່າວຄຳອວຍພອນ ປະຊາຊົນກໍໄດ້ພອນ ຖ້າທ່ານປ້ອຍດ່າ ພວກເຂົາກໍຈະຖືກປ້ອຍດ່າ” 7 ແລ້ວພວກຜູ້ນຳຊາວໂມອາບ ກັບຊາວມີດີອາມກໍອອກເດີນທາງໄປຫາບາລາອາມ ພ້ອມທັງເອົາເງິນຄຳພິທີສາບແຊ່ງໄປນຳ ແລະຣາຍງານຄຳເວົ້າຂອງບາລາກຕໍ່ທ່ານ 8 ແລ້ວບາລາອາມຈຶ່ງເວົ້າຕໍ່ພວກນີ້ວ່າ, “ຈົ່ງພາກັນນອນຄ້າງຄືນຢູ່ນີ້ສາກ່ອນ ແລ້ວມື້ອື່ນ ຂ້າພະເຈົ້າຈະບອກໃຫ້ພວກທ່ານຊາບວ່າ ພຣະຜູ້ເປັນເຈົ້າ ຊົງກ່າວຢ່າງໃດຕໍ່ຂ້າພະເຈົ້າ” ດັ່ງນັ້ນ ພວກຜູ້ນຳຊາວໂມອາບຈຶ່ງພັກຢູ່ກັບ ບາລາອາມ 9 ພຣະເຈົ້າຊົງສະເດັດມາຖາມບາລາອາມວ່າ, “ພວກທີ່ມາພັກກັບເຈົ້ານັ້ນແມ່ນໃຜ?” 10 ບາລາອາມກໍຕອບວ່າ, “ເຈົ້າບາລາກແຫ່ງປະເທດໂມອາບໄດ້ສົ່ງພວກນີ້ມາບອກຂ້າພຣະອົງວ່າ 11 ພວກທີ່ມາຈາກປະເທດເອຢິບໄດ້ແຜ່ຜາຍອອກໄປທົ່ວທຸກບ່ອນໃນປະເທດ ທ່ານຢາກໃຫ້ຂ້າພຣະອົງດ່າສາບແຊ່ງພວກເຂົາໃຫ້ທ່ານ ເພື່ອວ່າທ່ານຈະຕໍ່ສູ້ກັບພວກເຂົາ ແລະຂັບໄລ່ພວກເຂົາອອກໄດ້” 12 ພຣະເຈົ້າຊົງກ່າວຕໍ່ບາລາອາມວ່າ, “ຢ່າໄປກັບພວກນີ້ ແລະຢ່າສາບແຊ່ງປະຊາຊົນອິສຣາເອນເລີຍ ເພາະວ່າພວກເຂົາມີພອນຂອງເຮົາແລ້ວ” 13 ເຊົ້າມື້ໃຫມ່ມາ ບາລາອາມຈຶ່ງໄປຫາພວກຜູ້ນຳຂ່າວຂອງເຈົ້າບາລາກ ແລະເວົ້າວ່າ, “ຈົ່ງພາກັນກັບຄືນເມືອສາ ເພາະວ່າພຣະຜູ້ເປັນເຈົ້າບໍ່ອະນຸຍາດໃຫ້ຂ້າພະເຈົ້າໄປກັບທ່ານ” 14 ແລ້ວພວກນີ້ກໍກັບຄືນເມືອຫາ ບາລາກ ແລະຣາຍງານຕໍ່ພຣະອົງຕາມທີ່ ບາລາອາມປະຕິເສດບໍ່ຍອມມາກັບພວກຕົນ 15 ສ່ວນເຈົ້າບາລາກ ກໍຈັດສົ່ງພວກຜູ້ນຳຫລາຍກວ່າເທື່ອທຳອິດ ແລະມີກຽດຕິຍົດສູງກວ່າໄປອີກ 16 ພວກເຫລົ່ານີ້ກໍກັບຄືນໄປຣາຍງານຕໍ່ ບາລາອາມຕາມຖ້ອຍຄຳຂອງ ບາລາກວ່າ, “ຢ່າປະຕິເສດເລີຍ ຈົ່ງມາຕາມຄຳຮ້ອງຂໍຂອງເຮົາເທີນ 17 ເຮົາຈະຕອບບຸນແທນຄຸນທ່ານໂດຍໃຫ້ທ່ານຮັ່ງມີເປັນດີ ແລະຈະປະຕິບັດຕາມທຸກສີ່ງທີ່ທ່ານຮ້ອງຂໍມາ ຂໍກະຣຸນາມາດ່າສາບແຊ່ງພວກເຫລົ່ານີ້ໃຫ້ເຣົາແດ່ທ້ອນ” 18 ແຕ່ບາລາອາມຕອບວ່າ, “ເຖິງແມ່ນວ່າເຈົ້າບາລາກຈະມອບເງິນມອບຄຳພາຍໃນພຣະຣາຊວັງໃຫ້ຂ້າພະເຈົ້າ ຂ້າພະເຈົ້າກໍບໍ່ອາດຂັດຂືນຄຳສັ່ງຂອງພຣະຜູ້ເປັນເຈົ້າ ຜູ້ຊົງເປັນພຣະເຈົ້າຂອງຂ້າພະເຈົ້າໄດ້ດອກ 19 ແຕ່ຂໍໃຫ້ພວກທ່ານຄ້າງຄືນຢູ່ບ່ອນນີ້ເຫມືອນພວກອື່ນໆທີ່ເຄີຍມາແລ້ວ ເພື່ອວ່າບາງທີ່ຂ້າພະເຈົ້າຈະໄດ້ຮູ້ຈັກຕື່ມວ່າ ພຣະຜູ້ເປັນເຈົ້າຊົງມີສິ່ງອື່ນທີ່ຈະບອກຂ້າພະເຈົ້າອີກຫລືບໍ່” 20 ແລ້ວໃນຄືນນັ້ນ ພຣະເຈົ້າກໍຊົງສະເດັດມາບອກບາລາອາມວ່າ, “ຖ້າພວກເຫລົ່ານີ້ມາຮ້ອງຂໍໃຫ້ເຈົ້າໄປກັບພວກເຂົາ ເຈົ້າຈົ່ງຕຽມຕົວໄປສາ ແຕ່ຂໍພຽງໃຫ້ເຈົ້າທຳຕາມສິ່ງທີ່ເຮົາບອກເທົ່ານັ້ນ” 21 ດັ່ງນັ້ນ ເຊົ້າມື້ໃຫມ່ມາ ບາລາອາມຈຶ່ງຈັດແຈ່ງເອົາອານໃສ່ຫລັງລໍ ແລະອອກເດີນທາງໄປກັບພວກຜູ້ນຳຊາວໂມອາບ
ທູດສວັນແລະລໍຂອງບາລາອາມ
22 ພຣະເຈົ້າຊົງພຣະພິໂຣດທີ່ບາລາອາມໄປກັບພວກເຂົາ ໃນຂນະທີ່ ບາລາອາມຂີ່ລໍໄປໂດຍມີຄົນໃຊ້ສອງຄົນເປັນຕິດຕາມໄປນັ້ນ ເທວະດາຂອງພຣະຜູ້ເປັນເຈົ້າກໍຊົງຢືນຢູ່ກາງທາງເພື່ອກີດກັ້ນທາງເດີນຂອງທ່ານ 23 ພໍເມື່ອລໍຫລຽວເຫັນເທວະດາຊົງຢືນຖືດາບຢູ່ ມັນກໍແລ່ນຫນີອອກຈາກທາງນັ້ນໄປທາງທົ່ງນາ ແຕ່ບາລາອາມໄດ້ຕີລໍ ແລະຂະຫນາບມັນກັບຄືນມາສູ່ຫົນທາງໃຫຍ່ 24 ຕໍ່ມາອີກ ເທວະດາກໍຢືນຢູ່ແຄມທາງລະຫວ່າງສວນອະງຸ່ນຊຶ່ງມີກຳແພງຫີນຢູ່ສອງຟາກຂ້າງ 25 ເມື່ອລໍຫລຽວເຫັນເທວະດາມັນກໍເຊເຂົ້າໄປຕຳຝາກຳແພງ ແລະຫນີບຕີນຂອງບາລາອາມເຂົ້າໃສ່ຝາ ບາລາອາມຈຶ່ງຕີລໍອີກເທື່ອນຶ່ງ 26 ແລ້ວເທວະດາກໍຫນີໄປທາງຫນ້າອີກ ໄປຢູ່ບ່ອນແຄບໆ ຊຶ່ງໃນບ່ອນນັ້ນບໍ່ມີປ່ອງທາງຈະຜ່ານໄປທາງອື່ນໄດ້ເລີຍ 27 ເທື່ອນີ້ ເມື່ອລໍຫລຽວເຫັນເທວະດາມັນກໍຫມູບລົງ ສ່ວນບາລາອາມກໍແຮງໃຈຮ້າຍ ທ່ານເອົາໄມ້ແສ້ຕີຫລັງລໍອີກ 28 ພຣະຜູ້ເປັນເຈົ້າຈຶ່ງທຳໃຫ້ລໍປາກເປັນ ແລະມັນໄດ້ເວົ້າຕໍ່ບາລາອາມວ່າ, “ທ່ານຈະໃຫ້ຂ້າພະເຈົ້າທຳຢ່າງໃດ ເປັນຫຍັງທ່ານຈຶ່ງໄດ້ຂ້ຽນຕີຂ້າພະເຈົ້າເຖິງສາມເທື່ອດັ່ງນີ້” 29 ບາລາອາມກໍຕອບວ່າ, “ເພາະວ່າເຈົ້າແກ້ງເຮົາ ຖ້າວ່າເຮົາມີດາບ ເຮົາຈະຕ້ອງຂ້າເຈົ້າເສັຽ” 30 ລໍກໍເວົ້າອີກວ່າ, “ຂ້າພະເຈົ້າບໍ່ແມ່ນລໍຕົວທີ່ທ່ານເຄີຍຂີ່ມາເລື້ອຍໆນັ້ນບໍ ຂ້າພະເຈົ້າເຄີຍໄດ້ເຮັດກັບທ່ານແບບນີ້ມາກ່ອນບໍ” ບາລາອາມຈຶ່ງຕອບວ່າ, “ບໍ່ດອກ” 31 ພຣະຜູ້ເປັນເຈົ້າກໍທຳໃຫ້ ບາລາອາມເຫັນເທວະດາຖືດາບຢືນຢູ່ບ່ອນນັ້ນ ບາລາອາມຈຶ່ງກົ້ມຫນ້າຂາບລົງ 32 ເທວະດາໄດ້ຖາມວ່າ, “ເປັນຫຍັງເຈົ້າຈຶ່ງຕີລໍຂອງເຈົ້າເຖິງສາມເທື່ອດັ່ງນີ້ ເຮົາມານີ້ເພື່ອຂັດຂວາງເຈົ້າບໍ່ໃຫ້ເດີນທາງໄປທາງນີ້ 33 ແຕ່ລໍຂອງເຈົ້າໄດ້ເຫັນເຮົາກ່ອນ ແລະງວກຫນ້າຫນີໄປທາງໃຫມ່ເຖິງສາມຄັ້ງ ຖ້າວ່າມັນບໍ່ທຳດັ່ງນັ້ນ ເຮົາຕ້ອງໄດ້ຂ້າເຈົ້າແລ້ວ ແລະລໍຂອງເຈົ້າກໍຈະຖືກປ່ອຍໄປ” 34 ບາລາອາມຈຶ່ງເວົ້າວ່າ, “ຂ້າພຣະອົງໄດ້ທຳຜິດແລ້ວ ເພາະຂ້າພຣະອົງບໍ່ຮູ້ມາກ່ອນວ່າພຣະອົງມາຢືນຂວາງທາງຂ້າພຣະອົງ ໃນເມື່ອພຣະອົງຄິດວ່າການທີ່ຈະເດີນທາງຕໍ່ໄປນີ້ຫາກເປັນການຜິດ ຂ້າພຣະອົງກໍຈະກັບຄືນເມືອ” 35 ແຕ່ເທວະດາບອກວ່າ, “ຈົ່ງເດີນທາງຕໍ່ໄປກັບຄົນເຫລົ່ານີ້ ແຕ່ໃຫ້ເວົ້າຄຳທີ່ເຮົາບອກເຈົ້າໃຫ້ເວົ້າເທົ່ານັ້ນ” ດັ່ງນັ້ນບາລາອາມຈຶ່ງອອກເດີນທາງຕໍ່ໄປກັບຜູ້ນຳໂມອາບຊຶ່ງບາລາກໄດ້ຈັດສົ່ງມາ 36 ເມື່ອບາລາກຮູ້ວ່າ ບາລາອາມກຳລັງມາ ພຣະອົງກໍອອກໄປຕ້ອນຮັບທ່ານທີ່ເມືອງອີຣ໌ ຢູ່ແຄມແມ່ນ້ຳອາຣ໌ໂນນໃກ້ເຂດແດນໂມອາບ 37 ບາລາກຈຶ່ງຖາມ ບາລາອາມວ່າ, “ເມື່ອເຣົາສົ່ງຄົນໄປຫາທ່ານ ເປັນຫຍັງທ່ານຈຶ່ງບໍ່ມາ ຫລືທ່ານຄິດວ່າເຮົາບໍ່ອາດສາມາດໃຫ້ຂອງບັນນາການແກ່ທ່ານພຽງພໍຊັ້ນບໍ່” 38 ບາລາອາມຈຶ່ງຕອບວ່າ, “ຂ້າພະເຈົ້າໄດ້ມານີ້ ແລ້ວເດ່ ແຕ່ວ່າດຽວນີ້ ພຣະອົງຮູ້ບໍ່ວ່າ ຂ້າພະເຈົ້າບໍ່ມີອຳນາດຫຍັງຫມົດ ຂ້າພະເຈົ້າເວົ້າໄດ້ພຽງແຕ່ຖ້ອຍຄຳທີ່ພຣະຜູ້ເປັນເຈົ້າຊົງບອກໃຫ້ເວົ້າເທົ່ານັ້ນ” 39 ດັ່ງນັ້ນ ບາລາອາມກໍໄປເມືອງກີຣີອາດຮູໂຊທ ກັບບາລາກ 40 ຢູ່ເມືອງນີ້ບາລາກໄດ້ຂ້າງົວ ແລະແກະ ແລ້ວໄດ້ເອົາຊີ້ນບາງສ່ວນໃຫ້ແກ່ບາລາອາມ ກັບພວກຜູ້ນຳທີ່ຢູ່ກັບທ່ານ
ຄຳທຳນວາຍຄັ້ງທຳອິດຂອງບາລາອາມ
41 ເຊົ້າມື້ໃຫມ່ມາ ບາລາກກໍພາບາລາອາມຂຶ້ນໄປເມືອງບາໂມທບາອານ ຈາກບ່ອນນັ້ນບາລາອາມໄດ້ຫລຽວເຫັນຊາວອິສຣາເອນສ່ວນນຶ່ງ
1 ທ່ານຈີ່ງເວົ້າຕໍ່ບາລາກວ່າ, “ຂໍໃຫ້ສ້າງແທ່ນບູຊາເຈັດແທ່ນໃຫ້ຂ້າພະເຈົ້າແດ່ ແລະໃຫ້ນຳເອົາງົວເຖິກ ແລະແກະແນວລະເຈັດໂຕມາໃຫ້ຂ້າພະເຈົ້າ” 2 ບາລາກໄດ້ປະຕິບັດຕາມຄຳທີ່ ບາລາອາມໄດ້ບອກທັງສອງໄດ້ກະທຳການຖວາຍບູຊາງົວ ແລະແກະໃສ່ເທິງແທ່ນບູຊາແຕ່ລະອັນ 3 ແລ້ວບາລາອາມຈີ່ງເວົ້າຕໍ່ບາລາກວ່າ, “ໃນຂນະທີ່ຂ້າພະເຈົ້າໄປເບິ່ງວ່າ ພຣະຜູ້ເປັນເຈົ້າຈະມາພົບຂ້າພະເຈົ້າຫລືບໍ່ນັ້ນ ຂໍໃຫ້ພຣະອົງຢືນຢູ່ໃກ້ໆກັບບ່ອນເຜົາຖວາຍບູຊາຂອງພຣະອົງນີ້ເດີ ຂ້າພະເຈົ້າຈະບອກພຣະອົງທຸກສີ່ງທີ່ພຣະຜູ້ເປັນເຈົ້າຊົງນິມິດໃຫ້ເຫັນ” ດັ່ງນັ້ນ ບາລາອາມຈຶ່ງຂຶ້ນໄປບ່ອນສູງ ແລະແປນ 4 ໃນຂນະນັ້ນ ພຣະເຈົ້າກໍຊົງສະເດັດມາພົບທ່ານ ບາລາອາມຈຶ່ງທູນຕໍ່ພຣະອົງວ່າ, “ຂ້າພຣະອົງໄດ້ສ້າງແທ່ນບູຊາ ແລະໄດ້ຖວາຍງົວ ແລະແກະໄວ້ເທິງທຸກແທ່ນ” 5 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈົ່ງນຳຖ້ອຍຄຳຂອງເຮົາຄືນໄປບອກກັບບາລາກ” 6 ດັ່ງນັ້ນ ບາລາອາມຈຶ່ງກັບຄືນໄປ ແລະໄດ້ພົບບາລາກກຳລັງຢືນຢູ່ໃກ້ເຄື່ອງເຜົາບູຊາ ພ້ອມທັງພວກຜູ້ນຳຊາວໂມອາບທຸກຄົນ 7 ບາລາອາມໄດ້ເວົ້າຄຳທຳນວາຍນີ້ໂດຍເປັ່ງສຽງຂຶ້ນວ່າ, “ເຈົ້າບາລາກໄດ້ພາຂ້າພະເຈົ້າມາຈາກອາຣາມ ທ່ານກະສັດຂອງໂມອາບໄດ້ພາຂ້າພະເຈົ້າມາຈາກພູທາງທິດຕາເວັນອອກ ມາເຖີດ ມາດ່າສາບແຊ່ງຢາໂຄບເພື່ອຂ້າພະເຈົ້າ ມາເຖີດມາປະນາມອິສຣາເອນເທີນ” 8 ຂ້າພະເຈົ້າຈະແຊ່ງໄດ້ຢ່າງໃດ ໃນເມື່ອພຣະເຈົ້າບໍ່ໄດ້ຊົງແຊ່ງ ຫລືວ່າຂ້າພະເຈົ້າຈະປະນາມໄດ້ຢ່າງໃດ ໃນເມື່ອພຣະເຈົ້າບໍ່ໄດ້ຊົງປະນາມ 9 ເມື່ອຂ້າພະເຈົ້າຢືນຢູ່ເທິງພູສູງ ຂ້າພະເຈົ້າໄດ້ຫລຽວເຫັນພວກອິສຣາເອນນີ້ ຂ້າພະເຈົ້າໄດ້ຫລຽວເຫັນພວກເຂົາຈາກພູນ້ອຍ ພວກເຂົາເປັນຊົນຊາດທີ່ຢູ່ເປົ່າປ່ຽວດຽວດາຍ ພວກເຂົາຮູ້ດີວ່າພວກເຂົາໄດ້ຣັບພຣະພອນພິເສດບໍ່ຄືຊາດອື່ນໆ 10 ລູກຫລານຂອງຢາໂຄບເຫມືອນກັບຂີ້ຝຸ່ນດິນ ມັນມີຫລວງຫລາຍຈົນບໍ່ສາມາດນັບໄດ້ ຫລືນັບນຶ່ງໃນສີ່ຂອງອິສຣາເອນໄດ້ ຂໍໃຫ້ຂ້າພະເຈົ້າຕາຍຢ່າງຄົນຊອບທັມ ແລະຂໍໃຫ້ມື້ສຸດທ້າຍຂອງຂ້າພະເຈົ້າເປັນເຫມືອນວັນສຸດທ້າຍຂອງຜູ້ນຶ່ງໃນຫມູ່ໄພ່ພົນຂອງເຂົາ” 11 ແລ້ວບາລາກຈຶ່ງເວົ້າຕໍ່ບາລາອາມວ່າ, “ເປັນຫຍັງເຈົ້າຈຶ່ງທຳໃຫ້ເຮົາແບບນີ້ ການທີ່ເຮົາພາເຈົ້າມາບ່ອນນີ້ ບໍ່ແມ່ນວ່າໃຫ້ມາອວຍພອນໃຫ້ພວກສັດຕຣູຂອງເຮົາ ແຕ່ວ່າໃຫ້ມາດ່າສາບແຊ່ງພວກເຂົາ” 12 ບາລາອາມຈຶ່ງຕອບວ່າ, “ຂ້າພະເຈົ້າເວົ້າໄດ້ພຽງແຕ່ສິ່ງທີ່ພຣະຜູ້ເປັນເຈົ້າຊົງບອກໃຫ້ຂ້າພະເຈົ້າເວົ້າເທົ່ານັ້ນ”
ຄຳທຳນວາຍຄັ້ງທີ່ສອງຂອງບາລາອາມ
13 ແລ້ວບາລາກກໍເວົ້າຕໍ່ບາລາອາມອີກວ່າ, “ຈົ່ງໄປບ່ອນອື່ນອີກກັບເຣົາ ແລະທ່ານຈະໄດ້ເຫັນພວກອິສຣາເອນພຽງແຕ່ຈຳນວນນ້ອຍຄົນເທົ່ານັ້ນ ແລ້ວຂໍໃຫ້ທ່ານສາບແຊ່ງພວກເຂົາຢູ່ບ່ອນນັ້ນ” 14 ດັ່ງນັ້ນ ບາລາກຈຶ່ງນຳບາລາອາມໄປຍັງທົ່ງນາ ໂຊຟິມ ແລະໄປເທິງຈອມພູປິສກາ ຢູ່ບ່ອນນີ້ພຣະອົງໄດ້ຊົງສ້າງແທ່ນບູຊາເຈັດແທ່ນ ແລະຖວາຍບູຊາງົວ ແລະແກະໃສ່ແຕ່ລະແທ່ນ 15 ບາລາອາມໄດ້ເວົ້າຕໍ່ບາລາກວ່າ, “ຂໍໃຫ້ພຣະອົງຢືນຢູ່ໃກ້ໆກັບເຄື່ອງເຜົາບູຊາຂອງພຣະອົງນີ້ເດີ ແລະຂ້າພະເຈົ້າຈະໄປເຂົ້າເຝົ້າພຣະເຈົ້າຢູ່ທາງເບື້ອງພຸ້ນ” 16 ພຣະຜູ້ເປັນເຈົ້າຊົງສະເດັດມາພົບບາລາອາມ ແລະບອກຖ້ອຍຄຳທີ່ຈະເວົ້າ ແລ້ວກໍຊົງສົ່ງບາລາອາມນຳຖ້ອຍຄຳກັບຄືນໄປບອກບາລາກ 17 ດັ່ງນັ້ນ ບາລາອາມຈຶ່ງກັບຄືນໄປແລະພົບ ບາລາກກຳລັງຢືນຢູ່ໃກ້ໆເຄື່ອງເຜົາບູຊາພ້ອມທັງພວກຜູ້ນຳຊາວໂມອາບທຸກຄົນ ບາລາກໄດ້ຖາມເຖິງຖ້ອຍຄຳທີ່ພຣະຜູ້ເປັນເຈົ້າຊົງກ່າວໄວ້ 18 ບາລາອາມຈຶ່ງກ່າວຄຳທຳນວາຍນີ້ໂດຍເປັ່ງສຽງຂຶ້ນວ່າ, “ບາລາກ ບຸດຊາຍຂອງຊິບໂປເອີຍ ຈົ່ງມາພີ້ ແລະຟັງຄຳທີ່ຂ້າພະເຈົ້າຈະກ່າວອອກໄປ 19 ພຣະເຈົ້າບໍ່ໄດ້ເວົ້າຕົວະເຫມືອນດັ່ງມະນຸດ ພຣະອົງບໍ່ແມ່ນມະນຸດທີ່ມັກປ່ຽນໃຈ ທຸກສິ່ງທີ່ພຣະອົງຊົງສັນຍາ ພຣະອົງກໍຊົງທຳຕາມສັນຍາ ພຣະອົງຊົງເວົ້າຫຍັງມັນກໍເປັນໄປຢ່າງນັ້ນ 20 ພຣະເຈົ້າຊົງໃຫ້ຂ້າພະເຈົ້າເປັນຜູ້ອວຍພອນ ເມື່ອພຣະອົງຊົງອວຍພອນແລ້ວ ຂ້າພະເຈົ້າຈະລຶບລ້າງຄຳອວຍພອນນັ້ນບໍ່ໄດ້ 21 ຂ້າພະເຈົ້າມອງເຫັນສິ່ງຈະເກີດຂຶ້ນກັບຊາວອິສຣາເອນ ຈະບໍ່ມີຄວາມທຸກຍາກ ຫລືລໍາບາກແຕ່ຢ່າງໃດ ພຣະຜູ້ເປັນເຈົ້າຂອງພວກເຂົາກໍຊົງສະຖິດຢູ່ກັບພວກເຂົາ ແລະພວກເຂົາກໍໄດ້ປະກາດວ່າ ພຣະອົງຊົງເປັນເຈົ້າຊີວິດຂອງພວກເຂົາ 22 ພຣະເຈົ້າຊົງໄດ້ນຳພວກເຂົາອອກມາຈາກປະເທດເອຢິບ ພຣະອົງຊົງຕໍ່ສູ້ເພື່ອພວກເຂົາເຫມືອນດັ່ງຄວາຍປ່າ 23 ບໍ່ມີຫມໍເວດມົນຄາຖາຜູ້ໃດທີ່ຈະຕໍ່ສູ້ຊົນຊາດອິສຣາເອນໄດ້ ສະນັ້ນປະຊາຊົນຈຶ່ງພາກັນກ່າວເຖິງອິສຣາເອນວ່າ “ເບິ່ງແມ໋, ສິ່ງທີ່ພຣະເຈົ້າຊົງກະທຳຕໍ່ອິສຣາເອນ” 24 ຊົນຊາດອິສຣາເອນເຫມືອນສິງໂຕຮ້າຍແຮງ ມັນຈະບໍ່ຢຸດນີ້ງຈົນກວ່າໄດ້ຈີກ ແລະກັດສວບ ແລະຈົນກວ່າມັນຈະໄດ້ກີນເລືອດຂອງຜູ້ທີ່ມັນຂ້າ” 25 ແລ້ວບາລາກໄດ້ເວົ້າຕໍ່ບາລາອາມວ່າ, “ຖ້າທ່ານປະຕິເສດບໍ່ຍອມດ່າສາບແຊ່ງປະຊາຊົນອິສຣາເອນ ກໍຂໍຢ່າໄດ້ອວຍພອນພວກເຂົາເລີຍ” 26 ບາລາອາມໄດ້ຕອບວ່າ, “ຂ້າພະເຈົ້າເຄີຍບອກພຣະອົງແລ້ວ ຂ້າພະເຈົ້າຈະທຳແຕ່ສິ່ງທີ່ພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າເທົ່ານັ້ນ”
ບາລາອາມທຳນວາຍຄັ້ງທີ່ສາມ
27 ບາລາກໄດ້ເວົ້າວ່າ, “ຈົ່ງມາກັບເຮົາ ແລະເຮົາຈະພາທ່ານໄປບ່ອນອື່ນອີກ ບາງທີ່ພຣະເຈົ້າຈະຊົງອະນຸຍາດໃຫ້ທ່ານດ່າສາບແຊ່ງພວກເຂົາໃນບ່ອນນັ້ນ” 28 ດັ່ງນັ້ນ ພຣະອົງຈຶ່ງພາບາລາອາມໄປເທິງຈອມພູ ເປໂອຣ໌ ຊຶ່ງເປັນບ່ອນທີ່ຫລຽວເຫັນຖິ່ນກັນດານໄດ້ 29 ບາລາອາມໄດ້ເວົ້າຕໍ່ບາລາກວ່າ, “ຈົ່ງສ້າງແທ່ນບູຊາໃຫ້ຂ້າພະເຈົ້າເຈັດແທ່ນ ແລະນຳເອົາງົວ ແລະແກະມາໃຫ້ຂ້າພະເຈົ້າແນວລະເຈັດໂຕ” 30 ບາລາກກໍປະຕິບັດຕາມຄຳບອກກ່າວ ແລະໄດ້ຖວາຍບູຊາງົວ ແລະແກະໄວ້ເທິງແທ່ນບູຊາແຕ່ລະແທ່ນ
1 ໃນເທື່ອນີ້ ບາລາອາມຮູ້ວ່າ ພຣະຜູ້ເປັນເຈົ້າຢາກໃຫ້ທ່ານອວຍພອນພວກອິສຣາເອນ ສະນັ້ນທ່ານຈຶ່ງບໍ່ໄດ້ໄປເບິ່ງໂຊກເບິ່ງລາງຕາມທີ່ໄດ້ເຄີຍປະຕິບັດມາກ່ອນ 2 ທ່ານອວາຍຫນ້າໄປທາງຖິ່ນກັນດານ ແລະເຫັນຊາວອິສຣາເອນຕັ້ງຄ້າຍຢູ່ເປັນເຜົ່າເປັນຕະກູນ ພຣະວິນຍານບໍຣິສຸດຂອງພຣະເຈົ້າຊົງສະເດັດລົງມາເທິງທ່ານ 3 ທ່ານຈຶ່ງໄດ້ກ່າວຄຳທຳນວາຍວ່າ, “ຕໍ່ໄປນີ້ ແມ່ນຖ້ອຍຄຳຂອງບາລາອາມ ບຸດຊາຍຂອງເບໂອຣ໌ ຊຶ່ງເປັນຄຳເວົ້າຂອງຜູ້ທີ່ຮູ້ແຈ້ງເຫັນຈິງ ຄື 4 ຂ້າພະເຈົ້າໄດ້ຍິນຄຳທີ່ພຣະອົງຊົງກ່າວ ໄດ້ເຫັນນິມິດມາຈາກພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ ດ້ວຍຕາທີ່ມີດາວປະກາຍ 5 ຢາໂຄບເອີຍ ຕູບຜ້າເຕັນຂອງທ່ານຊ່າງງາມຫລາຍ ຊາວອິສຣາເອນເອີຍ ຄ້າຍຂອງທ່ານກໍງາມ 6 ເຫມືອນແຖວຕົ້ນຕານອັນຍາວຢຽດ ຫລືສວນທີ່ຢູ່ແຄມແມ່ນ້ຳ ເຫມືອນຕົ້ນໄມ້ຫອມທີ່ພຣະຜູ້ເປັນເຈົ້າຊົງປູກໄວ້ ຫລືຕົ້ນສົນທີ່ຢູ່ໃກ້ນ້ຳ 7 ກອງທັບອິສຣາເອນທຳໃຫ້ຊົນຊາດທັງຫລາຍສັ່ນສະທ້ານ ອິສຣາເອນປົກຄອງຫລາຍຊົນຊາດ ເຈົ້າຊີວິດຂອງພວກເຂົາຍິ່ງໃຫຍ່ກວ່າພວກ ອາກັກ ແລະບັນລັງຂອງພຣະອົງຈະຕ້ອງກວ້າງຂວາງ ແລະແຜ່ຜາຍຮຸ່ງເຮືອງອອກໄປ 8 ພຣະເຈົ້າຊົງນຳພວກເຂົາອອກມາຈາກປະເທດເອຢິບ ພຣະອົງຊົງຕໍ່ສູ້ເພື່ອພວກເຂົາເຫມືອນຄວາຍປ່າ ພວກເຂົາສັງຫານສັດຕຣູ ຫັກກະດູກແລະຫັກລູກຫນ້າຂອງພວກເຂົາ 9 ຊົນຊາດນີ້ເຫມືອນສີງຕົວຮ້າຍແຮງ ເມື່ອເວລາມັນນອນຫລັບບໍ່ມີໃຜກ້າປຸກ ຜູ້ທີ່ອວຍພອນອິສຣາເອນຈະໄດ້ຮັບຄຳອວຍພອນຕອບ ແລະຜູ້ທີ່ສາບແຊ່ງອິສຣາເອນຈະຖືກສາບແຊ່ງ” 10 ບາລາກລຸກຢືນຂຶ້ນກຳກຳປັ້ນດ້ວຍຄວາມໂມໂຫໂກດຮ້າຍ ແລະເວົ້າຕໍ່ບາລາອາມວ່າ, “ເຮົາເອີ້ນເຈົ້າມານີ້ ເພື່ອໃຫ້ມາດ່າສາບແຊ່ງສັດຕຣູຂອງເຮົາ ແຕ່ວ່າທັງສາມຄັ້ງທ່ານໄດ້ອວຍພອນໃຫ້ພວກເຂົາແທ່ນທີ່ຈະດ່າ 11 ບັດນີ້ ຈົ່ງກັບຄືນເມືອສາ ເຮົາສັນຍາວ່າຈະໃຫ້ຣາງວັນແກ່ເຈົ້າ ແຕ່ດຽວນີ້ ພຣະຜູ້ເປັນເຈົ້າບໍ່ອະນຸຍາດໃຫ້ເຈົ້າຮັບຣາງວັນນີ້” 12 ບາລາອາມຈຶ່ງຕອບວ່າ, “ຂ້າພະເຈົ້າໄດ້ບອກພວກທີ່ສົ່ງຂ່າວທີ່ພຣະອົງສົ່ງໄປຫາຂ້າພຣະເຈົ້ານັ້ນແລ້ວເດ່ວ່າ 13 ແມ່ນແຕ່ພຣະອົງຈະເອົາເງິນຄຳທັງຫມົດໃນພຣະຣາຊວັງມາໃຫ້ແກ່ຂ້າພະເຈົ້າ ຂ້າພະເຈົ້າກໍບໍ່ສາມາດທຳສິ່ງໃດໄດ້ ຖ້າຫາກສິ່ງນັ້ນເປັນການຂັດຂືນຄຳສັ່ງຂອງພຣະຜູ້ເປັນເຈົ້າ ຂ້າພະເຈົ້າເວົ້າໄດ້ພຽງແຕ່ຖ້ອຍຄຳທີ່ພຣະຜູ້ເປັນເຈົ້າຊົງບອກໃຫ້ເວົ້າເທົ່ານັ້ນ” 14 ບາລາອາມເວົ້າຕໍ່ບາລາກວ່າ, “ເວລານີ້ ຂ້າພະເຈົ້າຈະກັບຄືນເມືອບ້ານເມືອງຂອງຂ້າພະເຈົ້າແລ້ວ ແຕ່ວ່າກ່ອນຂ້າພະເຈົ້າຈະໄປ ຂ້າພະເຈົ້າຢາກຈະເຕືອນພຣະອົງໃນສິ່ງທີ່ຊາວອິສຣາເອນຈະປະຕິບັດຕໍ່ປະຊາຊົນຂອງພຣະອົງໃນພາຍຂ້າງຫນ້າ”
ບາລາອາມທຳນວາຍຄັ້ງສຸດທ້າຍ
15 ແລ້ວບາລາອາມກໍເວົ້າຄຳທຳນວາຍວ່າ “ຕໍ່ໄປນີ້ ແມ່ນຖ້ອຍຄຳຂອງບາລາອາມ ບຸດຊາຍຂອງເບໂອຣ໌ ເປັນຄຳເວົ້າຂອງຜູ້ຮູ້ເຫັນຈິງ 16 ຜູ້ໄດ້ຍິນຖ້ອຍຄຳຂອງພຣະຜູ້ເປັນເຈົ້າ ແລະຍອມຮັບເອົາສະຕິປັນຍາຂອງຜູ້ສູງສຸດ ຂ້າພະເຈົ້າໄດ້ເຫັນນິມິດທີ່ມາຈາກພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ ດ້ວຍສາຍຕາທີ່ມີແວວອັນປະກາຍ 17 ຂ້າພະເຈົ້າມອງເຫັນອະນາຄົດຂ້າງຫນ້າ ແລະເຫັນຊົນຊາດອິສຣາເອນ ຈະມີເຈົ້າຊີວິດອັນຮຸ່ງເຮືອງ ເຫມືອນດາວເກີດຂຶ້ນມາໃນຖ້າມກາງຊົນຊາດນີ້ ຜູ້ນີ້ຈະເປັນເຫມືອນເຄື່ອງຫມາຍແຫ່ງອຳນາດທີ່ມາຈາກອິສຣາເອນ ພຣະອົງຈະທຸບຕີພວກຜູ້ນຳຂອງໂມອາບ ຈະທຳລາຍພວກທີ່ຈອງຫອງ ແລະຮ້າຍກາດທຸກຄົນ 18 ພຣະອົງຈະຕີຊະນະສັດຕຣູຂອງພຣະອົງທີ່ເມືອງເອໂດມ ແລະຈະຍຶດເອົາແຜ່ນດິນຂອງພວກເຂົາມາເປັນສົມບັດຂອງພຣະອົງ ໃນລະຍະທີ່ພວກອິສຣາເອນດຳເນີນການປາບຢ່າງມີໄຊນັ້ນ 19 ຊົນຊາດອິສຣາເອນຈະຢຽບຢ່ຳພວກເຂົາລົງ ຈະລົບລ້າງທຳລາຍພວກທີ່ລອດຕາຍຢ່າງຫມົດສິ້ນ 20 ແລ້ວບາລາອາມໄດ້ເຫັນພວກອາມາເລກທາງນິມິດ ທ່ານຈຶ່ງທຳນວາຍວ່າ, “ຊາວອາມາເລກເປັນຊົນຊາດທີ່ມີອຳນາດກວ່າຊາດໃດໆ ແຕ່ວ່າຊົນຊາດນີ້ຈະຖືກທຳລາຍໃຫ້ດັບສູນໄປໃນບັ້ນປາຍ 21 ຕໍ່ມາບາລາອາມກໍເຫັນພວກເກນິດ ທາງນິມິດອີກ ທ່ານຈຶ່ງທຳນວາຍວ່າ, “ບ່ອນທີ່ພວກທ່ານຢູ່ນັ້ນແຫນ້ນຫນາຖາວອນ ແລະປອດພັຍເຫມືອນດັ່ງຮັງນົກຢູ່ເທິງຫນ້າຜາ” 22 ແຕ່ວ່າຊາວເກນິດເອີຍ ເຈົ້າຈະຖືກທຳລາຍ ເມື່ອຊາວອັສຊູມາຍຶດຄອງພວກເຈົ້າ 23 ບາລາອາມໄດ້ທຳນວາຍວ່າ, “ແມ່ນປະຊາຊົນພວກໃດທີ່ທ້ອນໂຮມກັນທາງພາກເຫນືອນັ້ນ” 24 ແຕ່ກຳປັ່ນຈະມາຈາກເມືອງກິດຕິມ ທຳລາຍອັສຊູ ແລະເອເບີ ແລະເຂົາຈະຖືກທຳລາຍດ້ວຍ” 25 ແລ້ວບາລາອາມໄດ້ເດີນທາງກັບເມືອບ້ານ ສ່ວນບາລາກໄດ້ເດີນທາງໄປທາງອື່ນ
ອິສຣາເອນນະມັສການພຣະບາອານເປໂອຣ໌
1 ເມື່ອອິສຣາເອນພັກຢູ່ໃນເມືອງຊິດຕິມ ປະຊາຊົນກໍໄດ້ເລີ້ມຫລີ້ນຊູ້ກັບຍິງຊາວໂມອາບ 2 ຍິງເຫລົ່ານີ້ກໍເຊີນປະຊາຊົນໃຫ້ໄປກະທຳບູຊາຕໍ່ພຣະຂອງນາງ ປະຊາຊົນກໍຮັບປະທານ ແລະຂາບໄຫວ້ພຣະຂອງນາງ 3 ດັ່ງນັ້ນ ອິສຣາເອນກໍເຂົ້າຖືພຣະບາອານແຫ່ງເປໂອຣ໌ ແລະພຣະຜູ້ເປັນເຈົ້າຊົງພຣະພິໂຣດຕໍ່ອິສຣາເອນ 4 ແລະພຣະຜູ້ເປັນເຈົ້າກ່າວກັບໂມເຊວ່າ, “ຈົ່ງນຳຫົວຫນ້າທັງຫລາຍຂອງປະຊາຊົນແຂວນຫ້ອຍຕາກແດດໄວ້ຕໍ່ພຣະຜູ້ເປັນເຈົ້າ ເພື່ອວ່າພຣະພິໂຣດອັນກ້ຽວກາດຂອງພຣະຜູ້ເປັນເຈົ້າຈະຫັນຫນີໄປຈາກອິສຣາເອນເສັຽ” 5 ແລະໂມເຊບອກຜູ້ປົກຄອງຂອງອິສຣາເອນວ່າ, “ທ່ານທຸກຄົນຈົ່ງຂ້າຄົນຂອງທ່ານທີ່ເຂົ້າຖືພຣະບາອານແຫ່ງເປໂອຣ໌ເສັຽ” 6 ແລະເບິ່ງແມ໋, ມີຊາຍອິສຣາເອນຄົນນຶ່ງພາຍິງຄົນມີດີອາມຄົນນຶ່ງເຂົ້າມາໃນຄອບຄົວຕໍ່ຫນ້າໂມເຊ ແລະຕໍ່ຫນ້າຊຸມນຸມຊົນທັງຫມົດຂອງອິສຣາເອນ ຂນະເມື່ອເຂົາທັງຫລາຍກຳລັງຮ້ອງໄຫ້ຢູ່ທີ່ປະຕູເຕັນນັດພົບ 7 ເມື່ອຟີເນຮັສບຸດເອເລອາຊາບຸດຂອງອາໂຣນປະໂຣຫິດເຫັນດັ່ງນັ້ນກໍລຸກຂຶ້ນໄປຈາກຊຸມນຸມຊົນ ມືຖືດາບ 8 ຕິດຕາມຊາຍອິສຣາເອນຄົນນັ້ນເຂົາໄປໃນຫ້ອງຂ້າງໃນ ແລະແທງທະລຸຮ່າງກາຍເຂົາທັງສອງ ທັງຊາຍອິສຣາເອນແລະຍິງຄົນນັ້ນ ແລ້ວໄພວິບັດໃນອິສຣາເອນກໍສງົບ 9 ແຕ່ຢ່າງໃດກໍຕາມ ຄົນທີ່ຕາຍດ້ວຍໄພວິບັດມີສອງຫມື່ນສີ່ພັນຄົນ 10 ພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, 11 “ຟີເນຮັສ ບຸດເອເລອາຊາ ບຸດອາໂຣນປະໂຣຫິດ ໄດ້ຍັບຢັ້ງຄວາມກີ້ວຂອງເຮົາຕໍ່ຄົນອິສຣາເອນ ໃນການທີ່ເຂົາຫຶງຫວງ ດ້ວຍຄວາມຫຶງຫວງຂອງເຮົາທີ່ມີຕໍ່ປະຊາຊົນ ດັ່ງນັ້ນເຮົາຈຶ່ງບໍ່ໄດ້ເຜົາຜານຄົນອິສຣາເອນເສັຽດ້ວຍຄວາມຫຶງຫວງຂອງເຮົາ 12 ດັ່ງນັ້ນຈົ່ງກ່າວວ່າ “ເບິ່ງແມ໋, ເຮົາຕັ້ງຄຳສັນຍາແກ່ເຂົາ 13 ຄຳສັນຍານັ້ນຈະເປັນຂອງເຂົາ ແລະຂອງເຊື້ອສາຍຂອງເຂົາ ເປັນຄຳສັນຍາແຫ່ງຕຳແຫນ່ງປະໂຣຫິດອັນຖາວອນ ເພາະເຂົາຫຶງຫວງເພື່ອພຣະຜູ້ເປັນເຈົ້າຂອງເຂົາ ແລະໄດ້ທຳການລ້າງມົນທິນບາບຄົນອິສຣາເອນ” 14 ຊື່ຂອງຊາຍອິສຣາເອນຄົນທີ່ຖືກຂ້າຮ່ວມກັບຍິງຊາວມີດີອານຄົນນັ້ນ ຊື່ຊີມຣີ ບຸດຂອງຊາລູ ຫົວຫນ້າຂອງຕະກູນນຶ່ງໃນເຜົ່າຊີເມໂອນ 15 ແລະຊື່ຂອງຍິງຊາວມີດີອານຜູ້ຖືກຂ້າ ຄືໂກສບີ ບຸດຕຣີຂອງຊູ ຜູ້ເປັນຫົວຫນ້າຄົນຕະກູນນຶ່ງໃນມີດີອານ 16 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 17 “ຈົ່ງລົບກວນຄົນມີດີອານ ແລະສູ້ຮົບກັບເຂົາ 18 ເພາະເຂົາລົບກວນເຈົ້າດ້ວຍອຸບາຍ ຊຶ່ງເຂົາລໍ້ເຈົ້າໃນເຣື່ອງເປໂອຣ໌ ແລະໃນເຣື່ອງນາງໂກສບີລູກສາວຫົວຫນ້າແຫ່ງມີດີອານ ຜູ້ທີ່ຖືກຂ້າຕາຍໃນວັນທີບັງເກີດໄພວິບັດດ້ວຍເຣື່ອງເປໂອຣ໌
ການນັບຊົນອິສຣາເອນໃນໂມອາບ
1 ພາຍຫລັງໄພວິບັດນັ້ນ ພຣະຜູ້ເປັນເຈົ້າກ່າວກັບໂມເຊ ແລະກ່າວກັບເອເລອາຊາວ່າ, 2 “ຈົ່ງທຳສຳມະໂນຄົວຊຸມນຸມຊົນອິສຣາເອນທັງຫມົດ ອາຍຸຕັ້ງແຕ່ຊາວປີຂຶ້ນໄປຕາມຕະກູນຂອງເຂົາທັງຫມົດໃນອິສຣາເອນຜູ້ທີ່ຈະເຂົ້າສົງຄາມໄດ້” 3 ໂມເຊກັບເອເລອາຊາປະໂຣຫິດ ປາໄສກັບເຂົາທັງຫລາຍໃນທົ່ງໂມອາບ ຮີມແມ່ນ້ຳຈໍແດນທີ່ເມືອງເຢຣີໂກວ່າ 4 “ຈົ່ງທຳສຳມະໂນຄົວປະຊາຊົນ ອາຍຸຕັ້ງແຕ່ຊາວປີຂຶ້ນໄປ” ຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊ ແລະຄົນອິສຣາເອນຜູ້ທີ່ອອກຈາກແຜ່ນດິນເອຢິບຄື 5 ຣູເບນ ບຸດຫົວປີຂອງອິສຣາເອນ ບຸດຂອງຣູເບນຄືຮາໂນກ ຄົນຕະກູນຮາໂນກ ປານລູ ຄົນຕະກູນປານລູ 6 ເຮສໂລນ ຄົນຕະກູນເຮຊໂລນ ກາຣ໌ມີ ຄົນຕະກູນກາຣ໌ມີ 7 ເຫລົ່ານີ້ເປັນຕະກູນຂອງຄົນຣູເບນ ມີຈຳນວນສີ່ຫມື່ນສາມພັນເຈັດຮ້ອຍສາມສິບຄົນ 8 ແລະບຸດຂອງປານລູ ຄືເອລີອາບ 9 ບຸດຂອງເອລີອາບ ຄືເນມູເອນ ດາທານ ແລະອາບີຣາມທີ່ເລືອກຈາກຊຸມນຸມຊົນ ເປັນຜູ້ຂັດຂວາງໂມເຊແລະອາໂຣນ ໃນພັກພວກໂກຣາ ເມື່ອເຂົາຂັດຂວາງພຣະຜູ້ເປັນເຈົ້າ 10 ແລະແຜ່ນທໍຣະນີໄດ້ອ້າປາກອອກກືນເຂົາພ້ອມກັບໂກຣາ ເມື່ອພັກພວກນັ້ນເຖິງຕາຍ ເມື່ອໄຟເຜົາຜານເສັຽສອງຮ້ອຍຫ້າສິບຄົນ ແລະເຂົາທັງຫລາຍເປັນເຣື່ອງເຕືອນໃຈ 11 ແຕ່ບຸດຂອງໂກຣານັ້ນບໍ່ໄດ້ຕາຍ 12 ບຸດຂອງຊີໂມເອນຕາມຕະກູນຂອງເຂົາ ຄືເນມູເອນ ຄົນຕະກູນເນມູເອນ ຢາມີນ ຄົນຕະກູນຢາມີນ ຢາຄີນ ຄົນຕະກູນຢາຄິນ 13 ເຊຣາ ຄົນຕະກູນເຊຣາ ຊາອູນ ຄົນຕະກູນຊາອູນ 14 ເຫລົ່ານີ້ເປັນຕະກູນຂອງຊີເມໂອນ ມີຈຳນວນສອງຫມື່ນສອງພັນສອງຮ້ອຍຄົນ 15 ບຸດຂອງກາດ ຕາມຕະກູນຂອງເຂົາ ຄືເຊໂຟນ ຄົນຕະກູນເຊໂຟນ ຮັກກີ ຄົນຕະກູນຮັກກີ ຊູນີ ຄົນຕະກູນຊູນີ 16 ໂອສນີ ຄົນຕະກູນໂອຊນີ ເອຣີ ຄົນຕະກູນເອຣີ 17 ອາໂຣດ ຄົນຕະກູນອາໂຣທ ອາເຣດີ ຄົນຕະກູນອາເຣດີ 18 ເຫລົ່ານີ້ເປັນຄົນຕະກູນຂອງບຸດຂອງກາດຕາມຈຳນວນຂອງເຂົາມີສີ່ຫມື່ນຫ້າຮ້ອຍຄົນ 19 ບຸດຂອງຢູດາ ຄື ເອຣ໌ ແລະໂອນານ ເອຣ໌ ແລະໂອນານຕາຍເສັຽໃນແຜ່ນດິນການາອານ 20 ແລະບຸດຂອງຢູດາຕາມຄອບຄົວຂອງເຂົາ ຄື ເຊລາ ຄົນຕະກູນເຊລາ ເປເຣສ ຄົນຕະກູນເປເຣສ ເຊຣາ ຄົນຕະກູນເຊຣາ 21 ແລະບຸດເປເຣັສ ຄືເຮັສໂຣນ ຄົນຕະກູນເຮສໂຣນ ຮາມູນ ຄົນຕະກູນຮາມູນ 22 ເຫລົ່ານີ້ເປັນຄົນຕະກູນຂອງຢູດາຕາມຈຳນວນຂອງເຂົາມີເຈັດຫມື່ນຫົກພັນຫ້າຮ້ອຍຄົນ 23 ບຸດຂອງອິສຊາຄາຕາມຕະກູນຂອງເຂົາ ຄືໂທລາ ຄົນຕະກູນໂທລາ ປູວາ ຄົນຕະກູນປູວາ 24 ຢາຊູບ ຄົນຕະກູນຢາຊູບ ຊີມໂຣນ ຄົນຕະກູນຊິມໂຣນ 25 ເຫລົ່ານີ້ເປັນຕະກູນຂອງອິສຊາຄາຕາມຈຳນວນຂອງເຂົາມີຫົກຫມື່ນສີ່ພັນສາມຮ້ອຍຄົນ 26 ບຸດຂອງເຊບູລູນຕາມຕະກູນຂອງເຂົາ ຄືເຊເຣດ ຄົນຕະກູນເຊເຣດ ເອໂລນ ຄົນຕະກູນເອໂລນ ຢາເລເອນ ຄົນຕະກູນຢາເລເອນ 27 ເຫລົ່ານີ້ເປັນຕະກູນຂອງເຊບູລູນຕາມຈຳນວນຂອງເຂົາມີຫົກຫມື່ນຫ້າຮ້ອຍຄົນ 28 ບຸດອຂງໂຢເຊັບຕາມຕະກູນຂອງເຂົາ ຄືມານັສເຊ ແລະເອຟຣາອິມ 29 ບຸດຂອງມານັສເຊ ຄືມາຄີ ຄົນຕະກູນມາຄີ ມາຄີເປັນບິດາຂອງກິເລອາດ ກິເລອາດ ຄົນຕະກູນກິເລອາດ 30 ບຸດຂອງກິເລອາດ ຄື ອີເອເຊີ ຄົນຕະກູນອີເອເຊີ ເຮເລກ ຄົນຕະກູນເຮເລກ 31 ອັສຣີເອນ ຄົນຕະກູນອັສຣີເອນ ເຊເຄມ ຄົນຕະກູນເຊເຄມ 32 ແລະເຊມີດາ ຄົນຕະກູນເຊມີດາ ແລະເຮເຟີ ຄົນຕະກູນເຮເຟີ 33 ສ່ວນເຊໂລເຟຮາດ ບຸດເຮເຟີບໍ່ມີບຸດຊາຍມີແຕ່ບຸດຍີງ ຊື່ບຸດຕຣີຂອງເຊໂລເຟຮາດ ຄືມາລາ ໂນອາ ໂຮກລາ ມີນຄາ ແລະຕີຣາຊາ 34 ເຫລົ່ານີ້ເປັນຕະກູນຂອງມານັສເຊ ແລະຈຳນວນຂອງເຂົາມີຫ້າຫມື່ນສອງພັນເຈັດຮ້ອຍຄົນ 35 ຕໍ່ໄປນີ້ເປັນເຊື້ອສາຍຂອງເອຟຣາອິມຕາມຕະກູນຂອງເຂົາ ຄືຊູເທຣາ ຄົນຕະກູນຊູເທຣາ ເບເຄີ ຄົນຕະກູນເບເຄີ ຕາຮານ ຄົນຕະກູນຕາຮານ 36 ບຸດຂອງຊູເທຣາ ຄືເອຣານ ຄົນຕະກູນເອຣານ 37 ເຫລົ່ານີ້ເປັນຕະກູນຂອງເອຟຣາອິມ ແລະຈຳນວນຂອງເຂົາມີສາມຫມື່ນສອງພັນຫ້າຮ້ອຍຄົນ ເຫລົ່ານີ້ເປັນເຊື້ອສາຍຂອງໂຢເຊັບຕາມຕະກູນຂອງເຂົາ 38 ບຸດຂອງເບັນຢາມິນຕາມຕະກູນຂອງເຂົາ ຄືເບລາ ຄົນຕະກູນເບລາ ອັສເບນ ຄົນຕະກູນອັສເບນ ອາຮີຣາມ ຄົນຕະກູນອາຮີຣາມ 39 ເຊຟູຟາມ ຄົນຕະກູນເຊຟູຟາມ ຮູຟາມ ຄົນຕະກູນຮູຟາມ 40 ແລະບຸດຂອງເບລາ ຄື ອາດ ແລະນາອາມານ ຄົນຕະກູນອາດ ແລະຄົນຕະກູນນາອາມານ 41 ເຫລົ່ານີ້ເປັນເຊື້ອສາຍຂອງເບັນຢາມິນຕາມຕະກູນຂອງເຂົາ ແລະຈຳນວນຂອງເຂົາມີສີ່ຫມື່ນຫ້າພັນຫົກຮ້ອຍຄົນ 42 ຕໍ່ໄປນີ້ເປັນເຊື້ອສາຍຂອງດານ ຕາມຕະກູນຂອງເຂົາ ຄືຊູຮາມ ຄົນຕະກູນຊູຮາມ ນີ້ເປັນຕະກູນຂອງດານຕາມຕະກູນຂອງເຂົາ 43 ຕະກູນທັງຫມົດຂອງຄົນຊູຮາມຕາມຈຳນວນຂອງເຂົາ ມີຫົກຫມື່ນສີ່ພັນສີ່ຮ້ອຍຄົນ 44 ບຸດຂອງອາເຊີ ຕາມຕະກູນຂອງເຂົາ ຄືອິມນາ ຄົນຕະກູນອິມນາ ອິຊວີ ຄົນຕະກູນອິຊວີ ເບຣີຢາ ຄົນຕະກູນເບຣີຢາ 45 ບຸດຂອງເບຣີຢາ ຄືເຮເບີ ຄົນຕະກູນເຮເບີ ມັນຄີ ເອນ ຄົນຕະກູນມັນຄີເອນ 46 ບຸດຕຣີຂອງອາເຊີ ຄືເຊຣາ 47 ເຫລົ່ານີ້ເປັນຕະກູນຂອງບຸດອາເຊີຕາມຈຳນວນຂອງເຂົາ ມີຫ້າຫມື່ນສາມພັນສີ່ຮ້ອຍຄົນ 48 ບຸດຂອງເນັບທາລີຕາມຕະກູນຂອງເຂົາ ຄືຢາເຊເອນ ຄົນຕະກູນຢາເຊເອນ ກູນີ ຄົນຕະກູນກູນີ 49 ເຢເຊີ ຄົນຕະກູນເຢເຊີ ຊີນເລມ ຄົນຕະກູນຊີນເລມ 50 ເຫລົ່ານີ້ເປັນຕະກູນຂອງເນັຟທາລີຕາມຕະກູນຂອງເຂົາ ແລະຕາມຈຳນວນຂອງເຂົາ ມີສີ່ຫມື່ນຫ້າພັນສີ່ຮ້ອຍຄົນ 51 ຈຳນວນຄົນອິສຣາເອນ ມີຫົກແສນນຶ່ງພັນເຈັດຮ້ອຍສາມສິບຄົນ
ຈັບສະຫລາກແບ່ງແຜ່ນດິນ
52 ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ, 53 ໃຫ້ແບ່ງແຜ່ນດິນນັ້ນເປັນມໍຣະດົກແກ່ຄົນເຫລົ່ານີ້ຕາມຈຳນວນຣາຍຊື່ 54 ມໍຣະດົກສ່ວນໃຫຍ່ກໍໃຫ້ແບ່ງແກ່ຄົນເຜົ່າໃຫຍ່ ແລະມໍຣະດົກສ່ວນນ້ອຍກໍໃຫ້ແບ່ງແກ່ຄົນເຜົ່ານ້ອຍ ທຸກເຜົ່າຈະໄດ້ຮັບສ່ວນມໍຣະດົກຕາມຈຳນວນຄົນ 55 ແຕ່ໃຫ້ຈັບສະຫລາກແບ່ງແຜ່ນດິນນັ້ນຕາມຣາຍຊື່ເຜົ່າຂອງປູ່ຍ່າຕາຍາຍຂອງເຂົາ 56 ໃຫ້ຈັບສະຫລາກແບ່ງມໍຣະດົກຂອງເຂົານັ້ນ ຕາມສ່ວນເຜົ່າໃຫຍ່ ແລະເຜົ່ານ້ອຍ”
ເຜົ່າເລວີ
57 ຕໍ່ໄປນີ້ເປັນຄົນເລວີທີ່ນັບຕາມຕະກູນຂອງເຂົາ ຄືເກີໂຊນ ຄົນຕະກູນເກີໂຊນ ໂກຮາດ ຄົນຕະກູນໂກຮາດ ເມຣາຣີ ຄົນຕະກູນເມຣາຣີ 58 ຕໍ່ໄປນີ້ເປັນຕະກູນຂອງເລວີ ຄືຄົນຕະກູນລິບນີ ຄົນຕະກູນເຮໂບຣນ ຄົນຕະກູນມາລີ ຄົນຕະກູນມູຊີ ຄົນຕະກູນໂກຣາ ແລະໂກຮາດເປັນບິດາຂອງອັມຣາມ 59 ເມັຽຂອງອັມຣາມ ຄືໂຢເຄເບດບຸດຕຣີຂອງເລວີເກີດແກ່ເລວີທີ່ເອຢິບ ແລະນາງມີບຸດກັບອັມຣາມ ຊື່ອາໂຣນ ແລະໂມເຊ ແລະມີຣີອາມເອື້ອຍຂອງເຂົາທັງສອງ 60 ແລະອາໂຣນມີບຸດຊື່ ນາດາບ ອາບີຮູ ເອເລອາຊາ ແລະອິທາມາ 61 ແຕ່ນາດາບ ແລະອາບີຮູນັ້ນໄດ້ເສັຽຊີວິດ ເມື່ອເຂົາບູຊາດ້ວຍໄຟທີ່ຕ້ອງຫ້າມແດ່ພຣະຜູ້ເປັນເຈົ້າ 62 ແລະຈຳນວນຂອງເຂົາເປັນສອງຫມື່ນສາມພັນຄົນ ເປັນຜູ້ຊາຍທຸກຄົນອາຍຸຕັ້ງແຕ່ນຶ່ງເດືອນຂຶ້ນໄປ ເພາະເຂົາບໍ່ໄດ້ນັບຮວມໄວ້ໃນຄົນອິສຣາເອນ ເພາະບໍ່ມີມໍຣະດົກໃຫ້ແກ່ເຂົາຖ້າມກາງອິສຣາເອນ
ກາເລັບ ແລະໂຢຊວຍເທົ່ານັ້ນທີ່ເຫລືອຢູ່
63 ຈຳນວນຄົນເຫລົ່ານີ້ໂມເຊ ແລະປະໂຣຫິດເອເລອາຊາໄດ້ນັບໄວ້ ຄັ້ງເມື່ອນັບຄົນອິສຣາເອນໃນທົ່ງໂມອາບຂ້າງແມ່ນ້ຳຈໍແດນກົງກັນຂ້າມເມືອງເຢຣີໂກ 64 ແຕ່ຕາມຣາຍຊື່ເຫລົ່ານີ້ບໍ່ມີຊາຍຈັກຄົນນຶ່ງຊຶ່ງໂມເຊແລະອາໂຣນໄດ້ນັບໄວ້ຄັ້ງເມື່ອນັບຄົນອິສຣາເອນໃນຖິ່ນກັນດານຊີນາອີ 65 ເພາະພຣະຜູ້ເປັນເຈົ້າໄດ້ກ່າວເຣື່ອງເຂົາເຫລົ່ານັ້ນວ່າ “ເຂົາຈະຕ້ອງຕາຍໃນຖິ່ນກັນດານ” ບໍ່ມີຊາຍຈັກຄົນນຶ່ງເຫລືອຢູ່ ນອກຈາກກາເລັບບຸດເຢຟຸນເນ ແລະໂຢຊວຍບຸດນູນ
ຄຳຂໍແຫ່ງບຸດຕຣີຂອງເຊໂລເຟຮາດ
1 ຄັ້ງນັ້ນບຸດຕຣີທັງຫລາຍຂອງເຊໂລເຟຮາດ ບຸດຂອງເຮເຟີ ຜູ້ເປັນບຸດຂອງເກເລອາດ ຜູ້ເປັນບຸດຂອງມາຄີ ຜູ້ເປັນບຸດຂອງມານັສເຊ ຈາກຕະກູນຂອງມານັສເຊບຸດຂອງໂຢເຊັບເຂົ້າມາໃກ້ ຊື່ບຸດຕຣີທັງຫລາຍຂອງເຂົາ ຄືມາລາ ໂນອາ ໂຮກລາ ມີນຄາ ແລະຕີຣາຊາ 2 ແລະເຂົາທັງຫລາຍມາຢືນຢູ່ຕໍ່ຫນ້າໂມເຊ ແລະຕໍ່ຫນ້າເອເລອາຊາປະໂຣຫິດ ແລະຕໍ່ຫນ້າຫົວຫນ້າ ແລະຕໍ່ຫນ້າຊຸມນຸມຊົນທີ່ປະຕູເຕັນນັດພົບກ່າວວ່າ, 3 “ບິດາຂອງເຮົາຕາຍເສັຽໃນຖິ່ນກັນດານ ທ່ານບໍ່ໄດ້ຢູ່ໃນພວກທີ່ກະບົດຕໍ່ສູ້ພຣະຜູ້ເປັນເຈົ້າໃນພັກ ພວກຂອງໂກຣາ ແຕ່ທ່ານເສັຽຊີວິດຍ້ອນບາບຂອງຕົນ ແລະທ່ານບໍ່ມີບຸດຊາຍເລີຍ 4 ເຫດໃດຈຶ່ງລົບຊື່ບິດາຂອງເຮົາຈາກຕະກູນຂອງທ່ານ ເພາະເຫດທີ່ທ່ານບໍ່ມີບຸດຊາຍເລີຍ ຂໍໃຫ້ເຮົາມີກຳມະສິດທີ່ດິນຖ້າມກາງພີ່ນ້ອງບິດາຂອງເຣົາດ້ວຍ” 5 ໂມເຊໄດ້ນຳເຣື່ອງຂອງເຂົາກາບທູນພຣະຜູ້ເປັນເຈົ້າ 6 ແລະພຣະຜູ້ເປັນເຈົ້າໄດ້ກ່າວກັບໂມເຊວ່າ, 7 ບຸດຕຣີຂອງເຊໂລເຟຮາດເວົ້າຖືກຕ້ອງແລ້ວ ເຈົ້າຈົ່ງໃຫ້ກຳມະສິດທີ່ດິນເປັນມໍຣະດົກຖ້າມກາງພີ່ນ້ອງບິດາຂອງເຂົາ ແລະກະທຳໃຫ້ມໍຣະດົກບິດາຂອງເຂົາຕົກທອດມາເຖິງເຂົາ 8 ເຈົ້າຈົ່ງກ່າວແກ່ຄົນອິສຣາເອນວ່າ “ຖ້າຜູ້ຊາຍຄົນນຶ່ງຕາຍ ແລະບໍ່ມີບຸດຊາຍ ເຈົ້າຈົ່ງໃຫ້ມໍຣະດົກຂອງເຂົາຕົກໄປຍັງບຸດຕຣີຂອງເຂົາ 9 ແລະຖ້າເຂົາບໍ່ມີບຸດຕຣີ ເຈົ້າຈົ່ງໃຫ້ມໍຣະດົກຂອງເຂົາແກ່ພີ່ນ້ອງຂອງເຂົາ 10 ແລະຖ້າເຂົາບໍ່ມີພີ່ນ້ອງ ເຈົ້າຈົ່ງໃຫ້ມໍຣະດົກຂອງເຂົາແກ່ພີ່ນ້ອງບິດາຂອງເຂົາ 11 ແລະຖ້າບິດາຂອງເຂົາບໍ່ມີພີ່ນ້ອງ ເຈົ້າຈົ່ງໃຫ້ມໍຣະດົກຂອງເຂົາແກ່ຍາດຖັດຕໍ່ຕົວເຂົາໄປໃນຕະກູນຂອງເຂົາ ໃຫ້ຜູ້ນັ້ນຖືກຳມະສິດໄດ້ ໃຫ້ເປັນກົດເກນ ແລະກົດຫມາຍແກ່ປະຊາຊົນອິສຣາເອນດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊໄວ້”
ໂຢຊວຍເປັນຜູ້ຮັບຫນ້າທີ່ແທນໂມເຊ
12 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, “ຈົ່ງເດີນທາງໄປພູອາບາຣີມ ເພື່ອໄປເບິ່ງຜືນແຜ່ນດິນທີ່ເຮົາຈະມອບໃຫ້ພວກອິສຣາເອນ 13 ເມື່ອເຈົ້າໄດ້ເຫັນແລ້ວ ເຈົ້າຈະຕາຍເຫມືອນດັ່ງອາໂຣນອ້າຍຂອງເຈົ້າ 14 ຍ້ອນວ່າແຕ່ກ່ອນເຈົ້າທັງສອງໄດ້ລະເມີດຄຳສັ່ງຂອງເຮົາຢູ່ໃນຖິ່ນກັນດານຊີນ ຄືໃນຄາວຊຸມນຸມຊົນທຸກຄົນຮ້ອງທຸກຕໍ່ສູ້ເຮົາທີ່ ເມຣີບັທກາເດສ ເຈົ້າໄດ້ປະຕິເສດບໍ່ຮັບຮູ້ອຳນາດອັນສັກສິດຂອງເຮົາຕໍ່ຫນ້າພວກເຂົາ” (ເມຣີບາທເປັນຊື່ບໍ່ນ້ຳທີ່ເມືອງກາເດສໃນຖິ່ນກັນດານຊີນ) 15 ແລ້ວໂມເຊກໍໄດ້ອ້ອນວອນພຣະຜູ້ເປັນເຈົ້າວ່າ, “ໂອ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງເປັນບໍ່ເກີດແຫ່ງຊີວິດຂອງທຸກຄົນ 16 ພຣະອົງຊົງເປັນຜູ້ແຕ່ງຕັ້ງ ຂ້າພຣະອົງອ້ອນວອນຂໍຕໍ່ພຣະອົງ ຂໍຊົງໂຜດແຕ່ງຕັ້ງໃຫ້ມີຜູ້ນຳປະຊົນຊົນເຫລົ່ານີ້ 17 ແລະທັງເປັນຜູ້ບັງຄັບບັນຊາພວກເຂົາອອກສູ່ສະຫນາມຮົບ ເພື່ອວ່າພວກຂອງພຣະອົງນີ້ຈະບໍ່ເປັນເຫມືອນແກະທີ່ຂາດຜູ້ລ້ຽງ” 18 ພຣະຜູ້ເປັນເຈົ້າຈຶ່ງກ່າວຕໍ່ໂມເຊວ່າ, “ຈົ່ງໄປເອົາໂຢຊວຍບຸດນູນ ຊຶ່ງເປັນຊາຍທີ່ມີຄວາມສາມາດ ແລະມີພຣະວິນຍານແລ້ວໃຫ້ວາງມືເທິງຫົວເຂົາ 19 ໃຫ້ເອົາເຂົາຢືນຢູ່ຕໍ່ຫນ້າເອເລອາຊາປະໂຣຫິດ ແລະຊຸມນຸມຊົນທັງຫມົດ ແລ້ວໃຫ້ເຈົ້າປະກາດແຕ່ງຕັ້ງໃຫ້ເຂົາເປັນຜູ້ສືບແທນເຈົ້າຕໍ່ຫນ້າຄົນເຫລົ່ານີ້ 20 ເພື່ອວ່າ ໃຫ້ຊຸມນຸມຊົນອິສຣາເອນຟັງຄວາມເຂົາ ຂໍໃຫ້ເຈົ້າມອບສິດ ແລະອຳນາດບາງຢ່າງຂອງເຈົ້າໃຫ້ໂຢຊວຍ 21 ແລະເຂົາຈະຢືນຢູ່ຕໍ່ຫນ້າເອເລອາຊາປະໂຣຫິດ ຜູ້ຊຶ່ງຈະທູນຖາມເພື່ອເຂົາຕາມຫລັກຕັດສີນຂອງອູຣິມ ຕໍ່ພຣະຜູ້ເປັນເຈົ້າ ແລະຄົນທັງປວງຈະອອກໄປ ແລະເຂົ້າມາຕາມຄຳຂອງປະໂຣຫິດທັງເຈົ້າກັບຄົນທັງປວງໃນອິສຣາເອນນັ້ນ ຄືຊຸມນຸມຊົນທັງຫມົດ” 22 ແລ້ວໂມເຊໄດ້ປະຕິບັດຕາມຄຳສັ່ງຂອງພຣະຜູ້ເປັນເຈົ້າ ທ່ານໄດ້ໃຫ້ໂຢຊວຍຢືນຢູ່ຕໍ່ຫນ້າເອເລອາຊາປະໂຣຫິດ ແລະຊຸມນຸມຊົນທັງຫມົດ 23 ວາງມືເທິງຫົວຂອງໂຢຊວຍ ແລະປະກາດແຕ່ງຕັ້ງໃຫ້ເປັນຜູ້ສືບແທນຕົນ
ການຖວາຍບູຊາປະຈຳວັນ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງສັ່ງຄົນອິສຣາເອນແລະກ່າວແກ່ເຂົາວ່າຂອງບູຊາຂອງເຮົາ ອາຫານຂອງເຮົາຊຶ່ງເປັນຂອງບູຊາດ້ວຍໄຟ ເປັນກິ່ນທີ່ພໍໃຈ ເຈົ້າທັງຫລາຍຈົ່ງເອົາໃຈໃສ່ທີ່ຈະຖວາຍບູຊາແກ່ເຮົາຕາມການກຳນົດ 3 ແລະເຈົ້າຈົ່ງກ່າວແກ່ເຂົາວ່າ ນີ້ເປັນເຄື່ອງບູຊາດ້ວຍໄຟ ຊຶ່ງເຈົ້າທັງຫລາຍຄວນຖວາຍແດ່ພຣະຜູ້ເປັນເຈົ້າ ຄືລູກແກະເຖິກອາຍຸນຶ່ງປີບໍ່ມີຕຳຫນິສອງໂຕ ເປັນເຄື່ອງບູຊາປະຈຳທຸກວັນ 4 ເຈົ້າຈົ່ງຖວາຍລູກແກະເປັນເຄື່ອງບູຊາໃນຕອນເຊົ້າໂຕນຶ່ງ ແລະລູກແກະອີກໂຕນຶ່ງນັ້ນເຈົ້າຈົ່ງຖວາຍບູຊາໃນຕອນແລງ 5 ແລະຍອດແປ້ງນຶ່ງສ່ວນສິບເອຟາເປັນທັນຍາບູຊາ ປົນໃສ່ກັບນ້ຳມັນສະກັດນຶ່ງໃນສີ່ຮີນ 6 ເປັນເຄື່ອງເຜົາບູຊາ ຊຶ່ງໄດ້ບັນຊາຕັ້ງໄວ້ທີ່ພູເຂົາຊີນາອີເປັນກິ່ນທີ່ພໍພຣະທັຍ ເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 7 ສ່ວນເຄື່ອງດື່ມບູຊາຄູ່ກັນນັ້ນໃຫ້ຖວາຍນຶ່ງໃນສີ່ຮີນກັບແກະໂຕນຶ່ງໃນທີ່ບໍຣີສຸດເຈົ້າຈົ່ງຖອກເຄື່ອງດື່ມບູຊາຊຶ່ງເປັນເຫລົ້າຖວາຍແດ່ພຣະຜູ້ເປັນເຈົ້າ 8 ລູກແກະອີກໂຕນຶ່ງເຈົ້າຈົ່ງຖວາຍບູຊາໃນຕອນແລງ ເຈົ້າຈົ່ງຖວາຍບູຊາດ້ວຍໄຟເຊັ່ນດຽວກັບທັນຍາບູຊາຂອງເວລາຕອນເຊົ້າ ແລະເຊັ່ນດຽວກັບເຄື່ອງດື່ມບູຊາທີ່ຄູ່ກັນເປັນກິ່ນທີ່ພໍພຣະທັຍພຣະເຈົ້າ
ການຖວາຍບູຊາໃນວັນສະບາໂຕ
9 “ໃນວັນສະບາໂຕລູກແກະອາຍຸນຶ່ງປີສອງໂຕທີ່ບໍ່ມີຕຳຫນິ ແລະຍອດແປ້ງສອງໃນສິບເອຟາປົນໃສ່ກັບນ້ຳມັນໃຫ້ເປັນທັນຍາບູຊາ ແລະເຄື່ອງດື່ມບູຊາຄູ່ກັນ 10 ນີ້ເປັນເຄື່ອງເຜົາບູຊາທຸກວັນສະບາໂຕນອກເຫນືອເຄື່ອງເຜົາບູຊາ ແລະເຄື່ອງດື່ມບູຊາຄູ່ກັນ
ການຖວາຍບູຊາປະຈຳເດືອນ
11 “ເວລາຕົ້ນເດືອນທຸກເດືອນ ເຈົ້າທັງຫລາຍຈົ່ງຖວາຍເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ ຄືງົວເຖິກສອງໂຕ ແກະເຖິກໂຕນຶ່ງ ລູກແກະເຖິກນຶ່ງປີບໍ່ມີຕຳຫນິເຈັດໂຕ 12 ສຳລັບງົວໂຕນຶ່ງຈົ່ງເອົາຍອດແປ້ງສາມໃນສິບເອຟາປົນໃສ່ນ້ຳມັນ ສຳລັບເປັນທັນຍາບູຊາ ແລະສຳລັບແກະເຖິກໂຕນຶ່ງນັ້ນຈົ່ງເອົາຍອດແປ້ງສອງໃນສິບປົນໃສ່ນ້ຳມັນເປັນທັນຍາບູຊາ 13 ສຳລັບລູກແກະທຸກໂຕຈົ່ງເອົາຍອດແປ້ງນຶ່ງໃນສິບປົນໃສ່ນ້ຳມັນເປັນທັນຍາບູຊາ ໃຫ້ເປັນເຄື່ອງເຜົາບູຊາເປັນກິ່ນທີ່ພໍພຣະທັຍ ເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 14 ສ່ວນເຄື່ອງດື່ມບູຊາຄູ່ກັນນັ້ນ ສຳລັບງົວໂຕເຖິກໂຕນຶ່ງຈົ່ງເອົາເຫລົ້າອະງຸ່ນເຄິ່ງຮີນ ສຳລັບແກະເຖິກໂຕນຶ່ງຈົ່ງເອົານຶ່ງໃນສາມຮີນ ສຳລັບລູກແກະໂຕນຶ່ງຈົ່ງເອົານຶ່ງໃນສີ່ຮີນ ນີ້ເປັນເຄື່ອງເຜົາບູຊາປະຈຳເດືອນ ທຸກເດືອນຕລອດປີ 15 ແລະເອົາແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບຖວາຍແດ່ພຣະຜູ້ເປັນເຈົ້າໃຫ້ນຳມາບູຊານອກເຫນືອເຄື່ອງເຜົາບູຊາໄຖ່ ແລະເຄື່ອງດື່ມບູຊາຄູ່ກັນ
ການຖວາຍບູຊາໃນເທສການລ້ຽງ
16 ໃນວັນທີ່ສິບສີ່ຂອງເດືອນທີ່ນຶ່ງເປັນປັສຄາຂອງພຣະຜູ້ເປັນເຈົ້າ 17 ແລະວັນທີສິບຫ້າຂອງເດືອນນີ້ເປັນວັນການລ້ຽງ ຈົ່ງຮັບປະທານເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງເຈັດວັນ 18 ໃນວັນຕົ້ນໃຫ້ມີການປະຊຸມບໍຣິສຸດ ເຈົ້າທັງຫລາຍຢ່າກະທຳງານຫນັກໃນວັນນັ້ນ 19 ແຕ່ຈົ່ງຖວາຍບູຊາດ້ວຍໄຟ ເປັນເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ ຄືເອົາງົວຫນຸ່ມສອງໂຕ ແກະເຖິກໂຕນຶ່ງ ແລະລູກແກະເຖິກອາຍຸນຶ່ງປີເຈັດໂຕ ເບິ່ງໃຫ້ດີວ່າບໍ່ມີຕໍາຫນິ 20 ແລະເອົາຍອດແປ້ງປົນໃສ່ນ້ຳມັນເປັນທັນຍາບູຊາຂອງສັດເຫລົ່ານີ້ ສຳລັບງົວເຖິກໂຕນຶ່ງເຈົ້າຈົ່ງຖວາຍສາມໃນສິບເອຟາ ແລະສຳລັບແກະເຖິກໂຕນຶ່ງສອງໃນສິບ 21 ສຳລັບລູກແກະໂຕນຶ່ງໃນຈຳນວນເຈັດໂຕນັ້ນ ຈົ່ງເອົາແປ້ງນຶ່ງໃນສິບ 22 ແລະເອົາແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ເພື່ອທຳການລົບມົນທິນບາບຂອງເຈົ້າ 23 ເຈົ້າຈົ່ງຖວາຍເຄື່ອງບູຊາເຫລົ່ານີ້ ນອກເຫນືອເຄື່ອງເຜົາບູຊາໃນຕອນເຊົ້າ ຊຶ່ງເປັນເຄື່ອງບູຊາ 24 ໃນທຳນອງດຽວກັນ ເຈົ້າຈົ່ງຖວາຍເຄື່ອງບູຊາທຸກວັນຕລອດທັງເຈັດວັນ ຄືຖວາຍອາຫານເປັນເຄື່ອງບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍຂອງພຣະຜູ້ເປັນເຈົ້າ ຈົ່ງຖວາຍບູຊານອກເຫນືອເຄື່ອງເຜົາບູຊາ ແລະເຄື່ອງດື່ມບູຊາຄູ່ກັນ 25 ແລະໃນວັນທີ່ເຈັດພວກເຈົ້າຈົ່ງມີການປະຊຸມບໍຣິສຸດ ເຈົ້າຢ່າທຳງານຫນັກໃນວັນນັ້ນ 26 “ໃນວັນຖວາຍຜົນຣຸ່ນແຣກ ເມື່ອເຈົ້າເອົາເຂົ້າໃຫມ່ມາເປັນທັນຍາບູຊາຖວາຍແດ່ພຣະຜູ້ເປັນເຈົ້າໃນເທສການປັສຄານັ້ນ ເຈົ້າຈົ່ງມີການປະຊຸມບໍຣິສຸດ ເຈົ້າຢ່າທຳງານຫນັກໃນວັນນັ້ນ 27 ແຕ່ຈົ່ງຖວາຍເຄື່ອງເຜົາບູຊາ ໃຫ້ເປັນກິ່ນພໍພຣະທັຍແດ່ພຣະຜູ້ເປັນເຈົ້າ ຄືຖວາຍງົວຫນຸ່ມສອງໂຕ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີເຈັດໂຕ 28 ແລະຖວາຍຍອດແປ້ງປົນໃສ່ນ້ຳມັນເປັນທັນຍາບູຊາ ຄືສຳລັບງົວໂຕນຶ່ງຖວາຍແປ້ງສາມໃນສິບເອຟາ ສໍາລັບແກະເຖິກໂຕນຶ່ງນັ້ນສອງໃນສິບ 29 ສຳລັບລູກແກະເຈັດໂຕ ໂຕລະນຶ່ງໃນສິບ 30 ພ້ອມກັບແບ້ເຖິກໂຕນຶ່ງສຳລັບລົບມົນທິນຂອງເຈົ້າ 31 ນອກຈາກເຄື່ອງເຜົາບູຊາ ແລະທັນຍາບູຊາຄູ່ກັນນັ້ນ ເຈົ້າຈົ່ງຖວາຍເຄື່ອງບູຊາເຫລົ່ານີ້ແລະເຄື່ອງດື່ມບູຊາຄູ່ກັນດ້ວຍ ເບິ່ງໃຫ້ດີວ່າໃຫ້ປາສຈາກຕຳຫນິ
1 “ໃນວັນທີ່ນຶ່ງເດືອນທີ່ເຈັດເຈົ້າຈົ່ງມີການປະຊຸມບໍຣິສຸດ ເຈົ້າຢ່າທຳງານຫນັກ ເປັນວັນໃຫ້ເຈົ້າທັງຫລາຍເປົ່າແກ 2 ເຈົ້າຈົ່ງຖວາຍເຄື່ອງເຜົາບູຊາ ເປັນກີ່ນຫອມພໍພຣະທັຍພຣະຜູ້ເປັນເຈົ້າ ຄືຖວາຍງົວເຖິກໂຕນຶ່ງ ແກະຜູ້ໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີບໍ່ມີຕຳຫນິເຈັດໂຕ 3 ແລະຖວາຍຍອດແປ້ງປົນໃສ່ນ້ຳມັນເປັນທັນຍາບູຊາຄືສຳລັບງົວເຖິກນັ້ນ ຈົ່ງຖວາຍແປ້ງສາມໃນສິບເອຟາ ສຳລັບແກະເຖິກໂຕນັ້ນສອງໃນສິບ 4 ລູກແກະເຈັດໂຕ ໂຕລະນຶ່ງໃນສິບ 5 ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ເພື່ອລົບມົນທິນບາບຂອງເຈົ້າ 6 ໃຫ້ຖວາຍສິ່ງເຫລົ່ານີ້ຕື່ມໃສ່ເຄື່ອງເຜົາບູຊາໃນມື້ຂ້າງຂຶ້ນ ແລະທັນຍາບູຊາຄູ່ກັນ ແລະເຄື່ອງເຜົາບູຊາຄູ່ກັບທັນຍາບູຊາ ແລະເຄື່ອງດື່ມບູຊາຄູ່ກັນ ຕາມກົດຫມາຍເຄື່ອງບູຊາເຫລົ່ານີ້ ເປັນກິ່ນທີ່ພໍພຣະທັຍ ເປັນເຄື່ອງບູຊາດ້ວຍໄຟຖວາຍແດ່ພຣະຜູ້ເປັນເຈົ້າ 7 “ໃນວັນທີ່ສິບເດືອນທີ່ເຈັດນີ້ ເຈົ້າທັງຫລາຍຈົ່ງມີການປະຊຸມບໍຣິສຸດ ເຈົ້າຈົ່ງບັງຄັບຈິດໃຈຂອງເຈົ້າ ຢ່າທຳການງານສິ່ງໃດ 8 ແຕ່ເຈົ້າຈົ່ງຖວາຍເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ ໃຫ້ເປັນກິ່ນທີ່ພໍພຣະທັຍ ຄືຖວາຍງົວຫນຸ່ມໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີເຈັດໂຕ ເຈົ້າຢ່າໃຫ້ມີຕຳຫນິ 9 ແລະຍອດແປ້ງປົນໃສ່ນ້ຳມັນເປັນທັນຍາບູຊາ ສຳລັບງົວໂຕນັ້ນຖວາຍແປ້ງສາມໃນສິບເອຟາ ສຳລັບແກະເຖິກໂຕນຶ່ງນັ້ນສອງໃນສິບ 10 ສຳລັບລູກແກະເຈັດໂຕນັ້ນ ໂຕລະນຶ່ງໃນສິບ 11 ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ນອກເຫນືອເຄື່ອງບູຊາໄຖ່ບາບລົບມົນທິນ ແລະເຄື່ອງເຜົາບູຊາຊຶ່ງຄູ່ກັບທັນຍາບູຊາ ແລະເຄື່ອງດື່ມບູຊາຄູ່ກັນ 12 “ໃນວັນທີ່ສິບຫ້າເດືອນທີ່ເຈັດ ເຈົ້າທັງຫລາຍຈົ່ງມີການປະຊຸມບໍຣິສຸດ ເຈົ້າຢ່າທຳງານຫນັກ ແລະເຈົ້າຈົ່ງມີການລ້ຽງເຈັດວັນແດ່ພຣະຜູ້ເປັນເຈົ້າ 13 ເຈົ້າຈົ່ງຖວາຍເຄື່ອງເຜົາບູຊາ ເຄື່ອງບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍພຣະຜູ້ເປັນເຈົ້າ ຄືງົວຫນຸ່ມສິບສາມໂຕ ແກະເຖິກສອງໂຕ ລູກແກະເຖິກອາຍຸນຶ່ງປີສິບສີ່ໂຕ ສັດເຫລົ່ານີ້ຢ່າໃຫ້ມີຕຳຫນິ 14 ແລະຖວາຍຍອດແປ້ງປົນໃສ່ນ້ຳມັນເປັນທັນຍາບູຊາຄູ່ກັນ ສຳລັບງົວສິບສາມໂຕ ໂຕນຶ່ງຖວາຍແປ້ງສາມໃນສິບເອຟາ ສຳລັບແກະເຖິກສອງໂຕ ໂຕລະສອງໃນສິບ 15 ສຳລັບລູກແກະສິບສີ່ໂຕ ໂຕລະນຶ່ງໃນສິບ 16 ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ນອກເຫນືອເຄື່ອງເຜົາບູຊາ ຊຶ່ງຄູ່ກັບທັນຍາບູຊາ ແລະເຄື່ອງດື່ມບູຊາຄູ່ກັນ 17 “ໃນວັນທີ່ສອງຈົ່ງຖວາຍງົວຫນຸ່ມສິບສອງໂຕ ແກະເຖິກສອງໂຕ ລູກແກະເຖິກອາຍຸນຶ່ງປີບໍ່ມີຕໍາຫນິສິບສີ່ໂຕ 18 ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນນັ້ນສຳລັບງົວ ແກະເຖິກ ແລະລູກແກະນັ້ນຕາມຈຳນວນຕາມກົດຫມາຍ 19 ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ນອກເຫນືອເຄື່ອງເຜົາບູຊາ ຊຶ່ງຄູ່ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນ 20 “ໃນວັນທີ່ສາມຈົ່ງຖວາຍງົວສິບເອັດໂຕ ແກະເຖິກສອງໂຕ ລູກແກະເຖິກອາຍຸນຶ່ງປີບໍ່ມີຕຳຫນິສິບສີ່ໂຕ 21 ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນນັ້ນ ສຳລັບງົວ ແກະເຖິກ ແລະລູກແກະນັ້ນ ຕາມຈຳນວນຕາມກົດຫມາຍ 22 ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ນອກເຫນືອເຄື່ອງເຜົາບູຊາ ຊຶ່ງຄູ່ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນ 23 “ໃນວັນທີ່ສີ່ຈົ່ງຖວາຍງົວສິບໂຕ ແກະເຖິກສອງໂຕ ລູກແກະເຖິກອາຍຸນຶ່ງປີບໍ່ມີຕຳຫນິສິບສີ່ໂຕ 24 ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນນັ້ນ ສຳລັບງົວ ແກະເຖິກ ແລະລູກແກະນັ້ນ ຕາມຈຳນວນ ຕາມກົດຫມາຍ 25 ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ນອກເຫນືອເຄື່ອງເຜົາບູຊາ ຊຶ່ງຄູ່ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນ 26 “ໃນວັນທີ່ຫ້າຈົ່ງຖວາຍງົວເກົ້າໂຕ ແກະເຖິກສອງໂຕ ລູກແກະເຖິກອາຍຸນຶ່ງປີບໍ່ມີຕຳຫນິສິບສີ່ໂຕ 27 ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນນັ້ນ ສຳລັບງົວ ແກະເຖິກ ແລະລູກແກະນັ້ນ ຕາມຈຳນວນຕາມກົດຫມາຍ 28 ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ນອກເຫນືອເຄື່ອງເຜົາບູຊາ ຊຶ່ງຄູ່ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນ 29 “ໃນວັນທີ່ຫົກຈົ່ງຖວາຍງົວແປດໂຕ ແກະເຖິກສອງໂຕ ລູກແກະເຖິກອາຍຸນຶ່ງປີບໍ່ມີຕຳຫນິສິບສີ່ໂຕ 30 ກັບທັນຍາບູຊາ ແລະເຄື່ອງດື່ມບູຊາຄູ່ກັນນັ້ນ ສຳລັບງົວ ແກະເຖິກ ແລະລູກແກະນັ້ນ ຕາມຈຳນວນຕາມກົດຫມາຍ 31 ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ນອກເຫນືອເຄື່ອງເຜົາບູຊາ ຊຶ່ງຄູ່ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນ 32 “ໃນວັນທີ່ເຈັດເຈົ້າຈົ່ງຖວາຍງົວເຈັດໂຕ ແກະເຖິກສອງໂຕ ລູກແກະເຖິກອາຍຸນຶ່ງປີບໍ່ມີຕຳຫນິສິບສີ່ໂຕ 33 ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນນັ້ນ ສຳລັບງົວ ແກະເຖິກ ແລະລູກແກະນັ້ນ ຕາມຈຳນວນຕາມກົດຫມາຍ 34 ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ນອກເຫນືອເຄື່ອງເຜົາບູຊາ ຊຶ່ງຄູ່ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນ 35 “ໃນວັນທີ່ແປດເຈົ້າຈົ່ງມີການປະຊຸມຕາມພິທີ ເຈົ້າຢ່າທຳງານຫນັກ 36 ແຕ່ເຈົ້າຈົ່ງຖວາຍເຄື່ອງເຜົາບູຊາ ເຄື່ອງບູຊາດ້ວຍໄຟ ເປັນກິ່ນທີ່ພໍພຣະທັຍພຣະຜູ້ເປັນເຈົ້າ ຄືງົວເຖິກໂຕນຶ່ງ ແກະເຖິກໂຕນຶ່ງ ລູກແກະເຖິກອາຍຸນຶ່ງປີບໍ່ມີຕຳຫນິເຈັດໂຕ 37 ແລະຖວາຍທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນນັ້ນ ສຳລັບງົວ ແກະເຖິກ ແລະລູກແກະເຖິກນັ້ນ ຕາມຈຳນວນຕາມກົດຫມາຍ 38 ແລະຖວາຍແບ້ເຖິກໂຕນຶ່ງເປັນເຄື່ອງບູຊາໄຖ່ບາບ ນອກເຫນືອເຄື່ອງເຜົາບູຊາ ຊຶ່ງຄູ່ກັບທັນຍາບູຊາແລະເຄື່ອງດື່ມບູຊາຄູ່ກັນ 39 “ສິ່ງເຫລົ່ານີ້ເຈົ້າທັງຫລາຍຈົ່ງຖວາຍແດ່ພຣະຜູ້ເປັນເຈົ້າຕາມເທສການຂອງເຈົ້າ ເພີ້ມເຂົ້າກັບການຖວາຍແກ້ບົນຂອງເຈົ້າ ແລະການຖວາຍດ້ວຍໃຈສມັກຂອງເຈົ້າ ເປັນເຄື່ອງເຜົາບູຊາຂອງເຈົ້າ ເຄື່ອງທັນຍາບູຊາຂອງເຈົ້າ ເຄື່ອງດື່ມບູຊາຂອງເຈົ້າ ແລະເຄື່ອງສານຕິບູຊາຂອງເຈົ້າ” 40 ແລະໂມເຊໄດ້ບອກຄົນອິສຣາເອນຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງບັນຊາທ່ານໄວ້ທຸກປະການ
ກົດຫມາຍເຣື່ອງການສາບານຂອງສຕຣີ
1 ໂມເຊໄດ້ເວົ້າກັບຫົວຫນ້າເຜົ່າຄົນອິສຣາເອນວ່າ, “ນີ້ເປັນສິ່ງທີ່ພຣະຜູ້ເປັນເຈົ້າໄດ້ຊົງສັ່ງ 2 ເມື່ອຜູ້ໃດສາບານໄວ້ກັບພຣະຜູ້ເປັນເຈົ້າ ຫລືໃຫ້ສັຕສາບານຜູກມັດຕົວໄວ້ດ້ວຍຄຳສັນຍາຢ່າງນຶ່ງຢ່າງໃດ ຢ່າໃຫ້ເຂົາເສັຽວາຈາ ເຂົາຕ້ອງກະທຳຕາມຄຳທີ່ອອກຈາກປາກຂອງເຂົາທັງສິ້ນ 3 ຫລືເມື່ອສຕຣີຄົນນຶ່ງຄົນໃດບົນໄວ້ແດ່ພຣະຜູ້ເປັນເຈົ້າ ແລະຜູກມັດຕົນເອງໄວ້ດ້ວຍຄຳສັນຍາ ເມື່ອນາງຍັງສາວຢູ່ໃນເຮືອນບິດາ 4 ແລະບິດາຂອງນາງໄດ້ຍິນຄຳທີ່ນາງບົນໄວ້ ແລະຄຳສັນຍາທີ່ນາງຜູກມັດຕົນເອງ ແຕ່ບໍ່ໄດ້ເວົ້າສິ່ງໃດກັບນາງ ກໍໃຫ້ຄຳທີ່ບົນໄວ້ນັ້ນຄົງຢູ່ ແລະໃຫ້ຄຳສັນຍາທີ່ຜູກມັດໄວ້ນັ້ນຄົງຢູ່ 5 ແຕ່ຖ້າບິດາຂອງນາງຄັດຄ້ານໃນວັນທີ່ເຂົາໄດ້ຍິນນັ້ນ ການທີ່ນາງບົນໄວ້ກໍດີ ຄຳສັນຍາທີ່ຜູກມັດນາງໄວ້ກໍດີ ຍ່ອມບໍ່ຄົງຢູ່ ແລະພຣະຜູ້ເປັນເຈົ້າຈະອະພັຍໃຫ້ແກ່ນາງ ເພາະບິດາຂອງນາງໄດ້ຄັດຄ້ານນາງໄວ້ 6 ແລະຖ້ານາງແຕ່ງງານມີຜົວແລ້ວ ສິ່ງທີ່ນາງບົນໄວ້ ຫລືຄຳເວົ້າທີ່ບໍ່ທັນຄິດຊຶ່ງຜູກມັດນາງ 7 ຝ່າຍຜົວກໍໄດ້ຍິນແລ້ວ ແລະໃນມື້ທີ່ໄດ້ຍິນເຂົາກໍບໍ່ໄດ້ເວົ້າສິ່ງໃດກັບນາງ ສິ່ງທີ່ນາງບົນໄວ້ນັ້ນຍ່ອມຄົງຢູ່ ແລະຄຳສັນຍາທີ່ຜູກມັດຕົວນາງກໍຄົງຢູ່ດ້ວຍ 8 ແຕ່ຖ້າໃນມື້ນັ້ນຜົວມາໄດ້ຍິນເຂົ້າ ແລະເຂົາຄັດຄ້ານ ກໍທຳໃຫ້ຄຳທີ່ນາງບົນໄວ້ນັ້ນເປັນໂມຄະ ທັງຄຳເວົ້າທີ່ບໍ່ທັນຄິດຂອງນາງຊຶ່ງຜູກມັດນາງນັ້ນກໍເປັນໂມຄະດ້ວຍ ແລະພຣະຜູ້ເປັນເຈົ້າຈະຊົງອະພັຍໃຫ້ແກ່ນາງ 9 ແຕ່ຄຳບົນບານທີ່ແມ່ຫມ້າຍຫລືແມ່ຮ້າງກະທຳໄວ້ຫລືຄຳໃດທີ່ນາງເວົ້າຜູກມັດຕົນເອງ ຄຳເວົ້ານັ້ນຍ່ອມຄົງຢູ່ 10 ແລະຖ້ານາງບົນໄວ້ໃນບ້ານຜົວຂອງນາງ ຫລືໃຫ້ສັນຍາດ້ວຍສັຕສາບານຜູກມັດຕົນເອງໄວ້ 11 ແລະຜົວຂອງນາງໄດ້ຍິນແລ້ວ ແຕ່ບໍ່ວ່າສິ່ງໃດແກ່ນາງ ແລະບໍ່ຄັດຄ້ານນາງ ຄຳບົນບານຂອງນາງທັງສິ້ນຍ່ອມຄົງຢູ່ ແລະຄຳສັນຍາທຸກຢ່າງຊຶ່ງນາງຜູກມັດຕົົນເອງຍ່ອມຄົງຢູ່ 12 ແຕ່ຖ້າຜົວຂອງນາງໄດ້ກະທຳໃຫ້ບໍ່ຄົງຢູ່ຫລືເປັນໂມຄະໃນມື້ທີ່ເຂົາໄດ້ຍິນແລ້ວ ສິ່ງໃດທີ່ອອກຈາກປາກຂອງນາງກ່ຽວດ້ວຍຄຳບົນບານຫລືກ່ຽວດ້ວຍຄຳສັນຍາຂອງນາງຍ່ອມບໍ່ຄົງຢູ່ ຜົວຂອງນາງໄດ້ກະທຳໃຫ້ເປັນໂມຄະ ແລະພຣະຜູ້ເປັນເຈົ້າຈະຊົງອະພັຍໃຫ້ແກ່ນາງ 13 ຄຳບົນບານຫລືຄຳສັຕສາບານທີ່ຈະບັງຄັບຈິດໃຈນາງເອງ ຜົວຂອງນາງຍ່ອມໃຫ້ຄົງຢູ່ຫລືໃຫ້ເປັນໂມຄະໄດ້ 14 ແຕ່ຖ້າຜົວຂອງນາງບໍ່ກ່າວສິ່ງໃດແກ່ນາງມື້ແລ້ວມື້ເລົ່າ ເຂົາຍ່ອມກະທຳໃຫ້ຄຳບົນບານແລະຄຳສັນຍາທັງສິ້ນຂອງນາງຊຶ່ງຈະຕົກແກ່ນາງໃຫ້ຄົງຢູ່ ເພາະເຂົາບໍ່ເວົ້າສິ່ງໃດໃນມື້ທີ່ເຂົາໄດ້ຍິນ ເຂົາຈຶ່ງກະທຳໃຫ້ຄົງຢູ່ 15 ແຕ່ຖ້າພາຍຫລັງທີ່ເຂົາໄດ້ຍິນແລ້ວມາກະທຳໃຫ້ບໍ່ຄົງຢູ່ຫລືເປັນໂມຄະ ເຂົາຍ່ອມຕ້ອງຮັບຄວາມຜິດຂອງນາງ” 16 ຂໍ້ຄວາມເຫລົ່ານີ້ເປັນກົດເກນຊຶ່ງພຣະຜູ້ເປັນເຈົ້າຊົງບັນຊາໂມເຊໄວ້ ເປັນເຣື່ອງລະຫວ່າງຊາຍກັບເມັຽຂອງເຂົາ ເຣື່ອງລະຫວ່າງບິດາກັບບຸດຕຣີ ຂະນະເມື່ອນາງຍັງສາວຢູ່ ຍັງຢູ່ໃນເຮືອນບິດາຂອງນາງ
ອິສຣາເອນແກ້ແຄ້ນຄົນມີດີອານ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງແກ້ແຄ້ນຄົນມີດີອານເພື່ອຄົນອິສຣາເອນ ແລ້ວພາຍຫລັງເຈົ້າຈະຖືກຮວບໃຫ້ໄປຢູ່ກັບປະຊາຊົນຂອງເຈົ້າ 3 ແລະໂມເຊກ່າວກັບປະຊາຊົນວ່າ “ຈົ່ງຕຽມຄົນບາງຄົນໃນພວກເຈົ້າໃຫ້ພ້ອມດ້ວຍອາວຸດເພື່ອທຳສົງຄາມ ແລ້ວຍົກໄປສູ້ພວກມີດີອານ ເພື່ອກະທຳການແກ້ແຄ້ນຂອງພຣະຜູ້ເປັນເຈົ້າຕໍ່ຄົນມີດີອານ 4 ເຈົ້າຈົ່ງສົ່ງຄົນຈາກເຜົ່າອິສຣາເອນເຜົ່າລະພັນຄົນເຂົ້າທຳສົງຄາມ” 5 ດັ່ງນັ້ນເຂົາຈຶ່ງຈັດຄົນຈາກອິສຣາເອນທີ່ນັບພັນໆນັ້ນເຜົ່າລະພັນຄົນ ເປັນຄົນຫມື່ນສອງພັນພ້ອມດ້ວຍອາວຸດເພື່ອເຂົ້າສົງຄາມ 6 ແລະໂມເຊສົ່ງຄົນເຜົ່າລະພັນຄົນອອກໄປທຳສົງຄາມ ທັງຄົນເຫລົ່ານັ້ນກັບຟີເນຮັສບຸດເອເລອາຊາປະໂຣຫິດ ພ້ອມກັບເຄື່ອງໃຊ້ຂອງສະຖານນະມັສການ ແລະມີແກປຸກຢູ່ໃນມື 7 ເຂົາທຳສົງຄາມຕໍ່ສູ້ຄົນມີດີອານ ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊແລະໄດ້ຂ້າຜູ້ຊາຍເສັຽທຸກຄົນ 8 ເຂົາໄດ້ປະຫານຊີວິດບັນດາກະສັດຄົນມີດີອານພ້ອມກັບຄົນອື່ນທີ່ເຂົາຂ້າເສັຽ ມີເອວີ ເຣເຄມ ຊູຣ໌ ຮູຣ໌ ແລະເຣບາກະສັດທັງຫ້າແຫ່ງຄົນມີດີອານ ແລະໄດ້ປະຫານຊີວິດບາລາອາມບຸດເບໂອເສັຽດ້ວຍດາບ 9 ແລະຄົນອິສຣາເອນໄດ້ຈັບສຕຣີຊາວມີດີອານມາເປັນຊະເລີຍ ພ້ອມກັບພວກເດັກນ້ອຍທັງຫລາຍ ແລະຍຶດເອົາຝູງງົວ ຝູງແບ້ ແກະຕລອດຊັບສົມບັດຂອງພວກເຂົາ ເປັນຊັບທີ່ປຸ້ນໄດ້ 10 ແລະເອົາໄຟເຜົາເມືອງທີ່ອາໄສຂອງເຂົາ ແລະເຜົາຄ້າຍທັງສິ້ນຂອງເຂົາເສັຽດ້ວຍ 11 ແລ້ວເກັບບັນດາຂອງທີ່ຍຶດໄດ້ແລະຊັບທີ່ປຸ້ນໄດ້ທັງຄົນແລະສັດໄປເສັຽສິ້ນ 12 ແລ້ວເຂົານໍາຊະເລີຍ ແລະຊັບສີນທີ່ປຸ້ນໄດ້ກັບຂອງທີ່ຍຶດໄດ້ທັງຫມົດມາຫາໂມເຊ ແລະເອເລອາຊາປະໂຣຫິດ ແລະຊຸມນຸມຊົນອິສຣາເອນທີ່ຄ້າຍໃນທົ່ງໂມອາບຮີມແມ່ນ້ຳຈໍແດນທີ່ເມືອງເຢຣີໂກ
ຍົກທັບກັບຄືນມາ
13 ໂມເຊແລະເອເລອາຊາປະໂຣຫິດແລະບັນດາຫົວຫນ້າແຫ່ງຄົນອິສຣາເອນອອກໄປຕ້ອນຮັບເຂົານອກຄ້າຍ 14 ແລະໂມເຊໄດ້ຮ້າຍພວກນາຍທະຫານ ຄືນາຍພັນແລະນາຍຮ້ອຍຜູ້ກັບຈາກການທຳສົງຄາມ 15 ໂມເຊເວົ້າກັບເຂົາທັງຫລາຍວ່າ, “ທ່ານທັງຫລາຍໄດ້ໄວ້ຊີວິດພວກຜູ້ຍິງທັງຫມົດຫລື 16 ເບິ່ງແມ໋, ໂດຍຄຳປຶກສາຂອງບາລາອາມ ຍິງເຫລົ່ານີ້ໄດ້ກະທຳໃຫ້ຄົນອິສຣາເອນຫລົງກະທຳຜິດຕໍ່ພຣະຜູ້ເປັນເຈົ້າໃນເຣື່ອງເປໂອຣ໌ ແລະໄພວິບັດຈຶ່ງໄດ້ເກີດຂຶ້ນຖ້າມກາງຊຸມນຸມຊົນຂອງພຣະຜູ້ເປັນເຈົ້າ 17 ເພາະສະນັ້ນຈົ່ງປະຫານຊີວິດເດັກນ້ອຍຜູ້ຊາຍເສັຽທຸກຄົນ ແລະປະຫານຊີວິດຜູ້ຍິງຊຶ່ງໄດ້ຮວມກັບຜູ້ຊາຍເສັຽທຸກຄົນ 18 ແຕ່ຈົ່ງໄວ້ຊີວິດເດັກຜູ້ຍິງທີ່ຍັງບໍ່ໄດ້ຮ່ວມກັບຜູ້ຊາຍໄວ້ສຳລັບທ່ານທັງຫລາຍເອງ 19 ຈົ່ງຢູ່ພາຍນອກຄ້າຍເຈັດວັນ ທ່ານຜູ້ໃດທີ່ໄດ້ຂ້າຄົນ ແລະທ່ານຜູ້ໃດທີ່ໄດ້ແຕະຕ້ອງຜູ້ທີ່ຖືກຂ້າ ຈົ່ງຊຳຮະຕົວແລະຊະເລີຍຂອງຕົວໃນວັນທີ່ສາມແລະວັນທີ່ເຈັດ 20 ທ່ານຕ້ອງຊຳຮະເຄື່ອງແຕ່ງກາຍທຸກໆໂຕ ເຄື່ອງຫນັງສັດທຸກໂຕ ແລະເຄື່ອງຂົນແບ້ທັງຫມົດແລະເຄື່ອງທຸກສິ່ງທີ່ທຳດ້ວຍໄມ້ 21 ແລະເອເລອາຊາປະໂຣຫິດໄດ້ກ່າວແກ່ທະຫານຜູ້ອອກໄປທຳສົງຄາມວ່າ, “ນີ້ເປັນກົດພຣະທັມຊຶ່ງພຣະຜູ້ເປັນເຈົ້າໄດ້ບັນຊາໂມເຊ 22 ສຳລັບທອງຄຳ ເງິນ ທອງສຳຣິດ ເຫລັກ ຊື່ນ ແລະຂີ້ກົ່ວ 23 ທຸກສິ່ງທີ່ທົນຕໍ່ໄຟໄດ້ ເຈົ້າທັງຫລາຍຈົ່ງລວກເສັຽດ້ວຍໄຟ ແລ້ວຈະສະອາດ ຢ່າງໃດກໍດີຕ້ອງເອົານ້ຳລ້າງມົນທິນຊຳຮະດ້ວຍ ແລະສິ່ງໃດທີ່ທົນໄຟບໍ່ໄດ້ທ່ານຕ້ອງໃຫ້ຜ່ານນ້ຳ 24 ທ່ານຕ້ອງຊັກເສື້ອຜ້າຂອງທ່ານໃນວັນທີ່ເຈັດ ແລະທ່ານຈະສະອາດ ພາຍຫລັງທ່ານຈຶ່ງຈະເຂົ້າມາໃນຄ້າຍໄດ້”
ການແບ່ງຊັບທີ່ຍຶດມາໄດ້
25 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 26 “ເຈົ້າແລະເອເລອາຊາປະໂຣຫິດ ກັບຫົວຫນ້າບັນດາຕະກູນຂອງຊຸມນຸມຊົນ ຈົ່ງນັບສິ່ງຂອງທີ່ໄດ້ມາທັງຄົນແລະສັດ 27 ແລະແບ່ງສິ່ງຂອງເຫລົ່ານັ້ນອອກເປັນສອງສ່ວນໃຫ້ທະຫານຜູ້ອອກໄປທຳສົງຄາມສ່ວນນຶ່ງ ແລະໃຫ້ຊຸມນຸມຊົນນີ້ອີກສ່ວນນຶ່ງ 28 ແລະຈົ່ງຊັກສ່ວນນຶ່ງຈາກທະຫານທີ່ອອກໄປທຳສົງຄາມເປັນຂອງຖວາຍແດ່ພຣະຜູ້ເປັນເຈົ້າ ຫ້າຮ້ອຍຊັກນຶ່ງ ທັງຄົນແລະງົວ ແລະລໍ ແລະຝູງແບ້ແກະ 29 ຈົ່ງເອົາຈາກເຄິ່ງສ່ວນຂອງເຂົາ ມອບໃຫ້ແກ່ເອເລອາຊາປະໂຣຫິດເປັນເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ 30 ແລະຈາກສ່ວນຂອງຄົນອິສຣາເອນນັ້ນ ເຈົ້າຈົ່ງນຳຫ້າສິບຊັກນຶ່ງຈາກຄົນ ຝູງງົວ ຝູງລໍ ແລະຝູງແບ້ແກະ ແລະສັດທັງຫມົດ ມອບໃຫ້ແກ່ຄົນເລວີຜູ້ດູແລຫໍເຕັນສັກສິດຂອງພຣະຜູ້ເປັນເຈົ້າ” 31 ແລະໂມເຊກັບເອເລອາຊາປະໂຣຫິດໄດ້ກະທຳຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາແກ່ໂມເຊ 32 ບັນດາຊັບທີ່ປຸ້ນໄດ້ອັນເຫລືອຈາກສິ່ງທີ່ທະຫານຍຶກມາໄດ້ນັ້ນຄື ແກະຫົກແສນເຈັດຫມື່ນຫ້າພັນໂຕ 33 ງົວເຈັດຫມື່ນສອງພັນໂຕ 34 ລໍຫົກຫມື່ນນຶ່ງພັນໂຕ 35 ແລະຄົນ ຄືຜູ້ຍິງທີ່ຍັງບໍ່ເຄີຍນອນຮ່ວມກັບຊາຍຮ່ວມກັນທັງຫມົດມີສາມຫມື່ນສອງພັນຄົນ 36 ແລະໃນສ່ວນໄດ້ຂອງຄົນທີ່ອອກໄປທຳສົງຄາມ ມີແກະສາມແສນສາມຫມື່ນເຈັດພັນຫ້າຮ້ອຍໂຕ 37 ແລະສ່ວນແກະທີ່ເປັນຂອງພຣະຜູ້ເປັນເຈົ້າມີຫົກຮ້ອຍເຈັດສິບຫ້າໂຕ 38 ມີງົວສາມຫມື່ນຫົກພັນໂຕ ງົວອັນເປັນສ່ວນຂອງພຣະຜູ້ເປັນເຈົ້າເຈັດສິບສອງໂຕ 39 ມີລໍສາມຫມື່ນຫ້າຮ້ອຍໂຕ ຊຶ່ງເປັນສ່ວນຂອງພຣະຜູ້ເປັນເຈົ້າຫົກສິບເອັດໂຕ 40 ສ່ວນຄົນນັ້ນມີນຶ່ງຫມື່ນຫົກພັນ ຊື່ງເປັນສ່ວນຂອງພຣະຜູ້ເປັນເຈົ້າສາມສິບສອງຄົນ 41 ໂມເຊໄດ້ມອບສ່ວນທີ່ຊັກມາຊຶ່ງເປັນຂອງຖວາຍແດ່ພຣະຜູ້ເປັນເຈົ້ານັ້ນແກ່ເອເລອາຊາປະໂຣຫິດຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາໄວ້ກັບໂມເຊ 42 ຈາກເຄິ່ງສ່ວນຂອງຄົນອິສຣາເອນຊຶ່ງໂມເຊໄດ້ແບ່ງມາຈາກສ່ວນທີ່ທະຫານໄປທຳສົງຄາມໄດ້ມານັ້ນ 43 (ເຄິ່ງສ່ວນຂອງຊຸມນຸມຊົນ ຄືແກະສາມແສນສາມຫມື່ນເຈັດພັນຫ້າຮ້ອຍໂຕ 44 ງົວສາມຫມື່ນຫົກພັນໂຕ 45 ລໍສາມຫມື່ນຫ້າຮ້ອຍໂຕ 46 ແລະຄົນນຶ່ງຫມື່ນຫົກພັນຄົນ) 47 ຈາກເຄິ່ງສ່ວນຂອງຄົນອິສຣາເອນນັ້ນໂມເຊໄດ້ເອົາສ່ວນຫ້າສິບຊັກນຶ່ງ ທັງຄົນແລະສັດມອບໃຫ້ແກ່ຄົນເລວີຜູ້ດູແລຫໍເຕັນຂອງພຣະຜູ້ເປັນເຈົ້າ ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາໂມເຊໄວ້ 48 ແລ້ວນາຍທະຫານຜູ້ບັງຄັບກອງພັນທັງປວງ ຄືນາຍພັນ ນາຍຮ້ອຍໄດ້ເຂົ້າມາໃກ້ໂມເຊ 49 ແລະກ່າວແກ່ໂມເຊວ່າ, “ຄົນໃຊ້ຂອງທ່ານໄດ້ກວດນັບທະຫານຜູ້ຢູ່ໃຕ້ບັງຄັບບັນຊາຂອງຂ້າພະເຈົ້າທັງຫລາຍແລ້ວ ບໍ່ມີຄົນຫາຍໄປຈັກຄົນດຽວ 50 ແລະຂ້າພະເຈົ້າທັງຫລາຍໄດ້ນຳສ່ວນທີ່ຖວາຍແດ່ພຣະຜູ້ເປັນເຈົ້າ ຊຶ່ງຕ່າງຄົນຕ່າງໄດ້ມາ ຄືສິ່ງທີ່ທຳດ້ວຍທອງຄຳ ມີປອກຂາແລະສ້ອຍຄໍ ແຫວນ ຕຣາ ຕຸ້ມຫູ ແລະປອກແຂນ ເພື່ອທຳການລົບມົນທິນບາບຂອງພວກເຮົາທັງຫລາຍຕໍ່ພຣະຜູ້ເປັນເຈົ້າ” 51 ໂມເຊແລະເອເລອາຊາປະໂຣຫິດ ກໍຮັບສິ່ງຂອງທີ່ທຳດ້ວຍທອງຄຳຈາກເຂົາ 52 ແລະທອງຄຳທັງສິ້ນຊຶ່ງເຂົາໄດ້ຖວາຍແດ່ພຣະຜູ້ເປັນເຈົ້າຈາກນາຍພັນແລະນາຍຮ້ອຍ ມີນ້ຳຫນັກນຶ່ງຫມື່ນຫົກພັນເຈັດຮ້ອຍຫ້າສິບເຊເກລ 53 (ທະຫານເຫລົ່ານັ້ນຕ່າງຄົນຕ່າງໄດ້ເກັບສິ່ງຂອງຂອງຂ້າສຶກມາ) 54 ໂມເຊແລະເອເລອາຊາປະໂຣຫິດໄດ້ຮັບທອງຄຳຈາກນາຍພັນນາຍຮ້ອຍ ນຳມາໃນເຕັນນັດພົບເປັນອະນຸສອນແກ່ຄົນອິສຣາເອນຕໍ່ພຣະຜູ້ເປັນເຈົ້າ
ເຜົ່າທາງທິດຕາເວັນອອກ ຂອງຈໍແດນ
1 ເຜົ່າເຊື້ອສາຍຣູເບນ ແລະເຜົ່າເຊື້ອສາຍກາດມີຝູງງົວເປັນອັນມາກ ເຂົາໄດ້ເຫັນແຜ່ນດິນຢາເຊີ ແລະແຜ່ນດິນກິເລອາດ ເບິ່ງແມ໋, ທີ່ນັ້ນເປັນທີ່ເຫມາະແກ່ຝູງສັດ 2 ດັ່ງນັ້ນເຜົ່າເຊື້ອສາຍຂອງກາດແລະເຜົ່າເຊື້ອສາຍຂອງຣູເບນຈຶ່ງມາຫາໂມເຊ ແລະເອເລອາຊາປະໂຣຫິດ ແລະຫົວຫນ້າຂອງຊຸມນຸມຊົນກ່າວວ່າ, 3 “ອາທາໂຣດ ດີໂບນ ຢາເຊີ ຣິມຣາ ເຮັສໂບນ ເອເລອາເລ ເຊບັມ ເນໂບ ແລະເບໂອນ 4 ເປັນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າຊົງທຳລາຍຕໍ່ຫນ້າຄົນອິສຣາເອນ ເປັນແຜ່ນດິນເຫມາະກັບຝູງສັດ ແລະຂ້າພະເຈົ້າທັງຫລາຍຄົນໃຊ້ຂອງທ່ານມີຝູງງົວ” 5 ແລະເຂົາທັງຫລາຍກ່າວວ່າ, “ຖ້າຂ້າພະເຈົ້າທັງຫລາຍເປັນທີ່ຊອບຕໍ່ທ່ານ ຂໍມອບແຜ່ນດິນນີ້ເປັນກຳມະສິດແກ່ຄົນໃຊ້ຂອງທ່ານ ຂໍຢ່າພາຂ້າພະເຈົ້າທັງຫລາຍຂ້າມແມ່ນ້ຳຈໍແດນໄປເລີຍ” 6 ແຕ່ໂມເຊເວົ້າກັບເຜົ່າເຊື້ອສາຍຂອງກາດແລະເຜົ່າເຊື້ອສາຍຂອງຣູເບນວ່າ, “ຄວນໃຫ້ພີ່ນ້ອງຂອງທ່ານໄປທຳສົງຄາມ ຝ່າຍພວກທ່ານຈະຢັບຢັ້ງຢູ່ທີ່ນີ້ຢ່າງນັ້ນຫລື 7 ເປັນຫຍັງທ່ານທັງຫລາຍກະທຳໃຫ້ຈິດໃຈຂອງຄົນອິສຣາເອນທໍ້ຖອຍທີ່ຈະຍົກຂ້າມໄປຍັງແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າໄດ້ປະທານແກ່ເຂົາ 8 ບິດາຂອງທ່ານທັງຫລາຍໄດ້ກະທຳເຊັ່ນນີ້ ເມື່ອເຮົາໃຊ້ເຂົາໄປຈາກກາເດສບາເນອາໃຫ້ສອດແນມເບິ່ງແຜ່ນດິນນັ້ນ 9 ເມື່ອເຂົາຂຶ້ນໄປຍັງພູເຂົາເອສໂກນ ແລະໄດ້ເຫັນແຜ່ນດິນນັ້ນແລ້ວ ເຂົາກໍກະທຳໃຫ້ຈິດໃຈຄົນອິສຣາເອນທໍ້ຖອຍທີ່ຈະຍົກເຂົ້າໄປໃນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າໄດ້ປະທານແກ່ເຂົາ 10 ໃນວັນນັ້ນພຣະຜູ້ເປັນເຈົ້າຊົງກີ້ວເຂົາຫນັກ ພຣະອົງຊົງຕັ້ງສັຕສາບານໄວ້ວ່າ 11 “ແນ່ນອນທຸກຄົນຊຶ່ງໄດ້ອອກຈາກເອຢິບຕັ້ງແຕ່ຊາວປີຂຶ້ນໄປ ຈະບໍ່ໄດ້ເຫັນແຜ່ນດິນຊຶ່ງເຮົາໄດ້ຕັ້ງສັຕສາບານທີ່ຈະມອບໃຫ້ອັບຣາຮາມ ອີຊາກ ແລະຢາໂຄບ ເພາະເຂົາທັງຫລາຍບໍ່ໄດ້ຕາມເຮົາດ້ວຍໃຈຈິງ 12 ເວັ້ນແຕ່ກາເລັບບຸດເຢຟຸນເນຄົນເກນິດ ແລະໂຢຊວຍບຸດນູນ ເພາະວ່າເຂົາທັງສອງຕາມພຣະຜູ້ເປັນເຈົ້າດ້ວຍໃຈຈິງ 13 ແລະພຣະຜູ້ເປັນເຈົ້າຊົງກີ້ວຕໍ່ອິສຣາເອນ ພຣະອົງຈຶ່ງຊົງໃຫ້ເຂົາທ່ອງທ່ຽວໄປມາໃນຖິ່ນກັນດານ ສີ່ສິບປີຈົນຊາດເຊື້ອສາຍທີ່ກະທຳຜິດຕໍ່ພຣະຜູ້ເປັນເຈົ້າຕາຍເສັຽສິ້ນ 14 ແລະເບິ່ງແມ໋, ທ່ານໄດ້ເຕີບໃຫຍ່ຂຶ້ນມາແທນບິດາຂອງທ່ານ ເປັນເຊື້ອສາຍຄົນບາບທີ່ຈະທະວີພຣະພິໂຣດຂອງພຣະຜູ້ເປັນເຈົ້າຕໍ່ອິສຣາເອນໃຫ້ຫລາຍຍິ່ງຂຶ້ນ 15 ເພາະວ່າຖ້າທ່ານທັງຫລາຍຫັນຫນີຈາກການຕາມພຣະອົງ ພຣະອົງຈະຊົງປະຖິ້ມເຂົາທັງຫລາຍໃນຖິ່ນກັນດານອີກ ແລະທ່ານທັງຫລາຍຈະທຳລາຍຊົນຊາດນີ້ເສັຽ” 16 ແລ້ວເຂົາທັງຫລາຍເຂົ້າມາໃກ້ທ່ານກ່າວວ່າ, “ຂ້າພະເຈົ້າທັງຫລາຍຈະສ້າງຄອກສຳລັບຝູງແບ້ແກະທີ່ນີ້ ແລະສ້າງເມືອງສຳລັບລູກເດັກນ້ອຍໆທັງຫລາຍ 17 ແຕ່ເຮົາທັງຫລາຍຈະຖືອາວຸດພ້ອມທີ່ຈະໄປຂ້າງຫນ້າຄົນອິສຣາເອນ ຈົນກວ່າເຮົາທັງຫລາຍຈະນຳເຂົາໄປເຖິງທີ່ຂອງເຂົາ ເດັກນ້ອຍຂອງເຣົາຈະໄດ້ຢູ່ໃນເມືອງທີ່ມີກໍາແພງລ້ອມຮອບເພາະຢ້ານຊາວແຜ່ນດິນນີ້ 18 ເຮົາທັງຫລາຍຈະບໍ່ຍອມກັບບ້ານຈົນກວ່າຄົນອິສຣາເອນຈະໄດ້ຮັບມໍຣະດົກຂອງເຂົາທຸກຄົນ 19 ເພາະເຮົາຈະບໍ່ໄດ້ຮັບມໍຣະດົກກັບເຂົາທີ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນແລະນອກອອກໄປ ເພາະວ່າມໍຣະດົກທີ່ຕົກທອດມາເຖິງເຮົາຢູ່ຟາກແມ່ນ້ຳຈໍແດນຂ້າງຕາເວັນອອກນີ້” 20 ໂມເຊຈຶ່ງກ່າວແກ່ເຂົາທັງຫລາຍວ່າ, “ຖ້າທ່ານທັງຫລາຍຈະຈັບອາວຸດຂຶ້ນເຂົ້າສູ່ສົງຄາມຕໍ່ພຣະພັກພຣະຜູ້ເປັນເຈົ້າ 21 ແລະຄົນຂອງທ່ານທີ່ຖືອາວຸດທຸກຄົນຈະຂ້າມແມ່ນ້ຳຈໍແດນໄປຕໍ່ພຣະພັກພຣະຜູ້ເປັນເຈົ້າ ຈົນກວ່າພຣະອົງຈະຊົງຂັບໄລ່ສັດຕຣູໃຫ້ພົ້ນພຣະອົງ 22 ແລະແຜ່ນດິນນັ້ນຈະຜ່າຍແພ້ຕໍ່ພຣະພັກພຣະຜູ້ເປັນເຈົ້າແລ້ວ ພາຍຫລັງທ່ານຈຶ່ງຈະກັບແລະພົ້ນຈາກພັນທະທີ່ມີຕໍ່ພຣະຜູ້ເປັນເຈົ້າແລະອິສຣາເອນ ແລະແຜ່ນດິນນີ້ຈະຕົກເປັນກຳມະສິດຂອງທ່ານຕໍ່ພຣະພັກພຣະຜູ້ເປັນເຈົ້າ 23 ແຕ່ຖ້າທ່ານທັງຫລາຍບໍ່ໄດ້ກະທຳເຊັ່ນນີ້ ທ່ານທັງຫລາຍໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າ ຈົ່ງຮູ້ແນ່ເຖີດວ່າ ບາບຂອງທ່ານກໍຕາມທັນ 24 ຈົ່ງສ້າງເມືອງສຳລັບເດັກນ້ອຍໆທັງຫລາຍຂອງທ່ານ ແລະສ້າງຄອກສັດສຳລັບແບ້ແກະຂອງທ່ານ ແລະກະທຳຕາມທີ່ທ່ານສັນຍາໄວ້” 25 ແລະເຜົ່າເຊື້ອສາຍກາດ ແລະເຜົ່າເຊື້ອສາຍຂອງຣູເບນກ່າວແກ່ໂມເຊວ່າ, “ຄົນໃຊ້ຂອງທ່ານຈະກະທຳດັ່ງທີ່ເຈົ້ານາຍຂອງຂ້າພະເຈົ້າບັນຊາ 26 ເດັກນ້ອຍໆທັງຫລາຍ ຝູງສັດແລະສັດໃຊ້ທັງຫມົດຂອງເຣົາ ຈະຢູ່ທີ່ນີ້ໃນເມືອງກິເລອາດ 27 ແຕ່ຄົນໃຊ້ຂອງທ່ານທຸກຄົນຜູ້ມີອາວຸດທຳສົງຄາມຈະຂ້າມໄປເພື່ອສູ້ຮົບຕໍ່ພຣະພັກພຣະຜູ້ເປັນເຈົ້າ ດັ່ງທີ່ເຈົ້ານາຍຂອງຂ້າພະເຈົ້າສັ່ງ” 28 ກ່ຽວກັບເຣື່ອງເຂົາທັງຫລາຍນີ້ ໂມເຊຈຶ່ງອອກຄຳສັ່ງແກ່ເອເລອາຊາປະໂຣຫິດ ແລະແກ່ໂຢຊວຍບຸດນູນ ແລະແກ່ຫົວຫນ້າຕະກູນຂອງເຜົ່າຄົນອິສຣາເອນ 29 ແລະໂມເຊກ່າວແກ່ເຂົາວ່າ, “ຖ້າເຜົ່າເຊື້ອສາຍກາດ ແລະເຜົ່າເຊື້ອສາຍຣູເບນ ທຸກຄົນຜູ້ມີອາວຸດທີ່ຈະທຳສົງຄາມຕໍ່ພຣະພັກພຣະຜູ້ເປັນເຈົ້າຈະຂ້າມແມ່ນ້ຳຈໍແດນໄປພ້ອມກັບທ່ານທັງຫລາຍ ແລະແຜ່ນດິນນັ້ນຈະຜ່າຍແພ້ຕໍ່ຫນ້າທ່ານແລ້ວ ທ່ານຈົ່ງມອບແຜ່ນດິນກິເລອາດໃຫ້ເປັນກຳມະສິດແກ່ເຂົາ 30 ແຕ່ຖ້າເຂົາບໍ່ຖືອາວຸດຂ້າມໄປກັບທ່ານ ເຂົາຈະຕ້ອງໄດ້ສ່ວນແຜ່ນດິນການາອານຮວມກັບທ່ານເປັນກຳມະສິດ 31 ເຜົ່າເຊື້ອສາຍກາດ ແລະເຜົ່າເຊື້ອສາຍຣູເບນຕອບວ່າ, “ພຣະຜູ້ເປັນເຈົ້າໄດ້ສັ່ງກັບຄົນໃຊ້ຂອງທ່ານຢ່າງໃດ ເຮົາທັງຫລາຍຈະກະທຳຢ່າງນັ້ນ 32 ເຮົາຈະຖືອາວຸດຂ້າມໄປຕໍ່ພຣະພັກພຣະຜູ້ເປັນເຈົ້າສູ່ແຜ່ນດິນການາອານ ແລະທີ່ດິນມໍຣະດົກຂອງເຮົານັ້ນຈະຄົງຢູ່ຟາກຕາເວັນອອກຂອງແມ່ນ້ຳຈໍແດນ” 33 ໂມເຊໄດ້ມອບດິນແດນເຫລົ່ານີ້ແກ່ເຜົ່າເຊື້ອສາຍກາດ ແລະແກ່ເຜົ່າເຊື້ອສາຍຣູເບນ ແລະແກ່ເຄິ່ງນຶ່ງຂອງເຜົ່າມານັສເຊບຸດໂຢເຊັບ ຄືອານາຈັກຂອງກະສັດຊີໂຮນຄົນອາໂມຣິດ ແລະອານາຈັກຂອງໂອກກະສັດແຫ່ງບາຊານ ທັງແຜ່ນດິນແລະຫົວເມືອງຕລອດເຂດແດນ ຄືຫົວເມືອງໃຫຍ່ໃນແຜ່ນດິນນີ້ຕລອດປະເທດ 34 ແລະເຜົ່າເຊື້ອສາຍຂອງກາດກໍສ້າງເມືອງດີໂບນ ອາຕາໂຣທ ອາໂຣເອີ 35 ອັຊໂຣທໂຊຟານ ຢາເຊີ ໂຢກເບຮາ 36 ເບັດນິມຣາ ແລະເບັດຮາຣານ ໃຫ້ເປັນເມືອງມີກຳແພງອ້ອມຮອບ ແລະສ້າງຄອກໃຫ້ແກະ 37 ແລະເຜົ່າເຊື້ອສາຍຂອງຣູເບນກໍສ້າງເມືອງເຮສໂບນ ເອເລອາເລ ກີຣີອາທາອິມ 38 ເນໂບ ແລະບາອັນເມໂອນ (ຊື່ເຫລົ່ານີ້ຕໍ່ມາໄດ້ປ່ຽນໃຫມ່) ແລະຊີບມາ ແລະຕັ້ງຊື່ໃຫ້ແກ່ເມືອງທີ່ເຂົາສ້າງຂຶ້ນນັ້ນ 39 ແລະເຜົ່າເຊື້ອສາຍຂອງມາຄີບຸດມານັສເຊ ແລະເຂົາກໍເຂົ້າຕັ້ງຢູ່ໃນເມືອງນັ້ນ 40 ແລະຢາອີບຸດມານັສເຊໄດ້ໄປຍຶດຊົນນະບົດຂອງເຂົາເຫລົ່ານັ້ນແລະເອີ້ນຊື່ວ່າຮາວໂວດຢາອີ 41 ແລະໂນບາໄດ້ໄປຍຶດເກນາດ ແລະຊົນນະບົດຂອງເມືອງນີ້ ແລະເອີ້ນວ່າເມືອງໂນບາ ຕາມຊື່ຂອງເຂົາ
ລະຍະທາງທີ່ຄົນອິສຣາເອນເດີນ
1 ຕໍ່ໄປນີ້ເປັນເຣື່ອງລະຍະທາງເດີນຂອງຄົນອິສຣາເອນ ເມື່ອເຂົາອອກເດີນຈາກແຜ່ນດິນເອຢິບເປັນຫມວດຫມູ່ພາຍໃຕ້ການນຳຂອງໂມເຊແລະອາໂຣນ 2 ໂມເຊໄດ້ຈົດສະຖານທີ່ບ່ອນເຂົາອອກເດີນ ທີ່ລະຍະໆຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າ ຕໍ່ໄປນີ້ເປັນລະຍະຕາມແຕ່ລະບ່ອນທີ່ເຂົາອອກເດີນ 3 ເຂົາຍົກເດີນຈາກຣາເມເຊສໃນຕົ້ນເດືອນ ໃນວັນທີ່ສິບຫ້າຂອງເດືອນຕົ້ນນັ້ນ ຕໍ່ວັນປັສຄາໄປວັນນຶ່ງຄົນອິສຣາເອນອອກເດີນຢ່າງມີໄຊຕໍ່ຫນ້າຕໍ່ຕາບັນດາຊາວເອຢິບທັງສິ້ນ 4 ຂນະນັ້ນຊາວເອຢິບກຳລັງຝັງສົບລູກຫົວປີທັງຫລາຍຂອງຕົນ ເປັນຜູ້ທີ່ພຣະຜູ້ເປັນເຈົ້າຊົງປະຫານຊີວິດ ພຣະຜູ້ເປັນເຈົ້າຊົງລົງໂທດພຣະທັງຫລາຍຂອງເຂົາດ້ວຍ 5 ດັ່ງນັ້ນ ຄົນອິສຣາເອນຈຶ່ງຍົກເດີນຈາກຣາເມເຊສ ແລະຕັ້ງຄ້າຍທີ່ຊຸກໂກທ 6 ແລະຍົກເດີນຈາກຊຸກໂກທ ແລະຕັ້ງຄ້າຍທີ່ເອທາມ ຊຶ່ງຢູ່ເທິງແຄມຖິ່ນກັນດານ 7 ແລະເຂົາທັງຫລາຍຍົກເດີນຈາກເອທາມ ຫັນກັບຄືນໄປຍັງປີຮາຮີໂຣທ ຊຶ່ງຢູ່ທາງທິດຕາເວັນອອກຂອງບາອັນເຊໂຟນ ແລະເຂົາຕັ້ງຄ້າຍທີ່ຫນ້າມິກໂດນ 8 ແລະເຂົາທັງຫລາຍຍົກເດີນຈາກຫນ້າເມືອງປີຮາຮີໂຣດ ຂ້າມກາງທະເລເຂົ້າໄປໃນຖິ່ນກັນດານ ແລະເຂົາທັງຫລາຍເດີນໃນຖິ່ນກັນດານເອທາມລະຍະທາງສາມວັນ ແລະມາຕັ້ງຄ້າຍທີ່ມາຣາ 9 ແລະເຂົາຍົກເດີນຈາກມາຣາມາເຖິງເອລິມ ທີ່ເອລີມມີນ້ຳພຸສິບສອງແຫ່ງແລະຕົ້ນຕານເຈັດສິບຕົ້ນ ແລະເຂົາຕັ້ງຄ້າຍທທີ່ນັ້ນ 10 ເຂົາຍົກເດີນຈາກເອລິມມາຕັ້ງຄ້າຍທີ່ທະເລແດງ 11 ແລະຍົກເດີນຈາກທະເລແດງມາຕັ້ງຄ້າຍຢູ່ໃນຖິ່ນກັນດານຊີນ 12 ແລະເຂົາຍົກເດີນຈາກຖີ່ນກັນດານຊີນ ມາຕັ້ງຄ້າຍທີ່ໂດຟກາ 13 ແລະເຂົາຍົກເດີນຈາກໂດຟກາ ແລະຕັ້ງຄ້າຍທີ່ອາລູສ 14 ແລະເຂົາຍົກເດີນຈາກອາລູສ ແລະຕັ້ງຄ້າຍທີ່ເຣຟີດີມ ຊຶ່ງນັ້ນບໍ່ມີນ້ຳໃຫ້ປະຊາຊົນດື່ມ 15 ແລະເຂົາຍົກເດີນຈາກເຣຟີດີມ ແລະຕັ້ງຄ້າຍໃນຖິ່ນກັນດານຊີນາອີ 16 ແລະເຂົາຍົກເດີນຈາກຖິ່ນກັນດານຊີນາອີມາຕັ້ງຄ້າຍທີ່ກິບໂຣທຮັດຕາອາວາ 17 ແລະເຂົາອອກເດີນຈາກກິບໂຣທຮັດຕາອາວາມາຕັ້ງຄ້າຍທີ່ຮາເຊໂຣທ 18 ແລະເຂົາຍົກເດີນຈາກຮາເຊໂຣທ ແລະຕັ້ງຄ້າຍທີ່ຣິທມາ 19 ແລະເຂົາຍົກເດີນຈາກຣິທມາ ແລະຕັ້ງຄ້າຍທີ່ຣິມໂມນເປເຣສ 20 ແລະເຂົາຍົກເດີນຈາກຣິມໂມນເປເຣັສ ແລະຕັ້ງຄ້າຍທີ່ລິບນາ 21 ແລະເຂົາຍົກເດີນຈາກລິບນາ ແລະຕັ້ງຄ້າຍທີ່ຮິສຊາ 22 ແລະເຂົາຍົກເດີນຈາກຣິສຊາ ແລະຕັ້ງຄ້າຍທີ່ເກເຮລາທາ 23 ແລະເຂົາຍົກເດີນຈາກເກເຮລາທາ ແລະຕັ້ງຄ້າຍທີ່ພູເຂົາເຊເຟີ 24 ແລະເຂົາຍົກເດີນຈາກພູເຂົາເຊເຟີ ແລະຕັ້ງຄ້າຍທີ່ຮາຣາດາ 25 ແລະເຂົາຍົກເດີນຈາກເຮຣາດາ ແລະຕັ້ງຄ້າຍທີ່ມັກເຮໂລທ 26 ແລະເຂົາຍົກເດີນຈາກເຮໂລທ ແລະຕັ້ງຄ້າຍທີ່ຕາຮາດ 27 ແລະເຂົາຍົກເດີນຈາກຕາຮາດ ແລະຕັ້ງຄ້າຍທີ່ເຕຣາ 28 ແລະເຂົາຍົກເດີນຈາກເຕຣາ ແລະຕັ້ງຄ້າຍທີ່ມິທກາ 29 ແລະເຂົາຍົກເດີນຈາກມິທກາ ແລະຕັ້ງຄ້າຍທີ່ຮັສໂມນາ 30 ແລະເຂົາຍົກເດີນຈາກຮັສໂມນາ ແລະຕັ້ງຄ້າຍທີ່ໂມເຊໂຣທ 31 ແລະເຂົາຍົກເດີນຈາກໂມເຊໂຣທ ແລະຕັ້ງຄ້າຍທີ່ເບເນຢາອາການ 32 ແລະເຂົາຍົກເດີນຈາກເບເນຢາອາການ ແລະຕັ້ງຄ້າຍທີ່ໂຮຮັກກິດກາດ 33 ແລະເຂົາຍົກເດີນຈາກໂຮຮັກກິດກາດ ແລະຕັ້ງຄ້າຍທີ່ໂຢດບາທາ 34 ແລະເຂົາຍົກເດີນຈາກໂຢດບາທາ ແລະຕັ້ງຄ້າຍທີ່ອາໂບຣນາ 35 ແລະເຂົາຍົກເດີນຈາກອາໂບຣນາ ແລະຕັ້ງຄ້າຍທີ່ເອຊີໂອນເກເບີ 36 ແລະເຂົາຍົກເດີນຈາກເອຊີໂອນເກເບີ ແລະຕັ້ງຄ້າຍໃນຖິ່ນກັນດານຊີນ (ກາເດສ) 37 ແລະຍົກເດີນຈາກກາເດສ ແລະຕັ້ງຄ້າຍທີ່ພູເຂົາໂຮ ຮີມແຜ່ນດິນເອໂດມ 38 ແລະອາໂຣນປະໂຣຫິດໄດ້ຂຶ້ນເທິງພູເຂົາໂຮຣ໌ ຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າ ແລະເສັຽຊີວິດທີ່ນັ້ນ ໃນວັນທີ່ນຶ່ງເດືອນທີ່ຫ້າ ປີທີ່ສີ່ສິບນັບຕັ້ງແຕ່ວັນທີ່ຄົນອິສຣາເອນອອກຈາກເອຢິບ 39 ເມື່ອອາໂຣນສິ້ນຊີວິດທີ່ພູເຂົາໂຮຣ໌ນັ້ນ ມີອາຍຸນຶ່ງຮ້ອຍຊາວສາມປີ 40 ແລະກະສັດເມືອງອາຣາດ ຊາວການາອານ ຜູ້ທີ່ຢູ່ໃນເນເກັບໃນແຜ່ນດິນການາອານໄດ້ຍິນຂ່າວວ່າຄົນອິສຣາເອນຍົກມາ 41 ແລະເຂົາຍົກເກີນຈາກພູເຂົາໂຮຣ໌ ແລະຕັ້ງຄ້າຍທີ່ຊັນໂມນາ 42 ແລະເຂົາຍົກເດີນຈາກຊັນໂມນາ ແລະຕັ້ງຄ້າຍທີ່ປູໂນນ 43 ແລະເຂົາຍົກເດີນຈາກປູໂນນ ແລະຕັ້ງຄ້າຍທີ່ໂອໂບທ 44 ແລະເຂົາຍົກເດີນຈາກໂອໂບທ ມາຕັ້ງຄ້າຍທີ່ອີເຢອາບາຣິມ ໃນດິນແດນໂມອາບ 45 ແລະເຂົາອອກເດີນຈາກອີຢິມ ແລະຕັ້ງຄ້າຍທີ່ດີໂບນກາດ 46 ແລະເຂົາຍົກເດີນຈາກດີໂບນກາດ ແລະຕັ້ງຄ້າຍທີ່ອັນໂມນດີບລາທາອິມ 47 ແລະເຂົາຍົກເດີນຈາກອັນໂມນດິບລາທາອິມ ແລະຕັ້ງຄ້າຍໃນພູເຂົາອາບາຣິມຫນ້າເນໂບ 48 ແລະເຂົາຍົກເດີນຈາກພູເຂົາອາບາຣິມ ແລະຕັ້ງຄ້າຍໃນທົ່ງແຫ່ງໂມອາບຮີມແມ່ນ້ຳຈໍແດນກົງຂ້າມເມືອງເຢຣີໂກ 49 ເຂົາຕັ້ງຄ້າຍຢູ່ຮີມແມ່ນ້ຳຈໍແດນຕັ້ງແຕ່ເບັດເຢຊີໂມທ ໄກໄປຈົນເຖິງອາເບນຊິດຕີມໃນທົ່ງແຫ່ງໂມອາບ
ຂອບເຂດແລະການແບ່ງປະເທດການາອານ
50 ແລະພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊໃນທົ່ງແຫ່ງໂມອາບຮີມແມ່ນ້ຳຈໍແດນກົງຂ້າມເມືອງເຢຣິໂກວ່າ, 51 “ຈົ່ງກ່າວແກ່ຄົນອິສຣາເອນວ່າ ເມື່ອເຈົ້າຂ້າມແມ່ນ້ຳຈໍແດນເຂົ້າໄປໃນແຜ່ນດິນການາອານ 52 ເຈົ້າຈົ່ງຂັບໄລ່ຊາວເມືອງນັ້ນອອກເສັຽທັງຫມົດ ແລະທຳລາຍສີລາຮູບແກະສລັກຂອງເຂົາເສັຽໃຫ້ສິ້ນ ແລະທຳລາຍຮູບເຄົາຣົບທີ່ຫລໍ່ຂອງເຂົາເສັຽໃຫ້ສິ້ນ ແລະທຳລາຍບັນດາບ່ອນນະມັສການຮູບເຫລົ່ານັ້ນຂອງເຂົາເສັຽ 53 ແລະເຈົ້າຈົ່ງຍຶດຄອງແຜ່ນດິນນັ້ນ ແລະເຂົ້າໄປຕັ້ງຢູ່ໃນນັ້ນ ເພາະເຣົາໄດ້ໃຫ້ແຜ່ນດິນນັ້ນ ໃຫ້ເຈົ້າຖືກຳມະສິດ 54 ເຈົ້າທັງຫລາຍຈົ່ງຈັບສະຫລາກມໍຣະດົກທີ່ດິນນັ້ນຕາມຕະກູນຂອງເຈົ້າ ເຜົ່າທີ່ໃຫຍ່ເຈົ້າຈົ່ງໃຫ້ມໍຣະດົກສ່ວນໃຫຍ່ ເຜົ່າທີ່ນ້ອຍເຈົ້າຈົ່ງໃຫ້ມໍຣະດົກສ່ວນນ້ອຍ ດິນຜືນໃດທີ່ສະຫລາກຕົກແກ່ຄົນໃດ ກໍເປັນຂອງຄົນນັ້ນ ເຈົ້າຈົ່ງຮັບມໍຣະດົກຕາມເຜົ່າຂອງບັນພະບຸຣຸດຂອງເຈົ້າ 55 ຖ້າເຈົ້າທັງຫລາຍບໍ່ໄດ້ຂັບໄລ່ຊາວເມືອງນັ້ນອອກເສັຽ ຜູ້ທີ່ເຈົ້າໃຫ້ເຫລືອຢູ່ນັ້ນຈະເປັນຢ່າງສ້ຽນໃນນັຍຕາຂອງເຈົ້າ ແລະເປັນຢ່າງຫນາມຢູ່ທີ່ຊີ່ຂ້າງຂອງເຈົ້າ ແລະເຂົາທັງຫລາຍຈະລົບກວນເຈົ້າໃນແຜ່ນດິນທີ່ເຈົ້າເຂົ້າອາໄສຢູ່ນັ້ນ 56 ແລະເຮົາຈະກະທຳແກ່ເຈົ້າທັງຫລາຍດັ່ງທີ່ເຮົາຄິດຈະກະທຳແກ່ເຂົາທັງຫລາຍນັ້ນ”
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 2 “ຈົ່ງສັ່ງຄົນອິສຣາເອນວ່າ ເມື່ອເຈົ້າເຂົ້າໄປໃນແຜ່ນດິນການາອານ (ອັນເປັນແຜ່ນດິນທີ່ເຮົາໃຫ້ແກ່ເຈົ້າເປັນມໍຣະດົກ ຄືແຜ່ນດິນການາອານຕາມເຂດແດນທັງຫມົດ) ນັ້ນ 3 ເຂດດ້ານໃຕ້ຂອງເຈົ້ານັບຈາກຖິ່ນກັນດານຊີນຕາມດ້ານເອໂດມ ແລະອານາເຂດດ້ານໃຕ້ຂອງເຈົ້ານັ້ນ ນັບຈາກປາຍທະເລເກືອທາງດ້ານຕາເວັນອອກ 4 ແລະອານາເຂດຂອງເຈົ້າຈະລ້ຽວໄປທາງໃຕ້ເນີນສູງອາກຣັບບິມ ແລະຂ້າມໄປຍັງຖີ່ນກັນດານຊີນ ໄປສຸດລົງທີ່ດ້ານໃຕ້ກາເດສບາເນອາ ໄປເຖິງຮາຊາຣັທດາຜ່ານໄປເຖິງອັສໂມນ 5 ແລະອານາເຂດຈະລ້ຽວຈາກອັສໂມນເຖິງລຳທານເອຢິບໄປສິ້ນສຸດລົງທີ່ທະເລ 6 “ອານາເຂດຕາເວັນຕົກເຈົ້າຈະໄດ້ທະເລໃຫຍ່ແລະຝັ່ງທະເລນັ້ນ ນີ້ຈະເປັນເຂດດ້ານຕາເວັນຕົກຂອງເຈົ້າ 7 “ຕໍ່ໄປນີ້ເປັນອານາເຂດດ້ານເຫນືອຂອງເຈົ້າ ຄືຈາກທະເລໃຫຍ່ ເຈົ້າຈົ່ງທຳເຄື່ອງຫມາຍໄປເຖິງພູເຂົາໂຮຣ໌ 8 ຈາກພູເຂົາໂຮຣ໌ ເຈົ້າຈົ່ງທຳເຄື່ອງຫມາຍເລື້ອຍໄປຈົນເຖິງທາງເຂົ້າເມືອງເລໂບຮາມາດ ແລະປາຍສຸດຂອງອານາເຂດດ້ານນີ້ຄືເຊດັດ 9 ແລ້ວອານາເຂດຈະໄປເຖິງຊີຟໂຣນ ໄປສິ້ນສຸດທີ່ຮາຊາເຣນານນີ້ເປັນອານາເຂດດ້ານເຫນືອຂອງເຈົ້າ 10 “ເຈົ້າຈົ່ງທຳເຄື່ອງຫມາຍອານາເຂດດ້ານຕາເວັນອອກຂອງເຈົ້າຈາກຮາຊາເຣນານເຖິງເຊຟາມ 11 ແລະອານາເຂດຈະລົງມາຈາກເຊຟາມເຖິງຣິບລາຂ້າງຕາເວັນອອກຂອງເມືອງອາອີນ ແລະອານາເຂດຈະລົງມາເຖິງທະເລຄີນເນເຣັດທາງດ້ານຕາເວັນອອກ 12 ແລະອານາເຂດຈະລົງມາເຖິງແມ່ນ້ຳຈໍແດນສຸດລົງທີ່ທະເລເກືອ ນີ້ເປັນແຜ່ນດິນຂອງເຈົ້າຕາມອານາເຂດໂດຍຮອບ” 13 ໂມເຊບັນຊາຄົນອິສຣາເອນກ່າວວ່າ, “ນີ້ເປັນແຜ່ນດິນທີ່ເຈົ້າທັງຫລາຍຈະໄດ້ຈັບສະຫລາກຮັບເປັນມໍຣະດົກ ຊຶ່ງພຣະຜູ້ເປັນເຈົ້າຊົງບັນຊາວ່າ ໃຫ້ຍົກໃຫ້ແກ່ທັງເກົ້າເຜົ່າກັບອີກເຄິ່ງເຜົ່າ 14 ເພາະວ່າເຜົ່າຄົນຣູເບນຕາມຕະກູນ ແລະເຜົ່າກາດຕາມຕະກູນໄດ້ຮັບມໍຣະດົກຂອງເຂົາແລ້ວ ຄົນເຄິ່ງເຜົ່າມານັສເຊກໍໄດ້ຮັບແລ້ວດ້ວຍ 15 ທັງສອງເຜົ່າແລະເຄິ່ງເຜົ່ານັ້ນໄດ້ຮັບມໍຣະດົກຂອງເຂົາທີ່ຟາກແມ່ນ້ຳຈໍແດນທາງຟາກເມືອງເຢຣີໂກດ້ານຕາເວັນອອກ ທາງດວງອາທິດຂຶ້ນ” 16 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 17 “ຕໍ່ໄປນີ້ເປັນຊື່ບຸກຄົນທີ່ຈະແບ່ງດິນແດນແກ່ເຈົ້າທັງຫລາຍໃຫ້ເປັນມໍຣະດົກ ຄືປະໂຣຫິດເອເລອາ ແລະໂຢຊວຍບຸດນູນ 18 ທ່ານຈົ່ງນຳຫົວຫນ້າຂອງຄົນທຸກເຜົ່າໄປແບ່ງດິນແດນເພື່ອເປັນມໍຣະດົກ 19 ຕໍ່ໄປນີ້ເປັນຊື່ຂອງຫົວຫນ້າເຫລົ່ານັ້ນ ກາເລັບບຸດເຢຟຸນເນຈາກເຜົ່າຢູດາ 20 ເຊມູເອນບຸດອັມມີຮູດຈາກຄົນເຜົ່າຊີເມໂອນ 21 ເອລີດາດບຸດຄິສໂລນຈາກເຜົ່າເບັນຢາມີນ 22 ຈາກຄົນເຜົ່າດານມີຫົວຫນ້າຄົນນຶ່ງ ຊື່ບັກກີບຸດໂຢກລີ 23 ຈາກເຊື້ອສາຍຂອງໂຢເຊັບ ຈາກເຜົ່າຄົນມານັສເຊມີຫົວຫນ້າຊື່ຮັນນີເອນບຸດເອໂຟດ 24 ແລະຈາກເຜົ່າຄົນເອຟຣາອິມມີຫົວຫນ້າຄົນນຶ່ງ ຊື່ເກມູເອນບຸດຊິບຕານ 25 ຈາກເຜົ່າຄົນເຊບູລູນມີຫົວຫນ້າຄົນນຶ່ງ ຊືເອລີຊາຟານບຸດປາຣ໌ນາກ 26 ຈາກຄົນເຜົ່າອິສຊາຄາມີຫົວຫນ້າຄົນນຶ່ງ ຊື່ປັນຕີເອນບຸດອັສຊານ 27 ແລະຈາກຄົນເຜົ່າອາເຊີມີຫົວຫນ້າຄົນນຶ່ງ ຊື່ອາຮິຮູດບຸດເຊໂລມີ 28 ຈາກເຜົ່າຄົນເນັຟທາລີມີຫົວຫນ້າຄົນນຶ່ງຊື່ ເປດາເຮນບຸດອັມມີຮູດ 29 ບຸກຄົນເຫລົ່ານີ້ເປັນຄົນທີ່ພຣະຜູ້ເປັນເຈົ້າຊົງບັນຊາໃຫ້ແບ່ງມໍຣະດົກໃຫ້ຄົນອິສຣາເອນໃນແຜ່ນດິນການາອານ
ຫົວເມືອງຂອງພວກເລວີ
1 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊໃນທົ່ງຮາບແຫ່ງໂມອາບຮີມແມ່ນ້ຳຈໍແດນກົງຂ້າມເມືອງເຢຣີໂກວ່າ, 2 “ຈົ່ງສັ່ງຄົນອິສຣາເອນ ໃຫ້ເຂົາຍົກເມືອງໃຫ້ຄົນເລວີໄດ້ອາໄສຢູ່ຈາກມໍຣະດົກທີ່ເຂົາໄດ້ຮັບນັ້ນ ແລະຍົກທົ່ງຫຍ້າຮອບໆເມືອງນັ້ນໃຫ້ເຂົາດ້ວຍ 3 ໃຫ້ເມືອງນັ້ນເປັນຂອງເຂົາເພື່ອຈະໄດ້ອາໄສຢູ່ ໃຫ້ທົ່ງຫຍ້າເພື່ອຝູງງົວ ແລະຝູງສັດອື່ນໆຂອງເຂົາ 4 ທົ່ງຫຍ້າຂອງເມືອງທີ່ເຈົ້າຍົກໃຫ້ແກ່ຄົນເລວີນັ້ນໃຫ້ມີເຂດຈາກກຳແພງເມືອງແລະຫ່າງອອກໄປນຶ່ງພັນສອກໂດຍຮອບ 5 ແລະເຈົ້າຈົ່ງວັດແທກພາຍນອກເມືອງສອງພັນສອກເປັນດ້ານຕາເວັນອອກ ສອງພັນສອກເປັນດ້ານໃຕ້ ສອງພັນສອກເປັນດ້ານຕາເວັນຕົກ ສອງພັນສອກເປັນດ້ານເຫນືອໃຫ້ຕົວເມືອງຢູ່ກາງ ນີ້ເປັນທົ່ງຫຍ້າປະຈຳເມືອງເຫລົ່ານັ້ນ 6 ເມືອງຊຶ່ງເຈົ້າຈະຍົກໃຫ້ແກ່ຄົນເລວີ ຄື ເມືອງລີ້ພັຍຫົກເມືອງຊຶ່ງເຈົ້າຈະອະນຸຍາດໃຫ້ຄົນຂ້າຄົນຫນີໄປຢູ່ ແລະເຈົ້າຈົ່ງເພີ້ມໃຫ້ເຂົາອີກສີ່ສິບສອງເມືອງ 7 ເມືອງທັງຫມົດທີ່ເຈົ້າຍົກໃຫ້ຄົນເລວີເປັນສີ່ສິບແປດຫົວເມືອງ ມີທົ່ງຫຍ້າຕາມເມືອງດ້ວຍ 8 ແລະຫົວເມືອງທີ່ເຈົ້າຈະໃຫ້ເຂົາຈາກກຳມະສິດຂອງຄົນອິສຣາເອນນັ້ນ ຈາກເຜົ່າໃຫຍ່ເຈົ້າກໍເອົາເມືອງນ້ອຍໆ ທຸກເຜົ່າຕາມສ່ວນຂອງມໍຣະດົກຊຶ່ງເຂົາໄດ້ຮັບ ໃຫ້ຍົກໃຫ້ແກ່ຄົນເລວີ”
ເມືອງລີ້ພັຍ
9 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂມເຊວ່າ, 10 ຈົ່ງກ່າວແກ່ຄົນອິສຣາເອນວ່າ ເມື່ອເຈົ້າທັງຫລາຍຂ້າມແມ່ນ້ຳຈໍແດນ ເຂົ້າໃນແຜ່ນດິນການາອານ 11 ເຈົ້າຈົ່ງເລືອກເມືອງໃຫ້ເປັນເມືອງລີ້ພັຍ ສຳລັບເຈົ້າເພື່ອຄົນທີ່ໄດ້ຂ້າຄົນດ້ວຍບໍ່ໄດ້ເຈຕນາຈະຫລົບຫນີໄປຢູ່ທີ່ນັ້ນກໍໄດ້ 12 ໃຫ້ເມືອງເຫລົ່ານັ້ນເປັນເມືອງລີ້ພັຍຈາກຜູ້ທີ່ອາຄາດ ເພື່ອບໍ່ໃຫ້ຄົນຂ້າຄົນຈະຕ້ອງຕາຍກ່ອນທີ່ເຂົາຈະຢືນຕໍ່ຫນ້າຊຸມນຸມຊົນ ເພື່ອຮັບການພິພາກສາ 13 ແລະເມືອງທີ່ເຈົ້າຍົກໄວ້ນັ້ນໃຫ້ເປັນເມືອງລີ້ພັຍຫົກເມືອງ 14 ເຈົ້າຈົ່ງໃຫ້ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນສາມເມືອງ ແລະອີກສາມເມືອງໃນແຜ່ນດິນການາອານ ໃຫ້ເປັນເມືອງລີ້ພັຍ 15 ທັງຫົກເມືອງນີ້ໃຫ້ເປັນເມືອງລີ້ພັຍຂອງຄົນອິສຣາເອນ ແລະສຳລັບຄົນຕ່າງດ້າວ ແລະສຳລັບຄົນທີ່ອາໄສຢູ່ຖ້າມກາງເຂົາ ເພື່ອຄົນນຶ່ງຄົນໃດທີ່ໄດ້ຂ້າເຂົາໂດຍບໍ່ໄດ້ເຈຕນາຈະໄດ້ຫລົບຫນີໄປທີ່ນັ້ນ 16 “ຖ້າຜູ້ໃດຕີເຂົາດ້ວຍເຄື່ອງມືເຫລັກຈົນຄົນນັ້ນເຖິງຕາຍ ຜູ້ນັ້ນເປັນຄົນຂ້າຄົນໃຫ້ປະຫານຊີວິດຄົນຂ້າຄົນນັ້ນເສັຽ 17 ຜູ້ໃດທຸບເຂົາໃຫ້ລົ້ມລົງດ້ວຍກ້ອນຫີນໃນມືຂນາດຂ້າຄົນໄດ້ ແລະເຂົາເຖິງຕາຍ ຜູ້ນັ້ນເປັນຄົນຂ້າຄົນ ໃຫ້ປະຫານຊີວິດຄົນຂ້າຄົນນັ້ນເສັຽ 18 ຫລືຜູ້ໃດໃຊ້ອາວຸດໄມ້ທີ່ຢູ່ໃນມືຂນາດຂ້າຄົນໄດ້ຕີເຂົາລົ້ມລົງ ແລະຄົນນັ້ນເຖິງຕາຍ ຜູ້ນັ້ນເປັນຄົນຂ້າຄົນໃຫ້ປະຫານຊີວິດຄົນຂ້າຄົນນັ້ນເສັຽ 19 ໃຫ້ຜູ້ອາຄາດເອງເປັນຜູ້ປະຫານຊີວິດຄົນຂ້າຄົນນັ້ນ ຖ້າຜູ້ອາຄາດພົບເຂົາເມື່ອໃດກໍໃຫ້ປະຫານຊີວິດເສັຽ 20 ຖ້າຜູ້ໃດແທງເຂົາດ້ວຍຄວາມກຽດຊັງ ຫລືຊຸ່ມຄ່ອຍແກ່ວງສິ່ງຂອງໃສ່ ເຂົາຈົນເຂົາຕາຍ 21 ຫລືເພາະເປັນສັດຕຣູກັນຊົກເຂົາຈົນລົ້ມລົງ ຈົນເຂົາຕາຍ ໃຫ້ປະຫານຊີວິດຜູ້ທີ່ທຳໃຫ້ເຂົາຕາຍນັ້ນເສັຽ ເຂົາເປັນຄົນຂ້າຄົນ ເມື່ອຜູ້ອາຄາດພົບເຂົາເມື່ອໃດ ກໍໃຫ້ປະຫານຊີວິດເຂົາເສັຽ 22 “ຖ້າຜູ້ໃດ ໂດຍບໍ່ໄດ້ເປັນສັດຕຣູກັນແທງເຂົາທັນທີ ຫລືເອົາສິ່ງໃດແກ່ວງໃສ່ເຂົາໂດຍບໍ່ໄດ້ຄ່ອຍຊຸ່ມດັກຢູ່ 23 ຫລືໃຊ້ກ້ອນຫີນຂນາດຂ້າຄົນໄດ້ແກ່ວງຖືກເຂົາເຂົ້າໂດຍບໍ່ໄດ້ເຫັນ ແລະເຂົາເຖິງຕາຍ ແລະເຂົາບໍ່ໄດ້ເປັນສັດຕຣູ ແລະບໍ່ໄດ້ມຸ່ງທຳຮ້າຍເຂົາ 24 ກໍໃຫ້ຊຸມນຸມຊົນຕັດສິນຄວາມລະຫວ່າງຜູ້ຂ້າ ແລະຜູ້ອາຄາດຕາມກົດຫມາຍນີ້ 25 ໃຫ້ຊຸມນຸມຊົນຊ່ອຍຜູ້ຂ້າໃຫ້ພົ້ນຈາກມືຜູ້ອາຄາດ ໃຫ້ຊຸມນຸມຊົນພາເຂົາກັບໄປເຖິງເມືອງລີ້ພັຍ ຊຶ່ງເຂົາໄດ້ຫນີໄປຢູ່ທີ່ນັ້ນ ໃຫ້ເຂົາຢູ່ທີ່ນັ້ນຈົນກວ່າປະໂຣຫິດໃຫຍ່ຜູ້ໄດ້ຖືກຫົດສົງໄວ້ດ້ວຍນ້ຳມັນບໍຣິສຸດເຖິງແກ່ຄວາມຕາຍ 26 ຖ້າຜູ້ຂ້າຄົນອອກໄປພົ້ນເຂດເມືອງລີ້ພັຍ ຊຶ່ງເຂົາຫນີເຂົ້າໄປຢູ່ໃນເວລາໃດ 27 ແລະຜູ້ອາຄາດພົບເຂົານອກເຂດເມືອງລີ້ພັຍ ແລະຜູ້ອາຄາດໄດ້ຂ້າຜູ້ຂ້າຄົນນັ້ນເສັຽ ຜູ້ອາຄາດບໍ່ມີຄວາມຜິດ 28 ເພາະວ່າຊາຍຜູ້ນັ້ນຕ້ອງຢູ່ໃນເຂດເມືອງລີ້ພັຍຈົນປະໂຣຫິດໃຫຍ່ເຖິງແກ່ຄວາມຕາຍ ພາຍຫລັງເມື່ອປະໂຣຫິດໃຫຍ່ເຖິງແກ່ຄວາມຕາຍແລ້ວ ຜູ້ຂ້າຄົນນັ້ນຈະກັບໄປແຜ່ນດິນທີ່ເຂົາຖືກຳມະສິດຢູ່ກໍໄດ້ 29 “ສິ່ງເຫລົ່ານີ້ຄວນເປັນກົດພຣະທັມຂອງເຈົ້າຕລອດຊົ່ວຊາດເຊື້ອສາຍຂອງເຈົ້າໃນບ່ອນທີ່ເຈົ້າອາໄສຢູ່ 30 ຜູ້ໃດຂ້າເຂົາຕາຍໃຫ້ປະຫານຊີວິດຜູ້ຂ້າຄົນນັ້ນເສັຽຕາມປາກຂອງພຍານ ແຕ່ຢ່າປະຫານຊີວິດຜູ້ໃດດ້ວຍມີພຍານປາກດຽວ 31 ນອກຈາກນີ້ ເຈົ້າຢ່າຮັບຄ່າໄຖ່ຊີວິດຂອງຜູ້ຂ້າຄົນ ຜູ້ມີຄວາມຜິດເຖິງຕາຍນັ້ນ ແຕ່ເຂົາຕ້ອງຕາຍ 32 ແລະເຈົ້າຢ່າຮັບຄ່າໄຖ່ຄົນທີ່ຫລົບຫນີໄປຍັງເມືອງລີ້ພັຍເພື່ອໃຫ້ກັບມາຢູ່ໃນແຜ່ນດິນຂອງເຂົາກ່ອນທີ່ປະໂຣຫິດໃຫຍ່ສິ້ນຊີວິດ 33 ດັ່ງນັ້ນເຈົ້າຈຶ່ງບໍ່ກະທຳໃຫ້ແຜ່ນດິນທີ່ເຈົ້າທັງຫລາຍອາໄສຢູ່ມີມົນທິນ ເພາະວ່າໂລຫິດທຳໃຫ້ແຜ່ນດິນເປັນມົນທິນ ແລະບໍ່ມີສິ່ງໃດທີ່ຈະຊຳຮະແຜ່ນດິນໃຫ້ຫມົດມົນທິນທີ່ເກີດຂຶ້ນເພາະໂລຫິດຕົກໃນແຜ່ນດິນນັ້ນໄດ້ ນອກຈາກໂລຫິດຂອງຜູ້ທີ່ທຳໃຫ້ໂລຫິດຕົກ 34 ເຈົ້າຢ່າກະທຳໃຫ້ເກີດມົນທິນໃນແຜ່ນດິນທີ່ເຈົ້າອາໄສຢູ່ທີ່ເຮົາຢູ່ຖ້າມກາງ ເພາະວ່າເຮົາຄືພຣະຜູ້ເປັນເຈົ້າຢູ່ຖ້າມກາງຄົນອິສຣາເອນ”
ກົດຫມາຍກ່ຽວກັບການສົມຣົດຂອງຍິງຜູ້ຮັບມໍຣະດົກ
1 ຫົວຫນ້າຄອບຄົວແຫ່ງຕະກູນກິເລອາດບຸດຂອງມາຄີ ຜູ້ເປັນບຸດຂອງມານັສເຊ ຕະກູນເຊື້ອສາຍໂຢເຊັບ ເຂົ້າມາໃກ້ແລະເວົ້າຕໍ່ໂມເຊແລະຕໍ່ຫົວຫນ້າ ຄືບັນດາຫົວຫນ້າຕະກູນຄົນອິສຣາເອນ 2 ເຂົາເວົ້າວ່າ, “ພຣະຜູ້ເປັນເຈົ້າໄດ້ບັນຊາເຈົ້ານາຍຂອງຂ້າພະເຈົ້າໃຫ້ຈັບສະຫລາກຍົກແຜ່ນດິນໃຫ້ເປັນມໍຣະດົກແກ່ຄົນອິສຣາເອນ ແລະເຈົ້ານາຍຂອງຂ້າພະເຈົ້າໄດ້ຮັບບັນຊາຈາກພຣະຜູ້ເປັນເຈົ້າໃຫ້ຍົກມໍຣະດົກຂອງເຊໂລເຟຮາດ ພີ່ນ້ອງຂອງເຣົາແກ່ບຸດຕຣີຂອງເຂົາ 3 ຖ້ານາງທັງຫລາຍແຕ່ງງານກັບບຸດທັງຫລາຍຂອງຄົນອິສຣາເອນເຜົ່າອື່ນແລ້ວ ສ່ວນມໍຣະດົກຂອງເຂົາຈະຖືກຍົກໄປຈາກມໍຣະດົກຂອງບັນພະບູຣຸດຂອງເຮົາ ເພີ້ມໃຫ້ກັບມໍຣະດົກຂອງຄົນເຜົ່າທີ່ນາງໄປຢູ່ດ້ວຍ ເພາະສະນັ້ນຈຶ່ງເປັນການທີ່ນໍາມໍຣະດົກໄປຈາກສ່ວນທີ່ເປັນຂອງເຮົາ 4 ແລະເມື່ອເຖິງປີສຽງເຂົາສັຕຂອງຄົນອິສຣາເອນ ມໍຣະດົກທີ່ເປັນສ່ວນຂອງນາງກໍຈະຖືກຍົກໄປເພີ້ມເຂົ້າກັບສ່ວນຂອງເຜົ່າທີ່ນາງໄປຢູ່ດ້ວຍ ຈຶ່ງເປັນການທີ່ນຳສ່ວນມໍຣະດົກຂອງນາງໄປຈາກສ່ວນມໍຣະດົກຂອງເຜົ່າບິດາຂອງເຮົາ” 5 ແລະໂມເຊສັ່ງຄົນອິສຣາເອນຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າວ່າ, “ເຜົ່າຄົນໂຢເຊັບເວົ້າຖືກຕ້ອງແລ້ວ 6 ນີ້ຄືສິ່ງທີ່ພຣະຜູ້ເປັນເຈົ້າຊົງສັ່ງກ່ຽວກັບບຸດຕຣີຂອງເຊໂລເຟຮາດ ຊຶ່ງວ່າ ຈົ່ງໃຫ້ນາງແຕ່ງງານກັບຄົນທີ່ນາງພໍໃຈ ແຕ່ນາງຕ້ອງແຕ່ງງານກັບຄົນພາຍໃນຕະກູນເຜົ່າບິດາຂອງນາງ 7 ດັ່ງນີ້ແຫລະສ່ວນມໍຣະດົກຂອງຄົນອິສຣາເອນຈະບໍ່ຖືກຍົກຍ້າຍຈາກເຜົ່ານຶ່ງໄປໃຫ້ອີກເຜົ່ານຶ່ງ ຄົນອິສຣາເອນທຸກຄົນຕ້ອງຢູ່ໃນທີ່ມໍຣະດົກແຫ່ງເຜົ່າບັນພະບຸຣຸດຂອງຕົນ 8 ແລະບຸດຕຣີທຸກຄົນຜູ້ຮັບກຳມະສິດມໍຣະດົກໃນເຜົ່າຄົນອິສຣາເອນເຜົ່າໃດ ໃຫ້ເປັນເມັຽຂອງຄົນໃດຄົນນຶ່ງໃນຕະກູນໃນເຜົ່າບິດາຂອງຕົນ ເພື່ອຄົນອິສຣາເອນທຸກຄົນຈະຖືກຳມະສິດມໍຣະດົກຂອງບິດາຂອງເຂົາ 9 ດັ່ງນັ້ນຈະບໍ່ມີມໍຣະດົກທີ່ຖືກຍົກຍ້າຍຈາກເຜົ່ານຶ່ງໄປຍັງອີກເຜົ່ານຶ່ງ ເພາະວ່າຄົນອິສຣາເອນແຕ່ລະເຜົ່າຄວນຄົງຢູ່ໃນທີ່ມໍຣະດົກຂອງຕົນ” 10 ພຣະຜູ້ເປັນເຈົ້າຊົງສັ່ງໂມເຊຢ່າງໃດ ບຸດຕຣີທັງຫລາຍຂອງເຊໂລເຟຮາດກໍກະທຳຢ່າງນັ້ນ 11 ເພາະວ່າມາລາ ຕີຊາ ໂຮກລາ ມີນກາ ແລະໂນອາບຸດຕຣີຂອງເຊໂລເຟຮາດໄດ້ແຕ່ງງານກັບບຸດທັງຫລາຍຂອງພີ່ນ້ອງແຫ່ງບິດາຂອງຕົນ 12 ນາງໄດ້ແຕ່ງງານກັບຕະກູນມານັສເຊບຸດຂອງໂຢເຊັບ ແລະສ່ວນມໍຣະດົກຂອງນາງກໍຄົງຢູ່ໃນເຜົ່າແຫ່ງຕະກູນບິດາຂອງນາງ 13 ຂໍ້ຄວາມເຫລົ່ານີ້ເປັນບົດບັນຍັດແລະກົດຫມາຍຊຶ່ງພຣະຜູ້ເປັນເຈົ້າໄດ້ຊົງບັນຊາທາງໂມເຊແກ່ຄົນອິສຣາເອນໃນທົ່ງຮາບແຫ່ງໂມອາບຮີມແມ່ນ້ຳຈໍແດນ ກົງຂ້າມເມືອງເຢຣີໂກ
ຄຳແນະນຳ
1 ຫນັງສືພຣະທັມນີ້ ແມ່ນຖ້ອຍຄຳທີ່ໂມເຊໄດ້ບອກປະຊາຊົນອິສຣາເອນ ເມື່ອຄາວພວກເຂົາຢູ່ໃນຖິ່ນກັນດານຟາກຕາເວັນອອກຂອງແມ່ນ້ຳຈໍແດນ ຄືໃນຮ່ອມພູຈໍແດນໃກ້ໆສູຟລະຫວ່າງເມືອງປາຣານ ແລະໂຕເຟນ ລາບານ ຮາເຊໂຣທ ແລະດີຊາຮັບ 2 ຫົນທາງຈາກໂຮເຣັບ ຕັ້ງແຕ່ພູຊີນາອີໄປເຖິງກາເດສບາເນອາ ເປັນລະຍະທາງເດີນສີບເອັດມື້ 3 ພາຍຫລັງທີ່ພວກເຂົາອອກຈາກເອຢິບແລ້ວ ໃນວັນທີ່ນຶ່ງເດືອນທີ່ສິບເອັດປີທີສີ່ສິບ ໂມເຊໄດ້ບອກຊາວອິສຣາເອນທຸກຢ່າງຕາມທີ່ພຣະເຜູ້ເປັນເຈົ້າຊົງບັນຊາໄວ້ 4 ຄືພາຍຫລັງທີ່ຕີຊະນະຊີໂຮນ ກະສັດອາໂມຣິດຜູ້ຊົງປົກຄອງເມືອງເຮສໂບນ ແລະກະສັດໂອກຂອງຊາວບາຊານ ຜູ້ຊົງປົກຄອງເມືອງອັຊຕາໂຣທ ແລະເມືອງເອດເຣອີແລ້ວ 5 ໂມເຊໄດ້ເລີ້ມອະທິບາຍພຣະທັມ ແລະຄຳສອນນີ້ໃຫ້ແກ່ປະຊາຊົນຢູ່ໃນເຂດແດນໂມອາບ ຟາກຕາເວັນອອກຂອງແມ່ນ້ຳຈໍແດນວ່າ, 6 “ເມື່ອພວກເຮົາຢູ່ທີ່ພູຊີນາອີ ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາໄດ້ຊົງບອກວ່າ, 7 “ພວກເຈົ້າໄດ້ພັກຢູ່ພູນີ້ເຫິງນານແລ້ວ ບັດນີ້ ຈົ່ງເລີກຄ້າຍແລ້ວອອກເດີນທາງໄປຍັງດິນແດນພູດອຍຂອງຊາວອາໂມຣິດ ຕາມບ່ອນຕ່າງໆທີ່ເພື່ອນບ້ານຂອງເຂົາອາໄສຢູ່ຄື ຮ່ອມພູຈໍແດນພູດອຍນ້ອຍບ່ອນດິນຕ່ຳ ດິນແດນພາກໃຕ້ແລະຢູ່ແຄມທະເລເມດິເຕຣາເນຈົນເຖິງດິນແດນຂອງຊາວການາອານ ແລະເທິງພູເລບານອນເລີຍໄປຈົນເຖິງແມ່ນ້ຳໃຫຍ່ເອີຟຣາດ 8 ຈົ່ງເບິ່ງດູ ນັ້ນແມ່ນດິນແດນທີ່ເຮົາໄດ້ສັນຍາວ່າຈະຍົກໃຫ້ ອັບຣາຮາມ ອີຊາກ ແລະຢາໂຄບ ບັນພະບຸຣຸດຂອງພວກເຈົ້າ ແລະເຊື້ອສາຍທັງຫລາຍຂອງພວກເຂົາ ພວກເຈົ້າຈົ່ງເຂົ້າໄປຍຶດຄອງເອົາເທີນ” 9 “ຂ້າພະເຈົ້າໄດ້ບອກທ່ານທັງຫລາຍວ່າ ຂ້າພະເຈົ້າຜູ້ດຽວແບກພວກທ່ານທັງຫລາຍບໍ່ໄດ້ 10 ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານໄດ້ຊົງໃຫ້ທ່ານທັງຫລາຍເພີ້ມທະວີຫລາຍຂຶ້ນ ແລະເບິ່ງແມ໋, ທຸກວັນນີ້ທ່ານທັງຫລາຍມີຈຳນວນຫລາຍເຫມືອນດັ່ງດວງດາວທັງຫລາຍໃນທ້ອງຟ້າ 11 ຂໍພຣະຜູ້ເປັນເຈົ້າແຫ່ງບັນພະບຸຣຸດຂອງທ່ານທັງຫລາຍຊົງກະທຳໃຫ້ທ່ານທັງຫລາຍທະວີຂຶ້ນພັນເທົ່າ ແລະຊົງອໍານວຍພຣະພອນແກ່ພວກທ່ານ ດັ່ງທີ່ພຣະອົງໄດ້ຊົງສັນຍາໄວ້ແກ່ທ່ານທັງຫລາຍແລ້ວນັ້ນ 12 ຂ້າພະເຈົ້າຄົນດຽວຈະແບກທ່ານທັງຫລາຍຜູ້ເປັນພາລະແລະເປັນຄວາມຍາກລຳບາກ ແລະການຖົກຖຽງຂອງທ່ານທັງຫລາຍໄດ້ຢ່າງໃດໄດ້ 13 ຈົ່ງເລືອກຄົນທີ່ມີປັນຍາ ມີຄວາມຮູ້ ແລະປະສົບການຕາມເຜົ່າຂອງທ່ານທັງຫລາຍ ແລະຂ້າພະເຈົ້າຈະຕັ້ງເຂົາໃຫ້ເປັນຫົວຫນ້າຂອງທ່ານທັງຫລາຍ” 14 ທ່ານທັງຫລາຍໄດ້ຕອບຂ້າພະເຈົ້າວ່າ, “ສິ່ງທີ່ທ່ານກ່າວນັ້ນດີແລ້ວ ຄວນທີ່ຂ້າພະເຈົ້າທັງຫລາຍຈະກະທຳ” 15 ຂ້າພະເຈົ້າຈຶ່ງໄດ້ເລືອກຫົວຫນ້າຈາກທຸກເຜົ່າ ຊຶ່ງເປັນຄົນມີປັນຍາ ແລະປະສົບປະການຕັ້ງໄວ້ເປັນໃຫຍ່ເຫນືອທ່ານທັງຫລາຍໃຫ້ເປັນນາຍພັນ ນາຍຮ້ອຍ ນາຍຫ້າສິບ ນາຍສິບ ແລະພະນັກງານຕ່າງໆຕາມເຜົ່າຂອງທ່ານ 16 ເວລານັ້ນ ຂ້າພະເຈົ້າໄດ້ແນະນຳພວກຜູ້ປົກຄອງຂອງທ່ານທັງຫລາຍວ່າ “ຈົ່ງພິຈາຣະນາຄະດີຂອງພີ່ນ້ອງແລະຕັດສິນຄວາມຕາມຍຸດຕິທັມລະຫວ່າງຊາຍຄົນນຶ່ງແລະພີ່ນ້ອງຂອງຕົນ ຫລືຄົນຕ່າງດ້າວທີ່ອາໄສຢູ່ກັບທ່ານ 17 ທ່ານທັງຫລາຍຢ່າລຳອຽງໃນການພິພາກສາ ຈົ່ງຟັງຜູ້ນ້ອຍແລະຜູ້ໃຫຍ່ໃຫ້ເຫມືອນກັນ ທ່ານທັງຫລາຍຢ່າຢ້ານກົວຫນ້າມະນຸດເລີຍ ເພາະການພິພາກສານັ້ນເປັນການຂອງພຣະຜູ້ເປັນເຈົ້າ ແລະຄະດີໃດທີ່ຍາກຈົ່ງນຳມາໃຫ້ຂ້າພະເຈົ້າ ຂ້າພະເຈົ້າຈະພິຈາຣະນາເອງ” 18 ຂ້າພະເຈົ້າໄດ້ສັ່ງທ່ານທັງຫລາຍເຖິງບັນດາສິ່ງທີ່ທ່ານທັງຫລາຍຄວນກະທຳ
ສົ່ງຜູ້ສອດແນມອອກໄປ
19 “ດັ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາໄດ້ຊົງສັ່ງເຮົາໄວ້ ພວກເຮົາໄດ້ອອກຈາກໂຮເຣັບ ແລະເດີນທາງຜ່ານຖິ່ນກັນດານອັນເປັນທີ່ຫນ້າຢ້ານຕາມທີ່ທ່ານທັງຫລາຍໄດ້ເຫັນນັ້ນ ເດີນໄປຕາມແດນເທືອກພູຂອງຊາວອາໂມຣິດ ແລະພວກເຮົາໄດ້ມາເຖິງກາເດສມາເນອາ 20 ຂ້າພະເຈົ້າໄດ້ກ່າວແກ່ທ່ານທັງຫລາຍວ່າ, “ທ່ານທັງຫລາຍມາເຖິງແດນພູດອຍຂອງຊາວອາໂມຣິດແລ້ວ ຊຶ່ງເປັນບ່ອນທີ່ພຣະຜູ້ເປັນເຈົ້າຂອງເຣົາປະທານແກ່ເຮົາທັງຫລາຍ 21 ເບິ່ງແມ໋, ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານ ໄດ້ຊົງຕັ້ງແຜ່ນດິນນັ້ນໄວ້ຊື່ຫນ້າທ່ານແລ້ວ ຈົ່ງຂຶ້ນໄປຍຶດແຜ່ນດິນນັ້ນ ດັ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງບັນພະບຸຣຸດຂອງພວກທ່ານໄດ້ສັ່ງໄວ້ ຢ່າຢ້ານຫລືຢ່າຕົກໃຈໄປເລີຍ” 22 ແລ້ວທ່ານທັງຫລາຍທຸກຄົນໄດ້ເຂົ້າມາຫາຂ້າພະເຈົ້າເວົ້າວ່າ, “ໃຫ້ເຮົາທັງຫລາຍໃຊ້ຄົນໄປກ່ອນເຮົາ ແລະສອດແນມເບິ່ງແຜ່ນດິນນັ້ນແທນເຮົາ ນຳຂ່າວເຣື່ອງທາງທີ່ເຮົາຈະຕ້ອງຂຶ້ນໄປ ແລະເຣື່ອງຫົວເມືອງທີ່ເຮົາຈະໄປນັ້ນມາໃຫ້ເຮົາ” 23 ເຣື່ອງນັ້ນຂ້າພະເຈົ້າເຫັນດີດ້ວຍ ຂ້າພະເຈົ້າຈຶ່ງໄດ້ເລືອກສິບສອງຄົນມາຈາກທ່ານທັງຫລາຍ ເຜົ່າລະຄົນ 24 ແລ້ວຄົນເຫລົ່ານັ້ນໄດ້ໄປຂຶ້ນແດນພູດອຍ ມາເຖິງຫ້ວຍຊື່ເອສໂກນ ແລະສອດແນມເບິ່ງຢູ່ທີ່ນັ້ນ 25 ເຂົາທັງຫລາຍໄດ້ເກັບເອົາຫມາກໄມ້ເມືອງນັ້ນຕິດມືມາໃຫ້ເຮົາທັງຫລາຍ ແລະນຳຂ່າວມາໃຫ້ເຮົາວ່າ “ທີ່ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາປະທານແກ່ເຮົານັ້ນເປັນແຜ່ນດິນທີ່ດີ” 26 “ແຕ່ປານນັ້ນ ທ່ານທັງຫລາຍກໍບໍ່ຍອມຂຶ້ນໄປ ໄດ້ຂັດຂືນພຣະບັນຊາຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍ 27 ແລະທ່ານໄດ້ຈົ່ມຢູ່ໃນເຕັນຂອງຕົນ ແລະວ່າ, “ເພາະພຣະເຈົ້າຊົງຊັງພວກເຮົາ ພຣະອົງຈຶ່ງຊົງພາເຮົາທັງຫລາຍອອກມາຈາກແຜ່ນດິນເອຢິບ ຈະໄດ້ມອບເຮົາໄວ້ໃນມືຊາວອາໂມຣິດ ເພື່ອຈະທຳລາຍເຮົາເສັຽ 28 ເຮົາທັງຫລາຍຈະຂຶ້ນໄປທາງໃດ ພວກພີ່ນ້ອງຂອງເຮົາໄດ້ທຳໃຫ້ໃຈຂອງເຮົາທໍ້ຖອຍໄປໂດຍທີ່ວ່າ, “ຄົນເຫລົ່ານັ້ນໃຫຍ່ກວ່າ ແລະສູງກວ່າພວກເຮົາອີກ ເມືອງເຫລົ່ານັ້ນກໍໃຫຍ່ມີກຳແພງສູງທຽມຟ້າ ແລະນອກຈາກນີ້ເຮົາໄດ້ເຫັນພວກຊາວອານາກິມຢູ່ທີ່ນັ້ນດ້ວຍ“ 29 ແລ້ວຂ້າພະເຈົ້າຈຶ່ງໄດ້ເວົ້າກັບທ່ານທັງຫລາຍວ່າ, “ຢ່າຢ້ານຄົນເຫລົ່ານີ້ເລີຍ 30 ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຜູ້ນຳຫນ້າທ່ານທັງຫລາຍ ພຣະອົງຈະຊົງຕໍ່ສູ້ເພື່ອທ່ານທັງຫລາຍ ດັ່ງທີ່ພຣະອົງໄດ້ຊົງກະທຳໃຫ້ແກ່ທ່ານທັງຫລາຍໃນເອຢິບຕໍ່ຫນ້າຕໍ່ຕາທ່ານທັງຫລາຍ 31 ແລະໃນຖິ່ນກັນດານ ຊຶ່ງໃນທີ່ນັ້ນພວກທ່ານໄດ້ເຫັນພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງອູ້ມຊູພວກທ່ານ ດັ່ງພໍ່ອຸ້ມລູກຂອງຕົນຕລອດທາງທີ່ທ່ານໄດ້ໄປນັ້ນ ຈົນທ່ານທັງຫລາຍໄດ້ມາເຖິງທີ່ນີ້” 32 ແຕ່ຢ່າງໃດກໍຕາມ ທ່ານທັງຫລາຍບໍ່ໄດ້ເຊື່ອພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍ 33 ຜູ້ໄດ້ຊົງນຳທາງຂ້າງຫນ້າທ່ານ ເພື່ອຈະຫາທີ່ໃຫ້ທ່ານທັງຫລາຍຕັ້ງເຕັນຂອງທ່ານ ເປັນໄຟໃນຍາມກາງຄືນ ເພື່ອໂຜດໃຫ້ທ່ານທັງຫລາຍເຫັນທາງທີ່ຄວນຈະໄປ ແລະເປັນເມກໃນຍາມກາງເວັນ
ພຣະເຈົ້າຊົງລົງໂທດອິສຣາເອນ
34 “ພຣະຜູ້ເປັນເຈົ້າໄດ້ຊົງສະດັບສຽງຄຳເວົ້າຂອງທ່ານທັງຫລາຍ ຈຶ່ງຊົງພຣະພິໂຣດ ແລະສາບານວ່າ, 35 “ແທ້ຈິງຈະບໍ່ມີຜູ້ໃດໃນຊາດເຊື້ອທີ່ຊົ່ວນີ້ຈັກຄົນດຽວທີ່ຈະໄດ້ເຫັນແຜ່ນດິນດີນັ້ນ ທີ່ເຮົາໄດ້ສັນຍາວ່າຈະໃຫ້ແກ່ບັນພະບຸຣຸດຂອງເຈົ້າທັງຫລາຍ 36 ເວັ້ນແຕ່ ກາເລັບບຸດຊາຍຂອງເຢຟຸນເນ ເຂົາຈະເຫັນເມືອງນັ້ນ ແລະເຣົາຈະໃຫ້ແຜ່ນດິນທີ່ເຂົາໄດ້ຢຽບນັ້ນແກ່ເຂົາ ແລະແກ່ລູກຫລານ ເພາະເຂົາໄດ້ຕາມພຣະຜູ້ເປັນເຈົ້າຢ່າງສຸດໃຈ 37 ເພາະເຫດທ່ານທັງຫລາຍພຣະຜູ້ເປັນເຈົ້າກໍຊົງພິໂຣດເຮົາດ້ວຍ ກ່າວວ່າ, “ເຈົ້າຈະບໍ່ໄດ້ເຂົ້າໄປໃນທີ່ນັ້ນເຫມືອນກັນ 38 ໂຢຊວຍບຸດຊາຍຂອງນູນຜູ້ຢືນຢູ່ຕໍ່ຫນ້າເຈົ້າ ຈະໄດ້ເຂົ້າໄປ ຈົ່ງສນັບສນຸນເຂົາ ເພາະເຂົາຈະພາຄົນອິສຣາເອນໄປຖືກຳມະສິດພື້ນດິນນັ້ນ 39 ແລະເດັກນ້ອຍຂອງເຈົ້າທັງຫລາຍວ່າຈະຕົກເປັນເຫຍື່ອ ແລະເດັກນ້ອຍຂອງເຈົ້າທີ່ໃນວັນນີ້ຍັງບໍ່ຮູ້ຈັກຜິດແລະຊອບ ຈະໄດ້ເຂົ້າໄປທີ່ນັ້ນ ເຮົາຈະໃຫ້ແຜ່ນດິນນັ້ນແກ່ເຂົາ ແລະເຂົາຈະຖືກຳມະສິດຢູ່ທີ່ນັ້ນ 40 ແຕ່ຝ່າຍເຈົ້າທັງຫລາຍຈົ່ງກັບເດີນເຂົ້າຖິ່ນກັນດານ ຕາມທາງທີ່ໄປສູ່ທະເລແດງເຖີດ”
ອິສຣາເອນຜ່າຍແພ້ທີ່ໂຮມາ
41 “ທ່ານທັງຫລາຍໄດ້ຕອບຂ້າພະເຈົ້າວ່າ, “ເຮົາທັງຫລາຍໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າແລ້ວ ເຮົາທັງຫລາຍຈະຂຶ້ນໄປສູ້ຮົບຕາມພຣະດຳຣັດ ທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາທັງຫລາຍໄດ້ຊົງສັ່ງນັ້ນ” ແລະທ່ານທັງຫລາຍໄດ້ຄາດອາວຸດຕຽມຕົວໄວ້ທຸກຄົນ ຄິດວ່າທີ່ຈະຂຶ້ນໄປຍັງແດນພູດອຍນັ້ນເປັນເຣື່ອງງ່າຍ 42 ພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າວ່າ, “ຢ່າຂຶ້ນໄປສູ້ຮົບເລີຍ ຢ້ານວ່າເຈົ້າທັງຫລາຍຈະຜ່າຍແພ້ສັດຕຣູ ເພາະເຮົາບໍ່ໄດ້ຢູ່ຖ້າມກາງເຈົ້າທັງຫລາຍ” 43 ຂ້າພະເຈົ້າຈຶ່ງໄດ້ກ່າວແກ່ທ່ານດັ່ງນັ້ນ ແລະທ່ານທັງຫລາຍບໍ່ຍອມເຊື່ອຟັງ ແຕ່ໄດ້ຂັດຂືນພຣະບັນຊາຂອງພຣະຜູ້ເປັນເຈົ້າ ມີໃຈອົງອາດແລະໄດ້ຂຶ້ນໄປທີ່ແດນພູດອຍນັ້ນ 44 ແລະຄົນອາໂມຣິດທີ່ຢູ່ໃນແດນພູດອຍນັ້ນໄດ້ອອກມາຕໍ່ສູ້ ແລະໄລ່ຕີທ່ານທັງຫລາຍດັ່ງຝູງເຜີ້ງໄລ່ ແລະໄດ້ຂ້າທ່ານທັງຫລາຍໃນເມືອງເຊອີຣ໌ຈົນເຖິງໂຮຣ໌ມາ 45 ແລະທ່ານທັງຫລາຍໄດ້ມາຮ້ອງໄຫ້ຕໍ່ພຣະຜູ້ເປັນເຈົ້າ ແຕ່ພຣະຜູ້ເປັນເຈົ້າບໍ່ໄດ້ຊົງຟັງສຽງຮ້ອງ ຫລືສົນໃຈຟັງທ່ານທັງຫລາຍ 46 ທ່ານທັງຫລາຍຈຶ່ງພັກເຊົາຢູ່ທີ່ກາເດສຫລາຍວັນຕາມວັນທີ່ທ່ານທັງຫລາຍໄດ້ຢູ່ນັ້ນ
ລະຍະປີທີ່ຢູ່ໃນຖິ່ນກັນດານ
1 “ພວກເຮົາທັງຫລາຍໄດ້ກັບເດີນເຂົ້າຖິ່ນກັນດານຕາມທາງໄປສູ່ທະເລແດງ ຕາມທີ່ພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າ ແລະພວກເຮົາທັງຫລາຍໄດ້ເດີນວົນວຽນພູເຂົາເຊອີຣ໌ຫລາຍມື້ 2 ແລ້ວພຣະຜູ້ເປັນເຈົ້າສັ່ງຂ້າພະເຈົ້າວ່າ, 3 “ເຈົ້າທັງຫລາຍໄດ້ເດີນວົນວຽນທີ່ແດນພູດອຍນີ້ນານພໍແລ້ວ ຈົ່ງຫັນເດີນໄປທາງທິດເຫນືອເຖີດ 4 ແລະຈົ່ງບັນຊາຄົນທັງຫລາຍວ່າ ເຈົ້າທັງຫລາຍໃກ້ຈະເດີນຜ່ານເຂດແດນເມືອງພີ່ນ້ອງຂອງເຈົ້າ ຄືລູກຫລານຂອງເອຊາວທີ່ຢູ່ເມືອງເຊອີຣ໌ແລ້ວ ແລະເຂົາທັງຫລາຍຈະຢ້ານພວກເຈົ້າ ສະນັ້ນເຈົ້າທັງຫລາຍຈົ່ງລະວັງຕົວ 5 ຢ່າຕໍ່ສູ້ເຂົາ ເພາະເຮົາຈະບໍ່ໃຫ້ທີ່ຂອງເຂົາແກ່ເຈົ້າ ຈະບໍ່ໃຫ້ທີ່ດີນແມ້ພຽງຝ່າເທົ້າຢຽບໄດ້ ດ້ວຍວ່າພູເຂົາເຊອີຣ໌ນັ້ນເຮົາໄດ້ໃຫ້ເອຊາວຍຶດຄອງແລ້ວ 6 ເຈົ້າທັງຫລາຍຈົ່ງເອົາເງິນຊື້ສະບຽງອາຫານຈາກເຂົາເພື່ອຈະໄດ້ກິນ ແລະຈົ່ງເອົາເງິນຊື້ນ້ຳຈາກເຂົາດ້ວຍເພື່ອຈະໄດ້ດື່ມ 7 ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າ ໄດ້ອວຍພຣະພອນແກ່ບັນດາການທີ່ມືຂອງພວກເຈົ້າໄດ້ກະທຳ ພຣະອົງຊົງຊາບທາງທີ່ເຈົ້າໄດ້ເດີນໃນຖິ່ນກັນດານໃຫຍ່ນີ້ ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າໄດ້ຢູ່ກັບເຈົ້າສີ່ສິບປີນີ້ມາແລ້ວ ພວກເຈົ້າບໍ່ໄດ້ຂັດສົນສິ່ງໃດເລີຍ” 8 ແລ້ວເຮົາທັງຫລາຍໄດ້ເດີນໄປເລີຍໄປຈາກພີ່ນ້ອງຂອງເຮົາພວກລູກຫລານເອຊາວ ຜູ້ຢູ່ທີ່ເຊອີຣ໌ໄປຈາກທາງອາຣາບາ ຈາກເອລັດ ແລະຈາກເອຊີໂອນເກເບີ ແລະເຮົາໄດ້ລ້ຽວໄປເດີນຕາມທາງຖິ່ນກັນດານໂມອາບ 9 ແລະພຣະຜູ້ເປັນເຈົ້າໄດ້ສັ່ງແກ່ເຮົາວ່າ, “ເຈົ້າທັງຫລາຍຢ່າສ້າງຄວາມເດືອດຮ້ອນແກ່ພວກໂມອາບ ຫລືສູ້ຮົບກັບເຂົາ ເພາະເຣົາຈະບໍ່ໃຫ້ທີ່ຂອງເຂົາແກ່ພວກເຈົ້າເພື່ອຍຶດຄອງ ດ້ວຍເຮົາໄດ້ໃຫ້ທີ່ເມືອງ
ອາຣ໌ນັ້ນແກ່ເຊື້ອສາຍໂລດໃຫ້ປົກຄອງແລ້ວ
10 (ແຕ່ກ່ອນຄົນຄົນເອມິມຢູ່ທີ່ນັ້ນ ເປັນຊົນຊາດໃຫຍ່ ແລະຫລາຍ ແລະສູງຢ່າງຄົນອານາກິມ 11 ຄົນເຫລົ່ານີ້ໄດ້ຊື່ອີກວ່າເອຟາອິມເຫມືອນຄົນອານາກິມ ແຕ່ຄົນໂມອາບເອີ້ນຊື່ພວກນີ້ວ່າເອມິມ 12 ເມື່ອກ່ອນພວກໂຮຣີມໄດ້ຢູ່ທີ່ເຊອີຣ໌ດ້ວຍ ແຕ່ລູກຫລານເອຊາວໄດ້ມາຢູ່ແທນເຂົາ ແລະໄດ້ທຳລາຍເຂົາເສັຽໃຫ້ພົ້ນຫນ້າ ແລະໄດ້ອາໄສຢູ່ໃນທີ່ຂອງເຂົາເຫມືອນພວກອິສຣາເອນໄດ້ກະທຳແກ່ເມືອງທີ່ພຣະຜູ້ເປັນເຈົ້າປະທານໃຫ້ເຂົາຍຶດຄອງນັ້ນ) 13 “ບັດນີ້ເຈົ້າທັງຫລາຍຈົ່ງຍົກເດີນຂ້າມຫ້ວຍເຊເຣດ” ເຮົາທັງຫລາຍຈຶ່ງຂ້າມຫ້ວຍ ເຊເຣດ 14 ແລະນັບຕັ້ງແຕ່ເຮົາມາຈາກກາເດສບາເນອາ ຈົນເຖິງໄດ້ຂ້າມລຳທານເຊເຣດນັ້ນໄດ້ສາມສິບແປດປີ ຈົນສິ້ນຊາດເຊື້ອສາຍນັ້ນ ຄືຄົນທັງຫລາຍທີ່ຈະອອກເສິກໄດ້ນັ້ນຕາຍຫມົດ ຕາມທີ່ພຣະຜູ້ເປັນເຈົ້າຊົງສັນຍາກັບເຂົາໄວ້ 15 ແທ້ຈິງພຣະຫັດພຣະຜູ້ເປັນເຈົ້າໄດ້ຊົງຕໍ່ສູ້ເຂົາ ຊົງທຳລາຍເຂົາຈາກຖ້າມກາງຄ້າຍ ຈົນເຂົາທັງຫລາຍສູນເສັຽຫມົດ 16 “ເຫດສະນັ້ນເມື່ອຄົນທີ່ອອກເສິກໄດ້ມາຕາຍເສັຽຫມົດຈາກຖ້າມກາງຄົນເຫລົ່ານັ້ນແລ້ວ 17 ພຣະຜູ້ເປັນເຈົ້າໄດ້ກ່າວແກ່ຂ້າພະເຈົ້າວ່າ, 18 ວັນນີ້ເຈົ້າທັງຫລາຍຈະເດີນຂ້າມເມືອງອາຣ໌ ເຂດແດນຂອງຄົນໂມອາບ 19 ແລະເມື່ອເຂົ້າໃກ້ແນວຫນ້າຂອງຄົນອັມໂມນ ຢ່າຮາວີຫລືຮົບກັບເຂົາເລີຍ ເພາະເຮົາຈະບໍ່ໃຫ້ທີ່ຢູ່ຂອງລູກຫລານຄົນອັມໂມນແກ່ເຈົ້າໃຫ້ຍຶດຄອງເລີຍ ດ້ວຍເຮົາໄດ້ໃຫ້ທີ່ນັ້ນແກ່ເຊື້ອສາຍໂລດເປັນຜູ້ຍຶດຄອງແລ້ວ” 20 (ທັງທີ່ນັ້ນກໍນັບວ່າເປັນແຜ່ນດິນຂອງພວກເຣຟາອິມ ແຕ່ກ່ອນຄົນເຣຟາອິມໄດ້ຢູ່ໃນນັ້ນ ແຕ່ຄົນອັມໂມນໄດ້ເອີ້ນຊື່ຂອງເຂົາວ່າຊັມຊຸມມິມ 21 ຄົນເຫລົ່ານັ້ນໃຫຍ່ແລະຫລວງຫລາຍ ແລະສູງຢ່າງຄົນອານາກິມ ແຕ່ພຣະຜູ້ເປັນເຈົ້າໄດ້ຊົງທຳລາຍເຂົາເສັຽໃຫ້ພົ້ນຫນ້າ ແລະພວກອັມໂມນໄດ້ເຂົ້າຍຶດທີ່ຂອງເຂົາ ແລະຕັ້ງຢູ່ແທນ 22 ເຫມືອນພຣະອົງໄດ້ຊົງກະທຳໃຫ້ແກ່ພວກລູກຫລານເອຊາວຜູ້ຢູ່ທີ່ເຊອີຣ໌ ເມື່ອພຣະອົງຊົງທຳລາຍພວກໂຮຣີມເສັຽໃຫ້ພົ້ນຫນ້າ ແລະເຂົາໄດ້ຍຶດທີ່ຂອງພວກໂຮຣິມ ແລ້ວຕັ້ງຢູ່ແທນຈົນທຸກວັນນີ້ 23 ສ່ວນພວກອາວວິມທີ່ຢູ່ໃນຊົນນະບົດຈົນເຖິງກາຊາ ຄົນເກັບໂຕຣິມຊຶ່ງມາຈາກເມືອງເກັບໂຕກໍໄດ້ທຳລາຍເຂົາແລະຕັ້ງຢູ່ແທນ) 24 “ພວກເຈົ້າຈົ່ງລຸກເດີນທາງໄປຂ້າມລຸ່ມແມ່ນ້ຳອາຣ໌ໂນນ ເບິ່ງແມ໋, ເຮົາໄດ້ມອບ ຊີໂຮນຊາວອາໂມຣິດຜູ້ເປັນກະສັດເມືອງເຮສໂບນ ແລະເມືອງຂອງເຂົາໄວ້ໃນມືຂອງພວກເຈົ້າ ເຈົ້າທັງຫລາຍຕັ້ງຕົ້ນຍຶດເມືອງນັ້ນແລະສູ້ຮົບກັບເຂົາ 25 ຕັ້ງແຕ່ມື້ນີ້ໄປເຮົາຈະໃຫ້ຊົນຊາດທັງຫລາຍທົ່ວໃຕ້ຟ້າເກງຂາມຕໍ່ພວກເຈົ້າແລະຢ້ານເຈົ້າ ຄົນປະເທດຜູ້ໄດ້ຍິນຂ່າວເຣື່ອງເຈົ້າຈະຢ້ານຕົວສັ່ນ ແລະມີຄວາມຣະທົມເພາະເຈົ້າ” 26 “ສະນັ້ນ ຂ້າພະເຈົ້າຈຶ່ງໃຊ້ຜູ້ນຳຂ່າວຈາກຖິ່ນກັນດານເກເດໂມທໄປເຝົ້າຊີໂຮນກະສັດເມືອງເຮສໂບນນັ້ນ ທູນຖ້ອຍຄຳອັນສັນຕິວ່າ 27 “ຂໍໃຫ້ຂ້າພະເຈົ້າເດີນຂ້າມແຜ່ນດິນຂອງທ່ານ ຂ້າພະເຈົ້າຈະເດີນໄປຕາມທາງຫລວງ ຈະບໍ່ລ້ຽວໄປທາງຂວາມື ຫລືທາງຊ້າຍມືເລີຍ 28 ຂໍທ່ານໄດ້ຂາຍສະບ່ຽງເອົາເງິນຂອງຂ້າພະເຈົ້າ ເພື່ອຂ້າພະເຈົ້າຈະມີອາຫານກິນ ແລະຂໍຂາຍນ້ຳເອົາເງິນຂອງຂ້າພະເຈົ້າ ເພື່ອຂ້າພະເຈົ້າຈະໄດ້ດື່ມ ຂໍໃຫ້ຂ້າພະເຈົ້າເດີນຍ່າງຂ້າມປະເທດຂອງທ່ານເທົ່ານັ້ນ 29 ເຫມືອນດັ່ງພວກລູກຫລານເອຊາວທີ່ຢູ່ເມືອງເຊອີຣ໌ ແລະພວກໂມອາບທີ່ຢູ່ເມືອງອາຣ໌ ໄດ້ກະທຳແກ່ຂ້າພະເຈົ້ານັ້ນ ຈົນຂ້າພະເຈົ້າຈະຂ້າມແມ່ນ້ຳຈໍແດນເຂົ້າໄປໃນປະເທດທີ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພະເຈົ້າທັງຫລາຍໄດ້ຊົງປະທານແກ່ຂ້າພະເຈົ້າ 30 ແຕ່ຊີໂຮນກະສັດເມືອງເຮສໂບນ ບໍ່ຍອມໃຫ້ເຮົາທັງຫລາຍຂ້າມປະເທດຂອງທ່ານ ເພາະພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກທ່ານໄດ້ຊົງກະທຳໃຫ້ຈິດໃຈຂອງທ່ານໃຫ້ແຂງໄປ ເພື່ອຈະໄດ້ຊົງມອບເຂົາໄວ້ໃນມືຂອງພວກທ່ານດັ່ງເປັນຢູ່ທຸກວັນນີ້ 31 ແລະພຣະຜູ້ເປັນເຈົ້າໄດ້ສັ່ງແກ່ຂ້າພະເຈົ້າວ່າ, “ເບິ່ງແມ໋, ເຮົາໄດ້ເລີ້ມມອບຊີໂຮນ ແລະເມືອງຂອງເຂົາໄວ້ກັບເຈົ້າ ຈົ່ງເຂົ້າຍຶດຄອງທີ່ນັ້ນ ເພື່ອເຈົ້າຈະໄດ້ແຜ່ນດິນຂອງເຂົາເປັນກຳມະສິດ” 32 ແລ້ວຊີໂຮນຍົກອອກມາຕໍ່ສູ້ກັບເຮົາ ທັງທ່ານແລະພົນໂຍທາທັງຫລາຍຂອງທ່ານທີ່ເມືອງຢາຮັສ 33 ແລະພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຮົາທັງຫລາຍໄດ້ຊົງມອບທ່ານໄວ້ໃນມືຂອງເຮົາ ແລະເຮົາໄດ້ຕີທຳລາຍທ່ານກັບໂອຣົດ ແລະພົນໂຍທາທັງຫລາຍຂອງທ່ານເສັຽ 34 ຄັ້ງນັ້ນເຮົາໄດ້ຍຶດເມືອງທັງປວງຂອງທ່ານ ແລະເຮົາໄດ້ທຳລາຍທຸກໆເມືອງເສັຽສິ້ນ ເຮົາທຳລາຍຜູ້ຊາຍຜູ້ຍິງແລະເດັກທັງຫລາຍໃນທຸກເມືອງບໍ່ໃຫ້ມີເຫລືອເລີຍ 35 ແຕ່ຝູງສັດເຮົາໄດ້ຍຶດມາເປັນຂອງເຮົາທັງຂອງຍຶດໄດ້ໃນເມືອງເຫລົ່ານັ້ນທີ່ເຮົາຕີມາ 36 ຕັ້ງແຕ່ອາໂຣເອີ ທີ່ຢູ່ລຸ່ມແມ່ນ້ຳອາຣ໌ໂນນ ແລະຕັ້ງແຕ່ເມືອງທີ່ຢູ່ໃນລຸ່ມແມ່ນ້ຳນັ້ນຈົນເຖິງເມືອງກີເລອາດ ບໍ່ມີເມືອງໃດທີ່ຕໍ່ຕ້ານເຮົາໄດ້ ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາໄດ້ຊົງມອບທັງຫມົດໄວ້ໃນມືຂອງເຮົາ 37 ແຕ່ທ່ານທັງຫລາຍບໍ່ໄດ້ເຂົ້າໃກ້ແຜ່ນດິນຄົນອັມໂມນ ຄືຝັ່ງແມ່ນ້ຳຢັບໂບກ ແລະເມືອງທີ່ຢູ່ເທິງພູເຂົາ ແລະທີ່ໃດໆຊຶ່ງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຮົາໄດ້ສັ່ງຫ້າມເຮົານັ້ນ
ອິສຣາເອນຊະນະກະສັດໂອກແຫ່ງເມືອງບາຊານ
1 “ເຮົາທັງຫລາຍຈີ່ງໄດ້ຫັນໄປຂຶ້ນທາງສູ່ເມືອງບາຊານ ແລ້ວກະສັດໂອກເມືອງບາຊານກໍອອກມາສູ້ຮົບກັບເຮົາ ຕົວໂອກເອງແລະພົນໂຍທາຂອງທ່ານມາຮົບກັບເຮົາທີ່ເມືອງເອັດເຣອີ 2 ແຕ່ພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ, “ເຈົ້າຢ່າຢ້ານເຂົາເລີຍ ເພາະເຮົາຈະມອບເຂົາກັບພົນໂຍທາທັງຫມົດຂອງເຂົາ ແລະແຜ່ນດິນຂອງເຂົາໄວ້ໃນມືຂອງເຈົ້າ ເຈົ້າຈະກະທຳແກ່ເຂົາເຫມືອນເຈົ້າໄດ້ກະທຳແກ່ຊີໂຮນກະສັດຂອງຄົນອາໂມຣິດຊຶ່ງຢູ່ເມືອງເຮສໂບນນັ້ນ” 3 ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຮົາຈຶ່ງໄດ້ຊົງມອບໄວ້ໃນມືຂອງເຮົາ ທັງກະສັດໂອກເມືອງບາຊານ ແລະພົນໂຍທາທັງຫລາຍຂອງທ່ານ ແລະເຮົາທັງຫລາຍໄດ້ຂ້າຕີເຂົາຈົນບໍ່ມີເຫລືອ 4 ຄັ້ງນັ້ນເຮົາທັງຫລາຍໄດ້ຕີເອົາບ້ານເມືອງທັງຫລາຍຂອງເຂົາຈົນບໍ່ມີເຫລືອຈັກເມືອງດຽວຊຶ່ງເຮົາບໍ່ໄດ້ຍຶດມາຮ່ວມຫົກສິບເມືອງ ດິນແດນອາຣ໌ໂກບທັງຫມົດ ຊຶ່ງເປັນຣາຊອານາຈັກຂອງກະສັດໂອກເມືອງບາຊານ 5 ບັນດາເມືອງເຫລົ່ານີ້ເປັນເມືອງທີ່ມີກຳແພງສູງໂດຍຮອບ ມີປະຕູ ມີດານປະຕູ ແລະຍັງມີຊົນນະບົດອີກຫລາຍທີ່ບໍ່ມີກຳແພງ 6 ເຣົາໄດ້ຕີທຳລາຍຫມົດ ໄດ້ທຳລາຍທຸກໆເມືອງເສັຽສິ້ນ ຮວມທັງຜູ້ຊາຍຜູ້ຍິງແລະເດັກນ້ອຍທັງຫລາຍເຫມືອນເຮົາໄດ້ທຳລາຍຊີວິດກະສັດຊີໂຮນເມືອງເຮສໂບນນັ້ນ 7 ແຕ່ຝູງສັດທັງຫມົດ ແລະຂອງຍຶດໄດ້ໃນເມືອງເຫລົ່ານັ້ນເຮົາໄດ້ຍຶດມາເປັນຂອງເຣົາ 8 ຄັ້ງນັ້ນເຮົາໄດ້ຍຶດແຜ່ນດິນເສັຽຈາກມືຂອງກະສັດທັງສອງ ຂອງຄົນອາໂມຣິດ ຜູ້ຢູ່ຟາກຕາເວັນອອກຂອງແມ່ນ້ຳຈໍແດນ ຕັ້ງແຕ່ລຸ່ມແມ່ນນ້ຳອາຣ໌ໂນນເຖິງພູເຂົາເຮີໂມນ 9 (ພູເຂົາເຮີໂມນນັ້ນຊາວຊີໂດນເອີ້ນຊື່ວ່າ ຊີຣີໂອນ ແລະຊາວອາໂມຣິດເອີ້ນຊື່ວ່າ ເຊນີ) 10 ຄືເມືອງທັງຫລາຍໃນທີ່ຮາບສູງແລະກີເລອາດທັງຫມົດ ແລະບາຊານທັງຫມົດ ຈົນເຖິງຊາເລກາ ແລະເອັດເຣອີ ຊຶ່ງເປັນຫົວເມືອງແຫ່ງຣາຊອານາຈັກໂອກໃນເມືອງບາຊານ 11 (ຍັງເຫລືອຢູ່ແຕ່ກະສັດໂອກເມືອງບາຊານ ຊຶ່ງເປັນພວກເຣຟາອິມ ເບິ່ງແມ໋, ຕຽງນອນຂອງທ່ານທຳດ້ວຍເຫລັກ ຕຽງນອນນັ້ນບໍ່ຢູ່ໃນເມືອງຣັບບາແຫ່ງຄົນອັມໂມນດອກຫລື ຍາວຕັ້ງເກົ້າສອກ ກວ້າງສີ່ສອກ ຂະຫນາດສອກຄົນເຣົາ) ຣູເບນ ກາດ ແລະເຄິ່ງເຜົ່າມານັສເຊ ຕັ້ງຢູ່ທາງຕາເວັນອອກຂອງແມ່ນ້ຳຈໍແດນ 12 “ແຜ່ນດິນນີ້ທີ່ເຮົາຕີໄດ້ຄັ້ງນັ້ນ ຄືຕັ້ງແຕ່ອາໂຣເອີ ຊຶ່ງຢູ່ລຸ່ມນ້ຳອາຣ໌ໂນນ ແລະແດນພູດອຍກິເລອາດເຄິ່ງນຶ່ງກັບຫົວເມືອງທັງຫລາຍເຫລົ່ານັ້ນ ເຮົາກໍໄດ້ໃຫ້ແກ່ເຜົ່າຣູເບນ ແລະເຜົ່າກາດ 13 ສ່ວນກິເລອາດທີ່ຍັງເຫລືອຢູ່ກັບເມືອງບາຊານທັງຫມົດ ຊຶ່ງເປັນແຜ່ນດິນຂອງໂອກ ຄືດີນແດນອາຣ໌ໂກບທັງຫມົດ ເຮົາກໍໄດ້ໃຫ້ໄວ້ກັບເຄິ່ງນຶ່ງຂອງຄົນເຜົ່າມານັສເຊ (ທັງຫມົດເມືອງບາຊານນັ້ນເອີ້ນວ່າດິນແດນຂອງພວກເຣຟາອິມ 14 ຢາອີຣ໌ ຄົນເຜົ່າມານັສເຊກໍຕີໄດ້ດິນແດນອາຣ໌ໂກບທັງຫມົດ ຄືເມືອງບາຊານ ຈົນເຖິງເຂດແດນເມືອງຊາວເກຊູ ແລະເມືອງຕະກູນມາອາກາ ແລະໄດ້ເອີ້ນຊື່ເມືອງເຫລົ່ານັ້ນຕາມຊື່ຂອງຕົນວ່າຮາວໂວດຢາອີ ຈົນເຖິງທຸກວັນນີ້) 15 ເມືອງກິເລອາດນັ້ນເຮົາໃຫ້ແກ່ມາຄີຣ໌ 16 ແຕ່ເຜົ່າຣູເບນ ແລະກາດນັ້ນເຮົາໃຫ້ເມືອງຕັ້ງແຕ່ກິເລອາດເຖິງລຸ່ມນ້ຳອາຣ໌ໂນນ ຖືກເອົາກາງລຸ່ມນ້ຳເປັນແດນມາເຖິງແມ່ນ້ຳຢັບໂບກອັນເປັນແດນຂອງຄົນອັມໂມນ 17 ທັງແຖບອາຣາບາ ມີແມ່ນ້ຳຈໍແດນເປັນເຂດແດນ ຕັ້ງແຕ່ທະເລຄິນເນເຣທຈົນເຖິງທະເລແຫ່ງອາຣາບາ ຄືທະເລຕາຍທີ່ຮາບແຖບເນີນເຂົາປິສກາ ຊຶ່ງຢູ່ທິດຕາເວັນອອກ 18 ຄັ້ງນັ້ນ ຂ້າພະເຈົ້າໄດ້ສັ່ງທ່ານທັງຫລາຍວ່າ “ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໄດ້ຊົງໃຫ້ທ່ານທັງຫລາຍຍຶດຄອງແຜ່ນດິນນີ້ ທະຫານທີ່ເກັ່ງກ້າທັງຫມົດຂອງທ່ານ ຈົ່ງຖືກອາວຸດຍົກຂ້າມໄປກ່ອນຄົນອິສຣາເອນຜູ້ເປັນພີ່ນ້ອງຂອງທ່ານ 19 ແຕ່ພັຣຍາຂອງທ່ານ ບຸດນ້ອຍໆທັງຫລາຍຂອງທ່ານ ກັບຝູງສັດຂອງທ່ານ (ເພາະຂ້າພະເຈົ້າຊາບຢູ່ແລ້ວວ່າ ທ່ານທັງຫລາຍມີຝູງສັດເປັນຈໍານວນຫລວງຫລາຍ) ຈົ່ງຢູ່ໃນເຂດເມືອງທີ່ເຮົາຍົກໃຫ້ນັ້ນກ່ອນ 20 ຈົນກວ່າພຣະຜູ້ເປັນເຈົ້າຈະໂຜດໃຫ້ພີ່ນ້ອງຂອງທ່ານໄດ້ຢຸດພັກເຫມືອນໄດ້ປະທານແກ່ທ່ານແລ້ວ ຈົນເຂົາທັງຫລາຍຈະຍຶດຄອງແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານປະທານແກ່ເຂົາທີ່ຟາກຕາເວັນຕົກຂອງແມ່ນ້ຳຈໍແດນ ແລ້ວທ່ານທັງຫລາຍຕ່າງຈຶ່ງຈະກັບມາຍັງທີ່ຢູ່ຂອງຕົນ ຊຶ່ງຂ້າພະເຈົ້າໄດ້ໃຫ້ແກ່ທ່ານທັງຫລາຍ” 21 ຄັ້ງນັ້ນ ຂ້າພະເຈົ້າໄດ້ສັ່ງໂຢຊວຍວ່າ “ນັຍຕາຂອງທ່ານໄດ້ເຫັນບັນດາກິຈການຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍໄດ້ຊົງກະທຳແກ່ກະສັດທັງສອງນັ້ນແລ້ວ ດັ່ງນັ້ນພຣະເຈົ້າຈະຊົງກະທຳແກ່ເມືອງທັງປວງຊຶ່ງທ່ານຈະຂ້າມໄປຢູ່ເຊັ່ນດຽວກັນ 22 ທ່ານທັງຫລາຍຢ່າໄດ້ຢ້ານເຂົາເລີຍ ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ພຣະອົງນັ້ນຊົງສູ້ຮົບເພື່ອທ່ານທັງຫລາຍ”
ບໍ່ຊົງອະນຸຍາດໃຫ້ໂມເຊເຂົ້າການາອານ
23 “ຄັ້ງນັ້ນຂ້າພະເຈົ້າໄດ້ອ້ອນວອນພຣະຜູ້ເປັນເຈົ້າວ່າ, 24 “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງໄດ້ຊົງສຳແດງອານຸພາບ ແລະຣິດພຣະຫັດຂອງພຣະອົງແກ່ຜູ້ຮັບໃຊ້ຂອງພຣະອົງ ເພາະມີພຣະເຈົ້າອົງໃດໃນສວັນ ໃນແຜ່ນດິນໂລກຊຶ່ງອາດກະທຳຕາມການສຳຄັນ ແລະການອິດທິຣິດດັ່ງພຣະອົງໄດ້ 25 ຂໍພຣະອົງຊົງໂຜດອະນຸຍາດໃຫ້ຂ້າພຣະອົງຂ້າມໄປເບິ່ງແຜ່ນດິນອັນດີທີ່ຢູ່ຟາກຕາເວັນຕົກຂອງແມ່ນ້ຳຈໍແດນ ເບິ່ງແດນພູດອຍງົດງາມ ແລະເລບານອນດ້ວຍ” 26 ແຕ່ພຣະຜູ້ເປັນເຈົ້າໄດ້ພິໂຣດຕໍ່ຂ້າພະເຈົ້າ ເພາະທ່ານທັງຫລາຍເປັນເຫດ ພຣະອົງຈຶ່ງບໍ່ໄດ້ຊົງໂຜດ ແລະພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ “ພໍແລ້ວ ເຈົ້າຢ່າໄດ້ເວົ້າກັບເຮົາໃນເຣື່ອງນີ້ຕໍ່ໄປເລີຍ 27 ເຈົ້າຈົ່ງຂຶ້ນໄປເຖິງຍອດປິສກາ ແລະເພ່ງຕາຂອງເຈົ້າເບິ່ງທິດຕາເວັນອອກ ແລະເບິ່ງແຜ່ນດິ ນນັ້ນດ້ວຍນັຍຕາຂອງເຈົ້າ ເພາະເຈົ້າຈະຂ້າມແມ່ນ້ຳຈໍແດນນີ້ໄປບໍ່ໄດ້ເລີຍ 28 ແຕ່ເຈົ້າຈົ່ງບອກໂຢຊວຍ ຈົ່ງສນັບສນຸນ ແລະຊູໃຈຂອງເຂົາໃຫ້ເຂັ້ມແຂງ ເພາະເຂົາຈະຕ້ອງນຳຫນ້າຊົນຊາດນີ້ຂ້າມໄປ ແລະຈະໃຫ້ເຂົາທັງຫລາຍເຂົ້າຖືກຳມະສິດໃນແຜ່ນດິນທີ່ເຈົ້າແລເຫັນນັ້ນ” 29 ສະນັ້ນເຣົາທັງຫລາຍຈຶ່ງຢັບຢັ້ງຢູ່ໃນຮ່ອມພູຕໍ່ຫນ້າເບັດເປໂອຣ໌
ໂມເຊຕັກເຕືອນຊາວອິສຣາເອນໃຫ້ເຊື່ອຟັງ
1 ໂມເຊໄດ້ກ່າວຕໍ່ປະຊາຊົນວ່າ, “ພຣະທັມທັງຫມົດທີ່ຂ້າພະເຈົ້າບອກສອນນັ້ນ ພວກທ່ານຈົ່ງປະຕິບັດຕາມເພື່ອວ່າຈະໄດ້ມີຊີວິດຢູ່ ແລະເພື່ອຈະໄດ້ເຂົ້າຍຶດຄອງເອົາແຜ່ນດິນທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງບັນພະບຸຣຸດຂອງພວກທ່ານກຳລັງຈະປະທານໃຫ້ 2 ຢ່າເພີ້ມເຕີມ ຫລືຕັດຖ້ອຍຄຳໃດໆທີ່ຂ້າພະເຈົ້າສັ່ງນັ້ນອອກ ໃຫ້ເຊື່ອຟັງທັງຫມົດ ເພາະວ່າເປັນຄຳສັ່ງແຫ່ງພຣະຜູ້ເປັນເຈົ້າຂອງພວກທ່ານ 3 ພວກທ່ານເອງກໍເຫັນແລ້ວສິ່ງທີ່ພຣະຜູ້ເປັນເຈົ້າໄດ້ຊົງກະທຳໃນພູເປໂອຣ໌ນັ້ນ ຄືຊົງທຳລາຍທຸກຄົນທີ່ຂາບໄຫວ້ພຣະບາອານຢູ່ໃນທີ່ນັ້ນ 4 ແຕ່ຄົນທັງຫລາຍທີ່ຍຶດຖືພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານກໍຍັງມີຊີວິດຢູ່ທຸກວັນນີ້ 5 ຂ້າພະເຈົ້າໄດ້ສອນພຣະທັມທັງຫມົດນີ້ແກ່ພວກທ່ານ ເຫມືອນດັ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າໄດ້ບອກສອນຂ້າພະເຈົ້າ ສະນັ້ນຢູ່ໃນດິນແດນທີ່ພວກເຈົ້າກຳລັງຈະບຸກເຂົ້າໄປຍຶດຄອງນັ້ນ 6 ຈົ່ງໄດ້ປະຕິບັດຕາມພຣະທັມເຫລົ່ານີ້ດ້ວຍຄວາມສັດຊື່ ເພາະວ່າການກະທຳເຊັ່ນນີ້ຈະເປັນເຄື່ອງສະແດງໃຫ້ຊົນຊາດອື່ນໆ ເຫັນສະຕິປັນຍາ ແລະຄວາມຮອບຮູ້ຂອງພວກທ່ານ ອັນນຶ່ງ ເມື່ອຊົນຊາດເຫລົ່ານັ້ນໄດ້ຟັງພຣະທັມນີ້ທັງຫມົດ ພວກເຂົາກໍຈະພາກັນເວົ້າວ່າຊົນຊາດໃຫຍ່ນີ້ມີສະຕິປັນຍາ ແລະຄວາມຮອບຮູ້ແທ້ 7 ບໍ່ມີຊົນຊາດໃຫຍ່ອື່ນໃດມີພຣະຢູ່ໃກ້ເຫມືອນກັບພວກເຮົາມີພຣະຜູ້ເປັນເຈົ້າຢູ່ໃກ້ຄືເມື່ອໃດພວກເຮົາຣ້ອງຂໍໃຫ້ຊົງຊ່ອຍເຫລືອ ພຣະອົງກໍຊົງຕອບ 8 ບໍ່ມີປະເທດໃຫຍ່ອື່ນໃດມີພຣະທັມທີ່ຍຸດຕິທັມຄືດັ່ງທີ່ຂ້າພະເຈົ້າໄດ້ສອນພວກທ່ານໃນມື້ນີ້
ທົບທວນເຫດການຊຶ່ງອິສຣາເອນປະສົບທີ່ໂຮເຣັບ
9 ຈົ່ງເຝົ້າລະວັງຢູ່ ແລະລະມັດລະວັງໃຫ້ດີຕລອດຊົ່ວຊີວິດຂອງພວກທ່ານນັ້ນ ຢ່າໄດ້ຫລົງລືມສິ່ງທີ່ພວກທ່ານໄດ້ເຫັນກັບຕາມາແລ້ວ ຈົ່ງບອກໃຫ້ພວກລູກຫລານຂອງພວກທ່ານຮູ້ 10 ເຖິງເຣື່ອງເຫດການໃນມື້ທີ່ພວກເຈົ້າໄດ້ເຂົ້າເຝົ້າພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າທີ່ໂຮເຣັບ ໃນວັນນັ້ນ ພຣະອົງຊົງບອກຂ້າພະເຈົ້າວ່າ, “ຈົ່ງບອກໃຫ້ປະຊາຊົນມາໂຮມກັນ ເພາະວ່າເຮົາຢາກເວົ້າໃຫ້ເຂົາຟັງເພື່ອເຂົາທັງຫລາຍ ຈະໄດ້ຮູ້ຈັກການເຄົາຣົບຢຳເກງເຮົາຈົນຕລອດຊີວິດແລະເພື່ອຈະໄດ້ບອກສອນລູກຫລານຂອງເຂົາໃຫ້ຢຳເກງເຮົາ” 11 ໃນວັນນັ້ນເອງ ພວກເຈົ້າໄດ້ຫຍັບເຂົ້າມາຢືນຢູ່ໃນຕີນພູ ຊຶ່ງມີເມກເປັນຄວັນຫນາຕຶບປົກຄຸມຢູ່ 12 ແລ້ວພຣະຜູ້ເປັນເຈົ້າໄດ້ໃຫ້ພວກທ່ານຮູ້ວ່າ ພຣະອົງໄດ້ຊົງເວົ້າແນວໃດແດ່ກັບພວກທ່ານອອກມາຈາກໄຟນັ້ນ ທັງໆທີ່ພວກທ່ານບໍ່ເຫັນຮູບຮ່າງໃດໆຂອງພຣະອົງເລີຍ 13 ພຣະອົງຊົງບອກໃຫ້ທ່ານທັງຫລາຍທຳຕາມຄຳຫມັ້ນສັນຍາທີ່ຊົງໃຫ້ໄວ້ແລະຊົງໃຫ້ເຊື່ອຟັງພຣະບັນຍັດສິບປະການ ທີ່ຊົງຈາລຶກໄວ້ໃນສີລາສອງແຜ່ນ 14 ພຣະຜູ້ເປັນເຈົ້າຊົງບອກໃຫ້ຂ້າພະເຈົ້າ ສອນພຣະທັມທັງຫມົດນີ້ແກ່ພວກທ່ານ ເພື່ອຈະໄດ້ນຳໄປປະພຶດປະຕິບັດຢູ່ໃນແຜ່ນດິນທີ່ກຳລັງຈະເຂົ້າຍຶດຄອງນັ້ນ
ຕັກເຕືອນບໍ່ໃຫ້ຂາບໄຫວ້ຮູບເຄົາຣົບ
15 ເມື່ອພຣະຜູ້ເປັນເຈົ້າຊົງກ່າວຕໍ່ພວກທ່ານອອກມາຈາກໄຟຢູ່ເທິງພູຊີນາອີນັ້ນ ພວກທ່ານບໍ່ໄດ້ເຫັນຮູບຮ່າງໃດໆ ມັນຈຶ່ງເປັນການດີສຳລັບພວກທ່ານ 16 ສະນັ້ນ ຈົ່ງລະວັງໃຫ້ດີ ຢ່າໄດ້ທຳບາບດ້ວຍການສ້າງຮູບເຄົາຣົບໃດໆຂຶ້ນມາເລີຍ ບໍ່ວ່າຮູບຜູ້ຊາຍຫລືຜູ້ຍິງ 17 ບໍ່ວ່າຮູບສັດເດັຽລະສານ ຮູບນົກທີ່ມີປີກບິນໄປໃນອາກາດ 18 ຮູບສັດເລືອຄານຢູ່ເທິງດິນ ຮູບປາຢ່າງໃດທີ່ຢູ່ໃນນ້ຳໃຕ້ແຜ່ນດິນໂລກ 19 ຢ່າຫລົງຂາບໄຫວ້ ຫລືບົວລະບັດສິ່ງທີ່ເຫັນໃນທ້ອງຟ້າ ຄືພຣະອາທິດ ພຣະຈັນ ແລະດວງດາວທັງຫລາຍ ສິ່ງເຫລົ່ານີ້ພຣະຜູ້ເປັນເຈົ້າຂອງພວກເຮົາຊົງປະທານໃຫ້ຊົນຊາດອື່ນທັງຫມົດຂາບໄຫວ້ 20 ແຕ່ພວກທ່ານນັ້ນບໍ່ຕ້ອງຂາບໄຫວ້ ເພາະວ່າພວກທ່ານເປັນປະຊາຊົນທີ່ພຣະອົງຊົງນໍາອອກມາຈາກເຕົາໄຟໃນປະເທດເອຢິບ ເພື່ອໃຫ້ເປັນໄພ່ພົນຂອງພຣະອົງ ຢ່າງທີ່ພວກທ່ານກຳລັງເປັນຢູ່ໃນທຸກວັນນີ້ 21 ຍ້ອນພວກທ່ານນັ້ນແຫລະ ພຣະຜູ້ເປັນເຈົ້າຂອງພວກເຣົາ ຈຶ່ງຊົງພຣະພິໂຣດຂ້າພະເຈົ້າ ຄືພຣະອົງຊົງປະກາດຢ່າງຫນັກແຫນ້ນວ່າ ຈະບໍ່ໃຫ້ຂ້າພະເຈົ້າຂ້າມແມ່ນ້ຳຈໍແດນໄປຍັງແຜ່ນດິນອັນອຸດົມສົມບູນຊຶ່ງພຣະອົງຊົງປະທານໃຫ້ແກ່ພວກທ່ານ 22 ຂ້າພະເຈົ້າຈະຕ້ອງຕາຍຢູ່ໃນແຜ່ນດິນນີ້ ຈະບໍ່ໄດ້ຂ້າມແມ່ນ້ຳຈໍແດນໄປ ແຕ່ພວກທ່ານນັ້ນຈະໄດ້ຂ້າມໄປຍຶດເອົາແຜ່ນດິນອັນອຸດົມສົມບູນນັ້ນເປັນກຳມະສິດ 23 ຈົ່ງລະວັງໃຫ້ດີ ຢ່າໄດ້ລືມຄຳຫມັ້ນສັນຍາທີ່ພຣະຜູ້ເປັນເຈົ້າຂອງພວກທ່ານໄດ້ຊົງໃຫ້ໄວ້ ໃຫ້ເຊື່ອຟັງຄຳສັ່ງຂອງພຣະອົງຊົງສັ່ງຫ້າມບໍ່ໃຫ້ທຳຮູບເຄົາຣົບໃດໆຂາບໄຫວ້ 24 ເພາະວ່າ ພຣະຜູ້ເປັນເຈົ້າຂອງທ່ານທັງຫລາຍເປັນພຣະເຈົ້າຜູ້ຊົງຫວງແຫນພວກທ່ານ ແລະຊົງເປັນເຫມືອນໄຟທີ່ລຸກໄຫມ້ເຜົາຜານ 25 ເມື່ອພວກທ່ານມີລູກຫລານ ແລະໄດ້ເຂົ້າໄປຢູ່ໃນແຜ່ນດິນນັ້ນເຫິງນານແລ້ວ ຢ່າໄດ້ທຳບາບດ້ວຍການສ້າງຮູບເຄົາຣົບໃດໆຂຶ້ນມາເລີຍ ເພາະໃນສາຍພຣະເນດຂອງພຣະຜູ້ເປັນເຈົ້ານັ້ນ ຊົງຖືວ່າການກະທຳຢ່າງນີ້ຊົ່ວຮ້າຍຫລາຍ ແລະເປັນການກະທຳທີ່ພຣະອົງຊົງພິໂຣດ 26 ຖ້າພວກທ່ານທຳຢ່າງນີ້ ຂ້າພະເຈົ້າຈະອັນເຊີນເອົາຟ້າດີນມາເປັນພຍານກ່າວໂທດທ່ານໃນວັນນີ້ວ່າ ພວກທ່ານຈະຈິບຫາຍຈາກແຜ່ນດິນນີ້ໃນບໍ່ຊ້າ ຈະບໍ່ໄດ້ຢູ່ເຫິງນານໃນແຜ່ນດິນທີ່ທ່ານກຳລັງຈະຂ້າມແມ່ນ້ຳຈໍແດນໄປຍຶດຄອງນັ້ນ ແຕ່ຈະຖືກທຳລາຍຈົນຫມົດສິ້ນ 27 ພຣະຜູ້ເປັນເຈົ້າຈະທຳໃຫ້ພວກທ່ານແຕກກະຈັດກະຈາຍໄປຢູ່ໃນປະເທດຕ່າງໆ ແລ້ວຈະໃຫ້ເຫລືອຢູ່ທີ່ນັ້ນພຽງຈຳນວນຫນ້ອຍ 28 ພວກທ່ານຈະຮັບໃຊ້ພຣະໄມ້ ແລະພຣະຫີນທີ່ມະນຸດທຳຂຶ້ນ ພຣະເຫລົ່ານີ້ ເບິ່ງ ຟັງ ກິນ ແລະດົມກິ່ນບໍ່ໄດ້ 29 ຖ້າວ່າຢູ່ທີ່ນັ້ນ ພວກທ່ານສແວງຫາພຣະຜູ້ເປັນເຈົ້າຂອງພວກທ່ານດ້ວຍຄວາມເຕັມໃຈພວກທ່ານກໍຈະພົບພຣະອົງ 30 ແຕ່ເມື່ອໃດຫາກພວກທ່ານມີຄວາມລໍາບາກໃຈໃນພາຍຄັ້ງຫນ້າ ຍ້ອນສິ່ງເຫລົ່ານີ້ທັງຫມົດໄດ້ມາຖືກທ່ານ ພວກທ່ານກໍຈະກັບຄືນມາຫາພຣະຜູ້ເປັນເຈົ້າ ແລະເຊື່ອຟັງພຣະອົງ 31 ເພາະວ່າຊົງເປັນພຣະເຈົ້າທີ່ເຕັມໄປດ້ວຍພຣະເມດຕາ ຈະບໍ່ຊົງປະຖິ້ມ ຫລືທຳລາຍພວກທ່ານ ແລະຈະບໍ່ຊົງຫລົງລືມຄຳຫມັ້ນສັນຍາທີ່ພຣະອົງຊົງໃຫ້ໄວ້ກັບບັນພະບຸຣຸດຂອງພວກທ່ານ 32 ໃຫ້ຖາມທົ່ວໂລກນີ້ເບິ່ງດູວ່າ ໃນອະດີດຕະການກ່ອນພວກທ່ານເກີດ ຕັ້ງແຕ່ຄາວພຣະເຈົ້າຊົງສ້າງມະນຸດໃນໂລກ ເຄີຍມີເຣື່ອງໃຫຍ່ໂຕເຫມືອນຢ່າງນີ້ເກີດຂຶ້ນມາແລ້ວຫລືບໍ່ ມີໃຜເຄີຍໄດ້ຍິນເຣື່ອງຢ່າງນີ້ຫລືບໍ່ 33 ມີຊົນຊາດໃດແດ່ ເມື່ອໄດ້ຍິນພຣະເຈົ້າເວົ້າອອກມາຈາກໄຟແລ້ວກໍຍັງບໍ່ຕາຍເຫມືອນຢ່າງພວກທ່ານ 34 ມີພຣະເຈົ້າອົງໃດອີກ ທີ່ກ້າໄປເອົາຄົນອອກມາຈາກຊາດນຶ່ງມາຕັ້ງເປັນຊາດຂອງພຣະອົງເອງ ເຫມືອນຢ່າງພຣະຜູ້ເປັນເຈົ້າຂອງພວກທ່ານໄດ້ກະທຳເພື່ອທ່ານໃນປະເທດເອຢິບນັ້ນ ພຣະອົງໄດ້ຊົງໃຊ້ອຳນາດ ແລະຣິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງທຳໃຫ້ເກີດມີໂລກແລະສົງຄາມ ທຳການອັດສະຈັນ ແລະຫມາຍສຳຄັນຕ່າງໆພ້ອມທັງທຳສິ່ງທີ່ຫນ້າຢ້ານໃຫ້ພວກທ່ານເຫັນຕໍ່ຫນ້າຕໍ່ຕາ 35 ພຣະຜູ້ເປັນເຈົ້າຊົງສຳແດງສິ່ງເຫລົ່ານີ້ໃຫ້ພວກທ່ານເຫັນ ກໍເພື່ອໃຫ້ພວກທ່ານຮູ້ວ່າ ພຣະອົງ ອົງດຽວເທົ່ານັ້ນທີ່ຊົງເປັນພຣະເຈົ້າ ບໍ່ມີອົງອື່ນອີກເລີຍ 36 ພຣະອົງຊົງໂຜດໃຫ້ພວກທ່ານໄດ້ຍິນສຽງຂອງພຣະອົງຈາກສວັນນັ້ນໄດ້ ກໍເພື່ອສັ່ງສອນທ່ານ ແລະຍັງຊົງໂຜດໃຫ້ພວກທ່ານໄດ້ເຫັນໄຟອັນສັກສິດຂອງພຣະອົງຢູ່ໃນໂລກ ພ້ອມທັງຊົງກ່າວອອກມາຈາກໄຟນັ້ນ 37 ເພາະວ່າພຣະອົງຊົງຮັກບັນພະບຸຣຸດຂອງພວກທ່ານ ຊົງເລືອກເອົາເຊື້ອສາຍຂອງເຂົາທັງຫລາຍ ແລະຊົງນຳພາພວກທ່ານອອກຈາກປະເທດເອຢິບ ດ້ວຍຣິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງເອງ 38 ໃນເວລາພວກທ່ານກ້າວໄປຂ້າງຫນ້ານັ້ນ ພຣະອົງໄດ້ຊົງຂັບໄລ່ຊົນຊາດໃຫຍ່ ແລະມີກຳລັງເຫນືອກວ່າພວກທ່ານອອກຫນີໄປ ເພື່ອນຳທ່ານເຂົາມາຢູ່ໃນແຜ່ນດິນນັ້ນຊຶ່ງຍັງເປັນຂອງພວກທ່ານຢູ່ຈົນເທົ່າທຸກມື້ນີ້ 39 ດັ່ງນັ້ນແຫລະ, ໃຫ້ຈື່ຈຳໄວ້ ແລະຢ່າລືມວ່າ ພຣະຜູ້ເປັນເຈົ້າແມ່ນພຣະເຈົ້າເທິງຟ້າສວັນ ແລະເທິງແຜ່ນດິນ ບໍ່ມີພຣະເຈົ້າອົງອື່ນອີກນອກຈາກພຣະອົງ 40 ຈົ່ງທຳຕາມພຣະທັມ ແລະກົດບັນຍັດທັງຫມົດຂອງພຣະອົງ ຊຶ່ງຂ້າພະເຈົ້າໄດ້ບອກພວກທ່ານແລ້ວໃນວັນນີ້ ເພື່ອທຸກສິ່ງທຸກຢ່າງຈະເປັນໄປໂດຍດີສຳລັບພວກທ່ານ ແລະພວກລູກຫລານ ແລ້ວພວກທ່ານຈະມີຊີວິດຫມັ້ນຢືນຢູ່ໃນແຜ່ນດິນທີ່ພຣະຜູ້ເປັນເຈົ້າຂອງພວກທ່ານຊົງປະທານໃຫ້ເປັນເຈົ້າຂອງຕລອດໄປເປັນນິດນັ້ນ”
ຫົວເມືອງລີ້ພັຍທາງຕາເວັນອອກຂອງແມ່ນ້ຳຈໍແດນ
41 ແລ້ວໂມເຊກຳຫນົດຫົວເມືອງທາງທິດຕາເວັນອອກຟາກແມ່ນ້ຳຈໍແດນສາມຫົວເມືອງ 42 ເພື່ອຜູ້ໃດທີ່ຂ້າຄົນຈະໄດ້ຫລົບຫນີໄປຢູ່ທີ່ນັ້ນ ຄືຜູ້ທີ່ຂ້າເພື່ອນບ້ານໂດຍບໍ່ໄດ້ເຈຕນາ ໂດຍບໍ່ໄດ້ເປັນສັດຕຣູກັນມາແຕ່ກ່ອນ ແລະເມື່ອຫນີໄປຢູ່ໃນເມືອງນີ້ເມືອງໃດເມືອງນຶ່ງກໍຈະລອດຊີວິດ 43 ຫົວເມືອງເຫລົ່ານີ້ ຄືເມືອງເບເຊີ ຢູ່ໃນຖິ່ນກັນດານ ເທິງທີ່ຮາບສູງສຳລັບຄົນເຜົ່າຣູເບນ ແລະເມືອງຣາໂມທທີ່ກິເລອາດສຳລັບຄົນເຜົ່າກາດ ແລະເມືອງໂກລານໃນບາຊານສຳລັບຄົນເຜົ່າມານັສເຊ
ຄຳນຳກ່ອນທົບທວນທັມບັນຍັດຂອງ ຄົນອິສຣາເອນ
44 ຕໍ່ໄປນີ້ເປັນທັມບັນຍັດທີ່ໂມເຊໄດ້ຕັ້ງໄວ້ຕໍ່ຊາວອິສຣາເອນ 45 ເຫລົ່ານີ້ເປັນພຣະໂອວາດ ເປັນກົດລະບຽບ ແລະກົດຫມາຍ ຊຶ່ງໂມເຊກ່າວແກ່ຊາວອິສຣາເອນ ເມື່ອເຂົາອອກຈາກປະເທດເອຢິບ 46 ທາງຕາເວັນອອກຂອງແມ່ນ້ຳຈໍແດນທີ່ພູກົງກັນຂ້າມເບັດເປໂອຣ໌ ໃນແຜ່ນດິນຂອງຊີໂຮນ ກະສັດຊາວອາໂມຣິດ ຜູ້ຢູ່ທີ່ເຮສໂບນ ຊຶ່ງໂມເຊແລະຊາວອິສຣາເອນໄດ້ຕີຜ່າຍຫນີໄປຄັ້ງເມື່ອອອກມາຈາກປະເທດເອຢິບ 47 ຊາວອິສຣາເອນໄດ້ເຂົ້າຍຶດແຜ່ນດິນຂອງທ່ານ ແລະແຜ່ນດິນຂອງໂອກ ກະສັດເມືອງບາຊານ ເປັນກະສັດສອງອົງຂອງຊາວອາໂມຣິດ ຜູ້ຢູ່ທາງທິດຕາເວັນອອກຟາກແມ່ນ້ຳຈໍແດນຂ້າງນັ້ນ 48 ຕັ້ງແຕ່ອາໂຣເອີ ທີ່ຢູ່ລຸ່ມນ້ຳອາຣ໌ໂນນໄປຈົນເຖິງພູຊີຣີໂອນ (ຄືເຮີໂມນ) 49 ຮວມກັບອາຣາບາທັງຫມົດຊຶ່ງຢູ່ຟາກຕາເວັນອອກຂອງແມ່ນ້ຳຈໍແດນໄກໄປຈົນເຖິງທະເລອາຣາບາ ທີ່ຮາບແຖບເນີນພູປິສກາ
ພຣະບັນຍັດສິບປະການ
1 ໂມເຊໄດ້ເອີ້ນຊາວອິສຣາເອນທັງຫລາຍເຂົ້າມາແລ້ວກ່າວແກ່ພວກເຂົາທັງຫລາຍວ່າ, “ດູກ່ອນ ທ່ານທັງຫລາຍຈົ່ງຟັງກົດລະບຽບ ແລະກົດຫມາຍ ຊຶ່ງຂ້າພະເຈົ້າກ່າວໃຫ້ເຂົ້າຫູຂອງພວກທ່ານໃນວັນນີ້ ເພື່ອທ່ານທັງຫລາຍຈະໄດ້ຈົດຈຳ ແລະກະທຳຕາມດ້ວຍຄວາມລະມັດລະວັງ 2 ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາຊົງກະທຳຄຳຫມັ້ນສັນຍາກັບເຮົາທັງຫລາຍທີ່ໂຮເຣັບ 3 ບໍ່ແມ່ນພຣະຜູ້ເປັນເຈົ້າຈະຊົງກະທຳຄຳຫມັ້ນສັນຍາກັບບັນພະບຸຣຸດຂອງເຮົາທັງຫລາຍເທົ່ານັ້ນ ແຕ່ຊົງກະທຳກັບພວກເຮົາ ຄືເຮົາທັງຫລາຍຜູ້ມີຊີວິດຢູ່ໃນວັນນີ້ 4 ພຣະຜູ້ເປັນເຈົ້າໄດ້ສັ່ງກັບເຮົາທັງຫລາຍທີ່ພູຈາກຖ້າມກາງໄຟ ຫນ້າຕໍ່ຫນ້າ 5 ຂ້າພະເຈົ້າຢືນຢູ່ລະຫວ່າງພຣະຜູ້ເປັນເຈົ້າກັບທ່ານທັງຫລາຍ ເພື່ອຈະປະກາດພຣະວັຈນະຂອງພຣະຜູ້ເປັນເຈົ້າແກ່ທ່ານທັງຫລາຍ ເພາະທ່ານທັງຫລາຍຢ້ານໄຟ ຈຶ່ງບໍ່ໄດ້ຂຶ້ນໄປເທິງພູ ພຣະອົງສັ່ງວ່າ, 6 “ເຮົາແມ່ນພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກຈາກປະເທດເອຢິບ ຄືອອກຈາກປະເທດທີ່ພວກເຈົ້າໄດ້ຕົກເປັນທາດ 7 “ພວກເຈົ້າຢ່າມີພຣະເຈົ້າອື່ນນອກຈາກເຣົາ 8 “ພວກເຈົ້າຢ່າທຳຮູບເຄົາຣົບສໍາລັບຕົນ ຫລືຮູບສິ່ງນຶ່ງສິ່ງໃດທີ່ມີຢູ່ໃນຟ້າສວັນ ໃນແຜ່ນດິນຫລືໃນນ້ຳລຸ່ມແຜ່ນດິນ 9 ຢ່າຂາບໄຫວ້ຮູບເຫລົ່ານັ້ນ ເພາະວ່າເຮົາເປັນພຣະຜູ້ເປັນເຈົ້າຂອງພວກເຈົ້າ ແລະເປັນພຣະເຈົ້າຜູ້ຫວງແຫນພວກເຈົ້າ ເຮົາຈະລົງໂທດລູກຫລານຂອງຜູ້ທີ່ຊັງເຮົາເຖິງສາມສີ່ຊົ່ວອາຍຸຄົນ 10 ແຕ່ຈະສະແດງຄວາມຮັກຫມັ້ນຄົງຕໍ່ຜູ້ທີ່ຮັກເຮົາ ແລະຕໍ່ຜູ້ທີ່ປະພຶດຕາມພຣະບັນຍັດຂອງເຮົາສືບໄປຫລາຍຊົ່ວອາຍຸພັນຄົນ 11 ພວກເຈົ້າຢ່າໃຊ້ຊື່ພຣະຜູ້ເປັນເຈົ້າຂອງເຈົ້າ ໄປໃນທາງທີ່ຜິດ ເພາະເຮົາຈະລົງໂທດຜູ້ທີ່ໃຊ້ຊື່ເຮົາໄປໃນທາງທີ່ຜິດ 12 ພວກເຈົ້າຈົ່ງນັບຖືວັນສິນ ໃຫ້ຖືເປັນວັນສັກສິດຂອງພຣະຜູ້ເປັນເຈົ້າ 13 ຈົ່ງເຮັດວຽກທັງປວງຂອງເຈົ້າແຕ່ໃນຫົກວັນ 14 ແຕ່ວັນຖ້ວນເຈັດໃຫ້ຖືເປັນວັນສັກສິດຂອງພຣະເປັນເຈົ້າຂອງເຈົ້າ ໃນວັນນີ້ໃຫ້ເຈົ້າເອງ ພ້ອມດ້ວຍລູກຊາຍຍິງ ຂ້ອຍທາດແລະສັດລ້ຽງຂອງພວກເຈົ້າຕລອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າຢຸດເຮັດວຽກທັງຫມົດ 15 ຈົ່ງລະນຶກວ່າເຈົ້າເຄີຍເປັນທາດຢູ່ໃນປະເທດເອຢິບ ແລະພຣະຜູ້ເປັນເຈົ້າຂອງເຈົ້າໄດ້ພາເຈົ້າອອກມາຈາກທີ່ນັ້ນດ້ວຍພຣະຫັດອັນຊົງຣິດ ແລະດ້ວຍພຣະກອນທີ່ຢຽດອອກ ເຫດສັນນີ້ພຣະຜູ້ເປັນເຈົ້າໄດ້ຊົງບັນຊາໃຫ້ເຈົ້າຮັກສາວັນສະບາໂຕ 16 “ຈົ່ງນັບຖືບິດາມານດາຂອງເຈົ້າ ເພື່ອເຈົ້າຈະມີອາຍຸຫມັ້ນຍືນຢູ່ໃນແຜ່ນດີນທີ່ພຣະຜູ້ເປັນເຈົ້າຂອງເຈົ້າໄດ້ມອບໃຫ້ 17 “ພວກເຈົ້າຢ່າຂ້າຄົນ 18 “ຢ່າລ່ວງເກີນຜົວເມັຽຜູ້ອື່ນ 19 “ຢ່າລັບຊັບ 20 “ຢ່າເປັນພຍານເທັດ ໃສ່ຣ້າຍເພື່ອນບ້ານຂອງຕົນ 21 “ຢ່າອິດສາຢາກໄດ້ເຮືອນຂອງຜູ້ອື່ນ ຢ່າອິດສາຢາກໄດ້ຜົວ ຫລືເມັຽ ຢາກໄດ້ຂ້ອຍທາດ ຢາກໄດ້ງົວຄວາຍ ຢາກໄດ້ລໍ ຫລືສິ່ງອື່ນໃດທີ່ເປັນຂອງຄົນອື່ນ 22 “ພຣະທັມເຫລົ່ານີ້ ພຣະຜູ້ເປັນເຈົ້າໄດ້ຊົງກ່າວແກ່ຊຸມນຸມຊົນທັງປວງຂອງທ່ານທີ່ພູ ອອກມາຈາກຖ້າມກາງໄຟ ເມກອັນຫນາຕຶບ ດ້ວຍພຣະສຸຣະສຽງອັນດັງ ແລະບໍ່ໄດ້ຊົງເພີ້ມເຕີມສິ່ງໃດອີກ ແລະພຣະອົງຊົງຈາລຶກໄວ້ເທິງແຜ່ນສີລາສອງແຜ່ນ ແລະປະທານໃຫ້ແກ່ຂ້າພະເຈົ້າ 23 ເມື່ອພວກທ່ານໄດ້ຍິນພຣະສຸຣະສຽງອອກມາຈາກຄວາມມືດ ຂນະເມື່ອພູນັ້ນມີໄຟລຸກຢູ່ ທ່ານທັງຫລາຍເຂົ້າມາຫາຂ້າພະເຈົ້າ ຄືຫົວຫນ້າເຜົ່າຂອງທ່ານທັງຫມົດ ແລະພວກຜູ້ໃຫຍ່ຂອງທ່ານ 24 ແລະທ່ານທັງຫລາຍໄດ້ເວົ້າວ່າ, “ເບິ່ງແມ໋, ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາໄດ້ຊົງສຳແດງພຣະສະງ່າຣາສີແລະຄວາມຍິ່ງໃຫຍ່ຂອງພຣະອົງ ແລະເຮົາໄດ້ຍິນພຣະສຸຣະສຽງຂອງພຣະອົງຈາກຖ້າມກາງໄຟ ໃນວັນນີ້ເຮົາໄດ້ເຫັນພຣະເຈົ້າຕຣັສກັບມະນຸດ ແລະມະນຸດຍັງຄົງມີຊີວິດຢູ່ໄດ້ 25 ເປັນຫຍັງພວກເຮົາຈະຕ້ອງສ່ຽງກັບຄວາມຕາຍຢ່າງນີ້ອີກ ໄຟອັນຫນ້າຢ້ານນີ້ຈະເຜົາຜານເຮົາ ຖ້າເຮົາໄດ້ຍິນພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າອີກ ເຮົາກໍຈະຕ້ອງຕາຍ 26 ເພາະໃນບັນດາມະນຸດທັງຫລາຍ ມີໃຜແດ່ໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າຜູ້ຊົງພຣະຊົນກ່າວອອກມາຈາກຖ້າມກາງໄຟຢ່າງທີ່ເຮົາໄດ້ຍິນ ແລະຍັງມີຊີວິດຢູ່ໄດ້ 27 ທ່ານຈົ່ງເຂົ້າໄປໃກ້ ແລະຟັງທຸກສິ່ງຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາໄດ້ສັ່ງແກ່ທ່ານນັ້ນມາກ່າວແກ່ເຣົາທັງຫລາຍ ແລະເຣົາທັງຫລາຍຈະຟັງ ແລະກະທຳຕາມ” 28 “ເມື່ອທ່ານທັງຫລາຍເວົ້າກັບຂ້າພະເຈົ້ານັ້ນ ພຣະຜູ້ເປັນເຈົ້າຊົງຊາບຖ້ອຍຄຳຂອງທ່ານທັງຫລາຍ ແລະພຣະເຈົ້າກ່າວກັບຂ້າພະເຈົ້າວ່າ “ເຣົາໄດ້ຍິນຖ້ອຍຄຳຂອງຊົນຊາດຊຶ່ງເຂົາເວົ້າກັບເຈົ້າແລ້ວ ຊຶ່ງເຂົາເວົ້າກັບເຈົ້າເຊັ່ນນັ້ນກໍດີຢູ່ 29 ຢາກໃຫ້ມີຈິດໃຈເຊັ່ນນີ້ຢູ່ສເມີໄປ ຄືທີ່ຈະຢຳເກງເຮົາ ແລະຮັກສາບັນຍັດທັງຫມົດຂອງເຮົາ ເຂົາທັງຫລາຍກໍຈະສຸກຈະເຣີນຢູ່ຕລອດຊົ່ວລູກຫລານຂອງເຂົາເປັນນິດ 30 ຈົ່ງກັບໄປບອກແກ່ເຂົາວ່າ “ເຈົ້າຈົ່ງກັບໄປເຕັນຂອງເຈົ້າທຸກຄົນເຖິດ” 31 ແຕ່ຕົວເຈົ້າ ຈົ່ງຢືນຢູ່ທີ່ນີ້ໃກ້ເຮົາ ແລະເຮົາຈະບອກຂໍ້ບັນຍັດ ແລະກົດລະບຽບແລະກົດຫມາຍທັງສິ້ນແກ່ເຈົ້າ ຊຶ່ງເຈົ້າຈະຕ້ອງສອນເຂົາທັງຫລາຍ ເພື່ອເຂົາທັງຫລາຍຈະກະທຳຕາມໃນແຜ່ນດິນຊຶ່ງເຮົາໃຫ້ເຂົາຍຶດຄອງນັ້ນ” 32 ເຫດສະນັ້ນທ່ານທັງຫລາຍຈົ່ງລະວັງທີ່ຈະກະທຳດັ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍໄດ້ຊົງບັນຊາໄວ້ນັ້ນ ທ່ານທັງຫລາຍຢ່າຫັນໄປທາງຂວາມື ຫລືທາງຊ້າຍເລີຍ 33 ທ່ານຈົ່ງດຳເນີນຕາມວິຖີທາງທັງສິ້ນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໄດ້ຊົງບັນຊາທ່ານໄວ້ເພື່ອທ່ານຈະມີຊີວິດຢູ່ ແລະເພື່ອທ່ານຈະໄປດີມາດີ ແລະມີຊີວິດຍືນນານຢູ່ໃນແຜ່ນດິນຊຶ່ງທ່ານຈະຍຶດຄອງນັ້ນ
ບັນຍັດຂໍ້ສໍາຄັນ
1 ຕໍ່ໄປນີ້ແມ່ນກົດບັນຍັດ ພຣະທັມ ແລະຮີດຄອງປະເພນີທັງຫມົດທີ່ພຣະຜູ້ເປັນເຈົ້າຊົງບອກໃຫ້ຂ້າພະເຈົ້າສອນພວກທ່ານ ສະນັ້ນເມື່ອພວກທ່ານຢູ່ໃນແຜ່ນດິນທີ່ກຳລັງຈະເຂົ້າຍຶດຄອງນັ້ນ ຈົ່ງໄດ້ທຳຕາມພຣະທັມເຫລົ່ານີ້ 2 ທ່ານກັບພວກລູກຫລານຂອງທ່ານຈະຕ້ອງຢໍາເກງພຣະຜູ້ເປັນເຈົ້າຈົນຕລອດຊີວິດ ແລະປະພຶດຕາມພຣະທັມທັງຫມົດຂອງພຣະອົງ ຊຶ່ງຂ້າພະເຈົ້າໄດ້ບອກທ່ານທັງຫລາຍແລ້ວນັ້ນ ເພື່ອວ່າພວກທ່ານຈະມີອາຍຸຫມັ້ນຍືນ 3 ຊາວອິສຣາເອນເອີຍ ຈົ່ງສະດັບຮັບຟັງພຣະທັມແລະປະພຶດຕາມເທີນ ເພື່ອກິຈການທຸກຢ່າງຂອງພວກທ່ານຈະລຸລ່ວງໄປດ້ວຍດີ ແລ້ວພວກທ່ານກໍຈະກາຍເປັນຄົນຊົນຊາດໃຫຍ່ຢູ່ໃນແຜ່ນດິນທີ່ອຸດົມສົມບູນເຫມືອນຢ່າງພຣະຜູ້ເປັນເຈົ້າແຫ່ງບັນພະບຸຣຸດຂອງພວກທ່ານທັງຫລາຍໄດ້ຊົງສັນຍາໄວ້ 4 ອິສຣາເອນເອີຍ ຈົ່ງຟັງເທີນ ພຣະຜູ້ເປັນເຈົ້າອົງດຽວທໍ່ນັ້ນທີ່ເປັນພຣະເຈົ້າຂອງເຮົາ 5 ຈົ່ງຮັກພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໃຫ້ສຸດຈິດສຸດໃຈ ແລະສຸດສະຕິກຳລັງຂອງທ່ານ 6 ຢ່າລືມສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກທ່ານໃນວັນນີ້ 7 ໃຫ້ບອກສອນລູກຫລານດ້ວຍ ເມື່ອພວກທ່ານຢູ່ໃນເຮືອນຫລືອອກຫນີໄປກໍດີ ເມື່ອທຳງານ ຫລືຢຸດພັກກໍດີ ໃຫ້ທ່ອງຈຳຄຳສັ່ງນີ້ 8 ໃຫ້ຕິດມັນໄວ້ໃນແຂນ ແລະເທິງຫນ້າຜາກ 9 ພ້ອມທັງໃຫ້ຂຽນໄວ້ຕາມປະຕູເຮືອນຂອງທ່ານດ້ວຍ ເພື່ອເປັນສິ່ງເຕືອນໃຈ
ຕັກເຕືອນໃຫ້ເຊື່ອຟັງ
10 ພຣະຜູ້ເປັນເຈົ້າຂອງເຣົາທັງຫລາຍໄດ້ຊົງສັນຍາແກ່ບັນພະບຸຣຸດຂອງພວກທ່ານ ຄືອັບຣາຮາມ ອີຊາກ ແລະຢາໂຄບວ່າ ພຣະອົງຈະຊົງມອບແຜ່ນດິນຊຶ່ງມີຫົວເມືອງທີ່ຈະເຣີນຮຸ່ງເຮືອງຊຶ່ງທ່ານເອງບໍ່ໄດ້ສ້າງໃຫ້ແກ່ພວກທ່ານ 11 ໃນເຮືອນທັງຫລາຍກໍຈະເຕັມໄປດ້ວຍຂອງດີທີ່ທ່ານບໍ່ໄດ້ຫາໄວ້ ມີນ້ຳສ້າງທີ່ພວກທ່ານບໍ່ໄດ້ຂຸດໄວ້ ພ້ອມທັງມີສວນອະງຸ່ນ ແລະສວນຫມາກກອກເທດທີ່ປູກໄວ້ແລ້ວ ສະນັ້ນເມື່ອພຣະຜູ້ເປັນເຈົ້າຊົງນຳພວກທ່ານເຂົ້າໄປໃນແຜ່ນດິນນີ້ແລ້ວ ກໍຈະມີອາຫານການກິນທຸກຢ່າງຕາມຄວາມຕ້ອງການ 12 ແຕ່ພວກທ່ານຕ້ອງລະວັງໃຫ້ດີ ຈົ່ງຢ່າລືມພຣະຜູ້ເປັນເຈົ້າຜູ້ຊົງນຳພວກທ່ານອອກຈາກເອຢິບບ່ອນຕົກເປັນທາດ 13 ໃຫ້ຢຳເກງແລະຂາບໄຫວ້ແຕ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານອົງດຽວ ກັບທັງໃຫ້ສາບານໂດຍອອກພຣະນາມຂອງພຣະອົງເທົ່ານັ້ນ 14 ຢ່າຂາບໄຫວ້ພຣະຂອງຊົນຊາດອື່ນໃດທີ່ຢູ່ອ້ອມແອ້ມທ່ານ 15 ຖ້າພວກທ່ານຫາກດື້ດ້ານຂາບໄຫວ້ພຣະນັ້ນ ພຣະຜູ້ເປັນເຈົ້າຈະຊົງພຣະພິໂຣດທ່ານຢ່າງຮຸນແຮງ ແລະຈະທຳລາຍພວກທ່ານຈົນຫມົດສິ້ນ ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງຫວງແຫນພວກທ່ານ 16 ຢ່າທົດລອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍ ດັ່ງທີ່ພວກທ່ານເຄີຍໄດ້ທົດລອງກັບພຣະອົງມາແລ້ວຢູ່ທີ່ມັດສານັ້ນ 17 ຈົ່ງເອົາໃຈໃສ່ທຳຕາມກົດບັນຍັດພຣະທັມ ແລະຮິດຄອງປະເພນີທັງຫມົດທີ່ພຣະອົງໄດ້ຊົງສອນທ່ານ 18 ໃຫ້ທຳແຕ່ສິ່ງທີ່ພຣະຜູ້ເປັນເຈົ້າຊົງເຫັນວ່າດີ ແລະຖືກຕ້ອງ ເພື່ອທຸກສິ່ງທຸກຢ່າງຈະໄດ້ເປັນໄປໂດຍດີ ແລະເພື່ອຈະໄດ້ເປັນເຈົ້າຂອງແຜ່ນດິນທີ່ອຸດົມສົມບູນ ຊຶ່ງພຣະຜູ້ເປັນເຈົ້າຊົງສັນຍາວ່າຈະປະທານໃຫ້ແກ່ບັນພະບຸຣຸດຂອງທ່ານທັງຫລາຍ 19 ແລະຈະຂັບໄລ່ສັດຕຣູຂອງພວກທ່ານຫນີຕາມທີ່ຊົງສັນຍາໄວ້ 20 ໃນພາຍຄັ້ງຫນ້າ ເມື່ອລູກຫລານຂອງທ່ານຖາມວ່າ ເປັນຫຍັງພຣະຜູ້ເປັນເຈົ້າຂອງເຮົາຈຶ່ງສັ່ງໃຫ້ທຳກົດບັນຍັດ ພຣະທັມ ແລະຮີດຄອງປະເພນີເຫລົ່ານີ້ 21 ຈົ່ງບອກເຂົາວ່າ ເມື່ອພວກເຮົາເປັນທາດຂອງກະສັດເອຢິບ ພຣະຜູ້ເປັນເຈົ້າໄດ້ຊົງຊ່ອຍເຫລືອເອົາພວກເຮົາໃຫ້ລອດພົ້ນດ້ວຍຣິດທານຸພາບອັນຍິ່ງໃຫຍ່ 22 ກັບທັງໄດ້ເຫັນພຣະອົງຊົງກະທຳການອັດສະຈັນແລະສິ່ງອັນເປັນຕາຢ້ານຕໍ່ຫນ້າຕໍ່ຕາພວກເຮົາທັງຫລາຍຕໍ່ຊາວເອຢິບ ຕໍ່ກະສັດຟາຣາໂອ ແລະຂ້າຣາຊການທັງຫມົດ 23 ພຣະອົງຊົງນຳພາພວກເຮົາອອກມາຈາກເອຢິບ ແລະຊົງມອບແຜ່ນດິນນີ້ໃຫ້ເຮົາຢູ່ອາໄສ ດັ່ງພຣະອົງໄດ້ຊົງສັນຍາໄວ້ກັບບັນພະບຸຣຸດຂອງພວກເຮົານັ້ນ 24 ແລ້ວພຣະຜູ້ເປັນເຈົ້າຂອງເຮົາໄດ້ຊົງສັ່ງໃຫ້ເຊື່ອຟັງພຣະທັມທັງຫມົດນີ້ ແລະໃຫ້ເຄົາຣົບຢຳເກງ
ພຣະອົງ
25 ຖ້າພວກເຮົາປະຕິບັດຕາມທຸກສິ່ງທຸກຢ່າງທີ່ພຣະອົງຊົງສັ່ງນັ້ນ ກໍຈະເປັນການຖືກຕ້ອງດີ ແລະພຣະອົງກໍຈະຊົງຮັກແພງ ແລະເບິ່ງແຍງພວກເຮົາຕໍ່ໄປ ພ້ອມທັງທຳໃຫ້ປະເທດຊາດຂອງເຮົາຈະເຣີນຮຸ່ງເຮືອງຕລອດໄປ
ໄພ່ພົນຂອງພຣະຜູ້ເປັນເຈົ້າ
1 ພຣະຜູ້ເປັນເຈົ້າຊົງນຳພວກທ່ານໄປຍັງແຜ່ນດິນທີ່ພວກທ່ານກຳລັງຈະເຂົ້າຍຶດຄອງ ແລະຈະຊົງຂັບໄລ່ຫລາຍຊົນຊາດອອກຫນີໄປ ເມື່ອພວກທ່ານໄປເຖິງ ພຣະອົງຈະຊົງຂັບໄລ່ຊາດໃຫຍ່ ແລະມີອຳນາດອອກຫນີໄປ ຄືຊາວຮິດຕີ ກີຣ໌ກາຊີ ອາໂມຣິດ ເປຣີສຊີ ຮີວີ ແລະເຢບຸສ 2 ເມື່ອພຣະຜູ້ເປັນເຈົ້າຊົງໃຫ້ຊົນຊາດເຫລົ່ານີ້ປຣາໄຊ ແລະຢູ່ໃຕ້ອຳນາດຂອງທ່ານແລ້ວ ພວກເຂົາກໍຈະຕ້ອງຖືກພວກທ່ານລົງໂທດເຖິງຕາຍ ຢ່າໄດ້ເມດຕາ ແລະທຳສັນຍາກັບພວກເຂົາ 3 ພວກທ່ານຕລອດທັງລູກຫລານຂອງທ່ານ ຢ່າໄດ້ແຕ່ງງານກັບພວກເຂົາ 4 ເພາະວ່າເຂົາຈະພາລູກຫລານຂອງທ່ານຫນີຈາກພຣະຜູ້ເປັນເຈົ້າໄປຂາບໄຫວ້ພຣະອື່ນ ແລ້ວພຣະຜູ້ເປັນເຈົ້າຈະຊົງພຣະພິໂຣດ ແລະທຳລາຍພວກທ່ານທັນທີ 5 ໃຫ້ພວກທ່ານທຳກັບປະຊາຊົນເຫລົ່ານັ້ນດັ່ງນີ້ ຄືໃຫ້ພວກທ່ານທຳລາຍແທ່ນບູຊາ ທັບເສົາຫີນສັກສິດ ແລະເຜົາຮູບເຄົາຣົບຂອງພວກເຂົາຖິ້ມ 6 ທີ່ຕ້ອງກະທຳດັ່ງນັ້ນກໍເພາະວ່າ ພວກທ່ານເປັນຄົນຂອງພຣະຜູ້ເປັນເຈົ້າ ພຣະອົງໄດ້ຊົງເລືອກເອົາພວກທ່ານມາຈາກຊົນຊາດທັງປວງໃນທົ່ວໂລກ ເພື່ອໃຫ້ເປັນຊົນຊາດພິເສດຂອງພຣະອົງເອງ 7 ພຣະຜູ້ເປັນເຈົ້າຊົງຮັກແລະເລືອກພວກທ່ານບໍ່ແມ່ນຍ້ອນຊົງເຫັນວ່າພວກທ່ານມີຈຳນວນຫລາຍກວ່າຊົນຊາດອື່ນ 8 ຕາມຄວາມຈິງແລ້ວ ພວກທ່ານເປັນຊົນຊາດນ້ອຍທີ່ສຸດໃນໂລກ ພຣະອົງຊົງຮັກພວກທ່ານດ້ວຍໃຈຈິງ ແລະຊົງຮັກສາຄຳຫມັ້ນສັນຍາທີ່ຊົງໃຫ້ໄວ້ກັບບັນພະບຸຣຸດຂອງພວກທ່ານທັງຫລາຍ ດ້ວຍເຫດນີ້ ພຣະອົງຈຶ່ງຊົງຊ່ອຍພວກທ່ານໃຫ້ລອດພົ້ນຈາກການເປັນທາດຂອງກະສັດເອຢິບດ້ວຍຣີດທານຸພາບອັນຍິ່ງໃຫຍ່ 9 ຈົ່ງຈຳໄວ້ວ່າ ພຣະຜູ້ເປັນເຈົ້າຂອງພວກທ່ານເທົ່ານັ້ນທີ່ຊົງເປັນພຣະເຈົ້າ ພຣະອົງຊົງສັດຊື່ ຊົງທຳຕາມຄຳຫມັ້ນສັນຍາ ແລະຊົງມີຄວາມຮັກຫມັ້ນຄົງຫລາຍຊົ່ວອາຍຸພັນຄົນຕໍ່ຜູ້ທີ່ຮັກພຣະອົງ ແລະຕໍ່ຜູ້ທີ່ເຊື່ອຟັງຄຳສັ່ງສອນຂອງພຣະອົງ 10 ແຕ່ຈະຊົງລົງໂທດຜູ້ທີ່ກຽດຊັງພຣະອົງໂດຍໄວ 11 ດ້ວຍເຫດນີ້ແຫລະ, ຈົ່ງເຊື່ອຟັງແລະທຳຕາມກົດບັນຍັດ ພຣະທັມ ແລະຮີດຄອງປະເພນີທັງຫມົດ ທີ່ຂ້າພະເຈົ້າໄດ້ບອກສອນພວກທ່ານແລ້ວໃນມື້ນີ້
ພຣະເຈົ້າຊົງອວຍພອນໃຫ້ຜູ້ເຊື່ອຟັງ
12 ຖ້າພວກທ່ານເຊື່ອຟັງ ຮັກສາແລະທຳຕາມຄຳສັ່ງເຫລົ່ານີ້ ພຣະຜູ້ເປັນເຈົ້າຂອງພວກທ່ານຈະຊົງທຳຕາມຄຳຫມັ້ນສັນຍາທີ່ພຣະອົງຊົງໃຫ້ໄວ້ກັບພວກທ່ານສືບຕໍ່ໄປ ແລະຈະຊົງສະແດງຄວາມຮັກຫມັ້ນຄົງຕໍ່ພວກທ່ານເຫມືອນດັ່ງພຣະອົງໄດ້ຊົງສັນຍາໄວ້ກັບບັນພະບຸຣຸດຂອງທ່ານທັງຫລາຍນັ້ນ 13 ພຣະອົງຈະຊົງຮັກ ແລະອວຍພອນໃຫ້ພວກທ່ານເພີ້ມທະວີມີລູກຫລານຫລາຍ ໃຫ້ນ້ຳມີປາ ໃຫ້ທົ່ງນາມີເຂົ້າ ມີນ້ຳອະງຸ່ນ ມີນ້ຳຫມາກກອກເທດ ມີງົວຄວາຍ ແລະຝູງແບ້ຈຳນວນຫລວງຫລາຍ ຈະຊົງປະທານພອນເຫລົ່ານີ້ໃຫ້ພວກທ່ານໃນແຜ່ນດິນທີ່ຊົງສັນຍາວ່າຈະໃຫ້ທ່ານ 14 ຈະບໍ່ມີຊົນຊາດໃດໄດ້ຮັບພອນອັນປະເສີດເຫມືອນກັບພວກທ່ານ ຈະບໍ່ມີຄົນແລະສັດລ້ຽງຕົວໃດໃນຖ້າມກາງພວກທ່ານເປັນຫມັນ 15 ພຣະຜູ້ເປັນເຈົ້າຈະຊົງຄຸ້ມຄອງໃຫ້ພວກທ່ານພົ້ນຈາກຄວາມເຈັບໄຂ້ໄດ້ປ່ວຍທັງປວງ ຈະບໍ່ຊົງນຳໂຣກຮ້າຍແຮງໃດໆດັ່ງທ່ານໄດ້ເຫັນໃນເອຢິບນັ້ນມາຖືກພວກທ່ານ ແຕ່ຈະຊົງນຳມາຖືກສັດຕຣູທັງປວງຂອງພວກທ່ານ 16 ຊົນຊາດທັງປວງທີ່ພຣະຜູ້ເປັນເຈົ້າຊົງມອບໃຫ້ຢູ່ໃຕ້ອໍານາດຂອງພວກທ່ານນັ້ນ ຈົ່ງທຳລາຍເສັຽ ຢ່າໄດ້ທຳຕາມພວກເຂົາ ແລະຢ່າຂາບໄຫວ້ພຣະທັງຫລາຍຂອງພວກເຂົາ ເພາະວ່າການທຳຢ່າງນັ້ນເປັນການທຳລາຍພວກທ່ານເອງ 17 “ຖ້າທ່ານທັງຫລາຍຈະຄິດໃນໃຈວ່າ ຊົນຊາດເຫລົ່ານີ້ມີຈຳນວນຫລາຍກວ່າເຣົາ ເຣົາຈະສາມາດຂັບໄລ່ພວກເຂົາໄດ້ຢ່າງໃດ? 18 ທ່ານທັງຫລາຍຢ່າສູ່ຢ້ານພວກເຂົາ ໃຫ້ລະນຶກເຖິງສິ່ງທີ່ພຣະຜູ້ເປັນເຈົ້າຂອງພວກທ່ານໄດ້ກະທຳຕໍ່ກະສັດເອຢິບ ແລະຕໍ່ພົນລະເມືອງຂອງພຣະອົງ 19 ຄືໄດ້ຊົງນຳໂຣກລະບາດອັນຮ້າຍແຮງມາຖືກຊາວເອຢິບ ຊົງກະທຳການອັດສະຈັນແລະຫມາຍສຳຄັນຕໍ່ຫນ້າຕໍ່ຕາພວກທ່ານ ພ້ອມທັງໄດ້ຊົງໃຊ້ຣິດທານຸພາບອັນຍິ່ງໃຫຍ່ຊ່ອຍເອົາພວກທ່ານອອກມາ ພຣະອົງຈະຊົງທຳລາຍຊົນຊາດທັງປວງທີ່ທ່ານຢ້ານໃນເວລານີ້ເຫມືອນຊົງທຳລາຍຊາວເອຢິບນັ້ນ 20 ນອກຈາກນີ້ ພຣະອົງຍັງຈະຊົງໃຫ້ຝູງຕໍ່ ຝູງແຕນຕອດຜູ້ທີ່ຫນີໄປລີ້ຢູ່ດ້ວຍ 21 ຢ່າສູ່ຢ້ານຊົນຊາດເຫລົ່ານີ້ ພຣະຜູ້ເປັນເຈົ້າຈະຊົງສະຖິດຢູ່ນຳພວກທ່ານ ພຣະອົງຊົງເປັນພຣະເຈົ້າອົງຍິ່ງໃຫຍ່ທີ່ຫນ້າຢ້ານ ແລະຊົງຂັບໄລ່ຊົນຊາດເຫລົ່ານີ້ອອກຫນີຈາກທ່ານເທື່ອລະເລັກລະນ້ອຍ 22 ແຕ່ພວກທ່ານຢ່າກຳຈັດພວກເຂົາໃຫ້ຫມົດໄປໃນທັນທີ ເພາະຖ້າທຳຢ່າງນັ້ນ ບັນດາສັດປ່າຈະມີຫລາຍຂຶ້ນ ແລ້ວມັນຈະມາຮົບກວນພວກທ່ານ 23 ພຣະຜູ້ເປັນເຈົ້າຈະຊົງໃຫ້ພວກສັດຕຣູຢູ່ໃຕ້ອຳນາດຂອງທ່ານ ຈະຊົງກະທຳໃຫ້ພວກເຂົາເກີດໂກລະຫົນວຸ້ນວາຍຈົນເທົ່າຈິບຫາຍໄປ 24 ຈະຊົງໃຫ້ພວກກະສັດຂອງເຂົາທັງຫລາຍຢູ່ໃຕ້ອຳນາດຂອງທ່ານ ທ່ານຈະຂ້າເຂົາຕາຍແລະຊື່ຂອງເຂົາກໍຈະຫມົດສິ້ນໄປ ພວກທ່ານຈະທຳລາຍທຸກໆຄົນໂດຍບໍ່ມີໃຜຈະຂັດຂວາງໄດ້ 25 ຈົ່ງເຜົາຮູບເຄົາຣົບຂອງພວກເຂົາຖິ້ມ ຢ່າຄິດຢາກໄດ້ເງິນ ຫລືຄຳທີ່ໂອບຮູບຢູ່ນັ້ນ ແລະຢ່າໄດ້ນຳມັນໄປເປັນຂອງທ່ານ ຖ້າທ່ານທຳຢ່າງນັ້ນຈະເປັນອັນຕະຣາຍ ເພາະວ່າພຣະຜູ້ເປັນເຈົ້າຊົງກຽດຊັງຮູບເຄົາຣົບ 26 ຢ່ານຳຮູບເຄົາຣົບໃດໆເຂົ້າໄປຍັງບ້ານເຮືອນຂອງຕົນ ເພາະຢ້ານວ່າຄຳສາບແຊ່ງທີ່ມີຢູ່ໃນນັ້ນຈະຕົກຖືກທ່ານ ໃຫ້ກຽດຊັງຮູບເຄົາຣົບເຫລົ່ານີ້ຢ່າງທີ່ສຸດ ເພາະວ່າມັນເປັນສິ່ງທີ່ພຣະຜູ້ເປັນເຈົ້າຊົງສາບແຊ່ງ
ແຜ່ນດິນທີ່ອຸດົມສົມບູນ
1 ທຸກສິ່ງທີ່ຂ້າພະເຈົ້າໄດ້ບອກສອນທ່ານໃນວັນນີ້ ຈົ່ງທຳຕາມດ້ວຍຄວາມຊື່ສັດ ເພື່ອທ່ານທັງຫລາຍຈະມີຊີວິດຢູ່ ມີລູກຫລານຫລາຍ ແລະໄດ້ເຂົ້າຍຶດຄອງແຜ່ນດິນ ທີ່ພຣະຜູ້ເປັນເຈົ້າຊົງສັນຍາໄວ້ກັບພວກບັນພະບຸຣຸດຂອງທ່ານທັງຫລາຍ 2 ຈົ່ງລະນຶກວ່າ ພຣະຜູ້ເປັນເຈົ້າຂອງທ່ານໄດ້ຊົງນຳພາພວກທ່ານເດີນທາງຢູ່ໃນຖິ່ນກັນດານຕລອດສີ່ສິບປີນັ້ນເປັນຢ່າງໃດ ພຣະອົງຊົງທົດສອບທ່ານດ້ວຍຄວາມຍາກລຳບາກ ເພື່ອຢາກຈະຊົງຮູ້ວ່າຈິດໃຈຂອງພວກທ່ານເປັນຢ່າງໃດ ແລະທ່ານຈະເຊື່ອຟັງຂໍ້ຄໍາສັ່ງສອນຂອງພຣະອົງຫລືບໍ່ 3 ພຣະອົງຊົງທຳໃຫ້ທ່ານອຶດຢາກ ແຕ່ຊົງປະທານມານາ ໃຫ້ພວກທ່ານກິນ ຊຶ່ງເປັນອາຫານທີ່ທ່ານແລະບັນພະບຸຣຸດຂອງພວກທ່ານບໍ່ເຄີຍກິນມາກ່ອນ ພຣະອົງຊົງກະທຳດັ່ງນີ້ກໍເພື່ອສອນທ່ານວ່າ ບໍ່ແມ່ນແຕ່ອາຫານທໍ່ນັ້ນທີ່ໃຫ້ມະນຸດມີຊີວິດຢູ່ ແລະມະນຸດຈຳເປັນຕ້ອງລ້ຽງຊີວິດດ້ວຍພຣະທັມທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ 4 ໃນເວລາສີ່ສິບປີນັ້ນ ສົ້ງເສື້ອຂອງພວກທ່ານບໍ່ໄດ້ຂາດ ແລະຕີນບໍ່ໄດ້ໄຂ່ບວມ 5 ຈົ່ງຈຳໄວ້ວ່າ ພຣະຜູ້ເປັນເຈົ້າຂອງພວກທ່ານຊົງຕີສອນແລະລົງໂທດທ່ານເຫມືອນພໍ່ຕີສອນລູກ 6 ດັ່ງນັ້ນແຫລະ, ຈົ່ງທຳຕາມຄຳພຣະຜູ້ເປັນເຈົ້າຊົງບອກສອນ ຄືປະພຶດຕາມບົດບັນຍັດຂອງພຣະອົງ ແລະເຄົາຣົບຢຳເກງພຣະອົງ 7 ພຣະຜູ້ເປັນເຈົ້າຈະຊົງນຳພາພວກທ່ານເຂົ້າໄປຍັງແຜ່ນດິນທີ່ມີແມ່ນ້ຳລຳຄອງ ມີນ້ຳອອກບໍ່ ແລະມີນ້ຳບາດານໄຫລອອກມາແຕ່ຮ່ອມພູ ແລະພູນ້ອຍທັງຫລາຍມີເຂົ້າບເລ 8 ເຂົ້າເດືອຍ ກົກອະງຸ່ນ ກົກເດື່ອເທດ ກົກຫມາກພິລາ ນ້ຳມັນຫມາກກອກເທດ ແລະນ້ຳເຜີ້ງ 9 ຢູ່ທີ່ນັ້ນພວກທ່ານຈະບໍ່ອຶດຫິວ ຫລືທຳສິ່ງໃດໂດຍໄຮ້ປໂຍດເລີຍ ມັນເປັນແຜ່ນດິນທີ່ມີບໍ່ເຫລັກ ແລະບໍ່ທອງແດງຫລາຍ 10 ພວກທ່ານຈະມີອາຫານກິນຕາມຄວາມຕ້ອງການ ແລະຈະຂອບພຣະຄຸນພຣະຜູ້ເປັນເຈົ້າຂອງພວກທ່ານ ຍ້ອນວ່າພຣະອົງຊົງໂຜດປະທານແຜ່ນດິນທີ່ອຸດົມສົມບູນນີ້ໃຫ້
ຕັກເຕືອນບໍ່ໃຫ້ລືມພຣະຜູ້ເປັນເຈົ້າ
11 ຈົ່ງລະວັງໃຫ້ດີ ຢ່າຫລົງລືມພຣະຜູ້ເປັນເຈົ້າຂອງພວກທ່ານ ຈົ່ງທຳຕາມກົດບັນຍັດ ພຣະທັມ ແລະຮິດຄອງປະເພນີທັງຫມົດຂອງພຣະອົງ ຊຶ່ງຂ້າພະເຈົ້າໄດ້ບອກທ່ານນັ້ນແລ້ວໃນມື້ນີ້ 12 ເມື່ອພວກທ່ານມີອາຫານການກິນຕາມຄວາມຕ້ອງການ ໄດ້ສ້າງບ້ານເຮືອນດີໆຢູ່ 13 ມີຝູງງົວຄວາຍ ແລະຝູງແກະ ມີເງິນຄຳແລະສິ່ງຂອງອື່ນໆເພີ້ມທະວີຫລາຍຂຶ້ນແລ້ວ 14 ພວກທ່ານຈົ່ງລະວັງ ຢ່າໄດ້ຈອງຫອງພອງຕົວຈົນຫລົງລືມພຣະຜູ້ເປັນເຈົ້າ ຜູ້ຊົງນຳທ່ານທັງຫລາຍອອກມາຈາກເອຢິບບ່ອນຕົກເປັນທາດ 15 ພຣະອົງຊົງນຳພາພວກທ່ານຜ່ານຖິ່ນກັນດານອັນກວ້າງໃຫຍ່ໄພສານ ແລະເປັນຕາຫນ້າຢ້ານ ຊຶ່ງມີງູຮ້າຍແລະແມງງອດ ເມື່ອຢູ່ໃນດິນແຫ້ງແລະບໍ່ມີນ້ຳກໍທຳໃຫ້ມີນ້ຳໄຫລອອກມາຈາກຫີນໃຫ້ພວກທ່ານດື່ມໄດ້ 16 ຊົງປະທານມານາໃຫ້ກິນໃນຖິ່ນກັນດານ ຊຶ່ງເປັນອາຫານທີ່ບັນພະບຸຣຸດຂອງພວກທ່ານບໍ່ເຄີຍມີມາກ່ອນ ຊົງທົດສອບພວກທ່ານດ້ວຍຄວາມຍາກລຳບາກ ເພື່ອວ່າໃນບັ້ນປາຍຈະຊົງປະທານຂອງດີໃຫ້ທ່ານ 17 ດັ່ງນັ້ນແຫລະ, ພວກທ່ານຢ່າຄິດວ່າຊັບສົມບັດນີ້ຫາມາໄດ້ດ້ວຍກຳລັງແລະເຫື່ອແຮງຂອງພວກທ່ານເອງເລີຍ 18 ຈົ່ງຈຳໄວ້ວ່າ ພວກທ່ານຮັ່ງມີຍ້ອນເຫື່ອແຮງທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ ພຣະອົງຊົງກະທຳດັ່ງນີ້ ກໍຍ້ອນວ່າຊົງສັດຊື່ຕໍ່ຄຳຫມັ້ນສັນຍາທີ່ຊົງໃຫ້ໄວ້ກັບບັນພະບຸຣຸດຂອງທ່ານທັງຫລາຍ ແລະຍັງຊົງສັດຊື່ຕໍ່ຄຳຫມັ້ນສັນຍານັ້ນຈົນເທົ່າທຸກມື້ນີ້ 19 ຢ່າປະຖິ້ມພຣະຜູ້ເປັນເຈົ້າໄປຂາບໄຫວ້ ແລະບົວລະບັດພຣະອື່ນ ຖ້າທ່ານຫາກທຳດັ່ງນີ້ ຂ້າພະເຈົ້າກໍຂໍເຕືອນໃນມື້ນີ້ວ່າ ພວກທ່ານຈະຈິບຫາຍເປັນແນ່ແທ້ 20 ຖ້າບໍ່ເຊື່ອຟັງພຣະຜູ້ເປັນເຈົ້າ ພວກທ່ານຈະຈິບຫາຍໄປເຫມືອນຊົນຊາດທີ່ພຣະອົງຊົງໄດ້ທຳລາຍຕໍ່ຫນ້າທ່ານນັ້ນ
ປະຊາຊົນບໍ່ເຊື່ອຟັງພຣະຜູ້ເປັນເຈົ້າ
1 ຊາວອິສຣາເອນເອີຍ ຈົ່ງຟັງເດີ ພວກທ່ານກຳລັງຈະຂ້າມແມ່ນ້ຳຈໍແດນໄປຍຶດຄອງແຜ່ນດິນຂອງຊົນຊາດໃຫຍ່ ແລະ ແຂງແຮງກວ່າທ່ານ ເມືອງກໍໃຫຍ່ກຳແພງກໍສູງຈຸຟ້າ 2 ປະຊາຊົນກໍມີຮູບຮ່າງສູງໃຫຍ່ ມີຄວາມສາມາດຢ່າງເລີດລ້ຳ ແລະຄຳທີ່ເລົ່າລືກັນວ່າ ບໍ່ມີໃຜຂືນຕໍ່ສູ້ກັບເຂົາໄດ້ ພວກທ່ານກໍເຄີຍໄດ້ຍິນມາແລ້ວ 3 ແຕ່ບັດນີ້ ທ່ານຈະເຫັນດ້ວຍຕົວທ່ານເອງວ່າ ພຣະຜູ້ເປັນເຈົ້າຈະນໍາຫນ້າພວກທ່ານໄປເຫມືອນໄຟເພື່ອເຜົາຜານ ຈະຊົງໃຫ້ພວກເຂົາເສັຽໄຊຕໍ່ພວກທ່ານ ແລະພວກເຂົາຈະຖືກພວກທ່ານຂັບໄລ່ພວກເຂົາອອກໄປ ແລະສ້າງຄວາມຈິບຫາຍໃຫ້ແກ່ເຂົາຕາມດັ່ງພຣະອົງທີ່ໄດ້ຊົງສັນຍາໄວ້ 4 ຫລັງຈາກພຣະຜູ້ເປັນເຈົ້າຊົງຂັບໄລ່ພວກເຂົາອອກໄປຈາກທ່ານແລ້ວ ຢ່າໄດ້ພາກັນເວົ້າວ່າ, “ພຣະອົງຊົງນຳທ່ານເຂົ້າມາຄອບຄອງແຜ່ນດິນນີ້ຍ້ອນຄວາມຊອບທັມ ແລະກິຈການຂອງພວກທ່ານເອງ” ແຕ່ພຣະອົງຊົງຂັບໄລ່ປະຊາຊົນ ເຫລົ່ານີ້ອອກໄປເພາະພວກເຂົາທຳຊົ່ວ 5 ຊຶ່ງທ່ານທັງຫລາຍກຳລັງເຂົ້າໄປຍຶດຄອງແຜ່ນດິນນີ້ນັ້ນ ບໍ່ແມ່ນເພາະຄວາມຊອບທັມຂອງພວກທ່ານ ຫລືຄວາມສັຕທັມໃນໃຈຂອງທ່ານ ແຕ່ເປັນເພາະຄວາມຊົ່ວຊອງປະຊາຊາດນີ້ ຊຶ່ງພຣະຜູ້ເປັນເຈົ້າຂອງທ່ານຕ້ອງຂັບໄລ່ພວກເຂົາອອກເສັຽຕໍ່ຫນ້າທ່ານທັງຫລາຍ ເພາະວ່າພຣະອົງໄດ້ຮັກສາຄຳຫມັ້ນສັນຍາທີ່ຊົງໃຫ້ໄວ້ກັບບັນພະບຸຣຸດຂອງທ່ານທັງຫລາຍ ຄືອັບຣາຮາມ ອີຊາກ ແລະຢາໂຄບ 6 ສະນັ້ນທ່ານທັງຫລາຍຈົ່ງຮັບຮູ້ເຖີດວ່າ ພຣະຜູ້ເປັນເຈົ້າຈະບໍ່ຊົງປະທານແຜ່ນດິນທີ່ອຸດົມສົມບູນນີ້ໃຫ້ຍ້ອນກິຈການຂອງພວກທ່ານ ເພາະວ່າທ່ານທັງຫລາຍເປັນຊົນຊາດທີ່ດື້ດ້ານ 7 ຢ່າລືມວ່າພວກທ່ານໄດ້ທຳໃຫ້ພຣະຜູ້ເປັນເຈົ້າຊົງພຣະພິໂຣດໃນຖິ່ນກັນດານ ໄດ້ກະບົດຕໍ່ສູ້ພຣະອົງຕັ້ງແຕ່ວັນອອກມາຈາກປະເທດເອຢິບຈົນເທົ່າມາຮອດນີ້ 8 ແມ່ນແຕ່ໃນພູໂຮເຣັບ ພວກທ່ານກໍທຳໃຫ້ພຣະອົງຊົງພຣະພິໂຣດຫລາຍຈົນວ່າພໍທີ່ຈະທໍາລາຍພວກທ່ານໄດ້ 9 ເມື່ອຂ້າພະເຈົ້າຂຶ້ນໄປຮັບເອົາແຜ່ນສີລາເທິງພູ ຄືແຜ່ນສີລາແຫ່ງຄຳຫມັ້ນສັນຍາທີ່ພຣະຜູ້ເປັນເຈົ້າຊົງໃຫ້ໄວ້ກັບທ່ານທັງຫລາຍນັ້ນ ຂ້າພະເຈົ້າໄດ້ພັກຢູ່ທີ່ນັ້ນສີ່ສິບມື້ສີ່ສິບຄືນ ໂດຍບໍ່ໄດ້ກິນເຂົ້າຫລືດື່ມນ້ຳເລີຍ 10 ແລ້ວພຣະຜູ້ເປັນເຈົ້າໄດ້ຊົງປະທານສີລາສອງແຜ່ນໃຫ້ຂ້າພະເຈົ້າ ເປັນແຜ່ນສີລາທີ່ນີ້ວພຣະຫັດຂອງພຣະອົງເອງ ໄດ້ຊົງຈາຣຶກພຣະຄັມໃສ່ຊຶ່ງເປັນພຣະຄັມທີ່ຊົງກ່າວກັບທ່ານທັງຫລາຍອອກມາຈາກໄຟໃນມື້ຊຸມນຸມກັນຢູ່ເທິງພູນັ້ນ 11 ຄືວ່າຫລັງຈາກຄົບສີ່ສິບມື້ສີ່ສິບຄືນແລ້ວ ພຣະຜູ້ເປັນເຈົ້າກໍຊົງປະທານແຜ່ນສີລາທີ່ຈາຣຶກຄຳຫມັ້ນສັນຍາໃຫ້ຂ້າພະເຈົ້າ 12 ພຣະຜູ້ເປັນເຈົ້າໄດ້ຊົງກ່າວຕໍ່ຂ້າພະເຈົ້າໃນເວລານັ້ນວ່າ, “ຈົ່ງລົງຈາກພູດຽວນີ້ ດ້ວຍວ່າປະຊາຊົນທີ່ເຈົ້ານຳອອກມາຈາກປະເທດເອຢິບນັ້ນໄດ້ຫລົງຜິດເສັຽແລ້ວ ຄືພວກເຂົາໄດ້ຫັນຫນີຈາກທາງທີ່ເຮົາໄດ້ສັ່ງໃຫ້ປະຕິບັດນັ້ນຢ່າງວ່ອງໄວ ຄືພວກເຂົາໄດ້ຫລໍ່ຮູບເຄົາຣົບຂຶ້ນສຳລັບຕົນເອງ” 13 ພຣະຜູ້ເປັນເຈົ້າຍັງໄດ້ກ່າວຕໍ່ຂ້າພະເຈົ້າອີກວ່າ, “ເຮົາຮູ້ດີວ່າປະຊາຊົນເຫລົ່ານີ້ຫົວດື້ 14 ສະນັ້ນຢ່າຂັດຂວາງເຣົາ ເຮົາຕັ້ງໃຈຈະທຳລາຍເຂົາ ເພື່ອບໍ່ໃຫ້ຜູ້ໃດລະນຶກເຖິງພວກເຂົາອີກຕໍ່ໄປ ແລ້ວເຮົາຈະທຳໃຫ້ເຈົ້າໄດ້ເປັນບິດາຂອງຊົນຊາດນຶ່ງທີ່ໃຫຍ່ແລະເຂັ້ມແຂງກວ່າ” 15 ຫລັງຈາກນັ້ນ ຂ້າພະເຈົ້າຈຶ່ງໄດ້ກັບຄືນລົງມາຈາກພູ ຊຶ່ງໄຟກຳລັງລຸກຢູ່ ໂດຍໄດ້ຖືແຜ່ນສີລາຄຳຫມັ້ນສັນຍາສອງແຜ່ນນັ້ນລົງມາພ້ອມ 16 ແລ້ວຂ້າພະເຈົ້າກໍໄດ້ພົບວ່າ ພວກທ່ານໄດ້ລະເມີດຄຳສັ່ງທີ່ພຣະຜູ້ເປັນເຈົ້າຊົງໃຫ້ໄວ້ນັ້ນໂລດ ແລະໄດ້ເຫັນພວກທ່ານທຳບາບຕໍ່ສູ້ພຣະອົງ ດ້ວຍການຫລໍ່ຮູບງົວນ້ອຍໄວ້ຂາບໄຫວ້ 17 ດ້ວຍເຫດນັ້ນ ຂ້າພະເຈົ້າຈຶ່ງໄດ້ໂຍນສີລາສອງແຜ່ນນັ້ນຖິ້ມຕໍ່ຫນ້າຕໍ່ຕາທ່ານໃຫ້ມັນແຕກມຸ່ນເສັຽ 18 ແລ້ວຂ້າພະເຈົ້າກໍກົ້ມຫນ້າລົງຕໍ່ພຣະພັກພຣະຜູ້ເປັນເຈົ້າອີກເທື່ອນຶ່ງ ເປັນເວລາສີ່ສິບມື້ສີ່ສິບຄືນ ໂດຍບໍ່ໄດ້ກິນເຂົ້າຫລືດື່ມນ້ຳເລີຍ ທີ່ທຳດັ່ງນີ້ ກໍຍ້ອນພວກທ່ານທຳບາບຕໍ່ສູ້ພຣະຜູ້ເປັນເຈົ້າ ແລະທຳໃຫ້ພຣະອົງຊົງພຣະພິໂຣດ 19 ຂ້າພະເຈົ້າຢ້ານພຣະພິໂຣດອັນຮຸນແຮງຂອງພຣະອົງເພາະວ່າຊົງພຣະພິໂຣດຫລາຍຈົນພໍທີ່ຈະທຳລາຍທ່ານໄດ້ ແຕ່ພຣະອົງກໍຍັງຊົງຟັງຂ້າພະເຈົ້າອີກເທື່ອນຶ່ງ 20 ພຣະຜູ້ເປັນເຈົ້າຊົງພຣະພິໂຣດອາໂຣນພໍທີ່ຈະຂ້າເຂົາໄດ້ ຂ້າພະເຈົ້າຈຶ່ງໄດ້ອ້ອນວອນເພື່ອເຂົາໃນຄັ້ງນັ້ນ 21 ພ້ອມທັງໄດ້ເອົາສິ່ງອັນເປັນບາບ ຄືຮູບງົວນ້ອຍທີ່ພວກທ່ານທຳໄວ້ບູຊານັ້ນໃສ່ໄຟ ແລ້ວນຳມາບົດໃຫ້ລະອຽດ ແລ້ວເທລົງໃສ່ແມ່ນ້ຳທີ່ໄຫລລົງມາຈາກພູ 22 ເມື່ອຢູ່ທີ່ຕາເບຣາ ມັດສາ ແລະກິບໂຣທຮັດຕາອາວານັ້ນ ພວກທ່ານໄດ້ທຳໃຫ້ພຣະຜູ້ເປັນເຈົ້າຊົງພຣະພິໂຣດ 23 ແລະເມື່ອຊົງໃຊ້ທ່ານໄປຈາກກາເດສບາເນອາ ເພື່ອຍຶດຄອງເອົາແຜ່ນດິນທີ່ຊົງປະທານໃຫ້ ພວກທ່ານກໍໄດ້ເປັນກະບົດຕໍ່ສູ້ພຣະອົງເສັຽ ບໍ່ໄວ້ວາງໃຈຫລືເຊື່ອຟັງພຣະອົງເລີຍ 24 ພວກທ່ານໄດ້ກະບົດຕໍ່ສູ້ພຣະຜູ້ເປັນເຈົ້າຕລອດມາ ຕັ້ງແຕ່ວັນທີ່ຂ້າພະເຈົ້າໄດ້ຮູ້ຈັກກັບພວກທ່ານ 25 ດັ່ງນັ້ນ ຂ້າພະເຈົ້າຈຶ່ງກົ້ມຂາບລົງຕໍ່ພຣະພັກພຣະຜູ້ເປັນເຈົ້າສີ່ສິບມື້ສີ່ສິບຄືນ ເພາະວ່າພຣະອົງຊົງຕັດສິນພຣະທັຍຈະທຳລາຍພວກທ່ານ 26 ຂ້າພະເຈົ້າໄດ້ອ້ອນວອນວ່າ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຢ່າຊົງທຳລາຍໄພ່ພົນພິເສດຂອງພຣະອົງ ຜູ້ຊຶ່ງພຣະອົງຊົງໂຜດຊ່ອຍເອົາອອກຈາກເອຢິບດ້ວຍຄວາມຍິ່ງໃຫຍ່ແລະເດຊານຸພາບ 27 ຂໍຊົງລະນຶກເຖິງຜູ້ຮັບໃຊ້ຂອງພຣະອົງ ຄືອັບຣາຮາມ ອີຊາກ ແລະຢາໂຄບ ຢ່າຊົງສົນພຣະທັຍໃນຄວາມດື້ດ້ານ ຄວາມຊົ່ວຮ້າຍແລະຄວາມບາບຂອງປະຊາຊົນນີ້ 28 ເພາະຢ້ານຊາວເອຢິບເວົ້າວ່າ, “ພຣະອົງບໍ່ສາມາດພາພວກເຫລົ່ານີ້ໄປຍັງແຜ່ນດິນທີ່ຊົງສັນຍາວ່າຈະໃຫ້ ແຕ່ຊົງພາພວກເຂົາໄປຕາຍໃນຖິ່ນກັນດານ ຍ້ອນວ່າຊົງກຽດຊັງພວກເຂົາ” 29 ເພາະຄົນເຫລົ່ານີ້ແມ່ນໄພ່ພົນພິເສດຂອງພຣະອົງ ຊຶ່ງພຣະອົງຊົງນໍາອອກມາຈາກເອຢິບດ້ວຍກຳລັງແລະເດຊານຸພາບອັນຍິ່ງໃຫຍ່
ພຣະເຈົ້າຊົງປະທານພຣະບັນຍັດແກ່ໂມເຊ
1 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າວ່າ, “ຈົ່ງຖາກເອົາສີລາສອງແຜ່ນໃຫ້ຄືເກົ່າ ແລະທຳຫີບໄມ້ສຳລັບໃສໄວ້ດ້ວຍ ແລ້ວນຳຂຶ້ນມາຫາເຮົາເທິງພູ 2 ເຮົາຈະຈາຣຶກຖ້ອຍຄຳເຫມືອນໃນແຜ່ນເກົ່າທີ່ແຕກໄປແລ້ວນັ້ນໃຫ້ເຈົ້າອີກ ແລ້ວໃຫ້ຮັກສາໄວ້ໃນຫີບໄມ້ນັ້ນ” 3 ດັ່ງນັ້ນ ຂ້າພະເຈົ້າຈຶ່ງທຳຫີບດ້ວຍໄມ້ກະຖິນເທດ ແລະໄດ້ເອົາແຜ່ນສີລາໃຫມ່ສອງແຜ່ນຖືຂຶ້ນໄປເທິງພູ 4 ແລ້ວພຣະຜູ້ເປັນເຈົ້າໄດ້ຊົງຈາຣຶກຖ້ອຍຄຳເຫມືອນຄາວກ່ອນໃສ່ໃນສີລາສອງແຜ່ນນີ້ ຖ້ອຍຄຳທີ່ຊົງຈາຣຶກໃສ່ນີ້ແມ່ນພຣະບັນຍັດສິບປະການ ຊຶ່ງພຣະອົງໄດ້ຊົງປະທານໃຫ້ພວກທ່ານຄາວຊົງກ່າວອອກມາຈາກໄຟ ໃນວັນທີ່ທ່ານທັງຫລາຍໄດ້ຊຸມນຸມກັນຢູ່ເທິງພູນັ້ນ ພຣະຜູ້ເປັນເຈົ້າໄດ້ຊົງປະທານແຜ່ນສີລານັ້ນໃຫ້ຂ້າພະເຈົ້າ 5 ຂ້າພະເຈົ້າຈຶ່ງໄດ້ກັບລົງມາຈາກພູ ແລ້ວກໍມ້ຽນແຜ່ນສີລາໄວ້ໃນຫິບທີ່ໄດ້ທຳຂຶ້ນຕາມພຣະອົງຊົງສັ່ງ ແຜ່ນສີລານັ້ນກໍຍັງຢູ່ໃນຫີບສືບຕໍ່ມາ 6 (ຊາວອິສຣາເອນໄດ້ອອກຈາກນ້ຳສ້າງຂອງ ຊາວເບເອີໂອທເບນເອຢາອາຄານ ເມື່ອມາເຖິງໂມເຊຣາ ອາໂຣນກໍສິ້ນຊີວິດ ພວກເຂົາຈຶ່ງໄດ້ຝັງສົບທ່ານໄວ້ທີ່ນັ້ນແມ່ນ ເອເລອາຊາ ຜູ້ເປັນຫລານຊາຍໄດ້ປະຕິບັດຫນ້າທີ່ປະໂຣຫິດແທນທ່ານ 7 ພວກເຂົາໄດ້ອອກຈາກທີ່ນັ້ນມາເຖິງກຸດໂກດາ ແລ້ວໄດ້ໄປຍັງ ໂຢດບາທາຄືດິນແດນທີ່ມີນ້ຳຫລາຍ 8 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງໄດ້ແຕ່ງຕັ້ງໃຫ້ພວກຄົນເລວີດູແລຫີບຄຳສັນຍາແຫ່ງພຣະຜູ້ເປັນເຈົ້າ ໃຫ້ເປັນປະໂຣຫິດຮັບໃຊ້ພຣະອົງ ແລະໃຫ້ອວຍພອນໃນພຣະນາມຂອງພຣະອົງສືບຕໍ່ມາຈົນເຖິງທຸກວັນນີ້ 9 ດ້ວຍເຫດນີ້ຕະກູນເລວີຈຶ່ງບໍ່ໄດ້ຮັບສ່ວນມໍຣະດົກເຫມືອນຕະກູນອື່ນໆ ພວກເຂົາໄດ້ແຕ່ຮັບໃຊ້ເປັນປະໂຣຫິດເທົ່ານັ້ນ ໂດຍມີພຣະຜູ້ເປັນເຈົ້າເປັນມໍຣະດົກຂອງພວກເຂົາເຫມືອນດັ່ງພຣະຜູ້ເປັນເຈົ້າຂອງທ່ານທັງຫລາຍໄດ້ຊົງສັນຍາໄວ້ 10 ຂ້າພະເຈົ້າໄດ້ພັກຢູ່ເທິງພູສີ່ສິບມື້ສີ່ສິບຄືນເຫມືອນຄາວກ່ອນໆ ພຣະຜູ້ເປັນເຈົ້າກໍຊົງຟັງຂ້າພະເຈົ້າອີກເທື່ອນຶ່ງ ແລະບໍ່ຊົງທຳຮ້າຍພວກທ່ານ 11 ແລ້ວພຣະອົງໄດ້ຊົງບອກໃຫ້ຂ້າພະເຈົ້ານຳພາພວກທ່ານເຂົ້າໄປຍຶດເອົາແຜ່ນດິນທີ່ຊົງສັນຍາວ່າຈະໃຫ້ບັນພະບຸຣຸດຂອງທ່ານທັງຫລາຍນັ້ນ
ສິ່ງທີ່ພຣະເຈົ້າຊົງຕ້ອງການ
12 ຊາວອິສຣາເອນເອີຍ ບັດນີ້ ຈົ່ງຟັງສິ່ງທີ່ພຣະຜູ້ເປັນເຈົ້າຂອງພວກທ່ານຕ້ອງການໃຫ້ພວກທ່ານທັງຫລາຍທຳ ຄືໃຫ້ຢຳເກງພຣະຜູ້ເປັນເຈົ້າແລະທຳທຸກສີ່ງຕາມພຣະອົງຊົງບອກ ໃຫ້ຮັກແລະຮັບໃຊ້ພຣະອົງຈົນສຸດຈິດສຸດໃຈ 13 ໃຫ້ປະພຶດຕາມຄຳສັ່ງທັງປວງຂອງພຣະອົງ ຊຶ່ງຂ້າພະເຈົ້າກຳລັງບອກພວກທ່ານໃນວັນນີ້ ເພື່ອຜົນປໂຍດຂອງທ່ານທັງຫລາຍ 14 ເພາະວ່າສວັນທີ່ສູງສຸດເປັນຂອງພຣະອົງ ໂລກແລະທຸກໆສິ່ງໃນໂລກກໍເປັນຂອງພຣະອົງເຫມືອນກັນ ແຕ່ພຣະຜູ້ເປັນເຈົ້າຊົງຮັກບັນພະບຸຣຸດຂອງພວກທ່ານຫລາຍທີ່ສຸດ 15 ດ້ວຍເຫດນັ້ນ ພຣະອົງຈຶ່ງຊົງເລືອກເອົາພວກທ່ານໃຫ້ເປັນຊົນຊາດພິເສດຂອງພຣະອົງດີກວ່າເອົາຊົນຊາດອື່ນ ທຸກວັນນີ້ພຣະອົງກໍຍັງຮັກແລະເລືອກເອົາພວກທ່ານຢູ່ດັ່ງນີ້ແຫລະ 16 ແຕ່ບັດນີ້ເປັນຕົ້ນໄປ ຈົ່ງເຊື່ອຟັງພຣະຜູ້ເປັນເຈົ້າ ແລະເຊົາດື້ດືງເສັຽ 17 ພຣະຜູ້ເປັນເຈົ້າຂອງພວກທ່ານຊົງຍິ່ງໃຫຍ່ກວ່າພຣະ ແລະເຈົ້ານາຍທັງປວງ ເປັນພຣະເຈົ້າອົງຍິ່ງໃຫຍ່ມີຣິດເດດແລະຫນ້າຢຳເກງ ພຣະອົງບໍ່ຊົງເຫັນແກ່ຫນ້າແລະບໍ່ເຫັນແກ່ສິນຈ້າງຮາງວັນເລີຍ 18 ຊົງໃຫ້ຄວາມເປັນທັມແກ່ລູກກຳພ້າ ແລະພວກນາງຫມ້າຍ ຊົງຮັກຄົນຕ່າງດ້າວທີ່ຢູ່ນຳພວກເຮົາ ຊົງປະທານອາຫານແລະເຄື່ອງນຸ່ງຫົ່ມໃຫ້ແກ່ພວກເຂົາ 19 ດ້ວຍເຫດນັ້ນ ພວກທ່ານຈົ່ງຮັກແພງຄົນຕ່າງດ້າວ ເພາະວ່າພວກທ່ານກໍເຄີຍເປັນຄົນຕ່າງດ້າວມາແລ້ວໃນປະເທດເອຢິບ 20 ຈົ່ງຢຳເກງພຣະຜູ້ເປັນເຈົ້າຂອງພວກທ່ານແລະຂາບໄຫວ້ແຕ່ພຣະອົງ ຈົ່ງທຳສັດຊື່ຕໍ່ພຣະອົງ ແລະຈົ່ງສາບານແຕ່ໃນພຣະນາມຂອງພຣະອົງ 21 ຈົ່ງສັຣເສີນພຣະອົງຜູ້ຊົງເປັນພຣະເຈົ້າຂອງທ່ານທັງຫລາຍ ແລະພວກທ່ານກໍໄດ້ເຫັນການກະທຳອັນຍິ່ງໃຫຍ່ແລະຫນ້າຢ້ານທີ່ພຣະອົງຊົງກະທຳຕໍ່ພວກທ່ານດ້ວຍຕາຕົນເອງແລ້ວ 22 ເມື່ອບັນພະບຸຣຸດຂອງພວກທ່ານໄປຍັງປະເທດເອຢິບນັ້ນ ພວກເຂົາມີພຽງເຈັດສິບຄົນທໍ່ນັ້ນ ແຕ່ບັດນີ້ ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານໄດ້ທຳໃຫ້ທ່ານມີຫລາຍຂຶ້ນເຫມືອນດວງດາວໃນທ້ອງຟ້າ
ຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ
1 ຈົ່ງຮັກພຣະຜູ້ເປັນເຈົ້າຂອງທ່ານ ແລະປະຕິບັດຂໍ້ຄຳສັ່ງທັງຫມົດຂອງພຣະອົງສເມີ 2 ຈົ່ງຈຳໄວ້ວ່າພວກທ່ານໄດ້ຮຽນຮູ້ເຣື່ອງພຣະຜູ້ເປັນເຈົ້າດ້ວຍເຫັນການກະທຳຂອງພຣະອົງ ບໍ່ແມ່ນລູກຫລານຂອງພວກທ່ານໄດ້ເຫັນເຫດການເຫລົ່ານີ້ 3 ຄືພວກທ່ານໄດ້ເຫັນຄວາມຍິ່ງໃຫຍ່ ອຳນາດ ຣິດເດດ ການອັດສະຈັນຂອງພຣະຜູ້ເປັນເຈົ້າ ໄດ້ເຫັນພຣະອົງຊົງກະທຳຕໍ່ກະສັດເອຢິບແລະຕໍ່ປະເທດຂອງພຣະອົງ 4 ເມື່ອກອງທັບເອຢິບໄລ່ຕິດຕາມມາພວກທ່ານກໍໄດ້ເຫັນພຣະຜູ້ເປັນເຈົ້າຊົງທຳໃຫ້ນ້ຳທະເລໄມ້ອໍ້ໄຫລຖ້ວມກອງທັບພ້ອມທັງຝູງມ້າ ແລະຣົດຮົບຂອງເອຢິບຈົນຫມົດສິ້ນ 5 ພວກທ່ານຮູ້ສິ່ງທີ່ພຣະຜູ້ເປັນເຈົ້າໄດ້ຊົງກະທຳຕໍ່ພວກທ່ານໃນຖິ່ນກັນດານ ກ່ອນມາເຖິງທີ່ນີ້ແລ້ວ 6 ຄືຈົ່ງລະນຶກເຖິງສິ່ງທີ່ພຣະອົງໄດ້ຊົງກະທຳຕໍ່ດາທານ ກັບອາບີຣາມ ທັງສອງຄົນນີ້ເປັນບຸດຊາຍຂອງເອລີອາບແຫ່ງຕະກູນຣູເບນ ຄືພຣະອົງຊົງໃຫ້ແຜ່ນດິນຍະອອກກືນພວກເຂົາລົງໄປ ພ້ອມທັງຄອບຄົວ ຕູບຜ້າເຕັນ ພວກຄົນໃຊ້ ແລະສັດລ້ຽງທັງຫມົດ 7 ພຣະຣາຊກິຈອັນຍິ່ງໃຫຍ່ທີ່ພຣະຜູ້ເປັນເຈົ້າໄດ້ຊົງກະທຳນີ້ ພວກທ່ານກໍໄດ້ເຫັນກັບຕາມາແລ້ວ
ພຣະພອນໃນແຜ່ນດິນທີ່ຊົງສັນຍາໄວ້
8 ຈົ່ງທຳຕາມທຸກໆສິ່ງທີ່ຂ້າພະເຈົ້າໄດ້ບອກທ່ານໃນວັນນີ້ ພວກທ່ານຈຶ່ງຈະສາມາດເຂົ້າໄປຍຶດຄອງເອົາແຜ່ນດິນທີ່ກຳລັງເຂົ້າໄປນັ້ນ 9 ແລະຈະມີຊີວິດຫມັ້ນຍືນຢູ່ໃນແຜ່ນດິນທີ່ອຸດົມສົມບູນ ຊຶ່ງພຣະຜູ້ເປັນເຈົ້າໄດ້ຊົງສັນຍາວ່າ ຈະຍົກໃຫ້ບັນພະບຸຣຸດຂອງພວກທ່ານກັບເຊື້ອສາຍຂອງພວກເຂົາ 10 ແຜ່ນດິນທີ່ພວກທ່ານກຳລັງຈະເຂົ້າຍຶດຄອງນັ້ນ ບໍ່ເຫມືອນແຜ່ນດິນເອຢິບທີ່ພວກທ່ານໄດ້ເຄີຍອາໄສຢູ່ແຕ່ກ່ອນ ຢູ່ທີ່ນັ້ນເມື່ອພວກທ່ານປູກເຂົ້າຕ້ອງທຳງານຫນັກເພື່ອປ້ານຄັນຄູກັ້ນນ້ຳໄວ້ 11 ແຕ່ແຜ່ນດິນທີ່ພວກທ່ານກຳລັງຈະເຂົ້າໄປນີ້ ເປັນພູແລະທົ່ງຈະມີຝົນຕົກລົງມາຫົດໃຫ້ 12 ພຣະຜູ້ເປັນເຈົ້າຂອງພວກທ່ານຊົງເບິ່ງແຍງ ແລະເຝົ້າຮັກສາທົ່ວແຜ່ນດິນນີ້ຕລອດປີ 13 ດ້ວຍເຫດນັ້ນ ຈົ່ງທຳຕາມຂໍ້ຄຳສັ່ງທີ່ຂ້າພະເຈົ້າໄດ້ບອກທ່ານໃນມື້ນີ້ ຄືໃຫ້ຮັກພຣະຜູ້ເປັນເຈົ້າຂອງທ່ານ ແລະບົວລະບັດພຣະອົງຈົນສຸດຈິດສຸດໃຈ 14 ຖ້າພວກທ່ານທຳໄດ້ຕາມນີ້ ພຣະອົງຈະຊົງໃຫ້ຝົນຕົກລົງມາເທິງແຜ່ນດິນຂອງທ່ານຖືກຕ້ອງຕາມຣະດູການ ເພື່ອໃຫ້ໄດ້ເຂົ້າກີນ ໄດ້ຫມາກອະງຸ່ນທຳເຫລົ້າ ໄດ້ຫມາກກອກເທດເຮັດນ້ຳມັນ ແລະໄດ້ຫຍ້າໃຫ້ຝູງສັດກິນ 15 ແລ້ວພວກທ່ານກໍຈະມີອາຫານກິນຕາມຄວາມຕ້ອງການ 16 ຈົ່ງລະວັງ ຢ່າໃຫ້ເຂົານຳພາໄປໃນທາງທີ່ຜິດ ເພາະຢ້ານວ່າທ່ານຈະປະຖິ້ມພຣະຜູ້ເປັນເຈົ້າ ໄປຂາບໄຫວ້ແລະບົວລະບັດພຣະອື່ນ 17 ຖ້າຂືນປະຕິບັດດັ່ງກ່າວນີ້ ພຣະຜູ້ເປັນເຈົ້າຈະຊົງພິໂຣດພວກທ່ານ ຈະບໍ່ຊົງໃຫ້ຝົນຕົກລົງມາເທິງແຜ່ນດິນຂອງພວກທ່ານ ແລ້ວແຜ່ນດິນຈະແຫ້ງພືດຜົນຈະບໍ່ເກີດ ໃນບໍ່ເຫິງພວກທ່ານກໍຈະຕາຍຈາກແຜ່ນດິນດີໆທີ່ພຣະອົງໄດ້ຊົງປະທານໃຫ້ນີ້ 18 ຈົ່ງໃສ່ຈິດໃສ່ໃຈຈົດຈຳເອົາຂໍ້ຄຳສັ່ງເຫລົ່ານີ້ ໃຫ້ຕິດມັນໄວ້ໃນແຂນ ແລະເທິງຫນ້າຜາກເພື່ອເປັນສິ່ງເຕືອນໃຈ 19 ໃຫ້ບອກລູກຫລານຮຽນເອົາ ແລະເມື່ອທ່ານຢູ່ໃນເຮືອນຫລືອອກຫນີໄປກໍດີ ເມື່ອທ່ານທຳງານຫລືຢຸດພັກກໍດີໃຫ້ທ່ອງຈຳຄຳສັ່ງນີ້ 20 ພ້ອມທັງໃຫ້ຂຽນມັນໄວ້ຕາມປະຕູບ້ານເຮືອນຂອງທ່ານດ້ວຍ 21 ແລ້ວທ່ານກັບພວກລູກຫລານຈະມີອາຍຸຫມັ້ນຍືນຢູ່ໃນແຜ່ນດິນທີ່ພຣະຜູ້ເປັນເຈົ້າໄດ້ຊົງສັນຍາວ່າຈະໃຫ້ບັນພະບຸຣຸດຂອງທ່ານ ແລະພວກທ່ານຈະຢູ່ໃນທີ່ນັ້ນຊົ່ວຟ້າດິນສລາຍ 22 ຈົ່ງທຳຕາມຂໍ້ຄຳສັ່ງທີ່ຂ້າພະເຈົ້າໄດ້ບອກພວກທ່ານນີ້ດ້ວຍຄວາມສັດຊື່ ຄືໃຫ້ຮັກພຣະຜູ້ເປັນເຈົ້າຂອງທ່ານ ທຳຕາມທຸກໆສິ່ງທີ່ພຣະອົງຊົງບອກ
ແລະເຊື່ອວາງໃຈໃນພຣະອົງ
23 ແລ້ວພຣະອົງຈະຊົງຂັບໄລ່ຊົນຊາດເຫລົ່ານີ້ທັງຫມົດໃຫ້ຫນີໄປຈາກທ່ານ ແລະພວກທ່ານກໍຈະເຂົ້າຍຶດຄອງແຜ່ນດິນຂອງຊົນຊາດທີ່ໃຫຍ່ ແລະມີກຳລັງກວ່າທ່ານ 24 ດິນທຸກໆບ່ອນທີ່ທ່ານຢຽບຍ່າງໄປຈະເປັນຂອງທ່ານ ເຂດແດນຂອງພວກທ່ານຈະເລີ້ມຕົ້ນແຕ່ຖິ່ນກັນດານທາງທິດໃຕ້ໄປຈົນເຖິງພູເລບານອນທາງທິດເຫນືອ ສ່ວນທາງທິດຕາເວັນອອກກໍຈະເລີ້ມຕົ້ນແຕ່ແມ່ນ້ຳເອີຟຣາດໄປຈົນເຖິງທະເລເມດິເຕຣາເນທາງທິດຕາເວັນຕົກ ຈະບໍ່ມີໃຜກ້າຂັດຂວາງພວກທ່ານໄດ້ 25 ບໍ່ວ່າທ່ານຈະຢຽບຍ່າງໄປບ່ອນໃດໃນແຜ່ນດິນນັ້ນ ພຣະຜູ້ເປັນເຈົ້າຈະຊົງທຳໃຫ້ປະຊາຊົນເກງຂາມພວກທ່ານຕາມທີ່ຊົງສັນຍາໄວ້ 26 ວັນນີ້ ຂ້າພະເຈົ້າຈະໃຫ້ທ່ານເລືອກເອົາລະຫວ່າງຄຳອວຍພອນກັບຄຳສາບແຊ່ງ 27 ຖ້າພວກທ່ານຫາກທຳຕາມຂໍ້ຄຳສັ່ງຂອງພຣະຜູ້ເປັນເຈົ້າຊຶ່ງຂ້າພະເຈົ້າຈະບອກທ່ານໃນມື້ນີ້ ພວກທ່ານກໍຈະໄດ້ຮັບພອນ 28 ຖ້າວ່າບໍ່ທຳຕາມຂໍ້ຄຳສັ່ງເຫລົ່ານີ້ ແຕ່ຫັນຫນີໄປຂາບໄຫວ້ພຣະອື່ນທີ່ບໍ່ເຄີຍຂາບໄຫວ້ມາກ່ອນ ພວກທ່ານກໍຈະຖືກສາບແຊ່ງ 29 ເມື່ອພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານຊົງນຳພວກທ່ານເຂົ້າໄປຍຶດຄອງເອົາແຜ່ນດິນນັ້ນ ຈົ່ງໄດ້ປະກາດຄຳອວຍພອນນີ້ຕັ້ງແຕ່ພູເກຣີຊິມ ແລະປະກາດຄຳສາບແຊ່ງແຕ່ພູເອບານ 30 ພູສອງຫນ່ວຍນີ້ຢູ່ທາງທິດຕາເວັນຕົກຂອງແມ່ນ້ຳຈໍແດນທາງທິດຕາເວັນຕົກ ໄປຕາມທາງທີ່ດວງອາທິດຕົກໃນແຜ່ນດິນຄົນການາອານຜູ້ອາໄສຢູ່ໃນອາຣາບາຕົງຫນ້າເມືອງກີນການ ໃກ້ໆກັບກົກໄມ້ສັກສິດທີ່ເມືອງໂມເຣບໍ່ແມ່ນຫລື 31 ພວກທ່ານກຳລັງຈະຂ້າມແມ່ນ້ຳຈໍແດນໄປຍຶດຄອງແຜ່ນດິນທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງປະທານໃຫ້ 32 ເມື່ອເຂົ້າຍຶດຄອງແລະອາໄສຢູ່ໃນທີ່ນັ້ນແລ້ວ ພວກທ່ານຈົ່ງທຳຕາມຂໍ້ຄຳສັ່ງທີ່ຂ້າພະເຈົ້າຈະບອກທ່ານໃນວັນນີ້
ໃຫ້ມີສະຖານທີ່ນະມັສການພຽງແຫ່ງດຽວ
1 ຕໍ່ໄປນີ້ແມ່ນຄຳສັ່ງຂອງພຣະຜູ້ເປັນເຈົ້າແຫ່ງບັນພະບຸຣຸດຂອງທ່ານທັງຫລາຍ ພວກທ່ານຕ້ອງປະຕິບັດຕາມຂໍ້ຄຳສັ່ງນີ້ຕລອດຊີວິດໃນແຜ່ນດິນທີ່ຈະຊົງປະທານໃຫ້ 2 ຢູ່ໃນແຜ່ນດິນນີ້ ຈົ່ງທຳລາຍບ່ອນປະຊາຊົນຂາບໄຫວ້ພຣະຂອງເຂົາຖິ້ມຫມົດ ຄືເທິງພູໃຫຍ່ແລະນ້ອຍແລະໃຕ້ຕົ້ນໄມ້ຂຽວສົດທຸກຕົ້ນ 3 ຈົ່ງມ້າງແທ່ນບູຊາ ທັບເສົາຫີນສັກສິດຂອງພວກເຂົາໃຫ້ແຕກມຸ່ນ ເຜົາຫລັກສັກສິດແລະທຳລາຍຮູບເຄົາຣົບຖິ້ມ ເພື່ອບໍ່ໃຫ້ພວກເຂົາໄດ້ຂາບໄຫວ້ໃນສະຖານທີ່ເຫລົ່ານັ້ນອີກ 4 ແລະຢ່າຂາບໄຫວ້ພຣະຜູ້ເປັນເຈົ້າຂອງພວກທ່ານຕາມແບບຢ່າງປະຊາຊົນເຫລົ່ານີ້ຂາບໄຫວ້ພຣະຂອງເຂົາ 5 ພຣະຜູ້ເປັນເຈົ້າຈະຊົງເລືອກເອົາບ່ອນນຶ່ງໃນເຂດແດນແຫ່ງຕະກູນຂອງພວກທ່ານ ເພື່ອປະຊາຊົນຈະໄດ້ມາຂາບໄຫວ້ພຣະອົງຢູ່ທີ່ນັ້ນ 6 ໃນທີ່ນັ້ນ ພວກທ່ານຕ້ອງເຜົາສັຕຖວາຍບູຊາ ແລະຖວາຍເຄື່ອງບູຊາອື່ນໆເຊັ່ນ ນຶ່ງສ່ວນສິບຂອງຊັບສິ່ງຂອງຕ່າງໆຂອງຕົນ ເຄື່ອງທີ່ສັນຍາວ່າຈະຖວາຍແດ່ພຣະຜູ້ເປັນເຈົ້າ ເຄື່ອງຖວາຍຕາມໃຈສມັກ ລູກກົກຂອງງົວແລະແກະທຸກໆຕົວ 7 ໃຫ້ພວກທ່ານກັບຄອບຄົວກິນຢູ່ທີ່ນັ້ນຊ້ອງຫນ້າພຣະພັກພຣະຜູ້ເປັນເຈົ້າ ແລະໃຫ້ມີຄວາມສຸກມ່ວນຊື່ນຕາມພຣະພອນທີ່ພຣະຜູ້ເປັນເຈົ້າໄດ້ຊົງປະທານໃຫ້ນັ້ນ 8 ເມື່ອເຖິງເວລານັ້ນ ພວກທ່ານບໍ່ຈຳເປັນທີ່ຈະຕ້ອງທຸ້ມເທກຳລັງເຫມືອນທີ່ເຄີຍທຳມາ ເພາະດຽວນີ້ພວກທ່ານທຸກຄົນກຳລັງທຳຕາມຄວາມພໍໃຈຂອງຕົນ 9 ຍ້ອນວ່າຍັງບໍ່ທັນໄດ້ເຂົ້າໄປເຖິງດິນແດນທີ່ພຣະຜູ້ເປັນເຈົ້າຈະຊົງປະທານໃຫ້ ຢູ່ທີ່ນັ້ນພວກທ່ານຈະມີຊີວິດຢູ່ດ້ວຍຄວາມສງົບສຸກ 10 ເມື່ອຂ້າມແມ່ນ້ຳຈໍແດນໄປ ພຣະຜູ້ເປັນເຈົ້າຈະໃຫ້ພວກທ່ານອາໄສຢູ່ທີ່ນັ້ນແລະເປັນເຈົ້າຂອງທີ່ດິນ ພຣະອົງຈະຊົງຄຸ້ມຄອງຮັກສາພວກທ່ານໃຫ້ພົ້ນຈາກສັດຕຣູເພື່ອໃຫ້ມີຊີວິດຢູ່ຢ່າງສງົບສຸກ 11 ແລະຈະຊົງເລືອກເອົາບ່ອນນຶ່ງໃຫ້ເປັນທີ່ຂາບໄຫວ້ພຣະອົງ ແລ້ວໃຫ້ພວກທ່ານນຳເອົາທຸກສິ່ງທີ່ຂ້າພະເຈົ້າໄດ້ສັ່ງໄວ້ໄປຖວາຍພຣະອົງຢູ່ທີ່ນັ້ນ ຄືສັດສຳລັບເຜົາບູຊາແລະເຄື່ອງບູຊາອື່ນໆເຊັ່ນ ນຶ່ງສ່ວນສິບຂອງສິ່ງຂອງຕ່າງໆຂອງຕົນ ແລະຂອງທີ່ທ່ານສັນຍາວ່າຈະຖວາຍແດ່ພຣະຜູ້ເປັນເຈົ້າ 12 ແລ້ວພວກທ່ານພ້ອມທັງລູກ ຄົນໃຊ້ແລະຄົນເລວີທີ່ອາໄສຢູ່ໃນເມືອງ ຈົ່ງມ່ວນຊື່ນຍິນດີຂ້ອງພຣະພັກພຣະຜູ້ເປັນເຈົ້າ ໃຫ້ຈຳໄວ້ວ່າຄົນເລວີນັ້ນຈະບໍ່ມີແຜ່ນດິນຢູ່ເປັນຂອງໂຕເອງ 13 ພວກທ່ານຢ່າຖວາຍເຄື່ອງບູຊາໃນບ່ອນທີ່ຕົນມັກ 14 ໃຫ້ຖວາຍຢູ່ບ່ອນທີ່ພຣະຜູ້ເປັນເຈົ້າຈະຊົງເລືອກໃນເຂດແດນຕະກູນນຶ່ງຂອງພວກທ່ານເທົ່ານັ້ນ ມີແຕ່ບ່ອນດັ່ງກ່າວນີ້ເທົ່ານັ້ນ ທີ່ທ່ານຕ້ອງຖວາຍເຄື່ອງເຜົາບູຊາໄດ້ ແລະຈົ່ງທຳສິ່ງອື່ນໆທັງຫມົດຕາມທີ່ຂ້າພະເຈົ້າໄດ້ສັ່ງໄວ້ 15 ອີກຢ່າງນຶ່ງພວກທ່ານຈະຕ້ອງກິນສັດຂອງຕົນເອງບ່ອນໃດກໍໄດ້ ຈະກິນຫນ້ອຍຫລາຍປານໃດກໍໄດ້ຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງປະທານໃຫ້ ກິນໄດ້ທັງຜູ້ທີ່ສະອາດແລະຜູ້ທີ່ມີມົນທິນ ຢ່າງດຽວກັນກັບກິນຊີ້ນກວາງ ແລະມັ່ງ 16 ແຕ່ຈະຕ້ອງບໍ່ກິນເລືອດຂອງມັນ ໃຫ້ເທລົງດິນເຫມືອນເທນ້ຳເສັຽ 17 ຢ່າກິນຂອງທີ່ໄດ້ມາຈາກນຶ່ງສ່ວນສິບໃນບ້ານເຮືອນຂອງຕົນ ຄືເຂົ້າ ເຫລົ້າອະງຸ່ນ ຫລືນ້ຳມັນຫມາກກອກເທດ ສິ່ງໃດທີ່ຖວາຍພຣະຜູ້ເປັນເຈົ້າຢູ່ທີ່ນັ້ນບໍ່ຕ້ອງກີນ ລູກກົກຂອງງົວແລະແກະພ້ອມທັງສິ່ງຂອງທີ່ໄດ້ສັນຍາໄວ້ຂອງຖວາຍຕາມໃຈສມັກ ຫລືຂອງຖວາຍອື່ນໆຢ່າງໃດຢ່າງນຶ່ງ 18 ໃຫ້ພວກທ່ານພ້ອມທັງບຸດກັບຄົນໃຊ້ ແລະຄົນເລວີທີ່ອາໄສຢູ່ໃນບ້ານເມືອງ ກິນຂອງຖວາຍເຫລົ່ານີ້ຢູ່ບ່ອນຂາບໄຫວ້ຕໍ່ພຣະພັກພຣະຜູ້ເປັນເຈົ້າ ຈົ່ງກິນແລະມ່ວນຊື່ນເທີນ ຍ້ອນວ່າພຣະຜູ້ເປັນເຈົ້າຊົງປະທານຂອງດີໃຫ້ພວກທ່ານແລ້ວ 19 ແລະຕາບໃດທີ່ພວກທ່ານຍັງອາໄສຢູ່ໃນທີ່ດິນຂອງຕົນນີ້ ຢ່າໄດ້ປະຖິ້ມຄົນເລວີເລີຍ 20 ເມື່ອພຣະຜູ້ເປັນເຈົ້າຊົງຂະຫຍາຍເຂດແດນຂອງທ່ານຕາມທີ່ຊົງສັນຍາໄວ້ແລ້ວ ພວກທ່ານຈະກິນຊີ້ນໄດ້ທຸກເວລາຕາມໃຈປາຖນາ 21 ຖ້າບ່ອນຂາບໄຫວ້ຫາກຢູ່ໄກເກີນໄປ ຈົ່ງທຳຕາມທີ່ຂ້າພະເຈົ້າໄດ້ສັ່ງໄວ້ ຄືໃຫ້ຂ້າງົວ ຫລືແກະທີ່ພຣະຜູ້ເປັນເຈົ້າປະທານໃຫ້ນັ້ນ ກິນຢູ່ບ້ານເຮືອນຂອງຕົນຕາມໃຈປາຖນາ 22 ທັງຜູ້ສະອາດ ແລະຜູ້ມີມົນທິນກິນໄດ້ຄືກັນ ຢ່າງດຽວກັນກັບຮັບປະທານຊີ້ນກວາງ ຫລືມັ່ງ 23 ແຕ່ເມື່ອທ່ານຮັບປະທານຊີ້ນຂອງມັນ ຢ່າໄດ້ຮັບປະທານເລືອດດ້ວຍ ເພາະວ່າຊີວິດນັ້ນຢູ່ໃນເລືອດ ສະນັ້ນຢ່າໄດ້ຮັບປະທານຊີວິດພ້ອມກັບຊີ້ນຂອງມັນ 24 ຢ່າໄດ້ຮັບປະທານເລືອດໃຫ້ເທມັນລົງດິນເຫມືອນເທນ້ຳຖິ້ມ 25 ຖ້າພວກທ່ານບໍ່ຮັບປະທານເລືອດ ພຣະຜູ້ເປັນເຈົ້າຈະຊົງພໍພຣະທັຍ ແລະຄວາມຈະເຣີນຮຸ່ງເຮືອງຈະເກີດມີແກ່ພວກທ່ານ ແລະເຊື້ອສາຍທັງຫລາຍ 26 ແຕ່ວ່າຈົ່ງເອົາເຄື່ອງບູຊາ ແລະຂອງທີ່ສັນຍາວ່າຈະຖວາຍພຣະຜູ້ເປັນເຈົ້າໄປຍັງບ່ອນຂາບໄຫວ້ 27 ແລ້ວຖວາຍເຄື່ອງເຜົາບູຊາທັງຊີ້ນແລະເລືອດເທິງແທ່ນບູຊາຂອງພຣະຜູ້ເປັນເຈົ້າ ແລະໃຫ້ເທເລືອດສັຕເຜົາບູຊາລົງເທິງແທ່ນ ແຕ່ຊີ້ນນັ້ນໃຫ້ພວກທ່ານຮັບປະທານເສັຽ 28 ຂໍ້ຄຳສັ່ງທັງຫມົດທີ່ຂ້າພະເຈົ້າບອກພວກທ່ານນີ້ ຈົ່ງໄດ້ທຳຕາມດ້ວຍຄວາມເອົາໃຈໃສ່ ເພາະວ່າເມື່ອທຳສິ່ງຖືກຕ້ອງ ແລະຊອບພຣະທັຍພຣະຜູ້ເປັນເຈົ້າແລ້ວ ພວກທ່ານກັບເຊື້ອສາຍຂອງທ່ານ ກໍຈະຈຳເຣີນຮຸ່ງເຮືອງສືບໄປເປັນນິດ
ຕັກເຕືອນບໍ່ໃຫ້ຂາບໄຫວ້ຮູບເຄົາຣົບ
29 ເມື່ອພວກທ່ານບຸກລຸກເຂົ້າໄປຍຶດຄອງແຜ່ນດິນຂອງຊົນຊາດທັງຫລາຍ ພຣະຜູ້ເປັນເຈົ້າຈະຊົງທຳລາຍຊົນຊາດເຫລົ່ານັ້ນແລ້ວຈະຊົງໃຫ້ພວກທ່ານເປັນເຈົ້າຂອງອາໄສຢູ່ທີ່ນັ້ນ 30 ຫລັງຈາກພຣະຜູ້ເປັນເຈົ້າຊົງທຳລາຍຊົນຊາດເຫລົ່ານີ້ແລ້ວ ພວກທ່ານຈົ່ງລະວັງຢ່າໄດ້ທຳຕາມຫລັກຄຳສອນແຫ່ງສາສນາຂອງເຂົາ ເພາະວ່າການທຳຢ່າງນັ້ນເປັນໄພອັນຕະຣາຍຮ້າຍແຮງ ຢ່າສົນໃຈວ່າພວກເຂົາຂາບໄຫວ້ພຣະຂອງເຂົາຢ່າງໃດ ໂດຍຢ້ານວ່າພວກທ່ານຈະເອົາຢ່າງເຂົາ 31 ສະນັ້ນ ຢ່າຂາບໄຫວ້ພຣະຜູ້ເປັນເຈົ້າເຫມືອນພວກເຂົາຂາບໄຫວ້ພຣະອື່ນ ເພາະວ່າໃນເວລາຂາບໄຫວ້ພຣະເຫລົ່ານັ້ນ ພວກເຂົາໄດ້ທຳສິ່ງຂີ້ດຽດທີ່ພຣະຜູ້ເປັນເຈົ້າຊົງກຽດຊັງ ຄືພວກເຂົາເຜົາລູກຊາຍຍິງຂອງຕົນເທິງແທ່ນບູຊາ 32 ທຸກໆສິ່ງທີ່ຂ້າພະເຈົ້າບັນຊາທ່ານໄວ້ ຈົ່ງລະວັງທີ່ຈະກະທຳຕາມ ທ່ານຢ່າເພີ້ມເຕີມຫລືຕັດຖ້ອຍຄຳໃດໆອອກໄປຈາກທີ່ຂ້າພະເຈົ້າໄດ້ບັນຊາໄວ້
1 ຖ້າໃນຫມູ່ພວກທ່ານເກີດມີຜູ້ປະກາດພຣະທັມ ຫລືຜູ້ຝັນເຫັນເຫດການຂຶ້ນ ແລະສໍາແດງຫມາຍສຳຄັນ ຫລືການອັດສະຈັນແກ່ທ່ານ 2 ແລະຫມາຍສຳຄັນ ຫລືການອັດສະຈັນຊຶ່ງເຂົາບອກທ່ານນັ້ນສຳເຣັດຈິງ ຖ້າເຂົາກ່າວວ່າ “ໃຫ້ເຮົາຕິດຕາມພຣະອື່ນກັນເຖີດ (ຊຶ່ງເປັນພຣະທີ່ທ່ານບໍ່ຮູ້ຈັກ) ແລະໃຫ້ເຮົາມາບົວລະບັດພຣະນັ້ນ 3 ທ່ານຢ່າເຊື່ອຟັງຄຳຂອງຜູ້ປະກາດພຣະທັມຫລືຜູ້ຝັນເຫັນເຫດການຄົນນັ້ນ ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ຊົງໃຊ້ເຂົາມາທົດລອງໃຈທ່ານເບິ່ງ ເພື່ອຢາກຊົງຊາບວ່າທ່ານທັງຫລາຍຈະຮັກ ແລະນັບຖືພຣະອົງສຸດຈິດສຸດໃຈຂອງທ່ານຫລືບໍ່ 4 ທ່ານທັງຫລາຍຈົ່ງຕິດຕາມພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ແລະຢຳເກງພຣະອົງ ເຊື່ອຟັງພຣະສຸຣະສຽງຂອງພຣະອົງ ແລະທຳຕາມຂໍ້ຄຳສັ່ງຂອງພຣະອົງ ໃຫ້ຂາບໄຫວ້ແລະຊື່ສັດຕໍ່ພຣະອົງ 5 ແຕ່ຜູ້ປະກາດພຣະທັມ ຫລືຜູ້ຝັນເຫັນເຫດການ ຄົນນັ້ນຈະມີໂທດເຖິງຕາຍ ເພາະເຂົາໄດ້ສັ່ງສອນໃຫ້ກະບົດຕໍ່ສູ້ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ຜູ້ຊົງໂຜດເອົາທ່ານອອກຈາກເອຢິບ ແລະຊົງໄຖ່ທ່ານອອກຈາກແດນທາດ ເຂົາກະທຳໃຫ້ທ່ານຖິ້ມຫົນທາງຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ບັນຊາໃຫ້ດຳເນີນຕາມເສັຽ ດັ່ງນັ້ນ ທ່ານຈະຕ້ອງກຳຈັດຄວາມຊົ່ວໃຫ້ຫມົດຈາກຖ້າມກາງທ່ານ 6 ຖ້າວ່າອ້າຍນ້ອງບຸດຊາຍຍິງ ພັຣຍາຮັກຫລືເພື່ອນສນິດຂອງທ່ານຊັກຊວນຢ່າງລັບໆໃຫ້ທ່ານຂາບໄຫວ້ພຣະອື່ນ ຄືພຣະທີ່ທ່ານເອງ ແລະພວກບັນພະບຸຣຸດບໍ່ເຄີຍຂາບໄຫວ້ມາກ່ອນ 7 ແລະບາງຄົນອາດຊັກຊວນທ່ານຂາບໄຫວ້ພຣະຂອງຊົນຊາດທີ່ຢູ່ອ້ອມຮອບຫລືຢູ່ຫ່າງໄກ 8 ແຕ່ທ່ານຢ່າຍອມຕາມຫລືເຊື່ອຟັງເລີຍ ຢ່າເມດຕາປານີ ແລະໃຫ້ຄວາມຄຸ້ມຄອງເຂົາ 9 ແຕ່ໃຫ້ຂ້າເຂົາເສັຽ ໂດຍໃຫ້ທ່ານລົງມືແກວ່ງຫີນໃສ່ຈົນຕາຍ 10 ເພາະວ່າເຂົາພຍາຍາມເອົາທ່ານຫນີຈາກພຣະຜູ້ເປັນເຈົ້າ ຜູ້ຊົງຊ່ອຍທ່ານອອກຈາກເອຢິບບ່ອນຕົກເປັນທາດ 11 ເມື່ອຊາວອິສຣາເອນທັງປວງໄດ້ຍິນເຣື່ອງນີ້ ພວກເຂົາກໍຈະຢ້ານ ແລະຈະບໍ່ທຳຊົ່ວຢ່າງນີ້ອີກ” 12 “ຖ້າທ່ານທັງຫລາຍໄດ້ຍິນວ່າເມືອງນຶ່ງເມືອງໃດ ຊຶ່ງພຣະຜູ້ເປັນເຈົ້າຂອງທ່ານປະທານໃຫ້ທ່ານອາໄສຢູ່ນັ້ນ 13 ມີຄົນຖ່ອຍບາງຄົນໄດ້ອອກໄປຈາກທ່ານຊັກຊວນປະຊາຊົນເມືອງນັ້ນວ່າ, “ໃຫ້ເຮົາໄປບົວລະບັດພຣະອື່ນກັນເຖີດ” ຊຶ່ງເປັນພຣະທີ່ທ່ານບໍ່ຮູ້ຈັກ 14 ທ່ານທັງຫລາຍຈົ່ງສອບຖາມ ແລະອົດສາຄົ້ນຄວ້າ ແລະຖາມເບິ່ງ ຖ້າເປັນຄວາມຈິງແລະແນ່ນອນວ່າ ສິ່ງທີ່ຫນ້າກຽດຊັງນັ້ນມີບາງຄົນຈະກະທຳກັນຢູ່ໃນຫມູ່ພວກທ່ານ 15 ທ່ານຈົ່ງຂ້າຊາວເມືອງນັ້ນເສັຽດ້ວຍຄົມດາບ ທຳລາຍເສັຽໃຫ້ຫມົດສິ້ນດ້ວຍຄົມດາບຂອງທ່ານທັງຄົນທີ່ອາໄສໃນເມືອງນັ້ນ ແລະຝູງສັດດ້ວຍ 16 ທ່ານຈົ່ງເກັບເອົາເຂົ້າຂອງໃນເມືອງນັ້ນໄປກອງໄວ້ທີ່ສີ່ແຍກກາງເມືອງ ແລະເຜົາເມືອງນັ້ນກັບບັນດາເຄື່ອງຂອງໃນເມືອງນັ້ນເສັຽດ້ວຍໄຟ ເປັນເຄື່ອງເຜົາບູຊາຖວາຍແດ່ພຣະຜູ້ເປັນເຈົ້າຂອງທ່ານ ໃຫ້ເມືອງນັ້ນຮ້າງຢູ່ເປັນນິດ ຢ່າສ້າງຂຶ້ນມາໃຫມ່ອີກເລີຍ 17 ຢ່າໃຫ້ຂອງຕ້ອງຫ້າມນັ້ນມາຕິດພັນມືຂອງທ່ານ ເພື່ອວ່າພຣະຜູ້ເປັນເຈົ້າຈະຊົງຫັນຫນີຈາກພຣະພິໂຣດຂອງພຣະອົງ ແລະຊົງສຳແດງພຣະກະຣຸນາຄຸນຕໍ່ທ່ານ ແລະຊົງມີຄວາມຮັກເມດຕາທ່ານ ໃຫ້ທ່ານທະວີຫລາຍຂຶ້ນ ດັ່ງທີ່ພຣະອົງໄດ້ສັນຍາໄວ້ກັບບັນພະບຸຣຸດຂອງທ່ານນັ້ນ 18 ຖ້າທ່ານທັງຫລາຍເຊື່ອຟັງພຣະສຸຣະສຽງຂອງ ພຣະຜູ້ເປັນເຈົ້າຂອງທ່ານ ຄືຮັກສາຂໍ້ຄຳສັ່ງທັງຫມົດຂອງພຣະອົງ ດັ່ງທີ່ຂ້າພະເຈົ້າບອກທ່ານໄວ້ໃນວັນນີ້ ແລະຈົ່ງກະທຳສິ່ງທີ່ຖືກຕ້ອງຕາມສາຍ ພຣະເນດພຣະຜູ້ເປັນເຈົ້າຂອງທ່ານ
ຂໍ້ຫ້າມເມື່ອມີການໄວ້ທຸກ
1 ທ່ານທັງຫລາຍເປັນບຸດຂອງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງພວກທ່ານ ພວກທ່ານຢ່າປາດເນື້ອເຖືອຫນັງຕົນເອງ ຫລືແຖຫົວເພື່ອຄົນຕາຍ 2 ເພາະທ່ານທັງຫລາຍເປັນຊົນຊາດບໍຣິສຸດຂອງ ອົງພຣະຜູ້ເປັນເຈົ້າຂອງທ່ານ ແລະພຣະຜູ້ເປັນເຈົ້າຊົງເລືອກພວກທ່ານຈາກປະຊາຊາດທັງຫລາຍທີ່ຢູ່ເທິງແຜ່ນດິນໂລກໃຫ້ເປັນຊົນຊາດໃນກຳມະສິດຂອງພຣະອົງ
ສັດທີ່ສະອາດແລະມີມົນທິນ
3 “ທ່ານທັງຫລາຍຢ່າຮັບປະທານສິ່ງໃດທີ່ຫນ້າລັງກຽດ 4 ສັດທີ່ຮັບປະທານໄດ້ມີດັ່ງຕໍ່ໄປນີ້ ຄືງົວ ແກະ ແບ້ 5 ກວາງ ເຍືອງ ຟານ ແລະແກະປ່າ 6 ທ່ານຮັບປະທານສັດທຸກຊະນິດທີ່ແຍກກິບແລະກີບຜ່າອອກເປັນສອງ ແລະຄ້ຽວເອື້ອງນັ້ນໄດ້ 7 ແຕ່ໃນຈໍາພວກສັດທັງຫລາຍທີ່ຄ້ຽວເອື້ອງ ຫລືມີກີບຜ່າ ທ່ານຢ່າຮັບປະທານສັດຕໍ່ໄປນີ້ ຄືອູດ ກະຕ່າຍ ເຫມັ້ນ ເພາະວ່າສັດເຫລົ່ານີ້ຄ້ຽວເອື້ອງແຕ່ກີບບໍ່ຜ່າ ຈຶ່ງເປັນສັດມົນທິນແກ່ທ່ານ 8 ແລະຫມູດ້ວຍ ເພາະວ່າຫມູມີກິບຜ່າແຕ່ບໍ່ຄ້ຽວເອື້ອງ ຈຶ່ງເປັນສັດມົນທິນແກ່ທ່ານ ທ່ານຢ່າຮັບປະທານເນື້ອຂອງມັນ ແລະຊາກຂອງມັນທ່ານກໍຢ່າແຕະຕ້ອງ 9 “ໃນບັນດາສັດນ້ຳທັງສິ້ນ ທ່ານຮັບປະທານສັດເຫລົ່ານີ້ໄດ້ ຄື ສັດໃດໆທີ່ມີຄີ ແລະເກັດ ທ່ານຮັບປະທານໄດ້ 10 ແຕ່ສັດໃດໆທີ່ບໍ່ມີຄີ ແລະເກັດທ່ານຢ່າຮັບປະທານ ເປັນສັດມົນທິນແກ່ທ່ານ 11 “ນົກສະອາດທຸກຊະນິດທ່ານຮັບປະທານໄດ້ 12 ແຕ່ນົກເຫລົ່ານີ້ທ່ານຢ່າຮັບປະທານຄື ນົກອີນຊີ ແຮ້ງ ນົກເຄົ້າ 13 ແຫລວດຳ ແຫລວຫາງຍາວ ແຫລວດຳຕາມຊນິດຕ່າງໆຂອງມັນ 14 ນົກແກຕາມຊະນິດຂອງມັນ 15 ນົກກະຈອກເທດ ນົກເຄົ້າ ນົກນາງນວນ ນົກເຂົາຕາມຊະນິດຂອງມັນ 16 ນົກເຄົ້າແມວນ້ອຍ ນົກທືດທື ນົກອີໂກ້ງ 17 ນົກກະທຸງ ແຮ້ງ ແລະນົກເປັດ 18 ນົກກະສາດຳ ນົກກະສາຕາມຊະນິດຂອງມັນ ນົກຫອນຍາວ ແລະເຈັຽ 19 “ແມງມີປີກທຸກຊະນິດເປັນສັດມົນທິນແກ່ທ່ານ ຢ່າຮັບປະທານ ຢ່າຮັບປະທານເລີຍ 20 ສັດມີປີກທີ່ສະອາດທຸກຊະນິດ ທ່ານຮັບປະທານໄດ້ 21 “ທ່ານຢ່າຮັບປະທານສັດຊະນິດໃດທີ່ຕາຍເອງ ທ່ານຈະໃຫ້ແກ່ຄົນຕ່າງດ້າວທີ່ຢູ່ພາຍໃນເມືອງຂອງທ່ານຮັບປະທານກໍໄດ້ ຫລືທ່ານຈະຂາຍໃຫ້ແກ່ຄົນຕ່າງປະເທດກໍໄດ້ ເພາະວ່າທ່ານເປັນຊົນຊາດທີ່ບໍຣິສຸດແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍ “ທ່ານຢ່າຕົ້ມລູກແບ້ດ້ວຍນ້ຳນົມແມ່ຂອງມັນເລີຍ
ກົດຫມາຍເຣື່ອງການຖວາຍນຶ່ງສ່ວນສິບ
22 “ຜົນລະປູກທີ່ໄດ້ເປັນປີໆຈາກພືດພັນໃນນາຂອງທ່ານນັ້ນ ອອກມາເປັນສິບສ່ວນ ແລະຫັກເອົານຶ່ງສ່ວນໄວ້ສຳລັບພຣະຜູ້ເປັນເຈົ້າ 23 ທ່ານຈົ່ງຮັບປະທານພືດຜົນລະປູກທີ່ໄດ້ມາຈາກເຂົ້າ ເຫລົ້າອະງຸ່ນຂອງທ່ານ ຫລືນ້ຳມັນຂອງທ່ານ ແລະຜົນທຳອິດຈາກຝູງງົວ ແລະຝູງແບ້ ແກະຂອງທ່ານ ທີ່ໄດ້ຖືກນຳມາຖວາຍນຶ່ງສ່ວນສິບຕໍ່ພຣະພັກພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໃນສະຖານທີ່ຊຶ່ງພຣະອົງຊົງເລືອກໄວ້ ເພື່ອໃຫ້ພຣະນາມຂອງພຣະອົງສະຖິດຢູ່ທີ່ນັ້ນ ເພື່ອທ່ານທັງຫລາຍຈະໄດ້ຮຽນຮູ້ທີ່ຈະຢຳເກງພຣະຜູ້ເປັນເຈົ້າພຣະ
ເຈົ້າຂອງທ່ານທັງຫລາຍສເມີ
24 ຖ້າລະຍະທາງໄກຫລາຍ ທ່ານບໍ່ສາມາດນຳ ເຄື່ອງຖວາຍນຶ່ງສ່ວນສິບມາໄດ້ ໃນເມື່ອພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານອວຍພອນແກ່ທ່ານ ເພາະວ່າສະຖານທີ່ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງເລືອກ ເພື່ອເປັນທີ່ຕັ້ງພຣະນາມຂອງພຣະອົງນັ້ນ ຢູ່ຫ່າງໄກຈາກທ່ານເກີນໄປ 25 ທ່ານຈົ່ງຂາຍຂອງນັ້ນເອົາເງິນ ແລະຫໍ່ເງິນຖືໄວ້ ແລະໄປຍັງສະຖານທີ່ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໄດ້ຊົງເລືອກໄວ້ 26 ແລະເອົາເງິນນັ້ນຊື້ສິ່ງໃດໆທີ່ທ່ານປາຖນາ ຈະເປັນງົວ ແກະ ຫລືເຫລົ້າອະງຸ່ນ ຫລືສຸຣາ ແລະສິ່ງໃດໆທີ່ທ່ານຢາກຮັບປະທານ ແລະທ່ານຈົ່ງຮັບປະທານທີ່ນັ້ນຕໍ່ພຣະພັກພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ແລະຈົ່ງຊົມຊື່ນຍິນດີທັງຕົວທ່ານແລະຄອບຄົວຂອງທ່ານດ້ວຍ 27 ທ່ານທັງຫລາຍຢ່າປະຖິ້ມຄົນເລວີຊຶ່ງຢູ່ໃນເມືອງຂອງທ່ານ ເພາະເຂົາບໍ່ມີສ່ວນແບ່ງ ຫລືມໍຣະດົກກັບທ່ານ 28 “ພໍຄົບສາມປີທຸກເທື່ອ ທ່ານທັງຫລາຍຈົ່ງນຳເຄື່ອງຖວາຍນຶ່ງສ່ວນສິບຈາກພືດຜົນລະປູກທີ່ໄດ້ໃນປີນັ້ນ ມາສະສົມໄວ້ໃນເມືອງຂອງທ່ານ 29 ຄົນເລວີ ເພາະເຂົາບໍ່ມີສ່ວນແບ່ງ ຫລືມໍຣະດົກເຫມືອນທ່ານ ແລະຄົນຕ່າງດ້າວແລະລູກກະພ້າ ແລະແມ່ຫມ້າຍ ຜູ້ຊຶ່ງຢູ່ພາຍໃນເມືອງຂອງທ່ານ ຈະໄດ້ມາຮັບປະທານຕາມຄວາມຕ້ອງການຂອງເຂົາ ເພື່ອວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຈະຊົງອວຍພຣະພອນແກ່ບັນດາກິຈການຊຶ່ງມືຂອງທ່ານທັງຫລາຍໄດ້ກະທຳ
ປີທີ່ໃຫ້ປົດປ່ອຍ
1 “ທຸກໆເຈັດປີທ່ານທັງຫລາຍຕ້ອງມີການປົດປ່ອຍ 2 ໃຫ້ກະທຳການປົດປ່ອຍດັ່ງນີ້ ເຈົ້າຫນີ້ທຸກຄົນຈະຕ້ອງຍົກສິ່ງທີ່ຕົນໃຫ້ເພື່ອນບ້ານຢືມໄປນັ້ນເສັຽ ຢ່າທວງສິ່ງນັ້ນຄືນຈາກເພື່ອນບ້ານຫລືພີ່ນ້ອງຂອງຕົນເລີຍ ເພາະວ່າໄດ້ປະກາດການປົດປ່ອຍຂອງພຣະຜູ້ເປັນເຈົ້າແລ້ວ 3 ທ່ານທັງຫລາຍຈະທວງຈາກຄົນຕ່າງປະເທດຄືນໄດ້ ແຕ່ຖ້າມີສິ່ງໃດຂອງທ່ານຊຶ່ງຢູ່ກັບພີ່ນ້ອງກໍໃຫ້ຫລຸດໄປ 4 ແຕ່ຈະບໍ່ມີຄົນຍາກຈົນໃນຫມູ່ພວກທ່ານທັງຫລາຍ (ເພາະວ່າພຣະເຈົ້າຈະຊົງອວຍພຣະພອນແກ່ທ່ານໃນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ປະທານໃຫ້ທ່ານເປັນມໍຣະດົກຍຶດຄອງນັ້ນ) 5 ຖ້າທ່ານພຽງແຕ່ກະທຳຕາມພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ແລະຍຶດກະທຳຕາມພຣະບັນຍັດຊຶ່ງຂ້າພະເຈົ້າໄດ້ສັ່ງທ່ານໄວ້ໃນວັນນີ້ 6 ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຈະຊົງອວຍພຣະພອນທ່ານດັ່ງທີ່ພຣະອົງສັນຍາຕໍ່ທ່ານນັ້ນ ທ່ານທັງຫລາຍຈະໃຫ້ປະຊາຊາດຫລາຍຊາດຢືມສິ່ງຂອງຂອງທ່ານ ແຕ່ທ່ານຢ່າຢືມຂອງເຂົາເລີຍ ທ່ານທັງຫລາຍຈະປົກຄອງຢູ່ເຫນືອຫລາຍປະຊາຊາດ ແຕ່ເຂົາທັງຫລາຍຈະບໍ່ປົກຄອງເຫນືອທ່ານ 7 “ຖ້າໃນຖ້າມກາງທ່ານທັງຫລາຍມີຄົນທຸກຍາກຈັກຄົນນຶ່ງເປັນພີ່ນ້ອງຂອງທ່ານຢູ່ໃນເມືອງໃດໆໃນແຜ່ນດີນຊື່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ ທ່ານຢ່າມີໃຈແຂງຫົດມືຂອງທ່ານໄວ້ເສັຽຕໍ່ຫນ້າພີ່ນ້ອງຂອງທ່ານທີ່ຍາກຈົນນັ້ນ 8 ແຕ່ທ່ານທັງຫລາຍຈົ່ງຍື່ນມືຂອງທ່ານໃຫ້ເຂົາ ແລະໃຫ້ເຂົາຢືມເຄື່ອງຂອງພໍແກ່ຄວາມຕ້ອງການຂອງເຂົາ ບໍ່ວ່າເປັນເຄື່ອງຂອງສິ່ງໃດໆ 9 ຈົ່ງລະວັງໃຫ້ດີ ຢ້ານວ່າຈະມີການຄິດຖ່ອຍໃນຈິດໃຈຂອງທ່ານວ່າ “ປີທີ່ເຈັດ ປີທີ່ຈະຕ້ອງປົດປ່ອຍມາເຖິງແລ້ວ” ແລະທ່ານກໍອິດສາຕໍ່ພີ່ນ້ອງຂອງທ່ານ ທ່ານຈຶ່ງບໍ່ຍອມໃຫ້ສິ່ງໃດເຂົາເລີຍ ແລະເຂົາຈະຮ້ອງທູນພຣະເຈົ້າ ບາບກໍຈະຕົກແກ່ທ່ານ 10 ທ່ານຈົ່ງໃຫ້ເຂົາດ້ວຍຄວາມເຕັມໃຈ ແລະເມື່ອໃຫ້ເຂົາແລ້ວຢ່າມີຈິດຄິດເສັຽດາຍ ໃນກໍຣະນີນີ້ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຈະຊົງອວຍພຣະພອນແກ່ທ່ານ ໃນບັນດາກິຈການທັງສິ້ນຂອງທ່ານບໍ່ວ່າທ່ານຈະກະທຳສິ່ງໃດ 11 ເພາະວ່າຄົນທຸກຍາກຈະບໍ່ຫມົດໄປຈາກແຜ່ນດິນ ເພາະສະນັ້ນຂ້າພະເຈົ້າຈຶ່ງສັ່ງທ່ານວ່າ ທ່ານຕ້ອງຍື່ນມືໃຫ້ຢ່າງໃຈກ້ວາງຕໍ່ພີ່ນ້ອງຂອງທ່ານ ຄືຕໍ່ຄົນຂັດສົນຄົນຍາກຈົນ ຊຶ່ງຢູ່ໃນແຜ່ນດິນຂອງທ່ານ
ການປະຕິບັດຕໍ່ທາດ
12 “ຖ້າພີ່ນ້ອງຂອງທ່ານຊຶ່ງເປັນຄົນເຮັບເຣີ ບໍ່ວ່າຊາຍຫລືຍິງ ທີ່ເຂົາຂາຍໄວ້ແກ່ທ່ານ ຈົ່ງໃຫ້ບົວລະບັດທ່ານຫົກປີ ເມື່ອເຖິງປີທີ່ເຈັດກໍໃຫ້ປ່ອຍເຂົາເປັນອິສຣະພົ້ນໄປຈາກທ່ານ 13 ແລະເມື່ອທ່ານປ່ອຍເຂົາເປັນອິສຣະໄປຈາກທ່ານ ທ່ານຢ່າປ່ອຍເຂົາໄປມືເປົ່າ 14 ທ່ານຈົ່ງມີໃຈກວ້າງຂວາງຈັດສິ່ງຂອງໃຫ້ແກ່ເຂົາ ເປັນຂອງຈາກຝູງແບ້ ແກະຂອງທ່ານ ຈາກລານນວດເຂົ້າຂອງທ່ານ ແລະຈາກບໍ່ຢ່ຳອະງຸ່ນຂອງທ່ານ ທ່ານຈົ່ງໃຫ້ແກ່ເຂົາຕາມສົມຄວນແກ່ທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງອວຍພຣະພອນໃຫ້ແກ່ທ່ານ 15 ທ່ານຈົ່ງຈຳໄວ້ວ່າທ່ານເຄີຍເປັນທາດໃນແຜ່ນດິນເອຢິບ ແລະພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໄດ້ຊົງໄຖ່ທ່ານໄວ້ ເພາະສະນັ້ນຂ້າພະເຈົ້າຈຶ່ງສັ່ງເຣື່ອງນີ້ແກ່ທ່ານ 16 ແຕ່ຖ້າທາດນັ້ນຈະກ່າວແກ່ທ່ານວ່າ, “ຂ້າພະເຈົ້າຈະບໍ່ໄປຈາກທ່ານ” ເພາະເຂົາຮັກທ່ານແລະຄອບຄົວຂອງທ່ານ ເພາະເຂົາຢູ່ກັບທ່ານສະບາຍດີ 17 ຈົ່ງເອົາເຫລັກແທງໃບຫູຂອງເຂົາໃຫ້ທະລຸໄປຕິດກັບປະຕູເຮືອນ ດັ່ງນີ້ເຂົາຈະເປັນທາດເດັດຂາດຂອງທ່ານ ທ່ານຈົ່ງກະທຳເຊັ່ນນີ້ແກ່ທາດຍິງເຫມືອນກັນ 18 ເມື່ອທ່ານປ່ອຍເຂົາໃຫ້ເປັນອິສຣະນັ້ນ ທ່ານຢ່າຮູ້ສຶກຫນັກໃຈ ເພາະວ່າເຂົາໄດ້ຮັບໃຊ້ທ່ານມາເຈັດປີດ້ວຍຄ່າແຮງເຄິ່ງນຶ່ງຂອງລູກຈ້າງເທົ່ານັ້ນ ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຈະຊົງອວຍພຣະພອນແກ່ທ່ານໃນການທີ່ທ່ານໄດ້ກະທຳນັ້ນ
ການຖວາຍສັດຫົວປີ
19 “ສັດໂຕເຖິກຫົວປີຊຶ່ງເກີດໃນຝູງງົວ ຫລືຝູງແບ້ ແກະນັ້ນ ທ່ານທັງຫລາຍຈົ່ງຖວາຍໄວ້ແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ທ່ານຢ່າໃຊ້ງົວຫົວປີທຳງານ ຫລືຕັດຂົນຈາກແກະຫົວປີ 20 ທ່ານແລະຄອບຄົວຂອງທ່ານຈົ່ງຮັບປະທານສັດຫົວປີນັ້ນຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທຸກໆປີ ໃນສະຖານທີ່ຊຶ່ງພຣະຜູ້ເປັນເຈົ້າຊົງກຳນົດໄວ້ນັ້ນ 21 ແຕ່ຖ້າສັດນັ້ນມີຕຳຫນິໃດໆຄືຂາເປັ້ຽ ຫລືຕາບອດ ຫລືມີຕຳຫນິອື່ນອີກ ທ່ານຢ່າຖວາຍບູຊາແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 22 ທ່ານຈົ່ງຮັບປະທານສັດນັ້ນພາຍໃນເມືອງຂອງທ່ານ ຄົນມົນທິນ ແລະຄົນສະອາດກໍຮັບປະທານໄດ້ ດັ່ງວ່າເປັນຟານ ຫລືກວາງ 23 ພຽງແຕ່ທ່ານຢ່າຮັບປະທານເລືອດຂອງມັນເທົ່ານັ້ນ ທ່ານຈົ່ງເທອອກຖິ້ມເທິງດິນເຫມືອນເທນ້ຳ
ພິທີລ້ຽງຕາມກຳນົດສາມພິທີ
1 ທ່ານຈົ່ງຖືເດືອນອາບິບ ທ່ານທັງຫລາຍຈົ່ງຖືປັສຄາແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ເພາະວ່າໃນເດືອນອາບິບນັ້ນພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງນຳທ່ານອອກຈາກເອຢິບໃນເວລາກາງຄືນ 2 ແລະທ່ານຈົ່ງຖວາຍປັສຄາ ເປັນເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ຈາກຝູງແບ້ ແກະ ຫລືຝູງງົວໃນທີ່ຊຶ່ງພຣະຜູ້ເປັນເຈົ້າຊົງເລືອກໄວ້ ໃຫ້ພຣະນາມຂອງພຣະອົງປະທັບຢູ່ທີ່ນັ້ນ 3 ຢ່າຮັບປະທານເຂົ້າຈີ່ທີ່ມີເຊື້ອກັບປັສຄາ ຕລອດເຈັດວັນທ່ານຈົ່ງຮັບປະທານເຂົ້າຈີ່ທີ່ບໍ່ມີເຊື້ອ ເປັນເຂົ້າຈີ່ແຫ່ງຄວາມທຸກໃຈ ເພາະທ່ານຈະຣະນຶກເຖິງວັນທີ່ທ່ານອອກຈາກແຜ່ນດິນເອຢິບນັ້ນຕລອດຊີວິດຂອງທ່ານ 4 ຕລອດເຈັດວັນນັ້ນ ຢ່າໃຫ້ເຫັນເຊື້ອແປ້ງພາຍໃນອານາເຂດປະເທດຂອງທ່ານ ຫລືເນື້ອສັດຊຶ່ງທ່ານໄດ້ບູຊາໃນເວລາຄ່ຳວັນທຳອິດເຫລືອຢູ່ຕລອດຄືນຈົນເຊົ້າວັນຮຸ່ງຂຶ້ນ 5 ທ່ານທັງຫລາຍຢ່າຖວາຍປັສຄາພາຍໃນຫົວເມືອງຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ 6 ແຕ່ທ່ານຈົ່ງຖວາຍປັສຄາໃນສະຖານທີ່ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງເລືອກໄວ້ໃຫ້ພຣະນາມຂອງພຣະອົງປະທັບຢູ່ທີ່ນັ້ນ ທ່ານຈົ່ງຖວາຍປັສຄາໃນເວລາຄ່ຳເມື່ອດວງອາທິດຕົກແລ້ວ ໃນເວລາດຽວກັບທີ່ທ່ານອອກຈາກເອຢິບ 7 ທ່ານຈົ່ງທຳໃຫ້ສຸກແລະຮັບປະທານໃນສະຖານທີ່ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງເລືອກໄວ້ ພໍຮຸ່ງເຊົ້າທ່ານຈົ່ງກັບໄປສູ່ເຕັນຂອງທ່ານ 8 ທ່ານຈົ່ງຮັບປະທານເຂົ້າຈີ່ບໍ່ມີເຊື້ອຫົກມື້ ແຕ່ວັນທີ່ເຈັດເປັນວັນປະຊຸມຖວາຍແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ໃນວັນນັ້ນຢ່າກະທຳການງານໃດໆ
ເທສການຣະດູເກັບກ່ຽວ
9 “ທ່ານທັງຫລາຍຈົ່ງນັບໃຫ້ຄົບເຈັດສັປດາ ຈົ່ງຕັ້ງຕົ້ນນັບໃຫ້ຄົບເຈັດສັປດາ ເລີ້ມແຕ່ວັນທຳອິດທີ່ທ່ານລົງມືກ່ຽວເຂົ້າ 10 ທ່ານທັງຫລາຍຈົ່ງຖືເທສການສັປດາ ຖວາຍແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ຕາມຂະຫນາດຂອງຖວາຍຕາມໃຈສມັກຈາກມືຂອງທ່ານ ຊຶ່ງທ່ານຈະຖວາຍຕາມທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງອວຍພຣະພອນແດ່ທ່ານ 11 ທ່ານຈົ່ງຊົມຊື່ນຍິນດີຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ທັງຕົວທ່ານແລະບຸດຊາຍຍິງຂອງ ທ່ານ ທັງທາດຊາຍຍິງຂອງທ່ານ ຄົນເລວີຊຶ່ງຢູ່ໃນເມືອງຂອງທ່ານ ທັງຄົນຕ່າງດ້າວ ເດັກກຳພ້າ ແລະແມ່ຫມ້າຍຊຶ່ງຢູ່ຖ້າມກາງທ່ານໃນສະຖານທີ່ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງເລືອກໄວ້ ໃຫ້ພຣະນາມຂອງພຣະອົງປະທັບຢູ່ທີ່ນັ້ນ 12 ທ່ານຈື່ຈຳໄວ້ວ່າທ່ານເຄີຍເປັນທາດໃນເອຢິບ ທ່ານຈົ່ງແນ່ໃຈວ່າທີ່ຈະປະຕິບັດຕາມກົດເກນເຫລົ່ານີ້
ເທສການປຸກຕູບຢູ່
13 “ທ່ານຈົ່ງຖືເທສການປຸກຕູບຢູ່ເປັນເວລາເຈັດວັນ ເມື່ອທ່ານເກັບຮວບຮວມພືດຜົນຂອງທ່ານຈາກລານນວດເຂົ້າ ແລະຈາກບໍ່ຢໍ່າອະງຸ່ນຂອງທ່ານແລ້ວ 14 ໃນການລ້ຽງນັ້ນທ່ານຢ່າຈົ່ງຊົມຊື່ນຍິນດີ ທັງທ່ານແລະບຸດຊາຍຍິງຂອງທ່ານ ແລະທາດຊາຍຍິງຂອງທ່ານ ທັງຄົນເລວີແລະຄົນຕ່າງດ້າວ ທັງເດັກກຳພ້າແລະແມ່ຫມ້າຍຊຶ່ງຢູ່ໃນເມືອງຂອງທ່ານ 15 ທ່ານຈົ່ງຖືເທສການນັ້ນແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານເຈັດວັນໃນສະຖານທີ່ຊຶ່ງພຣະຜູ້ເປັນເຈົ້າຊົງເລືອກໄວ້ ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຈະຊົງອວຍພຣະພອນແດ່ພືດຜົນຂອງທ່ານ ແລະແກ່ຜົນງານທີ່ມືທ່ານກະທຳ ເພື່ອວ່າທ່ານຈະມີແຕ່ຄວາມຊົມຊື່ນຍິນດີ 16 “ບັນດາຜູ້ຊາຍທັງສິ້ນຈະຕ້ອງເຂົ້າມາເຝົ້າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປີລະສາມເທື່ອໃນສະຖານທີ່ຊຶ່ງພຣະອົງຊົງເລືອກໄວ້ ຄືໃນເທສການກິນເຂົ້າຈີ່ບໍ່ມີເຊື້ອ ເທສການສັປດາ ແລະເທສການປຸກຕູບຢູ່ ຢ່າໃຫ້ເຂົາໄປເຝົ້າພຣະຜູ້ເປັນເຈົ້າມືເປົ່າໆ 17 ໃຫ້ທຸກຖວາຍຕາມຄວາມສາມາດຂອງເຂົາ ຕາມ ສ່ວນພຣະພອນທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍປະທານແກ່ທ່ານ
ລະບຽບການໃຫ້ຄວາມຍຸດຕິທັມ
18 “ທ່ານທັງຫລາຍຈົ່ງເລືອກຕັ້ງຜູ້ພິພາກສາ ແລະເຈົ້າຫນ້າທີ່ຕາມຫົວເມືອງຂອງທ່ານ ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ ຕາມເຜົ່າຄົນຂອງທ່ານ ໃຫ້ເຂົາພິພາກສາປະຊາຊົນຕາມຄວາມຍຸດຕິທັມ 19 ທ່ານຢ່າກະທຳໃຫ້ເສັຽຄວາມຍຸດຕິທັມ ຢ່າລຳອຽງ ຢ່າຮັບສິນບົນ ເພາະວ່າສິນບົນທຳໃຫ້ຕາຂອງຄົນມີປັນຍາມືດມົວໄປ ແລະກັບຄະດີຂອງຄົນຊອບທັມເສັຽ 20 ຄວາມຍຸດຕິທັມທ່ານຈົ່ງຕິດຕາມຄວາມຍຸດຕິທັມເທົ່ານັ້ນ ເພື່ອທ່ານຈະມີຊີວິດແລະສືບມໍຣະດົກໃນແຜ່ນດີນຊື່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ 21 “ທ່ານທັງຫລາຍຢ່າປູກຕົ້ນໄມ້ໃດໆໃຊ້ເປັນອາເຊຣາ ຂ້າງແທ່ນບູຊາພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊຶ່ງທ່ານສ້າງໄວ້ 22 ແລະທ່ານຢ່າຕັ້ງເສົາສັກສິດເປັນຮູບເຄົາຣົບ ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງກຽດຊັງ
1 “ທ່ານທັງຫລາຍຢ່ານຳງົວເຖິກ ຫລືແກະທີ່ມີຕຳຫນິຫລືສ່ວນພິການໃດໆເປັນເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ເພາະເປັນການທີ່ຫນ້າລັງກຽດແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 2 “ໃນເມືອງຂອງທ່ານທັງຫລາຍຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານນັ້ນ ຖ້າມີຊາຍ ຫລືຍິງຄົນໃດກະທຳສິ່ງທີ່ຊົ່ວຕໍ່ພຣະພັກພຣະຜູ້ເປັນເຈົ້າຂອງທ່ານ ໂດຍລະເມີດຄຳຫມັ້ນສັນຍາຂອງພຣະອົງ 3 ແລະໄປບົວລະບັດພຣະອື່ນ ແລະນະມັສການພຣະເຫລົ່ານັ້ນ ຫລືດວງອາທິດ ດວງຈັນ ຫລືອັນໃດທີ່ເປັນບໍຣິວານທ້ອງຟ້າ ຊຶ່ງຂ້າພະເຈົ້າໄດ້ຫ້າມໄວ້ 4 ມີຄົນເຂົາບອກທ່ານແລ້ວແລະທ່ານກໍໄດ້ຍິນ ທ່ານທັງຫລາຍຈົ່ງອຸດສາສືບສວນ ແລະຖ້າເປັນຄວາມຈິງແລະປະຈັກວ່າສິ່ງຫນ້າລັງກຽດນັ້ນມີຄົນກະ
ທຳກັນໃນອິສຣາເອນ
5 ທ່ານຈົ່ງນຳຊາຍຫລືຍິງຜູ້ກະທຳສິ່ງທີ່ຊົ່ວຮ້າຍນັ້ນມາທີ່ປະຕູເມືອງ ແລະທ່ານຈົ່ງເອົາຫີນຄວ່າງໃສ່ຊາຍຫລືຍິງນັ້ນເສັຽໃຫ້ຕາຍ 6 ຜູ້ທີ່ຖືກກ່າວໂທດເຖິງຕາຍນັ້ນ ໃຫ້ມີພຍານສອງຫລືສາມປາກຢືນຢັນວ່າຜູ້ນັ້ນມີຄວາມຜິດຈຶ່ງໃຫ້ປັບໂທດເຖິງຕາຍໄດ້ ຢ່າລົງໂທດຜູ້ໃດເຖິງຕາຍດ້ວຍພຍານປາກດຽວ 7 ຜູ້ທີ່ເປັນພຍານຕ້ອງລົງມືກ່ອນໃນການທຳໂທດເຂົາເຖິງຕາຍ ຕໍ່ໄປຄົນທັງປວງຈຶ່ງຮ່ວມມືດ້ວຍກັນ ທັງນີ້ເພື່ອທ່ານທັງຫລາຍຈະກຳຈັດຄວາມຊົ່ວເສັຽຈາກຖ້າມກາງທ່ານ 8 “ຖ້າຄະດີໃດເກີດຂຶ້ນເປັນເຣື່ອງຍາກທີ່ຈະຕັດສິນໄດ້ວ່າ ເປັນຄະດີຂ້າຄົນຕາຍໂດຍເຈຕນາຫລືບໍ່ ເປັນຄະດີກ່ຽວດ້ວຍເຣື່ອງກຳມະສິດໃນຊັບ ເປັນຄະດີທຳຮ້າຍຮ່າງກາຍ ເປັນຄະດີໃດໆຊຶ່ງໂຕ້ແຍ້ງກັນໃນເມືອງຂອງທ່ານ ທ່ານຈົ່ງລຸກຂຶ້ນພາກັນ
ໄປຍັງສະຖານທີ່ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງເລືອກໄວ້
9 ຈົ່ງໄປຫາຄົນເລວີຊຶ່ງເປັນປະໂຣຫິດ ແລະໄປຫາຜູ້ພິພາກສາປະຈຳການໃນສະໄຫມນັ້ນ ທ່ານຈົ່ງປຶກສາຫາລືກັບເຂົາ ແລະເຂົາຈະຊີ້ແຈງໃຫ້ທ່ານຊາບເຖິງຄຳຕັດສິນ 10 ແລ້ວທ່ານຈົ່ງກະທຳຕາມຊຶ່ງເຂົາຊີ້ແຈງແກ່ທ່ານຈາກສະຖານທີ່ຊຶ່ງພຣະຜູ້ເປັນເຈົ້າຊົງເລືອກນັ້ນ ແລະທ່ານຈົ່ງລະວັງກະທຳຕາມທຸກສິ່ງຊຶ່ງເຂົາແນະນຳທ່ານ 11 ທ່ານຈົ່ງກະທຳຕາມຄຳແນະນຳຊຶ່ງເຂົາໃຫ້ແກ່ທ່ານ ແລະກະທຳຕາມຄຳຕັດສິນຊຶ່ງເຂົາໄດ້ສັ່ງທ່ານ ທ່ານທັງຫລາຍຢ່າຫັນຫນີໄປຈາກຄຳຕັດສິນຊຶ່ງເຂົາຊີ້ແຈງແກ່ທ່ານ ຢ່າຫັນໄປທາງຂວາມືຫລືຊ້າຍມື 12 ຜູ້ໃດທີ່ຂັດຂືນບໍ່ໄດ້ກະທຳຕາມ ຄືບໍ່ໄດ້ເຊື່ອຟັງປະໂຣຫິດຜູ້ທີ່ຢືນບົວລະບັດພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທີ່ນັ້ນ ຫລືເຊື່ອຟັງຜູ້ພິພາກສາຜູ້ນັ້ນຕ້ອງຕາຍ ທັງນີ້ເພື່ອທ່ານທັງຫລາຍຈະກຳຈັດຄວາມຊົ່ວເສັຽຈາກອິສຣາເອນ 13 ແລະປະຊາຊົນທັງຫລາຍຈະໄດ້ຍິນ ແລະຢຳເກງ ແລະບໍ່ໄດ້ຂັດຂືນຕໍ່ໄປອີກ
ການແນະນຳກ່ຽວກັບເຣື່ອງກະສັດ
14 “ເມື່ອທ່ານມາເຖິງແຜ່ນດິນທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ ແລະທ່ານຖືກຳມະສິດອາໄສຢູ່ໃນແຜ່ນດິນນັ້ນ ແລ້ວທ່ານຈະກ່າວວ່າ “ເຮົາຈະຕັ້ງກະສັດໄວ້ເຫນືອເຣົາເຫມືອນປະຊາຊາດອື່ນຊຶ່ງຢູ່ຮອບເຣົາ” 15 ກໍຈົ່ງຕັ້ງຜູ້ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງເລືອກໄວ້ໃຫ້ເປັນກະສັດເຫນືອທ່ານ ຄືຕັ້ງຜູ້ນຶ່ງຜູ້ໃດໃນພວກພີ່ນ້ອງຂອງທ່ານໃຫ້ເປັນກະສັດເຫນືອທ່ານ ທ່ານຢ່າຕັ້ງຄົນຕ່າງດ້າວຊຶ່ງບໍ່ແມ່ນພີ່ນ້ອງຂອງທ່ານໃຫ້ຢູ່ເຫນືອທ່ານ 16 ແຕ່ວ່າຢ່າໃຫ້ຜູ້ນັ້ນມີມ້າຂອງຕົນເອງຫລາຍເກີນໄປ ຫລືເປັນເຫດໃຫ້ປະຊາຊົນກັບໄປເອຢິບເພື່ອຈະມີມ້າຫລາຍໆ ເພາະພຣະຜູ້ເປັນເຈົ້າໄດ້ສັ່ງກັບທ່ານທັງຫລາຍແລ້ວວ່າ “ເຈົ້າທັງຫລາຍຈະບໍ່ໄດ້ກັບໄປທາງນັ້ນອີກເລີຍ” 17 ແລະຢ່າໃຫ້ຜູ້ນັ້ນມີເມັຽຫລາຍ ຢ້ານວ່າຈິດໃຈຂອງເຂົາຈະຫັນຫນີໄປເສັຽ ຫລືຢ່າໃຫ້ມີເງິນມີທອງເປັນຂອງຕົນຢ່າງຫລວງຫລາຍ 18 “ເມື່ອຜູ້ນັ້ນນັ່ງບັນລັງໃນຣາຊອານາຈັກ ກໍໃຫ້ຜູ້ນັ້ນຄັດລອກກົດຫມາຍນີ້ໄວ້ໃນຫນັງສືເພື່ອປໂຍດແກ່ຕົນເອງຈາກຫນັງສືເພື່ອປໂຍດແກ່ຕົນຈາກຫນັງສືທີ່ປະໂຣຫິດຄົນເລວີຮັກສາຢູ່ນັ້ນ 19 ໃຫ້ກົດຫມາຍນັ້ນຢູ່ກັບຜູ້ນັ້ນ ແລະໃຫ້ເຂົາອ່ານຢູ່ສເມີຕລອດຊີວິດຂອງຕົນ ເພື່ອເຂົາຈະໄດ້ຮຽນຮູ້ທີ່ຈະຢຳເກງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາ ໂດຍຮັກສາຖ້ອຍຄຳໃນກົດຫມາຍນີ້ ແລະກົດລະບຽບເຫລົ່ານີ້ແລະປະພືດຕາມ 20 ເພື່ອວ່າຈິດໃຈຂອງເຂົາຈະບໍ່ໄດ້ພອງຂຶ້ນສູງກວ່າພີ່ນ້ອງຂອງຕົນ ແລະເພື່ອເຂົາເອງຈະບໍ່ໄດ້ຫັນຫນີຈາກພຣະບັນຍັດໄປທາງຂວາມື ຫລືທາງຊ້າຍມື ເພື່ອເຂົາຈະໄດ້ປົກຄອງຣາຊອານາຈັກຂອງເຂົາຢູ່ໄດ້ນານ ທັງຕົນເອງແລະລູກຫລານຂອງຕົນໃນອິສຣາເອນ
ສ່ວນແບ່ງຂອງປະໂຣຫິດ ແລະຄົນເລວີ
1 “ຄົນເລວີຊຶ່ງເປັນປະໂຣຫິດ ແລະເຜົ່າເລວີທັງຫມົດ ຈະບໍ່ມີສ່ວນແບ່ງ ຫລືມໍຣະດົກຮ່ວມກັບຄົນອິສຣາເອນ ເຂົາຈະຮັບປະທານຜົນທີ່ຖວາຍດ້ວຍໄຟແດ່ພຣະຜູ້ເປັນເຈົ້າ ແລະສ່ວນທີ່ຕົກເປັນຂອງພຣະອົງ 2 ເຂົາຈະບໍ່ມີມໍຣະດົກໃນຫມູ່ພວກພີ່ນ້ອງຂອງເຂົາ ພຣະຜູ້ເປັນເຈົ້າຊົງເປັນມໍຣະດົກຂອງເຂົາ ຕາມທີ່ພຣະອົງຊົງສັນຍາໄວ້ແກ່ເຂົາແລ້ວນັ້ນ 3 ໃຫ້ສ່ວນຕໍ່ໄປນີ້ເປັນສ່ວນທີ່ປະໂຣຫິດໄດ້ອັນຕົກຈາກປະຊາຊົນ ຄືສ່ວນທີ່ໄດ້ຈາກຜູ້ທີ່ຖວາຍສັຕບູຊາ ບໍ່ວ່າຈະເປັນງົວເຖິກ ຫລືແກະ ກໍໃຫ້ເຂົາມອບຊີ້ນສັນຂາຫນ້າ ຊີ້ນແກ້ມທັງສອງຂ້າງ ແລະຊີ້ນທ້ອງໃຫ້ແກ່ປະໂຣຫິດ 4 ຜົນອັນທຳອິດຂອງທ່ານຄື ຜົນເຂົ້າ ຜົນເຫລົ້າອະງຸ່ນ ຜົນນ້ຳມັນ ແລະຂົນແກະອັນທຳອິດທີ່ໄດ້ຈາກແກະຂອງທ່ານ ຈົ່ງມອບໃຫ້ແກ່ປະໂຣຫິດ 5 ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໄດ້ເລືອກເຂົາຈາກເຜົ່າຊົນທັງສິ້ນຂອງທ່ານ ໃຫ້ຢືນບົວລະບັດໃນພຣະນາມພຣະຜູ້ເປັນເຈົ້າ ທັງຕົວເຂົາ ແລະບຸດຫລານຂອງເຂົາສືບຕໍ່ກັນໄປເປັນນິດ 6 “ຖ້າຄົນເລວີຄົນໃດມາຈາກເມືອງໃດໃນອິສຣາເອນອັນເປັນທີ່ຢູ່ຂອງເຂົາ ຈະມາຍັງສະຖານທີ່ຊຶ່ງພຣະຜູ້ເປັນເຈົ້າຊົງເລືອກໄວ້ກໍໃຫ້ເຂົາມາໄດ້ຕາມໃຈປາຖນາ 7 ແລ້ວເຂົາຈະບົວລະບັດໃນພຣະນາມພຣະຜູ້ເປັນເຈົ້າຂອງເຂົາ ເຊັ່ນດຽວກັບຄົນເລວີພີ່ນ້ອງຂອງເຂົາ ຜູ້ຢືນບົວລະບັດຕໍ່ພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ 8 ໃຫ້ເຂົາໄດ້ສ່ວນທີ່ຈະຮັບປະທານເທົ່າໆກັນນອກເຫນືອຈາກສ່ວນທີ່ເຂົາໄດ້ມາດ້ວຍການຂາຍຊັບສິນຂອງເຂົາເອງ
ຕັກເຕືອນບໍ່ໃຫ້ປະຕິບັດຕາມຄົນຕ່າງສາສນາ
9 “ເມື່ອທ່ານທັງຫລາຍເຂົ້າໄປໃນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ ທ່ານຢ່າຮຽນຮູ້ທີ່ຈະກະທຳສິ່ງທີ່ຫນ້າລັງກຽດຕາມປະຊາຊາດເຫລົ່ານັ້ນ 10 ຢ່າໃຫ້ມີຄົນນຶ່ງຄົນໃດໃນຫມູ່ພວກທ່ານຊຶ່ງໃຫ້ບຸດຊາຍຫລືບຸດຍິງຂອງເຂົາລຸຍໄຟ ຢ່າໃຫ້ຜູ້ໃດເປັນຄົນທຳນາຍ ເປັນຫມໍດູ ເປັນຫມໍຈັບຍາມເບິ່ງເຫດການ ຫລືເປັນນັກວິຊາອາຄົມ 11 ເປັນຫມໍຜີ ເປັນຫມໍຜີທີ່ປຸກວິນຍານຂຶ້ນມາປຶກສາ ເປັນພໍ່ມົດ ແມ່ມົດ ຫລືເປັນຫມໍພາຍ 12 ຜູ້ໃດທີ່ກະທຳຢ່າງນີ້ຍ່ອມເປັນທີ່ລັງກຽດແດ່ພຣະຜູ້ເປັນເຈົ້າ ເພາະກະທຳສິ່ງທີ່ຫນ້າລັງກຽດເຫລົ່ານີ້ ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍຈຶ່ງຊົງຂັບໄລ່ເຂົາເສັຽຈາກທ່ານ 13 ທ່ານທັງຫລາຍຈົ່ງເປັນຄົນປາສຈາກຕຳຫນິຕໍ່ພຣະພັກພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 14 ເພາະວ່າປະຊາຊາດເຫລົ່ານີ້ ຊຶ່ງທ່ານກຳລັງຈະໄປຂັບໄລ່ນັ້ນເຊື່ອຟັງຫມໍດູ ແລະຄຳທຳນາຍ ແຕ່ສ່ວນຕົວທ່ານນັ້ນພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານບໍ່ຊົງຍອມໃຫ້ທ່ານກະທຳເຊັ່ນນັ້ນ
ພຣະເຈົ້າຊົງສັນຍາຈະໃຫ້ມີຜູ້ປະກາດພຣະທັມ
15 ໂມເຊໄດ້ເວົ້າຕໍ່ໄປວ່າ ພຣະຜູ້ເປັນເຈົ້າຈະຊົງເລືອກເອົາຄົນຈາກຊົນຊາດຂອງທ່ານເອງເປັນຜູ້ປະກາດພຣະທັມເຫມືອນຂ້າພະເຈົ້າ ສະນັ້ນຈົ່ງເຊື່ອຟັງພວກທ່ານເທີນ 16 ໃນວັນຊຸມນຸມກັນຢູ່ເທິງພູຊີນາອີນັ້ນ ພວກທ່ານຂໍຮ້ອງບໍ່ໃຫ້ໄດ້ຍິນສຽງຂອງພຣະຜູ້ເປັນເຈົ້າ ຫລືເຫັນໄຟອັນຫນ້າຢ້ານຂອງພຣະອົງຕໍ່ໄປອີກ ເພາະວ່າຖ້າເປັນດັ່ງນັ້ນ ພວກທ່ານຈະຕ້ອງຕາຍ 17 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງບອກຂ້າພະເຈົ້າວ່າ ທີ່ພວກເຂົາຂໍຮ້ອງນັ້ນດີຫລາຍແລ້ວ 18 ເຮົາຈະເລືອກເອົາຄົນນຶ່ງໃນຊົນຊາດຂອງເຂົາເອງເປັນຜູ້ປະກາດພຣະທັມຂອງເຂົາເຫມືອນທ່ານນີ້ ເຮົາຈະບອກເຣື່ອງໃຫ້ເຂົາເວົ້າ ແລ້ວເຂົາຈະບອກປະຊາຊົນທຸກສິ່ງຕາມທີ່ເຮົາສັ່ງ 19 ຜູ້ໃດບໍ່ເຊື່ອຟັງຜູ້ປະກາດພຣະທັມທີ່ເວົ້າໃນນາມຂອງເຮົາ ເຮົາຈະລົງໂທດຜູ້ນັ້ນ 20 ຖ້າຜູ້ປະກາດພຣະທັມຄົນໃດບັງອາດເວົ້າຖ້ອຍຄຳ ທີ່ເຮົາບໍ່ໄດ້ສັ່ງ ຫລືຜູ້ທີ່ເວົ້າໃນນາມຂອງພຣະອື່ນ ຄົນຜູ້ນັ້ນຕ້ອງມີໂທດເຖິງຕາຍ 21 ຖ້າພວກເຈົ້າຄິດໃນໃຈວ່າ ເຮັດແນວໃດຈຶ່ງຈະຮູ້ຄຳທີ່ພຣະຜູ້ເປັນເຈົ້າບໍ່ໄດ້ກ່າວນັ້ນໄດ້ 22 ກໍຂໍໃຫ້ເຂົ້າໃຈວ່າເມື່ອຜູ້ປະກາດພຣະທັມຄົນໃດເວົ້າໃນນາມຂອງພຣະຜູ້ເປັນເຈົ້າ ແຕ່ຄວາມນັ້ນບໍ່ເປັນຈິງ ຖ້ອຍຄຳນັ້ນກໍບໍ່ແມ່ນຂອງພຣະຜູ້ເປັນເຈົ້າ ເປັນຖ້ອຍຄຳທີ່ເຂົາເວົ້າເອົາເອງ ສະນັ້ນພວກເຈົ້າຢ່າຢ້ານເຂົາເລີຍ”
ເມືອງລີ້ພັຍແລະຂອບເຂດບູຮານ
1 “ເມື່ອພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍຊົງທຳລາຍບັນດາປະຊາຊາດຜູ້ຊຶ່ງພຣະຜູ້ເປັນເຈົ້າຂອງທ່ານປະທານແຜ່ນດິນຂອງເຂົາແກ່ທ່ານ ແລະທ່ານທັງຫລາຍຂັບໄລ່ເຂົາອອກໄປ ແລະເຂົ້າໄປຢູ່ໃນຫົວເມືອງແລະໃນບ້ານເຮືອນຂອງເຂົາເຫລົ່ານັ້ນ 2 ທ່ານຈົ່ງແຍກເມືອງໄວ້ສາມເມືອງສຳລັບພວກທ່ານທັງຫລາຍໃນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານເປັນກໍາມະສິດນັ້ນ 3 ທ່ານຈົ່ງຈັດຕຽມໃຫ້ມີທາງ ແລະຈົ່ງແບ່ງແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານປະທານແກ່ທ່ານເປັນກໍາມະສິດນັ້ນອອກເປັນສາມສ່ວນ ເພື່ອວ່າຜູ້ໃດທີ່ໄດ້ຂ້າຄົນແລ້ວຈະຫລົບຫນີໄປຢູ່ໃນເມືອງເຫລົ່ານັ້ນໄດ້ 4 “ຕໍ່ໄປນີ້ເປັນເຣື່ອງຂອງຄົນຂ້າຄົນຜູ້ທີ່ຫນີໄປຢູ່ໃນເມືອງເຫລົ່ານັ້ນໄດ້ ແລະລອດຊີວິດຢູ່ ຄືຜູ້ໃດທີ່ໄດ້ຂ້າເພື່ອນບ້ານຂອງຕົນໂດຍບໍ່ໄດ້ເຈຕນາ ໂດຍບໍ່ໄດ້ເປັນສັດຕຣູກັນມາກ່ອນ 5 ຕົວຢ່າງເຊັ່ນ ຊາຍຄົນນຶ່ງເຂົ້າໄປໃນປ່າພ້ອມກັບເພື່ອນບ້ານຂອງເຂົາເພື່ອຈະຕັດໄມ້ ເມື່ອເຂົາແກວ່ງຂວານເພື່ອຈະໂຄ່ນຕົ້ນໄມ້ລົງ ຫົວຂວານຫລຸດຈາກດ້າມຖືກເພື່ອນບ້ານຂອງເຂົາ ແລະຄົນນັ້ນກໍເຖິງແກ່ຄວາມຕາຍ ກໍໃຫ້ເຂົາຫນີໄປຍັງເມືອງເຫລົ່ານີ້ເມືອງໃດເມືອງນຶ່ງ ແລະລອດຕາຍໄດ້ 6 ດ້ວຍຢ້ານວ່າຜູ້ອາຄາດກຳລັງໂກດຈັດຈະໄລ່ຕາມຊາຍຜູ້ຂ້າຄົນໆນັ້ນທັນ ເພາະຫົນທາງໄກແລ້ວຂ້າເຂົາເສັຽ ແມ້ວ່າຊາຍຜູ້ນັ້ນບໍ່ມີໂທດເຖິງຕາຍ ເພາະເຂົາບໍ່ໄດ້ເປັນສັດຕຣູກັບເພື່ອນບ້ານຂອງເຂົາມາກ່ອນ 7 ເຫດສັນນັ້ນຂ້າພະເຈົ້າຈຶ່ງສັ່ງທ່ານວ່າ ໃຫ້ທ່ານຈັດແຍກຫົວເມືອງໄວ້ສາມຫົວເມືອງ 8 ແລະຖ້າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຂະຫຍາຍອານາເຂດຂອງທ່ານ ດັ່ງທີ່ພຣະອົງໄດ້ຊົງປະຕິຍານໄວ້ກັບບັນພະບຸຣຸດຂອງທ່ານ ແລະປະທານແຜ່ນດິນທັງສິ້ນຊຶ່ງພຣະອົງຊົງສັນຍາຈະປະທານແກ່ບັນພະບຸຣຸດຂອງທ່ານໃຫ້ແກ່ທ່ານ 9 ໂດຍມີຂໍ້ແມ້ວ່າ ທ່ານໄດ້ລະວັງທີ່ຈະຮັກສາບັນຍັດທັງຫມົດນີ້ຊຶ່ງຂ້າພະເຈົ້າໄດ້ສັ່ງທ່ານໃນວັນນີ້ ໂດຍທີ່ທ່ານທັງຫລາຍຮັກພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ແລະດຳເນີນຢູ່ໃນທາງຂອງພຣະອົງສເມີ ແລ້ວທ່ານຈົ່ງເພີ້ມຫົວເມືອງອີກສາມຫົວເມືອງນອກຈາກສາມຫົວເມືອງເຫລົ່ານັ້ນ 10 ດ້ວຍຢ້ານວ່າຜູ້ທີ່ບໍ່ມີຜິດຈະຕາຍໃນແຜ່ນດິນຂອງທ່ານ ຊຶ່ງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານປະທານແກ່ທ່ານເປັນມໍຣະດົກ ແລະທ່ານທັງຫລາຍຈຶ່ງຕ້ອງຮັບຜິດຊອບຄວາມຜິດໃນເຣື່ອງທີ່ເຂົາຕາຍນັ້ນ 11 “ແຕ່ຖ້າວ່າຜູ້ໃດກຽດຊັງເພື່ອນບ້ານຂອງຕົນ ແລະຊຸ່ມຄອຍດັກເຂົາຢູ່ ແລະໄດ້ລອບຕີເຂົາເຖິງແກ່ຄວາມຕາຍ ແລ້ວຊາຍຜູ້ນັ້ນກໍຫນີເຂົ້າໄປໃນຫົວເມືອງເຫລົ່ານັ້ນເມືອງໃດເມືອງນຶ່ງ 12 ແລ້ວພວກຜູ້ໃຫຍ່ໃນເມືອງຂອງຊາຍຜູ້ນັ້ນຈະສົ່ງຄົນໃຫ້ໄປຮັບຕົວຊາຍຜູ້ນັ້ນມາຈາກທີ່ນັ້ນ ແລະສົ່ງຕົວເຂົາໃຫ້ແກ່ຜູ້ອາຄາດ ເພື່ອເຂົາຈະຕ້ອງຖືກໂທດເຖິງຕາຍ 13 ທ່ານຢ່າເມດຕາສົງສານເຂົາເລີຍ ແຕ່ທ່ານຈົ່ງກຳຈັດຄວາມຜິດອັນເນື່ອງຈາກຄວາມຕາຍຂອງຜູ້ທີ່ບໍ່ໄດ້ກະທຳຜິດນັ້ນ ໃຫ້ສິ້ນໄປຈາກອິສຣາເອນເພື່ອທ່ານທັງຫລາຍຈະໄດ້ໄປດີມາດີ 14 “ໃນເຣື່ອງມໍຣະດົກຊຶ່ງທ່ານຈະຮັບໃນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານເປັນກຳມະສິດນັ້ນ ທ່ານຢ່າຍົກຍ້າຍເສົາເຂດຂອງເພື່ອນບ້ານຂອງທ່ານ ຊຶ່ງຄົນບູຮານໄດ້ປັກໄວ້
ພຣະບັນຍັດກ່ຽວກັບພຍານ
15 ພຍານປາກດຽວຈະຢືນຢັນກ່າວໂທດຜູ້ທຳຜິດແນວນຶ່ງແນວໃດບໍ່ໄດ້ ຢ່າງນ້ອຍທີ່ສຸດຕ້ອງມີສອງປາກຂຶ້ນໄປຈຶ່ງຈະພິສູດໄດ້ວ່າຄົນນັ້ນທຳຜິດ 16 ຖ້າຄົນນຶ່ງກ່າວຮ້າຍປ້າຍສີອີກຄົນນຶ່ງວ່າທຳຜິດ 17 ກໍໃຫ້ທັງສອງຝ່າຍເຂົ້າເຝົ້າພຣະຜູ້ເປັນເຈົ້າຕໍ່ຫນ້າປະໂຣຫິດແລະຜູ້ພິພາກສາຊຶ່ງຢູ່ທີ່ນັ້ນ 18 ແລ້ວຜູ້ພິພາກສາຈະສືບສວນຫາຄວາມຈິງຢ່າງລະອຽດແລະເລິກເຊິງ ຖ້າພົບວ່າມີຜູ້ຫາເຣື່ອງໃສ່ຮ້າຍປ້າຍສີເພື່ອນບ້ານຂອງຕົນ 19 ຜູ້ນັ້ນຈະໄດ້ຮັບໂທດແລະຖືກໃສ່ຮ້າຍປ້າຍສີເຫມືອນກັນ ພວກທ່ານຈະກຳຈັດຄວາມຊົ່ວຮ້າຍໃຫ້ຫມົດໄປໄດ້ດ້ວຍວິທີນີ້ແຫລະ 20 ເມື່ອຄົນອື່ນໄດ້ຍິນເຣື່ອງນີ້ ພວກເຂົາກໍຈະຢ້ານແລະຈະບໍ່ມີໃຜທຳສິ່ງຊົ່ວຮ້າຍຢ່າງນັ້ນອີກ 21 ພວກທ່ານຢ່າເມດຕາສົງສານ ຈົ່ງລົງໂທດດ້ວຍວິທີເອົາຊີວິດແທນຊີວິດ ຕາແທນຕາ ແຂ້ວແທນແຂ້ວ ມືແທນມື ແລະຕີນແທນຕີນ
ກົດຫມາຍກ່ຽວກັບການສົງຄາມ
1 “ເມື່ອທ່ານທັງຫລາຍຈະຍົກໄປທຳສົງຄາມກັບພວກສັດຕຣູຂອງທ່ານ ເຫັນມ້າ ຣົດຮົບ ແລະກອງທັບຫລວງຫລາຍກວ່າຂອງທ່ານ ທ່ານຢ່າຢ້ານກົວເຂົາເລີຍ ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງສະຖິດຢູ່ກັບທ່ານ ຜູ້ຊົງນຳທ່ານຂຶ້ນມາຈາກແຜ່ນດິນເອຢິບ 2 ແລະເມື່ອໃກ້ຈະຮົບກັນ ປະໂຣຫິດຈະອອກມາຢູ່ຂ້າງຫນ້າແລະກ່າວແກ່ປະຊາຊົນ 3 ແລະຈະກ່າວວ່າ, “ໂອ ອິສຣາເອນ ຈົ່ງຟັງເຖີດ ວັນນີ້ທ່ານມາໃກ້ຈະສູ້ຮົບກັບສັດຕຣູຂອງທ່ານ ຢ່າໃຫ້ໃຈຂອງທ່ານທັງຫລາຍວິຕົກ ຢ່າຢ້ານຫລືຕົກໃຈ ຫລືເກງຂາມຕໍ່ສັດຕຣູເລີຍ 4 ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານສະເດັດໄປກັບທ່ານ ຊົງຕໍ່ສູ້ສັດຕຣູຂອງທ່ານເພື່ອທ່ານ ຈະປະທານຊັຍຊະນະແກ່ທ່ານ 5 ແລ້ວນາຍທະຫານຈະເວົ້າກັບປະຊາຊົນວ່າ “ແມ່ນໃຜທີ່ສ້າງບ້ານໃຫມ່ ແລະຍັງບໍ່ໄດ້ທຳພິທີຖວາຍບ້ານນັ້ນ ໃຫ້ຜູ້ນັ້ນກັບໄປບ້ານຂອງຕົນ ຢ້ານວ່າເຂົາຈະຕາຍເສັຽໃນສົງຄາມ ແລະຄົນອື່ນຈະຖວາຍບ້ານນັ້ນ 6 ແມ່ນໃຜທີ່ປູກສວນອະງຸ່ນ ແລະຍັງບໍ່ໄດ້ຮັບປະທານຜົນຈາກສວນອະງຸ່ນນັ້ນ ໃຫ້ຜູ້ນັ້ນກັບໄປບ້ານ ຢ້ານວ່າເຂົາຈະຕາຍເສັຽໃນສົງຄາມ ແລະຄົນອື່ນຈະຮັບປະທານຜົນອະງຸ່ນນັ້ນ 7 ຜູ້ໃດທີ່ຫມັ້ນຍິງໄວ້ເປັນເມັຽແລ້ວ ແຕ່ຍັງບໍ່ໄດ້ແຕ່ງງານກັນ ໃຫ້ຜູ້ນັ້ນກັບໄປບ້ານຂອງຕົນ ຢ້ານວ່າເຂົາຈະຕາຍເສັຽໃນສົງຄາມ ແລະຊາຍອື່ນຈະໄດ້ນາງໄປເສັຽ” 8 ແລະນາຍທະຫານຈະເວົ້າກັບປະຊາຊົນຕໍ່ໄປ ອີກວ່າ “ຜູ້ໃດທີ່ຢູ່ທີ່ນີ້ມີຈິດໃຈຢ້ານກົວແລະວິຕົກ ໃຫ້ຜູ້ນັ້ນກັບໄປບ້ານຂອງຕົນເສັຽ ຢ້ານວ່າຈິດໃຈເພື່ອນຂອງເຂົາຈະສລາຍໄປເຫມືອນກັບຈິດໃຈຂອງເຂົາ” 9 ເມື່ອນາຍທະຫານເວົ້າກັບປະຊາຊົນຈົບລົງແລ້ວ ກໍໃຫ້ເລືອກຕັ້ງຜູ້ບັງຄັບບັນຊາກອງຕ່າງໆໃຫ້ເປັນຫົວຫນ້າປະຊາຊົນ 10 “ເມື່ອພວກທ່ານເຂົ້າໄປໃກ້ເມືອງຊຶ່ງທ່ານທັງຫລາຍຈະໄປສູ້ຮົບນັ້ນ ຈົ່ງສເນີຫລັກສັນຕິພາບແກ່ເມືອງນັ້ນກ່ອນ 11 ຖ້າເຂົາຕອບທ່ານຢ່າງສັນຕິແລະເປິດປະຕູເມືອງໃຫ້ແກ່ທ່ານ ກໍໃຫ້ປະຊາຊົນທັງປວງທີ່ພົບຢູ່ໃນເມືອງນັ້ນທຳງານໂຍທາໃຫ້ແກ່ທ່ານແລະບົວລະບັດທ່ານ 12 ຖ້າເມືອງນັ້ນໄປຮ່ວມສັນຕິກັບທ່ານ ແຕ່ກັບອອກມາຮົບ ກໍໃຫ້ທ່ານເຂົ້າລ້ອມຕີເມືອງນັ້ນໄດ້ 13 ເມື່ອພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ປະທານເມືອງນັ້ນໄວ້ໃນມືທ່ານແລ້ວ ທ່ານຈົ່ງຂ້າຊາຍທຸກຄົນເສັຽດ້ວຍຄົມດາບ 14 ແຕ່ຜູ້ຍິງແລະເດັກ ສັດແລະທຸກສິ່ງໃນເມືອງນັ້ນ ຄືຂອງທີ່ຍຶດໄວ້ທັງຫມົດທ່ານຈົ່ງຍຶດເອົາເປັນຂອງຕົນ ທ່ານຈົ່ງພໍໃຈໃນຂອງທີ່ຍຶດມາຈາກສັດຕຣູຂອງທ່ານ ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ 15 ທ່ານທັງຫລາຍຈົ່ງກະທຳເຊັ່ນນີ້ແກ່ທຸກຫົວເມືອງທີ່ຢູ່ໄກຈາກທ່ານ ຊຶ່ງບໍ່ແມ່ນຫົວເມືອງຂອງປະຊາຊາດໃກ້ໆນີ້ 16 ແຕ່ໃນຫົວເມືອງຂອງຊົນຊາດທັງຫລາຍນີ້ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານເປັນມໍຣະດົກທ່ານຢ່າໄວ້ຊີວິດສິ່ງໃດໆທີ່ຫາຍໃຈໄດ້ເລີຍ 17 ແຕ່ຈົ່ງທຳລາຍເຂົາເສັຽໃຫ້ຫມົດສິ້ນ ຄືຄົນຮິດຕີ ຄົນອາໂມຣິດ ຄົນການາອານ ຄົນເປຣິສຊີ ຄົນຮີວີ ແລະຄົນເຢບຸສ ດັ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງບັນຊາໄວ້ 18 ເພື່ອວ່າເຂົາຈະບໍ່ໄດ້ສອນທ່ານໃຫ້ກະທຳສິ່ງທີ່ຫນ້າລັງກຽດຊຶ່ງເຂົາໄດ້ກະທຳເປັນການບົວລະບັດຕໍ່ພຣະຂອງເຂົາ ເພາະການກະທຳເຊັ່ນນັ້ນເປັນການກະທໍາບາບຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 19 “ເມື່ອທ່ານລ້ອມຫົວເມືອງນຶ່ງຢູ່ຊ້ານານ ເພື່ອຈະສູ້ຮົບເອົາຫົວເມືອງນັ້ນ ຢ່າໃຊ້ຂວານຟັນທຳລາຍຕົ້ນໄມ້ຂອງເມືອງນັ້ນເສັຽ ເພາະທ່ານທັງຫລາຍຈະຮັບປະທານຫມາກຈາກຕົ້ນໄມ້ນັ້ນ ຢ່າໂຄ່ນລົງເລີຍ ຕົ້ນໄມ້ໃນທົ່ງນາເປັນມະນຸດ ຫລືທ່ານຈຶ່ງຕ້ອງລ້ອມເພື່ອຈະຮົບກັບມັນ 20 ສະເພາະຕົ້ນໄມ້ທີ່ທ່ານຊາບວ່າບໍ່ແມ່ນເປັນອາຫານ ທ່ານຈະທຳລາຍແລະໂຄ່ນລົງກໍໄດ້ ເພື່ອຈະໃຊ້ສ້າງເຄື່ອງລ້ອມເມືອງຊຶ່ງສູ້ຮົບກັບທ່ານ ຈົນກວ່າເມືອງນັ້ນຈະແຕກ
ການຈັດການເຣື່ອງຄາຕກັມທີ່ບໍ່ຮູ້ຕົວຜູ້ກະທຳຜິດ
1 “ໃນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານໃຫ້ທ່ານເປັນກຳມະສິດນັ້ນ ຖ້າພົບສົບຄົນທີ່ຖືກຂ້າຖິ້ມຢູ່ກາງແຈ້ງ ບໍ່ຮູ້ວ່າຜູ້ໃດຂ້າເຂົາຕາຍ 2 ກໍໃຫ້ພວກຜູ້ໃຫຍ່ ແລະຜູ້ພິພາກສາຂອງທ່ານອອກມາວັດເບິ່ງວ່າ ເມືອງທີ່ຢູ່ກັບສົບຜູ້ຕາຍນັ້ນເມືອງໃດຢູ່ໃກ້ທີ່ສຸດ 3 ໃຫ້ພວກຜູ້ໃຫຍ່ຂອງເມືອງທີ່ຢູ່ໃກ້ທີ່ສຸດນັ້ນນຳງົວແມ່ໂຕນຶ່ງຊຶ່ງຍັງບໍ່ເຄີຍໃຊ້ງານ ແລະຍັງບໍ່ເຄີຍທຽມແອກ 4 ແລະໃຫ້ພວກຜູ້ໃຫຍ່ຂອງເມືອງນັ້ນນຳງົວແມ່ໂຕນັ້ນໄປທີ່ຫຸບເຂົາຊຶ່ງມີນ້ຳໄຫລ ຊຶ່ງບໍ່ມີໃຜໄຖ ຫລືຫວ່ານເລີຍ ແລະໃຫ້ຫັກຄໍງົວແມ່ທີ່ຫຸບເຂົານັ້ນ 5 ແລະປະໂຣຫິດຜູ້ເປັນບຸດຫລານຂອງເລວີຈະຕ້ອງອອກມາ ດ້ວຍພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາໄດ້ຊົງເລືອກເຂົາໄວ້ໃຫ້ບົວລະບັດພຣະອົງ ແລະໃຫ້ອວຍພອນໃນພຣະນາມຂອງພຣະຜູ້ເປັນເຈົ້າ ໃຫ້ການວິວາດ ແລະການທຳຮ້າຍທຸກເຣື່ອງສິ້ນສຸດລົງດ້ວຍຄຳຂອງປະໂຣຫິດເຫລົ່ານີ້ 6 ແລະພວກຜູ້ໃຫຍ່ຂອງເມືອງທີ່ຢູ່ໃກ້ຜູ້ຖືກຂ້າທີ່ສຸດນັ້ນຈະລ້າງມືຂອງເຂົາທັງຫລາຍເຫນືອງົວແມ່ຊຶ່ງຖືກຫັກຄໍທີ່ໃນຫຸບເຂົານັ້ນ 7 ແລະເຂົາຈະເປັນພຍານວ່າ “ມືຂອງເຮົາທັງຫລາຍບໍ່ໄດ້ກະທຳໃຫ້ໂລຫິດຂອງຊາຍຜູ້ນີ້ຕົກ ແລະຕາຂອງເຮົາທັງຫລາຍກໍບໍ່ໄດ້ເຫັນໂລຫິດຂອງເຂົາຕົກ 8 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງໂຜດຍົກໂທດໃຫ້ຊົນຊາດອິສຣາເອນຄືປະຊາຊົນຂອງພຣະອົງ ຜູ້ຊຶ່ງພຣະອົງໄດ້ຊົງໄຖ່ໄວ້ ຂໍຢ່າຊົງຖືກໂທດຊົນຊາດອິສຣາເອນເນື່ອງດ້ວຍຄວາມຕາຍຂອງຜູ້ບໍ່ມີຄວາມຜິດ ແຕ່ຂໍຊົງອະພັຍໂທດອັນເນື່ອງຈາກຄວາມຕາຍນີ້ໃຫ້ແກ່ເຂົາ 9 ດັ່ງນີ້ແຫລະ ທ່ານຈະກຳຈັດຄວາມຜິດ ອັນເນື່ອງຈາກຄວາມຕາຍຂອງຜູ້ທີ່ບໍ່ມີຜິດນັ້ນເສັຽຈາກຖ້າມກາງທ່ານເມື່ອທ່ານກະທຳສິ່ງທີ່ຊອບໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ
ການປະຕິບັດຕໍ່ຍິງຊະເລີຍເສິກ
10 “ເມື່ອທ່ານອອກໄປສູ້ຮົບກັບສັດຕຣູຂອງທ່ານ ແລະພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງມອບເຂົາໄວ້ໃນມືຂອງທ່ານແລ້ວ ແລະທ່ານຈັບເຂົາມາເປັນຊະເລີຍ 11 ແລະທ່ານເຫັນຍິງງາມຄົນນຶ່ງໃນຫມູ່ຊະເລີຍນັ້ນ ແລະປາຖນາຢາກໄດ້ມາເປັນເມັຽຂອງທ່ານ 12 ທ່່ານຈົ່ງພາຍິງມາໄວ້ທີ່ເຮືອນຂອງທ່ານ ໃຫ້ນາງແຖຫົວ ແລະຕັດເລັບມືເສັຽ 13 ແລະໃຫ້ນາງປ່ຽນເຄື່ອງແຕ່ງກາຍຢ່າງຊະເລີຍອອກ ແລະໃຫ້ຢູ່ໃນເຮືອນຂອງທ່ານ ໃຫ້ໄວ້ທຸກເຖິງບິດາມານດາຂອງນາງນຶ່ງເດືອນເຕັມ ຫລັງຈາກນັ້ນທ່ານຈຶ່ງຈະເຂົ້າໄປຫານາງ ແລະເປັນຜົວຂອງນາງໄດ້ ແລະໃຫ້ນາງເປັນພັຣຍາຂອງທ່ານ 14 ພາຍຫລັງຖ້າທ່ານບໍ່ພໍໃຈນາງນັ້ນເສັຽແລ້ວ ຈົ່ງປ່ອຍນາງໄປຕາມແຕ່ນາງຈະພໍໃຈໄປທີ່ໃດ ຢ່າຂາຍນາງເອົາເງິນ ຢ່າກະທຳກັບນາງຢ່າງທາດ ເພາະທ່ານໄດ້ກະທຳໃຫ້ນາງໄດ້ອາຍແລ້ວ
ກົດຫມາຍເຣື່ອງບຸດຫົວປີ
15 “ຖ້າຊາຍຄົນນຶ່ງມີພັຣຍາສອງຄົນ ຮັກຄົນນຶ່ງ ບໍ່ມັກອີກຄົນນຶ່ງ ພັຣຍາທັງສອງຄືທັງຄົນທີ່ຮັກ ແລະຄົນທີ່ບໍ່ມັກ ກໍມີບຸດດ້ວຍກັນ ແລະບຸດຫົວປີເປັນບຸດຂອງພັຣຍາຄົນທີ່ຕົນບໍ່ມັກ 16 ເມື່ອເຖິງວັນແບ່ງຊັບສົມສີນໃຫ້ແກ່ບຸດເປັນມໍຣະດົກນັ້ນ ຢ່າໃຫ້ເຂົາກະທຳແກ່ບຸດຂອງພັຣຍາທີ່ຕົນຮັກນັ້ນເຫມືອນຢ່າງກັບເປັນບຸດຫົວປີ ແທນບຸດຂອງພັຣຍາທີ່ຕົນບໍ່ມັກຊຶ່ງເປັນບຸດຫົວປີ 17 ແຕ່ເຂົາຕ້ອງຍອມຮັບບຸດຫົວປີຄືບຸດຂອງພັຣຍາຄົນທີ່ຕົນບໍ່ມັກ ໂດຍແບ່ງເຄື່ອງຂອງໃຫ້ແກ່ບຸດຫົວປີສອງເທົ່າ ເພາະວ່າຄົນນີ້ເປັນຕົ້ນກຳລັງຂອງບິດາ ສິດຂອງບຸດຫົວປີເປັນຂອງເຂົາ
ບຸດທີ່ບໍ່ເຊື່ອຟັງ
18 “ຖ້າຊາຍຄົນໃດມີບຸດທີ່ດື້ ແລະບໍ່ຢູ່ໃນໂອວາດ ບໍ່ເຊື່ອຟັງສຽງຂອງພໍ່ຂອງຕົນ ຫລືສຽງຂອງແມ່ຂອງຕົນ ແມ້ວ່າພໍ່ແມ່ຈະຕີສອນ ເຂົາກໍບໍ່ຍອມຟັງ 19 ໃຫ້ພໍ່ແມ່ຈັບຕົວເຂົາໃຫ້ອອກມາຫາພວກຜູ້ໃຫຍ່ຂອງເມືອງນັ້ນໃນປະຕູເມືອງທີ່ເຂົາອາໄສຢູ່ 20 ແລະເຂົາຈະເວົ້າກັບພວກຜູ້ໃຫຍ່ຂອງເມືອງນັ້ນວ່າ “ບຸດຊາຍຂອງເຮົາຄົນນີ້ເປັນຄົນດື້ດືງ ແລະບໍ່ຢູ່ໃນໂອວາດ ບໍ່ເຊື່ອຟັງສຽງເຮົາ ເປັນຄົນເກເລ ແລະຂີ້ເມົາ 21 ແລ້ວຜູ້ຊາຍໃນເມືອງນັ້ນຈະເອົາຫີນແກ່ວງໃສ່ເຂົາໃຫ້ຕາຍ ດັ່ງນັ້ນທ່ານຈະໄດ້ກຳຈັດຄວາມຊົ່ວເສັຽຈາກຖ້າມກາງທ່ານ ຄົນອິສຣາເອນທັງປວງຈະໄດ້ຍິນແລະຢຳເກງ
ກົດຫມາຍຕ່າງໆ
22 “ຖ້າຄົນໃດໄດ້ກະທໍາຄວາມຜິດອັນມີໂທດເຖິງຕາຍ ແລະເຂົາຖືກປະຫານຊີວິດ ແລະແຂວນເຂົາໄວ້ທີ່ຕົ້ນໄມ້ 23 ຢ່າໃຫ້ສົບຄ້າງຢູ່ທີ່ຕົ້ນໄມ້ຂ້າມຄືນ ທ່ານຈົ່ງຝັງເຂົາເສັຽໃນວັນດຽວກັນນັ້ນ ດ້ວຍວ່າຜູ້ທີ່ຕ້ອງຖືກແຂວນໄວ້ເທິງຕົ້ນໄມ້ກໍຕ້ອງຖືກສາບແຊ່ງໂດຍພຣະຜູ້ເປັນເຈົ້າ ທ່ານຢ່າກະທຳໃຫ້ແຜ່ນດິນຂອງທ່ານຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານໃຫ້ເປັນມໍຣະດົກນັ້ນເປັນມົນທິນ
1 “ເມື່ອທ່ານທັງຫລາຍເຫັນງົວ ຫລືແກະຂອງພີ່ນ້ອງຂອງທ່ານຫລົງມາ ຢ່າໄດ້ທຳເມີນເສີຍ ຈົ່ງພາສັດເຫລົ່ານັ້ນກັບໄປໃຫ້ພີ່ນ້ອງຂອງທ່ານ 2 ຖ້າບ້ານເຂົາຢູ່ບໍ່ໃກ້ ຫລືທ່ານບໍ່ຮູ້ຈັກຕົວເຂົາ ຈົ່ງນຳສັດເຫລົ່ານັ້ນມາໄວ້ທີ່ບ້ານຂອງທ່ານ ແລະໃຫ້ຢູ່ກັບທ່ານຈົນພີ່ນ້ອງມາທ່ຽວຊອກຫາ ແລ້ວທ່ານຈົ່ງມອບຄືນໃຫ້ເຂົາໄປ 3 ລໍຂອງພີ່ນ້ອງທ່ານກໍຈົ່ງຄືນໃຫ້ເຫມືອນກັນ ເສື້ອຜ້າຂອງພີ່ນ້ອງທ່ານກໍຈົ່ງຄືນໃຫ້ເຫມືອນກັນ ສິ່ງໃດຂອງພີ່ນ້ອງທີ່ຫາຍໄປ ແລະທີ່ທ່ານພົບເຂົ້າ ທ່ານຈົ່ງຄືນໃຫ້ແກ່ເຂົາ ທ່ານຢ່າທຳເມີນເສີຍບໍ່ຊ່ອຍເຂົາ 4 ຖ້າທ່ານເຫັນລໍ ຫລືງົວຂອງພີ່ນ້ອງລົ້ມຢູ່ຕາມທາງ ຢ່າທຳເມີນເສີຍ ທ່ານຈົ່ງຊ່ອຍພະຍຸງສັດເຫລົ່ານັ້ນຂຶ້ນອີກ 5 “ຢ່າໃຫ້ຜູ້ຍິງໃຊ້ເຄື່ອງນຸ່ງຂອງຜູ້ຊາຍ ແລະຢ່າໃຫ້ຜູ້ຊາຍນຸ່ງເຄື່ອງດ້ວຍເຄື່ອງຂອງຜູ້ຍິງ ເພາະຜູ້ໃດກະທຳສິ່ງເຫລົ່ານີ້ກໍເປັນທີ່ຫນ້າລັງກຽດແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 6 “ຖ້າທ່ານບັງເອີນໄປພົບຮັງນົກຢູ່ຕາມທາງ ເທິງຕົ້ນໄມ້ຫລືພີ້ນດິນ ມີລູກນົກ ຫລືໄຂ່ ແລະແມ່ນົກກຳລັງຟັກໄຂ່ຫລືເຝົ້າລູກຂອງມັນຢູ່ ທ່ານຢ່າເອົາແມ່ນົກກັບລູກນົກໄປ 7 ທ່ານຈົ່ງປ່ອຍແມ່ນົກໄປເສັຽ ແຕ່ລູກນົກນັ້ນທ່ານຈະເອົາໄປເປັນຂອງທ່ານກໍໄດ້ ເພື່ອທ່ານຈະໄດ້ຮັບຄວາມຈຳເຣີນ ແລະທ່ານຈະມີອາຍຸຍືນນານ 8 “ເມື່ອທ່ານກໍ່ເຮືອນໃຫມ່ ຈົ່ງກໍ່ຂອບຂຶ້ນກັນໄວ້ທີ່ດາດຟ້າຫລັງຄາ ເພື່ອທ່ານຈະບໍ່ໄດ້ນຳໂທດມາສູ່ເຮືອນນັ້ນເພາະມີຄົນພັດຕົກລົງມາຈາກຫລັງຄາຕາຍ 9 “ຢ່າເອົາເມັດພືດສອງຊະນິດຫວ່ານລົງໃນສວນອະງຸ່ນຂອງທ່ານ ຢ້ານວ່າຜົນທັງຫມົດນັ້ນຈະຕ້ອງມອບໃຫ້ແກ່ສະຖານນະມັສການຄືທັງພືດຜົນທີ່ທ່ານຫວ່ານ ແລະຜົນອະງຸ່ນຂອງສວນນັ້ນ 10 ທ່ານຢ່າເອົາງົວ ແລະລໍເຂົ້າທຽມໄຖດ້ວຍກັນ 11 ທ່ານຢ່າສວມເຄື່ອງນຸ່ງທີ່ຕ່ຳດ້ວຍຂົນສັດປົນດ້າຍປ່ານ 12 “ທ່ານຈົ່ງຫຍິບຍ່ອຍຫ້ອຍໄວ້ທີ່ສີ່ແຈຂອງເສື້ອຄຸມຂອງທ່ານ ຊຶ່ງທ່ານໃຊ້ຄຸມຕົວ
ກົດຫມາຍເຣື່ອງຄວາມບໍຣິສຸດທາງເພດ
13 “ຖ້າຊາຍຄົນໃດໄດ້ພັຣຍາ ແລະໄດ້ສົມສູ່ຢູ່ກັບນາງ ແລ້ວເກີດກຽດຊັງນາງ 14 ແລະຫາເຫດວ່າຍິງນັ້ນປະພຶດສິ່ງທີ່ຫນ້າອາຍ ກະທຳໃຫ້ຊື່ສຽງຂອງນາງເສັຽຫາຍ ໂດຍກ່າວວ່າ “ຂ້າພະເຈົ້າຮັບຍິງຄົນນີ້ມາເປັນພັຣຍາ ຄັນຂ້າພະເຈົ້າສົມສູ່ກັບນາງກໍເຫັນວ່ານາງບໍ່ມີເຄື່ອງຫມາຍຂອງຍິງພົມມະຈາຣີ 15 ພໍ່ຂອງຍິງສາວຄົນນັ້ນ ແລະແມ່ຈະຕ້ອງນຳຂອງສຳຄັນ ອັນເປັນພຍານວ່າຍິງສາວນັ້ນເປັນພົມມະຈາຣີມາໃຫ້ພວກຜູ້ໃຫຍ່ຂອງເມືອງນັ້ນທີ່ປະຕູເມືອງ 16 ແລະພໍ່ຂອງຍິງສາວນັ້ນຈະບອກກັບພວກຜູ້ໃຫຍ່ວ່າ “ຂ້າພະເຈົ້າໄດ້ຍົກລູກສາວຂອງຂ້າພະເຈົ້າໃຫ້ເປັນພັຣຍາຊາຍຄົນນີ້ ແລະເຂົາກັບກຽດຊັງ 17 ນີ້ແຫລະຊາຍຄົນນີ້ຫາເຫດກ່າວຕິຕຽນວ່າ “ຂ້າພະເຈົ້າບໍ່ເຫັນວ່າບຸດສາວຂອງທ່ານມີເຄື່ອງຫມາຍຂອງຍິງພົມມະຈາຣີເລີຍ” ນີ້ແຫລະແມ່ນຂອງສຳຄັນວ່າລູກສາວຂອງຂ້າພະເຈົ້າເປັນຍິງພົມມະຈາຣີ” ແລ້ວເຂົາຈະໃຈ້ເຄື່ອງແຕ່ງກາຍນັ້ນອອກຕໍ່ຫນ້າພວກຜູ້ໃຫຍ່ໃຫ້ເປັນພຍານ 18 ໃຫ້ພວກຜູ້ໃຫຍ່ຂອງເມືອງນັ້ນຈັບຊາຍຄົນນັ້ນມາຂ້ຽນ 19 ແລະປັບໂທດເຂົານຶ່ງຮ້ອຍເຊເກລ ແລະມອບເງິນນັ້ນໃຫ້ແກ່ບິດາຂອງຍິງສາວ ເພາະເຂົາທຳໃຫ້ຍິງພົມມະຈາຣີອິສຣາເອນຄົນນຶ່ງເສັຽຊື່ ຍິງນັ້ນຈະເປັນພັຣຍາຂອງເຂົາຕໍ່ໄປ ເຂົາຈະຢ່າຮ້າງບໍ່ໄດ້ເລີຍຕລອດຊີວິດ 20 ແຕ່ຖ້າເຣື່ອງນັ້ນເປັນຄວາມຈິງ ແລະຫາເຄື່ອງຫມາຍຂອງຍິງພົມມະຈາຣີທີ່ຍິງສາວນັ້ນບໍ່ໄດ້ 21 ເຂົາຈະພາຍິງສາວນັ້ນອອກມານອກປະຕູເຮືອນພໍ່ຂອງນາງ ແລ້ວຊາວເມືອງຈະເອົາຫີນແກ່ວງໃສ່ນາງໃຫ້ຕາຍ ເພາະນາງໄດ້ກະທຳຄວາມໂງ່ຈ້າໃນອິສຣາເອນ ຄືເປັນຍິງໂສເພນີໃນເຮືອນຂອງພໍ່ ດັ່ງນີ້ແຫລະທ່ານຈະກຳຈັດຄວາມຊົ່ວອອກຈາກຖ້າມກາງທ່ານ 22 “ຖ້າພົບຊາຍຄົນນຶ່ງໄປສົມສູ່ກັບພັຣຍາຂອງຄົນອື່ນ ທັງສອງຄົນ ຄືຊາຍທີ່ໄປສົມສູ່ກັບຍິງ ແລະຍິງຄົນນັ້ນຈະຕ້ອງມີໂທດເຖິງຕາຍ ດັ່ງນີ້ແຫລະທ່ານຈະກຳຈັດຄວາມຊົ່ວຈາກອິສຣາເອນ 23 “ຖ້າມີຍິງພົມມະຈາຣີຄົນນຶ່ງຫມັ້ນໄວ້ແລ້ວ ແລະມີຊາຍຄົນນຶ່ງໄປພົບນາງໃນເມືອງ ແລະໄດ້ສົມສູ່ກັບນາງ 24 ທ່ານຈົ່ງພາເຂົາທັງສອງອອກໄປນອກປະຕູເມືອງນັ້ນ ແລະທ່ານຈົ່ງເອົາຫີນແກ່ວງໃສ່ເຂົາທັງສອງໃຫ້ຕາຍເສັຽ ຍິງສາວຄົນນັ້ນ ເພາະວ່າເຖິງຢູ່ໃນເມືອງກໍບໍ່ໄດ້ຮ້ອງຂໍຄວາມຊ່ອຍເຫລືອ ຊາຍຄົນນັ້ນ ເພາະວ່າໄດ້ກະທຳໃຫ້ພຣັຍາຂອງເພື່ອນບ້ານໄດ້ຮັບຄວາມລະອາຍ ດັ່ງນີ້ແຫລະ ທ່ານທັງຫລາຍຈະກຳຈັດຄວາມຊົ່ວເສັຽຈາກຖ້າມກາງທ່ານ 25 “ແຕ່ຖ້າຊາຍຄົນນຶ່ງໄປພົບຍິງສາວທີ່ຄົນອື່ນຫມັ້ນໄວ້ແລ້ວທີ່ກາງທົ່ງ ຊາຍຄົນນັ້ນຈັບຕົວຍິງນັ້ນແລະໄດ້ສົມສູ່ກັບນາງ ສະເພາະຜູ້ຊາຍຄົນທີ່ສົມສູ່ກັບນາງເທົ່ານັ້ນຈະຕ້ອງມີໂທດເຖິງຕາຍ 26 ແຕ່ທ່ານຢ່າທຳໂທດຍິງສາວນັ້ນເລີຍ ຝ່າຍຍິງສາວນັ້ນບໍ່ມີຄວາມຜິດສິ່ງໃດທີ່ຈະຕ້ອງມີໂທດເຖິງຕາຍ ເພາະຄະດີເຣື່ອງນີ້ກໍເຫມືອນກັບຄະດີເຣື່ອງຊາຍຄົນນຶ່ງເຂົ້າຕໍ່ສູ້ ແລະຂ້າເພື່ອນບ້ານຂອງຕົນ 27 ເພາະຊາຍນັ້ນພົບນາງທີ່ກາງທົ່ງ ແມ້ວ່າຍິງສາວທີ່ເຂົາຫມັ້ນໄວ້ຄົນນັ້ນຈະຮ້ອງຂໍຄວາມຊ່ອຍເຫລືອກໍບໍ່ມີໃຜມາຊ່ອຍໄດ້ 28 “ຖ້າຊາຍຄົນນຶ່ງພົບຍິງພົມມະຈາຣີຍັງບໍ່ມີຄົນຫມັ້ນ ເຂົາຈຶ່ງຈັບຕົວນາງ ແລະໄດ້ສົມສູ່ກັບນາງ ມີຜູ້ຮູ້ເຫັນ 29 ຊາຍຜູ້ທີ່ໄດ້ສົມສູ່ກັບນາງນັ້ນຈະຕ້ອງມອບເງິນຫ້າສິບເຊເກລໃຫ້ແກ່ພໍ່ຂອງຍິງສາວຄົນນັ້ນ ແລະໃຫ້ຍິງຕົກເປັນພັຣຍາຂອງຜູ້ຊາຍຄົນນັ້ນ ເພາະເຂົາໄດ້ທຳໃຫ້ນາງໄດ້ຮັບຄວາມອາຍ ແລະເຂົາຈະຢ່າຮ້າງກັບນາງບໍ່ໄດ້ຕລອດຊີວິດ 30 “ຫ້າມບໍ່ໃຫ້ຜູ້ຊາຍຄົນໃດເອົາເມັຽຂອງພໍ່ມາເປັນພັຣຍາຂອງຕົນ ແລະຫ້າມບໍ່ໃຫ້ເປີດຜ້າຂອງນາງຜູ້ເປັນຂອງພໍ່
ຜູ້ທີ່ຕ້ອງຢູ່ນອກການປະຊຸມ
1 “ຊາຍຄົນໃດທີ່ຖືກຕອນ ຫລືອະວັຍະວະສືບພັນພິການ ຢ່າໃຫ້ເຂົ້າໃນການປະຊຸມຂອງພຣະຜູ້ເປັນເຈົ້າ 2 “ຫ້າມບໍ່ໃຫ້ລູກນອກກົດຫມາຍເຂົ້າໃນການປະຊຸມຂອງພຣະຜູ້ເປັນເຈົ້າ ຢ່າໃຫ້ເຊື້ອສາຍຂອງເຂົາເຂົ້າໃນການປະຊຸມຂອງພຣະຜູ້ເປັນເຈົ້າຈົນເຖິງສິບຊົ່ວອາຍຸຄົນ 3 “ຢ່າໃຫ້ຄົນອັມໂມນ ຫລືຄົນໂມອາບເຂົ້າໃນການປະຊຸມຂອງພຣະຜູ້ເປັນເຈົ້າ ບຸກຄົນທີ່ເປັນເຊື້ອສາຍຂອງຄົນທັງສອງເຜົ່ານີ້ຫ້າມບໍ່ໃຫ້ເຂົາໃນການປະຊຸມຂອງພຣະຜູ້ເປັນເຈົ້າເລີຍຈົນເຖິງສິບຊົ່ວອາຍຸຄົນ 4 ເພາະວ່າຄົນເຫລົ່ານີ້ບໍ່ໄດ້ມາຕ້ອນຮັບທ່ານທັງຫລາຍຕາມທາງດ້ວຍເຂົ້າຈີ່ແລະນ້ຳ ເມື່ອທ່ານອອກຈາກເອຢິບເພາະວ່າເຂົາໄດ້ຈ້າງບາລາອາມບຸດເບໂອຣ໌ ມາຈາກເປໂດຣ໌ ແຫ່ງເມໂຊໂປຕາເມັຽມາສາບແຊ່ງພວກເຈົ້າ 5 ຢ່າງໃດກໍດີພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານບໍ່ໄດ້ຟັງບາລາອາມ ແຕ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງປ່ຽນຄຳສາບແຊ່ງໃຫ້ເປັນຄຳອວຍພອນທ່ານ ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງຮັກທ່ານ 6 ທ່ານຢ່າສ້າງຄວາມສຸກສຳຣານ ຫລືຄວາມຈຳເຣີນໃຫ້ເຂົາຕລອດຊີວິດຂອງທ່ານທັງຫລາຍເປັນນິດ 7 “ທ່ານທັງຫລາຍຢ່າກຽດຄົນເອໂດມ ເພາະເຂົາເປັນພີ່ນ້ອງຂອງທ່ານ ທ່ານຢ່າກຽດຄົນເອຢິບ ເພາະທ່ານທັງຫລາຍເປັນຄົນຕ່າງດ້າວຢູ່ໃນແຜ່ນດິນຂອງເຂົານັ້ນ 8 ເດັກນ້ອຍຊົ່ວອາຍຸທີ່ສາມຊຶ່ງເກີດກັບຄົນເຫລົ່ານີ້ຈະເຂົ້າໃນການປະຊຸມຂອງພຣະເຈົ້າກໍໄດ້
ການຮັກສາຄ້າຍທະຫານ
9 “ເມື່ອທ່ານອອກໄປສູ້ຮົບກັບສັດຕຣູຂອງທ່ານ ແລະເມື່ອທ່ານຍັງຢູ່ໃນຄ້າຍ ທ່ານຈົ່ງລະວັງຕົວໃຫ້ພົ້ນຈາກສິ່ງຊົ່ວທຸກຢ່າງ 10 “ຖ້າຄົນໃດໃນພວກທ່ານບໍ່ສະອາດ ດ້ວຍເຫດການທີ່ເກີດຂຶ້ນໃນເວລາກາງຄືນ ເຂົາຕ້ອງໄປຢູ່ນອກຄ້າຍ ຢ່າໃຫ້ເຂົາເຂົ້າມາໃນຄ້າຍ 11 ແຕ່ເມື່ອເຖິງເວລາຄ່ຳແລ້ວ ໃຫ້ເຂົາອາບນ້ຳຊຳຮະຕົວ ແລະເມື່ອດວງອາທິດຕົກແລ້ວເຂົາຈະກັບເຂົ້າມາໃນຄ້າຍກໍໄດ້ 12 “ທ່ານທັງຫລາຍຕ້ອງມີທີ່ພາຍນອກຄ້າຍ ເພື່ອຈະອອກໄປເຖິງໄດ້ 13 ແລະທ່ານຕ້ອງມີໄມ້ສ້ຽມຮວມໄວ້ກັບເຄື່ອງອາວຸດ ແລະເມື່ອທ່ານນັ່ງລົງໃນທີ່ຂ້າງນອກນັ້ນ ທ່ານຈົ່ງໃຊ້ໄມ້ຂຸດຂຸມໄວ້ ແລະຫັນໄປໃຊ້ດິນຖົມໄວ້ 14 ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງດຳເນີນຢູ່ຖ້າມກາງຄ້າຍຂອງທ່ານ ເພື່ອຈະຊ່ອຍເຫລືອທ່ານແລະມອບສັດຕຣູຂອງທ່ານໄວ້ໃນມືທ່ານ ເພາະສະນັ້ນຄ້າຍຂອງທ່ານຕ້ອງບໍຣິສຸດ ເພື່ອພຣະອົງຈະບໍ່ທອດພຣະເນດໃນສິ່ງໂສໂຄກໃນຫມູ່ພວກທ່ານ ແລະສະເດັດໄປເສັຽຈາກທ່ານ 15 “ຖ້າມີທາດຫນີຈາກນາຍຂອງເຂົາມາຢູ່ກັບທ່ານ ຢ່າຈັບທາດນັ້ນໄປສົ່ງນາຍຂອງເຂົາ 16 ຈົ່ງໃຫ້ທາດນັ້ນຢູ່ກັບທ່ານ ຢູ່ໃນຫມູ່ພວກທ່ານ ໃຫ້ຢູ່ໃນທີ່ຊຶ່ງເຂົາຈະເລືອກໃນເມືອງນຶ່ງເມືອງໃດຕາມຄວາມພໍໃຈຂອງເຂົາ ຢ່າກົດຂີ່ຂົ່ມເຫັງເຂົາເລີຍ 17 “ຜູ້ຍິງຊາວອິສຣາເອນນັ້ນ ຢ່າໃຫ້ມີຍິງໂສເພນີຈັກຄົນດຽວ ແລະໃນພວກບຸດຊາຍອິສຣາເອນຢ່າໃຫ້ມີຊາຍທີ່ຫລີ້ນຊູ້ສູ່ຈັກຄົນດຽວ 18 ທ່ານຢ່ານຳຄ່າຈ້າງຂອງຍິງໂສເພນີ ຫລືຄ່າຈ້າງຈາກຫມາ ມາໃນວິຫານຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານເປັນເງິນແກ້ບົນຢ່າງໃດຢ່າງນຶ່ງ ເພາະທັງສອງນີ້ເປັນສິ່ງທີ່ຫນ້າລັງກຽດແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 19 “ທ່ານຢ່າໃຫ້ພີ່ນ້ອງຂອງທ່ານຢືມເງິນເພື່ອເອົາດອກເບັ້ຽ ບໍ່ວ່າດອກເບັ້ຽເງິນກູ້ ຫລືດອກເບັ້ຽເຄື່ອງບໍຣິໂພກ ຫລືດອກເບັ້ຽຂອງສິ່ງໃດໆທີ່ໃຫ້ຢືມເພື່ອເອົາດອກເບັ້ຽ 20 ທ່ານຈະໃຫ້ຄົນຕ່າງດ້າວຢືມເພື່ອເອົາດອກເບັ້ຽກໍໄດ້ ແຕ່ສຳລັບພີ່ນ້ອງຂອງທ່ານຢ່າໃຫ້ຢືມເພື່ອເອົາດອກເບັ້ຽ ເພື່ອພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຈະຊົງອວຍພຣະພອນແກ່ທ່ານໃນທຸກສິ່ງຊຶ່ງທ່ານກະທຳໃນແຜ່ນດິນຊຶ່ງທ່ານກຳລັງຈະເຂົ້າໄປຍຶດຄອງນັ້ນ
ການແກ້ບະແລະການກິນ
21 ເມື່ອພວກທ່ານບະບົນຕໍ່ພຣະຜູ້ເປັນເຈົ້າ ຢ່າລະເລີຍຕໍ່ສິ່ງທີ່ໄດ້ສັນຍາໄວ້ ຈົ່ງແກ້ບະເສັຽ ເພາະວ່າພຣະຜູ້ເປັນເຈົ້າຊົງຫມັ້ນພຣະທັຍວ່າຈະໄດ້ສິ່ງນັ້ນຈາກທ່ານອີ່ຫລີ 22 ການບໍ່ຮັກສາຄຳຫມັ້ນສັນຍາຈະເປັນບາບ ແລະເມື່ອບໍ່ບະບົນຕໍ່ພຣະຜູ້ເປັນເຈົ້າກໍບໍ່ມີບາບ 23 ແຕ່ຖ້າທ່ານເຕັມໃຈບະບົນຕໍ່ພຣະຜູ້ເປັນເຈົ້າຂອງທ່ານ ຈົ່ງໄດ້ເອົາໃຈໃສ່ເຮັດຕາມນັ້ນ 24 ເມື່ອທ່ານຍ່າງຜ່ານໄປໃນສວນອະງຸ່ນຂອງເພື່ອນບ້ານ ທ່ານຈະກິນຫມາກອະງຸ່ນໃນສວນນັ້ນຈົນອີ່ມກໍໄດ້ ແຕ່ບໍ່ຕ້ອງເກັບໃສ່ກະຕ່າຖືໄປນຳ 25 ເມື່ອທ່ານເຂົ້າໄປໃນນາຂອງເພື່ອນບ້ານຂອງທ່ານ ທ່ານຈະເອົາມືເດັດຮວງເຂົ້າມາກໍໄດ້ ແຕ່ທ່ານຈະໃຊ້ກ່ຽວຕັດເອົາເຂົ້າຂອງເພື່ອນບ້ານຂອງທ່ານບໍ່ໄດ້
ການຢ່າຮ້າງແລະການແຕ່ງດອງໃຫມ່
1 ສົມມຸດວ່າ ຊາຍຜູ້ນຶ່ງມີພັຣຍາແລ້ວ ພາຍຫລັງມານາງບໍ່ຮັກສາມີອີກຕໍ່ໄປ ແລະນາງມີພຶດຕິການບໍ່ດີບໍ່ງາມ ຊາຍຜູ້ນັ້ນຈຶ່ງທຳຫນັງສືຢ່າຮ້າງຍື່ນໃຫ້ນາງ ແລ້ວກໍບອກໃຫ້ນາງຫນີອອກຈາກເຮືອນໄປ 2 ຕໍ່ມາສົມມຸດວ່າ ນາງແຕ່ງດອງກັບຊາຍອີກຄົນນຶ່ງ 3 ຊາຍຜູ້ນັ້ນກໍຄິດຢາກປະນາງເຫມືອນກັນ ເຂົາຈຶ່ງທຳຫນັງສືຢ່າຮ້າງຍື່ນໃຫ້ນາງ ແລ້ວບອກໃຫ້ນາງຫນີອອກຈາກເຮືອນໄປ 4 ຫລືສົມມຸດວ່າ ສາມີທີ່ສອງຂອງນາງຕາຍໄປ ໃນກໍລະນີຢ່າງນີ້ ສາມີຜູ້ທຳອິດຈະເອົານາງຜູ້ມີມົນທິນແລ້ວມາເປັນພັຣຍາອີກບໍ່ໄດ້ ເພາະຈະທຳໃຫ້ພຣະຜູ້ເປັນເຈົ້າຊົງເສັຽພຣະທັຍ ພວກທ່ານຢ່າທຳໃຫ້ແຜ່ນດິນທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ນັ້ນມີຄວາມຜິດ
ກົດຫມາຍຕ່າງໆ
5 ເມື່ອຊາຍຜູ້ໃດເອົາພັຣຍາໃຫມ່ ຢ່າໃຫ້ຜູ້ນັ້ນເປັນທະຫານ ຫລືຮັບຣາຊການຢ່າງໃດຢ່າງນຶ່ງ ໃຫ້ເຂົາພັກຢູ່ບ້ານນຶ່ງປີ ເພື່ອຈະໄດ້ມີຄວາມສຸກຢູ່ກັບພັຣຍາ 6 ເມື່ອທ່ານໃຫ້ຄົນຢືມ ຢ່າໄດ້ເອົາຫີນໂມ້ແປ້ງຂອງເຂົາໄວ້ເປັນເຄື່ອງປະກັນ ເພາະຫີນນັ້ນໃຊ້ເປັນເຄື່ອງມືສຳລັບລ້ຽງຊີບຂອງເຂົາ 7 ຜູ້ໃດລັກເອົາຄົນອິສຣາເອນເພື່ອນບ້ານຂອງຕົນໄປໃຊ້ເປັນທາດ ຫລືຂາຍໄປເປັນທາດເສັຽ ຄົນນັ້ນຈະຕ້ອງມີໂທດເຖິງຕາຍ ທ່ານຈົ່ງກຳຈັດຄົນຊົ່ວດ້ວຍວິທີຢ່າງນີ້ແຫລະ 8 ກ່ຽວກັບໂຣກຜີວຫນັງນັ້ນ ທ່ານຈົ່ງເອົາໃຈໃສ່ປິ່ນປົວຕາມຄຳແນະນຳຂອງປະໂຣຫິດຊາວເລວີ ຕາມທີ່ຂ້າພະເຈົ້າໄດ້ບອກເຂົາແລ້ວ 9 ແລະຈົ່ງລະນຶກເຖິງເຣື່ອງທີ່ພຣະຜູ້ເປັນເຈົ້າຂອງທ່ານຊົງເຮັດຕໍ່ ຊາວມີຣີອາມໃນເວລາພວກເຂົາເດີນທາງມາຈາກເອຢິບນັ້ນ 10 ເມື່ອທ່ານໃຫ້ຄົນຢືມຂອງ ຢ່າໄດ້ເຂົ້າໄປເອົາຂອງປະກັນໃນບ້ານເຮືອນຂອງເຂົາ ຈົ່ງຢືນຖ້າຢູ່ຂ້າງນອກ 11 ໃຫ້ເຂົາເອົາອອກມາໃຫ້ທ່ານເອງ 12 ຖ້າເຂົາເປັນຄົນທຸກຍາກ ຢ່າເກັບຂອງປະກັນນັ້ນໄວ້ຈົນເທົ່າຄ້າງຄືນ ເມື່ອຕາເວັນຕົກໃຫ້ສົ່ງເຂົາໂລດ 13 ເພື່ອເຂົາຈະໄດ້ໃຊ້ຫົ່ມໃນເວລາເຂົ້ານອນ ແລ້ວເຂົາຈະຂອບໃຈທ່ານ ແລະພຣະຜູ້ເປັນເຈົ້າກໍຈະຊົງພໍພຣະທັຍດ້ວຍ 14 ຢ່າບີບບັງຄັບລູກຈ້າງທີ່ທຸກຍາກແລະຂັດສົນ ບໍ່ວ່າເຂົາຜູ້ນັ້ນຈະເປັນອິສຣາເອນເພື່ອນບ້ານຂອງທ່ານ ຫລືເປັນຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງຂອງທ່ານກໍຕາມ 15 ຈົ່ງຈ່າຍຄ່າຈ້າງໃຫ້ເຂົາທຸກໆມື້ກ່ອນຕາເວັນຕົກ ເພາະເຂົາຕ້ອງການເງິນ ແລະເອົາໃຈຈົດຈໍ່ຢູ່ໃນຄ່າຈ້າງນັ້ນ ຖ້າທ່ານບໍ່ຈ່າຍໃຫ້ເຂົາກໍຈະຟ້ອງຮ້ອງຕໍ່ພຣະຜູ້ເປັນເຈົ້າ ແລ້ວທ່ານຈະຖືກໂທດ 16 ຢ່າໃຫ້ພໍ່ຕ້ອງຮັບໂທດເຖິງຕາຍແທນລູກຂອງຕົນ ຫລືໃຫ້ລູກຕ້ອງຮັບໂທດເຖິງຕາຍແທນພໍ່ຂອງຕົນ ໃຫ້ທຸກຄົນຮັບໂທດເຖິງຕາຍດ້ວຍໂທດຂອງຄົນນັ້ນເອງ 17 “ທ່ານທັງຫລາຍຢ່າໃຫ້ເສັຽຄວາມຍຸດຕິທັມ ຊຶ່ງຄວນໄດ້ແກ່ຄົນຕ່າງດ້າວ ຫລືຄວນໄດ້ແກ່ລຸກກຳພ້າ ແລະຢ່າໄດ້ຮັບເຄື່ອງນຸ່ງຂອງຍິງຫມ້າຍໄວ້ເປັນປະກັນ 18 ຈົ່ງຈຳໄວ້ວ່າ ພວກທ່ານຕົກເປັນທາດຢູໃນປະເທດເອຢິບ ແລ້ວພຣະຜູ້ເປັນເຈົ້າຊົງຊ່ອຍໃຫ້ມີອິສຣະ ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງສັ່ງໃຫ້ພວກທ່ານທຳສິ່ງດັ່ງກ່າວນີ້ 19 ເມື່ອທ່ານລຶມຟ່ອນເຂົ້າບາງຟ່ອນໄວ້ໃນນາ ຢ່າໄດ້ກັບຄືນໄປເອົາມັນມາ ຈົ່ງປະໄວ້ໃຫ້ຄົນຕ່າງດ້າວ ລູກກຳພ້າ ແລະແມ່ຫມ້າຍເສັຽ ເພື່ອພຣະຜູ້ເປັນເຈົ້າຈະຊົງອວຍພຣະພອນໃຫ້ການງານຂອງທ່ານຈະເຣີນຂຶ້ນ 20 ເມື່ອທ່ານໄປເກັບເອົາຫມາກກອກເທດ ຢ່າເກັບທີ່ງ່າເດີມຊ້ຳຄັ້ງທີ່ສອງ ໃຫ້ເຫລືອໄວ້ສຳລັບຄົນຕ່າງດ້າວ ລູກກຳພ້າ ແລະແມ່ຫມ້າຍ 21 ເມື່ອທ່ານເກັບຫມາກອະງຸ່ນຈາກສວນຂອງທ່ານ ຢ່າໄດ້ກັບຄືນໄປເກັບເລັມເອົາທີ່ຍັງເຫລືອຄ້າງຢູ່ນັ້ນອີກ ຈົ່ງປະໄວ້ໃຫ້ຄົນຕ່າງດ້າວ ທັງລູກກຳພ້າ ແລະແມ່ຫມ້າຍ 22 ຢ່າລືມວ່າພວກທ່ານເຄີຍຕົກເປັນທາດໃນປະເທດເອຢິບມາແລ້ວ ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງສັ່ງໃຫ້ທຳສິ່ງດັ່ງກ່າວນີ້
1 ສົມມຸດວ່າມີຄົນອິສຣາເອນສອງຄົນເປັນຄວາມກັນຢູ່ສານ ຄົນນຶ່ງຖືກຕັດສິນວ່າເປັນຝ່າຍຖືກ ອີກຄົນນຶ່ງເປັນຝ່າຍຜິດ 2 ຖ້າສານຕັດສິນໃຫ້ຂ້ຽນຕີຜູ້ຜິດ ກໍໃຫ້ຜູ້ພິພາກສາບອກຜູ້ນັ້ນນອນລົງ ແລ້ວໃຫ້ຂ້ຽນຕີນ້ອຍຫລາຍຕາມກຳນົດຄວາມຜິດ 3 ອາດຈະເປັນສີ່ສິບບາດກໍໄດ້ ແຕ່ຢ່າໃຫ້ຫລາຍກວ່ານັ້ນ ເພາະຈະເປັນການຢຽບຢໍ່າຄົນຜິດໃນທີ່ສາທາຣະນະ 4 ຢ່າເອົາກະສອບອັດປາກງົວທີ່ກຳລັງຢຽບເຂົ້າ
ພາຣະຫນ້າທີ່ຂອງພີ່ນ້ອງຝ່າຍຜູ້ຕາຍ
5 ຖ້າມີສອງອ້າຍນ້ອງຢູ່ໃນຄອບຄົວດຽວກັນ ແລ້ວຄົນນຶ່ງໄດ້ຕາຍໄປໂດຍທີ່ຍັງບໍ່ມີບຸດ ພັຣຍາຂອງຜູ້ຕາຍຈະເອົາຊາຍໃນຄອບຄົວອື່ນມາເປັນສາມີບໍ່ໄດ້ 6 ໃຫ້ອ້າຍຫລືນ້ອງຂອງຜູ້ຕາຍເອງຮັບນາງໄປເປັນພັຣຍາ ຖ້ານາງໄດ້ບຸດຊາຍກ່ອນ ໃຫ້ນັບເປັນບຸດຊາຍຂອງຜູ້ຕາຍນັ້ນ ເພື່ອເຊື້ອສາຍວົງວານຂອງເຂົາຈະມີຢູ່ໃນອິສຣາເອນສືບຕໍ່ໄປ 7 ແຕ່ຖ້າອ້າຍຫລືນ້ອງຂອງຜູ້ຕາຍບໍ່ຢາກໄດ້ນາງເປັນພັຣຍາ ກໍໃຫ້ນາງໄປບອກພວກເຖົ້າແກ່ໃນເມືອງວ່າ ພີ່ນ້ອງທາງສາມີຂອງນາງບໍ່ເອົານາງເປັນພັຣຍາ ເຂົາບໍ່ຍອມສືບຫນໍ່ແນວໃຫ້ມີຢູ່ໃນອິສຣາເອນ 8 ແລ້ວພວກເຖົ້າແກ່ຈະໄດ້ເອີ້ນເຂົາມາເວົ້າຈາກັນຖ້າເຂົາຍັງຢືນຢັນໂດຍກ່າວວ່າ ຂ້າພະເຈົ້າບໍ່ຍອມແຕ່ງກັບນາງ 9 ກໍໃຫ້ນາງຫມ້າຍນັ້ນເຂົ້າໄປຫາເຂົາຕໍ່ຫນ້າພວກເຖົ້າແກ່ ດືງເອົາເກີບຂອງເຂົາກິ່ງນຶ່ງພ້ອມກັບຖົ່ມນ້ຳລາຍໃສ່ຫນ້າຜູ້ນັ້ນແລະເວົ້າວ່າ ຜູ້ບໍ່ຍອມສືບເຊື້ອສາຍໃຫ້ອ້າຍນ້ອງຜູ້ຕາຍກໍເປັນຢ່າງນີ້ແຫລະ 10 ແລະຄົນທັງຫລາຍໃນອິສຣາເອນຈະເອີ້ນຄອບຄົວນີ້ວ່າ ຄອບຄົວຂອງຜູ້ຖືກຖອດເກີບ
ກົດຫມາຍອື່ນໆ
11 “ຖ້າຊາຍສອງຄົນວິວາດທຸບຕີກັນ ແລະພັຣຍາຂອງຊາຍຄົນນຶ່ງເຂົ້າມາໃກ້ຈະຊ່ອຍສາມີຂອງຕົນໃຫ້ພົ້ນຈາກມືຂອງຜູ້ທີ່ຕີ ແລະນາງຍື່ນມືອອກບີບຂອງລັບຂອງຜູ້ຊາຍຄົນນັ້ນ 12 ທ່ານຈົ່ງຕັດມືຂອງນາງຖິ້ມເສັຽ ຢ່າໃຫ້ຕາຂອງທ່ານສົງສານນາງເລີຍ 13 “ທ່ານຢ່າມີລູກຕຸ້ມສຳລັບຕາຊັ່ງຕ່າງກັນໄວ້ໃນຖົງ ອັນນຶ່ງຫນັກ ອັນນຶ່ງເບົາ 14 ໃນເຮືອນຂອງທ່ານຢ່າໃຫ້ມີເຄື່ອງຕວງສອງຊະນິດ ໃຫຍ່ອັນນຶ່ງ ນ້ອຍອັນນຶ່ງ 15 ທ່ານຈົ່ງມີລູກຕຸ້ມອັນທ່ຽງຕົງ ແລະມີຖັງຕວງອັນທ່ຽງຕົງ ເພື່ອວ່າວັນຄືນຂອງທ່ານຈະຍືນນານໃນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານປະທານແກ່ທ່ານ 16 ເພາະວ່າຜູ້ໃດທີ່ກະທຳດັ່ງນີ້ ຄືທຸກຄົນທີ່ຄົດໂກງເປັນຜູ້ທີ່ຫນ້າກຽດຊັງແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ 17 “ຈົ່ງລະນຶກເຖິງການທີ່ຄົນອາມາເລກກະທຳແກ່ທ່ານທັງຫລາຍຕາມທາງທີ່ທ່ານອອກຈາກປະເທດເອຢິບ 18 ເຂົາໄດ້ອອກໂຈມຕີທ່ານຕາມທາງ ເມື່ອທ່ານອ່ອນເພັຽເມື່ອຍລ້າ ແລະຕັດຕອນພວກທີ່ຢູ່ທາງຫລັງ ເຂົາບໍ່ໄດ້ຢຳເກງພຣະຜູ້ເປັນເຈົ້າ 19 ເພາະສະນັ້ນເມື່ອພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານປະທານໃຫ້ທ່ານຢຸດພັກຈາກສັດຕຣູທີ່ຢູ່ຮອບຂ້າງແລ້ວ ໃນແຜ່ນດິນທີ່ພຣະຜູ້ເປັນເຈົ້າຂອງທ່ານປະທານແກ່ທ່ານເປັນມໍຣະດົກໃຫ້ເປັນກຳມະສິດນັ້ນ ທ່ານທັງຫລາຍຈົ່ງທຳລາຍລ້າງຄົນອາມາເລກເສັຽຈາກຄວາມຊົງຈຳພາຍໃຕ້ຟ້າ ທ່ານທັງຫລາຍຢ່າລືມເລີຍ
ການຖວາຍຜົນເກັບກ່ຽວ
1 ເມື່ອພວກທ່ານເຂົ້າໄປຍຶດຄອງແຜ່ນດິນ ທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ແລະອາໄສຢູ່ໃນແຜ່ນດິນນັ້ນແລ້ວ 2 ແຕ່ລະຄົນຈົ່ງເອົາຜົນລະປູກແຕ່ລະຢ່າງທີ່ເກັບກ່ຽວມາຣຸ່ນແຣກ ໃສ່ກະຕ່ານຳໄປຖວາຍໄວ້ໃນສະຖານສັກສິດ ຊຶ່ງເປັນບ່ອນທີ່ພຣະຜູ້ເປັນເຈົ້າຂອງພວກທ່ານໄດ້ຊົງເລືອກໄວ້ ເພື່ອຈະໄດ້ໄປນະມັສການພຣະນາມຂອງພຣະອົງ 3 ແລ້ວເຂົ້າໄປຫາປະໂຣຫິດຜູ້ທຳຫນ້າທີ່ຮັບຕ້ອນຢູ່ໃນເວລານັ້ນ ໃຫ້ເວົ້ານຳທ່ານວ່າ, “ບັດນີ້ ຂ້າພະເຈົ້າຍອມຮັບຕໍ່ພຣະຜູ້ເປັນເຈົ້າວ່າ ຂ້າພະເຈົ້າໄດ້ມາຢູ່ໃນແຜ່ນດິນທີ່ພຣະອົງໄດ້ຊົງສັນຍາໄວ້ ຕໍ່ບັນພະບຸຣຸດຂອງພວກຂ້າພະເຈົ້ານັ້ນແລ້ວ ວ່າຈະມອບໃຫ້ພວກຂ້າພະເຈົ້າ” 4 ປະໂຣຫິດຈະຮັບເອົາກະຕ່າຈາກທ່ານໄປວາງໄວ້ຕໍ່ຫນ້າແທ່ນຖວາຍບູຊາແດ່ພຣະຜູ້ເປັນເຈົ້າ 5 ແລ້ວທ່ານຈົ່ງເລົ່າເຣື່ອງຕໍ່ໄປນີ້ຕໍ່ພຣະພັກພຣະເຈົ້າ ບັນພະບຸຣຸດຂອງຂ້າພຣະອົງເປັນຊາວອາຣາມ ທ່ານທ່ອງທ່ຽວໄປມາບໍ່ມີທີ່ຢູ່ເປັນຫລັກແຫລ່ງ ໄດ້ພາຄອບຄົວໄປອາໄສຢູ່ປະເທດເອຢິບ ເມື່ອຢູ່ທີ່ນັ້ນກໍມີຫນ້ອຍຄົນ ແຕ່ຕໍ່ມາໄດ້ກາຍເປັນຊົນຊາດໃຫຍ່ທີ່ເຂັ້ມແຂງຊາດນຶ່ງ 6 ຄົນເອຢິບໄດ້ທຳຕໍ່ຂ້າພຣະອົງທັງຫລາຍຢ່າງໂຫດຮ້າຍໄດ້ຂົ່ມເຫັງໃຫ້ເຮັດວຽກຫນັກຢ່າງເປັນທາດ 7 ຕໍ່ມາຂ້າພຣະອົງທັງຫລາຍໄດ້ໄຫ້ຮ້ອງຂໍຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າແຫ່ງບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ ພຣະອົງຊົງໄດ້ຍິນສຽງຮ້ອງໄຫ້ນັ້ນ ທັງໄດ້ເຫັນຄວາມລຳບາກ ຄວາມທຸກຍາກແລະເຄາະຮ້າຍຂອງຂ້າພຣະອົງທັງຫລາຍ 8 ແລ້ວໄດ້ຊົງທຳການອັດສະຈັນ ແລະສິ່ງທີ່ຫນ້າຢ້ານດ້ວຍຣິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງ ເພື່ອຊ່ອຍເອົາຂ້າພຣະອົງທັງຫລາຍອອກຈາກເອຢິບ 9 ໄດ້ຊົງນຳພາຂ້າພຣະອົງທັງຫລາຍມາເຖິງທີ່ນີ້ແລະຊົງປະທານແຜ່ນດິນອັນອຸດົມສົມບູນນີ້ໃຫ້ 10 ດັ່ງນີ້ແຫລະ ຂ້າພຣະອົງຈຶ່ງນຳຫມາກຜົນອັນທຳອິດທີ່ພຣະອົງປະທານໃຫ້ມາຖວາຍແດ່ພຣະຜູ້ເປັນເຈົ້າ ແລ້ວໃຫ້ປົງກະຕ່າລົງຖວາຍ ແລະຂາບໄຫວ້ ພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ 11 ທ່ານແລະຄອບຄົວຕລອດທັງຊາວຕ່າງດ້າວທີ່ອາໄສຢູ່ນຳ ຈົ່ງຊົມຊື່ນຍິນດີໃນຂອງດີທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ນັ້ນ 12 ພືດຜົນນຶ່ງສ່ວນສິບທີ່ເກັບກ່ຽວໄດ້ໃນທຸກໆສາມປີ ຈົ່ງເອົາໃຫ້ຄົນເລວີ ຄົນຕ່າງດ້າວ ລູກກຳພ້າ ແລະແມ່ຫມ້າຍເສັຽເພື່ອພວກເຂົາຈະໄດ້ກິນອີ່ມຫນຳສຳຣານຕາມຄວາມຕ້ອງການ ເມື່ອທ່ານໃຫ້ຂອງເຫລົ່ານີ້ແລ້ວ 13 ຈົ່ງກາບທູນພຣະຜູ້ເປັນເຈົ້າວ່າ ຂ້າພຣະອົງໄດ້ເອົາຂອງສັກສິດອອກຈາກເຮືອນຫມົດແລ້ວ ໄດ້ເອົາໃຫ້ຄົນເລວີ ຄົນຕ່າງດ້າວ ລູກກຳພ້າ ແລະແມ່ຫມ້າຍຕາມພຣະອົງຊົງສັ່ງ ບໍ່ໄດ້ລະເມີດ ຫລືຫລົງລືມຄຳສັ່ງຂອງພຣະອົງໃນຂໍ້ໃດເລີຍ 14 ຂ້າພຣະອົງບໍ່ໄດ້ຮັບປະທານຂອງນີ້ເມື່ອເວລາໄວ້ທຸກ ບໍ່ໄດ້ເອົາສ່ວນໃດອອກໄປຖວາຍນອກເຮືອນ ເມື່ອຂ້າພຣະອົງມີມົນທີນ ແລະບໍ່ໄດ້ອຸທິດສ່ວນໃດສຳລັບຄົນຕາຍ ຂ້າພຣະອົງໄດ້ເຊື່ອຟັງພຣະອົງຜູ້ຊົງເປັນພຣະເຈົ້າ ໄດ້ປະຕິບັດທຸກໆສິ່ງຕາມພຣະອົງຊົງສັ່ງໄວ້ 15 ຂໍຊົງທອດພຣະເນດລົງມາຈາກສວັນອັນບໍຣິສຸດ ຂໍຊົງອວຍພຣະພອນໃຫ້ອິສຣາເອນໄພ່ພົນຂອງພຣະອົງ ແລະອວຍພຣະພອນແຜ່ນດິນອັນອຸດົມສົມບູນທີ່ພຣະອົງຊົງປະທານໃຫ້ຂ້າພຣະອົງທັງຫລາຍ ດັ່ງພຣະອົງໄດ້ຊົງສັນຍາໄວ້ກັບບັນພະບຸຣຸດຂອງຂ້າພຣະອົງທັງຫລາຍນັ້ນ
ຊົນຊາດບໍຣິສຸດແດ່ພຣະຜູ້ເປັນເຈົ້າ
16 ວັນນີ້ ພຣະຜູ້ເປັນເຈົ້າຂອງທ່ານຊົງສັ່ງ ໃຫ້ກະທຳຕາມກົດເກນແລະກົດຫມາຍເຫລົ່ານີ້ ສະນັ້ນທ່ານຈົ່ງກະທຳຕາມດ້ວຍສຸດຈິດສຸດໃຈຂອງທ່ານ 17 ໃນວັນນີ້ທ່ານໄດ້ຍອມຮັບແລ້ວວ່າ ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ແລະທ່ານຈະດຳເນີນຕາມພຣະມັນຄາຂອງພຣະອົງ ແລະຮັກສາກົດເກນ ພຣະບັນຍັດແລະກົດຫມາຍຂອງພຣະອົງ ແລະຈະເຊື່ອຟັງພຣະສຸຣະສຽງຂອງພຣະອົງ 18 ວັນນີ້ ພຣະຜູ້ເປັນເຈົ້າໄດ້ຊົງຮັບເອົາທ່ານເປັນໄພ່ພົນພິເສດຂອງພຣະອົງຕາມທີ່ຊົງສັນຍາໄວ້ ພ້ອມທັງຊົງສັ່ງໃຫ້ທຳຕາມກົດບັນຍັດທັງຫມົດຂອງພຣະອົງ 19 ແລ້ວພຣະອົງຈະຊົງທຳໃຫ້ຊາດຂອງທ່ານໃຫຍ່ກວ່າທຸກໆຊາດທີ່ໄດ້ສ້າງຂຶ້ນມາ ທ່ານຈະເປັນໄພ່ພົນຜູ້ບໍຣິສຸດຂອງພຣະອົງຕາມທີ່ຊົງສັນຍາໄວ້ ແລະທັງຈະເປັນຜູ້ນຳເອົາກຽດຕິຍົດແລະຊື່ສຽງມາສູ່ພຣະນາມຂອງພຣະອົງ ດັ່ງທີ່ພຣະອົງຕຣັສແລ້ວ”
ກົດຫມາຍທີ່ຕ້ອງບັນທຶກໄວ້ເທິງພູເອບານ
1 ໂມເຊ ແລະພວກຜູ້ໃຫຍ່ຂອງຄົນອິສຣາເອນໄດ້ສັ່ງປະຊາຊົນວ່າ, “ຈົ່ງຮັກສາພຣະບັນຍັດທັງສິ້ນຊຶ່ງຂ້າພະເຈົ້າສັ່ງທ່ານທັງຫລາຍໃນວັນນີ້ 2 ໃນວັນທີ່ທ່ານທັງຫລາຍຈະຂ້າມແມ່ນ້ຳຈໍແດນເຂົ້າສູ່ແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ ທ່ານຈົ່ງຕັ້ງສີລາກ້ອນໃຫຍ່ໆຂຶ້ນ ໂປ້ດ້ວຍປູນຂາວ 3 ແລ້ວທ່ານຈົ່ງຈາຣຶກຖ້ອຍຄຳຂອງກົດຫມາຍນີ້ໄວ້ເທິງນັ້ນເມື່ອທ່ານຂ້າມໄປເພື່ອເຂົ້າແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ ແລະແຜ່ນດິນຊຶ່ງມີນ້ຳນົມແລະນ້ຳເຜີ້ງໄຫລບໍຣິບູນ ດັ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານໄດ້ຊົງສັນຍາໄວ້ກັບທ່ານ 4 ແລະເມື່ອທ່ານຂ້າມແມ່ນ້ຳຈໍແດນໄປແລ້ວ ເທິງພູເຂົາເອບານທ່ານຈົ່ງຕັ້ງສີລາເຫລົ່ານີ້ຕາມເຣື່ອງທີ່ຂ້າພະເຈົ້າສັ່ງທ່ານໃນວັນນີ້ ແລ້ວຈົ່ງໂປ້ເສັຽດ້ວຍປູນຂາວ 5 ແລະທ່ານຈົ່ງສ້າງແທ່ນບູຊາແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທີ່ນັ້ນ ເປັນແທ່ນສີລາ ຢ່າໃຊ້ເຄື່ອງມືເຫລັກສະກັດສີລານັ້ນ 6 ທ່ານຈົ່ງສ້າງແທ່ນບູຊາແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານດ້ວຍສີລາທີ່ບໍ່ຕ້ອງຕົກແຕ່ງ ແລະທ່ານຈົ່ງຖວາຍເຄື່ອງເຜົາບູຊາເທິງແທ່ນນັ້ນແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 7 ແລະທ່ານຈົ່ງຖວາຍສານຕິບູຊາ ແລະຮັບປະທານເສັຽທີ່ນັ້ນ ແລະທ່ານຈົ່ງຊົມຊື່ນຍິນດີຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 8 ແລະທ່ານຈົ່ງຈາຣຶກບັນດາຖ້ອຍຄຳຂອງກົດຫມາຍນີ້ເທິງສີລານັ້ນຢ່າງຊັດເຈນ” 9 ໂມເຊແລະປະໂຣຫິດຄົນເລວີໄດ້ກ່າວແກ່ຄົນອິສຣາເອນທັງຫລາຍວ່າ, “ໂອ ອິສຣາເອນ ຈົ່ງງຽບແລະສະດັບຮັບຟັງ ວັນນີ້ທ່ານທັງຫລາຍໄດ້ເປັນໄພ່ພົນຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 10 ເຫດສັນນັ້ນ ທ່ານຈົ່ງເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ຄືຮັກສາພຣະບັນຍັດແລະກົດເກນຂອງພຣະອົງ ຊຶ່ງຂ້າພະເຈົ້າສັ່ງທ່ານໄວ້ໃນວັນນີ້”
ຄຳສາບແຊ່ງທີ່ພູເຂົາເອບານ
11 ໃນວັນດຽວກັນນັ້ນໂມເຊໄດ້ກຳຊັບປະຊາຊົນວ່າ, 12 “ເມື່ອທ່ານທັງຫລາຍຍົກຂ້າມແມ່ນ້ຳຈໍແດນນັ້ນແລ້ວໃຫ້ຄົນຕໍ່ໄປນີ້ຢືນເທິງພູເຂົາເກຣິຊີມກ່າວຄຳອວຍພອນແກ່ປະຊາຊົນ ຄືຊີເມໂອນ ເລວີ ຢູດາ ອິສຊາຄາ ໂຢເຊັບ ແລະເບັນຢາມິນ 13 ແລະໃຫ້ຄົນຕໍ່ໄປນີ້ຢືນແຊ່ງຢູ່ເທິງພູເຂົາເອບານ ຄືຣູເບນ ກາດ ອາເຊີ ເຊບູລູນ ດານ ແລະເນັຟທາລີ 14 ແລະໃຫ້ຄົນເລວີກ່າວປະກາດແກ່ປະຊາຊົນດ້ວຍສຽງອັນດັງ 15 “ຜູ້ໃດທີ່ກະທຳຮູບເຄົາຣົບເປັນຮູບສລັກ ຫລືຮູບຫລໍ່ ຊຶ່ງເປັນສິ່ງທີ່ຫນ້າລັງກຽດແດ່ພຣະຜູ້ເປັນເຈົ້າ ເປັນສິ່ງທີ່ທຳດ້ວຍຝີມືຊ່າງ ແລະຕັ້ງໄວ້ຢ່າງລັບໆໃຫ້ຜູ້ນັ້ນຖືກສາບແຊ່ງ” ໃຫ້ປະຊາຊົນທັງປວງຕອບພ້ອມກັນແລະກ່າວວ່າ “ອາແມນ” 16 “ຜູ້ໃດຫມິ່ນປມາດພໍ່ຂອງຕົນ ຫລືແມ່ຂອງຕົນ ໃຫ້ຜູ້ນັ້ນຮັບຄຳສາບແຊ່ງ” ໃຫ້ປະຊາຊົນທັງປວງກ່າວພ້ອມກັນວ່າ “ອາແມນ” 17 “ຜູ້ໃດທີ່ຍັບຍ້າຍເສົາເຂດຂອງເພື່ອນບ້ານ ໃຫ້ຜູ້ນັ້ນຮັບຄຳສາບແຊ່ງ” ໃຫ້ປະຊາຊົນທັງປວງກ່າວວ່າ “ອາແມນ” 18 “ຜູ້ໃດທຳໃຫ້ຄົນຕາບອດຫລົງທາງ ໃຫ້ຜູ້ນັ້ນຮັບຄຳສາບແຊ່ງ” ໃຫ້ປະຊາຊົນທັງປວງກ່າວພ້ອມກັນວ່າ “ອາແມນ” 19 “ຜູ້ໃດທຳໃຫ້ເສັຽຄວາມຍຸດຕິທັມອັນຄວນໄດ້ແກ່ຄົນຕ່າງດ້າວ ລູກກຳພ້າ ແລະແມ່ຫມ້າຍ ໃຫ້ຜູ້ນັ້ນຮັບຄຳສາບແຊ່ງ” ໃຫ້ປະຊາຊົນທັງປວງກ່າວພ້ອມກັນວ່າ “ອາແມນ” 20 “ຜູ້ໃດສົມສູ່ຢູ່ກັບພັຣຍາຂອງພໍ່ຕົນ ເພາະເຂົາໄດ້ເປິດຜ້າຂອງນາງຜູ້ເປັນຂອງພໍ່ ໃຫ້ຜູ້ນັ້ນຮັບຄຳສາບແຊ່ງ” ໃຫ້ປະຊາຊົນທັງປວງກ່າວວ່າ “ອາແມນ” 21 “ຜູ້ໃດສົມສູ່ກັບສັດເດັຽຣະສານຊະນິດໃດໆກໍຕາມ ໃຫ້ຜູ້ນັ້ນຮັບຄຳສາບແຊ່ງ” ໃຫ້ປະຊາຊົນທັງປວງກ່າວພ້ອມກັນວ່າ “ອາແມນ” 22 “ຜູ້ໃດທີ່ສົມສູ່ກັບເອື້ອຍ ຫລືນ້ອງສາວ ຈະເປັນບຸດສາວຂອງບິດາ ຫລືບຸດສາວຂອງມານດາຂອງຕົນກໍຕາມ ໃຫ້ຜູ້ນັ້ນໄດ້ຮັບຄຳສາບແຊ່ງ” ໃຫ້ປະຊາຊົນທັງປວງກ່າວພ້ອມກັນວ່າ “ອາແມນ 23 “ຜູ້ໃດສົມສູ່ກັບແມ່ເຖົ້າຂອງຕົນ ໃຫ້ຜູ້ນັ້ນຮັບຄຳສາບແຊ່ງ” ໃຫ້ປະຊາຊົນກ່າວພ້ອມກັນວ່າ “ອາແມນ” 24 “ຜູ້ໃດຂ້າເພື່ອນບ້ານຂອງຕົນຢ່າງລັບໆ ໃຫ້ຜູ້ນັ້ນຮັບຄຳສາບແຊ່ງ” ໃຫ້ປະຊາຊົນທັງປວງກ່າວພ້ອມກັນວ່າ “ອາແມນ” 25 ຜູ້ໃດຮັບສິນບົນໃຫ້ຂ້າບຸກຄົນທີ່ບໍ່ໄດ້ກະທຳຜິດ ໃຫ້ຜູ້ນັ້ນຮັບຄຳສາບແຊ່ງ” ໃຫ້ປະຊາຊົນທັງປວງກ່າວພ້ອມກັນວ່າ “ອາແມນ” 26 “ຜູ້ໃດບໍ່ດຳຣົງຖ້ອຍຄຳແຫ່ງທັມບັນຍັດນີ້ໂດຍການກະທຳຕາມ ໃຫ້ຜູ້ນັ້ນຮັບຄຳສາບແຊ່ງ” ໃຫ້ປະຊາຊົນທັງປວງກ່າວພ້ອມກັນວ່າ “ອາແມນ”
ຜົນດີຂອງການເຊື່ອຟັງ
1 “ຖ້າທ່ານທັງຫລາຍເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ແລະລະວັງທີ່ຈະກະທຳຕາມພຣະບັນຍັດຂອງພຣະອົງຊຶ່ງຂ້າພະເຈົ້າສັ່ງທ່ານໃນວັນນີ້ ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຈະຊົງຕັ້ງທ່ານໄວ້ໃຫ້ສູງກວ່າບັນດາປະຊາຊາດທັງຫລາຍທົ່ວໂລກ 2 ພຣະພອນເຫລົ່ານີ້ຈະຕາມມາທັນທ່ານ ຖ້າທ່ານທັງຫລາຍຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 3 ທ່ານທັງຫລາຍຈະຮັບພຣະພອນໃນເມືອງ ທ່ານທັງຫລາຍຈະຮັບພຣະພອນໃນທົ່ງນາ 4 ເຊື້ອສາຍຂອງຕົວທ່ານເອງ ຜົນແຫ່ງພື້ນດິນຂອງທ່ານ ແລະພັນແຫ່ງສັດຂອງທ່ານຈະຮັບພຣະພອນ ຄືຝູງງົວຂອງທ່ານທີ່ເພີ້ມຂຶ້ນ ຝູງແກະຂອງທ່ານທີ່ເພີ້ມລູກຂຶ້ນ 5 ຖາດຂອງທ່ານ ແລະຮາງນວດແປ້ງຂອງທ່ານຈະຮັບພຣະພອນ 6 ທ່ານຈະຮັບພຣະພອນເມື່ອທ່ານເຂົ້າມາ ແລະທ່ານຈະຮັບພຣະພອນເມື່ອທ່ານອອກໄປ 7 “ພຣະຜູ້ເປັນເຈົ້າຈະຊົງກະທຳໃຫ້ສັດຕຣູຜູ້ລຸກຂຶ້ນຕໍ່ສູ້ທ່ານຜ່າຍແພ້ແກ່ທ່ານ ເຂົາຈະອອກມາຕໍ່ສູ້ທ່ານທາງນຶ່ງ ແລະຫນີຈາກທ່ານເຈັດທາງ 8 ພຣະຜູ້ເປັນເຈົ້າຈະຊົງບັນຊາພຣະພອນໃຫ້ແກ່ສາງຂອງທ່ານ ແລະບັນດາກິຈການທີ່ທ່ານກະທຳ ແລະພຣະອົງຈະຊົງອວຍພຣະພອນແດ່ທ່ານໃນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ 9 ພຣະຜູ້ເປັນເຈົ້າຈະຊົງຕັ້ງທ່ານໃຫ້ເປັນຊົນຊາດບໍຣິສຸດແດ່ພຣະອົງ ດັ່ງທີ່ພຣະອົງຊົງປະຕິຍານແກ່ທ່ານແລ້ວ ຖ້າທ່ານຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ແລະດໍາເນີນໃນ
ທາງຂອງພຣະອົງ
10 ແລະຊົນຊາດທັງຫລາຍໃນໂລກຈະເຫັນວ່າເຂົາເອີ້ນທ່ານຕາມພຣະນາມພຣະຜູ້ເປັນເຈົ້າ ແລະເຂົາທັງຫລາຍຈະເກງກົວທ່ານ 11 ພຣະຜູ້ເປັນເຈົ້າຈະຊົງກະທຳໃຫ້ທ່ານທັງຫລາຍອຸດົມສົມບູນໄປດ້ວຍເຊື້ອສາຍຂອງຕົວທ່ານເອງ ຜົນຂອງຝູງສັດຂອງທ່ານແລະຜົນແຫ່ງພື້ນດິນຂອງທ່ານ ໃນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າຊົງປະຕິຍານແກ່ບັນພະບຸຣຸດວ່າຈະໃຫ້ທ່ານ 12 ພຣະເຈົ້າຈະເປີດຄັງຟ້າອັນດີຂອງພຣະອົງ ປະທານຝົນແກ່ທ່ານຕາມຣະດູການແລະຊົງອວຍພຣະພອນແກ່ກິຈການນ້ຳມືຂອງທ່ານ ແລະທ່ານຈະໃຫ້ປະຊາຊາດຫລາຍປະຊາກຊາດຂໍຢືມ ແຕ່ທ່ານຈະບໍ່ຂໍຢືມເຂົາ 13 ຖ້າທ່ານເຊື່ອຟັງພຣະບັນຍັດຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ຊຶ່ງຂ້າພະເຈົ້າສັ່ງທ່ານໃນວັນນີ້ ແລະລະວັງທີ່ຈະກະທຳຕາມ ພຣະຜູ້ເປັນເຈົ້າຈະຊົງກະທຳໃຫ້ທ່ານເປັນຫົວ ບໍ່ແມ່ນເປັນຫາງ ກະທຳໃຫ້ສູງຂຶ້ນທາງດຽວ ບໍ່ແມ່ນຕ່ຳລົງ 14 ແລະຖ້າທ່ານບໍ່ຫັນຫນີໄປຈາກຖ້ອຍຄຳຊຶ່ງຂ້າພະເຈົ້າສັ່ງທ່ານໃນວັນນີ້ ໂດຍຫັນໄປທາງຂວາມືຫລືທາງຊ້າຍມື ໄປຕິດຕາມບົວລະບັດພຣະອື່ນ
ຜົນສນອງຂອງການບໍ່ເຊື່ອຟັງ
15 “ແຕ່ຖ້າທ່ານບໍ່ເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ແລະບໍ່ລະວັງທີ່ຈະກະທຳຕາມພຣະບັນຍັດທັງສິ້ນຂອງພຣະອົງ ແລະພຣະຣາຊກຳນົດກົດເກນຂອງພຣະອົງ ຊຶ່ງຂ້າພະເຈົ້າສັ່ງທ່ານໃນວັນນີ້ ແລ້ວຄຳສາບແຊ່ງເຫລົ່ານີ້ຈະຕາມມາທັນທ່ານ 16 ທ່ານທັງຫລາຍຈະຮັບຄຳສາບແຊ່ງໃນເມືອງ ທ່ານທັງຫລາຍຈະຮັບຄຳສາບແຊ່ງໃນທົ່ງນາ 17 ຖາດຂອງທ່ານ ແລະຮາງນວດແປ້ງຂອງທ່ານຈະຮັບຄຳສາບແຊ່ງ 18 ເຊື້ອສາຍຂອງຕົວທ່ານເອງຈະຮັບຄຳສາບແຊ່ງ ຜົນແຫ່ງພື້ນດິນຂອງທ່ານ ຝູງງົວຂອງທ່ານທີ່ເພີ້ມຂຶ້ນ ຝູງແກະຂອງທ່ານທີ່ເພີ້ມຈະຮັບຄຳສາບແຊ່ງ 19 ທ່ານຈະຮັບຄຳສາບແຊ່ງເມື່ອທ່ານເຂົ້າມາ ແລະທ່ານຈະຮັບຄຳສາບແຊ່ງເມື່ອທ່ານອອກໄປ 20 “ພຣະຜູ້ເປັນເຈົ້າຈະຊົງບັນດານໃຫ້ຄຳສາບແຊ່ງ ຄວາມວຸ້ນວາຍ ແລະການລົບລ້າງມີຂຶ້ນແກ່ກິຈການທີ່ທ່ານກະທຳຈົນທ່ານຈະຖືກທຳລາຍແລະພິນາດຢ່າງໄວໆ ເຫດດ້ວຍຄວາມຊົ່ວຊຶ່ງທ່ານໄດ້ກະທຳ ເພາະເຈົ້າໄດ້ປະຖິ້ມເຮົາເສັຽ 21 ພຣະຜູ້ເປັນເຈົ້າຈະຊົງບັນດານໃຫ້ໂຣກຮ້າຍຕິດພັນທ່ານ ຈົນພຣະອົງຈະຊົງເຜົາຜານທ່ານໃຫ້ສິ້ນເສັຽຈາກແຜ່ນດິນ ຊຶ່ງທ່ານເຂົ້າໄປຍຶດຄອງນັ້ນ 22 ພຣະຜູ້ເປັນເຈົ້າຈະຊົງຂ້ຽນຕີທ່ານ ດ້ວຍພຍາດຕິດຕໍ່ ພຍາດອັກເສບ ແລະຄວາມເຈັບໄຂ້ໄດ້ປ່ວຍ ນອກນີ້ພຣະອົງຍັງຈະໃຫ້ເກີດການແຫ້ງແລ້ງ ແລະແມງໄມ້ຈະມາທຳລາຍເຄື່ອງປູກຂອງຝັ່ງຂອງທ່ານຈົນສິ້ນ ແລະສິ່ງເຫລົ່ານີ້ຈະຕິດຕາມທ່ານໄປຈົນທ່ານພິນາດ 23 ແລະຟ້າສວັນທີ່ຢູ່ເຫນືອຫົວຂອງທ່ານຈະເປັນທອງເຫລືອງ ແລະແຜ່ນດິນທີ່ຢູ່ໃຕ້ທ່ານຈະເປັນເຫລັກ 24 ພຣະຜູ້ເປັນເຈົ້າຈະຊົງບັນດານໃຫ້ຝົນໃນແຜ່ນດິນຂອງທ່ານເປັນຝຸ່ນແລະລະອອງ ລົງມາຈາກອາກາດຢູ່ເຫນືອທ່ານທັງຫລາຍຈົນກວ່າທ່ານຈະຖືກທຳລາຍ 25 “ພຣະຜູ້ເປັນເຈົ້າຈະຊົງກະທຳໃຫ້ທ່ານຜ່າຍແພ້ຕໍ່ສັດຕຣູຂອງທ່ານ ທ່ານຈະອອກໄປຕໍ່ສູ້ເຂົາທາງດຽວ ແຕ່ຈະຫນີຈາກເຂົາເຈັດທາງ ແລະທ່ານທັງຫລາຍຈະເປັນທີ່ຫນ້າສະຍົດສະຍອງຍິ່ງກວ່າບັນດາຣາຊອານາຈັກທົ່ວໂລກ 26 ຊາກສົບຂອງທ່ານທັງຫລາຍຈະເປັນອາຫານຂອງນົກໃນອາກາດ ແລະສຳລັບສັດປ່າໃນໂລກ ແລະບໍ່ມີຜູ້ໃດຂັບໄລ່ຝູງສັດເຫລົ່ານັ້ນໄປ 27 ພຣະຜູ້ເປັນເຈົ້າຈະຊົງຂ້ຽນຕີທ່ານ ດ້ວຍຝີເອຢິບດ້ວຍແຜຮ້າຍ ຈະມີເກັດເຕັມຕົວ ແລະໂຣກຄັນຊຶ່ງຮັກສາບໍ່ໄດ້ 28 ພຣະຜູ້ເປັນເຈົ້າຈະຊົງຂ້ຽນຕີທ່ານດ້ວຍໂຣກວິກົນຈິດ ໂຣກຕາບອດ ແລະໃຫ້ຈິດໃຈສັບສົນວຸ້ນວາຍ 29 ທ່ານຈະຕ້ອງຄຳໄປໃນເວລາທ່ຽງ ເຫມືອນຄົນຕາບອດຄຳໄປໃນຄວາມມືດ ແລະທ່ານຈະບໍ່ມີຄວາມຈະເຣີນໃນຫົນທາງຂອງທ່ານ ທ່ານຈະຖືກບີບຄັ້ນແລະຖືກປຸ້ນຢູ່ສເມີ ແລະຈະບໍ່ມີໃຜຊ່ອຍທ່ານໄດ້ເລີຍ 30 ທ່ານຈະຫມັ້ນຍິງຄົນນຶ່ງໄວ້ເປັນພັຣຍາ ແລະຊາຍອື່ນຈະເຂົ້າໄປສົມສູ່ກັບນາງ ທ່ານຈະກໍ່ສ້າງເຮືອນ ແຕ່ຈະບໍ່ໄດ້ອາໄສຢູ່ໃນນັ້ນ ທ່ານຈະປູກສວນອະງຸ່ນ ແຕ່ທ່ານຈະບໍ່ໄດ້ກິນຫມາກເລີຍ 31 ຄົນຈະຂ້າງົວຂອງທ່ານຕໍ່ຫນ້າຕໍ່ຕາທ່ານ ທ່ານຈະບໍ່ໄດ້ຮັບປະທານຊີ້ນງົວນັ້ນ ເຂົາຈະມາແຍ່ງຊີງລໍໄປຕໍ່ຫນ້າຕໍ່ຕາທ່ານ ແລະເຂົາຈະບໍ່ເອົາກັບຄືນມາໃຫ້ທ່ານ ຝູງແບ້ ແກະຂອງທ່ານຈະຕ້ອງເອົາໄປໃຫ້ສັດຕຣູຂອງທ່ານແລະຈະບໍ່ມີໃຜຊ່ອຍທ່ານໄດ້ເລີຍ 32 ເຂົາຈະເອົາບຸດຊາຍແລະບຸດຍິງຂອງທ່ານໄປໃຫ້ແກ່ປະຊາຊາດອື່ນ ສ່ວນຕາຂອງທ່ານຈະມອງເບິ່ງແລະມືດມົວລົງດ້ວຍຄວາມອາລັຍອາວອນ
ຕລອດເວລາ ອຳນາດນ້ຳມືຂອງທ່ານກໍບໍ່ສາມາດຈະປ້ອງກັນໄດ້
33 ຊົນຊາດທີ່ທ່ານບໍ່ເຄີຍຮູ້ຈັກມາແຕ່ກ່ອນຈະມາຮັບປະທານພືດຜົນແຫ່ງແຜ່ນດິນຂອງທ່ານ ແລະກິນຜົນແຫ່ງແຜ່ນດິນຂອງທ່ານ ແລະກິນຜົນງານຂອງທ່ານ ເຂົາຈະບີບຄັ້ນແລະຢຽບຢ່ຳທ່ານສເມີໄປ 34 ດັ່ງນັ້ນພາບທີ່ທ່ານເຫັນຈຶ່ງຈະກະທຳໃຫ້ທ່ານບ້າຄັ່ງໄປ 35 ເພາະພຣະຜູ້ເປັນເຈົ້າຈະຊົງຂ້ຽນຕີທ່ານ ດ້ວຍຝີຮ້າຍທີ່ຫົວເຂົ່າ ແລະທີ່ຂາ ຊຶ່ງທ່ານຈະຮັກສາໃຫ້ຫາຍບໍ່ໄດ້ ເປັນຕັ້ງແຕ່ສົ້ນຕີນຈົນເຖິງກະຫມ່ອມຂອງທ່ານ 36 “ພຣະຜູ້ເປັນເຈົ້າຈະຊົງນຳທ່ານ ແລະກະສັດຜູ້ທີ່ທ່ານແຕ່ງຕັ້ງໄວ້ເຫນືອທ່ານນັ້ນໄປຍັງປະຊາຊາດຊຶ່ງທ່ານແລະບັນພະບຸຣຸດຂອງທ່ານບໍ່ຮູ້ຈັກມາກ່ອນໃນທີ່ນັ້ນທ່ານຈະບົວລະບັດພຣະອື່ນທີ່ທຳດ້ວຍໄມ້ ແລະດ້ວຍຫີນ 37 ທ່ານຈະເປັນທີ່ຫນ້າຢ້ານກົວ ເປັນພາສິດ ເປັນຂີ້ປາກຖ້າມກາງຊົນຊາດທັງຫລາຍທີ່ພຣະຜູ້ເປັນເຈົ້າຊົງພາກທ່ານໄປນັ້ນ 38 ທ່ານຈະຕ້ອງເອົາພືດໄປຫວ່ານໄວ້ໃນນາຫລາຍແລະເກັບຜົນເຂົ້າມາແຕ່ຫນ້ອຍ ເພາະຕັກແຕນໃຫຍ່ຈະກັດກິນເສັຽ 39 ທ່ານຈະປູກແລະແຕ່ງຕົ້ນອະງຸ່ນ ແຕ່ທ່ານຈະບໍ່ໄດ້ດື່ມເຫລົ້າອະງຸ່ນ ຫລືເກັບຜົນເຂົ້າມາ ເພາະຕົວຫນອນຈະກິນມັນເສັຽ 40 ທ່ານຈະມີຕົ້ນຫມາກກອກເທດຢູ່ທົ່ວອານາເຂດຂອງທ່ານ ແຕ່ທ່ານຈະບໍ່ໄດ້ນ້ຳມັນມາຊະໂລມຕົວທ່ານ ເພາະວ່າຜົນຫມາກກອກເທດຂອງທ່ານຈະຣ່ວງຫລົ່ນເສັຽ 41 ທ່ານຈະມີບຸດຊາຍແລະບຸດຍີງ ແຕ່ຈະບໍ່ເປັນຂອງທ່ານ ເພາະເຂົາຈະຕົກໄປເປັນຊະເລີຍ 42 ຕົ້ນໄມ້ທັງຫລາຍຂອງທ່ານ ແລະຜົນຈາກພື້ນດິນຂອງທ່ານນັ້ນ ຕັກແຕນຈະຖືກຳມະສິດ 43 ຄົນຕ່າງດ້າວຊຶ່ງຢູ່ຖ້າມກາງທ່ານ ຈະສູງຂຶ້ນໄປເຫນືອທ່ານແລະທ່ານຈະຕ່ຳລົງ 44 ເຂົາຈະໃຫ້ທ່ານທັງຫລາຍຢືມເຄື່ອງຂອງຂອງເຂົາໄດ້ ແລະທ່ານຈະບໍ່ມີໃຫ້ເຂົາຢືມ ເຂົາຈະເປັນຫົວ ແລະທ່ານຈະເປັນຫາງ 45 ຄຳສາບແຊ່ງທັງຫມົດນີ້ຈະຕາມຫາທ່ານ ແລະຕາມທັນທ່າຈົນກວ່າທ່ານຈະຖືກທຳລາຍ ເພາະວ່າທ່ານບໍ່ເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທີ່ຈະຮັກສາພຣະບັນຍັດແລະກົດລະບຽບຂອງພຣະອົງຊຶ່ງພຣະອົງບັນຊາທ່ານໄວ້ 46 ສິ່ງເຫລົ່ານີ້ຈະເປັນຫມາຍສຳຄັນ ແລະການອັດສະຈັນຢູ່ເຫນືອທ່ານ ແລະເຫນືອເຊື້ອສາຍຂອງທ່ານເປັນນິດ 47 “ເພາະທ່ານບໍ່ໄດ້ບົວລະບັດພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານດ້ວຍຄວາມລື້ນເລີງແລະໃຈຍິນດີ ເພາະເຫດມີສິ່ງສາຣະພັດບໍຣິບູນ 48 ເພາະສະນັ້ນທ່ານຈຶ່ງຕ້ອງບົວລະບັດສັດຕຣູຂອງທ່ານ ຊຶ່ງພຣະຜູ້ເປັນເຈົ້າຈະຊົງໃຊ້ມາຕໍ່ສູ້ທ່ານ ດ້ວຍຄວາມຫິວແລະກະຫາຍ ເປືອຍກາຍແລະຂັດສົນທຸກຢ່າງ ແລະພຣະອົງຈະຊົງວາງແອກເຫລັກເທິງຄໍຂອງທ່ານ ຈົນກວ່າພຣະອົງຈະທຳລາຍທ່ານເສັຽສິ້ນ 49 ພຣະຜູ້ເປັນເຈົ້າຈະຊົງນຳປະຊາຊາດນຶ່ງມາຕໍ່ສູ້ກັບທ່ານຈາກທາງໄກ ຈາກທີ່ສຸດປາຍແຜ່ນດິນໂລກ ໄວເຫມືອນນົກອີນຊີບິນມາ ເປັນປະຊາຊາດທີ່ທ່ານບໍ່ຮູ້ຈັກພາສາຂອງເຂົາ 50 ເປັນປະຊາຊາດທີ່ມີຫນ້າຕາດຸ ຄືຜູ້ຊຶ່ງບໍ່ເຄົາຣົບຄົນເຖົ້າ ແລະບໍ່ພໍໃຈຫນຸ່ມສາວ 51 ແລະຈະຮັບປະທານລູກສັດຂອງທ່ານແລະພືດຜົນຈາກພື້ນດິນຂອງທ່ານຈົນທ່ານຈະຖືກທຳລາຍ ທັງເຂົາຈະບໍ່ເຫລືອເຂົ້າ ເຫລົ້າອະງຸ່ນ ຫລືນ້ຳມັນ ລູກງົວ ຫລືລູກແກະອ່ອນໄວ້ໃຫ້ທ່ານ ຈົນກວ່າເຂົາຈະກະທຳໃຫ້ທ່ານພິນາດ 52 ເຂົາຈະລ້ອມທ່ານໄວ້ທຸກຫົວເມືອງຈົນກຳແພງສູງ ແລະເຂັ້ມແຂງຊຶ່ງທ່ານໄວ້ວາງໃຈນັ້ນພັງທະລາຍລົງທົ່ວແຜ່ນດິນຂອງທ່ານ ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ 53 ທ່ານຈະຕ້ອງຮັບປະທານເຊື້ອສາຍແຫ່ງຮ່າງກາຍຂອງທ່ານເປັນອາຫານ ຄືເນື້ອລູກຊາຍແລະລູກຍິງຂອງທ່ານ ຜູ້ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານປະທານແກ່ທ່ານ ໃນການລ້ອມແລະໃນຄວາມທຸກລຳບາກຊຶ່ງສັດຕຣູຂອງທ່ານມາທຳໃຫ້ທ່ານທັງຫລາຍທຸກລຳບາກນັ້ນ 54 ຜູ້ຊາຍຮັ່ງມີ ແລະສຳອາງເຫລືອເກີນໃນຫມູ່ພວກທ່ານທັງຫລາຍຈະຫວງອາຫານບໍ່ໃຫ້ພີ່ນ້ອງຂອງຕົນ ບໍ່ໃຫ້ເມັຽທີ່ຢູ່ໃນອ້ອມເອິກຂອງຕົນ ແລະບໍ່ໃຫ້ລູກໆຄົນສຸດທ້າຍທີ່ເຂົາເຫລືອຢູ່ກັບຕົນ 55 ຈົນເຂົາຈະບໍ່ຍອມໃຫ້ໃຜກິນເນື້ອລູກຂອງຕົນຊຶ່ງກຳລັງກິນຢູ່ ເພາະບໍ່ມີສິ່ງໃດເຫລືອໃຫ້ເຂົາອີກແລ້ວ ໃນການລ້ອມແລະໃນຄວາມທຸກລຳບາກຊຶ່ງສັດຕຣູຂອງທ່ານມາທຳໃຫ້ທ່ານທັງຫລາຍທຸກລຳບາກທຸກຫົວເມືອງ 56 ຜູ້ຍິງຖານະສູງທີ່ລ້ຳຣວຍຮັ່ງມີໃນຫມູ່ພວກທ່ານ ຈະຫວງບໍ່ໃຫ້ສາມີໃນອ້ອມເອິກຂອງນາງ ແລະບໍ່ໃຫ້ບຸດຊາຍແລະບຸດຍີງຂອງນາງ 57 ໄດ້ສາຍແຮ່ຊຶ່ງອອກມາຈາກຫວ່າງຂາຂອງນາງແລະລູກນ້ອຍທີ່ຫາກໍເກີດໃຫມ່ໆ ເພາະວ່ານາງຈະກິນເປັນອາຫານຢ່າງງຽບໆ ເພາະຂັດສົນທຸກຢ່າງ ໃນການຖືກປິດລ້ອມແລະໃນຄວາມທຸກລຳບາກ ຊຶ່ງສັດຕຣູຂອງທ່ານມາທຳໃຫ້ທ່ານທັງຫລາຍທຸກລຳບາກທຸກຫົວເມືອງ 58 “ຖ້າທ່ານທັງຫລາຍບໍ່ລະວັງທີ່ຈະກະທຳຕາມຖ້ອຍຄຳຂອງທັມບັນຍັດຊຶ່ງຂຽນໄວ້ໃນຫນັງສືເຫລັ້ມນີ້ ທີ່ຈະໃຫ້ຢໍາເກງພຣະນາມທີ່ຊົງປະເສີດແລະຫນ້າເກງກົວນີ້ ຄືພຣະນາມພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 59 ແລ້ວພຣະຜູ້ເປັນເຈົ້າຈະຊົງນຳມາສູ່ທ່ານ ແລະລູກຫລານຂອງທ່ານຊຶ່ງຄວາມທຸກໃຈຢ່າງຜິດທຳມະດາ ຄວາມທຸກໃຈຮ້າຍແຮງ ແລະຊ້ານານ 60 ແລະພຣະອົງຈະຊົງນຳໂຣກທັງຫລາຍແຫ່ງເອຢິບ ຊຶ່ງທ່ານຢ້ານກົວນັ້ນມາສູ່ທ່ານອີກ ແລະມັນຈະຕິດພັນທ່ານຢູ່ 61 ໂຣກທຸກຢ່າງແລະຄວາມທຸກໃຈທຸກຢ່າງ ຊຶ່ງບໍ່ໄດ້ລະບຸໄວ້ໃນຫນັງສືນີ້ ພຣະຜູ້ເປັນເຈົ້າຈະຊົງນຳມາຍັງທ່ານ ຈົນກວ່າທ່ານທັງຫລາຍຈະຖືກທຳລາຍ 62 ຊຶ່ງພວກທ່ານທັງຫລາຍມີຫລວງຫລາຍຢ່າງ ດວງດາວໃນທ້ອງຟ້ານັ້ນ ທ່ານກໍຈະເຫລືອແຕ່ຈຳນວນຫນ້ອຍ ເພາະວ່າທ່ານບໍ່ເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 63 ຊຶ່ງພຣະຜູ້ເປັນເຈົ້າພໍພຣະທັຍທີ່ຈະຊົງກະທຳດີຕໍ່ທ່ານ ແລະອວຍພຣະພອນໃຫ້ແກ່ທ່ານທະວີມາກຂຶ້ນນັ້ນ ພຣະອົງກໍຈະຊົງພໍພຣະທັຍທີ່ຈະຊົງໃຫ້ທ່ານພິນາດແລະທຳລາຍທ່ານເສັຽເຊັ່ນດຽວກັນ ທ່ານຈະຕ້ອງຖືກເດັດຖິ້ມໄປເສັຽຈາກແຜ່ນດິນຊຶ່ງທ່ານກຳລັງຈະເຂົ້າໄປຍຶດຄອງນັ້ນ 64 ແລະພຣະຜູ້ເປັນເຈົ້າຈະຊົງກະທຳໃຫ້ທ່ານທັງຫລາຍກະຈັດກະຈາຍໄປຖ້າມກາງຊົນຊາດທັງຫລາຍ ຕັ້ງແຕ່ທີ່ສຸດປາຍໂລກຂ້າງນີ້ໄປເຖິງຂ້າງນັ້ນໃນທີ່ນັ້ນທ່ານຈະບົວລະບັດພຣະອື່ນໆຊຶ່ງທ່ານແລະບັນພະບຸຣຸດຂອງທ່ານບໍ່ຮູ້ຈັກ ຄືພຣະຊຶ່ງທຳດ້ວຍໄມ້ແລະສີລາ 65 ເມື່ອທ່ານຢູ່ຖ້າມກາງປະຊາຊາດຕ່າງໆນັ້ນ ທ່ານຈະບໍ່ພົບຄວາມສະບາຍເລີຍ ສົ້ນຕີນຂອງທ່ານຈະບໍ່ມີທີ່ຢຸດພັກ ເພາະພຣະຜູ້ເປັນເຈົ້າຈະປະທານໃຫ້ທ່ານມີຈິດໃຈທີ່ຫວາດຫວັ່ນ ມີຕາທີ່ມືດມົວລົງ ແລະມີຊີວິດທີ່ຄ່ອຍສິ້ນຫວັງລົງ 66 ແລະຊີວິດຂອງທ່ານກໍຈະແຂວນຢູ່ຂ້າງຫນ້າທ່ານຢ່າງສົງໄສ ທ່ານຈະຢ້ານກົວຢູ່ທັງກາງຄືນແລະກາງເວັນບໍ່ມີຄວາມແນ່ໃຈໃນຊີວິດຂອງທ່ານເລີຍ 67 ໃນຕອນເຊົ້າທ່ານຈະກ່າວວ່າ, “ຖ້າເປັນເວລາຄ່ຳກໍຈະຍິນດີ” ແລະໃນເວລາຄ່ຳທ່ານຈະກ່າວວ່າ, “ຖ້າເປັນຕອນເຊົ້າກໍຈະດີ” ເພາະຄວາມຢ້ານກົວທີ່ທ່ານມີຢູ່ນັ້ນ ແລະເພາະສິ່ງທີ່ຕາທ່ານຈະເຫັນ 68 ແລະພຣະຜູ້ເປັນເຈົ້າຈະນຳທ່ານກັບມາທາງເຮືອເຖິງເອຢິບ ເປັນການເດີນທາງຊຶ່ງຂ້າພະເຈົ້າໄດ້ສັນຍາວ່າທ່ານຈະບໍ່ພົບເຫັນອີກເລີຍ ໃນທີ່ນັ້ນທ່ານຈະຕ້ອງມອບຕົວຂາຍໃຫ້ສັດຕຣູເປັນທາດຊາຍແລະທາດຍິງ ແຕ່ຈະບໍ່ມີຜູ້ໃດຊື້ທ່ານ”
ຄຳຫມັ້ນສັນຍາຂອງພຣະເຈົ້າຕໍ່ ອິສຣາເອນໃນແຜ່ນດິນໂມອາບ
1 ຕໍ່ໄປນີ້ເປັນຖ້ອຍຄຳໃນຄຳຫມັ້ນສັນຍາຊຶ່ງພຣະຜູ້ເປັນເຈົ້າຊົງບັນຊາໂມເຊໃຫ້ກະທຳກັບຄົນອິສຣາເອນໃນແຜ່ນດິນໂມອາບ ນອກເຫນືອຄຳຫມັ້ນສັນຍາຊຶ່ງພຣະອົງຊົງກະທຳກັບເຂົາທີ່ໂຮເຣັບ 2 ໂມເຊຮຽກບັນດາຄົນອິສຣາເອນມາ ແລະກ່າວແກ່ເຂົາວ່າ, “ທ່ານທັງຫລາຍໄດ້ເຫັນທຸກສິ່ງກັນນັຍຕາຂອງທ່ານຊຶ່ງພຣະເຈົ້າຊົງກະທຳໃນປະເທດເອຢິບ ຕໍ່ຟາຣາໂອແລະຕໍ່ຂ້າຣາຊບໍຣິພານຂອງທ່ານທັງສິ້ນ 3 ທັງການທົດລອງໃຫຍ່ຊຶ່ງນັຍຕາຂອງທ່ານໄດ້ເຫັນ ທັງຫມາຍສຳຄັນແລະການອັດສະຈັນຍິ່ງໃຫຍ່ເຫລົ່ານັ້ນ 4 ແຕ່ຈົນເຖິງວັນນີ້ພຣະຜູ້ເປັນເຈົ້າປະທານຈິດໃຈທີ່ເຂົ້າໃຈ ຕາທີ່ມອງເຫັນໄດ້ ແລະຫູທີ່ຍິນໄດ້ໃຫ້ແກ່ທ່ານ 5 ເຣົາໄດ້ນຳເຈົ້າຢູ່ໃນຖິ່ນກັນດານສີ່ສິບປີ ເສື້ອຜ້າຂອງເຈົ້າບໍ່ໄດ້ຂາດໄປຈາກເຈົ້າ ແລະເກີບບໍ່ໄດ້ຂາດຫລຸດໄປຈາກຕີນຂອງເຈົ້າ 6 ເຈົ້າທັງຫລາຍບໍ່ໄດ້ຮັບປະທານເຂົ້າຈີ່ ເຈົ້າບໍ່ໄດ້ດື່ມເຫລົ້າອະງຸ່ນ ຫລືສຸຣາ ເພື່ອເຈົ້າຈະໄດ້ຮູ້ວ່າເຮົາເປັນພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າ 7 ແລະເມື່ອທ່ານມາເຖິງທີ່ນີ້ ຊີໂຮນກະສັດເມືອງເຮສໂບນ ແລະໂອກກະສັດເມືອງບາຊານ ອອກມາທຳສົງຄາມກັບທ່ານ ແຕ່ເຣົາທັງຫລາຍກໍໄດ້ກະທຳໃຫ້ເຂົາຜ່າຍແພ້ໄປ 8 ເຣົາຍຶດແຜ່ນດິນຂອງເຂົາ ແລະມອບໃຫ້ເປັນມໍຣະດົກແກ່ຄົນເຜົ່າຣູເບນ ຄົນເຜົ່າກາດ ແລະຄົນເຄິ່ງເຜົ່າມານັສເຊ 9 ເພາະສະນັ້ນ ຈົ່ງລະວັງທີ່ຈະກະທຳຕາມຖ້ອຍຄຳແຫ່ງຄຳຫມັ້ນສັນຍານີ້ ເພື່ອທ່ານທັງຫລາຍຈະຈຳເຣີນໃນບັນດາກິຈການຊຶ່ງທ່ານກະທຳ 10 “ໃນວັນນີ້ທ່ານທັງຫລາຍທຸກຄົນຢືນຢູ່ຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ຄືບັນດາຜູ້ຫົວຫນ້າເຜົ່າທັງຫລາຍ ພວກຜູ້ໃຫຍ່ຂອງທ່ານ ແລະເຈົ້າຫນ້າທີ່ຂອງທ່ານບັນດາຜູ້ຊາຍຂອງອິສຣາເອນ 11 ເດັກນ້ອຍຂອງທ່ານ ພັຣຍາຂອງທ່ານ ແລະຄົນຕ່າງດ້າວທີ່ຢູ່ໃນຄ້າຍຂອງທ່ານ ທັງຄົນທີ່ຕັດຟືນໃຫ້ທ່ານ ແລະຄົນທີ່ຕັກນ້ຳໃຫ້ທ່ານ 12 ເພື່ອທ່ານຈະໄດ້ເຂົ້າມາໃນຄຳຫມັ້ນສັນຍາແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ຄືໃນຄຳຫມັ້ນສັນຍາທີ່ສາບານໄວ້ ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງກະທຳກັບທ່ານໃນວັນນີ້ 13 ເພື່ອພຣະອົງຈະຊົງແຕ່ງຕັ້ງທ່ານທັງຫລາຍໃນວັນນີ້ໃຫ້ເປັນໄພ່ພົນຂອງພຣະອົງ ແລະເພື່ອພຣະອົງຈະເປັນພຣະຜູ້ເປັນເຈົ້າຂອງທ່ານດັ່ງທີ່ພຣະອົງຊົງສັນຍາກັບທ່ານນັ້ນ ແລະດັ່ງທີ່ພຣະອົງຊົງໃຫ້ຄຳຫມັ້ນສັນຍາກັບບັນພະບຸຣຸດຂອງທ່ານ ຄືກັບອັບຣາຮາມ ອີຊາກ ແລະຢາໂຄບ 14 ຂ້າພະເຈົ້າບໍ່ໄດ້ກະທຳຄຳຫມັ້ນສັນຍານີ້ກັບທ່ານເທົ່ານັ້ນ 15 ແຕ່ກັບຜູ້ທີ່ຢືນຢູ່ກັບເຮົາທັງຫລາຍໃນວັນນີ້ ຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ ແລະກັບຜູ້ທີ່ບໍ່ໄດ້ຢູ່ທີ່ນີ້ກັບເຣົາໃນວັນນີ້ 16 “ທ່ານຊາບຢູ່ແລ້ວວ່າເຮົາອາໄສຢູ່ໃນແຜ່ນດິນເອຢິບຢ່າງໃດ ແລະເຮົາທັງຫລາຍໄດ້ຜ່ານຖ້າມກາງປະຊາຊາດຊຶ່ງທ່ານທັງຫລາຍຜ່ານພົ້ນຢ່າງໃດ 17 ທ່ານທັງຫລາຍໄດ້ເຫັນສິ່ງທີ່ຫນ້າຂີ້ດຽດຂອງເຂົາທັງຫລາຍແລ້ວ ຄືເຫັນຮູບເຄົາຣົບທີ່ທຳດ້ວຍໄມ້ ດ້ວຍຫີນ ແລະດ້ວຍເງິນ ແລະທອງຄຳ ຊຶ່ງຢູ່ຖ້າມກາງເຂົາທັງຫລາຍ 18 ຈົ່ງລະວັງໃຫ້ດີ ຢ້ານວ່າຈະມີຊາຍຫລືຍິງຄົນໃດ ຫລືຄອບຄົວໃດ ຫລືເຜົ່າໃດ ຊຶ່ງຈິດໃຈຂອງເຂົາຫັນຫນີໄປຈາກພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາໄປບົວລະບັດພຣະຂອງປະຊາຊາດເຫລົ່ານັ້ນ ຢ້ານວ່າຖ້າມກາງທ່ານຈະມີຮາກຊຶ່ງເກີດເປັນພືດຂົມຂື່ນແລະເປັນພິດ 19 ເມື່ອຄົນນັ້ນໄດ້ຍິນຖ້ອຍຄຳຂອງຄໍາຫມັ້ນສັນຍາທີ່ສາບານນີ້ ຈະນຶກອວຍພອນຕົນເອງໃນໃຈວ່າ “ເຖິງຂ້າພະເຈົ້າຈະເດີນດ້ວຍຄວາມດື້ດືງຕາມໃຈຂອງຂ້າພະເຈົ້າ ຂ້າພະເຈົ້າກໍຈະເປັນສຸກ” ຄວາມຄິດເຊັ່ນນີ້ກໍນຳການກວາດທຳລາຍບໍ່ວ່າຜົນທີ່ລຸ່ມແລະທີ່ແລ້ງໄປດ້ວຍກັນ 20 ພຣະຜູ້ເປັນເຈົ້າຈະບໍ່ຊົງໃຫ້ອະພັຍແກ່ຄົນນັ້ນ ແຕ່ພຣະພິໂຣດຂອງພຣະເຈົ້າແລະຄວາມຫວງແຫນຂອງພຣະອົງຈະພຸ່ງຂຶ້ນຕໍ່ຊາຍຄົນນັ້ນ ແລະຄຳສາບແຊ່ງຊຶ່ງຂຽນໄວ້ໃນຫນັງສືເຫລັ້ມນີ້ຈະຕົກ
ຢູ່ເຫນືອເຂົາ ແລະພຣະຜູ້ເປັນເຈົ້າຈະຊົງລົບຊື່ຂອງເຂົາເສັຽຈາກໃຕ້ຟ້າ
21 ແລ້ວພຣະເຈົ້າຈະຊົງແຍກເຂົາອອກຈາກເຜົ່າຄົນອິສຣາເອນທັງປວງໃຫ້ປະສົບຄວາມພິນາດຕາມຄຳສາບແຊ່ງທັງສິ້ນຂອງຄຳຫມັ້ນສັນຍາ ຊຶ່ງຈາຣຶກໄວ້ໃນຫນັງສືພຣະບັນຍັດນີ້ 22 ແລະຄົນຊົ່ວອາຍຸຕໍ່ມາ ຄືລູກຫລານຊຶ່ງເກີດມາພາຍຫລັງທ່ານ ແລະຊົນຕ່າງດ້າວຊຶ່ງມາຈາກແຜ່ນດິນທີ່ຢູ່ຫ່າງໄກ ຈະກ່າວເມື່ອເຂົາເຫັນຄວາມທຸກໃຈຂອງແຜ່ນດິນນັ້ນ ແລະໂຣກພັຍຊຶ່ງພຣະຜູ້ເປັນເຈົ້າຊົງບັນດານໃຫ້ເປັນ 23 ຄືແຜ່ນດິນທັງຫມົດຈະແຫ້ງແລ້ງແລະແຂງເປັນດິນດາກ ແລະປົນເກືອ ເປັນທີ່ວ່າງເປົ່າເພາະຖືກເຜົາໄຟ ບໍ່ມີໃຜປູກຫວ່ານ ແລະບໍ່ມີສິ່ງໃດງອກຂຶ້ນ ເປັນບ່ອນທີ່ຫຍ້າບໍ່ງອກ ເປັນການທີ່ຖືກຄວ່ຳເຫມືອນດັ່ງໂຊໂດມ ແລະໂກໂມຣາ ເມືອງອັດມາ ເມືອງເຊບົວອິມ ຊຶ່ງພຣະຜູ້ເປັນເຈົ້າຊົງຄວໍ່າດ້ວຍຄວາມກິ້ວ ແລະພຣະພິໂຣດ 24 ປະຊາຊາດທັງຫລາຍຈະກ່າວວ່າ “ເປັນຫຍັງພຣະເຈົ້າຊົງກະທຳເຊັ່ນນີ້ແກ່ແຜ່ນດິນນີ້ ພຣະພິໂຣດຫລວງຫລາຍເຊັ່ນນີ້ຫມາຍຄວາມຢ່າງໃດ” 25 ແລ້ວຄົນຈະເວົ້າກັນວ່າ “ເພາະເຂົາປະຖິ້ມຄຳຫມັ້ນສັນຍາຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງບັນພະບູຣຸດຂອງເຂົາ ຊຶ່ງພຣະອົງຊົງກະທຳໄວ້ກັບເຂົາເມື່ອພຣະອົງຊົງພາເຂົາອອກຈາກແຜ່ນດິນເອຢິບ 26 ໄປບົວລະບັດນະມັສການພຣະອື່ນ ເປັນພຣະຊຶ່ງເຂົາບໍ່ເຄີຍຮູ້ຈັກ ແລະຊຶ່ງພຣະອົງບໍ່ໄດ້ປະທານແກ່ເຂົາ 27 ເຫດສັນນັ້ນ ພຣະພິໂຣດຂອງພຣະຜູ້ເປັນເຈົ້າຈຶ່ງພຸ່ງຂຶ້ນຕໍ່ແຜ່ນດິນນີ້ ນຳເອົາຄຳສາບແຊ່ງຊຶ່ງຈາຣຶກໄວ້ໃນຫນັງສືນີ້ມາເຖິງ 28 ແລະພຣະຜູ້ເປັນເຈົ້າຊົງຖອນຮາກເຂົາເສັຽ ຈາກແຜ່ນດິນດ້ວຍຄວາມກີ້ວ ແລະພຣະພິໂຣດອັນຫລວງຫລາຍ ແລະຖິ້ມເຂົາໄປໃນອີກແຜ່ນດິນນຶ່ງດັ່ງທີ່ເປັນຢູ່ໃນວັນນີ້” 29 “ສິ່ງລີ້ລັບທັງປວງເປັນຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາທັງຫລາຍ ແຕ່ສິ່ງຊົງສຳແດງນັ້ນເປັນຂອງເຮົາທັງຫລາຍແລະຂອງລູກຫລານຂອງເຮົາເປັນນິດ ເພື່ອເຮົາຈະກະທຳຕາມຖ້ອຍຄຳທັງສິ້ນຂອງກົດຫມາຍນີ້
ເງື່ອນໄຂການສ້າງຂຶ້ນໃຫມ່ ແລະຮັບພຣະພອນ
1 ບັດນີ້ ຂ້າພະເຈົ້າຂໍໃຫ້ທ່ານເລືອກເອົາລະຫວ່າງພຣະພອນກັບຄຳສາບແຊ່ງ ເມື່ອເຫດການເຫລົ່ານີ້ເກີດຂຶ້ນກັບທ່ານແລ້ວ ແລະເມື່ອຢູ່ໃນຖ້າມກາງຊົນຊາດທີ່ພຣະຜູ້ເປັນເຈົ້າຊົງຂັບໄລ່ທ່ານໄປນັ້ນ ທ່ານຈະລະນຶກໄດ້ເຖິງສິ່ງທີ່ຂ້າພະເຈົ້າເວົ້າ 2 ແລ້ວທ່ານກັບເຊື້ອສາຍຂອງທ່ານຈະກັບຄືນມາຫາພຣະຜູ້ເປັນເຈົ້າ ແລະຈະທຳຕາມຂໍ້ຄຳສັ່ງຂອງພຣະອົງ ຊຶ່ງຂ້າພະເຈົ້າໄດ້ບອກທ່ານໃນມື້ນີ້ຢ່າງສຸດຈິດສຸດໃຈ 3 ເມື່ອນັ້ນພຣະຜູ້ເປັນເຈົ້າຈະຊົງເມດຕາທ່ານ ຈະນຳທ່ານກັບຄືນມາຈາກຊົນຊາດທີ່ຊົງຂັບໄລ່ໄປ ທັງຈະທຳໃຫ້ທ່ານກັບມາທ້ອນໂຮມກັນຄືເກົ່າອີກ 4 ເຖິງແມ່ນວ່າທ່ານຈະຕົກໄປຢູ່ໄກຄົນລະຟາກຟ້າ ພຣະຜູ້ເປັນເຈົ້າກໍຈະຊົງຮວບຮວມເອົາພວກທ່ານກັບມາ ຈາກທີ່ນັ້ນພຣະອົງຈະຊົງນຳທ່ານກັບຄືນ 5 ແລະພຣະຜູ້ເປັນເຈົ້າຈະຊົງນຳທ່ານເຂົ້າມາໃນແຜ່ນດິນຊຶ່ງບັນພະບຸຣຸດຂອງທ່ານໄດ້ຍຶດຄອບຄອງ ແລະພຣະອົງຈະຊົງກະທຳໃຫ້ແຜ່ນດິນນັ້ນ
ອຸດົມສົມບູນແລະມີຄົນຈຳນວນຫລາຍກວ່າທີ່ເຄີຍມີມາແລ້ວໃນສະໄຫມບັນພະບຸຣຸດຂອງທ່ານ
6 ພຣະຜູ້ເປັນເຈົ້າຈະຊົງທຳໃຫ້ທ່ານກັບເຊື້ອສາຍມີໃຈເຊື່ອຟັງເພື່ອຈະໄດ້ຮັກພຣະອົງຢ່າງສຸດຈິດສຸດໃຈ ແລະມີຊີວິດຢູ່ໃນແຜ່ນດິນນັ້ນສືບຕໍ່ໄປ 7 ແລະພຣະຜູ້ເປັນເຈົ້າ ຈະຊົງສາບແຊ່ງພວກສັດຕຣູຜູ້ທີ່ກຽດຊັງແລະຂົ່ມເຫັງທ່ານ ແລ້ວທ່ານຈະເຊື່ອຟັງແລະທຳຕາມຂໍ້ຄຳສັ່ງທີ່ພຣະອົງຊົງບອກຂ້າພະເຈົ້າວັນນີ້ອີກ 8 ພຣະຜູ້ເປັນເຈົ້າຈະຊົງໃຫ້ການງານຂອງທ່ານຈະເຣີນຮຸ່ງເຮືອງ ໃຫ້ມີລູກຫລານ ແລະງົວຄວາຍຫລາຍ ພ້ອມທັງມີເຂົ້າປານານ້ຳອຸດົມສົມບູນ 9 ຈະຊົງພໍພຣະທັຍທຳໃຫ້ທ່ານອຸດົມສົມບູນ ແລະຮັ່ງມີເຫມືອນພຣະອົງຊົງທຳໃຫ້ພວກບັນພະບຸຣຸດຂອງທ່ານ 10 ແຕ່ທ່ານຈະຕ້ອງເຊື່ອຟັງແລະທຳຕາມກົດບັນຍັດແລະພຣະທັມຊຶ່ງໄດ້ບົ່ງໄວ້ໃນຫນັງສືຄຳສອນນີ້ ພ້ອມກັບໃຫ້ເຊື່ອຟັງພຣະອົງຢ່າງສຸດຈິດສຸດໃຈ 11 ພຣະບັນຍັດທີ່ຂ້າພະເຈົ້າຈະບອກທ່ານໃນວັນນີ້ ບໍ່ແມ່ນວ່າເປັນຂອງຍາກ ຫລືເຫລືອວິໄສທີ່ທ່ານຈະເຂົ້າໃຈໄດ້ 12 ບໍ່ແມ່ນພຣະບັນຍັດຢູ່ເທິງຟ້າ ຊຶ່ງທ່ານຈະກ່າວວ່າ ໃຜຈະຂຶ້ນເທິງຟ້າແລະເອົາມາໃຫ້ເຮົາ ເພື່ອເຮົາຈະໄດ້ຟັງແລະປະພຶດຕາມ 13 ບໍ່ແມ່ນຢູ່ຟາກທະເລ ຊຶ່ງທ່ານຈະກ່າວວ່າ ໃຜຈະຂ້າມທະເລໄປແທນເຮົາ ແລະເອົາມາໃຫ້ເຮົາ ເພື່ອເຮົາຈະໄດ້ຟັງແລະປະພຶດຕາມ 14 ແຕ່ຖ້ອຍຄຳນັ້ນຢູ່ໃກ້ທ່ານທັງຫລາຍ ຢູ່ໃນປາກຂອງທ່ານ ແລະຢູ່ໃນໃຈຂອງທ່ານສະນັ້ນທ່ານຈຶ່ງປະພຶດຕາມໄດ້ 15 ວັນນີ້ຂ້າພະເຈົ້າໄດ້ເອົາຄວາມຮັ່ງມີແລະຊີວິດ ຫລືການທຳລາຍ ແລະຄວາມຕາຍມາໃຫ້ທ່ານເລືອກ 16 ຖ້າທ່ານທຳຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າທີ່ຂ້າພະເຈົ້າໃຫ້ໃນວັນນີ້ ຄືວ່າຮັກແລະເຊື່ອຟັງພຣະອົງພ້ອມທັງປະຕິບັດຕາມກົດບັນຍັດພຣະທັມແລະຮິດຄອງປະເພນີທັງຫມົດ ທ່ານກໍຈະຈໍາເຣີນຮຸ່ງເຮືອງແລະກາຍເປັນຊົນຊາດໃຫຍ່ ພຣະຜູ້ເປັນເຈົ້າຈະຊົງອວຍພອນທ່ານນໃນແຜ່ນດີນທີ່ຈະເຂົ້າຍຶດຄອງ 17 ແຕ່ຖ້າມີໃຈດື້ບໍ່ຍອມຮັບຟັງ ແລະຖືກເຂົາລໍ້ລວງໃຫ້ຂາບໄຫວ້ພຣະອື່ນ 18 ຂ້າພະເຈົ້າຂໍເຕືອນໃນທີ່ນີ້ ແລະດຽວນີ້ວ່າ ພວກທ່ານຈະຖືກທຳລາຍ ຈະມີຊີວິດບໍ່ຍືນນານຢູ່ໃນແຜ່ນດິນທີ່ກຳລັງຈະຂ້າມແມ່ນ້ຳຈໍແດນໄປຍຶດຄອງນັ້ນ 19 ບັດນີ້ ຂ້າພະເຈົ້າຂໍໃຫ້ທ່ານເລືອກເອົາລະຫວ່າງຊີວິດກັບຄວາມຕາຍ ລະຫວ່າງພຣະພອນກັບຄຳສາບແຊ່ງຂອງພຣະເຈົ້າ ຂໍສິ່ງສັກສິດໃນສວັນແລະໂລກ ຈົ່ງເປັນພຍານຕໍ່ການເລືອກນີ້ 20 ສະນັ້ນ ຂໍໃຫ້ທ່ານເລືອກເອົາຊີວິດເທີນ ຈົ່ງຮັກພຣະຜູ້ເປັນເຈົ້າ ເຊື່ອຟັງແລະຕິດພັນຢູ່ກັບພຣະອົງ ເພື່ອວ່າທ່ານກັບເຊື້ອສາຍຂອງທ່ານຈະມີອາຍຸຫມັ້ນຍືນຢູ່ໃນແຜ່ນດິນທີ່ພຣະອົງຊົງສັນຍາວ່າຈະຍົກໃຫ້ບັນພະບຸຣຸດຂອງທ່ານຄື ອັບຣາຮາມ ອີຊາກ ແລະຢາໂຄບນັ້ນ”
ໂຢຊວຍຮັບຫນ້າທີ່ສືບແທນໂມເຊ
1 ໂມເຊໄດ້ເວົ້າກັບຊາວອິສຣາເອນຕໍ່ໄປວ່າ, 2 “ດຽວນີ້ອາຍຸຂ້າພະເຈົ້າໄດ້ຮ້ອຍຊາວປີແລ້ວ ເຫັນວ່າຈະເປັນຜູ້ນຳຂອງພວກທ່ານຕໍ່ໄປອີກບໍ່ໄດ້ ນອກຈາກນີ້ ພຣະຜູ້ເປັນເຈົ້າຍັງຊົງບອກວ່າ ຂ້າພະເຈົ້າຈະບໍ່ໄດ້ຂ້າມແມ່ນ້ຳຈໍແດນໄປ 3 ພຣະອົງເອງຈະຊົງເປັນຜູ້ນຳຫນ້າທ່ານໄປ ໂດຍຈະຊົງທຳລາຍຊົນຊາດຊຶ່ງຢູ່ທີ່ນັ້ນ ເພື່ອທ່ານຈະໄດ້ເປັນເຈົ້າຂອງແຜ່ນດິນຂອງພວກເຂົາ ແລະໂຢຊວຍຈະເປັນຜູ້ນຳຂອງພວກທ່ານຕາມພຣະຜູ້ເປັນເຈົ້າຊົງກ່າວ 4 ພຣະອົງຈະຊົງທຳລາຍປະຊາຊົນເຫລົ່ານີ້ເຫມືອນດັ່ງຊົງທຳລາຍກະສັດຊີໂຮນ ແລະກະສັດໂອກຂອງຊາວອາໂມຣິດກັບປະເທດຂອງພຣະອົງນັ້ນ 5 ພຣະຜູ້ເປັນເຈົ້າຊົງໃຫ້ທ່ານມີໄຊຊະນະ ແລະພວກທ່ານຈົ່ງທຳກັບພວກເຂົາໄດ້ທຸກຢ່າງຕາມທີ່ຂ້າພະເຈົ້າບອກ 6 ຈົ່ງເຂັ້ມແຂງ ແລະກ້າຫານເທີນ ຢ່າສູ່ຢ້ານເຂົາ ເພາະວ່າພຣະຜູ້ເປັນເຈົ້າເອງຈະຊົງຢູ່ນຳທ່ານ ພຣະອົງບໍ່ຊົງປ່ອຍໃຫ້ຫມົດຫວັງ ຫລືປະຖິ້ມທ່ານດອກ” 7 ແລ້ວໂມເຊໄດ້ເອີ້ນໂຢຊວຍເຂົ້າມາຫາ ແລະເວົ້າກັບທ່ານຕໍ່ຫນ້າຊາວອິສຣາເອນວ່າ, “ຈົ່ງເຂັ້ມແຂງແລະກ້າຫານເທີນ ເພາະທ່ານເປັນຄົນນຶ່ງຊຶ່ງຈະນຳພາປະຊາຊົນເຫລົ່ານີ້ໄປຍຶດຄອງແຜ່ນດິນທີ່ພຣະຜູ້ເປັນເຈົ້າຊົງສັນຍາຈະຍົກໃຫ້ບັນພະບຸຣຸດຂອງເຂົາ ແລະແມ່ນທ່ານຊຶ່ງຈະເປັນຜູ້ຈະໃຫ້ແຜ່ນດິນນີ້ແກ່ເຂົາເປັນກຳມະສິດ 8 ພຣະຜູ້ເປັນເຈົ້າຈະຢູ່ນຳທ່ານ ແລະນຳຫນ້າທ່ານໄປ ຈະບໍ່ປ່ອຍໃຫ້ຫມົດຫວັງຫລືປະຖິ້ມທ່ານເລີຍ ສະນັ້ນຈົ່ງກ້າຫານແລະຢ່າສູ່ຢ້ານ
ອ່ານພຣະທັມຂອງພຣະເຈົ້າທຸກໆເຈັດປີ
9 ຕໍ່ມາ ໂມເຊໄດ້ຂຽນພຣະທັມຂອງພຣະເຈົ້າ ແລ້ວມອບໃຫ້ພວກຜູ້ນຳຂອງຊາວອິສຣາເອນກັບປະໂຣຫິດຊາວເລວີ ຜູ້ຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າ 10 ແລະໂມເຊສັ່ງເຂົາວ່າ, “ເມື່ອຄົບທຸກໆເຈັດປີ ຕາມເວລາກຳນົດປີປົດປ່ອຍໃນເທສການປຸກຕູບ 11 ເມື່ອຄົນອິສຣາເອນປະຊຸມພ້ອມກັນຕໍ່ພຣະພັກພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໃນສະຖານທີ່ຊຶ່ງພຣະອົງຊົງເລືອກໄວ້ນັ້ນ ທ່ານທັງຫລາຍຈົ່ງອ່ານກົດຫມາຍນີ້ໃຫ້ຄົນອິສຣາເອນທັງປວງຟັງ 12 ຈົ່ງເອີ້ນຄົນທັງປວງມາປະຊຸມກັນ ທັງຜູ້ຍິງ ເດັກນ້ອຍແລະຊາວຕ່າງດ້າວໃນເມືອງຂອງທ່ານ ເພື່ອວ່າທຸກຄົນຈະໄດ້ຍິນພຣະທັມນັ້ນ ແລ້ວຈະໄດ້ຢຳເກງພຣະຜູ້ເປັນເຈົ້າ ແລະເອົາໃຈໃສ່ທຳຕາມຄຳສອນຂອງພຣະອົງ 11 ແລະເພື່ອລູກຫລານຂອງທ່ານຜູ້ຍັງບໍ່ທັນໄດ້ຍິນພຣະທັມນີ້ ແລ້ວພວກເຂົາກໍຈະຮູ້ຈັກຢຳເກງພຣະຜູ້ເປັນເຈົ້າ ຕາບເທົ່າເວລາທີ່ຢູ່ໃນແຜ່ນດິນທີ່ພວກທ່ານຈະຂ້າມແມ່ນ້ຳຈໍແດນໄປຍຶດຄອງນັ້ນ” 12 ຕໍ່ມາພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂມເຊວ່າ, “ເຈົ້າໃກ້ຈະຫມົດອາຍຸແລ້ວ ຈົ່ງເອີ້ນໂຢຊວຍໄປຍັງເຕັນນັດພົບ ເພື່ອເຮົາຈະໄດ້ບອກສອນເຂົາ” 13 ໂມເຊກໍໄປຍັງເຕັນນັ້ນ ແລ້ວພຣະຜູ້ເປັນເຈົ້າຊົງປາກົດໃຫ້ເຂົາເຫັນໃນກ້ອນເສົາເມກໃກ້ໆປະຕູຕູບນັ້ນ 14 ພຣະຜູ້ເປັນເຈົ້າບອກໂມເຊວ່າ, “ເຈົ້າຈະຕາຍໃນບໍ່ຊ້ານີ້ ເມື່ອເຈົ້າຕາຍແລ້ວປະຊາຊົນຈະທຳບໍ່ສັດຊື່ຕໍ່ເຣົາ ຈະລະເມີດຄຳສັນຍາທີ່ເຮົາໄດ້ໃຫ້ ແລະຈະປະຖິ້ມເຣົາໄປຂາບໄຫວ້ພຣະໃນປະເທດທີ່ເຂົາເຂົ້າໄປ 15 ເມື່ອມັນເກີດຂຶ້ນດັ່ງນັ້ນ ເຮົາຈະຮ້າຍ ຈະປະຖິ້ມ ແລະທຳລາຍພວກເຂົາ ໄພວິບັດອັນຫນ້າຢ້ານຫລາຍຢ່າງຈະມາຖືກພວກເຂົາ ແລ້ວພວກເຂົາຈະສຳນຶກໃນໃຈວ່າ ສິ່ງເຫລົ່ານີ້ໄດ້ເກີດຂຶ້ນຍ້ອນວ່າ ເຣົາບໍ່ໄດ້ຢູ່ນຳພວກເຂົາຕໍ່ໄປ 16 ເຣົາຈະບໍ່ຊ່ອຍເຫລືອເຂົາເພາະວ່າເຂົາໄດ້ທຳຊົ່ວ ແລະຂາບໄຫວ້ພຣະອື່ນ 17 ດ້ວຍເຫດນີ້ ເຈົ້າຈົ່ງຂຽນບົດເພງຕໍ່ໄປນີ້ ແລ້ວສອນໃຫ້ພວກອິສຣາເອນຮ້ອງສຽດສີເຂົາເອງ 18 ເຮົາຈະພາເຂົາເຂົ້າໄປຍັງແຜ່ນດິນອັນອຸດົມສົມບູນແລະຮັ່ງມີຕາມທີ່ເຮົາໄດ້ສັນຍາໄວ້ກັບບັນພະບຸຣຸດຂອງພວກເຂົາ ຢູ່ທີ່ນັ້ນຈະມີອາຫານທຸກຢ່າງກິນ ແລະຈະມີຊີວິດຢູ່ດ້ວຍຄວາມຜາສຸກ ແຕ່ພວກເຂົາຈະປ່ຽນໃຈໄປຂາບໄຫວ້ພຣະອື່ນ ຈະປະຖິ້ມເຮົາແລະລະເມີດຄຳຫມັ້ນສັນຍາ ໄພວິບັດອັນຫນ້າຢ້ານຫລາຍຢ່າງຈະຕົກຖືກພວກເຂົາ 19 ແລ້ວລູກຫລານຂອງເຂົາຈະຮ້ອງເພງສຽດສີພວກເຂົາ ເພາະກ່ອນເຮົານຳພວກເຂົາເຂົ້າໄປຍັງແຜ່ນດິນທີ່ເຮົາສັນຍາວ່າຈະໃຫ້ນັ້ນ ເຮົາໄດ້ຮູ້ຄວາມຄິດໃນໃຈຂອງເຂົາແລ້ວ” 20 ໂມເຊໄດ້ຂຽນບົດເພງນີ້ ແລະນຳເອົາມາສອນປະຊາຊົນອິສຣາເອນໃນວັນນັ້ນເອງ 21 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໃຫ້ໂຢຊວຍບຸດຊາຍທ່ານນູນວ່າ, “ຈົ່ງເຂັ້ມແຂງແລະກ້າຫານເທີນ ເພາະວ່າເຈົ້າຈະນຳຊາວອິສຣາເອນເຂົ້າໄປໃນແຜ່ນດິນທີ່ເຣົາສັນຍາວ່າຈະໃຫ້ແກ່ເຂົາ ແລະເຮົາຈະຢູ່ກັບເຈົ້າ” 22 ໂມເຊໄດ້ຂຽນພຣະທັມຂອງພຣະຜູ້ເປັນເຈົ້າລົງໃນປື້ມ ໄດ້ຂຽນລົງທັງຫມົດບໍ່ໄດ້ເວັ້ນຈັກຄຳ 23 ເມື່ອຂຽນສຸດແລ້ວ ທ່ານໄດ້ເວົ້າກັບຊາວເລວີທີ່ຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າວ່າ, 24 “ຈົ່ງເອົາຫນັງສືພຣະທັມນີ້ໄວ້ໃນຂ້າງຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າ ເພື່ອໄວ້ເປັນພຍານຕໍ່ສູ້ໄພ່ພົນຂອງພຣະເຈົ້າຢູ່ທີ່ນັ້ນ 25 ຂ້າພະເຈົ້າຮູ້ດີວ່າເຂົາເປັນຄົນຫົວດື້ດ້ານ ແລະທໍຣະຍົດໃນລະຫວ່າງຂ້າພະເຈົ້າມີຊີວິດຢູ່ນັ້ນ ເຂົາໄດ້ເປັນກະບົດຕໍ່ສູ້ພຣະຜູ້ເປັນເຈົ້າຫລາຍເທື່ອ ສະນັ້ນເມື່ອຂ້າພະເຈົ້າຕາຍແລ້ວເຂົາແຮງຈະເປັນກະບົດຫລາຍຂຶ້ນອີກ 26 ຈົ່ງເອີ້ນບັນດາຜູ້ນຳຕູກູນ ແລະເຈົ້ານາຍທຸກຄົນມາປະຊຸມຊ້ອງຫນ້າກັນຂ້າພະເຈົ້າເສັຽ ເພື່ອຂ້າພະເຈົ້າຈະໄດ້ບອກສິ່ງນີ້ແກ່ພວກເຂົາ ຂ້າພະເຈົ້າຈະຂໍໃຫ້ສວັນແລະໂລກເປັນພຍານໃນການຕໍ່ສູ້ເຂົາ 27 ອັນນຶ່ງຂ້າພະເຈົ້າຮູ້ດີວ່າ ເມື່ອຂ້າພະເຈົ້າຕາຍແລ້ວ ພວກທ່ານຈະທຳຊົ່ວແລະລະເລີຍສິ່ງທີ່ຂ້າເຈົ້າສອນສັ່ງໄວ້ ດັ່ງນັ້ນໄພວິບັດຈະຕົກຖືກທ່ານໃນວັນຂ້າງຫນ້າເພາະວ່າພວກທ່ານໄດ້ລະເມີດຕໍ່ຄຳສັ່ງຂອງພຣະຜູ້ເປັນເຈົ້າ”
ບົດເພງຂອງໂມເຊ
28 ແລ້ວໂມເຊໄດ້ຮ້ອງເພງຕໍ່ໄປນີ້ໃຫ້ຊາວອິສຣາເອນຟັງຈົນຈົບ
1 “ແຜ່ນດິນແລະທ້ອງຟ້າ ຈົ່ງຟັງສຽງຂ້າພະເຈົ້າ ໃຫ້ຟັງຂ້າພະເຈົ້າໃກ້ໆ 2 ຄຳສອນຂອງຂ້າພະເຈົ້າຈະຕົກລົງເຫມືອນເມັດຝົນ ຈະກໍ່ຕົວຢູ່ເທິງໂລກເຫມືອນນ້ຳຫມອກ ຄຳເວົ້າຂອງຂ້າພະເຈົ້າຈະຕົກລົງມາເທິງຫຍ້າອ່ອນເຫມືອນຝົນເຫມືອນຫ່າຝົນໂຮຍລົງເທິງຫຍ້າຂຽວ 3 ຂ້າພະເຈົ້າຈະສັຣເສີນພຣະນາມພຣະຜູ້ເປັນເຈົ້າ ໄພ່ພົນຂອງພຣະອົງຈະປະກາດຄວາມຍິ່ງໃຫຍ່ຂອງພຣະອົງ 4 ພຣະຜູ້ເປັນເຈົ້າຊົງເປັນທີ່ເພິ່ງອັນຍິ່ງໃຫຍ່ຂອງພວກເຈົ້າ ທາງທັງຫລາຍຂອງພຣະອົງກໍສົມບູນແລະຖືກຕ້ອງ ພຣະເຈົ້າຂອງພວກເຈົ້າຊົງສັດຊື່ແລະທ່ຽງທັມ ຊົງທຳແຕ່ສິ່ງຖືກຕ້ອງແລະດີງາມ 5 ແຕ່ພວກເຈົ້າທຳບໍ່ສັດຊື່ ບໍ່ເຫມາະສົມທີ່ຈະເປັນໄພ່ພົນຂອງພຣະອົງ ເປັນຊົນຊາດບາບແລະຄົດໂກງ 6 ຊົນຊາດໂງ່ງ່າວເບົາປັນຍາເອີຍ ພວກເຈົ້າຈະທຳຕໍ່ພຣະຜູ້ເປັນເຈົ້າຢ່າງນີ້ບໍ ພຣະອົງຊົງເປັນບິດາແລະຜູ້ສ້າງເຈົ້າ ຊົງສ້າງເຈົ້າເປັນຊົນຊາດນຶ່ງ 7 ຈົ່ງລະນຶກເຖິງ ຄາວອະດີດຕະການທີ່ລ່ວງມາເຫິງແລ້ວ ຈົ່ງຮ້ອງຂໍໃຫ້ພໍ່ຂອງເຈົ້າບອກສິ່ງທີ່ເກີດຂຶ້ນ ແລະຈົ່ງຮ້ອງຂໍໃຫ້ພວກຜູ້ເຖົ້າເລົ່າເຣື່ອງໃນອະດີດ 8 ຜູ້ສູງສຸດຊົງໃຫ້ທຸກຊາດມີແຜ່ນດິນຂອງຕົນເອງ ຊົງໃຫ້ເຂົາມີບ່ອນຢູ່ເປັນຂອງຕົນເອງ ພຣະອົງຊົງມອບຫມາຍໃຫ້ແຕ່ລະຊົນຊາດມີເທວະດາອົງນຶ່ງ 9 ແຕ່ຈະຊົງເລືອກເອົາເຊື້ອສາຍຂອງຢາໂຄບເປັນຂອງພຣະອົງເອງ 10 ພຣະອົງຊົງພົບເຫັນເຂົາທ່ອງທ່ຽວໄປມາໃນຖິ່ນກັນດານ ໃນບ່ອນເປົ່າປ່ຽວລົມແຮງ ຊົງຄຸ້ມຄອງແລະເບິ່ງແຍງເຂົາ ຊົງເອົາໃຈໃສ່ເຂົາເຫມືອນພຣະເນດຂອງພຣະອົງ 11 ເຫມືອນນົກອິນຊີທີ່ສອນລູກໃຫ້ບິນ ມັນບິນລົງຮັງແລະໃຫ້ລູກເກາະຢູ່ເທິງປີກຢ່າງປອດພັຍ ພຣະຜູ້ເປັນເຈົ້າຊົງຮັກສາອິສຣາເອນບໍ່ໃຫ້ເສັຽໄປ 12 ພຣະຜູ້ເປັນເຈົ້າອົງດຽວໄດ້ຊົງນຳໄພ່ພົນຂອງພຣະອົງມາປາສຈາກຄວາມຊ່ອຍເຫລືອຂອງພຣະຕ່າງປະເທດ 13 ພຣະອົງຊົງໃຫ້ເຂົາປົກຄອງແຜ່ນດິນກວ້າງໃຫຍ່ ແລະໄດ້ກິນພືດຜົນທີ່ເກີດໃນນາ ພວກເຂົາໄດ້ພົບຮັງເຜີ້ງຢູ່ຕາມໂງ່ນຫີນ ກົກຫມາກກອກຂອງເຂົາໄດ້ເກີດຂຶ້ນໃນດິນແຂງ 14 ຝູງງົວ ແລະແບ້ໃຫ້ນ້ຳນົມຢ່າງພຽງພໍ ພວກເຂົາມີແກະ ແບ້ ແລະງົວຕຸ້ຍພີດີ ມີເຂົ້າບເລ ແລະເຫລົ້າອະງຸ່ນຢ່າງດີທີ່ສຸດ 15 ໄພ່ພົນຂອງພຣະຜູ້ເປັນເຈົ້າໄດ້ມັ່ງຄັ່ງສົມບູນ ແລະເປັນກະບົດ ພວກເຂົາຕຸ້ຍ ແລະກິນຫລາຍ ໄດ້ປະຖິ້ມພຣະເຈົ້າຜູ້ຊົງສ້າງເຂົາ ແລະປະຖິ້ມພຣະຜູ້ຊ່ອຍອົງຍິ່ງໃຫຍ່ຂອງຕົນ 16 ພຣະຜູ້ເປັນເຈົ້າຊົງກຽດຊັງທີ່ພວກເຂົາຂາບໄຫວ້ຮູບເຄົາຣົບ ຊົງພຣະພິໂຣດທີ່ພວກເຂົາທຳຊົ່ວ 17 ພວກເຂົາບູຊາພຣະອື່ນທີ່ບໍ່ມີປໂຍດ ຄືພຣະທີ່ອິສຣາເອນບໍ່ເຄີຍຂາບໄຫວ້ມາກ່ອນ ແລະປູ່ຍ່າຕາຍາຍຂອງເຂົາກໍບໍ່ເຄີຍຢຳເກງ 18 ພວກເຂົາຫລົງລືມພຣະເຈົ້າອົງຊົງຊ່ອຍຄຸ້ມຄອງຂອງຕົນ ອົງຊົງໃຫ້ຊີວິດແກ່ພວກເຣົາ 19 ເມື່ອພຣະຜູ້ເປັນເຈົ້າເຫັນດັ່ງນີ້ກໍຊົງພຣະພິໂຣດ ແລະຊົງປະຖິ້ມລູກຊາຍຍີງຂອງເຂົາ 20 ພຣະອົງຊົງກ່າວວ່າ ເຮົາຈະບໍ່ຊ່ອຍເຂົາອີກຕໍ່ໄປ ເພາະວ່າເຂົາດື້ ແລະບໍ່ສັດຊື່ ເຮົາຈະຊອມເບິ່ງວ່າເຂົາຈະເຮັດແນວໃດ 21 ເຂົາໄດ້ທຳໃຫ້ເຮົາຮ້າຍຍ້ອນຮູບເຄົາຣົບ ເຮົາກຽດຊັງພວກເຂົາຍ້ອນມີພຣະຢ່າງນັ້ນຊຶ່ງບໍ່ແມ່ນພຣະແທ້ເລີຍ ດັ່ງນັ້ນ ເຮົາຈຶ່ງຈະໃຫ້ເຂົາຮ້າຍຍ້ອນຊົນຊາດໂງ່ ຈະໃຫ້ເຂົາມີໃຈອິດສາພວກທີ່ບໍ່ມີຊາດ 22 ຄວາມຮ້າຍຂອງເຮົາຈະຮ້າຍແຮງເຫມືອນໄຟ ຈະໄຫມ້ທຸກໆສິ່ງເທິງໂລກໃຫ້ຫມົດໄປ ມັນຈະລຸກລາມໄປຈົນເຖິງພິພົບຄົນຕາຍ ແລະຈະໄຫມ້ລົງໄປເຖິງຮາກພູ 23 ເຣົາຈະນຳໄພວິບັດອັນເຫລືອຄັນນານັບມາຍັງເຂົາ ຈະໃຊ້ລູກທະນູຍີງໃສ່ພວກເຂົາ 24 ເຂົາຈະຕາຍຍ້ອນອຶດຢາກ ແລະເຈັບໂຊ ຍ້ອນໂຣກພັຍໄຂ້ເຈັບອັນຮ້າຍແຮງ ເຣົາຈະໃຫ້ສັດປ່າມາທຳຣ້າຍເຂົາ ແລະໃຫ້ງູພິດມາຂົບຕອດເຂົາ 25 ຈະມີການຮົບເລວກັນຕາມຖນົນຫົນທາງ ໃນບ້ານເຮືອນຈະມີແຕ່ຄວາມຢ້ານ ພວກຊາຍຫນຸ່ມຍິງສາວກໍຈະຕາຍ ແມ່ນແຕ່ເດັກອ່ອນແລະຜູ້ເຖົ້າກໍຈະບໍ່ເຫລືອ 26 ເຣົາຈະທຳລາຍເຂົາໃຫ້ຫມົດສິ້ນໄປ ເພື່ອຈະບໍ່ມີໃຜໄດ້ລະນຶກເຖິງເຂົາ 27 ແຕ່ເຮົາຈະບໍ່ໃຫ້ພວກສັດຕຣູຄຸຍອວດອ້າງໄດ້ວ່າພວກເຂົາໄດ້ຊະນະໄພ່ພົນຂອງເຮົາ ແລະວ່າເຮົາກຳຈັດເຂົາບໍ່ໄດ້ 28 ອິສຣາເອນເປັນຊົນຊາດຂາດສະຕິປັນຍາ ແລະບໍ່ມີຄວາມສລາດເລີຍ 29 ພວກເຂົາບໍ່ຮູ້ເລີຍວ່າເປັນຫຍັງຈຶ່ງຜ່າຍແພ້ໄປ ບໍ່ເຂົ້າໃຈໃນສິ່ງທີ່ບັງເກີດຂຶ້ນ 30 ເປັນຫຍັງຄົນຜູ້ດຽວຈຶ່ງຊະນະຄົນເປັນພັນ ຄົນເປັນຫມື່ນຈຶ່ງຜ່າຍແພ້ຄົນສອງຄົນ ກໍເພາະວ່າພຣະຜູ້ເປັນເຈົ້າຂອງເຂົາໄດ້ປະຖິ້ມເຂົາແລ້ວ ພຣະເຈົ້າອົງຍິ່ງໃຫຍ່ໄດ້ໃຫ້ເຂົາຜ່າຍແພ້ 31 ພວກສັດຕຣູຂອງເຂົາຮູ້ວ່າພຣະຂອງຕົນອ່ອນແອ ບໍ່ມີອຳນາດເຫມືອນພຣະເຈົ້າຂອງອິສຣາເອນ 32 ພວກເຂົາຖືກທຳລາຍເສັຽຫາຍເຫມືອນເມືອງໂຊໂດມ ແລະເມືອງໂກໂມຣາ ເຫມືອນກົກອະງຸ່ນທີ່ເກີດຫມາກຂົມແລະເປັນພິດ ຊົງຄອຍຖ້າວັນເວລາເພື່ອລົງໂທດເຂົາ 33 ເຫລົ້າອະງຸ່ນຂອງເຂົາເປັນພິດຂອງງູ ເປັນພິດຮ້າຍແຮງຂອງງູເຫົ່າ 34 “ເຣື່ອງນີ້ບໍ່ໄດ້ສະສົມໄວ້ກັບເຮົາດອກຫລື ປະທັບຕາໄວ້ໃນຄັງຂອງເຣົາ 35 ພຣະອົງຊົງແກ້ແຄ້ນແລະລົງໂທດເຂົາ ເວລາເຂົາຕຳສະດຸດລົ້ມຈະມາຮອດແລ້ວ ວັນເວລາແຫ່ງການລົງໂທດໃກ້ເຂົ້າມາແລ້ວ 36 ພຣະຜູ້ເປັນເຈົ້າຈະຊົງປ້ອງກັນສິດທິໄພ່ພົນຂອງພຣະອົງ ເມື່ອຊົງເຫັນວ່າເຂົາຫມົດເຫື່ອແຮງ ຈະຊົງເມດຕາປານີຜູ້ຮັບໃຊ້ພຣະອົງ ເມື່ອຊົງເຫັນວ່າບໍ່ມີໃຜເຫລືອຢູ່ 37 ແລ້ວພຣະຜູ້ເປັນເຈົ້າຈະຊົງຖາມໄພ່ພົນຂອງພຣະອົງວ່າ, “ພຣະທີ່ມີອຳນາດທີ່ເຈົ້ານັບຖືນັ້ນຢູ່ໃສ 38 ຄືຜູ້ທີ່ຮັບປະທານໄຂມັນຂອງເຄື່ອງບູຊາສັຕບູຊາຂອງເຂົາ ແລະດື່ມເຫລົ້າທີ່ເປັນເຄື່ອງບູຊາ ໃຫ້ບັນດາພຣະເຫລົ່ານັ້ນລຸກຂຶ້ນຊ່ອຍເຈົ້າ ໃຫ້ພຣະເຫລົ່ານັ້ນເປັນຜູ້ປ້ອງກັນເຈົ້າ 39 ບັດນີ້ ເບິ່ງແມ໋, ແມ່ນເຮົາຜູ້ດຽວເປັນພຣະເຈົ້າ ບໍ່ມີພຣະແທ້ອົງອື່ນອີກ ນຳເອົາຄວາມຕາຍແລະໃຫ້ຊີວິດແກ່ພວກເຈົ້າ ໃຫ້ບາດເຈັບ ແລະປົວໃຫ້ດີ ບໍ່ມີໃຜຂັດຂວາງເຮົາໄດ້ 40 ແນ່ນອນລະ ເຮົາເປັນພຣະເຈົ້າຜູ້ມີຊີວິດຢູ່ ເຮົາຍົກມືຂຶ້ນສາບານວ່າ 41 ຈະຝົນດາບຂອງເຮົາໃຫ້ຄົມໆ ແລະຈະເປັນຜູ້ພິພາກສາ ເຮົາຈະແກ້ແຄ້ນສັດຕຣູຂອງເຮົາ ຈະລົງໂທດຜູ້ກຽດຊັງເຮົາ 42 ເລືອດຂອງເຂົາຈະໄຫລອອກຍ້ອນລູກທະນູຂອງເຮົາ ດາບຂອງເຮົາຈະຂ້າຜູ້ທີ່ຂັດຂວາງເຮົາ ເຮົາຈະບໍ່ໄວ້ຊີວິດຜູ້ທີ່ຕໍ່ສູ້ເຣົາ ແມ່ນແຕ່ຜູ້ບາດເຈັບແລະພວກຊະເລີຍກໍຈະຕາຍ 43 ຊົນຊາດທັງຫລາຍເອີຍ ຈົ່ງສັຣເສີນຍ້ອງຍໍໄພ່ພົນຂອງພຣະຜູ້ເປັນເຈົ້າ ພຣະອົງຊົງລົງໂທດຄົນທັງປວງທີ່ຂ້າພວກເຂົາ ຊົງແກ້ແຄ້ນສັດຕຣູຂອງພຣະອົງ ແລະຊົງໃຫ້ອະພັຍບາບແກ່ໄພ່ພົນຂອງພຣະອົງ” 44 ໂມເຊກັບໂຢຊວຍບຸດຂອງນູນ ໄດ້ຮ້ອງເພງນີ້ໃຫ້ປະຊາຊົນອິສຣາເອນຟັງ
ຄຳສອນເທື່ອສຸດທ້າຍຂອງໂມເຊ
45 ເມື່ອໂມເຊເລົ່າຄຳສອນຂອງພຣະຜູ້ເປັນເຈົ້າໃຫ້ປະຊາຊົນຟັງສຸດແລ້ວ ທ່ານກໍກ່າວວ່າ, 46 “ຈົ່ງທຳຕາມຂໍ້ຄຳສັ່ງທີ່ຂ້າພະເຈົ້າໄດ້ໃຫ້ພວກທ່ານແລ້ວ ໃນມື້ນີ້ ໃຫ້ບອກສອນລູກຫລານຂອງທ່ານດ້ວຍ ເພື່ອເຂົາຈະໄດ້ທຳຕາມຄຳສອນຂອງພຣະເຈົ້າດ້ວຍເອົາໃຈໃສ່ 47 ຄຳສອນນີ້ບໍ່ແມ່ນຂອງບໍ່ມີປໂຍດ ແຕ່ມັນເປັນຊີວິດຈິດໃຈຂອງທ່ານແທ້ຈິງ ສະນັ້ນ ຈົ່ງທຳຕາມເພື່ອພວກທ່ານຈະໄດ້ມີອາຍຸຫມັ້ນຍືນຢູ່ໃນແຜ່ນດິນຟາກແມ່ນ້ຳຈໍແດນ ຊຶ່ງພວກທ່ານກຳລັງຕຽມຈະເຂົ້າໄປຍຶດຄອງເອົານັ້ນ
ໂມເຊຮັບອະນຸຍາດໃຫ້ເບິ່ງແຜ່ນດິນການາອານ
48 ໃນວັນນີ້ ພຣະຜູ້ເປັນເຈົ້າຊົງບອກໂມເຊວ່າ, “ຈົ່ງຂຶ້ນໄປເທິງພູອາບາຣິມໃນປະເທດໂມອາບ ຊຶ່ງຢູ່ກົງກັນຂ້າມກັບເມືອງເຢຣິໂກ ໃຫ້ປີນຂຶ້ນໄປເຖິງຍອດພູເນໂບ ແລ້ວຫລຽວເບິ່ງປະເທດການາອານທີ່ເຮົາຈະຍົກໃຫ້ປະຊາຊົນອິສຣາເອນ 49 ເຈົ້າຈະຕາຍຢູ່ເທິງພູຫນ່ວຍນັ້ນ ເຫມືອນກັບອາໂຣນອ້າຍຂອງເຈົ້າຕາຍຢູ່ເທິງພູໂຮຣ໌ 50 ເພາະວ່າຢູ່ຕໍ່ຫນ້າຄົນອິສຣາເອນເຈົ້າທັງສອງບໍ່ເຊື່ອເຮົາ ເມື່ອຢູ່ທີ່ແມ່ນ້ຳເມຣິບັດກາເດສໃນຖິ່ນກັນດານຊີນ ພວກເຈົ້າກໍບໍ່ເຄົາຣົບເຮົາຕໍ່ຫນ້າຄົນທັງຫລາຍ 51 ເຈົ້າຈະຫລຽວເຫັນແຜ່ນດິນນັ້ນໃນໄລຍະໄກ ແຕ່ເຈົ້າຈະບໍ່ໄດ້ເຂົ້າໄປໃນແຜ່ນດິນທີ່ເຮົາຈະຍົກໃຫ້ຊາວອິສຣາເອນ”
ໂມເຊອວຍພອນໃຫ້ອິສຣາເອນ
1 ກ່ອນໂມເຊຄົນຂອງພຣະເຈົ້າໃກ້ຈະຕາຍ ເຂົາໄດ້ອວຍພອນໃຫ້ຄົນອິສຣາເອນດັ່ງຕໍ່ໄປນີ້ 2 ພຣະຜູ້ເປັນເຈົ້າສະເດັດມາຈາພູຊີນາອີ ຊົງຂຶ້ນມາເຫມືອນຕາເວັນສ່ອງແສງເທິງເມືອງເອໂດມ ຊົງສ່ອງແສງຈາກພູປາຣານມາຍັງໄພ່ພົນຂອງພຣະອົງ ມີພວກເທວະດາເປັນຫມື່ນໆຢູ່ກັບພຣະອົງ ແລະມີໄຟລຸກຮຸ່ງເຮືອງຢູ່ໃນພຣະຫັດເບື້ອງຂວາຂອງພຣະອົງ 3 ພຣະຜູ້ເປັນເຈົ້າຊົງຮັກໄພ່ພົນຂອງພຣະອົງ ຊົງປົກປ້ອງຄຸ້ມຄອງຄົນຂອງພຣະອົງ ດັ່ງນັ້ນ ພວກເຮົາຈຶ່ງນ້ອມຄຸ້ມຄອງຄົນຂອງພຣະອົງ ແລະທຳຕາມຂໍ້ຄຳສັ່ງຂອງພຣະອົງ 4 ພວກເຣົາເຊື່ອຟັງພຣະທັມທີ່ໂມເຊມອບໃຫ້ ມັນເປັນສົມບັດອັນລ້ຳຄ່າແຫ່ງຊົນຊາດຂອງເຮົາ 5 ພຣະຜູ້ເປັນເຈົ້າຊົງເປັນກະສັດຂອງອິສຣາເອນໄພ່ພົນຂອງພຣະອົງ ເມື່ອຜູ້ນຳ ແລະເຜົ່າຕ່າງໆຂອງເຂົາມາຊຸມນຸມກັນ 6 ໂມເຊໄດ້ເວົ້າເຖິງຕະກູນຣູເບນວ່າ, “ຂໍຢ່າໃຫ້ຣູເບນຕາຍ ແລະຢ່າໃຫ້ຄົນຂອງເຂົາມີຫນ້ອຍ” 7 ເວົ້າເຖິງຕະກູນຢູດາວ່າ, “ໂອ ພຣະຜູ້ເປັນເຈົ້າ ຂໍຊົງຟັງສຽງຮ້ອງໄຫ້ຂໍຄວາມຊ່ອຍເຫລືອຂອງເຂົາແດ່ທ້ອນ ຈົ່ງຮວບຮວມເອົາເຂົາເຂົ້າກັບຕະກູນອື່ນໆອີກ ໂອ ພຣະຜູ້ເປັນເຈົ້າ ຂໍຊົງຕໍ່ສູ້ແທນເຂົາ ແລະຊົງຕໍ່ສູ້ພວກສັດຕຣູຂອງເຂົາ” 8 ເວົ້າເຖິງຕະກູນເລວີວ່າ, “ໂອ ພຣະຜູ້ເປັນເຈົ້າ ຂໍຊົງເປີດເຜີຍພຣະປະສົງຂອງພຣະອົງຜ່ານພວກເລວີ ພວກເຂົາເປັນໄພ່ພົນຜູ້ສັດຊື່ຂອງພຣະອົງ ພຣະອົງຊົງທົດລອງເຂົາແລ້ວທີ່ ມັດສາ ແລະໄດ້ຊົງພິສູດເບິ່ງເຂົາແລ້ວທີ່ນ້ຳອອກບໍ່ ເມຣີບາ 9 ພວກເຂົາມີຄວາມສັດຊື່ຕໍ່ພຣະອົງຫລາຍກວ່າຕໍ່ພໍ່ແມ່ ອ້າຍນ້ອງຫລືລູກຫລານ ໄດ້ທຳຕາມຂໍ້ຄຳສັ່ງຂອງພຣະອົງ ແລະສັດຊື່ຕໍ່ຄຳຫມັ້ນສັນຍາຂອງພຣະອົງ 10 ພວກເຂົາຈະບອກສອນໃຫ້ໄພ່ພົນຂອງພຣະອົງທຳຕາມພຣະທັມ ແລະຈະຖວາຍບູຊາເທິງແທ່ນຂອງພຣະອົງ 11 ໂອ ພຣະຜູ້ເປັນເຈົ້າ ຂໍຊົງຊ່ອຍໃຫ້ພວກເຂົາແຂງແຮງຂຶ້ນ ຂໍຊົງຍິນດີໃນສິ່ງທີ່ເຂົາທຳ ຊົງທຳລາຍສັດຕຣູໃຫ້ຫມົດກ້ຽງ ແລະຢ່າໃຫ້ພວກເຂົາໂງຄໍຂຶ້ນໄດ້ອີກ” 12 ເວົ້າເຖິງຕະກູນເບັນຢາມິນວ່າ, “ພຣະຜູ້ເປັນເຈົ້າຊົງຮັກ ແລະຄຸ້ມຄອງຕະກູນນີ້ ໃນແຕ່ລະວັນ ພວກເຂົາມີຊີວິດຢູ່ຢ່າງປອດພັຍຕໍ່ພຣະພັກພຣະຜູ້ເປັນເຈົ້າ” 13 ເວົ້າເຖິງຕະກູນໂຢເຊັບວ່າ, “ຂໍພຣະຜູ້ເປັນເຈົ້າຊົງອວຍພອນໃຫ້ແຜ່ນດີນຂອງເຂົາມີຝົນຕົກ ແລະນ້ຳບາດານ 14 ຂໍຊົງອວຍພອນໃຫ້ແຜ່ນດິນຂອງເຂົາໄດ້ຮັບຫມາກຜົນຈາກດວງອາທິດ ແລະໄດ້ຮັບຫມາກຜົນຢ່າງດີທີ່ສຸດໃນທຸກຣະດູ 15 ຂໍຊົງໃຫ້ຫນ່ວຍພູອັນເກົ່າແກ່ທັງຫລາຍຂອງເຂົາ ເຕັມໄປດ້ວຍເຄື່ອງປູກຢ່າງດີ 16 ຂໍໃຫ້ແຜ່ນດິນນັ້ນເຕັມໄປດ້ວຍຂອງດີ ຂໍໃຫ້ພຣະຄຸນທີ່ພຣະຜູ້ເປັນເຈົ້າຊົງກ່າວອອກມາຈາກໄຟໃນພຸ່ມໄມ້ ອວຍພອນເຫລົ່ານີ້ໃຫ້ຕະກູນໂຢເຊັບ ເພາະວ່າເຂົາເປັນຫົວຫນ້າພວກອ້າຍນ້ອງຂອງຕົນ 17 ໂຢເຊັບມີເຫື່ອແຮງເຫມືອນງົວເຖິກ ມີກຳລັງເຫມືອນຄວາຍປ່າ ມານັສເຊມີກຳລັງຫລາຍພັນຄົນ ແລະເອຟຣາອິມມີຫລາຍຫມື່ນຄົນ ໂຢເຊັບຂັບໄລ່ຊົນຊາດອື່ນອອກໄປດ້ວຍກຳລັງນັ້ນ ໄດ້ຂັບໄລ່ເຂົາໄປຈົນສຸດແຜ່ນດິນໂລກ” 18 ເວົ້າເຖິງຕະກູນເຊບູລູນ ແລະອິສຊາຄາວ່າ, “ຂໍໃຫ້ການຄ້າຂາຍທາງທະເລຂອງເຊບູລູນຈະເຣີນກ້າວຫນ້າ ແລະຂໍໃຫ້ຣາຍໄດ້ໃນຄອບຄົວອິສຊາຄາເພີ້ມທະວີຫລາຍຂຶ້ນ 19 ພວກເຂົາເຊີນຊາດທັງຫລາຍມາທີ່ພູເຂົາ ແລ້ວຖວາຍເຄື່ອງບູຊາຢ່າງຖືກຕ້ອງຢູ່ທີ່ນັ້ນ ເພາະວ່າເຂົາຮັ່ງມີຍ້ອນທະເລແລະດິນຊາຍຕາມຕາຝັ່ງ” 20 ເວົ້າເຖິງຕະກູນກາດວ່າ, “ສັຣເສີນພຣະເຈົ້າຜູ້ຊົງຂະຫຍາຍເຂດແດນຂອງຊາວກາດ ຊາວກາດຫມູບດັກຢູ່ເຫມືອນສິງ ເພື່ອຄອຍຫັກແຂນ ແລະລອກຫນັງຫົວ 21 ເຂົາເລືອກເອົາແຜ່ນດີນທີ່ອຸດົມສົມບູນ ແລະຮັ່ງມີເປັນຂອງຕົນເອງ ສ່ວນແບ່ງຂອງຜູ້ນໍາກໍເປັນຂອງພວກເຂົາ ເມື່ອພວກຜູ້ນຳອິສຣາເອນເຂົ້າຮ່ວມປະຊຸມກັນ ພວກເຂົາກໍທຳຕາມພຣະທັມ ແລະຂໍ້ຄຳສັ່ງຂອງພຣະຜູ້ເປັນເຈົ້າ” 22 ເວົ້າເຖິງຕະກູນດານວ່າ, “ດານເປັນລູກສິງທີ່ແລ່ນເຕັ້ນມາຈາກບາຊານ 23 ເວົ້າເຖິງຕະກູນເນັຟທາລີວ່າ, “ເນັຟທາລີບໍຣິບູນດ້ວຍພຣະຄຸນທີ່ພຣະຜູ້ເປັນເຈົ້າອວຍພອນໃຫ້ ແຜ່ນດິນຂອງເຂົາຍາວຢຽດໄປເຖິງທະເລສາບ ຄາລີເລທາງໃຕ້” 24 ເວົ້າເຖິງຕະກູນອາເຊີວ່າ, “ອາເຊີໄດ້ຮັບພຣະພອນຫລາຍກວ່າຕະກູນອື່ນ ຂໍໃຫ້ເຂົາໄດ້ຮັບຄວາມເມດຕາປານີຈາກອ້າຍນ້ອງຂອງຕົນ ຂໍໃຫ້ແຜ່ນດິນຂອງເຂົາອຸດົມສົມບູນໄປດ້ວຍກົກຫມາກກອກເທດ 25 ຂໍໃຫ້ເມືອງຂອງເຂົາມີປະຕູເຫລັກເປັນທີ່ປ້ອງກັນ ແລະໃຫ້ເຂົາມີຊີວິດຢູ່ດ້ວຍຄວາມປອດພັຍຕລອດໄປ” 26 ອິສຣາເອນເອີຍ, ບໍ່ມີພຣະໃດເຫມືອນພຣະເຈົ້າຂອງທ່ານ ພຣະອົງສະເດັດມາທາງທ້ອງຟ້າດ້ວຍສະງ່າຣາສີ ສະເດັດຜ່ານເມກມາຊ່ອຍເຫລືອທ່ານ 27 ພຣະເຈົ້າຊົງເປັນອົງຄຸ້ມຄອງທ່ານຕລອດໄປ ແຂນອັນຊົງຣິດຂອງພຣະອົງຈະຊົງອຸ້ມຊູທ່ານໄວ້ ພຣະອົງຊົງຂັບໄລ່ສັດຕຣູໃຫ້ຫນີໄປຈາກທ່ານ ແລະຊົງບອກໃຫ້ທ່ານທຳລາຍເຂົາຖິ້ມ 28 ດັ່ງນີ້ແຫລະເຊື້ອສາຍຂອງຢາໂຄບຈຶ່ງມີຊີວິດຢູ່ດ້ວຍຄວາມສງົບສຸກ ມີຄວາມປອດພັຍຢູ່ໃນແຜ່ນດິນທີ່ອຸດົມດ້ວຍເຂົ້າ ແລະເຫລົ້າອະງຸ່ນ ມີນ້ຳຫມອກຈາກຟ້າຕົກລົງມາຍັງດິນ 29 ອິສຣາເອນເອີຍ ທ່ານທັງຫລາຍເປັນສຸກແທ້ ບໍ່ມີໃຜຄືພວກທ່ານເລີຍ ທ່ານເປັນຊົນຊາດທີ່ພຣະຜູ້ເປັນເຈົ້າຊົງຊ່ອຍ ພຣະອົງຊົງເປັນແຜ່ນເຫລັກຕ້ານທານ ແລະດາບຂອງທ່ານ ຊົງປ້ອງກັນແລະໃຫ້ທ່ານມີໄຊຊະນະ ພວກສັດຕຣູຈະມາຂໍຄວາມກະຣຸນາຈາກທ່ານ ແລ້ວທ່ານຈະຢຽບຢໍ່າເຂົາ
ໂມເຊເຖິງແກ່ກຳ
1 ໂມເຊໄດ້ຂຶ້ນແຕ່ທີ່ຮາບພຽງໂມອາບໄປຍັງພູ ເນໂບ ຂຶ້ນໄປເຖິງຈອມພູປິສກາຊຶ່ງຢູ່ກົງກັນຂ້າມກັບເມືອງເຢຣິໂກ ຢູ່ທີ່ນັ້ນພຣະຜູ້ເປັນເຈົ້າໄດ້ຊົງສະແດງໃຫ້ທ່ານເຫັນແຫ່ນດິນທັງຫມົດ ຄືຕັ້ງແຕ່ເຂດແດນກິເລອາດໄປເຖິງເຫນືອເມືອງດານ ເຖິງເຂດແດນເນັຟທາລີທັງຫມົດ 2 ຕລອດທັງເຂດແດນເອຟຣາອິມ ມານັສເຊ ແລະຢູດາ ໄປເຖິງທະເລເມດິເຕຣາເນທາງທິດຕາເວັນຕົກ 3 ເຖິງເນເກັບ ແລະຈາກທີ່ຮາບພຽງ ຄືທີ່ລຸ່ມເມືອງເຢຣີໂກ ເມືອງກົກຕານນັ້ນໄກໄປເຖິງເມືອງໂຊອາຣ໌ 4 ແລ້ວພຣະຜູ້ເປັນເຈົ້າກ່າວຕໍ່ໂມເຊວ່າ, “ນີ້ແມ່ນແຜ່ນດິນທີ່ເຮົາໄດ້ສັນຍາຕໍ່ອັບຣາຮາມ ອີຊາກ ແລະຢາໂຄບ ວ່າຈະຍົກໃຫ້ແກ່ເຊື້ອສາຍຂອງເຂົາ ເຮົາໄດ້ທຳໃຫ້ເຈົ້າເຫັນກັບຕາແຜ່ນດິນນັ້ນ ແຕ່ຈະບໍ່ໃຫ້ເຈົ້າເຂົ້າໄປ” 5 ດັ່ງນັ້ນ ໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າຈຶ່ງໄດ້ສິ້ນຊີວິດຢູ່ທີ່ນັ້ນໃນປະເທດໂມອາບຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງບອກແລ້ວ 6 ພຣະຜູ້ເປັນເຈົ້າຊົງຝັງສົບທ່ານໄວ້ໃນຮ່ອມພູແຫ່ງນຶ່ງທີ່ປະເທດໂມອາບ ຊຶ່ງກົງກັນຂ້າມກັບເມືອງເບັດເປໂອຣ໌ ແຕ່ຈົນເທົ່າທຸກວັນນີ້ກໍບໍ່ມີໃຜຮູ້ວ່າສົບໂມເຊໄດ້ຝັງໄວ້ຢູ່ໃສ? 7 ໂມເຊຕາຍເມື່ອອາຍຸໄດ້ຮ້ອຍຊາວປີ ທ່ານມີສຸຂະພາບແຂງແຮງ ແລະຕາກໍຍັງເຫັນຮຸ່ງຢູ່ຄືເກົ່າ 8 ຊາວອິສຣາເອນໄດ້ໄວ້ທຸກໃຫ້ໂມເຊເປັນເວລາສາມສິບວັນ ທີ່ທົ່ງຮາບໂມອາບ 9 ໂຢຊວຍ ຊຶ່ງເປັນຜູ້ໄດ້ຮັບຫນ້າທີ່ແທນໂມເຊ ຍ້ອນວ່າທ່ານໄດ້ເປັນຜູ້ມີສະຕິປັນຍາດີໂດຍທ່ານໄດ້ຮັບພິທີວາງມືໃສ່ຫົວຈາກໂມເຊ ຊາວອິສຣາເອນຈຶ່ງໄດ້ເຊື່ອຟັງໂຢຊວຍ ແລະທຳຕາມຂໍ້ຄຳສັ່ງທີ່ພຣະຜູ້ເປັນເຈົ້າຊົງບອກໂມເຊນັ້ນ 10 ໃນອິສຣາເອນບໍ່ເຄີຍມີຜູ້ປະກາດພຣະທັມຄົນໃດເຫມືອນໂມເຊ ພຣະຜູ້ເປັນເຈົ້າຊົງກ່າວກັບທ່ານຫນ້າຕໍ່ຫນ້າ 11 ຊົງໃຫ້ທ່ານທຳການອັດສະຈັນ ແລະຫມາຍສຳຄັນຕໍ່ສູ້ກະສັດເອຢິບ ກັບຂ້າຣາຊການ ແລະຫມົດປະເທດຊຶ່ງຜູ້ປະກາດພຣະທັມອື່ນໆທໍາບໍ່ໄດ້ເຫມືອນທ່ານ 12 ທ່ານທຳສິ່ງທີ່ຫນ້າຢ້ານ ແລະຍິ່ງໃຫຍ່ຕໍ່ຫນ້າຊາວອິສຣາເອນ ແຕ່ຄົນອື່ນທຳບໍ່ໄດ້ເຫມືອນທ່ານ
ອິສຣາເອນມຸ່ງຫນ້າສູ່ການາອານ
1 ຫລັງຈາກໂມເຊ ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ເສັຽຊີວິດໄປແລ້ວ ພຣະຜູ້ເປັນເຈົ້າຊົງສັ່ງແກ່ໂຢຊວຍບຸດນູນທີ່ເປັນຜູ້ຊ່ອຍວຽກໂມເຊວ່າ, 2 “ໂມເຊຜູ້ຮັບໃຊ້ຂອງເຮົາກໍເສັຽຊີວິດໄປແລ້ວ ສ່ວນເຈົ້າພ້ອມດ້ວຍຊາວອິສຣາເອນທຸກຄົນ ຈົ່ງຕຽມຕົວອອກໄປຂ້າມແມ່ນ້ຳຈໍແດນ ແລ້ວເຂົ້າໄປໃນແຜ່ນດິນທີ່ເຮົາຈະມອບໃຫ້ພວກເຈົ້າ 3 ຕາມທີ່ເຮົາໄດ້ສັນຍາໄວ້ກັບໂມເຊວ່າ ດິນທຸກບ່ອນທີ່ພວກເຈົ້າຈະຢຽບໄປນັ້ນແຫລະ ເປັນບ່ອນທີ່ເຮົາມອບໃຫ້ 4 ເຂດແດນຂອງເຈົ້າຕັ້ງແຕ່ຖິ່ນກັນດານທາງທິດໃຕ້ຈົນເຖິງພູເລບານອນທາງທິດເຫນືອ ຕັ້ງແຕ່ແມ່ນນ້ຳໃຫຍ່ເອີຟຣາດທາງທິດຕາເວັນອອກພ້ອມທັງທົ່ວປະເທດຂອງຊາວຮິດຕີຈົນເຖິງທະເລເມດິເຕຣາເນທາງທິດຕາເວັນຕົກ 5 ໃນຊົ່ວຊີວິດຂອງເຈົ້າ ຈະບໍ່ມີໃຜສາມາດຕໍ່ສູ້ເຈົ້າໄດ້ເຮົາຈະບໍ່ປະຖິ້ມເຈົ້າ ເພາະວ່າເຮົາໄດ້ສະຖິດຢູ່ກັບໂມເຊຢ່າງໃດ ເຮົາຈະສະຖິດຢູ່ກັບເຈົ້າຢ່າງນັ້ນດ້ວຍ 6 ສະນັ້ນ ເຈົ້າຈົ່ງມີໃຈເຂັ້ມແຂງ ແລະກ້າຫານ ເພາະວ່າເຈົ້າຈະເປັນຜູ້ນຳພາຊົນຊາດເຫລົ່ານີ້ເຂົ້າໄປຮັບເອົາແຜ່ນດິນທີ່ເຣົາສັນຍາວ່າຈະມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົາ 7 ເຈົ້າຈົ່ງມີໃຈເຂັ້ມແຂງແລະກ້າຫານແທ້ ຈົ່ງທຳຕາມພຣະທັມທັງຫມົດຂອງເຮົາ ຊຶ່ງໂມເຊຜູ້ຮັບໃຊ້ຂອງເຮົາໄດ້ສັ່ງເຈົ້າໄວ້ ຢ່າປະຖິ້ມຈັກຂໍ້ເລີຍ ເພື່ອຈະໄດ້ຮັບຜົນສຳເຣັດໃນທຸກໆບ່ອນທີ່ເຈົ້າຈະໄປ 8 ເຈົ້າຢ່າລືມພຣະທັມຂອງເຮົາຈັກເທື່ອ ເຈົ້າຕ້ອງຮຽນຮູ້ຈາກປື້ມພຣະທັມນັ້ນທຸກມື້ທຸກຄືນ ແລະຈົ່ງຕັ້ງໃຈປະຕິບັດຕາມຖ້ອຍຄຳທີ່ຂຽນໄວ້ນັ້ນ ແລ້ວເຈົ້າຈະໄດ້ຮັບຜົນສຳເຣັດໃນທຸກວິທີທາງພ້ອມທັງມີຄວາມຈະເຣີນກ້າວຫນ້າຂຶ້ນດ້ວຍ 9 ຈົ່ງຈົດຈຳເອົາຖ້ອຍຄຳທີ່ເຮົາໄດ້ສັ່ງແກ່ເຈົ້າວ່າ ໃຫ້ມີໃຈເຂັ້ມແຂງແລະກ້າຫານ ຢ່າຢ້ານ ຫລືຕົກໃຈ ເພາະວ່າເຮົາຜູ້ເປັນພຣະຜູ້ເປັນເຈົ້າຂອງເຈົ້າກໍສະຖິດຢູ່ກັບເຈົ້າໃນທຸກຫົນທຸກແຫ່ງທີ່ເຈົ້າຈະໄປເຖິງ” 10 ເມື່ອນັ້ນ ໂຢຊວຍໄດ້ສັ່ງກັບພວກຫົວຫນ້າວ່າ, 11 “ຈົ່ງໄປປ່າວເຕືອນໃຫ້ປະຊາຊົນຕາມສະຖານທີ່ພັກເຊົາ ເພື່ອໃຫ້ເຂົາຈັດແຈງເອົາອາຫານໃຫ້ພຽງພໍ ເພາະວ່າຍັງອີກສາມວັນພວກເຈົ້າຈະພາກັນຂ້າມແມ່ນ້ຳຈໍແດນນີ້ໄປຍຶດຄອງເອົາດິນແດນທີ່ພຣະຜູ້ເປັນເຈົ້າຂອງພວກເຈົ້າຊົງປະທານໃຫ້” 12 ຕໍ່ມາ ໂຢຊວຍເວົ້າກັບຊາວຣູເບນ ຊາວກາດ ແລະເຄິ່ງນຶ່ງຂອງຊາວມານັສເຊວ່າ, 13 “ຈົ່ງຈື່ຄຳທີ່ໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າບອກໄວ້ວ່າ ພຣະຜູ້ເປັນເຈົ້າຂອງພວກເຈົ້າຊົງ ປະທານແຜ່ນດິນທາງທິດຕາເວັນອອກຂອງແມ່ນ້ຳຈໍແດນນີ້ໃຫ້ພວກເຈົ້າອາໄສຢູ່ 14 ໃຫ້ລູກເມັຽ ແລະງົວຄວາຍຂອງພວກເຈົ້າພັກພາອາໄສຢູ່ບ່ອນນີ້ເສັຽກ່ອນ ຊຶ່ງເປັນແຜ່ນດິນທີ່ໂມເຊໄດ້ມອບໃຫ້ແລ້ວ ສ່ວນຜູ້ເປັນທະຫານໃຫ້ຂ້າມແມ່ນ້ຳອອກນຳຫນ້າໄປຊ່ອຍພວກພີ່ນ້ອງທີ່ຍັງບໍ່ມີບ່ອນຢູ່ຕີເອົາແຜ່ນດິນທີ່ພຣະຜູ້ເປັນເຈົ້າຂອງພວກເຈົ້າຈະປະທານໃຫ້ພວກເຂົາ 15 ເມື່ອພວກພີ່ນ້ອງໄດ້ແຜ່ນດິນຢູ່ແລ້ວ ພວກເຈົ້າຈົ່ງກັບຄືນມາຢູ່ໃນແຜ່ນດິນຂອງຕົນເອງຢູ່ທີ່ນີ້ ຊຶ່ງເປັນບ່ອນທີ່ໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ມອບໃຫ້ພວກເຈົ້າ” 16 ເຂົາຕອບໂຢຊວຍວ່າ, “ພວກຂ້າພະເຈົ້າທັງຫລາຍຈະທຳທຸກສິ່ງທີ່ທ່ານບອກ ແລະຈະໄປທຸກໆບ່ອນທີ່ທ່ານຈະສົ່ງພວກຂ້າພະເຈົ້າໄປ 17 ພວກຂ້າພະເຈົ້າຈະເຊື່ອຟັງຄວາມຂອງທ່ານເຫມືອນດັ່ງໄດ້ເຊື່ອຟັງຄວາມຂອງໂມເຊ ຂໍພຽງແຕ່ວ່າໃຫ້ພຣະຜູ້ເປັນເຈົ້າຂອງທ່ານສະຖິດຢູ່ກັບທ່ານ ດັ່ງທີ່ພຣະອົງຊົງສະຖິດຢູ່ກັບໂມເຊ 18 ຖ້າຜູ້ໃດຂັດຂວາງ ແລະບໍ່ຍອມຟັງທີ່ທ່ານສັ່ງນັ້ນ ຈະຕ້ອງຖືກໂທດປະຫານຊີວິດ ສ່ວນທ່ານຈົ່ງມີໃຈເຂັ້ມແຂງແລະກ້າຫານເທີນ”
ໂຢຊວຍສົ່ງສອດແນມໄປເມືອງເຢຣິໂກ
1 ຕໍ່ມາ ໂຢຊວຍໄດ້ສົ່ງສອດແນມສອງຄົນໄປຢ່າງລັບໆ ຈາກຄ້າຍພັກທີ່ຊິດຕີມ ເພື່ອໄປເບິ່ງປະເທດ ແລະເມືອງເຢຣິໂກ ດັ່ງນັ້ນສອດແນມທັງສອງຈຶ່ງພາກັນອອກໄປ ເມື່ອຮອດເມືອງເຢຣິໂກແລ້ວ ເຂົາທັງສອງກໍເຂົ້າໄປພັກເຊົາຢູ່ໃນເຮືອນຂອງຍິງໂສເພນີຄົນນຶ່ງຊື່ວ່າ ຣາຮາບ 2 ເມື່ອເຈົ້າຊີວິດເມືອງເຢຣິໂກ ໄດ້ຍິນຂ່າວວ່າໃນຕອນແລງວັນນີ້ມີຊາວອິສຣາເອນສອງຄົນໄດ້ເຂົ້າມາສອດແນມເບິ່ງປະເທດຂອງຕົນ 3 ພຣະອົງກໍຈັດສົ່ງຄົນໄປຫານາງຣາຮາບແລ້ວບອກວ່າ, “ຈົ່ງມອບຊາຍສອງຄົນທີ່ພັກຢູ່ໃນເຮືອນຂອງເຈົ້ານີ້ໃຫ້ເຮົາເສັຽ ເພາະວ່າເຂົາມາສອດແນມເບິ່ງປະເທດຂອງເຮົາ” 4 ຝ່າຍນາງຣາຮາບກໍເຊື່ອງຊາຍສອງຄົນນັ້ນໄວ້ເທິງຫລັງຄາພຽງ ໃນກອງລຳຕົ້ນປ່ານທີ່ນາງໄດ້ລຽນໄວ້ຢູ່ເທິງນັ້ນ 5 ນາງຈຶ່ງຕອບວ່າ, “ຊາຍພວກນັ້ນມາພັກຢູ່ເຮືອນຂອງຂ້ານ້ອຍແທ້ຈິງ ແຕ່ຂ້ານ້ອຍບໍ່ຮູ້ຈັກການເປັນມາຂອງພວກເຂົາ 6 ດຽວນີ້ ເຂົາໄດ້ອອກຫນີໄປແລ້ວຕັ້ງແຕ່ເວລາມືດຊຸ້ມ ເພື່ອໃຫ້ຫວິດກ່ອນປະຕູເມືອງຈະອັດ ສ່ວນຂ້ານ້ອຍເອງກໍບໍ່ຮູ້ຈັກວ່າເຂົາໄປທາງໃດ ຈົ່ງຟ້າວອອກໄປຕິດຕາມເຂົາໃຫ້ທັນ” 7 ດັ່ງນັ້ນ ພວກເຂົາຈຶ່ງຟ້າວອອກຕິດຕາມຈົນຮອດທ່ານແມ່ນ້ຳຈໍແດນ ເມື່ອເຂົາອອກຫວິດເມືອງແລ້ວປະຕູເມືອງກໍອັດ 8 ກ່ອນຊາຍທັງສອງຍັງບໍ່ນອນ ນາງຣາຮາບກໍຂຶ້ນໄປຫາເຂົາຢູ່ເທິງຫລັງຄາພຽງ 9 ແລະເວົ້າວ່າ, “ຂ້ານ້ອຍຮູ້ວ່າພຣະຜູ້ເປັນເຈົ້າຊົງປະທານແຜ່ນດິນນີ້ໃຫ້ແກ່ພວກທ່ານ ແລະຂ້ານ້ອຍຍອມຮັບວ່າ ພວກຂ້ານ້ອຍທຸກຄົນຢ້ານພວກທ່ານຫລາຍ ແລະຄົນທົ່ວທຸກອານາເຂດກໍເກີດຄວາມຢ້ານຕົກໃຈຕໍ່ຫນ້າພວກທ່ານ 10 ເພາະພວກຂ້ານ້ອຍໄດ້ຍິນຂ່າວວ່າ ພຣະຜູ້ເປັນເຈົ້າຊົງບັນດານໃຫ້ນ້ຳທະເລໄມ້ອໍ້ແຫ້ງແລ້ງຕໍ່ຫນ້າພວກທ່ານ ໃນຂນະທີ່ພວກທ່ານເດີນທາງອອກມາຈາກປະເທດເອຢິບ ແລະພວກຂ້ານ້ອຍກໍໄດ້ຍິນຂ່າວອີກວ່າພວກທ່ານໄດ້ຂ້າເຈົ້າຊີວິດຊາວອາໂມຣິດທັງສອງອົງ ຄື ຊີໂຮນ ແລະໂອກ ຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ 11 ຍ້ອນພວກຂ້ານ້ອຍໄດ້ຍິນເຣື່ອງຕ່າງໆນີ້ແຫລະ ທຸກຄົນຈຶ່ງເກີດມີຄວາມວຸ້ນວາຍໃຈ ແລະຢ້ານກົວຕໍ່ຫນ້າພວກທ່ານ ເພາະພຣະຜູ້ເປັນເຈົ້າຂອງພວກທ່ານ ແມ່ນອົງທີ່ສະຖິດຢູ່ເທິງຟ້າສວັນແລະແຜ່ນດິນໂລກ 12 ບັດນີ້ ຂໍໃຫ້ພວກທ່ານຈົ່ງສາບານຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ເນື່ອງຈາກຄວາມດີທີ່ຂ້ານ້ອຍໄດ້ທຳມາຕໍ່ພວກທ່ານນີ້ ຂໍໃຫ້ຄິດເຫັນຂ້ານ້ອຍແລະຄອບຄົວຍາດຕິພີ່ນ້ອງຂອງຂ້ານ້ອຍດ້ວຍ ແລະຂໍໃຫ້ສະແດງຫລັກຖານກ່ຽວກັບຄໍາສາບານນີ້ແກ່ຂ້ານ້ອຍ 13 ເພື່ອຊ່ອຍພໍ່ແມ່ອ້າຍນ້ອງຕລອດທັງຄອບຄົວຂອງຂ້ານ້ອຍໃຫ້ພົ້ນຈາກຄວາມຕາຍ” 14 ດັ່ງນັ້ນ ຊາຍທັງສອງຈຶ່ງເວົ້າຕໍ່ນາງວ່າ, “ພວກຂ້າພະເຈົ້າຈະຕອບສນອງຄຸນງາມຄວາມດີ ແລະຄວາມສັດຊື່ຂອງເຈົ້າໃນເວລາທີ່ພຣະຜູ້ເປັນເຈົ້າຊົງປະທານແຜ່ນດິນນີ້ໃຫ້ແກ່ພວກຂ້າພະເຈົ້າ” 15 ເນື່ອງຈາກວ່າເຮືອນຂອງນາງຣາຮາບ ຕິດກັບກຳແພງເມືອງ ນາງຈຶ່ງຢ່ອນເຊືອກໃຫ້ຊາຍທັງສອງລົງທາງປ່ອງຢ້ຽມ 16 ແລະເວົ້າແກ່ເຂົາວ່າ, “ຈົ່ງຂຶ້ນໄປລີ້ຢູ່ເທິງພູນັ້ນສາມວັນ ຈົນພວກທີ່ຕິດຕາມນັ້ນກັບມາເສັຽກ່ອນ ເພື່ອເຂົາຈະບໍ່ພົບພໍ້ພວກທ່ານ ຫລັງຈາກນັ້ນ ຈຶ່ງພາກັນໄປຕາມຫົນທາງຂອງພວກທ່ານ” 17 ສອດແນມທັງສອງຈຶ່ງບອກນາງວ່າ, “ພວກຂ້າພະເຈົ້າຈະທຳຕາມຄຳສັນຍາທີ່ມີໄວ້ກັບເຈົ້າ 18 ຈົ່ງຟັງເທີນ ໃນເວລາທີ່ພວກຂ້າພະເຈົ້າກັບມາໂຈມຕີປະເທດນີ້ ເຈົ້າຈົ່ງເອົາເຊືອກສີແດງເຂັ້ມຜູກໄວ້ທີ່ປ່ອງຢ້ຽມບ່ອນທີ່ເຈົ້າຢ່ອນພວກຂ້າພະເຈົ້າລົງນີ້ ແລະໃຫ້ພວກພໍ່ແມ່ອ້າຍນ້ອງຕລອດທັງຄອບຄົວຂອງເຈົ້າມາໂຮມກັນຢູ່ເຮືອນຫລັງນີ້ຫມົດ 19 ຖ້າວ່າຜູ້ໃດອອກຈາກເຮືອນເຈົ້າໄປ ຄວາມຕາຍຈະມາເຖິງຜູ້ນັ້ນຍ້ອນຄວາມຜິດຂອງເຂົາເອງ ພວກຂ້າພະເຈົ້າຈະບໍ່ຮັບຜິດຊອບ ແຕ່ວ່າຖ້າຜູ້ນຶ່ງຜູ້ໃດຢູ່ໃນເຮືອນຂອງເຈົ້າຖືກຂ້າ ຈຶ່ງແມ່ນຄວາມຜິດຂອງພວກຂ້າພະເຈົ້າ 20 ແລະຖ້າເຈົ້າເປີດເຜີຍສິ່ງທີ່ໄດ້ທຳນີ້ ພວກຂ້າພະເຈົ້າກໍຈະຕ້ອງພົ້ນຈາກຄຳສາບແຊ່ງນັ້ນ 21 ນາງຈຶ່ງຕອບວ່າ, “ຂ້ານ້ອຍຍິນຍອມທຸກຢ່າງ” ເມື່ອຊາຍສອງຄົນອອກໄປແລ້ວ ນາງກໍເອົາເຊືອກສີແດງເຂັ້ມຜູກໄວ້ທີ່ປ່ອງຢ້ຽມ 22 ຫລັງຈາກນັ້ນ ຊາຍທັງສອງກໍຂຶ້ນໄປລີ້ຢູ່ເທິງພູເປັນເວລາສາມວັນ ສ່ວນພວກທີ່ອອກຕິດຕາມກໍຊອກຫາທົ່ວທຸກບ່ອນແຕ່ບໍ່ພົບຈຶ່ງພາກັນກັບຄືນເມືອ 23 ເມື່ອນັ້ນ ສອດແນມທັງສອງຄົນກໍພາກັນລົງມາຈາກພູຂ້າມແມ່ນ້ຳແລ້ວມຸ່ງຫນ້າໄປຫາໂຢຊວຍ ແລະເລົ່າເຫດການທີ່ເກີດຂຶ້ນນັ້ນສູ່ທ່ານຟັງ 24 ເຂົາເວົ້າວ່າ, “ພວກຂ້າພະເຈົ້າແນ່ໃຈວ່າ ພຣະຜູ້ເປັນເຈົ້າຊົງປະທານແຜ່ນດິນນັ້ນໃຫ້ແກ່ພວກເຮົາ ເພາະວ່າປະຊາຊົນທຸກຄົນໃນເມືອງນັ້ນພາກັນເກີດຄວາມວິຕົກວຸ້ນວາຍຍ້ອນພວກເຮົາ”
ອິສຣາເອນຂ້າມແມ່ນ້ຳຈໍແດນ
1 ມື້ໃຫມ່ຕໍ່ມາ ໂຢຊວຍກໍຕື່ນແຕ່ເຊົ້າ ພາພວກອິສຣາເອນທຸກຄົນອອກຈາກຄ້າຍພັກທີ່ ຊິດຕີມ ມຸ່ງຫນ້າສູ່ແມ່ນ້ຳຈໍແດນ ເຂົາຢຸດພັກຢູ່ທີ່ນັ້ນກ່ອນຈະຂ້າມແມ່ນ້ຳໄປ 2 ຄັນເວລາລ່ວງມາໄດ້ສາມວັນແລ້ວ ພວກຫົວຫນ້າກໍຍ່າງເລາະໄປມາໃນບ່ອນທີ່ຕັ້ງຄ້າຍພັກນັ້ນ 3 ແລະສັ່ງຕໍ່ປະຊາຊົນວ່າ, “ເວລາພວກເຈົ້າເຫັນປະໂຣຫິດຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຂອງພວກເຈົ້າອອກໄປ ຈົ່ງອອກຕິດຕາມໂລດ 4 ເພື່ອໃຫ້ຮູ້ຈັກຫົນທາງທີ່ຈະໄປ ເພາະວ່າພວກເຈົ້າຍັງບໍ່ເຄີຍຜ່ານທາງເສັ້ນນັ້ນຈັກເທື່ອ ແຕ່ວ່າ ຢ່າຫຍັບເຂົ້າໄປໃກ້ຫີບນັ້ນ ຈົ່ງຍ່າງໃຫ້ມີລະຍະໄກຈາກຫີບຄຳສັນຍາປະມານສອງພັນສອກ” 5 ແລ້ວໂຢຊວຍກໍບອກປະຊາຊົນວ່າ, “ຈົ່ງບຳເພັນຕົນໃຫ້ບໍຣິສຸດຕໍ່ພຣະຜູ້ເປັນເຈົ້າ ເພາະວ່າມື້ອື່ນພຣະອົງຈະຊົງທຳການອັດສະຈັນຖ້າມກາງພວກເຈົ້າ” 6 ແລ້ວໂຢຊວຍໄດ້ບອກພວກປະໂຣຫິດຫາມຫີບຄຳສັນຍາອອກຫນ້າໄປກ່ອນຄົນທັງຫລາຍ ພວກເຂົາກໍປະຕິບັດຕາມ 7 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໂຢຊວຍວ່າ, “ມື້ອື່ນ ເຮົາຈະບອກອິສຣາເອນທຸກຄົນໃຫ້ກຽດແກ່ເຈົ້າເປັນຜູ້ຍິ່ງໃຫຍ່ ແລ້ວເຂົາຈະໄດ້ຮູ້ວ່າເຮົາໄດ້ສະຖິດຢູ່ນຳເຈົ້າເຫມືອນດັ່ງໄດ້ສະຖິດຢູ່ນຳໂມເຊ 8 ດັ່ງນັ້ນ ເຈົ້າຈົ່ງສັ່ງພວກປະໂຣຫິດທີ່ຫາມຫີບຄຳສັນຍານັ້ນວ່າ ເມື່ອໄປຮອດແມ່ນ້ຳຈໍແດນແລ້ວ ໃຫ້ຢຸດຢູ່ໃນແມ່ນ້ຳໃກ້ໆກັບຕາຝັ່ງເສັຽກ່ອນ” 9 ແລ້ວໂຢຊວຍກໍສັ່ງປະຊາຊົນວ່າ, “ຈົ່ງພາກັນຫຍັບເຂົ້າມາໃກ້ໆພີ້ ເພື່ອຟັງຄຳທີ່ພຣະຜູ້ເປັນເຈົ້າຂອງພວກເຈົ້າຊົງສັ່ງໄວ້ 10 ວັນນີ້ພວກເຈົ້າຈະຮູ້ຈັກວ່າ ພຣະເຈົ້າຜູ້ຊົງມີຊີວິດຢູ່ກໍຊົງສະຖິດຢູ່ໃນຖ້າມກາງພວກເຈົ້າ ເພາະພຣະອົງຈະຊົງຂັບໄລ່ຊາວການາອານ ຮິດຕີ ຮີວີ ເປຣິສຊີ ກີຣ໌ກາຊີ ອາໂມຣິດ ແລະເຢບຸສ ໃຫ້ຫນີອອກໄປຕໍ່ຫນ້າພວກເຈົ້າ 11 ສ່ວນຫີບຄຳສັນຍາແຫ່ງພຣະຜູ້ເປັນເຈົ້າຂອງແຜ່ນດິນໂລກຈະຂ້າມໄປຂ້າງຫນ້າກ່ອນພວກເຈົ້າລົງໄປໃນແມ່ນ້ຳຈໍແດນ 12 ດັ່ງນັ້ນ ຈົ່ງຄັດເລືອກເອົາສິບສອງຄົນຈາກຕະກູນອິສຣາເອນ ແຕ່ລະຕະກູນໃຫ້ໄດ້ຜູ້ນຶ່ງ 13 ເມື່ອເວລາພວກປະໂຣຫິດທີ່ຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຍ່າງໄປຢຽບນ້ຳ ແມ່ນ້ຳຈໍແດນຈະແຍກອອກຈາກກັນ ແລະນ້ຳທີ່ໄຫລມາແຕ່ທາງເຫນືອຈະຢຸດໂຮມຢູ່ບ່ອນດຽວ 14 ເວລານັ້ນເປັນເວລາເກັບກ່ຽວ ນ້ຳໄດ້ຂຶ້ນເຕັມຕາຝັ່ງ ດັ່ງນັ້ນພວກປະຊາຊົນຈຶ່ງມຸ່ງຫນ້າອອກຈາກຄ້າຍພັກໄປຂ້າມແມ່ນ້ຳຈໍແດນ ສ່ວນປະໂຣຫິດກໍຫາມຫິບຄຳສັນຍາອອກໄປກ່ອນ 15 ພໍຮອດແມ່ນ້ຳຈໍແດນພວກປະໂຣຫິດກໍລົງຢຽບນ້ຳ 16 ທັນໃດນັ້ນ ນ້ຳກໍໂຮມເຂົ້າກັນ ແລະຢຸດໄຫລໄກຈາກພວກເຂົາທີ່ເມືອງອາດາມ ໃກ້ໆກັບເມືອງຊາເຣທານ ນ້ຳນັ້ນກໍບໍ່ໄຫລລົງສູ່ທະເລຕາຍອີກ ຝ່າຍປະຊາຊົນກໍຂ້າມໄປໃກ້ເມືອງເຢຣິໂກ 17 ໃນຂນະທີ່ພວກເຂົາຂ້າມໄປຢູ່ເທິງດິນແຫ້ງນັ້ນ ພວກປະໂຣຫິດທີ່ຫາມຫິບຄຳສັນຍາຂອງພຣະຜູ້ເປັນເຈົ້າ ກໍຢືນຢູ່ເທິງດິນແຫ້ງກາງແມ່ນ້ຳຈໍແດນຈົນພວກປະຊາຊົນທຸກຄົນຂ້າມໄປຫວິດຫມົດ
ຫີນສິບສອງກ້ອນຫມາຍເຖິງຫຍັງ?
1 ຫລັງຈາກປະຊາຊົນຂ້າມແມ່ນ້ຳຈໍແດນໄປແລ້ວ ພຣະຜູ້ເປັນເຈົ້າກໍຊົງກ່າວຕໍ່ໂຢຊວຍວ່າ, 2 “ຈົ່ງເລືອກເອົາສິບສອງຄົນຈາກແຕ່ລະຕະກູນອິສຣາເອນ ແລ້ວສັ່ງໃຫ້ເຂົາຍົກເອົາກ້ອນຫີນສິບສອງກ້ອນອອກຈາກກາງແມ່ນ້ຳ 3 ໃນບ່ອນທີ່ພວກປະໂຣຫິດໄດ້ຢືນຢູ່ ແລະຂົນໄປວາງໄວ້ໃນບ່ອນຈະຕັ້ງທີ່ພັກຄືນນີ້” 4 ດັ່ງນັ້ນ ໂຢຊວຍຈຶ່ງເອີ້ນເອົາສິບສອງຄົນທີ່ເລືອກໄວ້ນັ້ນມາ 5 ແລະເວົ້າກັບເຂົາວ່າ, “ຈົ່ງໄປໃນແມ່ນ້ຳຈໍແດນ ທາງດ້ານຫນ້າຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຂອງພວກເຈົ້າ ແຕ່ລະຄົນຈົ່ງແບກເອົາຫີນກ້ອນນຶ່ງມາສຳລັບຕະກູນຂອງຕົນ 6 ກ້ອນຫີນເຫລົ່ານັ້ນເປັນສິ່ງທີ່ເຕືອນໃຫ້ປະຊາຊົນ ຈື່ຈຳວ່າ ພຣະຜູ້ເປັນເຈົ້າຊົງໄດ້ຊ່ອຍເຫລືອເຂົາຢ່າງໃດ ຖ້າວ່າພາຍຂ້າງຫນ້າລູກຫລານຂອງພວກເຈົ້າຈະຖາມເຖິງຄວາມຫມາຍຂອງກ້ອນຫີນເຫລົ່ານັ້ນ 7 ພວກເຈົ້າຈະບອກເຂົາໄດ້ວ່າ ກ້ອນຫີນເຫລົ່ານັ້ນເປັນສິ່ງທີ່ເຕືອນໃຫ້ປະຊາຊົນຊາດອິສຣາເອນຈື່ຈຳຕລອດໄປວ່າ ແມ່ນ້ຳຈໍແດນຢຸດໄຫລເມື່ອເວລາຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຂ້າມແມ່ນ້ຳມາ” 8 ຕໍ່ມາພວກນັ້ນກໍທຳຕາມຄຳສັ່ງຂອງໂຢຊວຍ ຕາມທີ່ພຣະຜູ້ເປັນເຈົ້າໄດ້ບອກແກ່ທ່ານ ພວກເຂົາແບກເອົາກ້ອນຫີນສິບສອງກ້ອນອອກຈາກກາງແມ່ນ້ຳຈໍແດນຕາມຈຳນວນຕະກູນອິສຣາເອນ ເພື່ອເອົາໄປວາງໄວ້ໃນບ່ອນທີ່ຕັ້ງຄ້າຍພັກເຊົາ 9 ຕໍ່ມາໂຢຊວຍຕັ້ງຫີນອີກສິບສອງກ້ອນໄວ້ກາງແມ່ນ້ຳຈໍແດນ ໃນບ່ອນທີ່ພວກປະໂຣຫິດຫາມຫີບຄຳສັນຍາຢືນຢູ່ນັ້ນ ຫີນນັ້ນຍັງມີຢູ່ຈົນເຖິງເທົ່າທຸກວັນນີ້ 10 ສ່ວນພວກປະໂຣຫິດກໍຢືນຢູ່ກາງແມ່ນ້ຳຈໍແດນຈົນເທົ່າຄຳສັ່ງທີ່ພຣະຜູ້ເປັນເຈົ້າຊົງສັ່ງໄວ້ກັບໂຢຊວຍສຳເຣັດລົງຕາມທີ່ໂມເຊໄດ້ສັ່ງໄວ້ 11 ປະຊາຊົນກໍຟ້າວຂ້າມໄປ ເມື່ອທຸກຄົນຂ້າມໄປຫມົດແລ້ວ ພວກປະໂຣຫິດພ້ອມດ້ວຍຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າກໍຂຶ້ນຈາກແມ່ນ້ຳ ແລະອອກໄປກ່ອນຫນ້າເຂົາ 12 ສ່ວນຊາວຄົນຣູເບນ ຄົນກາດແລະຄົນມານັສເຊເຄິ່ງເຜົ່າ ຖືອາວຸດນຳຫນ້າຄົນອິສຣາເອນຂ້າມໄປຕາມທີ່ໂມເຊໄດ້ສັ່ງເຂົາໄວ້ 13 ຄົນທັງຫມົດນີ້ມີປະມານສີ່ຫມື່ນຄົນ ຊຶ່ງຕຽມພ້ອມໃນການເລວເສິກໄດ້ຂ້າມໄປສູ່ທົ່ງຮາບພຽງໃກ້ເມືອງເຢຣິໂກ ແລະພຣະຜູ້ເປັນເຈົ້າຊົງທອດພຣະເນດເບິ່ງເຂົາຢູ່ 14 ໃນວັນນັ້ນ ພຣະຜູ້ເປັນເຈົ້າຊົງກະທຳໃຫ້ພວກອິສຣາເອນໃຫ້ກຽດແກ່ໂຢຊວຍເປັນຜູ້ຍິ່ງໃຫຍ່ ເພື່ອເຂົາຈະຢ້ານຢໍາຕລອດຊົ່ວຊີວິດຂອງທ່ານເຫມືອນດັ່ງໄດ້ຢ້ານຢຳໂມເຊ 15 ແລ້ວພຣະຜູ້ເປັນເຈົ້າຊົງບອກໂຢຊວຍວ່າ, 16 “ຈົ່ງບອກປະໂຣຫິດທີ່ຫາມຫີບຄຳສັນຍານັ້ນຂຶ້ນມາຈາກກາງແມ່ນ້ຳຈໍແດນ” 17 ໂຢຊວຍຈຶ່ງສັ່ງປະໂຣຫິດວ່າ, “ຈົ່ງຂຶ້ນມາຈາກຈໍແດນເຖີດ” 18 ເມື່ອປະໂຣຫິດຂຶ້ນມາຮອດດິນແຫ້ງແລ້ງ ແລະແມ່ນ້ຳກໍໄຫລເຂົ້າໃສ່ກັນເຕັມຕາຝັ່ງຄືເກົ່າອີກ 19 ໃນວັນທີ່ປະຊາຊົນຂ້າມແມ່ນ້ຳນັ້ນ ເປັນວັນທີ່ສິບຂອງເດືອນທີ່ນຶ່ງ ແລະພວກເຂົາພາກັນຢຸດພັກທີ່ກີນການທາງທິດຕາເວັນອອກຂອງເມືອງເຢຣິໂກ 20 ສ່ວນໂຢຊວຍກໍເອົາຫີນສິບສອງກ້ອນທີ່ເອົາຂຶ້ນມາຈາກແມ່ນ້ຳຈໍແດນຕັ້ງໄວ້ຢູ່ທີ່ນັ້ນ 21 ແລະທ່ານໄດ້ເວົ້າຕໍ່ພວກອິສຣາເອນວ່າ, “ໃນອະນາຄົດຂ້າງຫນ້າ ຖ້າລູກຖາມພໍ່ວ່າ ຫີນນີ້ຫມາຍເຖິງຫຍັງ 22 ພວກເຈົ້າຈົ່ງບອກລູກວ່າ ຫມາຍເຖິງເວລາທີ່ພວກອິສຣາເອນໄດ້ຂ້າມແມ່ນ້ຳຈໍແດນເທິງດິນແຫ້ງ 23 ດ້ວຍວ່າພຣະຜູ້ເປັນເຈົ້າຂອງພວກເຈົ້າໄດ້ໃຫ້ແມ່ນ້ຳຈໍແດນແຫ້ງລົງຈົນທຸກໆຄົນຂ້າມໄປໄດ້ເຫມືອນດັ່ງທີ່ພຣະອົງຊົງບັນດານໃຫ້ນ້ຳທະເລໄມ້ອໍ້ແຫ້ງລົງ ເພື່ອໃຫ້ພວກເຮົາຂ້າມມານີ້ 24 ຍ້ອນເຣື່ອງນີ້ທຸກໆຄົນໃນໂລກຈະຮູ້ຈັກອຳນາດຂອງພຣະຜູ້ເປັນເຈົ້າ ແລະພວກເຈົ້າຈະຢ້ານຢຳພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າຕລອດໄປ”
ການຮັບພິທີຕັດ ແລະງານສະຫລອງ ປັສຄາທີ່ກີນການ
1 ເມື່ອໄດ້ຍິນຂ່າວວ່າ ພຣະຜູ້ເປັນເຈົ້າຊົງໃຫ້ແມ່ນ້ຳຈໍແດນແຫ້ງລົງ ເພື່ອຊົງໂຜດໃຫ້ຄົນອິສຣາເອນຂ້າມໄປ ເຈົ້າຊີວິດຊາວອາໂມຣິດທີ່ຢູ່ທາງທິດຕາເວັນຕົກຂອງແມ່ນ້ຳຈໍແດນ ແລະບັນດາເຈົ້າຊີວິດການາອານທີ່ຢູ່ໃກ້ທະເລ ຈຶ່ງເກີດມີຄວາມຢ້ານກົວ ແລະເສັຽຂວັນຍ້ອນພວກອິສຣາເອນ 2 ໃນຄາວນັ້ນ ພຣະຜູ້ເປັນເຈົ້າຊົງບອກໂຢຊວຍວ່າ, “ໃຫ້ລົງມືທຳມີດຫີນ ເພື່ອໃຫ້ຄົນອິສຣາເອນຮັບພິທີຕັດອີກ” 3 ດັ່ງນັ້ນ ໂຢຊວຍຈຶ່ງທຳມີດຫີນ ເພື່ອໃຫ້ພວກອິສຣາເອນຮັບພິທີຕັດທີ່ພູກີເບອາດຮາອາຣາໂລທ 4 ການທີ່ທ່ານໄດ້ທຳດັ່ງນັ້ນກໍເພາະວ່າຈຳນວນຜູ້ຊາຍທີ່ພໍເປັນທະຫານໄດ້ເວລາອອກຈາກປະເທດເອຢິບມາ ພວກເຂົາໄດ້ຕາຍຫມົດໃນຖິ່ນກັນດານ 5 ພວກນັ້ນແມ່ນພວກທີ່ຮັບພິທີຕັດແລ້ວ ແຕ່ຜູ້ທີ່ເກີດໃນຖິ່ນກັນດານຍັງບໍ່ໄດ້ຮັບພິທີຕັດຈັກຄົນ 6 ໃນເວລາທີ່ພວກອິສຣາເອນທ່ຽວໄປມາໃນຖິ່ນກັນດານລະຫວ່າງສີ່ສິບປີນັ້ນ ພວກຜູ້ຊາຍທີ່ເຂົ້າຮົບເສິກໄດ້ຊຶ່ງອອກມາຈາກປະເທດເອຢິບກໍຕາຍຫມົດແລ້ວ ເພາະເຂົາບໍ່ຍອມຟັງຄວາມພຣະຜູ້ເປັນເຈົ້າ ພຣະອົງຊົງສັນຍາກັບເຂົາວ່າ “ພວກເຈົ້າຈະບໍ່ເຫັນແຜ່ນດິນອັນອຸດົມສົມບູນທີ່ເຮົາໄດ້ສັນຍານຳປູ່ຍ່າຕາຍາຍວ່າຈະໃຫ້ແກ່ພວກເຈົ້າ” 7 ສ່ວນບຸດຊາຍທັງຫລາຍຂອງເຂົາຊຶ່ງຈະເປັນຜູ້ແທນເຂົານັ້ນ ໂຢຊວຍໄດ້ທໍາພິທີຕັດໃຫ້ເພາະເຂົາຍັງບໍ່ທັນໄດ້ຮັບມາກ່ອນໃນເວລາເດີນທາງຢູ່ຖິ່ນກັນດານ 8 ຫລັງຈາກຮັບພິທີຕັດແລ້ວ ຊົນຊາດທັງຫມົດກໍພາກັນພັກເຊົາຢູ່ຈົນບາດແຜຫາຍເຈັບ 9 ຕໍ່ມາພຣະຜູ້ເປັນເຈົ້າໄດ້ຊົງບອກໂຢຊວຍວ່າ, “ມື້ອື່ນເຮົາໄດ້ໃຫ້ພວກເຈົ້າພົ້ນຈາກຄວາມຫມິ່ນປະຫມາດໃນການເປັນທາດທີ່ປະເທດເອຢິບ” ດັ່ງນີ້ ບ່ອນນັ້ນເຂົາຈຶ່ງເອີ້ນວ່າ ກິນການເທົ່າເຖິງທຸກວັນນີ້ 10 ໃນເວລາທີ່ພວກອິສຣາເອນພັກເຊົາຢູ່ທີ່ກນການຕາມທົ່ງຮາບພຽງຂອງເມືອງເຢຣິໂກ ພວກເຂົາໄດ້ສະຫລອງປັສຄາໃນຕອນຄ່ຳວັນທີ່ສິບສີ່ຂອງເດືອນນັ້ນ 11 ຫລັງຈາກປັສຄາແລ້ວ ເຂົາໄດ້ກິນແຕ່ສິ່ງທີ່ຊາວການາອານປູກໄວ້ ຄືເຂົ້າຂົ້ວ ແລະເຂົ້າຈີ່ບໍ່ມີເຊື້ອ 12 ຕັ້ງແຕ່ວັນນັ້ນມາພວກອິສຣາເອນບໍ່ມີມານາອີກ ໃນປີນັ້ນພວກເຂົາກິນແຕ່ສິ່ງທີ່ຊາວການາອານປູກໄວ້
ໂຢຊວຍພົບຊາຍຖືດາບ
13 ເວລາໂຢຊວຍໄປໃກ້ຈະຮອດເມືອງເຢຣີໂກ ໃນທັນໃດນັ້ນ ທ່ານໄດ້ເຫັນຊາຍຜູ້ນຶ່ງຖືດາບຢືນຢູ່ຕໍ່ຫນ້າທ່ານ ໂຢຊວຍຈຶ່ງຫຍັບເຂົ້າໄປໃກ້ ແລະຖາມວ່າ, “ທ່ານເປັນທະຫານຝ່າຍເຮົາ ຫລືຝ່າຍສັດຕຣູ” 14 ຊາຍຜູ້ນັ້ນຕອບວ່າ, “ເຮົາບໍ່ເປັນທະຫານຝ່າຍໃດ ເຣົາມານີ້ໃນຖານະເປັນຜູ້ບັນຊາການກອງທັບຂອງພຣະຜູ້ເປັນເຈົ້າ” ໂຢຊວຍຈຶ່ງຫມູບລົງຂາບໄຫວ້ ແລະທູນຖາມວ່າ, “ຂ້າພຣະອົງເປັນຜູ້ຣັບໃຊ້ຂອງພຣະອົງ ພຣະອົງຢາກຈະໃຫ້ຂ້າພຣະອົງເຮັດຫຍັງ” 15 ຜູ້ບັນຊາການກອງທັບຂອງພຣະຜູ້ເປັນເຈົ້າກ່າວແກ່ໂຢຊວຍວ່າ, “ຈົ່ງຖອດເກີບຂອງເຈົ້າອອກ ເພາະບ່ອນທີ່ເຈົ້າຢືນຢູ່ນັ້ນເປັນບ່ອນສັກສິດ” ແລ້ວໂຢຊວຍກໍທຳຕາມຄຳສັ່ງ
ການພັງທະລາຍເມືອງເຢຣິໂກ
1 ຍ້ອນຊາວອິສຣາເອນໃກ້ເມືອງເຢຣິໂກ ປະຕູເມືອງກໍອັດໄວ້ຢ່າງແຫນ້ນຫນາ ໂດຍບໍ່ມີໃຜເຂົ້າອອກໄດ້ 2 ພຣະຜູ້ເປັນເຈົ້າຈຶ່ງຊົງບອກໂຢຊວຍວ່າ, “ຈົ່ງຟັງເທີນ ເຮົາຈະມອບເມືອງເຢຣິໂກ ແລະເຈົ້າຊີວິດໃນເມືອງນີ້ພ້ອມທັງທະຫານຜູ້ກ້າຫານໄວ້ໃນກຳມືຂອງເຈົ້າ 3 ເຈົ້າພ້ອມບັນດາທະຫານຂອງເຈົ້າ ຈົ່ງພາກັນຍ່າງອ້ອມເມືອງນີ້ວັນລະເທື່ອພາຍໃນຫົກວັນ ໃຫ້ປະໂຣຫິດເຈັດຄົນຖືແກອອກໄປກ່ອນຫີບຄຳສັນຍາ 4 ແລ້ວໃນວັນທີ່ເຈັດ ພວກເຈົ້າຈົ່ງຍ່າງອ້ອມເຈັດຮອບ ໂດຍມີພວກປະໂຣຫິດເປົ່າແກນຳຫນ້າ 5 ເມື່ອໄດ້ຍິນສຽງແກດັງຂຶ້ນເປັນສຽງຍາວໆທຸກຄົນຈົ່ງພາກັນຮ້ອງໂຮ່ດ້ວຍສຽງດັງ ແລ້ວກຳແພງເມືອງຈະເຈື່ອນລົງ ເມື່ອນັ້ນໃຫ້ທຸກຄົນເຂົ້າໄປໃນເມືອງທັນທີ” 6 ດັ່ງນັ້ນ ໂຢຊວຍຈຶ່ງເອີ້ນພວກປະໂຣຫິດມາແລ້ວບອກວ່າ, “ຈົ່ງຫາມຫີບຄຳສັນຍາໄປ ສ່ວນປະໂຣຫິດອີກເຈັດຄົນໃຫ້ຖືແກນຳຫນ້າຫີບຄຳສັນຍາໄປ” 7 ແລ້ວໂຢຊວຍໄດ້ບອກປະຊາຊົນວ່າ, “ຈົ່ງເດີນອ້ອມເມືອງ ແລະໃຫ້ພວກທະຫານຍ່າງອອກຫນ້າຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າ” 8 ເມື່ອໂຢຊວຍສັ່ງແລ້ວ ປະໂຣຫິດເຈັດຄົນກໍເປົ່າແກຍ່າງນຳຫນ້າຫີບຄຳສັນຍາຂອງພຣະຜູ້ເປັນຈົ້າ 9 ສ່ວນທະຫານກອງຫນ້າກໍຍ່າງອອກໄປກ່ອນພວກປະໂຣຫິດທີ່ເປົ່າແກ ແລະພວກກອງຫລັງກໍຍ່າງຕາມຫີບຄຳສັນຍາໄປ ສຽງແກດັງຢູ່ຕລອດເວລາ 10 ແຕ່ໂຢຊວຍໄດ້ບອກພວກປະຊາຊົນແລ້ວວ່າ ບໍ່ໃຫ້ຮ້ອງໂຮ່ ຫລືໃຊ້ສຽງຈົນກວ່າຈະມີຄຳສັ່ງໃຫມ່ 11 ດັ່ງນັ້ນ ທ່ານໄດ້ສັ່ງໃຫ້ປະໂຣຫິດຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຍ່າງອ້ອມເມືອງນຶ່ງຮອບ ແລ້ວຈຶ່ງພາກັນກັບໄປຄ້າຍພັກ ເພື່ອພັກຜ່ອນໃນເວລາກາງຄືນ 12 ເຊົ້າວັນໃຫມ່ມາໂຢຊວຍລຸກແຕ່ເດິກ ສ່ວນພວກປະໂຣຫິດກໍຫາມຫີບຄຳສັນຍາອອກໄປ 13 ເມື່ອພວມຍ່າງໄປນັ້ນປະໂຣຫິດເຈັດຄົນຖືເຂົາແກະເຈັດອັນເດີນອອກຫນ້າຫີບຄຳສັນຍາຂອງພຣະເຈົ້າ ເປົ່າເຂົາແກະເລື້ອຍໄປ ສ່ວນທະຫານກອງຫນ້າກໍຍ່າງຢູ່ຂ້າງຫນ້າເຂົາ ແລະກອງລະວັງຫລັງກໍຍ່າງຢູ່ຂ້າງຫລັງຫີບແຫ່ງພຣະຜູ້ເປັນເຈົ້າໄປພ້ອມທັງສຽງແກດັງຢູ່ຕລອດເວລາ 14 ໃນວັນທີ່ສອງພວກເຂົາຍ່າງອ້ອມເມືອງອີກຮອບນຶ່ງ ແລ້ວກໍຫລົບຄືນເມືອຄ້າຍພັກ ພວກເຂົາກໍພາກັນທຳດັ່ງນີ້ຕລອດທັງຫົກວັນ 15 ສ່ວນວັນທີ່ເຈັດເຂົາໄດ້ລຸກແຕ່ເດີກ ແລະຍ່າງອ້ອມເມືອງເຖິງເຈັດຮອບໃນວັນດຽວກັນນັ້ນ ມີແຕ່ວັນດຽວເທົ່ານີ້ທີ່ພວກເຂົາໄດ້ຍ່າງອ້ອມເມືອງເຈັດຮອບ 16 ພໍຮອບທີ່ເຈັດ ໃນຂນະທີ່ພວກປະໂຣຫິດກຳລັງເປົ່າແກຢູ່ ໂຢຊວຍຮ້ອງບອກແກ່ປະຊາຊົນວ່າ, “ຈົ່ງຮ້ອງໂຮ່ຂຶ້ນ ເພາະວ່າພຣະຜູ້ເປັນເຈົ້າໄດ້ຊົງປະທານເມືອງນີ້ໃຫ້ແກ່ພວກເຈົ້າແລ້ວ 17 ແຕ່ວ່າຈົ່ງທຳລາຍເມືອງ ແລະທຸກໆສິ່ງໃນເມືອງນີ້ຖິ້ມຫມົດ ເພື່ອເປັນການຖວາຍແກ່ພຣະຜູ້ເປັນເຈົ້າ ເວັ້ນໄວ້ແຕ່ນາງຣາຮາບຍິງໂສເພນີ ພ້ອມທັງທຸກຄົນທີ່ຢູ່ພາຍໃນເຮືອນຂອງນາງໃຫ້ມີຊີວິດຢູ່ໄດ້ ເພາະວ່ານາງໄດ້ເຊື່ອງສອດແນມສອງຄົນຂອງເຮົາໄວ້ 18 ແຕ່ສ່ວນທ່ານທັງຫລາຍຈົ່ງຫ່າງໄກຈາກຂອງທີ່ຕ້ອງທຳລາຍຖວາຍນັ້ນຢ້ານວ່າ ຖ້າພວກທ່ານເອົາສິ່ງເຫລົ່ານັ້ນ ພວກທ່ານຈະນຳຄວາມເດືອດຮ້ອນ ແລະຄວາມຈິບຫາຍມາສູ່ຄ້າຍອິສຣາເອນ 19 ສ່ວນເງິນຄຳ ແລະເຄື່ອງໃຊ້ທີ່ເປັນທອງເຫລືອງ ຫລືເຫລັກ ຕ້ອງເປັນສິ່ງທີ່ຖວາຍແກ່ພຣະຜູ້ເປັນເຈົ້າ ແລະຕ້ອງເກັບໄວ້ໃນຫໍພຣະຄັງຂອງພຣະອົງ” 20 ແລ້ວປະໂຣຫິດກໍເປົ່າແກຂຶ້ນ ເມື່ອປະຊາຊົນໄດ້ຍິນສຽງແກ ເຂົາກໍຮ້ອງໂຮ່ດ້ວຍສຽງດັງ ແລະກຳແພງເມືອງກໍເຈື່ອນລົງ ທຸກໆຄົນກໍເຂົ້າໄປໃນເມືອງ ແລະຍຶດເອົາທັນທີ 21 ເຂົາໃຊ້ດາບຂ້າທັງຊາຍຍິງ ແລະເດັກນ້ອຍ ຜູ້ເຖົ້າຕລອດທັງງົວຄວາຍ ແກະແລະລໍ 22 ແລ້ວໂຢຊວຍໄດ້ບອກຊາຍສອງຄົນຜູ້ເປັນສອດແນມວ່າ, “ໃຫ້ພວກເຈົ້າເຂົ້າໄປໃນເຮືອນຂອງຍິງໂສເພນີເພື່ອນຳເອົານາງພ້ອມທັງທຸກຄົນໃນເຮືອນຂອງນາງອອກມາຕາມທີ່ໄດ້ສັນຍາໄວ້” 23 ດັ່ງນັ້ນ ຊາຍທັງສອງຈຶ່ງເຂົ້າໄປໃນເຮືອນ ພາເອົານາງຣາຮາບພ້ອມດ້ວຍພໍ່ແມ່ອ້າຍນ້ອງ ແລະພວກອື່ນໆທີ່ຢູ່ໃນເຮືອນຂອງນາງອອກມາ ພາໄປອາໄສຢູ່ທາງນອກຄ້າຍພັກຂອງພວກອິສຣາເອນ 24 ແລ້ວພວກອິສຣາເອນກໍຈູດເຜົາເມືອງ ແລະທຸກໆສິ່ງທີຢູ່ໃນເມືອງນັ້ນ ເວົ້ນໄວ້ແຕ່ເງິນຄຳແລະເຄື່ອງໃຊ້ທີ່ເປັນທອງເຫລືອງ ຫລືເຫລັກທີ່ເຂົາເອົາໄວ້ໃນຫໍພຣະຄັງຂອງພຣະຜູ້ເປັນເຈົ້າ 25 ຍ້ອນນາງຣາຮາບໄດ້ເຊື່ອງສອດແນມທັງສອງຄົນທີ່ໃຊ້ໄປຈອບເບິ່ງເມືອງເຢຣິໂກ ໂຢຊວຍຈຶ່ງໄດ້ຊ່ອຍຊີວິດຂອງນາງພ້ອມທັງພໍ່ແມ່ອ້າຍນ້ອງ ເຊື້ອສາຍຂອງນາງຣາຮາບກໍຢູ່ກັບອິສຣາເອນຈົນເຖິງທຸກວັນນີ້ 26 ຕໍ່ມາ ໂຢຊວຍໄດ້ເຕືອນຢ່າງຫນັກແຫນ້ນວ່າ, “ຖ້າຜູ້ນຶ່ງຜູ້ໃດຈະສ້າງເມືອງເຢຣິໂກນີ້ຂຶ້ນໃຫມ່ ຈົ່ງໃຫ້ຄວາມສາບແຊ່ງຂອງພຣະຜູ້ເປັນເຈົ້າຕົກຖືກຜູ້ນັ້ນ “ໃຜກໍຕາມທີ່ລົງມືສ້າງເມືອງນີ້ ຈະຕ້ອງເສັຽບຸດຊາຍກົກຂອງຕົນ ແລະຜູ້ທີ່ສ້າງຈະສ້າງປະຕູເມືອງນີ້ຈະເສັຽບຸດຊາຍຫລ້າຂອງຕົນ” 27 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງສະຖິດຢູ່ກັບໂຢຊວຍ ແລະຊື່ສຽງຂອງທ່ານໄດ້ຊ່າລືໄປທົ່ວທັງປະເທດນັ້ນ
ບາບຂອງອາຄານ
1 ແຕ່ຄົນອິສຣາເອນໄດ້ລະເມີດໃນເຣື່ອງຂອງຕ້ອງຖວາຍນັ້ນ ເພາະອາຄານບຸດກາຣ໌ມີ ຜູ້ເປັນບຸດຊັບ ດີ ຜູ້ເປັນບຸດເຊຣາ ເຜົ່າຢູດາ ໄດ້ນຳຂອງຖວາຍບາງສ່ວນໄປເປັນຂອງຕົນ ແລະພຣະພິໂຣດຂອງພຣະຜູ້ເປັນເຈົ້າກໍພຸ່ງຂຶ້ນຕໍ່ຄົນອິສຣາເອນ 2 ຝ່າຍໂຢຊວຍໃຫ້ຄົນອອກຈາກເມືອງເຢຣິໂກໄປຍັງເມືອງອາອີ ຊຶ່ງຢູ່ໃກ້ເບັດອາເວນຂ້າງທິດຕາເວັນອອກຂອງເມືອງເບັດເອນບອກເຂົາວ່າ, “ຈົ່ງຂຶ້ນໄປແລະສອດແນມເບິ່ງເມືອງນັ້ນ” ຄົນເຫລົ່ານັ້ນກໍຂຶ້ນໄປ ແລະສອດແນມເບິ່ງເມືອງອາອີ 3 ແລະເຂົາກັບມາຣາຍງານແກ່ໂຢຊວຍວ່າ, “ບໍ່ຕ້ອງໃຫ້ປະຊາຊົນທັງຫມົດຂຶ້ນໄປ ໃຫ້ຈັກສອງສາມພັນຄົນຂຶ້ນໄປຕີເມືອງອາອີກໍພໍ ບໍ່ຕ້ອງໃຫ້ປະຊາຊົນປີນປ່າຍໄປທີ່ນັ້ນເພາະເຂົາມີຄົນຫນ້ອຍ” 4 ເຫດສັນນັ້ນຈຶ່ງມີປະຊາຊົນຂຶ້ນໄປທີ່ນັ້ນພຽງສາມພັນຄົນ ແຕ່ຕ້ອງແຕກຫນີຈາກຊາວເມືອງອາອີ 5 ຝ່າຍຊາວເມືອງອາອີກໍຂ້າຟັນຄົນເຫລົ່ານັ້ນຕາຍປະມານສາມສິບຫົກຄົນ ໂດຍຂັບໄລ່ຄົນເຫລົ່ານັ້ນຈາກປະຕູເມືອງໄປຍັງເຊບາຣິມ ຟັນເຂົາຕາມທາງລົງ ແລະຈິດໃຈຂອງປະຊາຊົນກໍແຫລກເຫລວໄປເຫມືອນນ້ຳ 6 ຝ່າຍໂຢຊວຍກໍຈີກເສື້ອຜ້າຂອງຕົນຊົບຫນ້າລົງເຖິງດິນຫນ້າຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຈົນເຖິງເວລາຄ່ຳ ທັງທ່ານກັບພວກຜູ້ໃຫຍ່ຂອງຄົນອິສຣາເອນຕ່ງກໍເອົາຝຸ່ນຂີ້ດິນໃສ່ຫົວຂອງຕົນ 7 ໂຢຊວຍກາບທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ດ້ວຍເຫດໃດພຣະອົງຈຶ່ງຊົງນຳຊົນຊາດນີ້ຂ້າມແມ່ນ້ຳຈໍແດນມາ ເພື່ອຈະມອບເຮົາທັງຫລາຍໄວ້ໃນມືຂອງຄົນອາໂມຣິດໃຫ້ທຳລາຍເສັຽ ພວກຂ້າພຣະອົງມີຄວາມເສັຽດາຍທີ່ບໍ່ພໍໃຈຢູ່ພຽງຟາກຕາເວັນອອກຂອງຈໍແດນ 8 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຈະທູນປະການໃດໄດ້ ເມື່ອອິສຣາເອນຫັນຫລັງຫນີສັດຕຣູເສັຽແລ້ວ 9 ເພາະວ່າຄົນການາອານກັບບັນດາຊາວເມືອງຄົງຈະໄດ້ຍິນ ແລ້ວຄົງຈະຍົກມາຕັ້ງລ້ອມພວກຂ້າພຣະອົງ ແລະຕັດຊື່ຂອງບັນດາຂ້າພຣະອົງເສັຽຈາກໂລກ ແລະພຣະອົງຈະຊົງກະທຳປະການໃດ ເພື່ອພຣະນາມອັນຍິ່ງໃຫຍ່ຂອງພຣະອົງ” 10 ຝ່າຍພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂຢຊວຍວ່າ, “ຈົ່ງລຸກຂຶ້ນເຖີດ ເປັນຫຍັງເຈົ້າຈຶ່ງຫມູບຫນ້າລົງດັ່ງນີ້ 11 ຄົນອິສຣາເອນໄດ້ກະທຳບາບ ເຂົາໄດ້ລະເມີດຄຳສັນຍາຊຶ່ງເຣົາໄດ້ສັ່ງເຂົາໄວ້ ເຂົາໄດ້ຍັກຍອກຂອງທີ່ຕ້ອງຖວາຍ ເຂົາໄດ້ລັກ ແລະປິດບັງ ແລະໄດ້ເອົາຂອງຮວມໄວ້ກັບສິ່ງຂອງຂອງຕົນ 12 ເຫດສັນນັ້ນຄົນອິສຣາເອນຈຶ່ງຢືນຢັດຕໍ່ສູ້ສັດຕຣູຂອງຕົນບໍ່ໄດ້ ໄດ້ຫັນຫລັງຫນີສັດຕຣູ ເພາະເຂົາກາຍເປັນສິ່ງທີ່ຕ້ອງຖືກທຳລາຍ ເຮົາຈະບໍ່ຢູ່ກັບເຈົ້າທັງຫລາຍອີກຕໍ່ໄປ ເວັ້ນແຕ່ເຈົ້າຈະທຳລາຍສິ່ງຂອງທີ່ຕ້ອງຖວາຍເຫລົ່ານັ້ນເສັຽຈາກຖ້າມກາງພວກເຈົ້າ 13 ຈົ່ງລຸກຂຶ້ນຊຳຣະປະຊາຊົນໃຫ້ບໍຣິສຸດ ແລະກ່າວວ່າ “ຈົ່ງຊຳຮະຕົວເສັຽເພື່ອມື້ອື່ນ ເພາະພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຄົນອິສຣາເອນກ່າວເຊັ່ນນີ້ວ່າ “ໂອ ອິສຣາເອນເອີຍ ມີສິ່ງຂອງທີ່ຕ້ອງຖວາຍໃນຫມູ່ພວກເຈົ້າ ເຈົ້າຈະຢືນຢັດຕໍ່ສູ້ສັດຕຣູຂອງເຈົ້າບໍ່ໄດ້ຈົນກວ່າເຈົ້າຈະນຳສິ່ງຂອງທີ່ຕ້ອງຖວາຍນັ້ນອອກເສັຽຈາກຫມູ່ພວກເຈົ້າ” 14 ພໍຮຸ່ງເຊົ້າເຈົ້າທັງຫລາຍຈົ່ງເຂົ້າມາທີ່ລະເຜົ່າ ເຜົ່າໃດທີ່ພຣະຜູ້ເປັນເຈົ້າຊົງເລືອກຈັບໄວ້ກໍຕ້ອງເຂົ້າມາທີ່ລະຕະກູນ ຕະກູນໃດທີ່ພຣະຜູ້ເປັນເຈົ້າຊົງເລືອກຈັບໄວ້ກໍເຂົ້າມາທີ່ລະຄອບຄົວ ຄອບຄົວໃດທີ່ພຣະຜູ້ເປັນເຈົ້າຊົງເລືອກຈັບໄວ້ກໍໃຫ້ເຂົ້າມາທີ່ລະຄົນ 15 ຜູ້ໃດຖືກຈັບວ່າມີຂອງຕ້ອງຖວາຍ ກໍຕ້ອງຖືກເຜົາເສັຽດ້ວຍໄຟ ທັງຕົວເຂົາແລະສາຣະພັດທີ່ເປັນຂອງເຂົາ ເພາະເຂົາໄດ້ລະເມີດຄຳສັນຍາຂອງພຣະຜູ້ເປັນເຈົ້າ ແລະເພາະເຂົາໄດ້ກະທຳສິ່ງທີ່ຫນ້າອາຍໃນອິສຣາເອນ” 16 ໂຢຊວຍຈຶ່ງລຸກຂຶ້ນແຕ່ເດິກ ແລະນຳຄົນອິສຣາເອນເຂົ້າມາທີ່ລະເຜົ່າ ແລະພຣະຜູ້ເປັນເຈົ້າຊົງເລືອກເຜົ່າຢູດາ 17 ຈຶ່ງນຳຕະກູນໃນເຜົ່າຢູດາເຂົ້າມາ ແລະຕະກູນເຊຣາຖືກຊົງເລືອກ ແລ້ວຈຶ່ງນຳຕະກູນເຊຣາມາທີ່ລະຄົນ ແລະຊັບດີຖືກຊົງເລືອກ 18 ແລະນຳຄອບຄົວຂອງທ່ານເຂົ້າມາທີ່ລະຄົນ ແລະຄົນທີ່ຖືກຊົງເລືອກຄື ອາຄານບຸດກາຣ໌ມີ ຜູ້ເປັນບຸດຊັບດີ ຜູ້ເປັນບຸດເຊຣາ ເຜົ່າຢູດາ 19 ຝ່າຍໂຢຊວຍຈຶ່ງກ່າວແກ່ອາຄານວ່າ, “ລູກເອີຍ ຈົ່ງຖວາຍສະງ່າຣາສີແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ ແລະຖວາຍສັຣເສີນແດ່ພຣະອົງ ຈົ່ງບອກເຮົາມາວ່າເຈົ້າໄດ້ກະທຳສິ່ງໃດໄປ ຢ່າປິດບັງໄວ້ຈາກເຮົາເລີຍ” 20 ແລະອາຄານຕອບໂຢຊວຍວ່າ, “ເປັນຄວາມຈິງແລ້ວທີ່ຂ້າພະເຈົ້າໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ ຂ້າພະເຈົ້າໄດ້ກະທຳຜິດດັ່ງນີ້ 21 ໃນຫມູ່ຂອງທີ່ຍຶດມາຂ້າພະເຈົ້າໄດ້ເຫັນເສື້ອຄຸມງາມໂຕນຶ່ງຂອງເມືອງບາບີໂລນ (ຊີນາຣ໌) ກັບເງິນສອງຮ້ອຍເຊເກລ ແລະທອງຄຳແທ່ງນຶ່ງຫນັກຫ້າສິບເຊເກລ ຂ້າພະເຈົ້າກໍໂລບຢາກໄດ້ຂອງເຫລົ່ານັ້ນ ຂ້າພະເຈົ້າຈຶ່ງເອົາມາ ເບິ່ງແມ໋,ຂອງເຫລົ່ານັ້ນເຊື່ອງຢູ່ໃຕ້ດິນໃນເຕັນຂອງຂ້າພະເຈົ້ານັ້ນຢູ່ຂ້າງລຸ່ມ” 22 ຝ່າຍໂຢຊວຍກໍໃຫ້ຜູ້ສົ່ງຂ່າວອອກໄປ ແລະເຂົາທັງຫລາຍກໍແລ່ນໄປຫາເຕັນ ເບິ່ງແມ໋, ຂອງນັ້ນຝັງຢູ່ພາຍໃນເຕັນຂອງເຂົາມີເງິນຢູ່ຂ້າງລຸ່ມ 23 ເຂົາກໍເອົາອອກມາຈາກເຕັນນຳໄປໃຫ້ໂຢຊວຍ ແລະຄົນອິສຣາເອນທັງປວງ ແລ້ວເຂົາກໍວາງຂອງເຫລົ່ານັ້ນລົງຕໍ່ພຣະພັກພຣະຜູ້ເປັນເຈົ້າ 24 ໂຢຊວຍກັບບັນດາຄົນອິສຣາເອນຈຶ່ງພາອາຄານບຸດເຊຣາ ພ້ອມກັບເງິນ ເສື້ອຄຸມໂຕນັ້ນ ແລະທອງແທ່ງນັ້ນ ທັງບຸດຊາຍຍິງຂອງເຂົາ ທັງງົວ ລໍ ແບ້ແກະ ແລະເຕັນຂອງເຂົາທຸກສິ່ງທີ່ເຂົາມີຢູ່ ແລະນຳຄົນກັບຂອງທັງຫມົດຂຶ້ນໄປຍັງຫຸບເຂົາ ອາໂຄຣ໌ 25 ແລະໂຢຊວຍກ່າວວ່າ, “ເປັນຫຍັງເຈົ້າຈຶ່ງນຳຄວາມເດືອດຮ້ອນມາໃຫ້ເຮົາ ພຣະຜູ້ເປັນເຈົ້າຊົງນຳຄວາມເດືອດຮ້ອນມາເຖິງເຈົ້າໃນວັນນີ້” ແລະບັນດາຄົນອິສຣາເອນກໍເອົາຫີນແກວ່ງໃສ່ເຂົາໃຫ້ຕາຍ ເຜົາເຂົາທັງຫລາຍດ້ວຍໄຟ ແລະແກວ່ງເຂົາດ້ວຍກ້ອນຫີນ 26 ແລ້ວເອົາຫີນຖົມກອງທັບເຂົາໄວ້ເປັນກອງໃຫຍ່ຢູ່ຈົນທຸກວັນນີ້ ແລະພຣະຜູ້ເປັນເຈົ້າກໍຊົງຫັນກັບຄືນຈາກພຣະພິໂຣດອັນແຮງກ້າຂອງພຣະອົງ ເພາະສະນັ້ນຈົນເຖິງທຸກວັນນີ້ເຂົາຍັງເອີ້ນທີ່ນັ້ນວ່າຫຸບເຂົາ ອາໂຄຣ໌
ການເຂົ້າຍຶດແລະການທຳລາຍເມືອງອາອີ
1 ພຣະຜູ້ເປັນເຈົ້າກ່າວກັບໂຢຊວຍວ່າ, “ຢ່າຢ້ານ ຫລືທໍ້ຖອຍເລີຍ ຈົ່ງນຳທະຫານທັງຫມົດໄປກັບເຈົ້າ ລຸກຂຶ້ນໄປຍັງເມືອງອາອີເຖີດ ເຣົາໄດ້ມອບກະສັດເມືອງອາອີໄວ້ໃນມືເຈົ້າແລ້ວ ພ້ອມທັງປະຊາຊົນຂອງເຂົາ ເມືອງຂອງເຂົາແລະແຜ່ນດິນຂອງເຂົາດ້ວຍຂອງເຂົາດ້ວຍ 2 ເຈົ້າຈົ່ງກະທຳແກ່ເມືອງອາອີ ແລະກະສັດຂອງເມືອງນັ້ນເຊັ່ນດຽວກັບທີ່ເຈົ້າກະທຳກັບເມືອງເຢ ຣິໂກ ແລະກະສັດຂອງເມືອງນັ້ນ ແຕ່ສິ່ງຂອງແລະສັດທີ່ຍຶດມານັ້ນຕົກເປັນເຈົ້າໄດ້ ຈົ່ງຕຽມໂຈມຕີເມືອງທາງດ້ານຫລັງ ໂດຍບໍ່ໃຫ້ພວກເຂົາຮູ້ຕົວ 3 ໂຢຊວຍຈຶ່ງລຸກຂຶ້ນພ້ອມກັບທະຫານໄປຍັງເມືອງອາອີ ແລະໂຢຊວຍໄດ້ຄັດເລືອກທະຫານເອກ ທະຫານສາມຫມື່ນຄົນໃຫ້ຍົກໄປໃນເວລາກາງຄືນ 4 ແລະທ່ານສັ່ງເຂົາວ່າ, “ເບິ່ງແມ໋, ທ່ານຈົ່ງຊຸ່ມຢູ່ຂ້າງຫລັງເມືອງ ຢ່າໃຫ້ຫ່າງໄກຈາກເມືອງຫລາຍ ແລະໃຫ້ຕຽມຕົວໄວ້ພ້ອມທຸກຄົນ 5 ສ່ວນຕົວເຮົາແລະປະຊາຊົນທັງຫມົດທີ່ຢູ່ກັບເຮົາຈະເຂົ້າໄປເຖິງຕົວເມືອງ ແລະເມື່ອເຂົາອອກມາຕໍ່ສູ້ເຮົາຢ່າງຄາວກ່ອນ ເຮົາກໍຈະຖອຍຫນີຈາກເຂົາ 6 ເຂົາຈະຕາມເຮົາອອກມາ ຈົນເຮົາຈະໄດ້ລວງເຂົາໃຫ້ອອກມາຫ່າງຈາກຕົວເມືອງເພາະເຂົາຈະເວົ້າວ່າ “ເຂົາທັງຫລາຍກຳລັງຫນີຈາກເຮົາຢ່າງຄາວກ່ອນ” ສະນັ້ນເຮົາຈະຫນີເຂົາເລື້ອຍມາ 7 ແລ້ວທ່ານທັງຫລາຍຈົ່ງລຸກຈາກທີ່ຊຸ່ມລີ້ໂຕເຂົ້າຍຶດເມືອງນັ້ນໄວ້ ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຈະຊົງມອບເມືອງນັ້ນໄວ້ໃນມືທ່ານແລ້ວ 8 ແລະເມື່ອທ່ານທັງຫລາຍເຂົ້າຍຶດເມືອງໄດ້ແລ້ວ ທ່ານຈົ່ງຈູດໄຟເຜົາເມືອງເສັຽ ຈົ່ງກະທຳຕາມທີ່ພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ ເບິ່ງດູ ຂ້າພະເຈົ້າໄດ້ສັ່ງທ່ານໄວ້ແລ້ວ” 9 ແລ້ວໂຢຊວຍກໍໃຫ້ເຂົາໄປ ເຂົາກໍອອກໄປຍັງທີ່ຊຸ່ມຢູ່ລະຫວ່າງເບັດເອນກັບເມືອງອາອີ ທາງທິດຕາເວັນຕົກຂອງເມືອງອາອີ ແຕ່ຄືນວັນນັ້ນໂຢຊວຍນອນຄ້າງຢູ່ກັບປະຊາຊົນ 10 ໂຢຊວຍຕື່ນຂຶ້ນແຕ່ເດິກກໍອອກກວດພົນ ແລ້ວຂຶ້ນໄປພ້ອມກັບພວກຜູ້ໃຫຍ່ຂອງອິສຣາເອນນຳຫນ້າພົນໄປເມືອງອາອີ 11 ທະຫານທີ່ຢູ່ນຳທ່ານທຸກຄົນກໍຂຶ້ນໄປແລ້ວບຸກໃກ້ຕົວເມືອງເຂົ້າໄປ ແລະຕັ້ງຄ້າຍຢູ່ດ້ານເຫນືອຂອງເມືອງອາອີ ມີຫ້ວຍຂັ້ນລະຫວ່າງເຂົາກັບເມືອງອາອີ 12 ແລະທ່ານຈັດຄົນປະມານຫ້າພັນຄົນ ໃຫ້ເຂົາແອບຊຸ່ມຢູ່ລະຫວ່າງເມືອງເບັດເອນກັບເມືອງອາອີທາງທິດຕາເວັນຕົກຂອງຕົວເມືອງ 13 ດັ່ງນັ້ນເຂົາທັງຫລາຍກໍວາງກຳລັງຮົບໃຫ້ກອງຫລວງຢູ່ດ້ານເຫນືອຂອງເມືອງ ແລະກອງລະວັງຫລັງຢູ່ດ້ານຕາເວັນຕົກຂອງເມືອງ ໃນຄືນວັນນັ້ນໂຢຊວຍນອນຢູ່ໃນຫຸບເຂົາ 14 ເມື່ອກະສັດເມືອງອາອີເຫັນດັ່ງນັ້ນ ຊາວເມືອງກໍລຸກຂຶ້ນແຕ່ເດິກອອກໄປສູ້ຮົບກັບອິສຣາເອນໃນທີ່ປະທະກັນຫນ້າອາຣາບາ ທັງທ່ານແລະປະຊາຊົນທັງຫມົດຂອງທ່ານ ແຕ່ທ່ານບໍ່ຮູ້ວ່າມີກອງຊຸ່ມຄອຍຢູ່ຕໍ່ສູ້ທ່ານຂ້າງຫລັງເມືອງ 15 ໂຢຊວຍຈຶ່ງເຮັດເປັນຜ່າຍແພ້ຝີມືຂອງເຂົາແລ້ວຫນີໄປຍັງຖິ່ນກັນດານ 16 ຄົນໃນເມືອງທັງຫມົດກໍຖືກເອີ້ນໃຫ້ຕາມອອກໄປ ເມື່ອເຂົາໄລ່ຕາມໂຢຊວຍໄປນັ້ນເຂົາກໍອອກຫ່າງຈາກເມືອງໄປທຸກທີ 17 ບໍ່ມີຊາຍຈັກຄົນນຶ່ງທີ່ເຫລືອຢູ່ໃນເມືອງອາອີ ຫລືເມືອງເບັດເອນ ທີ່ບໍ່ໄດ້ອອກໄປໄລ່ຕິດຕາມອິສຣາເອນ ເຂົາປ່ອຍໃຫ້ເມືອງເປີດຢູ່ໄລ່ຕາມອິສຣາເອນໄປ 18 ແລ້ວພຣະຜູ້ເປັນເຈົ້າໄດ້ສັ່ງໂຢຊວຍວ່າ, “ຈົ່ງຍື່ນຫອກຊຶ່ງຢູ່ໃນມືຂອງເຈົ້າອອກຕົງໄປຍັງເມືອງອາອີ ເພາະເຮົາຈະມອບເມືອງນັ້ນໄວ້ໃນມືຂອງເຈົ້າ” ແລ້ວໂຢຊວຍກໍຍື່ນຫອກຊຶ່ງຢູ່ໃນມືອອກໄປຍັງເມືອງນັ້ນ 19 ທະຫານທີ່ຊຸ່ມຢູ່ກໍລຸກອອກຈາກບ່ອນລີ້ໂຕຢ່າງໄວ ພໍໂຢຊວຍຍື່ນມືຂອງທ່ານອອກ ທະຫານກໍແລ່ນຕົງເຂົ້າໄປຍັງເມືອງແລະຍຶດເມືອງໄວ້ ແລ້ວເຂົາກໍຮິບຈູດໄຟເຜົາເມືອງ 20 ເມື່ອຊາວເມືອງອາອີຫລຽວຫລັງມາເບິ່ງ ເບິ່ງແມ໋, ຄວັນໄຟທີ່ໄຫມ້ເມືອງພຸ່ງຂຶ້ນໄປຍັງທ້ອງຟ້າ ເຂົາກໍຫມົດກຳລັງທີ່ຈະຫນີໄປທາງນີ້ຫລືຫນີໄປທາງນັ້ນ ເພາະວ່າປະຊາຊົນທີ່ຫນີໄປທາງຖິ່ນກັນດານຫັນກັບມາຕໍ່ສູ້ກັບຜູ້ທີ່ໄລ່ຕິດຕາມ 21 ເມື່ອໂຢຊວຍກັບບັນດາອິສຣາເອນເຫັນວ່າກອງຊຸ່ມຍຶດເມືອງໄດ້ແລ້ວ ແລະຄວັນໄຟທີ່ໄຫມ້ເມືອງພຸ່ງຂຶ້ນ ເຂົາກໍຫັນກັບຄືນມາໂຈມຕີຊາວເມືອງອາອີ 22 ຄົນອື່ນໆກໍອອກມາຈາກເມືອງສູ້ຮົບກັບເຂົາ ກະທຳໃຫ້ເຂົາຢູ່ລະຫວ່າງກາງອິສຣາເອນ ຜູ້ຢູ່ຂ້າງນີ້ແລະຂ້າງນັ້ນ ແລະຄົນອິສຣາເອນກໍໂຈມຕີເຂົາຈົນບໍ່ມີຈັກຄົນນຶ່ງລອດຊີວິດຫລືຫນີໄປໄດ້ 23 ແຕ່ກະສັດເມືອງອາອີຍັງມີຊີວິດຢູ່ ໄດ້ຖືກຈັບແລະຄຸມຕົວມາຫາໂຢຊວຍ 24 ເມື່ອອິສຣາເອນໄລ່ຂ້າຟັນຊາວເມືອງອາອີໃນທົ່ງໃນຖິ່ນກັນດານທີ່ເຂົາໄລ່ຕາມໄປນັ້ນ ແລະຄົນເຫລົ່ານັ້ນລົ້ມຕາຍຫມົດດ້ວຍດາບຈົນສຸດທ້າຍບັນດາຄົນອິສຣາເອນກໍກັບເຂົ້າເມືອງອາອີໂຈມຕີຄົນໃນເມືອງດ້ວຍຄົມດາບ 25 ຄົນທີ່ລົ້ມຕາຍທັງຫມົດວັນນັ້ນທັງຊາຍແລະຍິງຈຳນວນຫມື່ນສອງພັນຄົນ ຄືຊາວເມືອງອາອີທັງຫມົດ 26 ເພາະໂຢຊວຍບໍ່ໄດ້ຫົດມືທີ່ຖືຫອກຍື່ນຢູ່ນັ້ນ ຈົນກວ່າຈະໄດ້ຜານຊາວເມືອງອາອີພິນາດສິ້ນ 27 ແຕ່ຄົນອິສຣາເອນໄດ້ຍຶດເອົາຝູງສັດ ແລະສິ່ງຂອງຂອງເມືອງນັ້ນມາເປັນຂອງຕົນ ຕາມພຣະທັມຂອງພຣະຜູ້ເປັນເຈົ້າ ຊຶ່ງຊົງບັນຊາໄວ້ກັບໂຢຊວຍ 28 ດັ່ງນີ້ແຫລະໂຢຊວຍຈຶ່ງຜານເມືອງອາອີເສັຽ ກະທຳໃຫ້ເປັນກອງເມືອງຮ້າງຢູ່ເປັນນິດຈົນເຖິງທຸກວັນນີ້ 29 ແລະທ່ານແຂວນກະສັດເມືອງອາອີໄວ້ທີ່ຕົ້ນໄມ້ຈົນເຖິງເວລາຄ່ຳ ເມື່ອດວງອາທິດຕົກໂຢຊວຍຈຶ່ງສັ່ງ ແລະເຂົາກໍປົດສົບລົງຈາກຕົ້ນໄມ້ນຳໄປຖິ້ມໄວ້ທີ່ທາງເຂົ້າປະຕູເມືອງ ແລ້ວເອົາຫີນຖົມທັບໄວ້ທີ່ທາງເຂົ້າປະຕູເມືອງ ແລ້ວເອົາຫີນຖົມທັບໄວ້ກອງໃຫຍ່ຊຶ່ງຍັງຢູ່ຈົນເຖິງທຸກວັນນີ້
ຂຽນທັມບັນຍັດທີ່ພູເອບານ
30 ແລ້ວໂຢຊວຍໄດ້ສ້າງແທ່ນບູຊາໃນພູເອບານຖວາຍແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ 31 ດັ່ງທີ່ໂມເຊຜູ້ຣັບໃຊ້ຂອງພຣະຜູ້ເປັນເຈົ້າສັ່ງປະຊາຊົນອິສຣາເອນ ຕາມທີ່ຈາຣຶກໄວ້ໃນຫນັງສືທັມບັນຍັດຂອງໂມເຊວ່າ “ແທ່ນບູຊາທຳດ້ວຍຫີນບໍ່ໄດ້ຕົກແຕ່ງ ຊຶ່ງບໍ່ມີຜູ້ໃດໃຊ້ເຄື່ອງມືເຫລັກຖືກຕ້ອງເລີຍ” ແລ້ວເຂົາກໍຖວາຍເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າເທິງແທ່ນນັ້ນ ແລະຖວາຍສານຕິບູຊາ 32 ໃນທີ່ນັ້ນທ່ານຂຽນທັມບັນຍັດຂອງໂມເຊເທິງຫີນຕໍ່ຫນ້າປະຊາຊົນອິສຣາເອນ ຊຶ່ງເປັນສິ່ງທີ່ໂມເຊໄດ້ຂຽນໄວ້ 33 ຄົນອິສຣາເອນທັງຫມົດ ທັງຄົນຕ່າງດ້າວແລະຄົນທີ່ເກີດໃນອິສຣາເອນ ພ້ອມທັງຜູ້ໃຫຍ່ ເຈົ້າຫນ້າທີ່ແລະຜູ້ພິພາກສາຢືນຢູ່ທັງສອງຂ້າງຂອງຫີບຕໍ່ຫນ້າຄົນເລວີທີ່ເປັນປະໂຣຫິດຜູ້ທີ່ຫາມຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າ ເຄິ່ງນຶ່ງຢືນຢູ່ຂ້າງຫນ້າພູເຂົາເກຣີຊີມ ອີກເຄິ່ງນຶ່ງຂ້າງພູເຂົາເອບານ ດັ່ງທີ່ໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ໃນຄັ້ງແຣກໃຫ້ເຂົາທັງຫລາຍອວຍພອນແກ່
ຄົນອິສຣາເອນ
34 ພາຍຫລັງທ່ານຈຶ່ງອ່ານຖ້ອຍຄຳໃນທັມບັນຍັດເປັນຄຳອວຍພອນແລະຄຳສາບແຊ່ງຕາມທີ່ມີຈາຣຶກໄວ້ໃນຫນັງສືທັມບັນຍັດທຸກປະການ 35 ບໍ່ມີຄຳຊຶ່ງໂມເຊໄດ້ສັ່ງໄວ້ຈັກຄຳດຽວທີ່ໂຢຊວຍບໍ່ໄດ້ອ່ານຕໍ່ຫນ້າປະຊຸມຊົນອິສຣາເອນ ຜູ້ຍິງກັບເດັກນ້ອຍ ແລະຄົນຕ່າງດ້າວຢູ່ໃນຫມູ່ພວກເຂົາ
ກົນອຸບາຍຂອງຊາວກີເບໂອນ
1 ເມື່ອກະສັດທີ່ຢູ່ຟາກຕາເວັນຕົກຂອງແມ່ນ້ຳຈໍແດນ ຄືທີ່ຢູ່ໃນແດນພູດອຍ ແລະໃນທີ່ເນີນພູ ແລະຕາມທົ່ງຮາບພຽງ ແລະຕາມຝັ່ງທະເລເມດິເຕຣາເນທາງເຫນືອຈົນເຖິງເລບານອນ ເປັນຊາວຮິດຕີ ຊາວອາໂມຣິດ ຊາວການາອານ ຊາວເປຣີສຊີ ຊາວຮີວີ ແລະຊາວເຢບຸສໄດ້ຍິນຂ່າວນີ້ 2 ຈຶ່ງພ້ອມໃຈຮ່ວມກຳລັງກັນຈະຕໍ່ສູ້ໂຢຊວຍ ແລະອິສຣາເອນ 3 ແຕ່ເມື່ອຊາວກິເບໂອນໄດ້ຍິນຂ່າວການຊຶ່ງໂຢຊວຍກະທຳແກ່ເມືອງເຢຣິໂກ ແລະເມືອງອາອີ 4 ຝ່າຍເຂົາຈຶ່ງທຳຢ່າງສລາດ ທຳເປັນທູດ ເອົາກະສອບຂາດໆບັນທຸກເທິງລໍຂອງເຂົາ ກັບຖົງຫນັງທີ່ເກົ່າຂາດ ແລະປະໄວ້ບັນຈຸເຫລົ້າອະງຸ່ນ 5 ສວມເກີບເກົ່າແລະປະໄວ້ ແລະສວມເສື້ອຜ້າເກົ່າ ສ່ວນສະບ່ຽງອາຫານກໍແຫ້ງທີ່ຕົກໂມະ 6 ເຂົາເດີນທາງມາຫາໂຢຊວຍທີ່ຄ້າຍໃນເມືອງກິນການ ກ່າວແກ່ທ່ານແລະຄົນອິສຣາເອນວ່າ, “ພວກຂ້າພະເຈົ້າມາຈາກປະເທດທີ່ຫ່າງໄກ ຂໍທຳຂໍ້ຕົກລົງກັບພວກຂ້າພະເຈົ້າເຖີດ” 7 ແຕ່ຄົນອິສຣາເອນກ່າວແກ່ຄົນຮີວີເຫລົ່ານັ້ນວ່າ, “ເຈົ້າອາໄສໃນຫມູ່ພວກເຮົາ ເຮົາຈະທຳຂໍ້ຕົກລົງກັບເຈົ້າໄດ້ຢ່າງໃດ” 8 ເຂົາກ່າວແກ່ໂຢຊວຍວ່າ, “ຂ້າພະເຈົ້າທັງຫລາຍເປັນຜູ້ຮັບໃຊ້ຂອງທ່ານ” ແລະໂຢຊວຍກ່າວແກ່ເຂົາວ່າ, “ພວກເຈົ້າເປັນໃຜກັນ ແລະມາຈາກທີ່ໃດ” 9 ເຂົາຕອບທ່ານວ່າ, “ເນື່ອງດ້ວຍພຣະນາມແຫ່ງ ພຣະຜູ້ເປັນເຈົ້າຂອງພຣະເຈົ້າຂອງທ່ານ ຜູ້ຮັບໃຊ້ຂອງທ່ານມາຈາກປະເທດທີ່ໄກຫລາຍ ເຮົາໄດ້ຊາບເຖິງກິດຕິສັບຂອງພຣະອົງແລະເຖິງບັນດາພຣະຣາຊກິຈທີ່ພຣະອົງຊົງກະທຳໃນເອຢິບ 10 ແລະໄດ້ຊາບເຖິງບັນດາສິ່ງທີ່ພຣະອົງຊົງກະທຳຕໍ່ກະສັດຄົນອາໂມຣິດທັງສອງພຣະອົງຜູ້ຢູ່ທາງ ຟາກຕາເວັນອອກຂອງແມ່ນ້ຳຈໍແດນ ຄືຊີໂຮນກະສັດເມືອງເຣສໂບນ ແລະໂອກກະສັດເມືອງບາຊານຜູ້ຢູ່ທີ່ອັສຕາໂຣທ 11 ເຫດສະນີ້ ພວກຜູ້ໃຫຍ່ ແລະຊາວເມືອງທັງຫລາຍຂອງເມືອງຂ້າພະເຈົ້າໄດ້ກ່າວແກ່ພວກຂ້າພະເຈົ້າວ່າ “ຈົ່ງເອົາສະບ່ຽງສຳລັບເດີນທາງໄປຫາພວກເຂົາຮຽນເຂົາວ່າ “ພວກຂ້າພະເຈົ້າທັງຫລາຍເປັນຜູ້ຣັບໃຊ້ຂອງທ່ານ ຂໍທຳຂໍ້ຕົກລົງກັບພວກຂ້າພະເຈົ້າເຖີດ” 12 ເຂົ້າຈີ່ຂອງພວກຂ້າພະເຈົ້ານີ້ໃນວັນທີ່ຂ້າພະເຈົ້າອອກມາຫາທ່ານ ຂ້າພະເຈົ້າເອົາອອກຈາກບ້ານຍັງຮ້ອນໆຢູ່ເພື່ອໃຊ້ເປັນອາຫານຮັບປະທານຕາມທາງ ແຕ່ບັດນີ້ ເບິ່ງແມ໋, ແຫ້ງແລະເປັນໂມະຂຶ້ນແລ້ວ 13 ຖົງນີ້ເມື່ອຂ້າພະເຈົ້າເຕີມເຫລົ້າອະງຸ່ນກໍຍັງໃຫມ່ຢູ່ ແຕ່ເບິ່ງແມ໋, ມັນຂາດອອກ ເສື້ອຜ້າແລະເກີບຂອງຂ້າພະເຈົ້າກໍເກົ່າ ເພາະຫົນທາງໄກຫລາຍ” 14 ຝ່າຍຄົນເຫລົ່ານັ້ນກໍຮັບສະບ່ຽງຂອງເຂົາ ແຕ່ບໍ່ໄດ້ທູນຂໍການແນະນຳຈາກພຣະຜູ້ເປັນເຈົ້າ 15 ແລະໂຢຊວຍກໍທຳສັນຕິພາບກັບເຂົາ ແລະນຳຂໍ້ຕົກລົງກັບເຂົາໃຫ້ໄວ້ຊີວິດພວກເຂົາ ແລະບັນດາຜູ້ນຳຂອງຊຸມນຸມຊົນກໍສາບານຕໍ່ເຂົາ 16 ເມື່ອໄດ້ຂໍ້ຕົກລົງກັບເຂົາລ່ວງໄດ້ມາສາມວັນ ກໍໄດ້ຍິນວ່າພວກເຫລົ່ານັ້ນເປັນຊາວເມືອງຢູ່ໃນຫມູ່ພວກຕົນ 17 ຄົນອິສຣາເອນກໍອອກໄປເຖິງເມືອງຂອງເຂົາໃນວັນທີ່ສາມ ເມືອງຂອງເຂົານັ້ນຄືເມືອງກີເບໂອນ ເຄຟີຣາ ເບເອີໂອທ ແລະກິຣີອາດເຢອາຣີມ 18 ແຕ່ຄົນອິສຣາເອນບໍ່ໄດ້ຂ້າເຂົາ ເພາະວ່າບັນດາຜູ້ນຳຂອງຊຸມນຸມຊົນໄດ້ສາບານຕໍ່ເຂົາໃນພຣະນາມພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນແລ້ວຊຸມນຸມຊົນກໍຈົ່ມຕໍ່ວ່າພວກຜູ້ນຳ 19 ແຕ່ບັນດາຜູ້ນຳໄດ້ກ່າວແກ່ຊຸມນຸມຊົນທັງປວງວ່າ, “ເຮົາໄດ້ສາບາານຕໍ່ເຂົາໃນພຣະນາມພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ ເຫດສະນີ້ເຮົາຈະແຕະຕ້ອງເຂົາບໍ່ໄດ້ 20 ເຣົາຕ້ອງກະທຳແກ່ເຂົາຢ່າງນັ້ນໂດຍໃຫ້ເຂົາມີຊີວິດຢູ່ໄດ້ ຢ້ານວ່າພຣະພິໂຣດຈະຕົກລົງເຫນືອເຣົາ ຕາມຄຳສາບານຊຶ່ງເຮົາໄດ້ສາບານແກ່ເຂົານັ້ນ” 21 ແລະຜູ້ນຳກໍກ່າວແກ່ເຂົາທັງຫລາຍວ່າ, “ໃຫ້ເຂົາມີຊີວິດຢູ່ເຖີດ” ເຫດສັນນັ້ນເຂົາຈຶ່ງເປັນຄົນຕັດຟືນແລະເປັນຄົນຕັກນ້ຳໃຫ້ຊຸມນຸມຊົນ ດັ່ງທີ່ຜູ້ນຳໄດ້ບອກເຂົາໄວ້ແລ້ວ 22 ໂຢຊວຍຈຶ່ງເອີ້ນຄົນເຫລົ່ານັ້ນມາ ແລະທ່ານກ່າວແກ່ເຂົາວ່າ, “ເຫດໃດເຈົ້າທັງຫລາຍຈຶ່ງຫລອກລວງເຣົາໂດຍກ່າວວ່າ “ຂ້າພະເຈົ້າທັງຫລາຍຢູ່ຫ່າງໄກຈາກທ່ານຫລາຍ” ໃນເມື່ອເຈົ້າທັງຫລາຍຢູ່ຖ້າມກາງເຣົາ 23 ເຈົ້າທັງຫລາຍຕ້ອງຮັບຄຳສາບແຊ່ງ ແລະພວກເຈົ້າຈະບໍ່ຂາດທີ່ຕ້ອງເປັນທາດຢູ່ ເປັນຄົນຕັດຟືນ ແລະເປັນຄົນຕັກນ້ຳສຳລັບພຣະວິຫານຂອງພຣະຜູ້ເປັນເຈົ້າຂອງເຮົາ” 24 ເຂົາທັງຫລາຍຕອບໂຢຊວຍວ່າ, “ເພາະເຂົາໄດ້ບອກຜູ້ຮັບໃຊ້ຂອງທ່ານຢ່າງແນ່ນອນວ່າ ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໄດ້ສັ່ງໂມເຊຜູ້ຣັບໃຊ້ຂອງພຣະອົງໃຫ້ມອບແຜ່ນດິນນີ້ທັງຫມົດແກ່ທ່ານ ແລະໃຫ້ທຳລາຍຊາວແຜ່ນດິນໃຫ້ພົ້ນຫນ້າທ່ານ ເຫດສະນັ້ນຂ້າພະເຈົ້າທັງຫລາຍກໍວິຕົກຢ້ານທ່ານທັງຫລາຍຈະທຳອັນຕະຣາຍແກ່ຊີວິດຂອງຂ້າພະເຈົ້າ ພວກຂ້າພະເຈົ້າຈຶ່ງກະທຳຢ່າງນີ້” 25 ເບິ່ງແມ໋, ບັດນີ້ຂ້າພະເຈົ້າທັງຫລາຍຢູ່ໃນກຳມືຂອງທ່ານ ຈົ່ງກະທຳແກ່ຂ້າພະເຈົ້າທັງຫລາຍຕາມທີ່ທ່ານເຫັນສົມຄວນເຖີດ” 26 ໂຢຊວຍຈຶ່ງກະທຳເຊັ່ນນັ້ນ ຄືໃຫ້ເຂົາລອດຈາກມືຄົນອິສຣາເອນ ບໍ່ໃຫ້ປະຫານຊີວິດເຂົາເສັຽ 27 ໃນວັນນັ້ນໂຢຊວຍຕັ້ງເຂົາໃຫ້ເປັນຄົນຕັດຟືນ ແລະຄົນຕັກນ້ຳສຳລັບອິສຣາເອນ ແລະສຳລັບແທ່ນບູຊາຂອງພຣະຜູ້ເປັນເຈົ້າສືບມາຈົນເຖິງທຸກວັນນີ້ຊຶ່ງຢູ່ໃນສະຖານທີ່ຊຶ່ງພຣະອົງຊົງເລືອກ
ຊາວອາໂມຣິດເສັຽໄຊ
1 ອາໂດນີເຊເດກ ເຈົ້າຊີວິດກຸງເຢຣູຊາເລັມໄດ້ຍິນຂ່າວວ່າ ໂຢຊວຍຍຶດ ແລະທຳລາຍເມືອງອາອີ ພ້ອມທັງຂ້າເຈົ້າຊີວິດໃນເມືອງນັ້ນເຫມືອນດັ່ງໄດ້ທຳລາຍເມືອງເຢຣິໂກແລ້ວ ທັງໄດ້ຍິນວ່າຊາວກິເບໂອນກໍທຳສັນຍາສັນຕິພາບແລະຮ່ວມມືກັບຄົນອິສຣາເອນ 2 ດ້ວຍເຫດນີ້ ປະຊາຊົນໃນກຸງເຢຣູຊາເລັມຈຶ່ງພາກັນຢ້ານຫລາຍ ເພາະເມືອງກິເບໂອນເປັນເມືອງໃຫຍ່ເທົ່າກັບມະຫານະຄອນເມືອງນຶ່ງ ແລະໃຫຍ່ກວ່າເມືອງອາອີອີກ ພ້ອມທັງທະຫານກໍເປັນຄົນເກັ່ງກ້າ 3 ດັ່ງນັ້ນ ເຈົ້າຊີວິດອາໂດນີເຊເດກຈຶ່ງຊົງຄົນໄປບອກ ໂຮຣາມເຈົ້າຊີວິດເມືອງເຮໂບຣນ ປີຣາມ ເຈົ້າຊີວິດຢາຣ໌ມູທ ຢາຟີອາ ເຈົ້າຊີວິດລາຄິສ ແລະເດບີຣ໌ ເຈົ້າຊີວິດເອກໂລນ ໂດຍບອກວ່າ 4 “ຂໍໃຫ້ມາຊ່ອຍຂ້າພະເຈົ້າຕີເອົາເມືອງກິເບໂອນແດ່ ເພາະວ່າປະຊາຊົນໃນເມືອງນີ້ໄດ້ທຳສັນຍາສັນຕິພາບກັບໂຢຊວຍ ແລະພວກອິສຣາເອນແລ້ວ” 5 ຝ່າຍເຈົ້າຊີວິດຂອງພວກອາໂມຣິດທັງຫ້າອົງນີ້ ຄືເຈົ້າເມືອງກຸງເຢຣູຊາເລັມ ເຈົ້າເມືອງເຮໂບຣນ ເຈົ້າເມືອງຢາຣ໌ມູທ ເຈົ້າເມືອງລາຄິສ ເຈົ້າເມືອງເອກໂລນ ໄດ້ພ້ອມພາກັນຍົກກອງທັບມາອ້ອມ ແລະເຂົ້າໂຈມຕີເມືອງກິເບໂອນ 6 ໃນເວລານັ້ນ ຊາວກິເບໂອນກໍຟ້າວສົ່ງຄົນໄປຫາໂຢຊວຍຊຶ່ງໃນຄ້າຍທີ່ກິນການ ໂດຍບອກວ່າ “ຈົ່ງຟ້າວມາຊ່ອຍພວກຂ້າພະເຈົ້າໃຫ້ພົ້ນການນີ້ ເພາະວ່າເຈົ້າຊີວິດຂອງພວກອາໂມຣິດທັງຫມົດ ຊຶ່ງຢູ່ເທິງພູຂອງປະເທດນີ້ໄດ້ພາກັນຍົກກອງທັບມາຕໍ່ສູ້ພວກຂ້າພະເຈົ້າ ຂໍຢ່າປະຖິ້ມພວກຂ້າພະເຈົ້າຖ້ອນ” 7 ໂຢຊວຍພ້ອມທັງກອງທັບກໍພາກັນອອກຈາກ ກິນການ 8 ພຣະຜູ້ເປັນເຈົ້າຊົງກ່າວແກ່ໂຢຊວຍວ່າ, “ຢ່າຢ້ານເຂົາ ເພາະວ່າເຮົາໄດ້ມອບພວກເຂົາໄວ້ໃນມືຂອງເຈົ້າແລ້ວ ບໍ່ມີຜູ້ໃດຈະສາມາດຕໍ່ສູ້ເຈົ້າໄດ້” 9 ຫລັງຈາກນັ້ນ ໂຢຊວຍກໍເຄື່ອນທັບອອກໄປຈາກກິນການ ໂດຍເດີນທາງຕລອດທັງຄືນ ແລະເຂົ້າບຸກໂຈມຕີພວກເຂົາທັນທີ 10 ພຣະຜູ້ເປັນເຈົ້າກໍຊົງທຳໃຫ້ພວກເຂົາແຕກຕື່ນກະຈັດກະຈາຍຕໍ່ຫນ້າກອງທັບຂອງພວກອິສຣາເອນ ຝ່າຍພວກອິສຣາເອນກໍຂ້າເຂົາເປັນຈຳນວນຫລວງຫລາຍຢູ່ທີ່ເມືອງກິເບໂອນ ແລະໄລ່ຕິດຕາມພວກທີ່ຍັງເຫລືອລົງຈາກພູທີ່ເມືອງເບັດໂຮໂຣນ ແລ້ວໄລ່ຕິດຕາມເຂົາໄປຈົນເຖິງເມືອງອາເຊກາ ແລະເມືອງມັກເກດາ 11 ໃນຂນະທີ່ພວກເຂົາກຳລັງຫລົບຫນີຈາກເມືອງເບັດໂຮໂຣນ ໄປສູ່ເມືອງອາເຊກາ ພຣະຜູ້ເປັນເຈົ້າຊົງທຳໃຫ້ຫມາກເຫັບໃຫຍ່ຈາກທ້ອງຟ້າຕົກລົງມາຖືກເຂົາຕາຍ ພວກທີ່ຕາຍຍ້ອນຫມາກເຫັບຕົກຖືກນັ້ນມີຫລາຍກວ່າພວກທີ່ຕາຍຍ້ອນດາບຂອງພວກອິສຣາເອນ 12 ໃນວັນທີ່ພຣະຜູ້ເປັນເຈົ້າຊົງທຳໃຫ້ພວກອິສຣາເອນຊະນະພວກອາໂມຣິດນັ້ນ ໂຢຊວຍກາບທູນພຣະຜູ້ເປັນເຈົ້າຕໍ່ຫນ້າອິສຣາເອນວ່າ, “ດວງຕາເວັນເອີຍ ຈົ່ງຢຸດຢູ່ເມືອງກິເບໂອນ ດວງເດືອນເອີຍ ຈົ່ງຢຸດຢູ່ລະຫວ່າງຮ່ອມພູອັຍຢາໂລນ” 13 ແລ້ວຕາເວັນ ແລະດວງເດືອນກໍຢຸດຢູ່ບ່ອນດັ່ງກ່າວ ຈົນເຖິງຄົນໃນຊາດນັ້ນໄດ້ຜາບແພ້ສັດຕຣູ ເຣື່ອງນີ້ບໍ່ໄດ້ບັນທຶກໄວ້ໃນປື້ມຜູ້ຊອບທັມຢາຊາຣ໌ຫລື ແລະຕາເວັນນັ້ນໄດ້ຢຸດຢູ່ກາງທ້ອງຟ້າໂດຍບໍ່ໄດ້ຕົກຈົນຄົບນຶ່ງວັນ 14 ນັບຕັ້ງແຕ່ກ່ອນຕລອດມາເຖິງດຽວນີ້ ບໍ່ເຄີຍມີວັນນຶ່ງວັນໃດທີ່ພຣະຜູ້ເປັນເຈົ້າໄດ້ຟັງຄວາມຂອງມະນຸດດັ່ງວັນນັ້ນ ເຫດວ່າພຣະອົງຊົງທຳເສິກຢູ່ນຳຝ່າຍພວກອິສຣາເອນ 15 ຫລັງຈາກນັ້ນ ໂຢຊວຍທັງກອງທັບກໍກັບຄືນສູ່ຄ້າຍທີ່ກິນການ 16 ເຈົ້າເມືອງທັງຫ້ານັ້ນຫນີໄປຫລົບລີ້ຢູ່ໃນຖ້ຳມັກເກດາ 17 ມີຄົນໄປບອກໂຢຊວຍວ່າ, “ມີຄົນພົບເຈົ້າເມືອງທັງຫ້າລີ້ຊ່ອນຕົວຢູ່ໃນຖ້ຳທີ່ມັກເກດາ” 18 ໂຢຊວຍຈຶ່ງກ່າວວ່າ, “ຈົ່ງກີ້ງກ້ອນຫີນໃຫຍ່ປິດປາກຖ້ຳເສັຽ ແລະວາງຍາມໃຫ້ເຝົ້າຮັກສາໄວ້ 19 ແຕ່ທ່ານທັງຫລາຍຢ່າຄອຍຢູ່ເລີຍຈົ່ງຕິດຕາມສັດຕຣູຂອງທ່ານເຖີດ ຈົ່ງເຂົ້າໂຈມຕີກອງລະວັງຫລັງຢ່າໃຫ້ກັບເຂົ້າໃນເມືອງຂອງເຂົາໄດ້ ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ໄດ້ມອບເຂົາທັງຫລາຍໄວ້ໃນມືຂອງທ່ານແລ້ວ” 20 ເມື່ອໂຢຊວຍກັບອິສຣາເອນຂ້າພວກເຫລົ່າເປັນຈຳນວນຫລວງຫລາຍຫມົດແລ້ວ ສ່ວນຜູ້ທີ່ເຫລືອຢູ່ກໍຫນີກັບເຂົ້າໄປໃນເມືອງທີ່ມີກຳແພງລ້ອມ 21 ປະຊາຊົນທັງປວງກໍກັບມາຫາໂຢຊວຍໃນຄ້າຍທີ່ມັກເກດາ ໂດຍສວັດດີພາບທຸກຄົນ ຢູ່ໃນດິນແດນນັ້ນບໍ່ມີຜູ້ໃດກ້າຕໍ່ຕ້ານອິສຣາເອນໄດ້ 22 ແລ້ວໂຢຊວຍຈຶ່ງວ່າ, “ຈົ່ງເປີດປາກຖ້ຳຄຸມເຈົ້າເມືອງທັງຫ້ານັ້ນອອກຈາກຖ້ຳມາຫາເຮົາ” 23 ເຂົາກໍກະທຳຕາມ ຈຶ່ງຄຸມເຈົ້າເມືອງທັງຫ້າອອກຈາກຖ້ຳມາຫາທ່ານມີເຈົ້າເມືອງເຢຣູຊາເລັມ ເຈົ້າເມືອງເຮໂບຣນ ເຈົ້າເມືອງຢາຣ໌ມູທ ເຈົ້າເມືອງລາຄີສ ແລະເຈົ້າເມືອງເອກໂລນ 24 ເມື່ອເຂົາພາເຈົ້າເມືອງເຫລົ່ານັ້ນມາຫາໂຢຊວຍ ໂຢຊວຍຈຶ່ງເອີ້ນບັນດາຄົນອິສຣາເອນມາ ແລະສັ່ງຫົວຫນ້າຂອງທະຫານຜູ້ທີ່ອອກໄປຮົບພ້ອມກັບທ່ານວ່າ, “ຈົ່ງເຂົ້າມາໃກ້ເຖີດ ເອົາຕີນຢຽບຄໍເຈົ້າເມືອງເຫລົ່ານີ້” ແລ້ວເຂົາກໍເຂົ້າມາໃກ້ ແລະເອົາຕີນຢຽບທີ່ຄໍ 25 ໂຢຊວຍກ່າວແກ່ເຂົາວ່າ, “ຢ່າຢ້ານ ຫລືທໍ້ຖອຍເລີຍ ຈົ່ງເຂັ້ມແຂງ ແລະກ້າຫານເຖີດ ເພາະວ່າພຣະຜູ້ເປັນເຈົ້າຈະຊົງທໍາແກ່ບັນດາສັດຕຣູຂອງທ່ານຊຶ່ງທ່ານສູ້ຮົບຢ່າງນີ້ແຫລະ” 26 ພາຍຫລັງໂຢຊວຍກໍໄດ້ປະຫານເຈົ້າເມືອງທັງຫ້າເສັຽ ແລ້ວແຂວນໄວ້ທີ່ຕົ້ນໄມ້ຫ້າຕົ້ນ ແລະແຂວນຢູ່ເທິງຕົ້ນໄມ້ເຊັ່ນນັ້ນຈົນຮອດຄ່ຳ 27 ແຕ່ເມື່ອເຖິງເວລາດວງຕາເວັນຕົກ ໂຢຊວຍໄດ້ສັ່ງແລະເຂົາກໍປົດສົບຊົງຈາກຕົ້ນໄມ້ແລະຖິ້ມໄວ້ໃນຖ້ຳ ຊຶ່ງເຈົ້າເມືອງເຫລົ່ານັ້ນໄດ້ຫລົບລີ້ຕົວຢູ່ ແລະເອົາຫີນໃຫຍ່ໆປິດປາກຖ້ຳໄວ້ ຊຶ່ງຍັງຢູ່ຈົນເຖິງທຸກວັນນີ້ 28 ໃນວັນນັ້ນໂຢຊວຍຍຶດເມືອງມັກເກດາໄດ້ ໄດ້ປະຫານເມືອງນັ້ນເສັຽດ້ວຍຄົມດາບ ທັງເຈົ້າເມືອງຂອງເມືອງນັ້ນ ທ່ານໄດ້ທຳລາຍເຂົາເສັຽຢ່າງສິ້ນເຊີງ ຮວມທຸກຊີວິດທີ່ຢູ່ໃນເມືອງ ບໍ່ມີເຫລືອຈັກຄົນດຽວ ແລະທ່ານໄດ້ກະທຳແກ່ເຈົ້າເມືອງມັກເກດາຢ່າງທີ່ທ່ານໄດ້ກະທຳແກ່ເຈົ້າເມືອງເຢຣິໂກ 29 ແລ້ວໂຢຊວຍແລະບັນດາຄົນອິສຣາເອນກໍຍົກກອງທັບຈາກເມືອງມັກເກດາມາເຖິງລີບນາ ແລະເຂົ້າສູ້ຮົບກັບເມືອງລີບນາ 30 ພຣະຜູ້ເປັນເຈົ້າໄດ້ຊົງມອບເມືອງນັ້ນ ແລະເຈົ້າເມືອງໄວ້ໃນມືຄົນອິສຣາເອນ ແລະທ່ານໄດ້ປະຫານເມືອງນັ້ນດ້ວຍຄົມດາບ ແລະທຸກຄົນທີ່ຢູ່ໃນເມືອງນັ້ນ ທ່ານບໍ່ໃຫ້ເຫລືອຈັກຄົນດຽວໃນເມືອງນັ້ນ ແລະທ່ານໄດ້ກະທຳຕໍ່ເຈົ້າເມືອງຂອງເມືອງນັ້ນຢ່າງທີ່ທ່ານໄດ້ກະທຳຕໍ່ເຈົ້າເມືອງເຢຣິໂກ 31 ໂຢຊວຍອອກຈາກເມືອງລີບນາພ້ອມກັບອິສຣາເອນທັງຫມົດໄປຍັງລາຄີສ ແລ້ວລ້ອມເມືອງໄວ້ ແລະເຂົ້າໂຈມຕີເມືອງນັ້ນ 32 ພຣະຜູ້ເປັນເຈົ້າຊົງມອບເມືອງລາຄິສໄວ້ໃນມືຄົນອິສຣາເອນ ແລະທ່ານຫໍໄດ້ຍຶດເມືອງນັ້ນໃນວັນທີ່ສອງ ແລະປະຫານເສັຽດ້ວຍຄົມດາບ ທຸກຄົນທີ່ຢູ່ໃນເມືອງນັ້ນ ດັ່ງທີ່ທ່ານໄດ້ກະທຳແກ່ເມືອງລີບນາ 33 ຄັ້ງນັ້ນໂຮຣາມເຈົ້າຊີວິດເກເຊີ ໄດ້ຂຶ້ນມາຊ່ອຍເມືອງລາຄິສ ແລະໂຢຊວຍໄດ້ປະຫານເຂົາ ແລະຄົນຂອງເຂົາເສັຽ ຈົນບໍ່ເຫລືອໃຫ້ເຂົາຈັກຄົນດຽວ 34 ໂຢຊວຍກັບຄົນອິສຣາເອນທັງປວງໄດ້ຍົກອອກຈາກລາຄີສໄປຍັງເມືອງເອກໂລນ ໄດ້ເຂົ້າລ້ອມແລະໄດ້ໂຈມຕີເມືອງນັ້ນ 35 ເຂົາກໍຕີໄດ້ໃນວັນທີ່ສອງແລະຂ້າຟັນທຸກຄົນເສັຽດ້ວຍຄົມດາບຈົນທຳລາຍເຂົາເສັຽສິ້ນໃນວັນນັ້ນ ດັ່ງທີ່ທ່ານໄດ້ກະທຳແກ່ເມືອງລາຄີສ 36 ໂຢຊວຍກັບຄົນອິສຣາເອນທັງປວງໄດ້ຂຶ້ນຈາກເມືອງເອກໂລນໄປຍັງເມືອງເຮໂບຣນເຂົ້າໂຈມຕີເມືອງນັ້ນ 37 ຍຶດເມືອງນັ້ນແລ້ວກໍປະຫານເຈົ້າເມືອງ ແລະຊົນນະບົດຂອງເມືອງນັ້ນ ກັບທຸກຄົນທີ່ຢູ່ໃນເມືອງນັ້ນເສັຽດ້ວຍຄົມດາບ ທ່ານບໍ່ໃຫ້ເຫລືອຈັກຄົນດຽວ ດັ່ງທີ່ທ່ານໄດ້ກະທຳຕໍ່ເມືອງເອກໂລນ ແລະໄດ້ທຳລາຍເມືອງນັ້ນ ແລະທຸກຄົນທີ່ຢູ່ໃນເມືອງນັ້ນເສັຽສິ້ນ 38 ແລ້ວໂຢຊວຍກັບຄົນອິສຣາເອນທັງປວງກັບມາຍັງເມືອງເດບີຣ໌ ເຂົ້າໂຈມຕີເມືອງນັ້ນ 39 ທ່ານໄດ້ຍຶດເມືອງນັ້ນຮວມທັງເຈົ້າເມືອງ ແລະຊົນນະບົດຂອງເມືອງ ແລະໄດ້ໄປປະຫານເຂົາທັງຫລາຍເສັຽດ້ວຍຄົມດາບ ແລະໄດ້ທຳລາຍທຸກຄົນທີ່ຢູ່ໃນເມືອງນັ້ນເສັຽຢ່າງສິ້ນເຊີງ ທ່ານບໍ່ໃຫ້ເຫລືອຈັກຄົນດຽວ ທ່ານໄດ້ກະທຳແກ່ເມືອງເດບີຣ໌ ແລະແກ່ເຈົ້າເມືອງຢ່າງນັ້ນ ດັ່ງທຳແກ່ເມືອງລີບນາ ແລະແກ່ເຈົ້າເມືອງເຊັ່ນກັນ 40 ໂຢຊວຍກໍຕີແຜ່ນດິນນັ້ນໃຫ້ຜ່າຍແພ້ໄປຫມົດ ຄືແດນພູດອຍທີ່ເນເກັບ ທີ່ເນີນພູ ຕາມຕີນພູ ທັງເຈົ້າເມືອງທັງຫມົດຂອງເມືອງເຫລົ່ານັ້ນດ້ວຍ ທ່ານບໍ່ໃຫ້ເຫລືອຈັກຄົນດຽວ ແຕ່ໄດ້ທຳລາຍທຸກສິ່ງທີ່ຫາຍໃຈເສັຽ ດັ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງຄົນອິສຣາເອນໄດ້ຊົງສັ່ງໄວ້ 41 ໂຢຊວຍໄດ້ກະທຳໃຫ້ເຂົາຜ່າຍແພ້ຕັ້ງແຕ່ເມືອງກາເດັສບາຣ໌ເນອາຈົນເຖິງເມືອງກາຊາ ແລະທົ່ວປະເທດໂກເຊນຈົນເຖິງເມືອງກິເບໂອນ 42 ໂຢຊວຍກໍຍຶດຕົວເຈົ້າເມືອງເຫລົ່ານີ້ພ້ອມທັງພື້ນດິນຂອງເຂົາທັງຫມົດໃນຄາວດຽວກັນ ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງຄົນອິສຣາເອນໄດ້ຊົງສູ້ຮົບເພື່ອອິສຣາເອນ 43 ແລ້ວໂຢຊວຍພ້ອມກັບບັນດາຄົນອິສຣາເອນກໍຍົກມາຍັງຄ້າຍທີ່ກິນການ
ພັນທະມິດຂອງຢາບິນຜ່າຍແພ້
1 ຄັ້ງນັ້ນເມື່ອຢາບິນເຈົ້າເມືອງຮາໂຊຣ໌ໄດ້ຍິນຂ່າວນີ້ ຈຶ່ງໃຊ້ຄົນໄປຫາໂຢບັບເຈົ້າເມືອງມາໂດນ ແລະໄປຫາເຈົ້າເມືອງຊີມໂຣນ ແລະເຈົ້າເມືອງອັກຊາຟ 2 ແລະເຈົ້າເມືອງຊຶ່ງຢູ່ໃນແດນພູດອຍທາງພາກເຫນືອແລະທີ່ຢູ່ໃນອາຣາບາ ໃຕ້ເມືອງຄິນເນໂຣທ ແລະຕາມຕີນພູ ແລະໃນທີ່ສູງ ນາໂຟທໂດຣ໌ ທາງທິດຕາເວັນຕົກ 3 ແລະໄປຫາຄົນການາອານທາງທິດຕາເວັນອອກ ແລະທິດຕາເວັນຕົກ ຄົນອາໂມຣິດ ຄົນຮິດຕີ ຄົນເປຣິສຊີ ແລະຄົນເຢບຸສໃນແດນພູດອຍ ແລະຄົນຮີວີຢູ່ເນີນພູເຮີໂມນໃນແຜ່ນດິນມີສປາ 4 ເຈົ້າເມືອງເຫລົ່ານີ້ກໍຍົກອອກມາກັບພົນໂຍທາເປັນກອງທັບທີ່ມີຄົນຢ່າງຫລວງຫລາຍ ມີຈຳນວນດັ່ງເມັດຊາຍທີ່ຊາຍທະເລ ມີມ້າແລະຣົດຮົບຫລວງຫລາຍດ້ວຍ 5 ເຈົ້າເມືອງເຫລົ່ານີ້ ໄດ້ຮ່ວມກຳລັງກັນເຂົ້າ ແລະມາຕັ້ງຄ້າຍຢູ່ທີ່ລຳຫ້ວຍເມໂຣມ ເພື່ອຈະສູ້ຮົບກັບອິສຣາເອນ 6 ແລະພຣະຜູ້ເປັນເຈົ້າກ່າວແກ່ໂຢຊວຍວ່າ, “ຢ່າຢ້ານເຂົາເລີຍ ເພາະວ່າມື້ອື່ນນີ້ໃນເວລາດຽວກັນນີ້ເຮົາຈະມອບເຂົາໄວ້ຫມົດຕໍ່ອິສຣາເອນໃຫ້ຖືກປະຫານ ເອັນຄະນ່ອງມ້າຂອງເຂົາໃຫ້ເຈົ້າຕັດເສັຽ ແລະຣົດຮົບຂອງເຂົາ ເຈົ້າຈົ່ງເຜົາໄຟເສັຽ” 7 ຝ່າຍໂຢຊວຍກໍຍົກພົນເຂົາໂຈມຕີເຂົາທັນທີທີ່ຫ້ວຍນ້ຳເມໂຣມ 8 ພຣະຜູ້ເປັນເຈົ້າຊົງມອບເຂົາໄວ້ໃນມືອິສຣາເອນ ຜູ້ປະຫານເຂົາແລະໄລ່ຕາມເຂົາໄປຈົນເຖິງມະຫາຊີໂດນ ແລະເຖິງມີສເຣໂຟທມາອິມແລະເຖິງຮ່ອມພູມີສປາດ້ານຕາເວັນອອກ ໄດ້ປະຫານເຂົາເສັຽຈົນບໍ່ມີເຫລືອຈັກຄົນດຽວ 9 ໂຢຊວຍໄດ້ກະທຳແກ່ເຂົາຕາມທີ່ພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ ຄືໄດ້ຕັດເອັນຄະນ່ອງມ້າແລະເຜົາຣົດຮົບເສັຽ 10 ຂນະນັ້ນໂຢຊວຍກັບມາຍຶດເມືອງຮາໂຊຣ໌ ແລະປະຫານເຈົ້າເມືອງເສັຽດ້ວຍດາບ ເພາະວ່າແຕ່ກ່ອນນີ້ຮາໂຊຣ໌ເປັນຫົວຫນ້າແຫ່ງແຜ່ນດິນເຫລົ່ານັ້ນທັງຫມົດ 11 ເຂົາໄດ້ປະຫານຊາວເມືອງນັ້ນເສັຽດ້ວຍຄົມດາບ ແລະທຳລາຍເສັຽສິ້ນ ສິ່ງທີ່ຫາຍໃຈໄດ້ບໍ່ມີເຫລືອເລີຍ ແລະທ່ານກໍເຜົາເມືອງຮາໂຊຣ໌ເສັຽດ້ວຍໄຟ 12 ໂຢຊວຍຍຶດບັນດາຫົວເມືອງຂອງເຈົ້າເມືອງເຫລົ່ານັ້ນ ພ້ອມກັບເຈົ້າເມືອງທັງຫມົດ ແລະປະຫານເສັຽດ້ວຍຄົມດາບ ທຳລາຍເຂົາສິ້ນ ດັ່ງທີ່ໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ 13 ແຕ່ເມືອງຕ່າງໆທີ່ຢູ່ຕາມໂຄກຕາມເນີນບໍ່ໄດ້ເຜົາ ເວັ້ນແຕ່ເມືອງຮາໂຊຣ໌ເມືອງດຽວທີ່ໂຢຊວຍໄດ້ເຜົາເສັຽ 14 ສິ່ງຂອງຕ່າງໆທີ່ຍຶດໄດ້ຈາກເມືອງນີ້ ທັງຝູງສັດ ຄົນອິສຣາເອນໄດ້ຍຶດເປັນຂອງຕົນ ແຕ່ເຂົາໄດ້ປະຫານມະນຸດທຸກຄົນເສັຽດ້ວຍຄົມດາບຈົນທຳລາຍເສັຽສິ້ນ ສິ່ງໃດທີ່ຫາຍໃຈໄດ້ເຂົາບໍ່ໃຫ້ເຫລືອຢູ່ເລີຍ 15 ພຣະຜູ້ເປັນເຈົ້າຊົງສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງຢ່າງໃດ ໂມເຊກໍສັ່ງໂຢຊວຍຢ່າງນັ້ນ ແລະໂຢຊວຍກໍກະທຳຕາມ ທ່ານບໍ່ໄດ້ເວັ້ນທີ່ຈະທຳທຸກຢ່າງຊຶ່ງພຣະຜູ້ເປັນເຈົ້າຊົງສັ່ງໂມເຊໄວ້
ເຂດແດນທີ່ໂຢຊວຍຍຶດໄດ້
16 ໂຢຊວຍຍຶດແຜ່ນດິນນັ້ນທັງສິ້ນຄືເຂດພູດອຍ ແລະເນເກັບທັງຫມົດ ແລະແຜ່ນດິນໂກເຊນທັງຫມົດ ແລະຕາມຕີນພູອາຣາບາ ແລະພູດອຍຂອງອິສຣາເອນ ແລະທີ່ຕີນພູຂອງມັນ 17 ຕັ້ງແຕ່ພູຮາລັກທີ່ສູງເລື່ອຍຂຶ້ນໄປເຖິງເຊອີຣ໌ ໄກໄປຈົນເຖິງບາອັນກາດໃນຫຸບເຂົາເລບານອນ ເນີນພູເຮີໂມນ ທ່ານໄດ້ຈັບບັນດາເຈົ້າເມືອງແຫ່ງເມືອງເຫລົ່ານັ້ນມາປະຫານຊີວິດເສັຽ 18 ໂຢຊວຍທຳເສິກສົງຄາມກັບເຈົ້າເມືອງເຫລົ່ານີ້ຢູ່ເປັນເວລານານ 19 ບໍ່ມີຈັກເມືອງນຶ່ງກະທຳສັນຕິພາບກັບອິສຣາເອນ ນອກຈາກຄົນຮີວີ ຊຶ່ງເປັນຊາວເມືອງກິເບໂອນ ເຂົາຕ້ອງທຳເສິກສົງຄາມຕີມາທັງນັ້ນ 20 ເພາະເປັນມາຈາກພຣະຜູ້ເປັນເຈົ້າ ທີ່ຊົງໃຫ້ເຂົາມີໃຈແຂງກະດ້າງເຂົ້າຕໍ່ສູ້ທຳສົງຄາມກັບອິສຣາເອນ ເພື່ອເຂົາຈະໄດ້ຖືກທຳລາຍເສັຽສິ້ນ ແລະບໍ່ໄດ້ຮັບຄວາມກະຣຸນາ ແຕ່ຕ້ອງຖືກທຳລາຍລ້າງເສັຽສິ້ນ ດັ່ງທີ່ພຣະຜູ້ເປັນເຈົ້າສັ່ງໄວ້ກັບໂມເຊ 21 ຄາວນັ້ນໂຢຊວຍໄດ້ມາທຳລາຍຄົນອານາກິມຈາກພູດອຍ ຈາກເຮໂບຣນ ຈາກເດບີຣ໌ ຈາກອານາບ ແລະຈາກທົ່ວແດນພູດອຍຢູດາ ແລະຈາກທົ່ວແດນພູດອຍອິສຣາເອນ ໂຢຊວຍໄດ້ທຳລາຍຄົນເຫລົ່ານີ້ເສັຽສິ້ນພ້ອມທັງເມືອງດ້ວຍ 22 ບໍ່ມີຄົນອານາກິມເຫລືອຢູ່ໃນແຜ່ນດິນຂອງປະຊາຊົນອິສຣາເອນ ເວັ້ນແຕ່ໃນກາຊາ ກາດ ແລະອັສໂດດ 23 ດັ່ງນັ້ນແຫລະ ໂຢຊວຍໄດ້ຍຶດແຜ່ນດິນທັງສິ້ນຕາມທີ່ພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ກັບໂມເຊ ແລະໂຢຊວຍໃຫ້ເປັນມໍຣະດົກແກ່ຄົນອິສຣາເອນຕາມສ່ວນແບ່ງຂອງເຜົ່າ ແລະແຜ່ນດິນນັ້ນກໍສງົບຈາກການເສິກສົງຄາມ
ບັນດາກະສັດທີ່ຜ່າຍແພ້ໂມເຊ
1 ຕໍ່ໄປນີ້ເປັນກະສັດຊຶ່ງປະຊາຊົນອິສຣາເອນໄດ້ກະທຳໃຫ້ແພ້ໄປ ແລະໄດ້ຍຶດຄອງແຜ່ນດິນຟາກແມ່ນ້ຳຈໍແດນຂ້າງດວງອາທິດຂຶ້ນ ຈາກທີ່ລຸ່ມອາຣ໌ໂນນເຖິງພູເຮີໂມນ ມີອາຣາບາຢູ່ດ້ານຕາເວັນອອກທັງຫມົດ 2 ຄືຊີໂຮນກະສັດຄົນອາໂມຣິດຜູ້ຢູ່ທີ່ເຮສໂບນ ແລະປົກຄອງຈາກອາໂຣເອີ ຊຶ່ງຢູ່ໃນຂ້າງລຸ່ມແມ່ນ້ຳອາຣ໌ໂນນ ແລະຈາກກາງທີ່ລຸ່ມໄກໄປເຖິງແມ່ນ້ຳຢັບໂບກ ເຂດແດນຄົນອັມໂມນ ຄືເຄິ່ງນຶ່ງຂອງກິເລອາດ 3 ແລະແຖບອາຣາບາເຖິງທະເລຄີນເນໂຣທຂ້າງຕາເວັນອອກ ແລະໄປຍັງເບັດເຢຊີໂມທ ໄປເຖິງທະເລໃນອາຣາບາ ຄືທະເລເຄັມດ້ານໃຕ້ມາຈົນເຖິງເນີນເຂົາປິສກາ 4 ເຂດແດນຂອງໂອກກະສັດເມືອງບາຊານ ເປັນຄົນເຊື້ອສາຍເຣຟາອິມທີ່ເຫລືອຢູ່ທີ່ອັສຕາໂຣທ ແລະເອັດເຣອີ 5 ແລະປົກຄອງທີ່ພູເຮີໂມນ ແລະຊາເລກາ ແລະທົ່ວບາຊານ ເຖິງເຂດແດນຄົນເກຊູຣ໌ ແລະຄົນມາອາກາ ແລະປົກຄອງເຄິ່ງນຶ່ງຂອງແດນກິເລອາດ ເຖິງເຂດແດນຂອງຊີໂຮນ ກະສັດເມືອງເອສໂບນ 6 ໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ແລະຄົນອິສຣາເອນໄດ້ກະທຳໃຫ້ເຂົາຜ່າຍແພ້ໄປ ແລະໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ມອບແຜ່ນດິນນີ້ໃຫ້ແກ່ຄົນຣູເບນ ຄົນກາດແລະຄົນເຄິ່ງເຜົ່າມານັສເຊ
ບັນດາເຈົ້າເມືອງທີ່ຜ່າຍແພ້ໂຢຊວຍ
7 ຕໍ່ໄປນີ້ເປັນເຈົ້າເມືອງຊຶ່ງໂຢຊວຍກັບຄົນອິສຣາເອນໄດ້ທຳໃຫ້ຜ່າຍແພ້ຢູ່ຟາກແມ່ນ້ຳຈໍແດນຂ້າງຕາເວັນຕົກ ຕັ້ງແຕ່ບາອັນກາດໃນຮ່ອມພູເລບານອນ ເຖິງພູຮາລັກ ທີ່ສູງເລື່ອຍຂຶ້ນໄປເຖິງເຊອີຣ໌ (ແລະໂຢຊວຍມອບແຜ່ນດິນຕອນນີ້ໃຫ້ແກ່ເຜົ່າຄົນອິສຣາເອນໃຫ້ຖືເປັນກຳມະສິດຕາມສ່ວນແບ່ງຂອງເຂົາ 8 ຄືທີ່ດິນໃນພູດອຍ ໃນເຂດຕີນພູໃນອາຣາບາ ໃນທີ່ເນີນພູ ໃນຖິ່ນກັນດານ ແລະໃນເນເກັບ ເປັນແຜ່ນດິນຂອງຄົນຮິດຕີ ຄົນອາໂມຣິດ ຄົນການາອານ ຄົນເປຣີສຊີ ຄົນຮີວີ ແລະຄົນເຢບຸສ) 9 ຄືເຈົ້າເມືອງເຢຣິໂກ ເຈົ້າເມືອງອາອີທີ່ຢູ່ຂ້າງເບັດເອນ 10 ເຈົ້າເມືອງເຢຣູຊາເລັມ ເຈົ້າເມືອງເຮໂບຣນ 11 ເຈົ້າເມືອງຢາຣ໌ມູທ ເຈົ້າເມືອງລາຄິສ 12 ເຈົ້າເມືອງເອກໂລນ ເຈົ້າເມືອງເກເຊີ 13 ເຈົ້າເມືອງເດບີຣ໌ ເຈົ້າເມືອງເກເດີ 14 ເຈົ້າເມືອງໂຮຣ໌ມາ ເຈົ້າເມືອງອາຣາດ 15 ເຈົ້າເມືອງລີບນາ ເຈົ້າເມືອງອາດູນລາມ 16 ເຈົ້າເມືອງມັກເກດາ ເຈົ້າເມືອງເບັດເອນ 17 ເຈົ້າເມືອງຕັປປູອາ ເຈົ້າເມືອງເຮເຟີ 18 ເຈົ້າເມືອງອາເຟກ ເຈົ້າເມືອງລາຊາໂຣນ 19 ເຈົ້າເມືອງມາໂດນ ເຈົ້າເມືອງຮາໂຊຣ໌ 20 ເຈົ້າເມືອງຊີມໂຣນເມໂຣນ ເຈົ້າເມືອງອັກຊາຟ 21 ເຈົ້າເມືອງຕາອານັກ ເຈົ້າເມືອງເມກິດໂດ 22 ເຈົ້າເມືອງເກເດັສ ເຈົ້າເມືອງໂຢກເນອາມ ໃນກາຣ໌ເມນ 23 ເຈົ້າເມືອງໂດຣ໌ ໃນນາຟັທໂດຣ໌ ເຈົ້າເມືອງກົວອິມ ໃນຄາລີເລ 24 ເຈົ້າເມືອງຕີຣ໌ຊາ ຮວມທັງຫມົດເປັນສາມສິບເອັດເຈົ້າເມືອງດ້ວຍກັນ
ແຜ່ນດິນສ່ວນທີ່ຍັງຕ້ອງຍຶດຄອງ
1 ເມື່ອໂຢຊວຍເຖົ້າແກ່ມີອາຍຸຫລາຍແລ້ວ ພຣະຜູ້ເປັນເຈົ້າກ່າວກັບທ່ານວ່າ, “ເຈົ້າຊະຣາລົງມີອາຍຸຫລາຍແລ້ວ ແຕ່ແຜ່ນດິນທີ່ຈະຕ້ອງຍຶດຄອງນັ້ນຍັງມີອີກຫລາຍ 2 ຕໍ່ໄປນີ້ເປັນແຜ່ນດິນທີ່ຍັງເຫລືອຢູ່ ຄືທ້ອງຖິ່ນຟີລິສຕີນທັງຫມົດ ແລະທ້ອງຖິ່ນຂອງຄົນເກຊູຣ໌ທັງຫມົດ 3 (ຕັ້ງແຕ່ຊີໂຮຣ໌ຊຶ່ງຢູ່ທາງທິດຕາເວັນອອກຂອງ ເອຢິບເຫນືອຂຶ້ນໄປເຖິງເຂດແດນເອກໂຣນ) ແລະເມືອງຂອງຄົນອາວວິມດ້ວຍ 4 ຊຶ່ງຢູ່ທິດໃຕ້ຄືແຜ່ນດິນທັງສິ້ນຂອງຄົນການາອານ ແລະເຂດເມອາຣາ ຊຶ່ງເປັນຂອງຊາວຊີໂດນີອານ ເຖິງເມືອງອາເຟກ ເຖິງເຂດແດນຂອງຄົນອາໂມຣິດ 5 ແຜ່ນດິນຂອງຊາວເກບານ ແລະເລບານອນທັງຫມົດ ໄປທາງທີ່ດວງຕາເວັນຂຶ້ນ ຈາກບາອັນກາດທີ່ຢູ່ພູເຮີໂມນ ເຖິງທາງເຂົ້າເມືອງຮາມັທ 6 ຊາວພູດອຍທັງຫມົດຈາກເລບານອນ ຈົນເຖິງມີສເຣໂຟດມາອິມ ຄືຄົນຊີໂດນທັງຫມົດ ເຮົາຈະຂັບໄລ່ເຂົາທັງຫລາຍອອກໄປໃຫ້ພົ້ນຫນ້າຄົນອິສຣາເອນເອງ ພຽງແຕ່ເຈົ້າຈົ່ງຈັບສະຫລາກແບ່ງດິນແດນເຫລົ່ານັ້ນໃຫ້ເປັນມໍຣະດົກ ດັ່ງທີ່ເຣົາບັນຊາເຈົ້າໄວ້ 7 ບັດນີ້ຈົ່ງແບ່ງແຜ່ນດິນນີ້ອອກແກ່ຄົນເກົ້າເຜົ່າຮວມກັບຄົນມານັສເຊເຄິ່ງເຜົ່າດ້ວຍ”
ດິນແດນທາງຟາກແມ່ນ້ຳຈໍແດນດ້ານຕາເວັນອອກ
8 ສ່ວນມານັສເຊອີກເຄິ່ງເຜົ່າ ເຜົ່າຣູເບນ ແລະເຜົ່າກາດໄດ້ຮັບສ່ວນມໍຣະດົກຂອງເຂົາ ຊຶ່ງໂມເຊໄດ້ມອບໃຫ້ທາງຟາກແມ່ນ້ຳຈໍແດນດ້ານຕາເວັນອອກ ສ່ວນທີ່ໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າມອບໃຫ້ເຂົາຄື 9 ຕັ້ງແຕ່ອາໂຣເອີ ຊຶ່ງຢູ່ລຸ່ມແມ່ນ້ຳອາຣ໌ໂນນ ແລະເມືອງທີ່ຢູ່ກາງລຸ່ມແມ່ນ້ຳນີ້ ແລະທີ່ຮາບພຽງເມເດບາທັງຫມົດຕລອດເຖິງດີໂບນ 10 ແລະຫົວເມືອງທັງຫມົດຂອງຊີໂຮນກະສັດຄົນອາໂມຣິດ ຜູ້ຊຶ່ງປົກຄອງຢູ່ໃນເຮສໂບນ ໄກອອກໄປຈົນເຖິງເຂດແດນຄົນອັມໂມນ 11 ແລະເຂດກີເລອາດ ແລະທ້ອງຖິ່ນຂອງຄົນເກຊູຣ໌ ແລະຄົນມາອາກາ ແລະພູເຮີໂມນທັງຫມົດ ແລະເມືອງບາຊານທັງຫມົດຈົນເຖິງເມືອງຊາເລກາ 12 ຕລອດຣາຊອານາຈັກຂອງໂອກໃນບາຊານ ຜູ້ປົກຄອງຢູ່ໃນອັສຕາໂຣທ ແລະໃນເອັດເຣອີ (ທ່ານເປັນເຜົ່າເຣຟຣາອິມຜູ້ດຽວທີ່ເຫລືອຢູ່) ເມືອງເຫລົ່ານີ້ໂມເຊຮົບຊະນະ ແລະໄດ້ຂັບໄລ່ໃຫ້ອອກໄປ 13 ແຕ່ຄົນອິສຣາເອນບໍ່ໄດ້ຂັບໄລ່ຄົນເກຊູຣ໌ ຫລືຄົນມາອາກາໃຫ້ອອກໄປ ແຕ່ເກຊູຣ໌ກັບມາອາກາຍັງອາໄສຢູ່ໃນຫມູ່ຄົນອິສຣາເອນຈົນເຖິງທຸກວັນນີ້ 14 ສະເພາະເຜົ່າເລວີເຜົ່າດຽວທີ່ໂມເຊບໍ່ໄດ້ມອບມໍຣະດົກໃຫ້ ຂອງບູຊາດ້ວຍໄຟທີ່ຖວາຍແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິສຣາເອນເປັນມໍຣະດົກຂອງເຂົາດັ່ງທີ່ພຣະອົງຊົງສັ່ງໄວ້ແກ່ເຂົາແລ້ວ
ດິນແດນທີ່ແບ່ງໃຫ້ແກ່ຄົນຣູເບນ
15 ແລະໂມເຊໄດ້ມອບສ່ວນມໍຣະດົກໃຫ້ແກ່ເຜົ່າຣູເບນຕາມຕະກູນຂອງເຂົາ 16 ດັ່ງນັ້ນເຂດແດນຂອງເຂົາຈຶ່ງຕັ້ງແຕ່ອາໂຣເອີຊຶ່ງຢູ່ລູ່ມແມ່ນ້ຳອາຣ໌ໂນນແລະເມືອງຊຶ່ງຢູ່ກາງລຸ່ມແມ່ນ້ຳນັ້ນ ແລະທີ່ຮາບພຽງເມືອງເມເດບາທັງຫມົດ 17 ທັງເມືອງເຮສໂບນ ຮວມກັບຫົວເມືອງຂຶ້ນທັງຫມົດຊຶ່ງຢູ່ເທິງທີ່ຮາບພຽງນັ້ນຄືດິໂບນ ແລະບາໂມທບາອານ ແລະເບັດບາອັນເມໂອນ 18 ກັບຢາຮັສ ແລະເກເດໂມທ ແລະເມຟາອາດ 19 ແລະກີຣີອາທາອິມ ແລະຊີບມາ ແລະເຊເຣັທຊາຮາຣ໌ ຊຶ່ງຢູ່ເທິງເນີນພູໃນລຸ່ມແມ່ນ້ຳນັ້ນ 20 ກັບເບັດເປໂອຣ໌ ແລະທີ່ເນີນພູປິສກາແລະເມືອງເບັດເຢຊີໂມທ 21 ຄືຫົວເມືອງທັງຫມົດຊຶ່ງຢູ່ເທິງທີ່ຮາບພຽງ ແລະທັງຣາຊອານາຈັກທັງຫມົດຂອງຊີໂຮນກະສັດຄົນອາໂມຣິດຜູ້ປົກຄອງຢູ່ໃນເຣສໂບນ ຊຶ່ງໂມເຊໄດ້ກະທຳໃຫ້ຜ່າຍແພ້ ພ້ອມກັບຜູ້ນຳຂອງມີດີອານ ຄືເອວີ ແລະເຣເກມ ແລະຊູຣ໌ ແລະຮູຣ໌ ແລະເຣບາ ເປັນເຈົ້ານາຍຊຶ່ງໄດ້ປົກຄອງດິນແດນໃຫ້ກະສັດຊີໂຮນ 22 ຄົນອິສຣາເອນໄດ້ຂ້າບາລາອາມ ບຸດຂອງເບໂອຣ໌ ຜູ້ເປັນຄົນທຳນວາຍເສັຽດ້ວຍດາບພ້ອມກັບຄົນອື່ນທີ່ເຂົາໄດ້ຂ້ານັ້ນ 23 ອານາເຂດຂອງຄົນຣູເບນຄືແມ່ນ້ຳຈໍແດນເປັນເຂດແດນ ນີ້ເປັນມໍຣະດົກຂອງຄົນຣູເບນຕາມຕະກູນ ຮວມທັງຫົວເມືອງ ແລະຊົນນະບົດດ້ວຍ
ດິນແດນທີ່ແບ່ງໃຫ້ແກ່ຄົນກາດ
24 ໂມເຊໄດ້ມອບມໍຣະດົກໃຫ້ແກ່ຄົນກາດຕາມຕະກູນຂອງເຂົາດ້ວຍ 25 ອານາເຂດຂອງເຂົາຄືຢາເຊີ ແລະຫົວເມືອງກິເລອາດທັງຫມົດ ເຄິ່ງນຶ່ງຂອງແຜ່ນດິນຄົນອັມໂມນເຖິງອາໂຣເອີ ຊຶ່ງຢູ່ທາງທິດຕາເວັນອອກຂອງເມືອງຣັບບາ 26 ຕັ້ງແຕ່ເມືອງເຣສໂບນຈົນເຖິງເມືອງຮາມັທມີສເປ ແລະເບໂທນີມ ແລະຕັ້ງແຕ່ມາຮານາອີມຈະເຖິງເຂດແດນເດບີຣ໌ 27 ໃນຫວ່າງພູມີເມືອງເບັດຮາຣາມ ເບັດນີມຣາ ຊັກໂກທ ແລະຊາໂຟນ ຣາຊອານາຈັກສ່ວນທີ່ເຫລືອຂອງຊີໂຮນກະສັດເມືອງເຮສໂບນນັ້ນ ມີແມ່ນ້ຳ ຈໍແດນເປັນເຂດແດນຈົນເຖິງທະເລຄີນເນເຣທດ້ານຕາເວັນອອກຂອງແມ່ນ້ຳຈໍແດນ 28 ນີ້ເປັນມໍຣະດົກຂອງຄົນເຜົ່າກາດຕາມຕະກູນຂອງເຂົາຮວມທັງຫົວເມືອງແລະຊົນນະບົດດ້ວຍ
ດິນແດນທີ່ແບ່ງໃຫ້ແກ່ຄົນມານັສເຊເຄິ່ງເຜົ່າ
29 ໂມເຊໄດ້ມອບມໍຣະດົກໃຫ້ແກ່ຄົນມານັສເຊເຄິ່ງເຜົ່າ ເປັນສ່ວນແບ່ງທີ່ໄດ້ກັບຄົນມານັສເຊເຄິ່ງເຜົ່າຕາມຕະກູນຂອງເຂົາ 30 ທ້ອງຖິ່ນຂອງເຂົາທັງຫລາຍເລີ້ມຕັ້ງແຕ່ມາຮານາອິມຕລອດບາຊານທັງຫມົດ ຄືຣາຊອານາຈັກທັງຫມົດຂອງໂອກກະສັດເມືອງບາຊານ ແລະຫົວເມືອງທັງຫມົດຂອງຢາອີຣ໌ມີຫົກສິບຫົວເມືອງດ້ວຍກັນຢູ່ໃນບາຊານ 31 ແລະກິເລອາດເຄິ່ງນຶ່ງແລະເມືອງອັສຕາໂຣທກັບເມືອງເອັດເຣອີ ຫົວເມືອງຂອງຣາຊອານາຈັກໂອກໃນບາຊານ ຫົວເມືອງເຫລົ່ານີ້ເປັນສ່ວນແບ່ງຂອງຄົນມາຄີຣ໌ຕາມຕະກູນຂອງເຂົາ 32 ເຫລົ່ານີ້ເປັນສ່ວນມໍຣະດົກຊຶ່ງໂມເຊໄດ້ແບ່ງປັນໃນທົ່ງຮາບພຽງໂມອາບຟາກແມ່ນ້ຳຈໍແດນຂ້າງຟາກນັ້ນທາງທິດຕາເວັນອອກຂອງເມືອງເຢຣິໂກ 33 ແຕ່ໂມເຊບໍ່ໄດ້ມອບມໍຣະດົກໃຫ້ແກ່ຄົນເລວີ ພຣະຜູ້ເປັນເຈົ້າຂອງອິສຣາເອນເປັນມໍຣະດົກຂອງເຂົາ ດັ່ງທີ່ພຣະອົງຊົງສັ່ງໄວ້ກັບເຂົາ
ປະເທດການາອານຖືກແບ່ງອອກ ດ້ວຍສະຫລາກ
1 ຕໍ່ໄປນີ້ເປັນສ່ວນມໍຣະດົກຊຶ່ງປະຊາຊົນອິສຣາເອນໄດ້ຮັບໃນແຜ່ນດິນການາອານ ຊຶ່ງປະໂຣຫິດເອເລອາຊາ ແລະໂຢຊວຍບຸດນູນ ແລະຫົວຫນ້າຕະກູນເຜົ່າຄົນອິສຣາເອນໄດ້ແຈກຈ່າຍໃຫ້ແກ່ເຂົາ 2 ມໍຣະດົກນີ້ເຂົາຈັບສະຫລາກແບ່ງກັນໃນລະຫວ່າງເກົ້າເຜົ່າເຄິ່ງ 3 ເພາະໂມເຊໄດ້ໃຫ້ມໍຣະດົກແກ່ຄົນສອງເຜົ່າເຄິ່ງທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນແລ້ວ ແຕ່ທ່ານບໍ່ໄດ້ແບ່ງສ່ວນໃຫ້ພວກເລວີ 4 ເພາະວ່າເຊື້ອສາຍຂອງໂຢເຊັບມີສອງເຜົ່າຄື ມານັສເຊແລະເອຟຣາອິມ ແລະພວກເລວີບໍ່ໄດ້ມີສ່ວນໃນແຜ່ນດິນນັ້ນ ໄດ້ແຕ່ຫົວເມືອງທີ່ຈະເຂົ້າອາໄສຢູ່ ກັບລານທົ່ງຫຍ້າຣອບເມືອງສຳລັບຝູງສັດແລະຊັບສິນຂອງເຂົາເທົ່ານັ້ນ 5 ຄົນອິສຣາເອນໄດ້ກະທຳຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງໄວ້ກັບໂມເຊ ເຂົາແບ່ງທີ່ດິນກັນ
ຍົກເຮໂບຣນໃຫ້ກາເລັບ
6 ຂນະນັ້ນຄົນຢູດາມາຫາໂຢຊວຍໃນເມືອງກີນການ ແລະກາເລັບບຸດເຢຟຸນເນຊາວຕະກູນເກນີສໄດ້ກ່າວແກ່ທ່ານວ່າ, “ທ່ານຊາບເຣື່ອງຊຶ່ງພຣະຜູ້ເປັນເຈົ້າໄດ້ສັ່ງກັບໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າທີ່ກາເດັສບາຣ໌ເນອາກ່ຽວກັບທ່ານແລະຂ້າພະເຈົ້າແລ້ວ 7 ເມື່ອໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໃຊ້ໃຫ້ຂ້າພະເຈົ້າໄປຈາກກາເດັສບາຣ໌ເນອາ ເພື່ອສອດແນມເບິ່ງແຜ່ນດິນ ຂ້າພະເຈົ້າມີອາຍຸສີ່ສິບປີ ຂ້າພະເຈົ້າໄດ້ນຳຂ່າວມາແຈ້ງແກ່ທ່ານຕາມຄວາມຄິດເຫັນຂອງຂ້າພະເຈົ້າ 8 ແຕ່ສ່ວນພີ່ນ້ອງຊຶ່ງຂຶ້ນໄປພ້ອມກັບຂ້າພະເຈົ້າໄດ້ກະທຳໃຫ້ຈິດໃຈຂອງປະຊາຊົນຢ້ານ ແຕ່ຂ້າພະເຈົ້າໄດ້ຕິດຕາມພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າຢ່າງສຸດໃຈ 9 ໃນວັນນັ້ນໂມເຊໄດ້ສາບານວ່າ “ແທ້ຈິງແຜ່ນດິນຊຶ່ງຕີນຂອງທ່ານໄດ້ຢຽບຢ່ຳໄປນັ້ນຈະຕົກເປັນມໍຣະດົກຂອງທ່ານແລະຂອງບຸດຫລານຂອງທ່ານສືບໄປເປັນນິດເພາະວ່າທ່ານໄດ້ຕິດຕາມພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າຢ່າງສຸດໃຈ 10 ບັດນີ້ ພຣະຜູ້ເປັນເຈົ້າຍັງຊົງໃຫ້ຂ້າພະເຈົ້າມີຊີວິດຢູ່ຕລອດສີ່ສິບຫ້າປີນີ້ ດັ່ງທີ່ພຣະອົງສັ່ງຕັ້ງແຕ່ ພຣະຜູ້ເປັນເຈົ້າສັ່ງເຊັ່ນນີ້ໄວ້ແກ່ໂມເຊ ເມື່ອຄົນອິສຣາເອນເດີນທາງຢູ່ໃນຖິ່ນກັນດານ ແລະວັນນີ້ຂ້າພະເຈົ້າມີອາຍຸແປດສິບຫ້າປີແລ້ວ 11 ຂ້າພະເຈົ້າຍັງມີກຳລັງແຂງແຮງ ເຊັ່ນດຽວກັບວັນທີ່ໂມເຊໃຊ້ໃຫ້ຂ້າພະເຈົ້າໄປ ກຳລັງຂອງຂ້າພະເຈົ້າໃນການທຳເສິກສົງຄາມຫລືອອກໄປແລະເຂົ້າມາດຽວນີ້ກໍເປັນເຫມືອນຄັ້ງນັ້ນ 12 ເພາະສະນັ້ນຂໍມອບແດນພູດອຍນີ້ ຊຶ່ງພຣະຜູ້ເປັນເຈົ້າສັ່ງໃນວັນນັ້ນໃຫ້ແກ່ຂ້າພະເຈົ້າ ເພາະທ່ານໄດ້ຍິນໃນວັນນັ້ນແລ້ວວ່າຄົນອານາກິມຢູ່ທີ່ນັ້ນ ມີຫົວເມືອງໃຫຍ່ທີ່ມີກຳແພງລ້ອມຢ່າງເຂັ້ມແຂງ ບາງທີ່ພຣະຜູ້ເປັນເຈົ້າຈະຊົງສະຖິດຢູ່ກັບຂ້າພະເຈົ້າ ຂ້າພະເຈົ້າຈະຂັບໄລ່ເຂົາອອກໄປໄດ້ ດັ່ງທີ່ພຣະຜູ້ເປັນເຈົ້າສັ່ງໄວ້ແລ້ວ” 13 ແລ້ວໂຢຊວຍ ກໍອວຍພອນແກ່ທ່ານ ແລະຍົກເມືອງເຮໂບຣນໃຫ້ກາເລັບບຸດເຢຟຸນເນເປັນມໍຣະດົກ 14 ເຮໂບຣນຈຶ່ງຕົກເປັນມໍຣະດົກແກ່ກາເລັບບຸດເຢຟຸນເນຕະກູນເກນິສຈົນເຖິງທຸກວັນນີ້ ເພາະວ່າທ່ານຕິດຕາມພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນຢ່າງສຸດໃຈ 15 ເມືອງເຮໂບຣນນັ້ນແຕ່ເດີມມີຊື່ວ່າກີຣີອາດອາຣ໌ບາ ອາຣ໌ບາຄົນນີ້ເປັນຄົນໃຫຍ່ໂຕທີ່ສຸດໃນຄົນອານາກິມ ແຜ່ນດິນຈຶ່ງສງົບຈາກການເສິກສົງຄາມ
ດິນແດນທີ່ແບ່ງໃຫ້ແກ່ເຜົ່າຢູດາ
1 ທີ່ດິນສ່ວນຂອງເຜົ່າຢູດາຕາມຕະກູນຂອງເຂົານັ້ນ ດ້ານໃຕ້ເຖິງເຂດແດນເມືອງເອໂດມ ຄືເຖິງຖິ່ນກັນດານຊີນເປັນທີ່ສຸດປາຍເຂດດ້ານໃຕ້ 2 ເຂດແດນທາງທິດໃຕ້ນັ້ນຕັ້ງແຕ່ຕົ້ນຈາກປາຍທະເລຕາຍ ຄືຕັ້ງແຕ່ອ່າວ ຊຶ່ງໄປທາງທິດໃຕ້ 3 ອອກໄປທາງດ້ານໃຕ້ຂອງທາງຂຶ້ນເນີນອັກຣັບບີມຜ່ານໄປເຖິງຊີນ ແລ້ວຂຶ້ນໄປທາງດ້ານໃຕ້ເມືອງກາເດັສບາຣ໌ເນອາ ຕາມທາງເມືອງເຮສໂຣນເຖິງເມືອງອັດດາລ້ຽວໄປເຖິງເມືອງກາຣ໌ກາ 4 ຜ່ານເລື້ອຍໄປເຖິງອັສໂມນ ອອກໄປເຖິງລຳທານເອຢິບມາສິ້ນສຸດລົງທີ່ທະເລ ທີ່ກ່າວນີ້ຈະເປັນເຂດແດນດ້ານໃຕ້ຂອງທ່ານ 5 ເຂດແດນທາງດ້ານຕາເວັນອອກຄືທະເລຕາຍຂຶ້ນໄປເຖິງປາກແມ່ນ້ຳຈໍແດນ ແລະເຂດແດນດ້ານເຫນືອ ຕັ້ງແຕ່ອ່າວທີ່ທະເລຕົງປາກແມ່ນ້ຳຈໍແດນ 6 ແລະເຂດແດນນັ້ນອອກໄປເຖິງເບັດໂຣກລາ ແລະຜ່ານໄປຕາມດ້ານເຫນືອຂອງເມືອງເບັດອາຣາບາ ແລະເຂດແດນອອກຕໍ່ໄປເຖິງກ້ອນຫີນໂບຮານບຸດຣູເບນ 7 ແລະເຂດແດນອອກໄປເຖິງເດບີຣ໌ຈາກຮ່ອມພູອາໂຄ ຕົງໄປທາງທິດເຫນືອລ້ຽວໄປຫາເມືອງກິນການຊຶ່ງຢູ່ກົງກັນຂ້າມທາງຂ້າມພູທີ່ຊື່ອາດູມມິມ ຊຶ່ງຢູ່ທາງດ້ານໃຕ້ຂອງຮ່ອມພູແລະເຂດແດນກໍຜ່ານໄປເຖິງນ້ຳພຸເອນເຊເມສ ໄປສິ້ນສຸດລົງທີ່ເອນໂຣເກນ 8 ແລ້ວເຂດແດນກໍອອກໄປຕາມຮ່ອມພູ ບຸດຮີນໂນມ ເຖິງສັນພູດ້ານໃຕ້ຂອງເມືອງຄົນເຢບຸສ (ຄືເຢຣູຊາເລັມ) ແລ້ວເຂດແດນກໍອອກໄປເຖິງຍອດພູຊຶ່ງຢູ່ເຫນືອຮ່ອມພູຮີນໂນມທາງດ້ານຕາເວັນອອກ ທີ່ຮ່ອມພູເຣຟາອີມດ້ານເຫນືອສຸດ 9 ແລ້ວເຂດແດນກໍອອກໄປຈາກຍອດພູເຖິງນ້ຳພຸແຫ່ງລຳຫ້ວຍເນັຟໂຕອາ ຈາກທີ່ນັ້ນກໍມາເຖິງຫົວເມືອງແຫ່ງພູຂອງເອໂຟຣນ ແລ້ວເຂດແດນກໍລ້ຽວໂຄ້ງຈາກບາອາລາ (ຄືເມືອງກິຣີອາດເຢອາຣີມ) 10 ແລ້ວເຂດແດນກໍລ້ຽວໂຄ້ງຈາກບາອາລາໄປທາງທິດຕາເວັນຕົກເຖິງພູເຊອີຣ໌ ຜ່ານໄປຕາມສັນພູຢາອາຣິມດ້ານເຫນືອ (ຄືເຄສອາໂຣນ) ລົງໄປເຖິງເບັດເຊເມສຜ່ານເມືອງຕິມນາໄປ 11 ແລ້ວເຂດແດນກໍອອກໄປຈາກທາງສັນເນີນພູດ້ານເຫນືອຂອງເມືອງເອກໂຣນແລ້ວກໍໂຄ້ງໄປຫາເມືອງຊິກເກໂຣນຜ່ານໄປເຖິງພູບາອາລາອອກໄປເຖິງເມືອງຢັບເນເອນແລະເຂດແດນກໍມາສິ້ນສຸດລົງທີ່ທະເລ 12 ເຂດແດນດ້ານຕາເວັນຕົກ ຄືທະເລໃຫຍ່ຕາມຝັ່ງທະເລ ນີ້ເປັນເຂດແດນລ້ອມຮອບຄົນຢູດາຕາມຕະກູນຂອງເຂົາ
ເລັບຊະນະເຮໂບຣນ ແລະເດບີຣ໌
13 ຕາມພຣະດຳຣັດຂອງພຣະຜູ້ເປັນເຈົ້າສັ່ງແກ່ໂຢຊວຍ ທ່ານຍົກທີ່ດິນສ່ວນນຶ່ງໃນເຂດຂອງຄົນຢູດາໃຫ້ແກ່ກາເລັບບຸດເຢຟຸນເນ ຄືກິຣີອາດອາຣາບາທີ່ເອີ້ນເມືອງເຮໂບຣນ (ອາຣາບາເປັນບິດາຂອງອານາກ) 14 ກາເລັບໄດ້ຂັບໄລ່ບຸດທັງສາມຂອງອານາກອອກຈາກທີ່ນັ້ນຄື ເຊຊັຍ ອາຮີມານ ແລະຕັລມັຍຜູ້ເປັນເຊື້ອສາຍຂອງອານາກ 15 ທ່ານຂຶ້ນໄປຈາກທີ່ນັ້ນຈະຕໍ່ສູ້ກັບຊາວເມືອງເດບີຣ໌ ເມືອງເດບີຣ໌ເດີມມີຊື່ວ່າ ກີຣີອາດເຊເຟີ 16 ກາເລັບກ່າວວ່າ, “ຜູ້ໃດໂຈມຕີເມືອງກິຣີອາດເຊເຟີ ແລະຍຶດໄດ້ເຮົາຈະຍົກອັກສາບຸດສາວຂອງເຮົາໃຫ້ເປັນພັຣຍາ” 17 ແລະໂອທນີເອນບຸດເກນັສ ນ້ອງກາເລັບຕີເມືອງນັ້ນໄດ້ ທ່ານຈຶ່ງຍົກອັກສາບຸດສາວຂອງທ່ານໃຫ້ເປັນເມັຽ 18 ຢູ່ມາເມື່ອແຕ່ງງານກັນແລ້ວ ນາງຈຶ່ງຊວນຜົວໃຫ້ຂໍທີ່ນາຕໍ່ບິດາ ນາງກໍລົງຈາກຫລັງລໍ ແລະກາເລັບຖາມນາງວ່າ, “ເຈົ້າຕ້ອງການຫຍັງ” 19 ນາງຕອບທ່ານວ່າ, “ຂໍຂອງຂວັນໃຫ້ລູກຈັກຢ່າງນຶ່ງເຖີດ ເມື່ອພໍ່ໃຫ້ຂ້ານ້ອຍມາຢູ່ໃນແຜ່ນດິນເນເກັບລູກຂໍນ້ຳພຸດ້ວຍ” ກາເລັບກໍຍົກນ້ຳພຸເທິງ ແລະນ້ຳພຸລຸ່ມໃຫ້ແກ່ນາງ
ຫົວເມືອງຂອງເຜົ່າຢູດາ
20 ຕໍ່ໄປນີ້ເປັນມໍຣະດົກຂອງເຜົ່າຄົນຢູດາຕາມຕະກູນຂອງເຂົາ 21 ຫົວເມືອງທີ່ເປັນຂອງເຜົ່າຄົນຢູດາ ຊຶ່ງຢູ່ທາງທິດໃຕ້ສຸດ ທາງເຂດແດນເອໂດມຄືເມືອງກັບເຊເອນ ເອເດີ ຢາກູຣ໌ 22 ກີນາ ດີໂມຣາ ອາດາດາ 23 ເກເດສ ຮາໂຊຣ໌ ອິທນານ 24 ຊີຟ ເຕເລມ ເບອາໂລທ 25 ຮາໂຊຣ໌ ຮາດັດຕາ ເກຣີໂຢດ ເຮສໂຣນ(ຄືເມືອງຮາໂຊຮ໌) 26 ອາມາມ ເຊມາ ໂມລາດາ 27 ຮາຊາຣ໌ ກາດດາ ເຮສໂມນ ເບັດເປເລັດ 28 ຮາຊາຣ໌ຊູອານ ເບເອີເຊບາ ບີຊີໂອທີຢາ 29 ບາອາລາ ອີອີມ ເອເຊມ 30 ເອນໂຕລາດ ເຄຊີນ ໂຮຣ໌ມາ 31 ຊີກລາກ ມັດມານນາ ຊານຊານນາ 32 ເລບາໂອດ ຊີນຮີມ ອາອີນ ແລະຣີມໂມນ ຮວມທັງຫມົດເປັນຊາວເກົ້າຫົວເມືອງ ກັບຊົນນະບົດຂອງເມືອງນັ້ນດ້ວຍ 33 ເມືອງຕ່າງໆທີ່ຢູ່ຕາມຕີນພູ ມີເມືອງເອສຕາໂອນ ເຊຣາ ອັສນາ 34 ຊາໂນອາ ເອນກັນນີມ ຕັປປູອາ ເອນາມ 35 ຢາຣ໌ມູທ ອາດູນລາມ ເຊໂກ ອາເຊກາ 36 ຊາອາຣາອີມ ອາດີທາອີມ ເກເດຣາ ເກເດໂຣທາອີມ ຮວມເປັນສິບສີ່ຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ 37 ເມືອງເຊນານ ຮາດັສອາ ມີກດັນກາດ 38 ດິນອານ ມີສເປ ໂຢກເທເອນ 39 ລາຄີສ ໂບສກາດ ເອກໂລນ 40 ກັບໂບນ ລາມາມ ຄີດລີສ 41 ເກເດໂຣທ ເບັດດາໂກນ ນາອາມາ ແລະມັກເກດາ ຮວມເປັນສິບຫົກຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ 42 ລີບນາ ເອເທີ ອາຊານ 43 ອີຟຕາ ອັສນາ ເນຊີບ 44 ເກອີລາ ອັກຊີບ ແລະມາເຣຊາ ຮວມເປັນເກົ້າຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ 45 ເອກໂລນກັບຫົວເມືອງແລະຊົນນະບົດເມືອງນັ້ນ 46 ຈາກກຸງເອກໂລນເຖິງທະເລ ແລະບັນດາເມືອງທີ່ຢູ່ໃກ້ອັສໂດດກັບຊົນນະບົດຂອງເມືອງນັ້ນ 47 ອັສໂດດກັບຫົວເມືອງແລະຊົນນະບົດເມືອງນັ້ນ ກາຊາກັບຫົວເມືອງແລະຊົນນະບົດເມືອງນັ້ນ ຈົນເຖິງລຳທານເອຢິບ ແລະທະເລໃຫຍ່ພ້ອມກັບຝັ່ງຊາຍທະເລ 48 ແລະໃນພູດອຍ ຄືຊາມີຣ໌ ຢັດຕີຣ໌ ເຊໂກ 49 ດານນາ ກີຣີອາດຊານນາ (ຄືເມືອງເດບີຣ໌) 50 ອານັບ ເອັສເຕໂມ ອານີມ 51 ໂກເຊນ ໂຮໂລນ ແລະກີໂລ ຮວມເປັນສິບເອັດຫົວເມືອງກັບຊົນນະບົດຂອງເມືອງນັ້ນ 52 ອາຣັບ ດູມາ ເອຊານ 53 ຢານີມ ເບັດຕັປປູອາ ອາເຟກາ 54 ຮູມຕາ ກິຣີອາດອາຣ໌ບາ (ຄືເມືອງເຮໂບຣນ) ແລະຊີໂອຣ໌ ຮວມເກົ້າຫົວເມືອງກັບຊົນນະບົດຂອງເມືອງນັ້ນ 55 ມາໂອນ ກາຣ໌ເມນ ຊີຟ ຢູດຕາ 56 ເຢສເຣເອນ ໂຢກເດອາມ ຊາໂນອາ 57 ກາອີນ ກີເບອາ ແລະຕີມນາ ຮວມສິບຫົວເມືອງກັບຊົນນະບົດຂອງເມືອງນັ້ນ 58 ຮັລຮູນ ເບັດຊູຣ໌ ເກໂດຣ໌ 59 ມາອາຣັທ ເບັດອາໂນທ ແລະເອນເຕໂກນ ຮວມຫົກຫົວເມືອງກັບຊົນນະບົດຂອງເມືອງນັ້ນ 60 ກິຣີອາດບາອານ (ຄືເມືອງກີຣີອາດເຢອາຣີມ) ແລະຣັບບາ ຮວມສອງຫົວເມືອງກັບຊົນນະບົດຂອງເມືອງນັ້ນ 61 ເມືອງທີ່ໃນຖິ່ນກັນດານ ຄືເບັດອາຣາບາ ມີດດິນ ເຊກາກາ 62 ນີບຊານ ເມືອງເກືອ ແລະເອນເກດີ ຮວມຫົກຫົວເມືອງກັບຊົນນະບົດຂອງເມືອງນັ້ນ 63 ແຕ່ຄົນເຢບຸສຊຶ່ງເປັນຊາວເມືອງເຢຣູຊາເລັມນັ້ນ ປະຊາຊົນຢູດາບໍ່ໄດ້ຂັບໄລ່ໄປ ດັ່ງນັ້ນແຫລະຄົນເຢບຸສຈຶ່ງອາໄສຢູ່ກັບປະຊາຊົນຢູດາຈົນເຖິງທຸກວັນນີ້
ດິນແດນທີ່ແບ່ງໃຫ້ແກ່ເຜົ່າເອຟຣາອິມ ແລະມານັສເຊ
1 ທີ່ດິນຕາມສະຫລາກຂອງເຊື້ອສາຍໂຢເຊັບນັ້ນເລີ້ມຈາກແມ່ນ້ຳຈໍແດນໃກ້ໆເມືອງເຢຣິໂກ ທິດຕາເວັນອອກຂອງນ້ຳພຸເຢຣິໂກເຂົ້າໄປໃນຖິ່ນກັນດານຂຶ້ນໄປຈາກເຢຣິໂກໄປໃນແດນພູດອຍເບັດເອນ 2 ຈາກເມືອງເບັດເອນໄປຍັງເມືອງລູສ ຜ່ານເລື່ອຍໄປເຖິງເມືອງອາຕາໂຣທ ຍັງເຂດຂອງຄົນອາຣ໌ຄີ 3 ແລ້ວລົງໄປທາງທິດຕາເວັນຕົກເຖິງເຂດຂອງຄົນຢັຟເລທທີ່ໄກອອກໄປຈົນເຖິງເຂດເມືອງເບັດໂຮໂຣນລຸ່ມເຖິງເມືອງເກເຊີໄປສິ້ນສຸດລົງທີ່ທະເລ 4 ເຊື້ອສາຍຂອງໂຢເຊັບ ຄືຄົນມານັສເຊ ແລະຄົນເອຟຣາອີມ ໄດ້ຮັບມໍຣະດົກຂອງເຂົາ 5 ເຂດຂອງຄົນເອຟຣາອີມຕາມຕະກູນຂອງເຂົາເປັນດັ່ງນີ້ ເຂດແດນມໍຣະດົກອຂງເຂົາດ້ານຕາເວັນອອກ ເລີ້ມແຕ່ເມືອງອາຕາໂຣທອັດດາຣ໌ໄກໄປຈົນເຖິງເບັດໂຮໂຣນເທິງ 6 ແລະເຂດແດນອອກໄປເຖິງທະເລທາງທິດເຫນືອຄືເມືອງມິກເມທັດ ທາງດ້ານຕາເວັນອອກເຂດແດນໂຄ້ງມາຫາເມືອງຕາອານັທຊີໂລ ແລ້ວຜ່ານພົ້ນເມືອງນີ້ໄປທາງຕາເວັນອອກຂອງເມືອງຢາໂນອາ 7 ແລ້ວລົງໄປຈາກຢາໂນອາເຖິງເມືອງອາຕາໂຣທແລະເມືອງນາອາຣາ ໄປຕີດເມືອງເຢຣິໂກສິ້ນສຸດລົງທີ່ແມ່ນ້ຳຈໍແດນ 8 ຈາກຕັປປູອາເຂດແດນລົງໄປທາງທິດຕາເວັນຕົກເຖິງລຳທານການາໄປສິ້ນສຸດລົງທີ່ທະເລ ນີ້ເປັນດິນແດນມໍຣະດົກຂອງຄົນເອຟຣາອີມຕາມຕະກູນຂອງເຂົາ 9 ຮວມທັງຫົວເມືອງຊຶ່ງແບ່ງແຍກໄວ້ໃຫ້ຄົນເອຟຣາອີມໃນດິນແດນມໍຣະດົກຂອງຄົນມານັສເຊ ຄືຫົວເມືອງເຫລົ່ານັ້ນ ກັບຊົນນະບົດຂອງເມືອງນັ້ນດ້ວຍ 10 ເຖິງຢ່າງໃດກໍຕາມເຂົາບໍ່ໄດ້ຂັບໄລ່ຄົນການາອານຊຶ່ງອາໄສຢູ່ໃນເມືອງເກເຊີໃຫ້ອອກໄປ ດັ່ງນັ້ນຄົນການາອານຈຶ່ງອາໄສຢູ່ໃນຫມູ່ຄົນເອຟຣາອີມເຖິງທຸກວັນນີ້ ແຕ່ກໍຕົກເປັນທາດຖືກເກນໃຫ້ທຳງານໂຍທາ
1 ທີ່ດິນຕາມສະຫລາກເປັນຢ່າງນີ້ທີ່ຕົກແກ່ເຜົ່າມານັສເຊ ເພາະເປັນບຸດຫົວປີຂອງໂຢເຊັບ ສ່ວນມາຄີບຸດຫົວປີຂອງມານັສເຊ ບິດາຂອງກິເລອາດ ແລະເມືອງບາຊານເປັນສ່ວນແບ່ງ ເພາະວ່າເຂົາເປັນທະຫານ 2 ແລະທີ່ດິນຕາມສະຫລາກຕົກແກ່ຄົນເຜົ່າມານັສເຊທີ່ເຫລືອຢູ່ຕາມຕະກູນ ຄືອາບີເອເຊີ ເຮເລກ ອັສຣີເອນ ເຊເຄມ ເຮເຟີ ແລະເຊມີດາ ບຸກຄົນເຫລົ່ານີ້ເປັນເຊື້ອສາຍຜູ້ຊາຍຂອງມານັສເຊ ຜູ້ເປັນບຸດຂອງໂຢເຊັບ ຕາມຕະກູນຂອງເຂົາ 3 ຝ່າຍເຊໂລເຟຮັດບຸດຂອງເຮເຟີ ບຸດຂອງກິເລອາດ ບຸດຂອງມາຄີຣ໌ ບຸດຂອງມານັສເຊ ບໍ່ມີບຸດຊາຍ ມີແຕ່ບຸດຕຣີ ແລະຕໍ່ໄປນີ້ເປັນຊື່ບຸດຕຣີຂອງເຂົາ ຄືມາລາ ໂນອາ ຮົກລາ ມີນກາ ແລະຕີຣ໌ຊາ 4 ເຂົາເຂົ້າມາຫາປະໂຣຫິດເອເລອາຊາ ແລະໂຢຊວຍບຸດນູນ ແລະບັນດາຜູ້ນຳແລະກ່າວວ່າ, “ພຣະຜູ້ເປັນເຈົ້າໄດ້ຊົງສັ່ງໂມເຊໄວ້ວ່າ ໃຫ້ຂ້າພະເຈົ້າທັງຫລາຍຮັບສ່ວນມໍຣະດົກໃນຫມູ່ຍາດພີ່ນ້ອງຂອງຂ້າພະເຈົ້າທັງຫລາຍໄດ້” ດັ່ງນັ້ນທ່ານຈຶ່ງໃຫ້ມໍຣະດົກແກ່ຄົນເຫລົ່ານີ້ໃນຫມູ່ພີ່ນ້ອງຂອງບິດາຂອງເຂົາຕາມພຣະບັນຍັດແຫ່ງພຣະຜູ້ເປັນເຈົ້າ 5 ດັ່ງນີ້ແຫລະສ່ວນທີ່ຕົກແກ່ຄົນມານັສເຊຈຶ່ງມີສິບສ່ວນ ນອກເຫນືອດິນແດນກິເລອາດແລະບາຊານຊຶ່ງຢູ່ຟາກຕາເວັນອອກຂອງແມ່ນ້ຳຈໍແດນ 6 ເພາະວ່າບຸດຕຣີຂອງມານັສເຊໄດ້ຮັບມໍຣະດົກພ້ອມກັບບຸດຊາຍຂອງທ່ານດ້ວຍ ແຜ່ນດິນ ກິເລອາດນັ້ນ ໄດ້ຕົກເປັນສ່ວນຂອງບຸດຫລານມານັສເຊທີ່ເຫລືອຢູ່ 7 ເຂດແດນຂອງມານັສເຊຕັ້ງຕົ້ນຈາກອາເຊີຈົນເຖິງມີກເມທາດ ຊຶ່ງຢູ່ທາງທິດຕາເວັນອອກຂອງເມືອງເຊເຄມແລ້ວ ເຂດແດນກໍຕໍ່ອອກໄປທາງທິດໃຕ້ ເຖິງທີ່ຂອງຊາວເມືອງເອນຕັປປູອາ 8 ແຜ່ນດິນເມືອງຕັປປູອາເປັນຂອງມານັສເຊ ແຕ່ຕົວເມືອງຕັປປູອາຊຶ່ງຢູ່ທີ່ເຂດແດນຂອງມານັສເຊນັ້ນເປັນຂອງເຊື້ອສາຍເອຟຣາອີມ 9 ແລ້ວເຂດແດນກໍລົງໄປເຖິງລຳທານການາ ຫົວເມືອງເຫລົ່ານີ້ຊຶ່ງຢູ່ທາງທິດໃຕ້ລຳທານໃນຖ້າມກາງຫົວເມືອງຂອງມານັສເຊນັ້ນເປັນຂອງເອຟຣາອີມ ແລ້ວເຂດແດນຂອງມານັສເຊກໍຂຶ້ນໄປທາງດ້ານເຫນືອຂອງລຳທານໄປສິ້ນສຸດລົງທີ່ທະເລ 10 ແຜ່ນດິນທາງດ້ານໃຕ້ເປັນຂອງເອຟຣາອີມ ແລະແຜ່ນດິນທາງດ້ານເຫນືອເປັນຂອງມານັສເຊມີທະເລເປັນເຂດແດນ ທາງເຫນືອຈົນເຖິງດິນແດນເອເຊີ ແລະທາງທິດຕາເວັນອອກຈົນເຖິງອິສຊາຄາ 11 ໃນເຂດອິສຊາຄາແລະໃນອາເຊີນັ້ນ ມານັສເຊຍັງມີເມືອງເບັດເຊອານກັບຊົນນະບົດຂອງເມືອງນັ້ນ ແລະເມືອງອີບເລອາມກັບຊົນນະບົດຂອງເມືອງນັ້ນ ແລະຊາວເມືອງໂດຣ໌ກັບຊົນນະບົດຂອງເມືອງນັ້ນ ແລະຊາວເມືອງຕາອານາກກັບຊົນນະບົດຂອງເມືອງນັ້ນ ແລະຊາວເມືອງເມກີດໂດກັບຊົນນະບົດຂອງເມືອງນັ້ນ ຄືພູເຂົາທັງສາມຍອດ 12 ແຕ່ຄົນມານັສເຊຍັງຂັບໄລ່ແລະຍຶດຄອງເມືອງເຫລົ່ານັ້ນບໍ່ໄດ້ ດ້ວຍຄົນການາອານຍັງຂຶ້ນອາໄສຢູ່ໃນແຜ່ນດິນນັ້ນ 13 ແຕ່ເມື່ອຄົນອິສຣາເອນເຂັ້ມແຂງຂຶ້ນແລ້ວ ກໍໄດ້ເກນຄົນການາອານໃຫ້ທໍາງານໂຍທາ ແລະບໍ່ໄດ້ຂັບໄລ່ໃຫ້ເຂົາອອກໄປໃຫ້ຫມົດ 14 ຄົນເຜົ່າໂຢເຊັບໄດ້ເວົ້າກັບໂຢຊວຍວ່າ, “ເຫດໃດທ່ານຈຶ່ງແບ່ງໃຫ້ຂ້າພະເຈົ້າມີແຕ່ສ່ວນດຽວເປັນມໍຣະດົກ ແມ່ນວ່າຂ້າພະເຈົ້າມີຄົນຫລາຍເພາະວ່າພຣະຜູ້ເປັນເຈົ້າໄດ້ຊົງອວຍພຣະພອນແກ່ພວກຂ້າພະເຈົ້າມາຈົນເຖິງບັດນີ້ແລ້ວ” 15 ຝ່າຍໂຢຊວຍຕອບເຂົາວ່າ, “ຖ້າເຈົ້າມີຄົນຫລາຍ ພວກເຈົ້າຈົ່ງເຂົ້າໄປໃນປ່າແລ້ວຖາງເອົາເອງ ທີ່ໃນແຜ່ນດິນຂອງຄົນເປຣີສຊີ ແລະຄົນເຣຟາອີມ ເພາະວ່າພູດອຍຂອງຄົນເອຟຣາອີມເປັນບ່ອນແຄບ” 16 ຄົນເຜົ່າໂຢເຊັບເວົ້າວ່າ, “ແດນພູດອຍນີ້ບໍ່ພໍສຳລັບພວກເຮົາ ຝ່າຍຄົນການາອານ ຊຶ່ງຢູ່ໃນທີ່ຮາບພຽງມີຣົດຮົບທຳດ້ວຍເຫລັກທັງທີ່ຢູ່ໃນເບັດເຊອານກັບຊົນນະບົດຂອງເມືອງນັ້ນກັບທີ່ຢູ່ໃນພູເຢສເຣເອນ 17 ແລ້ວໂຢຊວຍຈຶ່ງກ່າວແກ່ເຊື້ອສາຍໂຢເຊັບ ຄືເອຟຣາອີມແລະມານັສເຊວ່າ, “ທ່ານທັງຫລາຍເປັນພວກທີ່ມີຄົນຫລາຍແລະມີກຳລັງມະຫາສານ ທ່ານຈະມີສ່ວນແບ່ງແຕ່ສ່ວນດຽວກໍວ່າບໍ່ໄດ້ 18 ແມ່ນວ່າພູດອຍເຫລົ່ານັ້ນ ຈະເປັນຂອງພວກທ່ານເຖິງແມ່ນວ່າເປັນປ່າດອນທ່ານຈົ່ງຖາກຖາງແລະຍຶດຄອງໄປຈົນສຸດເຂດເຖີດ ແມ້ວ່າຄົນການາອານຈະມີຣົດຮົບທຳດ້ວຍເຫລັກ ແລະເປັນຄົນເຂັ້ມແຂງ ທ່ານທັງຫລາຍກໍຈະຂັບໄລ່ເຂົາອອກໄປໄດ້”
ດິນແດນທີ່ແບ່ງກັນທີ່ຊີໂລ
1 ຝ່າຍຊຸມນຸມຊົນອິສຣາເອນທັງສິ້ນກໍມາປະຊຸມກັນທີ່ຊີໂລ ແລະຕັ້ງເຕັນນັດພົບຂຶ້ນທີ່ນັ້ນ ແຜ່ນດິນນັ້ນກໍຕົກຢູ່ໃນຄອບຄອງຂອງເຂົາ 2 ຍັງມີປະຊາຊົນອິສຣາເອນອີກເຈັດເຜົ່າທີ່ຍັງບໍ່ໄດ້ຮັບມໍຣະດົກເປັນສ່ວນແບ່ງ 3 ດັ່ງນັ້ນໂຢຊວຍຈຶ່ງກ່າວແກ່ອິສຣາເອນວ່າ, “ທ່ານທັງຫລາຍຈະລໍຊ້າຢູ່ດົນປານໃດຈຶ່ງຈະເຂົ້າໄປຍຶດຄອງທີ່ດິນຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງບັນພະບຸຣຸດຂອງທ່ານປະທານແກ່ທ່ານທັງຫລາຍ 4 ຈົ່ງເລືອກຄົນເຜົ່າລະສາມຄົນ ແລ້ວຂ້າພະເຈົ້າຈະໃຊ້ຄົນເຫລົ່ານັ້ນໄປທ່ອງທ່ຽວຂຶ້ນລ່ອງຢູ່ທີ່ແຜ່ນດິນນັ້ນ ໃຫ້ຂຽນແນວເຂດທີ່ດິນທີ່ຈະມອບເປັນມໍຣະດົກ ແລະມາຫາຂ້າພະເຈົ້າ 5 ໃຫ້ເຂົາແບ່ງອອກເປັນເຈັດສ່ວນ ໃຫ້ຄົນຢູດາຄົງຢູ່ໃນດິນແດນຂອງເຂົາທາງພາກໃຕ້ ແລະຄົນເຜົ່າໂຢເຊັບໃຫ້ຄົງຢູ່ໃນດິນແດນທາງພາກເຫນືອ 6 ໃຫ້ທ່ານທັງຫລາຍຂຽນແນວເຂດທີ່ດິນເປັນເຈັດສ່ວນ ແລ້ວນຳແນວເຂດທີ່ດິນນັ້ນມາໃຫ້ຂ້າພະເຈົ້າທີ່ນີ້ ແລະຂ້າພະເຈົ້າຈະຈັບສະຫລາກໃຫ້ທ່ານທີ່ນີ້ ຕໍ່ພຣະພັກພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຣົາ 7 ເພາະຄົນເລວີ ບໍ່ມີສ່ວນແບ່ງໃນຫມູ່ພວກທ່ານທັງຫລາຍ ດ້ວຍຕຳແຫນ່ງປະໂຣຫິດຂອງພຣະຜູ້ເປັນເຈົ້າເປັນມໍຣະດົກຂອງເຂົາແລ້ວ ເຜົ່າກາດ ແລະເຜົ່າຣູເບນ ກັບເຜົ່າມານັສເຊເຄິ່ງນຶ່ງກໍໄດ້ຮັບມໍຣະດົກຂອງເຂົາທາງຟາກແມ່ນ້ຳຈໍແດນດ້ານຕາເວັນອອກຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ມອບໃຫ້ແກ່ເຂົາທັງຫລາຍແລ້ວ” 8 ຝ່າຍຄົນເຫລົ່ານັ້ນກໍອອກເດີນທາງແລະໂຢຊວຍໄດ້ໃຫ້ຄຳແນະນຳພວກທີ່ຈະຂຽນແນວເຂດທີ່ດິນວ່າ, “ຈົ່ງທ່ຽວຂຶ້ນທ່ຽວລ່ອງໃນແຜ່ນດິນ ແລະຂຽນແນວເຂດທີ່ດິນນັ້ນແລ້ວກັບມາຫາຂ້າພະເຈົ້າ ຂ້າພະເຈົ້າຈະຈັບສະຫລາກໃຫ້ທ່ານຕໍ່ພຣະພັກພຣະຜູ້ເປັນເຈົ້າທີ່ຊີໂລ” 9 ດັ່ງນັ້ນຄົນເຫລົ່ານັ້ນກໍທ່ອງທ່ຽວໄປມາທີ່ແຜ່ນດິນ ແລ້ວຂຽນເປັນຫນັງສືແນວເຂດເມືອງຕ່າງໆແບ່ງເປັນເຈັດສ່ວນແລ້ວກັບມາຫາໂຢຊວຍໃນຄ້າຍທີ່ຊີໂລ 10 ແລ້ວໂຢຊວຍກໍຈັບສະຫລາກໃຫ້ເຂົາຕໍ່ພຣະພັກ ພຣະຜູ້ເປັນເຈົ້າ ໂຢຊວຍກໍໄດ້ຈັດແບ່ງທີ່ດິນໃຫ້ແກ່ປະຊາຊົນອິສຣາເອນທີ່ນັ້ນຕາມສ່ວນແບ່ງຂອງແຕ່ລະເຜົ່າ
ດິນແດນທີ່ແບ່ງໃຫ້ແກ່ເຜົ່າເບັນຢາມີນ
11 ຈັບໄດ້ສະຫລາກຂອງເຜົ່າເບັນຢາມີນຕາມເຊື້ອສາຍຂອງເຂົາຂຶ້ນມາ ແລະດິນແດນທີ່ເປັນສ່ວນ ຂອງເຂົາຢູ່ລະຫວ່າງເຜົ່າຢູດາແລະເຜົ່າໂຢເຊັບ 12 ທາງດ້ານເຫນືອເຂດແດນຂອງເຂົາເລີ້ມຕົ້ນທີ່ແມ່ນ້ຳຈໍແດນ ແລະເຂດແດນກໍຕໍ່ຂຶ້ນໄປເຖິງສັນພູຕອນເຫນືອຂອງເມືອງເຢຣິໂກແລ້ວຂຶ້ນໄປທາງແດນພູດອຍທາງທິດຕາເວັນຕົກ ແລະໄປສິ້ນສຸດທີ່ຖິ່ນກັນດານເບັດອາເວນ 13 ຈາກທີ່ນັ້ນເຂດແດນກໍອອກໄປທາງທິດໃຕ້ໄປສູ່ເມືອງລູສ (ເມືອງດຽວກັບເມືອງເບັດເອນ) ແລ້ວເຂດແດນກໍລົງໄປເຖິງອາຕາໂຣທອັດດາຣ໌ ເທິງພູຊຶ່ງຢູ່ທາງທິດໃຕ້ຂອງເມືອງເບັດໂຮໂຣນທາງລຸ່ມ 14 ແລ້ວເຂດແດນກໍຕໍ່ອອກໄປອີກທິດນຶ່ງໂຄ້ງໄປທາງທິດໃຕ້ເປັນດ້ານຕາເວັນຕົກ ຈາກພູຊຶ່ງຢູ່ທິດໃຕ້ກົງກັນຂ້າມເມືອງເບັດໂຮໂຣນ ແລະໄປສິ້ນສຸດລົງທີ່ກິຣີອາດບາອານ (ຄືກິຣີອາດເຢອາຣິມ) ເປັນເມືອງທີ່ເປັນຂອງເຜົ່າຢູດາ ນີ້ແຫລະເປັນເຂດແດນດ້ານຕາເວັນຕົກ 15 ແລະດ້ານໃຕ້ນັ້ນເລີ້ມຕົ້ນທີ່ຊານເມືອງກິຣີອາດເຢອາຣິມ ແລະເຂດແດນກໍຕໍ່ຈາກທີ່ນັ້ນໄປຍັງທາງຕາເວັນຕົກເຖິງນ້ຳພຸເນັຟໂຕອາ 16 ແລ້ວເຂດແດນກໍຕໍ່ລົງໄປສຸດເຂດພູຊຶ່ງມອງລົງມາເຫັນຮ່ອມພູແຫ່ງບຸດຂອງຮີນໂນມ ຊຶ່ງຢູ່ທາງປາຍເຫນືອສຸດຂອງຮ່ອມພູເອຟຣາອິມ ແລ້ວກໍລົງໄປທີ່ຮ່ອມພູຮີນໂນມໃຕ້ສັນພູຂອງຄົນເຢບຸສແລ້ວລົງໄປເຖິງເມືອງເອນໂຣເກນ 17 ແລ້ວໂຄ້ງໄປທາງທິດເຫນືອໄປເຖິງເອນເຊເມສ ຈາກທີ່ນັ້ນກໍຕົງໄປຍັງເກລີໂລທ ຊຶ່ງຢູ່ກົງກັນຂ້າມກັບທາງຂ້າມເຂົາຊື່ອາດູມມີມ ແລ້ວລົງໄປຍັງກ້ອນຫີນບູຮານບຸດຂອງຣູເບນ 18 ແລ້ວຜ່ານໄປທາງທິດເຫນືອເຖິງສັນພູກົງກັນຂ້າມເບັດອາຣາບາແລ້ວລົງໄປສູ່ອາຣາບາ 19 ແລ້ວເຂດແດນກໍຜ່ານໄປທາງທີດເຫນືອເຖິງສັນພູທີ່ເບັດໂຮກລາ ແລະເຂດແດນໄປສິ້ນສຸດລົງທີ່ອ່າວດ້ານເຫນືອ ຂອງທະເລຕາຍທີ່ປາຍໃຕ້ຂອງແມ່ນ້ຳຈໍແດນ ນີ້ເປັນເຂດແດນກັ້ນເປັນເຂດແດນດ້ານໃຕ້ 20 ແມ່ນ້ຳຈໍແດນກັ້ນເປັນເຂດແດນທາງຕາເວັນອອກ ນີ້ເປັນມໍຣະດົກຂອງຊົນເຜົ່າເບັນຢາມີນຕາມຕະກູນຂອງເຂົາ ມີເຂດແດນດັ່ງນີ້ລ້ອມຮອບ 21 ຝ່າຍຫົວຫນ້າຂອງເຜົ່າຄົນເບັນຢາມີນຕາມຕະກູນຂອງເຂົາ ຄືເມືອງເຢຣິໂກ ເບັດໂຮກລາ ເອເມກເກຊີສ 22 ເບັດອາຣາບາ ເຊມາຣາອີມ ເບັດເອນ 23 ອາວວີມ ປາຣາ ໂອຟຣາ 24 ເຄຟາຣາມໂມນີ ໂອຟນີ ແລະເກບາ ຮວມເປັນສິບສອງຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ 25 ກິເບໂອນ ຣາມາ ເລເອີໂອທ 26 ມີສເປ ເຄຟີຣາ ໂມຊາ 27 ເຣເກມ ອີຣ໌ເປເອນ ຕາຣາລາ 28 ເຊລາ ຮາເອເລຟ ເຢບຸສ (ຄືເຢຣູຊາເລັມ) ກິເລອາແລະກິຣີອາດ ຮວມເປັນສິບສີ່ຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ ນີ້ເປັນມໍຣະດົກຂອງຄົນເຜົ່າເບັນຢາມີນຕາມຕະກູນຂອງເຂົາ
ດິນແດນທີ່ແບ່ງໃຫ້ແກ່ເຜົ່າຊີເມໂອນ
1 ສະຫລາກທີ່ສອງອອກມາເປັນຂອງຊີເມໂອນ ຕາມຕະກູນຂອງເຂົາ ມໍຣະດົກຂອງເຂົາຢູ່ຖ້າມກາງມໍຣະດົກຂອງຄົນເຜົ່າຢູດາ 2 ມີເມືອງເຫລົ່ານີ້ເປັນມໍຣະດົກ ຄືເບເອີເຊບາ ເຊບາ ໂມລາດາ 3 ຮາຊາຊູອັນ ບາລາ ເອເຊມ 4 ເອນໂຕລາດ ເບທູນ ໂຮຣ໌ມາ 5 ຊິກລາກ ເບັດມາຣ໌ກາໂບທ ຮາຊາຣ໌ຊູຊາ 6 ເບັດເລບາໂອທ ແລະຊາຣູເຮນ ຮວມເປັນສິບສາມຫົວເມືອງກັບຊົນນະບົດຂອງເມືອງ 7 ອາອີນ ຣີມໂມນ ເອເທີ ແລະອາຊານ ຮວມເປັນສີ່ຫົວເມືອງກັບຊົນນະບົດຂອງເມືອງນັ້ນໆດ້ວຍ 8 ຮວມທັງຊົນນະບົດທີ່ຢູ່ຮອບຫົວເມືອງເຫລົ່ານີ້ໄກອອກໄປຈົນເຖິງເມືອງບາອາລັທເບເອີ ເມືອງຣາມາທີ່ເນເກັບ ເຫລົ່ານີ້ເປັນມໍຣະດົກຂອງເຜົ່າຄົນຊີເມໂອນຕາມຕະກູນຂອງເຂົາ 9 ມໍຣະດົກຂອງຄົນເຜົ່າຊີເມໂອນເປັນດິນແດນໃນສ່ວນແບ່ງຂອງຄົນເຜົ່າຢູດາ ເພາະວ່າສ່ວນຂອງຄົນເຜົ່າຢູດານັ້ນໃຫຍ່ເກີນໄປ ຄົນເຜົ່າຊີເມໂອນຈຶ່ງໄດ້ຮັບມໍຣະດົກຢູ່ຖ້າມກາງຄົນເຜົ່າຢູດາ
ດິນແດນທີ່ແບ່ງໃຫ້ແກ່ເຜົ່າເຊບູລູນ
10 ສະຫລາກທີ່ສາມຂຶ້ນມາເປັນເຜົ່າເຊບູລູນ ຕາມຕະກູນຂອງເຂົາ ແລະດິນແດນທີ່ເປັນມໍຣະດົກຂອງເຂົາກໍຕໍ່ອອກໄປເຖິງຊາຣິດ 11 ແລ້ວເຂດແດນຂອງເຂົາອອກໄປທາງດ້ານຕາເວັນຕົກໄປຈົນເຖິງມາເຣອານ ແລະມາສຸດຢູ່ເມືອງດັບເບເຊທ ແລ້ວມາເຖິງລຳທານທີ່ຢູ່ທິດຕາເວັນອອກຂອງໂຢກເນອາມ 12 ຈາກຊາຣິດເຂດແດນອອກໄປອີກທາງທິດນຶ່ງທາງດ້ານຕາເວັນອອກຊື່ທາງດວງຕາເວັນຂຶ້ນ ເຖິງເຂດແດນເມືອງຄີສໂລທຕາໂບຣ໌ ແລ້ວອອກໄປເຖິງເມືອງດາເບຣາດ ແລ້ວຂຶ້ນໄປເຖິງເມືອງຢາຟີອາ 13 ຈາກທີ່ນັ້ນເຂດແດນຜ່ານໄປທາງຕາເວັນອອກທາງດວງຕາເວັນຂຶ້ນເຖິງເມືອງກັທເຮເຟີ ແລະເຖິງເມືອງເອທກາຊີນໄປຈົນເຖິງເມືອງຣີມໂມນ ເຂດແດນກໍໂຄ້ງເຂົ້າຫາເມືອງເນອາ 14 ທາງທິດເຫນືອເຂດແດນໂຄ້ງເຂົ້າມາເຖິງເມືອງຮານນາໂທນ ແລະສິ້ນສຸດລົງທີ່ຮ່ອມພູອີຟຕາເອນ 15 ເມືອງກັດຕັທ ນາຮັນອານ ຊີມໂຣນ ອີດາລາ ແລະເບັດເລເຮັມ ຮວມເປັນສິບສອງຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ 16 ນີ້ເປັນມໍຣະດົກຂອງເຜົ່າເຊບູລູນຕາມຕະກູນຂອງເຂົາ ຄືຫົວເມືອງຕ່າງໆກັບຊົນນະບົດຂອງເມືອງນັ້ນດ້ວຍ
ດິນແດນທີ່ແບ່ງໃຫ້ແກ່ເຜົ່າອິສຊາຄາ
17 ສະຫລາກທີ່ສີ່ອອກມາເປັນຂອງອິສຊາຄາ ເພື່ອເຜົ່າອິສຊາຄາຕາມຕະກູນຂອງເຂົາ 18 ດິນແດນຂອງເຂົາຮວມເມືອງຢີສເຣເອນ ເຄຊຸນໂລທ ຊູເນມ 19 ຮາຟາຣາອີມ ຊີໂອນ ອານາຮາຣາດ 20 ຣັບບີທ ກີຊີໂອນ ເອເບສ 21 ເຣເມທ ເອນການນີມ ເອນຮັດດາ ເບັດປັສເຊສ 22 ແລະເຂດແດນຍັງຕິດກັບເມືອງຕາໂບຣ໌ ຊາຮາຊູມາ ແລະເບັດເຊເມສ ແລະເຂດແດນນີ້ໄປສິ້ນສຸດລົງທີ່ແມ່ນ້ຳຈໍແດນ ຮວມເປັນສິບຫົກຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ 23 ນີ້ເປັນມໍຣະດົກຂອງເຜົ່າອິສຊາຄາຕາມຕະກູນຂອງເຂົາ ຄືທັງຫົວເມືອງແລະຊົນນະບົດຂອງເມືອງນັ້ນດ້ວຍ
ດິນແດນທີ່ແບ່ງໃຫ້ແກ່ເຜົ່າອາເຊີ
24 ສະຫລາກທີ່ຫ້າອອກມາເປັນຂອງເຜົ່າຄົນອາເຊີຕາມຕະກູນຂອງເຂົາ 25 ດິນແດນຂອງເຂົາຮວມເມືອງເຮນກາດ ຮາລີ ເບເຕນ ອັກຊາຟ 26 ອານລາມເມເລກ ອາມັດ ແລະມາຊານທາງທິດຕາເວັນອອກຈາກກາຣ໌ເມນ ແລະເມືອງຊີໂຮຣ໌ລີບນາ 27 ແລ້ວລ້ຽວໄປທາງທິດຕາເວັນອອກໄປຍັງເບັດດາໂກນ ແລະຕໍ່ເຂດເຊບູລູນ ແລະຮ່ອມພູອີຟຕາເອນໄປທາງດ້ານເຫນືອ ເຖິງເມືອງເບັດເອເມກ ແລະເນອີເອນໄປທາງເຫນືອເຖິງເມືອງກາບູນ 28 ເອໂບຣນ ເຣໂຮບ ຮາມໂມນ ການາ ໄກອອກໄປເຖິງມະຫາຊີໂດນ 29 ແລ້ວເຂດແດນກໍລ້ຽວກໍລ້ຽວໄປເຖິງຣາມາ ໄປເຖິງເມືອງທີ່ມີກຳແພງລ້ອມຮອບຊື່ ຕີເຣ ແລ້ວເຂດແດນກໍລ້ຽວໄປເຖິງເມືອງໂຮຊາໄປສິ້ນສຸດລົງທີ່ທະເລ ຈາກເມືອງມາຮາລັບໄປເຖິງອັກຊີບ 30 ອູມມາ ອາເຟກ ແລະເຣໂຮບ ຮວມເປັນຊາວສອງຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ 31 ນີ້ເປັນມໍຣະດົກຂອງເຜົ່າອາເຊີຕາມຕະກູນຂອງເຂົາ ທັງຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ
ດິນແດນທີ່ແບ່ງໃຫ້ແກ່ເຜົ່າເນັຟທາລີ
32 ສະຫລາກທີ່ຫົກອອກມາເປັນຂອງເຜົ່າເນັຟທາລີ ເພື່ອເຜົ່າເນັຟທາລີຕາມຕະກູນຂອງເຂົາ 33 ເຂດແດນຂອງເຂົາເລີ້ມຈາກເຮເລຟ ຈາກຕົ້ນໂອກໃນຊາອານານນີມ ແລະອາດາມີເນເກບ ແລະຢັບເນເອນໄກໄປຈົນເຖິງເມືອງລາກກູມ ແລະສິ້ນສຸດລົງທີ່ແມ່ນ້ຳຈໍແດນ 34 ແລ້ວເຂດແດນກໍລ້ຽວໄປທາງດ້ານຕາເວັນຕົກເຖິງເມືອງອັສໂນທຕາໂບຣ໌ ຈາກທີ່ນັ້ນໄປເຖິງຮູກໂກກຕິດເຂດເຊບູລູນທາງທິດໃຕ້ ແລະເຂດເອເຊີທາງທິດຕາເວັນຕົກ ແລະເຂດຢູດາທາງທິດຕາເວັນອອກທີ່ແມ່ນ້ຳຈໍແດນ 35 ເມືອງທີ່ມີກໍາແພງຄືເມືອງຊີດດີມ ເຊີຮາມມາດ ຣັກກາດ ຄີນເນເຣທ 36 ອາດາມາດ ຣາມາ ຮາໂຊຣ໌ 37 ເກເດສ ເອັດເຣອີ ເອນຮາໂຊຣ໌ 38 ອີໂຣນ ມີກດັນເອນ ໂຮເຣມ ເບັດອານາດ ແລະເບັດເຊເມສ ຮວມເປັນສິບເກົ້າຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ 39 ນີ້ເປັນມໍຣະດົກຂອງເຜົ່າເນັຟທາລີຕາມຕະກູນຂອງເຂົາ ທັງຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ
ດິນແດນທີ່ແບ່ງໃຫ້ແກ່ເຜົ່າດານ
40 ສະຫລາກທີ່ເຈັດກໍອອກມາເປັນຂອງເຜົ່າດານຕາມຕະກູນຂອງເຂົາ 41 ແລະດິນແດນທີ່ເປັນມໍຣະດົກຂອງເຂົາ ຮວມເມືອງໂຊຣາ ເອສຕາໂອນ ອີຣ໌ເຊເມສ 42 ຊາອາລັບບີນ ອັຍຢາໂລນ ອີທລາ 43 ເອໂລນ ຕີມນາ ເອກໂຣນ 44 ເອນໂຣເກ ກີບເບໂທນ ລາອາລາດ 45 ເຢຮູດ ເບນເອເບຣັກ ກັທຣີມໂມນ 46 ເມຢາຣ໌ໂກນ ແລະຣັກໂກນ ແລະດິນແດນທີ່ອ້ອມແອ້ມເມືອງໂຢປປາ 47 ເມື່ອດິນແດນຄົນເຜົ່າດານຫລຸດມືເຂົາໄປ ຄົນເຜົ່າດານກໍຂຶ້ນໄປສູ້ຮົບກັບເມືອງເລເຊມ ເມື່ອຍຶດໄດ້ກໍປະຫານເສັຽດ້ວຍດາບ ຈຶ່ງຍຶດຄອງທີ່ດິນແລະຕັ້ງຢູ່ທີ່ນັ້ນເອີ້ນເມືອງເລເຊມວ່າດານ ຕາມຊື່ຂອງດານບັນພະບຸຣຸດຂອງຕົນ 48 ນີ້ເປັນມໍຣະດົກຂອງເຜົ່າດານຕາມຕະກູນຂອງເຂົາ ທັງຫົວເມືອງກັບຊົນນະບົດຂອງເມືອງນັ້ນດ້ວຍ
ດິນແດນທີ່ແບ່ງໃຫ້ແກ່ໂຢຊວຍ
49 ເມື່ອໄດ້ແບ່ງດິນແດນສ່ວນຕ່າງໆຂອງແຜ່ນດິນນັ້ນເປັນມໍຣະດົກເສັດສິ້ນແລ້ວ ຄົນອິສຣາເອນກໍໄດ້ມອບສ່ວນມໍຣະດົກໃນຫມູ່ພວກເຂົາໃຫ້ແກ່ໂຢຊວຍບຸດນູນ 50 ຕາມຄຳສັ່ງຂອງພຣະຜູ້ເປັນເຈົ້າ ເຂົາກໍໄດ້ຍົກເມືອງທີ່ທ່ານຂໍໄວ້ໃຫ້ແກ່ທ່ານ ຄືເມືອງຕີມນັທເຊຣາ ໃນພູດອຍແຫ່ງເອຟຣາອີມ ທ່ານກໍເສີມສ້າງເມືອງນັ້ນເສັຽໃຫມ່ ແລະເຂົ້າຢູ່ທີ່ນັ້ນ 51 ທີ່ກ່າວມານີ້ເປັນມໍຣະດົກທີ່ປະໂຣຫິດເອເລອາຊາກັບໂຢຊວຍບຸດນູນແລະຫົວຫນ້າຂອງຕະກູນຕ່າງໆແຫ່ງເຜົ່າຄົນອິສຣາເອນຈັບສະຫລາກແບ່ງໃຫ້ເປັນມໍຣະດົກທີ່ຊີໂລຕໍ່ພຣະພັກພຣະຜູ້ເປັນເຈົ້າໃນປະຕູເຕັນນັດພົບ ດັ່ງນີ້ແຫລະເຂົາທັງຫລາຍກໍທຳການແບ່ງປັນແຜ່ນດິນສຳເຣັດລົງ
ກຳນົດຫົວເມືອງລີ້ໄພ
1 ແລ້ວພຣະຜູ້ເປັນເຈົ້າກ່າວກັບໂຢຊວຍວ່າ, 2 “ຈົ່ງກ່າວແກ່ຄົນອິສຣາເອນວ່າ “ຈົ່ງກຳນົດຕັ້ງເມືອງລີ້ໄພ ຊຶ່ງເຮົາໄດ້ເວົ້າກັບເຈົ້າທັງຫລາຍທາງໂມເຊແລ້ວນັ້ນ 3 ເພື່ອວ່າຜູ້ຂ້າຄົນທີ່ໄດ້ຂ້າຄົນໃດດ້ວຍບໍ່ໄດ້ເຈຕນາ ຫລືບໍ່ຈົງໃຈຈະໄດ້ຫນີໄປຢູ່ທີ່ນັ້ນ ເມືອງເຫລົ່ານີ້ຈະໄດ້ເປັນທີ່ລີ້ໄພຂອງເຈົ້າເພື່ອໃຫ້ພົ້ນຈາກຜູ້ອາຄາດ 4 ໃຫ້ຜູ້ນັ້ນຫນີໄປຍັງເມືອງເຫລົ່ານີ້ເມືອງໃດເມືອງນຶ່ງ ແລະຢືນຢູ່ຫ່າງທາງປະຕູເຂົ້າເມືອງນັ້ນ ແລະອະທິບາຍເຣື່ອງຂອງຕົນໃຫ້ແກ່ພວກຜູ້ໃຫຍ່ໃນເມືອງນັ້ນໃຫ້ຮູ້ ແລ້ວເຂົາທັງຫລາຍຈະນຳຜູ້ນັ້ນເຂົ້າໄປໃນເມືອງກຳນົດບ່ອນໃຫ້ຢູ່ແລ້ວຜູ້ນັ້ນຈະຢູ່ທີ່ນັ້ນໃນຫມູ່ພວກເຂົາທັງຫລາຍ 5 ແລະຖ້າຜູ້ອາຄາດໄລ່ຕິດຕາມເຂົາໄປຜູ້ໃຫຍ່ຈະບໍ່ມອບຜູ້ຂ້າຄົນນັ້ນໄວ້ໃນມືຂອງຜູ້ອາຄາດ ເພາະວ່າຜູ້ນັ້ນໄດ້ຂ້າເພື່ອນບ້ານຂອງຕົນດ້ວຍບໍ່ມີເຈຕນາບໍ່ໄດ້ເປັນເປັນສັດຕຣູກັນມາແຕ່ກ່ອນ 6 ແລະຜູ້ນັ້ນຈະອາໄສຢູ່ໃນເມືອງນັ້ນຈົນກວ່າເຂົາຈະຢືນຕໍ່ຫນ້າຊຸມນຸມຊົນ ເພື່ອລໍຮັບການພິພາກສາ ຈົນກວ່າປະໂຣຫິດໃນເວລານັ້ນສິ້ນຊີວິດ ຜູ້ຂ້າຄົນນັ້ນຈຶ່ງຈະກັບໄປຍັງເມືອງຂອງຕົນ ໄປບ້ານຂອງຕົນ ໄປຍັງເມືອງທີ່ເຂົາຈາກມານັ້ນໄດ້” 7 ດັ່ງນັ້ນເຂົາຈຶ່ງກຳນົດຕັ້ງເມືອງເກເດສໃນຄາລີເລ ໃນພູດອຍເນັຟທາລີ ແລະເມືອງເຊເຄມ ໃນພູດອຍຂອງເອຟຣາອີມ ແລະກິຣີອາດອາຣາບາ (ຄືເຮໂບຣນ) ໃນແດນພູດອຍຢູດາ 8 ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນເມືອງເຢຣິໂກນັ້ນ ເຂົາໄດ້ກຳນົດເມືອງເບເຊີໃນຖິ່ນກັນດານເທິງທີ່ຮາບພຽງຈາກທີ່ດິນຄົນເຜົ່າຣູເບນ ແລະເມືອງຣາໂມທໃນກີເລອາດຈາກທີ່ດິນເຜົ່າກາດແລະເມືອງໂກລານໃນບາຊານຈາກທີ່ດິນຄົນເຜົ່າມານັສເຊ 9 ຫົວເມືອງເຫລົ່ານີ້ເປັນເມືອງທີ່ກຳນົດໄວ້ໃຫ້ຄົນອິສຣາເອນທັງຫມົດ ແລະໃຫ້ຄົນຕ່າງດ້າວຜູ້ອາໄສຢູ່ໃນຫມູ່ພວກເຂົາ ເພື່ອວ່າຖ້າຜູ້ໃດໄດ້ຂ້າຄົນດ້ວຍບໍ່ໄດ້ເຈຕນາຈະໄດ້ຫນີໄປທີ່ນັ້ນໄດ້ ເພື່ອວ່າເຂົາຈະບໍ່ຕ້ອງຕາຍດ້ວຍມືຂອງຜູ້ອາຄາດຈົນກວ່າເຂົາຈະໄດ້ຢືນຕໍ່ຫນ້າຊຸມນຸມຊົນ
ຫົວເມືອງຂອງຄົນເລວີ
1 ຂນະນັ້ນຫົວຫນ້າຂອງຕະກູນຄົນເລວີມາຫາປະໂຣຫິດເອເລອາຊາ ແລະໂຢຊວຍບຸດນູນ ແລະຫົວຫນ້າຂອງຕະກູນຕ່າງໆຂອງເຜົ່າຄົນອິສຣາເອນ 2 ແລະເຂົາໄດ້ກ່າວແກ່ທ່ານເຫລົ່ານັ້ນໃນເມືອງຊີໂລໃນແຜ່ນດິນການາອານວ່າ, “ພຣະຜູ້ເປັນເຈົ້າຊົງສັ່ງໂດຍທາງໂມເຊວ່າ ໃຫ້ມອບຫົວເມືອງແກ່ເຮົາທັງຫລາຍເພື່ອຈະໄດ້ອາໄສຢູ່ທັງທົ່ງຫຍ້າສຳລັບຝູງສັດຂອງຂ້າພະເຈົ້າທັງຫລາຍ” 3 ດັ່ງນັ້ນແຫລະຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າ ຄົນອິສຣາເອນຈີ່ງໄດ້ມອບເມືອງແລະທົ່ງຫຍ້າຕໍ່ໄປນີ້ຈາກມໍຣະດົກອຂງເຂົາໃຫ້ແກ່ຄົນເລວີ 4 ສະຫລາກອອກມາເປັນຂອງຕະກູນຄົນໂກຮາດ ດັ່ງນັ້ນແຫລະ ຄົນເລວີຊຶ່ງເປັນເຊື້ອສາຍຂອງ ປະໂຣຫິດອາໂຣນ ໄດ້ຮັບຫົວເມືອງໂດຍຈັບສະຫລາກສິບສາມຫົວເມືອງ ຈາກເຜົ່າຢູດາ ຊີເມໂອນ ແລະເບັນຢາມິນ 5 ສ່ວນຄົນໂກຮາດທີ່ເຫລືອຢູ່ ໄດ້ຮັບຫົວເມືອງໂດຍຈັບສະຫລາກສິບຫົວເມືອງ ຈາກຕະກູນຂອງເຜົ່າເອຟຣາອິມ ຈາກເຜົ່າດານ ແລະຈາກເຄິ່ງເຜົ່າມານັສເຊ 6 ຄົນເກີໂຊນໄດ້ຮັບຫົວເມືອງໂດຍຈັບສະຫລາກສິບສາມຫົວເມືອງ ຈາກຕະກູນຂອງເຜົ່າອິສຊາຄາ ຈາກເຜົ່າອາເຊີ ຈາກເຜົ່າເນັຟທາລີ ແລະຈາກເຄິ່ງເຜົ່າມານັສເຊໃນບາຊານ 7 ຄົນເມຣາຣີຕາມຕະກູນຂອງເຂົາ ໄດ້ຮັບຫົວເມືອງສິບສອງຫົວເມືອງ ຈາກເຜົ່າຣູເບນ ເຜົ່າກາດ ແລະເຜົ່າເຊບູລູນ 8 ຫົວເມືອງແລະທົ່ງຫຍ້າເຫລົ່ານີ້ຄົນອິສຣາເອນໄດ້ຈັບສະຫລາກໃຫ້ແກ່ຄົນເລວີດັ່ງທີ່ພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ໂດຍໂມເຊ 9 ເຂົາໃຫ້ຫົວເມືອງຕໍ່ໄປນີ້ຈາກເຜົ່າຢູດາ ແລະເຜົ່າຊີເມໂອນ ຕາມຊື່ດັ່ງນີ້ 10 ເມືອງເຫລົ່ານີ້ຕົກເປັນຂອງເຊື້ອສາຍອາໂຣນຄື ຕະກູນໂກຮາດຕະກູນນຶ່ງ ຊຶ່ງເປັນຄົນເລວີເພາະສະຫລາກຕົກເປັນຂອງເຂົາກ່ອນ 11 ເຂົາທັງຫລາຍໃຫ້ເມືອງກິ ຣີອາດອາຣາບາແກ່ເຂົາ ອາຣາບາເປັນບິດາຂອງອານາກ (ຄືເມືອງເຮໂບຣນ) ຢູ່ໃນແດນພູດອຍຂອງຢູດາ 12 ແຕ່ທົ່ງນາແລະຊົນນະບົດຂອງເມືອງນີ້ໄດ້ຍົກໃຫ້ແກ່ກາເລັບບຸດເຢຟຸນເນເປັນກຳມະສິດ 13 ເຂົາໄດ້ໃຫ້ເມືອງເຮໂບຣນແກ່ເຊື້ອສາຍປະໂຣຫິດອາໂຣນ ອັນເປັນເມືອງລີ້ໄພສຳລັບຜູ້ຂ້າຄົນພ້ອມທັງທົ່ງຫຍ້າຮອບເມືອງ ເມືອງລີບນາພ້ອມທັງທົ່ງຫຍ້າ 14 ເມືອງຢັດຕີຣ໌ພ້ອມທົ່ງຫຍ້າ ເມືອງເອັສເຕໂມອາພ້ອມທົ່ງຍ້າ 15 ໂຮໂລນພ້ອມທົ່ງຫຍ້າ ເດບີຣ໌ພ້ອມທົ່ງຫຍ້າ 16 ອາອີນພ້ອມທົ່ງຫຍ້າ ຢູດຕາພ້ອມທົ່ງຫຍ້າ ແລະເບດເຊເມສພ້ອມທົ່ງຫຍ້າ ຮວມເປັນເກົ້າຫົວເມືອງຈາກສອງເຜົ່ານີ້ 17 ຈາກເຜົ່າເບັນຢາມີນ ມີເມືອງກິເບໂອນພ້ອມທົ່ງຫຍ້າ ເກບາພ້ອມທົ່ງຫຍ້າ 18 ອານາໂທດພ້ອມທົ່ງຫຍ້າ ແລະອັນໂມນພ້ອມທົ່ງຫຍ້າ ຮວມສີ່ຫົວເມືອງ 19 ຫົວເມືອງທີ່ເປັນຂອງເຊື້ອສາຍປະໂຣຫິດອາໂຣນ ຮວມກັນສິບສາມຫົວເມືອງພ້ອມກັບທົ່ງຫຍ້າຮອບທຸກເມືອງ 20 ສ່ວນຄົນໂກຮາດທີ່ເຫລືອຢູ່ຊຶ່ງເປັນຕະກູນຄົນໂກຮາດຂອງຄົນເລວີນັ້ນ ຫົວເມືອງທີ່ເຂົາໄດ້ຮັບໂດຍສະຫລາກມາຈາກເຜົ່າເອຟຣາອິມ 21 ເມືອງທີ່ເຂົາໃຫ້ ຄືເມືອງເຊເຄມເປັນເມືອງລີ້ໄພຂອງຜູ້ຂ້າຄົນພ້ອມທົ່ງຫຍ້າໃນພູດອຍຂອງເອ ຟຣາອີມ ເມືອງເກເຊີພ້ອມທົ່ງຫຍ້າ 22 ເມືອງກີບຊາອີມພ້ອມທົ່ງຫຍ້າ ແລະເບັດໂຮໂລນພ້ອມທົ່ງຫຍ້າ ຮວມສີ່ເມືອງ 23 ແລະຈາກເຜົ່າດານມີເມືອງເອນເຕເກພ້ອມທົ່ງຫຍ້າ ກິບເບໂທນພ້ອມທົ່ງຫຍ້າ 24 ອັຍຢາໂລນພ້ອມທົ່ງຫຍ້າ ກັທຣີມໂມນພ້ອມທົ່ງຫຍ້າ ຮວມສີ່ຫົວເມືອງ 25 ແລະຈາກຄົນມານັສເຊເຄິ່ງເຜົ່າມີເມືອງຕາອານາກພ້ອມທົ່ງຫຍ້າ ແລະກັທຣີມໂມນພ້ອມທົ່ງຫຍ້າ ຮວມສອງຫົວເມືອງ 26 ຫົວເມືອງຊຶ່ງເປັນຂອງຄົນໂກຮາດທີ່ເຫລືອຢູ່ນັ້ນ ມີສິບຫົວເມືອງດ້ວຍກັນ ພ້ອມທົ່ງຫຍ້າປະຈຳເມືອງ 27 ເຂົາໃຫ້ຫົວເມືອງຈາກຄົນມານັສເຊເຄິ່ງເຜົ່າແກ່ຄົນເກີໂຊນ ຕະກູນນຶ່ງຂອງຄົນເລວີ ຄືເມືອງໂກລານໃນບາຊານພ້ອມທົ່ງຫຍ້າເປັນເມືອງລີ້ໄພຂອງຜູ້ຂ້າຄົນ ແລະເມືອງເລເອັສເຕຣາພ້ອມທົ່ງຫຍ້າ 28 ແລະຈາກເຜົ່າອິສຊາຄາມີເມືອງກິສໂອນພ້ອມທົ່ງຫຍ້າ ດາເບຣັທພ້ອມທົ່ງຫຍ້າ 29 ຢາຣ໌ມູທພ້ອມທົ່ງຫຍ້າ ເອນການນີມພ້ອມທົ່ງຫຍ້າ ຮວມສີ່ຫົວເມືອງ 30 ແລະຈາກເຜົ່າອາເຊີມີເມືອງມີຊານພ້ອມທົ່ງຫຍ້າ ອັບໂດນພ້ອມທົ່ງຫຍ້າ 31 ເຮນກັທພ້ອມທົ່ງຫຍ້າ ແລະເຣໂຮບພ້ອມທົ່ງຫຍ້າ ຮວມສີ່ຫົວເມືອງ 32 ແລະຈາກເຜົ່າເນັຟທາລີເມືອງກາເດສໃນຄາລີເລພ້ອມທົ່ງຫຍ້າ ເມືອງລີ້ໄພຂອງຜູ້ຂ້າຄົນ ເມືອງຮັມໂມທໂດຣ໌ພ້ອມທົ່ງຫຍ້າ ແລະກາຣ໌ຕານພ້ອມທົ່ງຫຍ້າ ຮວມສາມຫົວເມືອງ 33 ຫົວເມືອງທີ່ເປັນຂອງຄົນເກີໂຊນຫລາຍຕະກູນນັ້ນ ຮວມກັນມີສິບສາມຫົວເມືອງພ້ອມທົ່ງຫຍ້າ 34 ເຂົາໃຫ້ຫົວເມືອງຈາກເຜົ່າເຊບູລູນແກ່ຕະກູນຄົນເມຣາຣີ ຄືຄົນເລວີທີ່ເຫລືອຢູ່ ມີເມືອງໂຢກເນອາມພ້ອມທົ່ງຫຍ້າ ກາຣ໌ຕາພ້ອມທົ່ງຫຍ້າ 35 ດີມນາພ້ອມທົ່ງຫຍ້າ ນາຮັນອານພ້ອມທົ່ງຫຍ້າ ຮວມສີ່ຫົວເມືອງ 36 ແລະຈາກເຜົ່າຣູເບນມີເມືອງເບເຊີພ້ອມທົ່ງຫຍ້າ ຢາຊາພ້ອມທົ່ງຫຍ້າ 37 ເກເກໂມທພ້ອມທົ່ງຫຍ້າ ແລະເມຟາອາດພ້ອມທົ່ງຫຍ້າ ຮວມສີ່ຫົວເມືອງ 38 ແລະຈາກເຜົ່າກາດມີເມືອງຣາໂມທໃນກີເລອາດພ້ອມທົ່ງຫຍ້າ ເປັນເມືອງລີ້ໄພຂອງຜູ້ຂ້າຄົນ ເມືອງມາຮານາອີມພ້ອມທົ່ງຫຍ້າ 39 ເມືອງເຮສໂບນພ້ອມທົ່ງຫຍ້າ ຢາເຊີພ້ອມທົ່ງຫຍ້າ ຮວມທັງຫມົດເປັນສີ່ຫົວເມືອງ 40 ເມືອງຊຶ່ງເປັນຂອງຄົນເມຣາຣີຕາມຕະກູນ ຊຶ່ງເປັນຕະກູນຂອງຄົນເລວີທີ່ເຫລືອຢູ່ນັ້ນ ເມືອງທີ່ເປັນສ່ວນແບ່ງຂອງເຂົາທັງຫມົດມີສິບສອງຫົວເມືອງ 41 ຫົວເມືອງຂອງຄົນເລວີ ຊຶ່ງຢູ່ຖ້າມກາງກຳມະສິດຂອງຄົນອິສຣາເອນນັ້ນ ຮວມທັງຫມົດມີສີ່ສິບແປດຫົວເມືອງພ້ອມທົ່ງຫຍ້າປະຈຳເມືອງ 42 ເມືອງເຫລົ່ານີ້ແຕ່ລະເມືອງມີທົ່ງຫຍ້າລ້ອມຮອບ ທຸກເມືອງກໍມີຢ່າງນີ້ 43 ດັ່ງນີ້ແຫລະ ພຣະຜູ້ເປັນເຈົ້າປະທານແຜ່ນດິນທັງສິ້ນແກ່ຄົນອິສຣາເອນດັ່ງທີ່ພຣະອົງຊົງສັນຍາວ່າຈະໃຫ້ແກ່ບັນພະບຸຣຸດຂອງເຂົາ ເມື່ອເຂົາທັງຫລາຍຍຶດແລ້ວກໍເຂົ້າໄປຕັ້ງບ້ານເມືອງຢູ່ທີ່ນັ້ນ 44 ແລະພຣະຜູ້ເປັນເຈົ້າປະທານໃຫ້ເຂົາມີຄວາມສງົບຢູ່ທຸກດ້ານ ດັ່ງທີ່ພຣະອົງຊົງສັນຍາໄວ້ກັບບັນພະບຸຣຸດຂອງເຂົາ ບໍ່ມີສັດຕຣູຈັກຄົນນຶ່ງຢືນຢັດຕໍ່ສູ້ເຂົາໄດ້ ພຣະຜູ້ເປັນເຈົ້າຊົງມອບສັດຕຣູຂອງເຂົາໃຫ້ຢູ່ໃນກຳມືຂອງເຂົາທັງສິ້ນແລ້ວ 45 ສັບພະສິ່ງອັນດີທຸກຢ່າງຊຶ່ງພຣະຜູ້ເປັນເຈົ້າຊົງສັນຍາຕໍ່ປະຊາຊົນອິສຣາເອນນັ້ນກໍບໍ່ຂາດຈັກສິ່ງດຽວສຳເຣັດທັງສິ້ນ
ແທ່ນຂ້າງແມ່ນ້ຳຈໍແດນ
1 ເມື່ອນັ້ນໂຢຊວຍໄດ້ເອີ້ນຄົນຣູເບນ ຄົນກາດ ຄົນມານັສເຊເຄິ່ງເຜົ່າມາ 2 ແລະກ່າວແກ່ເຂົາທັງຫລາຍວ່າ, “ທ່ານທັງຫລາຍໄດ້ທຳທຸກຢ່າງຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າສັ່ງທ່ານໄວ້ ແລະໄດ້ຟັງສຽງຂອງຂ້າພະເຈົ້າໃນສາຣະພັດຊຶ່ງຂ້າພະເຈົ້າໄດ້ສັ່ງທ່ານ 3 ຕລອດມາແຕ່ໃດໆ ທ່ານບໍ່ໄດ້ປະຖິ້ມຍາດພີ່ນ້ອງຂອງທ່ານ ແຕ່ໄດ້ລະມັດລະວັງທີ່ຈະກະທຳຕາມຄຳສັ່ງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 4 ບັດນີ້ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໄດ້ໂຜດໃຫ້ພີ່ນ້ອງຂອງທ່ານຢຸດພັກແລ້ວ ດັ່ງພຣະອົງຊົງສັນຍາໄວ້ກັບເຂົາ ເຫດສັນນີ້ທ່ານຈົ່ງກັບເມືອບ້ານຂອງທ່ານເຖີດ ໄປສູ່ແຜ່ນດິນຊຶ່ງທ່ານຖືກຳມະສິດຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າຍົກໃຫ້ທ່ານທີ່ຟາກຕາເວັນອອກຂອງແມ່ນ້ຳຈໍແດນນັ້ນ 5 ແຕ່ຈົ່ງລະວັງໃຫ້ຫລາຍທີ່ຈະປະຕິບັດຕາມພຣະບັນຍັດ ແລະກົດຫມາຍຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າສັ່ງທ່ານໄວ້ ຄືທີ່ຈະຮັກພຣະຜູ້ເປັນເຈົ້າຂອງທ່ານ ແລະດຳເນີນໃນທາງທັງສິ້ນຂອງພຣະອົງ ແລະຮັກສາພຣະບັນຍັດຂອງພຣະອົງ ແລະຕິດພັນຢູ່ກັບພຣະອົງ ແລະບົວລະບັດພຣະອົງດ້ວຍສຸດຈິດສຸດໃຈຂອງທ່ານ” 6 ໂຢຊວຍຈຶ່ງໄດ້ອວຍພອນເຂົາ ແລະສົ່ງເຂົາກັບໄປຍັງບ້ານຂອງເຂົາທຸກຄົນ 7 ສ່ວນຄົນມານັສເຊເຄິ່ງເຜົ່ານັ້ນໂມເຊໄດ້ມອບໃຫ້ເຂົາຖືກຳມະສິດໃນເມືອງບາຊານ ແຕ່ອີກເຄິ່ງນຶ່ງນັ້ນໂຢຊວຍມອບໃຫ້ເຂົາມີກຳມະສິດຂ້າງຄຽງກັບພີ່ນ້ອງຂອງເຂົາທີ່ຟາກແມ່ນ້ຳຈໍແດນດ້ານຕາເວັນຕົກ ແລະເມື່ອໂຢຊວຍສົ່ງເຂົາກັບໄປບ້ານ ທ່ານໄດ້ອວຍພອນເຂົາ 8 ກ່າວແກ່ເຂົາວ່າ, “ຈົ່ງກັບໄປບ້ານຂອງທ່ານທັງຫລາຍພ້ອມກັບຊັບສົມບັດຮັ່ງມີ ມີຝູງສັດມາກມາຍ ມີເງິນ ທອງຄຳ ທອງສຳຣິດ ແລະເຫລັກ ແລະເຄື່ອງນຸ່ງຫລາຍຢ່າງ ຈົ່ງແບ່ງຂອງທີ່ຍຶດມາຈາກສັດຕຣູຂອງທ່ານໃຫ້ແກ່ພີ່ນ້ອງຂອງທ່ານ” 9 ຄົນຣູເບນ ຄົນກາດ ແລະຄົນມານັສເຊເຄິ່ງເຜົ່າໄດ້ແຍກຈາກຄົນອິສຣາເອນທີ່ຊີໂລ ຊຶ່ງຢູ່ໃນແຜ່ນດິນການາອານກັບໄປບ້ານຂອງຕົນຊຶ່ງຢູ່ໃນແຜ່ນດິນກິເລອາດ ເປັນແຜ່ນດິນຂອງເຂົາຊຶ່ງເຂົາໄດ້ເຂົ້າຕັ້ງຢູ່ຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າໂດຍໂມເຊ 10 ແລະເມື່ອເຂົາທັງຫລາຍມາເຖິງທ້ອງຖິ່ນທີ່ໃກ້ແມ່ນ້ຳຈໍແດນທີ່ຢູ່ໃນແຜ່ນດິນການາອານ ຄົນຣູເບນ ຄົນກາດ ແລະຄົນມານັສເຊເຄິ່ງເຜົ່າໄດ້ສ້າງແທ່ນບູຊາແທ່ນນຶ່ງທີ່ໃກ້ແມ່ນ້ຳຈໍແດນເປັນແທ່ນທີ່ໃຫຍ່ 11 ແລະຄົນອິສຣາເອນໄດ້ຍິນຄົນເວົ້າກັນ “ເບິ່ງແມ໋, ຄົນຣູເບນ ຄົນກາດ ແລະຄົນມານັສເຊເຄິ່ງເຜົ່າ ໄດ້ສ້າງແທ່ນບູຊາທີ່ເຂດແດນແຜ່ນດິນການາອານໃນທ້ອງຖິ່ນໃກ້ແມ່ນ້ຳຈໍແດນໃນດ້ານທີ່ເປັນຂອງຄົນອິສຣາເອນ” 12 ແລະເມື່ອຄົນອິສຣາເອນໄດ້ຍິນເຊັ່ນນັ້ນ ຊຸມນຸມຊົນອິສຣາເອນທັງຫມົດກໍໄປຮວມກັນທີ່ເມືອງ ຊີໂລ ເພື່ອຈະຂຶ້ນໄປທຳສົງຄາມກັບເຂົາ 13 ແລ້ວຄົນອິສຣາເອນຈຶ່ງໃຊ້ປະໂຣຫິດຟີເນຮັສບຸດເອເລອາຊາໄປຫາຄົນຣູເບນ ຄົນກາດ ແລະຄົນມານັສເຊເຄິ່ງເຜົ່າໃນແຜ່ນດິນກິເລອາດ 14 ພ້ອມກັບເຈົ້ານາຍສິບຄົນ ຄົນນຶ່ງຈາກແຕ່ລະເຜົ່າໃນອິສຣາເອນ ທຸກຄົນເປັນຫົວຫນ້າຄອບຄົວໃນຕະກູນຂອງອິສຣາເອນ 15 ເມື່ອເຂົາມາເຖິງຄົນຣູເບນ ຄົນກາດ ແລະຄົນມານັສເຊເຄິ່ງເຜົ່າໃນແຜ່ນດິນກິເລອາດ ເຂົາກໍກ່າວແກ່ພວກເຫລົ່ານັ້ນວ່າ, 16 “ຊຸມນຸມຊົນທັງປວງຂອງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເປັນຫຍັງທ່ານທັງຫລາຍຈຶ່ງກະທຳການທໍຣະຍົດເຊັ່ນນີ້ຕໍ່ພຣະຜູ້ເປັນເຈົ້າຂອງອິສຣາເອນ ຊຶ່ງໃນວັນນີ້ທ່ານທັງຫລາຍໄດ້ຫັນກັບຈາກການຕິດຕາມພຣະຜູ້ເປັນເຈົ້າ ໂດຍທ່ານໄດ້ສ້າງແທ່ນບູຊາສຳລັບຕົວເປັນການກະບົດຕໍ່ພຣະຜູ້ເປັນເຈົ້າໃນວັນນີ້ 17 ການບາບຊຶ່ງເຣົາທຳທີ່ເມືອງເປໂອຣ໌ນັ້ນຍັງບໍ່ພຽງພໍຫລື ຊຶ່ງຈົນເຖິງວັນນີ້ເຮົາຍັງຊຳຮະຕົວຂອງເຮົາໃຫ້ສະອາດບໍ່ຫມົດເລີຍ ແລະຊຶ່ງເປັນເຫດໃຫ້ໄພວິບັດເກີດແກ່ຊຸມນຸມຊົນຂອງພຣະຜູ້ເປັນເຈົ້າ 18 ໃນວັນນີ້ທ່ານທັງຫລາຍຈະຫັນຫນີໄປຈາກການຕິດຕາມພຣະຜູ້ເປັນເຈົ້າຫລື ຖ້າທ່ານທັງຫລາຍກະບົດຕໍ່ພຣະຜູ້ເປັນເຈົ້າໃນວັນນີ້ ພຣະອົງຈະຊົງກີ້ວຕໍ່ຊຸມນຸມຊົນອິສຣາເອນທັງຫມົດໃນມື້ອື່ນ 19 ແຕ່ຖ້າແຜ່ນດິນຂອງທ່ານບໍ່ສະອາດຈົ່ງຂ້າມໄປໃນແຜ່ນດິນຂອງພຣະຜູ້ເປັນເຈົ້າຊຶ່ງເປັນທີ່ຕັ້ງແຫ່ງເຕັນສັກສິດຂອງພຣະຜູ້ເປັນເຈົ້າ ແລະມາຖືກຳມະສິດຢູ່ຖ້າມກາງພວກເຮົາເຖີດ ຂໍແຕ່ພຽງຢ່າກະບົດຕໍ່ພຣະຜູ້ເປັນເຈົ້າ ຫລືກະບົດຕໍ່ເຮົາ ໂດຍທີ່ທ່ານທັງຫລາຍສ້າງແທ່ນບູຊາສຳລັບຕົວນອກຈາກແທ່ນບູຊາແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາທັງຫລາຍ 20 ອາຄານບຸດຂອງເຊຣາໄດ້ປະພຶດສັຕໃນເຣື່ອງຂອງຖວາຍນັ້ນບໍ່ແມ່ນຫລື ພຣະພິໂຣດກໍຕົກເຫນືອຊຸມນຸມຊົນອິສຣາເອນ ເຂົາບໍ່ໄດ້ພິນາດແຕ່ຄົນດຽວໃນເຣື່ອງກັມບາບຂອງເຂົາ” 21 ຂນະນັ້ນຄົນຣູເບນ ຄົນກາດ ແລະຄົນມານັສເຊເຄິ່ງເຜົ່າໄດ້ຕອບຫົວຫນ້າຂອງຕະກູນອິສຣາເອນວ່າ, 22 “ອົງຜູ້ຊົງຣິດອຳນາດ ຄືພຣະເຈົ້າພຣະຜູ້ເປັນເຈົ້າ ອົງຜູ້ຊົງມີຣິດອຳນາດ ຄືພຣະເຈົ້າພຣະຜູ້ເປັນເຈົ້າ ພຣະອົງຊົງຊາບ ແລະອິສຣາເອນຈະຊາບເສັຽດ້ວຍ ຖ້າວ່າເປັນການກະບົດຫລືປະພຶດສັຕຕໍ່ພຣະຜູ້ເປັນເຈົ້າກໍຂໍຢ່າໄວ້ຊີວິດພວກເຮົາໃນວັນນີ້ເລີຍ 23 ທີ່ວ່າເຮົາໄດ້ສ້າງແທ່ນບູຊານັ້ນ ເພື່ອຫັນຫນີຈາກຕິດຕາມພຣະຜູ້ເປັນເຈົ້າ ຫລືພວກເຣົາໄດ້ສ້າງໄວ້ເພື່ອຖວາຍເຄື່ອງເຜົາບູຊາ ຫລືທັນຍາບູຊາຫລືຖວາຍສັຕເປັນສານຕິບູຊາເທິງແທ່ນນັ້ນ ຂໍພຣະຜູ້ເປັນເຈົ້າຊົງລົງໂທດເຖີດ 24 ບໍ່ເລີຍ ແຕ່ພວກເຮົາໄດ້ສ້າງໄວ້ດ້ວຍຢ້ານວ່າໃນເວລາຕໍ່ໄປພາຍຫນ້າພວກລູກຫລານຂອງທ່ານອາດຈະກ່າວຕໍ່ລູກຫລານຂອງເຮົາວ່າ “ເຈົ້າມີສ່ວນກ່ຽວພັນຫຍັງກັບພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ 25 ເພາະວ່າພຣະຜູ້ເປັນເຈົ້າຊົງກຳນົດແມ່ນ້ຳຈໍແດນເປັນເຂດແດນລະຫວ່າງເຮົາກັບເຈົ້າທັງຫລາຍ ຄົນຣູເບນ ແລະຄົນກາດເອີຍ ພວກເຈົ້າບໍ່ມີສ່ວນໃນພຣະຜູ້ເປັນເຈົ້າ” ດັ່ງນັ້ນແຫລະ ລູກຫລານຂອງທ່ານອາດຈະທຳໃຫ້ລູກຫລານຂອງເຮົາທັງຫລາຍຢຸດຢ້ານກົວພຣະຜູ້ເປັນເຈົ້າ 26 ເພາະສະນັ້ນເຮົາຈຶ່ງວ່າ “ໃຫ້ເຮົາສ້າງແທ່ນບັດນີ້ບໍ່ແມ່ນສຳລັບຖວາຍເຄື່ອງເຜົາບູຊາຫລືເຄື່ອງສັຕບູຊາໃດໆ 27 ແຕ່ເພື່ອເປັນພຍານລະຫວ່າງເຣົາກັບທ່ານທັງຫລາຍ ແລະລະຫວ່າງຄົນຊົ່ວອາຍຸຕໍ່ຈາກເຮົາວ່າ ເຣົາທັງຫລາຍຈະກະທຳການບົວລະບັດພຣະຜູ້ເປັນເຈົ້າຕໍ່ພຣະພັກຂອງພຣະອົງດ້ວຍເຄື່ອງເຜົາບູຊາ ແລະເຄື່ອງສັຕບູຊາແລະເຄື່ອງສານຕິບູຊາ ດ້ວຍຢ້ານວ່າລູກຫລານຂອງທ່ານຈະກ່າວແກ່ລູກຫລານຂອງເຮົາໃນເວລາຕໍ່ໄປວ່າ “ເຈົ້າບໍ່ມີສ່ວນໃນພຣະຜູ້ເປັນເຈົ້າ” 28 ແລະເຣົາຄິດວ່າຖ້າມີໃຜເວົ້າເຊັ່ນນີ້ກັບເຣົາ ຫລືກັບຊາດເຊື້ອຂອງເຮົາໃນເວລາຂ້າງຫນ້າ ເຮົາຈະກ່າວວ່າ “ເບິ່ງແມ໋, ນັ້ນເປັນແທ່ນຈຳລອງຂອງແທ່ນແຫ່ງພຣະຜູ້ເປັນເຈົ້າ ປູ່ຍ່າຕາຍາຍຂອງເຣົາກະທຳໄວ້ບໍ່ແມ່ນເພື່ອຖວາຍເຄື່ອງເຜົາບູຊາຫລືເຄື່ອງສານຕິບູຊາ ແຕ່ເພື່ອເປັນພຍານລະຫວ່າງເຣົາກັບທ່ານ” 29 ຂໍໃຫ້ເຣື່ອງນີ້ຫ່າງຈາກເຮົາເຖີດ ຄືທີ່ຈະກະບົດຕໍ່ພຣະຜູ້ເປັນເຈົ້າ ແລະຫັນຫນີຈາກຕິດຕາມພຣະຜູ້ເປັນເຈົ້າເສັຽໃນວັນນີ້ ໂດຍສ້າງແທ່ນອື່ນສຳລັບເຄື່ອງເຜົາບູຊາ ທັນຍາບູຊາ ເຄື່ອງສັຕບູຊາ ນອກຈາກແທ່ນພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາຊຶ່ງຕັ້ງຢູ່ທີ່ຫນ້າຫໍເຕັນຂອງພຣະອົງ 30 ເມື່ອປະໂຣຫິດຟີເນຮັສ ແລະເຈົ້ານາຍຂອງຊຸມນຸມຊົນ ແລະຫົວຫນ້າຕະກູນຂອງອິສຣາເອນທີ່ຢູ່ດ້ວຍກັນນັ້ນໄດ້ຍິນຖ້ອຍຄຳທີ່ຄົນຣູເບນ ຄົນກາດແລະຄົນມານັສເຊກ່າວ ກໍຮູ້ສຶກເປັນທີ່ພໍໃຈຫລາຍ 31 ຟີເນຮັສບຸດຂອງປະໂຣຫິດເອເລອາຊາຈຶ່ງກ່າວວ່າ, “ວັນນີ້ເຮົາຮູ້ແລ້ວວ່າພຣະຜູ້ເປັນເຈົ້າຊົງສະຖິດຖ້າມກາງພວກເຮົາ ເພາະທ່ານທັງຫລາຍບໍ່ໄດ້ກະທຳການທໍຣະຍົດຕໍ່ພຣະຜູ້ເປັນເຈົ້າ ທ່ານໄດ້ຊ່ອຍໃຫ້ຊົນອິສຣາເອນພົ້ນຈາກພຣະຫັດຂອງພຣະຜູ້ເປັນເຈົ້າ” 32 ແລ້ວຟີເນຮັສບຸດປະໂຣຫິດເອເລອາຊາ ແລະຜູ້ຫົວຫນ້າທັງຫລາຍກໍກັບຈາກຄົນຣູເບນ ຄົນກາດຈາກແຜ່ນດິນກິເລອາດໄປຍັງແຜ່ນດິນການາອານ ໄປຫາຄົນອິສຣາເອນແຈ້ງຂ່າວໃຫ້ເຂົາຮູ້ 33 ຣາຍງານນັ້ນເປັນທີ່ພໍໃຈຄົນອິສຣາເອນ ແລະຄົນອິສຣາເອນກໍສັຣເສີນພຣະຜູ້ເປັນເຈົ້າ ແລະບໍ່ເວົ້າເຖິງເຣື່ອງທີ່ຈະກະທຳສົງຄາມກັບເຂົາ ເພື່ອທຳລາຍແຜ່ນດິນຊຶ່ງຄົນຣູເບນ ຄົນກາດໄດ້ອາໄສຢູ່ນັ້ນອີກເລີຍ 34 ຄົນຣູເບນ ຄົນກາດ ເອີ້ນແທ່ນນັ້ນວ່າແທ່ນພຍານ ເຂົາກ່າວວ່າ ແທ່ນນັ້ນເປັນພຍານໃນລະຫວ່າງເຮົາ ວ່າພຣະຜູ້ເປັນເຈົ້າເປັນພຣະເຈົ້າ
ໂຢຊວຍແນະນຳປະຊາຊົນ
1 ຫລັງຈາກພຣະຜູ້ເປັນເຈົ້າຊົງໂຜດໃຫ້ອິສຣາເອນຢູ່ຢ່າງສງົບສຸກກັບພວກສັດຕຣູທີ່ຢູ່ອ້ອມຮອບເປັນເວລາເຫິງນານແລ້ວ ໂຢຊວຍກໍເຖົ້າແກ່ຫລາຍ 2 ທ່ານຈຶ່ງເອີ້ນພວກອິສຣາເອນທຸກຄົນ ຄືພວກເຖົ້າແກ່ ພວກຫົວຫນ້າ ພວກຜູ້ຕັດສິນ ພວກເຈົ້າຫນ້າທີ່ ແລະປະຊາຊົນມາແລ້ວເວົ້າວ່າ, “ດຽວນີ້ ຂ້າພະເຈົ້າກໍເຖົ້າແກ່ຫລາຍແລ້ວ 3 ຝ່າຍພວກທ່ານກໍເຫັນທຸກໆສິ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານໄດ້ຊົງກະທຳຕໍ່ຊົນຊາດທັງປວງເພື່ອຊ່ອຍພວກທ່ານ ແມ່ນພຣະເຈົ້າເອງທີ່ທຳເສິກເພື່ອພວກທ່ານ 4 ຈົ່ງຟັງເທີນ ຂ້າພະເຈົ້າໄດ້ຈັດເອົາດິນຂອງຊົນຊາດຕ່າງໆທີ່ຍຶດໄດ້ແລ້ວ ແລະທີ່ຍັງບໍ່ທັນຍຶດໄດ້ມອບໃຫ້ເປັນສ່ວນຂອງຕະກູນທັງຫລາຍຂອງພວກທ່ານ ຊຶ່ງເປັນດິນລະຫວ່າງແມ່ນ້ຳຈໍແດນທາງຟາກຕາເວັນອອກ ກັບທະເລເມດິເຕຣາເນທາງຕາເວັນຕົກ 5 ພຣະຜູ້ເປັນເຈົ້າຂອງພວກທ່ານຈະຊົງຂັບໄລ່ຊົນຊາດເຫລົ່ານັ້ນຖອຍຫນີຈາກພວກທ່ານ ແລະພວກທ່ານຈະໄດ້ແຜ່ນດິນຂອງເຂົາຕາມທີ່ພຣະອົງຊົງສັນຍາໄວ້ 6 ດັ່ງນັ້ນຈົ່ງຕັ້ງໃຈແລະທຳຕາມທຸກໆສິ່ງທີ່ຂຽນໄວ້ໃນປື້ມພຣະທັມຂອງເຮົາ ຊຶ່ງໂມເຊໄດ້ສັ່ງໄວ້ ຢ່າປະຖິ້ມຂໍ້ນຶ່ງຂໍ້ໃດເລີຍ 7 ເພື່ອວ່າພວກທ່ານຈະບໍ່ເຂົ້າສ່ວນກັບປະຊາຊາດຕ່າງໆທີ່ຢູ່ກັບພວກທ່ານ ຫລືຮ້ອງຫາພຣະຂອງເຂົາ ແລະສາບານໃນນາມຂອງພຣະນັ້ນ ພ້ອມທັງບົວລະບັດຂາບໄຫວ້ມັນ 8 ຈົ່ງສັດຊື່ຕໍ່ພຣະຜູ້ເປັນເຈົ້າຂອງພວກທ່ານຕາມທີ່ເຄີຍປະຕິບັດມາແລ້ວຈົນເທົ່າທຸກວັນນີ້ 9 ເພາະພຣະຜູ້ເປັນເຈົ້າຊົງໃຫ້ຊົນຊາດທີ່ສຳຄັນ ແລະແຂງແຮງຫນີຈາກພວກທ່ານ ແລະຍັງບໍ່ທັນມີຜູ້ໃດສາມາດຕໍ່ສູ້ພວກທ່ານໄດ້ 10 ຄົນນຶ່ງໃນພວກທ່ານກໍສາມາດຂັບໄລ່ພັນຄົນອອກຈາກພວກທ່ານໄດ້ ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານກໍທຳເສິກເພື່ອພວກທ່ານຕາມທີ່ພຣະອົງຊົງສັນຍາໄວ້ 11 ຈົ່ງຫມັ້ນໃຈໃນການຮັກພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 12 ຖ້າວ່າພວກທ່ານປະພຣະເຈົ້າ ແລະກັບຄືນຕິດຕໍ່ກັບຊົນຊາດທີ່ຢູ່ກັບພວກທ່ານ ແລະແຕ່ງງານກັບເຂົາ 13 ໃຫ້ພວກທ່ານຮູ້ໄວ້ຢ່າງແນ່ນອນວ່າ ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານຈະບໍ່ຂັບໄລ່ພວກເຂົາຫນີຈາກພວກທ່ານອີກຕໍ່ໄປ ພວກເຂົາຈະເປັນຄືບ້ວງແຮ້ວ ແລະຂຸມດັກຈັບໃຫ້ພວກທ່ານໄດ້ຮັບອັນຕະຣາຍ ແລະເປັນຄືໄມ້ແສ້ຂ້ຽນຫລັງ ຫລືສ້ຽນຢູ່ໃນຕາທີ່ທຳໃຫ້ພວກທ່ານໄດ້ຮັບຄວາມເຈັບປວດ ຈົນເຖິງພວກທ່ານຈະສູນສິ້ນໄປຈາກແຜ່ນດິນອັນຈົບງາມນີ້ ຊຶ່ງພຣະຜູ້ເປັນເຈົ້າພຣະ
ເຈົ້າຂອງພວກທ່ານໄດ້ປະທານໃຫ້
14 ດຽວນີ້ ຂ້າພະເຈົ້າກໍຢູ່ໃນຂັ້ນຂອງຄວາມຕາຍແລ້ວ ທຸກໆຄົນກໍຮູ້ແກ່ຈິດໃຈແລ້ວວ່າ ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານຊົງປະທານສິ່ງທີ່ດີໆທຸກຢ່າງໃຫ້ແກ່ພວກທ່ານຕາມທີ່ຊົງສັນຍາໄວ້ ແລະທຸກໆສິ່ງທີ່ພຣະອົງຊົງສັນຍາໄວ້ບໍ່ມີຈັກຂໍ້ໃດທີ່ບໍ່ເປັນຄວາມຈິງ 15 ດຽວນີ້ພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານຊົງກະທຳສິ່ງທີ່ດີໆທຸກຢ່າງໃຫ້ຕາມທີ່ຊົງກ່າວໄວ້ 16 ແຕ່ວ່າ ຖ້າພວກທ່ານບໍ່ຖືຮັກສາຄຳສັນຍາທີ່ພຣະອົງຊົງສັ່ງໄວ້ ໄປຣັບໃຊ້ ແລະຂາບໄຫວ້ພຣະອື່ນ ພຣະອົງຈະຊົງລົງໂທດພວກທ່ານທຸກຄົນ ຈົນກວ່າທຸກໆຄົນຈະສູນສິ້ນໄປຈາກແຜ່ນດິນທີ່ຈົບງາມຊື່ງພຣະອົງຊົງປະທານໃຫ້ແກ່ພວກທ່ານ”
ໂຢຊວຍແນະນຳພວກອິສຣາເອນທີ່ເມືອງເຊເຄມ
1 ຕໍ່ມາ ໂຢຊວຍໄດ້ເອີ້ນພວກຕະກູນອິສຣາເອນເຂົ້າມາໂຮມກັນຢູ່ເມືອງເຊເຄມ ທ່ານໄດ້ເອີ້ນເອົາພວກເຖົ້າແກ່ ພວກຫົວຫນ້າ ພວກຜູ້ຕັດສິນ ພວກເຈົ້າຫນ້າທີ່ ແລະປະຊາຊົນມາ ແລ້ວຈຶ່ງພາກັນໄປເຝົ້າພຣະເຈົ້າ 2 ໂຢຊວຍເວົ້າຕໍ່ຄົນເຫລົ່ານີ້ວ່າ, “ພຣະຜູ້ເປັນເຈົ້າຂອງພວກອິສຣາເອນຊົງກ່າວດັ່ງນີ້ ເປັນເວລາດົນນານແລ້ວ ປູ່ຍ່າຕາຍາຂອງພວກເຈົ້າທີ່ຢູ່ຟາກແມ່ນ້ຳເອີຟຣາດເບື້ອງນັ້ນໄດ້ຂາບໄຫວ້ພຣະອື່ນເຕຣາຊຶ່ງເປັນບິດາຂອງອັບຣາຮາມ ແລະນາໂຮກັບເປັນຜູ້ນຶ່ງທີ່ຮ່ວມຢູ່ນຳພວກປູ່ຍ່າຕາຍາຍນີ້ 3 ດັ່ງນີ້ ເຮົາຈຶ່ງພາອັບຣາຮາມພໍ່ເຄົ້າຂອງພວກເຈົ້າອອກຈາກແຜ່ນດິນນັນ ຂ້າມແມ່ນ້ຳເອີຟຣາດແລະໃຫ້ຜ່ານໄປທົ່ວປະເທດການາອານ ເຣົາໄດ້ໃຫ້ເຊື້ອສາຍຂອງເຂົາທະວີຫລາຍຂຶ້ນ 4 ໂດຍໃຫ້ເຂົາມີບຸດຜູ້ນຶ່ງຊື່ວ່າ ອີຊາກ ແລະໄດ້ປະທານໃຫ້ອີຊາກ ຄືຢາໂຄບກັບເອຊາວ ຕໍ່ມາກໍມອບເຂດພູຊີນາອີໃຫ້ເປັນສ່ວນຂອງເອຊາວ ສ່ວນຢາໂຄບກັບລູກຫລານຂອງເຂົາໄດ້ລົງໄປທາງປະເທດເອຢິບ 5 ແລ້ວເຣົາໄດ້ສົ່ງໂມເຊ ແລະອາໂຣນໄປປະເທດເອຢິບ ແລະເຣົາໄດ້ນຳເອົາໄພວິບັດອັນຍິ່ງໃຫຍ່ໄປສູ່ປະເທດນັ້ນ ຕໍ່ມາເຣົາໄດ້ນຳພວກເຈົ້າອອກມາ 6 ແລະເຣົາໄດ້ພາພໍ່ແມ່ຂອງພວກເຈົ້າອອກມາຈາກປະເທດເອຢິບ ແລ້ວທຸກໆຄົນຈຶ່ງມາເຖິງທະເລໄມ້ອໍ້ ຝ່າຍພວກເອຢິບກໍຂັບຣົດຮົບອອກໄລ່ຕິດຕາມພວກເຂົາຈົນເຖິງນ້ຳທະເລ 7 ເມື່ອພວກເຂົາອ້ອນວອນຮ້ອງຫາເຣົາ ເຮົາກໍບັນດານໃຫ້ຄວາມມືດຂັ້ນກາງລະຫວ່າງພວກເຂົາ ແລະພວກເອຢິບ ແລະໃຫ້ນ້ຳທະເລໄຫລຖ້ວມພວກເອຢິບ ດັ່ງນີ້ ພວກເຈົ້າກໍເຫັນສິ່ງທີ່ເຮົາກະທຳຕໍ່ປະເທດເອຢິບແລ້ວ ຫລັງຈາກນັ້ນ ພວກເຈົ້າໄດ້ອາໄສຢູ່ໃນຖິ່ນກັນດານເປັນເວລາດົນນານ 8 ແລ້ວເຮົາກໍນຳພວກເຈົ້າໄປສູ່ແຜ່ນດິນຂອງຊາວອາໂມຣິດ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ ພວກເຂົາຕໍ່ສູ້ພວກເຈົ້າ ແຕ່ເຣົາໃຫ້ພວກເຈົ້າຊະນະ ແລະຍຶດເອົາແຜ່ນດິນເຂົາ ແລ້ວເຮົາກໍທຳລາຍເຂົາຕໍ່ຫນ້າພວກເຈົ້າ 9 ຕໍ່ມາ ບາລາກບຸດຂອງຊິບໂປຣ໌ ເຈົ້າຊີວິດຂອງປະເທດໂມອາບ ກໍໄດ້ຕໍ່ສູ້ພວກອິສຣາເອນເຂົາສົ່ງຄົນໄປບອກບາລາອາມບຸດເບໂອຣ໌ໃຫ້ມາສາບແຊ່ງພວກເຈົ້າ 10 ແຕ່ວ່າ ເຮົາບໍ່ຍອມຟັງຄຳຂອງບາລາອາມ ດັ່ງນັ້ນບາລາອາມຈຶ່ງອວຍພອນພວກເຈົ້າ ແລະເຮົາຈຶ່ງໂຜດຊ່ອຍພວກເຈົ້າໃຫ້ພົ້ນຈາກເງື້ອມມືຂອງບາລາກ 11 ແລ້ວພວກເຈົ້າພາກັນຂ້າມແມ່ນ້ຳຈໍແດນມາສູ່ເມືອງເຢຣິໂກ ຝ່າຍຊາວເມືອງເຢຣິໂກກໍຕໍ່ສູ້ພວກເຈົ້າ ແລະຍັງມີພວກອື່ນທີ່ຕໍ່ສູ້ພວກເຈົ້າ ຄືຊາວອາໂມຣິດ ຊາວເປຣິສຊີ ຊາວການາອານ ຊາວຮີດຕີ ກີຣ໌ກາຊີ ຊາວຮີວີ ແລະຊາວເຢບຸສ ແຕ່ເຮົາໄດ້ໃຫ້ພວກເຈົ້າຊະນະພວກເຂົາ 12 ເຣົາໄດ້ທຳໃຫ້ເຈົ້າຊີວິດອາໂມຣິດສອງຄົນຕົກສະທ້ານຢ້ານກົວ ແລະເຮົາໄດ້ຂັບໄລ່ເຂົາອອກໄປໂດຍທີ່ພວກເຈົ້າບໍ່ໄດ້ຊະນະຍ້ອນດາບຫລືຫນ້າທະນູເລີຍ 13 ເຮົາໄດ້ໃຫ້ທີ່ດິນແກ່ພວກເຈົ້າ ໂດຍທີ່ພວກເຈົ້າບໍ່ໄດ້ຂຸດຄົ້ນຖາກຖາງ ແລະເອົາຫົວເມືອງຕ່າງໆໃຫ້ ໂດຍທີ່ພວກເຈົ້າບໍ່ໄດ້ກໍ່ສ້າງ ແຕ່ພວກເຈົ້າກໍອາໄສຢູ່ທີ່ນັ້ນ ແລະໄດ້ກິນຫມາກອະງຸ່ນ ຫມາກກອກ ໂດຍທີ່ພວກເຈົ້າບໍ່ໄດ້ປູກຝັງ” 14 ໂຢຊວຍເວົ້າຕໍ່ໄປອີກວ່າ, “ຈົ່ງຂາບໄຫວ້ພຣະຜູ້ເປັນເຈົ້າ ແລະຮັບໃຊ້ພຣະອົງດ້ວຍຄວາມຈິງໃຈ ແລະດ້ວຍຄວາມສັດຊື່ ຈົ່ງປະຖິ້ມພຣະຕ່າງໆທີ່ປູ່ຍ່າຕາຍາຍຂອງພວກທ່ານຂາບໄຫວ້ບົວລະບັດທີ່ຟາກຕາເວັນອອກຂອງແມ່ນ້ຳຈໍແດນ ແລະໃນເອຢິບເສັຽ ແລ້ວທ່ານທັງຫລາຍຈົ່ງຮັບໃຊ້ພຣະຜູ້ເປັນເຈົ້າ 15 ຖ້າວ່າພວກທ່ານບໍ່ເຕັມໃຈຮັບໃຊ້ພຣະຜູ້ເປັນເຈົ້າ ຈົ່ງຕັດສິນໃຈໃນວັນນີ້ວ່າ ພວກທ່ານຈະຮັບໃຊ້ຜູ້ໃດ ຈະຮັບໃຊ້ພຣະຊຶ່ງປູ່ຍ່າຕາຍາຍບົວລະບັດຢູ່ໃນທ້ອງຖິ່ນຟາກຕາເວັນອອກຂອງແມ່ນ້ຳເອີຟຣາດ ຫລືພຣະຂອງຄົນອາໂມຣິດໃນແຜ່ນດິນຊຶ່ງທ່ານອາໄສຢູ່ນີ້ ແຕ່ວ່າ ຂ້າພະເຈົ້າແລະຄອບຄົວຂອງຂ້າພະເຈົ້າຈະຣັບໃຊ້ພຣະຜູ້ເປັນເຈົ້າ” 16 ພວກປະຊາຊົນຕອບວ່າ, “ພວກຂ້າພະເຈົ້າຈະບໍ່ຫນີຈາກພຣະຜູ້ເປັນເຈົ້າໄປຮັບໃຊ້ພຣະອື່ນ 17 ພຣະຜູ້ເປັນເຈົ້າຂອງພວກຂ້າພະເຈົ້າໄດ້ພາພໍ່ແມ່ ແລະພວກຂ້າພະເຈົ້າອອກຈາກການເປັນຂ້ອຍທາດຂອງປະເທດເອຢິບ ແລະພວກຂ້າພະເຈົ້າໄດ້ເຫັນການກະທຳອັນຍິ່ງໃຫຍ່ຂອງພຣະອົງ ພຣະອົງຊົງຄຸ້ມຄອງພວກຂ້າພະເຈົ້າທັງຫລາຍໃນທຸກໆປະເທດທີ່ພວກຂ້າພະເຈົ້າຜ່ານມາ 18 ພຣະຜູ້ເປັນເຈົ້າໄດ້ຊົງຂັບໄລ່ຊາວອາໂມຣິດ ທີ່ອາໄສຢູ່ໃນແຜ່ນດິນນັ້ນຫນີອອກໄປກ່ອນຫນ້າພວກຂ້າພະເຈົ້າ ດັ່ງນັ້ນພວກຂ້າພະເຈົ້າຈະຮັບໃຊ້ພຣະຜູ້ເປັນເຈົ້າ ເພາະພຣະອົງຊົງເປັນພຣະເຈົ້າຂອງພວກຂ້າພະເຈົ້າ” 19 ຝ່າຍໂຢຊວຍກໍເວົ້າຕໍ່ເຂົາວ່າ, “ພວກທ່ານອາດຣັບໃຊ້ພຣະຜູ້ເປັນເຈົ້າບໍ່ໄດ້ ເພາະພຣະອົງບໍຣິສຸດ ແລະຊົງເປັນພຣະເຈົ້າທີ່ຫວງແຫນພວກທ່ານ ພຣະອົງຈະບໍ່ຊົງໃຫ້ອະພັຍບາບ ແລະຄວາມຜິດຂອງພວກທ່ານ 20 ຖ້າພວກທ່ານປະຖິ້ມພຣະຜູ້ເປັນເຈົ້າ ໄປຮັບໃຊ້ພຣະທັງຫລາຍຂອງຕ່າງປະເທດ ພຣະອົງຈະຊົງກັບຄືນມາຕໍ່ສູ້ແລະລົງໂທດພວກທ່ານ ພຣະອົງຈະທຳລາຍພວກທ່ານ ເຖິງແມ່ນວ່າພຣະອົງຊົງທຳດີຕໍ່ພວກທ່ານມາແລ້ວກໍຕາມ” 21 ພວກປະຊາຊົນຈຶ່ງເວົ້າຕໍ່ໂຢຊວຍວ່າ, “ບໍ່ແມ່ນ ພວກຂ້າພະເຈົ້າຈະຮັບໃຊ້ພຣະຜູ້ເປັນເຈົ້າ” 22 ໂຢຊວຍກໍບອກເຂົາວ່າ, “ພວກທ່ານຮັບຮອງໄດ້ບໍ່ວ່າ ພວກທ່ານໄດ້ເລືອກເອົາເສັ້ນທາງຮັບໃຊ້ພຣະຜູ້ເປັນເຈົ້າ” ພວກເຂົາຕອບວ່າ, “ໂດຍ ຂ້າພະເຈົ້າຮັບຮອງໄດ້” 23 ໂຢຊວຍເວົ້າຕໍ່ໄປວ່າ, “ດັ່ງນັ້ນ ຈົ່ງປະຖິ້ມພຣະຂອງພວກຕ່າງປະເທດທີ່ຢູ່ຖ້າມກາງພວກທ່ານເທີນ ແລະຈົ່ງຕິດຕາມພຣະຜູ້ເປັນເຈົ້າຂອງພວກອິສຣາເອນດ້ວຍຄວາມສັດຊື່” 24 ຝ່າຍປະຊາຊົນໄດ້ເວົ້າຕໍ່ໂຢຊວຍວ່າ, “ພວກຂ້າພະເຈົ້າຈະຮັບໃຊ້ພຣະຜູ້ເປັນເຈົ້າຂອງພວກຂ້າພະເຈົ້າ ແລະຈະຟັງຄຳສັ່ງຂອງພຣະອົງ” 25 ດັ່ງນັ້ນ ໂຢຊວຍຈຶ່ງທຳຄຳຫມັ້ນສັນຍາກັບພວກເຂົາໃນວັນນັ້ນ ແລະໄດ້ມອບກົດຫມາຍກັບຂໍ້ຄຳສັ່ງແກ່ເຂົາຢູ່ທີ່ເມືອງເຊເຄມ 26 ໂຢຊວຍຈຶ່ງບັນທຶກຂໍ້ຄຳສັ່ງເຫລົ່ານັ້ນໃສ່ປື້ມພຣະທັມຂອງພຣະຜູ້ເປັນເຈົ້າ ທ່ານກໍເອົາກ້ອນຫີນໃຫຍ່ກ້ອນນຶ່ງຕັ້ງຂຶ້ນຢູ່ຮົ່ມຕົ້ນກໍ່ໃນບ່ອນສັກສິດຂອງພຣະຜູ້ເປັນເຈົ້າ 27 ທ່ານເວົ້າຕໍ່ທຸກໆຄົນວ່າ, “ຈົ່ງເບິ່ງກ້ອນຫີນນີ້ ມັນຈະເປັນພຍານໃຫ້ພວກເຮົາ ມັນໄດ້ຍິນທຸກຖ້ອຍຄໍາທີ່ພຣະຜູ້ເປັນເຈົ້າຊົງເວົ້າຕໍ່ພວກເຮົາ ເພາະສະນັ້ນ ມັນຈະເປັນພຍານບໍ່ໃຫ້ພວກທ່ານຄິດກະບົດຕໍ່ສູ້ພຣະເຈົ້າຂອງພວກທ່ານ” 28 ແລ້ວໂຢຊວຍກໍໃຫ້ປະຊາຊົນເຫລົ່ານັ້ນກັບໄປສູ່ດິນທີ່ເປັນສ່ວນຂອງຕົນ
ໂຢຊວຍແລະເອເລອາຊາເສັຽຊີວິດ
29 ຫລັງຈາກນັ້ນ ໂຢຊວຍບຸດນູນ ຊຶ່ງເປັນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ກໍເສັຽຊີວິດໃນເວລາທ່ານມີອາຍຸຮ້ອຍສິບປີ 30 ເຂົາຝັງສົບທ່ານໄວ້ໃນທີ່ດິນຂອງທ່ານເອງທີ່ບ້ານຕີມນັທເຊຣາ ຢູ່ເທິງພູດອຍເອຟຣາອິມທາງທິດເຫນືອຂອງພູກາອັສ 31 ໃນຊົ່ວຊີວິດຂອງໂຢຊວຍນັ້ນ ພວກອິສຣາເອນໄດ້ຮັບໃຊ້ພຣະຜູ້ເປັນເຈົ້າຕລອດມາ ພວກເຂົາກໍຍັງດຳເນີນໃນການຮັບໃຊ້ພຣະອົງຢູ່ຕລອດຊີວິດຂອງພວກຜູ້ນຳທຸກໆຄົນ ທີ່ຮູ້ຈັກທຸກສິ່ງກ່ຽວກັບການທີ່ພຣະຜູ້ເປັນເຈົ້າຊົງກະທຳຕໍ່ພວກອິສຣາເອນ 32 ສ່ວນກະດູກຂອງໂຢເຊັບທີ່ພວກອິສຣາເອນເອົາມາຈາກປະເທດເອຢິບນັ້ນ ໃນສ່ວນທີ່ດິນຊຶ່ງຢາໂຄບຊື້ໄວ້ຈາກບຸດຫລານຂອງຮາໂມຣ໌ບິດາຂອງເຊເຄມເປັນເງິນນຶ່ງຮ້ອຍແຜ່ນ ທີ່ນີ້ເປັນຕົກເປັນມໍຣະດົກຂອງເຊື້ອສາຍໂຢເຊັບ 33 ແລະເອເລອາຊາບຸດຂອງອາໂຣນກໍສິ້ນຊີວິດ ແລະເຂົາຝັງສົບທ່ານໄວ້ທີ່ກິເບອາ ເມືອງຂອງຟີເນຮັສບຸດຂອງທ່ານ ຊຶ່ງໄດ້ມອບໄວ້ໃຫ້ເຂົາໃນເທິງພູດອຍເອຟຣາອິມ
ເຜົ່າຢູດາ ແລະຊີເມໂອນຈັບອາໂດນີເບເຊກ
1 ຢູ່ມາເມື່ອໂຢຊວຍໄດ້ເສັຽຊີວິດແລ້ວ ຄົນອິສຣາເອນທູນຖາມພຣະຜູ້ເປັນເຈົ້າວ່າ, “ໃຜໃນພວກຂ້າພຣະອົງທັງຫລາຍຈະຂຶ້ນໄປກ່ອນເພື່ອສູ້ຮົບກັບຄົນການາອານ” 2 ພຣະຜູ້ເປັນເຈົ້າກ່າວວ່າ, “ຢູດາຈະຂຶ້ນໄປ ເບິ່ງແມ໋, ເຣົາໄດ້ມອບແຜ່ນດິນນັ້ນໄວ້ໃນກໍາມືເຂົາແລ້ວ” 3 ຢູດາຈຶ່ງເວົ້າກັບຊີເມໂອນອ້າຍຂອງຕົນວ່າ, “ຈົ່ງຂຶ້ນໄປກັບເຣົາ ໃນເຂດແດນທີ່ກຳນົດໃຫ້ແກ່ເຣົາ ເພື່ອເຣົາຈະໄດ້ຕໍ່ສູ້ກັບຄົນການາອານ ແລະເຮົາຈະໄປຮ່ວມຮົບໃນເຂດແດນທີ່ກຳນົດໃຫ້ແກ່ທ່ານນັ້ນເຫມືອນກັນ” ຊີເມໂອນກໍໄປກັບເຂົາ 4 ແລ້ວຢູດາກໍຂຶ້ນໄປ ແລະພຣະຜູ້ເປັນເຈົ້າຊົງມອບຄົນການາອານ ຄົນເປຣິສຊີໄວ້ໃນມືຂອງເຂົາ ແລະເຂົາກໍປະຫານຄົນທີ່ເມືອງເບເຊກ ແລະເຂົາໄດ້ປະຫານຄົນໃນເມືອງເບເຊກນຶ່ງຫມື່ນຄົນ 5 ເຂົາທັງຫລາຍພົບອາໂດນີເບເຊກໃນເມືອງເບເຊກ ແລະຕໍ່ສູ້ກັບທ່ານ ເຂົາໄດ້ປະຫານຄົນການາອານ ແລະຄົນເປຣິສຊີ 6 ອາໂດນີເບເຊກໄດ້ຫນີໄປ ແຕ່ເຂົາຕາມຈັບໄດ້ຕັດນິ້ວຫົວໂປ້ມື ແລະນິ້ວຫົວໂປ້ຕີນຂອງທ່ານອອກເສັຽ 7 ອາໂດນີເບເຊກກ່າວວ່າ, “ມີກະສັດເຈັດສິບອົງທີ່ມີຫົວໂປ້ມືແລະຫົວໂປ້ຕີນດ້ວນ ເກັບເສດອາຫານຢູ່ໃຕ້ໂຕະຂອງເຣົາ ເຮົາກະທຳແກ່ເຂົາຢ່າງໃດ ພຣະຜູ້ເປັນເຈົ້າຈຶ່ງຊົງກະທຳແກ່ເຮົາຢ່າງນັ້ນ” ເຂົາທັງຫລາຍກໍຄຸມຕົວທ່ານມາທີ່ກຸງເຢຣູຊາເລັມ ແລະທ່ານກໍເສັຽຊີວິດຢູ່ທີ່ນັ້ນ
ເຜົ່າຢູດາຊະນະເມືອງເຢຣູຊາເລັມ ແລະ ເມືອງເຮໂບຣນ
8 ແລະຄົນຢູດາໄດ້ເຂົ້າໂຈມຕີເມືອງເຢຣູຊາເລັມ ແລະຍຶດເມືອງໄດ້ ຈຶ່ງຂ້າຟັນຊາວເມືອງເສັຽດ້ວຍຄົມດາບ ແລະເອົາໄຟເຜົາເມືອງເສັຽ 9 ພາຍຫລັງຄົນເຜົ່າຢູດາໄດ້ລົງໄປສູ້ຮົບກັບຄົນການາອານຜູ້ຊຶ່ງຕັ້ງຢູ່ຕາມແຖບພູໃນເນເກັບ ແລະທີ່ຢູ່ຕາມຕີນພູ 10 ແລະຢູດາໄດ້ໄປສູ້ຮົບກັບຄົນການາອານຜູ້ຢູ່ໃນເຮໂບຣນ (ເມືອງເຮໂບຣນນັ້ນແຕ່ກ່ອນມີຊື່ວ່າ ກິຣີອາດອາຣ໌ບາ) ແລະເຂົາທັງຫລາຍໄດ້ປະຫານເຊຊັຍ ແລະອາຮີມານ ແລະຕັນມັຍ
ໂອດນີເອນຊະນະເມືອງເດບີຣ໌ ແລະໄດ້ຮັບນາງສາວອັກສາ
11 ເຂົາທັງຫລາຍຍົກມາຈາກທີ່ນັ້ນໄປຕໍ່ສູ້ຮົບກັບຊາວເມືອງເດບີຣ໌ (ເມືອງເດບີຣ໌ນັ້ນແຕ່ກ່ອນມີຊື່ວ່າ ກິຣີອາດເຊເຟີ) 12 ແລະກາເລັບກ່າວວ່າ, “ໃຜໂຈມຕີເມືອງກິຣີອາດເຊເຟີ ແລະຍຶດໄດ້ ເຮົາຈະຍົກອັກສາບຸດສາວຂອງເຮົາໃຫ້ເປັນເມັຽ” 13 ໂອດນີເອນບຸດເກນັສ ນ້ອງຊາຍຂອງກາເລັບຕີເມືອງນັ້ນໄດ້ ທ່ານຈຶ່ງຍົກອັກສາບຸດສາວຂອງຕົນໃຫ້ເປັນເມັຽ 14 ຢູ່ມາເມື່ອແຕ່ງງານກັນແລ້ວ ນາງຈຶ່ງຊວນຜົວໃຫ້ຂໍທີ່ດິນຈາກບິດາ ນາງກໍລົງມາຈາກຫລັງລໍ ກາເລັບຈຶ່ງຖາມນາງວ່າ, “ເຈົ້າມາມີເຣື່ອງຫຍັງ” 15 ນາງຈຶ່ງຕອບທ່ານວ່າ, “ຂໍຂອງຂວັນໃຫ້ລູກຈັກຢ່າງນຶ່ງເຖີດ ເມື່ອພໍ່ໃຫ້ຂ້ານ້ອຍມາຢູ່ໃນດິນແດນເນເກັບແລ້ວ ລູກຂໍນ້ຳພຸນຳ” ແລະກາເລັບກໍຍົກນ້ຳພຸທາງເທິງແລະນ້ຳພຸທາງລຸ່ມໃຫ້ແກ່ນາງ
ເຂດແດນທີ່ເຜົ່າຢູດາ ແລະເບັນຢາມິນຍຶດຄອງ
16 ຄົນເກນິດພໍ່ເຖົ້າຂອງໂມເຊໄດ້ຂຶ້ນໄປຈາກເມືອງດົງຕົ້ນຕານ ພ້ອມກັບຄົນຢູດາມາເຖິງຖິ່ນກັນດານຢູດາຊຶ່ງຢູ່ໃນເນເກັບໃກ້ອາຣາດ ແລະເຂົາກໍເຂົ້າໄປຕັ້ງຢູ່ກັບຊົນຊາດນັ້ນ 17 ຢູດາກໍຍົກໄປຮ່ວມກັບຊີເມໂອນອ້າຍຂອງເຂົາປະຫານຄົນການາອານຊຶ່ງຢູ່ໃນເມືອງເຊຟັທ ແລະທຳລາຍເມືອງນັ້ນເສັຽຢ່າງສິ້ນເຊີງ ເຂົາຈຶ່ງເອີ້ນຊື່ເມືອງນັ້ນວ່າໂຮຣ໌ມາ 18 ຢູດາໄດ້ຍຶດເມືອງກາຊາພ້ອມທັງອານາເຂດ ແລະເມືອງອັສເກໂລນພ້ອມທັງອານາເຂດ ແລະເມືອງເອກໂລນພ້ອມທັງອານາເຂດໄວ້ດ້ວຍ 19 ພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບຢູດາ ເຂົາຈຶ່ງຂັບໄລ່ຊາວພູດອຍອອກໄປ ແຕ່ຈະຂັບໄລ່ຊາວເມືອງທີ່ຢູ່ໃນທີ່ຮາບພຽງນັ້ນບໍ່ໄດ້ ເພາະພວກເຫລົ່ານັ້ນມີຣົດຮົບເຫລັກ 20 ເມືອງເຮໂບຣນນັ້ນເຂົາຍົກໃຫ້ກາເລັບດັ່ງທີ່ໂມເຊໄດ້ກ່າວໄວ້ ກາເລັບຈຶ່ງຂັບໄລ່ບຸດຊາຍທັງສາມຄົນຂອງອານາກອອກໄປເສັຽ 21 ແຕ່ຄົນເບັນຢາມິນບໍ່ໄດ້ຂັບໄລ່ຄົນເຢບຸສຜູ້ຢູ່ໃນເຢຣູຊາເລັມໃຫ້ອອກໄປ ດັ່ງນັ້ນຄົນເຢບຸສຈຶ່ງອາໄສຢູ່ກັບຄົນເບັນຢາມິນໃນເຢຣູຊາເລັມຈົນເຖິງທຸກວັນນີ້
ເຊື້ອສາຍໂຢເຊັບຊະນະເມືອງເບັດເອນ
22 ເຊື້ອສາຍຂອງໂຢເຊັບໄດ້ຂຶ້ນໄປໂຈມຕີເມືອງເບັດເອນ ແລະພຣະຜູ້ເປັນເຈົ້າຊົງສະຖິດກັບເຂົາ 23 ເຊື້ອສາຍຂອງໂຢເຊັບໄດ້ໃຊ້ຄົນໄປສອດແນມເມືອງເບັດເອນ (ແຕ່ກ່ອນເມືອງນີ້ຊື່ ລູຊ) 24 ແລະຜູ້ສອດແນມເຫັນຊາຍຄົນນຶ່ງຍ່າງອອກມາຈາກເມືອງ ຈຶ່ງເວົ້າກັບເຂົາວ່າ, “ຂໍຊີ້ທາງເຂົ້າເມືອງນີ້ໃຫ້ແກ່ເຮົາ ແລະເຣົາຈະປານີເຈົ້າ” 25 ຊາຍຄົນນັ້ນກໍຊີ້ທາງເຂົ້າເມືອງໃຫ້ ແລະເຂົາປະຫານເມືອງນັ້ນ ທຳລາຍເສັຽດ້ວຍຄົມດາບ ແຕ່ເຂົາປ່ອຍໃຫ້ຊາຍຄົນນັ້ນ ແລະຍາດຕິພີ່ນ້ອງຂອງເຂົາລອດໄປ 26 ຊາຍຄົນນັ້ນກໍເຂົ້າໄປໃນແຜ່ນດິນຂອງຄົນຮີດຕີ ແລະສ້າງເມືອງຂຶ້ນເມືອງນຶ່ງເອີ້ນຊື່ວ່າເມືອງ ລູຊ ຊຶ່ງເປັນຊື່ຢູ່ຈົນເຖິງທຸກວັນນີ້ 27 ມານັສເຊບໍ່ໄດ້ຂັບໄລ່ຊາວເມືອງເບັດເຊອານ ແລະຊາວຊົນນະບົດຂອງເມືອງນັ້ນໃຫ້ອອກໄປ ຫລືຊາວເມືອງຕາອານາກກັບຊາວຊົນນະບົດຂອງເມືອງນັ້ນ ຫລືຊາວເມືອງໂດຣ໌ກັບຊາວຊົນນະບົດຂອງເມືອງນັ້ນ ຫລືຊາວເມືອງອິບເລອາມກັບຊາວຊົນນະບົດຂອງເມືອງນັ້ນ ຫລືຊາວເມືອງເມກິດໂດກັບຊາວຊົນນະບົດຂອງເມືອງນັ້ນ ແຕ່ຄົນການາອານຍັງສືບຕໍ່ອາໄສຢູ່ໃນແຜ່ນດິນນັ້ນ 28 ຢູ່ມາເມື່ອຄົນອິສຣາເອນມີກຳລັງເຂັ້ມແຂງຂຶ້ນກໍບັງຄັບຄົນການາອານໃຫ້ທຳງານໂຍທາ ແຕ່ບໍ່ໄດ້ຂັບໄລ່ໃຫ້ເຂົາອອກໄປໃຫ້ຫມົດ 29 ແລະເອຟຣາອິມບໍ່ໄດ້ຂັບໄລ່ຄົນການາອານຜູ້ອາໄສຢູ່ໃນເມືອງເກເຊີໃຫ້ອອກໄປ ແຕ່ຄົນການາອານຍັງອາໄສຢູ່ໃນເມືອງເກເຊີຖ້າມກາງເຂົາ
ເຂດແດນທີ່ເຜົ່າອື່ນໆຍຶດຄອງ
30 ເຊບູລູນບໍ່ໄດ້ຂັບໄລ່ຊາວເມືອງກິດໂຣນ ຫລືຊາວເມືອງນາຮາໂລນ ແຕ່ຄົນການາອານໄດ້ອາໄສຢູ່ຖ້າມກາງເຂົາແລະຖືກເກນໃຫ້ທຳງານໂຍທາ 31 ອາເຊີບໍ່ໄດ້ຂັບໄລ່ຊາວເມືອງອັກໂກ ຫລືຊາວເມືອງຊີໂດນ ຫລືຊາວເມືອງອາລາບ ຫລືຊາວເມືອງອັກຊີບ ຫລືຊາວເມືອງເຮນບາ ຫລືຊາວເມືອງອາຟິກ ຫລືຊາວເມືອງເຣໂຮບ 32 ແຕ່ຄົນເຜົ່າອາເຊີໄດ້ອາໄສຢູ່ຖ້າມກາງຄົນການາອານຊາວແຜ່ນດິນນັ້ນ ເພາະວ່າເຂົາທັງຫລາຍບໍ່ໄດ້ຂັບໄລ່ໃຫ້ອອກໄປເສັຽ 33 ເນັຟທາລີບໍ່ໄດ້ຂັບໄລ່ຊາວເມືອງເບັດເຊເມສ ຫລືຊາວເມືອງເບັດອານັທ ແຕ່ອາໄສຢູ່ໃນຫມູ່ຄົນການາອານຊາວແຜ່ນດິນນັ້ນ ແຕ່ຢ່າງໃດກໍດີຊາວເມືອງເບັດເຊເມສ ແລະຊາວເມືອງເບັດອານັທກໍຖືກເກນໃຫ້ທຳງານໂຍທາ 34 ຄົນອາໂມຣິດໄດ້ບັງຄັບຄົນເຜົ່າດານໃຫ້ກັບເຂົ້າໄປໃນພູດອຍບໍ່ຍອມໃຫ້ລົງມາຍັງທີ່ລຸ່ມ 35 ຄົນອາໂມຣິດຍັງສືບຕໍ່ອາໄສຢູ່ທີ່ຮາຣ໌ເຮເຣສໃນເມືອງອັຍຢາໂລນ ແລະໃນເມືອງຊາອັນບິມ ແຕ່ມີເຊື້ອສາຍໂຢເຊັບເຫນືອກວ່າມືເຂົາທັງຫລາຍ ເຂົາຈຶ່ງຖືກເກນໃຫ້ທຳງານໂຍທາ 36 ອານາເຂດຂອງຄົນອາໂມຣິດຕັ້ງຕົ້ນແຕ່ທາງຂ້າມພູອັກຣັບບິມ ຕັ້ງແຕ່ເມືອງເຊລາຂຶ້ນໄປ
ທູດຂອງພຣະຜູ້ເປັນເຈົ້າທີ່ໂບຄີມ
1 ຕໍ່ມາ ທູດຂອງພຣະຜູ້ເປັນເຈົ້າໄດ້ສະເດັດມາຈາກເມືອງກິນການເພື່ອໄປໂບຄິມ ທູດອົງນີ້ເວົ້າຕໍ່ພວກອິສຣາເອນວ່າ, “ເຮົາພາພວກເຈົ້າອອກມາຈາກປະເທດເອຢິບ ແລະນຳເຂົ້າໄປໃນແຜ່ນດິນທີ່ໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ ເຮົາໄດ້ບອກພວກເຈົ້າວ່າ ເຮົາຈະບໍ່ລົບລ້າງຄຳຫມັ້ນສັນຍາທີ່ມີໄວ້ກັບພວກເຈົ້າຈັກເທື່ອ 2 ແລະພວກເຈົ້າຕ້ອງທຳລາຍແທ່ນບູຊາຂອງພວກເຂົານັ້ນຖິ້ມຫມົດເສັຽ ແຕ່ພວກເຈົ້າບໍ່ໄດ້ທຳຕາມທີ່ເຮົາໄດ້ບອກໄວ້ ພວກເຈົ້າກັບໄປທຳຢ່າງອື່ນແທນ 3 ສະນັ້ນເຣົາຂໍບອກພວກເຈົ້າດຽວນີ້ວ່າ ເຮົາຈະບໍ່ຂັບໄລ່ປະຊາຊົນເຫລົ່ານີ້ອອກໄປຈາກບ່ອນທີ່ພວກເຈົ້າຈະໄປຢູ່ນັ້ນ ພວກເຂົາຈະເປັນຜູ້ຂົ່ມເຫັງພວກເຈົ້າ ແລະພຣະຂອງເຂົາຈະເປັນສິ່ງທີ່ລໍ້ລວງໃຫ້ພວກເຈົ້າໄດ້ຮັບເຄາະຮ້າຍ” 4 ເມື່ອທູດຂອງພຣະຜູ້ເປັນເຈົ້າເວົ້າດັ່ງນັ້ນແລ້ວ ພວກອິສຣາເອນກໍພາກັນຮ້ອງໄຫ້ 5 (ດັ່ງນັ້ນບ່ອນນີ້ຈຶ່ງໄດ້ເອີ້ນວ່າໂບຄີມ) ແລ້ວພວກເຂົາກໍເອົາເຄື່ອງບູຊາຖວາຍແດ່ພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ
ໂຢຊວຍເສັຽຊີວິດ
6 ເມື່ອໂຢຊວຍໄດ້ສົ່ງພວກອິສຣາເອນກັບຄືນເມືອ ພວກເຂົາແຕ່ລະຄົນກໍໄປຮັບເອົາສ່ວນແບ່ງຂອງຕົນໃນແຜ່ນດິນນັ້ນ 7 ພວກອິສຣາເອນຮັບໃຊ້ພຣະຜູ້ເປັນເຈົ້າຕລອດຊົ່ວຊີວິດຂອງໂຢຊວຍ ແລະຫລັງຈາກທ່ານເສັຽຊີວິດໄປແລ້ວ ພວກເຂົາກໍຍັງຮັບໃຊ້ພຣະອົງຕໍ່ໄປຈົນຕລອດຊົ່ວອາຍຸຂອງພວກຜູ້ນຳ ພວກຜູ້ນຳເຫລົ່ານີ້ເປັນຜູ້ຮູ້ຈັກກິຈການທຸກຢ່າງທີ່ພຣະຜູ້ເປັນເຈົ້າຊົງກະທຳຕໍ່ພວກອິສຣາເອນ 8 ໂຢຊວຍບຸດຂອງນູນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ ໄດ້ເສັຽຊີວິດໄປເມື່ອອາຍຸໄດ້ຮ້ອຍສິບປີ 9 ສົບຂອງທ່ານໄດ້ຝັງໄວ້ໃນດິນຂອງທ່ານເອງ ຢູ່ເທິງພູເອຟຣາອິມທີ່ເມືອງຕິມນັທເຮເຣສ ຢູ່ທາງທິດເຫນືອຂອງພູກາອັສ 10 ຕໍ່ມາ ຄົນທຸກຄົນໃນສະໄຫມດຽວກັນນັ້ນກໍເສັຽຊີວິດໄປເຊັ່ນດຽວກັນ ແຕ່ພວກທີ່ເກີດໃຫມ່ໃຫຍ່ລຸນໄດ້ລືມພຣະຜູ້ເປັນເຈົ້າໄປຫມົດຕລອດທັງທຸກສິ່ງທີ່ພຣະອົງໄດ້ຊົງກະທຳຕໍ່ພວກອິສຣາເອນ
ອິສຣາເອນປະລະການນະມັສການພຣະຜູ້ເປັນເຈົ້າ
11 ເມື່ອພວກອິສຣາເອນທຳຜິດຕໍ່ສູ້ພຣະຜູ້ເປັນເຈົ້າ ແລະຣັບໃຊ້ພຣະບາອານ 12 ພວກເຂົາໄດ້ປະລະການນະມັສການພຣະຜູ້ເປັນເຈົ້າແຫ່ງປູ່ຍ່າຕາຍາຍຂອງເຂົາ ຜູ້ຊົງນຳຫນ້າເຂົາອອກຈາກປະເທດເອຢິບ ພວກເຂົາພາກັນເລີ້ມນະມັສການພຣະອື່ນ ຊຶ່ງເປັນພຣະຂອງຊົນຊາດຕ່າງໆທີ່ຢູ່ອ້ອມຮອບເຂົານັ້ນ ພວກເຂົາໄດ້ພາກັນຂາບໄຫວ້ພຣະເຫລົ່ານີ້ ແລະທຳໃຫ້ພຣະຜູ້ເປັນເຈົ້າຊົງພຣະພິໂຣດ 13 ພວກເຂົາໄດ້ປະຖິ້ມການນະມັສການພຣະຜູ້ເປັນເຈົ້າແລະຮັບໃຊ້ພຣະບາອານກັບພຣະອັຊຕາຣ໌ເຕສທັງຫລາຍ 14 ສ່ວນພຣະຜູ້ເປັນເຈົ້າກໍຊົງພຣະພິໂຣດຕໍ່ພວກອິສຣາເອນ ພຣະອົງຈຶ່ງຊົງທຳໃຫ້ພວກໂຈນເຂົ້າມາໂຈມຕີແລະປຸ້ນພວກເຂົາ ແລະພຣະອົງຍັງຊົງປ່ອຍໃຫ້ພວກສັດຕຣູທີ່ຢູ່ອ້ອມຮອບນັ້ນຊະນະພວກເຂົາ ພວກອິສຣາເອນກໍບໍ່ສາມາດປ້ອງກັນຕົວເອງໄດ້ 15 ທຸກໆເທື່ອທີ່ພວກເຂົາອອກໄປສູ້ຮົບ ພຣະຜູ້ເປັນເຈົ້າກໍຊົງຕໍ່ສູ້ພວກເຂົາຕາມທີ່ພຣະອົງຊົງບອກໄວ້ແລ້ວ ພວກເຂົາໄດ້ຕົກຢູ່ໃນພາວະຂັດສົນຢ່າງໃຫຍ່ຫລວງ 16 ເວລາຕໍ່ມາ ພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ພວກອິສຣາເອນມີຜູ້ປົກຄອງທີ່ເຂັ້ມແຂງ ເພື່ອຊ່ອຍໃຫ້ພົ້ນຈາກເງື້ອມມືຂອງພວກໂຈນ 17 ແຕ່ພວກເຂົາບໍ່ຍອມປະຕິບັດຕາມຄຳສັ່ງຂອງພວກຜູ້ປົກຄອງເຫລົ່ານັ້ນ ແລ້ວບໍ່ສັດຊື່ຕໍ່ພຣະຜູ້ເປັນເຈົ້າໂດຍໄປນະມັສການພຣະອື່ນ ພໍ່ແມ່ຂອງພວກເຂົາໄດ້ຟັງຄຳສັ່ງຂອງພຣະຜູ້ເປັນເຈົ້າແຕ່ເຂົາເອງບໍ່ໄດ້ປະຕິບັດຕາມ 18 ທຸກເທື່ອທີ່ພຣະຜູ້ເປັນເຈົ້າຊົງໂຜດໃຫ້ເຂົາມີຜູ້ປົກຄອງ ພຣະອົງກໍຊົງຊ່ອຍເຫລືອຜູ້ນັ້ນ ແລະຊົງຊ່ອຍປະຊາຊົນໃຫ້ພົ້ນຈາກເງື້ອມມືຂອງສັດຕຣູ ຕລອດຊົ່ວຊີວິດຂອງຜູ້ປົກຄອງຄົນນັ້ນ ພຣະຜູ້ເປັນເຈົ້າຊົງມີຄວາມເມດຕາເຂົາ ເພາະວ່າພວກເຂົາໄດ້ຮ້ອງຄວນຄາງຢ່າງທໍຣະມານຍ້ອນຖືກກົດຂີ່ຂົ່ມເຫັງ 19 ແຕ່ເມື່ອຜູ້ປົກຄອງເສັຽຊີວິດໄປແລ້ວ ພວກປະຊາຊົນກໍກັບຄືນມາທຳຢ່າງເກົ່າ ແລະທຳການຊົ່ວຮ້າຍຫລາຍກວ່າພໍ່ແມ່ເຂົາ ພວກເຂົາຕິດຕາມພຣະອື່ນທັງຮັບໃຊ້ແລະບົວລະບັດພຣະນັ້ນ ພວກເຂົາດື້ດ້ານຖືຮີດຄອງອັນຊົ່ວຮ້າຍ 20 ດ້ວຍເຫດນີ້ ພຣະຜູ້ເປັນເຈົ້າຈຶ່ງຊົງພຣະພິໂຣດພວກອິສຣາເອນຫລາຍຂຶ້ນ ແລະຊົງກ່າວວ່າ, “ເພາະຊົນຊາດເຫລົ່ານີ້ ໄດ້ທຳລາຍຄຳສັນຍາທີ່ເຮົາມີໄວ້ກັບບັນພະບຸຣຸດຂອງພວກເຂົາ ແລະເຂົາບໍ່ໄດ້ຟັງຄຳຂອງເຮົາ 21 ແຕ່ນີ້ຕໍ່ໄປ ເຮົາຈະບໍ່ຂັບໄລ່ຊົນຊາດໃດທີ່ຍັງເຫລືອຢູ່ໃນປະເທດນີ້ ຊຶ່ງນັບຕັ້ງແຕ່ການເສັຽຊີວິດຂອງໂຢຊວຍມາ 22 ເພື່ອເຮົາຈະໄດ້ຮູ້ວ່າ ພວກອິສຣາເອນຈະຕິດຕາມເສັ້ນທາງຂອງເຮົາຕາມທີ່ບັນພະບຸຣຸດຂອງພວກເຂົາໄດ້ປະຕິບັດມານັ້ນຫລືບໍ່” 23 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງປ່ອຍຊົນຊາດທີ່ບໍ່ໄດ້ຢູ່ໃຕ້ອຳນາດຂອງໂຢຊວຍນັ້ນໄວ້ ໂດຍບໍ່ໄດ້ຂັບໄລ່ເຂົາອອກຢ່າງກະທັນຫັນ
ປະຊາຊາດຊຶ່ງຊົງໃຫ້ເຫລືອໄວ້ເພື່ອທົດສອບຄົນອິສຣາເອນ
1 ຕໍ່ໄປນີ້ເປັນປະຊາຊາດທີ່ພຣະຜູ້ເປັນເຈົ້າຊົງໃຫ້ເຫລືອໄວ້ ເພື່ອໃຊ້ທົດສອບຄົນອິສຣາເອນ ຜູ້ຊຶ່ງຍັງບໍ່ເຄີຍປະສົບສົງຄາມໃນການາອານ 2 ແຕ່ພຽງຊົງໃຫ້ຊາດເຊື້ອສາຍຄົນອິສຣາເອນເຂົ້າໃຈເຣື່ອງການສົງຄາມ ເພື່ອຢ່າງນ້ອຍພຣະອົງຈະໄດ້ຊົງສອນແກ່ຜູ້ທີ່ຍັງບໍ່ຮູ້ມາກ່ອນ 3 ຄືເຈົ້ານາຍທັງຫ້າຂອງພວກຟີລິສຕີນ ຄົນການາອານທັງຫມົດ ຊາວຊີໂດນ ແລະຄົນຮີວີຜູ້ອາໄສຢູ່ເທິງພູເລບານອນ ຕັ້ງແຕ່ພູບາອັນເຮີໂມນຈົນເຖິງທາງເຂົ້າເມືອງເລໂບຮາມັທ 4 ເຫລືອຄົນເຫລົ່ານີ້ຢູ່ເພື່ອທົດສອບຄົນອິສຣາເອນເພື່ອໃຫ້ຮູ້ວ່າອິສຣາເອນຈະເຊື່ອຟັງພຣະທັມບັນຍັດຂອງພຣະເຈົ້າ ຊຶ່ງພຣະອົງຊົງບັນຊາໄວ້ກັບບັນພະບຸຣຸດຂອງເຂົາໂດຍຜ່ານທາງໂມເຊນັ້ນຫລືບໍ 5 ດັ່ງນັ້ນແຫລະ ຄົນອິສຣາເອນຈຶ່ງອາໄສຢູ່ໃນຫມູ່ຄົນການາອານ ຄົນຮິດຕີ ຄົນອາໂມຣິດ ຄົນເປຣິສຊີ ຄົນຮີວີ ແລະຄົນເຢບຸສ 6 ເຂົາໄປສູ່ຂໍບຸດສາວຊົນຊາດເຫລົ່ານັ້ນມາເປັນເມັຽແລະຍົກບຸດສາວຂອງຕົນໃຫ້ແກ່ບຸດຊາຍຂອງຄົນເຫລົ່ານັ້ນ ແລະໄດ້ບົວລະບັດພຣະຂອງເຂົາເຫລົ່ານັ້ນ
ໂອທນີເອນ
7 ຄົນອິສຣາເອນໄດ້ກະທຳຄວາມຊົ່ວໃນສາຍພຣະເນດພຣະຜູ້ເປັນເຈົ້າ ລືມພຣະຜູ້ເປັນເຈົ້າພຣະເຈົ້າຂອງຕົນເສັຽ ໄປບົວລະບັດພຣະບາອານທັງຫລາຍແລະພວກພຣະອັຊຕາຣ໌ເຕສ 8 ເພາະສະນັ້ນພຣະພິໂຣດຂອງພຣະຜູ້ເປັນເຈົ້າກໍພຸ່ງຂຶ້ນຕໍ່ອິສຣາເອນ ແລະພຣະອົງຊົງຂາຍເຂົາໄວ້ໃນມືກູຊານຣິຊາທາອິມກະສັດເມືອງເມໂຊໂປຕາເມັຽແລະຄົນອິສຣາເອນໄດ້ປະຕິບັດກູຊານຣິຊາທາອິມແປດປີ 9 ແຕ່ເມື່ອຄົນອິສຣາເອນຮ້ອງທູນພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຊົງໃຫ້ເກີດຜູ້ຊ່ອຍແກ່ຄົນອິສຣາເອນ ຜູ້ໄດ້ຊ່ອຍເຂົາທັງຫລາຍໃຫ້ລອດ ຄືໂອທນີເອນບຸດເກນັສ ນ້ອງຊາຍຂອງກາເລັບ 10 ພຣະວິນຍານຂອງພຣະຜູ້ເປັນເຈົ້າຊົງສະຖິດກັບໂອທນີເອນ ແລະທ່ານຈຶ່ງປົກຄອງຄົນອິສຣາເອນ ແລະອອກໄປທຳສົງຄາມ ແລະພຣະຜູ້ເປັນເຈົ້າຊົງມອບກູຊານຣີຊາທາອິມກະສັດເມືອງເມໂຊໂປຕາເມັຽໄວ້ໃນມືຂອງທ່ານ ແລະມືຂອງທ່ານຊະນະກູຊານຣີຊາທາອິມ 11 ດັ່ງນັ້ນແຜ່ນດິນຈຶ່ງໄດ້ຢຸດພັກສງົບຢູ່ເປັນເວລາສີ່ສິບປີ ແລ້ວໂອທນີເອນບຸດເກນັສກໍເສັຽຊີວິດ
ເອຮູດ
12 ຄົນອິສຣາເອນກະທໍາຄວາມຊົ່ວໃນສາຍພຣະເນດພຣະຜູ້ເປັນເຈົ້າອີກ ພຣະຜູ້ເປັນເຈົ້າຈຶ່ງຊົງເສີມກຳລັງເອກໂລນ ກະສັດເມືອງໂມອາບເພື່ອຕໍ່ສູ້ອິສຣາເອນ ເພາະວ່າເຂົາທັງຫລາຍໄດ້ປະພຶດຊົ່ວໃນໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ 13 ທ່ານຈຶ່ງໄດ້ໃຫ້ຄົນອັມໂມນ ແລະຄົນອາມາເລກມາສົມທົບ ຍົກໄປໂຈມຕີອິສຣາເອນ ແລະໄດ້ຍຶດເມືອງດົງຕົ້ນຕານໄວ້ 14 ແລະຄົນອິສຣາເອນຈຶ່ງປະຕິບັດເອກໂລນກະສັດເມືອງໂມອາບຢູ່ເຖິງສິບແປດປີ 15 ແຕ່ເມື່ອຄົນອິສຣາເອນຮ້ອງທູນພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຊົງໃຫ້ເກີດຜູ້ຊ່ອຍຄົນນຶ່ງແກ່ເຂົາທັງຫລາຍ ຄືເອຮູດ ບຸດເກຣາເຜົ່າເບັນຢາມິນ ຄົນຖະນັດມືຊ້າຍ ຄົນອິສຣາເອນໃຫ້ທ່ານເປັນຜູ້ນຳເອົາຂອງຂວັນໄປມອບແກ່ເອກໂລນກະສັດເມືອງໂມອາບ 16 ເອຮູດໄດ້ທຳດາບສອງຄົມໄວ້ປະຈຳຕົວເຫລັ້ມນຶ່ງຍາວສອກນຶ່ງ ເຫນັບໄວ້ໃຕ້ຜ້າທີ່ຕົ້ນຂາຂວາ 17 ເຂົາກໍນຳຂອງຂວັນໄປມອບແກ່ເອກໂລນ ກະສັດເມືອງໂມອາບ ຝ່າຍເອກໂລນເປັນຄົນອ້ວນຫລາຍ 18 ເມື່ອເອຮູດມອບຂອງຂວັນແລ້ວ ທ່ານຈຶ່ງໄປສົ່ງຄົນທີ່ຫາບຫາມຂອງຂວັນນັ້ນ 19 ແລ້ວຕົວທ່ານກັບຄືນໄປຍັງຮູບເຄົາຣົບແກະສລັກທີ່ຢູ່ໃກ້ກິນການທູນວ່າ, “ຂ້າແຕ່ກະສັດ ຂ້າພຣະອົງມີຂໍ້ຣາຊການລັບທີ່ຈະກາບທູນໃຫ້ຊົງຊາບ” ກະສັດຈຶ່ງມີບັນຊາວ່າ, “ມິດ ມິດ” ບັນດາມະຫາດເລັກທີ່ເຝົ້າຢູ່ກໍທູນລາອອກໄປຫມົດ 20 ເອຮູດກໍເຂົ້າໄປເຝົ້າທ່ານ ຂນະນັ້ນທ່ານປະທັບຢູ່ຄົນດຽວໃນຫ້ອງເຢັນຊັ້ນເທິງຂອງທ່ານ ແລະເອຮູດທູນວ່າ, “ຂ້າພຣະອົງມີພຣະດຳຣັດຈາກພຣະຜູ້ເປັນເຈົ້າຖວາຍພຣະອົງ” ທ່ານຈຶ່ງລຸກຂຶ້ນຈາກພຣະທີ່ນັ່ງ 21 ເອຮູດກໍຍື່ນມືຊ້າຍຊັກດາບນັ້ນອອກຈາກຕົ້ນຂາຂວາແທງເຂົາໄປໃນທ້ອງຂອງເອກໂລນ 22 ດາບຈົມເຂົາໄປຫມົດທັງດ້າມ ໄຂມັນຫຸ້ມດາບໄວ້ ທ່ານເອກໂລນກໍບໍ່ຊັກດາບອອກຈາກທ້ອງຂອງທ່ານ ຂອງເປິະເປື້ອນໄດ້ໄຫລອອກມາ 23 ແລ້ວເອຮູດອອກໄປທີ່ສະລຽງປິດປະຕູໄວ້ ແລະລັ່ນກຸນແຈເສັຽ 24 ເມື່ອເອຮູດໄປແລ້ວມະຫາດເລັກກໍເຂົ້າມາເບິ່ງ ເມື່ອເຂົາເຫັນວ່າຫ້ອງຊັ້ນເທິງປິດໃສ່ກຸນແຈຢູ່ ເຂົາທັງຫລາຍຄິດວ່າ, “ພຣະອົງກຳລັງຊົງຢູ່ໃນຫ້ອງເຢັນ” 25 ເມື່ອຄອຍຢູ່ດົນສົມຄວນຈົນຣຳຄານ ບໍ່ເຫັນມີຜູ້ໃດເປີດຫ້ອງຊັ້ນເທິງ ເຂົາຈຶ່ງເອົາກະແຈມາໄຂເປີດອອກເບິ່ງ ເຫັນເຈົ້ານາຍຂອງຕົນນອນສິ້ນຊີວິດຢູ່ເທິງພື້ນ 26 ເມື່ອເຂົາຕ່າງກໍຄອຍກັນຢູ່ນັ້ນ ເອຮູດກໍຫນີຜ່ານທາງຮູບເຄົາຣົບຫີນແກະສລັກແລະປົບຫນີໄປເຖິງເມືອງເຊອີຣາ 27 ເມື່ອທ່ານມາເຖິງແລ້ວຈຶ່ງເປົ່າເຂົາສັຕຂຶ້ນໃນພູດອຍເອຟຣາອິມ ແລ້ວຄົນອິສຣາເອນກໍຍົກລົງໄປກັບທ່ານຈາກພູດອຍແລະທ່ານນຳເຂົາ 28 ທ່ານຈຶ່ງສັ່ງເຂົາວ່າ, “ຈົ່ງຕາມເຮົາມາ ເພາະພຣະຜູ້ເປັນເຈົ້າຊົງມອບສັດຕຣູຂອງທ່ານ ຄືຊາວໂມອາບໄວ້ໃນມືຂອງທ່ານແລ້ວ” ເຂົາທັງຫລາຍຈຶ່ງລົງຕາມທ່ານໄປ ແລະຍຶດທ່າຂ້າມນ້ຳຈໍແດນສະກັດຄົນໂມອາບໄວ້ບໍ່ຍອມໃຫ້ໃຜຂ້າມໄປໄດ້ຈັກຄົນດຽວ 29 ໃນຄາວນັ້ນເຂົາປະຫານຄົນໂມອາບເສັຽປະມານນຶ່ງຫມື່ນຄົນ ລ້ວນແຕ່ຄົນສະກັນແລະລ່ຳສັນທັງສິ້ນ ບໍ່ພົ້ນໄປໄດ້ຈັກຄົນດຽວ 30 ໂມອາບຈຶ່ງຜ່າຍແພ້ຢູ່ໃຕ້ມືຂອງອິສຣາເອນໃນວັນນັ້ນ ແລະແຜ່ນດິນອິສຣາເອນກໍໄດ້ຢຸດພັກສງົບຢູ່ແປດສິບປີ
ຊັມກາ
31 ພາຍຫລັງເອຮູດ ຕໍ່ມາແມ່ນຊັມກາບຸດອານັທຜູ້ໃຊ້ໄມ້ບັງຄັບງົວຂ້າຄົນຟີລິສຕີນເສັຽຫົກຮ້ອຍຄົນ ທ່ານກໍເປັນຜູ້ຊ່ອຍອິສຣາເອນໃຫ້ລອດດ້ວຍເຫມືອນກັນ
ເດໂບຣາ ແລະບາຣາກ
1 ຫລັງຈາກເອຮຸດເສັຽຊີວິດໄປແລ້ວ ພວກອິສຣາເອນກໍທຳຜິດຕໍ່ສູ້ພຣະຜູ້ເປັນເຈົ້າ 2 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງມອບເຂົາໄວ້ໃຕ້ອຳນາດຂອງຢາບີນເຈົ້າຊີວິດຊາວການາອານທີ່ປົກຄອງຢູ່ໃນເມືອງຮາໂຊຣ໌ ແມ່ທັບຂອງທ່ານຊື່ວ່າ ຊີເຊຣາເປັນຊາວເມືອງຮາໂຣເຊທຮາກົວອິມ 3 ແລ້ວພວກອິສຣາເອນກໍຮ້ອງຂໍຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າ ເພາະວ່າກະສັດຢາບີນມີຣົດຮົບເກົ້າຮ້ອຍຄັນ ແລະໄດ້ບີບບັງຄັບຊາວອິສຣາເອນຢ່າງຫນັກຢູ່ເຖິງຊາວປີ 4 ໃນເວລານັ້ນ ນາງເດໂບຣາເມັຽຂອງລັປປີໂດດ ເປັນຜູ້ປະກາດພຣະທັມ ແລະປົກຄອງພວກອິສຣາເອນ 5 ພວກອິສຣາເອນໄດ້ມາຫາທ່ານຢູ່ໃຕ້ຕົ້ນໄມ້ຂອງເດໂບຣາ ຢູ່ລະຫວ່າງກາງເມືອງຣາມາແລະເບັດເອນ ເພື່ອໃຫ້ທ່ານຕັດສິນຢ່າງຍຸດຕິທັມໃນບັນຫາຕ່າງໆ 6 ນາງເດໂບຣາຈຶ່ງໃຊ້ຄົນໄປຫາບາຣາກບຸດຂອງອາບີໂນອາມທີ່ມາຈາກເມືອງເກເດສໃນແຂວງເນັຟທາລີ ໂດຍເວົ້າວ່າ, “ພຣະຜູ້ເປັນເຈົ້າຂອງອິສຣາເອນໄດ້ສັ່ງແກ່ເຈົ້າວ່າ ໃຫ້ເກນເອົາພວກຜູ້ຊາຍສິບພັນຄົນຈາກຕະກູນເນັຟທາລີແລະເຊບູລູນ ເພື່ອພາໄປຍັງພູຕາໂບຣ໌ 7 ສ່ວນເຮົາຈະທຳໃຫ້ຊີເຊຣາແມ່ທັບຂອງເຈົ້າຊີວິດຢາບີນ ພ້ອມທັງຣົດຮົບແລະຝູງທະຫານອອກໄປຕໍ່ສູ້ເຈົ້າທີ່ຫ້ວຍກິໂຊນ ແລະເຮົາຈະມອບເຂົາໄວ້ໃນມືຂອງເຈົ້າ” 8 ບາຣາກໄດ້ເວົ້າຕໍ່ນາງເດໂບຣາວ່າ, “ຂ້າພະເຈົ້າຈະອອກໄປ ຖ້າວ່າທ່ານໄປກັບຂ້າພະເຈົ້າ ແຕ່ວ່າຖ້າທ່ານບໍ່ໄປ ຂ້າພະເຈົ້າກໍຈະບໍ່ໄປຄືກັນ” 9 ນາງເດໂບຣາຈຶ່ງຕອບວ່າ, “ຕົກລົງ ຂ້າພະເຈົ້າຈະໄປກັບທ່ານ ແຕ່ວ່າທ່ານຈະບໍ່ໄດ້ຊື່ສຽງໃນໄຊຊະນະຄັ້ງນີ້ ເພາະວ່າພຣະຜູ້ເປັນເຈົ້າຈະມອບຊີຊາເຣໄວ້ໃນກຳມືຂອງແມ່ຍິງຄົນນຶ່ງ” ແລ້ວນາງເດໂບຣາກໍໄປເມືອງເກເດສກັບບາຣາກ 10 ບາຣາກໄດ້ເກນເອົາສິບພັນຄົນຈາກຕະກູນເຊບູລູນແລະເນັຟທາລີ ເພື່ອໃຫ້ຕິດຕາມທ່ານໄປເມືອງເກເດສ ສ່ວນນາງເດໂບຣາກໍໄປເຫມືອນກັນ 11 ໃນຂນະນັ້ນ ເຮເບີຊາວເກນິດ ໄດ້ກາງຜ້າເຕັນພັກຢູ່ໃຕ້ຕົ້ນໄມ້ໃຫຍ່ທີ່ເອໂລນເບຊາອານັນນິມໃກ້ເມືອງເກເດສ ເພາະເຂົາໄດ້ແຍກຫນີຈາກພວກເກນິດເປັນເຊື້ອສາຍໂຮບັບຜູ້ເປັນພໍ່ເຖົ້າຂອງໂມເຊ 12 ຕໍ່ມາ ມີຄົນບອກຊີເຊຣາວ່າ, “ບາຣາກບຸດຂອງອາບິໂນອາມໄດ້ໄປເຖິງພູຕາໂບຣ໌ແລ້ວ” 13 ສ່ວນຊີເຊຣາກໍເອົາຣົດຮົບເກົ້າຮ້ອຍຄັນພ້ອມທັງກຳລັງພົນທັງຫມົດ ຍົກທັບອອກຈາກເມືອງຮາໂຣເຊັດຮາກົວອິມໄປຍັງຫ້ວຍກິໂຊນ 14 ຝ່າຍນາງເດໂບຣາໄດ້ບອກບາຣາກວ່າ, “ຈົ່ງອອກໄປ ວັນນີ້ເປັນວັນທີ່ພຣະຜູ້ເປັນເຈົ້າຊົງໃຫ້ເຈົ້າຊະນະຊີເຊຣາ ພຣະອົງຊົງນຳຫນ້າເຈົ້າ” ດັ່ງນັ້ນ ບາຣາກຈຶ່ງນຳທະຫານສິບພັນຄົນລົງຈາກພູຕາໂບຣ໌ໄປຕໍ່ສູ້ຊີເຊຣາ 15 ພຣະຜູ້ເປັນເຈົ້າກໍຊົງບັນດານໃຫ້ຊີເຊຣາພ້ອມດ້ວຍກອງທະຫານແລະຣົດຮົບສັບສົນວຸ້ນວາຍກັນ ຊີເຊຣາຈຶ່ງໂດດອອກຈາກຣົດຮົບແລະແລ່ນຫນີໄປ 16 ສ່ວນບາຣາກກໍໄລ່ຕິດຕາມຣົດຮົບແລະກອງທະຫານໄປ ຈົນເຖິງເມືອງຮາໂຣເຊທຮາກົວອິມ ແລ້ວທະຫານທັງຫມົດຂອງຊີເຊຣາໄດ້ຖືກຂ້າໂດຍບໍ່ເຫລືອຈັກຄົນ 17 ສ່ວນຊີເຊຣາໄດ້ປົບຫນີໄປຍັງຕູບຜ້າເຕັນຂອງນາງຢາເອນເມັຽຂອງເຮເບີຊາວເກນິດ ທ່ານຜູ້ນີ້ພ້ອມທັງຄອບຄົວເຄີຍຜູກສຳພັນທະໄມຕຣີກັບຢາບີນກະສັດແຫ່ງຮາໂຊຣ໌ມາແລ້ວ 18 ນາງຢາເອນໄດ້ອອກມາພົບຊີເຊຣາແລະເວົ້າວ່າ, “ເຊີນທ່ານເຂົ້າມາທາງໃນແລະບໍ່ຕ້ອງຢ້ານຫຍັງດອກ” ແລ້ວຊີເຊຣາກໍເຂົ້າໄປ ນາງຢາເອນຈຶ່ງເອົາຜ້າມາປົກຄຸມຕົວໃຫ້ 19 ຊີເຊຣາໄດ້ເວົ້າຕໍ່ນາງວ່າ, “ຂ້າພະເຈົ້າຂໍດື່ມນ້ຳແດ່ ເພາະວ່າຂ້າພະເຈົ້າກະຫາຍນ້ຳຫລາຍ” ນາງຢາເອນຈຶ່ງໄຂຖົງນ້ຳນົມອອກໃຫ້ດື່ມ ແລ້ວເຊື່ອງທ່ານໄວ້ອີກ 20 ແລ້ວຊີເຊຣາບອກນາງອີກວ່າ, “ຂໍໃຫ້ເຈົ້າອອກໄປຢືນຢູ່ປາກປະຕູຜ້າເຕັນນີ້ ຖ້າມີຄົນມາຖາມວ່າ ມີຄົນມາລີ້ຢູ່ນີ້ບໍ ໃຫ້ບອກເຂົາວ່າ ບໍ່ມີເດີ” 21 ຍ້ອນຄວາມອິດເມື່ອຍ ຊີເຊຣາຈຶ່ງນອນຫລັບສນິດ ຝ່າຍນາງຢາເອນກໍເອົາຄ້ອນຕີແລະຫລັກໄມ້ຜ້າເຕັນຍ່າງຄ່ອຍໆເຂົ້າໄປຂ້າທ່ານ ໂດຍຕອກໄມ້ຫລັກນັ້ນໃສ່ຂະຫມັບຂອງຊີເຊຣາຈົນຊອດຮອດຂີ້ດິນ 22 ເມື່ອບາຣາກມາຊອກຫາຊີເຊຣາ ນາງຢາເອນກໍອອກໄປພົບທ່ານແລະເວົ້າວ່າ, “ເຊີນມາທາງນີ້ ຂ້າພະເຈົ້າຈະໃຫ້ທ່ານພົບຜູ້ທີ່ທ່ານກຳລັງຊອກຫາ” ດັ່ງນັ້ນ ທ່ານຈຶ່ງເຂົ້າໄປກັບນາງແລະພົບຊີເຊຣານອນຕາຍຢູ່ໃນດິນໂດຍມີຫລັກໄມ້ສຽບຫົວຢູ່ 23 ໃນວັນນັ້ນ ພຣະເຈົ້າຊົງກະທຳໃຫ້ເຈົ້າຊີວິດຢາບີນທີ່ປົກຄອງພວກການາອານເສັຽໄຊໃຫ້ພວກອິສຣາເອນ 24 ຝ່າຍພວກອິສຣາເອນກໍເພີ້ມກຳລັງຕໍ່ສູ້ຢາບີນກະສັດການາອານຈົນເຖິງພວກເຂົາໄດ້ທຳລາຍພຣະອົງເສັຽ
ເພງໄຊຊະນະຂອງເດໂບຣາແລະບາຣາກ
1 ໃນວັນນັ້ນ ນາງເດໂບຣາແລະບາຣາກ ຜູ້ເປັນບຸດຂອງອາບິໂນອາມໄດ້ຮ້ອງເພງວ່າ, “ 2 ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ຊາວອິສຣາເອນເຕັມໃຈໃນການເລວເສິກ ພວກເຂົາຍິນດີຮັບອາສາສມັກ 3 ເຈົ້າຊີວິດທັງຫລາຍຈົ່ງຟັງເທີນ ແລະເຈົ້າຂຸມມຸນນາຍຈົ່ງຟັງດ້ວຍ ຂ້າພະເຈົ້າຈະຮ້ອງເພງແລະເສບດົນຕຣີ ຖວາຍແດ່ພຣະຜູ້ເປັນເຈົ້າຂອງພວກອິສຣາເອນ 4 ຂ້າແດ່ພຣະຜູ້ເປັນເຈົ້າ ເມື່ອພຣະອົງສະເດັດມາຈາກພູເຊອີຣ໌ ແລະສະເດັດອອກມາຈາກເຂດເມືອງເອໂດມນັ້ນ ແຜ່ນດິນກໍຫວັ່ນໄຫວ ແລະຝົນກໍຕົກລົງມາຈາກທ້ອງຟ້າ ຊຶ່ງເປັນນ້ຳທີ່ຢາດຍ້ອຍລົງມາຈາກກ້ອນເຝື້ອ 5 ພູທັງຫລາຍກໍເຈື່ອນລົງຕໍ່ພຣະພັກພຣະຜູ້ເປັນເຈົ້າຂອງພູຊານາອີ ແລະພຣະພັກພຣະຜູ້ເປັນເຈົ້າຂອງພວກອິສຣາເອນ 6 ໃນສະໄຫມຂອງຊັມກາຣ໌ບຸດຂອງອານັທ ແລະໃນສະໄຫມຂອງຢາເອນນັ້ນ ບໍ່ມີຍວດຍານພາຫະນະທ່ອງທ່ຽວໃນດິນແດນນີ້ ແລະຜູ້ທີ່ເຄີຍສັນຈອນໄປມາກໍທ່ຽວທາງໂຄ້ງ 7 ເດໂບຣາເອີຍ ສ່ວນຫົວເມືອງຕ່າງໆຂອງພວກອິສຣາເອນກໍຖືກປະປ່ອຍ ເປັນເມືອງຮ້າງເປົ່າຈົນເຖິງເຈົ້າມາ ມາເປັນເຫມືອນແມ່ຂອງອິສຣາເອນ 8 ເມື່ອພວກອິສຣາເອນໄດ້ເລືອກເອົາພຣະອົງໃຫມ່ ໄດ້ມີເສິກເສືອເກີດຂຶ້ນໃນແຜ່ນດິນ ແຕ່ວ່າໃນຈຳນວນພວກຜູ້ຊາຍອິສຣາເອນສີ່ສິບພັນຄົນນີ້ ບໍ່ມີຜູ້ໃດຖືແຜ່ນເຫລັກຕ້ານທານ ຫລືຖືຫອກ 9 ຈິດໃຈຂອງຂ້າພະເຈົ້າກໍຢູ່ກັບຜູ້ຄຸ້ມຄອງອິສຣາເອນ ແລະປະຊາຊົນທີ່ມີໃຈອາສາສມັກ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ 10 ພວກຂີ່ລໍຂາວ ພວກທີ່ນັ່ງຢູ່ເທິງອານລໍ ພ້ອມທັງຜູ້ທີ່ຍ່າງໄປມາ ຈົ່ງຄິດເຖິງເຣື່ອງນີ້ 11 ຈົ່ງຟັງເທີນ ສຽງໂຮ່ຣ້ອງຍິນດີຂອງຝູງຊົນທີ່ຢູ່ອ້ອມຮອບນ້ຳສ້າງນັ້ນ ໄດ້ກ່າວເຖິງໄຊຊະນະແຫ່ງພຣະຜູ້ເປັນເຈົ້າ ແລະໄຊຊະນະຂອງພວກ ອິສຣາເອນ ພວກໄພ່ພົນຂອງພຣະຜູ້ເປັນເຈົ້າກໍພາກັນຍ່າງລົງໄປຈາກເມືອງຂອງພວກເຂົາ 12 ຈົ່ງຕື່ນເຖີດ ນາງເດໂບຣາ ຈົ່ງຕື່ນເທີນ ຈົ່ງຕື່ນເຖີດ ຈົ່ງຮ້ອງເພງ ຈົ່ງຕື່ນເທີນ ບາຣາກບຸດຂອງອາບິໂນອາມເອີຍ ຈົ່ງລຸກຂຶ້ນ ນຳເອົາພວກຊະເລີຍຂອງເຈົ້າອອກໄປ 13 ແລ້ວຜູ້ທີ່ສັດຊື່ກໍມາຫາເຈົ້ານາຍຂອງເຂົາ ພວກໄພ່ພົນຂອງພຣະຜູ້ເປັນເຈົ້າກໍຟ້າວເຂົ້າມາສູ້ຮົບເຂົາ 14 ພວກເຂົາມາຈາກຕະກູນເອຟຣາອິມມາສູ່ຮ່ອມພູ ຕາມຫລັງພວກຕະກູນເບັນຢາມິນ ແລະປະຊາຊົນຂອງເຂົາ ສ່ວນພວກຜູ້ບັນຊາການນັ້ນມາຈາກມາຄີຣ໌ ແລະພວກນາຍທະຫານມາຈາກເຊບູລູນ 15 ຝ່າຍພວກຜູ້ນຳຂອງອິສຊາຄາກໍມານຳເດໂບຣາ ແລະຕະກູນອິສຊາຄາ ແລະບາຣາກກໍມາເຫມືອນກັນ ພວກເຂົາໄດ້ຕິດຕາມບາຣາກລົງໄປໃນຮ່ອມພູ ແຕ່ວ່າຕະກູນຣູເບນໄດ້ແຕກແຍກກັນ ພວກເຂົາຈຶ່ງຕັດສິນໃຈມາບໍ່ໄດ້ 16 ເປັນຫຍັງພວກເຂົາຈຶ່ງຢູ່ນຳແຕ່ຝູງແກະ ແລະຟັງຄົນລ້ຽງສັດເອີ້ນຝູງແກະນັ້ນ ແມ່ນແທ້ ຕະກູນຣູເບນໄດ້ແຕກແຍກກັນ ພວກເຂົາຈຶ່ງຕັດສິນໃຈມາບໍ່ໄດ້ 17 ສ່ວນຕະກູນກາດນັ້ນໄດ້ພັກຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ ແລະຕະກູນດານກໍຢູ່ຕາມທົ່ງຫຍ້າ ຕະກູນອາເຊີກໍຢູ່ຕາມຊາຍທະເລ ເຂົາບໍ່ຍອມຈາກບ່ອນສງົບຂອງເຂົາໄປ 18 ແຕ່ວ່າພວກເຊບູລູນ ແລະເນັຟທາລີໄດ້ສ່ຽງຊີວິດຢູ່ຕາມສະຫນາມຮົບ 19 ດັ່ງນັ້ນ ພວກກະສັດກໍພາກັນມາຕໍ່ສູ້ ຢູ່ທີ່ຕາອານາກໃກ້ຫ້ວຍນ້ຳເມກິດໂດ ແມ່ນພວກກະສັດຊາວການາອານທີ່ມາຕໍ່ສູ້ ແຕ່ວ່າພວກເຂົາບໍ່ໄດ້ຍຶດເອົາເງິນຄຳໄປນຳ 20 ດວງດາວທັງຫລາຍກໍຈາກທ້ອງຟ້າລົງມາຕໍ່ສູ້ ຄ້າຍກັບວ່າພວກມັນໄດ້ຍ້າຍຜ່ານທ້ອງຟ້າມາເພື່ອທຳເສິກຕໍ່ສູ້ຊີເຊຣາ 21 ພວກສັດຕຣູໄດ້ຖືກນ້ຳກີໂຊນພັດອອກໄປ ຊຶ່ງເປັນສາຍນ້ຳຕັ້ງແຕ່ດັ້ງເດີມ ສ່ວນຂ້າພະເຈົ້າຕ້ອງຍ່າງໄປຈົນສຸດກຳລັງ 22 ສ່ວນມ້າທັງຫລາຍກໍແລ່ນຫອບຫນີ ເລັບຕີນຂອງມັນກໍຢັນຂີ້ດິນໄປ 23 ທູດຂອງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງສາບແຊ່ງເມືອງເມໂຣສ ຄຳສາບແຊ່ງຈົ່ງຕົກຖືກຜູ້ອາໄສຢູ່ໃນເມືອງນັ້ນ ເພາະພວກເຂົາບໍ່ໄດ້ມາຊ່ອຍເຫລືອຝ່າຍພຣະຜູ້ເປັນເຈົ້າເຫມືອນດັ່ງພວກນັກຮົບທີ່ຕໍ່ສູ້ເພື່ອພຣະອົງ” 24 ນາງຢາເອນເມັຽຂອງເຮເບີຊາວເກນິດ ເປັນຍິງຜູ້ນຶ່ງທີ່ມີພຣະພອນຫລາຍກວ່າຫມູ່ ນາງມີພຣະພອນຫລາຍກວ່າຜູ້ຍິງທຸກຄົນທີ່ຢູ່ໃນຕູບຜ້າເຕັນ 25 ເມື່ອຊີເຊຣາຂໍດື່ມນ້ຳ ນາງຢາເອນກໍເອົານ້ຳນົມໃຫ້ດື່ມແທນ ພ້ອມທັງນ້ຳນົມຂຸ້ນໃສ່ພາຊນະອັນສວຍງາມ 26 ນາງໄດ້ຖືເອົາຫລັກຜ້າເຕັນໄວ້ໃນມືເບື້ອງນຶ່ງ ແລະມືເບື້ອງນຶ່ງອີກກໍຖືໄມ້ຄ້ອນ ນາງຕີຊີເຊຣາຈົນຫົວແຕກ ແລະແທງຂະຫມັບຈົນຊອດ 27 ສ່ວນຊີເຊຣາກໍລົ້ມລົງ ແລະນອນຢຽດທີ່ຕີນຂອງນາງ ທີ່ຕີນຂອງນາງຢາເອນບ່ອນທີ່ຊີເຊຣາລົ້ມລົງ ຊີເຊຣາໄດ້ລົ້ມຕາຍຢູ່ໃນດິນບ່ອນນັ້ນ 28 ຝ່າຍແມ່ຂອງຊີເຊຣາກໍຫລຽວອອກມາທາງປ່ອງຢ້ຽມ ນາງຈອບເບິ່ງທາງເບື້ອງຫລັງຂອງຕານ່າງ ແລະເອີ້ນຖາມວ່າ, “ເປັນຫຍັງຣົດຮົບຂອງ ຊີເຊຣາຈຶ່ງມາຊ້າແທ້ ເປັນຫຍັງມ້າຂອງເຂົາຈຶ່ງນານກັບມາແທ້” 29 ບັນດາສຕຣີຜູ້ສລາດຂອງນາງຈຶ່ງຕອບນາງ ບໍ່ດອກ ນາງນຶກຕອບເອົາເອງວ່າ 30 “ເຂົາທັງຫລາຍຍັງບໍ່ພົບແລະຍັງບໍ່ແບ່ງຂອງທີ່ຍຶດມາໄດ້ຫລື ຍິງຄົນນຶ່ງຫລືສອງຄົນໄດ້ແກ່ຊາຍຄົນນຶ່ງ ສິ່ງຂອງຍ້ອມສີທີ່ຍຶດມາເປັນຂອງຊີເຊຣາ ຂອງຍ້ອມສີທີ່ແສ່ວລວດລາຍ ຂອງຍ້ອມສີທີ່ແສ່ວລາຍສອງຫນ້າສຳລັບພັນຄໍຂອງຂ້າເປັນຂອງທີ່ຍຶດ” 31 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງໃຫ້ສັດຕຣູທັງຫລາຍຂອງພຣະອົງຕາຍໄປດັ່ງດຽວກັນນີ້ ແຕ່ວ່າຂໍໃຫ້ຜູ້ຕິດສນິດກັບພຣະອົງສ່ອງແສງເຫມືອນດັ່ງຕາເວັນກຳລັງຂຶ້ນ” ຕໍ່ມາຄວາມສງົບສຸກກໍເກີດຂຶ້ນໃນປະເທດເປັນເວລາສີ່ສິບປີ
ຊົງເອີ້ນກິເດໂອນ
1 ພາຍຫລັງການນີ້ ພວກອິສຣາເອນໄດ້ກະທຳບາບຕໍ່ສູ້ພຣະຜູ້ເປັນເຈົ້າ ດັ່ງນັ້ນພຣະອົງຈຶ່ງຊົງມອບພວກເຂົາໄວ້ໃນກຳມືຂອງພວກມີດີອານເປັນເວລາເຈັດປີ 2 ຝ່າຍພວກມີດີອານກໍມີກຳລັງເຫນືອກວ່າພວກເຂົາ ດັ່ງນັ້ນພວກເຂົາຈຶ່ງໄປລີ້ຢູ່ໃນຖ້ຳ ແລະໃນບ່ອນປອດພັຍອື່ນຕາມຫນ່ວຍພູ 3 ທຸກເທື່ອທີ່ພວກອິສຣາເອນຫວ່ານເຂົ້າແລ້ວ ພວກມີດີອານພ້ອມທັງຊາວອາມາເລກ ແລະຊາວເຜົ່າຕ່າງໆທີ່ຢູ່ຕາມຖິ່ນກັນດານກໍມາບຸກໂຈມຕີພວກເຂົາ ພວກເຫລົ່ານີ້ພາກັນຕັ້ງຄ້າຍພັກຢູ່ໃນປະເທດນັ້ນ 4 ພວກເຂົາທຳລາຍຜົນລະປູກຕ່າງໆທາງທິດໃຕ້ຈົນເຖິງເຂດອ້ອມແອ້ມເມືອງກາຊາ ພວກເຂົາບໍ່ໄດ້ປະສິ່ງໃດເຫລືອໄວ້ໃຫ້ພວກອິສຣາເອນເລີຍຕລອດທັງແກະງົວລໍທີ່ຈະລ້ຽງກໍບໍ່ມີ 5 ພວກນີ້ໄດ້ບຸກເຂົ້າມາທຳລາຍປະເທດອິສຣາເອນຢ່າງຫນາແຫນ້ນດັ່ງຝູງຕັກແຕນ ພ້ອມດ້ວຍຝູງສັດແລະຜ້າເຕັນ ທັງຄົນແລະອູດຂອງພວກເຂົາກໍຫລາຍຈົນນັບບໍ່ໄດ້ 6 ຍ້ອນພວກມີດີອານ ພວກອິສຣາເອນຈຶ່ງຕົກຢູ່ໃນຄວາມຂັດສົນຫລາຍ ດັ່ງນັ້ນພວກເຂົາຈຶ່ງພາກັນຮ້ອງຂໍຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າ 7 ເວລາທີ່ພວກອິສຣາເອນຮ້ອງທູນຂໍຕໍ່ພຣະຜູ້ເປັນເຈົ້າ ຍ້ອນການຮຸກຮານຂອງພວກມີດີອານນັ້ນ 8 ພຣະຜູ້ເປັນເຈົ້າກໍຊົງໃຊ້ຜູ້ປະກາດພຣະທັມຜູ້ນຶ່ງມາບອກພວກເຂົາວ່າ, “ພຣະອົງຜູ້ຊົງເປັນພຣະຜູ້ເປັນເຈົ້າຂອງພວກອິສຣາເອນຊົງກ່າວດັ່ງນີ້ ເຮົາໄດ້ນຳເອົາພວກເຈົ້າອອກມາຈາກການເປັນທາດໃນປະເທດເອຢິບ 9 ໄດ້ຊ່ອຍຊີວິດຂອງພວກເຈົ້າອອກຈາກເງື້ອມມືພວກເອຢິບ ແລະອອກຈາກຜູ້ທີ່ຕໍ່ສູ້ພວກເຈົ້າຢູ່ທີ່ນີ້ ເຮົາໄດ້ໄລ່ເຂົາຫນີອອກຈາກພວກເຈົ້າ ແລະໄດ້ມອບດິນແດນຂອງເຂົາໃຫ້ແກ່ພວກເຈົ້າ 10 ເຮົາໄດ້ບອກພວກເຈົ້າວ່າ ເຮົາແມ່ນພຣະຜູ້ເປັນເຈົ້າຂອງພວກເຈົ້າ ແລະພວກເຈົ້າບໍ່ຕ້ອງຂາບໄຫວ້ພຣະທັງຫລາຍຂອງພວກອາໂມຣິດ ຊຶ່ງພວກເຈົ້າກຳລັງອາໄສຢູ່ໃນດິນແດນຂອງເຂົານີ້ ແຕ່ວ່າພວກເຈົ້າບໍ່ໄດ້ເຊື່ອຟັງເຮົາເລີຍ”
ຊົງເອີ້ນກິເດໂອນ
11 ວັນນຶ່ງ ທູດຂອງພຣະຜູ້ເປັນເຈົ້າໄດ້ມານັ່ງຢູ່ໃຕ້ຕົ້ນສົນໃກ້ບ້ານໂອຟຣາ ຊຶ່ງເປັນບ້ານຂອງໂຢອັສຜູ້ເປັນເຊື້ອສາຍຂອງອາບີເອເຊີ ກິເດໂອນບຸດຂອງໂຢອັສກໍລີ້ຟາດເຂົ້າຢູ່ໃນບ່ອນບີບເອົານ້ຳອະງຸ່ນ ເພື່ອລີ້ພວກມີດີອານ 12 ທູດຂອງພຣະຜູ້ເປັນເຈົ້າໄດ້ປາກົດຕໍ່ເຂົາແລະເວົ້າວ່າ, “ເຈົ້າເປັນຄົນກ້າຫານ ພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບເຈົ້າ” 13 ຝ່າຍກິເດໂອນຈຶ່ງເວົ້າຕໍ່ທູດອົງນັ້ນວ່າ, “ທ່ານເຈົ້າເອີຍ ຖ້າພຣະຜູ້ເປັນເຈົ້າສະຖິດຢູ່ກັບພວກເຮົາ ເປັນຫຍັງເຫດຮ້າຍທັງຫມົດນີ້ຈຶ່ງເກີດຂຶ້ນແກ່ພວກເຣົາ ແລະການອັດສະຈັນຕ່າງໆທີ່ພວກປູ່ຍ່າຕາຍາຍໄດ້ເລົ່າໃຫ້ພວກເຣົາຟັງນັ້ນເປັນຢ່າງໃດ ຄືການທີ່ພຣະອົງໄດ້ຊົງນຳຫນ້າພວກເຮົາທັງຫລາຍອອກມາຈາກປະເທດເອຢິບນັ້ນ ແຕ່ດຽວນີ້ ພຣະຜູ້ເປັນເຈົ້າຊົງປະຖິ້ມພວກເຮົາແລ້ວ ແລະໄດ້ມອບພວກເຮົາໄວ້ໃຕ້ອຳນາດພວກມີດີອານ” 14 ພຣະຜູ້ເປັນເຈົ້າຈຶ່ງຊົງສັ່ງຕໍ່ທ່ານວ່າ, “ເຈົ້າຈົ່ງໄປຊ່ອຍຊີວິດພວກອິສຣາເອນອອກຈາກອຳນາດຂອງພວກມີດີອານ ດ້ວຍກຳລັງຂອງເຈົ້າເອງ ເຮົາຈະເປັນຜູ້ສົ່ງເຈົ້າໄປ“ 15 ກິເດໂອນໄດ້ທູນຕອບວ່າ ຂ້າພຣະອົງຈະຊ່ອຍຊີວິດພວກອິສຣາເອນໄດ້ຢ່າງໃດ ເພາະວ່າເຊື້ອສາຍຂອງຂ້າພະອົງອ່ອນແອກວ່າຫມູ່ໃນຕະກູນມານັສເຊ ແລະຂ້າພຣະອົງເອງກໍເປັນຄົນທີ່ຂາດຄວາມສຳຄັນໃນຄອບຄົວຂ້າພຣະອົງ” 16 ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວຕໍ່ທ່ານວ່າ, “ເຈົ້າສາມາດທຳສິ່ງນີ້ໄດ້ ເພາະເຮົາຈະສະຖິດຢູ່ນຳເຈົ້າ ເຈົ້າຈະທຳລາຍພວກມີດີອານໄດ້ງ່າຍທີ່ສຸດ ຄ້າຍກັບວ່າພວກເຂົາມີພຽງຄົນດຽວເທົ່ານັ້ນ” 17 ກິເດໂອນໄດ້ທູນຕອບວ່າ, “ຖ້າພຣະອົງໂຜດເມດຕາຂ້າພຣະອົງ ຂໍໃຫ້ຂ້າພຣະອົງພິສູດເຫັນຄວາມຈິງວ່າ ແມ່ນພຣະຜູັ້ເປັນເຈົ້າແທ້ຈິງທີ່ຊົງສັ່ງໃຫ້ແກ່ຂ້າພຣະອົງ 18 ຂໍພຣະອົງຈົ່ງຢ່າຟ້າວຫນີຈາກບ່ອນນີ້ ຈົນກວ່າຂ້າພຣະອົງຈະນຳເອົາເຄື່ອງຖວາຍມາໃຫ້ແກ່ພຣະອົງ” ແລ້ວພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາຈະພັກຢູ່ທີ່ນີ້ຈົນກວ່າເຈົ້າຈະກັບມາ” 19 ຄັນແລ້ວກິເດໂອນກໍໄປຂ້າເອົາແບ້ຫນຸ່ມໂຕນຶ່ງຈັດແຈ່ງເປັນອາຫານ ແລະເຮັດເຂົ້າຈີ່ບໍ່ມີເຊື້ອດ້ວຍແປ້ງນຶ່ງເອຟາ ທ່ານໄດ້ຈັດຊີ້ນໃສ່ກະຕ່າແລະນ້ຳແກງໃສ່ຫມໍ້ ແລ້ວນຳເອົາສິ່ງເຫລົ່ານີ້ມາຖວາຍພຣະອົງຢູ່ໃຕ້ຕົ້ນສົນໃຫ້ 20 ຝ່າຍທູດອົງນັ້ນຈຶ່ງກ່າວແກ່ທ່ານວ່າ, “ຈົ່ງເອົາຊີ້ນແລະເຂົ້າຈີ່ວາງໄວ້ເທິງໂງ່ນຫີນ ແລ້ວຖອກນ້ຳແກງລົງໃສ່” ກິເດໂອນກໍປະຕິບັດຕາມ 21 ທູດຂອງພຣະຜູ້ເປັນເຈົ້າຊົງເອົາປາຍໄມ້ເທົ້າຂອງຕົນແຕະຕ້ອງຊີ້ນແລະເຂົ້າຈີ່ນັ້ນ ໃນທັນໃດນັ້ນໄຟໄດ້ລຸກຂຶ້ນຈາກໂງ່ນຫີນແລະໄຫມ້ຊີ້ນກັບເຂົ້າຈີ່ຈົນຫມົດ ຕໍ່ມາທູດຂອງພຣະຜູ້ເປັນເຈົ້າກໍຫາຍຕົວໄປ 22 ຝ່າຍກິເດໂອນກໍຮູ້ສຶກໃນໃຈວ່າ ທູດອົງນັ້ນເປັນທູດຂອງພຣະຜູ້ເປັນເຈົ້າແທ້ ທ່ານຈຶ່ງເວົ້າດ້ວຍຄວາມຢ້ານແລະຕົກໃຈວ່າ, “ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຂ້າພຣະອົງໄດ້ເຫັນທູດຂອງພຣະອົງຫນ້າຕໍ່ຫນ້າແລ້ວ” 23 ແຕ່ພຣະຜູ້ເປັນເຈົ້າຊົງບອກທ່ານວ່າ, “ບໍ່ເປັນຫຍັງດອກ ຢ່າສູ່ຢ້ານເຈົ້າຈະບໍ່ຕາຍ” 24 ແລ້ວກິເດໂອນໄດ້ສ້າງແທ່ນບູຊາໃຫ້ພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ ແລະໃສ່ຊື່ວ່າ “ພຣະຜູ້ເປັນເຈົ້າເປັນຄວາມສງົບສຸກ” ແທ່ນບຸຊານີ້ຢູ່ໃນບ້ານໂອຟຣາ ແລະເປັນຂອງຊາວອາບີເອເຊີຈົນເທົ່າເຖິງທຸກວັນນີ້ 25 ໃນຄໍ່າຄືນຂອງວັນນຶ່ງ ພຣະຜູ້ເປັນເຈົ້າຊົງບອກທ່ານວ່າ, “ຈົ່ງເອົາງົວເຖິກຂອງບິດາເຈົ້າ ແລະງົວເຖິກໂຕອື່ນທີ່ມີອາຍຸເຈັດປີ ພ້ອມທັງທຳລາຍແທ່ນບູຊາທີ່ບິດາເຈົ້າທຳໄວ້ເພື່ອພຣະບາອານ ແລ້ວຕັດຫລັກໄມ້ສັກສິດຢູ່ທາງຂ້າງນັ້ນອອກ 26 ຈົ່ງສ້າງແທ່ນບູຊາຢ່າງແຫນ້ນຫນາໃຫ້ແກ່ພຣະຜູ້ເປັນເຈົ້າຂອງເຈົາຢູ່ເທິງຈອມໂພນນີ້ ແລ້ວເອົາງົວເຖິກໂຕທີ່ສອງເຜົາຖວາຍບູຊາເທິງແທ່ນນັ້ນ ໂດຍເອົາຫລັກໄມ້ສັກສິດທີ່ເຈົ້າຕັດລົງນັ້ນເຮັດຟືນ” 27 ຝ່າຍກິເດໂອນກໍເລືອກເອົາຄົນໃຊ້ສິບຄົນ ແລະປະຕິບັດຕາມພຣະຜູ້ເປັນເຈົ້າທີ່ຊົງບອກໄວ້ ທ່ານບໍ່ສາມາດທຳກາງເວັນໄດ້ ເພາະຢ້ານຄົນໃນຄອບຄົວຂອງຕົນແລະປະຊາຊົນໃນເມືອງເຫັນ ສະນັ້ນ ທ່ານຈຶ່ງທຳໃນເວລາກາງຄືນ
ກິເບໂອນທຳລາຍແທ່ນບູຊາຂອງພຣະບາອານ
28 ເມື່ອຕື່ນເຊົ້າມາ ປະຊາຊົນໃນເມືອງນັ້ນໄດ້ລຸກແຕ່ເດິກ ພວກເຂົາໄດ້ເຫັນແທ່ນບູຊາຂອງພຣະບາອານ ແລະເຫັນຫລັກໄມ້ສັກສິດຖືກທຳລາຍລົງ ແລ້ວໄດ້ເຫັນງົວເຖິກໄຫມ້ຢູ່ເທິງແທ່ນບູຊາທີ່ສ້າງຂຶ້ນໃຫມ່ນັ້ນ ພວກເຂົາຈຶ່ງຖາມກັນວ່າ, “ແມ່ນໃຜທຳສິ່ງນີ້” 29 ເມື່ອພວກເຂົາສືບຖາມກໍພົບວ່າແມ່ນກິເດໂອນບຸດຊາຍຂອງໂຢອັສໄດ້ເປັນຜູ້ທຳສິ່ງນັ້ນ 30 ພວກເຂົາຈຶ່ງເວົ້າຕໍ່ໂຢອັສວ່າ, “ເອົາບຸດຂອງເຈົ້າອອກມານອກພີ້ ພວກເຮົາຈະຂ້າເຂົາຖິ້ມ ເພາະເຂົາເປັນຄົນທຳລາຍແທ່ນບູຊາຂອງພຣະບາອານ ແລະຕັດຫລັກໄມ້ສັກສິດຢູ່ທີ່ທາງຂ້າງນັ້ນອອກ” 31 ແຕ່ໂຢອັສໄດ້ຕອບທຸກຄົນທີ່ພາກັນມາຟ້ອງນັ້ນວ່າ, “ພວກເຈົ້າມາຕໍ່ວ່າຂ້າພະເຈົ້າແທນພຣະບາອານບໍ ພວກເຈົ້າປ້ອງກັນພຣະບາອານບໍ ຖ້າວ່າຜູ້ໃດຕໍ່ວ່າແທນມັນ ຜູ້ນັ້ນຈະຖືກຂ້າຖິ້ມກ່ອນຮຸ່ງເຊົ້າ ຄັນວ່າພຣະບາອານເປັນພຣະເຈົ້າ ຈົ່ງໃຫ້ມັນປ້ອງກັນຕົວມັນເອງ ເພາະເປັນແທ່ນບູຊາຂອງມັນທີ່ຖືກທຳລາຍລົງ” 32 ຈາກນັ້ນມາຄົນທັງຫລາຍກໍເອີ້ນກິເດໂອນວ່າ ເຢຣຸບບາອານ ເພາະທ່ານໄດ້ທຳລາຍແທ່ນບູຊາຂອງພຣະບາອານແລະເວົ້າວ່າ, “ຈົ່ງໃຫ້ພຣະບາອານປ້ອງກັນຕົວມັນເອງ” 33 ແລ້ວພວກມີດີອານທຸກໆຄົນ ພ້ອມທັງຊາວອາມາເລກ ແລະເຜົ່າຕ່າງໆທີ່ຢູ່ຕາມຖິ່ນກັນດານ ກໍພາກັນຂ້າມແມ່ນ້ຳຈໍແດນມາພ້ອມພຽງກັນແລ້ວຕັ້ງຄ້າຍພັກຢູ່ຮ່ອມພູ ຢິສເຣເອນ 34 ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ນຳກິເດໂອນ ກິເດໂອນກໍເປົ່າແກເອີ້ນເອົາຝູງຊົນອາບີເອເຊີໃຫ້ຕິດຕາມຕົນໄປ 35 ຕໍ່ມາ ທ່ານໄດ້ສົ່ງຄົນນຳຂ່າວໄປບອກທົ່ວທັງເຂດແດນຕະກູນມານັສເຊ ເຊບູລູນ ແລະເນັຟທາລີ ເພື່ອໃຫ້ພວກເຫລົ່ານີ້ຕິດຕາມທ່ານໄປ ພວກເຂົາກໍຕິດຕາມທ່ານໄປ 36 ຈາກນັ້ນ ກິເດໂອນໄດ້ທູນພຣະເຈົ້າວ່າ, “ພຣະອົງຊົງກ່າວວ່າ ພຣະອົງຕ້ອງການໃຫ້ຂ້າພຣະອົງຊ່ອຍຊີວິດພວກອິສຣາເອນ 37 ສະນັ້ນ ຂ້າພຣະອົງຈະເອົາຂົນແກະວາງໄວ້ເທິງດິນ ບ່ອນທີ່ພວກຂ້າພຣະອົງຟາດເຂົ້າ ຖ້າວ່າມື້ເຊົ້າມານ້ຳຫມອກຕົກຖືກແຕ່ຂົນແກະເທົ່ານັ້ນ ແຕ່ດິນຍັງແຫ້ງຢູ່ຄືເກົ່າ ຂ້າພຣະອົງຈຶ່ງຈະຮູ້ວ່າ ພຣະອົງຊົງຕ້ອງການໃຫ້ຂ້າພຣະອົງຊ່ອຍຊີວິດພວກອິສຣາເອນແທ້” 38 ແລ້ວເຫດການກໍເປັນຢ່າງນັ້ນແທ້ ເມື່ອກິເດໂອນລຸກມາແຕ່ເດິກ ໃນເຊົ້າວັນໃຫມ່ທ່ານກໍເອົາຂົນແກະນັ້ນມາປັ້ນ ນ້ຳໄດ້ໄຫລອອກມາຈົນເຕັມຊາມ 39 ທ່ານຈຶ່ງທູນພຣະເຈົ້າອີກວ່າ, “ຂໍຢ່າຊົງພຣະພິໂຣດຂ້າພຣະອົງຖ້ອນ ຂໍໂຜດໃຫ້ຂ້າພຣະອົງໄດ້ເວົ້າຕື່ມອີກເປັນເທື່ອສຸດທ້າຍ ຄືຂ້າພຣະອົງຈະທົດລອງເບິ່ງຂົນແກະອີກເທື່ອນຶ່ງ ໃນຄັ້ງນີ້ໃຫ້ຂົນແກະນັ້ນແຫ້ງຢູ່ ແຕ່ໃຫ້ນ້ຳຫມອກຕົກລົງໃສ່ແດ່ດິນເທົ່ານັ້ນ” 40 ໃນຄືນນັ້ນ ພຣະເຈົ້າໄດ້ຊົງກະທຳການນັ້ນ ໂດຍຊົງໃຫ້ຂົນແກະແຫ້ງ ແຕ່ໃຫ້ດິນເຕັມໄປດ້ວຍນ້ຳຫມອກ
ກິເດໂອນຊະນະພວກມີດີອານ
1 ເຢຣຸບບາອານ (ຄືກິເດໂອນ) ພ້ອມດ້ວຍທະຫານທັງຫມົດຂອງທ່ານໄດ້ລຸກແຕ່ເຊົ້າ ໄປຕັ້ງຄ້າຍພັກອາໄສຢູ່ທາງບໍ່ນ້ຳຮາໂຣດ ສ່ວນຄ້າຍພັກຂອງພວກມີດີອານກໍຕັ້ງຢູ່ຮ່ອມພູທາງທິດເຫນືອໃກ້ໆພູໂມເຣ 2 ພຣະຜູ້ເປັນເຈົ້າຊົງບອກກິເດໂອນວ່າ, “ປະຊາຊົນທີ່ມານຳເຈົ້າມີຫລາຍໂພດ ເຮົາບໍ່ຕ້ອງການຫລານປານນັ້ນ ເພື່ອເອົາຊະນະພວກມີດີອານ ເພາະເມື່ອໄຊຊະນະແລ້ວຢ້ານເຂົາອວດວ່າ ເຂົາຊະນະດ້ວຍກຳລັງຂອງຕົນເອງ ໂດຍບໍ່ຄິດເຖິງການຊ່ອຍເຫລືອຂອງເຮົາ 3 ສະນັ້ນ ເຈົ້າຈົ່ງບອກປະຊາຊົນວ່າ ຖ້າຜູ້ໃດຢ້ານ ຈົ່ງກັບຄືນເມືອສາ ແລະໄປຈາກພູກິເລອາດ” ດັ່ງນັ້ນຈຶ່ງມີຄົນກັບຄືນເມືອງສອງຫມື່ນສອງພັນຄົນ ແລະຍັງເຫລືອພຽງແຕ່ນຶ່ງຫມື່ນຄົນເທົ່ານັ້ນ 4 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ກິເດໂອນວ່າ, “ພວກນີ້ຍັງມີຢູ່ຫລາຍໂພດ ຈົ່ງພາເຂົາລົງໄປແຄມນ້ຳ ແລ້ວເຣົາຈະຄັດເລືອກເຂົາໃຫ້ເຈົ້າຢູ່ທີ່ນັ້ນ ຖ້າເຮົາບອກຜູ້ໃດໄປກັບເຈົ້າ ເຂົາຈະໄປທັນທີ ຖ້າວ່າເຮົາບອກບໍ່ໃຫ້ຜູ້ໃດໄປກັບເຈົ້າ ເຂົາກໍຈະບໍ່ໄປເດັດຂາດ” 5 ດັ່ງນັ້ນ ກິເດໂອນຈຶ່ງນຳຊາວອິສຣາເອນໄປແຄມນ້ຳ ແລ້ວພຣະຜູ້ເປັນເຈົ້າຊົງບອກກິເດໂອນວ່າ, “ຈົ່ງແຍກພວກທີ່ດື່ມນ້ຳດ້ວຍລີ້ນຄືກັນກັບຫມາອອກຈາກພວກທີ່ຄຸເຂົ່າລົງດື່ມ” 6 ດັ່ງນັ້ນ ຈຳນວນຜູ້ທີ່ເອົາມືກອບນ້ຳຂຶ້ນມາເລັຽກິນມີຢູ່ສາມຮ້ອຍຄົນ ສ່ວນພວກທີ່ເຫລືອນັ້ນແມ່ນພວກທີ່ຄຸເຂົ່າລົງດື່ມ 7 ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວຕໍ່ກິເດໂອນວ່າ, “ເຮົາຈະຊ່ອຍຊີວິດເຈົ້າໄວ້ ແລະໃຫ້ເຈົ້າຊະນະພວກມີດີອານດ້ວຍຄົນຈຳນວນສາມຮ້ອຍຄົນທີ່ກອບນ້ຳເລັຽກິນນັ້ນ ແລ້ວໃຫ້ພວກທີ່ຍັງເຫລືອກັບຄືນເມືອຫມົດ” 8 ກິເດໂອນກໍສັ່ງພວກອິສຣາເອນກັບຄືນເມືອຫມົດ ເວັ້ນໄວ້ແຕ່ພວກສາມຮ້ອຍຄົນເທົ່ານັ້ນທີ່ຍັງເຫລືອຢູ່ ພວກນີ້ໄດ້ຈັດເອົາສະບ່ຽງອາຫານແລະແກຂອງຕົນ ສ່ວນພວກມີດີອານໄດ້ຕັ້ງຄ້າຍພັກຢູ່ຮ່ອມພູທາງເບື້ອງລຸ່ມອິສຣາເອນ 9 ໃນຄືນວັນນັ້ນ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ກິເດໂອນວ່າ, “ຈົ່ງບຸກໂຈມຕີຄ້າຍພວກເຂົາເທີນ ເຣົາຈະໃຫ້ເຈົ້າຊະນະພວກເຂົາ 10 ແຕ່ຖ້າເຈົ້າບໍ່ກ້າລົງໄປຕໍ່ສູ້ ໃຫ້ເຈົ້າແລະຄົນໃຊ້ຂອງເຈົ້າຜູ້ຊື່ວ່າປຸຣາ ລົງໄປສືບເບິ່ງເສັຽກ່ອນ ເຈົ້າຈະໄດ້ຍິນວ່າເຂົາເວົ້າກັນຫຍັງແດ່ 11 ແລ້ວເຈົ້າຈະກ້າຫານບຸກໂຈມຕີຄ້າຍນັ້ນ” ດັ່ງນັ້ນ ກິເດໂອນ ແລະຄົນໃຊ້ປຸຣາຈຶ່ງພາກັນລົງໄປຍັງເຂດແດນຄ້າຍພັກຂອງສັດຕຣູ 12 ຝ່າຍພວກມີດີອານ ພວກອາມາເລກ ແລະຊາວເຜົ່າຕ່າງໆທີ່ຢູ່ຕາມຖິ່ນກັນດານ ໄດ້ຂະຫຍາຍອອກໄປທາງຮ່ອມພູເຫມືອນດັ່ງຝູງຕັກແຕນ ພວກເຂົາມີຝູງອູດຫລາຍຄ້າຍກັບເມັດດິນຊາຍເທິງແຄມທະເລ 13 ເມື່ອກິເດໂອນມາເຖິງກໍໄດ້ຍິນຊາຍຜູ້ນຶ່ງເລົ່າຄວາມຝັນຂອງຕົນສູ່ຫມູ່ຟັງວ່າ, “ຂ້າພະເຈົ້າໄດ້ຝັນວ່າມີເຂົ້າຈີ່ກ້ອນນຶ່ງທີ່ເຮັດດ້ວຍເຂົ້າເດື່ອຍກັ້ງເຂົ້າມາໃນຄ້າຍພັກຂອງເຮົາ ເຂົາຈີ່ກ້ອນນີ້ຕຳຜ້າເຕັນຂວ້ຳເພພັງລົງຫມົດ” 14 ຫມູ່ຂອງເຂົາຈຶ່ງຕອບວ່າ, “ອັນນີ້ຕ້ອງຫມາຍເຖິງດາບຂອງກິເດໂອນຊາວອິສຣາເອນ ຊຶ່ງເປັນບຸດຂອງໂຢອັສ ຄົງບໍ່ຫມາຍເຖິງສິ່ງອື່ນໄປໄດ້ ພຣະເຈົ້າໄດ້ຊົງໂຜດໃຫ້ທ່ານຊະນະກອງທັບທັງຫມົດຂອງພວກເຣົາແລ້ວ” 15 ສ່ວນກິເດໂອນເມື່ອໄດ້ຍິນເຣື່ອງຄວາມຝັນພ້ອມທັງຄວາມຫມາຍ ທ່ານກໍຄຸເຂົ່າລົງຂາບໄຫວ້ພຣະເຈົ້າ ແລ້ວທ່ານກໍກັບຄືນເມືອຫາຄ້າຍພັກຊາວອິສຣາເອນແລະເວົ້າວ່າ, “ຈົ່ງລຸກຂຶ້ນ ພຣະຜູ້ເປັນເຈົ້າຊົງປະທານໃຫ້ພວກເຈົ້າຊະນະກອງທັບພວກມີດີອານແລ້ວ” 16 ຄັນແລ້ວ ທ່ານກໍແບ່ງພວກສາມຮ້ອຍຄົນນັ້ນອອກເປັນສາມຫມວດ ໂດຍເອົາແກແຈກໃຫ້ຄົນລະອັນພ້ອມທັງໄຫໃສ່ກະບອງຜູ້ລະຫນ່ວຍ 17 ທ່ານໄດ້ບອກເຂົາວ່າ, “ຈົ່ງຄອຍເບິ່ງຂ້າພະເຈົ້າແລ້ວໃຫ້ເຮັດເຫມືອນກັນ ແລະເມື່ອຂ້າພະເຈົ້າໄປເຖິງຄ້າຍດ່ານນອກແລ້ວ ຂ້າພະເຈົ້າເຮັດຢ່າງໃດກໍໃຫ້ເຮັດຢ່າງນັ້ນ 18 ຖ້າວ່າຂ້າພະເຈົ້າ ແລະຄນະຂອງຂ້າພະເຈົ້າພາກັນເປົ່າແກຂຶ້ນ ໃຫ້ພວກເຈົ້າເປົ່າແກຂອງພວກເຈົ້າຕອບໂລດ ແລ້ວໃຫ້ທຸກຄົນທີ່ຢູ່ອ້ອມຄ້າຍທັງຫມົດ ຮ້ອງຂຶ້ນວ່າ “ເພື່ອພຣະຜູ້ເປັນເຈົ້າ ແລະເພື່ອກິເດໂອນ” 19 ຝ່າຍກິເດໂອນ ພ້ອມທັງພວກຂອງທ່ານຮ້ອຍຄົນ ກໍຮອດແຄມຄ້າຍໃນເວລາກ່ອນທ່ຽງຄືນ ຊຶ່ງເປັນເວລາປ່ຽນຄົນຍາມໃຫມ່ ພວກເຂົາເປົ່າແກຂຶ້ນ ແລະທັບໄຫທີ່ພວກເຂົາຖືໄປນັ້ນ 20 ຫມົດທັງສາມຫມວດກໍເປົ່າແກຂຶ້ນ ແລະທັບໄຫຂອງຕົນ ມືຊ້າຍຂອງພວກເຂົາຖືກະບອງແລະມືຂວາຖືແກ ພ້ອມທັງຮ້ອງວ່າ, “ດາບ ເພື່ອພຣະຜູ້ເປັນເຈົ້າ ແລະເພື່ອກິເດໂອນ” 21 ທະຫານອິສຣາເອນທຸກໆຄົນກໍຢືນຢັນປະຈຳຢູ່ບ່ອນຂອງຕົນອ້ອມຮອບຄ້າຍພັກນັ້ນ ສ່ວນທະຫານມີດີອານທັງຫມົດໄດ້ແລ່ນຫນີໄປພ້ອມທັງຮ້ອງສຽງດັງສະຫນັ່ນ 22 ເມື່ອພວກສາມຮ້ອຍເປົ່າແກຂອງເຂົາຂຶ້ນ ພຣະຜູ້ເປັນເຈົ້າກໍບັນດານໃຫ້ຄົນຢູ່ໃນຄ້າຍພັກນັ້ນຈັບດາບຕໍ່ສູ້ກັນແລະກັນ ພວກເຂົາພາກັນແລ່ນໄປທາງເມືອງເຊເຣຣາ ໄປເມືອງເບັດຊີດຕາ ແລະເມືອງອາເບນເມໂຮລາໃກ້ບ້ານຕັບບັທ 23 ພວກອິສຣາເອນທີ່ມາຈາກຕະກູນເນັຟທາລີ ຕະກູນອາເຊີ ແລະທຸກໆຄົນທີ່ມາຈາກມານັສເຊໄດ້ອອກມາໄລ່ຕິດຕາມພວກມີດີອານໄປ 24 ກິເດໂອນກໍສົ່ງຄົນນຳຂ່າວໄປບອກທົ່ວທັງເຂດພູເອຟຣາອິມວ່າ, “ຈົ່ງພາກັນມາຕໍ່ສູ້ພວກມີດີອານ ໃຫ້ພາກັນໄປປະຈຳຢູ່ຕາມແຄມແມ່ນ້ຳຈໍແດນ ແລະຕາມທາງສາຍນ້ຳຕ່າງໆຈົນເຖິງເບັດບາຣາ 25 ພວກເຂົາຈັບຫົວຫນ້າພວກມີດີອານໄດ້ສອງຄົນ ຄືໂອເຣັບ ແລະເຊເອັບ ແລ້ວຂ້າໂອເຣັບຢູ່ເທິງຫີນດ່ານໂອເຣັບ ແລະຂ້າເຊເອັບຢູ່ບ່ອນບີບນ້ຳອະງຸ່ນ ຊື່ເຊເອັບ ແລ້ວພວກເຂົາກໍຂັບໄລ່ກວາດລ້າງພວກມີດີອານຕໍ່ໄປ ພ້ອມທັງຖືເອົາຫົວຂອງໂອເຣັບ ແລະເຊເອັບໄປໃຫ້ກິເດໂອນຊຶ່ງຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນເບື້ອງນັ້ນ
ການເສັຽໄຊຄັ້ງສຸດທ້າຍຂອງພວກມີດີອານ
1 ຄັນຕໍ່ມາ ພວກເອຟຣາອີມໄດ້ເວົ້າຕໍ່ກິເດໂອນວ່າ, “ເວລາໄປສູ້ຮົບພວກມີດີອານນັ້ນ ເປັນຫຍັງບໍ່ເອີ້ນເອົາພວກເຮົາແດ່ ເປັນຫຍັງຈຶ່ງທຳກັບພວກເຮົາແບບນີ້” ພວກເຂົາຕໍ່ວ່າຕໍ່ຂານເຣື່ອງນີ້ຢ່າງແຂງແຮງ 2 ແຕ່ກິເດໂອນບອກເຂົາວ່າ, “ການໄຊຊະນະຂອງຂ້າພະເຈົ້ານັ້ນ ເມື່ອປຽບທຽບກັບສິ່ງທີ່ເຈົ້າທຳກໍບໍ່ມີຫຍັງຫມົດ ແມ່ນແຕ່ການເລັກນ້ອຍທີ່ຊາວເອຟຣາອິມໄດ້ທຳ ກໍມີຄຸນຄ່າກວ່າທຸກສິ່ງທີ່ຂ້າພະເຈົ້າໄດ້ທຳມາ 3 ພຣະຜູ້ເປັນເຈົ້າຊົງມອບໂອເຣັບ ແລະເຊເອັບ ຜູ້ເປັນເຈົ້ານາຍຂອງຊາວມີດີອານໄວ້ໃນກຳມືຂອງພວກເຈົ້າ ສິ່ງທີ່ຂ້າພະເຈົ້າໄດ້ທຳນັ້ນຈະປຽບທຽບກັບສິ່ງທີ່ພວກເຈົ້າທຳໄດ້ຢ່າງໃດ” ເມື່ອທ່ານເວົ້າດັ່ງນັ້ນແລ້ວພວກເຂົາກໍເຊົາຄຽດ 4 ກິເດໂອນກັບສາມຮ້ອຍຄົນໄດ້ພາກັນໄປເຖິງແມ່ນ້ຳຈໍແດນ ແລ້ວກໍຂ້າມແມ່ນ້ຳນັ້ນໄປ ພວກເຂົາມີຄວາມອິດເມື່ອຍອ່ອນແຮງລົງ ແຕ່ກໍຍັງຂັບໄລ່ພວກສັດຕຣູນັ້ນຫນີໄປໄດ້ 5 ກິເດໂອນໄດ້ຮ້ອງຂໍຕໍ່ຊາວເມືອງຊຸກໂກດວ່າ, “ຂ້າພະເຈົ້າຂໍເຂົ້າໃຫ້ຄົນຂອງຂ້າພະເຈົ້າກິນແດ່ ເພາະເຂົາອິດເມື່ອຍຫລາຍ ຂ້າພະເຈົ້າກຳລັງໄລ່ຕິດຕາມເຊບາແລະຊັນມູນນາ ເຈົ້າຊີວິດຂອງພວກມີດີອານຢູ່” 6 ແຕ່ພວກຜູ້ນຳຂອງພວກຊຸກໂກດເວົ້າວ່າ, “ເຫດໃດພວກເຣົາຈຶ່ງຈະຕ້ອງເອົາອາຫານໃຫ້ທະຫານຂອງທ່ານກິນ ໃນເມື່ອທ່ານຍັງບໍ່ທັນຈັບເຊບາແລະຊັນມູນນາໄດ້ເທື່ອ” 7 ດັ່ງນັ້ນ ກິເດໂອນຈຶ່ງເວົ້າວ່າ, “ດີແລ້ວ ເມື່ອໃດພຣະຜູ້ເປັນເຈົ້າຊົງມອບເຊບາ ແລະຊັນມູນນາໄວ້ໃນກຳມືຂອງຂ້າພະເຈົ້າ ຂ້າພະເຈົ້າຈະເອົາຫວາຍທີ່ຍັງມີຫນາມແລະໄມ້ຫນາມມາຂ້ຽນພວກເຈົ້າ” 8 ຈາກນັ້ນ ກິເດໂອນກໍໄປຍັງເມືອງເປນູເອນ ແລ້ວຮ້ອງຂໍຕໍ່ຊາວເມືອງນັ້ນຢ່າງດຽວກັນ ຊາວເມືອງເປນູເອນກໍຕອບຢ່າງດຽວກັນກັບຊາວເມືອງຊຸກໂກດ 9 ກິເດໂອນຈຶ່ງເວົ້າວ່າ, “ເວລາຂ້າພະເຈົ້າກັບຄືນມາຢ່າງປອດພັຍແລ້ວ ຂ້າພະເຈົ້າຈະທຳລາຍຫໍຄອຍນີ້ລົງ” 10 ຝ່າຍເຊບາ ແລະຊັນມູນນາ ພ້ອມທັງກອງທັບໄດ້ຢູ່ທີ່ກາຣ໌ໂກຣ໌ ກອງທັບຂອງເຜົ່າຕ່າງໆທີ່ມາຈາກຖິ່ນກັນດານມີທະຫານນຶ່ງຫມື່ນຫ້າພັນຄົນ ເປັນກອງທັບຊາວຕາເວັນອອກທີ່ເຫລືອຢູ່ທັງຫມົດ ແລະມີນຶ່ງແສນສອງຫມື່ນຄົນທີ່ຖືກຂ້າຕາຍ 11 ກິເດໂອນໄດ້ໄປຕາມເສັ້ນທາງແຄມຖິ່ນກັນດານ ຢູ່ທາງທິດຕາເວັນອອກຂອງໂນບາ ແລະໂຢກເບຮາ ແລ້ວບຸກໂຈມຕີທະຫານເຫລົ່ານັ້ນຢ່າງບໍ່ທັນຮູ້ຕົວ 12 ຝ່າຍກະສັດທັງສອງຂອງຊາວມີດີອານ ຄືເຊບາແລະຊັນມູນນາກໍແລ່ນປົບຫນີ ແຕ່ກິເດໂອນໄລ່ຕິດຕາມແລະຈັບທັງສອງຄົນມາໄດ້ ສ່ວນກອງທະຫານຂອງເຂົາກໍຕື່ນຕົກໃຈແລະແຕກກະຈັດກະຈາຍໄປ 13 ແລ້ວກິເດໂອນບຸດຂອງໂຢອັສກໍກັບມາຈາກເລວເສິກ ໄດ້ຜ່ານມາທາງເຮເຣສ 14 ທ່ານໄດ້ຈັບເອົາຊາຍຫນຸ່ມຜູ້ນຶ່ງຈາກເມືອງຊຸກໂກດ ແລະໄດ້ສອບຖາມເອົາເຣື່ອງຕ່າງໆນຳເຂົາ ຊາຍຫນຸ່ມຜູ້ນັ້ນໄດ້ຈົດຊື່ພວກເຈົ້ານາຍ ແລະພວກເຖົ້າແກ່ເຈັດສິບຄົນຂອງເມືອງຊຸກໂກດໃຫ້ກິເດໂອນ 15 ແລ້ວກິເດໂອນໄດ້ໄປຫາພວກຊຸກໂກດແລະເວົ້າວ່າ, “ພວກເຈົ້າຈື່ເວລາທີ່ພວກເຈົ້າດູຫມິ່ນປມາດຂ້າພະເຈົ້າຫລືບໍ ພວກເຈົ້າໄດ້ເວົ້າວ່າພວກເຈົ້າບໍ່ສາມາດເອົາອາຫານໃຫ້ພວກທະຫານທີ່ອ່ອນແຮງຂອງຂ້າພະເຈົ້າກິນ ເພາະວ່າຂ້າພະເຈົ້າຈັບເຊບາ ແລະຊັນມູນນາບໍ່ທັນໄດ້ ແຕ່ດຽວນີ້ ພວກເຂົາຢູ່ນີ້ແລ້ວ” 16 ກິເດໂອນຈຶ່ງເອົາຫວາຍທີ່ມີຫນາມ ແລະໄມ້ຫນາມຈາກຖິ່ນກັນດານມາລົງໂທດຜູ້ນຳເມືອງຊຸກໂກດ 17 ແລ້ວທຳລາຍຫໍຄອຍທີ່ເປນູເອນແລະຂ້າຊາວເມືອງນັ້ນຖິ້ມ 18 ແລ້ວທ່ານໄດ້ຖາມເຊບາ ແລະຊັນມູນນາວ່າ, “ຄົນທີ່ພວກເຈົ້າຂ້ານັ້ນມີຮູບຮ່າງຢ່າງໃດ” ພວກເຂົາໄດ້ຕອບວ່າ, “ຄືກັນກັບທ່ານ ພວກເຂົາທຸກໆຄົນຄືກັນກັບພຣະຣາຊກຸມມານ” 19 ກິເດໂອນຈຶ່ງຕອບວ່າ, “ພວກເຂົາເປັນອ້າຍນ້ອງລູກແມ່ດຽວກັບຂ້າພະເຈົ້າ ຂ້າພະເຈົ້າຂໍສາບານໃນພຣະນາມພຣະຜູ້ເປັນເຈົ້າວ່າ ຖ້າພວກເຈົ້າບໍ່ໄດ້ຂ້າເຂົາ ຂ້າພະເຈົ້າຈະບໍ່ຂ້າພວກເຈົ້າ” 20 ທ່ານຈຶ່ງບອກເຢເທີບຸດຊາຍກົກຂອງທ່ານວ່າ, “ຈົ່ງໄປຂ້າພວກເຂົາເສັຽ” ແຕ່ວ່າເດັກຊາຍຄົນນັ້ນບໍ່ກ້າຖອດດາບອອກ ເຂົາຢ້ານ ເພາະວ່າເຂົາຍັງເປັນເດັກນ້ອຍຢູ່ 21 ແຕ່ເຊບາ ແລະຊັນມູນນາເວົ້າວ່າ, “ຈົ່ງມາຂ້າພວກເຮົາດ້ວຍຕົນເອງເທີນ ເພາະວ່າທ່ານເອງເປັນຜູ້ຊາຍເຕັມໂຕຢູ່ແລ້ວ” ດັ່ງນັ້ນ ກິເດໂອນຈຶ່ງຂ້າເຊບາ ແລະຊັນມູນນາ ແລະເອົາຫລຽນຮູບເດືອນທີ່ເອ້ຄໍອູດໄປພ້ອມ
ກິເດໂອນໄດ້ສ້າງຮູບພຣະ
22 ຫລັງຈາກນັ້ນ ພວກອິສຣາເອນໄດ້ເວົ້າຕໍ່ກິເດໂອນວ່າ, “ຂໍທ່ານພ້ອມທັງບຸດຊາຍແລະຫລານຂອງທ່ານ ຈົ່ງເປັນຜູ້ຄຸ້ມຄອງພວກເຮົາເທີນ ເພາະວ່າທ່ານໄດ້ຊ່ອຍເຫລືອພວກເຮົາໃຫ້ພົ້ນຈາກເງື້ອມມືຂອງພວກມີດີອານ” 23 ກyເດໂອນຕອບວ່າ, “ຂ້າພະເຈົ້າແລະລູກຊາຍຂອງຂ້າພະເຈົ້າຈະບໍ່ເປັນຜູ້ຄຸ້ມຄອງຂອງພວກເຈົ້າ ແຕ່ວ່າແມ່ນພຣະຜູ້ເປັນເຈົ້າເປັນຜູ້ຄຸ້ມຄອງພວກເຈົ້າ” 24 ກິເດໂອນເວົ້າຕໍ່ໄປວ່າ, “ຂໍໃຫ້ຂ້າພະເຈົ້າຂໍສິ່ງນຶ່ງຈາກພວກເຈົ້າ ຄືຈົ່ງເອົາຕຸ້ມຫູທີ່ພວກເຈົ້າຍຶດມາໄດ້ນັ້ນໃຫ້ຂ້າພະເຈົ້າ” (ພວກມີດີອານຖືຕຸ້ມຫູຄຳເພາະວ່າເຂົາເປັນຄົນທີ່ຢູ່ຕາມຖິ່ນກັນດານ) 25 ພວກເຂົາຕອບວ່າ, “ພວກເຮົາຍິນດີທີ່ຈະເອົາສິ່ງເຫລົ່ານີ້ໃຫ້ທ່ານ” ແລ້ວພວກເຂົາກໍເອົາຜ້າມາປູລົງ ແລະເອົາຕຸ້ມຫູທີ່ທ້ອນໂຮມໄດ້ມາວາງໄວ້ໃນຜ້ານັ້ນ 26 ຕຸ້ມຫູທີ່ກິເດໂອນຂໍມານັ້ນຊັ່ງໄດ້ນຶ່ງພັນເຈັດຮ້ອຍເຊເກລ ໂດຍບໍ່ໄດ້ໄລ່ສິ່ງອື່ນໆເຂົ້ານຳເຊັ່ນ ເຄື່ອງເອ້ ສ້ອຍຄໍ ເຄື່ອງນຸ່ງສີມ່ວງທີ່ເຈົ້າຊີວິດມີດີອານນຸ່ງຖື ແລະເຄື່ອງທີ່ຜູກເອ້ຄໍອູດດ້ວຍ 27 ແລ້ວກິເດໂອນໄດ້ສ້າງຮູບພຣະດ້ວຍເຄື່ອງເຫລົ່ານີ້ ແລະເອົາໄວ້ໃນເມືອງຂອງທ່ານທີ່ຊື່ວ່າ ໂອຟຣາ ພວກອິສຣາເອນທຸກຄົນກໍພາກັນປະຖິ້ມພຣະເຈົ້າ ພວກເຂົາພາກັນນະມັສການຮູບພຣະນັ້ນທີ່ເມືອງໂອຟຣາ ການກະທຳເຊັ່ນນີ້ເປັນບ້ວງແຮ້ວສຳລັບກິເດໂອນແລະຄອບຄົວ 28 ພວກມີດີອານໄດ້ຜ່າຍແພ້ພວກອິສຣາເອນ ໂດຍສູນເສັຽທຸກຢ່າງໃນເວລາທີ່ກິເດໂອນຍັງມີຊີວິດຢູ່ນັ້ນ ຜືນແຜ່ນດິນກໍໄດ້ຮັບຄວາມສງົບສຸກຕລອດສີ່ສິບປີ
ມໍຣະນະກັມຂອງກິເດໂອນ
29 ຕໍ່ຈາກນັ້ນມາ ກິເດໂອນ (ເຢຣຸບບາອານ) ບຸດຂອງໂຢອັສກໍກັບຄືນເມືອຢູ່ເຮືອນຂອງຕົນ 30 ກິເດໂອນມີບຸດຊາຍເກີດຈາກສາຍໂລຫິດຂອງທ່ານເຈັດສິບຄົນ ເພາະທ່ານມີເມັຽຫລາຍຄົນ 31 ທ່ານຍັງມີເມັຽນ້ອຍອີກທີ່ເມືອງເຊເຄມ ເມັຽຜູ້ນີ້ມີບຸດຊາຍຄົນນຶ່ງຊື່ ອາບີເມເລກ 32 ກິເດໂອນບຸດຊາຍຂອງໂຢອັສໄດ້ເສັຽຊີວິດໄປໃນວັຍຊະຣາ ສ່ວນສົບຂອງທ່ານໄດ້ຝັງໄວ້ໃນອຸບໂມງຂອງໂຢອັສບິດາຂອງທ່ານທີ່ເມືອງໂອຟຣາ ຊຶ່ງເປັນເມືອງຂອງຊາວອາບີເອເຊີ 33 ຫລັງຈາກກິເດໂອນໄດ້ເສັຽຊີວິດແລ້ວ ພວກອິສຣາເອນກໍຫັນຫນີອີກ ແລະຫລີ້ນຊູ້ກັບບັນດາພຣະບາອານ ຖືເອົາພຣະບາອານເບຣິດເປັນພຣະເຈົ້າຂອງພວກເຂົາ 34 ພວກເຂົາຫລົງລືມພຣະຜູ້ເປັນເຈົ້າຂອງພວກເຂົາ ຜູ້ຊົງຊ່ອຍເຂົາໃຫ້ພົ້ນຈາກສັດຕຣູທີ່ຢູ່ອ້ອມຮອບເຂົານັ້ນ 35 ພວກເຂົາບໍ່ໄດ້ສະແດງຄວາມເມດຕາຕໍ່ຄອບຄົວກິເດໂອນ ທີ່ເຄີຍສ້າງຄຸນງາມຄວາມດີໄວ້ກັບພວກອິສຣາເອນ
ອາບີເມເລກ
1 ຢູ່ມາ ອາບີເມເລກບຸດຂອງເຢຣຸບບາອານ ໄດ້ໄປຫາພວກຍາດພີ່ນ້ອງຂອງແມ່ທີ່ເມືອງເຊເຄມ ແລ້ວເວົ້າກັບເຂົາ ແລະກັບຄອບຄົວທີ່ບ້ານຂອງຕົນວ່າ, 2 “ພວກເຈົ້າຕ້ອງການຜູ້ໃດເປັນຜູ້ປົກຄອງພວກເຈົ້າ ຕ້ອງການລູກຊາຍທັງເຈັດສິບຄົນຂອງເຢຣຸບບາອານ ຫລືວ່າຄົນດຽວ ຈົ່ງເຂົ້າໃຈວ່າຂ້າພະເຈົ້າກໍເປັນເນື້ອຫນັງ ແລະກ້ອນເລືອດຂອງພວກເຈົ້າ” 3 ແລ້ວພວກພີ່ນ້ອງທາງແມ່ຂອງອາບີເມເລກໄດ້ໄປເວົ້າເຣື່ອງນີ້ຕໍ່ຊາວເຊເຄມແທນເຂົາ ດັ່ງນັ້ນຊາວຊີເຄມຈຶ່ງຕັດສິນໃຈຮັບເອົາອາບີເມເລກເປັນຜູ້ປົກຄອງ ເພາະວ່າອາບິເມເລກເປັນເຊື້ອສາຍຂອງເຂົາ 4 ພວກເຂົາໄດ້ເອົາເງິນເຈັດສິບແຜ່ນອອກຈາກວິຫານຂອງພຣະບາອານເບຣິດໃຫ້ແກ່ອາບີເມເລກ ສ່ວນເອບີເມເລກກໍເອົາເງິນນັ້ນຈ້າງພວກອັນຕະພານໄປນຳ 5 ເຂົາມຸ່ງຫນ້າໄປເຮືອນບິດາຂອງເຂົາທີ່ເມືອງໂອຟຣາ ແລະຂ້າລູກຊາຍເຈັດສິບຄົນຂອງເຢຣຸບບາອານຢູ່ເທິງກ້ອນຫີນດຽວກັນ ໂຢທາມບຸດຊາຍຫລ້າຂອງເຢຣຸບບາອານໄດ້ລີ້ຢູ່ ສະນັ້ນຈຶ່ງບໍ່ໄດ້ຖືກຂ້າ 6 ແລ້ວເຊເຄມທຸກຄົນພ້ອມທັງຊາວເບັດມິນໂລ ກໍພາກັນໄປທີ່ຕົ້ນໄມ້ໃຫຍ່ອັນສັກສິດທີ່ເມືອງເຊເຄມ ເພື່ອແຕ່ງຕັ້ງອາບີເມເລກເປັນເຈົ້າຊີວິດ 7 ເມື່ອໂຢທາມໄດ້ຍິນເຣື່ອງນີ້ ເຂົາກໍໄປຢືນຢູ່ເທິງພູເກຣີຊີມ ແລະຮ້ອງໃສ່ເຂົາດ້ວຍສຽງດັ່ງວ່າ, “ຊາວເຊເຄມທັງຫລາຍຈົ່ງຟັງຂ້າພະເຈົ້າ ແລະພຣະເຈົ້າອາດຈະຟັງພວກເຈົ້າ ຂ້າພະເຈົ້າຂໍເວົ້າປຽບທຽບວ່າ 8 ຄັ້ງນຶ່ງ ເມື່ອຕົ້ນໄມ້ທັງຫລາຍອອກໄປເລືອກເອົາເຈົ້າຊີວິດຂອງພວກມັນ ພວກມັນໄດ້ເວົ້າກັບຕົ້ນຫມາກກອກວ່າ ຈົ່ງມາເປັນເຈົ້າຊີວິດຂອງພວກເຮົາເທີນ 9 ຕົ້ນຫມາກກອກກໍຕອບວ່າ ຖ້າເຮົາປົກຄອງພວກເຈົ້າ ເຮົາຈະຕ້ອງເສັຽນ້ຳມັນຂອງເຮົາທີ່ເຂົາໃຊ້ຖວາຍກຽດແກ່ພຣະທັງຫລາຍແລະແກ່ມະນຸດ 10 ຕົ້ນໄມ້ທັງຫລາຍຈຶ່ງເວົ້າຕໍ່ຕົ້ນຫມາກເດື່ອວ່າ ຂໍໃຫ້ເຈົ້າມາເປັນເຈົ້າຊີວິດຂອງພວກເຮົາເທີນ 11 ແຕ່ຕົ້ນຫມາກເດື່ອຕອບວ່າ ຖ້າເຮົາປົກຄອງພວກເຈົ້າເຮົາຈະເສັຽຫມາກໄມ້ອັນຫອມຫວານຂອງເຣົາ 12 ດັ່ງນັ້ນ ຕົ້ນໄມ້ທັງຫລາຍຈຶ່ງເວົ້າຕໍ່ຕົ້ນອະງຸ່ນວ່າ ຂໍໃຫ້ເຈົ້າມາເປັນເຈົ້າຊີວິດຂອງເຮົາເທີນ 13 ແຕ່ຕົ້ນອະງຸ່ນຕອບວ່າ ຖ້າເຮົາປົກຄອງພວກເຈົ້າ ເຮົາຈະຕ້ອງເສັຽເຫລົ້າອະງຸ່ນທີ່ທຳໃຫ້ພຣະທັງຫລາຍ ແລະມວນມະນຸດມີຄວາມສຸກ 14 ແລ້ວຕົ້ນໄມ້ທຸກຕົ້ນໄດ້ເວົ້າຕໍ່ກົກຫນາມວ່າ ຂໍໃຫ້ເຈົ້າມາເປັນເຈົ້າຊີວິດຂອງພວກເຮົາເທີນ 15 ກົກຫນາມໄດ້ຕອບວ່າ ຖ້າພວກເຈົ້າຕ້ອງການໃຫ້ເຮົາເປັນເຈົ້າຊີວິດຂອງພວກເຈົ້າແທ້ ເຊີນມາຊົ້ນຮົ່ມຂອງເຮົາ ຖ້າວ່າພວກເຈົ້າບໍ່ມາໄຟຈະອອກມາຈາກຕົ້ນຫນາມ ແລ້ວໄຫມ້ຕົ້ນສົນທັງຫລາຍທີ່ຢູ່ເທິງພູປະເທດເລບານອນນີ້” 16 ໂຢທາມຈຶ່ງເວົ້າຕໍ່ໄປອີກວ່າ, “ດຽວນີ້ພວກເຈົ້າໄດ້ແຕ່ງຕັ້ງອາບີເມເລກເປັນເຈົ້າຊີວິດດ້ວຍຄວາມຈິງໃຈບໍ ພວກເຈົ້າຕອບສນອງຄວາມດີຂອງເຢຣຸບບາອານ ແລະຄອບຄົວຂອງທ່ານແບບນີ້ບໍ 17 ຈົ່ງຈຳໄວ້ວ່າພໍ່ຂອງຂ້າພະເຈົ້າໄດ້ຕໍ່ສູ້ເພື່ອພວກເຈົ້າ ທ່ານໄດ້ສ່ຽງຊີວິດເພື່ອຊ່ອຍພວກເຈົ້າໃຫ້ພົ້ນຈາກພວກມີດີອານ 18 ແຕ່ວັນນີ້ພວກເຈົ້າກັບມາຕໍ່ສູ້ຄອບຄົວພໍ່ຂອງຂ້າພະເຈົ້າ ພວກເຈົ້າຂ້າລູກຊາຍເຈັດສິບຄົນຂອງທ່ານຢູ່ເທິງຫີນກ້ອນດຽວ ແລະແຕ່ງຕັ້ງອາບີເມເລກ ລູກທີ່ເກີດຈາກຍິງຮັບໃຊ້ຂອງທ່ານເປັນເຈົ້າຊີວິດເມືອງເຊເຄມ ເພາະວ່າເຂົາເປັນເຊື້ອສາຍຂອງພວກເຈົ້າ 19 ຖ້າວ່າສິ່ງທີ່ພວກເຈົ້າກະທຳຕໍ່ເຢຣຸບບາອານເປັນຄວາມຈິງແລະສັດຊື່ແທ້ ຂໍໃຫ້ອາບີເມເລກຈົ່ງມີຄວາມສຸກຢູ່ກັບພວກເຈົ້າເທີນ 20 ຖ້າບໍ່ເປັນດັ່ງນັ້ນ ຂໍໃຫ້ຄວາມໂຫດຮ້າຍດັ່ງໄຟທີ່ມາຈາກອາບີເມເລກທຳລາຍຊາວເຊເຄມກັບຊາວເບັດມິນໂລ ທຳລາຍອາບີເມເລກເຊັ່ນດຽວກັນ 21 ແລ້ວໂຢທາມກໍປົບຫນີໄປ ເຂົາໄປອາໄສຢູ່ໃນເມືອງເບເອີ ເພາະວ່າເຂົາຢ້ານອາບີເມເລກອ້າຍຂອງເຂົາ 22 ອາບີເມເລກໄດ້ປົກຄອງອິສຣາເອນສາມປີ 23 ພຣະເຈົ້າຊົງໃຊ້ປີສາດຮ້າຍເຂົ້າສິງລະຫວ່າງອາບີເມເລກກັບຊາວເມືອງເຊເຄມ ຊາວເມືອງເຊເຄມກໍກະບົດຕໍ່ອາບີເມເລກ 24 ເພື່ອທາຣຸນກັມທີ່ເຂົາໄດ້ກະທຳຕໍ່ບຸດເຈັດສິບຄົນຂອງເຢຣຸບບາອານຈະສນອງ ແລະໂທດອັນເກີດຈາກການຂ້າຄົນເຫລົ່ານັ້ນຈະໄດ້ຕົກແກ່ອາບີເມເລກ ພີ່ນ້ອງຜູ້ໄດ້ປະຫານເຂົາແລະຕົກແກ່ຊາວເມືອງເຊເຄມ ຜູ້ເສີມກຳລັງມືອາບີເມເລກໃຫ້ຂ້າພີ່ນ້ອງຂອງຕົນ 25 ຊາວເມືອງເຊເຄມໄດ້ວາງຄົນຄອຍຊຸ່ມດັກໂຈມຕີອາບີເມເລກທີ່ເທິງຍອດພູ ເຂົາກໍປຸ້ນຄົນທັງປວງທີ່ຜ່ານໄປມາທາງນັ້ນ ແລະມີຄົນບອກອາບີເມເລກໃຫ້ຮູ້ 26 ຝ່າຍກາອັນບຸດເອເບດກັບຍາດຂອງເຂົາເຂົ້າໄປໃນເມືອງເຊເຄມ ຊາວເຊເຄມໄວ້ເນື້ອເຊື່ອໃຈກາອັນ 27 ຈຶ່ງພາກັນອອກໄປໃນສວນອະງຸ່ນເກັບຫມາກມາຢ່ຳ ທຳການລ້ຽງຂຶ້ນໃນວັດພຣະຂອງເຂົາ ເຂົາຮັບປະທານແລະດື່ມ ແລະແຊ່ງດ່າອາບີເມເລກ 28 ກາອັນບຸດເອເບດຈຶ່ງກ່າວວ່າ, “ອາບີເມເລກຄືໃຜ ແລະເຮົາຊາວເຊເຄມເປັນໃຜກັນຈຶ່ງຕ້ອງມາບົວລະບັດເຂົາ ບຸດຂອງເຢຣຸບບາອານ ແລະເຊບູນເຈົ້າຫນ້າທີ່ຜູ້ຊ່ອຍກໍເຄີຍບົວລະບັດຄົນຮາໂມຣ໌ບິດາຂອງເຊເຄມບໍ່ແມ່ນຫລື ເຮົາຈະບົວລະບັດຜູ້ນັ້ນເຮັດຫຍັງ 29 ຖ້າຄົນເມືອງນີ້ຢູ່ໃຕ້ການປົກຄອງຂອງເຮົາ ເຮົາຈະຖອດອາບີເມເລກເສັຽ ເຮົາຈະທ້າອາບີເມເລກວ່າ “ຈົ່ງເພີ້ມກອງທັບຂອງທ່ານຂຶ້ນແລ້ວອອກມາເຖີດ” 30 ພໍເຊບູນເຈົ້າເມືອງໄດ້ຍິນຖ້ອຍຄຳຂອງກາອັນບຸດເອເບດກໍໃຈຮ້າຍ 31 ຈຶ່ງສົ່ງຜູ້ນຳຂ່າວໄປຫາອາບີເມເລກທີ່ເມືອງອາຣູມາ ວ່າ, “ກາອັນບຸດເອເບດແລະຍາດຂອງເຂົາມາທີ່ເມືອງເຊເຄມ ໄດ້ຍຸແຫຍ່ຊາວເມືອງນັ້ນໃຫ້ຕໍ່ສູ້ກັບທ່ານ 32 ບັດນີ້ຂໍທ່ານຈົ່ງລຸກຂຶ້ນໃນເວລາກາງຄືນ ທັງທ່ານແລະຄົນທີ່ຢູ່ກັບທ່ານ ໄປຊຸ່ມຄອຍຢູ່ໃນທົ່ງນາ 33 ຮຸ່ງເຊົ້າພໍດວງອາທິດຂຶ້ນ ທ່ານຈົ່ງລຸກຂຶ້ນແຕ່ເດິກ ບຸກຮຸກເຂົ້າເມືອງ ເມື່ອກາອັນກັບກອງທັບອອກມາຕໍ່ສູ້ກັບທ່ານ ທ່ານຈົ່ງກະທຳແກ່ເຂົາຕາມແຕ່ໂອກາດຈະອຳນວຍ” 34 ຝ່າຍອາບີເມເລກ ແລະກອງທັບທີ່ຢູ່ກັບທ່ານກໍລຸກຂຶ້ນໃນເວລາກາງຄືນ ແບ່ງອອກເປັນສີ່ກອງໄປຊຸ່ມຄອຍຕໍ່ສູ້ເມືອງເຊເຄມ 35 ກາອັນບຸດເອເບດກໍອອກໄປຜືນຢູ່ທີ່ທາງເຂົ້າປະຕູເມືອງ ອາບີເມເລກກໍລຸກຂຶ້ນພ້ອມກັບກອງທັບທີ່ຢູ່ກັບເຂົາອອກມາຈາກບ່ອນລີ້ທັນທີ 36 ເມື່ອກາອັນເຫັນກອງທັບ ຈຶ່ງເວົ້າກັບເຊບູນວ່າ, “ເບິ່ງແມ໋, ກອງທັບກຳລັງເຄື່ອນລົງມາຈາກຍອດພູ” ເຊບູນຕອບວ່າ, “ທ່ານເຫັນເງົາພູເປັນຄົນໄປຕີ້” 37 ກາອັນເວົ້າຂຶ້ນອີກວ່າ, “ເບິ່ງແມ໋, ກອງທັບກຳລັງອອກມາຈາກທາງຕົ້ນໂອກຂອງຫມໍຜີ” 38 ເຊບູນກໍກ່າວແກ່ກາອັນວ່າ, “ປາກຂອງທ່ານຢູ່ໃສດຽວນີ້ ທ່ານຜູ້ທີ່ກ່າວວ່າ “ອາບີເມເລກຄືໃຜ ທີ່ເຮົາຕ້ອງບົວລະບັດ” ຄົນເຫລົ່ານີ້ເປັນຄົນທີ່ທ່ານຫມິ່ນປມາດບໍ່ແມ່ນຫລື ຈົ່ງຍົກອອກໄປຕໍ່ສູ້ກັບເຂົາເຖີດ” 39 ກາອັນກໍຍ່າງນໍາຫນ້າກອງທັບຂອງເຊເຄມອອກໄປຕໍ່ສູ້ກັບອາບີເມເລກ 40 ອາບີເມເລກກໍຂັບໄລ່ກາອັນຫນີໄປ ມີຄົນຖືກບາດເຈັບລົ້ມຕາຍເປັນຈຳນວນຫລວງຫລາຍ ຈົນເຖິງທາງເຂົ້າປະຕູເມືອງ 41 ຝ່າຍອາບີເມເລກກໍອາໄສຢູ່ທີ່ອາຣູມາ ແລະເຊບູນກໍຂັບໄລ່ກາອັນກັບຍາດຂອງເຂົາອອກໄປ ບໍ່ໃຫ້ຢູ່ໃນເຊເຄມຕໍ່ໄປ 42 ຮຸ່ງຂຶ້ນ ມີຊາວເມືອງອອກໄປໃນທົ່ງນາ ອາບີເມເລກກໍຮູ້ເຣື່ອງ 43 ທ່ານຈຶ່ງແບ່ງຄົນຂອງທ່ານອອກເປັນສາມກອງ ຊຸ່ມຄອຍຢູ່ທີ່ທົ່ງນາ ທ່ານມອງເບີ່ງ ຄົນອອກມາຈາກເມືອງ ທ່ານຈຶ່ງລຸກຂຶ້ນປະຫານເຂົາ 44 ສ່ວນອາບີເມເລກກັບທະຫານທີ່ຢູ່ນຳກໍບຸກຣຸກໄປຢືນຢູ່ທາງເຂົ້າປະຕູເມືອງ ຝ່າຍທະຫານອີກສອງກອງກໍບຸກເຂົ້າໂຈມຕີຄົນທັງຫມົດທີ່ຢູ່ໃນທົ່ງນາປະຫານເສັຽ 45 ອາບີເມເລກໂຈມຕີເມືອງນັ້ນຕລອດວັນຮອດຄ່ຳ ຍຶດເມືອງນັ້ນໄດ້ ແລະຂ້າຟັນປະຊາຊົນທີ່ຢູ່ໃນເມືອງນັ້ນ ທັງທຳລາຍເມືອງນັ້ນເສັຽ ແລ້ວກໍຫວ່ານເກືອລົງໄປ 46 ເມື່ອຊາວບ້ານຫໍເຊເຄມໄດ້ຍິນເຊັ່ນນັ້ນ ກໍຫນີເຂົ້າໄປຢູ່ໃນປ້ອມ ໃນວັດຂອງພຣະເອນເບຣິດ 47 ມີຄົນໄປບອກອາບີເມເລກວ່າ ຊາວບ້ານຫໍເຊເຄມໄດ້ໄປໂຮມກັນຢູ່ 48 ອາບີເມເລກກໍຂຶ້ນໄປເທິງພູຊັນໂມນ ທັງທ່ານກັບຄົນທີ່ຢູ່ນຳອາບີເມເລກຖືຂວານຕັດກິ່ງໄມ້ບ່າແບກມາ ທ່ານຈຶ່ງບອກຄົນທີ່ຢູ່ນຳວ່າ, “ເຈົ້າເຫັນຂ້າພະເຈົ້າເຮັດຫຍັງ ຈົ່ງໄປເຮັດຢ່າງຂ້າພະເຈົ້າເຖີດ” 49 ດັ່ງນັ້ນຄົນທັງປວງກໍຕັດກິ່ງໄມ້ແບກຕາມອາບີເມເລກໄປສຸມໄວ້ໃນທີ່ປ້ອມ ແລ້ວກໍຈູດໄຟເຜົາປ້ອມນັ້ນ ຊາວບ້ານຫໍຄອຍກໍຕາຍຫມົດ ທັງຊາຍແລະຍິງປະມານນຶ່ງພັນຄົນ 50 ອາບີເມເລກໄປຍັງເມືອງເທເບສ ຕັ້ງຄ້າຍລ້ອມເມືອງເທເບສໄວ້ ແລະຍຶດເມືອງນັ້ນໄດ້ 51 ແຕ່ໃນເມືອງມີຫໍຮົບແຫ່ງນຶ່ງ ປະຊາຊົນເມືອງນັ້ນກໍຫນີໄປຢູ່ໃນຫໍທັງຜູ້ຊາຍແລະຜູ້ຍິງ ປິດປະຕູຂັງຕົນເອງເສັຽ ເຂົາກໍຂຶ້ນໄປເທິງຫລັງຄາຫໍຮົບ 52 ອາບີເມເລກມາໂຈມຕີຫໍຮົບນີ້ ໄດ້ຕໍ່ສູ້ກັນ ຈົນເຂົ້າມາໃກ້ປະຕູຫໍຮົບໄດ້ ຈະເອົາໄຟເຜົາ 53 ມີຍິງຄົນນຶ່ງທີ່ຢູ່ເທິງຫລັງຄາໄດ້ໂຍນຫີນໂມ່ລົງໃສ່ຫົວອາບີເມເລກ ກະໂຫລກຫົວຂອງທ່ານແຕກ 54 ທ່ານຈຶ່ງຟ້າວຮ້ອງບອກຄົນຫນຸ່ມທີ່ຖືອາວຸດຂອງທ່ານວ່າ, “ເອົາດາບຟັນເຮົາເສັຽ ເພື່ອຄົນຈະບໍ່ກ່າວວ່າ “ຜູ້ຍິງຄົນນຶ່ງຂ້າເຂົາຕາຍ” ຊາຍຫນຸ່ມຂອງທ່ານຄົນນັ້ນແທງທ່ານທະລຸຈົນເຖິງແກ່ຄວາມຕາຍ 55 ເມື່ອຄົນອິສຣາເອນເຫັນວ່າອາບີເມເລກເສັຽຊີວິດແລ້ວ ຄົນຕ່າງກໍກັບໄປບ່ອນຢູ່ຂອງຕົນ 56 ດັ່ງນີ້ແຫລະ ພຣະເຈົ້າຊົງສນອງຄວາມຊົ່ວທີ່ອາບີເມເລກໄດ້ກະທຳຕໍ່ບິດາຂອງຕົນທີ່ໄດ້ຂ້າພີ່ນ້ອງເຈັດສິບຄົນຂອງຕົນ 57 ພຣະເຈົ້າຊົງກະທຳໃຫ້ຄວາມຊົ່ວຮ້າຍຂອງຊາວເຊເຄມກັບຕົກໃສ່ເທິງຫົວຂອງເຂົາທັງຫລາຍເອງ ຄຳສາບແຊ່ງຂອງໂຢທາມບຸດເຢຣຸບບາອານກໍຕົກຢູ່ເທິງເຂົາທັງຫລາຍ
ໂທລາ ແລະຢາອີ
1 ຕໍ່ຈາກອາບີເມເລກມີຄົນຂຶ້ນມາຊ່ອຍກູ້ອິສຣາເອນຊື່ ໂທລາບຸດຊາຍຂອງປູວາຜູ້ເປັນບຸດຂອງໂດໂດ ຊາວເຜົ່າອິສຊາຄາ ແລະເຂົາຢູ່ທີ່ເມືອງຊາມີຣ໌ ໃນພູດອຍເອຟຣາອິມ 2 ທ່ານປົກຄອງອິສຣາເອນຢູ່ເປັນເວລາຊາວສາມປີ ແລະທ່ານກໍເສັຽຊີວິດ ເຂົາຝັງສົບທ່ານໄວ້ທີ່ເມືອງຊາມີຣ໌ 3 ຕໍ່ມາຢາອີຣ໌ຄົນກິເລອາດໄດ້ຂຶ້ນມາ ແະທ່ານປົກຄອງອິສຣາເອນຢູ່ເປັນເວລາຊາວສອງປີ 4 ທ່ານມີບຸດສາມສິບຄົນ ຂີ່ລູກລໍສາມສິບໂຕ ແລະມີເມືອງຢູ່ສາມສິບຫົວເມືອງ ເອີ້ນວ່າເມືອງ ຮາວໂວດຢາອີ ຈົນເຖິງທຸກວັນນີ້ຊຶ່ງຢູ່ໃນແຜ່ນດິນກິເລອາດ 5 ຢາອີຣ໌ກໍເສັຽຊີວິດຖືກຝັງໄວ້ທີ່ເມືອງ ກາໂມນ
ຄົນອັມໂມນບີບບັງຄັບຄົນອິສຣາເອນ
6 ຄົນອິສຣາເອນກໍກະທຳຊົ່ວໃນສາຍພຣະເນດພຣະເຈົ້າອີກ ໄປບົວລະບັດພຣະບາອານທັງຫລາຍແລະພວກພຣະອັຊຕາຣ໌ເຕສພຣະຂອງເມືອງຊີເຣັຽ (ອາຣາມ) ພຣະຂອງເມືອງຊີໂດນ ພຣະຂອງເມືອງໂມອາບ ພຣະຂອງຄົນອັມໂມນ ພຣະຂອງຄົນຟິລິສຕິນ ແລະເຂົາທັງຫລາຍປະຖິ້ມພຣະເຈົ້າບໍ່ໄດ້ບົວລະບັດພຣະອົງ 7 ແລະພຣະພິໂຣດຂອງພຣະເຈົ້າກໍພຸ່ງຂຶ້ນຕໍ່ຄົນອິສຣາເອນ ຈຶ່ງຊົງຂາຍເຂົາໄວ້ໃນມືຂອງຄົນຟິລິສຕິນ ແລະໃນມືຂອງຄົນອັມໂມນ 8 ເຂົາໄດ້ຂົ່ມເຫັງແລະບີບບັງຄັບຄົນອິສຣາເອນໃນປີນັ້ນ ເຂົາໄດ້ບີບບັງຄັບຊາວອິສຣາເອນຟາກຕາເວັນອອກຂອງແມ່ນ້ຳຈໍແດນໃນແຜ່ນດິນຂອງຄົນອາໂມຣິດ ຊຶ່ງຢູ່ໃນກິເລອາດສິບແປດປີ 9 ທັງຄົນອັມໂມນໄດ້ຂ້າມແມ່ນ້ຳຈໍແດນໄປຕໍ່ສູ້ກັບຢູດາແລະຕໍ່ສູ້ກັບເບັນຢາມິນ ແລະຕໍ່ສູ້ກັບເຊື້ອສາຍຂອງເອຟຣາອິມ ດັ່ງນັ້ນອິສຣາເອນຈຶ່ງເດືອດຮ້ອນຢ່າງຍິ່ງ 10 ຄົນອິສຣາເອນຮ້ອງທຸກຕໍ່ພຣະເຈົ້າວ່າ, “ຂ້າພຣະອົງທັງຫລາຍໄດ້ກະທຳບາບຕໍ່ພຣະອົງ ເພາະວ່າຂ້າພຣະອົງໄດ້ປະຖິ້ມພຣະເຈົ້າຂອງຂ້າພຣະອົງ ແລະບົວລະບັດບັນດາພຣະບາອານ” 11 ພຣະເຈົ້າສັ່ງກັບຄົນອິສຣາເອນວ່າ, “ເຮົາບໍ່ໄດ້ຊ່ອຍປົດປ່ອຍເຈົ້າໃຫ້ພົ້ນຈາກຊາວເອຢິບຈາກຄົນອາໂມຣິດຈາກຄົນອັມໂມນ ແລະຈາກຄົນຟີລິສຕິນຫລື 12 ທັງຄົນຊີໂດນ ຄົນອາມາເລກ ແລະຊາວມາໂອນໄດ້ບີບບັງຄັບເຈົ້າ ເຈົ້າໄດ້ຮ້ອງທຸກເຖິງເຮົາ ແລະເຣົາໄດ້ຊ່ອຍເຈົ້າໃຫ້ພົ້ນມືຂອງເຂົາທັງຫລາຍ 13 ເຖິງປານນັ້ນເຈົ້າທັງຫລາຍຍັງໄດ້ປະຖິ້ມເຣົາ ແລະບົວລະບັດພຣະອື່ນ ສະນັ້ນເຮົາຈຶ່ງຈະບໍ່ຊ່ອຍກູ້ເຈົ້າທັງຫລາຍອີກຕໍ່ໄປ 14 ຈົ່ງໄປຮ້ອງທຸກຕໍ່ພຣະຊຶ່ງເຈົ້າທັງຫລາຍໄດ້ເລືອກບົວລະບັດນັ້ນເຖີດ ໃຫ້ພຣະເຫລົ່ານັ້ນຊ່ອຍປົດປ່ອຍເຈົ້າໃນຍາມທຸກເດືອດຮ້ອນນີ້” 15 ແລະຄົນອິສຣາເອນກາບທູນພຣະເຈົ້າວ່າ, “ຂ້າພຣະອົງທັງຫລາຍໄດ້ກະທຳບາບແລ້ວ ຂໍພຣະອົງຊົງກະທຳແກ່ຂ້າພຣະອົງຕາມທີ່ພຣະອົງຊົງເຫັນຊອບ ຂ້າພຣະອົງຂໍອ້ອນວອນພຽງວ່າ ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນໃນວັນນີ້ເຖີດ” 16 ດັ່ງນັ້ນເຂົາທັງຫລາຍຈຶ່ງເລີກຖືພຣະອື່ນ ແລະບົວລະບັດພຣະເຈົ້າ ຝ່າຍພຣະອົງຊົງເດືອດຮ້ອນພຣະທັຍດ້ວຍຄວາມທຸກເຂັນຂອງອິສຣາເອນ 17 ຝ່າຍຄົນອັມໂມນກໍຖືກເອີ້ນໃຫ້ຈັບອາວຸດ ເຂົາໄດ້ຕັ້ງຄ້າຍໃນກິເລອາດ ແລະຄົນອິສຣາເອນກໍມາພ້ອມກັນຕັ້ງຄ້າຍຢູ່ທີ່ມິສປາ 18 ແລະປະຊາຊົນ ຄືບັນດາຫົວຫນ້າຂອງຄົນກິເລອາດເວົ້າກັນວ່າ, “ຜູ້ໃດທີ່ຈະເປັນຄົນແຣກທີ່ຈະເຂົ້າຕໍ່ສູ້ກັບຄົນອັມໂມນ ຜູ້ນັ້ນຈະເປັນຫົວຫນ້າຂອງຊາວກິເລອາດທັງຫມົດ”
ເຢັຟທາຊ່ອຍປົດປ່ອຍອິສຣາເອນ ຈາກຄົນອັມໂມນ
1 ເຢັຟທາຄົນກິເລອາດເປັນທະຫານທີ່ເກັ່ງກ້າ ແຕ່ເປັນບຸດຂອງຍິງໂສເພນີ ກິເລອາດເປັນບິດາຂອງເຢັຟທາ 2 ເມັຽແທ້ຂອງກິເລອາດມີບຸດຊາຍຫລາຍຄົນ ແລະເມື່ອພວກບຸດເຫລົ່ານັ້ນໃຫຍ່ຂຶ້ນແລ້ວ ຈຶ່ງໄລ່ເຢັຟທາອອກໄປເສັຽໂດຍກ່າວວ່າ, “ເຈົ້າຈະມີສ່ວນໃນມໍຣະດົກຂອງພໍ່ເຮົາບໍ່ໄດ້ ເພາະເຈົ້າເປັນລູກຂອງຍິງຄົນອື່ນ” 3 ເຢັຟທາຈຶ່ງຫນີຈາກພີ່ນ້ອງຂອງຕົນໄປອາໄສຢູ່ໃນແຜ່ນດິນໂຕບ ພວກນັກເລງກໍມົວສຸ່ມກັບເຢັຟທາ ແລະຕິດຕາມເຂົາໄປທ່ຽວກໍ່ກວນ 4 ຕໍ່ມາພາຍຫລັງຄົນອັມໂມນໄດ້ທຳສົງຄາມກັບຄົນອິສຣາເອນ 5 ແລະເມື່ອຄົນອັມໂມນທຳສົງຄາມກັບອິສຣາເອນນັ້ນ ພວກຜູ້ໃຫຍ່ຂອງເມືອງກິເລອາດໄດ້ໄປເພື່ອຈະພາເຢັຟທາມາຈາກແຜ່ນດິນໂຕບ 6 ເຂົາກ່າວແກ່ເຢັຟທາວ່າ, “ຈົ່ງມາເປັນຫົວຫນ້າຂອງເຮົາ ເພື່ອເຮົາຈະໄດ້ຕໍ່ສູ້ກັບຄົນອັມໂມນ” 7 ແຕ່ເຢັຟທາກ່າວແກ່ພວກຜູ້ໃຫຍ່ຂອງກິເລອາດວ່າ, “ທ່ານບໍ່ໄດ້ກຽດຊັງຂ້າພະເຈົ້າ ແລະຂັບໄລ່ຂ້າພະເຈົ້າເສັຽຈາກເຊື້ອສາຍພໍ່ຂອງຂ້າພະເຈົ້າດອກຫລື ເມື່ອຍາມທຸກຍາກທ່ານຈະມາຫາຂ້າພະເຈົ້າເຮັດຫຍັງ 8 ພວກຜູ້ໃຫຍ່ຂອງກິເລອາດຈຶ່ງກ່າວແກ່ເຢັຟທາວ່າ, “ເຫດທີ່ເຣົາກັບມາຫາທ່ານໃນເທື່ອນີ້ ກໍດ້ວຍຕ້ອງການໃຫ້ທ່ານໄປກັບເຮົາສູ້ຮົບກັບຄົນອັມໂມນ ແລ້ວມາເປັນຫົວຫນ້າຂອງເຮົາທີ່ຈະປົກຄອງຊາວກິເລອາດທັງປວງ” 9 ເຢັຟທາຈຶ່ງກ່າວແກ່ພວກຜູ້ໃຫຍ່ຂອງກິເລອາດວ່າ, “ຖ້າທ່ານໃຫ້ຂ້າພະເຈົ້າກັບຄືນບ້ານເພື່ອທຳເສິກກັບຄົນອັມໂມນ ແລະຖ້າພຣະຜູ້ເປັນເຈົ້າຊົງມອບເຂົາໄວ້ໃນມືຂ້າພະເຈົ້າ ຂ້າພະເຈົ້າຈະໄດ້ເປັນຫົວຫນ້າຂອງທ່ານ” 10 ພວກຜູ້ໃຫຍ່ຂອງກິເລອາດຈຶ່ງຕອບເຢັຟທາວ່າ, “ພຣະຜູ້ເປັນເຈົ້າຊົງເປັນພຍານລະຫວ່າງເຮົາ ເຮົາຈະກະທຳຕາມທີ່ທ່ານສັ່ງທຸກປະການ” 11 ເຢັຟທາຈຶ່ງໄປກັບພວກຜູ້ໃຫຍ່ຂອງກິເລອາດ ແລະປະຊາຊົນກໍຕັ້ງທ່ານໃຫ້ເປັນຫົວຫນ້າ ແລະເປັນປະມຸກຂອງເຂົາ ແລ້ວເຢັຟທາກໍກ່າວຄຳທີ່ຕົກລົງກັນທັງສິ້ນຕໍ່ພຣະຜູ້ເປັນເຈົ້າທີ່ເມືອງມິສປາ 12 ເຢັຟທາຈຶ່ງສົ່ງຜູ້ນໍາຂ່າວໄປຍັງກະສັດຄົນອັມໂມນຖາມວ່າ, “ທ່ານມີເຣື່ອງຫຍັງກັບຂ້າພະເຈົ້າ ທ່ານຈຶ່ງຍົກມາຕໍ່ສູ້ກັບແຜ່ນດິນຂອງຂ້າພະເຈົ້າ” 13 ກະສັດຄົນອັມໂມນຕອບຜູ້ນຳຂ່າວຂອງເຢັຟທາວ່າ, “ເພາະວ່າເມື່ອອິສຣາເອນອອກມາຈາກເອຢິບໄດ້ຍຶດແຜ່ນດິນຂອງເຮົາໄປ ຕັ້ງແຕ່ແມ່ນ້ຳອາຣ໌ໂນນເຖິງແມ່ນ້ຳຢັບໂບກ ແລະເຖິງແມ່ນ້ຳຈໍແດນ ບັດນີ້ຂໍຄືນເມືອງເຫລົ່ານັ້ນເສັຽໂດຍດີ” 14 ເຢັຟທາກໍສົ່ງຜູ້ນຳຂ່າວໄປຫາຄົນອັມໂມນອີກ 15 ໃຫ້ກ່າວວ່າ, “ເຢັຟທາກ່າວດັ່ງນີ້ວ່າ ອິສຣາເອນບໍ່ໄດ້ຍຶດແຜ່ນດິນຂອງໂມອາບ ຫລືແຜ່ນດິນຂອງຄົນອັມໂມນ 16 ແຕ່ເມື່ອອິສຣາເອນອອກຈາກເອຢິບ ເຂົາໄດ້ເດີນໄປທາງຖິ່ນກັນດານເຖິງທະເລແດງ ແລະມາເຖິງກາເດສ 17 ອິສຣາເອນຈຶ່ງສົ່ງຜູ້ນຳຂ່າວໄປຍັງກະສັດເອໂດມກ່າວວ່າ, “ຂ້າພະເຈົ້າຂໍອະນຸຍາດຍົກຜ່ານເມືອງຂອງທ່ານໄປ” ແຕ່ກະສັດເອໂດມບໍ່ຟັງ ແລະກໍໄດ້ສົ່ງຄຳຂໍເຊັ່ນດຽວກັນໄປຍັງກະສັດເມືອງໂມອາບເຫມືອນກັນ ແຕ່ທ່ານກໍບໍ່ໄດ້ຕົກລົງ ດັ່ງນັ້ນອິສຣາເອນຈຶ່ງຄ້າງຢູ່ທີ່ກາເດສ 18 ແລ້ວເຂົາກໍເດີນໄປໃນຖິ່ນກັນດານອ້ອມແຜ່ນດິນໂມອາບ ແລະມາທາງດ້ານຕາເວັນອອກຂອງແຜ່ນດິນໂມອາບ ແລະຕັ້ງຄ້າຍຢູ່ທີ່ຟາກເຫນືອຂອງແມ່ນ້ຳອາຣ໌ໂນນ ແຕ່ເຂົາບໍ່ໄດ້ເຂົ້າໄປໃນເຂດແດນຂອງໂມອາບ ເພາະວ່າແມ່ນ້ຳອາຣ໌ໂນນເປັນເຂດແດນຂອງໂມອາບ 19 ອິສຣາເອນຈຶ່ງສົ່ງຜູ້ນຳຂ່າວໄປຫາຊີໂຮນກະສັດຄົນອາໂມຣິດ ກະສັດກຸງເຮສໂບນ ອິສຣາເອນຮຽນທ່ານວ່າ “ຂໍໃຫ້ພວກຂ້າພະເຈົ້າໄດ້ຜ່ານແຜ່ນດິນຂອງທ່ານໄປຍັງປະເທດຂອງຂ້າພະເຈົ້າ” 20 ແຕ່ຊີໂຮນບໍ່ວາງທີ່ຈະໃຫ້ອິສຣາເອນໄດ້ຜ່ານເຂດແດນຂອງຕົນ ສະນັ້ນຊີໂຮນຈຶ່ງໄດ້ຮວບຮວມປະຊາຊົນຂອງທ່ານ ຕັ້ງຄ້າຍຢູ່ທີ່ຢາຮັສ ແລະສູ້ຮົບກັບອິສຣາເອນ 21 ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນຊົງມອບຊີໂຮນ ແລະປະຊາຊົນທັງຫມົດຂອງທ່ານໄວ້ໃນມືອິສຣາເອນ ເຂົາກໍຜ່າຍແພ້ໄປ ອິສຣາເອນຈຶ່ງຍຶດຄອງແຜ່ນດິນຂອງຄົນອາໂມຣິດຊຶ່ງເປັນຊາວເມືອງນັ້ນ 22 ເຂົາຍຶດເຂດແດນຂອງຄົນອາໂມຣິດຕັ້ງແຕ່ແມ່ນ້ຳອາຣ໌ໂນນເຖິງແມ່ນ້ຳຢັບໂບກ ແລະຕັ້ງແຕ່ຖິ່ນກັນດານເຖິງແມ່ນ້ຳຈໍແດນ 23 ດັ່ງນັ້ນ ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນຈຶ່ງຂັບໄລ່ຄົນອາໂມຣິດອອກເສັຽ ໃຫ້ອິສຣາເອນໄພ່ພົນຂອງພຣະອົງເຂົ້າຍຶດຄອງ ຝ່າຍທ່ານຈະມາຖືເອົາເປັນກຳມະສິດເຊັ່ນນັ້ນຫລື 24 ທ່ານບໍ່ຖືກຳມະສິດສິ່ງຊຶ່ງພຣະເຄໂມສພຣະເຈົ້າຂອງທ່ານມອບໃຫ້ທ່ານຍຶດຄອງດອກຫລື ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາຂັບໄລ່ຜູ້ໃດໄປໃຫ້ພົ້ນຫນ້າເຮົາ ເຮົາກໍຍຶດຄອງທີ່ຂອງຜູ້ນັ້ນ 25 ຝ່າຍທ່ານຈະດີກວ່າບາລາກບຸດຂອງຊີບໂປຣ໌ກະສັດເມືອງໂມອາບຫລື ທ່ານເຄີຍແຂ່ງຂັນກັບອິສຣາເອນຫລື ທ່ານເຄີຍຕໍ່ສູ້ກັບເຂົາທັງຫລາຍຫລື 26 ເມື່ອອິສຣາເອນອາໄສຢູ່ໃນກຸງເຮສໂບນແລະຊົນນະບົດຂອງກຸງນັ້ນ ແລະໃນເມືອງອາໂຣເອີ ແລະຊົນນະບົດໃນເມືອງນັ້ນ ແລະຢູ່ໃນບັນດາຫົວເມືອງທີ່ຕັ້ງຢູ່ຕາມຝັ່ງແມ່ນ້ຳອາຣ໌ໂນນເຖິງສາມຮ້ອຍປີ ເປັນຫຍັງທ່ານບໍ່ເອີ້ນຄືນເສັຽພາຍໃນເວລານັ້ນ 27 ສະນັ້ນຂ້າພະເຈົ້າຈຶ່ງບໍ່ໄດ້ກະທຳຄວາມຜິດຕໍ່ທ່ານ ແຕ່ທ່ານໄດ້ກະທຳຄວາມຜິດຕໍ່ຂ້າພະເຈົ້າໃນການທີ່ທຳສົງຄາມກັບຂ້າພະເຈົ້າ ຂໍພຣະຜູ້ເປັນເຈົ້າຊົງເປັນຜູ້ພິພາກສາລະຫວ່າງຄົນອິສຣາເອນແລະຄົນອັມໂມນໃນວັນນີ້” 28 ແຕ່ກະສັດຂອງຄົນອັມໂມນບໍ່ໄດ້ເຊື່ອຟັງໃນຄຳຂອງເຢັຟທາຊຶ່ງທ່ານສົ່ງໄປໃຫ້ 29 ພຣະວິນຍານຂອງພຣະຜູ້ເປັນເຈົ້າກໍມາສະຖິດຢູ່ກັບເຢັຟທາ ທ່ານຈຶ່ງຍົກຜ່ານກິເລອາດ ແລະມານັສເຊ ແລະຜ່ານມິສປາແຫ່ງກິເລອາດ ແລະຈາກມິສປາແຫ່ງກີເລອາດ ທ່ານຍົກຜ່ານຕໍ່ໄປເຖິງທີ່ຄົນອັມໂມນ 30 ແລະເຢັຟທາບົນຕໍ່ພຣະຜູ້ເປັນເຈົ້າວ່າ, “ຖ້າພຣະອົງຊົງມອບຄົນອັມໂມນໄວ້ໃນມືຂອງຂ້າພຣະອົງແລ້ວ 31 ຜູ້ໃດທີ່ອອກມາຈາກປະຕູເຮືອນຂອງຂ້າພຣະອົງເພື່ອຕ້ອນຮັບຂ້າພຣະອົງເມື່ອຂ້າພຣະອົງມີໄຊກັບມາຈາກຄົນອັມໂມນນັ້ນ ຜູ້ນັ້ນຈະຕ້ອງເປັນຂອງຂອງພຣະຜູ້ເປັນເຈົ້າ ແລະຂ້າພຣະອົງຈະຖວາຍຜູ້ນັ້ນເປັນເຄື່ອງເຜົາບູຊາ” 32 ແລ້ວເຢັຟທາຈຶ່ງຍົກຂ້າມໄປສູ້ຮົບກັບຄົນອັມໂມນ ແລະພຣະຜູ້ເປັນເຈົ້າຊົງມອບເຂົາໄວ້ໃນມືຂອງທ່ານ 33 ທ່ານໄດ້ປະຫານເຂົາຈາກອາໂຣເອີຈົນເຖິງທີ່ໃກ້ໆເມືອງມິນນິທຮ່ວມຊາວຫົວເມືອງ ແລະໄກໄປຈົນເຖິງອາເບນເກຣາມີມ ຜູ້ຄົນລົ້ມຕາຍຫລາຍ ຄົນອັມໂມນຈຶ່ງຫມົດອຳນາດຢູ່ໃຕ້ຄົນອິສຣາເອນ
ບຸດສາວຂອງເຢັຟທາ
34 ແລ້ວເຢັຟທາກໍກັບມາບ້ານທີ່ມິສປາ ເບິ່ງແມ໋, ບຸດຕຣີຂອງທ່ານຟ້ອນລຳອອກມາຕ້ອນຮັບທ່ານ ນາງເປັນບຸດຕຣີຄົນດຽວ ນອກຈາກບຸດຕຣີຄົນນີ້ທ່ານບໍ່ມີບຸດຊາຍແລະບຸດຍິງເລີຍ 35 ເມື່ອທ່ານເຫັນນາງອອກມາແລ້ວ ທ່ານຈຶ່ງຈີກເສື້ອຜ້າຂອງທ່ານກ່າວວ່າ, “ໂອ ລູກເອີຍ ຫົວໃຈພໍ່ແທບຈະແຕກຕາຍແລ້ວ ເປັນຫຍັງຈຶ່ງແມ່ນລູກທີ່ເຮັດໃຫ້ພໍ່ໄດ້ຮັບຄວາມເຈັບປວດເຊັ່ນນີ້ ເພາະພໍ່ໄດ້ອ້າປາກບົນຕໍ່ພຣະຜູ້ເປັນເຈົ້າໄວ້ ຈະຄືນຄຳກໍບໍ່ໄດ້” 36 ນາງຈຶ່ງເວົ້າກັບພໍ່ວ່າ, “ພໍ່ເອີຍ ເມື່ອພໍ່ອອກປາກສັນຍາກັບພຣະຜູ້ເປັນເຈົ້າໄວ້ຢ່າງໃດ ຂໍພໍ່ກະທຳກັບຂ້ານ້ອຍຢ່າງນັ້ນເຖີດ ເພາະພຣະຜູ້ເປັນເຈົ້າໄດ້ຊົງແກ້ແຄ້ນຄົນອັມໂມນສັດຕຣູເພື່ອພໍ່ແລ້ວ” 37 ນາງເວົ້າກັບບິດາຂອງນາງວ່າ, “ຂໍໃຫ້ຂ້ານ້ອຍຢ່າງນີ້ເຖີດ ຂໍປ່ອຍຂ້ານ້ອຍໄວ້ສອງເດືອນ ຂ້ານ້ອຍຈະໄດ້ອອກຈາກບ້ານແລະລົງໄປເທິງພູ ຮ້ອງໄຫ້ຄ່ຳຄວນເຖິງຄວາມເປັນພົມມະຈາຣີຂອງຂ້ານ້ອຍ ຂ້ານ້ອຍກັບຫມູ່ເພື່ອນຂອງຂ້ານ້ອຍ” 38 ທ່ານຈຶ່ງຕອບວ່າ, “ໄປເຖີດ” ແລະທ່ານກໍປ່ອຍນາງໄປສອງເດືອນ ນາງກໍອອກໄປ ນາງແລະພວກຫມູ່ເພື່ອນຂອງນາງ ແລ້ວຮ້ອງໄຫ້ຄ່ຳຄວນເຖິງຄວາມເປັນພົມມະຈາຣີຂອງນາງສອງເດືອນ 39 ຢູ່ມາເມື່ອຄົບສອງເດືອນ ນາງກໍກັບມາຫາບິດາຂອງນາງ ແລະທ່ານກໍກະທຳກັບນາງຕາມທີ່ໄດ້ບົນໄວ້ ນາງຍັງບໍ່ເຄີຍສົມສູ່ກັບຊາຍໃດເລີຍ 40 ແລະກໍເປັນທັມນຽມໃນອິສຣາເອນທີ່ບຸດສາວຊາວອິສຣາເອນໄປຮ້ອງໄຫ້ໄວ້ທຸກໃຫ້ບຸດຕຣີຂອງເຢັຟທາຄົນກິເລອາດປີລະສີ່ວັນ
ເຢັຟທາແລະຄົນເອຟຣາອິມ
1 ຝ່າຍຄົນເອຟຣາອິມຖືກເອີ້ນໃຫ້ຈັບອາວຸດຂ້າມໄປເຖິງຊາໂຟນ ເວົ້າກັບເຢັຟທາວ່າ, “ເຫດໃດທ່ານຍົກຂ້າມໄປຮົບຄົນອັມໂມນ ແຕ່ບໍ່ເອີ້ນເຮົາໄປນຳ ເຮົາຈະຈູດໄຟເຜົາເຮືອນທັບທ່ານເສັຽ” 2 ເຢັຟທາຈຶ່ງຕອບເຂົາວ່າ, “ຂ້າພະເຈົ້າກັບປະຊາຊົນເຣັດການເສິກໃຫຍ່ກັບພວກອັມໂມນ ເມື່ອຂ້າພະເຈົ້າເອີ້ນທ່ານໃຫ້ຊ່ອຍທ່ານບໍ່ໄດ້ຊ່ອຍເຮົາໃຫ້ພົ້ນມືເຂົາ 3 ເມື່ອຂ້າພະເຈົ້າເຫັນວ່າທ່ານຈະບໍ່ຊ່ອຍຂ້າພະເຈົ້າແລ້ວ ຂ້າພະເຈົ້າກໍສ່ຽງຊີວິດຂອງຂ້າພະເຈົ້າຂ້າມໄປຮົບກັບຄົນອັມໂມນ ແລະພຣະຜູ້ເປັນເຈົ້າຊົງມອບເຂົາໄວ້ໃນມືຂອງຂ້າພະເຈົ້າ ວັນນີ້ທ່ານຈະຂື້ນມາທຳເສິກກັບຂ້າພະເຈົ້າດ້ວຍເຫດອັນໃດ” 4 ເຢັຟທາຈຶ່ງຮວບຮວມຊາວກິເລອາດສູ້ຮົບກັບຄົນເອຟຣາອິມ ຄົນກິເລອາດກໍປະຫານຄົນເອຟຣາອິມ ເພາະເຂົາກ່າວວ່າ, “ເຈົ້າຊາວກິເລອາດ ເຈົ້າເປັນຄົນຫລົບຫນີຂອງຊາວເອຟຣາອິມຖ້າມກາງຄົນເອຟຣາອິມແລະມານັສເຊ” 5 ຊາວກິເລອາດກໍເຂົ້າຍຶດທ່າຂ້າມແມ່ນ້ຳຈໍແດນໄວ້ບໍ່ໃຫ້ຄົນເອຟຣາອິມຂ້າມ ເມື່ອຄົນເອຟຣາອິມທີ່ຫລົບຫນີຄົນໃດມາບອກວ່າ, “ຂໍໃຫ້ຂ້າມໄປແດ່” ຄົນກິເລອາດຈະຖາມເຂົາວ່າ, “ເຈົ້າເປັນຄົນເອຟຣາອິມບໍ” ເມື່ອເຂົາຕອບວ່າ, “ບໍ່” 6 ເຂົາຈະບອກວ່າ, “ຈົ່ງເວົ້າຄຳວ່າ ຊີບໂບເລທ” ຄົນນັ້ນຈະວ່າ “ຊີບໂບເລທ” ເພາະຄົນເອຟຣາອິມຜັນສຽງບໍ່ຖືກຕ້ອງ ເຂົາຈຶ່ງຈັບຄົນນັ້ນແລະຂ້າເສັຽທີ່ທ່າຂ້າມ ເມື່ອນັ້ນມີຄົນເອຟຣາອິມຕາຍສີ່ຫມື່ນສອງພັນຄົນ 7 ເຢັຟທາປົກຄອງອິສຣາເອນຢູ່ຫົກປີແລ້ວ ເຢັຟທາຊາວກິເລອາດກໍເສັຽຊີວິດ ແລະຖືກຝັງໄວ້ໃນຫົວເມືອງນຶ່ງໃນກິເລອາດ
ອີບຊານາ ເອໂລນ ແລະອັບໂດນ
8 ຕໍ່ຈາກເຢັຟທາມາຄື ອີບຊານແຫ່ງເບັດເລເຮັມໄດ້ປົກຄອງອິສຣາເອນ 9 ທ່ານມີບຸດຊາຍສາມສິບຄົນ ແລະບຸດສາວສາມສິບຄົນທ່ານໃຫ້ແຕ່ງງານກັບຄົນນອກເຜົ່າຂອງທ່ານ ແລະທ່ານນຳບຸດສາວສາມສິບຄົນຂອງຄົນນອກເຜົ່າມາໃຫ້ແກ່ບຸດຊາຍຂອງທ່ານ ທ່ານປົກຄອງອິສຣາເອນຢູ່ເຈັດປີ 10 ແລ້ວອີບຊານກໍເສັຽຊີວິດ ຖືກຝັງໄວ້ທີ່ເບັດເລເຮັມ 11 ຕໍ່ຈາກທ່ານມາ ເອໂລນຄົນເຊບູລູນປົກຄອງອິສຣາເອນ ແລະທ່ານປົກຄອງອິສຣາເອນສິບປີ 12 ແລ້ວເອໂລນຄົນເຊບູລູນກໍເສັຽຊີວິດ ແລະຖືກຝັງໄວ້ທີ່ອັຍຢາໂລນໃນເຂດແດນຂອງເຜົ່າເຊບູລູນ 13 ຕໍ່ຈາກທ່ານມາ ອັບໂດນບຸດຮີນເລນຊາວປີຣາໂທນປົກຄອງອິສຣາເອນ 14 ທ່ານມີບຸດຊາຍສີ່ສິບຄົນ ແລະຫລານຊາຍສາມສິບຄົນ ຂີ່ລໍເຈັດສິບໂຕ ທ່ານປົກຄອງອິສຣາເອນຢູ່ແປດປີ 15 ແລ້ວອັບໂດນບຸດຮີນເລນຊາວປີຣາໂທນກໍເສັຽຊີວິດຖືກຝັງໄວ້ທີ່ປີຣາໂທນໃນເຂດແດນຂອງເອຟຣາອິມໃນພູດອຍຂອງຄົນອາມາເລກ
ກຳເນີດຂອງແຊມຊັນ
1 ພວກອິສຣາເອນໄດ້ທຳບາບຕໍ່ສູ້ພຣະຜູ້ເປັນເຈົ້າອີກ ພຣະອົງຈຶ່ງຊົງໃຫ້ພວກເຂົາຢູ່ໃຕ້ອຳນາດຂອງພວກຟີລິສຕິນເປັນເວລາສີ່ສິບປີ 2 ມີຊາຍຄົນນຶ່ງຊື່ ມາໂນອາ ເຂົາມາຈາກເມືອງໂຊຣາ ເປັນຄົນໃນຕະກູນດານ ສ່ວນເມັຽຂອງເຂົານັ້ນເປັນຄົນບໍ່ມີບຸດ 3 ທູດຂອງພຣະຜູ້ເປັນເຈົ້າຈຶ່ງປາກົດຕໍ່ນາງ ແລະເວົ້າວ່າ, “ເຈົ້າເປັນຄົນບໍ່ມີບຸດ ແຕ່ວ່າດຽວນີ້ເຈົ້າຈະຖືພາ ຈະໄດ້ບຸດຊາຍ 4 ຈົ່ງລະວັງຢ່າດື່ມນ້ຳອະງຸ່ນ ຫລືເຫລົ້າ ແລະຢ່າກິນອາຫານທີ່ຫວງຫ້າມ 5 ເພາະວ່າເຈົ້າຈະຖືພາ ແລະຈະໄດ້ບຸດຊາຍ ນັບແຕ່ມື້ບຸດຊາຍເຈົ້າເກີດມາ ເຂົາຈະເປັນນາຊີຣີທີ່ອຸທິດຕົວແດ່ພຣະເຈົ້າ ສະນັ້ນ ເຈົ້າຢ່າໄດ້ຕັດຜົມໃຫ້ເຂົາຈັກເທື່ອ ເຂົາຈະເປັນຄົນເລີ້ມຊ່ອຍກູ້ພວກອິສຣາເອນໃຫ້ພົ້ນຈາກເງື້ອມມືຂອງພວກຟິລິສຕິນ” 6 ຄັນແລ້ວ ຍິງຄົນນັ້ນກໍໄປບອກຜົວຂອງຕົນວ່າ, “ຄົນຂອງພຣະເຈົ້າໄດ້ມາຫາຂ້ອຍ ທ່ານເປັນຫນ້າຢ້ານດັ່ງທູດຂອງພຣະເຈົ້າ ຂ້ອຍເອງກໍບໍ່ໄດ້ຖາມເລີຍວ່າທ່ານມາຈາກໃສ ແລະທ່ານກໍບໍ່ໄດ້ບອກຊື່ຂອງທ່ານໃຫ້ຂ້ອຍຮູ້ຈັກ 7 ແຕ່ທ່ານໄດ້ບອກຂ້ອຍວ່າ ຂ້ອຍຈະຕ້ອງຖືພາແລະຈະໄດ້ບຸດຊາຍ ທ່ານຍັງໄດ້ບອກຂ້ອຍບໍ່ໃຫ້ດື່ມນ້ຳອະງຸ່ນ ຫລືເຫລົ້າ ແລະຢ່າກິນອາຫານທີ່ຫວງຫ້າມ ເພາະເດັກນ້ອຍນັ້ນຈະເປັນຄົນນາຊີຣີທີ່ອຸທິດຕົວແດ່ພຣະເຈົ້າຕລອດຊົ່ວຊີວິດຂອງເຂົາ” 8 ແລ້ວມາໂນອາກໍອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງໂຜດສົ່ງຄົນຂອງພຣະອົງກັບຄືນມາຫາພວກຂ້າພຣະອົງອີກແລະຂໍຊົງບອກພວກຂ້າພຣະອົງວ່າຈະທຳຢ່າງໃດກັບເດັກທີ່ຈະເກີດມານັ້ນ” 9 ສ່ວນພຣະເຈົ້າກໍຊົງກະທຳຕາມຄຳທີ່ມາໂນອາຂໍຮ້ອງ ຄືທູດຂອງພຣະອົງໄດ້ກັບຄືນມາຫາຍິງນັ້ນໃນຂນະທີ່ນາງກຳລັງນັ່ງຢູ່ໃນທົ່ງນາ ແຕ່ໃນເວລານັ້ນ ມາໂນອາຜູ້ເປັນຜົວບໍ່ໄດ້ຢູ່ຫັ້ນນຳນາງ 10 ດັ່ງນັ້ນ ນາງຈຶ່ງແລ່ນໄປບອກຜົວຂອງນາງວ່າ, “ນີ້ແຫລະ ຜູ້ທີ່ມາຫາຂ້ອຍມື້ກ່ອນນັ້ນໄດ້ປາກົດຕໍ່ຂ້ອຍອີກແລ້ວ” 11 ມາໂນອາຈຶ່ງລຸກຂຶ້ນຕາມເມັຽໄປ ເຂົາໄດ້ໄປຫາຊາຍຄົນນັ້ນ ແລະຖາມວ່າ, “ແມ່ນທ່ານນີ້ບໍ ທີ່ເປັນຜູ້ເວົ້າກັບຍິງຄົນນີ້ຫລື” ຊາຍຄົນນັ້ນກໍຕອບວ່າ, “ແມ່ນແລ້ວ” 12 ມາໂນອາຈຶ່ງເວົ້າວ່າ, “ເມື່ອຄຳທີ່ທ່ານໄດ້ເວົ້ານັ້ນກາຍເປັນຄວາມຈິງແລ້ວ ເດັກນັ້ນຈະຕ້ອງປະພຶດຢ່າງໃດ ແລະຈະເຮັດຫຍັງ” 13 ທູດຂອງພຣະຜູ້ເປັນເຈົ້າໄດ້ຕອບມາໂນອາວ່າ, “ເມັຽຂອງເຈົ້າຕ້ອງທຳທຸກຢ່າງຕາມທີ່ເຮົາໄດ້ບອກນາງນັ້ນຢ່າງແນ່ນອນ 14 ນາງບໍ່ຕ້ອງດື່ມນ້ຳອະງຸ່ນ ຫລືເຫລົ້າ ແລະຢ່າກິນອາຫານທີ່ຫວງຫ້າມ ນາງຕ້ອງທຳທຸກສິ່ງຕາມທີ່ເຮົາໄດ້ບອກນາງແລ້ວ” 15 ເນື່ອງຈາກມາໂນອາບໍ່ຮູ້ຈັກວ່າແມ່ນທູດຂອງພຣະຜູ້ເປັນເຈົ້າ ເຂົາຈຶ່ງເວົ້າກັບພຣະອົງວ່າ, “ກະຣຸນາຢູ່ນີ້ກ່ອນ ຂໍໃຫ້ຂ້າພະເຈົ້າທັງສອງເອົາແບ້ນ້ອຍມາຈັດແຈ່ງອາຫານໃຫ້ທ່ານຮັບປະທານເສັຽກ່ອນ” 16 ແຕ່ທູດອົງນັ້ນເວົ້າຕໍ່ເຂົາວ່າ, “ຖ້າວ່າເຣົາຢູ່ນີ້ ເຮົາກໍຈະບໍ່ກິນອາຫານຂອງເຈົ້າ ແຕ່ຖ້າເຈົ້າຢາກຈັດແຈ່ງອາຫານ ຈົ່ງເອົາແບ້ນັ້ນເຜົາຖວາຍບູຊາແດ່ພຣະຜູ້ເປັນເຈົ້າ” 17 ມາໂນອາຈຶ່ງເວົ້າຕໍ່ທູດອົງນັ້ນວ່າ, “ກະຣຸນາບອກຊື່ຂອງທ່ານໃຫ້ເຮົາຮູ້ດ້ວຍ ຫາກເມື່ອໃດຄຳທີ່ທ່ານບອກນີ້ກາຍເປັນຈິງ ເຮົາຈະໄດ້ຖວາຍກຽດແດ່ທ່ານ” 18 ທູດຂອງພຣະຜູ້ເປັນເຈົ້າໄດ້ຖາມເຂົາວ່າ, “ຊື່ຂອງເຮົາເປັນເຣື່ອງອັດສະຈັນ ເຈົ້າຢາກຮູ້ຈັກເຣັດຫຍັງ” 19 ແລ້ວມາໂນອາໄດ້ເອົາແບ້ຫນຸ່ມກັບເມັດເຂົ້າໃສ່ເທິງແທ່ນບູຊາຫີນຖວາຍແດ່ພຣະຜູ້ເປັນເຈົ້າຜູ້ຊົງກະທຳການອັດສະຈັນ 20 ໃນຂນະທີ່ແປວໄຟກຳລັງລຸກຂຶ້ນຈາກແທ່ນບູຊາ ມາໂນອາແລະເມັຽກໍເຫັນທູດຂອງພຣະຜູ້ເປັນເຈົ້າຂຶ້ນໄປສູ່ສວັນໃນແປວໄຟນັ້ນ ພວກເຂົາຈຶ່ງພາກັນຫມູບລົງດິນ 21 ມາໂນອາຮູ້ວ່າຊາຍນັ້ນແມ່ນທູດຂອງພຣະຜູ້ເປັນເຈົ້າແທ້ ຫລັງຈາກນັ້ນ ມາໂນອາກັບເມັຽຂອງເຂົາກໍບໍ່ເຫັນທູດຂອງພຣະຜູ້ເປັນເຈົ້າອີກຕໍ່ໄປ 22 ແລ້ວມາໂນອາໄດ້ເວົ້າຕໍ່ເມັຽຂອງເຂົາວ່າ, “ພວກເຮົາຈະຕ້ອງຕາຍ ເພາະພວກເຮົາໄດ້ເຫັນພຣະເຈົ້າ” 23 ແຕ່ເມັຽຂອງເຂົາຕອບວ່າ, “ຖ້າພຣະຜູ້ເປັນເຈົ້າຊົງຕ້ອງການຂ້າພວກເຣົາ ພຣະອົງຄົງບໍ່ຍອມຮັບເອົາເຄື່ອງບູຊາຂອງພວກເຮົາ ແລະຄົງບໍ່ໃຫ້ພວກເຮົາເຫັນສິ່ງທັງຫລາຍນີ້ ພຣະອົງຄົງບໍ່ບອກເຣື່ອງຢ່າງນີ້ໃຫ້ພວກເຮົາຮູ້ຈັກດອກ” 24 ຕໍ່ມາ ຍິງຜູ້ນີ້ກໍໄດ້ບຸດຊາຍແລະໃສ່ຊື່ວ່າ ແຊມຊັນ ເດັກນີ້ກໍຈະເຣີນເຕີບໂຕຂຶ້ນ ແລະພຣະຜູ້ເປັນເຈົ້າກໍຊົງອວຍພອນເຂົາ 25 ໃນຂນະທີ່ເຂົາຢູ່ໃນຄ້າຍພັກຊາວດານ ລະຫວ່າງເມືອງໂຊຣາກັບເມືອງເອສຕາໂອນ ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ເຂົາມີຈິດໃຈກະວົນກະວາຍ
ແຊມຊັນແລະຍິງສາວຊາວຕິມນາ
1 ແຊມຊັນໄດ້ລົງໄປໃນເມືອງຕິມນາ ໃນເມືອງນີ້ເຂົາສັງເກດເຫັນຍິງສາວຟີລິສຕິນຄົນນຶ່ງ 2 ເຂົາຈຶ່ງກັບຄືນມາເຮືອນແລະເວົ້າສູ່ພໍ່ແມ່ຟັງ “ຂ້ານ້ອຍໄດ້ສັງເກດເຫັນຍິງສາວຊາວຟີລິສຕີນຄົນນຶ່ງຢູ່ໃນເມືອງຕິມນາ ຂ້ານ້ອຍຢາກແຕ່ງງານກັບນາງ ໄປສູ່ຂໍນາງໃຫ້ຂ້ານ້ອຍແດ່” 3 ແຕ່ພໍ່ແມ່ໄດ້ຕອບວ່າ, “ເປັນຫຍັງເຈົ້າຈຶ່ງຢາກໄປເອົາເມັຽຊາວຟີລິສຕີນ ຊຶ່ງພວກທີ່ບໍ່ໄດ້ຮັບພິທີຕັດ ເຈົ້າຊອກຫາຜູ້ສາວໃນເຊື້ອສາຍຂອງເຈົ້າເອງ ແລະໃນພວກປະຊາຊົນຂອງພວກເຮົານີ້ບໍ່ມີຊັ້ນບໍ” ແຕ່ແຊມຊັນບອກພໍ່ແມ່ຂອງເຂົາວ່າ, “ຂ້ານ້ອຍພໍໃຈນຳນາງຜູ້ດຽວເທົ່ານັ້ນ ໄປສູ່ຂໍນາງມາໃຫ້ຂ້ານ້ອຍແດ່” 4 ສ່ວນພໍ່ແມ່ຂອງແຊມຊັນກໍບໍ່ໄດ້ຮູ້ຈັກວ່າ ແມ່ນ ພຣະຜູ້ເປັນເຈົ້າຊົງນຳພາແຊມຊັນທຳດັ່ງນີ້ ເພາະພຣະອົງຊົງຊອກຫາໂອກາດຕໍ່ສູ້ກັບພວກຟີລິສຕິນຢູ່ ແລະໃນເວລານີ້ພວກອິສຣາເອນກໍຢູ່ໃຕ້ອຳນາດຂອງພວກຟີລິສຕິນ 5 ຕໍ່ມາ ແຊມຊັນໄດ້ລົງໄປເມືອງຕິມນາພ້ອມກັບພໍ່ແມ່ ເມື່ອພວກເຂົາໄປຮອດສວນອະງຸ່ນຂອງເມືອງນັ້ນ ມີສິງຫນຸ່ມໂຕນຶ່ງຮ້ອງກຳຮາບເຂົ້າໃສ່ແຊມຊັນ 6 ແຕ່ພຣະວິນຍານຂອງພຣະຜູ້ເປັນເຈົ້າຊົງບັນດານໃຫ້ແຊມຊັນມີກຳລັງຈີກສິງໂຕນັ້ນດ້ວຍມືເປົ່າ ເຫມືອນດັ່ງຈີກແບ້ໂຕນ້ອຍໆ ແຕ່ທ່ານບໍ່ໄດ້ບອກໃຫ້ພໍ່ແມ່ຮູ້ຈັກສິ່ງທີ່ທ່ານທຳນັ້ນ 7 ຄັນແລ້ວ ທ່ານກໍໄປລົມສາວຜູ້ນັ້ນ ແລະພໍໃຈໃນນາງຫລາຍ 8 ບໍ່ພໍເທົ່າໃດວັນຕໍ່ມາ ແຊມຊັນກໍກັບມາແຕ່ງງານກັບນາງ ໃນເວລາມານັ້ນທ່ານໄດ້ແວ່ອອກຈາກທາງໄປເບິ່ງຊາກສິງທີ່ທ່ານໄດ້ຂ້ານັ້ນ ທ່ານກໍປະຫລາດໃຈ ເມື່ອໄດ້ເຫັນຮັງເຜິ້ງຢູ່ໃນຊາກສິງນັ້ນ 9 ທ່ານຈຶ່ງບີບເອົານ້ຳເຜິ້ງໃສ່ມືແລະກິນໄປຕາມທາງ ເມື່ອໄປຮອດພໍ່ແມ່ ທ່ານໄດ້ແບ່ງນ້ຳເຜິ້ງນັ້ນໃຫ້ທ່ານກິນນຳ ພໍ່ແມ່ຂອງທ່ານກໍກິນ ແຕ່ແຊມຊັນບໍ່ໄດ້ບອກພວກເຂົາເລີຍວ່າ ທ່ານໄດ້ເອົານ້ຳເຜິ້ງນັ້ນມາຈາກຊາກສິງ 10 ແລ້ວພໍ່ຂອງແຊມຊັນໄດ້ໄປບ້ານຂອງຍິງສາວນັ້ນ ແລະແຊມຊັນກໍຈັດການກິນລ້ຽງຂຶ້ນໃນທີ່ນັ້ນຕາມທຳນຽມຂອງພວກຊາຍຫນຸ່ມ 11 ເມື່ອພວກຟີລິສຕິນເຫັນທ່ານ ພວກເຂົາກໍເອົາຊາຍຫນຸ່ມສາມສິບຄົນໄປຮ່ວມກັບທ່ານ 12 ແຊມຊັນໄດ້ເວົ້າຕໍ່ພວກເຂົາວ່າ, “ຂໍໃຫ້ພວກເຈົ້າທວາຍຈັກຂໍ້ນຶ່ງ ຖ້າພວກເຈົ້າທວາຍຄວາມຫມາຍໄດ້ພາຍໃນເຈັດວັນ ກ່ອນພິທີແຕ່ງງານນີ້ສິ້ນສຸດລົງ ຂ້າພະເຈົ້າຈະເອົາຜ້າປູນອນ ແລະເສື້ອຕົວຈົບງາມແນວລະສາມສິບຕົວໃຫ້ແກ່ພວກເຈົ້າ 13 ຄັນຖ້າພວກເຈົ້າບອກບໍ່ໄດ້ ຂໍໃຫ້ພວກເຈົ້ານຳເອົາສິ່ງຂອງຢ່າງດຽວກັນນີ້ມາໃຫ້ຂ້າພະເຈົ້າ” ພວກເຂົາຈຶ່ງເວົ້າຕໍ່ແຊມຊັນວ່າ, “ຈົ່ງບອກຄຳທວາຍນັ້ນມາ” 14 ແຊມຊັນຈຶ່ງເວົ້າວ່າ, “ມີອາຫານກໍເນື່ອງມາຈາກຜູ້ກິນ ມີຂອງອັນຫວານກໍເນື່ອງມາຈາກຜູ້ມີແຮງ“ສາມວັນຕໍ່ມາ ພວກເຂົາກໍຍັງຕີຄວາມຫມາຍຂອງຄຳທວາຍນັ້ນບໍ່ໄດ້ 15 ໃນວັນທີ່ສີ່ ພວກເຂົາໄດ້ເວົ້າຕໍ່ເມັຽຂອງແຊມຊັນວ່າ, “ຈົ່ງທຳກົນອຸບາຍໃຫ້ຜົວຂອງເຈົ້າບອກຄວາມຫມາຍຂອງຄຳທວາຍນັ້ນແກ່ພວກເຮົາແດ່ ຖ້າວ່າເຈົ້າບໍ່ຍອມປະຕິບັດ ພວກເຮົາຈະເຜົາເຮືອນຂອງພໍ່ເຈົ້າພ້ອມກັບເຈົ້າດ້ວຍ ເຈົ້າທັງສອງໄດ້ເຊີນພວກເຮົາມາເພື່ອຈະທຳໃຫ້ພວກເຮົາກາຍເປັນຄົນຈົນແມ່ນບໍ” 16 ເມັຽຂອງແຊມຊັນຈຶ່ງໄປຫາຜົວພ້ອມທັງຮ້ອງໄຫ້ແລະເວົ້າວ່າ, “ເຈົ້າບໍ່ໄດ້ຮັກຂ້ອຍ ເຈົ້າມີແຕ່ຊັງຂ້ອຍເທົ່ານັ້ນ ເຈົ້າຕັ້ງຄຳທວາຍໃຫ້ຫມູ່ຂອງຂ້ອຍ ແລະບໍ່ໄດ້ບອກຄວາມຫມາຍຂອງຄຳທວາຍນັ້ນໃຫ້ແກ່ຂ້ອຍ” ແຊມຊັນໄດ້ເວົ້າຕໍ່ເມັຽວ່າ, “ແມ່ນແຕ່ພໍ່ແມ່ຂອງຂ້ອຍກໍຍັງບໍ່ໄດ້ບອກທ່ານ ເຫດໃດຂ້ອຍຈຶ່ງຈະບອກເຈົ້າໄດ້” 17 ເມັຽຂອງແຊມຊັນຈຶ່ງຮ້ອງໄຫ້ຍ້ອນເຣື່ອງນີ້ຢູ່ຕລອດເຈັດວັນຂອງການກິນລ້ຽງນັ້ນ ແຕ່ພໍຮອດວັນທີ່ເຈັດ ແຊມຊັນກໍບອກຄຳຕອບແກ່ນາງ ເພາະວ່ານາງເປັນຄົນຊູຊີຫລາຍ ແລ້ວນາງກໍນຳເອົາຄຳຕອບນັ້ນໄປບອກຫມູ່ຂອງຕົນ 18 ດັ່ງນັ້ນ ໃນວັນທີ່ເຈັດກ່ອນແຊມຊັນເຂົ້າໄປນອນ ຊາວເມືອງນັ້ນຈຶ່ງເວົ້າຕໍ່ທ່ານວ່າ, “ບໍ່ມີສິ່ງໃດຈະຫວານເຫມືອນນ້ຳເຜິ້ງ ແລະບໍ່ມີສີ່ງໃດຈະແຮງກວ່າສິງ” ແຊມຊັນຈຶ່ງຕອບວ່າ, “ຖ້າວ່າພວກເຈົ້າບໍ່ເອົາງົວແມ່ຂອງຂ້ອຍໄປໄຖນາ ພວກເຈົ້າກໍຈະບໍ່ສາມາດຕອບບັນຫານີ້ໄດ້” 19 ແລ້ວພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ຊົງບັນດານໃຫ້ແຊມຊັນມີກຳລັງວັງຊາ ແລະເຂົາໄດ້ລົງໄປໃນເມືອງ ອັສເກໂລນ ແລ້ວທ່ານໄດ້ຊາຍສາມສິບຄົນຢູ່ທີ່ນັ້ນ ພ້ອມທັງໄດ້ຍຶດເອົາເສື້ອຜ້າອັນຈົບງາມຂອງພວກເຂົາ ທ່ານໄດ້ແຈກເສື້ອຜ້ານັ້ນໃຫ້ແກ່ຜູ້ທີ່ທວາຍໄດ້ ແລ້ວແຊມຊັນກໍກັບຄືນເມືອບ້ານ ແລະມີໃຈຮ້າຍໃນເຫດການທີ່ເກີດຂຶ້ນນັ້ນ 20 ສ່ວນເມັຽຂອງທ່ານກໍໄດ້ຖືກຍົກໃຫ້ແກ່ເຈົ້າບ່າວປອມ
ແຊມຊັນຊະນະພວກຟິລິສຕິນ
1 ຕໍ່ມາຄັ້ງນຶ່ງ ຊຶ່ງເປັນຍາມກ່ຽວເຂົ້າເບລ ແຊມຊັນໄດ້ໄປຢາມເມັຽ ແລະໄດ້ເອົາແບ້ນ້ອຍໂຕນຶ່ງໄປໃຫ້ນາງດ້ວຍ ແຊມຊັນໄດ້ເວົ້າຕໍ່ພໍ່ເຖົ້າວ່າ, “ຂ້າພະເຈົ້າຊີໄປຫ້ອງເມັຽຂ້າພະເຈົ້າ” ແຕ່ພໍ່ເຖົ້າບໍ່ອະນຸຍາດໃຫ້ທ່ານໄປ 2 ພໍ່ເຖົ້າໄດ້ເວົ້າຕໍ່ແຊມຊັນວ່າ, “ເຮົາຄິດວ່າເຈົ້າຊັງນາງແລ້ວ ເຮົາຈຶ່ງຍົກນາງໃຫ້ແກ່ຫມູ່ຂອງເຈົ້າ ເຈົ້າເອົານ້ອງສາວນາງແທນສາ ເພາະນ້ອງຂອງນາງກໍງາມກວ່ານາງອີກ” 3 ແຊມຊັນໄດ້ເວົ້າວ່າ, “ໃນເທື່ອນີ້ຂ້າພະເຈົ້າບໍ່ມີຄວາມຜິດ ຖ້າຂ້າພະເຈົ້າທຳຮ້າຍໃຫ້ພວກຟີລິສຕິນ” 4 ດັ່ງນັ້ນ ທ່ານຈຶ່ງໄປຈັບເອົາຫມາຈອກມາສາມຮ້ອຍໂຕ ແລ້ວມັດຫາງຂອງມັນຜູກຕິດກັນເປັນຄູ່ ແລະມັດກະບອງໃສ່ນຳດ້ວຍ 5 ແລ້ວທ່ານໄດ້ໄຕ້ກະບອງ ແລະປ່ອຍຝູງຫມາຈອກນັ້ນເຂົ້າໄປໃນນາເຂົ້າເບລຂອງພວກຟີລິສຕິນ ໄຟໄດ້ໄຫມ້ບໍ່ມີພຽງແຕ່ເຂົ້າເບລທີ່ເກັບກ່ຽວແລ້ວເທົ່ານັ້ນ ແຕ່ໄດ້ໄຫມ້ເຂົ້າເບລທີ່ຍັງຢູ່ໃນທົ່ງນາພ້ອມທັງສວນຫມາກກອກ ແລະສວນອະງຸ່ນອີກ 6 ພວກຟີລິສຕິນຈຶ່ງຖາມກັນວ່າ, “ແມ່ນໃຜເປັນຜູ້ເຮັດດັ່ງນີ້” ແລ້ວພວກເຂົາກໍຮູ້ວ່າແມ່ນແຊມຊັນເປັນຜູ້ທຳ ເພາະພໍ່ເຖົ້າຂອງທ່ານທີ່ເມືອງຕິມນາໄດ້ຍົກເມັຽຂອງແຊມຊັນໃຫ້ແກ່ຫມູ່ຂອງທ່ານ ພວກເຂົາຈຶ່ງໄປເຜົາຍິງຄົນນີ້ພ້ອມທັງເຮືອນພໍ່ຂອງນາງ 7 ແຊມຊັນໄດ້ເວົ້າຕໍ່ພວກເຂົາວ່າ, “ເມື່ອພວກເຈົ້າທຳຢ່າງນີ້ຂ້າພະເຈົ້າຂໍສາບານວ່າ ຂ້າພະເຈົ້າຈະບໍ່ຍອມຈົນກວ່າຂ້າພະເຈົ້າໄດ້ທຳຕອບຄືນ” 8 ແຊມຊັນໄດ້ຕໍ່ສູ້ເຂົາຢ່າງແຂງແຮງ ແລະໄດ້ຂ້າພວກເຂົາຫລາຍຄົນ ແລ້ວທ່ານກໍຫນີໄປລີ້ຢູ່ໃນຖ້ຳທີ່ຫນ້າຜາເອຕາມ 9 ຕໍ່ມາ ພວກຟີລິສຕິນໄດ້ມາຕັ້ງຄ້າຍພັກຢູ່ໃນເຂດແຂວງຢູດາ ເພື່ອໂຈມຕີເມືອງ ເລຮີ 10 ພວກຢູດາຈຶ່ງຖາມເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງມາຣົບເລວກັບພວກເຣົາ” ພວກເຂົາຕອບວ່າ, “ພວກເຮົາມາຈັບແຊມຊັນໄປຂັງຄຸກ ພວກເຮົາຈະທຳຕໍ່ທ່ານເຫມືອນທ່ານໄດ້ທຳຕໍ່ພວກເຮົາ” 11 ແລ້ວຊາວຢູດາສາມພັນຄົນກໍພາກັນໄປຍັງຖ້ຳທີ່ຫນ້າຜາເອຕາມນັ້ນ ແລະເວົ້າຕໍ່ແຊມຊັນວ່າ, “ທ່ານຮູ້ບໍວ່າພວກເຣົາຢູ່ໃຕ້ອຳນາດຂອງພວກ ຟີລິສຕິນ ເປັນຫຍັງທ່ານຈຶ່ງທຳຕໍ່ພວກເຮົາແບບນີ້” ແຊມຊັນກໍຕອບວ່າ, “ຂ້າພະເຈົ້າທຳຕໍ່ພວກ ຟີລິສຕິນກໍຍ້ອນວ່າພວກເຂົາໄດ້ທຳຕໍ່ຂ້າພະເຈົ້າກ່ອນ” 12 ພວກເຂົາຈຶ່ງບອກແຊມຊັນວ່າ, “ພວກເຮົາມານີ້ເພື່ອຈັບມັດເອົາທ່ານສົ່ງໄປໃຫ້ພວກຟີລິສຕິນ” ແຊມຊັນກໍເວົ້າຂຶ້ນວ່າ, “ພວກເຈົ້າສາບານກັບຂ້ອຍກ່ອນວ່າ ພວກເຈົ້າຈະບໍ່ທຳຮ້າຍຂ້າພະເຈົ້າ” 13 ພວກເຂົາໄດ້ຕອບວ່າ, “ພວກເຮົາຂໍສາບານວ່າຈະບໍ່ທຳຮ້າຍທ່ານ ພຽງແຕ່ມາມັດທ່ານສົ່ງໄປໃຫ້ພວກເຂົາເທົ່ານັ້ນ” ແລ້ວພວກເຂົາກໍມັດແຊມຊັນດ້ວຍເຊືອກໃຫມ່ສອງເສັ້ນ ແລະພາທ່ານໄປຈາກຫນ້າຜານັ້ນ 14 ເມື່ອມາເຖິງເມືອງເລຮີ ພວກຟີລິສຕິນກໍແລ່ນມາພ້ອມທັງຮ້ອງສຽງດັງໃສ່ທ່ານ ແຕ່ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ຊົງບັນດານໃຫ້ທ່ານມີແຮງຂຶ້ນ ແຊມຊັນຈຶ່ງທຸດເຊືອກທີ່ມັດແຂນແລະມືຂອງທ່ານນັ້ນຂາດອອກເຫມືອນກັບວ່າໄຟໄດ້ໄຫມ້ເສັ້ນດ້າຍ 15 ແລ້ວແຊມຊັນໄດ້ເຫັນກະດູກຄາງລໍທີ່ຍັງໃຫມ່ຢູ່ ທ່ານຈຶ່ງຢື້ມືລົງຈັບເອົາ ແລະໄດ້ໃຊ້ກະດູກຄາງລໍນັ້ນຂ້າພວກຟີລິສຕິນຕາຍໄປນຶ່ງພັນຄົນ 16 ດັ່ງນັ້ນ ແຊມຊັນຈຶ່ງຮ້ອງເພງວ່າ, “ຂ້າພະເຈົ້າໄດ້ຂ້ານຶ່ງພັນຄົນດ້ວຍກະດູກຄາງລໍອັນນີ້ ຂ້າພະເຈົ້າໄດ້ກອງເຂົາໄວ້ເປັນກອງໆ ຍ້ອນກະດູກຄາງລໍອັນນີ້” 17 ຫລັງຈາກນັ້ນ ແຊມຊັນກໍແກວ່ງກະດູກລໍຖິ້ມ ບ່ອນນັ້ນຈຶ່ງມີຊື່ເອີ້ນວ່າ ພູກະດູກຄາງລໍ (ຣາມັທເລຮີ 18 ຕໍ່ມາ ແຊມຊັນໄດ້ຫິວນ້ຳຫລາຍ ທ່ານຈຶ່ງຮ້ອງທູນຕໍ່ພຣະຜູ້ເປັນເຈົ້າວ່າ, “ພຣະອົງຊົງປະທານໄຊຊະນະອັນຍິ່ງໃຫຍ່ໃຫ້ແກ່ຂ້າພຣະອົງ ດຽວນີ້ ຂ້າພຣະອົງຫິວນ້ຳຈະຕາຍຢູ່ແລ້ວ ແລະຈະໃຫ້ຂ້າພຣະອົງຕົກຢູ່ໃນກຳມືຂອງພວກຟີລິສຕິນທີ່ຍັງບໍ່ທັນໄດ້ຮັບພິທີຕັດຢ່າງນັ້ນບໍ” 19 ຄັນແລ້ວພຣະເຈົ້າກໍຊົງບັນດານໃຫ້ມີນ້ຳອອກບໍ່ໃນຂຸມນຶ່ງທີ່ເມືອງເລຮີ ແຊມຊັນຈຶ່ງດື່ມແລະຮູ້ສຶກສະບາຍໃຈຫລາຍກວ່າເກົ່າ ດັ່ງນັ້ນທ່ານຈຶ່ງເອີ້ນບໍ່ນ້ຳນັ້ນວ່າ ເອນຮັກໂກເຣ ຊຶ່ງຍັງມີຢູ່ໃນເມືອງ ເລຮີ ຈົນເທົ່າທຸກວັນນີ້ 20 ໃນລະຫວ່າງພວກອິສຣາເອນ ຢູ່ໃຕ້ອຳນາດຂອງພວກຟີລິສຕິນນັ້ນ ແຊມຊັນໄດ້ປົກຄອງພວກອິສຣາເອນຢູ່ເປັນເວລາຊາວປີ
ແຊມຊັນ ແລະເດລີລາ
1 ຕໍ່ມາ ແຊມຊັນໄດ້ຈາກເມືອງ ເລຮີໄປຍັງເມືອງກາຊາ ຢູ່ໃນເມືອງນີ້ທ່ານໄດ້ພົບກັບຍິງໂສເພນີຄົນນຶ່ງ ທ່ານຈຶ່ງເຂົ້າໄປນອນນຳຍິງນັ້ນ 2 ເມື່ອຊາວກາຊາຮູ້ວ່າແຊມຊັນຢູ່ໃນທີ່ນັ້ນ ພວກເຂົາກໍພາກັນມາອ້ອມແລະຄອຍຖ້າທ່ານຢູ່ປະຕູເມືອງຕລອດຄືນ ພວກເຂົາພາກັນງຽບຢູ່ຕລອດທັງຄືນແລະຄິດວ່າ “ພວກເຮົາຈົ່ງຄອຍຖ້າຈົນເຖິງມື້ອື່ນເຊົ້າ ແລະຕ້ອງຂ້າເຂົາຖິ້ມ” 3 ແຕ່ແຊມຊັນໄດ້ນອນຢູ່ບ່ອນນັ້ນຮອດຕອນທ່ຽງຄືນເທົ່ານັ້ນ ທ່ານກໍລຸກດຶງປະຕູເມືອງພ້ອມທັງບານ ວົງ ແລະໄລປະຕູອອກ ແລ້ວແບກໄປທີ່ຍອດພູຢູ່ໃກ້ເມືອງ ເຮໂບຣນ 4 ຫລັງຈາກນັ້ນ ແຊມຊັນກໍມີຄວາມຮັກໄຄ່ກັບຍິງຄົນນຶ່ງທີ່ຮ່ອມພູໂຊເຣກ ຊື່ ນາງເດລີລາ 5 ພວກຜູ້ນຳຟີລິສຕິນຈຶ່ງໄປຫາຍິງຄົນນັ້ນເວົ້າວ່າ, “ໃຫ້ເຈົ້າທຳກົນອຸບາຍຖາມແຊມຊັນວ່າ ເປັນຫຍັງເຂົາຈຶ່ງມີແຮງແທ້ ພວກເຮົາຈະຊະນະແລະຈັບເຂົາໄດ້ດ້ວຍວິທີໃດ ແລ້ວພວກເຮົາທຸກຄົນຈະເອົາເງິນໃຫ້ເຈົ້າຜູ້ລະພັນນຶ່ງຮ້ອຍແຜ່ນ” 6 ດັ່ງນັ້ນ ນາງເດລີລາຈຶ່ງເວົ້າຕໍ່ແຊມຊັນວ່າ, “ກະຣຸນາບອກໃຫ້ຂ້ອຍຮູ້ແດ່ວ່າ ເປັນຫຍັງເຈົ້າຈຶ່ງມີກຳລັງວັງຊາຫລາຍແທ້ ຖ້າວ່າມີຄົນໃດຄົນນຶ່ງຕ້ອງການມັດເຈົ້າແລະເຮັດໃຫ້ເຈົ້າເສັຽທ່າ ເຂົາຈະຕ້ອງເຮັດຢ່າງໃດ 7 ແຊມຊັນກໍຕອບວ່າ, “ຖ້າວ່າພວກເຂົາມັດຂ້ອຍດ້ວຍເຊືອກຫນ້າທະນູໃຫມ່ໆເຈັດເສັ້ນທີ່ຍັງບໍ່ທັນແຫ້ງ ຂ້ອຍຈະກາຍເປັນຄົນອ່ອນແອເຫມືອນດັ່ງຄົນອື່ນໆ” 8 ເມື່ອຮູ້ດັ່ງນັ້ນພວກຜູ້ນຳຟີລິສຕິນກໍນຳເອົາເຊືອກຫນ້າທະນູທີ່ຍັງໃຫມ່ແລະຍັງບໍ່ທັນແຫ້ງເຈັດເສັ້ນມາໃຫ້ເດລີລາ 9 ນາງຈຶ່ງໃຫ້ຄົນພວກນຶ່ງຄອຍຖ້າຢູ່ໃນຫ້ອງອື່ນ ສ່ວນນາງເອງໄດ້ເອົາເຊືອກນັ້ນຜູກແຊມຊັນ ແລ້ວນາງກໍຮ້ອງບອກແຊມຊັນວ່າ, “ແຊມຊັນພວກ ຟີລິສຕິນມາ” ແຕ່ແຊມຊັນໄດ້ທຸດເຊືອດນັ້ນຂາດເຫມືອນດັ່ງໄຟໄຫມ້ເສັ້ນດ້າຍ ດ້ວຍເຫດນີ້ພວກຟີລິສຕິນຈຶ່ງຍັງບໍ່ຮູ້ຂໍ້ເລິກລັບກ່ຽວກັບກຳລັງພາຍໃນຂອງທ່ານ 10 ຕໍ່ມາ ນາງເດລີລາໄດ້ເວົ້າຕໍ່ແຊມຊັນອີກວ່າ, “ເຈົ້າໄດ້ລໍ້ລວງຂ້ອຍແລະເວົ້າຕົວະຂ້ອຍ ສະນັ້ນ ຂໍໃຫ້ເຈົ້າບອກຂ້ອຍແດ່ວ່າເຂົາຈະຕ້ອງມັດເຈົ້າດ້ວຍວິທີໃດ” 11 ແຊມຊັນຈຶ່ງບອກນາງວ່າ, “ຖ້າເຂົາມັດຂ້ອຍດ້ວຍເຊືອກໃຫມ່ທີ່ຍັງບໍ່ທັນໃຊ້ ຂ້ອຍຈະເປັນຄົນອ່ອນແອເຫມືອນຄົນອື່ນໆ” 12 ນາງເດລີລາຈຶ່ງເອົາເຊືອກໃຫມ່ນັ້ນມາມັດທ່ານແລະຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິສຕີນມາ” ແຊມຊັນກໍທຸດເຊືອກນັ້ນຂາດອອກເຫມືອນທຸດເສັ້ນດ້າຍ ສ່ວນພວກທີ່ຄອຍຖ້ານັ້ນໄດ້ຢູ່ໃນຫ້ອງອື່ນ 13 ແລ້ວນາງເດລີລາໄດ້ເວົ້າຕໍ່ແຊມຊັນວ່າ, “ເຈົ້າຍັງລໍ້ລວງຂ້ອຍແລະຕົວະຂ້ອຍອີກຢູ່ ຂໍເຈົ້າຈົ່ງບອກຂ້ອຍວ່າ ເຂົາຈະມັດເຈົ້າດ້ວຍສິ່ງໃດ” ແຊມຊັນຈຶ່ງບອກນາງວ່າ, “ຖ້າວ່າເຈົ້າເອົາຜົມຂອງຂ້ອຍເຈັດປອຍໄປຕ່ຳໃນຫູກແລະຖົກຟືມໃຫ້ແຫນ້ນ ແລ້ວຂ້ອຍຈະກາຍເປັນຄົນອ່ອນແອເຫມືອນດັ່ງຄົນອື່ນ” 14 ນາງເດລີລາຈຶ່ງກ່ອມແຊມຊັນນອນ ແລ້ວເອົາຜົມຂອງແຊມຊັນເຈັດປອຍໄປຕ່ຳໃນຫູກແລະຖົກຟືມໃຫ້ແຫນ້ນ ນາງຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີ ລິສຕິນມາ” ແຊມຊັນກໍລຸກຂຶ້ນຖອດຟືມແລະດືງເຄືອຫູກອອກຫມົດ 15 ດັ່ງນັ້ນ ນາງເດລີລາຈຶ່ງເວົ້າຕໍ່ແຊມຊັນວ່າ, “ເປັນຫຍັງເຈົ້າຈຶ່ງເວົ້າວ່າເຈົ້າຮັກຂ້ອຍ ໃນເມື່ອຈິດໃຈຂອງເຈົ້າບໍ່ໄດ້ຜູກພັນຢູ່ກັບຂ້ອຍ ເຈົ້າໄດ້ລໍ້ລວງຂ້ອຍສາມເທື່ອແລ້ວ ແລະເຈົ້າຍັງບໍ່ທັນບອກຂ້ອຍເລີຍວ່າ ດ້ວຍເຫດໃດເຈົ້າຈຶ່ງມີແຮງຫລາຍແທ້” 16 ນາງເດລີລາໄດ້ຖາມຢູ່ທຸກມື້ ຈົນແຊມຊັນເບື່ອຫນ່າຍ ແລະຢາກຈະຕາຍເສັຽຍ້ອນການຣົບກວນຂອງນາງ 17 ຜົນສຸດທ້າຍແຊມຊັນກໍບອກນາງຕາມຄວາມຈິງວ່າ, “ຂ້ອຍບໍ່ເຄີຍຕັດຜົມຈັກເທື່ອ ຖ້າຂ້ອຍຕັດຜົມ ຂ້ອຍຈະຕ້ອງສູນເສັຽກຳລັງວັງຊາ ແລະຈະກາຍເປັນຄົນອ່ອນແອເຫມືອນດັ່ງຄົນອື່ນໆ 18 ເມື່ອນາງເດລີລາແນ່ໃຈວ່າແຊມຊັນໄດ້ບອກຄວາມຈິງ ນາງກໍສົ່ງ່ຂ່າວໄປບອກພວກຜູ້ນຳຟີລິສຕິນວ່າ, “ເຊີນກັບມາອີກເທື່ອນຶ່ງ ເພາະແຊມຊັນໄດ້ບອກຄວາມຈິງໃຫ້ແກ່ຂ້ອຍແລ້ວ” ພວກເຂົາຈຶ່ງພາກັນມາພ້ອມທັງຖືເງິນມານຳດ້ວຍ 19 ນາງເດລີລາໄດ້ກ່ອມແຊມຊັນນອນເທິງຕັກຂອງນາງແລະເອີ້ນໃຫ້ຜູ້ນຶ່ງມາຕັດຜົມຂອງທ່ານອອກເຈັດປອຍ ແລ້ວນາງໄດຊຸກໃຫ້ແຊມຊັນຕື່ນ ແຕ່ທ່ານບໍ່ມີເຫື່ອແຮງເສັຽແລ້ວ 20 ນາງເດລີລາຈຶ່ງຮ້ອງຂຶ້ນວ່າ, “ແຊມຊັນ ພວກຟີລິສຕິນມາ” ແຊມຊັນໄດ້ລຸກຂຶ້ນແລະຄິດວ່າ “ຂ້ອຍຈະຕ້ອງໄປໄດ້ສະບາຍເຫມືອນດັ່ງແຕ່ກ່ອນ” ທ່ານບໍ່ຮູ້ເລີຍວ່າພຣະຜູ້ເປັນເຈົ້າບໍ່ຊົງສະຖິດຢູ່ກັບທ່ານ 21 ຕໍ່ມາ ພວກຟີລິສຕິນໄດ້ຈັບແຊມຊັນ ແລະເຈາະຫນ່ວຍຕາທັງສອງຂອງທ່ານອອກ ພວກເຂົາໄດ້ນຳທ່ານໄປເມືອງກາຊາ ແລະເອົາໂສ້ທອງຜູກທ່ານໄວ້ ທ່ານຖືກບັງຄັບໃຫ້ໂມ້ແປ້ງຢູ່ໃນຄຸກ 22 ສ່ວນຜົມຂອງທ່ານໄດ້ເລີ້ມປົ່ງຂື້ນຄືນອີກ
ມໍຣະນະກັມຂອງແຊມຊັນ
23 ພວກຟີລິສຕິນໄດ້ພາການສເລີມສລອງງານຖວາຍບູຊາແກ່ພຣະດາໂກນຂອງພວກເຂົາຄັ້ງຍິ່ງໃຫຍ່ ພວກເຂົາຮ້ອງເພງສັຣເສີນວ່າ, “ພຣະເຈົ້າຂອງພວກເຮົາໄດ້ໃຫ້ພວກເຮົາຊະນະແຊມຊັນ ຜູ້ເປັນສັດຕຣູຂອງພວກເຮົາ” 24 ເມື່ອປະຊາຊົນຫລຽວເຫັນແຊມຊັນ ພວກເຂົາກໍຮ້ອງເພງສັຣເສີນພຣະເຈົ້າຂອງເຂົາວ່າ, “ພຣະເຈົ້າຂອງພວກເຮົາໄດ້ໃຫ້ພວກເຮົາຊະນະສັດຕຣູຂອງພວກເຮົາ ຊຶ່ງເປັນຜູ້ທຳລາຍຜືນແຜ່ນດິນແລະຂ້າພວກເຮົາຫລາຍຄົນ” 25 ພວກເຂົາພາກັນຊົມຊື່ນຍິນດີດ້ວຍກັນ ແລະເວົ້າວ່າ, “ຈົ່ງເອີ້ນແຊມຊັນມາ ແລ້ວບັງຄັບໃຫ້ເຂົາເຮັດຕະລົກໃຫ້ເຮົາເບິ່ງ” ເມື່ອພວກເຂົາໄດ້ພາແຊມຊັນອອກມາຈາກຄຸກ ແຊມຊັນກໍທຳໃຫ້ເຂົາເບິ່ງ ແລະພວກເຂົາໄດ້ໃຫ້ແຊມຊັນຢືນຢູ່ລະຫວ່າງກາງເສົາເຮືອນ 26 ແຊມຊັນໄດ້ເວົ້າຕໍ່ເດັກນ້ອຍຜູ້ຈູງມືທ່ານມານັ້ນວ່າ, “ຈົ່ງພາຂ້ອຍໄປຢືນຢູ່ແປະເສົາຄ້ຳຫໍໂຮງນີ້ແດ່ ເພາະຂ້ອຍຢາກອິງເສົາ” 27 ໃນເວລານັ້ນ ຫໍໂຮງໄດ້ເຕັມໄປດ້ວຍປະຊາຊົນທັງຊາຍແລະຍິງ ພວກຜູ້ນຳຟີລິສຕິນທຸກໆຄົນກໍຢູ່ໃນທີ່ນັ້ນ ຢູ່ເທິງຫລັງຄາພຽງກໍມີປະຊາຊົນທັງຊາຍແລະຍິງປະມານສາມພັນຄົນ ຊຶ່ງພວກເຂົາກຳລັງຈ້ອງເບິ່ງແຊມຊັນເຮັດຕະລົກຢູ່ 28 ແຊມຊັນອ້ອນວອນພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ ພຣະຜູ້ເປັນເຈົ້າ ຂໍໂຜດຈື່ຈຳຂ້າພຣະອົງ ຂໍພຣະອົງຈົ່ງຊົງປະທານກຳລັງວັງຊາໃຫ້ຂ້າພຣະອົງອີກແດພຽງເທື່ອນຶ່ງເທື່ອດຽວເທົ່ານັ້ນ ເພາະຂ້າພຣະອົງຄຽດຍ້ອນເຂົາເຈາະຕາສອງເບື້ອງຂອງຂ້າພຣະອົງອອກ ຂ້າພຣະອົງຈະລ້າງແຄ້ນພວກຟີລິສຕິນ” 29 ແຊມຊັນກໍເອົາມືສອງເບື້ອງຄ້ຳເສົາກາງສອງເສົາທີ່ຄ້ຳຫໍໂຮງນັ້ນ 30 ແລ້ວທ່ານໄດ້ທຸ້ມເທກຳລັງຂອງທ່ານຊຸກເສົາທັງສອງນັ້ນ ພ້ອມກັບຮ້ອງຂຶ້ນວ່າ, “ຂໍໃຫ້ຂ້າພຣະອົງຕາຍພ້ອມກັບຊາວເມືອງຟີລິສຕິນນີ້ເທີນ” ທ່ານຊຸກເສົານັ້ນຫມົດແຮງຂອງທ່ານ ຈົນຫໍໂຮງໄດ້ເຈື່ອນລົງທັບພວກຜູ້ນຳແລະຄົນອື່ນທຸກໆຄົນ ແຊມຊັນໄດ້ຂ້າຄົນໃນເວລາທ່ານເສັຽຊີວິດນີ້ຫລາຍກວ່າຄາວທ່ານຍັງມີຊີວິດຢູ່ 31 ພວກຍາດພີ່ນ້ອງແລະຄອບຄົວຂອງແຊມຊັນ ໄດ້ພາກັນມາເອົາສົບທ່ານກັບຄືນເມືອ ແລ້ວເອົາໄປຝັງໄວ້ໃນບ່ອນຝັງສົບຂອງມາໂນອາບິດາຂອງທ່ານ ຢູ່ລະຫວ່າງເມືອງໂຊຣາ ແລະເມືອງເອສຕາໂອນ ແຊມຊັນໄດ້ປົກຄອງອິສຣາເອນຢູ່ເປັນເວລາຊາວປີ
ມີກາໄຫວ້ຮູບເຄົາຣົບ
1 ມີຊາຍຄົນນຶ່ງເປັນຊາວພູດອຍເອຟຣາອິມ ຊື່ ມີກາ 2 ເຂົາເວົ້າກັບມານດາຂອງເຂົາວ່າ, “ເງິນນຶ່ງພັນນຶ່ງຮ້ອຍແຜ່ນ ຊຶ່ງມີຄົນລັກໄປຈາກແມ່ ແລະແມ່ກໍໄດ້ສາບແຊ່ງ ແລະເວົ້າເຂົ້າຫູຂ້ອຍນັ້ນ ເບິ່ງແມ໋, ເງິນນັ້ນຢູ່ທີ່ຂ້ອຍ ຂ້ອຍເອົາໄປເອງ” ມານດາຈຶ່ງເວົ້າວ່າ, “ຂໍພຣະຜູ້ເປັນເຈົ້າຊົງອວຍພຣະພອນໃຫ້ລູກຂອງແມ່ເທີນ” 3 ເຂົາຈຶ່ງນຳເງິນພັນນຶ່ງຮ້ອຍແຜ່ນນັ້ນມາຄືນໃຫ້ແກ່ມານດາ ແລະມານດາຂອງເຂົາເວົ້າວ່າ, “ເງິນຣາຍນີ້ແມ່ຂໍຖວາຍແດ່ພຣະຜູ້ເປັນເຈົ້າເພື່ອລູກໃຫ້ທຳເປັນຮູບແກະສລັກ ແລະຮູບຫລໍ່ ແມ່ຈຶ່ງຄືນໃຫ້ແກ່ເຈົ້າ” 4 ເມື່ອມີກາຄືນເງິນໃຫ້ແກ່ມານດາແລ້ວ ມານດາກໍນຳເງິນສອງຮ້ອຍແຜ່ນມອບໃຫ້ກັບຊ່າງເງິນ ທຳເປັນຮູບແກະສລັກ ແລະຮູບຫລໍ່ ຮູບນັ້ນຢູ່ໃນບ້ານຂອງມີກາ 5 ມີກາຄົນນີ້ມີເຮືອນພຣະຫລັງນຶ່ງ ເຂົາທຳຮູບເອໂຟດ ແລະຮູບພຣະ ແລະແຕ່ງຕັ້ງໃຫ້ບຸດຄົນນຶ່ງຂອງເຂົາເປັນປະໂຣຫິດ 6 ໃນສະໄຫມນັ້ນຍັງບໍ່ມີກະສັດໃນອິສຣາເອນ ທຸກຄົນກໍກະທຳຕາມໃຈມັກຂອງຕົນ 7 ມີຊາຍຫນຸ່ມຄົນນຶ່ງຊາວບ້ານເບັດເລເຮັມໃນຢູດາ ຕະກູນຢູດາ ເປັນພວກເລວີ ອາໄສຢູ່ທີ່ນັ້ນ 8 ຊາຍນັ້ນຍ່າງອອກຈາກບ້ານເບັດເລເຣັມໃນຢູດາ ທ່ຽວຊອກຫາບ່ອນເພື່ອພັກອາໄສ ເມື່ອເຂົາເດີນທາງໄປນັ້ນກໍມາເຖິງພູດອຍເອຟຣາອິມເຖິງບ້ານຂອງມີກາ 9 ມີກາຈຶ່ງເວົ້າກັບເຂົາວ່າ, “ທ່ານມາຈາກໃສ” ເຂົາຕອບວ່າ, “ຂ້າພະເຈົ້າເປັນພວກເລວີຊາວບ້ານເບັດເລເຮັມໃນຢູດາ ຂ້າພະເຈົ້າເດີນທາງທ່ຽວຊອກຫາທີ່ພັກອາໄສ 10 ມີກາຈຶ່ງກ່າວແກ່ເຂົາວ່າ, “ຈົ່ງຢູ່ກັບຂ້າພະເຈົ້າເຖີດ ເປັນຢ່າງບິດາແລະປະໂຣຫິດຂອງຂ້າພະເຈົ້າກໍແລ້ວກັນ ຂ້າພະເຈົ້າຈະຈ່າຍເງິນໃຫ້ປີລະສິບແຜ່ນ ພ້ອມທັງເຄື່ອງນຸ່ງແລະອາຫານການກິນ” ເລວີຄົນນັ້ນຈຶ່ງເຂົ້າໄປ 11 ເລວີຄົນນັ້ນກໍພໍໃຈທີ່ຈະຢູ່ກັບຊາຍຄົນນັ້ນ ແລະຊາຍຫນຸ່ມຄົນນັ້ນກໍເປັນເຫມືອນລູກຂອງເຂົາ 12 ມີກາກໍແຕ່ງຕັ້ງເລວີຄົນນັ້ນໃຫ້ ແລະຊາຍຫນຸ່ມຄົນນັ້ນກໍເປັນປະໂຣຫິດຂອງເຂົາ ແລະຢູ່ໃນບ້ານຂອງມີກາ 13 ມີກາກ່າວວ່າ, “ບັດນີ້ ຂ້າພະເຈົ້າຮູ້ແລ້ວວ່າ ພຣະຜູ້ເປັນເຈົ້າຈະຊົງໃຫ້ຂ້າພະເຈົ້າຮັ່ງມີເປັນດີ ເພາະວ່າຂ້າພະເຈົ້າມີເລວີຄົນນຶ່ງເປັນປະໂຣຫິດ”
ມີກາແລະຄົນເຜົ່າດານ
1 ໃນສະໄຫມນັ້ນບໍ່ມີກະສັດໃນອິສຣາເອນ ແລະໃນສະໄຫມນັ້ນຄົນເຜົ່າດານຍັງທ່ຽວຊອກຫາທີ່ດິນອັນຈະເປັນມໍຣະດົກຂອງຕົນເພື່ອຈະໄດ້ພັກອາໄສ ເພາະຈົນບັດນັ້ນແລ້ວມໍຣະດົກໃນຫມູ່ຄົນເຜົ່າອິສຣາເອນຍັງບໍ່ຕົກແກ່ເຂົາ 2 ດັ່ງນັ້ນຄົນເຜົ່າດານຈຶ່ງສົ່ງຄົນຫ້າຄົນ ຈາກຈຳນວນທັງຫມົດເປັນຊາຍສະກັນໃນຕະກູນຂອງຕົນມາຈາກໂຊຣາ ແລະຈາກເອສຕາໂອນ ໄປສອດແນມເບິ່ງແຜ່ນດິນ ແລະສຳລວດເບິ່ງແຜ່ນດິນນັ້ນ ແລະເຂົາທັງຫລາຍເວົ້າແກ່ເຂົາວ່າ, “ຈົ່ງໄປ ກວດເບິ່ງແຜ່ນດິນນັ້ນ” ເຂົາກໍມາເຖິງພູດອຍເອຟຣາອິມ ເຖິງບ້ານຂອງມີກາແລະອາໄສຢູ່ທີ່ນັ້ນ 3 ເມື່ອເຂົາຢູ່ໃກ້ບ້ານຂອງມີກາ ເຂົາກໍຈຳສຽງເວລີຫນຸ່ມຄົນນັ້ນໄດ້ ຈຶ່ງແວະເຂົ້າໄປຖາມວ່າ, “ໃຜພາທ່ານມາທີ່ນີ້” 4 ເຂົາຕອບຄົນເຫລົ່ານັ້ນວ່າ, “ມີກາທຳແກ່ຂ້າພະເຈົ້າ ຢ່າງນີ້ ຢ່າງນີ້ ເຂົາຈ້າງຂ້າພະເຈົ້າ ຂ້າພະເຈົ້າຈຶ່ງເປັນປະໂຣຫິດຂອງເຂົາ” 5 ຄົນເຫລົ່ານັ້ນກໍເວົ້າກັບເຂົາວ່າ, “ໄດ້ໂຜດທູນຖາມພຣະເຈົ້າໃຫ້ແດ່ ເພື່ອເຮົາຈະຮູ້ວ່າທາງທີ່ເຮົາຈະອອກເດີນໄປນີ້ຈະສຳເຣັດຫລືບໍ” ປະໂຣຫິດນັ້ນຈຶ່ງຕອບເຂົາທັງຫລາຍວ່າ, 6 “ຈົ່ງໄປເປັນສຸກເຖີດ ຫົນທາງທີ່ທ່ານໄປຈະຢູ່ພາຍໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ” 7 ຊາຍທັງຫ້າຄົນກໍຈາກໄປເຖິງເມືອງລາອິສ ເຫັນປະຊາຊົນທີ່ຢູ່ທີ່ເມືອງນັ້ນເຫັນຊາວເມືອງຢູ່ຢ່າງສະບາຍຕາມນິສັຍຄົນຊີໂດນ ຢ່າງສງົບ ບໍ່ຫວາດລະແວງສິ່ງໃດ ບໍ່ຂາດຫຍັງຊຶ່ງຢູ່ໃນໂລກນີ້ ເປັນຄົນມີຊັບສິນ ເຂົາຢູ່ຫ່າງໄກຈາກຄົນຊີໂດນ ບໍ່ມີເຣື່ອງກ່ຽວຂ້ອງກັບຄົນອື່ນເລີຍ 8 ເມື່ອຄົນທັງຫ້າກັບມາເຖິງຍາດພີ່ນ້ອງທີ່ໂຊຣາ ແລະເອສຕາໂອນຍາດພີ່ນ້ອງຈຶ່ງຖາມເຂົາວ່າ, “ເຈົ້າເວົ້າຫຍັງ” 9 ເຂົາຕອບວ່າ, “ຈົ່ງລຸກຂຶ້ນ ໃຫ້ເຣົາໄປຮົບກັບເຂົາເຖີດເພາະເຮົາໄດ້ເຫັນແຜ່ນດິນນັ້ນແລ້ວ ແລະເບິ່ງແມ໋, ເປັນແຜ່ນດິນດີແທ້ໆ ທ່ານທັງຫລາຍຈະບໍ່ເຮັດຫຍັງເລີຍຫລື ຢ່າຊັກຊ້າທີ່ຈະໄປກັນແລະເຂົ້າຍຶດຄອງແຜ່ນດິນນັ້ນ 10 ເມື່ອທ່ານທັງຫລາຍໄປແລ້ວຈະພົບປະຊາຊົນທີ່ບໍ່ຫວາດລະແວງສິ່ງໃດ ແຜ່ນດິນກໍກວ້າງຂວາງພຣະຜູ້ເປັນເຈົ້າຊົງມອບໄວ້ໃນມືຂອງທ່ານທັງຫລາຍແລ້ວເປັນສະຖານທີ່ຊຶ່ງບໍ່ຂາດສິ່ງໃດທີ່ມີໃນໂລກ” 11 ຄົນເຜົ່າດານຫົກຮ້ອຍຄົນພ້ອມດ້ວຍເຄື່ອງອາວຸດທຳສົງຄາມຍົກທັບອອກຈາກ ໂຊຣາ ແລະເອສຕາໂອນ 12 ເຂົາທັງຫລາຍຍົກຂຶ້ນໄປຕັ້ງຄ້າຍຢູ່ທີ່ກິຣີອາດເຢອາຣີມໃນຢຸດາເພາະເຫດນີ້ເຂົາຈຶ່ງເອີ້ນທີ່ນັ້ນວ່າ “ມາຮາເນດານ” ຈົນເທົ່າທຸກວັນນີ້ ເບິ່ງແມ໋, ເມືອງນີ້ຢູ່ທາງທິດຕາເວັນຕົກຂອງກິຣີອາດເຢອາຣີມ 13 ເຂົາກໍຜ່ານຈາກທີ່ນັ້ນໄປເຖິງພູດອຍເອຟຣາອິມມາເຖິງບ້ານຂອງມີກາ 14 ແລ້ວຊາຍທັງຫ້າຄົນທີ່ໄປສອດແນມເບິ່ງເມືອງ ລາອິສ ກໍບອກແກ່ພີ່ນ້ອງຂອງຕົນວ່າ, “ທ່ານຮູ້ບໍ່ວ່າໃນບ້ານເຫລົ່ານີ້ມີຮູບເອໂຟດ ຮູບພຣະ ຮູບແກະສລັກ ແລະຮູບຫລໍ່ ສະນັ້ນຂໍໄຄ່ຄວນເບິ່ງວ່າ ທ່ານທັງຫລາຍຈະທຳປະການໃດ” 15 ເຂົາທັງຫລາຍກໍແວະເຂົ້າບ້ານຂອງເລວີຫນຸ່ມຄົນນັ້ນ ຄືທີ່ບ້ານຂອງມີກາຖາມເບິ່ງທຸກສຸກຂອງເຂົາ 16 ຝ່າຍຄົນເຜົ່າດານທັງຫົກຮ້ອຍຄົນຖືກອາວຸດທຳສົງຄາມຢືນຢູ່ທີ່ທາງເຂົ້າປະຕູຮົ້ວ 17 ຊາຍທັງຫ້າຄົນທີ່ອອກໄປສອດແນມເບິ່ງບ້ານເມືອງກໍເດີນເຂົ້າໄປນຳເອົາຮູບແກະສລັກ ຮູບເອໂຟດ ຮູບພຣະ ແລະຮູບຫລໍ່ໄປ ຝ່າຍປະໂຣຫິດກໍຢືນຢູ່ທີ່ທາງເຂົ້າປະຕູຮົ້ວກັບທະຫານຖືອາວຸດທຳສົງຄາມຫົກຮ້ອຍຄົນນັ້ນ 18 ເມື່ອຄົນເຫລົ່ານີ້ເຂົ້າໄປໃນບ້ານຂອງມີກາ ນຳເອົາຮູບແກະສລັກ ຮູບເອໂຟດ ຮູບພຣະ ແລະຮູບຫລໍ່ນັ້ນ ປະໂຣຫິດຖາມເຂົາວ່າ, “ນັ້ນທ່ານເຣັດຫຍັງ” 19 ຄົນເຫລົ່ານັ້ນຈຶ່ງຕອບເຂົາວ່າ, “ຢ່າປາກ ຈົ່ງມາກັບພວກເຮົາເຖີດ ມາເປັນບິດາແລະປະໂຣຫິດຂອງເຮົາ ຈະເປັນປະໂຣຫິດໃນບ້ານຂອງຊາຍຄົນດຽວດີ ຫລືວ່າຈະເປັນປະໂຣຫິດຂອງເຜົ່ານຶ່ງ ແລະຕະກູນນຶ່ງໃນອິສຣາເອນດີ” 20 ໃຈຂອງປະໂຣຫິດກໍຍິນດີ ເຂົາຈຶ່ງເອົາຮູບເອໂຟດ ຮູບພຣະ ແລະຮູບແກະສລັກ ຍ່າງໄປໃນຫມູ່ປະຊາຊົນ 21 ແລ້ວເຂົາກໍກັບອອກເດີນທາງໄປ ໃຫ້ເດັກ ທັງຝູງສັດ ແລະສິ່ງຂອງເດີນໄປຂ້າງຫນ້າ 22 ເມື່ອໄປຫ່າງຈາກບ້ານມີກາແລ້ວ ຄົນທີ່ຢູ່ໃນບ້ານໃກ້ຄຽງກັບບ້ານຂອງມີກາກໍຮ່ວມຕິດຕາມ ໄປທັນຄົນເຜົ່າດານ 23 ຈຶ່ງຮ້ອງເອີ້ນຄົນເຜົ່າດານ ເຂົາກໍຫັນກັບມາເວົ້າກັບມີກາວ່າ, “ເປັນຫຍັງເຈົ້າຈຶ່ງຍົກຄົນມາຫລາຍປານນີ້” 24 ເຂົາຕອບວ່າ, “ທ່ານທັງຫລາຍນຳພຣະຂອງຂ້າພະເຈົ້າ ຊຶ່ງຂ້າພະເຈົ້າສ້າງຂຶ້ນ ແລະນຳປະໂຣຫິດອອກມາເສັຽ ຂ້າພະເຈົ້າຈະມີສິ່ງໃດເຫລືອຢູ່ ທ່ານທັງຫລາຍຍັງຈະມາຖາມຂ້າພະເຈົ້າອີກວ່າ ມີເຣື່ອງຫຍັງ” 25 ຄົນເຜົ່າດານຈຶ່ງຕອບເຂົາວ່າ, “ຢ່າໃຫ້ເຮົາໄດ້ຍິນສຽງຂອງເຈົ້າເລີຍ ຢ້ານວ່າຄົນມັກໃຈຮ້າຍຈະທຳລາຍເຈົ້າ ເຈົ້າແລະຄອບຄົວຂອງເຈົ້າກໍຈະເສັຽຊີວິດຫມົດ 26 ຝ່າຍຄົນເຜົ່າດານກໍຍ່າງຕໍ່ໄປ ເມື່ອມີກາເຫັນວ່າເຂົາເຫລົ່ານັ້ນມີກຳລັງຫລາຍກວ່າຈຶ່ງຫັນກັບຄືນເດີນທາງໄປບ້ານຂອງຕົນ 27 ຄົນເຜົ່າດານນຳເອົາສິ່ງທີ່ມີກາສ້າງຂຶ້ນ ແລະນຳປະໂຣຫິດຊຶ່ງເປັນຂອງເຂົາມານຳ ກໍເດີນທາງມາເຖິງ ລາອິສ ມາເຖິງປະຊາຊົນທີ່ຢູ່ຢ່າງສງົບ ແລະບໍ່ຫວາດລະແວງສິ່ງໃດ ຈຶ່ງປະຫານຄົນເຫລົ່ານັ້ນດ້ວຍຄົມດາບແລະເອົາໄຟເຜົາເມືອງເສັຽ 28 ບໍ່ມີຜູ້ໃດມາຊ່ອຍເຫລືອ ເພາະເຂົາຢູ່ໄກຈາກເມືອງຊີໂດນ ແລະບໍ່ໄດ້ທຳການກ່ຽວຂ້ອງກັບຄົນອື່ນ ຢູ່ໃນຮ່ອມພູຊຶ່ງຢູ່ໃກ້ກັບເມືອງເບັດເຣໂຮບ ຄົນເຫລົ່ານັ້ນກໍສ້າງເມືອງໃຫມ່ ແລະອາໄສຢູ່ທີ່ນັ້ນ 29 ເຂົາຕັ້ງຊື່ເມືອງນັ້ນວ່າ ດານ ຕາມຊື່ດານບັນພະບຸຣຸດຂອງເຂົາ ຜູ້ຊຶ່ງເກີດກັບອິສຣາເອນ ແຕ່ຕອນແຣກເມືອງນັ້ນຊື່ວ່າ ລາອິສ 30 ຄົນເຜົ່າດານກໍຕັ້ງຮູບແກະສລັກໄວ້ສຳລັບຕົນ ສ່ວນໂຢນາທານບຸດເກີໂຊມ ບຸດຂອງໂມເຊ ທັງທ່ານແລະບັນດາບຸດຊາຍຂອງເຂົາກໍເປັນປະໂຣຫິດໃຫ້ແກ່ຄົນເຜົ່າດານຈົນເຖິງສະໄຫມທີ່ແຜ່ນດິນຕົກໄປເປັນຊະເລີຍ 31 ເຂົາໄດ້ຕັ້ງຮູບແກະສລັກຊຶ່ງມີກາໄດ້ທຳໄວ້ນັ້ນຂຶ້ນດົນນານຕລອດເວລາທີ່ພຣະວິຫານຂອງພຣະເຈົ້າຢູ່ທີ່ ຊີໂລ
ຄົນເລວີແລະເມັຽນ້ອຍຂອງຕົນ
1 ຢູ່ມາໃນສະໄຫມນັ້ນ ເມື່ອບໍ່ມີກະສັດໃນອິສຣາເອນ ມີຄົນເລວີຄົນນຶ່ງອາໄສຢູ່ທີ່ພູດອຍເອຟຣາອິມຢູ່ບ່ອນໄກທີ່ສຸດ ເຂົາໄດ້ຍິງຄົນນຶ່ງຈາກເບັດເລເຮັມໃນຢູດາມາເປັນເມັຽນ້ອຍ 2 ເມັຽນ້ອຍນັ້ນຫລິ້ນຊູ້ຈຶ່ງຖິ້ມຜົວເສັຽກັບໄປຢູ່ບ້ານບິດາຂອງນາງທີ່ເບັດເລເຮັມໃນຢູດາ ຢູ່ທີ່ນັ້ນເຖິງສີ່ເດືອນ 3 ຜົວຂອງນາງກໍລຸກຂຶ້ນໄປຕາມນາງ ເພື່ອໄປເວົ້າກັບນາງດ້ວຍຈິດເມດຕາແລະຈະພານາງກັບມາ ເຂົາພາຄົນໃຊ້ຄົນນຶ່ງ ແລະລໍຄູ່ນຶ່ງໄປນຳ ນາງພາກເຂົາເຂົ້າໄປໃນບ້ານບິດາຂອງນາງ ເມື່ອບິດາຂອງຜູ້ຍິງເຫັນເຂົ້າກໍມີຄວາມຍິນດີຕ້ອນຮັບເຂົາ 4 ພໍ່ເຖົ້າຂອງເຂົາຄືບິດາຂອງຜູ້ຍິງຫນ່ວງຫນ່ຽວເຂົາ ແລະເຂົາພັກຢູ່ນຳສາມວັນ ເຂົາກໍກິນແລະດື່ມ ແລະພັກນອນຢູ່ທີ່ນັ້ນ 5 ຢູ່ມາເຖິງວັນທີ່ສີ່ເຂົາທັງຫລາຍກໍຕື່ນຂຶ້ນແຕ່ເດິກ ແລະຄົນນັ້ນລຸກຂຶ້ນຈະອອກເດີນທາງ ແຕ່ພໍ່ຂອງຜູ້ຍິງເວົ້າກັບບຸດເຂີຍຂອງເຂົາວ່າ, “ຈົ່ງຮັບປະທານອາຫານອີກຈັກຫນ້ອຍນຶ່ງໃຫ້ຊື່ນໃຈແລ້ວພາຍຫລັງຈຶ່ງຄ່ອຍອອກເດີນທາງ” 6 ຊາຍສອງຄົນນັ້ນກໍນັ່ງລົງຮັບປະທານແລະດື່ມດ້ວຍກັນ ແລະບິດາຂອງຜູ້ຍິງກໍບອກຊາຍນັ້ນວ່າ, “ຈົ່ງຄ້າງອີກຄືນນຶ່ງເຖີດ ກະທຳຈິດໃຈໃຫ້ເບີກບານ” 7 ເມື່ອຊາຍຄົນນັ້ນລຸກຂຶ້ນຈະອອກເດີນທາງ ພໍ່ເຖົ້າກໍຊັກຊວນໄວ້ ຈົນເຂົາຕ້ອງພັກຢູ່ທີ່ນັ້ນອີກ 8 ໃນວັນທີ່ຫ້າເຂົາກໍຕື່ນແຕ່ເດິກເພື່ອຈະອອກເດີນທາງໄປ ບິດາຂອງຍິງນັ້ນເວົ້າວ່າ, “ຂໍຢູ່ໃຫ້ຊື່ນໃຈຈົນເຖີງບ່າຍເຖີດ” ເຂົາທັງສອງກໍຮັບປະທານຢູ່ດ້ວຍກັນອີກ 9 ເມື່ອຊາຍຄົນນັ້ນແລະເມັຽກັບຄົນໃຊ້ລຸກຂຶ້ນຈະອອກເດີນທາງ ພໍ່ເຖົ້າຂອງເຂົາຄືບິດາຂອງຜູ້ຍິງກໍບອກເຂົາວ່າ, “ເບິ່ງແມ໋, ນີ້ກໍບ່າຍໃກ້ຄ່ຳແລ້ວ ຂໍຄ້າງຢູ່ອີກຄືນນຶ່ງເທີນ ມັນຈະຫມົດວັນຢູ່ແລ້ວ ພັກນອນທີ່ນີ້ເຖີດ ເພື່ອໃຈຂອງເຈົ້າຈະເບີກບານ ມື້ອື່ນເຊົ້າຂໍເຈົ້າຕື່ນແຕ່ເດິກເພື່ອອອກເດີນທາງເຈົ້າຈະໄດ້ໄປບ້ານ” 10 ແຕ່ຊາຍຄົນນັ້ນບໍ່ຍອມຄ້າງອີກຄືນນຶ່ງ ເຂົາຈຶ່ງລຸກຂຶ້ນອອກເດີນທາງໄປຈົນເຖິງກົງກັນຂ້າມກັບເມືອງເຢບຸສ (ຄືເຢຣູຊາເລັມ) ເຂົາມີລໍສອງໂຕທີ່ມີອານ ແລະເມັຽນ້ອຍກໍໄປນຳ 11 ເມື່ອເຂົາມາໃກ້ເມືອງເຢບຸສກໍໃກ້ຄ່ຳແລ້ວ ຄົນໃຊ້ຈຶ່ງບອກນາຍຂອງເຂົາວ່າ, “ໃຫ້ເຣົາແວະເຂົ້າໄປພັກໃນເມືອງຂອງຄົນເຢບຸສເຖີດ ຄ້າງຄືນຢູ່ໃນເມືອງນີ້ແຫລະ” 12 ນາຍຂອງເຂົາຕອບວ່າ, “ເຮົາຈະບໍ່ແວະເຂົ້າໄປໃນເມືອງຂອງຄົນຕ່າງດ້າວ ຜູ້ທີ່ບໍ່ແມ່ນຄົນອິສຣາເອນ ເຮົາຈະຜ່ານໄປເຖິງເມືອງກິເບອາ” 13 ເຂົາຈຶ່ງບອກຄົນໃຊ້ວ່າ, “ມາເຖີດ ໃຫ້ເຮົາເລັ່ງເຂົ້າໄປໃກ້ບ່ອນເຫລົ່ານີ້ແຫ່ງນຶ່ງ ແລະຄ້າງທີ່ກິເບອາ ຫລືທີ່ຣາມາ” 14 ເຂົາຈຶ່ງເດີນທາງຜ່ານໄປ ເມື່ອເຂົາມາໃກ້ກິເບອາ ຊຶ່ງເປັນຂອງຄົນເບັນຢາມິນດວງອາທິດກໍຕົກແລ້ວ 15 ເຂົາຈຶ່ງແວະເຂົ້າໄປຈະຄ້າງຄືນທີ່ເມືອງກິເບອາ ເຂົາກໍແວະເຂົ້າໄປນັ່ງຢູ່ທີ່ລານເມືອງເພາະບໍ່ມີໃຜເຊີນໃຫ້ເຂົາເຂົ້າໄປຄ້າງໃນບ້ານ 16 ເບິ່ງແມ໋, ມີຊາຍແກ່ຄົນນຶ່ງເຂົ້າມາ ເມື່ອເລີກຈາກງານນາເປັນເວລາຄ່ຳແລ້ວ ເຂົາເປັນຊາວພູດອຍເອຟຣາອິມມາອາໄສຢູ່ໃນເມືອງກິເບອາຊາວເມືອງເປັນຄົນເບັນຢາມິນ 17 ເມື່ອເຂົາເງີຍຫນ້າຂຶ້ນເຫັນຜູ້ເດີນທາງຄົນນັ້ນນັ່ງຢູ່ທີ່ລານເມືອງ ຊາຍແກ່ຄົນນັ້ນກໍຖາມວ່າ, “ທ່ານຈະໄປໃສ ແລະມາຈາກໃສ” 18 ຊາຍຄົນນັ້ນຈຶ່ງຕອບເຂົາວ່າ, “ຂ້າພະເຈົ້າເດີນທາງຈາກເບັດເລເຣັມໃນຢູດາ ຈະໄປທີ່ພູດອຍເອຟຣາອິມບ່ອນທີ່ໄກອອກໄປທາງພຸ້ນ ຊຶ່ງຂ້າພະເຈົ້າມາຈາກທີ່ນັ້ນ ຂ້າພະເຈົ້າໄປເບັດເລເຣັມໃນຢູດາມາ ແລະຂ້າພະເຈົ້າຈະກັບໄປບ້ານຂອງຂ້າພະເຈົ້າ ບໍ່ມີໃຜເຊີນຂ້າພະເຈົ້າເຂົ້າໄປພັກໃນບ້ານ 19 ຟາງແລະອາຫານທີ່ຈະລ້ຽງລໍ ພວກເຮົາກໍມີພ້ອມແລ້ວ ທັງອາຫານແລະເຫລົ້າອະງຸ່ນທີ່ລ້ຽງຕົນ ທັງລ້ຽງຍິງຄົນນີ້ ແລະຊາຍຫນຸ່ມຄົນທີ່ຢູ່ນຳກໍມີຢູ່ແລ້ວບໍ່ຂາດສິ່ງໃດເລີຍ” 20 ຊາຍແກ່ຄົນນັ້ນຈຶ່ງເວົ້າວ່າ, “ຂໍທ່ານເປັນສຸກສະບາຍເຖີດ ຖ້າທ່ານຂາດສິ່ງໃດ ຂ້າພະເຈົ້າຂໍເປັນທຸຣະທັງຫມົດ ຂໍແຕ່ຢ່ານອນທີ່ລານເມືອງນີ້ເລີຍ” 21 ເຂົາຈຶ່ງພາຊາຍຄົນນັ້ນເຂົ້າໄປໃນບ້ານ ເອົາອາຫານໃຫ້ລໍ ຕ່າງກໍລ້າງຕີນຂອງຕົນ ແລະຮັບປະທານອາຫານແລະດື່ມ 22 ເມື່ອເຂົາກຳລັງທຳໃຫ້ຈິດໃຈເບີກບານ ເບິ່ງແມ໋, ຊາວເມືອງນັ້ນທີ່ເປັນຄົນອັນທະພານມາລ້ອມເຮືອນໄວ້ ທຸບປະຕູ ຮ້ອງບອກຊາຍແກ່ຜູ້ເປັນເຈົ້າຂອງບ້ານວ່າ, “ສົ່ງຊາຍທີ່ເຂົ້າມາຢູ່ໃນບ້ານຂອງເຈົ້າມາໃຫ້ເຮົາຮ່ວມເພດກັບເຂົາ” 23 ຊາຍຜູ້ເປັນເຈົ້າຂອງບ້ານກໍອອກໄປເວົ້າກັບເຂົາວ່າ, “ຢ່າເລີຍ ພີ່ນ້ອງຂອງຂ້າພະເຈົ້າ ຂໍຢ່າກະທຳການຮ້າຍເຊັ່ນນີ້ເລີຍ ເມື່ອຊາຍຄົນນີ້ມາອາໄສບ້ານຂອງຂ້າພະເຈົ້າແລ້ວ ຂໍຢ່າທຳຮ້າຍເຂົາເລີຍ 24 ເບິ່ງແມ໋, ນີ້ມີລູກສາວພົມມະຈາຣີຄົນນຶ່ງ ແລະເມັຽນ້ອຍຂອງເຂົາຂ້າພະເຈົ້າຈະພາອອກມາໃຫ້ທ່ານດຽວນີ້ ຈົ່ງຂົ່ມຂືນ ຫລືທຳສິ່ງໃດແກ່ເຂົາຕາມໃຈມັກຂອງເຈົ້າເຖີດ ແຕ່ຂໍຢ່າທຳສິ່ງທີ່ຫນ້າລັງກຽດກັບຊາຍຄົນນີ້ເລີຍ” 25 ແຕ່ຄົນເຫລົ່ານັ້ນບໍ່ຍອມຟັງສຽງ ຊາຍຄົນນັ້ນຈຶ່ງຈັບເມັຽນ້ອຍຂອງຕົນຊຸກນາງອອກໄປໃຫ້ເຂົາ ເຂົາກໍສົມສູ່ທຳທາຣຸນຕລອດຄືນຈົນຮຸ່ງເຊົ້າ ພໍຮຸ່ງສາງເຂົາກໍປ່ອຍນາງໄປ 26 ພໍແຈ້ງຜູ້ຍິງນັ້ນກໍກັບມາລົ້ມລົງທີ່ປະຕູບ້ານຊຶ່ງນາຍຂອງຕົນພັກຢູ່ ຈົນສວ່າງດີ 27 ຮຸ່ງເຊົ້ານາຍຂອງນາງກໍລຸກຂຶ້ນເມື່ອເປີດປະຕູບ້ານ ຈະອອກເດີນທາງ ເມັຽນ້ອຍຂອງເຂົາກໍນອນຢູ່ທີ່ປະຕູບ້ານມືຢຽດອອກໄປຈຸປະຕູ 28 ເຂົາຈຶ່ງບອກນາງວ່າ, “ລຸກຂຶ້ນໄປກັນເຖີດ” ແຕ່ກໍບໍ່ມີຄຳຕອບ ເຂົາຈຶ່ງເອົານາງຂຶ້ນຫລັງລໍ ຊາຍນັ້ນກໍລຸກຂຶ້ນເດີນທາງໄປບ້ານຂອງຕົນ 29 ເມື່ອເຖິງບ້ານແລ້ວ ກໍເອົາມີດຟັນສົບນາງເປັນທ່ອນໆສິບສອງທ່ອນດ້ວຍກັນສົ່ງໄປທົ່ວເຂດແດນອິສຣາເອນ 30 ທຸກຄົນທີ່ເຫັນກໍເວົ້າວ່າ, “ເຣື່ອງຢ່າງນີ້ບໍ່ມີໃຜເຄີຍເຫັນຕັ້ງແຕ່ສະໄຫມຄົນອິສຣາເອນອອກຈາກແຜ່ນດິນເອຢິບຈົນເຖິງວັນນີ້ ຈົ່ງຕຶກຕອງປຶກສາກັນເບິ່ງ ແລ້ວກໍວ່າກັນໄປເຖີດ”
ການສົງຄາມຕໍ່ສູ້ຄົນເບັນຢາມິນ
1 ຄົນອິສຣາເອນທັງຫມົດຕັ້ງແຕ່ ດານເຖິງເບເອີເຊບາ ທັງແຜ່ນດິນກິເລອາດກໍອອກມາ ຊຸມນຸມຊົນນັ້ນໄດ້ປະຊຸມກັນເປັນໃຈດຽວກັນຕໍ່ພຣະຜູ້ເປັນເຈົ້າທີ່ເມືອງມິສປາ 2 ຫົວຫນ້າປະຊາຊົນທັງປວງຄືຂອງເຜົ່າຄົນອິສຣາເອນທັງຫມົດ ເຂົາມາປາກົດຕົວໃນທີ່ປະຊຸມແຫ່ງໄພ່ພົນຂອງພຣະຜູ້ເປັນເຈົ້າ ມີທະຫານຣາບຖືດາບສີ່ແສນຄົນ 3 (ຄັ້ງນັ້ນຄົນເບັນຢາມິນໄດ້ຍິນວ່າຄົນອິສຣາເອນໄດ້ຂຶ້ນໄປຍັງມີສປາ) ປະຊາຊົນອິສຣາເອນກ່າວວ່າ, “ຂໍບອກເຮົາມາວ່າ ເຣື່ອງຊົ່ວຮ້າຍນີ້ເກີດຂຶ້ນມາຢ່າງໃດກັນ” 4 ຄົນເລວີຊຶ່ງເປັນຜົວຂອງຍິງທີ່ຖືກຂ້ານັ້ນກ່າວຕອບວ່າ, “ຂ້າພະເຈົ້າແລະເມັຽນ້ອຍຂອງຂ້າພະເຈົ້າມາເຖິງເມືອງກິເບອາຊຶ່ງເປັນເມືອງຂອງເບັນຢາມິນ ເພື່ອຈະຄ້າງຄືນທີ່ນັ້ນ 5 ເວລາກາງຄືນຜູ້ຊາຍໃນເມືອງກິເບອາກໍລຸກຂຶ້ນລ້ອມຮອບບ້ານທີ່ຂ້າພະເຈົ້າພັກຢູ່ ເຂົາຫມາຍຈະຂ້າຂ້າພະເຈົ້າເສັຽ ເຂົາຂົ່ມຂືນເມັຽນ້ອຍຂອງຂ້າພະເຈົ້າຈົນຕາຍ 6 ຂ້າພະເຈົ້າຈຶ່ງນຳສົບນາງມາຟັນອອກເປັນທອ່ນໆສົ່ງໄປທົ່ວປະເທດທີ່ເປັນມໍຣະດົກຂອງອິສຣາເອນ ເພາະເກີດການອານາຈານແລະສິ່ງທີ່ຫນ້າກຽດຊັງຂຶ້ນໃນອິສຣາເອນແລ້ວ 7 ເບິ່ງແມ໋, ທ່ານຜູ້ເປັນຄົນອິສຣາເອນທັງຫລາຍ ຈົ່ງໃຫ້ຄຳປຶກສາແລະຄວາມເຫັນໃນທີ່ນີ້ເຖີດ” 8 ປະຊາຊົນທຸກຄົນກໍລຸກຂຶ້ນກ່າວເປັນໃຈດຽວກັນວ່າ, “ພວກເຮົາຈະບໍ່ກັບໄປເຕັນຂອງເຣົາ ເຣົາຈະບໍ່ກັບໄປເຮືອນຂອງເຣົາ 9 ແຕ່ເຮົາຈະກະທຳກັບກິເບອາດັ່ງນີ້ ເຮົາຈະຈັບສລາກຍົກຂຶ້ນໄປສູ້ຮົບກັບເຂົາ 10 ເຮົາຈະເລືອກຄົນອິສຣາເອນທຸກເຜົ່າຄັດເອົາຮ້ອຍລະສິບຄົນ ພັນລະຮ້ອຍ ຫມື່ນລະພັນໃຫ້ໄປຫາສະບ່ຽງອາຫານ ມາໃຫ້ປະຊາຊົນ ເພື່ອເຂົາທັງຫລາຍຈະຕອບສນອງຄວາມຊົ່ວທີ່ຫນ້າລັງກຽດຊຶ່ງພວກກິເບອາກະທຳຂຶ້ນໃນອິສຣາເອນເມື່ອເຂົາທັງຫລາຍມາເຖິງເມືອງກິເບອາຂອງເຜົ່າເບັນຢາມິນ” 11 ຄົນອິສຣາເອນທັງປວງກໍຮ່ວມຍົກໄປສູ້ເມືອງນັ້ນເປັນພັກພວກໃຈດຽວກັນ 12 ເຜົ່າຄົນອິສຣາເອນກໍສົ່ງຄົນໄປທົ່ວເຜົ່າຄົນເບັນຢາມິນບອກວ່າ, “ເປັນຫຍັງການຊົ່ວຊ້ານີ້ຈຶ່ງເກີດຂຶ້ນມາໄດ້ໃນຫມູ່ພວກທ່ານ 13 ເຫດສະນັ້ນຈົ່ງມອບຊາຍອັນທະພານໃນເມືອງກິເບອາມາໃຫ້ເຮົາປະຫານຊີວິດເສັຽ ຈະໄດ້ກຳຈັດຄວາມຊົ່ວເສັຽຈາກຄົນອິສຣາເອນ” ແຕ່ຄົນເບັນຢາມິນບໍ່ຍອມຟັງສຽງຄົນອິສຣາເອນພີ່ນ້ອງຂອງຕົນ 14 ຄົນເບັນຢາມິນກໍອອກມາຈາກບັນດາຫົວເມືອງເຂົ້າໄປສູ່ກິເບອາພ້ອມກັນເພື່ອຍົກອອກໄປກະທຳສົງຄາມກັບຄົນອິສຣາເອນ 15 ເມື່ອນັ້ນຄົນເບັນຢາມິນຮວມຈຳນວນທະຫານຖືດາບອອກຈາກບັນດາຫົວເມືອງໄດ້ສອງຫມື່ນຫົກພັນຄົນ ນອກຈາກຊາວເມືອງກິເບອາ ຊຶ່ງນັບທະຫານທີ່ຄັດເລືອກແລ້ວໄດ້ເຈັດຮ້ອຍຄົນ 16 ໃນຈຳນວນທັງຫມົດນີ້ມີຄົນທີ່ຄັດເລືອກແລ້ວເຈັດຮ້ອຍຄົນຖະນັດມືຊ້າຍທຸກຄົນເອົາສະລີງແກວ່ງກ້ອນຫີນໃຫ້ຖືກເສັ້ນຜົມໄດ້ບໍ່ມີຜິດເລີຍ 17 ຈຳນວນຄົນອິສຣາເອນທີ່ຖືດາບ ບໍ່ນັບຄົນເບັນຢາມິນໄດ້ສີ່ແສນຄົນເຫລົ່ານີ້ເປັນທະຫານທຸກຄົນ 18 ຄົນອິສຣາເອນກໍລຸກຂຶ້ ນໄປຍັງເມືອງເບັດເອນ ແລະທູນຖາມພຣະຜູ້ເປັນເຈົ້າວ່າ, “ຜູ້ໃດໃນພວກຂ້າພຣະອົງທີ່ຈະຂຶ້ນໄປສູ້ຮົບກັບຄົນເບັນຢາມິນກ່ອນ” ພຣະຜູ້ເປັນເຈົ້າສັ່ງວ່າ, “ໃຫ້ຢູດາຂຶ້ນໄປກ່ອນ” 19 ຮຸ່ງເຊົ້າ ຄົນອິສຣາເອນກໍລຸກຂຶ້ນຕັ້ງຄ້າຍຕໍ່ສູ້ເມືອງກິເບອາ 20 ຄົນອິສຣາເອນອອກໄປສູ້ຮົບກັບຄົນເບັນຢາມິນ ແລະຄົນອິສຣາເອນໄດ້ວາງພົນຣຽງຣາຍຕໍ່ສູ້ເຂົາທີ່ເມືອງກິເບອາ 21 ໃນວັນນັ້ນຄົນເບັນຢາມິນອອກມາຈາກເມືອງກິເບອາ ຂ້າຟັນຄົນອິສຣາເອນລົ້ມຕາຍສອງຫມື່ນສອງພັນຄົນ 22 ແຕ່ຄົນອິສຣາເອນຍັງຫນຸນໃຈກັນແລະວາງພົນຣຽງຣາຍໃນທີ່ຊຶ່ງເຂົາວາງພົນໃນວັນແຣກ 23 ແລະຄົນອິສຣາເອນກໍຂຶ້ນໄປຮ້ອງໄຫ້ຄ່ຳຄວນຕໍ່ພຣະຜູ້ເປັນເຈົ້າຈົນເຖິງເວລາຄ່ຳ ເຂົາທັງຫລາຍທູນຖາມພຣະຜູ້ເປັນເຈົ້າວ່າ, “ສົມຄວນທີ່ຂ້າພຣະອົງຈະເຂົ້າໄປປະຊິດຮົບກັບຄົນເບັນຢາມິນພີ່ນ້ອງຂອງຂ້າພຣະອົງຫລືບໍ” ພຣະເຈົ້າສັ່ງວ່າ, “ໄປສູ້ເຂົາເຖີດ” 24 ຄົນອິສຣາເອນຈຶ່ງຍົກເຂົ້າປະຊິດຄົນເບັນຢາມິນໃນວັນທີ່ສອງ 25 ແລະໃນວັນທີ່ສອງນັ້ນເບັນຢາມິນກໍຍົກອອກໄປຈາກກິເບອາ ຂ້າຟັນຄົນອິສຣາເອນຕາຍອີກນຶ່ງຫມື່ນແປດພັນຄົນ ທຸກຄົນເປັນທະຫານຖືດາບ 26 ແລ້ວບັນດາອິສຣາເອນຄືກອງທັບທັງຫມົດ ໄດ້ຂຶ້ນໄປທີ່ເບັດເອນ ແລະຮ້ອງໄຫ້ຄ່ຳຄວນ ເຂົານັ່ງເຝົ້າພຣະຜູ້ເປັນເຈົ້າ ແລະອົດອາຫານຈົນຮອດຄ່ຳຖວາຍເຄື່ອງເຜົາບູຊາແລະສານຕິບູຊາແດ່ພຣະຜູ້ເປັນເຈົ້າ 27 ຄົນອິສຣາເອນຈຶ່ງທູນຖາມພຣະຜູ້ເປັນເຈົ້າວ່າ (ເພາະໃນສະໄຫມນັ້ນ ຫີບຄຳສັນຍາຂອງພຣະເຈົ້າຍັງຢູ່ທີ່ນັ້ນ 28 ແລະຟີເນຮັສບຸດເອເລອາຊາ ຜູ້ເປັນບຸດອາໂຣນກໍບົວລະບັດຢູ່ຫນ້າຫີບນັ້ນໃນສະໄຫມນັ້ນ) ເຂົາທູນຖາມວ່າ, “ສົມຄວນທີ່ຂ້າພຣະອົງຈະຍັງຍົກໄປສູ້ຮົບກັບເບັນຢາມິນພີ່ນ້ອງຂອງຂ້າພຣະອົງອີກຄັ້ງນຶ່ງ ຫລືຄວນຈະຢຸດເສັຽ” ແລະພຣະຜູ້ເປັນເຈົ້າຊົງສັ່ງວ່າ, “ຈົ່ງຍົກຂຶ້ນໄປເຖີດ ເພາະວ່າມື້ອື່ນເຣົາຈະມອບເຂົາໄວ້ໃນມືຂອງເຈົ້າ” 29 ດັ່ງນັ້ນ ອິສຣາເອນຈຶ່ງຊຸ່ມຄົນໄວ້ຮອບເມືອງກິເບອາ 30 ປະຊາຊົນອິສຣາເອນກໍຂຶ້ນໄປສູ້ຮົບກັບຄົນເບັນຢາມິນໃນວັນທີ່ສາມ ແລະວາງພົນໄວ້ຕໍ່ສູ້ເມືອງກິເບອາຢ່າງຄາວກ່ອນ 31 ຄົນເບັນຢາມິນກໍຍົກອອກມາສູ້ຮົບກັບປະຊາຊົນ ຖືກລວງໃຫ້ຫ່າງອອກໄປຈາກຕົວເມືອງ ເຂົາກໍເລີ້ມຂ້າຟັນປະຊາຊົນຢ່າງຄາວກ່ອນຄື ຕາມຖນົນຊຶ່ງສາຍນຶ່ງໄປເບັດເອນ ອີກສາຍນຶ່ງໄປກິເບອາແລະທີ່ກາງທົ່ງແຈ້ງອິສຣາເອນລົ້ມຕາຍປະມານສາມສິບຄົນ 32 ຄົນເບັນຢາມິນກ່າວກັນວ່າ, “ເຂົາຜ່າຍແພ້ເຮົາຢ່າງຄາວກ່ອນ” ແຕ່ຄົນອິສຣາເອນວ່າ, “ໃຫ້ເຮົາຖອຍ ນຳເຂົາອອກຫ່າງຈາກເມືອງໄປເຖິງຖນົນຫລວງ” 33 ຄົນອິສຣາເອນທັງຫມົດກໍລຸກອອກຈາກບ່ອນຂອງຕົນຣຽງຣາຍເຂົ້າໄປທີ່ບາອັນຕາມາ ສ່ວນຄົນອິສຣາເອນທີ່ຄອຍຊຸ່ມຢູ່ກໍອອກຈາກທີ່ຂອງຕົນໃກ້ເມືອງເກບາ 34 ມີທະຫານອິສຣາເອນທີ່ຄັດເລືອກແລ້ວນຶ່ງຫມື່ນຄົນບຸກຣຸກເຂົ້າເມືອງກິເບອາ ການສົງຄາມກຳລັງໂຫດຮ້າຍ ຄົນເບັນຢາມິນບໍ່ຮູ້ວ່າເຫດຮ້າຍກຳລັງມາໃກ້ຕົນແລ້ວ 35 ພຣະຜູ້ເປັນເຈົ້າຊົງໃຫ້ຄົນເບັນຢາມິນຜ່າຍແພ້ຄົນອິສຣາເອນ ໃນວັນນັ້ນຄົນອິສຣາເອນທຳລາຍຄົນເບັນຢາມິນເສັຽສອງຫມື່ນຫ້າພັນນຶ່ງຮ້ອຍຄົນ ທຸກຄົນເຫລົ່ານີ້ເປັນທະຫານຖືດາບ 36 ດັ່ງນັ້ນ ເບັນຢາມິນຈຶ່ງເຫັນວ່າເຂົາແພ້ແລ້ວ ຄົນອິສຣາເອນທຳເປັນລ່າຖອຍໃຫ້ຕໍ່ເບັນຢາມິນ ເພາະເຂົາວາງໃຈຄົນທີ່ເຂົາໃຫ້ຊຸ່ມຢູ່ຮອບເມືອງກິເບອາ 37 ຄົນທີ່ຊຸ່ມຢູ່ກໍຮີບບຸກຣຸກເຂົ້າໄປໃນເມືອງກິເບອາ ທະຫານທີ່ຊຸ່ມຢູ່ນັ້ນກໍບຸກອອກມາປະຫານເມືອງນັ້ນເສັຽດ້ວຍຄົມດາບ 38 ຄົນອິສຣາເອນແລະຄົນທີ່ຊຸ່ມລີ້ຢູ່ນັດໃຫ້ສັນຍານວ່າ ຖ້າເຫັນຄວັນກຸ່ມໃຫຍ່ພຸ່ງຂຶ້ນມາຈາກໃນເມືອງ 39 ກໍໃຫ້ຄົນອິສຣາເອນຫັນກັບຄືນເຂົ້າມາຮົບ ຝ່າຍເບັນຢາມິນໄດ້ເລີ້ມຂ້າຄົນອິສຣາເອນໄດ້ປະມານສາມສິບຄົນກໍເວົ້າວ່າ, “ເຂົາຕ້ອງລົ້ມຕາຍຕໍ່ຫນ້າເຮົາຢ່າງຄາວກ່ອນແນ່ແລ້ວ” 40 ແຕ່ສັນຍານເປັນຄວັນໄຟລຸກພຸ່ງຂຶ້ນມາຈາກໃນເມືອງ ຄົນເບັນຢາມິນກໍຫລຽວຫລັງມາເບິ່ງ ເບິ່ງແມ໋, ທັງເມືອງກໍມີຄວັນພຸ່ງຂຶ້ນເຖິງທ້ອງຟ້າ 41 ຄົນອິສຣາເອນກໍຫັນກັບຄືນ ຄົນເບັນຢາມິນກໍທໍ້ຖອຍ ເພາະເຂົາເຫັນວ່າເຫດຮ້າຍມາໃກ້ເຂົາແລ້ວ 42 ເຂົາຈຶ່ງຫັນຫລັງໃຫ້ຄົນອິສຣາເອນຫນີເຂົ້າໄປທາງຖິ່ນກັນດານ ແຕ່ສົງຄາມຕິດຕາມເຂົາໄປຢ່າງຫນັກ ຄົນທີ່ອອກມາຈາກເມືອງກໍທຳລາຍເຂົາທີ່ຢູ່ຖ້າມກາງ 43 ເຂົາທັງຫລາຍລ້ອມຄົນເບັນຢາມິນ ແລະຂັບໄລ່ເຂົາໄປແລະທັນເຂົາບ່ອນທີ່ເຂົາຢຸດພັກ ຈົນໄປເຖິງທີ່ກົງຂ້າມເມືອງກິເບອາທາງຕາເວັນອອກ 44 ຄົນເບັນຢາມິນລົ້ມຕາຍນຶ່ງຫມື່ນແປດພັນຄົນ ທຸກຄົນເປັນທະຫານທີ່ເກັ່ງກ້າ 45 ເຂົາກໍຫັນກັບຫນີເຂົ້າໄປໃນຖິ່ນກັນດານເຖິງສີລາຣີມໂມນ ຄົນອິສຣາເອນຂ້າເຂົາຕາຍຕາມຖນົນຫ້າພັນຄົນ ແລະຕິດຕາມຢ່າງກະຊັ້ນຊິດໄປເຖິງກິໂດມ ແລະຂ້າເຂົາຕາຍສອງພັນຄົນ 46 ຄົນເບັນຢາມິນທີ່ລົ້ມຕາຍໃນວັນນັ້ນ ເປັນທະຫານຖືດາບສອງຫມື່ນຫ້າພັນຄົນ ທຸກຄົນເປັນທະຫານເກັ່ງກ້າ 47 ແຕ່ມີທະຫານຫົກຮ້ອຍຄົນຫັນກັບຫນີເຂົ້າໄປໃນຖິ່ນກັນດານເຖິງສີລາຣີມໂມນ ແລະໄປອາໄສຢູ່ທີ່ສີລາຣີມໂມນສີ່ເດືອນ 48 ຄົນອິສຣາເອນກໍຫັນກັບຄືນໄປສູ້ຄົນເບັນຢາມິນອີກ ແລະໄດ້ປະຫານເຂົາເສັຽດ້ວຍຄົມດາບ ທັງຊາວເມືອງແລະຝູງສັດແລະບັນດາສິ່ງທີ່ເຂົາເຫັນ ເຖິງປານນັ້ນບັນດາເມືອງທີ່ເຂົາເຫັນເຂົາກໍເອົາໄຟເຜົາເສັຽທັງຫມົດ
ການຊອກຫາເມັຽໃຫ້ຄົນເບັນຢາມິນ
1 ຝ່າຍຄົນອິສຣາເອນໄດ້ປະຕິຍານໄວ້ທີ່ມີສປາວ່າ, “ພວກເຮົາບໍ່ມີຜູ້ໃດທີ່ຈະໃຫ້ບຸດຕຣີຂອງຕົນແຕ່ງງານກັບຄົນເບັນຢາມິນ” 2 ປະຊາຊົນກໍມາທີ່ເບັດເອນ ນັ່ງຢູ່ຕໍ່ພຣະພັກພຣະຜູ້ເປັນເຈົ້າຈົນຮອດຄ່ຳ ເຂົາທັງຫລາຍກໍຮ້ອງໄຫ້ຄວນຄາງ 3 ເຂົາກ່າວວ່າ, “ໂອ ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ ເປັນຫຍັງເຫດການຢ່າງນີ້ຈຶ່ງເກີດຂຶ້ນໃນອິສຣາເອນ ຊຶ່ງວັນນີ້ຈະມີຄົນອິສຣາເອນຂາດໄປເຜົ່ານຶ່ງ” 4 ຢູ່ມາຮຸ່ງຂຶ້ນປະຊາຊົນກໍລຸກແຕ່ເດິກ ແລະສ້າງແທ່ນບູຊາແທ່ນນຶ່ງຖວາຍເຄື່ອງເຜົາບູຊາແລະເຄື່ອງສານຕິບູຊາ 5 ຄົນອິສຣາເອນກ່າວວ່າ, “ຄົນອິສຣາເອນຜູ້ໃດທີ່ບໍ່ໄດ້ຂຶ້ນມາປະຊຸມຕໍ່ພຣະຜູ້ເປັນເຈົ້າ” ເພາະເຂົາໄດ້ສາບານໄວ້ແຂງແຮງເຖິງຜູ້ທີ່ບໍ່ໄດ້ມາປະຊຸມຕໍ່ພຣະຜູ້ເປັນເຈົ້າທີ່ມີສປາວ່າ “ຜູ້ນັ້ນຈະຕ້ອງຕາຍ” 6 ປະຊາຊົນສົງສານເບັນຢາມິນນ້ອງຂອງຕົນ ກ່າວວ່າ, “ວັນນີ້ເຜົ່ານຶ່ງຖືກຕັດອອກຈາກອິສຣາເອນແລ້ວ 7 ເຮົາຈະທຳຢ່າງໃດເຣື່ອງຫາເມັຽໃຫ້ຄົນທີ່ຍັງເຫລືອຢູ່ ຝ່າຍເຮົາກໍໄດ້ສາບານໃນພຣະນາມພຣະຜູ້ເປັນເຈົ້າແລ້ວວ່າເຮົາຈະບໍ່ຍອມຍົກບຸດຕຣີຂອງເຮົາໃຫ້ເປັນເມັຽຂອງເຂົາ“ 8 ເຂົາທັງຫລາຍຖາມຂຶ້ນວ່າ, “ມີເຜົ່າໃດໃນອິສຣາເອນທີ່ບໍ່ໄດ້ຂຶ້ນມາເຝົ້າພຣະຜູ້ເປັນເຈົ້າທີ່ມີສປາ”
ບໍ່ມີຄົນໃດຈາກຢາເບສກິເລອາດມາປະຊຸມທີ່ຄ້າຍເລີຍຈັກຄົນດຽວ
9 ເພາະວ່າເມື່ອປະຊາຊົນຮ່ວມກັນຢູ່ນັ້ນ ບໍ່ມີຊາວເມືອງຢາເບສກິເລອາດຢູ່ທີ່ນັ້ນເລີຍ 10 ດັ່ງນັ້ນຊຸມນຸມຊົນຈຶ່ງສົ່ງທະຫານຜູ້ກ້າຫານທີ່ສຸດນຶ່ງຫມື່ນສອງພັນຄົນແລ້ວບັນຊາເຂົາວ່າ, “ຈົ່ງໄປຂ້າຊາວຢາເບສກິເລອາດເສັຽດ້ວຍຄົມດາບ ທັງຜູ້ຍິງແລະເດັກນ້ອຍ 11 ເຈົ້າທັງຫລາຍຈົ່ງກະທຳຢ່າງນີ້ ຄືຜູ້ຊາຍ ແລະຜູ້ຍິງທຸກຄົນທີ່ໄດ້ຫລັບນອນກັບຜູ້ຊາຍແລ້ວ ຈົ່ງຂ້າເສັຽໃຫ້ຫມົດ” 12 ໃນຫມູ່ຊາວຢາເບສກິເລອາດນັ້ນເຂົາພົບຍິງພົມມະຈາຣີສີ່ຮ້ອຍຄົນຜູ້ທີ່ຍັງບໍ່ໄດ້ສົມສູ່ກັບຜູ້ຊາຍເລີຍ ເຂົາຈຶ່ງພາຍິງເຫລົ່ານັ້ນມາທີ່ຄ້າຍຊີໂລ ຊຶ່ງຢູ່ໃນແຜ່ນດິນການາອານ 13 ຊຸມນຸມຊົນທັງຫມົດກໍສົ່ງຂ່າວໄປທີ່ຄົນເບັນຢາມິນຊຶ່ງຢູ່ທີ່ສີລາຣີມໂມນ ປະກາດຂ່າວສງົບສຸກ 14 ຄົນເບັນຢາມິນກໍກັບມາໃນຄາວນັ້ນ ແລ້ວເຂົາກໍມອບຜູ້ຍິງທີ່ເຂົາໄວ້ຊີວິດໃນຫມູ່ຜູ້ຍິງແຫ່ງຢາເບສກິເລອາດ ແຕ່ກໍບໍ່ພໍແກ່ກັນ 15 ປະຊາຊົນກໍສົງສານເບັນຢາມິນ ເພາະວ່າພຣະຜູ້ເປັນເຈົ້າຊົງກະທຳໃຫ້ເຂົາຈະຂາດໄປເຜົ່ານຶ່ງຈາກເຜົ່າອິສຣາເອນ 16 ພວກຜູ້ໃຫຍ່ຂອງຊຸມນຸມຊົນນັ້ນຈຶ່ງກ່າວວ່າ, “ເມື່ອພວກຜູ້ຍິງໃນເບັນຢາມິນຖືກທຳລາຍເສັຽຫມົດເຊັ່ນນີ້ແລ້ວ ເຮົາຈະທຳຢ່າງໃດເຣື່ອງຫາເມັຽໃຫ້ຄົນທີ່ຍັງເຫລືອຢູ່” 17 ເຂົາທັງຫລາຍກ່າວວ່າ, “ຕ້ອງມີມໍຣະດົກໃຫ້ແກ່ຄົນເບັນຢາມິນທີ່ລອດຕາຍ ເພື່ອວ່າຄົນເຜົ່ານຶ່ງຈະບໍ່ໄດ້ລົບລ້າງເສັຽຈາກອິສຣາເອນ 18 ແຕ່ເຮົາຈະຍົກບຸດຕຣີຂອງເຮົາໃຫ້ເປັນເມັຽເຂົາກໍບໍ່ໄດ້” ເພາະຄົນອິສຣາເອນໄດ້ສາບານໄວ້ວ່າ, “ຜູ້ໃດໃຫ້ຍິງແກ່ເບັນຢາມິນເປັນເມັຽ ຂໍໃຫ້ຖືກສາບແຊ່ງເຖີດ” 19 ດັ່ງນັ້ນເຂົາຈຶ່ງກ່າວວ່າ, “ເບິ່ງແມ໋, ທຸກປີມີເທສການຖວາຍພຣະຜູ້ເປັນເຈົ້າທີ່ຊີໂລ ຊຶ່ງຢູ່ເຫນືອເບັດເອນ ທາງທິດຕາເວັນອອກຂອງຖນົນຂຶ້ນຈາກເບັດເອນເຖິງເຊເຄມ ແລະຢູ່ໃຕ້ເລໂບນາ 20 ເຂົາຈຶ່ງບັນຊາສັ່ງຄົນເບັນຢາມິນວ່າ, “ຈົ່ງໄປຊຸ່ມຢູ່ໃນສວນອະງຸ່ນ 21 ຄອຍເຝົ້າເບິ່ງຢູ່ ຖ້າບຸດຕຣີຊາວຊີໂລອອກມາເຕັ້ນຣຳໃນພິທີເຕັ້ນຣຳຈົ່ງອອກມາຈາກສວນອະງຸ່ນແລະສຸດດຶງເອົາບຸດຕຣີຊາວຊີໂລ ຄົນລະຄົນໄປເປັນເມັຽຂອງຕົນ ແລ້ວໃຫ້ກັບໄປແຜ່ນດິນເບັນຢາມິນເສັຽ 22 ຖ້າບິດາຫລືພີ່ນ້ອງຂອງຍິງເຫລົ່ານັ້ນມາຮ້ອງທຸກຕໍ່ເຮົາ ເຮົາຈະບອກເຂົາວ່າ “ຂໍໂຜດຍິນຍອມເພາະເຫັນແກ່ເຮົາເຖີດ ໃນເວລາສົງຄາມເຣົາບໍ່ໄດ້ຜູ້ຍິງໃຫ້ພໍແກ່ທຸກຄົນ ທ່ານທັງຫລາຍເອງກໍບໍ່ໄດ້ໃຫ້ແກ່ເຂົາ ຖ້າບໍ່ດັ່ງນັ້ນບັດນີ້ພວກທ່ານກໍຈະມີໂທດ” 23 ຄົນເບັນຢາມິນກໍກະທຳຕາມຕ່າງກໍໄດ້ເມັຽໄປຕາມຈຳນວນຄືໄດ້ຍິງເຕັ້ນຣຳທີ່ເຂົາໄປສຸດດຶງມາ ເຂົາກໍກັບໄປຢູ່ໃນທີ່ດິນມໍຣະດົກຂອງເຂົາ ສ້າງເມືອງຂຶ້ນໃຫມ່ແລະອາໄສຢູ່ໃນນັ້ນ 24 ຄັ້ງນັ້ນອິສຣາເອນກໍກັບຈາກທີ່ນັ້ນໄປຍັງເຜົ່າ ແລະຕະກູນຂອງຕົນ ຕ່າງກໍຍົກກັບໄປສູ່ດິນແດນມໍຣະດົກຂອງຕົນ 25 ໃນສະໄຫມນັ້ນບໍ່ມີກະສັດໃນອິສຣາເອນ ຕ່າງກໍກະທຳຕາມໃຈມັກຂອງຕົນ
ເອລີເມເລກກັບຄອບຄົວໄປອາໄສຢູ່ປະເທດໂມອາບ
1 ໃນຄາວພວກຜູ້ຕັດສິນປົກຄອງພວກອິສຣາເອນຢູ່ນັ້ນ ໄດ້ມີການອຶດຢາກເກີດຂຶ້ນໃນປະເທດ 2 ຈົນເປັນເຫດໃຫ້ຊາຍຄົນນຶ່ງຊື່ວ່າ ເອລີເມເລກ ພ້ອມກັບນາງນາໂອມີຜູ້ເປັນພັຣຍາ ແລະລູກຊາຍສອງຄົນຄື ມາໂລນ ແລະກີລີໂອນ ຫນີຈາກເມືອງເບັດເລເຮັມຣາຊອານາຈັກຢູດາ ໄປອາໄສຢູ່ໃນປະເທດໂມອາບ ພວກເຂົາເປັນຄົນເອຟຣາທາ 3 ຢູ່ຕໍ່ມາ ເອລີເມເລກກໍຕາຍໄປ ນາງນາໂອມີຜູ້ເປັນເມັຽຈຶ່ງໃຊ້ຊີວິດຢູ່ກັບລູກຊາຍທັງສອງ 4 ຕໍ່ມາອີກບໍ່ດົນ ລູກຊາຍທັງສອງກໍໄດ້ແຕ່ງງານກັບຍິງສາວຊາວໂມອາບ ຄືນາງໂອປາ ແລະນາງຣູດ ພວກເຂົາໄດ້ພາກັນຕັ້ງຖິ່ນຖານຢູ່ທີ່ນັ້ນປະມານສິບປີ ແລ້ວມາໂລນແລະກີລີໂອນກໍຕາຍໄປອີກ 5 ນາງນາໂອມີຈຶ່ງໃຊ້ຊີວິດຢູ່ກັບລູກສະໃພ້ທັງສອງ
ນາໂອມີແລະນາງຣູດກັບຄືນເມືອ
6 ຄັນຕໍ່ມາ ນາງນາໂອມີກໍໄດ້ຍິນຂ່າວວ່າ ພຣະຜູ້ເປັນເຈົ້າໄດ້ຊົງໂຜດປະທານເຂົ້າປາອາຫານແກ່ຊາວເມືອງເບັດເລເຮັມແລ້ວ 7 ນາງພ້ອມດ້ວຍລູກສະໃພ້ທັງສອງຈຶ່ງຕຽມຕົວອອກເດີນທາງມຸ່ງຫນ້າຄືນສູ່ເມືອງເບັດເລເຮັມຣາຊອານາຈັກຢູດາ 8 ໃນລະຫວ່າງເດີນທາງໄປນັ້ນ ນາງນາໂອມີໄດ້ເວົ້າກັບລູກສະໃພ້ທັງສອງວ່າ, “ຈົ່ງພາກັນກັບຄືນເມືອຢູ່ບ້ານພໍ່ແມ່ຂອງພວກເຈົ້າສາ ແລະຂໍໃຫ້ພຣະຜູ້ເປັນເຈົ້າຊົງໂຜດປະທານຄວາມຜາສຸກໃຫ້ແກ່ພວກເຈົ້າເຫມືອນດັ່ງທີ່ພວກເຈົ້າເຄີຍເຮັດແກ່ແມ່ ແລະແກ່ຜູ້ທີ່ຕາຍໄປແລ້ວນັ້ນ 9 ນອກນີ້ ຂໍໃຫ້ພຣະຜູ້ເປັນເຈົ້າຊົງໂຜດປະທານຄວາມສງົບສຸກ ເມື່ອເວລາພວກເຈົ້າມີຄອບຄົວໃຫມ່” ຫລັງຈາກນັ້ນ ນາງນາໂອມີກໍກອດຈູບສັ່ງລາລູກສະໃພ້ທັງສອງດ້ວຍຄວາມສົງສານ ເຂົາທັງສອງຈຶ່ງຮ້ອງໄຫ້ດ້ວຍຄວາມອາລັຍອາວອນ 10 ພ້ອມທັງໄດ້ເວົ້າກັບແມ່ຍ່າວ່າ, “ພວກລູກຈະບໍ່ເມືອ ຈະໄປຢູ່ນຳແມ່ ແລະພີ່ນ້ອງຂອງແມ່” 11 ນາງນາໂອມີຂໍຮ້ອງຕື່ມອີກວ່າ, “ຈົ່ງກັບຄືນເມືອບ້ານຂອງພວກລູກສາ ຢາກໄປນຳແມ່ເຮັດຫຍັງ ຫລືພວກລູກຄິດວ່າແມ່ຍັງມີລູກຊາຍທີ່ພໍຈະໃຫ້ພວກເຈົ້າໄດ້ແຕ່ງງານນຳອີກບໍ່? 12 ຈົ່ງກັບຄືນເມືອເສັຽເທີນ ແມ່ນີ້ກໍເຖົ້າກາຍຍາມຈະແຕ່ງງານໃຫມ່ອີກແລ້ວ ສົມມຸດວ່າ ແມ່ຈະແຕ່ງງານໃນຄືນນີ້ແລ້ວມີລູກຊາຍໃຫມ່ອີກ 13 ພວກລູກກໍຈະພາກັນຢູ່ຖ້າຈົນເຂົາໃຫຍ່ ແລ້ວແຕ່ງງານກັບເຂົາອີກຫລື ລູກຈະບໍ່ແຕ່ງງານກັບຄົນອື່ນອີກຫລື ເປັນໄປບໍ່ໄດ້ດອກລູກເອີຍ, ແມ່ມີຄວາມສົງສານພວກເຈົ້າຫລາຍ ຍ້ອນວ່າການກະທຳຂອງແມ່ອາດເປັນທີ່ບໍ່ພໍພຣະທັຍພຣະເຈົ້າ” 14 ເມື່ອໄດ້ຍິນແມ່ຍ່າເວົ້າດັ່ງນັ້ນ ພວກເຂົາກໍພາກັນຮ້ອງໄຫ້ອີກ ແລ້ວນາງໂອປາໄດ້ກອດຈູບຍ່າ ແລະອຳລາກັບຄືນໄປຫາພີ່ນ້ອງຂອງຕົນ ສ່ວນນາງຣູດບໍ່ຍອມຫນີຈາກຍ່າເດັດຂາດ 15 ນາງນາໂອມີຈຶ່ງເວົ້າຕໍ່ນາງຣູດວ່າ, “ເບິ່ງດູ ນາງໂອປາກໍໄດ້ກັບຄືນໄປຫາພີ່ນ້ອງ ແລະພຣະເຈົ້າຂອງເຂົາທີ່ບ້ານເກົ່າແລ້ວ” 16 ແຕ່ນາງຣູດໄດ້ຕອບຍ່າວ່າ, “ຢ່າຮ້ອງຂໍໃຫ້ຂ້ານ້ອຍເຊົາຕິດຕາມແລະຈາກແມ່ຍ່າໄປທ້ອນ ແມ່ໄປທີ່ໃດລູກກໍຈະໄປທີ່ນັ້ນ ແມ່ຢູ່ບ່ອນໃດລູກກໍຂໍຢູ່ບ່ອນນັ້ນດ້ວຍ ຍາດພີ່ນ້ອງຂອງແມ່ກໍແມ່ນຍາດພີ່ນ້ອງຂອງລູກ ພຣະເຈົ້າຂອງແມ່ກໍແມ່ນພຣະເຈົ້າຂອງລູກ 17 ແມ່ຕາຍຢູ່ບ່ອນໃດ ລູກກໍຂໍຕາຍຢູ່ບ່ອນນັ້ນ ແລະສົບຂອງລູກຈະຝັງຢູ່ທີ່ນັ້ນດ້ວຍ ຖ້າຂ້ານ້ອຍປະແມ່ໄປກ່ອນຕາຍ ກໍຂໍໃຫ້ພຣະເຈົ້າຊົງລົງໂທດຢ່າງຫນັກ” 18 ເມື່ອນາງນາໂອມີເຫັນນາງຣູດມີຄວາມຕັ້ງໃຈໄປກັບຕົນແທ້ ນາງກໍບໍ່ເວົ້າຫຍັງອີກ 19 ທັງສອງໄດ້ພາກັນເດີນທາງໄປຈົນເຖິງເມືອງເບັດເລເຮັມ ເມື່ອເຂົາເຂົ້າໄປເຖິງເມືອງນັ້ນ ຊາວເມືອງກໍພາກັນຕື່ນເຕັ້ນທີ່ເຫັນນາງກັບມາ 20 ພວກຜູ້ຍິງຈຶ່ງຖາມກັນວ່າ, “ນີ້ບໍ່ແມ່ນນາງນາໂອມີບໍ່?” ນາງນາໂອມີຈຶ່ງຕອບເຂົາວ່າ, “ຢ່າເອີ້ນຂ້ອຍວ່ານາງນາໂອມີອີກ ຈົ່ງເອີ້ນວ່າມາຣາ ເພາະວ່າພຣະເຈົ້າຜູ້ມີອຳນາດອັນຍິ່ງໃຫຍ່ຊົງໃຫ້ຂ້ອຍເຕັມໄປດ້ວຍຄວາມຂົມຂື່ນ 21 ຂ້ອຍຈາກທີ່ນີ້ໄປດ້ວຍຄວາມພ້ອມພຽງ ແຕ່ພຣະເຈົ້າໄດ້ໃຫ້ຂ້ອຍກັບມາມືເປົ່າ ຍ້ອນວ່າພຣະເຈົ້າຊົງລົງໂທດຂ້ອຍ ແລະປະທານຄວາມທຸກຍາກລຳບາກໃຫ້ແກ່ຂ້ອຍ ສະນັ້ນ ເປັນຫຍັງຈຶ່ງເອີ້ນຂ້ອຍວ່າ ນາໂອມີ ຜູ້ຊົມຊື່ນຍິນດີ 22 ນາງນາໂອມີກັບນາງຣູດຊາວເມືອງໂມອາບລູກສະໃພ້ຂອງນາງ ໄດ້ກັບມາເຖິງເມືອງເບັດເລເຮັມ ພໍດີກັບເວລາຕົ້ນຣະດູກ່ຽວເຂົ້າ
ນາງຣູດເກັບຮວງເຂົ້າເຮັ່ຽທີ່ທົ່ງນາຂອງໂບອັສ
1 ທີ່ເມືອງເບັດເລເຮັມ ນາງນາໂອມີໄດ້ມີພີ່ນ້ອງທາງຜົວຢູ່ຜູ້ນຶ່ງຊື່ ໂບອັສ ທ່ານຜູ້ນີ້ເປັນຄົນຣັ່ງມີ ແລະມີອິດທິພົນ 2 ຢູ່ຕໍ່ມາ ນາງຣູດໄດ້ເວົ້າກັບຍ່າວ່າ, “ແມ່ ຂ້ານ້ອຍຂໍໄປເກັບຮວງເຂົ້າຕົກເຮັ່ຽຢູ່ຕາມທົ່ງນາ ຂ້ານ້ອຍຈະເກັບເອົາຕາມຫລັງຜູ້ທີ່ອະນຸຍາດໃຫ້ເກັບ” ນາງນາໂອມີຈຶ່ງຕອບວ່າ, “ຈົ່ງໄປສາລູກເອີຍ” 3 ແລ້ວນາງກໍອອກໄປໃນທົ່ງນາຫາເກັບເອົາຮວງເຂົ້າເຮັ່ຽຕາມຫລັງພວກກ່ຽວເຂົ້າ ໂດຍບັງເອີນນາທີ່ບ່ອນນາງເກັບຮວງເຂົ້ານັ້ນ ແມ່ນນາຂອງໂບອັສພີ່ນ້ອງຂອງເອລີເມເລກ 4 ໃນຂນະນັ້ນ ໂບອັສໄດ້ອອກມາແຕ່ເມືອງເບັດເລເຮັມ ເພື່ອເບິ່ງຄົນເຮັດວຽກໃນນາ ທ່ານໄດ້ກ່າວອວຍພອນໃຫ້ພວກເຂົາວ່າ, “ຂໍພຣະເຈົ້າຊົງສະຖິດຢູ່ນຳພວກເຈົ້າເທີນ” ແລ້ວພວກລູກຈ້າງກໍຕອບວ່າ, “ຂໍພຣະເຈົ້າຊົງອວຍພອນໃຫ້ທ່ານເຫມືອນກັນເທີນ” 5 ແລະໂບອັສໄດ້ຖາມຫົວຫນ້າລູກຈ້າງວ່າ, “ຍິງຜູ້ນັ້ນແມ່ນໃຜ?” 6 ຫົວຫນ້າຈີ່ງຕອບວ່າ, “ແມ່ນຍິງທີ່ມາຈາກປະເທດໂມອາບນຳນາງນາໂອມີ 7 ນາງໄດ້ມາຂໍອະນຸຍາດນຳຂ້ານ້ອຍ ເພື່ອເກັບຮວງເຂົ້າທີ່ເຮັ່ຽຈາກພວກກ່ຽວເຂົ້າ ດັ່ງນັ້ນ ນາງຈຶ່ງໄດ້ເກັບຕັ້ງແຕ່ເຊົ້າຈົນເຖິງດຽວນີ້ ແລະໄດ້ພັກຜ່ອນແຕ່ພຽງເລັກນ້ອຍເທົ່ານັ້ນ” 8 ເມື່ອໄດ້ຍິນເຊັ່ນນັ້ນ ໂບອັສກໍເວົ້າກັບນາງຣູດວ່າ, “ນາງເອີຍ ເຈົ້າຢ່າໄປເກັບຮວງເຂົ້າບ່ອນອື່ນເດີ ຈົ່ງມາເກັບແຕ່ໃນທົ່ງນານີ້ ແລະເຮັດວຽກຢູ່ນຳຄົນງານຍິງຂອງຂ້ອຍ 9 ຈົ່ງເບິ່ງ ຖ້າພວກເຂົາກ່ຽວເຂົ້າຢູ່ບ່ອນໃດ ເຈົ້າຈົ່ງໄປເກັບຢູ່ບ່ອນນັ້ນ ຂ້ອຍໄດ້ສັ່ງຫ້າມບໍ່ໃຫ້ພວກຜູ້ຊາຍຮົບກວນເຈົ້າ ຖ້າເຈົ້າຫິວນ້ຳ ຈົ່ງໄປດື່ມໃນໄຫທີ່ພວກລູກຈ້າງໄດ້ຕັກມາໄວ້ແລ້ວນັ້ນ” 10 ເມື່ອໄດ້ຍິນເຊັ່ນນັ້ນ ນາງກໍກົ້ມຂາບລົງ ແລະເວົ້າກັບໂບອັສວ່າ, “ຂ້ານ້ອຍເປັນພຽງຄົນຕ່າງປະເທດ ເປັນຫຍັງທ່ານຈຶ່ງມີຄວາມເມດຕາກະຣຸນາຕໍ່ຂ້ານ້ອຍເຊັ່ນນີ້?” 11 ໂບອັສຈຶ່ງຕອບວ່າ, “ຂ້ອຍໄດ້ຍິນເຣື່ອງທີ່ເຈົ້າປະຕິບັດຕໍ່ຍ່າຕັ້ງແຕ່ຜົວຂອງເຈົ້າໄດ້ຕາຍໄປ ຂ້ອຍໄດ້ຮູ້ວ່າເຈົ້າຈາກພໍ່ແມ່ ແລະບ້ານເກີດເມືອງນອນ ມາຢູ່ໃນປະເທດທີ່ເຈົ້າບໍ່ຮູ້ຈັກມາກ່ອນ 12 ຂໍໃຫ້ພຣະເຈົ້າຊົງຕອບແທນຄຸນຄວາມດີທີ່ເຈົ້າໄດ້ປະຕິບັດມາ ຂໍໃຫ້ພຣະເຈົ້າຂອງພວກອິສຣາເອນ ຜູ້ຊຶ່ງເຈົ້າໄດ້ເພິ່ງພາອາໄສ ຈົ່ງປະທານບຳເຫນັດອັນປະເສີດໃຫ້ແກ່ເຈົ້າດ້ວຍ” 13 ນາງຣູດກໍຕອບວ່າ, “ທ່ານດີຕໍ່ຂ້ານ້ອຍຫລາຍ ນອກນີ້ທ່ານຍັງໄດ້ເລົ້າໂລມໃຫ້ກຳລັງໃຈແກ່ຂ້ານ້ອຍ ທັງໆທີ່ຂ້ານ້ອຍບໍ່ມີຄຸນຄ່າເທົ່າທຽມກັບຄົນໃຊ້ຍິງຄົນນຶ່ງຂອງທ່ານຊ້ຳ” 14 ເມື່ອເວລາຮັບປະທານອາຫານ ໂບອັສ ບອກນາງຣູດວ່າ, “ຈົ່ງຫຍັບເຂົ້າມາເອົາເຂົ້າຈີ່ ແລ້ວເອົາອາຫານມາຈ້ຳນ້ຳສົ້ມ” ນາງຣູດຈຶ່ງຫຍັບມານັ່ງນຳພວກລູກຈ້າງ ໂບອັສໄດ້ເອົາອາຫານໃຫ້ນາງ ຈົນນາງຮັບປະທານອີ່ມ ແລ້ວຍັງມອບອາຫານທີ່ເຫລືອນັ້ນໃຫ້ອີກດ້ວຍ 15 ຫລັງຈາກຮັບປະທານອາຫານອີ່ມແລ້ວ ກ່ອນນາງຈະໄປເກັບຮວງເຂົ້າຕໍ່ອີກ ໂບອັສໄດ້ສັ່ງລູກຈ້າງວ່າ, “ຈົ່ງອະນຸຍາດໃຫ້ນາງເກັບຮວງເຂົ້າໃນບ່ອນທີ່ຍັງມີຝ່ອນເຂົ້າ 16 ຢ່າຮົບກວນນາງ ໃຫ້ພວກເຈົ້າດືງເອົາເຂົ້າບາງຮວງອອກຈາກມັດປະໄວ້ໃຫ້ນາງເກັບຕາມສະບາຍ ແລະຢ່າເວົ້າຫຍໍ້ຫຍັນຫຍັງໃຫ້ນາງເດີ 17 ນາງຣູດໄດ້ເກັບຮວງເຂົ້າໃນນາຈົນຮອດຄ່ຳ ແລ້ວຟາດເອົາເຂົ້າທີ່ເກັບມານັ້ນໄດ້ປະມານເອຟານຶ່ງ 18 ຫລັງຈາກນັ້ນ ນາງກໍຖືເອົາເຂົ້າກັບຄືນເມືອບ້ານຫາຍ່າໃນເມືອງ ພ້ອມທັງອາຫານທີ່ໂບອັສໃຫ້ມານັ້ນໃຫ້ຍ່າເບິ່ງ 19 ນາງນາໂອມີຈຶ່ງຖາມວ່າ, “ມື້ນີ້ລູກໄດ້ໄປເກັບເຂົ້າຢູ່ບ່ອນໃດ ແມ່ນນາຂອງໃຜທີ່ລູກໄປເຮັດວຽກນຳ ຂໍໃຫ້ພຣະເຈົ້າຊົງອວຍພອນທ່ານຜູ້ມີເມດຕາຈິດເທີນ” ແລ້ວນາງຣູດໄດ້ເວົ້າໃຫ້ຍ່າຟັງວ່າ ນາງໄດ້ໄປເຮັດວຽກໃນນາຂອງທ່ານຜູ້ນຶ່ງຊື່ ໂບອັສ 20 ນາງນາໂອມີຈຶ່ງເວົ້າຂຶ້ນວ່າ, “ຂໍທ່ານຜູ້ນັ້ນຈົ່ງໄດ້ຮັບພອນຈາກອົງພຣະເຈົ້າຜູ້ຊົງປະຕິບັດສັນຍາທີ່ຊົງໃຫ້ໄວ້ກັບຜູ້ຍັງມີຊີວິດ ແລະຜູ້ຕາຍໄປແລ້ວ” ນາງເວົ້າຕໍ່ໄປອີກວ່າ, “ທ່ານຜູ້ນັ້ນແມ່ນຍາດພີ່ນ້ອງໃກ້ຊິດຂອງເຮົາຊຶ່ງເປັນຜູ້ນຶ່ງທີ່ມີສິດໄຖ່ ແລະອຸປຖັມຄ້ຳຊູພວກເຮົາ” 21 ນາງຣູດຍັງໄດ້ເວົ້າກັບຍ່າອີກວ່າ, “ທ່ານຍັງບອກໃຫ້ຂ້ານ້ອຍຢູ່ກັບລູກຈ້າງຂອງທ່ານຈົນກ່ຽວເຂົ້າແລ້ວ” 22 ນາງນາໂອມີຈຶ່ງຕອບວ່າ, “ແມ່ນແລ້ວລູກເອີຍ, ເປັນການດີຖ້າລູກຢູ່ນຳລູກຈ້າງຂອງທ່ານ ແຕ່ຖ້າລູກໄປນາຂອງຜູ້ອື່ນອາດຈະຖືກຣົບກວນ” 23 ດັ່ງນັ້ນ ນາງຣູດຈຶ່ງທຽວໄປເຮັດວຽກນຳລູກຈ້າງຂອງໂບອັສຈົນກ່ຽວເຂົ້າແລ້ວ ແຕ່ນາງຍັງຢູ່ກັບແມ່ຍ່າຂອງນາງ
ໂບອັສເມດຕານາງຣູດ
1 ຄັນຕໍ່ມາ ນາງນາໂອມີໄດ້ກ່າວຕໍ່ນາງຣູດລູກສະໃພ້ຂອງຕົນວ່າ, “ລູກເອີຍ, ແມ່ຄວນຈະຊອກຫາຜົວໃຫ້ເຈົ້າ ເພື່ອຈະມີຄອບຄົວໃຫມ່ອີກໄດ້ແລ້ວ 2 ເຈົ້າຈົ່ງຮູ້ໄວ້ວ່າ ໂບອັສນາຍຂອງພວກສາວໃຊ້ທີ່ເຈົ້າໄດ້ໄປເຮັດວຽກນຳນັ້ນ ເປັນພີ່ນ້ອງຜູ້ນຶ່ງຂອງພວກເຮົາ ລູກຈົ່ງຟັງໃຫ້ດີ ໃນມື້ແລງນີ້ທ່ານຈະໄປຟາດເຂົ້າໃນລານ 3 ດັ່ງນັ້ນ ເຈົ້າຈົ່ງອາບນ້ຳ ທານ້ຳມັນ ແຕ່ງເນື້ອແຕ່ງຕົວ ແລະນຸ່ງເຄື່ອງອັນງາມທີ່ສຸດ ແລ້ວລົງໄປໃນລານບ່ອນທີ່ທ່ານຟາດເຂົ້ານັ້ນ ແຕ່ຢ່າໃຫ້ທ່ານຮູ້ຈັກວ່າເຈົ້າຢູ່ຫັ້ນ ຈົນກວ່າທ່ານຮັບປະທານ ແລະດື່ມອີ່ມແລ້ວ 4 ເມື່ອທ່ານໄປນອນ ໃຫ້ເຈົ້າຈື່ບ່ອນທ່ານນອນໄວ້ ແລ້ວໃຫ້ເຈົ້າຄ່ອຍໆເຂົ້າໄປເປີດຜ້າຫົ່ມທີ່ຕີນທ່ານອອກແລ້ວນອນລົງ ໃນເວລານັ້ນທ່ານຈະເວົ້າກັບເຈົ້າໃນສິ່ງທີ່ເຈົ້າຄວນຈະເຮັດ” 5 ນາງຣູດໄດ້ຕອບຍ່າວ່າ, “ຂ້ານ້ອຍຈະເຮັດຕາມທີ່ຍ່າບອກ” 6 ແລ້ວນາງຣູດກໍລົງໄປໃນລານເຂົ້າ ແລະເຮັດຕາມທີ່ຍ່າໄດ້ບອກໄວ້ທຸກປະການ 7 ຫລັງຈາກໂບອາດໄດ້ກິນແລະດື່ມອີ່ມຫນຳສຳຣານໃຈແລ້ວ ທ່ານກໍໄປນອນພັກຜ່ອນຢູ່ໃກ້ໆກອງຟ່ອນເຂົ້າ ນາງຣູດຈຶ່ງຄ່ອຍໆຫຍັບເຂົ້າໄປເປີດຜ້າຫົ່ມທີ່ຕົນທ່ານອອກ ແລ້ວຄ່ອຍໆນອນລົງ 8 ເມື່ອໂບອັສຮູ້ເມື່ອຂຶ້ນໃນເວລາກາງຄືນ ກໍຮູ້ສຶກປະຫລາດໃຈທີ່ເຫັນຜູ້ຍິງມານອນຢູ່ໃຕ້ຕີນຂອງຕົນ 9 ທ່ານຈຶ່ງຖາມຂຶ້ນວ່າ, “ເຈົ້າແມ່ນໃຜ?” ນາງຣູດກໍຕອບວ່າ, “ຂ້ານ້ອຍແມ່ນຣູດສາວໃຊ້ຂອງທ່ານ ຂໍໃຫ້ທ່ານປົກປັກຮັກສາເບິ່ງແຍງຂ້ານ້ອຍແດ່ທ້ອນ ເພາະທ່ານເປັນພີ່ນ້ອງໃກ້ຊິດມີສິດໄຖ່ ແລະອຸປຖັມຄ້ຳຊູຂ້ານ້ອຍ” 10 ໂບອັສໄດ້ເວົ້າວ່າ, “ຂໍໃຫ້ພຣະເຈົ້າອວຍພອນເຈົ້າ ການກະທຳຂອງເຈົ້າ ຄັ້ງນີ້ເປັນທີ່ຫນ້າສົງສານກວ່າຄາວກ່ອນ ຊຶ່ງຊີ້ໃຫ້ເຫັນຄວາມສຸດຈະຣິດທີ່ເຈົ້າມີຕໍ່ຄອບຄົວ ແລະຕໍ່ຍ່າຂອງເຈົ້າ ໂດຍບໍ່ໄດ້ໄປຫຍຸ້ງກ່ຽວກັບຜູ້ບ່າວຄົນອື່ນທີ່ຮັ່ງມີ ຫລືຍາກຈົນ 11 ບັດນີ້ ເຈົ້າບໍ່ຕ້ອງຢ້ານ ຂ້ອຍຈະເຮັດຕາມທີ່ເຈົ້າເວົ້ານັ້ນທຸກຢ່າງ ເພາະທຸກໆຄົນໃນເມືອງນີ້ກໍຮູ້ແລ້ວວ່າເຈົ້າເປັນຍິງດີ 12 ເປັນຄວາມຈີງທີ່ວ່າຂ້ອຍເປັນພີ່ນ້ອງໃກ້ຊິດແລະມີສິດໄຖ່ເຈົ້າ ແຕ່ວ່າຍັງມີພີ່ນ້ອງທີ່ໃກ້ຊິດກວ່າຂ້ອຍອີກຜູ້ນຶ່ງທີ່ມີສິດໄຖ່ເຈົ້າກ່ອນ 13 ເຈົ້າຈົ່ງນອນຢູ່ທີ່ນີ້ກ່ອນ ແລ້ວມື້ອື່ນເຊົ້າຖ້າຜູ້ນັ້ນຫາກຮັບໄຖ່ເຈົ້າ ກໍຈົ່ງໃຫ້ທ່ານກະທຳໄດ້ ແຕ່ຖ້າທ່ານປະຕິເສດ ຂ້ອຍຂໍສາບານຕໍ່ພຣະເຈົ້າຜູ້ຊົງມີຊີວິດຢູ່ວ່າ ຂ້ອຍຈະຮັບຜິດຊອບໃນເຣື່ອງນີ້ເອງ ເຈົ້າຈົ່ງຫລັບນອນໃຫ້ສະບາຍໃຈເທີນ” 14 ຄືນນັ້ນ ນາງໄດ້ນອນໃຕ້ຕີນຂອງໂບອັສຈົນຂ້ອນແຈ້ງ ແຕ່ນາງໄດ້ລຸກກ່ອນຄົນຈະເຫັນຫນ້າ ໂບອັສຈຶ່ງເວົ້າວ່າ, “ຄົງບໍ່ມີຜູ້ໃດຮູ້ວ່ານາງມາທີ່ນີ້ດອກ” 15 ຄັນແລ້ວ ໂບອັສໄດ້ເວົ້າຕໍ່ນາງວ່າ, “ຈົ່ງເອົາເສື້ອຊັ້ນນອກທີ່ເຈົ້ານຸ່ງນັ້ນພືອອກ” ນາງຣູດກໍເຮັດຕາມ ໂບອັສຈຶ່ງຜອງເຂົ້າໃຫ້ນາງຫົກຫົວຫນ່ວຍຊັ່ງຂອງເຂົ້າບເລ ນາງໄດ້ແບກເອົາເຂົ້າແລ້ວກັບຄືນເມືອເມືອງ 16 ເມື່ອນາງກັບມາເຖິງບ້ານ ຍ່າກໍຖາມວ່າ, “ເປັນແນວໃດລູກ?” ນາງຣູດກໍເລົ່າເຣື່ອງທຸກຢ່າງທີ່ໂບອັສໄດ້ເວົ້າ ແລະໄດ້ເຣັດຕໍ່ນາງສູ່ຍ່າຟັງ 17 ນາງໄດ້ເວົ້າວ່າ, “ທ່ານຍັງໄດ້ເອົາເຂົ້າຫົກຫົວຫນ່ວຍຊັ່ງຂອງເຂົ້າບເລນີ້ໃຫ້ ເພາະທ່ານບໍ່ຢາກໃຫ້ຂ້ານ້ອຍກັບມາມືເປົ່າ” 18 ນາງນາໂອມີຈຶ່ງເວົ້າວ່າ, “ລູກຈົ່ງສະບາຍໃຈເທີນ ຕົກມາຮອດນີ້ລູກກໍຄົງຈະຮູ້ແລ້ວວ່າ ເຣື່ອງມັນຈະຈົບລົງແນວໃດ ເພາະໂບອັສຄົງຈະບໍ່ສະບາຍໃຈ ຖ້າບໍ່ໄດ້ຈັດການກັບເຣື່ອງນີ້ໃຫ້ຮຽບຮ້ອຍໃນມື້ນີ້”
ໂບອັສເອົາຣູດເປັນພັຣຍາ
1 ໂບອັສໄດ້ໄປນັ່ງຢູ່ໃນຫໍປະຊຸມທີ່ປະຕູເຂົ້າເມືອງ ໃນຂນະນັ້ນພໍດີກັບພີ່ນ້ອງຜູ້ໃກ້ຊິດກັບເອລີເມເລກ ຜູ້ມີສິດໄຖ່ແລະອຸປຖັມຄ້ຳຊູທີ່ທ່ານເວົ້ານັ້ນຍ່າງຜ່ານມາ ໂບອັສຈຶ່ງຖືໂອກາດເຊື້ອເຊີນເຂົານັ່ງລົງ 2 ນອກນີ້ທ່ານຍັງໄດ້ເຊື້ອເຊີນພວກເຖົ້າແກ່ໃນເມືອງສິບຄົນມາຮ່ວມດ້ວຍ ເມື່ອມາພ້ອມພຽງກັນແລ້ວ 3 ໂບອັສກໍເວົ້າກັບພີ່ນ້ອງຂອງເອລີເມເລກວ່າ, “ບັດນີ້ ນາງນາໂອມີໄດ້ກັບມາແຕ່ປະເທດໂມອາບ ມາຮອດບ້ານເກີດເມືອງນອນແລ້ວ ນາງຕ້ອງການຂາຍດິນຂອງເອລີເມເລກ ຜູ້ເປັນຍາດພີ່ນ້ອງຂອງພວກເຮົາ 4 ຂ້ອຍໄດ້ຕັດສິນໃຈຄັກແນ່ແລ້ວທີ່ຈະເວົ້າເຣື່ອງນີ້ກັບເຈົ້າ ຄືວ່າຖ້າເຈົ້າຕ້ອງການຢາກຊົດຊ່ອຍຍົກຊື່ສຽງຂອງຜູ້ທີ່ຕາຍໄປແລ້ວ ຈົ່ງຕັດສິນໃຈຊື້ດິນນີ້ເສັຽຕໍ່ຫນ້າພວກເຖົ້າແກ່ທີ່ນັ່ງຢູ່ນີ້ ເພື່ອເປັນພຍານ ຫລັກຖານໃຫ້ ແຕ່ຖ້າເຈົ້າບໍ່ຕ້ອງການຈົ່ງໄດ້ບອກໃຫ້ຂ້ອຍຮູ້ ເພາະວ່າສິດທິໃນການຊື້ນັ້ນເປັນຂອງເຈົ້າກ່ອນ ແລ້ວຈຶ່ງເປັນຂອງຂ້ອຍຕາມພາຍຫລັງ” ຊາຍຜູ້ນັ້ນໄດ້ເວົ້າຂຶ້ນວ່າ, “ຂ້ອຍຍິນດີຈະຊື້ດິນນັ້ນ” 5 ໂບອັສຈຶ່ງເວົ້າຂຶ້ນວ່າ, “ຖ້າເຈົ້າຊື້ດິນຈາກນາງນາໂອມີ ນາງຣູດຊຶ່ງເປັນແມ່ຫມ້າຍຕ້ອງເປັນເມັຽຂອງເຈົ້າ ແລະດິນທີ່ເຈົ້າຈະຊື້ຕ້ອງຕົກເປັນຂອງຄອບຄົວຂອງຜູ້ທີ່ຕາຍແລ້ວນັ້ນ” 6 ຊາຍຜູ້ນັ້ນກໍຕອບວ່າ, “ຖ້າເປັນຢ່າງນີ້ ຂ້ອຍກໍບໍ່ສາມາດຈະຊື້ໄດ້ ເພາະການຊື້ອາດຈະເຮັດໃຫ້ມໍຣະດົກຂອງຂ້ອຍເອງສູນເສັຽໄປ ເຈົ້າຈົ່ງໃຊ້ສິດທິຂອງຂ້ອຍຊື້ດິນນັ້ນເສັຽເທີນ ຂ້ອຍບໍ່ຕ້ອງການອີກແລ້ວ” 7 ໃນສະໄຫມກ່ອນ ຣາຊອານາຈັກອິສຣາເອນມີທຳນຽມຢູ່ວ່າ ເມື່ອຜູ້ນຶ່ງມອບສິດທິໃຫ້ຜູ້ນຶ່ງອີກ ຫລືແລກປ່ຽນຊື້ຂາຍກັນ ຜູ້ຂາຍຕ້ອງປົດເກີບສົ່ງໃຫ້ຜູ້ຊື້ ການກະທຳເຊັ່ນນີ້ ໃຊ້ເປັນພຍານຫລັກຖານທີ່ນິຍົມກັນໃນຣາຊອານາຈັກອິສຣາເອນ 8 ດັ່ງນັ້ນ ຍາດຂອງເອລີເມເລກຜູ້ມີສິດທິໃນການໄຖ່ຈຶ່ງເວົ້າວ່າ, “ເຈົ້າຈົ່ງຊື້ສິ່ງເຫລົ່ານີ້ເສັຽເທີນ” ແລ້ວເຂົາກໍໄດ້ປົດເກີບໃຫ້ແກ່ໂບອັສ 9 ໂບອັສຈຶ່ງກ່າວກັບພວກເຖົ້າແກ່ ແລະພວກທີ່ມາຮ່ວມໃນພິທີນັ້ນວ່າ, “ມື້ນີ້ທ່ານທັງຫລາຍຈົ່ງເປັນພຍານໃຫ້ຂ້າພະເຈົ້າດ້ວຍວ່າ ຂ້າພະເຈົ້າໄດ້ຊື້ທຸກສິ່ງທຸກຢ່າງຂອງເອລີເມເລກຂອງກີລີໂອນ ແລະຂອງມາໂລນຈາກນາງນາໂອມີແລ້ວ 10 ນອກຈາກນີ້ ນາງຣູດຊາວໂມອາບພັຣຍາຂອງມາໂລນຜູ້ ທີ່ຕາຍໄປແລ້ວ ກໍຕົກເປັນພັຣຍຂອງຂ້າພະເຈົ້ານຳດ້ວຍ ຂ້າພະເຈົ້າຢາກໃຫ້ມໍຣະດົກມີຢູ່ໃນຄອບຄົວຂອງຜູ້ທີ່ຕາຍ ເພື່ອໃຫ້ຊື່ຂອງເຂົາຍັງມີຢູ່ໃນຖ້າມກາງຍາດພີ່ນ້ອງແລະບ້ານເມືອງ ຂໍໃຫ້ທ່ານຈົ່ງເປັນພຍານຕໍ່ເຫດການໃນມື້ນີ້ດ້ວຍ” 11 ພວກປະຊາຊົນທີ່ຢູ່ໃນທີ່ນັ້ນກໍພ້ອມກັນຕອບວ່າ, “ພວກເຣົາຍິນດີເປັນພຍານໃຫ້” ຝ່າຍພວກເຖົ້າແກ່ກໍເວົ້າວ່າ, “ຂໍພຣະຜູ້ເປັນເຈົ້າຊົງໂຜດຊ່ອຍໃຫ້ຍິງທີ່ຈະໄປຢູ່ບ້ານຂອງເຈົ້ານັ້ນ ເປັນເຫມືອນນາງຣາເຊັນແລະນາງເລອາ ຜູ້ຊຶ່ງມີລູກຫລານຫລາຍສືບເຊື້ອສາຍໃຫ້ແກ່ຣາຊອານາຈັກອິສຣາເອນ ຂໍໃຫ້ເຈົ້າເປັນຜູ້ຮັ່ງມີໃນ ເອຟຣາທາ ແລະມີຊື່ສຽງໂດ່ງດັງໃນເມືອງເບັດເລເຮັມເທີນ 12 ຂໍໃຫ້ເດັກນ້ອຍທີ່ພຣະຜູ້ເປັນເຈົ້າໂຜດປະທານໃຫ້ເຈົ້າຈາກຍິງສາວຄົນນີ້ ຈົ່ງເປັນເຫມືອນຄອບຄົວຂອງເປເຣດບຸດຊາຍຂອງຢູດາແລະນາງທາມາເທີນ 13 ແລ້ວໂບອັສກໍເອົານາງຣູດມາເປັນເມັຽ ແລະສົມສູ່ຢູ່ກິນດ້ວຍກັນ 14 ຕໍ່ມາ ພຣະເຈົ້າໄດ້ຊົງໂຜດໃຫ້ນາງຕັ້ງທ້ອງ ແລະໄດ້ບຸດຊາຍຜູ້ນຶ່ງ 15 ຜູ້ຍິງທັງຫລາຍໃນເມືອງເບັດເລເຮັມຈຶ່ງເວົ້າກັບນາງນາໂອມີວ່າ, “ຈົ່ງຂອບພຣະຄຸນພຣະຜູ້ເປັນເຈົ້າເທີນ ເພາະພຣະອົງຊົງໂຜດໃຫ້ເຈົ້າມີຫລານຊາຍ ຜູ້ຈະບົວລະບັດຮັກສາເຈົ້າ ຂໍໃຫ້ເດັກນ້ອຍຜູ້ນີ້ມີຊື່ສຽງໂດ່ງດັງໃນຣາຊອານາຈັກອິສຣາເອນ ເປັນກຳລັງໃຈ ແລະເປັນຜູ້ຄຸ້ມຄອງຮັກສາເຈົ້າໃນເວລາເຖົ້າແກ່ ລູກສະໃພ້ຜູ້ເປັນແມ່ຂອງເດັກນ້ອຍນີ້ຮັກເຈົ້າຫລາຍ ນາງສາມາດບົວລະບັດຮັກສາເຈົ້າໄດ້ດີກວ່າບຸດຊາຍເຈັດຄົນຂອງເຈົ້າ” 16 ນາງນາໂອມີໄດ້ເອົາໃຈໃສ່ເບິ່ງແຍງ ແລະລ້ຽງເກືອຫລານຊາຍຜູ້ນີ້ເປັນຢ່າງດີ 17 ພວກຜູ້ຍິງບ້ານໃກ້ເຮືອນຄຽງໄດ້ຕັ້ງຊື່ໃຫ້ເດັກນ້ອຍຜູ້ນັ້ນວ່າ ໂອເບດ ພວກເຂົາພາກັນເວົ້າວ່າ, “ເດັກນ້ອຍນີ້ແມ່ນບຸດນາງນາໂອມີ” ຕໍ່ມາ ໂອເບດໄດ້ເປັນບິດາຂອງເຈສຊີ ແລະເຈສຊີໄດ້ເປັນບິດາຂອງດາວິດ 18 ເຊື້ອສາຍຂອງດາວິດ ນັບຕັ້ງແຕ່ເປເຣສມາມີດັ່ງນີ້, ເປເຣສເປັນບິດາເຮສໂຣນ 19 ເຮສໂຣນເປັນບິດາຮາມ ຮາມເປັນບິດາອັມມີນາດາບ 20 ອັມມີນາດາບເປັນບິດານາໂຊນ ນາໂຊນເປັນບິດາຊັນໂມນ 21 ຊັນໂມນເປັນບິດາຂອງໂບອັສ ໂບອັສ ໂບອັສເປັນບິດາຂອງໂອເບດ 22 ໂອເບດເປັນບິດາຂອງເຈສຊີ ເຈສຊີເປັນບິດາດາວິດ
ຊາມູເອນ ສະບັບຕົ້ນ
ເອນການາ ແລະຄອບຄົວທີ່ຊີໂລ
1 ມີຊາຍຄົນນຶ່ງຊື່ວ່າເອນການາ ເປັນຄົນຕະກູນເອຟຣາອິມ ທ່ານຢູ່ເມືອງຮາມາທາອິມ ເທິງພູດອຍເອຟຣາອິມ ທ່ານເປັນບຸດຊາຍຂອງເຢໂຣຮາມ 2 ເຢໂຣຮາມເປັນບຸດເອລີຮູ ຫລານຂອງໂຕຮູ ແລະເຫລັນຂອງຊູຟ ຊາວເຜົ່າເອຟຣາອິມ ເອນການາ ມີເມັຽສອງຄົນຄື ນາງຮັນນາ ແລະນາງເປນິນນາ ເປນິນນາມີບຸດ ແຕ່ຮັນນາບໍ່ມີບຸດ 3 ທຸກໆປີເອນການາໄດ້ອອກຈາກເຮືອນຂອງຕົນຂຶ້ນໄປນະມັສການຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າແຫ່ງຈັກກະວານທີ່ເມືອງຊີໂລ ຢູ່ບ່ອນນີ້ແມ່ນໂຮບ ແລະຟີເນຣາ ບຸດຊາຍທັງສອງຂອງເອລີເປັນປະໂຣຫິດບົວລະບັດພຣະຜູ້ເປັນເຈົ້າ 4 ທຸກໆເທື່ອທີ່ເອນການາຖວາຍເຄື່ອງບູຊາ ທ່ານຈະຕ້ອງແບ່ງຂອງຖວາຍນີ້ໃຫ້ເປນິນນາ ແລະບຸດຂອງທ່ານແຕ່ລະຄົນ 5 ສໍາລັບຮັນນານັ້ນ ທ່ານໄດ້ແບ່ງສ່ວນທີ່ດີໆກວ່າຫມູ່ໃຫ້ແກ່ນາງ ເຖິງແມ່ນວ່າພຣະຜູ້ເປັນເຈົ້າບໍ່ຊົງອະນຸຍາດໃຫ້ນາງມີລູກກໍຕາມ ແຕ່ເອນການາກໍຮັກນາງຫລາຍທີ່ສຸດ 6 ຍ້ອນວ່າພຣະຜູ້ເປັນເຈົ້າບໍ່ຊົງໃຫ້ນາງມີບຸດ ຄູ່ແຂ່ງຂອງນາງຄືເປນິນນາໄດ້ເຮັດໃຫ້ນາງທົນທຸກທໍຣະມານອັບອາຍຂາຍຫນ້າ ແລະຂຸ້ນເຄືອງໃຈເລື້ອຍໆ 7 ເຫດການຢ່າງນີ້ເກີດຂຶ້ນທຸກໆປີ ຍາມເມື່ອເຂົາພາກັນຂຶ້ນໄປພຣະວິຫານຂອງພຣະຜູ້ເປັນເຈົ້າ ເປນິນນາ ກໍເຣັດໃຫ້ຮັນນາເສົ້າໂສກເສັຽໃຈ ນາງຈຶ່ງຮ້ອງໄຫ້ແລະບໍ່ຍອມກິນຫຍັງຫມົດ 8 ເອນການາຜູ້ເປັນຜົວຈຶ່ງຖາມວ່າ, “ຮັນນາເປັນຫຍັງເຈົ້າຈຶ່ງຮ້ອງໄຫ້ ແລະບໍ່ຍອມກິນເຂົ້າກີນໍ້າເປັນຫຍັງເຈົ້າຈຶ່ງໂສກເສົ້າຢູ່ເລື້ອຍໆ ຂ້ອຍບໍ່ມີຄວາມຫມາຍທໍ່ມີບຸດສິບຄົນຊັ້ນບໍ່”
ຮັນນາ ແລະເອລີ
9 ຄັ້ງນຶ່ງທີ່ຊີໂລ ຫລັງຈາກເຂົາຮັບປະທານອາຫານແລ້ວ ນາງຮັນນາກໍລຸກຂຶ້ນໃກ້ປະຕູພຣະວິຫານຂອງພຣະຜູ້ເປັນເຈົ້າ ປະໂຣຫິດເອລີກໍນັ່ງຢູ່ເທິງຕັ່ງອີ້ 10 ຮັນນາຮູ້ສຶກຂົ່ມຂື່ນໃນໃຈຫລາຍໃນຂນະທີ່ນາງອ້ອນວອນຫາພຣະຜູ້ເປັນເຈົ້າ 11 ນາງໄດ້ຮ້ອງໄຫ້ດ້ວຍຄວາມທຸກໃຈ ນາງໄດ້ສາບານຢ່າງຫນັກແຫນ້ນວ່າ, “ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຂໍພຣະອົງຊົງຫລິງເບິ່ງຂ້າພຣະອົງຜູ້ຮັບໃຊ້ຂອງພຣະອົງເທີນ ຂໍຊົງຫລິງເບິ່ງຄວາມໂສກເສົ້າຂອງຂ້າພຣະອົງ ແລະຂໍຊົງຈົດຈໍາຢ່າຫລົງລືມຂ້າພຣະອົງ ຖ້າວ່າ ພຣະອົງຊົງປະທານບຸດຊາຍໃຫ້ຂ້າພຣະອົງ ຂ້າພຣະອົງຂໍສັນຍາວ່າ ຈະອຸທິດຖວາຍເດັກນັ້ນໃຫ້ແກ່ພຣະອົງຕລອດຊົ່ວຊີວິດຂອງເຂົາ ແລະຜົມຂອງເຂົາຈະບໍ່ຖືກຕັດຈັກເທື່ອ 12 ນາງຮັນນາໄດ້ອ້ອນວອນພຣະຜູ້ເປັນເຈົ້າເປັນເວລາດົນນານ ເອລີກໍສັງເກດເບິ່ງປາກຂອງນາງ 13 ຝ່າຍຮັນນາອ້ອນວອນຢູ່ໃນໃຈ ແຕ່ສົບຂອງນາງເຫນັງຕີງ ບໍ່ໄດ້ຍິນສຽງຂອງນາງ ເຫດສະນັ້ນເອລີຈຶ່ງຄິດວ່ານາງເມົາເຫລົ້າ 14 ທ່ານເວົ້າຕໍ່ນາງວ່າ, “ຈົ່ງຍຸດຕິການເມົາເຫລົ້າ ແລະຢັບຢັ້ງສະຕິໄວ້ເທີນ” 15 ນາງຕອບຂຶ້ນວ່າ, “ບໍ່ແມ່ນດອກ ຂ້ານ້ອຍບໍ່ໄດ້ເມົາເຫລົ້າ ແລະບໍ່ໄດ້ດື່ມເຫລົ້າ ແຕ່ຂ້ານ້ອຍຫມົດຄວາມຫວັງ ຂ້ານ້ອຍຈຶ່ງມາອ້ອນວອນລະບາຍຄວາມໂສກເສົ້າຂອງຂ້ານ້ອຍອອກໃຫ້ພຣະຜູ້ເປັນເຈົ້າຟັງ 16 ຂໍທ່ານຢ່າຄິດວ່າ ຂ້ານ້ອຍເປັນຍິງທີ່ບໍ່ມີຄຸນຄ່າເລີຍ ຂ້ານ້ອຍອ້ອນວອນຢູ່ຢ່າງນີ້ກໍເພາະວ່າ ຂ້ານ້ອຍຕົກຢູ່ໃນຄວາມຍາກລໍາບາກ ແລະຄວາມທຸກເສົ້າໂສກຫມອງໃຈ” 17 ເອລີເວົ້າວ່າ, “ຈົ່ງໄປເປັນສຸກເທີນ ຂໍພຣະເຈົ້າຂອງອິສຣາເອນປະທານພອນຕາມທີ່ເຈົ້າໄດ້ຮ້ອງຂໍຕໍ່ພຣະອົງ” 18 ນາງຕອບວ່າ, “ຂໍທ່ານຈົ່ງຄິດເມດຕາປານີຂ້ານ້ອຍເລື້ອຍໆເທີນ” ແລ້ວນາງກໍຈາກໄປ ຕໍ່ຈາກນັ້ນມາ ນາງຈຶ່ງກິນເຂົ້າ ແລະຄວາມໂສກເສົ້າກໍທຸເລົາລົງ
ຊາມູເອນເກີດ ແລະຖືກອຸທິດຖວາຍຕົວ
19 ເຊົ້າວັນໃຫມ່ມາ ເອນການາພ້ອມທັງຄອບຄົວກໍພາກັນໄປນະມັສການພຣະຜູ້ເປັນເຈົ້າແຕ່ເຊົ້າໆ ແລ້ວກໍພາກັນກັບຄືນມາຍັງເມືອງຮາມາ ເມື່ອເອນການາໄດ້ສົມສູ່ຢູ່ກັບນາງຮັນນາຜູ້ເປັນເມັຽ ພຣະຜູ້ເປັນເຈົ້າກໍຊົງຕອບສນອງຄໍາອ້ອນວອນຂອງນາງ 20 ດັ່ງນັ້ນ ນາງຈຶ່ງຖືພາ ແລະເກີດບຸດຊາຍຜູ້ນຶ່ງ ນາງຕັ້ງຊື່ບຸດນັ້ນວ່າ ຊາມູເອນ ເພາະວ່ານາງໄດ້ຂໍເດັກຄົນນີ້ມາຈາກພຣະຜູ້ເປັນເຈົ້າ 21 ຕໍ່ມາ ເອນການາແລະຄອບຄົວກໍພາກັນໄປເມືອງຊີໂລ ເພື່ອຂຶ້ນໄປຖວາຍເຄື່ອງບູຊາປະຈໍາປີ ແລະຖວາຍເຄື່ອງບູຊາພິເສດແກ່ພຣະຜູ້ເປັນເຈົ້າຕາມທີ່ໄດ້ສັນຍາໄວ້ 22 ແຕ່ຮັນນາບໍ່ໄດ້ໄປນໍາ ນາງຈຶ່ງໄດ້ເວົ້າຕໍ່ຜົວຂອງຕົນວ່າ, “ຖ້າເດັກນ້ອຍນີ້ຢ່ານົມຍາມໃດ ຂ້ອຍຈະເອົາເຂົາໄປພຣະວິຫານຂອງພຣະເຈົ້າ ຊຶ່ງເປັນບ່ອນທີ່ເຂົາຈະຢູ່ຕລອດຊົ່ວຊີວິດຂອງເຂົາ” 23 ເອນການາກໍຕອບວ່າ, “ຈົ່ງເຮັດຕາມທີ່ເຈົ້າຄິດວ່າດີ ແລະຢູ່ໃນເຮືອນຫລັງນີ້ຈົນກວ່າລູກຢ່ານົມ ຂໍພຣະຜູ້ເປັນເຈົ້າຊົງບັນດານໃຫ້ຄໍາສັນຍາຂອງເຈົ້ານີ້ກາຍເປັນຈິງ” ດັ່ງນັ້ນ ນາງຮັນນາຈຶ່ງຢູ່ເຮືອນລ້ຽງລູກຂອງນາງຕໍ່ໄປ 24 ຕໍ່ມາ ຫລັງຈາກເດັກນ້ອຍຢ່ານົມແລ້ວ ນາງຈຶ່ງຕຽມເອົາງົວເຖິກອາຍຸສາມຂວບ ແປ້ງນຶ່ງກະປ່ອງ ແລະເຫລົ້າອະງຸ່ນນຶ່ງຖົງຫນັງແລ້ວນາງພາບຸດທີ່ຍັງນ້ອຍໆຢູ່ມາຍັງພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ເມືອງຊີໂລ 25 ແລ້ວເຂົາກໍຂ້າງົວເຖິກຕົວນັ້ນ ແລະນໍາເອົາເດັກນ້ອຍນັ້ນມາຫາເອລີ 26 ຮັນນາເວົ້າຕໍ່ອາລີວ່າ, “ຂໍໂທດທ່ານ ທ່ານຈື່ຂ້ານ້ອຍໄດ້ບໍ່ ຂ້ານ້ອຍຄືຜູ້ຍິງທີ່ທ່ານເຄີຍເຫັນ ຢືນອ້ອນວອນຕໍ່ພຣະຜູ້ເປັນເຈົ້າຢູ່ທີ່ນີ້ 27 ຂ້ານ້ອຍໄດ້ທູນຂໍລູກຈາກພຣະອົງ ແລະພຣະອົງກໍຊົງປະທານໃຫ້ຕາມທີ່ຂ້ານ້ອຍໄດ້ທູນຂໍ 28 ດັ່ງນັ້ນ ຂ້ານ້ອຍຈຶ່ງຂໍອຸທິດຖວາຍເດັກນີ້ໃຫ້ແກ່ພຣະຜູ້ເປັນເຈົ້າຂໍໃຫ້ເຂົາເປັນຂອງພຣະອົງຕລອດຊົ່ວຊີວິດຂອງເຂົາເທີນ” ແລ້ວເຂົາກໍພາກັນຂາບໄຫວ້ນະມັສການພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ
ຄໍາອ້ອນວອນຂອງນາງຮັນນາ
1 ນາງຮັນນາໄດ້ອ້ອນວອນວ່າ, “ພຣະຜູ້ເປັນເຈົ້າຊົງທໍາໃຫ້ຈິດໃຈຂ້າພຣະອົງເຕັມໄປດ້ວຍຄວາມມ່ວນຊື່ນ ຂ້າພຣະອົງມີຄວາມສຸກໃຈຍ້ອນສິ່ງທີ່ພຣະອົງຊົງກະທໍາ ຂ້າພຣະອົງຫົວທ້າທາຍໃສ່ສັດຕຣູຂອງຂ້າພຣະອົງ ຂ້າພຣະອົງເຕັມໄປດ້ວຍຄວາມມ່ວນຊື່ນ ເພາະພຣະເຈົ້າຊົງຊ່ອຍເຫລືອຂ້າພຣະອົງ 2 ບໍ່ມີຜູ້ໃດບໍຣິສຸດດັ່ງພຣະຜູ້ເປັນເຈົ້າ ບໍ່ມີພຣະຜູ້ຄຸ້ມຄອງອົງໃດເຫມືອນພຣະເຈົ້າຂອງພວກຂ້າພຣະອົງ 3 ສຽງໂອ້ອວດຂອງເຈົ້ານັ້ນ ຈົ່ງມິດ ຄໍາເວົ້າທີ່ຈອງຫອງຈົ່ງມິດເສັຽ ເພາະພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າທີ່ຮູ້ແຈ້ງເຫັນຈິງ ພຣະອົງຊົງຕັດສິນການກະທໍາທຸກຢ່າງຂອງມະນຸດ 4 ຄັນທະນູຂອງທະຫານຜູ້ເກັ່ງກ້າໄດ້ຫັກ ແຕ່ຜູ້ທີ່ອ່ອນແອກໍມີແຮງຂຶ້ນ 5 ຜູ້ທີ່ເຄີຍຮັ່ງມີເປັນດີກໍອອກທ່ຽວຮັບຈ້າງຫາກິນ ແຕ່ຜູ້ທີ່ຫິວກໍບໍ່ຫິວອີກຕໍ່ໄປ ເມັຽທີ່ບໍ່ເຄີຍມີບຸດກໍຈະມີບຸດໄດ້ເຈັດຄົນ ແຕ່ແມ່ທີ່ມີບຸດຫລາຍກໍບໍ່ມີບຸດຕໍ່ໄປ 6 ພຣະຜູ້ເປັນເຈົ້າຊົງເອົາຊີວິດ ແລະໃຫ້ມີຊີວິດໃຫມ່ ພຣະອົງຊົງສົ່ງມະນຸດໄປສູ່ພິພົບຄົນຕາຍ ແລະນໍາເຂົາກັບຄືນມາອີກ 7 ພຣະອົງຊົງທໍາໃຫ້ມະນຸດທຸກຍາກ ຫລືຮັ່ງມີຂຶ້ນ ພຣະອົງຊົງກະທໍາໃຫ້ພວກເຂົາຕົກຕໍ່າ ຫລືມີກຽດ 8 ພຣະອົງຊົງຊຸກຍູ້ຄົນຈົນອອກຈາກຄວາມທຸກ ແລະຄວາມຂັດສົນ ພຣະອົງຊົງທໍາໃຫ້ເຂົາເປັນເພື່ອນກັບເຈົ້ານາຍ ແລະໃຫ້ເຂົານັ່ງຢູ່ບ່ອນທີ່ມີກຽດ ຮາກຖານຂອງແຜ່ນດິນໂລກຂຶ້ນຢູ່ກັບພຣະຜູ້ເປັນເຈົ້າ ພຣະອົງຊົງສ້າງໂລກເທິງຮາກຖານນັ້ນ 9 ພຣະອົງຊົງຄຸ້ມຄອງການເປັນຢູ່ຂອງໄພ່ພົນທີ່ສັດຊື່ຂອງພຣະອົງ ແຕ່ວ່າຄົນຊົ່ວຮ້າຍກໍດັບສາບສູນໄປ ເພາະວ່າມະນຸດບໍ່ມີຜົນສໍາເຣັດໃນຊີວິດຍ້ອນກໍາລັງຂອງຕົນເອງ 10 ສັດຕຣູຂອງພຣະຜູ້ເປັນເຈົ້າຈະຖືກທໍາລາຍ ພຣະອົງຈະຊົງແຜດສຽງຈາກຟ້າສວັນຕໍ່ສູ້ເຂົາ ພຣະຜູ້ເປັນເຈົ້າຈະຕັດສິນຄົນທົ່ວທັງໂລກ ພຣະອົງຈະປະທານອໍານາດໃຫ້ກະສັດນັ້ນໄດ້ຮັບໄຊຊະນະ
ລູກຊາຍຂອງເອລີ
11 ແລ້ວເອນການາກໍກັບຄືນເມືອເຮືອນທີ່ເມືອງຮາມາທາອິມ ແຕ່ວ່າບຸດຊາຍນ້ອຍນັ້ນໄດ້ຢູ່ຮັບໃຊ້ພຣະຜູ້ເປັນເຈົ້ານໍາປະໂຣຫິດເອລີທີ່ເມືອງຊີໂລ 12 ຝ່າຍບຸດຊາຍທັງສອງຂອງເອລີເປັນຄົນຂີ້ໂກງ ເພາະເຂົາບໍ່ນັບຖືພຣະຜູ້ເປັນເຈົ້າ 13 ແລະທໍາຜິດຕໍ່ລະບຽບທີ່ໃຫ້ປະໂຣຫິດມີສິດຂໍສ່ວນນຶ່ງຂອງເຄື່ອງຖວາຍ ເຂົາໄດ້ເຮັດດັ່ງນີ້ຄື ເມື່ອຜູ້ໃດຜູ້ນຶ່ງຂ້າສັດຖວາຍບູຊາ ໃນຂນະທີ່ເຂົາກໍາລັງຕົ້ມຊີ້ນຖວາຍຢູ່ນັ້ນ 14 ຄົນໃຊ້ຂອງປະໂຣຫິດກໍຖືເຫລັກສາມງ່າມເຂົ້າມາ ເອົາເຫລັກນັ້ນສັກລົງໄປໃນກະທະ ຫລືຫມໍ້ຫູ ຫລືຫມໍ້ທະນົນ ຫລືຫມໍ້ທໍາມະດາ ຖ້າວ່າເຫລັກນັ້ນສຽບໄດ້ຫຍັງຂຶ້ນມາ ສິ່ງນັ້ນຕ້ອງເປັນຂອງປະໂຣຫິດ ເຂົາທໍາຢ່າງນັ້ນກັບອິສຣາເອນທຸກຄົນທີ່ມາຖວາຍເຄື່ອງບູຊາທີ່ເມືອງຊີໂລ 15 ນອກຈາກນັ້ນ ກ່ອນທີ່ຈະເອົາໄຂມັນຂຶ້ນມາເຜົາຄົນໃຊ້ຂອງປະໂຣຫິດຕ້ອງມາເວົ້າຕໍ່ຜູ້ທີ່ຖວາຍນັ້ນວ່າ, “ເອົາຊີ້ນດິບຕ່ອນນຶ່ງມາໃຫ້ປະໂຣຫິດແດ່ ເພາະທ່ານຢາກເອົາໄປປີ້ງ ທ່ານບໍ່ຢາກກິນຊີ້ນຕົ້ມ” 16 ຖ້າຊາຍຄົນນັ້ນຕອບວ່າ, “ຂໍໃຫ້ເອົາໄຂມັນນີ້ເຜົາສາກ່ອນ ແລ້ວຈຶ່ງເອົາຕາມທີ່ເຈົ້າຕ້ອງການ” ຄົນໃຊ້ຂອງປະໂຣຫິດກໍເວົ້າວ່າ, “ບໍ່ ເອົາໃຫ້ຂ້ອຍດຽວນີ້ສາ ຖ້າວ່າເຈົ້າບໍ່ໃຫ້ໂດຍດີ ຂ້ອຍກໍຈະໃຊ້ກໍາລັງ” 17 ດັ່ງນັ້ນແຫລະ ຄວາມບາບຂອງຄົນຫນຸ່ມທັງສອງຈຶ່ງໃຫຍ່ຫລວງທີ່ສຸດໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ ເພາະວ່າເຂົາສະແດງການຫມິ່ນປມາດເຄື່ອງຖວາຍບູຊາແດ່ພຣະຜູ້ເປັນເຈົ້າ
ຊາມູເອນທີ່ເມືອງຊີໂລ
18 ເດັກຊາຍຊາມູເອນໄດ້ຮັບໃຊ້ພຣະຜູ້ເປັນເຈົ້າ ຕໍ່ມາເຫມືອນດັ່ງປະໂຣຫິດ ເຂົາໄດ້ນຸ່ງເຄື່ອງສະງ່າງາມ 19 ທຸກໆປີໃດ ແມ່ຂອງຊາມູເອນຕ້ອງຫຍິບເສື້ອຍ່າມຕົວນ້ອຍໆມາໃຫ້ເຂົາ ໃນເວລາທີ່ນາງແລະຜົວໄປຖວາຍເຄື່ອງບູຊາປະຈໍາປີ 20 ແລ້ວເອລີກໍອວຍພອນໃຫ້ແກ່ເອນການາກັບເມັຽຂອງເຂົາ ພ້ອມກັບເວົ້າຕໍ່ເອນການາວ່າ, “ຂໍໃຫ້ພຣະຜູ້ເປັນເຈົ້າ ຊົງປະທານລູກໃຫ້ແກ່ເຈົ້າກັບເມັຽຜູ້ນີ້ອີກ ເພື່ອທົດແທນຜູ້ທີ່ເຈົ້າໄດ້ຖວາຍໃຫ້ເປັນຂອງພຣະອົງໄປແລ້ວ” ແລ້ວເຂົາກໍພາກັນກັບບ້ານ 21 ຕໍ່ມາພຣະຜູ້ເປັນເຈົ້າໄດ້ອວຍພອນໃຫ້ນາງຮັນນາ ນາງມີບຸດຊາຍຕື່ມອີກສາມຄົນ ແລະບຸດສາວສອງຄົນ ສ່ວນເດັກຊາຍຊາມູເອນນັ້ນກໍເຕີບໃຫຍ່ຂຶ້ນໃນການຮັບໃຊ້ພຣະຜູ້ເປັນເຈົ້າ 22 ດຽວນີ້ ເອລີໄດ້ເຖົ້າແກ່ຫລາຍແລ້ວ ທ່ານໄດ້ຍິນຫລາຍເຣື່ອງທີ່ບຸດຊາຍຂອງທ່ານເຮັດຕໍ່ອິສຣາເອນ ເປັນຕົ້ນເຂົາໄດ້ເປັນຊູ້ກັບຍິງທີ່ມາບົວລະບັດຮັບໃຊ້ຢູ່ຕໍ່ຫນ້າຫໍເຕັນສັກສິດ 23 ດັ່ງນັ້ນ ທ່ານຈຶ່ງເວົ້າຕໍ່ເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງເຫລົ່ານີ້ ຫລາຍຄົນໄດ້ບອກຂ້ອຍກ່ຽວກັບພຶດຕິການອັນຊົ່ວຊາມຂອງພວກເຈົ້າ 24 ລູກເອີຍ ຈົ່ງເຊົາເຮັດການນີ້ສາຖ້ອນ ໄພ່ພົນຂອງພຣະຜູ້ເປັນເຈົ້າໄດ້ເວົ້າກ່ຽວກັບເຣື່ອງບໍ່ດີນີ້ເລື້ອຍໆ 25 ຖ້າວ່າຜູ້ນຶ່ງທໍາຜິດຕໍ່ຄົນອື່ນ ພຣະເຈົ້າຊົງປ້ອງກັນເຂົາໄວ້ ແຕ່ວ່າ ເມື່ອຜູ້ນຶ່ງທໍາຜິດຕໍ່ສູ້ພຣະເຈົ້າ ແມ່ນໃຜຈະສາມາດປ້ອງກັນເຂົາໄວ້ໄດ້” ແຕ່ເຂົາທັງສອງບໍ່ໄດ້ຟັງຄວາມບິດາ ເພາະວ່າພຣະຜູ້ເປັນເຈົ້າຊົງຕັດສິນພຣະທັຍແລ້ວວ່າຈະປະຫານຊີວິດຂອງພວກເຂົາ 26 ເດັກຊາຍຊາມູເອນໄດ້ໃຫຍ່ເຕີບໂຕຂຶ້ນ ພຣະຜູ້ເປັນເຈົ້າ ແລະມະນຸດກໍພໍໃຈນໍາເຂົາເລື້ອຍໆມາ 27 ມີຜູ້ປະກາດພຣະທັມຜູ້ນຶ່ງໄດ້ມາຫາອາລີ ແລະບອກວ່າ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້, “ຄາວເມື່ອອາໂຣນບັນພະບຸຣຸດຂອງທ່ານພ້ອມທັງຄອບຄົວໄດ້ເປັນທາດຂອງຟາຣາໂອ ກະສັດແຫ່ງປະເທດເອຢິບນັ້ນເຮົາໄດ້ປາກົດໃຫ້ທ່ານເຫັນຖ້າມກາງຕະກູນອິສຣາເອນ 28 ເຮົາໄດ້ເລືອກເອົາແຕ່ຄອບຄົວຂອງທ່ານໃຫ້ເປັນປະໂຣຫິດບົວຣະບັດເຮົາ ເພື່ອເຮັດວຽກກ່ຽວກັບການຖວາຍບູຊາຄື ການເຜົາເຄື່ອງຫອມ ແລະນໍາເອົາຫີບສັກສິດມາຕໍ່ຫນ້າ ຝ່າຍເຮົາກໍໃຫ້ເຂົາມີສິດເອົາສ່ວນນຶ່ງຂອງເຄື່ອງບູຊາທີ່ເຜົາຢູ່ເທິງແທ່ນບູຊານັ້ນ 29 ແລ້ວເປັນຫຍັງເຈົ້າຈຶ່ງໂລບມາກໃນເຄື່ອງບູຊາ ແລະເຄື່ອງຖວາຍຕາມຄໍາສັ່ງຂອງເຮົາ ແລະໃຫ້ກຽດແກ່ບຸດຊາຍທັງສອງຂອງເຈົ້າເຫນືອເຮົາ ແລະກະທໍາໃຫ້ຕົວຂອງເຈົ້າທັງຫລາຍອ້ວນພີ ດ້ວຍສ່ວນທີ່ດີທີ່ສຸດຈາກຂອງຖວາຍທຸກຣາຍຈາກອິສຣາເອນຊົນຊາດຂອງເຣົາ” 30 ເຮົາ ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນເຄີຍສັນຍາມາກ່ອນແລ້ວວ່າ ຄອບຄົວຂອງເຈົ້າ ແລະຜູ້ທີ່ຢູ່ໃນເຊື້ອສາຍດຽວກັນກັບເຈົ້າຕ້ອງເປັນປະໂຣຫິດຮັບໃຊ້ເຮົາຕລອດເວລາ ແຕ່ດຽວນີ້ ເຮົາຂໍເວົ້າວ່າ ຂໍໃຫ້ການນັ້ນຫ່າງໄກຈາກເຮົາ ເພາະວ່າເຮົາຈະໃຫ້ກຽດແກ່ຜູ້ທີ່ໃຫ້ກຽດເຮົາ ເຮົາຈະຫມິ່ນປມາດຕໍ່ຜູ້ທີ່ຫມິ່ນປມາດເຣົາ 31 ເບິ່ງແມ໋, ວາຣະນັ້ນຈະມາເຖິງຢູ່ແລ້ວ ເມື່ອເຮົາຈະຕັດແຂນຂອງເຈົ້າອອກ ແລະຕັດແຂນຂອງເຊື້ອສາຍບິດາຂອງເຈົ້າອອກ ເພື່ອວ່າບໍ່ໃຫ້ມີຜູ້ໃດໃນຄອບຄົວນັ້ນມີອາຍຸຢູ່ຕໍ່ໄປຈົນເຖິງເຖົ້າແກ່ 32 ເຈົ້າຈະຕົກທຸກຍາກລໍາບາກ ແລະຈະອິດສາອິສຣາເອນ ທີ່ໄດ້ຮັບຄວາມພອນທຸກຢ່າງ ແຕ່ວ່າບໍ່ມີຜູ້ໃດໃນຄອບຄົວຂອງເຈົ້າມີຊີວິດຢູ່ຕໍ່ໄປຈົນເຖິງເຖົ້າແກ່ 33 ແຕ່ເຮົາຍັງຈະໃຫ້ຜູ້ນຶ່ງໃນເຊື້ອສາຍຂອງເຈົ້າມີຊີວິດຢູ່ອີກ ທ່ານຈະເປັນປະໂຣຫິດຮັບໃຊ້ເຮົາ ແຕ່ທ່ານຈະກາຍເປັນຄົນຕາບອດ ແລະສູນເສັຽຄວາມຫວັງທຸກຢ່າງ ຝ່າຍເຊື້ອສາຍຄົນອື່ນໆຂອງເຈົ້າຈະຕາຍຢ່າງທາຣຸນ 34 ໃນເມື່ອບຸດຊາຍທັງສອງຂອງເຈົ້າຄື ໂຮບນີ ແລະຟີເນຮັສ ຕາຍໄປໃນມື້ດຽວກັນນັ້ນແຫລະ ດ້ວຍເຫດນີ້ ຈະສະແດງໃຫ້ເຈົ້າເຫັນວ່າ ສິ່ງທີ່ເຮົາໄດ້ເວົ້ານີ້ເປັນຄວາມຈິງ 35 ເຣົາຈະເລືອກເອົາປະໂຣຫິດທີ່ຊື່ສັດຕໍ່ເຮົາ ແລະຈະໃຫ້ທ່ານເຮັດທຸກສິ່ງທີ່ເຮົາຕ້ອງການ ເຮົາຈະໃຫ້ທ່ານມີເຊື້ອສາຍເປັນຜູ້ຮັບໃຊ້ຕລອດໄປ ຕໍ່ຫນ້າຜູ້ທີ່ເຮົາໄດ້ເລືອກໄວ້ນັ້ນ 36 ບໍ່ວ່າໃຜກໍຕາມໃນເຊື້ອສາຍຂອງເຈົ້າທີ່ມີຊີວິດຢູ່ຕໍ່ໄປຈະມາຂາບໄຫວ້ເຂົາຂໍເງິນ ແລະເຂົ້າຈີ່ກ້ອນນຶ່ງ ແລະຈະກ່າວວ່າ, “ຂໍທ່ານກະຣຸນາຕັ້ງຂ້າພະເຈົ້າໄວ້ໃນຕໍາແຫນ່ງປະໂຣຫິດອີກເທື່ອນຶ່ງເຖີດ ເພື່ອຂ້າພະເຈົ້າຈະໄດ້ຮັບປະທານອາຫານຕື່ມອີກຫນ້ອຍນຶ່ງ”
ພຣະຜູ້ເປັນເຈົ້າຊົງປາກົດຕໍ່ຊາມູເອນ
1 ເດັກຊາຍຊາມູເອນໄດ້ຮັບໃຊ້ພຣະຜູ້ເປັນເຈົ້າພາຍໃຕ້ການນໍາພາຂອງເອລີ ໃນເວລາທີ່ຮັບໃຊ້ຢູ່ນັ້ນ ກໍບໍ່ຄ່ອຍມີຖ້ອຍຄໍາຈາກພຣະຜູ້ເປັນເຈົ້າປານໃດ ແລະດົນໆກໍຄ່ອຍມີການນິມິດຄັ້ງນຶ່ງ 2 ໃນຄືນນຶ່ງ ເອລີຊຶ່ງເປັນຄົນຕາບໍ່ດີຍ້ອນຄວາມຊະຣາ ໄດ້ນອນຢູ່ທີ່ຫ້ອງສ່ວນຕົວຂອງທ່ານ 3 ສ່ວນຊາມູເອນໄດ້ນອນຢູ່ໃນພຣະວິຫານບ່ອນທີ່ມີຫີບຄໍາສັນຍາຂອງພຣະເຈົ້າ ແລະຕະກຽງກໍໄຕ້ຢູ່ 4 ໃນຂນະທີ່ນອນຢູ່ນັ້ນ ພຣະຜູ້ເປັນເຈົ້າໄດ້ເອີ້ນຊາມູເອນ ແລະທ່ານກໍຂານຕອບວ່າ, “ໂດຍ ຂ້ານ້ອຍ” 5 ແລ້ວທ່ານກໍແລ່ນໄປເວົ້າຕໍ່ເອລີວ່າ, “ທ່ານເອີ້ນຂ້ານ້ອຍບໍ ຂ້ານ້ອຍຢູ່ນີ້ແລ້ວ” ແຕ່ເອລີຕອບວ່າ, “ຂ້ອຍບໍ່ໄດ້ເອີ້ນເຈົ້າ ຈົ່ງກັບຄືນໄປນອນສາ” ຊາມູເອນກໍກັບຄືນໄປນອນ 6 ພຣະຜູ້ເປັນເຈົ້າຊົງເອີ້ນຊາມູເອນຄັ້ງທີ່ສອງ ເດັກຊາຍຄົນນີ້ກໍລຸກຂຶ້ນອີກ ແລະໄປເວົ້າຕໍ່ເອລີວ່າ, “ທ່ານເອີ້ນຂ້ານ້ອຍບໍ ຂ້ານ້ອຍຢູ່ນີ້ແລ້ວ” ແຕ່ເອລີຕອບວ່າ, “ລູກເອີຍ ພໍ່ບໍ່ໄດ້ເອີ້ນເຈົ້າດອກຈົ່ງກັບຄືນໄປນອນສາ” 7 ຊາມູເອນກໍຍັງບໍ່ທັນຮູ້ຈັກພຣະຜູ້ເປັນເຈົ້າ ເພາະວ່າພຣະອົງຍັງບໍ່ເຄີຍເວົ້າກັບເຂົາມາກ່ອນ 8 ພຣະຜູ້ເປັນເຈົ້າເອີ້ນຊາມູເອນອີກເປັນຄັ້ງທີ່ສາມ ເຂົາກໍລຸກຂຶ້ນອີກ ແລະໄປຖາມເອລີວ່າ, “ທ່ານເອີ້ນຂ້ານ້ອຍບໍ ຂ້ານ້ອຍຢູ່ນີ້ແລ້ວ” ແລ້ວເອລີກໍເຂົ້າໃຈວ່າ ແມ່ນພຣະຜູ້ເປັນເຈົ້າເປັນຜູ້ຊົງເອີ້ນເດັກຊາຍນີ້ 9 ດັ່ງນັ້ນ ທ່ານຈຶ່ງເວົ້າຕໍ່ຊາມູເອນວ່າ, “ຈົ່ງກັບຄືນໄປນອນສາ ແລະຖ້າວ່າທ່ານເອີ້ນເຈົ້າອີກໃຫ້ເຈົ້າເວົ້າວ່າ “ຜູ້ຮັບໃຊ້ຂອງພຣະອົງກໍາລັງຟັງຢູ່ ຂໍພຣະອົງຊົງຮັບສັ່ງເທີນ” ແລ້ວຊາມູເອນກໍກັບຄືນໄປນອນ 10 ຕໍ່ມາອີກ ພຣະຜູ້ເປັນເຈົ້າໄດ້ມາເອີ້ນຢູ່ບ່ອນນັ້ນຄືແຕ່ກ່ອນວ່າ, “ຊາມູເອນ ຊາມູເອນ” ຊາມູເອນກໍຕອບຂຶ້ນວ່າ, “ຜູ້ຮັບໃຊ້ຂອງພຣະອົງກໍາລັງຟັງຢູ່ ຂໍພຣະອົງຊົງຮັບສັ່ງເທີນ” 11 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ເຂົາວ່າ, “ເຮົາຈະທໍາສິ່ງທີ່ຫນ້າຢ້ານຫລາຍຕໍ່ອິສຣາເອນ ຖ້າທຸກຄົນໄດ້ຍິນເຣື່ອງນີ້ແລ້ວ ຈະຕ້ອງຢ້ານກົວທີ່ສຸດ 12 ໃນວັນນັ້ນ ເຮົາຈະທໍາຕາມຄໍາເວົ້າທັງຫມົດຂອງເຮົາທີ່ໄດ້ກ່າວໄວ້ຕໍ່ຄອບຄົວເອລີ 13 ເຣົາໄດ້ບອກເຂົາແລ້ວວ່າ ເຮົາຈະລົງໂທດຄອບຄົວຂອງເຂົາຕລອດໄປ ເພາະວ່າບຸດຊາຍທັງສອງຂອງເຂົາໄດ້ຢຽດຫຍາມພຣະເຈົ້າ ເຂົາບໍ່ໄດ້ຫ້າມປາມ 14 ດ້ວຍເຫດນີ້ ເຮົາຈຶ່ງເວົ້າຢ່າງຫນັກແຫນ້ນຕໍ່ຄອບຄົວຂອງເອລີວ່າ ບໍ່ມີການບູຊາ ຫລືການຖວາຍໃດໆທີ່ຈະສາມາດທໍາໃຫ້ເຂົາພົ້ນຈາກຄວາມຜິດອັນຮ້າຍແຮງນີ້ໄດ້” 15 ຊາມູເອນນອນຫລັບໄປຈົນເຖິງມື້ເຊົ້າ ແລ້ວເຂົາໄດ້ລຸກຂຶ້ນໄປໄຂປະຕູວິຫານ ແຕ່ຊາມູເອນບໍ່ກ້າບອກນິມິດນີ້ແກ່ເອລີ 16 ເອລີໄດ້ເອີ້ນຊາມູເອນແລະກ່າວວ່າ, “ລູກເອີຍ” ຊາມູເອນຕອບວ່າ, “ໂດຍ ຂ້ານ້ອຍ” 17 ແລ້ວເອລີຈຶ່ງຖາມຂຶ້ນວ່າ, “ພຣະຜູ້ເປັນເຈົ້າໄດ້ບອກເຈົ້າວ່າຢ່າງໃດ ຢ່າປິດບັງພໍ່ເລີຍ ຖ້າເຈົ້າບໍ່ບອກພໍ່ໃນສິ່ງທີ່ພຣະອົງຊົງກ່າວແກ່ເຈົ້ານັ້ນ ພຣະເຈົ້າຈະລົງໂທດເຈົ້າຢ່າງຮ້າຍແຮງທີ່ສຸດ” 18 ດັ່ງນັ້ນ ຊາມູເອນຈຶ່ງບອກທ່ານທຸກຢ່າງໂດຍບໍ່ໄດ້ປິດບັງຫຍັງຫມົດ ແລ້ວເອລີຈຶ່ງເວົ້າວ່າ, “ພຣະອົງເປັນພຣະຜູ້ເປັນເຈົ້າ ໃຫ້ພຣະອົງກະທໍາທຸກຢ່າງຕາມນໍ້າພຣະທັຍຂອງພຣະອົງເທີນ” 19 ໃນຂນະທີ່ຊາມູເອນໃຫຍ່ເຕີບໂຕຂຶ້ນນັ້ນ ພຣະຜູ້ເປັນເຈົ້າກໍຊົງສະຖິດຢູ່ນໍາເຂົາ ແລະຊົງທໍາໃຫ້ທຸກສິ່ງທີ່ຊາມູເອນໄດ້ເວົ້າອອກມານັ້ນໃຫ້ເປັນຄວາມຈິງ 20 ດັ່ງນັ້ນ ອິສຣາເອນທຸກຄົນແຕ່ເຫນືອຕລອດໃຕ້ ຈຶ່ງຮູ້ຈັກວ່າ ຊາມູເອນແມ່ນເປັນຜູ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າແທ້ 21 ແລ້ວພຣະຜູ້ເປັນເຈົ້າໄດ້ຊົງປາກົດອີກທີ່ເມືອງຊີໂລ ເພາະພຣະຜູ້ເປັນເຈົ້າຊົງສໍາແດງພຣະອົງແກ່ຊາມູເອນທີ່ເມືອງຊີໂລ ໂດຍພຣະດໍາຣັດຂອງພຣະຜູ້ເປັນເຈົ້າ ແລະຖ້ອຍຄໍາຂອງຊາມູເອນມາເຖິງຄົນອິສຣາເອນທັງປວງ
ສັດຕຣູຍຶດເອົາຫີບຄໍາສັນຍາ
1 ໃນເວລານັ້ນ ຊາວອິສຣາເອນໄດ້ອອກຮົບເສິກກັບຊາວຟີລິສຕິນ ຊາວອິສຣາເອນໄດ້ຕັ້ງຄ້າຍຢູ່ໃນເມືອງ ເອເບນເອເຊີ ສ່ວນຊາວຟີລິສຕິນໄດ້ຕັ້ງຄ້າຍຢູ່ທີ່ເມືອງອາເຟັກ 2 ຊາວຟີລິສຕິນໄດ້ຕຽມສູ້ຮົບ ເຂົາໄດ້ຕໍ່ສູ້ຢ່າງດຸເດືອດຈົນຕີຊະນະຊາວອິສຣາເອນໄດ້ ໂດຍໄດ້ຂ້າເຂົາຕາຍໃນສະຫນາມຮົບປະມານສີ່ພັນຄົນ 3 ເມື່ອພວກທີ່ເຫລືອຕາຍໄດ້ກັບຄືນຄ້າຍພັກ ຜູ້ນໍາຊາວອິສຣາເອນຈຶ່ງເວົ້າຂຶ້ນວ່າ, “ວັນນີ້ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງໃຫ້ຊາວຟີລິສຕິນຊະນະພວກເຮົາ ຈົ່ງໄປເອົາຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າມາຈາກເມືອງຊີໂລ ເພື່ອວ່າພຣະອົງຈະໄດ້ຢູ່ກັບພວກເຮົາ ແລະຊ່ອຍພວກເຣົາໃຫ້ພົ້ນຈາກເງື້ອມມືຂອງສັດຕຣູ 4 ດັ່ງນັ້ນ ເຂົາຈຶ່ງສົ່ງໄປເມືອງຊີໂລ ເພື່ອນໍາຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຜູ້ຊົງປະທັບຢູ່ເທິງພຣະທີ່ນັ່ງລະຫວ່າງກາງເຊຣູບິມນັ້ນມາ ຝ່າຍໂຮບນີ ແລະຟີເນຮັສບຸດຊາຍທັງສອງຂອງເອລີກໍມາພ້ອມຫີບຄໍາສັນຍາຂອງພຣະເຈົ້ານັ້ນ 5 ເມື່ອຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າມາຮອດ ອິສຣາເອນກໍຮ້ອງສຽງດັງສະຫນັ່ນຂຶ້ນຈົນແຜ່ນດິນສັ່ນສະເທືອນ 6 ເມື່ອຊາວຟີລິສຕິນໄດ້ຍິນສຽງດັງສະຫນັ່ນຫວັ່ນໄຫວນັ້ນ ຈຶ່ງເວົ້າຂຶ້ນວ່າ, “ຈົ່ງຟັງສຽງຮ້ອງໃນຄ້າຍຂອງຊາວເຮັບເຣີແມ໋ ມັນແມ່ນຫຍັງແທ້ ແຕ່ເມື່ອເຂົາໄດ້ຮູ້ວ່າຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າໄດ້ມາຮອດຄ້າຍພັກຊາວເຮັບເຣີແລ້ວ 7 ເຂົາກໍພາກັນຢ້ານ ແລະເວົ້າວ່າ, “ພຣະເຈົ້າໄດ້ມາຊ່ອຍໃນຄ້າຍພັກຂອງພວກເຂົາແລ້ວ ບັດນີ້ພວກເຮົາຈະຕ້ອງເສັຽໄຊແຫລະ ເພາະພວກເຮົາບໍ່ເຄີຍພົບເຫັນແບບນີ້ມາກ່ອນເລີຍ 8 ແມ່ນໃຜຈະສາມາດຊ່ອຍພວກເຮົາໃຫ້ພົ້ນຈາກອໍານາດຂອງພຣະເຈົ້າອົງນີ້ໄດ້ ແມ່ນພຣະເຈົ້າອົງນີ້ແຫລະ ທີ່ໄດ້ຂ້າຊາວເອຢິບດ້ວຍໄພວິບັດນາໆຊະນິດຢູ່ໃນຖິ່ນກັນດານ 9 ຊາວຟີລິສຕິນທັງຫລາຍເອີຍ ຈົ່ງເຂັ້ມແຂງເທີນ ຈົ່ງຕໍ່ສູ້ຢ່າງລູກຜູ້ຊາຍ ຫລືວ່າພວກເຮົາຈະເປັນທາດຂອງຊາວເຮັບເຣີ ດັ່ງທີ່ພວກເຂົາເຄີຍເປັນທາດຂອງພວກເຮົາ ດັ່ງນັ້ນຈົ່ງຕໍ່ສູ້ຢ່າງຜູ້ຊາຍເທີນ” 10 ຝ່າຍຊາວຟີລິສຕິນກໍຕໍ່ສູ້ຢ່າງພິລາດອາດຫານ ອິສຣາເອນຈຶ່ງຜ່າຍແພ້ ແລະແຕກຫນີເມືອບ້ານເມືອງຂອງຕົນ ທະຫານອິສຣາເອນໄດ້ຖືກຂ້າຕາຍສາມສິບພັນຄົນ ຊຶ່ງເປັນການເສັຽໄຊຄັ້ງຍິ່ງໃຫຍ່ 11 ສ່ວນຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າກໍຖືກຍຶດເອົາໄປ ໂຮບນີ ແລະຟີເນຮັສ ບຸດຊາຍທັງສອງຂອງເອລີກໍຖືກຂ້າຕາຍ
ເອລີເສັຽຊີວິດ
12 ໃນວັນດຽວກັນນັ້ນ ມີຊາຍຕະກູນເບັນຢາມີນຄົນນຶ່ງໄດ້ແລ່ນມາແຕ່ສະຫນາມຮົບ ມາເມືອງຊີໂລດ້ວຍຄວາມໂສກເສົ້າ ເຂົາໄດ້ຈີກເສື້ອ ແລະເອົາຂີ້ດິນໂຮຍໃສ່ຫົວ 13 ຊາຍຄົນນັ້ນມາໃນເມືອງເພື່ອບອກຂ່າວ ເມື່ອທຸກຄົນໄດ້ຍິນກໍຮ້ອງໄຫ້ດ້ວຍຄວາມເສັຽໃຈ ສ່ວນ ເອລີທີ່ກໍາລັງນັ່ງຄອຍຖ້າຢູ່ໃກ້ຫົນທາງພ້ອມທັງຄິດເປັນຫ່ວງນໍາຫີບຄໍາສັນຍາຂອງພຣະເຈົ້າ 14 ເມື່ອທ່ານໄດ້ຍິນສຽງອຶກກະທຶກນຶກນອງຈຶ່ງຖາມຂຶ້ນວ່າ, “ແມ່ນສຽງຫຍັງ” ຊາຍຄົນນັ້ນກໍຟ້າວແລ່ນມາບອກຂ່າວແກ່ເອລີ 15 ໃນຂນະນີ້ເອລີມີອາຍຸໄດ້ເກົ້າສິບແປດປີ ແລະຕາກໍບອດຫມົດ 16 ຊາຍຄົນນັ້ນຈຶ່ງເວົ້າວ່າ, “ວັນນີ້ຂ້າພະເຈົ້າຫນີມາຈາກສະຫນາມຮົບ ແລະໄດ້ແລ່ນມາບ່ອນນີ້” ເອລີຈຶ່ງຖາມເຂົາວ່າ, “ລູກເອີຍ ມີເຣື່ອງຫຍັງເກີດຂຶ້ນ” 17 ຄົນນໍາຂ່າວຜູ້ນັ້ນຈຶ່ງຕອບວ່າ, “ຊາວຟີລິສຕິນໄດ້ໄລ່ຊາວອິສຣາເອນແຕກພ່າຍຫນີໄປ ມັນເປັນການຜ່າຍແພ້ຢ່າງຫນ້າຢ້ານທີ່ສຸດສໍາລັບພວກເຮົາ ຢູ່ໃນເຫດການນັ້ນ ໂຮບນີ ແລະຟີເນຮັສ ລູກທັງສອງຂອງທ່ານກໍຖືກຂ້າດ້ວຍ ແລະຫີບຄໍາສັນຍາຂອງພຣະເຈົ້າກໍຖືກຍຶດໄປ” 18 ສ່ວນເອລີຊຶ່ງນັ່ງຢູ່ໃກ້ປະຕູວິຫານ ພໍຊາຍຄົນນັ້ນເວົ້າເຖິງຫີບຄໍາສັນຍາ ທ່ານກໍຫງາຍຫລັງລົງຈົນຄໍຫັກຕາຍ ເພາະວ່າທ່ານເປັນຄົນເຖົ້າ ແລະຕຸ້ຍ ເອລີເປັນຜູ້ປົກຄອງພວກອິສຣາເອນເປັນເວລາສີ່ສິບປີ
ເມັຽຟີເນຮັສເສັຽຊີວິດ
19 ລູກໄພ້ຂອງເອລີ ຜູ້ເປັນເມັຽຂອງຟີເນຮັສ ຊຶ່ງກໍາລັງຖືພາ ແລະໃກ້ຈະຄອດ ເມື່ອນາງໄດ້ຍິນຂ່າວວ່າຫີບຄໍາສັນຍາຂອງພຣະເຈົ້າຖືກຍຶດ ແລະພໍ່ປູ່ກັບຜົວຂອງຕົນກໍເສັຽຊີວິດແລ້ວ ໃນທັນໃດນັ້ນ ດ້ວຍຄວາມເສັຽໃຈນາງກໍເຈັບທ້ອງ ແລະຄອດບຸດອອກມາ 20 ນາງກໍາລັງຈະສິ້ນໃຈຕາຍ ແຕ່ພວກຜູ້ຍິງທີ່ພວມຊົດຊ່ອຍນາງນັ້ນໄດ້ເວົ້າວ່າ, “ເຈົ້າໄດ້ລູກຊາຍໃດ ຈົ່ງເຮັດໃຈໃຫ້ເຂັ້ມແຂງເອົາໄວ້” ແຕ່ນາງບໍ່ໄດ້ຟັງ ຫລືຕອບຢ່າງໃດຫມົດ 21 ນາງໄດ້ໃສ່ຊື່ເດັກນັ້ນວ່າ ອິສອາໂບດ ຊຶ່ງແປວ່າ “ຣັສມີຂອງພຣະເຈົ້າໄດ້ຈາກອິສຣາເອນໄປແລ້ວ” ຊຶ່ງຫມາຍເຖິງຫີບຄໍາສັນຍາຖືກຍຶດໄປ ແລະພໍ່ປູ່ກັບຜົວຂອງນາງກໍເສັຽຊີວິດ ນາງໄດ້ກ່າວວ່າ, “ຣັສມີຂອງພຣະເຈົ້າໄດ້ຈາກພວກອິສຣາເອນໄປແລ້ວ ເພາະວ່າ ຫີບຄໍາສັນຍາຂອງພຣະເຈົ້າກໍໄດ້ຖືກຍຶດໄປ”
ຫີບຄໍາສັນຍາໃນແຜ່ນດິນຂອງຟີລິສຕິນ
1 ເມື່ອຊາວຟີລິສຕິນໄດ້ຍຶດຫີບຄໍາສັນຍາຂອງພຣະເຈົ້າໄປນັ້ນ ພວກເຂົານໍາໄປຈາກເອເບນເອເຊີເຖິງເມືອງອັສໂດດ 2 ຊາວຟີລີສຕິນກໍນໍາເອົາຫີບຄໍາສັນຍາຂອງພຣະເຈົ້າເຂົ້າໄປໄວ້ໃນໂບດຂອງພຣະດາໂກນ ແລະວາງໄວ້ຂ້າງພຣະດາໂກນ 3 ເມື່ອປະຊາຊົນຊາວອັສໂດດຕື່ນເຊົ້າໃນວັນຮຸ່ງຂຶ້ນ ເບິ່ງແມ໋, ພຣະດາໂກນໄດ້ລົ້ມຫນ້າຄວ່ໍາລົງມາຍັງພື້ນດິນຕໍ່ຫນ້າຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າ ເຂົາທັງຫລາຍຈຶ່ງຍົກພຣະດາໂກນຂຶ້ນຕັ້ງໄວ້ໃນທີ່ເດີມ 4 ແຕ່ເມື່ອເຂົາທັງຫລາຍຕື່ນເຊົ້າໃນວັນຮຸ່ງຂຶ້ນ ເບິ່ງແມ໋, ພຣະດາໂກນກໍລົ້ມຫນ້າຄວໍ່າລົງມາຍັງພື້ນດິນຕໍ່ຫນ້າຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າ ສຽນຂອງພຣະດາໂກນ ແລະມືທັງສອງກໍຫັກອອກຢູ່ທີ່ປະຕູ ເຫລືອຢູ່ແຕ່ລໍາຕົວພຣະດາໂກນ 5 ເພາະເຫດນີ້ປະໂຣຫິດຂອງພຣະດາໂກນ ແລະຜູ້ທີ່ເຂົ້າໄປໃນໂບດຂອງພຣະດາໂກນຈຶ່ງບໍ່ຢຽບປະຕູໂບດພຣະດາໂກນທີ່ເມືອງອັສໂດດຈົນເຖິງທຸກວັນນີ້ 6 ພຣະຫັດຂອງພຣະຜູ້ເປັນເຈົ້າຢູ່ເຫນືອປະຊາຊົນອັສໂດດຢ່າງຫນັກ ພຣະອົງຊົງກະທໍາໃຫ້ເຂົາຢ້ານກົວ ແລະຊົງລົງໂທດເຂົາດ້ວຍຕຸ່ມຝີ ທັງຊາວອັສໂດດ ແລະເຂດແດນຂອງຊາວເມືອງນັ້ນ 7 ແລະເມື່ອຊາວເມືອງອັສໂດດເຫັນດັ່ງນັ້ນ ເຂົາທັງຫລາຍກ່າວວ່າ, “ຢ່າໃຫ້ຫີບຄໍາສັນຍາຂອງພຣະເຈົ້າຂອງອິສຣາເອນຢູ່ກັບເຮົາເລີຍ ເພາະວ່າພຣະຫັດຂອງພຣະຢູ່ເຫນືອເຮົາ ແລະເຫນືອພຣະດາໂກນພຣະຂອງເຮົາຢ່າງຫນັກ” 8 ເຂົາຈຶ່ງໃຊ້ຄົນໄປເອີ້ນປະຊຸມເຈົ້ານາຍທັງຫມົດຂອງຟີລິສຕີນ ແລະກ່າວວ່າ, “ເຮົາຈະທໍາຢ່າງໃດກັບຫີບຄໍາສັນຍາຂອງພຣະເຈົ້າຂອງອິສຣາເອນ” ເຂົາທັງຫລາຍຕອບວ່າ, “ໃຫ້ເຮົານໍາຫີບຄໍາສັນຍາຂອງພຣະເຈົ້າຂອງອິສຣາເອນອ້ອມໄປທາງເມືອງກາດ” ເພາະສະນັ້ນເຂົາຈຶ່ງນໍາຫີບແຫ່ງພຣະເຈົ້າຂອງອິສຣາເອນໄປທີ່ນັ້ນ 9 ແຕ່ເມື່ອເຂົາທັງຫລາຍນໍາຫີບອ້ອມໄປເມືອງກາດນັ້ນແລ້ວ ພຣະຫັດຂອງພຣະຜູ້ເປັນເຈົ້າກໍຕໍ່ສູ້ເມືອງນັ້ນທໍາໃຫ້ເກີດຄວາມວຸ້ນວາຍຢ່າງຫນັກ ແລະຊົງຕໍ່ສູ້ຊາວເມືອງນັ້ນທັງເດັກແລະຜູ້ໃຫຍ່ ຄືໃຫ້ເກີດຕຸ່ມຝີຂຶ້ນທີ່ຕົວເຂົາທັງຫລາຍ 10 ເຂົາຈຶ່ງສົ່ງຫີບແຫ່ງພຣະເຈົ້າໄປຍັງເມືອງເອກໂຣນ ແລະຢູ່ມາເມື່ອຫີບແຫ່ງພຣະເຈົ້າມາເຖິງເມືອງເອກໂຣນ ຊາວເມືອງເອກໂຣນຮ້ອງວ່າ, “ເຂົາໄດ້ນໍາຫີບແຫ່ງພຣະເຈົ້າຂອງອິສຣາເອນມາໃຫ້ເຮົາ ເພື່ອຈະຂ້າເຮົາແລະປະຊາຊົນຂອງເຣົາເສັຽ” 11 ເພາະສະນັ້ນ ເຂົາຈຶ່ງສົ່ງຄົນໄປເອີ້ນປະຊຸມເຈົ້ານາຍທັງຫມົດຂອງຄົນຟີລິສຕິນ ແລະກ່າວວ່າ, “ຈົ່ງສົ່ງຫີບແຫ່ງພຣະເຈົ້າຂອງອິສຣາເອນໄປເສັຽໃຫ້ຫີບນັ້ນກັບໄປຍັງທີ່ເດີມ ເພື່ອຫີບນັ້ນຈະບໍ່ໄດ້ຂ້າເຮົາ ຫລືປະຊາຊົນຂອງເຮົາເສັຽ” ເພາະວ່າມີຄວາມວຸ້ນວາຍຢ່າງຫນ້າກົວຕາຍແຜ່ໄປທົ່ວປະເທດນັ້ນ ພຣະຫັດຂອງພຣະເຈົ້າກໍຢູ່ທີ່ນັ້ນຢ່າງຫນັກ 12 ຄົນທີ່ບໍ່ຕາຍກໍເປັນຕຸ່ມຝີ ແລະສຽງຣ້ອງຂອງຊາວເມືອງນັ້ນກໍຂຶ້ນໄປຍັງຟ້າສວັນ
ຫີບຄໍາສັນຍາຖືກສົ່ງກັບຄືນ
1 ຫີບແຫ່ງພຣະເຈົ້າຢູ່ໃນຖີ່ນຄົນຟີລິສຕິນເຈັດເດືອນ 2 ພວກຟີລິສຕິນກໍເຊີນພວກປະໂຣຫິດ ແລະພວກໂຫນມາກ່າວວ່າ, “ເຮົາຈະເຮັດຢ່າງໃດກັບຫີບແຫ່ງພຣະເຈົ້າດີ ຂໍບອກເຮົາວ່າຈະສົ່ງຫີບໄປຍັງທີ່ເດີມ ພວກເຮົາຄວນສົ່ງຫຍັງໄປພ້ອມແດ່” 3 ເຂົາທັງຫລາຍຕອບວ່າ, “ຖ້າທ່ານທັງຫລາຍຈະສົ່ງຫີບແຫ່ງພຣະເຈົ້າຂອງອິສຣາເອນໄປ ກໍຢ່າສົ່ງໄປລ້າໆ ເຖິງຢ່າງໃດກໍຂໍສົ່ງເຄື່ອງບູຊາໄຖ່ຄວາມຜິດໄປດ້ວຍ ແລ້ວທ່ານທັງຫລາຍຈະຫາຍໂຣກ ແລະທ່ານທັງຫລາຍຈະຮູ້ດ້ວຍວ່າເຫດໃດພຣະຫັດນີ້ຈຶ່ງບໍ່ຫັນໄປເສັຽຈາກທ່ານ” 4 ແລະເຂົາກ່າວວ່າ, “ພວກເຮົາຈະສົ່ງຂອງຖວາຍຢ່າງໃດໄປໃຫ້ພຣະອົງ” ເຂົາທັງຫລາຍຕອບວ່າ, “ຈົ່ງເຣັດຕຸ່ມຝີເປັນຄໍາຫ້າກ້ອນ ແລະຫນູເປັນຄໍາຫ້າໂຕ ຕາມຈໍານວນເຈົ້ານາຍແຫ່ງຊາວຟີລິສຕິນ ເພາະວ່າໂຣກຢ່າງດຽວກັນນັ້ນຕິດຕໍ່ທ່ານທັງຫລາຍແລະເຈົ້ານາຍດ້ວຍ 5 ເພາະສະນັ້ນ ທ່ານຕ້ອງທໍາຮູບຝີຂອງທ່ານ ແລະຮູບຫນູຂອງທ່ານຊຶ່ງທໍາລາຍແຜ່ນດິນ ແລະທ່ານທັງຫລາຍຈົ່ງຖວາຍພຣະກຽດແດ່ພຣະເຈົ້າຂອງອິສຣາເອນ ບາງທີພຣະອົງຈະຊົງເບົາພຣະຫັດຂອງພຣະອົງຈາກທ່ານທັງຫລາຍ ທັງຈາກພຣະຂອງທ່ານ ແລະແຜ່ນດິນຂອງທ່ານ 6 ເປັນຫຍັງທ່ານຈຶ່ງທໍາໃຫ້ຈິດໃຈຂອງທ່ານແຂງກະດ້າງໄປ ຢ່າງທີ່ຊາວເອຢິບ ແລະຟາຣາໂອໄດ້ກະທໍາຈິດໃຈຂອງເຂົາໃຫ້ແຂງກະດ້າງນັ້ນ ເມື່ອພຣະອົງຊົງກະທໍາເຫດການສູ້ເຂົາທັງຫລາຍແລ້ວ ເຂົາທັງຫລາຍກໍຕ້ອງປ່ອຍໃຫ້ປະຊາຊົນໄປບໍ່ແມ່ນຫລື ແລ້ວເຂົາທັງຫລາຍກໍຈາກໄປ 7 ບັດນີ້ ຈົ່ງຕຽມກວຽນໃຫມ່ຄັນນຶ່ງມາທຽມເຂົ້າກັນກັບແມ່ງົວຄູ່ນຶ່ງຊຶ່ງຍັງບໍ່ເຄີຍເຂົ້າທຽມແອກເລີຍ ຈົ່ງເອົາແມ່ງົວມາທຽມກວຽນແລ້ວພາກລູກໆຂອງມັນກັບເມືອບ້ານເສັຽໃຫ້ພົ້ນຈາກມັນ 8 ຈົ່ງເອົາຫີບແຫ່ງພຣະເຈົ້າມາວາງໄວ້ເທິງກວຽນ ແລະວາງເຄື່ອງທອງຄໍາ ຊຶ່ງທ່ານທັງຫລາຍຖວາຍໃຫ້ພຣະອົງເປັນເຄື່ອງບູຊາໄຖ່ຄວາມຜິດໄວ້ໃນຫີບຂ້າງໆແລ້ວກໍປ່ອຍໃຫ້ມັນໄປ 9 ແລະຊອມເບິ່ງ ຖ້າໄປຕາມທາງເຖິງແຜ່ນດິນຂອງມັນເອງ ຄືທາງໄປເມືອງເບັດເຊເມສ ພຣະອົງກໍເປັນຜູ້ຊົງໃຫ້ເກີດອັນຕະຣາຍຢ່າງໃຫຍ່ຫລວງນີ້ແກ່ເຮົາ ຖ້າບໍ່ເຊັ່ນນັ້ນ ເຮົາຈະໄດ້ຮູ້ວ່າບໍ່ແມ່ນພຣະຫັດຂອງພຣະອົງທີ່ກະທໍາຕໍ່ເຮົາ ເປັນເຄາະກັມທີ່ບັງເອີນເກີດຂຶ້ນແກ່ເຮົາເອງ” 10 ຄົນເຫລົ່ານັ້ນກໍກະທໍາຕາມນໍາເອົາແມ່ງົວຄູ່ນຶ່ງທຽມເຂົ້າກັບກວຽນ ແລ້ວຂັງລູກໆຂອງມັນລູກໆຂອງມັນໄວ້ທີ່ບ້ານ 11 ແລະເຂົາກໍວາງຫີບແຫ່ງພຣະເຈົ້າໄວ້ເທິງກວຽນພ້ອມກັບຫີບຫນູຄໍາ ແລະຮູບຝີຂອງເຂົາ 12 ແມ່ງົວກໍເດີນໄປຕາມທາງທີ່ໄປເມືອງເບັດເຊເມສ ໄປຕາມທາງຫລວງ ທັງເດີນທັງຮ້ອງບໍ່ລ້ຽວຂວາຫລືລ້ຽວຊ້າຍ ແລະບັນດາເຈົ້ານາຍແຫ່ງຊາວຟີລິສຕິນກໍຕາມມັນໄປຈົນເຖິງຊາຍແດນເມືອງເບັດເຊເມສ 13 ເມື່ອຊາວເມືອງເບັດເຊເມສກໍາລັງກ່ຽວເຂົ້າສາລີຢູ່ທີ່ຫຸບເຂົາ ແລະເມື່ອເຂົາເງີຍຫນ້າຂຶ້ນແລະເຫັນຫີບ ເຂົາກໍຊື່ນຊົມຍິນດີທີ່ໄດ້ເຫັນ 14 ກວຽນນັ້ນໄດ້ເຂົ້າມາໃນນາຂອງໂຢຊວຍຊາວເບັດເຊເມສ ແລະຢຸດຢູ່ທີ່ນັ້ນ ມີຫີນໃຫຍ່ກ້ອນນຶ່ງຢູ່ທີ່ນັ້ນ ເຂົາຈຶ່ງຜ່າໄມ້ກວຽນເປັນຟືນ ແລະເອົາແມ່ງົວເປັນເຄື່ອງເຜົາບູຊາຖວາຍແດ່ພຣະຜູ້ເປັນເຈົ້າ 15 ຊາວເລວີກໍເຊີນຫີບຄໍາສັນຍາແຫ່ງພຣະຜູ້ເປັນເຈົ້າລົງ ແລະຫີບທີ່ຢູ່ຂ້າງໆຊຶ່ງມີເຄື່ອງທອງຄໍາ ວາງໄວ້ເທິງກ້ອນຫີນໃຫຍ່ນັ້ນ ແລະຊາວເບັດເຊເມສກໍຖວາຍເຄື່ງສັຕບູຊາແດ່ພຣະຜູ້ເປັນເຈົ້າໃນວັນນັ້ນ 16 ເມື່ອເຈົ້ານາຍທັງຫ້າຂອງຊາວຟີລິສຕິນໄດ້ເຫັນແລ້ວເຂົາກໍກັບໄປຍັງເມືອງເອັກໂຣນໃນວັນນັ້ນ 17 ຕໍ່ໄປນີ້ເປັນຮູບຝີທອງຄໍາຊຶ່ງຊາວຟີລິສຕິນຖວາຍເປັນເຄື່ອງບູຊາໄຖ່ຄວາມຜິດຖວາຍແດ່ພຣະຜູ້ເປັນເຈົ້າ ຮູບນຶ່ງສໍາລັບເມືອງອັສໂດດ ເມືອງກາຊາຮູບນຶ່ງ ເມືອງອັສເກໂລນຮູບນຶ່ງ ເມືອງກາດຮູບນຶ່ງ ເມືອງເອກໂຣນຮູບນຶ່ງ 18 ຮູບຫນູທອງຄໍາກໍເຊັ່ນດຽວກັນ ຕາມຈໍານວນເມືອງຂອງຟີລິສຕິນທີ່ເປັນເມືອງຂອງເຈົ້ານາຍທັງຫ້າ ທັງເມືອງທີ່ມີປ້ອມປ້ອງກັນ ແລະຊົນນະບົດທີ່ບໍ່ມີກໍາແພງເມືອງ ຫີນກ້ອນໃຫຍ່ຊຶ່ງເຂົາວາງຫີບຂອງພຣະຜູ້ເປັນເຈົ້າລົງໄວ້ນັ້ນກໍຍັງເປັນພຍານຢູ່ຈົນເຖິງທຸກວັນນີ້ທີ່ໃນທົ່ງນາຂອງໂຢຊວຍຊາວເບັດເຊເມສ 19 ພຣະອົງຈຶ່ງຊົງປະຫານຊາວເບັດເຊເມສ ເພາະວ່າເຂົາທັງຫລາຍໄດ້ສ່ອງເບິ່ງຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າ ພຣະອົງໄດ້ຊົງປະຫານເຈັດສິບຄົນ ແລະປະຊາຊົນກໍໄວ້ທຸກ ເພາະວ່າພຣະຜູ້ເປັນເຈົ້າຊົງປະຫານປະຊາຊົນເສັຽເປັນຈໍານວນມາກໃນຖ້າມກາງພວກເຂົາ 20 ແລ້ວຊາວເບັດເຊເມສຈຶ່ງກ່າວວ່າ, “ຜູ້ໃດສາມາດຢືນຢູ່ຕໍ່ພຣະຜູ້ເປັນເຈົ້າ ພຣະເຈົ້າບໍຣິສຸດອົງນີ້ໄດ້ ພຣະອົງຈະສະເດັດໄປຈາກເຮົາໄປຫາຜູ້ໃດດີ” 21 ດັ່ງນັ້ນເຂົາຈຶ່ງສົ່ງສານໄປຍັງຊາວເມືອງກິຣິອາດເຢອາຣິມກ່າວວ່າ, “ຄົນຟີລິສຕິນໄດ້ຄືນຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າມາແລ້ວ ຂໍໍລົງມາເຊີນຫີບຂຶ້ນໄປຢູ່ກັບທ່ານເຖີດ”
1 ຊາວເມືອງເກຣິອາດເຢອາຣິມໄດ້ມາເຊີນຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າຂຶ້ນໄປເຖິງເຮືອນຂອງອາບິນາດາບຢູ່ເທິງເນີນພູ ແລະເຂົາທັງຫລາຍກໍຊໍາຮະເອເລອາຊາບຸດຊາຍຂອງເຂົາໃຫ້ເປັນຜູ້ຮັບຫນ້າທີ່ເບິ່ງແຍງຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້ານີ້ 2 ນັບຕັ້ງແຕ່ວັນທີ່ຫີບຄໍາສັນຍາຂອງພຣະຜູ້ເປັນເຈົ້າໄດ້ຖືກຣັກສາໄວ້ຢູ່ທີ່ເມືອງກິຣິອາດເຢອາຣິມ ເປັນເວລາດົນນານເຖິງຊາວປີ ຊາວອິສຣາເອນທຸກຄົນໄດ້ຮ້ອງຄ່ໍາຄວນຂໍຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າ
ຊາມູເອນປົກຄອງປະເທດອິສຣາເອນ
3 ຊາມູເອນຈຶ່ງເວົ້າຕໍ່ອິສຣາເອນວ່າ, “ຖ້າພວກເຈົ້າຈະກັບຄືນມາຫາພຣະຜູ້ເປັນເຈົ້າດ້ວຍຄວາມເຕັມໃຈ ພວກເຈົ້າຕ້ອງກໍາຈັດພຣະຕ່າງໆຂອງຊາວຕ່າງດ້າວ ແລະຮູບພຣະອັຊຕາຣ໌ເຕສນັ້ນເສັຽ ແລ້ວຈົ່ງອຸທິດຕົນຖວາຍແດ່ພຣະຜູ້ເປັນເຈົ້າ ແລະນະມັສການແຕ່ພຣະອົງເທົ່ານັ້ນ ພຣະອົງຈະຊ່ອຍຊີວິດພວກເຈົ້າໃຫ້ພົ້ນຈາກອໍານາດຂອງຊາວຟີລິສຕິນ” 4 ດັ່ງນັ້ນ ອິສຣາເອນຈຶ່ງທໍາລາຍຮູບພຣະບາອານ ແລະພຣະອັຊຕາຣ໌ເຕສຂອງເຂົາ ແລ້ວໄດ້ນະມັສການແຕ່ພຣະຜູ້ເປັນເຈົ້າເທົ່ານັ້ນ 5 ແລ້ວຊາມູເອນກໍບອກຊາວອິສຣາເອນທຸກຄົນວ່າ, “ຂໍໃຫ້ພວກເຈົ້າທຸກຄົນໄປໂຮມກັນຢູ່ທີ່ເມືອງມີສປາ ແລະຢູ່ບ່ອນນັ້ນ ຂ້າພະເຈົ້າຈະອ້ອນວອນຂໍພຣະຜູ້ເປັນເຈົ້າສໍາລັບພວກເຈົ້າ” 6 ດັ່ງນັ້ນ ພວກເຂົາທຸກຄົນຈຶ່ງໄປໂຮມກັນຢູ່ທີ່ເມືອງມິສປາ ເຂົາໄດ້ຕັກເອົານໍ້າ ແລະຖອກຖວາຍແກ່ພຣະຜູ້ເປັນເຈົ້າ ແລະຖືສິນອົດອາຫານຕລອດມື້ ເຂົາເວົ້າວ່າ, “ພວກຂ້າພຣະອົງໄດ້ທໍາຜິດຕໍ່ພຣະຜູ້ເປັນເຈົ້າແລ້ວ” ສ່ວນຊາມູເອນກໍຢູ່ທີ່ເມືອງມິສປາ ແລະປົກຄອງຊາວອິສຣາເອນ 7 ເມື່ອຊາວຟີລິສຕິນໄດ້ຍິນຂ່າວວ່າຊາວອິສຣາເອນທ້ອນໂຮມກັນຢູ່ທີ່ເມືອງມິສປາ ຫົວຫນ້າຊາວຟີລິສຕິນຫ້າຄົນພ້ອມທັງທະຫານຈໍານວນນຶ່ງກໍຕຽມອອກໄປໂຈມຕີກັບເຂົາ ເມື່ອຊາວອິສຣາເອນໄດ້ຍິນຂ່າວເຣື່ອງນີ້ກໍພາກັນຢ້ານກົວ 8 ແລະເວົ້າຕໍ່ຊາມູເອນວ່າ, “ຈົ່ງອ້ອນວອນຫາພຣະຜູ້ເປັນເຈົ້າຂອງພວກເຮົາ ເພື່ອພຣະອົງຈະຊ່ອຍພວກເຣົາໃຫ້ພົ້ນຈາກການໂຈມຕີຂອງຊາວຟີລິສຕິນ” 9 ຊາມູເອນໄດ້ຂ້າແກະນ້ອຍ ແລະເຜົາຫມົດທັງໂຕຖວາຍແກ່ພຣະຜູ້ເປັນເຈົ້າ ທ່ານໄດ້ອ້ອນວອນຂໍພຣະຜູ້ເປັນເຈົ້າໃຫ້ຊ່ອຍເຫລືອຊາວອິສຣາເອນ ແລະພຣະຜູ້ເປັນເຈົ້າກໍຊົງຕອບຄໍາອ້ອນວອນຂອງທ່ານ 10 ໃນຂນະທີ່ ຊາມູເອນກໍາລັງຖວາຍເຄື່ອງບູຊານັ້ນ ຊາວຟີລິສຕິນກໍເຄື່ອນທັບເຂົ້າມາໂຈມຕີ ແຕ່ພຣະຜູ້ເປັນເຈົ້າຊົງທໍາໃຫ້ເຂົາໄດ້ຍິນສຽງຟ້າຮ້ອງອັນຫນ້າຢ້ານ ເຂົາຈຶ່ງສັບສົນອົນລະວົນ ແລະຜ່າຍຫນີໄປ 11 ຝ່າຍຊາວອິສຣາເອນກໍຍົກຂະບວນອອກມາຈາກເມືອງມິສປາໄລ່ຕິດຕາມຊາວຟີລິສຕິນ ແລະຂ້າຟັນເຂົາໄປຈົນຮອດເມືອງເບັດກາຣ໌ 12 ແລ້ວຊາມູເອນຈຶ່ງເອົາກ້ອນສີລາກ້ອນນຶ່ງຕັ້ງຂຶ້ນຢູ່ລະຫວ່າງເມືອງມິສປາ ແລະເມືອງເຢຊານາ ແລ້ວເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງຊ່ອຍເຫລືອພວກຂ້າພຣະອົງມາຈົນເຖິງບ່ອນນີ້” ດັ່ງນັ້ນທ່ານຈຶ່ງໃສ່ຊື່ກ່ອນສີລານັ້ນວ່າ “ເອເບນເອເຊີ “(ກ້ອນຫີນຊ່ອຍເຫລືອ) 13 ຊາວຟີລິສຕິນໄດ້ຜ່າຍແພ້ ແລະພຣະຜູ້ເປັນເຈົ້າກໍບໍ່ໃຫ້ເຂົາບຸກຣຸກເຂດແດນຂອງຊາວອິສຣາເອນອີກ ໃນເວລາທີ່ຊາມູເອນຍັງມີຊີວິດຢູ່ 14 ທຸກໆຫົວເມືອງຕັ້ງແຕ່ເມືອງເອກໂຣນຈົນຮອດເມືອງກາດ ບ່ອນທີ່ຟີລິສຕິນຍຶດເອົາໄປນັ້ນ ກໍໄດ້ກັບຄືນມາເປັນຂອງຊາວອິສຣາເອນ ແລະຊາວອິສຣາເອນທຸກຄົນກໍໄດ້ເຂດແດນຂອງເຂົາຄືນຫມົດ ແລ້ວຄວາມສງົບສຸກຈຶ່ງເກີດມີຂຶ້ນລະຫວ່າງຊາວອິສຣາເອນ ແລະຊາວການາອານ 15 ຊາມູເອນໄດ້ປົກຄອງຊາວອິສຣາເອນຕລອດຊົ່ວຊີວິດຂອງທ່ານ 16 ທຸກໆປີທ່ານຕ້ອງໄປເມືອງເບັດເອນ ເມືອງກິນການ ແລະເມືອງມິສປາ ແລະທ່ານມີຫນ້າທີ່ປົກຄອງໃນເມືອງເຫລົ່ານີ້ 17 ແລ້ວທ່ານກໍໄດ້ກັບຄືນເມືອເຮືອນຂອງທ່ານທີ່ເມືອງຣາມາ ໃນເມືອງນີ້ ທ່ານເປັນຜູ້ປົກຄອງເຊັ່ນດຽວກັນ ຢູ່ໃນເມືອງຣາມານີ້ ທ່ານໄດ້ສ້າງແທ່ນບູຊາຖວາຍແກ່ພຣະຜູ້ເປັນເຈົ້າ
ປະຊາຊົນຮ້ອງຂໍເອົາເຈົ້າຊີວິດ
1 ເມື່ອຊາມູເອນເຖົ້າແກ່ແລ້ວ ທ່ານໃຫ້ບຸດຊາຍຂອງທ່ານປົກຄອງປະເທດອິສຣາເອນແທນ 2 ຜູ້ອ້າຍຊື່ວ່າ ໂຢເອນ ແລະຜູ້ນ້ອງຊື່ວ່າ ອາບິຢາ ເຂົາທັງສອງປົກຄອງທີ່ເມືອງເບເອີເຊບາ 3 ແຕ່ວ່າເຂົາບໍ່ປະພຶດຕາມແບບຢ່າງຂອງບິດາ ເຂົາສົນໃຈແຕ່ນໍາເຣື່ອງເງິນຄໍາເທົ່ານັ້ນ ເຂົາຮັບເອົາສິນບົນ ແລະບໍ່ໄດ້ຕັດສິນຄວາມຢ່າງສັດຊື່ 4 ແລ້ວພວກເຈົ້ານາຍອິສຣາເອນທຸກຄົນກໍປະຊຸມກັນ ແລ້ວພາກັນໄປຫາຊາມູເອນທີ່ເມືອງຣາມາ 5 ແລະເວົ້າຕໍ່ທ່ານວ່າ, “ທ່ານເອີຍ ທ່ານກໍເຖົ້າແກ່ຫລາຍແລ້ວ ລູກຊາຍຂອງທ່ານບໍ່ໄດ້ປະພຶດຕາມແບບຢ່າງຂອງທ່ານເລີຍ ສະນັ້ນຂໍທ່ານຈົ່ງແຕ່ງຕັ້ງເຈົ້າຊີວິດໃຫ້ເປັນຜູ້ປົກຄອງພວກຂ້າພະເຈົ້າເຫມືອນດັ່ງປະເທດອື່ນໆທີ່ເຂົາປົກຄອງກັນ 6 ຊາມູເອນໄດ້ເສັຽໃຈໃນເຣື່ອງທີ່ພວກເຂົາໄດ້ຮ້ອງຂໍເອົາເຈົ້າຊີວິດ ດັ່ງນັ້ນທ່ານຈຶ່ງອ້ອນວອນຫາພຣະຜູ້ເປັນເຈົ້າ 7 ແລະພຣະຜູ້ເປັນເຈົ້າກໍຊົງກ່າວວ່າ, “ຈົ່ງຟັງທຸກສິ່ງທີ່ປະຊາຊົນເວົ້າຕໍ່ເຈົ້າ ເຂົາບໍ່ໄດ້ປະຖິ້ມເຈົ້າ ແຕ່ໄດ້ປະຖິ້ມເຮົາຕ່າງຫາກ ໂດຍບໍ່ຍອມໃຫ້ເຮົາເປັນເຈົ້າຊີວິດຂອງເຂົາຕໍ່ໄປ 8 ນັບຕັ້ງແຕ່ເຮົາໄດ້ນໍາເຂົາອອກມາຈາກເອຢິບ ເຂົາໄດ້ຫ່າງເຫີນຈາກເຮົາ ແລະໄປນະມັສການພຣະອື່ນ ດຽວນີ້ເຂົາກໍາລັງປະພຶດຕໍ່ເຈົ້າດັ່ງທີ່ເຂົາເຄີຍໄດ້ປະພຶດຢູ່ເລື້ອຍໆຕໍ່ເຮົາ 9 ສະນັ້ນ ຈົ່ງທໍາຕາມທີ່ເຂົາຂໍ ແຕ່ຈົ່ງຕັກເຕືອນເຂົາຢ່າງຫນັກແຫນ້ນ ແລະອະທິບາຍໃຫ້ເຂົາຮູ້ວ່າ ເຈົ້າຊີວິດເຫລົ່ານັ້ນຈະປົກຄອງເຂົາຢ່າງໃດ” 10 ຊາມູເອນຈຶ່ງບອກທຸກໆສິ່ງແກ່ປະຊາຊົນທີ່ຢາກມີເຈົ້າຊີວິດນັ້ນ ຕາມທີ່ພຣະຜູ້ເປັນເຈົ້າຊົງບອກໄວ້ກັບທ່ານ 11 ຊາມູເອນເວົ້າວ່າ, “ເຈົ້າຊີວິດຂອງພວກເຈົ້າຈະປົກຄອງພວກເຈົ້າດັ່ງນີ້ ພຣະອົງຈະເອົາລູກຊາຍຂອງພວກເຈົ້າໄປເປັນທະຫານ ບາງຄົນຈະຂັບຣົດຮົບ ບາງຄົນຈະເປັນທະຫານມ້າ ແລະເປັນທະຫານຫນ່ວຍກ້າຕາຍ 12 ພຣະອົງຈະແຕ່ງຕັ້ງເອົາບາງຄົນໃຫ້ເປັນນາຍພັນ ບາງຄົນເປັນນາຍຮ້ອຍ ລູກຊາຍຂອງພວກເຈົ້າຈະຕ້ອງໄຖ່ນາໃຫ້ພຣະອົງ ກ່ຽວເຂົ້າ ແລະເຮັດອາວຸດ ແລະເຄື່ອງຮົບປະຈໍາຣົດຮົບຂອງພຣະອົງດ້ວຍ 13 ສ່ວນລູກສາວຂອງພວກເຈົ້າຈະຕ້ອງແຕ່ງນໍ້າຫອມ ເຮັດວຽກເປັນແມ່ຄົວ ແລະເປັນຜູ້ເຮັດຂະຫນົມ 14 ພຣະອົງຈະເອົາທົ່ງນາທີ່ດີທີ່ສຸດ ເອົາສວນອະງຸ່ນພ້ອມທັງສວນຫມາກກອກເທດຂອງພວກເຈົ້າໃຫ້ແກ່ພວກຂ້າຣາຊການຂອງພຣະອົງ 15 ພຣະອົງຈະຫັກເອົານຶ່ງສ່ວນສິບຂອງເຂົ້າ ແລະຫມາກອະງຸ່ນຂອງເຈົ້າໃຫ້ແກ່ນາຍທະຫານ ແລະບັນດາຂ້າຣາຊການອື່ນໆຂອງພຣະອົງ 16 ພຣະອົງຈະເອົາພວກຄົນໃຊ້ກັບຝູງງົວທີ່ງາມ ແລະຝູງລໍຂອງພວກເຈົ້າມາໃຊ້ເຮັດວຽກສໍາລັບພຣະອົງ 17 ພຣະອົງຈະຫັກເອົານຶ່ງສ່ວນສິບຂອງຝູງສັດຂອງພວກເຈົ້າ ພວກເຈົ້າຈະເປັນທາດຂອງພຣະອົງ 18 ເມື່ອເວລານັ້ນມາເຖິງ ພວກເຈົ້າຈະຄວນຄາງຢ່າງແສນສາຫັດຍ້ອນເຈົ້າຊີວິດທີ່ພວກເຈົ້າເລືອກເອົາເອງນັ້ນ ແຕ່ພຣະຜູ້ເປັນເຈົ້າຈະບໍ່ຟັງຄໍາຮ້ອງຄາງຂອງພວກເຈົ້າ” 19 ຝ່າຍປະຊາຊົນບໍ່ໄດ້ຟັງຄວາມຊາມູເອນ ພວກເຂົາກັບຕອບວ່າ, “ບໍ່ ພວກຂ້າພະເຈົ້າຕ້ອງການເຈົ້າຊີວິດ 20 ເພື່ອວ່າພວກຂ້າພະເຈົ້າຈະເປັນເຫມືອນຊົນຊາດອື່ນ ແລະເພື່ອວ່າເຈົ້າຊີວິດຂອງພວກຂ້າພະເຈົ້າຈະປົກຄອງພວກຂ້າພະເຈົ້າເອງ 21 ແລະຈະຊົງນໍາຫນ້າພວກຂ້າພະເຈົ້າອອກໄປຕີເສິກ” ຊາມູເອນໄດ້ຟັງເຣື່ອງຕ່າງໆທີ່ເຂົາເວົ້າມາແລ້ວກໍນໍາເອົາເຣື່ອງນີ້ທູນຕໍ່ພຣະຜູ້ເປັນເຈົ້າ 22 ພຣະຜູ້ເປັນເຈົ້າຊົງຕອບວ່າ, “ຈົ່ງທໍາໃນສິ່ງທີ່ເຂົາຕ້ອງການ ແລະແຕ່ງຕັ້ງເຈົ້າຊີວິດໃຫ້ພວກເຂົາ” ແລ້ວຊາມູເອນຈຶ່ງບອກໃຫ້ຊາວອິສຣາເອນທຸກຄົນກັບຄືນເມືອບ້ານ
ຊາອູນໄປພົບຊາມູເອນ
1 ຍັງມີຊາຍຄົນນຶ່ງຈາກຕະກູນເບັນຢາມີນຊື່ວ່າ ກີເຊ ເປັນບຸດຂອງອາບີເອນ ອາບີເອນເປັນບຸດຂອງ ເຊໂຣຣ໌ ຫລານຂອງເບໂກຣາດ ແລະເຫລັນຂອງອາຟີອາ ຊາວເຜົ່າເບັນຢາມີນ ຄິສເປັນຄົນຮັ່ງມີ ແລະມີຊື່ສຽງ 2 ທ່ານມີບຸດຊາຍຊື່ວ່າ ຊາອູນ ຊາອູນເປັນຊາຍຫນຸ່ມທີ່ສະງ່າງາມ ໃນອິສຣາເອນບໍ່ມີໃຜສູງ ແລະງາມເຫນືອກວ່າທ່ານ 3 ຄັ້ງນຶ່ງ ລໍຂອງຄິສໄດ້ເສັຽ ທ່ານຈຶ່ງເວົ້າຕໍ່ຊາອູນວ່າ, “ຈົ່ງໄປຊອກຫາລໍ ແລະນໍາເອົາຄົນໃຊ້ຜູ້ນຶ່ງໄປນໍາ” 4 ເຂົາໄດ້ຜ່ານພູດອຍເອຟຣາອິມ ແລະເຂດແດນຊາລີຊາແຕ່ກໍບໍ່ພົບ ດັ່ງນັ້ນ ເຂົາຈຶ່ງຜ່ານໄປທີ່ທາງເຂດແດນຊາອາລິມແຕ່ກໍບໍ່ພົບອີກ ແລ້ວພວກເຂົາຈຶ່ງຜ່ານໄປທາງເຂດແດນເບັນຢາມີນແຕ່ກໍບໍ່ພົບອີກເຫມືອນກັນ 5 ເມື່ອເຂົາເຂົ້າມາເຖິງເຂດແດນຊູຟ ຊາອູນຈຶ່ງເວົ້າຕໍ່ຄົນໃຊ້ວ່າ, “ເຮົາພາກັນກັບບ້ານເທາະ ບາງທີພໍ່ຂ້ອຍອາດເຊົາຄິດເປັນຫ່ວງນໍາລໍແລ້ວ ແຕ່ທ່ານອາດເປັນຫ່ວງນໍາພວກເຮົາຫລາຍກວ່າ” 6 ຄົນໃຊ້ຕອບວ່າ, “ຖ້າກ່ອນ ໃນເມືອງນີ້ຍັງມີຄົນຂອງພຣະເຈົ້າຢູ່ຄົນນຶ່ງ ຊຶ່ງເປັນຄົນທີ່ຫນ້າເຄົາຣົບ ແລະນັບຖືທີ່ສຸດ ເພາະວ່າທຸກສິ່ງທີ່ທ່ານເວົ້ານັ້ນເປັນຄວາມຈິງ ໃຫ້ພວກເຮົາພາກກັນໄປຫາທ່ານເທີນ ບາງທີທ່ານອາດບອກບ່ອນລໍຢູ່ ແລະພວກເຮົາກໍຈະພົບມັນໄດ້” 7 ຊາອູນຖາມຂຶ້ນວ່າ, “ຖ້າພວກເຮົາໄປຫາທ່ານ ເຮົາຈະມີຫຍັງໃຫ້ທ່ານ ເຂົ້າກໍບໍ່ມີເຫລືອຢູ່ໃນຫໍ່ເລີຍ ແລະພວກເຮົາກໍບໍ່ມີຫຍັງຈັກແນວເລີຍທີ່ຈະເອົາໃຫ້ທ່ານ ພວກເຮົາຈະເຮັດຢ່າງໃດ” 8 ຄົນໃຊ້ຕອບວ່າ, “ຂ້ານ້ອຍມີເງິນຫລຽນນຶ່ງພໍທີ່ຈະໃຫ້ທ່ານໄດ້ຢູ່ ແລະທ່ານກໍຈະບອກບ່ອນທີ່ພວກເຮົາຈະພົບລໍນັ້ນວ່າຢູ່ໃສ” 9 (ໃນອິສຣາເອນສະໄຫມເດີມ ເມື່ອຄົນໃດຈະໄປທູນຖາມພຣະເຈົ້າ ເຂົາກ່າວວ່າ, “ມາເຖີດ ໃຫ້ເຮົາໄປຫາຜູ້ທໍານວາຍກັນ” ເພາະຜູ້ທີ່ໃນສະໄຫມນີ້ເຮົາເອີ້ນວ່າ ຜູ້ປະກາດພຣະທັມ ໃນສະໄຫມເດີມເຂົາເອີ້ນວ່າຜູ້ທໍານວາຍ) 10 ຊາອູນເວົ້າອີກວ່າ, “ເປັນຄວາມຄິດທີ່ດີ ພວກເຮົາພາກັນໄປເທາະ” ດັ່ງນັ້ນ ເຂົາຈຶ່ງໄປຍັງເມືອງບ່ອນທີ່ຄົນຂອງພຣະເຈົ້າຢູ່ 11 ຂນະທີ່ເຂົາກໍາລັງຂຶ້ນເທິງພູດອຍເພື່ອເຂົ້າໄປໃນເມືອງ ເຂົາໄດ້ພົບຍິງສາວບາງຄົນອອກມາຕັກນໍ້າ ເຂົາຈຶ່ງຖາມຍິງສາວນັ້ນວ່າ, “ຫມໍທໍານວາຍຢູ່ບໍ່” 12 ຍິງສາວຈຶ່ງຕອບວ່າ, “ແມ່ນແລ້ວທ່ານຢູ່ນີ້ ທ່ານຫາກໍອອກໄປກ່ອນທີ່ພວກທ່ານຈະມາເຖິງນີ້ ຈົ່ງພາກັນຟ້າວຕາມໄປ ດຽວນີ້ທ່ານກໍາລັງເຂົ້າໄປໃນເມືອງ ເພາະວ່າມວັນນີ້ປະຊາຊົນກໍາລັງໄປຖວາຍເຄື່ອງບູຊາທີ່ແທ່ນບູຊາເທິງພູ 13 ພໍທ່ານທັງສອງເຂົ້າໄປເຖິງໃນເມືອງ ທ່ານທັງສອງຈະພົບ ກ່ອນທີ່ຜູ້ທໍານວາຍຈະຂຶ້ນໄປກິນເຂົ້າຢູ່ເທິງພູ ເພາະວ່າປະຊາຊົນຈະບໍ່ກິນຈົນກວ່າທ່ານຈະມາເຖິງ ເພາະທ່ານຈະຕ້ອງມາອວຍພອນແກ່ເຄື່ອງສັຕບູຊາ ພາຍຫລັງຜູ້ທີ່ໄດ້ຮັບເຊີນມາຈຶ່ງຈະກິນໄດ້ ດຽວນີ້ຈົ່ງຂຶ້ນໄປບ່ອນນັ້ນ ແລະພວກທ່ານຈະໄດ້ພົບທັນທີ 14 ດັ່ງນັ້ນ ເຂົາກໍພາກັນໄປໃນເມືອງ ເມື່ອກໍາລັງຍ່າງໄປນັ້ນ ເຂົາໄດ້ເຫັນຊາມູເອນກໍາລັງຍ່າງອອກມາ ເພື່ອໄປບ່ອນນະມັສການ 15 ກ່ອນວັນທີ່ຊາອູນໄດ້ມາຮອດ ພຣະຜູ້ເປັນເຈົ້າຊົງບອກຊາມູເອນໄວ້ແລ້ວວ່າ 16 ມື້ອື່ນປະມານເວລາດຽວກັນນີ້ ເຮົາຈະສົ່ງຄົນຜູ້ນຶ່ງຈາກຕະກູນເບັນຢາມີນມາຫາເຈົ້າ ຈົ່ງເອົານໍ້າມັນຊະໂລມຫົດສົງເຂົາໃຫ້ເປັນເຈົ້າຊີວິດໄພ່ພົນ ອິສຣາເອນຂອງເຮົາ ແລະເຂົາຈະຊ່ອຍໄພ່ພົນຂອງເຣົາໃຫ້ພົ້ນຈາກຊາວຟີລິສຕິນ ເພາະເຣົາໄດ້ເຫັນຄວາມທຸກທໍຣະມານຂອງໄພ່ພົນຂອງເຣົາ ແລະໄດ້ຍິນສຽງຮ້ອງໄຫ້ຂໍຄວາມຊ່ອຍເຫລືອຈາກເຂົາ” 17 ເມື່ອຊາມູເອນເຫັນຊາອູນ ພຣະຜູ້ເປັນເຈົ້າຈຶ່ງເວົ້າຕໍ່ທ່ານວ່າ, “ຄົນນີ້ແລ້ວທີ່ເຮົາໄດ້ບອກໄວ້ກັບເຈົ້າ ເຂົາຈະປົກຄອງໄພ່ພົນຂອງເຮົາ” 18 ແລ້ວຊາອູນກໍເຂົ້າໄປຫາຊາມູເອນຢູ່ໃກ້ປະຕູເມືອງ ແລະຖາມວ່າ, “ຂໍບອກຂ້າພະເຈົ້າແດ່ວ່າ ບ້ານຫມໍທໍານວາຍຢູ່ໃສ” 19 ຊາມູເອນກໍຕອບວ່າ, “ຂ້າພະເຈົ້ານີ້ແຫລະ ເປັນຫມໍທໍານວາຍ ຈົ່ງອອກໄປບ່ອນນະມັສການກ່ອນຂ້າພະເຈົ້າເດີ ວັນນີ້ ທ່ານຕ້ອງກິນເຂົ້າກັບຂ້າພະເຈົ້າ ມື້ອື່ນເຊົ້າ ຂ້າພະເຈົ້າຈະຕອບຄໍາຖາມທຸກຢ່າງຂອງທ່ານ ແລ້ວຈະສົ່ງທ່ານກັບຄືນເມືອ 20 ສໍາລັບລໍທີ່ໄດ້ເສັຽໄປໃນສາມວັນແລ້ວນັ້ນ ຢ່າຄິດເສັຽໃຈນໍາມັນ ເພາະວ່າເຂົາໄດ້ພົບມັນແລ້ວ ແຕ່ວ່າຜູ້ທີ່ຊາວອິສຣາເອນຕ້ອງການຫລາຍທີ່ສຸດນັ້ນແມ່ນທ່ານເອງ ແລະຄອບຄົວພໍ່ແມ່ຂອງທ່ານ” 21 ຊາອູນຕອບວ່າ, “ຂ້າພະເຈົ້າຢູ່ໃນຕະກູນເບັນຢາມີນ ຊຶ່ງເປັນຕະກູນນ້ອຍທີ່ສຸດໃນອິສຣາເອນ ແລະໃນຕະກູນນັ້ນຄອບຄົວຂອງຂ້າພະເຈົ້າກໍມີຄວາມສໍາຄັນນ້ອຍກວ່າຫມູ່ ແຕ່ເປັນຫຍັງທ່ານຈຶ່ງເວົ້າແບບນີ້ກັບຂ້າພະເຈົ້າ” 22 ແລ້ວຊາມູເອນກໍພາຊາອູນພ້ອມທັງຄົນໃຊ້ຂອງເຂົາເຂົ້າໄປໃນຫ້ອງໃຫຍ່ຫ້ອງນຶ່ງ ແລະໃຫ້ເຂົານັ່ງຢູ່ທາງສົ້ນໂຕະບ່ອນທີ່ມີແຂກຖືກເຊີນມານັ່ງຢູ່ກ່ອນແລ້ວປະມານສາມສິບຄົນ 23 ຊາມູເອນເວົ້າຕໍ່ຄົນຄົວກິນວ່າ, “ຈົ່ງເອົາຕ່ອນຊີ້ນທີ່ຂ້ອຍບອກໃຫ້ເອົາໄວ້ຕ່າງຫາກນັ້ນມາ” 24 ຜູ້ຄົວກິນກໍເອົາຕ່ອນຂາ ແລະຕ່ອນຊີ້ນທີ່ດີທີ່ສຸດໄປວາງໄວ້ຕໍ່ຫນ້າຊາມູເອນ ແລ້ວຊາມູເອນໄດ້ເວົ້າວ່າ, “ນີ້ແມ່ນສ່ວນທີ່ເອົາໄວ້ໃຫ້ທ່ານ ເຊີນກິນເທີນ ມັນເປັນສ່ວນທີ່ເອົາໄວ້ໃຫ້ທ່ານກິນໃນເວລານີ້ ພ້ອມກັບທຸກຄົນທີ່ຖືກເຊີນມາ” 25 ໃນວັນນັ້ນ ຊາອູນໄດ້ກິນເຂົ້າຮ່ວມກັບຊາມູເອນ ເມື່ອເຂົາລົງຈາກບ່ອນນະມັສການມາ ແລະກັບເຂົ້າໄປໃນເມືອງກໍມີຄົນຈັດບ່ອນໃຫ້ຊາອູນຢູ່ເທິງຫລັງຄາພຽງ ແລະເຂົາກໍນອນຢູ່ທີ່ນັ້ນ 26 ຕື່ນເຊົ້າມາ ຊາມູເອນກໍຮ້ອງໃສ່ຊາມູເອນຢູ່ເທິງຫລັງຄານັ້ນວ່າ, “ຕື່ນແມ໋, ຂ້າພະເຈົ້າຈະສົ່ງທ່ານກັບຄືນເມືອ” ຊາອູນລຸກຂຶ້ນ ແລະມຸ່ງຫນ້າອອກໄປສູ່ຖຫນົນໃຫຍ່ພ້ອມກັບຊາມູເອນ ຊາມູເອນເອົານໍ້າມັນຊະໂລມຫົດສົງຊາອູນໃຫ້ເປັນກະສັດ 27 ເມື່ອເຂົາມາຮອດເຂດແດນເມືອງ ຊາມູເອນຈຶ່ງເວົ້າຕໍ່ຊາອູນວ່າ, “ຈົ່ງບອກໃຫ້ຄົນຂອງເຈົ້າໄປກ່ອນ” ຄົນໃຊ້ກໍເດີນທາງໄປກ່ອນ ຊາມູເອນຈຶ່ງເວົ້າຕໍ່ໄປວ່າ, “ຢຸດຢູ່ນີ້ຈັກຫນ່ອຍກ່ອນເທາະ ແລ້ວຂ້າພະເຈົ້າຈະບອກວ່າ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າຢ່າງໃດ”
1 ແລ້ວຊາມູເອນກໍເອົາເຕົ້ານໍ້າມັນຫມາກກອກອອກມາຖອກລົງໃສ່ຫົວຂອງຊາອູນ ແລະຈູບຊາອູນແລ້ວເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງເອົານໍ້າມັນຊະໂລມຫົດສົງທ່ານໄວ້ໃຫ້ເປັນເຈົ້ານາຍເຫນືອໄພ່ພົນຂອງພຣະອົງ ທ່ານຈະປົກຄອງໄພ່ພົນຂອງພຣະອົງ ແລະຊ່ອຍເຂົາໃຫ້ພົ້ນຈາກສັດຕຣູຂອງເຂົາ ການທີ່ພຣະຜູ້ເປັນເຈົ້າຊົງເລືອກເອົາເຈົ້າເປັນເຈົ້າຊີວິດໄພ່ພົນຂອງພຣະອົງ ຈະພິສູດໃຫ້ເຫັນໄດ້ດັ່ງນີ້ 2 ວັນນີ້ ເມື່ອທ່ານຈາກຂ້າພະເຈົ້າໄປແລ້ວ ທ່ານຈະພົບຊາຍສອງຄົນໃກ້ຂຸມຝັງສົບຂອງຣາເຊັນເມືອງເຊນຊາໃນເຂດແດນເບັນຢາມີນ ເຂົາຈະບອກທ່ານວ່າ ລໍທີ່ເຈົ້າກໍາລັງຊອກຫານັ້ນເຫັນແລ້ວ ແລະພໍ່ຂອງທ່ານບໍ່ໄດ້ເປັນທຸກກັງວົນຢ່າງໃດກ່ຽວກັບລໍ ແຕ່ວ່າຄິດເປັນຫ່ວງນໍາທ່ານ ແລະຖາມສເມີວ່າ “ຂ້ອຍຈະເຮັດຢ່າງໃດກ່ຽວເຣື່ອງລູກຊາຍຂອງຂ້ອຍ?” 3 ແລ້ວທ່ານຈະໄປຈາກທີ່ນັ້ນຈົນຮອດຕົ້ນໄມ້ສັກສິດທີ່ຕາໂບຣ໌ ຢູ່ທີ່ນັ້ນ ເຈົ້າຈະພົບຊາຍສາມຄົນຊື່ງກໍາລັງໄປຖວາຍເຄື່ອງບູຊາແກ່ພຣະເຈົ້າທີ່ເມືອງເບັດເອນ ຜູ້ນຶ່ງໃນຈໍານວນພວກເຂົານັ້ນຈູງແບ້ນ້ອຍສາມຕົວ ແລະອີກຜູ້ນຶ່ງມີເຂົ້າຈີ່ສາມກ້ອນ ສ່ວນຜູ້ທີ່ສາມມີຖົງນໍ້າອະງຸ່ນ 4 ເຂົາທັງຫລາຍຈະຄໍານັບທ່ານ ແລະເອົາເຂົ້າຈີ່ສອງກ້ອນໃຫ້ທ່ານ ແລ້ວທ່ານກໍຈະຍອມຮັບເອົາ 5 ຕໍ່ຈາກນັ້ນ ທ່ານກໍຈະໄປເຖິງພູຂອງພຣະເຈົ້າທີ່ເມືອງກິເບອາດເອໂລຮິມ ໃນເມືອງນີ້ມີຄ້າຍພັກຂອງຊາວຟີລິສຕິນ ທີ່ປາກປະຕູເຂົ້າເມືອງ ທ່ານຈະພົບກຸ່ມຜູ້ປະກາດພຣະທັມຫມູ່ນຶ່ງກໍາລັງລົງມາຈາກແທ່ນບູຊາເທິງພູ ຖືພີນໃຫຍ່ ຕີກອງ ແລະເປົ່າຂຸ່ຍ ເຂົາຈະຟ້ອນ ແລະໂຮ່ຮ້ອງດ້ວຍສຽງອັນດັງ 6 ແລ້ວພຣະວິນຍານຂອງພຣະເຈົ້າຈະເຂົ້າສະຖິດຢູ່ໃນຕົວທ່ານ ທ່ານຈະເຂົ້າຮ່ວມໃນການທໍານວາຍ ແລະປ່ຽນເປັນຄົນຜູ້ໃຫມ່ 7 ເມື່ອມີເຣື່ອງຢ່າງນີ້ຈົ່ງທໍາຕາມທີ່ພຣະເຈົ້າຊົງນໍາພາໃຫ້ທໍາ 8 ທ່ານຈະໄປເມືອງກິນການກ່ອນຂ້າພະເຈົ້າ ແລະຂ້າພະເຈົ້າຈະໄປພົບທ່ານຢູ່ທີ່ນັ້ນ ເພື່ອຈະຖວາຍເຄື່ອງເຜົາບູຊາ ແລະຖວາຍເພື່ອຄວາມສາມັກຄີ ຈົ່ງຄອຍຖ້າຢູ່ຫັ້ນເຈັດວັນຈົນກວ່າຂ້າພະເຈົ້າຈະມາບອກທ່ານວ່າຈະທໍາຢ່າງໃດ” 9 ເມື່ອຊາອູນຫນີຈາກຊາມູເອນໄປ ພຣະເຈົ້າກໍຊົງປະທານຈິດໃຈອີກຢ່າງນຶ່ງແກ່ທ່ານ ແລະທຸກສິ່ງທີ່ຊາມູເອນໄດ້ບອກໄວ້ກັບທ່ານກໍໄດ້ບັງເກີດຂຶ້ນ 10 ໃນວັນນັ້ນ ເມື່ອຊາອູນແລະຄົນໃຊ້ມາຮອດເມືອງກິເບອາ ກໍມີກຸ່ມຜູ້ປະກາດພຣະທັມມາພົບກັບທ່ານ ພຣະວິນຍານຂອງພຣະເຈົ້າກໍຊົງເຂົ້າສະຖິດຢູ່ກັບທ່ານ ແລະນໍາທ່ານໄປຮ່ວມໃນການທໍານວາຍຂອງພວກເຂົາ 11 ຜູ້ທີ່ເຄີຍເຫັນທ່ານມາກ່ອນ ເມື່ອໄດ້ເຫັນທ່ານກໍາລັງທໍາຢ່າງນັ້ນຈຶ່ງຖາມກັນວ່າ, “ມີຫຍັງເກີດຂຶ້ນກັບລູກຊາຍຂອງກີເຊ ຊາອູນໄດ້ກາຍເປັນຜູ້ປະກາດພຣະທັມແລ້ວບໍ່” 12 ຊາຍຜູ້ນຶ່ງທີ່ຢູ່ທີ່ນັ້ນກໍຖາມຂຶ້ນວ່າ, “ຄົນອື່ນເດເປັນຢ່າງໃດ ແລະພໍ່ຂອງເຂົາແມ່ນໃຜ” ດັ່ງນັ້ນ ຄໍາເວົ້າຈຶ່ງກ່າວກັນມາວ່າ “ຊາອູນໄດ້ກາຍເປັນຜູ້ປະກາດພຣະທັມໄປແລ້ວບໍ່” 13 ເມື່ອຊາອູນໄດ້ທໍານວາຍສິ້ນສຸດແລ້ວ ທ່ານກໍໄປທີ່ແທ່ນບູຊາຢູ່ເທິງພູນ້ອຍ 14 ລຸງຂອງຊາອູນໄດ້ຖາມທ່ານກັບຄົນໃຊ້ວ່າ, “ພວກເຈົ້າໄປຢູ່ໃສ” ຊາອູນຕອບວ່າ, “ໄປຊອກຫາລໍ ເມື່ອເຮົາບໍ່ພົບມັນ ເຣົາກໍໄດ້ພາກັນໄປຫາຊາມູເອນ” 15 ລຸງຂອງຊາອູນໄດ້ຖາມອີກວ່າ, “ທ່ານບອກຫຍັງແດ່ແກ່ພວກເຈົ້າ?” 16 ຊາອູນຕອບວ່າ, “ທ່ານບອກເຮົາວ່າ ສັດນັ້ນໄດ້ພົບແລ້ວ” ແຕ່ເຣື່ອງທີ່ຊາມູເອນບອກວ່າທ່ານຈະໄດ້ເປັນເຈົ້າຊີວິດນັ້ນ ທ່ານບໍ່ໄດ້ບອກລຸງຂອງທ່ານເລີຍ
ຊາອູນຖືກປະກາດເປັນເຈົ້າຊີວິດ
17 ຊາມູເອນໄດ້ເອີ້ນປະຊາຊົນໄປເຝົ້າພຣະຜູ້ເປັນເຈົ້າທີ່ເມືອງມິສປາ 18 ທ່ານເວົ້າຕໍ່ພວກເຂົາວ່າ, “ພຣະຜູ້ເປັນເຈົ້າຂອງອິສຣາເອນຊົງກ່າວວ່າ “ເຮົາໄດ້ພາພວກເຈົ້າອອກຈາກເອຢິບ ແລະຊ່ອຍພວກເຈົ້າໃຫ້ພົ້ນຈາກຊາວເອຢິບ ແລະຊົນຊາດອື່ນໆທີ່ຂົ່ມເຫັງພວກເຈົ້າ 19 ເຮົາເປັນພຣະຜູ້ເປັນເຈົ້າຊຶ່ງເປັນຜູ້ທີ່ຊ່ອຍພວກເຈົ້າໃຫ້ພົ້ນຈາກຄວາມທຸກຍາກລໍາບາກ ແລະຄວາມຫຍຸ້ງຍາກທຸກໆຢ່າງ ແຕ່ວ່າ ວັນນີ້ພວກເຈົ້າໄດ້ປະຖິ້ມເຮົາ ແລະຮ້ອງຂໍໃຫ້ເຮົາແຕ່ງຕັ້ງເຈົ້າຊີວິດໃຫ້ແກ່ພວກເຈົ້າ ເອົາລະໃຫ້ພວກເຈົ້າທ້ອນໂຮມກັນເປັນຕະກູນ ແລະເປັນພວກຕໍ່ຫນ້າເຮົາ” 20 ແລ້ວຊາມູເອນກໍນໍາເອົາຕົວແທນແຕ່ລະຕະກູນເຂົ້າມາຈົກສລາກ ພຣະຜູ້ເປັນເຈົ້າຈຶ່ງຊົງເລືອກເອົາຕະກູນເບັນຢາມີນ 21 ຕໍ່ມາ ຊາມູເອນໄດ້ເອົາຄອບຄົວໃນຕະກູນເບັນຢາມີນເຂົ້າມາ ຈີ່ງໄດ້ເລືອກຖືກຄອບຄົວຂອງ ມາຕຣີ ຕໍ່ໄປກໍນໍາເອົາພວກຜູ້ຊາຍໃນຄອບຄົວ ມາຕຣີເຂົ້າມາ ຈຶ່ງໄດ້ເລືອກຖືກ ຊາອູນລູກຊາຍຂອງກີເຊ ເຂົາຈຶ່ງຊອກຫາຊາອູນແຕ່ກໍບໍ່ພົບ 22 ເຂົາຈຶ່ງທູນຖາມພຣະຜູ້ເປັນເຈົ້າວ່າ, “ຊາຍຄົນນັ້ນມານີ້ແລ້ວບໍ່” ພຣະຜູ້ເປັນເຈົ້າຊົງຕອບວ່າ, “ມາແລ້ວ ເຂົາກໍາລັງລີ້ຢູ່ທາງຫລັງເຄື່ອງຂອງ” 23 ດັ່ງນັ້ນ ເຂົາທັງຫລາຍຈຶ່ງແລ່ນໄປນໍາເອົາຊາອູນມາຈາກທີ່ນັ້ນ ໃນເວລາທີ່ເຂົາຢູ່ຖ້າມກາງປະຊາຊົນນັ້ນ ເຂົາກໍສູງກວ່າປະຊາຊົນທຸກຄົນຈາກບ່າຂຶ້ນໄປ 24 ຊາມູເອນຈຶ່ງກ່າວແກ່ປະຊາຊົນທັງປວງວ່າ, “ນີ້ຄືຊາຍທີ່ພຣະຜູ້ເປັນເຈົ້າຊົງເລືອກໄວ້ ໃນຖ້າມກາງເຮົາບໍ່ມີຜູ້ໃດຄືທ່ານ” ປະຊາຊົນທຸກຄົນກໍຮ້ອງສຽງດັງຂຶ້ນວ່າ, “ຂໍພຣະຣາຊາ ຈົ່ງຊົງພຣະຈະເຣີນ” 25 ຕໍ່ມາ ຊາມູເອນກໍໄດ້ອະທິບາຍເຖິງຄວາມຈິງ ແລະຫນ້າທີ່ຂອງເຈົ້າຊີວິດໃຫ້ປະຊາຊົນຟັງ ແລະຂຽນໄວ້ໃນສະຫມຸດທີ່ກອງໄວ້ໃນບ່ອນສັກສິດ ແລ້ວທ່ານກໍໃຫ້ທຸກຄົນກັບເມືອເຮືອນ 26 ສ່ວນຊາອູນກໍກັບຄືນເມືອເຮືອນທີ່ເມືອງກິເບອາເຫມືອນກັນ ມີບາງຄົນທີ່ເປັນນັກຮົບຊຶ່ງໄດ້ຮັບການບັນດົນໃຈຈາກພຣະຜູ້ເປັນເຈົ້າກໍໄປນໍາຊາອູນ 27 ແຕ່ກໍມີຄົນທີ່ຂາດຄວາມນຶກຄິດໄດ້ເວົ້າວ່າ, “ຄົນນີ້ຈະຊ່ອຍພວກເຣົາໄດ້ແນວໃດກັນ” ເຂົາໄດ້ຫມິ່ນປມາດຊາອູນ ແລະບໍ່ຍອມຖວາຍຂອງຂວັນແກ່ທ່ານ
ຊາອູນຜາບແພ້ຊາວອັມໂມນ
1 ເດືອນຕໍ່ມາ ນາຮັສ ຊາວອັມໂມນໄດ້ໄປໂຈມຕີເມືອງຢາເບສກິເລອາດ ທະຫານຂອງທ່ານໄດ້ອ້ອມເມືອງໄວ້ ຊາວເມືອງຢາເບສຈຶ່ງເວົ້າຕໍ່ ນາ ຮັສວ່າ, “ຂໍພຣະອົງຊົງສັນຍາກັບພວກຂ້າພະເຈົ້າເສັຽກ່ອນວ່າ ຈະບໍ່ຍຶດເອົາເມືອງນີ້ ແລ້ວພວກຂ້າພະເຈົ້າຈຶ່ງຈະຍອມຮັບໃຊ້ພຣະອົງ” 2 ແຕ່ນາຮັສໄດ້ຕອບວ່າ, “ເຮົາຂໍສັນຍາແບບນີ້ກັບພວກເຈົ້າ ຄືເຮົາຈະເຈາະຫນ່ວຍຕາເບື້ອງຂວາຂອງທຸກຄົນອອກ ເພື່ອໃຫ້ຊາວອິສຣາເອນທຸກຄົນເສັຽກຽດ 3 ພວກຜູ້ນໍາຂອງຢາເບສກໍເວົ້າວ່າ,” ຂໍອະນຸຍາດໃຫ້ພວກຂ້າພະເຈົ້າສົ່ງຄົນນໍາຂ່າວອອກໄປທົ່ວທັງເຂດແດນອິສຣາເອນ ພາຍໃນເຈັດວັນເສັຽກ່ອນ ຖ້າວ່າບໍ່ມີຜູ້ໃດຊ່ອຍເຫລືອພວກຂ້າພະເຈົ້າແລ້ວ ພວກຂ້າພະເຈົ້າຈຶ່ງຈະຍອມຈໍານົນຕໍ່ພວກທ່ານ” 4 ຝ່າຍຄົນນໍາຂ່າວກໍໄດ້ມາຮອດເມືອງກິເບອາບ່ອນທີ່ຊາອູນຢູ່ ພໍເມື່ອເຂົາບອກຂ່າວນັ້ນ ປະຊາຊົນກໍຮ້ອງໄຫ້ດ້ວຍຄວາມຂົ່ມຂື່ນ 5 ສ່ວນຊາອູນກໍກໍາລັງຈູງງົວມາແຕ່ນາ ທ່ານຈຶ່ງຖາມວ່າ, “ມີຫຍັງເກີດຂຶ້ນ ເປັນຫຍັງທຸກໆຄົນຈຶ່ງພາກັນຮ້ອງໄຫ້” ພວກເຂົາກໍໄດ້ບອກເຣື່ອງທີ່ຜູ້ນໍາຂ່າວຈາກຢາເບສໄດ້ຣາຍງານມານັ້ນສູ່ທ່ານຟັງ 6 ເມື່ອຊາອູນໄດ້ຍິນດັ່ງນັ້ນ ພຣະວິນຍານຂອງພຣະເຈົ້າກໍໄດ້ເຂົ້າສະຖິດຢູ່ກັບຊາອູນ ແລ້ວທ່ານກໍເກີດໃຈຮ້າຍຂຶ້ນ 7 ທ່ານໄດ້ເອົາງົວມາຂ້າສອງຕົວ ແລະປາດເປັນຕ່ອນ ແລ້ວເອົາໃຫ້ຜູ້ນໍາຂ່າວມານັ້ນຖືກໄປທົ່ວທັງເຂດແດນອິສຣາເອນ ພ້ອມທັງບອກວ່າ, “ຖ້າຜູ້ໃດບໍ່ຕິດຕາມຊາອູນ ແລະຊາມູເອນເຂົ້າສູ່ສະຫນາມຮົບ ງົວຂອງຜູ້ນັ້ນຈະຕ້ອງຖືກຂ້າຢ່າງນີ້” ຊາວອິສຣາເອນໄດ້ຢ້ານກົວຕໍ່ການທີ່ພຣະຜູ້ເປັນເຈົ້າຈະຊົງກະທໍາເຂົາທັງຫລາຍຈຶ່ງມາດ້ວຍຄວາມນຶກຄິດແບບດຽວກັນ 8 ຊາອູນກໍພາພວກເຂົາໂຮມກັນຢູ່ທີ່ເບເຊກ ຊຶ່ງມີຊາວອິສຣາເອນສາມແສນຄົນ ແລະຊາວຢູດາອິກສາມສິບພັນຄົນ 9 ເຂົາບອກຜູ້ນໍາຂ່າວມາຈາກຢາເບສກິເລອາດວ່າ, “ຈົ່ງບອກປະຊາຊົນຂອງພວກເຈົ້າວ່າ, “ມື້ອື່ນຕອນທ່ຽງພວກຂ້າພະເຈົ້າຈະໄປຊ່ອຍພວກເຂົາໃຫ້ພົ້ນໄພ” ເມື່ອພວກຢາເບສໄດ້ຮັບຂ່າວ ເຂົາຈຶ່ງພາກັນຊົມຊື່ນຍິນດີ 10 ດັ່ງນັ້ນຊາວຢາເບສຈຶ່ງວ່າ, “ມື້ອື່ນພວກຂ້າພະເຈົ້າຈະຍອມຈໍານົນຕົວຕໍ່ທ່ານ ທ່ານຈົ່ງກະທໍາກັບພວກຂ້າພະເຈົ້າໄດ້ຕາມຄວາມຕ້ອງການ“ 11 ເຊົ້າວັນໃຫມ່ມາແຕ່ເດິກໆ ຊາອູນກໍແບ່ງທະຫານຂອງຕົນອອກເປັນສາມຫມວດ ແລ້ວພວກເຂົາໄດ້ມຸ່ງຫນ້າໄປໂຈມຕີຊາວອັມໂມນທີ່ຄ້າຍພັກ ເຂົາສູ້ຮົບກັນຈົນຮອດເວລາທ່ຽງ ແລ້ວທະຫານຂອງຊາອູນໄດ້ຂ້າສັດຕຣູຕາຍຢ່າງຫລວງຫລາຍ ຝ່າຍພວກທີ່ຍັງເຫລືອກໍແຕກກະຈັດກະຈາຍໄປ ແລະແລ່ນປົບຫນີເອົາຕົວລອດ 12 ແລ້ວຊາວອິສຣາເອນຈຶ່ງເວົ້າຕໍ່ຊາອູນວ່າ, “ໃຜເວົ້າວ່າຊາອູນບໍ່ແມ່ນເຈົ້າຊີວິດຂອງພວກເຮົານັ້ນ ຈົ່ງຈັບຕົວອອກມາຫາພວກເຮົາແລ້ວ ພວກເຮົາຈະຂ້າພວກເຂົາຖິ້ມ” 13 ແຕ່ຊາອູນເວົ້າວ່າ, “ວັນນີ້ ຈະບໍ່ມີຜູ້ໃດຖືກປະຫານຊີວິດ ເພາະວ່າແມ່ນວັນທີ່ພຣະຜູ້ເປັນເຈົ້າໄດ້ຊ່ອຍຊາວອິສຣາເອນໃຫ້ພົ້ນໄພ” 14 ແລ້ວຊາມູເອນກໍເວົ້າກັບປະຊາຊົນວ່າ, “ໃຫ້ພວກເຮົາທຸກຄົນໄປເມືອງກິນການ ແລະປະກາດແຕ່ງຕັ້ງຊາອູນໃຫ້ເປັນເຈົ້າຊີວິດຂອງພວກເຮົາຢູ່ທີ່ນັ້ນອີກ” 15 ດັ່ງນັ້ນ ພວກເຂົາທັງຫມົດຈຶ່ງໄປເມືອງກິນການ ແລະປະກາດແຕ່ງຕັ້ງໃຫ້ ຊາອູນເປັນເຈົ້າຊີວິດຕໍ່ພຣະພັກພຣະຜູ້ເປັນເຈົ້າ ແລະໄດ້ຖວາຍເຄື່ອງບູຊາ ເພື່ອຄວາມສາມັກຄີ ຊາອູນພ້ອມທັງປະຊາຊົນທຸກຄົນກໍພາກັນສະເຫລີມສະຫລອງກັນຢ່າງມ່ວນຊື່ນ
ຄໍາປາໄສຂອງຊາມູເອນ
1 ຊາມູເອນເວົ້າຕໍ່ຊາວອິສຣາເອນວ່າ, “ຂ້າພະເຈົ້າໄດ້ເຮັດໃນສິ່ງທີ່ພວກທ່ານຮ້ອງຂໍ ຂ້າພະເຈົ້າໄດ້ແຕ່ງຕັ້ງເຈົ້າຊີວິດປົກຄອງພວກທ່ານແລ້ວ 2 ດຽວນີ້ ພວກທ່ານກໍມີຊາອູນເປັນຜູ້ນໍາ ສໍາລັບຂ້າພະເຈົ້າເອງກໍເປັນຄົນເຖົ້າແກ່ ແລະຜົມຫງອກແລ້ວ ລູກຊາຍທັງຫມົດຂອງຂ້າພະເຈົ້າກໍຢູ່ກັບພວກທ່ານ ຂ້າພະເຈົ້າໄດ້ເປັນຜູ້ນໍາພວກທ່ານມາຕັ້ງແຕ່ຫນຸ່ມນ້ອຍຈົນເຖິງດຽວນີ້ 3 ຂ້າພະເຈົ້າກໍຢູ່ທີ່ນີ້ແລ້ວ ຖ້າວ່າຂ້າພະເຈົ້າໄດ້ກະທໍາຜິດສິ່ງໃດ ພວກທ່ານຈົ່ງຟ້ອງຮ້ອງຂ້າພະເຈົ້າຕໍ່ພຣະຜູ້ເປັນເຈົ້າ ແລະຕໍ່ເຈົ້າຊີວິດທີ່ພຣະອົງຊົງເລືອກໄວ້ນັ້ນໄດ້ ຂ້າພະເຈົ້າໄດ້ເອົາງົວ ແລະລໍທ່ານບໍ ຂ້າພະເຈົ້າໄດ້ສໍ້ໂກງກົດຂີ່ຂົ່ມເຫັງໃຜແດ່ ຂ້າພະເຈົ້າໄດ້ຮັບສິນຈ້າງຣາງວັນຈາກຜູ້ໃດບໍ ຖ້າວ່າຂ້າພະເຈົ້າໄດ້ເຮັດສິ່ງນຶ່ງສິ່ງໃດໃນສິ່ງທີ່ກ່າວມານີ້ ຂ້າພະເຈົ້າຍິນດີສົ່ງຄືນທຸກຢ່າງໃນສິ່ງທີ່ຂ້າພະເຈົ້າໄດ້ກະທໍາມານັ້ນ” 4 ປະຊາຊົນໄດ້ຕອບວ່າ, “ທ່ານບໍ່ໄດ້ສໍ້ໂກງ ຫລືຂົ່ມເຫັງພວກຂ້າພະເຈົ້າແຕ່ຢ່າງໃດດອກ ແລະທ່ານກໍບໍ່ໄດ້ຮັບເອົາສິ່ງນຶ່ງສິ່ງໃດຈາກໃຜຫມົດ” 5 ຊາມູເອນໄດ້ເວົ້າຕໍ່ໄປວ່າ, “ວັນນີ້ ພຣະຜູ້ເປັນເຈົ້າພ້ອມເຈົ້າຊີວິດທີ່ພຣະອົງຊົງເລືອກເອົານັ້ນກໍເປັນພຍານຫລັກຖານຕໍ່ຫນ້າພວກທ່ານວ່າ ພວກທ່ານບໍ່ໄດ້ພົບຄວາມຜິດສິ່ງໃດຫມົດໃນຕົວຂ້າພະເຈົ້າ” ພວກເຂົາໄດ້ພາກັນຕອບວ່າ, “ພຣະຜູ້ເປັນເຈົ້າຊົງເປັນພຍານຂອງພວກຂ້າພະເຈົ້າ” 6 ຊາມູເອນເວົ້າຕໍ່ໄປອີກວ່າ, “ພຣະຜູ້ເປັນເຈົ້າຊົງເປັນຜູ້ທີ່ໄດ້ເລືອກເອົາໂມເຊ ແລະອາໂຣນ ແລະຊົງພາພວກປູ່ຍ່າຕາຍາຍຂອງພວກທ່ານອອກມາຈາກເອຢິບ 7 ແລະດຽວນີ້ ຈົ່ງຢືນຢູ່ໃນບ່ອນທີ່ພວກທ່ານຢືນຢູ່ນັ້ນ ຂ້າພະເຈົ້າຈະຟ້ອງຮ້ອງພວກທ່ານຕໍ່ພຣະຜູ້ເປັນເຈົ້າ ເພື່ອເຕືອນພວກທ່ານເຖິງການຍິ່ງໃຫຍ່ທີ່ພຣະຜູ້ເປັນເຈົ້າຊົງກະທໍາເພື່ອຊ່ອຍເຫລືອພວກທ່ານ ແລະປູ່ຍ່າຕາຍາຍຂອງພວກທ່ານໃຫ້ພົ້ນໄພ 8 ເມື່ອຢາໂຄບ ແລະຄອບຄົວຂອງທ່ານໄປໃນເອຢິບ ຊາວເອຢິບກໍໄດ້ຂົ່ມເຫັງພວກເຂົາ ຝ່າຍປູ່ຍ່າຕາຍາຍຂອງພວກທ່ານໄດ້ຣ້ອງຂໍຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າ ພຣະອົງກໍຊົງໃຊ້ໂມເຊ ແລະອາໂຣນນໍາພວກເຂົາອອກຫນີຈາກເອຢິບ ແລະໃຫ້ພວກເຂົາມາຕັ້ງຫລັກຖານຢູ່ໃນທີ່ນີ້ 9 ແຕ່ວ່າ ພວກເຂົາໄດ້ລືມພຣະຜູ້ເປັນເຈົ້າ ພຣະອົງຈຶ່ງຊົງໃຫ້ຊີເຊຣາແມ່ທັບຂອງຢາບີນແຫ່ງເມືອງຮາໂຊຣ໌ມາສູ້ຮົບກັບພວກເຂົາ ແລະໄດ້ໄຊຊະນະ ຕໍ່ມາຊາວຟີລິສຕິນກໍໄດ້ມາສູ້ຮົບກັບພວກເຂົາ ແລະຕໍ່ມາອີກເຈົ້າຊີວິດໂມອາບກໍມາສູ້ຮົບ ແລະຊະນະພວກເຂົາ 10 ພວກເຂົາໄດ້ຮ້ອງຂໍຄວາມຊ່ອຍເຫລືອຕໍ່ພຣະຜູ້ເປັນເຈົ້າ “ພວກຂ້າພຣະອົງໄດ້ເຮັດບາບ ເພາະວ່າພວກຂ້າພຣະອົງໄດ້ຫັນຫນີຈາກພຣະອົງຊຶ່ງເປັນພຣະຜູ້ເປັນເຈົ້າ ພວກຂ້າພຣະອົງໄດ້ນະມັສການພຣະບາອານ ແລະພຣະອັຊຕາຣ໌ເຕສ ຂໍພຣະອົງຊົງຊ່ອຍຊີວິດພວກຂ້າພຣະອົງໃຫ້ພົ້ນຈາກສັດຕຣູ ແລະພວກຂ້າພຣະອົງຈະກັບມານະມັສການພຣະອົງ 11 ແລ້ວພຣະຜູ້ເປັນເຈົ້າກໍຊົງສົ່ງເຢຣູບບາອານ ບາຣາກ ເຢັບທາ ແລະຊາມູເອນ ໃຫ້ເປັນຜູ້ຊ່ອຍຊີວິດຂອງພວກທ່ານໃຫ້ພົ້ນຈາກສັດຕຣູ ພວກທ່ານຈຶ່ງໄດ້ຢູ່ຢ່າງປອດພັຍ 12 ແຕ່ພວກທ່ານເຫັນວ່າເຈົ້າຊີວິດນາຮັສຂອງຊາວອັມໂມນໄດ້ມາຕໍ່ສູ້ພວກທ່ານ ພວກທ່ານກໍປະຖິ້ມພຣະຜູ້ເປັນເຈົ້າທີ່ເປັນເຈົ້າຊີວິດຂອງພວກທ່ານ ແລະເວົ້າກັບຂ້າພະເຈົ້າວ່າ, “ພວກຂ້າພະເຈົ້າຢາກໄດ້ເຈົ້າຊີວິດມາປົກຄອງພວກຂ້າພະເຈົ້າ” 13 ນີ້ເດ່ ເຈົ້າຊີວິດທີ່ພວກທ່ານຢາກໄດ້ໂດຍຮ້ອງຂໍນໍາພຣະຜູ້ເປັນເຈົ້າ ແລະພຣະອົງກໍຊົງປະທານໃຫ້ແກ່ພວກທ່ານແລ້ວ 14 ຖ້າພວກທ່ານຢ້ານຢໍາພຣະຜູ້ເປັນເຈົ້າຂອງພວກທ່ານ ຈົ່ງຮັບໃຊ້ພຣະອົງ ເຊື່ອຟັງຄໍາສັ່ງຂອງພຣະອົງ ຖ້າພວກທ່ານ ແລະເຈົ້າຊີວິດຂອງພວກທ່ານຕິດຕາມພຣະອົງໄປ ພວກທ່ານກໍຈະຈະເຣີນຮຸ່ງເຮືອງ 15 ຖ້າພວກທ່ານບໍ່ຟັງພຣະຜູ້ເປັນເຈົ້າ ແລະບໍ່ເຊື່ອ ພຣະດໍາຣັດຂອງພຣະອົງ ພຣະອົງຈະຕໍ່ສູ້ພວກທ່ານ ແລະເຈົ້າຊີວິດຂອງພວກທ່ານດ້ວຍ 16 ດັ່ງນັ້ນ ຈົ່ງພາກັນຢືນຢູ່ໃນບ່ອນທີ່ພວກທ່ານຢູ່ນັ້ນ ແລະພວກທ່ານຈະເຫັນການຍິ່ງໃຫຍ່ທີ່ພຣະຜູ້ເປັນເຈົ້າຈະກະທໍາ 17 ດຽວນີ້ເປັນຣະດູແລ້ງ ຂ້າພະເຈົ້າຈະອ້ອນວອນຂໍໃຫ້ພຣະຜູ້ເປັນເຈົ້າສົ່ງສຽງຟ້າຮ້ອງ ແລະຝົນຕົກລົງມາ ເມື່ອພວກທ່ານເຫັນເປັນຢ່າງນັ້ນ ທ່ານຈະຮູ້ໄດ້ວ່າ ເວລາທີ່ພວກທ່ານໄດ້ຮ້ອງຂໍເອົາເຈົ້າຊີວິດຈາກພຣະອົງ ພວກທ່ານໄດ້ກະທໍາຄວາມຜິດອັນຍິ່ງໃຫຍ່ຕໍ່ພຣະຜູ້ເປັນເຈົ້າ 18 ແລ້ວຊາມູເອນໄດ້ອ້ອນວອນ ໃນວັນດຽວກັນນັ້ນ ພຣະຜູ້ເປັນເຈົ້າກໍຊົງສົ່ງສຽງຟ້າຮ້ອງ ແລະຝົນຕົກລົງມາ ປະຊາຊົນທຸກຄົນຈິ່ງຢ້ານກົວຊາມູເອນ ແລະພຣະຜູ້ເປັນເຈົ້າ 19 ພວກເຂົາໄດ້ເວົ້າຕໍ່ຊາມູເອນວ່າ, “ທ່ານເອີຍ ຂໍໄດ້ໂຜດກະຣຸນາອ້ອນວອນພຣະຜູ້ເປັນເຈົ້າຂອງທ່ານສໍາລັບພວກຂ້າພະເຈົ້າແດ່ ເພື່ອວ່າພວກຂ້າພະເຈົ້າຈະບໍ່ຕາຍ ນອກຈາກຄວາມຜິດຢ່າງອື່ນຂອງພວກຂ້າພະເຈົ້າແລ້ວ ພວກຂ້າພະເຈົ້າກໍໄດ້ເຮັດຜິດໂດຍການຮ້ອງຂໍເອົາເຈົ້າຊີວິດ” 20 ຊາມູເອນຕອບວ່າ, “ຢ່າຢ້ານກົວເລີຍ ພວກທ່ານໄດ້ເຮັດການຊົ່ວມາແລ້ວກໍຈິງຢູ່ ແຕ່ຈົ່ງຢ່າຫັນຫນີຈາກພຣະຜູ້ເປັນເຈົ້າໄປອີກ ຈົ່ງຮັບໃຊ້ພຣະອົງໃຫ້ສຸດອົກສຸດໃຈຂອງທ່ານ 21 ຢ່າຫັນຫນີໄປຕິດຕາມສິ່ງອະນິຈັງຊຶ່ງບໍ່ເປັນປໂຍດ ເພາະວ່າພວກມັນຊ່ອຍເຫລືອໃຫ້ພວກທ່ານພົ້ນພັຍບໍ່ໄດ້ ເພາະເປັນສິ່ງອະນິຈັງ 22 ພຣະອົງຈະບໍ່ຊົງປະປ່ອຍພວກທ່ານໄປ ດ້ວຍພຣະນາມອັນຍິ່ງໃຫຍ່ຂອງພຣະອົງ ພຣະອົງຈະຊົງຕັດສິນພຣະທັຍເອົາພວກທ່ານເປັນໄພ່ພົນຂອງພຣະອົງ 23 ສ່ວນຂ້າພະເຈົ້າຈະບໍ່ເຊົາອ້ອນວອນສໍາລັບພວກທ່ານ ເພາະການເຊົາອ້ອນວອນເປັນການຜິດຕໍ່ພຣະຜູ້ເປັນເຈົ້າ ແຕ່ຂ້າພະເຈົ້າຈະສັ່ງສອນໃຫ້ພວກທ່ານເຮັດໃນສິ່ງທີ່ດີ ແລະສິ່ງທີ່ຖືກຕ້ອງ 24 ຈົ່ງຢ້ານຢໍາພຣະຜູ້ເປັນເຈົ້າ ແລະຮັບໃຊ້ພຣະອົງດ້ວຍຄວາມສັດຊື່ ແລະສຸດອົກສຸດໃຈ ຈົ່ງລະນຶກເຖິງການງານອັນຍິ່ງໃຫຍ່ທີ່ພຣະອົງຊົງກະທໍາສໍາລັບພວກທ່ານ 25 ແຕ່ວ່າຖ້າພວກທ່ານຍັງດໍາເນີນການທໍາຜິດຢູ່ອີກ ພວກທ່ານ ແລະເຈົ້າຊີວິດຂອງພວກທ່ານຈະຖືກທໍາລາຍ
ເສິກສົງຄາມຕໍ່ສູ້ຟີລິສຕິນ
1 ເມື່ອຊາອູນຂຶ້ນຄອງຣາຊສົມບັດນັ້ນມີ ອາຍຸ ປີ ແລະເມື່ອພຣະອົງຊົງປົກຄອງ ອິສຣາເອນ ສອງປີ 2 ຊາອູນໄດ້ເລືອກເອົາຊາວອິສຣາເອນສາມພັນຄົນໄປຢູ່ກັບຕົນ ແລະສົ່ງພວກອື່ນກັບຄືນເມືອບ້ານ ທ່ານແບ່ງເອົາສອງພັນຄົນໄປບ້ານມິກມັສ ແລະໄປເທິງພູດອຍທີ່ເມືອງເບັດເອນກັບທ່ານ ສ່ວນພັນຄົນກໍໃຫ້ໄປກັບໂຢນາທານ ບຸດຊາຍຂອງຕົນທີ່ເມືອງກິເບອາ ໃນເຂດແດນຂອງຕະກູນເບັນຢາມີນ 3 ໂຢນາທານ ໄດ້ຂ້າຜູ້ບັນຊາການຟີລິສຕິນໃນເມືອງເກບາ ແລະຊາວຟີລິສຕິນກໍໄດ້ຍິນຂ່າວນີ້ ແລະເວົ້າວ່າ, “ຊາວເຮັບເຣີໄດ້ຕຽມທໍາເສິກ ສ່ວນຊາອູນກໍສົ່ງຜູ້ນໍາຂ່າວເປົ່າແກຜ່ານໄປທົ່ວທັງປະເທດ 4 ເມື່ອອິສຣາເອນໄດ້ຍິນຂ່າວວ່າຊາອູນໄດ້ຂ້ານາຍທະຫານຟີລີສຕິນ ແລະຮູ້ວ່າຊາວຟີລິສຕິນກໍກຽດຊັງພວກຕົນ ເຂົາຈຶ່ງຕອບຄໍາຮຽກຮ້ອງ ແລະເຂົ້າໄປສົມທົບກັບຊາອູນທີ່ເມືອງກິນການ 5 ຊາວຟີລິສຕິນໄດ້ທ້ອນໂຮມກໍາລັງມາສູ້ຮົບກັບຊາວອິສຣາເອນ ພວກເຂົາມີຣົດຮົບສາມສິບພັນຄັນ ແລະທະຫານມ້າຫົກພັນຄົນ ແລະມີທະຫານຫລວງຫລາຍເຫມືອນດັ່ງເມັດດິນຊາຍຢູ່ຝັ່ງທະເລ ພວກເຂົາພາກັນໄປທີ່ມິກມັສ ທາງທິດຕາເວັນອອກຂອງເບັດອາເວນ ແລະຕັ້ງຄ້າຍພັກຢູ່ທີ່ນັ້ນ 6 ຝ່າຍອິສຣາເອນກໍຖືກບຸກຣຸກໂຈມຕີຢ່າງດຸເດືອດ ແລະຢູ່ໃນທ່າຈົນຕາແຈ ພວກເຂົາຈຶ່ງໄປລີ້ຢູ່ໃນຖ້ໍາ ໃນໂກນ ໃນລະຫວ່າງໂງ່ນຫີນ ໃນຂຸມ ແລະໃນສ້າງ 7 ຄົນອື່ນໆອີກກໍຂ້າມແມ່ນໍ້າຈໍແດນໄປໃນເຂດແດນເມືອງກາດ ແລະເມືອງກິເລອາດ ສ່ວນຊາອູນກໍຍັງຢູ່ໃນເມືອງກິນການ ແລະປະຊາຊົນທີ່ຢູ່ນໍາທ່ານກໍຕົກສະທ້ານຢ້ານກົວ 8 ຊາອູນໄດ້ຄອຍຖ້າຢູ່ເຈັດວັນຕາມຄໍາແນະນໍາຂອງຊາມູເອນ ແຕ່ວ່າຊາມູເອນບໍ່ໄດ້ມາເມືອງກິນການປະຊາຊົນກໍຄ່ອຍຫນີຈາກຊາອູນ 9 ຊາອູນຈຶ່ງເວົ້າຕໍ່ພວກເຂົາວ່າ, “ຈົ່ງນໍາເອົາເຄື່ອງເຜົາຖວາຍບູຊາ ແລະເຄື່ອງຖວາຍບູຊາເພື່ອຄວາມສາມັກຄີໃຫ້ເຮົາ” ແລ້ວພຣະອົງກໍຖວາຍເຄື່ອງບູຊານັ້ນ 10 ພໍເມື່ອພຣະອົງເສັດພິທີແລ້ວ ຊາມູເອນກໍມາຮອດ ຊາອູນຈຶ່ງອອກໄປຕ້ອນຮັບທ່ານ 11 ຊາມູເອນໄດ້ເວົ້າຂຶ້ນວ່າ, “ພຣະອົງກໍາລັງເຮັດຫຍັງ” ຊາອູນຕອບວ່າ, “ເຮົາເຫັນວ່າ ປະຊາຊົນກໍາລັງຈະຈາກເຮົາໄປທ່ານເອງກໍບໍ່ມາຕາມທີ່ໄດ້ເວົ້າໄວ້ ແລະພວກຟີລິສຕິນກໍກໍາລັງທ້ອນໂຮມກັນທີ່ບ້ານມິກມັສ 12 ເຣົາຈຶ່ງຄິດວ່າ ຊາວຟີລິສຕິນຈະມາໂຈມຕີເຮົາໃນເມືອງກິນການນີ້ ເຮົາຈຶ່ງຈໍາເປັນຕ້ອງຖວາຍບູຊາເພື່ອຄວາມກະຣຸນາຈາກພຣະເຈົ້າ” 13 ຊາມູເອນຕອບຂຶ້ນວ່າ, “ເປັນການໂງ່ງ່າວທີ່ສຸດທີ່ເຮັດຢ່າງນີ້ ພຣະອົງບໍ່ໄດ້ຮັກສາພຣະບັນຊາແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ຊຶ່ງພຣະອົງຊົງບັນຊາທ່ານໄວ້ ເພາະພຣະຜູ້ເປັນເຈົ້າຈະໄດ້ຊົງສະຖາປະນາຣາຊອານາຈັກຂອງທ່ານເຫນືອອິສຣາເອນເປັນນິດແລ້ວ 14 ແຕ່ບັດນີ້ຣາຊອານາຈັກຂອງທ່ານຈະບໍ່ຢັ້ງຍືນ ພຣະຜູ້ເປັນເຈົ້າຈະສົ່ງຊາຍຜູ້ນຶ່ງທີ່ພຣະອົງຊົງພໍພຣະທັຍ ແລະຈະຊົງແຕ່ງຕັ້ງໃຫ້ເຂົາປົກຄອງໄພ່ພົນຂອງພຣະອົງ ເພາະທ່ານບໍ່ໄດ້ຮັກສາສິ່ງຊຶ່ງພຣະຜູ້ເປັນເຈົ້າຊົງບັນຊາໄວ້” 15 ສ່ວນຊາມູເອນໄດ້ຈາກເມືອງກິນການໄປ ປະຊາຊົນທີ່ຍັງເຫລືອຢູ່ກໍຕິດຕາມຊາອູນໄປພົບທະຫານຂອງທ່ານ ພວກເຂົາໄປຈາກເມືອງກິນການຈົນຮອດເມືອງກິເບອາ ເຂດແດນເບັນຢາມິນ ຊາອູນກໍໄດ້ກວາດກາເບິ່ງທະຫານຂອງພຣະອົງຊຶ່ງມີປະມານຢູ່ຫົກຮ້ອຍຄົນ 16 ແລ້ວຊາອູນ ກັບໂຢນາທານບຸດຊາຍຂອງພຣະອົງ ແລະພວກທະຫານກໍພັກຢູ່ທີ່ເມືອງເກບາໃນເຂດແດນເບັນຢາມີນ ສ່ວນຊາວຟີລິສຕິນກໍຕັ້ງຄ້າຍພັກຢູ່ທີ່ມິກມັສ 17 ຝ່າຍທະຫານຟີລິສຕິນໄດ້ມຸ່ງຫນ້າອອກຈາກຄ້າຍພັກຂອງພວກເຂົາຈັດເປັນສາມຫມວດ ເພື່ອໄປຫລອນໂຈມຕີ ຫມວດທີ່ນຶ່ງໄປທາງໂອຟຣາໃນເຂດແດນຊູອານ 18 ຫມວດທີ່ສອງກໍໄປທາງເມືອງເບັດໂຮໂຣນ ແລະຫມວດທີ່ສາມໄປທາງເຂດແດນກົງກັນຂ້າມກັບຮ່ອມພູເຊໂບອິມ ແລະໄປຕາມຖິ່ນກັນດານ 19 ໃນເວລານັ້ນປະເທດອິສຣາເອນບໍ່ມີຊ່າງຕີເຫລັກ ເພາະວ່າຊາວຟີລິສຕິນຫ້າມບໍ່ໃຫ້ຊາວເຮັບເຣີຕີດາບ ຫລືຫອກ 20 ດັ່ງນັ້ນ ຊາວອິສຣາເອນຈຶ່ງຕ້ອງເອົາໄຖ ສຽມ ຂວານ ແລະກ່ຽວຂອງພວກເຂົາໄປໃຫ້ພວກຟີລິສຕິນຝົນໃຫ້ 21 ສໍາລັບຄ່າຝົນຂວານ ແລະເຫລັກປະຕັກຕົກເປັນເງິນນຶ່ງຫລຽນ ແລະສອງຫລຽນເປັນຄ່າຝົນໄຖ ແລະສຽມ 22 ສະນັ້ນ ໃນວັນສູ້ຮົບມີແຕ່ຊາອູນ ແລະໂຢນາທານບຸດຊາຍຂອງພຣະອົງເທົ່ານັ້ນທີ່ມີດາບ ແລະຫອກ ສ່ວນພວກທະຫານອິສຣາເອນບໍ່ມີຫຍັງເລີຍ 23 ຊາວຟີລິສຕິນກໍສົ່ງຫມວດທະຫານຂອງພວກເຂົາອອກໄປປ້ອງກັນຢູ່ທາງຜ່ານໄປທີ່ມິກມັສ
ຄວາມກ້າຫານຂອງໂຢນາທານ
1 ໃນວັນນຶ່ງ ໂຢນາທານໄດ້ເວົ້າກັບຊາຍຫນຸ່ມຜູ້ທີ່ຖືອາວຸດໃຫ້ຕົນວ່າ, “ພວກເຣົາຂ້າມໄປຫາຄ້າຍພັກຂອງພວກຟິລິສຕິນເທາະ” ການໄປເທື່ອນີ້ໂຢນາທານບໍ່ໄດ້ບອກບິດາຂອງຕົນ 2 ກະສັດຊາອູນກໍຕັ້ງຄ້າຍພັກຢູ່ເຂດເມືອງກິເບອາໃຕ້ຕົ້ນຫມາກພິລາ ຊຶ່ງຢູ່ທີ່ບ້ານມິກໂຮນ ພຣະອົງມີທະຫານປະມານຫົກຮ້ອຍຄົນ 3 ກັບອາຮິຢາ ບຸດຊາຍຂອງອາຮິຕູບ ອ້າຍຂອງອີຄາໂບດ ບຸດຊາຍຂອງຟີເນຮັສ ຜູ້ເປັນບຸດຊາຍຂອງເອລີ ປະໂຣຫິດຂອງພຣະຜູ້ເປັນເຈົ້າທີ່ເມືອງຊີໂລ ພວກເຂົາຖືເອໂຟຣດໄປ ຄົນເຫລົ່ານີ້ບໍ່ຮູ້ວ່າໂຢນາທານໄດ້ໄປກ່ອນແລ້ວ 4 ທາງທີ່ໂຢນາທານຜ່ານຂ້າມໄປຫາຄ້າຍພັກຂອງພວກຟີລິສຕິນນັ້ນໄດ້ມີໂງ່ນຫີນໃຫຍ່ ແລະແຫລມຄົມຢູ່ສອງໂງ່ນ ແຕ່ລະໂງ່ນໄດ້ຢູ່ແຕ່ລະຂ້າງຂອງທາງທີ່ຜ່ານໄປນັ້ນ ກ້ອນນຶ່ງຊື່ວ່າໂບເຊສ ແລະກ້ອນນຶ່ງຊື່ວ່າ ເຊເນ 5 ກ້ອນນຶ່ງຢູ່ທາງຂ້າງເບື້ອງເຫນືອຂອງທາງຜ່ານໄປຕໍ່ຫນ້າເມືອງມິກມັສອິກ ກ້ອນນຶ່ງຢູ່ທາງຂ້າງເບື້ອງໃຕ້ຕໍ່ຫນ້າເມືອງເກບາ 6 ໂຢນາທານເວົ້າຕໍ່ຊາຍຫນຸ່ມນັ້ນວ່າ, “ໃຫ້ພວກເຮົາຂ້າມໄປຄ້າຍພັກຂອງຊາວຟີລິສຕິນທີ່ບໍ່ນັບຖືພຣະເຈົ້າ ບາງທີ່ພຣະຜູ້ເປັນເຈົ້າຈະຊົງຊ່ອຍເຫລືອພວກເຮົາ ຖ້າພຣະອົງຊົງຊ່ອຍເຫລືອກໍບໍ່ມີສິ່ງໃດຈະສາມາດຕ້ານທານໄດ້ ເຖິງພວກເຮົາມີຄົນຫນ້ອຍກໍຕາມ ພວກເຮົາກໍຈະມີໄຊຊະນະ” 7 ຊາຍຫນຸ່ມຈຶ່ງຕອບວ່າ, “ທ່ານຈະເຮັດຫຍັງ ຂ້າພະເຈົ້າກໍຍິນດີເຮັດນໍາ” 8 ໂຢນາທານເວົ້າວ່າ, “ດີລະ ພວກເຮົາຈະຂ້າມໄປໃຫ້ພວກມັນເຫັນພວກເຮົາ 9 ຖ້າພວກເຂົາເວົ້າວ່າຈະມາຕີພວກເຮົາ ພວກເຮົາກໍຈະຢູ່ທີ່ນີ້ 10 ແຕ່ຖ້າພວກເຂົາເວົ້າທ້າທາຍໃຫ້ພວກເຮົາໄປຫາ ພວກເຮົາຈຶ່ງໄປເພາະວ່າຄໍາເວົ້າຢ່າງນັ້ນ ຖືກເປັນເຄື່ອງຫມາຍວ່າພຣະຜູ້ເປັນເຈົ້າໄດ້ຊົງໃຫ້ພວກເຮົາຊະນະ” 11 ດັ່ງນັ້ນ ໂຢນາທານ ແລະຊາຍຫນຸ່ມນັ້ນ ຈຶ່ງເຮັດໃຫ້ພວກຟີລິສຕິນເຫັນ ແລະພວກເຂົາກໍໄດ້ເວົ້າວ່າ, “ເບິ່ງພຸ້ນ ມີຊາວເຮັບເຣີບາງຄົນໄດ້ອອກມາຈາກບ່ອນລີ້ຊ່ອນ 12 ພວກທະຫານຟີລິສຕິນກໍຮ້ອງໃສ່ໂຢນາທານ ແລະຊາຍຫນຸ່ມນັ້ນວ່າ,” ຈົ່ງຂຶ້ນມາພີ້ ພວກຂ້າພະເຈົ້າມີເຣື່ອງຈະບອກເຈົ້າ” ໂຢນາທານຈຶ່ງເວົ້າຕໍ່ຊາຍທີ່ມານໍາວ່າ, “ຕາມຂ້າພະເຈົ້າມາ ພຣະຜູ້ເປັນເຈົ້າໄດ້ຊົງປະທານໃຫ້ອິສຣາເອນຊະນະພວກເຂົາແລ້ວ” 13 ໂຢນາທານໄດ້ປີນຂຶ້ນໄປ ຊາຍຫນຸ່ມນັ້ນກໍຕິດຕາມທ່ານໄປ ໂຢນາທານໄດ້ຕໍ່ສູ້ຊາວຟີລິສຕິນ ແລະຕ່ອຍຕີພວກເຂົາຕົກລົງ ແລ້ວຊາຍຫນຸ່ມນັ້ນກໍຂ້າພວກເຂົາຖິ້ມ 14 ໃນການຕໍ່ສູ້ຄັ້ງທໍາອິດ ໂຢນາທານ ແລະຊາຍຫນຸ່ມນັ້ນໄດ້ຂ້າສັດຕຣູຕາຍໄປປະມານຊາວຄົນຢູ່ທີ່ນັ້ນ 15 ຊາວຟີລິສຕິນທຸກຄົນທີ່ຢູ່ໃນທົ່ງກໍຢ້ານກົວ ພວກກອງໂຈນ ແລະພວກທະຫານຕົກສະທ້ານຢ້ານກົວແຜ່ນດິນກໍຫວັ່ນໄຫວ ແລະໄດ້ມີການຕົກໃຈຢ່າງຍິ່ງໃຫຍ່ເກີດຂຶ້ນ
ພວກຟີລິສຕິນເສັຽໄຊ
16 ທະຫານຂອງຊາອູນທີ່ເຝົ້າຍາມຢູ່ທີ່ເມືອງກິເບອາ ໃນເຂດແດນເບັນຢາມີນໄດ້ເຫັນພວກຟີລິສຕິນແລ່ນສັບສົນໄປມາ 17 ຊາອູນຈຶ່ງເວົ້າກັບທະຫານຂອງທ່ານວ່າ, “ນັບເບິ່ງດູວ່າ ມີທະຫານຄົນໃດຫາຍໄປແດ່” ເມື່ອພວກເຂົານັບເບິ່ງແລ້ວກໍເຫັນວ່າ ໂຢນາທານ ແລະຊາຍຫນຸ່ມທີ່ຖືອາວຸດໃຫ້ນັ້ນໄດ້ຫາຍໄປ 18 ເມື່ອເປັນເຊັ່ນນີ້ ຊາອູນຈຶ່ງເວົ້າຕໍ່ປະໂຣຫິດອາຮີຢາວ່າ, “ຈົ່ງນໍາເອົາຫີບຄໍາສັນຍາອັນສັກສິດມານີ້ ເພື່ອທໍາພິທີຈົກສະຫລາກຕໍ່ພຣະພັກພຣະຜູ້ເປັນຈເຈົ້າ ເພາະວ່າໃນຄາວນັ້ນຫີບຄໍາສັນຍານີ້ໄດ້ນໍາຫນ້າພວກອິສຣາເອນໄປ 19 ເມື່ອຊາອູນກໍາລັງເວົ້າກັບປະໂຣຫິດຢູ່ນັ້ນ ການສັບສົນອົນລະວົນຢູ່ໃນຄ້າຍພັກຂອງພວກຟີລິສຕິນກໍຍິ່ງຮ້າຍແຮງຂຶ້ນ ຊາອູນຈຶ່ງເວົ້າຕໍ່ປະໂຣຫິດວ່າ, “ບໍ່ຕ້ອງຈົກສະຫລາກ” 20 ແລ້ວພຣະອົງກັບພວກທະຫານກໍມຸ່ງຫນ້າເຂົ້າໄປໃນສະຫນາມຮົບ ເພື່ອໂຈມຕີພວກຟີລິສຕິນທີ່ກໍາລັງຕົກຢູ່ໃນຄວາມສັບສົນອົນລະຫົນ ແລະຕໍ່ສູ້ຊຶ່ງກັນແລະກັນ 21 ພວກເຮັບເຣີທີ່ເຂົ້າຂ້າງຊາວຟີລິສຕິນມາແຕ່ກ່ອນ ແລະໄດ້ອາໄສຢູ່ໃນຄ້າຍພັກດຽວກັນກັບພວກເຂົາກໍປ່ຽນໃຈມາຮ່ວມນໍາຊາອູນ ແລະໂຢນາທານ 22 ເມື່ອອິສຣາເອນທີ່ໄດ້ລີ້ຢູ່ເທິງພູດອຍເອຟຣາອິມໄດ້ຍິນຂ່າວວ່າ ຊາວຟີລິສຕິນກໍາລັງແລ່ນປົບຫນີ ພວກເຂົາກໍເຂົ້າມາຮ່ວມສົມທົບຕໍ່ສູ້ຊາວຟີລິສຕິນເຫມືອນກັນ 23 ໃນວັນນັ້ນ ພຣະຜູ້ເປັນເຈົ້າຊົງຊ່ອຍຊາວອິສຣາເອນໃຫ້ພົ້ນພັຍ ແລະພວກເຂົາໄດ້ໄລ່ຕີສັດຕຣູໄປເຖິງເມືອງເບັດອາເວນ
ໂຢນາທານລະເມິດຄໍາສັນຍາ
24 ໃນວັນນັ້ນ ຊາວອິສຣາເອນໄດ້ອ່ອນແຮງຍ້ອນບໍ່ໄດ້ກິນເຂົ້າ ເພາະຊາອູນໄດ້ອອກຄໍາສັ່ງເດັດຂາດວ່າ, “ໃນວັນນີ້ຖ້າຜູ້ໃດກິນເຂົ້າກ່ອນຕາເວັນຕົກ ແລະກ່ອນຂ້າພະເຈົ້າໄດ້ແກ້ແຄ້ນສັດຕຣູຂອງຂ້າພະເຈົ້າ ຂໍໃຫ້ຄໍາສາບແຊ່ງຈົ່ງຕົກຖືກຜູ້ນັ້ນ” ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດໄດ້ກິນຫຍັງຕລອດວັນ 25 ພວກເຂົາທັງຫມົດໄດ້ເຂົ້າໄປໃນປ່າ ແລະໄດ້ພົບຮັງເຜິ້ງຢູ່ທຸກໆບ່ອນ 26 ແຕ່ບໍ່ມີໃຜກ້າເອົາມາກິນ ເພາະພວກເຂົາທຸກຄົນຢ້ານກົວຄໍາສາບແຊ່ງຂອງຊາອູນ 27 ແຕ່ໂຢນາທານບໍ່ໄດ້ຍິນບິດາຂອງຕົນສາບແຊ່ງ ທ່ານຈຶ່ງເອົາໄມ້ເທົ້າແທງຮັງເຜິ້ງ ແລະເອົານໍ້າເຜິ້ງມາກິນ ໃນທັນໃດນັ້ນ ທ່ານກໍຮູ້ສຶກມີແຮງຂຶ້ນກວ່າເກົ່າ 28 ແລ້ວທະຫານຄົນນຶ່ງກໍເວົ້າຂຶ້ນວ່າ, “ທຸກໆຄົນໄດ້ອ່ອນເພັຽຍ້ອນຫິວເຂົ້າ ເພາະສະເດັດພໍ່ຂອງທ່ານໄດ້ຂູ່ເຂັນພວກພົນວ່າ ຖ້າຜູ້ໃດກິນເຂົ້າໃນວັນນີ້ຈະຖືກສາບແຊ່ງ” 29 ໂຢນາທານຕອບວ່າ, “ພໍ່ຂອງຂ້ອຍໄດ້ສ້າງຄວາມລໍາບາກໃຫ້ແກ່ປະຊາຊົນ ແຕ່ເບິ່ງດູວ່າ ຂ້ອຍຮູ້ສຶກມີແຮງຂຶ້ນກວ່າເກົ່າເມື່ອຂ້ອຍໄດ້ກິນນໍ້າເຜິ້ງ 30 ຖ້າວ່າວັນນີ້ ປະຊາຊົນຂອງພວກເຮົາໄດ້ກິນອາຫານທີ່ພວກເຮົາໄດ້ມາຈາກສັດຕຣູ ພວກເຂົາຄົງຈະມີແຮງຂ້າຊາວຟີລິສຕິນໄດ້ຫລາຍຂຶ້ນ” 31 ໃນວັນນັ້ນ ພວກອິສຣາເອນໄດ້ຜາບແພ້ພວກຟີລິສຕິນຕັ້ງແຕ່ມິກມັສໄປເຖິງອັຍຢາໂລນ ພວກອິສຣາເອນໄດ້ອ່ອນແຮງຍ້ອນບໍ່ໄດ້ກິນເຂົ້າ 32 ພວກເຂົາຈຶ່ງແລ່ນໄປເອົາສິ່ງທີ່ພວກເຂົາຍຶດມາໄດ້ຈາກສັດຕຣູ ຄືແກະ ແລະງົວມາຂ້າໃນບ່ອນນັ້ນ ແລ້ວກິນຊີ້ນທີ່ຂ້າບໍ່ໄດ້ເອົາເລືອດອອກ 33 ຕໍ່ມາ ມີຄົນມາບອກຊາອູນວ່າ, “ຈົ່ງເບິ່ງແມ໋, ພວກພົນໄດ້ກະທໍາຜິດຕໍ່ພຣະຜູ້ເປັນເຈົ້າ ໂດຍກິນຊີ້ນທີ່ຂ້າບໍ່ໄດ້ເອົາເລືອດອອກ” ຊາອູນຈຶ່ງຮ້ອງຂຶ້ນວ່າ, “ພວກເຈົ້າເປັນຄົນທໍຣະຍົດ ຈົ່ງກິ້ງກ້ອນຫີນໃຫຍ່ນັ້ນມາໃຫ້ເຣົາທີ່ນີ້ “ 34 ແລ້ວພຣະອົງກໍອອກຄໍາສັ່ງວ່າ, “ຈົ່ງໄປຫາພວກພົນ ແລະບອກໃຫ້ພວກເຂົາທຸກຄົນນໍາເອົາງົວ ແລະແກະຂອງພວກເຂົາມານີ້ ແລ້ວຂ້າສັດເຫລົ່ານັ້ນກິນຢູ່ທີ່ນີ້ ແຕ່ຢ່າທໍາຜິດຕໍ່ພຣະຜູ້ເປັນເຈົ້າໂດຍກິນຊີ້ນທີ່ຂ້າບໍ່ໄດ້ເອົາເລືອດອອກ” ໃນຄືນນັ້ນພວກເຂົາທຸກຄົນກໍນໍາງົວຂອງເຂົາມາຂ້າຢູ່ທີ່ນັ້ນ 35 ຊາອູນໄດ້ສ້າງແທ່ນບູຊາຖວາຍແດ່ພຣະຜູ້ເປັນເຈົ້າ ຊຶ່ງເປັນການສ້າງຄັ້ງທໍາອິດຂອງພຣະອົງ 36 ຊາອູນໄດ້ເວົ້າຕໍ່ທະຫານຂອງພຣະອົງວ່າ, “ໃຫ້ພວກເຮົາລົງໄປຕີ ໄປປຸ້ນ ແລະຂ້າພວກຟີລິສຕິນຕລອດຄືນເທົ່າແຈ້ງ” ພວກເຂົາຕອບວ່າ, “ຈົ່ງທໍາຕາມທີ່ພຣະອົງຄິດວ່າດີ” ແຕ່ປະໂຣຫິດເວົ້າຂຶ້ນວ່າ, “ຂໍໃຫ້ພວກເຮົາທູນຖາມພຣະເຈົ້າເສັຽກ່ອນ” 37 ດັ່ງນັ້ນ ຊາອູນຈຶ່ງທູນຖາມພຣະເຈົ້າວ່າ, “ຂ້າພຣະອົງຕ້ອງໄປສູ້ຮົບກັບພວກຟີລິສຕິນອີກບໍ ແລະພຣະອົງຈະຊົງປະທານໄຊຊະນະໃຫ້ແກ່ຂ້າພຣະອົງບໍ ແຕ່ວ່າໃນວັນນັ້ນ ພຣະເຈົ້າບໍ່ໄດ້ຕອບພຣະອົງ 38 ຊາອູນຈຶ່ງເວົ້າຕໍ່ຜູ້ນໍາປະຊາຊົນວ່າ, “ຈົ່ງພາກັນມານີ້ ແລະຊອກຖາມເບິ່ງວ່າ ວັນນີ້ມີການເຮັດຜິດຫຍັງແດ່ 39 ເພາະວ່າພຣະເຈົ້າອົງຊົງມີຊີວິດຢູ່ ພຣະຜູ້ຊ່ອຍໃຫ້ພົ້ນຂອງອິສຣາເອນ ຖ້າໂຢນາທານລູກຊາຍຂອງເຮົາເປັນຜູ້ນຶ່ງທີ່ເຮັດ ເຂົາຈະຕ້ອງຖຶກຂ້າ” ແຕ່ວ່າບໍ່ມີຜູ້ໃດເວົ້າຫຍັງຫມົດ 40 ແລ້ວຊາອູນເວົ້າຕໍ່ພວກເຂົາວ່າ, “ພວກເຈົ້າທຸກຄົນຢືນຢູ່ທີ່ນັ້ນ ສ່ວນເຣົາ ແລະໂຢນາທານຈະຢືນຢູ່ທີ່ນີ້” ພວກເຂົາຈຶ່ງຕອບວ່າ, “ຈົ່ງທໍາຕາມທີ່ພຣະອົງຊົງຄິດວ່າດີ” 41 ຊາອູນທູນຕໍ່ພຣະຜູ້ເປັນເຈົ້າຂອງຊາວອິສຣາເອນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ເປັນຫຍັງພຣະອົງຈຶ່ງບໍ່ຊົງຕອບຂ້າພຣະອົງໃນວັນນີ້ ຂ້າແດ່ພຣະຜູ້ເປັນເຈົ້າຂອງຊາວອິສຣາເອນ ຂໍພຣະອົງຊົງຕອບຂ້າພຣະອົງໂດຍທາງສະຫລາກນີ້ຄື ຖ້າວ່າຄວາມຜິດເປັນຂອງໂຢນາທານ ລູກຊາຍຂອງຂ້າພຣະອົງ ຫລືຂອງຂ້າພຣະອົງເອງ ຂໍພຣະອົງຊົງຕອບໂດຍອູຣິມ ແຕ່ຖ້າມັນຕົກຖືກພວກອິສຣາເອນໄພ່ພົນຂອງພຣະອົງ ຂໍພຣະອົງຊົງຕອບດ້ວຍທຸມມິມ ແລ້ວສະຫລາກກໍຕົກຖືກໂຢນາທານ ແລະຊາອູນ ແຕ່ຝ່າຍປະຊາຊົນລອດໄປ 42 ຊາອູນຈຶ່ງເວົ້າວ່າ, “ຂໍພຣະອົງຊົງຕັດສິນພຣະທັຍລະຫວ່າງຂ້າພຣະອົງ ແລະໂຢນາທານລູກຊາຍຂອງຂ້າພຣະອົງເທີນ” 43 ແລ້ວສະຫລາກກໍຕົກຖືກໂຢນາທານ ແລ້ວຊາອູນຈຶ່ງຖາມໂຢນາທານວ່າ, “ເຈົ້າເຮັດຫຍັງຜິດ” ໂຢນາທານຕອບວ່າ, “ຂ້ານ້ອຍໄດ້ກິນນໍ້າເຜິ້ງພຽງຫນ້ອຍດຽວເທົ່ານັ້ນ ຂ້ານ້ອຍຢູ່ນີ້ແລ້ວ ແລະກໍພ້ອມທີ່ຈະຕາຍ” 44 ຊາອູນເວົ້າຕໍ່ເຂົາວ່າ, “ຖ້າຂ້ອຍບໍ່ຂ້າເຈົ້າ ຂໍພຣະອົງຊົງປະຫານຊີວິດຂ້ອຍເທີນ” 45 ແຕ່ປະຊາຊົນເວົ້າຕໍ່ຊາອູນວ່າ, “ຈະໃຫ້ໂຢນາທານຜູ້ທີ່ຕີເອົາໄຊຊະນະອັນຍິ່ງໃຫຍ່ສໍາລັບພວກອິສຣາເອນຖືກຂ້າຕາຍຊັ້ນບໍ ບໍ່ໄດ້ດອກພວກຂ້າພະເຈົ້າຂໍສັນຍາຕໍ່ພຣະຜູ້ເປັນເຈົ້າຜູ້ຊົງມີຊີວິດຢູ່ວ່າ ແມ່ນແຕ່ຜົມຂອງທ່ານກໍຈະບໍ່ສູນເສັຽໄປຈາກຫົວຂອງທ່ານ ສິ່ງທ່ານໄດ້ເຮັດໃນວັນນີ້ເປັນການເຮັດດ້ວຍຄວາມຊົດຊ່ອຍຂອງພຣະເຈົ້າ” ດັ່ງນັ້ນປະຊາຊົນຈຶ່ງຊ່ອຍໂຢນາທານບໍ່ໃຫ້ຖືກຂ້າ 46 ຝ່າຍຊາອູນກໍເຊົາໄລ່ຕິດຕາມພວກຟີລິສຕິນ ພວກຟີລິສຕິນກໍກັບຄືນເມືອເຂດແດນຂອງພວກເຂົາ
ຣາຊການ ແລະຄອບຄົວຂອງຊາອູນ
47 ໃນລະຍະທີ່ຊາອູນໄດ້ເປັນເຈົ້າຊີວິດຂອງຊາວອິສຣາເອນ ພຣະອົງໄດ້ສູ້ຮົບຕົບຕີກັບສັດຕຣູຂອງພຣະອົງທຸກໆຄົນຄື ຊາວໂມອາບ ຊາວອັມໂມນ ຊາວເອໂດມ ເຈົ້າຊີວິດຂອງໂຊບາ ແລະພວກຟີລິສຕິນ ທຸກໆບ່ອນທີທ່ານຕໍ່ສູ້ກໍໄດ້ຮັບໄຊຊະນະ 48 ພຣະອົງຕໍ່ສູ້ຢ່າງກ້າຫານ ແລະໄດ້ໂຈມຕີພວກອາມາເລກ ພຣະອົງໄດ້ຊ່ອຍພວກອິສຣາເອນໃຫ້ພົ້ນຈາກການໂຈມຕີຂອງພວກສັດຕຣູທຸກຢ່າງ 49 ບັນດາບຸດຊາຍຂອງຊາອູນມີຄື ໂຢນາທານ ອິສວີ ແລະມັນຄີຊູອາ ສ່ວນບຸດສາວທັງສອງຂອງພຣະອົງຄື ຄົນຫົວປີຊື່ ເມຣັບ ແລະຜູ້ນ້ອຍຊື່ ມີຄານ 50 ມະເຫສີຂອງພຣະອົງຊື່ ອາຣິໂນອາມ ບຸດສາວຂອງອາຮິມາອັສ ສ່ວນຜູ້ບັງຄັບບັນຊາໃນກອງທັບຂອງພຣະອົງຊື່ວ່າ ອັບເນີ ບຸດເນີລຸງຂອງຊາອູນ 51 ຄິສ ເປັນບິດາຂອງຊາອູນ ແລະເນີຜູ້ເປັນບິດາຂອງອັບເນີເປັນບຸດຂອງອາບີເອນ 52 ຕລອດເວລາທີ່ຊາອູນດໍາຣົງຊີວິດຢູ່ນັ້ນ ພຣະອົງໄດ້ສູ້ຮົບກັບພວກຟີລິສຕິນຢ່າງດຸເດືອດ ເມື່ອພຣະອົງພົບຊາຍຄົນໃດທີ່ແຂງແຮງ ແລະເຂັ້ມແຂງ ພຣະອົງກໍເອົາເຂົ້າມາຮັບໃຊ້ຢູ່ໃນກອງທັບຂອງພຣະອົງ
ເສິກສົງຄາມຕໍ່ສູ້ກັບຊາວອາມາເລກ
1 ຕໍ່ມາ ຊາມູເອນໄດ້ເວົ້າຕໍ່ຊາອູນວ່າ, “ຂ້າພະເຈົ້າເປັນຜູ້ທີ່ພຣະຜູ້ເປັນເຈົ້າຊົງສັ່ງມາເອົານໍ້າມັນຊະໂລມຫົດສົງທ່ານໃຫ້ເປັນເຈົ້າຊີວິດພວກອິສຣາເອນໄພ່ພົນຂອງພຣະອົງ ດຽວນີ້ ຈົ່ງຟັງເບິ່ງວ່າພຣະຜູ້ເປັນເຈົ້າອົງຊົງມີອໍານາດຍິ່ງໃຫຍ່ກ່າວຢ່າງໃດ 2 ພຣະອົງຈະຊົງລົງໂທດຊາວອາມາເລກ ເພາະວ່າພວກເຂົາຕໍ່ຕ້ານຊາວອິສຣາເອນ ໃນເວລາທີ່ພວກເຂົາມາຈາກເອຢິບ 3 ຈົ່ງໄປຕໍ່ສູ້ຊາວອາມາເລກ ແລະທໍາລາຍທຸກໆຢ່າງທີ່ເຂົາ ຢ່າເມດຕາປານີເຂົາເລີຍ ຈົ່ງຂ້າຜູ້ຊາຍ ຜູ້ຍິງ ເດັກນ້ອຍ ແລະເດັກອ່ອນທຸກໆຄົນ ພ້ອມງົວ ແກະ ອູດ ແລະລໍ” 4 ຊາອູນຈຶ່ງໄດ້ສັ່ງກອງທະຫານຂອງພຣະອົງເຂົ້າມາໂຮມກັນ ແລ້ວໄດ້ກວດກາເບິ່ງທີ່ເມືອງ ເຕລາອິມ ຊຶ່ງມີທະຫານອິສຣາເອນຢູ່ສອງແສນຄົນ ແລະທະຫານຢູດາສິບພັນຄົນ 5 ຊາອູນພ້ອມທັງກອງທະຫານກໍໄປຍັງເມືອງອາມາເລກ ແລະຄອຍຖ້າດັກໂຈມຕີຢູ່ໃນຮ່ອມຫ້ວຍ 6 ພຣະອົງໄດ້ເຕືອນຊາວເກນິດວ່າ, “ຈົ່ງພາກັນຫນີຈາກຊາວອາມາເລກ ເພື່ອວ່າເຣົາຈະບໍ່ໄດ້ຂ້າພວກເຈົ້າພ້ອມກັບພວກເຂົາ ເພາະວ່າພວກເຈົ້າໄດ້ເມດຕາຕໍ່ຊາວອິສຣາເອນເມື່ອພວກເຂົາມາຈາກເອຢິບ” ແລ້ວພວກເກນິດກໍຫນີໄປ 7 ຊາອູນໄດ້ເຮັດໃຫ້ຊາວອາມາເລກເສັຽໄຊ ຕັ້ງແຕ່ຮາວີລາຈົນເຖິງຊູຣ໌ ຢູ່ທາງຕາເວັນອອກຂອງເອຢິບ 8 ພຣະອົງໄດ້ຂ້າປະຊາຊົນທັງຫມົດ ແຕ່ໄດ້ຈັບເອົາເຈົ້າຊີວິດອາກາກມາ 9 ຊາອູນ ແລະທະຫານຂອງພຣະອົງໄດ້ປ່ອຍໃຫ້ອາກາກມີຊີວິດຢູ່ ແລະບໍ່ໄດ້ຂ້າແກະ ງົວໂຕທີ່ງາມທີ່ສຸດ ພ້ອມທັງລູກຂອງມັນ ຫລືທໍາລາຍສິ່ງຂອງທີ່ມີຄຸນຄ່າເລີຍ ແຕ່ວ່າພວກເຂົາໄດ້ທໍາລາຍທຸກໆສິ່ງທີ່ອັບປໂຍດ ແລະບໍ່ມີຄຸນຄ່າ 10 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຊາມູເອນວ່າ, 11 “ເຮົາເສັຽໃຈຫລາຍທີ່ໄດ້ແຕ່ງຕັ້ງໃຫ້ຊາອູນເປັນເຈົ້າຊີວິດ ເຂົາໄດ້ຫັນຫນີຈາກເຮົາ ແລະບໍ່ໄດ້ເຊື່ອຟັງຄໍາສັ່ງຂອງເຣົາ” ຊາມູເອນກໍໃຈຮ້າຍ ທ່ານໄດ້ອ້ອນວອນຮ້ອງຂໍກັບພຣະຜູ້ເປັນເຈົ້າຕລອດທັງຄືນ ແລ້ວທ່ານໄດ້ອອກໄປພົບຊາອູນແຕ່ເຊົ້າໆ 12 ແຕ່ໄດ້ຍິນຂ່າວວ່າຊາອູນໄດ້ໄປເມືອງກາຣ໌ເມນ ບ່ອນທີ່ພຣະອົງກໍ່ສ້າງອະນຸສາວະລີໄວ້ສໍາລັບພຣະອົງເອງ ແລ້ວໄດ້ໄປເມືອງກິນການ 13 ຊາມູເອນໄດ້ໄປຫາຊາອູນ ເມື່ອຊາອູນເຫັນທ່ານກໍທໍາຄວາມຄໍານັບ ແລະເວົ້າວ່າ, “ທ່ານຊາມູເອນເອີຍ ຂໍພຣະຜູ້ເປັນເຈົ້າຊົງອວຍພອນທ່ານເທີນ ເຮົາໄດ້ເຊື່ອຟັງຄໍາສັ່ງພຣະຜູ້ເປັນເຈົ້າແລ້ວ” 14 ຊາມູເອນຈຶ່ງຖາມວ່າ, “ເປັນຫຍັງຂ້າພະເຈົ້າຈຶ່ງໄດ້ຍິນສຽງຮ້ອງຂອງຝູງງົວ ແລະຂອງຝູງແກະ” 15 ຊາອູນຕອບວ່າ, “ທະຫານຂອງເຣົາໄດ້ເອົາສັດເຫລົ່ານັ້ນມາຈາກຊາວອາມາເລກ ພວກເຂົາໄດ້ເອົາຝູງແກະ ຝູງງົວທີ່ດີໄວ້ ເພື່ອຖວາຍເປັນເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າຂອງທ່ານ ແລະສ່ວນທີ່ເຫລືອນັ້ນພວກເຮົາໄດ້ທໍາລາຍຖິ້ມຫມົດແລ້ວ” 16 ຊາມູເອນເວົ້າວ່າ, “ຢຸດກ່ອນ ຂ້າພະເຈົ້າຈະບອກພຣະອົງວ່າ ພຣະຜູ້ເປັນເຈົ້າຊົງກ່າວວ່າຢ່າງໃດກັບຂ້າພະເຈົ້າໃນຄືນນີ້” ຊາອູນຈຶ່ງເວົ້າວ່າ, “ຂໍຈົ່ງບອກເຮົາດ້ວຍ” 17 ຊາມູເອນຕອບວ່າ, “ເຖິງແມ່ນວ່າ ພຣະອົງໄດ້ພິຈາຣະນາຕົວເອງວ່າບໍ່ມີຄວາມສໍາຄັນ ແຕ່ພຣະອົງກໍເປັນຜູ້ນໍາຕະກູນອິສຣາເອນ ພຣະຜູ້ເປັນເຈົ້າຊົງເອົານໍ້າມັນຊະໂລມຫົດສົງພຣະອົງ ໃຫ້ເປັນເຈົ້າຊີວິດຂອງອິສຣາເອນ 18 ພຣະເຈົ້າໄດ້ຊົງສັ່ງພຣະອົງອອກໄປທໍາລາຍພວກຄົນຊົ່ວຮ້າຍເຫລົ່ານີ້ໃນເມືອງອາມາເລກ ພຣະອົງຊົງບອກໃຫ້ຕໍ່ສູ້ຈົນເຖິງໄດ້ຂ້າພວກເຂົາຖິ້ມຫມົດ 19 ແລ້ວເປັນຫຍັງພຣະອົງຈຶ່ງບໍ່ເຊື່ອຟັງພຣະຜູ້ເປັນເຈົ້າ ເປັນຫຍັງຈຶ່ງຍຶດເອົາສິ່ງຂອງເຫລົ່ານີ້ ແລະໄດ້ທໍາໃນສິ່ງທີ່ພຣະຜູ້ເປັນເຈົ້າບໍ່ຊົງພໍພຣະທັຍ” 20 ຊາອູນໄດ້ເວົ້າວ່າ, “ເຮົາໄດ້ເຊື່ອຟັງພຣະຜູ້ເປັນເຈົ້າ ໄດ້ອອກໄປທໍາຕາມຄໍາທີ່ພຣະອົງບອກຄື ເຣົາໄດ້ນໍາເອົາເຈົ້າຊີວິດອາກາກມາແລ້ວ ຂ້າຊາວອາມາເລກທຸກຄົນ 21 ແຕ່ວ່າ ທະຫານຂອງເຮົາບໍ່ໄດ້ຂ້າແກະ ງົວຕົວງາມທີ່ສຸດຊຶ່ງພວກເຂົາຍຶດເອົາມາໄດ້ ພວກເຂົາກັບນໍາສັດເຫລົ່ານັ້ນມາເມືອງກິນການ ເພື່ອເຜົາບູຊາແດ່ພຣະຜູ້ເປັນເຈົ້າຂອງທ່ານ” 22 ຊາມູເອນໄດ້ເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງຕ້ອງການຢາກໃຫ້ມະນຸດເຊື່ອຟັງ ຫລືຖວາຍບູຊາແດ່ພຣະອົງ ສິ່ງທີ່ຖືກຄື ການເຊື່ອຟັງພຣະອົງດີກວ່າ ເອົາແກະຕົວງາມທີ່ສຸດມາຖວາຍເປັນເຄື່ອງບູຊາແດ່ພຣະອົງ 23 ການກະບົດຕໍ່ສູ້ພຣະອົງເປັນການຊົ່ວຮ້າຍເທົ່າກັບການໃຊ້ເວດມົນຄາຖາ ແລະຄວາມຈອງຫອງກໍແມ່ນບາບເທົ່າກັບການຂາບໄຫວ້ຮູບພຣະ ຍ້ອນວ່າພຣະອົງໄດ້ປະຖິ້ມຄໍາສັ່ງຂອງພຣະເຈົ້າ ພຣະເຈົ້າຈຶ່ງຊົງປົດພຣະອົງອອກຈາກຕໍາແຫນ່ງເຈົ້າຊີວິດ” 24 ຊາອູນຈຶ່ງເວົ້າວ່າ, “ເຮົາໄດ້ເຮັດຜິດຄື ບໍ່ໄດ້ເຊື່ອຟັງຄໍາສັ່ງຂອງພຣະຜູ້ເປັນເຈົ້າ ແລະຄໍາແນະນໍາຂອງທ່ານ ກໍເພາະວ່າເຮົາຢ້ານທະຫານຂອງເຮົາ ເຮົາຈຶ່ງທໍາຕາມທີ່ເຂົາຕ້ອງການ 25 ແລະດຽວນີ້ເຮົາຂໍຮ້ອງທ່ານໃຫ້ອະພັຍຄວາມຜິດຂອງເຮົາ ແລະກັບຄືນໄປກັບເຣົາເພື່ອວ່າເຮົາຈະໄດ້ນະມັສການພຣະຜູ້ເປັນເຈົ້າ” 26 ຊາມູເອນຕອບວ່າ, “ຂ້າພະເຈົ້າຈະບໍ່ກັບຄືນໄປກັບພຣະອົງ ເພາະພຣະອົງໄດ້ປະຖິ້ມຄໍາສັ່ງຂອງພຣະຜູ້ເປັນເຈົ້າແລ້ວ ແລະພຣະເຈົ້າໄດ້ຊົງປົດພຣະອົງອອກຈາກຕໍາແຫນ່ງເຈົ້າຊີວິດຂອງພວກອິສຣາເອນ” 27 ເມື່ອຊາມູເອນຈະກັບຫລັງອອກຫນີໄປ 28 ຊາມູເອນເວົ້າຕໍ່ພຣະອົງວ່າ, “ວັນນີ້ ພຣະຜູ້ເປັນເຈົ້າຈະຍົກຣາຊອານາຈັກອິສຣາເອນຫນີຈາກພຣະອົງ ແລະຈະເອົາໃຫ້ຜູ້ອື່ນທີ່ດີກວ່າພຣະອົງ 29 ພຣະເຈົ້າອົງຍິ່ງໃຫຍ່ຂອງຊາວອິສຣາເອນບໍ່ຕົວະ ຫລືບໍ່ຊົງປ່ຽນພຣະທັຍເຫມືອນມະນຸດ” 30 ຊາອູນຕອບວ່າ, “ເຮົາໄດ້ທໍາຜິດ ແຕ່ຂໍທ່ານຈົ່ງໃຫ້ຄວາມນັບຖືແກ່ເຣົາຕໍ່ຫນ້າພວກຜູ້ນໍາປະຊາຊົນຂອງເຣົາ ແລະຕໍ່ຫນ້າຊາວອິສຣາເອນທຸກຄົນ ຂໍທ່ານຈົ່ງກັບຄືນໄປກັບເຣົາ ເພື່ອເຮົາຈະໄດ້ນະມັສການພຣະຜູ້ເປັນເຈົ້າຂອງທ່ານ” 31 ດັ່ງນັ້ນ ຊາມູເອນຈຶ່ງໄດ້ກັບຄືນເມືອກັບຊາອູນ ແລະຊາອູນກໍໄດ້ນະມັສການພຣະຜູ້ເປັນເຈົ້າ 32 ຕໍ່ມາ ຊາມູເອນໄດ້ສັ່ງວ່າ, “ຈົ່ງພາເຈົ້າຊີວິດອາກາກມາຫາຂ້າພະເຈົ້າຢູ່ທີ່ນີ້” ອາກາກກໍເຂົ້າມາຫາທ່ານດ້ວຍຄວາມຢ້ານສັ່ນ ແລະທັງຄິດໃນໃຈວ່າ “ການຕາຍນີ້ຊ່າງເປັນການຂົມຂື່ນແທ້” 33 ຊາມູເອນໄດ້ເວົ້າວ່າ ດາບຂອງເຈົ້າໄດ້ເຮັດໃຫ້ແມ່ຫລາຍຄົນສູນເສັຽລູກ ດັ່ງນັ້ນ ແມ່ຂອງເຈົ້າຈະສູນເສັຽລູກເຊັ່ນດຽວກັນ” ແລ້ວຊາມູເອນໄດ້ຂ້າອາກາກ ແລະຕັດເປັນທ່ອນໆຕໍ່ຫນ້າແທ່ນບູຊາທີ່ເມືອງກິນການ 34 ແລ້ວຊາມູເອນກໍໄປເມືອງຣາມາ ສ່ວນເຈົ້າຊີວິດຊາອູນກໍໄປຍັງວັງຂອງພຣະອົງທີ່ເມືອງກິເບອາ 35 ຕໍ່ມາຕລອດທີ່ຊາມູເອນມີຊີວິດຢູ່ ທ່ານບໍ່ໄດ້ເຫັນເຈົ້າຊີວິດຊາອູນອີກຈັກເທື່ອ ແຕ່ທ່ານກໍເສົ້າສລົດໃຈນໍາພຣະອົງຫລາຍ ສ່ວນພຣະຜູ້ເປັນເຈົ້າກໍຊົງເສັຽພຣະທັຍທີ່ໄດ້ຊົງແຕ່ງຕັ້ງໃຫ້ຊາອູນເປັນເຈົ້າຊີວິດຂອງຊາວອິສຣາເອນ
ດາວິດຮັບການຫົດສົງໃຫ້ເປັນກະສັດ
1 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຊາມູເອນວ່າ, “ເຈົ້າຍັງຈະໂສກເສົ້າສລົດໃຈນໍາຊາອູນນັ້ນອີກດົນປານໃດ ເຮົາໄດ້ປົດເຂົາອອກຈາກຕໍາແຫນ່ງເຈົ້າຊີວິດຂອງອິສຣາເອນແລ້ວ ຈົ່ງຖືເອົານໍ້າມັນຊະໂລມໄປທີ່ເມືອງເບັດເລເຮັມ ເຮົາຈະສົ່ງເຈົ້າໄປພົບຊາຍຄົນນຶ່ງທີ່ມີຊື່ວ່າ ເຈສຊີ ເພາະວ່າເຮົາໄດ້ເລືອກເອົາຜູ້ນຶ່ງໃນຈໍານວນບຸດຊາຍຂອງເຂົາໃຫ້ເປັນເຈົ້າຊີວິດ” 2 ຊາມູເອນຈຶ່ງທູນຖາມວ່າ, “ຂ້າພຣະອົງຈະເຮັດການນີ້ໄດ້ຢ່າງໃດ ຖ້າຊາອູນໄດ້ຍິນເຣື່ອງນີ້ ເຂົາກໍຈະມາຂ້າຂ້າພຣະອົງ” 3 ພຣະຜູ້ເປັນເຈົ້າຊົງຕອບວ່າ, “ໃຫ້ເຈົ້າເອົາງົວນ້ອຍໄປນໍາ ແລະໃຫ້ເຈົ້າເວົ້າວ່າເຈົ້າມາຖວາຍເຄື່ອງບູຊາແກ່ພຣະຜູ້ເປັນເຈົ້າ ຈົ່ງເຊີນເຈສຊີມາໃນການຖວາຍນັ້ນ ແລ້ວເຮົາຈະບອກເຈົ້າວ່າຄວນທໍາຢ່າງໃດຕໍ່ໄປ ແລະເຈົ້າຈະເອົານໍ້າມັນຊະໂລມຫົດສົງຊາຍທີ່ເຮົາຈະໃຫ້ເປັນເຈົ້າຊີວິດ” 4 ຊາມູເອນກໍຊົງທໍາຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງ ແລະໄດ້ເດີນທາງໄປເມືອງເບັດເລເຮັມ ພວກເຖົ້າແກ່ໃນເມືອງນີ້ກໍອອກມາພົບທ່ານດ້ວຍຄວາມຢ້ານກົວ ແລະຖາມວ່າ, “ທ່ານເອີຍ ການມາຢາມນີ້ເປັນການຢ່າງສັນຕິບໍ” 5 ຊາມູເອນຕອບວ່າ, “ຂ້າພະເຈົ້າມາຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ ຈົ່ງບໍາເພັນຕົນໃຫ້ບໍຣິສຸດແລ້ວມານໍາຂ້າພະເຈົ້າ” ແລ້ວທ່ານໄດ້ບອກເຈສຊີພ້ອມທັງບຸດຊາຍບໍາເພັນຕົນໃຫ້ບໍຣິສຸດ ແລະກໍເຊື້ອເຊີນພວກເຂົາມາຮ່ວມໃນການຖວາຍເຄື່ອງບູຊາດ້ວຍ 6 ເມື່ອພວກເຂົາມາຮອດ ຊາມູເອນກໍເຫັນເອລີອາບບຸດຊາຍຂອງເຈສຊີ ຈຶ່ງຄິດໃນໃຈວ່າ “ຊາຍທີ່ຢືນຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້ານັ້ນຕ້ອງແມ່ນຜູ້ທີ່ພຣະອົງໄດ້ຊົງເລືອກໄວ້ນັ້ນແນ່ນອນ” 7 ແຕ່ວ່າ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ທ່ານວ່າ, “ຢ່າສົນໃຈນໍາຮູບຮ່າງອັນຈົບງາມຂອງເຂົາ ເຮົາບໍ່ຍອມເອົາເຂົາ ເພາະວ່າການຕັດສິນໃຈຂອງເຮົາບໍ່ຄືຂອງມະນຸດ ມະນຸດເບິ່ງແຕ່ສິ່ງທີ່ຢູ່ຂ້າງນອກເທົ່ານັ້ນ ແຕ່ວ່າເຮົາເບິ່ງພາຍໃນຈິດໃຈ” 8 ແລ້ວເຈສຊີກໍເອີ້ນອາບິນາດາບບຸດຂອງທ່ານມາ ແລ້ວພາໄປຫາຊາມູເອນ ແຕ່ຊາມູເອນເວົ້າວ່າ, “ບໍ່ແມ່ນ ພຣະຜູ້ເປັນເຈົ້າບໍ່ໄດ້ຊົງເລືອກເອົາເຂົາ” 9 ເຈສຊີພາຊັມມາເຂົ້າມາອີກ ຊາມູເອນກໍບອກວ່າ, “ບໍ່ແມ່ນ ພຣະຜູ້ເປັນເຈົ້າບໍ່ໄດ້ຊົງເລືອກເອົາເຂົາ” 10 ແຕ່ແລ້ວ ເຈສຊີກໍພາບຸດຊາຍທັງເຈັດຄົນຂອງທ່ານມາຫາຊາມູເອນ ຊາມູເອນຈຶ່ງເວົ້າຕໍ່ທ່ານວ່າ, “ບໍ່ແມ່ນ ພຣະຜູ້ເປັນເຈົ້າບໍ່ໄດ້ຊົງເລືອກເອົາໃຜຈັກຄົນໃນຈໍານວນພວກນີ້” 11 ແລ້ວຖາມທ່ານຕໍ່ໄປວ່າ, “ທ່ານຍັງມີລູກຊາຍອີກຢູ່ບໍ” ເຈສຊີຕອບວ່າ, “ຍັງມີລູກຊາຍຫລ້າຢູ່ ແຕ່ດຽວນີ້ເຂົາໄດ້ໄປລ້ຽງແກະ” ຊາມູເອນຈຶ່ງເວົ້າວ່າ, “ຈົ່ງໄປນໍາເຂົາມານີ້ພວກເຣົາຈະບໍ່ຖວາຍເຄື່ອງບູຊາຈົນກວ່າເຂົາຈະມາ” 12 ເຈສຊີກໍສົ່ງຄົນໄປນໍາເອົາເຂົາມາ ເຂົາເປັນຄົນງາມ ເປັນຊາຍຫນຸ່ມທີ່ມີສຸຂະພາບສົມບູນດີ ແລະຕາຂອງເຂົາກໍມີແວວ ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວຕໍ່ຊາມູເອນວ່າ, “ແມ່ນຄົນນີ້ແຫລະ ຈົ່ງເອົານໍ້າມັນຊະໂລມຫົດສົງເຂົາເສັຽ” 13 ຊາມູເອນຈຶ່ງເອົານໍາມັນຊະໂລມມາຫົດສົງດາວິດໃຫ້ເປັນເຈົ້າຊີວິດຕໍ່ຫນ້າພວກອ້າຍນ້ອງຂອງທ່ານ ພຣະວິນຍານຂອງພຣະຜູ້ເປັນເຈົ້າກໍຊົງສະຖິດຢູ່ກັບດາວິດ ແລະຊົງຢູ່ກັບທ່ານຕັ້ງແຕ່ວັນນັ້ນມາ ແລ້ວຊາມູເອນກໍກັບຄືນເມືອບ້ານຣາມາ
ດາວິດທີ່ພຣະຣາຊວັງ
14 ພຣະວິນຍານຂອງພຣະຜູ້ເປັນເຈົ້າກໍຊົງຫນີຈາກຊາອູນໄປ ແລ້ວພຣະຜູ້ເປັນເຈົ້າກໍຊົງສົ່ງວິນຍານຊົ່ວເຂົ້າມາທໍຣະມານພຣະອົງ 15 ພວກຄົນຮັບໃຊ້ຈຶ່ງທູນພຣະອົງວ່າ, “ພວກຂ້ານ້ອຍໄດ້ຮູ້ວ່າ ວິນຍານຊົ່ວທີ່ສົ່ງມາຈາກພຣະເຈົ້າໄດ້ທໍຣະມານພຣະອົງ 16 ຂ້າແດ່ພຣະອົງ ຂໍຊົງອອກຄໍາສັ່ງມາ ແລ້ວພວກຂ້ານ້ອຍຈະຊອກຫາຄົນທີ່ຮູ້ຈັກດີດພິນມາໃຫ້ ເວລາພຣະອົງມີວິນຍານຊົ່ວສິງຢູ່ໃນພຣະອົງ ຊາຍຄົນນັ້ນກໍຈະດີດພິນຂອງເຂົາ ແລະພຣະອົງກໍຈະດີຄືເກົ່າອີກ” 17 ຊາອູນຈຶ່ງອອກຄໍາສັ່ງໃຫ້ພວກເຂົາວ່າ, “ຈົ່ງໄປຊອກຫາຜູ້ນັ້ນແລ້ວພາມາຫາເຮົາ” 18 ມີຄົນນຶ່ງໃນພວກຂ້າໃຊ້ຂອງທ່ານເວົ້າວ່າ, “ມີທ່ານເຈສຊີຄົນເມືອງເບັດເລເຮັມ ທ່ານມີລູກຊາຍຜູ້ນຶ່ງທີ່ຫລິ້ນດົນຕຣີເກັ່ງ ນອກນີ້ເຂົາຍັງເປັນນັກຮົບທີ່ກ້າຫານອີກດ້ວຍ ເປັນຄົນກ້າປາກກ້າເວົ້າ ແລະທັງງາມອີກດ້ວຍ ພຣະຜູ້ເປັນເຈົ້າກໍຊົງໄດ້ສະຖິດຢູ່ກັບເຂົາ” 19 ດັ່ງນັ້ນ ຊາອູນຈຶ່ງສົ່ງຄົນນໍາຂ່າວໄປຫາເຈສຊີ ໂດຍມີເນື້ອຄວາມວ່າ, “ຂໍໃຫ້ສົ່ງດາວິດບຸດຊາຍຜູ້ລ້ຽງຝູງແກະນັ້ນມາຫາເຮົາ” 20 ເຈສຊີກໍສົ່ງດາວິດໄປຫາຊາອູນ ພ້ອມທັງຖົງຫນັງເຫລົ້າອະງຸ່ນ ແບ້ນ້ອຍ ແລະລໍທີ່ບັນທຸກເຂົ້າຈີ່ 21 ດາວິດໄດ້ເຂົ້າເຝົ້າຊາອູນ ແລະໄດ້ເຂົ້າຮັບຣາຊການນໍາພຣະອົງ ຊາອູນກໍພໍໃຈໃນເຂົາຫລາຍ ແລະໃຫ້ເຂົາເປັນຄົນຖືອາວຸດຂອງພຣະອົງ 22 ແລ້ວຊາອູນກໍສົ່ງຂ່າວຫາເຈສຊີວ່າ, “ເຣົາພໍໃຈກັບດາວິດ ຂໍໃຫ້ເຂົາຢູ່ໃນວົງຣາຊການຂອງເຣົາພີ້” 23 ເມື່ອເວລາໃດວິນຍານຊົ່ວທີ່ສົ່ງມາຈາກພຣະເຈົ້າເຂົ້າສິງຊາອູນ ດາວິດກໍຈັບເອົາພິນຂອງເຂົາອອກມາດີດ ແລ້ວວິນຍານຊົ່ວກໍຫນີຈາກໄປ ແລະຊາອູນກໍຮູ້ສຶກສະບາຍຂຶ້ນ ແລະເປັນປົກກະຕິເຫມືອນເດີມ
ເດວິດ ແລະໂກລີອາດ
1 ພວກຟີລິສຕິນໄດ້ທ້ອນໂຮມກໍາລັງເຂົ້າສູ່ສົງຄາມໃນເມືອງໂຊໂກທີ່ແຂວງຢູດາ ພວກເຂົາໄດ້ຕັ້ງຄ້າຍພັກຢູ່ບ່ອນນຶ່ງຊຶ່ງເອີ້ນວ່າ ເຂດແດນເລືອດ ຢູ່ລະຫວ່າງກາງເມືອງໂຊໂກ ແລະເມືອງອາເຊກາທີ່ເອເຟສດາມມິມ 2 ສ່ວນຊາອູນ ແລະຊາວອິສຣາເອນກໍພາກັນມາຕັ້ງຄ້າຍພັກຢູ່ຮ່ອມພູຕົ້ນກໍ່ ຊຶ່ງເປັນບ່ອນທີ່ພວກເຂົາຕຽມຕໍ່ສູ້ກັບພວກຟີລີສຕິນ 3 ພວກຟີລິສຕິນໄດ້ໄປຕັ້ງຄ້າຍພັກຢູ່ເທິງພູນ້ອຍຫນ່ວຍນຶ່ງກ່ອນແລ້ວ ແລະພວກອິສຣາເອນກໍມາຟາກຮ່ອມພູຫນ່ວຍນຶ່ງອີກ 4 ແລ້ວກໍມີຊາຍຄົນນຶ່ງຊື່ວ່າ ໂກລີອາດ ເປັນຊາວເມືອງກາດໄດ້ອອກຈາກຄ້າຍພັກຂອງພວກຟີລິສຕິນມາທ້າທາຍພວກອິສຣາເອນ ເຂົາເປັນຄົນສູງປະມານຫົກສອກຄືບ 5 ເຂົາໃສ່ຫມວກທອງສໍາຣິດ ແລະນຸ່ງເສື້ອທອງສໍາຣິດຫນັກປະມານຫ້າສິບເຈັດກິໂລກຣາມ 6 ສ່ວນຂາຂອງເຂົາກໍສວມທອງສໍາຣິດດ້ວຍ ເຂົາພາຍຫລາວທີ່ເຮັດດ້ວຍທອງສໍາຣິດ 7 ຄັນຫອກຂອງເຂົາຫນາເທົ່າກັບໄມ້ກໍາຝັ້ນຫູກ ແລະໃນປາຍຫອກນັ້ນຫນັກປະມານຫົກຮ້ອຍເຊເກລເປັນເຫລັກ (ສິບກິໂລກຣາມ) ທະຫານຜູ້ທີ່ຖືແຜ່ນເຫລັກຕ້ານທານຂອງເຂົາກໍຍ່າງອອກຫນ້າ 8 ໂກລີອາດໄດ້ຢືນຮ້ອງແຜດສຽງໃສ່ພວກອິສຣາເອນວ່າ, “ພວກສູກໍາລັງເຣັດຫຍັງຢູ່ນີ້ ມາຕີເສິກບໍ ກູເປັນຄົນຟີລິສຕິນ ພວກສູເປັນທາດຂອງຊາອູນ ຈົ່ງເລືອກເອົາທະຫານຜູ້ນຶ່ງໃນພວກສູອອກມາຕໍ່ສູ້ກັບກູດູ 9 ຖ້າມັນຊະນະ ແລະຂ້າກູໄດ້ ພວກກູຈະຍອມເປັນທາດຂອງພວກສູ 10 ດຽວນີ້ ກູຂໍທ້າທາຍກອງທັບອິສຣາເອນຢູ່ບ່ອນນີ້ ກູຂໍໃຫ້ພວກສູເລືອກເອົາໃຜກໍໄດ້ອອກມາຕໍ່ສູ້ກັບກູ” 11 ເມື່ອຊາອູນ ແລະທະຫານໄດ້ຍິນດັ່ງນັ້ນ ພວກທ່ານກໍມີຄວາມຢ້ານກົວຫລາຍ 12 ດາວິດເປັນບຸດຊາຍຂອງເຈສຊີ ຊາວເອຟຣາອິມ ຊຶ່ງມາຈາກເມືອງເບັດເລເຮັມໃນຢູດາ ເຈສຊີມີບຸດຊາຍແປດຄົນ ໃນຄາວທີ່ຊາອູນເປັນເຈົ້າຊີວິດຢູ່ນັ້ນເຈສຊີກໍເຖົ້າແກ່ແລ້ວ 13 ສ່ວນບຸດຊາຍໃຫຍ່ສາມຄົນຂອງທ່ານໄດ້ໄປຕີເສິກກັບຊາອູນ ຜູ້ກົກຊື່ວ່າ ເອລີອາບ ຜູ້ຕໍ່ມາຊື່ວ່າ ອາບິນາດາບ ແລະຜູ້ທີ່ສາມຊື່ວ່າ ຊັມມາ 14 ສ່ວນດາວິດເປັນບຸດຊາຍຫລ້າ ເວລາທີ່ອ້າຍທັງສາມຂອງເຂົາຢູ່ນໍາຊາອູນນັ້ນ 15 ບາງເທື່ອດາວິດກໍລາຊາອູນກັບຄືນເມືອເບິ່ງຝູງແກະຂອງບິດາທີ່ເມືອງເບັດເລເຮັມຢູ່ເລື້ອຍໆ 16 ສ່ວນໂກລີອາດກໍທ້າທາຍຊາວອິສຣາເອນຢູ່ທຸກໆເຊົ້າທຸກແລງ ເປັນເວລາຢູ່ສີ່ສິບວັນ 17 ວັນນຶ່ງ ເຈສຊີໄດ້ເວົ້າຕໍ່ດາວິດວ່າ, “ຈົ່ງເອົາເຂົ້າຂົ້ວເອຟານຶ່ງ ແລະເຂົ້າຈີ່ສິບກ້ອນນີ້ ໄປໃຫ້ພວກອ້າຍຂອງເຈົ້າຢູ່ໃນຄ້າຍ 18 ແລະຈົ່ງເອົາເນີຍສິບກ້ອນນີ້ໃຫ້ແກ່ທ່ານນາຍພັນ ຈົ່ງເບິ່ງວ່າພວກອ້າຍຂອງເຈົ້າພາກັນຢູ່ຢ່າງໃດ ແລະໃຫ້ເຈົ້າເອົາຂອງບາງສິ່ງບາງຢ່າງຈາກພວກເຂົາມາເພື່ອສະແດງວ່າເຈົ້າໄດ້ເຫັນເຂົາ ແລະຮູ້ວ່າພວກເຂົາສະບາຍດີ 19 ດຽວນີ້ ເຈົ້າຊີວິດຊາອູນ ພວກອ້າຍຂອງເຈົ້າ ແລະພວກອິສຣາເອນຄົນອື່ນໆກໍຢູ່ໃນຮ່ອມພູຕົ້ນກໍ່ຊຶ່ງກໍາລັງສູ້ຮົບກັບພວກຟີລິສຕິນຢູ່” 20 ເຊົ້າວັນໃຫມ່ມາ ດາວິດໄດ້ລຸກແຕ່ເດິກໆ ເຂົາຝາກຝູງແກະໄວ້ນໍາຄົນອື່ນ ແລະຖືເອົາອາຫານໄປຕາມບ່ອນທີ່ເຈສຊີໄດ້ບອກ ເຂົາໄປຮອດຄ້າຍພັກພໍດີກັບເວລາທີ່ພວກອິສຣາເອນກໍາລັງອອກໄປສູ່ສະຫນາມຮົບ ແລະມີສຽງດັງກຶກກ້ອງດັງຂຶ້ນ 21 ທະຫານຂອງພວກຟີລິສຕິນ ແລະຂອງພວກອິສຣາເອນກໍຕັ້ງທີ່ຫມັ້ນຢູ່ຕໍ່ຫນ້າກັນ ແລະກັນເພື່ອຕຽມສູ້ຮົບ 22 ດາວິດກໍປະອາຫານໄວ້ກັບເຈົ້າຫນ້າທີ່ຝ່າຍສະບຽງອາຫານ ແລະໄດ້ແລ່ນໄປຫາພວກອ້າຍຂອງເຂົາທີ່ສະຫນາມຮົບເພື່ອຖາມຂ່າວຄາວວ່າພວກເຂົາຢູ່ຢ່າງໃດ 23 ໃນຂນະທີ່ພວກເຂົາສົນທະນາກັນຢູ່ ໂກລີອາດກໍເຂົ້າມາທ້າທາຍພວກອິສຣາເອນຕາມທີ່ເຂົາໄດ້ເຄີຍເຣັດມາແຕ່ຄັ້ງກ່ອນ ດາວິດກໍໄດ້ຍິນຄໍາທ້າທາຍນັ້ນ 24 ເມື່ອພວກອິສຣາເອນຫລຽວເຫັນໂກລີອາດ ພວກເຂົາກໍໄດ້ແລ່ນປົບຫນີດ້ວຍຄວາມຢ້ານທີ່ສຸດ 25 ພວກເຂົາເວົ້າກັນວ່າ, “ຈົ່ງຟັງມັນເວົ້າຫັ້ນດູ ຖ້າໃຜຂ້າມັນໄດ້ເຈົ້າຊີວິດຈະປະທານຊັບສົມບັດໃຫ້ຜູ້ນັ້ນ ແລະໃຫ້ແຕ່ງງານກັບພຣະຣາຊທິດາຂອງພຣະອົງ ຄອບຄົວພໍ່ຂອງຜູ້ນັ້ນຈະຖືກຍົກເວັ້ນຈາກການເສັຽສ່ວຍທຸກຢ່າງ” 26 ດາວິດຈຶ່ງຖາມພວກທີ່ຢູ່ໃກ້ໆກັບເຂົານັ້ນວ່າ, “ຜູ້ທີ່ຂ້າຄົນຟີລິສຕິນນີ້ໄດ້ ແລະຊ່ອຍພວກອິສຣາເອນໃຫ້ພົ້ນຈາກການຫມິ່ນປມາດນີ້ຈະໄດ້ຫຍັງ ຄົນປ່າເຖື່ອນຊາວຟີລິສຕິນທີ່ເວົ້າທ້າທາຍກອງທັບຂອງພຣະຜູ້ເປັນເຈົ້າອົງມີຊີວິດຢູ່ນີ້ ແມ່ນໃຜ” 27 ປະຊາຊົນຕອບເຂົາວ່າ, “ຜູ້ໃດທີ່ຂ້າໂກລີອາດຕາຍ ຈະຕ້ອງໄດ້ຮັບຕາມທີ່ໄດ້ເວົ້າມາແລ້ວນັ້ນ” 28 ເອລີອາບ ອ້າຍກົກຂອງດາວິດໄດ້ຍິນເຂົາເວົ້າກັບທະຫານເຫລົ່ານັ້ນ ເຂົາກໍຮ້າຍດາວິດ ແລະເວົ້າວ່າ, “ເຈົ້າກໍາລັງເຮັດຫຍັງຢູ່ນີ້ ແມ່ນໃຜເບິ່ງແຍງແກະຂອງເຈົ້າຢູ່ໃນຖິ່ນກັນດານ ມາເບິ່ງການສູ້ຮົບກັນເຮັດຫຍັງ ເປັນຫຍັງເຈົ້າຈຶ່ງດື້ດ້ານ ແລະທະເຍີທະຍານແທ້” 29 ດາວິດຖາມອ້າຍຄືນວ່າ, “ຂ້ອຍໄດ້ເຮັດຫຍັງຜິດ ພຽງແຕ່ຖາມເທົ່ານັ້ນບໍ່ແມ່ນບໍ” 30 ແລ້ວເຂົາກໍຫັນໄປຖາມຊາຍຄົນອື່ນແບບດຽວກັນ ແລະທຸກຄົນທີ່ເຂົາຖາມ ເຂົາກໍຕອບຢ່າງດຽວກັນຫມົດ 31 ເມື່ອບາງຄົນໄດ້ຍິນຄໍາຂອງດາວິດ ເຂົາກໍນໍາໄປທູນຕໍ່ຊາອູນ ແລະພຣະອົງກໍບອກໃຫ້ເຂົານໍາດາວິດເຂົ້າເຝົ້າ 32 ດາວິດໄດ້ທູນຕໍ່ຊາອູນວ່າ, “ຂ້າແດ່ພຣະອົງ ຂໍຢ່າໃຫ້ຜູ້ໃດຢ້ານຊາຍຟີລິສຕິນຄົນນີ້ເລີຍ ຂ້ານ້ອຍຂັນອາສາຈະອອກໄປຕໍ່ສູ້ກັບເຂົາເອງ” 33 ຊາອູນກ່າວວ່າ, “ບໍ່ໄດ້ດອກ ເຈົ້າຈະຕໍ່ສູ້ກັບເຂົາໄດ້ຢ່າງໃດ ເຈົ້າຍັງເປັນເດັກນ້ອຍຢູ່ ສ່ວນໂກລີອາດນັ້ນເຄີຍເປັນທະຫານມາແລ້ວ” 34 ດາວິດທູນຕອບວ່າ, “ຂ້າແດ່ພຣະອົງ ຂ້ານ້ອຍກໍເຄີຍເບິ່ງແຍງຝູງແກະຂອງພໍ່ຂ້ານ້ອຍ ມີບາງເທື່ອສິງ ຫລືຫມີໄດ້ມາຄຸບເອົາລູກແກະໄປ 35 ຂ້ານ້ອຍໄດ້ໄລ່ຕິດຕາມໄປຕໍ່ສູ້ກັບມັນ ແລະໄດ້ຊ່ອຍຊີວິດຂອງແກະນ້ອຍນັ້ນໄວ້ ແລະຖ້າວ່າສິງ ຫລືຫມີກັບຄືນມາຫາຂ້ານ້ອຍ ຂ້ານ້ອຍກໍຈັບຄໍມັນ ແລະຕີມັນຈົນຕາຍ 36 ຂ້ານ້ອຍໄດ້ຂ້າສິງ ແລະຫມີມາແລ້ວ ຂ້ານ້ອນຈະເຮັດກັບຊາຍຟີລິສຕິນປ່າເຖື່ອນຄົນນີ້ຢ່າງດຽວກັນ ເພາະວ່າເຂົາໄດ້ຫມິ່ນປມາດກອງທັບຂອງພຣະເຈົ້າອົງມີຊີວິດຢູ່ 37 ພຣະຜູ້ເປັນເຈົ້າໄດ້ຊົງຊ່ອຍຂ້ານ້ອຍໃຫ້ພົ້ນຈາກສິງ ແລະຫມີ ພຣະອົງກໍຊົງຊ່ອຍຂ້ານ້ອຍໃຫ້ພົ້ນຈາກຊາຍຟີລິສຕິນຄົນນີ້ໄດ້” ຊາອູນຕອບວ່າ, “ດີແລ້ວ ຈົ່ງໄປເທີນ ພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບເຈົ້າ” 38 ຊາອູນກໍເອົາເຄື່ອງຮົບຂອງພຣະອົງເອງໃຫ້ດາວິດໃສ່ ພຣະອົງໄດ້ເອົາຫມວກທອງສໍາຣິດໃສ່ໃຫ້ດາວິດ ແລະເອົາເສື້ອຮົບໃຫ້ເຂົານຸ່ງ 39 ດາວິດໄດ້ເອົາດາບຂອງຊາອູນຂັດໃສ່ສາຍແອວ ແລະລອງຍ່າງເບິ່ງ ແຕ່ຍ່າງໄປບໍ່ໄດ້ ເພາະວ່າບໍ່ເຄີຍໃຊ້ເຄື່ອງເຫລົ່ານີ້ຈັກເທື່ອ ດາວິດຈຶ່ງທູນຕໍ່ຊາອູນວ່າ, “ຂ້ານ້ອຍໄປສູ້ຮົບກັບເຄື່ອງແບບນີ້ບໍ່ໄດ້ດອກ ຂ້ານ້ອຍບໍ່ເຄີຍໃສ່ມັນ” 40 ດັ່ງນັ້ນ ດາວິດຈຶ່ງແກ້ມັນອອກຫມົດ ເຂົາຈັບເອົາໄມ້ຄ້ອນສໍາລັບຖືລ້ຽງແກະຂອງເຂົາ ແລ້ວກໍເກັບເອົາຫີນແຫ່ຫ້າກ້ອນໃນແຄມຫ້ວຍໃສ່ຖົງ ແລ້ວຖືກະຖຸນຕຽມຕົວອອກໄປສູ້ຮົບກັບໂກລີອາດ 41 ຊາຍຟີລິສຕິນກໍຍ່າງມຸ່ງຫນ້າມາຫາດາວິດ ພ້ອມທັງຖືແຜ່ນເຫລັກຕ້ານທານຍ່າງອອກນໍາຫນ້າເຂົາ ເຂົາຍ່າງເຂົ້າມາໃກ້ໆ 42 ເມື່ອໄດ້ເບິ່ງດາວິດຄັກໆແລ້ວ ເຂົາກໍຄິດດູຖູກໃນໃຈວ່າເພາະວ່າດາວິດຍັງເປັນເດັກນ້ອຍທີ່ງາມແລະຫນ້າຮັກ 43 ເຂົາເວົ້າຕໍ່ດາວິດວ່າ, “ເຮີຍ ໄມ້ຄ້ອນນັ້ນສໍາລັບໄວ້ເຣັດຫຍັງ ມຶງຄິດວ່າກູເປັນຫມາຊັ້ນບໍ” ແລ້ວເຂົາກໍເອີ້ນດ່າສາບແຊ່ງດາວິດໃນນາມພຣະຂອງເຂົາ 44 ເຂົາເວົ້າທ້າທາຍດາວິດວ່າ, “ມານີ້ ກູຈະເອົາຊາກສົບຂອງມຶງໃຫ້ນົກ ແລະສັດກິນ” 45 ດາວິດເວົ້າຕອບວ່າ, “ເຈົ້າມາຕໍ່ສູ້ກັບຂ້ອຍດ້ວຍດາບ ຫອກແລະຫລາວ ແຕ່ວ່າ ຂ້ອຍມາຕໍ່ສູ້ເຈົ້າໃນພຣະນາມຂອງພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຊຶ່ງເປັນພຣະເຈົ້າຂອງກອງທັບອິສຣາເອນທີ່ເຈົ້າໄດ້ເວົ້າທ້າທາຍນັ້ນ 46 ໃນວັນນີ້ ພຣະຜູ້ເປັນເຈົ້າຈະຊົງມອບເຈົ້າໄວ້ໃນອໍານາດຂອງຂ້ອຍ ເຈົ້າຈະຜ່າຍແພ້ຂ້ອຍ ແລະຂ້ອຍຈະຕັດຫົວເຈົ້າອອກ ສ່ວນສົບຂອງທະຫານ ຟີລິສຕິນ ຂ້ອຍຈະເອົາໃຫ້ນົກແລະສັດກິນ ແລ້ວທົ່ວທັງໂລກຈະຮູ້ຈັກວ່າອິສຣາເອນມີພຣະເຈົ້າ 47 ແລະທຸກໆຄົນທີ່ຢູ່ໃນທີ່ນີ້ຈະເຫັນວ່າ ພຣະອົງບໍ່ຊົງຕ້ອງການດາບ ຫລືຫອກ ເພື່ອຊ່ອຍໃຫ້ໄພ່ພົນຂອງພຣະອົງພົ້ນພັຍ ພຣະອົງຊົງເປັນຜູ້ຊະນະໃນສະຫນາມຮົບ ແລະພຣະອົງຈະຊົງມອບພວກເຈົ້າທຸກຄົນໄວ້ໃນອໍານາດຂອງພວກຂ້ອຍ” 48 ສ່ວນໂກລີອາດກໍຍ່າງມຸ່ງຫນ້າເຂົ້າມາຫາດາວິດອີກ ດາວິດກໍແລ່ນເຂົ້າໄປໃນເສັ້ນທາງສະຫນາມຮົບຂອງຊາວຟີລິສຕິນເພື່ອຕໍ່ສູ້ກັບເຂົາຢ່າງວ່ອງໄວ 49 ດາວິດຈັບເອົາຫີນໃນຖົງອອກມາ ແລ້ວຍິງໃສ່ໂກລີອາດ ກ້ອນຫີນນັ້ນໄດ້ຖືກຫນ້າຜາກຂອງເຂົາ ເຮັດໃຫ້ກະໂຫລກຫົວຂອງເຂົາແຕກລົ້ມຄວ່ໍາຫນ້າລົງດິນ 50 ດາວິດໄດ້ຊະນະ ແລະຂ້າໂກລີອາດດ້ວຍກະຖຸນ ແລະກ້ອນຫີນພຽງກ້ອນດຽວໂດຍບໍ່ໄດ້ໃຊ້ດາບ 51 ແລ້ວດາວິດກໍແລ່ນເຂົ້າໄປຢືນຢຽບເທິງໂຕເຂົາ ຖອດເອົາດາບຂອງໂກລີອາດອອກຈາກຟັກ ແລະຕັດຫົວເຂົາ ເມື່ອຟີລິສຕິນເຫັນພວກເກັ່ງກ້າຂອງຕົນຕາຍ ພວກເຂົາກໍພາກັນແລ່ນປົບຫນີ 52 ຝ່າຍທະຫານອິສຣາເອນ ແລະທະຫານຢູດາກໍຮ້ອງໂຮ່ ແລ່ນຕິດຕາມພວກເຂົາໄປ ຈົນຮອດເມືອງກາດ ແລະຮອດປະຕູເມືອງເອກໂຣນ ພວກຟີລິສຕິນທີ່ບາດເຈັບໄດ້ລົ້ມຕາຍຕາມຫົນທາງຊາອາຣາອິມ ທີ່ໄປເຖິງເມືອງກາດ ແລະເມືອງເອກໂຣນ 53 ເມື່ອພວກອິສຣາເອນກັບຄືນມາຈາກການໄລ່ຕິດຕາມຊາວຟີລິສຕິນ ພວກເຂົາກໍມາຍຶດເອົາເຄື່ອງຂອງໃນຄ້າຍພັກຊາວຟີລິສຕິນໄປ 54 ສ່ວນດາວິດກໍຖືເອົາຫົວໂກລີອາດໄປນະຄອນເຢຣູຊາເລັມ ແຕ່ວ່າອາວຸດຂອງໂກລີອາດເຂົາໄດ້ເອົາໄວ້ໃນຕູບຜ້າເຕັນຂອງເຂົາເອງ 55 ເມື່ອຊາອູນເຫັນດາວິດອອກໄປຕໍ່ສູ້ໂກລີອາດ ພຣະອົງຈຶ່ງຖາມອັບເນີ ຜູ້ບັນຊາການທະຫານຂອງພຣະອົງວ່າ, “ອັບເນີ ເດັກຫນຸ່ມຄົນນີ້ແມ່ນໃຜ” ອັບເນີທູນຕອບວ່າ, “ຂ້າແດ່ພຣະອົງ ຂ້ານ້ອຍບໍ່ຮູ້ຈັກ” 56 ຊາອູນຈຶ່ງເວົ້າວ່າ, “ອອກໄປເບິ່ງດູ ເດັກຫນຸ່ມຄົນນັ້ນເປັນລູກຂອງໃຜ” 57 ເມື່ອດາວິດກັບມາຄ້າຍພັກ ຫລັງຈາກໄດ້ຂ້າໂກລີອາດແລ້ວ ອັບເນີກໍນໍາເຂົາໄປເຝົ້າຊາອູນ ແລະດາວິດໄດ້ຖືຫົວຂອງໂກລີອາດໄປນໍາດ້ວຍ 58 ຊາອູນຖາມເຂົາວ່າ, “ລູກເອີຍ ເຈົ້າລູກໃຜ” ດາວິດທູນຕອບວ່າ, “ຂ້ານ້ອຍເປັນລູກຊາຍຂອງເຈສຊີ ຂ້າໃຊ້ຂອງພຣະອົງທີ່ເມືອງເບັດເລເຮັມ”
1 ເມື່ອຊາອູນ ແລະດາວິດໄດ້ສົນທະນາປາໄສກັນແລ້ວໆ ໂຢນາທານບຸດຊາຍຂອງຊາອູນ ກໍເກີດມີຄວາມນິຍົມຊົມຊອບດາວິດຫລາຍ ແລະກໍມີຄວາມຮັກແພງເຂົາຫລາຍອີກ 2 ຕັ້ງແຕ່ວັນນັ້ນມາ ຊາອູນກໍເອົາດາວິດໄປຢູ່ນໍາ ແລະບໍ່ໄດ້ໃຫ້ກັບຄືນເມືອບ້ານເລີຍ 3 ຍ້ອນໂຢນາທານຮັກແພງດາວິດຫລາຍ ເຂົາຈຶ່ງສາບານເປັນເພື່ອນທີ່ດີກັບດາວິດຕລອດໄປ 4 ໂຢນາທານໄດ້ແກ້ເສື້ອຊັ້ນນອກຂອງຕົນເອງໃຫ້ດາວິດພ້ອມທັງເຄື່ອງຮົບ ດາບ ຄັນທະນູ ແລະສາຍຮັດ 5 ຍ້ອນດາວິດໄດ້ເຮັດຫລ້ອນຫນ້າທີ່ທຸກຢ່າງທີ່ຊາອູນໄດ້ສັ່ງເຂົາອອກໄປປະຕິບັດນັ້ນ ຊາອູນຈຶ່ງແຕ່ງຕັ້ງໃຫ້ເຂົາເປັນນາຍທະຫານໃນກອງທັບຂອງພຣະອົງ ນາຍແລະພົນທະຫານທຸກຄົນຂອງຊາອູນກໍເຫັນດີນໍາ
ຊາອູນຄິດອິດສາດາວິດ
6 ເມື່ອພວກທະຫານກັບຄືນມາ ແລະຫລັງຈາກດາວິດກັບມາແຕ່ຂ້າໂກລີອາດແລ້ວ ພວກຜູ້ຍິງຈາກຫລາຍຫົວເມືອງໃນອິສຣາເອນກໍພາກັນຮ້ອງເພງອັນມ່ວນຊື່ນ ພ້ອມທັງຟ້ອນ ຕີກອງ ແລະດີດພິນ 7 ໃນໂອກາດສະເຫລີມສະຫລອງຄັ້ງນີ້ ພວກຜູ້ຍິງໄດ້ຮ້ອງເພງວ່າ, “ຊາອູນໄດ້ຂ້າຫລາຍພັນຄົນ ແຕ່ດາວິດໄດ້ຂ້າຫລາຍຫມື່ນຄົນ” 8 ສ່ວນຊາອູນກໍບໍ່ພໍໃຈທີ່ໄດ້ຍິນດັ່ງນີ້ ພຣະອົງຈຶ່ງຊົງພຣະພິໂຣດ ແລະເວົ້າວ່າ, “ເຮົາເສັຽໃຈຫລາຍທີ່ມີຄົນເວົ້າວ່າ ດາວິດໄດ້ຂ້າຫລາຍຫມື່ນຄົນ ແຕ່ເຮົາໄດ້ຂ້າຫລາຍພັນຄົນເທົ່ານັ້ນ ດາວິດເຫລືອພຽງສິ່ງດຽວຄືຍັງບໍ່ທັນໄດ້ເປັນກະສັດເທົ່ານັ້ນ” 9 ນັບແຕ່ນັ້ນມາ ຊາອູນກໍອິດສາດາວິດ 10 ວັນຕໍ່ມາ ວິນຍານຊົ່ວທີ່ພຣະຜູ້ເປັນເຈົ້າສົ່ງມາກໍເຂົ້າສິງຊາອູນຢູ່ໃນພຣະຣາຊວັງ ທ່ານໄດ້ເວົ້າລະເມີເຫມືອນຄົນເປັນບ້າ ສ່ວນດາວິດກໍດີດພິນດັ່ງທີ່ເຄີຍໄດ້ປະຕິບັດມາທຸກວັນ 11 ເວລານັ້ນ ຊາອູນຖືຫອກຢູ່ ຊາອູນເວົ້າກັບຕົວເອງວ່າ, “ກູຈະແທງມັນໃຫ້ຕາຍຕິດກັບຝາ” ແລ້ວພຣະອົງກໍຊັດຫອກໃສ່ດາວິດສອງເທື່ອ ແຕ່ດາວິດຫລົບຫລີກທັນທຸກເທື່ອ 12 ຊາອູນເອງກໍຢ້ານດາວິດ ເພາະພຣະຜູ້ເປັນເຈົ້າຊົງໄດ້ສະຖິດຢູ່ກັບທ່ານ ແຕ່ບໍ່ໄດ້ຊົງສະຖິດຢູ່ກັບພຣະອົງ 13 ຊາອູນໄດ້ສົ່ງດາວິດຫນີໂດຍແຕ່ງຕັ້ງໃຫ້ທ່ານເປັນຜູ້ບັງຄັບບັນຊາທະຫານພັນຄົນ ດາວິດໄດ້ນໍາຫນ້າທະຫານຂອງທ່ານອອກສູ່ສະຫນາມຮົບ 14 ທ່ານໄດ້ເຮັດຫລ້ອນຫນ້າທີ່ທຸກຢ່າງ ກໍເພາະວ່າພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບທ່ານ 15 ຊາອູນໄດ້ສັງເກດເຫັນດາວິດເຮັດວຽກຫລ້ອນຫນ້າທີ່ທຸກຢ່າງ ພຣະອົງຈຶ່ງເກີດມີຄວາມຢ້ານກົວທ່ານຫລາຍຂຶ້ນ 16 ແຕ່ວ່າ ທຸກໆຄົນໃນອິສຣາເອນ ແລະຢູດາຮັກດາວິດ ເພາະວ່າທ່ານເປັນຜູ້ນໍາທີ່ສາມາດ ແລະເຮັດວຽກຫລ້ອນຫນ້າທີ່ທຸກຢ່າງ
ດາວິດແຕ່ງງານກັບພຣະຣາຊທິດາຂອງຊາອູນ
17 ຕໍ່ມາ ຊາອູນໄດ້ເວົ້າຕໍ່ດາວິດວ່າ, “ນີ້ເດ ເມຣາບລູກສາວກົກຂອງເຮົາ ເຮົາຈະໃຫ້ເຈົ້າແຕ່ງງານກັບນາງ ແຕ່ເຈົ້າຕ້ອງຮັບໃຊ້ເຮົາຢ່າງທະຫານທີ່ເກັ່ງກ້າ ແລະສັດຊື່ໃນການສູ້ຮົບເພື່ອພຣະຜູ້ເປັນເຈົ້າ” ຊາອູນຄິດວ່າດ້ວຍວິທີນີ້ ພຣະອົງຈຶ່ງຈະບໍ່ເປັນຜູ້ຂ້າດາວິດດ້ວຍຕົນເອງ ແຕ່ຈະຕ້ອງແມ່ນພວກຟີລິສຕິນເປັນຜູ້ຂ້າ 18 ດາວິດທູນຕອບວ່າ, “ຂ້ານ້ອຍ ແລະຄອບຄົວພໍ່ຂອງຂ້ານ້ອຍບໍ່ມີຄວາມສໍາຄັນຫຍັງພໍທີ່ຈະກາຍມາເປັນລູກເຂີຍຂອງພຣະອົງ” 19 ຕໍ່ມາເມື່ອເຖິງເວລາທີ່ຈະຍົກເມຣາບໃຫ້ດາວິດ ພຣະອົງກໍຊົງປ່ຽນພຣະທັຍເສັຽໂດຍໄດ້ຍົກເມຣາບໃຫ້ຊາຍຄົນນຶ່ງຊື່ ອາດຣີເອນ ຊາວບ້ານເມໂຮລາ 20 ແຕ່ວ່າ ນາງມີຄານບຸດສາວອີກຄົນນຶ່ງຂອງຊາອູນເກີດມີຄວາມຮັກຕໍ່ດາວິດ ມີຄົນເອົາເຣື່ອງໄປທູນຊາອູນ ເມື່ອຊາອູນຮູ້ເຣື່ອງກໍດີໃຈ 21 ພຣະອົງຈຶ່ງເວົ້າກັບຕົນເອງວ່າ, “ເຮົາຈະຕ້ອງຍົກມີຄານນີ້ໃຫ້ດາວິດ ເພື່ອຈະໃຊ້ນາງດັກຈັບດາວິດໃຫ້ພວກຟີລິສຕິນຂ້າ” ດັ່ງນັ້ນ ຊາອູນຈຶ່ງເວົ້າກັບດາວິດເປັນຄັ້ງທີ່ສອງວ່າ, “ເຈົ້າຈະເປັນລູກເຂີຍຂອງເຮົາ” 22 ພຣະອົງໄດ້ສັ່ງໃຫ້ນາຍທະຫານຂອງພຣະອົງບອກກັບດາວິດເປັນທາງສ່ວນຕົວວ່າ, “ເຈົ້າຊີວິດພໍພຣະທັຍໃນຕົວເຈົ້າ ແລະນາຍທະຫານທຸກຄົນກໍນີຍົມຊົມຊອບເຈົ້າ ດຽວນີ້ ເປັນໂອກາດດີສໍາລັບເຈົ້າ ເຈົ້າຈະຕ້ອງແຕ່ງງານກັບພຣະຣາຊທິດາຂອງພຣະອົງ” 23 ດັ່ງນັ້ນ ພວກນາຍທະຫານຈຶ່ງເວົ້າກັບດາວິດ ແລະທ່ານກໍຕອບວ່າ, “ມັນເປັນກຽດອັນສູງສົ່ງສໍາລັບຄົນທຸກຄົນຍາກທີ່ບໍ່ມີຄວາມສໍາຄັນຫຍັງ ຊຶ່ງຈະຕ້ອງກາຍມາເປັນລູກເຂີຍຂອງເຈົ້າຊີວິດ” 24 ແລ້ວນາຍທະຫານໄດ້ເລົ່າຄໍາທີ່ດາວິດເວົ້ານັ້ນໃຫ້ຊາອູນຟັງ 25 ຊາອູນຈຶ່ງອອກຄໍາສັ່ງໃຫ້ເຂົາໄປບອກດາວິດວ່າ, “ເຈົ້າຊີວິດບໍ່ຕ້ອງການຄ່າແກ່ວສິນດອງຫຍັງຫມົດຈາກເຈົ້າ ພຣະອົງຕ້ອງການແຕ່ຫນັງຫຸ້ມປາຍອະວັຍະວະລັບຂອງຄົນຟີລິສຕິນຮ້ອຍຄົນ ເພື່ອເປັນການແກ້ແຄ້ນສັດຕຣູຂອງພຣະອົງເທົ່ານັ້ນ” ນີ້ຄືແຜນການທີ່ຊາອູນຢາກໃຫ້ພວກຟີລິສຕິນຂ້າດາວິດ 26 ຝ່າຍທະຫານຂອງຊາອູນກໍຣາຍງານຕໍ່ດາວິດຕາມທີ່ຊາອູນໄດ້ເວົ້າ ແລະດາວິດກໍມີຄວາມປິຕິຍິນດີທີ່ມີຊ່ອງທາງຈະໄດ້ມາເປັນລູກເຂີຍເຈົ້າຊີວິດ ກ່ອນເວລາທີ່ກໍານົດໄວ້ຈະຫມົດໄປ 27 ດາວິດ ແລະທະຫານຂອງທ່ານກໍຂ້າພວກຟີລິສຕິນຕາຍນຶ່ງຮ້ອຍຄົນ ທ່ານໄດ້ເອົາຫນັງຫຸ້ມປາຍອະວັຍະວະລັບຂອງພວກເຂົາໃຫ້ແກ່ເຈົ້າຊີວິດ ແລະເອົາອອກມານັບໃຫ້ຊາອູນເບິ່ງຈົນຫມົດ ເພື່ອວ່າທ່ານຈະໄດ້ກາຍເປັນລູກເຂີຍຂອງພຣະອົງ ດັ່ງນັ້ນຊາອູນຈຶ່ງມອບນາງມີຄານພຣະຣາຊທິດາຂອງພຣະອົງໃຫ້ແຕ່ງງາກັບດາວິດ 28 ເມື່ອຊາອູນໄດ້ເຫັນຢ່າງຄັກແນ່ແລ້ວວ່າ ພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບດາວິດ ແລະມີຄານພຣະຣາຊທິດາຂອງພຣະອົງກໍຮັກເຂົາ 29 ດັ່ງນັ້ນ ພຣະອົງຈຶ່ງຢ້ານດາວິດຫລາຍຂຶ້ນ ແລະຕັ້ງເປັນສັດຕຣູຂອງທ່ານຈົນຕລອດຊົ່ວຊີວິດຂອງພຣະອົງ 30 ແຕ່ລະເທື່ອທີ່ກອງທັບຂອງພວກຟີລິສຕິນໄດ້ມາຕໍ່ສູ້ດາວິດກໍຕີຊະນະຫລາຍກວ່ານາຍທະຫານຄົນອື່ນໆຂອງຊາອູນ ດັ່ງນັ້ນດາວິດຈຶ່ງມີຊື່ສຽງໂດ່ງດັງຫລາຍ
ຊາອູນຕາມຮົບກວນດາວິດ
1 ຊາອູນໄດ້ບອກໂຢນາທານບຸດຊາຍຂອງພຣະອົງ ແລະພວກຂ້າຣາຊການເຖິງແຜນການຂ້າດາວິດ ແຕ່ໂຢນາທານຮັກດາວິດຫລາຍ 2 ທ່ານຈຶ່ງມາບອກດາວິດວ່າ, “ພໍ່ຂ້ອຍພຍາຍາມຈະຂ້າເຈົ້າຢູ່ ໃນມື້ອື່ນເຊົ້າຈົ່ງລະວັງຕົວໃຫ້ດີ ໃຫ້ເຈົ້າໄປລີ້ຕົວຢູ່ໃນບ່ອນເລິກລັບ 3 ສ່ວນຂ້ອຍຈະໄປຢືນຄຽງຂ້າງພໍ່ຂອງຂ້ອຍໃນທົ່ງນາບ່ອນທີ່ລີ້ຕົວຢູ່ນັ້ນ ຂ້ອຍຈະກາບທູນເຣື່ອງຂອງເຈົ້າຕໍ່ພໍ່ຂອງຂ້ອຍ ຖ້າວ່າ ຂ້ອຍຮູ້ເຣື່ອງໃດແລ້ວ ຂ້ອຍຈະມາບອກໃຫ້ເຈົ້າຮູ້ຈັກໂລດ” 4 ໂຢນາທານໄດ້ກ່າວສັຣເສີນດາວິດຕໍ່ຊາອູນວ່າ, “ສະເດັດພໍ່ຂ້ານ້ອຍ ຂໍຢ່າທໍາຮ້າຍດາວິດຂ້າໃຊ້ຂອງພໍ່ເລີຍ ເພາະດາວິດບໍ່ໄດ້ເຣັດສິ່ງໃດຜິດຈັກເທື່ອ ແຕ່ກົງກັນຂ້າມທຸກສິ່ງທີ່ເຂົາເຮັດນັ້ນເປັນຜົນດີອັນຍິ່ງໃຫຍ່ແກ່ສະເດັດພໍ່ 5 ເຂົາໄດ້ສ່ຽງຊີວິດຕົນເອງຂ້າໂກລີອາດ ແລະພຣະຜູ້ເປັນເຈົ້າກໍຊົງນໍາເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ພວກອິສຣາເອນ ພໍ່ໄດ້ເຫັນການນີ້ ແລະພໍ່ກໍດີໃຈ ແລ້ວເປັນຫຍັງສະເດັດພໍ່ຈຶ່ງເຣັດຜິດຕໍ່ຜູ້ທີ່ບໍ່ມີຄວາມຜິດໂດຍຢາກຂ້າເຂົາ ໂດຍບໍ່ມີເຫດຜົນຫຍັງຫມົດ” 6 ເມື່ອຊາອູນໄດ້ຍິນໂຢນາທານເວົ້າ ທ່ານກໍສາບານໃນພຣະນາມພຣະຜູ້ເປັນເຈົ້າວ່າດາວິດຈະບໍ່ຖືກຂ້າ 7 ໂຢນາທານຈຶ່ງເອີ້ນດາວິດມາ ແລະບອກທຸກສິ່ງແກ່ເຂົາ ແລ້ວກໍນໍາດາວິດເຂົ້າເຝົ້າຊາອູນ ແລ້ວດາວິດກໍຢູ່ຮັບໃຊ້ຊາອູນເຫມືອນດັ່ງແຕ່ກ່ອນມາ 8 ຕໍ່ມາ ສົງຄາມກັບພວກຟີລິສຕິນໄດ້ລະເບີດຂຶ້ນ ດາວິດໄດ້ຕໍ່ສູ້ກັບພວກສັດຕຣູຈົນພວກເຂົາໄດ້ຜ່າຍແພ້ໄປຢ່າງສິ້ນເຊີງ ແລ້ວພວກເຂົາກໍແຕກຫນີໄປ 9 ຕໍ່ມາ ວິນຍານຊົ່ວທີ່ພຣະຜູ້ເປັນເຈົ້າສົ່ງມາໄດ້ເຂົ້າສິງຊາອູນອີກ ເມື່ອຊາອູນກໍາລັງນັ່ງຢູ່ໃນພຣະຣາຊວັງພ້ອມທັງຖືຫອກຢູ່ໃນມື ສ່ວນດາວິດກໍນັ່ງດີດພິນຢູ່ທີ່ນັ້ນ 10 ຊາອູນພຍາຍາມເອົາຫອກແທງດາວິດເຂົ້າຕິດກັບຝາ ແຕ່ດາວິດຫລົບຫລີກທັນ ຫອກຈຶ່ງເຂົ້າສຽບກັບຝາ ແລ້ວດາວິດກໍແລ່ນປົບຫນີເອົາຕົວລອດ 11 ໃນຕອນກາງຄືນຂອງວັນດຽວກັນນັ້ນ ຊາອູນໄດ້ສົ່ງທະຫານຂອງພຣະອົງບາງຄົນໄປຜົກຈອບ ນອກເຮືອນຂອງດາວິດ ເພື່ອຂ້າທ່ານໃນມື້ອື່ນເຊົ້າ ນາງມີຄານເມັຽຂອງດາວິດຈຶ່ງເຕືອນວ່າ, “ຖ້າເຈົ້າບໍ່ຫນີໄປໃນຕອນກາງຄືນນີ້ ມື້ອື່ນເຊົ້າເຈົ້າຈະຕ້ອງຖືກຂ້າ 12 ນາງໄດ້ຢ່ອນດາວິດລົງທາງປ່ອງຢ້ຽມ ແລະທ່ານກໍແລ່ນຫນີເອົາຕົວລອດ 13 ແລ້ວນາງໄດ້ເອົາຮູບເຄົາຣົບປະຈໍາເຮືອນວາງລົງໄວ້ເທິງຕຽງ ເອົາຫມອນທີ່ເຮັດດ້ວຍຂົນແກະຫມູນເທິງຫົວ ແລ້ວເອົາຜ້າຫົ່ມປົກມັນໄວ້ 14 ເມື່ອທະຫານຂອງຊາອູນເຂົ້າໄປຈັບດາວິດ ມີຄານຈຶ່ງບອກພວກເຂົາວ່າດາວິດໄຂ້ 15 ແຕ່ຊາອູນບອກພວກເຂົາກັບຄືນໄປຫາດາວິດອີກພ້ອມທັງສັ່ງວ່າ, “ຈົ່ງຫາມດາວິດໃສ່ຕຽງມານີ້ ຂ້ອຍຈະຂ້າເຂົາເສັຽ” 16 ພວກເຂົາຈຶ່ງເຂົ້າໄປໃນເຮືອນ ແລະໄດ້ພົບຮູບເຄົາຣົບປະຈໍາເຮືອນຢູ່ເທິງຕຽງ ແລະມີຫມອນທີ່ເຮັດດ້ວຍຂົນແກະຫມູນຫົວຂອງມັນຢູ່ 17 ຊາອູນຖາມມີຄານວ່າ, “ເປັນຫຍັງລູກຈຶ່ງຫລອກລວງພໍ່ຢ່າງນີ້ ແລະປ່ອຍໃຫ້ສັດຕຣູຂອງພໍ່ຫນີໄປ?” ນາງຕອບວ່າ, “ເຂົາເວົ້າວ່າ ຖ້າຂ້ານ້ອຍບໍ່ຊ່ອຍເຫລືອເຂົາໃຫ້ຫນີໄປ ເຂົາຈະຂ້າຂ້ານ້ອຍ” 18 ດາວິດໄດ້ຫນີໄປຫາຊາມູເອນທີ່ເມືອງຣາມາ ແລະໄດ້ບອກທຸກສິ່ງທີ່ຊາອູນໄດ້ເຮັດກັບເຂົາໃຫ້ທ່ານຟັງ ແລ້ວຊາມູເອນກັບດາວິດກໍພາກັນໄປພັກຢູ່ບ້ານນາໂຢດ 19 ຕໍ່ມາມີຄົນໄປບອກຊາອູນວ່າ ດາວິດຢູ່ທີ່ບ້ານນາໂຢດໃນເມືອງຣາມາ ຊາອູນຈຶ່ງສົ່ງຄົນອອກໄປຈັບເຂົາ 20 ເມື່ອໄປຮອດພວກເຂົາໄດ້ເຫັນກຸ່ມຜູ້ປະກາດພຣະທັມກໍາລັງທໍານວາຍຢູ່ ຊຶ່ງມີຊາມູເອນເປັນຜູ້ນໍາຫນ້າ ພຣະວິນຍານຂອງພຣະເຈົ້າກໍເຂົ້າຢູ່ໃນທະຫານຂອງຊາອູນ ແລ້ວພວກເຂົາກໍທໍານວາຍຄືກັນ 21 ເມື່ອຊາອູນໄດ້ຍິນຂ່າວດັ່ງນັ້ນ ພຣະອົງກໍສົ່ງຜູ້ນໍາຂ່າວອອກໄປຕື່ມອີກ ພວກເຂົາເຫລົ່ານັ້ນກໍເຂົ້າຮ່ວມທໍານວາຍຄືກັນ ພຣະອົງໄດ້ສົ່ງຜູ້ນໍາຂ່າວອອກໄປອີກເປັນຄັ້ງທີ່ສາມ ແລະເຫດການກໍເກີດຂຶ້ນກັບພວກເຂົາເຊັ່ນເດີມ ແລ້ວພຣະອົງຈຶ່ງອອກໄປເມືອງຣາມາ 22 ເມື່ອໄປຮອດນໍ້າສ້າງໃຫຍ່ທີ່ເຊກູ ພຣະອົງກໍຖາມຫາຊາມູເອນກັບດາວິດ ແລະພຣະອົງກໍໄດ້ຄໍາຕອບວ່າ ພວກເຂົາຢູ່ທີ່ບ້ານນາໂຢດ 23 ພຣະອົງຈຶ່ງເດີນທາງໄປທີ່ນັ້ນຍັງນາໂຢດໃນເມືອງຣາມາ ແລະພຣະວິນຍານຂອງພຣະເຈົ້າໄດ້ສະຖິດຢູ່ກັບພຣະອົງຄືກັນ ພຣະອົງໄດ້ທໍານວາຍໄປສຸດທາງຈົນເຖິງນາໂຢດໃນເມືອງຣາມາ 24 ພຣະອົງແກ້ເຄື່ອງນຸ່ງອອກ ແລະທໍານວາຍຕໍ່ຫນ້າຊາມູເອນ ແລ້ວນອນເປືອຍກາຍຢູ່ຕລອດວັນຕລອດຄືນ ຄໍາເວົ້າໄດ້ຊ່າລືໄປວ່າຊາອູນໄດ້ກາຍເປັນຜູ້ປະກາດພຣະທັມໄປແລ້ວ
ໂຢນາທານຊ່ອຍເຫລືອດາວິດ
1 ຕໍ່ມາ ດາວິດໄດ້ຫນີຈາກນາໂຢດ ເມືອງຣາມາໄປຫາໂຢນາທານແລະເວົ້າກັບເຂົາວ່າ, “ເປັນຫຍັງສະເດັດພໍ່ຂອງເຈົ້າຈຶ່ງຢາກຂ້າຂ້າພະເຈົ້າ ຂ້າພະເຈົ້າໄດ້ເຮັດຫຍັງຜິດບໍ” 2 ໂຢນາທານຈຶ່ງຕອບວ່າ, “ບໍ່ດອກ ສະເດັດພໍ່ຂອງເຮົາຈະບໍ່ຂ້າເຈົ້າ ສະເດັດພໍ່ຂອງເຮົາໄດ້ບອກໃຫ້ເຮົາຮູ້ທຸກໆສິ່ງທີ່ທ່ານຈະທໍາ ຈະເປັນສິ່ງສໍາຄັນຫລືບໍ່ກໍຕາມ ທ່ານບໍ່ໄດ້ປິດບັງຫຍັງເຮົາເລີຍ” 3 ແຕ່ດາວິດຕອບວ່າ, “ສະເດັດພໍ່ຂອງທ່ານຮູ້ດີວ່າ ທ່ານນິຍົມຊົມຊອບເຮົາຫລາຍ ພຣະອົງຈະບໍ່ບອກເຖິງແຜນການທີ່ພຣະອົງຈະທໍາໃຫ້ທ່ານຮູ້ນໍາດອກ ເພື່ອຈະບໍ່ໃຫ້ທ່ານເສົ້າເສັຽໃຈ ເຣົາຂໍສາບານໃນນາມພຣະຜູ້ເປັນເຈົ້າ ຜູ້ຊົງພຣະຊົນຢູ່ ແລະຕໍ່ຫນ້າທ່ານວ່າ ຄວາມຕາຍຢູ່ໃກ້ເຮົາທີ່ສຸດ” 4 ໂຢນາທານຕອບວ່າ, “ເຮົາຈະທໍາທຸກສິ່ງທີ່ທ່ານຕ້ອງການ” 5 ດາວິດຕອບວ່າ, “ມື້ອື່ນເປັນວັນສະຫລອງເດືອນອອກໃຫມ່ ເຮົາຈໍາເປັນຈະຕ້ອງຮັບປະທານຮ່ວມໂຕະກັບສະເດັດພໍ່ຂອງທ່ານ ແຕ່ວ່າ ຂໍໃຫ້ທ່ານອະນຸຍາດໃຫ້ເຮົາໄປລີ້ຢູ່ໃນທົ່ງນາຈົນເຖິງຕອນຄ່ໍາຂອງມື້ຮື 6 ຖ້າສະເດັດພໍ່ຂອງທ່ານເຫັນວ່າເຮົາບໍ່ຢູ່ທີ່ນັ້ນ ຂໍໃຫ້ທ່ານບອກພຣະອົງວ່າ ເຮົາໄດ້ຂໍອະນຸຍາດນໍາທ່ານເມືອເຮືອນທີ່ເມືອງເບັດເລເຮັມ ເພາະວ່າເປັນຍາມທີ່ຄອບຄົວຂອງເຮົາທັງຫມົດຖວາຍເຄື່ອງບູຊາປະຈໍາປີ 7 ຖ້າພຣະອົງເວົ້າວ່າ “ໄດ້ແລ້ວ ຂ້ອຍກໍຈະປອດພັຍ ແຕ່ຖ້າພຣະອົງຮ້າຍ ທ່ານກໍຈະເຫັນວ່າພຣະອົງຍັງຄິດອາຄາດບາດຫມາງເຮົາຢູ່ 8 ຈົ່ງກະຣຸນາທໍາກັບເຮົາດ້ວຍໄມຕຣີຈິດອັນດີເທີນ ແລະຈົ່ງຮັກສາຄໍາຫມັ້ນສັນຍາອັນສັກສິດທີ່ເຈົ້າໄດ້ມີຕໍ່ເຮົາ ແຕ່ຖ້າເຮົາເປັນຄົນຜິດ ທ່ານຈົ່ງຂ້າເຮົາເສັຽ ບໍ່ຕ້ອງໃຫ້ສະເດັດພໍ່ຂອງທ່ານລົງມືດອກ” 9 ໂຢນາທານຕອບວ່າ, “ຢ່າຄິດເຖິງເຣື່ອງຢ່າງນັ້ນ ຖ້າເຮົາຮູ້ແນ່ວ່າ ສະເດັດພໍ່ຂອງເຮົາຍັງບໍ່ສິ້ນສຸດທີ່ຈະທໍາອັນຕະຣາຍຕໍ່ເຈົ້າ ເຮົາຈະຕ້ອງບອກໃຫ້ທ່ານຮູ້ຈັກ” 10 ແລ້ວດາວິດຈຶ່ງຖາມຂຶ້ນວ່າ, “ຖ້າສະເດັດພໍ່ຂອງທ່ານຮ້າຍ ໃຜຈະມາບອກເຣົາ” 11 ໂຢນາທານຕອບວ່າ, “ໃຫ້ພວກເຮົາອອກໄປທີ່ທົ່ງນາ” ດັ່ງນັ້ນຈຶ່ງພາກັນອອກໄປທີ່ທົ່ງນາ 12 ໂຢນາທານໄດ້ເວົ້າກັບດາວິດວ່າ, “ຂໍໃຫ້ພຣະຜູ້ເປັນເຈົ້າຂອງພວກອິສຣາເອນ ຈົ່ງເປັນພຍານແກ່ພວກເຮົາດ້ວຍ ມື້ອື່ນແລະໃນມື້ຕໍ່ໄປໃນເວລາດຽວກັນນີ້ ເຮົາຈະຖາມສະເດັດພໍ່ຂອງເຮົາ ຖ້າທ່ານເຈຕນາດີຕໍ່ເຈົ້າເຮົາຈະບໍ່ສົ່ງຂ່າວມາຫາເຈົ້າ 13 ຖ້າຫາກວ່າທ່ານມີເຈຕນາຮ້າຍ ແຕ່ເຮົາບໍ່ສົ່ງຂ່າວມາຫາເຈົ້າ ເພື່ອໃຫ້ເຈົ້າຫນີໄປ ຂໍໃຫ້ພຣະຜູ້ເປັນເຈົ້າຂ້ຽນຕີເຮົາໃຫ້ຕາຍ ຂໍໃຫ້ພຣະອົງຊົງສະຖິດຢູ່ກັບເຈົ້າ ດັ່ງທີ່ພຣະອົງໄດ້ຊົງສະຖິດຢູ່ກັບສະເດັດພໍ່ຂອງເຮົາ 14 ແລະດຽວນີ້ ຖ້າເຮົາຍັງມີຊີວິດຢູ່ ຂໍໃຫ້ທ່ານຮັກສາຄໍາຫມັ້ນສັນຍາອັນສັກສິດນີ້ໄວ້ ແລະໃຫ້ຊື່ສັດຕໍ່ເຮົາ 15 ແຕ່ວ່າຖ້າເຮົາຕາຍໄປ ຈົ່ງສະແດງເຖິງຄວາມເມດຕາກະຣຸນາຢ່າງດຽວກັນນີ້ຕໍ່ຄອບຄົວຂອງເຮົາຕລອດໄປ ເມື່ອໃດຫາກພຣະຜູ້ເປັນເຈົ້າໄດ້ທໍາລາຍສັດຕຣູທັງຫມົດຂອງເຈົ້າແລ້ວ 16 ຂໍໃຫ້ຄໍາສັນຍາຂອງພວກເຮົາທີ່ມີຕໍ່ກັນຍັງຄົງຢູ່ ຖ້າວ່າເຈົ້າຜິດຄໍາສັນຍາ ພຣະຜູ້ເປັນເຈົ້າຈະຊົງລົງໂທດເຈົ້າ” 17 ຕໍ່ມາອີກ ໂຢນາທານໄດ້ຂໍຮ້ອງໃຫ້ດາວິດສັນຍາວ່າ ໃຫ້ຮັກຕົນເພາະວ່າໂຢນາທານໄດ້ຣັກດາວິດຫລາຍ ເທົ່າກັບຊີວິດຂອງຕົນເອງ 18 ແລ້ວໂຢນາທານຈຶ່ງເວົ້າຕໍ່ດາວິດວ່າ, “ມື້ອື່ນເປັນວັນສະຫລອງເດືອນອອກໃຫມ່ ຖ້າວ່າເຈົ້າບໍ່ຢູ່ຫັ້ນ ສະເດັດພໍ່ທ່ານກໍຈະເຫັນ 19 ໃນວັນຕໍ່ໄປ ທ່ານກໍຈະເຫັນເຈົ້າຂາດອີກ ດັ່ງນັ້ນ ຈົ່ງໄປລີ້ຢູ່ບ່ອນທີ່ເຈົ້າໄດ້ລີ້ຢູ່ຫວ່າງແຕ່ກ່ອນນັ້ນ ແລະໃຫ້ລີ້ຢູ່ທາງຫລັງກອງຫີນ 20 ແລ້ວເຮົາຈະຍິງລູກທະນູສາມລູກໄປໃສ່ບ່ອນນັ້ນເຫມືອນຍິງໃສ່ຈຸດໃດຈຸດນຶ່ງ 21 ຕໍ່ໄປເຮົາຈະບອກຊາຍຫນຸ່ມຄົນໃຊ້ຂອງເຮົາໄປຊອກຫາລູກຫນ້າທະນູນັ້ນມາ ແລະຖ້າເຮົາບອກເຂົາວ່າ, “ຫັ້ນເດ ລູກທະນູຢູ່ທາງນີ້ ເກັບເອົາແມ໋ ກໍຫມາຍຄວາມວ່າທ່ານປອດພັຍ ແລະອອກມາໄດ້ ເຮົາຂໍສາບານໃນພຣະນາມພຣະຜູ້ເປັນເຈົ້າວ່າ ທ່ານຈະບໍ່ເປັນອັນຕະຣາຍຢ່າງໃດ 22 ແຕ່ຖ້າເຮົາບອກເຂົາວ່າ “ລູກຫນ້າທະນູຢູ່ພຸ້ນ” ທ່ານຈົ່ງຫນີໄປ ເພາະວ່າພຣະຜູ້ເປັນເຈົ້າເປັນຜູ້ໃຊ້ທ່ານໄປ 23 ສ່ວນຄໍາຫມັ້ນສັນຍາທີ່ພວກເຮົາໄດ້ມີຕໍ່ກັນນັ້ນ ພຣະຜູ້ເປັນເຈົ້າເປັນພຍານ ແລະທໍາໃຫ້ພວກເຮົາຮັກສາມັນໄວ້ຕລອດໄປ” 24 ດັ່ງນັ້ນ ດາວິດຈຶ່ງໄປລີ້ຢູ່ໃນທົ່ງນາ ຝ່າຍເຈົ້າຊີວິດຊາອູນກໍສະເດັດມາຮັບປະທານອາຫານໃນວັນສະຫລອງເດືອນອອກໃຫມ່ 25 ແລະກໍນັ່ງຢູ່ແປະກັບຝາຕາມທີ່ເຄີຍນັ່ງ ອັບເນີກໍນັ່ງຖັດຕໍ່ທ່ານໄປ ໂຢນາທານນັ່ງກົງກັນຂ້າມກັບທ່ານ ສ່ວນບ່ອນນັ່ງຂອງດາວິດນັ້ນຫວ່າງເປົ່າ 26 ໃນວັນນັ້ນ ຊາອູນບໍ່ໄດ້ເວົ້າຫຍັງຫມົດ ເພາະທ່ານຄິດວ່າອາດມີບາງສິ່ງບາງຢ່າງເກີດຂຶ້ນໂດຍບໍ່ໄດ້ຄາດຝັນທີ່ທໍາໃຫ້ດາວິດມີມົນທິນ 27 ວັນຕໍ່ມາ ເປັນວັນຫລັງຈາກເດືອນອອກໃຫມ່ ບ່ອນຂອງດາວິດກໍຍັງຫວ່າງເປົ່າຢູ່ ຊາອູນຈຶ່ງຖາມໂຢນາທານວ່າ, “ເປັນຫຍັງມື້ວານນີ້ ແລະມື້ນີ້ດາວິດຈຶ່ງບໍ່ມາຮ່ວມຮັບປະທານອາຫານ” 28 ໂຢນາທານຕອບວ່າ, “ເຂົາຂໍອະນຸຍາດນໍາລູກໄປເມືອງເບັດເລເຮັມ” 29 ເຂົາໄດ້ເວົ້າວ່າ “ອະນຸຍາດໃຫ້ເຮົາເທາະ ເພາະວ່າຄອບຄົວຂອງເຮົາໄດ້ສະຫລອງງານຖວາຍບູຊາຢູ່ໃນເມືອງ ແລະພວກອ້າຍນ້ອງຂອງເຮົາກໍສັ່ງໃຫ້ເຮົາໄປທີ່ນັ້ນ ດັ່ງນັ້ນ ຖ້າເຈົ້າເປັນຫມູ່ຂອງເຮົາຈົ່ງອະນຸຍາດໃຫ້ເຮົາໄປຫາພີ່ນ້ອງຂອງເຮົາສາ ດ້ວຍເຫດນີ້ແຫລະ ດາວິດຈຶ່ງບໍ່ໄດ້ມາຮ່ວມໂຕະນໍາສະເດັດພໍ່” 30 ຊາອູນຈຶ່ງຮ້າຍໃຫ້ໂຢນາທານ ແລະເວົ້າຕໍ່ເຂົາວ່າ, “ລູກທໍຣະຍົດ ດຽວນີ້ເຣົາຮູ້ວ່າເຈົ້າເຂົ້າຂ້າງດາວິດ ແລະເຈົ້າກໍາລັງທໍາໃຫ້ເຈົ້າເອງກັບແມ່ເຈົ້າເສື່ອມເສັຽກຽດ 31 ຕລອດເວລາທີ່ດາວິດຍັງມີຊີວິດຢູ່ນີ້ ເຈົ້າຈະບໍ່ໄດ້ເປັນເຈົ້າຊີວິດຂອງປະເທດນີ້ຈັກເທື່ອ ດຽວນີ້ ຈົ່ງໄປນໍາຕົວເຂົາມານີ້ ເຂົາຄວນຈະຕາຍ” 32 ໂຢນານທານເວົ້າຂຶ້ນວ່າ, “ເປັນຫຍັງເຂົາຈຶ່ງຄວນຈະຕາຍ ເຂົາໄດ້ທໍາສິ່ງໃດຜິດ” 33 ໃນຂນະນັ້ນ ຊາອູນໄດ້ຖອດຫອກຂອງຕົນອອກເພື່ອຈະຂ້າໂຢນາທານ ໂຢນາທານຈຶ່ງຄິດພິຈາຣະນາໄດ້ວ່າ ບິດາຂອງຕົນຍັງບໍ່ຍຸດຕິທັມທີ່ຈະຂ້າດາວິດ 34 ດັ່ງນັ້ນ ເຂົາຈຶ່ງລຸກອອກຈາກໂຕະດ້ວຍຄວາມຮ້າຍ ແລະບໍ່ຍອມກິນຫຍັງເລີຍ ໃນວັນນັ້ນ ເປັນວັນທີສອງຂອງວັນສະຫລອງເດືອນອອກໃຫມ່ ເຂົາເສົ້າໂສກເສັຽໃຈຢ່າງຫນັກໃນເຣື່ອງນີ້ ເພາະບິດາຂອງເຂົາໄດ້ດູຖູກດາວິດ 35 ເຊົ້າວັນຕໍ່ມາ ໂຢນານທານກໍໄປພົບດາວິດຢູ່ທົ່ງນາ ຕາມທີ່ໄດ້ຕົກລົງກັນໄວ້ ເຂົາໄດ້ເອົາຊາຍຫນຸ່ມຜູ້ນຶ່ງໄປນໍາ 36 ເຂົາເວົ້າກັບຊາຍຫນຸ່ມນັ້ນວ່າ, “ຈົ່ງໄປເກັບເອົາລູກຫນ້າທະນູທີ່ຂ້ອຍຈະຍິງໄປນີ້ ເດັກນັ້ນກໍແລ່ນໄປ ໂຢນາທານຈຶ່ງຍິງທະນູໄປຕົກຂ້າງເຂົາ 37 ເມື່ອຊາຍຫນຸ່ມຜູ້ນັ້ນໄປຮອດບ່ອນລູກຫນ້າທະນູຕົກ ໂຢນາທານຈຶ່ງຮ້ອງໃສ່ເຂົາວ່າ, “ລູກທະນູຢູ່ພຸ້ນ ຢ່າຢືນຢູ່ທີ່ນັ້ນຈົ່ງຟ້າວໄປແມ໋” 38 ຊາຍຫນຸ່ມຄົນນັ້ນກໍໄປເກັບເອົາລູກທະນູແລ້ວກັບຄືນມາຫານາຍຂອງຕົນ ໂດຍບໍ່ຮູ້ຈັກຄວາມຫມາຍຫຍັງຫມົດ 39 ມີແຕ່ໂຢນາທານແລະດາວິດເທົ່ານັ້ນທີ່ຮູ້ຈັກ 40 ໂຢນາທານໄດ້ເອົາອາວຸດຂອງເຂົາໃຫ້ຊາຍຫນຸ່ມນັ້ນ ແລະບອກໃຫ້ເຂົາເອົາກັບຄືນເມືອໄວ້ໃນເມືອງ 41 ຫລັງຈາກຊາຍຫນຸ່ມຈາກໄປແລ້ວ ດາວິດກໍອອກມາຈາກບ່ອນລີ້ ກົ້ມຂາບລົງຕໍ່ຫນ້າໂຢນາທານສາມເທື່ອ ດາວິດກັບໂຢນາທານກອດກັນທັງຮ້ອງທັງໄຫ້ ດາວິດມີຄວາມໂສກເສົ້າເສັຽໃຈຫລາຍ 42 ແລ້ວໂຢນາທານຈຶ່ງເວົ້າຕໍ່ດາວິດວ່າ, “ຂໍໃຫ້ພຣະຜູ້ເປັນເຈົ້າສະຖິດຢູ່ກັບທ່ານ ຂໍພຣະຜູ້ເປັນເຈົ້າຊົງເປັນພຍານລະຫວ່າງເຈົ້າກັບຂ້ອຍ ແລະລະຫວ່າງເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຂ້ອຍ ວ່າຈະຮັກສາຄໍາຫມັ້ນສັນຍາອັນສັກສິດທີ່ເຮົາມີຕໍ່ກັນແລະກັນນີ້ໄວ້ຕລອດໄປ” ແລ້ວດາວິດກໍຈາກໄປ ສ່ວນໂຢນາທານກໍກັບຄືນເມືອໃນເມືອງ
ດາວິດຫນີໄປຈາກຊາອູນ
1 ແລ້ວດາວິດກໍມາຫາປະໂຣຫິດອາຮິເມເລກ ທີ່ເມືອງໂນບ ອາຮີເມເລກອອກມາຫາດາວິດຕົວສັ່ນຢູ່ເວົ້າກັບທ່ານວ່າ, “ເປັນຫຍັງທ່ານຈຶ່ງມາຄົນດຽວ ແລະບໍ່ມີຜູ້ໃດມາກັບທ່ານ” 2 ດາວິດຈຶ່ງເວົ້າກັບປະໂຣຫິດອາຮີເມເລກວ່າ, “ເຈົ້າຊີວິດຊົງບັນຊາຂ້າພະເຈົ້າໃຫ້ທໍາເຣື່ອງນຶ່ງ ຮັບສັ່ງແກ່ຂ້າພະເຈົ້າວ່າ “ຢ່າບອກເຣື່ອງຊຶ່ງເຣົາໃຊ້ເຈົ້າໄປກະທໍານັ້ນແກ່ຜູ້ໃດໃຫ້ຮູ້ເລີຍ ແລະດ້ວຍເຣື່ອງຊຶ່ງເຣົາມອບຫມາຍແກ່ເຈົ້ານັ້ນ” ຂ້າພະເຈົ້າໄດ້ນັດຫມາຍໄວ້ກັບພວກຄົນຫນຸ່ມໃນທີ່ແຫ່ງນຶ່ງ 3 ທ່ານມີຫຍັງຕິດມືຢູ່ແດ່ ຂໍເຂົ້າຈີ່ໃຫ້ແກ່ຂ້າພະເຈົ້າຈັກຫ້າກ້ອນ ຫລືສີ່ງໃດທີ່ມີຢູ່ທີ່ນີ້ກໍໄດ້” 4 ປະໂຣຫິດນັ້ນກໍຕອບດາວິດວ່າ, “ຂ້າພເຈົ້າບໍ່ມີເຂົ້າຈີ່ທໍາມະດາເລີຍ ແຕ່ມີເຂົ້າຈີ່ບໍຣິສຸດ ຂໍແຕ່ຄົນຫນຸ່ມໄດ້ຢູ່ຫ່າງໄກຈາກຜູ້ຍິງມາແລ້ວກໍແລ້ວກັນ” 5 ແລ້ວດາວິດກໍຕອບທ່ານປະໂຣຫິດວ່າ, “ທີ່ຈິງ ເມື່ອເຣົາທັງຫລາຍອອກໄປປະຕິບັດງານ ຜູ້ຍິງກໍຖືກກັນໄວ້ໃຫ້ຫ່າງໄກຈາກເຣົາຢ່າງທຸກຄັ້ງ ການເດີນທາງທໍາມະດາກາຍຂອງຄົນຫນຸ່ມກໍບໍຣິສຸດຢູ່ແລ້ວ ຍິ່ງວັນນີ້ກາຍຂອງເຣົາກໍຍິ່ງບໍຣິສຸດກວ່າ” 6 ດັ່ງນັ້ນປະໂຣຫິດຈຶ່ງມອບເຂົ້າຈີ່ໃຫ້ແກ່ດາວິດ ເພາະທີ່ນັ້ນບໍ່ມີເຂົ້າຈີ່ອື່ນນອກຈາກເຂົ້າຈີ່ທີ່ຕັ້ງຖວາຍ ຊຶ່ງເກັບມາຈາກຫນ້າພຣະພັກພຣະເຈົ້າເພື່ອວາງເຂົ້າຈີ່ໃຫມ່ ໃນວັນທີ່ເກັບເຂົ້າຈີ່ເກົ່ານັ້ນອອກໄປ 7 ໃນວັນນັ້ນມີຊາຍຄົນນຶ່ງຢູ່ທີ່ນັ້ນເປັນຜູ້ຮັບໃຊ້ຂອງຊາອູນ ມີທຸຣະຕ້ອງເຝົ້າພຣະຜູ້ເປັນເຈົ້າຢູ່ ເຂົາຊື່ວ່າໂດເອກ ຊາວເອໂດມເປັນຫົວຫນ້າຄົນລ້ຽງສັດຂອງຊາອູນ 8 ແລະດາວິດກ່າວແກ່ອາຮີເມເລກວ່າ, “ທ່ານບໍ່ມີຫອກ ຫລືດາບຕິດມືຢູ່ຈັກເຫລັ້ມນຶ່ງບໍ ຂ້າພະເຈົ້າບໍ່ໄດ້ເອົາດາບມານໍາ ຫລືເຄື່ອງອາວຸດຕິດມານໍາເລີຍ ເພາະກະສັດໄດ້ສັ່ງໃຫ້ຂ້າພະເຈົ້າອອກມາຢ່າງຟ້າວຟັ່ງ” 9 ປະໂຣຫິດນັ້ນຈຶ່ງກ່າວວ່າ, “ດາບຂອງໂກລີອາດຄົນຟີລິສຕິນ ຊຶ່ງທ່ານຂ້າເສັຽໃນພູດອຍເອລານັ້ນ ເບິ່ງແມ໋, ຍັງຫໍ່ຜ້າຢູ່ທີ່ຂ້າງຫລັງເອໂຟດ ຖ້າທ່ານຕ້ອງການດາບນັ້ນຈົ່ງເອົາໄປເຖີດ ນອກຈາກເຫລັ້ມນັ້ນແລ້ວກໍບໍ່ມີດາບອື່ນອີກ” ແລະດາວິດກ່າວວ່າ, “ບໍ່ມີດາບອື່ນເຫມືອນດາບເຫລັ້ມນັ້ນແລ້ວ ຂໍໃຫ້ຂ້າພະເຈົ້າເຖີດ”
ດາວິດຫນີໄປເມືອງກາດ
10 ແລະດາວິດກໍລຸກຂຶ້ນໃນວັນນັ້ນ ຫນີຈາກຊາອູນໄປຫາອາຄິສກະສັດເມືອງກາດ 11 ແລະມະຫາດເລັກຂອງອາຄິສທູນວ່າ, “ດາວິດຄົນນີ້ບໍ່ແມ່ນຫລືທີ່ເປັນກະສັດຂອງແຜ່ນດິນນັ້ນ ເຂົາບໍ່ໄດ້ເຕັ້ນຣໍາແລະຮ້ອງເພງກັນຫລືວ່າ “ຊາອູນຂ້າຄົນເປັນພັນ ແລະດາວິດຂ້າຄົນເປັນຫມື່ນ” 12 ດາວິດກໍຈໍາຖ້ອຍຄໍາເຫລົ່ານີ້ໄວ້ໃນໃຈ ແລະຢ້ານອາຄິສກະສັດເມືອງກາດ 13 ທ່ານຈຶ່ງທໍາທ່າເປັນຄົນເສັຽຈິດຕໍ່ຫນ້າເຂົາທັງຫລາຍ ແລະກະທໍາຕົນເປັນຄົນບ້າ ໂດຍຂີດຂຽນຕາມປະຕູ ແລະປ່ອຍໃຫ້ນໍ້າລາຍໄຫລລົງໃສ່ຫນວດ 14 ອາຄິສຈຶ່ງສັ່ງຜູ້ຮັບໃຊ້ຂອງທ່ານວ່າ, “ເຈົ້າເຫັນວ່າຄົນນັ້ນບ້າ ແລ້ວເຈົ້າພາເຂົາມາຫາເຮົາເຮັດຫຍັງ 15 ເຣົາມີຄົນບ້າບໍ່ພຽງພໍຊັ້ນບໍ ເຈົ້າຈຶ່ງພາຄົນນີ້ມາທໍາບ້າໃຫ້ເຣົາເບິ່ງ ຄົນຢ່າງນີ້ຄວນເຂົາມາໃນພຣະຣາຊວັງຂອງເຮົາບໍ”
1 ດາວິດກໍຈາກທີ່ນັ້ນຫນີໄປຢູ່ຖໍ້າ ອາດູນລາມ ເມື່ອອ້າຍຂອງທ່ານແລະເຊື້ອສາຍບິດາຂອງທ່ານທັງຫມົດໄດ້ຍິນເຣື່ອງເຂົາກໍລົງໄປຫາທ່ານທີ່ນັ້ນ 2 ນອກນັ້ນທຸກຄົນທີ່ມີຄວາມທຸກຍາກ ແລະທຸກຄົນທີ່ມີຫນີ້ສິນ ແລະທຸກຄົນທີ່ບໍ່ມີຄວາມພໍໃຈກໍພາກັນມາຫາທ່ານ ແລະທ່ານກໍເປັນຫົວຫນ້າຂອງເຂົາທັງຫລາຍ ມີຄົນມາຮ່ວມຢູ່ກັບທ່ານປະມານສີ່ຮ້ອຍຄົນ 3 ດາວິດກໍອອກຈາກທີ່ນັ້ນໄປຍັງເມືອງມິສປາໃນແຜ່ນດິນໂມອາບ ແລະທ່ານທູນເຈົ້າຊີວິດເມືອງໂມອາບວ່າ, “ຂໍໂຜດໃຫ້ບິດາມານດາຂອງຂ້າພະເຈົ້າມາຢູ່ກັບພຣະອົງເຖີດ ຈົນກວ່າຂ້າພະເຈົ້າຈະຮູ້ວ່າພຣະຜູ້ເປັນເຈົ້າຈະຊົງກະທໍາປະການໃດເພື່ອຂ້າພະເຈົ້າ” 4 ແລະທ່ານກໍນໍາບິດາມານດາມາຝາກໄວ້ກັບກະສັດເມືອງໂມອາບ ແລະທ່ານທັງສອງກໍອາໄສຢູ່ກັບເຈົ້າຊີວິດຕລອດເວລາທີ່ດາວິດຢູ່ໃນບ່ອນກໍາບັງເຂັ້ມແຂງ 5 ແລ້ວຜູ້ປະກາດພຣະທັມກາດກ່າວແກ່ດາວິດວ່າ, “ທ່ານຢ່າຢູ່ໃນທີ່ກໍາບັງເຂັ້ມແຂງນີ້ເລີຍ ຈົ່ງໄປເຂົ້າໃນແຜ່ນດິນຢູດາເຖີດ” ດາວິດກໍໄປ ແລະມາຢູ່ໃນປ່າເຣເຣທ
ຊາອູນຊົງປະຫານຊີວິດປະໂຣຫິດເມືອງໂນບ
6 ຝ່າຍຊາອູນຊົງຮູ້ວ່າມີຜູ້ພົບດາວິດແລະຄົນທີ່ຢູ່ກັບທ່ານ ເວລານັ້ນຊາອູນປະທັບທີ່ເມືອງກິເບອາໃຕ້ຕົ້ນສົນຫມອກໃນທີ່ເນີນພູ ຊົງຖືຫອກຢູ່ ແລະຜູ້ຮັບໃຊ້ຂອງພຣະອົງກໍຢືນຢູ່ຮອບພຣະອົງ 7 ແລະຊາອູນສັ່ງກັບຜູ້ຮັບໃຊ້ທີ່ຢືນຢູ່ຮອບພຣະອົງວ່າ, “ເຈົ້າທັງຫລາຍພວກຄົນເບັນຢາມີນ ຈົ່ງຟັງເຖີດ ບຸດຂອງເຈສຊີຈະໃຫ້ນາ ແລະສວນອະງຸ່ນແກ່ເຈົ້າຫລື ຈະຕັ້ງເຈົ້າໃຫ້ເປັນຜູ້ບັງຄັບການກອງພັນກອງຮ້ອຍຫລື 8 ເຈົ້າທັງຫລາຍຈຶ່ງໄດ້ຄິດກະບົດຕໍ່ເຣົາບໍ່ມີຜູ້ໃດແຈ້ງແກ່ເຣົາເລີຍ ເມື່ອລູກຂອງເຮົາທໍາພັນທະໄມຕຣີກັບບຸດເຈສຊີນັ້ນ ບໍ່ມີຜູ້ໃດຮ່ວມທຸກກັບເຮົາ ຫລືແຈ້ງແກ່ເຮົາວ່າ ລູກຂອງເຮົາປຸກປັ່ນຜູ້ຮັບໃຊ້ຂອງເຮົາໃຫ້ຕໍ່ສູ້ເຮົາ ຄອຍຊຸ່ມດັກຈັບເຮົາຢູ່ຢ່າງທຸກວັນນີ້” 9 ໂດເອກ ຊາວເອໂດມຊຶ່ງຢືນຢູ່ໃກ້ຜູ້ຮັບໃຊ້ຂອງຊາອູນຈຶ່ງທູນຕອບວ່າ, “ຂ້ານ້ອຍເຫັນບຸດເຈສຊີມາທີ່ເມືອງໂນບມາຫາອາຮີເມເລກບຸດຂອງອາຮີຕູບ 10 ແລ້ວເຂົາກໍທູນຖາມພຣະຜູ້ເປັນເຈົ້າໃຫ້ທ່ານ ແລະໃຫ້ສະບຽງອາຫານແກ່ທ່ານໄປ” 11 ແລ້ວເຈົ້າຊີວິດກໍໃຊ້ໃຫ້ໄປເອີ້ນປະໂຣຫິດອາຮີເມເລກ ບຸດອາຮີຕູບ ແລະເຊື້ອສາຍຂອງທ່ານທັງຫມົດ ຜູ້ເປັນປະໂຣຫິດເມືອງໂນບ ທຸກຄົນກໍມາຫາກະສັດ 12 ຊາອູນກ່າວວ່າ, “ບຸດອາຮີຕູບເອີຍ ຈົ່ງຟັງເຖີດ” ເຂົາທູນຕອບວ່າ, “ເຈົ້ານາຍຂອງຂ້າພຣະອົງ ຂ້າພຣະອົງຢູ່ທີ່ນີ້” 13 ຊາອູນສັ່ງແກ່ເຂົາວ່າ, “ເປັນຫຍັງເຈົ້າຈຶ່ງຮ່ວມກັນກະບົດຕໍ່ເຮົາທັງເຈົ້າແລະບຸດຂອງເຈສຊີ ໃນການທີ່ເຈົ້າໄດ້ໃຫ້ເຂົ້າຈີ່ ແລະດາບແກ່ເຂົາ ແລະໄດ້ທູນຖາມພຣະຜູ້ເປັນເຈົ້າໃຫ້ເຂົາ ເຂົາຈຶ່ງລຸກຂຶ້ນຕໍ່ສູ້ ແລະຄອຍຊຸ່ມດັກຈັບເຣົາຢູ່ຢ່າງທຸກວັນນີ້” 14 ແລະອາຮີເມເລກຕອບເຈົ້າຊີວິດວ່າ, “ໃນບັນດາຂ້າຣາຊການຜູ້ຮັບໃຊ້ຂອງພຣະອົງ ມີຜູ້ໃດແດ່ທີ່ຈະຊື່ສັດເຫມືອນດາວິດ ພຣະຣາຊບຸດເຂີຍຂອງເຈົ້າຊີວິດ ຜູ້ບັງຄັບບັນຊາທະຫານ ແລະເປັນຜູ້ມີກຽດໃນພຣະຣາຊສໍານັກຂອງພຣະອົງ 15 ໃນວັນນີ້ຂ້າພຣະອົງໄດ້ທູນຂໍພຣະຜູ້ເປັນເຈົ້າເພື່ອເຂົາຈິງຫລື ບໍ່ເລີຍ ຂໍກະສັດຢ່າຊົງກ່າວໂທດສິ່ງໃດຕໍ່ຜູ້ຮັບໃຊ້ຂອງພຣະອົງ ຫລືເຊື້ອສາຍຂອງບິດາຂອງຂ້າພຣະອົງ ເພາະຜູ້ຮັບໃຊ້ຂອງພຣະອົງບໍ່ຣູ້ເຣື່ອງນີ້ເລີຍວ່າຫລາຍຫລືຫນ້ອຍ” 16 ກະສັດສັ່ງວ່າ, “ອາຮີເມເລກ ເຈົ້າຈະຕ້ອງຕາຍແນ່ນອນ ທັງເຈົ້າແລະເຊື້ອສາຍຂອງບິດາຂອງເຈົ້ານໍາ” 17 ແລະກະສັດກໍຮັບສັ່ງແກ່ຣາຊອົງຄະຣັກຜູ້ຢືນເຝົ້າຢູ່ວ່າ, “ຈົ່ງຫັນມາປະຫານປະໂຣຫິດເຫລົ່ານີ້ຂອງພຣະຜູ້ເປັນເຈົ້າເສັຽ ເພາະວ່າມືຂອງເຂົາຢູ່ກັບດາວິດ ເຂົາຮູ້ແລ້ວວ່າມັນຫນີໄປ ແຕ່ບໍ່ແຈ້ງໃຫ້ເຮົາຮູ້” ແຕ່ຂ້າຣາຊການຜູ້ຮັບໃຊ້ຂອງກະສັດບໍ່ຍອມລົງມືທໍາກັບປະໂຣຫິດຂອງພຣະຜູ້ເປັນເຈົ້າ 18 ແລ້ວກະສັດຈຶ່ງສັ່ງໂດເອກວ່າ, “ເຈົ້າຈົ່ງໄປຂ້າປະໂຣຫິດເຫລົ່ານັ້ນ” ໂດເອກ ຊາວເອໂດມກໍໄດ້ຂ້າປະໂຣຫິດ ໃນວັນນັ້ນເຂົາຂ້າບຸກຄົນທີ່ສວມເອໂຟດຜ້າປ່ານແປດສິບຫ້າຄົນ 19 ແລະເຂົາປະຫານໂນບເມືອງຂອງປະໂຣຫິດເສັຽດ້ວຍຄົມດາບ ຂ້າເສັຽດ້ວຍຄົມດາບມີ ທັງຜູ້ຊາຍ ຜູ້ຍິງ ເດັກນ້ອຍ ງົວ ລໍແລະແກະ 20 ແຕ່ບຸດຊາຍຍຄົນນຶ່ງຂອງອາຮີເມເລກບຸດອາຮີຕູບ ຊື່ອາບີອາທາໄດ້ລອດພົ້ນ ແລະຫນີຕາມດາວິດໄປ 21 ອາບິອາທາກໍບອກດາວິດວ່າຊາອູນໄດ້ປະຫານປະໂຣຫິດຂອງພຣະຜູ້ເປັນເຈົ້າເສັຽ 22 ດາວິດຈຶ່ງເວົ້າກັບອາບິອາທາວ່າ, “ໃນວັນນັ້ນເມື່ອໂດເອກຢູ່ທີ່ນັ້ນ ເຮົາຮູ້ແລ້ວວ່າ ເຂົາຈະຕ້ອງທູນຊາອູນແນ່ນອນ ເຮົາເປັນຕົ້ນເຫດແຫ່ງການຕາຍຂອງບຸກຄົນໃນຄອບຄົວບິດາຂອງທ່ານ 23 ຈົ່ງຢູ່ກັບເຣົາເຖີດ ຢ່າຢ້ານເລີຍ ເພາະຖ້າເຂົາສແວງຫາຊີວິດຂອງທ່ານ ກໍສແວງຫາຊີວິດຂອງເຣົາດ້ວຍ ທ່ານຢູ່ກັບເຣົາກໍຈະພົ້ນພັຍ”
ດາວິດໃນເມືອງເກອີລາ
1 ເຂົາບອກດາວິດວ່າ, “ເບິ່ງແມ໋, ຄົນຟີລິສຕິນກໍາລັງຮົບເມືອງເກອີລາຢູ່ ແລະປຸ້ນເອົາເຂົ້າທີ່ຫາກໍເກັບກ່ຽວໃຫມ່” 2 ດາວິດຈຶ່ງທູນຖາມພຣະຜູ້ເປັນເຈົ້າວ່າ, “ຄວນທີ່ຂ້າພຣະອົງຈະໄປຕໍ່ສູ້ກັບຄົນຟີລິສຕິນເຫລົ່ານີ້ຫລືບໍ່” ແລະພຣະຜູ້ເປັນເຈົ້າສັ່ງກັບດາວິດວ່າ, “ຈົ່ງໄປຕໍ່ສູ້ຄົນຟີລິສຕິນ ແລະຊ່ອຍເມືອງເກອີລາໄວ້” 3 ແຕ່ຄົນຂອງດາວິດບອກທ່ານວ່າ, “ເບິ່ງແມ໋, ເຮົາຢູ່ໃນຢູດານີ້ກໍຍັງຢ້ານຢູ່ແລ້ວ ຖ້າເຮົາຂຶ້ນໄປຍັງເກອີລາສູ້ຮົບກັບກອງທັບຂອງຟີລິສຕິນເຣົາຍິ່ງຢ້ານຫລາຍຂຶ້ນເທົ່າໃດ” 4 ແລ້ວດາວິດກໍທູນຖາມພຣະຜູ້ເປັນເຈົ້າອີກ ແລະພຣະເຈົ້າສັ່ງຕອບທ່ານວ່າ, “ຈົ່ງລຸກຂຶ້ນລົງໄປຍັງເກອີລາເຖີດ ເພາະເຮົາຈະມອບຄົນຟີລິສຕິນໄວ້ໃນມືຂອງເຈົ້າ” 5 ດາວິດກັບຄົນຂອງທ່ານກໍໄປຍັງເກອີລາຕໍ່ສູ້ກັບຄົນຟີລິສຕິນ ນໍາເອົາສັດລ້ຽງຂອງເຂົາໄປ ແລະຂ້າຟັນເຂົາທັງຫລາຍເສັຽເປັນຈໍານວນຫລວງຫລາຍ ດັ່ງນັ້ນແຫລະ ດາວິດກໍໄດ້ຊ່ອຍຊາວເມືອງເກອີລາໄວ້ 6 ຢູ່ມາເມື່ອອາບິອາທາບຸດຂອງອາຮີເມເລກ ຫນີໄປຫາດາວິດທີ່ເມືອງເກອີລານັ້ນ ເຂົາຖືເອໂຟດລົງມານໍາ 7 ມີຄົນໄປທູນຊາອູນວ່າ ດາວິດມາທີ່ເກອີລາແລ້ວ ຊາອູນຈຶ່ງສັ່ງວ່າ, “ພຣະຜູ້ເປັນເຈົ້າຊົງມອບເຂົາໄວ້ໃນມືຂອງເຣົາແລ້ວ ເພາະທີ່ເຂົາເຂົ້າໄປໃນເມືອງທີ່ມີປະຕູແລະດານ ເຂົາກໍຂັງຕົວເອງໄວ້” 8 ແລະຊາອູນຊົງໃຫ້ເອີ້ນພົນທັງປວງເຂົ້າສົງຄາມ ໃຫ້ລົງໄປຍັງເກອີລາເພື່ອລ້ອມດາວິດກັບຄົນຂອງທ່ານໄວ້ 9 ດາວິດຮູ້ວ່າຊາອູນຊົງຄິດຮ້າຍຕໍ່ທ່ານ ທ່ານຈຶ່ງເວົ້າກັບປະໂຣຫິດອາບິອາທາວ່າ, “ຈົ່ງນໍາເອົາເອໂຟດມາທີ່ນີ້ເຖີດ” 10 ດາວິດກາບທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິສຣາເອນ ຜູ້ຮັບໃຊ້ຂອງພຣະອົງໄດ້ຍິນແລ້ວວ່າ ຊາອູນຫາຊ່ອງທາງທີ່ຈະມາຍັງເກອີລາເພື່ອທໍາລາຍເມືອງນີ້ເພາະຂ້າພຣະອົງເປັນເຫດ 11 ປະຊາຊົນຊາວເກອີລາຈະມອບຂ້າພຣະອົງໄວ້ໃນມືທ່ານຫລື ຊາອູນຈະສະເດັດມາດັ່ງທີ່ຜູ້ຮັບໃຊ້ຂອງພຣະອົງໄດ້ຍິນນັ້ນຫລື ຂ້າແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ ຂໍພຣະອົງຊົງບອກຜູ້ຮັບໃຊ້ຂອງພຣະອົງເຖີດ” ແລະພຣະຜູ້ເປັນເຈົ້າສັ່ງວ່າ, “ເຂົາຈະລົງມາ” 12 ແລ້ວດາວິດຈຶ່ງກາບທູນວ່າ, “ປະຊາຊົນຊາວເກອີລາຈະມອບຂ້າພຣະອົງກັບຄົນຂອງຂ້າພຣະອົງໄວ້ໃນມືຂອງຊາອູນຫລື” ແລະພຣະຜູ້ເປັນເຈົ້າກ່າວວ່າ, “ເຂົາທັງຫລາຍຈະມອບເຈົ້າໄວ້” 13 ແລ້ວດາວິດກັບຄົນຂອງທ່ານຊຶ່ງມີປະມານຫົກຮ້ອຍຄົນ ກໍລຸກຂຶ້ນໄປເສັຽຈາກເກອີລາ ແລະເຂົາທັງຫລາຍກໍໄປຕາມແຕ່ເຂົາຈະໄປໄດ້ ເມື່ອມີຄົນໄປທູນຊາອູນວ່າ ດາວິດຫນີໄປຈາກເກອີລາແລ້ວຊາອູນຊົງເລີກການຕິດຕາມ 14 ດາວິດກໍໄດ້ລີ້ຢູ່ໃນຖິ່ນກັນດານ ແລະຢູ່ໃນພູດອຍແຫ່ງຖິ່ນກັນດານ ແລະຊາອູນກໍຊົງຊອກຫາທ່ານທຸກວັນ ແຕ່ພຣະຜູ້ເປັນເຈົ້າບໍ່ໄດ້ມອບທ່ານໄວ້ໃນມືຂອງຊາອູນ 15 ດາວິດເຫັນວ່າຊາອູນໄດ້ຊົງອອກຕາມຫາເພື່ອຂ້າຕົນ ດາວິດຢູ່ປ່າ ຊີຟ ທີ່ໂຮເຣສ 16 ໂຢນາທານ ບຸດຊາຍຂອງຊາອູນໄດ້ລຸກຂຶ້ນໄປຫາດາວິດທີ່ ໂຮເຣສ ແລະສນັບສນຸນມືຂອງທ່ານໃຫ້ເຂັ້ມແຂງຂຶ້ນໃນພຣະຜູ້ເປັນເຈົ້າ 17 ໂຢນາທານເວົ້າກັບທ່ານວ່າ, “ຢ່າຢ້ານເລີຍ ຊາອູນພໍ່ຂອງຂ້ອຍຈະເຣັດຫຍັງເຈົ້າບໍ່ໄດ້ເລີຍ ເຈົ້າຈະໄດ້ເປັນກະສັດເຫນືອອິສຣາເອນ ແລະເຈົ້າຈະເປັນອຸປຣາຊ ຊາອູນພໍ່ຂອງຂ້ອຍກໍຮູ້ເຣື່ອງນີ້ດີ” 18 ແລ້ວທັງສອງກໍກະທໍາຄໍາສັນຍາຕໍ່ພຣະພັກພຣະຜູ້ເປັນເຈົ້າ ດາວິດຍັງຄ້າງຢູ່ທີ່ໂຮເຣສ ແລະໂຢນາທານກໍກັບຄືນໄປວັງ 19 ຝ່າຍຊາວຊີຟ ໄດ້ຂຶ້ນໄປຫາຊາອູນທີ່ເມືອງກິເບອາທູນວ່າ, “ດາວິດໄດ້ລີ້ຢູ່ຖ້າມກາງພວກຂ້າພຣະອົງ ໃນທີ່ກໍາບັງເຂັ້ມແຂງທີ່ໂຮເຣສ ເທິງເນີນພູ ຮາຄີລາຊຶ່ງຢູ່ໃຕ້ເຢຊີໂມນບໍ່ແມ່ນຫລື 20 ຂ້າແດ່ພຣະຣາຊາ ເພາະສະນັ້ນຂໍສະເດັດລົງໄປຕາມພຣະທັຍປາຖນາທີ່ຈະລົງໄປ ຝ່າຍພວກຂ້າພຣະອົງຈະມອບເຂົາໄວ້ໃນຫັດຂອງພຣະອົງ” 21 ແລະຊາອູນສັ່ງວ່າ, “ຂໍພຣະຜູ້ເປັນເຈົ້າຊົງອວຍພຣະພອນແກ່ພວກທ່ານ ເພາະພວກທ່ານປານີເຣົາ 22 ຈົ່ງໄປຫາເບິ່ງໃຫ້ແນ່ນ່ອນ ເບິ່ງໃຫ້ຮູ້ຄັກວ່າເຂົາຢູ່ໃສ ໃຜເຫັນເຂົາທີ່ນັ້ນແດ່ ເພາະມີຄົນບອກເຮົາວ່າ ເຂົາສລາດຫລາຍ 23 ເພາະສະນັ້ນຈົ່ງໄປສັງເກດເບິ່ງທີ່ຊຸ່ມວ່າເຂົາລີ້ຢູ່ໃສ ແລະກັບມາ ເອົາເນື້ອຄວາມແນ່ນອນມາບອກເຣົາ ແລ້ວເຮົາຈະໄປກັບທ່ານ ຖ້າເຂົາຢູ່ໃນເຂດແຜ່ນດິນ ເຮົາຈະຄົ້ນຫາເຂົາໃນຫມູ່ຄົນຕະກູນຢູດາ” 24 ເຂົາທັງຫລາຍກໍລຸກຂຶ້ນໄປເມືອງ ຊີຟ ກ່ອນຊາອູນ ຝ່າຍດາວິດກັບຄົນຂອງທ່ານຢູ່ໃນຖິ່ນກັນດານມາໂອນໃນອາຣາບາທາງທິດໃຕ້ເຢຊີໂມນ 25 ຊາອູນກັບຄົນຂອງພຣະອົງກໍຊອກຫາ ມີຄົນບອກດາວິດ ທ່ານຈຶ່ງລົງໄປຍັງສີລາ ແລະຢູ່ໃນຖິ່ນກັນດານມາໂອນ ເມື່ອຊາອູນຊົງຮູ້ດັ່ງນັ້ນກໍຊົງຕິດຕາມດາວິດໄປໃນຖິ່ນກັນດານມາໂອນ 26 ຊາອູນສະເດັດໄປຟາກພູຂ້າງນຶ່ງ ດາວິດກັບຄົນຂອງທ່ານຢູ່ທີ່ພູອີກຟາກນຶ່ງ ດາວິດກໍຟ້າວຫນີຈາກຊາອູນ ເພາະຊາອູນກັບຄົນຂອງພຣະອົງເຂົ້າມາໃກ້ດາວິດກັບຄົນຂອງທ່ານເພື່ອຈະຈັບ 27 ແຕ່ມີຜູ້ນໍາຂ່າວຄົນນຶ່ງມາທູນຊາອູນວ່າ, “ຂໍຈົ່ງສະເດັດກັບຄືນ ເພາະພວກຟີລິສຕິນຍົກກອງທັບມາປຸ້ນແຜ່ນດິນ” 28 ຊາອູນຈຶ່ງສະເດັດກັບຈາກການໄລ່ຕາມດາວິດໄປຮົບກັບຟີລິສຕິນ ເຂົາຈຶ່ງເອີ້ນທີ່ນັ້ນວ່າສີລາພົ້ນພັຍ 29 ດາວິດກໍຂຶ້ນໄປຈາກທີ່ນັ້ນໄປອາໄສຢູ່ໃນທີ່ກໍາບັງເຂັ້ມແຂງເມືອງເອນເກດີ
ດາວິດໄວ້ຊີວິດຊາອູນ
1 ເມື່ອຊາອູນກັບມາຈາກການຕໍ່ສູ້ກັບພວກຟີລິສຕິນກໍມີຄົນມາບອກວ່າ ດາວິດຢູ່ໃນຖິ່ນກັນດານໃກ້ໆເມືອງເອນເກດີ 2 ຊາອູນຈຶ່ງເອົາທະຫານຜູ້ເກັ່ງກ້າທີ່ສຸດໃນອິສຣາເອນສາມພັນຄົນອອກຊອກຫາດາວິດ ແລະທະຫານຂອງເຂົາຢູ່ທາງທິດຕາເວັນອອກຂອງຫີນດານແບ້ປ່າ 3 ຊາອູນໄດ້ເຂົ້າໄປຖ່າຍໃນຖ້ໍາແຫ່ງນຶ່ງໃກ້ໆກັບຄອກແກະຢູ່ແປະແຄມທາງ ສ່ວນດາວິດແລະທະຫານຂອງທ່ານກໍລີ້ຢູ່ໃນຖ້ໍານັ້ນ 4 ພວກທະຫານຈຶ່ງເວົ້າຕໍ່ດາວິດວ່າ, “ນີ້ແມ່ນໂຊກຂອງທ່ານແລ້ວ ພຣະຜູ້ເປັນເຈົ້າໄດ້ມອບສັດຕຣູຂອງທ່ານໄວ້ໃນອໍານາດຂອງທ່ານຕາມທີ່ຊົງບອກໄວ້ນັ້ນແລ້ວ ແລະບັດນີ້ ທ່ານຈົ່ງທໍາກັບສັດຕຣູຂອງທ່ານຕາມທີ່ຕ້ອງການ” ດາວິດໄດ້ຄານອອກມາແລ້ວຕັດເອົາເສື້ອຍາວຂອງຊາອູນໂດຍທີ່ພຣະອົງບໍ່ຮູ້ເມື່ອຫຍັງຫມົດ 5 ແຕ່ດາວິດກໍມີຄວາມຮູ້ສຶກເສັຽໃຈ ທີ່ທ່ານໄດ້ຕັດເຄື່ອງສລອງພຣະອົງຂອງຊາອູນ 6 ທ່ານຈຶ່ງເວົ້າກັບທະຫານຂອງຕົນວ່າ, “ຂໍພຣະຜູ້ເປັນເຈົ້າຢ່າອະນຸຍາດໃຫ້ຂ້ອຍທໍາອັນຕະຣາຍຢ່າງໃດຫມົດແກ່ເຈົ້ານາຍຂອງຂ້ອຍ ຊຶ່ງເປັນຜູ້ທີ່ພຣະຜູ້ເປັນເຈົ້າຊົງເລືອກເອົາເປັນເຈົ້າຊີວິດ ຂ້ອຍບໍ່ຄວນທໍາອັນຕະຣາຍແກ່ພຣະອົງເລີຍ ເພາະພຣະອົງເປັນເຈົ້າຊີວິດທີ່ພຣະຜູ້ເປັນເຈົ້າໄດ້ຊົງເລືອກໄວ້” 7 ດັ່ງນັ້ນ ດາວິດຈຶ່ງບອກໃຫ້ທະຫານຂອງຕົນຢ່າຕໍ່ສູ້ ຊາອູນ 8 ຊາອູນໄດ້ອອກຈາກຖ້ໍານັ້ນ ແລະໄດ້ເດີນທາງຕໍ່ໄປ ແລ້ວດາວິດກໍອອກໄປຕາມຫລັງພຣະອົງ ແລະເອີ້ນໃສ່ພຣະອົງວ່າ, “ພຣະອົງເອີຍ ຊາອູນກໍຫລຽວຫລັງເບິ່ງອ້ອມໆ ດາວິດກໍກົ້ມຂາບລົງດ້ວຍຄວາມນັບຖື 9 ແລ້ວທູນຖາມວ່າ, “ເປັນຫຍັງພຣະອົງຈຶ່ງຟັງສຽງປະຊາຊົນ ທີ່ເວົ້າວ່າຂ້ານ້ອຍກໍາລັງພຍາຍາມຈະທໍາຮ້າຍພຣະອົງ ພຣະອົງຊົງເຫັນດ້ວຍຕົນເອງແລ້ວວ່າ 10 ວັນນີ້ ທີ່ຖ້ໍານັ້ນພຣະຜູ້ເປັນເຈົ້າໄດ້ຊົງມອບພຣະອົງໄວ້ໃນມືຂອງຂ້ານ້ອຍ ບາງຄົນໄດ້ບອກຂ້ານ້ອຍໃຫ້ຂ້າພຣະອົງເສັຽ ແຕ່ວ່າຂ້ານ້ອຍຮູ້ສຶກອີດູຕົນພຣະອົງ ຂ້ານ້ອຍຈຶ່ງບອກວ່າ ຂ້ານ້ອຍບໍ່ຄວນທໍາອັນຕະຣາຍແກ່ພຣະອົງເລີຍ ເພາະວ່າພຣະອົງເປັນຜູ້ທີ່ພຣະຜູ້ເປັນເຈົ້າຊົງເລືອກໃຫ້ເປັນເຈົ້າຊີວິດ 11 ສະເດັດພໍ່ເອີຍ ຂໍຊົງທອດພຣະເນດເບິ່ງສົ້ນເສື້ອລ່າມຂອງພຣະອົງທີ່ຂ້ານ້ອຍກໍາລັງຖືຢູ່ນີ້ ຂ້ານ້ອຍໄດ້ຕັດມັນອອກ ແຕ່ວ່າຂ້ານ້ອຍບໍ່ໄດ້ຂ້າພຣະອົງນັ້ນເປັນສິ່ງທີ່ພຣະອົງຄວນຫມັ້ນໃຈວ່າຂ້ານ້ອຍບໍ່ໄດ້ຄິດກະບົດ ຫລືຄິດທໍາຮ້າຍພຣະອົງແຕ່ຢ່າງໃດ ແຕ່ເຖິງປານນັ້ນ ພຣະອົງກໍຍັງຕາມຂ້າຂ້ານ້ອຍ ໂດຍທີ່ຂ້ານ້ອຍບໍ່ໄດ້ທໍາຜິດຫຍັງຕໍ່ພຣະອົງ 12 ຂໍໃຫ້ພຣະຜູ້ເປັນເຈົ້າເປັນຜູ້ຕັດສິນລະຫວ່າງພວກເຮົາທັງສອງຄົນນີ້ໃຜເປັນຜູ້ຜິດ ຂໍໃຫ້ພຣະຜູ້ເປັນເຈົ້າຊົງລົງໂທດພຣະອົງໃນກິຈການທີ່ພຣະອົງໄດ້ກະທໍາຕໍ່ສູ້ຂ້ານ້ອຍ ເພາະວ່າຂ້ານ້ອຍບໍ່ໄດ້ທໍາອັນຕະຣາຍຕໍ່ສູ້ພຣະອົງແມ່ນແຕ່ນ້ອຍດຽວ 13 ພຣະອົງກໍຮູ້ໃນຄໍາໂບຮານທີ່ວ່າ “ຄວາມຊົ່ວກໍຕ້ອງແກ້ແຄ້ນດ້ວຍຄວາມຊົ່ວ” ແຕ່ຂ້ານ້ອຍບໍ່ໄດ້ທໍາຮ້າຍພຣະອົງຈົ່ງເບິ່ງວ່າ ເຈົ້າຊີວິດອິສຣາເອນກໍາລັງຈະຂ້າຜູ້ໃດ 14 ພຣະອົງຊົງໄລ່ຕິດຕາມຫຍັງ ໄລ່ຕິດຕາມຫມາຕາຍ ຫລືຕົວມັນ 15 ພຣະຜູ້ເປັນເຈົ້າຈະຊົງຕັດສິນວ່າ ໃຜໃນພວກເຮົາເປັນຄົນຜິດ ຂໍໃຫ້ພຣະອົງຊົງທອດພຣະເນດເບິ່ງໃນເຣື່ອງນີ້ ຂໍຊົງປ້ອງກັນໃຫ້ຂ້ານ້ອຍພົ້ົ້ນຈາກສະເດັດພໍ່ເທີນ” 16 ເມື່ອດາວິດເວົ້າສຸດແລ້ວ ຊາອູນກໍກ່າວວ່າ, “ດາວິດລູກຂອງພໍ່ເອີຍ ແມ່ນເຈົ້າແທ້ບໍທີ່ເວົ້ານັ້ນ” 17 ແລ້ວພຣະອົງກໍຮ້ອງໄຫ້ ແລະເວົ້າຕໍ່ດາວິດວ່າ, “ເຈົ້າເປັນຄົນຖືກ ແຕ່ຂ້ອຍເປັນຄົນຜິດ ເຈົ້າໄດ້ເຮັດດີຕໍ່ຂ້ອຍໃນຂນະທີ່ຂ້ອຍໄດ້ເຮັດຊົ່ວຕໍ່ເຈົ້າ 18 ວັນນີ້ ເຈົ້າໄດ້ສະແດງຄວາມເມດຕາກະຣຸນາຕໍ່ຂ້ອຍ ເພາະເຈົ້າບໍ່ໄດ້ຂ້າຂ້ອຍ ທັງໆທີ່ພຣະຜູ້ເປັນເຈົ້າຊົງໄດ້ມອບຂ້ອຍໄວ້ໃນມືຂອງເຈົ້າແລ້ວ 19 ຄົນທີ່ຈັບສັດຕຣູຂອງຕົນໄດ້ແລ້ວປ່ອຍໃຫ້ໄປຢ່າງປອດພັຍຈະມີບໍ ຂໍໃຫ້ພຣະຜູ້ເປັນເຈົ້າຊົງອວຍພຣະພອນໃນສິ່ງທີ່ເຈົ້າໄດ້ທໍາກັບຂ້ອຍໃນວັນນີ້ 20 ດຽວນີ້ ຂ້ອຍຮູ້ຢ່າງຄັກແນ່ແລ້ວວ່າ ເຈົ້າຈະເປັນເຈົ້າຊີວິດຂອງອິສຣາເອນ ແລະພຣະຣາຊອານາຈັກຈະຢູ່ໃຕ້ການປົກຄອງຂອງເຈົ້າຕໍ່ໄປ 21 ແຕ່ວ່າ ຂໍໃຫ້ສັນຍາກັບຂ້ອຍໃນນາມຂອງພຣະຜູ້ເປັນເຈົ້າວ່າ ເຈົ້າຈະສະຫງວນເຊື້ອສາຍຂອງຂ້ອຍໄວ້ ເພື່ອວ່າຊື່ຂ້ອຍແລະຊື່ຄອບຄົວຂອງຂ້ອຍຈະບໍ່ຖືກຫລົງລືມໄປຈົນຫມົດສິ້ນ 22 ດາວິດກໍສັນຍາວ່າ ທ່ານຈະປະຕິບັດຕາມ ແລ້ວຊາອູນກໍກັບຄືນເມືອ ສ່ວນດາວິດແລະທະຫານຂອງທ່ານກໍກັບຄືນເມືອບ່ອນລີ້ຂອງພວກເຂົາ
ການຕາຍຂອງຊາມູເອນ
1 ຝ່າຍຊາມູເອນກໍເສັຽຊີວິດ ແລະຄົນອິສຣາເອນທັງປວງກໍປະຊຸມກັນໄວ້ທຸກໃຫ້ແກ່ທ່ານ ແລະເຂົາທັງຫລາຍກໍຝັງສົບທ່ານໄວ້ໃນບ້ານຂອງທ່ານທີ່ເມືອງຣາມາ ແລະດາວິດກໍລຸກຂຶ້ນໄປຍັງຖິ່ນກັນດານປາຣານ
ດາວິດແລະເມັຽຂອງນາບານ
2 ມີຊາຍຄົນນຶ່ງໃນເມືອງມາໂອນ ມີການງານຢູ່ໃນເມືອງກາຣ໌ເມນ ຊາຍຜູ້ນັ້ນຮັ່ງມີຫລາຍ ມີແກະສາມພັນໂຕ ແລະແບ້ນຶ່ງພັນ ເຂົາຕັດຂົນແກະຂອງເຂົາຢູ່ທີ່ກາຣ໌ເມນ 3 ຊາຍຄົນນັ້ນຊື່ ນາບານ ແລະເມັຽຂອງທ່ານຊື່ ອາບິກາອີນ ຍິງຄົນນັ້ນມີຄວາມຮອບຄອບ ແລະຫນ້າຕາສວຍງາມ ແຕ່ຊາຍຄົນນັ້ນເປັນຄົນສາມັນ ແລະປະພຶດຕົວບໍ່ດີ ເປັນວົງວານຂອງກາເລັບ 4 ດາວິດຢູ່ໃນຖິ່ນກັນດານຮູ້ວ່າ ນາບານກໍາລັງຕັດຂົນແກະຂອງເຂົາຢູ່ 5 ດາວິດຈຶ່ງໃຊ້ຊາຍຫນຸ່ມສິບຄົນ ແລະດາວິດສັ່ງຊາຍຫນຸ່ມເຫລົ່ານັ້ນວ່າ, “ຈົ່ງຂຶ້ນໄປທີ່ກາຣ໌ເມນໄປຫານາບານ ແລະຄໍານັບເຂົາໃນນາມຂອງເຮົາ 6 ທ່ານທັງຫລາຍຈົ່ງກ່າວຄໍາຄໍານັບເຂົາເຊັ່ນນີ້ວ່າ “ສັນຕິສຸກຈົ່ງມີແກ່ທ່ານ ສັນຕິສຸກຈົ່ງມີແກ່ຄອບຄົວຂອງທ່ານ ແລະສັນຕິສຸກຈົ່ງແກ່ບັນດາສິ່ງທີ່ທ່ານມີ 7 ຂ້າພະເຈົ້າໄດ້ຍິນວ່າທ່ານມີຄົນຕັດຂົນແກະ ຝ່າຍຜູ້ລ້ຽງແກະຂອງທ່ານນັ້ນຢູ່ກັບເຮົາ ເຮົາບໍ່ໄດ້ກະທໍາອັນຕະຣາຍເຂົາເລີຍແລະເຂົາກໍບໍ່ໄດ້ຂາດສິ່ງໃດໄປຕລອດເວລາທີ່ເຂົາຢູ່ໃນກາຣ໌ເມນ 8 ຂໍຖາມຄົນຫນຸ່ມຂອງທ່ານເບິ່ງວ່າ ເຂົາທັງຫລາຍຄົງຈະບອກແກ່ທ່ານ ເພາະສະນັ້ນຂໍໃຫ້ຄົນຫນຸ່ມຂອງຂ້າພະເຈົ້າໄດ້ຮັບຄວາມກະຣຸນາໃນສາຍຕາຂອງທ່ານ ເພາະເຮົາມາໃນວັນມີການລ້ຽງ ຂໍທ່ານໄດ້ໃຫ້ສິ່ງທີ່ມີຕິດມືຂອງທ່ານແກ່ພວກຜູ້ຮັບໃຊ້ຂອງທ່ານ ແລະແກ່ດາວິດບຸດຂອງທ່ານ” 9 ເມື່ອພວກຄົນຫນຸ່ມຂອງດາວິດມາເຖິງກໍກ່າວຄໍາເຫລົ່ານັ້ນແກ່ນາບານໃນນາມຂອງດາວິດ ແລະເຂົາທັງຫລາຍກໍຄອຍຢູ່ 10 ແລະນາບານຕອບຄົນຮັບໃຊ້ຂອງດາວິດວ່າ, “ດາວິດແມ່ນໃຜ ບຸດຂອງເຈສຊີແມ່ນໃຜ ສະໄຫມນີ້ມີຄົນໃຊ້ເປັນຈໍານວນຫລາຍທີ່ຫນີໄປຈາກນາຍຂອງຕົນ 11 ຄວນຫລືທີ່ເຮົາຈະນໍາເຂົ້າຈີ່ຂອງເຮົາ ແລະນໍ້າຂອງເຮົາ ແລະຊີ້ນຂອງເຣົາ ຊຶ່ງເຮົາໄດ້ຂ້າເສັຽສໍາລັບຄົນຕັດຂົນແກະຂອງເຮົາມອບໃຫ້ແກ່ຄົນຊຶ່ງມາຈາກໃສກໍບໍ່ຮູ້“ 12 ພວກຄົນຫນຸ່ມຂອງດາວິດກໍກັບຄືນ ແລະມາບອກເຣື່ອງຣາວທັງສິ້ນນີ້ແກ່ດາວິດ 13 ແລະດາວິດສັ່ງຄົນຂອງທ່ານວ່າ, “ທຸກຄົນຈົ່ງເອົາດາບຄາດແອວໄວ້” ແລະທຸກຄົນກໍເອົາດາບຄາດແອວຂອງຕົນ ແລະດາວິດກໍເອົາດາບຄາດແອວ ແລະມີຄົນຕິດຕາມດາວິດໄປປະມານສີ່ຮ້ອຍຄົນ ສ່ວນອີກສອງຮ້ອຍຄົນຢູ່ເຝົ້າກອງສັມພາຣະ 14 ແຕ່ມີຄົນຫນຸ່ມຄົນນຶ່ງໄປບອກນາງອາບິກາອີນເມັຽຂອງນາບານວ່າ, “ເບິ່ງແມ໋, ດາວິດສົ່ງຜູ້ນໍາຂ່າວມາຈາກຖິ່ນກັນດານເພື່ອຈະຄໍານັບນາຍຂອງເຮົາ ແລະນາຍກັບເວົ້າຮ້າຍໃຫ້ກັບຄົນເຫລົ່ານັ້ນ 15 ແຕ່ຄົນເຫລົ່ານັ້ນເຄີຍຕໍ່ເຮົາຫລາຍ ແລະເຣົາບໍ່ຕ້ອງຖືກທໍາຮ້າຍຢ່າງໃດເລີຍ ແລະບໍ່ຂາດສິ່ງໃດຕາບໃດທີ່ເຮົາໄປກັບເຂົາ ເມື່ອເຮົາຢູ່ໃນທົ່ງນາ 16 ເຂົາເປັນເຫມືອນກໍາແພງຂອງເຮົາທັງກາງຄືນແລະກາງເວັນ 17 ບັດນີ້ ຂໍທ່ານຮູ້ເຣື່ອງນີ້ແລະພິຈາຣະນາວ່າ ທ່ານຄວນຈະທໍາປະການໃດ ເພາະເຂົາຄົງມຸ່ງຮ້າຍຕໍ່ນາຍຂອງເຮົາ ແລະຕໍ່ຄອບຄົວທັງສິ້ນຂອງນາຍ ນາຍນັ້ນເປັນຄົນສາມຫາວ ໃຜຈະເວົ້ານໍາກໍບໍ່ໄດ້” 18 ແລ້ວນາງອາບິກາອີນກໍຟ້າວຈັດຂະຫນົມສອງຮ້ອຍກ້ອນ ແລະເຫລົ້າອະງຸ່ນສອງຖົງຫນັງ ແລະແກະທີ່ທໍາຮຽບຮ້ອຍແລ້ວຫ້າໂຕ ແລະເຂົ້າຂົ້ວຫ້າຖັງ ແລະອະງຸ່ນແຫ້ງຮ້ອຍຊໍ່ ແລະຂະຫນົມຫມາກເດື່ອສອງຮ້ອຍແຜ່ນບັນທຸກຫລັງລໍ 19 ນາງກໍສັ່ງຊາຍຫນຸ່ມຂອງນາງວ່າ, “ຈົ່ງຟ້າວໄປກ່ອນເຮົາ ເຮົາຈະຕາມເຈົ້າໄປ” ແຕ່ນາງບໍ່ໄດ້ບອກນາບານຜົວຂອງນາງ 20 ເມື່ອນາງຂີ່ລໍລົງມາມີສັນພູບັງຝ່າຍນາງຢູ່ ດາວິດກັບທະຫານຂອງທ່ານກໍລົງມາທາງນາງ ແລະນາງກໍພົບເຂົາທັງຫລາຍເຂົ້າ 21 ດາວິດກ່າວໄວ້ແລ້ວວ່າ, “ເຮົາໄດ້ເຝົ້າທຸກສິ່ງທີ່ຄົນນີ້ຢູ່ໃນຖິ່ນກັນດານເສັຽເປົ່າ ບໍ່ມີສິ່ງໃດຂອງເຂົາຂາດໄປເລີຍ ແລະເຂົາຍັງກະທໍາຄວາມຊົ່ວຕໍ່ເຣົາຕອບແທນຄວາມດີ 22 ຖ້າເຖິງມື້ອື່ນເຊົ້າເຣົາຍັງປ່ອຍໃຫ້ຊາຍຈັກຄົນນຶ່ງໃນບັນດາທີ່ເຂົາມີຢູ່ນັ້ນເຫລືອຢູ່ ກໍຂໍພຣະເຈົ້າຊົງລົງໂທດດາວິດ ແລະຍິ່ງຫນັກກວ່າ” 23 ເມື່ອນາງອາບິກາອີນເຫັນດາວິດ ນາງກໍຟ້າວລົງຈາກຫລັງລໍ ຊົບຫນ້າລົງຕໍ່ດາວິດກາບລົງເຖິງດິນ 24 ນາງກາບລົງທີ່ຕີນຂອງດາວິດກ່າວວ່າ, “ເຈົ້ານາຍຂອງຂ້ານ້ອຍ ຄວາມຜິດນັ້ນຢູ່ທີ່ຂ້ານ້ອຍແຕ່ຜູ້ດຽວ ຂໍໃຫ້ຜູ້ຮັບໃຊ້ຂອງທ່ານໄດ້ເວົ້າໃຫ້ທ່ານຟັງ ຂໍທ່ານໄດ້ໂຜດຟັງສຽງຜູ້ຮັບໃຊ້ຂອງທ່ານ 25 ຂໍເຈົ້ານາຍຂອງຂ້ານ້ອຍຢ່າໄດ້ເອົາຄວາມກັບນາບັນ ຊາຍສາມຫາວຄົນນີ້ເລີຍ ຄືນາບານ ເພາະເຂົາເປັນຢ່າງທີ່ຊື່ຂອງເຂົາບອກ ນາບານເປັນຊື່ຂອງເຂົາ ແລະຄວາມໂງ່ຈ້າກໍຢູ່ກັບເຂົາ ແຕ່ຂ້ານ້ອຍຜູ້ຮັບໃຊ້ຂອງທ່ານບໍ່ໄດ້ເຫັນພວກຄົນຫນຸ່ມຂອງເຈົ້ານາຍຊຶ່ງທ່ານໄດ້ໃຊ້ໄປນັ້ນ 26 ເຫດສະນັ້ນເຈົ້ານາຍຂອງຂ້ານ້ອຍ ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ສັນໃດ ແລະທ່ານມີຊີວິດຢູ່ສັນໃດ ດ້ວຍວ່າພຣະຜູ້ເປັນເຈົ້າຊົງກະທໍາໃຫ້ທ່ານຣະງັບເສັຽໄປຈາກຄວາມຜິດທີ່ທໍາໃຫ້ໂລຫິດຕົກ ແລະຈາກການແກ້ແຄ້ນດ້ວຍມືຂອງທ່ານເອງ ເພາະສະນັ້ນຂໍໃຫ້ສັດຕຣູຂອງທ່ານ ແລະບັນດາຜູ້ທີ່ກະທໍາຮ້າຍຕໍ່ເຈົ້ານາຍຂອງຂ້ານ້ອຍຈົ່ງເປັນຢ່າງລາບານ 27 ສິ່ງເຫລົ່ານີ້ຊຶ່ງຜູ້ຮັບໃຊ້ຂອງທ່ານໄດ້ນໍາມາໃຫ້ເຈົ້ານາຍຂອງຂ້ານ້ອຍ ຂໍມອບໃຫ້ແກ່ບັນດາຄົນຫນຸ່ມ ຊຶ່ງຕິດຕາມເຈົ້ານາຍຂອງຂ້ານ້ອຍ 28 ໄດ້ໂຜດອະພັຍຄວາມຜິດຂອງຜູ້ຣັບໃຊ້ຂອງທ່ານເຖີດ ເພາະພຣະຜູ້ເປັນເຈົ້າຄົງຊົງກະທໍາໃຫ້ເຈົ້ານາຍຂອງຂ້ານ້ອຍເປັນເຊື້ອສາຍທີ່ຫມັ້ນຄົງ ດ້ວຍວ່າເຈົ້ານາຍຂອງຂ້ານ້ອຍທໍາສົງຄາມຢູ່ຝ່າຍພຣະຜູ້ເປັນເຈົ້າ ຕາບໃດທີ່ທ່ານມີຊີວິດຢູ່ຈະຫາຄວາມຊົ່ວທີ່ຕົວທ່ານບໍ່ໄດ້ເລີຍ 29 ເຖິງແມ່ນມີຄົນລຸກຂຶ້ນໄລ່ຕິດຕາມທ່ານ ແລະປອງຈະຂ້າທ່ານ ຊີວິດຂອງເຈົ້ານາຍຂອງຂ້ານ້ອຍຈະຜູກມັດຢູ່ກັບກຸ່ມຊີວິດຊຶ່ງຢູ່ໃນຄວາມພິທັກຮັກສາຂອງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານ ແຕ່ຊີວິດຂອງສັດຕຣູຂອງທ່ານຈະຖືກແກວ່ງອອກໄປດັ່ງອອກໄປຈາກກະຖຸນ 30 ແລະເມື່ອພຣະຜູ້ເປັນເຈົ້າຊົງກະທໍາແກ່ເຈົ້ານາຍຂອງຂ້ານ້ອຍແລ້ວ ຕາມບັນດາຄວາມດີຊຶ່ງພຣະອົງຊົງລັ່ນວາຈາກ່ຽວກັບທ່ານ ແລະຊົງຕັ້ງທ່ານໄວ້ເປັນເຈົ້ານາຍເຫນືອອິສຣາເອນ 31 ເຈົ້ານາຍຂອງຂ້ານ້ອຍຈະບໍ່ມີເຫດທີ່ຕ້ອງເສົ້າໃຈຫລືຣະກໍາໃຈ ເພາະໄດ້ກະທໍາໃຫ້ໂລຫິດເຂົາຕົກດ້ວຍບໍ່ມີສາເຫດຫລື ເພາະເຈົ້ານາຍຂອງຂ້ານ້ອຍທໍາການແກ້ແຄ້ນເສັຽເອງ ແລະເມື່ອພຣະຜູ້ເປັນເຈົ້າຊົງກະທໍາຄວາມດີແກ່ເຈົ້ານາຍຂອງຂ້ານ້ອຍແລ້ວກໍຂໍລະນຶກເຖິງຜູ້ຮັບໃຊ້ຂອງທ່ານດ້ວຍ” 32 ດາວິດຈຶ່ງກ່າວແກ່ອາບິກາອີນວ່າ, “ສາທຸການແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນຜູ້ຊົງໃຊ້ເຈົ້າໃຫ້ມາພົບເຮົາໃນວັນນີ້ 33 ຂໍໃຫ້ຄວາມສຸຂຸມຂອງເຈົ້າຮັບພຣະພອນ ແລະຂໍໃຫ້ຕົວເຈົ້າໄດ້ຮັບພຣະພອນ ເພາະເຈົ້າໄດ້ປ້ອງກັນເຣົາໃນວັນນີ້ໃຫ້ພົ້ນຈາກຄວາມຜິດທີ່ທໍາໃຫ້ໂລຫິດຕົກ ແລະຈາກການແກ້ແຄ້ນດ້ວຍມືຂອງເຮົາເອງ 34 ເພາະພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິສຣາເອນຜູ້ຊົງຣະງັບເຣົາເສັຽຈາກການກະທໍາຮ້າຍເຈົ້າ ຊົງພຣະຊົນຢູ່ສັນໃດ ຖ້າເຈົ້າບໍ່ໄດ້ຟ້າວມາພົບເຮົາເສັຽເຖິງມື້ອື່ນເຊົ້າຄົງບໍ່ມີເຫລືອຈັກຄົນນຶ່ງເປັນແນ່” 35 ແລ້ວດາວິດກໍຮັບບັນດາສິ່ງທີ່ນາງນໍາມາຈາກມືຂອງນາງ ແລະດາວິດກ່າວແກ່ນາງວ່າ, “ຈົ່ງກັບຄືນໄປຍັງບ້ານເຮືອນຂອງເຈົ້າດ້ວຍສັນຕິສຸກເຖີດ ເຮົາໄດ້ຟັງສຽງຂອງເຈົ້າແລ້ວ ແລະເຣົາກໍໄດ້ອະນຸໂລມຕາມຄໍາຂໍຮ້ອງຂອງເຈົ້າ” 36 ແລ້ວອາບິກາອີນກໍກັບຄືນໄປຫານາບານ ແລະເຂົາກໍາລັງມີການລ້ຽງໃນບ້ານຂອງເຂົາຢ່າງການລ້ຽງຂອງກະສັດ ແລະຈິດໃຈຂອງນາບານກໍເບີກບານມ່ວນຊື່ນຢູ່ ເພາະເຂົາມືນເມົາຫລາຍ ນາງຈຶ່ງບໍ່ໄດ້ບອກຫຍັງໃຫ້ເຂົາຮູ້ຈົນເວລາຮຸ່ງເຊົ້າ 37 ໃນເວລາເຊົ້າ ເມື່ອເຫລົ້າອະງຸ່ນສ່າງຈາກນາບານໄປແລ້ວ ເມັຽຂອງເຂົາກໍເລົ່າເຫດການເຫລົ່ານີ້ໃຫ້ຟັງ ແລະຈິດໃຈຂອງເຂົາກໍຕາຍເສັຽພາຍໃນ ແລະເຂົາກາຍເປັນດັ່ງກ້ອນຫີນ 38 ຢູ່ມາອີກປະມານສິບວັນພຣະຜູ້ເປັນເຈົ້າຊົງປະຫານນາບານ ແລະທ່ານກໍສິ້ນຊີວິດ 39 ເມື່ອດາວິດໄດ້ຍິນວ່ານາບານເສັຽຊີວິດແລ້ວ ທ່ານຈຶ່ງວ່າ, “ສາທຸການແດ່ພຣະຜູ້ເປັນເຈົ້າຜູ້ຊົງແກ້ແຄ້ນການຢຽບຫຍາມທີ່ຂ້າພຣະອົງໄດ້ຮັບຈາກມືຂອງນາບານ ແລະຊົງປ້ອງກັນຜູ້ຮັບໃຊ້ຂອງພຣະອົງບໍ່ໃຫ້ທໍາຄວາມຊົ່ວ ພຣະຜູ້ເປັນເຈົ້າຊົງຕອບແທນການກະທໍາຊົ່ວຂອງນາບານໃຫ້ຕົກເທິງຫົວຂອງເຂົາເອງ ແລ້ວດາວິດກໍສົ່ງຄົນໄປສູ່ຂໍອາບິກາອີນໃຫ້ມາເປັນເມັຽຂອງທ່ານ 40 ເມື່ອຜູ້ຮັບໃຊ້ຂອງດາວິດມາເຖິງອາບິກາອີນທີ່ກາຣ໌ເມນ ເຂົາທັງຫລາຍກໍເວົ້າກັບນາງວ່າ, “ດາວິດໄດ້ໃຫ້ເຮົາທັງຫລາຍມານໍາເຈົ້າໄປໃຫ້ເປັນເມັຽຂອງທ່ານ” 41 ແລະນາງກໍລຸກຂຶ້ນຊົບຫນ້າລົງເຖິງດິນກ່າວວ່າ, “ເບິ່ງແມ໋, ຜູ້ຮັບໃຊ້ຂອງທ່ານເປັນຜູ້ຮັບໃຊ້ທີ່ຈະລ້າງຕີນໃຫ້ແກ່ຜູ້ຮັບໃຊ້ແຫ່ງເຈົ້ານາຍຂອງຂ້ານ້ອຍ” 42 ອາບິກາອີນກໍຟ້າວລຸກຂຶ້ນຂີ່ລໍໂຕນຶ່ງພ້ອມກັບສາວໃຊ້ບົວລະບັດນາງອີກຫ້າຄົນ ນາງຕາມຜູ້ນໍາຂ່າວຂອງດາວິດໄປ ແລະໄດ້ເປັນເມັຽຂອງດາວິດ 43 ດາວິດຍັງໄດ້ຮັບນາງອາຮີໂນອາມ ຊາວເຢສເຣເອນມາດ້ວຍ ແລະທັງສອງກໍເປັນເມັຽຂອງດາວິດ 44 ຊາອູນໄດ້ຊົງຍົກມີຄານ ບຸດສາວຂອງພຣະອົງ ຜູ້ເປັນເມັຽຂອງດາວິດ ໃຫ້ແກ່ປັນຕີບຸດລາອິສ ຊາວກັນລິມ
ດາວິດໄວ້ຊີວິດຊາອູນທີ່ຊິຟ
1 ຊາວຊີຟມາຫາຊາອູນທີ່ເມືອງກິເບອາທູນວ່າ, “ດາວິດລີ້ຢູ່ເທິງພູ ຮາຄີລາ ຊຶ່ງຢູ່ທາງຕາເວັນອອກຂອງເຢຊີໂມນບໍ່ແມ່ນຫລື” 2 ຊາອູນຈຶ່ງຊົງລຸກຂຶ້ນລົງໄປທີ່ຖິ່ນກັນດານຊີຟ ພ້ອມກັບຊາຍອີສຣາເອນທີ່ຄັດເລືອກໄວ້ແລ້ວສາມພັນຄົນ ເພື່ອຊອກຫາດາວິດໃນຖິ່ນກັນດານຊີຟ 3 ຊາອູນຊົງຕັ້ງຄ້າຍຢູ່ທີ່ພູຮາຄີລາ ຊຶ່ງຢູ່ຂ້າງຖນົນທາງທິດຕາເວັນອອກຂອງເຢຊີໂມນ ແຕ່ດາວິດຍັງຄົງຢູ່ໃນຖິ່ນກັນດານ ແລະເມື່ອທ່ານເຫັນວ່າຊາອູນສະເດັດມາຫາທ່ານທີ່ໃນຖິ່ນກັນດານ 4 ດາວິດກໍສົ່ງຜູ້ສອດແນມອອກໄປ ຈຶ່ງຮູ້ວ່າຊາອູນຊົງຍົກມາແນ່ແລ້ວ 5 ແລ້ວດາວິດກໍລຸກຂຶ້ນມາຍັງທີ່ຊຶ່ງຊາອູນຊົງຕັ້ງຄ້າຍຢູ່ ແລະດາວິດກໍເຫັນບ່ອນທີ່ຊາອູນບັນທົມພ້ອມກັບອັບເນີບຸດເນີແມ່ທັບ ຊາອູນບັນທົມຢູ່ກາງເຂດຄ້າຍ ຝ່າຍກອງທັບກໍຕັ້ງຄ້າຍຢູ່ຮອບພຣະອົງ 6 ແລ້ວດາວິດກໍເວົ້າກັບອາຮີເມເລກ ຊາວຮິດຕີ ແລະອາບີຊັຍບຸດຂອງນາງເຊຣູຢາ ນ້ອງຊາຍຂອງໂຢອາບວ່າ, “ຜູ້ໃດຈະລົງໄປໃນຄ້າຍຂອງຊາອູນກັບເຣົາແດ່” ອາບີຊັຍຕອບວ່າ, “ຂ້າພະເຈົ້າຈະລົງໄປກັບທ່ານ” 7 ດາວິດແລະອາບີຊັຍຈຶ່ງລົງໄປທີ່ກອງທັບໃນເວລາກາງຄືນ ແລະເບິ່ງແມ໋, ຊາອູນບັນທົມຢູ່ກາງເຂດຄ້າຍ ມີຫອກປັກຢູ່ບ່ອນທີ່ດິນຊື່ຫົວ ອັບເນີກັບພວກພົນກໍນອນລ້ອມພຣະອົງຢູ່ 8 ອາບີຊັຍເວົ້າກັບດາວິດວ່າ, “ໃນວັນນີ້ພຣະຜູ້ເປັນເຈົ້າຊົງມອບສັດຕຣູຂອງທ່ານໄວ້ໃນມືຂອງທ່ານແລ້ວ ບັດນີ້ຂໍໃຫ້ຂ້າພະເຈົ້າແທງເຂົາດ້ວຍຫອກໃຫ້ຕິດດິນ ຄັ້ງດຽວກໍພໍ ແລະຂ້າພະເຈົ້າບໍ່ຕ້ອງແທງເຂົາຄັ້ງທີ່ສອງ” 9 ແຕ່ດາວິດບອກອາບີຊັຍວ່າ, “ຂໍຢ່າທໍາລາຍພຣະອົງເລີຍ ເພາະຜູ້ໃດຈະຢຽດມືອອກຕໍ່ສູ້ຜູ້ຊຶ່ງພຣະຜູ້ເປັນເຈົ້າຊົງຊະໂລມຫົດສົງໄວ້ ແລະຈະບໍ່ມີຄວາມຜິດ” 10 ແລະດາວິດກ່າວວ່າ, “ພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ພຣະຜູ້ເປັນເຈົ້າຈະຊົງຂ້າພຣະອົງທ່ານເອງ ຫລືຈະເຖິງວັນກໍານົດທີ່ພຣະອົງຕ້ອງສິ້ນພຣະຊົນ ຫລືພຣະອົງຈະສະເດັດເຂົ້າສົງຄາມແລະພິນາດເສັຽ 11 ຂໍພຣະຜູ້ເປັນເຈົ້າຊົງຫ້າມປາມຂ້າພະເຈົ້າບໍ່ໃຫ້ຢຽດມືອອກຕໍ່ສູ້ຜູ້ທີ່ພຣະອົງຊົງຊະໂລມຫົດສົງໄວ້ ບັດນີ້ຈົ່ງເອົາຫອກທີ່ຢູ່ຊື່ພຣະສຽນກັບເຢືອກນໍ້າ ແລະໃຫ້ເຮົາໄປກັນເຖີດ” 12 ດາວິດຈຶ່ງເອົາຫອກແລະເຢືອກນໍ້າຈາກທີ່ພຣະສຽນຂອງຊາອູນ ແລະເຂົາທັງສອງກໍອອກໄປ ບໍ່ມີໃຜເຫັນບໍ່ມີໃຜຮູ້ ແລະບໍ່ມີໃຜຕື່ນເພາະເຂົາຫລັບສນິດທຸກຄົນ ເພາະພຣະຜູ້ເປັນເຈົ້າຊົງບັນດານໃຫ້ເຂົາຫລັບສນິດ 13 ດາວິດກໍຂ້າມໄປອີກຟາກນຶ່ງໄປຢືນຢູ່ເທິງຍອດພູໄກອອກໄປ ມີທີ່ຫວ່າງກວ້າງໃຫຍ່ລະຫວ່າງທັງສອງຝ່າຍ 14 ດາວິດກໍຮ້ອງເອີ້ນພວກພົນແລະເອີ້ນອັບເນີບຸດເນີວ່າ, “ອັບເນີເອີຍ ທ່ານບໍ່ຕອບຫລື” ແລ້ວອັບເນີຕອບວ່າ, “ໃຜຫັ້ນທີ່ມາຮ້ອງເອີ້ນພຣະຣາຊາ” 15 ດາວິດຕອບອັບເນີວ່າ, “ທ່ານບໍ່ແມ່ນຜູ້ຊາຍດອກຫລື ໃນອິສຣາເອນມີໃຜເຫມືອນທ່ານແດ່ ເປັນຫຍັງທ່ານບໍ່ເຝົ້າກະສັດເຈົ້ານາຍຂອງທ່ານໄວ້ໃຫ້ດີ ເພາະມີຄົນນຶ່ງເຂົ້າໄປຈະທໍາລາຍກະສັດເຈົ້ານາຍຂອງທ່ານ 16 ທີ່ທ່ານກະທໍາເຊັ່ນນີ້ບໍ່ດີ ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ສັນໃດ ທ່ານຄວນຕາຍເພາະທ່ານບໍ່ໄດ້ເຝົ້າເຈົ້ານາຍຂອງທ່ານໄວ້ໃຫ້ດີ ຜູ້ທີ່ພຣະຜູ້ເປັນເຈົ້າຊົງຊະໂລມຫົດສົງໄວ້ ບັດນີ້ກວດເບິ່ງດູວ່າ ຫອກຂອງກະສັດຢູ່ໃສ ແລະເຢືອກນໍ້າທີ່ຊື່ພຣະສຽນນັ້ນຢູ່ໃສ” 17 ຊາອູນຊົງຈໍາສໍານຽງດາວິດໄດ້ຈຶ່ງກ່າວວ່າ, “ດາວິດບຸດຂອງຂ້າເອີຍ ນີ້ເປັນສຽງຂອງເຈົ້າຫລື” ແລະດາວິດທູນວ່າ, “ຂ້າແດ່ພຣະຣາຊາ ເຈົ້ານາຍຂອງຂ້ານ້ອຍ ເປັນສຽງຂອງຂ້າພຣະອົງ” 18 ທ່ານທູນຕໍ່ໄປວ່າ, “ເຫດໃດເຈົ້ານາຍຂອງຂ້ານ້ອຍຈຶ່ງໄລ່ຕິດຕາມຜູ້ຮັບໃຊ້ຂອງພຣະອົງ ຂ້ານ້ອຍໄດ້ກະທໍາສິ່ງໃດໄປ ມືຂ້ານ້ອຍຜິດໄປຢ່າງໃດ 19 ເພາະສະນັ້ນບັດນີ້ຂໍພຣະຣາຊາເຈົ້ານາຍຂອງຂ້ານ້ອຍຊົງຟັງສຽງຜູ້ຮັບໃຊ້ຂອງພຣະອົງ ຖ້າພຣະຜູ້ເປັນເຈົ້າຊົງປຸກປັ່ນຂ້ານ້ອຍຕໍ່ສູ້ພຣະອົງ ຂໍພຣະຜູ້ເປັນເຈົ້າໃຫ້ໄດ້ຮັບເຄື່ອງຖວາຍ ຖ້າເປັນຄົນຍຸ ກໍຂໍຄົນນັ້ນເປັນທີ່ສາບແຊ່ງຕໍ່ພຣະພັກພຣະຜູ້ເປັນເຈົ້າ ເພາະເຂົາໄດ້ຂັບໄລ່ຂ້ານ້ອຍອອກໄປໃນວັນນີ້ບໍ່ ໃຫ້ໄດ້ສ່ວນມໍຣະດົກຂອງພຣະຜູ້ເປັນເຈົ້າ ໂດຍກ່າວວ່າ, “ຈົ່ງໄປບົວລະບັດພຣະອື່ນ” 20 ເຫດສັນນັ້ນບັດນີ້ ຂໍຢ່າໃຫ້ໂລຫິດຂອງຂ້ານ້ອຍຕົກເຖິງດິນໄກຈາກພຣະພັກພຣະຜູ້ເປັນເຈົ້າ ເພາະເຈົ້າຊີວິດຂອງອິສຣາເອນໄດ້ອອກມາຫາຊີວິດຫມັດໂຕດຽວ ດັ່ງຜູ້ນຶ່ງໄລ່ຕິດຕາມນົກກະທາຢູ່ເທິງພູ” 21 ແລ້ວຊາອູນຕອບວ່າ, “ເຮົາໄດ້ກະທໍາຜິດແລ້ວ ດາວິດບຸດຂອງເຣົາເອີຍ ຈົ່ງກັບຄືນເຖີດ ເຮົາຈະບໍ່ທໍາຮ້າຍເຈົ້າອີກຕໍ່ໄປ ເພາະໃນວັນນີ້ຊີວິດຂອງເຮົາກໍປະເສີດໃນສາຍຕາຂອງເຈົ້າ ເບິ່ງແມ໋, ເຮົາສໍາແດງຕົວເປັນຄົນໂງ່ຈ້າແລະໄດ້ກະທໍາຜິດຫລາຍ” 22 ແລະດາວິດທູນວ່າ, “ຂ້າແດ່ພຣະຣາຊາ ຫອກນັ້ນຢູ່ທີ່ນີ້ ຂໍຮັບສັ່ງໃຫ້ຄົນຫນຸ່ມຄົນນຶ່ງມາຮັບໄປຈາກທີ່ນີ້ 23 ພຣະຜູ້ເປັນເຈົ້າຊົງປະທານຮາງວັນແກ່ທຸກຄົນຕາມຄວາມຊອບທັມ ແລະຄວາມສັດຊື່ຂອງເຂົາ ເພາະໃນວັນນີ້ພຣະຜູ້ເປັນເຈົ້າຊົງມອບພຣະອົງໄວ້ໃນມືຂອງຂ້າພຣະອົງແລ້ວ ແຕ່ຂ້າພຣະອົງບໍ່ໄດ້ຢຽດມືອອກຕໍ່ສູ້ຜູ້ທີ່ພຣະຜູ້ເປັນເຈົ້າຊົງຊະໂລມຫົດສົງໄວ້ 24 ເບິ່ງແມ໋, ໃນສາຍຕາຂອງຂ້ານ້ອຍ ຊີວິດຂອງພຣະອົງນັ້ນປະເສີດ ຈຶ່ງຂໍໃຫ້ຊີວິດຂອງຂ້າພຣະອົງປະເສີດໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ ແລະຂໍພຣະອົງຊົງຊ່ອຍກູ້ຂ້າພຣະອົງໃຫ້ພົ້ນຈາກບັນດາຄວາມທຸກຍາກລໍາບາກ” 25 ແລ້ວຊາອູນຈຶ່ງກ່າວກັບດາວິດວ່າ, “ດາວິດບຸດຂອງເຮົາເອີຍ ຂໍພຣະຜູ້ເປັນເຈົ້າຊົງອວຍພອນເຈົ້າ ເຈົ້າຈະກະທໍາຫລາຍສິ່ງຫລາຍຢ່າງແລະຈະສໍາເຣັດ“ດາວິດຈຶ່ງໄປຕາມທາງຂອງທ່ານ ແລະຊາອູນກໍສະເດັດກັບສູ່ຣາຊສໍານັກຂອງພຣະອົງ
ດາວິດຢູ່ໃນຫມູ່ຄົນຟີລິສຕິນ
1 ດາວິດຄິດໃນໃຈວ່າ, “ເຮົາຄົງຈະພິນາດຈັກວັນນຶ່ງດ້ວຍມືຂອງຊາອູນ ບໍ່ມີສິ່ງໃດດີກວ່າທີ່ເຮົາຈະຫນີໄປຢູ່ທີ່ແຜ່ນດິນຄົນຟີລິສຕິນ ແລ້ວຊາອູນກໍຈະຊົງເລີກບໍ່ຕິດຕາມເຣົາອີກພາຍໃນເຂດແດນອິສຣາເອນ ແລະເຮົາຈະລອດພົ້ນຈາກມືຂອງທ່ານໄດ້” 2 ດາວິດຈຶ່ງລຸກຂຶ້ນຍົກຂ້າມໄປ ທັງຕົວທ່ານ ແລະທະຫານທີ່ຢູ່ກັບທ່ານຫົກຮ້ອຍຄົນດ້ວຍກັນ ໄປຫາອາຄິສ ບຸດມາໂອກ ກະສັດເມືອງກາດ 3 ດາວິດກໍອາໄສຢູ່ກັບອາຄິສທີ່ເມືອງກາດ ຄືຕົວທ່ານແລະທະຫານຂອງທ່ານ ທຸກຄົນມີຄອບຄົວໄປດ້ວຍ ທັງດາວິດພ້ອມກັບເມັຽສອງຄົນ ຄືອາຮີໂນອາມຊາວເຢສເຣເອນ ແລະອາບິກາອີນຊາວກາຣ໌ເມນແມ່ຫມ້າຍຂອງນາບານ 4 ເມື່ອມີຄົນໄປທູນຊາອູນວ່າ ດາວິດໄດ້ຫນີໄປເມືອງກາດແລ້ວ ພຣະອົງກໍບໍ່ໍໄດ້ຊອກຫາທ່ານອີກຕໍ່ໄປ 5 ແລ້ວດາວິດຈຶ່ງທູນອາຄິສວ່າ, “ຖ້າຂ້າພຣະອົງເປັນທີ່ໂຜດປານໃນສາຍພຣະເນດຂອງພຣະອົງ ຂໍຊົງໃຫ້ເຂົາມອບທີ່ຢູ່ໃນຫົວເມືອງແກ່ຂ້າພຣະອົງຈັກແຫ່ງນຶ່ງ ເພື່ອຂ້າພຣະອົງຈະໄດ້ອາໄສຢູ່ທີ່ນັ້ນ ເຫດໃດຜູ້ຮັບໃຊ້ຂອງພຣະອົງຈະຢູ່ໃນກຸງກັບພຣະອົງ” 6 ໃນວັນນັ້ນອາຄິສຊົງມອບເມືອງຊິກລາກໃຫ້ ຊິກລາກຈຶ່ງເປັນຫົວເມືອງຂຶ້ນແກ່ກະສັດຢູດາຈົນເຖິງທຸກວັນນີ້ 7 ລະຍະເວລາທີ່ດາວິດເຂົ້າໄປຢູ່ໃນແຜ່ນດິນຟີລິສຕິນນັ້ນເປັນນຶ່ງປີກັບສີ່ເດືອນ 8 ຝ່າຍດາວິດກັບທະຫານຂອງທ່ານກໍຂຶ້ນໄປປຸ້ນຊາວເກຊູຣ໌ ຄົນກີຣ໌ຊິດ ແລະຄົນອາມາເລກ ເພາະປະຊາຊາດເຫລົ່ານີ້ເປັນຊາວແຜ່ນດິນນັ້ນຕັ້ງແຕ່ສະໄຫມໂບຮານ ໄກໄປຈົນເຖິງເມືອງຊູຣ໌ ເຖິງແຜ່ນດິນເອຢິບ 9 ດາວິດກໍໂຈມຕີແຜ່ນດິນນັ້ນ ບໍ່ໄວ້ຊີວິດຜູ້ຊາຍ ຫລືຜູ້ຍິງ ແຕ່ຍຶດແກະ ງົວ ລໍ ອູດ ແລະເຄື່ອງນຸ່ງ ແລ້ວກັບຄືນມາຫາອາຄິສ 10 ເມື່ອໃດອາຄິສຖາມວ່າ, “ວັນນີ້ທ່ານໄປປຸ້ນຜູ້ໃດມາ” ດາວິດກໍທູນຕອບວ່າ, “ປຸ້ນຖິ່ນໃຕ້ທີ່ແຜ່ນດິນຢູດາ” ຫລື “ປຸ້ນເນເກັບທີ່ຕະກູນເຢຣາເມເອນ” ຫລື “ປຸ້ນຖິ່ນໃຕ້ເກນິດ” 11 ດາວິດບໍ່ໄດ້ໄວ້ຊີວິດຜູ້ຊາຍຫລືຜູ້ຍິງ ທີ່ຈະນໍາມາທີ່ເມືອງກາດ ໂດຍຄິດວ່າ “ຢ້ານວ່າເຂົາຈະບອກເຣື່ອງຂອງເຮົາແລະກ່າວວ່າ, “ດາວິດໄດ້ທໍາຢ່າງນັ້ນ” ນີ້ເປັນວິທີການຂນະທີ່ທ່ານອາໄສຢູ່ໃນແຜ່ນດິນຟີລິສຕິນ 12 ອາຄິສຊົງວາງພຣະທັຍໃນດາວິດດ້ວຍຊົງດໍາຣິວ່າ, “ເຂົາໄດ້ກະທໍາໃຫ້ອິສຣາເອນຊົນຊາດຂອງພຣະອົງກຽດຊັງຢ່າງທີ່ສຸດ ເຫດສັນນັ້ນເຂົາຈຶ່ງເປັນຜູ້ຮັບໃຊ້ຂອງເຮົາໄດ້ຕລອດໄປ”
1 ຢູ່ມາໃນຄັ້ງນັ້ນຄົນຟີລິສຕິນໄດ້ຮວບຮວມກໍາລັງ ເພື່ອທໍາສົງຄາມສູ້ຮົບກັບອິສຣາເອນ ແລະອາຄິສສັ່ງກັບດາວິດວ່າ, “ຈົ່ງເຂົ້າໃຈເຖີດວ່າ ທ່ານກັບຄົນຂອງທ່ານຈະອອກທັບໄປກັບເຮົາ” 2 ດາວິດທູນອາຄິສວ່າ, “ດີ ຂ້າພຣະອົງຈະໄດ້ຮູ້ວ່າຜູ້ຮັບໃຊ້ຂອງພຣະອົງຈະກະທໍາສິ່ງໃດໄດ້ແດ່” ແລະອາຄິສຮັບສັ່ງກັບດາວິດວ່າ, “ດີແລ້ວ ເຮົາຈະໃຫ້ທ່ານເປັນອົງຄະຣັກຂອງເຮົາຕລອດຊີພ”
ຊາອູນແລະຄົນຊົງທີ່ເມືອງເອນໂດຣ໌
3 ຝ່າຍຊາມູເອນໄດ້ເສັຽຊີວິດແລ້ວ ແລະຄົນອິສຣາເອນທັງປວງກໍໄວ້ທຸກໃຫ້ທ່ານ ແລະຝັງສົບທ່ານໄວ້ໃນເມືອງຣາມາ ຊຶ່ງເປັນເມືອງຂອງທ່ານເອງ ແລະຊາອູນຊົງກໍາຈັດຄົນຊົງແລະພໍ່ມົດແມ່ມົດເສັຽຈາກແຜ່ນດິນ 4 ຄົນຟີລິສຕິນກໍຊຸມນຸມກັນແລະມາຕັ້ງຄ້າຍຢູ່ທີ່ ຊູເນມ ແລະຊາອູນຊົງຮວບຮວມອິສຣາເອນທັງສິ້ນ ແລະເຂົາທັງຫລາຍຕັ້ງຄ້າຍຢູ່ທີ່ເມືອງກີນໂບອາ 5 ເມື່ອຊາອູນທອດພຣະເນດກອງທັບຂອງຄົນຟີລິສຕິນກໍຢ້ານ ແລະພຣະທັຍຂອງພຣະອົງກໍຫວັ່ນໄຫວຫລາຍ 6 ເມື່ອຊາອູນທູນຖາມພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າບໍ່ໄດ້ຊົງຕອບພຣະອົງ ບໍ່ວ່າດ້ວຍຄວາມຝັນ ຫລືດ້ວຍອູຣີມ ຫລືດ້ວຍຜູ້ປະກາດພຣະທັມ 7 ຊາອູນຈຶ່ງຮັບສັ່ງກັບມະຫາດເລັກຂອງພຣະອົງວ່າ, “ຈົ່ງອອກໄປຫາຍິງທີ່ເປັນຄົນຊົງ ເພື່ອເຣົາຈະໄດ້ໄປຫາແລະຖາມເຂົາເບິ່ງ” ແລະມະຫາດເລັກກໍກາບທູນວ່າ, “ເບິ່ງແມ໋, ມີຍິງຄົນຊົງຄົນນຶ່ງຢູ່ທີ່ບ້ານເອນໂດຣ໌ 8 ຊາອູນຈຶ່ງປອມພຣະອົງ ແລະຊົງສລອງພຣະອົງຢ່າງອື່ນສະເດັດອອກໄປພ້ອມກັບຊາຍສອງຄົນ ໄປຫາຍິງຄົນຊົງໃນເວລາກາງຄືນ ພຣະອົງສັ່ງວ່າ, “ຂໍທໍານວາຍໃຫ້ເຮົາໂດຍວິນຍານຂອງຄົນຕາຍ ເຮົາຈະຊື່ຜູ້ໃດກໍໃຫ້ເອີ້ນຜູ້ນັ້ນຂຶ້ນມາ” 9 ຍິງຄົນນັ້ນຈຶ່ງທູນຕອບພຣະອົງວ່າ, “ທ່ານຄົງຮູ້ແນ່ແລ້ວວ່າຊົງກະທໍາສິ່ງໃດ ທີ່ໄດ້ກໍາຈັດຄົນຊົງ ແລະພໍ່ມົດແມ່ມົດເສັຽຈາກແຜ່ນດິນ ເປັນຫຍັງທ່ານຈຶ່ງມາວາງກັບດັກຊີວິດຂອງຂ້າພະເຈົ້າ“ 10 ແຕ່ຊາອູນຊົງສາບານກັບຍິງນັ້ນໃນພຣະນາມຂອງພຣະຜູ້ເປັນເຈົ້າວ່າ “ພຣະເຈົ້າຜູ້ຊົງພຣະຊົນຢູ່ສັນໃດ ເຈົ້າຈະບໍ່ຖືກໂທດເພາະເຣື່ອງນີ້ສັນນັ້ນ” 11 ຍິງນັ້ນຈຶ່ງທູນຖາມວ່າ, “ທ່ານຈະໃຫ້ຂ້າພະເຈົ້າເອີ້ນໃຜຂຶ້ນມາ” ຊາອູນກ່າວວ່າ, “ເອີ້ນຊາມູເອນຂຶ້ນມາໃຫ້ເຮົາ” 12 ແລະເມື່ອຍິງນັ້ນເຫັນຊາມູເອນ ຈຶ່ງຮ້ອງສຽງດັງ ແລະຍິງນັ້ນກໍກາບທູນຊາອູນວ່າ, “ເຫດໃດພຣະອົງຈຶ່ງຊົງລໍ້ລວງຂ້ານ້ອຍ ພຣະອົງຄືຊາອູນ” 13 ກະສັດສັ່ງແກ່ນາງວ່າ, “ຢ່າຢ້ານເລີຍ ເຈົ້າໄດ້ເຫັນຫຍັງ” ແລະຍິງນັ້ນກາບທູນຊາອູນວ່າ, “ຂ້ານ້ອຍເຫັນເທບພຣະເຈົ້າອົງນຶ່ງສະເດັດຂຶ້ນມາຈາກແຜ່ນດິນ” 14 ພຣະອົງຖາມວ່າ, “ຮູບຮ່າງຂອງເຂົາເປັນຢ່າງໃດ” ແລະນາງຕອບວ່າ, “ເປັນຜູ້ຊາຍແກ່ຂຶ້ນມາມີເສື້ອຄຸມກາຍຢູ່” ຊາອູນກໍຊົງຮູ້ວ່າເປັນຊາມູເອນ ພຣະອົງຊົງໂນ້ມພຣະກາຍລົງເຖິງດິນຂາບໄຫວ້ 15 ແລ້ວຊາມູເອນເວົ້າກັບຊາອູນວ່າ, “ທ່ານຮົບກວນເຮົາດ້ວຍເອີ້ນເຮົາຂຶ້ນມາເຮັດຫຍັງ” ຊາອູນຊົງຕອບວ່າ, “ຂ້າພະເຈົ້າມີຄວາມທຸກຫນັກ ເພາະຄົນຟີລິສຕິນກໍາລັງມາທໍາສົງຄາມກັບຂ້າພະເຈົ້າ ແລະພຣະຜູ້ເປັນເຈົ້າຊົງຫັນຫນີຈາກຂ້າພະເຈົ້າເສັຽແລ້ວ ບໍ່ໄດ້ຊົງຕອບຂ້າພະເຈົ້າອີກເລີຍ ບໍ່ວ່າໂດຍຜູ້ປະກາດພຣະທັມ ຫລືໂດຍຄວາມຝັນ ເພາະສະນັ້ນຂ້າພະເຈົ້າຈຶ່ງຂໍເອີ້ນທ່ານຂຶ້ນມາເພື່ອທ່ານຈະໄດ້ແຈ້ງວ່າ ຂ້າພະເຈົ້າຈະກະທໍາປະການໃດດີ” 16 ຊາມູເອນຕອບວ່າ, “ໃນເມື່ອພຣະຜູ້ເປັນເຈົ້າຊົງຫັນຫນີຈາກທ່ານເສັຽແລ້ວ ແລະເປັນສັດຕຣູຂອງທ່ານ ທ່ານຈະມາຖາມຂ້າພະເຈົ້າເຮັດຫຍັງ 17 ພຣະຜູ້ເປັນເຈົ້າໄດ້ຊົງກະທໍາແກ່ທ່ານຢ່າງທີ່ພຣະອົງສັ່ງບອກທາງຂ້າພະເຈົ້າແລ້ວນັ້ນ ເພາະພຣະຜູ້ເປັນເຈົ້າຊົງຈີກຣາຊອານາຈັກນັ້ນອອກເສັຽຈາກມືຂອງທ່ານ ແລະຊົງມອບໃຫ້ແກ່ຄົນອື່ນ ຄືດາວິດ 18 ເພາະທ່ານບໍ່ໄດ້ເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າ ບໍ່ໄດ້ກະທໍາຕາມພຣະພິໂຣດຂອງພຣະອົງທີ່ຊົງມີຕໍ່ອາມາເລກ ສະນັ້ນພຣະຜູ້ເປັນເຈົ້າຈຶ່ງຊົງກະທໍາສິ່ງນີ້ແກ່ທ່ານໃນວັນນີ້ 19 ນອກຈາກນີ້ ພຣະຜູ້ເປັນເຈົ້າຈະຊົງມອບອິສຣາເອນພ້ອມກັບຕົວທ່ານໄວ້ໃນມືຂອງຄົນຟີລິສຕິນ ມື້ອື່ນຕົວທ່ານພ້ອມກັບບຸດຊາຍທັງຫລາຍຂອງທ່ານຈະຢູ່ກັບເຮົາ ແລະພຣະຜູ້ເປັນເຈົ້າຈະຊົງມອບກອງທັບອິສຣາເອນໄວ້ໃນມືຂອງຄົນຟີລິສຕິນດ້ວຍ” 20 ແລ້ວຊາອູນກໍຊົງລົ້ມລົງຢຽດຍາວເທິງພື້ນດິນໃນທັນທີ ຢ້ານກົວຈົນຕົວສັ່ນເພາະຖ້ອຍຄໍາຂອງຊາມູເອນ ແລະບໍ່ມີກໍາລັງເຫລືອຢູ່ໃນພຣະອົງ ເພາະບໍ່ໄດ້ສະເຫວີຍມາຕລອດວັນນຶ່ງກັບຄືນນຶ່ງແລ້ວ 21 ຍິງນັ້ນກໍເຂົ້າມາຫາຊາອູນ ແລະເມື່ອນາງເຫັນວ່າພຣະອົງຕົກພຣະທັຍຫລາຍ ຈຶ່ງທູນວ່າ, “ເບິ່ງແມ໋, ຜູ້ຮັບໃຊ້ຂອງພຣະອົງກໍຍອມຟັງຮັບສັ່ງຂອງພຣະອົງ ຍອມສ່ຽງຊີວິດ ແລະຍອມຟັງພຣະດໍາຣັດທີ່ພຣະອົງຊົງສັ່ງທຸກປະການ 22 ເພາະສະນັ້ນຂໍພຣະອົງຈົ່ງຟັງສຽງຜູ້ຮັບໃຊ້ຂອງພຣະອົງດ້ວຍ ຂໍຂ້ານ້ອຍໄດ້ຖວາຍພຣະກະຍາຫານແກ່ພຣະອົງຈັກຫນ້ອຍນຶ່ງ ຂໍພຣະອົງສະເຫວີຍເພື່ອພຣະອົງຈະຊົງມີກໍາລັງເມື່ອກັບຕາມທາງຂອງພຣະອົງ” 23 ພຣະອົງກໍຊົງປະຕິເສດ ຮັບສັ່ງວ່າ, “ບໍ່ກິນ” ແຕ່ມະຫາດເລັກກັບຍິງນັ້ນອ້ອນວອນພຣະອົງ ພຣະອົງກໍຊົງຟັງສຽງຂອງເຂົາ ພຣະອົງຊົງລຸກຂຶ້ນປະທັບເທິງຕຽງ 24 ຍິງນັ້ນມີລູກງົວອ້ວນຢູ່ໃນບ້ານໂຕນຶ່ງ ກໍຟ້າວຂ້າ ເອົາແປ້ງມານວດປີ້ງທໍາເຂົ້າຈີ່ບໍ່ມີເຊື້ອແປ້ງ 25 ນາງກໍນໍາມາຖວາຍແກ່ຊາອູນ ແລະຊົງສະເຫວີຍກັບໃຫ້ມະຫາດເລັກ ເຂົາຮັບປະທານ ແລ້ວກໍຊົງລຸກຂຶ້ນສະເດັດກັບຄືນໄປໃນຄືນນັ້ນ
ຄົນຟີລິສຕີນບໍ່ວາງໃຈໃນດາວິດ
1 ຝ່າຍຄົນຟີລິສຕິນຊຸມນຸມກໍາລັງທັງຫມົດຢູ່ທີ່ອາເຟກ ແລະຄົນອິສຣາເອນກໍຕັ້ງຄ້າຍຢູ່ທີ່ນໍ້າພຸຊຶ່ງຢູ່ໃນເມືອງເຢສຣາເອນ 2 ເມື່ອເຈົ້ານາຍຟີລິສຕິນເດີນຜ່ານໄປຕາມກອງຮ້ອຍແລະກອງພັນ ແລະດາວິດກັບຄົນຂອງທ່ານກໍຜ່ານໄປເປັນກອງຫລັງກັບອາຄິສ 3 ແມ່ທັບຂອງຄົນຟີລິສຕິນກ່າວວ່າ, “ພວກເຣັບເຣີເຫລົ່ານີ້ມາເຮັດຫຍັງຢູ່ທີ່ນີ້” ແລະອາຄິສກໍຮັບສັ່ງແກ່ແມ່ທັບຄົນຟີລິສຕິນວ່າ, “ນີ້ຄືດາວິດມະຫາດເລັກຂອງຊາອູນກະສັດອິສຣາເອນບໍ່ແມ່ນຫລື ເຂົາຢູ່ກັບເຣົາມາເປັນວັນເປັນປີແລ້ວ ຕັ້ງແຕ່ວັນທີ່ເຂົາຫນີມາຫາຂ້າພະເຈົ້າ ຂ້າພະເຈົ້າຍັງບໍ່ພົບຄວາມຜິດໃນຕົວເຂົາເລີຍ” 4 ແຕ່ເຈົ້ານາຍຟີລິສຕິນໃຈຮ້າຍໃຫ້ທ່ານແລະເຈົ້ານາຍຟີລິສຕິນທູນທ່ານວ່າ, “ຂໍສົ່ງຊາຍຄົນນັ້ນກັບຄືນໄປ ເພື່ອໃຫ້ເຂົາກັບໄປຍັງບ່ອນທີ່ທ່ານກໍານົດໃຫ້ເຂົາຢູ່ ແລະຢ່າໃຫ້ເຂົາລົງໄປຣົບພ້ອມກັບເຮົາຢ້ານວ່າເມື່ອເຮົາຮົບກັນ ເຂົາຈະເປັນສັດຕຣູຂອງເຣົາ ເພາະວ່າຊາຍຄົນນີ້ຈະຄືນດີກັບເຈົ້ານາຍຂອງເຂົາໄດ້ຢ່າງໃດ ບໍ່ແມ່ນດ້ວຍຫົວຂອງຄົນທີ່ນີ້ດອກຫລື” 5 ຄົນນີ້ດາວິດບໍ່ແມ່ນຫລື ຊຶ່ງເຂົາຮ້ອງເພງຂັບລໍາຮັບກັນວ່າ “ຊາອູນຂ້າຄົນເປັນພັນ ແລະດາວິດຂ້າຄົນເປັນຫມື່ນ” 6 ອາຄິສຈຶ່ງເອີ້ນດາວິດເຂົ້າມາຮັບສັ່ງແກ່ທ່ານວ່າ, “ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ ທ່ານໄດ້ປະຕິບັດຕົນເປັນຄົນຊື່ສັດມາແລ້ວ ສໍາລັບເຮົາ ເຮົາກໍເຫັນຊອບທີ່ທ່ານອອກທັບໄປກັບເຮົາ ເພາະເຮົາບໍ່ເຫັນມີຄວາມຜິດອັນໃດໃນທ່ານຕັ້ງແຕ່ວັນທີ່ທ່ານມາຢູ່ກັບເຮົາຈົນເຖິງວັນນີ້ ແຕ່ຢ່າງກໍຕາມບັນດາເຈົ້ານາຍບໍ່ເຫັນດ້ວຍໃນເຣື່ອງທ່ານ 7 ສະນັ້ນຂໍທ່ານກັບຄືນໄປເສັຽຈົ່ງໄປຢ່າງສັນຕິເຖີດ ເພື່ອບໍ່ໃຫ້ເປັນທີ່ຂັດໃຈເຈົ້ານາຍຟີລິສຕິນທັງຫລາຍ” 8 ດາວິດກໍທູນອາຄິສວ່າ, “ແຕ່ຂ້າພຣະອົງໄດ້ກະທໍາສິ່ງໃດ ຫລື ພຣະອົງໄດ້ພົບສິ່ງໃດໃນຕົວຂອງຂ້າພຣະອົງ ຕັ້ງແຕ່ວັນທີ່ຂ້າພຣະອົງເຂົ້າມາຮັບຣາຊການຈົນບັດນີ້ວ່າ ຂ້າພຣະອົງບໍ່ຄວນຈະໄປຮົບກັບສັດຕຣູຂອງກະສັດເຈົ້ານາຍຂອງຂ້າພຣະອົງ” 9 ອາຄິສກໍຮັບສັ່ງຕອບດາວິດວ່າ, “ເຮົາຮູ້ແລ້ວວ່າໃນສາຍຕາຂອງເຮົາທ່ານດີແລ້ວຢ່າງທູດສວັນຂອງພຣະເຈົ້າ ແຕ່ບັນດາແມ່ທັບແຫ່ງຟີລິສຕິນກ່າວວ່າ “ຢ່າໃຫ້ເຂົາຂຶ້ນໄປໃນການຮົບກັບເຮົາເລີຍ” 10 ເມື່ອເປັນດັ່ງນີ້ ຂໍທ່ານລຸກຂຶ້ນແຕ່ເຊົ້າພ້ອມກັບພວກພົນແຫ່ງນາຍຂອງທ່ານຄືຄົນທີ່ມາກັບທ່ານ ເມື່ອພວກທ່ານລຸກຂຶ້ນໃນເວລາເຊົ້າມືດ ພໍມີແສງກໍຈົ່ງອອກເດີນ” 11 ດາວິດຈຶ່ງລຸກຂຶ້ນຕັ້ງແຕ່ມືດ ຄືຕົວທ່ານພ້ອມກັບຄົນຂອງທ່ານເພື່ອອອກເດີນໃນຕອນເຊົ້າ ກັບຄືນໄປຍັງແຜ່ນດິນຟີລິສຕິນ ແຕ່ຄົນຟີລິສຕິນຂຶ້ນໄປຍັງເຢສຣາເອນ
ດາວິດຮົບຊະນະຄົນອາມາເລກ
1 ຢູ່ມາໃນວັນທີ່ສາມເມື່ອດາວິດກັບຄົນຂອງທ່ານມາເຖິງເມືອງຊິກລາກ ປາກົດວ່າຄົນອາມາເລກໄດ້ມາປຸ້ນເນເກັບກັບປຸ້ນຊິກລາກແລ້ວ ເຂົາຊະນະຊິກລາກ ແລະເຜົາເສັຽດ້ວຍໄຟ 2 ແລະຈັບຜູ້ຍິງກັບທຸກຄົນທີ່ຢູ່ໃນນັ້ນໄປເປັນຊະເລີຍທັງເດັກແລະຜູ້ໃຫຍ່ ບໍ່ໄດ້ຂ້າຜູ້ໃດເລີຍ ແຕ່ກວາດຕ້ອນໄປຕາມທາງຂອງເຂົາ 3 ເມື່ອດາວິດກັບຄົນຂອງທ່ານມາທີ່ໃນເມືອງ ກໍເຫັນວ່າເມືອງນັ້ນຖືກເຜົາດ້ວຍໄຟ ແລະເມັຽກັບບຸດຊາຍບຸດຍິງຂອງເຂົາຖືກກວາດໄປເປັນຊະເລີຍ 4 ແລ້ວດາວິດກັບປະຊາຊົນທີ່ຢູ່ກັບທ່ານກໍຮ້ອງໄຫ້ສຽງດັງ ຈົນເຂົາບໍ່ມີກໍາລັງຈະຮ້ອງໄຫ້ອີກ 5 ອາຮີໂນອາມ ຊາວເຢສເຣເອນ ແລະອາບິກາອີນແມ່ຫມ້າຍຂອງນາບານຊາວກາເມນ ເມັຽທັງສອງຂອງດາວິດກໍຖືກກວາດໄປເປັນຊະເລີຍ 6 ດາວິດກໍເປັນທຸກຫນັກເພາະປະຊາຊົນເວົ້າກັນວ່າຈະຂວ້າງກ້ອນຫີນໃສ່ທ່ານ ດ້ວຍຈິດໃຈຂອງປະຊາຊົນກໍຂົ່ມຂື່ນຫລາຍ ເພາະບຸດຊາຍ ແລະບຸດຍິງຂອງເຂົາ ແຕ່ດາວິດກໍມີກໍາລັງຂຶ້ນໃນພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ 7 ດາວິດຈຶ່ງເວົ້າກັບປະໂຣຫິດອາບິອາທາ ບຸດຂອງອາຮີເມເລກວ່າ, “ຂໍນໍາເອໂຟດມາໃຫ້ຂ້າພະເຈົ້າ” ອາບິອາທາກໍນໍາເອໂຟດມາໃຫ້ດາວິດ 8 ດາວິດທູນຖາມພຣະຜູ້ເປັນເຈົ້າວ່າ, “ສົມຄວນທີ່ຂ້າພຣະອົງຈະຕິດຕາມກອງປຸ້ນນີ້ຫລື ຂ້າພຣະອົງຈະໄລ່ທັນເຂົາຫລື” ພຣະອົງຕອບທ່ານວ່າ, “ຈົ່ງຕິດຕາມເຖີດ ເຈົ້າຈະໄປທັນເຂົາແນ່ນອນ ແລະຈະຊ່ອຍໄດ້ແນ່ນອນ” 9 ດາວິດກໍຍົກອອກຕິດຕາມພ້ອມກັບຄົນທີ່ຢູ່ກັບທ່ານຫົກຮ້ອຍນັ້ນ ແລະເຂົາມາເຖິງລໍາທານ ເບໂຊຣ໌ ຄົນທີ່ຫລ້າຫລັງກໍພັກຢູ່ທີ່ນັ້ນ 10 ແຕ່ດາວິດຕິດຕາມຕໍ່ໄປ ທັງຕົວທ່ານແລະຄົນສີ່ຮ້ອຍ ສອງຮ້ອຍທີ່ອ່ອນເພັຽເກີນທີ່ຈະຂ້າມລໍາທານເບໂຊຣ໌ກໍຢຸດພັກຢູ່ 11 ເຂົາທັງຫລາຍພົບຊາວເອຢິບຄົນນຶ່ງຢູ່ທີ່ກາງແຈ້ງ ຈຶ່ງນໍາເຂົາມາຫາດາວິດ ໃຫ້ເຂົ້າຈີ່ແລະເຂົາກໍຮັບປະທານແລະໃຫ້ນໍ້າເຂົາດື່ມ 12 ແລະໃຫ້ຂະຫນົມຫມາກເດື່ອແຜ່ນນຶ່ງກັບຊໍ່ຫມາກອະງຸ່ນແຫ້ງສອງຊໍ່ ເມື່ອເຂົາຮັບປະທານແລ້ວ ຈິດໃຈຂອງເຂົາກໍຟື້ນຂຶ້ນ ເພາະເຂົາບໍ່ໄດ້ຮັບປະທານເຂົ້າຈີ່ຫລືດື່ມນໍ້າມາສາມວັນສາມຄືນແລ້ວ 13 ດາວິດຖາມເຂົາວ່າ, “ເຈົ້າເປັນຄົນພວກໃດ ແລະເຈົ້າມາຈາກໃສ” ເຂົາຕອບວ່າ, “ຂ້າພະເຈົ້າເປັນຄົນຫນຸ່ມຊາວເອຢິບ ເປັນຄົນໃຊຂອງຄົນອາມາເລກຄົນນຶ່ງ ເມື່ອສາມວັນກ່ອນຂ້າພະເຈົ້າປ່ວຍ ນາຍຂ້າພະເຈົ້າຈຶ່ງຖິ້ມຂ້າພະເຈົ້າໄວ້ 14 ເຮົາມາປຸ້ນທີ່ຖິ່ນໃຕ້ຂອງຄົນເຄເຣທ ແລະປຸ້ນທີ່ສ່ວນຂອງຢູດາ ແລະທີ່ຖິ່ນໃຕ້ຂອງກາເລັບ ແລະເຣົາເຜົາເມືອງຊິກລາກເສັຽດ້ວຍໄຟ” 15 ດາວິດຖາມເຂົາວ່າ, “ເຈົ້າຈະພາເຮົາລົງໄປເຖິງກອງປຸ້ນນີ້ຫລືບໍ” ເຂົາຕອບວ່າ, “ຂໍສາບານແກ່ຂ້າພະເຈົ້າໃນພຣະນາມຂອງພຣະເຈົ້າວ່າຈະບໍ່ຂ້າຂ້າພະເຈົ້າ ແລະທ່ານຈະບໍ່ມອບຂ້າພະເຈົ້າໄວ້ໃນມືນາຍຂອງຂ້າພະເຈົ້າ ຂ້າພະເຈົ້າຈຶ່ງຈະພາທ່ານໄປທີ່ກອງປຸ້ນນັ້ນ” 16 ເມື່ອເຂົາພາທ່ານລົງໄປແລ້ວ ເບິ່ງແມ໋, ກໍພົບເຂົາທັງຫລາຍແຜ່ກັນຢູ່ເຕັມດິນໄປຫມົດ ຕ່າງກິນແລະດື່ມ ແລະເຕັ້ນລໍາເພາະເຂົາຍຶດໄດ້ເຂົ້າຂອງຫລວງຫລາຍມາຈາກແຜ່ນດິນຟີລິສຕິນແລະຈາກແຜ່ນດິນຢູດາ 17 ດາວິດກໍຂ້າຟັນເຂົາຕັ້ງແຕ່ຮຸ່ງເຊົ້າຈົນເຖິງຄ່ໍາຂອງວັນຮຸ່ງຂຶ້ນ ບໍ່ມີຊາຍຄົນໃດຫນີລອດໄປໄດ້ຈັກຄົນດຽວ ເວັ້ນແຕ່ຊາຍສີ່ຮ້ອຍຄົນຊຶ່ງຂີ່ອູດຫນີໄປ 18 ດາວິດໄດ້ສິ່ງຂອງຕ່າງໆທີ່ຄົນອາມາເລກຍຶດ ແລະຄືນມາທັງຫມົດ ແລະດາວິດຊ່ອຍເມັຽທັງສອງຂອງທ່ານມາໄດ້ 19 ບໍ່ມີສິ່ງໃດຂາດຈາກທ່ານໄປເລີຍ ບໍ່ວ່ານ້ອຍຫລືໃຫຍ່ ບຸດຊາຍຫລືບຸດຍິງ ໃນສິ່ງທີ່ຍຶດໄປ ຫລືສິ່ງທີ່ເຂົາເຫລົ່ານັ້ນເອົາ ດາວິດໄດ້ຄືນມາຫມົດ 20 ດາວິດຍັງຈັບໄດ້ບັນດາຝູງແບ້ ແລະຝູງງົວ ແລະເຂົາໄລ່ຕ້ອນຝູງສັດໄປຂ້າງຫນ້າທ່ານກ່າວວ່າ, “ນີ້ເປັນສ່ວນນຶ່ງຂອງດາວິດຍຶດມາ” 21 ແລ້ວດາວິດກັບມາຍັງຄົນສອງຮ້ອຍຜູ້ທີ່ອ່ອນເພັຽເກີນທີ່ຈະຕາມດາວິດໄປ ຊຶ່ງໃຫ້ພັກເຊົາຢູ່ທີ່ລໍາທານເບໂຊຣ໌ ແລະເຂົາກໍອອກໄປຕ້ອນຮັບດາວິດ ແລະຕ້ອນຮັບປະຊາຊົນທີ່ຢູ່ກັບທ່ານ ເມື່ອດາວິດເຂົ້າມາໃກ້ປະຊາຊົນ ທ່ານກໍຄໍານັບເຂົາທັງຫລາຍ 22 ຄົນອະທັມແລະຄົນຖ່ອຍທັງຫມົດໃນພວກພົນທີ່ຕິດຕາມດາວິດໄປຈຶ່ງກ່າວວ່າ, “ເພາະເຂົາບໍ່ໄປກັບເຮົາ ເຮົາຈະບໍ່ໃຫ້ສິ່ງໃດທີ່ເຮົາຍຶດມາໄດ້ແກ່ເຂົາເລີຍ ນອກຈາກໃຫ້ຕ່າງຄົນມາເອົາເມັຽແລະບຸດຂອງເຂົາໄປກໍແລ້ວກັນ” 23 ແຕ່ດາວິດກ່າວວ່າ, “ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າເອີຍ ທ່ານຢ່າທໍາຢ່າງນັ້ນກັບສິ່ງຊຶ່ງພຣະຜູ້ເປັນເຈົ້າຊົງມອບແກ່ເຮົາ ຜູ້ໄດ້ຊົງພິທັກຮັກສາເຮົາໄວ້ ແລະຊົງມອບກອງປຸ້ນຊຶ່ງມາຕໍ່ສູ້ກັບເຮົາໄວ້ໃນມືຂອງເຮົາ 24 ໃນເຣື່ອງນີ້ໃຜຈະຟັງສຽງຂອງທ່ານ ເພາະຄົນທີ່ລົງໄປຣົບໄດ້ສ່ວນແບ່ງຂອງເຂົາຢ່າງໃດ ຄົນທີ່ເຝົ້າກອງສັມພາຣະຢູ່ກໍຄວນໄດ້ສ່ວນແບ່ງຢ່າງນັ້ນ ໃຫ້ເຂົາທັງຫລາຍຮັບສ່ວນແບ່ງເຫມືອນກັນ” 25 ຕັ້ງແຕ່ນັ້ນເປັນຕົ້ນໄປ ດາວິດກໍຕັ້ງຂໍ້ນີ້ໃຫ້ເປັນກົດເກນແລະກົດຫມາຍແກ່ອິສຣາເອນຈົນທຸກວັນນີ້ 26 ເມື່ອດາວິດມາເຖິງເມືອງຊິກລາກແລ້ວ ກໍສົ່ງຂອງທີ່ຍຶດໄດ້ນັ້ນສ່ວນນຶ່ງໄປໃຫ້ຫມູ່ ຊຶ່ງເປັນພວກຜູ້ໃຫຍ່ໃນຢູດາກ່າວວ່າ, “ນີ້ເປັນຂອງຂວັນຝາກມາໃຫ້ທ່ານຊຶ່ງເປັນສ່ວນຂອງທີ່ຍຶດຈາກສັດຕຣູຂອງພຣະຜູ້ເປັນເຈົ້າ” 27 ຄືແກ່ຄົນທີ່ຢູ່ໃນເບັດເອນ ໃນຣາໂມທທີ່ເນເກັບ ໃນຢັດຕີຣ໌ 28 ໃນອາໂຣເອີ ໃນຊີຟໂມທ ໃນເອສເຕໂມອາ 29 ໃນຣາການ ໃນຫົວເມືອງຂອງເຢຣາເມເອນ ໃນຫົວເມືອງຂອງຄົນເກນິດ 30 ໃນໂຮຣ໌ມາ ໃນໂບຣາຊານ ໃນອາທາກ 31 ໃນເຮໂບຣນ ຄືໃຫ້ທົ່ວທຸກໆບ່ອນ ທີ່ດາວິດແລະຄົນຂອງທ່ານໄດ້ເຄີຍໄປໆມາໆ
ມໍຣະນາພາບຂອງຊາອູນ ແລະຂອງຣາຊໂອຣົດ
1 ຝ່າຍຄົນຟີລິສຕິນກໍຕໍ່ສູ້ກັບຄົນອິສຣາເອນ ແລະຄົນອິສຣາເອນກໍຫນີຄົນຟີລິສຕິນ ລົ້ມຕາຍຢູ່ທີ່ເທິງພູກິນໂບອາ 2 ຄົນຟີລິສຕິນກໍໄລ່ທັນຊາອູນກັບພວກບຸດຊາຍ ແລະຄົນຟີລິສຕິນກໍຂ້າໂຢນາທານ ອາບິນາດາບ ແລະມັນຄີຊູວາ ບຸດຊາຍຂອງຊາອູນເສັຽ 3 ການສູ້ຮົບຫນັກກໍປະຊິດຊາອູນເຂົ້າໄປ ນັກທະນູມາພົບພຣະອົງເຂົ້າ ພຣະອົງກໍບາດເຈັບສາຫັດ ດ້ວຍຝີມືຂອງນັກທະນູ 4 ແລ້ວຊາອູນຮັບສັ່ງຄົນຖືອາວຸດຂອງພຣະອົງວ່າ, “ຈົ່ງຊັກດາບອອກ ແທງເຣົາເສັຽໃຫ້ທະລຸເຖີດ ຢ້ານວ່າຄົນທີ່ບໍ່ໄດ້ເຂົ້າພິທີຕັດເຫລົ່ານີ້ຈະເຂົ້າມາແທງເຣົາທະລຸ ເປັນການລົບຫລູ່ເຣົາ” ແຕ່ຜູ້ຖືອາວຸດບໍ່ຍອມກະທໍາ ເພາະເຂົາຢ້ານຫລາຍ ຊາອູນຈຶ່ງຊົງຊັກດາບຂອງພຣະອົງອອກຊົງລົ້ມທັບດາບນັ້ນ 5 ແລະເມື່ອຜູ້ຖືອາວຸດເຫັນວ່າຊາອູນສິ້ນພຣະຊົນແລ້ວ ເຂົາກໍລົ້ມທັບດາບຂອງເຂົາເອງຕາຍດ້ວຍ 6 ດັ່ງນັ້ນ ຊາອູນກໍເສັຽຊີວິດ ບຸດຊາຍທັງສາມ ແລະຜູ້ຖືອາວຸດຂອງພຣະອົງກໍເສັຽຊີວິດ ຕລອດຈົນຄົນຂອງພຣະອົງທັງຫມົດກໍຕາຍເສັຽໃນວັນດຽວກັນ 7 ເມື່ອຄົນອິສຣາເອນຊຶ່ງຢູ່ຟາກພູຂ້າງນັ້ນ ແລະຜູ້ທີ່ຢູ່ຟາກຕາເວັນອອກຂອງແມ່ນໍ້າຈໍແດນ ເຫັນຄົນອິສຣາເອນຫນີໄປ ແລະເຫັນວ່າຊາອູນກັບບຸດຊາຍຂອງພຣະອົງເສັຽຊີວິດແລ້ວ ເຂົາກໍຖິ້ມບ້ານເມືອງຂອງເຂົາເສັຽຫລົບຫນີໄປ ຄົນຟີລິສຕິນກໍເຂົ້າມາອາໄສຢູ່ໃນນັ້ນ 8 ຢູ່ມາໃນວັນຮຸ່ງເຊົ້າ ເມື່ອຄົນຟີລິສຕິນມາຖອດເຄື່ອງນຸ່ງຈາກຄົນທີ່ຖືກຂ້າ ພໍພົບສົບຂອງຊາອູນ ແລະບຸດຊາຍທັງສາມຢູ່ເທິງພູເຂົາກິນໂບອາ 9 ເຂົາຈຶ່ງຕັດພຣະສຽນຂອງຊາອູນ ແລະຖອດເອົາເຄື່ອງອາວຸດຂອງພຣະອົງອອກ ສົ່ງຜູ້ນໍາຂ່າວອອກໄປທົ່ວແຜ່ນດິນຟີລິສຕິນ ນໍາເອົາຂ່າວດີໄປຍັງເຮືອນຮູບເຄົາຣົບ ແລະຍັງປະຊາຊົນຂອງເຂົາ 10 ເຂົາເອົາເຄື່ອງອາວຸດຂອງພຣະອົງບັນຈຸໄວ້ໃນວັດຂອງພຣະອັຊຕາຣ໌ເຕສ ແລະມັດພຣະສົບຂອງພຣະອົງໄວ້ກັບກໍາແພງເມືອງເບັດຊານ 11 ແຕ່ເມື່ອຊາວເຢເບສກິເລອາດໄດ້ຍິນວ່າຄົນຟີລິສຕິນກະທໍາຢ່າງນັ້ນກັບຊາອູນ 12 ຊາຍທີ່ກ້າຫານທຸກຄົນກໍລຸກຂຶ້ນເດີນຄືນໄປເຖິງຮຸ່ງເພື່ອໄປປົດພຣະສົບຂອງຊາອູນ ແລະສົບບຸດຊາຍທັງສາມລົງເສັຽຈາກກໍາແພງເມືອງເບັດຊານ ແລະມາທີ່ເມືອງຢາເບສ ເພື່ອເຜົາໃນທີ່ນັ້ນ 13 ເຂົາກໍເກັບກະດູກໄປຝັງໄວ້ທີ່ໃຕ້ຕົ້ນສົນຫມອກໃນຢາເບສ ແລະອົດອາຫານເຈັດວັນ
ດາວິດຮູ້ຂ່າວການຕາຍຂອງຊາອູນ
1 ໃນເວລາທີ່ຊາອູນເສັຽຊີວິດນັ້ນ ພໍດີດາວິດຜູ້ຮົບຊະນະພວກອາມາເລກໄດ້ກັບມາເມືອງຊິກລາກ ແລະພັກຢູ່ທີ່ນນີ້ສອງວັນ 2 ເຂົາໄດ້ຈີກເສື້ອຜ້າຂອງຕົນ ແລະເອົາດິນໃສ່ຫົວ ເພາະຄວາມເສັຽໃຈ ເມື່ອມາຮອດເຂົາຈຶ່ງພົບດາວິດ ແລະກົ້ມຂາບລົງດ້ວຍຄວາມນັບຖື 3 ດາວິດຈຶ່ງຖາມເຂົາວ່າ, “ເຈົ້າມາແຕ່ໃສ” ເຂົາຕອບວ່າ, “ຂ້າພະເຈົ້າຫນີມາຈາກຄ້າຍທະຫານອິສຣາເອນ” 4 ດາວິດຈຶ່ງເວົ້າວ່າ, “ບອກຂ້ອຍເບິ່ງດູວ່າມີຫຍັງເກີດຂຶ້ນ?” ເຂົາເວົ້າຂຶ້ນວ່າ, “ທະຫານຂອງພວກເຮົາໄດ້ປົບຫນີຈາກສະຫນາມຮົບ ເພາະເຫັນວ່າຫລາຍຄົນໄດ້ຖືກຂ້າ ຮວມທັງຊາອູນແລະໂຢນາທານລູກຊາຍຂອງພຣະອົງດ້ວຍ” 5 ດາວິດຖາມເຂົາອີກວ່າ, “ເຫດໃດເຈົ້າຈຶ່ງຮູ້ວ່າກະສັດຊາອູນ ແລະໂຢນາທານຕາຍແລ້ວ?” 6 ຊາຍຫນຸ່ມຄົນນັ້ນກໍຕອບວ່າ, “ພໍດີໃນເວລານັ້ນ ຂ້າພະເຈົ້າໄດ້ຢູ່ເທິງພູກິນໂບອາ ຂ້າພະເຈົ້າໄດ້ເຫັນກະສັດຊາອູນກຳລັງຢືນຄ້ຳຫອກຂອງພຣະອົງຢູ່ ໃນເວລານັ້ນທະຫານຣົດຮົບ ແລະທະຫານມ້າຂອງສັດຕຣູກຳລັງແລ່ນເຂົ້າມາໃກ້ພຣະອົງ 7 ແລ້ວພຣະອົງໄດ້ຫັນມາເຫັນຂ້າພະເຈົ້າຈຶ່ງຮ້ອງໃສ່ຂ້າພະເຈົ້າ ຂ້າພະເຈົ້າກໍທູນຕອບວ່າ “ໂດຍ ຂ້ານ້ອຍ” 8 ພຣະອົງຖາມວ່າ, “ເຈົ້າແມ່ນໃຜ?” ຂ້າພະເຈົ້າບອກພຣະອົງຂ້າພະເຈົ້າເປັນຄົນອາມາເລກ 9 ພຣະອົງກໍກ່າວຕໍ່ໄປວ່າ ເຮົາໄດ້ຮັບບາດເຈັບຢ່າງສາຫັດ ເຮົາໃກ້ຈະຕາຍແລ້ວ ເຈົ້າມາພີ້ແດ່ ແລະຂ້າເຮົາຖິ້ມເສັຽ 10 ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂຶ້ນໄປຫາພຣະອົງ ແລະຂ້າພຣະອົງ ເພາະຂ້າພະເຈົ້າຮູ້ວ່າ ໃນຂນະທີ່ພຣະອົງລົ້ມລົງນັ້ນ ພຣະອົງກໍຈະຕ້ອງຕາຍ ແລ້ວຂ້າພະເຈົ້າໄດ້ປົດເອົາກະໂຈມອອກຈາກຫົວຂອງພຣະອົງ ແລະຖອດເອົາສາຍແຂນຂອງພຣະອົງ ນຳມາມອບໃຫ້ທ່ານນີ້ແຫລະ” 11 ເມື່ອໄດ້ຍິນດັ່ງນັ້ນ ດາວິດຈຶ່ງຈີກເສື້ອຜ້າຂອງຕົນດ້ວຍຄວາມເສັຽໃຈ ແລະທະຫານຂອງທ່ານທຸກຄົນກໍກະທຳເຊັ່ນດຽວກັນ 12 ພວກເຂົາໄດ້ອົດອາຫານເພື່ອໄວ້ທຸກໃຫ້ແກ່ຊາອູນ ແລະໂຢນາທານຈົນເຖິງຄ່ຳ ແລະເພື່ອຊາວອິສຣາເອນຊຶ່ງເປັນໄພ່ພົນຂອງພຣະຜູ້ເປັນເຈົ້າ ເພາະວ່າມີຫລາຍຄົນໄດ້ຖືກຂ້າຢູ່ໃນສະຫນາມຮົບ 13 ດາວິດໄດ້ຖາມຊາຍຫນຸ່ມທີ່ນຳຂ່າວມາບອກທ່ານນັ້ນວ່າ, “ເຈົ້າເປັນຄົນຊາດໃດ” ເຂົາຈຶ່ງຕອບວ່າ, “ຂ້າພະເຈົ້າເປັນຄົນອາມາເລກ ແຕ່ຂ້າພະເຈົ້າຢູ່ໃນປະເທດຂອງທ່ານ” 14 ດາວິດໄດ້ຖາມອີກວ່າ, “ເປັນຫຍັງເຈົ້າຈຶ່ງກ້າຂ້າກະສັດທີ່ພຣະຜູ້ເປັນເຈົ້າຊົງເລືອກໄວ້?” 15 ແລ້ວດາວິດກໍເອີ້ນເອົາທະຫານຂອງທ່ານຜູ້ນຶ່ງອອກມາ ແລະບອກວ່າ, “ຈົ່ງຂ້າມັນຖິ້ມເສັຽ” ທະຫານຄົນນັ້ນກໍໃຊ້ດາບຟັນຊາຍຫນຸ່ມອາມາເລກຄົນນັ້ນໃຫ້ຕາຍ 16 ແລ້ວດາວິດໄດ້ເວົ້າວ່າ, “ຊາຍຫນຸ່ມເອີຍ ໂທດນີ້ເຈົ້າໄດ້ນຳມາສູ່ໂຕເຈົ້າເອງ ເມື່ອເຈົ້າຍອມວ່າເຈົ້າໄດ້ຂ້າຜູ້ທີ່ພຣະຜູ້ເປັນເຈົ້າຊົງເລືອກໄວ້ເປັນກະສັດນັ້ນ ເຈົ້າກໍຈະມີໂທດແລ້ວ”
ດາວິດໂສກເສົ້າເສັຽໃຈ ຍ້ອນຊາອູນແລະໂຢນາທານ
17 ດາວິດໄດ້ຮ້ອງເພງໂສກເສົ້ານີ້ເພື່ອໄວ້ອາລັຍ ຊາອູນແລະໂຢນາທານ 18 (ທ່ານໄດ້ສັ່ງໃຫ້ສອນເພງນີ້ແກ່ຊາວຢູດາ ເພາະນີ້ໄດ້ບັນທຶກໄວ້ໃນປື້ມຂອງ ຢາຊາ) ວ່າ, 19 “ຜູ້ນຳທີ່ຍອດຢ້ຽມຂອງພວກເຮົາໄດ້ຕາຍຢູ່ເທິງພູນ້ອຍ ອິສຣາເອນ ທະຫານຜູ້ເກັ່ງກ້າຂອງພວກເຮົາໄດ້ລົ້ມລົງ 20 ຢ່າບອກເຣື່ອງນີ້ແກ່ຊາວເມືອງກາດ ຫລືຕາມຖນົນຫົນທາງໃນເມືອງອັສເກໂລນ ຢ່າທຳໃຫ້ຜູ້ຍິງເມືອງຟີລິສຕິນດີໃຈ ຢ່າໃຫ້ພວກລູກສາວຂອງຄົນຊົ່ວຮ້າຍຊົມຊື່ນຍິນດີ 21 ຂໍຢ່າໃຫ້ຝົນ ຫລືນ້ຳຫມອກຕົກລົງໃສ່ພູນ້ອຍກິນໂບອາ ຂໍໃຫ້ທົ່ງນາທີ່ນັ້ນແຫ້ງແລ້ງຢູ່ເລື້ອຍໆ ຜູ້ກ້າຫານໄດ້ປະຖິ້ມແຜ່ນເຫລັກຕ້ານທາຍຂອງຕົນໄວ້ ໃນບ່ອນນັ້ນຢ່າງຫນ້າລະອາຍ ແຜ່ນເຫລັກຕ້ານທານຂອງຊາອູນກໍເຂົ້າຂີ້ຫມ້ຽງ 22 ຄັນທະນູຂອງໂຢນາທານເປັນຫນ້າຢ້ານຫລາຍ ດາບຂອງຊາອູນບໍ່ມີຄວາມເມດຕາປານີ ໄດ້ຂ້າສັດຕຣູຜູ້ເກັ່ງກ້າ 23 ຊາອູນ ແລະໂຢນາທານເປັນຄົນປະເສີດ ແລະຫນ້າຮັກຫລາຍ ພຣະອົງຊົງຢູ່ດ້ວຍກັນແລະຕາຍດ້ວຍກັນ ເປັນຄົນວ່ອງໄວເຫມືອນນົກອີນຊີ ແລະແຂງແຮງເຫມືອນສິງ 24 ຍິງຊາວອິສຣາເອນເອີຍ ຈົ່ງພາກັນໄວ້ທຸກໃຫ້ຊາອູນ ພຣະອົງໄດ້ໃຫ້ພວກເຈົ້ານຸ່ງຫົ່ມເສື້ອຍາວສີແດງເຂັ້ມ ທັງໃຫ້ປະດັບເພັດພອຍແລະຄຳໃສ່ຕົວຂອງເຈົ້າ 25 ທະຫານຜູ້ເກັ່ງກ້າກໍເສັຽໄຊ ພວກເຂົາໄດ້ຖືກຂ້າໃນສະຫນາມຮົບ ສ່ວນໂຢນາທານກໍນອນຕາຍຢູ່ເທິງພູນ້ອຍ 26 ໂຢນາທານອ້າຍຂອງເຣົາເອີຍ ຂ້າພະເຈົ້າໄວ້ທຸກແກ່ທ່ານ ຄວາມຮັກທີ່ຂ້າພະເຈົ້າມີຕໍ່ທ່ານນັ້ນຫລວງຫລາຍ ຄວາມຮັກທີ່ທ່ານມີຕໍ່ຂ້າພະເຈົ້າກໍປະເສີດຫລາຍເຫນືອກວ່າຄວາມຮັກຂອງພວກຜູ້ຍິງ 27 ທະຫານຜູ້ເກັ່ງກ້າໄດ້ເສັຽໄຊ ອາວຸດຂອງພວກເຂົາໃຊ້ການຫຍັງບໍ່ໄດ້
ຕັ້ງດາວິດເປັນກະສັດເຫນືອຢູດາ
1 ຄັນເຣື່ອງນີ້ສິ້ນສຸດລົງໄປແລ້ວ ດາວິດຈຶ່ງທູນຖາມພຣະເຈົ້າວ່າ, “ສົມຄວນທີ່ຂ້າພຣະອົງຈະຂຶ້ນໄປຍັງຫົວເມືອງນຶ່ງເມືອງໃດໃນຢູດາຫລືບໍ?” ແລະພຣະຜູ້ເເປັນນເຈົ້າຊົງຕອບທ່ານວ່າ, “ຈົ່ງຂຶ້ນໄປເຖີດ” ດາວິດທູນຖາມວ່າ, “ຄວນທີ່ຂ້າພຣະອົງຈະຂຶ້ນໄປທີ່ໃດ?” ພຣະອົງຊົງກ່າວວ່າ, “ເມືອງເຮໂບຣນ” 2 ດາວິດຈຶ່ງຂຶ້ນໄປທີ່ນັ້ນພ້ອມກັບພັຣຍາທັງສອງຂອງທ່ານດ້ວຍຄື ອາຮິໂນອາມ ຊາວຢິສເຣເອນ ແລະອາບິກາອີນແມ່ຫມ້າຍຂອງນາບານ ຊາວກາຣ໌ເມ 3 ດາວິດກໍນຳຄົນທີ່ຢູ່ກັບທ່ານຂຶ້ນໄປທຸກຄົນພາຄອບຄົວໄປນຳ ແລະເຂົາທັງຫລາຍກໍຢູ່ໃນຫົວເມືອງຂອງເຮໂບຣນ 4 ຄົນຢູດາກໍພາກັນມາເຈີມຕັ້ງດາວິດໄວ້ເປັນພຣະຣາຊາເຫນືອເຊື້ອສາຍຢູດາ ເມື່ອມີຄົນມາທູນດາວິດວ່າ, “ຊາວຢາເບສກິເລອາດເປັນຜູ້ທີ່ຝັງພຣະສົບຊາອູນໄວ້” 5 ດາວິດກໍມີຮັບສັ່ງໃຫ້ຜູ້ນຳຂ່າວໄປຫາຊາວຢາເບສກິເລອາດນັ້ນ ເວົ້າກັບເຂົາວ່າ, “ຂໍພຣະຜູ້ເປັນເຈົ້າຊົງອວຍພຣະພອນແກ່ທ່ານທັງຫລາຍໃນການທີ່ທ່ານທັງຫລາຍໄດ້ສຳແດງຄວາມຈົ່ງຮັກພັກດີຢ່າງນີ້ຕໍ່ຊາອູນເຈົ້ານາຍຂອງທ່ານ ແລະໄດ້ຝັງສົບພຣະອົງໄວ້ 6 ບັດນີ້ຂໍພຣະຜູ້ເປັນເຈົ້າຊົງສຳແດງຄວາມຮັກຫມັ້ນຄົງ ແລະຄວາມທ່ຽງທັມແກ່ທ່ານ ແລະຂ້າພະເຈົ້າຈະກະທຳຄວາມດີຕໍ່ທ່ານທັງຫລາຍເພາະທ່ານໄດ້ກະທຳການນີ້ 7 ເພາະສະນັ້ນ ຂໍໃຫ້ມືຂອງທ່ານທັງຫລາຍເຂັ້ມແຂງ ແລະຂໍໃຫ້ທ່ານກ້າຫານເຖີດ ເພາະວ່າຊາອູນເຈົ້ານາຍຂອງທ່ານສິ້ນພຣະຊົນເສັຽແລ້ວ ແລະເຊື້ອສາຍຢູດາໄດ້ເຈີມຕັ້ງຂ້າພະເຈົ້າໄວ້ເປັນກະສັດເຫນືອເຂົາທັງຫລາຍ
ອິສໂບເຊທຂຶ້ນເປັນກະສັດແຫ່ງອິສຣາເອນ
8 ຝ່າຍອັບເນີບຸດເນີແມ່ທັບຂອງກອງທັບຊາອູນໄດ້ພາອິສໂບເຊທ ບຸດຊາຍຂອງຊາອູນຂ້າມໄປທີ່ເມືອງມາຮານາອິມ 9 ແລະໄດ້ສະຖາປະນາທ່ານໃຫ້ເປັນກະສັດເຫນືອເມືອງກິເລອາດ ແລະຄົນອາຊູຣ໌ ແລະຄົນຢິສເຣເອນ ແລະຄົນເອຟຣາອິມ ແລະຄົນເບັນຢາມິນ ແລະຄົນອິສຣາເອນທັງຫມົດ 10 ເມື່ອອິສໂບເຊທບຸດຊາຍຂອງຊາອູນເລີ້ມປົກຄອງເຫນືອອິສຣາເອນນັ້ນມີພຣະຊົນຢູ່ສີ່ສິບປີ ຊົງປົກຄອງຢູ່ສອງປີ ແຕ່ເຊື້ອສາຍຂອງຢູດາກໍຕິດຕາມດາວິດ 11 ເວລາທີ່ດາວິດຊົງເປັນກະສັດເຫນືອເຊື້ອສາຍຢູດາໃນເຮໂບຣນນັ້ນເປັນຈຳນວນເຈັດປີກັບຫົກເດືອນ
ເສິກລະຫວ່າງອິສຣາເອນແລະຢູດາ
12 ອັບເນີ ບຸດເນີ ແລະພວກຂ້າຣາຊການທະຫານຂອງອິສໂບເຊທ ບຸດຊາຍຂອງຊາອູນໄດ້ອອກຈາກມາຮານາອິມໄປຍັງເມືອງກິເບໂອນ 13 ແລະໂຢອາບ ບຸດນາງເຊຣູຢາກັບພວກຂ້າຣາຊການທະຫານຂອງດາວິດກໍອອກໄປພົບກັບເຂົາທີ່ສະນ້ຳເມືອງກິເບໂອນ ແລະເຂົາທັງຫລາຍກໍນັ່ງຢູ່ທີ່ຂອບສະ ພວກນຶ່ງຢູ່ທີ່ຂອບສະຂ້າງນີ້ ອີກພວກນຶ່ງຢູ່ຂອບສະຂ້າງນັ້ນ 14 ອັບເນີ ຈຶ່ງເວົ້າກັບໂຢອາບວ່າ, “ຂໍໃຫ້ພວກຄົນຫນຸ່ມລຸກຂຶ້ນຮົບຫລີ້ນກັນໃຫ້ເຮົາເບິ່ງເຖີດ” ແລະໂຢອາບຕອບວ່າ, “ໃຫ້ເຂົາລຸກຂຶ້ນຫລິ້ນໂລດ” 15 ເຂົາກໍລຸກຂຶ້ນໄປຕາມທີ່ນັບໄວ້ ຝ່າຍເບັນຢາມິນ ແລະຝ່າຍອິສໂບເຊທ ບຸດຊາຍຂອງຊາອູນມີສິບສອງຄົນ ແລະຂ້າຣາຊການທະຫານຂອງດາວິດກໍມີສິບສອງຄົນ 16 ຕ່າງກໍຈັບຫົວຄູ່ຕໍ່ສູ້ ແລະປັກດາບເຂົ້າທີ່ສີ່ຂ້າງຂອງຄູ່ຕໍ່ສູ້ ລົ້ມຕາຍດ້ວຍກັນຫມົດ ເຂົາຈຶ່ງເອີ້ນທີ່ນັ້ນວ່າ “ເຮນກາດຮັສຊູຣິມ” ຊຶ່ງຢູ່ໃນກິເບໂອນ 17 ການສູ້ຮົບໃນວັນນັ້ນດຸເດືອດ ອັບເນີແລະພວກຄົນອິສຣາເອນກໍຜ່າຍແພ້ຕໍ່ຂ້າຣາຊການທະຫານຂອງດາວິດ 18 ບຸດທັງສາມຂອງນາງເຊຣູຢາກໍຢູ່ທີ່ນັ້ນຄື ໂຢອາບ ອາບິຊັຍ ແລະອາຊາເຮນ ຝ່າຍອາຊາເຮນນັ້ນມີຕີນໄວຢ່າງກັບເຍືອງ 19 ແລະອາຊາເຮນກໍໄລ່ຕິດຕາມອັບເນີໄປ ເມື່ອຕາມໄປນັ້ນກໍບໍ່ໄດ້ລ້ຽວທາງຂວາມື ຫລືທາງຊ້າຍມືຈາກການໄລ່ຕາມອັບເນີ 20 ອັບເນີຫລຽວມາເບິ່ງຈຶ່ງເວົ້າວ່າ, “ນັ້ນອາຊາເຮນແມ່ນບໍ?” ເຂົາຕອບວ່າ, “ຂ້າເອງ” 21 ອັບເນີຈຶ່ງບອກເຂົາວ່າ, “ຈົ່ງລ້ຽວໄປທາງຂວາ ຫລືທາງຊ້າຍ ແລະຈັບເອົາຄົນຫນຸ່ມຄົນໃດຄົນນຶ່ງ ແລ້ວກໍຍຶດເອົາສິ່ງຂອງຂອງເຂົາໄປ” ແຕ່ອາຊາເຮນບໍ່ລ້ຽວຈາກໄລ່ຕາມອັບເນີ 22 ອັບເນີຈຶ່ງບອກອາຊາເຮນອີກຄັ້ງນຶ່ງວ່າ, “ຈົ່ງຫັນກັບຈາກການຕາມຂ້າເສັຽເຖີດ ເປັນຫຍັງຈຶ່ງຢາກໃຫ້ຂ້າຟາດເຈົ້າລົງດິນ ແລ້ວຂ້າຈະເງີຍຫນ້າຂຶ້ນເບິ່ງໂຢອາບອ້າຍຂອງເຈົ້າໄດ້ຢ່າງໃດ?” 23 ແຕ່ເຂົາກໍປະຕິເສດບໍ່ຍອມຫັນກັບ ເພາະສະນັ້ນ ອັບເນີກໍເອົາໂຄນຫອກແທງທ້ອງອາຊາເຮນ ຫອກກໍທະລຸອອກຂ້າງຫລັງຂອງເຂົາ ເຂົາກໍລົ້ມລົງຕາຍຢູ່ທີ່ນັ້ນ ແລະທຸກຄົນຊຶ່ງມາເຫັນບ່ອນທີ່ອາຊາເຮນລົ້ມຕາຍຢູ່ກໍຢືນນິ່ງ 24 ແຕ່ໂຢອາບກັບອາບິຊັຍໄລ່ຕາມອັບເນີໄປ ດວງຕາເວັນກໍຕົກເມື່ອເຂົາມາເຖິງເນີນເຂົາອັມມາ ຊຶ່ງຢູ່ຊື່ກິຢາ ຕາມທາງທີ່ຈະໄປຖິ່ນກັນດານເມືອງກິເບໂອນ 25 ແລະຄົນເບັນຢາມິນກໍຮວມກັນຕາມອັບເນີໄປເປັນກຸ່ມດຽວກັນຕັ້ງຢູ່ທີ່ຍອດພູແຫ່ງນຶ່ງ 26 ແລ້ວອັບເນີຮ້ອງຖາມໂຢອາບວ່າ, “ຈະໃຫ້ດາບກິນເລື້ອຍໄປຫລື ທ່ານບໍ່ຮູ້ຫລືວ່າຕອນປາຍມືກໍຂົມ ອີກເຫິງປານໃດທ່ານຈຶ່ງຈະສັ່ງຄົນຂອງທ່ານໃຫ້ຢຸດໄລ່ຕາມພີ່ນ້ອງຂອງເຂົາ 27 ແລະໂຢອາບຈຶ່ງກ່າວວ່າ, “ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ສັນໃດ ຖ້າທ່ານບໍ່ເວົ້າຂຶ້ນພວກທະຫານກໍຈະເລິກໄລ່ຕາມພວກພີ່ນ້ອງຂອງເຂົາມື້ອື່ນເຊົ້າ“ 28 ໂຢອາບຈຶ່ງເປົ່າເຂົາສັດຂຶ້ນ ຄົນທັງປວງກໍຢຸດ ບໍ່ໄລ່ຕາມອິສຣາເອນອີກ ແລະບໍ່ສູ້ຮົບກັນອີກ 29 ອັບເນີກັບຄົນຂອງທ່ານກໍເດີນທາງຕລອດຄືນນັ້ນໃນອາຣາບາ ເຂົາຂ້າມແມ່ນ້ຳຈໍແດນ ແລະເດີນໄປຕາມຫຸບເຂົາກໍມາເຖິງມາຮານາອິມ 30 ໂຢອາບກໍກັບຈາກໄລ່ຕາມອັບເນີ ແລະເມື່ອທ່ານຮວບຮວມພົນເຂົ້າດ້ວຍກັນແລ້ວ ຂ້າຣາຊການທະຫານຂອງດາວິດກໍຂາດໄປສິບເກົ້າຄົນບໍ່ນັບອາຊາເຮນ 31 ແຕ່ຂ້າຣາຊການທະຫານຂອງດາວິດໄດ້ຂ້າຄົນເບັນຢາມິນ ແລະຄົນຂອງອັບເນີຕາຍໄປສາມຮ້ອຍຫົກສິບຄົນ 32 ເຂົາກໍຍົກສົບອາຊາເຮນໄປຝັງໄວ້ໃນອຸບໂມງບິດາຂອງເຂົາຊຶ່ງຢູ່ທີ່ເມືອງເບັດເລເຮັມ ໂຢອາບແລະຄົນຂອງທ່ານກໍເດີນທາງຕລອດຄືນໄປສວ່າງທີ່ເມືອງເຮໂບຣນ
1 ມີສົງຄາມລະຫວ່າງເຊື້ອສາຍຂອງຊາອູນກັບເຊື້ອສາຍຂອງດາວິດຢູ່ນານ ແລະດາວິດກໍເຂັ້ມແຂງຍິ່ງຂຶ້ນ ຝ່າຍເຊື້ອສາຍຂອງຊາອູນກໍເສື່ອມກຳລັງລົງທຸກຂນະ
ບຸດຊາຍຂອງດາວິດຜູ້ເກີດທີ່ເມືອງເຮໂບຣນ
2 ດາວິດຊົງມີບຸດຊາຍເກີດຫລາຍຄົນທີ່ເມືອງເຮໂບຣນ ບຸດຫົວປີຊື່ ອັມໂນນ ບຸດອາຮີໂນອາມ ຊາວຢິສເຣເອນ 3 ຄົນທີ່ສອງຊື່ ຄີເລອາບ ບຸດນາງອາບິກາອິນແມ່ຫມ້າຍຂອງນາບານຊາວກາຣ໌ເມນ ແລະຄົນທີ່ສາມຊື່ ອັບຊາໂລມ ບຸດນາງມາອາກາ ຣາຊທິດາຂອງຕັນມັຍກະສັດເມືອງເກຊູຣ໌ 4 ຄົນທີ່ສີ່ຊື່ ອາໂດນີຢາ ບຸດຂອງຮັກກິດ ຄົນທີ່ຫ້າຊື່ ເຊຟາຕິຢາບຸດນາງອາບິຕັນ 5 ຄົນທີ່ຫົກຊື່ ອິທເຣອາມ ບຸດນາງເອກລາ ເມັຽຂອງດາວິດ ບຸດຊາຍເຫລົ່ານີ້ເກີດແກ່ດາວິດທີ່ເມືອງເຮໂບຣນ
ອັບເນີປອງທຳຄຳສັນຍາກັບດາວິດ
6 ຢູ່າເມື່ອມີການຕໍ່ສູ້ລະຫວ່າງເຊື້ອສາຍຂອງຊາອູນກັບເຊື້ອສາຍຂອງດາວິດນັ້ນ ອັບເນີໄດ້ກະທຳຕົວໃຫ້ເຂັ້ມແຂງຍິ່ງຂຶ້ນ ໃນເຊື້ອສາຍຂອງຊາອູນ 7 ຝ່າຍຊາອູນນັ້ນມີນາງສນົມຄົນນຶ່ງຊື່ ຣິສປາ ບຸດຕຣີຂອງອັຍຢາ ແລະອິສໂບເຊທຈຶ່ງກ່າວກັບອັບເນີວ່າ, “ເຫດໃດທ່ານຈຶ່ງເຂົ້າຫານາງສນົມຂອງສະເດັດພໍ່ຂອງເຮົາ” 8 ຝ່າຍອັບເນີກໍຄຽດອິສໂບເຊທເພາະຖ້ອຍຄຳນີ້ຫລາຍ ຈຶ່ງທູນວ່າ, “ຂ້າພຣະອົງເປັນຫົວຫມາຂອງຢູດາຫລື ທຸກມື້ນີ້ຂ້າພຣະອົງໄດ້ສຳແດງຄວາມຈົ່ງຮັກພັກດີຕໍ່ເຊື້ອສາຍຂອງຊາອູນສະເດັດພໍ່ຂອງພຣະອົງ ແລະຕໍ່ພີ່ນ້ອງແລະຕໍ່ມິດສະຫາຍຂອງສະເດັດພໍ່ທ່ານ ບໍ່ໄດ້ມອບຂ້າພຣະອົງໄວ້ໃນມືຂອງດາວິດ ວັນນີ້ພຣະອົງຍັງຫາຄວາມຕໍ່ຂ້າພຣະອົງດ້ວຍເຣື່ອງຜູ້ຍິງຄົນນີ້ 9 ຖ້າຂ້າພຣະອົງຈະບໍ່ໄດ້ກະທຳເພື່ອດາວິດໃຫ້ສຳເຣັດດັ່ງທີ່ພຣະຜູ້ເປັນເຈົ້າຊົງປະຕິຍານໄວ້ຕໍ່ທ່ານແລ້ວ ກໍຂໍພຣະຜູ້ເປັນເຈົ້າຊົງລົງໂທດອັບເນີແລະຍິ່ງຫນັກກວ່າ 10 ຄືຂ້າພຣະອົງຈະຍ້າຍຣາຊອານາຈັກຈາກເຊື້ອສາຍຂອງຊາອູນ ແລະສະຖາປະນາບັນລັງຂອງດາວິດເຫນືອອິສຣາເອນ ແລະເຫນືອຢູດາ ຕັ້ງແຕ່ດານເຖິງເບເອີເຊບາ” 11 ແລະອິສໂບເຊທກໍບໍ່ຊົງສາມາດຕອບອັບເນີຈັກຄຳດຽວ ເພາະພຣະອົງຊົງຢ້ານກົວອັບເນີ 12 ອັບເນີກໍສົ່ງຜູ້ນຳຂ່າວແທນຕົນໄປຍັງດາວິດທີ່ເຮໂບຣນທູນວ່າ, “ແຜ່ນດິນນີ້ເປັນຂອງຜູ້ໃດ?” ແລະທູນອີກວ່າ, “ຂໍຊົງທຳຄຳສັນຍາກັບຂ້າພຣະອົງ ແລະເບິ່ງແມ໋, ມືຂອງຂ້າພຣະອົງຈະຢູ່ຝ່າຍພຣະອົງ ແລະນຳອິສຣາເອນທັງສິ້ນມາມອບແດ່ພຣະອົງ” 13 ດາວິດກ່າວວ່າ, “ດີແລ້ວ ເຮົາຈະກະທຳຄຳສັນຍາກັບທ່ານ ແຕ່ເຮົາຂໍຈາກທ່ານຈັກຢ່າງນຶ່ງຄືວ່າ ເມື່ອທ່ານຈະມາເຫັນຫນ້າເຮົາອີກຂໍທ່ານນຳມີຄານ ບຸດຕຣີຂອງຊາອູນມາໃຫ້ເຮົາກ່ອນ ບໍ່ດັ່ງນັ້ນທ່ານຈະບໍ່ໄດ້ເຫັນຫນ້າເຮົາ” 14 ແລ້ວດາວິດກໍສົ່ງຜູ້ນຳຂ່າວໄປຍັງອິສໂບເຊທບຸດຊາຍຂອງຊາອູນວ່າ, “ຂໍມອບມີຄານເມັຽຂອງຂ້າພະເຈົ້າແກ່ຂ້າພະເຈົ້າຜູ້ຊຶ່ງຂ້າພະເຈົ້າໄດ້ຫມັ້ນໄວ້ດ້ວຍຫນັງປາຍອະວັຍວະຂອງຄົນຟີລິສຕິນນຶ່ງຮ້ອຍອັນ” 15 ອິສໂບເຊທຈຶ່ງຊົງໃຫ້ຄົນໄປພາມີຄານມາຈາກຜົວຂອງນາງ ຄືປັນຕິເອນບຸດຊາຍຂອງລາອິສ 16 ແຕ່ຜົວຂອງນາງກໍຍ່າງທັງຮ້ອງໄຫ້ໄປກັບນາງຈົນເຖິງບາຮູຣິມ ແລ້ວອັບເນີຈຶ່ງບອກເຂົາວ່າ, “ກັບໄປເສັຽເຖີດ” ແລະເຂົາກໍກັບໄປ 17 ອັບເນີຈຶ່ງປຶກສາກັບພວກຜູ້ໃຫຍ່ຂອງອິສຣາເອນວ່າ, “ເມື່ອກ່ອນນີ້ທ່ານທັງຫລາຍຢາກໃຫ້ດາວິດເປັນກະສັດເຫນືອທ່ານ 18 ບັດນີ້ຈົ່ງໃຫ້ເປັນຈິງເຖີດ ເພາະພຣະຜູ້ເປັນເຈົ້າຊົງສັນຍາໄວ້ກັບດາວິດວ່າ “ເຮົາຈະຊ່ອຍອິສຣາເອນໄພ່ພົນຂອງເຮົາດ້ວຍມືຂອງດາວິດຜູ້ຮັບໃຊ້ຂອງເຮົາ ໃຫ້ພົ້ນຈາກມືຂອງຄົນຟີລິສຕິນ ແລະໃຫ້ພົ້ນຈາກມືສັດຕຣູທັງສິ້ນຂອງເຂົາ” 19 ອັບເນີກໍເວົ້າກັບຄົນເບັນຢາມິນນຳ ແລະອັບເນີກໍໄປທູນດາວິດທີ່ເມືອງເຮໂບຣນເຖິງບັນດາສິ່ງຕ່າງໆ ທີ່ອິສຣາເອນແລະເຊື້ອສາຍທັງສິ້ນຂອງເບັນຢາມິນເຫັນສົມຄວນທີ່ຈະກະທຳ 20 ອັບເນີຈຶ່ງມາເຝົ້າດາວິດທີ່ເມືອງເຮໂບຣນພ້ອມກັບຄົນອີກຊາວຄົນ ດາວິດຊົງຈັດການລ້ຽງອັບເນີກັບຄົນທີ່ຢູ່ກັບທ່ານ 21 ແລະອັບເນີທູນດາວິດວ່າ, “ຂ້າພຣະອົງຈະລຸກຂຶ້ນກັບໄປ ແລະຈະຮວບຮວມຄົນອິສຣເອນທັງສິ້ນມາຍັງພຣະຣາຊາເຈົ້ານາຍຂອງຂ້າພຣະອົງ ເພື່ອເຂົາທັງຫລາຍຈະກະທຳຄຳສັນຍາກັບພຣະອົງ ເພື່ອພຣະອົງຈະຊົງປົກຄອງໃຫ້ກວ້າງຂວາງຕາມຊອບພຣະທັຍຂອງພຣະອົງ” ດາວິດກໍຊົງສົ່ງອັບເນີກັບໄປ ແລະເຂົາກໍໄປໂດຍສະວັດດີພາບ
ໂຢອາບຂ້າອັບເນີ
22 ຂນະນັ້ນຂ້າຣາຊການທະຫານຂອງດາວິດກັບໂຢອາບກັບມາຈາກການໄປປຸ້ນແລະນຳສິ່ງຂອງທີ່ຍຶດໄດ້ຫລວງຫລາຍນັ້ນມາດ້ວຍ ແຕ່ອັບເນີບໍ່ໄດ້ຢູ່ກັບດາວິດທີ່ເຮໂບຣນແລ້ວ ເພາະພຣະອົງຊົງສົ່ງທ່ານກັບໄປ ແລະທ່ານກໍໄປໂດຍສະວັດດີພາບ 23 ເມື່ອໂຢອາບກັບກອງທັບທັງສິ້ນທີ່ຢູ່ກັບທ່ານມາເຖິງ ກໍມີຄົນບອກໂຢອາບວ່າ, “ອັບເນີບຸດເນີມາເຝົ້າພຣະຣາຊາ ແລະພຣະອົງຊົງໃຫ້ເຂົາກັບໄປ ເຂົາກໍກັບໄປໂດຍສະວັດດີພາບ” 24 ແລ້ວໂຢອາບເຂົ້າໄປເຝົ້າກະສັດທູນວ່າ, “ເປັນຫຍັງພຣະອົງຊົງກະທຳເຊັ່ນນີ້ ເບິ່ງແມ໋, ອັບເນີມາເຝົ້າພຣະອົງ ເຫດໃດພຣະອົງຈຶ່ງປ່ອຍເຂົາໄປ ເຂົາກໍຫລຸດມືໄປແລ້ວ 25 ພຣະອົງຊົງຊາບແລ້ວວ່າອັບເນີ ບຸດເນີມາເພື່ອລໍ້ລວງພຣະອົງ ແລະເພື່ອຊາບເຖິງການສະເດັດເຂົ້າອອກຂອງພຣະອົງ ແລະເພື່ອຊາບທຸກສິ່ງທຸກຢ່າງທີ່ພຣະອົງຊົງກະທຳ 26 ເມື່ອໂຢອາບອອກມາຈາກການເຂົ້າເຝົ້າດາວິດ ຈຶ່ງສົ່ງຜູ້ນຳຂ່າວໄປຕາມອັບເນີ ເຂົາທັງຫລາຍກໍນຳທ່ານກັບມາຈາກທີ່ຍັງນ້ຳຊື່ຊີຣາ ແຕ່ດາວິດບໍ່ໄດ້ຊົງຊາບໃນເຣື່ອງນີ້ 27 ເມື່ອອັບເນີກັບມາເຖິງເຮໂບຣນແລ້ວ ໂຢອາບກໍພາທ່ານຫລົບເຂົ້າໄປທີ່ກາງປະຕູເມືອງເພື່ອຈະເວົ້າກັບທ່ານເປັນການລັບ ແລະໂຢອາບແທງທ້ອງຂອງທ່ານເສັຽທີ່ນັ້ນ ທ່ານກໍສິ້ນຊິວິດ ໂຢອາບແກ້ແຄ້ນໂລຫິດຂອງອາຊາເຮນນ້ອງຊາຍຂອງຕົນ 28 ພາຍຫລັງເມື່ອດາວິດຊົງຊາບເຣື່ອງນີ້ ພຣະອົງຊົງກ່າວວ່າ, “ຕົວເຮົາແລະຣາຊອານາຈັກຂອງເຮົາປາສຈາກຄວາມຜິດສືບໄປເປັນນິດຕໍ່ເບື້ອງພຣະພັກພຣະຜູ້ເປັນເຈົ້າດ້ວຍເຣື່ອງໂລຫິດຂອງອັບເນີບຸດເນີ 29 ຂໍໃຫ້ໂທດນັ້ນຕົກເຫນືອຫົວຂອງໂຢອາບ ແລະເຫນືອເຊື້ອສາຍບິດາຂອງເຂົາທັງສິ້ນ ຂໍຢ່າໃຫ້ຄົນທີ່ມີສິ່ງໄຫລອອກ ຄົນທີ່ເປັນໂຣກເຮື້ອນ ຄົນທີ່ຖືໄມ້ເທົ້າ ຄົນທີ່ຖືກປະຫານດ້ວຍດາບ ຫລືຄົນຂາດເຂົ້າຈີ່ ຂາດຈາກເຊື້ອສາຍຂອງໂຢອາບ” 30 ນີ້ແຫລະ ໂຢອາບແລະອາບິຊັຍນ້ອງຊາຍຂອງເຂົາໄດ້ຂ້າອັບເນີ ເພາະອັບເນີໄດ້ຂ້າອາຊາເຮນນ້ອງຊາຍເຂົາເມື່ອຮົບກັນທີ່ກິເບໂອນ 31 ແລ້ວດາວິດກໍກ່າວກັບໂຢອາບ ແລະປະຊາຊົນທຸກຄົນທີ່ຢູ່ກັບພຣະອົງວ່າ, “ຈົ່ງຈີກເສື້ອຜ້າຂອງທ່ານທັງຫລາຍ ແລະເອົາຜ້າກະສອບຄາດແອວໄວ້ ແລະຈົ່ງໄວ້ທຸກໃຫ້ອັບເນີ” ແລະກະສັດດາວິດສະເດັດຕາມສົບອັບເນີໄປ 32 ເຂົາກໍຝັງສົບອັບເນີໄວ້ທີ່ເຮໂບຣນ ແລະກະສັດກໍສົ່ງພຣະສຸຣະສຽງກັນແສງໃນທີ່ຝັງສົບຂອງອັບເນີ ແລະປະຊາຊົນທັງປວງກໍຮ້ອງໄຫ້ 33 ແລະກະສັດຊົງຄ່ຳຄວນດ້ວຍເຣື່ອງອັບເນີວ່າ, “ຄວນຫລືທີ່ອັບເນີຈະຕາຍ ຢ່າງຄົນໂງ່ຕາຍ” 34 ມືຂອງທ່ານກໍບໍ່ໄດ້ຖືກມັດ ຕີນຂອງທ່ານກໍບໍ່ໄດ້ຕິດໂຊ່ ທ່ານໄດ້ລົ້ມລົງເຫມືອນຢ່າງຄົນລົ້ມລົງຕໍ່ຫນ້າຄົນຊົ່ວຮ້າຍ ແລະປະຊາຊົນທັງປວງກໍຮ້ອງໄຫ້ເຖິງອັບເນີອີກ 35 ແລ້ວປະຊາຊົນທັງປວງກໍມາທູນຊວນເຊີນໃຫ້ດາວິດສະເຫວີຍພຣະກະຍາຫານເມື່ອເວລາຍັງເວັນຢູ່ ແຕ່ດາວິດຊົງປະຕິຍານວ່າ, “ຖ້າເຮົາຊິມຣົດເຂົ້າຈິ່ ຫລືສິ່ງໃດໆກ່ອນຕາເວັນຕົກ ຂໍໃຫ້ພຣະຜູ້ເປັນເຈົ້າລົງໂທດເຮົາແລະຍິ່ງຫນັກກວ່າ” 36 ປະຊາຊົນທັງປວງສັງເກດເຫັນເຊັ່ນນັ້ນກໍພໍໃຈ ດັ່ງທີ່ປະຊາຊົນພໍໃຈທຸກສິ່ງທີ່ກະສັດຊົງກະທຳ 37 ປະຊາຊົນທັງສິ້ນແລະຊົນອິສຣາເອນທັງປວງຈຶ່ງເຂົ້າໃຈໃນວັນນັ້ນວ່າ ບໍ່ແມ່ນພຣະປະສົງຂອງກະສັດທີ່ຈະໃຫ້ຂ້າອັບເນີບຸດເນີເສັຽ 38 ກະສັດກ່າວກັບຂ້າຣາຊການຂອງພຣະອົງວ່າ, “ທ່ານບໍ່ຊາບຫລືວ່າ ວັນນີ້ເຈົ້ານາຍແລະຄົນສຳຄັນຍິ່ງຄົນນຶ່ງສິ້ນຊີວິດໃນອິສຣາເອນ 39 ເຖິງແມ່ນເຮົາໄດ້ຮັບການເຈີມເປັນກະສັດ ແລ້ວເຮົາກໍອ່ອນກຳລັງໃນວັນນີ້ ຊາຍເຫລົ່ານີ້ຊຶ່ງເປັນບຸດຂອງນາງເຊຣູຢາຫນັກແກ່ເຮົາເກີນໄປ ຂໍພຣະຜູ້ເປັນເຈົ້າຊົງສນອງຜູ້ກະທຳຜິດຕາມຄວາມຜິດຂອງເຂົາເຖີດ”
ການຄາຕະກຳອິສໂບເຊທ
1 ເມື່ອອິສໂບເຊທບຸດຊາຍຂອງຊາອູນໄດ້ຊົງຊາບຂ່າວວ່າອັບເນີສິ້ນຊີວິດເສັຽທີ່ເຮໂບຣນແລ້ວ ພຣະຫັດຂອງພຣະອົງກໍ່ອ່ອນລົງ ແລະອິສຣາເອນທັງປວງກໍທໍ້ໃຈ 2 ຝ່າຍບຸດຊາຍຂອງຊາອູນຍັງມີອີກສອງຄົນເປັນຫົວຫນ້າຂອງກອງປຸ້ນ ຄົນນຶ່ງຊື່ບາອານາ ອີກຄົນນຶ່ງຊື່ເຣຄັບບຸດຂອງຣິມໂມນ ຄົນເບັນຢາມິນ ຊາວເມືອງເບເອີໂຢດ (ເພາະວ່າເບເອີໂຢດກໍນັບເຂົ້າເປັນຂອງເບັນຢາມິນດ້ວຍ 3 ຊາວເບເອີໂຢດຫນີໄປຍັງເມືອງກິດຕາອິມ ແລະອາໄສຢູ່ທີ່ນັ້ນຈົນເຖິງທຸກວັນນີ້) 4 ໂຢນາທານບຸດຊາຍຂອງຊາອູນ ມີບຸດຊາຍຄົນນຶ່ງເປັນງ່ອຍ ເມື່ອມີຂ່າວເຣື່ອງຊາອູນກັບໂຢນາທານມາຈາກຢິສເຣເອນນັ້ນ ເດັກຄົນນີ້ມີອາຍຸຫ້າປີ ເອື້ອຍລ້ຽງກໍອຸ້ມລຸກຫນີໄປ ເມື່ອນາງຟ້າວຫນີນັ້ນ ເດັກນັ້ນກໍຫລົ່ນລົງ ແລະເປັນງ່ອຍ ທ່ານຊື່ເມຟີໂບເຊທ 5 ຝ່າຍບຸດທັງສອງຂອງຣິມໂມນ ຊາວເບເອີໂຢດ ທີ່ຊື່ເຣຄັບ ແລະບາອານານັ້ນ ໄດ້ອອກເດີນທາງ ພໍແດດອອກຮ້ອນກໍມາເຖິງຕຳນັກຂອງອິສໂບເຊທ ຂນະເມື່ອພຣະອົງກຳລັງບັນທົມພັກທ່ຽງ 6 ແລະເຂົາເຂົ້າໄປກາງຕຳນັກ ເຮັດເຫມືອນຈະຂົນເຂົ້າສາລີແລະເຂົາກໍແທງພຣະອົງ ເຣຄັບແລະບາອານາອ້າຍແຫ່ງຕົນກໍຫນີໄປ 7 ເມື່ອເຂົາທັງສອງເຂົ້າໄປໃນຕຳນັກນັ້ນ ພຣະອົງບັນທົມຫລັບຢູ່ເທິງບ່ອນ ເຂົາກໍທຸບຕີພຣະອົງແລະປະຫານພຣະອົງເສັຽ ນຳພຣະສຽນນັ້ນເດີນທາງໄປທາງອາຣາບາທັງກາງຄືນ 8 ເຂົານຳພຣະສຽນຂອງອິສໂບເຊທໄປຖວາຍດາວິດທີ່ເມືອງເຮໂບຣນ ເຂົາທັງສອງກາບທູນພຣະຣາຊາວ່າ, “ນີ້ຫົວຂອງອິສໂບເຊທບຸດຂອງຊາອູນສັດຕຣູຂອງພຣະອົງ ຜູ້ສແວງຫາຊີວິດຂອງພຣະອົງ ພຣະຜູ້ເປັນເຈົ້າຊົງແກ້ແຄ້ນແທນພຣະຣາຊາເຈົ້ານາຍຂອງຂ້າພຣະອົງໃນວັນນີ້ເຫນືອຊາອູນ ແລະພືດພັນຂອງຊາອູນ” 9 ແຕ່ດາວິດກ່າວຕອບເຣຄັບແລະບາອານາອ້າຍແຫ່ງຕົນ ບຸດຂອງຣີມໂມນຊາວເບເອໂຢດວ່າ, “ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ສັນໃດ ຄືພຣະອົງຜູ້ຊົງໄຖ່ຊີວິດຂອງເຮົາຈາກບັນດາຄວາມທຸກຍາກ 10 ເມື່ອຜູ້ນຶ່ງຜູ້ໃດບອກເຮົາວ່າ, “ເບິ່ງແມ໋, ຊາອູນສິ້ນຊີວິດແລ້ວ” ແລະຄິດວ່າຕົນນຳຂ່າວດີມາ ເຮົາກໍຈັບຄົນນັ້ນຂ້າເສັຽທີ່ຊິກລາກ ຊຶ່ງເປັນຣາງວັນທີ່ເຮົາໃຫ້ແກ່ເຂົາສຳລັບຂ່າວນັ້ນ 11 ນອກຈາກນີ້ເທົ່າໃດເມື່ອຄົນອະທັມໄດ້ຂ້າຄົນຊອບທັມທີ່ໃນບ້ານ ແລະເທິງບ່ອນນອນຂອງຄົນຊອບທັມນັ້ນ ເຮົາຈະບໍ່ລົງໂທດເຈົ້າທັງສອງເພາະຄວາມຕາຍຂອງເຂົາຫລື ແລະທຳລາຍເຈົ້າເສັຽຈາກພິພົບ” 12 ດາວິດກໍຊົງສັ່ງຄົນຫນຸ່ມຂອງພຣະອົງ ແລະເຂົາທັງຫລາຍກໍພາກເຂົາທັງສອງໄປຂ້າເສັຽ ຕັດມືຕັດຕີນອອກ ແຂວນສົບນັ້ນໄວ້ທີ່ຂ້າງສະທີ່ເມືອງເຮໂບຣນ ແຕ່ເຂົານຳພຣະສຽນຂອງອິສໂບເຊທໄປຝັງໄວ້ໃນທີ່ຝັງສົບຂອງອັບເນີໃນເມືອງເຮໂບຣນ
ດາວິດເປັນເຈົ້າຊີວິດແຫ່ງອິສຣາເອນ
1 ຕໍ່ມາອີກ ພວກຕະກູນອິສຣາເອນ ໄດ້ມາຫາດາວິດທີ່ເມືອງເຮໂບຣນ ແລະທູນຕໍ່ພຣະອົງວ່າ, “ພວກຂ້າພຣະອົງເປັນເພື່ອນຮ່ວມຊາດດຽວກັນກັບພຣະອົງ 2 ໃນຄາວກ່ອນເມື່ອຊາອູນເປັນເຈົ້າຊີວິດ ແມ່ນພຣະອົງນີ້ແຫລະໄດ້ນຳຫນ້າປະຊາຊົນອິສຣາເອນຢູ່ໃນສະຫນາມຮົບ ຕັ້ງແຕ່ເວລານັ້ນມາ ພຣະຜູ້ເປັນເຈົ້າກໍຊົງບອກໃຫ້ພຣະອົງເປັນຜູ້ນຳຫນ້າ ແລະປົກຄອງໄພ່ພົນຂອງພຣະອົງ 3 ດ້ວຍເຫດນີ້ ພວກຂ້າພຣະອົງຜູ້ນຳຊາວອິສຣາເອນທຸກຄົນ ຈຶ່ງເຂົ້າເຝົ້າພຣະອົງທີ່ເມືອງເຮໂບຣນນີ້” ຝ່າຍດາວິດກໍໃຫ້ຄຳຫມັ້ນສັນຍາກັບພວກເຂົາ ແລະພວກເຂົາກໍເອົານ້ຳມັນຊະໂລມຫົດສົງພຣະອົງໃຫ້ເປັນເຈົ້າຊີວິດຂອງຣາຊອານາຈັກອິສຣາເອນ 4 ເວລາທີ່ດາວິດໄດ້ຂຶ້ນສະເຫວີຍຣາຊນັ້ນ ພຣະອົງມີອາຍຸສາມສິບປີ ແລະພຣະອົງປົກຄອງເປັນເວລາສີ່ສິບປີ 5 ຄືປົກຄອງຊາວຢູດາທີ່ເຮໂບຣນເປັນເວລາເຈັດປີກັບຫົກເດືອນ ແລະໄດ້ປົກຄອງທີ່ກຸງເຢຣູຊາເລັມທົ່ວທັງອິສຣາເອນແລະຢູດາ ເປັນເວລາສາມສິບປີ 6 ຕໍ່ມາກະສັດດາວິດ ແລະທະຫານຂອງພຣະອົງ ໄດ້ໄປສູ້ຮົບທີ່ນະຄອນເຢຣູຊາເລັມ ຊາວເຢບຸສທີ່ຢູ່ໃນທີ່ນັ້ນ ຄິດວ່າດາວິດບໍ່ສາມາດຈະຕີເອົາເມືອງນີ້ໄດ້ ພວກເຂົາຈຶ່ງເວົ້າຕໍ່ພຣະອົງວ່າ, “ພຣະອົງຈະເຂົ້າມາໃນບ່ອນນີ້ບໍ່ໄດ້ດອກ ແມ່ນແຕ່ຄົນຕາບອດ ແລະຄົນເສັຽອົງຄະກໍຈະສາມາດປ້ອງກັນເມືອງນີ້ໄວ້ໄດ້” 7 ແຕ່ດາວິດກໍໄດ້ຍຶດເອົາປ້ອມຍາມເມືອງຊີໂອນ ແລະບ່ອນນີ້ກໍກາຍເປັນເມືອງຂອງດາວິດ 8 ໃນວັນນັ້ນ ດາວິດເວົ້າກັບທະຫານຂອງພຣະອົງວ່າ, “ຜູ້ໃດຈະໂຈມຕີຄົນເຢບຸສ ກໍໃຫ້ຜູ້ນັ້ນຂຶ້ນໄປຕາມທາງນ້ຳໄຫລໄປສູ້ຄົນຫງ່ອຍ ແລະຄົນຕາບອດຜູ້ຊຶ່ງຈິດໃຈຂອງດາວິດກຽດຊັງ” ດ້ວຍເຫດນີ້ ເຂົາຈຶ່ງວ່າກັນວ່າ, “ຢ່າໃຫ້ຄົນຕາບອດ ແລະຄົນຫງ່ອຍເຂົ້າມາໃນພຣະວິຫານ” 9 ສ່ວນດາວິດກໍຢູ່ໃນເມືອງທີ່ມີປ້ອມຍາມນັ້ນ ທີ່ພຣະອົງໄດ້ໃສ່ຊື່ວ່າ “ເມືອງຂອງດາວິດ” ພຣະອົງໄດ້ສ້າງກຳແພງປ້ອງກັນອ້ອມໄວ້ ຕັ້ງແຕ່ມິນໂລຈົນເຖິງພຣະຣາຊວັງ 10 ດາວິດເຂັ້ມແຂງ ແລະຈະເຣີນຂຶ້ນຕລອດມາ ເພາະວ່າພຣະຜູ້ເປັນເຈົ້າແຫ່ງຈັກກະວານ ໄດ້ຊົງສະຖິດຢູ່ກັບພຣະອົງ
ຮີຣາມຮັບຣອງຖານະດາວິດ
11 ຢູ່ມາ ກະສັດຮີຣາມທີ່ເມືອງຕີເຣ ໄດ້ສົ່ງພວກຣາຊທູດມາຫາດາວິດ ພ້ອມທັງໄມ້ສົນຊ່າງໄມ້ຊ່າງກໍ່ມາສ້າງພຣະຣາຊວັງຂອງດາວິດ 12 ດາວິດຈຶ່ງພິຈາຣະນາວ່າ ພຣະຜູ້ເປັນເຈົ້າຊົງສະຖາປະນາຕົນໃຫ້ເປັນເຈົ້າຊີວິດຂອງຊາວອິສຣາເອນ ແລະຊົງແຕ່ງຕັ້ງຣາຊອານາຈັກຂອງຕົນໃຫ້ມັ່ງຄັ່ງຮຸ່ງເຮືອງ ເພື່ອເຫັນແກ່ໄພ່ພົນຂອງພຣະອົງ
ບຸດຊາຍຂອງດາວິດຊຶ່ງເກີດທີ່ເຢຣູຊາເລັມ
13 ຫລັງຈາກຍ້າຍຫນີຈາກເມືອງເຮໂບຣນແລ້ວ ດາວິດກໍເອົາເມັຽນ້ອຍຫລາຍຄົນໃນນະຄອນເຢຣູຊາເລັມ ພຣະອົງຈຶ່ງມີບຸດຊາຍ ບຸດສາວຕື່ມອີກຫລາຍຂຶ້ນ 14 ບຸດທີ່ເກີດຢູ່ນະຄອນເຢຣູຊາເລັມມີຄື ຊັມມູອາ ໂຊບັບ ນາທານ ໂຊໂລໂມນ 15 ອິບຮາຣ໌ ເອລີຊູອາ ເນເຟກ ຢາຟີອາ 16 ເອລີຊາມາ ເອລີອາດາ ແລະເອລີເຟເລທ
ດາວິດຊົງຮົບຊະນະຄົນຟີລິສຕິນ
17 ເມື່ອພວກຟີລິສຕິນໄດ້ຍິນຂ່າວ ດາວິດໄດ້ຮັບການສະຖາປະນາໃຫ້ເປັນເຈົ້າຊີວິດຂອງຊາວອິສຣາເອນ ພວກເຂົາກໍແຫ່ກັນມາເພື່ອຈັບເອົາຕົວດາວິດ ເມື່ອດາວິດໄດ້ຍິນຂ່າວນັ້ນ ພຣະອົງໄດ້ລົງໄປຢູ່ໃນປ້ອມ 18 ເມື່ອພວກຟີລິສຕິນເຄື່ອນກຳລັງມາເຖິງຮ່ອມພູເຣຟາອິມ ກໍໄດ້ຍຶດເອົາບ່ອນນັ້ນໄວ້ 19 ດາວິດໄດ້ທູນຖາມພຣະຜູ້ເປັນເຈົ້າວ່າ, “ຂ້າພຣະອົງຈະຕ້ອງໄປສູ້ຮົບກັບພວກຟີລິສຕິນຫລືບໍ ພຣະອົງຈະຊົງປະທານໄຊຊະນະໃຫ້ຂ້າພຣະອົງບໍ” ພຣະຜູ້ເປັນເຈົ້າຊົງຕອບວ່າ, “ຈົ່ງໄປເທີນ ເຮົາຈະໃຫ້ເຈົ້າຊະນະ” 20 ດັ່ງນັ້ນ ດາວິດຈຶ່ງມຸ່ງຫນ້າໄປເມືອງບາອານເປຣາຊິມ ແລະກໍຊະນະພວກຟີລິສຕິນຢູ່ທີ່ນັ້ນ ພຣະອົງໄດ້ເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງໃຫ້ສັດຕຣູຂອງຂ້າພະເຈົ້າແຕກແຍກກັນ ເຫມືອນດັ່ງນ້ຳໄຫລເຊາະຄູກັ້ນນັ້ນ” ແລະບ່ອນນັ້ນກໍເອີ້ນວ່າ ບາອານເປຣາຊິມ 21 ພວກຟີລິສຕິນໄດ້ປະຮູບພຣະຂອງພວກເຂົາໄວ້ໃນບ່ອນນັ້ນ ດາວິດ ແລະທະຫານຂອງພຣະອົງກໍເອົາຮູບພຣະນັ້ນອອກຫນີໄປ 22 ແລ້ວພວກຟີລິສຕິນໄດ້ກັບຄືນສູ່ຮ່ອມພູເຣຟາອິມ ແລະຍຶດເອົາບອ່ນນັ້ນໄວ້ອີກ 23 ດາວິດກໍກາບທູນພຣະຜູ້ເປັນເຈົ້າອີກເທື່ອນຶ່ງ ຈຶ່ງໄດ້ຮັບຄຳຕອບວ່າ,”ຢ່າຕໍ່ສູ້ພວກເຂົາຢູ່ບ່ອນນີ້ ແຕ່ໃຫ້ອ້ອມໄປຕໍ່ສູ້ທາງດ້ານຫລັງ ຊຶ່ງຢູ່ໃກ້ໆກັບຕົ້ນມອນນັ້ນ 24 ເມື່ອພວກເຈົ້າໄດ້ຍິນສຽງຄືຄົນຍ່າງຢູ່ເທິງປາຍໄມ້ ຈົ່ງຟ້າວອອກໄປຕໍ່ສູ້ໂລດ ເພາະການນັ້ນຫມາຍເຖິງວ່າ ເຮົາໄດ້ອອກໄປກ່ອນຫນ້າພວກເຈົ້າແລ້ວ ເພື່ອທຳໃຫ້ກອງທັບພວກຟີລິສຕິນເສັຽໄຊ” 25 ດາວິດກໍໄດ້ປະຕິບັດຕາມທີ່ພຣະຜູ້ເປັນເຈົ້າຊົງສັ່ງໄວ້ ພຣະອົງໄດ້ໄລ່ພວກຟີລິສຕິນໄປຕລອດທາງ ແຕ່ເມືອງເກລາຈົນເຖິງເມືອງເກເຊີ
ຫີບຄຳສັນຍາຖືກນຳໄປນະຄອນເຢຣູຊາເລັມ
1 ດາວິດໄດ້ເອີ້ນເອົາທະຫານຜູ້ເກັ່ງກ້າທີ່ສຸດໃນອິສຣາເອນມາໂຮມກັນອີກເທື່ອນຶ່ງ ຊຶ່ງມີຈຳນວນຢູ່ສາມສິບພັນຄົນ 2 ພຣະອົງໄດ້ພາພວກເຂົາໄປເມືອງບາອາເລຢູດາ ເພື່ອໄປນຳເອົາຫີບຄຳສັນຍາຊຶ່ງມີຊື່ຕາມພຣະນາມຂອງພຣະຜູ້ເປັນເຈົ້າຈອມໂຍທາ ຜູ້ຊົງນັ່ງຢູ່ເທິງພຣະທີ່ນັ່ງລະຫວ່າງກາງເຊຣູບິມ 3 ພວກເຂົາໄດ້ເອົາຫີບຄຳສັນຍານັ້ນໃສ່ຣົດລໍ້ໃຫມ່ໄປຈາກເຮືອນຂອງອາບິນາດາບຢູ່ເທິງພູນ້ອຍ ສ່ວນອູສຊາ ແລະອາຮີໂອ ບຸດຊາຍຂອງອາບີນາດາບເປັນຄົນຈູງຣົດລໍ້ 4 ເວລາທີ່ແກ່ຫີບຄຳສັນຍານັ້ນ ອາຮີໂອເປັນຜູ້ຍ່າງອອກຫນ້າ 5 ດາວິດແລະຊາວອິສຣາເອນທຸກຄົນໄດ້ພາກັນຟ້ອນແລະຮ້ອງເພງຖວາຍແດ່ພຣະຜູ້ເປັນເຈົ້າຢ່າງສຸດອົກສຸດໃຈ ພວກເຂົາໄດ້ດີດພີນ ຕີກອງ ຕົບແຊ່ງ ແລະຫລິ້ນເຄື່ອງດົນຕຣີອື່ນໆອີກປະກອບ 6 ເມື່ອພວກເຂົາມາຮອດລານຟາດເຂົ້າຂອງນາໂກນ ງົວກໍຕຳສະດຸດ ອູສຊາຢ້ານວ່າຫີບຄຳສັນຍານັ້ນຈະຕົກຈາກກວຽນ ຈຶ່ງເດ່ມືໄປຈັບໄວ້ 7 ໃນທັນໃດນັ້ນ ພຣະຜູ້ເປັນເຈົ້າກໍຊົງພຣະພິໂຣດອູສຊາ ເພາະເຂົາຂາດຄວາມເຄົາຣົບ ອູສຊາຈຶ່ງຕາຍຢູ່ຂ້າງຫີບຄຳສັນຍາໃນບ່ອນນັ້ນ 8 ສ່ວນດາວິດກໍໃຈຮ້າຍທີ່ພຣະຜູ້ເປັນເຈົ້າຊົງລົງໂທດອູສຊາດ້ວຍຄວາມພິໂຣດ ດັ່ງນັ້ນ ທ່ານຈຶ່ງເອີ້ນບ່ອນນັ້ນວ່າ “ເປເຣສອູສຊາ” ຈົນເຖິງທຸກວັນນີ້ 9 ດາວິດຢ້ານກົວພຣະຜູ້ເປັນເຈົ້າຈຶ່ງເວົ້າວ່າ, “ບັດນີ້ ຂ້ອຍຈະຫາມຫີບຄຳສັນຍາໄປໄດ້ຢ່າງໃດ?” 10 ດັ່ງນັ້ນ ພຣະອົງຈຶ່ງບໍ່ຍອມທີ່ຈະນຳຫີບຂອງພຣະເຈົ້າເຂົ້າໄປໃນເມືອງຂອງດາວິດໃຫ້ຢູ່ກັບຕົນ ແຕ່ດາວິດໄດ້ນຳເອົາໄປເຮືອນຂອງ ໂອເບດເອໂດມ ຊາວກິດຕີ 11 ຫີບຄຳສັນຍາຈຶ່ງຢູ່ທີ່ນັ້ນເປັນເວລາສາມເດືອນ ແລະພຣະຜູ້ເປັນເຈົ້າກໍຊົງອວຍພອນໂອເບດເອໂດມ ແລະຄົວເຮືອນຂອງເຂົາທັງສິ້ນ
ຊົງນຳຫີບຄຳສັນຍາມາສູ່ເຢຣູຊາເລັມ
12 ມີຄົນໄປກາບທູນກະສັດດາວິດວ່າ, “ພຣະຜູ້ເປັນເຈົ້າຊົງອວຍພຣະພອນແກ່ຄົວເຮືອນຂອງໂອເບດເອໂດມ ແລະທຸກສິ່ງທີ່ເຂົາມີຍ້ອນຫີບຄຳສັນຍາຢູ່ໃນເຮືອນຂອງເຂົາ ດາວິດຈຶ່ງເອົາຫີບນັ້ນອອກຈາກເຮືອນຂອງໂອເບດເອໂດມ ແລະໄປນະຄອນເຢຣູຊາເລັມ ພ້ອມທັງທຳພິທີສລອງກັນຢ່າງໃຫຍ່ໂຕມະໂຫລານ 13 ເມື່ອພວກທີ່ມາຫາມຫີບຄຳສັນຍາຍ່າງອອກໄປໄດ້ຫົກກ້າວແລ້ວ ດາວິດກໍເອົາງົວເຖິກ ແລະແບ້ໂຕຕຸ້ຍພີ ຖວາຍເປັນເຄື່ອງບູຊາແກ່ພຣະຜູ້ເປັນເຈົ້າ 14 ດາວິດນຸ່ງແຕ່ຜ້າຟ້ອນຖວາຍພຣະກຽດແດ່ພຣະຜູ້ເປັນເຈົ້າຢ່າງສຸດອົກສຸດໃຈ 15 ແລ້ວພຣະອົງກັບຊາວອິສຣາເອນທຸກຄົນ ກໍນຳຫີບຄຳສັນຍາຂຶ້ນໄປນະຄອນເຢຣູຊາເລັມດ້ວຍສຽງໂຮ່ຮ້ອງຍິນດີ ແລະທັງສຽງເປົ່າແກດ້ວຍ 16 ເມື່ອຫີບຄຳສັນຍາເຂົ້າມາຮອດເມືອງ ມີຄານຣາຊທິດາຂອງຊາອູນ ຜູ້ເປັນມະເຫສີໄດ້ຫລຽວອອກໄປທາງປ່ອງຢ້ຽມ ກໍເຫັນກະສັດດາວິດກຳລັງຟ້ອນ ແລະກະໂດດເຕັ້ນຊ້ອງພຣະພັກພຣະຜູ້ເປັນເຈົ້າ ນາງກໍຄິດດູຖູກດາວິດໃນໃຈ 17 ພວກເຂົາໄດ້ນຳເອົາຫີບຄຳສັນຍາມາວາງໄວ້ໃນຕູບຜ້າເຕັນບ່ອນທີ່ດາວິດປຸກຕຽມໄວ້ ແລ້ວດາວິດກໍຖວາຍເຄື່ອງເຜົາບູຊາ ແລະເຄື່ອງບູຊາເພື່ອຄວາມສາມັກຄີແກ່ພຣະຜູ້ເປັນເຈົ້າ 18 ເມື່ອການຖວາຍເຄື່ອງບູຊາຜ່ານໄປແລ້ວ ພຣະອົງກໍອວຍພອນແກ່ປະຊາຊົນ ໃນພຣະນາມພຣະຜູ້ເປັນເຈົ້າແຫ່ງຈັກກະວານ 19 ແລ້ວພຣະອົງກໍເອົາເຂົ້າຈີ່ ຊີ້ນປີ້ງ ແລະຫມາກອະງຸ່ນ ຢ່າຍໃຫ້ພວກຜູ້ຊາຍ ແລະພວກຜູ້ຍິງຊາວອິສຣາເອນກິນຫມົດທຸກຄົນ ແລ້ວຈຶ່ງໄດ້ກັບເມືອເຮືອນ 20 ສ່ວນດາວິດກໍກັບເມືອເຮືອນ ເພື່ອອວຍໄຊໃຫ້ພອນແກ່ຄອບຄົວຂອງຕົນ ມີຄານບຸດສາວຂອງຊາອູນກໍອອກມາພົບພຣະອົງ ນາງເວົ້າຂຶ້ນວ່າ, “ວັນນີ້ ກະສັດອິສຣາເອນໄດ້ສ້າງຊື່ສຽງອັນຍິ່ງໃຫຍ່ສຳລັບຕົນເອງ ພຣະອົງໄດ້ທຳດັ່ງຄົນຜີບ້າຕໍ່ສາຍຕາພວກສາວໃຊ້ ຂອງບັນດາຂ້າຣາຊການຂອງຕົນ” 21 ດາວິດກໍຕອບວ່າ, “ເຮົາຟ້ອນຖວາຍກຽດແດ່ພຣະຜູ້ເປັນເຈົ້າ ຜູ້ຊົງເລືອກເອົາເຮົາໃຫ້ເປັນຜູ້ເຫນືອກວ່າພໍ່ຂອງເຈົ້າ ແລະຄອບຄົວຂອງທ່ານ ເພື່ອແຕ່ງຕັ້ງໃຫ້ເຮົາເປັນຜູ້ນຳອິສຣາເອນໄພ່ພົນຂອງພຣະອົງ ແລະເຮົາຈະຟ້ອນຖວາຍກຽດແກ່ພຣະຜູ້ເປັນເຈົ້າ 22 ແລ້ວຈະພຍາຍາມຖ່ອມຕົວລົງຫລາຍກວ່ານີ້ອີກ ເຈົ້າອາດຄິດວ່າເຮົາບໍ່ມີຄວາມຫມາຍຫຍັງຫມົດ ແຕ່ສາວໃຊ້ເຫລົ່ານັ້ນອາດຈະຄິດໃຫ້ກຽດແກ່ເຮົາກໍໄດ້” 23 ນາງມີຄານບຸດສາວຂອງຊາອູນ ກໍບໍ່ມີບຸດຈົນເຖິງວັນສິ້ນຊີວິດ
ນາທານນຳຂ່າວມາໃຫ້ດາວິດ
1 ເມື່ອກະສັດດາວິດປະທັບຢູ່ໃນພຣະຣາຊວັງຂອງພຣະອົງ ພຣະຜູ້ເປັນເຈົ້າກໍຊົງອວຍພອນໃຫ້ດາວິດ ໄດ້ຮັບຄວາມປອດພັຍຈາກສັດຕຣູທັງຫລາຍ 2 ແລ້ວກະສັດດາວິດເວົ້າຕໍ່ນາທານຜູ້ປະກາດພຣະທັມວ່າ, “ເບິ່ງແມ໋, ຫີບຄຳສັນຍາຂອງພຣະເຈົ້າໄດ້ເອົາໄວ້ໃນຕູບຜ້າເຕັນ” 3 ນາທານຈຶ່ງຕອບວ່າ, “ຂໍພຣະອົງຈົ່ງທຳຕາມສິ່ງທີ່ພຣະອົງພໍພຣະທັຍເທີນ ເພາະວ່າພຣະຜູ້ເປັນເຈົ້າຊົງສະຖິດຢູ່ນຳພຣະອົງ” 4 ແຕ່ໃນຄືນນັ້ນ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ນາທານວ່າ, 5 “ຈົ່ງໄປບອກດາວິດຜູ້ຮັບໃຊ້ຂອງເຮົາ ວ່າ “ພຣະເຈົ້າກ່າວດັ່ງນີ້ວ່າ ເຈົ້າບໍ່ແມ່ນຜູ້ທີ່ຈະສ້າງວິຫານໃຫ້ເຮົາຢູ່ 6 ນັບຕັ້ງແຕ່ເຮົາໄດ້ນຳເອົາຊາວອິສຣາເອນອອກມາຈາກເອຢິບຈົນເທົ່າເຖິງທຸກວັນນີ້ ເຮົາບໍ່ໄດ້ຢູ່ໃນວິຫານເລີຍ 7 ເຮົາໄດ້ຍົກຍ້າຍໄປມານຳພວກເຈົ້າຕລອດທີ່ເຮົາເດີນທາງໄປມານຳປະຊາຊົນອິສຣາເອນໄພ່ພົນຂອງເຮົາ ເຮົາບໍ່ໄດ້ຖາມພວກຜູ້ປົກຄອງ ຜູ້ທີ່ເຮົາໄດ້ແຕ່ງຕັ້ງໃຫ້ເປັນຜູ້ດູແລໄພ່ພົນຂອງເຮົາເລີຍວ່າ ເປັນຫຍັງພວກເຂົາຈຶ່ງບໍ່ສ້າງວິຫານດ້ວຍໄມ້ສົນໃຫ້ເຮົາຢູ່ 8 ດັ່ງນັ້ນ ຈົ່ງບອກແກ່ດາວິດຜູ້ຮັບໃຊ້ຂອງເຣົາວ່າ ພຣະຜູ້ເປັນເຈົ້າແຫ່ງຈັກກະວານໄດ້ກ່າວດັ່ງນີ້ ເຈົ້າເປັນຄົນລ້ຽງແກະຢູ່ຕາມທົ່ງນາ 9 ເຮົາໄດ້ນຳເຈົ້າໃນທຸກທີ່ທຸກບ່ອນທີ່ເຈົ້າໄປ ແລະໄດ້ທຳໃຫ້ສັດຕຣູທັງຫລາຍຂອງເຈົ້າຜ່າຍແພ້ ເຮົາໄດ້ສ້າງເຈົ້າໃຫ້ຍິ່ງໃຫຍ່ເທົ່າກັບຜູ້ນຳທີ່ຍິ່ງໃຫຍ່ໃນໂລກນີ້ 10 ເຮົາຈະເລືອກບ່ອນສຳລັບຊາວອິສຣາເອນໄພ່ພົນຂອງເຮົາ ແລະຈະໃຫ້ພວກເຂົາຢູ່ໃນບ່ອນນັ້ນ ໂດຍປາສຈາກການຮົບກວນທຸກໆຢ່າງ 11 ນັບຕັ້ງແຕ່ພວກເຂົາເຂົ້າມາຢູ່ໃນແຜ່ນດິນນີ້ ພວກເຂົາຖືກພວກທະຫານຜູ້ເກັ່ງກ້າມາສູ້ຮົບ ແຕ່ວ່າດຽວນີ້ຈະບໍ່ມີເຫດການຢ່າງໃດເກີດຂຶ້ນອີກ ເຮົາຂໍສັນຍາວ່າເຮົາຈະຮັກສາເຈົ້າໃຫ້ພົ້ນຈາກສັດຕຣູທັງຫລາຍຂອງເຈົ້າ ແລະຈະໃຫ້ເຈົ້າມີເຊື້ອສາຍສືບຕໍ່ກັນໄປ 12 ເມື່ອເຈົ້າຕາຍໄປ ແລະຖືກຝັງໄວ້ກັບພວກບັນພະບຸຣຸດຂອງເຈົ້າ ເຮົາຈະແຕ່ງຕັ້ງຜູ້ນຶ່ງຈາກເຊື້ອສາຍຂອງເຈົ້າໃຫ້ເປັນກະສັດ ແລະຈະໃຫ້ຣາຊອານາຈັກຂອງຜູ້ນັ້ນເຂັ້ມແຂງຂຶ້ນ 13 ເຮົາຂໍບອກຢ່າງແນ່ນອນວ່າ ເຊື້ອສາຍຂອງເຂົາຈະປົກຄອງຕລອດໄປ ແລະເຂົາກໍຈະສ້າງວິຫານໃຫ້ແກ່ເຮົາ 14 ເຮົາຈະເປັນພໍ່ຂອງເຂົາ ແລະເຂົາຈະເປັນລູກຊາຍຂອງເຮົາ ເມື່ອເຂົາທຳຜິດ ເຮົາຈະລົງໂທດເຫມືອນດັ່ງພໍ່ລົງໂທດລູກ 15 ແຕ່ວ່າ ເຮົາຈະບໍ່ເຊົາຮັກເຂົາ ເຫມືອນດັ່ງເຮົາເຊົາຮັກຊາອູນ ຜູ້ທີ່ເຮົາໄດ້ປົດຕຳແຫນ່ງນັ້ນ ເພື່ອວ່າເຈົ້າຈະເປັນກະສັດ 16 ເຈົ້າຈະມີເຊື້ອສາຍຢູ່ຕລອດໄປ ແລະເຮົາຈະໃຫ້ຣາຊອານາຈັກຂອງເຈົ້າຄົງຢູ່ຊົ່ວນິຣັນດອນ ຕຳແຫນ່ງຂອງເຈົ້າຈະບໍ່ມີທີ່ສິ້ນສຸດ” 17 ນາທານໄດ້ບອກດາວິດທຸກສິ່ງ ຕາມທີ່ພຣະເຈົ້າຊົງບອກ
ດາວິດອ້ອນວອນຂອບພຣະຄຸນ
18 ຕໍ່ມາກະສັດດາວິດໄດ້ເຂົ້າໄປອ້ອນວອນຢູ່ໃນຫໍເຕັນສັກສິດວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງ ແລະຄອບຄົວບໍ່ມີຄຸນຄ່າຢ່າງໃດຕໍ່ທຸກສິ່ງທີ່ພຣະອົງໄດ້ຊົງກະທຳຕໍ່ຂ້າພຣະອົງນັ້ນ 19 ເຖິງປານນັ້ນພຣະອົງກໍຍັງຊົງກະທຳຕໍ່ຂ້າພຣະອົງຕື່ມອີກ ຄືຊົງສັນຍາວ່າຈະໃຫ້ເຊື້ອສາຍຂອງຂ້າພຣະອົງໄດ້ສືບບັນລັງຢູ່ຕໍ່ໆໄປ ໂອ ພຣະຜູ້ເປັນເຈົ້າ ພຣະອົງຊົງອະນຸຍາດໃຫ້ຂ້າພຣະອົງຜູ້ເປັນມະນຸດຮູ້ຈັກເຣື່ອງນີ້ໄດ້ 20 ຂ້າພຣະອົງຈະເວົ້າຢ່າງໃດຕໍ່ພຣະອົງອີກ ເພາະພຣະອົງຊົງຮູ້ຈັກຂ້າພຣະອົງຜູ້ຮັບໃຊ້ຂອງພຣະອົງແລ້ວ 21 ມັນເປັນນ້ຳພຣະທັຍ ແລະພຣະຣາຊປະສົງຂອງພຣະອົງທີ່ເຮັດການນີ້ ພຣະອົງຊົງໃຫ້ຂ້າພຣະອົງຮູ້ຈັກສິ່ງຍິ່ງໃຫຍ່ເຫລົ່ານີ້ທັງຫມົດ 22 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຍິ່ງໃຫຍ່ທີ່ສຸດ ຕາມທີ່ພວກຂ້າພຣະອົງເອົງໄດ້ຍິນ ບໍ່ມີຜູ້ໃດເຫມືອນດັ່ງພຣະອົງ ແລະບໍ່ມີພຣະເຈົ້າອົງອື່ນນອກຈາກພຣະອົງ 23 ໃນໂລກນີ້ ບໍ່ມີຊົນຊາດອື່ນໃດເຫມືອນດັ່ງອິສຣາເອນໄພ່ພົນຂອງພຣະອົງ ຊຶ່ງເປັນພວກທີ່ພຣະອົງຊົງຊ່ອຍຊີວິດໄວ້ ແລະຊົງໃຫ້ເປັນພວກຂອງພຣະອົງ ພຣະອົງຊົງທຳໃຫ້ຄົນທັງຫລາຍເຫັນຄວາມຍິ່ງໃຫຍ່ຂອງພຣະອົງ ແລະໃຫ້ກະທຳການອັນຍິ່ງໃຫຍ່ ແລະອັດສະຈັນໃຫ້ແກ່ພວກເຂົາ ພຣະອົງຊົງຂັບໄລ່ຊົນຊາດຕ່າງໆ ແລະພຣະຂອງເຂົາອອກໄປຕໍ່ຫນ້າໄພ່ພົນຂອງພຣະອົງ ຊຶ່ງເປັນພວກທີ່ພຣະອົງຊົງໄຖ່ເຂົາອອກຈາກປະເທດເອຢິບ ແລະຊົງໃຫ້ເປັນພວກຂອງພຣະອົງ 24 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງທຳໃຫ້ໄພ່ພົນອິສຣາເອນເປັນພວກຂອງພຣະອົງຕລອດໄປ ແລະພຣະອົງກໍຊົງເປັນພຣະເຈົ້າຂອງພວກເຂົາ 25 ຂ້າແດ່ພຣະຜູ້ເປັນເຈົ້າ ດຽວນີ້ ຂໍພຣະອົງຊົງປະຕິບັດຕາມຄຳສັນຍາທີ່ພຣະອົງມີໄວ້ກັບຂ້າພຣະອົງ ພ້ອມດ້ວຍຄອບຄົວຂອງຂ້າພຣະອົງຕລອດໄປ ແລະຂໍຊົງກະທຳຕາມທີ່ພຣະອົງຊົງກ່າວໄວ້ 26 ພຣະນາມຂອງພຣະອົງຈະຊົງຍິ່ງໃຫຍ່ຕລອດໄປ ແລະປະຊາຊົນກໍຈະເວົ້າວ່າ “ພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງເປັນພຣະເຈົ້າປົກຄອງພວກອິສຣາເອນ ແລະພຣະອົງຈະໃຫ້ຄຳຫມັ້ນໃຈວ່າ ເຊື້ອສາຍຂອງຂ້າພຣະອົງຈະເປັນເຈົ້າຊີວິດຕລອດໄປ 27 ຂ້າແດ່ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ພຣະເຈົ້າຂອງພວກອິສຣາເອນ ດ້ວຍວ່າພຣະອົງຊົງໃຫ້ຂ້າພຣະອົງຜູ້ຮັບໃຊ້ຂອງພຣະອົງຮູ້ຈັກການນີ້ ໂດຍໄດ້ບອກໃຫ້ຂ້າພຣະອົງຮູ້ຈັກກ່ອນວ່າ ພຣະອົງຈະຊົງໃຫ້ເຊື້ອສາຍຂອງຂ້າພຣະອົງເປັນເຈົ້າຊີວິດ ຂ້າພຣະອົງຈຶ່ງກ້າອ້ອນວອນຕໍ່ພຣະອົງ 28 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນພຣະເຈົ້າ ຄຳເວົ້າຂອງພຣະອົງຊົງເປັນຈິງ ແລະພຣະອົງຊົງໃຫ້ຄຳສັນຍາຢ່າງອັດສະຈັນນີ້ແກ່ຂ້າພຣະອົງ 29 ດຽວນີ້ ຂໍພຣະອົງຊົງອວຍພອນໃຫ້ເຊື້ອສາຍຂອງຂ້າພຣະອົງເທີນ ເພື່ອວ່າພວກເຂົາຈະໄດ້ດຳຣົງຫມັ້ນຄົງຢູ່ຕໍ່ພຣະພັກຂອງພຣະອົງຢູ່ບໍ່ຂາດ ພຣະອົງຜູ້ຊົງເປັນພຣະຜູ້ເປັນເຈົ້າໄດ້ຊົງສັນຍາໄວ້ຢ່າງນີ້ ຂໍໃຫ້ພຣະພອນຂອງພຣະອົງເຫລືອຢູ່ໃນເຊື້ອສາຍຂອງຂ້າພຣະອົງຕລອດໄປເທີນ”
ດາວິດຊົງຂະຫຍາຍຣາຊອານາຈັກຂອງພຣະອົງ
1 ຢູ່ມາພາຍຫລັງ ດາວິດຊົງໂຈມຕີພວກຟີລິສຕິນ ແລະປາບປາມໄດ້ ແລະດາວິດຊົງຍຶດເມືອງເມເທກອາມມາ ໄດ້ຈາກມືຄົນຟີລິສຕິນ 2 ພຣະອົງຊົງຊະນະໂມອາບ ຊົງວັດເຂົາດ້ວຍເຊືອກວັດ ຄືບັງຄັບໃຫ້ຣຽງຕົວເຂົ້າແຖວນອນລົງທີ່ພື້ນດິນຊົງວັດເບິ່ງແລ້ວໃຫ້ປະຫານເສັຽສອງແຖວ ແລະໄວ້ຊີວິດເຕັມນຶ່ງແຖວ ຄົນໂມອາບກໍຕົກຢູ່ໃຕ້ອຳນາດຂອງດາວິດ ແລະໄດ້ນຳເຄື່ອງບັນນາການມາຖວາຍ 3 ດາວິດຊົງຮົບຊະນະຮາດາເດເຊີ ບຸດເຣໂຮບ ກະສັດເມືອງໂຊບາ ເມື່ອສະເດັດໄປຟື້ນອຳນາດຂອງພຣະອົງທີ່ແມ່ນ້ຳເອີຟຣາດ 4 ດາວິດຊົງຍຶດພົນມ້ານຶ່ງພັນເຈັດຮ້ອຍຄົນ ທະຫານຣາບສອງຫມື່ອຄົນ ແລະດາວິດຮັບສັ່ງໃຫ້ຕັດເອັນຂາມ້າຣົດຮົບເສັຽໃຫ້ຫມົດ ເຫລືອໄວ້ໃຫ້ພໍແກ່ຣົດຮົບນຶ່ງຮ້ອຍຄັນ 5 ແລະເມື່ອຄົນຊີເຣັຽ (ອາຣາມ) ຊາວເມືອງດາມັສກັສມາຊ່ອຍຮາດາເດເຊີກະສັດເມືອງໂຊບາດາວິດຊົງປະຫານຄົນຊີເຣັຽເສັຽສອງຫມື່ນສອງພັນຄົນ 6 ແລ້ວດາວິດຊົງຕັ້ງທະຫານປະຈຳປ້ອມໄວ້ເຫນືອຄົນຊີເຣັຽຊາວເມືອງດາມັສກັສຫລາຍກອງ ແລະຄົນຊີເຣັຽກໍຕົກຢູ່ໃຕ້ອຳນາດຂອງດາວິດ ແລະນຳເຄື່ອງບັນນາການໄປຖວາຍ ພຣະຜູ້ເປັນເຈົ້າຊົງປະທານໄຊຊະນະແກ່ດາວິດບໍ່ວ່າຈະໄປຮົບທີ່ໃດໆ 7 ແລະດາວິດຊົງນຳໂລ່ທອງຄຳທີ່ຂ້າຣາຊການຂອງຮາດາເດເຊີຖືນັ້ນໄປຍັງກຸງເຢຣູຊາເລັມ 8 ກະສັດດາວິດຊົງຍຶດທອງສຳຣິດເປັນຈຳນວນຫລາຍໄປຈາກເມືອງເບຕາ ແລະເມືອງເບໂຣທັຍຫົວເມືອງຂອງຮາດາເດເຊີ 9 ເມື່ອໂຕອີກະສັດເມືອງຮາມັທຊາບວ່າດາວິດຮົບຊະນະກອງທັບທັງສິ້ນຂອງຮາດາເດເຊີ 10 ໂຕອີກໍສົ່ງໂຢຣາມບຸດຊາຍຂອງຕົນໄປເຝົ້າກະສັດດາວິດ ຖວາຍພຣະພອນແລະສະແດງຄວາມຍິນດີທີ່ດາວິດຊົງຮົບຊະນະຮາດາເດເຊີ ເພາະວ່າຮາດາເດເຊີເຄີຍທຳສົງຄາມກັບໂຕອີ ແລະໂຢຣາມໄດ້ນຳເຄື່ອງເງິນ ເຄື່ອງທອງຄຳ ແລະເຄື່ອງທອງສຳຣິດໄປຖວາຍ 11 ສິ່ງເຫລົ່ານີ້ ກະສັດດາວິດຊົງນຳມອບຖວາຍແດ່ພຣະຜູ້ເປັນເຈົ້າ ພ້ອມກັບບັນດາເງິນແລະທອງຄຳ ຊຶ່ງພຣະອົງຊົງໄດ້ມາຈາກບັນດາປະຊາຊາດທີ່ພຣະອົງຊົງຮົບຊະນະແລະຍຶດຄອງ ແລະຊົງນຳມາມອບຖວາຍຄືໄດ້ມາຈາກເອໂດມ ໂມອາບ ຄົນອັມໂມນ ຄົນຟີລິສຕິນ ອາມາເລກ ແລະຈາກຂອງທີ່ຍຶດມາຈາກຮາດາເດເຊີບຸດຊາຍຂອງເຣໂຮບ ກະສັດເມືອງໂຊບາ 12 ເມື່ອດາວິດສະເດັດກັບຈາກການປະຫານ ຄົນເອໂດມເສັຽໃນຫຸບເຂົາເກືອນຶ່ງຫມື່ນແປດພັນຄົນ 13 ພຣະອົງຊົງຕັ້ງທະຫານປະຈຳປ້ອມຂຶ້ນເຫນືອເມືອງເອໂດມ ພຣະອົງຊົງຕັ້ງທະຫານປະຈຳປ້ອມໃນເອໂດມທົ່ວໄປຫມົດ ແລະຄົນເອໂດມທັງສິ້ນຈຶ່ງຕົກຢູ່ໃຕ້ອຳນາດຂອງດາວິດ ແລະພຣະຜູ້ເປັນເຈົ້າຊົງປະທານໄຊຊະນະແກ່ດາວິດ ບໍ່ວ່າຈະສະເດັດໄປຮົບໃນທີ່ໃດ 14 ດັ່ງນັ້ນດາວິດຈຶ່ງຊົງປົກຄອງເຫນືອອິສຣາເອນທັງສິ້ນ ແລະດາວິດຊົງໃຫ້ຄວາມຍຸດຕິທັມແລະຄວາມທ່ຽງທັມແກ່ຊົນຊາດຂອງພຣະອົງທັງສິ້ນ 15 ໂຢອາບບຸດນາງເຊຣູຢາເປັນແມ່ທັບແລະເຢໂຮຊາຟັດ ບຸດອາຮີລຸດເປັນຜູ້ກຳກັບເອກກະສານ 16 ຊາໂດກ ບຸດອາຮີຕຸບ ແລະອາຮີເມເລກ ບຸດອາບີອາທາເປັນປະໂຣຫິດ ແລະເຊຣັຍຢາເປັນຣາຊເລຂາ 17 ເບນັຍຢາ ບຸດເຢຮົວອາດາເປັນຜູ້ບັງຄັບບັນຊາຄົນເຄເຣທີ ແລະຄົນເປເລທ ແລະບັນດາບຸດຊາຍຂອງດາວິດເປັນປະໂຣຫິດ
ດາວິດ ແລະເມຟີໂບເຊທ
1 ດາວິດຖາມຂຶ້ນວ່າ, “ໃນຄອບຄົວຂອງຊາອູນຍັງມີຄົນເຫລືອຢູ່ອີກບໍ ຖ້າວ່າມີຂ້າພະເຈົ້າຢາກຊ່ອຍເຫລືອເກີ້ອກູນເຂົາເພື່ອເຫັນແກ່ໂຢນາທານ” 2 ແລ້ວຊີບາ ຄົນໃຊ້ໃນຄອບຄົວຂອງຊາອູນ ກໍໄດ້ຮັບຄຳສັ່ງໃຫ້ມາເຝົ້າດາວິດ ເຈົ້າຊີວິດຈຶ່ງຖາມວ່າ, “ເຈົ້າແມ່ນຊີບາບໍ?” ເຂົາກໍທູນຕອບວ່າ, “ໂດຍ, ຂ້ານ້ອຍ” 3 ເຈົ້າຊີວິດຖາມເຂົາອີກວ່າ, “ຍັງມີບາງຄົນເຫລືອຢູ່ໃນຄອບຄົວຊາອູນບໍ? ເພາະວ່າເຮົາຢາກສະແດງຄວາມເມດຕາ ແລະຊ່ອຍເຫລືອເກື້ອກູນເຂົາຕາມນ້ຳພຣະທັຍຂອງພຣະເຈົ້າ” ຊີບາທູນຕອບວ່າ, “ຍັງມີລູກຊາຍຂອງໂຢນາທານຄົນນຶ່ງ ແຕ່ເຂົາເປັນຄົນເສັຽອົງຄະ” 4 ຝ່າຍເຈົ້າຊີວິດກໍຖາມວ່າ, “ດຽວນີ້ ເຂົາຢູ່ໃສ” ຊີບາຈຶ່ງທູນຕອບວ່າ, “ເຂົາຢູ່ໃນເຮືອນຂອງມາຄີ ບຸດອັມມີເອນ ຢູ່ທີ່ໂລເດບາຣ໌ 5 ແລ້ວເຈົ້າຊີວິດກໍສົ່ງຄົນໄປນຳເອົາເຂົາມາຈາກເຮືອນຂອງມາຄີ ບຸດອັມມີເອນທີ່ໂລເດບາຣ໌ 6 ເມື່ອເມຟີໂບເຊທ ບຸດຊາຍຂອງໂຢນາທານຜູ້ເປັນຫລານຊາຍຂອງຊາອູນມາຮອດ ເຂົາກໍກົ້ມຂາບລົງສະແດງຄວາມເຄົາຣົບຕໍ່ດາວິດ ດາວິດໄດ້ກ່າວວ່າ, “ເມຟີໂບເຊທ” ເມຟີໂບເຊທຈຶ່ງທູນຕອບວ່າ, “ໂດຍ, ຂ້ານ້ອຍ” 7 ດາວິດເວົ້າຕໍ່ໄປວ່າ, “ບໍ່ຕ້ອງຢ້ານ ເພື່ອເຫັນແກ່ໂຢນາທານພໍ່ຂອງເຈົ້າ ເຮົາຈະເມດຕາເຈົ້າ ເຮົາຈະເອົາທີ່ດິນທັງຫມົດທີ່ເປັນຂອງຊາອູນພໍ່ປູ່ຂອງເຈົ້າມອບຄືນໃຫ້ແກ່ເຈົ້າ ແລະເຮົາຍິນດີໃຫ້ເຈົ້າມາຮ່ວມຮັບປະທານອາຫານກັບເຣົາເລື້ອຍໆ” 8 ເມຟີໂບເຊທກໍກົ້ມຂາບລົງອີກເທື່ອນຶ່ງ ແລະທູນວ່າ, “ຂ້າແດ່ພຣະອົງ ຂ້າພຣະອົງບໍ່ມີຄຸນຄ່າຊ່ຳຊາກຫມາຕາຍຊ້ຳ ເປັນຫຍັງພຣະອົງຈຶ່ງດີກັບຂ້າພຣະອົງຢ່າງນີ້” 9 ແລ້ວເຈົ້າຊີວິດກໍເອີ້ນຊີບາຄົນໃຊ້ຂອງຊາອູນມາ ແລະເວົ້າວ່າ, “ເຮົາໄດ້ມອບທຸກໆສິ່ງທີ່ເປັນຂອງຊາອູນ ແລະຂອງຄອບຄົວທ່ານຄືນໃຫ້ແກ່ເມຟີໂບເຊທຫລາຍຊາຍນາຍຂອງເຈົ້າແລ້ວ 10 ສ່ວນເຈົ້າ ລູກຊາຍເຈົ້າພ້ອມທັງຄົນໃຊ້ເຈົ້າ ຈົ່ງເຮັດໄຮ່ໄຖ່ນາໃສ່ຜືນແຜ່ນດິນນີ້ ໃຫ້ຄອບຄົວຂອງຊາອູນນາຍຂອງເຈົ້າ ແລະເກັບເອົາຜົນລະປູກມາໃຫ້ພວກເຂົາ ເພື່ອໃຫ້ມີອາຫານການກິນ ສ່ວນເມຟີໂບເຊທນັ້ນ ຈະຕ້ອງເປັນແຂກປະຈຳໂຕະອາຫານຂອງເຮົາສເມີ” ຊີບາມີບຸດຊາຍສິບຫ້າຄົນ ແລະຄົນໃຊ້ຊາວຄົນ 11 ຊີບາທູນຕອບວ່າ, “ຂ້າພຣະອົງຈະເຮັດທຸກສິ່ງຕາມທີ່ພຣະອົງຊົງສັ່ງ” ດັ່ງນັ້ນເມຟີໂບເຊທຈຶ່ງໄດ້ຮັບປະທານອາຫານຮ່ວມໂຕະກັບເຈົ້າຊີວິດເຫມືອນດັ່ງເປັນຣາຊໂອຣົດອົງນຶ່ງຂອງພຣະອົງ 12 ເມຟີໂບເຊທ ມີບຸດຊາຍຊື່ວ່າ ມີກາ ທຸກຄົນໃນຄອບຄົວຊີບາກໍມາເປັນຄົນໃຊ້ຂອງເມຟີໂບເຊທຫມົດ 13 ເມຟີໂບເຊທຜູ້ທີ່ມີຕີນລ່ອຍທັງສອງເບື້ອງກໍຢູ່ໃນນະຄອນເຢຣູຊາເລັມ ແລະກິນເຂົ້າຮ່ວມໂຕະກັບເຈົ້າຊີວິດທຸກໆຄາບ
ຄົນອັມໂມນ ແລະຊີເຣັຽຜ່າຍແພ້
1 ຢູ່ມາພາຍຫລັງກະສັດແຫ່ງຄົນອັມໂມນກໍສິ້ນພຣະຊົນ ແລະຮານູນບຸດຊາຍໄດ້ສະເວີຍຣາຊສົມບັດແທນ 2 ດາວິດຈຶ່ງກ່າວວ່າ, “ເຮົາຈະຊື່ສັດຕໍ່ຮານູນບຸດຊາຍຂອງນາຮັສ ດັ່ງທີ່ບິດາຂອງເຂົາຊື່ສັດຕໍ່ເຮົາ” ດາວິດຈຶ່ງສົ່ງພວກຂ້າຣາຊການຂອງພຣະອົງໄປເລົ້າໂລມທ່ານກ່ຽວດ້ວຍເຣື່ອງຣາຊບິດາຂອງທ່ານ ແລະຂ້າຣາຊການຂອງດາວິດກໍເຂົ້າມາໃນແຜ່ນດິນຂອງຄົນອັມໂມນ 3 ແຕ່ບັນດາເຈົ້ານາຍຂອງຄົນອັມໂມນທູນຮານູນເຈົ້ານາຍຂອງຕົນວ່າ, “ພຣະອົງຊົງດຳຣິວ່າ ດາວິດສົ່ງຜູ້ເລົ້າໂລມມາຫາພຣະອົງ ເພາະນັບຖືພຣະຣາຊບິດາຂອງພຣະອົງເຊັ່ນນັ້ນຫລື ດາວິດບໍ່ໄດ້ສົ່ງຂ້າຣາຊການມາເພື່ອກວດເມືອງແລະສອດແນມເບິ່ງ ແລະເພື່ອຈະຄວ່ຳເມືອງນີ້ເສັຽດອກຫລື” 4 ຮານູນຈຶ່ງຈັບຂ້າຣາຊການຂອງດາວິດມາໂກນຫນວດເສັຽເຄິ່ງນຶ່ງ ແລະຕັດເຄື່ອງແຕ່ງກາຍເສັຽທີ່ຊື່ຕອນກາງພຽງກະໂພກ ແລ້ວປ່ອຍໃຫ້ໄປ 5 ເມື່ອມີຄົນໄປກາບທູນດາວິດໃຫ້ຊົງຊາບ ພຣະອົງກໍຮັບສັ່ງໃຫ້ຄົນໄປຮັບຂ້າຣາຊການເຫລົ່ານັ້ນ ເພາະວ່າເຂົາທັງຫລາຍໄດ້ຮັບຄວາມອັບອາຍຫລາຍ ແລະພຣະຣາຊາກ່າວວ່າ, “ຈົ່ງພັກຢູ່ທີ່ເມືອງເຢຣີໂກຈົນກວ່າຫນວດຂອງທ່ານທັງຫລາຍຈະຂຶ້ນແລ້ວຈຶ່ງຄ່ອຍກັບມາ” 6 ເມື່ອຄົນອັມໂມນເຫັນວ່າ ເຂົາທັງຫລາຍເປັນທີ່ຫນ້າກຽດຊັງແກ່ດາວິດ ຄົນອັມໂມນຈຶ່ງສົ່ງຄົນໄປຈ້າງຄົນຊີເຣັຽຊາວເມືອງເບັດເຣໂຮບ ແລະຄົນຊີເຣັຽຊາວເມືອງໂຊບາເປັນທະຫານຮາບຈຳນວນສອງຫມື່ນຄົນກັບກະສັດເມືອງມາອາກາພ້ອມກັບທະຫານນຶ່ງພັນຄົນ ແລະຊາວເມືອງໂຕບນຶ່ງຫມື່ນສອງພັນຄົນ 7 ເມື່ອດາວິດຊົງຊາບເຊັ່ນນັ້ນຈຶ່ງຮັບສັ່ງໂຢອາບແລະພົນໂຍທາທັງສິ້ນໃຫ້ໄປ 8 ຝ່າຍຄົນອັມໂມນກໍຍົກອອກມາ ແລະຈັດທັບໄວ້ທີ່ທາງເຂົ້າປະຕູເມືອງ ຝ່າຍຄົນຊີເຣັຽຊາວເມືອງໂຊບາ ແລະຊາວເມືອງເຣໂຮບກັບຄົນເມືອງໂຕບ ແລະເມືອງມາອາກາຢູ່ທີ່ຊົນນະບົດກາງແຈ້ງຕ່າງຫາກ 9 ເມື່ອໂຢອາບເຫັນວ່າການເສິກນັ້ນຂະຫນາບຢູ່ທັງຂ້າງຫນ້າແລະຂ້າງຫລັງທ່ານ ຈຶ່ງຄັດເອົາຄົນອິສຣາເອນທີ່ເລືອກໄວ້ແລ້ວຈັດທັບເຂົ້າຕໍ່ສູ້ຄົນຊີເຣັຽ 10 ທ່ານມອບຄົນທີ່ເຫລືອຢູ່ໄວ້ໃນບັງຄັບບັນຊາຂອງອາບິຊັຍນ້ອງຊາຍຂອງທ່ານ ແລະເຂົາກໍຈັດຄົນເຫລົ່ານັ້ນເຂົ້າຕໍ່ສູ້ກັບຄົນອັມໂມນ 11 ທ່ານກ່າວວ່າ, “ຖ້າກຳລັງຄົນຊີເຣັຽແຂງເຫລືອກຳລັງຂອງເຮົາ ເຈົ້າຈົ່ງຍົກໄປຊ່ອຍເຮົາ ແຕ່ຖ້າກຳລັງຄົນອັມໂມນແຂງເກີນກຳລັງຂອງເຈົ້າ ເຮົາຈະຍົກມາຊ່ອຍເຈົ້າ 12 ຈົ່ງມີຄວາມກ້າຫານເຖີດ ໃຫ້ເຮົາເປັນລູກຜູ້ຊາຍເພື່ອຊົນຊາດຂອງເຮົາ ແລະເພື່ອຫົວເມືອງແຫ່ງພຣະເຈົ້າຂອງເຮົາ ແລະຂໍພຣະຜູ້ເປັນເຈົ້າຊົງກະທຳຕາມທີ່ພຣອົງຊົງເຫັນຊອບເຖີດ” 13 ດັ່ງນັ້ນ ໂຢອາບກັບປະຊາຊົນທີ່ຢູ່ກັບທ່ານກໍຍົກເຂົ້າໃກ້ຕໍ່ສູ້ກັບຄົນຊີເຣັຽ ຂ້າເສິກກໍແຕກຫນີໄປຕໍ່ຫນ້າເຂົາ 14 ເມື່ອຄົນອັມໂມນເຫັນວ່າຄົນຊີເຣັຽຫນີໄປແລ້ວ ເຂົາທັງຫລາຍກໍຫນີອາບິຊັຍເຂົ້າໄປໃນເມືອງ ແລ້ວໂຢອາບກໍກັບຈາກການສູ້ຮົບກັບຄົນອັມໂມນມາຍັງກຸງເຢຣູຊາເລັມ 15 ເມື່ອຄົນຊີເຣັຽເຫັນວ່າຕົນຜ່າຍແພ້ຕໍ່ອິສຣາເອນແລ້ວ ຈຶ່ງຮວບຮວມເຂົ້າດ້ວຍກັນ 16 ຝ່າຍຮາດາເດເຊີຊົງໃຊ້ຄົນໄປນຳຄົນຊີເຣັຽຢູ່ຟາກຕາເວັນອອກຂອງແມ່ນ້ຳເອີຟຣາດອອກມາ ເຂົາມາຍັງເຮລາມ ມີໂຊບາກແມ່ທັບຂອງທ່ານເປັນຜູ້ນຳຫນ້າ 17 ເມື່ອມີຜູ້ກາບທູນດາວິດ ພຣະອົງຊົງຮວບຮວມອິສຣາເອນທັງຫມົດຂ້າມແມ່ນ້ຳຈໍແດນມາເຖິງເຮລາມ ແລະຄົນຊີເຣັຽກໍຈັດທັບເຂົ້າຕໍ່ສູ້ດາວິດ ແລະໄດ້ຮົບກັບພຣະອົງ 18 ຄົນຊີເຣັຽກໍຫນີຈາກອິສຣາເອນ ແລະດາວິດຊົງປະຫານຄົນຊີເຣັຽຊຶ່ງເປັນປະຫານຮົບເຈັດຮ້ອຍຄົນກັບທະຫານມ້າສີ່ຫມື່ນຄົນ ແລະປະຫານໂຊບາກແມ່ທັບຂອງເຂົາທັງຫລາຍໃຫ້ສິ້ນຊີວິດເສັຽທີ່ນັ້ນ 19 ເມື່ອບັນດາກະສັດຊຶ່ງຂຶ້ນກັບຮາດາເດເຊີ ເຫັນວ່າຕົນຜ່າຍແພ້ຕໍ່ອິສຣາເອນແລ້ວ ເຂົາກໍຍອມສງົບສຸກກັບອິສຣາເອນ ແລະຍອມເປັນເມືອງຂຶ້ນ ດັ່ງນັ້ນ ຄົນຊີເຣັຽຈຶ່ງຢ້ານບໍ່ກ້າຊ່ອຍຄົນອັມໂມນອີກ ຕໍ່ໄປ
ດາວິດ ແລະນາງບັທເຊບາ
1 ໃນປີຕໍ່ມາ ພໍຕົກຣະດູແລ້ງເປັນຣະດູທີ່ບັນດາເຈົ້າຊີວິດໄດ້ເຄີຍອອກໄປຮົບເສິກ ດາວິດກໍສັ່ງໂຢອາບ ພ້ອມທັງພວກນາຍທະຫານຂອງພຣະອົງ ແລະທັງກອງທັບອິສຣາເອນອອກໄປ ພວກເຂົາໄດ້ຊະນະຊາວອັມໂມນ ແລະອ້ອມເມືອງຮັບບາໄວ້ ແຕ່ດາວິດໄດ້ຢູ່ໃນນະຄອນເຢຣູຊາເລັມ 2 ໃນຕອນແລງຂອງວັນນຶ່ງ ດາວິດໄດ້ຕື່ນແຕ່ນອນຂຶ້ນໄປເທິງຫລັງຄາພຽງຂອງພຣະຣາຊວັງ ພຣະອົງໄດ້ຍ່າງໄປມາເທິງຫລັງຄານັ້ນ ພຣະອົງຈຶ່ງເຫັນຍິງຄົນນຶ່ງກຳລັງອາບນ້ຳຢູ່ ນາງເປັນຄົນງາມຫລາຍ 3 ດັ່ງນັ້ນ ດາວິດກໍສົ່ງຄົນອອກໄປສືບຖາມເບິ່ງວ່ານາງແມ່ນໃຜ ແລ້ວໄດ້ຮູ້ວ່ານາງຊື່ ບັທເຊບາ ບຸດສາວຂອງເອລີອາມ ແລະເປັນເມັຽຂອງອູຣີຢາຊາວຮິດຕີ 4 ດາວິດໄດ້ສົ່ງຄົນໄປນຳເອົານາງມາ ພວກເຂົາກໍພານາງມາຫາພຣະອົງ ແລ້ວດາວິດກໍສົມສູ່ຢູ່ຮ່ວມກັບນາງ ຫລັງຈາກນັ້ນນາງກໍກັບເມືອເຮືອນ (ໃນລະຫວ່າງນີ້ເປັນເວລາທີ່ນາງເຊົາເປັນລະດູ ແລະທຳພິທີຊຳຮະຕົນໃຫ້ບໍຣິສຸດແລ້ວ) 5 ເມື່ອນາງຮູ້ວ່ານາງມີທ້ອງ ນາງກໍສົ່ງຂ່າວໄປບອກດາວິດ 6 ສ່ວນດາວິດກໍສົ່ງຂ່າວໄປຫາໂຢອາບວ່າ, “ໃຫ້ທ່ານສົ່ງອູຣີຢາ ຄົນຮິດຕີມາຫາເຮົາແດ່” ໂຢອາບກໍສົ່ງອູຣີຢາໄປຫາດາວິດ 7 ເມື່ອອູຣີຢາມາຮອດ ດາວິດກໍຖາມເຂົາວ່າ, “ໂຢອາບ ແລະກອງທະຫານຍັງສະບາຍດີຢູ່ບໍ ແລະການຕໍ່ສູ້ເດເປັນ່ຢາງໃດ 8 ແລ້ວດາວິດກໍບອກອູຣີຢາວ່າ, “ຈົ່ງກັບຄືນເມືອພັກຜ່ອນຈັກຄາວຢູ່ເຮືອນເຈົ້າສາ” ອູຣີຢາກໍຈາກໄປ ດາວິດໄດ້ຈັດຂອງຂວັນນຳສົ່ງໃຫ້ເຂົາໄປເຖິງເຮືອນ 9 ແຕ່ວ່າແທນທີ່ອູຣີຢາຈະເມືອເຮືອນ ເຂົາກັບໄປນອນທີ່ປະຕູກຳແພງພຣະຣາຊວັງນຳທະຫານຍາມຂອງເຈົ້າຊີວິດ 10 ເມື່ອດາວິດຮູ້ວ່າ ອູຣີຢາບໍ່ໄດ້ເມືອເຮືອນ ພຣະອົງຈີ່ງຖາມເຂົາວ່າ, “ເຈົ້າບໍ່ໄດ້ກັບຄືນເມືອເຮືອນແຕ່ດົນແລ້ວບໍ ເປັນຫຍັງຈີງບໍ່ເມືອຣອດເຮືອນປານນີ້” 11 ອູຣີຢາທູນຕອບວ່າ, “ທະຫານອິສຣາເອນ ແລະຢູດາກໍກຳລັງຢູ່ໃນສະຫນາມຮົບ ສ່ວນຫີບຄຳສັນຍາກໍຢູ່ກັບພວກເຂົາ ແລະໂຢອາບຜູ້ບັງຄັບບັນຊາຂອງຂ້າພຣະອົງ ພ້ອມທັງພວກນາຍທະຫານຂອງທ່ານກໍຕັ້ງຄ້າຍພັກຢູ່ທາງອອກນັ້ນ ເຫດໃດຂ້າພຣະອົງຈຶ່ງຈະກັບເມືອກິນເຂົ້າ ດື່ມນ້ຳ ແລະນອນນຳເມັຽຢູ່ເຮືອນໄດ້ ຂ້າພຣະອົງຂໍສາບານຕໍ່ພຣະເຈົ້າອົງມີຊີວິດຢູ່ວ່າ ຂ້າພຣະອົງຈະບໍ່ເຮັດດັ່ງນີ້ເດັດຂາດ” 12 ດາວິດກໍເວົ້າວ່າ, “ສຳລັບມື້ນີ້ໃຫ້ເຈົ້າພັກຢູ່ນີ້ເສັຽກ່ອນ ມື້ອື່ນເຮົາຈະສົ່ງເຈົ້າກັບຄືນເມືອ” ດັ່ງນັ້ນ ໃນວັນນັ້ນ ແລະວັນຕໍ່ມາ ອູຣີຢາຈຶ່ງພັກຢູ່ນະຄອນເຢຣູຊາເລັມ 13 ດາວິດໄດ້ເຊີນໃຫ້ເຂົາມາກິນເຂົ້ານຳ ແລະເກືອເຫລົ້າເຂົາໃຫ້ເມົາ ແຕ່ວ່າໃນຄືນນັ້ນ ອູຣີຢາກໍຍັງບໍ່ກັບຄືນເມືອເຮືອນ ເຂົານອນຮົ່ມຜ້າຢູ່ໃນຫ້ອງຍາມພຣະຣາຊວັງ 14 ເຊົ້າວັນໃຫມ່ມາ ດາວິດໄດ້ຂຽນຈົດຫມາຍສົ່ງນຳອູຣີຢາໄປຫາໂຢອາບ 15 ພຣະອົງຂຽນວ່າ, “ໃຫ້ເຈົ້າສົ່ງອູຣີຢາໄປແນວຫນ້າບ່ອນທີ່ເຂົາສູ້ຮົບກັນຢ່າງຫນັກ ແລ້ວໃຫ້ພວກເຈົ້າເອງຖອຍຄືນຫລັງ ເພື່ອປ່ອຍໃຫ້ອູຣີຢາຖືກຂ້າຕາຍຢູ່ທີ່ນັ້ນ” 16 ດັ່ງນັ້ນ ໃນຂນະທີ່ໂຢອາບກຳລັງອ້ອມເມືອງຢູ່ນັ້ນ ໂຢອາບໄດ້ສົ່ງອູຣີຢາອອກໄປໃນບ່ອນທີ່ເຂົາຮູ້ວ່າ ມີພວກສັດຕຣູເຂັ້ມແຂງຫລາຍ 17 ເມື່ອກອງທັບສັດຕຣູອອກມາຈາກເມືອງກໍໄດ້ພົບກັບກຳລັງຂອງໂຢອາບ ແລະໄດ້ເກີດການສູ້ຮົບກັນຂຶ້ນທັນທີ ພວກນາຍທະຫານຂອງດາວິດບາງຄົນຮວມທັງອູຣີຢາກໍຖືກສັດຕຣູສັງຫານ 18 ຕໍ່ມາ ໂຢອາບກໍສົ່ງຣາຍງານການຮົບເລວໄປບອກດາວິດ 19 ເຂົາໄດ້ແນະນຳຜູ້ນຳຂ່າວນັ້ນວ່າ “ຫລັງຈາກທີ່ເຈົ້າໄດ້ຣາຍງານທຸກສິ່ງກ່ຽວກັບການສູ້ຮົບແກ່ເຈົ້າຊີວິດແລ້ວ 20 ບາງທີພຣະອົງຈະໃຈຮ້າຍ ແລະອາດຖາມເຈົ້າວ່າ “ເປັນຫຍັງພວກເຈົ້າຈຶ່ງເຂົ້າໄປສູ້ຮົບກັບເຂົາຢູ່ໃກ້ເມືອງແທ້ ພວກເຈົ້າບໍ່ຄິດບໍວ່າ ພວກເຂົາຈະຕ້ອງຍິງລູກທະນູອອກຈາກກຳແພງເມືອງໃສ່ພວກເຈົ້າ 21 ພວກເຈົ້າບໍ່ຈື່ບໍ ເວລາທີ່ອາບີເມເລກ ບຸດເຢຣຸບບາເອນຖຶກຂ້ານັ້ນວ່າເປັນຢ່າງໃດ ຄືພວກຜູ້ຍິງໃນເມືອງເທເບສໄດ້ແກ່ວງຫີນໂມ້ແປ້ງລົງຈາກກຳແພງເມືອງຖືກອາບີເມເລກຕາຍ ແລ້ວເປັນຫຍັງພວກເຈົ້າຈຶ່ງເຂົ້າໄປໃກ້ກຳແພງເມືອງແທ້ ຖ້າເຈົ້າຊີວິດຖາມເຈົ້າດັ່ງນີ້ ຈົ່ງບອກທ່ານວ່າ ອູຣີຢານາຍທະຫານຂອງພຣະອົງກໍຖືກຂ້າເຫມືອນກັນ” 22 ດັ່ງນັ້ນ ຜູ້ນຳຂ່າວຈຶ່ງກາບທູນດາວິດຕາມທີ່ໂຢອາບໄດ້ສັ່ງ 23 ເຂົາເວົ້າວ່າ, “ພວກສັດຕຣູມີກຳລັງຫລາຍກວ່າພວກຂ້າພຣະອົງ ພວກເຂົາໄດ້ອອກມາຕໍ່ສູ້ກັບພວກຂ້າພຣະອົງຢູ່ນອກເມືອງ ແຕ່ພວກຂ້າພຣະອົງໄລ່ພວກເຂົາກັບຄືນໄປທາງປະຕູກຳແພງເມືອງ 24 ແລ້ວພວກເຂົາໄດ້ຍິງລູກທະນູລົງຈາກກໍາແພງເມືອງໃສ່ພວກຂ້າພຣະອົງ ພວກນາຍທະຫານບາງຄົນຂອງພຣະອົງຈຶ່ງຕາຍ ອູຣີຢານາຍທະຫານຂອງພຣະອົງກໍຕາຍເຫມືອນກັນ” 25 ດາວິດຈຶ່ງເວົ້າຕໍ່ຜູ້ນຳຂ່າວນັ້ນວ່າ, “ຈົ່ງໃຫ້ກຳລັງໃຈແກ່ໂຢອາບ ແລະບອກທ່ານ ຢ່າໃຫ້ທ່ານເສັຽໃຈເພາະໃຜກໍບໍ່ສາມາດບອກໄດ້ວ່າ ແມ່ນໃຜແດ່ຈະຖືກຂ້າໃນສະຫນາມຮົບ ຈົ່ງບອກໃຫ້ທ່ານປະກາດການສູ້ຮົບຄັ້ງຍິ່ງໃຫຍ່ກັບເມືອງນັ້ນ ແລະຍຶດເອົາເມືອງນັ້ນສາ” 26 ເມື່ອບັທເຊບາໄດ້ຍິນຂ່າວວ່າຜົວຂອງຕົນຖືກຂ້າ ນາງກໍໄດ້ໄວ້ທຸກໃຫ້ເຂົາ 27 ຄັນການໄວ້ທຸກນັ້ນຜ່ານໄປແລ້ວ ດາວິດກໍເອົາບັທເຊບາມາຢູ່ໃນພຣະຣາຊວັງ ນາງກາຍເປັນເມັຽຂອງພຣະອົງ ແລະໄດ້ບຸດຊາຍກັບພຣະອົງນຶ່ງຄົນ ແຕ່ວ່າພຣະຜູ້ເປັນເຈົ້າບໍ່ຊົງພໍພຣະທັຍກັບສິ່ງທີ່ດາວິດໄດ້ທຳນັ້ນ
ນາທານເຕືອນດາວິດ ແລະດາວິດໄດ້ກັບໃຈ
1 ຕໍ່ມາ ພຣະຜູ້ເປັນເຈົ້າຊົງສັ່ງນາທານຜູ້ປະກາດພຣະທັມໄປຫາດາວິດ ນາທານໄດ້ເລົ່າເຣື່ອງນຶ່ງສູ່ດາວິດຟັງວ່າ, “ຍັງມີຊາຍສອງຄົນຢູ່ໃນເມືອງດຽວກັນ ຜູ້ນຶ່ງເປັນຄົນຮັ່ງມີ ແລະຜູ້ນຶ່ງເປັນຄົນທຸກຍາກ 2 ຊາຍຮັ່ງມີນັ້ນມີງົວ ແລະແກະຫລາຍໂຕ 3 ແຕ່ວ່າຊາຍຜູ້ທີ່ທຸກຍາກມີພຽງແຕ່ແກະນ້ອຍໂຕດຽວທີ່ເຂົາຊື້ໄວ້ ເຂົາໄດ້ລ້ຽງຮັກສາແກະນ້ອຍນັ້ນໄວ້ ໄດ້ເອົາອາຫານເກືອມັນ ແລະໃຫ້ມັນກິນນ້ຳໃນຈອກຂອງເຂົາທັງໃຫ້ນອນຢູ່ເທິງຕັກ ແກະນ້ອຍນັ້ນເປັນເຫມືອນລູກສາວຂອງເຂົາ 4 ມັນໄດ້ໃຫຍ່ຂຶ້ນພ້ອມໆກັນກັບລູກຂອງເຂົາ ວັນນຶ່ງມີແຂກມາຢ້ຽມຢາມເຮືອນຂອງຄົນຮັ່ງມີ ຄົນຮັ່ງມີບໍ່ຢາກຂ້າສັດຂອງຕົນໃຫ້ແຂກກິນ ເຂົາຊ້ຳໄປເອົາແກະນ້ອຍຂອງຄົນທຸກຍາກນັ້ນມາຂ້າແທນ” 5 ເມື່ອດາວິດໄດ້ຍິນດັ່ງນັ້ນ ກໍໃຈຮ້າຍຊາຍທີ່ຮັ່ງມີນັ້ນຢ່າງຮຸນແຮງ ແລະເວົ້າຂຶ້ນວ່າ, “ເຮົາຂໍສາບານຕໍ່ພຣະຜູ້ເປັນເຈົ້າອົງມີພຣະຊົນວ່າ ຊາຍທີ່ກະທຳຢ່າງນັ້ນຈະຕ້ອງຕາຍ 6 ເຂົາຕ້ອງໃຊ້ຄືນສີ່ເທົ່າທີ່ເຂົາໄດ້ເອົາໄປນັ້ນ ເພາະເຂົາໄດ້ທຳໃນສິ່ງທີ່ໂຫດຮ້າຍທີ່ສຸດ” 7 ນາທານຈຶ່ງເວົ້າຕໍ່ດາວິດວ່າ, “ພຣະອົງນັ້ນແຫລະເປັນຊາຍຄົນນັ້ນ ຕໍ່ໄປນີ້ແມ່ນຄຳທີ່ພຣະຜູ້ເປັນເຈົ້າຂອງຊາວອິສຣາເອນໄດ້ຊົງກ່າວໄວ້ຄື ເຮົາໄດ້ແຕ່ງຕັ້ງໃຫ້ເຈົ້າເປັນເຈົ້າຊີວິດຂອງຊາວອິສຣາເອນ ແລະຊ່ອຍຊີວິດເຈົ້າໃຫ້ພົ້ນຈາກເງື້ອມມືຂອງຊາອູນ 8 ເຮົາໄດ້ມອບຣາຊອານາຈັກຂອງຊາອູນ ແລະພວກເມັຽຂອງເຂົາໃຫ້ແກ່ເຈົ້າ ເຮົາໄດ້ແຕ່ງຕັ້ງເຈົ້າເປັນເຈົ້າຊີວິດປົກຄອງຣາຊອານາຈັກອິສຣເອນ ແລະຢູດາ ຖ້າວ່າສິ່ງເຫລົ່ານີ້ຍັງບໍ່ທັນພຽງພໍເທື່ອ ເຮົາອາດຈະໃຫ້ເຈົ້າຫລາຍກວ່ານີ້ສອງເທົ່າ 9 ເປັນຫຍັງເຈົ້າຈຶ່ງປມາດຄຳສັ່ງຂອງເຮົາ ແລະເປັນຫຍັງເຈົ້າຈຶ່ງທຳສິ່ງຊົ່ວຊ້າແບບນີ້ ເຈົ້າໄດ້ທຳໃຫ້ ອູຣີຢາຖືກຂ້າຢູ່ໃນສະຫນາມຮົບ ເຈົ້າປ່ອຍໃຫ້ພວກອັມໂມນຂ້າເຂົາ ແລ້ວເຈົ້າກໍເອົາເມັຽຂອງເຂົາ 10 ບັດນີ້ ໃນເຊື້ອສາຍຂອງເຈົ້າຈະມີຜູ້ຖືກຂ້າຢ່າງໂຫດຮ້າຍທາລຸນຕລອດໄປ ເພາະວ່າເຈົ້າບໍ່ຟັງຄວາມເຮົາ ແລະໄດ້ເອົາເມັຽຂອງອູຣີຢາ 11 ເຮົາຂໍເວົ້າຢ່າງເດັດຂາດຕໍ່ເຈົ້າວ່າ ເຮົາຈະໃຫ້ຜູ້ນຶ່ງໃນຄອບຄົວຂອງເຈົ້າເປັນຜູ້ນຳເອົາຄວາມທຸກຍາກລຳບາກມາສູ່ເຈົ້າ ເຈົ້າຈະໄດ້ເຫັນເຫດການດັ່ງນີ້ຄື ເມື່ອເຮົາຈະເອົາພວກເມັຽຂອງເຈົ້າຍົກໃຫ້ແກ່ຊາຍຄົນອື່ນ ແລະຊາຍຄົນນັ້ນຈະສົມສູ່ຢູ່ຮ່ວມກັບພວກນາງຢ່າງເປີດເຜີຍ 12 ເຈົ້າໄດ້ທຳຜິດຢ່າງລັບລີ້ ແຕ່ເຮົາຈະສະແດງໃຫ້ພວກອິສຣາເອນເຫັນໃນສິ່ງທີ່ຊາຍຄົນນັ້ນທຳຢ່າງເປີດເຜີຍ” 13 ຝ່າຍດາວິດກໍເວົ້າຂຶ້ນວ່າ, “ຂ້າພະເຈົ້າໄດ້ທຳຜິດຕໍ່ພຣະຜູ້ເປັນເຈົ້າແລ້ວ” ນາທານຈຶ່ງເວົ້າວ່າ, “ພຣະອົງຈະບໍ່ຕາຍ ເພາະພຣະຜູ້ເປັນເຈົ້າຈະຊົງຍົກໂທດໃຫ້ພຣະອົງ 14 ແຕ່ວ່າ ລູກຂອງພຣະອົງຈະຕາຍ ເພາະວ່າພຣະອົງທຳຢ່າງນີ້ເປັນການດູຖູກພຣະຜູ້ເປັນເຈົ້າ” 15 ແລ້ວນາທານກໍກັບຄືນເມືອເຮືອນ
ບຸດຊາຍດາວິດຕາຍແລະໂຊໂລໂມນເກີດ
ຕໍ່ມາ ພຣະຜູ້ເປັນເຈົ້າຊົງທຳໃຫ້ບຸດຊາຍທີ່ດາວິດໄດ້ນຳເມັຽຂອງອູຣີຢາໄຂ້ຫນັກ 16 ດາວິດໄດ້ອ້ອນວອນຂໍໃຫ້ພຣະເຈົ້າໂຜດຊ່ອຍໃຫ້ລູກຊາຍດີ ແລະທຸກໆຄືນດາວິດໄດ້ໄປນອນຢຽດ ຢູ່ໃນພື້ນຫ້ອງນອນຂອງພຣະອົງ ໂດຍບໍ່ຍອມກິນເຂົ້າ 17 ພວກຂ້າຣາຊການໃນພຣະຣາຊວັງຂອງພຣະອົງໄດ້ຖືກຊວນໃຫ້ພຣະອົງລຸກຂຶ້ນ ແຕ່ພຣະອົງກັບປະຕິເສດແລະບໍ່ຍອມກິນຫຍັງຫມົດ 18 ພໍວັນທີ່ເຈັດ ບຸດຊາຍຂອງດາວິດກໍຕາຍ ພວກຂ້າຣາຊການຂອງພຣະອົງບໍ່ກ້ານຳຂ່າວນັ້ນມາບອກພຣະອົງ ພວກເຂົາໄດ້ເວົ້າກັນວ່າ, “ເມື່ອເດັກນ້ອຍຍັງມີຊີວິດຢູ່ ພວກເຮົາໄດ້ຖາມພຣະອົງ ແຕ່ພຣະອົງບໍ່ຕອບພວກເຮົາເລີຍ ເຫດໃດພວກເຮົາຈຶ່ງຈະບອກພຣະອົງໄດ້ວ່າ ລູກຂອງພຣະອົງເສັຽຊີວິດແລ້ວ ພຣະອົງອາດທຳໃນສິ່ງທີ່ບໍ່ດີບໍ່ງາມກໍເປັນໄດ້” 19 ເມື່ອພວກເຂົາກຳລັງຊັບກັນຢູ່ ດາວິດກໍເຂົ້າໃຈວ່າລູກຊາຍຂອງພຣະອົງໄດ້ຕາຍແລ້ວ ດັ່ງນັ້ນ ພຣະອົງຈຶ່ງຖາມພວກເຂົາວ່າ, “ລູກເຮົາຕາຍແລ້ວແມ່ນບໍ” ພວກເຂົາກໍຕອບວ່າ, “ຕາຍແລ້ວ” 20 ດາວິດກໍລຸກຂຶ້ນໄປອາບນ້ຳຫວີຜົມ ແລະປ່ຽນເຄື່ອງນຸ່ງ ແລ້ວພຣະອົງກໍໄປນະມັສການທີ່ວິຫານຂອງພຣະຜູ້ເປັນເຈົ້າ ເມື່ອພຣະອົງກັບຄືນມາສູ່ພຣະຣາຊວັງ ພຣະອົງກໍໄດ້ຖາມຫາອາຫານ ແລະເຂົາໄດ້ຈັດແຈ່ງອາຫານໃຫ້ພຣະອົງສະເຫວີຍໃນທັນທີທັນໃດນັ້ນເອງ 21 ພວກຂ້າຣາຊການຂອງພຣະອົງຈຶ່ງຖາມພຣະອົງວ່າ, “ເມື່ອເດັກນ້ອຍຍັງມີຊີວິດຢູ່ ພຣະອົງຊົງໂສກເສົ້າຮ້ອງໄຫ້ ແລະບໍ່ຍອມສະເຫວີຍອາຫານ ແຕ່ພໍເດັກນ້ອຍໄດ້ຕາຍໄປແລ້ວ ພຣະອົງກໍຊົງລຸກຂຶ້ນ ແລະສະເຫວີຍອາຫານໄດ້ ພວກຂ້ານ້ອຍບໍ່ເຂົ້າໃຈເຫດການຢ່າງນີ້ເລີຍ” 22 ດາວິດຕອບວ່າ, “ເມື່ອລູກເຮົາຍັງມີຊີວິດຢູ່ ເຮົາໄດ້ອົດອາຫານໂສກເສົ້າຮ້ອງໄຫ້ ເພາະເຮົາຄິດວ່າພຣະຜູ້ເປັນເຈົ້າອາດຈະຊົງເມດຕາປະທານຊີວິດໃຫ້ແກ່ເດັກນ້ອຍນັ້ນ ແຕ່ວ່າ ດຽວນີ້ລູກໄດ້ຕາຍແລ້ວ 23 ເຮົາຈະອົດອາຫານໄປເຮັດຫຍັງ ຖ້າເຣົາອົດອາຫານຊີວິດເດັກນ້ອຍນັ້ນຈະກັບຄືນມາໄດ້ອີກບໍ ວັນນຶ່ງ ເຮົາອາດຈະໄປບ່ອນດຽວກັນກັບລູກຢູ່ ແຕ່ລູກນັ້ນຈະມາຫາເຮົາບໍ່ໄດ້”
ໂຊໂລໂມນເກີດ
24 ຕໍ່ມາ ດາວິດກໍອອຍໃຈບັທເຊບາຜູ້ເປັນເມັຽ ພຣະອົງໄດ້ສົມສູ່ຢູ່ຮ່ວມກັບນາງ ແລະນາງກໍອອກລູກເປັນຊາຍອີກ ດາວິດໄດ້ໃສ່ຊື່ໃຫ້ວ່າ ໂຊໂລໂມນ ພຣະຜູ້ເປັນເຈົ້າຊົງຮັກເດັກນ້ອຍນີ້ 25 ພຣະອົງຈຶ່ງຊົງໃຊ້ນາທານຜູ້ປະກາດພຣະທັມສັ່ງໃຫ້ດາວິດໃສ່ຊື່ເດັກນີ້ວ່າ ເຢດີດີຢາ ເພາະວ່າພຣະຜູ້ເປັນເຈົ້າຊົງຮັກເຂົາ 26 ສ່ວນໂຢອາບກຳລັງໂຈມຕີເມືອງຣັບບາຢູ່ ຊຶ່ງເປັນເມືອງຫລວງຂອງຊາວອັມໂມນ ແລະກໍໃກ້ຈະຍຶດເອົາໄດ້ແລ້ວ 27 ເຂົາຈຶ່ງສັ່ງຜູ້ນຳຂ່າວໄປຣາຍງານຕໍ່ດາວິດວ່າ, “ຂ້າພຣະອົງໄດ້ໂຈມຕີເມືອງຣັບບາແລະຍຶດເອົາບໍ່ນ້ຳໄດ້ແລ້ວ 28 ດຽວນີ້ໃຫ້ພຣະອົງຮວບຮວມເອົາກຳລັງຂອງພຣະອົງທີ່ຍັງເຫລືອຢູ່ນັ້ນມາຕໍ່ສູ້ ແລະຍຶດເອົາຕົວເມືອງດ້ວຍພຣະອົງເອງເທີນ ເພາະວ່າຂ້າພຣະອົງບໍ່ຢາກໄດ້ຊື່ສຽງຍ້ອນຍຶດເອົາເມືອງນີ້” 29 ດັ່ງນັ້ນ ດາວິດຈຶ່ງຮີບໂຮມເອົາກຳລັງຂອງພຣະອົງອອກໄປເມືອງຣັບບາ ແລ້ວກໍສັ່ງບຸກຍຶດເອົາເມືອງນັ້ນ 30 ດາວິດໄດ້ເອົາກະໂຈມຮູບເຄົາຣົບຂອງພວກເຂົາມາສຸບໃສ່ຫົວພຣະອົງ ກະໂຈມນີ້ເປັນຄຳຫນັກນຶ່ງຕະລັນ (ປະມານສາມສິບຫ້າກິໂລກາມ) ແລະມີເພັດປະດັບຢູ່ເທິງກະໂຈມນີ້ ແລ້ວພຣະອົງຍັງໄດ້ເອົາຊັບສົມບັດຈາກເມືອງນີ້ໄປຢ່າງຫລວງຫລາຍ 31 ສ່ວນປະຊາຊົນໃນເມືອງນັ້ນ ດາວິດໄດ້ເອົາເລື່ອຍ ຈົກ ຂວານໃຫ້ເຂົາ ແລະໃຊ້ໃຫ້ເຂົາເຮັດວຽກໃນເຕົາເຜົາດິນຈີ່ອີກ ພຣະອົງກໍໄດ້ເຮັດຢ່າງດຽວກັນກັບປະຊາຊົນຊາວອັມໂມນໃນທຸກໆເມືອງ ແລ້ວພຣະອົງໄດ້ກັບຄືນສູ່ນະຄອນເຢຣູຊາເລັມ
ອັມໂນນ ແລະຕາມາຣ໌
1 ຝ່າຍອັບຊາໂລມບຸດຊາຍຂອງດາວິດ ມີນ້ອງສາວຄົນນຶ່ງຮູບຮ່າງງາມຊື່ ຕາມາຣ໌ ຢູ່ຕໍ່ມາອັມໂນນບຸດຊາຍຂອງດາວິດກໍຮັກນາງ 2 ດ້ວຍເຫດຕາມາຣ໌ນ້ອງສາວຄົນນີ້ ຈິດໃຈຂອງອັມໂນນກໍຖືກທໍຣະມານຈົນເຖິງກັບລົ້ມປ່ວຍ ດ້ວຍເຫດວ່ານາງເປັນສາວພົມມະຈາຣີ ອັມໂນນຈຶ່ງຮູ້ສຶກວ່າຈະເຣັດຫຍັງໃຫ້ນາງບໍ່ໄດ້ເລີຍ 3 ແຕ່ອັມໂນນມີສະຫາຍຄົນນຶ່ງຊື່ໂຢນາດາບບຸດຂອງຊີເມອານ້ອງຊາຍຂອງດາວິດ ໂຢນາດາບນັ້ນເປັນຄົນເຈົ້າປັນຍາ 4 ຈຶ່ງທູນຖາມວ່າ, “ຂ້າແດ່ຣາຊໂອຣົດຂອງພຣະຣາຊາ ເປັນຫຍັງພຣະອົງຈຶ່ງຊືມເຊົາຢູ່ທຸກໆເຊົ້າ ຈະບໍ່ບອກໃຫ້ຂ້າພຣະອົງຮູ້ຈັກນຳຫລື” ອັມໂນນຕອບເຂົາວ່າ, “ເຮົາຮັກຕາມາຣ໌ນ້ອງຍິງຂອງອັບຊາໂລມ ນ້ອງຊາຍຂອງເຮົາ” 5 ໂຢນາດາບຈຶ່ງທູນທ່ານວ່າ, “ຂໍເຊີນບັນທົມເທິງພຣະແທ່ນແກ້ງກະທຳເປັນປ່ວຍ ແລະເມື່ອສະເດັດພໍ່ມາຢ້ຽມພຣະອົງ ຂໍກາບທູນວ່າ “ຂໍໂຜດຮັບສັ່ງຕາມາຮ໌ນ້ອງຍິງມາໃຫ້ອາຫານແກ່ຂ້າພຣະອົງ ໃຫ້ມາຕຽມອາຫານຕໍ່ຫນ້າຂ້າພຣະອົງເພື່ອຂ້າພຣະອົງຈະໄດ້ເຫັນ ແລະໄດ້ຮັບປະທານຈາກມືຂອງນາງ” 6 ອັມໂນນຈຶ່ງບັນທົມແກ້ງທຳເປັນປ່ວຍ ເມື່ອພຣະຣາຊາສະເດັດມາຢ້ຽມ ອັມໂນນກໍທູນພຣະຣາຊາວ່າ, “ຂໍໂຜດໃຫ້ຕາມາຣ໌ນ້ອງຍິງມາທຳຂະຫນົມຈັກສອງອັນຕໍ່ຫນ້າຂ້າພຣະອົງ ເພື່ອຂ້າພຣະອົງຈະໄດ້ຮັບປະທານຈາກມືຂອງນາງ” 7 ດາວິດຊົງໃຊ້ຄົນໄປຫາຕາມາຣ໌ທີ່ວັງ ຮັບສັ່ງວ່າ, “ຂໍຈົ່ງໄປທີ່ບ້ານຂອງອັມໂນນອ້າຍຂອງເຈົ້າ ແລະຕຽມອາຫານໃຫ້ເຂົາຮັບປະທານ” 8 ຕາມາຣ໌ກໍໄປຍັງວັງຂອງອັມໂນນອ້າຍຂອງນາງບ່ອນທີ່ເຂົາບັນທົມຢູ່ ນາງກໍຫຍິບແປ້ງມານວດທຳຂະຫນົມຕໍ່ຫນ້າອ້າຍແລ້ວປີ້ງ 9 ນາງກໍຍົກກະທະມາເທອອກຕໍ່ຫນ້າອ້າຍ ແຕ່ອັມໂນນກໍບໍ່ຊົງສະເຫວີຍ ກ່າວວ່າ, “ໃຫ້ທຸກຄົນອອກໄປເສັຽໃຫ້ພົ້ນເຮົາ” ທຸກຄົນກໍອອກໄປ 10 ອັມໂນນກໍຮັບສັ່ງກັບຕາມາຣ໌ວ່າ, “ຈົ່ງເອົາອາຫານເຂົ້າມາໃນຫ້ອງໃນ ເພື່ອອ້າຍຈະໄດ້ຮັບປະທານຈາກມືຂອງເຈົ້າ” ຕາມາຣ໌ກໍນຳຂະຫນົມທີ່ນາງທຳນັ້ນເຂົ້າໄປໃນຫ້ອງເພື່ອໃຫ້ແກ່ອັມໂນນ 11 ແຕ່ເມື່ອນາງນຳຂະຫນົມມາໃກ້ເພື່ອໃຫ້ທ່ານຮັບປະທານ ທ່ານກໍຈັບມືນາງໄວ້ຮັບສັ່ງວ່າ, “ນ້ອງຂອງອ້າຍເຂົ້າມານອນກັບອ້າຍເຖີດ” 12 ນາງຈຶ່ງຕອບທ່ານວ່າ, “ບໍ່ໄດ້ດອກ ຂໍຢ່າບັງຄັບຂ້ອຍເລີຍ ສິ່ງຢ່າງນີ້ເຂົາບໍ່ກະທຳກັນໃນອິສຣາເອນ ຂໍຢ່າກະທໍາການອັບອາຍຢ່າງນີ້ເລີຍ 13 ຝ່າຍຂ້ອຍ ຂ້ອຍຈະເອົາຄວາມອັບອາຍໄປເຊື່ອງໄວ້ທີ່ໃດ ຝ່າຍທ່ານເດ່ ທ່ານຈະເປັນຄົນເສັຽຫນ້າໃນອິສຣາເອນ ເພາະສະນັ້ນຂໍທູນພຣະຣາຊາ ພຣະອົງຄົງຈະຫວງຂ້ອຍໄວ້ບໍ່ໃຫ້ທ່ານ” 14 ແຕ່ທ່ານກໍບໍ່ຟັງສຽງນາງ ດ້ວຍທ່ານມີກຳລັງຫລາຍກວ່າຈຶ່ງຂົມຂືນ ແລະນອນຮ່ວມກັບນາງ 15 ຕໍ່ມາອັມໂນນກໍເບື່ອຫນ່າຍ ແລະກຽດຊັງນາງ ຄວາມກຽດຊັງຄັ້ງນີ້ກໍຫລາຍຍິ່ງກວ່າຄວາມຮັກຊຶ່ງທ່ານໄດ້ຮັກນາງມາກ່ອນ ແລະອັມໂນນຮັບສັ່ງກັບນາງວ່າ, “ຈົ່ງລຸກຂຶ້ນໄປ” 16 ແຕ່ນາງຕອບວ່າ, “ຢ່າເລີຍ ທີ່ຈະຂັບໄລ່ຂ້ອຍໄປຄັ້ງນີ້ນັ້ນກໍເປັນຄວາມຜິດໃຫຍ່ຍິ່ງກວ່າທີ່ທ່ານໄດ້ທຳກັບຂ້ອຍມາແລ້ວ” ແຕ່ທ່ານບໍ່ໄດ້ເຊື່ອຟັງນາງ 17 ທ່ານຈຶ່ງເອີ້ນຄົນໃຊ້ທີ່ປົນນິບັດຢູ່ສັ່ງວ່າ, “ຈົ່ງໄລ່ຜູ້ຍິງຄົນນີ້ໃຫ້ອອກໄປພົ້ນຫນ້າຂອງເຮົາແລ້ວປິດປະຕູໃສ່ກອນເສັຽ” 18 ນາງສວມເສື້ອຄຸມຍາວມີແຂນດັ່ງທີ່ຣາຊທິດາພົມມະຈາຣີຂອງພຣະຣາຊາສວມກັນ ຄົນໃຊ້ຂອງທ່ານຈຶ່ງໄລ່ນາງອອກໄປແລະໃສ່ກອນປະຕູເສັຽ 19 ຕາມາຣ໌ກໍເອົາຂີ້ເຖົ່າໃສ່ທີ່ຫົວຂອງນາງ ແລະຈີກເສື້ອຄຸມຍາວມີແຂນທີ່ນາງສວມຢູ່ນັ້ນເສັຽ ເອົາມືກຸມຫົວເດີນໄປຮ້ອງໄຫ້ໄປ 20 ອັບຊາໂລມອ້າຍຂອງນາງກໍກ່າວກັບນາງວ່າ, “ອັມໂນນໄດ້ຢູ່ກັບເຈົ້າບໍ ນ້ອງເອີຍ ຢ່າເປັນທຸກໃຈໃນເຣື່ອງນີ້ເລີຍ” ຝ່າຍຕາມາຣ໌ກໍຢູ່ເປົ່າປ່ຽວໃນວັງຂອງອັບຊາໂລມ 21 ເມື່ອກະສັດດາວິດຊົງຊາບເຣື່ອງເຫລົ່ານີ້ທັງສີ້ນ ພຣະອົງກໍຊົງກີ້ວ 22 ແຕ່ອັບຊາໂລມບໍ່ໄດ້ກ່າວປະການໃດກັບອັມໂນນເລີຍບໍ່ວ່າດີຫລືຮ້າຍ ເພາະອັບຊາໂລມກຽດຊັງ
ອັມໂນນຫລາຍ ເຫດທີ່ທ່ານໄດ້ຂົ່ມຂືນຕາມາຣ໌ນ້ອງສາວຂອງທ່ານ
23 ຕໍ່ມາອີກສອງປີເຕັມ ອັບຊາໂລມມີງານຕັດຂົນແກະທີ່ບ້ານບາອານຮາໂຊຣ໌ ຊຶ່ງຢູ່ໃກ້ເອຟຣາອີມ ແລະອັບຊາໂລມໄດ້ເຊີນໂອຣົດທັງສິ້ນຂອງພຣະຣາຊາໄປໃນງານນັ້ນ 24 ອັບຊາໂລມໄປເຝົ້າພຣະຣາຊາທູນວ່າ, “ເບິ່ງແມ໋, ຂ້າພຣະອົງມີງານຕັດຂົນແກະຂໍເຊີນພຣະຣາຊາແລະຄົນໃຊ້ຂອງພຣະອົງໄປໃນງານນັ້ນກັບຂ້າພຣະອົງ” 25 ແຕ່ພຣະຣາຊກ່າວກັບອັບຊາໂລມວ່າ, “ລູກເອີຍ ຢ່າເລີຍ ຢ່າໃຫ້ພວກເຮົາໄປກັນຫມົດເລີຍ ຈະເປັນພາຣະແກ່ເຈົ້າ” ອັບຊາໂລມຄະຍັ້ນຄະຍໍພຣະອົງ ແຕ່ປານນັ້ນພຣະອົງບໍ່ໄດ້ຍອມສະເດັດ ແຕ່ຊົງອວຍພຣະພອນໃຫ້ 26 ອັບຊາໂລມຈຶ່ງກາບທູນວ່າ, “ຖ້າບໍ່ໂຜດສະເດັດກໍຂໍໃຫ້ອະນຸຍາດອັມໂນນໄປດ້ວຍກັນເຖີດ” ແລະພຣະຣາຊາກ່າວຖາມວ່າ, “ເປັນຫຍັງເຂົາຕ້ອງໄປກັບເຈົ້າດ້ວຍ 27 ແຕ່ອັບຊາໂລມທູນຄະຍັ້ນຄະຍໍຈົນພຣະອົງຊົງຍອມໃຫ້ອັມໂນນ ແລະຣາຊໂອຣົດຂອງພຣະຣາຊາທັງສິ້ນໄປດ້ວຍ 28 ແລ້ວອັບຊາໂລມສັ່ງຄົນໃຊ້ຂອງທ່ານວ່າ, “ຈົ່ງຄອຍດູວ່າຈິດໃຈຂອງອັມໂນນເພີດເພີນດ້ວຍເຫລົ້າອະງຸ່ນເມື່ອໃດ ເມື່ອເຮົາສັ່ງເຈົ້າວ່າ “ຈົ່ງຕີອັມໂນນ” ເຈົ້າທັງຫລາຍຈົ່ງຂ້າເຂົາເສັຽ ຢ່າຢ້ານເລີຍເຮົາສັ່ງເຈົ້າແລ້ວບໍ່ແມ່ນບໍ ຈົ່ງກ້າຫານແລະເປັນຄົນເກັ່ງກ້າເຖີດ” 29 ແລະຄົນໃຊ້ຂອງອັບຊາໂລມກໍກະທຳກັບອັມໂນນຕາມທີ່ອັບຊາໂລມໄດ້ສັ່ງໄວ້ ແລ້ວບັນດາຣາຊໂອຣົດຂອງພຣະຣາຊກໍພາກັນລຸກຂຶ້ນຊົງລໍ້ຂອງແຕ່ລະອົງຫນີໄປ 30 ຂນະເມື່ອຣາຊໂອຣົດໄດ້ດຳເນີນຢູ່ຕາມທາງ ມີຂ່າວໄປເຖິງດາວິດວ່າ, “ອັບຊາໂລມໄດ້ປະຫານຣາຊໂອຣົດຂອງພຣະຣາຊາຫມົດແລ້ວ ບໍ່ເຫລືອຢູ່ຈັກອົງດຽວ” 31 ພຣະຣາຊາຊົງລຸກຂຶ້ນຈີກສລອງພຣະອົງ ແລະຊົງບັນທົມເທິງພື້ນດິນ ບັນດາຂ້າຣາຊການທັງສິ້ນສວມເສື້ອຜ້າຈີກຂາດຢືນເຝົ້າຢູ່ 32 ແຕ່ໂຢນາດາບບຸດຊີເມອານ້ອງຊາຍຂອງດາວິດກາບທູນວ່າ, “ຂໍຢ່າໃຫ້ເຈົ້ານາຍຂອງຂ້າພຣະບາດສຳຄັນຜິດໄປວ່າ ເຂົາໄດ້ປະຫານຣາຊໂອຣົດຫນຸ່ມແຫນ້ນເຫລົ່ານັ້ນຫມົດແລ້ວ ເພາະວ່າອັມໂນນສິ້ນຊີວິດແຕ່ຜູ້ດຽວ ເພາະຕາມຄຳສັ່ງຂອງອັບຊາໂລມເຣື່ອງນີ້ທ່ານຕັ້ງໃຈໄວ້ແຕ່ຄັ້ງທີ່ຕາມາຣ໌ນ້ອງສາວຂອງທ່ານແລ້ວ 33 ສະນັ້ນ ຂໍພຣະຣາຊາເຈົ້ານາຍຂອງຂ້າພຣະອົງຢ່າໄດ້ຮ້ອນພຣະທັຍ ດ້ວຍສຳຄັນວ່າຣາຊໂອຣົດທັງຫມົດຂອງພຣະອົງສິ້ນຊີວິດ ເພາະອັມໂນນສິ້ນຊີບແຕ່ຜູ້ດຽວ” 34 ແຕ່ອັບຊາໂລມໄດ້ຫນີໄປ ຝ່າຍທະຫານຍາມຫນຸ່ມເງີຍຫນ້າຂຶ້ນເບິ່ງ ເບິ່ງແມ໋, ປະຊາຊົນເປັນຈຳນວນຫລາຍກຳລັງມາຈາກຖນົນໂຮໂຣນາອີມຂ້າງໆພູ 35 ໂຢນາດາບຈຶ່ງກາບທູນພຣະຣາຊາວ່າ, “ເບິ່ງແມ໋, ຣາຊໂອຣົດກຳລັງດຳເນີນມາແລ້ວ ຕາມທີ່ຂ້າພຣະອົງກາບທູນກໍເປັນຈິງດັ່ງນັ້ນ” 36 ຢູ່ມາເມື່ອເຂົາເວົ້າຈົບລົງ ເບິ່ງແມ໋, ຣາຊໂອຣົດຂອງພຣະຣາຊາກໍມາເຖິງແລະໄດ້ຮ້ອງໄຫ້ ຝ່າຍພຣະຣາຊາກໍຮ້ອງໄຫ້ ແລະບັນດາຂ້າຣາຊການກໍຮ້ອງໄຫ້ສະອຶກສະອື້ນເຫມືອນກັນ 37 ອັບຊາໂລມໄດ້ຫນີໄປເຂົ້າເຝົ້າຕັນມັຍ ໂອຣົດຂອງອັມມີຮູດ ພຣະຣາຊາເມືອງເກຊູຣ໌ ແຕ່ດາວິດຊົງໄວ້ທຸກໃຫ້ຣາຊໂອຣົດຂອງພຣະອົງເປັນເວລາດົນນານ 38 ດາວິດພຣະຣາຊາກໍຊົງຕອມພຣະທັຍອາລັຍເຖິງອັບຊາໂລມ ເພາະການທີ່ຊົງຄິດເຖິງອັມໂນນນັ້ນຄ່ອຍຄາຍລົງ ດ້ວຍເຂົາສິ້ນຊີວິດແລ້ວ
ໂຢອາບມີແຜນການໃຫ້ອັບຊາໂລມກັບຄືນ
1 ຝ່າຍໂຢອາບບຸດນາງເຊຣູຢາຊາບວ່າ ພຣະຣາຊາອາລັຍເຖິງອັບຊາໂລມ 2 ໂຢອາບຈຶ່ງໃຊ້ຄົນໄປຍັງເມືອງເຕໂກອາພາຍິງທີ່ສລາດມາຈາກທີ່ນັ້ນຄົນນຶ່ງ ບອກນາງວ່າ, “ຂໍຈົ່ງແກ້ງທຳເປັນຄົນໄວ້ທຸກ ສວມເສື້ອຂອງຄົນໄວ້ທຸກຢ່າຊະໂລມນ້ຳມັນ ແຕ່ແກ້ງເຮັດເຫມືອນຜູ້ຍິງທີ່ໄວ້ທຸກໃຫ້ຜູ້ຕາຍມາຫລາຍວັນແລ້ວ 3 ຈົ່ງເຂົ້າເຝົ້າພຣະຣາຊາ ກາບທູນຂໍ້ຄວາມນີ້ແກ່ພຣະອົງ” ແລະໂຢອາບກໍສອນຄຳກາບທູນໃຫ້ຍິງນັ້ນ 4 ເມື່ອຍິງຊາວເຕໂກອາມາເຝົ້າພຣະຣາຊາ ນາງກໍຊົບຫນ້າລົງເຖິງດິນຖວາຍບັງຄົມແລ້ວກາບທູນວ່າ, “ຂ້າແດ່ພຣະຣາຊາ ຂໍພຣະກະຣຸນາຄຸນເປັນທີ່ເພິ່ງ” 5 ພຣາຊາກ່າວຖາມຍິງນັ້ນວ່າ, “ເຈົ້າມີເຣື່ອງຫຍັງ” ນາງກາບທູນວ່າ, “ອະນິຈາ ຂ້ານ້ອຍເປັນຍິງຫມ້າຍຜົວຕາຍເສັຽແລ້ວ 6 ສາວໃຊ້ຂອງພຣະອົງມີບຸດສອງຄົນ ວິວາດກັນຢູ່ໃນທົ່ງນາ ບໍ່ມີໃຜຊ່ອຍຫ້າມປາມບຸດຄົນນຶ່ງຈຶ່ງຕີອີກຄົນນຶ່ງຕາຍ 7 ເບິ່ງແມ໋, ຫມູ່ຍາດພາກັນມາຫາສາວໃຊ້ຂອງຂ້ານ້ອຍບອກວ່າ “ຈົ່ງມອບຜູ້ທີ່ຂ້າອ້າຍຂອງຕົນມາໃຫ້ເຮົາ ເພື່ອເຮົາຈະຂ້າເຂົາເສັຽ ເພື່ອແກ້ແຄ້ນແທນອ້າຍທີ່ເຂົາໄດ້ຂ້າເສັຽນັ້ນ ຈະໄດ້ຂ້າຜູ້ທີ່ຮັບມໍຣະດົກເສັຽດ້ວຍ” ດັ່ງວ່າຈະດັບຖ່ານໄຟຂອງຂ້ານ້ອຍທີ່ຍັງເຫລືອຢູ່ນັ້ນເສັຽ ບໍ່ໃຫ້ຜົວຂອງຂ້ານ້ອຍມີຊື່ຫລືມີເຊື້ອສາຍຫລືອຢູ່ເທິງນື້ນໂລກເລີຍ” 8 ພຣະຣາຊາຈຶ່ງຮັບສັ່ງແກ່ຍິງຄົນນັ້ນວ່າ, “ໄປບ້ານຂອງເຈົ້າເຖີດ ເຮົາຈະສັ່ງການເຣື່ອງເຈົ້າ” 9 ຍິງຊາວເຕໂກອາໄດ້ກາບທູນພຣະຣາຊາວ່າ, “ຂ້າແດ່ພຣະຣາຊາ ເຈົ້ານາຍຂອງຂ້ານ້ອຍ ຂໍໃຫ້ໂທດຕົກຢູ່ກັບຂ້ານ້ອຍ ແລະກັບເຊື້ອສາຍບິດາຂອງຂ້ານ້ອຍ ແຕ່ພຣະຣາຊາແລະຣາຊບັນລັງຂອງພຣະອົງຢ່າໃຫ້ມີໂທດເລີຍ” 10 ພຣະຣາຊາກ່າວວ່າ, “ຖ້ມີຜູ້ໃດກ່າວສິ່ງໃດແກ່ເຈົ້າ ຈົ່ງພາເຂົາມາຫາເຮົາ ຄົນນັ້ນຈະບໍ່ແຕະຕ້ອງເຈົ້າອີກເລີຍ” 11 ນາງກໍກາບທູນວ່າ, “ຂ້າແດ່ພຣະອົງ ຂໍພຣະຣາຊາຊົງກະທຳສາບານໃນພຣະນາມພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງເພື່ອຜູ້ອາຄາດຈະບໍ່ກະທຳການຂ້າອີກຕໍໄປ ແລະບຸດຂອງຂ້ານ້ອຍຈະບໍ່ຕ້ອງຖືກທຳລາຍ” ພຣະອົງກ່າວວ່າ, “ພຣະເຈົ້າຊົງພຣະຊົນຢູ່ ເສັ້ນຜົມຂອງບຸດຂອງເຈົ້າຈັກເສັ້ນດຽວຈະບໍ່ຕົວລົງເຖິງດິນ” 12 ແລ້ວຍິງນັ້ນກາບທູນວ່າ, “ຂ້າແດ່ພຣະອົງ ຂໍສາວໃຊ້ຂອງພຣະອົງກາບທູນອີກຈັກຄຳນຶ່ງແກ່ພຣະຣາຊາເຈົ້ານາຍຂອງຂ້ານ້ອຍ” ພຣະອົງກ່າວວ່າ, “ເວົ້າໄປ” 13 ຍິງນັ້ນຈຶ່ງກາບທູນວ່າ, “ເຫດໃດພຣະອົງຊົງດຳຣິຈະກະທຳຢ່າງແກ່ປະຊາກອນຂອງພຣະເຈົ້າ ໃນການທີ່ກ່າວເຊັ່ນນີ້ພຣະຣາຊາຊົງກ່າວໂທດພຣະອົງເອງ ໃນປະການທີ່ພຣະຣາຊາບໍ່ໄດ້ຊົງນຳຜູ້ຖືກເນຣະເທດກັບສູ່ພຣະຣາຊວັງ 14 ຄົນເຮົາຈະຕ້ອງຕາຍຫມົດດ້ວຍກັນທຸກຄົນ ເປັນເຫມືອນນ້ຳທີ່ຫົດເທິງແຜ່ນດິນ ຈະເກັບຮວມກັບຄືນມາອີກບໍ່ໄດ້ ພຣະເຈົ້າບໍ່ຊົງທຳລາຍຊີວິດ ແຕ່ຊົງດຳຣິຫາຫົນທາງບໍ່ໃຫ້ຜູ້ທີ່ຖືກເນຣະເທດຕ້ອງຖືກຊົງປະຖິ້ມ 15 ທີ່ຂ້ານ້ອຍມາກາບທູນເຣື່ອງນີ້ຕໍ່ພຣະຣາຊາເຈົ້ານາຍຂອງຂ້ານ້ອຍ ເພາະປະຊາຊົນຂູ່ຂ້ານ້ອຍໃຫ້ຢ້ານ ແລະສາວໃຊ້ຂອງພຣະອົງຄິດວ່າ “ເຮົາຈະກາບທູນພຣະຣາຊາ ຫວັງວ່າພຣະຣາຊາຈະໂຜດຕາມຄຳຂໍຂອງຜູ້ຮັບໃຊ້ຂອງພຣະອົງ 16 ດ້ວຍພຣະຣາຊາຈະຊົງສະດັບຟັງ ແລະຊົງຊ່ອຍກູ້ຜູ້ຮັບໃຊ້ຂອງພຣະອົງໃຫ້ພົ້ນຈາກມືຂອງຜູ້ທີ່ຕັ້ງໃຈທຳລາຍເຮົາ ແລະລູກຂອງເຮົາເສັຽຈາກມໍຣະດົກຂອງພຣະເຈົ້າ” 17 ແລະສາວໃຊ້ຂອງພຣະອົງຄິດວ່າ “ຂໍໃຫ້ພຣະດຳຣັດຂອງພຣະຣາຊາເຈົ້ານາຍຂອງເຮົາເປັນທີ່ເພິ່ງ” ເພາະພຣະຣາຊາເຈົ້າຂອງເຣົາປຽບເຫມືອນທູດຂອງພຣະເຈົ້າໃນການທີ່ຈະປະຈັກຄວາມດີແລະຄວາມຊົ່ວ ຂໍພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງຊົງສະຖິດຢູ່ກັບພຣະອົງເຖີດ” 18 ແລ້ວພຣະຣາຊາຊົງຕອບຍິງນັ້ນວ່າ, “ສິ່ງໃດທີ່ເຮົາຈະຖາມເຈົ້າ ເຈົ້າຢ່າປິດບັງ” ຜູ້ຍິງນັ້ນກາບທູນວ່າ, “ຂໍພຣະຣາຊາເຈົ້ານາຍຂອງຂ້ານ້ອຍຈົ່ງກ່າວເຖີດ” 19 ພຣະຣາຊາຈຶ່ງກ່າວຖາມວ່າ, “ໃນເຣື່ອງທັງສິ້ນນີ້ມືຂອງໂຢອາບກ່ຽວຂ້ອງກັບເຈົ້ານຳຫລືບໍ” ຍິງນັ້ນທູນຕອບວ່າ, “ຂ້າແດ່ພຣະຣາຊາເຈົ້ານາຍຂອງຂ້ານ້ອຍ ພຣະອົງຊົງພຣະຊົນຢູ່ ບໍ່ມີໃຜຫລົບຫລີກພຣະດຳຣັດຂອງພຣະຣາຊາເຈົ້ານາຍຂອງຂ້ານ້ອຍໄປທາງຂວາຫລືທາງຊ້າຍໄດ້ ໂຢອາບຜູ້ຮັບໃຊ້ຂອງພຣະອົງນັ້ນແຫລະ ໃຫ້ຂ້ານ້ອຍກາບທູນ ເຂົາເປັນຜູ້ສອນຄຳກາບທູນແກ່ຂ້ານ້ອຍສາວ
ໃຊ້ຂອງພຣະອົງ
20 ໂຢອາບໄດ້ກະທຳເຊັ່ນນີ້ກໍເພື່ອຈະປ່ຽນໂສມຫນ້າຂອງເຫດການ ແຕ່ເຈົ້ານາຍຂອງຂ້ານ້ອຍຊົງມີພຣະສະຕິປັນຍາ ດັ່ງສະຕິປັນຍາແຫ່ງທູດຂອງພຣະເຈົ້າ ຊົງຊາບທຸກສິ່ງທຸກຢ່າງທີ່ຢູ່ເທິງພິພົບ” 21 ເຈົ້າຊີວິດຊົງສັ່ງໂຢອາບວ່າ, “ເບິ່ງແມ໋, ເຮົາອະນຸມັດຕາມຄຳຂໍນີ້ແລ້ວ ຈົ່ງໄປພາອັບຊາໂລມຊາຍຫນຸ່ມຄົນນັ້ນກັບມາ” 22 ໂຢອາບກໍຊົບຫນ້າລົງເຖິງດິນຖວາຍບັງຄົມ ແລ້ວໂມທະນາຂອບພຣະຄຸນພຣະຣາຊາ ໂຢອາບກາບທູນວ່າ, “ຂ້າແດ່ພຣະຣາຊາເຈົ້ານາຍຂອງຂ້ານ້ອຍ ວັນນີ້ຂ້ານ້ອຍຊາບວ່າ ຂ້ານ້ອຍໄດ້ຮັບພຣະກະຣຸນາໃນປະການທີ່ພຣະຣາຊາຊົງອະນຸມັດຕາມຄຳທູນຂໍຂອງຂ້ານ້ອຍຍ” 23 ໂຢອາບຈຶ່ງລຸກຂຶ້ນໄປຍັງເກຊູຣ໌ ແລະພາອັບຊາໂລມມາຍັງກຸງເຢຣູຊາເລັມ 24 ພຣະຣາຊາຮັບສັ່ງວ່າ, “ໃຫ້ເຂົາໄປຢູ່ວັງຂອງເຂົາເຖີດ ຢ່າໃຫ້ເຂົ້າເຝົ້າເຮົາ” ອັບຊາໂລມກໍໄປຢູ່ວັງຂອງທ່ານບໍ່ໄດ້ເຂົ້າເຝົ້າຕໍ່ພຣະພັກພຣະຣາຊາ
ດາວິດໃຫ້ອະພັຍອັບຊາໂລມ
25 ໃນບັນດາອິສຣາເອນບໍ່ມີຜູ້ໃດຮູບຮ່າງງາມເຫມືອນອັບຊາໂລມ ໃນຕົວທ່ານຕັ້ງແຕ່ຝ່າຕີນຈົນເຖິງກະຫມ່ອມບໍ່ມີບ່ອນຕຳຫນິເລີຍ 26 ເມື່ອທ່ານຕັດຜົມ (ທ່ານເຄີຍຕັດຜົມປີລະເທື່ອເພາະຜົມຫນັກແລ້ວທ່ານກໍຕັດເສັຽ) ທ່ານກໍຊັ່ງຜົມຂອງທ່ານໄດ້ຫນັກສອງຮ້ອຍເຊເກລຕາມການຊັ່ງຕວງເບິ່ງທາງຣາຊການ 27 ມີບຸດຊາຍສາມຄົນເກີດແກ່ອັບຊາໂລມ ແລະບຸດຕຣີຄົນນຶ່ງຊື່ ຕາມາຣ໌ ນາງເປັນຍິງທີ່ສວຍງາມ 28 ອັບຊາໂລມປະທັບຢູ່ໃນກຸງເຢຣູຊາເລັມໄດ້ສອງປີເຕັມ ໂດຍບໍ່ໄດ້ເຂົ້າເຝົ້າຕໍ່ພຣະພັກພຣະຣາຊາ 29 ແລ້ວອັບຊາໂລມກໍໃຫ້ໄປຕາມໂຢອາບ ຈະໃຊ້ໃຫ້ເຂົ້າໄປເຝົ້າພຣະຣາຊາແຕ່ໂຢອາບບໍ່ຍອມມາຫາທ່ານ ທ່ານກໍໃຊ້ຄົນໄປຄັ້ງທີ່ສອງແຕ່ໂຢອາບກໍບໍ່ຍອມມາເຫມືອນກັນ 30 ທ່ານຈຶ່ງສັ່ງຄົນໃຊ້ຂອງທ່ານວ່າ, “ເບິ່ງແມ໋, ນາຂອງໂຢອາບຢູ່ຖັດນາຂອງເຮົາ ເຂົາມີເຂົ້າບເລທີ່ນັ້ນ ຈົ່ງເອົາໄຟເຜົາເສັຽ” ຄົນໃຊ້ຂອງອັບຊາໂລມກໍໄປເອົາໄຟເຜົານາ 31 ໂຢອາບກໍລຸກຂຶ້ນໄປຫາອັບຊາໂລມທີ່ວັງຂອງທ່ານຖາມທ່ານວ່າ, “ເປັນຫຍັງຄົນໃຊ້ຂອງທ່ານຈຶ່ງເອົາໄຟເຜົານາຂອງຂ້ານ້ອຍ” 32 ອັບຊາໂລມຕອບໂຢອາບວ່າ, “ເບິ່ງແມ໋, ເຣົາສົ່ງຄົນໄປບອກທ່ານທ່ານວ່າ “ມານີ້ເຖີດ ເຮົາຈະສົ່ງທ່ານໄປຫາເຈົ້າຊີວິດທູນວ່າ “ເປັນຫຍັງຈຶ່ງໃຫ້ຂ້າພຣະອົງມາຈາກກຸງເກຊູຣ໌ ຂ້າພຣະອົງຢູ່ທີ່ນັ້ນກໍດີກວ່າ” ບັດນີ້ຂໍໃຫ້ເຮົາໄດ້ເຂົ້າເຝົ້າຕໍ່ພຣະພັກເຈົ້າຊີວິດ ຖ້າເຮົາມີຄວາມຜິດກໍຂໍພຣະອົງຊົງປະຫານເຮົາເສັຽ” 33 ໂຢອາບຈຶ່ງເຂົ້າໄປເຝົ້າເຈົ້າຊີວິດກາບທູນພຣະອົງ ພຣະອົງກໍຊົງເອີ້ນອັບຊາໂລມທ່ານຈຶ່ງເຂົ້າໄປເຝົ້າເຈົ້າຊີວິດໂນ້ມກາຍລົງຊົບຫນ້າລົງດິນຕໍ່ພຣະພັກເຈົ້າຊີວິດ ເຈົ້າຊີວິດກໍຊົງຈູບອັບຊາໂລມ
ການກະບົດຂອງອັບຊາໂລມ
1 ຕໍ່ມາ ອັບຊາໂລມໄດ້ຈ້າງເອົາຣົດຮົບ ແລະຝູງມ້າພ້ອມທັງທະຫານຫ້າສິບຄົນແຫ່ຕົນອອກໄປ 2 ອັບຊາໂລມເຄີຍລຸກແຕ່ເດິກ ແລະອອກໄປຢືນຢູ່ປະຕູກຳແພງເມືອງໃກ້ຫົນທາງ ເວລາໃດ ເຫັນຄົນມີເຣື່ອງຜິດຖຽງກັນຜ່ານມາທາງນັ້ນເພື່ອຈະໄປຫາເຈົ້າຊີວິດຕັດສິນຄວາມໃຫ້ ອັບຊາໂລມກໍເອີ້ນມາ ແລະຖາມວ່າ, “ເຈົ້າມາແຕ່ໃສ” ຖ້າຜູ້ນັ້ນຕອບວ່າ ມາຈາກຕະກູນນີ້ ຫລືຕະກູນນັ້ນໃນອິສຣາເອນ 3 ອັບຊາໂລມກໍເວົ້າໂລດວ່າ, “ເຈົ້າເປັນຝ່າຍຖືກຕ້ອງຕາມກົດຫມາຍແລ້ວ ແຕ່ວ່າບໍ່ມີໃຜຈະເປັນຜູ້ຕາງຫນ້າເຈົ້າຊີວິດຟັງເຣື່ອງຄະດີຂອງເຈົ້ານີ້ດອກ” 4 ອັບຊາໂລມເວົ້າຕໍ່ໄປວ່າ, “ຖ້າວ່າ ເຮົາໄດ້ເປັນຜູ້ຕັດສິນຄວາມ ຄັນມີຜູ້ໃດຜູ້ນຶ່ງມີເຣື່ອງຜິດຖຽງກັນ ຫລືມີຄຳຮ້ອງທຸກມາຫາເຮົາ ເຮົາກໍຈະໃຫ້ຄວາມຍຸດຕິທັມແກ່ເຂົາ” 5 ພໍເມື່ອມີຄົນເຂົ້າມາຫາກົ້ມຂາບໃສ່ອັບຊາໂລມ ອັບຊາໂລມກໍອອກໄປຈັບມື ແລະກອດດ້ວຍຄວາມດີໃຈ 6 ທ່ານເຮັດດັ່ງນີ້ກັບຊາວອິສຣາເອນທຸກຄົນ ທີ່ມາຫາເຈົ້າຊີວິດຕັດສິນຄວາມໃຫ້ ແລະທ່ານກໍເອົາອົກເອົາໃຈຂອງພວກເຂົາ 7 ຈາກນັ້ນມາໄດ້ສີ່ປີ ອັບຊາໂລມໄດ້ກາບທູນເຈົ້າຊີວິດວ່າ, “ຂ້າແດ່ສະເດັດພໍ່ ຂໍຊົງອະນຸຍາດໃຫ້ຂ້ານ້ອຍໄປເມືອງເຮໂບຣນແດ່ທ້ອນ ເພາະຂ້ານ້ອຍຢາກໄປແກ້ບະທີ່ໄດ້ສັນຍາໄວ້ກັບພຣະຜູ້ເປັນເຈົ້າ 8 ຄືຕອນທີ່ຂ້ານ້ອຍຢູ່ໃນເມືອງກູເຊຣ໌ທີ່ເຂດອາຣາມ ຂ້ານ້ອຍໄດ້ສັນຍາຕໍ່ພຣະຜູ້ເປັນເຈົ້າວ່າ ຄັນຖ້າພຣະອົງຊົງໃຫ້ຂ້ານ້ອຍກັບຄືນເມືອນະຄອນເຢຣູຊາເລັມ ຂ້ານ້ອຍຈະນະມັສການພຣະອົງທີ່ເມືອງເຮໂບຣນ 9 ແລ້ວເຈົ້າຊີວິດກໍບອກວ່າ, “ຈົ່ງໄປດີເຖີດ” ດັ່ງນັ້ນ ອັບຊາໂລມກໍມຸ່ງຫນ້າໄປເມືອງເຮໂບຣນ 10 ແຕ່ທ່ານໄດ້ໃຊ້ຜູ້ສົ່ງຂ່າວໄປບອກທຸກໆຕະກູນອິສຣາເອນວ່າ ຄັນຖ້າພວກເຂົາໄດ້ຍິນສຽງແກໃຫ້ພາກັນເວົ້າວ່າ, “ອັບຊາໂລມໄດ້ເປັນເຈົ້າຊີວິດທີ່ເມືອງເຮໂບຣນແລ້ວ” 11 ອັບຊາໂລມໄດ້ເຊີນເອົາຊາຍສອງຮ້ອຍຄົນຈາກນະຄອນເຢຣູຊາເລັມເດີນທາງຮ່ວມໄປນຳ ພວກເຫລົ່ານີ້ໄປດ້ວຍຄວາມຊື່ສັດ ໂດຍທີ່ບໍ່ຮູ້ຈັກກົນອຸບາຍແຕ່ຢ່າງໃດຫມົດ 12 ໃນເວລາທີ່ອັບຊາໂລມກຳລັງຖວາຍເຄື່ອງບູຊາຢູ່ນັ້ນ ເຂົາໄດ້ສົ່ງຄົນໄປນຳເອົາອາຮີທໂອເຟນຊາວກິໂລ ທີ່ປຶກສາຂອງກະສັດດາວິດທີ່ເມືອງກິໂລ ແຜນການກະບົດຕໍ່ຕ້ານເຈົ້າຊີວິດກໍເພີ້ມທະວີຂຶ້ນ ພວກທີ່ຕິດຕາມອັບຊາໂລມກໍເພີ້ມຈຳນວນຂຶ້ນເລື້ອຍໆ
ກະສັດດາວິດປົບຫນີຈາກນະຄອນເຢຣູຊາເລັມ
13 ຜູ້ນຳຂ່າວໄດ້ມາຣາຍງານຕໍ່ດາວິດວ່າ, “ພວກອິສຣາເອນໄດ້ຕິດຕາມອັບຊາໂລມ ແລະໄດ້ສະແດງຄວາມຈົ່ງຮັກພັກດີຕໍ່ເຂົາແລ້ວ” 14 ດາວິດຈຶ່ງເຕົ້າໂຮມພວກຂ້າຣາຊການທີ່ຢູ່ໃນນະຄອນເຢຣູຊາເລັມ ແລະຮັບສັ່ງວ່າ, “ຖ້າພວກເຮົາຢາກລອດພົ້ນຈາກເງື້ອມມືຂອງອັບຊາໂລມ ພວກເຮົາຕ້ອງພາກັນຫນີໄປດຽວນີ້ ອີກບໍ່ດົນເຂົາກໍຈະມາບ່ອນນີ້ ພວກເຮົາຈະເສັຽໄຊໃຫ້ເຂົາ ແລະເຂົາຈະຂ້າທຸກໆຄົນໃນເມືອງນີ້” 15 ພວກເຂົາຕອບວ່າ, “ຂ້າແດ່ພຣະອົງ ພວກຂ້ານ້ອຍພ້ອມທີ່ຈະທຳທຸກຢ່າງຕາມທີ່ພຣະອົງຊົງຮັບສັ່ງ” 16 ແລ້ວກະສັດພ້ອມທັງທຸກຄົນໃນຄອບຄົວ ແລະພວກຂ້າຣາຊການກໍພາກກັນຫນີໄປ ເວັ້ນໄວ້ແຕ່ພວກເມັຽນ້ອຍສິບຄົນທີ່ພຣະອົງໄດ້ປະໄວ້ໃຫ້ເປັນຜູ້ເຝົ້າພຣະຣາຊວັງ 17 ໃນເວລາຫນີອອກຈາກເມືອງນັ້ນ ເຈົ້າຊີວິດແລະພວກຂ້າຣາຊການຢຸດຢູ່ທີ່ເຮືອນຫລັງສຸດທ້າຍ 18 ບັນດາຂ້າຣາຊການທັງຫມົດເດີນຜ່ານພຣະອົງໄປ ບັນດາຄົນເຄເຣທ ພວກເປເຣທ ແລະຄົນກາດຫົກຮ້ອຍຄົນທີ່ຕິດຕາມພຣະອົງມາຈາກເມືອງກາດ ໄດ້ເດີນຜ່ານພຣະອົງໄປ 19 ເຈົ້າຊີວິດຈຶ່ງເວົ້າຕໍ່ອີທຕັຍ ຜູ້ນຳຫນ້າທະຫານນັ້ນວ່າ, “ເປັນຫຍັງເຈົ້າຈຶ່ງມາກັບພວກເຮົາ ເຈົ້າກັບເມືອຢູ່ກັບກະສັດອົງໃຫມ່ສາ ເຈົ້າເປັນຄົນຕ່າງປະເທດ ແລະເປັນຄົນອົບພະຍົບຈາກບ້ານເກີດເມືອງນອນມາ 20 ເຈົ້າໄດ້ອາໄສຢູ່ນີ້ພຽງຊົ່ວຄາວເທົ່ານັ້ນ ເປັນການສົມຄວນບໍ ທີ່ເຮົາຈະໃຫ້ເຈົ້າໄປມາກັບເຮົາ ເຮົາເອງກໍບໍ່ຮູ້ຈັກວ່າຈະໄປທາງໃດ ຈົ່ງກັບຄືນເມືອສາ ແລະພາເພື່ອນຮ່ວມຊາດຂອງເຈົ້າໄປນຳດ້ວຍ ຂໍໃຫ້ພຣະຜູ້ເປັນເຈົ້າຊົງກະຣຸນາ ແລະເປັນທີ່ເພິ່ງຂອງພວກເຈົ້າເທີນ” 21 ແຕ່ອີທຕັຍຕອບວ່າ, “ຂ້າແດ່ພຣະອົງ ຂ້ານ້ອຍຂໍສາບານໃນພຣະນາມພຣະຜູ້ເປັນເຈົ້າວ່າ ຂ້ານ້ອຍຈະໄປກັບພຣະອົງຕລອດທຸກທີ່ທຸກບ່ອນເຖິງແມ່ນວ່າຈະຕາຍກໍຕາມ” 22 ດາວິດຈຶ່ງຕອບວ່າ, “ດີແລ້ວ ຈົ່ງເດີນທາງຕໍ່ໄປ” ແລ້ວອິທຕັຍພ້ອມທັງທະຫານແລະລູກເມັຽຂອງພວກເຂົາກໍພາກັນອອກເດີນທາງ 23 ໃນຂນະທີ່ພວກຕິດຕາມດາວິດກຳລັງຍ່າງອອກນັ້ນ ພວກປະຊາຊົນໄດ້ຮ້ອງໄຫ້ດ້ວຍສຽງດັງ ດາວິດພ້ອມທັງທະຫານກໍຂ້າມຫ້ວຍກີດໂຣນໄປ ພວກເຂົາໄດ້ມຸ່ງຫນ້າໄປສູ່ຖິ່ນກັນດານ 24 ສ່ວນປະໂຣຫິດຊາໂດກ ພ້ອມທັງຄົນເລວີທີ່ຫາມຫີບຄຳສັນຍາອັນສັກສິດກໍຢູ່ນຳເຈົ້າຊີວິດ ພວກເຂົາປົງຫີບນັ້ນໄວ້ ຝາຍອາບີອາທາກໍຂຶ້ນມາຈົນເທົ່າປະຊາຊົນໄດ້ຫນີຈາກເມືອງໄປຫມົດ 25 ແລ້ວເຈົ້າຊີວິດໄດ້ເວົ້າກັບຊາໂດກວ່າ, “ຈົ່ງຫາມຫີບຄຳສັນຍາກັບຄືນເມືອເມືອງ ຖ້າວ່າພຣະຜູ້ເປັນເຈົ້າຊົງພໍພຣະທັຍກັບຂ້າພະເຈົ້າ ວັນນຶ່ງຂ້າງຫນ້າ ພຣະອົງຈະຊົງໃຫ້ຂ້າພະເຈົ້າກັບຄືນມາຫາບ່ອນຫີບນີ້ຢູ່ອີກ 26 ແຕ່ຖ້າວ່າພຣະອົງບໍ່ຊົງພໍພຣະທັຍກັບຂ້າພະເຈົ້າ ຂໍໃຫ້ພຣະອົງກະທຳຕໍ່ຂ້າພະເຈົ້າຕາມພຣະຣາຊປະສົງ” 27 ແລ້ວດາວິດກໍເວົ້າກັບຊາໂດກຕໍ່ໄປວ່າ, “ຈົ່ງພາອາຮີມາອັສບຸດຊາຍຂອງທ່ານ ແລະໂຢນາທານບຸດຊາຍຂອງອາບິອາທາກັບຄືນເມືອເມືອງດ້ວຍຄວາມເປັນສຸກເທີນ” 28 ໃນລະຫວ່າງນີ້ ຂ້າພະເຈົ້າຈະຄອຍຖ້າຢູ່ຖິ່ນກັນດານໃກ້ບ່ອນຂ້າມແມ່ນ້ຳ ຈົນກວ່າຂ້າພະເຈົ້າຈະໄດ້ຮັບຂ່າວຈາກທ່ານ” 29 ຊາໂດກ ແລະອາບິອາທາກໍນຳຫີບຄຳສັນຍາກັບຄືນເມືອນະຄອນເຢຣູຊາເລັມ ແລະພັກຢູ່ທີ່ນັ້ນ 30 ແລ້ວດາວິດກໍຂຶ້ນໄປຮ້ອງໄຫ້ຢູ່ເທິງພູກົກຫມາກກອກ ພຣະອົງເອົາຜ້າຄຸມຫົວ ແລະປະຕີນເປົ່າ ທຸກຄົນທີ່ຕິດຕາມພຣະອົງໄປກໍເອົາຜ້າຄຸມຫົວ ແລະຮ້ອງໄຫ້ຄືກັນ 31 ຕໍ່ມາ ມີຄົນມາບອກດາວິດວ່າ, “ອາຮີໂທເຟນໄດ້ເຂົ້າຮ່ວມເປັນກະບົດກັບອັບຊາໂລມແລ້ວ ດາວິດຈຶ່ງອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງເຮັດໃຫ້ຄຳປຶກສາຂອງອາຮີໂທເຟນເປັນໂມຄະ
ຮູຊັຍກາຍເປັນນັກສືບຂອງດາວິດ
32 ແລ້ວດາວິດໄດ້ຂຶ້ນໄປເທິງຍອດພູນ້ອຍ ຢູ່ທີ່ນັ້ນມີບ່ອນນະມັສການ ພຣະອົງໄດ້ພົບກັບຮູຊັຍຊາວເມືອງອາຣ໌ຄີ ຊຶ່ງເປັນເພື່ອນທີ່ຊື່ສັດຂອງພຣະອົງ ເຂົາໄດ້ຈີກເສື້ອຜ້າແລະເອົາຂີ້ດິນໃສ່ຫົວ 33 ດາວິດຈຶ່ງເວົ້າກັບເຂົາວ່າ, “ຖ້າວ່າເຈົ້າມາກັບເຮົາ ເຈົ້າກໍຈະຊ່ອຍຫຍັງເຮົາບໍ່ໄດ້ດອກ 34 ແຕ່ວ່າເຈົ້າຈະຊ່ອຍເຣົາໄດ້ແຕ່ຢ່າງດຽວ ໂດຍເຣັດໃຫ້ຄຳສເນີຂອງອາຮີໂທເຟນຫລົ້ມເຫລວໄປ ຄືໃຫ້ເຈົ້າກັບຄືນເມືອເມືອງແລະເວົ້າກັບອັບຊາໂລມດັ່ງນີ້ວ່າ “ຂ້າແດ່ພຣະອົງ ບັດນີ້ຂ້ານ້ອຍຈະຮັບໃຊ້ພຣະອົງດັ່ງທີ່ໄດ້ຮັບໃຊ້ສະເດັດພໍ່ຂອງພຣະອົງມາແລ້ວ” 35 ດາວິດໄດ້ບອກອີກວ່າ ປະໂຣຫິດຊາໂດກແລະອາບິອາທາກໍຢູ່ບ່ອນນັ້ນ ຖ້າວ່າເຈົ້າໄດ້ຍິນເຣື່ອງພາຍໃນພຣະຣາຊວັງຂອງເຈົ້າຊີວິດຈົ່ງບອກພວກເຂົາໂລດ 36 ພວກເຂົາມີລູກຊາຍຢູ່ນຳ ຄືອາຮີມາອັສ ແລະໂຢນາທານ ໃຫ້ເຈົ້າບອກເຂົາທັງສອງນຳຂ່າວທັງຫມົດທີ່ເຈົ້າຮິບໂຮມໄດ້ມາໃຫ້ເຮົາ” 37 ດັ່ງນັ້ນ ຮູຊັຍເພື່ອນຂອງດາວິດກໍກັບຄືນເມືອເມືອງ ພໍດີກັບເວລາທີ່ອັບຊາໂລມມາຮອດ
ດາວິດ ແລະຊີບາ
1 ເມື່ອດາວິດຍ່າງກາຍຍອດພູໄປຫນ້ອຍນຶ່ງ ໃນທັນໃດນັ້ນ ພຣະອົງກໍພົບກັບຊີບາຄົນໃຊ້ຂອງເມຟີໂບເຊທ ຊີບາມີລໍຄູ່ນຶ່ງທີ່ບັນທຸກເຂົ້າຈີ່ສອງຮ້ອຍກ້ອນ ຫມາກອະງຸ່ນແຫ້ງຮ້ອຍມັດ ຫມາກໄມ້ສົດຮ້ອຍມັດ ແລະຖົງນ້ຳອະງຸ່ນ 2 ກະສັດດາວິດຈຶ່ງຖາມເຂົາວ່າ, “ເຈົ້າຈະເອົາຂອງເຫລົ່ານີ້ໄປເຮັດຫຍັງ” ຊີບາກໍຕອບວ່າ, “ລໍຄູ່ນີ້ສຳລັບໃຫ້ຄົນໃນຄອບຄົວຂອງພຣະອົງຂີ່ ສ່ວນເຂົ້າຈີ່ແລະຫມາກໄມ້ເອົາໃຫ້ທະຫານຂອງພຣະອົງກິນ ແລະນ້ຳອະງຸ່ນນີ້ກໍໃຫ້ພວກທະຫານເຫມືອນກັນ ເວລາທີ່ພວກເຂົາອິດເມື່ອຍຢູ່ໃນຖິ່ນກັນດານ” 3 ເຈົ້າຊີວິດໄດ້ຖາມອີກວ່າ, “ເມຟີໂບເຊທຫລານຊາຍຂອງ ຊາອູນນາຍຂອງເຈົ້າຢູ່ໃສ” ຊີບາທູນຕອບວ່າ, “ເມຟີໂບເຊທຍັງຢູ່ໃນນະຄອນເຢຣູຊາເລັມ ເພາະທ່ານເຊື່ອວ່າ ດຽວນີ້ພວກອິສຣາເອນຈະມອບຣາຊອານາຈັກຂອງຊາອູນໃຫ້ທ່ານ ເພາະທ່ານເປັນຫລານຊາຍຂອງຊາອູນ” 4 ເຈົ້າຊີວິດຈຶ່ງເວົ້າຕໍ່ຊີບາວ່າ, “ທຸກໆສິ່ງທີ່ໄດ້ເປັນຂອງເມຟີໂບເຊທນັ້ນກໍເປັນຂອງເຈົ້າ” ຊີບາທູນຕອບວ່າ, “ຂ້າແດ່ພຣະອົງ ຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ ຂໍພຣະອົງຈົ່ງປານີຂ້ານ້ອຍຕລອດໄປເທີນ”
ດາວິດ ແລະຊີເມອີ
5 ເມື່ອກະສັດໄປຮອດເມືອງບາຮູຣິມ ຊີເມອີບຸດຊາຍຂອງເກຣາຫລານຊາຍຂອງຊາອູນໄດ້ມາດ່າດາວິດ 6 ໃນຂນະທີ່ດາວິດຢູ່ຖ້າມກາງພວກທະຫານແລະພວກອົງຄະຣັກຂອງພຣະອົງ ຊີເມອີໄດ້ແກວ່ງກ້ອນຫີນໄປໃສ່ພຣະອົງ ແລະໃສ່ບັນດາຂ້າຣາຊການຂອງພຣະອົງ 7 ຊີເມອີໄດ້ດ່າພຣະອົງວ່າ, “ຜູ້ຮ້າຍຂ້າຄົນ ອາຊຍາກອນຮ້າຍ ຈົ່ງຫນີອອກໄປ 8 ເຈົ້າໄດ້ຍຶດເອົາຣາຊອານາຈັກຂອງຊາອູນ ເຈົ້າໄດ້ຂ້າຫລາຍຄົນໃນຄອບຄົວຊາອູນ ພຣະຜູ້ເປັນເຈົ້າຊົງໃສ່ໂທດເຈົ້າ ດຽວນີ້ພຣະຜູ້ເປັນເຈົ້າໄດ້ຍົກຣາຊອານາຈັກໃຫ້ແກ່ອັບຊາໂລມລູກຊາຍຂອງເຈົ້າແລ້ວ ສ່ວນເຈົ້າເອງກໍຈະໄດ້ຮັບແຕ່ຄວາມຈິບຫາຍ ເພາະວ່າເຈົ້າເປັນຜູ້ຂ້າຄົນ” 9 ແລ້ວອາບິຊັຍ ບຸດຂອງເຊຣູຢາກໍທູນຕໍ່ດາວິດວ່າ, “ຂ້າແດ່ພຣະອົງ ເປັນຫຍັງພຣະອົງຈຶ່ງປ່ອຍໃຫ້ຫມາຕົວນີ້ດ່າພຣະອົງ? ຂໍໂຜດອະນຸຍາດໃຫ້ຂ້ານ້ອຍອອກໄປຕັດຫົວຂອງມັນຢູ່ບ່ອນນັ້ນເທີນ” 10 ເຈົ້າຊີວິດເວົ້າຕໍ່ອາບິຊັຍ ແລະໂຢອາບອ້າຍຂອງເຂົາວ່າ, “ເຣື່ອງນີ້ບໍ່ແມ່ນເຣື່ອງຂອງເຈົ້າ ຖ້າວ່າພຣະຜູ້ເປັນເຈົ້າຊົງອະນຸຍາດໃຫ້ເຂົາດ່າເຮົາ ໃຜຈະກ້າໄປຖາມເຂົາວ່າ “ເປັນຫຍັງເຈົ້າຈຶ່ງດ່າ” 11 ແລ້ວດາວິດກໍເວົ້າຕໍ່ອາບິຊັຍແລະພວກຂ້າຣາຊການທຸກຄົນວ່າ ລູກຊາຍຂອງເຮົາເອງພຍາຍາມຈະຂ້າເຮົາຢູ່ ສະນັ້ນຈະປລາດໃຈຫຍັງກັບຄົນເບັນຢາມິນຜູ້ນີ້ປ່ອຍໃຫ້ເຂົາດ່າເຮົາຢູ່ຢ່າງນີ້ແຫລະ ຢ່າໄປຫຍຸ້ງກ່ຽວກັບເຂົາ ເພາະພຣະຜູ້ເປັນເຈົ້າຊົງໃຫ້ເຂົາທຳດັ່ງນັ້ນ 12 ບາງທີ່ພຣະຜູ້ເປັນເຈົ້າຈະຊົງທອດພຣະເນດເຫັນຄວາມທຸກໃຈຂອງເຮົາ ແລະຈະຊົງປະທານພອນແກ່ເຮົາແທນຄວາມດ່າຂອງເຂົາ” 13 ແລ້ວດາວິດແລະທະຫານຂອງພຣະອົງກໍອອກເດີນທາງຕໍ່ໄປ ສ່ວນຊີເມອີກໍຍ່າງຕິດຕາມໄປທາງເບື້ອງຂ້າງພູນ້ອຍ ເຂົາຍ່າງທັງດ່າ ທັງແກວ່ງກ້ອນຫີນແລະຫວ່ານດິນໃສ່ 14 ເມື່ອມາເຖິງແມ່ນ້ຳຈໍແດນ ເຈົ້າຊີວິດແລະພວກທະຫານຂອງພຣະອົງກໍອ່ອນເພັຽຫລາຍ ຈຶ່ງໄດ້ພາກັນຢຸດພັກຢູ່ບ່ອນນັ້ນ
ອັບຊາໂລມຢູ່ທີ່ນະຄອນເຢຣູຊາເລັມ
15 ຕໍ່ມາ ອັບຊາໂລມກັບຊາວອິສຣາເອນພັກພວກຂອງເຂົາກໍເຂົ້າມານະຄອນເຢຣູຊາເລັມ ສ່ວນອາຮີໂທເຟນກໍຢູ່ກັບພວກເຂົາ 16 ເມື່ອຮູຊັຍເພື່ອນທີ່ຊື່ສັດຂອງດາວິດພົບອັບຊາໂລມ ເຂົາກໍເວົ້າຂຶ້ນວ່າ, “ຂໍໃຫ້ພຣະຣາຊາຈົ່ງຊົງພຣະຈະເຣີນ ຂໍໃຫ້ພຣະຣາຊາຈົ່ງຊົງພຣະຈະເຣີນ” 17 ອັບຊາໂລມກໍຖາມເຂົາວ່າ, “ເປັນຫຍັງທ່ານຈຶ່ງບໍ່ໄປກັບເພື່ອນຂອງທ່ານ ທ່ານສະແດງຄວາມຈົ່ງຮັກພັກດີຕໍ່ສະຫາຍຂອງທ່ານດ້ວຍຢ່າງນີ້ບໍ” 18 ຮູຊັຍໄດ້ຕອບວ່າ, “ຂ້ານ້ອຍຈະໄປໄດ້ຢ່າງໃດ ຂ້ານ້ອຍເປັນຝ່າຍຂອງຜູ້ທີ່ພຣະຜູ້ເປັນເຈົ້າຊົງເລືອກໄວ້ ເປັນຝ່າຍຂອງຜູ້ທີ່ປະຊາຊົນພວກອິສຣເອນທຸກຄົນໄດ້ເລືອກໄວ້ ຂ້ານ້ອຍຈະຢູ່ກັບພຣະອົງ 19 ອີກຢ່າງນຶ່ງ ຖ້າຂ້ານ້ອຍບໍ່ຮັບໃຊ້ລູກຊາຍນາຍຂອງຕົນແລ້ວ ຂ້ານ້ອຍຈະໄປຮັບໃຊ້ຜູ້ໃດ ຂ້ານ້ອຍໄດ້ຮັບໃຊ້ສະເດັດພໍ່ຂອງພຣະອົງຢ່າງໃດ ຂ້ານ້ອຍກໍຈະຮັບໃຊ້ພຣະອົງຢ່າງນັ້ນ” 20 ແລ້ວອັບຊາໂລມກໍຫັນຫນ້າໄປເວົ້າກັບອາຮີໂທເຟນວ່າ, “ຈົ່ງໃຫ້ຄຳແນະນຳແກ່ພວກເຮົາແດ່ວ່າ ພວກເຮົາຄວນຈະເຮັດຢ່າງໃດ” 21 ອາຮີໂທເຟນຈຶ່ງຕອບວ່າ, “ໃຫ້ພຣະອົງໄປສົມສູ່ຢູ່ກັບພວກເມັຽນ້ອຍສະເດັດພໍ່ຂອງພຣະອົງ ຊຶ່ງທ່ານໄດ້ປະໄວ້ໃຫ້ເປັນຜູ້ເຝົ້າພຣະຣາຊວັງນັ້ນແລ້ວທຸກຄົນໃນອິສຣາເອນກໍຈະຮູ້ວ່າ ພຣະອົງກັບສະເດັດພໍ່ຂອງພຣະອົງເປັນສັດຕຣູກັນ ແລະພວກທີ່ຕິດຕາມພຣະອົງກໍຈະມີກຳລັງໃຈຫລາຍຂຶ້ນ” 22 ດັ່ງພວກເຂົາຈຶ່ງກາງຜ້າເຕັນຢູ່ເທິງຫລັງຄາພຽງພຣະຣາຊວັງ ໃຫ້ອັບຊາໂລມເຂົ້າໄປສົມສູ່ຢູ່ຮ່ວມກັບເມັຽນ້ອຍຂອງບິດາ 23 ໃນເວລານັ້ນ ທຸກໆຄົນທຳຕາມຄຳແນະນຳຂອງອາຮີໂທເຟນເຫມືອນເປັນຄຳເວົ້າຂອງພຣະເຈົ້າ ດາວິດແລະອັບຊາໂລມກໍທຳຕາມຄຳແນະນຳນີ້ເຫມືອນກັນ
ຄຳປຶກສາຂອງອາຮີໂທເຟນແພ້ຂອງຮູຊັຍ
1 ຕໍ່ມາ ອາຮີໂທເຟນໄດ້ເວົ້າກັບອັບຊາໂລມວ່າ, “ຂໍໂຜດໃຫ້ຂ້ານ້ອຍເລືອກເອົາທະຫານສິບສອງພັນຄົນ ແລ້ວໃນແລງມື້ນີ້ຂ້ານ້ອຍຈະອອກໄປຕິດຕາມຫາກະສັດດາວິດ 2 ຂ້ານ້ອຍຈະໄປຕໍ່ສູ້ໃນຂນະທີ່ດາວິດກຳລັງເມື່ອຍ ແລະທໍ້ຖອຍກຳລັງໃຈ ພຣະອົງຈະຕື່ນຕົກໃຈ ແລະພວກທະຫານຂອງພຣະອົງກໍຈະພາກັນປົບຫນີໄປ ແລ້ວຂ້ານ້ອຍກໍຈະຂ້າແຕ່ດາວິດເທົ່ານັ້ນ 3 ຂ້ານ້ອຍຈະນຳເອົາປະຊາຊົນທັງຫມົດຂອງກະສັດດາວິດມາຫາພຣະອົງເຫມືອນດັ່ງເມັຽກັບຄືນມາຫາຜົວຂອງຕົນ ເພາະວ່າພຣະອົງຕ້ອງການຂ້າພຽງແຕ່ຄົນດຽວເທົ່ານັ້ນ ແຕ່ປະຊາຊົນທີ່ຍັງເຫລືອຈະໄດ້ປອດພັຍ” 4 ຄຳສເນີນີ້ເປັນທີ່ພໍໃຈແກ່ອັບຊາໂລມ ແລະພວກເຈົ້ານາຍອິສຣາເອນທຸກຄົນ 5 ອັບຊາໂລມຈຶ່ງເວົ້າວ່າ, “ບັດນີ້ຈົ່ງໄປເອີ້ນຮູຊັຍມາ ເພື່ອພວກເຮົາຈະໄດ້ຮູ້ວ່າເຂົາມີຄວາມເຫັນຢ່າງໃດ” 6 ເມື່ອຮູຊັຍມາຮອດ ອັບຊາໂລມກໍເວົ້າຕໍ່ເຂົາວ່າ, “ນີ້ເປັນຄຳເຫັນຂອງອາຮີໂທເຟນທີ່ສເນີຕໍ່ພວກເຣົາ ພວກເຮົາຈະເຫັນດີກັບຄຳສເນີນີ້ບໍ ຖ້າວ່າບໍ່ເຫັນດີ ຂໍໃຫ້ເຈົ້າບອກກັບພວກເຮົາແດ່ ວ່າຈະເຮັດຢ່າງໃດ” 7 ຮູຊັຍຈຶ່ງຕອບວ່າ, “ຄຳແນະນຳທີ່ອາຮີໂທເຟນເວົ້າກັບພຣະອົງໃນເວລານີ້ບໍ່ຖືກຕ້ອງ 8 ພຣະອົງກໍຊົງຮູ້ຢູ່ແລ້ວວ່າ ກະສັດດາວິດສະເດັດພໍ່ຂອງພຣະອົງກັບພວກຂອງພຣະອົງນັ້ນເປັນນັກຮົບທີ່ເກັ່ງກ້າ ແລະໂຫດຮ້າຍເຫມືອນຫມີຢູ່ໃນປ່າທີ່ຖືກຄົນລັກເອົາລູກຂອງມັນໄປ ສະເດັດພໍ່ຂອງພຣະອົງເປັນນັກຮົບທີ່ມີຄວາມຊຳນິຊຳນານ ເວລາກາງຄືນພຣະອົງຄົງຈະບໍ່ນອນຢູ່ບ່ອນດຽວກັບພວກທະຫານຂອງພຣະອົງດອກ 9 ເຊື່ອແນ່ວ່າ ດຽວນີ້ກະສັດດາວິດຄົງຈະໄປລີ້ຢູ່ໃນຖ້ຳຫລືວ່າຢູ່ບ່ອນອື່ນແລ້ວ ຖ້າຫາກວ່າກະສັດດາວິດມາຕໍ່ສູ້ໄດ້ມີຄົນຝ່າຍພຣະອົງລົ້ມຕາຍໃນສະຫນາມຮົບ ຜູ້ໃດໄດ້ຍິນເຣື່ອງນີ້ກໍຈະເວົ້າວ່າ “ທະຫານຂອງເຈົ້າອັບຊາໂລມເສັຽໄຊ” 10 ແລ້ວຕໍ່ໄປເຖິງແມ່ນວ່າພວກທະຫານທີ່ເກັ່ງກ້າເຫມືອນດັ່ງສິງກໍຈະຢ້ານກົວ ເພາະທຸກຄົນໃນອິສຣາເອນຮູ້ແລ້ວວ່າ ສະເດັດພໍ່ຂອງພຣະອົງເປັນທະຫານທີ່ຍິ່ງໃຫຍ່ແລະພວກທະຫານຂອງພຣະອົງກໍເປັນນັກຮົບທີ່ເກັ່ງກ້າ 11 ຕາມຄຳເຫັນຂອງຂ້ານ້ອຍຢາກໃຫ້ພຣະອົງນຳເອົາພວກອິສຣາເອນທຸກຄົນທົ່ວທັງປະເທດ ເຂົ້າມາໂຮມກັນໃຫ້ຫລາຍເຫມືອນເມັດດິນຊາຍແຄມທະເລ ແລ້ວໃຫ້ພຣະອົງເປັນຜູ້ນຳພວກເຂົາອອກສູ່ສະຫນາມຮົບ 12 ຖ້າເຮັດດັ່ງນີ້ ພວກເຮົາກໍຈະພົບກະສັດດາວິດໄດ້ ບໍ່ວ່າທ່ານຈະຢູ່ບ່ອນໃດ ແລະເຂົ້າໂຈມຕີກ່ອນທີ່ ພຣະອົງຈະຮູ້ຕົວ ກະສັດດາວິດກັບພວກຂອງພຣະອົງຈະບໍ່ມີໃຜລອດຊີວິດຢູ່ໄດ້ 13 ຖ້າວ່າກະສັດດາວິດຖອຍເຂົ້າມາໃນເມືອງໃດ ທະຫານຂອງພວກເຮົາກໍຈະໃຊ້ເຊືອກທຳລາຍເມືອງນັ້ນລົງ ໂດຍບໍ່ໃຫ້ເຫລືອແມ່ນແຕ່ຫີນກ້ອນດຽວ” 14 ອັບຊາໂລມ ແລະພວກອິສຣາເອນທຸກຄົນຈຶ່ງເຫັນວ່າ, “ຄຳເຫັນຂອງຮູຊັຍຄົນອາຣ໌ຄິ ນີ້ດີກວ່າຄຳເຫັນຂອງອາຮີໂທເຟນ” ພຣະຜູ້ເປັນເຈົ້າໄດ້ຊົງເຮັດໃຫ້ຄຳເຫັນຂອງອາຮີໂທເຟນເປັນໂມຄະ ເພື່ອວ່າໂຊກຮ້າຍຈະຕົກຖືກອັບຊາໂລມ
ດາວິດໄດ້ຮັບຄຳເຕືອນແລະຫນີໄປ
15 ຕໍ່ມາ ຮູຊັຍໄດ້ນຳເອົາຄຳເຫັນທີ່ຕົນສເນີອັບຊາໂລມ ແລະພວກຜູ້ນຳອິສຣາເອນ ພ້ອມທັງຄຳເຫັນຂອງອາຮີໂທເຟນມາຣາຍງານຕໍ່ປະໂຣຫິດຊາໂດກກັບອາບິອາທາ 16 ຮູຊັຍໄດ້ບອກຕື່ມອີກວ່າ, “ໃຫ້ສົ່ງຂ່າວໄປບອກກະສັດດາວິດໄວໆ ວ່າຢ່າໃຫ້ພຣະອົງພັກຄ້າງຄືນຢູ່ຖິ່ນກັນການນັ້ນ ແຕ່ໃຫ້ພຣະອົງຂ້າມແມ່ນ້ຳຈໍແດນໄປໂລດ ເພື່ອວ່າພຣະອົງແລະພວກຂອງພຣະອົງທຸກຄົນຈະບໍ່ຖືກຈັບແລະຖືກຂ້າ 17 ຝ່າຍໂຢນາທານ ແລະອາຮີມາອັສກໍກຳລັງນັ່ງຄອຍຖ້າຢູ່ທີ່ເອນໂຣເກນ ເພາະພວກເຂົາບໍ່ກ້າສ່ຽງເຂົ້າໄປໃນເມືອງ ແຕ່ໄດ້ມີສາວໃຊ້ຜູ້ນຶ່ງອອກມາຣາຍງານເຫດການທີ່ເກີດຂຶ້ນໃຫ້ແກ່ພວກເຂົາເປັນປະຈຳ ແລ້ວພວກເຂົາກໍນຳເອົາຂ່າວນັ້ນໄປບອກແກ່ກະສັດດາວິດ 18 ແຕ່ໃນຄັ້ງນີ້ມີເດັກນ້ອຍຜູ້ນຶ່ງໄດ້ເຫັນພວກເຂົາ ແລະໄປບອກໃຫ້ອັບຊາໂລມ ດັ່ງນັ້ນໂຢນາທານ ແລະອາຮີມາອັສ ຈຶ່ງຟ້າວໄປເຮືອນຊາຍຜູ້ນຶ່ງທີ່ບ້ານບາຮູຣິມ ເຮືອນຂອງເຂົາຢູ່ໃກ້ນ້ຳສ້າງພວກເຂົາທັງສອງຈຶ່ງລົງໄປໃນນ້ຳສ້າງນັ້ນ 19 ເມັຽເຈົ້າຂອງເຮືອນໄດ້ເອົາຜ້າມາປູອັດປາກສ້າງໄວ້ ແລະເອົາເມັດເຂົ້າຢາຍກະຈັດກະຈາຍໄວ້ເທິງນັ້ນ ເພື່ອບໍ່ໃຫ້ໃຜຈັບພິລຸດໄດ້ 20 ພວກຂ້າຣາຊການຂອງອັບຊາໂລມ ໄດ້ມາຖາມຍິງໃນເຮືອນນັ້ນວ່າ, “ອາຮີມາອັສແລະໂຢນາທານຢູ່ໃສ” ນາງຈຶ່ງຕອບວ່າ, “ພວກເຂົາຂ້າມແມ່ານ້ຳໄປແລ້ວ” ເມື່ອພວກເຫລົ່ານີ້ຊອກຫາເຂົາທັງສອງບໍ່ພົບກໍພາກັນກັບຄືນເມືອກຸງເຢຣູຊາເລັມ 21 ຫລັງຈາກທີ່ພວກເຂົາກັບຄືນເມືອແລ້ວ ອາຮີມາອັສ ແລະໂຢນາທານກໍຂຶ້ນມາຈາກສ້າງ ແລະໄປຣາຍງານຕົວຕໍ່ກະສັດດາວິດ ພວກເຂົາໄດ້ຣາຍງານແຜນການທຸກຢ່າງທີ່ອາຮີໂທເຟນຈະຕໍ່ສູ້ພຣະອົງ ແລະໄດ້ບອກວ່າ, “ຂໍໃຫ້ຟ້າວຂ້າມແມ່ນ້ຳໄປ” 22 ດັ່ງນັ້ນ ດາວິດແລະພວກຂອງພຣະອົງຈຶ່ງພາກັນຂ້າມແມ່ນ້ຳຈໍແດນ ພໍເຖິງມື້ເຊົ້າມາ ທຸກຄົນກໍຂ້າມໄປຫມົດ 23 ເມື່ອອາຮີໂທເຟນເຫັນວ່າ ຄຳສເນີຂອງຕົນບໍ່ເປັນຜົນສຳເຣັດ ເຂົາກໍຂຶ້ນຂີ່ລໍກັບຄືນເມືອບ້ານເມືອງຂອງຕົນ ເມື່ອຈັດແຈງຫນັງສືພິນັຍກຳໄວ້ຮຽບຮ້ອຍແລ້ວ ເຂົາກໍຜູກຄໍຕາຍ ສົບຂອງເຂົາໄດ້ເອົາໄປໄວ້ໃນອຸບໂມງປະຈຳຄອບຄົວ 24 ພໍເມື່ອອັບຊາໂລມແລະທະຫານຂອງທ່ານຂ້າມແມ່ນ້ຳຈໍແດນມາ ດາວິດກໍໄປຮອດເມືອງມາຮານາອິມແລ້ວ 25 ອັບຊາໂລມໄດ້ໃຫ້ອາມາຊາເປັນຜູ້ບັນຊາການທະຫານແທນໂຢອາບ ອາມາຊາເປັນບຸດຂອງອິທຣາ ຊາວອິຊມາເອນ ແມ່ຂອງເຂົາຊື່ ອາບິການ ລູກສາວຂອງນາຮັສ ແລະເປັນເອື້ອຍຂອງນາງເຊຣູຢາແມ່ຂອງໂຢອາບ 26 ອັບຊາໂລມແລະພວກອິສຣາອນໄດ້ຕັ້ງຄ້າຍພັກຢູ່ໃນແຂວງກິເລອາດ 27 ເມື່ອດາວິດມາຮອດເມືອງມາຮານາອິມ ພຣະອົງກໍພົບກັບໂຊບີ ບຸດຊາຍຂອງນາຮັສ ທີ່ມາຈາກເມືອງຣັບບາເຂດອັມໂມນ ແລະໄດ້ພົບກັບມາຄີຣ໌ບຸດຂອງອັມມີເອນທີ່ມາຈາກໂລເດບາຣ໌ ທັງໄດ້ພົບກັບບາຣ໌ຊີນລັຍທີ່ມາຈາກໂຣເກລິມເຂດກິເລອາດ 28 ພວກເຂົາເຫລົ່ານີ້ໄດ້ຖືເອົາບ່ອນນອນ ອ່າງນ້ຳແລະເຄື່ອງພາຊນະດິນ ເຂົ້າສາລີ ເຂົ້າບເລ ແລະແປ້ງ ເຂົ້າຂົ້ວ ຖົ່ວ ຖົ່ວຢາງ ແລະຖົ່ວແດງ 29 ນ້ຳເຜິ້ງ ເນີຍ ແກະ ແລະເນີຍແຂງທີ່ໄດ້ມາຈາກຝູງສັດຖວາຍແກ່ດາວິດ ແລະໃຫ້ພວກພົນທີ່ຢູ່ກັບພຣະອົງຮັບປະທານ ເພາະເຂົາທັງຫລາຍກ່າວວ່າ, “ດາວິດແລະພວກຂອງພຣະອົງຈະຕ້ອງຫິວເຂົ້າຫິວນ້ຳ ແລະອິດເມື່ອຍໃນຖິ່ນກັນດານ”
ອັບຊາໂລມເສັຽໄຊ ແລະຖືກຂ້າ
1 ຢູ່ຕໍ່ມາ ກະສັດດາວິດໄດ້ທ້ອນໂຮມເອົາທະຫານທັງຫມົດຂອງພຣະອົງ ແລະໄດ້ມີຜູ້ບັງຄັບບັນຊາກອງພັນແລະກອງຮ້ອຍ 2 ແລ້ວພຣະອົງກໍສົ່ງພວກເຂົາອອກໄປສາມກອງພົນ ຊຶ່ງແມ່ນໂຢອາບ ອາບິຊັຍອ້າຍຂອງໂຢອາບ ແລະອິທຕັຍທີ່ມາຈາກເມືອງກາດເປັນຜູ້ບັງຄັບບັນຊາດ ແລະເຈົ້າຊີວິດໄດ້ເວົ້າກັບທະຫານຂອງພຣະອົງວ່າ, “ເຣົາເອງກໍຈະໄປກັບພວກເຈົ້າ” 3 ພວກເຂົາຈຶ່ງຕອບວ່າ, “ຂໍພຣະອົງຢ່າໄປກັບພວກຂ້ານ້ອຍເລີຍ ຖ້າວ່າພວກຂ້ານ້ອຍທຸກຄົນຖອຍຫນີຫລືວ່າຖືກຂ້າເສັຽເຄິ່ງນຶ່ງ ມັນກໍບໍ່ສຳຄັນເທົ່າກັບເສັຽພຣະອົງ ເພາະພຣະອົງມີຄ່າເຫນືອກວ່າພວກຂ້ານ້ອຍຕັ້ງສິບພັນຄົນ ສະນັ້ນ ຂໍພຣະອົງຈົ່ງປະທັບຢູ່ໃນເມືອງນີ້ ເພື່ອສົ່ງກອງຫນຸນອອກໄປຊ່ອຍພວກຂ້ານ້ອຍ” 4 ເຈົ້າຊີວິດຈຶ່ງຕອບວ່າ, “ເຣົາຈະເຮັດທຸກສິ່ງທີ່ເຈົ້າຄິດວ່າດີ” ໃນຂນະທີ່ພວກທະຫານຂອງພຣະອົງຍ່າງອອກໄປເປັນຫມວດລະພັນ ຫມວດລະຮ້ອຍຄົນນັ້ນ ກະສັດດາວິດກໍໄປຢືນຢູ່ຂ້າງປະຕູກຳແພງເມືອງ 5 ພຣະອົງໄດ້ຮ້ອງບອກໂຢອາບ ອາບິຊັຍແລະອິທຕັຍວ່າ, “ເພື່ອເຫັນແກ່ເຮົາ ຂໍຢ່າທຳຮ້າຍຊາຍຫນຸ່ມອັບຊາໂລມເດີ” ກະສັດດາວິດໄດ້ໃຫ້ຄຳສັ່ງນີ້ແກ່ນາຍທະຫານທຸກຄົນ ພວກທະຫານທຸກກົມກອງກໍໄດ້ຍິນຫມົດ 6 ກອງທັບດາວິດໄດ້ອອກໄປໂຈມຕີພວກອິສຣາເອນ ທີ່ນອກເມືອງແລະໄດ້ຕໍ່ສູ້ພວກເຂົາຢູ່ໃນປ່າເອຟຣາອິມ 7 ຝ່າຍພວກອິສຣາເອນກໍເສັຽໄຊໃຫ້ແກ່ພວກທະຫານຂອງດາວິດ ມີທະຫານຊາວພັນຖືກຂ້າໃນມື້ນັ້ນ ມັນເປັນການຜ່າຍແພ້ທີ່ເຈັບແສບທີ່ສຸດ 8 ການສູ້ຮົບໄດ້ກະຈາຍໄປທົ່ວທຸກບ່ອນມີທະຫານຕາຍຢູ່ໃນກາງປ່າຫລາຍກວ່າຖືກຂ້າຢູ່ໃນສະຫນາມຮົບ 9 ອັບຊາໂລມ ໄດ້ພົບກັບທະຫານບາງຄົນຂອງດາວິດໂດຍບັງເອີນ ເມື່ອອັບຊາໂລມຂີ່ລໍຢູ່ ລໍໄດ້ແລ່ນເຂົ້າໄປໃນໃຕ້ຕົ້ນກໍ່ໃຫຍ່ ຫົວຂອງອັບຊາໂລມໄດ້ຄາຢູ່ໃນງ່າໄມ້ ສ່ວນລໍກໍແລ່ນຫນີໄປ ອັບຊາໂລມຈຶ່ງແຂວນຢູ່ຕົ້ນໄມ້ 10 ທະຫານຄົນນຶ່ງຂອງດາວິດໄດ້ມາເຫັນພຣະອົງ ຈຶ່ງໄດ້ໄປຣາຍງານຕໍ່ໂຢອາບວ່າ, “ທ່ານຂ້ານ້ອຍ ໄດ້ເຫັນອັບຊາໂລມກຳລັງຄາຢູ່ຕົ້ນກໍ່” 11 ໂຢອາບຕອບວ່າ, “ເຈົ້າໄດ້ເຫັນເຂົາແທ້ບໍ ເປັນຫຍັງເຈົ້າຈຶ່ງບໍ່ຂ້າເຂົາຢູ່ໃນບ່ອນນັ້ນໂລດ ແລ້ວຂ້ອຍເອງຈະເອົາເງິນສິບຫລຽນ ແລະສາຍແອວໃຫ້ເຈົ້າ” 12 ແຕ່ທະຫານຜູ້ນັ້ນຕອບວ່າ, “ເຖິງແມ່ນວ່າທ່ານຈະເອົາເງິນໃຫ້ຂ້ານ້ອຍພັນຫລຽນ ຂ້ານ້ອຍກໍບໍ່ຍອມຍົກນິ້ວມືໄປຖືກຕົວພຣະຣາຊກຸມມານເລີຍ ພວກຂ້ານ້ອຍທຸກຄົນໄດ້ຍິນເຈົ້າຊີວິດສັ່ງທ່ານ ສັ່ງອາບິຊັຍ ແລະອິທຕັຍ ວ່າ 13 “ເພື່ອເຫັນແກ່ເຮົາ ຂໍຢ່າທຳຮ້າຍຊາຍຫນຸ່ມອັບຊາໂລມເດີ” ແຕ່ວ່າຖ້າຂ້ານ້ອຍບໍ່ຟັງຄວາມແລະຂ້າອັບຊາໂລມ ແນ່ນອນທີ່ສຸດທີ່ເຈົ້າຊີວິດຕ້ອງຮູ້ ເພາະວ່າພຣະອົງຊົງຮູ້ທຸກຢ່າງ ແລ້ວທ່ານຈະບໍ່ອາດປ້ອງກັນຂ້ານ້ອຍໄວ້ໄດ້” 14 ໂຢອາບເວົ້າຂຶ້ນວ່າ, “ຂ້ອຍຈະບໍ່ຍອມເສັຽເວລາເວົ້າກັບເຈົ້າດອກ” ໃນຂນະທີ່ອັບຊາໂລມຍັງມີຊີວິດ ແລະແຂວນຢູ່ຕົ້ນກໍ່ນັ້ນ ໂຢອາບກໍຖອດຫອກຂອງຕົນສາມດວງແທງຫນ້າເອິກຂອງທ່ານ 15 ແລະທະຫານຂອງໂຢອາບສິບຄົນກໍເຂົ້າໄປຂ້າອັບຊາໂລມ 16 ຕໍ່ມາ ໂຢອາບກໍເປົ່າແກໃຫ້ຢຸດຮົບ ຝ່າຍກອງທັບທີ່ໄລ່ຕິດຕາມພວກອິສຣາເອນໄດ້ກັບຄືນມາ 17 ພວກເຂົາໄດ້ຫາມເອົາສົບອັບຊາໂລມໂຍນຖິ້ມລົງຂຸມເລິກຢູ່ໃນປ່າ ແລະກອງກ້ອນຫີນອັດທັບປາກຂຸມໄວ້ເປັນກອງໃຫຍ່ໆ ພວກອິສຣາເອນທັງຫມົດຕ່າງຄົນກໍຫນີເມືອເຮືອນຂອງຕົນ 18 ໃນເວລາທີ່ອັບຊາໂລມຍັງມີຊີວິດຢູ່ນັ້ນ ທ່ານໄດ້ສ້າງອະນຸສາວະລີສ່ວນຕົວໄວ້ທີ່ຮ່ອມພູພຣະຣາຊາ ເພາະທ່ານບໍ່ມີບຸດຊາຍສືບຫນໍ່ແທນແນວ ດັ່ງນັ້ນ ອັບຊາໂລມຈຶ່ງເອີ້ນຊື່ອະນຸສາວະລີນັ້ນຕາມຊື່ຂອງຕົນວ່າ “ອະນຸສາວະລີອັບຊາໂລມ” ສືບຕໍ່ກັນມາຈົນເທົ່າທຸກມື້ນີ້
ດາວິດຍິນຂ່າວການຕາຍຂອງອັບຊາໂລມ
19 ຢູ່ຕໍ່ມາ ອາຮີມາອັສ ບຸດຊາຍຂອງຊາໂດກໄດ້ເວົ້າກັບໂຢອາບວ່າ, “ຂໍອະນຸຍາດໃຫ້ຂ້ານ້ອຍນຳຂ່າວດີນີ້ໄປທູນຕໍ່ເຈົ້າຊີວິດເດີ ເພາະພຣະຜູ້ເປັນເຈົ້າຊົງຊ່ອຍໃຫ້ພຣະອົງພົ້ນຈາກສັດຕຣູຂອງພຣະອົງແລ້ວ” 20 ໂຢອາບຕອບວ່າ, “ບໍ່ໄດ້ດອກ ໃນມື້ນີ້ເຈົ້າບໍ່ຕ້ອງນຳຂ່າວດີໃດໆໄປບອກພຣະອົງ ມື້ໃຫມ່ຈຶ່ງຄ່ອຍໄປ ສຳລັບມື້ນີ້ບໍ່ຕ້ອງໄປດອກ ເພາະເປັນມື້ທີ່ຣາຊກຸມມານໄດ້ສິ້ນພຣະຊົນ” 21 ແລະໂຢອາບໄດ້ເວົ້າກັບຄົນກູຊຜູ້ເປັນທາດຂອງຕົນວ່າ, “ຈົ່ງໄປກາບທູນພຣະຣາຊາຕາມທີ່ເຈົ້າໄດ້ເຫັນ” ທາດຄົນນັ້ນກໍກາບລົງຄຳນັບແລ້ວແລ່ນໄປ 22 ສ່ວນອາຮີມາອັສກໍຢືນຢັນຢູ່ຢ່າງເກົ່າວ່າ, “ຂ້ານ້ອຍບໍ່ຢ້ານດອກ ຂໍອະນຸຍາດໃຫ້ຂ້ານ້ອຍນຳຂ່າວນີ້ໄປກາບທູນເຫມືອນກັນເທີນ” ໂຢອາບຈຶ່ງຖາມຂຶ້ນວ່າ, “ລູກເອີຍ ເປັນຫຍັງຈຶ່ງຢາກໄປ ເພາະເຈົ້າຈະບໍ່ໄດ້ຮັບຮາງວັນຫຍັງຫມົດໃນການໄປນີ້” 23 ອາຮີມາອັສເວົ້າຂຶ້ນວ່າ, “ມັນຈະເປັນຫຍັງກໍຢ່າ ຂ້ານ້ອຍຢາກໄປ” ໂຢອາບກໍເວົ້າວ່າ, “ຈົ່ງໄປສາ” ແລ້ວອາຮີມາອັສກໍແລ່ນໄປ ທາງຮ່ອມພູຈໍແດນ ແລະຜ່ານກາຍຄົນກູຊ 24 ສ່ວນດາວິດກໍນັ່ງຢູ່ລະຫວ່າງປະຕູທັງສອງຂອງກຳແພງເມືອງ ເມື່ອທະຫານຍາມຫລຽວອອກໄປເຫັນຊາຍຄົນນຶ່ງກຳລັງແລ່ນມາ ເຂົາກໍເອີ້ນລົງມາບອກເຈົ້າຊີວິດ 25 ພຣະອົງກໍຊົງກ່າວວ່າ, “ຖ້າແມ່ນເຂົາມາຄົນດຽວ ແມ່ນເຂົາກຳລັງນຳຂ່າວດີມາໃຫ້” ຊາຍຜູ້ແລ່ນມານັ້ນກໍໃກ້ເຂົ້າມາທຸກລະຍະ 26 ແລ້ວຄົນຍາມຜູ້ນັ້ນໄດ້ເຫັນຊາຍຄົນນຶ່ງອີກ ກຳລັງແລ່ນມາຜູ້ດຽວ ເຂົາຈຶ່ງເອີ້ນລົງໄປໃສ່ຄົນເຝົ້າປະຕູວ່າ, “ເບິ່ງແມ໋ຫັ້ນ ມີຄົນອື່ນກຳລັງແລ່ນມາອີກ” ເຈົ້າຊີວິດຕອບຂຶ້ນວ່າ, “ຜູ້ນີ້ກໍນຳຂ່າວດີມາໃຫ້ຄືກັນ” 27 ຄົນຍາມເວົ້າຂຶ້ນວ່າ ເຂົາເປັນຄົນດີ ເຂົາກຳລັງນຳຂ່າວດີມາໃຫ້ເຮົາ 28 ອາຮີມາອັສຮ້ອງກາບທູນເຈົ້າຊີວິດ ພ້ອມທັງກົ້ມຂາບລົງຕໍ່ຫນ້າພຣະອົງແລະເວົ້າວ່າ, “ຂໍສັຣເສີນ ພຣະຜູ້ເປັນເຈົ້າຂອງພຣະອົງ ຜູ້ຊົງໂຜດໃຫ້ພຣະອົງຊະນະພວກກະບົດ” 29 ເຈົ້າຊີວິດຈຶ່ງຖາມວ່າ, “ຊາຍຫນຸ່ມອັບຊາໂລມສະບາຍດີບໍ” ອາຮີມາອັສທູນຕອບວ່າ, “ຂ້າແດ່ພຣະອົງ ເມື່ອໂຢອາບນາຍທະຫານຂອງພຣະອົງສົ່ງຂ້ານ້ອຍອອກໄປ ຂ້ານ້ອຍໄດ້ເຫັນການແຕກຕື່ນຕົກໃຈຢ່າງຍິ່ງໃຫຍ່ ແຕ່ວ່າຂ້ານ້ອຍບໍ່ສາມາດບອກສາເຫດນີ້ໄດ້” 30 ເຈົ້າຊີວິດບອກເຂົາວ່າ, “ຫຍັບໄປຢືນຢູ່ຫັ້ນ” ເຂົາກໍຍ່າງກ້າວອອກໄປຢືນຢູ່ບ່ອນນັ້ນ 31 ຕໍ່ມາ ຄົນກູຊກໍມາຮອດແລະທູນຕໍ່ເຈົ້າຊີວິດວ່າ, “ຂ້ານ້ອຍມີຂ່າວດີມາກາບທູນພຣະອົງ ມື້ນີ້ ພຣະຜູ້ເປັນເຈົ້າຊົງໃຫ້ພຣະອົງພົ້ນຈາກພວກກະບົດທັງຫລາຍ” 32 ເຈົ້າຊີວິດຖາມຂຶ້ນວ່າ, “ຊາຍຫນຸ່ມອັບຊາໂລມສະບາຍດີບໍ” ຄົນກູຊກໍທູນຕອບວ່າ, “ຂ້າແດ່ພຣະອົງ ຂໍໃຫ້ເຫດການທີ່ເກີດຂຶ້ນກັບອັບຊາໂລມ ຈົ່ງເກີດຂຶ້ນກັບສັດຕຣູທຸກຄົນຂອງພຣະອົງ ແລະກັບທຸກໆຄົນທີ່ກະບົດຕໍ່ສູ້ພຣະອົງເທີນ”
ດາວິດໂສກເສົ້າໃຫ້ແກ່ອັບຊາໂລມ
33 ເມື່ອໄດ້ຍິນດັ່ງນັ້ນ ເຈົ້າຊີວິດກໍໂສກເສົ້າເສັຽໃຈ ພຣະອົງຂຶ້ນໄປຮ້ອງໄຫ້ຢູ່ຫ້ອງເທິງປະຕູກຳແພງເມືອງ ໃນເວລາຍ່າງຂຶ້ນໄປນັ້ນ ພຣະອົງກໍຮ້ອງໄຫ້ຈົ່ມວ່າ, “ໂທ ອັບຊາໂລມລູກຊາຍຂອງພໍ່ ຖ້າເປັນໄປໄດ້ພໍ່ຢາກຕາຍແທນລູກ ອັບຊາໂລມລູກຊາຍຂອງພໍ່ເອີຍ”
ໂຢອາບຕິຕຽນດາວິດ
1 ມີຄົນມາບອກໂຢອາບວ່າ, “ກະສັດດາວິດກໍາລັງຮ້ອງໄຫ້ແລະໄວ້ທຸກນຳອັບຊາໂລມ” 2 ເມື່ອພວກທະຫານໄດ້ຍິນວ່າເຈົ້າຊີວິດໄວ້ທຸກນໍາບຸດຊາຍຂອງພຣະອົງ ໄຊຊະນະໃນມື້ນັ້ນກໍກາຍເປັນຄວາມທຸກຂອງກອງທັບກະສັດດາວິດທັງຫມົດ 3 ພວກເຂົາຈຶ່ງພາກັນກັບຄືນເມືອເມືອງດ້ວຍຄວາມງຽບເຫງົາເຫມືອນພວກທະຫານທີ່ເສັຽໄຊຫນີເສິກມາ 4 ສ່ວນເຈົ້າຊີວິດກໍເອົາຜ້າປົກຫນ້າຮ້ອງໄຫ້ສຽງດັງວ່າ, “ໂທ ລູກຊາຍຂອງພໍ່ເອີຍ ອັບຊາໂລມ ລູກຊາຍຂອງພໍ່” 5 ໂຢອາບໄດ້ເຂົ້າໄປໃນພຣະຣາຊວັງ ແລະທູນຕໍ່ເຈົ້າຊີວິດວ່າ, “ພວກທະຫານໄດ້ຊ່ອຍຊີວິດພຣະອົງ ພ້ອມທັງລູກເມັຽຂອງພຣະອົງໃຫ້ພົ້ນພັຍ ແຕ່ມື້ນີ້ ພຣະອົງໄດ້ເຮັດໃຫ້ພວກເຂົາໄດ້ຮັບຄວາມລະອາຍໃຈ 6 ພຣະອົງຊັງຜູ້ທີ່ຮັກພຣະອົງ ແລະຮັກຜູ້ທີ່ກຽດຊັງພຣະອົງ ພຣະອົງເຮັດຢ່າງນີ້ເປັນການປະຈັກແຈ້ງວ່າ ພວກນາຍ ແລະພົນທະຫານຂອງພຣະອົງບໍ່ມີຄວາມສຳຄັນຢ່າງໃດຫມົດຕໍ່ພຣະອົງ ຂ້ານ້ອຍຮູ້ວ່າໃນມື້ນີ້ ຖ້າອັບຊາໂລມຍັງມີຊີວິດຢູ່ ແລະພວກຂ້ານ້ອຍທຸກຄົນຕາຍໄປ ພຣະອົງຄົງຈະດີໃຈບໍ່ຫນ້ອຍ 7 ດຽວນີ້ ຂໍເຊີນພຣະອົງສະເດັດໄປໃຫ້ຄວາມອົບອຸ່ນແກ່ທະຫານຂອງພຣະອົງເທີນ ຖ້າວ່າພຣະອົງບໍ່ໄປ ຂ້ານ້ອຍຂໍສາບານໃນພຣະນາມພຣະຜູ້ເປັນເຈົ້າວ່າ ໃນມື້ອື່ນເຊົ້າຈະບໍ່ມີທະຫານຈັກຄົນຢູ່ນຳ ພຣະອົງ ມັນຈະເປັນໂຊກຮ້າຍທີ່ສຸດໃນຊົ່ວຊີວິດທີ່ພຣະອົງເຄີຍປະສົບມາ ແລ້ວເຈົ້າຊີວິດກໍໄປນັ່ງຢູ່ໃກ້ປະຕູເມືອງ 8 ເມື່ອທະຫານຂອງພຣະອົງຮູ້ວ່າ ພຣະອົງຊົງປະທັບຢູ່ບ່ອນນັ້ນ ພວກເຂົາກໍພາກັນມາຫຸ້ມຮອບພຣະ ອົງ
ດາວິດກັບຄືນເມືອນະຄອນເຢຣູຊາເລັມ
ໃນລະຫວ່າງນັ້ນ ພວກອິສຣາເອນໄດ້ແຕກຫນີກັບເມືອເຮືອນຂອງຕົນ 5 ທຸກໆຕະກູນໃນອິສຣາເອນໄດ້ຜິດຖຽງກັນ ແລະເວົ້າໃສ່ກັນແລະກັນວ່າ, “ກະສັດດາວິດໄດ້ຊ່ອຍພວກເຮົາໃຫ້ພົ້ນຈາກສັດຕຣູ ແລະພົ້ນຈາກພວກຟີລິສຕິນ ແຕ່ດຽວນີ້ ພຣະອົງຊົງປົບຫນີອອກຈາກປະເທດຍ້ອນອັບຊາໂລມ 6 ພວກເຮົາໄດ້ເອົານ້ຳມັນຊະໂລມຫົດສົງອັບຊາໂລມໃຫ້ເປັນກະສັດ ແຕ່ດຽວນີ້ອັບຊາໂລມກໍຖືກຂ້າໃນສະຫນາມຮົບແລ້ວ ດັ່ງນັ້ນ ບໍ່ມີໃຜກ້າລອງໄປກາບທູນເຊີນເອົາກະສັດດາວິດກັບຄືນມາບໍ” 7 ຕໍ່ມາເຣື່ອງທີ່ພວກອິສຣາເອນໄດ້ເວົ້າກັນນັ້ນກໍເຖິງຫູດາວິດ ພຣະອົງຈຶ່ງສັ່ງໃຫ້ປະໂຣຫິດຊາໂດກ ກັບອາບິອາທາໄປຖາມພວກຜູ້ນຳຊາວຢູດາວ່າ, “ດ້ວຍເຫດໃດພວກທ່ານຈຶ່ງມານຳເອົາເຈົ້າຊີວິດກັບເມືອນຳຫລັງຫມູ່ 8 ພວກທ່ານເປັນຍາດພີ່ນ້ອງຂອງເຮົາ ເປັນເນື້ອຫນັງແລະສາຍເລືອດຂອງເຮົາ ສະນັ້ນເປັນຫຍັງພວກທ່ານຈຶ່ງມານຳເອົາເຈົ້າຊີວິດກັບເມືອນຳຫລັງຫມູ່” 9 ດາວິດຍັງສັ່ງຄົນໄປບອກອາມາຊາຄືກັນວ່າ, “ເຈົ້າເປັນຍາດພີ່ນ້ອງຂອງເຮົາ ນັບແຕ່ນີ້ຕໍ່ໄປ ເຮົາຈະແຕ່ງຕັ້ງເຈົ້າເປັນຜູ້ບັງຄັບບັນຊາກອງທັບແທນໂຢອາບ ຖ້າວ່າເຮົາບໍ່ປະຕິບັດຕາມຄຳເວົ້າ ຂໍພຣະເຈົ້າລົງໂທດເຮົາເຖິງຕາຍໂລດ” 10 ຄຳເວົ້າຂອງດາວິດໄດ້ຊະນະຈິດໃຈຊາວຢູດາທັງຫມົດ ພວກເຂົາກໍສົ່ງຄົນໄປທູນເຈົ້າຊີວິດວ່າ, “ຂໍ ພຣະອົງຊົງສະເດັດກັບຄືນພ້ອມກັບບັນດາຂ້າຣາຊການຂອງພຣະອົງເທີນ” 11 ຕາມເສັ້ນທາງທີ່ດາວິດກັບຄືນເມືອນັ້ນ ພຣະອົງໄດ້ພົບທະຫານຊາວຢູດາທີ່ແມ່ນ້ຳຈໍແດນ ພວກທະຫານນີ້ໄດ້ມາເມືອງກິນການ ເພື່ອຊ່ອຍເຫລືອເວລາພຣະອົງຂ້າມແມ່ນ້ຳ 12 ໃນເວລາດຽວກັນນັ້ນ ຊີເມອີຄົນເບັນຢາມິນລູກຊາຍຂອງເກຣາທີ່ມາຈາກບາຮູຣິມ ກໍຟ້າວເຂົ້າມາພົບກະສັດດາວິດທີ່ແມ່ນ້ຳຈໍແດນມີທະຫານພັນຄົນຈາກຕະກູນເບັນຢາມິນມານຳເຂົາ 13 ຊີບາຄົນໃຊ້ຊັ້ນຈຳຂອງຊາອູນພ້ອມທັງລູກຊາຍສິບຫ້າຄົນ ແລະຄົນໃຊ້ຂອງຊາອູນອີກຊາວຄົນກໍໄດ້ມາເຫມືອນກັນ ພວກເຫລົ່ານີ້ມາຮອດແມ່ນ້ຳຈໍແດນກ່ອນກະສັດດາວິດ 14 ພວກເຂົາໄດ້ຂ້າມແມ່ນ້ຳໄປຝັ່ງນັ້ນກ່ອນ ເພື່ອລໍຮັບຊ່ອຍຄອບຄົວທັງຫມົດຂອງກະສັດຂ້າມແມ່ນ້ຳ ແລະເຮັດທຸກສິ່ງຕາມຄຳປະສົງຂອງພຣະອົງ
ຄວາມເມດຕາຂອງດາວິດຕໍ່ຊີເມອີ
ເມື່ອເຈົ້າຊີວິດກຳລັງຂ້າມແມ່ນ້ຳໄປ ຊີເມອີ ບຸດເກຣາກໍຂາບລົງຕໍ່ຫນ້າພຣະອົງ 15 ແລະເວົ້າວ່າ, “ຂ້າແດ່ພຣະອົງ ຂໍຊົງລືມຄວາມຜິດທີ່ຂ້ານ້ອຍໄດ້ເຮັດໃນມື້ທີ່ພຣະອົງອອກຈາກນະຄອນເຢຣູຊາເລັມ ຂໍຢ່າໄດ້ຖືເອົາເຣື່ອງນັ້ນຕໍ່ສູ້ຂ້ານ້ອຍ ແລະຢ່າໄດ້ຄິດກ່ຽວກັບເຣື່ອງນັ້ນອີກເລີຍ 16 ຂ້າແດ່ພຣະອົງ ຂ້ານ້ອຍຮູ້ດີວ່າຂ້ານ້ອຍເປັນຄົນຜິດ ດ້ວຍຢ່າງນີ້ແຫລະ ຂ້ານ້ອຍຈຶ່ງເປັນຄົນແຣກຈາກຕະກູນໂຢເຊັບມາຮັບສະເດັດໃນມື້ນີ້” 17 ອາບິຊັຍ ບຸດຊາຍຂອງເຊຣູຢາກໍເວົ້າຂຶ້ນວ່າ, “ຊີເມອີສົມຄວນຕາຍ ເພາະວ່າເຂົາໄດ້ດ່າຜູ້ທີ່ພຣະຜູ້ເປັນເຈົ້າຊົງເລືອກໄວ້ໃຫ້ເປັນເຈົ້າຊີວິດ” 18 ແຕ່ດາວິດໄດ້ເວົ້າກັບອາບິຊັຍ ແລະໂຢອາບອ້າຍຂອງອາບິຊັຍວ່າ, “ແມ່ນໃຜຖາມຄວາມຄິດຄວາມເຫັນຈາກພວກເຈົ້າ ເຈົ້າກຳລັງຈະເຮັດໃຫ້ຂ້ອຍຫຍຸ້ງຍາກອີກບໍ ດຽວນີ້ ເຮົາເປັນເຈົ້າຊີວິດໃນຣາຊອານາຈັກອິສຣາເອນ ແລະມື້ນີ້ຈະບໍ່ມີຄົນອິສຣາເອນຜູ້ໃດຖືກຂ້າ” 19 ແລ້ວດາວິດກໍເວົ້າກັບຊີເມອີວ່າ, “ເຮົາຂໍສັນຍາກັບເຈົ້າວ່າ ເຈົ້າຈະບໍ່ຖືກຂ້າ”
ດາວິດແລະເມຟີໂບເຊທພົບກັນ
20 ຕໍ່ມາ ເມຟີໂບເຊທ ຫລານຊາຍຊາອູນກໍລົງມາຈາກນະຄອນເຢຣູຊາເລັມເພື່ອມາຮັບເຈົ້າຊີວິດນັບຕັ້ງແຕ່ເຈົ້າຊີວິດຫນີອອກຈາກນະຄອນເຢຣູຊາເລັມ ເມຟີໂບເຊທບໍ່ໄດ້ລ້າງຕີນ ບໍ່ໄດ້ແຖຫນວດ ບໍ່ໄດ້ຊັກເຄື່ອງນຸ່ງ ຈົນເຖິງມື້ພຣະອົງກັບຄືນມາເຢຣູຊາເລັມດ້ວຍຄວາມມີໄຊ 21 ເຈົ້າຊີວິດ ຈຶ່ງຖາມເຂົາວ່າ, “ເມຟີໂບເຊທ ເປັນຫຍັງເຈົ້າຈຶ່ງບໍ່ໄປກັບເຮົາ?” 22 ເຂົາຈຶ່ງທູນຕອບວ່າ, “ຂ້າແດ່ພຣະອົງ ຂ້ານ້ອຍເປັນຄົນພິການ ຂ້ານ້ອຍໄດ້ບອກຄົນໃຊ້ໃສ່ອານລໍໃຫ້ ເພື່ອວ່າຂ້ານ້ອຍຈະໄດ້ຂີ່ໄປກັບພຣະອົງ ແຕ່ຄົນໃຊ້ທໍຣະຍົດຕໍ່ຂ້ານ້ອຍ 23 ມັນນຳເອົາເຣື່ອງຂອງຂ້ານ້ອຍທີ່ບໍ່ມີມູນຄວາມຈິງມາກາບທູນພຣະອົງ ແຕ່ພຣະອົງເປັນເຫມືອນທູດຂອງພຣະເຈົ້າ ສະນັ້ນ ຈົ່ງເຮັດຕາມທີ່ພຣະອົງເຫັນວ່າຖືກຕ້ອງເທີນ 24 ທຸກຄົນໃນຄອບຄົວພໍ່ຂອງຂ້ານ້ອຍ ສົມຄວນແລ້ວທີ່ພຣະອົງຈະຂ້າຖິ້ມຫມົດ ແຕ່ພຣະອົງພັດຊົງອະນຸຍາດໃຫ້ຂ້ານ້ອຍກິນເຂົ້າຮ່ວມໂຕະກັບພຣະອົງ ຂ້ານ້ອຍບໍ່ມີສິດທີ່ຈະຂໍຄວາມກະຣຸນາຢ່າງໃດຈາກພຣະອົງເລີຍ” 25 ເຈົ້າຊີວິດຈຶ່ງຕອບວ່າ, “ເຈົ້າບໍ່ຕ້ອງເວົ້າຫຍັງອີກເລີຍ ເຣົາໄດ້ຕັດສິນໃຈໃຫ້ເຈົ້າກັບຊີບາແບ່ງມໍຣະດົກຂອງຊາອູນປັນກັນ” 26 ເມຟີໂບເຊທທູນຕອບວ່າ, “ຂໍໃຫ້ຕົກເປັນຂອງຊີບາຫມົດສາ ການທີ່ພຣະອົງກັບຄືນມາຢ່າງປອດພັຍ ກໍພຽງພໍແລ້ວສຳລັບຂ້ານ້ອຍ” 27 ບາຣ໌ຊິນລັຍ ຄົນກິເລອາດ ກໍໄດ້ເດີນທາງມາຈາກໂຣເກລິມເພື່ອສົ່ງເຈົ້າຊີວິດຂ້າມແມ່ນ້ຳຈໍແດນເຫມືອນກັນ 28 ບາຣ໌ຊິນລັຍເປັນຄົນເຖົ້າຫລາຍ ອາຍຸໄດ້ແປດສິບປີ ທ່ານເປັນຄົນຮ່ັ່ງມີ ເມື່ອຄາວພຣະອົງພັກຢູ່ ມາຮານາອິມ ທ່ານກໍເປັນຜູ້ສົ່ງສະບ່ຽງອາຫານໃຫ້ເຈົ້າຊີວິດ 29 ເຈົ້າຊີວິດໄດ້ບອກກັບທ່ານວ່າ, “ເຈົ້າຈົ່ງມາຢູ່ນະຄອນເຢຣູຊາເລັມກັບເຮົາ ເຮົາຈະລ້ຽງດູເຈົ້າ” 30 ແຕ່ບາຣ໌ຊິນລັຍທູນຕອບວ່າ, “ຂ້ານ້ອຍຈະມີຊີວິດຢູ່ຕໍ່ໄປອີກຈັກປີ ຂ້ານ້ອຍຈະໄປນະຄອນເຢຣູຊາເລັມກັບພຣະອົງໄດ້ຢ່າງໃດ 31 ອາຍຸຂອງຂ້ານ້ອຍກໍແປດສິບປີແລ້ວ ຄົງບໍ່ມີສິ່ງໃດຈະເຮັດໃຫ້ຂ້ານ້ອຍມີຄວາມສຸກໄດ້ອີກດອກ ເວລາຂ້ານ້ອຍກິນເຂົ້າຫລືດື່ມນ້ຳ ຂ້ານ້ອຍກໍບໍ່ຮູ້ຈັກຣົດຊາດຂອງມັນຊ້ຳ ຂ້ານ້ອຍຟັງສຽງຄົນຮ້ອງເພງກໍບໍ່ໄດ້ຍິນ ພຣະອົງຈະລຳບາກຍ້ອນຂ້ານ້ອຍລ້າໆ ຂ້ານ້ອຍບໍ່ສົມຄວນຮັບຮາງວັນອັນຍິ່ງໃຫຍ່ນີ້ 32 ສະນັ້ນ ຂ້ານ້ອຍຈະໄປກັບພຣະອົງຮອດແຕ່ຟາກພຸ້ນເທົ່ານັ້ນ 33 ຂໍໃຫ້ຂ້ານ້ອຍກັບເມືອຕາຍໃກ້ອຸບໂມງຄອບຄົວຂ້ານ້ອຍພຸ້ນເທີນ ຜູ້ນີ້ຄື ຄິມຮາມຂ້າໃຊ້ຂອງພຣະອົງ ຂໍພຣະອົງຮັບເອົາເຂົາໄປນຳ ແລະໃຊ້ເຂົາຕາມທີ່ພຣະອົງຊົງເຫັນດີ” 34 ເຈົ້າຊີວິດຕອບວ່າ, “ເຮົາຈະເອົາເຂົາໄປນຳ ແລະປະຕິບັດຕໍ່ເຂົາຕາມຄວາມຕ້ອງການຂອງເຈົ້າ ເຮົາຈະປະຕິບັດທຸກສິ່ງຕາມທີ່ເຈົ້າຮ້ອງຂໍມາ” 35 ແລ້ວດາວິດພ້ອມທັງພວກຂອງພຣະອົງທຸກຄົນກໍຂ້າມແມ່ນ້ຳຈໍແດນໄປ ພຣະອົງໄດ້ຈູບບາຣ໌ຊິນລັຍ ທັງອວຍພອນໃຫ້ເຂົາ ແລ້ວບາຣ໌ຊິນລັຍກໍກັບຄືນເມືອ 36 ຫລັງຈາກດາວິດຂ້າມແມ່ນ້ຳແລ້ວ ພຣະອົງກໍໄປເມືອງກິນການ ຊຶ່ງມີທະຫານຢູດາທຸກຄົນ ແລະທະຫານອິສຣາເອນເຄິ່ງນຶ່ງຕິດຕາມພຣະອົງໄປ ສ່ວນຄິມຮາມກໍໄປກັບພຣະອົງດ້ວຍ 37 ຕໍ່ມາ ທະຫານອິສຣາເອນທຸກຄົນໄດ້ເຂົ້າກາບທູນເຈົ້າຊີວິດວ່າ, “ຂ້າແດ່ພຣະອົງ ເປັນຫຍັງພີ່ນ້ອງຊາວຢູດາຈຶ່ງອອກມາຮັບເອົາພຣະອົງ ຄອບຄົວຂອງພຣະອົງ ແລະທະຫານຂອງພຣະອົງຂ້າມແມ່ນ້ຳຈໍແດນມາກ່ອນ” 38 ທະຫານຢູດາຈຶ່ງຕອບວ່າ, “ພວກເຮົາທຳຢ່າງນີ້ ເພາະວ່າພຣະອົງເປັນຕະກູນດຽວກັບເຮົາ ເປັນຫຍັງພວກເຈົ້າຈຶ່ງບໍ່ດີໃຈ ຫລືພວກເຈົ້າເຂົ້າໃຈວ່າ ພຣະອົງໄດ້ຈ່າຍຄ່າອາຫານການກິນ ແລະເອົາສິ່ງນຶ່ງສິ່ງໃດໃຫ້ພວກເຣົາຊັ້ນບໍ? 39 ພວກອິສຣາເອນເວົ້າອີກວ່າ, “ເຖິງແມ່ນວ່າ ກະສັດດາວິດເປັນຄົນຕະກູນດຽວກັນກັບພວກເຈົ້າ ພວກເຮົາກໍມີສ່ວນໃນພຣະອົງຫລາຍກວ່າພວກເຈົ້າເຖິງສິບເທົ່າ ເປັນຫຍັງພວກເຈົ້າຈຶ່ງດູຖູກພວກເຮົາ ແມ່ນພວກເຮົາເປັນພວກທຳອິດທີ່ອອກປາກຢາກເອົາເຈົ້າຊິວິດກັບຄືນມາ” ຄຳເວົ້າຂອງພວກຢູດາຮຸນແຮງກວ່າຄຳເວົ້າຂອງພວກອິສຣາເອນ
ເຊບາກະບົດ
1 ບັງເອີນທີ່ນັ້ນມີຄົນອັນທະພານຢູ່ຄົນນຶ່ງຊື່ ເຊບາ ບຸດຂອງບິກຣີ ຄົນເບັນຢາມິນ ເຂົາໄດ້ເປົ່າເຂົາສັດຂຶ້ນກ່າວວ່າ, “ເຮົາບໍ່ມີສ່ວນໃດດາວິດ ເຮົາບໍ່ມີມໍຣະດົກໃນບຸດຂອງເຈສຊີ ໂອ ອິສຣາເອນເອີຍ ໃຫ້ຕ່າງຄົນຕ່າງກັບໄປເຮືອນຂອງຕົນເຖີດ” 2 ດັ່ງນັ້ນພວກຄົນອິສຣາເອນທັງຫມົດຈຶ່ງຖອຍຕົວຈາກດາວິດ ແລະໄປຕາມເຊບາ ບຸດບິກຣີ ແຕ່ພວກຄົນຢູດາໄດ້ຕິດຕາມເຈົ້າຊີວິດຂອງເຂົາຢ່າງຫມັ້ນຄົງຈາກແມ່ນ້ຳຈໍແດນໄປເຖິງນະຄອນເຢຣູຊາເລັມ 3 ດາວິດສະເດັດກັບພຣະຣາຊວັງທີ່ນະຄອນເຢຣູຊາເລັມ ເຈົ້າຊີວິດກໍຮັບສັ່ງໃຫ້ນຳນາງສນົມທັງສິບຄົນທີ່ພຣະອົງຊົງປະໄວ້ໃຫ້ເຝົ້າພຣະຣາຊວັງນັ້ນໄປຮວມກັນຢູ່ໃນບ້ານຫລັງນຶ່ງ ຊົງລ້ຽງດູໄວ້ແຕ່ບໍ່ໄດ້ຊົງສົມສູ່ຢູ່ດ້ວຍ ນາງເຫລົ່ານັ້ນກໍຕ້ອງຖືກກັກໃຫ້ມີຊີວິດຢູ່ຢ່າງແມ່ຫມ້າຍຈົນເຖິງວັນຕາຍ 4 ເຈົ້າຊີວິດໄດ້ສັ່ງອາມາຊາວ່າ, “ຈົ່ງຮວບຮວມພົນຢູດາໃຫ້ມາພ້ອມກັນທີ່ນີ້ພາຍໃນສາມວັນ ຕົວທ່ານຈົ່ງມາດ້ວຍ” 5 ອາມາຊາກໍອອກໄປຮວບຮວມຄົນຢູດາ ແຕ່ເຂົາກໍທຳງານຊ້າເກີນກຳນົດທີ່ພຣະອົງຊົງສັ່ງໄວ້ 6 ດາວິດເວົ້າກັບອາບິຊັຍວ່າ, “ບັດນີ້ເຊບາ ບຸດຂອງບິກຣີຄົງທຳອັນຕະຣາຍແກ່ເຮົາຍິ່ງກວ່າອັບຊາໂລມ ຈົ່ງນຳຂ້າຣາຊການທະຫານຂອງເຈົ້ານາຍຂອງທ່ານໄປຕິດຕາມ ຢ້ານວ່າເຂົາຈະຫາເມືອງທີ່ມີປ້ອມໄດ້ ແລະຫນີພົ້ນສາຍຕາຂອງເຮົາ” 7 ມີຄົນຂອງໂຢອາບຕາມເຂົາໄປ ແລະຄົນເຄເຣທ ກັບຄົນເປເລທ ກັບທະຫານທີ່ແຂງແຮງທັງຫມົດ ແລະເຂົາທັງຫລາຍຍົກອອກໄປຈາກກຸງເຢຣູຊາເລັມເພື່ອໄລ່ຕາມເຊບາ ບຸດບິກຣີ 8 ເມື່ອເຂົາທັງຫລາຍມາເຖິງສີລາໃຫຍ່ທີ່ຢູ່ໃນເມືອງກິເບໂອນ ອາມາຊາກໍມາພົບກັບເຂົາທັງຫລາຍ ຝ່າຍໂຢອາບສວມເຄື່ອງແຕ່ງກາຍທະຫານມີເຂັມຂັດຕິດດາບທີ່ຢູ່ໃນຝັກຄາດຢູ່ທີ່ບັ້ນແອວ ເມື່ອທ່ານເດີນໄປດາບກໍຕົກລົງ 9 ໂຢອາບຈຶ່ງຖາມອາມາຊາວ່າ, “ອ້າຍເອີຍ ສະບາຍດີຫລື?” ແລະໂຢອາບກໍເອົາມືຂວາຈັບຫນວດອາມາຊາຈະຈູບເຂົາ 10 ແຕ່ອາມາຊາບໍ່ໄດ້ສັງເກດເຫັນດາບຊຶ່ງຢູ່ໃນມືຂອງໂຢອາບ ໂຢອາບຈຶ່ງເອົາດາບແທງທ້ອງອາມາຊາໃສ້ທະລຸເຖິງດິນ ບໍ່ຕ້ອງແທງຄັ້ງທີ່ສອງ ເຂົາກໍຕາຍເສັຽແລ້ວ ແລ້ວໂຢອາບກັບອາບິຊັຍນ້ອງຊາຍກໍໄລ່ຕິດຕາມເຊບາ ບຸດບິກຣີໄປ 11 ທະຫານຫນຸ່ມຄົນນຶ່ງຂອງໂຢອາບມາຢືນຢູ່ໃກ້ອາມາຊາເວົ້າວ່າ, “ຜູ້ໃດເຫັນຊອບຝ່າຍໂຢອາບ ແລະຜູ້ໃດຢູ່ຝ່າຍດາວິດໃຫ້ຜູ້ນັ້ນຕິດຕາມໂຢອາບໄປ” 12 ອາມາຊາກໍນອນເກືອກໂລຫິດຂອງຕົນຢູ່ທີ່ໃນທາງຫລວງ ເມື່ອຊາຍຄົນນັ້ນເຫັນປະຊາຊົນທັງສິ້ນມາຢຸດຢູ່ ເຂົາກໍນຳສົບອາມາຊາໄປຖິ້ມໃນທົ່ງນາ ແລະເອົາເສື້ອຜ້າປົກໄວ້ ເພາະເມື່ອໃຜມາກໍເຂົ້າໄປເບິ່ງແລະຢຸດຢູ່ 13 ເມື່ອເອົາສົບອາມາຊາອອກຈາກທາງຫລວງແລ້ວ ປະຊາຊົນທັງປວງກໍຕາມໂຢອາບເພື່ອຕິດຕາມເຊບາບຸດບິກຣີ 14 ເຊບາກໍຜ່ານຄົນອິສຣາເອນທຸກເຜົ່າໄປຈົນເຖິງອາເບນ ແລະເມືອງເບັດມາອາກາ ແລະຄົນຕະກູນບິກຣີຄົນເຫລົ່ານັ້ນກໍມາຮວມກັນແລະຕິດຕາມເຂົາໄປ 15 ປະຊາຊົນທີ່ຢູ່ກັບໂຢອາບກໍມາເຖິງ ແລະລ້ອມເຂົາໄວ້ໃນອາເບນແຂວງເມືອງເບັດມາອາກາ ເຂົາເຣັດຍອດເຊີງຂຶ້ນທີ່ຮິມກຳແພງເມືອງ ເຂົາທະລວງກຳແພງເພື່ອຈະໃຫ້ພັງ 16 ມີຍິງສລາດຄົນນຶ່ງຮ້ອງອອກມາຈາກໃນເມືອງວ່າ, “ຈົ່ງຟັງເດີ ຈົ່ງຟັງເດີ ຂໍບອກໂຢອາບໃຫ້ມາທີ່ນີ້ ຂ້ອຍຢາກຈະເວົ້ານຳ” 17 ໂຢອາບກໍເຂົ້າມາໃກ້ຍິງນັ້ນ ນາງນັ້ນກໍເວົ້າວ່າ, “ທ່ານຄືໂຢອາບຫລື?” ເຂົາຕອບວ່າ, “ແມ່ນແລ້ວ” ນາງຈຶ່ງເອີ້ນທ່ານວ່າ, “ຂໍທ່ານຟັງຖ້ອຍຄຳຂອງສາວໃຊ້ຂອງທ່ານແດ່” ທ່ານກໍຕອບວ່າ, “ຂ້ອຍກຳລັງຟັງຢູ່ແລ້ວ” 18 ນາງກໍເວົ້າວ່າ, “ໃນສະໄຫມບູຮານເຂົາເວົ້າກັນວ່າ “ໃຫ້ເຂົາຂໍຄຳປຶກສາທີ່ອາເບນເຖີດ” ແລ້ວເຂົາກໍຕົກລົງກັນໄດ້ 19 ຂ້ອຍເປັນຄົນນຶ່ງທີ່ຮັກສງົບ ແລະສັດຊື່ໃນອິສຣາເອນ ທ່ານຫາຊ່ອງທີ່ຈະທຳລາຍເມືອງອັນເປັນເມືອງແມ່ໃນອິສຣາເອນ ເປັນຫຍັງທ່ານຈຶ່ງຈະກືນມໍຣະດົກຂອງພຣະເຈົ້າເສັຽ” 20 ໂຢອາບຈຶ່ງຕອບວ່າ, “ຊຶ່ງຂ້ອຍຈະກືນຫລືທຳລາຍນັ້ນ ຂໍໃຫ້ຫ່າງໄກຈາກຂ້ອຍ 21 ເຣື່ອງນີ້ບໍ່ເປັນຄວາມຈິງ ແຕ່ມີຊາຍຄົນນຶ່ງຈາກແດນພູເອຟຣາອິມຊື່ ເຊບາບຸດບິກຣີ ໄດ້ຍົກມືຂອງເຂົາຂຶ້ນຕໍ່ສູ້ກະສັດ ຄືຕໍ່ສູ້ດາວິດ ຈົ່ງມອບເຂົາມາແຕ່ຄົນດຽວ ຂ້ອຍຈະຖອຍທັບກັບຈາກເມືອງນີ້” ຍິງນັ້ນຈຶ່ງຕອບໂຢອາບວ່າ, “ເບິ່ງແມ໋, ເຮົາຈະໂຍນຫົວຂອງເຂົາຂ້າມກຳແພງມາໃຫ້ທ່ານ” 22 ແລ້ວຍິງນັ້ນກໍໄປຫາປະຊາຊົນດ້ວຍປັນຍາຂອງນາງ ເຂົາທັງຫລາຍໄດ້ຕັດຫົວຂອງເຊບາບຸດບິກຣີໂຍນອອກມາໃຫ້ໂຢອາບ ໂຢອາບກໍເປົ່າເຂົາສັຕ ຕ່າງກໍແຍກກັນໄປຈາກເມືອງນັ້ນກັບໄປຍັງບ້ານເຮືອນຂອງຕົນ ໂຢອາບກໍກັບໄປເຝົ້າພຣະຣາຊາທີ່ກຸງເຢຣູຊາເລັມ
ເຈົ້າຫນ້າທີ່ຂອງດາວິດ
23 ໂຢອາບເປັນຜູ້ບັງຄັບບັນຊາກອງທັບທັງຫມົດໃນອິສຣາເອນ ແລະເບນັຍຢາບຸດເຢຮົວອາດາເປັນຜູ້ບັງຄັບບັນຊາກອງຄົນເຄເຣທ ແລະຄົນເປເລທ 24 ແລະອາໂດຣາມດູແລຄົນງານໂຍທາ ເຢໂຮຊາຟັດບຸດອາຮີລຸດດູແລດ້ານເອກກະສານຕ່າງໆ 25 ເຊວາເປັນຣາຊເລຂາ ຊາໂດກ ແລະອາບິອາທາເປັນປະໂຣຫິດຂອງດາວິດຄືກັນ
ການແກ້ແຄ້ນໃຫ້ແກ່ຄົນກິເບໂອນ
1 ໃນສະໄຫມຂອງດາວິດມີການອຶດຢາກອາຫານຢູ່ສາມປີຕໍ່ຕໍ່ໄປ ແລະດາວິດກໍເຂົ້າເຝົ້າຕໍ່ພຣະພັກພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າກ່າວວ່າ, “ເພາະເຂົາຂ້າຄົນກິເບໂອນ ຄວາມຜິດທີ່ເຂົາທັງຫລາຍຕ້ອງຕາຍຈຶ່ງຕົກຢູ່ກັບຊາອູນ ແລະເຊື້ອສາຍຂອງເຂົາ” 2 ເຈົ້າຊີວິດຈຶ່ງຊົງເອີ້ນຄົນກິເບໂອນມາເວົ້າກັບເຂົາວ່າ (ຝ່າຍຄົນກິເບໂອນນັ້ນບໍ່ແມ່ນປະຊາຊົນອິສຣາເອນ ແຕ່ເປັນຄົນອາໂມຣິດທີ່ຍັງເຫລືອຢູ່ ເຖິງແມ່ນວ່າປະຊາຊົນອິສຣາເອນຈະໄດ້ປະຕິຍານໄວ້ວ່າຈະໄວ້ຊີວິດເຂົາທັງຫລາຍ ແຕ່ຊາອູນກໍຊົງຫາຊ່ອງທາງທີ່ຈະຂ້າເຂົາທັງຫລາຍເສັຽ ເພາະຄວາມຮ້ອນໃຈທີ່ເຫັນແກ່ຄົນອິສຣາເອນແລະຄົນຢູດາ) 3 ດາວິດໄດ້ຖາມຄົນກິເບໂອນວ່າ, “ເຮົາຈະເຮັດຫຍັງໃຫ້ແກ່ພວກທ່ານໄດ້ ເຮົາຈະທຳຢ່າງໃດຈຶ່ງຈະລົບມົນທິນບາບເສັຽໄດ້ ເພື່ອພວກທ່ານຈະໄດ້ອວຍພອນແກ່ມໍຣະດົກຂອງພຣະເຈົ້າໄດ້” 4 ຄົນກິເບໂອນທູນຕອບພຣະອົງວ່າ, “ລະຫວ່າງພວກຂ້ານ້ອຍກັບຊາອູນ ແລະເຊື້ອສາຍຂອງທ່ານນັ້ນບໍ່ແມ່ນເຣື່ອງເງິນຫລືທອງຄຳ ທັງບໍ່ແມ່ນເຣື່ອງຂອງຂ້ານ້ອຍທີ່ຈະປະຫານຊີວິດອິສຣາເອນຄົນນຶ່ງຄົນໃດ” ພຣະອົງຈຶ່ງເວົ້າວ່າ, “ແລ້ວພວກທ່ານຈະໃຫ້ເຣົາເຮັດແນວໃດແກ່ທ່ານ” 5 ເຂົາກາບທູນເຈົ້າຊີວິດວ່າ, “ຊາຍຜູ້ທີ່ເຜົາຜານພວກຂ້ານ້ອຍ ແລະວາງແຜນການທຳລາຍພວກຂ້ານ້ອຍ ເພື່ອບໍ່ໃຫ້ພວກຂ້ານ້ອຍມີທີ່ຢູ່ໃນເຂດແດນອິສຣາເອນ 6 ຂໍຊົງມອບບຸດເຈັດຄົນຂອງເຂົາໃຫ້ແກ່ພວກຂ້ານ້ອຍ ເພື່ອພວກຂ້ານ້ອຍຈະໄດ້ແຂວນເຂົາເສັຽຕໍ່ພຣະພັກພຣະຜູ້ເປັນເຈົ້າທີ່ກິເບໂອນແຫ່ງຊາອູນຜູ້ຖືກເລືອກຂອງພຣະຜູ້ເປັນເຈົ້າ” ແລະເຈົ້າຊີວິດເວົ້າວ່າ, “ເຣົາຈະຈັດເຂົາມາໃຫ້” 7 ແຕ່ເຈົ້າຊີວິດຊົງໄວ້ຊີວິດເມຟີໂບເຊທ ບຸດຂອງໂຢນາທານບຸດຊາຍຂອງຊາອູນ ດ້ວຍເຫດຄຳປະຕິຍານລະຫວ່າງທັງສອງທີ່ກະທຳໃນພຣະນາມພຣະຜູ້ເປັນເຈົ້າ ຄືລະຫວ່າງດາວິດກັບໂຢນາທານຣາຊໂອຣົດຂອງຊາອູນ 8 ແຕ່ເຈົ້າຊີວິດນຳເອົາບຸດສອງຄົນຂອງນາງຣິສປາບຸດຕຣີຂອງອັຍຢາຊຶ່ງບັງເກີດກັບຊາອູນ ຊື່ອາຣ໌ໂມນີ ແລະເມຟີໂບເຊທ ກັບບຸດຫ້າຄົນຂອງມີຄານຣາຊທິດາຂອງຊາອູນ ຊຶ່ງພຣະນາງມີກັບອາດຣີເອນບຸດບາຣ໌ຊິນລັຍ ຊາວເມໂຮຣາ 9 ພຣະອົງຊົງມອບຄົນເຫລົ່ານີ້ໄວ້ໃນມືຂອງຄົນກິເບໂອນ ເຂົາທັງຫລາຍຈຶ່ງແຂວນຄົນທັງເຈັດໄວ້ເທິງພູເຂົາຕໍ່ພຣະພັກພຣະຜູ້ເປັນເຈົ້າ ແລະທັງເຈັດຄົນກໍພິນາດໄປນຳກັນ ເຂົາຖືກຂ້າຕາຍໃນແຣກຂອງຣະດູກ່ຽວເຂົ້າໃນວັນຕົ້ນການກ່ຽວເຂົ້າບາຣ໌ລີ 10 ແລ້ວນາງຣິສປາບຸດຕຣີຂອງອັຍຢາກໍເອົາຜ້າກະສອບປູໄວ້ເທິງກ້ອນຫີນສຳລັບຕົນເອງ ຕັ້ງແຕ່ຕົ້ນຣະດູກ່ຽວຈົນຝົນຈາກທ້ອງຟ້າຕົກເທິງເຂົາທັງຫລາຍ ກາງເວັນນາງກໍບໍ່ຍອມໃຫ້ນົກມາເກາະ ຫລືກາງຄືນບໍ່ໃຫ້ສັດປ່າເຂົ້າມາໃກ້ 11 ເມື່ອເຂົາກາບທູນດາວິດວ່ານາງຣິສປາບຸດຕຣີຂອງອັຍຢານາງສນົມຂອງຊາອູນໄດ້ເຮັດດັ່ງນັ້ນ 12 ດາວິດສະເດັດໄປນຳກະດູກຂອງຊາອູນແລະຂອງໂຢນາທານຣາຊໂອຣົດຂຶ້ນມາຈາກເມືອງຢາເບັດກິເລອາດ ຜູ້ທີ່ລັກລອບເອົາໄປຈາກລານເມືອງເບັດຊານທີ່ຄົນຟີລິສຕິນປະຫານຊາອູນເທິງພູກິນໂບອາ 13 ພຣະອົງຊົງນຳເອົາກະດູກຂອງຊາອູນທີ່ນັ້ນ ແລະຮວບຮວມກະດູກຂອງຜູ້ທີ່ຖືກແຂວນໄວ້ໃຫ້ຕາຍນັ້ນ 14 ແລະເຂົາກໍຝັງກະດູກຂອງຊາອູນແລະຂອງໂຢນາທານຣາຊໂອຣົດໄວ້ໃນແຜ່ນດິນຂອງເບັນຢາມິນໃນເມືອງເຊລາໃນອຸບໂມງຂອງຄົນຄິສບິດາຂອງພຣະອົງ ເຂົາທັງຫລາຍກໍກະທຳຕາມທຸກຢ່າງທີ່ພຣະຣາຊາຊົງສັ່ງໄວ້ ຄັນຕໍ່ມາພຣະຜູ້ເປັນເຈົ້າກໍຊົງສະດັບຟັງຄຳອະທິຖານເພື່ອແຜ່ນດິນນັ້ນ
ອາບິຊັຍຊ່ອຍດາວິດໃຫ້ພົ້ນຈາກຄົນຍັກ
15 ຄົນຟີລິສຕິນໄດ້ທຳສົງຄາມກັບຄົນອິສຣາເອນອີກ ດາວິດກໍລົງໄປພ້ອມກັບບັນດາຂ້າຣາຊການຂອງພຣະອົງແລະໄດ້ສູ້ຮົບກັບຄົນຟີລິສຕິນ ແລະດາວິດກໍຊົງອ່ອນເພັຽ 16 ອິສບີເບໂນບ ຄົນນຶ່ງໃນເຊື້ອສາຍຂອງຄົນຍັກຖືຫອກທອງສຳຣິດຫນັກສາມຮ້ອຍເຊເກລ ມີດາບໃຫມ່ຄາດແອວ ຄິດຈະສັງຫານດາວິດເສັຽ 17 ແຕ່ອາບິຊັຍບຸດນາງເຊຣູຢາເຂົ້າມາຊ່ອຍພຣະອົງໄວ້ ແລະສູ້ຮົບກັບຄົນຟີລິສຕິນຄົນນັ້ນຂ້າເຂົາເສັຽ ແລ້ວບັນດາປະຊາຊົນຂອງດາວິດກໍທູນວິງວອນ ພຣະອົງດ້ວຍການສາບານວ່າ, “ຂໍພຣະອົງຢ່າສະເດັດໄປທຳເສິກພ້ອມກັບພວກຂ້ານ້ອຍທັງຫລາຍອີກຕໍ່ໄປເລີຍ ຢ້ານວ່າພຣະອົງຈະດັບຄວາມຫວັງຂອງອິສຣາເອນເສັຽ”
ບັນດາຄົນຍັກທີ່ຖືກຄົນຂອງດາວິດຂ້າ
18 ຢູ່ມາພາຍຫລັງນີ້ ມີການຮົບກັບຄົນຟີລິສຕິນທີ່ເມືອງໂກບ ຄາວນັ້ນຊິບເບກັຍຕະກູນຮູຊາໄດ້ຂ້າຊັຟຄົນນຶ່ງໃນເຊື້ອສາຍຂອງຄົນຍັກ 19 ແລະມີການຮົບກັບຄົນຟີລິສຕິນທີ່ເມືອງໂກບອີກ ເອນຮານານບຸດຢາອາເຣໂອເຣກິມ ຊາວເບັດເລເຮັມໄດ້ຂ້າໂກລິອາດ ຊາວກິດຕີ ຜູ້ມີຫອກທີ່ມີດ້າມໃຫຍ່ເທົ່າກັບໄມ້ກຳພັ້ນຫູກ 20 ມີການຮົບກັນອີກທີ່ເມືອງກາດ ອັນເປັນເມືອງທີ່ມີຊາຍຄົນນຶ່ງຮູບຮ່າງໃຫຍ່ ມີນິ້ວມືຂ້າງລະຫົກນິ້ວ ແລະນິ້ວຕີນຂອງລະຫົກນິ້ວ ຮວມກັນຊາວສີ່ນິ້ວ ເຂົາກໍສືບເນື່ອງມາຈາກພວກຄົນຍັກເຫມືອນກັນ 21 ເມື່ອເຂົາທ້າທາຍອິສຣາເອນ ໂຢນາທານບຸດຂອງຊີເມອີຫລານຊາຍຂອງດາວິດ ກໍສັງຫານເຂົາເສັຽ 22 ຄົນທັງສີ່ນີ້ສືບເນື່ອງມາຈາກຄົນຍັກໃນເມືອງກາດ ເຂົາທັງຫລາຍລົ້ມຕາຍດ້ວຍພຣະຫັດຂອງດາວິດ ແລະດ້ວຍມືຂອງຂ້າຣາຊການຂອງພຣະອົງ
ເພງໄຊຊະນະຂອງດາວິດ
1 ຕໍ່ໄປນີ້ ແມ່ນບົດເພງທີ່ດາວິດໄດ້ຮ້ອງສັຣເສີນພຣະຜູ້ເປັນເຈົ້າ ຄາວເມື່ອພຣະອົງຊົງຊ່ອຍດາວິດໃຫ້ພົ້ນຈາກເງື້ອມມືຂອງຊາອູນ ແລະສັດຕຣູຄົນອື່ນໆຂອງພຣະອົງ 2 ພຣະຜູ້ເປັນເຈົ້າຊົງເປັນພຣະຜູ້ຊ່ອຍໃຫ້ພົ້ນຂອງຂ້າພຣະອົງ ພຣະອົງຊົງເປັນປ້ອມປ້ອງກັນອັນແຫນ້ນ ຫນາຂອງຂ້າພຣະອົງ 3 ພຣະເຈົ້າຂອງຂ້າພຣະອົງຊົງເປັນຜູ້ຄຸ້ມຄອງຂອງຂ້າພຣະອົງ ແລະຂ້າພຣະອົງກໍຢູ່ນຳພຣະອົງຢ່າງປອດພັຍ ພຣະອົງຊົງເປັນເຫມືອນແຜ່ນເຫລັກຕ້ານທານປ້ອງກັນຂ້າພຣະອົງໄວ້ ພຣະອົງປ້ອງກັນຂ້າພຣະອົງໃຫ້ປອດພັຍ ພຣະອົງຊົງເປັນພຣະຜູ້ຊ່ອຍຂອງຂ້າພຣະອົງ ພຣະອົງຊົງປ້ອງກັນແລະຊ່ອຍຂ້າພຣະອົງໃຫ້ພົ້ນຈາກການທຳລາຍອັນຮ້າຍແຮງ 4 ຂ້າພຣະອົງຮ້ອງຫາພຣະຜູ້ເປັນເຈົ້າ ແລະພຣະອົງກໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກສັດຕຣູ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ 5 ຄື້ນແຫ່ງຄວາມຕາຍໄດ້ອ້ອມຮອບຂ້າພຣະອົງຢູ່ ຄື້ນແຫ່ງການທຳລາຍໄດ້ໄຫລຖ້ວມຂ້າພຣະອົງ 6 ເຊືອກແຫ່ງຄວາມຕາຍໄດ້ມັດອ້ອມຂ້າພຣະອົງໄວ້ ຄວາມຕາຍຫ້າງແຮ້ວໃສ່ຂ້າພຣະອົງ 7 ເມື່ອຢູ່ໃນຄວາມທຸກຍາກລຳບາກ ຂ້າພຣະອົງຮ້ອງຫາພຣະຜູ້ເປັນເຈົ້າ ຂ້າພຣະອົງໄດ້ຮ້ອງຂໍຄວາມຊ່ອຍເຫລືອຈາກພຣະເຈົ້າຂອງຂ້າພຣະອົງ ພຣະອົງຊົງໄດ້ຍິນສຽງຂ້າພຣະອົງຢູ່ໃນພຣະວິຫານຂອງພຣະເຈົ້າ ພຣະອົງຊົງຟັງສຽງຮ້ອງຂໍຄວາມຊ່ອຍເຫລືອຈາກຂ້າພຣະອົງ 8 ແລະໂລກທັງໂລກກໍສັ່ນສະທ້ານຫວັ່ນໄຫວ ຮາກເຫງົ້າທ້ອງຟ້າສັ່ນຄອນແລະສະທ້ານສະເທືອນ ເພາະວ່າພຣະເຈົ້າຊົງພຣະພິໂຣດ 9 ຄວັນໄຟໄດ້ພຸ່ງອອກຈາກຮູດັງພຣະອົງ ແປວໄຟອັນຮ້ອນແຮງໄດ້ອອກມາຈາກປາກພຣະອົງເຫມືອນຖ່ານໄຟ 10 ພຣະອົງຊົງທຳໃຫ້ທ້ອງຟ້າຕ່ຳລົງ ແລະສະເດັດລົງມາພ້ອມດ້ວຍກ້ອນເມກອັນຫນາຕຶບຢູ່ໃຕ້ພຣະບາດຂອງພຣະອົງ 11 ພຣະອົງສະເດັດລົງມາເທິງຫລັງເຊຣູບິມ ພຣະອົງສະເດັດລົງມາຕາມລົມຢ່າງວ່ອງໄວ 12 ພຣະອົງຫຸ້ມຫໍ່ພຣະອົງເອງດ້ວຍຄວາມມືດ ກ້ອນເມກອັນຫນາຕຶບທີ່ເຕັມດ້ວຍນ້ຳໄດ້ອ້ອມຮອບພຣະອົງ 13 ແສງຖ່ານໄຟເຫມືອນຟ້າແມບເຫລື້ອມຕໍ່ພຣະພັກພຣະອົງ 14 ແລ້ວພຣະຜູ້ເປັນເຈົ້າຊົງຮ້ອງສຽງດັງຈາກທ້ອງຟ້າ ແລະສຽງຂອງພຣະເຈົ້າອົງສູງສຸດກໍໄດ້ຍິນທົ່ວໄປ 15 ພຣະອົງຊົງຍິງທະນູແລະຂັບໄລ່ສັດຕຣູທັງຫລາຍຂອງພຣະອົງແຕກກະຈັດກະຈາຍໄປ ພຣະອົງຊົງສັ່ງຟ້າແມບເຫລື້ອມໄລ່ໃຫ້ເຂົາປົບຫນີ ເມື່ອພຣະຜູ້ເປັນເຈົ້າຊົງນາບຂູ່ພວກສັດຕຣູຂອງພຣະອົງແລະຮ້ອງໃສ່ເຂົາດ້ວຍຄວາມຄຽດຮ້າຍ 16 ພື້ນມະຫາສະຫມຸດກໍປາກົດອອກມາ ຮາກຖານຂອງໂລກກໍບໍ່ມີຫຍັງຫຸ້ມຫໍ່ 17 ພຣະຜູ້ເປັນເຈົ້າຊົງຢື້ລົງມາຈາກສວັນແລະຊົງອຸ້ມຊູຂ້າພຣະອົງ ພຣະອົງຊົງເອົາຂ້າພຣະອົງຂຶ້ນມາຈາກນ້ຳເລິກ 18 ພຣະອົງຊົງຊ່ອຍຊີວິດຂ້າພຣະອົງໃຫ້ພົ້ນຈາກຜູ້ທີ່ກຽດຊັງຂ້າພຣະອົງ ແລະໃຫ້ພົ້ນຈາກສັດຕຣູຂອງຂ້າພຣະອົງທີ່ມີອຳນາດເຫນືອຂ້າພຣະອົງ 19 ເວລາຂ້າພຣະອົງຢູ່ໃນຄວາມທຸກລຳບາກ ສັດຕຣູໄດ້ມາຕໍ່ສູ້ຂ້າພຣະອົງ ແຕ່ພຣະຜູ້ເປັນເຈົ້າຊົງປ້ອງກັນຂ້າພຣະອົງໄວ້ 20 ພຣະອົງຊົງຊ່ອຍເຫລືອຂ້າພຣະອົງໃຫ້ພົ້ນຈາກອັນຕະຣາຍ ພຣອົງຊົງຊ່ອຍຂ້າພຣະອົງໃຫ້ພົ້ນ ເພາະພຣະອົງຊົງພໍພຣະທັຍຂ້າພຣະອົງ 21 ພຣະຜູ້ເປັນເຈົ້າຊົງໃຫ້ຮາງວັນແກ່ຂ້າພຣະອົງ ເພາະວ່າຂ້າພຣະອົງເປັນຄົນຊອບທັມ ພຣະອົງຊົງອວຍພອນຂ້າພຣະອົງ ເພາະວ່າມືຂອງຂ້າພຣະອົງສະອາດບໍຣິສຸດ 22 ຂ້າພຣະອົງໄດ້ເດີນຕາມເສັ້ນທາງຂອງພຣະອົງ ແລະຂ້າຣພຣະອົງບໍ່ໄດ້ເຫີນຫ່າງຈາກພຣະອົງເລີຍ 23 ຂ້າຣພະອົງໄດ້ທຳຕາມກົດຂໍ້ບັນຍັດທຸກຢ່າງຂອງພຣະອົງ ຂ້າພຣະອົງບໍ່ໄດ້ລະເມີດຂໍ້ຄຳສັ່ງຂອງພຣະອົງ 24 ພຣະອົງຊົງຮູ້ວ່າ ຂ້າພຣະອົງເປັນຄົນບໍ່ມີຄວາມຜິດ ແລະຮູ້ວ່າຂ້າພຣະອົງໄດ້ລະວັງຕົວບໍ່ເຮັດການຊົ່ວຮ້າຍ 25 ແລະພຣະອົງຊົງໃຫ້ຮາງວັນຂ້າພຣະອົງ ເພາະວ່າຂ້າພຣະອົງເປັນຄົນຊອບທັມ ເພາະພຣະອົງຮູ້ວ່າຂ້າພຣະອົງເປັນຄົນບໍຣິສຸດ 26 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງສະແດງຄວາມຮັກອັນຫມັ້ນຄົງຕໍ່ຜູ້ທີ່ສັດຊື່ 27 ພຣະອົງຊົງບໍຣິສຸດໃຈຕໍ່ຜູ້ທີ່ບໍຣິສຸດໃຈ ແຕ່ວ່າພຣະອົງຊົງເປັນສັດຕຣູກັບພວກຄົນຊົ່ວຮ້າຍ 28 ພຣະອົງຊົງຊ່ອຍພວກທີ່ຖ່ອມຕົວໃຫ້ພົ້ນພັຍ ແຕ່ວ່າພຣະອົງຊົງໃຫ້ຄົນຈອງຫອງຖ່ອມຕົວລົງ 29 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນແສງສວ່າງຂອງຂ້າພຣະອົງ ພຣະອົງຊົງທຳໃຫ້ຄວາມມືດມົວຂອງຂ້າພຣະອົງສູນສລາຍໄປ 30 ພຣະອົງຊົງປະທານກຳລັງໃຫ້ຂ້າພຣະອົງຕໍ່ສູ້ພວກສັດຕຣູ ແລະຊົງປະທານເຫື່ອແຮງໃຫ້ຂ້າພຣະອົງໂດດຂ້າມກຳແພງປ້ອງກັນຂອງພວກເຂົາ 31 ສ່ວນການກະທຳຂອງພຣະເຈົ້າຖືກຕ້ອງສົມບູນທີ່ສຸດ ຄຳເວົ້າຂອງພຣະອົງຊົງເປັນທີ່ໄວ້ວາງໃຈໄດ້ຢ່າງຍິ່ງ ພຣະອົງຊົງເຫມືອນແຜ່ນເຫລັກຕ້ານທານ ສຳລັບທຸກຄົນທີ່ຊອກຫາຄວາມປ້ອງກັນຈາກພຣະອົງ 32 ພຣະຜູ້ເປັນເຈົ້າເທົ່ານັ້ນທີ່ຊົງເປັນພຣະເຈົ້າ ບໍ່ມີໃຜເປັນຜູ້ປົກປ້ອງຮັກສາພວກຂ້າພຣະອົງໄດ້ນອກຈາກພຣະອົງ 33 ພຣະເຈົ້າເປັນເຫມືອນປ້ອມຍາມແຂງແຮງຂອງຂ້າພຣະອົງ ພຣະອົງຊົງໃຫ້ຫົນທາງຂອງຂ້າພຣະອົງປອດພັຍ 34 ພຣະອົງຊົງໃຫ້ຂ້າພຣະອົງຍ່າງທ່ຽວເຫມືອນກວາງ ພຣະອົງຊົງຮັກສາຂ້າພຣະອົງໃຫ້ປອດພັຍຢູ່ເທິງພູ 35 ພຣະອົງຊົງຝຶກແອບຂ້າພຣະອົງ ເພື່ອຕຽມເຂົ້າສະຫນາມຮົບ ເພື່ອວ່າຂ້າພຣະອົງຈະກົ່ງທະນູອັນແຂງໄດ້ 36 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງປ້ອງກັນຂ້າພຣະອົງ ແລະຊ່ອຍຂ້າພຣະອົງໃຫ້ພົ້ນໄພ ການຊ່ອຍເຫລືອຂອງພຣະອົງທຳໃຫ້ຂ້າພຣະອົງມີອຳນາດ 37 ພຣະອົງຊົງຊ່ອຍໃຫ້ຂ້າພຣະອົງໄປໃນທາງກວ້າງ ແລະບໍ່ໃຫ້ຂ້າພຣະອົງເຕະສະດຸດຈັກເທື່ອເລີຍ 38 ຂ້າພຣະອົງໄດ້ໄລ່ສັດຕຣູທັງຫລາຍຂອງຂ້າພຣະອົງ ແລະໄດ້ທຳລາຍພວກມັນ ຂ້າພຣະອົງບໍ່ຍອມຢຸດຈົນກວ່າໄດ້ຊະນະມັນ 39 ຂ້າພຣະອົງຕີພວກມັນລົ້ມລົງ ຈົນພວກມັນລຸກຂຶ້ນບໍ່ໄດ້ ພວກມັນເສັຽໄຊລົ້ມລົງໃຕ້ຕີນຂ້າພຣະອົງ 40 ພຣະອົງຊົງປະທານໃຫ້ຂ້າພຣະອົງມີກຳລັງແຂງແຮງອອກໄປສູ່ສະຫນາມຮົບ ແລະຊົງປະທານໃຫ້ຂ້າພຣະອົງຊະນະສັດຕຣູທັງຫລາຍ 41 ພຣະອົງຊົງທຳໃຫ້ສັດຕຣູຂອງຂ້າພຣະອົງປົບຫນີ ຂ້າພຣະອົງໄດ້ທຳລາຍພວກທີ່ກຽດຊັງຂ້າພຣະອົງ 42 ພວກເຂົາຊອກຫາຄວາມຊ່ອຍເຫລືອ ແຕ່ບໍ່ມີໃຜຊ່ອຍເຂົາໃຫ້ພົ້ນໄດ້ ພວກເຂົາຮ້ອງຫາພຣະຜູ້ເປັນເຈົ້າ ແຕ່ວ່າພຣະອົງບໍ່ຊົງຕອບເຂົາ 43 ຂ້າພຣະອົງໄດ້ທຳລາຍເຂົາໃຫ້ຫມຸ່ນ ເຫມືອນຂີ້ຝຸ່ນດິນ ຂ້າພຣະອົງໄດ້ຢຽບເຂົາເຫມືອນຢຽບຂີ້ຕົມໃນຫົນທາງ 44 ພຣະອົງຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກປະຊາຊົນຂອງຂ້າພຣະອົງຜູ້ເປັນກະບົດ ແລະຊົງໂຜດໃຫ້ຂ້າພຣະອົງໄດ້ເປັນຜູ້ປົກຄອງຊົນຊາດທັງຫລາຍ ຊົນຊາດທີ່ຂ້າພຣະອົງບໍ່ເຄີຍຮູ້ຈັກກໍຮັບໃຊ້ຂ້າພຣະອົງ 45 ຄົນຕ່າງປະເທດໄດ້ກົ້ມຂາບລົງຕໍ່ຫນ້າຂ້າພຣະອົງ ເມື່ອພວກເຂົາໄດ້ຍິນສຽງຂ້າພຣະອົງ ພວກເຂົາກໍເຊື່ອຟັງ 46 ພວກເຂົາສູນເສັຽຄວາມກ້າຫານ ແລະຕົວສັ່ນສາຍອອກມາຈາກປ້ອມປ້ອງກັນຂອງພວກເຂົາ 47 ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ ຂ້າພຣະອົງສັຣເສີນຜູ້ປົກຄອງຮັກສາຂອງຂ້າພຣະອົງ ພຣະເຈົ້າຊົງເປັນພຣະຜູ້ຊ່ອຍທີ່ແຂງແຮງຂອງຂ້າພຣະອົງ ຈົ່ງປະກາດຄວາມຍິ່ງໃຫຍ່ຂອງພຣະອົງ 48 ພຣະອົງຊົງໂຜດໃຫ້ຂ້າພຣະອົງຊະນະສັດຕຣູທັງຫລາຍຂອງຂ້າພຣະອົງ ພຣະອົງຊົງປາບປາມຊົນຊາດຕ່າງໆໃຫ້ຢູ່ໃຕ້ອຳນາດຂອງຂ້າພຣະອົງ 49 ແລະພຣະອົງຊົງຊ່ອຍຊີວິດຂ້າພຣະອົງໃຫ້ພົ້ນຈາກສັດຕຣູຂອງຂ້າພຣະອົງ ພຣະອົງຊົງຍົກຍໍຂ້າພຣະອົງໃຫ້ຢູ່ເຫນືອກວ່າສັດຕຣູ ແລະປ້ອງກັນຂ້າພຣະອົງໃຫ້ພົ້ນຈາກຄົນໂຫດຮ້າຍທາລຸນ 50 ດັ່ງນີ້ແຫລະ ຂ້າພຣະອົງຈະສັຣເສີນພຣະອົງຖ້າມກາງຊົນຊາດຕ່າງໆ ຂ້າພຣະອົງຈະຮ້ອງເພງສັຣເສີນແດ່ພຣະອົງ 51 ພຣະເຈົ້າຊົງປະທານໄຊຊະນະອັນຍິ່ງໃຫຍ່ແກ່ກະສັດທີ່ພຣະອົງຊົງເລືອກ ພຣະອົງຊົງສະແດງຄວາມຮັກຫມັ້ນຄົງແກ່ຜູ້ທີ່ພຣະອົງຊົງເລືອກໄວ້ແລ້ວຄື ແກ່ດາວິດ ແລະເຊື້ອສາຍຂອງດາວິດຕລອດໄປ
ຄຳເວົ້າສຸດທ້າຍຂອງດາວິດ
1 ຕໍ່ໄປນີ້ ເປັນຄຳເວົ້າເທື່ອສຸດທ້າຍຂອງດາວິດ ດາວິດເປັນບຸດຊາຍຂອງເຈສຊີ ເປັນຜູ້ທີ່ພຣະເຈົ້າຊົງສ້າງໃຫ້ເປັນຜູ້ຍິ່ງໃຫຍ່ ຜູ້ທີ່ພຣະເຈົ້າຂອງຢາໂຄບ ຊົງເລືອກເອົາເປັນເຈົ້າຊີວິດ ແລະເປັນຜູ້ທີ່ແຕ່ງບົດເພງຂອງຊາວອິສຣາເອນ ດາວິດໄດ້ເວົ້າວ່າ, 2 “ພຣະວິນຍານຂອງພຣະຜູ້ເປັນເຈົ້າຊົງກ່າວຜ່ານຂ້າພະເຈົ້າ ຖ້ອຍຄຳຂອງພຣະອົງຊົງຢູ່ໃນສົບປາກຂອງຂ້າພະເຈົ້າ 3 ພຣະເຈົ້າຂອງຊາວອິສຣາເອນໄດ້ຊົງກ່າວໄວ້ ຜູ້ຄຸ້ມຄອງຊາວອິສຣາເອນໄດ້ເວົ້າຕໍ່ຂ້າພະເຈົ້າວ່າ “ເຈົ້າຊີວິດທີ່ປົກຄອງໂດຍຊອບທັມ ແລະດ້ວຍຄວາມຢຳເກງພຣະຜູ້ເປັນເຈົ້າ 4 ເປັນເຫມືອນຕາເວັນສ່ອງແສງໃນເວລາເຊົ້າທີ່ບໍ່ມີເມກ ຕາເວັນນັ້ນທຳໃຫ້ຫຍ້າປົ່ງຣາກຂຶ້ນມາພາຍຫລັງຝົນຕົກ 5 ພຣະເຈົ້າຈະຊົງອວຍພອນແກ່ເຊື້ອສາຍຂອງຂ້າພະເຈົ້າ ດັ່ງນີ້ແຫລະ ເພາະວ່າພຣະເຈົ້າໄດ້ຊົງໃຫ້ຄຳຫມັ້ນສັນຍາໄວ້ຕລອດໄປກັບຂ້າພະເຈົ້າ ທຸກສິ່ງກໍໄດ້ຈັດໄວ້ຢ່າງແນ່ນອນ ທຸກສິ່ງເຫລົ່ານີ້ແຫລະເປັນສິ່ງທີ່ຂ້າພະເຈົ້າຕ້ອງການແລະຈະເປັນຄວາມພົ້ນຂອງຂ້າພະເຈົ້າຊຶ່ງພຣະເຈົ້າເປັນຜູ້ຊົງກະທຳ 6 ມະນຸດທີ່ອະທັມປຽບເຫມືອນຫນາມທີ່ເຂົາຕັດຖິ້ມ ຈະບໍ່ມີໃຜເດ່ມືອອກໄປຫຍິບເອົາມັນໄດ້ 7 ນອກຈາກເຄື່ອງມືທີ່ທຳດ້ວຍເຫລັກຫລືດ້າມຫອກ ແລະພວກມັນຈະຖືກເຜົາເສັຽໃຫ້ຫມົດສິ້ນ
ວີຣະບຸຣຸດຂອງດາວິດ
8 ຕໍ່ໄປນີ້ເປັນຊື່ວີຣະບຸຣຸດທີ່ດາວິດຊົງມີຢູ່ ຄື ໂຢເຊັບບັສເຊເບທ ຕະກູນຕາເຄໂມນ ເປັນຈອມໃນຄົນທັງສາມນັ້ນ ເຂົາແກວ່ງຫອກເຂົ້າແທງຄົນແປດຮ້ອຍຄົນ ຊຶ່ງເຂົາໄດ້ວຂ້າເສັຽໃນຄັ້ງດຽວ 9 ໃນຈຳນວນວີຣະບຸຣຸດສາມຄົນ ຄົນທີ່ຮອງຄົນນັ້ນມາ ຄື ເອເລອາຊາ ບຸດໂດໂດ ຜູ້ເປັນບຸດຂອງອາໂຮຣີ ທ່ານຢູ່ກັບດາວິດຕັ້ງແຕ່ຄັ້ງທີ່ເຂົາທັງຫລາຍໄດ້ເວົ້າຫຍາມຄົນຟີລິສຕິນຊຶ່ງຊຸມນຸມກັນທີ່ນັ້ນເພື່ອສູ້ຮົບ ແລະຄົນອິສຣາເອນກໍຖອຍທັບ 10 ທ່ານໄດ້ລຸກຂຶ້ນຂ້າຟັນພວກຟີລິສຕິນຈົນມືຂອງທ່ານເປັນເຫນັບແຂງຕິດດາບ ໃນວັນນັ້ນພຣະຜູ້ເປັນເຈົ້າຊົງກະທຳໃຫ້ໄດ້ໄຊຊະນະຢ່າງໃຫຍ່ຫລວງ ທະຫານກໍກັບຕາມທ່ານມາ ເພື່ອປົດເຂົ້າຂອງຈາກຜູ້ທີ່ຖືກຂ້າຕາຍເທົ່ານັ້ນ 11 ຮອງເຂົາມາ ຄື ຊັມມາ ບຸດ ອາເກ ຊາວຮາຣາ ຄົນຟີລິສຕິນມາຊຸມນຸມກັນຢູ່ທີ່ເລຮີ ເປັນບ່ອນທີ່ມີພື້ນດິນຜືນນຶ່ງມີຫມາກຖົ່ວແດງເຕັມໄປຫມົດ ພວກພົນກໍຫນີພວກຟີລິສຕິນໄປ 12 ແຕ່ທ່ານຢືນຫມັ້ນຢູ່ຖ້າມກາງພື້ນດິນຜືນນັ້ນ ແລະປ້ອງກັນທີ່ດິນນັ້ນໄວ້ ແລະຂ້າຟັນຄົນຟີລິສຕິນ ແລະພຣະຜູ້ເປັນເຈົ້າໄດ້ຊົງປະທານໄຊຊະນະຢ່າງໃຫຍ່ຫລວງ 13 ໃນພວກທະຫານເອກສາມສິບຄົນນັ້ນ ມີສາມຄົນທີ່ລົງມາ ແລະໄດ້ມາຫາດາວິດທີ່ຖ້ຳອາດຸນລາມໃນຣະດູກ່ຽວເຂົ້າ ມີຄົນຟີລິສຕິນກອງນຶ່ງຕັ້ງຄ້າຍຢູ່ໃນຮ່ອມພູເຂົາເຣຟາອິມ 14 ຄາວນັ້ນດາວິດປະທັບໃນທີ່ກຳບັງເຂັ້ມແຂງ ແລະທະຫານປະຈຳປ້ອມຂອງຟີລິສຕິນກໍຢູ່ທີ່ເບັດເລເຮັມ 15 ດາວິດເວົ້າດ້ວຍຄວາມອາລັຍວ່າ, “ໃຜຫນໍຈະສົ່ງນ້ຳຈາກບໍ່ທີ່ເບັດເລເຣັມຊຶ່ງຢູ່ຂ້າງປະຕູເມືອງມາໃຫ້ເຮົາດື່ມໄດ້” 16 ທະຫານເອກທະຫານສາມຄົນນັ້ນກໍແຫກຄ້າຍຄົນຟີລິສຕິນເຂົ້າໄປ ຕັກນ້ຳທີ່ບໍ່ເບັດເລເຮັມຊຶ່ງຢູ່ຂ້າງປະເມືອງ ນຳມາຖວາຍແກ່ດາວິດ ແຕ່ດາວິດໄດ້ຊົງດື່ມນ້ຳນັ້ນເລີຍ ພຣະອົງຊົງເທອອກຖວາຍແດ່ພຣະຜູ້ເປັນເຈົ້າ 17 ແລະກ່າວວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຊຶ່ງຂ້າພຣະອົງຈະດື່ມໂລຫິດຂອງຜູ້ທີ່ຕັກມາດ້ວຍການສ່ຽງຊີວິດຂອງເຂົາຫລື” ເພາະສະນັ້ນພຣະອົງຈຶ່ງບໍ່ໄດ້ດື່ມ ທະຫານເອກທະຫານທັງສາມໄດ້ກະທຳສິ່ງເຫລົ່ານີ້ 18 ຝ່າຍອາບິຊັຍນ້ອງຊາຍຂອງໂຢອາບບຸດນາງເຊຣູຢາ ເປັນຫົວຫນ້າຂອງທັງສາມສິບຄົນນັ້ນ ທ່ານໄດ້ຍົກຫອກຕໍ່ສູ້ທະຫານສາມຮ້ອຍຄົນ ແລະຂ້າຕາຍສິ້ນ ແລະໄດ້ຮັບຊື່ສຽງດັງວິຣະບຸຣຸດທັງສາມຄົນນັ້ນ 19 ທ່ານຜູ້ທີ່ມີຊື່ສຽງໂດ່ງດັງທີ່ສຸດໃນສາມສິບຄົນນັ້ນ ສະນັ້ນໄດ້ເປັນຜູ້ບັງຄັບບັນຊາຂອງເຂົາ ແຕ່ທ່ານບໍ່ມີຍົດເທົ່າກັບສາມຄົນນັ້ນ 20 ເບນັຍຢາບຸດເຢຮົວອາດາເປັນຄົນແຂງແຮງແຫ່ງເມືອງຄັບເຊເອນ ເປັນຄົນປະກອບດ້ວຍວີຣະກຳ ທ່ານໄດ້ຂ້າບຸດອາຣີເອນຂອງໂມອາບສອງຄົນ ທ່ານໄດ້ລົງໄປຂ້າສິງທີ່ໃນບໍ່ນ້ຳໃນວັນທີ່ຫິມມະຕົກ 21 ທ່ານໄດ້ຂ້າຄົນເອຢິບຄົນນຶ່ງເປັນຊາຍຮູບຮ່າງງາມ ຄົນເອຢິບນັ້ນຖືຫອກຢູ່ ແຕ່ເບນັຍຢາຖືໄມ້ເທົ້າລົງໄປຫາເຂົາແລະຍາດເອົາຫອກມາຈາກມືຂອງຄົນເອຢິບຄົນນັ້ນ ແລະຂ້າເຂົາຕາຍດ້ວຍຫອກຂອງເຂົາເອງ 22 ເບນັຍຢາບຸດເຢຮົວອາດາໄດ້ກະທຳກິດເຫລົ່ານີ້ແລະໄດ້ຊື່ສຽງດັ່ງວີຣະບຸຣຸດສາມຄົນນັ້ນ 23 ທ່ານມີຊື່ສຽງໂດ່ງດັງກວ່າສາມສິບຄົນນັ້ນ ແຕ່ທ່ານບໍ່ມີຍົດເທົ່າກັບສາມຄົນນັ້ນ ແລະດາວິດກໍຊົງແຕ່ງທ່ານໃຫ້ເປັນຜູ້ບັງຄັບບັນຊາທະຫານຮັກສາພຣະອົງ 24 ອາຊາເຮນນ້ອງຊາຍຂອງໂຢອາບ ເປັນຄົນນຶ່ງໃນສາມສິບຄົນນັ້ນ ເອນຮານານບຸດຊາຍຂອງໂດໂດຊາວເບັດເລເຮັມ 25 ຊັມມາຊາວເມືອງຮາໂຣດ ເອລີກາຊາວເມືອງຮາໂຣດ 26 ເຮເລສ ຕະກູນປັນຕີ ອີຣາບຸດອິກເກສຊາວເມືອງເຕໂກອາ 27 ອາບິເອເຊີ ຊາເມືອງອານາໂທດ ເມບຸນນັຍ ຊາວຮູຊາ 28 ຊັນໂມນ ຊາເມືອງອາໂຮ ມາຮາຣັຍ ຊາວເນໂທຟາ 29 ເຮເລບ ບຸດບາອານາ ຊາວເນໂທຟາ ອິທຕັຍບຸດຣີບັຍ ຊາວກິເບອາ ແຫ່ງຄົນເບັນຢາມິນ 30 ເບນັຍຢາ ຊາວປີຣາໂທນ ຮິດດັຍຊາວລຳທານກາອັສ 31 ອາບີອັນໂບນ ຕະກູນອາຣ໌ບັທ ອັສມາເວທຊາວບາຮູຣິມ 32 ເອລີຢາບາຊາວຊາອັນໂບນ ບັນພະບຸຣຸດຂອງຢາເຊນ ໂຢນາທານ 33 ຊັມມາຊາວຮາຣາ ອາຮີອາມບຸດຊາຣາຣ໌ ຄົນຮາຣາ 34 ເອລີເຟເລທບຸດອາຮັສບັຍ ຊາວມາອາກາ ເອລີອາມບຸດອາຮິໂທເຟນ ຊາວກີໂລນ 35 ເຮສໂຣ ຊາວກາຣ໌ເມນ ປາອາຣັຍ ຊາວອາຣ໌ບິທ 36 ອີການບຸດນາທານ ຊາວໂຊບາ ບານີຄົນເຜົ່າກາດ 37 ເຊເລກຄົນອັມໂມນ ນາຮາຣັຍຊາວເບເອໂຣທ ຄົນຖືເຄື່ອງອາວຸດຂອງໂຢອາບ ບຸດນາງເຊຣູຢາຊາວອາຣໂມຣ໌ 38 ອີຣາ ຊາວຮິດຕີ ກາເຣັບ ຊາວອິທຣີ 39 ອູຣີຢາຄົນຮິດຕີ ຮວບຮວມສາມສິບເຈັດຄົນດ້ວຍກັນ
ດາວິດນັບຈຳນວນປະຊາຊົນ
1 ຢູ່ມາ ພຣະຜູ້ເປັນເຈົ້າຊົງພຣະພິໂຣດຊາວອິສຣາເອນ ພຣະອົງໄດ້ຊົງບັນດານໃຫ້ດາວິດນຳເອົາຄວາມຍາກລຳບາກມາໃຫ້ພວກເຂົາ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ດາວິດວ່າ, “ໄປນັບຄົນອິສຣເອນ ແລະຄົນຢູດາເບິ່ງດູ” 2 ດັ່ງນັ້ນ ດາວິດຈຶ່ງເວົ້າຕໍ່ໂຢອາບຜູ້ບັງຄັບບັນຊາທະຫານຂອງພຣະອົງວ່າ, “ທ່ານເອງກັບນາຍທະຫານຂອງທ່ານ ຈົ່ງພາກັນອອກໄປໃນທົ່ວທຸກຕະກູນທົ່ວທັງປະເທດ ແລ້ວນັບເບິ່ງປະຊາຊົນ ເພາະເຮົາຢາກຮູ້ວ່າພວກເຂົາມີຫລາຍເທົ່າໃດ” 3 ແຕ່ໂຢອາບກາບທູນເຈົ້າຊີວິດວ່າ, “ຂ້າແດ່ພຣະອົງ ຂໍໃຫ້ພຣະຜູ້ເປັນເຈົ້າຂອງພຣະອົງທຳໃຫ້ປະຊາຊົນອິສຣາເອນເພີ້ມຫລາຍຂຶ້ນກວ່າດຽວນີ້ຮ້ອຍເທົ່າ ແລະຂໍໃຫ້ພຣະຣາຊາຊົງພຣະຈະເຣີນຢູ່ຈົນໄດ້ເຫັນສິ່ງທີ່ພຣະຜູ້ເປັນເຈົ້າຈະຊົງກະທຳນີ້ ແຕ່ວ່າເປັນຫຍັງພຣະອົງຈຶ່ງຢາກຮູ້ເຣື່ອງນີ້” 4 ແຕ່ເຈົ້າຊີວິດໄດ້ບັງຄັບໃຫ້ໂຢອາບແລະພວກນາຍທະຫານປະຕິບັດຕາມຄຳສັ່ງຂອງພຣະອົງ ພວກເຂົາຈຶ່ງພາກັນກາບທູນລາພຣະອົງໄປ ເພື່ອໄປນັບເບິ່ງປະຊາຊົນອິສຣາເອນ 5 ພວກເຂົາຂ້າມແມ່ນ້ຳຈໍແດນໄປຕັ້ງຄ້າຍພັກຢູ່ທາງທິດໃຕ້ເມືອງອາໂຣເອີ ຊຶ່ງເປັນເມືອງນຶ່ງຢູ່ໃນຮ່ອມພູໃນເຂດເມືອງກາດ ແລ້ວພວກເຂົາກໍອອກຈາກທີ່ນັ້ນໄປທາງທິດເຫນືອຈົນເຖິງເມືອງຢາເຊີ 6 ແລ້ວກໍອອກໄປຍັງເມືອງກິເລອາດ ເມືອງກາເດສ ເຂດຊາວຮິດຕີ ຕໍ່ມາພວກເຂົາກໍພາກັນໄປເມືອງດານ ເມື່ອອອກຈາກເມືອງດານກໍອ້ອມໄປທາງທິດຕາເວັນຕົກເຖິງເມືອງຊີໂດນ 7 ແລ້ວພວກເຂົາໄດ້ໄປທາງທິດໃຕ້ຈົນເຖິງເມືອງຕີເຣທີ່ມີປ້ອມຍາມອັນແຫນ້ນຫນາ ແລະທົ່ວທຸກເມືອງຂອງຊາວຮີວີ ຊາວການາອານ ແລະໃນທີ່ສຸດກໍເຖິງເມືອງເບເອີເຊບາ ທາງພາກໃຕ້ຂອງຢູດາ 8 ຫລັງຈາກໄດ້ເດີນທາງຜ່ານໄປທົ່ວທຸກຫົວເມືອງເປັນເວລາເກົ້າເດືອນກັບຊາວມື້ແລ້ວ ພວກເຂົາກໍກັບຄືນນະຄອນເຢຣູຊາເລັມ 9 ພວກເຂົາໄດ້ຣາຍງານຈຳນວນປະຊາຊົນຕໍ່ເຈົ້າຊີວິດວ່າ ໃນອິສຣາເອນມີທະຫານທີ່ເກັ່ງກ້າ ແປດແສນຄົນ ແລະຢູ່ໃນຢູດາມີຫ້າແສນຄົນ
ຊົງຕັດສິນຄວາມຜິດບາບຂອງດາວິດ
10 ແຕ່ວ່າ ພາຍຫລັງດາວິດສຳລວດສຳມະໂນຄົວປະຊາຊົນແລ້ວ ພຣະອົງກໍທຸກພຣະທັຍຈຶ່ງທູນຕໍ່ພຣະຜູ້ເປັນເຈົ້າວ່າ, “ຂ້າພຣະອົງໄດ້ທຳຜິດຢ່າງຮ້າຍແຮງໃນການນີ້ ຂໍພຣະອົງຊົງອະພັຍໂທດໃຫ້ຂ້າພຣະອົງດ້ວຍ ເພາະຂ້າພຣະອົງໄດ້ເຮັດເສື່ອມເສັຽທີ່ສຸດ” 11 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ ກາດ ຜູ້ປະກາດພຣະທັມ ຊຶ່ງເປັນຜູ້ທຳນວາຍປະຈຳດາວິດວ່າ, 12 “ຈົ່ງໄປບອກດາວິດວ່າ ເຮົາຈະສເນີໃຫ້ເຂົາເລືອກເອົາຢ່າງນຶ່ງໃນສາມ່ຢາງ ຖ້າເຂົາເລືອກເອົາສິ່ງໃດແມ່ນສິ່ງນັ້ນທີ່ເຮົາຈະກະທຳ” 13 ກາດຈຶ່ງເຂົ້າເຝົ້າດາວິດແລະກາບທູນພຣະອົງວ່າ, “ຈະໃຫ້ມີການອຶດອາຫານເກີດຂຶ້ນໃນແຜ່ນດິນຂອງພຣະອົງເປັນເວລາສາມປີບໍ ຫລືຈະໃຫ້ພຣະອົງປົບຫນີສັດຕຣູຂອງພຣະອົງເປັນເວລາສາມເດືອນບໍ ຫລືຈະໃຫ້ໂຣກລະບາດເກີດຂຶ້ນໃນປະເທດຂອງພຣະອົງເປັນເວລາສາມມື້ບໍ ບັດນີ້ຂໍໃຫ້ພຣະອົງຄິດເບິ່ງ ແລ້ວໃຫ້ຕອບແກ່ຂ້ານ້ອຍ ເພື່ອຈະໄດ້ກັບຄືນໄປທູນພຣະຜູ້ເປັນເຈົ້າ” 14 ດາວິດໄດ້ຕອບວ່າ, “ເຮົາຍາກໃຈທີ່ສຸດ ແຕ່ເຮົາກໍບໍ່ຕ້ອງການໃຫ້ມະນຸດລົງໂທດ ຂໍໃຫ້ພຣະຜູ້ເປັນເຈົ້າຊົງລົງໂທດພວກເຮົາເທີນ ເພາະພຣະອົງຊົງພຣະມີກະຣຸນາ” 15 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງທຳໃຫ້ໂຣກລະບາດເກີດຂຶ້ນໃນອິສຣາເອນ ຕັ້ງແຕ່ເຊົ້າຈົນເຖິງເວລາຕາມທີ່ພຣະອົງຊົງກຳນົດໄວ້ ຊາວອິສຣາເອນທົ່ວປະເທດໄດ້ຕາຍເຈັດຫມື່ນຄົນ 16 ໃນຂນະທີ່ທູດຂອງພຣະຜູ້ເປັນເຈົ້າກຳລັງທຳລາຍນະຄອນເຢຣູຊາເລັມຢູ່ນັ້ນ ພຣະຜູ້ເປັນເຈົ້າກໍຊົງປ່ຽນພຣະທັຍ ບໍ່ລົງໂທດປະຊາຊົນ ພຣະອົງຈຶ່ງຊົງສັ່ງແກ່ທູນສວັນທີ່ກຳລັງຂ້າພວກເຂົາຢູ່ນັ້ນວ່າ “ພໍແລ້ວ ເຊົາສາ” ທູດສວັນໄດ້ຢູ່ໃກ້ບ່ອນລານຟາດເຂົ້າຂອງອາຣູນນາ ຄົນເຢບຸສ 17 ເມື່ອດາວິດເຫັນທູດສວັນອົງທີ່ກຳລັງຂ້າປະຊາຊົນຢູ່ນັ້ນ ພຣະອົງກໍທູນຕໍ່ພຣະຜູ້ເປັນເຈົ້າວ່າ, “ຂ້າພຣະອົງເປັນຄົນອະທັມ ແມ່ນຂ້າພຣະອົງເອງເປັນຄົນຜິດ ຄົນທຸກຈົນເຫລົ່ານີ້ບໍ່ໄດ້ເຮັດຜິດຫຍັງຫມົດ ຂໍພຣະອົງຊົງລົງໂທດຂ້າພຣະອົງ ແລະຄອບຄົວຂອງຂ້າພຣະອົງເທີນ”
ດາວິດໄດ້ສ້າງແທ່ນບູຊາ
18 ໃນວັນດຽວກັນນັ້ນ ກາດໄດ້ໄປຫາດາວິດ ແລະທູນຕໍ່ພຣະອົງວ່າ, “ຂໍພຣະອົງຂຶ້ນໄປລານຟາດເຂົ້າຂອງອາຣູນນາ ແລ້ວສ້າງແທ່ນບູຊາຖວາຍແດ່ພຣະຜູ້ເປັນເຈົ້າທີ່ນັ້ນ” 19 ດາວິດກໍເຊື່ອຟັງຄຳສັ່ງພຣະຜູ້ເປັນເຈົ້າ ພຣະອົງຈຶ່ງເດີນທາງໄປຕາມທີ່ກາດໄດ້ທູນ 20 ເມື່ອອາຣູນນາຫລຽວລົງມາເຫັນເຈົ້າຊີວິດ ແລະພວກຂ້າຣາຊການຂອງພຣະອົງຂຶ້ນມາຫາເຂົາ ເຂົາກໍກົ້ມຂາບລົງຕໍ່ຫນ້າກະສັດດາວິດ 21 ແລະທູນຖາມວ່າ, “ຂ້າແດ່ພຣະອົງ ເປັນຫຍັງພຣະອົງຈຶ່ງມາຢູ່ນີ້” ດາວິດຕອບວ່າ, “ເຮົາມາຂໍຊື້ລານຟາດເຂົ້າຂອງເຈົ້າ ສ້າງແທ່ນບູຊາຖວາຍໃຫ້ແກພຣະຜູ້ເປັນເຈົ້າ ເພື່ອໃຫ້ໂຣກລະບາດນີ້ຫມົດສິ້ນໄປ 22 ອາຣູນນາຈຶ່ງທູນວ່າ, “ຂ້າແດ່ພຣະອົງ ເຊີນພຣະອົງເອົາໂລດ ແລະຖວາຍໃຫ້ແກ່ພຣະຜູ້ເປັນເຈົ້າຕາມທີ່ພຣະອົງຊົງຕ້ອງການ ນີ້ເດ່ ງົວສຳລັບເຜົາຖວາຍບູຊາເທິງແທ່ນບູຊາ ແລະນີ້ແມ່ນແອກ ແລະໄມ້ຟາດເຂົ້າສຳລັບໃຊ້ເຮັດຟືນ” 23 ອາຣູນນາໄດ້ມອບສິ່ງທັງຫມົດນີ້ໃຫ້ແກ່ກະສັດດາວິດ ແລະເວົ້າຕໍ່ພຣະອົງວ່າ, “ຂໍໃຫ້ພຣະຜູ້ເປັນເຈົ້າຂອງພຣະອົງຊົງຮັບເອົາເຄື່ອງຖວາຍຂອງພຣະອົງນີ້” 24 ແຕ່ເຈົ້າຊີວິດກ່າວຕອບວ່າ, “ບໍ່ ເຮົາຈະຈ່າຍເງິນໃຫ້ເຈົ້າ ເຮົາຈະເອົາສິ່ງທີ່ບໍ່ໄດ້ຊື້ມາຖວາຍບູຊາແກ່ພຣະຜູ້ເປັນເຈົ້າຂອງເຮົາບໍ່ໄດ້ ແລ້ວດາວິດກໍຊຶ້ລານຟາດເຂົ້າແລະງົວເຖິກເປັນເງິນຢູ່ຫ້າສິບເຊເກລ 25 ພຣະອົງໄດ້ສ້າງແທ່ນບູຊາຖວາຍແດ່ພຣະຜູ້ເປັນເຈົ້າຢູ່ທີ່ນັ້ນ ແລະໄດ້ຖວາຍເຄື່ອງເຜົາບູຊາ ແລະການບູຊາເພື່ອຄວາມສາມັກຄີແກ່ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າກໍຊົງຕອບຄຳອ້ອນວອນຂອງດາວິດ ໂຣກລະບາດໃນຣາຊອານາຈັກອິສຣາເອນຈຶ່ງຫມົດສິ້ນໄປ
ນາງອາບີຊາກບົວລະບັດຮັບໃຊ້ກະສັດດາວິດ
1 ກະສັດດາວິດໄດ້ເຖົ້າແກ່ຫລາຍແລ້ວ ເຖິງແມ່ນວ່າຈະຫົ່ມຜ້າໃຫ້ພຣະອົງຫລາຍຜືນກໍຍັງບໍ່ອົບອຸ່ນ 2 ດັ່ງນັ້ນ ບັນດາຂ້າຣາຊການຈຶ່ງກາບທູນພຣະອົງວ່າ, “ຂ້າແດ່ພຣະອົງ ຂໍຈົ່ງຊົງອະນຸຍາດໃຫ້ພວກຂ້າພຣະອົງໄປຊອກຫາຍິງສາວມາຢູ່ກັບພຣະອົງ ເພື່ອນາງຈະຄອຍຮັບໃຊ້ແລະບົວລະບັດພຣະອົງ ນາງຈະນອບແນບອົກພຣະອົງ ເພື່ອພຣະອົງຈະໄດ້ຮັບຄວາມອົບອຸ່ນຈາກນາງ” 3 ຄັນຊອກຍິງສາວທີ່ສວຍງາມທົ່ວທັງດີນແດນອິສຣາເອນແລ້ວ ພວກເຂົາຈຶ່ງໄດ້ພົບນາງອາບີຊາກທີ່ເມືອງຊູນາມ ແລ້ວຈຶ່ງນຳເອົານາງເຂົ້າເຝົ້າພຣະຣາຊາ 4 ເຖິງແມ່ນວ່າຍິງສາວຜູ້ນີ້ເປັນຄົນງາມທີ່ສຸດ ແລະໄດ້ບົວລະບັດຮັບໃຊ້ພຣະຣາຊາເປັນຢ່າງດີກໍຕາມ ແຕ່ພຣະອົງກໍບໍ່ໄດ້ສົມສູ່ຢູ່ຮ່ວມກັບນາງເລີຍ 5 ຝ່າຍອາໂດນີຢາ ຣາຊໂອຣົດຂອງນາງຮັກກິດ ໄດ້ຍົກຕົວເອງຂຶ້ນກ່າວວ່າ, “ເຮົາເອງຈະເປັນພຣະຣາຊາ” ແລະທ່ານໄດ້ຕຽມຣົດຮົບແລະພົນມ້າກັບພົນແລ່ນນຳຫ້າສິບຄົນໄວ້ເພື່ອຕົນເອງ 6 ແລະກະສັດດາວິດກໍບໍ່ເຄີຍໄດ້ຕຳຫນິຕິຕຽນທ່ານໃນເຣື່ອງໃດທັງຫມົດວ່າ “ເປັນຫຍັງເຈົ້າກະທຳເຊັ່ນນີ້ເຊັ່ນນັ້ນ” ທ່ານເປັນຄົນເຈົ້າຊູ້ ແລະທະເຍີທະຍານຢາກເປັນເຈົ້າຊີວິດ ເຂົາເກີດນຳຫລັງອັບຊາໂລມ 7 ທ່ານໄດ້ປຶກສາກັບໂຢອາບບຸດນາງເຊຣູຢາ ແລະກັບປະໂຣຫິດອາບີອາທາ ເຂົາທັງສອງຄົນນີ້ໄດ້ຕົກລົງສນັບສນຸນ ອາໂດມີຢາ 8 ແຕ່ປະໂຣຫິດຊາໂດກ ເບນັຍຢາບຸດເຢຮົວອາດາ ນາທານຜູ້ປະກາດພຣະທັມ ຊີເມອີ ແລະເຣອີ ພ້ອມທັງທະຫານອາຣັກຂາກະສັດດາວິດບໍ່ໄດ້ສນັບສນຸນອາໂດນີຢາເລີຍ 9 ຢູ່ມາວັນນຶ່ງ ເມື່ອອາໂດນີຢາຖວາຍ ແກະ ງົວ ແລະງົວນ້ອຍໂຕອ້ວນພີເປັນເຄື່ອງບູຊາທີ່ກ້ອນຫີນໂຊເຮເລທ ຊຶ່ງຢູ່ຂ້າງໆເອນໂຣເກນ ທ່ານໄດ້ເຊີນພວກນ້ອງທຸກຄົນແລະພວກຂ້າຣາຊການຂອງກະສັດດາວິດທີ່ມາຈາກຢູດາມາຮ່ວມສະເຫລີມສະຫລອງນຳ 10 ແຕ່ທ່ານບໍ່ໄດ້ເຊີນໂຊໂລໂມນນ້ອງຊາຍຂອງທ່ານ ນາທານຜູ້ປະກາດພຣະທັມ ເບນັຍຢາທະຫານອາຣັກຂາຂອງກະສັດດາວິດມາຮ່ວມນຳ
ນາທານ ແລະນາງບັທເຊບາເຂົ້າກາບທູນພຣະຣາຊາ
11 ແລ້ວນາທານໄດ້ທູນພຣະນາງບັທເຊບາ ພຣະມານດາຂອງໂຊໂລໂມນວ່າ, “ພຣະນາງບໍ່ຮູ້ບໍວ່າອາໂດນີຢາຣາຊໂອຣົດຂອງພຣະນາງຮັກກິດໄດ້ປະກາດຕົວເອງຂຶ້ນເປັນເຈົ້າຊີວິດ ແລະກະສັດດາວິດກໍບໍ່ຮູ້ຈັກໃນເຣື່ອງນີ້ເລີຍ 12 ຖ້າວ່າ ພຣະນາງຢາກຊ່ອຍຊີວິດຂອງຕົນເອງ ແລະຊີວິດຂອງເຈົ້າໂຊໂລໂມນຣາຊໂອຣົດຂອງພຣະນາງແລ້ວ ຂ້າພຣະອົງຂໍອອກຄວາມຄິດຄວາມເຫັນໃຫ້ພຣະນາງປະຕິບັດດັ່ງນີ້ 13 ຂໍພຣະນາງສະເດັດໄປທູນກະສັດດາວິດວ່າ “ຂ້າແດ່ພຣະຣາຊາ ບໍ່ແມ່ນພຣະອົງເອງບໍ ທີ່ສັນຍາຢ່າງເດັດດ່ຽວກັບຂ້ານ້ອຍວ່າ ໂຊໂລໂມນບຸດຊາຍຂອງຂ້ານ້ອຍຈະເປັນເຈົ້າຊີວິດແທນພຣະອົງ ແລະເປັນຫຍັງອາໂດນີຢາຈຶ່ງຂຶ້ນເປັນເຈົ້າຊີວິດ” 14 ແລະນາທານເວົ້າຕໍ່ໄປອີກວ່າ, “ໃນຂນະທີ່ພຣະນາງກຳລັງເວົ້າກັບເຈົ້າຊີວິດຢູ່ນັ້ນ ຂ້າພຣະອົງຈະຕາມພຣະນາງເຂົ້າໄປ ແລະຈະຢືນຢັນຄຳທີ່ພຣະນາງເວົ້າ” 15 ດັ່ງນັ້ນ ບັທເຊບາຈຶ່ງເຂົ້າໄປເຝົ້າພຣະຣາຊາຢູ່ໃນຫ້ອງບັນທົມ ພຣະອົງຊົງເຖົ້າຊະຣາຫລາຍແລ້ວ ແລະນາງອາບີຊາກຄົນຊູນາມກໍຄອຍຮັບໃຊ້ພຣະອົງຢູ່ທີ່ນັ້ນ 16 ນາງບັທເຊບາຄຸເຂົ່າລົງສະແດງຄວາມຈົ່ງຮັກພັກດີ ແລ້ວພຣະອົງຈຶ່ງຊົງຖາມວ່າ, “ເຈົ້າຕ້ອງການສິ່ງໃດ” 17 ພຣະນາງຈຶ່ງທູນຕອບວ່າ, “ພຣະຣາຊາຂອງຂ້ານ້ອຍ ພຣະອົງໄດ້ຊົງສັນຍາຢ່າງເດັດດ່ຽວໃນພຣະນາມຂອງພຣະຜູ້ເປັນເຈົ້າວ່າ ໂຊໂລໂມນບຸດຊາຍຂອງຂ້ານ້ອຍຈະເປັນເຈົ້າຊີວິດແທນພຣະອົງ 18 ແຕ່ດຽວນີ້ ອາໂດນີຢາເປັນເຈົ້າຊີວິດແລ້ວ ສ່ວນພຣະອົງບໍ່ຮູ້ຈັກເຣື່ອງນີ້ເລີຍ 19 ເຂົາໄດ້ຖວາຍເຄື່ອງບູຊາງົວຫລາຍໂຕ ແກະ ແລະງົວນ້ອຍໂຕອ້ວນພີ ເຂົາເຊີນຣາຊໂອຣົດທຸກຄົນຂອງພຣະອົງ ປະໂຣຫິດອາບີອາທາແລະໂຢອາບຜູ້ບັນຊາການກອງທັບມາຮ່ວມ ແຕ່ເຂົາບໍ່ໄດ້ເຊີນໂຊໂລໂມນບຸດຊາຍຂອງພຣະອົງເລີຍ 20 ຂ້າແດ່ພຣະຣາຊາຂອງຂ້ານ້ອຍ ດຽວນີ້ ຊາວອິສຣາເອນທຸກຄົນໄດ້ຊີງຊອມເບີ່ງພຣະອົງ ເພື່ອຢາກຮູ້ວ່າພຣະອົງຈະໃຫ້ຜູ້ໃດຂຶ້ນນັ່ງພຣະຣາຊບັນລັງແທນພຣະອົງ ຖ້າພຣະອົງບໍ່ປະຕິບັດໃນເຣື່ອງນີ້ 21 ເມື່ອພຣະອົງສວັນນະຄົດໄປຢູ່ນຳພວກປູ່ຍ່າຕາຍາຍຂອງພຣະອົງແລ້ວ ຂ້ານ້ອຍ ແລະບຸດຊາຍໂຊໂລໂມນຈະຕ້ອງທົນທຸກທໍຣະມານ” 22 ໃນເວລາທີ່ພຣະນາງບັທເຊບາກຳລັງເວົ້າຢູ່ນັ້ນ ນາທານກໍເຂົ້າມາ 23 ເຂົາທັງຫລາຍຈຶ່ງກາບທູນພຣະຣາຊາວ່າ, “ເບິ່ງແມ໋, ນາທານຜູ້ປະກາດພຣະທັມ” ເມື່ອນາທານເຂົ້າມາຕໍ່ພຣະພັກເຈົ້າຊີວິດເຂົາກົ້ມຂາບລົງພື້ນຖວາຍຄຳນັບພຣະຣາຊາ 24 ແລ້ວກາບທູນວ່າ, “ຂ້າແດ່ພຣະຣາຊາຂອງຂ້າພຣະອົງ ພຣະອົງໄດ້ຊົງບັນຊາວ່າ ອາໂດນີຢາຈະຂຶ້ນຄອງຣາຊສົມບັດແທນພຣະອົງແມ່ນບໍ” 25 ເພາະວ່າ ໃນວັນນີ້ເຂົາໄດ້ລົງໄປຖວາຍບູຊາງົວ ແລະແກະ ງົວນ້ອຍໂຕອ້ວນພີຈຳນວນຫລາຍໂຕ ເຂົາໄດ້ເຊີນພວກຣາຊໂອຣົດຂອງພຣະອົງ ໂຢອາບຜູ້ບັນຊາການທະຫານຂອງພຣະອົງ ແລະປະໂຣຫິດອາບີອາທາໄປຮ່ວມນຳ ດຽວນີ້ ພວກເຫລົ່ານັ້ນກຳລັງຮັບປະທານແລະດື່ມຢູ່ກັບເຂົາ ທັງພາກັນຮ້ອງຂຶ້ນວ່າ “ຂໍໃຫ້ເຈົ້າຊີວິດອາໂດນີຢາ ຈົ່ງຊົງພຣະຈະເຣີນ” 26 ແຕ່ເຂົາບໍ່ໄດ້ເຊີນຂ້າພຣະອົງ ປະໂຣຫິດຊາໂດກ ເບນັຍຢາ ແລະໂຊໂລໂມນເລີຍ ເຣື່ອງນີ້ແມ່ນພຣະອົງໄດ້ເຫັນດີນຳບໍ? 27 ພຣະອົງບໍ່ໄດ້ບອກພວກບັນດາຂ້າຣາຊການຂອງພຣະອົງຮູ້ນຳບໍວ່າ ໃຜຈະຂຶ້ນຄອງພຣະຣາຊບັນລັງແທນພຣະອົງ
ກະສັດດາວິດແຕ່ງຕັ້ງໂຊໂລໂມນ ເປັນຜູ້ຄອບຄອງຣາຊສົມບັດ
28 ແລ້ວກະສັດດາວິດ ບອກໃຫ້ເຂົາເອີ້ນພຣະນາງບັທເຊບາເຂົ້າມາ ພຣະນາງຈຶ່ງເຂົ້າເຝົ້າແລະຢືນຢູ່ຊ້ອງພຣະພັກພຣະອົງ 29 ເຈົ້າຊີວິດຈຶ່ງຊົງກ່າວຕໍ່ນາງວ່າ, “ເຮົາຂໍສັນຍາໃນພຣະນາມຂອງພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ຜູ້ຊົງໄຖ່ເຮົາອອກຈາກຄວາມທຸກລຳບາກທັງປວງ 30 ວ່າວັນນີ້ ເຮົາຂໍທຳຕາມຄຳສັນຍາທີ່ເຮົາໄດ້ມີຕໍ່ເຈົ້າ ໃນພຣະນາມພຣະຜູ້ເປັນເຈົ້າຂອງຊາວອິສຣາເອນວ່າ ໂຊໂລໂມນບຸດຊາຍຂອງເຈົ້າຈະຕ້ອງໄດ້ເປັນເຈົ້າຊີວິດ” 31 ພຣະນາງບັທເຊບາຄຸເຂົ່າກົ້ມຂາບລົງ ຖວາຍຄວາມຈົ່ງຮັກພັກດີຕໍ່ເຈົ້າຊີວິດ ແລະກ່າວວ່າ, “ຂໍໃຫ້ກະສັດດາວິດຂອງຂ້ານ້ອຍຈົ່ງຊົງພຣະຈະເຣີນ” 32 ແລ້ວກະສັດດາວິດຊົງອອກຄຳສັ່ງວ່າ, “ຈົ່ງເອີ້ນປະໂຣຫິດຊາໂດກ ນາທານຜູ້ປະກາດພຣະທັມ ແລະເບນັຍຢາມາຫາເຮົາ” ດັ່ງນັ້ນ ພວກເຂົາເຫລົ່ານີ້ກໍເຂົ້າເຝົ້າເຈົ້າຊີວິດ 33 ພຣະອົງຊົງກ່າວວ່າ, “ຈົ່ງເອົາບັນດານາຍທະຫານປະຈຳພຣະຣາຊວັງໄປນຳພວກເຈົ້າ ແລ້ວໃຫ້ບຸດຊາຍໂຊໂລໂມນຂີ່ລໍຂອງເຮົາ ພວກທ່ານຈົ່ງແຫ່ແຫນຕາມເຂົາລົງໄປຫາແມ່ນ້ຳກີໂຮນ 34 ໃນທີ່ນັ້ນປະໂຣຫິດຊາໂດກ ແລະນາທານຜູ້ປະກາດພຣະທັມເອົານ້ຳມັນຊະໂລມຫົດສົງ ແລະແຕ່ງຕັ້ງເຂົາໃຫ້ເປັນເຈົ້າຊີວິດແຫ່ງອິສຣາເອນ ແລ້ວຈົ່ງເປົ່າແກແລະຮ້ອງຂຶ້ນວ່າ, “ກະສັດໂຊໂລໂມນຈົ່ງຊົງພຣະຈະເຣີນ” 35 ເມື່ອແລ້ວໆພວກເຈົ້າຈົ່ງນຳເຂົາຂຶ້ນມານັ່ງເທິງບັນລັງ ໃຫ້ເປັນເຈົ້າຊີວິດແທນເຮົາ ເພາະວ່າເຂົາເປັນຜູ້ທີ່ເຮົາໄດ້ແຕ່ງຕັ້ງໃຫ້ເປັນຜູ້ປົກຄອງອິສຣາເອນ ແລະຢູດາ 36 ເບນັຍຢາຈຶ່ງກ່າວທູນວ່າ, “ຂໍໃຫ້ເປັນໄປດັ່ງນີ້ເຖີດ ຂໍໃຫ້ພຣະຜູ້ເປັນເຈົ້າຊົງເຫັນດີນຳໃນເຣື່ອງນີ້ 37 ພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບພຣະຣາຊາຂອງຂ້າພຣະອົງຢ່າງໃດ ຂໍພຣະອົງຊົງສະຖິດຢູ່ກັບໂຊໂລໂມນສັນນັ້ນ ແລະຂໍໃຫ້ບັນລັງຂອງໂຊໂລໂມນຍິ່ງໃຫຍ່ກວ່າຣາຊບັນລັງຂອງພຣະອົງເທີນ” 38 ຕໍ່ມາ ປະໂຣຫິດຊາໂດກ ນາທານຜູ້ປະກາດພຣະທັມ ແລະເບນັຍຢາບຸດເຢຮົວອາດາພ້ອມທັງທະຫານອາຣັກຂາຂອງກະສັດດາວິດກໍຈັດໃຫ້ໂຊໂລໂມນຂຶ້ນນັ່ງເທິງຫລັງລໍຂອງກະສັດດາວິດແລ້ວພາກັນແຫ່ຕິດຕາມທ່ານລົງໄປໃນບໍ່ນ້ຳກີໂຮນ 39 ປະໂຣຫິດຊາໂດກເອົານ້ຳມັນເຈີມມາຈາກຜ້າເຕັນສັກສິດແລ້ວຊະໂລມຫົດສົງໂຊໂລໂມນ ເມື່ອສຽງແກດັງປະຊາຊົນທຸກຄົນກໍຮ້ອງຂຶ້ນວ່າ, “ຂໍໃຫ້ກະສັດໂຊໂລໂມນຈົ່ງຊົງພຣະຈະເຣີນ” 40 ແລ້ວປະຊາຊົນກໍແຫ່ພຣະອົງຂຶ້ນມາພ້ອມທັງເປົ່າປີ່ຢ່າງມ່ວນຊື່ນ ແລະຮ້ອງໂຮ່ດັງກ້ອງກັງວານຈົນແຜ່ນດີນສັ່ນສະເທືອນ 41 ໃນຂນະທີ່ອາໂດນີຢາພ້ອມທັງແຂກທີ່ຖືກເຊີນມາກຳລັງຮັບປະທານອາຫານແລ້ວທຸກຄົນກໍໄດ້ຍິນສຽງດັງ ພໍເມື່ອໂຢອາບໄດ້ຍິນສຽງເປົ່າແກ ເຂົາຈຶ່ງຖາມຂຶ້ນວ່າ, “ສຽງທີ່ອຶກກະທຶກຄຶກໂຄມຢູ່ໃນເມືອງນັ້ນແມ່ນສຽງຫຍັງກັນ?” 42 ເວລາທີ່ເຂົາກຳລັງເວົ້າຢູ່ນັ້ນ ໂຢນາທານບຸດປະໂຣຫິດອາບີອາທາກໍມາຮອດ ອາໂດນີຢາຈຶ່ງເວົ້າວ່າ, “ເຂົ້າມາເຖີດ ເພາະເຈົ້າເປັນຄົນດີ ເຈົ້າຄົງນຳຂ່າວດີມາ“ 43 ໂຢນາທານທູນຕອບວ່າ, “ມັນບໍ່ເປັນດັ່ງນັ້ນ ກະສັດດາວິດໄດ້ແຕ່ງຕັ້ງໂຊໂລໂມນເປັນເຈົ້າຊີວິດແລ້ວ 44 ພຣະອົງສັ່ງປະໂຣຫິດຊາໂດກ ນາທານຜູ້ປະກາດພຣະທັມ ເບນັຍຢາບຸດເຢຮົວອາດາ ແລະຄົນເຄເຣ ແລະຄົນເປເຣັດ ແຫ່ແຫນໂຊໂລໂມນ ແລະພວກນີ້ໄດ້ໃຫ້ໂຊໂລໂມນຂຶ້ນນັ່ງເທິງຫລັງລໍຂອງກະສັດດາວິດ 45 ປະໂຣຫິດຊາໂດກ ແລະນາທານຜູ້ປະກາດພຣະທັມໄດ້ເອົານ້ຳມັນຊະໂລມຫົດສົງທ່ານໃຫ້ເປັນເຈົ້າຊີວິດຢູ່ທີ່ບໍ່ນ້ຳກີໂຮນ ແລ້ວທຸກຄົນໄດ້ຄືນສູ່ພຣະຣາຊວັງດ້ວຍສຽງຮ້ອງໂຮຢ່າງມ່ວນຊື່ນ ດຽວນີ້ຢູ່ໃນເມືອງກຳລັງອຶກກະທຶກຄຶກໂຄມຊຶ່ງແມ່ນສຽງທີ່ພຣະອົງຊົງໄດ້ຍິນນັ້ນແຫລະ 46 ດຽວນີ້ ໂຊໂລໂມນຊົງນັ່ງເທິງພຣະຣາຊບັນລັງແລ້ວ 47 ແລະບັນດາຂ້າຣາຊການຂອງກະສັດດາວິດ ຍັງໄດ້ຖວາຍພຣະພອນແດ່ກະສັດດາວິດວ່າ, “ຂໍພຣະເຈົ້າຊົງກະທຳໃຫ້ນາມຂອງໂຊໂລໂມນມີສະງ່າຣາສີຫລາຍກວ່າພຣະນາມຂອງເຈົ້າຊີວິດ ແລະຂໍໃຫ້ບັນລັງຂອງໂຊໂລໂມນສູງສົ່ງເຫນືອກວ່າບັນລັງຂອງພຣະອົງ” ແລ້ວກະສັດດາວິດກໍກົ້ມຂາບລົງເທິງຕຽງນອນຂອງພຣະອົງ 48 ແລະຊົງອ້ອນວອນວ່າ, “ສາທຸການແດ່ພຣະຜູ້ເປັນເຈົ້າ ຜູ້ຊົງເປັນພຣະເຈົ້າຂອງອິສຣາເອນ ເພາະໃນວັນນີ້ ພຣະອົງຊົງໂຜດໃຫ້ຜູ້ນຶ່ງໃນເຊື້ອສາຍຂອງຂ້າພຣະອົງຂຶ້ນນັ່ງເທິງບັນລັງ ແລະຊົງໃຫ້ຂ້າພຣະອົງມີຊີວິດຢູ່ຈົນໄດ້ເຫັນກັບຕາ 49 ເມື່ອໄດ້ຍິນດັ່ງນັ້ນ ແຂກທີ່ຮັບເຊີນທຸກຄົນຂອງອາໂດນີຢາກໍຢ້ານສັ່ນ ຕ່າງຄົນໄດ້ລຸກຂຶ້ນແລະແຕກຫນີໄປຕາມທາງຂອງຕົນ 50 ສ່ວນອາໂດນີຢາກໍຢ້ານໂຊໂລໂມນເຊັ່ນດຽວກັນ 51 ເຂົາໄດ້ແລ່ນໄປຈັບແຈແທ່ນບູຊາ ແລ້ວມີຄົນມາກາບທູນໂຊໂລໂມນວ່າ, “ດຽວນີ້ ອາໂດນີຢາຢ້ານກົວພຣະອົງ ແລະເຂົາກຳລັງຈັບແຈແທ່ນບູຊາທັງເວົ້າວ່າ “ກ່ອນອື່ນໃດ ຂໍໃຫ້ເຈົ້າຊີວິດໂຊໂລໂມນຊົງສາບານກັບຂ້າພະເຈົ້າວ່າ ທ່ານຈະບໍ່ປະຫານຜູ້ຮັບໃຊ້ຂອງທ່ານດ້ວຍດາບ” 52 ແລ້ວໂຊໂລໂມນຈຶ່ງຕອບວ່າ, “ຖ້າວ່າເຂົາສະແດງຕົວໄດ້ວ່າເຂົາເປັນຄົນສັດຊື່ແທ້ ແມ່ນແຕ່ຜົມເສັ້ນນຶ່ງຂອງເຂົາກໍຈະບໍ່ຖືກແຕະຕ້ອງ ແຕ່ຖ້າເຂົາຍັງຄິດຜູກພຍາບາດຢູ່ ເຂົາຈະຕ້ອງຕາຍ” 53 ແລ້ວເຈົ້າຊີວິດໂຊໂລໂມນກໍສົ່ງຄົນໄປນຳເຂົາມາຈາກແທ່ນບູຊາ ເມື່ອອາໂດນີຢາມາຮອດເຂົາກໍກົ້ມຂາບໂຊໂລໂມນ ໂຊໂລໂມນຈຶ່ງກ່າວຕໍ່ເຂົາວ່າ, “ເຈົ້າຈົ່ງກັບຄືນເມືອຫໍໂຮງຂອງເຈົ້າເທີນ”
ກະສັດດາວິດຊົງມອບຫນ້າທີ່ໃຫ້ໂຊໂລໂມນ
1 ເມື່ອກະສັດດາວິດໃກ້ຈະສິ້ນພຣະຊົນແລ້ວ ພຣະອົງຊົງຮັບສັ່ງໃຫ້ໂຊໂລໂມນເຂົ້າເຝົ້າ ແລະສັ່ງສອນວ່າ, 2 “ຄວາມຕາຍຂອງພໍ່ໄດ້ມາຮອດແລ້ວ ລູກຈົ່ງເຂັ້ມແຂງແລະຫມັ້ນໃຈໃນຕົວເອງ ຈົ່ງປະຕິບັດຕາມທີ່ພຣະຜູ້ເປັນເຈົ້າຂອງລູກຊົງສັ່ງໃຫ້ກະທຳ 3 ຈົ່ງເຊື່ອຟັງພຣະບັນຍັດ ແລະພຣະຄຳສັ່ງຂອງພຣະອົງ ຕາມທີ່ໄດ້ບັນທຶກໄວ້ໃນພຣະທັມຂອງໂມເຊ ເພື່ອວ່າເຈົ້າຈະສຳເຣັດຜົນໃນທຸກສິ່ງທີ່ເຈົ້າທຳ ແລະໃນທຸກບ່ອນທີ່ເຈົ້າໄປ 4 ຖ້າວ່າລູກປະຕິບັດຕາມພຣະຜູ້ເປັນເຈົ້າຈະຊົງຮັກສາຄຳສັນຍາທີ່ພຣະອົງຊົງໃຫ້ໄວ້ກັບພໍ່ວ່າ “ຖ້າລູກຊາຍທັງຫລາຍຂອງເຈົ້າປະພຶດຕາມຄຳສັ່ງສອນຂອງເຮົາ ແລະດຳເນີນຊີວິດຢ່າງສັດຊື່ຕໍ່ຫນ້າເຮົາດ້ວຍຄວາມສຸດອົກສຸດໃຈ ເຂົາຈະໄດ້ປົກຄອງອິສຣາເອນເປັນເວລາຍາວນານ” 5 ເຈົ້າກໍຮູ້ເຫມືອນກັນວ່າ ໂຢອາບບຸດນາງເຊຣູຢາປະຕິບັດຕໍ່ພໍ່ຢ່າງໃດ ເຂົາໄດ້ຂ້າຜູ້ບັນຊາການຂອງອິສຣາເອນສອງຄົນ ຄືອັບເນີບຸດຂອງເນີ ອາມາຊາບຸດຂອງເຢເທີ ໂດຍໄດ້ແກ້ແຄ້ນພວກເຂົາໃນເວລາທີ່ບໍ່ມີການເສິກເສືອ ເພື່ອແກ້ແຄ້ນຕ່າງຍາດພີ່ນ້ອງທີ່ຕາຍໃນສະຫນາມຮົບ ເຂົາໄດ້ຂ້າຜູ້ທີ່ບໍ່ມີຄວາມຜິດ ພໍ່ຕ້ອງຮັບຜິດຊອບຢ່າງຫນັກຕໍ່ການກະທຳຂອງເຂົາ ພໍ່ຕ້ອງທໍຣະມານຕໍ່ເຫດ
ການຢ່າງນີ້
6 ເພາະສະນັ້ນເຈົ້າຈົ່ງກະທຳໃຫ້ເຫມາະສົມຕາມປັນຍາຂອງເຈົ້າ ຢ່າປ່ອຍໃຫ້ຫົວຫງອກຂອງເຂົາລົງໄປສູ່ແດນຄົນຕາຍຢ່າງສງົບສຸກ 7 ຝ່າຍພວກບຸດຊາຍຂອງບາກຊີນລັຍ ຊາວກິເລອາດ ຈົ່ງລ້ຽງດູເຂົາດ້ວຍຄວາມເມດຕາປານີ ຈົ່ງອະນຸຍາດໃຫ້ເຂົາຮັບປະທານຮ່ວມໂຕະກັບເຈົ້າ ເພາະພວກເຂົາທຳດີຕໍ່ພໍ່ ຕອນພໍ່ປົບຫນີຈາກອັບຊາໂລມ 8 ແລະຊີເມອີບຸດຊາຍຂອງເກຣາ ຊາວເບັນຢາມິນທີ່ມາຈາກບາຮູລິມ ເຂົາໄດ້ຮ້ອງດ່າສາບແຊ່ງພໍ່ຢ່າງໃຫຍ່ ເມື່ອພໍ່ໄດ້ໄປເມືອງມາຮານາອິມ ແຕ່ຕອນພໍ່ກັບມາເຂົາໄດ້ລົງມາຕ້ອນຮັບພໍ່ທີ່ແມ່ນ້ຳຈໍແດນ ພໍ່ຈຶ່ງໄດ້ສາບານໃນພຣະນາມພຣະຜູ້ເປັນເຈົ້າວ່າພໍ່ຈະບໍ່ຂ້າເຂົາ 9 ແຕ່ເຈົ້າຄົງຮູ້ຈັກວ່າ ເຈົ້າຈະຕ້ອງທຳຢ່າງໃດ ເຈົ້າຈົ່ງຂ້າເຂົາເສັຽ”
ກະສັດດາວິດສີ້ນພຣະຊົນ
10 ແລ້ວກະສັດດາວິດກໍສິ້ນລົມຫາຍໃຈ ເຂົາຝັງສົບຂອງພຣະອົງໄວ້ທີ່ນະຄອນເຢຣູຊາເລັມ 11 ກະສັດດາວິດໄດ້ປົກຄອງຣາຊອານາຈົກອິສຣາເອນເປັນເວລາສີ່ສິບປິ ຄືພຣະອົງປະທັບທີ່ເມືອງເຮໂບຣນເຈັດປີ ແລະປະທັບທີ່ເຢຣູຊາເລັມສາມສິບສາມປີ 12 ໂຊໂລໂມນໄດ້ປະທັບເທີງພຣະຣາຊບັນລັງຂອງກະສັດດາວິດ ແລະພຣະຣາຊອຳນາດຂອງພຣະອົງກໍດຳຣົງຢູ່ຢ່າງຫມັ້ນຄົງຖາວອນ
ໂຊໂລໂມນສະຖາປະນາຣາຊອານາຈັກຂອງພຣະອົງ
13 ແລ້ວອາໂດນີຢາຣາຊໂອຣົດຂອງພຣະນາງຮັກກິດໄດ້ເຂົ້າເຝົ້າພຣະນາງບັທເຊມາພຣະຊົນນີຂອງໂຊໂລໂມນ ພຣະນາງໄດ້ຖາມວ່າ, “ເຈົ້າມາຢ່າງສັນຕິຫລື” ທ່ານທູນວ່າ, “ຢ່າງສັນຕິ” 14 ແລ້ວທ່ານທູນວ່າ, “ຂ້າພຣະອົງມີເຣື່ອງທີ່ຈະທູນຖາມ“ພຣະນາງໄດ້ຖາມວ່າ, “ຈົ່ງເວົ້າໄປເຖີດ” 15 ທ່ານຈຶ່ງທູນວ່າ, “ຝ່າພຣະບາດຊົງຊາບແລ້ວວ່າຣາຊອານາຈັກນັ້ນເປັນຂອງຂ້າພຣະອົງ ແລະວ່າບັນດາຊົນອິສຣາເອນທັງສິ້ນກໍຫມາຍໃຈວ່າ ຂ້າພຣະອົງຈະໄດ້ຄອບຄອງ ຢ່າງໃດກໍດີຣາຊອານາຈັກກໍກັບກາຍມາເປັນຂອງນ້ອງຊາຍຂອງຂ້າພຣະອົງ ເພາະເປັນຄວາມປະສົງຂອງພຣະຜູ້ເປັນເຈົ້າ 16 ບັດນີ້ ຂ້າພຣະອົງທູນຂໍແຕ່ປະການດຽວ ຂໍຢ່າໄດ້ປະຕິເສດເລີຍ” ພຣະນາງຈຶ່ງຖາມຕໍ່ທ່ານວ່າ, “ຈົ່ງເວົ້າໄປເຖີດ” 17 ແລະທ່ານທູນວ່າ, “ກະຣຸນາຂໍນຳກະສັດໂຊໂລໂມນໃຫ້ຂ້າພຣະອົງເອົານາງອາບີຊາກຍິງສາວຊາວເມືອງຊູນາມມາເປັນພັຣຍາ” 18 ນາງບັທເຊມາໄດ້ຕອບວ່າ, “ດີແລ້ວ ເຮົາຈະທູນພຣະຣາຊາແທນເຈົ້າ” 19 ພຣະນາງບັທເຊບາຈຶ່ງເຂົ້າເຝົ້າກະສັດໂຊໂລໂມນ ເພື່ອທູນພຣະອົງໃຫ້ອາໂດນີຢາ ແລະກະສັດຊົງລຸກຂຶ້ນຕ້ອນຮັບພຣະນາງ ແລະຊົງຄຳນັບພຣະນາງ ແລ້ວກໍສະເດັດປະທັບເທິງພຣະທີ່ນັ່ງຂອງພຣະອົງ ຮັບສັ່ງໃຫ້ນຳພຣະເກົ້າອີ້ມາຖວາຍພຣະມານດາ ພຣະນາງກໍສະເດັດປະທັບທີ່ເບື້ອງຂວາຂອງພຣະອົງ 20 ແລ້ວພຣະນາງທູນວ່າ, “ແມ່ຈະຂໍຈາກເຈົ້າຈັກປະການນຶ່ງ ຂໍຢ່າປະຕິເສດແມ່ເລີຍ” ແລະກະສັດທູນພຣະນາງວ່າ, “ຂໍມາເຖີດ ລູກຈະບໍ່ປະຕິເສດແມ່ເລີຍ” 21 ພຣະນາງທູນວ່າ, “ຂໍຍົກອາບີຊາກຊາວຊູນາມໃຫ້ກັບອາໂດນີຢາອ້າຍຂອງເຈົ້າໃຫ້ເປັນພັຣຍາເຖີດ” 22 ກະສັດໂຊໂລໂມນຊົງຕອບພຣະມານດາຂອງພຣະອົງວ່າ, “ເປັນຫຍັງແມ່ຈຶ່ງຂໍອາບີຊາກ ຊາວຊູນາມໃຫ້ແກ່ອາໂດນີຢາ ຫນ້າຈະຂໍອານາຈັກໃຫ້ເຂົານຳ ເພາະເຂົາເປັນອ້າຍຂອງລູກ ແລະຝ່າຍເຂົາມີປະໂຣຫິດອາບີອາທາ ແລະໂຢອາບບຸດນາງເຊຣູຢາ” 23 ແລ້ວກະສັດໂຊໂລໂມນໄດ້ສາບານໃນພຣະນາມຂອງພຣະຜູ້ເປັນເຈົ້າວ່າ, “ຖ້າຖ້ອຍຄຳນີ້ບໍ່ເປັນເຫດໃຫ້ອາໂດນີຢາເສັຽຊີວິດຂອງເຂົາແລ້ວ ກໍຂໍໃຫ້ພຣະຜູ້ເປັນເຈົ້າລົງໂທດຂ້າພຣະອົງ ແລະຍິ່ງຫນັກກວ່າ 24 ເພາະສະນັ້ນພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ສັນໃດພຣະອົງຜູ້ຊົງສະຖາປະນາຂ້າພຣະອົງໄວ້ ແລະຕັ້ງຂ້າພຣະອົງໄວ້ເທິງບັນລັງຂອງດາວິດຣາຊບິດາຂອງຂ້າພຣະອົງ ແລະຊົງຕັ້ງໄວ້ເປັນຣາຊວົງດັ່ງທີ່ພຣະອົງຊົງສັນຍາໄວ້ ອາໂດນີຢາຈະຕ້ອງຕາຍໃນວັນນີ້ສັນນັ້ນ” 25 ດັ່ງນັ້ນ ກະສັດໂຊໂລໂມນຈຶ່ງຮັບສັ່ງໃຊ້ເບນັຍຢາບຸດເຢຮົວອາດາ ເຂົາກໍໄປປະຫານຊີວິດອາໂດນີຢາເສັຽ ແລະທ່ານກໍຕາຍ 26 ສ່ວນປະໂຣຫິດອາບີອາທານັ້ນ ພຣະຣາຊາຮັບສັ່ງວ່າ, “ຈົ່ງໄປຢູ່ທີ່ອານາໂທດ ໄປສູ່ໄຮ່ນາຂອງເຈົ້າເພາະເຈົ້າຄວນທີ່ຈະຕາຍ ແຕ່ໃນເວລານີ້ເຮົາຈະບໍ່ປະຫານຊີວິດເຈົ້າ ເພາະວ່າເຈົ້າຫາມຫີບຂອງພຣະຜູ້ເປັນເຈົ້າພຣະເຈົ້າໄປຂ້າງຫນ້າດາວິດຣາຊບິດາຂອງເຣົາ ແລະເພາະເຈົ້າໄດ້ເຂົ້າສ່ວນໃນບັນດາຄວາມທຸກໃຈຂອງຣາຊບິດາຂອງເຮົາ” 27 ໂຊໂລໂມນຈຶ່ງຊົງຂັບໄລ່ອາບີອາທາເສັຽຈາກຫນ້າທີ່ປະໂຣຫິດຂອງພຣະຜູ້ເປັນເຈົ້າ ກະທຳໃຫ້ສຳເຣັດຕາມພຣະຄຳຂອງພຣະຜູ້ເປັນເຈົ້າ ຊຶ່ງພຣະອົງສັ່ງກ່ຽວກັບເຊື້ອສາຍຂອງເອລີທີ່ເມືອງຊີໂລ 28 ເມື່ອຂ່າວນີ້ຊາບໄປເຖິງໂຢອາບ ເພາະເຖິງວ່າໂຢອາບບໍ່ໄດ້ສນັບສນຸນອັບຊາໂລມ ທ່ານໄດ້ສນັບສນຸນອາໂດນີຢາ ໂຢອາບກໍຫນີໄປທີ່ເຕັນຂອງພຣະຜູ້ເປັນເຈົ້າ ແລະຈັບເຊີງຍອດແທ່ນບູຊາໄວ້ 29 ເມື່ອມີຄົນໄປກາບທູນກະສັດໂຊໂລໂມນວ່າ,“ໂຢອາບໄດ້ຫນີໄປທີ່ເຕັນຂອງພຣະຜູ້ເປັນເຈົ້າ ແລະເບີ່ງແມ໋, ເຂົາຢູ່ຂ້າງແທ່ນບູຊານັ້ນ” ໂຊໂລໂມນຮັບສັ່ງເບນັຍຢາບຸດເຢຮົວອາດາສັ່ງວ່າ, “ຈົ່ງໄປ ປະຫານຊີວິດເຂົາເສັຽ” 30 ເບນັຍຢາກໍກັບມາຍັງເຕັນຂອງພຣະຜູ້ເປັນເຈົ້າເວົ້າກັບທ່ານວ່າ, “ພຣະຣາຊາມີຮັບສັ່ງວ່າ ຈົ່ງອອກມາເຖີດ” ທ່ານຕອບວ່າ, “ບໍ່ອອກໄປ ຂ້າຈະຕາຍທີ່ນີ້” 31 ເຈົ້າຊີວິດສັ່ງຕອບເຂົາວ່າ, “ຈົ່ງກະທຳຕາມທີ່ເຂົາບອກ ຈົ່ງປະຫານເຂົາເສັຽ ແລະຝັງເຂົາໄວ້ ທັງນີ້ຈະໄດ້ເອົາໂທດຂອງຄວາມຜິດຊຶ່ງໂຢອາບໄດ້ກະທຳໃຫ້ເຂົາຕາຍໂດຍບໍ່ມີເຫດຜົນສົມຄວນນັ້ນໄປເສັຽຈາກເຣົາ ແລະຈາກເຊື້ອສາຍບິດາຂອງເຮົາ 32 ພຣະຜູ້ເປັນເຈົ້າຊົງນຳການກະທຳອັນນອງເລືອດຂອງເຂົາກັບມາຕົກເທິງຫົວຂອງເຂົາເອງ ເພາະວ່າເຂົາໄດ້ໂຈມຕີ ແລະຂ້າຊາຍສອງຄົນທີ່ຊອບທັມ ແລະດີກວ່າຕົວເຂົາດ້ວຍດາບໂດຍທີ່ດາວິດຣາຊບິດາຂອງເຮົາຫາບໍ່ໄດ້ຊົງຊາບ ຄືອັບເນີບຸດເນີ ຜູ້ບັນຊາການກອງທັບຂອງອິສຣາເອນ ແລະອາມາຊາບູດເຢເທີຜູ້ບັນຊາການກອງທັບຂອງຢູດາ 33 ດັ່ງນັ້ນທີ່ເຂົາທັງຫລາຍຕ້ອງຕາຍນັ້ນ ໂຢອາບແລະເຊື້ອສາຍຂອງເຂົາຕ້ອງຮັບຜິດຊອບເປັນນິດ ແຕ່ສ່ວນດາວິດແລະເຊື້ອສາຍຂອງພຣະອົງ ແລະຣາຊວົງຂອງພຣະອົງ ແລະຣາຊບັນລັງຂອງພຣະອົງຈະມີສວັດດີພາບຈາກພຣະຜູ້ເປັນເຈົ້າຢູ່ເປັນນິດ” 34 ແລ້ວເບນັຍຢາບຸດເຢຮົວອາດາກໍຂຶ້ນໄປປະຫານຊີວິດເຂົາເສັຽ ແລະຝັງເຂົາໄວ້ໃນບ້ານຂອງເຂົາເອງຊຶ່ງຢູ່ໃນຖິ່ນກັນດານ 35 ກະສັດໄດ້ຊົງແຕ່ງຕັ້ງເບນັຍຢາບຸດເຢຮົວອາດາເຫນືອກອງທັບແທນໂຢອາບ ແລະກະສັດກໍຊົງແຕ່ງຕັ້ງປະໂຣຫິດຊາໂດກໄວ້ໃນຕຳແຫນ່ງຂອງອາບີອາທາ 36 ແລ້ວກະສັດຊົງໃຊ້ຄົນໄປເອີ້ນຊີເມອີໃຫ້ເຂົ້າມາເຝົ້າ ແລະສັ່ງກັບເຂົາວ່າ, “ທ່ານຈົ່ງສ້າງບ້ານທີ່ໃນກູງເຢຣູຊາເລັມ ແລະອາໄສຢູ່ທີ່ນັ້ນ ຢ່າອອກຈາກທີ່ນັ້ນໄປທີ່ໃດເລີຍ 37 ເພາະໃນວັນທີ່ທ່ານອອກໄປ ແລະຂ້າມລຳທານກິດໂຣນນັ້ນ ທ່ານຈົ່ງຮູ້ເປັນແນ່ເຖີດວ່າ ທ່ານຈະຕ້ອງຕາຍ ທີ່ທ່ານຕ້ອງຕາຍນັ້ນທ່ານເອງກໍຮັບຜິດຊອບ” 38 ແລະຊີເມອີທູນພຣະຣາຊາວ່າ, “ທີ່ພຣະອົງຊົງສັ່ງນັ້ນກໍດີແລ້ວ ຜູ້ຮັບໃຊ້ຂອງພຣະອົງຈະກະທຳຕາມທີ່ພຣະຣາຊາເຈົ້ານາຍຂອງຂ້າພຣະອົງສັ່ງນັ້ນ” ແລ້ວຊີເມອີຈຶ່ງໄດ້ອາໄສຢູ່ໃນກຸງເຢຣູຊາເລັມເປັນເວລານານ 39 ເມື່ອລ່ວງໄປສາມປີກໍເກີດເຣື່ອງຂຶ້ນ ຄືທາດສອງຄົນຂອງຊີເມອີໄດ້ຫລົບຫນີໄປຍັງອາຄີສ ໂອຣົດຂອງມາອາກາກະສັດເມືອງກາດ ແລະເມື່ອເຂົາມາບອກຊີເມອີວ່າ, “ເບີ່ງແມ໋, ທາດຂອງທ່ານຢູ່ໃນເມືອງກາດ” 40 ຊີເມອີກໍລຸກຂຶ້ນຜູກອານຂີ່ລໍໄປເຝົ້າອາຄິສທີ່ເມືອງກາດ ເພື່ອຊອກຫາທາດຂອງຕົນ ຊີເມອີໄດ້ໄປນຳທາດຂອງຕົນມາຈາກເມືອງກາດ 41 ແລະເມື່ອມີຜູ້ກາບທູນໂຊໂລໂມນວ່າຊີເມອີໄດ້ໄປຈາກກຸງເຢຣູຊາເລັມເຖິງເມືອງກາດ ແລະກັບມາແລ້ວ 42 ພຣະຣາຊາກໍຊົງໃຊ້ໃຫ້ເອີ້ນຊີເມອີມາເຝົ້າ ແລະສັ່ງກັບເຂົາວ່າ, “ເຮົາໄດ້ໃຫ້ທ່ານສາບານໃນພຣະນາມຂອງພຣະຜູ້ເປັນເຈົ້າບໍ່ແມ່ນຫລື ແລະໄດ້ຕັກເຕືອນທ່ານແລ້ວວ່າ “ທ່ານຈົ່ງຮູ້ເປັນແນ່ວ່າ ໃນວັນທີ່ທ່ານອອກໄປ ບໍ່ວ່າໄປທີ່ໃດໆທ່ານຈະຕ້ອງຕາຍ” ແລະທ່ານກໍໄດ້ຕອບເຮົາວ່າ “ທີ່ພຣະອົງສັ່ງນັ້ນກໍດີແລ້ວ ຂ້າພຣະອົງຈະເຊື່ອຟັງ” 43 ເປັນຫຍັງທ່ານຈຶ່ງບໍ່ຮັກສາຄຳສາບານໄວ້ຕໍ່ພຣະຜູ້ເປັນເຈົ້າແລະຮັກສາຄຳບັນຊາຊຶ່ງເຮົາໄດ້ກຳຊັບທ່ານນັ້ນ” 44 ພຣະຣາຊາສັ່ງກັບຊີເມອີວ່າ, “ທ່ານເອງຮູ້ເຣື່ອງເຫດຮ້າຍທັງສິ້ນ ຊຶ່ງທ່ານໄດ້ກະທຳຕໍ່ດາວິດຣາຊບິດາຂອງເຮົາ ເພາະສະນັ້ນພຣະຜູ້ເປັນເຈົ້າຈະຊົງນຳເຫດຮ້າຍມາສນອງເຫນືອຫົວຂອງທ່ານເອງ 45 ແຕ່ກະສັດໂຊໂລໂມນຈະໄດ້ຮັບພຣະພອນ ແລະພຣະທີ່ນັ່ງຂອງດາວິດຈະຕັ້ງຫມັ້ນຄົງຕໍ່ພຣະຜູ້ເປັນເຈົ້າເປັນນິດ 46 ແລ້ວພຣະຣາຊາຊົງບັນຊາເບນັຍຢາບຸດເຢຮົວອາດາ ແລະເຂົາກໍອອກໄປປະຫານຊີວິດຊີເມອີເສັຽ ດັ່ງນັ້ນຣາຊອານາຈັກກໍຕັ້ງຫມັ້ນຄົງຢູ່ໃນພຣະຫັດຂອງໂຊໂລໂມນ
ໂຊໂລໂມນຊົງອະພິເສກສົມຣົດ ກັບທິດາກະສັດຟາຣາໂອ
1 ໂຊໂລໂມນໄດ້ຜູກສຳພັນທະໄມຕຣີກັນກັບເຈົ້າຊີວິດຟາຣາໂອແຫ່ງເອຢິບ ໂດຍໄດ້ແຕ່ງງານກັບຣາຊທິດາຂອງພຣະອົງແລະພານາງໄປຢູ່ທີ່ເມືອງຂອງດາວິດ ຈົນເທົ່າພຣະອົງສ້າງພຣະຣາຊວັງຂອງພຣະອົງເອງ ສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະກຳແພງອ້ອມເມືອງເຢຣູຊາເລັມສຳເຣັດ 2 ໃນເວລານັ້ນບ່ອນນະມັສການພຣະນາມຂອງພຣະຜູ້ເປັນເຈົ້າຍັງບໍ່ທັນໄດ້ສ້າງຂຶ້ນເທື່ອ ປະຊາຊົນຈຶ່ງຍັງຖວາຍບູຊາຢູ່ຕາມແທ່ນບູຊາຕ່າງໆຢູ່ 3 ໂຊໂລໂມນຮັກພຣະຜູ້ເປັນເຈົ້າ ແລະຕິດຕາມຄຳສັ່ງສອນຂອງກະສັດດາວິດຜູ້ເປັນບິດາ ແຕ່ວ່າທ່ານຍັງໄດ້ຖວາຍເຄື່ອງບູຊາ ແລະເຄື່ອງຫອມຢູ່ຕາມແທ່ນບູຊາຕ່າງໆເຊັ່ນດຽວ 4 ວັນນຶ່ງ ເຈົ້າຊີວິດໂຊໂລໂມນໄດ້ສະເດັດໄປເມືອງກີເບໂອນ ເພື່ອຖວາຍເຄື່ອງສັຕບູຊາຢູ່ທີ່ນັ້ນ ເພາະເປັນສະຖານທີ່ສູງສຸດທີ່ສຳຄັນທີ່ໂຊໂລໂມນໄດ້ຖວາຍເຄື່ອງເຜົາບູຊາພັນໂຕຖວາຍຢູ່ເທິງແທ່ນນັ້ນ 5 ຢູ່ທີ່ເມືອງກີເບໂອນໃນຕອນກາງຄືນ ພຣະຜູ້ເປັນເຈົ້າຊົງປາກົດທາງຄວາມຝັນໃຫ້ໂຊໂລໂມນເຫັນ ແລະຊົງກ່າວວ່າ, “ເຈົ້າຕ້ອງການຫຍັງຈາກເຮົາ” 6 ໂຊໂລໂມນທູນຕອບວ່າ, “ພຣະອົງຊົງສະແດງຄວາມເມດຕາອັນຍິ່ງໃຫຍ່ແກ່ກະສັດດາວິດບິດາຂອງຂ້າພຣະອົງຜູ້ຮັບໃຊ້ຂອງພຣະອົງ ເມື່ອຄາວທ່ານດຳເນີນຊີວິດດ້ວຍຄວາມສັດຊື່ ຍຸດຕິທັມ ແລະມີຈິດໃຈຊື່ຕົງຕໍ່ພຣະອົງ ພຣະອົງຊົງມີຄວາມກະຣຸນາອັນຍິ່ງໃຫຍ່ຕໍ່ທ່ານ ໂດຍຍິນຍອມໃຫ້ບຸດຊາຍຂອງທ່ານຂຶ້ນນັ່ງບັນລັງໃນວັນນີ້ 7 ຂ້າແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພຣະອົງ ດຽວນີ້ພຣະອົງຊົງໃຫ້ຂ້າພຣະອົງເປັນເຈົ້າຊີວິດແທນບິດາຂອງຂ້າພຣະອົງ ທັງໆທີ່ຂ້າພຣະອົງຍັງຫນຸ່ມຢູ່ ແລະບໍ່ມີຄວາມຊຳນິຊຳນານດ້ານການປົກຄອງ 8 ຂ້າໃຊ້ຂອງພຣະອົງໄດ້ໃຊ້ຊີວິດໃນຖ້າມກາງໄພ່ພົນທີ່ພຣະອົງຊົງເລືອກໄວ້ ເປັນຊົນຊາດໃຫຍ່ມີຈຳນວນຄົນຫລວງຫລາຍຈົນບໍ່ອາດນັບໄດ້ 9 ຂ້າພຣະອົງຢາກປົກຄອງໄພ່ພົນຂອງພຣະອົງຢ່າງຍຸດຕິທັມ ແລະຖືກຕ້ອງ ສະນັ້ນຂໍພຣະອົງຊົງປະທານຄວາມສລຽວສລາດໃຫ້ຂ້າພຣະອົງແດ່ທ້ອນ ບໍ່ດັ່ງນັ້ນຂ້າພຣະອົງຈະບໍ່ອາດສາມາດປົກຄອງປະຊາຊົນຂອງພຣະອົງຈຳນວນຫລວງຫລາຍຢ່າງນີ້ໄດ້ 10 ຄຳຮ້ອງຂໍຂອງໂຊໂລໂມນພໍພຣະທັຍພຣະຜູ້ເປັນເຈົ້າ 11 ພຣະເຈົ້າຈຶ່ງຊົງກ່າວວ່າ, “ຍ້ອນເຈົ້າບໍ່ໄດ້ຂໍຊີວິດຍືນຍາວ ບໍ່ໄດ້ຂໍຄວາມຮັ່ງມີ ຫລືຂໍຊີວິດຂອງສັດຕຣູແຕ່ວ່າເຈົ້າໄດ້ທູນຂໍຄວາມສລຽວສລາດໃນການປົກຄອງ 12 ເຮົາຈະໃຫ້ຕາມທີ່ເຈົ້າທູນຂໍ ເຮົາຈະໃຫ້ເຈົ້າມີຄວາມຄິດສລຽວສລາດຢ່າງທີ່ບໍ່ມີໃຜເຄີຍມີມາກ່ອນ ແລະຈະບໍ່ມີໃຜມີຄືເຈົ້າອີກ 13 ສິ່ງທີ່ເຈົ້າບໍ່ໄດ້ຂໍ ເຮົາກໍຈະເພີ້ມຕື່ມໃຫ້ແກ່ເຈົ້າ ເຊັ່ນຄວາມຮັ່ງມີ ແລະສະງ່າຣາສີຕລອດຊົ່ວຊີວິດຂອງເຈົ້າ ຊຶ່ງບໍ່ມີເຈົ້າຊີວິດອົງໃດມີເຫມືອນເຈົ້າ 14 ຖ້າວ່າເຈົ້າເຊື່ອຟັງເຮົາ ແລະຖືຮັກສາຂໍ້ບັນຍັດແລະຄຳສັ່ງຂອງເຮົາ ເຫມືອນດັ່ງດາວິດຜູ້ເປັນບິດາຂອງເຈົ້າໄດ້ປະຕິບັດມາ ເຣົາຈະໃຫ້ເຈົ້າມີຊີວິດຍືນຍາວຢູ່ຕໍ່ໄປ” 15 ແລ້ວໂຊໂລໂມນກໍຮູ້ເມືອ ຈຶ່ງຮູ້ວ່າພຣະຜູ້ເປັນເຈົ້າຊົງກ່າວຕໍ່ທ່ານທາງຄວາມຝັນ ຈາກນັ້ນ ພຣະອົງໄດ້ກັບຄືນເມືອນະຄອນເຢຣູຊາເລັມ ແລ້ວຢືນຢູ່ຕໍ່ຫນ້າຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າ ພຣະອົງໄດ້ເຜົາຖວາຍເຄື່ອງບູຊາ ແລະການບູຊາເພື່ອຄວາມສາມັກຄີ ທັງໄດ້ຈັດງານກິນລ້ຽງຢ່າງໃຫຍ່ໂຕສຳລັບຂ້າຣາຊການທຸກຄົນຂອງພຣະອົງ
ໂຊໂລໂມນຕັດສີນຄວາມຢ່າງຍຸດຕິທັມ
16 ຢູ່ມາ ມີຍິງໂສເພນີສອງຄົນເຂົ້າມາເຝົ້າເຈົ້າຊີວິດໂຊໂລໂມນ 17 ຍິງຄົນນຶ່ງຈຶ່ງກາບທູນວ່າ, “ຂ້າແດ່ພຣະຣາຊາ ຍິງຄົນນີ້ແລະຂ້າພຣະອົງຢູ່ເຮືອນຫລັງດຽວກັນ ໃນຂນະທີ່ຂ້ານ້ອຍຄອດລູກເຂົາກໍຢູ່ທີ່ນັ້ນ 18 ຫລັງຈາກຂ້ານ້ອຍຄອດລູກໄດ້ສາມວັນແລ້ວ ຍິງຄົນນີ້ກໍຄອດລູກເຫມືອນກັນ ພວກຂ້ານ້ອຍຢູ່ນຳກັນພຽງສອງຄົນເທົ່ານີ້ ແລະບໍ່ມີໃຜຢູ່ໃນເຮືອນນຳພວກຂ້ານ້ອຍເລີຍ 19 ຢູ່ມາຄືນນຶ່ງ ຍິງຜູ້ນີ້ໄດ້ນອນເຕັງລູກຈົນລູກຕາຍ 20 ແລ້ວໃນຕອນທ່ຽງຄືນ ຂນະທີ່ຂ້ານ້ອຍຍັງນອນຫລັບຢູ່ ເຂົາໄດ້ລຸກຂຶ້ນໄປອູ້ມເອົາລູກຊາຍຂອງຂ້ານ້ອຍຫນີຈາກຂ້ານ້ອຍ ແລະເອົາໄປໄວ້ໃນຕຽງນອນຂອງເຂົາ ແລ້ວເອົາລູກຊາຍຂອງເຂົາທີ່ຕາຍແລ້ວນັ້ນມາໃສ່ຕຽງໃຫ້ຂ້ານ້ອຍ 21 ພໍຕື່ນເຊົ້າມາ ເວລາຂ້ານ້ອຍລຸກຂຶ້ນເອົານົມໃຫ້ລູກນ້ອຍກິນ ຂ້ານ້ອຍກໍເຫັນວ່າລູກຂ້ານ້ອຍໄດ້ຕາຍເສັຽແລ້ວ ຂ້ານ້ອຍຈຶ່ງສັງເກດເບິ່ງຄັກໆຈຶ່ງຮູ້ວ່າເດັກນ້ອຍທີ່ຕາຍນັ້ນບໍ່ແມ່ນລູກຂອງຂ້ານ້ອຍເລີຍ 22 ແລ້ວຍິງຜູ້ສອງເວົ້າຂຶ້ນວ່າ, “ບໍ່ແມ່ນຜູ້ຍັງແມ່ນລູກຂ້ອຍ ແລະຜູ້ຕາຍແມ່ນລູກເຈົ້າ” ຍິງຜູ້ທຳອິດກໍເວົ້າຕອບວ່າ, “ບໍ່ແມ່ນດອກ ຜູ້ຕາຍແມ່ນລູກເຈົ້າ ຜູ້ຍັງແມ່ນລູກຂ້ອຍ” ທັງສອງໄດ້ຖົກຖຽງກັນຊ້ອງພຣະພັກເຈົ້າຊີວິດ 23 ສ່ວນເຈົ້າຊີວິດໂຊໂລໂມນຈຶ່ງເວົ້າວ່າ, “ແຕ່ລະຄົນໃນພວກເຈົ້າຕ່າງກໍພາກັນທ້ວງວ່າ ຜູ້ຍັງເປັນລູກຂອງຕົນເອງ ແລະຜູ້ຕາຍເປັນລູກຂອງຄົນອື່ນ 24 ເຈົ້າຊີວິດຊົງກ່າວຕໍ່ໄປອີກວ່າ, “ດັ່ງນັ້ນ ຈົ່ງໄປເອົາດາບມາໃຫ້ເຮົາ ແລ້ວເຂົາກໍນຳເອົາດາບນັ້ນມາວາງໄວ້ຕໍ່ພຣະພັກພຣະອົງ 25 ເຈົ້າຊີວິດຈຶ່ງສັ່ງວ່າ, “ຈົ່ງຕັດເດັກນ້ອຍທີ່ຍັງນັ້ນອອກເປັນສອງທ່ອນ ແລະເອົາແບ່ງໃຫ້ຍິງສອງຄົນນີ້ຜູ້ລະທ່ອນ” 26 ຍິງຜູ້ເປັນແມ່ແທ້ຂອງເດັກນ້ອຍນັ້ນ ໄດ້ມີຄວາມສົງສານລູກຂອງຕົນເຫລືອຫລາຍ ຈຶ່ງໄດ້ກາບທູນເຈົ້າຊີວິດວ່າ, “ຂ້າແດ່ພຣະຣາຊາຂອງຂ້ານ້ອຍ ຖ້າພຣະອົງຊົງກະຣຸນາ ຈົ່ງເອົາເດັກນ້ອຍນັ້ນໃຫ້ເຂົາເສັຽເທີນ ຂ້ານ້ອຍຂໍພຽງສິ່ງດຽວຄືຢ່າຂ້າມັນ ແຕ່ຜູ້ທີ່ສອງເວົ້າວ່າ, “ຈົ່ງຕັດມັນສາເພື່ອມັນຈະບໍ່ໄດ້ເປັນລູກຂອງຜູ້ໃດ” 27 ແລ້ວເຈົ້າຊີວິດຈຶ່ງຕັດສີນວ່າ, “ຢ່າຂ້າເດັກນ້ອຍນັ້ນ ຈົ່ງເອົາມັນໃຫ້ຍິງຜູ້ທີ່ນຶ່ງສາ ເພາະເຂົາເປັນແມ່ທີ່ແທ້ຈີງຂອງມັນ” 28 ຊາວອິສຣາເອນທຸກຄົນໄດ້ຍິນຄຳຕັດສີນຂອງເຈົ້າໂຊໂລໂມນ ພວກເຂົາກໍເຕັມໄປດ້ວຍຄວາມເຄົາຣົບນັບຖືພຣະອົງຢ່າງເລິກຊື້ງ ເພາະພວກເຂົາຮູ້ວ່າພຣະຜູ້ເປັນເຈົ້າຊົງປະທານສິດປັນຍາໃຫ້ແກ່ພຣະອົງ ເພື່ອພິຈາຣະນາຕັດສິນຢ່າງຍຸດຕິທັມ
ຂ້າຣາຊການແລະເຈົ້າຫນ້າທີ່ຂອງໂຊໂລໂມນ
1 ເຈົ້າໂຊໂລໂມນເປັນກະສັດເຫນືອອິສຣາເອນທັງສິ້ນ 2 ແລະຄົນຕໍ່ໄປນີ້ເປັນຂ້າຣາຊການຜູ້ໃຫຍ່ຂອງພຣະອົງ ຄື ອາຊາຣິຢາບຸດຊາໂດກເປັນປະໂຣຫິດ 3 ເອລີໂຣເຣັຟ ແລະອາຮີຢາບຸດຊີຊາເປັນຣາຊເລຂາ ເຢໂຮຊາຟັສບຸດອາຮີລູດເປັນເຈົ້າກົມສາຣະບັນ 4 ເບນັຍຢາບຸດເຢຮົວອາດາ ເປັນຜູ້ບັນຊາການກອງທັບ ຊາໂດກ ແລະອາບີອາທາເປັນປະໂຣຫິດ 5 ອາຊາຣີຢາບຸດນາທານເປນຫົວຫນ້າຂ້າຫລວງ ຊາບຸດບຸດນາທານເປັນປະໂຣຫິດ ແລະເປັນພຣະສະຫາຍຂອງພຣະຣາຊາ 6 ອາຮີຊາຣ໌ເປັນເຈົ້າກົມວັງ ແລະອາໂດນີຣາມບຸດອັບດາເປັນຜູ້ຄວບຄຸມຄົນທີ່ທຳງານໂຍທາ (ຜູ້ຄວບຄຸມແຮງງານ) 7 ໂຊໂລໂມນຊົງມີຂ້າຫລວງສິບສອງຄົນຢູ່ເຫນືອອິສຣາເອນທັງປວງ ເປັນຜູ້ຈັດຫາສະບ່ຽງອາຫານສຳລັບພຣະຣາຊາ ແລະສຳລັບພຣະຣາຊສຳນັກ ຂ້າຫລວງຄົນນຶ່ງຈັດຫາສະບ່ຽງອາຫານສຳລັບເດືອນນື່ງໃນນຶ່ງປີ 8 ຕໍ່ໄປນີ້ເປັນຊື່ຂອງເຂົາຄື ເບນເຮີ ປະຈຳແດນເທືອກເຂົາເອຟຣາອິມ 9 ເບນເດເຄີ ປະຈຳໃນມາກັສ ແລະໃນຊາອັນບີມ ເບັດເຊມັສ ແລະເອໂລນເບັດຮານານ 10 ເບນເຮເສດ ປະຈຳໃນອາຣຸບໂບດ (ໂຊໂກ ແລະແຜ່ນດີນເຮເຟີຂຶ້ນຢູ່ກັບເຂົາ) 11 ເບນອາບີນາດາບ ປະຈຳໃນນາຟາທໂດຮ໌ທັງຫມົດ (ເຂົາມີຕາຟັທທິດາຂອງໂຊໂລໂມນເປັນພັຣຍາ) 12 ບາອານາບຸດອາຮິລູດ ປະຈຳໃນຕາອານັກ ເມກິດໂດ ແລະເບັດເຊອານທັງຫມົດຊຶ່ງຢູ່ຂ້າງເຊເຣທານທາງທິດໃຕ້ເມືອງເຢສເຣເອນ ແລະຕັ້ງແຕ່ເບັດເຊອານເຖິງອາເບນເມໂຮລາໄປຈົນເຖິງທິດເຫນືອຂອງໂຢກເມອາມ 13 ເບນເກີເບີ ປະຈຳໃນຣາໂມທກິເລອາດ (ເຂົາມີຊົນນະບົດທັງຫລາຍຂອງຢາອີຣ໌ບຸດມານັສເຊ ຊຶ່ງຢູ່ໃນກິເລອາດ ແລະເຂົາມີທ້ອງຖິ່ນອາຣ໌ໂກບ ຊຶ່ງຢູ່ໃນບາຊານ ຫົວເມືອງໃຫຍ່ຫົກສິບຫົວເມືອງຊຶ່ງມີກຳແພງເມືອງ ແລະດານ ທອງສຳຣິດຂຶ້ນຢູ່ກັບເຂົາ) 14 ອາຮີນາດາບບຸດອິດໂດ ປະຈຳໃນມາຮານາອິມ 15 ອາຮີມາອັສ ປະຈຳໃນເນັຟທາລີ (ທ່ານກໍເຫມືອນກັນໄດ້ບາເຊມັທທິດາຂອງໂຊໂລໂມນເປັນພັຣຍາ) 16 ບາອານາບຸດຮູຊັຍ ປະຈຳໃນອາເຊີ ແລະເບອາໂລທ 17 ເຢໂຮຊາຟັດບຸດປາຣູອາ ປະຈຳໃນອິສຊາຄາ 18 ຊີເມອີບຸດເອລາ ປະຈຳໃນເບັນຢາມິນ 19 ເກເບີບຸດອູຣີ ປະຈຳໃນແຜ່ນດີນກິເລອາດ ແຜ່ນດີນໃນຊີໂຮນກະສັດຂອງຄົນອາໂມຣິດ ແລະຂອງໂອກກະສັດແຫ່ງເມືອງບາຊານ ມີຂ້າຫລວງຄົນດຽວທີ່ປະຈຳໃນແຜ່ນດີນນັ້ນ
ພຣະສະຕິປັນຍາ ແລະຄວາມມັ່ງຄັ່ງຂອງໂຊໂລໂມນ
20 ຄົນຢູດາແລະຄົນອິສຣາເອນນັ້ນມີຈຳນວນຫລວງຫລາຍດັ່ງເມັດຊາຍຕາມຊາຍທະເລ ເຂົາທັງຫລາຍກິນແລະດື່ມແລະມີຈິດໃຈມ່ວນຊື່ນ 21 ແລະໂຊໂລໂມນຊົງປົກຄອງເຫນືອຣາຊອານາຈັກທັງສີ້ນ ຕັ້ງແຕ່ແມ່ນ້ຳຢູຟຣາດໄປຈົນເຖິງແຜ່ນດີນຟີລິສຕີນ ແລະເຖິງເຂດແດນເອຢິບ ເຂົາທັງຫລາຍຖວາຍສ່ວຍອາກອນ ແລະບົວລະບັດໂຊໂລໂມນຕລອດວັນເວລາແຫ່ງພຣະຊົນຊີພຂອງພຣະອົງ 22 ສະບ່ຽງອາຫານສຳລັບໂຊໂລໂມນໃນວັນນຶ່ງນັ້ນ ຄືຍອດແປ້ງສາມສິບໂກຣ໌ ແລະແປ້ງຫົກສິບໂກຣ໌ 23 ງົວອ້ວນສິບໂຕ ງົວຈາກທົ່ງຫຍ້າຊາວໂຕ ແກະນຶ່ງຮ້ອຍໂຕ ນອກຈາກນີ້ມີກວາງໂຕເຖິກ ຊີ້ນມັ່ງ ໂອງ ແລະໄກ່ 24 ເພາະພຣະອົງຊົງຄອບຄອງເຫນືອທ້ອງຖິ່ນທັງສີ້ນຟາກຕາເວັນຕົກຂອງເແມ່ນ້ຳເອີຟຣາດ ຕັ້ງ ແຕ່ຕິຟຊາຈົນເຖິງກາຊາ ແລະຊົງຄອບຄອງເຫນືອບັນດາກະສັດທີ່ຢູ່ຟາກຕາເວັນຕົກຂອງແມ່ນ້ຳເອີຟຣາດນັ້ນ ແລະພຣະອົງຊົງມີສັນຕິພາບຢູ່ທຸກດ້ານຮອບພຣະອົງ 25 ຢູດາ ແລະອິສຣາເອນກໍຢູ່ຢ່າງປອດພັຍ ທຸກຄົນກໍນັ່ງຢູ່ໃຕ້ຮົ່ມຊຸ່ມອະງຸ່ນ ແລະໃຕ້ຕົ້ນຫມາກເດື່ອຂອງຕົນ ຕັ້ງແຕ່ເມືອງດານຈົນເຖິງເມືອງເບເອີເຊບາຕລອດວັນເວລາຂອງໂຊໂລໂມນ 26 ໂຊໂລໂມນຍັງມີຄອກຂັງມ້າດ່ຽວອີກສີ່ຫມື່ນສຳລັບຣົດຮົບຂອງພຣະອົງ ແລະພົນມ້ານຶ່ງຫມື່ນສອງພັນຄົນ 27 ແລະບັນດາຂ້າຫລວງເຫລົ່ານັ້ນກໍຈັດສະບ່ຽງອາຫານສົ່ງກະສັດໂຊໂລໂມນ ແລະເພື່ອທຸກຄົນທີ່ມາຍັງໂຕະສະເວີຍຂອງກະສັດໂຊໂລໂມນ ຕ່າງກໍສົ່ງຂອງຕາມເດືອນຂອງຕົນ ເຂົາທັງຫລາຍບໍ່ໃຫ້ສີ່ງນຶ່ງສິ່ງໃດຂາດໄປເລີຍ 28 ທັງເຂົ້າບເລ ແລະຟາງເຂົ້າສຳລັບມ້າປະຈຳຣົດ ແລະສຳລັບໃຫ້ສັດໃຊ້ໃນບ່ອນຕ່າງໆ ຕາມທີ່ໄດ້ມີຣັບສັ່ງແກ່ທຸກຄົນ 29 ແລະພຣະຜູ້ເປັນເຈົ້າຊົງປະທານສະຕິປັນຍາ ແລະຄວາມເຂົ້າໃຈແກ່ໂຊໂລໂມນຢ່າງເຫລືອປະມານ ທັງພຣະທັຍອັນກວ້າງຂວາງດຸດດັ່ງທະເລຊາຍທີ່ຊາຍທະເລ 30 ແລະສະຕິປັນຍາຂອງໂຊໂລໂມນລ້ຳກວ່າສະຕິປັນຍາທັງສີ້ນຂອງຊາວຕາເວັນອອກ ແລະກວ່າບັນດາສະຕິປັນຍາຂອງເອຢິບ 31 ເພາະພຣະອົງຊົງມີສະຕິປັນຍາສລາດກວ່າຄົນອື່ນທຸກຄົນ ຊົງສລາດກວ່າ ເອທານຕະກູນເອັສຣາ ແລະເຮມານ ກັນໂກນ ແລະດາຣ໌ດາ ບັນດາບຸດຂອງມາໂຮນ ແລະພຣະນາມຂອງກໍເລື່ອງລືໄປໃນທຸກປະຊາຊາດທີ່ຢູ່ອ້ອມຮອບ 32 ພຣະອົງກ່າວສຸພາສິດ ສາມພັນຂໍ້ດ້ວຍ ແລະບົດເພງຂອງພຣະອົງມີນຶ່ງພັນຫ້າບົດ 33 ພຣະອົງກ່າວເຖິງຕົ້ນໄມ້ຕັ້ງແຕ່ຕົ້ນສົນສີດາ ຊຶ່ງຢູ່ໃນເລບານອນ ຈົນເຖິງຕົ້ນຫູສົບຊຶ່ງງອກອອກມາຈາກກຳແພງ ພຣະອົງກ່າວເຖິງສັດປ່າດ້ວຍ ທັງບັນດານົກແລະສັດເລື້ອຍຄານແລະປາ 34 ແລະຄົນມາຈາກຊົນຊາດທັງຫລາຍ ເພື່ອຟັງສະຕິປັນຍາຂອງໂຊໂລໂມນ ແລະມາຈາກບັນດາພຣະຣາຊາແຫ່ງແຜ່ນດີນໂລກ ຜູ້ໄດ້ຍິນເຖິງສະຕິປັນຍາຂອງພຣະອົງ
ການຕຽມສ້າງພຣະວິຫານ
1 ເມື່ອຮີຣາມກະສັດເມືອງຕີເຣໄດ້ຍິນຂ່າວ ໂຊໂລໂມນຖືກຫົດສົງດ້ວຍນ້ຳມັນຊະໂລມ ແລະແຕ່ງຕັ້ງໃຫ້ເປັນເຈົ້າຊີວິດແທນບິດາແລ້ວ ທ່ານກໍສົ່ງທູດໄປຫາພຣະອົງ ເພາະວ່າຮີຣາມ ແລະດາວິດເຄີຍເປັນເພື່ອນດີຕໍ່ກັນຕລອດມາ 2 ສ່ວນໂຊໂລໂມນຈຶ່ງສົ່ງຂ່າວໄປບອກເຈົ້າຮີຣາມດັ່ງນີ້ວ່າດັ່ງນີ້ວ່າ, 3 “ພຣະອົງກໍຮູ້ຢູ່ແລ້ວວ່າກະສັດດາວິດບິດາຂອງຂ້າພະເຈົ້າບໍ່ສາມາດສ້າງພຣະວິຫານສຳລັບນະມັສການພຣະຜູ້ເປັນເຈົ້າຂອງທ່ານໄດ້ ເພາະວ່າມີສັດຕຣູກໍ່ກຳທຳເສິກຕໍ່ທ່ານຢູ່ຮອບດ້ານ ຈົນພຣະຜູ້ເປັນເຈົ້າໄດ້ໃຫ້ທ່ານຊະນະສັດຕຣູທັງຫມົດຂອງທ່ານ 4 ແຕ່ວ່າດຽວນີ້ ພຣະຜູ້ເປັນເຈົ້າຊົງໃຫ້ຂ້າພະເຈົ້າມີຄວາມສງົບສຸກທົ່ວປະເທດ ບໍ່ມີສັດຕຣູ ບໍ່ມີການທຳລາຍ 5 ສະນັ້ນ ຂ້າພະເຈົ້າຈຶ່ງມີແຜນການສ້າງພຣະວິຫານສຳລັບນະມັສການພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ຕາມທີ່ພຣະອົງຊົງສັນຍາໄວ້ກັບກະສັດດາວິດບິດາຂອງຂ້າພະເຈົ້າວ່າ “ລູກຊາຍຂອງເຈົ້າຜູ້ທີ່ເຮົາຈະໃຫ້ຂຶ້ນນັ່ງບັນລັງແທນເຈົ້ານັ້ນ ຈະເປັນຜູ້ສ້າງພຣະວິຫານສຳລັບນະມັສການເຮົາ” 6 ດັ່ງນັ້ນ ຂໍພຣະອົງຈົ່ງຊົງພຣະກະຣຸນາສົ່ງຄົນຂອງພຣະອົງມາຍັງພູເລບານອນ ເພື່ອຕັດໄມ້ສົນໃຫ້ຂ້າພະເຈົ້າ ຂ້າພະເຈົ້າຈະຈ່າຍຄ່າແຮງງານໃຫ້ຄົນຂອງພຣະອົງຕາມທີ່ພຣະອົງຊົງເຫັນດີ ພຣະອົງກໍຮູ້ຢູ່ແລ້ວວ່າຄົນຂອງຂ້າພະເຈົ້າບໍ່ມີໃຜຊ່າງຕັດຕົ້ນໄມ້ເຫມືອນຄົນຂອງພຣະອົງ” 7 ເມື່ອຮີຣາມໄດ້ຍິນຖ້ອຍຄຳຂອງໂຊໂລໂມນ ພຣະອົງກໍຊົມຊື່ນຍິນດີ ແລະກ່າວວ່າ, “ຂໍພຣະຜູ້ເປັນເຈົ້າຈົ່ງເປັນທີ່ຍ້ອງຍໍສັນລະເສີນ ພຣະອົງຊົງປະທານໃຫ້ເຈົ້າຊີວິດດາວິດ ມີຣາຊໂອຣົດສລາດຫລັກແຫລມໃນການປົກຄອງປະຊາຊົນອັນຫລວງຫລາຍນີ້” 8 ແລະເຈົ້າຮີຣາມກໍສົ່ງຂ່າວໄປບອກເຈົ້າໂຊໂລໂມນວ່າ, “ຂ້າພະເຈົ້າໄດ້ຮັບຂ່າວຂອງພຣະອົງແລ້ວ ສ່ວນຂ້າພະເຈົ້າຈະໃຫ້ທຸກສິ່ງຕາມທີ່ຕ້ອງການ ຂ້າພະເຈົ້າຈະຈັດຫາໄມ້ສົນ ແລະໄມ້ແປກນັ້ນ 9 ຄົນໃຊ້ຂອງຂ້າພະເຈົ້າຈະນຳໄມ້ເຫລົ່ານີ້ ມາຈາກພູເລບານອນລົງສູ່ທະເລ ເຂົາຈະມັດມັນເປັນແພລ່ອງຕາມທະເລ ໄປຍັງບ່ອນທີ່ພຣະອົງຄາດຄະເນໄວ້ ເມື່ອຮອດບ່ອນດັ່ງກ່າວຂ້າພະເຈົ້າຈະໃຫ້ເຂົາແກ້ມັດອອກ ແລະພຣະອົງກໍຈະເອົາໄມ້ເຫລົ່ານີ້ໄປ ສ່ວນພາຣະຂອງພຣະອົງຂໍໃຫ້ຈັດຫາອາຫານການກິນສຳລັບຄົນຂອງຂ້າພະເຈົ້າ” 10 ຮີຣາມຈຶ່ງຈັດສົ່ງໄມ້ສົນແລະໄມ້ແປກທັງຫມົດຕາມທີ່ໂຊໂລໂມນຕ້ອງການ 11 ຝ່າຍໂຊໂລໂມນກໍສົ່ງເຂົ້າບເລສອງຫມື່ນໂກຣ໌ (ເຈັດພັນໂຕນ) ພ້ອມທັງນ້ຳມັນສົດຊາວໂກຣ໌ (ສີ່ຮ້ອຍໂຕນ) ເພື່ອໄປລ້ຽງພວກໃນວັງຂອງຮີຣາມ ໂຊໂລໂມນຈັດສົ່ງໃຫ້ຮີຣາມທຸກໆປີ 12 ພຣະຜູ້ເປັນເຈົ້າຊົງປະທານສະຕິປັນຍາແກ່ໂຊໂລໂມນ ຕາມທີ່ພຣະອົງຊົງສັນຍາໄວ້ກັບທ່ານ ໂຊໂລໂມນກັບຮີຣາມກໍຜູກສຳພັນທະໄມຕຣີ ແລະທຳຄຳສັນຍາໄວ້ຕໍ່ກັນເປັນຢ່າງດີ 13 ກະສັດໂຊໂລໂມນໄດ້ຮວບຮວມຄົນງານທົ່ວທັງອິສຣາເອນ ເພື່ອເປັນກຳລັງໃນການເຮັດວຽກ ຈຳນວນແຮງງານທີ່ເກນມາມີສາມຫມື່ນຄົນ 14 ພຣະອົງຊົງແຕ່ງຕັ້ງອາໂດນີຣາມເປັນຜູ້ກຳກັບພວກເຂົາ ພຣະອົງໄດ້ຜັດປ່ຽນຄົນເຫລົ່ານີ້ໄປມາທີ່ພູເລບານອນເດືອນນຶ່ງມີນຶ່ງຫມື່ນຄົນ ພວກເຂົາຢູ່ພູເລບານອນນຶ່ງເດືອນ ແລະກັບຄືນມາຢູ່ບ້ານສອງເດືອນ 15 ກະສັດໂຊໂລໂມນຍັງມີພວກຕັດຫີນຢູ່ເທິງພູແປດສິບພັນຄົນ ແລະພວກຂົນຫີນເຈັດສິບພັນຄົນ 16 ນອກຈາກນີ້ຍັງມີພວກຂ້າຣາຊການປົກຄອງເປັນຜູ້ດູແລວຽກການສາມພັນສາມຮ້ອຍຄົນ ເພື່ອກຳກັບຄົນງານເຮັດວຽກ 17 ຕາມຄຳຮັບສັ່ງຂອງເຈົ້າຊີວິດ ພວກເຂົາໄດ້ຂຸດເອົາຫີນກ້ອນໃຫຍ່ໆ ເພື່ອເອົາໄປວາງເປັນຮາກຖານຂອງພຣະວິຫານ 18 ຄົນງານຂອງກະສັດໂຊໂລໂມນ ແລະຄົນງານຂອງກະສັດຮີຣາມ ແລະຊາວເກບານໄດ້ຕັດໄມ້ ແລະກ້ອນຫີນໂຮມກັນໄວ້ ເພື່ອກໍ່ສ້າງພຣະວິຫານ
ກະສັດໂຊໂລໂມນສ້າງພຣະວິຫານ
1 ໃນປີທີ່ສີ່ຣ້ອຍແປດສິບ ຫລັງຈາກພວກອິສຣາເອນອອກຈາກປະເທດເອຢິບ ຊຶ່ງເປັນປີທີ່ສີ່ທີ່ໂຊໂລໂມນຂຶ້ນປົກຄອງອິສຣາເອນ ໃນເດືອນຊີຟ ຊຶ່ງເປັນເດືອນທີ່ສອງ ເຈົ້າຊີວິດໂຊໂລໂມນໄດ້ຕັ້ງຕົ້ນສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ 2 ຂ້າງພຣະວິຫານມີລວງຍາວຫົກສິບສອກ ລວງກວ້າງຊາວສອກ ແລະສູງສາມສິບສອກ 3 ຫ້ອງທາງເຂົ້າກວ້າງຊາວສອກ ແລະເລິກເຂົ້າໄປຮອດຫ້ອງກາງສິບສອກ 4 ພຣະອົງໄດ້ທຳຂອບໃສ່ປ່ອງຢ້ຽມ ແລະທຳລີກໄມ້ໃສ່ 5 ພຣະອົງສ້າງຫ້ອງແຖວຕິດຝາພຣະວິຫານ ອ້ອມຫ້ອງກາງແລະຫ້ອງສັກສິດທີ່ສຸດ ພຣະອົງໄດ້ສ້າງຫ້ອງລ່ວງຫາກັນອ້ອມຮອບທີ່ນັ້ນ 6 ຫ້ອງລຸ່ມກວ້າງຫ້າສອກ ຫ້ອງຊັ້ນກາງກວ້າງຫົກສອກ ແລະຊັ້ນທີ່ສາມກວ້າງເຈັດສອກ ທາງດ້ານອ້ອມຮອບຝາພຣະວິຫານຂ້າງນອກ ທ່ານໄດ້ສ້າງເປັນພັກເພື່ອບໍ່ໃຫ້ໄມ້ຂາງຂອງຫ້ອງແຖວສອດເຂົ້າໃນຝາ 7 ຫີນທີ່ນຳມາສ້າງພຣະວິຫານນີ້ ໄດ້ຈັດຕຽມຮຽບຮ້ອຍມາແຕ່ບ່ອນຂຸດດີນພຸ້ນ ດັ່ງນັ້ນໃນຂນະທີ່ກຳລັງກໍ່ສ້າງຢູ່ຈີ່ງບໍ່ໄດ້ຍິນສຽງຄ້ອນຕີ ສຽງເຫລັກແກະຈີ້ມ ຫລືເຫລັກຫລາຍຢ່າງໃດຫມົດ 8 ສ່ວນທາງເຂົ້າເບື້ອງຂວາພຣະວິຫານ ມີຂັ້ນໄດວຽນຂຶ້ນໄປຫາຫ້ອງຊັ້ນກາງ ແລະຂຶ້ນຕໍ່ໄປຫາຫ້ອງຊັ້ນສາມກໍເຊັ່ນດຽວກັນ 9 ພຣະອົງໄດ້ໃຊ້ໄມ້ສົນທຳເພດານ ແລ້ວພຣະອົງໄດ້ສ້າງພຣະວິຫານສຳເຣັດລົງ 10 ຫ້ອງແຖວອ້ອມພຣະວິຫານຊຶ່ງມີຮາວສູງຊັ້ນລະຫ້າສອກ ໄດ້ມີທ່ອນໄມ້ສົນແນບຕິດໃສ່ຝາພຣະວິຫານ 11 ແລ້ວພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂຊໂລໂມນວ່າ, 12 “ກ່ຽວກັບຫໍໂຮງທີ່ເຈົ້າກຳລັງສ້າງຢູ່ນີ້ ຖ້າເຈົ້າທຳຕາມຂໍ້ຄໍາສັ່ງຂອງເຮົາ ເຊື່ອຟັງກົດລະບຽບຂອງເຮົາ ແລະປະຕິບັດຕາມພຣະບັນຍັດຂອງເຮົາຢ່າງສັດຊື່ ເຮົາຈະໃຫ້ເຈົ້າໄດ້ຮັບຕາມຄຳສັນຍາທີ່ເຮົາໄດ້ທຳໄວ້ກັບບິດາຂອງເຈົ້າ 13 ຄື ເຮົາຈະຢູ່ນຳພວກໄພ່ພົນອິສຣາເອນຂອງເຮົາ ໃນພຣະວິຫານທີ່ເຈົ້າກໍາລັງສ້າງຢູ່ນີ້ ແລະເຮົາຈະບໍ່ປະຖີ້ມພວກເຂົາຈັກເທື່ອ 14 ເຈົ້າໂຊໂລໂມນໄດ້ສ້າງພຣະວິຫານຕໍ່ໄປຈົນສຳເຣັດ 15 ພຣະອົງໄດ້ເອົາໄມ້ສົນແອ້ມຝາທາງໃນ ຕັ້ງແຕ່ພື້ນພຣະວິຫານຈົນຈຸເພດານ ແລະພື້ນພຣະວິຫານກໍປູດ້ວຍໄມ້ແປກ 16 ທາງດ້ານໃນສຸດ ພຣະອົງເອົາໄມ້ສົນແອ້ມແຕ່ພື້ນຈົນຈຸເພດານ ຫ້ອງນີ້ແທກໄດ້ຊາວສອກ ພຣະອົງໄດ້ກະຫ້ອງນີ້ໄວ້ເປັນບ່ອນສັກສິດທີ່ສຸດ 17 ຕົວພຣະວິຫານຄືຫ້ອງໂຖງຊຶ່ງຢູ່ສ່ວນຫນ້າ ຫ້ອງຫລັງນັ້ນຍາວໄດ້ສີ່ສິບສອກ 18 ຫ້ອງນີ້ແອ້ມດ້ວຍໄມ້ສົນທີ່ແກະສລັກເອ້ຄວັດລາຍເປັນຮູບນ້ຳເຕົ້າ ແລະຮູບດອກໄມ້ ດັ່ງນັ້ນຝານັ້ນຈຶ່ງມີແຕ່ໄມ້ສົນໂດຍບໍ່ເຫັນກ້ອນຫີນເລີຍ 19 ພຣະອົງສ້າງຫ້ອງສັກສິດທີ່ສຸດໃນພຣະວິຫານເປັນບ່ອນບັນຈຸຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າ 20 ຫ້ອງນີ້ຍາວຊາວສອກ ກວ້າງຊາວສອກ ແລະສູງຊາວສອກ ພຣະອົງໄດ້ໂອບທອງຄຳບໍຣິສຸດໃສ່ທົ່ວທັງຫ້ອງນີ້ ພຣະອົງໄດ້ສ້າງແທ່ນບູຊາດ້ວຍໄມ້ສົນ 21 ແລະໂຊໂລໂມນຊົງໂອບຂ້າງໃນພຣະວິຫານໂອບດ້ວຍທອງຄຳ ແລະມີໂສ້ຄຳຜູກຜ່ານທາງຫນ້າຫ້ອງສັກສິດທີ່ສຸດ 22 ພຣະອົງໄດ້ເອົາທອງຄຳໂອບທົ່ວທັງຫມົດວິຫານ ຈົນພຣະວິຫານນັ້ນສຳເຣັດທັງສີ້ນ ແທ່ນບູຊາທັງແທ່ນທີ່ເປັນຂອງຫ້ອງຄັງ ພຣະອົງກໍຊົງເຄືອບດ້ວຍທອງຄຳ 23 ທາງໃນຫ້ອງສັກສິດທີ່ສຸດ ພຣະອົງໄດ້ສ້າງຮູບເຊຣູບິມ ດ້ວຍໄມ້ຫມາກກອກຊຶ່ງສູງສິບສອກ 24 ປີກແຕ່ລະຂ້າງຂອງຮູບເຊຣູບິມຍາວຫ້າສອກ ນັບແຕ່ສົ້ນປີກຊ້າຍຫາສົ້ນປີກຂວາຍາວສິບສອກ 25 ຮູບເຊຣູບິມອົງນຶ່ງອີກກໍແທກໄດ້ສິບສອກຄືກັນ ຮູບທັງສອງອົງແຕ່ລະຮູບໄດ້ເທົ່າກັນ 26 ແລະມີຮູບຮ່າງລັກສນະຢ່າງດຽວກັນ ລວງສູງຂອງແຕ່ລະຮູບກໍເທົ່າກັນ 27 ພຣະອົງເອົາຮູບເຊຣູບິມໄວ້ໃຈກາງຫ້ອງສັກສິດທີ່ສຸດ ປີກເບື້ອງນຶ່ງຂອງເຊຣູບິມແຕ່ລະອົງໄດ້ເດ່ອອກຈຸຝາ ແລະປີກເບື້ອງນຶ່ງກໍເດ່ຈຸກັນ 28 ຮູບເຊຣູບິມນີ້ໂອບດ້ວຍທອງຄຳ 29 ພຣະອົງຊົງສລັກຝາຂອງພຣະວິຫານໂດຍຮອບ ດ້ວຍຮູບແກະສລັກເປັນຮູບເຊຣູບິມ ແລະຕົ້ນຕານ ແລະດອກໄມ້ບານທັງຂ້າງໃນ ແລະຂ້າງນອກ 30 ພື້ນຂອງພຣະວິຫານນັ້ນ ພຣະອົງຊົງໂອບດ້ວຍທອງຄຳທັງຂ້າງໃນ ແລະຂ້າງນອກ 31 ສຳລັບທາງເຂົ້າສູ່ຫ້ອງຫລັງ ພຣະອົງຊົງສ້າງປະຕູດ້ວຍໄມ້ຫມາກກອກຂອບປະຕູເບື້ອງເທິງ ແລະວົງກົບປະຕູຮວມເຂົ້າເປັນຮູບຫ້າຫລ່ຽມ 32 ພຣະອົງຊົງສ້າງບານປະຕູທັງສອງດ້ວຍໄມ້ຫມາກກອກແກະຮູບເຊຣູບິມຕົ້ນອິນພລັມ ແລະດອກໄມ້ບານຊົງໂອບດ້ວຍທອງຄຳ ພຣະອົງຊົງແຜ່ທອງຄຳຫຸ້ມເຊຣູບິມ ແລະຫຸ້ມຕົ້ນຕານ 33 ພຣະອົງຊົງສ້າງວົງກົບປະຕູທາງເຂົ້າຫ້ອງໂຖງດ້ວຍໄມ້ຫມາກກອກເປັນຮູບສີ່ຫລ່ຽມ 34 ແລະປະຕູສອງບານດ້ວຍໄມ້ແປກ ບານສອງບານຂອງບານປະຕູນຶ່ງກໍຫມຸນໄດ້ 35 ພຣະອົງຊົງແກະເຊຣູບິມຕົ້ນຕານ ແລະດອກໄມ້ບານບົນບານປະຕູນັ້ນ ແລະພຣະອົງຊົງໂອບດ້ວຍທອງຄຳສມ່ຳສເມີກັບທັງງານແກະສລັກນັ້ນ 36 ພຣະອົງຊົງສ້າງລານພາຍໃນດ້ວຍກໍາແພງຫີນສະກັດສາມຊັ້ນ ແລະດ້ວຍໄມ້ສົນຊັ້ນນຶ່ງ 37 ໃນປີທີ່ສີ່ກໍໄດ້ວາງຮາກພຣະວິຫານຂອງພຣະຜູ້ເປັນເຈົ້າ ໃນເດືອນຊິຟ 38 ແລະໃນປີທີ່ສິບເອັດໃນເດືອນບູນ ຊຶ່ງເປັນເດືອນທີ່ແປດ ພຣະວິຫານນັ້ນກໍສຳເຣັດຫມົດທຸກໆສ່ວນ ແລະສຳເຣັດຕາມຣາຍການທັງສີ້ນ ພຣະອົງຊົງສ້າງພຣະວິຫານນັ້ນເຈັດປີ
ສີ່ງກໍ່ສ້າງອື່ນໆຂອງໂຊໂລໂມນ
1 ໂຊໂລໂມນຊົງສ້າງພຣະຣາຊວັງຂອງພຣະອົງສິບສາມປີ ແລະພຣະອົງຊົງໃຫ້ພຣະຣາຊວັງຂອງພຣະອົງສຳເຣັດທັງສີ້ນ 2 ພຣະອົງຊົງສ້າງຫ້ອງໂຖງແຫ່ງດົງເລບານອນ ຍາວນຶ່ງຮ້ອຍສອກແລະກວ້າງຫ້າສິບສອກ ແລະສູງສາມສິບສອກຢູ່ເທິງເສົາໄມ້ສົນສີດາສີ່ແຖວ ມີຄານໄມ້ສົນສີດາຢູ່ເທິງເສົາ 3 ຊັ້ນເທິງມຸງດ້ວຍໄມ້ສົນສີດາ ເທິງຫ້ອງຊຶ່ງຢູເທິງເສົາສີ່ສິບຫ້າຫ້ອງແຖງລະສິບຫ້າຫ້ອງ 4 ມີຂອບຫນ້າຕ່າງສາມແຖບ ຫນ້າຕ່າງຢູ່ກົງຂ້າມຫນ້າຕ່າງທັງສາມແຖວ 5 ປະຕູແລະຫນ້າຕ່າງທັງຫມົດມີຂອບສີ່ຫລ່ຽມ ແລະຫນ້າຕ່າງກໍຢູ່ກົງຂ້າມຫນ້າຕ່າງທັງສາມແຖວ 6 ແລະພຣະອົງຊົງສ້າງຫ້ອງໂຖງເສົາຫານ ຍາວຫ້າສິບສອກ ແລະກວ້າງສາມສິບສອກ ມີມຸກດ້ານຫນ້າປະກອບດ້ວຍເສົາຫານ ແລະມີຫລັງຄາຂ້າງຫນ້າ 7 ແລະພຣະອົງຊົງສ້າງຫ້ອງໂຖງພຣະທີ່ນັ່ງ ເປັນທີ່ຊຶ່ງພຣະອົງຊົງໃຫ້ຄຳພິພາກສາ ຄືຫ້ອງໂຖງ ຄືຫ້ອງໂຖງພິນິດຈັຍ ກໍທຳສຳເຣັດດ້ວຍໄມ້ສົນສີດາ ຕັ້ງແຕ່ພື້ນຈົນເຖິງເພດານ 8 ພຣະຣາຊວັງຂອງພຣະອົງ ຊຶ່ງພຣະອົງຈະຊົງປະທັບຢູ່ທີ່ລານອີກແຫ່ງນຶ່ງຫລັງຫ້ອງໂຖງ ກໍກະທຳດ້ວຍຝີມືຊ່າງຢ່າງດຽວກັນ ໂຊໂລໂມນໄດ້ຊົງສ້າງວັງເຫມືອນຫ້ອງໂຖງນີ້ສຳລັບຣາຊທິດາຂອງຟາຣາໂອ ຊຶ່ງພຣະອົງໄດ້ມາເປັນມະເຫສີ 9 ທັງສີ້ນເຫລົ່ານີ້ສ້າງດ້ວຍຫີນອັນມີຄ່າສະກັດອອກມາຕາມຂນາດ ໃຊ້ເລື່ອຍເລື່ອຍທັງດ້ານຫລັງແລະດ້ານຫນ້າຕັ້ງແຕ່ຖານເຖິງຍອດຝາ ແລະມີຕັ້ງແຕ່ຂ້າງນອກເຖິງລານໃຫຍ່ 10 ຖານນັ້ນທຳດ້ວຍຫີນມີຄ່າ ຫີນກ້ອນໃຫຍ່ຂະຫນາດແປດ ແລະສິບສອກ 11 ຂ້າງເທິງກໍເປັນຫີນມີຄ່າ ສະກັດອອກມາຕາມຂະຫນາດແລະໄມ້ສົນສີດາ 12 ກຳແພງລານໃຫຍ່ມີຫີນສະກັດສາມຊັ້ນໂດຍຮອບ ແລະໄມ້ສົນສີດາຊັ້ນນຶ່ງ ລານຊັ້ນໃນຂອງພຣະວິຫານຂອງພຣະຜູ້ເປັນເຈົ້າກໍມີເຫມືອນກັນທັງມຸກພຣະວິຫານດ້ວຍ
ງານທີ່ຮີຣາມສ້າງໃນພຣະວິຫານ
13 ພຣະຣາຊາໂຊໂລໂມນຊົງໃຊ້ຄົນໃຫ້ນຳຮີຣາມມາຈາກເມືອງຕີເຣ 14 ທ່ານເປັນບຸດຊາຍຂອງຍິງຫມ້າຍເຜົ່າເນັຟທາລີ ແລະບິດາຂອງທ່ານເປັນຊາຍຊາວເມືອງຕີເຣ ເປັນຊ່າງທອງສຳຣິດ ແລະທ່ານປະກອບດ້ວຍສະຕິປັນຍາ ຄວາມເຂົ້າໃຈ ແລະຝີມືທີ່ຈະທຳງານທຸກຢ່າງດ້ວຍທອງສໍາຣິດ ທ່ານມາເຝົ້າພຣະຣາຊາໂຊໂລໂມນ ແລະທຳງານທັງສີ້ນຂອງພຣະອົງ 15 ທ່ານໄດ້ທຳເສົາຫານທອງສຳຣິດສອງເສົາ ເສົາຫານຕົນນຶ່ງສູງສິບແປດສອກ ວັດຂະຫນາດເສັ້ນຮອບຕົ້ນທີ່ສອງໄດ້ສິບສອງສອກ 16 ທ່ານທຳບົວຄວ່ຳຫົວເສົາສອງອັນດ້ວຍທອງສຳຣິດຫລໍ່ ເພື່ອຈະວາງໄວ້ເທິງຍອດເສົາ ບົວຄວ່ຳຫົວເສົາອັນນຶ່ງສູງຫ້າສອກ ແລະຄວາມສູງຂອງບົວຄວ່ຳຫົວເສົາອີກອັນນຶ່ງກໍຫ້າສອກ 17 ແລ້ວມີຕາຂ່າຍເປັນຕາຫມາກຣຸກດ້ວຍມາລັຍໂສ້ສຳລັບບົວຄວ່ຳທີ່ຢູ່ເທິງຫົວເສົາ ເຈັດອັນສຳລັບບົວຄວ່ຳອັນນຶ່ງ ແລະເຈັດອັນສຳລັບບົວຄວ່ຳອີກອັນນຶ່ງ 18 ທ່ານທຳຮູບຫມາກພິລາທຳນອງດຽວກັນ ມີສອງແຖງລ້ອມທັບຕາຂ່າຍຜືນນຶ່ງ ເພື່ອຄຸມບົວຄວ່ຳທີ່ຢູ່ຍອດເສົາຫານ ແລະທ່ານກໍທຳເຊັ່ນດຽວກັນ ສຳລັບບົວຄວ່ຳອີກອັນນຶ່ງ 19 ຝ່າຍບົວຄວ່ຳຊຶ່ງເທິງຍອດເສົາຫານທີ່ຢູ່ໃນມຸກນັ້ນເປັນດອກບົວຂະຫນາດສີ່ສອກ 20 ບົວຄວ່ຳຂອງຢູ່ບົນເສົາຫານສອງຕົ້ນນັ້ນ ແລະຢູ່ເຫນືອຄີ້ວຊຶ່ງຢູ່ຖັດຕໍ່ຕາຂ່າຍດ້ວຍ ມີຫມາກພິລາສອງຮ້ອຍຫມາກຢູ່ລ້ອມຮອບເປັນສອງແຖວ ບົວຄວ່ຳອີກອັນນຶ່ງກໍມີເຫມືອນກັນ 21 ທ່ານຕັ້ງເສົາໄວ້ທີ່ມຸກພຣະວິຫານ ທ່ານຕັ້ງເສົາຂ້າງຂວາໄວ້ ແລະເອີ້ນຊື່ວ່າ ຢາຄີນ ແລະທ່ານຕັ້ງເສົາຂ້າງຊ້າຍໄວ້ເອີ້ນຊື່ວ່າ ໂບອັສ 22 ແລະເທິງຍອດເສົານັນເປັນລາຍດອກບົວ ງານຂອງເສົາກໍສຳເຣັດດັ່ງນີ້ແຫລະ 23 ແລ້ວທ່ານໄດ້ຫລໍ່ຂັນ ເປັນຂັນກົມ ວັດຈາກຂອບນຶ່ງໄປເຖິງອີກຂອບນຶ່ງໄດ້ສິບສອກ ສູງຫ້າສອກ ແລະວັດໂດຍຮອບໄດ້ສາມສິບສອກ 24 ໃຕ້ຂອບເປັນຮູບຫມາກນ້ຳເຕົ້າລະຍະສິບສອກ ຢູ່ຮອບຂັນຫມາກນ້ຳເຕົ້າຢູ່ສອງແຖວ ຫລໍ່ພ້ອມກັບເມື່ອຫລໍ່ຂັນ 25 ຂັນນັ້ນວາງຢູ່ເທິງງົວສິບສອງໂຕ ຫັນຫນ້າໄປທິດເຫນືອສາມໂຕ ຫັນຫນ້າໄປທິດຕາເວັນຕົກສາມໂຕ ຫັນຫນ້າໄປທິດໃຕ້ສາມໂຕ ຫັນຫນ້າໄປທິດຕາເວັນອອກສາມໂຕ ເຂົາວາງຂັນຢູ່ເທິງງົວ ສ່ວນຫລັງທັງຫມົດຂອງງົວຢູ່ດ້ານໃນ 26 ຂັນຫນານຶ່ງຄືບ ທີ່ຂອບຂອງຂັນທຳເຫມືອນຂອບຖ້ວຍເຫມືອນຢ່າງດອກບົວບັນຈຸໄດ້ສອງພັນບັທ 27 ທ່ານທຳແທ່ນທອງສຳຣິດສິບອັນ ແທ່ນອັນນຶ່ງຍາວສີ່ສອກ ກວ້າງສີ່ສອກ ສູງສາມສອກ 28 ທ່ານສ້າງແທ່ນຢ່າງນີ້ ແທ່ນນີ້ມີແຜງ ແຜງນີ້ຝັງຢູ່ໃນຂອບ 29 ເທິງແຜງທີ່ຝັງຢູ່ໃນຂອບນັ້ນມີຮູບສີງ ງົວ ແລະເຊຣູບິມ ຂ້າງເທິງຂອບທີ່ຢູ່ເຫນືອ ແລະໃຕ້ສີງແລະງົວ ມີລວດລາຍເປັນມາລັຍຝີຄ້ອນ 30 ນອກຈາກນີ້ ແທ່ນນຶ່ງໆມີລໍ້ທອງສຳຣິດສີ່ລໍ້ ແລະມີເພົາທອງສຳຣິດ ທີ່ແຈທັງສີ່ມີທີ່ຄ້ຳ ຂັນທີ່ຄ້ຳອັນນຶ່ງຫລໍ່ມີມາລັຍຫ້ອຍຂ້າງໆທຸກຂ້າງ 31 ຊ່ອງເປີດຢູ່ໃນບົວຫງາຍ ຊຶ່ງສູງຂື້ນໄປນຶ່ງສອກ ຊ່ອງເປີດນັ້ນກົມຢ່າງທີ່ເຂົາທຳເຊີງຮອງ ເລິກນຶ່ງສອກຄືບ ຕົງຊ່ອງເປີດມີລາຍສລັກ ແລະແຜງນັ້ນກໍສີ່ຫລ່ຽມບໍ່ກົມ 32 ລໍ້ທັງສີ່ຢູ່ໃຕ້ແຜງ ເພົາລໍ້ນັ້ນເປັນສິ້ນດຽວກັບແທ່ນ ລໍ້ອັນນຶ່ງສູງນຶ່ງສອກຄືບ 33 ລໍ້ນັ້ນເຂົາທຳເຫມືອນລໍ້ຣົດຮົບ ທັງເພົາ ຂອບລໍ້ ກຳ ແລະດຸມກໍຫລໍ່ 34 ແທ່ນນຶ່ງໆມີທີ່ຄ້ຳຢູ່ທີ່ແຈທັງສີ່ ທີ່ຄ້ຳນີ້ຫລໍ່ເປັນສິ້ນດຽວກັບແທ່ນ 35 ທີ່ເທິງຍອດແທ່ນມີແຖບຍອດສູງຄືບນຶ່ງ ແລະເທິງຍອດແທ່ນນັ້ນມີຂອບ ແລະແຜງຕິດເປັນອັນດຽວກັນແທ່ນ 36 ທີ່ພຶ້ນຂອບ ແລະພື້ນແຜງ ທ່ານສລັກເປັນຮູບເຊຣູບິມ ສີງ ແລະຕົ້ນຕານ ຕາມທີ່ວ່າງຂອງແຕ່ລະສິ່ງມີລາຍມາລັຍຮອບ 37 ທ່ານໄດ້ທຳແທ່ນສິບແທ່ນຕາມຢ່າງນີ້ຫລໍ່ເຫມືອນກັນຫມົດທຸກອັນ ຂະຫນາດດຽວກັນແລະຮູບດຽວກັນ 38 ທ່ານທຳຂັນທອງສຳຣິດສິບຫນ່ວຍ ຂັນຫນ່ວຍນຶ່ງບັນຈຸສີ່ສິບບັທ ຂະຫນາດຂັນຫນ່ວຍນຶ່ງສີ່ສອກ ມີຂັນແທ່ນລະຫນ່ວຍທັງສິບແທ່ນ 39 ທ່ານວາງແທ່ນຂັນນັ້ນໄວ້ ທາງດ້ານຂວາຂອງພຣະວິຫານຫ້າແທ່ນ ແລະທາງດ້ານຊ້າຍຂອງ ພຣະວິຫານຫ້າແທ່ນ ແລະທ່ານວາງຂັນໄວ້ທີ່ດ້າຍຂວາພຣະວິຫານທາງທິດຕາເວັນອອກສຽງໃຕ້ 40 ຮີຣາມໄດ້ທຳຫມໍ້ ຊວ້ານ ແລະຖ້ວຍ ດັ່ງນັ້ນຮີຣາມກໍສຳເຣັດງານທັງສີ້ນຊຶ່ງເຂົາຕ້ອງກະທຳຖວາຍກະສັດໂຊໂລໂມນສຳລັບພຣະວິຫານຂອງພຣະຜູ້ເປັນເຈົ້າ 41 ເສົາຫານສອງຕົ້ນ ຄີ້ວທັງສອງຂອງບົວຄວ່ຳທີ່ຢູ່ເທິງຍອດເສົາຫານ ແລະຕາຂ່າຍສອງຜືນ ຊຶ່ງຄຸມຄີ້ວທັງສອງຂອງບົວຄວ່ຳຊຶ່ງຢູ່ເທິງຍອດເສົາຫານ 42 ແລະຫມາກພິລາສີ່ຮ້ອຍສຳລັບຕາຂ່າຍສອງຜືນ ຕາຂ່າຍຜືນນຶ່ງມີຫມາກພິລາສອງແຖວ ເພື່ອຄຸມຄີ້ວທັງສອງຂອງບົວຄວ່ຳຊຶ່ງຢູ່ເທິງເສົາຫານ 43 ແທ່ນສິບແທ່ນ ແລະຂັນສິບຫນ່ວຍຊຶ່ງຢູ່ເທິງແທ່ນ 44 ແລະຂັນຫນ່ວຍນຶ່ງ ແລະງົວສິບສອງໂຕທີ່ຢູ່ໃຕ້ຂັນ 45 ຫມໍ້ ຊວ້ານ ແລະຖ້ວຍ ພາຊນະທັງສີ້ນເຫລົ່ານີ້ໃນພຣະວິຫານຂອງຜູ້ເປັນເຈົ້າ ຊຶ່ງຮີຣາມໄດ້ທຳຖວາຍກະສັດໂຊໂລໂມນເປັນຂອງທີ່ທຳດ້ວຍທອງສຳຣິດຂັດມັນ 46 ພຣະຣາຊາຊົງຫລໍ່ສີ່ງເຫລົ່ານີ້ໃນລຸ່ມແມ່ນ້ຳຈໍແດນ ແລະໃນທີ່ໂຮງຫລອມລະຫວ່າງເມືອງຊຸກໂກດ ແລະຊາເຣທານ 47 ໂຊໂລໂມນບໍ່ໄດ້ຊັ່ງເຄື່ອງໃຊ້ທັງຫມົດນີ້ ເພາະວ່າມີຈຳນວນຫລວງຫລາຍ ຈຶ່ງບໍ່ໄດ້ນ້ຳຫນັກຂອງທອງສຳຣິດ 48 ໂຊໂລໂມນໄດ້ຊົງກະທຳເຄື່ອງໃຊ້ທັງສີ້ນຊື່ງຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ຄືແທ່ນບູຊາທອງຄຳ ແລະຊົງທຳໂຕະເຂົ້າຈີ່ຫນ້າພຣະພັກດ້ວຍທອງຄຳ 49 ໂຕະຮອງຕີນໂຄມທອງຄຳບໍຣິສຸດ ຢູ່ທາງດ້ານຂວາຫ້າອັນ ຢູ່ທາງດ້ານຊ້າຍຫ້າອັນ ຂ້າງຫນ້າຫ້ອງຫລັງ ດອກໄມ້ ຕະກຽງ ແລະຄີມ ທຳດ້ວຍທອງຄຳ 50 ຖ້ວຍ ມີດຕັດຕັດໃສ້ຕະກຽງ ຊາມ ຖ້ວຍສຳລັບເຄື່ອງຫອມ ບ່ວງ ແລະກະຖາງໄຟ ທຳດ້ວຍທອງຄຳ ແລະບານພັບສຳລັບປະຕູຂອງສ່ວນຊັ້ນໃນພຣະວິຫານຄືບ່ອນສັກສິດທີ່ສຸດ ແລະສຳລັບປະຕູຫ້ອງໂຖງຂອງພຣະວິຫານ ກໍທຳດ້ວຍທອງຄຳ 51 ບັນດາກິຈການຊຶ່ງພຣະຣາຊາໂຊໂລໂມນກະທຳກ່ຽວດ້ວຍພຣະວິຫານຂອງພຣະຜູ້ເປັນເຈົ້າກໍໄດ້ສຳເຣັດດັ່ງນີ້ ແລະໂຊໂລໂມນຊົງນຳບັນດາສິ່ງຊຶ່ງດາວິດຣາຊບີດາຊົງຖວາຍໄວ້ເຂົ້າມາ ຄືເຄື່ອງເງິນ ເຄື່ອງທອງຄຳ ແລະເຄື່ອງໃຊ້ຕ່າງໆ ແລະເກັບໄວ້ໃນຄັງພຣະວິຫານຂອງພຣະຜູ້ເປັນເຈົ້າ
ໂຊໂລໂມນນຳຫີບຄຳສັນຍາມາໄວ້ໃນພຣະວິຫານ
1 ແລ້ວກະສັດໂຊໂລໂມນໄດ້ເຊີນຫົວຫນ້າເຜົ່າແລະຫົວຫນ້າຕະກູນອິສຣາເອນມາຍັງນະຄອນເຢຣູຊາເລັມ ເພື່ອນຳຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຈາກເມືອງຊີໂອນ ເມືອງຂອງດາວິດໄປຍັງພຣະວິຫານ 2 ເມື່ອວັນສລອງໃນເດືອນເຈັດ ຊາວອິສຣາເອນທຸກຄົນໄດ້ມາຊ້ອງພຣະພັກເຈົ້າຊີວິດໂຊໂລໂມນ 3 ເມື່ອພວກຜູ້ນຳທຸກຄົນມາໂຮມກັນແລ້ວ ພວກປະໂຣຫິດໄດ້ນຳຫີບຄຳສັນຍາຂອງພຣະເຈົ້າມາ 4 ຊຶ່ງແມ່ນພວກເລວີເປັນຜູ້ຫາມ ພ້ອມທັງຜ້າເຕັນສັກສິດ ແລະພາຊນະສັກສິດມາຍັງພຣະວິຫານ 5 ແລ້ວກະສັດໂຊໂລໂມນພ້ອມທັງພວກອິສຣາເອນທຸກຄົນ ກໍເອົາແກະ ແລະງົວຢ່າງມາກມາຍມາຖວາຍບູຊາຕໍ່ຫນ້າຫີບຄຳສັນຍານັ້ນ 6 ຕໍ່ມາ ພວກປະໂຣຫິດຈຶ່ງນຳເອົາຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າເຂົ້າໄປບັນຈຸໄວ້ ໃນຫ້ອງຫລັງສຸດຂອງພຣະວິຫານ ຊຶ່ງເປັນຫ້ອງສັກສິດທີ່ສຸດ ຫີບຄຳສັນຍານັ້ນຢູ່ພາຍໃຕ້ປີກຂອງເຊຣູບິມ 7 ປີກເຊຣູບິມໄດ້ປົກກວມໄມ້ຄານຫາມຫີບຄຳສັນຍານັ້ນດ້ວຍ 8 ໄມ້ຄານຫາມຫີບນີ້ຍາວຫລາຍ ຖ້າເບິ່ງແຕ່ນອກຫ້ອງສັກສິດກໍເຫັນໄດ້ ແຕ່ຖ້າເບິ່ງທາງນອກພຣະວິຫານກໍຈະບໍ່ເຫັນ ໄມ້ຄານຫາມກໍຢູ່ໃນບ່ອນນັ້ນເທົ່າເຖິງທຸກວັນນີ້ 9 ຢູ່ໃນຫີບຄຳສັນຍານັ້ນ ມີແຕ່ຫີນສອງແຜ່ນທີ່ໂມເຊບັນຈຸໄວ້ທີ່ພູຊີນາອີ ຊຶ່ງເປັນແຜ່ນຫີນແຫ່ງຄຳສັນຍາທີ່ພຣະຜູ້ເປັນເຈົ້າຊົງມີໄວ້ກັບພວກອິສຣາເອນ ຄາວເມື່ອພວກເຂົາເດີນທາງອອກຈາກປະເທດເອຢິບ 10 ເມື່ອປະໂຣຫິດອອກມາຈາກບ່ອນສັກສິດ ກ້ອນເມກໄດ້ປົກຫຸ້ມພວກປະໂຣຫິດບໍ່ອາດກັບຄືນໄປປະຕິບັດວຽກການໄດ້ 11 ເພາະວ່າຣັສມີຂອງພຣະຜູ້ເປັນເຈົ້າໄດ້ເຕັມໃນພຣະວິຫານນັ້ນ 12 ແລ້ວກະສັດໂຊໂລໂມນກໍອ້ອນວອນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງໃຫ້ຕາເວັນຢູ່ເທິງທ້ອງຟ້າ ແຕ່ພຣະອົງຊົງປະທັບຢູ່ໃນກ້ອນເມກແລະຄວາມມືດມົວ 13 ດຽວນີ້ ຂ້າພຣະອົງໄດ້ສ້າງບ່ອນຢູ່ອາໄສໃຫ້ພຣະອົງ ຊຶ່ງເປັນບ່ອນພຣະອົງຊົງສະຖິດຢູ່ຕລອດໄປ” 14 ແລ້ວກະສັດໂຊໂລໂມນກໍຫັນມາອວຍພອນແກ່ຊຸມນຸມຊົນອິສຣາເອນທຸກຄົນ ໃນຂນະທີ່ທຸກຄົນກຳລັງຢືນຢູ່ 15 ພຣະອົງຊົງກ່າວວ່າ, “ສາທຸການແດ່ພຣະຜູ້ເປັນເຈົ້າຂອງອິສຣາເອນ ຜູ້ຊົງຖືຮັກສາຄຳສັນຍາທີ່ມີຕໍ່ກະສັດດາວິດພຣະບິດຂອງຂ້າພຣະອົງ ດັ່ງຄຳທີ່ວ່າ 16 ນັບຕັ້ງແຕ່ວັນທີ່ເຮົາໄດ້ນຳເອົາໄພ່ພົນອິສຣາເອນຂອງເຮົາອອກມາຈາກປະເທດເອຢິບ ເຮົາບໍ່ໄດ້ເລືອກເອົາຫົວເມືອງໃນຕະກູນນຶ່ງຕະກູນໃດຂອງອິສຣາເອນ ເພື່ອໃຫ້ເຂົາສ້າງສະຖານທີ່ຢູ່ສຳລັບເຮົາ ແຕ່ເຣົາໄດ້ເລືອກເອົາດາວິດ ເປັນຜູ້ປົກຄອງໄພ່ພົນອິສຣາເອນຂອງເຣົາ 17 ກະສັດດາວິດບິດາຂອງຂ້າພະເຈົ້າໄດ້ຕັ້ງພຣະທັຍສ້າງພຣະວິຫານສຳລັບພຣະຜູ້ເປັນເຈົ້າແລ້ວ 18 ແຕ່ພຣະຜູ້ເປັນເຈົ້າຊົງກ່າວຕໍ່ສະເດັດພໍ່ຂອງຂ້າພະເຈົ້າວ່າ “ເຈົ້າໄດ້ຕັ້ງໃຈສ້າງວິຫານສຳລັບເຮົາ ອັນນັ້ນກໍເປັນການດີຢູ່ 19 ແຕ່ວ່າ ບໍ່ແມ່ນເຈົ້າຈະເປັນຜູ້ສ້າງວິຫານນີ້ ແມ່ນລູກຊາຍຂອງເຈົ້າຈະສ້າງວິຫານສຳລັບເຮົາ” 20 ພຣະຜູ້ເປັນເຈົ້າຊົງຮັກສາຄຳຫມັ້ນສັນຍາຂອງພຣະອົງ ຂ້າພະເຈົ້າຈຶ່ງໄດ້ຂຶ້ນຄອງຣາຊສົມບັດແທນສະເດັດພໍ່ຂອງຂ້າພະເຈົ້າ ແລະຂ້າພະເຈົ້າກໍໄດ້ນັ່ງຢູ່ເທິງຣາຊບັນລັງຂອງອິສຣາເອນຕາມທີ່ພຣະຜູ້ເປັນເຈົ້າຊົງສັນຍາໄວ້ ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ສ້າງພຣະວິຫານສຳລັບພຣະຜູ້ເປັນເຈົ້າ ຊຶ່ງເປັນພຣະເຈົ້າຂອງອິສຣາເອນ 21 ແລະໄດ້ສ້າງບ່ອນບັນຈຸຫີບຄຳສັນຍາ ຊຶ່ງພຣະຜູ້ເປັນເຈົ້າຊົງມີໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາ ເວລາທີ່ພຣະອົງຊົງນຳພວກທ່ານອອກມາຈາກປະເທດເອຢິບ
ກະສັດໂຊໂລໂມນອ້ອນວອນພຣະຜູ້ເປັນເຈົ້າ
22 ແລ້ວກະສັດໂຊໂລໂມນ ກໍໄດ້ຢືນຢູ່ຕໍ່ຫນ້າແທ່ນບູຊາຂອງພຣະຜູ້ເປັນເຈົ້າ ຢູ່ຕໍ່ຫນ້າຊຸມນຸມຊົນອິສຣາເອນທຸກຄົນ 23 ພຣະອົງຍົກພຣະຫັດຂຶ້ນຟ້າ ແລ້ວກ່າວຂຶ້ນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ບໍ່ວ່າໃນຟ້າສວັນ ຫລືແຜ່ນດີນໂລກນີ້ ບໍ່ມີໃຜເຫມືອນພຣະອົງ ພຣະອົງຊົງຊື່ສັດຕໍ່ຄຳຫມັ້ນສັນຍາ ແລະຊົງມີຄວາມຮັກຫມັ້ນຄົງຕໍ່ພວກຂ້າໃຊ້ຂອງພຣະອົງ ເວລາພວກເຂົາດຳເນີນຕາມທາງຂອງພຣະອົງຢ່າງສຸດອົກສຸດໃຈ 24 ພຣະອົງຊົງຮັກສາຄຳສັນຍາທີ່ມີໄວ້ກັບກະສັດດາວິດຜູ້ຮັບໃຊ້ຂອງພຣະອົງ ໃນວັນນີ້ພຣະອົງຊົງທຳຕາມສັນຍາຂອງພຣະອົງ 25 ຂ້າແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ ດຽວນີ້ຂໍພຣະອົງຊົງໂຜດຕາມທີ່ສັນຍາໄວ້ກັບກະສັດດາວິດ ຂ້າໃຊ້ຂອງພຣະອົງວ່າ ໃນພຣະທີ່ນັ່ງຂອງອິສຣາເອນ ເຈົ້າຈະບໍ່ຂາດຜູ້ທີ່ນັ່ງຢູ່ຕໍ່ຫນ້າເຮົາຈັກເທື່ອ ພຽງແຕ່ພວກລູກຊາຍຂອງເຈົ້າປະຕິບັດຕົນຢ່າງລະມັດລະວັງ ແລະດຳເນີນຊີວິດຕາມຢ່າງທີ່ເຈົ້າໄດ້ເຄີຍປະຕິບັດມາຕໍ່ຫນ້າເຮົາ 26 ຂ້າແດ່ພຣະເຈົ້າຂອງອິສຣາເອນ ຂໍໃຫ້ພຣະວາຈາຂອງພຣະອົງເປັນຈີງດັ່ງທີ່ພຣະອົງຊົງກ່າວໄວ້ຕໍ່ກະສັດດາວິດຜູ້ຮັບໃຊ້ຂອງພຣະອົງເທີນ 27 ຂ້າແດ່ພຣະເຈົ້າ ພຣະອົງຈະຢູ່ນຳມະນຸດໃນໂລກນີ້ຫລືບໍ ແມ່ນແຕ່ຟ້າສວັນອັນສູງສຸດກໍຍັງບໍ່ເຫມາະສົມສຳລັບພຣະອົງ ເຫດໃດພຣະວິຫານທີ່ຂ້າພຣະອົງໄດ້ສ້າງຂຶ້ນນີ້ຈຶ່ງຈະເຫມາະສົມກັບພຣະອົງ 28 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ເຖິງແມ່ນວ່າວິຫານນີ້ນ້ອຍກໍຈີງ ຂໍຈົ່ງຟັງຄຳອ້ອນວອນທູນຂໍຈາກຂ້າໃຊ້ຂອງພຣະອົງ ໃນວັນນີ້ຂໍພຣະອົງຊົງຟັງຄຳຮ້ອງແລະຄຳອ້ອນວອນທີ່ຂ້າໃຊ້ຂອງພຣະອົງທູນຕໍ່ພຣະອົງ 29 ຂໍພຣະອົງຊົງທອດພຣະເນດເຝົ້າເບິ່ງແຍງວິຫານນີ້ຕລອດວັນແລະຄືນ ບ່ອນນີ້ເປັນບ່ອນທີ່ພຣະອົງຊົງເລືອກໄວ້ໃຫ້ເປັນບ່ອນນະມັສການ ໃນຂນະທີ່ຂ້າພຣະອົງໄດ້ອ້ອນວອນຢູ່ນີ້ ຂໍຊົງຮັບຟັງຂ້າພຣະອົງດ້ວຍ 30 ເມື່ອຂ້າພຣະອົງ ແລະໄພ່ພົນຂອງພຣະອົງອ້ອນວອນຢູ່ບ່ອນນີ້ ພຣະອົງຜູ້ຊົງສະຖິດຢູ່ເທິງຟ້າສວັນ ຂໍຊົງຟັງສຽງພວກຂ້າພຣະອົງ ແລະຍົກໂທດໃຫ້ພວກຂ້າພຣະອົງດ້ວຍ 31 ຖ້າຜູ້ນຶ່ງຖືກຟ້ອງວ່າເຂົາເປັນຄົນທຳຜິດຕໍ່ຜູ້ອື່ນ ແລະຖືກບັງຄັບໃຫ້ທຳສັຕສາບານ ແລະເຂົາມາໃຫ້ຄຳສາບານຕໍ່ຫນ້າແທ່ນບູຊາຂອງພຣະອົງໃນພຣະວິຫານນີ້ ເພື່ອສະແດງວ່າເຂົາເປັນຄົນບໍຣິສຸດ 32 ພຣະອົງຜູ້ຊົງສະຖິດໃນຟ້າສວັນ ຂໍຊົງຮັບຟັງພວກຜູ້ຮັບໃຊ້ຂອງພຣະອົງ ແລະຊົງລົງໂທດຄົນຜິດຕາມຄວາມປະພຶດຂອງເຂົາ ແລະຂໍຊົງປ່ອຍຕົວຜູ້ທີ່ຍຸດຕິທັມນັ້ນ 33 ເມື່ອພວກອິສຣາເອນໄພ່ພົນຂອງພຣະອົງຜ່າຍແພ້ສັດຕຣູຍ້ອນເຂົາໄດ້ທຳຜິດຕໍ່ພຣະອົງ ຖ້າວ່າພວກເຂົາກັບຄືນມາສັຣເສີນພຣະນາມຂອງພຣະອົງ ແລະອ້ອນວອນທູນຂໍອະພັຍໂທດຈາກພຣະອົງຢູ່ໃນພຣະວິຫານນີ້ 34 ພຣະອົງຊົງປະທັບຢູ່ໃນຟ້າສວັນ ຂໍຈົ່ງຊົງຮັບຟັງ ແລະໃຫ້ອະພັຍບາບຊາວອິສຣາເອນໄພ່ພົນຂອງພຣະອົງ ແລະຊົງນຳພວກເຂົາກັບຄືນມາສູ່ແຜ່ນດີນທີ່ພຣະອົງໄດ້ຊົງປະທານໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົາ 35 ເມື່ອໄພ່ພົນຂອງພຣະອົງທຳຜິດ ພຣະອົງກໍລົງໂທດໂດຍບໍ່ໃຫ້ຝົນຕົກ ແລະພວກເຂົາກໍອວ່າຍຫນ້າຄືນມາສູ່ພຣະວິຫານ ເພື່ອອ້ອນວອນ ແລະສັຣເສີນພຣະອົງ 36 ພຣະອົງຜູ້ຊົງປະທັບເທິງຟ້າສວັນ ຂໍຈົ່ງຮັບຟັງສຽງຂອງພວກເຂົາ ຂໍພຣະອົງຊົງໃຫ້ອະພັຍຄວາມຜິດຂອງເຈົ້າຊີວິດ ແລະໄພ່ພົນອິສຣາເອນດ້ວຍ ຂໍຊົງສອນພວກເຂົາໄປໃນທາງທີ່ຖືກຕ້ອງ ຂໍຊົງຖອກເທຝົນລົງມາເທິງແຜ່ນດີນ ທີ່ພຣະອົງໄດ້ຊົງປະທານໃຫ້ເປັນສ່ວນໄພ່ພົນຂອງພຣະອົງຕລອດໄປ 37 ໃນແຜ່ນດີນນີ້ ຖ້າມີການອຶດຢາກ ໂຣກລະບາດ ການທຳລາຍ ຫລືຕົ້ນໄມ້ເກີດພຍາດ ມີຝູງຕັກແຕນ ແລະດ້ວງມາທຳຮ້າຍຕົ້ນໄມ້ໃຫ້ເສັຽຫາຍ ຫລືວ່າຖ້າມີສັດຕຣູມາອ້ອມເມືອງນີ້ທຸກດ້ານ ຫລືມີໄພວິບັດ ແລະການເຈັບໄຂ້ໄດ້ພຍາດ ຂໍພຣະອົງຊົງຟັງຄຳອ້ອນວອນຂອງພວກເຂົາດ້ວຍ 38 ຖ້າຜູ້ໃດຜູ້ນຶ່ງມີຄວາມທຸກໃຈ ເຂົາກໍຍົກມືອ້ອນວອນຂໍຮ້ອງໄປທາງພຣະວິຫານນີ້ 39 ພຣະຜູ້ເປັນເຈົ້າປະທັບເທິງຟ້າສວັນ ຂໍຈົ່ງຊົງຮັບຟັງ ຊົງອະພັຍແລະປະຕິບັດຕໍ່ທຸກຄົນຕາມຄວາມປະພຶດຂອງເຂົາ ເພາະພຣະອົງເທົ່ານັ້ນທີ່ຮູ້ຈັກຄວາມນຶກຄິດຂອງມະນຸດທຸກຄົນ ຂໍພຣະອົງຊົງປະຕິບັດກັບແຕ່ລະຄົນ ຕາມຄວາມປະພຶດຂອງພວກເຂົາ 40 ເພື່ອວ່າພວກເຂົາຈະເຄົາຣົບຢຳເກງພຣະອົງຕລອດເວລາທີ່ພວກເຂົາອາໄສຢູ່ໃນແຜ່ນດີນທີ່ພຣະອົງຊົງປະທານໃຫ້ແກ່ບັນພະບຸຣຸດຂອງພວກຂ້າພຣະອົງ 41 ຂ້າແດ່ພຣະຜູ້ເປັນເຈົ້າ ເມື່ອຄົນຕ່າງປະເທດທີ່ຢູ່ຫ່າງໄກມານະມັສການ ແລະອ້ອນວອນພຣະອົງໃນພຣະວິຫານນີ້ 42 ຍ້ອນໄດ້ຍິນຊື່ສຽງ ແລະກິຈການອັນຍິ່ງໃຫຍ່ທີ່ພຣະອົງຊົງກະທຳຕໍ່ໄພ່ພົນຂອງພຣະອົງ 43 ພຣະອົງຜູ້ຊົງປະທັບຢູ່ເທິງຟ້າສວັນ ຂໍຊົງຮັບຟັງແລະຊົງຕອບຕາມຄຳອ້ອນວອນຂອງເຂົາ ເພື່ອວ່າຊົນຊາດທັງຫມົດໃນໂລກນີ້ຈະຮູ້ຈັກແລະເຄົາຣົບຢຳເກງພຣະອົງເຫມືອນໄພ່ພົນຂອງພຣະອົງເອງ ແລະໃຫ້ເຂົາຮູ້ຈັກວ່າພຣະອົງຊົງປະທັບຢູ່ໃນພຣະວິຫານທີ່ຂ້າພຣະອົງໄດ້ສ້າງຂຶ້ນນີ້ 44 ຖ້າໄພ່ພົນຂອງພຣະອົງອອກໄປຕໍ່ສູ້ສັດຕຣູຂອງເຂົາ ທີ່ສນາມຮົບ ຖ້າວ່າເຂົາເຈົ້າປິ່ນຫນ້າອ້ອນວອນໃສ່ເມືອງທີ່ພຣະອົງຊົງເລືອກໄວ້ ແລະໃສ່ພຣະວິຫານບ່ອນທີ່ຂ້າພຣະອົງສ້າງສຳລັບພຣະອົງນີ້ 45 ພຣະອົງຜູ້ຊົງສະຖິດຢູ່ເທິງຟ້າສວັນ ຂໍຊົງຮັບຟັງຄຳອ້ອນວອນຂອງພວກເຂົາ ແລະຊົງໂຜດໃຫ້ພວກເຂົາໄດ້ຮັບໄຊຊະນະ 46 ຖ້າວ່າໄພ່ພົນຂອງພຣະອົງທຳຜິດຕໍ່ພຣະອົງ ເພາະວ່າບໍ່ມີມະນຸດຄົນໃດທີ່ບໍ່ກະທຳຜິດ ແລະພຣະອົງຊົງພຣະພິໂຣດເຂົາ ໂດຍມອບເຂົາໄວ້ໃຕ້ອຳນາດຂອງສັດຕຣູ ດັ່ງນັ້ນຜູ້ທີ່ເປັນຝ່າຍຊະນະໄດ້ນຳເຂົາໄປເປັນຊະເລີຍໃນປະເທດອື່ນບໍ່ວ່າໃກ້ຫລືໄກ 47 ຢູ່ໃນປະເທດທີ່ເຂົາຖືກຈັບໄປເປັນຊະເລີຍ ເມື່ອພວກເຂົາສຳນຶກຜິດແລະກັບໃຈໂດຍໄຫວ້ວອນຕໍ່ພຣະອົງວ່າ “ພວກຂ້າພຣະອົງເປັນຄົນບາບ ແລະໄດ້ທຳໃນທາງຜິດ ແລະທາງຊົ່ວຊ້າ” 48 ຖ້າວ່າເຂົາກັບໃຈມາຫາພຣະອົງອີກດ້ວຍຄວາມສຸດອົກສຸດໃຈ ແລະປິ່ນຫນ້າອ້ອນວອນຫາພຣະວິຫານຂອງພຣະຜູ້ເປັນເຈົ້າ ບ່ອນທີ່ຂ້າພຣະອົງໄດ້ສ້າງສຳລັບພຣະອົງໃນແຜ່ນດີນທີ່ພຣະອົງຊົງປະທານໃຫ້ແກ່ປູ່ຍ່າຕາຍາຍຂອງເຂົາ ແລະເມືອງທີ່ພຣະອົງຊົງເລືອກໄວ້ ເຖິງແມ່ນວ່າເຂົາອາໄສຢູ່ໃນແຜ່ນດີນຂອງສັດຕຣູທີ່ຈັບເຂົາໄປນັ້ນກໍຕາມ 49 ພຣະອົງຜູ້ຊົງປະທັບຢູ່ເທິງຟ້າສວັນ ຂໍພຣະອົງຊົງຮັບຟັງເທີນ 50 ຂໍຊົງອະພັຍບາບແລະການກະບົດທຸກຢ່າງທີ່ໄພ່ພົນຂອງພຣະອົງກະທຳຕໍ່ພຣະອົງ ຂໍໂຜດໃຫ້ສັດຕຣູຂອງພວກເຂົາລ້ຽງເກືອພວກເຂົາດ້ວຍຄວາມເມດຕາ 51 ເພາະວ່າເຂົາເປັນໄພ່ພົນຂອງພຣະອົງ ຊຶ່ງພຣະອົງໄດ້ນຳອອກມາຈາກປະເທດເອຢິບ ຊຶ່ງເປັນເຫມືອນເຕົາເຜົາໂລຫະນັ້ນ 52 ຂ້າແດ່ພຣະຜູ້ເປັນເຈົ້າ ເມື່ອໃດຂ້າໃຊ້ຂອງພຣະອົງພ້ອມທັງຊາວອິສຣາເອນທີ່ເປັນໄພ່ພົນຂອງພຣະອົງ ຮ້ອງຫາພຣະອົງ ຂໍຈົ່ງສະດັບຮັບຟັງຄຳໄຫວ້ວອນຂອງພວກເຂົາດ້ວຍ 53 ເພາະພຣະອົງຊົງໄດ້ແຍກເຂົາອອກມາຈາກຖ້າມກາງຊົນຊາດທັງຫລາຍໃນໂລກນີ້ ເພື່ອໃຫ້ພວກເຂົາເປັນມໍຣະດົກຂອງພຣະອົງ ຕາມທີ່ພຣະອົງໄດ້ແຈ້ງໃຫ້ຮູ້ໂດຍຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງ ໃນເວລາທີ່ພຣະອົງໄດ້ຊົງນຳພວກປູ່ຍ່າຕາຍາຍຂອງພວກຂ້າພຣະອົງອອກມາຈາກປະເທດເອຢິບນັ້ນ”
ໂຊໂລໂມນອວຍພອນປະຊາຊົນ
54 ເວລາໂຊໂລໂມນອ້ອນວອນ ພຣະອົງໄດ້ຄຸເຂົ່າແລະຍົກມືຂຶ້ນສູ່ສວັນຕໍ່ຫນ້າແທ່ນບູຊາຂອງພຣະຜູ້ເປັນເຈົ້າ ເມື່ອພຣະອົງອ້ອນວອນຂໍສີ້ນສຸດລົງແລ້ວ ພຣະອົງຊົງລຸກຂຶ້ນ 55 ພຣະອົງຊົງຢືນຂຶ້ນຂໍພຣະພອນຈາກພຣະເຈົ້າແກ່ຊຸມນຸມຊົນອິສຣາເອນທັງຫມົດດ້ວຍສຽງດັງໆວ່າ 56 “ສາທຸການແດ່ພຣະຜູ້ເປັນເຈົ້າ ຜູ້ຊົງອະນຸຍາດໃຫ້ໄພ່ພົນອິສຣາເອນຂອງພຣະອົງມີຄວາມສງົບສຸກ ຊຶ່ງເປັນໄປຕາມຄຳສັນຍາທຸກຢ່າງຂອງພຣະອົງ ພຣະອົງຊົງຮັກສາຄຳສັນຍາທຸກຢ່າງທີ່ມີແກ່ໂມເຊຜູ້ຮັບໃຊ້ຂອງພຣະອົງ 57 ຂໍພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງຊົງສະຖິດຢູ່ກັບພວກເຮົາ ດັ່ງທີ່ພຣະອົງໄດ້ຊົງສະຖິດຢູ່ກັບພວກປູ່ຍ່າຕາຍາຍຂອງພວກຂ້າພຣະອົງ 58 ຂໍພຣະອົງຢ່າໄດ້ປະລະຖີ້ມພວກຂ້າພຣະອົງເລີຍ ຂໍພຣະອົງຊົງດັດແປງຈິດໃຈຂອງພວກຂ້າພຣະອົງໃຫ້ມາຫາພຣະອົງ ເພື່ອວ່າພວກຂ້າພຣະອົງເດີນຕາມວິທີທາງທຸກຢ່າງຂອງພຣະອົງ ແລະຖືຮັກສາພຣະບັນຍັດກັບກົດລະບຽບທີ່ພຣະອົງຊົງປະທານໃຫ້ແກ່ປູ່ຍ່າຕາຍາຍຂອງພວກຂ້າພຣະອົງ 59 ຂໍໃຫ້ຄຳເວົ້າເຫລົ່ານີ້ຂອງຂ້າພຣະອົງ ທີ່ໄຫວ້ວອນຂໍຕໍ່ພຣະພັກພຣະຜູ້ເປັນເຈົ້າ ຈົ່ງຝັງຢູ່ກັບພຣະອົງຕລອດວັນເວລາ ຂໍໃຫ້ພຣະອົງຊົງເມດຕາແກ່ປະຊາຊົນອິສຣາເອນພ້ອມທັງບັນດາເຈົ້າຊີວິດຂອງພວກເຂົາຕາມຄວາມຕ້ອງການປະຈຳວັນຂອງພວກເຂົາ 60 ເພື່ອວ່າຊົນຊາດຕ່າງໆໃນໂລກນີ້ຈະໄດ້ມາຮູ້ຈັກວ່າ ພຣະຜູ້ເປັນເຈົ້າເທົ່ານັ້ນທີ່ຊົງເປັນພຣະເຈົ້າ ແລະບໍ່ມີພຣະເຈົ້າອົງອື່ນເລີຍ 61 ເພາະສະນັ້ນຂໍໃຫ້ຈິດໃຈຂອງທ່ານທັງຫລາຍບໍຣິສຸດຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ ຄືທີ່ຈະດຳເນີນຢູ່ໃນກົດເກນຂອງພຣະອົງ ແລະຮັສາພຣະບັນຍັດຂອງພຣະອົງ ດັ່ງໃນເວລານີ້
ການອຸທິດຖວາຍພຣະວິຫານແດ່ພຣະຜູ້ເປັນເຈົ້າ
62 ແລ້ວເຈົ້າຊີວິດພ້ອມທັງພວກອິສຣາເອນທຸກຄົນກໍຖວາຍເຄື່ອງບູຊາຕໍ່ພຣະພັກພຣະຜູ້ເປັນເຈົ້າ 63 ເຈົ້າຊີວິດໂຊໂລໂມນໄດ້ຖວາຍງົວສອງຫມື່ນສອງພັນໂຕ ແລະແກະນຶ່ງແສນສອງຫມື່ນໂຕ ຊຶ່ງເປັນການຖວາຍເພື່ອຄວາມສາມັກຄີດ້ວຍຢ່າງນີ້ ພຣະອົງແລະພວກອິສຣາເອນທຸກຄົນກໍອຸທິດຖວາຍພຣະວິຫານແດ່ພຣະຜູ້ເປັນເຈົ້າ 64 ໃນວັນນັ້ນ ເຈົ້າຊີວິດໄດ້ອຸທິດຖວາຍໃຈກາງເດີ່ນຊຶ່ງຢູ່ຫນ້າພຣະວິຫານຂອງພຣະຜູ້ເປັນເຈົ້າ ເພາະວ່າທີ່ນັ້ນພຣະອົງໄດ້ຖວາຍເຄື່ອງເຜົາບູຊາ ແລະທັນຍາບູຊາແລະສ່ວນໄຂມັນຂອງສານຕິບູຊາ ເພາະວ່າແທ່ນທອງສຳຣິດຊຶ່ງຢູ່ຕໍ່ພຣະພັກພຣະຜູ້ເປັນເຈົ້ານັ້ນນ້ອຍເກິນໄປບໍ່ພໍຮັບເຄື່ອງເຜົາບູຊາ ແລະທັນຍາບູຊາ ແລະສ່ວນໄຂມັນຂອງສານຕິບູຊາ 65 ດັ່ງນັ້ນ ເຈົ້າຊີວິດໂຊໂລໂມນພ້ອມດ້ວຍອິສຣາເອນກໍຈັດງານສລອງທີ່ຕູບຂຶ້ນ ໄດ້ມີຝູງຊົນຈຳນວນຫລວງຫລາຍມາຈາກທົ່ວທັງປະເທດ ຕັ້ງແຕ່ເມືອງເລໂບຮາມັທຈົນເຖິງເຂດປະເທດເອຢິບ ພວກເຂົາໄດ້ພາກັນມາຢູ່ຊ້ອງພຣະພັກພຣະຜູ້ເປັນເຈົ້າເປັນເວລາເຈັດວັນເຈັດຄືນ 66 ແລ້ວໃນວັນທີ່ແປດ ພຣະອົງກໍບອກໃຫ້ປະຊາຊົນກັບຄືນເມືອ ຍ້ອນຄວາມດີທີ່ພຣະຜູ້ເປັນເຈົ້າຊົງມີຕໍ່ກະສັດດາວິດ ແລະຕໍ່ໄພ່ພົນອິສຣາເອນ ພວກເຂົາຈຶ່ງຖວາຍພອນແດ່ເຈົ້າຊີວິດ ແລ້ວກັບຄືນເມືອເມືອງດ້ວຍຄວາມມ່ວນຊື່ນ
ພຣະຜູ້ເປັນເຈົ້າຊົງປາກົດຄັ້ງທີ່ສອງຕໍ່ໂຊໂລໂມນ
1 ເມື່ອກະສັດໂຊໂລໂມນໄດ້ສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າແລະພຣະຣາຊວັງ ພ້ອມດ້ວຍທຸກສິ່ງທີ່ພຣະອົງຕ້ອງການຈະສ້າງນັ້ນສຳເຣັດແລ້ວ 2 ພຣະຜູ້ເປັນເຈົ້າກໍຊົງປາກົດຕໍ່ພຣະອົງເປັນຄັ້ງທີ່ສອງ ດັ່ງທີ່ໄດ້ປາກົດຕໍ່ພຣະອົງທີ່ເມືອງກີເບໂອນ 3 ພຣະອົງໄດ້ຊົງກ່າວຕໍ່ທ່ານວ່າ, “ເຮົາໄດ້ຍິນຄຳອ້ອນວອນຂອງເຈົ້າແລ້ວ ເຮົາຂໍຮັບເອົາພຣະວິຫານທີ່ເຈົ້າໄດ້ສ້າງໄວ້ນີ້ໃຫ້ເປັນສະຖານທີ່ສັກສິດ ແລະໄດ້ປະດີດສະຖານຊື່ຂອງເຮົາໄວ້ທີ່ນັ້ນເປັນນິດ ຕາຂອງເຣົາແລະໃຈຂອງເຮົາຈະຢູ່ທີ່ນັ້ນຕລອດໄປ 4 ຖ້າເຈົ້າຮັບໃຊ້ເຮົາດ້ວຍຄວາມຍຸດຕິທັມ ແລະຄວາມຊື່ສັດດັ່ງດາວິດບິດາຂອງເຈົ້າ ໂດຍປະຕິບັດທຸກສິ່ງທີ່ເຮົາສັ່ງ ແລະຖືຮັກສາພຣະບັນຍັດກັບຄຳສັ່ງຂອງເຮົາ 5 ເຊື້ອສາຍຂອງເຈົ້າຈະໄດ້ປົກຄອງອິສຣາເອນຕລອດໄປ ຕາມທີ່ເຮົາໄດ້ສັນຍາກັບດາວິດບິດາຂອງເຈົ້າວ່າ “ເຈົ້າຈະບໍ່ຂາດແຄນຜູ້ທີ່ນັ່ງເທິງບັນລັງອິສຣາເອນນີ້ຈັກເທື່ອ” 6 ຖ້າວ່າເຈົ້າແລະພວກລູກຫລານຂອງເຈົ້າຫັນຫລັງໃສ່ເຣົາ ແລະໄປຮັບໃຊ້ພຣະອື່ນ ແລະນະມັສການພຣະເຫລົ່ານັ້ນ ຊຶ່ງເປັນການບໍ່ຖືຮັກສາພຣະບັນຍັດແລະພຣະຄຳສັ່ງທີ່ເຮົາຕັ້ງໄວ້ 7 ເຣົາຈະຕັດພວກອິສຣາເອນອອກຈາກແຜ່ນດີນທີ່ເຣົາໄດ້ມອບໃຫ້ເຂົາ ເຣົາຈະຖີ້ມພຣະວິຫານຊຶ່ງເຮົາຖືເປັນສະຖານທີ່ສັກສິດສຳລັບເຮົາ ຊົນຊາດຕ່າງໆຈະລັງກຽດແລະເຍາະເຍີ້ຍພວກອິສຣາເອນ 8 ວິຫານນີ້ຈະກາຍເປັນເປັນກອງຫີນທີ່ເພພັງ ທຸກຄົນທີ່ຜ່ານກາຍມາກໍຈະງົງ ພວກເຂົາຈະຖິວປາກແລະເວົ້າວ່າ “ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງທຳໃຫ້ເມືອງແລະພຣະວິຫານເປັນດັ່ງນີ້” 9 ແລະພວກອື່ນກໍຈະຕອບວ່າ “ຍ້ອນວ່າ ພວກອິສຣາເອນໄດ້ປະຖີ້ມພຣະຜູ້ເປັນເຈົ້າຂອງພວກເຂົາ ຜູ້ຊົງນຳພວກປູ່ຍ່າຕາຍາຍຂອງພວກເຂົາອອກມາຈາກປະເທດເອຢິບ ພວກເຂົາໄດ້ຂາບໄຫວ້ແລະຣັບໃຊ້ພຣະອື່ນ ຢ່າງນີ້ແຫລະ ພຣະຜູ້ເປັນເຈົ້າຈີ່ງໄດ້ນຳເອົາເຫດຮ້າຍເຫລົ່ານີ້ມາຕົກຖືກພວກເຂົາ” 10 ຢູ່ມາເມື່ອຄົບຊາວປີ ຊຶ່ງໂຊໂລໂມນໄດ້ຊົງສ້າງອາຄານສອງຫລັງ ຄືພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະພຣະຣາຊວັງຂອງກະສັດ 11 ເມື່ອຮີຣາມກະສັດເມືອງ ຕີເຣ ໄດ້ສົ່ງໄມ້ສົນສີດາ ແລະໄມ້ແປກ ແລະທອງຄຳໃຫ້ແກ່ໂຊໂລໂມນຕາມທີ່ພຣະອົງມີພຣະປະສົງ ແລ້ພຣະຣາຊາໂຊໂລໂມນກໍຊົງປະທານຫົວເມືອງໃນແຜ່ນດີນຄາລີເລໃຫ້ແກ່ ຮີຣາມ ຊາວຫົວເມືອງ 12 ແຕ່ເມື່ອຮີຣາມສະເດັດຈາກເມືອງຕີເຣ ເພື່ອຊົມຫົວເມືອງຊຶ່ງໂຊໂລໂມນປະທານແກ່ທ່ານ ຫົວເມືອງເຫລົ່ານັ້ນບໍ່ເປັນທີ່ພໍພຣະທັຍທ່ານ 13 ເພາະສະນັ້ນທ່ານຈຶ່ງວ່າ, “ອ້າຍເອີຍ ເມືອງຊຶ່ງທ່ານປະທານແກ່ຂ້າພະເຈົ້ານັ້ນເປັນເມືອງແບບນີ້ບໍ” ເຂົາຈຶ່ງເອີ້ນເມືອງເຫລົ່ານັ້ນວ່າແຜ່ນດີນກາບູນເທົ່າທຸກວັນນີ້ 14 ຮີຣາມໄດ້ສົ່ງທອງຄຳນຶ່ງຣ້ອຍຊາວຕະລັນໃຫ້ແກ່ພຣະຣາຊາ
ພຣະຣາຊກິດກົມອື່ນໆຂອງໂຊໂລໂມນ
15 ນີ້ເປັນເຣື່ອງແຮງງານເກນ ຊຶ່ງເຈົ້າຊີວິດໂຊໂລໂມນໄດ້ເກນເພື່ອສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະພຣະຣາຊວັງຂອງພຣະອົງ ແລະປ້ອມ ມີນໂລ ແລະກຳແພງເຢຣູຊາເລັມ ແລະຮາໂຊຣ໌ ແລະເມກິດໂດ ແລະເກເຊີ 16 ຟາຣາໂອກະສັດເອຢິບໄດ້ຍົກທັບຂຶ້ນມາຍຶດເມືອງເກເຊີ ແລະເອົາໄຟເຜົາເສັຽ ແລະໄດ້ຂ້າຄົນການາອານຊຶ່ງຢູ່ໃນເມືອງນັ້ນ ແລະໄດ້ຍົກເມືອງໃຫ້ແກ່ທິດາຂອງທ່ານເປັນສີນສົມຣົດ ຄືມະເຫສີຂອງໂຊໂລໂມ 17 ໂຊໂລໂມນຈຶ່ງສ້າງເກເຊີຂຶ້ນໃຫມ່ ແລະສ້າງເມືອງເບັດໂຮໂຣນຢູ່ລຸ່ມ 18 ທັງເມືອງບາອາລັທ ແລະເມືອງທາມາຣ໌ໃນຖິ່ນກັນດານໃນແຜ່ນດີນຢູດາ 19 ທັງບັນດາຫົວເມືອງຄັງຫລວງທີ່ໂຊໂລໂມນມີຢູ່ ແລະຫົວເມືອງສຳລັບຣົດຮົບຂອງພຣະອົງ ແລະຫົວເມືອງສຳລັບພົນມ້າຂອງພຣະອົງ ແລະສີ່ງໃດໆຊຶ່ງໂຊໂລໂມນມີພຣະປະສົງຈະສ້າງໃນກຸງເຢຣູຊາເລັມ ໃນເລບານອນ ແລະທົ່ວແຜ່ນດີນຢູ່ໃນອານາຈັກຂອງພຣະອົງ 20 ປະຊາຊົນທັງປວງຊຶ່ງເຫລືອຢູ່ຈາກຄົນອາໂມຣິດ ຄົນຮິດຕີ ຄົນເປຣີສ ຄົນຮີວີ ແລະຄົນເຢບຸສ ຜູ້ຊຶ່ງບໍ່ແມ່ນຄົນອິສຣາເອນ 15 ເຊື້ອສາຍຂອງເຂົາທີ່ເຫລືອຢູ່ໃນແຜ່ນດີນຊຶ່ງປະຊາຊົນອິສຣາເອນບໍ່ສາມາດຈະທຳລາຍໃຫ້ສີ້ນໄດ້ ບຸກຄົນເຫລົ່ານີ້ໂຊໂລໂມນຊົງເກນໃຫ້ເປັນທາດຢູ່ຈົນທຸກວັນນີ້ 22 ແຕ່ປະຊາຊົນອິສຣາເອນນັ້ນ ໂຊໂລໂມນບໍ່ໄດ້ຊົງກະທຳໃຫ້ເປັນທາດ ເຂົາທັງຫລາຍເປັນທະຫານ ເປັນຂ້າຣາຊການເປັນຜູ້ບັງຄັບບັນຊາຂອງພຣະອົງ ເປັນນາຍທະຫານຂອງພຣະອົງ ເປັນຜູ້ບັງຄັບການຣົດຮົບຂອງພຣະອົງ ແລະເປັນພົນມ້າຂອງພຣະອົງ 23 ເຫລົ່ານີ້ເປັນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ເຫນືອພຣະຣາຊກິດຂອງໂຊໂລໂມນຈຳນວນຫ້າຮ້ອຍຫ້າສິບຄົນ ເປັນຜູ້ດູແລປະຊາຊົນທີ່ທຳງານ 24 ແຕ່ທິດາຂອງຟາຣາໂອໄດ້ຂື້ນໄປຈາກນະຄອນດາວິດ ເຖິງພຣະຣາຊວັງຂອງນາງເອງ ຊຶ່ງໂຊໂລໂມນໄດ້ສ້າງໃຫ້ນາງ ແລ້ວພຣະອົງຈຶ່ງສ້າງປ້ອມມີນໂລ 25 ປີລະສາມຄັ້ງ ໂຊໂລໂມນໄດ້ຊົງຖວາຍເຄື່ອງເຜົາບູຊາ ແລະເຄື່ອງສານຕິບູຊາເທິງແທ່ນບູຊາ ຊຶ່ງພຣະອົງຊົງສ້າງຖວາຍພຣະຜູ້ເປັນເຈົ້າ ຊົງເຜົາເຄື່ອງຫອມຕໍ່ພຣະພັກພຣະຜູ້ເປັນເຈົ້າ ດັ່ງນັ້ນພຣະອົງຈຶ່ງສ້າງພຣະວິຫານຈົນສຳເຣັດ 26 ກະສັດໂຊໂລໂມນຊົງສ້າງກອງເຮືອກຳປັ່ນທີ່ ເອຊີໂອນເກເບີ ຊຶ່ງຢູ່ໃກ້ ເອໂລທເທິງຝັ່ງທະເລແດງໃນແຜ່ນດີນເອໂດມ 27 ແລະຮີຣາມໄດ້ສົ່ງຂ້າຣາຊການ ແລະພົນເຮືອຜູ້ຊຶ່ງຄຸ້ນເຄີຍກັບທະເລໄປກັບກອງກຳປັ່ນພ້ອມກັບຂ້າຣາຊການຂອງໂຊໂລໂມນ 28 ເຂົາທັງຫລາຍໄປເຖິງເມືອງ ໂອຟີຣ໌ ແລະນຳທອງຄຳມາຈາກທີ່ນັ້ນ ຈຳນວນສີ່ຮ້ອຍຊາວຕະລັນ ແລະນຳມາຖວາຍກະສັດໂຊໂລໂມນ
ພຣະຣາຊີນີປະເທດເຊບາສະເດັດມາຢ້ຽມຢາມໂຊໂລໂມນ
1 ຊື່ສຽງຂອງເຈົ້າໂຊໂລໂມນໄດ້ຊ່າລືໄປເຖິງພຣະຣາຊີນີແຫ່ງປະເທດເຊບາ ພຣະນາງຈຶ່ງສະເດັດມາຖາມບັນເລິກແລບຫລາຍຢ່າງກັບພຣະອົງ 2 ພຣະນາງໄດ້ສະເດັດໄປກຸງເຢຣູຊາເລັມ ຊຶ່ງຕິດຕາມດ້ວຍຂ້າໃຊ້ຈຳນວນຫລວງຫລາຍ ພ້ອມທັງຝູງອູດບັນທຸກຊັບສົມບັດອັນມະຫາສານ ເຊັ່ນວ່າ ເຄື່ອງເທດ ທອງຄຳຢ່າງຫລວງຫລາຍແລະເພັດ ເມື່ອທັງສອງພົບກັນ ພຣະນາງກໍທູນຖາມບັນຫາຫລາຍຢ່າງທີ່ຄິດໄວ້ກັບພຣະອົງ 3 ເຈົ້າໂຊໂລໂມນໄດ້ຕອບຄຳຖາມຂອງພຣະນາງທຸກຂໍ້ ໂດຍບໍ່ມີຂໍ້ໃດຂ້ອງຄາເລີຍ 4 ພໍພຣະພຣະຣາຊີນີແຫ່ງເຊບາຮູ້ເຫັນຄວາມສລຽວສລາດຂອງເຈົ້າໂຊໂລໂມນພ້ອມທັງພຣະຣາຊວັງທີ່ພຣະອົງຊົງສ້າງ 5 ອາຫານການກິນຢູ່ເທິງໂຕະ ຄວາມເປັນລະບຽບຮຽບຮ້ອຍຂອງພວກຂ້າຣາຊການ ຫນ້າທີ່ຂອງພວກຂ້າໃຊ້ຕລອດທັງເຄື່ອງແຕ່ງກາຍຂອງພວກເຂົາ ພວກພະນັກງານເຄື່ອງດື່ມ ແລະເຄື່ອງເຜົາບູຊາຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ພຣະນາງກໍຕົກຂະມະພຣະທັຍໃນທັນທີ 6 ແລະທູນຕໍ່ເຈົ້າຊີວິດວ່າ, “ທຸກສິ່ງກ່ຽວກັບເຣື່ອງຂອງພຣະອົງ ທັງຄວາມສລຽວສລາດຂອງພຣະອົງທີ່ຂ້ານ້ອຍໄດ້ຍິນເວລາທີ່ຂ້ານ້ອຍຍັງຢູ່ໃນເມືອງຂອງຂ້ານ້ອຍກໍເປັນຄວາມຈີງຫມົດ 7 ແຕ່ຂ້າພະເຈົ້າບໍ່ໄດ້ເຊື່ອໃນຄຳເວົ້າຂອງເຂົາ ຈົນຂ້ານ້ອຍໄດ້ມາເຫັນດ້ວຍຕົນເອງ ສະຕິປັນຍາແລະຄວາມມັ່ງຄັ່ງສົມບູນຂອງພຣະອົງທີ່ຂ້ານ້ອຍໄດ້ຍິນມາມີພຽງເຄິ່ງນຶ່ງໃນສິ່ງທີ່ຂ້ານ້ອຍໄດ້ຮູ້ ແລະໄດ້ເຫັນໃນເວລານີ້ 8 ບັນດາຄົນຂອງພຣະອົງກໍເປັນສຸກ ບັນດາຂ້າຣາຊການເຫລົ່ານີ້ຂອງພຣະອົງກໍເປັນສຸກ ຜູ້ທີ່ຢູ່ງານປະຈຳຕໍ່ພຣະພັກພຣະອົງແລະຟັງສະຕິປັນຍາຂອງພຣະອົງກໍເປັນສຸກ 9 ສາທຸການແດ່ພຣະຜູ້ເປັນເຈົ້າຂອງພຣະອົງ ຜູ້ຊົງມອບຄວາມສະງ່າຣາສີ ແລະໃຫ້ພຣະອົງປະທັບເທິງພຣະທີ່ນັ່ງຂອງອິສຣາເອນ ຍ້ອນພຣະຜູ້ເປັນເຈົ້າຊົງມີຄວາມຮັກຕໍ່ອິສຣາເອນຕລອດໄປ ຈຶ່ງໄດ້ແຕ່ງຕັ້ງພຣະອົງໃຫ້ເປັນເຈົ້າຊີວິດ ເພື່ອປົກຄອງຢ່າງຍຸດຕິທັມ ແລະຖືກຕ້ອງ 10 ແລ້ວພຣະຣາຊີນີກໍຖວາຍທອງຄຳຫນັກນຶ່ງຮ້ອຍຊາວຕະລັນແດ່ພຣະຣາຊາ ພ້ອມທັງເຄື່ອງຫອມ ແລະເພັດຢ່າງຫລວງຫລາຍ ເຄື່ອງຫອມອັນຫລວງຫລາຍທີ່ພຣະຣາຊີນີແຫ່ງເຊບາເອົາມາຖວາຍໃຫ້ເຈົ້າຊີວິດໂຊໂລໂມນນີ້ ບໍ່ເຄີຍມີໃຜມາຖວາຍໃຫ້ຫລວງຫລາຍຢ່າງນີ້ຈັກເທື່ອເລີຍ 11 ນອກຈາກນີ້ຍັງມີຂະບວນກຳປັ່ນເຈົ້າເຈົ້າຮີຣາມໄດ້ບັນທຸກທອງຄຳມາຈາກໂອຟີຣ໌ ທັງໄດ້ນຳເອົາໄມ້ຈັນຢ່າງຫລວງຫລາຍ ແລະເພັດອີກດ້ວຍ 12 ເຈົ້າຊີວິດໄດ້ເອົາໄມ້ຈັນນີ້ທຳເສົາຄ້ຳພຣະວິຫານ ເສົາຄ້ຳພຣະຣາຊວັງ ແລະທຳພິນໃຫ້ນັກດົນຕຣີຕລອດທຸກວັນນີ້ ບໍ່ເຄີຍເຫັນໄມ້ຈັນຢ່າງນີ້ຈັກເທື່ອ 13 ເຈົ້າຊີວິດໂຊໂລໂມນໄດ້ພຣະຣາຊທານຫລາຍສິ່ງໃຫ້ພຣະຣາຊີນີແຫ່ງເຊບາ ຕາມເຄື່ອງອັນອຸດົມສົມບູນທີ່ພຣະອົງມີຢູ່ ແລະພຣະອົງຍັງໄດ້ພຣະຣາຊທານຕື່ມອີກຕາມທີ່ພຣະນາງຕ້ອງການ ແລ້ວພຣະນາງພ້ອມທັງບັນດາເສນາອາມາດກໍກັບຄືນເມືອສູ່ປະເທດຂອງຕົນ
ຄວາມມັ່ງຄັ່ງກັບພຣະກຽດເລືອງລືຂອງໂຊໂລໂມນ
14 ນ້ຳຫນັກຂອງທອງຄຳທີ່ນຳມາສົ່ງໂຊໂລໂມນໃນປີທີ່ນຶ່ງນັ້ນເປັນທອງຄຳຫົກຮ້ອຍຫົກສິບຕະລັນ 15 ນອກເຫນືອຈາກທອງຄຳຊຶ່ງມາຈາກພໍ່ຄ້າ ແລະຈາກການຄ້າຂອງພວກພໍ່ຄ້າ ແລະຈາກກະສັດທັງປວງຂອງປະເທດອາຣະເບັຽ ແລະຈາກບັນດາເຈົ້າເມືອງແຫ່ງແຜ່ນດີນ 16 ກະສັດໂຊໂລໂມນຊົງສ້າງໂລ່ສອງຮ້ອຍອັນດ້ວຍທອງຄຳທຸບ ໂລ່ອັນນຶ່ງໃຊ້ທອງຄຳຫົກຮ້ອຍເຊເກລ 17 ແລະພຣະອົງຊົງສ້າງໂລ່ສາມອັນດ້ວຍທອງຄຳທຸບ ໂລ່ອັນນຶ່ງໃຊ້ທອງຄຳສາມມີນັສ ແລະພຣະຣາຊາຊົງເກັບໂລ່ໄວ້ໃນຫ້ອງໂຖງແຫ່ງດົງເລບານອນ 18 ພຣະຣາຊາຊົງກະທຳພຣະທີ່ນັ່ງງາຊ້າງຂນາດໃຫຍ່ດ້ວຍ ແລະຊົງໂອບດ້ວຍທອງຄຳຢ່າງງາມທີ່ສຸດ 19 ພຣະທີ່ນັ່ງນັ້ນມີບັນໄດຫົກຂັ້ນ ພະນັກຫລັງຂອງພຣະທີ່ນັ່ງນັ້ນກົມຂ້າງເທິງ ແລະສອງຂ້າງພຣະທີ່ນັ່ງນັ້ນມີທີ່ວາງພຣະຫັດ ມີສີງສອງໂຕຢືນຢູ່ຂ້າງໆທີ່ວາງພຣະຫັດ 20 ມີສີງອີກສິບສອງໂຕຢືນຢູ່ທີ່ນັ້ນເທິງຫົກຂັ້ນບັນໄດທັງສອງຂ້າງ ເຂົາບໍ່ເຄີຍທຳໃນຣາຊອານາຈັກໃດໆເຫມືອນຢ່າງນີ້ 21 ພາຊນະທັງສີ້ນສຳລັບເຄື່ອງດື່ມຂອງກະສັດໂຊໂລໂມນທຳດ້ວຍທອງຄຳ ແລະພາຊນະທັງສີ້ນທີ່ຢູ່ຫ້ອງໂຖງແຫ່ງດົງເລບານອນ ທຳດ້ວຍທອງຄຳບໍຣິສຸດບໍ່ມີສິ່ງໃດທີ່ທຳດ້ວຍເງິນເລີຍ ເງິນນັ້ນຖືວ່າເປັນຂອງບໍ່ມີຄ່າໃນສະໄຫມຂອງໂຊໂລໂມນ 22 ເພາະວ່າກະສັດມີກອງກຳປັ່ນເມືອງທາຣ໌ຊິສ ເດີນທະເລພ້ອມກັບກອງກຳປັ່ນເມືອງຮີຣາມກອງກຳປັ່ນເມືອງທາຣ໌ຊິສນຳທອງຄຳ ເງິນ ງ່າຊ້າງ ລີງ ແລະນົກຍູງມາສາມປີຕໍ່ຄັ້ງ 23 ດັ່ງນີ້ແຫລະ ກະສັດໂຊໂລໂມນຈຶ່ງໄດ້ປຽບກວ່າກະສັດອື່ນໆແຫ່ງແຜ່ນດີນໂລກໃນເຣື່ອງສົມບັດ ແລະສະຕິປັນຍາ 24 ແລະທົ່ວທັງໂລກກໍສແວງຫາທີ່ຈະເຂົ້າເຝົ້າໂຊໂລໂມນ ເພື່ອຈະຟັງພຣະສະຕິປັນຍາຊຶ່ງພຣະຜູ້ເປັນເຈົ້າພຣະຣາຊທານໄວ້ໃນໃຈຂອງທ່ານ 25 ທຸກຄົນກໍນຳເຄື່ອງບັນນາການຂອງເຂົາມາ ເປັນເຄື່ອງທຳດ້ວຍເງິນ ແລະທອງຄຳ ເຄື່ອງແຕ່ງກາຍ ເຄື່ອງອາວຸດ ເຄື່ອງເທດ ມ້າ ແລະລໍ ຕາມຈຳນວນກຳຫນົດທຸກໆປີ 26 ໂຊໂລໂມນຊົງສະສົມຣົດຮົບ ແລະພົນມ້າ ພຣະອົງຊົງມີຣົດຮົບນຶ່ງພັນສີ່ຮ້ອຍຄັນ ແລະພົນມ້ານຶ່ງຫມື່ນສອງພັນຄົນ ຊຶ່ງພຣະອົງຊົງໃຫ້ປະຈຳຢູ່ທີ່ຫົວເມືອງຣົດຮົບ ແລະຢູ່ກັບພຣະຣາຊາໃນກຸງເຢຣູຊາເລັມ 27 ແລະພຣະຣາຊາຊົງກະທຳໃຫ້ເງິນນັ້ນເປັນຂອງສາມັນໃນກຸງເຢຣູຊາເລັມເຫມືອນກ້ອນຫີນ ແລະຊົງກະທຳໃຫ້ມີໄມ້ສົນມາກມາຍເຫມືອນຕົ້ນໄມ້ເດື່ອແຫ່ງເນີນເຊເຟລາ 28 ມ້າອັນດີເປັນສີນຄ້າເຂົ້າຂອງໂຊໂລໂມນມາຈາກເອຢິບ ແລະເມືອງກູເອ ແລະບັນດາພໍ່ຄ້າຂອງພຣະຣາຊາກໍໄດ້ມາຈາກ ກູເອຕາມຣາຄາ 29 ຈະນຳຣົດຮົບຄັນນຶ່ງເຂົ້າມາຈາກເອຢິບໄດ້ໃນຣາຄາຫົກຮ້ອຍເຊເກລ ເງິນ ແລະມ້າໂຕນຶ່ງ ນຶ່ງຮ້ອຍຫນ້າສິບ ດັ່ງນັ້ນໂດຍທາງພວກພໍ່ຄ້າເຂົາກໍສົ່ງອອກໄປຍັງບັນດາກະສັດທັງປວງຂອງຄົນຮິດຕີ ແລະບັນດາກະສັດຂອງຊີເຣັຽ(ອາຣາມ)
ເຣື່ອງໂຊໂລໂມນຫັນຫນີຈາກພຣະເຈົ້າ
1 ກະສັດໂຊໂລໂມນຊົງຮັກຍິງຕ່າງດ້າວຫລາຍຄົນ ນອກຈາກທິດາຂອງຟາຣາໂອ ມີຍິງຄົນໂມອາບ ຄົນອັມໂມນ ຄົນເອໂດມ ຄົນຊີໂດນີອານ ແລະຄົນຮິດຕີ 2 ເປັນຂອງປະຊາຊາດຊຶ່ງພຣະຜູ້ເປັນເຈົ້າກ່າວກັບຄົນອິສຣາເອນວ່າ, “ເຈົ້າທັງຫລາຍຢ່າເຂົ້າໄປແຕ່ງງານກັບເຂົາທັງຫລາຍ ຫລືຢ່າໃຫ້ເຂົາມາແຕ່ງງານກັບເຈົ້າ ເພາະເຂົາຈະຫັນຈິດໃຈຂອງເຈົ້າໄປຕາມພຣະຂອງເຂົາເປັນແນ່” ໂຊໂລໂມນຊົງຕິດພັນກັບຄົນເຫລົ່ານີ້ດ້ວຍຄວາມຮັກ 3 ພຣະອົງມີມະເຫສີເຈັດຮ້ອຍ ແລະນາງຫ້າມສາມຮ້ອຍແລະບັນດາມະເຫສີຂອງພຣະອົງກໍຊົງຫັນພຣະທັຍຂອງພຣະອົງໄປເສັຽ 4 ເພາະຢູ່ມາເມື່ອໂຊໂລໂມນຊົງເຖົ້າຊະຣາແລ້ວ ມະເຫສີຂອງພຣະອົງໄດ້ຫັນພຣະທັຍຂອງພຣະອົງໃຫ້ໄປຕາມພຣະອື່ນ ແລະພຣະທັຍຂອງພຣະອົງບໍ່ໄດ້ສັດຊື່ຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງ ດັ່ງພຣະທັຍຂອງດາວິດຣາຊບິດາຂອງພຣະອົງ 5 ເພາະໂຊໂລໂມນຊົງດຳເນີນຕາມພຣະອັຊຕາຣ໌ເຕ ພຣະແມ່ເຈົ້າຂອງຄົນຊີໂດນ ແລະຕາມພຣະມີນໂຄມ ສິ່ງທີ່ຫນ້າກຽດຊັງຂອງຄົນອັມໂມນ 6 ໂຊໂລໂມນຈຶ່ງຊົງກະທໍາສິ່ງຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ແລະບໍ່ໄດ້ຊົງຕິດຕາມພຣະຜູ້ເປັນເຈົ້າຢ່າງເຕັມພຣະທັຍດັ່ງດາວິດຣາຊບິດາຂອງພຣະອົງໄດ້ຊົງກະທຳມາແລ້ວນັ້ນ 7 ແລ້ວໂຊໂລໂມນໄດ້ຊົງສ້າງສະຖານທີ່ສູງສຸດ ສຳລັບພຣະ ເຄໂມສ ສິ່ງທີ່ຫນ້າກຽດຊັງຂອງໂມອາບ ໃນພູເຂົາທີ່ຢູ່ກັບຂ້າມເຢຣູຊາເລັມ ແລະສຳລັບພຣະໂມເລກ ສິ່ງທີ່ຫນ້າກຽດຊັງຂອງຄົນອັມໂມນ 8 ແລະພຣະອົງຈຶ່ງຊົງກະທຳດັ່ງນັ້ນເພື່ອມະເຫສີຕ່າງດ້າວຂອງພຣະອົງທັງສິ້ນ ຜູ້ທີ່ໄດ້ເຜົາເຄື່ອງຫອມ ແລະຖວາຍເຄື່ອງສັຕບູຊາແກ່ບັນດາພຣະຂອງເຂົາ 9 ພຣະຜູ້ເປັນເຈົ້າຊົງກີ້ວຕໍ່ໂຊໂລໂມນ ເພາະພຣະທັຍຂອງທ່ານໄດ້ຫັນໄປເສັຽຈາກພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ ຜູ້ໄດ້ຊົງປາກົດແກ່ທ່ານສອງຄັ້ງແລ້ວ 10 ແລະໄດ້ຊົງສັ່ງທ່ານກ່ຽວກັບເຣື່ອງນີ້ວ່າທ່ານບໍ່ຄວນໄປຕິດຕາມພຣະອື່ນ ແຕ່ທ່ານບໍ່ໄດ້ຮັກສາພຣະຄຳສັ່ງຂອງພຣະຜູ້ເປັນເຈົ້າ 11 ເພາະສະນັ້ນພຣະເຈົ້າສັ່ງກັບໂຊໂລໂມນວ່າ, “ເນື່ອງດ້ວຍຄວາມຄິດຂອງເຈົ້າເປັນຢ່າງນີ້ ແລະເຈົ້າບໍ່ໄດ້ຮັກສາຄຳຫມັ້ນສັນຍາຂອງເຣົາ ແລະກົດເກນຂອງເຮົາ ຊື່ງເຮົາໄດ້ສັ່ງເຈົ້າໄວ້ ເຮົາຈະຈີກອານາຈັກເສັຽຈາກເຈົ້າ ແລະໃຫ້ແກ່ຂ້າຣາຊການຂອງເຈົ້າ 12 ສັນນັ້ນກໍດີເພາະເຫັນແກ່ດາວິດບິດາຂອງເຈົ້າ ເຮົາຈະບໍ່ກະທຳໃນວັນເວລາຂອງເຈົ້າ ແຕ່ເຮົາຈະຈີກອອກຈາກມືບຸດຂອງເຈົ້າ 13 ຢ່າງໃດກໍດີ ເຮົາຈະບໍ່ຈີກເສັຽຫມົດອານາຈັກ ແຕ່ເຮົາຈະໃຫ້ເຜົ່ານຶ່ງແກ່ບຸດຊາຍຂອງເຈົ້າ ເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຣົາ ແລະເພື່ອເຫັນແກ່ເຢຣູຊາເລັມຊຶ່ງເຮົາໄດ້ເລືອກໄວ້” 14 ພຣະເຈົ້າຊົງໃຫ້ສັດຕຣູເກີດຂຶ້ນຕໍ່ສູ້ໂຊໂລໂມນ ຄືຮາດາດ ຄົນເອໂດມ ທ່ານເປັນເຊື້ອສາຍຣາຊວົງແຫ່ງເອໂດມ 15 ເພາະເມື່ອດາວິດຢູ່ໃນເອໂດມ ແລະໂຢອາບຜູ້ບັນຊາການກອງທັບໄດ້ຂຶ້ນໄປຝັງຜູ້ທີ່ຖືກຂ້າ ເຂົາໄດ້ຂ້າຜູ້ຊາຍທຸກຄົນໃນເອໂດມເສັຽ 16 (ເພາະໂຢອາບ ແລະຄົນອິສຣາເອນທັງສີ້ນຍັງຢູ່ທີ່ນັ້ນຫົກເດືອນ ຈົນກວ່າເຂົາຈະໄດ້ຂ້າຜູ້ຊາຍທຸກຄົນໃນເອໂດມ) 17 ແຕ່ຮາດາດໄດ້ຫນີໄປເອຢິບ ພ້ອມກັບຄົນເອໂດມບາງຄົນຜູ້ເປັນຂ້າຣາຊການຂອງບິດາຂອງທ່ານ ຄັ້ງນັ້ນຮາດາດຍັງເປັນເດັກນ້ອຍຢູ່ 18 ເຂົາທັງຫລາຍຍົກອອກຈາກມີດີອານມາຍັງປາຣານ ແລະພາຄົນຈາກປາຣານມາກັບເຂົາ ແລະມາເຖິງເອຢິບ ເຝົ້າກະສັດຟາຣາໂອກະສັດແຫ່ງເອຢິບ ຜູ້ປະທານເຮືອນຫລັງນຶ່ງແກ່ເຂົາ ແລະກຳນົດໃຫ້ໄດ້ຮັບປັນສະບ່ຽງອາຫານ ແລະປະທານທີ່ດີນໃຫ້ເຂົາດ້ວຍ 19 ແລະຮາດາດເປັນທີ່ຊອບຫລາຍໃນສາຍຕາຂອງຟາຣາໂອ ຟາຣາໂອຈຶ່ງປະທານນ້ອງສາວຂອງມະເຫສີຂອງທ່ານເອງ ຄື(ຂະນິດຖາ) ນ້ອງສາວຂອງພຣະຣາຊີນີທາເປເນສໃຫ້ແຕ່ງງານກັບເຂົາ 20 ແລະນ້ອງສາວຂອງທາເປເນສປະສູດເກນູບັທໃຫ້ທ່ານເປັນບຸດຊາຍ ຜູ້ຊຶ່ງຖືກລ້ຽງດູໄວ້ໃນວັງຂອງຟາຣາໂອ ແລະເກນູບັທຢູ່ໃນວັງຂອງຟາຣາໂອໃນຫມູ່ຣາຊໂອຣົດຂອງຟາຣາໂອ 21 ແຕ່ເມື່ອຮາດາດຢູ່ໃນເອຢິບໄດ້ຍິນວ່າ ດາວິດໄດ້ລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງແລ້ວ ແລະໂຢອາບຜູ້ບັນຊາການກອງທັບກໍສີ້ນພຣະຊົນແລ້ວ ຮາດາດຈຶ່ງທູນຟາຣາໂອວ່າ, “ຂໍຂ້າພຣະອົງທູນລາ ເພື່ອຂ້າພຣະອົງຈະກັບໄປຍັງປະເທດຂອງຂ້າພຣະອົງເອງ” 22 ແຕ່ຟາຣາໂອສັ່ງກັບທ່ານວ່າ, “ທ່ານຢູ່ກັບເຮົາຂາດສິ່ງໃດຫລື ບັດນີ້ທ່ານຈຶ່ງເສາະຫາທີ່ຈະກັບໄປຍັງປະເທດຂອງທ່ານ” ແລະທ່ານກໍທູນພຣະອົງວ່າ, “ບໍ່ຂາດສິ່ງໃດເລີຍ ແຕ່ຂໍໃຫ້ຂ້າພຣະອົງໄປເຖີດ” 23 ພຣະເຈົ້າໄດ້ຊົງໃຫ້ສັດຕຣູເກີດຂຶ້ນຕໍ່ສູ້ທ່ານອີກຄົນນຶ່ງ ຄືເຣໂຊນບຸດຂອງເອລີອາດາ ຜູ້ທີ່ຫນີໄປຈາກຮາດາເດເຊີກະສັດແຫ່ງໂຊບາເຈົ້ານາຍຂອງຕົນ 24 ເມື່ອດາວິດເຂັ່ນຂ້າຊາວໂຊບາເຂົາກໍຮວບຮວມຜູ້ຄົນໃຫ້ຢູ່ກັບເຂົາ ກາຍເປັນຫົວຫນ້າຂອງກອງປຸ້ນ ແລະເຂົາທັງຫລາຍກໍໄປຍັງເມືອງດາມັສກັສອາໄສຢູ່ທີ່ນັ້ນ ແລະຄອບຄອງເມືອງດາມັສກັສ 25 ທ່ານເປັນສັດຕຣູຂອງອິສຣາເອນຕລອດວັນເວລາຂອງໂຊໂລໂມນ ກໍ່ເຫດຮ້າຍດັ່ງທີ່ຮາດາດໄດ້ກະທຳ ແລະທ່ານກຽດຊັງອິສຣາເອນ ແລະໄດ້ປົກຄອງຢູ່ເຫນືອຊີເຣັຽ (ອາຣາມ) 26 ເຢໂຣໂບອາມບຸດຊາຍຂອງເນບັດ ເປັນຄົນຕະກູນເອຟຣາອິມທີ່ມາຈາກເຊເຣດາ ແມ່ຂອງເຂົາຊື່ວ່າ ເຊຣູອາ ນາງເປັນແມ່ຫມ້າຍ ເຢໂຣໂບອາມເປັນຄົນໃນວົງຣາຊການຂອງເຈົ້າໂຊໂລໂມນ ແຕ່ເຂົາໄດ້ກະບົດຕໍ່ພຣະອົງ 27 ເຣື່ອງຣາວການກະບົດຂອງເຢໂຣໂລອາມເປັນດັ່ງນີ້ ເຈົ້າໂຊໂລໂມນໄດ້ສ້າງປ້ອມມິນໂລ ຢູ່ທາງເບື້ອງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ແລະໄດ້ອັດປ່ອງແຕກຂອງກຳແພງເມືອງຂອງດາວິດບິດາຂອງພຣະອົງ ເຢໂຣໂບອາມເປັນຊາຍຫນຸ່ມທີ່ເກັ່ງກ້າ 28 ເມື່ອເຈົ້າໂຊໂລໂມນສັງເກດເຫັນເຢໂຣໂບອາມເປັນຊາຍຫນຸ່ມທີ່ເກັ່ງກ້າ ແລະເອົາໃຈໃສ່ໃນວຽກງານ ພຣະອົງຈຶ່ງແຕ່ງຕັ້ງໃຫ້ເປັນຜູ້ກຳກັບຄົນງານທັງຫມົດຂອງຕະກູນມານັສເຊ ແລະເອຟຣາອິມ 29 ວັນນຶ່ງ ເມື່ອເຢໂຣໂບອາມອອກໄປນະຄອນເຢຣູຊາເລັມ ຜູ້ປະກາດພຣະທັມອາຮີຢາຊາວຊີໂລ ໄດ້ພົບທ່ານທີ່ກາງທາງ ອາຮີຢານຸ່ງເຄື່ອງເສື້ອ ຄຸມໃຫມ່ ແລະທັງສອງຢູ່ນອກເມືອງຕາມລຳພັງໃນທົ່ງນາ 30 ແລ້ວອາຮີຢາແກ້ເສື້ອຄຸມໃຫມ່ອອກມາຈີກເປັນສິບສອງສິ້ນ 31 ແລະທ່ານເວົ້າຕໍ່ເຢໂຣໂບອາມວ່າ, “ທ່ານຈົ່ງເອົາໄປສິບສິ້ນເພາະພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນສັ່ງດັ່ງນີ້ວ່າ “ເບິ່ງແມ໋, ເຮົາກຳລັງຈະຈີກອານາຈັກຈາກມືໂຊໂລໂມນ ແລະຈະໃຫ້ເຈົ້າສິບຕະກູນ 32 (ແຕ່ເຂົາຈະມີຕະກູນນຶ່ງເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຣົາ ແລະເພື່ອເຫັນແກ່ເຢຣູຊາເລັມເມືອງຊຶ່ງເຮົາເລືອກຈາກຖ້າມກາງເຜົ່າທັງປວງຂອງອິສຣາເອນ) 33 ເພາະວ່າໂຊໂລໂມນໄດ້ລືມເຮົາ ແລະໄປນະມັສການຮູບພຣະອັຊຕາເຕ ຄືເທບທິດາຂອງຊາວຊີໂດມ ເຄໂມສພຣະເຈົ້າຂອງຊາວໂມອາບ ມີນໂກມພຣະເຈົ້າຂອງຊາວອັມໂມນ ເຂົາບໍ່ໄດ້ຟັງຄວາມເຮົາ ເຂົາທຳໃນສິ່ງທີ່ຜິດ ແລະບໍ່ໄດ້ຖືຮັກສາພຣະບັນຍັດ ແລະຂໍ້ຄຳສັ່ງຂອງເຮົາ ຕາມທີ່ດາວິດບິດາຂອງເຂົາໄດ້ປະຕິບັດມາ 34 ແຕ່ວ່າເຣົາຈະບໍ່ເອົາຣາຊອານາຈັກອອກຫນີຫມົດຈາກກຳມືຂອງເຂົາ ເພາະເຮົາຍັງຈະໃຫ້ເຂົາເປັນເຈົ້າຊີວິດປົກຄອງໄປຕລອດຊົ່ວຊີວິດ ເພາະເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ ຜູ້ທີ່ຖືຮັກສາພຣະບັນຍັດ ແລະພຣະຄຳສັ່ງຂອງເຮົາໄວ້ 35 ເຮົາຈະຍຶດເອົາຣາຊອານາຈັກອອກຈາກກຳມືບຸດຊາຍຂອງເຂົາ ແລະມອບໃຫ້ເຈົ້າປົກຄອງສິບຕະກູນ 36 ເຮົາຈະໃຫ້ບຸດຊາຍຂອງເຂົາປົກຄອງນຶ່ງຕະກູນ ເພື່ອວ່າຈະມີເຊື້ອສາຍຂອງກະສັດດາວິດປົກຄອງຢູ່ຕລອດໄປທີ່ນະຄອນເຢຣູຊາເລັມ ຊຶ່ງເປັນເມືອງທີ່ເຮົາໄດ້ເລືອກໄວ້ໃຫ້ເປັນບ່ອນປະທັບຂອງເຮົາ 37 ສະນັ້ນ ເຮົາຈະໃຫ້ເຈົ້າປົກຄອງຕາມທີ່ເຈົ້າຕ້ອງການ ແລະເຈົ້າຈະເປັນເຈົ້າຊີວິດຂອງຊາວອິສຣາເອນ 38 ຖ້າວ່າເຈົ້າຟັງຄຳສັ່ງທຸກຢ່າງ ແລະຂັບຕາມວິຖີທາງຂອງເຮົາໂດຍປະຕິບັດໃນທຸກໆສິ່ງ ທີ່ຖືກຕ້ອງແລະຮັກສາພຣະບັນຍັດທັງຂໍ້ຄຳສັ່ງຂອງເຮົາ ຕາມທີ່ດາວິດຜູ້ຮັບໃຊ້ຂອງເຮົາໄດ້ປະຕິບັດມາ ເຮົາຈະສະຖິດຢູ່ກັບເຈົ້າ ແລະຈະໃຫ້ເຈົ້າເປັນເຈົ້າຊີວິດແຫ່ງອິສຣາເອນ ແລະຈະໃຫ້ມີເຊື້ອສາຍຂອງເຈົ້າປົກຄອງສືບແທນເຈົ້າ ຊຶ່ງເປັນເຫມືອນດັ່ງກະສັດດາວິດຍ້ອນໂຊໂລໂມນທຳຜິດ 39 ເຮົາຈະລົງໂທດເຊື້ອສາຍຂອງດາວິດ ແຕ່ຈະບໍ່ລົງໂທດເຊື້ອສາຍນັ້ນຕລອດໄປ 40 ໂຊໂລໂມນໄດ້ພຍາຍາມຂ້າເຢໂຣໂບອາມ ແຕ່ເຂົາໄດ້ປົບຫນີໄປຫາຊີຊາກເຈົ້າຊີວິດປະເທດເອຢິບ ແລະກໍຄ້າງຢູ່ໃນປະເທດນີ້ຈົນໂຊໂລໂມນເຖິງສວັນນະຄົດ
ໂຊໂລໂມນສິ້ນພຣະຊົນ
41 ເຣື່ອງຣາວຂອງເຈົ້າໂຊໂລໂມນ ເຊັ່ນວຽກການຕ່າງໆທີ່ພຣະອົງໄດ້ຊົງກະທຳ ຕລອດທັງສະຕິປັນຍາຂອງພຣະອົງ ບໍ່ໄດ້ບັນທຶກໄວ້ໃນປື້ມປະຫວັດຂອງເຈົ້າໂຊໂລໂມນຫລື 42 ເຈົ້າໂຊໂລໂມນເປັນເຈົ້າຊີວິດທີ່ນະຄອນເຢຣູຊາເລັມ ແລະປົກຄອງທົ່ວທັງອິສຣາເອນໄດ້ສີ່ສິບປີ 43 ແລ້ວພຣະອົງກໍສວັນນະຄົດໄປຢູ່ນຳພວກປູ່ຍ່າຕາຍາຍ ເຂົາໄດ້ຝັງສົບພຣະອົງໄວ້ໃນນະຄອນເຢຣູຊາເລັມ ຕໍ່ມາ ເຣໂຣໂບອາມ ບຸດຊາຍຂອງພຣະອົງກໍຂຶ້ນຄອງຣາຊສົມບັດແທນ
ປະຊາຊົນອິສຣາເອນກະບົດຕໍ່ຕ້ານ ເຣໂຮໂບອາມ
1 ເຮໂຮໂບອາມໄດ້ໄປເມືອງຊີເຄມ ບ່ອນທີ່ພວກອິສຣາເອນພາກັນເຕົ້າໂຮມກັນເພື່ອແຕ່ງຕັ້ງໃຫ້ທ່ານເປັນເຈົ້າຊີວິດ 2 ຂ່າວເຣື່ອງນີ້ໄດ້ຊ່າລືໄປເຖິງຫູຂອງເຢໂຣໂບອາມບຸດຊາຍຂອງເນບັດ ຜູ່ທີ່ຍັງຢູ່ໃນປະເທດເອຢິບ ບ່ອນທີ່ເຂົາປົບໄປລີ້ເຈົ້າໂຊໂລໂມນ ດັ່ງນັ້ນ ເຂົາຈຶ່ງກັບຄືນເມືອປະເທດຂອງຕົນເອງ 3 ຊາວອິສຣາເອນໄດ້ໃຊ້ຄົນໄປເຊີນເຂົາມາ ແລ້ວເຢໂຣໂບອາມພ້ອມທັງພວກອິສຣາເອນທຸກຄົນຈຶ່ງພາກັນໄປທູນຕໍ່ເຈົ້າເຣໂຣໂບອາມວ່າ, 4 “ເຈົ້າໂຊໂລໂມນສະເດັດພໍ່ຂອງພຣະອົງ ປະຕິບັດຕໍ່ພວກຂ້າພຣະອົງຮຸນແຮງຫລາຍ ໂດຍໄດ້ສັ່ງໃຫ້ເຮັດວຽກອັນຫນັກຫນ່ວງ ດຽວນີ້ຂໍພຣະອົງຜ່ອນຜັນວຽກອັນຫນັກຫນ່ວງນີ້ ແລະໂຜດໃຫ້ຊີວິດຂອງພວກຂ້າພຣະອົງຢູ່ຢ່າງສະບາຍ ພວກຂ້າພຣະອົງຈະຂໍເປັນຜູ້ຮັບໃຊ້ທີ່ຊື່ສັດຂອງພຣະອົງ” 5 ພຣະອົງສັ່ງກັບເຂົາວ່າ, “ຈົ່ງກັບໄປເສັຽຈັກສາມວັນ ແລ້ວຈຶ່ງມາຫາເຮົາອີກ” ປະຊາຊົນຈຶ່ງກັບໄປ 6 ເຈົ້າເຣໂຮໂບອາມ ຈຶ່ງປຶກສາກັບພວກອະວຸໂສທີ່ເຄີຍເປັນທີ່ປຶກສາຂອງກະສັດໂຊໂລໂມນ ທ່ານຖາມພວກນີ້ວ່າ, “ພວກທ່ານຈະແນະນຳໃຫ້ເຮົາຕອບປະຊາຊົນເຫລົ່ານີ້ຢ່າງໃດ” 7 ພວກນີ້ຈຶ່ງຕອບວ່າ, “ຖ້າພຣະອົງຢາກເຮັດວຽກຮ່ວມກັບປະຊາຊົນເປັນຢ່າງດີ ຈົ່ງຕອບໃຫ້ຖືກໃຈພວກເຂົາ ແລ້ວພວກເຂົາຈະຮັບໃຊ້ພຣະອົງດ້ວຍຄວາມສັດຊື່” 8 ແຕ່ວ່າ ເຈົ້າເຣໂຮໂບອາມປະຕິເສດຄຳແນະນຳຂອງພວກອະວຸໂສນີ້ ໂດຍໄປປຶກສາກັບພວກທີ່ເກີດລຸ້ນຣາວຄາວດຽວກັນກັບຕົນ 9 ພຣະອົງຖາມວ່າ, “ພວກປະຊາຊົນໄດ້ມາຂໍຮ້ອງເຮົາໃຫ້ຜ່ອນຜັນວຽກອັນຫນັກຫນ່ວງຂອງພວກເຂົາ ພວກທ່ານຈະເຫັນສົມຄວນໃຫ້ເຮົາເຮັດຢ່າງໃດດີ” 10 ພວກເຂົາຈຶ່ງທູນຕອບວ່າ, “ພຣະອົງຈະຕ້ອງບອກພວກເຂົາດັ່ງນີ້ຄື ນີ້ວກ້ອຍຂອງເຮົາກໍໃຫຍ່ກວ່າແອວຂອງສະເດັດພໍ່ 11 ຖ້າວ່າວຽກທີ່ສະເດັດພໍ່ຂອງເຮົາມອບຫມາຍໃຫ້ພວກເຈົ້າເຮັດນັ້ນຫນັກໂພດ ວຽກຂອງເຣົາທີ່ຈະມອບໃຫ້ນັ້ນກໍຍັງຈະຫນັກກວ່າ ທ່ານຂ້ຽນຕີພວກເຈົ້າດ້ວຍເຊືອກທຳມະດາ ແຕ່ເຮົາຈະຂ້ຽນຕີພວກເຈົ້າດ້ວຍເຊືອກຫນັງ” 12 ສາມວັນຕໍ່ມາ ເຢໂຣໂບອາມ ພ້ອມທັງຊາວອິສຣາເອນທຸກຄົນກໍກັບຄືນມາຫາເຈົ້າເຣໂຮໂບອາມຕາມຄຳສັ່ງຂອງພຣະອົງ 13 ເຈົ້າເຣໂຮໂບອາມປະຕິເສດຄຳແນະນຳຈາກທີ່ປຶກສາອະວຸໂສ ແຕ່ພຣະອົງໄດ້ເວົ້າຕໍ່ປະຊາຊົນຕາມຄຳແນະນຳຂອງພວກທີ່ປຶກສາຫນຸ່ມ 14 ພຣະອົງກ່າວດ້ວຍໃຈຮ້າຍວ່າ, “ຖ້າວາວຽກການທີ່ສະເດັດພໍ່ຂອງເຮົາສັ່ງໃຫ້ພວກເຈົ້າເຮັດນັ້ນຫນັກໂພດ ວຽກຂອງເຣົາທີ່ຈະສັ່ງໃຫ້ທຳນັ້ນກໍແຮງຈະຫນັກກວ່າທ່ານຂ້ຽນຕີພວກເຈົ້າດ້ວຍເຊືອກທຳມະດາ ແຕ່ເຮົາຈະຂ້ຽນພວກເຈົ້າດ້ວຍເຊືອກຫນັງ” 15 ການທີ່ເຈົ້າເຣໂຮໂບອາມປະຕິເສດບໍ່ຟັງປະຊາຊົນແມ່ນການກະທຳຂອງພຣະຜູ້ເປັນເຈົ້າ ເພື່ອທຳໃຫ້ຄຳສັນຍາຂອງພຣະອົງສຳເຣັດລົງ ຊຶ່ງພຣະອົງຊົງມອບໃຫ້ເຢໂຣໂບອາມຜ່ານທາງຜູ້ປະກາດພຣະທັມອາຮີຢາ 16 ເມື່ອຊາວອິສຣາເອນເຫັນວ່າ ເຈົ້າຊີວິດບໍ່ຍອມຟັງສຽງຂອງພວກຕົນ ພວກເຂົາກໍຮ້ອງຂຶ້ນດ້ວຍສຽງດັງວ່າ, “ພວກຂ້າພຣະອົງມີສ່ວນກ່ຽວພັນແນວໃດກັບກະສັດດາວິດ ພວກເຂົາເຄີຍເຣັດຫຍັງສຳລັບພວກເຮົາແດ່ ຊາວອິສຣາເອນເອີຍ ຂໍໃຫ້ພວກເຮົາກັບຄືນເມືອບ້ານເຖີດ ຂໍໃຫ້ເຈົ້າເຣໂຮໂບອາມຮັບພາຣະເບິ່ງແຍງພວກຂອງພຣະອົງເອງ” 17 ດັ່ງນັ້ນ ພວກອີສຣາເອນຈຶ່ງໄດ້ພາກັນກະບົດ ໂດຍປ່ອຍໃຫ້ເຈົ້າເຣໂຮໂບອາມປົກຄອງປະຊາຊົນທີ່ຢູ່ຕາມເຂດແດນຂອງຕະກູນຢູດາ 18 ເຈົ້າເຣໂຮໂບອາມໄດ້ແຕ່ງຕັ້ງໃຫ້ອາໂດຣາມ ຊຶ່ງເປັນຜູ້ຄວບຄຸມແຮງງານອອກໄປຫາພວກອິສຣາເອນ ແຕ່ພວກເຂົາໄດ້ແກວ່ງກ້ອນຫີນໃສ່ທ່ານຈົນຕາຍ ໃນຕອນນີ້ ເຈົ້າເຣໂຮໂບອາມກໍຟ້າວຂື້ນຣົດມ້າຫນີໄປນະຄອນເຢຣູຊາເລັມ 19 ນັບຕັ້ງແຕ່ນັ້ນມາ ພວກອິສຣາເອນຢູ່ທາງຣາຊອານາຈັກໄດ້ກະບົດຕໍ່ສູ້ເຊື້ອສາຍຣາຊວົງຂອງກະສັດດາວິດ 20 ຄືເມື່ອພວກອິສຣາເອນຮູ້ວ່າ ເຢໂຣໂບອາມກັບຄືນມາແຕ່ປະເທດເອຢິບແລ້ວ ພວກເຂົາກໍເຊີນທ່ານເຂົ້າມາຮ່ວມປະຊຸມກັບປະຊາຊົນ ແລະແຕ່ງຕັ້ງໃຫ້ທ່ານເປັນເຈົ້າຊີວິດຂອງຊາວອິສຣາເອນ ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດຕິດຕາມພຣະຣາຊວົງຂອງກະສັດດາວິດ ນອກຈາກຕະກູນຢູດາເທົ່ານັ້ນ 21 ພໍເຈົ້າເຣໂຮໂບອາມມາຮອດນະຄອນເຢຣູຊາເລັມ ພຣະອົງກໍທ້ອນໂຮມນັກຮົບໃນຕະກູນຢູດາ ແລະຕະກູນເບັນຢາມິນ ມີຈຳນວນທັງຫມົດແສນແປດຫມື່ນຄົນ ເພື່ອໄປຕໍ່ສູ້ກັບພວກອິສຣາເອນ ແລະຍາດເອົາຣາຊບັນລັງກັບຄືນມາ 22 ແຕ່ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຜູ້ປະກາດພຣະທັມເຊມັຍຢາວ່າ, 23 “ຈົ່ງບອກເຣໂຮໂບອາມ ບຸດຊາຍຂອງໂຊໂລໂມນ ເຈົ້າຊີວິດແຫ່ງຢູດາພ້ອມທັງຊາວຢູດາ ແລະຊາວເບັນຢາມິນທັງຫມົດວ່າ 24 ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ ຢ່າໄປຕໍ່ສູ້ກັບຊາວອິສຣາເອນພີ່ນ້ອງຂອງເຈົ້າເລີຍ ຈົ່ງໃຫ້ທຸກຄົນກັບບ້ານ ເພາະເຫດການທີ່ເກີດຂຶ້ນນີ້ມາຈາກເຮົາ” ທຸກຄົນກໍເຊື່ອຟັງຄຳສັ່ງຂອງພຣະຜູ້ເປັນເຈົ້າ ແລະພາກັນກັບຄືນເມືອ 25 ຕໍ່ມາ ເຢໂຮໂບອາມໄດ້ສ້າງແປງເມືອງຊີເຄມ ຢູ່ເຂດພູເອຟຣາອີມ ແລະອາໄສຢູ່ພຽງຊົ່ວຄາວ ແລ້ວກໍຈາກບ່ອນນີ້ໄປສ້າງແປງເມືອງເປນູເອນອີກ 26 ເຢໂຮໂບອາມຄິດໃນໃຈວ່າ, “ຕໍ່ໄປຣາຊອານາຈັກນີ້ຈະກັບຄືນເປັນເຊື້ອສາຍດາວິດອີກ 27 ຖ້າປະຊາຊົນຂືນຍັງໄປຖວາຍເຄື່ອງບູຊາທີ່ພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ນະຄອນເຢຣູຊາເລັມຢູ່ ຈິດໃຈຂອງປະຊາຊົນເຫລົ່ານີ້ ກໍຕ້ອງປ່ຽນເປັນພວກຂອງເຈົ້າເຣໂຮໂບອາມເຈົ້າຊີວິດແຫ່ງຢູດາ ແລ້ວພວກເຂົາກໍຈະຂ້າເຮົາ ແລະກັບຄືນຫາເຈົ້າເຣໂຮໂບອາມກະສັດແຫ່ງຢູດາ” 28 ເມື່ອຄິດດັ່ງນັ້ນແລ້ວ ພຣະອົງຈຶ່ງເອົາຄຳມາສ້າງຮູບງົວເປັນສອງໂຕ ແລະເວົ້າຕໍ່ປະຊາຊົນວ່າ, “ຊາວອິສຣາເອນເອີຍ ພວກເຈົ້າໄປຂາບໄຫວ້ທີ່ນະຄອນເຢຣູຊາເລັມດົນນານພໍສົມຄວນແລ້ວ ນີ້ເດ່ ພຣະເຈົ້າຂອງພວກເຈົ້າ ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ” 29 ແລ້ວພຣະອົງໄດ້ປະດິດສະຖານຮູບງົວໂຕນຶ່ງໄວ້ທີ່ເມືອງເບັດເອນ ແລະອີກໂຕນຶ່ງໄວ້ທີ່ເມືອງດານ 30 ດັ່ງນັ້ນ ຊາວອິສຣາເອນຈີ່ງທຳຜິດທີ່ໄປຂາບໄຫວ້ຢູ່ເມືອງເບັດເອນ ແລະເມືອງດານ 31 ເຢໂຮໂບອາມຍັງໄດ້ສ້າງວິຫານສະຖານທີ່ສູງ ຊົງກຳນົດຕັ້ງປະໂຣຫິດຈາກຫມູ່ປະຊາຊົນທັງປວງ ທີ່ບໍ່ແມ່ນຄົນເລວີ 32 ເຢໂຮໂບອາມໄດ້ຈັດງານເທສການກິນລ້ຽງຂຶ້ນໃນວັນທີ່ສິບຫ້າຂອງເດືອນແປດ ເຫມືອນດັ່ງເທສການທີ່ປະເທດຢູດາ ແລະໄດ້ຖວາຍເຄື່ອງບູຊາເທິງແທ່ນບູຊາທີ່ເມືອງເບັດເອນ ຄືໄດ້ຖວາຍບູຊາຮູບງົວທີ່ພຣະອົງໄດ້ຫລໍ່ຂຶ້ນນັ້ນ ແລະພຣະອົງສະຖາປະນາປະໂຣຫິດທີ່ເມືອງເບັດເອນໃຫ້ຮັບໃຊ້ຢູ່ໃນບ່ອນຂາບໄຫວ້ທີ່ພຣະອົງໄດ້ສ້າງໄວ້ 33 ໃນວັນທີ່ສິບຫ້າຂອງເດືອນແປດ ຊຶ່ງເປັນວັນເວລາທີ່ພຣະອົງຊົງແຕ່ງຕັ້ງເອົາເອງ ພຣະອົງໄດ້ຂຶ້ນໄປເທິງແທ່ນບູຊາ ແລະໄດ້ຈັດງານເທສການຂຶ້ນສຳລັບພວກອິສຣາເອນ ແລ້ວກໍຖວາຍບູຊາເຄື່ອງຫອມ
ຜູ້ປະກາດພຣະທັມແຫ່ງຢູດາເຕືອນເຢໂຮໂບອາມ
1 ແລະເບິ່ງແມ໋, ຄົນຂອງພຣະຜູ້ເປັນເຈົ້າຄົນນຶ່ງໄດ້ອອກມາຈາກຢູດາໂດຍພຣະຄຳຂອງພຣະຜູ້ເປັນເຈົ້າໄປຍັງທີ່ເບັດເອນ ເຢໂຮໂບອາມຊົງຢືນຢູ່ທີ່ແທ່ນເພື່ອຈະເຜົາເຄື່ອງຫອມ 2 ແລະຊາຍຄົນນັ້ນໄດ້ຮ້ອງກ່າວໂທດແທ່ນນັ້ນໂດຍພຣະທັມຂອງຜູ້ເປັນເຈົ້າວ່າ, “ໂອ ແທ່ນບູຊາ ແທ່ນບູຊາ ພຣະຜູ້ເປັນເຈົ້າສັ່ງດັ່ງນີ້ວ່າ “ເບິ່ງແມ໋, ໂອຣົດອົງນຶ່ງຈະປະສູດມາໃນຣາຊວົງຂອງດາວິດຊື່ ໂຢຊີຢາ ແລະເທິງເຈົ້າ ແທ່ນນີ້ຈະຂ້າປະໂຣຫິດແຫ່ງສະຖານທີ່ສູງ ຜູ້ຊຶ່ງເຜົາເຄື່ອງຫອມເທິງເຈົ້າ ແລະເຂົາຈະເຜົາກະດູກຄົນເທິງເຈົ້າ” 3 ແລະທ່ານກໍໃຫ້ຫມາຍສຳຄັນໃນວັນດຽວກັນນັ້ນ ກ່າວວ່າ, “ນີ້ເປັນຫມາຍສຳຄັນທີ່ພຣະຜູ້ເປັນເຈົ້າໄດ້ສັ່ງວ່າ, “ເບິ່ງແມ໋, ເຂົາຈະພັງແທ່ນບູຊາລົງມາ ແລະມູນຂີ້ເທົ່າຊຶ່ງຢູ່ເທິງນັ້ນຈະຖືກເທອອກ” 4 ແລະຢູ່ມາເມື່ອພຣະຣາຊາຊົງສະດັບຄຳກ່າວຂອງຄົນຂອງພຣະຜູ້ເປັນເຈົ້າຊຶ່ງຮ້ອງກ່າວໂທດແທ່ນນັ້ນທີ່ເບັດເອນ ເຢໂຮໂບອາມກໍຢຽດພຣະຫັດອອກຈາກແທ່ນນັ້ນ ກ່າວວ່າ, “ຈົ່ງຈັບເຂົາໄວ້” ແລະ ພຣະຫັດຂອງພຣະອົງຊຶ່ງຢຽດອອກຕໍ່ເຂົານັ້ນກໍຫ່ຽວແຫ້ງໄປ ພຣະອົງຈະພັບກັບເຂົ້າຫາຕົວອີກກໍບໍ່ໄດ້ 5 ແທ່ນບູຊາກໍພັງລົງດ້ວຍ ແລະມູນຂີ້ເທົ່າກໍຣ່ວງລົງມາຈາກແທ່ນ ຕາມຫມາຍສຳຄັນຊຶ່ງຄົນຂອງພຣະຜູ້ເປັນເຈົ້າໄດ້ໃຫ້ໄວ້ໂດຍພຣະຄຳຂອງພຣະຜູ້ເປັນເຈົ້າ 6 ແລະພຣະຣາຊາສັ່ງກັບຄົນຂອງພຣະຜູ້ເປັນເຈົ້າວ່າ, “ຈົ່ງໄຫວ້ວອນຂໍພຣະກະຣຸນາແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ຂໍຈົ່ງອ້ອນວອນເພື່ອຂ້າພະເຈົ້າ ຂ້າພຣະເຈົ້າຈະພັບມືກັບເຂົ້າຫາຕົວໄດ້ອີກ” ແລະຄົນຂອງພຣະຜູ້ເປັນເຈົ້າກໍອ້ອນວອນຕໍ່ພຣະຜູ້ເປັນເຈົ້າ ແລະພຣະຣາຊາກໍຊົງພັບພຣະຫັດກັບເຂົ້າຫາພຣະອົງໄດ້ອີກ ແລະເປັນເຫມືອນເດີມ 7 ແລະພຣະຣາຊາສັ່ງກັບຄົນຂອງພຣະຜູ້ເປັນເຈົ້າວ່າ, “ເຊີນມາບ້ານກັບຂ້າພະເຈົ້າເຖີດ ແລະຮັບປະທານດ້ວຍກັນ ຂ້າພະເຈົ້າຈະໃຫ້ຮາງວັນແກ່ທ່ານ” 8 ແລະຄົນຂອງພຣະຜູ້ເປັນເຈົ້າທູນພຣະຣາຊາວ່າ, “ຖ້າທ່ານຈະໃຫ້ຈັກເຄິ່ງຣາຊສົມບັດຂອງທ່ານ ຂ້າພະເຈົ້າຈະບໍ່ໄປກັບທ່ານ ແລະຂ້າພະເຈົ້າຈະບໍ່ຮັບປະທານອາຫານ ຫລືດື່ມນ້ຳໃນທີ່ນີ້ 9 ເພາະວ່າພຣະທັມຂອງພຣະຜູ້ເປັນເຈົ້າບັນຊາຂ້າພະເຈົ້າໄວ້ຢ່າງນັ້ນວ່າ “ເຈົ້າຢ່າກິນອາຫານຫລືດື່ມນ້ຳ ຫລືກັບໄປຕາມທາງທີ່ເຈົ້າມານັ້ນ” 10 ດັ່ງນັ້ນທ່ານຈຶ່ງໄປເສັຽອີກທາງນຶ່ງ ແລະບໍ່ກັບໄປຕາມທາງທີ່ທ່ານມາຍັງເບັດເອນ 11 ມີຜູ້ປະກາດພຣະທັມໃຫ້ແກ່ຄົນນຶ່ງທີ່ອາໄສຢູ່ໃນເບັດເອນ ແລະບຸດຊາຍຂອງທ່ານກໍໄດ້ມາບອກທ່ານເຖິງເຣື່ອງຣາວທັງສີ້ນ ຊຶ່ງຄົນຂອງພຣະຜູ້ເປັນເຈົ້າໄດ້ກະທຳໃນວັນນັ້ນທີ່ເບັດເອນ ຖ້ອຍຄຳຊຶ່ງທ່ານໄດ້ກ່າວແກ່ພຣະຣາຊາ ເຂົາທັງຫລາຍກໍໄດ້ເລົ່າໃຫ້ບິດາຂອງເຂົາຟັງດ້ວຍ 12 ແລະບິດາຂອງເຂົາໄດ້ຖາມເຂົາວ່າ, “ທ່ານໄປທາງໃດ” ແລະບຸດຊາຍທັງຫລາຍຂອງເຂົາກໍຊີ້ທາງຊຶ່ງຂອງຄົນຂອງພຣະຜູ້ເປັນເຈົ້າມາຈາກຢູດາໄດ້ເດີນໄປ 13 ເຂົາຈຶ່ງເວົ້າກັບບຸດຊາຍຂອງເຂົາວ່າ, “ຈົ່ງຜູກອານລໍໃຫ້ພໍ່” ເຂົາທັງຫລາຍຈຶ່ງຜູກອານລໍໃຫ້ເຂົາ ແລ້ວເຂົາກໍຂຶ້ນຂີ່ 14 ເຂົາໄດ້ໄປຕາມຄົນຂອງພຣະຜູ້ເປັນເຈົ້າ ແລະໄດ້ພົບທ່ານນັ່ງຢູ່ໃຕ້ຕົ້ນໂອກຕົ້ນນຶ່ງ ເຂົາຈຶ່ງເວົ້າກັບທ່ານວ່າ, “ທ່ານເປັນຄົນຂອງພຣະຜູ້ເປັນເຈົ້າຊຶ່ງມາຈາກຢູດາຫລື” ທ່ານກໍຕອບວ່າ, “ແມ່ນແລ້ວ” 15 ເຂົາຈຶ່ງຕອບທ່ານວ່າ, “ເຊີນມາບ້ານກັບຂ້າພະເຈົ້າເຖີດ ແລະມາຮັບປະທານອາຫານ” 16 ທ່ານເວົ້າວ່າ, “ຂ້າພະເຈົ້າຈະກັບໄປກັບທ່ານ ຫລືເຂົ້າໄປພັກກັບທ່ານບໍ່ໄດ້ ຂ້າພະເຈົ້າຈະບໍ່ຮັບປະທານອາຫານຫລືດື່ມນ້ຳກັບທ່ານໃນທີ່ນີ້ 17 ເພາະພຣະທັມຂອງພຣະຜູ້ເປັນເຈົ້າສັ່ງກັບຂ້າພະເຈົ້າວ່າ “ເຈົ້າຢ່າຮັບປະທານອາຫານຫລືດື່ມນ້ຳທີ່ນັ້ນ ຫລືກັບໂດຍທາງທີ່ເຈົ້າໄດ້ມາ” 18 ແລະເຂົາຈຶ່ງເວົ້າກັບທ່ານວ່າ, “ຂ້າພະເຈົ້າກໍເປັນຜູ້ປະກາດພຣະທັມເຫມືອນຢ່າງທີ່ທ່ານເປັນນັ້ນດ້ວຍ ມີທູດສວັນອົງນຶ່ງມາບອກຂ້າພະເຈົ້າໂດຍພຣະຄຳຂອງພຣະຜູ້ເປັນເຈົ້າວ່າ “ຈົ່ງນຳເຂົາກັບມາກັບເຈົ້າຍັງເຮືອນຂອງເຈົ້າເພື່ອເຂົາຈະໄດ້ຮັບປະທານອາຫານ ແລະດື່ມນ້ຳ” ແຕ່ເຂົາມຸສາຕໍ່ທ່ານ 19 ດັ່ງນັ້ນທ່ານຈຶ່ງໄປກັບເຂົາ ແລະໄດ້ຮັບປະທານອາຫານໃນເຮືອນຂອງເຂົາ ແລະໄດ້ດື່ມນ້ຳ 20 ແລະຂນະທີ່ທ່ານນັ່ງຢູ່ທີ່ໂຕະ ພຣະຄຳຂອງພຣະຜູ້ເປັນເຈົ້າມາຍັງຜູ້ປະກາດພຣະທັມຜູ້ທີ່ໄດ້ນຳທ່ານກັບມາ 21 ແລະເຂົາຮ້ອງຕໍ່ຄົນຂອງພຣະຜູ້ເປັນເຈົ້າຜູ້ມາຈາກຢູດາວ່າ, “ພຣະຜູ້ເປັນເຈົ້າສັ່ງດັ່ງນີ້ວ່າ “ເພາະເຈົ້າບໍ່ເຊື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ແລະບໍ່ໄດ້ຮັກສາພຣະບັນຍັດຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າສັ່ງເຈົ້າ 22 ແຕ່ເຈົ້າໄດ້ກັບມາ ແລະຮັບປະທານອາຫານແລະດື່ມນ້ຳໃນທີ່ຊຶ່ງພຣະອົງສັ່ງກັບເຈົ້າວ່າ “ຢ່າຮັບປະທານອາຫານຫລືດື່ມນ້ຳ” ສົບຂອງເຈົ້າຈະບໍ່ໄດ້ໄປເຖິງອຸບໂມງຂອງບັນພະບຸຣຸດຂອງເຈົ້າ” 23 ແລະຢູ່ມາຫລັງຈາກທີ່ທ່ານໄດ້ຮັບປະທານອາຫານແລະດື່ມນ້ຳແລ້ວ ເຂົາກໍຜູກອານລໍໃຫ້ຜູ້ປະກາດພຣະທັມຜູ້ຊຶ່ງເຂົາໄດ້ພາກັບມາ 24 ແລະເມື່ອທ່ານໄປ ສີງກໍອອກມາພົບທ່ານທີ່ຖນົນແລະຂ້າທ່ານເສັຽ ແລະສົບຂອງທ່ານກໍຖືກຖີ້ມໄວ້ໃນຖນົນ ແລະລໍໂຕນັ້ນກໍຢືນຢູ່ຂ້າງໆທ່ານ ສີງກໍຢືນຢູ່ຂ້າງໆທ່ານດ້ວຍ 25 ແລະເບີ່ງແມ໋, ມີຄົນຜ່ານໄປ ແລະໄດ້ເຫັນສົບຖີ້ມຢູ່ໃນຖນົນ ແລະສີງຢືນຢູ່ຂ້າງສົບນັ້ນ ເຂົາກໍມາບອກກັນໃນເມືອງບ່ອນທີ່ຜູ້ປະກາດພຣະທັມເຖົ້າຢູ່ນັ້ນ 26 ແລະເມື່ອຜູ້ປະກາດພຣະທັມຜູ້ທີ່ນຳທ່ານກັບມາຈາກທາງຊາບເຣື່ອງ ເຂົາເວົ້າວ່າ, “ນັ້ນເປັນຄົນຂອງພຣະຜູ້ເປັນເຈົ້າຜູ້ບໍ່ເຊື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ເພາະສະນັ້ນພຣະຜູ້ເປັນເຈົ້າໄດ້ຊົງມອບທ່ານໄວ້ກັບສີງ ຊຶ່ງໄດ້ຈີກທ່ານແລະຂ້າທ່ານເສັຽ ຕາມຄຳຊຶ່ງພຣະຜູ້ເປັນເຈົ້າສັ່ງກັບທ່ານ” 27 ເຂົາຈຶ່ງເວົ້າກັບບຸດຊາຍຂອງເຂົາວ່າ, “ຈົ່ງຜູກອານລໍໃຫ້ພໍ່” ແລ້ວເຂົາກໍຜູກອານລໍໃຫ້ 28 ເຂົາຈຶ່ງໄປ ແລະພົບສົບນັ້ນຖີ້ມຢູ່ໃນຖນົນ ແລະລໍກັບສີງກໍຢືນຢູ່ຂ້າງໆສົບນັ້ນ ສີງບໍ່ໄດ້ກິນສົບນັ້ນ ຫລືຈີກລໍນັ້ນ 29 ແລະຜູ້ປະກາດພຣະທັມກໍຍົກສົບຄົນຂອງພຣະຜູ້ເປັນເຈົ້າ ແລວາງໄວ້ເທິງລໍ ນຳກັບມາຍັງເມືອງຂອງຜູ້ປະກາດພຣະທັມເຖົ້າ ເພື່ອໄວ້ທຸກໃຫ້ ແລະຝັງທ່ານເສັຽ 30 ແລະເຂົາວາງສົບນັ້ນໃນທີ່ວາງສົບຂອງຕົນເອງ ແລະເຂົາທັງຫລາຍກໍໄວ້ທຸກໃຫ້ກ່າວວ່າ, “ອະນິດຈາ ພີ່ນ້ອງເອີຍ” 31 ເມື່ອໄດ້ຝັງທ່ານໄວ້ແລ້ວ ເຂົາຈຶ່ງເວົ້າກັບບຸດຊາຍຂອງຕົນວ່າ, “ເມື່ອເຮົາຕາຍ ຈົ່ງຝັງເຮົາໄວ້ໃນທີ່ຝັງສົບຊຶ່ງຝັງຄົນຂອງພຣະຜູ້ເປັນເຈົ້າໄວ້ນັ້ນ ຈົ່ງວາງກະດູກຂອງເຮົາໄວ້ຂ້າງກະດູກຂອງທ່ານ 32 ເພາະວ່າຄຳເວົ້າຊຶ່ງທ່ານໄດ້ຮ້ອງໂດຍພຣະຄຳຂອງພຣະຜູ້ເປັນເຈົ້າກ່າວໂທດແທ່ນບູຊາໃນເບັດເອນ ແລະຕໍ່ບັນດາບ່ອນຂາບໄຫວ້ຕ່າງໆຢູ່ໃນຫົວເມືອງຊາມາເຣັຽ ຈະສຳເຣັດເປັນແນ່ 33 ພາຍຫລັງຈາກສິ່ງເຫລົ່ານີ້ ເຢໂຣໂບອາມບໍ່ໄດ້ຫັນກັບຈາກທາງຊົ່ວຂອງພຣະອົງ ແຕ່ຈາກຖ້າມກາງປະຊາຊົນໄດ້ຊຳຮະບາງຄົນໃຫ້ບໍຣິສຸດເປັນປະໂຣຫິດໃຫ້ຮັບໃຊ້ທີ່ແທ່ນບູຊານັ້ນອີກ ຜູ້ໃດທີ່ພໍໃຈເປັນ ທ່ານກໍແຕ່ງຕັ້ງເຂົາໃຫ້ເປັນປະໂຣຫິດຮັບໃຊ້ປະຈຳທີ່ແທ່ນບູຊາ 34 ແລະສິ່ງນີ້ໄດ້ເປັນບາບແກ່ຣາຊວົງເຢໂຮໂບອາມ ເພື່ອຈະຕັດແລະທຳລາຍຣາຊວົງນັ້ນເສັຽຈາກພື້ນແຜ່ນດີນໂລກ
ຄຳພະຍາກອນຂອງອາຮິຢາກ່າວໂທດ ເຢໂຣໂບອາມ
1 ຄັ້ງນັ້ນອາບີຢາໂອຣົດຂອງເຢໂຮໂບອາມປະຊວນ 2 ແລະເຢໂຮໂບອາມ ຮັບສັ່ງກັບມະເຫສີຂອງພຣະອົງວ່າ, “ຈົ່ງລຸກຂຶ້ນປອມຕົວຂອງເຈົ້າ ຢ່າໃຫ້ຮູ້ວ່າເຈົ້າເປັນມະເຫສີຂອງເຢໂຮໂບອາມ ແລະຈົ່ງໄປຍັງ ຊີໂລ ເບິ່ງແມ໋, ອາຮີຢາຜູ້ປະກາດພຣະທັມຢູ່ທີ່ນັ້ນ ຜູ້ໄດ້ກ່າວເຣື່ອງເຮົາວ່າ ເຮົາຈະໄດ້ເປັນກະສັດເຫນືອຊົນຊາດນີ້ 3 ເຈົ້າຈົ່ງເອົາເຂົ້າຈີ່ສິບກ້ອນ ແລະຂະຫນົມຫວານ ແລະນ້ຳເຜິ້ງໄຫນຶ່ງ ໄປຫາທ່ານ ທ່ານຈະບອກເຈົ້າວ່າແມ່ນຫຍັງຈະເກີດຂຶ້ນກັບເດັກນັ້ນ” 4 ມະເຫສີຂອງເຢໂຮໂບອາມກໍກະທຳດັ່ງນັ້ນ ພຣະນາງລຸກຂຶ້ນ ສະເດັດໄປຍັງຊີໂລ ສະເດັດມາເຖິງບ້ານຂອງອາຮີຢາ ຝ່າຍອາຮີຢາມອງບໍ່ເຫັນ ເພາະວ່າຕາຂອງທ່ານແຂງດ້ວຍອາຍຸຂອງທ່ານ 5 ພຣະຜູ້ເປັນເຈົ້າກ່າວກັບອາຮີຢາວ່າ, “ເບິ່ງແມ໋, ມະເຫສີຂອງເຢໂຮໂບອາມກຳລັງມາເພື່ອຈະຖາມເຈົ້າເຖິງເຣື່ອງໂອຣົດຂອງເຂົາເພາະເດັກນັ້ນປ່ວຍ ເຈົ້າຈົ່ງບອກນາງຢ່າງນີ້” ເມື່ອພຣະນາງສະເດັດໄປເຖິງ ພຣະນາງກໍແກ້ງກະທຳເປັນສະຕຣີຄົນອື່ນ 6 ແຕ່ເມື່ອອາຮີຢາໄດ້ຍິນສຽງບາດຕີນຂອງພຣະນາງ ເມື່ອພຣະນາງສະເດັດມາເຖິງປະຕູທ່ານຈຶ່ງເວົ້າວ່າ, “ຂໍເຊີນພຣະມະເຫສີຂອງເຢໂຮໂບອາມສະເດັດເຂົ້າມາຂ້າງໃນ ເປັນຫຍັງພຣະອົງຈຶ່ງຊົງແກ້ງກະທຳເປັນຄົນອື່ນ ເພາະຂ້າພຣະອົງໄດ້ຮັບພຣະບັນຊາໃຫ້ທູນຂ່າວອັນຫນ້າສລົດໃຈແກ່ພຣະນາງ 7 ຂໍສະເດັດກັບໄປທູນເຢໂຮໂບອາມວ່າ “ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ “ເພາະເຮົາໄດ້ເຊີດຊູເຈົ້າຂຶ້ນຈາກປະຊາຊົນ ແລະໄດ້ກະທຳໃຫ້ເຈົ້າເປັນປະມຸກເຫນືອອິສຣາເອນປະຊາຊົນຂອງເຮົາ 8 ແລະໄດ້ຈີກຣາຊອານາຈັກຈາກຣາຊວົງຂອງດາວິດມາໃຫ້ແກ່ເຈົ້າ ແລະເຖິງປານນັ້ນເຈົ້າກໍບໍ່ເປັນເຫມືອນດາວິດຜູ້ຮັບໃຊ້ຂອງເຮົາ ຜູ້ໄດ້ຮັກສາບັນຍັດທັງຫລາຍຂອງເຮົາ ແລະຕິດຕາມເຮົາດ້ວຍສຸດຈິດໃຈຂອງເຂົາ ກະທຳສິ່ງຊຶ່ງເປັນທີ່ຖືກຕ້ອງພໍຕາຂອງເຮົາ 9 ແຕ່ເຈົ້າໄດ້ກະທຳຊົ່ວຍິ່ງກວ່າຄົນທັງປວງທີ່ຢູ່ກ່ອນເຈົ້າ ແລະໄດ້ໄປສ້າງພຣະອື່ນແລະຮູບຫລໍ່ ແລະໄດ້ກະທໍາໃຫ້ເຣົາໂກດ ແລະໄດ້ປະຕິເສດເຮົາໄວ້ເສັຽເບື້ອງຫລັງຂອງເຈົ້າ 10 ເພາະສະນັ້ນ ເບິ່ງແມ໋, ເຮົາຈະນຳເຫດຮ້າຍມາເຫນືອຣາຊວົງຂອງເຢໂຣໂບອາມ ແລະຈະຕັດຊາຍທຸກຄົນເສັຽຈາກເຢໂຣໂບອາມ ທັງທາດ ແລະເສຣີຊົນໃນອິສຣາເອນ ແລະຈະຜານຣາຊວົງເຢໂຣໂບອາມເສັຽຢ່າງສີ້ນເຊີງ ຢ່າງທີ່ຄົນເຜົາມູນສັດໃຫ້ໄຫມ້ຈົນສີ້ນ 11 ຜູ້ໃດໃນຣາຊວົງເຢໂຣໂບອາມທີ່ຕາຍໃນເມືອງ ຫມາຈະກິນ ແລະຜູ້ໃດທີ່ຕາຍໃນທົ່ງ ນົກໃນອາກາດຈະກິນ ເພາະພຣະຜູ້ເປັນເຈົ້າຊົງລັ່ນພຣະວາຈາໄວ້” 12 ເພາະສະນັ້ນ ຂໍເຊີນສະເດັດກັບໄປຍັງພຣະຣາຊວັງຂອງພຣະນາງ ເມື່ອຕີນຂອງພຣະນາງຢຽບເມືອງ ກຸມມານນັ້ນກໍຈະເຖິງແກ່ມໍຣະນາ 13 ແລະອິສຣາເອນທັງປວງຈະໄວ້ທຸກໃຫ້ເຂົາ ແລະຈະຝັງສົບເຂົາໄວ້ ເພາະເຂົາຜູ້ດຽວເທົ່ານັ້ນໃນວົງເຢໂຮໂບອາມທີ່ຈະໄປເຖິງຫລຸມສົບ ເພາະໃນຕົວເຂົານັ້ນຍັງເຫັນບາງສິ່ງທີ່ພໍພຣະທັຍພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ ໃນຣາຊວົງຂອງເຢໂຣໂບອາມ 14 ນອກຈາກນີ້ ພຣະຜູ້ເປັນເຈົ້າຈະຊົງຕັ້ງກະສັດອີກອົງນຶ່ງເຫນືອອິສຣາເອນ ເພື່ອພຣະອົງຜູ້ຊຶ່ງຈະກຳຈັດຣາຊວົງຂອງເຢໂຣໂບອາມເສັຽໃນວັນນີ້ 15 ແລະແຕ່ນີ້ຕໍ່ໄປພຣະຜູ້ເປັນເຈົ້າຈະຊົງຕີອິສຣາເອນເຫມືອນໄມ້ອໍ້ສັ່ນຢູ່ໃນນ້ຳ ແລະຈະຊົງຖອນຮາກອິສຣາເອນອອກເສັຽຈາກແຜ່ນດີນອັນດີນີ້ ຊຶ່ງພຣະອົງຊົງຍົກໃຫ້ແກ່ບັນພະບຸຣຸດຂອງເຂົາ ແລະກະຈາຍເຂົາໄປຟາກຕາເວັນອອກຂອງແມ່ນ້ຳເອີຟຣາດ ເພາະເຂົາທັງຫລາຍໄດ້ສ້າງອາເຊຣິມ ຂອງເຂົາ ເປັນເຫດໃຫ້ພຣະຜູ້ເປັນເຈົ້າຊົງພຣະພິໂຣດ 16 ແລະພຣະອົງຈະຊົງມອບອິສຣາເອນໄວ້ເພາະບາບຂອງເຢໂຣໂບອາມ ຊຶ່ງເຂົາໄດ້ກະທຳບາບແລະກະທຳໃຫ້ອິສຣາເອນທຳບາບດ້ວຍ” 17 ແລ້ວມະເຫສີຂອງເຢໂຣໂບອາມຊົງລຸກຂື້ນສະເດັດອອກໄປ ແລະມາເຖິງເມືອງຕີຣ໌ຊາ ແລະເມື່ອພຣະນາງສະເດັດເຖິງວັງ ກຸມມານເຖິງແກ່ມໍຣະນາ 18 ແລະອິສຣາເອນທັງປວງກໍຝັງສົບເຂົາ ແລະໄວ້ທຸກໃຫ້ເຂົາ ຕາມພຣະຄຳຂອງພຣະຜູ້ເປັນເຈົ້າ ຊຶ່ງພຣະອົງສັ່ງໂດຍອາຮີຢາຜູ້ປະກາດພຣະທັມຜູ້ຮັບໃຊ້ຂອງພຣະອົງ 19 ຝ່າຍຣາຊກິດນອກນັ້ນຂອງເຢໂຣໂບອາມກ່າວເຖິງວ່າພຣະອົງຊົງທຳເສິກ ແລະຊົງຄອບຄອງຢ່າງໃດນັ້ນ ເບິ່ງແມ໋, ກໍບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນ 20 ເວລາທີ່ເຢໂຣໂບອາມປົກຄອງນັ້ນເປັນເວລາຊາວສອງປີ ແລະພຣະອົງກໍລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະນາດາບຣາຊໂອຣົດຂອງພຣະອົງກໍຂຶ້ນຄອງແທນ
ເຣໂຮໂບອາມປົກຄອງຢູດາ
21 ຝ່າຍເຣໂຮໂບອາມຣາຊໂອຣົດຂອງໂຊໂລໂມນຊົງປົກຄອງຢູ່ໃນຢູດາ ເມື່ອເຣໂຮໂບອາມຂຶ້ນຄອງນັ້ນ ມີພຣະຊົນມາຍຸຊາວເອັດພັນສາ ແລະຊົງຄອງໃນເຢຣູຊາເລັມສິບເຈັດປີ ເປັນນະຄອນຊຶ່ງພຣະຜູ້ເປັນເຈົ້າໄດ້ຊົງເລືອກຈາກເຜົ່າອິສຣາເອນ ເພື່ອຈະສະຖາປະນາພຣະນາມຂອງພຣະອົງທີ່ນັ້ນ ພຣະມານດາຂອງພຣະຣາຊາມີພຣະນາມວ່າ ນາອາມາຄົນອັມໂມນ 22 ແລະຢູດາໄດ້ກະທຳຊົ່ວໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ ແລະເຂົາທັງຫລາຍກະທຳໃຫ້ພຣະອົງຫວງແຫນ ເພາະບາບທັງຫລາຍຊຶ່ງເຂົາໄດ້ກະທຳນັ້ນຫລາຍເສັຽກວ່າບັນພະບຸຣຸດຂອງເຂົາໄດ້ກະທຳ 23 ເພາະເຂົາໄດ້ສ້າງບ່ອນຂາບໄຫວ້ຮູບເຄົາຣົບດ້ວຍ ແລະເສົາສັກສິດ ແລະອາເຊຣິມສຳລັບຕົວເຂົາໄວ້ເທິງເນີນເຂົາສູງທຸກໆເນີນ ແລະໃຕ້ຕົ້ນໄມ້ຂຽວທຸກຕົ້ນ 24 ແລະມີຊາຍແລະຍິງເປັນໂສເພນີໃນແຜ່ນດີນນັ້ນດ້ວຍ ແລະເຂົາໄດ້ກະທຳຕາມບັນດາສິ່ງຫນ້າກຽດຊັງແຫ່ງປະຊາຊາດທັງຫລາຍ ຊຶ່ງພຣະຜູ້ເປັນເຈົ້າຊົງຂັບໄລ່ອອກໄປໃຫ້ພົ້ນຫນ້າປະຊາຊົນອິສຣາເອນ 25 ໃນປີທີ່ຫ້າແຫ່ງກະສັດເຣໂຮໂບອາມ ຊີຊັກກະສັດເອຢິບໄດ້ຂຶ້ນມາຮົບກຸງເຢຣູຊາເລັມ 26 ທ່ານໄດ້ເກັບຊັບສົມບັດໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຊັບສົມບັດໃນພຣະຣາຊວັງຂອງກະສັດ ທ່ານໄດ້ເກັບໄປເສັຽທຸກຢ່າງ ແລະທ່ານໄດ້ເກັບໂລ່ທອງຄຳຊຶ່ງໂຊໂລໂມນໄດ້ສ້າງນັ້ນໄປຫມົດດ້ວຍ 27 ແລະກະສັດເຣໂຮໂບອາມໄດ້ກະທຳໂລ່ທອງສຳຣິດແທນໄວ້ ແລະມອບໄວ້ໃນມືຂອງພວກທະຫານຮັກສາພຣະອົງຜູ້ເຝົ້າປະຈຳພຣະຣາຊວັງ 28 ເມື່ອພຣະຣາຊາສະເດັດເຂົ້າໄປຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ ທະຫານຮັກສາພຣະອົງກໍຖືໂລ່ອອກແລ້ວນຳກັບໄປເກັບໄວ້ໃນຫ້ອງທະຫານຮັກສາພຣະອົງຕາມເດີມ 29 ຝ່າຍພຣະຣາຊກິດນອກນັ້ນຂອງເຣໂຮໂບອາມ ແລະສັບພະສິ່ງທີ່ຊົງກະທຳບໍ່ໄດ້ບັນທຶກໄວ້ໃນພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື? 30 ມີສົງຄາມລະຫວ່າງເຣໂຮໂບອາມ ແລະເຢໂຣໂບອາມສເມີໄປ 31 ແລະເຣໂຮໂບອາມກໍຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາກໍຝັງໄວ້ກັບບັນພະບຸຣຸດຂອງພຣະອົງໃນນະຄອນດາວິດ ພຣະນາມຂອງຊົນນີຂອງພຣະອົງຄື ນາອາມາ ຄົນອັມໂມນແລະອາບີຢາມຣາຊໂອຣົດຂຶ້ນຄອງແທນ
ຣັຊການອາບີຢາມ
1 ໃນປີທີ່ສິບແປດແຫ່ງຣັຊການເຢໂຮໂບອາມບຸດເນບັທ ອາບີຢາມໄດ້ຂຶ້ນຄອງເຫນືອປະເທດຢູດາ 2 ພຣະອົງຊົງຄອງໃນເຢຣູຊາເລັມສາມປີ ພຣະນາມພຣະຊົນນີຄື ມາອາກາ ທິດາຂອງອາບີຊາໂລມ 3 ພຣະອົງດຳເນີນຕາມການບາບທຸກຢ່າງ ຊຶ່ງຣາຊບິດາຂອງພຣະອົງໄດ້ກະທຳຕໍ່ພຣະພັກພຣະອົງ ແລະພຣະທັຍຂອງພຣະອົງກໍບໍ່ບໍຣິສຸດຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງ ດັ່ງພຣະທັຍຂອງດາວິດບັນພະບຸຣຸດຂອງພຣະອົງ 4 ຢ່າງໃດກໍດີເພື່ອຊົງເຫັນແກ່ດາວິດພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງຊົງປະທານບຸດຊາຍແກ່ພຣະອົງໃນເຢຣູຊາເລັມ ຄືຊົງຕັ້ງຣາຊໂອຣົດແທນ ແລະເພື່ອຊົງສະຖາປະນາເຢຣູຊາເລັມ 5 ເພາະວ່າດາວິດຊົງກະທຳສິ່ງທີ່ຖືກຕ້ອງໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ ແລະບໍ່ໄດ້ຊົງຫັນໄປຈາກສິ່ງໃດ ຊື່ງພຣະຜູ້ເປັນເຈົ້າຊົງສັ່ງຕລອດພຣະຊົນຊີພຂອງພຣະອົງ ນອກຈາກເຣື່ອງ ອູຣີຢາ ຄົນຮິດຕີ 6 ມີເສິກລະຫວ່າງເຣໂຮໂບອາມກັບເຢໂຮໂບອາມຕລອດພຣະຊົນຊີພຂອງພຣະອົງ 7 ຣາຊກິດນອກນັ້ນຂອງອາບີຢາມ ແລະສັບພະສິ່ງຊຶ່ງພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື? ແລະມີການເສິກລະຫວ່າງອາບີຢາມ ແລະເຢໂຮໂບອາມ 8 ແລະອາບີຢາມກໍລ່ວງຫລັບໄປຢູ່ກັບບັນພະບຸຣຸດ ແລະເຂົາທັງຫລາຍກໍຝັງພຣະສົບພຣະອົງໄວ້ໃນນະຄອນດາວິດ ແລະອາຊາຣາຊໂອຣົດຂອງພຣະອົງກໍຂຶ້ນຄອງແທນ
ຣັຊການອາຊາ
9 ໃນປີທີ່ຊາວແຫ່ງຣັຊການເຢໂຮໂບອາມ ເຈົ້າຊີວິດຂອງອິສຣາເອນ ອາຊາໄດ້ຂຶ້ນຄອງເຫນືອປະເທດຢູດາ 10 ພຣະອົງຊົງຄອງຢູ່ໃນກຸງເຢຣູຊາເລັມສີ່ສິບເອັດປີ ພຣະອັຍກີ (ແມ່ເຖົ້າ) ຂອງພຣະອົງ ຄືມາອາກາທິດາຂອງອາບີຊາໂລມ 11 ອາຊາຊົງກະທຳສິ່ງທີ່ຖືກຕ້ອງໃນສາຍພຣະເນດພຣະຜູ້ເປັນເຈົ້າ ດັ່ງດາວິດບັນພະບຸຣຸດຂອງພຣະອົງໄດ້ຊົງກະທຳນັ້ນ 12 ພຣະອົງໄດ້ຊົງກວາດລ້າງໂສເພນີທັງຊາຍແລະຍິງເສັຽຈາກແຜ່ນດີນ ແລະຮື້ຖອນຮູບເຄົາຣົບທັງສີ້ນ ຊຶ່ງບັນພະບຸຣຸດໄດ້ກະທຳໄວ້ນັ້ນເສັຽ 13 ແລະພຣະອົງຊົງຖອດມາອາກາ ພຣະອັຍກີເສັຽຈາກຕໍາແຫນ່ງ ເພາະພຣະນາງມີຮູບເຄົາຣົບຫນ້າກຽດຊັງສ້າງໄວ້ເພື່ອອາເຊຣາ ແລະອາຊາຊົງຟັນຮູບເຄົາຣົບຂອງພຣະນາງລົງ ແລະຊົງເຜົາເສັຽທີ່ລຳທານກິດໂຣນ 14 ແຕ່ບໍ່ໄດ້ຊົງຮື້ບ່ອນຂາບໄຫວ້ຂອງຊາວຕ່າງຊາດເຫລົ່ານັ້ນ ເຖິງຢ່າງນັ້ນພຣະທັຍຂອງອາຊາກໍບໍຣິສຸດຕໍ່ພຣະຜູ້ເປັນເຈົ້າຕລອດຣັຊສະໄຫມຂອງພຣະອົງ 15 ພຣະອົງຊົງນຳ ເງິນ ທອງຄຳ ແລະເຄື່ອງໃຊ້ຕ່າງໆອັນເປັນສັນຍາຖວາຍຂອງຣາຊບິດາຂອງພຣະອົງ ແລະຂອງສັນຍາຖວາຍຂອງພຣະອົງເອງມາຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ
ອາຊາຊົງກະທຳພັນທະມິດກັບເບນຮາດາດ
16 ມີການເສິກລະຫວ່າງອາຊາ ແລະບາອາຊາ ພຣະຣາຊາແຫ່ງອິສຣາເອນຕລອດສະໄຫມຂອງພຣະອົງທັງສອງ 17 ບາອາຊາເຈົ້າຊີວິດແຫ່ງອິສຣາເອນໄດ້ຊົງຍົກໄປຕໍ່ສູ້ກັບຢູດາ ແລະໄດ້ສ້າງເມືອງຣາມາ ເພື່ອບໍ່ໃຫ້ຜູ້ໃດເຂົ້າໄປເຝົ້າ ຫລືອອກມາຈາກອາຊາພຣະຣາຊາແຫ່ງຢູດາ 18 ແລ້ວອາຊາ ຊົງນຳເງິນ ແລະທອງຄຳ ຊຶ່ງເຫລືອຢູ່ໃນຊັບສິນແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຊັບສີນຂອງພຣະຣາຊວັງມອບໄວ້ໃນມືຂອງຂ້າຣາຊການຂອງພຣະອົງ ແລະກະສັດອາຊາຊົງໃຊ້ເຂົາໄປເຝົ້າເບນຮາດາດໂອຣົດຂອງຕັບຣີມໂມນຜູ້ເປັນໂອຣົດຂອງເຮຊີໂອນກະສັດແຫ່ງຊີເຣັຽ (ອາຣາມ) ຜູ້ຢູ່ໃນເມືອງດາມັສກັສວ່າ, 19 “ມີພັນທະມິດລະຫວ່າງຂ້າພຣະອົງ ແລະພຣະອົງ ລະຫວ່າງພຣະຊະນົກ (ບິດາ) ຂອງຂ້າພຣະອົງ ແລະຂອງພຣະອົງ ເບິ່ງແມ໋, ຂ້າພຣະອົງໄດ້ສົ່ງບັນນາການເປັນເງິນແລະທອງຄຳມາຍັງພຣະອົງ ຂໍພຣະອົງສະເດັດໄປເລີກພັນທະມິດກັບບາອາຊາ ພຣະຣາຊາແຫ່ງອິສຣາເອນເສັຽ ເພື່ອເຂົາຈະໄດ້ຍົກທັບກັບໄປເສັຽຈາກຂ້າພຣະອົງ” 20 ແລ້ວເບນຮາດາດກໍຊົງເຊື່ອຟັງກະສັດອາຊາ ແລະສົ່ງຜູ້ບັງຄັບບັນຊາທະຫານຂອງພຣະອົງໄປຮົບຫົວເມືອງອິສຣາເອນ ແລະໄດ້ໂຈມຕີເມືອງ ອີໂຢນ ດານ ອາເບນເບັດມາອາກາ ແລະຫມົດທ້ອງຖິ່ນ ຄີນເນໂຣດ ແລະຫມົດດີນແດນເນັຟທາລີ 21 ແລະຢູ່ມາເມື່ອບາອາຊາຊົງຊາບ ພຣະອົງກໍຊົງຢຸດສ້າງເມືອງຣາມາ ແລະພຣະອົງປະທັບທີ່ເມືອງ ຕີຣ໌ຊາ 22 ແລ້ວກະສັດອາຊາຊົງປະກາດໄປທົ່ວຢູດາບໍ່ເວັ້ນຜູ້ໃດເລີຍ ເຂົາທັງຫລາຍກໍມາຮື້ເອົາຫີນຂອງເມືອງຣາມາ ແລະໄມ້ຂອງເມືອງນັ້ນຊຶ່ງບາອາຊາຊົງສ້າງຄ້າງຢູ່ ກະສັດອາຊາກໍຊົງເອົາມາສ້າງເມືອງ ເກບາແຫ່ງເບັນຢາມີນ ແລະເມືອງມີສປາ 23 ພຣະຣາຊກີດນອກນັ້ນຂອງກະສັດອາຊາ ທັງຍຸທພະລັງທັງສີ້ນຂອງພຣະອົງ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳ ແລະຫົວເມືອງຊຶ່ງພຣະອົງຊົງສ້າງ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານຂອງພຣະຣາຊາປະເທດຢູດາຫລື? ແຕ່ເມື່ອຊົງເຖົ້າຊະຣາແລ້ວກໍເກີດໂຣກຂຶ້ນທີ່ພຣະບາດ 24 ແລະອາຊາກໍຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງໄວ້ກັບບັນພະບຸຣຸດຂອງພຣະອົງທີ່ໃນນະຄອນດາວິດຣາຊບີດາຂອງພຣະອົງແລະເຢໂຮຊາຟັດຣາຊໂອຣົດກໍຂຶ້ນຄອງແທນ
ຣັຊການນາດາບ
25 ນາດາບຣາຊໂອຣົດຂອງເຢໂຣໂບອາມໄດ້ເລີ້ມຄອງເຫນືອອິສຣາເອນໃນປີທີ່ສອງແຫ່ງຣັຊການອາຊາພຣະຣາຊແຫ່ງຢູດາ ແລະພຣະອົງຊົງຄອງເຫນືອອິສຣາເອນສອງປີ 26 ພຣະອົງຊົງກະທຳຊົ່ວໃນສາຍພຣະເນດພຣະຜູ້ເປັນເຈົ້າ ແລະຊົງດຳເນີນໃນທາງແຫ່ງຣາຊບິດາຂອງພຣະອົງ ແລະໃນບາບຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳບາບດ້ວຍ 27 ບາອາຊາບຸດອາຮີຢາ ເຊື້ອສາຍຂອງອິສຊາຄາຄິດກະບົດຕໍ່ພຣະອົງ ແລະບາອາຊາຊົງປະຫານພຣະອົງເສັຽທີ່ ກິບເບໂທນ ຊຶ່ງເປັນແດນເມືອງຂອງຟີລິສຕີນ ເພາະນາດາບແລະຄົນອິສຣາເອນທັງສີ້ນກຳລັງລ້ອມເມືອງກີບເບໂທນຢູ່ 28 ດັ່ງນັ້ນ ບາອາຊາຈຶ່ງສຳເຣັດໂທດພຣະອົງເສັຽໃນປີທີ່ສາມແຫ່ງຣັຊການອາຊາກະສັດແຫ່ງຢູດາ ແລະຂຶ້ນຄອງແທນ 29 ພໍພຣະອົງຊົງເປັນກະສັດຊົງປະຫານຣາຊວົງຂອງເຢໂຮໂບອາມເສັຽສີ້ນບໍ່ມີຜູ້ໃດລອດມາຈັກຄົນດຽວເລີຍ ພຣະອົງທຳລາຍເສັຽສີ້ນ ຕາມພຣະດຳຣັດແຫ່ງພຣະຜູ້ເປັນເຈົ້າ ຊຶ່ງພຣະອົງກ່າວໂດຍ ອາຮີຢາ ຊາວຊີໂລຜູ້ຣັບໃຊ້ຂອງພຣະອົງ 30 ເປັນເພາະບາບຊຶ່ງເຢໂຮໂບອາມໄດ້ຊົງກະທຳ ແລະຊຶ່ງພຣະອົງໄດ້ຊົງກະທຳໃຫ້ອິສຣາເອນທຳບາບດ້ວຍ ແລະເພາະພຣະອົງຊົງກະທຳໃຫ້ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນຊົງພຣະພິໂຣດ 31 ສ່ວນພຣະຣາຊກິດນອກນັ້ນຂອງນາດາບ ແລະບັນດາສິ່ງທີ່ພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານຂອງພຣະຣາຊາແຫ່ງອິສຣາເອນຫລື? 32 ມີເສິກລະຫວ່າງອາຊາ ແລະບາອາຊາພຣະຣາຊາແຫ່ງອິສຣາເອນຕລອດສະໄຫມຂອງພຣະອົງທັງສອງ
ຣັຊການບາອາຊາ
33 ໃນປີທີ່ສາມແຫ່ງຣັຊການອາຊາ ພຣະຣາຊາແຫ່ງຢູດາ ບາອາຊາບຸດອາຮີຢາໄດ້ຊົງເລີ້ມຄອບຄອງເຫນືອອິສຣາເອນທັງສີ້ນທີ່ເມືອງຕີຣ໌ຊາ ແລະໄດ້ຊົງຄອບຄອງຢູ່ຊາວສີ່ປີ 34 ພຣະອົງຊົງກະທຳຊົ່ວໃນສາຍພຣະເນດພຣະຜູ້ເປັນເຈົ້າ ແລະດຳເນີນໃນມັນຄາຂອງເຢໂຮໂບອາມ ແລະໃນບາບຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳບາບດ້ວຍ
1 ພຣະຄຳຂອງພຣະຜູ້ເປັນເຈົ້າໄດ້ມາເຖິງເຢຮູບຸດຮານານີກ່າວໂທດບາອາຊາວ່າ, 2 “ໃນເມື່ອເຮົາໄດ້ເຊີດຊູເຈົ້າຂຶ້ນມາຈາກຝຸ່ນຂີ້ດີນ ແລະກະທຳໃຫ້ເຈົ້າເປັນປະມຸກເຫນືອອິສຣາເອນປະຊາຊົນຂອງເຣົາ ແລະເຈົ້າໄດ້ດຳເນີນຕາມມັນຄາຂອງເຢໂຮໂບອາມ ແລະໄດ້ກະທຳໃຫ້ອິສຣາເອນປະຊາຊົນຂອງເຮົາທຳບາບດ້ວຍ ກະທຳໃຫ້ເຮົາໂກດດ້ວຍບາບຂອງເຂົາທັງຫລາຍ 3 ເບິ່ງແມ໋, ເຮົາຈະກວາດລ້າງບາອາຊາ ແລະຣາຊວົງຂອງເຂົາເສັຽຢ່າງສີ້ນເຊີງ ແລະກະທຳໃຫ້ຣາຊວົງຂອງເຈົ້າເຫມືອນກັບຣາຊວົງຂອງເຢໂຮໂບອາມບຸດເນບັດ 4 ຜູ້ໃດໃນວົງບາອາຊາທີ່ຕາຍໃນເມືອງຫມາຈະກິນ ແລະຜູ້ໃດທີ່ຕາຍໃນທົ່ງນານົກໃນອາກາດຈະກິນ” 5 ສ່ວນພຣະຣາຊກິດນອກນັ້ນຂອງບາອາຊາ ແລະບັນດາສິ່ງທີ່ທ່ານໄດ້ກະທຳ ແລະຍຸທພະລັງຂອງທ່ານບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນຫລື? 6 ແລະບາອາຊາກໍລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາກໍຝັງໄວ້ທີ່ເມືອງຕີຣ໌ຊາ ແລະເອລາຣາຊໂອຣົດກໍຂຶ້ນຄອງແທນພຣະອົງ 7 ນອຈາກນີ້ພຣະຄຳຂອງພຣະຜູ້ເປັນເຈົ້າໄດ້ມາເຖິງໂດຍຜູ້ປະກາດພຣະທັມເຢຮູ ບຸດຮານານີກ່າວໂທດບາອາຊາແລະເຊື້ອວົງຂອງທ່ານ ທັງເຣື່ອງຄວາມຊົ່ວທັງສີ້ນຊຶ່ງທ່ານກະທຳໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າກະທຳໃຫ້ພຣະອົງໂກດດ້ວຍພຣະຣາຊກິດແຫ່ງພຣະຫັດຂອງທ່ານໃນການທີ່ເຫມືອນກັບຣາຊວົງຂອງເຢໂຮໂບອາມ ແລະເຣື່ອງທີ່ທ່ານຊົງທຳລາຍຣາຊວົງນັ້ນດ້ວຍ
ຣັຊການເອລາ
8 ໃນປີທີ່ຊາວຫົກແຫ່ງຣັຊການ ອາຊາກະສັດຂອງຢູດາ ເອລາໂອຣົດບາອາຊາຊົງເລີ້ມຂຶ້ນຄອງເຫນືອອິສຣາເອນໃນເມືອງຕີຣ໌ຊາ ແລະຊົງຄອບຄອງຢູ່ສອງປີ 9 ແຕ່ຊີມຣີຂ້າຣາຊການກອງຣົດຮົບຂອງພຣະອົງເຄີ່ງນຶ່ງໄດ້ຄິດກະບົດຕໍ່ພຣະອົງ ເມື່ອພຣະອົງປະທັບທີ່ເມືອງຕີຣ໌ຊາ ພຣະອົງຊົງດື່ມຈົນເມົາໃນເຮືອນຂອງອາຣ໌ຊາ ຜູ້ຄອບຄອງຣາຊສຳນັກໃນຕີຣ໌ຊາ 10 ຊີມຣີໄດ້ເຂົ້າມາຟັນພຣະອົງລົ້ມລົງ ແລະປະຫານພຣະອົງເສັຽ ໃນປີທີ່ຊາວເຈັດແຫ່ງຣັຊການອາຊາພຣະຣາຊາຂອງຢູດາແລ້ວກໍຂຶ້ນຄອງແທນພຣະອົງ 11 ແລະຢູ່ມາເມື່ອພຣະອົງຊົງເລີ້ມຄອບຄອງ ພໍພຣະອົງສະເດັດປະທັບເຫນືອຣາຊບັນລັງ ພຣະອົງຊົງປະຫານຣາຊວົງຂອງບາອາຊາເສັຽສີ້ນ ພຣະອົງບໍ່ໄດ້ຊົງເຫລືອຊາຍຈັກຄົນນຶ່ງທີ່ເປັນຍາດຫລືມິດສະຫາຍຂອງບາອາຊາໄວ້ເລີຍ 12 ຊີມຣີຊົງທຳລາຍຣາຊວົງຂອງບາອາຊາດັ່ງນີ້ແຫລະ ຕາມພຣະຄຳຂອງພຣະຜູ້ເປັນເຈົ້າຊຶ່ງພຣະອົງກ່າວໂດຍເຢຮູຜູ້ປະກາດພຣະທັມກ່າວໂທດບາອາຊາ 13 ເຫດດ້ວຍບາບທັງສີ້ນຂອງບາອາຊາ ແລະບາບຂອງເອລາຣາຊໂອຣົດຂອງພຣະອົງຊຶ່ງໄດ້ກະທຳບາບ ແລະຊຶ່ງພຣະອົງທັງສອງໄດ້ກະທຳໃຫ້ຊົນອິສຣາເອນທຳບາບດ້ວຍ ກະທຳໃຫ້ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນຊົງກີ້ວດ້ວຍເຣື່ອງຮູບເຄົາຣົບຂອງພຣະອົງນັ້ນ 14 ສ່ວນພຣະຣາຊກິດນອກນັ້ນຂອງເອລາ ແລະບັນດາສິ່ງຊຶ່ງພຣະອົງຊົງກະທໍາ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນຫລື?
ຣັຊການຊີມຣີ
15 ໃນປີທີ່ຊາວເຈັດແຫ່ງຣັຊການອາຊາກະສັດປະເທດຢູດາ ຊີມຣີຊົງຄອບຄອງເຈັດວັນໃນເມືອງຕີຣ໌ຊາ ຝ່າຍພວກພົນໄດ້ຕັ້ງຄ້າຍຮົບເມືອງ ກີບເບໂທນ ຊຶ່ງເປັນຂອງຄົນຟີລິສຕີນ 16 ແລະພວກພົນຊຶ່ງຕັ້ງຄ້າຍຢູ່ນັ້ນຊາບ ເຂົາກ່າວກັນວ່າ, “ຊີມຣີໄດ້ກະບົດ ແລະທ່ານໄດ້ປົງພຣະຊົນພຣະຣາຊາເສັຽແລ້ວ” ເພາະສະນັ້ນອິສຣາເອນທັງປວງກໍສະຖາປະນາ ໂອມຣີ ຜູ້ບັນຊາການກອງທັບໃຫ້ເປັນພຣະຣາຊາເຫນືອອິສຣາເອນໃນວັນນັ້ນທີ່ໃນຄ້າຍ 17 ໂອມຣີຈຶ່ງສະເດັດຂື້ນໄປຈາກ ກິບເບໂທນ ແລະອິສຣາເອນທັງປວງກໍຂຶ້ນໄປດ້ວຍ ເຂົາທັງຫລາຍເຂົ້າລ້ອມເມືອງຕີຣ໌ຊາ 18 ແລະຢູ່ມາເມື່ອຊີມຣີຊົງເຫັນວ່າເມືອງນັ້ນແຕກແລ້ວກໍສະເດັດເຂົ້າໄປໃນປ້ອມຂອງພຣະຣາຊວັງແລະຊົງເຜົາພຣະຣາຊວັງເສັຽ ແລະຊົງສີ້ນພຣະຊົນໃນກອງໄຟດ້ວຍ 19 ເຫດດ້ວຍບາບຊຶ່ງພຣະອົງຊົງກະທຳໄວ້ ຄືຊົງກະທຳຊົ່ວໃນສາຍພຣະເນດພຣະຜູ້ເປັນເຈົ້າດຳເນີນຢູ່ໃນມັນຄາຂອງເຢໂຣໂບອາມ ແລະດ້ວຍເຫດບາບຊຶ່ງພຣະອົງຊົງກະທຳ ຊົງກະທຳໃຫ້ອິສຣາເອນທຳບາບດ້ວຍ 20 ສ່ວນພຣະຣາຊກິດນອກນັ້ນຂອງຊີມຣີ ແລະການກະບົດ ຊຶ່ງພຣະອົງຊົງກະທໍາ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາອິສຣເອນຫລື?
ຣັຊການໂອມຣີ
21 ແລ້ວຊົນຊາດອິສຣາເອນກໍແບ່ງອອກເປັນສອງສ່ວນ ເຄິ່ງນຶ່ງຂອງປະຊາຊົນຕິດຕາມ ຕິບນີບຸດກີນັທ ເຊີນທ່ານໃຫ້ເປັນກະສັດ ແລະອີກເຄິ່ງນຶ່ງຕີດຕາມໂອມຣີ 22 ແຕ່ປະຊາຊົນຜູ້ຕິດຕາມໂອມຣີໄດ້ຮົບຊະນະປະຊາຊົນຜູ້ຕິດຕາມທິບນີບຸດກີນັທ ທີບນີຈຶ່ງສີ້ນຊີວິດ ແລະໂອມຣີກໍຂຶ້ນເປັນກະສັດ 23 ໃນປີທີ່ສາມສິບເອັດແຫ່ງຣັຊການອາຊາພຣະຣາຊາແຫ່ງຢູດາ ໂອມຣີໄດ້ເລີ້ມຕົ້ນຄອບຄອງຢູ່ເຫນືອອິສຣາເອນ ແລະຊົງຄອບຄອງຢູ່ເຫນືອອິສຣາເອນ ແລະຊົງຄອບຄອງໃນເມືອງຕີຣ໌ຊາຫົກປີ 24 ພຣະອົງຊົງຊື້ພູເຂົາຊາມາເຣັຽຈາກເຊເມີ ເງິນສອງຕະລັນ ແລະພຣະອົງຊົງເສີມພູນັ້ນໃຫ້ເປັນປ້ອມ ແລະຊົງໃຫ້ນາມເມືອງທີ່ພຣະອົງຊົງສ້າງນັ້ນວ່າຊາມາເຣັຽ ຕາມຊື່ຂອງເຊເມີຜູ້ເປັນເຈົ້າຂອງພູເຂົານັ້ນ 25 ໂອມຣີໄດ້ຊົງກະທຳສິ່ງທີ່ຊົ່ວໃນສາຍພຣະເນດພຣະຜູ້ເປັນເຈົ້າ ແລະຊົງກະທຳຊົ່ວຫລາຍຍິ່ງກວ່າບັນດາກະສັດຜູ້ຢູ່ກ່ອນພຣະອົງ 26 ເພາະວ່າພຣະອົງຊົງດຳເນີນຕາມມັນຄາທັງສີ້ນຂອງເຢໂຣໂບອາມບຸດເນບັດ ແລະຕາມບາບຊຶ່ງພຣະອົງກະທຳໃຫ້ອິສຣາເອນທຳບາບດ້ວຍ ກະທຳໃຫ້ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນພິໂຣດດ້ວຍຮູບເຄົາຣົບຂອງເຂົາທັງຫລາຍ 27 ສ່ວນພຣະຣາຊກິດນອກນັ້ນຂອງໂອມຣີຊຶ່ງພຣະອົງຊົງສຳແດງ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນຫລື? 28 ແລະໂອມຣີກໍລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງໄວ້ໃນຊາມາເຣັຽ ແລະອາຮາບຣາຊໂອຣົດຂອງພຣະອົງກໍຂຶ້ນຄອງແທນພຣະອົງ
ຣັຊການອາຮາບ
29 ໃນປີທີ່ສາມສິບແປດແຫ່ງຣັຊການອາຊາພຣະຣາຊາຂອງຢູດາ ອາຮາບຣາຊໂອຣົດຂອງໂອມຣີໄດ້ເລີ້ມຄອບຄອງເຫນືອອິສຣາເອນ ແລະອາຮາບຣາຊໂອຣົດຂອງໂອມຣີໄດ້ຄອງເຫນືອອິສຣາເອນໃນເມືອງຊາມາເຣັຽຊາວສອງປີ 30 ແລະອາຮາບໂອຣົດຂອງໂອມຣີໄດ້ກະທຳຊົ່ວໃນສາຍພຣະເນດພຣະຜູ້ເປັນເຈົ້າຫລາຍຍິ່ງເສັຽກວ່າບັນດາພຣະຣາຊາທີ່ຢູ່ກ່ອນພຣະອົງ 31 ແລະຢູ່ມາເຫມືອນກັບວ່າການທີ່ພຣະອົງດຳເນີນໃນບາບຂອງເຢໂຣໂບອາມບຸດເນບັດນັ້ນເປັນສິ່ງເລັກນ້ອຍ ພຣະອົງຊົງຮັບເຢເຊເບລ ພຣະຣາຊທິດາຂອງເອັທບາອານພຣະຣາຊາຂອງຊາວຊີໂດນມາເປັນມະເຫສີ ແລະໄປບົວລະບັດພຣະບາອານ ແລະນະມັສການພຣະນັ້ນ 32 ພຣະອົງຊົງສ້າງແທ່ນບູຊາພຣະບາອານ ໃນວິຫານພຣະບາອານ ຊຶ່ງພຣະອົງໄດ້ຊົງສ້າງໄວ້ໃນເມືອງຊາມາເຣັຽ 33 ແລະອາຮາບຊົງສ້າງອາເຊຣາ ອາຮາບຊົງກະທຳການທີ່ກະທຳໃຫ້ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນຊົງພຣະພິໂຣດ ຫລາຍຍິ່ງກວ່ານັ້ນໃນບັນດາພຣະຣາຊາຊຶ່ງຢູ່ມາກ່ອນພຣະອົງ 34 ໃນຣັຊການຂອງພຣະອົງ ຮີເອນ ຊາວເບັດເອນໄດ້ສ້າງເມືອງເຢຣີໂກ ທ່ານໄດ້ວາງຮາກເມືອງນັ້ນໂດຍຕ້ອງເສັຽ ອາບີຣາມບຸດຫົວປີຂອງທ່ານ ແລະຕັ້ງປະຕູເມືອງໂດຍຕ້ອງເສັຽ ເຊກຸບບຸດສຸດທ້ອງຂອງທ່ານຕາມພຣະຄຳຂອງພຣະເຈົ້າ ຊຶ່ງພຣະອົງກ່າວໂດຍໂຢຊວຍບຸດນູນ
ເອລີຢາທຳນວາຍເຖິງການແຫ້ງແລ້ງ
1 ຍັງມີຜູ້ປະກາດພຣະທັມຜູ້ນຶ່ງຊື່ວ່າ ເອລີຢາ ທ່ານເປັນຄົນເມືອງຕີຊເບໃນເຂດກີເລອາດ ໄດ້ທູນຕໍ່ເຈົ້າອາຮາບ, “ດ້ວຍພຣະນາມຂອງພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ພຣະເຈົ້າແຫ່ງອິສຣາເອນທີ່ຂ້າພຣະອົງຮັບໃຊ້ຢູ່ນີ້ ໃນສອງສາມປີຂ້າງຫນ້ານີ້ ຈະບໍ່ມີນ້ຳຫມອກຫລືນ້ຳຝົນ ຈົນກວ່າຈະໄດ້ຣັບຄຳສັ່ງຈາກຂ້າພຣະອົງເສັຽກ່ອນ” 2 ແລ້ວພຣະຜູ້ເປັນເຈົ້າຊົງກ່າວຕໍ່ເອລີຢາວ່າ, 3 “ຈົ່ງອອກຈາກບ່ອນນີ້ໄປທາງທິດຕາເວັນອອກແລະໄປລີ້ຢູ່ໃນຫ້ວຍເຄຣິທ ຊຶ່ງຢູ່ທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ 4 ເຈົ້າຈົ່ງດື່ມນ້ຳໃນຫ້ວຍ ແລະເຮົາຈະສົ່ງໃຫ້ການຳເອົາອາຫານໄປລ້ຽງເຈົ້າຢູ່ບ່ອນນັ້ນ 5 ເອລີຢາຈຶ່ງປະຕິບັດຕາມທີ່ພຣະຜູ້ເປັນເຈົ້າຊົງກ່າວ ທ່ານໄດ້ໄປພັກຢູ່ໃກ້ຫ້ວຍເຄຣິທ 6 ພວກກາກໍນຳເອົາເຂົ້າຈີ່ ແລະຊີ້ນມາໃຫ້ທ່ານທັງຕອນເຊົ້າແລະຕອນແລງ ສ່ວນນ້ຳນັ້ນທ່ານໄດ້ດື່ມໃນຫ້ວຍ 7 ແຕ່ຫລັງຈາກນັ້ນບໍ່ເຫີງ ນ້ຳໃນຫ້ວຍກໍບົກລົງເພາະຝົນບໍ່ຕົກ
ເອລີຢາຢູ່ເຮືອນແມ່ຫມ້າຍຊາວຊາເຣຟັທ
8 ແລ້ວພຣະຜູ້ເປັນເຈົ້າຊົງກ່າວຕໍ່ເອລີຢາວ່າ, 9 “ຈົ່ງໄປຍັງເມືອງຊາເຣຟັທ ໃກ້ໆເມືອງຊີໂດນ ແລະພັກຢູ່ທີ່ນັ້ນ ເພາະເຮົາໄດ້ສັ່ງໃຫ້ແມ່ຫມ້າຍຜູ້ນຶ່ງຢູ່ໃນເມືອງນັ້ນເປັນຜູ້ຮັບລ້ຽງເຈົ້າ” 10 ແລ້ວເອລີຢາຈຶ່ງເດີນທາງໄປເມືອງຊາເຣຟັທ ເມື່ອໄປເຖິງປະຕູເມືອງທ່ານໄດ້ເຫັນແມ່ຫມ້າຍຜູ້ນຶ່ງກຳລັງຫາຟືນຢູ່ ທ່ານຈຶ່ງເວົ້າກັບນາງວ່າ, “ຂ້າພະເຈົ້າຂໍດື່ມນ້ຳແດ່” 11 ແຕ່ໃນຂນະທີ່ນາງກຳລັງໄປເອົານ້ຳ ທ່ານກໍສັ່ງນາງອີກວ່າ, “ເອົາເຂົ້າຈີ່ຈັກປ່ຽງມານຳແດ່” 12 ນາງຈຶ່ງຕອບວ່າ, “ດ້ວຍພຣະຜູ້ເປັນເຈົ້າຂອງທ່ານຜູ້ຊົງພຣະຊົນຢູ່ ຂ້ານ້ອຍຂໍເວົ້າຕາມຄວາມຈິງວ່າ ຂ້ານ້ອຍບໍ່ມີເຂົ້າຈີ່ ມີແຕ່ແປ້ງກຳດຽວນີ້ຢູ່ໃນຖ້ວຍ ແລະນ້ຳມັນຫນ້ອຍນຶ່ງຢູ່ໃນໄຫ ຂ້ານ້ອຍມານີ້ເພື່ອເກັບເອົາຟືນຈັກດົ້ນສອງດົ້ນໄປດັງໄຟຄົວກິນສຳລັບຂ້ານ້ອຍແລະລູກຊາຍ ອາຫານຄາບນີ້ເປັນອາຫານຄາບສຸດທ້າຍຂອງພວກຂ້ານ້ອຍ ແລະຕໍ່ໄປພວກຂ້ານ້ອຍກໍຕ້ອງຫີວຕາຍ” 13 ແຕ່ເອລີຢາເວົ້າຕໍ່ນາງວ່າ, “ບໍ່ຕ້ອງກັງວົນດອກ ຈົ່ງໄປທຳຕາມທີ່ເຈົ້າໄດ້ເວົ້າ ແຕ່ໃຫ້ເຮັດຈັກຫນ້ອຍນຶ່ງມາໃຫ້ຂ້ອຍກິນກ່ອນ ແລ້ວຈຶ່ງເຮັດໃຫ້ເຈົ້າກັບລູກຊາຍກິນນຳຫລັງ 14 ເພາະວ່າເຣື່ອງນີ້ພຣະຜູ້ເປັນເຈົ້າຂອງອິສຣາເອນຊົງກ່າວໄວ້ວ່າ, “ແປ້ງໃນຖ້ວຍຈະບໍ່ຫມົດ ນ້ຳມັນໃນໄຫກໍຈະບໍ່ຂາດແຄນ ເພາະເຮົາຈະໃຫ້ມີສິ່ງເຫລົ່ານີ້ຈົນຮອດວັນຝົນຕົກລົງມາ” 15 ແລ້ວຍິງຄົນນັ້ນກໍໄດ້ໄປທຳຕາມທີ່ເອລີຢາໄດ້ບອກ ນາງເອງພ້ອມດ້ວຍລູກຊາຍ 16 ແລະເອລີຢາຈຶ່ງໄດ້ມີເຂົ້າຈີ່ໄວ້ກິນເປັນເວລາຫລາຍວັນ ແປ້ງໃນຖ້ວຍກໍບໍ່ຫມົດ ແລະນ້ຳມັນໃນໄຫກໍບໍ່ຂາດແຄນ ຊຶ່ງເປັນໄປຕາມທີ່ພຣະຜູ້ເປັນເຈົ້າຊົງກ່າວໄວ້ດັ່ງທີ່ເອລີຢາໄດ້ບອກແລ້ວ
ລູກຊາຍຂອງແມ່ຫມ້າຍຄືນຊີວິດ
17 ຢູ່ມາ ລູກຊາຍຂອງຍິງເຈົ້າຂອງເຮືອນກໍໄຂ້ ອາການປ່ວຍຂອງເດັກນີ້ຮ້າຍແຮງຫລາຍຈົນເສັຽຊີວິດ 18 ຜູ້ເປັນແມ່ຈຶ່ງເວົ້າກັບເອລີຢາວ່າ, “ທ່ານຜູ້ເປັນຄົນຂອງພຣະຜູ້ເປັນເຈົ້າ ເປັນຫຍັງທ່ານຈຶ່ງທຳກັບຂ້ານ້ອຍແບບນີ້ ທ່ານມານີ້ ເພື່ອທຳໃຫ້ພຣະເຈົ້າຫວນລະນຶກເຖິງຄວາມຜິດຂອງຂ້ານ້ອຍແຕ່ເກົ່າກ່ອນ ແລະເພື່ອໃຫ້ພຣະອົງຂ້າລູກຊາຍຂອງຂ້ານ້ອຍຊັ້ນບໍ? 19 ເອລີຢາຈຶ່ງເວົ້າກັບແມ່ຂອງເດັກວ່າ, “ເອົາລູກເຈົ້າມາໃຫ້ເຣົາ” ແລ້ວນາງກໍເອົາລູກມາໃຫ້ທ່ານອູ້ມ ເອລີຢາໄດ້ອູ້ມຂຶ້ນໄປເທິງຫ້ອງນອນຊັ້ນເທິງ ແລ້ວວາງເດັກຊາຍຜູ້ນີ້ນອນລົງເທິງຕຽງ 20 ແລ້ວທ່ານກໍໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ເປັນຫຍັງພຣະອົງຈຶ່ງຊົງທຳໃຫ້ແມ່ຫມ້າຍຄົນນີ້ ໄດ້ຮັບຄວາມລຳບາກຍາກໃຈຫລາຍເຊັ່ນນີ້ ນາງເປັນຜູ້ໃຫ້ອາຫານການກິນແກ່ຂ້ານ້ອຍ ແຕ່ດຽວນີ້ ພຣະອົງໄດ້ຂ້າລູກຊາຍຂອງນາງ” 21 ເອລີຢາໄດ້ນອນເຕັງຮ່າງຂອງເດັກນ້ອຍນີ້ສາມເທື່ອ ແລະອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຂ້າພຣະອົງທູນຂໍຕໍ່ພຣະອົງ ຂໍຊົງປະທານວິນຍານຄືນໃຫ້ແກ່ເດັກນ້ອຍນີ້ເທີນ” 22 ພຣະຜູ້ເປັນເຈົ້າຊົງໄດ້ຍິນຄຳອ້ອນວອນຂອງ ເອລີຢາ ພຣະອົງກໍຊົງປະທານວິນຍານຄືນສູ່ຣ່າງກາຍຂອງເດັກນ້ອຍນີ້ ແລະເຂົາກໍຟື້ນຄືນມາ 23 ເອລີຢານຳເດັກນ້ອຍນັ້ນລົງມາໃຫ້ແມ່ຂອງເຂົາຢູ່ຊັ້ນລຸ່ມ ແລະເວົ້າວ່າ, “ເບິ່ງແມ໋, ລູກຂອງເຈົ້າຍັງມີຊີວິດຢູ່” 24 ຍິງຫມ້າຍກໍເວົ້າວ່າ, “ດຽວນີ້ ຂ້ານ້ອຍຮູ້ແລ້ວວ່າ ທ່ານເປັນຄົນຂອງພຣະເຈົ້າ ແລະຂ້ານ້ອຍຮູ້ວ່າ ພຣະຜູ້ເປັນເຈົ້າຊົງກ່າວຜ່ານທາງທ່ານຢ່າງແທ້ຈີງ”
ເອລີຢາກັບຄືນໄປເຝົ້າກະສັດອາຮາບ
1 ຢູ່ມາຫລາຍວັນ ໃນປີທີ່ສາມຂອງການແຫ້ງແລ້ງ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ເອລີຢາວ່າ, “ຈົ່ງໄປເຝົ້າເຈົ້າອາຮາບ ແລະເຮົາຈະກະທຳໃຫ້ຝົນຕົກເຫນືອພື້ນດີນ” 2 ດັ່ງນັ້ນ ເອລີຢາຈຶ່ງຟ້າວເດີນທາງໄປເຝົ້າເຈົ້າອາຮາບ ໃນເມືອງຊາມາເຣັຽມີການອຶດຢາກຢ່າງຮ້າຍແຮງທີ່ສຸດ 3 ເຈົ້າອາຮາບຈຶ່ງຮັບສັ່ງໃຫ້ໂອບາດີຢາເຂົ້າເຝົ້າ (ໂອບາດີຢາເປັນຜູ້ກຳກັບເບິ່ງແຍງພຣະຣາຊວັງ ທ່ານເປັນຜູ້ເຄົາຣົບຢຳເກງພຣະຜູ້ເປັນເຈົ້າທີ່ສຸດ 4 ຄືຄາວເມື່ອພຣະນາງເຢເຊເບນຂ້າຜູ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າຢ່າງໂຫດຮ້າຍທາຣຸນ ໂອບາດີຢາໄດ້ເອົາພວກຜູ້ປະກາດພຣະທັມຮ້ອຍຄົນໄປເຊື່ອງໄວ້ຢູ່ໃນຖ້ຳບ່ອນລະຫ້າສິບຄົນແລ້ວໄດ້ນຳເອົາອາຫານກັບນ້ຳໄປລ້ຽງພວກເຫລົ່ານີ້) 5 ອາຮາບຮັບສັ່ງໂອບາດີຢາວ່າ, “ຈົ່ງພາກັນອອກໄປຊອກຫາບໍ່ນ້ຳ ແລະໄປທຸກຮ່ອມພູທົ່ວທັງປະເທດ ເພື່ອວ່າບາງທີເຮົາອາດພົບຫຍ້າສຳລັບລ້ຽງຝູງມ້າ ແລະລໍຂອງພວກເຮົາ ແລະເພື່ອພວກເຮົາຈະບໍ່ຕ້ອງໄດ້ຂ້າຝູງສັດເຫລົ່ານີ້” 6 ແລ້ວພວກເຂົາກໍແບ່ງປັນເຂດແດນກັນເພື່ອທ່ຽວຊອກຫາ ອາຮາບໄດ້ສະເດັດໄປທາງນຶ່ງ ແລະໂອບາດີຢາກໍໄປອີກທາງນຶ່ງ 7 ໃນຂນະທີ່ໂອບາດີຢາເດີນທາງໄປ ທ່ານກໍພົບເອລີຢາ ເອລີຢາໄດ້ພົບທ່ານ ແລະໂອບາດີຢາຈໍາທ່ານໄດ້ ຈຶ່ງຊົບຫນ້າລົງແລະເວົ້າວ່າ, “ທ່ານເອລີຢານາຍຂອງຂ້ານ້ອຍ ແມ່ນທ່ານແທ້ບໍ” 8 ເອລີຢາຕອບວ່າ, “ແມ່ນແລ້ວ” ແລະເວົ້າຕໍ່ໄປອີກວ່າ, “ຈົ່ງໄປບອກເຈົ້າຊີວິດຂອງເຈົ້າວ່າ ເຣົາຢູ່ບ່ອນນີ້” 9 ແຕ່ໂອບາດີຢາຕອບວ່າ, “ຂ້ານ້ອຍໄດ້ທຳຜິດສິ່ງໃດທ່ານຈຶ່ງມອບຂ້ານ້ອຍ ຂ້າໃຊ້ຂອງທ່ານໄວ້ໃນກຳມືຂອງເຈົ້າອາຮາບ ແລະໃຫ້ພຣະອົງສັງຫານຊີວິດຂອງຂ້ານ້ອຍເສັຽ 10 ໃນນາມພຣະຜູ້ເປັນເຈົ້າຂອງທ່ານຜູ້ຊົງພຣະຊົນຢູ່ ຂ້ານ້ອຍຂໍສາບານວ່າ ບໍ່ມີປະຊາຊາດ ແລະຣາຊອານາຈັກໃດ ທີ່ເຈົ້າຊີວິດຂອງຂ້ານ້ອຍບໍ່ໄດ້ສົ່ງຄົນໄປຊອກຫາທ່ານ ຄັນຖ້າຄົນໃນຊາດນັ້ນບອກວ່າ “ທ່ານຢູ່ບ່ອນນີ້” ເຈົ້າຊີວິດຂອງຂ້ານ້ອຍກໍໃຫ້ຜູ້ປົກຄອງ ຫລືປະຊາຊົນຄົນນັ້ນສາບານຮັບວ່າ ທ່ານຢູ່ບ່ອນນັ້ນແທ້ 11 ແລະດຽວນີ້ ທ່ານບອກຂ້ານ້ອຍໄປບອກເຈົ້າຊີວິດຂອງຂ້ານ້ອຍວ່າ “ທ່ານຢູ່ບ່ອນນີ້” 12 ແຕ່ພໍຂ້ານ້ອຍຈາກທ່ານໄປ ພຣະວິນຍານຂອງພຣະຜູ້ເປັນເຈົ້າກໍຕ້ອງພາທ່ານຫນີໄປບ່ອນໃຫມ່ ແລະຂ້ານ້ອຍກໍຈະບໍ່ຮູ້ຈັກວ່າທ່ານໄປບ່ອນໃດ ເມື່ອຂ້ານ້ອຍໄປບອກເຈົ້າອາຮາບມາ ເມື່ອພຣະອົງມາບໍ່ພົບທ່ານ ພຣະອົງຈະຕ້ອງສັງຫານຂ້ານ້ອຍ ທ່ານຮູ້ດີແລ້ວວ່າ ຂ້ານ້ອຍເປັນຜູ້ຢຳເກງພຣະຜູ້ເປັນເຈົ້າມາຕັ້ງແຕ່ຍັງຫນຸ່ມ 13 ທ່ານຮູ້ບໍ່ວ່າ ຄາວເມື່ອເຢເຊເບນໄດ້ຂ້າຜູ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າຢ່າງໂຫດຮ້າຍທາຣຸນ ຂ້ານ້ອຍໄດ້ເອົາຄົນໄປເຊື່ອງໄວ້ໃນຖ້ຳຮ້ອຍຄົນ ບ່ອນລະຫ້າສິບຄົນ ແລະໄດ້ນຳເອົາອາຫານແລະນ້ຳໄປລ້ຽງພວກເຫລົ່ານີ້ 14 ດຽວນີ້ ເປັນຫຍັງທ່ານຈຶ່ງໃຊ້ຂ້ານ້ອຍໄປບອກພຣະຣາຊາວ່າ ທ່ານຢູ່ບ່ອນນີ້ ພຣະອົງຕ້ອງຂ້າຂ້ານ້ອຍເປັນແນ່” 15 ເອລີຢາຈຶ່ງເວົ້າວ່າ, “ໃນນາມພຣະຜູ້ເປັນເຈົ້າແຫ່ງຈັກກະວານຊຶ່ງຂ້ອຍຮັບໃຊ້ຢູ່ນີ້ ຂ້ອຍຈະຕ້ອງໄປສະແດງຕົວຕໍ່ພຣະພັກຂອງກະສັດອາຮາບໃຫ້ໄດ້ໃນວັນນີ້” 16 ດັ່ງນັ້ນ ໂອບາດີຢາຈຶ່ງໄປເຝົ້າອາຮາບ ແລະທູນເຣື່ອງໃຫ້ທ່ານຊາບ ແລະອາຮາບກໍສະເດັດໄປພົບເອລີຢາ 17 ພໍເມື່ອພຣະອົງເຫັນເອລີຢາພຣະອົງກໍໄດ້ກ່າວວ່າ, “ເຈົ້ານີ້ແຫລະ ເປັນຜູ້ສ້າງຄວາມລຳບາກໃຫ້ແກ່ອິສຣາເອນ” 18 ເອລີຢາທູນຕອບວ່າ, “ບໍ່ແມ່ນຂ້າພຣະອົງເປັນຜູ້ສ້າງຄວາມລຳບາກໃຫ້ແກ່ອິສຣາເອນເລີຍ ພຣະອົງແລະຄອບຄົວຂອງພຣະອົງຕ່າງຫາກເປັນຜູ້ສ້າງ ເພາະວ່າພຣະອົງໄດ້ປະລະຖິ້ມພຣະບັນຍັດຂອງພຣະຜູ້ເປັນເຈົ້າ ແລະໄປຕິດຕາມພຣະບາອານ 19 ດຽວນີ້ ຂໍພຣະອົງຊົງອອກຄຳສັ່ງໃຫ້ຊາວອິສຣາເອນທຸກຄົນໄປປະຊຸມກັນກັບຂ້າພຣະອົງຢູ່ເທິງພູກາຣ໌ເມນ ພ້ອມທັງພວກຜູ້ປະກາດພຣະທັມຝ່າຍພຣະອາບານສີ່ຮ້ອຍຫ້າສິບຄົນ ແລະຝ່າຍອາເຊຣາສີ່ຣ້ອຍຄົນທີ່ເຄີຍຮ່ວມໂຕະກັບພຣະນາງເຢເຊເບນນັ້ນດ້ວຍ
ການຖວາຍເຄື່ອງບູຊາທີ່ພູກາຣ໌ເມນ
20 ເຈົ້າອາຮາບໄດ້ຊົງເອີ້ນພວກອິສຣາເອນທຸກຄົນມາໂຮມກັນ ແລະຮວບຮວມພວກຜູ້ປະກາດພຣະທັມຝ່າຍພຣະບາອານທັງຫມົດຂຶ້ນໄປເທິງພູກາຣ໌ເມນ 21 ເອລີຢາກ້າວອອກໄປຢືນຢູ່ຕໍ່ຫນ້າປະຊາຊົນແລະເວົ້າວ່າ, “ພວກທ່ານຍັງຈະເປັນຄົນສອງໃຈຢູ່ຢ່າງນີ້ອີກດົນປານໃດ ຖ້າພຣະຜູ້ເປັນເຈົ້າເປັນພຣະເຈົ້າຈົ່ງຕິດຕາມພຣະອົງ ຖ້າວ່າບາອານເປັນພຣະເຈົ້າກໍຈົ່ງຕິດຕາມບາອານ” 22 ແຕ່ປະຊາຊົນບໍ່ຕອບທ່ານຢ່າງໃດຫມົດ ແລ້ວເອລີຢາຈຶ່ງເວົ້າຕໍ່ໄປວ່າ, “ຂ້າພະເຈົ້າຜູ້ດຽວເປັນຜູ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າທີ່ຍັງເຫລືອຢູ່ 23 ແຕ່ຝ່າຍພວກຜູ້ປະກາດຂອງພຣະບາອານມີຕັ້ງສີ່ຮ້ອຍຫ້າສິບຄົນ ຈົ່ງເອົາງົວເຖິກມາສອງຕົວໃຫ້ພວກເຮົາ ແລະໃຫ້ພວກເຂົາເລືອກເອົານຶ່ງຕັດເປັນຕ່ອນ ແລ້ວເອົາໄປວາງໄວ້ເທິງກອງຟືນ ແຕ່ບໍ່ໃຫ້ດັງໄຟໃສ່ສຳລັບຝ່າຍຂ້າພະເຈົ້າ ຂ້າພະເຈົ້າກໍຈະຈັດແຈ່ງງົວໂຕນຶ່ງອີກ ແລະຈະບໍ່ດັງໄຟອີກຄືກັນ 24 ໃຫ້ເຂົາເອີ້ນຫາພຣະເຈົ້າຂອງເຂົາ ແລະສ່ວນຂ້າພະເຈົ້າກໍຈະເອີ້ນຫາພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ພຣະເຈົ້າອົງໃດທີ່ຈະຕອບ ແລະຈະສົ່ງໄຟມາໃຫ້ ແມ່ນອົງນັ້ນແຫລະເປັນພຣະເຈົ້າແທ້ ປະຊາຊົນທຸກຄົນຈຶ່ງຕອບວ່າ “ພວກຂ້າພະເຈົ້າເຫັນດີນຳ” 25 ແລ້ວເອລີຢາຈຶ່ງເວົ້າຕໍ່ພວກຜູ້ປະກາດຝ່າຍພຣະບາອານວ່າ, “ຈົ່ງເລືອກເອົາງົວເຖິກ ແລະເລິ້ມລົງມືກ່ອນ ເພາະພວກທ່ານກໍມີຫລາຍຄົນດ້ວຍກັນ ພວກທ່ານຢ່າດັງໄຟໃສ່ແຕ່ໃຫ້ຮ້ອງຫາພຣະຜູ້ເປັນເຈົ້າຂອງທ່ານ 26 ພວກເຂົາຈຶ່ງເອົາງົວໄປຄົວ ແລະວາງໄວ້ເທິງແທ່ນບູຊາ ແລ້ວພາກັນເອີ້ນຫາພຣະບາອານແຕ່ເຊົ້າຈົນເຖິງທ່ຽງວ່າ, “ໂອ ພຣະບາອານເອີຍ ຂໍຈົ່ງຕອບພວກຂ້ານ້ອຍດ້ວຍ” ພວກເຂົາຮ້ອງ ແລະຟ້ອນເຕັ້ນອ້ອມໄປມາຕໍ່ຫນ້າແທ່ນບູຊາທີ່ເຂົາທຳຂຶ້ນນັ້ນ ແຕ່ກໍບໍ່ໄດ້ຍິນສຽງຕອບຫລືສຽງໃດໆຫມົດ 27 ພໍເຖິງຕອນທ່ຽງ ເອລີຢາກໍເວົ້າເຍາະເຍີ້ຍເຂົາວ່າ, “ຮ້ອງຂຶ້ນດັງໆແດ່ແມ໋ ທ່ານເປັນພຣະເຈົ້າ ທ່ານອາດກຳລັງລະເມີເພີ້ຝັນ ອາດມີທຸຣະຫລືອອກໄປທ່ຽວ ແລະບາງທີ່ທ່ານອາດຍັງນອນຫລັບຢູ່ ພວກທ່ານກໍຕ້ອງປຸກທ່ານລຸກ” 28 ແຕ່ພວກເຂົາຍັງຮ້ອງດັງຂຶ້ນກວ່າເກົ່າ ແລະເອົາດາບເອົາມີດຟັນຕົວເອງຈົນເລືອດໄຫລອອກຕາມປະເພນີທີ່ເຂົາເຄີຍທຳມາ 29 ພວກເຂົາກໍໄດ້ທຳດັ່ງນີ້ໄປຈົນເຖິງເວລາຖວາຍບູຊາຕອນແລງ ແຕ່ບໍ່ມີຄຳຕອບ ແລະບໍ່ມີສຽງໃດໆເລີຍ 30 ແລ້ວເອລີຢາຈຶ່ງບອກປະຊາຊົນວ່າ, “ຈົ່ງພາກັນຫຍັບເຂົ້າມາໃກ້ໆຂ້າພະເຈົ້າ ປະຊາຊົນທຸກຄົນກໍຫຍັບເຂົ້າມາໃກ້ ແລ້ວທ່ານໄດ້ສ້ອມແຊມແທ່ນບູຊາຂອງພຣະຜູ້ເປັນເຈົ້າທີ່ຖືກທຳລາຍລົງນັ້ນຄືນໃຫມ່ 31 ພ້ອມດຽວກັນນັ້ນ ທ່ານໄດ້ເອົາຫີນສິບສອງກ້ອນ ຊຶ່ງຄົບຕາມຈຳນວນສິບສອງຕະກູນໃນເຊື້ອສາຍຂອງຢາໂຄບ (ຢາໂຄບຍັງມີອີກຊື່ນຶ່ງວ່າ ອິສຣາເອນ” ຊຶ່ງແມ່ນພຣະຜູ້ເປັນເຈົ້າຊົງຕັ້ງໃຫ້) 32 ດ້ວຍຫີນສິບສອງກ້ອນນີ້ ທ່ານໄດ້ສ້າງແທ່ນບູຊາ ເພື່ອຂາບໄຫວ້ນະມັສການພຣະຜູ້ເປັນເຈົ້າ ທ່ານຂຸດຮ່ອງອ້ອມແທ່ນບູຊາຊຶ່ງບັນຈຸພໍດີກັບນ້ຳສອງກະລຸມ 33 ແລ້ວທ່ານກໍລຽນຟືນ ແລະຕັດຕ່ອນຊີ້ນງົວຢອງໄວ້ເທິງກອງຟືນນັ້ນ 34 ທ່ານສັ່ງວ່າ, “ຈົ່ງຕັກນ້ຳໃສ່ໄຫໃຫ້ເຕັມທັງສີ່ຫນ່ວຍ ແລະຖອກລົງເທິງເຄື່ອງບູຊາ ແລະເທິງກອງຟືນ ພວກເຂົາຈຶ່ງປະຕິບັດຕາມ ແລ້ວທ່ານໄດ້ສັ່ງໃຫ້ເຂົາທຳຄືເກົ່າອີກໃນເທື່ອທີ່ສອງພວກເຂົາກໍທຳຕາມ ແລະສັ່ງໃຫ້ທຳອີກຄືເກົ່າອີກໃນເທື່ອທີ່ສາມພວກເຂົາກໍໄດ້ປະຕິບັດຕາມອີກ 35 ນ້ຳໄດ້ໄຫລລົງຕາມແທ່ນບູຊາຈົນເຕັມຮ່ອງທີ່ຂຸດໄວ້ 36 ເມື່ອເຖິງຍາມຖວາຍບູຊາຕອນແລງ ຜູ້ປະກາດພຣະທັມເອລີຢາກໍຍ່າງເຂົ້າມາຕໍ່ຫນ້າແທ່ນແລ້ວກ່າວວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອັບຣາຮາມ ຂອງອີຊາກ ແລະຂອງຢາໂຄບ ໃນວັນນີ້ ຂໍພຣະອົງຊົງສະແດງໃຫ້ທຸກຄົນຮູ້ວ່າ ພຣະອົງຊົງເປັນພຣະເຈົ້າຂອງອິສຣາເອນ ແລະໃຫ້ຮູ້ວ່າຂ້າພຣະອົງທຳນີ້ແມ່ນທຳດ້ວຍຄຳສັ່ງຂອງພຣະອົງ 37 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງຕອບຂ້າພຣະອົງດ້ວຍ ເພື່ອປະຊາຊົນເຫລົ່ານີ້ຈະຮູ້ວ່າພຣະອົງຊົງເປັນພຣະເຈົ້າອົງທ່ຽງແທ້ ຜູ້ຊົງປ່ຽນແປງຈິດໃຈເຂົາໃຫ້ກັບຄືນມາ” 38 ແລ້ວພຣະຜູ້ເປັນເຈົ້າໄດ້ສົ່ງໄຟລົງມາໄຫມ້ເຄື່ອງເຜົາບູຊາ ໄຫມ້ຟືນ ໄຫມ້ກ້ອນຫີນ ແລະດູດນ້ຳໃນຮ່ອງອອກຫມົດ 39 ເມື່ອປະຊາຊົນທຸກຄົນເຫັນດັ່ງນັ້ນ ກໍພາກັນຂາບລົງແລະຮ້ອງຂຶ້ນວ່າ, “ພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າທ່ຽງແທ້ ພຣະຜູ້ເປັນເຈົ້າອົງດຽວເທົ່ານັ້ນທີ່ຊົງເປັນພຣະເຈົ້າ” 40 ຫລັງຈາກນັ້ນ ເອລີຢາຈຶ່ງສັ່ງໃຫ້ປະຊາຊົນຈັບພວກຜູ້ປະກາດພຣະທັມຝ່າຍພຣະບາອານ ໂດຍບໍ່ໃຫ້ຜູ້ໃດຫນີພົ້ນໄປໄດ້ ດັ່ງນັ້ນປະຊາຊົນຈຶ່ງຈັບພວກເຂົາ ແລ້ວເອລີຢາກໍນໍາພວກເຂົາໄປຂ້າຢູ່ໃກ້ຫ້ວຍກີໂຊນ 41 ເອລີຢາໄດ້ເວົ້າຕໍ່ອາຮາບວ່າ, “ຂໍພຣະອົງສະເດັດຂຶ້ນໄປສະເຫວີຍ ແລະດື່ມເຖີດ ເພາະຂ້າພຣະອົງຮູ້ວ່າຝົນຈະຕົກແລ້ວ 42 ໃນຂນະທີ່ອາຮາບຂື້ນໄປສະເຫວີຍແລະດື່ມ ເອລີຢາກໍໄດ້ຂຶ້ນໄປເທິງຍອດພູກາຣ໌ເມນ ແລະກົ້ມຂາບລົງ 43 ແລ້ວທ່ານໄດ້ເວົ້າຕໍ່ຄົນໃຊ້ວ່າ, “ຈົ່ງແລ່ນໄປເບິ່ງທາງທະເລ” ຄົນໃຊ້ຈຶ່ງແລ່ນໄປເບິ່ງແຕ່ກໍບໍ່ມີຫຍັງຫມົດ ເອລີຢາໄດ້ສັ່ງໃຫ້ເຂົາໄປເບິ່ງຈົນເຖິງເຈັດເທື່ອ 44 ໃນຄັ້ງທີ່ເຈັດຄົນໃຊ້ໄດ້ບອກທ່ານວ່າ, “ດຽວນີ້ມີກ້ອນເມກນ້ອຍໆກ້ອນສ່ຳຝາມືໄດ້ຂຶ້ນມາທາງທະເລ” ເອລີຢາຈຶ່ງບອກເຂົາວ່າ, “ຈັ່ງໄປບອກກະສັດກາຮາບໃຫ້ຕຽມຣົດມ້າລົງໄປກ່ອນຝົນຈະຕົກຮຳ” 45 ຢູ່ມາຄາວນຶ່ງ ຟ້າກໍມືດແລະມີເມກເຕັມທົ່ວທ້ອງຟ້າ ແລະມີລົມພະຍຸ ຝົນຫ່າໃຫຍ່ໄດ້ຕົກລົງ ອາຮາບຈຶ່ງຂຶ້ນຣົດມ້າສະເດັດໄປເມືອງເຢເຣເອນ 46 ອຳນາດຂອງພຣະຜູ້ເປັນເຈົ້າຊົງສວມທັບເອລີຢາ ທ່ານໄດ້ຈ້ອນເສື້ອຂຶ້ນຮອດແອວ ແລ້ວແລ່ນຂຶ້ນຫນ້າອາຮາບຈົນເຖິງທາງເຂົ້າເມືອງເຢເຣເອນ
ເອລີຢາຫນີຈາກເຢເຊເບນ
1 ເມື່ອເຈົ້າອາຮາບເລົ່າເຣື່ອງເອລີຢາເອົາດາບຂ້າຜູ້ປະກາດພຣະທັມຂອງພຣະບາອານສູ່ເຢເຊເບນຜູ້ເປັນພັຣຍາຟັງ 2 ເຢເຊເບນກໍສັ່ງຄົນໄປບອກເອລີຢາວ່າ, “ມື້ອື່ນໃນເວລາດຽວນີ້ ຖ້າວ່າຂ້ອຍບໍ່ໄດ້ຂ້າເຈົ້າດັ່ງທີ່ເຈົ້າໄດ້ຂ້າພວກຜູ້ປະກາດພຣະທັມຂອງພຣະບາອານນັ້ນ ຂໍໃຫ້ພຣະທັງຫລາຍທຳໃຫ້ຂ້ອຍຕາຍ ເອລີຢາຢ້ານຈຶ່ງຫນີເອົາຕົວລອດໄປ 3 ເບເອີເຊບາຊຶ່ງເປັນເມືອງນຶ່ງໃນປະເທດຢູດາ ແລະປະຄົນໃຊ້ຂອງທ່ານໄວ້ຢູ່ໃນເມືອງນີ້ 4 ສ່ວນທ່ານເອງໄດ້ຫນີໄປຖີ່ນກັນດານຊຶ່ງໃຊ້ເວລາເດີນທາງນຶ່ງວັນ ແລ້ວກໍມານັ່ງເຊົາເມື່ອຍຢູ່ ແລະຄິດຢາກຕາຍຢູ່ໃຕ້ຮົ່ມຕົ້ນໄມ້ນີ້ເສັຽ ທ່ານຈຶ່ງທູນພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງອີ່ມແລ້ວຊີວິດນີ້ ຈົ່ງເອົາຊີວິດຂອງຂ້າພຣະອົງໄປເທີນ ຂ້າພຣະອົງບໍ່ມີຫຍັງດີໄປກວ່າພວກບັນພະບຸຣຸດຂອງຂ້າພຣະອົງເລີຍ” 5 ແລ້ວທ່ານກໍນອນຫລັບໄປ ແຕ່ຍັງມີເທວະດາອົງນຶ່ງມາຊຸກທ່ານ ແລະກ່າວວ່າ, 6 “ລຸກຂຶ້ນກິນເຂົ້າແມ໋” ເມື່ອທ່ານຫລຽວໄປຮອບໆກໍແລເຫັນເຂົ້າຈີ່ກ້ອນນຶ່ງ ແລະເຕົ້ານ້ຳຊຶ່ງຕັ້ງຢູ່ທາງເບື້ອງຫົວຂອງທ່ານ ທ່ານໄດ້ກິນແລະດື່ມແລ້ວຈຶ່ງນອນລົງອີກ 7 ແຕ່ວ່າເທວະດາຂອງພຣະຜູ້ເປັນເຈົ້າໄດ້ຄືນມາຫາທ່ານອີກໃນຄັ້ງທີ່ສອງ ແລະກ່າວຕໍ່ທ່ານວ່າ, “ລຸກຂຶ້ນກິນເຂົ້າແມ໋ ເພາະທ່ານຍັງຈະຕ້ອງເດີນທາງໄປໄກອີກ” ທ່ານກໍລຸກຂຶ້ນກິນແລະດື່ມ 8 ສະນັ້ນຍ້ອນອາຫານນີ້ ທ່ານຈຶ່ງໄດ້ມີເຫື່ອແຮງເດີນທາງຕໍ່ໄປສີ່ສິບມື້ສີ່ສິບຄືນຈົນໄປເຖິງພູຂອງພຣະເຈົ້າທີ່ຊື່ວ່າ ຊີນາອີ 9 ຕໍ່ມາ ເອລີຢາໄດ້ເຂົ້າໄປນອນຄ້າງຄືນຢູ່ໃນຖ້ຳ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ທ່ານວ່າ, 10 “ເອລີຢາ ເຈົ້າເຮັດຫຍັງຢູ່ທີ່ນີ້” ທ່ານຕອບວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຂ້າພຣະອົງເຄີຍຮັບໃຊ້ພຣະອົງດ້ວຍໃຈຮ້ອນຮົນຢູ່ຕລອດມາ ເພາະວ່າໄພ່ພົນອິສຣາເອນໄດ້ລະເມີດຄຳຫມັ້ນສັນຍາຂອງພຣະອົງ ພວກເຂົາໄດ້ທຳລາຍແທ່ນບູຊາ ແລະຂ້າພວກຜູ້ປະກາດພຣະທັມຂອງ ພຣະອົງ ມີແຕ່ຂ້າພຣະອົງຄົນດຽວທີ່ຍັງເຫລືອຢູ່ ແຕ່ປານນັ້ນພວກເຂົາກໍຍັງບໍ່ລົດລະທີ່ຈະຂ້າຂ້າພຣະອົງເສັຽ”
ເອລີຢາໄດ້ພົບພໍ້ກັບພຣະເຈົ້າ
11 ພຣະຜູ້ເປັນເຈົ້າຊົງກ່າວວ່າ,” ຈົ່ງອອກໄປຢືນຢູ່ເທິງພູຕໍ່ຫນ້າເຮົາ” ແລ້ວພຣະອົງກໍກາຍຜ່ານໄປ ພຣະຜູ້ເປັນເຈົ້າຊົງກະທຳໃຫ້ມີລົມແຮງພັດພູເຂົາຈົນຫີນແຕກໄປເປັນກ້ອນນ້ອຍໆ ແຕ່ພຣະອົງບໍ່ໄດ້ສະຖິດຢູ່ໃນລົມນັ້ນ ຫລັງຈາກນັ້ນແຜ່ນດີນກໍຫວັ່ນໄຫວ ແຕ່ພຣະອົງບໍ່ໄດ້ສະຖິດຢູ່ໃນແຜ່ນດີນຫວັ່ນໄຫວນີ້ 12 ຫລັງຈາກແຜ່ນດີນຫວັ່ນໄຫວແລ້ວກໍແມ່ນໄຟ ແຕ່ພຣະອົງບໍ່ໄດ້ສະຖິດຢູ່ໃນໄຟ ຫລັງຈາກໄຟກໍມີສຽງລົມພັດເບົາໆ 13 ເມື່ອເອລີຢາໄດ້ຍິນສຽງດັ່ງນີ້ ທ່ານຈຶ່ງເອົາເສື້ອປົກຫນ້າໄວ້ ແລະອອກໄປຢືນຢູ່ປາກຖ້ຳ ແລ້ວກໍມີສຽງດັງມາຫາທ່ານວ່າ, “ເອລີຢາ ເຈົ້າເຮັດຫຍັງຢູ່ນີ້?” 14 ທ່ານຈຶ່ງທູນຕອບວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຂ້າພຣະອົງເຄີຍຮັບໃຊ້ພຣະອົງດ້ວຍໃຈຮ້ອນຮົນຕລອດມາ ເພາະວ່າໄພ່ພົນອິສຣາເອນລະເມີດຄຳຫມັ້ນສັນຍາຂອງພຣະອົງ ພວກເຂົາໄດ້ທຳລາຍແທ່ນບູຊາ ແລະຂ້າພວກຜູ້ປະກາດພຣະທັມຂອງພຣະອົງ ມີແຕ່ຂ້າພຣະອົງຄົນດຽວທີ່ຍັງເຫລືອຢູ່ ແຕ່ປານນັ້ນພວກເຂົາກໍຍັງບໍ່ລົດລະທີ່ຈະປອງຂ້າຂ້າພຣະອົງ” 15 ແລ້ວພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ, “ໄປສາ ຈົ່ງໄປຕາມທາງເສັ້ນເກົ່າ ແລະມຸ່ງຫນ້າສູ່ຖິ່ນກັນດານໃກ້ເມືອງດາມັສກັສ ໃຫ້ເຈົ້າເຂົ້າໄປໃນເມືອງແລ້ວເອົານ້ຳມັນຊະໂລມຫົດສົງ ຮາຊາເອນເປັນກະສັດແຫ່ງປະເທດຊີເຣັຽ (ອາຣາມ) 16 ໃຫ້ເອົານ້ຳມັນຊະໂລມຫົດສົງເຢຮູ ບຸດນີມຊີ ເປັນກະສັດອິສຣາເອນ ແລະເອົານ້ຳມັນຊະໂລມຫົດສົງ ເອລີຊາບຸດຊາຟັດ ຊາວອາເບນເມໂຮລາ ເປັນຜູ້ປະກາດພຣະທັມສືບແທນເຈົ້າ 17 ຜູ້ໃດທີ່ຫນີຈາກດາບຂອງຮາຊາເອນ ຈະຖືກເຢຮູຂ້າ ຜູ້ໃດຫນີຈາກດາບເຢຮູ ຈະຖືກເອລີຊາຂ້າ 18 ແຕ່ວ່າ ເຮົາຈະໃຫ້ມີຄົນເຫລືອຢູ່ໃນອິສຣາເອນເຖິງເຈັດພັນຄົນ ຄືພວກທີ່ບໍ່ຄຸເຂົ່າລົງຕໍ່ຫນ້າພຣະບາອານແລະບໍ່ຈູບຮູບພຣະນັ້ນ
ພຣະຜູ້ເປັນເຈົ້າຊົງເອີ້ນເອລີຊາ
19 ຈາກນັ້ນ ເອລີຢາຈຶ່ງມາຫາເອລີຊາກຳລັງໄຖນາຢູ່ ເຂົາມີງົວທີ່ກຳລັງໄຖນາຢູ່ສິບສອງຄູ່ ແຕ່ເຂົາເອງໄດ້ໃຊ້ງົວຄູ່ນຶ່ງໄຖ ໂດຍມີງົວສິບເອັດຄູ່ໄຖອອກໄປກ່ອນ ເອລີຢາໄດ້ຍ່າງກາຍເຂົາໄປ ແລະຖີ້ມເສື້ອຄຸມຂອງທ່ານໃສ່ເຂົາ 20 ເອລີຊາກໍປະງົວຂອງຕົນ ແລະແລ່ນຕາມຫລັງເອລີຢາໄປທັງເວົ້າວ່າ, “ຂໍໃຫ້ຂ້າພະເຈົ້າໄປຈູບສັ່ງລາພໍ່ແມ່ຂອງຂ້າພະເຈົ້າເສັຽກ່ອນ ແລ້ວຂ້າພະເຈົ້າຈະຕິດຕາມທ່ານໄປ” 21 ເອລີຢາຈຶ່ງຕອບວ່າ,”ກັບຄືນໄປສາ ຂ້ອຍບໍ່ຫ້າມເຈົ້າດອກ ແລ້ວເອລີຊາກໍໄປຂ້າງົວສອງໂຕ ຈັດແຈ່ງເປັນອາຫານໂດຍໃຊ້ໄຖເປັນຟືນ ເຂົາໄດ້ແບ່ງຊີ້ນໃຫ້ຄົນຂອງເຂົາຮັບປະທານ ສ່ວນເຂົາເອງກໍອອກຕິດຕາມໄປເພື່ອເປັນຜູ້ຊ່ອຍເອລີຢາ
ອາຮາບຊົງຣົບຊະນະຄົນຊີເຣັຽ
1 ເບນຮາດາດກະສັດຊີເຣັຽໄດ້ປະຊຸມກອງທັບທັງປວງຂອງທ່ານມີກະສັດສາມສິບອົງຂຶ້ນກັບທ່ານ ທັງມ້າແລະຣົດຮົບ ແລະທ່ານກໍຂຶ້ນໄປລ້ອມຊາມາເຣັຽ ສູ້ຮົບກັບເມືອງນັ້ນ 2 ທ່ານໄດ້ສົ່ງທູດເຂົ້າໄປໃນເມືອງຫາອາຮາບກະສັດອິສຣາເອນ ກ່າວແກ່ທ່ານວ່າ, “ເບນຮາດາດວ່າດັ່ງນີ້ວ່າ 3 “ເງິນແລະທອງຄຳຂອງທ່ານເປັນຂອງເຮົາ ບັນດາພັຣຍາແລະເດັກນ້ອຍທີ່ດີທີ່ສຸດຂອງທ່ານກໍເປັນຂອງເຮົາດ້ວຍ” 4 ແລະເຈົ້າຊີວິດແຫ່ງອິສຣາເອນຊົງຕອບໄປວ່າ, “ຂ້າແຕ່ພຣະຣາຊາເຈົ້ານາຍຂອງຂ້າພະເຈົ້າ ດັ່ງທີ່ທ່ານວ່າມານັ້ນແຫລະຂ້າພະເຈົ້າເປັນຂອງທ່ານ ທັງທີ່ຂ້າພະເຈົ້າມີຢູ່ນັ້ນດ້ວຍ” 5 ບັນດາພວກທູດໄດ້ກັບມາອີກກ່າວວ່າ, “ເບນຮາດາດກ່າວດັ່ງນີ້ວ່າ “ຂ້າພະເຈົ້າສົ່ງຂ່າວມາຍັງທ່ານວ່າ ຈົ່ງສົ່ງເງິນແລະທອງຄຳຂອງທ່ານພັຣຍາແລະເດັກຂອງທ່ານໄປໃຫ້ຂ້າພະເຈົ້າ” 6 ແຕ່ຂ້າພະເຈົ້າຈະສົ່ງຂ້າຣາຊການຂອງຂ້າພະເຈົ້າໄປຫາທ່ານມື້ອື່ນປະມານເວລານີ້ ເຂົາທັງຫລາຍຈະຄົ້ນວັງຂອງທ່ານ ທັງບ້ານເຮືອນຂ້າຣາຊການຂອງທ່ານ ສິ່ງໃດທີ່ເປັນທີ່ຊອບຕາຂອງທ່ານເຂົາຈະຍຶດເອົາໄປ” 7 ແລ້ວເຈົ້າຊີວິດແຫ່ງອິສຣາເອນກໍເອີ້ນປະຊຸມພວກຜູ້ໃຫຍ່ຂອງແຜ່ນດິນກ່າວວ່າ, “ຂໍກວດເບິ່ງເຖີດ ວ່າຊາຍຜູ້ນີ້ຫາຊ່ອງກໍ່ຄວາມລຳບາກ ເພາະເຂົາໃຫ້ຄົນມາຮັບເມັຽແລະລູກຂອງເຮົາ ທັງເງິນແລະທອງຄຳຂອງເຮົາ ແລະເຣົາກໍບໍ່ໄດ້ປະຕິເສດເຂົາ” 8 ບັນດາຜູ້ໃຫຍ່ແລະປະຊາຊົນທັງສິ້ນກໍທູນພຣະອົງວ່າ, “ຂໍຢ່າຊົງຟັງ ຫລືຊົງຍິນຍອມເຂົາ” 9 ພຣະອົງຈຶ່ງຊົງຮັບສັ່ງແກ່ພວກທູດຂອງເບນຮາດາດວ່າ, “ຈົ່ງໄປທູນພຣະຣາຊາເຈົ້ານາຍຂອງຂ້າພະເຈົ້າວ່າ “ບັນດາສິ່ງທີ່ທ່ານບັງອາດເອົາຈາກຜູ້ຮັບໃຊ້ຂອງທ່ານໃນຄັ້ງແຣກນັ້ນ ຂ້າພະເຈົ້າຈະກະທຳຕາມ ແຕ່ສິ່ງນີ້ຂ້າພະເຈົ້າປະຕິບັດຕາມບໍ່ໄດ້” ແລ້ວພວກທູດກໍຈາກໄປແລະກັບມາຣາຍງານ 10 ເບນຮາດາດສົ່ງຂ່າວກັບມາເຖິງອີກວ່າ, “ຖ້າຝຸ່ນຂີ້ດິນແຫ່ງຊາມາເຣັຽຈະພໍແກ່ຄົນທີ່ຕິດຕາມຂ້າພະເຈົ້າມາຈັກລະຫຍິບມືນຶ່ງ ກໍຂໍໃຫ້ພຣະທັງຫລາຍລົງໂທດຂ້າພະເຈົ້າແລະຍິ່ງຫນັກກວ່າ” 11 ເຈົ້າຊີວິດແຫ່ງອິສຣາເອນຊົງຕອບໄປວ່າ, “ຂໍທູນທ່ານວ່າ ຂໍທ່ານຜູ້ທີ່ສວມເກາະຢ່າອວດອ້າງຢ່າງຜູ້ທີ່ຖອດເກາະແລ້ວເລີຍ” 12 ເມື່ອເບນຮາດາດຊາບຂ່າວນີ້ຂນະທີ່ດື່ມຢູ່ກັບບັນດາກະສັດທັງຫລາຍທີ່ໃນທັບອາໄສ ທ່ານກໍສັ່ງຂ້າຣາຊການຂອງທ່ານວ່າ “ຈົ່ງເຂົ້າປະຈຳທີ່ ແລະເຂົາທັງຫລາຍກໍເຂົ້າປະຈຳທີ່ເພື່ອຕໍ່ສູ້ກັບເມືອງນັ້ນ 13 ເບິ່ງແມ໋, ຜູ້ປະກາດພຣະຄຳຄົນນຶ່ງເຂົາມາໃກ້ອາຮາບກະສັດແຫ່ງອິສຣາເອນທູນວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຈົ້າເຫັນກອງທັບໃຫຍ່ນີ້ຫລື ເບິ່ງແມ໋, ເຮົາຈະມອບໄວ້ໃນມືຂອງເຈົ້າໃນວັນນີ້ ເຈົ້າຈະໄດ້ຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າ” 14 ອາຮາບກ່າວວ່າ, “ໃຜຈະເປັນຜູ້ນຳໃນການໂຈມຕີຄັ້ງນີ້” ເຂົາທູນວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ດ້ວຍມືຂອງມະຫາດເລັກຂອງເຈົ້ານາຍປະຈຳທ້ອງຖິ່ນທັງຫລາຍ” ແລ້ວພຣະອົງກ່າວວ່າ, “ໃຜຈະເລີ້ມຮົບ” ເຂົາຕອບວ່າ, “ຝ່າພຣະບາດ” 15 ພຣະອົງຈຶ່ງຊົງຈັດມະຫາດເລັກຂອງເຈົ້ານາຍປະຈຳທ້ອງຖິ່ນເຫລົ່ານັ້ນຊຶ່ງມີສອງຮ້ອຍສາມສິບສອງຄົນດ້ວຍກັນ ແລະພາຍຫລັງຊົງຈັດພົນທັງຫມົດຄືຄົນອິສຣາເອນຮວມພົນເຈັດພັນຄົນ 16 ເຂົາທັງຫລາຍຍົກອອກໄປໃນເວລາທ່ຽງວັນ ຝ່າຍເບນຮາດາດກຳລັງດື່ມເມົາຢູ່ໃນທັບອາໄສ ທັງທ່ານແລະກະສັດອີກສາມສິບສອງອົງທີ່ຊ່ອຍທ່ານ 17 ພວກມະຫາດເລັກຂອງເຈົ້ານາຍປະຈຳທ້ອງຖິ່ນໄດ້ຍົກອອກໄປກ່ອນ ເບນຮາດາດກໍສົ່ງອອກໄປ ເຂົາທັງຫລາຍຣາຍງານທ່ານວ່າ, “ມີຄົນຍົກອອກມາຈາກຊາມາເຣັຽ” 18 ທ່ານຈຶ່ງວ່າ, “ຖ້າເຂົາອອກມາດ້ວຍສັນຕິຈົ່ງຈັບເຂົາມາເປັນໆ ຫລືຖ້າເຂົາອອກມາທຳເສິກຈົ່ງຈັບເຂົາມາເປັນໆ” 19 ຄົນເຫລົ່ານີ້ຈຶ່ງອອກໄປຈາກເມືອງຄືພວກມະຫາດເລັກຂອງເຈົ້ານາຍປະຈຳທ້ອງຖິ່ນ ແລະກອງທັບຊຶ່ງຕິດຕາມຄົນເຫລົ່ານີ້ 20 ແລະຕ່າງກໍຂ້າຄູ່ຣົບຂອງຕົນ ຄົນຊີເຣັຽຫນີແລະຄົນອິສຣາເອນໄລ່ຕິດຕາມເຂົາໄປ ແຕ່ເບນຮາດາດກະສັດແຫ່ງຊີເຣັຽຊົງຂີ່ມ້າຫນີໄປກັບທະຫານມ້າ 21 ກະສັດແຫ່ງອິສຣາເອນກໍອອກໄປໂຈມຕີມ້າແລະຣົດຮົບ ແລະປະຫານຊົນຊີເຣັຽເສັຽຢ່າງໃຫຍ່ໂຕ 22 ແລ້ວຜູ້ປະກາດພຣະທັມຜູ້ນັ້ນໄດ້ເຂົ້າມາໃກ້ເຈົ້າຊີວິດແຫ່ງອິສຣາເອນທູນພຣະອົງວ່າ, “ມາເຖີດ ຂໍເສີມກຳລັງຂອງພຣະອົງ ແລະຕຶກຕອງເບິ່ງວ່າ ພຣະອົງຈະຊົງກະທຳປະການໃດ ເພາະແລ້ງທີ່ຈະເຖິງນີ້ກະສັດແຫ່ງຊີເຣັຽຈະຍົກກອງທັບມາສູ້ກັບພຣະອົງອີກ” 23 ຂ້າຣາຊການຂອງພຣະຣາຊາແຫ່ງຊີເຣັຽທູນພຣະອົງວ່າ “ພຣະເຈົ້າທັງຫລາຍຂອງເຂົາເປັນພຣະເຈົ້າແຫ່ງພູ ເຂົາທັງຫລາຍຈຶ່ງແຂງກວ່າເຮົາ ແຕ່ຂໍໃຫ້ເຮົາສູ້ຮົບກັບເຂົາໃນທົ່ງພຽງ ແລ້ວເຮົາຈະຕ້ອງແຂງກວ່າເຂົາແນ່ນອນທີ່ດຽວ 24 ຂໍກະທຳຢ່າງນີ້ ຂໍປົດກະສັດເສັຽທຸກອົງຈາກຕຳແຫນ່ງແລະຕັ້ງນາຍທະຫານຂຶ້ນແທນ 25 ແລະເກນກອງທັບເຂົ້າແທນສ່ວນທີ່ລົ້ມຕາຍໄປໃນຄາວກ່ອນ ມ້າແທນມ້າ ຣົດຮົບແທນຣົດຮົບ ແລ້ວເຮົາທັງຫລາຍຈະສູ້ຮົບກັບເຂົາໃນທົ່ງພຽງ ເຮົາຈະຕ້ອງແຂງກວ່າເຂົາແນ່ນອນທີ່ດຽວ” ແລະທ່ານກໍເຊື່ອຟັງສຽງຂອງເຂົາທັງຫລາຍແລະກະທຳຕາມ 26 ຢູ່ມາພໍຂຶ້ນແລ້ງເບນຮາດາດກໍເກນຊົນຊີເຣັຽ ຍົກຂຶ້ນໄປເຖິງເມືອງອາເຟກເພື່ອສູ້ຮົບກັບອິສຣາເອນ 27 ປະຊາຊົນອິສຣາເອນກໍຖືກເກນ ຣັບສະບ່ຽງອາຫານ ແລະຍົກອອກໄປຕໍ່ສູ້ກັບເຂົາ ປະຊາຊົນອິສຣາເອນຕັ້ງຄ້າຍຕໍ່ຫນ້າເຂົາເຫມືອນຢ່າງແບ້ສອງຝູງນ້ອຍໆ ແຕ່ຄົນຊີເຣັຽເຕັມທົ່ວທ້ອງທົ່ງໄປຫມົດ 28 ຄົນຂອງພຣະຜູ້ເປັນເຈົ້າຄົນນຶ່ງໄດ້ເຂົ້າໄປໃກ້ແລະທູນເຈົ້າຊີວິດແຫ່ງອິສຣາເອນວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະຄົນຊີເຣັຽໄດ້ກ່າວວ່າ ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງພູ ພຣະອົງບໍ່ໄດ້ເປັນພຣະເຈົ້າແຫ່ງທີ່ລຸ່ມ” ເພາະສະນັ້ນເຮົາຈະມອບປະຊາຊົນຫມູ່ໃຫຍ່ນີ້ໄວ້ໃນມືຂອງເຈົ້າ ແລະເຈົ້າຈະໄດ້ຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າ” 29 ແລ້ວເຂົາກໍຕັ້ງຄ້າຍກົງຂ້າມກັນຢູ່ເຈັດວັນແລ້ວໃນວັນທີ່ເຈັດກໍປະທະກັນ ປະຊາຊົນອິສຣາເອນກໍຂ້າຄົນຊີເຣັຽຊຶ່ງເປັນທະຫານຮາບເສັຽນຶ່ງແສນຄົນໃນວັນດຽວ 30 ທີ່ເຫລືອນອກນັ້ນກໍຫນີເຂົ້າເມືອງອາເຟກແລະກຳແພງເມືອງລົ້ມທັບຄົນທີ່ເຫລືອນອກນັ້ນເສັຽສອງຫມື່ນເຈັດພັນຄົນ ເບນຮາດາດກໍຫນີໄປດ້ວຍ ແລະເຂົ້າໄປໃນຫ້ອງຊັ້ນໃນທີ່ໃນເມືອງ 31 ຂ້າຣາຊການຂອງທ່ານມາທູນວ່າ, “ເບິ່ງແມ໋, ເຮົາຊາບວ່າພຣະຣາຊາແຫ່ງອິສຣາເອນ ເປັນພຣະຣາຊາທີ່ຊົງເມດຕາ ຂໍໃຫ້ເຮົາເອົາຜ້າກະສອບຄາດແອວ ແລະເອົາເຊືອກພັນຫົວຂອງເຮົາ ແລະອອກໄປຫາກະສັດແຫ່ງອິສຣາເອນ ບາງທີ່ທ່ານຈະໄວ້ຊີວິດຂອງຝ່າພຣະບາດ” 32 ເຫດສັນນັ້ນເຂົາຈຶ່ງເອົາຜ້າກະສອບຄາດແອວແລະເອົາເຊືອກພັນຫົວ ແລະເຂົາໄປເຝົ້າກະສັດແຫ່ງອິສຣາເອນທູນວ່າ, “ເບນຮາດາດຜູ້ຮັບໃຊ້ຂອງພຣະອົງສັ່ງມາວ່າ “ໄດ້ໂຜດເຖີດຂໍໃຫ້ຂ້າພະເຈົ້າລອດຊີວິດຢູ່” ແລະພຣະອົງກ່າວວ່າ, “ທ່ານຍັງມີຊີວິດຫລື ທ່ານເປັນນ້ອງຂອງເຮົາ” 33 ຝ່າຍຄົນເຫລົ່ານັ້ນກຳລັງຫາຊ່ອງຢູ່ແລ້ວ ເຂົາທັງຫລາຍກໍຮີບຕອບທັນທີວ່າ, “ພຣະເຈົ້າຂ້າ ເບນຮາດາດອະນຸຊາຂອງພຣະອົງ” ແລ້ວພຣະອົງກ່າວວ່າ, “ໄປເຖີດແລະນຳທ່ານມາ” ແລ້ວເບນຮາດາດກໍອອກມາຫາພຣະອົງ ແລ້ວພຣະອົງກໍໃຫ້ທ່ານຂຶ້ນໄປເທິງຣົບຮົບ 34 ແລະເບນຮາດາດທູນວ່າ, “ຫົວເມືອງຊຶ່ງບິດາຂອງຂ້າພະເຈົ້າຍຶດເອົາໄປຈາກຣາຊບິດາຂອງທ່ານນັ້ນ ຂ້າພະເຈົ້າຂໍຄືນໃຫ້ພຣະອົງ ພຣະອົງຈະສ້າງຖນົນຫົນທາງຂອງພຣະອົງໃນເມືອງດາມັສກັສກໍໄດ້ ຢ່າງທີ່ບິດາຂ້າພະເຈົ້າທຳໄວ້ໃນຊາມາເຣັຽ” ແລ້ວອາຮາບກ່າວວ່າ, “ເຮົາຈະຍອມໃຫ້ທ່ານໄປຕາມຂໍ້ຕົກລົງນີ້” ພຣະອົງຈຶ່ງທຳພັນທະສັນຍາກັບທ່ານແລະປ່ອຍທ່ານໄປ 35 ມີຊາຍຄົນນຶ່ງພວກຜູ້ປະກາດພຣະທັມເວົ້າກັບເພື່ອນຂອງຕົນຕາມພຣະບັນຊາອຂງພຣະຜູ້ເປັນເຈົ້າວ່າ, “ໂຜດຕີຂ້ອຍເຖີດ” ແຕ່ຊາຍຄົນນັ້ນກໍປະຕິເສດບໍ່ຍອມຕີທ່ານ 36 ແລ້ວທ່ານຈຶ່ງເວົ້າກັບເຂົາວ່າ, “ເພາະທ່ານບໍ່ຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າ ເບິ່ງແມ໋, ພໍທ່ານອອກໄປຈາກຂ້າພະເຈົ້າ ສິງໂຕນຶ່ງຈະສັງຫານທ່ານ” ພໍເຂົາຈາກທ່ານໄປ ສິງໂຕນຶ່ງກໍມາພົບເຂົາແລະສັງຫານທ່ານເສັຽ 37 ແລ້ວທ່ານໄປພົບຊາຍອີກຄົນນຶ່ງ ແລະທ່ານວ່າ, “ໂຜດຕີຂ້ອຍເຖີດ” ຊາຍຄົນນັ້ນໄດ້ຕີທ່ານແລະທຳໃຫ້ທ່ານເຈັບປວດ 38 ຜູ້ປະກາດພຣະທັມຜູ້ນັ້ນຈຶ່ງຈາກໄປ ແລະໄປຄອຍພົບເຈົ້າຊີວິດຢູ່ທີ່ຫົນທາງ ເອົາຜ້າພັນຕາປອມຕົວເສັຽ 39 ພໍເຈົ້າຊີວິດຊົງຜ່ານໄປ ທ່ານກໍຮ້ອງທູນເຈົ້າຊີວິດວ່າ, “ຜູ້ຮັບໃຊ້ຂອງຝ່າພຣະບາດເຂົາໄປໃນກາງເສິກ ແລະເບິ່ງແມ໋ທະຫານຄົນນຶ່ງຫັນມາແລະນຳຊາຍຄົນນຶ່ງມາໃຫ້ຂ້ານ້ອຍ ບອກວ່າ “ຈົ່ງລະວັງຊາຍຄົນນີ້ໄວ້ ຖ້າເຂົາຫລຸດໄປໄດ້ໂດຍເຫດໃດໆຊີວິດຂອງທ່ານຈະຕ້ອງແທນຊີວິດຂອງເຂົາ ຫລືບໍ່ດັ່ງນັ້ນທ່ານຈະຕ້ອງເສັຽເງິນຕະລັນນຶ່ງ 40 ເມື່ອຂ້ານ້ອຍຕິດທຸຣະຢູ່ບ່ອນນີ້ບ່ອນຫັ້ນ ເຂົາກໍຫາຍໄປ” ພຣະຣາຊາແຫ່ງອິສຣາເອນກ່າວກັບເຂົາວ່າ, “ໂທດຂອງເຈົ້າຕ້ອງເປັນຢ່າງນັ້ນແຫລະ ເພາະເຈົ້າເອງໄດ້ຕັດສິນແລ້ວ” 41 ແລ້ວທ່ານກໍຮີບແກ້ຜ້າພັນອອກເສັຽຈາກຕາຂອງຕົນ ແລະເຈົ້າຊີວິດແຫ່ງອິສຣາເອນກໍຈຳທ່ານໄດ້ວ່າເປັນຜູ້ປະກາດພຣະທັມຄົນນຶ່ງ 42 ແລະທ່ານຈຶ່ງທູນພຣະອົງວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເພາະເຈົ້າໄດ້ປ່ອຍຊາຍຄົນທີ່ຢູ່ໃນມືຂອງເຈົ້າຜູ້ຊຶ່ງເຣົາໄດ້ກຳນົດໃຫ້ທຳລາຍນັ້ນ ຊີວິດຂອງເຈົ້າຈະຕ້ອງແທນຊີວິດຂອງເຂົາ ແລະຊົນຊາດຂອງເຈົ້າແທນຊົນຊາດຂອງເຂົາ” 43 ແລະພຣະຣາຊາແຫ່ງອິສຣາເອນກໍສະເດັດເຂົ້າໄປໃນພຣະຣາຊວັງດ້ວຍອາຣົມຂຸ່ນມົວແຫລະກັດກຸ້ມຍິ່ງນັກ ແລະສະເດັດມາຊາມາເຣັຽ
ນາໂບທຖືກຂ້າຍ້ອນສວນອະງຸ່ນ
1 ນາໂບທຊາວເຢສເຣເອນມີສວນອະງຸ່ນຢູ່ຕອນນຶ່ງ ໃກ້ກັບພຣະຣາຊວັງຂອງເຈົ້າອາຮາບ 2 ວັນນຶ່ງເຈົ້າອາຮາບເວົ້າຕໍ່ນາໂບທວ່າ, “ສວນອະງຸ່ນຂອງເຈົ້ານີ້ໃຫ້ຂ້ອຍເຮັດສວນຜັກເສັຽ ເພາະມັນຕິດກັບເຮືອນຂອງຂ້ອຍ ຂ້ອຍຈະເອົາສວນອະງຸ່ນດີກວ່ານີ້ໃຫ້ແກ່ເຈົ້າດອກ ຫລືຖ້າເຈົ້າບໍ່ມັກແບບນີ້ໃຫ້ຂ້ອຍຊື້ເອົາກໍໄດ້” 3 ນາໂບທຈຶ່ງທູນຕອບວ່າ, “ສວນນີ້ເປັນມູນມໍຣະດົກມາຈາກປູ່ຍ່າຕາຍາຍຂອງຂ້າພະເຈົ້າ ຂໍພຣະຜູ້ເປັນເຈົ້າຊົງຊ່ອຍຢ່າໃຫ້ຂ້າພະເຈົ້າໄດ້ທຳຜິດໂດຍຂາຍສວນນີ້ເລີຍ” 4 ອາຮາບສະເດັດຄືນເມືອພຣະຣາຊວັງ ດ້ວຍຫມົດຄວາມຫວັງ ແລະອາລົມເສັຽຍ້ອນຄຳເວົ້າຂອງນາໂບທ ພຣະອົງຊົງບັນທົມປິ່ນຫນ້າເຂົ້າຝາ ແລະບໍ່ຍອມສະເຫວີຍອາຫານ 5 ພຣະນາງເຢເຊເບນມະເຫສີຂອງພຣະອົງຈຶ່ງມາຖາມວ່າ, “ເປັນຫຍັງສະເດັດອ້າຍຈຶ່ງຫງ່ວມເຫງົາຈົນບໍ່ສະເຫວີຍພຣະກາຍາຫານ” 6 ພຣະອົງຈຶ່ງຕອບວ່າ, “ອ້າຍໄດ້ເວົ້ານຳນາໂບທ ຊາວອິສຣາເອນໃຫ້ຍົກສວນອະງຸ່ນຂອງເຂົາໃຫ້ແກ່ອ້າຍ ໂດຍທີ່ອ້າຍຈະເອົາເງິນຫລືສວນອະງຸ່ນໃຫມ່ປ່ຽນກັບເຂົາ ຕາມທີ່ເຂົາພໍໃຈແຕ່ເຂົາບໍ່ຍອມໃຫ້ເລີຍ” 7 ເຢເຊເບນຈຶ່ງເວົ້າຕໍ່ພຣະຣາຊາວ່າ, “ສະເດັດອ້າຍຊົງເປັນເຈົ້າຊີວິດອິສຣາເອນແມ່ນບໍ ຈົ່ງລຸກຂຶ້ນສາ ຈົ່ງທຳໃຈໃຫ້ສະບາຍ ແລະສະເຫວີຍອາຫານເສັຽ ນ້ອງຈະເອົາສວນອະງຸ່ນຂອງນາໂບທ ຊາວເຢສເຣເອນມາໃຫ້ເປັນຂອງອ້າຍເອງ” 8 ດັ່ງນັ້ນ ນາງຈຶ່ງຂຽນຫນັງສືປະທັບຕຣາໃນນາມພຣະຣາຊສາມີແລ້ວສົ່ງຫນັງສືນີ້ໄປຫາພວກເຈົ້ານາຍ ພ້ອມທັງເຖົ້າແກ່ໃນເມືອງເຢສເຣເອນ 9 ໃນຈົດຫມາຍນັ້ນພຣະນາງຂຽນວ່າ “ຈົ່ງປະກາດໃຫ້ທຸກຄົນຊຸມນຸມ ແລະຖືສີນອົດອາຫານ ແລ້ວໃຫ້ນາໂບທນັ່ງຢູ່ບ່ອນມີກຽດ 10 ແລະເອົານັກເລງສອງຄົນມາຢືນຢູ່ຕໍ່ຫນ້າເຂົາ ແລະໃຫ້ເຂົາກ່າວໂທດໃສ່ເຂົາວ່າ ເຂົາໄດ້ປ້ອຍດ່າພຣະເຈົ້າ ແລະເຈົ້າຊີວິດ ແລ້ວໃຫ້ເອົາເຂົາອອກມານອກເມືອງ ແລະແກວ່ງກ້ອນຫີນໃສ່ໃຫ້ຕາຍ” 11 ບັນດາພວກເຈົ້ານາຍພ້ອມທັງເຖົ້າແກ່ທີ່ຢູ່ໃນເມືອງດຽວກັນກັບນາໂບທ ກໍປະຕິບັດຕາມຄຳສັ່ງຂອງພຣະນາງເຢເຊເບນ ຕາມທີ່ນາງໄດ້ຂຽນລົງໃນຈົດຫມາຍທີ່ສົ່ງໄປໃຫ້ເຂົານັ້ນ 12 ພວກເຂົາກໍປະກາດໃຫ້ຖືສີນອົດອາຫານ ແລະເອີ້ນປະຊາຊົນມາເຕົ້າໂຮມກັນ ແລະໃຫ້ນາໂບທໄປນັ່ງຢູ່ບ່ອນທີ່ມີກຽດ ແລ້ວນັກເລງສອງຄົນກໍມາຢືນຢູ່ຕໍ່ຫນ້າທ່ານ 13 ແລ້ວກ່າວໂທດວ່າທ່ານປ້ອຍດ່າພຣະເຈົ້າ ແລະເຈົ້າຊີວິດ ດັ່ງນັ້ນ ພວກເຂົາຈຶ່ງນຳທ່ານອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ຈົນຕາຍ 14 ຕໍ່ມາ ພວກເຂົາກໍສົ່ງຂ່າວໄປບອກພຣະນາງເຢເຊເບນວ່າ “ນາໂບທໄດ້ຖືກແກວ່ງກ້ອນຫີນໃສ່ຈົນຕາຍແລ້ວ” 15 ເມື່ອເຢເຊເບນໄດ້ຮູ້ວ່າ ນາໂບທຕາຍແລ້ວ ພຣະນາງຈຶ່ງທູນອາຮາບວ່າ, “ນາໂບທໄດ້ຕາຍແລ້ວ ຂໍສະເດັດອ້າຍຈົ່ງໄປຍຶດເອົາສວນອະງຸ່ນທີ່ ນາໂບທບໍ່ຍອມຂາຍໃຫ້ນັ້ນມາເປັນກຳມະສິດສາ 16 ເມື່ອອາຮາບຊາບຂ່າວດັ່ງນັ້ນ ພຣະອົງກໍສະເດັດລົງໄປຍຶດເອົາສວນອະງຸ່ນມາເປັນກຳມະສິດຂອງຕົນ 17 ແລ້ວພຣະຜູ້ເປັນເຈົ້າຊົງກ່າວຕໍ່ເອລີຢາ ຊາວຕີສບີວ່າ, 18 “ຈົ່ງຟ້າວໄປພົບອາຮາບ ເຈົ້າຊີວິດອິສຣາເອນທີ່ກຸງຊາມາເຣັຽ ເຈົ້າຈະພົບເຂົາໃນສວນອະງຸ່ນຂອງນາໂບທ ເພາະເຂົາໄດ້ລົງໄປຍຶດເອົາສວນນັ້ນມາເປັນກຳມະສິດແລ້ວ 19 ເຈົ້າຈົ່ງເວົ້າກັບເຂົາດັ່ງນີ້ວ່າ “ພຣະຜູ້ເປັນເຈົ້າຊົງກ່າວວ່າ ເຈົ້າໄດ້ຂ້າເຈົ້າຂອງສວນນີ້ ແລະຍຶດເອົາສວນມາເປັນກຳມະສິດຂອງເຈົ້າ ສະນັ້ນ ໃນບ່ອນທີ່ຫມາໄດ້ເລັຽເລືອດຂອງນາໂບທ ຫມາກໍຈະເລັຽເລືອດເຈົ້າເຫມືອນກັນ” 20 ເມື່ອອາຮາບເຫັນເອລີຢາ ພຣະອົງຈຶ່ງກ່າວຂຶ້ນວ່າ, “ເອລີຢາຜູ້ເປັນສັດຕຣູຂອງຂ້ອຍ ບັດນີ້ເຈົ້າໄດ້ພົບຂ້ອຍແລ້ວ“ເອລີຢາຈຶ່ງຕອບວ່າ, “ແມ່ນແລ້ວ ພຣະອົງໄດ້ຍອມຂາຍຕົວທຳໃນສິ່ງທີ່ຜິດຕໍ່ສາຍພຣະເນດຂອງພຣະຜູ້ເປັນເຈົ້າ 21 ພຣະຜູ້ເປັນເຈົ້າຊົງກ່າວໄວ້ວ່າ “ເຮົາຈະນຳໂຊກຮ້າຍມາສູ່ເຈົ້າ ແລະຈະກວາດເຊື້ອສາຍຂອງເຈົ້າໃຫ້ຫມົດໄປ ຄືກຳຈັດຜູ້ຊາຍທຸກຄົນທີ່ຢູ່ໃນເຊື້ອສາຍຂອງເຈົ້າ ທັງຜູ້ຫນຸ່ມແລະຜູ້ເຖົ້າ 22 ເຮົາຈະທຳໃຫ້ເຊື້ອສາຍຂອງເຈົ້າເປັນເຫມືອນເຊື້ອສາຍຂອງກະສັດເຢໂຣໂບອາມບຸດຂອງເນບັດ ແລະເຫມືອນເຊື້ອສາຍຂອງເຈົ້າບາອາຊາບຸດຂອງອາຮີຢາ ເພາະເຈົ້າໄດ້ທຳໃຫ້ເຮົາໃຈຮ້າຍ ແລະໄດ້ພາໃຫ້ພວກອິສຣາເອນທຳຜິດ 23 ແລະພຣະຜູ້ເປັນເຈົ້າຍັງຊົງກ່າວກ່ຽວກັບພຣະນາງເຢເຊເບນວ່າ ຝູງຫມາຈະກັດກິນພຣະນາງເຢເຊເບນຢູ່ໃນເມືອງເຢສເຣເອນ 24 ຝູງຫມາຈະກັດກິນຍາດພີ່ນ້ອງຂອງອາຮາບທີ່ຕາຍຢູ່ໃນເມືອງ ແລະຝູງແຮ້ງຈະສັບຕອດກິນຜູ້ທີ່ຕາຍໃນທົ່ງນາ” 25 ບໍ່ເຄີຍມີຜູ້ໃດຂາຍຕົວເອງ ເພື່ອສ້າງຄວາມຜິດຕໍ່ສາຍພຣະເນດຂອງພຣະຜູ້ເປັນເຈົ້າ ດັ່ງອາຮາບທີ່ຖືກຍຸແຫຍ່ຈາກພຣະນາງເຢເຊເບນຜູ້ເປັນມະເຫສີ 26 ພຣະອົງໄດ້ທຳໃນສິ່ງທີ່ຫນ້າກຽດຊັງທີ່ສຸດ ໄດ້ຂາບໄຫວ້ຮູບພຣະດັ່ງຊາວອາໂມຣິດ ຊຶ່ງເປັນພວກທີ່ພຣະຜູ້ເປັນເຈົ້າໄດ້ໄລ່ອອກຈາກພວກອິສຣາເອນ 27 ເມື່ອອາຮາບໄດ້ຍິນຖ້ອຍຄຳຈາກ ເອລີຢາ ພຣະອົງໄດ້ຈີກເສື້ອຜ້າສະແດງຄວາມໂສກເສົ້າ ແລະຖືສີນອົດອາຫານ ພຣະອົງນອນໃນຊຸດເຄື່ອງໄວ້ທຸກ ແລະໄປມາດ້ວຍອາການເປັນທຸກໃນພຣະທັຍທີ່ສຸດ 28 ແລ້ວພຣະຜູ້ເປັນເຈົ້າຊົງກ່າວຕໍ່ເອລີຢາ ຊາວຕີສບີວ່າ, 29 “ເຈົ້າເຫັນບໍ່ວ່າ ອາຮາບໄດ້ຖ່ອມຕົວລົງຕໍ່ຫນ້າເຮົາຢ່າງໃດ ຍ້ອນວ່າເຂົາໄດ້ຖ່ອມຕົວລົງດັ່ງນີ້ແຫລະ ເຮົາຈະບໍ່ນຳເອົາໂຊກຮ້າຍມາຣັຊການຂອງເຂົາ ແຕ່ເຮົາຈະນຳໂຊກຮ້າຍມາສູ່ເຊື້ອສາຍຂອງເຂົາໃນເວລາບຸດຊາຍໄດ້ປົກຄອງ“
ມີກາຢາທຳນວາຍເຖິງການເສັຽໄຊຂອງອາຮາບ
1 ຊີເຣັຽ (ອາຣາມ) ແລະອິສຣາເອນບໍ່ໄດ້ກໍ່ສົງຄາມຕໍ່ກັນເປັນເວລາສາມປີ 2 ພໍເຖິງປີທີ່ສາມ ເຢໂຮຊາຟັດກະສັດແຫ່ງປະເທດຢູດາກໍສະເດັດມາຢ້ຽມຢາມອາຮາບ ກະສັດແຫ່ງອິສຣາເອນ 3 ເຈົ້າອາຮາບຈຶ່ງຖາມພວກຂ້າຣາຊການຂອງພຣະອົງວ່າ, “ພວກທ່ານຮູ້ບໍວ່າເມືອງຣາໂມທກີເລອາດເປັນຂອງພວກເຮົາ ແຕ່ເປັນຫຍັງພວກເຮົາຈຶ່ງຢູ່ຊື່ໆບໍ່ໄປເອົາອອກຈາກກະສັດຊີເຣັຽ” 4 ພຣະອົງກ່າວຕໍ່ເຢໂຮຊາຟັດວ່າ, “ທ່ານຈະໄປຕີເອົາເມືອງຮາໂມທກີເລອາດຮ່ວມນຳຂ້າພະເຈົ້າບໍ” 5 ເຢໂຮຊາຟັດຈຶ່ງຕອບວ່າ, “ຂ້າພະເຈົ້າຕຽມພ້ອມຢູ່ແລ້ວ ດັ່ງດຽວກັບທ່ານ ທະຫານຂອງຂ້າພະເຈົ້າກໍຄືທະຫານຂອງທ່ານ ມ້າຂອງຂ້າພະເຈົ້າກໍຄືມ້າຂອງທ່ານ ແຕ່ຂໍໃຫ້ປຶກສາເຣື່ອງນີ້ກັບພຣະຜູ້ເປັນເຈົ້າເສັຽກ່ອນ” 6 ດັ່ງນັ້ນ ເຈົ້າອາຮາບຈຶ່ງເອີ້ນພວກຜູ້ປະກາດພຣະທັມມາປະຊຸມ ຊຶ່ງມີປະມານສີ່ຮ້ອຍຄົນ ພຣະອົງຖາມວ່າ, “ຂ້າພະເຈົ້າຄວນຈະອອກໄປຕໍ່ສູ້ກັບຊາວເມືອງຮາໂມທກີເລອາດບໍ ຫລືບໍ່ຄວນໄປ” ພວກເຂົາຈຶ່ງທູນຕອບວ່າ, “ຂໍພຣະອົງຊົງສະເດັດໄປເທີນ ເພາະພຣະຜູ້ເປັນເຈົ້າຊົງມອບເມືອງນີ້ໄວ້ໃນອຳນາດຂອງພຣະອົງແລ້ວ” 7 ແຕ່ເຢໂຮຊາຟັດຖາມວ່າ, “ຢູ່ບ່ອນນີ້ບໍ່ມີຜູ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າຄົນອື່ນອີກບໍ ທີ່ພວກເຮົາຄວນປຶກສາຫາລືນຳ 8 ເຈົ້າຊີວິດແຫ່ງອິສຣາເອນຈຶ່ງຕອບເຢໂຮຊາຟັດວ່າ, “ຍັງມີຢູ່ ເຂົາຊື່ວ່າ ມີກັຍຢາ ບຸດຂອງອີມລາ ແຕ່ຂ້າພະເຈົ້າຊັງເຂົາ ເພາະເຂົາທຳນວາຍແຕ່ເຣື່ອງຮ້າຍບໍ່ເຄີຍທຳນວາຍຄວາມດີກັບຂ້າພະເຈົ້າເລີຍ” ແຕ່ເຢໂຮຊາຟັດເວົ້າວ່າ, “ພຣະຣາຊາບໍ່ຄວນເວົ້າດັ່ງນີ້” 9 ດັ່ງນັ້ນ ເຈົ້າອາຮາບຈຶ່ງຊົງຮັບສັ່ງຂ້າຣາຊການຄົນນຶ່ງວ່າ, “ຈົ່ງໄປນຳຕົວ ມີກັຍຢາມາໄວໆ” 10 ເຈົ້າອາຮາບ ແລະເຢໂຮຊາຟັດ ກະສັດແຫ່ງປະເທດຢູດາໄດ້ທົງເຄື່ອງພຣະຣາຊາແລ້ວປະທັບຢູ່ທີ່ລານຟາດເຂົ້າ ຢູ່ທາງນອກປະຕູເມືອງຊາມາເຣັຽ ຊຶ່ງມີພວກຜູ້ປະກາດພຣະທັມທັງຫມົດຖວາຍຄຳທຳນວາຍຢູ່ 11 ແຕ່ແລ້ວມີຜູ້ປະກາດພຣະທັມຜູ້ນຶ່ງຊື່ ເຊເດກີຢາ ບຸດຂອງເຄນາອານາ ໄດ້ເອົາເຫລັກມາທຳເປັນເຂົາສຸບໃສ່ຫົວ ແລະທູນຕໍ່ເຈົ້າອາຮາບວ່າ, “ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ ພຣະອົງຈະໄລ່ຄົນຊີເຣັຽໄປຈົນເຂົາຖືກທຳລາຍຫມົດ” 12 ແລະພວກຜູ້ປະກາດພຣະທັມທຸກຄົນກໍທຳນວາຍຢ່າງດຽວກັນວ່າ, “ຂໍພຣະອົງຊົງສະເດັດໄປຕໍ່ສູ້ທີ່ເມືອງ ຮາໂມທກີເລອາດ ແລ້ວພຣະອົງຈະຊະນະ ເພາະວ່າພຣະຜູ້ເປັນເຈົ້າຊົງມອບເມືອງນີ້ໄວ້ໃນອຳນາດຂອງພຣະອົງແລ້ວ” 13 ແຕ່ໃນຂນະນັ້ນ ຜູ້ທີ່ໄປນຳຕົວ ມີກັຍຢາມານັ້ນ ໄດ້ເວົ້າຕໍ່ມີກັຍຢາວ່າ, “ພວກຜູ້ປະກາດພຣະທັມທຸກຄົນຕ່າງກະທຳນວາຍແຕ່ເຣື່ອງດີແກ່ພຣະຣາຊາ ດັ່ງນັ້ນ ຂໍທ່ານຈົ່ງເວົ້າດັ່ງດຽວກັບພວກເຂົາ ແລະທຳນວາຍແຕ່ເຣື່ອງດີແກ່ພຣະອົງ” 14 ແຕ່ມີກັຍຢາຕອບວ່າ, “ໃນພຣະນາມຂອງພຣະຜູ້ເປັນເຈົ້າທີ່ຊົງພຣະຊົນຢູ່ ຂ້າພະເຈົ້າຈະເວົ້າແຕ່ຕາມທີ່ພຣະອົງຊົງກ່າວໄວ້ກັບຂ້າພະເຈົ້າເທົ່ານັ້ນ” 15 ເມື່ອມີກັຍຢາເຂົ້າເຝົ້າເຈົ້າຊີວິດ ພຣະອົງຈຶ່ງຖາມວ່າ, “ມີກັຍຢາ ພວກເຮົາຄວນຈະອອກໄປຕໍ່ສູ້ກັບຊາວເມືອງຮາໂມທກີເລອາດຫລືບໍ່” ເຂົາຈຶ່ງທູນຕອບວ່າ, “ຄວນສະເດັດອອກໄປແລ້ວພຣະອົງຈະຊະນະ ເພາະວ່າພຣະຜູ້ເປັນເຈົ້າຊົງມອບເມືອງນີ້ໄວ້ໃຕ້ອຳນາດຂອງພຣະອົງແລ້ວ” 16 ແຕ່ພຣະຣາຊາກ່າວວ່າ, “ຂ້ອຍໄດ້ບອກເຈົ້າຫລາຍເທື່ອແລ້ວວ່າ ໃຫ້ເວົ້າແຕ່ຄວາມຈີງເທົ່ານັ້ນ ໃນພຣະນາມຂອງພຣະຜູ້ເປັນເຈົ້າ” 17 ແລ້ວມີກັຍຢາກໍທູນວ່າ, “ຂ້າພະເຈົ້າໄດ້ເຫັນປະຊາຊົນອິສຣາເອນແຕກກະຈັດກະຈາຍຢູ່ຕາມພູນ້ອຍເຫມືອນດັ່ງຝູງແກະທີ່ບໍ່ມີຜູ້ລ້ຽງ ແລະພຣະຜູ້ເປັນເຈົ້າຊົງກ່າວວ່າ “ປະຊາຊົນເຫລົ່ານີ້ບໍ່ມີຜູ້ນຳ ຂໍໃຫ້ພວກເຮົາກັບຄືນເມືອເຮືອນຂອງເຂົາດ້ວຍຄວາມສງົບສຸກເທີນ” 18 ເຈົ້າອາຮາບຈຶ່ງເວົ້າກັບເຢໂຮຊາຟັດວ່າ, “ຂ້າພະເຈົ້າໄດ້ບອກທ່ານແລ້ວບໍ່ແມ່ນບໍວ່າ ເຂົາບໍ່ເຄີຍທຳນວາຍເຣື່ອງດີກ່ຽວກັບຂ້າພະເຈົ້າຈັກເທື່ອເລີຍ ເຂົາມີແຕ່ທຳນວາຍເຣື່ອງຮ້າຍເທົ່ານັ້ນ” 19 ມີກັຍຢາທູນຕໍ່ໄປວ່າ, “ຂໍພຣະອົງຊົງຮັບຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ຂ້າພະເຈົ້າໄດ້ເຫັນພຣະຜູ້ເປັນເຈົ້າປະທັບຢູ່ເທິງພຣະທີ່ນັ່ງຂອງພຣະອົງໃນຟ້າສວັນ ແລະພວກບໍຣິວານແຫ່ງເມືອງສວັນໄດ້ຢືນຢູ່ທາງຂ້າງຂວາ ແລະທາງຂ້າງຊ້າຍຂອງພຣະອົງ 20 ພຣະຜູ້ເປັນເຈົ້າຊົງຖາມວ່າ, “ແມ່ນໃຜຈະໄປລໍ້ລວງອາຮາບໃຫ້ອອກໄປຕາຍທີ່ເມືອງຮາໂມທກີເລອາດ” 21 ພວກເທວະດາລາງພວກກໍທູນຢ່າງນັ້ນ ລາງພວກກໍທູນຢ່າງນີ້ ແລ້ວກໍມີວິນຍານດວງນຶ່ງມາຢູ່ຕໍ່ ພຣະພັກພຣະຜູ້ເປັນເຈົ້າ ແລະທູນວ່າ, “ຂ້າພຣະອົງຈະເປັນຜູ້ລໍ້ລວງເຂົາ” 22 ພຣະຜູ້ເປັນເຈົ້າຈຶ່ງຖາມວ່າ, “ຈະເຮັດຢ່າງໃດ?” ວິນຍານດວງນັ້ນຈຶ່ງທູນຕອບວ່າ, “ຂ້າພຣະອົງຈະໄປທຳໃຫ້ພວກຜູ້ປະກາດພຣະທັມທຸກຄົນຂອງອາຮາບເວົ້າຕົວະ” ດັ່ງນັ້ນ ພຣະອົງຈຶ່ງຕອບວ່າ, “ຈົ່ງໄປລໍ້ເຂົາ ແລ້ວເຈົ້າຈະສຳເຣັດຜົນ” 23 ແລ້ວມີກັຍຢາກໍເວົ້າສລຸບວ່າ, “ເຫດການກໍເປັນມາດັ່ງນີ້ແຫລະ ພຣະຜູ້ເປັນເຈົ້າຊົງບັນດານໃຫ້ພວກຜູ້ປະກາດພຣະທັມທຸກຄົນຂອງພຣະອົງເວົ້າຕົວະພຣະອົງ ແຕ່ຄວາມຈີງແລ້ວພຣະຜູ້ເປັນເຈົ້າຊົງກ່າວຮ້າຍໃສ່ພຣະອົງ” 24 ແລະເຊເດກີຢາກໍລຸກຂຶ້ນມາຕົບຫນ້າມີກັຍຢາ ແລະຖາມວ່າ, “ພຣະວິນຍານຂອງພຣະຜູ້ເປັນເຈົ້າທີ່ຢູ່ກັບຂ້າພະເຈົ້າຈະອອກໄປເວົ້າກັບເຈົ້າໄດ້ຢ່າງໃດ?” 25 ມີກັຍຢາຈຶ່ງຕອບວ່າ, “ໃນເວລາທີ່ເຈົ້າຫນີໄປລີ້ຢູ່ບ່ອນລັບລີ້ພຸ້ນແຫລະ ເຈົ້າຈຶ່ງຈະຮູ້ວ່າມັນເປັນຢ່າງໃດ” 26 ເຈົ້າອາຮາບຈຶ່ງສັ່ງໃຫ້ນາຍທະຫານຜູ້ນຶ່ງຈັບມີກັຍຢາໄປມອບໃຫ້ອັມໂມນ ຜູ້ປົກຄອງເມືອງແລະເຈົ້າຊາຍໂຢອັສ 27 ແລະບອກພວກທ່ານວ່າ, “ນີ້ເປັນຄຳສັ່ງຂອງພຣະຣາຊາ ຈົ່ງເອົາຊາຍຄົນນີ້ໄປຂັງຄຸກໄວ້ຈົນກວ່າຂ້ອຍກັບມາຢ່າງປອດພັຍ ໃຫ້ເອົາແຕ່ເຂົ້າຈີ່ກັບນ້ຳໃຫ້ເຂົາຮັບປະທານ” 28 ມີກັຍຢາຈຶ່ງທູນວ່າ, “ຖ້າພຣະອົງໄດ້ສະເດັດກັບຄືນມາຢ່າງປອດພັຍ ກໍຫມາຍຄວາມວ່າພຣະຜູ້ເປັນເຈົ້າບໍ່ໄດ້ຊົງເວົ້າກັບຂ້າພະເຈົ້າ” ແລະທ່ານໄດ້ເວົ້າຢ້ຳອີກວ່າ, “ຂໍໃຫ້ທຸກຄົນຈົ່ງຮັບຟັງໃນຄຳທີ່ຂ້າພະເຈົ້າໄດ້ເວົ້ານີ້”
ອາຮາບເສັຽຊີວິດ
29 ອາຮາບເຈົ້າຊີວິດແຫ່ງປະເທດອິສຣາເອນ ແລະເຢໂຮຊາຟັດເຈົ້າຊີວິດແຫ່ງປະເທດຢູດາ ໄດ້ຍົກທັບໄປຕໍ່ສູ້ຊາວເມືອງຮາໂມທກີເລອາດ 30 ເຈົ້າອາຮາບໄດ້ເວົ້າຕໍ່ເຢໂຮຊາຟັດວ່າ, “ຂ້າພະເຈົ້າຈະປອມຕົວໄປໃນສະຫນາມຮົບ ແຕ່ຂ້າພະເຈົ້າຕ້ອງການໃຫ້ທ່ານນຸ່ງເຄື່ອງແບບຂອງກະສັດເຂົ້າໄປ ແລ້ວເຈົ້າອາຮາບກໍປອມຕົວເຂົ້າສູ່ສະຫນາມຮົບ 31 ຝ່າຍກະສັດແຫ່ງປະເທດຊີເຣັຽ ກໍອອກຄຳສັ່ງແກ່ຜູ້ບັນຊາການຝ່າຍຣົດຮົບສາມສິບສອງຄົນວ່າ, “ບໍ່ຕ້ອງຕໍ່ສູ້ໃຜຫມົດ ບໍ່ວ່າພົນທະຫານຫລືນາຍທະຫານ ແຕ່ໃຫ້ຕໍ່ສູ້ກັບເຈົ້າຊີວິດແຫ່ງອິສຣາເອນເທົ່ານັ້ນ 32 ດັ່ງນັ້ນ ເມື່ອຜູ້ບັນຊາການທະຫານຣົດຮົບຫລຽວເຫັນເຢໂຮຊາຟັດ ພວກເຂົາຈຶ່ງຄິດວ່າທ່ານແມ່ນເຈົ້າຊີວິດແຫ່ງອິສຣາເອນຢ່າງແນ່ນອນ 33 ພວກເຂົາຈຶ່ງເລັ່ງຣົດຮົບເຂົ້າຕໍ່ສູ້ ແຕ່ເຢໂຮຊາຟັດໄດ້ຮ້ອງຂື້ນ ພວກຜູ້ບັນຊາການຣົດຮົບຈຶ່ງສັງເກດເຫັນວ່າ ບໍ່ແມ່ນກະສັດແຫ່ງອິສຣາເອນພວກເຂົາຈຶ່ງກັບຄືນ ແລະບໍ່ຕິດຕາມພຣະອົງໄປ 34 ແຕ່ມີທະຫານຜູ້ນຶ່ງກົ່ງທະນູຍິງໄປຕາມວາດ ພໍດີໄປສຽບເຂົ້າຊ່ອງວ່າງບ່ອນເສື້ອເຫລັກຕໍ່ກັນຂອງອາຮາບ ພຣະອົງຈຶ່ງກ່າວແກ່ຜູ້ຂັບຣົດມ້າວ່າ, “ຈົ່ງອວ່າຍຣົດກັບຄືນ ແລະພາຂ້າພະເຈົ້າອອກຈາກສະຫນາມຮົບນີ້ ຂ້າພະເຈົ້າຖືກຍິງແລ້ວ” 35 ແຕ່ໃນວັນນີ້ ການສູ້ຮົບໄດ້ດຸເດືອດທີ່ສຸດ ເຂົາໄດ້ຊູພຣະອົງໃຫ້ຢືນຂຶ້ນໃນຣົດມ້າຕໍ່ຫນ້າຊາວຊີເຣັຽ ເລືອດຈາກບາດແຜຂອງພຣະອົງໄດ້ໄຫລອອກເຕັມຖັງຣົດຮົບ 36 ພໍຍາມແລງມາພຣະອົງກໍສີ້ນໃຈຕາຍ ເມື່ອຕາເວັນຕົກດີນໄດ້ມີສຽງຮ້ອງຂື້ນວ່າ, “ທຸກຄົນຈົ່ງກັບຄືນເມືອບ້ານເມືອງຂອງຕົນ” ແລ້ວທຸກຄົນກໍໄດ້ກັບຄືນເມືອ 37 ແລ້ວເຂົາໄດ້ເອົາສົບຂອງເຈົ້າຊີວິດໄປຝັງໄວ້ໃນກຸງຊາມາເຣັຽ ພວກເຂົາລ້າງຣົດມ້າທີ່ສະນ້ຳຊາມາເຣັຽ 38 ຝູງຫມາກໍມາເລັຽເລືອດ ແລະມີຍິງໂສເພນີໄດ້ມາອາບນ້ຳຢູ່ທີ່ນັ້ນ ຊື່ງເປັນໄປຕາມພຣະຄຳທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ທຸກປະການ 39 ສ່ວນເຣື່ອງຕ່າງໆຂອງອາຮາບທີ່ຍັງເຫລືອຢູ່ ຄືການກະທຳຕ່າງໆຂອງພຣະອົງ ເຊັ່ນການສ້າງພຣະຣາຊວັງງ່າຊ້າງຊຶ່ງພຣະອົງຊົງສ້າງໄວ້ ແລະ ຫົວເມືອງທັງປວງທີ່ພຣະອົງຊົງສ້າງ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນຫລື? 40 ອາຮາບຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະອາຮາຊີຢາຣາຊໂອຣົດຂອງພຣະອົງກໍຂຶ້ນຄອງແທນ
ຣັຊການເຢໂຮຊາຟັດ
41 ເຢໂຮຊາຟັດຣາຊໂອຣົດຂອງອາຊາເລີ້ມຂຶ້ນຄອງເຫນືອຢູດາໃນປີທີ່ສີ່ແຫ່ງຣັຊການອາຮາບພຣະຣາຊາແຫ່ງອິສຣາເອນ 42 ເຢໂຮຊາຟັດມີພຣະຊົນສາມສິບຫ້າພັນສາເມື່ອຊົງເລີ້ມຂຶ້ນຄອງ ແລະພຣະອົງຊົງຄອງໃນເຢຣູຊາເລັມຊາວຫ້າປີ ພຣະຊົນນີຂອງພຣະອົງມີພຣະນາມວ່າ ອາຊູບາທິດາຂອງຊີນຮີ 43 ພຣະອົງຊົງດຳເນີນຕາມມັນຄາຂອງອາຊາຣາຊບິດາທຸກປະການບໍ່ໄດ້ຫັນເຫອອກນອກໄປ ຊົງກະທຳສີ່ງທີ່ຖືກຕ້ອງໃນສາຍພຣະເນດພຣະຜູ້ເປັນເຈົ້າ ແຕ່ບ່ອນຂາບໄຫວ້ພຣະຂອງຄົນຕ່າງຊາດນັ້ນຍັງບໍ່ໄດ້ຮື້ລົງ ປະຊາຊົນຍັງສືບຕໍ່ຖວາຍເຄື່ອງສັຕບູຊາ ແລະເຜົາເຄືອງຫອມຢູ່ທີ່ນັ້ນ 44 ເຢໂຮຊາຟັດຊົງກະທຳໄມຕຣີກັບພຣະຣາຊາອິສຣາເອນດ້ວຍ 45 ສ່ວນພຣະຣາຊກິດນອກນັ້ນຂອງເຢໂຮຊາຟັດ ແລະຍຸທພະລັງທີ່ພຣະອົງຊົງສຳແດງ ແລະສົງຄາມທີ່ພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື? 46 ແລະໂສເພນີທັງຊາຍແລະຍິງທີ່ຮັບໃຊ້ໃນແທ່ນບູຊາຂອງຄົນຕ່າງຊາດທີ່ຍັງເຫລືອຢູ່ຄື ຜູ້ທີ່ຍັງເຫລືອໃນສະໄຫມຂອງອາຊາຣາຊບິດານັ້ນພຣະອົງກໍຊົງກຳຈັດເສັຽຈາກແຜ່ນດີນ 47 ບໍ່ມີພຣະຣາຊາໃນປະເທດເອໂດມ ແຕ່ມີຜູ້ວ່າຣາຊການປົກຄອງແທນ 48 ເຢໂຮຊາຟັດຊົງຕໍ່ກໍາປັ່ນຕາຣ໌ຊິສ ເພື່ອຈະໄປຂົນທອງຄຳຈາກໂອຟີຣ໌ ແຕ່ກຳປັ່ນນັ້ນໄປບໍ່ເຖິງ ເພາະໄປແຕກເສັຽທີ່ເອຊີໂອນເກເບີ 49 ແລ້ວອາຮາຊີຢາຣາຊໂອຣົດຂອງອາຮາບກ່າວກັບເຢໂຮຊາຟັດວ່າ, “ຂໍໃຫ້ຂ້າຣາຊການຂອງຂ້າພະເຈົ້າໄປໃນເຮືອກຳປັ່ນກັບຂ້າຣາຊການຂອງທ່ານ” ແຕ່ເຢໂຮຊາຟັດບໍ່ພໍພຣະທັຍ 50 ແລະເຢໂຮຊາຟັດຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຢໂຮຣາມຣາຊໂອຣົດຂຶ້ນຄອງແທນພຣະອົງ
ຣັຊການອາຮາຊີຢາແຫ່ງອິສຣາເອນ
51 ອາຮາຊີຢາຣາຊໂອຣົດຂອງອາຮາບຊົງເລີ້ມຄອງເຫນືອອິສຣາເອນໃນຊາມາເຣັຽໃນປີທີ່ເຈັດແຫ່ງ ຣັຊການເຢໂຮຊາຟັດພຣະຣາຊາແຫ່ງຢູດາ ແລະພຣະອົງຊົງຄອບຄອງເຫນືອອິສຣາເອນສອງປີ 52 ພຣະອົງຊົງກະທຳສິ່ງທີ່ຊົ່ວໃນສາຍພຣະເນດພຣະຜູ້ເປັນເຈົ້າ ແລະຊົງດຳເນີນໃນມັນຄາແຫ່ງຣາຊບິດາຂອງພຣະອົງ ແລະໃນມັນຄາຂອງເຢໂຣໂບອາມບຸດເນບັດຜູ້ຊົງກະທຳໃຫ້ອິສຣາເອນທຳບາບດ້ວຍ 53 ພຣະອົງຊົງບົວລະບັດພຣະບາອານແລະນະມັສການພຣະນັ້ນ ແລະຊົງກະທຳໃຫ້ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນພິໂຣດດ້ວຍທຸກວິທີທີ່ຣາຊບິດາຂອງພຣະອົງຊົງກະທຳແລ້ວນັ້ນ
ມໍຣະນະກັມຂອງອາຮາຊີຢາ
1 ເມື່ອອາຮາບສິ້ນພຣະຊົນແລ້ວ ເມືອງໂມອາບກໍກະບົດຕໍ່ຄົນອິສຣາເອນ 2 ຝ່າຍອາຮາຊີຢາຊົງຕົກລົງມາຈາກຊ່ອງພຣະແກຕາຂ່າຍທີ່ຫ້ອງຊັ້ນເທິງຂອງພຣະອົງໃນກຸງຊາມາເຣັຽ ແລະຊົງປະຊວນຈຶ່ງຊົງໃຊ້ບັນດາຜູ້ສົ່ງຂ່າວໄປ ຮັບສັ່ງວ່າ, “ຈົ່ງໄປຖາມບາອານເຊບູບ ພຣະເຈົ້າແຫ່ງເອກໂຣນວ່າເຮົາຈະຫາຍຈາກຄວາມເຈັບປ່ວຍນີ້ໄດ້ຫລືບໍ່?” 3 ແຕ່ທູດຂອງພຣະຜູ້ເປັນເຈົ້າເວົ້າກັບເອລີຢາ ຊາວຕິສບີວ່າ, “ຈົ່ງລຸກຂຶ້ນໄປພົບບັນດາຜູ້ສົ່ງຂ່າວຂອງເຈົ້າຊີວິດແຫ່ງຊາມາເຣັຽ ແລະຈົ່ງເວົ້າກັບເຂົາທັງຫລາຍວ່າ “ເພາະບໍ່ມີພຣະເຈົ້າໃນອິສຣາເອນແລ້ວຫລື ທ່ານຈຶ່ງໄປຖາມພຣະບາອານເຊບູບ ພຣະເຈົ້າຂອງເອກໂຣນ” 4 ເພາະສະນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນິ້ວ່າ “ເຈົ້າຈະບໍ່ໄດ້ລົງມາຈາກບ່ອນນອນຊຶ່ງເຈົ້າຂຶ້ນໄປນັ້ນ ແຕ່ເຈົ້າຈະຕ້ອງຕາຍແນ່ນອນ” ແລ້ວເອລີຢາກໍໄປ 5 ຜູ້ສົ່ງຂ່າວນັ້ນກໍກັບມາເຝົ້າເຈົ້າຊີວິດ ພຣະອົງໄດ້ຖາມເຂົາທັງຫລາຍວ່າ, “ເປັນຫຍັງພວກເຈົ້າຈຶ່ງພາກັນກັບມາ?” 6 ແລະເຂົາທັງຫລາຍທູນພຣະອົງວ່າ, “ມີຊາຍຄົນນຶ່ງມາພົບກັບພວກຂ້ານ້ອຍ ແລະເວົ້າກັບພວກຂ້ານ້ອຍວ່າ “ຈົ່ງກັບໄປຫາພຣະຣາຊາຜູ້ໃຊ້ທ່ານມາ ແລະທູນພຣະອົງວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະບໍ່ມີພຣະເຈົ້າໃນອິສຣາເອນແລ້ວຫລື ເຈົ້າຈຶ່ງໃຊ້ຄົນໄປຖາມພຣະບາອານເຊບູບພຣະເຈົ້າແຫ່ງເອກໂຣນ ເພາະສະນັ້ນເຈົ້າຈະບໍ່ໄດ້ລົງມາຈາກບ່ອນນອນຊຶ່ງເຈົ້າໄດ້ຂຶ້ນໄປນັ້ນ ແຕ່ເຈົ້າຈະຕ້ອງຕາຍແນ່ນອນ” 7 ພຣະອົງໄດ້ຖາມເຂົາທັງຫລາຍວ່າ, “ຄົນທີ່ໄດ້ມາພົບເຈົ້າ ແລະບອກສິ່ງເຫລົ່ານີ້ແກ່ເຈົ້ານັ້ນເປັນຄົນລັກສນະແບບໃດ?” 8 ເຂົາທັງຫລາຍທູນຕອບພຣະອົງວ່າ, “ທ່ານສວມເສື້ອຂົນ ແລະມີຫນັງຄາດແອວຂອງທ່ານໄວ້” ແລະພຣະອົງເວົ້າວ່າ, “ເປັນເອລີຢາ ຊາວຕິສບີ” 9 ແລ້ວເຈົ້າຊີວິດກໍຮັບສັ່ງໃຫ້ນາຍຫ້າສິບກັບທະຫານຫ້າສິບຄົນໄປຫາເອລີຢາ ເຂົາໄດ້ຂຶ້ນໄປຫາທ່ານ ເບິ່ງແມ໋, ທ່ານນັ່ງຢູ່ເທິງຍອດພູເຂົາ ແລະນາຍຫ້າສິບກ່າວແກ່ທ່ານວ່າ, “ຂ້າແດ່ຄົນແຫ່ງພຣະເຈົ້າ ພຣະຣາຊາໄດ້ສັ່ງດັ່ງນີ້ວ່າ “ລົງມາ” 10 ແຕ່ເອລີຢາຕອບນາຍຫ້າສິບວ່າ, “ຖ້າຂ້ອຍເປັນຄົນແຫ່ງພຣະເຈົ້າ ກໍຂໍໃຫ້ໄຟລົງມາຈາກຟ້າສວັນເຜົາຜານເຈົ້າແລະຄົນທັງຫ້າສິບຄົນຂອງເຈົ້າເຖີດ” ແລ້ວໄຟກໍລົງມາຈາກຟ້າສວັນ ແລະເຜົາຜານເຂົາກັບຄົນທັງຫ້າສິບຂອງເຂົາເສັຽ 11 ເຈົ້າຊີວິດກໍຮັບສັ່ງໃຫ້ນາຍຫ້າສິບກັບທະຫານຫ້າສິບຄົນອີກພວກນຶ່ງໄປ ແລະເຂົາກໍກ່າວແກ່ທ່ານວ່າ, “ຂ້າແດ່ຄົນແຫ່ງພຣະເຈົ້າ ພຣະຣາຊາສັ່ງດັ່ງນີ້ວ່າ “ລົງມາ ໄວໆ” 12 ແຕ່ເອລີຢາຕອບວ່າ, “ຖ້າຂ້ອຍເປັນຄົນແຫ່ງພຣະເຈົ້າ ກໍຂໍໃຫ້ໄຟລົງມາຈາກຟ້າສວັນເຜົາຜານເຈົ້າ ແລະຄົນທັງຫ້າສິບຂອງເຈົ້າເຖີດ” ແລະໄຟຂອງພຣະເຈົ້າລົງມາຈາກຟ້າສວັນແລະເຜົາຜານເຂົາກັບຄົນທັງຫ້າສິບຂອງເຂົາເສັຽ 13 ເຈົ້າຊີວິດຮັບສັ່ງໃຫ້ນາຍຫ້າສິບຄົນທີສາມໄປພ້ອມກັບທະຫານຫ້າສິບຄົນຂອງເຂົາ ແລະນາຍຫ້າສິບຄົນທີສາມກໍຂຶ້ນໄປ ແລະຄຸເຂົ່າລົງຕໍ່ຫນ້າເອລີຢາ ແລະວິງວອນທ່ານວ່າ, “ຂ້າແດ່ຄົນແຫ່ງພຣະເຈົ້າ ຂໍຊີວິດຂອງຂ້າພະເຈົ້າ ແລະຊີວິດຂອງຜູ້ຮັບໃຊ້ຂອງທ່ານອີກຫ້າສິບຄົນນີ້ໃຫ້ເປັນສິ່ງທີ່ປະເສີດໃນສາຍຕາຂອງທ່ານ 14 ເບິ່ງແມ໋, ໄຟລົງມາຈາກຟ້າສວັນແລະໄດ້ເຜົາຜານນາຍຫ້າສິບທັງສອງຄົນກ່ອນນັ້ນເສັຽພ້ອມທັງທະຫານຫ້າສິບຄົນຂອງເຂົາດ້ວຍ ແຕ່ບັດນີ້ຂໍໃຫ້ຊີວິດຂອງຂ້າພະເຈົ້າ 15 ເປັນສິ່ງທີ່ປະເສີດໃນສາຍຕາຂອງທ່ານ” ແລ້ວທູດຂອງພຣະຜູ້ເປັນເຈົ້າກ່າວແກ່ເອລີຢາວ່າ, “ຈົ່ງລົງໄປກັບເຂົາເຖີດ ຢ່າຢ້ານເຂົາເລີຍ” ທ່ານກໍລຸກຂຶ້ນລົງໄປກັບເຂົາເຂົ້າເຝົ້າເຈົ້າຊີວິດ 16 ແລະທູນພຣະອົງວ່າ, “ພຣະເຈົ້າຊົງກ່າວດັ່ງນີ້ວ່າ, “ເພາະເຈົ້າໄດ້ສົ່ງຜູ້ສົ່ງຂ່າວໄປຍັງບາອານເຊບູບພຣະເຈົ້າແຫ່ງເອກໂຣນ (ເພາະບໍ່ມີພຣະເຈົ້າໃນອິສຣາເອນທີ່ຈະທູນຖາມພຣະຄຳຂອງພຣະອົງຢ່າງນັ້ນຫລື) ເພາະສະນັ້ນເຈົ້າຈະບໍ່ໄດ້ລົງມາຈາກບ່ອນນອນຊຶ່ງເຈົ້າໄດ້ຂຶ້ນໄປນັ້ນ ແຕ່ເຈົ້າຈະຕ້ອງຕາຍແນ່ນອນ”
ມໍຣະນະກັມຂອງອາຮາຊີຢາ
17 ທ່ານກໍສິ້ນຊີວິດຕາມພຣະຄຳຂອງພຣະຜູ້ເປັນເຈົ້າຊຶ່ງເອລີຢາກ່າວນັ້ນ ແລະເຢໂຮຣາມກໍຂຶ້ນຄອງແທນ ໃນປີທີ່ສອງແຫ່ງຣັຊການເຢໂຮຊາຟັດກະສັດແຫ່ງຢູດາ ເພາະອາຮາຊີຢາບໍ່ມີໂອຣົດ 18 ສ່ວນພຣະຣາຊກິຈນອກນັ້ນຂອງອາຮາຊີຢາຊຶ່ງພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນ
ພຣະຜູ້ເປັນເຈົ້າຊົງຮັບເອົາເອລີຢາຂຶ້ນສູ່ຟ້າສວັນ
1 ໃນຕອນທີ່ພຣະຜູ້ເປັນເຈົ້າຊົງບັນດານໃຫ້ລົມພະຍຸພັດ ເອລີຢາຂຶ້ນສູ່ຟ້າສວັນນັ້ນ ເຫດການໄດ້ເປັນມາດັ່ງນີ້ ເອລີຢາກັບເອລີຊາພາກັນເດີນທາງອອກຈາກເມືອງກິນການ 2 ເອລີຢາໄດ້ບອກເອລີຊາວ່າ, “ຂໍໃຫ້ເຈົ້າຢູ່ບ່ອນນີ້ ສ່ວນຂ້ອຍຈະໄປເມືອງເບັດເອນຕາມທີ່ພຣະເຈົ້າຊົງສັ່ງ” ແຕ່ເອລີຊາຕອບວ່າ, “ຂ້ານ້ອຍຂໍສາບານດ້ວຍຄວາມສັດຊື່ຕໍ່ພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ແລະຕໍ່ທ່ານເອງວ່າ ຂ້ານ້ອຍຈະບໍ່ພາກຈາກທ່ານໄປເລີຍ” ດັ່ງນັ້ນທັງສອງຈຶ່ງພາກັນເດີນທາງໄປຍັງເມືອງເບັດເອນ 3 ເມື່ອທັງສອງໄປຮອດແລ້ວ ພວກຄນະຜູ້ປະກາດພຣະທັມທີ່ຢູ່ໃນເມືອງເບັດເອນໄດ້ມາຫາເອລີຊາ ແລະເວົ້າຕໍ່ເຂົາວ່າ, “ເຈົ້າບໍ່ຮູ້ບໍວ່າ ມື້ນີ້ພຣະຜູ້ເປັນເຈົ້າຈະຊົງຮັບເອົານາຍຂອງເຈົ້າໄປຈາກເຈົ້າ?” ເອລີຊາຕອບວ່າ, “ຢ່າສູ່ປາກ ຂ້ອຍຮູ້ແລ້ວ” 4 ເອລີຢາເວົ້າຕໍ່ເອລີຊາວ່າ, “ຂໍໃຫ້ເຈົ້າຢູ່ບ່ອນນີ້ ເພາະພຣະຜູ້ເປັນເຈົ້າຊົງສັ່ງຂ້ອຍໄປເມືອງເຢຣີໂກ” ແຕ່ເອລີຊາຕອບວ່າ, “ຂ້ານ້ອຍຂໍສາບານດ້ວຍຄວາມສັດຊື່ຕໍ່ພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ແລະຕໍ່ທ່ານເອງວ່າ ຂ້ານ້ອຍຈະບໍ່ພາກຈາກທ່ານໄປເລີຍ” ແລ້ວທັງສອງກໍພາກັນເດີນທາງໄປຍັງເມືອງເຢຣີໂກ 5 ພວກຄນະຜູ້ປະກາດພຣະທັມທີ່ຢູ່ໃນເມືອງເຢຣີໂກໄດ້ອອກມາພົບເອລີຊາ ແລະເວົ້າຕໍ່ເຂົາວ່າ, “ເຈົ້າຮູ້ບໍວ່າ ມື້ນີ້ພຣະຜູ້ເປັນເຈົ້າຈະຊົງຮັບເອົານາຍຂອງເຈົ້າໄປຈາກເຈົ້າ?” ເອລີຊາຕອບວ່າ, “ຢ່າສູ່ປາກ ຂ້ອຍຮູ້ແລ້ວ” 6 ເອລີຢາຈຶ່ງເວົ້າຕໍ່ເອລີຊາວ່າ, “ຂໍໃຫ້ເຈົ້າຢູ່ບ່ອນນີ້ ເພາະວ່າພຣະຜູ້ເປັນເຈົ້າຊົງສັ່ງໃຫ້ຂ້ອຍໄປແມ່ນ້ຳຈໍແດນ” ແຕ່ເອລີຊາຕອບຄືເກົ່າວ່າ, “ຂ້ານ້ອຍຂໍສາບານດ້ວຍຄວາມສັດຊື່ຕໍ່ພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ແລະຕໍ່ທ່ານເອງວ່າ ຂ້ານ້ອຍຈະບໍ່ພາກຈາກທ່ານໄປເລີຍ” ແລ້ວທັງສອງກໍພາກັນເດີນທາງຕໍ່ໄປນຳກັນ 7 ມີພວກຜູ້ປະກາດພຣະທັມຫ້າສິບຄົນຕິດຕາມພວກທ່ານໄປຈົນຮອດແມ່ນ້ຳຈໍແດນ ແລ້ວພວກຜູ້ປະກາດພຣະທັມກຳພາກັນຢືນຢູ່ຫ່າງໆ 8 ເອລີຢາໄດ້ແກ້ເສື້ອຄຸມອອກແລ້ວບິດເຂົ້າກັນ ແລະຕີລົງເທິງຫນ້ານ້ຳ ນ້ຳນັ້ນກໍແຍກອອກ ທັງສອງຈຶ່ງຍ່າງຂ້າມໄປສູ່ຝັ່ງນັ້ນ 9 ເມື່ອຂ້າມໄປແລ້ວ ເອລີຢາຈຶ່ງເວົ້າຕໍ່ເອລີຊາວ່າ, “ກ່ອນທີ່ຂ້ອຍຈະຖືກຮັບຂຶ້ນໄປນີ້ ເຈົ້າຢາກໄດ້ຫຍັງ ຈົ່ງຂໍມາເບິ່ງດູ” ເອລີຊາຕອບວ່າ, “ຂໍໃຫ້ຂ້ານ້ອຍໄດ້ເປັນຜູ້ສືບແທນຮັບເອົາຣິດເດດສ່ວນໃຫຍ່ຈາກທ່ານເທີນ” 10 ເອລີຢາຈຶ່ງຕອບວ່າ, “ເຈົ້າຮ້ອງຂໍເອົາໃນຂໍ້ທີ່ເປັນໄປໄດ້ຍາກທີ່ສຸດ ແຕ່ເຖິງຢ່າງໃດກໍຕາມ ຖ້າວ່າເຈົ້າເຫັນຂ້ອຍໃນຂນະທີ່ຖືກຮັບຂຶ້ນໄປນັ້ນ ເຈົ້າຈະໄດ້ຮັບຕາມຄຳຮ້ອງຂໍ ຄັນຖ້າເຈົ້າບໍ່ເຫັນເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ” 11 ແຕ່ແລ້ວ ໃນຂນະທີ່ພວກທ່ານຍ່າງສົນທະນາກັນໄປນັ້ນ ຣົດມ້າທີ່ມີແປວໄຟຫຸ້ມຫໍ່ແລ່ນຜ່ານທ່ານທັງສອງໄປ ແລ້ວລົມພະຍຸກໍພັດເອົາເອລີຢາຂຶ້ນໄປສູ່ຟ້າສວັນ 12 ເອລີຊາຫລຽວເຫັນຈຶ່ງຣ້ອງຫາເອລີຢາ “ພໍ່ເອີຍ ພໍ່ເອີຍ ຜູ້ປ້ອງກັນຜູ້ຍິ່ງໃຫຍ່ແຫ່ງອິສຣາເອນເອີຍ ທ່ານຈາກໄປແລ້ວຫນໍ” ເມື່ອເອລີຊາບໍ່ເຫັນເອລີຢາ ເຂົາກໍຈີກເສື້ອຂອງຕົນຈົນຂາດເຄິ່ງ 13 ແລ້ວຈັບເອົາເສື້ອຄຸມຂອງເອລີຢາທີ່ຕົກລົງມານັ້ນ ກັບຄືນໄປຢືນຢູ່ແຄມຝັ່ງແມ່ນ້ຳຈໍແດນ 14 ເຂົາເອົາເສື້ອຟາດລົງນ້ຳ ແຕ່ນ້ຳກໍບໍ່ແຍກອອກຈາກກັນ ເຂົາຈຶ່ງຮ້ອງຂຶ້ນວ່າ, “ພຣະຜູ້ເປັນເຈົ້າຂອງເອລີຢາຢູ່ໃສ?” ແລ້ວໄດ້ຟາດນ້ຳອີກເທື່ອນຶ່ງ ນ້ຳຈຶ່ງແຍກອອກ ເອລີຊາກໍຍ່າງຂ້າມໄປຝັ່ງນັ້ນ 15 ເມື່ອພວກຜູ້ປະກາດພຣະທັມຫ້າສິບຄົນຈາກເມືອງເຢຣີໂກຫລຽວເຫັນດັ່ງນັ້ນ ຈຶ່ງເວົ້າຂຶ້ນວ່າ, “ຣິດເດດຂອງເອລີຢາໄດ້ຢູ່ນຳເອລີຊາແລ້ວ” ພວກເຂົາກໍພາກັນໄປຫາເອລີຊາ ກົ້ມຂາບລົງຕໍ່ຫນ້າທ່ານ 16 ທັງເວົ້າວ່າ, “ພວກຂ້ານ້ອຍທັງຫ້າສິບຄົນຍັງຢູ່ທີ່ນີ້ ທຸກຄົນລ້ວນແຕ່ເປັນຜູ້ແຂງແຮງ ຂໍໃຫ້ພວກຂ້ານ້ອຍອອກໄປຊອກຫານາຍຂອງທ່ານເທີນ ບາງທີພຣະວິນຍານຂອງພຣະຜູ້ເປັນເຈົ້າຊົງເອົາທ່ານໄປປະໄວ້ເທິງຈອມພູ ຫລືຕາມຮ່ອມພູບ່ອນໃດບ່ອນນຶ່ງກໍອາດເປັນໄປໄດ້ ເອລີຊາຕອບວ່າ, “ບໍ່ ພວກເຈົ້າບໍ່ຕ້ອງໄປດອກ” 17 ແຕ່ພວກເຂົາໄດ້ຫນ່ຽວວອນຂໍຈົນທ່ານໄດ້ຍອມ ໃຫ້ພວກເຂົາໄປ ດັ່ງນັ້ນທັງຫ້າສິບຄົນຈຶ່ງອອກທ່ຽວຊອກຫາເປັນເວລາສາມວັນ ແຕ່ກໍບໍ່ພົບເລີຍ 18 ແລ້ວພວກເຂົາໄດ້ພາກັນຄືນມາຫາເອລີຊາທີ່ຄອຍຖ້າຢູ່ເມືອງເຢຣີໂກ ເອລີຊາຈຶ່ງເວົ້າຕໍ່ພວກເຂົາວ່າ, “ຂ້ອຍໄດ້ບອກພວກເຈົ້າແລ້ວວ່າບໍ່ຕ້ອງໄປ” ເອລີຊາເຮັດການອັດສະຈັນ 19 ຊາວເມືອງເຢຣີໂກບາງຄົນໄດ້ເວົ້າຕໍ່ເອລີຊາວ່າ, “ເມືອງນີ້ເປັນຫນ້າຢູ່ຕາມທີ່ເຈົ້ານາຍເຫັນນີ້ແຫລະ ຫາກແຕ່ວ່ານ້ຳໄດ້ເກີດເປັນພິດອັນເປັນເຫດໃຫ້ຍິງຫລາຍຄົນຫລຸລູກ” 20 ເອລີຊາຈຶ່ງບອກກັບພວກເຂົາວ່າ, “ຈົ່ງໄປເອົາເກືອໃສ່ຊາມຫນ່ວຍໃຫມ່ໆມາ” ພວກເຂົາກໍປະຕິບັດຕາມ 21 ທ່ານໄດ້ໄປທີ່ບໍ່ນ້ຳຫວ່ານເກືອລົງນ້ຳ ແລະເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງກ່າວໄວ້ວ່າ “ເຮົາທໍາໃຫ້ນ້ຳນີ້ສະອາດຕໍ່ໄປ ຄວາມຕາຍແລະການຫລຸລູກຈະບໍ່ມີອີກ” 22 ຕັ້ງແຕ່ນັ້ນມາຈົນເຖິງທຸກວັນນີ້ ນ້ຳກໍໄດ້ສະອາດດີເປັນຈິງຕາມເອລີຊາໄດ້ບອກໄວ້ 23 ຈາກນັ້ນເອລີຊາກໍຈາກເມືອງເຢຣິໂກໄປສູ່ເມືອງເບັດເອນ ໃນຂນະທີ່ທ່ານກຳລັງຍ່າງຕາມທາງນັ້ນໄດ້ມີພວກເດັກນ້ອຍຜູ້ຊາຍຈຳນວນນຶ່ງທີ່ອອກມາຈາກໃນເມືອງຮ້ອງເຍີ້ຍໃສ່ທ່ານວ່າ, “ຂຶ້ນໄປ ຂຶ້ນໄປໂລດເຖົ້າຫົວລ້ານ” 24 ເອລີຊາງວາກຫນ້າມາຈ້ອງເບິ່ງເຂົາ ແລະສາບແຊ່ງພວກເຂົາໃນພຣະນາມຂອງພຣະຜູ້ເປັນເຈົ້າ ແລ້ວໄດ້ມີຫມີແມ່ສອງໂຕອອກມາຈາກປ່າ ຫມີນັ້ນໄດ້ຈີກເດັກນ້ອຍຈຳນວນສີ່ສິບຄົນຢູ່ທີ່ນັ້ນຕາຍຫມົດ 25 ສ່ວນເອລີຊາກໍເດີນທາງໄປຍັງພູກາຣ໌ເມນ ແລະພາຍລຸນມາກໍກັບຄືນມາກຸງຊາມາເຣັຽ
ຣັຊການເຢໂຮຣາມກະສັດແຫ່ງອິສຣາເອນ
1 ໃນປີທີ່ສິບແປດຂອງຣັຊການເຢໂຮຊາຟັດກະສັດແຫ່ງຢູດາ ເຢໂຮຣາມໂອຣົດຂອງອາຮາບໄດ້ເລີ້ມປົກຄອງເຫນືອອິສຣາເອນໃນກຸງຊາມາເຣັຽ ແລະຊົງປົກຄອງສິບສອງປີ 2 ພຣະອົງຊົງກະທຳສິ່ງທີ່ຊົ່ວໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ ແຕ່ບໍ່ເຫມືອນບິດາແລະມານດາຂອງພຣະອົງ ພຣະອົງຊົງທຳລາຍເສົາສັກສິດແຫ່ງພຣະບາອານຊຶ່ງຣາຊບິດາຂອງພຣະອົງຊົງກະທໍາໄວ້ເສັຽ 3 ແຕ່ພຣະອົງຍັງຊົງເກາະຕິດຢູ່ກັບບາບຂອງເຢໂຣໂບອາມບຸດເນບັດ ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳ ດ້ວຍພຣະອົງບໍ່ໄດ້ຊົງພາກຈາກບາບນັ້ນ
ເອລີຊາທຳນວາຍວ່າ ຈະຊະນະໂມອາບ
4 ຝ່າຍເມຊາກະສັດແຫ່ງໂມອາບຊົງເປັນຜູ້ເສັຽສ່ວຍ ແລະພຣະອົງຕ້ອງຖວາຍລູກແກະນຶ່ງແສນໂຕ ແລະຂົນແກະເຖິກແສນໂຕໃຫ້ແກ່ກະສັດອິສຣາເອນ 5 ແຕ່ມາເມື່ອອາຮາບສິ້ນພຣະຊົນແລ້ວ ກະສັດແຫ່ງໂມອາບກໍກະບົດຕໍ່ກະສັດແຫ່ງອິສຣາເອນ 6 ກະສັດເຢໂຮຣາມຈຶ່ງອອກຈາກຊາມາເຣັຽໃນຄັ້ງນັ້ນ ແລະຊົງເກນຄົນອິສຣາເອນທັງສິ້ນ 7 ພຣະອົງຊົງສົ່ງສານໄປຍັງເຢຮົວຊາຟັດພຣະຣາຊາແຫ່ງຢູດາວ່າ, “ພຣະຣາຊາແຫ່ງໂມອາບໄດ້ກະບົດຕໍ່ຂ້າພະເຈົ້າ ທ່ານຈະໄປຮົບກັບໂມອາບພ້ອມກັບຂ້າພະເຈົ້າໄດ້ຫລືບໍ?” ແລະທ່ານວ່າ, “ເຮົາຈະໄປ ເຮົາກໍເປັນດັ່ງທີ່ທ່ານເປັນ ແລະປະຊາຊົນຂອງເຮົາກໍເປັນດັ່ງປະຊາຊົນຂອງທ່ານ ບັນດາມ້າຂອງເຮົາກໍເປັນດັ່ງມ້າຂອງທ່ານ” 8 ແລ້ວທ່ານວ່າ, “ເຮົາຈະຂຶ້ນໄປທາງໃດ?” ເຢໂຮຣາມຊົງຕອບໄປວ່າ, “ໄປທາງຖິ່ນກັນດານເມືອງເອໂດມ” 9 ພຣະຣາຊາແຫ່ງອິສຣາເອນຈຶ່ງສະເດັດໄປພ້ອມກັບພຣະຣາຊາແຫ່ງຢູດາ ແລະພຣະຣາຊແຫ່ງເອໂດມ ແລະເມື່ອທັງສາມກະສັດສະເດັດອ້ອມໄປໄດ້ເຈັດວັນແລ້ວກໍຫານ້ຳໃຫ້ກອງທັບແລະໃຫ້ສັດທີ່ຕິດຕາມມານັ້ນບໍ່ໄດ້ 10 ແລ້ວເຈົ້າຊີວິດແຫ່ງອິສຣາເອນຈຶ່ງເວົ້າວ່າ, “ອະນິດຈາເອີຍ, ພຣະຜູ້ເປັນເຈົ້າຊົງເອີ້ນສາມກະສັດນີ້ມາເພື່ອຈະມອບໄວ້ໃນມືຂອງໂມອາບ” 11 ແລະເຢໂຮຊາຟັດເວົ້າວ່າ, “ບ່ອນນີ້ບໍ່ມີຜູ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າ ເພື່ອເຮົາຈະໃຫ້ທູນຖາມພຣະຜູ້ເປັນເຈົ້າຫລື” ແລ້ວຂ້າຣາຊການຄົນນຶ່ງຂອງກະສັດອິສຣາເອນຈຶ່ງທູນວ່າ, “ເອລີຊາບຸດຊາຟັດຢູ່ທີ່ນີ້ ເປັນຜູ້ເທນ້ຳໃສ່ມືເອລີຢາ” 12 ແລ້ວເຢໂຮຊາຟັດເວົ້າວ່າ, “ພຣະຄຳຂອງພຣະຜູ້ເປັນເຈົ້າຢູ່ກັບທ່ານ” ເຈົ້າຊີວິດແຫ່ງອິສຣາເອນ ແລະເຢໂຮຊາຟັດແລະເຈົ້າຊີວິດແຫ່ງເອໂດມຈຶ່ງສະເດັດລົງໄປຫາທ່ານ 13 ແລະເອລີຊາທູນເຈົ້າຊີວິດແຫ່ງອິສຣາເອນວ່າ, “ພຣະອົງມີເຣື່ອງໃດກ່ຽວຂ້ອງກັບຂ້ານ້ອຍ ສະເດັດໄປຫາຜູ້ປະກາດພຣະທັມຂອງສະເດັດພໍ່ ແລະສະເດັດແມ່ຂອງພຣະອົງເຖີດ” ແຕ່ເຈົ້າຊີວິດແຫ່ງອິສຣາເອນເວົ້າກັບທ່ານວ່າ, “ບໍ່ໄດ້ດອກ ດ້ວຍວ່າພຣະຜູ້ເປັນເຈົ້າຊົງເປັນຜູ້ເອີ້ນກະສັດທັງສາມນີ້ມາເພື່ອມອບໄວ້ໃນມືຂອງໂມອາບ” 14 ແລະເອລີຊາທູນວ່າ, “ພຣະຜູ້ເປັນເຈົ້າຈອມໂຍທາ ຊຶ່ງຂ້ານ້ອຍບົວຣະບັດຊົງພຣະຊົນຢູ່ ຖ້າຂ້ານ້ອຍບໍ່ໄດ້ເຄົາຣົບນັບຖືຕໍ່ເຢໂຮຊາຟັດ ພຣະຣາຊາແຫ່ງຢູດາແລ້ວ ຂ້ານ້ອຍຈະບໍ່ເບິ່ງພຣະພັກພຣະອົງຫລືດູແລພຣະອົງເລີຍ 15 ຂໍຊົງນຳຜູ້ຫລີ້ນເຄື່ອງສາຍມາໃຫ້ຂ້ານ້ອຍຈັກຄົນນຶ່ງ” ແລະເມື່ອຜູ້ຫລີ້ນສາຍບັນເລງແລ້ວຣິດທານຸພາບຂອງພຣະຜູ້ເປັນເຈົ້າກໍມາເຫນືອທ່ານ 16 ແລະທ່ານທູນວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເຮັດຮ່ອມພູນີ້ໃຫ້ເປັນສະທົ່ວໄປຫມົດ” 17 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເຈົ້າທັງຫລາຍຈະບໍ່ເຫັນລົມຫລືຝົນ ເຖິງຢ່າງໃດກໍດີຫຸບເຂົານັ້ນຈະມີນ້ຳເຕັມໄປຫມົດ ເພື່ອເຈົ້າຈະໄດ້ດື່ມ ທັງເຈົ້າ ຝູງສັດລ້ຽງແລະສັດໃຊ້ຂອງເຈົ້າ” 18 ເຣື່ອງຢ່າງນີ້ເປັນເຣື່ອງນ້ອຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ພຣະອົງຈະຊົງມອບຄົນໂມອາບໄວ້ໃນມືຂອງເຈົ້າດ້ວຍ 19 ເຈົ້າຈະໂຈມຕີເມືອງທີ່ມີປ້ອມທຸກເມືອງ ແລະເມືອງເອກທຸກເມືອງ ແລະຈະໂຄ່ນລົ້ມຕົ້ນໄມ້ທຸກຕົ້ນ ແລະຈະຖົມນ້ຳພຸທຸກແຫ່ງເສັຽ ແລະທຳໄຮ່ນາທີ່ດີທຸກຕອນໃຫ້ເສັຽດ້ວຍຫີນ 20 ແລະຢູ່ມາພໍຮຸ່ງເຊົ້າປະມານເວລາຖວາຍເຄື່ອງບູຊາ ເບິ່ງແມ໋,ມີນ້ຳມາຈາກທາງເມືອງເອໂດມ ຈົນແຜ່ນດິນມີນ້ຳເຕັມຫມົດ 21 ແລະເມື່ອຄົນໂມອາບທັງຫລາຍໄດ້ຍິນວ່າບັນດາພຣະຣາຊາຍົກໄປສູ້ຮົບກັບຕົນ ຄົນທີ່ມີອາຍຸສວມເກາະແລະສູງຂຶ້ນໄປກໍໄດ້ຮວບຮວມກັນເຂົ້າ ແລະຍົກໄປຕັ້ງທີ່ເຂດແດນ 22 ເມື່ອເຂົາຕື່ນຂຶ້ນໃນຕອນເຊົ້າ ແລະດວງອາທິດສ່ອງແສງຢູ່ເທິງນ້ຳ ຄົນໂມອາບເຫັນນ້ຳທີ່ຢູ່ກົງຂ້າມກັບຕົນແດງເຫມືອນເລືອດ 23 ເຂົາທັງຫລາຍກ່າວວ່າ, “ນີ້ແມ່ນເລືອດ ບັນດາເຈົ້າຊີວິດທີ່ໄດ້ສູ້ຮົບກັນເອງ ແລະຂ້າກັນເອງ ໂມອາບເອີຍ, ມາເຖີດ ມາຍຶດເອົາເຄື່ອງຂອງຂອງເຂົາ” 24 ແຕ່ເມື່ອເຂົາມາເຖິງຄ້າຍອິສຣາເອນ ຄົນອິສຣາເອນກໍລຸກຂຶ້ນຕໍ່ສູ້ກັບຄົນໂມອາບຈົນເຂົາທັງຫລາຍຫນີໄປ ແລະເຂົາກໍບຸກຫນ້າເຂົ້າໄປໃນແຜ່ນດິນຂ້າຟັນຄົນໂມອາບ 25 ເຂົາທັງຫລາຍໄດ້ຫລາຍຫົວເມືອງ ແລະຕ່າງຄົນກໍຕ່າງໂຍນຫີນເຂົ້າໄປໃນໄຮ່ນາທີ່ດີທຸກຕອນ ເຂົາຖົມນ້ຳພຸເສັຽທຸກແຫ່ງ ແລະໂຄ່ນລົ້ມຕົນໄມ້ດີໆເສັຽຫມົດ ຈົນໃນກີຣ໌ຮາເຣເຊທ ມີແຕ່ຫີນຂອງເມືອງເຫລືອຢູ່ ບັນດານັກສະລິງໄດ້ລ້ອມເມືອງໄວ້ແລະໂຈມຕີໄດ້ 26 ເມື່ອພຣະຣາຊາແຫ່ງໂມອາບຊົງເຫັນວ່າຈະສູ້ບໍ່ໄດ້ ພຣະອົງກໍຊົງພາພົນດາບເຈັດຮ້ອຍຄົນຈະຕີຝ່າອອກມາທາງດ້ານພຣະຣາຊາເມືອງເອໂດມ ແຕ່ອອກມາບໍ່ໄດ້ 27 ແລ້ວພຣະອົງຊົງນຳໂອຣົດຫົວປີ ຜູ້ຊຶ່ງຄວນຈະຂຶ້ນຄອງແທນນັ້ນ ຖວາຍເປັນເຄື່ອງເຜົາບູຊາເສັຽທີ່ເທິງກຳແພງ ແລະມີພຣະພິໂຣດອັນໃຫຍ່ຍິ່ງຕໍ່ພວກອິສຣາເອນ ເຂົາທັງຫລາຍກໍຍົກຖອຍໄປຈາກພຣະອົງແລະກັບບ້ານເມືອງຂອງຕົນ
ເອລີຊາ ແລະນ້ຳມັນຂອງຍິງຫມ້າຍ
1 ພັຣຍາຂອງຄົນນຶ່ງໃນພວກຜູ້ປະກາດພຣະທັມຣ້ອງຕໍ່ເອລີຊາວ່າ, “ຜູ້ຮັບໃຊ້ຂອງທ່ານ ຄື ຜົວຂອງຂ້ານ້ອຍສິ້ນຊີວິດເສັຽແລ້ວ ແລະທ່ານກໍຮູ້ຢູ່ແລ້ວວ່າຜູ້ຮັບໃຊ້ຂອງທ່ານຢຳເກງພຣະຜູ້ເປັນເຈົ້າ ແຕ່ເຈົ້າຫນີ້ໄດ້ມາ ເພື່ອນຳເອົາບຸດສອງຄົນຂອງຂ້ານ້ອຍໄປເປັນທາດຂອງເຂົາ” 2 ແລະເອລີຊາຕອບວ່າ, “ບອກຂ້ອຍມາດູວ່າ ຈະໃຫ້ຂ້ອຍຊ່ອຍຫຍັງ ເຈົ້າມີຫຍັງຢູ່ໃນບ້ານແດ່? ແລະນາງຕອບວ່າ, “ສາວໃຊ້ຂອງທ່ານບໍ່ມີຫຍັງໃນບ້ານນອກຈາກນ້ຳມັນນຶ່ງໄຫ” 3 ແລະທ່ານກ່າວວ່າ, “ຈົ່ງອອກໄປນອກບ້ານ ຂໍຢືມພາຊນະຈາກເພື່ອນບ້ານທຸກຄົນຂອງເຈົ້າມາ ເປັນພາຊນະເປົ່າ ຢ່າໃຫ້ນ້ອຍ 4 ແລ້ວຈົ່ງເຂົ້າໄປໃນເຮືອນ ປິດປະຕູຂັງຕົວເຈົ້າແລະລູກຊາຍຂອງເຈົ້າໄວ້ ແລະຈົ່ງເທນ້ຳມັນໃສ່ພາຊນະທັງຫມົດ ເມື່ອອັນນຶ່ງໆເຕັມແລ້ວກໍຕັ້ງໄວ້ຕ່າງຫາກ” 5 ນາງກໍລາໄປ ແລະປິດປະຕູຂັງນາງແລະບຸດຂອງນາງໄວ້ ລູກຊາຍສົ່ງພາຊນະມາໃຫ້ແລະນາງກໍເທນ້ຳມັນ 6 ແລະຢູ່ມາເມື່ອພາຊນະເຕັມຫມົດແລ້ວ ນາງຈຶ່ງບອກບຸດວ່າ, “ເອົາພາຊນະໃຫ້ແມ່ອີກໃບນຶ່ງ” ແລະເຂົາຕອບນາງວ່າ, “ບໍ່ມີອີກແລ້ວ” ແລ້ວນ້ຳມັນກໍຢຸດໄຫລ 7 ນາງກໍໄປເຮືອນໃຫ້ຄົນຂອງພຣະຜູ້ເປັນເຈົ້າຮູ້ ແລະທ່ານບອກວ່າ, “ໄປໂລດ ຂາຍນ້ຳມັນເສັຽເອົາເງິນຊຳຮະຫນີ້ຂອງເຈົ້າ ທີ່ເຫລືອນອກນັ້ນເຈົ້າແລະລູກຂອງເຈົ້າຈົ່ງໃຊ້ລ້ຽງຊີວິດ”
ເອລີຊາ ແລະຍິງຊູເນມ
8 ວັນນຶ່ງເອລີຊາໄດ້ເດີນທາງໄປຍັງເມືອງຊູເນມ ມີຍິງຖານະດີຄົນນຶ່ງອາໄສຢູ່ ແລະນາງໄດ້ຫນ່ຽວເຊີນທ່ານໃຫ້ຮັບປະທານອາຫານ ດັ່ງນັ້ນເມື່ອທ່ານຜ່ານທາງນັ້ນໄປເມື່ອໃດ ທ່ານກໍແວະເຂົ້າໄປຮັບປະທານອາຫານ 9 ຍິງຄົນນີ້ໄດ້ເວົ້າກັບຜົວຕົນວ່າ, “ຂ້ອຍເຊື່ອແນ່ວ່າຊາຍຜູ້ນີ້ມາເຮືອນເຮົາເລື້ອຍໆ ຈະຕ້ອງເປັນຄົນບໍຣິສຸດຂອງພຣະເຈົ້າ 10 ຂໍໃຫ້ພວກເຮົາຈັດແຈ່ງຫ້ອງນອນໆໄວ້ເທິງຫລັງຄາພຽງ ແລ້ວຈັດເອົາຕຽງ ໂຕະ ຕັ່ງ ແລະຕະກຽງໄວ້ໃຫ້ທ່ານ ເພື່ອວ່າເມື່ອໃດທ່ານມາຫາເຮົາ ກໍໃຫ້ທ່ານພັກຢູ່ບ່ອນນັ້ນ” 11 ວັນນຶ່ງເອລີຊາມາເມືອງຊູເນມອີກ ທ່ານໄດ້ແວ່ຂຶ້ນໄປພັກເຊົາຢູ່ຫ້ອງນັ້ນຄືເກົ່າ 12 ທ່ານຈຶ່ງບອກເກຮາຊີຄົນໃຊ້ຂອງທ່ານວ່າ, “ໄປເອີ້ນຍິງຊາວຊູເນມຄົນນີ້ມາ” ເມື່ອເຂົາເອີ້ນນາງ ນາງກໍມາຢືນຢູ່ຕໍ່ຫນ້າທ່ານ 13 ເອລີຊາກໍບອກໃຫ້ຄົນໃຊ້ຖາມນາງວ່າ, “ເຈົ້າໄດ້ຫຍຸ້ງຍາກລຳບາກຍ້ອນພວກເຮົາຫລາຍ ເຣົາຂໍຖາມເຈົ້າວ່າ ເຈົ້າຢາກໃຫ້ເຣົາຊ່ອຍຫຍັງແດ່? ບາງທີເຈົ້າອາດຢາກໃຫ້ເຣົາໄປທູນຄຸນງາມຄວາມດີຂອງເຈົ້າຕໍ່ກະສັດ ຫລືຣາຍງານຕໍ່ຜູ້ບັນຊາການກອງທັບອາດເປັນໄປໄດ້” ນາງຈຶ່ງຕອບວ່າ, “ຂ້ານ້ອຍຢູ່ນຳຍາດພີ່ນ້ອງ ກໍພໍຢູ່ພໍກິນແລ້ວ” 14 ແລະທ່ານກ່າວວ່າ, “ຖ້າຢ່າງນັ້ນຈະໃຫ້ເຮົາຊ່ອຍຫຍັງນາງ” ເກຮາຊີຕອບວ່າ, “ແທ້ຈິງເພາະນາງບໍ່ມີບຸດ ແລະຜົວຂອງນາງກໍເຖົ້າແລ້ວ” 15 ທ່ານຈຶ່ງບອກວ່າ, “ໄປເອີ້ນນາງມາ” ແລະເມື່ອເຂົາໄປເອີ້ນນາງ ນາງກໍມາຢືນຢູ່ທີ່ປະຕູ 16 ທ່ານກ່າວວ່າ, “ປີຫນ້າໃນເວລາດຽວກັນນີ້ ເຈົ້າຈະໄດ້ອຸ້ມລູກຊາຍ” ແລະນາງອຸທານວ່າ, “ໂອຍ, ທ່ານເອີຍ ທ່ານເປັນຄົນຂອງພຣະເຈົ້າ ກະຣຸນາຢ່າຕວົະຂ້ານ້ອຍເລີຍ” 17 ແລ້ວຕໍ່ມາ ຍິງຄົນນັ້ນກໍຖືພາ ພໍເຖິງເວລາກຳນົດນາງກໍເກີດບຸດຊາຍຕາມທີ່ເອລີຊາໄດ້ບອກໄວ້ 18 ເມື່ອເດັກນ້ອຍນີ້ໃຫຍ່ເຕີບໂຕຂຶ້ນ ເຊົ້າມື້ນຶ່ງເຂົາກໍອອກໄປຫາພໍ່ຢູ່ທົ່ງນາ ໃນບ່ອນທີ່ພວກກ່ຽວເຂົ້າຢູ່ 19 ໃນເວລານັ້ນເຂົາຮ້ອງຂຶ້ນວ່າ, “ໂອຍ, ຂ້ານ້ອຍເຈັບຫົວ ຂ້ານ້ອຍເຈັບຫົວ” ຜູ້ເປັນພໍ່ຈຶ່ງບອກຄົນໃຊ້ຂອງເຂົາວ່າ, “ອຸ້ມເຂົາໄປຫາແມ່ໄປ໋” 20 ແລະເມື່ອເຂົາອຸ້ມມາໃຫ້ແມ່ຂອງເດັກ ເດັກນັ້ນກໍນັ່ງຢູ່ເທິງຕັກແມ່ຈົນທ່ຽງວັນ ແລ້ວລູກນັ້ນກໍສິ້ນໃຈຕາຍ 21 ຜູ້ເປັນແມ່ຈຶ່ງນຳລູກໄປປົງໄວ້ເທິງຕຽງນອນຂອງເອລີຊາຄົນຂອງພຣະເຈົ້າ ແລ້ວນາງກໍອອກມາແລ້ວປິດປະຕູໄວ້ 22 ນາງກໍໄປເອີ້ນຜົວຂອງນາງກ່າວວ່າ, “ບອກຄົນໃຊ້ເອົາລໍໂຕນຶ່ງມາໃຫ້ຂ້ອຍແດ່ ເພື່ອຂ້ອຍຈະໄດ້ຟ້າວໄປຫາຄົນຂອງພຣະເຈົ້າ ແລະຈະກັບຄືນມາໄວເທົ່າທີ່ຈະໄວໄດ້” 23 ແລະເຂົາຖາມວ່າ, “ເປັນຫຍັງຈຶ່ງໄປຫາທ່ານມື້ນີ້ ມັນບໍ່ແມ່ນຍາມເດືອນອອກໃຫມ່ ຫລືວັນບໍຣິສຸດຂອງພຣະເຈົ້າ” 24 ນາງຕອບວ່າ, “ບໍ່ເປັນຫຍັງດອກ” ແລ້ວນາງໄດ້ບອກໃຫ້ຄົນໃຊ້ເອົາອ່ານໃສ່ຫລັງລໍ ແລະເວົ້າວ່າ, “ພາຂ້ອຍໄປໃຫ້ໄວເທົ່າທີ່ຈະໄວໄດ້ ຢ່າຢຸດກາງທາງຈົນກວ່າຈະໄດ້ຮັບຄຳສັ່ງຈາກຂ້ອຍກ່ອນ” 25 ແລ້ວນາງກໍອອກເດີນທາງ ແລະມາເຖິງຄົນຂອງພຣະເຈົ້າທີ່ພູກາຣ໌ເມນ ເມື່ອຄົນຂອງພຣະເຈົ້າເຫັນນາງມາ ທ່ານກໍເວົ້າກັບເກຮາຊີຄົນໃຊ້ຂອງທ່ານວ່າ, “ເບິ່ງດູຫັ້ນ ຍິງຊາວຊູເນມມາແມ່ນບໍ 26 ຮີບຟ້າວອອກຕ້ອນຮັບນາງ ແລະຖາມນາງເບິ່ງວ່າ ນາງທັງຜົວແລະລູກຍັງຄ່ອຍສະບາຍດີຢູ່ບໍ?” ແລະນາງກໍຕອບວ່າ, “ສະບາຍດີ” 27 ແລະເມື່ອນາງມາຍັງພູ ເຖິງຄົນຂອງພຣະເຈົ້ານາງກໍກົ້ມຂາບລົງກອດຕີນຂອງເອລີຊາ ເກຮາຊີຈຶ່ງຍ່າງເຂົ້າມາຫາທ່ານຈະດຶງເອົານາງອອກໄປ ແຕ່ເອລີຊາບອກວ່າ, “ປ່ອຍນາງເທີນ ເຈົ້າບໍ່ເຫັນບໍວ່ານາງມີຄວາມທຸກໃຈອັນໃຫຍ່ຫລວງ ພຣະຜູ້ເປັນເຈົ້າຊົງອຳເຣື່ອງນີ້ໄວ້ ໂດຍບໍ່ໄດ້ບອກໃຫ້ເຣົາຮູ້” 28 ແລ້ວນາງຈຶ່ງເວົ້າວ່າ, “ຂ້ານ້ອຍເຄີຍຂໍຈາກທ່ານກ່ຽວກັບເຣື່ອງລູກຊາຍນັ້ນ ແມ່ນບໍ? ຂ້ານ້ອຍໄດ້ເວົ້າບໍ່ແມ່ນບໍວ່າ ຢ່າຕົວະຢ່າຫລອກລວງຂ້ານ້ອຍເລີຍ? 29 ເມື່ອເປັນດັ່ງນັ້ນທ່ານຈຶ່ງເວົ້າຕໍ່ເກຮາຊີວ່າ, “ຈົ່ງຟ້າວຖືໄມ້ເທົ້າຂອງເຮົານີ້ລ່ວງຫນ້າໄປກ່ອນ ຖ້າວ່າເຈົ້າພົບໃຜກໍຢ່າຖາມສະບາຍດີກັບເຂົາ ແລະຖ້າໃຜສະບາຍດີກັບເຈົ້າກໍຢ່າຕອບເຂົາເດີ ໃຫ້ເອົາໄມ້ເທົ້າຂອງເຮົານີ້ຢຽດໃສ່ເທິງຫນ້າຂອງເດັກນັ້ນ” 30 ແລ້ວມານດາຂອງເດັກນັ້ນເວົ້າວ່າ, “ຂ້ານ້ອຍຂໍສາບານຢ່າງສັດຊື່ຕໍ່ພຣະຜູ້ເປັນເຈົ້າ ຜູ້ຊົງພຣະຊົນຢູ່ແລະຕໍ່ທ່ານເອງວ່າ ຂ້ານ້ອຍຈະບໍ່ຈາກທ່ານໄປ” ດັ່ງນັ້ນເອລີຊາແລະແມ່ຂອງເດັກຈຶ່ງພາກັນອອກເດີນທາງໄປຕາມຫລັງ 31 ເກຮາຊີໄດ້ມຸ່ງຫນ້າໄປກ່ອນແລະເອົາໄມ້ເທົ້າຢຽດໃສ່ເດັກນ້ອຍນັ້ນ ແຕ່ບໍ່ມີສຽງຫລືຄຳຕອບຢ່າງໃດເລີຍ ເຂົາຈຶ່ງກັບຄືນມາພົບທ່ານ ແລະບອກເອລີຊາວ່າ, “ເດັກນ້ອຍຍັງບໍ່ທັນຟື້ນຕົວເທື່ອ” 32 ເມື່ອເອລີຊາເຂົ້າມາໃນເຮືອນ ທ່ານເຫັນເດັກນ້ອຍນອນຕາຍຢູ່ເທິງຕຽງຂອງທ່ານ 33 ທ່ານຈຶ່ງເຂົ້າໄປຂ້າງໃນອັດປະຕູໄວ້ ແລ້ວໄດ້ອ້ອນວອນຫາພຣະຜູ້ເປັນເຈົ້າ 34 ແລ້ວທ່ານຂຶ້ນເທິງຕຽງ ແລະນອນຢຽດຕົວລົງເຕັງເດັກນ້ອຍ ໂດຍເອົາປາກເຕັງປາກ ຕາເຕັງຕາ ແລະມືເຕັງມື ແລະເມື່ອທ່ານຢຽດເຕັງເດັກນ້ອຍຢູ່ນັ້ນ ເນື້ອຫນັງຂອງເດັກກໍຮູ້ສຶກອຸ່ນຂຶ້ນມາ 35 ແລ້ວທ່ານກໍລຸກຍ່າງໄປມາຢູ່ໃນຫ້ອງ ແລ້ວໄປນອນຢຽດຕົວເຕັງເດັກນ້ອຍອີກເທື່ອນຶ່ງ ຄັ້ງນີ້ເດັກນ້ອຍກໍຈາມເຖິງເຈັດເທື່ອ ແລະມືນຕາຂຶ້ນ 36 ແລ້ວທ່ານກໍເອີ້ນເກຮາຊີມາບອກວ່າ, “ໄປເອີ້ນຍິງຊູເນມຄົນນີ້ມາ” ເຂົາຈຶ່ງໄປເອີ້ນນາງ ແລະເມື່ອນາງມາຮອດທ່ານແລ້ວ ທ່ານຈຶ່ງເວົ້າກັບນາງວ່າ, “ຈົ່ງອຸ້ມລູກຂອງເຈົ້າໄປເຖີດ” 37 ນາງເຂົ້າໄປທາງໃນ ກົ້ມຂາບຕີນເອລີຊາ ແລະພາລູກຊາຍຂອງນາງອອກໄປ 38 ເອລີຊາມາເຖິງກິນການອີກ ເມື່ອແຜ່ນດິນເກີດກັນດານອາຫານ ແລະເມື່ອພວກຜູ້ປະກາດພຣະທັມນັ່ງຢູ່ຕໍ່ຫນ້າທ່ານ ທ່ນາກໍບອກຄົນໃຊ້ຂອງທ່ານວ່າ, “ຈົ່ງຕັ້ງຫມໍ້ຫນ່ວຍໃຫຍ່ແລະຕົ້ມເຂົ້າໃຫ້ແກ່ພວກຜູ້ປະກາດພຣະທັມ” 39 ຄົນນຶ່ງໃນພວກອອກໄປເກັບຜັກທີ່ໃນທົ່ງນາ ແລະພົບໄມ້ເຄືອປ່າເຄືອນຶ່ງ ເຂົາເກັບໄດ້ຫມາກນ້ຳເຕົ້າປ່າຈົນເຕັມຕັກ ກັບມາຜ່າໃສ່ໃນຫມໍ້ເຂົ້າຕົ້ມໂດຍບໍ່ຣູ້ວ່າເປັນຫມາກຫຍັງ 40 ເຂົາກໍເທອອກໃຫ້ຄົນເຫລົ່ານັ້ນຮັບປະທານ ຂນະທີ່ເຂົາກຳລັງຮັບປະທານເຂົ້າຕົ້ມຢູ່ນັ້ນ ເຂົາຮ້ອງຂຶ້ນວ່າ, “ຂ້າແດ່ຄົນແຫ່ງພຣະເຈົ້າ ມີຄວາມຕາຍຢູ່ໃນຫມໍ້ນີ້” ແລະເຂົາກໍຮັບປະທານກັນບໍ່ໄດ້ 41 ທ່ານກໍວ່າ, “ຈົ່ງເອົາແປ້ງມາ” ທ່ານກໍໃສ່ແປ້ງລົງໃນຫມໍ້ ແລະບອກວ່າ, “ຈົ່ງເທອອກໃຫ້ຄົນເຫລົ່ານັ້ນຮັບປະທານ” ແລະບໍ່ມີອັນຕະຣາຍຢູ່ໃນຫມໍ້ນັ້ນ 42 ມີຊາຍຄົນນຶ່ງມາຈາກບ້ານບາອັນຊາລີຊາ ນຳຂອງມາໃຫ້ຄົນແຫ່ງພຣະຜູ້ເປັນເຈົ້າ ມີເຂົ້າຈີ່ເປັນຜົນທຳອິດຄື ເຂົ້າຫນົມບເລຊາວກ້ອນ ແລະຮວງເຂົ້າໃຫມ່ໃສ່ກະສອບຂອງເຂົາມາແລະເອລີຊາເວົ້າວ່າ, “ຈົ່ງໃຫ້ແກ່ຄົນເຫລົ່ານັ້ນຮັບປະທານ” 43 ແຕ່ຄົນໃຊ້ຄົນນີ້ຕອບວ່າ, “ຂ້າພະເຈົ້າຈະຕັ້ງອາຫານເທົ່ານີ້ ໃຫ້ຄົນນຶ່ງຮ້ອຍຮັບປະທານໄດ້ຢ່າງໃດ?” ທ່ານຈຶ່ງສັ່ງຊ້ຳວ່າ, “ຈົ່ງໃຫ້ຄົນເຫລົ່ານັ້ນຣັບປະທານເຖີດ ເພາະພຣະຜູ້ເປັນເຈົ້າກ່າວສັ່ງດັ່ງນີ້ວ່າ “ເຂົາທັງຫລາຍຈະໄດ້ຮັບປະທານແລະຍັງເຫລືອອີກ” 44 ເຂົາຈຶ່ງຕັ້ງອາຫານໄວ້ຕໍ່ຫນ້າເຂົາທັງຫລາຍ ເຂົາທັງຫລາຍກໍຮັບປະທານ ແລະຍັງເຫລືອຢູ່ຈິງຕາມພຣະຄຳຂອງພຣະຜູ້ເປັນເຈົ້າ
ນາອາມານຜູ້ບັນຊາການທະຫານເດີນທາງໄປຫາເອລີຊາ
1 ນາອາມານຜູ້ບັນຊາການທະຫານຊີເຣັຽ (ອາຣາມ) ເປັນບຸກຄົນສຳຄັນ ແລະໄດ້ຮັບກຽດອັນສູງສົ່ງຈາກເຈົ້າຊີວິດແຫ່ງຊີເຣັຽ ເພາະວ່າພຣະຜູ້ເປັນເຈົ້າຊົງໃຫ້ທ່ານເປັນຜູ້ນຳໄຊຊະນະມາສູ່ກອງທັບຊີເຣັຽ ທ່ານເປັນນາຍທະຫານທີ່ເກັ່ງກ້າ ແຕ່ທ່ານເປັນພຍາດຂີ້ທູດ 2 ມີຄັ້ງນຶ່ງ ເມື່ອພວກຊີເຣັຽໄປຕໍ່ສູ້ກັບພວກອິສຣາເອນ ເຂົາໄດ້ຈັບເອົາຍິງສາວຄົນນຶ່ງມາເປັນຄົນໃຊ້ຂອງເມັຽຂອງທ່ານນາອາມານ 3 ຄົນໃຊ້ຜູ້ນີ້ເວົ້າຕໍ່ນາຍຍິງຂອງນາງວ່າ, “ຂ້ານ້ອຍຢາກໃຫ້ນາຍຜູ້ຊາຍໄປຫາຜູ້ປະກາດພຣະທັມທີ່ຊາມາເຣັຽ ຄົນຜູ້ນັ້ນສາມາດປົວພຍາດຂີ້ທູດຂອງເຈົ້ານາຍໃຫ້ດີໄດ້” 4 ເມື່ອນາອາມານໄດ້ຍິນດັ່ງນັ້ນ ທ່ານກໍໄປທູນເຈົ້າຊີວິດຕາມທີ່ຄົນໃຊ້ໄດ້ຣາຍງານໃຫ້ຟັງ 5 ເຈົ້າຊີວິດແຫ່ງຊີເຣັຽຈຶ່ງບອກນາອາມານວ່າ, “ຈົ່ງໄປຫາເຈົ້າຊີວິດແຫ່ງອິສຣາເອນ ແລະຍື່ນຈົດຫມາຍນີ້ໃຫ້ພຣະອົງ” ນາອາມານໄດ້ນຳເອົາເງິນສາມສິບພັນຫລຽນ ພ້ອມທັງເຄື່ອງນຸ່ງທີ່ສວຍງາມສິບຊຸດອອກເດີນທາງໄປ 6 ທ່ານໄດ້ຖວາຍສານໃຫ້ແກ່ເຈົ້າຊີວິດອິສຣາເອນ ໃນຣາຊສານນັ້ນມີເນື້ອຄວາມດັ່ງນີ້ “ນີ້ຄືນາອາມານ ນາທະຫານຂອງຂ້າພະເຈົ້າ ຂ້າພະເຈົ້າຢາກໃຫ້ພຣະອົງປົວພຍາດຂີ້ທູດໃຫ້ເຂົາ” 7 ເມື່ອເຈົ້າຊີວິດອິສຣາເອນໄດ້ອ່ານພຣະຣາຊສານແລ້ວ ພຣະອົງກໍຈີກເຄື່ອງສະຫລອງພຣະອົງອອກ ແລະເວົ້າຂຶ້ນດ້ວຍຄວາມເສັຽພຣະທັຍວ່າ, “ເຣົາແມ່ນພຣະເຈົ້າຜູ້ມີອຳນາດທີ່ບອກໃຫ້ຕາຍ ຫລືໃຫ້ເປັນໄດ້ຊັ້ນບໍ ຈຶ່ງຢາກໃຫ້ເຮົາປົວພຍາດຂີ້ທູດໃຫ້? ເຂົາຢາກຊອກເຣື່ອງຜິດກັນກັບເຮົາບໍ? 8 ເມື່ອຜູ້ປະກາດພຣະທັມເອລີຊາ ຮູ້ຂ່າວເຫດການທີ່ເກີດຂຶ້ນ ທ່ານກໍສົ່ງຄວາມໄປທູນເຈົ້າຊີວິດວ່າ, “ເປັນຫຍັງພຣະອົງຈຶ່ງຊົງທຸກພຣະທັຍຫນັກ ຂໍຊົງສົ່ງຊາຍຄົນນັ້ນມາຫາຂ້ານ້ອຍ ຂ້ານ້ອຍຈະແນະນຳໃຫ້ເຂົາຮູ້ຈັກວ່າ ຢູ່ທີ່ອິສຣາເອນນີ້ມີຜູ້ປະກາດພຣະທັມ” 9 ດັ່ງນັ້ນ ນາອາມານພ້ອມທັງຄນະ ແລະຣົດມ້າກໍມາຮອດເຮືອນຂອງເອລີຊາ 10 ຝ່າຍເອລີຊາໄດ້ສົ່ງຄົນມາບອກອານາມານວ່າ, “ຈົ່ງໄປອາບນ້ຳທີ່ແມ່ນ້ຳຈໍແດນເຈັດຄັ້ງ ແລະເນື້ອຫນັງຂອງທ່ານຈະສະອາດເປັນປົກກະຕິ 11 ແຕ່ອານາມານໃຈຮ້າຍແລະຍ່າງອອກໄປພ້ອມທັງຈົ່ມວ່າ, “ເຮົາຄິດວ່າ ຢ່າງນ້ອຍທ່ານຕ້ອງອອກມາພົບເຮົາ ແລ້ວອ້ອນວອນຫາພຣະຜູ້ເປັນເຈົ້າຂອງທ່ານ ໂດຍວາງມືໃສ່ເທິງບ່ອນທີ່ເປັນພຍາດໃຫ້ເຮົາດີຊັ້ນດອກ 12 ຕາມຈິງແລ້ວແມ່ນ້ຳອາບານາ ແລະແມ່ນ້ຳຟາຣ໌ປາທີ່ເມືອງດາມັສກັສຍັງດີກວ່າແມ່ນ້ຳໃນອິສຣາເອນນີ້ ເຮົາໄປອາບໃນແມ່ນ້ຳເຫລົ່ານັ້ນກໍຄົງຈະຫາຍດີຢູ່ຕິ” ແລ້ວທ່ານກໍຫັນຫລັງຄືນໄປດ້ວຍຄວາມໂກດຮ້າຍ 13 ແຕ່ພວກຂ້າໃຊ້ຂອງທ່ານເຂົ້າມາເວົ້າກັບທ່ານວ່າ, “ຍາພໍ່ເອີຍ, ຖ້າຫາກວ່າຜູ້ປະກາດພຣະທັມສັ່ງໃຫ້ທ່ານເຮັດສິ່ງທີ່ຍາກທ່ານຈະບໍ່ເຮັດຫລື ແຕ່ດຽວນີ້ ທ່ານຜູ້ປະກາດພຣະທັມບອກໃຫ້ທ່ານພຽງແຕ່ໄປອາບນ້ຳ ແລ້ວທ່ານກໍຈະສະອາດແລະດີພຍາດ ເປັນຫຍັງທ່ານຈຶ່ງບໍ່ເຮັດ” 14 ດັ່ງນັ້ນນາອາມານຈຶ່ງລົງໄປແຊ່ໃນແມ່ນ້ຳຈໍແດນເຈັດຄັ້ງຕາມທີ່ເອລີຊາໄດ້ບອກ ແລ້ວເນື້ອຫນັງຂອງທ່ານຈຶ່ງສະອາດເປັນປົກກະຕິເຫມືອນເນື້ອຫນັງຂອງເດັກນ້ອຍ 15 ແລ້ວນາອາມານພ້ອມທັງພວກຕິດຕາມທຸກຄົນກໍກັບຄືນໄປຫາເອລີຊາແລ້ວເວົ້າວ່າ, “ດຽວນີ້ຂ້າພະເຈົ້າຮູ້ແລ້ວວ່າ ບໍ່ມີພຣະເຈົ້າອົງອື່ນນອກຈາກພຣະເຈົ້າຂອງອິສຣາເອນ ບັດນີ້ຂໍທ່ານຈົ່ງຮັບເອົາຂອງຂວັນຈາກຂ້ານ້ອຍເທີນ” 16 ແຕ່ເອລີຊາຕອບວ່າ, “ດ້ວຍພຣະນາມຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ຜູ້ຊຶ່ງຂ້າພະເຈົ້າກຳລັງຮັບໃຊ້ຢູ່ ຂ້າພະເຈົ້າຈະບໍ່ຍອມຮັບເອົາຂອງຂວັນສິ່ງໃດຫມົດ” ສ່ວນນາອາມານກໍຂ້ຽວເຂັນໃຫ້ທ່ານຍອມຮັບເອົາ ແຕ່ທ່ານກໍປະຕິເສດ 17 ແລ້ວນາອາມານຈຶ່ງເວົ້າວ່າ, “ຖ້າທ່ານບໍ່ຍອມຮັບເອົາຂອງຂວັນຈາກຂ້າພະເຈົ້າ ຂໍອະນຸຍາດໃຫ້ຂ້າພະເຈົ້າເອົາດິນຈາກທີ່ນີ້ເມືອບ້ານນຳໃຫ້ພໍດີກັບລໍສອງໂຕບັນທຸກໄດ້ ເພາະວ່າຂ້າພະເຈົ້າຈະບໍ່ຖວາຍເຄື່ອງເຜົາບູຊາ ຫລືການບູຊາໃດແກ່ພຣະອົງອື່ນ ນອກຈາກພຣະຜູ້ເປັນເຈົ້າເທົ່ານັ້ນ 18 ແລະຂ້າພະເຈົ້າຂໍພຽງຢ່າງດຽວຄື ເວລາທີ່ຂ້າພະເຈົ້າໄປນຳກະສັດເພື່ອນະມັສການພຣະຣິມໂມນຂອງຊາວຊີເຣັຽນັ້ນ ຂ້າພະເຈົ້າຂໍຂາບລົງນຳກະສັດ ສະນັ້ນຂໍພຣະຜູ້ເປັນເຈົ້າຊົງໂຜດອະພັຍຂ້ານ້ອຍດ້ວຍ” 19 ເອລີຊາຕອບວ່າ, “ຂໍທ່ານຈົ່ງໄປເປັນສຸກເທີນ” ແລ້ວນາອາມານກໍຈາກໄປ
ຄົນໃຊ້ຂອງເອລີຊາທຳຜິດ
ພໍເມື່ອນາອາມານໄປບໍ່ໄດ້ໄກເທົ່າໃດ 20 ເກຮາຊີຄົນໃຊ້ຂອງເອລີຊາກໍຄິດໃນໃຈວ່າ, “ເອີ ນາຍຂອງເຮົາບໍ່ຍອມຮັບເອົາສິ່ງໃດທີ່ນາອາມານຊາວຊີເຣັຽຄົນນີ້ມອບໃຫ້ ແລະປ່ອຍໃຫ້ເຂົາໄປລ້າໆ ທ່ານຄວນຍອມຮັບເອົາສິ່ງເຫລົ່ານີ້ດ້ວຍພຣະນາມຂອງພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ເຮົາຈະຕ້ອງແລ່ນໄປເອົາບາງສິ່ງບາງຢ່າງນຳທ່ານໃຫ້ໄດ້” 21 ດັ່ງນັ້ນເກຮາຊີຈຶ່ງແລ່ນຕິດຕາມນາອາມານໄປ ເມື່ອນາອາມານເຫັນເຂົາແລ່ນຕາມຫລັງມາ ທ່ານຈຶ່ງລົງຈາກຣົດມ້າມາພົບເຂົາແລະຖາມວ່າ, “ເຈົ້າຕາມມາຫຍັງນໍ?” 22 ເກຮາຊີຕອບວ່າ, “ທຸກສິ່ງຮຽບຮ້ອຍດີ ແຕ່ນາຍຂອງຂ້ານ້ອຍໄດ້ສັ່ງຂ້ານ້ອຍມາບອກທ່ານວ່າ ຫວ່າງກີ້ນີ້ມີຜູ້ປະກາດພຣະທັມຫນຸ່ມສອງຄົນເດີນທາງມາຈາກພູເອຟຣາອິມ ຂໍທ່ານໂຜດໃຫ້ເງິນແກ່ເຂົາທັງຫລາຍຈັກນຶ່ງຕາລັນກັບເຄື່ອງນຸ່ງສອງຊຸດໃຫ້ພວກນັ້ນ” 23 ນາອາມານຕອບວ່າ, “ຂໍໂຜດຮຮັບໄປສອງຕາລັນເຖີດ” ທ່ານບອກໃຫ້ເຂົາຟ້າວມັດເງິນໃສ່ຖົງສອງຖົງໄວ້ແລະເອົາເສື້ອສອງຊຸດໃຫ້ ທ່ານສັ່ງໃຫ້ຄົນໃຊ້ສອງຄົນຫາມໄປກ່ອນເກຮາຊີ 24 ເມື່ອມາຮອດພູນ້ອຍບ່ອນທີ່ເອລີຊາຢູ່ ເຂົາກໍເອົາຖົງໄປປະໄວ້ໃນເຮືອນ ແລະບອກໃຫ້ຄົນໃຊ້ຂອງນາອາມານກັບຄືນເມືອ 25 ເມື່ອເກຮາຊີເຂົ້າໄປໃນເຮືອນ ເອລີຊາໄດ້ຖາມວ່າ, “ເກຮາຊີ ມື້ກີ້ນີ້ເຈົ້າໄປໃສມາ?” ເກຮາຊີຕອບວ່າ, “ບໍ່ໄດ້ໄປໃສ” 26 ແຕ່ເອລີຊາເວົ້າກັບເຂົາວ່າ, “ເວລາຊາຍນັ້ນລົງຈາກຣົດມ້າມາຫາເຈົ້າ ຈິດວິນຍານຂອງຂ້ອຍກໍຢູ່ທີ່ນັ້ນ ດຽວນີ້ເຈົ້າໄດ້ເອົາເງິນນຳຜູ້ນັ້ນ ເຈົ້າອາດຊື້ສວນຫມາກກອກເທດ ຊື້ແກະ ຊື້ງົວ ແລະທາດຍິງຊາຍ 27 ແຕ່ວ່າພຍາດຂີ້ທູດຂອງນາອາມານຈະຕິດແປດເຈົ້າ ແລະຕິດແປດເຊື້ອສາຍຂອງເຈົ້າຕລອດໄປ” ເກຮາຊີໄດ້ຫນີຈາກເອລີຊາໄປດ້ວຍມີພຍາດຂີ້ທູດຂາວດັ່ງນວນຝ້າຍເຕັມຮ່າງກາຍ
ເອລີຊາເຮັດໃຫ້ຂວານຕົກນ້ຳຟູຂຶ້ນ
1 ພວກຜູ້ປະກາດພຣະທັມໃນຄະນະຂອງເອລີຊາໄດ້ຈົ່ມຕໍ່ທ່ານວ່າ, 2 “ບ່ອນຂອງພວກເຂົານີ້ຄັບແຄບເກີນໄປ ສະນັ້ນຂໍອະນຸຍາດໃຫ້ພວກເຂົາຕັດໄມ້ທີ່ແມ່ນ້ຳຈໍແດນ ເພື່ອສ້າງທີ່ຢູ່ອາໄສຢູ່ບ່ອນນັ້ນ” ເອລີຊາຕອບວ່າ, “ໄປແມ໋” 3 ຜູ້ນຶ່ງໃນຈຳນວນພວກເຂົາໄດ້ຂ້ຽວຂອດໃຫ້ເອລີຊາໄປນຳ ທ່ານກໍຕົກລົງໄປນຳພວກເຂົາ 4 ເມື່ອໄປຮອດແມ່ນ້ຳຈໍແດນ ພວກເຂົາໄດ້ເລີ້ມຕົ້ນລົງມືເຮັດວຽກ ຄົນນຶ່ງໃນຫມູ່ພວກເຂົາໄດ້ເປັນຜູ້ຕັດໄມ້ 5 ທັນໃດນັ້ນຂວານເຫລັກຂອງເຂົາໄດ້ຫລ່ອນຕົກລົງນ້ຳ ເຂົາຈຶ່ງຮ້ອງຫາເອລີຊາວ່າ, “ນາຍເອີຍ, ຂວານຕົກນ້ຳແລ້ວ ຈະໃຫ້ຂ້ານ້ອຍເຮັດແນວໃດ ເພາະຂວານນັ້ນຂ້ານ້ອຍໄດ້ຢືມເຂົາມາຊ້ຳ” 6 ເອລີຊາຈຶ່ງຖາມເຂົາວ່າ, “ຂວານນັ້ນຕົກຢູ່ໃສ?” ເຂົາໄດ້ຊີ້ບອກບ່ອນຂວານຕົກໃຫ້ທ່ານເບິ່ງ ແລ້ວເອລີຊາໄດ້ຕັດໄມ້ທ່ອນນຶ່ງຖິ້ມລົງໃນບ່ອນນັ້ນ ແລ້ວຂວານດວງນັ້ນກໍຟູຂຶ້ນມາ 7 ທ່ານໄດ້ບອກເຂົາວ່າ, “ໄປເອົາແມ໋” ຊາຍຄົນນັ້ນຈຶ່ງຍື້ມືໄປຈັບເອົາມາ 8 ເມື່ອເຈົ້າຊີວິດແຫ່ງຊີເຣັຽອອກໄປສູ້ຮົບພວກອິສຣາເອນ ພຣະອົງໄດ້ປະຊຸມກັບພວກຂ້າຣາຊການຂອງພຣະອົງ ແລະໄດ້ເລືອກເອົາບ່ອນນຶ່ງເປັນບ່ອນຕັ້ງຄ້າຍໄວ້ 9 ແຕ່ເອລີຊາໄດ້ສົ່ງຂ່າວໄປບອກເຈົ້າຊີວິດອິສຣາເອນໃຫ້ລະວັງຕົວ ບໍ່ໃຫ້ພຣະອົງຜ່ານໄປໃຫ້ທາງນັ້ນ ເພາະວ່າພວກຊີເຣັຽໄດ້ຕັ້ງກອງຫລອນດັກສະກັດຢູ່ທີ່ນັ້ນ 10 ດັ່ງນັ້ນເຈົ້າຊີວິດອິສຣາເອນຈຶ່ງເຕືອນທະຫານໃຫ້ລະມັດລະວັງຕົວຢູ່ສເມີ ໃນການລະວັງຕົວຢ່າງນີ້ໄດ້ມີມາສອງສາມຄັ້ງແລ້ວ 11 ຝ່າຍເຈົ້າຊີວິດຊີເຣັຽມີຈິດໃຈກະວົນກະວາຍໃນເຣື່ອງນີ້ ພຣະອົງຈຶ່ງເອີ້ນເອົາບັນດານາຍທະຫານມາຖາມວ່າ, “ຈົ່ງບອກເຮົາມາເບິ່ງວ່າ ໃນພວກເຈົ້າແມ່ນໃຜເຂົ້າຂ້າງເຈົ້າຊີວິດແຫ່ງອິສຣາເອນແດ່?” 12 ນາຍທະຫານຜູ້ນຶ່ງຈຶ່ງຕອບຂຶ້ນວ່າ, “ຂ້າແດ່ພຣະອົງ ບໍ່ມີໃຜດອກ ເຣື່ອງນີ້ເປັນເພາະຜູ້ປະກາດພຣະທັມເອລີຊາໄດ້ຣາຍງານຄວາມລັບທີ່ພຣະອົງເວົ້າໃນຫ້ອງນອນທັງຫມົດຕໍ່ເຈົ້າຊີວິດແຫ່ງອິສຣາເອນ” 13 ເຈົ້າຊີວິດຈຶ່ງສັ່ງວ່າ, “ຈົ່ງໄປຊອກຫາບ່ອນເຂົາຢູ່ ແລະເຮົາຈະສົ່ງຄົນໄປຈັບເຂົາມາ” ຕໍ່ມາມີຄົນມາບອກທ່ານວ່າ ເອລີຊາຢູ່ເມືອງໂດທານ 14 ດັ່ງນັ້ນພຣະອົງຈຶ່ງໄດ້ຈັດເອົາມ້າ ຣົດຮົບພ້ອມທັງກຳລັງພົນອອກໄປ ພວກເຂົາໄດ້ໄປຮອດທີ່ນັ້ນໃນເວລາກາງຄືນ ແລະໄດ້ລ້ອມເມືອງໄວ້ 15 ວັນຕໍ່ມາຄົນໃຊ້ຂອງເອລີຊາກໍໄດ້ລຸກຂຶ້ນແຕ່ເຊົ້າ ແລະຍ່າງອອກໄປຂ້າງນອກ ເຂົາໄດ້ເຫັນກຳລັງທະຫານຊີເຣັຽພ້ອມດ້ວຍຝູງມ້າແລະຣົດຮົບລ້ອມເມືອງຢູ່ ເຂົາຈຶ່ງຟ້າວມາຫາເອລີຊາແລະຮ້ອງຂຶ້ນວ່າ, “ຕາຍແລ້ວ ເຈົ້ານາຍ! ພວກເຮົາຖືກອ້ອມແລ້ວ ພວກເຮົາຊິເຮັດຈັ່ງໃດ?” 16 ເອລີຊາຕອບວ່າ, “ບໍ່ຕ້ອງຢ້ານດອກ ເພາະຝ່າຍເຮົາມີຫລາຍກວ່າຝ່າຍເຂົາ” 17 ແລ້ວເອລີຊາກໍອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງເປີດຕາຂ້າໃຊ້ຂອງຂ້ານ້ອຍຜູ້ນີ້ໃຫ້ເຫັນກຳລັງຂອງຝ່າຍເຮົາແດ່ທ້ອນ” ພຣະຜູ້ເປັນເຈົ້າຈຶ່ງຊົງບັນດານໃຫ້ຄົນໃຊ້ເຫັນ ເຂົາໄດ້ເຫັນຝູງມ້າແລະຣົດຮົບໄຟເຕັມຢູ່ເທິງພູກຳລັງອ້ອມເອລີຊາຢູ່ 18 ໃນຂນະທີ່ພວກຊີເຣັຽໂຈມຕີເມືອງຢູ່ນັ້ນ ເອລີຊາໄດ້ອ້ອນວອນຫາພຣະຜູ້ເປັນເຈົ້າວ່າ, “ຂ້ານ້ອຍຂໍຮ້ອງໃຫ້ພຣະອົງຊົງບັງຕາພວກເຫລົ່ານີ້ແດ່ທ້ອນ” 19 ພຣະອົງຈຶ່ງຊົງບັງຕາພວກເຂົາຕາມຄຳຮ້ອງຂໍຂອງເອລີຊາ ແລະເອລີຊາໄດ້ໄປຫາພວກເຂົາແລະເວົ້າວ່າ, “ພວກເຈົ້າມາຜິດທາງແລ້ວ ອັນນີ້ບໍ່ແມ່ນເມືອງທີ່ພວກເຈົ້າຊອກຫາ ຈົ່ງຕາມເຮົາມາ ເຮົາຈະພາພວກເຈົ້າໄປຊອກຫາຊາຍທີ່ພວກເຈົ້າຊອກຫານັ້ນ ແລ້ວເອລີຊາໄດ້ພາພວກເຂົາໄປເມືອງສະມາເຣັຽ 20 ເມື່ອເຂົ້າໄປໃນເມືອງມາເຣັຽ ເອລີຊາກໍອ້ອນວອນຕໍ່ພຣະເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງເປີດຕາພວກເຂົາໃຫ້ເຫັນເທີນ” ພຣະຜູ້ເປັນເຈົ້າຊົງເປີດຕາໃຫ້ພວກເຂົາເຫັນຮຸ່ງ ແລະພວກເຂົາຈຶ່ງເຫັນວ່າພວກເຂົາໄດ້ຢູ່ໃນກຸງຊາມາເຣັຽເສັຽແລ້ວ 21 ເມື່ອເຈົ້າຊີວິດອິສຣາເອນເຫັນພວກເຂົາ ພຣະອົງຈຶ່ງຖາມເອລີຊາວ່າ, “ຍາພໍ່ເອີຍ, ໃຫ້ຂ້າພະເຈົ້າຂ້າພວກເຂົາບໍ?” 22 ທ່ານຕອບວ່າ, “ຂໍພຣະອົງຢ່າຊົງຂ້າພວກເຂົາເລີຍ ແມ່ນແຕ່ພວກຊະເລີຍທີ່ພຣະອົງຈັບມາດ້ວຍຕົນເອງ ພຣະອົງກໍບໍ່ຕ້ອງຂ້າພວກເຂົາ ຂໍພຣະອົງເອົາເຂົ້າຈີ່ ແລະນ້ຳໃຫ້ພວກເຂົາກິນ ແລ້ວປ່ອຍໃຫ້ເຂົາກັບໄປຫາເຈົ້ານາຍຂອງພວກເຂົາສາ” 23 ດັ່ງນັ້ນເຈົ້າຊີວິດຈຶ່ງຈັດງານກິນລ້ຽງອັນຍີ່ງໃຫຍ່ຂຶ້ນ ເມື່ອພວກເຂົາກິນແລະດື່ມສິ້ນສຸດລົງແລ້ວ ພຣະອົງກໍສົ່ງພວກເຂົາຫລົບຄືນເມືອ ຫລັງຈາກທີ່ພວກເຂົາກັບຄືນເມືອຫາເຈົ້າຊີວິດແຫ່ງຊີເຣັຽແລ້ວ ນັບຕັ້ງແຕ່ນັ້ນມາພວກຊີເຣັຽກໍບໍ່ໄດ້ທຳການປຸ້ນຍາດຊິງເອົາເຂດແດນອິສຣາເອນອີກເລີຍ 24 ແລະຢູ່ມາພາຍຫລັງເບນຮາດາດ ພຣະຣາຊາແຫ່ງຊີເຣັຽຊົງຈັດກອງທັບທັງສິ້ນຂອງພຣະອົງ ແລ້ວໄດ້ສະເດັດຂຶ້ນໄປລ້ອມກຸງຊາມາເຣັຽ 25 ມີການອຶດຢາກອາຫານຢ່າງຫນັກໃນຊາມາເຣັຽ ຂນະເມື່ອເຂົາລ້ອມຢູ່ຈົນຫົວລໍໂຕນຶ່ງເຂົາຂາຍກັນເປັນເງິນແປດສິບເຊເກລ ແລະຂີ້ນົກກາງແກ 200 ກຣາມເປັນເງິນຫ້າເຊເກລ 26 ຂນະທີ່ພຣະຣາຊາແຫງອິສຣາເອນຊົງຜ່ານໄປເທິງກຳແພງ ມີຜູ້ຍິງຄົນນຶ່ງຮ້ອງທູນພຣະອົງວ່າ, “ຂ້າແດ່ພຣະອົງເຈົ້ານາຍຂອງຂ້ານ້ອຍ ຂໍຊົງຊ່ອຍ” 27 ພຣະອົງຊົງກ່າວວ່າ, “ຖ້າພຣະເຈົ້າບໍ່ໄດ້ຊົງຊ່ອຍເຈົ້າເຮົາຈະຊ່ອຍເຈົ້າໄດ້ຈາກໃສ ຈາກລານນວດເຂົ້າ ຫລືຈາກບໍ່ຢ່ຳຫມາກອະງຸ່ນຫລື” 28 ແລະເຈົ້າຊີວິດຊົງຖາມນາງວ່າ, “ເຈົ້າມີຄວາມເດືອດຮ້ອນຫຍັງ?” ນາງທູນຕອບວ່າ, “ຍິງຄົນນີ້ບອກຂ້ານ້ອຍວ່າ ເອົາລູກຂອງເຈົ້າມາ ໃຫ້ພວກເຣົາກິນເສັຽວັນນີ້ເຖີດ ແລະພວກເຣົາຈຶ່ງກິນລູກຂອງຂ້ອຍມື້ອື່ນ” 29 ດັ່ງນັ້ນພວກເຮົາຈຶ່ງຕົ້ມລູກຂອງຂ້ານ້ອຍແລະກິນ ແລະຮຸ່ງຂຶ້ນຂ້ານ້ອຍກໍເວົ້າກັບນາງວ່າ, “ເອົາລູກຂອງເຈົ້າມາ ເພື່ອພວກເຮົາຈະໄດ້ກິນເສັຽ ແລະນາງກໍເຊື່ອງລູກຂອງນາງເສັຽ” 30 ແລະເມື່ອເຈົ້າຊີວິດຊົງໄດ້ຍິນຖ້ອຍຄຳຂອງຍິງນັ້ນ ພຣະອົງກໍຈີກເຄື່ອງສລອງພຣະອົງ (ພຣະອົງກຳລັງຍ່າງຢູ່ເທິງກຳແພງ) ປະຊາຊົນກໍໄດ້ເຫັນ ເບິ່ງແມ໋, ພຣະອົງຊົງສລອງພຣະອົງທີ່ທຳດ້ວຍຜ້າກະສອບຢູ່ແນບກາຍ 31 ແລະພຣະອົງກ່າວວ່າ, “ຖ້າຫົວຂອງເອລີຊາບຸດຊາຟັດຍັງຢູ່ເທິງບ່າຂອງເຂົາໃນວັນນີ້ ກໍຂໍພຣະເຈົ້າຊົງລົງໂທດແກ່ເຮົາແລະຍິ່ງຫນັກກວ່າ” 32 ແຕ່ເອລີຊານັ່ງຢູ່ໃນບ້ານຂອງທ່ານ ແລະພວກຜູ້ໃຫຍ່ກໍນັ່ງຢູ່ດ້ວຍ ພຣະຣາຊາຊົງໃຊ້ຄົນມາຈາກຕໍ່ເບື້ອງພຣະພັກພຣະອົງ ແຕ່ກ່ອນທີ່ຜູ້ສົ່ງຂ່າວຈະມາເຖິງ ເອລີຊາກໍເວົ້າກັບພວກຜູ້ໃຫຍ່ວ່າ, “ທ່ານທັງຫລາຍເຫັນຫລືບໍ ທີ່ຜູ້ກະທຳຄາຕກັມຄົນນີ້ໃຊ້ຄົນມາເອົາຫົວຂອງຂ້າພະເຈົ້າ ເບິ່ງດູເມື່ອຜູ້ສົ່ງຂ່າວມາ ຈົ່ງອັດປະຕູ ແລະຍຶດປະຕູໃຫ້ແຫນ້ນ ກັນເຂົາໄວ້ ສຽງບາດຕີນຂອງນາຍຂອງເຂົາຕາມເຂົາມາບໍ່ແມ່ນບໍ?” 33 ຂນະທີ່ທ່ານກຳລັງເວົ້າກັບເຂົາທັງຫລາຍຢູ່ ເບິ່ງແມ໋ ຜູ້ສົ່ງຂ່າວລົງມາຫາທ່ານ ແລະເຈົ້າຊີວິດກ່າວວ່າ, “ເຫດຮ້າຍນີ້ມາຈາກພຣະເຈົ້າ ຂ້າພະເຈົ້າຈະລໍຖ້າພຣະເຈົ້າອີກເຮັດຫຍັງ?”
1 ແຕ່ເອລີຊາທູນວ່າ, “ຂໍຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ “ມື້ອື່ນນີ້ປະມານເວລານີ້ ຍອດແປ້ງຖັງນຶ່ງເຂົາຈະຂາຍກັນນຶ່ງເຊເກລ ແລະເຂົ້າບເລສອງຖັງເຊເກລ ທີ່ປະຕູເມືອງສະມາເຣັຽ” 2 ແລ້ວນາຍທະຫານຄົນສນິດຂອງພຣະຣາຊາຕອບຄົນຂອງພຣະເຈົ້າວ່າ, “ຖ້າວ່າພຣະເຈົ້າສ້າງປະຕູໃນຟ້າສວັນ ສິ່ງນີ້ຈະເປັນຂຶ້ນໄດ້ຫລື” ແຕ່ທ່ານບອກວ່າ “ທ່ານຈະເຫັນກັບຕາຂອງທ່ານເອງ ແຕ່ຈະບໍ່ໄດ້ກິນ” 3 ມີຄົນໂຣກເຮື້ອນສີ່ຄົນຢູ່ທີ່ທາງເຂົ້າປະຕູເມືອງ ເຂົາເວົ້າກັນວ່າ, “ເປັນຫຍັງເຮົາຈະນັ່ງຢູ່ບ່ອນນີ້ຈົນຕາຍ 4 ຖ້າເຮົາວ່າ “ໃຫ້ເຮົາເຂົ້າໄປໃນເມືອງ ການອຶດຢາກກໍຢູ່ໃນເມືອງ ແລະເຣົາກໍຈະຕາຍທີ່ນັ້ນ ແລະຖ້າເຮົານັ່ງທີ່ນີ້ເຮົາກໍຕາຍເຫມືອນກັນ ສັນນັ້ນຈົ່ງມາເຖີດ ໃຫ້ເຮົາເຂົ້າໄປໃນຄ້າຍຂອງຄົນຊີເຣັຽ ຖ້າກເຂົາໄວ້ຊີວິດຂອງເຮົາ ເຮົາກໍຈະລອດຕາຍ ຖ້າເຂົາຂ້າເຮົາ ກໍໄດ້ແຕ່ຕາຍເທົ່ານັ້ນເອງ” 5 ດັ່ງນັ້ນເຂົາຈຶ່ງລຸກຂຶ້ນໃນເວລາໃກ້ຈະຄ່ຳເພື່ອຈະໄປຍັງຄ້າຍຂອງຄົນຊີເຣັຽ ແຕ່ເມື່ອເຂົາໄປເຖິງຄ້າຍຂອງຄົນຊີເຣັຽ ເບິ່ງແມ໋ ບໍ່ມີໃຜຈັກຄົນຢູ່ທີ່ນັ້ນ 6 ເພາະພຣະຜູ້ເປັນເຈົ້າໄດ້ຊົງກະທໍາໃຫ້ກອງທັບຂອງຄົນຊີເຣັຽໄດ້ຍິນສຽງຣົດຮົບ ສຽງມ້າ ແລະສຽງກອງທັບໃຫຍ່ ເຂົາຈຶ່ງເວົ້າກັນແລະກັນວ່າ, “ເບິ່ງແມ໋, ເຈົ້າຊີວິດແຫ່ງອິສຣາເອນໄດ້ຈ້າງບັນດາເຈົ້າຊີວິດແຫ່ງຄົນຮິດຕີ ແລະບັນດາເຈົ້າຊີວິດແຫ່ງເອຢິບມາຮົບເຮົາແລ້ວ” 7 ເຂົາຈຶ່ງລຸກຂຶ້ນຫນີໄປໃນເວລາຄ່ຳ ແລະປະເຕັນ ມ້າແລະລໍຂອງເຂົາ ປະເຕັນໄວ້ຢ່າງນັ້ນເອງ ແລະຫນີໄປເອົາຊີວິດລອດ 8 ແລະເມື່ອຄົນໂຣກເຮື້ອນເຫລົ່ານີ້ມາເຖິງຄ້າຍ ເຂົາກໍເຂົ້າໄປໃນເຕັນ ທັງກິນແລະດື່ມ ແລະຂົນເງິນ ທອງຄຳແລະເຄື່ອງນຸ່ງເອົາໄປເຊື່ອງໄວ້ ແລ້ວເຂົາກໍກັບມາເຂົ້າໄປໃນເຕັນອື່ນອີກ ຂົນເອົາເຄື່ອງຂອງອອກໄປຈາກທີ່ນັ້ນດ້ວຍເອົາໄປເຊື່ອງໄວ້ 9 ແລະເຂົາເວົ້າກັນແລະກັນວ່າ, “ເຮົາເຮັດບໍ່ຖືກເສັຽແລ້ວ ວັນນີ້ເປັນວັນຂ່າວດີ ຖ້າເຮົາງຽບຢູ່ ແລະຄອຍຈົນເຖິງມື້ເຊົ້າໂທດຈະຕົກຢູ່ກັບເຮົາ ເຫດສັນນັ້ນມາເຖີດ ໃຫ້ເຮົາໄປບອກຍັງສຳນັກພຣະຣາຊວັງ” 10 ເຂົາຈຶ່ງເອີ້ນນາຍປະຕູເມືອງ ແລະບອກເຣື່ອງຣາວແກ່ເຂົາວ່າ, “ເຮົາມາຍັງຄ້າຍຂອງຄົນຊີເຣັຽ ແລະເບິ່ງແມ໋ ເຮົາບໍ່ເຫັນໃຜ ແລະບໍ່ໄດ້ຍິນສຽງຜູ້ໃດຢູ່ທີ່ນັ້ນ ມີແຕ່ມ້າຜູກຢູ່ແລະລໍຜູກຢູ່ ແລະເຕັນຕັ້ງຢູ່ຢ່າງນັ້ນເອງ” 11 ແລ້ວນາຍປະຕູກໍເອີ້ນບອກໄປ ແລະເຂົາກໍບອກກັນໄປເຖິງສຳນັກພຣະຣາຊວັງ 12 ພຣະຣາຊາກໍຊົງຕື່ນບັນທົມໃນກາງຄືນ ແລະກ່າວກັບຂ້າຣາຊການວ່າ, “ເຮົາຈະບອກໃຫ້ວ່າຄົນຊີເຣັຽຕຽມສູ້ຮົບເຮົາຢ່າງໃດ ເຂົາທັງຫລາຍຮູ້ຢູ່ວ່າເຮົາຫິວ ເຂົາຈຶ່ງອອກໄປລີ້ຊ່ອນຕົວຢູ່ນອກຄ້າຍທີ່ກາງທົ່ງຄິດວ່າ “ເມື່ອເຂົາອອກມາຈາກໃນເມືອງເຮົາຈະຈັບເຂົາທັງເປັນ ແລ້ວຈະເຂົ້າໄປໃນເມືອງ” 13 ແລະຂ້າຣາຊການຄົນນຶ່ງທູນວ່າ, “ຂໍຮັບສັ່ງໃຫ້ຄົນເອົາມ້າທີ່ເຫລືອຢູ່ໃນເມືອງຈັກຫ້າໂຕ (ບາງທີ່ມ້າເຫລົ່ານັ້ນຈະຍັງເປັນຢູ່ ຢ່າງຄົນອິສຣາເອນທີ່ເຫລືອຢູ່ໃນເມືອງ ຫລືຈະເປັນຢ່າງຄົນອິສຣາເອນທີ່ໄດ້ພິນາດແລ້ວກໍຊ່າງເຖີດ) ຂໍໃຫ້ເຮົາສົ່ງຄົນໄປເບິ່ງ” 14 ເຂົາຈຶ່ງເອົາຣົດຮົບສອງຄັນພ້ອມກັບມ້າ ແລະເຈົ້າຊີວິດຊົງສົ່ງໃຫ້ໄປຕິດຕາມກອງທັບຂອງຄົນຊີເຣັຽ ກ່າວວ່າ, “ຈົ່ງໄປເບິ່ງ” 15 ເຂົາທັງຫລາຍຈຶ່ງຕິດຕາມໄປຈົນເຖິງແມ່ນ້ຳຈໍແດນ ຕລອດທາງມີເຄື່ອງນຸ່ງແລະເຄື່ອງໃຊ້ ຊຶ່ງຄົນຊີເຣັຽປະເມື່ອເຂົາຟ້າວຫນີໄປ ຜູ້ສົ່ງຂ່າວກໍກັບມາທູນກະສັດ 16 ແລ້ວປະຊາຊົນກໍຍົກອອກໄປປຸ້ນຄ້າຍຂອງຄົນຊີເຣັຽ ຍອດແປ້ງຈຶ່ງຂາຍກັນຖັງລະເຊເກລ ແລະເຂົ້າບເລສອງຖັງຕໍ່ເຊເກລ ຕາມພຣະຄຳຂອງພຣະຜູ້ເປັນເຈົ້າ 17 ຝ່າຍພຣະຣາຊາຊົງແຕ່ງຕັ້ງນາຍທະຫານຄົນສນິດໃຫ້ເປັນນາຍປະຕູ ແລະປະຊາຊົນກໍຢຽບເທິງເຂົາໄປທີ່ປະຕູເມືອງ ເຂົາຈຶ່ງສິ້ນຊີວິດຕາມຊຶ່ງຄົນຂອງພຣະເຈົ້າໄດ້ກ່າວໄວ້ໃນວັນເມື່ອເຈົ້າຊີວິດສະເດັດລົງມາຫາທ່ານ 18 ແລະເປັນໄປຕາມທີ່ຄົນແຫ່ງພຣະເຈົ້າໄດ້ທູນເຈົ້າຊີວິດວ່າ, “ເຂົ້າບເລສອງຖັງຂາຍນຶ່ງເຊເກລ ແລະຍອດແປ້ງນຶ່ງຖັງນື່ງເຊເກລປະມານເວລານີ້ໃນມື້ອື່ນທີ່ປະຕູເມືອງມາເຣັຽ” 19 ແລະນາຍທະຫານຄົນສນິດກໍໄດ້ຕອບຄົນແຫ່ງພຣະເຈົ້າວ່າ, “ຖ້າວ່າພຣະເຈົ້າຊົງສ້າງຫນ້າຕ່າງໃນຟ້າສວັນ ສິ່ງນີ້ຈະເປັນຂຶ້ນໄດ້ຫລື” ແລະທ່ານໄດ້ຕອບວ່າ, “ທ່ານຈະເຫັນກັບຕາຂອງທ່ານເອງ ແຕ່ຈະບໍ່ໄດ້ກິນ” 20 ແລະຢູ່ມາກໍບັງເກີດເປັນດັ່ງນັ້ນແກ່ເຂົາ ເພາະປະຊາຊົນຢຽບເທິງເຂົາໄປທີ່ປະຕູເມືອງແລະເຂົາກໍໄດ້ສິ້ນຊີວິດ
ຍິງຊາວຊູເນມໄດ້ທີ່ດິນກັບຄືນ
1 ຝ່າຍເອລີຊາໄດ້ບອກຍິງຄົນທີ່ທ່ານໄດ້ໃຫ້ບຸດຂອງນາງກັບຄືນຊີວິດມາວ່າ, “ຈົ່ງລຸກຂຶ້ນແລະອອກໄປທັງຄົວເຮືອນຂອງເຈົ້າ ໄປອາໄສຢູ່ທີ່ໃດຊຶ່ງເຈົ້າຈະອາໄສຢູ່ໄດ້ ເພາະພຣະຜູ້ເປັນເຈົ້າຊົງເອີ້ນໃຫ້ເກີດການອຶດຢາກອາຫານ ແລະຈະເປັນແກ່ແຜ່ນດິນນີ້ເຈັດປີ” 2 ຍິງຄົນນັ້ນກໍລຸກຂຶ້ນກະທຳຕາມຖ້ອຍຄຳຂອງຄົນຂອງພຣະເຈົ້າ ນາງຍົກອອກໄປທັງຄົວເຮືອນຂອງນາງໄປອາໄສຢູ່ໃນແຜ່ນດິນຟີລິສຕີນເຈັດປີ 3 ແລະຢູ່ມາເມື່ອຮອດເຈັດປີແລ້ວຍິງຄົນນັ້ນກໍກັບມາຈາກແຜ່ນດິນຟີລິສຕີນ ແລະໄດ້ອອກໄປທູນອຸທອນຕໍ່ເຈົ້າຊີວິດເພື່ອຂໍບ້ານແລະທີ່ດິນຂອງນາງຄືນ 4 ຝ່າຍເຈົ້າຊີວິດກຳລັງກ່າວກັບເກຮາຊີຄົນໃຊ້ຂອງຄົນແຫ່ງພຣະເຈົ້າຢູ່ວ່າ, “ຈົ່ງບອກເຮົາເຖິງບັນດາການອັດສະຈັນທີ່ເອລີຊາໄດ້ກະທຳ” 5 ແລະຢູ່ມາ ເມື່ອເຂົາກຳລັງທູນກະສັດເຖິງເຣື່ອງທີ່ເອລີຊາໄດ້ເອີ້ນຊີວິດຂອງເດັກນັ້ນກັບຄືນມາ ເບິ່ງແມ໋, ຜູ້ຍິງຄົນທີ່ທ່ານໄດ້ໃຫ້ບຸດກັບຄືນຊີວິດມາໄດ້ອຸທອນຕໍ່ເຈົ້າຊີວິດ ເພື່ອຂໍບ້ານແລະທີ່ດິນຂອງນາງຄືນ ແລະເກຮາຊີທູນວ່າ, “ຂ້າແດ່ພຣະຣາຊາເຈົ້ານາຍຂອງຂ້ານ້ອຍ ນີ້ເປັນນາງຄົນນັ້ນ ແລະຄົນນີ້ແຫລະເປັນບຸດຂອງນາງຊຶ່ງເອລີຊາໄດ້ໃຫ້ກັບຄືນຊີວິດມາ” 6 ແລະເມື່ອເຈົ້າຊີວິດກ່າວຖາມຍິງຄົນນັ້ນນາງກໍທູນເຣື່ອງຖວາຍພຣະອົງ ເຈົ້າຊີວິດຈຶ່ງຊົງຕັ້ງເຈົ້າຫນ້າທີ່ຄົນນຶ່ງໃຫ້ແກ່ນາງຮັບສັ່ງວ່າ, “ຈົ່ງຈັດການຄືນທຸກສິ່ງທີ່ເປັນຂອງນາງ ພ້ອມທັງພືດຜົນຂອງນານັ້ນ ຕັ້ງແຕ່ວັນທີ່ນາງອອກຈາກແຜ່ນດິນມາຈົນເຖິງບັດນີ້” 7 ຝ່າຍເອລີຊາມາຍັງດາມັສກັສ ເບນຮາດາດເຈົ້າຊີວິດແຫ່ງຊີເຣັຽຊົງປະຊວນ ແລະເມື່ອມີຄົນທູນວ່າ, “ຄົນແຫ່ງພຣະເຈົ້າມາທີ່ນີ້” 8 ເຈົ້າຊີວິດກ່າວກັບຮາຊາເອນວ່າ, “ຈົ່ງນຳຂອງຂວັນໄປພົບຄົນແຫ່ງພຣະເຈົ້າ ໃຫ້ທູນຖາມພຣະເຈົ້າໂດຍທ່ານວ່າ ຂ້າພະເຈົ້າຈະຫາຍປ່ວຍຫລືບໍ?” 9 ຮາຊາເອນຈຶ່ງໄປພົບທ່ານນຳຂອງຂວັນໄປນຳ ຄືສີນຄ້າທຸກຢ່າງຂອງເມືອງດາມັສກັສບັນທຸກໃສ່ຫລັງອູດສີ່ສິບໂຕ ເມື່ອເຂົາມາຢືນຕໍ່ຫນ້າທ່ານເຂົາກ່າວວ່າ, “ບຸດຂອງທ່ານຄື ເບນຮາດາດເຈົ້າຊີວິດແຫ່ງຊີເຣັຽໄດ້ຊົງໃຊ້ຂ້າພະເຈົ້າມາຫາທ່ານກ່າວວວ່າ “ຂ້າພະເຈົ້າຈະຫາຍປ່ວຍຫລືບໍ?” 10 ແລະເອລີຊາຕອບເຂົາວ່າ, “ຈົ່ງໄປທູນເຈົ້າຊີວິດວ່າ “ພຣະອົງຈະຊົງຫາຍປະຊວນແນ່ນອນ” ແຕ່ພຣະຜູ້ເປັນເຈົ້າຊົງສຳແດງແກ່ຂ້າພະເຈົ້າວ່າ ພຣະອົງຈະສິ້ນພຣະຊົນ“ 11 ແລະທ່ານກໍຈ້ອງເບິ່ງຕົວເຂົາຈົນອາຍ ແລະຄົນແຫ່ງພຣະເຈົ້າກໍຮ້ອງໄຫ້ 12 ແລະຮາຊາເອນຖາມວ່າ, “ເຫດໃດເຈົ້ານາຍຂອງຂ້າພະເຈົ້າຈຶ່ງຮ້ອງໄຫ້” ທ່ານຕອບວ່າ, “ເພາະຂ້າພະເຈົ້າຊາບເຖິງເຫດຮ້າຍ ຊຶ່ງທ່ານຈະກະທຳຕໍ່ປະຊາຊົນອິສຣາເອນທ່ານຈະເອົາໄຟເຜົາປ້ອມປ້ອງກັນເມືອງຂອງເຂົາເສັຽ ແລະທ່ານຈະຂ້າຄົນຫນຸ່ມໆເສັຽດ້ວຍດາບ ແລະຕີເດັກນ້ອຍໆໃຫ້ເຖິງຕາຍ ແລະຜ່າທ້ອງພວກແມ່ມານ” 13 ແລະຮາຊາເອນຕອບວ່າ, “ຜູ້ຮັບໃຊ້ຂອງທ່ານຜູ້ເປັນແຕ່ພຽງຫມາເປັນໃຜ ຈຶ່ງຈະກະທຳສິ່ງໃຫຍ່ໂຕນີ້” ເອລີຊາຕອບວ່າ, “ພຣະຜູ້ເປັນເຈົ້າສຳແດງແກ່ຂ້າພະເຈົ້າວ່າ ທ່ນຈະເປັນກະສັດປົກຄອງປະເທດຊີເຣັຽ” 14 ແລະເຂົາກໍໄປຈາກເອລີຊາມາຍັງນາຍຂອງຕົນ ຜູ້ຊຶ່ງຖາມເຂົາວ່າ, “ເອລີຊາວ່າຢ່າງໃດກັບເຈົ້າແດ່?” ແລະເຂົາທູນຕອບວ່າ, “ເຂົາບອກຂ້ານ້ອຍວ່າພຣະອົງຈະຫາຍປະຊວນແນ່ນອນ” 15 ແລະຢູ່ມາວັນຮຸ່ງເຊົ້າເຂົາກໍເອົາຜ້າປູນອນຈຸ່ມນ້ຳຄຸມພຣະພັກພຣະອົງໄວ້ ຈົນພຣະອົງສິ້ນພຣະຊົນ ແລະຮາຊາເອນກໍຂຶ້ນປົກຄອງ
ຣັຊການເຢໂຮຣາມກະສັດແຫ່ງຢູດາ
16 ໃນປີທີ່ຫ້າແຫ່ງເຢໂຮຣາມ ໂອຣົດອາຮາບເຈົ້າຊີວິດຂອງອິສຣາເອນ ເຢໂຮຣາມໂອຣົດເຢໂຮຊາຟັດເຈົ້າຊີວິດຂອງຢູດາໄດ້ຊົງເລີ້ມປົກຄອງ 17 ເມື່ອພຣະອົງຊົງເລີ້ມປົກຄອງນັ້ນມີອາຍຸສາມສິບສອງປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມແປດປີ 18 ແລະພຣະອົງຊົງດຳເນີນຕາມມັນຄາຂອງບັນດາພຣະຣາຊາແຫ່ງອິສຣາເອນຕາມຢ່າງທີ່ຣາຊວົງອາຮາບກະທຳ ເພາະວ່າທິດາຂອງອາຮາບເປັນມະເຫສີຂອງພຣະອົງ ແລະພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ 19 ແຕ່ພຣະຜູ້ເປັນເຈົ້າຈະບໍ່ຊົງທຳລາຍຢູດາ ເພາະຊົງເຫັນແກ່ດາວິດຜູ້ຮັບໃຊ້ຂອງພຣະອົງ ເຫດທີ່ ພຣະອົງໄດ້ກ່າວສັນຍາວ່າ ຈະຊົງປະທານປະທີບແກ່ດາວິດ ແລະແກ່ຣາຊໂອຣົດຂອງພຣະອົງສືບຕໍ່ໄປ 20 ໃນຣັຊການຂອງພຣະອົງເອໂດມໄດ້ກະບົດອອກຈາກການປົກຄອງຂອງຢູດາ ແລະຕັ້ງກະສັດຂຶ້ນເຫນືອຕົນ 21 ແລ້ວເຢໂຮຣາມກໍສະເດັດພ້ອມກັບຣົດຮົບຂອງພຣະອົງຜ່ານໄປເຖິງຊາອີຣ໌ ພໍກາງຄືນກໍລຸກຂຶ້ນ ພຣະອົງແລະຜູ້ບັນຊາການຣົດຮົບຂອງພຣະອົງກໍໂຈມຕີຄົນເອໂດມຊຶ່ງມາລ້ອມພຣະອົງນັ້ນ ແຕ່ກອງທັບຂອງພຣະອົງໄດ້ຫນີກັບບ້ານເສັຽ 22 ເອໂດມຈຶ່ງໄດ້ກະບົດອອກຈາກຢູດາຈົນທຸກວັນນີ້ ແລ້ວລິບນາກໍໄດ້ກະບົດໃນຄາວດຽວກັນ 23 ສ່ວນພຣະຣາຊກິຈນອກນັ້ນຂອງເຢໂຮຣາມ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື 24 ເຢໂຮຣາມຈຶ່ງຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງໄວ້ກັບບັນພະບຸຣຸດຂອງພຣະອົງໃນນະຄອນດາວິດ ແລະອາຮາຊີຢາໂອຣົດຂອງພຣະອົງໄດ້ຂຶ້ນຄອງແທນ
ຣັຊການອາຮາຊີຢາກະສັດແຫ່ງຢູດາ
25 ໃນປີທີ່ສິບສອງແຫ່ງຣັຊການໂຢຣາມໂອຣົດຂອງອາຮາບເຈົ້າຊີວິດແຫ່ງອິສຣາເອນ ອາຮາຊີຢາໂອຣົດເຢໂຮຣາມເຈົ້າຊີວິດແຫ່ງຢູດາໄດ້ຊົງເລີ້ມປົກຄອງ 26 ເມື່ອອາຮາຊີຢາຊົງເລີ້ມປົກຄອງນັ້ນມີອາຍຸສິບສອງປີ ແລະຊົງປົກຄອງໃນເຢຣູຊາເລັມນຶ່ງປີ ພຣະມານດາຂອງພຣະອົງຊົງພຣະນາມອາທາລິຢາ ພຣະນາງເປັນພຣະນັດດາ(ຫລານສາວ)ຂອງອົມຣີພຣະຣາຊາແຫ່ງອິສຣາເອນ 27 ພຣະອົງຊົງດຳເນີນຕາມຣາຊວົງຂອງອາຮາບດ້ວຍ ແລະຊົງກະທຳສິ່ງທີ່ຊົ່ວໃນສາຍພຣະເນດພຣະຜູ້ເປັນເຈົ້າ ດັ່ງທີ່ຣາຊວົງຂອງອາຮາບໄດ້ກະທຳເພາະຊົງເປັນຣາຊໂອຣົດເຂີຍໃນຣາຊວົງຂອງອາຮາບ 28 ພຣະອົງສະເດັດກັບໂຢຣາມໂອຣົດຂອງອາຮາບເພື່ອທຳສົງຄາມກັບຮາຊາເອນເຈົ້າຊີວິດແຫ່ງຊີເຣັຽທີ່ຣາໂມທກິເລອາດ ແລະຄົນຊີເຣັຽກະທຳໃຫ້ໂຢຣາມບາດເຈັບ 29 ແລະເຈົ້າຊີວິດໂຢຣາມໄດ້ກັບມາຮັກສາພຣະອົງທີ່ຍິສມາເອນໃຫ້ຫາຍບາດເຈັບຈາກທີ່ຄົນຊີເຣັຽໄດ້ກະທຳແກ່ພຣະອົງທີ່ຣາມາ ເມື່ອພຣະອົງຊົງສູ້ກັບຮາຊາເອນເຈົ້າຊີວິດແຫ່ງຊີເຣັຽ ແລະອາຮາຊີຢາໂອຣົດຂອງເຢໂຮຣາມເຈົ້າຊີວິດແຫ່ງຢູດາໄດ້ສະເດັດລົງໄປຫາໂຢຣາມໂອຣົດຂອງອາຮັບໃນຍິສມາເອນເພາະວ່າພຣະອົງຊົງປະຊວນ
ເຢຣູຮັບການເຈີມເປັນກະສັດຂອງອິສຣາເອນ
1 ແລ້ວເອລີຊາຜູ້ປະກາດພຣະທັມໄດ້ເອີ້ນພວກຜູ້ປະກາດພຣະທັມມາຄົນນຶ່ງແລະເວົ້າກັບເຂົາວ່າ, “ຈົ່ງຄາດແອວຂອງເຈົ້າໄວ້ ຖືນ້ຳມັນຂວດນີ້ໄປທີ່ຣາໂມທກິເລອາດ 2 ແລະເມື່ອເຈົ້າໄປເຖິງແລ້ວ ຈົ່ງມອງເບິ່ງເຢຮູ ບຸດເຢໂຮຊາຟັດບຸດນິມຊີ ຈົ່ງເຂົ້າໄປຫາເຂົາ ໃຫ້ລຸກຂຶ້ນຈາກຫມູ່ພວກເພື່ອນໆ ແລະນຳເຂົາເຂົ້າໄປໃນຫ້ອງຂ້າງໃນ 3 ແລ້ວຈົ່ງເອົານ້ຳມັນໃນຂວດເທລົງເທິງຫົວຂອງເຂົາ ແລະກ່າວວ່າ “ພຣະຜູ້ເປັນເຈົ້າຊົ່ງກ່າວດັ່ງນີ້ວ່າ ເຮົາຊະໂລມຫົດສົງໃຫ້ເຈົ້າເປັນກະສັດເຫນືອອິສຣາເອນ” ແລ້ວຈົ່ງເປີດປະຕູອອກຫນີໄປຢ່າລໍຊ້າຢູ່” 4 ຄົນຫນຸ່ມນັ້ນຄືຄົນຫນຸ່ມທີ່ເປັນຜູ້ປະກາດພຣະທັມຈຶ່ງໄປຍັງຣາໂມທກິເລອາດ 5 ແລະເມື່ອເຂົາມາເຖິງ ບັນດາຜູ້ບັງຄັບບັນຊາທະຫານກຳລັງປະຊຸມກັນຢູ່ ແລະເຂົາກ່າວວ່າ, “ຂ້າແຕ່ທ່ານຜູ້ບັນຊາການ ຂ້າພະເຈົ້າມີວຽກດ່ວນມາເຖິງທ່ານ” ແລະເຢຮູເວົ້າວ່າ, “ມາຫາຄົນໃດໃນພວກເຣົາ” ແລະເຂົາເວົ້າວ່າ, “ຂ້ານ້ອຍ ມາຫາທ່ານ” 6 ທ່ານກໍລຸກຂຶ້ນເຂົ້າໄປໃນເຮືອນ ແລະຄົນຫນຸ່ມນັ້ນກໍເທນ້ຳມັນເທິງຫົວຂອງທ່ານ ເວົ້າວ່າ, “ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເຮົາຫົດສົງຕັ້ງເຈົ້າໄວ້ເປັນກະສັດເຫນືອປະຊາກອນຂອງພຣະຜູ້ເປັນເຈົ້າຄືເຫນືອອິສຣາເອນ 7 ແລະເຈົ້າຈົ່ງໂຄ່ນລົ້ມຣາຊວົງຂອງອາຮາບນາຍຂອງເຈົ້າ ເພື່ອເຮົາຈະໄດ້ຈັດການສນອງເຢເຊເບນ ເພາະໂລຫິດຂອງບັນດາຜູ້ປະກາດພຣະທັມຜູ້ຮັບໃຊ້ຂອງເຮົາ ແລະເພາະໂລຫິດຂອງບັນດາຜູ້ຮັບໃຊ້ທັງສິ້ນຂອງພຣະຜູ້ເປັນເຈົ້າ 8 ເພາະວ່າຣາຊວົງອາຮາບທັງຫມົດຈະຕ້ອງພິນາດ ແລະເຮົາຈະຕັດຜູ້ຊາຍທຸກຄົນບໍ່ວ່າທາດຫລືອິສຣະທົ່ວໄປໃນອິສຣາເອນອອກເສັຽຈາກອາຮາບ 9 ແລະເຮົາຈະກະທຳຣາຊວົງຂອງອາຮາບໃຫ້ເຫມືອນຣາຊວົງຂອງເຢໂຣໂບອາມບຸດເນບັດ ແລະເຫມືອນຣາຊວົງຂອງບາອາຊາບຸດອາຮິຢາ 10 ແລະຫມາຈະກິນເຢເຊເບນໃນທີ່ດິນສ່ວນພຣະອົງໃນຍິສມາເອນ ແລະຈະບໍ່ມີຜູ້ໃດຝັງສົບພຣະນາງ”ແລ້ວເຂົາກໍເປີດປະຕູຫນີໄປ 11 ເມື່ອເຢຮູອອກມາສູ່ພວກຂ້າຣາຊການຂອງເຈົ້ານາຍຂອງທ່ານ ເຂົາທັງຫລາຍເວົ້າກັບທ່ານວ່າ, “ທຸກຢ່າງຮຽບຮ້ອຍດີຫລື ເປັນຫຍັງຄົນບ້າຄົນນີ້ຈຶ່ງມາຫາທ່ານ” ທ່ານເວົ້າກັບເຂົາທັງຫລາຍວ່າ, “ທ່ານທັງຫລາຍຮູ້ຈັກຊາຍຄົນນັ້ນແລະພວກທ່ານຮູ້ດີວ່າເຂົາຢາກໄດ້ຫຍັງ?” 12 ແລະເຂົາທັງຫລາຍວ່າ, “ນັ້ນບໍ່ເປັນຄວາມຈິງ ຂໍບອກເຮົາມາເຖີດ” ແລະທ່ານວ່າ, “ເຂົາເວົ້າຢ່າງນີ້ກັບຂ້າພະເຈົ້າວ່າ “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າເຮົາຫົດສົງຕັ້ງເຈົ້າໃຫ້ເປັນກະສັດເຫນືອອິສຣາເອນ” 13 ແລ້ວທຸກຄົນກໍຟ້າວແກ້ເສື້ອຜ້າຂອງຕົນອອກ ວາງໄວ້ຮອງທ່ານທີ່ຂັ້ນບັນໄດຊຶ່ງແປນຢູ່ ແລະເຂົາທັງຫລາຍເປົ່າເຂົາສັດ ແລະປ່າວຮ້ອງວ່າ, “ເຢຮູເປັນກະສັດ”
ເຢຮູຊົງປະຫານໂຢຣາມ
14 ດັ່ງນີ້ແຫລະ, ເຢຮູບຸດເຢໂຮຊາຟັດ ບຸດນິມຊີໄດ້ຮ່ວມກັນຄິດກະບົດຕໍ່ໂຢຣາມ (ຝ່າຍໂຢຣາມພ້ອມກັບອິສຣເອນທັງປວງຍັງລະວັງປ້ອງກັນຮາຊາເອນກະສັດແຫ່ງຊີເຣັຽຢູ່ທີ່ຮາໂມທກິເລອາດ 15 ແຕ່ເຈົ້າຊີວິດໂຢຣາມຊົງກັບໄປຣັກສາພຣະອົງທີ່ຍິສມາເອນ ເພາະບາດແຜຊຶ່ງຄົນຊີເຣັຽໄດ້ກະທຳແກ່ພຣະອົງ ເມື່ອພຣະອົງຊົງສູ້ຮົບກັບຮາຊາເອນເຈົ້າຊີວິດແຫ່ງຊີເຣັຽ) ເຢຮູຈຶ່ງກ່າວວ່າ, “ຖ້ານີ້ເປັນຄວາມປະສົງຂອງທ່ານທັງຫລາຍ ກໍຂໍຢ່າໃຫ້ຄົນນຶ່ງຄົນໃດລັກລອບຫນີອອກຈາກເມືອງເພື່ອບອກຂ່າວທີ່ຍິສມາເອນ” 16 ແລ້ວເຢຣູກໍສະເດັດຊົງຣົດຮົບ ແລະສະເດັດໄປຍັງຍິສມາເອນ ເພາະໂຢຣາມບັນທົມທີ່ນັ້ນ ແລະອາຮາຊີຢາເຈົ້າຊີວິດຢູດາໄດ້ສະເດັດລົງມາຢ້ຽມໂຢຣາມ 17 ຝ່າຍທະຫານຍາມຢືນຢູ່ເທິງຫໍຄອຍທີ່ຍິສມາເອນ ເຂົາຫລຽວເຫັນພວກຂອງເຢຮູມາຈຶ່ງເວົ້າວ່າ, “ຂ້າພະເຈົ້າເຫັນຄົນພວກນຶ່ງ” ໂຢຣາມຈຶ່ງກ່າວວ່າ, “ຈົ່ງໃຊ້ໃຫ້ພົນມ້າໄປພົບທ່ານ ແລະເວົ້າວ່າ “ມາຢ່າງສັນຕິຫລື” 18 ຄົນນັ້ນຈຶ່ງຂຶ້ນມ້າໄປພົບທ່ານ ແລະເວົ້າວ່າ, “ພຣະຣາຊາກ່າວດັ່ງນີ້ວ່າ ມາຢ່າງສັນຕິຫລື” ແລະເຢຮູຕອບວ່າ, “ທ່ານກ່ຽວຂ້ອງຫຍັງກັບສັນຕິ ຈົ່ງລ້ຽວກັບຕາມເຮົາມາ” ແລະທະຫານຍາມກໍຣາຍງານວ່າ, “ຜູ້ສົ່ງຂ່າວໄປເຖິງເຂົາແລ້ວ ແຕ່ເຂົາບໍ່ກັບມາ” 19 ພຣະອົງຈຶ່ງຮັບສັ່ງໃຊ້ພົນມ້າຄົນທີ່ສອງອອກໄປ ຜູ້ນັ້ນມາເຖິງເຂົາແລ້ວກໍເວົ້າວ່າ, “ພຣະຣາຊາກ່າວດັ່ງນີ້ວ່າ “ຢ່າງສັນຕິຫລື” ແລະເຢຮູຕອບວ່າ, “ທ່ານກ່ຽວຂ້ອງຫຍັງກັບສັນຕິ ຈົ່ງລ້ຽວກັບຕາມເຮົາມາ” 20 ທະຫານຍາມກໍຣາຍງານອີກວ່າ, “ເຂົາໄປເຖິງແລ້ວແຕ່ເຂົາກໍບໍ່ກັບມາ ແລະການຂັບຣົດນັ້ນກໍເຫມືອນກັບການຂັບຣົດຂອງເຢຮູບຸດນິມຊີ ເພາະເຂົາຂັບໄວທີ່ສຸດ” 21 ໂຢຣາມເວົ້າວ່າ, “ຈົ່ງຕຽມພ້ອມ” ແລະເຂົາກໍຈັດຣົດຮົບຂອງພຣະອົງໃຫ້ພ້ອມໄວ້ ແລ້ວໂຢຣາມເຈົ້າຊີວິດແຫ່ງອິສຣາເອນ ແລະອາຮາຊີຢາເຈົ້າ ຊີວິດແຫ່ງຢູດາກໍສະເດັດອອກໄປ ຕ່າງກໍຊົງຣົດຮົບຂອງພຣະອົງເອງ ຊົງອອກໄປປະທະກັບເຢຮູ ມາພົບກັນເຂົ້າໃນທີ່ດິນຕອນນຶ່ງຂອງນາໂບທຊາວຍິສມາເອນ 22 ເມື່ອໂຢຣາມເຫັນເຢຮູແລ້ວຈຶ່ງເວົ້າວ່າ, “ເຢຮູ ຢ່າງສັນຕິຫລື” ເຢຮູຕອບວ່າ, “ຈະສັນຕິໄດ້ຢ່າງໃດ ເມື່ອການຫລີ້ນຊູ້ແລະວິທະຍາຄົມຂອງເຢເຊເບນມານດາຂອງທ່ານຍັງມີຢູ່ຫລາຍເຊັ່ນນີ້” 23 ແລ້ວໂຢຣາມຊົງລ້ຽວຣົດຮົບຫັນກັບໄປ ທັງຮັບສັ່ງກັບອາຮາຊີຢາວ່າ, “ຂ້າແຕ່ອາຮາຊີຢາ ເຂົາຮ່ວມກັນຄິດກະບົດ” 24 ແລະເຢຮູໂກ່ງທະນູດ້ວຍສຸດກຳລັງ ແລະລູກທະນູຖືກກາງຫລັງຂອງໂຢຣາມແທງຊອດຫົວໃຈຂອງພຣະອົງ ພຣະອົງກໍຊົງລົ້ມລົງໃນຣົດຮົບຂອງພຣະອົງ 25 ເຢຮູເວົ້າກັບບິດກາຣ໌ ນາຍທະຫານຄົນສນິດຂອງພຣະອົງວ່າ, “ຈົ່ງຍົກສົບເຂົາຂຶ້ນແລະໂຍນຖິ້ມລົງໄປໃນທີ່ດິນຂອງນາໂບທ ຊາວຍິສມາເອນ ຈື່ໄວ້ວ່າ ເມື່ອເຣົາແລະທ່ານຂີ່ມ້າຄຽງກັນມາຕາມອາຮັບບິດາຂອງເຂົາໄປ ພຣະຜູ້ເປັນເຈົ້າຊົງກ່າວໂທດເຂົາດັ່ງນີ້ວ່າ 26 “ເຮົາໄດ້ເຫັນໂລຫິດຂອງນາໂບທແລະໂລຫິດຂອງລູກຫລານຂອງເຂົາມື້ວານນີ້ ເຮົາຈຶ່ງສັນຍາວາຈະລົງໂທດເຈົ້າໃນທົ່ງນາບ່ອນດຽວກັນນີ້ ສະນັ້ນຈົ່ງຍົກເຂົາຂຶ້ນຖິ້ມໄວ້ເທິງທີ່ດິນຕອນນີ້ແຫລະຕາມພຣະຄຳຂອງພຣະຜູ້ເປັນເຈົ້າ”
ເຢຮູປະຫານອາຮາຊີຢາ
27 ເມື່ອອາຮາຊີຢາເຈົ້າຊີວິດແຫ່ງຢູດາເຫັນດັ່ງນັ້ນ ພຣະອົງຊົງຫນີໄປໃນທິດເມືອງເບທຮັກການ ແລະເຢຮູກໍຕິດຕາມພຣະອົງໄປກ່າວວ່າ, “ຈົ່ງຍິງທ່ານໃນຣົດຮົບດ້ວຍ” ແລະເຂົາທັງຫລາຍໄດ້ຍິງພຣະອົງທາງຂ້າມພູເມືອງກູຣ໌ຊຶ່ງຢູ່ໃກ້ອິບເລອາມ ແລະພຣະອົງຊົງຫນີໄປເຖິງເມືອງເມກິດໂດ ແລະສິ້ນພຣະຊົນທີ່ນັ້ນ 28 ຂ້າຣາຊການຂອງພຣະອົງກໍບັນທຸກພຣະສົບໃສ່ຣົດຮົບໄປຍັງເຢຣູຊາເລັມ ແລະຝັງໄວ້ໃນອຸບໂມງຂອງພຣະອົງກັບບັນພະບຸຣຸດຂອງພຣະອົງໃນນະຄອນດາວິດ 29 ໃນປີທີ່ສິບເອັດແຫ່ງຣັຊການໂຢຣາມບຸດອາຮາບ ອາຮາຊີຢາເລີ້ມປົກຄອງເຫນືອຢູດາ
ຣາຊີນີເຢເຊເບນຖືກຂ້າ
30 ເມື່ອເຢຮູມາເຖິງເມືອງຍິສມາເອນ ເຢເຊເບນຊົງຊາບເຣື່ອງ ພຣະນາງກໍຊົງຂຽນຕາແລະແຕ່ງພຣະສຽນ ແລະຊົງມອງອອກໄປທາງປ່ອງຢ້ຽມວັງ 31 ແລະເມື່ອເຢຮູຜ່ານເຂົ້າປະຕູວັງມາພຣະນາງກໍຮ້ອງໃສ່ວ່າ, “ເຈົ້າຜູ້ຂ້ານາຍຂອງເຈົ້າ ຢ່າງເຈົ້າຊິມຣີ ມາຢ່າງສັນຕິຫລື” 32 ແລ້ວເຢຮູແຫງນພຣະພັກທອດພຣະເນດແລະຮ້ອງໃສ່ວ່າ, “ໃຜຢູ່ຝ່າຍເຮົາ ແມ່ນໃຜແດ່?” ມີທະຫານວັງສອງສາມຄົນຊະໂງກຫນ້າອອກມາເບິ່ງພຣະອົງ 33 ພຣະອົງເວົ້າວ່າ, “ໂຍນນາງລົງມາ” ເຂົາຈຶ່ງໂຍນພຣະນາງລົງມາ ແລະໂລຫິດຂອງພຣະນາງກໍຟົ້ງຕິດຝາກຳແພງແລະຕິດມ້າແລະພຣະອົງຊົງຂັບຣົດມ້າຢຽບຊາກສົບຂອງນາງ 34 ແລ້ວພຣະອົງສະເດັດເຂົ້າໄປ ສະເວີຍແລະຊົງດື່ມ ແລະພຣະອົງເວົ້າວ່າ, “ຈັດການກັບຍິງທີ່ຖືກສາບຄົນນີ້ ເອົາໄປຝັງເສັຽ ເພາະນາງເປັນທິດາຂອງພຣະຣາຊາ” 35 ແຕ່ເມື່ອເຂົາຈະໄປຝັງສົບພຣະນາງ ເຂົາກໍພົບແຕ່ກະໂລກຫົວ ຕີນແລະມືຂອງພຣະນາງ 36 ເມື່ອເຂົາກັບມາທູນພຣະອົງ ພຣະອົງເວົ້າວ່າ, “ນີ້ເປັນໄປຕາມພຣະຄຳຂອງພຣະຜູ້ເປັນເຈົ້າ ຊຶ່ງພຣະອົງກ່າວທາງເອລີຢາຊາວຕິສຊີຜູ້ຣັບໃຊ້ຂອງພຣະອົງວ່າຫມາຈະກິນເນື້ອຂອງເຢເຊເບນໃນເຂດແດນຍິສມາເອນ 37 ແລະສົບຂອງເຢເຊເບນຈະເປັນເຫມືອນອາຈົມສັດເທິງພື້ນທົ່ງໃນເຂດແດນຍິສມາເອນ ເພື່ອວ່າຈະບໍ່ມີໃຜກ່າວວ່າ “ນີ້ຄື ເຢເຊເບນ”
ເຢຮູທຳລາຍຣາຊວົງຂອງອາຮາບ
1 ຝ່າຍອາຮັບມີໂອຣົດເຈັດສິບອົງໃນຊາມາເຣັຽ ເຢຮູຈຶ່ງຊົງພຣະອັກສອນສົ່ງໄປຍັງຊາມາເຣັຽເຖິງບັນດາຜູ້ປົກຄອງເມືອງຍິສມາເອນນັ້ນເຖິງພວກຜູ້ໃຫຍ່ ແລະເຖິງບັນດາພີ່ລ້ຽງແຫ່ງໂອຣົດຂອງອາຮາບວ່າ, 2 “ເພາະບັນດາໂອຣົດຂອງນາຍຂອງທ່ານຢູ່ກັບທ່ານ ແລະທ່ານມີຣົດຮົບແລະມ້າ ແລະເມືອງທີ່ມີປ້ອມດ້ວຍແລະອາວຸດພໍຈົດນີ້ມາເຖິງທ່ານ 3 ຈົ່ງຄັດເລືອກໂອຣົດນາຍຂອງທ່ານອົງທີ່ດີທີ່ສຸດ ແລະເຫມາະສົມທີ່ສຸດ ຈົ່ງຕັ້ງຜູ້ນັ້ນໄວ້ເທິງພຣະທີ່ນັ່ງຣາຊບິດາຂອງຕົນ ແລະຈົ່ງສູ້ຮົບເພື່ອຣາຊວົງນາຍຂອງທ່ານ” 4 ແຕ່ເຂົາທັງຫລາຍຢ້ານຢ່າງທີ່ສຸດ ແລະເວົ້າວ່າ, “ເບິ່ງແມ໋, ເຈົ້າຊີວິດສອງພຣະອົງຍັງຕ້ານທານພຣະອົງບໍ່ໄດ້ແລ້ວ ເຮົາຈະຕໍ່ສູ້ພຣະອົງໄດ້ຢ່າງໃດ” 5 ສະນັ້ນຜູ້ທີ່ບັງຄັບບັນຊາພຣະຣາຊວັງ ແລະຜູ້ທີ່ບັງຄັບບັນຊາບ້ານເມືອງພ້ອມພວກຜູ້ໃຫຍ່ແລະພວກພີ່ລ້ຽງ ໃຊ້ໃຫ້ໄປທູນເຢຮູວ່າ, “ຂ້ານ້ອຍທັງຫລາຍເປັນຜູ້ຮັບໃຊ້ຂອງພຣະອົງ ແລະຂ້ານ້ອຍຈະກະທຳທຸກຢ່າງທີ່ພຣະອົງສັ່ງແກ່ຂ້ານ້ອຍ ຂ້ານ້ອຍຈະບໍ່ຕັ້ງຜູ້ນຶ່ງຜູ້ໃດໄວ້ເປັນກະສັດ ຂໍຊົງກະທຳຕາມທີ່ພໍແກ່ພຣະເນດພຣະກັນຂອງພຣະອົງເຖີດ” 6 ແລ້ວພຣະອົງຊົງມີລາຍພຣະຫັດໄປເຖິງເຂົາສະບັບທີ່ສອງວ່າ, “ຖ້າທ່ານພ້ອມທີ່ຈະເຊື່ອຟັງເຮົາ ຈົ່ງນຳຫົວຂອງບັນດາໂອຣົດນາຍຂອງທ່ານມາຫາເຮົາທີ່ຍິສມາເອນມື້ອື່ນເວລານີ້” ຝ່າຍໂອຣົດຂອງພຣະຣາຊາເຈັດສິບພຣະອົງດ້ວຍກັນ ຢູ່ກັບຄົນໃຫຍ່ຄົນໂຕໃນເມືອງ ຜູ້ຊຶ່ງໄດ້ຊຸບລ້ຽງທ່ານທັງຫລາຍມາ 7 ແລະຢູ່ມາເມື່ອລາຍພຣະຫັດມາເຖິງເຂົາທັງຫລາຍ ເຂົາກໍຈັບໂອຣົດຂອງພຣະຣາຊາຂ້າເສັຽເຈັດສິບອົງດ້ວຍກັນ ເອົາຫົວໃສ່ກະບຸງສົ່ງໄປຍັງພຣະອົງທີ່ຍິສມາເອນ 8 ເມື່ອຜູ້ສົ່ງຂ່າວມາທູນພຣະອົງວ່າ, “ເຂົານຳຫົວໂອຣົດຂອງກະສັດມາແລ້ວ” ພຣະອົງກ່າວວ່າ, “ຈົ່ງກອງໄວ້ເປັນສອງກອງທາງເຂົ້າປະຕູເມືອງຈົນເຖິງຮຸ່ງເຊົ້າ” 9 ພໍຮຸ່ງເຊົ້າພຣະອົງສະເດັດອອກໄປປະທັບຢືນ ກ່າວກັບປະຊາຊົນທັງປວງວ່າ, “ທ່ານທັງຫລາຍເປັນຜູ້ບໍ່ມີຄວາມຜິດ ສ່ວນເຮົາໄດ້ກະບົດຕໍ່ນາຍຂອງເຮົາແລະປະຫານພຣະອົງເສັຽ ແຕ່ຜູ້ໃດທີ່ຂ້າຄົນເຫລົ່ານີ້ 10 ຈົ່ງຊາບເຖິດວ່າ ພຣະຄຳຂອງພຣະຜູ້ເປັນເຈົ້າ ຊຶ່ງພຣະຜູ້ເປັນເຈົ້າກ່າວກ່ຽວກັບຣາຊວົງຂອງອາຮາບ ຈະບໍ່ຕົກດິນແຕ່ຢ່າງໃດເລີຍ ເພາະພຣະຜູ້ເປັນເຈົ້າຊົງກະທຳຕາມທີ່ພຣະອົງກ່າວໂດຍເອລີຢາຜູ້ຮັບໃຊ້ຂອງພຣະອົງ” 11 ເຢຣູຊົງປະຫານຣາຊວົງຂອງອາຮາບທີ່ເຫລືອຢູ່ໃນຍິສມາເອນ ຄົນໃຫຍ່ຄົນໂຕທຸກຄົນຂອງພຣະອົງ ແລະສະຫາຍສນິດຂອງພຣະອົງ ແລະປະໂຣຫິດຂອງພຣະອົງດັ່ງນີ້ແຫລະບໍ່ເຫລືອໄວ້ຈັກຄົນດຽວເລີຍ 12 ແລ້ວພຣະອົງກໍຊົງລຸກຂຶ້ນສະເດັດອອກໄປຍັງຊາມາເຣັຽ ເມື່ອພຣະອົງປະທັບທີ່ເບັດເອເກດ ຫມູ່ບ້ານຂອງຜູ້ລ້ຽງແກະຕາມທາງທີ່ສະເດັດ 13 ເຢຮູຊົງພົບຍາດຂອງອາຮາຊີຢາເຈົ້າຊີວິດແຫ່ງຢູດາແລະພຣະອົງຖາມວ່າ, “ທ່ານທັງຫລາຍແມ່ນໃຜ?” ແລະເຂົາທັງຫລາຍທູນຕອບວ່າ, “ຂ້າພະເຈົ້າທັງຫລາຍຄືຍາດຂອງອາຮາຊີຢາ ແລະຂ້າພະເຈົ້າທັງຫລາຍລົງມາຢ້ຽມບັນດາຣາຊໂອຣົດແລະໂອຣົດຂອງຣາຊມານດາ” 14 ພຣະອົງຮັບສັ່ງວ່າ, “ຈັບເຂົາທັງເປັນ” ເຂົາທັງຫລາຍກໍຈັບເຂົາທັງເປັນແລະປະຫານເຂົາເສັຽທີ່ບໍ່ເບັດເອເກດສີ່ສິບສອງຄົນດ້ວຍກັນບໍ່ເຫລືອໄວ້ຈັກຄົນດຽວ 15 ເມື່ອພຣະອົງສະເດັດຈາກທີ່ນັ້ນກໍຊົງພົບເຢໂຮນາດາບບຸດເຣຄັບມາຫາພຣະອົງ ພຣະອົງຊົງຕ້ອນຮັບເຂົາແລະເວົ້າກັບເຂົາວ່າ, “ໃຈຂອງທ່ານສັດຊື່ຕໍ່ໃຈຂອງເຣົາ ຢ່າງໃຈຂອງເຮົາສັດຊື່ຕໍ່ຂອງທ່ານຫລື” ແລະເຢໂຮນາດາບທູນວ່າ, “ສັດຊື່ ຂ້ານ້ອຍ” ເຢຮູກ່າວວ່າ, “ຖ້າສັດຊື່ກໍຍື່ນມືມາໃຫ້ເຣົາ” ເຂົາຈຶ່ງຍື່ນມືຂອງເຂົາ ແລະເຢຣູກໍຈັບເຂົາຂຶ້ນມາເທິງຣົດຮົບ 16 ພຣະອົງກ່າວວ່າ, “ມາກັບເຮົາເຖີດ ແລະເບິ່ງຄວາມຮ້ອນຮົນຂອງເຮົາເພື່ອພຣະຜູ້ເປັນເຈົ້າ” ພຣະອົງຈຶ່ງໃຫ້ເຂົານັ່ງຣົດຮົບຂອງພຣະອົງໄປ 17 ເມື່ອພຣະອົງມາເຖິງຊາມາເຣັຽ ພຣະອົງຊົງປະຫານຄົນທັງປວງທີ່ເປັນຣາຊວົງຂອງອາຮາບທີ່ເຫລືອຢູ່ໃນຊາມາເຣັຽເສັຽ ຈົນພຣະອົງຊົງທຳລາຍອາຮາບເສັຽສິ້ນ ຕາມພຣະຄຳຂອງພຣະຜູ້ເປັນເຈົ້າກ່າວກັບເອລີຢາ 18 ແລ້ວເຢຮູຊົງປະຊຸມບັນດາປະຊາຊົນທັງສິ້ນແລະກ່າວກັບເຂົາທັງຫລາຍວ່າ, “ອາຮາບບົວຣະບັດພຣະບາອານແຕ່ນ້ອຍດຽວ ແຕ່ເຢຣູຈະບົວຣະບັດພຣະອົງຫລາຍກວ່າທ່ານອີກ 19 ສະນັ້ນຈົ່ງເອີ້ນຜູ້ປະກາດພຣະທັມຂອງພຣະບາອານມາໃຫ້ຫມົດ ທັງບັນດາຜູ້ນະມັສການແລະປະໂຣຫິດຂອງທ່ານຢ່າໃຫ້ຜູ້ຂາດໄປເລີຍ ເພາະເຮົາຈະມີສັຕບູຊາຢ່າງໃຫຍ່ໂຕທີ່ຈະຖວາຍແກ່ພຣະບາອານ ຜູ້ໃດຂາດຈະມີຊີວິດຢູ່ບໍ່ໄດ້” ແຕ່ເຢຮູຊົງກະທຳເປັນອຸບາຍເພື່ອຈະທຳລາຍຜູ້ເຄົາຣົບນະມັສການພຣະບາອານ 20 ເຢຮູສັ່ງວ່າ, “ຈົ່ງຈັດພິທີປະຊຸມນະມັສການພຣະບາອານ” ເຂົາກໍປ່າວຮ້ອງເອີ້ນປະຊຸມເຊັ່ນກັນ 21 ເຢຣູຊົງໃຊ້ໃຫ້ໄປທົ່ວອິສຣາເອນ ແລະຜູ້ນະມັສການພຣະບາອານກໍມາທັງຫມົດ ຈຶ່ງບໍ່ມີເຫລືອຈັກຄົນນຶ່ງທີ່ບໍ່ໄດ້ມາ ແລະເຂົາທັງຫລາຍກໍເຂົ້າໄປໃນພຣະວິຫານຂອງພຣະບາອານ ແລະພຣະວິຫານຂອງພຣະບາອານກໍເຕັມແຫນ້ນ 22 ພຣະອົງສັ່ງຜູ້ທີ່ດູແລຕູ້ເສື້ອວ່າ, “ຈົ່ງເອົາເສື້ອອອກມາໃຫ້ເຂົາທັງຫລາຍ 23 ແລ້ວເຢຮູສະເດັດເຂົ້າໄປໃນພຣະວິຫານຂອງພຣະບາອານ ພ້ອມກັບເຢໂຮນາດາບບຸດເນຄັບ ພຣະອົງກ່າວກັບຜູ້ນະມັສການພຣະບາອານວ່າ, “ຈົ່ງຄົ້ນເບິ່ງ ເບິ່ງໃຫ້ດີວ່າບໍ່ມີຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າຢູ່ໃນຫມູ່ພວກທ່ານ ໃຫ້ມີແຕ່ຜູ້ນະມັສການພຣະບາອານເທົ່ານັ້ນ” 24 ແລ້ວເຂົາທັງຫລາຍເຂົ້າໄປຖວາຍເຄື່ອງສັຕບູຊາແລະເຄື່ອງເຜົາບູຊາ ເຢຮູຊົງວາງຄົນແປດສິບຄົນໄວ້ພາຍນອກແລະກ່າວວ່າ, “ຊາຍຄົນໃດທີ່ປ່ອຍໃຫ້ຄົນນຶ່ງຄົນໃດຊຶ່ງເຮົາມອບໄວ້ໃນມືເຈົ້າຫນີລອດໄປໄດ້ ເຂົາຕ້ອງເສັຽຊີວິດຂອງເຂົາແທນ” 25 ເມື່ອພຣະອົງເສັດຈາກການຖວາຍເຄື່ອງເຜົາບູຊາ ເຢຮູຮັບສັ່ງແກ່ທະຫານຮັກສາພຣະອົງແລະພວກນາຍທະຫານວ່າ, “ຈົ່ງເຂົ້າໄປຂ້າເຂົາເສັຽ ຢ່າໃຫ້ລອດຈັກຄົນດຽວ” ເມື່ອເຂົາຂ້າເຂົາທັງຫລາຍເສັຽດ້ວຍຄົມດາບແລ້ວ ທະຫານຮັກສາພຣະອົງແລະພວກນາຍທະຫານກໍໂຍນສົບເຂົາທັງຫລາຍອອກໄປຂ້າງນອກ ແລ້ວກໍເຂົ້າໄປທີ່ແທ່ນບູຊາໃນພຣະວິຫານພຣະບາອານ 26 ເຂົານຳເອົາເສົາສັກສິດຊຶ່ງຢູ່ໃນພຣະວິຫານຂອງພຣະບາອານອອກມາເຜົາເສັຽ 27 ເຂົາທັງຫລາຍທະລາຍເສົາສັກສິດແຫ່ງພຣະບາອານ ແລະທະລາຍພຣະວິຫານຂອງພຣະບາອານແລະກະທຳໃຫ້ເປັນສ້ວມຈົນເຖິງທຸກວັນນີ້ 28 ເຢຣູຊົງກວາດລ້າງພຣະບາອານຈາກອິສຣາເອນດັ່ງນີ້ແຫລະ 29 ແຕ່ເຢຮູບໍ່ໄດ້ຊົງຫັນຈາກບາບຂອງເຢໂຣໂບອາມບຸດເນບັດ ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳດ້ວຍ ຄືງົວທອງຄຳຊຶ່ງຢູ່ໃນເມືອງເບັດເອນ ແລະໃນເມືອງດານ 30 ແລະພຣະຜູ້ເປັນເຈົ້າກ່າວກັບເຢຮູວ່າ, “ເພາະເຈົ້າໄດ້ທຳດີໃນການທີ່ກະທຳສິ່ງທີ່ຊອບໃນສາຍຕາຂອງເຮົາ ແລະໄດ້ກະທຳຕໍ່ຣາຊວົງອາຮາບຕາມທຸກຢ່າງທີ່ຢູ່ໃນໃຈຂອງເຮົາ ເຊື້ອສາຍຂອງເຈົ້າຈົນຊົ່ວຊີວິດທີ່ສີ່ຈະໄດ້ນັ່ງເທິງພຣະທີ່ນັ່ງຂອງອິສຣາເອນ 31 ແຕ່ເຢຮູບໍ່ໄດ້ຊົງລະມັດລະວັງທີ່ຈະດຳເນີນຕາມພຣະຄຳຂອງພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນດ້ວຍສິ້ນສຸດພຣະທັຍຂອງພຣະອົງ ພຣະອົງບໍ່ໄດ້ຊົງຫັນຫນີຈາກບາບຂອງເຢໂຣໂບອາມ ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳດ້ວຍ
ມໍຣະນະກັມຂອງເຢຮູ
32 ໃນສະໄຫມນັ້ນພຣະຜູ້ເປັນເຈົ້າຊົງເລີ້ມຕັດສ່ວນຂອງອິສຣາເອນອອກ ຮາຊາເອນໄດ້ຣົບຊະນະຕາມເຂດແດນອິສຣາເອນ 33 ຕັ້ງແຕ່ແມ່ນ້ຳຈໍແດນຟາກຕາເວັນອອກທົ່ວແຜ່ນດິນກິເລອາດ ຄົນກາດ ຄົນຣູເບນ ແລະຄົນມານັສເຊ ຕັ້ງແຕ່ອາໂຣເອີ ຊຶ່ງຢູ່ຂ້າງບ່ອນລຸ່ມແມ່ນ້ຳອາຣ໌ໂນນ ຄືກິເລອາດ ແລະບາຊານ 34 ສ່ວນພຣະຣາຊກິຈນອກນັ້ນຂອງເຢຣູ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳ ແລະຍຸດພະລັງທັງສິ້ນຂອງພຣະອົງ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນຫລື 35 ເຢຣູຈຶ່ງຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາກໍຝັງໄວ້ໃນກຸງຊາມາເຣັຽ ແລະເຢໂຮອາຮັສໂອຣົດຂອງພຣະອົງໄດ້ສະເວີຍຣາຊແທນພຣະອົງ 36 ເວລາທີ່ເຢຮູຊົງປົກຄອງເຫນືອອິສຣາເອນໃນຊາມາເຣັຽນັ້ນເປັນເວລາຊາວແປດປີ
ພຣະນາງອາທາລິຢາແຍ່ງຣາຊບັນລັງໄດ້
1 ເມື່ອອາທາລີຢາພຣະມານດາຂອງອາຮາຊີຢາຊົງເຫັນວ່າໂອຣົດຂອງພຣະນາງສິ້ນພຣະຊົນ ພຣະນາງກໍລຸກຂຶ້ນຊົງທຳລາຍເຊື້ອພຣະວົງເສັຽສິ້ນ 2 ແຕ່ເຢໂຮເຊບາທິດາຂອງກະສັດໂຢຣາມພຣະນ້ອງນາງຂອງອາຮາຊີຢາໄດ້ນຳໂຢອັສໂອຣົດຂອງອາຮາຊີຢາແລະລອບລັກໂອຣົດໄປຈາກຖ້າມກາງໂອຣົດຂອງພຣະຣາຊາ ຜູ້ຊຶ່ງຈະຖືກປະຫານຊີວິດ ແລະພຣະນາງເກັບໂອຣົດແລະພີ່ລ້ຽງໄວ້ໃນຫ້ອງເກັບບ່ອນນອນ ພຣະນາງເຊື່ອງໂອຣົດເສັຽຈາກອາທາລິຢາດັ່ງນີ້ແຫລະ ໂອຣົດຈຶ່ງບໍ່ໄດ້ຖືກປະຫານຊີວິດ 3 ໂອຣົດຢູ່ກັບພຣະນາງຫົກປີລີ້ຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະອາທາລິຢາກໍປົກຄອງແຜ່ນດິນ 4 ແຕ່ໃນປີທີ່ເຈັດເຢຮົວອາດາໄດ້ໃຊ້ໃຫ້ບັນດານາຍທັບນາຍກອງຂອງຄົນກາຣີ ແລະຂອງພວກທະຫານຮັກສາພຣະອົງ ໃຫ້ເຂົາທັງຫລາຍມາຫາທ່ານທີ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະທ່ານໄດ້ທຳຄຳຫມັ້ນສັນຍາກັບເຂົາທັງຫລາຍ ແລະໃຫ້ເຂົາສາບານໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະທ່ານໄດ້ນຳໂອຣົດຂອງພຣະຣາຊາມາໃຫ້ເຂົາເຫັນ 5 ແລະທ່ານບັນຊາເຂົາທັງຫລາຍວ່ານີ້ເປັນສິ່ງທີ່ທ່ານທັງຫລາຍຄວນກະທຳຄືນຶ່ງໃນສາມຂອງພວກທ່ານ ຜູ້ເຂົ້າເວນວັນສະບາໂຕເຝົ້າພຣະຣາຊວັງ 6 (ຝ່າຍອີກນຶ່ງໃນສາມປະຈຳຢູ່ທີ່ປະຕູເມືອງຊູຣ໌ ແລະອີກນຶ່ງໃນສາມປະຈຳຢູ່ທີ່ປະຕູດ້ານຫລັງທະຫານຮັກສາພຣະອົງ) ໃຫ້ເຝົ້າພຣະຣາຊວັງທະການຂັດຂວາງໄວ້ 7 ສ່ວນທ່ານທັງຫລາຍອີກສອງພວກ ຄືຜູ້ທີ່ອອກເວນວັນສະບາໂຕໃຫ້ເຝົ້າພຣະວິຫານຂອງພຣະຜູ້ເປັນເຈົ້າ ເພື່ອປ້ອງກັນກະສັດ 8 ທ່ານທັງຫລາຍຈົ່ງລ້ອມເຈົ້າຊີວິດໄວ້ ທຸກຄົນຖືອາວຸດຂອງຕົນໄວ້ ຜູ້ທີ່ເຂົ້າມາໃກ້ແຖວໃຫ້ປະຫານເສັຽ ຈົ່ງຢູ່ກັບເຈົ້າຊີວິດເມື່ອພຣະອົງສະເດັດອອກແລະສະເດັດເຂົ້າ” 9 ນາຍທັບນາຍກອງກໍໄດ້ກະທຳຕາມທີ່ເຢຮົວອາດາປະໂຣຫິດສັ່ງທຸກປະການ ແຕ່ງກໍນຳຄົນຂອງຕົນທີ່ຈະເຂົ້າເວນວັນສະບາໂຕ ພ້ອມກັບຄົນທີ່ຈະອອກເວນວັນສະບາໂຕນັ້ນມາຫາເຢຮົວອາດາປະໂຣຫິດ 10 ປະໂຣຫິດກໍມອບຫອກແລະໂລ່ຊຶ່ງຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ອັນເປັນຂອງເຈົ້າຊີວິດດາວິດແກ່ນາຍທັບນາຍກອງ 11 ທະຫານຮັກສາພຣະອົງຖືອາວຸດທຸກຄົນ ຢືນປະຈຳຢູ່ຕັ້ງແຕ່ພຣະວິຫານດ້ານຂວາໄປເຖິງພຣະວິຫານດ້ານຊ້າຍ ຮອບແທ່ນບູຊາ ແລະພຣະວິຫານຢູ່ຮອບເຈົ້າຊີວິດ 12 ແລ້ວທ່ານກໍນຳໂອຣົດຂອງເຈົ້າຊີວິດອອກມາສວມມົງກຸດໃຫ້ ແລະມອບພຣະໂອວາດໃຫ້ ແລະເຂົາທັງຫລາຍຕັ້ງທ່ານໄວ້ເປັນກະສັດ ແລະໄດ້ຫົດສົງທ່ານ ແລະເຂົາທັງຫລາຍກໍຕົບມື ເວົ້າວ່າ, “ຂໍພຣະຣາຊາຊົງພຣະຈະເຣີນ”
ມໍຣະນະກັມຂອງອາທາລິຢາ
13 ເມື່ອອາທາລິຢາຊົງສະດັບຟັງສຽງຂອງທະຫານຮັກສາພຣະອົງແລະສຽງປະຊາຊົນ ພຣະນາງກໍສະເດັດເຂົ້າໄປຫາປະຊາຊົນທີ່ພຣະວິຫານຂອງພຣະຜູ້ເປັນເຈົ້າ 14 ເມື່ອພຣະນາງທອດພຣະເນດ ກໍແລເຫັນເຈົ້າຊີວິດປະທັບຢືນຢູ່ທີ່ຂ້າງເສົາ ຕາມທັມນຽມປະເພນີມີນາຍທັບນາຍກອງແລະພົນແກຢູ່ຂ້າງເຈົ້າຊີວິດ ແລະປະຊາຊົນທັງສິ້ນກໍລື້ນເຣີງແລະເປົ່າເຂົາສັດ ພຣະນາງອາທາລິຢາກໍຈີກສລອງພຣະອົງຊົງຮ້ອງວ່າ, “ກະບົດ ກະບົດ” 15 ແລ້ວປະໂຣຫິດເຢຮົວອາດາກໍບັນຊານາຍທັບນາຍກອງທັງປວງຜູ້ທີ່ໄດ້ຕັ້ງໃຫ້ຄວບຄຸມກອງທັບວ່າ, “ຈົ່ງຄຸມພຣະນາງອອກມາລະຫວ່າງແຖວທະຫານ ຜູ້ໃດຕິດຕາມພຣະນາງໄປກໍຈົ່ງປະຫານຊີວິດເສັຽດ້ວຍດາບ” ເພາະປະໂຣຫິດກ່າວວ່າ, “ຢ່າໃຫ້ພຣະນາງຖືກປະຫານໃນພຣະວິຫານຂອງພຣະຜູ້ເປັນເຈົ້າ” 16 ເຂົາທັງຫລາຍຈຶ່ງຈັບພຣະນາງ ແລະພຣະນາງກໍໄປຕາມທາງທີ່ມ້າເຂົ້າພຣະຣາຊວັງ ແລະຖືກປະຫານຊີວິດເສັຽທີ່ນັ້ນ 17 ເຢຮົວອາດາໄດ້ກະທຳຄໍາຫມັ້ນສັນຍາລະຫວ່າງພຣະຜູ້ເປັນເຈົ້າແລະເຈົ້າຊີວິດແລະປະຊາຊົນວ່າໃຫ້ເຂົາເປັນປະຊາຊົນຂອງພຣະຜູ້ເປັນເຈົ້າ ແລະລະຫວ່າງເຈົ້າຊີວິດກັບປະຊາຊົນດ້ວຍ 18 ແລ້ວປະຊາຊົນທັງສິ້ນແຫ່ງແຜ່ນດິນກໍເຂົ້າໄປໃນພຣະວິຫານຂອງພຣະບາອານ ແລະພັງວິຫານເສັຽ ເຂົາທຳລາຍແທ່ນບູຊາ ແລະຮູບເຄົາຣົບຂອງພຣະບາອານເສັຽເປັນຊິ້ນໆ ແລະໄດ້ປະຫານຊີວິດປະໂຣຫິດມັທຕານຂອງພຣະບາອານເສັຽທີ່ຫນ້າແທ່ນບູຊາ ແລະປະໂຣຫິດກໍວາງຍາມໄວ້ດູແລພຣະວິຫານຂອງພຣະຜູ້ເປັນເຈົ້າ 19 ທ່ານໄດ້ນຳນາຍທັບນາຍກອງຄົນກາຣີ ທະຫານຮັກສາພຣະອົງ ແລະຣາສດອນທັງສິ້ນ ແລະເຂົາທັງຫລາຍໄດ້ນຳເຈົ້າຊີວິດລົງມາຈາກພຣະວິຫານຂອງພຣະຜູ້ເປັນເຈົ້າ ໄປຕາມທາງປະຕູທະຫານຮັກສາພຣະອົງໄປເຖິງພຣະຣາຊວັງ ແລະພຣະອົງກໍສະເດັດປະທັບເທິງພຣະທີ່ນັ່ງຂອງເຈົ້າຊີວິດ 20 ປະຊາຊົນທຸກຄົນຈຶ່ງຣ່າເຣີງ ແລະບ້ານເມືອງກໍສງົບງຽບ ແລະອາທາລິຢາຊົງຖືກປະຫານດ້ວຍດາບແລ້ວທີ່ພຣະຣາຊວັງ
ຣັຊການເຢໂຮອັສກະສັດແຫ່ງຢູດາ
21 ເມື່ອເຢໂຮອັສໄດ້ເລີ້ມປົກຄອງນັ້ນມີອາຍຸເຈັດປີ
1 ໃນປີທີ່ເຈັດແຫ່ງຣັຊການເຢຮູ ເຢໂຮອັສໄດ້ເລີ້ມປົກຄອງ ແລະພຣະອົງຊົງປົກຄອງໃນກຸງເຢຣູຊາເລັມສີ່ສິບປີ ພຣະມານດາຂອງພຣະອົງຊົງພຣະນາມວ່າສິບິຢາຊາວເບເອີເຊບາ 2 ເຢໂຮອັສຊົງກະທຳສິ່ງທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າ ຕລອດເວລາຂອງພຣະອົງທີ່ປະໂຣຫິດເຢຮົວອາດາໄດ້ສັ່ງສອນແນະນຳພຣະອົງ 3 ແຕ່ເຖິງຢ່າງໃດກໍຕາມສະຖານທີ່ຂາບໄຫວ້ຂອງຄົນຕ່າງຊາດຍັງບໍ່ໄດ້ຖືກທຳລາຍເທື່ອ ປະຊາຊົນຍັງຄົງຖວາຍສັຕບູຊາ ແລະເຜົາເຄື່ອງຫອມໃນບ່ອນນະມັສການສະຖານທີ່ສູງເຫລົ່ານັ້ນ 4 ເຢໂຮອັສກ່າວກັບພວກປະໂຣຫິດວ່າ, “ເງິນອັນເປັນຂອງຖວາຍທີ່ບໍຣິສຸດທັງສິ້ນ ຊຶ່ງເຂົານຳມາໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ເງິນທີ່ເອີ້ນຈາກຣາຍບຸກຄົນ ແລະເງິນຊຶ່ງປະຊາຊົນຖວາຍດ້ວຍຄວາມສມັກໃຈທີ່ຈະນຳມາໄວ້ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ 5 ໃຫ້ປະໂຣຫິດຮັບເງິນນັ້ນຈາກຫມູ່ຄົນທີ່ຮູ້ຈັກກັນ ໃຫ້ເຂົາສ້ອມແຊມພຣະວິຫານບ່ອນທີ່ເຂົາເຫັນວ່າຕ້ອງການສ້ອມແຊມ” 6 ແຕ່ເມື່ອເຖິງປີທີ່ຊາວສາມແຫ່ງຣັຊການເຈົ້າຊີວິດເຢໂຮອັສ ປາກົດວ່າປະໂຣຫິດບໍ່ໄດ້ທຳການສ້ອມແຊມພຣະວິຫານ 7 ເພາະສະນັ້ນເຈົ້າຊີວິດເຢໂຮອັສຈຶ່ງໄດ້ເອີ້ນເຢຮົວອາດາ ແລະປະໂຣຫິດອື່ນໆແລະກ່າວກັບເຂົາວ່າ, “ເປັນຫຍັງທ່ານຈຶ່ງບໍ່ໄດ້ສ້ອມແຊມພຣະວິຫານ ເພາະສະນັ້ນຢ່າເກັບເງິນຈາກຄົນທີ່ທ່ານຮູ້ຈັກອີກຕໍ່ໄປເລີຍ ແຕ່ໃຫ້ສົ່ງໄປເພື່ອການສ້ອມແຊມພຣະວິຫານ” 8 ປະໂຣຫິດຈຶ່ງຕົກລົງວ່າຈະບໍ່ຮັບເງິນຈາກປະຊາຊົນອີກ ແລະເຂົາບໍ່ຕ້ອງທຳການສ້ອມແຊມພຣະວິຫານ 9 ປະໂຣຫິດເຢຣົວອາດານຳຫີບມາອັນນຶ່ງ ເຈາະຮູນຶ່ງທີ່ຝາຫີບນັ້ນ ແລະຕັ້ງໄວ້ທີ່ຂ້າງໆແທ່ນບູຊາດ້ານຂວາ ເມື່ອເຂົ້າໄປໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະປະໂຣຫິດຜູ້ທີ່ເຝົ້າຢູ່ທີ່ປະຕູກໍນຳເງິນຊຶ່ງເຂົານຳມາໃນພຣະວິຫານຂອງພຣະອົງຜູ້ເປັນເຈົ້ານັ້ນໃສ່ໄວ້ໃນຫີບນັ້ນ 10 ເມື່ອເຂົາເຫັນວ່າມີເງິນໃນຫີບນັ້ນຫລາຍແລ້ວ ຣາຊເລຂາ ແລະມະຫາປະໂຣຫິດຈະມານັບເງິນແລະເອົາເງິນທີ່ເຂົາພົບໃນພຣະວິຫານຂອງພຣະຜູ້ເປັນເຈົ້ານັ້ນໃສ່ຖົງມັດໄວ້ 11 ແລ້ວເຂົາຈະມອບເງິນທີ່ຊັ່ງອອກແລ້ວນັ້ນໃສ່ມືຂອງງຄົນງານຜູ້ດູແລພຣະວິຫານຂອງພຣະຜູ້ເປັນເຈົ້າ ແລ້ວເຂົາຈະຈ່າຍຕໍ່ໃຫ້ແກ່ຊ່າງໄມ້ແລະຊ່າງກໍ່ສ້າງ ຜູ້ທຳງານພຣະວິຫານຂອງພຣະຜູ້ເປັນເຈົ້າ 12 ແລະໃຫ້ແກ່ຊ່າງກໍ່ ແລະຊ່າງສະກັດຫີນ ທັງຈ່າຍຊື້ໄມ້ ແລະຫີນສະກັດ ທີ່ໃຊ້ໃນການສ້ອມແຊມພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະເພື່ອຄ່າໃຊ້ຈ່າຍໃດໆໃນງານສ້ອມແຊມພຣະວິຫານຂອງພຣະຜູ້ເປັນເຈົ້າ 13 ແຕ່ວ່າເງິນທີ່ນຳມາຖວາຍໃນພຣະວິຫານຂອງພຣະຜູ້ເປັນເຈົ້າບໍ່ໄດ້ນຳໄປໃຊ້ໃນການທຳຖ້ວຍເງິນ ມີດຕັດ ໃສ້ຕະກຽງ ຊາມ ແກ ຫລືພາຊນະທອງຄຳໃດໆ ຫລືພາຊນະເງິນ 14 ເພາະເງິນນັ້ນເຂົາໃຫ້ແກ່ຄົນງານຊຶ່ງທຳງານສ້ອງແຊມພຣະວິຫານຂອງພຣະຜູ້ເປັນເຈົ້າ 15 ແລະເຂົາບໍ່ໄດ້ຂໍບັນຊີຈາກຄົນທີ່ເຂົາມອບເງີນໃສ່ໃນມືໃຫ້ເອົາໄປຈ່າຍແກ່ຄົນງານ ເພາະວ່າເຂົາປະຕິບັດງານດ້ວຍຄວາມຊື່ສັດ 16 ເງີນທີ່ໄດ້ຈາກການໄຖ່ຄວາມຜິດ ແລະເງິນທີ່ໄດ້ຈາກການໄຖ່ບາບ ບໍ່ໄດ້ນຳມາໄວ້ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ເງິນນັ້ນເປັນຂອງປະໂຣຫິດ 17 ແລ້ວຄາວນັ້ນຮາຊາເອນເຈົ້າຊີວິດແຫ່ງຊີເຣັຽໄດ້ຍົກຂຶ້ນໄປສູ້ຮົບກັບເມືອງກາດແລະຍຶດເມືອງນັ້ ນໄດ້ ແຕ່ເມື່ອຮາຊາເອນມຸ່ງຫນ້າຈະໄປຕີກຸງເຢຣູຊາເລັມ 18 ເຢໂຣອັສເຈົ້າຊີວິດແຫ່ງຢູດາ ຊົງນຳເອົາຂອງສິ່ງບູຊາທັງຫມົດທີ່ເຢຮົວຊາຟັດ ແລະເຢໂຮຣາມ ແລະອາຊາກີຢາບັນພະບຸຣຸດຂອງພຣະອົງຖວາຍໄວ້ນັ້ນ ແລະຂອງສິ່ງບູຊາຂອງພຣະອົງເອງ ແລະທັງຄຳທັງຫມົດທີ່ພົບໃນຄັງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຂອງສຳນັກພຣະຣາຊວັງ ແລະສົ່ງສິ່ງເຫລົ່ານີ້ເປັນຂອງຂວັນຮາຊາເອນເຈົ້າຊີວິດແຫ່ງຊີເຣັຽ ແລ້ວຮາຊາເອນກໍຖອຍທັບຈາກກຸງເຢຣູຊາເລັມ
ມໍຣະນະກັມຂອງໂຢອັສ
19 ສ່ວນພຣະຣາຊກິຈນອກນັ້ນຂອງໂຢອັສ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື 20 ຂ້າຣາຊການຂອງພຣະອົງລຸກຂຶ້ນກະທຳການທໍຣະຍົດແລະປະຫານໂຢອັສເສັຽໃນວັງມິນໂລ ຕາມທາງທີ່ລົງໄປຍັງຊິນລາ 21 ຄືໂຢຊາກາບຸດຊີເມອາທ ແລະເຢໂຮຊາບັດ ບຸດໂຊເມີ ຂ້າຣາຊການຂອງພຣະອົງໄດ້ປະຫານພຣະອົງ ພຣະອົງຈຶ່ງສິ້ນພຣະຊົນ ແລະເຂົາຝັງໄວ້ກັບບັນພະບຸຣຸດຂອງພຣະອົງໃນນະຄອນດາວິດ ແລະອາມາຊີຢາໂອຣົດຂອງພຣະອົງໄດ້ຂຶ້ນຄອງແທນ
ຣັຊການເຢໂຮອາຣັສ
1 ໃນປີທີ່ຊາວສາມແຫ່ງຣັຊການໂຢອັສຣາຊໂອຣົດຂອງອາຮັສຊີຢາເຈົ້າຊີວິດແຫ່ງຢູດາ ເຢໂຮອາຮັສໂອຣົດຂອງເຢຮູ ໄດ້ເລີ້ມປົກຄອງເຫນືອອິສຣາເອນໃນຊາມາເຣັຽ ແລະຊົງປົກຄອງຢູ່ສິບເຈັດປີ 2 ພຣະອົງຊົງກະທຳສິ່ງທີ່ຊົ່ວຊ້າໃນສາຍພຣະເນດພຣະຜູ້ເປັນເຈົ້າ ແລະກະທຳຕາມບາບຂອງເຢໂຣໂບອາມບຸດເນບັດ ຊຶ່ງພຣະອົງໄດ້ຊົງກະທຳໃຫ້ອິສຣາເອນເຮັດທຳດ້ວຍ ພຣະອົງບໍ່ໄດ້ພາກຈາກສິ່ງເຫລົ່ານັ້ນ 3 ແລະພຣະພິໂຣດຂອງພຣະຜູ້ເປັນເຈົ້າກໍພຸ່ງຂຶ້ນຕໍ່ອິສຣາເອນ ແລະພຣະອົງຊົງມອບເຂົາທັງຫລາຍໄວ້ໃນມືຂອງຮາຊາເອນ ແລະໃນມືຂອງເບນຮາດາດໂອຣົດຂອງຮາຊາເອນເລື້ອຍໆ 4 ແລ້ວເຢໂຮອາຮັສໄດ້ອ້ອນວອນພຣະຜູ້ເປັນເຈົ້າ ແລະພຣະຜູ້ເປັນເຈົ້າຊົງຟັງທ່ານ ເພາະພຣະອົງຊົງເຫັນການບີບບັງຄັບອິສຣາເອນ ຄືທີ່ເຈົ້າຊີວິດແຫ່ງຊີເຣັຽບີບບັງຄັບເຂົາຢ່າງໃດ 5 (ເຫດສັນນັ້ນ ພຣະຜູ້ເປັນເຈົ້າຊົງປະທານຜູ້ຊ່ອຍຜູ້ນຶ່ງແກ່ອິສຣາເອນ ເຂົາຈຶ່ງລອດພົ້ນຈາກມືຂອງຄົນຊີເຣັຽ ແລະປະຊາຊົນອິສຣາເອນກໍອາໄສຢູ່ໃນບ້ານເຂົາຢ່າງເດີມ 6 ແຕ່ເຂົາກໍບໍ່ໄດ້ພາກຈາກບາບຂອງຣາຊວົງເຢໂຣໂບອາມ ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນເຮັດເຫມືອນກັນ ແຕ່ຊົງດຳເນີນໃນບາບນັ້ນ ແລະອາເຊຣາກໍຍັງຄົງຢູ່ໃນຊາມາເຣັຽດ້ວຍ) 7 ເພາະບໍ່ໄດ້ເຫລືອກອງທັບໄວ້ໃຫ້ເຢໂຮອາຮັສເກີນກວ່າທະຫານມ້າຫ້າສິບຄົນແລະຣົດຮົບສິບຄັນແລະທະຫານຮາບນຶ່ງຫມື່ນຄົນເພາະພຣະຣາຊາແຫ່ງຊີເຣັຽໄດ້ທຳລາຍເຂົາທັງຫລາຍຖິ້ມດັ່ງຢຽບຂີ້ຝຸ່ນດິນ 8 ສ່ວນພຣະຣາຊກິຈນອກນັ້ນຂອງເຢໂຮອາຮັສ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳແລະຍຸທພະລັງຂອງພຣະອົງບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນຫລື 9 ແລະເຢໂຮອາຮັສຊົງລ່າງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງໄວ້ໃນຊາມາເຣັຽ ແລະໂຢອັສໂອຣົດຂອງພຣະອົງຂຶ້ນຄອງແທນພຣະອົງ
ຣັຊການເຢໂຮອັສ
10 ໃນປີທີ່ສາມສິບເຈັດແຫ່ງຣັຊການໂຢອັສພຣະຣາຊາແຫ່ງຢູດາ ເຢໂຮອັສໂອຣົດເຢໂຮອາຮັສໄດ້ເລີ້ມປົກຄອງເຫນືອອິສຣາເອນໃນຊາມາເຣັຽ ແລະພຣະອົງຊົງປົກຄອງສິບຫົກປີ 11 ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ພຣະອົງບໍ່ໄດ້ພາກຈາກບັນດາບາບຂອງເຢໂຣໂບອາມບຸດເນບັດ ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທໍາດ້ວຍ ແຕ່ພຣະອົງຊົງດຳເນີນໃນບາບນັ້ນ 12 ສ່ວນພຣະຣາຊກິຈນອກນັ້ນຂອງໂຢອັສແລະບັນດາສິ່ງຊຶ່ງພຣະອົງຊົງກະທຳແລະຍຸດພະລັງຊຶ່ງພຣະອົງຊົງສູ້ຮົບກັບອາມາຊິຢາເຈົ້າຊີວິດແຫ່ງຢູດາບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນຫລື 13 ໂຢອັສຈຶ່ງຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຢໂຣໂບອາມຊົງປະທັບເທີງທີ່ນັ່ງຂອງພຣະອົງ ແລະເຂົາຝັງພຣະສົບໂຢອັສໄວ້ໃນຊາມາເຣັຽກັບພຣະຣາຊາແຫ່ງອິສຣາເອນ
ເອລີຊາສິ້ນຊີວິດ
14 ເມື່ອເອລີຊາໄດ້ລົ້ມເຈັບລົງດ້ວຍພຍາດຮ້າຍແຮງ ແລະໃກ້ຈະສິ້ນລົມຫາຍໃຈນັ້ນ ໂຢອັສເຈົ້າຊີວິດອິສຣາເອນໄດ້ສະເດັດມາຢ້ຽມຢາມທ່ານພຣະອົງຊົງຮ້ອງໄຫ້ທັງເວົ້າວ່າ, “ພໍ່ເອີຍ, ພໍ່ຂອງຂ້ອຍເອີຍ ທ່ານເປັນຜູ້ປ້ອງກັນຜູ້ຍິ່ງໃຫຍ່ແຫ່ງອິສຣາເອນ” 15 ເອລີຊາຈຶ່ງທູນພຣະອົງວ່າ, “ຂໍຊົງເອົາຄັນທະນູແລະລູກທະນູມາ” ພຣະອົງຈຶ່ງຊົງເອົາຄັນທະນູແລະລູກທະນູມາ 16 ແລ້ວທ່ານທູນເຈົ້າຊີວິດແຫ່ງອິສຣາເອນວ່າ, “ຂໍຊົງຈັບທະນູ” ແລະພຣະອົງຊົງຈັບມາແລະເອລີຊາເອົາມືຂອງຕົນວາງເທິງພຣະຫັດຂອງເຈົ້າຊີວິດ 17 ແລະທ່ານທູນວ່າ, “ຂໍຊົງເປີດປ່ອງຢ້ຽມດ້ານຕາເວັນອອກ” ແລະພຣະອົງຊົງເປີດແລ້ວເອລີຊາທູນວ່າ, “ຈົ່ງຍິງຫນ້າທະນູ” ແລະພຣະອົງກໍຊົງຍິງ ແລະທ່ານທູນວ່າ, “ລູກທະນູໄຊຊະນະຂອງພຣະຜູ້ເປັນເຈົ້າ ລູກທະນູໄຊຊະນະເຫນືອຊີເຣັຽ ເພາະພຣະອົງຈະຊົງຕໍ່ສູ້ກັບຄົນຊີເຣັຽທີ່ເມືອງອາເຟກ ຈົນກວ່າພຣະອົງຈະຊົງກະທໍາໃຫ້ເຂົາສິ້ນໄປ” 18 ແລະທ່ານທູນວ່າ, “ຂໍຊົງຈັບລູກທະນູ” ແລະພຣະອົງຊົງຈັບມັນ ແລະທ່ານທູນພຣະຣາຊາແຫ່ງອິສຣາເອນວ່າ, “ເອົາລູກທະນູຟາດລົງດິນ” ແລະພຣະອົງຊົງຕີສາມຄັ້ງແລ້ວຊົງຢຸດເສັຽ 19 ແລ້ວຄົນແຫ່ງພຣະເຈົ້າກໍໃຈຮ້າຍພຣະອົງ ແລະທູນວ່າ, “ພຣະອົງຄວນຟາດມັນລົງຈັກຫ້າຫລືຫົກຄັ້ງ ເພື່ອວ່າຈະຕີຊະນະພວກຊີເຣັຽຢ່າງສິ້ນເຊີງ ສະນັ້ນພຣະອົງຈະຕີຊະນະພວກຊີເຣັຽພຽງສາມເທື່ອເທົ່ານັ້ນ” 20 ເອລີຊາໄດ້ສິ້ນຊີວິດໄປ ເຂົາກໍທຳພິທີປົງສົບທ່ານຢ່າງສົມກຽດ ໃນຄາວນັ້ນພວກໂມອາບໄດ້ເຂົ້າປຸ້ນສະດົມແຜ່ນດິນນັ້ນທຸກໆປີ 21 ມີຄັ້ງນຶ່ງ ຄົນກຸ່ມນຶ່ງໄດ້ຫາມສົບຄົນຕາຍໄປຝັງ ກໍຫລຽວເຫັນໂຈນຫມູ່ນຶ່ງ ເຂົາຈຶ່ງໂຍນສົບຊາຍຄົນນັ້ນລົງໄປໃນອຸບໂມງຂອງເອລີຊາ ແລ້ວກໍພາກັນແລ່ນຫນີເອົາຕົວລອດ ເມື່ອຊາກສົບຊາຍຄົນນັ້ນໄດ້ຖືກກັບກະດູກຂອງເອລີຊາ ເຂົາກໍຄືນຊີວິດລຸກຢືນຂຶ້ນ 22 ຝ່າຍຮາຊາເອນເຈົ້າຊີວິດແຫ່ງຊີເຣັຽໄດ້ບີບບັງຄັບຄົນອິສຣາເອນຢູ່ຕລອດຣັຊການຂອງເຢໂຮອາຮັສ 23 ແຕ່ພຣະຜູ້ເປັນເຈົ້າຊົງພຣະກະຣຸນາຕໍ່ເຂົາ ແລະຊົງເມດຕາເຂົາ ແລະພຣະອົງຊົງຫັນມາທາງເຂົາ ເພາະຄຳຫມັ້ນສັນຍາຂອງພຣະອົງກັບອັບຣາຮາມ ອີຊາກ ແລະຢາໂຄບ ແລະຈະບໍ່ຊົງທຳລາຍເຂົາ ຫລືປະລະຖິ້ມເຂົາເສັຽໃຫ້ພົ້ນພຣະພັກຈົນບັດນີ້ 24 ເມື່ອຮາຊາເອນເຈົ້າຊີວິດແຫ່ງຊີເຣັຽສິ້ນພຣະຊົນ ເບນຮາດາດ ໂອຣົດຂອງພຣະອົງໄດ້ຂຶ້ນຄອງແທນພຣະອົງ 25 ແລ້ວໂຢອັສໂອຣົດຂອງເຢໂຮອາຮັສໄດ້ຍຶດບັນດາຫົວເມືອງຈາກເບນຮາດາດບຸດຮາຊາເອນກັບຄືນມາ ເປັນຫົວເມືອງທີ່ພຣະອົງຕີໄປໄດ້ ຈົນເຢໂຮອາຮັສບິດາຂອງໂຢອັສໄດ້ຮົບຊະນະພຣະອົງສາມຄັ້ງແລະໄດ້ຫົວເມືອງອິສຣາເອນກັບຄືນມາ
ຣັຊການອາມາຊີຢາ
1 ໃນປີທີ່ສອງແຫ່ງຣັຊການໂຢອັສ ໂອຣົດຂອງໂຢອາຮັສກະສັດແຫ່ງອິສຣາເອນ ອາມາຊີຢາໂອຣົດຂອງໂຢອັສເຈົ້າຊີວິດແຫ່ງຢູດາ ໄດ້ເລີ້ມປົກຄອງ 2 ເມື່ອພຣະອົງຊົງເລີ້ມປົກຄອງນັ້ນ ພຣະອົງມີອາຍຸຊາວຫ້າປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມຊາວເກົ້າປີ ພຣະມານຂອງພຣະອົງມີພຣະນາມວ່າ ເຢໂຮອັດດິນຊາວເຢຣູຊາເລັມ 3 ພຣະອົງຊົງກະທຳສິ່ງທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າ ແຕ່ຍັງບໍ່ເຫມືອນດາວິດບັນພະບຸຣຸດຂອງພຣະອົງ ພຣະອົງຊົງກະທຳຕາມທຸກສິ່ງຊຶ່ງໂຢອັສບິດາຂອງພຣະອົງໄດ້ຊົງກະທຳ 4 ແຕ່ວ່າບ່ອນນະມັສການສະຖານທີ່ສູງນັ້ນຍັງບໍ່ໄດ້ຊົງຮື້ເສັຽ ປະຊາຊົນຍັງຄົງຖວາຍສັຕບູຊາແລະເຜົາເຄື່ອງຫອມເທິງບ່ອນນະມັສການສະຖານທີ່ສູງເຫລົ່ານັ້ນ 5 ແລະຕໍ່ມາເມື່ອຣາຊອານາຈັກລໍຢູ່ໃນພຣະຫັດຂອງພຣະອົງຢ່າງຫມັ້ນຄົງແລ້ວ ພຣະອົງກໍຊົງປະຫານຊີວິດຂ້າຣາຊການຂອງພຣະອົງຜູ້ທີ່ຂ້າບິດາຂອງພຣະອົງເສັຽ 6 ແຕ່ພຣະອົງບໍ່ໄດ້ຊົງປະຫານຊີວິດລູກຫລານຂອງຜູ້ທີ່ຂ້ານັ້ນ ຕາມຊຶ່ງໄດ້ບັນທຶກໄວ້ໃນຫນັງສືທັມບັນຍັດຂອງໂມເຊ ທີ່ພຣະຜູ້ເປັນເຈົ້າຊົງສັ່ງວ່າ, “ຢ່າປະຫານຊີວິດບິດາເພາະການກະທຳຂອງລູກຫລານ ຫລືຢ່າປະຫານລູກຫລານເພາະການກະທຳຂອງບິດາ ແຕ່ທຸກຄົນຕ້ອງຕາຍເພາະບາບຂອງຕົນເອງ” 7 ພຣະອົງຊົງປະຫານຊີວິດຄົນເອໂດມນຶ່ງຫມື່ນຄົນໃນພູເຂົາເກືອ ແລະຍຶດເມືອງເຊລາດ້ວຍການສົງຄາມ ແລະເອີ້ນເມືອງນັ້ນວ່າ ໂຢກເທເອນ ຊຶ່ງເປັນຊື່ມາເຖິງທຸກວັນນີ້ 8 ແລະອາມາຊີຢາຊົງໃຊ້ຜູ້ສົ່ງຂ່າວໄປຫາ ເຢໂຮອັສໂອຣົດຂອງເຢໂຮອາຮັສ ໂອຣົດເຢຮູ ເຈົ້າຊີວິດແຫ່ງອິສຣາເອນທູນວ່າ, “ມາເຖີດ ຂໍໃຫ້ເຮົາມາຜະເຊີນຫນ້າກັນ” 9 ແລະເຢໂຮອັສເຈົ້າຊີວິດແຫ່ງອິສຣາເອນຊົງສົ່ງຂ່າວໄປຍັງອາມາຊີຢາເຈົ້າຊີວິດແຫ່ງຢູດາວ່າ, “ຍັງມີຄັ້ງນຶ່ງພຸ່ມຫນາມທີ່ເລບານອນສົ່ງຂ່າວໄປຫາຕົ້ນສົນເທິງພູເຂົາເລບານອນວ່າ “ຈົ່ງຍົກບຸດຍິງຂອງເຈົ້າໃຫ້ເປັນພັຣຍາບຸດຊາຍຂອງເຮົາ” ແລະສັດປ່າທົ່ງໂຕນຶ່ງແຫ່ງເລບານອນຜ່ານມາ ແລະຢຽບພຸ່ມຫນາມນັ້ນເສັຽ 10 ຈິງຢູ່ ທ່ານໄດ້ໂຈມຕີເອໂດມ ແລະພຣະທັຍຂອງທ່ານກໍທຳໃຫ້ທ່ານຜະຍອງຂຶ້ນ ຈົ່ງພໍໃຈໃນສັກສີຂອງທ່ານເຖີດ ແລະຢູ່ກັບບ້ານເພາະເຫດໃດທ່ານຈຶ່ງເຣົ້າໃຈຕົນເອງໃຫ້ຕໍ່ສູ້ແລະຣັບອັນຕະຣາຍ ອັນຈະໃຫ້ທ່ານລົ້ມລົງ ທັງທ່ານແລະຢູດາດ້ວຍ” 11 ແຕ່ອາມາຊີຢາບໍ່ໄດ້ຊົງຟັງ ເຢໂຮອັສເຈົ້າຊີວິດແຫ່ງອິສຣາເອນຈຶ່ງຂຶ້ນໄປ ແລະພຣະອົງກັບອາມາຊີຢາເຈົ້າຊີວິດແຫ່ງຢູດາກໍຜະເຊີນຫນ້າກັນທີ່ເບັດເຊເມສຊຶ່ງເປັນຂອງຢູດາ 12 ຢູດາກໍຜ່າຍແພ້ອິສຣາເອນ ແລະທຸກຄົນກໍຫນີກັບໄປບ້ານຂອງຕົນ 13 ແລະເຢໂຮອັສເຈົ້າຊີວິດແຫ່ງອິສຣາເອນກໍຈັບອາມາຊີຢາເຈົ້າຊີວິດແຫ່ງຢູດາໂອຣົດຂອງເຢໂຮອັສ ໂອຣົດຂອງອາຮາຊີຢາທີ່ເມືອງເບັດເຊເມສແລະໄດ້ສະເດັດມາຍັງເຢຣູຊາເລັມ ແລະໄດ້ທະລາຍກຳແພງເຢຣູຊາເລັມລົງເສັຽສີ່ຮ້ອຍສອກ ຕັ້ງແຕ່ປະຕູເອຟຣາອິມຈົນເຖິງປະຕູແຈຂອງກຳແພງ 14 ພຣະອົງຊົງຍຶດທອງຄຳ ແລະເງິນທັງຫມົດ ແລະເຄື່ອງໃຊ້ທັງຫມົດທີ່ພົບໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະໃນຄັງຂອງສຳນັກພຣະຣາຊວັງພ້ອມກັບຄົນປະກັນ ແລະພຣະອົງກັບໄປຍັງຊາມາເຣັຽ 15 ສ່ວນພຣະຣາຊກິຈນອກນັ້ນຂອງເຢໂຮອັສຊຶ່ງພຣະອົງໄດ້ຊົງກະທໍາ ທັງຍຸດພະລັງຂອງພຣະອົງ ແລະທີ່ພຣະອົງຊົງສູ້ຮົບກັບອາມາຊີຢາ ເຈົ້າຊີວິດແຫ່ງຢູດາຢ່າງໃດນັ້ນ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນຫລື 16 ແລະເຢໂຮອັສຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງໄວ້ໃນຊາມາເຣັຽກັບບັນດາພຣະຣາຊາແຫ່ງອິສຣາເອນ ແລະເຢໂຣໂບອາມໂອຣົດຂອງພຣະອົງໄດ້ປົກຄອງແທນພຣະອົງ 17 ອາມາຊີຢາໂອຣົດຂອງເຢໂຮອັສເຈົ້າຊີວິດແຫ່ງຢູດາຊົງພຣະຊົນຢູ່ສິບຫ້າປີ ຫລັງຈາກມໍຣະນະກັມຂອງເຢໂຮອັສໂອຣົດຂອງເຢໂຮອາຮັສເຈົ້າຊີວິດແຫ່ງອິສຣາເອນ 18 ສ່ວນພຣະຣາຊກິຈນອກນັ້ນຂອງອາມາຊີຢາ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື? 19 ແລະເຂົາໄດ້ຮ່ວມກັນກະບົດຕໍ່ພຣະອົງໃນເຢຣູຊາເລັມ ແລະພຣະອົງຊົງຫນີໄປຍັງລາຄິສ ແຕ່ເຂົາໃຊ້ຄົນໄປຕາມພຣະອົງທີ່ລາຄິສ ແລະປະຫານຊີວິດພຣະອົງເສັຽທີ່ນັ້ນ 20 ແລະເຂົານໍາພຣະສົບບັນທຸກມ້າກັບມາແລະຝັງໄວ້ໃນເຢຣູຊາເລັມຢູ່ກັບບັນພະບຸຣຸດຂອງພຣະອົງໃນນະຄອນດາວິດ 21 ແລະປະຊາຊົນທັງສິ້ນແຫ່ງຢູດາກໍຕັ້ງອາຊາຣີຢາ ຜູ້ຊຶ່ງມີອາຍຸສິບຫົກປີ ໃຫ້ເປັນກະສັດແທນອາມາຊີຢາພຣະຣາຊບິດາຂອງພຣະອົງ 22 ພຣະອົງຊົງສ້າງເມືອງເອລັທ ແລະໃຫ້ກັບຂຶ້ນແກ່ຢູດາ ຫລັງຈາກທີ່ເຈົ້າຊີວິດຊົງລ່ວງຫລັບໄປຢູກັບບັນພະບຸຣຸດຂອງພຣະອົງ
ຣັຊການເຢໂຣໂບອາມ 2
23 ໃນປີທີ່ສິບຫ້າແຫ່ງຣັຊການອາມາຊີຢາໂອຣົດຂອງເຢໂຮອັສເຈົ້າຊີວິດແຫ່ງອິສຣາເອນໄດ້ເລີ້ມປົກຄອງໃນຊາມາເຣັຽ ແລະຊົງປົກຄອງຢູ່ສີ່ສິບເອັດປີ 24 ແລະພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ພຣະອົງບໍ່ໄດ້ຊົງພາກຈາກບາບທັງສິ້ນຂອງເຢໂຣໂບອາມບຸດເນບັດ ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳດ້ວຍ 25 ພຣະອົງຊົງຕີເອົາດິນແດນອິສຣາເອນຄືນມາຕັ້ງແຕ່ທາງເຂົ້າເມືອງຮາມັທ ໄກໄປຈົນເຖິງທະເລແຫ່ງອາຣາບາຕາມພຣະຄຳຂອງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ຊຶ່ງພຣະອົງກ່າວໂດຍຜູ້ຮັບໃຊ້ຂອງພຣະອົງຄື ໂຢນາ ຜູ້ເປັນບຸດອາມິດຕັຍຜູ້ປະກາດພຣະທັມຜູ້ມາຈາກກັທເຮເຟີ 26 ເພາະພຣະຜູ້ເປັນເຈົ້າທອດພຣະເນດເຫັນວ່າ ຄວາມທຸກໃຈຂອງອິສຣາເອນນັ້ນຂົມຂື່ນ ເພາະບໍ່ມີຜູ້ໃດເຫລືອບໍ່ວ່າທາດຫລືອິສຣະ ແລະບໍ່ມີຜູ້ໃດຊ່ອຍອິສຣາເອນ 27 ພຣະຜູ້ເປັນເຈົ້າບໍ່ໄດ້ກ່າວວ່າ ຈະຊົງລົບນາມອິສຣາເອນເສັຽຈາກໃຕ້ຟ້າສວັນ ແຕ່ພຣະອົງຊົງຊ່ອຍເຂົາໂດຍພຣະຫັດຂອງເຢໂຣໂບອາມໂອຣົດຂອງເຢໂຮອັສ 28 ສ່ວນພຣະຣາຊກິຈນອກນັ້ນຂອງເຢໂຣໂບອາມ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳ ແລະຍຸດພະລັງຂອງພຣະອົງ ພຣະອົງສູ້ຮົບຢ່າງໃດແລະເຣື່ອງທີ່ພຣະອົງຊົງຕີເອົາດາມັສກັສ ແລະຮາບັທຄືແກ່ອິສຣາເອນ ຊຶ່ງໄດ້ເຄີຍເປັນຂອງຢູດາ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນຫລື 29 ແລະເຢໂຣໂບອາມຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ຄືບັນດາພຣະຣາຊາແຫ່ງອິສຣາເອນ ແລະເຊຄາຣິຢາໂອຣົດຂອງພຣະອົງຂຶ້ນຄອງແທນພຣະອົງ
ຣັຊການອາຊາຣິຢາ
1 ໃນປີທີ່ຊາວເຈັດແຫ່ງຣັຊການເຢໂຣໂບອາມເຈົ້າຊີວິດແຫ່ງອິສຣາເອນ ອາຊາຣິຢາໂອຣົດຂອງອາມາຊີຢາເຈົ້າຊີວິດແຫ່ງຢູດາໄດ້ເລີ້ມປົກຄອງ 2 ເມື່ອພຣະອົງຊົງເລີ້ມປົກຄອງນັ້ນ ພຣະອົງຊົງມີອາຍຸສິບຫົກປີ ແລະພຣະອົງຊົງປົກຄອງຢູ່ໃນກຸງເຢຣູຊາເລັມຫ້າສິບສອງປີ ພຣະມານດາມີພຣະນາມວ່າເຢໂກລີຢາຊາວເຢຣູຊາເລັມ 3 ພຣະອົງໄດ້ຊົງກະທຳສິ່ງທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າ ຕາມທຸກຢ່າງທີ່ອາມາຊີຢາພຣະບິດາຂອງພຣະອົງຊົງກະທຳ 4 ແຕ່ບ່ອນນະມັສການສະຖານທີ່ສູງກໍຍັງບໍ່ໄດ້ຖືກກຳຈັດເສັຽ ປະຊາຊົນຍັງຖວາຍສັຕບູຊາ ແລະເຜົາເຄື່ອງຫອມເທິງບ່ອນນະມັສການສະຖານທີ່ສູງເຫລົ່ານັ້ນ 5 ແລະພຣະອົງຊົງລົງໂທດເຈົ້າຊີວິດ ເຈົ້າຊີວິດຈຶ່ງຊົງເປັນໂຣກເຮື້ອນຈົນເຖິງວັນສິ້ນພຣະຊົນ ແລະຊົງປະທັບໃນວັງຕ່າງຫາກ ແລະໂຢທາມໂອຣົດຂອງເຈົ້າຊີວິດຄວບຄຸມສຳນັກພຣະຣາຊວັງ ແລະຊົງປົກຄອງຣາສດອນແຫ່ງແຜ່ນດິນ 6 ສ່ວນພຣະຣາຊກິຈນອກນັ້ນຂອງອາຊາຣີຢາ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື 7 ແລະອາຊາຣີຢາຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງໄວ້ກັບບັນພະບຸຣຸດຂອງພຣະອົງໃນນະຄອນດາວິດ ແລະໂຢທາມໂອຣົດຂອງພຣະອົງຂຶ້ນຄອງແທນພຣະອົງ
ຣັຊການເຊຄາຣີຢາ
8 ໃນປີທີ່ສາມສິບແປດແຫ່ງຣັຊການອາຊາຣີຢາເຈົ້າຊີວິດແຫ່ງຢູດາ ເຊຄາຣີຢາໂອຣົດຂອງເຢໂຣໂບອາມຂຶ້ນຄອງເຫນືອອິສຣາເອນໃນຊາມາເຣັຽຫົກເດືອນ 9 ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ດັ່ງທີ່ບັນພະບຸຣຸດຂອງພຣະອົງຊົງກະທຳພຣະອົງບໍ່ໄດ້ຊົງພາກຈາກບາບຂອງເຢໂຣໂບອາມບຸດເນບັດ ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳດ້ວຍ 10 ຊັນລູມບຸດຢາເບສຮ່ວມກັນກະບົດຕໍ່ພຣະອົງ ແລະລົ້ມພຣະອົງເສັຽຕໍ່ຫນ້າປະຊາຊົນແລະປະຫານພຣະອົງເສັຽ ແລະຂຶ້ນຄອງແທນພຣະອົງ 11 ສ່ວນພຣະຣາຊກິຈນອກນັ້ນຂອງເຊຄາຣີຢາ ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນ 12 (ເຫດການນີ້ເປັນໄປຕາມພຣະດຳຣັດທີ່ພຣະຜູ້ເປັນເຈົ້າກ່າວແກ່ເຢຮູວ່າ, “ບຸດຊາຍຂອງເຈົ້າຈະນັ່ງເທິງພຣະທີ່ນັ່ງຂອງອິສຣາເອນເຖິງຊົ່ວຊີວິດທີ່ສີ່” ແລະເປັນໄປຢ່າງນັ້ນແຫລະ)
ຣັຊການຊັນລູມ
13 ຊັນລູມບຸດຢາເບສໄດ້ເລີ້ມປົກຄອງໃນປີທີ່ສາມສິບເກົ້າແຫ່ງຣັຊການອຸສຊີຢາເຈົ້າຊີວິດຂອງຢູດາ ແລະທ່ານຄອງໃນຊາມາເຣັຽລະຫວ່າງເວລານຶ່ງເດືອນ 14 ແລ້ວເມນາເຮມບຸດກາດີໄດ້ຂຶ້ນມາຈາກເມືອງຕີຣ໌ຊາ ແລະມາຍັງຊາມາເຣັຽ ແລະທ່ານກໍລົ້ມຊັນລູມບຸດຢາເບສເສັຽທີ່ໃນຊາມາເຣັຽແລະປະຫານຊີວິດທ່ານເສັຽ ແລະໄດ້ຂຶ້ນປົກຄອງແທນທ່ານ 15 ສ່ວນພຣະຣາຊກິຈນອກນັ້ນຂອງຊັນລູມແລະການຮ່ວມກັນຄິດກະບົດທີ່ທ່ານໄດ້ກະທຳ ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນ 16 ໃນຄາວນັ້ນເມນາເຮມປຸ້ນຕິຟສາ ແລະບັນດາຜູ້ທີ່ຢູ່ໃນເມືອງນັ້ນ ແລະດິນແດນຂອງເມືອງນັ້ນຕັ້ງແຕ່ຕີຣ໌ຊາໄປ ເພາະເຂົາບໍ່ໄດ້ເປີດໃຫ້ແກ່ທ່ານ ທ່ານຈຶ່ງປຸ້ນເມືອງນັ້ນ ແລະທ່ານໄດ້ຜ່າທ້ອງຍິງຖືພາໃນເມືອງນັ້ນເສັຽທຸກຄົນ
ຣັຊການເມນາເຮມ
17 ໃນປີທີ່ສາມສິບເກົ້າແຫ່ງຣັຊການອາຊາຣີຢາເຈົ້າຊີວິດແຫ່ງຢູດາ ເມນາເຮມບຸດກາດີໄດ້ເລີ້ມປົກຄອງເຫນືອອິສຣາເອນ ແລະພຣະອົງຊົງປົກຄອງໃນຊາມາເຣັຽສິບປີ 18 ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ພຣະອົງບໍ່ໄດ້ພາກຈາກບາບຂອງເຢໂຣໂບອາມບຸດເນບັດຕລອດຣັຊການຂອງພຣະອົງ ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳດ້ວຍ 19 ປູນເຈົ້າຊີວິດແຫ່ງອັສຊີເຣັຽໄດ້ຍົກຂຶ້ນມາຕໍ່ສູ້ແຜ່ນດິນນັ້ນ ແລະເມນາເຮມໄດ້ຖວາຍເງິນນຶ່ງພັນຕະລັນແກ່ປູນ ເພື່ອຈະໃຫ້ພຣະອົງນັ້ນຊ່ອຍໃຫ້ທ່ານຍຶດພຣະຣາຊອານາຈັກໄວ້ໄດ້ 20 ເມນາເຮມໄດ້ເລັ່ງເອົາເງິນນັ້ນມາຈາກອິສຣາເອນຄືຈາກຄົນຮັ່ງມີທຸກຄົນ ເງິນຄົນລະຫ້າສິບເຊເກລ ເພື່ອຖວາຍແກ່ເຈົ້າຊີວິດແຫ່ງອັສຊີເຣັຽ ເຈົ້າຊີວິດແຫ່ງອັສຊີເຣັຽຈຶ່ງຍົກທັບກັບ ແລະບໍ່ໄດ້ຊົງຢັງຢັ້ງຢູ່ໃນແຜ່ນດິນນັ້ນ 21 ສ່ວນພຣະຣາຊກິຈຂອງເມນາເຮມ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນຫລື? 22 ແລະເມນາເຮມກໍລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເປກາຮີຢາໂອຣົດກໍຂຶ້ນຄອງແທນພຣະອົງ
ຣັຊການເປກາຮີຢາ
23 ໃນປີທີ່ຫ້າສິບແຫ່ງຣັຊການອາຊາຣີຢາເຈົ້າຊີວິດແຫ່ງຢູດາ ເປກາຮີຢາໂອຣົດຂອງເມນາເຮມໄດ້ເລີ້ມປົກຄອງເຫນືອອິສຣາເອນໃນຊາມາເຣັຽ ແລະພຣະອົງຊົງປົກຄອງສອງປີ 24 ແລະພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ພຣະອົງບໍ່ໄດ້ຊົງພາກຈາກບາບຂອງເຢໂຣໂບອາມບຸດເນບັດ ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳດ້ວຍ 25 ແລະເປກາບຸດເຣມາລິຢາ ແມ່ທັບຂອງພຣະອົງໄດ້ຮ່ວມກັນຄິດກະບົດຕໍ່ພຣະອົງ ແລະໄດ້ປະຫານພຣະອົງເສັຽໃນຊາມາເຣັຽໃນປ້ອມຂອງສຳນັກພຣະຣາຊວັງ ກັບອາຣ໌ໂກບແລະອາຣີເອ ແລະມີຄົນກິເລອາດຫ້າສິບຄົນຮ່ວມກັນຄິດກະບົດກັບທ່ານ ທ່ານໄດ້ປະຫານພຣະອົງແລະໄດ້ຂຶ້ນປົກຄອງແທນພຣະອົງ 26 ສ່ວນພຣະຣາຊກິຈນອກນັ້ນຂອງເປກາຮີຢາ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳ ມີບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດອິສຣາເອນ
ຣັຊການເປກາ
27 ໃນປີທີ່ຫ້າສິບສອງແຫ່ງຣັຊການອາຊາຣີຢາເຈົ້າຊີວິດແຫ່ງຢູດາ ເປກາບຸດເຣມາລີຢາ ໄດ້ເລີ້ມປົກຄອງເຫນືອອິສຣາເອນໃນຊາມາເຣັຽ ແລະຊົງປົກຄອງຊາວປີ 28 ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ພຣະອົງບໍ່ໄດ້ພາກຈາກບາບຂອງເຢໂຣໂບອາມບຸດເນບັດ ຊຶ່ງພຣະອົງຊົງກະທຳໃຫ້ອິສຣາເອນທຳດ້ວຍ 29 ໃນຣັຊການຂອງເປກາເຈົ້າຊີວິດແຫ່ງອິສຣາເອນ ຕິກລັທປີເລເຊີເຈົ້າຊີວິດແຫ່ງອັສຊີເຣັຽໄດ້ຍົກມາ ແລະຍຶດເມືອງອີໂຢນ ອາເບນເບັດມາອາກາ ຢາໂນອາ ເກເດສ ຮາໂຊຣ໌ ກິເລອາດ ແລະຄາລີເລແຜ່ນດິນເນັຟທາລີທັງຫມົດ ແລະກວາດຕ້ອນປະຊາຊົນເປັນຊະເລີຍໄປຍັງອັສຊີເຣັຽ 30 ແລ້ວໂຮເຊຢາ ບຸດເອລາໄດ້ຮ່ວມຄິດກະບົດຕໍ່ເປກາບຸດເຣມາລິຢາ ແລະລົ້ມພຣະອົງລົງ ແລະປະຫານພຣະອົງເສັຽ ແລະຂຶ້ນຄອງແທນພຣະອົງໃນປີທີ່ຊາວແຫ່ງຣັຊການໂຢທາມໂອຣົດຂອງອຸສຊີຢາ 31 ສ່ວນພຣະຣາຊກິຈນອກນັ້ນຂອງເປກາແລະບັນດາສິ່ງຊຶ່ງພຣະອົງຊົງກະທຳ ມີບັນທຶກໄວ້ໃນຫນັງສືພົງສາວະດານພຣະຣາຊາປະເທດອິສຣາເອນ
ຣັຊການໂຢທາມ
32 ໃນປີທີ່ສອງແຫ່ງຣັຊການເປກາບຸດເຣມາລິຢາເຈົ້າຊີວິດແຫ່ງອິສຣາເອນ ໂຢທາມໂອຣົດຂອງອຸສຊີຢາເຈົ້າຊີວິດແຫ່ງຢູດາໄດ້ເລີ້ມປົກຄອງ 33 ເມື່ອພຣະອົງຊົງເລີ້ມປົກຄອງນັ້ນມີອາຍຸສິບຫ້າປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມສິບຫົກປີ ພຣະມານດາຂອງພຣະອົງມີພຣະນາມວ່າ ເຢຣູຊາບຸດຍິງຂອງຊາໂດກ 34 ແລະພຣະອົງຊົງກະທຳສິ່ງທີ່ຊອບໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ ຕາມທຸກຢ່າງທີ່ອຸສຊີຢາພຣະຣາຊບິດາຂອງພຣະອົງຊົງກະທຳ 35 ແຕ່ບ່ອນນະມັສການສະຖານທີ່ສູງກໍຍັງບໍ່ໄດ້ຖືກກຳຈັດເສັຽ ປະຊາຊົນຍັງຖວາຍສັຕບູຊາແລະເຜົາເຄື່ອງຫອມເທິງບ່ອນນະມັສການສະຖານທີ່ສູງນັ້ນ ພຣະອົງຊົງສ້າງປະຕູເທິງຂອງພຣະວິຫານແຫ່ງພຣະຜູ້ເປັນເຈົ້າ 36 ສ່ວນພຣະຣາຊກິຈນອກນັ້ນຂອງໂຢທາມ ແລະບັນດາສິ່ງຊຶ່ງພຣະອົງໄດ້ຊົງກະທຳບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື? 37 ໃນການຄັ້ງນັ້ນພຣະຜູ້ເປັນເຈົ້າໄດ້ຊົງໃຊ້ເຣຊີນເຈົ້າຊີວິດຊີເຣັຽ ແລະເປກາບຸດເຣມາລິຢາໃຫ້ມາສູ້ກັບຢູດາ 38 ໂຢທາມໄດ້ຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະໄດ້ຝັງໄວ້ກັບບັນພະບຸຣຸດຂອງພຣະອົງ ແລະອາຮັສໂອຣົດຂອງພຣະອົງຂຶ້ນຄອງແທນ
ຣັຊການອາຮັສ
1 ໃນປີທີ່ສິບເຈັດແຫ່ງຣັຊການເປກາບຸດເຣມາລິຢາ ອາຮັສໂອຣົດຂອງໂຢທາມເຈົ້າຊີວິດແຫ່ງຢູດາໄດ້ເລີ້ມປົກຄອງ 2 ອາຮັສມີອາຍຸຊາວປີ ເມື່ອພຣະອົງຊົງເລີ້ມປົກຄອງ ແລະພຣະອົງຊົງປົກຄອງໃນກຸງເຢຣູຊາເລັມສິບຫົກປີ ແລະພຣະອົງບໍ່ໄດ້ຊົງກະທຳສິ່ງທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພຣະອົງດັ່ງດາວິດບັນພະບຸຣຸດຂອງພຣະອົງໄດ້ຊົງກະທຳ 3 ແຕ່ພຣະອົງຊົງດຳເນີນຕາມທາງຂອງເຈົ້າຊີວິດແຫ່ງອິສຣາເອນ ພຣະອົງເຖິງກັບຊົງຖວາຍໂອຣົດຂອງພຣະອົງໃຫ້ລຸຍໄຟເປັນເຄື່ອງບູຊາ ຕາມການກະທຳອັນຫນ້າລັງກຽດຂອງປະຊາຊາດຊຶ່ງພຣະຜູ້ເປັນເຈົ້າຊົງຂັບໄລ່ເສັຽໃຫ້ພົ້ນຫນ້າປະຊາຊົນອິສຣາເອນ 4 ແລະພຣະອົງຊົງຖວາຍສັຕບູຊາ ແລະເຜົາເຄື່ອງຫອມເທິງບ່ອນນະມັສການສະຖານທີ່ສູງ ແລະໃນເນີນສູງແລະໃຕ້ຕົ້ນໄມ້ທຸກຕົ້ນ 5 ແລ້ເຣຊີນເຈົ້າຊີວິດແຫ່ງຊີເຣັຽ ແລະເປກາບຸດເຣມາລິຢາເຈົ້າຊີວິດແຫ່ງອິສຣາເອນຊົງຍົກຂຶ້ນມາທຳສົງຄາມກັບກຸງເຢຣູຊາເລັມ ແລະເຈົ້າຊີວິດທັງສອງໄດ້ລ້ອມອາຮັສໄວ້ ແຕ່ຊົງເອົາໄຊຊະນະຍັງບໍ່ໄດ້ 6 ຄາວນັ້ນເຣຊີນເຈົ້າຊີວິດແຫ່ງຊີເຣັຽໄດ້ເຂົ້າຍຶດເມືອງເອລັທຄືນໃຫ້ຊີເຣັຽ ແລະຊົງຂັບໄລ່ພວກຢິວເສັຽຈາກເອລັທແລະຄົນຊີເຣັຽມາທີ່ເອລັທ ແລະຢູ່ທີ່ນັ້ນຈົນທຸກວັນນີ້ 7 ອາຮັສຈຶ່ງຊົງສົ່ງຜູ້ສົ່ງຂ່າວໄປຍັງຕິກລັທປີເລເຊີເຈົ້າຊີວິດແຫ່ງອັສຊີເຣັຽວ່າ, “ຂ້າພະເຈົ້າເປັນຄົນໃຊ້ຂອງທ່ານ ແລະເປັນບຸດຂອງທ່ານ ຂໍເຊີນຂຶ້ນມາຊ່ອຍຂ້າພະເຈົ້າໃຫ້ພົ້ນຈາກມືຂອງເຈົ້າຊີວິດແຫ່ງຊີເຣັຽ ແລະຈາກມືຂອງເຈົ້າຊີວິດແຫ່ງອິສຣາເອນ ຜູ້ຊຶ່ງລຸກຂຶ້ນຕໍ່ສູ້ຂ້າພະເຈົ້າ” 8 ອາຮັສຊົງນຳເອົາເງິນແລະທອງຄຳຊຶ່ງມີຢູ່ໃນພຣະວິຫານແຫ່ງພຣະຜູ້ເປັນເຈົ້າ ແລະໃນຄັງສຳນັກພຣະຣາຊວັງ ແລະສົ່ງເປັນຂອງຂວັນຖວາຍແກ່ເຈົ້າຊີວິດແຫ່ງອັສຊີເຣັຽ 9 ເຈົ້າຊີວິດແຫ່ງອັສຊີເຣັຽກໍຊົງຍົກທັບຂຶ້ນໄປຍັງດາມັສກັສແລະຍຶດໄດ້ ຈັບປະຊາຊົນເມືອງນັ້ນໄປເປັນຊະເລີຍຍັງເມືອງຄີຣ໌ ແລະຊົງປະຫານເຣຊີນເສັຽ 10 ເມື່ອເຈົ້າຊີວິດອາຮັສສະເດັດໄປດາມັສກັສ ເພື່ອພົບກັບຕິກລັທປີເລເຊີກໍຊົງເຫັນແທ່ນທີ່ບູຊາດາມັສກັສ ແລະກະສັດອາຮັສຊົງສົ່ງຫຸ່ນແທ່ນບູຊາໄປຍັງປະໂຣຫິດອຸຣີຢາພ້ອມທັງແບບແຜນຕາມລັກສນະການສ້າງ 11 ແລະປະໂຣຫິດອຸຣີຢາໄດ້ສ້າງແທ່ນນັ້ນ ຕາມແບບທຸກປະການຊຶ່ງກະສັດອາຮັສໄດ້ສົ່ງມາຈາກດາມັສກັສ ປະໂຣຫິດອຸຣີຢາຈຶ່ງໄດ້ສ້າງແທ່ນບູຊານັ້ນກ່ອນທີ່ກະສັດອາຮັສສະເດັດຈາກດາມັສກັສມາເຖິງ 12 ເມື່ອເຈົ້າຊີວິດສະເດັດຈາກດາມັສກັສເຖິງແລ້ວ ເຈົ້າຊີວິດກໍຊົງເຫັນແທ່ນບູຊາ ແລ້ວພຣະອົງຊົງເຂົ້າມາໃກ້ແທ່ນບູຊາສະເດັດຂຶ້ນເທິງນັ້ນ 13 ແລະຊົງເຜົາເຄື່ອງບູຊາຂອງພຣະອົງ ແລະທັນຍາບູຊາຂອງພຣະອົງ ແລະຊົງເທເຄື່ອງດື່ມບູຊາຂອງພຣະອົງ ແລະຊົງພົມເລືອດເຄື່ອງສານຕິບູຊາຂອງພຣະອົງລົງເທິງແທ່ນນັ້ນ 14 ພຣະອົງຊົງຍ້າຍແທ່ນບູຊາທອງສຳຣິດ ຊຶ່ງຢູ່ຕໍ່ຫນ້າພຣະພັກພຣະຜູ້ເປັນເຈົ້າອອກເສັຽຈາກຂ້າງຫນ້າພຣະວິຫານຈາກສະຖານທີ່ລະຫວ່າງແທ່ນບູຊາຂອງພຣະອົງ ແລະພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຕັ້ງໄວ້ທາງດ້ານເຫນືອແຫ່ງແທ່ນບູຊາຂອງພຣະອົງ 15 ກະສັດອາຣັສຊົງສັ່ງກັບປະໂຣຫິດອຸຣີຢາວ່າ, “ເທິງແທ່ນໃຫຍ່ນີ້ ທ່ານຈົ່ງເຜົາເຄື່ອງເຜົາບູຊາຕອນເຊົ້າແລະທັນຍາບູຊາຕອນແລງ ແລະເຄື່ອງເຜົາບູຊາຂອງເຈົ້າຊີວິດ ແລະເຄື່ອງທັນຍາບູຊາຂອງພຣະອົງພ້ອມກັບເຄື່ອງເຜົາບູຊາຂອງບັນດາຣາສດອນ ແລະທັນຍາບູຊາຂອງເຂົາທັງຫລາຍ ແລະເຄື່ອງດື່ມບູຊາຂອງເຂົາທັງຫລາຍແລະຈົ່ງຊິດເລືອດທັງຫມົດຂອງເຄື່ອງເຜົາບູຊາເທິງນັ້ນ ແລະເລືອດທັງຫມົດຂອງເຄື່ອງສັຕບູຊາ ແຕ່ແທ່ນບູຊາທອງສຳຣິດໃຫ້ເປັນບ່ອນທີ່ເຮົາຈະທູນຖາມພຣະຜູ້ເປັນເຈົ້າ” 16 ອຸຣີຢາໄດ້ກະທຳການເຫລົ່ານີ້ທັງສິ້ນຕາມພຣະບັນຊາຂອງກະສັດອາຮັສ 17 ເຈົ້າຊີວິດອາຮັສຊົງຕັດແຜງແທ່ນນັ້ນອອກ ແລະຊົງຍົກຂັນອອກໄປຈາກແທ່ນເສັຽ ແລະພຣະອົງຊົງເອົາຂັນໃຫຍ່ລົງມາເສັຽຈາກງົວທອງສຳຣິດທີ່ຮອງຢູ່ນັ້ນ ຊົງວາງໄວ້ເທິງພື້ນດິນ 18 ແລະສາລາວັນສະບາໂຕຊຶ່ງເຂົາໄດ້ສ້າງໄວ້ໃນພຣະວິຫານ ແລະທາງເຂົ້າພຣະວິຫານຂອງພຣະຜູ້ເປັນເຈົ້າຊັ້ນນອກສຳລັບເຈົ້າຊີວິດນັ້ນ ພຣະອົງຊົງປ່ຽນເສັຽ ເພາະເຫັນແກ່ເຈົ້າຊີວິດແຫ່ງອັສຊີເຣັຽ 19 ສ່ວນພຣະຣາຊກິຈນອກນັ້ນຂອງອາຮັສ ຊຶ່ງພຣະອົງຊົງກະທຳບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື? 20 ແລະອາຮັສຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງໄວ້ກັບບັນພະບຸຣຸດຂອງພຣະອົງໃນນະຄອນດາວິດ ແລະເຮເຊຄີຢາໂອຣົດຂອງພຣະອົງຂຶ້ນປົກຄອງແທນພຣະອົງ
ຣັຊການໂຮເຊອາ
1 ໃນຣັຊການປີທີ່ສິບສອງຂອງເຈົ້າອາຮັສ ເຈົ້າຊີວິດແຫ່ງຢູດາ ໂຮເຊອາບຸດເອລາ ໄດ້ຂຶ້ນເປັນເຈົ້າຊີວິດປະເທດອິສຣາເອນ ແລະປົກຄອງກຸງຊາມາເຣັຽຢູ່ເກົ້າປີ 2 ພຣະອົງໄດ້ທຳຜິດຕໍ່ພຣະຜູ້ເປັນເຈົ້າແຕ່ກໍຍັງບໍ່ສ່ຳບັນດາເຈົ້າຊີວິດທີ່ປົກຄອງອິສຣາເອນອົງກ່ອນໆ 3 ເຈົ້າຊີວິດຊັນມາເນເຊີແຫ່ງອັສຊີເຣັຽໄດ້ທຳເສິກຕໍ່ສູ້ພຣະອົງ ຝ່າຍໂຮເຊອາຈຶ່ງຍອມຢູ່ໃຕ້ອຳນາດແລະເສັຽສ່ວຍປະຈຳປີໃຫ້ທຸກໆປີ 4 ແຕ່ຢູ່ມາໂຮເຊອາໄດ້ທໍຣະຍົດຕໍ່ອັສຊີເຣັຽ ຄືພຣະອົງໄດ້ສົ່ງທູດໄປຫາໂສເຈົ້າຊີວິດແຫ່ງເອຢິບ ແລະບໍ່ຍອມເສັຽສ່ວຍປະຈຳປີໃຫ້ອັສຊີເຣັຽ ເມື່ອຊັນມາເນເຊີຮູ້ຂ່າວພຣະອົງກໍຈັບໂຮເຊອາໄປຂັງຄຸກໄວ້
ກຸງຊາມາເຣັຽແຕກ
5 ແລ້ວຊັນມາເນເຊີເຈົ້າຊີວິດແຫ່ງອັສຊີເຣັຽ ໄດ້ບຸກເຂົ້າໂຈມຕີປະເທດອິສຣາເອນ ແລະໄດ້ອ້ອມເມືອງຊາມາເຣັຽເປັນເວລາສາມປີ 6 ໃນປີທີ່ເກົ້າຂອງຣັຊການເຈົ້າໂຮເຊອາ ເຈົ້າຊີວິດອັສຊີເຣັຽໄດ້ຍຶດເອົາກຸງຊາມາເຣັຽ ແລະນຳເອົາຊາວອິສຣາເອນໄປເປັນຊະເລີຍທີ່ອັສຊີເຣັຽ ພຣະອົງໄດ້ໃຫ້ບາງຄົນໃນພວກເຂົາອາໄສຢູ່ທີ່ເມືອງ ຮາລາ ຢູ່ໃກ້ແມ່ນ້ຳຮາໂບຣ໌ ໃນເຂດໂກຊານແລະຢູ່ໃນເມືອງຂອງຊາວເມເດສ 7 ກຸງຊາມາເຣັຽຫລົ້ມຈົມກໍຍ້ອນຊາວອິສຣາເອນທຳຜິດຕໍ່ພຣະຜູ້ເປັນເຈົ້າຂອງພວກເຂົາ ຜູ້ຊົງນຳເຂົາອອກຈາກປະເທດເອຢິບ ຈາກກຳມືຂອງຟາຣາໂອ ເຈົ້າຊີວິດແຫ່ງເອຢິບ ຄືພວກເຂົາໄປຂາບໄຫວ້ພຣະອື່ນ 8 ແລະເຮັດຕາມປະເພນີຂອງຊົນຊາດທີ່ພຣະຜູ້ເປັນເຈົ້າຊົງຂັບໄລ່ຫນີໄປຈາກພວກເຂົາ ແລະຖືເອົາທັມນຽມທີ່ປະດິດຄິດຂຶ້ນໂດຍບັນດາກະສັດອິສຣາເອນ 9 ພວກອິສຣາເອນໄດ້ພາກັນກະທຳໃນສິ່ງທີ່ພຣະຜູ້ເປັນເຈົ້າບໍ່ພຶ່ງປາຖນາ ພວກເຂົາໄດ້ສ້າງບ່ອນນະມັສການໄວ້ເທິງບ່ອນສູງທົ່ວເມືອງຂອງພວກເຂົາ ຕັ້ງແຕ່ຫມູ່ບ້ານນ້ອຍໆເຖິງເມືອງໃຫ່ຍໆ 10 ພວກເຂົາໄດ້ຕັ້ງເສົາສັກສິດ ແລະຮູບພຣະອາເຊຣິມໄວ້ເທິງພູສູງທຸກໆຫນ່ວຍ ແລະຢູ່ໃຕ້ຕົ້ນໄມ້ໃຫຍ່ທຸກແຫ່ງ 11 ພວກເຂົາຖວາຍບູຊາຢູ່ຕາມບ່ອນເຫລົ່ານີ້ ຕາມແບບຂອງຊົນຊາດທີ່ພຣະຜູ້ເປັນເຈົ້າຊົງຂັບໄລ່ຫນີໄປຈາກພວກເຂົານັ້ນ ແລະພວກເຂົາໄດ້ທຳໃນສິ່ງທີ່ຊົ່ວຮ້າຍ ຊຶ່ງເປັນການກະທຳໃຫ້ພຣະຜູ້ເປັນເຈົ້າຊົງພຣະພິໂຣດ 12 ພວກເຂົາຂາບໄຫວ້ຮູບເຄົາຣົບຊຶ່ງເປັນການຂືນຄຳສັ່ງຂອງພຣະຜູ້ເປັນເຈົ້າ 13 ພຣະຜູ້ເປັນເຈົ້າຊົງສັ່ງພວກຜູ້ສົ່ງຂ່າວ ແລະພວກຜູ້ປະກາດພຣະທັມໄປເຕືອນອິສຣາເອນ ແລະຢູດາວ່າ, “ຈົ່ງຫັນຫນີຈາກທາງຊົ່ວແລະຖືຮັກສາຄຳສັ່ງຂອງເຮົາ ຕາມບົດບັນຍັດທີ່ເຮົາໄດ້ໃຫ້ໄວ້ແກ່ບັນພະບຸຣຸດຂອງພວກເຈົ້າ ເຮົາໄດ້ໃຫ້ບົດບັນຍັດນີ້ແກ່ພວກເຈົ້າ ໂດຍຜ່ານຜູ້ຮັບໃຊ້ຂອງເຮົາ ຄື ຜູ້ປະກາດພຣະທັມ” 14 ແຕ່ພວກເຂົາບໍ່ຟັງ ພວກເຂົາດື້ດ້ານເຫມືອນດັ່ງປູ່ຍ່າຕາຍາຍຂອງພວກເຂົາ ທີ່ບໍ່ມີຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງພວກເຂົາ 15 ພວກເຂົາໄດ້ປະຖິ້ມຄຳສັ່ງສອນ ແລະຄຳຫມັ້ນສັນຍາທີ່ພຣະອົງຊົງມີໄວ້ກັບບັນພະບຸຣຸດຂອງພວກເຂົາ ແລະທັງຄຳເຕືອນທີ່ພຣະອົງຊົງເຕືອນພວກເຂົາ ພວກເຂົາຂາບໄຫວ້ຮູບເຄົາຣົບທີ່ໄຮ້ສາຣະຈົນກາຍເປັນຜູ້ທີ່ອັບປໂຍດ ເຂົາຕິດຕາມແບບຢ່າງຂອງຊົນຊາດທີ່ຢູ່ອ້ອມຮອບເຂົາ ຊຶ່ງພຣະຜູ້ເປັນເຈົ້າຊົງສັ່ງເຂົາແລ້ວວ່າບໍ່ໃຫ້ເຂົາກະທຳຄືຊົນຊາດເຫລົ່ານັ້ນ 16 ພວກເຂົາປະຖິ້ມຂໍ້ຄຳສັ່ງທຸກຢ່າງຂອງພຣະຜູ້ເປັນເຈົ້າ ຜູ້ຊົງເປັນພຣະເຈົ້າຂອງເຂົາ ແລະໄດ້ໃຊ້ໂລຫະຫລໍ່ເປັນຮູບງົວສອງໂຕຂຶ້ນເປັນທີ່ສັກກາຣະບູຊາ ໄດ້ທຳຫລັກສັກສິດ ໄດ້ນະມັສການດວງດາວ ຕລອດທັງຮັບໃຊ້ພຣະບາອານ 17 ພວກເຂົາເອົາບຸດຊາຍແລະບຸດຍິງມາຖວາຍບູຊາ ພວກເຂົາດູໂຫນ ດູມໍ ແລະຕັ້ງຫນ້າຕັ້ງຕາທຳໃນສິ່ງທີ່ຊົ່ວຊ້າຕໍ່ສາຍພຣະເນດຂອງພຣະຜູ້ເປັນເຈົ້າ ຊຶ່ງເປັນການຍົວະເຍົ້າໃຫ້ພຣະອົງຊົງພຣະພິໂຣດ 18 ດ້ວຍເຫດນີ້ ພຣະຜູ້ເປັນເຈົ້າຊົງພິໂຣດພວກອິສຣາເອນ ແລະຊົງຂັບໄລ່ເຂົາຫນີຈາກພຣະພັກຂອງພຣະອົງ ໂດຍຈົ່ງໄວ້ແຕ່ສຄົນໃນຣາຊອານາຈັກຢູດາເທົ່ານັ້ນ 19 ຊາວຢູດາບໍ່ຖືຮັກສາຂໍ້ຄຳສັ່ງຂອງພຣະຜູ້ເປັນເຈົ້າເຊັ່ນດຽວກັນ ເຂົາປະຕິບັດຕາມຮີດຄອງປະເພນີຂອງພວກອິສຣາເອນ 20 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງປະຖິ້ມຊາວອິສຣາເອນທຸກຄົນ ພຣະອົງຊົງທຳໃຫ້ພວກເຂົາຫລົ້ມຈົມ ແລະຊົງມອບເຂົາໄວ້ໃນກຳມືຂອງພວກສັດຕຣູຜູ້ໂຫດຮ້າຍ ຈົນໃນທີ່ສຸດພຣະອົງກໍໄດ້ຊົງຂັບໄລ່ເຂົາຫນີໃຫ້ໄກຈາກພຣະພັກຂອງພຣະອົງ 21 ຫລັງຈາກພຣະຜູ້ເປັນເຈົ້າໄດ້ຊົງແຍກອິສຣາເອນອອກຈາກຢູດາແລ້ວ ພວກອິສຣາເອນກໍໄດ້ແຕ່ງຕັ້ງເຢໂຮໂບອາມບຸດເນບັດໃຫ້ເປັນເຈົ້າຊີວິດ ເຢໂຮໂບອາມໄດ້ຊັກຊວນຊາວອິສຣາເອນໃຫ້ປະລະພຣະຜູ້ເປັນເຈົ້າ ແລເນຳພາພວກເຂົາກະທຳຄວາມຜິດຢ່າງຮ້າຍແຮງ 22 ພວກອິສຣາເອນໄດ້ທຳບາບເຫມືອນດັ່ງ ເຢໂຮໂບອາມ ແລະໄດ້ກະທຳຄວາມຜິດຄວາມບາບນັ້ນຕໍ່ໄປ 23 ຈົນຜົນສຸດທ້າຍ ພຣະຜູ້ເປັນເຈົ້າຊົງຂັບໄລ່ພວກເຂົາຫນີໃຫ້ໄກຈາກພຣະພັກຂອງພຣະອົງ ຕາມທີ່ພຣະອົງຊົງບອກຜ່ານມາທາງພວກຜູ້ປະກາດພຣະທັມ ຊຶ່ງເປັນຜູ້ຮັບໃຊ້ຂອງພຣະອົງ ພຣະອົງຊົງກວາດເອົາພວກອິສຣາເອນຈາກບ້ານເກີດເມືອງນອນຂອງເຂົາ ໄປເປັນຊະເລີຍທີ່ປະເທດອັສຊີເຣັຽຈົນເຖິງເທົ່າທຸກວັນນີ້
ຊາວອັສຊີເຣັຽຕັ້ງຖິ່ນຖານຢູ່ໃນອິສຣາເອນ
24 ເຈົ້າຊີວິດອັສຊີເຣັຽໄດ້ນຳປະຊາຊົນຈາກຫົວເມືອງຕ່າງໆ ໃນປະເທດບາບິໂລນ ຄືກຸທາ ອາວວາ ຮາມັທ ເຊຟາຣ໌ວາອິມ ມາຢູ່ໃນປະເທດຊາມາເຣັຽແທນພວກອິສຣາເອນ ພວກເຂົາໄດ້ເຂົ້າມາຄອບຄອງ ແລະອາໄສຢູ່ຕາມຫົວເມືອງຕ່າງໆ 25 ຕອນທີ່ພວກເຂົາມາຢູ່ໃຫມ່ ພວກເຂົາບໍ່ໄດ້ນະມັສການພຣະຜູ້ເປັນເຈົ້າ ດັ່ງນັ້ນ ພຣະອົງຈຶ່ງຊົງສັ່ງຝູງສິງມາກັດກິນພວກເຂົາເປັນຈຳນວນຫລາຍ 26 ພວກເຂົາຈຶ່ງໄດ້ທູນຕໍ່ເຈົ້າຊີວິດອັສຊີເຣັຽວ່າ ຊົນຊາດທີ່ພຣະອົງໃຫ້ມາອາໄສຢູ່ໃນເມືອງຊາມາເຣັຽບໍ່ຮູ້ຈັກພິທີນະມັສການພຣະປະຈຳປະເທດ ພຣະນັ້ນຈຶ່ງສົ່ງສີງມາກັດກິນພວກເຂົາ 27 ແລ້ວເຈົ້າຊີວິດອັສຊີເຣັຽຈຶ່ງໄດ້ຊົງອອກຄຳສັ່ງວ່າ, “ຈົ່ງສັ່ງປະໂຣຫິດຜູ້ນຶ່ງ ທີ່ຕົກເປັນຊະເລີຍຂອງເຮົານັ້ນ ໃຫ້ໄປສອນພິທີນະມັສການພຣະປະຈຳປະເທດໃຫ້ແກ່ພວກເຂົາ” 28 ສະນັ້ນປະໂຣຫິດຜູ້ນຶ່ງໃນຈຳນວນພວກທີ່ຖືກກວາດມາແຕ່ຊາມາເຣັຽກໍໄປຢູ່ໃນເມືອງເບັດເອນ ແລະໄດ້ສອນພິທີນະມັສການພຣະຜູ້ເປັນເຈົ້າໃຫ້ແກ່ພວກເຂົາ 29 ແຕ່ວ່າພວກເຂົາຍັງຄົງສ້າງຮູບເຄົາຣົບເປັນພຣະເຈົ້າຂອງເຂົາແຕ່ລະຊົນຊາດຢູ່ ພວກເຂົາໄດ້ເອົາຮູບເຄົາຣົບໄວ້ໃນບ່ອນສັກສິດທີ່ຊາວຊາມາເຣັຽໄດ້ກໍ່ສ້າງໄວ້ ພວກເຂົາໄດ້ທຳເຊັ່ນນີ້ໃນທຸກໆຫົວເມືອງທີ່ເຂົາອາໄສຢູ່ 30 ຊາວເມືອງບາບິໂລນໄດ້ສ້າງຮູບພຣະຊຸກໂກທເບໂນທ ຊາວເມືອງກຸທາໄດ້ສ້າງຮູບພຣະເນຣ໌ການ ຊາວເມືອງຮາມັທໄດ້ສ້າງຮູບພຣະອາຊີມາ 31 ຊາວເມືອງອາວວາໄດ້ສ້າງຮູບພຣະນິບຮັສ ແລະພຣະຕາຣ໌ຕັກ ສ່ວນຊາວເຊຟາຣ໌ວາອິມໄດ້ເຜົາລູກຂອງຕົນຖວາຍບູຊາຮູບພຣະອັດຣາມເມເລກ ແລະຮູບພຣະອານາມເມເລກ ຊຶ່ງເປັນພຣະເຈົ້າຂອງຊາວເຊຟາຣ໌ວາອິມ 32 ແຕ່ພວກເຂົາເຫລົ່ານີ້ກໍນະມັສການພຣະຜູ້ເປັນເຈົ້າເຫມືອນກັນ ແລະພວກເຂົາໄດ້ແຕ່ງຕັ້ງກັນໃນພວກເຂົາເອງໃຫ້ເປັນປະໂຣຫິດປະຈຳບ່ອນສັກສິດເພື່ອຖວາຍເຄື່ອງບູຊາຢູ່ທີ່ນັ້ນ 33 ພວກເຂົານະມັສການພຣະຜູ້ເປັນເຈົ້າແລະທັງໄດ້ຮັບໃຊ້ພຣະຂອງພວກເຂົາ ຕາມຮີດຄອງຂອງປະເທດທີ່ເຂົາເຄີຍຢູ່ມາກ່ອນນັ້ນ 34 ທຸກວັນນີ້ພວກເຂົາຍັງຄົງປະຕິບັດຕາມຮີດຄອງເກົ່າຢູ່ໂດຍບໍ່ໄດ້ນະມັສການພຣະຜູ້ເປັນເຈົ້າ ແລະບໍ່ໄດ້ປະຕິບັດຕາມພຣະທັມ ຫລືກົດຂໍ້ຄຳສັ່ງທີ່ພຣະຜູ້ເປັນເຈົ້າຊົງມີໄວ້ແກ່ເຊື້ອສາຍຂອງຢາໂຄບ ຜູ້ຊຶ່ງພຣະອົງຊົງໃຫ້ຊື່ວ່າອິສຣາເອນ 35 ພຣະຜູ້ເປັນເຈົ້າຊົງທຳຄຳຫມັ້ນສັນຍາກັບເຂົາ ແລະສັ່ງເຂົາວ່າ, “ພວກເຈົ້າບໍ່ຕ້ອງຮັບໃຊ້ ບໍ່ຕ້ອງຂາບໄຫວ້ ຫລືຖວາຍບູຊາແກ່ພຣະອື່ນ 36 ແຕ່ພວກເຈົ້າຕ້ອງຢຳເກງເຣົ່າ ຜູ້ເປັນພຣະຜູ້ເປັນເຈົ້າທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບດ້ວຍອຳນາດອັນຍິ່ງໃຫຍ່ຂອງເຮົາ 37 ພວກເຈົ້າຕ້ອງເຊື່ອຟັງພຣະທັມ ແລະກົດຂໍ້ຄຳສັ່ງທີ່ເຮົາໄດ້ຈາຣຶກໄວ້ໃຫ້ແກ່ພວກເຈົ້າ 38 ພວກເຈົ້າບໍ່ຕ້ອງນະມັສການພຣະອື່ນ ຢ່າລືມຄຳຫມັ້ນສັນຍາທີ່ເຮົາມີໄວ້ກັບພວກເຈົ້າ 39 ຈົ່ງເຄົາຣົບຢຳເກງເຮົາຜູ້ເປັນພຣະຜູ້ເປັນເຈົ້າຂອງເຈົ້າ ແລະເຮົາຈະໄຖ່ພວກເຈົ້າອອກຈາກອຳນາດຂອງພວກສັດຕຣູ” 40 ແຕ່ປະຊາຊົນເຫລົ່ານີ້ບໍ່ຍອມຟັງ ແລະຍັງຄົງປະຕິບັດຕາມຮີດຄອງເກົ່າຢູ່ 41 ສະນັ້ນພວກຊົນຊາດເຫລົ່ານີ້ ຈຶ່ງນະມັສການພຣະເຈົ້າພ້ອມທັງຮັບໃຊ້ຮູບເຄົາຣົບຂອງພວກເຂົາອີກດ້ວຍ ທຸກວັນນີ້ພວກລູກຫລານເຫລັນຂອງພວກເຂົາຍັງສືບຕໍ່ປະຕິບັດເຫມືອນພໍ່ແມ່ຂອງເຂົາຢູ່
ຣັຊການຂອງເຈົ້າເຮເຊກີຢາ
1 ໃນຣັຊການປີທີ່ສາມຂອງ ໂຮເຊອາ ໂອຣົດຂອງເອລາເຈົ້າຊີວິດແຫ່ງອິສຣາເອນ ເຮເຊກີຢາ ໂອຣົດຂອງອາຮັສໄດ້ເປັນເຈົ້າຊີວິດຢູດາ 2 ເມື່ອພຣະອົງຂຶ້ນຄອງຣາຊສົມບັດ ຊົງມີອາຍຸຢູ່ຊາວຫ້າປີ ແລະຊົງປົກຄອງຢູ່ທີ່ກຸງເຢຣູຊາເລັມເປັນເວລາຊາວເກົ້າປີ ມານດາຂອງພຣະອົງຊື່ວ່າ ອາບີ ເປັນບຸດສາວຂອງເຊຄາຣີຢາ 3 ພຣະອົງປະພຶດທຸກສິ່ງຕາມນ້ຳພຣະທັຍຂອງພຣະຜູ້ເປັນເຈົ້າ ດັ່ງດຽວກັນກັບດາວິດບັນພະບຸຣຸດທີ່ໄດ້ປະຕິບັດມາ 4 ພຣະອົງໄດ້ທຳລາຍບ່ອນສັກສິດໃນສະຖານທີ່ສູງສຸດ ໄດ້ທັບເສົາສັກສິດ ໄດ້ຕັດຫລັກໄມ້ສັກສິດ ແລະໄດ້ຕີຮູບງູທອງທີ່ໂມເຊໄດ້ຫລໍ່ຂຶ້ນ ງູທອງນີ້ມີຊື່ວ່າ ເນຮູສຕານ 5 ໃນສະໄຫມນັ້ນພວກອິສຣາເອນໄດ້ບູຊາຮູບນັ້ນ ເຈົ້າເຮເຊກີຢາໄດ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າຂອງອິສຣາເອນ ບັນດາເຈົ້າຊີວິດແຫ່ງຢູດາທີ່ຂຶ້ນຄອງຣາຊສົມບັດກ່ອນພຣະອົງ ຫລືຂຶ້ນຄອງຣາຊສົມບັດຫລັງພຣະອົງ ບໍ່ມີອົງໃດເທົ່າທຽມກັບພຣະອົງໄດ້ 6 ພຣະອົງມີຄວາມຈົ່ງຮັກພັກດີຕໍ່ພຣະຜູ້ເປັນເຈົ້າຢ່າງບໍ່ລົດລະ ຊົງຖືຮັກສາຂໍ້ຄຳສັ່ງທີ່ພຣະຜູ້ເປັນເຈົ້າໃຫ້ໄວ້ກັບໂມເຊ 7 ດັ່ງນັ້ນພຣະຜູ້ເປັນເຈົ້າຈຶ່ງຊົງສະຖິດຢູ່ກັບພຣະອົງ ແລະທຸກສິ່ງທີ່ພຣະອົງອາສາທຳກໍສຳເຣັດຜົນ ພຣະອົງໄດ້ກະບົດຕໍ່ສູ້ເຈົ້າຊີວິດອັສຊີເຣັຽ ແລະບໍ່ຍອມເສັຽສ່ວຍໃຫ້ 8 ຊົງປາບປາມພວກຟີລິສຕີນຕັ້ງແຕ່ຫມູ່ບ້ານນ້ອຍໆຈົນເຖິງຫົວເມືອງໃຫຍ່ໆ ຮ່ວມທັງເມືອງກາຊາ ແລະທົ່ວທັງເຂດແດນນັ້ນ 9 ໃນຣັຊການປີທີ່ສີ່ຂອງເຈົ້າເຮເຊກີຢາ ຊຶ່ງເປັນຣັຊການປີທີ່ເຈັດຂອງເຈົ້າໂຮເຊອາບຸດຂອງເອລາ ເຈົ້າຊີວິດແຫ່ງອິສຣາເອນ ຊັນມາເນເຊີ ເຈົ້າຊີວິດອັສຊີເຣັຽໄດ້ບຸກຣຸກກຸງຊາມາເຣັຽໂດຍໄດ້ປິດລ້ອມເມືອງໄວ້ 10 ພາຍໃນສາມປີເຈົ້າຊີວິດອັສຊີເຣັຽກໍຍຶດເມືອງນີ້ໄດ້ ຊຶ່ງເປັນປີທີ່ຫົກຂອງຣັຊການເຈົ້າຊີວິດເຮເຊກີຢາ ແລະເປັນປີທີ່ເກົ້າຂອງຣັຊການເຈົ້າຊີວິດໂຮເຊອາເຈົ້າຊີວິດແຫ່ງອິສຣາເອນ 11 ເຈົ້າຊີວິດອັສຊີເຣັຽໄດ້ກວາດຕ້ອນເອົາປະຊາຊົນອິສຣາເອນໄປເປັນຊະເລີຍທີ່ເມືອງອັສຊີເຣັຽ ພຣະອົງໄດ້ໃຫ້ບາງຄົນໃນພວກເຂົາອາໄສຢູ່ທີ່ເມືອງຮາລາແລະອີກພວກນຶ່ງໃຫ້ຢູ່ໃກ້ແມ່ນ້ຳຮາໂບຣ໌ ໃນເຂດໂກຊານແລະຢູ່ໃນເມືອງຂອງຊາວເມເດສ 12 ກຸງຊາມາເຣັຽຫລົ້ມຈົມກໍເພາະວ່າ ພວກອິສຣາເອນບໍ່ເຊື່ອຟັງພຣະຜູ້ເປັນເຈົ້າຂອງຕົນ ພວກເຂົາລະເມີດຄຳສັນຍາຄື ບໍ່ປະຕິບັດຕາມສິ່ງທີ່ໂມເຊ ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ບົ່ງໄວ້
ອັສຊີເຣັຽຂົ່ມຂູ່ກຸງເຢຣູຊາເລັມ
13 ໃນຣັຊການປີທີ່ສິບສີ່ຂອງເຈົ້າເຮເຊກີຢາ ເຊນນາເກຣິບເຈົ້າຊີວິດອັສຊີເຣັຽ ໄດ້ໂຈມຕີປ້ອມປ້ອງກັນເມືອງຕ່າງໆໃນປະເທດຢູດາ ແລະຍຶດເອົາໄວ້ໄດ້ສຳເຣັດ 14 ແລ້ວເຮເຊກີຢາ ເຈົ້າຊີວິດແຫ່ງຢູດາໄດ້ມີພຣະຣາຊສານໄປຍັງເຈົ້າຊີວິດອັສຊີເຣັຽທີ່ເມືອງລາຄິສວ່າ, “ຂ້າພະເຈົ້າໄດ້ທຳຜິດແລ້ວ ຂໍໃຫ້ເອີ້ນກອງທັບຖອນຄືນເສັຽ ຂ້າພະເຈົ້າຍອມທຳຕາມທຸກສິ່ງທີ່ທ່ານຕ້ອງການ” ເຈົ້າຊີວິດອັສຊີເຣັຽໄດ້ຮຽກຮ້ອງເອົາເງິນສາມຮ້ອຍຕະລັນແລະທອງຄຳສາມສິບຕະລັນຈາກເຮເຊກີຢາເຈົ້າຊີວິດແຫ່ງຢູດາ 15 ດັ່ງນັ້ນເຈົ້າເຮເຊກີຢາ ຈຶ່ງໄດ້ເອົາເງິນທັງຫມົດຈາກພຣະວິຫານພຣະຜູ້ເປັນເຈົ້າ ແລະຈາກຄັງພຣະຣາຊວັງມອບໃຫ້ 16 ພຣະອົງໄດ້ລອກເອົາຄຳຈາກປະຕູພຣະວິຫານພຣະຜູ້ເປັນເຈົ້າ ແລະຈາກຂອບປ່ອງຢ້ຽມທີ່ພຣະອົງໄດ້ໂອບໄວ້ ແລ້ວສົ່ງໄປໃຫ້ເຈົ້າຊີວິດອັສຊີເຣັຽ 17 ເຈົ້າຊີວິດອັສຊີເຣັຽໄດ້ຮັບສັ່ງໃຫ້ ທາຣ໌ຕານ ຣັບຊາຣິສ ຣັບຊາເກ ໄປພ້ອມກັບກອງທັບໃຫຍ່ຈາກເມືອງລາຄິສເຖິງກຸງເຢຣູຊາເລັມ ເຂົາເຝົ້າເຈົ້າຊີວິດເຮເຊກີຢາ ເມື່ອມາຮອດກຸງເຢຣູຊາເລັມ ພວກເຂົາກໍຕັ້ງທີ່ຫມັ້ນຢູ່ໃກ້ຮ່ອງນ້ຳເບື້ອງເຫນືອຢູ່ຕິດຖນົນໄປຫາບ່ອນຊັກຜ້າ 18 ແລ້ວພວກເຂົາກໍຖືກສົ່ງໄປຫາເຈົ້າເຮເຊກີຢາ ແລະໄດ້ມີຂ້າຣາຊການຊັ້ນຜູ້ໃຫຍ່ສາມທ່ານອອກມາພົບພວກເຂົາ ຄື ເອລີອາກິມ ບຸດຮີນກີຢາ ຜູ້ຮັບຜິດຊອບໃນພຣະຣາຊວັງ ເຊັບນາ ພຣະຣາຊເລຂານຸການ ແລະໂຢອາ ບຸດອາສາຟຜູ້ຊຶ່ງບັນທຶກຣາຍງານວຽກທົ່ວໄປ 19 ຜູ້ນຶ່ງໃນບັນດານາຍທະຫານອັສຊີເຣັຽເວົ້າຕໍ່ບຸກຄົນທັງສາມວ່າ, “ເຈົ້າຊີວິດຍິ່ງໃຫຍ່ແຫ່ງອັສຊີເຣັຽມີພຣະປະສົງຢາກຈະຮູ້ວ່າ ດ້ວຍເຫດໃດເຈົ້າເຮເຊກີຢາຈຶ່ງມີຄວາມເຊື່ອຫມັ້ນໃນພຣະທັຍແທ້ 20 ທ່ານຄິດວ່າຄຳເວົ້ານັ້ນເປັນຍຸດທະພັນ ແລະກຳລັງທະຫານໄດ້ຊັ້ນບໍ? ພວກເຈົ້າຄິດວ່າ ໃຜຈະເປັນຜູ້ຊ່ອຍໃນການກະບົດຕໍ່ຕ້ານເຮົາ 21 ຂ້າພະເຈົ້າຮູ້ວ່າ ພວກທ່ານກຳລັງອາໄສປະເທດເອຢິບຊຶ່ງເປັນປະເທດທີ່ປຽບເຫມືອນໄມ້ອໍ້ທີ່ໃຊ້ເຮັດໄມ້ເທົ້າ ມີແຕ່ມັນຈະຫັກແລະສຽບແທງມືຜູ້ທີ່ໃຊ້ ເຈົ້າຊີວິດແຫ່ງເອຢິບກໍປຽບເຫມືອນດັ່ງທີ່ກ່າວມານີ້ແຫລະ”” 22 ນາຍທະຫານຜູ້ນັ້ນເວົ້າຕໍ່ໄປວ່າ, “ບາງທີທ່ານອາດຈະບອກຂ້າພະເຈົ້າວ່າ ພວກທ່ານເພິ່ງພາອາໄສພຣະຜູ້ເປັນເຈົ້າຂອງພວກທ່ານ ແຕ່ເຈົ້າເຮເຊກີຢາເປັນຜູ້ທຳລາຍບ່ອນສັກສິດແລະແທ່ນບູຊາທັງຫມົດ ທັງໄດ້ເວົ້າຕໍ່ປະຊາຊົນຢູດາ ແລະເຢຣູຊາເລັມໃຫ້ນະມັສການແທ່ນບູຊາໃນກຸງເຢຣູຊາເລັມເທົ່ານັ້ນ 23 ຂ້າພະເຈົ້າຂໍທ້າທາຍຕໍ່ທ່ານດ້ວຍພຣະນາມຂອງເຈົ້າຊີວິດຂອງຂ້າພະເຈົ້າວ່າ ຄັນຂ້າພະເຈົ້າຈະເອົາມ້າໃຫ້ສອງພັນໂຕ ພວກທ່ານຈະຊອກຄົນມາຂີ່ໄດ້ບໍ? 24 ພວກທ່ານນັ້ນ ແມ່ນແຕ່ຈະຕີກັບທະຫານຜູ້ນ້ອຍຂອງອັສຊີເຣັຽກໍຍັງບໍ່ໄຫວແລ້ວ ປານນັ້ນຍັງຈະໃຫ້ພວກເອຢິບສົ່ງຣົດຮົບ ແລະທະຫານມ້າມາຊ່ອຍຢູ່ບໍ? 25 ພວກທ່ານຄົງຄິດວ່າ ພວກຂ້າພະເຈົ້າໄດ້ເຂົ້າມາໂຈມຕີແລະທຳລາຍປະເທດຂອງທ່ານ ໂດຍປາສຈາກຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າຊັ້ນບໍ? ແມ່ນພຣະຜູ້ເປັນເຈົ້າເອງທີ່ໄດ້ຊົງບອກໃຫ້ຂ້າພະເຈົ້າໂຈມຕີ ແລະທຳລາຍປະເທດຂອງພວກທ່ານ” 26 ຕໍ່ມາ ເອລີອາກິນ ເຊັບບາ ແລະໂຢອາ ໄດ້ເວົ້າຕໍ່ນາຍທະຫານຜູ້ນັ້ນວ່າ, “ຢ່າເວົ້າເປັນພາສາເຮັບເຣີເລີຍ ກະຣຸນາເວົ້າເປັນພາສາອາຣາມ ເພາະພວກຂ້າພະເຈົ້າເຂົ້າໃຈຢູ່ ແລະເພື່ອບໍ່ໃຫ້ປະຊາຊົນຢູ່ເທິງກຳແພງຮູ້ເຣື່ອງນຳ 27 ແຕ່ນາຍທະຫານເວົ້າຕອບວ່າ, “ພວກທ່ານຄິດວ່າ ເຈົ້າຊີວິດຂອງຂ້າພະເຈົ້າສົ່ງຂ້າພະເຈົ້າມານີ້ ເພື່ອບອກເຣື່ອງນີ້ແກ່ເຈົ້າຊີວິດຫລືຕົວພວກທ່ານເອງເທົ່ານັ້ນບໍ? ຂ້າພະເຈົ້າຢາກເວົ້າໃຫ້ປະຊາຊົນທີ່ນັ່ງເທິງກຳແພງນັ້ນໄດ້ຍິນນຳ ເພາະວ່າພວກເຂົາຈະກິນຂີ້ ແລະດື່ມນ້ຳງ່ຽວຂອງຕົນເອງດັ່ງດຽວກັນກັບພວກທ່ານ” 28 ແລ້ວນາຍທະຫານຜູ້ນັ້ນກໍຢືນຂຶ້ນຮ້ອງສຽງດັງ ເປັນພາສາເຮັບເຣີວ່າ, 29 “ຈົ່ງຟັງຄຳບອກເລົ່າຂອງເຈົ້າຊີວິດອັສຊີເຣັຽອົງຍິ່ງໃຫຍ່ວ່າ ຢ່າໃຫ້ເຈົ້າເຮເຊກີຢາຕົບຕາພວກທ່ານເລີຍ ທ່ານຈະບໍ່ມີອຳນາດໃດໆຊ່ອຍເຫລືອພວກທ່ານໃຫ້ພົ້ນໄດ້ດອກ 30 ຢ່າຍອມໃຫ້ເຈົ້າເຮເຊກີຢາຈູງດັງພວກທ່ານເຂົ້າເພິ່ງພຣະຜູ້ເປັນເຈົ້າເລີຍ ຢ່າຄິດວ່າພຣະຜູ້ເປັນເຈົ້າຈະຊ່ອຍພວກທ່ານໃຫ້ພົ້ນໄພໄດ້ ແລະຈະບໍ່ໃຫ້ເມືອງນີ້ຕົກຢູ່ໃນອຳນາດຂອງເຈົ້າຊີວິດອັສຊີເຣັຽໄດ້ 31 ຢ່າເຊື່ອຟັງເຈົ້າເຮເຊກີຢາເລີຍ ເຈົ້າຊີວິດອັສຊີເຣັຽໄດ້ອອກຄຳສັ່ງໃຫ້ພວກທ່ານອອກມາຍອມຈຳນົນ ແລ້ວພວກທ່ານກໍຈະມີສ່ວນໄດ້ກິນຫມາກອະງຸ່ນ ແລະຫມາກເດື່ອ ແລະກໍຈະໄດ້ດື່ມນ້ຳໃນສ້າງຂອງຕົນເອງ 32 ຈົນກວ່າພຣະອົງຈະໄດ້ນຳພວກທ່ານໄປສູ່ປະເທດທີ່ເປັນເຫມືອນປະເທດຂອງພວກທ່ານເອງ ຄືປະເທດທີ່ມີເຂົ້າບເລ ແລະນ້ຳອະງຸ່ນຢ່າງດີ ມີເຂົ້າຈີ່ ມີນ້ຳອະງຸ່ນ ມີນ້ຳມັນແລະນ້ຳເຜິ້ງ ເພື່ອວ່າພວກທ່ານຈະມີຊີວິດແລະຈະບໍ່ຕາຍ ຂໍຢ່າຟັງຄຳຫລອກລວງຂອງເຈົ້າເຮເຊກີຢາທີ່ບອກວ່າ ພຣະຜູ້ເປັນເຈົ້າຈະຊົງຊ່ອຍຊີວິດຂອງພວກທ່ານໄວ້ 33 ມີພຣະເຈົ້າຂອງຊົນຊາດໃດທີ່ຈະຊ່ອຍເຫລືອປະເທດໃຫ້ພົ້ນຈາກອຳນາດຂອງເຈົ້າຊີວິດອັສຊີເຣັຽໄດ້? 34 ພຣະເຈົ້າຂອງເມືອງຮາມັທ ເມືອງອາຣ໌ປັດ ເມືອງເຊຟາຣ໌ວາອິມ ເມືອງເຮນາ ແລະເມືອງອີວວານັ້ນຢູ່ໃສແລ້ວດຽວນີ້? ບໍ່ເຫັນວ່າມີອົງໃດຊ່ອຍເມືອງຊາມາເຣັຽໄດ້ແມ່ນບໍ? 35 ຈົ່ງບອກຂ້າພະເຈົ້າແດ່ວ່າ ມີພຣະເຈົ້າຂອງປະເທດໃດໃນຈຳນວນພຣະເຈົ້າເຫລົ່ານີ້ທີ່ໄດ້ຊ່ອຍປະເທດຂອງຕົນໃຫ້ພົ້ນຈາກກຳມືຂອງເຈົ້າຊີວິດອັສຊີເຣັຽໄດ້ ແລ້ວເຫດໃດພວກເຈົ້າຈຶ່ງຄິດວ່າ ພຣະຜູ້ເປັນເຈົ້າຈຶ່ງຈະສາມາດຊ່ອຍກຸງເຢຣູຊາເລັມໃຫ້ພົ້ນໄພໄດ້?” 36 ປະຊາຊົນໄດ້ພາກັນມິດຢູ່ ເພາະວ່າເຈົ້າເຮເຊກີຢາໄດ້ສັ່ງບໍ່ໃຫ້ພວກເຂົາຕອບຫຍັງຫມົດ 37 ເອລີອາກິມ ເຊັບນາ ແລະໂຢອາ ຕ່າງກໍຈີກເສື້ອຜ້າຂອງຕົນເອງດ້ວຍຄວາມເສັຽໃຈ ແລະພາກັນເຂົ້າໄປຂາບທູນຖ້ອຍຄຳຂອງຣັບຊາເກ
ເຮເຊກີຢາຂໍຄຳປຶກສາຈກາເອຊາຢາ
1 ເມື່ອເຈົ້າເຮເຊກີຢາໄດ້ຍິນຄຳຣາຍງານ ພຣະອົງກໍຊົງຈີກເຄື່ອງນຸ່ງແລະຊົງໃສ່ເຄື່ອງໄວ້ທຸກ ແລ້ວສະເດັດໄປຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ 2 ພຣະອົງໄດ້ສົ່ງເອລີອາກິມຜູ້ຮັບຜິດຊອບວຽກງານທົ່ວໄປໃນພຣະຣາຊວັງ ເຊັບນາຣາຊເລຂານຸການ ພ້ອມທັງພວກມະຫາປະໂຣຫິດ ໄປຫາຜູ້ປະກາດພຣະທັມເອຊາຢາ ບຸດອາໂມສ ທຸກຄົນທີ່ພຣະອົງສົ່ງໄປນີ້ນຸ່ງເຄື່ອງໄວ້ທຸກ 3 ພວກນີ້ໄດ້ເວົ້າຕໍ່ເອຊາຢາວ່າ, “ເຮເຊກີຢາໄດ້ບອກດັ່ງນີ້ ວັນນີ້ເປັນວັນທີ່ທົນທຸກທໍຣະມານ ເປັນວັນແຫ່ງການລົງໂທດແລະເປັນວັນອັບອາຍຂາຍຫນ້າ ພວກຂ້າພະເຈົ້າເປັນເຫມືອນຍິງທີ່ກຳລັງຈະອອກລູກຊຶ່ງບໍ່ມີແຮງພໍຈະເບັ່ງລູກອອກ 4 ເຈົ້າຊີວິດອັສຊີເຣັຽໄດ້ສົ່ງທະຫານຂອງພຣະອົງມາ ເພື່ອເວົ້າຫມິ່ນປມາດພຣະເຈົ້າຜູ້ຊົງພຣະຊົນຢູ່ ຂໍໃຫ້ພຣະຜູ້ເປັນເຈົ້າຂອງທ່ານຊົງຮັບຟັງຄຳນີ້ ແລະລົງໂທດແກ່ຜູ້ທີ່ກ່າວນັ້ນ ຂໍໃຫ້ທ່ານຈົ່ງອ້ອນວອນຕໍ່ພຣະຜູ້ເປັນເຈົ້າ ເພື່ອບ່າວໄພ່ຂອງເຮົາຈະໄດ້ມີຊີວິດສືບຕໍ່ໄປ” 5 ເມື່ອເອຊາຢາຮັບຂ່າວຈາກເຈົ້າຊີວິດເຮເຊກີຢາແລ້ວ ທ່ານກໍຝາກຄຳຂາບທູນກັບເມືອວ່າ, 6 “ພຣະຜູ້ເປັນເຈົ້າຊົງບໍ່ໃຫ້ພຣະອົງຫວັ່ນໄຫວຕໍ່ຄ່ຳກ່າວຫາທີ່ວ່າ ພຣະຜູ້ເປັນເຈົ້າບໍ່ສາມາດຊ່ອຍໃຫ້ພວກເຮົາພົ້ນໄພໄດ້ 7 ເຮົາຈະບັນຈຸຈິດໃຈຢ່າງນຶ່ງໃນເຂົາ ເພື່ອເຂົາຈະໄດ້ຍິນເລົ່າລື ແລ້ວພຣະອົງກໍຈະກັບຄືນເມືອປະເທດຂອງພຣະອົງເອງ ແລະພຣະຜູ້ເປັນເຈົ້າຈະໃຫ້ພຣະອົງຖືກຂ້າໃນປະເທດນັ້ນ”
ອັສຊີເຣັຽສົ່ງຄົນມາຂົ່ມຂູ່ອີກ
8 ຣັບຊາເກໄດ້ກັບໄປ ແລະໄດ້ພົບເຈົ້າຊີວິດແຫ່ງອັສຊີເຣັຽສູ້ຮົບຢູ່ທີ່ເມືອງລິບມາ ເພາະເຂົາໄດ້ຍິນວ່າເຈົ້າຊີວິດອອກຈາກລາຄິສແລ້ວ 9 ແລະເມື່ອກະສັດຊົງຊາບກ່ຽວກັບຕີຣ໌ຮາ ຊາວເອທິໂອເປັຽກຳລັງມຸ່ງຫນ້າມາໂຈມຕີພວກຕົນ ພຣະອົງຈຶ່ງສົ່ງພວກຜູ້ສົ່ງຂ່າວໄປເຝົ້າເຈົ້າເຮເຊກີຢາທູນວ່າ, 10 “ຢ່າໃຫ້ພຣະເຈົ້າຜູ້ທີ່ທ່ານເພິ່ງພາອາໄສນັ້ນຫລອກລວງທ່ານເລີຍ ວ່າກຸງເຢຣູຊາເລັມຈະບໍ່ຕົກຢູ່ໃນອຳນາດຂອງເຮົາ 11 ດຽວນີ້ທ່ານກໍໄດ້ຍິນແລ້ວວ່າ ບັນດາເຈົ້າຊີວິດອັສຊີເຣັຽໄດ້ປະຕິບັດຢ່າງໃດຕໍ່ປະເທດທັງຫລາຍ ທີ່ພຣະອົງມຸ່ງຫວັງທຳລາຍ ທ່ານຄິດວ່າຈະຫນີພົ້ນໄປໄດ້ຊັ້ນບໍ? 12 ພວກບັນດາບັນພະບຸຣຸດຂອງຂ້າພະເຈົ້າໄດ້ທຳລາຍຫົວເມືອງຕ່າງໆ ເຊັ່ນ ເມືອງໂກຊານ ເມືອງຮາຣານ ເມືອງເຣເຊຟ ແລະໄດ້ຂ້າຊາວເເອເດນທີ່ໄດ້ອາໄສຢູ່ໃນເມືອງເຕລັສຊາຣ໌ ແຕ່ບໍ່ເຫັນມີພຣະເຈົ້າອົງໃດຊ່ອຍຊົນຊາດຕ່າງໆນັ້ນໃຫ້ພົ້ນໄດ້ 13 ສ່ວນເຈົ້າຊີວິດເມືອງຮາມັທ ເມືອງອາຣ໌ປັດ ເມືອງເຊຟາຣ໌ວາອິມ ເມືອງເຮນາ ແລະມືອງອີວວາໄປໃສຫມົດ?”
ເຮເຊກີຢາອ້ອນວອນ
14 ເຈົ້າເຮເຊກີຢາຊົງຮັບເອົາພຣະຣາຊສານຈາກມືຂອງຜູ້ຖືສານມາອ່ານ ພຣະອົງໄດ້ຂຶ້ນໄປພຣະວິຫານຂອງພຣະຜູ້ເປັນເຈົ້າ ແລ້ວແຜ່ແບຣາຊສານນັ້ນຕໍ່ພຣະພັກພຣະຜູ້ເປັນເຈົ້າ 15 ເຈົ້າເຮເຊກີຢາອ້ອນວອນພຣະຜູ້ເປັນເຈົ້າດັ່ງນີ້ວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ຜູ້ຊົງປະທັບຢູ່ພຣະທີ່ນັ່ງໃນພຣະວິຫານອັນສິກສິດນີ້ ພຣະອົງເທົ່ານັ້ນທີ່ຊົງພຣະເຈົ້າຂອງຣາຊອານາຈັກທັງປວງໃນໂລກນີ້ 16 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຫລິງແລເບິ່ງເຫດການທີ່ເກີດຂຶ້ນກັບພວກຂ້າພຣະອົງໃນເວລານີ້ ຂໍຊົງຟັງຖ້ອຍຄຳຂອງເຊນເນເກຣິບທີ່ເວົ້າຫມິ່ນປມາດພຣະອົງ ຜູ້ເປັນພຣະເຈົ້າອົງຊົງພຣະຊົນຢູ່ 17 ພວກຂ້າພຣະອົງຮູ້ດີວ່າ ເຈົ້າຊີວິດອັສຊີເຣັຽໄດ້ທຳລາຍລ້າງຊົນຊາດຕ່າງໆໃຫ້ຫມົດສິ້ນໄປ ໄດ້ເຮັດໃຫ້ຜືນແຜ່ນດິນຮ້າງເປົ່າ 18 ແລະໂຍນພຣະຂອງພວກເຂົາເຂົ້າໃນກອງໄຟ ພຣະເຫລົ່ານັ້ນບໍ່ແມ່ນພຣະແທ້ ແຕ່ມະນຸດໄດ້ສ້າງຂຶ້ນມາດ້ວຍໄມ້ແລະຫີນ 19 ແຕ່ວ່າດຽວນີ້ ຂໍພຣະຜູ້ເປັນເຈົ້າຊົງຊ່ອຍພວກຂ້າພຣະອົງໃຫ້ພົ້ນຈາກພວກອັສຊີເຣັຽ ເພື່ອວ່າທຸກຊົນຊາດໃນໂລກນີ້ຈະຮູ້ຈັກວ່າ ພຣະອົງເທົ່ານັ້ນທີ່ເປັນພຣະເຈົ້າອົງຍິ່ງໃຫຍ່“ 20 ແລ້ວເອຊາຢາບຸດອາໂມສກໍສົ່ງຄວາມໄປທູນເຈົ້າເຮເຊກີຢາວ່າ “ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນຊົງກ່າວດັ່ງນີ້ວ່າ “ເຮົາໄດ້ຍິນຄຳອ້ອນວອນຂອງເຈົ້າເຣື່ອງເຊນນາເກຣິບ ເຈົ້າຊີວິດແຫ່ງອັສຊີເຣັຽແລ້ວ 21 ຕໍ່ໄປນີ້ເປັນຖ້ອຍຄຳທີ່ພຣະຜູ້ເປັນເຈົ້າຊົງກ່າວກ່ຽວກັບທ່ານນັ້ນວ່າ, “ທິດາພົມມະຈາຣິແຫ່ງຊີໂອນ ຫມິ່ນປມາດເຈົ້າ ແລະເຍິ້ຍເຈົ້າ ທິດາແຫ່ງເຢຣູຊາເລັມສັ່ນຫົວຕາມຫລັງໃສ່ເຈົ້າ 22 ເຈົ້າເຍີ້ຍແລະກ່າວຄຳຫຍາບຊ້າຕໍ່ຜູ້ໃດ ເຈົ້າຂຶ້ນສຽງຂອງເຈົ້າຕໍ່ຜູ້ໃດ ແລ້ວເບິ່ງຕາຂອງເຈົ້າຢ່າງອວດໂອຫັງຕໍ່ຜູ້ໃດ ຕໍ່ອົງບໍຣິສຸດແຫ່ງອິສຣາເອນຊັ້ນບໍ? 23 ເຈົ້າໄດ້ເຍີ້ຍພຣະຜູ້ເປັນເຈົ້າ ດ້ວຍຜູ້ສົ່ງຂ່າວຂອງເຈົ້າ ແລະເຈົ້າໄດ້ວ່າ “ດ້ວຍຣົດຮົບທີ່ຫລວງຫລາຍຂອງຂ້າ ຂ້າໄດ້ຂຶ້ນໄປພູທີ່ສູງ ເຖິງທີ່ໄກສຸດຂອງເລບານອນ ຂ້າໄດ້ຕັດຕົ້ນສົນທີ່ສູງທີ່ສຸດຂອງມັນລົງ ແລະຕົ້ນແປກຕົ້ນທີ່ງາມທີ່ສຸດນັ້ນລົງ ຂ້າເຂົ້າໄປໃນເຖິງປ່າບ່ອນໄກແສນໄກ 24 ຂ້າໄດ້ຂຸດນ້ຳສ້າງ ແລະໄດ້ດື່ມນ້ຳຢູ່ຕ່າງແດນ ຂ້າເອົາຕີນຂອງຂ້າກວາດທານນ້ຳທັງສິ້ນຂອງເອຢິບໃຫ້ແຫ້ງໄປ” 25 ເຈົ້າບໍ່ໄດ້ຍິນບໍວ່າ ເຮົາໄດ້ຕຽມແຜນການໄວ້ແຕ່ດົນແລ້ວແລະດຽວນີ້ ເຮົາໄດ້ປະຕິບັດຕາມແຜນການນັ້ນຄື ເຮົາໃຫ້ເຈົ້າມີອຳນາດເພື່ອທຳລາຍກຳແພງອັນແຫນ້ນຫນາໃຫ້ຫັກເພພັງລົງ 26 ຊາວເມືອງນັ້ນບໍ່ມີກຳແພງຕໍ່ສູ້ ມີແຕ່ຢ້ານກົວຕົວສັ່ນ ພວກເຂົາປຽບເຫມືອນຫຍ້າທີ່ຢູ່ໃນທົ່ງນາ ຫລືຫຍ້າອ່ອນທີ່ປົ່ງຂຶ້ນຢູ່ເທິງຫລັງຄາເຮືອນ ທີ່ຖືກກະແສລົມຮ້ອນຈາກທິດຕາເວັນອອກພັດປິວໄປ 27 ແຕ່ເຮົາຮູ້ທຸກຢ່າງກ່ຽວກັບເຈົ້າ ບໍ່ວ່າເຈົ້າເຮັດຫຍັງຫລືໄປໃສ ເຮົາຮູ້ວ່າເຈົ້າຄຽດຊັງເຮົາຫລາຍ 28 ເພາະເຈົ້າໄດ້ຄຽດຊັງແລະອວດຈອງຫອງ ດັ່ງນັ້ນເຮົາຈະເອົາຂອງເກາະດັງເຈົ້າແລະເອົາໄຍໃສ່ປາກເຈົ້າ ແລະຈະໃຫ້ເຈົ້າກັບຄືນເມືອທາງເສັ້ນເກົ່າ” 29 ແລ້ວເອຊາຢາກໍເວົ້າຕໍ່ເຈົ້າເຮເຊກີຢາວ່າ, “ເຫດການສຳຄັນທີ່ຈະເກີດຂຶ້ນມີດັ່ງນີ້ຄື ໃນປີນີ້ແລະປີຫນ້າ ພຣະອົງແລະປະຊາຊົນຈະໄດ້ກິນແຕ່ພືດຜົນທີ່ເກີດຂຶ້ນຕາມປ່າໄມ້ເທົ່ານັ້ນ ແຕ່ໃນປີຕໍ່ໄປຈະໄດ້ຫວ່ານພືດແລະເກັບກ່ຽວ ຈະໄດ້ປູກສວນອະງຸ່ນ ແລະໄດ້ກິນຫມາກຂອງມັນ 30 ຊາວຢູດາທີ່ຍັງເຫລືອຢູ່ນັ້ນ ຈະເປັນເຫມືອນຕົ້ນໄມ້ທີ່ຢັ່ງຮາກເຖິງເລິກລົງພື້ນດິນ ແລະຈະເກີດດອກອອກຜົນ 31 ທີ່ກຸງເຢຣູຊາເລັມແລະເທິງພູຊີໂອນຈະມີຄົນເຫລືອຢູ່ ຍ້ອນຄວາມກະຕືຣືລົ້ນຂອງພຣະຜູ້ເປັນເຈົ້າຈະກະທຳການນີ້ 32 “ເຫດສັນນັ້ນພຣະຜູ້ເປັນເຈົ້າຊົງກ່າວກ່ຽວກັບເຈົ້າຊີວິດອັສຊີເຣັຽວ່າ, “ທ່ານຈະເຂົ້າໄປໃນເມືອງນີ້ ຫລືຈະຍິງລູກຫນ້າທະນູໃສ່ກໍບໍ່ໄດ້ ທະຫານທີ່ມີແຜ່ນເຫລັກຕ້ານທານຈະເຂົ້າໃກ້ເມືອງນີ້ບໍ່ໄດ້ ແລະຈະກອງດິນປີນຂຶ້ນເມືອງນີ້ກໍບໍ່ໄດ້ 33 ເຂົາຈະກັບຄືນເມືອຕາມທາງເສັ້ນເກົ່າທີ່ເຂົາມາ ແລະເຂົາຈະບໍ່ໄດ້ເຂົ້າໄປໃນເມືອງນີ້ ເພື່ອກຽດແລະສັກສີຂອງເຮົາ 34 ແລະເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ ເຮົາຈະປ້ອງກັນແລະປົກປັກຮັກສາໄວ້” ເຮົາພຣະຜູ້ເປັນເຈົ້າຊົງໄດ້ກ່າວໄວ້ດັ່ງນີ້ 35 ໃນຄືນດຽວກັນນັ້ນ ທູດຂອງພຣະຜູ້ເປັນເຈົ້າໄດ້ລົງມາປະຫານຊີວິດພວກທະຫານ ນຶ່ງແສນແປດຫມື່ນຫ້າພັນຄົນທີ່ຄ້າຍທະຫານອັສຊີເຣັຽ ຕື່ນເຊົ້າມື້ໃຫມ່ມາໄດ້ມີຊາກສົບນອນເດັຽຣະດາດ 36 ແລ້ວເຊນນາເກຣິບ ເຈົ້າຊີວິດອັສຊີເຣັຽໄດ້ຖອຍທັບກັບຄືນສູ່ນະຄອນນີເນເວ 37 ວັນນຶ່ງ ເມື່ອພຣະອົງກຳລັງຂາບໄຫວ້ທີ່ວິຫານຂອງ ພຣະນິສຣົກພຣະເຈົ້າຂອງທ່ານ ອັດຣາມເມເລກແລະຊາເຣເຊີໂອຣົດຂອງພຣະອົງໄດ້ໃຊ້ດາບປົງພຣະຊົນພຣະອົງເສັຽ ແລ້ວປົບຫນີໄປປະເທດອາຣາຣັດ ຕໍ່ມາໂອຣົດອີກອົງນຶ່ງຂອງພຣະອົງທີ່ຊົງພຣະນາມວ່າ ເອຊາຣ໌ຮັດໂດນກໍຂຶ້ນຄອງຣາຊສົມບັດແທນ
ເອເຊກີຢາຊົງປະຊວນ
1 ຄັ້ງນັ້ນເຮເຊກີຢາຊົງປະຊວນໃກ້ຈະສິ້ນພຣະຊົນ ແລະເອຊາຢາຜູ້ປະກາດພຣະທັມບຸດອາໂມສເຂົ້າມາເຝົ້າພຣະອົງ ແລະທູນພຣະອົງວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ຈົ່ງຈັດການບ້ານການເມືອງຂອງເຈົ້າໃຫ້ຮຽບຮ້ອຍ ເຈົ້າຈະຕ້ອງຕາຍ ເຈົ້າຈະບໍ່ຟື້ນ” 2 ແລ້ວເຮເຊກີຢາຊົງຫັນພຣະພັກເຂົ້າຂ້າງຝາ ແລະອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ, 3 “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຣະລຶກເຖິງວ່າ ຂ້າພຣະອົງດຳເນີນຢູ່ຕໍ່ເບື້ອງພຣະພັກພຣະອົງດ້ວຍຄວາມຊື່ສັດ ແລະດ້ວຍສິ້ນສຸດໃຈ ແລະໄດ້ກະທຳສິ່ງທີ່ດີໃນສາຍພຣະເນດຂອງພຣະອົງ” ແລະເຮເຊກີຢາກໍຮ້ອງໄຫ້ 4 ຕໍ່ມາກ່ອນທີ່ເອຊາຢາຈະອອກໄປເຖິງລານ ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງທ່ານວ່າ, 5 “ຈົ່ງກັບໄປບອກເຣເຊກີຢາເຈົ້ານາຍແຫ່ງປະຊາກອນຂອງເຮົາວ່າ ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງດາວິດບັນພະບຸຣຸດຂອງເຈົ້າ ກ່າວດັ່ງນີ້ວ່າ ເຮົາໄດ້ຍິນຄຳອ້ອນວອນຂອງເຈົ້າແລ້ວ ເຮົາໄດ້ເຫັນນ້ຳຕາຂອງເຈົ້າແລ້ວ ເຮົາຈະຮັກສາເຈົ້າໃນວັນທີ່ສາມເຈົ້າຈະເຂົ້າໄປໃນພຣະວິຫານຂອງພຣະຜູ້ເປັນເຈົ້າ 6 ເຮົາຈະເພີ້ມຊີວິດຂອງເຈົ້າອີກສິບຫ້າປີ ເຮົາຈະຊ່ອຍເຈົ້າໃຫ້ພົ້ນ ແລະເມືອງນີ້ຈາກມືຂອງເຈົ້າຊີວິດອັສຊີເຣັຽ ແລະປ້ອງກັນເມືອງນີ້ໄວ້ ເພື່ອເຫັນແກ່ເຣົາເອງ ແລະເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ” 7 ແລະເອຊາຢາບອກວ່າ, “ເອົາຂະຫນົມຫມາກເດື່ອມາອັນນຶ່ງ ໃຫ້ເຂົາເອົາມາວາງໄວ້ເທິງພຣະຍອດນັ້ນເພື່ອພຣະອົງຈະຊົງຫາຍເປັນປົກກະຕິ” 8 ເຮເຊກີຢາກ່າວກັບເອເຊຢາວ່າ, “ອັນໃດຈະເປັນຫມາຍສຳຄັນວ່າ ພຣະຜູ້ເປັນເຈົ້າຈະຊົງຮັກສາຂ້າພະເຈົ້າ ທີ່ພຣະຜູ້ເປັນເຈົ້າຈະຊົງກະທຳຕາມທີ່ພຣະອົງຊົງສັນຍາໄວ້ ຄືວ່າຈະໃຫ້ເງົາຄືບຫນ້າໄປສິບຂັ້ນ ຫລືກັບຄືນມາສິບຂັ້ນ” 9 ເຮເຊກີຢາກ່າວຕອບວ່າ, “ເປັນການງ່າຍທີ່ເງົາຈະຍາວອອກໄປອີກສິບຂັ້ນ ແຕ່ໃຫ້ເງົາກັບຄືນມາສິບຂັ້ນຕ່າງຫາກ 10 ແລະເອຊາຢາຜູ້ປະກາດພຣະທັມກໍຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ ແລະພຣະອົງຊົງນຳເງົາກັບຄືນມາສິບຂັ້ນ ຊຶ່ງເງົານັ້ນໄດ້ເລີຍໄປໃນໂມງແດດຂອງອາຮັສ 11 ຄາວນັ້ນ ເມໂຣດັກບາລາດານ ໂອຣົດຂອງບາລາດານເຈົ້າຊີວິດແຫ່ງບາບິໂລນຊົງສົ່ງຣາຊສານແລະເຄື່ອງບັນນາການມາຍັງເຮເຊກີຢາ ເພາະພຣະອົງຊົງຊາບວ່າເຮເຊກີຢາຊົງປະຊວນ
ເອເຊກີຢາຊົງຮັບຄນະທູດຈາກກຸງບາບິໂລນ
12 ແລະເຮເຊກີຢາໄດ້ຊົງຕ້ອນຮັບເຂົາແລະພຣະອົງຊົງພາເຂົາຊົມຄັງຊັບທັງຫມົດຂອງພຣະອົງ ໃຫ້ຊົມເງິນ ທອງຄຳ ແລະເຄື່ອງເທດ ແລະນ້ຳມັນປະເສີດແລະຄັງພຣະແສງຂອງພຣະອົງທຸກຢ່າງຊຶ່ງມີໃນທ້ອງພຣະຄັງ ບໍ່ມີສິ່ງໃດທີ່ໃນພຣະຣາຊວັງຫລືໃນຣາຊອານາຈັກຂອງພຣະອົງທັງສິ້ນຊຶ່ງພຣະອົງບໍ່ໄດ້ສຳແດງແກ່ພຣະອົງ 13 ແລະເອຊາຢາຜູ້ປະກາດພຣະທັມກໍເຂົ້າເຝົ້າກະສັດເຮເຊກີຢາ ແລະທູນພຣະອົງວ່າ, “ຄົນເຫລົ່ານີ້ທູນສິ່ງໃດແດ່ ແລະເຂົາມາເຝົ້າພຣະອົງແຕ່ໃສ? ແລະເຮເຊກີຢາກ່າວວ່າ, “ເຂົາໄດ້ມາຈາກເມືອງໄກ ຈາກບາບິໂລນ” 14 ທ່ານທູນວ່າ, “ເຂົາເຫັນຫຍັງແດ່ໃນພຣະຣາຊວັງຂອງພຣະອົງ? ແລະເຮເຊກີຢາກ່າວຕອບວ່າ, “ເຂົາເຫັນທຸກຢ່າງໃນວັງຂອງເຮົາ ບໍ່ມີສິ່ງໃດໃນພຣະຄັງຂອງເຮົາຊຶ່ງເຮົາບໍ່ໄດ້ສຳແດງແກ່ເຂົາ” 15 ແລ້ວເອເຊຢາທູນເຮເຊກີຢາວ່າ, “ຂໍຊົງຟັງພຣະຄຳຂອງພຣະຜູ້ເປັນເຈົ້າ 16 ວັນເວລາກຳລັງຍ່າງເຂົ້າມາເມື່ອສັພສິ່ງທັງສິ້ນໃນວັງຂອງເຈົ້າ ແລະສິ່ງຊຶ່ງບັນພະບຸຣຸດຂອງເຈົ້າໄດ້ສະສົມຈົນເຖິງທຸກວັນນີ້ຈະຕ້ອງຖືກເອົາໄປຍັງບາບິໂລນ ບໍ່ມີສິ່ງໃດເຫລືອເລີຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 17 ແລະລູກບາງຄົນຊຶ່ງຖືກຳເນີດຈາກເຈົ້າ ຜູ້ຊຶ່ງເກີດແກ່ເຈົ້າຈະຖືກນຳເອົາໄປ ແລະເຂົາຈະໄປເປັນຂັນທີໃນພຣະຣາຊວັງຂອງເຈົ້າຊີວິດບາບິໂລນ” 18 ແລ້ວເຮເຊກີຢາກ່າວກັບເອຊາຢາວ່າ, “ພຣະຄຳຂອງພຣະຜູ້ເປັນເຈົ້າຊຶ່ງທ່ານກ່າວນັ້ນກໍດີຢູ່” ເພາະພຣະອົງດຳຣິວ່າ, “ກໍດີແລ້ວບໍ່ແມ່ນຫລື” ໃນເມື່ອມີຄວາມຢູ່ເຢັນເປັນສຸກ ແລະຄວາມປອດພັຍໃນວັນເວລາຂອງເຮົາ” 19 ສ່ວນພຣະຣາຊກິຈນອກນັ້ນຂອງເຮເຊກີຢາ ແລະຍຸດພະລັງທັງສິ້ນຂອງພຣະອົງ ແລະທີ່ພຣະອົງຊົງສ້າງສະ ແລະຮາງລະບາຍນ້ຳນຳນ້ຳເຂົ້າມາໃນກຸງຢ່າງໃດ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື
ມໍຣະກັມຂອງເຮເຊກີຢາ
20 ແລະເຣເຊກີຢາຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະມານັສເຊໂອຣົດຂອງພຣະອົງຂຶ້ນປົກຄອງແທນພຣະອົງ
ຣັຊການມານັສເຊ
1 ມານັສເຊມີອາຍຸສິບສອງປີ ເມື່ອພຣະອົງຂຶ້ນປົກຄອງ ແລະພຣະອົງຊົງຄອບຄອງໃນກຸງເຢຣູຊາເລັມຫ້າສິບຫ້າປີ ພຣະມານດາຂອງພຣະອົງມີພຣະນາມວ່າເຮຟຊີບາ 2 ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ຕາມການກະທຳອັນຫນ້າກຽດຊັງແຫ່ງປະຊາຊາດຊຶ່ງພຣະຜູ້ເປັນເຈົ້າຊົງຂັບໄລ່ໃຫ້ອອກໄປໃຫ້ພົ້ນຫນ້າປະຊາຊົນອິສຣາເອນ 3 ເພາະພຣະອົງຊົງສ້າງບ່ອນນະມັສການສະຖານທີ່ສູງ ຊຶ່ງເຮເຊກີຢາພຣະຣາຊບິດາຂອງພຣະອົງຊົງທຳລາຍເສັຽນັ້ນຂຶ້ນໃຫມ່ ແລະພຣະອົງຊົງສ້າງແທ່ນບູຊາສຳລັບພຣະບາອານ ແລະຊົງສ້າງອາເຊຣາ ດັ່ງທີ່ອາຮັບເຈົ້າຊີວິດແຫ່ງອິສຣາເອນຊົງກະທຳ ແລະຊົງນະມັສການບໍຣິວານທັງສິ້ນຂອງຟ້າສວັນ ແລະບົວຣະບັດພຣະເຫລົ່ານັ້ນ 4 ພຣະອົງຊົງສ້າງແທ່ນບູຊາໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ຊຶ່ງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຮົາຈະບັນຈຸຊຶ່ຂອງເຮົາໄວ້ໃນເຢຣູຊາເລັມ” 5 ພຣະອົງໄດ້ສ້າງແທ່ນບູຊາສຳລັບບໍຣິວານແຫ່ງຟ້າສວັນໃນເດີ່ນທັງສອງຂອງພຣະວິຫານແຫ່ງພຣະຜູ້ເປັນເຈົ້າ 6 ພຣະອົງໄດ້ຊົງເຜົາໂອຣົດຂອງພຣະອົງເປັນເຄື່ອງບູຊາ ຖືຣຶກຖືຍາມເວດມົນ ຄົນຝຶກເວດມົນກົນຄາຖາ ແລະແມ່ມົດ ພຣະອົງຊົງກະທຳຄວາມຊົ່ວຮ້າຍຢ່າງໃຫຍ່ຫລວງໃນສາຍພຣະເນດພຣະຜູ້ເປັນເຈົ້າ ກະທຳໃຫ້ພຣະອົງຊົງພຣະພິໂຣດ 7 ສ່ວນອາເຊຣາອັນເປັນຮູບເຄົາຣົບສລັກນັ້ນ ພຣະອົງຊົງຕັ້ງໄວ້ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ຜູ້ຊຶ່ງກ່າວກັບດາວິດແລະໂຊໂລໂມນໂອຣົດຂອງພຣະອົງວ່າ, “ໃນພຣະວິຫານນີ້ແລະໃນເຢຣູຊາເລັມ ຊຶ່ງເຮົາໄດ້ເລືອກອອກຈາກເຜົ່າທັງສິ້ນຂອງອິສຣາເອນ ເຣົາຈະບັນຈຸນາມຂອງເຮົາໄວ້ເປັນນິດ 8 ເຮົາຈະບໍ່ໃຫ້ເປັນເຫດໃຫ້ຕີນຂອງອິສຣາເອນພະເນຈອນອອກໄປຈາກແຜ່ນດິນຊຶ່ງເຮົາໄດ້ໃຫ້ກັບບັນພະບຸຣຸດຂອງເຂົາອີກ ຖ້າເຂົາພຽງແຕ່ລະມັດລະວັງທີ່ຈະກະທຳຕາມທຸກຢ່າງ ຊຶ່ງເຮົາໄດ້ບັນຊາເຂົາແລະຕາມທັມບັນຍັດທັງສິ້ນ ຊຶ່ງໂມເຊຜູ້ຮັບໃຊ້ຂອງເຮົາບັນຊາເຂົາ 9 ແຕ່ເຂົາບໍ່ໄດ້ຟັງ ແລະມານັສເຊໄດ້ຊັກຈູງເຂົາໃຫ້ທຳຊົ່ວຫລາຍຍິ່ງໄປກວ່າບັນດາປະຊາຊາດຊຶ່ງພຣະຜູ້ເປັນເຈົ້າຊົງທຳລາຍເສັຽຕໍ່ຫນ້າປະຊາຊົນອິສຣາເອນໄດ້ເຄີຍກະທຳແລ້ວເສັຽອີກ 10 ພຣະຜູ້ເປັນເຈົ້າກ່າວໂດຍຜູ້ປະກາດພຣະທັມຜູ້ຮັບໃຊ້ຂອງພຣະອົງວ່າ, 11 “ເພາະມານັສເຊເຈົ້າຊີວິດແຫ່ງຢູດາໄດ້ກະທຳການຫນ້າກຽດຊັງເຫລົ່ານີ້ ແລະໄດ້ກະທຳສິ່ງຊົ່ວຮ້າຍຫລາຍຍິ່ງກວ່າຄົນອາໂມຣິດໄດ້ກະທຳທັງສິ້ນ ຜູ້ຊຶ່ງຢູ່ກ່ອນພຣະອົງ ແລະໄດ້ຊົງກະທຳໃຫ້ຢູດາທຳບາບຫລາຍດ້ວຍຮູບເຄົາຣົບຂອງພຣະອົງ 12 ເຫດສັນນັ້ນພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເຣົາກຳລັງນຳເຫດຮ້າຍມາເຖິງເຢຣູຊາເລັມແລະຢູດາ ຢ່າງທີ່ທຸກຄົນຊຶ່ງໄດ້ຍິນແລ້ວຫູທັງສອງຂອງເຂົາຈະອື້ໄປ 13 ແລະເຮົາຈະເອົາເຊືອກຢ່າງທີ່ວັດກຸງຊາມາເຣັຽຄຶງເຫນືອກຸງເຢຣູຊາເລັມ ແລະໃຊ້ລູກກະດິ່ງຢ່າງທີ່ວັດຣາຊວົງອາຮາບ ແລະເຣົາຈະລ້າງເຢຣູຊາເລັມຢ່າງເຂົາລ້າງຊາມແລະພິກຄວ່ຳ 14 ແລະເຮົາຈະແກວ່ງມໍຣະດົກສ່ວນທີ່ເຫລືອຂອງເຮົາອອກໄປເສັຽ ແລະມອບເຂົາໄວ້ໃນມືສັດຕຣູຂອງເຂົາ ແລະເຂົາທັງຫລາຍຈະເປັນເຫຍື່ອແລະເປັນຂອງຍຶດຂອງສັດຕຣູທັງສິ້ນຂອງເຂົາ 15 ເພາະເຂົາໄດ້ກະທຳສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງເຮົາ ແລະໄດ້ກະທຳໃຫ້ເຮົາໂກດ ຕັ້ງແຕ່ວັນທີ່ບັນພະບຸຣຸດຂອງເຂົາອອກຈາກເອຢິບ ຈົນເຖິງທຸກວັນນີ້” 16 ນອກຈາກນີ້ມານັສເຊໄດ້ຊົງກະທຳໃຫ້ໂລຫິດບໍ່ມີຄວາມຜິດຕົກຫລາຍຈົນເຕັມເຢຣູຊາເລັມຈາກຂ້າງນຶ່ງເຖິງອີກຂ້າງນຶ່ງ ນອກເຫນືອຈາກບາບທີ່ພຣະອົງຊົງກະທຳໃຫ້ຢູດາທຳດ້ວຍ ໂດຍປະພືດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ 17 ສ່ວນພຣະຣາຊກິຈນອກນັ້ນຂອງມານັສເຊ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳ ແລະບາບຊຶ່ງພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື 18 ແລະມານັສເຊຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງໄວ້ໃນພຣະອຸທຍານແຄມວັງຂອງພຣະອົງໃນສວນຂອງອຸສຊາ ແລະອາໂມນໂອຣົດຂອງພຣະອົງໄດ້ຂຶ້ນປົກຄອງແທນພຣະອົງ
ຮັຊການອາໂມນ
19 ອາໂມນມີອາຍຸຊາວສອງປີ ເມື່ອພຣະອົງເລີ້ມປົກຄອງແລະພຣະອົງຊົງປົກຄອງໃນກຸງເຢຣູຊາເລັມສອງປີ ພຣະມານດາຂອງພຣະອົງມີພຣະນາມວ່າເມຊຸນເລເມທ ບຸດຕຣີຂອງຮາຣຸສຊາວໂຢດບາ 20 ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ຢ່າງມານັສເຊບິດາຂອງພຣະອົງໄດ້ຊົງກະທຳ 21 ພຣະອົງຊົງດຳເນີນໃນທາງທັງສິ້ນຊຶ່ງບິດາຂອງພຣະອົງຊົງດຳເນີນ ແລະບົວລະບັດຮູບເຄົາຣົບຊຶ່ງບິດາຂອງພຣະອົງຊົງບົວລະບັດ ແລະນະມັສການຮູບເຫລົ່ານັ້ນ 22 ພຣະອົງຊົງປະຖິ້ມພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນຂອງພຣະອົງແລະບໍ່ໄດ້ຊົງດຳເນີນໃນທາງຂອງພຣະຜູ້ເປັນເຈົ້າ 23 ແລະຂ້າຣາຊການຂອງອາໂມນໄດ້ຮ່ວມກັນຄິດກະບົດຕໍ່ພຣະອົງ ແລະປະຫານເຈົ້າຊີວິດໃນພຣະຣາຊວັງຂອງພຣະອົງເສັຽ 24 ແຕ່ປະຊາຊົນໄດ້ປະຫານທຸກຄົນທີ່ຮ່ວມກັນຄິດກະບົດຕໍ່ກະສັດອາໂມນ ແລະປະຊາຊົນໄດ້ຕັ້ງໂຢຊີຢາໂອຣົດຂອງພຣະອົງໃຫ້ເປັນເຈົ້າຊີວິດແທນພຣະອົງ 25 ສ່ວນພຣະຣາຊກິຈນອກນັ້ນຂອງອາໂມນຊຶ່ງພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື? 26 ແລະເຂົາຝັງໄວ້ໃນອຸບໂມງຂອງພຣະອົງໃນສວນຂອງອຸສຊາ ແລະໂຢຊີຢາໂອຣົດຂອງພຣະອົງໄດ້ປົກຄອງແທນພຣະອົງ
ຣັຊການຂອງໂຢຊີຢາ
1 ໂຢຊີຢາຂຶ້ນເປັນກະສັດຢູດາ ເມື່ອພຣະອົງມີອາຍຸໄດ້ແປດປີ ພຣະອົງຊົງປົກຄອງພຣະຣາຊບັນລັງເຢຣູຊາເລັມສາມສິບເອັດປີ ມານດາຂອງພຣະອົງຊົງພຣະນາມວ່າ ເຢດີດາ ເປັນຣາຊທິດາຂອງອາດັຍຢາ ແລະເປັນຊາວເມືອງໂບສກັທ 2 ພຣະອົງປະຕິບັດຕົນຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ ຊົງນັບຖືແລະດຳເນີນຕາມແບບຢ່າງ ດາວິດ ຜູ້ເປັນບັນພະບຸຣຸດຂອງພຣະອົງ ແລະເຊື່ອຟັງພຣະບັນຍັດຂອງພຣະເຈົ້າທຸກຢ່າງ
ປະໂຣຫິດຮີນກີຢາພົບປື້ມພຣະທັມ
3 ໃນຣັຊການປີທີ່ສິບແປດຂອງເຈົ້າຊີວິດໂຢຊີຢາ ພຣະອົງໄດ້ສົ່ງຣາຊເລຂາ ຊາຟານ ຜູ້ເປັນບຸດອາຊາລີຢາບຸດເມຊຸນລາມໄປຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ ຮັບສັ່ງວ່າ, 4 “ເຈົ້າຈົ່ງໄປຫາຮີນກີຢາມະຫາປະໂຣຫິດ ແລະບອກໃຫ້ທ່ານຣາຍງານເງິນທີ່ພວກປະໂຣຫິດໄດ້ເກັບຈາກປະຊາຊົນໃນທາງເຂົ້າວິຫານ 5 ບອກໃຫ້ທ່ານເອົາເງິນໃຫ້ພວກຫົວຫນ້າຄົນງານປະຈຳພຣະວິຫານ ເພື່ອໃຫ້ພວກຄົນງານສ້ອມແຊມພຣະວິຫານ 6 ເຊັ່ນພວກຊ່າງໄມ້ ຊ່າງກໍ່ ແລະຊ່າງປູນ ໄປຊື້ໄມ້ ແລະກ້ອນຫີນສຳລັບສ້ອມແຊມພຣະວິຫານໃຫມ່ 7 ບໍ່ຕ້ອງໃຫ້ເຂົາເຮັດບັນຊີຣາຍຈ່າຍເງິນນີ້ ເພາະພວກເຂົາທີ່ເຮັດວຽກຢູ່ບ່ອນນັ້ນເປັນຄົນສັດຊື່” 8 ຊາຟານໄດ້ນຳເອົາຄຳສັ່ງຂອງເຈົ້າຊີວິດໄປບອກປະໂຣຫິດຮີນກີຢາ ແລ້ວຮີນກີຢາເລີຍບອກຊາຟານວ່າ, “ຂ້າພະເຈົ້າໄດ້ພົບປື້ມພຣະທັມຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ” ແລ້ວຮີນກີຢາກໍໄດ້ເອົາປື້ມຫົວນັ້ນໃຫ້ຊາຟານອ່ານ 9 ຊາຟານໄດ້ກັບຄືນເມືອຣາຍງານຕໍ່ເຈົ້າຊີວິດວ່າ, “ຂ້າໃຊ້ຂອງພຣະອົງໄດ້ເອົາເງິນທີ່ຢູ່ໃນພຣະ ວິຫານຂອງພຣະຜູ້ເປັນເຈົ້າ ໃຫ້ແກ່ຫົວຫນ້າຄົນງານທີ່ປະຈຳການຢູ່ທີ່ນັ້ນແລ້ວ” 10 ແລ້ວຊາຟານຂາບທູນຕໍ່ໄປອີກວ່າ, “ປະໂຣຫິດຮີນກີຢາໄດ້ເອົາປື້ມນີ້ໃຫ້ຂ້ານ້ອຍ” ແລ້ວທ່ານກໍອ່ານໃຫ້ເຈົ້າຊີວິດຟັງ 11 ເມື່ອເຈົ້າຊີວິດໄດ້ຍິນເນື້ອຄວາມໃນພຣະທັມ ພຣະອົງກໍຊົງຈີກເຄື່ອງສລອງຂອງພຣະອົງຍ້ອນເສັຽພຣະທັຍ 12 ແລ້ວຊົງຮັບສັ່ງປະໂຣຫິດຮີນກີຢາ ອາຮີກາມບຸດຊາຟານ ອັກໂບຣ໌ ບຸດມີກັຍຢາ ຊາຟານຣາຊເລຂາ ແລະອາຊັຍຢາຜູ້ຮັບໃຊ້ຂອງເຈົ້າຊີວິດ ຮັບສັ່ງວ່າ, 13 “ຈົ່ງພາກັນທູນຕໍ່ພຣະຜູ້ເປັນເຈົ້າແທນເຮົາ ແລະປະຊາຊົນຢູດາທຸກຄົນກ່ຽວກັບຄຳສອນທີ່ມີຢູ່ໃນປື້ມນັ້ນ ເຣື່ອງໃຫຍ່ແທ້ແມ່ນພຣະເຈົ້າຊົງພຣະພິໂຣດພວກເຮົາ ຍ້ອນວ່າບັນພະບຸຣຸດຂອງພວກເຮົາບໍ່ປະຕິບັດຕາມຖ້ອຍຄຳທີ່ຂຽນໄວ້ໃນປື້ມນີ້” 14 ປະໂຣຫິດຮີນກີຢາ ອາຮີກາມ ອັກໂບຣ໌ ຊາຟານ ແລະອາຊັຍຢາກໍພາກັນໄປຫາຜູ້ປະກາດພຣະທັມຍິງທີ່ຊື່ວ່າ ຮຸນດາພັຣຍາຂອງຊັນລູມ ບຸດຂອງຕິກວາ ບຸດຮາຣ໌ຮັສ ເປັນຜູ້ຣັກສາເຄື່ອງນຸ່ງຖືປະຈຳພຣະວິຫານ ເວລານັ້ນນາງຢູ່ໃນກຸງເຢຣູຊາເລັມເຂດເມືອງໃຫມ່ ແລະເຂົາທັງຫລາຍໄດ້ສົນທະນາກັບນາງ 15 ແລະນາງຕອບເຂົາວ່າ, “ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ “ຈົ່ງໄປບອກຊາຍຄົນທີ່ໃຊ້ເຈົ້າມາຫາເຮົານັ້ນວ່າ 16 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເຮົາຈະລົງໂທດກຸງເຢຣູຊາເລັມຕລອດທັງປະຊາຊົນທຸກຄົນ ຕາມເນື້ອຄວາມຢູ່ໃນປື້ມທີ່ເຈົ້າຊີວິດຢູດາໄດ້ອ່ານນັ້ນ 17 ພວກເຂົາໄດ້ເຫີນຫ່າງເຮົາໄປຖວາຍບູຊາພຣະອື່ນ ຊຶ່ງເປັນການຍົວະເຍົ້າໃຫ້ເຮົາຄຽດຮ້າຍເຂົາ ຄວາມຄຽດຮ້າຍຂອງເຮົາໄດ້ຕົກໃສ່ກຸງເຢຣູຊາເລັມໂດຍຈະບໍ່ເຊົາງ່າຍ 18 ສ່ວນເຈົ້າຊີວິດ ເຮົາພຣະຜູ້ເປັນເຈົ້າແຫ່ງອິສຣາເອນຂໍກ່າວດັ່ງນີ້ວ່າ ເມື່ອເຈົ້າໄດ້ຟັງຖ້ອຍຄຳທຸກຂໍ້ທີ່ຂຽນໄວ້ໃນປື້ມນີ້ແລ້ວ 19 ເຈົ້າມີຄວາມແຫນງໃຈ ແລະຖ່ອມຕົວລົງຕໍ່ຫນ້າເຣົາ ທັງໄດ້ຈີກເສື້ອຜ້າແລະຮ້ອງໄຫ້ ໃນເມື່ອເຈົ້າໄດ້ຍິນວ່າ ເຮົາຈະລົງໂທດກຸງເຢຣູຊາເລັມຕລອດທັງປະຊາຊົນ ເຮົາຈະທໍາໃຫ້ສະຖານທີ່ນີ້ເປັນຫນ້າລັງກຽດແລະຖືກສາບແຊ່ງ 20 ຍ້ອນວ່າ ເຮົາໄດ້ຍິນຄຳອ້ອນວອນຂອງເຈົ້າແລ້ວ ເຣົາຈະບໍ່ໃຫ້ມີການລົງໂທດແບບນີ້ຕລອດຊົ່ວຊີວິດຂອງເຈົ້າ ເຈົ້າຈະຕາຍໄປຢ່າງສງົບສຸກ” ພວກເຂົາໄດ້ນຳເອົາຄຳຕອບນີ້ເມືອກາບບັງຄົມທູນເຈົ້າຊີວິດ
ການປະຕິຍານຕົວຕໍ່ພຣະພັກພຣະເຈົ້າ
1 ເຈົ້າຊີວິດຊົງປ່າວປະກາດເອີ້ນເອົາພວກເຖົ້າແກ່ຊາວຢູດາແລະຊາວເຢຣູຊາເລັມມາ 2 ແລ້ວພຣະອົງພ້ອມທັງພວກເຖົ້າແກ່ ພວກປະໂຣຫິດພ້ອມພວກຜູ້ປະກາດພຣະທັມ ແລະປະຊາຊົນທຸກຄົນທັງຜູ້ທຸກຍາກແລະຮັ່ງມີ ກໍຂຶ້ນໄປຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ ພຣະອົງຊົງອ່ານຖ້ອຍຄຳທຸກຂໍ້ທີ່ກ່າວໄວ້ໃນປື້ມ ຄຳຫມັ້ນສັນຍາທີ່ຄົ້ນພົບຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າສູ່ທຸກຄົນຟັງ 3 ເຈົ້າຊີວິດຊົງຢືນຢູ່ຂ້າງເສົາແລະໄດ້ໃຫ້ຄຳຫມັ້ນສັນຍາຕໍ່ພຣະຜູ້ເປັນເຈົ້າວ່າ ຈະຖືຮັກສາຄຳສັ່ງແລະພຣະທັມຂອງພຣະອົງດ້ວຍສຸດຈິດສຸດໃຈ ເພື່ອເຮັດຕາມຂໍ້ຄວາມໃນຄຳຫມັ້ນສັນຍາທີ່ຂຽນໄວ້ໃນປື້ມຫົວນັ້ນ ປະຊາຊົນທຸກຄົນກໍພາກັນໃຫ້ຄຳປະຕິຍານວ່າ ຈະຖືຮັກສາຄຳຫມັ້ນສັນຍານັ້ນ 4 ຕໍ່ມາເຈົ້າຊີວິດໄດ້ຊົງຮັບສັ່ງ ຮີນກີຢາມະຫາປະໂຣຫິດ ພວກປະໂຣຫິດຜູ້ຣອງແລະພວກຜູ້ເຝົ້າປະຕູ ໃຫ້ຍົກຍ້າຍສິ່ງຂອງທຸກຢ່າງທີ່ໃຊ້ສຳລັບຂາບໄຫວ້ພຣະບາອານ ພຣະອາເຊຣາ ແລະດວງດາວຕ່າງໆອອກຈາກພຣະວິຫານໄປ ພຣະອົງໄດ້ເຜົາສິ່ງຂອງເຫລົ່ານີ້ຢູ່ໃກ້ຮ່ອມພູກິດໂຣນນອກກຸງເຢຣູຊາເລັມ ແລ້ວຊົງໃຫ້ເຂົາຫຸບເອົາຂີ້ຝຸ່ນຂອງມັນໄປເມືອງເບັດເອນ 5 ພຣະອົງໄດ້ຂັບໄລ່ພວກປະໂຣຫິດຈອມປອມ ທີ່ເຈົ້າຊີວິດຢູດາໄດ້ແຕ່ງຕັ້ງໃຫ້ຖວາຍເຄື່ອງບູຊາ ຢູ່ໃນບ່ອນສັກສິດຕ່າງໆຢູ່ໃນເມືອງຢຸດາ ແລະຢູ່ໃນບ້ານໃກ້ຄຽງກຸງເຢຣູຊາເລັມ ຄືພວກທີ່ຖວາຍເຄື່ອງບູຊາແກ່ພຣະບາອານ ພຣະອາທິດ ພຣະຈັນ ແລະດວງດາວຕ່າງໆ 6 ທ່ານໄດ້ຍ້າຍເສົາຫີນສັກສິດໃນພຣະວິຫານຂອງພຣະຜູ້ເປັນເຈົ້າອອກຈາກກຸງເຢຣູຊາເລັມ ແລ້ວເອົາໄປໄວ້ໃນຮ່ອມພູກິດໂຣນ ແລະໄດ້ເຜົາມັນຢູ່ທີ່ນັ້ນແລ້ວໄດ້ຕີໃຫ້ມັນມຸ່ນເປັນຂີ້ເທົ່າໂຮຍໃສ່ຂຸມຝັງສົບຄົນທຳມະດາ 7 ພຣະອົງໄດ້ທຳລາຍບ່ອນຢູ່ຂອງພວກໂສເພນີ ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ (ຊຶ່ງເປັນບ່ອນທີ່ພວກຜູ້ຍິງຕ່ຳເສື້ອໃຫ້ອາເຊຣາ) 8 ພຣະອົງນຳເອົາພວກປະໂຣຫິດທຸກຄົນໃນເມືອງຢູດາແລະທົ່ວປະເທດມາຍັງກຸງເຢຣູຊາເລັມ ແລ້ວທຳລາຍສະຖານທີ່ສັກສິດໃຫ້ເສັຽຄວາມສັກສິດ ຄືບ່ອນທີ່ພວກປະໂຣຫິດເຫລົ່ານັ້ນຖວາຍເຄື່ອງບູຊາຕັ້ງແຕ່ເມືອງເກບາເຖິງເບເອີເຊບາ ພຣະອົງຍັງໄດ້ທຳລາຍຫໍຜີຮ້າຍຢູ່ໃກ້ປະຕູເມືອງທີ່ໂຢຊວຍ ຜູ້ປົກຄອງເມືອງໄດ້ສ້າງໄວ້ ຫໍຜີນັ້ນຢູ່ທາງເບື້ອງຊ້າຍຂອງປະຕູໃຫຍ່ທາງເຂົ້າເມືອງ 9 ພວກປະໂຣຫິດເຫລົ່ານີ້ໄປຣັບໃຊ້ທີ່ພຣະວິຫານບໍ່ໄດ້ ແຕ່ໄດ້ຮັບອະນຸຍາດໃຫ້ກິນເຂົ້າຈີ່ບໍ່ໃສ່ເຊື້ອແປ້ງເຫມືອນດັ່ງປະໂຣຫິດອື່ນໆໄດ້ 10 ພຣະອົງໄດ້ທຳລາຍເຕົາເຜົາບູຊາໃນຮ່ອມພູ ເບນຮິນໂນມ ເພື່ອວ່າຈະບໍ່ມີຜູ້ໃດເອົາລູກຫລານ ຫລືບຸດສາວຂອງຕົນໄປເຜົາຖວາຍບູຊາ ພຣະໂມເລກ 11 ພຣະອົງໄດ້ເອົາມ້າທີ່ເຈົ້າຊີວິດຢູດາໄດ້ອຸທິດຖວາຍແກ່ພຣະອາທິດນັ້ນຫນີ ພ້ອມທັງເຜົາຣົດທີ່ໃຊ້ໃນເວລາຂາບໄຫວ້ພຣະອາທິດ ມ້າກັບຣົດນີ້ໄດ້ຢູ່ໃນເດີ່ນພຣະວິຫານໃກ້ໆປະຕູ ແລະໃກ້ບ່ອ່ນຢູ່ຂອງກົມມະວັງນາທານເມເລກ 12 ພຣະອົງໄດ້ທຳລາຍແທ່ນບູຊາທີ່ເຈົ້າຊີວິດຢູດາ ໄດ້ສ້າງໄວ້ເທິງຫລັງຄາພຽງພຣະຣາຊວັງ ຢູ່ເຫນືອພຣະຣາຊສຳນັກຂອງເຈົ້າຊີວິດ ອາຮັສພ້ອມທັງແທ່ນບູຊາສອງບ່ອນທີ່ ມານັສເຊໄດ້ສ້າງໄວ້ໃນເດີ່ນພຣະວິຫານ ພຣະອົງໄດ້ທຳລາຍມັນເສັຽຫາຍຫມົດ ແລ້ວເອົາໄປຖິ້ມລົງໃນຮ່ອມພູກິດໂຣນ 13 ແລະເຈົ້າຊີວິດໄດ້ທຳລາຍແທ່ນບູຊາທີ່ໂຊໂລໂມນໄດ້ສ້າງຂຶ້ນຢູ່ທາງທິດຕາເວັນອອກຂອງກຸງເຢຣູຊາເລັມ ຢູ່ທາງທິດໃຕ້ຂອງພູຫມາກກອກເທດ ແທ່ນນີ້ເຂົາໄດ້ສ້າງໄວ້ສຳລັບຂາບໄຫວ້ ຮູບເຄົາຣົບທີ່ຫນ້າກຽດຊັງ ຄືພຣະອັສຕາຣ໌ເຕຂອງຊາວຊີໂດນ ພຣະເກໂມສຂອງຊາວໂມອາບ ແລະພຣະໂມເລກຂອງຊາວອັມໂມນ 14 ພຣະອົງຍັງໄດ້ທຳລາຍເສົາຫີນສັກສິດລົງ ແລະຕັດຫລັກໄມ້ສັກສິດອີກ ແລ້ວເອົາກະດູກຄົນຖິ້ມໄວ້ໃນບ່ອນນັ້ນທັງຫມົດ 15 ນອກຈາກນີ້ພຣະອົງຍັງໄດ້ທຳລາຍບ່ອນນະມັສການທີ່ເບັດເອນ ຊຶ່ງເປັນສະຖານທີ່ເຢໂຣໂບອາມບຸດເນບັດໄດ້ສ້າງໄວ້ ແລະພາຊາວອິສຣາເອນທໍຢູ່ທີ່ນັ້ນ ພຣະອົງໄດ້ທຳລາຍແທ່ນບູຊາຈົນມຸ່ນແລະຈູດຫລັກສັກສິດທີ່ສ້າງບູຊາພຣະອາເຊຣາ 16 ເມື່ອໂຢຊີຢາຫລຽວອ້ອມໄປມາກໍຊົງເຫັນຂຸມຝັງສົບຢູ່ຂ້າງພູນ້ອຍ ພຣະອົງຈຶ່ງຊົງເອົາກະດູກຄົນຈາກຂຸມຝັງສົບນັ້ນມາເຜົາເທິງແທ່ນບູຊາ ເພື່ອໃຫ້ແທ່ນບູຊານັ້ນເສັຽຄວາມສັກສິດ ຊຶ່ງເປັນໄປຕາມພຣະຄຳຂອງພຣະຜູ້ເປັນເຈົ້າຊຶ່ງຄົນແຫ່ງພຣະເຈົ້າໄດ້ປະກາດໄວ້ໃນສະໄຫມກ່ອນໆ ຜູ້ຊຶ່ງປ່າວຮ້ອງທຳນວາຍເຖິງສິ່ງເຫລົ່ານີ້ 17 ພຣະອົງຈຶ່ງຊົງຖາມວ່າ, “ບ່ອນນີ້ແມ່ນຂຸມຝັງສົບຂອງໃຜ?” ຊາວເມືອງເບັດເອນຈຶ່ງທູນຕອບວ່າ, “ແມ່ນຂຸມຝັງສົບຜູ້ປະກາດພຣະທັມຊາວຢູດາ ຊຶ່ງເປັນຜູ້ທຳນວາຍສິ່ງທີ່ພຣະອົງກຳລັງທຳຢູ່ນີ້” 18 ເຈົ້າຊີວິດຈຶ່ງສັ່ງວ່າ, “ຖ້າເຊັ່ນນັ້ນ ປະໄວ້ຫັ້ນແຫລະ, ຢ່າໃຫ້ໃຜໄປລົບກວນກະດູກຂອງທ່ານເດີ” ດັ່ງນັ້ນ ພວກເຂົາຈຶ່ງບໍ່ແຕະຕ້ອງກະດູກນັ້ນ ພ້ອມທັງກະດູກຂອງຜູ້ປະກາດພຣະທັມຊາວຊາມາເຣັຽ 19 ໂຢຊີຢາຍັງໄດ້ທຳລາຍບ່ອນສັກກາຣະບູຊາທັງຫມົດຢູ່ເທິງບ່ອນສັກສິດທີ່ເຈົ້າຊີວິດອິສຣາເອນໄດ້ສ້າງໄວ້ໃນທຸກໆຫົວເມືອງ ເພາະການນີ້ເປັນເຫດໃຫ້ພຣະຜູ້ເປັນເຈົ້າຊົງພຣະພິໂຣດ ພຣະອົງໄດ້ທຳລາຍບ່ອນເຫລົ່ານີ້ເຫມືອນດັ່ງໄດ້ທຳລາຍທີ່ເບັດເອນ 20 ພຣະອົງໄດ້ຂ້າພວກປະໂຣຫິດຈອມປອມທຸກຄົນ ທີ່ຢູ່ຕາມບ່ອນສັກສິດເທິງແທ່ນບູຊານັ້ນ ແລະໄດ້ເຜົາກະດູກຄົນໃສ່ເທິງແທ່ນບູຊາທຸກວັນ ແລ້ວໄດ້ກັບຄືນເມືອກຸງເຢຣູຊາເລັມ
ຖືເທສການປັສຄາ
21 ແລະເຈົ້າຊີວິດຊົງອອກຄຳສັ່ງແກ່ບ່າວໄພ່ຣາສດອນທຸກຄົນວ່າ, “ຈົ່ງສະເຫລີມສະຫລອງວັນປັສຄາ ເພື່ອເປັນການຖວາຍກຽດແດ່ພຣະຜູ້ເປັນເຈົ້າ ຕາມຄຳແນະນຳທີ່ມີໄວ້ໃນປື້ມຄຳຫມັ້ນສັນຍານັ້ນ 22 ນັບຕັ້ງແຕ່ວັນທີ່ພວກຜູ້ປົກຄອງໄດ້ປົກຄອງອິສຣາເອນ ເຖິງສະໄຫມຂອງເຈົ້າຊີວິດອິສຣາເອນ ແລະເຈົ້າຊີວິດຢູດາບໍ່ເຄີຍມີການສະຫລອງປັສຄາດັ່ງນີ້ເລີຍ 23 ຕົກມາໃນຣັຊການປີທີ່ສິບແປດຂອງເຈົ້າຊີວິດໂຢຊີຢາ ຈຶ່ງມີການສະເຫລີມສະຫລອງປັສຄາອີກທີ່ກຸງເຢຣູຊາເລັມ ເພື່ອຖວາຍພຣະກຽດແດ່ພຣະຜູ້ເປັນເຈົ້າ
ການປ່ຽນແປງອື່ນໆໂດຍເຈົ້າໂຢຊີຢາ
24 ນອກຈາກນີ້ ເພື່ອໃຫ້ເປັນໄປຕາມພຣະຄຳທີ່ຂຽນໄວ້ໃນປື້ມທີ່ປະໂຣຫິດ ຮີນກີຢາໄດ້ພົບຢູ່ໃນພຣະວິຫານ ໂຢຊີຢາໄດ້ກຳຈັດຂັບໄລ່ຫມໍຜີ ຫມໍດູໂຊກຊະຕາ ຫມໍເວດມົນກົນຄາຖາ ຮ້ານພຣະແລະຮູບເຄົາຣົບອື່ນໆຕລອດທັງສິ່ງຂອງທີ່ໃຊ້ນະມັສການພຣະຕ່າງໆໃນປະເທດຢູດາ ແລະກຸງເຢຣູຊາເລັມ 25 ບໍ່ເຄີຍມີເຈົ້າຊີວິດອົງໃດທີ່ຂຶ້ນຄອງຣາຊສົມບັດກ່ອນພຣະອົງໄດ້ຮັບໃຊ້ພຣະຜູ້ເປັນເຈົ້າເຫມືອນດັ່ງພຣະອົງ ຄືພຣະອົງໄດ້ຮັບໃຊ້ຢ່າງສຸດອົກສຸດໃຈ ສຸດກຳລັງວັງຊາ ຍ້ອນວ່າພຣະອົງໄດ້ເຊື່ອຟັງພຣະທັມທີ່ໂມເຊໄດ້ຂຽນໄວ້ ເຈົ້າຊີວິດອົງຕໍ່ມາບໍ່ເຫມືອນພຣະອົງເລີຍ 26 ເຖິງປານນີ້ກໍຕາມ ພຣະຜູ້ເປັນເຈົ້າຍັງບໍ່ເຊົາພຣະພິໂຣດປະເທດຢູດາ ຍ້ອນການກະທຳບາບຂອງມານັສເຊ 27 ພຣະຜູ້ເປັນເຈົ້າຊົງສັ່ງວ່າ, “ເຮົາຈະກຳຈັດພວກຢູດາໃຫ້ຫນີຈາກເຮົາດັ່ງທີ່ເຮົາໄດ້ທຳຕໍ່ອິສຣາເອນ ເຮົາຈະປະຖິ້ມກຸງເຢຣູຊາເລັມ ເມືອງທີ່ເຮົາເລືອກໄວ້ນີ້ພ້ອມທັງພຣະວິຫານທີ່ເຮົາໄດ້ບອກວ່າ ເປັນບ່ອນຢູ່ຂອງເຣົາ”
ມໍຣະນະກັມຂອງໂຢຊີຢາ
28 ສ່ວນພຣະຣາຊກິຈນອກນັ້ນຂອງໂຢຊີຢາແລະບັນດາສິ່ງທີ່ຊຶ່ງພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານພຣະຣາຊາແຫ່ງປະເທດຢູດາຫລື? 29 ໃນສະໄຫມຂອງພຣະອົງຟາຣາໂອເນໂກເຈົ້າຊີວິດແຫ່ງເອຢິບ ໄດ້ນຳກອງທັບໄປຊ່ອຍເຈົ້າຊີວິດແຫ່ງອັສຊີເຣັຽທີ່ແມ່ນ້ຳເອີຟຣາດ ໂຢຊີຢາພຍາຍາມຢັບຢັ້ງກອງທັບເອຢິບໄວ້ທີ່ເມກິດໂດ ຈົນພຣະອົງຖືກຂ້າໃນສະຫນາມຮົບ 30 ພວກຂ້າຣາຊການໄດ້ນຳເອົາສົບຂອງພຣະອົງໃສ່ຣົດມ້າອອກມາຈາກເມກິດໂດໄປຍັງກຸງເຢຣູຊາເລັມ ແລະຝັງໄວ້ໃນອຸບໂມງຂອງພຣະອົງ ແລະຣາສດອນນັ້ນກໍຮັບເຢໂຮອາຮັສໂອຣົດໂຢຊີຢາຫົດສົງທ່ານໄວ້ ແລະຕັ້ງທ່ານໃຫ້ເປັນເຈົ້າຊີວິດແທນຣາຊບິດາຂອງທ່ານ
ຣັຊການເຢໂຮອາຮັສແລະການຖືກປົດ
31 ເຢໂຣອາຮັສມີອາຍຸຊາວສາມປີ ເມື່ອພຣະອົງຊົງເລີ້ມປົກຄອງ ແລະພຣະອົງຊົງປົກຄອງໃນກຸງເຢຣູຊາເລັມສາມເດືອນ ພຣະມານດາຂອງພຣະອົງມີພຣະນາມວ່າຮາມຸຕານບຸດຕຣີຂອງເຢເຣມີຢາ ຊາວລິບນາ 32 ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ຕາມທຸກຢ່າງຊຶ່ງບັນພະບຸຣຸດຂອງພຣະອົງໄດ້ກະທຳ 33 ຟາຣາໂອເນໂກກໍຈັບພຣະອົງຂັງໄວ້ທີ່ ຣິບນາໃນແຜ່ນດິນຮາມັທ ເພື່ອບໍ່ໃຫ້ພຣະອົງປົກຄອງໃນເຢຣູຊາເລັມ ແລະກຳນົດລບັນນາການຈາກແຜ່ນດິນນັ້ນເປັນເງິນນຶ່ງຮ້ອຍຕະລັນ ແລະທອງຄຳນຶ່ງຕະລັນ 34 ແລະຟາຣາໂອເນໂກຊົງຕັ້ງເອລິຢາກິມ ບຸດໂຢຊີຢາເປັນເຈົ້າຊີວິດແທນໂຢຊີຢາບິດາຂອງທ່ານ ແລະປ່ຽນຊື່ຂອງທ່ານເປັນເຢຮົວອາກິມ ແຕ່ໄດ້ພາເຢໂຮອາຮັສໄປເສັຽ ແລະທ່ານມາເຖິງເອຢິບແລະສິ້ນຊີວິດເສັຽທີ່ນັ້ນ 35 ແລະເຢຮົວອາກິມກໍມອບເງິນ ແລະທອງຄຳແກ່ຟາຣາໂອແຕ່ພຣະອົງຊົງເກັບພາສີຈາກຊາວແຜ່ນດິນ ເພື່ອມອບເງິນຕາມບັນຊາຂອງຟາຣາໂອພຣະອົງຊົງເລັ່ງເອົາເງິນແລະທອງຄຳຂອງຣາສດອນນັ້ນຈາກທຸກຄົນຕາມການປະເມີນເພື່ອມອບແກ່ຟາຣາໂອເນໂກ
ຣັຊການເຢຮົວອາກິມ
36 ເຢຣົວອາກິມມີອາຍຸຊາວຫ້າປີ ເມື່ອພຣະອົງຊົງເລີ້ມປົກຄອງ ແລະພຣະອົງຊົງປົກຄອງໃນກຸງເຢຣູຊາເລັມສິບເອັດປີ ພຣະມານດາຂອງພຣະອົງມີພຣະນາມວ່າເຊບີດາບຸດຕຣີເປດັຍຢາຊາວຣູມາ 37 ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າຕາມທຸກຢ່າງຊຶ່ງບັນພະບຸຣຸດຂອງພຣະອົງໄດ້ຊົງກະທຳ
1 ໃນຣັຊການຂອງພຣະອົງ ເນບຸກາດເນສຊາຣ໌ເຈົ້າຊີວິດແຫ່ງບາບິໂລນຍົກຂຶ້ນມາ ແລະເຢຮົວອາກິມເປັນຄົນໃຊ້ຂອງພຣະອົງສາມປີ ແລ້ວທ່ານກໍກັບກະບົດຕໍ່ພຣະອົງ 2 ແລະພຣະຜູ້ເປັນເຈົ້າຊົງໃຊ້ພວກຄົນຄັນເດອານ ແລະພວກຄົນຊີເຣັຽ ແລະຄົນໂມອາບ ແລະພວກຄົນອັມໂມນມາຕໍ່ສູ້ກັບທ່ານ ແລະຊົງໃຊ້ເຂົາທັງຫລາຍໄປຕໍ່ສູ້ຢູດາເພື່ອຈະທຳລາຍເສັຽ ຕາມພຣະຄຳຂອງພຣະຜູ້ເປັນເຈົ້າຊຶ່ງພຣະອົງກ່າວໂດຍບັນດາຜູ້ປະກາດພຣະທັມຜູ້ຮັບໃຊ້ຂອງພຣະອົງ 3 ແທ້ຈິງເຫດການນີ້ເກີດຂຶ້ນກັບຢູດາຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າເພື່ອຈະໃຫ້ເຂົາອອກໄປເສັຽຈາກສາຍພຣະເນດຂອງພຣະອົງ ເພາະບັນດາບາບຂອງມານັສເຊຕາມທຸກຢ່າງຊຶ່ງພຣະອົງໄດ້ຊົງກະທຳ 4 ແລະເພາະໂລຫິດທີ່ບໍ່ມີຄວາມຜິດຊຶ່ງທ່ານໄດ້ທຳໃຫ້ຫລັ່ງນັ້ນດ້ວຍ ເພາະທ່ານໄດ້ກະທຳໃຫ້ໂລຫິດທີ່ບໍ່ມີຄວາມຜິດຕົກເຕັມເຢຣູຊາເລັມ ແລະພຣະຜູ້ເປັນເຈົ້າບໍ່ຊົງອະພັຍ 5 ສ່ວນພຣະຣາຊກິຈນອກນັ້ນຂອງເຢຮົວອາກິມ ແລະບັນດາສິ່ງຊຶ່ງພຣະອົງຊົງກະທຳ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານແຫ່ງພຣະຣາຊາປະເທດຢູດາຫລື? 6 ເຢຣົວອາກິມຈຶ່ງຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຢຮົວອາຄິນໂອຣົດຂອງພຣະອົງຂຶ້ນປົກຄອງເທນພຣະອົງ 7 ແລະເຈົ້າຊີວິດແຫ່ງເອຢິບບໍ່ໄດ້ຊົງຍົກອອກມາຈາກແຜ່ນດິນຂອງພຣະອົງອີກ ເພາະເຈົ້າຊີວິດແຫ່ງບາບິໂລນໄດ້ຍຶດແດນທັງສິ້ນຊຶ່ງເປັນຂອງເຈົ້າຊີວິດເອຢິບຕັ້ງແຕ່ລຳທານເອຢິບເຖິງແມ່ນ້ຳເອີຟຣາດ
ເຢຮົວອາຄິນແລະເຈົ້ານາຍຖືກຈັບໄປເປັນຊະເລີຍຍັງບາບິໂລນ
8 ເຢຮົວອາຄິນມີອາຍຸສິບແປດປີ ເມື່ອພຣະອົງຊົງເລີ້ມປົກຄອງ ແລະພຣະອົງຊົງປົກຄອງໃນກຸງເຢຣູຊາເລັມສາມເດືອນ ພຣະມານດາຂອງພຣະອົງມີພຣະນາມວ່າເນຮູສຕາບຸດຕຣີຂອງເອນນາທານ ຊາວເຢຣູຊາເລັມ 9 ເຢຮົວອາຄິນໄດ້ທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ຕາມທຸກຢ່າງຊຶ່ງພຣະບິດາຂອງພຣະອົງຊົງກະທຳ 10 ຄາວນັ້ນຂ້າຣາຊການຂອງເນບຸກາດເນສຊາເຈົ້າຊີວິດແຫ່ງບາບິໂລນຍົກຂຶ້ນມາຍັງກຸງເຢຣູຊາເລັມລ້ອມກຸງໄວ້ 11 ເນບຸກາດເນສຊາເຈົ້າຊີວິດແຫ່ງບາບິໂລນສະເດັດມາທີ່ເມືອງນັ້ນຂນະເມື່ອຂ້າຣາຊການຂອງພຣະອົງຍັງອ້ອມເມືອງຢູ່ 12 ແລ້ວເຢຮົວອາຄິນເຈົ້າຊີວິດຢູດາພ້ອມທັງພຣະມານດາ ແລະພຣະຣາຊວົງ ພວກນາຍທະຫານແລະພວກເຈົ້ານາຍກໍຍອມຈຳນົນຕໍ່ເຈົ້າຊີວິດກຸງບາບິໂລນ ທຸກຄົນຈຶ່ງຖືກເນບຸກາດເນສຊາຈັບໄປເປັນຊະເລີຍ ຊຶ່ງເປັນປີທີແປດແຫ່ງຣັຊການຂອງພຣະອົງ
ຢູດາເປັນຊະເລີຍ
13 ເນບຸກາດເນສຊາຣ໌ໄດ້ກວາດເອົາຊັບສິນເງິນຄຳໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະໃນພຣະຣາຊວັງໄປຫມົດ ພຣະອົງໄດ້ທັບເອົາເຄື່ອງໃຊ້ທີ່ໂຊໂລໂມນໄດ້ທຳດ້ວຍຄຳໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ຊຶ່ງການນີ້ເປັນໄປຕາມທີ່ພຣະຜູ້ເປັນເຈົ້າຊົງໄດ້ບອກລ່ວງຫນ້າແລ້ວ 14 ພຣະອົງໄດ້ກວາດເອົາຊາວກຸງເຢຣູຊາເລັມ ບັນດາພວກເຈົ້ານາຍທີ່ມີຊື່ສຽງທຸກຄົນໄປເປັນຊະເລີຍ ທັງຫມົດນີ້ມີຢູ່ນຶ່ງຫມື່ນຄົນ ນອກຈາກນີ້ພຣະອົງຍັງໄດ້ເອົາຊ່າງຝີມືດີ ແລະຊ່າງໂລຫະໄປນຳດ້ວຍ ແລະໄດ້ປະໄວ້ແຕ່ຄົນທຸກຍາກເຫລືອໄວ້ໃນປະເທດ 15 ພຣະອົງໄດ້ຈັບເຢຮົວອາຄິນ ພ້ອມທັງພຣະມານດາແລະຣາຊວົງ ພວກມະເຫສີ ແລະພວກເຈົ້ານາຍທຸກຄົນຢູ່ໃນປະເທດໄປສູ່ກຸງບາບິໂລນ 16 ຜູ້ທີ່ມີຫນ້າທີ່ສຳຄັນມີເຈັດພັນຄົນ ຊ່າງຝີມືດີ ແລະຊ່າງໂລຫະນຶ່ງພັນຄົນ ບຸກຄົນເຫລົ່ານີ້ມີຄວາມແຂງແຮງ ແລະສາມາດເປັນທະຫານໄດ້ 17 ເຈົ້າຊີວິດບາບິໂລນໄດ້ແຕ່ງຕັ້ງມັດຕານິຢາ ລຸງຂອງເຢຮົວອາກິນຂຶ້ນເປັນເຈົ້າຊີວິດຂອງຢູດາ ໂດຍປ່ຽນຊື່ໃຫ້ໃຫມ່ວ່າ ເຊເດກີຢາ
ຣັຊການເຊເດກີຢາ
18 ເຊເດກີຢາຂຶ້ນຄອງຣາຊສົມບັດທີ່ກຸງເຢຣູຊາເລັມ ເມື່ອອາຍຸຊາວເອັດປີ ແລະເປັນເຈົ້າຊີວິດຢູ່ກຸງເຢຣູຊາເລັມເປັນເວລາສິບເອັດປີ ພຣະມານດາຂອງພຣະອົງມີພຣະນາມວ່າຮາມູຕານເປັນຣາຊທິດາຂອງເຢເຣມີຢາຊາວລິບນາ 19 ພຣະອົງຊົງກະທໍາສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ຕາມທຸກຢ່າງຊຶ່ງເຢຮົວອາກິມຊົງກະທຳ 20 ພຣະຜູ້ເປັນເຈົ້າຊົງພຣະພິໂຣດໂກດເຄືອງຊາວກຸງເຢຣູຊາເລັມແລະຊາວຢູດາຫລາຍ ພຣະອົງຊົງຂັບໄລ່ໃຫ້ພວກເຂົາຫນີພົ້ນຈາກສາຍພຣະເນດພຣະອົງ
ຖືກຈັບໄປເປັນຊະເລີຍທີ່ກຸງບາບິໂລນ
ເຊເດກີຢາໄດ້ກະບົດຕໍ່ສູ້ເຈົ້າຊີວິດບາບິໂລນ
1 ເມື່ອວັນທີ່ສິບເດືອນສິບປີທີ່ເກົ້າແຫ່ງຣັຊການຂອງພຣະອົງ ແລະຢູ່ມາເນບຸກາດເນສຊາຣ໌ເຈົ້າຊີວິດບາບິໂລນໄດ້ຍົກທັບມາພ້ອມກັບກອງທັບທັງສິ້ນຂອງພຣະອົງເຂົ້າສູ້ຮົບກຸງເຢຣູຊາເລັມ ພຣະອົງໄດ້ມາຕັ້ງຄ້າຍຢູ່ນອກເມືອງ ແລະໄດ້ກອງດິນຂຶ້ນຕາມກຳແພງເພື່ອບຸກໂຈມຕີ 2 ກຸງນີ້ໄດ້ຖືກອ້ອມໄວ້ມາຈົນຮອດປີທີ່ສິບເອັດແຫ່ງຣັຊການຂອງເຊເດກີຢາ 3 ຕໍ່ມາໃນວັນທີ່ເກົ້າຂອງເດືອນສີ່ປີດຽວກັນນັ້ນ ໄດ້ມີການອຶດຢາກຢ່າງຮ້າຍແຮງ ຈົນປະຊາຊົນບໍ່ມີອາຫານການກິນ ແລະກຳແພງເມືອງບາງບ່ອນກໍຖືກສັດຕຣູທຳລາຍລົງ 4 ສະນັ້ນເຈົ້າຊີວິດແລະພວກທະຫານຈຶ່ງໄດ້ຫລົບຫນີອອກໄປໃນຕອນກາງຄືນທັງໆທີ່ພວກບາບິໂລນກຳລັງອ້ອມເມືອງຢູ່ ພວກເຂົາໄດ້ອອກໄປທາງປະຕູເມືອງລະຫວ່າງກຳແພງທັງສອງຂ້າງ ຊຶ່ງເປັນບ່ອນທີ່ໃກ້ກັບສວນຂອງເຈົ້າຊີວິດ ແລ້ວມຸ່ງຫນ້າໄປທາງຮ່ອມພູຈໍແດນ 5 ພວກທະຫານບາບິໂລນໄດ້ໄລ່ຕິດຕາມເຈົ້າຊີວິດເຊເດກີຢາໄປ ແລະທັນພຣະອົງໄດ້ທີ່ທົ່ງນາໃກ້ເມືອງເຢຣິໂກ ສ່ວນພວກທະຫານຂອງພຣະອົງໄດ້ປະພຣະອົງຫນີໄປ 6 ພວກບາບິໂລນຈັບເຊເດກີຢາໄປໃຫ້ເນບຸກາດເນສຊາຣ໌ຢູ່ເມືອງຣິບລາ ແລະພຣະອົງກໍຖືກຕັດສິນຄະດີຢູ່ທີ່ນັ້ນ 7 ເຈົ້າຊີວິດບາບິໂລນໄດ້ຂ້າຣາຊໂອຣົດຂອງເຊເດກີຢາ ຕໍ່ຫນ້າຕໍ່ຕາຂອງພຣະອົງເອງ ແລ້ວເຈາະຫນ່ວຍຕາເຊເດກີຢາອອກ ລ່າມໂສ້ພຣະອົງໄວ້ແລະນຳພຣະອົງໄປຍັງກຸງບາບິໂລນ 8 ໃນຣັຊການປີທີ່ສິບເກົ້າວັນທີສິບເຈັດເດືອນຫ້າຂອງເນບຸກາດເນສຊາ ເຈົ້າຊີວິດບາບິໂລນ ເນບູຊາຣາດານ ທີ່ປຶກສາແລະຜູ້ບັນຊາການຄົນນຶ່ງຂອງພຣະອົງ ໄດ້ເຂົ້າໄປໃນກຸງເຢຣູຊາເລັມ 9 ແລະຈູດພຣະວິຫານຂອງພຣະຜູ້ເປັນເຈົ້າຈູດພຣະຣາຊວັງ ແລະເຮືອນຊານທຸກໆຫລັງຂອງເຈົ້ານາຍຜູ້ສຳຄັນ 10 ພວກທະຫານຂອງພຣະອົງໄດ້ທຳລາຍກຳເມືອງ 11 ເນບຸກາດເນສຊາໄດ້ຈັບປະຊາຊົນທີ່ຍັງຄ້າງເຫລືອຢູ່ໃນເມືອງພ້ອມທັງພວກຊ່າງຝີມືດີ ຕລອດທັງພວກທີ່ອອກມາສະຫວາມີພັກຕໍ່ຊາວບາບິໂລນໄປເປັນຊະເລີຍທີ່ກຸງບາບິໂລນ 12 ແຕ່ເຂົາໄດ້ປະໃຫ້ຄົນທຸກຍາກທີ່ສຸດທີ່ບໍ່ມີໄຮ່ນາໄວ້ໃນປະເທດ ເພື່ອເປັນຄົນເຮັດສວນອະງຸ່ນ ແລະເຮັດໄຮ່ໄຖນາ 13 ຊາວບາບິໂລນໄດ້ທັບເສົາທອງ ທັບດິນເສົາແລະຂັນນ້ຳທອງສຳຣິດໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລ້ວເອົາທອງເຫລົ່ານັ້ນໄປຍັງກຸງບາບິໂລນ 14 ພວກເຂົາຍັງໄດ້ຂົນເອົາເຄື່ອງໃຊ້ສຳລັບທຳຄວາມສະອາດແທ່ນບູຊາ ຄື ສຽມ ຊວ້ານ ຄຸໃສ່ຂີ້ເທົ່າໄຟ ຖາດແລະມີດຕັດ ໃສ້ຕະກຽງ ໂອໃສ່ເລືອດເວລາຂ້າສັຕຖວາຍບູຊາ ຫມໍ້ສຳລັບເຄື່ອງຫອມເຜົາບູຊາ ແລະເຄື່ອງທອງສຳຣິດທັງຫມົດທີ່ໃຊ້ໃນພິທີການຂອງວິຫານ 15 ພວກເຂົາໄດ້ຂົນເອົາທຸກສິ່ງທີ່ເຮັດດ້ວຍຄຳ ຫລືເງິນໄປ ຄື ຫມໍ້ນ້ອຍ ແລະອ່າງໃສ່ຖ່ານຫີນ 16 ເຄື່ອງທອງສຳຣິດທີ່ກະສັດໂຊໂລໂມນເຮັດໄວ້ໃນວິຫານຄື ເສົາສອງເສົາ ຕີນເສົາ ອ່າງໃຫຍ່ໃສ່ນ້ຳ 17 ເຄື່ອງເຫລົ່ານີ້ຫນັກຫລາຍຈົນຊັ່ງບໍ່ໄດ້ ເສົາສອງເສົານັ້ນ ແຕ່ລະເສົາສູງສິບແປດສອກ ຢູ່ເທິງເສົາມີບົວທອງສຳຣິດ ບົວແຕ່ລະດອກສູງສາມສອກ ມີຮູບພວງມາລາແລະຣູບຫມາກພິລາອ້ອມຮອບບົວນັ້ນ 18 ເນບຸກາດເນສຊາຣ໌ຜູ້ບັນຊາການທະຫານໄດ້ຈັບມະຫາປະໂຣຫິດເຊຣັຍຢາແລະປະໂຣຫິດເຊຟັນຢາຜູ້ຮອງ ພ້ອມທັງຜູ້ມີຫນ້າທີ່ດູແລພຣະວິຫານສາມຄົນໄປນຳ 19 ພາຍໃນເມືອງທ່ານໄດ້ຈັບຜູ້ບັນຊາການທະຫານ ທີ່ປຶກສາພຣະມະຫາກະສັດຫ້າຄົນ ຮອງຜູ້ບັນຊາການທະຫານ ຜູ້ຮັບຜິດຊອບທະບຽນພົນ ແລະຄົນສຳຄັນອື່ນໆອີກຫົກສິບຄົນທີ່ຍັງຢູ່ໃນເມືອງ 20 ເນບູຊາຣາດານໄດ້ຈັບເອົາພວກເຫລົ່ານີ້ໄປຫາເຈົ້າຊີວິດບາບິໂລນທີ່ຣິບລາ 21 ໃນເຂດແດນຮາມັທຢູ່ທີ່ນັ້ນເຈົ້າຊີວິດໄດ້ທໍຣະມານ ແລະໄດ້ຂ້າພວກເຂົາເສັຽ ດັ່ງນັ້ນແຫລະ ຊາວຢູດາຈຶ່ງຖືກເນລະເທດອອກຈາກປະເທດຂອງຕົນ
ເກດາລິຢາຮັບຕຳແຫນ່ງເປັນຜູ້ປົກຄອງຢູດາ
22 ເຈົ້າເນບຸກາດເນສຊາຣ໌ເຈົ້າຊີວິດບາບິໂລນໄດ້ແຕ່ງຕັ້ງເກດາລີຢາ ບຸດອາຮີກາມ ບຸດຊາຟານ ເປັນຜູ້ປົກຄອງປະເທດຢູດາ ແລະໃຫ້ເປັນຜູ້ຮັບຜິດຊອບທຸກຄົນທີ່ບໍ່ໄດ້ຖືກຈັບໄປກຸງບາບິໂລນ 23 ເມື່ອພວກນາຍແລະພົນທະຫານທີ່ຢູ່ນອກເມືອງໄດ້ຍິນວ່າ ເຈົ້າຊີວິດບາບິໂລນໄດ້ແຕ່ງຕັ້ງເກດາລິຢາເປັນຜູ້ປົກຄອງ ພວກເຂົາກໍພາກັນໄປຫາເກດາລິຢາທີ່ເມືອງມິສປາ ຄືອິຊມາເອນບຸດເນທານິຢາ ໂຢຮານານ ບຸດກາເຣອາ ເຊຣັຍຢາບຸດຕັນຮູເມທ ຊາວເນໂທຟາ ແລະຢາອາຊານິຢາບຸດຄົນຕະກູນມາອາກາ 24 ສ່ວນກາດາລິຢາກໍເວົ້າຕໍ່ພວກເຫລົ່ານີ້ວ່າ, “ພວກທ່ານບໍ່ຕ້ອງຢ້ານຊາວບາບິໂລນດອກ ຈົ່ງຢູ່ໃນປະເທດນີ້ ແລະຮັບໃຊ້ເຈົ້າຊີວິດບາບິໂລນ ແລ້ວພວກທ່ານຈະມີຄວາມສຸກ” 25 ແຕ່ວ່າໃນເດືອນທີ່ເຈັດຂອງປີນັ້ນ ອິຊມາເອນບຸດເນທານິຢາບຸດເອລີຊາມາ ຜູ້ເປັນເຊື້ອກະສັດພ້ອມທັງທະຫານສິບຄົນ ໄດ້ເຂົ້າມາຂ້າເກດາລິຢາພ້ອມທັງຊາວອິສຣາເອນ ແລະຊາວບາບິໂລນທີ່ຢູ່ນຳທ່ານໃນເມືອງມິສປານັ້ນ 26 ແລ້ວປະຊາຊົນອິສຣາເອນທັງຫມົດ ທັງຄົນຮັ່ງມີແລະຄົນຈົນ ພ້ອມທັງພວກນາຍທະຫານກໍພາກັນປົບຫນີໄປຍັງປະເທດເອຢິບເພາະຢ້ານຊາວບາບິໂລນ
ເຢຮົວອາຄິນໄດ້ຮັບອະພັຍໂທດ
27 ໃນປີທີ່ສາມສິບເຈັດທີ່ເຢຮົວອາຄິນ ເຈົ້າຊີວິດແຫ່ງຢູດາຕົກເປັນຊະເລີຍ ເປັນປີທີ່ເອວິນເມໂຣດັກຂຶ້ນເປັນເຈົ້າຊີວິດ ພຣະອົງໄດ້ໃຫ້ອະພັຍໂທດແກ່ເຢຮົວອາຄິນເຈົ້າຊີວິດແຫ່ງຢູດາ ແລະໄດ້ປ່ອຍພຣະອົງອອກຈາກຄຸກ 28 ໃນວັນທີຊາວເຈັດຂອງເດືອນສິບສອງ ເອວິນເມໂຣດັກໄດ້ລ້ຽງດູພຣະອົງຢ່າງມີເມດຕາຈິດ ທັງໄດ້ອະນຸຍາດໃຫ້ມີກຽດກວ່າເຈົ້າຊີວິດອົງອື່ນໆທີ່ຖືກຈັບມາຢູ່ກຸງບາບິໂລນ 29 ດັ່ງນັ້ນເຢຮົວອາຄິນຈຶ່ງໄດ້ຮັບອະນຸຍາດໃຫ້ຖອດເຄື່ອງນຸ່ງນັກໂທດອອກ ແລະໄດ້ຮັບປະທານອາຫານຮ່ວມໂຕະກັບເຈົ້າຊີວິດຕລອດມາ 30 ເຈົ້າຊີວິດເປັນຜູ້ອຸປຖັມ ແລະຮັບຜິດຊອບຈົນຊົ່ວຊີວິດຂອງທ່ານ
1 ຂ່າວຄາວ
ເຊື້ອສາຍຂອງອາດາມ
1 ອາດາມ ເຊດ ເອໂນສ 2 ເກນານ ມາຫາລາເລນ ຢາເຣດ 3 ເອໂນກ ເມທູເຊລາ ລາເມກ 4 ໂນອາ ເຊມ ຮາມ ແລະຢາເຟດ
ເຊື້ອສາຍຂອງລູກຊາຍໂນອາ
5 ຢາເຟດມີບຸດຊາຍຊື່ ໂກເມີ ມາກົກ ມາດັຍ ຢາວານ ຕູບານ ເມເຊກ ແລະຕີຣັສ 6 ໂກເມີມີບຸດຊາຍຊື່ ອັສເກນັຊ ດີຟາດ ແລະໂຕກາມາ 7 ຢາວານມີບຸດຊາຍຊື່ ເອລີຊາ ຕາຣ໌ຊິດ ກິດຕີມ ແລະໂຣດານີມ 8 ຮາມມີບຸດຊາຍຊື່ ກູຊ ເອຢິບ ປູທ ການາອານ 9 ກູຊມີບຸດຊາຍຊື່ ເຊບາ ຮາວິລາ ຊັບຕາ ຣາອາມາ ແລະຊັບເຕກາ ຣາອາມາມີບຸດຊາຍຊື່ ເຊບາ ແລະເດດານ 10 ກູຊເປັນບິດາຂອງນິມໂຣດເປັນຄົນທຳອິດທີ່ເກັ່ງກ້າໃນແຜ່ນດິນໂລກ 11 ເອຢິບເປັນບິດາຂອງ ລູດິມ ອານາມິມ ເລຣາບິມ ເນັຟຕູຮິມ 12 ປັທຣູຊິມ ກັສລູຮິມ ເກັຟໂຕຮິມ ຊຶ່ງສືບເຊື້ອສາຍໃຫ້ຊາວຟີລິສຕີນ 13 ການາອານເປັນບິດາຂອງ ຊີໂດນຜູ້ເປັນບຸດຫົວປີ ແລະເຮທ 14 ແລະຊາວເຢບຸສ ຊາວອາໂມຣິດ ຊາວກີຣ໌ກາຊິດ 15 ຊາວຮີວີ ຊາວອາຣ໌ກິດ ແລະຊາວຊີນິດ 16 ຊາວອາກວາດິດ ຊາວເຊມາຣິດ ແລະຊາວຮາມາດ 17 ເຊມມີບຸດຊາຍຊື່ ເອລາມ ອັສຊູຣ໌ ອາກປັກສາດ ລູດ ອາຣາມ ອູຊ ຮູນ ເກເທີ ແລະເມເຊກ 18 ອາກປັກສາດເປັນບິດາຂອງເຊລາ ແລະເຊລາເປັນບິດາຂອງເອເບີ 19 ບຸດຊາຍສອງຄົນເກີດໃຫ້ແກ່ເອເບີ ຄົນນຶ່ງຊື່ ເປເລກ (ມີການແບ່ງແຜ່ນດິນໃນສະໄຫມຂອງເຂົາ) ແລະນ້ອງຊາຍຂອງເຂົາຊື່ ໂຢກທານ 20 ໂຢກທານເປັນບິດາຂອງອັນໂມດາດ ເຊເລັຟ ຮາຊາມາເວດ ແລະເຢຣາ 21 ຮາໂດຣາມ ອູຊານ ແລະດິກລາ 22 ເອບານ ອາບິມາເອນ ເຊບາ 23 ໂອຟີ ຮາວິລາ ແລະໂຢບັບ ຄົນເຫລົ່ານີ້ເປັນບຸດຊາຍຂອງໂຢກທານ
ເຊື້ອສາຍຂອງເຊມ
24 ເຊມ ອາກປັກສາດ ເຊລາ 25 ເອເບີ ເປເລກ ເຣອູ 26 ເຊຣຸກ ນາໂຮ ເຕຣາ 27 ອັບຣາມ ຄືອັບຣາຮາມ
ເຊື້ອສາຍຂອງອິຊມາເອນ ແລະ ເຄທູຣາ
28 ອັບຣາຮາມມີບຸດຊາຍຊື່ ອີຊາກ ແລະອິຊມາເອນ 29 ຕໍ່ໄປນີ້ເປັນເຊື້ອສາຍຂອງພວກເຂົາ ບຸດຊາຍຜູ້ກົກຂອງອິຊມາເອນຄື ເນບາໂຢດ ຕໍ່ມາ ເກດາ ອາດເບເອນ ມິບຊາມ 30 ມິສມາ ດູມາ ມັສຊາ ຮາດາດ ເຕມາ 31 ເຢຕູຣ໌ ນາຟິສ ແລະເກເດມາ ພວກເຫລົ່ານີ້ເປັນບຸດຂອງອິຊມາເອນ 32 ບຸດຊາຍຂອງເກຕຸຣາພັຣຍານ້ອຍຂອງອັບຣາຮາມຄື ຊິມຣານ ໂຢກຊານ ເມດານ ມີດີອານ ອິສບາກ ແລະຊູອາ ແລະໂຢກຊານມີບຸດຊາຍຊື່ ເຊບາ ແລະເດດານ 33 ມີດີອານມີບຸດຊາຍຊື່ ເອຟາ ເອເຟີ ຮາໂນກ ອາບີດາ ເອນດາອາ ທັງຫມົດເຫລົ່ານີ້ເປັນເຊື້ອສາຍຂອງເກຕຸຣາ
ເຊື້ອສາຍຂອງເອຊາວ
34 ອັບຣາຮາມເປັນບິດາຂອງອິຊາກ ອິຊາກມີບຸດຊາຍຊື່ ເອຊາວ ແລະອິສຣາເອນ 35 ເອຊາວມີບຸດຊາຍຊື່ ເອລີຟັສ ຣູເອນ ເຢອູສ ຢາລາມ ແລະໂກຣາ 36 ເອລີຟັສມີບຸດຊາຍຊື່ ເຕມານ ໂອມາກ ເຊຟີ ກາຕາມ ເກນັສ ຕິມນາ ແລະອາມາເລກ 37 ຣູເອນມີບຸດຊາຍຊື່ ນາຮາດ ເຊຣາ ຊາມມາ ແລະມິສຊາ 38 ເຊອີຣ໌ມີບຸດຊາຍຊື່ ໂລຕານ ໂຊບານ ຊີເບໂອນ ອານາ ດີໂຊນ ເອເຊີ ແລະດີຊານ 39 ໂລຕານມີບຸດຊາຍຊື່ ໂຮຣິ ໂຮມາມ ແລະນ້ອງສາວຂອງໂລຕານຄື ຕິມນາ 40 ໂຊບານມີບຸດຊາຍຊື່ ເອລີອານ ມານາຮາດ ເອບານ ເຊຟີ ແລະໂອນາມ ຊີເບໂອນມີບຸດຊື່ ອັຍຢາ ແລະອານາ 41 ອານາມີບຸດຊາຍຊື່ ດີໂຊນ ດີໂຊນມີບຸດຊາຍຊື່ ຮາມຣານ ເອສບານ ອິທຣານ ເຄຣານ 42 ເອເຊີມີບຸດຊາຍຊື່ ບີນຮານ ຊາອາວານ ຢາອາການ ດີຊານມີບຸດຊາຍ ອູຊ ແລະອາຣານ 43 ຕໍ່ໄປນີ້ເປັນກະສັດຜູ້ຊົງປົກຄອງຢູ່ໃນແຜ່ນດິນເອໂດມ ກ່ອນທີ່ມີກະສັດປົກຄອງຢູ່ເຫນືອຊາວອິສຣາເອນຄື ເບລາບຸດຊາຍຂອງເບໂອຣ໌ ເມືອງຂອງທ່ານຊື່ ດິນຮາບາ 44 ເມື່ອເບລາສິ້ນພຣະຊົນ ໂຢບັບບຸດຊາຍຂອງເຊຣາ ແຫ່ງເມືອງໂບສຣາໄດ້ຂື້ນປົກຄອງແທນທ່ານ 45 ເມື່ອໂຢບັບສິ້ນພຣະຊົນ ຮູຊາມແຫ່ງແຜ່ນດິນຂອງຊາວເຕມານກໍຂື້ນປົກຄອງແທນທ່ານ 46 ເມື່ອຮູຊາມສິ້ນພຣະຊົນ ຮາດາດບຸດຊາຍຂອງເບດາດຜູ້ຮົບຊະນະມີດີອານໃນດິນແດນໂມອາບໄດ້ຂື້ນປົກຄອງແທນທ່ານ ແລະເມືອງຂອງທ່ານຊື່ ອາວິທ 47 ເມື່ອຮາດາດສິ້ນພຣະຊົນ ຊາມລາແຫ່ງເມືອງມັສເຣກາກໍຂື້ນປົກຄອງແທນທ່ານ 48 ເມື່ອຊາມລາສິ້ນພຣະຊົນ ຊາອູນແຫ່ງເມືອງເຣໂຮໂບທທີ່ແມ່ນ້ຳເອີຟຣາດໄດ້ຂື້ນປົກຄອງແທນທ່ານ 49 ເມື່ອຊາອູນສິ້ນພຣະຊົນ ບາອານຣານານບຸດຊາຍຂອງອັກໂບຣ໌ໄດ້ຂື້ນປົກຄອງແທນທ່ານ 50 ເມື່ອບາອານຮານານສິ້ນພຣະຊົນ ຮາດາດໄດ້ຂື້ນປົກຄອງແທນທ່ານ ແລະເມືອງຂອງທ່ານຊື່ປາອີ ແລະມະເຫສີມີພຣະນາມວ່າ ເມເຮຕາເບນ ທິດາ ຂອງມາເຕຣດ ທິດາຂອງເມຊາຮັບ 51 ແລະຣາດາດສິ້ນພຣະຊົນ ເຈົ້ານາຍຂອງເອໂດມຄື ຕິມນາ ອາລີຢາ ເຢເທດ 52 ໂອໂຮລີບາມາ ເອລາ ປີໂນນ 53 ເກນັສ ເຕມານ ມີບຊາ 54 ມັກດີເອນ ອີຣາມ ພວກເຫລົ່ານີ້ເປັນເຈົ້ານາຍຂອງເອໂດມ
ບຸດຂອງອິສຣາເອນ
1 ຕໍ່ໄປນີ້ເປັນບຸດຊາຍຂອງອິສຣາເອນຄື ຣູເບນ ຊີເມໂອນ ເລວີ ຢູດາ ອິສຊາຄາ ເຊບູລຸນ 2 ດານ ໂຢເຊັບ ເບັນຢາມິນ ເນັຟທາລີ ກາດ ແລະ ອາເຊີ
ເຊື້ອສາຍຂອງຢູດາ
3 ຢູດາມີບຸດຊາຍຊື່ ເອຣ໌ ໂອນານ ແລະເຊລາ ທັງສາມຄົນນີ້ ເກີດຈາກນາງບັທຊູອາຊາວການາອານມີໃຫ້ແກ່ທ່ານ ເອຣ໌ບຸດຊາຍກົກຂອງຢູດານັ້ນຊົ່ວຮ້າຍໃນສາຍພຣະເນດຂອງພຣະເຈົ້າ ແລະພຣະອົງຊົງປະຫານເສັຽ 4 ທາມາບຸດສະໃພ້ຂອງທ່ານກໍເກີດບຸດຊາຍຊື່ ເປເຣສ ແລະເຊຣາໃຫ້ແກ່ທ່ານດ້ວຍ ຢູດາມີບຸດຊາຍທັງຫມົດຫ້າຄົນດ້ວຍກັນ 5 ເປເຣສມີບຸດຊາຍຊື່ ເຮສໂຣນ ແລະຮາມູນ 6 ເຊຣາມີບຸດຊາຍຄື ຊິມຣີ ເອທານ ເຮມານ ກັນໂກນ ດາຣາ ທັງຫມົດຫ້າຄົນດ້ວຍກັນ 7 ກາຣ໌ມີມີບຸດຊາຍຊື່ ອາຄາ ຜູ້ນຳຄວາມເດືອດຮ້ອນໃຫ້ແກ່ອິສຣາເອນ ຜູ້ລະເມິດໃນເຣື່ອງຂອງທີ່ຕ້ອງຫ້າມນັ້ນ 8 ແລະເອທານມີບຸດຊາຍຊື່ ອາຊາຣິຢາ 9 ບຸດເຮັສໂຣນຊຶ່ງເກີດແກ່ທ່ານນັ້ນຄື ເຢຣາເມເອນ ຣາມ ແລະເຄລູບັຍ 10 ຣາມເປັນບິດາຂອງອັມມີນາດາບ ແລະອັມມີນາດາບເປັນບິດາຂອງນາໂຊນ ເຈົ້ານາຍໃນບຸດຂອງຢູດາ 11 ນາໂຊນເປັນບິດາຂອງຊັນມາ ຊັນມາເປັນບິດາຂອງໂບອັສ 12 ໂບອັສເປັນບິດາຂອງໂອເບດ ໂອເບດເປັນບິດາຂອງເຈສຊີ 13 ເຈສຊີເປັນບິດາຂອງເອລີອາບບຸດຊາຍກົກຂອງທ່ານ ອາບີນາດາບທີ່ສອງ ຊີເມອາທີ່ສາມ 14 ນາທານເອນທີ່ສີ່ ຣັດດັຍທີ່ຫ້າ 15 ໂອເຊມທີ່ຫົກ ເດວິດທີ່ເຈັດ 16 ແລະເອື້ອຍຂອງເຂົາຄື ເຊຣູຢາ ແລະອາບີກາອີນ ນາງເຊຣູຢາມີບຸດຊາຍຊື່ ອາບີຊັຍ ໂຢອາບ ແລະອາຊາເຮນ ມີສາມຄົນດ້ວຍກັນ 17 ອາບີກາອີນໄດ້ເກີດ ອາມາສາ ແລະບີດາຂອງອາມາສາຊື່ ເຢເທີ ເປັນຊາວອິສຣາເອນ 18 ກາເລັບບຸດຊາຍຂອງເຮສໂຣນມີບຸດກັບນາງອາຊູບາພັຣຍາຂອງຕົນ ແລະນາງເຢຣີໂອດ ຕໍ່ໄປນີ້ເປັນບຸດຂອງນາງຄື ເຢເຊີ ໂຊບັບ ແລະອາຣ໌ໂດນ 19 ເມື່ອອາຊຸບາສິ້ນຊີວິດ ກາເລັບກໍແຕ່ງງານກັບເອຟຣາດມີບຸດຊາຍຊື່ ຮູຣ໌ ໃຫ້ແກ່ທ່ານ 20 ຮູຣ໌ເປັນບິດາຂອງອູຣີ ແລະອູຣີເປັນບິດາຂອງເບຊາເລັນ 21 ພາຍຫລັງເຮັສໂຣນໄດ້ເຂົ້າຫາທິດາຂອງມາຄີຣ໌ບິດາຂອງກີເລອາດ ແລະໄດ້ແຕ່ງງານນຳ ເມື່ອທ່ານມີອາຍຸຫົກສິບປີ ແລະນາງກໍມີບຸດຊາຍໃຫ້ທ່ານຊື່ ເຊກຸບ 22 ແລະເຊກຸບເປັນບິດາຂອງຢາອີຣ໌ ຜູ້ມີຫົວເມືອງຊາວສາມຫົວເມືອງໃນແຜ່ນດິນກີເລອາດ 23 ແຕ່ຈາກຫົວເມືອງເຫລົ່ານັ້ນ ເກຊູຣ໌ ແລະອາຣາມໄດ້ຍຶດຫົວເມືອງຮາວໂວດຢາອີຣ໌ ແລະຫົວເມືອງເກນາດ ແລະບັນດາຊົນນະບົດຂອງຫົວເມືອງຫົກສິບຊົນນະບົດດ້ວຍກັນ ທັງຫມົດເຫລົ່ານີ້ເປັນເຊື້ອສາຍຂອງມາຄີຣ໌ບິດາຂອງກີເລອາດ 24 ພາຍຫລັງເຮັສໂຣນສິ້ນຊີວິດໃນກາເລັບເອຟຣາທາ ແລ້ວອາບີຢາພັຣຍາຂອງເຮສໂຣນກໍມີ ອັສຮູຣ໌ໃຫ້ແກ່ເຂົາ ເປັນບິດາຂອງເຕໂກອາ 25 ບຸດເຢຣາເມເອນ ບຸດຊາຍກົກຂອງເຮສໂຣນຄື ຣາມ ບຸດຊາຍກົກຂອງທ່ານ ບູນາ ໂອເຣນ ໂອເຊມ ແລະອາຮິຢາ 26 ເຢຣາເມເອນມີພັຣຍາອີກຄົນນຶ່ງຊື່ ອາຕາຣາ ນາງເປັນມານດາຂອງໂອນາມ 27 ບຸດຊາຍຂອງຣາມ ບຸດຊາຍກົກຂອງເຢຣາເມເອນຊື່ ມາອັສ ຢາມິນ ແລະເອເກີ 28 ບຸດຊາຍຂອງໂອນາມຊື່ ຊາມມັຍ ແລະຢາດາ ບຸດຊາຍຂອງຊັມມັຍຊື່ ນາດາບ ແລະອາບີຊູຣ໌ 29 ພັຣຍາຂອງອາບີຊູຣ໌ຊື່ ອາບີຮາອີນ ແລະນາງມີ ອາບານ ແລະໂມລິດໃຫ້ທ່ານ 30 ນາດາບມີບຸດຊາຍຊື່ ເຊເລດ ແລະອັປປາອິມ ແລະເຊເລດໄດ້ສິ້ນຊີວິດ ບໍ່ມີບຸດ 31 ອັປປາອິມມີບຸດຊາຍຊື່ ອິສອີ ອິສອີມີບຸດຊາຍຊື່ ເຊຊານ ເຊຊານມີບຸດຊາຍຊື່ ອາລັຍ 32 ບຸດຊາຍຂອງຢາດາ ນ້ອງຊາຍຂອງຊັມມັຍຊື່ ເຢເທີ ແລະໂຢນາທານ ແລະເຢເທີໄດ້ສິ້ນຊີວິດ ບໍ່ມີບຸດ 33 ໂຢນາທານມີບຸດຊາຍຊື່ ເປເລທ ແລະຊາຊາ ຄົນເຫລົ່ານີ້ເປັນເຊື້ອສາຍຂອງເຢຣາເມເອນ 34 ຝ່າຍເຊຊານບໍ່ມີບຸດຊາຍມີແຕ່ບຸດຍິງ ແຕ່ເຊຊານມີທາດຊາວເອຢິບຢູ່ຄົນນຶ່ງຊື່ ຢາຮາ 35 ເຊຊານຈຶ່ງຍົກບຸດຍິງຂອງຕົນໃຫ້ເປັນພັຣຍາຂອງຂອງຢາຮາ ທາດຂອງຕົນ ແລະນາງກໍມີບຸດໃຫ້ເຂົາຊື່ ອັດຕັຍ 36 ອັດຕັຍເປັນບິດາຂອງນາທານ ແລະນາທານເປັນຂອງບິດາຊາບັດ 37 ຊາບັດເປັນບິດາຂອງເອັຟລານ ແລະເອັຟລານເປັນບິດາຂອງໂອເບດ 38 ໂອເບດເປັນບິດາຂອງເຢຮູ ແລະເຢຮູເປັນບິດາຂອງອາຊາຣິຢາ 39 ອາຊາຣິຢາເປັນບິດາຂອງເຮເລສ ແລະເຮເລສເປັນບິດາຂອງເອເລອາຊາ 40 ເອເລອາຊາເປັນບິດາຂອງຊິສມັຍ ແລະຊິສມັຍເປັນບິດາຂອງ ຊານລູມ 41 ຊານລູມເປັນບິດາຂອງເຢກາມີຢາ ແລະເຢກາມີຢາເປັນບິດາຂອງເອລີຊາມາ 42 ບຸດຂອງກາເລັບນ້ອງຊາຍຂອງເຢຣາເມເອນຊື່ ເມຊາ ບຸດຊາຍກົກຂອງທ່ານເປັນບິດາຂອງຊິຟ ເມເຣຊາມີບຸດຊາຍຄື ເຮໂບຣນ 43 ເຮໂບຣນມີບຸດຊາຍຊື່ ໂກຣາ ຕັບປູອາ ເຣເກມ ແລະເຊມາ 44 ເຊມາເປັນບິດາຂອງຣາຮາມ ຜູ້ເປັນບິດາຂອງໂຢຣ໌ເກອາມ ແລະເຣເຄມ ເປັນບິດາຂອງຊັມມັຍ 45 ຊັມມັຍມີບຸດຊາຍຄື ມາໂອນ ແລະມາໂອນເປັນບິດາຂອງເບັທຊູຣ໌ 46 ເອຟາ ພັຣຍານ້ອຍຂອງກາເລັບມີຮາຣານ ໂມຊາ ກາເຊສ ແລະຮາຣານເປັນບິດາຂອງກາເຊສ 47 ຢາດັຍມີບຸດຊາຍຊື່ ເຣເກມ ໂຢທາມ ເກຊານ ເປເລດ ເອຟາ ແລະຊາອາຟ 48 ມາອາກາ ພັຣຍານ້ອຍຂອງກາເລັບມີ ເຊເບີ ແລະຕີຣ໌ຮານາ 49 ນາງໄດ້ມີ ຊາອາຟບິດາຂອງມັດມານນາ ເຊວາບິດາຂອງມັກເບນາ ແລະບິດາຂອງກິເບອາດ້ວຍ ບຸດຍິງຂອງກາເລັບຊື່ ອັກສາ 50 ຄົນເຫລົ່ານີ້ເປັນເຊື້ອສາຍຂອງກາເລັບ ບຸດຂອງຮູຣ໌ ບຸດຊາຍຫົວປີຂອງເອຟຣາທາຊື່ ໂຊບານ ບິດາຂອງກິຣີອາດເຢອາຣິມ 51 ຊັນມາບິດາຂອງ ເບັດເລເຮັມ ແລະຮາເຣັຟບິດາຂອງເບັດກາເດີ 52 ໂຊບານບິດາຂອງກິຣີອາດເຢອາຣິມມີບຸດອິກຊື່ ຮາໂຣເອ ເຄິ່ງນຶ່ງຂອງຕະກູນເມນູໂຮທ 53 ແລະຕະກູນຂອງກິຣິອາດເຢອາຣິມຄື ຕະກູນອິທຣິດ ຕະກູນປູທິດ ຕະກູນຊູມາທິດ ແລະຕະກູນມິສຣາທິດ ຈາກຄົນເຫລົ່ານີ້ບັງເກີດຊາວໂຊຣາ ແລະເອັສຕາໂອລິດ 54 ຊັນມາມີບຸດຊາຍຄື ເບັດເລເຮັມ ຊາວເນໂຕຟ ອັດໂຣດເບັດໂຢອາບ ແລະເຄິ່ງນຶ່ງຂອງຕະກູນມານາຮາທິດ ຜູ້ເປັນຊາວໂຊຣິດ 55 ທັງຕະກູນຕ່າງໆຂອງຜູ້ຊ່ຽວຊານທາງການຂຽນ ແລະລອກເອກກະສານ ທີ່ອາໄສຢູ່ຕາມເມືອງຢາເບສຄື ຕະກູນຕິຣາທິດ ຊິເມອາທິດ ແລະຕະກູນຊູກາທິດ ເຫລົ່ານີ້ເປັນຄົນເກນິດຜູ້ມາຈາກຮາມມັດ ບິດາຂອງເຊື້ອສາຍເຣຄັບ
ເຊື້ອສາຍຂອງດາວິດ ແລະຊາໂລໂມນ
1 ຕໍ່ໄປນີ້ແມ່ນບຸດຊາຍຂອງດາວິດທີ່ເກີດໃຫ້ແກ່ພຣະອົງໃນກຸງເຮໂບຣນ ອັມໂນນ ບຸດຊາຍກົກ ເກີດຈາກນາງອາຮິໂນອາມ ຊາວເຢສເຣເອລິດ ທີ່ສອງຄື ດານີເອນ ເກີດຈາກນາງອາບີກາອີນ ຊາວກາເມລິດ 2 ທີ່ສາມຄື ອັບຊາໂລມ ບຸດຊາຍຂອງນາງມາອາກາ ຣາຊທິດາຂອງຕັນມັຍ ພຣະຣາຊາຂອງເມືອງເກຊູຣ໌ ທີ່ສີ່ຄື ອາໂດນີຢາ ບຸດຊາຍຂອງນາງຮັກກິທ 3 ທີ່ຫ້າຄື ເຊຟາຕີຢາ ເກີດຈາກນາງອາບີຕັນ ທີ່ຫົກຄື ອິທເຣອາມ ເກີດຈາກນາງເອກລາ 4 ທັງຫົກເກີດໃຫ້ແກ່ພຣະອົງໃນກຸງເຮໂບຣນ ທີ່ນັ້ນພຣະອົງຊົງປົກຄອງເຈັດປີກັບຫົກເດືອນ ແລະພຣະອົງຊົງປົກຄອງໃນກຸງເຢຣູຊາເລັມສາມສິບສາມປີ 5 ຕໍ່ໄປນີ້ແມ່ນບຸດຊາຍທີ່ເກີດໃຫ້ແກ່ພຣະອົງໃນກຸງເຢຣູຊາເລັມຄື ຊີເມອາ ໂຊບັບ ນາທານ ແລະໂຊໂລໂມນ ທັງສີ່ເກີດຈາກນາງບັທຊູອາ ບຸດຕຣີຂອງອັມມີເອນ 6 ແລ້ວກໍມີ ອິບຮັກ ເອລີຊາມາ ເອລີເຟເລທ 7 ໂນກາ ເນເຟກ ຢາຟີອາ 8 ເອລີຊາມາ ເອລີອາດາ ແລະເອລີເຟເລທ ເກົ້າອົງດ້ວຍກັນ 9 ທັງຫມົດນີ້ເປັນບຸດຊາຍຂອງດາວິດ ນອກເຫນືອຈາກບຸດຊາຍຂອງນາງສນົມ ແລະຕາມາເປັນນ້ອງສາວຂອງພວກເຂົາ
ເຊື້ອສາຍຂອງໂຊໂລໂມນ
10 ໂຊໂລໂມນມີບຸດຊາຍຄື ເຣໂຮໂບອາມ ເຣໂຮໂບອາມມີບຸດຊາຍຄື ອາບີຢາ ອາບີຢາມີບຸດຊາຍຄື ອາຊາ ອາຊາມີບຸດຊາຍຄື ເຢໂຮຊາຟັດ 11 ເຢໂຮາຊາຟັດມີບຸດຊາຍຄື ໂຢຮາມ ໂຢຮາມມີບຸດຊາຍຄື ອາຮາຊີຢາມີບຸດຊາຍຄືໂຢອັສ 12 ໂຢອັສມີບຸດຊາຍຄື ອາມາຊີຢາ ອາມາຊີຢາມີບຸດຊາຍຄືໂຢທາມ 13 ໂຢທາມມີບຸດຊາຍຄື ອາຮັສ ອາຮັສມີບຸດຊາຍຄື ເຮເຊກີຢາ ເຮເຊກີຢາມີບຸດຊາຍຄື ມານັສເຊ 14 ມານັສເຊມີບຸດຊາຍຄື ອາໂມນ ອາໂມນມີບຸດຊາຍຄື ໂຢຊິຢາ 15 ໂຢຊິຢາມີບຸດຊາຍຄື ໂຢຮານານ ບຸດຊາຍກົກ ທີ່ສອງຄື ເຢຮົວອາກິມ ທີ່ສາມຄື ເຊເດກີຢາ ທີ່ສີ່ຄື ຊັນລູມ 16 ເຢຮົວອາກິມມີບຸດຊາຍຄື ເຢໂກນິຢາ ເຢໂກນິຢາມີບຸດຊາຍຄື ເຊເດກີຢາ 17 ແລະບຸດຊາຍຂອງເຢໂກນິຢາ ຊະເລີຍນັ້ນຊື່ ເຊອັນຕີເອນບຸດຊາຍຂອງພຣະອົງ 18 ມັນຄີຣາມ ເປດັຍຢາ ເຊນັສຊາ ເຢກາມີຢາ ໂຮຊາມາ ເນດາບີຢາ 19 ແລະເປດັຍຢາມີບຸດຊາຍຄື ເຊຣຸບບາເບນ ແລະຊີເມອີ ແລະເຊຣຸບບາເບນມີບຸດຊາຍຄື ເມຊຸນລາມ ຮານານີຢາ ແລະນ້ອງສາວຂອງເຂົາຊື່ ເຊໂລມິທ 20 ຮາຊຸບາ ໂອເຮນ ເບເຣຄີຢາ ຮາຊາດີຢາ ແລະຢູສັບເຮເສດ ທັງຫມົດຫ້າຄົນດ້ວຍກັນ 21 ຮານານິຢາມີບຸດຊາຍຄື ປາລາຕີຢາ ເຢຊັຍຢາ ລູກຫລານຂອງເຣຟັຍຢາ ລູກຫລານຂອງອາກນານ ລູກຫລານຂອງໂອບາດີຢາ ລູກຫລານຂອງເຊການີຢາ 22 ເຊການີຢາມີບຸດຊາຍຄື ເຊມັຍຢາ ແລະເຊມັຍຢາມີບຸດຊາຍຄື ຮັດຕູສ ອີການ ບາຣີຢາ ເນອາຣີຢາ ຊາຟາດ ທັງຫມົດຫົກຄົນດ້ວຍກັນ 23 ເນອາຣີຢາມີບຸດຊາຍຊື່ ເອລີໂອເອນັຍ ຮີສກີຢາ ແລະອັສຣີຄາມ ທັງຫມົດສາມຄົນດ້ວຍກັນ 24 ເອລີໂອເອນັຍມີບຸດຊາຍຄື ໂຮດາວີຢາ ເອລີອາຊີບ ເປລັຍຢາ ອັກຄຸບ ໂຢຮານານ ເດລັຍຢາ ແລະອານານີ ທັງຫມົດມີເຈັດຄົນດ້ວຍກັນ
ເຊື້ອສາຍຂອງຢູດາ
1 ຢູດາມີບຸດຊາຍຄື ເປເຣສ ເຮັສໂຣນ ກາຣ໌ມີ ຮູຣ໌ ແລະໂຊບັນ 2 ເຣອັຍຢາບຸດຂອງໂຊບັນເປັນບິດາຂອງ ຢາຮາດ ແລະຢາຮາດເປັນບິດາຂອງອາຮູມັຍ ແລະລາຮາດ ເຫລົ່ານີ້ເປັນຕະກູນຂອງຊາວໂຊຣາດ 3 ຕໍ່ໄປນີ້ເປັນບິດາບຸດຂອງເອທາມຄື ເຢສ ເຣເອນ ອິສມາ ແລະອິດບັສ ແລະນ້ອງສາວຂອງເຂົາຊື່ ຮັສເຊເລນໂປນີ 4 ແລະເປນູເອນຜູ້ເປັນບິດາຂອງ ເກໂດຣ໌ ແລະເອເຊີ ຜູ້ເປັນບິດາຂອງຮູຊາ ເຫລົ່ານີ້ເປັນບຸດຂອງຮູຣ໌ ບຸດຊາຍກົກຂອງເອຟຣາທາຜູ້ເປັນບິດາຂອງເບັດເລເຮັມ 5 ອັສຣູຣ໌ບິດາຂອງເຕໂກອາ ມີພັຣຍາສອງຄົນຄື ນາງເຮລາ ແລະນາງນາອາຣາ 6 ນາງນາອາຣາເກີດ ອາຮູສຊາມ ເຮເຟີ ເຕເມນີ ແລະຮາອາຮັສຕາຣີໃຫ້ແກ່ເຂົາ ເຫລົ່ານີ້ເປັນບຸດຂອງນາງນາອາຣາ 7 ບຸດຂອງນາງເຮລາຄື ເຊເຣທ ອິສຮາ ເອດນານ 8 ໂກສເປັນບິດາຂອງ ອານູບ ໂຊເບບາ ແລະບັນດາຕະກູນຂອງອາຮາຣ໌ເຮນບຸດຊາຍຂອງຮາຣູມ 9 ຝ່າຍຢາເບສເປັນຜູ້ມີກຽດກວ່າພີ່ນ້ອງທັງຫລາຍຂອງເຂົາ ມານດາຂອງເຂົາເອີ້ນຊື່ເຂົາວ່າ ຢາເບສ ກ່າວວ່າ, “ເພາະເຮົາຄອດເຂົາດ້ວຍຄວາມເຈັບປວດ” 10 ຢາເບສທູນພຣະເຈົ້າຂອງອິສຣາເອນວ່າ, “ຂໍພຣະອົງຊົງອວຍພຣະພອນແກ່ຂ້າພຣະອົງ ແລະຂະຫຍາຍເຂດແດນຂອງຂ້າພຣະອົງ ແລະຂໍພຣະຫັດຂອງພຣະອົງຢູ່ກັບຂ້າພຣະອົງ ແລະຂໍພຣະອົງຊົງຮັກສາຂ້າພຣະອົງໃຫ້ພົ້ນຈາກເຫດຮ້າຍ ເພື່ອບໍ່ໃຫ້ຂ້າພຣະອົງເຈັບໃຈປວດກາຍ” ແລະພຣະເຈົ້າຊົງໃຫ້ສີ່ງທີ່ເຂົາທູນຂໍ 11 ເຄລູບ ອ້າຍຂອງຊູຮາ ເປັນບິດາຂອງເມຮີຣ໌ຜູ້ເປັນບິດາຂອງເອັສໂຕນ 12 ເອັສໂຕນເປັນບິດາຂອງເບັດຣາຟາ ປາເຊອາ ເຕຮີນນາຜູ້ເປັນບິດາຂອງອິຣ໌ນາຮັສ ເຫລົ່ານີ້ເປັນຄົນຂອງເຣກາ 13 ເກນັສມີບຸດຊາຍຄື ໂອດທານີ ເສຣັຍຢາ ແລະໂອດນີເອນມີບຸດຊາຍຄື ຮາທັດ ແລະເມໂອໂນທັຍ 14 ເມໂອໂນທັຍເປັນບິດາຂອງໂອຟຣາ ແລະເຊຣັຍຢາເປັນບິດາຂອງໂຢອັບ ຜູ້ເປັນບິດາຂອງເກຮາຣາຊິມ ເພາະເຂົາເປັນຊ່າງຝີມື 15 ບຸດກາເລັບຜູ້ເປັນບຸດຊາຍຂອງເຢຟຸນເນຄື ອີຣູ ເອລາ ແລະນາອາມ ແລະເອລາມີບຸດຊາຍຄື ເກນັສ 16 ເຢຮັນເລເລນມີບຸດຊາຍຄື ຊິຟ ຊີຟາ ຕີຣີອາ ແລະອາຊາເຣນ 17 ເອັສຣາມີບຸດຊາຍຄື ເຢເທີ ເມເຣດ ເອເຟີ ແລະຢາໂລນ ເຫລົ່ານີ້ເປັນບຸດຊາຍຂອງນາງບິທິຢາ ທິດາຂອງຟາຣາໂອຜູ້ຊຶ່ງເມເຣັດໄດ້ແຕ່ງງານດ້ວຍ ແລະນາງໄດ້ມີບຸດຄື ມີຣີອາມ ຊັມມັຍ ແລະອິສບາ ບິດາຂອງເອັສເຕໂມອາ 18 ແລະພັຣຍາຊາວຢູດາຂອງທ່ານເກີດ ເຢເຣດບິດາຂອງເກໂດຣ໌ ເຮເບີບິດາຂອງໂຊໂກ ແລະເຢກູທີເອນບິດາຂອງຊາໂນອາ 19 ບຸດຊາຍພັຣຍາຂອງໂຮດີຢາ ນ້ອງສາວຂອງນາຮາມເປັນບິດາຂອງເກອີລາ ຜູ້ເປັນຕະກູນກາຣ໌ມີດ ແລະເອັສເຕໂມອາຜູ້ເປັນຕະກູນມາອາກາທິດ 20 ຊີໂມນມີບຸດຊາຍຄື ອັມໂນນ ຣີນນາ ເບນຮານານ ແລະຕີໂລນ ອິສອີມີບຸດຊາຍຄື ໂຊເຮທ ແລະເບນໂຊເຮທ 21 ບຸດຂອງເຊລາຜູ້ເປັນບຸດຂອງຢູດາຄື ເອຣ໌ ບີດາຂອງເລກາ ລາອາດາບິດາຂອງມາເຣຊາ ແລະບັນດາຕະກູນຂອງຜູ້ທຳຜ້າປ່ານແຫ່ງເບັດອັສເບອາ 22 ແລະໂຢກິມ ແລະຄົນເມືອງໂກເຊບາ ແລະໂຢອັສ ແລະຊາຣັຟຜູ້ປົກຄອງໃນເມືອງໂມອາບ ແລະກັບມາຍັງເມືອງເລເຮັມ (ເປັນເຣື່ອງແຕ່ໂບຮານນະການ) 23 ຄົນເຫລົ່ານີ້ເປັນຊ່າງຫມໍ້ ເປັນຊາວເມືອງເນຕາອິມ ແລະເກເດຣາ ທີ່ນັ້ນເຂົາອາໄສຢູ່ກັບພຣະຣາຊາຮັບຣາຊການ
ເຊື້ອສາຍຂອງຊີເມໂອນ
24 ຊີເມໂອນມີບຸດຊາຍຊື່ ເນມູເອນ ຢາມິນ ຢາຣິບ ເຊຣາ ແລະຊາອູນ 25 ຊາອູນມີບຸດຊາຍຊື່ ຊານລູມ ຊານລູມມີບຸດຊາຍຄື ມິບຊາມ ມິບຊາມມີບຸດຊາຍຊື່ ມິສມາ 26 ມິສມາມີບຸດຊາຍຄື ຮາມມູເອນ ຮາມມູເອນມີບຸດຊາຍຄື ຊັກກູຣ໌ ຊັກກູຣ໌ມີບຸດຊາຍຊື່ ຊີເມອີ 27 ຊີເມອີມີບຸດຊາຍສິບຫົກຄົນ ແລະບຸດຍິງຫົກຄົນ ແຕ່ພີ່ນ້ອງຂອງຊິເມອີບໍ່ມີລູກຫລາຍ ຕະກູນຂອງເຂົາກໍບໍ່ທະວີຫລາຍຂື້ນຢ່າງກັບຊາວເຜົ່າຢູດາ 28 ເຂົາທັງຫລາຍອາໄສຢູ່ໃນເມືອງເບເອີເຊບາ ໂມລາດາ ຮາຊາກຊູອັນ 29 ແລະທີ່ບີນຮາ ເອເຊມ ໂຕລາດ 30 ເບທູເອນ ໂຮມາ ຊິກລັກ 31 ເບັທມາຣ໌ກາໂບດ ຮາຊາຣ໌ຊູຊິມ ເບັດບີຣີ ແລະຊາອາຣາອິມ ເຫລົ່ານີ້ເປັນຫົວເມືອງຂອງເຂົາ ຈົນເຖິງດາວິດຂື້ນປົກຄອງ 32 ແລະຊົນນະບົດຂອງເຂົາທັງຫລາຍຄືເອທາມ ອາອິນ ຣິມໂມນ ໂຕເຄນ ແລະອາຊານ ຫ້າຫົວເມືອງ 33 ຮວມຢູ່ກັບຊົນນະບົດຂອງເຂົາຊຶ່ງຢູ່ຮອບຫົວເມືອງເຫລົ່ານີ້ໄກໄປຈົນເຖິງເມືອງບາອານ ເຫລົ່ານີ້ເປັນພູມລຳເນົາຂອງເຂົາ ແລະເຂົາມີສຳມະໂນຄົວເຊື້ອສາຍ 34 ເມໂຊບັບ ຢາມເລກ ໂຢຊາ ອາມາຊີຢາ 35 ໂຢເອນ ເຢຮູບຸດຊາຍໂຢຊີບີຢາ ຜູ້ເປັນບຸດຂອງເຊຣັຍຢາ ຜູ້ເປັນບຸດຂອງອາຊີເອນ 36 ເອລີໂອເອນັຍ ຢາອາໂກບາ ເຢໂຊຮັຍຢາ ອາຊັຍຢາ ອາດີເອນ ເຢຊີມີເອນ ເບນັຍຢາ 37 ຊີຊາບຸດຊາຍຂອງຊີຟີ ຜູ້ເປັນບຸດຂອງອັນໂລນ ຜູ້ເປັນບຸດຂອງເຢດັຍຢາ ຜູ້ເປັນບຸດຂອງຊິມຣີ ຜູ້ເປັນບຸດເຊມັຍຢາ 38 ທ່ານທີ່ກ່າວຊື່ມານີ້ເປັນເຈົ້ານາຍໃນຕະກູນຂອງທ່ານ ແລະຄອບຄົວຂອງເຂົາທັງຫລາຍກໍເພີ້ມຂື້ນມາກມາຍ 39 ເຂົາທັງຫລາຍໄດ້ເດິນທາງໄປເຖິງທາງເຂົ້າເມືອງທີ່ເກໂດຣ໌ ເຖິງຂ້າງທິດຕາເວັນອອກຂອງທີ່ລຸ່ມເພື່ອຫາທົ່ງຫຍ້າໃຫ້ຝູງແບ້ແກະຂອງເຂົາ 40 ເຂົາທັງຫລາຍກໍພົບທົ່ງຫຍ້າອັນອຸດົມດີ ແລະແຜ່ນດິນນັ້ນກໍກວ້າງຂວາງງຽບແລະສງົບສັນຕິ ເພາະຊາວເມືອງທີ່ຢູ່ກ່ອນນັ້ນເປັນເຜົ່າເຊື້ອສາຍຂອງຮາມ 41 ແລ້ວຄົນເຫລົ່ານີ້ຊຶ່ງມີຊື່ໃນສຳມະໂນຄົວໄດ້ເຂົ້າມາໃນສະໄຫມຂອງເຮເຊກີຢາພຣະຣາຊາແຫ່ງຢູດາ ແລະໂຈມຕີເຕັນຂອງເຂົາ ແລະພວກເມອູນິມທີ່ພົບຢູ່ທີ່ນັ້ນ ແລະກວາດລ້າງເຂົາເສັຽຈົນເຖິງທຸກວັນນີ້ ແລ້ວກໍຕັ້ງພູມລຳເນົາຢູ່ໃນທີ່ຂອງເຂົາ ເພາະທີ່ນັ້ນມີທົ່ງຫຍ້າໃຫ້ຝູງແບ້ແກະຂອງເຂົາ 42 ສ່ວນນຶ່ງຂອງເຂົາເຫລົ່ານັ້ນຄືສ່ວນຄົນຊິເມໂອນິດຫ້າຮ້ອຍຄົນພາກັນໄປທີ່ເຂົາເຊອີຣ໌ ມີຫົວຫນ້າຊື່ເປລາຕິຢາ ເນອາຣີຢາ ເຣຟັຍຢາ ແລະອຸສຊີເອນ ບຸດຊາຍທັງຫລາຍຂອງອິສອີ 43 ແລະເຂົາໄດ້ໂຈມຕີຄົນອາມາເລກສ່ວນທີ່ເຫລືອຢູ່ຊຶ່ງຫນີລອດໄປ ແລ້ວເຂົາທັງຫລາຍກໍອາໄສຢູ່ທີ່ນັ້ນຈົນທຸກວັນນີ້
ເຊື້ອສາຍຂອງຣູເບນ
1 ບຸດຣູເບນ ບຸດຊາຍກົກຂອງອິສຣາເອນ(ເຂົາເປັນບຸດຊາຍກົກກໍຈີງ ແຕ່ເພາະເຂົາໄດ້ກະທຳໃຫ້ທີ່ນອນຂອງບິດາຂອງເຂົາມີມົນທິນ ສິດທິບຸດຫົວປີຂອງເຂົາຈຶ່ງຕົກຢູ່ກັບບຸດໂຢເຊັບຜູ້ເປັນບຸດອິສຣາເອນ ແຕ່ໂຢເຊັບບໍ່ໄດ້ຂື້ນທະບຽນໄວ້ໃນສຳມະໂນຄົວເຊື້ອສາຍຕາມສິດທີບຸດຫົວປີ 2 ເຖິງແມ່ນວ່າຢູດາມີກຳລັງຫລາຍໃນພວກພີ່ນ້ອງຂອງຕົນ ແລະເຈົ້ານາຍອົງນຶ່ງກໍມາຈາກເຂົາ ແຕ່ສິດທິບຸດຫົວປີກໍຍັງເປັນຂອງໂຢເຊັບ) 3 ບຸດຣູເບນ ບຸດຊາຍກົກຂອງອິສຣາເອນຄື ຮາໂນກ ປັນລູ ເຮສໂຣນ ແລະກາຣ໌ມີ 4 ໂຢເອນມີບຸດຊາຍຄື ເຊມັຍຢາ ເຊມັຍຢາມີບຸດຊາຍຄື ໂກກ ໂກກມີບຸດຊາຍຄື ຊີເມອີ 5 ຊີເມອີມີບຸດຊາຍຄື ມີກາ ມີກາມີບຸດຊາຍຄື ເຣອັຍຢາ ເຣອັຍຢາມີບຸດຊາຍຄື ບາອານ 6 ບາອານມີບຸດຊາຍຄື ເບເອີຣາ ຜູ້ຊຶ່ງທີນກາດປີນ ເນເຊີ ກະສັດເມືອງອັສຊີເຣັຽໄດ້ກວາດໄປເປັນຊະເລີຍ ທ່ານເປັນເຈົ້ານາຍຂອງຄົນຣູເບນ 7 ແລະຍາດຂອງທ່ານຕາມຕະກູນເມື່ອຂື້ນທະບຽນສຳມະໂນຄົວເຊື້ອສາຍໄວ້ນັ້ນຄື ເຢອີເອນ ແລະເຊຄາຣີຢາ 8 ແລະເບລາບຸດຂອງອາຊັສ ບຸດເຊມາ ບຸດໂຢເອນ ຜູ້ອາໄສຢູ່ໃນອາໂຣເອີ ໄກໄປເຖິງເມືອງເນໂບ ແລະບາອານເມໂອນ 9 ທ່ານອາໄສຢູ່ທາງທິດຕາເວັນອອກໄກອອກໄປເຖິງທາງເຂົ້າຖິ່ນກັນດານ ຊຶ່ງຢູ່ຟາກຂ້າງນີ້ຂອງແມ່ນ້ຳເອີຟຣາດດ້ວຍ ເພາະສັດລ້ຽງຂອງເຂົາທະວີຫລາຍຂື້ນໃນແຜ່ນດິນກີເລອາດ 10 ໃນຣັຊການຂອງຊາອູນເຂົາທັງຫລາຍທຳສົງຄາມກັບຄົນຮັກຣິດຜູ້ຕ້ອງລົ້ມຕາຍດ້ວຍມືຂອງເຂົາ ເຂົາທັງຫລາຍອາໄສຢູ່ໃນເຕັນຂອງເຂົາຕລອດແຖບຕະເວັນອອກຂອງກີເລອາດ
ເຊື້ອສາຍຂອງກາດ
11 ລູກຫລານຂອງກາດ ອາໄສຢູ່ທາງພາກເຫນືອຂອງເຜົ່າຣູເບນໃນແຜ່ນດິນຂອງບາຊານໄປຈົນເຖິງເມືອງຊາເລກາ 12 ໂຢເອນເປັນຫົວຫນ້າ ຊາຟາມເປັນທີ່ສອງ ຢານັຍ ແລະຊາຟັດໃນບາຊານ 13 ແລະວົງຍາດຂອງເຂົາຕາມຕະກູນຂອງເຂົາຄື ມີຄາເອນ ເມຊູນລາມ ເຊບາ ໂຢຣັຍ ຢາການ ຊີອາ ແລະເອເບີ ທັງຫມົດເຈັດຄົນດ້ວຍກັນ 14 ຄົນເຫລົ່ານີ້ເປັນບຸດຂອງອາບິຮາອີນ ຜູ້ເປັນບຸດຮູຣີ ຜູ້ເປັນບຸດຢາໂຣອາ ຜູ້ເປັນບຸດກິເລອາດ ຜູ້ເປັນບຸດມີຄາເອນ ຜູ້ເປັນບຸດເຢຊິຊັຍ ຜູ້ເປັນບຸດຢາໂດ ຜູ້ເປັນບຸດບູສ 15 ອາຮິເປັນບຸດອັບດີເອນ ຜູ້ເປັນບຸດກູນີ ເປັນຫົວຫນ້າໃນຕະກູນຂອງເຂົາ 16 ແລະເຂົາທັງຫລາຍອາໄສຢູ່ໃນກິເລອາດ ໃນບາຊານ ແລະຕາມຫົວເມືອງ ແລະໃນເຂດທົ່ງຫຍ້າທັງຫມົດຂອງຊາໂຣນຈົນສຸດເຂດ 17 ຄົນເຫລົ່ານີ້ທັງຫມົດຂື້ນທະບຽນສຳມະໂນຄົວເຊື້ອສາຍໄວ້ໃນຣັຊການຂອງໂຢທາມກະສັດແຫ່ງຢູດາ ແລະໃນຣັຊການຂອງເຢໂຣໂບອາມກະສັດແຫ່ງອິສຣາເອນ 18 ຄົນຣູເບນ ຄົນກາດ ແລະຄົນເຜົ່າມານັສເຊເຄິ່ງນຶ່ງມີຄົນເກັ່ງກ້າ ຜູ້ຖືໂລ້ ແລະດາບ ແລະໂກ່ງທະນູ ຊຳນານໃນການເສິກສີ່ຫມື່ນສີ່ພັນເຈັດຮ້ອຍຫົກສິບຄົນ ພ້ອມທີ່ຈະເຂົ້າຮົບ 19 ເຂົາທຳເສິກກັບຊາວຮັກຣິດ ເຢຕູຣ໌ ນາຟິສ ແລະໂນດາບ 20 ແລະເມື່ອເຂົາໄດ້ຮັບຄວາມຊ່ອຍເຫລືອ ຄົນຮັກຣິດ ແລະພວກທີ່ຢູ່ດ້ວຍກໍຖືກມອບໄວ້ໃນມືຂອງເຂົາ ເພາະເຂົາຮ້ອງທູນຕໍ່ພຣະເຈົ້າໃນການສົງຄາມ ແລະພຣະອົງຊົງໄດ້ຕອບຕາມຄຳທູນຂອງເຂົາ ເພາະເຂົາທັງຫລາຍວາງໃຈໃນພຣະອົງ 21 ເຂົາໄດ້ກວາດເອົາຝູງສັດຂອງຂ້າເສິກໄປ ຄືອູດຫ້າຫມື່ນໂຕ ແກະສອງແສນຫ້າຫມື່ນໂຕ ລາສອງພັນ ແລະຄົນນື່ງແສນ 22 ເພາະເຂົາໄດ້ຕາຍຢ່າງຫລວງຫລາຍ ດ້ວຍການເສິກຄັ້ງນັ້ນເປັນມາຈາກພຣະເຈົ້າ ແລະເຂົາທັງຫລາຍອາໄສຢູ່ໃນທີ່ຂອງເຂົາຈົນຖືກກວາດໄປເປັນຊະເລີຍ
ຄົນສອງເຜົ່າເຄິ່ງຂອງມານັສເຊ
23 ຄົນເຜົ່າມານັສເຊເຄິ່ງນຶ່ງອາໄສຢູ່ໃນແຜ່ນດິນນັ້ນ ເຂົາມີຫລາຍດ້ວຍກັນຕັ້ງແຕ່ເມືອງບາຊານເຖິງເມືອງບາອານເຮີໂມນ ເຊນີຣ໌ ແລະພູເຂົາເຮີໂມນ 24 ຕໍ່ໄປນີ້ແມ່ນຫົວຫນ້າຂອງຕະກູນຂອງເຂົາຄື ເອເຟີ ອິສອີ ເອລີເອນ ອັສຣີເອນ ເຢເຣມີຢາ ໂຮດາວີຢາ ແລະຢາດີເອນ ເປັນທະຫານທີ່ເກັ່ງກ້າ ຄົນມີຊື່ສຽງເປັນຫົວຫນ້າຕະກູນຂອງເຂົາ 25 ແຕ່ເຂົາທັງຫລາຍລະເມີດຕໍ່ພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາ ແລະໄດ້ໄປຂາບໄຫວ້ກັບບັນດາພຣະຂອງຊົນຊາດທັງຫລາຍແຫ່ງແຜ່ນດິນນັ້ນ ຜູ້ຊຶ່ງພຣະເຈົ້າຊົງທຳລາຍເສັຽຕໍ່ຫນ້າເຂົາທັງຫລາຍ 26 ເພາະສະນັ້ນ ພຣະເຈົ້າແຫ່ງອິສຣາເອນຈຶ່ງຊົງບັນດານຈິດໃຈຂອງ ປູນ ກະສັດແຫ່ງອັສຊີເຣັຽ ແລະຈິດໃຈຂອງທີນກາດປີນເນເຊີ ກະສັດແຫ່ງອັສຊີເຣັຽ ແລະພຣະອົງຊົງກວາດເຂົາໄປເສັຽຄື ຄົນຣູເບນ ຄົນກາດ ແລະຄົນເຜົ່າມານັສເຊເຄິ່ງນຶ່ງ ແລະພາເຂົາທັງຫລາຍມາຍັງຮາລາ ຮາໂບຣ໌ ຮາຣາ ແລະແມ່ນ້ຳເມືອງໂກຊານຈົນເຖິງທຸກວັນນີ້
ເຊຶ້ອສາຍຂອງເລວີ
1 ເລວີມີບຸດຊາຍຄື ເກີໂຊມ ໂກຮາດ ແລະມາຣາຣີ 2 ໂກຮາດມີບຸດຊາຍຊື່ ອັມຣາມ ອິສຮາ ເຮໂບຣນ ແລະອຸສຊີເອນ 3 ອັມຣາມມີບຸດຊາຍຄື ອາໂຣນ ໂມເຊ ແລະນາງມີຣີອາມ ອາໂຣນມີບຸດຊາຍຄື ນາດາບ ອາບີຮູ ເອເລອາຊາ ແລະອິທາມາ 4 ເອເລອາຊາເປັນບິດາຂອງຟີເນຮັສ ຟີເນຮັສເປັນບິດາຂອງອາບີຊູອາ 5 ອາບີຊູອາເປັນບິດາຂອງບຸກຄີ ບຸກຄີເປັນບິດາຂອງອຸສຊີ 6 ອຸສຊີເປັນບິດາຂອງເຊຣາຮີຢາ ເຊຣາຮີຢາເປັນບິດາຂອງເມຣາໂຢດ 7 ເມຣາໂຢດເປັນບິດາຂອງອາມາຣີຢາ ອາມາຣິຢາເປັນບິດາຂອງອາຮີທູບ 8 ອາຮີທູບເປັນບິດາຂອງຊາໂດກ ຊາໂດກເປັນບິດາຂອງອາຮີມາອັສ 9 ອາຮີມາອັສເປັນບິດາຂອງອາຊາຣີຢາ ອາຊາຣິຢາເປັນບິດາຂອງໂຢຮານານ 10 ແລະໂຢຮານານເປັນບິດາຂອງອາຊາຣິຢາ (ທ່ານນີ້ແຫລະທີ່ທຳຫນ້າທີ່ປະໂຣຫິດຢູ່ໃນພຣະວິຫານ ຊື່ງໂຊໂລໂມນຊົງສ້າງໃນເຢຣູຊາເລັມ) 11 ອາຊາຣິຢາເປັນບິດາຂອງອາມາຣີຢາ ອາມາຣີຢາເປັນບິດາຂອງອາຮີທູບ 12 ອາຮີທູບເປັນບິດາຂອງຊາໂດກ ຊາໂດກເປັນບິດາຂອງຊັນລູມ 13 ຊັນລູມເປັນບິດາຂອງຮີນຄີຢາ ຮີນຄີຢາເປັນບິດາຂອງອາຊາຣິຢາ 14 ອາຊາຣິຢາເປັນບິດາຂອງ ເຊຣັຍຢາ ເຊຣັຍຢາເປັນບິດາຂອງເຢໂຮຊາດັກ 15 ແລະເຢໂຮຊາດັກເປັນບິດາຂອງຖືກກວາດໄປເປັນຊະເລີຍ ເມື່ອພຣະເຈົ້າໄດ້ຊົງໃຫ້ຢູດາ ແລະເຢຣູຊາເລັມເຂົ້າສູ່ການຖືກກວາດໄປເປັນຊະເລີຍດ້ວຍຫັດຂອງເນບູຄາດເນສຊາກ 16 ເລວີມີບຸດຊາຍຄື ເກີໂຊມ ໂກຮາດ ແລະເມຣາຣີ 17 ຕໍ່ໄປນີ້ເປັນຊື່ບຸດຂອງເກີໂຊມ ຄື ລິບນີ ແລະຊີເມອີ 18 ໂກຮາດມີບຸດຊາຍຊື່ ອັມຣາມ ອິສຮາ ເຮໂບຣນ ແລະອຸສຊີເອນ 19 ເມຣາຣີມີບຸດຊາຍຄື ມາລີ ແລະມູຊີ ເຫລົ່ານີ້ເປັນຕະກູນຂອງຄົນເລວີຕາມເຊື້ອສາຍບິດາຂອງເຂົາ 20 ບຸດຂອງເກີໂຊມ ຄື ລິບນີ ລິບນີມີບຸດຊາຍຄື ຢາຮາດ ຢາຮາດມີບຸດຊາຍຄື ຊິມມາ 21 ຊິມມາມີບຸດຊາຍຄື ໂຢອາ ໂຢອາມີບຸດຊາຍຄື ອິດໂດ ອິດໂດມີບຸດຊາຍຄື ເຊຣາ ເຊຣາມີບຸດຊາຍຄື ເຢອາເທຣັຍ 22 ໂກຮາດມີບຸດຊາຍຄື ອັມມີນາດາບ ອັມມີນາດາບມີບຸດຊາຍຄື ໂກຣາ ໂກຣາມີບຸດຊາຍຄື ອັສຊີຣ໌ 23 ອັສຊີຣ໌ມີບຸດຊາຍຄື ເອນການາ ເອນການາມີບຸດຊາຍຄື ເອບີຢາສາຟ ເອບີຢາສາຟມີບຸດຊາຍຄື ອັສຊີຣ໌ 24 ອັສຊີຣ໌ມີບຸດຊາຍຄື ຕາຮາດ ຕາຮາດມີບຸດຊາຍຄື ອູຣີເອນ ອູຣີເອນມີບຸດຊາຍຄື ອຸສຊີຢາ ອຸສຊີຢາມີບຸດຊາຍຄື ຊາອູນ 25 ເອນການາມີບຸດຊາຍຄື ອາມາຊັຍ ແລະອາຮີໂມທ 26 ເອນການາມີບຸດຊາຍຄື ໂຊຟັຍ ໂຊຟັຍມີບຸດຊາຍຄື ນາຮາດ 27 ນາຮາດມີບຸດຊາຍຄື ເອລີອາບ ເອລີອາບມີບຸດຊາຍຄື ເຢໂຣຮາມ ເຢໂຣຮາມມີບຸດຊາຍຄື ເອນການາ 28 ຊາມູເອນມີບຸດຊາຍຄື ໂຢເອນບຸດຊາຍຫົວປີ ຄົນທີ່ສອງຄື ອາບີຢາ 29 ເມຣາຣີມີບຸດຊາຍຄື ມາລີ ມາລີມີບຸດຊາຍຄື ລິບນີ ລິບນີມີບຸດຊາຍຄື ຊີເມອາ ຊີເມອາມີບຸດຊາຍ ອຸສຊາ 30 ອຸສຊາມີບຸດຊາຍຄື ຊີເມອາ ຊີເມອາມີບຸດຊາຍຄື ຮັກກີຢາ ຮັກກີຢາມີບຸດຊາຍຄື ອາຊັຍຢາ
ດາວິດຊົງແຕ່ງຕັ້ງນັກຮ້ອງປະຈຳພຣະວິຫານ
31 ເຫລົ່ານີ້ເປັນບຸກຄົນທີ່ດາວິດຊົງແຕ່ງຕັ້ງໃຫ້ດູແລການຮ້ອງເພງໃນພຣະວິຫານຂອງພຣະເຈົ້າ ຫລັງຈາກທີ່ຫີບຄຳສັນຍາມາຕັ້ງຢູ່ທີ່ນັ້ນແລ້ວ 32 ເຂົາທັງຫລາຍທຳການບົວລະບັດດ້ວຍເພງ ຂ້າງຫນ້າຫໍເຕັນນັດພົບ ຈົນໂຊໂລໂມນໄດ້ຊົງສ້າງພຣະວິຫານຂອງພຣະເຈົ້າໃນເຢຣູຊາເລັມ ແລະເຂົາໄດ້ປະຕິບັດຫນ້າທີ່ຂອງເຂົາຕາມຕຳແຫນ່ງ 33 ຕໍ່ໄປນີ້ເປັນບຸກຄົນທີ່ປະຕີບັດງານຢູ່ພ້ອມກັບບຸດຂອງເຂົາ ພວກບຸດຄົນໂກຮາດຄື ເຮມານນັກຮ້ອງຜູ້ເປັນບຸດໂຢເອນ ຜູ້ເປັນບຸດຂອງຊາມູເອນ 34 ຜູ້ເປັນບຸດເອນການາ ຜູ້ເປັນບຸດເຢໂຣຮາມ ຜູ້ເປັນບຸດເອລີເອນ ຜູ້ເປັນບຸດໂຕອາ 35 ຜູ້ເປັນບຸດຊູຟ ຜູ້ເປັນບຸດເອນການາ ຜູ້ເປັນບຸດມາຮັທ ຜູ້ເປັນບຸດອາມາຊັຍ 36 ຜູ້ເປັນບຸດເອນການາ ຜູ້ເປັນບຸດໂຢເອນ ຜູ້ເປັນບຸດອາຊາຣີຢາ ຜູ້ເປັນບຸດເຊຟັນຢາ 37 ຜູ້ເປັນບຸດຕາຮາດ ຜູ້ເປັນບຸດອັສຊີຣ໌ ຜູ້ເປັນບຸດເອບີອາສາຟ ຜູ້ເປັນບຸດໂກຣາ 38 ຜູ້ເປັນບຸດອີສຮາ ຜູ້ເປັນບຸດໂກຮາດ ຜູ້ເປັນບຸດເລວີ ຜູ້ເປັນບຸດອິສຣາເອນ 39 ກັບອາສາຟພີ່ນ້ອງຂອງເຂົາ ຜູ້ຊຶ່ງຢືນຢູ່ຂ້າງຂວາມືຂອງເຂົາຄື ອາສາຟບຸດເບເຣຄີຢາ ຜູ້ເປັນບຸດຊີເມອີ 40 ຜູ້ເປັນບຸດມີກາເອນ ຜູ້ເປັນບຸດບາອາເຊຢາ ຜູ້ເປັນບຸດມັນຄີຢາ 41 ຜູ້ເປັນບຸດເອທນີ ຜູ້ເປັນບຸດເຊຣາ ຜູ້ເປັນບຸດອາດັຍຢາ 42 ຜູ້ເປັນບຸດເອທານ ຜູ້ເປັນບຸດຊີມມາ ຜູ້ເປັນບຸດຊີເມອີ 43 ຜູ້ເປັນບຸດຢາຮາດ ຜູ້ເປັນບຸດເກີໂຊມ ຜູ້ເປັນບຸດເລວີ 44 ທີ່ຂ້າງຊ້າຍມືມີບຸດຂອງເມຣາຣີ ພີ່ນ້ອງຂອງເຂົາຄື ເອທານຜູ້ເປັນບຸດກີຊີ ຜູ້ເປັນບຸດອັບດີ ຜູ້ເປັນບຸດມັນລຸກ 45 ຜູ້ເປັນບຸດຮາຊາບີຢາ ຜູ້ເປັນບຸດອາມາຊີຢາ ຜູ້ເປັນບຸດຮີນກີຢາ 46 ຜູ້ເປັນບຸດອັມຊີ ຜູ້ເປັນບຸດບານີ ຜູ້ເປັນບຸດເຊເມີ 47 ຜູ້ເປັນບຸດມາລີ ຜູ້ເປັນບຸດມູຊີ ຜູ້ເປັນບຸດເມຣາຣີ ຜູ້ເປັນບຸດເລວີ 48 ແລະຄົນເລວີພີ່ນ້ອງຂອງເຂົາໄດ້ຮັບແຕ່ງຕັ້ງໃຫ້ປະຕິບັດງານທຸກຢ່າງທີ່ຫໍເຕັນຂອງພຣະວິຫານຂອງພຣະເຈົ້າ
ເຊື້ອສາຍຂອງອາໂຣນ
49 ແຕ່ອາໂຣນກັບບຸດຊາຍຂອງທ່ານຖວາຍເຄື່ອງບູຊາເທິງແທ່ນເຄື່ອງເຜົາບູຊາ ແລະເທິງແທ່ນເຄື່ອງຫອມ ແລະປະຕິບັດງານໃນບ່ອນສັກສິດທີ່ສຸດ ແລະກະທຳການລ້າງມົນທິນບາບຂອງອິສຣາເອນຕາມຢ່າງທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າໄດ້ບັນຊາໄວ້ 50 ຕໍ່ໄປນີ້ເປັນບຸດອາໂຣນຄື ເອເລອາຊາ ເອເລອາຊາມີບຸດຊາຍຄື ຟີເນຮັສ ຟີເລຮັສມີບຸດຊາຍຄື ອາບີຊູອາ 51 ອາບີຊູອາມີບຸດຊາຍຄື ບຸກຄີ ບຸກຄີມີບຸດຊາຍຄື ອຸສຊີ ອຸສຊີມີບຸດຊາຍຄື ເຊຣາຮີຢາ 52 ເຊຮາຣີຢາມີບຸດຊາຍຄື ເມຣາໂຢດ ເມຣາໂຢດມີບຸດຊາຍຄື ອາມາຣີຢາ ອາມາຣີຢາມີບຸດຊາຍຄື ອາຮີທູບ 53 ອາຮີທູບມີບຸດຊາຍຄື ຊາໂດກ ຊາໂດກມີບຸດຊາຍຄື ອາຮີມາອັສ
ຫົວເມືອງຂອງຄົນເລວີ
54 ຕໍ່ໄປນີ້ເປັນທີ່ອາໄສຂອງເຂົາຕາມພູມລຳເນົາໃນເຂດແດນຂອງເຂົາຄື ເຊື້ອສາຍຂອງອາໂຣນຕະກູນຄົນໂກຮາດ (ເພາະສະຫລາກຕົກເປັນຂອງເຂົາກ່ອນ) 55 ເຂົາໄດ້ຮັບເມືອງເຮໂບຣນໃນແຜ່ນດິນຢູດາ ແລະທົ່ງຫຍ້າຊຶ່ງຢູ່ລ້ອມຮອບນັ້ນ 56 ແຕ່ທົ່ງນາ ແລະຕາມຊົນນະບົດຂອງເມືອງນັ້ນ ເຂົາຍົກໃຫ້ແກ່ກາເລັບບຸດເຢຟຸນເນ 57 ເຂົາໃຫ້ເມືອງລີ້ພັຍແກ່ເຊື້ອສາຍຂອງອາໂຣນຄື ເມືອງເຮໂບຣນ ເມືອງລິບນາກັບທົ່ງຫຍ້າ ເມືອງຢັດທີຣ໌ ເມືອງເອສເຕໂມອາກັບທົ່ງຫຍ້າ 58 ຮີເລນພ້ອມກັບທົ່ງຫຍ້າ ເດບີຣ໌ພ້ອມກັບທົ່ງຫຍ້າ 59 ອາຊານພ້ອມກັບທົ່ງຫຍ້າ ແລະເບັດເຊເມສພ້ອມກັບທົ່ງຫຍ້າ 60 ແລະຈາກດິນແດນເຜົ່າເບັນຢາມິນກໍມອບເມືອງເກບາພ້ອມກັບທົ່ງຫຍ້າ ອາເລເມທພ້ອມກັບທົ່ງຫຍ້າ ແລະອານາໂທດພ້ອມກັບທົ່ງຫຍ້າພ້ອມກັບທົ່ງຫຍ້າ ຫົວເມືອງທັງຫມົດຂອງເຂົາທຸກຕະກູນເປັນສິບສາມຫົວເມືອງດ້ວຍກັນ 61 ສ່ວນຄົນໂກຮາດທີ່ເຫລືອຢູ່ນັ້ນໄດ້ຮັບສ່ວນມອບໂດຍສະຫລາກທີ່ໄດ້ຈາກຕະກູນຂອງເຜົ່າ ຈາກເຜົ່າມານັສເຊເຄິ່ງນຶ່ງມີສິບຫົວເມືອງ 62 ຕະກູນເກີໂຊມແຕ່ລະຄອບຄົວໄດ້ຮັບມອບສິບສາມຫົວເມືອງຈາກເຜົ່າອິສຊາຄາ ເຜົ່າອາເຊີ ເຜົ່າເນັຟທາລີ ແລະຈາກເຜົ່າມານັສເຊໃນບາຊານ 63 ຕະກູນເມຣາຣີໄດ້ຮັບມອບສິບສອງຫົວເມືອງຈາກເຜົ່າຣູເບນ ເຜົ່າກາດ ແລະເຜົ່າເຊບູລູນ 64 ດັ່ງນີ້ແຫລະປະຊາຊົນອິສຣາເອນໄດ້ມອບຫົວເມືອງພ້ອມກັບທົ່ງຫຍ້າໃຫ້ແກ່ຄົນເລວີ 65 ແລະຄົນອິສຣາເອນໄດ້ຈັບສະຫລາກໃຫ້ຫົວເມືອງຈາກເຜົ່າຢູດາ ເຜົ່າຊີເມໂອນ ແລະເຜົ່າເບັນຢາມິນ ຕາມທີ່ກ່າວຊື່ໄວ້ນັ້ນດ້ວຍ 66 ແລະຕະກູນຄົນໂກຮາດບາງຕະກູນມີຫົວເມືອງອັນເປັນດິນແດນຂອງເຂົາຈາກເຜົ່າເອຟຣາອິມ 67 ຄົນອິສຣາເອນໄດ້ໃຫ້ຫົວເມືອງລີ້ພັຍຄື ເມືອງເຊເຄມພ້ອມກັບທົ່ງຫຍ້າໃນຖີ່ນພູເຂົາເອຟຣາອິມ ເມືອງເກເຊີພ້ອມກັບທົ່ງຫຍ້າ 68 ເມືອງໂຢກເມອາມພ້ອມກັບທົ່ງຫຍ້າ ເມືອງເບັດໂຮໂຣນພ້ອມກັບທົ່ງຫຍ້າ 69 ເມືອງອັຍຢາໂລນພ້ອມກັບທົ່ງຫຍ້າ ເມືອງກາດຣີມໂມນພ້ອມກັບທົ່ງຫຍ້າ 70 ແລະມອບເມືອງຈາກເຜົ່າມານັສເຊເຄິ່ງນຶ່ງຄື ເມືອງອາເນີພ້ອມກັບທົ່ງຫຍ້າ ເມືອງບີເລອາມພ້ອມກັບທົ່ງຫຍ້າໃຫ້ແກ່ຕະກູນຄົນໂກຮາດທີ່ເຫລືອຢູ່ 71 ດິນແດນຂອງມານັສເຊເຄິ່ງເຜົ່າທີ່ມອບໃຫ້ແກ່ຄົນເກີໂຊມຄື ໂກລານໃນເມືອງບາຊານພ້ອມກັບທົ່ງຫຍ້າ ແລະອັສຕາໂຣທພ້ອມກັບທົ່ງຫຍ້າ 72 ແລະຈາກເຜົ່າອິສຊາຄາຄື ເມືອງເກເດສພ້ອມກັບທົ່ງຫຍ້າ ເມືອງດາເບຣາດພ້ອມກັບທົ່ງຫຍ້າ 73 ແລະຣາໂມທພ້ອມກັບທົ່ງຫຍ້າ ແລະອາເນມພ້ອມກັບທົ່ງຫຍ້າ 74 ຈາກເຜົ່າອາເຊີຄື ມາຊັນພ້ອມກັບທົ່ງຫຍ້າ ອັບໂດນພ້ອມກັບທົ່ງຫຍ້າ 75 ຮູໂກກພ້ອມກັບທົ່ງຫຍ້າ ແລະເຣໂຮບພ້ອມທັງທົ່ງຫຍ້າ 76 ແລະຈາກເຜົ່າເນັຟທາລີຄື ເກເດສໃນຄາລິເລພ້ອມກັບທົ່ງຫຍ້າ ຮັມໂມນພ້ອມກັບທົ່ງຫຍ້າ ກີຣີອາທາອິມພ້ອມກັບທົ່ງຫຍ້າ 77 ສ່ວນຄົນເມຣາຣີທີ່ເຫລືອຢູ່ນັ້ນໄດ້ຮັບຈາກເຜົ່າເຊບູລູນຄື ຣິມໂມໂນພ້ອມກັບທົ່ງຫຍ້າ ຕາໂບຣ໌ພ້ອມກັບທົ່ງຫຍ້າ 78 ແລະຟາກແມ່ນ້ຳຈໍແດນຂ້າງຂອງເຢຣີໂກ ຄືຟາກຕະເວັນອອກຂອງແມ່ນ້ຳຈໍແດນນັ້ນ ຈາກເຜົ່າຣູເບນ ຄືເບເຊີໃນຖິ່ນກັນດານພ້ອມກັບທົ່ງຫຍ້າ ຢາຊາພ້ອມກັບທົ່ງຫຍ້າ 79 ເກເດໂມທພ້ອມກັບທົ່ງຫຍ້າ ແລະເມຟາອາດພ້ອມກັບທົ່ງຫຍ້າ 80 ແລະຈາກເຜົ່າກາດຄື ຣາໂມທໃນກິເລອາດພ້ອມກັບທົ່ງຫຍ້າ ມາຮານາອິມພ້ອມກັບທົ່ງຫຍ້າ 81 ເຮສໂບນພ້ອມກັບທົ່ງຫຍ້າ ແລະຢາເຊີພ້ອມກັບທົ່ງຫຍ້າ
ເຊື້ອສາຍຂອງອິສຊາຄາ
1 ອິສຊາຄາມີບຸດຄື ໂຕລາ ປູອາ ເຢຊັບ ແລະຊີມໂຣນ ທັງຫມົດສີ່ຄົນດ້ວຍກັນ 2 ໂຕລາມີບຸດຄື ອູສຊີ ເຣຟັຍຢາ ເຢຣີເອນ ຢາມັຍ ອິບຊາມ ແລະເຊມູເອນ ຫົວຫນ້າຕະກູນຂອງເຂົາ ຄືຂອງໂຕລາ ເປັນທະຫານທີ່ເກັ່ງກ້າຂອງຊາດເຊື້ອຂອງເຂົາ ແລະຈໍານວນຂອງຄົນເຫລົ່ານີ້ໃນຣັຊສະໄຫມຂອງດາວິດເປັນສອງຫມື່ນສອງພັນຫົກຮ້ອຍຄົນ 3 ອຸສຊີມີບຸດຄື ອິສຣາຮິຢາ ແລະຊີສຣາຮີຢາມີບຸດຊາຍຄື ມີຄາເອນ ໂອບາດີຢາ ໂຢເອນ ແລະອິສຊີຢາ ຫ້າຄົນດ້ວຍກັນ ທັງຫມົດເປັນຫົວຫນ້າ 4 ແລະພ້ອມກັບຄົນເຫລົ່ານີ້ເຊື້ອສາຍຂອງເຂົາ ຕາມຕະກູນຂອງເຂົາ ມີຫນ່ວຍທະຫານເສິກສາມຫມື່ນຫົກພັນຄົນ ເພາະເຂົາມີພັຣຍາແລະບຸດຫລາຍ 5 ຍາດພີ່ນ້ອງຂອງເຂົາຊຶ່ງເປັນຄົນໃນບັນດາຕະກູນຂອງອິສຊາຄາ ມີທັງຫມົດດ້ວຍກັນທີ່ເປັນທະຫານເກັ່ງກ້າແປດຫມື່ນເຈັດພັນຄົນ ຂື້ນທະບຽນໄວ້ໃນສຳມະໂນຄົວເຊື້ອສາຍ
ເຊື້ອສາຍຂອງເບັນຢາມິນ
6 ເບັນຢາມິນມີບຸດຄື ເບລາ ເບເຄີ ແລະເຢດີອາເອນ ທັງຫມົດສາມຄົນດ້ວຍກັນ 7 ເບລາມີບຸດຄື ເອສໂບນ ອຸສຊີ ອຸສຊີເອນ ເຢຣີໂມທ ແລະອີຣີ ທັງຫມົດຫ້າຄົນດ້ວຍກັນ ເປັນຫົວຫນ້າຂອງຕະກູນ ເປັນທະຫານທີ່ເກັ່ງກ້າທີ່ມີຊື່ສຽງ ແລະຈຳນວນທີ່ຂື້ນທະບຽນໄວ້ໃນສຳມະໂນຄົວເຊື້ອສາຍຂອງເຂົາ ສອງຫມື່ນສອງພັນສາມສິບສີ່ຄົນ 8 ເບເຄີມີບຸດຄື ເຊມີຣາ ໂຢອັສ ເອລີເອເຊີ ເອລີໂອເອນັຍ ໂອມຣີ ເຢຣີໂມທ ອາບີຢາ ອານາໂທດ ແລະ ອາເລເມທ ທັງຫມົດນີ້ເປັນບຸດເບເຄີ 9 ແລະຈຳນວນທີ່ຂື້ນທະບຽນໄວ້ໃນສຳມະໂນຄົວເຊື້ອສາຍ ຕາມຊາດພັນເປັນຫົວຫນ້າຕະກູນຂອງເຂົາ ເປັນທະຫານທີ່ເກັ່ງກ້າ ສອງຫມື່ນສອງຮ້ອຍຄົນ 10 ເຢດີອາເອນມີບຸດຄື ບີນຮານ ແລະບີນຮານມີບຸດຄື ເຢອູສ ເບັນຢາມິນ ເອຮູດ ເຄນາອານາ ເຊທານ ຕາຣ໌ຊິດ ແລະອາຣິຊາຮາກ 11 ທັງຫມົດນີ້ເປັນບຸດເຢດີອາເອນຕາມຫົວຫນ້າຕະກູນຂອງເຂົາ ເປັນທະຫານເກັ່ງກ້າທີ່ມີຊື່ສຽງ ນຶ່ງຫມື່ນເຈັດພັນສອງຮ້ອຍຄົນ ພ້ອມທີ່ຈະຮັບຣາຊການສົງຄາມ 12 ແລະຊຸປປິມ ແລະຮຸປປິມເປັນບຸດຂອງອິຣ໌ ຮູຊິມບຸດຂອງອາເຮີ
ເຊື້ອສາຍຂອງເນັຟທາລີ
13 ເນັຟທາລີມີບຸດຊາຍຄື ຢາຊີເອນ ກູນີ ເຢເຊີ ແລະຊັນລູມ ເຊື້ອສາຍຂອງນາງບີນຮາ
ເຊື້ອສາຍຂອງມານັສເຊ
14 ມານັສເຊມີບຸດຊາຍຄື ອັສຣີເອນ ຊຶ່ງພັຣຍານ້ອຍຊາວອາຣາເມອານ ນາງໄດ້ມີ ມາຄີບິດາຂອງກິເລອາດ 15 ມາຄີກໍຮັບພັຣຍາຈາກຮຸປປິມ ແລະຊຸປປິມ ເອື້ອຍຂອງເຂົາຊື່ ນາງມາອາກາ ແລະຄົນທີ່ສອງຊື່ ເຊໂລເຟຮັດ ແລະເຊໂລເຟຮັດມີບຸດຍິງ 16 ແລະມາອາກາພັຣຍາມາຄີມີບຸດຊາຍຄົນນຶ່ງ ນາງເອີ້ນເຂົາວ່າ ເປເຣສ ແລະນ້ອງຊາຍຂອງເຂົາຊື່ ເຊເຣສ ແລະບຸດຂອງເຂົາຄື ອູລາມ ແລະເຣເຄມ 17 ອູລາມມີບຸດຊາຍຄື ເບດານ ເຫລົ່ານີ້ເປັນບຸດກິເລອາດ ຜູ້ເປັນບຸດມາຄີ ຜູ້ເປັນບຸດມານັສເຊ 18 ແລະຮັມໂມເລເຄທນ້ອງສາວຂອງເຂົາມີ ອິສໂຮດ ອາບີເອເຊີ ແລະມາລາ 19 ເຊມິດາມີບຸດຊາຍຄື ອາຮິອານ ເຊເຄມ ລິກຮີ ແລະອານີອາມ
ເຊື້ອສາຍຂອງເອຟຣາອິມ
20 ເອຟຣາອິມມີບຸດຊາຍຄື ຊູເທລາ ແລະຊູເທລາມີບຸດຊາຍຄື ເບເຣດ ເບເຣດມີບຸດຊາຍຄື ຕາຮາດ ຕາຮາດມີບຸດຊາຍຄື ເອເລອາດາ ເອເລອາດາມີບຸດຊາຍຄື ຕາຮາດ 21 ຕາຮາດມີບຸດຊາຍຄື ຊາບັດ ຊາບັດມີບຸດຊາຍຄື ຊູເທລາ ເອເຊີ ແລະເອເລອັດ ຊຶ່ງຄົນຂອງກາດຜູ້ທີ່ເກີດໃນເມືອງນັ້ນໄດ້ຂ້າເສັຽ ເພາະເຂົາທັງຫລາຍລົງມາປຸ້ນສັດລ້ຽງຂອງເຂົາ 22 ແລະເອຟຣາອິມບິດາຂອງເຂົາໄວ້ທຸກໂສກເສົ້າເປັນຫລາຍວັນ ແລະພີ່ນ້ອງຂອງເຂົາກໍມາເລົ້າໂລມເຂົາ 23 ແລະເອຟຣາອິມກໍເຂົ້າໄປຫາພັຣຍາ ແລະນາງກໍຕັ້ງທ້ອງມີບຸດຊາຍຄົນນຶ່ງ ນາງເອີ້ນເຂົາວ່າ ເບຣີຢາ ເພາະເຫດການຊົ່ວຮ້າຍຕົກຢູ່ກັບເຮືອນຂອງເຂົາ 24 ບຸດຍິງຂອງເຂົາຊື່ ນາງເຊເອຣາ ຜູ້ຊຶ່ງສ້າງເມືອງເບັດໂຮໂຣນ ທັງລຸ່ມແລະເທິງ ແລະເມືອງອຸສເຊນເຊເອຣາ 25 ເອຟຣາອິມມີບຸດຊາຍຊື່ ເຣຟາ ເຣຟາມີບຸດຄື ເຣເຊຟ ເຣເຊຟມີບຸດຊາຍຄື ເຕລາ ເຕລາມີບຸດຊາຍຄື ຕາຮານ 26 ຕາຮານມີບຸດຊາຍຄື ລາດານ ລາດານມີບຸດຊາຍຄືອາມມີຮູດ ອັມມີຮູດມີບຸດຊາຍຄື ເອລີຊາມາ 27 ເອລີຊາມາມີບຸດຊາຍຄື ນູນ ນູນມີບຸດຊາຍຄື ໂຢຊວຍ 28 ທີ່ດິນກຳມະສິດ ແລະພູມລຳເນົາຂອງເຂົາຄື ເບັດເອນພ້ອມກັບບັນດາຫົວເມືອງ ແລະນາອາຣານດ້ານຕາເວັນອອກ ແລະເກເຊີດ້ານຕາເວັນຕົກພ້ອມກັບບັນດາຫົວເມືອງເຊເຄມພ້ອມກັບບັນດາຫົວເມືອງ ແລະອັຍຢາພ້ອມກັບບັນດາຫົວເມືອງ 29 ແລະຕາມພົມແດນຂອງຄົນມານັສເຊ ມີເມືອງເບັດເຊອານພ້ອມກັບບັນດາຫົວເມືອງ ຕາອານັກພ້ອມກັບບັນດາຫົວເມືອງ ເມກິດໂດພ້ອມກັບບັນດາຫົວເມືອງ ໂດຣ໌ພ້ອມກັບຫົວເມືອງ ເຊື້ອສາຍໂຢເຊັບບຸດອິສຣາເອນໄດ້ອາໄສຢູ່ໃນທີ່ເຫລົ່ານີ້
ເຊື້ອສາຍຂອງເອເຊີ
30 ອາເຊີມີບຸດຊາຍຄື ອິມນາ ອິສວາ ອິສວີ ເບຣີຢາ ແລະນ້ອງສາວຂອງເຂົາຄື ເຊຣາ 31 ເບຣີອາມີບຸດຊາຍຄື ເຮເບີ ແລະ ມັນຄີເອນ ຜູ້ເປັນບິດາຂອງບີຊາອິທ 32 ເຮເບີເປັນບິດາຂອງຢັຟເລທ ໂຊເມີ ໂຮທາມ ແລະນ້ອງສາວຂອງເຂົາຄື ຊູອາ 33 ຢັຟເລທມີບຸດຊາຍຄື ປາສັກ ບິມຮັນ ແລະອັສວັທ ເຫລົ່ານີ້ເປັນບຸດຢັຟເລທ 34 ບຸດເຊເມີນ້ອງຊາຍຂອງເຂົາຄື ອາຮິ ໂຣກາ ຮຸບບາ ແລະອາຣາມ 35 ບຸດເຮເລມນ້ອງຊາຍຂອງເຂົາຄື ໂຊຟາ ອິມນາ ເຊເລສ ແລະ ອາມັນ 36 ໂຊຟາມີບຸດຊາຍຄື ຊູອາ ຮາເນເຟີ ຊູອັນ ເບຣີ ອິມຣາ 37 ເບເຊີ ໂຮດ ຊັມມາ ຊີລຊາ ອິທຣານ ແລະເບເອຣາ 38 ບຸດເຢເທີຄື ເຢຟູນເນ ປິສປາ ແລະ ອາຣາ 39 ບຸດອູນລາຄື ອາຣາ ຮານນີເອນ ແລະຣີຊີອາ 40 ທັງຫມົດເຫລົ່ານີ້ເປັນຄົນຂອງອາເຊີ ຫົວຫນ້າຕະກູນຂອງເຂົາ ເປັນທະຫານທີ່ຄັດເລືອກໄວ້ ເປັນເຈົ້ານາຍໃຫຍ່ຈຳນວນທີ່ຂື້ນທະບຽນໄວ້ໃນສຳມະໂນຄົວເຊື້ອສາຍ ເພື່ອເຂົ້າຮັບຣາຊການສົງຄາມເປັນສອງຫມື່ນຫົກພັນຄົນ
ເຊື້ອສາຍຂອງເບັນຢາມິນ
1 ເບັນຢາມິນເປັນບິດາຂອງເບລາບຸດຫົວປີຂອງເຂົາ ອັສເບນທີ່ສອງ ອາຮາຣາທີ່ສາມ 2 ໂນຮາທີ່ສີ່ ແລະຣາຟາທີ່ຫ້າ 3 ແລະເບລາມີບຸດຄື ອັດດາ ເກຣາ ອາບີຮູດ 4 ອາບີຊູອາ ນາອາມານ ອາໂຮອາ 5 ເກຣາ ເຊຟູຟານ ແລະຮູຣາມ 6 ຕໍ່ໄປນີ້ເປັນບຸດເອຮູດ (ເຂົາທັງຫລາຍເປັນຫົວຫນ້າບັນດາຕະກູນທີ່ເປັນຊາວເມືອງເກບາ ແລະເຂົາຖືກກວາດໄປເປັນຊະເລີຍຍັງເມືອງມານາຮາດ) 7 ຄືນາອາມານ ອາຮີຢາ ແລະເກຣາ ເຂົາທັງຫລາຍຖືກກວາດເປັນເປັນຊະເລີຍ ແລະເຮັກລາມທ່ານເປັນບິດາຂອງອຸສຊາ ແລະອາຮີຮູດ 8 ແລະຊາຮາຣາອິມມີບຸດຊາຍໃນດິນແດນໂມອາບ ພາຍຫລັງຈາກທີ່ເຂົາໄດ້ໄລ່ຮູຊີມ ແລະບາອາຣາພັຣຍາຂອງເຂົາໄປແລ້ວ 9 ເຂົາມີບຸດກັບໂຮເດສພັຣຍາຂອງເຂົາ ຄືໂຢບັບ ຊີບີອາ ເມຊາ ມັນເກມ 10 ເຢອູສ ຊາຄີອາ ແລະມີຣ໌ມາ ເຫລົ່ານີ້ເປັນບຸດຂອງເຂົາ ເປັນຫົວຫນ້າຕະກູນຂອງເຂົາ 11 ເຂົາມີບຸດກັບຮູຊີມດ້ວຍ ຄືອາບີຕູບ ແລະເອນປາອັນ 12 ບຸດເອັນປາອັນ ຄືເອເບີ ມີຊາມ ແລະເຊເມດ ຜູ້ສ້າງເມືອງໂອໂນ ແລະເມືອງໂລດພ້ອມກັບຫົວເມືອງ 13 ແລະເບຣີຢາ ແລະເຊມາ (ເຂົາທັງຫລາຍເປັນຫົວຫນ້າບັນດາຕະກູນທີ່ເປັນຊາວເມືອງອັຍຢາໂລນ ຜູ້ຊຶ່ງຂັບໄລ່ຊາວເມືອງກາດໄປເສັຽນັ້ນ) 14 ແລະອາຮີໂອ ຊາຊັກ ແລະເຢເຣໂມທ 15 ເຊບາດີຢາ ອາຣາດ ເອເດີ 16 ມີຄາເອນ ອິສປາ ແລະໂຢຮາ ເປັນບຸດເບຣີຢາ 17 ເຊບາດີຢາ ເມຊູນລາມ ຮີສຄີ ເຮເບີ 18 ອິສເມຣັຍ ອິສລີຢາ ແລະໂຢບັບ ເປັນບຸດເອນປາອັນ 19 ເຢກີມ ຊິກຣີ ຊັບດີ 20 ເອລີເອນັຍ ຊີນເລທັຍ ເອລີເອນ 21 ອາດັຍຢາ ເບຣາຢາ ແລະຊິມຣັທ ເປັນບຸດຊີເມອີ 22 ອີສປານ ເອເບີ ເອລີເອນ 23 ອັບໂດນ ຊີກຣີ ຮານານ 24 ຮານານີຢາ ເອລາມ ອານໂທທີຢາ 25 ອີຟເດຢາ ແລະເປນູເອນ ເປັນບຸດຊາຊັກ 26 ຊັມເຊຣັຍ ເຊຮາຣີຢາ ອາທາລີຢາ 27 ຢາອາເຣ ຊີຢາ ເອລີຢາ ແລະຊີກຣີ ເປັນບຸດເຢໂຣຮາມ 28 ຄົນເຫລົ່ານີ້ເປັນຫົວຫນ້າຕະກູນຂອງເຂົາ ຕາມຊາດເຊື້ອສາຍເປັນຊັ້ນຫົວຫນ້າ ຄົນເຫລົ່ານີ້ຢູ່ໃນເຢຣູຊາເລັມ
ວົງວານຂອງຊາອູນ
29 ແລະໃນກີເບໂອນກໍມີບິດາຂອງກິເບໂອນອາໄສຢູ່ ແລະພັຣຍາຂອງທ່ານຊື່ ມາອາກາ 30 ບຸດຫົວປີຂອງທ່ານຊື່ ອັບໂດນ ຊູຣ໌ ກີສ ບາອັນ ນາດາບ 31 ເກໂດຣ໌ ອາຮີໂອ ເຊເຄີ 32 ແລະມີກໂລທ (ເຂົາເປັນບິດາຂອງຊີເມອາ) ຄົນເຫລົ່ານີ້ອາໄສຢູ່ກົງຂ້າມກັບຍາດຂອງເຂົາໃນເຢຣູຊາເລັມ ເຂົາຢູ່ກັບຍາດຂອງເຂົາ 33 ເນີ ເປັນບິດາຂອງຄີສ ຄີສເປັນບິດາຂອງຊາອູນ ຊາອູນເປັນບິດາໂຢນາທານ ມັນຄີຊູວາ ອາບີນາດາບ ແລະ ເອສບາອັນ 34 ແລະບຸດໂຢນາທານ ຄືເມຣິບບາອັນ ແລະເມຣີບບາອັນເປັນບິດາຂອງມີຄາ 35 ບຸດມີກາ ຄືປີໂທນ ເມເລກ ຕາເຣອາ ແລະ ອາຮັສ 36 ແລະອາຮັສເປັນບີດາຂອງເຢໂຮອາດດາ ແລະເຢໂຮອາດດາເປັນບິດາຂອງອາເລເມທ ອັສມາເວທ ແລະຊີມຣີ ຊີມຣີເປັນບິດາຂອງໂມຊາ 37 ໂມຊາເປັນບິດາບີເນອາ ບຸດບີເນອາຄືຣາຟາ ບຸດຣາຟາ ຄືເອເລອາຊາ ບຸດເອເລອາຊາ ຄືອາເຊນ 38 ອາເຊນມີບຸດຫົກຄົນ ແລະຕໍ່ໄປນີ້ເປັນຊື່ຂອງເຂົາ ອັສຣີກາມ ໂບເຄີຣູ ອິສມາເອນ ເຊອາຣີຢາ ໂອບາດີຢາ ແລະຮານານ ທັງຫມົດນີ້ເປັນບຸດຂອງອາເຊນ 39 ບຸດຂອງເອເຊກນ້ອງຊາຍຂອງເຂົາ ຄື ອູລາມບຸດຫົວປີ ເຢອູສຄົນທີ່ສອງ ແລະເອລີເຟເລທຄົນທີ່ສາມ 40 ບຸດຊາຍຂອງອູລາມເປັນຄົນທີ່ເປັນທະຫານເອກ ນັກທະນູ ມີລູກຫລານຫລາຍນຶ່ງຮ້ອຍຫ້າສິບຄົນ ຄົນເຫລົ່ານີ້ທັງຫມົດເປັນເຊື້ອສາຍເບັນຢາມີນ
1 ດັ່ງນັ້ນອິສຣາເອນທັງປວງໄດ້ຂື້ນທະບຽນໄວ້ໃນສຳມະໂນຄົວເຊື້ອສາຍ ແລະທະບຽນນີ້ກໍບັນທຶກໄວ້ໃນຫນັງສືພົງສາວະດານກະສັດແຫ່ງອິສຣາເອນ ແລະຢູດາກໍຖືກກວາດໄປເປັນຊະເລີຍໃນບາບີໂລນ ເພາະຄວາມບໍ່ຊື່ສັດຂອງເຂົາ 2 ຝ່າຍພວກທຳອິດທີ່ເຂົ້າມາອາໄສໃນທີ່ກໍາມະສິດຂອງເຂົາອີກໃນບັນດາຫົວເມືອງຂອງເຂົານັ້ນ ຄືອິສຣາເອນ ພວກປະໂຣຫິດ ພວກເລວີ ແລະພວກຄົນໃຊ້ປະຈຳພຣະວິຫານ
ຜູ້ທີ່ກັບມາຈາກກຸງບາບີໂລນ
3 ແລະໃນເຢຣູຊາເລັມມີປະຊາຊົນບາງຄົນໃນພວກຢູດາ ພວກເບັນຢາມິນ ພວກເອຟຣາອິມ ແລະພວກມານັສເຊ ໄດ້ອາໄສຢູ່ 4 ຄືອູທັຍບຸດອັມມີຮູດ ຜູ້ເປັນບຸດໂອມຣີ ຜູ້ເປັນບຸດອິມຣີ ຜູ້ເປັນບຸດບານີ ໃນພວກບຸດເປເຣສ ຜູ້ເປັນບຸດຢູດາ 5 ແລະຈາກຄົນຊີໂຣ ຄືອາຊັຍຢາບຸດຫົວປີ ແລະບຸດຂອງເຂົາ 6 ຈາກບຸດເຊຣາ ຄືເຢອູເອນ ແລະຍາດຂອງເຂົາເປັນຫົກຮ້ອຍເກົ້າສິບຄົນ 7 ຈາກເຊື້ອສາຍເບັນຢາມິນ ຄື ຊັນລູ ຜູ້ເປັນບຸດເມຊຸນລາມ ຜູ້ເປັນບຸດໂຮດາວີຢາ ຜູ້ເປັນບຸດຮັສເຊນູອາ 8 ອິບເນຢາ ຜູ້ເປັນບຸດເຢໂຣຮາມ ເອລາບຸດອູສຊີ ຜູ້ເປັນບຸດມິກຣີ ແລະເມຊຸນລາມ ຜູ້ເປັນບຸດເຊຟາຕີຢາ ຜູ້ເປັນບຸດຣູເອນ ຜູ້ເປັນບຸດອິບນີຢາ 9 ແລະຍາດຂອງເຂົາຕາມຊາດເຊື້ອສາຍຂອງເຂົາເປັນເກົ້າຮ້ອຍຫ້າສິບຫົກຄົນທັງຫມົດນີ້ເປັນຫົວຫນ້າຕະກູນຕາມຕະກູນຂອງເຂົາ 10 ຈາກພວກປະໂຣຫິດ ຄືເຢດັຍຢາ ເຢໂຮຢາຣິບ ຢາຄີນ 11 ແລະອາຊາຣີຢາ ຜູ້ເປັນບຸດຮີນກີຢາ ຜູ້ເປັນບຸດເມຊູນລາມ ຜູ້ເປັນບຸດຊາໂດກ ຜູ້ເປັນບຸດເມຣາໂຢດ ຜູ້ເປັນບຸດອາຮີທຸບ ເຈົ້າຫນ້າທີ່ປົກຄອງຂອງພຣະວິຫານແຫ່ງພຣະເຈົ້າ 12 ແລະອາດັຍຢາ ຜູ້ເປັນບຸດເຢໂຣຮາມ ຜູ້ເປັນບຸດປັສເຮີ ຜູ້ເປັນບຸດມັນຄີຢາ ແລະມາອາຊັຍ ຜູ້ເປັນບຸດອາດີເອນ ຜູ້ເປັນບຸດ ຢາເຊຣາ ຜູ້ເປັນບຸດ ເມຊູນລາມ ຜູ້ເປັນບຸດເມຊີນເລມີທ ຜູ້ເປັນບຸດອິມເມີ 13 ແລະຍາດຂອງເຂົາ ຫົວຫນ້າຕະກູນຂອງເຂົາ ຮວມເປັນນຶ່ງພັນເຈັດຮ້ອຍຫົກສິບຄົນ ເປັນຄົນສາມາດທີ່ຈະທຳງານປົນນິບັດໃນພຣະວິຫານຂອງພຣະເຈົ້າ
ຄອບຄົວຄົນເລວີ
14 ຈາກຄົນເລວີ ຄືເຊມັຍຢາ ຜູ້ເປັນບຸດ ຮັສຊູບ ຜູ້ເປັນບຸດອັສຣີກາມ ຜູ້ເປັນບຸດຮາຊາບີຢາ ເຊື້ອສາຍຂອງເມຣາຣີ 15 ແລະບັກບັກກາກ ເຮເຣສ ເກລານ ແລະມັດຕານີຢາ ຜູ້ເປັນບຸດມີກາ ຜູ້ເປັນບຸດຊິກຣີ ຜູ້ເປັນບຸດອາສາຟ 16 ແລະໂອບາດີຢາ ຜູ້ເປັນບຸດ ເຊມັຍຢາ ຜູ້ເປັນບຸດ ກາລານ ຜູ້ເປັນບຸດເຢດູທູນ ແລະເບເຣຄີຢາ ຜູ້ເປັນບຸດອາຊາ ຜູ້ເປັນບຸດເອນການາ ຜູ້ອາໄສຢູ່ໃນຊົນນະບົດຂອງຊາວເນໂຕຟາ 17 ຜູ້ເຝົ້າປະຕູ ຄືຊັນລູມ ອັກກຸບ ຕັນໂມນ ອາຮີມານ ແລະຍາດຂອງເຂົາ (ຊັນລູມເປັນຫົວຫນ້າ) 18 ປະຈຳຢູ່ຈົນບັດນີ້ທີ່ປະຈຳການຂອງກະສັດດ້ານຕາເວັນອອກ ຄົນເຫລົ່ານີ້ເປັນຜູ້ເຝົ້າປະຕູຄ້າຍຂອງຄົນເລວີ 19 ຊັນລູມ ເປັນບຸດຂອງໂກເຣ ຜູ້ເປັນບຸດເອບີອາສາຟ ຜູ້ເປັນບຸດຂອງໂກຣາ ແລະຍາດໃນຕູກູນຂອງເຂົາ ຄືຄົນໂກຣາ ເປັນຜູ້ດູແລການງານບົວລະບັດເປັນຜູ້ເຝົ້າທໍຣະນີປະຕູຂອງເຕັນ ດັ່ງບັນພະບຸຣຸດຂອງເຂົາເປັນຜູ້ດູແລຄ້າຍຂອງພຣະຜູ້ເປັນເຈົ້າ ເປັນຜູ້ດູແລທາງເຂົ້າ 20 ແລະຟີເນຮັສບຸດຂອງເອເລອາຊາ ເປັນຜູ້ຄອງຄອງເຫນືອເຂົາໃນການກ່ອນ ພຣະຜູ້ເປັນເຈົ້າຊົງສະຖິດກັບເຂົາ 21 ເຊຄາຣີຢາບຸດເມເຊເລມີຢາເປັນຜູ້ເຝົ້າທາງເຂົ້າປະຕູເຕັນນັດພົບ 22 ຜູ້ຖືກເລືອກເປັນຜູ້ເຝົ້າປະຕູທີ່ທໍຣະນີນັ້ນມີສອງຮ້ອຍສິບສອງຄົນ ເຂົາຂື້ນທະບຽນສຳມະໂນຄົວເຊື້ອສາຍໄວ້ໃນຊົນນະບົດຂອງເຂົາ ດາວິດແລະຊາມູເອນຜູ້ທຳນວາຍໄດ້ສະຖາປະນາໄວ້ໃນຕຳແຫນ່ງຫນ້າທີ່ 23 ດັ່ງນັ້ນເຂົາແລະເຊື້ອສາຍຂອງເຂົາຈີ່ງເປັນຜູ້ດູແລປະຕູຮົ້ວພຣະວິຫານຄືເຕັນ 24 ຜູ້ດູແລປະຕູຮົ້ວຢູ່ທັງສີ່ດ້ານ ຄືດ້ານຕາເວັນອອກ ຕາເວັນຕົກ ເຫນືອ ແລະໃຕ້ 25 ແລະຍາດຂອງເຂົາຊຶ່ງຢູ່ໃນຊົນນະບົດຂອງເຂົາຕ້ອງເຂົ້າມາທຸກໆເຈັດວັນ ຕາມເວລາກຳຫນົດ ເພື່ອຈະຢູ່ກັບຄົນເຫລົ່ານີ້ 26 ເພາະນາຍປະຕູຮົ້ວທັງສີ່ຄົນ ຜູ້ເປັນພວກເລວີນັ້ນ ມີຕຳແຫນ່ງທີ່ເປັນຜູ້ດູແລຫ້ອງ ແລະຄັງຂອງພຣະວິຫານແຫ່ງພຣະເຈົ້າ 27 ແລະເຂົາພັກອາໄສຢູ່ຮອບພຣະວິຫານຂອງພຣະເຈົ້າ ເພາະຫນ້າທີ່ເຝົ້າຕົກຢູ່ກັບເຂົາ ແລະເຂົາມີຫນ້າເປີດທຸກເຊົ້າ 28 ບາງຄົນເປັນຄົນດູແລເຄື່ອງໃຊ້ໃນການບົວລະບັດ ເພາະວ່າຈະເບີກອອກໄປ ຫລືສົ່ງເຂົ້າມາຕ້ອງນັບທຸກຄັ້ງ 29 ແລະບາງຄົນຖືກແຕ່ງຕັ້ງໃຫ້ດູແລເຄື່ອງໃຊ້ ແລະດູແລເຄື່ອງໃຊ້ບໍຣິສຸດທັງຫມົດ ຄືດູແລຍອດແປ້ງ ເຫລົ້າອະງຸ່ນ ນ້ຳມັນ ກຳຍານ ແລະເຄື່ອງເທດ 30 ແລະບາງຄົນຊຶ່ງເປັນເຊື້ອສາຍຂອງປະໂຣຫິດກໍຕຽມເຄື່ອງເທດປະສົມ 31 ແລະມັດຕີທີຢາຄົນເລວີຄົນນຶ່ງ ຜູ້ເປັນບຸດຫົວປີຂອງຊັນລູມ ຄົນໂກຣາ ມີຕຳແຫນ່ງຫນ້າທີ່ເປັນຜູ້ດູແລສິ່ງທີ່ປິ້ງໃນຖາດ 32 ແລະຍາດຂອງເຂົາບາງຄົນຊຶ່ງເປັນຄົນໂກຮາດເປັນຜູ້ດູແລຂະຫນົມຕັ້ງຖວາຍ ມີຫນ້າທີ່ຈັດຕຽມທຸກວັນສະບາໂຕ 33 ຕໍ່ໄປນີ້ເປັນນັກຮ້ອງ ຄືຫົວຫນ້າຕະກູນເລວີ ຜູ້ອາໄສຢູ່ໃນຫ້ອງໃນພຣະວິຫານບໍ່ຕ້ອງທຳການບົວລະບັດຢ່າງອື່ນ ເພາະເຂົາຢູ່ເວນທັງກາງເວັນແລະກາງຄືນ 34 ຄົນເຫລົ່ານີ້ເປັນຫົວຫນ້າຕະກູນແຫ່ງຄົນເລວີ ຕາມຊາດເຊື້ອສາຍຂອງເຂົາເປັນຊັ້ນຫົວຫນ້າ ຄົນເຫລົ່ານີ້ອາໄສຢູ່ທີ່ເຢຣູຊາເລັມ
ວົງວານຂອງຊາອູນ
35 ໃນກີເບໂອນນັ້ນ ເຢອີເອນອາໄສຢູ່ ແລະພັຣຍາຂອງທ່ານຊື່ມາອາກາ 36 ແລະບຸດຊາຍຫົວປີຂອງທ່ານຊື່ ອັບໂດນ ແລ້ວກໍມີຊູຣ໌ ຄີສ ບາອັນ ເນີ ນາດາບ 37 ເກໂດຣ໌ ອາຮີໂອ ເຊຄາຣີຢາ ແລະມິກໂລທ 38 ແລະມິກໂລທເປັນບິດາຂອງຊີເມອາມ ແລະຄົນເຫລົ່ານີ້ອາໄສຢູ່ກົງຂ້າມກັບຍາດຂອງເຂົາໃນເຢຣູຊາເລັມດ້ວຍ ຢູ່ກັບຍາດຂອງເຂົາ 39 ເນີເປັນບິດາຂອງຄິສ ຄີສເປັນບິດາຂອງຊາອູນ ຊາອູນເປັນບິດາຂອງໂຢນາທານ ມັນຄີຊູວາ ອາບີນາດາບ ແລະເອສບາອັນ 40 ບຸດໂຢນາທານຊື່ ເມຣິບບາອັນ ແລະເບຣິບບາອັນເປັນບິດາຂອງມີກາ 41 ບຸດມີກາ ຄືປີໂທນ ເມເລກ ຕາເຣອາ ແລະອາຮັສ 42 ແລະອາຮັສເປັນບີດາຂອງຢາຣາ ແລະຢາຣາເປັນບິດາຂອງອາເລເມທ ອັສມາເວທ ແລະຊີມຣີ ແລະຊີມຣີເປັນບິດາຂອງໂມຊາ 43 ໂມຊາເປັນບິດາຂອງບີເນອາ ແລະບຸດບີເນອາຄື ເຣຟັຍຢາ ບຸດເຣຟັຍຢາຄືເອເລອາຊາ ບຸດອາເລອາຊາຄືອາເຊນ 44 ອາເຊນມີບຸດຊາຍຫົກຄົນ ແລະຕໍ່ໄປນີ້ເປັນຊື່ຂອງເຂົາທັງຫລາຍ ຄືອັສຣີກາມ ໂບເຄຣູ ອິສມາເອນ ເຊອາຣີຢາ ໂອບາດີຢາ ແລະຮານານ ເຫລົ່ານີ້ເປັນບຸດອາເຊນ
ມໍຣະນະກັມຂອງຊາອູນ ແລະຣາຊໂອຣົດຂອງພຣະອົງ
1 ຄົນຟີລິສຕີນໄດ້ສູ້ກັບຄົນອິສຣາເອນ ແລະຄົນອິສຣາເອນກໍຫນີຄົນຟີລິສຕີນລົ້ມຕາຍຢູ່ທີ່ເທິງພູເຂົາກີນໂບອາ 2 ແລະຄົນຟີລິສຕີນກໍໄລ່ທັນຊາອູນກັບພວກບຸດຊາຍ ແລະຄົນຟີລິສຕີນກໍຂ້າໂຢນາທານ ອາບີນາດາບ ແລະມັນຄີຊູອາ ບຸດຊາຍຂອງຊາອູນເສັຽ 3 ການຮົບຫນັກກໍປະຊິດຊາອູນເຂົ້າໄປ ແລະນັກທະນູມາພົບພຣະອົງເຂົ້າ ພຣະອົງກໍຊົງບາດເຈັບສາຫັດດ້ວຍຝີມືຂອງນັກທະນູ 4 ແລ້ວຊາອູນຮັບສັ່ງຄົນຖືອາວຸດຂອງພຣະອົງວ່າ, “ຈົ່ງຊັກດາບອອກແທງເຮົາເສັຽໃຫ້ທະລຸເຖີດ ຢ້ານວ່າຄົນທີ່ບໍ່ໄດ້ຮັບພິທີຕັດເຫລົ່ານີ້ຈະເຂົ້າມາທຳລົບລູ່ແກ່ເຣົາ” ແຕ່ຜູ້ຖືອາວຸດບໍ່ຍອມກະທຳຕາມ ເພາະເຂົາຢ້ານກົວ ຊາອູນຈຶ່ງຊັກດາບຂອງພຣະອົງອອກ ຊົງລົ້ມທັບດາບນັ້ນ 5 ແລະເມື່ອຜູ້ຖືອາວຸດເຫັນວ່າຊາອູນສິ້ນພຣະຊົນແລ້ວ ເຂົາກໍລົ້ມທັບດາບຂອງເຂົາຕາຍດ້ວຍ 6 ດັ່ງນັ້ນຊາອູນກໍສິ້ນພຣະຊົນພ້ອມກັບບຸດຊາຍທັງສາມຂອງພຣະອົງ ແລະຣາຊວົງທັງຫມົດຂອງພຣະອົງກໍຕາຍດ້ວຍກັນ 7 ເມື່ອຄົນອິສຣາເອນຜູ້ຢູ່ໃນຫຸບເຂົາເຫັນວ່າກອງທັບຫນີໄປ ແລະຊາອູນກັບບຸດຊາຍຂອງພຣະອົງກໍສິ້ນພຣະຊົນແລ້ວ ເຂົາກໍຖີ້ມບ້ານເມືອງຂອງເຂົາແລະຫລົບຫນີໄປ ຄົນຟີລິສຕີນກໍເຂົ້າມາອາໄສຢູ່ໃນນັ້ນ 8 ຢູ່ມາວັນຮຸ່ງຂື້ນ ເມື່ອຄົນຟິລິສຕີນມາປົດເສື້ອຜ້າຈາກຄົນທີ່ຖືກຂ້າ ເຂົາພົບພຣະສົບຊາອູນ ແລະບຸດຊາຍທັງສາມຢູ່ເທິງພູເຂົາກີນໂບອາ 9 ເຂົາກໍຖອດເຄື່ອງຊົງຂອງພຣະອົງເອົາພຣະສຽນແລະອາວຸດຂອງພຣະອົງໄປ ແລະສົ່ງຜູ້ສົ່ງຂ່າວໄປທົ່ວດິນແດນຟີລິສຕີນໃຫ້ນຳຂ່າວດີໄປຍັງຮູບເຄົາຣົບແລະປະຊາຊົນຂອງເຂົາ 10 ເຂົາເອົາເຄື່ອງອາວຸດຂອງພຣະອົງໄປໄວ້ໃນວິຫານພຣະຂອງເຂົາ ແລະເອົາພຣະສຽນຂອງພຣະອົງມັດໄວ້ໃນວິຫານຂອງພຣະດາໂກນ 11 ແຕ່ເມື່ອຊາວຢາເບສກີເລອາດທັງສີ້ນໄດ້ບິນເຣື່ອງທັງຫມົດທີ່ຄົນຟີລິສຕີນໄດ້ກະທຳແກ່ຊາອູນ 12 ທະຫານເກັ່ງກ້າທັງສິ້ນກໍລຸກຂື້ນໄປເຊີນພຣະສົບຂອງຊາອູນແລະສົບບຸດຊາຍຂອງພຣະອົງ ນຳມາທີ່ຢາເບສ ແລະໄດ້ອົດອາຫານເຈັດວັນ 13 ຊາອູນຈຶ່ງສິ້ນພຣະຊົນດ້ວຍຄວາມບໍ່ຊື່ສັດຂອງພຣະອົງ ພຣະອົງບໍ່ໄດ້ຊື່ສັດຕໍ່ພຣະເຈົ້າໃນເຣື່ອງທີ່ພຣະອົງບໍ່ໄດ້ຮັກສາພຣະບັນຊາຂອງພຣະເຈົ້າ ແລະໄດ້ຊົງສແວງການນຳໂດຍຊົງປຶກສານຳວິນຍານຂອງຄົນຕາຍ 14 ແລະບໍ່ໄດ້ຊົງສແວງການນຳຈາກພຣະເຈົ້າ ພຣະເຈົ້າຈຶ່ງຊົງສັງຫານພຣະອົງເສັຽ ແລະຊົງຍົກຣາຊອານາຈັກໃຫ້ແກ່ດາວິດບຸດເຈສຊີ
ຕັ້ງດາວິດເປັນກະສັດເຫນືອອິສຣາເອນ
1 ແລ້ວຄົນອິສຣາເອນທັງຫມົດກໍຊຸມນຸມຢູ່ດ້ວຍກັນເຝົ້າດາວິດທີ່ເມືອງເຮໂບຣນທູນວ່າ, “ເບິ່ງແມ໋, ຂ້າພຣະອົງທັງຫລາຍເປັນກະດູກ ແລະເນື້ອຂອງພຣະອົງ 2 ໃນການກ່ອນເຖິງເມື່ອຊາອູນຊົງເປັນກະສັດ ຂ້າພຣະອົງກໍຊົງນຳອິສຣາເອນອອກໄປແລະເຂົ້າມາ ແລະພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພຣະອົງວ່າ ເຈົ້າຈະເປັນຜູ້ປົກຄອງອິສຣາເອນປະຊາກອນຂອງເຣົາຢ່າງຜູ້ລ້ຽງແກະ ແລະເຈົ້າຈະເປັນເຈົ້າເຫນືອອິສຣາເອນປະຊາກອນເຣົາ” 3 ດັ່ງນັ້ນພວກຜູ້ໃຫຍ່ຂອງຄົນອິສຣາເອນກໍມາເຝົ້າກະສັດທີ່ເມືອງເຮໂບຣນ ແລະດາວິດຊົງກະທຳພັນທະສັນຍາກັບເຂົາທັງຫລາຍທີ່ເມືອງເຮໂບຣນຕໍ່ພຣະພັກພຣະເຈົ້າ ແລະເຂົາທັງຫລາຍກໍຫົດສົງຕັ້ງດາວິດໃຫ້ເປັນພຣະຣາຊາເຫນືອອິສຣາເອນ ຕາມພຣະຄຳຂອງພຣະເຈົ້າໂດຍຊາມູເອນ
ດາວິດຍຶດເມືອງຊີໂອນ
4 ດາວິດ ແລະຄົນອິສຣາເອນທັງສິ້ນໄປຍັງເຢຣູຊາເລັມ ຄືເຢບຸສ ທີ່ນັ້ນຄົນເຢບຸສຢູ່ ຊຶ່ງເປັນຊາວແຜ່ນດິນນັ້ນ 5 ຊາວເມືອງເຢບຸສທູນດາວິດວ່າ, “ພຣະອົງຈະສະເດັດເຂົ້າມາທີ່ນີ້ບໍ່ໄດ້” ຢ່າງໃດກໍດີ ດາວິດຊົງຍຶດທີ່ກຳບັງເຂັ້ມແຂງ ຄືຊີໂອນໄວ້ຄືນະຄອນຂອງດາວິດ 6 ດາວິດຮັບສັ່ງວ່າ, “ຜູ້ທີ່ໂຈມຕີຄົນເຢບຸສໄດ້ກ່ອນຈະໄດ້ເປັນຫົວຫນ້າ ແລະຜູ້ບັງຄັບບັນຊາ” ແລະໂຢອາບ ບຸດຂອງເຊຣູຢາໄດ້ຍົກຂື້ນໄປກ່ອນທ່ານຈຶ່ງໄດ້ເປັນຫົວຫນ້າ 7 ແລະດາວິດຊົງປະທັບຢູ່ໃນທີ່ກຳບັງເຂັ້ມແຂງ ເພາະສະນັ້ນເຂົາຈຶ່ງເອີ້ນວ່າ ນະຄອນຂອງດາວິດ 8 ແລະພຣະອົງຊົງສ້າງເມືອງອ້ອມຮອບຕັ້ງແຕ່ມີນໂລໂດຍຮອບ ແລະໂຢອາບກໍສ້່ອມແປງສ່ວນທີ່ເຫລືອຂອງເມືອງນັ້ນ 9 ດາວິດຊົງຈະເຣີນຍິ່ງໆຂື້ນ ເພາະວ່າພຣະຜູ້ເປັນເຈົ້າຈອມໂຍທາຊົງສະຖິດກັບພຣະອົງ
ບັນດາທະຫານທີ່ມີຊື່ສຽງຂອງດາວິດ
10 ຕໍ່ໄປນີ້ເປັນຄົນທີ່ເດັ່ນໃນພວກວິຣະບຸຣຸດຂອງດາວິດ ຜູ້ສນັບສນຸນພຣະອົງຢ່າງເຂັ້ມແຂງໃນຣາຊອານາຈັກຂອງພຣະອົງ ດ້ວຍກັນກັບອິສຣາເອນທັງຫມົດ ເຊີນພຣະອົງໃຫ້ເປັນກະສັດຕາມພຣະຄຳຂອງພຣະເຈົ້າກ່ຽວດ້ວຍເຣື່ອງອິສຣາເອນ 11 ຕໍ່ໄປນີ້ເປັນຈຳນວນວິຣະບຸຣຸດຂອງດາວິດ ຄື ຢາໂຊເບອາມບຸດຮັກໂມນີ ເປັນຫົວຫນ້າຂອງຄົນທັງສາມ ເຂົາຍົກຫອກຂອງເຂົາສູ້ຄົນສາມຮ້ອຍ ແລະຂ້າເສັຽໃນຄາວດຽວກັນ 12 ແລະໃນຄົນທັງສາມ ຄົນທີ່ຕໍ່ເຂົາໄປຄື ເອເລອາຊາ ບຸດໂດໂດຕະກູນອາໂຮອາ 13 ເຂົາຢູ່ກັບດາວິດທີ່ປັສດາມມີມ ເມື່ອຄົນຟີລິສຕີນຊຸມນຸມກັນທຳສົງຄາມ ບ່ອນນັ້ນມີດິນແປງນຶ່ງມີເຂົ້າບເລເຕັມໄປຫມົດ ແລະຄົນທັງຫລາຍກໍຫນີຈາກຄົນຟີລິສຕີນ 14 ແຕ່ເຂົາຢືນຕໍ່ສູ້ຖ້າມກາງທີ່ດິນແປງນັ້ນ ແລະປ້ອງກັນມັນໄວ້ ໄດ້ຂ້າຄົນຟີລິສຕີນເສັຽ ແລະພຣະຜູ້ເປັນເຈົ້າຊົງຊ່ອຍເຂົາທັງຫລາຍໃຫ້ພົ້ນດ້ວຍໄຊຊະນະອັນຍິ່ງໃຫຍ່ 15 ສາມຄົນໃນພວກທະຫານເອກທັງສາມສິບຄົນນັ້ນໄດ້ລົງໄປເຖິງສີລາຫາດາວິດທີ່ຖ້ຳອາດຸນລາມ ເມື່ອກອງທັບຂອງຄົນຟີລິສຕີນຕັ້ງຄ້າຍຢູ່ທີ່ຫຸບເຂົາເຣຟາອິມ 16 ໃນເວລານັ້ນ ດາວິດຢູ່ໃນທີ່ກຳບັງທີ່ເຂັ້ມແຂງ ແລະທະຫານປະຈຳປ້ອມຂອງຄົນຟີລິສຕີນຢູ່ທີ່ເບັດເລເຮັມ 17 ດາວິດສັ່ງດ້ວຍຄວາມອາລັຍວ່າ, “ໃຜຫນໍຈະສົ່ງນ້ຳຈາກບໍ່ທີ່ເບັດເລເຮັມທີ່ຢູ່ຂ້າງປະຕູເມືອງມາໃຫ້ເຮົາດື່ມໄດ້” 18 ແລ້ວຄົນທັງສາມໄດ້ຕີຝ່າຄ້າຍຂອງຄົນຟີລິສຕີນເຂົ້າໄປ ແລະຕັກນ້ຳມາຈາກບໍ່ເບັດເລເຮັມທີ່ຂ້າງປະຕູເມືອງ ນຳເອົາມາຖວາຍດາວິດ ແຕ່ດາວິດບໍ່ໄດ້ຊົງດື່ມນ້ຳນັ້ນ ພຣະອົງຊົງເທອອກຖວາຍແດ່ພຣະຜູ້ເປັນເຈົ້າ 19 ກ່າວວ່າ, “ຂໍພຣະຜູ້ເປັນເຈົ້າຂອງຂ້າຊົງຫ້າມເຂົາ ບໍ່ໃຫ້ກະທຳຢ່າງນີ້ ຄວນຫລືທີ່ຂ້າຈະດື່ມໂລຫິດຂອງຄົນເຫລົ່ານີ້ ຜູ້ທີ່ສ່ຽງຊີວິດຂອງເຂົາເອົານ້ຳນີ້ມາ” ເພາະສະນັ້ນ ພຣະອົງຈຶ່ງບໍ່ຊົງດື່ມ ອັນນີ້ແມ່ນວິລະກຳຂອງຈອມສາມທະຫານເອກ 20 ຝ່າຍອາບີຊັຍນ້ອງຊາຍຂອງໂຢອາບ ເປັນຫົວຫນ້າຂອງທັງສາມສິບຄົນນັ້ນ ທ່ານໄດ້ຍົກຫອກຂອງທ່ານສູ້ຄົນສາມຮ້ອຍ ແລະຂ້າເສັຽ ແລະໄດ້ຮັບຊື່ສຽງດັ່ງວິລະບຸຣຸດສາມຄົນນັ້ນ 21 ໃນສາມສິບຄົນນັ້ນທ່ານມີຊື່ສຽງທີ່ສຸດ ແລະໄດ້ເປັນຜູ້ບັງຄັບບັນຊາຂອງເຂົາ ແຕ່ທ່ານບໍ່ມີຍົດເທົ່າກັບສາມຄົນນັ້ນ 22 ແລະເບນັຍຢາບຸດເຢຮົວອາດາເປັນຄົນເກັ່ງກ້າແຫ່ງເມືອງກັບເຊເອນເປັນທະຫານທີ່ມີຊື່ສຽງຜູ້ນື່ງ ເຂົາໄດ້ສ້າງວິລະກຳໄວ້ຫລາຍຢ່າງຮວມທັງໄດ້ຂ້າບຸດອາຣີເອນແຫ່ງໂມອາບເສັຽສອງຄົນ ເຂົາລົງໄປຂ້າສີງທີ່ໃນບໍ່ໃນວັນທີ່ຫິມະຕົກ 23 ເຂົາໄດ້ຂ້າຄົນເອຢິບຄົນນື່ງ ຮູບຮ່າງໃຫຍ່ໂຕ ສູງຫ້າສອກ ຄົນເອຢິບນັ້ນຖືຫອກເຫມືອນໄມ້ກະພັ່ນ ແຕ່ເບນັຍຢາຖືໄມ້ເທົ້າລົງໄປຫາເຂົາ ແລະຍາດເອົາຫອກມາຈາກມືຂອງຄົນເອຢິບ ແລະຂ້າເຂົາເສັຽດ້ວຍຫອກຂອງເຂົາເອງ 24 ສິ່ງເຫລົ່ານີ້ເບນັຍຢາບຸດຊາຍເຢຮົວອາດາໄດ້ກະທຳ ແລະໄດ້ຊື່ສຽງໃນຫມູ່ພວກທະຫານເອກສາມຄົນນັ້ນ 25 ເບີ່ງແມ໋, ເຂົາເປັນຄົນມີຊື່ສຽງຫລາຍກວ່າສາມສິບຄົນນັ້ນ ແຕ່ເຂົາໄດ້ບໍ່ເທົ່າກັບສາມຄົນນັ້ນ ແລະດາວິດບໍ່ໄດ້ຊົງຕັ້ງເຂົາໃຫ້ຢູ່ເຫນືອອົງຄາຣັກຂອງພຣະອົງ 26 ນອກນັ້ນມີພວກທະຫານເອກທະຫານຂອງກອງທັບຄືອາຊາເຮນນ້ອງຊາຍຂອງໂຢອາບ ເອນຮານັນບຸດ ໂດໂດຊາວເບັດເລເຮັມ 27 ຊັມໂມທ ຊາວຮາໂຣດ ເຮເລສ ຊາວເປໂລນ 28 ອີຣາບຸດອີກເກສ ຊາວເຕໂກອາ ອາບີເອເຊີ ຊາວອານາໂທດ 29 ຊີບເບກັຍ ຊາວຮູຊາ ອີລັຍ ຊາວອາໂຮ 30 ມາຮາຣັຍ ຊາວເນໂຣຟາ ເຮເລດບຸດບາອານາ ຊາວເນໂຕຟາ 31 ອີທັຍ ບຸດຣີບັຍ ແຫ່ງເມືອງກີເບອາຂອງຄົນເບັນຢາມິນ ເບນັຍຢາຊາວປີຣາໂທນ 32 ຮູຣັຍ ຊາວລຳທານກາອັສ ອາບີເອນຕະກູນອາຣ໌ບາ 33 ຊາວອັສມາເວທ ຕະກູນບາຮາຣັມ ເອລີຢາບາ ຊາວຊາອານໂບນ 34 ບຸດຫລານຮາເຊມ ຕະກູນກີໂຊນ ໂຢນາທານບຸດ ຊາເກ ຊາວຮາຣາ 35 ອາຮີອາມ ບຸດຊາຄາ ຊາວຮາຣາ ເອລີຟານບຸດອູຣ໌ 36 ເຮເຟີ ຊາວເມເຄຣາ ອາຮີຢາ ຊາວເປໂລນ 37 ເຮັສໂຣ ຊາວກາຣ໌ເມນ ນາອາຣັຍບຸດເອັສບັຍ 38 ໂຢເອນນ້ອງຊາຍຂອງນາທານ ມິບຮາບຸດຮັກຣີ 39 ເຊເລກ ຊາວອັມໂມນ ນາຮາຣັຍ ຊາວເບເອໂຣທຜູ້ຖືອາວຸດຂອງໂຢອາບ ບຸດນາງເຊຣູຢາ 40 ອີຣາ ຕະກູນອີທ ກາເຣບ ຕະກູນອີທ 41 ອູຣີຢາ ຄົນຮິດຕີ ຊາບາດ ບຸດອາລັຍ 42 ອາດີນາ ບຸດຊີຊາ ຄົນຣູເບນ ຫົວຫນ້າຄົນນຶ່ງຂອງຄົນຣູເບນ ແລະສາມສິບຄົນດ້ວຍກັນກັບເຂົາ 43 ຮານານ ບຸດມາອາກາ ແລະໂຢຊາຟັດ ຊາວມິທນິດ 44 ອຸສຊີອາ ຊາວອັສເຕຣາ ເຊມາ ແລະເຢອີເອນບຸດໂຮທາມ ຊາວອາໂຣເອີ 45 ເຢດີອາເອນ ບຸດຊີມຣີ ແລະໂຢຮານ້ອງຊາຍຂອງເຂົາ ຊາວຕີສ 46 ເອລີເອນ ຊາວມາຮາວ ແລະເຢຣີບັຍ ແລະໂຢຊາວີຢາ ບຸດເອນນາອາມ ແລະອີທມາ ຊາວໂມອາບ 47 ເອລີເອນ ແລະໂອເບດ ແລະຢາອາຊີເອນ ຕະກູນເມໂຊບາ
ຜູ້ຊ່ອຍຂອງດາວິດທີ່ຊິກລາກ
1 ຕໍ່ໄປນີ້ເປັນຄົນທີ່ມາຫາດາວິດທີ່ຊິກລາກ ຂນະເມື່ອທ່ານໄປໃສມາໃສບໍ່ສະດວກ ເພາະເຫດຊາອູນ ບຸດຄີສ ເຂົາທັງຫລາຍເປັນຄົນໃນພວກທະຫານທີ່ມີຊື່ສຽງ ຜູ້ຊ່ອຍທ່ານໃນການຮົບ 2 ເຂົາເປັນນັກທະນູ ເຂົາແກ່ວງກ້ອນຫີນດ້ວຍສະລີ່ງ ແລະຍິງທະນູໄດ້ດ້ວຍມືຂວາ ຫລືມືຊ້າຍ ເຂົາເປັນຄົນເບັນຢາມິນຍາດຂອງຊາອູນ 3 ອາຮີເອເຊີເປັນຫົວຫນ້າ ຖັດໄປຄືໂຢອັສ ບຸດເຊມາອາ ຊາວເມືອງກີເບອາ ແລະເຢຊີເອນ ແລະເປເຣທ ບຸດອັສມາເວທ ເບຣາກາ ເຢຮູຊາວອານາໂທດ 4 ອິສມັຍຢາແຫ່ງກີເບໂອນ ທະຫານເອກທະຫານໃນພວກສາມສິບຄົນນັ້ນ ແລະເປັນຫົວຫນ້າເຫນືອສາມສິບຄົນນັ້ນ ເຢເຣມີຢາ ຢາຮາຊີເອນ ໂຢຮານານ ໂຢຊາບາດຊາວເມືອງເກເດຣາ 5 ເອລູຊັຍ ເຢຣີໂມທ ເບອາລີຢາ ເຊມາຣີຢາ ເຊຟາຕີຢາ ຕະກູນຮາຣູຟ 6 ເອນການາ ອິສຊີຢາ ອຊາເຣນ ໂຢເອເຊີ ແລະຢາໂຊເບອາມ ຄົນຕະກູນໂກຣາ 7 ແລະໂຢເອລາ ແລະເຊບາດີຢາ ບຸດຂອງເຢໂຣຮາມ ຊາວເກໂດຣ໌ 8 ມີທະຫານເອກທະຫານແລະຜູ້ຊຳນານເສິກຈາກຄົນກາດຫນີເຂົ້າໄປຫາດາວິດໃນທີ່ກຳບັງເຂັ້ມແຂງໃນຖີ່ນກັນດານ ເຂົາຊຳນານໂລ່ແລະຫອກ ຜູ້ຊຶ່ງຫນ້າຂອງເຂົາເຫມືອນສິງ ແລະຜູ້ຊຶ່ງໄວເຫມືອນມັ່ງເທິງພູເຂົາ 9 ເອເຊີເປັນຫົວຫນ້າ ໂອບາດີຢາທີ່ສອງ ເອລີອາບທີ່ສາມ 10 ມິສມານນາທີ່ສີ່ ເຢເຣມີຢາທີ່ຫ້າ 11 ອັທຕັຍທີ່ຫົກ ເອລີເອນທີ່ເຈັດ 12 ໂຢຣານານທີ່ແປດ ເອນຊາບາດທີ່ເກົ້າ 13 ເຢເຣມີຢາທີ່ສິບ ມັກບານນັຍທີ່ສິບເອັດ 14 ຄົນກາດເຫລົ່ານີ້ເປັນນາຍທະຫານໃນກອງທັບ ຜູ້ນ້ອຍກໍເປັນນາຍຮ້ອຍ ຜູ້ໃຫຍ່ກໍເປັນນາຍພັນ 15 ເຫລົ່ານີ້ເປັນຄົນທີ່ຂ້າມແມ່ນ້ຳຈໍແດນໃນເດືອນແຣກ ເມື່ອນ້ຳຖ້ວມຝັ່ງທັງສິ້ນ ແລະໃຫ້ຄົນທີ່ຢູ່ໃນລຸ່ມແມ່ນ້ຳແຕກຫນີໄປທາງທິດຕາເວັນອອກແລະທິດຕາເວັນຕົກ 16 ມີຄົນໃນເຜົ່າເບັນຢາມີນ ແລະຢູດາມາເຝົ້າດາວິດໃນທີ່ກຳບັງເຂັ້ມແຂງ 17 ດາວິດຊົງອອກໄປຕ້ອນຮັບເຂົາ ແລະກ່າວກັບເຂົາວ່າ, “ຖ້າທ່ານທັງຫລາຍມາເຫມືອນມິດເພື່ອຊ່ອຍຂ້າພະເຈົ້າໃຫ້ແກ່ສັດຕຣູຂອງຂ້າພະເຈົ້າ ເຖິງແມ່ນວ່າໃນມືຂອງຂ້າພະເຈົ້າບໍ່ມີຄວາມຜິດໃດໆກໍຂໍໃຫ້ພຣະຜູ້ເປັນເຈົ້າແຫ່ງບັນພະບຸຣຸດຂອງເຮົາທັງຫລາຍທອດພຣະເນດ ແລະຊົງກ່າວໂທດທ່ານທັງຫລາຍເຖີດ” 18 ແລ້ວພຣະວິນຍານໄດ້ມາເຫນືອ ອາມາຊັຍຫົວຫນ້າຂອງຄົນສາມສິບນັ້ນ ແລະເຂົາທູນວ່າ, “ຂ້າແດ່ດາວິດ ຂ້າພຣະອົງທັງຫລາຍເປັນຂອງພຣະອົງ ແລະຢູ່ກັບພຣະອົງ ຂ້າແດ່ບຸດເຈສຊີ ສັນຕິສຸກ ສັນຕິສຸກຈົ່ງມີແກ່ພຣະອົງ ແລະສັນຕິສຸກຈົ່ງມີແກ່ຜູ້ຊ່ອຍຂອງພຣະອົງ ເພາະວ່າພຣະເຈົ້າຊົງອຸປຖັມພຣະອົງ” ແລ້ວດາວິດຊົງຮັບເຂົາທັງຫລາຍໄວ້ ແລະຊົງຕັ້ງໃຫ້ເປັນນາຍທະຫານໃນ
ກອງທັບຂອງພຣະອົງ
19 ຄົນເຜົ່າມານັສເຊເຫມືອນກັນໄດ້ຫລົບຫນີໄປເຂົ້າຝ່າຍດາວິດ ເມື່ອພຣະອົງຍົກມາກັບຄົນຟີລິສຕີນ ເພື່ອທຳສົງຄາມກັບຊາອູນ (ແຕ່ພວກຝ່າຍດາວິດບໍ່ໄດ້ຊ່ອຍຄົນຟີລິສຕີນ ເພາະຜູ້ຄອບຄອງຂອງຄົນຟີລິສຕີນໄດ້ຫາລືກັນແລະສົ່ງພຣະອົງກັບໄປເສັຽ ບອກວ່າ “ເຂົາຈະຫລົບຫນີໄປຄືນດີກັບຊາອູນນາຍຂອງເຂົາໂດຍເອົາຫົວຂອງເຮົາໄປດ້ວຍ”) 20 ຂນະເມື່ອພຣະອົງໄປຍັງຊີກລາກ ຄົນມານັສເຊເຫລົ່ານີ້ຫລົບຫນີໄປສົມທົບພຣະອົງ ຄືອັດນາ ໂຢດີອາເອນ ມີຄາເອນ ໂຢຊາບັດ ເຢດີອາເອນ ມີຄາເອນ ໂຢຊາບັດ ເອລີຮູ ແລະຊີນເລທັຍຫົວຫນ້າບັນດາກອງພັນໃນເຜົ່າມານັສເຊ 21 ເຂົາທັງຫລາຍຊ່ອຍເຫລືອດາວິດຕໍ່ສູ້ພວກປຸ້ນ ເພາະເຂົາທັງຫລາຍເປັນທະຫານເອກທະຫານທັງສິ້ນ ແລະເປັນຜູ້ບັງຄັບບັນຊາໃນກອງທັບ 22 ທຸກໆວັນມີຄົນມາເຂົ້າຝ່າຍດາວິດ ເພື່ອຈະຊ່ອຍເຫລືອພຣະອົງ ຈົນເປັນກອງທັບໃຫຍ່ຢ່າງກອງທັບຂອງພຣະເຈົ້າ
ກອງທັບຂອງດາວິດທີ່ເຮໂບຣນ
23 ຕໍ່ໄປນີ້ເປັນຈຳນວນທະຫານຕິດອາວຸດ ຜູ້ມາຫາດາວິດໃນເມືອງເຮໂບຣນ ເພື່ອຈະມອບຣາຊອານາຈັກຂອງຊາອູນໃຫ້ກັບພຣະອົງ ຕາມພຣະຄຳຂອງພຣະຜູ້ເປັນເຈົ້າ 24 ຄົນຢູດາທີ່ຖືໂລ່ແລະຫອກມີຫົກພັນແປດຮ້ອຍຄົນ ເປັນທະຫານຕິດອາວຸດ 25 ຈາກຄົນຊີເມໂອນ ມີທະຫານເອກທະຫານຊຳນານເສິກເຈັດພັນນຶ່ງຮ້ອຍຄົນ 26 ຈາກຄົນເລວີສີ່ພັນຫົກຮ້ອຍຄົນ 27 ເຢຮົວອາດາເປັນຫົວຫນ້າເຊື້ອສາຍຂອງອາໂຣນ ມີຄົນມາກັບທ່ານສາມພັນເຈັດຮ້ອຍຄົນ 28 ຊາໂດກທະຫານເອກທະຫານຫນຸ່ມ ແລະຄົນຈາກຕະກູນຂອງເຂົາເອງເປັນຜູ້ບັງຄັບບັນຊາຊາວສອງຄົນ 29 ຈາກຄົນເບັນຢາມິນຍາດຂອງຊາອູນສາມພັນຄົນ ຊຶ່ງແຕ່ກ່ອນນີ້ຈຳນວນຫລາຍ ຈົ່ງຮັກພັກດີຕໍ່ຣາຊວົງຊາອູນ 30 ຈາກຄົນເອຟຣາອິມ ທະຫານເອກທະຫານກ້າສອງຫມື່ນແປດຮ້ອຍຄົນ ເປັນຄົນມີຊື່ສຽງໃນຕະກູນຂອງເຂົາ 31 ຈາກຄົນມານັສເຊເຄີ່ງເຜົ່າ ນຶ່ງຫມື່ນແປດພັນຄົນ ຜູ້ຊຶ່ງເຂົາບົ່ງຊື່ໄວ້ໃຫ້ມາເຊີນດາວິດໄປເປັນກະສັດ 32 ຈາກເຜົ່າອິສຊາຄາ ມີຜູ້ຮູ້ກາລະ ຊາບວ່າອິສຣາເອນຄວນທຳປະການໃດ ມີຫົວຫນ້າສອງຣ້ອຍຄົນ ແລະຍາດຂອງທັງສິ້ນຢູ່ໃຕ້ບັງຄັບບັນຊາຂອງເຂົາ 33 ຈາກຄົນເຊບູລູນ ມີຫ້າຫມື່ນຄົນທີ່ຝຶກແລ້ວຕຽມພ້ອມເຂົ້າສູ້ຮົບ ພ້ອມດ້ວຍອາວຸດທຸກຢ່າງເພື່ອທຳສົງຄາມເພື່ອຊ່ອຍເຫລືອ ບໍ່ແມ່ນດ້ວຍສອງຈິດສອງໃຈ 34 ຈາກຄົນເຜົ່າເນັຟທາລີ ຜູ້ບັງຄັບບັນຊານື່ງພັນ ຊຶ່ງມີຄົນຕິດໂລ່ ແລະຫອກມາດ້ວຍສາມຫມື່ນເຈັດພັນຄົນ 35 ຈາກຄົນເຜົ່າດານ ມີຄົນຕຽມພ້ອມທຳສົງຄາມສອງຫມື່ນແປດພັນຫົກຮ້ອຍຄົນ 36 ຈາກຄົນເຜົ່າອາເຊີ ສີ່ຫມື່ນຄົນຝຶກພ້ອມທີ່ຈະທຳສົງຄາມ 37 ແລະຈາກຟາກຕາເວັນອອກຂອງແມ່ນ້ຳຈໍແດນ ຈາກຄົນເຜົ່າຣູເບນ ແລະຄົນກາດ ແລະຄົນມານັສເຊເຄີ່ງເຜົ່າ ມີນຶ່ງແສນສອງຫມື່ນຄົນ ຕິດອາວຸດທຸກຢ່າງເພື່ອທຳສົງຄາມ 38 ທະຫານທັງສິ້ນເຫລົ່ານີ້ ພ້ອມທີ່ຈະທຳເສິກ ໄດ້ມາຍັງເຮໂບຣນ ດ້ວຍເຈຕນາເຕັມປ່ຽມທີ່ຈະເຊີນດາວິດເປັນກະສັດເຫນືອອິສຣາເອນທີ່ເຫລືອຢູ່ ກໍເປັນໃຈດຽວກັນທີ່ຈະເຊີນດາວິດເປັນກະສັດ 39 ເຂົາທັງຫລາຍຢູ່ທີ່ນັ້ນກັບດາວິດສາມວັນກີນແລະດື່ມ ເພາະວ່າພີ່ນ້ອງຂອງເຂົາໄດ້ຕຽມໄວ້ໃຫ້ເຂົາ 40 ແລະຜູ້ທີ່ຢູ່ໃກ້ເຂົາທັງຫລາຍດ້ວຍຄືໄກອອກໄປເຖິງອິສຊາຄາ ແລະເຊບູລູນ ແລະເນັຟທາລີໄດ້ຈັດອາຫານບັນທຸກລໍ ອູດ ລາ ແລະງົວກັບສະບ່ຽງອາຫານຫລວງຫລາຍເປັນແປ້ງ ເຂົ້າຈີ່ ຫມາກເດື່ອ ຊໍ່ອະງຸ່ນແຫ້ງ ເຫລົ້າອະງຸ່ນ ນ້ຳມັນ ງົວ ແລະແກະ ເພາະວ່າມີຄວາມຊື່ນບານໃນອິສຣາເອນ
ດາວິດຊົງປະສົງທີ່ຈະນຳຫີບພັນທະສັນຍາມາສູ່ກຸງເຢຣູຊາເລັມ
1 ດາວິດໄດ້ຊົງຫາລືກັບນາຍພັນແລະນາຍຮ້ອຍ ກັບຫົວຫນ້າທຸກໆຄົນ 2 ແລະດາວິດກ່າວກັບຊຸມນຸມຊົນອິສຣາເອນທັງປວງວ່າ, “ຖ້າທ່ານທັງຫລາຍເຫັນດ້ວຍ ແລະຖ້າເປັນນ້ຳພຣະທັຍຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ ກໍໃຫ້ເຮົາທັງຫລາຍສົ່ງຄົນໄປຫາພີ່ນ້ອງຂອງເຮົາ ຜູ້ທີ່ເຫລືອຢູ່ໃນແຜ່ນດິນອິສຣາເອນທັງສິ້ນ ໃຫ້ໄປຍັງປະໂຣຫິດແລະຄົນເລວີດ້ວຍ ຜູ້ຊຶ່ງຢູ່ໃນຫົວເມືອງຂອງເຂົາທີ່ມີທົ່ງຫຍ້າ ເພື່ອໃຫ້ເຂົາທັງຫລາຍມາຫາເຮົາພ້ອມກັນ 3 ແລະໃຫ້ເຮົາທັງຫລາຍນຳຫີບແຫ່ງພຣະເຈົ້າຂອງເຣົາມາຍັງເຮົາອີກ ເພາະເຮົາທັງຫລາຍບໍ່ໄດ້ໄຕ່ຖາມເຖິງໃນສະໄຫມຂອງຊາອູນ” 4 ຊຸມນຸມຊົນທັງຫມົດນັ້ນກໍຕົກລົງທີ່ຈະກະທຳຕາມເພາະສິ່ງນັ້ນເປັນສິ່ງທີ່ຊອບໃນສາຍຕາຂອງປະຊາຊົນ
ດາວິດສະເດັດໄປຮັບຫີບພຣະສັນຍາ
5 ເພາະສະນັ້ນດາວິດຈຶ່ງປະຊຸມອິສຣາເອນທັງຫມົດຕັ້ງແຕ່ຊີໂຮຣ໌ລຳທານແຫ່ງເອຢິບເຖິງທາງເຂົ້າເມືອງເລໂບຮາມາດ ເພື່ອຈະເຊີນຫີບແຫ່ງພຣະເຈົ້າມາຈາກກີຣີອາດເຢອາຣິມ 6 ດາວິດກັບອິສຣາເອນທັງປວງຂື້ນໄປຍັງບາອາລາ ຄືກີຣີອາດເຢອາຣີມຊຶ່ງເປັນຂອງຢູດາ ເພື່ອຈາກທີ່ນັ້ນຈະໄດ້ເຊີນຫີບຂອງພຣະເຈົ້າ ຄືພຣະຜູ້ເປັນເຈົ້າຜູ້ປະທັບເຫນືອເຊຣູບິມອັນເປັນຫີບທີ່ເອີ້ນກັນຕາມພຣະນາມ 7 ແລະເຂົາທັງຫລາຍກໍບັນທຸກຫີບຂອງພຣະເຈົ້າໄປໃນກວຽນຄັນໃຫມ່ ຈາກເຮືອນຂອງອາບີນາດາບ ແລະອູສຊາກັບອາຮີໂອເປັນຄົນຂັບກວຽນ 8 ແລະດາວິດກັບອິສຣາເອນທັງປວງກໍລ່າເລີງກັນຢູ່ຕໍ່ພຣະພັກພຣະເຈົ້າດ້ວຍເຕັມກຳລັງຂອງເຂົາທັງຫລາຍ ດ້ວຍເພງ ພີນເຂົາຄູ່ ພີນໃຫຍ່ ຣຳມະນາ ແສ່ງ ແລະແກ 9 ແລະເມື່ອເຂົາທັງຫລາຍມາເຖິງລານນວດເຂົ້າຂອງຄີໂດນ ອູສຊາກໍຢຽດມືອອກກຸມຫີບໄວ້ເພາະງົວສະດຸດ 10 ແລະພຣະພິໂຣດຂອງພຣະເຈົ້າໄດ້ພຸ່ງຂື້ນຕໍ່ອູສຊາ ແລະພຣະອົງຊົງປະຫານເຂົາ ເພາະເຂົາຢຽດມືອອກຍັງຫີບນັ້ນ ແລະເຂົາກໍສິ້ນຊີວິດຕໍ່ພຣະພັກພຣະຜູ້ເປັນເຈົ້າ 11 ແລະດາວິດບໍ່ພໍພຣະທັຍເພາະພຣະຜູ້ເປັນເຈົ້າຊົງປະຫັັດປະຫານອູສຊາ ເຂົາຈຶ່ງເອີ້ນທີ່ນັ້ນວ່າ ເປເຣສອູສຊາ ຈົນເຖິງທຸກວັນນີ້ 12 ແລະດາວິດຊົງຢ້ານກົວພຣະເຈົ້າໃນວັນນັ້ນ ແລະພຣະອົງກ່າວວ່າ, “ເຣົາຈະນຳຫີບຂອງພຣະເຈົ້າໄປບ້ານໄປເມືອງຢ່າງໃດໄດ້” 13 ດາວິດຈຶ່ງບໍ່ໄດ້ຊົງຍ້າຍຫີບໄປໄວ້ໃນນະຄອນຂອງດາວິດ ແຕ່ຊົງນຳຫີບແວະໄປໄວ້ທີ່ບ້ານໂອເບດເອໂດມ ຄົນກິດຕີ 14 ແລະຫີບຂອງພຣະເຈົ້າໄດ້ຄ້າງຢູ່ກັບຄົວຂອງໂອເບດເອໂດມທີ່ເຮືອນຂອງເຂົາສາມເດືອນ ແລະພຣະຜູ້ເປັນເຈົ້າຊົງອວຍພຣະພອນແກ່ຄົວເຮືອນຂອງໂອເບດເອໂດມ ກັບທັງສິ້ນຊຶ່ງເຂົາມີຢູ່
ຮີຣາມຮັບຮອງຖານະຂອງດາວິດ
1 ຮີຣາມກະສັດເມືອງຕີເຣໄດ້ຊົງສົ່ງຜູ້ສົ່ງຂ່າວມາເຝົ້າດາວິດ ແລະຊົງສົ່ງໄມ້ສົນສີດາ ທັງຊ່າງກໍ່ແລະຊ່າງໄມ້ເພື່ອຈະສ້າງວັງຖວາຍພຣະອົງ 2 ແລະດາວິດຊົງຊາບວ່າພຣະເຈົ້າຊົງສະຖາປະນາພຣະອົງເປັນກະສັດເຫນືອອິສຣາເອນ ເພາະພຣະຣາຊອານາຈັກຂອງພຣະອົງກໍເປັນທີ່ຍົກຍ້ອງຢ່າງຍີ່ງ ເພື່ອເຫັນແກ່ອິສຣາເອນປະຊາກອນຂອງພຣະອົງ
ຣາຊບຸດຂອງດາວິດ ຊຶ່ງເກີດທີ່ກຸງເຢຣູຊາເລັມ
3 ແລະດາວິດຊົງຮັບມະເຫສີເພີ້ມຂື້ນໃນກຸງເຢຣູຊາເລັມ ແລະດາວິດຊົງມີໂອຣົດແລະທິດາອີກ 4 ຕໍ່ໄປນີ້ເປັນຊື່ຣາຊບຸດຊຶ່ງພຣະອົງຊົງມີໃນເຢຣູຊາເລັມ ຄືຊາມມູອາ ໂຊບັບ ແລະນາທານ ໂຊໂລໂມນ 5 ອິບຮາກ ເອລີຊູອາ ແລະ ເອນເປເລທ 6 ໂນກາ ເນເຟກ ແລະຢາຟີອາ 7 ເອລີຊາມາ ເບເອລີອາດາ ແລະເອລີເຟເລທ
ດາວິດຮົບຊະນະຄົນຟີລິສຕີນ
8 ເມື່ອຄົນຟີລິສຕີນໄດ້ບິນວ່າດາວິດຊົງຮັບການຫົດສົງເປັນກະສັດເຫນືອອິສຣາເອນທັງປວງແລ້ວ ຄົນຟີລິສຕີນທັງປວງກໍຂື້ນໄປສແວງຫາດາວິດ ດາວິດຊົງຊາບກໍສະເດັດອອກໄປສູ້ຮົບກັບເຂົາທັງຫລາຍ 9 ຝ່າຍຄົນຟີລິສຕີນໄດ້ມາປຸ້ນໃນຫຸບເຂົາເຣຟາອິມ 10 ແລະດາວິດໄດ້ຊົງທູນຖາມພຣະເຈົ້າວ່າ, “ຄວນທີ່ຂ້າພຣະອົງຈະຂື້ນໄປຕໍ່ສູ້ຟີລິສຕີນຫລື ພຣະອົງຈະຊົງມອບເຂົາໄວ້ໃນມືຂອງຂ້າພຣະອົງຫລື” ແລະພຣະເຈົ້າຊົງຕອບພຣະອົງວ່າ, “ຂື້ນໄປເຖີດ ແລະເຮົາຈະມອບເຂົາໄວ້ໃນມືເຈົ້າ” 11 ແລະພຣະອົງສະເດັດໄປຍັງບາອານເປຣາຊິມ ແລະດາວິດຊົງຊະນະເຂົາທັງຫລາຍທີ່ນັ້ນ ແລະດາວິດສັ່ງວ່າ, “ພຣະເຈົ້າຊົງຕີກອງທັບສັດຕຣູຂອງຂ້າພະເຈົ້າໃຫ້ທະລຸດັ່ງກະແສນ້ຳທີ່ພຸ່ງໃສ່” ດັ່ງນັ້ນເຂົາຈຶ່ງເອີ້ນທີ່ນັ້ນວ່າ ບາອານເປຣາຊິມ 12 ເຂົາທັງຫລາຍກໍຖິ້ມຮູບເຄົາຣົບຂອງເຂົາເສັຽທີ່ນັ້ນ ແລະດາວິດກໍຊົງມີຄຳສັ່ງ ແລະຮູບເຄົາຣົບເຫລົ່ານັ້ນກໍຖືກເຜົາເສັຽຫມົດ 13 ແລະຄົນຟີລິສຕີນຍັງມາປຸ້ນໃນຫຸບເຂົານັ້ນອີກ 14 ແລະເມື່ອດາວິດທູນຖາມພຣະເຈົ້າອີກຄັ້ງນຶ່ງ ພຣະເຈົ້າຊົງກ່າວຕອບພຣະອົງວ່າ, “ເຈົ້າຢ່າຂື້ນໄປຕາມເຂົາ ຈົ່ງອ້ອມໄປແລະໂຈມຕີເຂົາດ້ານອື່ນຢູ່ໃກ້ກັບປ່າຕົ້ນໂພ 15 ແລະເມື່ອເຈົ້າໄດ້ບິນສຽງຂະບວນທັບຢູ່ທີ່ຍອດຫມູ່ຕົ້ນໂພແລ້ວ ຈົ່ງອອກໄປທຳເສິກ ເພາະວ່າພຣະເຈົ້າໄດ້ສະເດັດອອກໄປຂ້າງຫນ້າເພື່ອໂຈມຕີກອງທັບຂອງຄົນຟີລິສຕີນ” 16 ແລະດາວິດຊົງກະທຳຕາມທີ່ພຣະເຈົ້າບັນຊາແກ່ພຣະອົງ ແລະເຂົາທັງຫລາຍໂຈມຕີກອງທັບຄົນຟີລິສຕິນຕັ້ງແຕ່ເມືອງກີເບໂອນຈົນເຖິງເມືອງເກເຊີ 17 ກິດຕິສັບຂອງດາວິດກໍລືໄປສູ່ບັນດາປະເທດທັງຫລາຍ ແລະພຣະເຈົ້າຊົງໃຫ້ປະຊາຊາດທັງປວງຢ້ານກົວດາວິດ
ຊົງນຳຫີບຄຳສັນຍາມາກຸງເຢຣູຊາເລັມ
1 ດາວິດຊົງສ້າງພຣະຣາຊວັງຂອງພຣະອົງໃນນະຄອນດາວິດ ແລະພຣະອົງຊົງຕຽມທີ່ໄວ້ສຳລັບຫີບຂອງພຣະເຈົ້າ ແລະຊົງຕັ້ງເຕັນໄວ້ໃຫ້ 2 ແລ້ວດາວິດຊົງສັ່ງວ່າ, “ນອກຈາກຄົນເລວີແລ້ວບໍ່ຄວນທີ່ຄົນອື່ນຈະຫາມຫີບຂອງພຣະເຈົ້າ ເພາະວ່າພຣະເຈົ້າຊົງເລືອກເຂົາໃຫ້ຫາມຫີບຂອງພຣະເຈົ້າ ແລະບົວລະບັດພຣະອົງເປັນນິດ” 3 ແລະດາວິດຊົງປະຊຸມອິສຣາເອນທັງຫມົດທີ່ເຢຣູຊາເລັມ ເພື່ອຈະນຳຫີບຂອງພຣະຜູ້ເປັນເຈົ້າມາສູ່ທີ່ຂອງຫີບນັ້ນຊື່ງພຣະອົງໄດ້ຊົງຕຽມໄວ້ໃຫ້ 4 ແລະດາວິດໄດ້ຊົງຮວບຣວມເຊື້ອສາຍຂອງອາໂຣນແລະຄົນເລວີ 5 ຄືຈາກເຊື້ອສາຍຂອງໂກຮາດ ໄດ້ອູຣີເອນເປັນຫົວຫນ້າພ້ອມກັບພີ່ນ້ອງຂອງເຂົາ ນື່ງຮ້ອຍຊາວຄົນ 6 ຈາກເຊື້ອສາຍຂອງເມຣາຣີໄດ້ອາຊັຍຢາເປັນຫົວຫນ້າ ພ້ອມກັບພີ່ນ້ອງຂອງເຂົາສອງຮ້ອຍຊາວຄົນ 7 ຈາກເຊື້ອສາຍຂອງເກີໂຊນໄດ້ ໂຢເອນເປັນຫົວຫນ້າ ກັບພີ່ນ້ອງຂອງເຂົາ ນຶ່ງຮ້ອຍສາມສິບຄົນ 8 ຈາກເຊື້ອສາຍຂອງເອລີຊາຟານໄດ້ ເຊມັຍຢາເປັນຫົວຫນ້າ ກັບພີ່ນ້ອງຂອງເຂົາ ສອງຮ້ອຍຄົນ 9 ຈາກເຊື້ອສາຍຂອງເຮໂບຣນໄດ້ ເອລີເອນເປັນຫົວຫນ້າ ກັບພີ່ນ້ອງຂອງເຂົາ ແປດສິບຄົນ 10 ຈາກເຊື້ອສາຍຂອງອຸສຊີເອນໄດ້ ອັມມີນາດາບເປັນຫົວຫນ້າ ກັບພີ່ນ້ອງຂອງເຂົາ ນຶ່ງຮ້ອຍສິບສອງຄົນ 11 ແລ້ວດາວິດຊົງເອີ້ນຊາໂດກ ແລະປະໂຣຫິດອາບີອາທາ ແລະຄົນເລວີ ຄື ອູຣີເອນ ອາຊັຍຢາ ໂຢເອນ ເຊມັຍຢາ ເອລີເອນ ແລະອັມມີນາດາບ 12 ແລະສັ່ງກັບເຂົາທັງຫລາຍວ່າ ເຈົ້າທັງຫລາຍເປັນຫົວຫນ້າຕະກູນຂອງຄົນເລວີ ຈົງຊຳຮະຕົວຂອງເຈົ້າເສັຽ ທັງເຈົ້າແລະພີ່ນ້ອງຂອງເຈົ້າ ເພື່ອເຈົ້າຈະນຳຫີບຂອງພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນຂື້ນມາຍັງສະຖານທີ່ຊຶ່ງເຮົາໄດ້ຈັດຕຽມໄວ້ໃຫ້ 13 ເພາະເຈົ້າບໍ່ໄດ້ໄປຫາມເສັຽແຕ່ຄັ້ງແຣກ ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາຈຶ່ງຊົງພຣະພິໂຣດຕໍ່ເຮົາ ເພາະເຮົາບໍ່ໄດ້ສແວງຫາຕາມກົດຫມາຍ 14 ແລ້ວປະໂຣຫິດແລະຄົນເລວີຈຶ່ງໄດ້ຊຳຮະຕົວຂອງເຂົາເພື່ອຈະເຊີນຫີບຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນຂື້ນມາ 15 ແລະຄົນເລວີໄດ້ຫາມຫີບຂອງພຣະເຈົ້າດ້ວຍຄານຫາມ ດັ່ງທີ່ໂມເຊໄດ້ສັ່ງເຂົາໄວ້ຕາມພຣະຄຳຂອງພຣະຜູ້ເປັນເຈົ້າ 16 ດາວິດໄດ້ຊົງສັ່ງແກ່ບັນດາຫົວຫນ້າຂອງຄົນເລວີໃຫ້ແຕ່ງຕັ້ງພີ່ນ້ອງຂອງເຂົາ ໃຫ້ເປັນນັກຮ້ອງ ຫລີ້ນເຄື່ອງດົນຕຣີ ມີພີນໃຫຍ່ ພີນເຂົາຄູ່ ແລະແສ່ງ ເພື່ອທຳສຽງດັງດ້ວຍຄວາມຊື່ນບານ 17 ຄົນເລວີຈຶ່ງແຕ່ງຕັ້ງ ເຮມານບຸດໂຢເອນ ແລະພີ່ນ້ອງຂອງເຂົາ ຄືອາສາຟບຸດເບເຣຄີຢາ ແລະຈາກເຊື້ອສາຍຂອງເມຣາຣີພີ່ນ້ອງຂອງເຂົາ ຄືເອທານບຸດຄູຊັຍຢາ 18 ແລະພ້ອມກັບເຂົາໄດ້ແຕ່ງຕັ້ງພີ່ນ້ອງຂອງເຂົາໃນອັນດັບສອງຄື ເຊຄາຣີຢາ ຢາອາຊີເອນ ເຊມີຣາໂມດ ເຢຮີເອນ ອູນນີ ເອລີອາບ ເບນັຍຢາ ມາອາເຊຢາ ມັດຕີທີຢາ ເອລີເຟເລຮູ ມິກເນຢາ ແລະໂອເບເອໂດມ ແລະເຢອີເອນເປັນຄົນເຝົ້າປະຕູ 19 ນັກຮ້ອງຄື ເຮມານ ອາສາຟ ເອທານເປັນຄົນຕີແສ່ງທອງສຳຣິດ 20 ເຊຄາຣິຢາ ອາຊີເອນ ເຊມີຣາໂມດ ເຢຮີເອນ ອູນນີ ເອລີອາບ ມາອາຊັນຢາ ແລະເບນັຍຢາ ຫລີ້ນພີນໃຫຍ່ ຕາມສຳນຽງອາລາໂມທ 21 ແຕ່ມັດຕີທີຢາ ເອລີເຟເລຮູ ມິກເນຢາ ໂອເບດເອໂດມ ເຢອີເອນ ແລະອາຊາຊີຢາເປັນຜູ້ນຳດ້ວຍພີນເຂົາຄູ່ ຕາມສຳນຽງເຊມີນິທ 22 ເຄນານີຢາຫົວຫນ້າຂອງຄົນເລວີໃນເຣື່ອງເພງເປັນຜູ້ອຳນວຍການເພງ ເພາະເຂົາເຂົ້າໃຈດີ 23 ເບເຣຄີຢາ ແລະເອນການາເປັນນາຍປະຕູເຝົ້າຫີບ 24 ເຊບານີຢາ ເຢຊາຟັດ ເນທານເອນ ອາມາຊັຍ ເຊຄາຣີຢາ ເບນັຍຢາ ແລະເອລີເອເຊີປະໂຣຫິດໄດ້ເປົ່າແກຫນ້າຫີບຂອງພຣະເຈົ້າ ໂອເບດເອໂດມ ແລະເຢຮີຢາເປັນນາຍປະຕູເຝົ້າຫີບດ້ວຍ 25 ດາວິດແລະບັນດາຜູ້ໃຫຍ່ຂອງອິສຣາເອນ ແລະຜູ້ບັນຊາກອງພັນຈຶ່ງໄດ້ໄປນຳຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຂື້ນຈາກເຮືອນຂອງໂອເບດເອໂດມດ້ວຍຄວາມບິນດີ 26 ແລະເພາະພຣະເຈົ້າຊົງຊ່ອຍຄົນເລວີຜູ້ຫາມຫີບຄຳສັນຍາຂອງພຣະເຈົ້າ ເຂົາທັງຫລາຍກໍໄດ້ຖວາຍເຄື່ອງບູຊາເປັນງົວເຖິກເຈັດໂຕ ແລະແກະເຖິກເຈັດໂຕ 27 ດາວິດຊົງສລອງພຣະອົງຜ້າປ່ານເນື້ອລະອຽດ ທັງຄົນເລວີທັງປວງຜູ້ຫາມຫີບ ແລະນັກຮ້ອງ ແລະເຄນານິຢາຜູ້ອຳນວຍການເພງຂອງນັກຮ້ອງ ແລະດາວິດຊົງເອໂຟດຜ້າປ່ານ 28 ດັ່ງນີ້ແຫລະຄົນອິສຣາເອນທັງປວງໄດ້ນຳຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຂື້ນມາດ້ວຍສຽງໂຮ່ຮ້ອງ ສຽງເປົ່າເຂົາ ສຽງແກ ແລະແສ່ງ ແລະທຳເພງສຽງດັງດ້ວຍພີນໃຫຍ່ແລະພີນເຂົາຄູ່ 29 ແລະເມື່ອຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າມາເຖິງນະຄອນດາວິດແລ້ວ ມີການຣາຊທິດາຂອງຊາອູນຊ່ອງໄດ້ແນມເບິ່ງໄປທາງປ່ອງຢ້ຽມ ເຫັນກະສັດດາວິດຊົງເຕັ້ນຣຳ ແລະຊົງລ່າເລີງຢູ່ ພຣະນາງກໍມີດູຫມິ່ນພຣະອົງ
1 ແລະເຂົາທັງຫລາຍໄດ້ນຳຫີບຂອງພຣະເຈົ້າເຂົ້າມາ ວາງໄວ້ພາຍໃນເຕັນຊຶ່ງດາວິດໄດ້ຊົງຕັ້ງໄວ້ໃຫ້ ແລະເຂົາທັງຫລາຍໄດ້ຖວາຍເຄື່ອງເຜົາບູຊາແລະເຄື່ອງສານຕິບູຊາຕໍ່ພຣະເຈົ້າ 2 ແລະເມື່ອດາວິດຊົງຖວາຍເຄື່ອງເຜົາບູຊາແລະເຄື່ອງສານຕິບູຊາແລ້ວ ພຣະອົງຊົງອວຍພຣະພອນແກ່ປະຊາຊົນໃນພຣະນາມພຣະຜູ້ເປັນເຈົ້າ 3 ແລະຊົງຢາຍເຂົ້າຈີ່ຄົນລະກ້ອນ ຊີ້ນຄົນລະສ່ວນ ແລະເຂົ້າຈີ່ອະງຸ່ນແຫ້ງຄົນລະອັນ ແກ່ບັນດາປະຊາຊົນອິສຣາເອນທັງຊາຍແລະຍິງ 4 ແລະພຣະອົງຊົງຕັ້ງຄົນເລວີບາງຄົນໃຫ້ເປັນຜູ້ບົວລະບັດຫນ້າຫີບຂອງພຣະຜູ້ເປັນເຈົ້າ ໃຫ້ທູນຍ້ອງຍໍພຣະກຽດ ແລະສັຣເສີນພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ 5 ອາສາຟເປັນຫົວຫນ້າ ແລະຮອງທ່ານຄື ເຊຄາຣີຢາ ເຢອີເອນ ເຊມີຣາໂມດ ເຢຮີເອນ ມັດຕີທີຢາ ເອລີອາບ ເບນັຍຢາ ໂອເບດເອໂດມ ແລະເຢອີເອນ ຜູ້ຊື່ງຈະຫລີ້ນພີນໃຫຍ່ແລະພີນເຂົາຄູ່ ອາສາຟເປັນຄົນຕີແສ່ງ 6 ແລະເບນັຍຢາກັບຢາຮາຊີເອນປະໂຣຫິດຈະເປົ່າແກເລື້ອຍໄປຫນ້າຫີບຄຳສັນຍາຂອງພຣະເຈົ້າ
ເພງສັຣເສີນໂມທະນາຂອງດາວິດ
7 ແລ້ວໃນວັນນັ້ນດາວິດຊົງກຳຫນົດເປັນຄັ້ງແຣກໃຫ້ມີການຮ້ອງເພງໂມທະນາຖວາຍແດ່ພຣະຜູ້ເປັນເຈົ້າ ໂດຍອາສາຟແລະພີ່ນ້ອງຂອງເຂົາ 8 ຈົ່ງໂມທະນາພຣະຄຸນພຣະຜູ້ເປັນເຈົ້າ ແລະຮ້ອງທູນອອກພຣະນາມພຣະອົງ ຈົ່ງໃຫ້ບັນດາພຣະຣາຊກິຈຂອງພຣະອົງແຈ້ງແກ່ຊົນຊາດທັງຫລາຍ 9 ຈົ່ງຮ້ອງເພງຖວາຍພຣະອົງ ຮ້ອງເພງສະດຸດີຖວາຍພຣະອົງ ຈົ່ງເລົ່າເຖິງການອັດສະຈັນທັງສິ້ນຂອງພຣະອົງ 10 ຈົ່ງອວດພຣະນາມບໍຣິສຸດຂອງພຣະອົງ ໃຫ້ຈິດໃຈຂອງບັນດາຜູ້ສແວງຫາພຣະຜູ້ເປັນເຈົ້າ ຊົມຊື່ນ 11 ຈົ່ງສແວງຫາພຣະຜູ້ເປັນເຈົ້າ ແລະພຣະກຳລັງຂອງພຣະອົງ ສແວງຫາພຣະພັກຂອງພຣະອົງເລື້ອຍໄປ 12 ຈົ່ງລະນຶກເຖິງການອັດສະຈັນຊຶ່ງພຣະອົງຊົງກະທຳການອັດສະຈັນ ແລະຄຳພິພາກສາແຫ່ງພຣະໂອດຂອງພຣະອົງ 13 ໂອ ເຊື້ອສາຍຂອງອິສຣາເອນ ຜູ້ຮັບໃຊ້ຂອງພຣະອົງ ເຊື້ອສາຍຂອງຢາໂຄບ ຜູ້ເລືອກໄວ້ຂອງພຣະອົງ 14 ພຣະອົງຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາ ຄຳພິພາກສາຂອງພຣະອົງຢູ່ທົ່ວໄປໃນແຜ່ນດິນໂລກ 15 ຈົ່ງຈົດຈຳພັນທະສັນຍາຂອງພຣະອົງຢູ່ເປັນນິດ ຄືພຣະຄຳທີ່ພຣະອົງຊົງສັ່ງໄວ້ຕລອດທົ່ວພັນຊາດເຊື້ອສາຍ 16 ຄືຄຳຫມັ້ນສັນຍາຊຶ່ງພຣະອົງຊົງກະທຳໄວ້ກັບອັບຣາຮາມ ພຣະສັນຍາຊຶ່ງຊົງປະຕິຍານໄວ້ກັບອີຊາກ 17 ຊຶ່ງພຣະອົງຊົງຢືນຢັນອີກກັບຢາໂຄບໃຫ້ເປັນກົດເກນແກ່ອິສຣາເອນ ໃຫ້ເປັນຄຳຫມັ້ນສັນຍານີຣັນ 18 ວ່າ, “ເຮົາຈະໃຫ້ແຜ່ນດິນການາອານແກ່ເຈົ້າ ເປັນສ່ວນມໍຣະດົກຂອງເຈົ້າທັງຫລາຍ” 19 ເມື່ອເຈົ້າທັງຫລາຍຍັງມີຄົນຈຳນວນນ້ອຍ ຈຳນວນນ້ອຍຈີງ ຍັງເປັນແຕ່ຄົນອາໄສຢູ່ໃນນັ້ນ 20 ພະເນຈອນໄປຈາກປະຊາຊາດນີ້ເຖິງປະຊາຊາດນັ້ນ ຈາກຣາຊອານາຈັກນີ້ເຖິງອີກຊົນຊາກນຶ່ງ 21 ພຣະອົງບໍ່ໄດ້ຊົງຍອມໃຫ້ຜູ້ໃດບີບບັງຄັບເຂົາ ພຣະອົງຊົງຂະຫນາບກະສັດຫລາຍອົງດ້ວຍເຫັນແກ່ເຂົາ 22 ວ່າ, “ຢ່າແຕະຕ້ອງບັນດາຜູ້ທີ່ເຣົາເຈີມໄວ້ ຢ່າທຳອັນຕະຣາຍແກ່ຜູ້ປະກາດພຣະທັມຂອງເຮົາ” 23 ແຜ່ນດິນໂລກທັງສິ້ນ ຈົ່ງຮ້ອງເພງຖວາຍພຣະຜູ້ເປັນເຈົ້າ ຈົ່ງປະກາດຄວາມລອດຂອງພຣະອົງທຸກໆວັນ 24 ຈົ່ງເລົ່າເຖິງພຣະສະງ່າຣາສີຂອງພຣະອົງ ຖ້າມກາງຊົນຊາດທັງຫລາຍ 25 ເພາະພຣະຜູ້ເປັນເຈົ້ານັ້ນຍິ່ງໃຫຍ່ ແລະສົມຄວນຈະສັນລະເສີນຢ່າງຍິ່ງ ພຣະອົງຊົງເປັນທີ່ເກງກົວເຫນືອພຣະທັງປວງ 26 ເພາະພຣະທັງປວງຂອງຊົນຊາດທັງຫລາຍເປັນຮູບເຄົາຣົບ ແຕ່ພຣະຜູ້ເປັນເຈົ້າຊົງສ້າງຟ້າສວັນ 27 ກຽດແລະສະງ່າຣາສີມີຢູ່ຕໍ່ພຣະພັກພຣະອົງ ກຳລັງແລະຄວາມຊື່ນບານຢູ່ໃນສະຖານທີ່ປະທັບຂອງພຣະອົງ 28 ໂອ ຕະກູນຂອງຊົນຊາດທັງຫລາຍເອີຍ ຈົ່ງຖວາຍແດ່ພຣະຜູ້ເປັນເຈົ້າ ຈົ່ງຖວາຍພຣະສະງ່າຣາສີ ແລະກຳລັງແດ່ພຣະຜູ້ເປັນເຈົ້າ 29 ຈົ່ງມອບພຣະສງ່າຣາສີຊຶ່ງຄວນແກ່ພຣະນາມຂອງພຣະອົງແດ່ພຣະຜູ້ເປັນເຈົ້າ ຈົ່ງນຳເຄື່ອງຖວາຍບູຊາມາເຂົ້າເຝົ້າພຣະອົງ ຈົ່ງປະດັບກາຍດ້ວຍເຄື່ອງບໍຣິສຸດນະມັສການພຣະຜູ້ເປັນເຈົ້າ 30 ຊາວໂລກທັງຫລາຍເອີຍ ຈົ່ງຕົວສັ່ນຕໍ່ພຣະພັກພຣະອົງ ພິພົບຖືກສະຖາປະນາແລ້ວຈະບໍ່ຫວັ່ນໄຫວເລີຍ 31 ຈົ່ງໃຫ້ຟ້າສວັນບິນດີ ແລະແຜ່ນດິນໂລກຊົມຊື່ນ ໃຫ້ເຂົາເວົ້າໃນຫມູ່ບັນດາປະຊາຊາດວ່າ, “ພຣະຜູ້ເປັນເຈົ້າຊົງຄອບຄອງ” 32 ໃຫ້ທະເລສະຫນັ່ນຫວັ່ນໄຫວກັບສິ່ງທັງປວງທີ່ຢູ່ໃນນັ້ນ ໃຫ້ທົ່ງນາພາກັນຊົມຊື່ນບິນດີກັບທຸກສິ່ງທຸກຢ່າງທີ່ຢູ່ໃນນັ້ນ 33 ແລ້ວຕົ້ນໄມ້ທັງສີ້ນຂອງປ່າໄມ້ ຈະຮ້ອງເພງດ້ວຍຄວາມຊື່ນບານ ຕໍ່ພຣະພັກພຣະຜູ້ເປັນເຈົ້າ ດ້ວຍພຣະອົງສະເດັດມາພິພາກສາໂລກ 34 ຈົ່ງໂມທະນາຂອບພຣະຄຸນພຣະຜູ້ເປັນເຈົ້າ ເພາະພຣະອົງປະເສີດ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 35 ທ່ານຈົ່ງກ່າວວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າແຫ່ງຄວາມລອດຂອງຂ້າພຣະອົງທັງຫລາຍ ຂໍຈົ່ງຊ່ອຍຂ້າພຣະອົງທັງຫລາຍໃຫ້ລອດ ແລະ ຂໍຊົງຮວບຮວມຂ້າພຣະອົງທັງປວງຈາກປະຊາຊາດທັງຫລາຍ ເພື່ອຂ້າພຣະອົງທັງຫລາຍຈະໂມທະນາຂອບພຣະຄຸນພຣະນາມບໍຣິສຸດຂອງພຣະອົງແລະລີງໂລດໃນການສັຣເສີນພຣະອົງ 36 ຈົ່ງຖວາຍສາທຸການແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ ແຕ່ນິຣັນການຈົນເຖິງນີຣັນການ ແລ້ວປະຊາຊົນທັງປວງໄດ້ກ່າວວ່າ, “ອາແມນ” ແລະໄດ້ພ້ອມພາກັນສັຣເສີນພຣະຜູ້ເປັນເຈົ້າ
ຊົງແຕ່ງຕັ້ງຄົນເລວີປະຈຳຫີບຄຳສັນຍາ
37 ດາວິດຈຶ່ງຊົງໃຫ້ອາສາຟ ແລະພີ່ນ້ອງຂອງທ່ານຢູ່ທີ່ນັ້ນຕໍ່ຫນ້າຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າ ໃຫ້ບົວລະບັດຢູ່ຫນ້າຫີບນັ້ນເລື້ອຍໄປຕາມງານປະຈຳວັນທີ່ຕ້ອງທຳ 38 ທັງໂອເບດເອໂດມ ແລະພີ່ນ້ອງຫົກສິບແປດຄົນຂອງທ່ານດ້ວຍ ຝ່າຍໂອເບດເອໂດມບຸດເຢດູທູນກັບໂຮຊາໃຫ້ເປັນຄົນເຝົ້າປະຕູ 39 ແລະພຣະອົງຊົງໃຫ້ປະໂຣຫິດຊາໂດກ ກັບພີ່ນ້ອງຂອງທ່ານຜູ້ເປັນປະໂຣຫິດຢູ່ຫນ້າຫໍເຕັນແຫ່ງພຣະຜູ້ເປັນເຈົ້າຊຶ່ງຢູ່ໃນສະຖານນະມັສການທີ່ສູງເມືອງກີເບໂອນ 40 ເພື່ອຖວາຍເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ ເທິງແທ່ນເຄື່ອງເຜົາບູຊາໃນຕອນເຊົ້າຕອນແລງສເມີ ຕາມຊຶ່ງໄດ້ບັນທຶກໄວ້ທັງສິ້ນໃນທັມບັນຍັດຂອງພຣະຜູ້ເປັນເຈົ້າຊຶ່ງພຣະອົງຊົງສັ່ງອິສຣາເອນ 41 ເຮມານ ແລະເຢດູທູນຢູ່ກັບເຂົາທັງຫລາຍ ແລະບັນດາຄົນອື່ນທີ່ຖືກເລືອກ ແລະບົ່ງຊື່ໄວ້ໃຫ້ຖວາຍໂມທະນາແດ່ພຣະຜູ້ເປັນເຈົ້າ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 42 ແລະພ້ອມກັບເຂົາ ເຮມານແລະເຢດູທູນ ມີແກແລະແສ່ງເພື່ອບັນເລງ ແລະເຄື່ອງດົນຕຣີປະກອບເພງຖວາຍແດ່ພຣະຜູ້ເປັນເຈົ້າ ລູກຫລານຂອງເຢດູທູນໄດ້ຮັບແຕ່ງຕັ້ງໃຫ້ປະຈຳປະຕູ 43 ແລະປະຊາຊົນທັງປວງຕ່າງກໍຈາກໄປຍັງບ້ານຂອງຕົນ ແລະດາວິດສະເດັດກັບເພື່ອອວຍພອນແກ່ເຊື້ອພຣະວົງຂອງພຣະອົງ
ຄຳຫມັ້ນສັນຍາຂອງພຣະເຈົ້າກັບດາວິດ
1 ຢູ່ມາເມື່ອດາວິດປະທັບໃນພຣະຣາຊວັງຂອງພຣະອົງ ດາວິດກ່າວກັບນາທານຜູ້ປະກາດພຣະທັມວ່າ, “ເບິ່ງແມ໋, ເຮົາຢູ່ໃນບ້ານທີ່ທຳດ້ວຍໄມ້ສົນ ແຕ່ຫີບຄຳສັນຍາແຫ່ງພຣະເຈົ້າຢູ່ພາຍໃຕ້ຜ້າກັ້ງເຕັນ” 2 ແລະນາທານທູນດາວິດວ່າ, “ຂໍພຣະອົງຊົງກະທຳທັງສິ້ນຕາມພຣະປະສົງຂອງພຣະອົງ ເພາະພຣະເຈົ້າຊົງສະຖິດກັບພຣະອົງ” 3 ແຕ່ຢູ່ມາໃນຄືນວັນນັ້ນເອງ ພຣະຄຳຂອງພຣະເຈົ້າມາເຖິງນາທານວ່າ, 4 “ຈົ່ງໄປບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ ພຣະເຈົ້າຊົງກ່າວໄວ້ດັ່ງນີ້ວ່າ ເຈົ້າຢ່າສ້າງວິຫານໃຫ້ເຮົາຢູ່ 5 ເພາະເຮົາບໍ່ເຄີຍຢູ່ໃນວິຫານນັບແຕ່ວັນທີ່ເຮົາພາອິສຣາເອນຂື້ນມາຈົນເຖິງທຸກວັນນີ້ ແຕ່ເຣົາໄດ້ໄປຈາກເຕັນນີ້ເຖິງເຕັນນັ້ນ ແລະຈາກເຕັນສັກສິດແຫ່ງນີ້ເຖິງແຫ່ງນັ້ນ 6 ໃນທີ່ຕ່າງໆທີ່ເຮົາເຄື່ອນໄປມາກັບອິສຣາເອນທັງຫມົດ ເຮົາໄດ້ເຄີຍເວົ້າຈັກຄຳກັບຜູ້ປົກຄອງຂອງອິສຣາເອນຄົນໃດ ຜູ້ທີ່ເຮົາໄດ້ບັນຊາໃຫ້ເຂົາລ້ຽງດູໄພ່ພົນຂອງເຮົາຫລືວ່າ ເປັນຫຍັງເຈົ້າບໍ່ໄດ້ສ້າງວິຫານດ້ວຍໄມ້ສົນໃຫ້ແກ່ເຣົາ” 7 ເຫດສະນັ້ນ ບັດນີ້ຈົ່ງກ່າວແກ່ດາວິດຜູ້ຮັບໃຊ້ຂອງເຣົາວ່າ, “ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ “ເຮົາໄດ້ເອົາເຈົ້າມາຈາກທົ່ງຫຍ້າຈາກການຕາມຝູງແບ້ ແກະ ເພື່ອໃຫ້ເຈົ້າເປັນເຈົ້າເຫນືອອິສຣາເອນປະຊາກອນຂອງເຮົາ 8 ແລະເຮົາໄດ້ຢູ່ກັບເຈົ້າບໍ່ວ່າເຈົ້າຈະໄປທີ່ໃດ ແລະໄດ້ກຳຈັດສັດຕຣູຂອງເຈົ້າໃຫ້ພົ້ນຫນ້າເຈົ້າ ແລະເຮົາຈະກະທຳໃຫ້ເຈົ້າມີຊື່ສຽງຍິ່ງໃຫຍ່ ຢ່າງກັບຊື່ສຽງຂອງຜູ້ຍິ່ງໃຫຍ່ໃນໂລກ 9 ແລະເຮົາຈະກຳນົດທີ່ນຶ່ງໃຫ້ອິສຣາເອນໄພ່ພົນຂອງເຮົາ ແລະເຮົາຈະປູກຝັງເຂົາໄວ້ ເພື່ອເຂົາທັງຫລາຍຈະໄດ້ຢູ່ໃນທີ່ຂອງເຂົາເອງ ແລະບໍ່ຕ້ອງຖືກກວນໃຈອີກ ແລະຄົນຊົ່ວຈະບໍ່ມາຕີປຸ້ນເຂົາດັ່ງແຕ່ກ່ອນມາ 10 ຕັ້ງແຕ່ສະໄຫມ ເມື່ອເຣົາຕັ້ງຜູ້ປົກຄອງເຫນືອອິສຣາເອນປະຊາກອນຂອງເຮົາ ແລະເຣົາຈະປາບປາມສັດຕຣູທັງສິ້ນຂອງເຈົ້າ ນອກຈາກນີ້ເຮົາກ່າວແກ່ເຈົ້າວ່າ ພຣະຜູ້ເປັນເຈົ້າຈະຊົງໃຫ້ເຈົ້າມີຣາຊວົງ 11 ຢູ່ມາເມື່ອວັນຂອງເຈົ້າຄົບແລ້ວ ເຈົ້າຈະໄປຢູ່ກັບບັນພະບຸຣຸດຂອງເຈົ້າ ເຮົາຈະໃຫ້ບຸດຊາຍຄົນນຶ່ງຂອງເຈົ້າເກີດຂື້ນສືບຕໍ່ຈາກເຈົ້າ ຜູ້ຊຶ່ງເກີດມາຈາກຕົວເຈົ້າເອງ 12 ເຂົາຈະເປັນຜູ້ສ້າງວິຫານໃຫ້ເຮົາ ແລະເຮົາຈະສະຖາປະນາບັນລັງຂອງເຂົາໄວ້ເປັນນິດ 13 ເຮົາຈະເປັນບິດາຂອງເຂົາ ແລະເຂົາຈະເປັນບຸດຂອງເຮົາ ເຣົາຈະບໍ່ນຳຄວາມຮັກຫມັ້ນຄົງຂອງເຮົາໄປຈາກເຂົາເສັຽ ຢ່າງທີ່ເຣົາເອົາໄປຈາກຄົນທີ່ຢູ່ກ່ອນຫນ້າເຈົ້ານັ້ນ 14 ແຕ່ເຣົາຈະໃຫ້ເຂົາດຳຣົງຢູ່ໃນວິຫານຂອງເຮົາ ແລະໃນອານາຈັກຂອງເຣົາເປັນນິດ ເຣົາຈະສະຖາປະນາບັນລັງຂອງເຂົາໄວ້ເປັນນິດ” 15 ນາທານກໍກາບທູນດາວິດຕາມຖ້ອຍຄຳເຫລົ່ານີ້ທັງສິ້ນແລະຕາມນິມິດທັງຫມົດ 16 ແລ້ວກະສັດດາວິດກໍສະເດັດເຂົ້າໄປເຝົ້າພຣະຜູ້ເປັນເຈົ້າ ແລະກາບທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງເປັນຜູ້ໃດ ແລະເຊື້ອສາຍຂອງຂ້າພຣະອົງເປັນອັນໃດທີ່ພຣະອົງຊົງນຳຂ້າພຣະອົງມາໄກຈົນເຖິງນີ້ 17 ຂ້າແດ່ພຣະຜູເປັນເຈົ້າ ສິ່ງນີ້ເປັນຂອງເລັກນ້ອຍໃນສາຍພຣະເນດຂອງພຣະອົງ ແລະພຣະອົງຍັງຊົງກ່າວເຖິງຣາຊວົງຂອງຂ້າພຣະອົງໃນອານາຄົດອັນໄກນັ້ນ ແລະຊົງມອງເບິ່ງຂ້າພຣະອົງວ່າຂ້າພຣະອົງມີຖານະສູງ ໂອ ຂ້າແດ່ພຣະເຈົ້າ 18 ແລະດາວິດຈະກ່າວທູນສິ່ງໃດແກ່ພຣະອົງໄດ້ອີກໃນເຣື່ອງກຽດອັນຊົງປະທານແກ່ຜູ້ຮັບໃຊ້ຂອງພຣະອົງ ເພາະພຣະອົງຊົງຮູ້ຈັກຜູ້ຮັບໃຊ້ຂອງພຣະອົງ 19 ຂ້າແດ່ພຣະຜູ້ເປັນເຈົ້າ ເພື່ອຊົງເຫັນແກ່ຜູ້ຮັບໃຊ້ຂອງພຣະອົງ ແລະຕາມນ້ຳພຣະທັຍຂອງພຣະອົງເອງ ພຣະອົງຊົງກະທຳການຍິ່ງໃຫຍ່ນີ້ທັງສີ້ນ ເພື່ອຈະກະທຳໃຫ້ສິ່ງໃຫຍ່ນີ້ເປັນທີ່ຮູ້ກັນທົ່ວໄປ 20 ຂ້າແດ່ພຣະຜູ້ເປັນເຈົ້າ ບໍ່ມີຜູ້ໃດເຫມືອນພຣະອົງ ບໍ່ມີພຣະເຈົ້າອື່ນໃດນອກເຫນືອພຣະອົງ ຕາມທີ່ຂ້າພຣະອົງທັງຫລາຍໄດ້ບິນກັບຫູຂອງຂ້າພຣະອົງ 21 ປະຊາຊາດອື່ນໃດເທິງແຜ່ນດິນໂລກເຫມືອນອິສຣາເອນປະຊາຊົນຂອງພຣະອົງ ຜູ້ຊຶ່ງພຣະເຈົ້າສະເດັດໄປໄຖ່ໃຫ້ເປັນປະຊາຊົນຂອງພຣະອົງ ເພື່ອຊົງກະທຳໃຫ້ພຣະອົງມີພຣະນາມຍິ່ງໃຫຍ່ໂດຍສິ່ງທີ່ໃຫຍ່ໂຕຫນ້າສະພຶງກົວໃນການທີ່ຊົງຂັບໄລ່ປະຊາຊາດທັງຫລາຍໃຫ້ພົ້ນຫນ້າປະຊາຊົນຂອງພຣະອົງ ຜູ້ຊຶ່ງພຣະອົງຊົງໄຖ່ມາຈາກເອຢິບ 22 ແລະພຣະອົງຊົງກະທຳໃຫ້ອິສຣາເອນປະຊາຊົນຂອງພຣະອົງເປັນປະຊາຊົນຂອງພຣະອົງເປັນນິດ ແລະຂ້າແດ່ພຣະຜູ້ເປັນເຈົ້າພຣະອົງຊົງເປັນພຣະເຈົ້າຂອງເຂົາທັງຫລາຍ 23 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍໃຫ້ພຣະຄຳຊຶ່ງພຣະອົງກ່າວກ່ຽວກັບຜູ້ຮັບໃຊ້ຂອງພຣະອົງ ແລະກ່ຽວກັບເຊື້ອພຣະວົງຈົ່ງດຳຣົງຢູ່ເປັນນິດ ແລະຂໍພຣະອົງຊົງກະທຳຕາມທີ່ພຣະອົງສັ່ງແລ້ວນັ້ນເຖີດ 24 ແລະຂໍພຣະນາມຂອງພຣະອົງສະຖາປະນາໄວ້ແລະກຽງໄກຢູ່ເປັນນິດວ່າ, “ພຣະຜູ້ເປັນເຈົ້າຈອມໂຍທາຊົງເປັນພຣະເຈົ້າແຫ່ງອິສຣາເອນ ຄືພຣະເຈົ້າແຫ່ງອິສຣາເອນ ແລະວົງຂອງດາວິດຜູ້ຮັບໃຊ້ຂອງພຣະອົງຈະຖືກສະຖາປະນາໄວ້ຕໍ່ພຣະພັກຂອງພຣະອົງ 25 ເພາະຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ພຣະອົງໄດ້ຊົງສຳແດງແດ່ຜູ້ຮັບໃຊ້ຂອງພຣະອົງວ່າ ພຣະອົງຈະຊົງສ້າງວົງໃຫ້ ເພາສະນັ້ນຜູ້ຮັບໃຊ້ຂອງພຣະອົງໄດ້ປະສົບຄວາມກ້າຫານທີ່ຈະອ້ອນວອນຕໍ່ພຣະພັກພຣະອົງ 26 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນພຣະເຈົ້າ ແລະພຣະອົງໄດ້ຊົງສັນຍາສິ່ງທີ່ດີນີ້ໃຫ້ແກ່ຜູ້ຣັບໃຊ້ຂອງພຣະອົງ 27 ເພາະສະນັ້ນຂໍໃຫ້ເປັນທີ່ພໍພຣະທັຍພຣະອົງທີ່ຈະຊົງອວຍພຣະພອນແດ່ວົງຂອງຜູ້ຮັບໃຊ້ຂອງພຣະອົງເພື່ອວົງນັ້ນຈະດຳຣົງຢູ່ຕໍ່ພຣະພັກພຣະອົງເປັນນິດ ເພາະວ່າ ຂ້າແດ່ພຣະຜູ້ເປັນເຈົ້າ ສິ່ງໃດທີ່ພຣະອົງຊົງອວຍພຣະພອນສິ່ງນັ້ນກໍໄດ້ຣັບພຣະພອນເປັນນິດ”
ດາວິດຊົງຂະຫຍາຍຣາຊອານາຈັກຂອງພຣະອົງ
1 ຢູ່ຕໍ່ມາດາວິດຊົງໂຈມຕີຄົນຟີລິສຕີນແລະຊົງປາບປາມເຂົາເສັຽ ຊົງຍຶດເມືອງກາດ ແລະຊົນນະບົດຂອງເມືອງນັ້ນຈາກມືຄົນຟີລິສຕີນ 2 ແລະພຣະອົງຊົງໂຈມຕີໂມອາບ ແລະຄົນໂມອາບກໍເປັນຜູ້ຮັບໃຊ້ຂອງດາວິດແລະນຳບັນນາການມາຖວາຍ 3 ດາວິດຊົງໂຈມຕີຮາດາເອເຊີ ກະສັດຂອງເມືອງໂຊບາ ຕົງໄປເຖິງເມືອງຮາມັທ ຂນະເມື່ອພຣະອົງຊົງສະເດັດໄປຕັ້ງກຳລັງຂອງພຣະອົງທີ່ແມ່ນ້ຳເອີຟຣາດ 4 ແລະດາວິດຊົງຍຶດຣົດຮົບຈາກທ່ານມານຶ່ງພັນຄັນ ພົນມ້າເຈັດພັນ ແລະທະຫານຣາບສອງຫມື່ນ ແລະດາວິດຊົງຕັດເອັນຄະຫນ່ອງຂາມ້າຣົດຮົບເສັຽສີ້ນ ແຕ່ຊົງເຫລືອໄວ້ໃຫ້ພໍແກ່ຣົດຮົບນື່ງຮ້ອຍຄັນ 5 ແລະເມື່ອຄົນຊີເຣັຽ (ອາຣາມ) ແຫ່ງເມືອງດາມັສກັສມາຊ່ອຍຮາດາເດເຊີກະສັດແຫ່ງເມືອງໂຊບາ ດາວິດຊົງປະຫານຄົນຊີເຣັຽເສັຽສອງຫມື່ນສອງພັນຄົນ 6 ແລ້ວດາວິດຊົງຕັ້ງທະຫານປະຈຳປ້ອມໃນຊີເຣັຽແຫ່ງເມືອງດາມັສກັສ ແລະຄົນຊີເຣັຽເປັນຜູ້ຮັບໃຊ້ດາວິດ ແລະນຳບັນນາການມາຖວາຍ ດາວິດສະເດັດໄປໃນທີ່ສໃດພຣະຜູ້ເປັນເຈົ້າຊົງປະທານໄຊຊະນະແກ່ພຣະອົງທີ່ນັ້ນ 7 ດາວິດຊົງຍຶດໂລ່ທອງຄຳທີ່ຜູ້ຮັບໃຊ້ຂອງຮາດາເດເຊີຖື ແລະຊົງນຳມາທີ່ເຢຣູຊາເລັມ 8 ດາວິດຊົງຍຶດທອງສຳຣິດເປັນອັນມາກຈາກທິບຮາດ ແລະຈາກເມືອງຄູນ ຫົວເມືອງຂອງຮາດາເດເຊີ ຊຶ່ງໂຊໂລໂມນຊົງໃຊ້ສ້າງຖັງນ້ຳທອງສຳຣິດ ແລະເສົາຫານ ແລະເຄື່ອງໃຊ້ທອງສຳຣິດ 9 ເມື່ອໂຕອູກະສັດເມືອງຮາມັທໄດ້ບິນວ່າດາວິດຊົງໂຈມຕີກອງທັບທັງສິ້ນຂອງຣາດາເດເຊີ ກະສັດແຫ່ງເມືອງໂຊບາແລ້ວ 10 ພຣະອົງຊົງໃຊ້ຮາໂດຣາມບຸດຊາຍຂອງພຣະອົງໄປເຝົ້າດາວິດເພື່ອຮັບສະເດັດ ແລະຖວາຍພຣະພອນທີ່ພຣະອົງຊົງຣົບກັບຮາດາເດເຊີ ແລະຊົງຊະນະ ເພາະວ່າຮາດາເດເຊີໄດ້ສູ້ຮົບກັບ ໂຕອູເລື້ອຍໆ ແລະພຣະອົງໄດ້ສົ່ງຂອງທຸກຢ່າງທີ່ທຳດ້ວຍທອງຄຳ ດ້ວຍເງິນ ແລະດ້ວຍທອງສຳຣິດມາຖວາຍ 11 ແລະກະສັດດາວິດທູນຖວາຍສິ່ງເຫລົ່ານີ້ແກ່ພຣະຜູ້ເປັນເຈົ້າ ພ້ອມກັບເງິນແລະທອງຄຳຊື່ງພຣະອົງຊົງນຳມາຈາກປະຊາຊາດທັງປວງ ຈາກເອໂດມ ໂມອາບ ຄົນອັມໂມນ ຄົນຟີລິສຕີນ ແລະອາມາເລກ 12 ແລະອາບີຊັຍບຸດນາງເຊຣູຢາໄດ້ປະຫານຄົນເອໂດມນຶ່ງຫມື່ນແປດພັນຄົນເສັຽໃນຫຸບເຂົາເກືອ 13 ແລະທ່ານຕັ້ງທະຫານປະຈຳປ້ອມໃນເອໂດມ ແລະຄົນເອໂດມທັງສິ້ນໄດ້ເປັນຄົນຮັບໃຊ້ຂອງດາວິດ ແລະພຣະຜູ້ເປັນເຈົ້າຊົງປະທານໄຊຊະນະແກ່ດາວິດບໍ່ວ່າພຣະອົງສະເດັດໄປໃນທີ່ໃດ
ຂ້າຣາຊການຂອງດາວິດ
14 ດາວິດຈຶ່ງຊົງຄອບຄອງເຫນືອອິສຣາເອນທັງສິ້ນແລະພຣະອົງຊົງໃຫ້ຄວາມຍຸດຕີທັມແລະຄວາມທ່ຽງທັມແກ່ປະຊາຊົນຂອງພຣະອົງທັງສີ້ນ 15 ແລະໂຢອາບບຸດນາງເຊຣູຢາເປັນຜູ້ບັນຊາການກອງທັບ ແລະເຢໂຮຊາຟັດບຸດຂອງອາຮີຕູບເປັນເຈົ້າກົມສາຣະບັນ 16 ແລະຊາໂດກບຸດອາຮີຕູບແລະອາຮີເມເລກບຸດອາບີອາທາເປັນປະໂຣຫິດ ແລະຊາວ໌ຊາເປັນຣາຊເລຂາ 17 ແລະເບນັຍຢາບຸດເຢຮົວອາດາຢູ່ເຫນືອຄົນເຄເຣ ແລະຄົນເປເຣດ ແລະບັນດາບຸດຊາຍຂອງດາວິດກໍເປັນເຈົ້າຫນ້າທີ່ຊັ້ນຫົວຫນ້າໃນຣາຊການຂອງກະສັດ
ຊົງຮົບຊນະຄົນອັມໂມນແລະຄົນຊີເຣັຽ
1 ແລະຢູ່ຕໍ່ມາພາຍຫລັງນີ້ນາຮັສກະສັດຂອງຄົນອັມໂມນສິ້ນພຣະຊົນ ແລະບຸດຊາຍຂອງພຣະອົງໄດ້ຂື້ນປົກຄອງແທນ 2 ແລະດາວິດກ່າວວ່າ, “ເຮົາຈະຊື່ຕົງຕໍ່ຮານູນບຸດຊາຍຂອງນາຮັສ ເພາະວ່າບິດາຂອງທ່ານໄດ້ຊື່ຕົງຕໍ່ເຮົາ” ດາວິດຈຶ່ງຊົງສົ່ງຜູ້ສົ່ງຂ່າວໄປເລົ້າໂລມທ່ານກ່ຽວກັບບິດາຂອງທ່ານ ແລະຂ້າຣາຊການຂອງດາວິດກໍມາຍັງຮານູນໃນແຜ່ນດິນຂອງຄົນອັມໂມນ ເພື່ອຈະເລົ້າໂລມທ່ານ 3 ແຕ່ບັນດາເຈົ້ານາຍຂອງຄົນອັມໂມນທູນຮານູນວ່າ, “ພຣະອົງດຳຣິວ່າດາວິດສົ່ງຜູ້ເລົ້າໂລມມາຫາພຣະອົງ ເພາະນັບຖືພຣະຣາຊບິດາຂອງພຣະອົງເຊັ່ນນັ້ນຫລື ຂ້າຣາຊການຂອງທ່ານມາຫາພຣະອົງເພື່ອຄົ້ນຫາແລະຄວ່ຳ ແລະສອດແນມແຜ່ນດິນບໍ່ແມ່ນຫລື” 4 ຮານູນຈຶ່ງຈັບຂ້າຣາຊການຂອງດາວິດ ແລະໂກນຫນວດຂ້າງນຶ່ງ ແລະຕັດຂາສົ້ງຈົນຈຳກະໂພກ ແລະປ່ອຍເຂົາກັບໄປ 5 ເມື່ອມີບາງຄົນໄປທູນດາວິດເຖິງເຣື່ອງຄົນເຫລົ່ານັ້ນ ພຣະອົງກໍຊົງໃຊ້ໃຫ້ໄປຮັບເຂົາ ເພາະຄົນເຫລົ່ານັ້ນອາຍຫລາຍ ແລະກະສັດສັ່ງວ່າ, “ຈົ່ງພັກຢູ່ທີ່ເມືອງເຢຣີໂກຈົນກວ່າຫນວດຂອງທ່ານທັງຫລາຍຈະຂື້ນ ແລ້ວຈຶ່ງຄ່ອຍກັບມາ” 6 ເມື່ອຄົນອັມໂມນເຫັນວ່າເຂົາທັງຫລາຍເປັນທີ່ກຽດຊັງແກ່ດາວິດ ຮານູນ ແລະຄົນອັມໂມນຈຶ່ງສົ່ງເງິນນຶ່ງພັນຕະລັນໄປຈ້າງຣົດຮົບ ແລະພົນມ້າຈາກເມໂຊໂປຕາເມັຽຈາກອາຣາມມາອາກາ ແລະຈາກໂຊບາ 7 ເຂົາໄດ້ຈ້າງຣົດຮົບສອງຫມື່ນສາມພັນຄັນ ແລະກະສັດແຫ່ງເມືອງມາອາກາ ກັບກອງທັບຂອງທ່ານ ຜູ້ຊຶ່ງມາຕັ້ງຄ້າຍຢູ່ຫນ້າເມືອງເມເດບາ ແລະຄົນອັມໂມນກໍຮວບຮວມກັນມາຈາກຫົວເມືອງຂອງເຂົາທັງຫລາຍ ແລະມາທຳສົງຄາມ 8 ເມື່ອດາວິດຊົງຊາບຈຶ່ງໃຊ້ໂຢອາບ ແລະກອງທັບທະຫານເອກທະຫານທັງສິ້ນໄປ 9 ຄົນອັມໂມນອອກມາຈັດທັບທີ່ທາງເຂົ້າປະຕູເມືອງ ແລະບັນດາກະສັດທີ່ຍົກມາຢູ່ທີ່ຊົນນະບົດກາງແຈ້ງຕ່າງຫາກ 10 ເມື່ອໂຢອາບເຫັນວ່າການເສິກນັ້ນຂະຫນາບຢູ່ຂ້າງຫນ້າແລະຂ້າງຫລັງ ທ່ານຈຶ່ງຄັດເອົາຄົນອິສຣາເອນທີ່ເລືອກໄວ້ແລ້ວແລະຈັດທັບເຂົ້າໄປຕໍ່ສູ້ຄົນຊີເຣັຽ (ອາຣາມ) 11 ສ່ວນຄົນຂອງທ່ານທີ່ເຫລືອຢູ່ ທ່ານກໍມອບໄວ້ໃນການລັງຄັບບັນຊາຂອງອາບີຊັຍນ້ອງຊາຍຂອງທ່ານ ຄົນເຫລົ່ານັ້ນກໍຈັດເຂົ້າສູ້ກັບຄົນອັມໂມນ 12 ແລະທ່ານເວົ້າວ່າ, “ຖ້າກຳລັງຄົນຊີເຣັຽແຂງເຫລືອກຳລັງຂອງເຮົາແລ້ວ ເຈົ້າຈົ່ງຊ່ອຍເຮົາ ແຕ່ຖ້າກຳລັງຄົນອັມໂມນແຂງເກີນກຳລັງຂອງເຈົ້າ ເຮົາຈະຊ່ອຍເຈົ້າ 13 ຈົ່ງມີຄວາມກ້າຫານເຖີດ ແລະໃຫ້ເຮົາເປັນລູກຜູ້ຊາຍເພື່ອຊົນຊາດຂອງເຮົາ ແລະເພື່ອຫົວເມືອງຂອງພຣະເຈົ້າຂອງເຮົາ ແລະຂໍພຣະເຈົ້າຊົງກະທຳສິ່ງທີ່ພຣະອົງຊົງເຫັນຊອບເຖີດ” 14 ດັ່ງນັ້ນ ໂຢອາບແລະປະຊາຊົນຜູ້ຢູ່ກັບທ່ານໄດ້ເຂົ້າມາໃກ້ຂ້າງຫນ້າຄົນຊີເຣັຽເພື່ອສູ້ຮົບກັນ ແລະເຂົາທັງຫລາຍກໍແຕກຫນີໄປຕໍ່ຫນ້າທ່ານ 15 ແລະເມື່ອຄົນອັມໂມນເຫັນວ່າຄົນຊີເຣັຽຫນີໄປແລ້ວ ເຂົາກໍຫນີໄປໃຫ້ພົ້ນຫນ້າອາບີຊັຍນ້ອງຊາຍຂອງໂຢອາບດ້ວຍ ແລະເຂົ້າໄປໃນເມືອງ ແລ້ວໂຢອາບກໍກັບມາຍັງເຢຣູຊາເລັມ 16 ແຕ່ເມື່ອຄົນຊີເຣັຽເຫັນວ່າເຂົາຜ່າຍແພ້ແກ່ອິສຣາເອນ ເຂົາຈຶ່ງສົ່ງຜູ້ສົ່ງຂ່າວໄປນຳຄົນຊີເຣັຽ ຊຶ່ງຢູ່ຟາກຕາເວັນອອກຂອງແມ່ນ້ຳເອີຟຣາດມາ ມີໂຊຟາກຜູ້ບັງຄັບບັນຊາການກອງທັບຂອງຮາດາເດເຊີ ເປັນຫົວຫນ້າຂອງເຂົາທັງຫລາຍ 17 ແລະເມື່ອມີຄົນກາບທູນດາວິດພຣະອົງກໍຊົງຮວມອິສຣາເອນທັງສິ້ນເຂົ້າດ້ວຍກັນ ແລະຂ້າມແມ່ນໍ້າຈໍແດນມາຫາເຂົາ ແລະຈັດທັບຕໍ່ສູ້ກັບເຂົາ ແລະເມື່ອດາວິດຊົງຈັດທັບເຂົ້າຕໍ່ສູ້ກັບຄົນຊີເຣັຽ ເຂົາທັງຫລາຍຕໍ່ສູ້ກັບພຣະອົງ 18 ແລະຄົນຊີເຣັຽກໍຫນີໄປຕໍ່ຫນ້າອິສຣາເອນ ແລະດາວິດຊົງປະຫານຄົນຊີເຣັຽຄືຄົນຂອງຣົດຮົບເຈັດພັນຄົນ ແລະທະຫານຣາບສີ່ຫມື່ນຄົນ ແລະຂ້າໂຊຟາກຜູ້ບັນຊາການກອງທັບຂອງເຂົາທັງຫລາຍດ້ວຍ 19 ແລະເມື່ອຜູ້ຮັບໃຊ້ຂອງຮາດາເດເຊີເຫັນວ່າເຂົາຜ່າຍແພ້ຕໍ່ອິສຣາເອນ ເຂົາກໍຍອມສງົບສຸກກັບດາວິດ ແລະເປັນເມືອງຂື້ນຂອງພຣະອົງ ຄົນຊີເຣັຽຈີ່ງບໍ່ຊ່ອຍຄົນອັມໂມນອີກຕໍ່ໄປ
ດາວິດຊົງຍຶດເມືອງຣັບບາ
1 ຄັນເຖິງຣະດູແລ້ງ ເມື່ອບັນດາກະສັດຍົກກອງທັບອອກໄປຮົບ ໂຢອາບກໍນຳກອງທັບໄປກວາດລ້າງແຜ່ນດິນຂອງຄົນອັມໂມນແລະມາລ້ອມເມືອງຣັບບາໄວ້ແຕ່ດາວິດປະທັບຢູ່ທີ່ເຢຣູຊາເລັມ ແລະໂຢອາບກໍໂຈມຕີເມືອງຣັບບາ ແລະທຳລາຍເມືອງນັ້ນເສັຽ 2 ແລະດາວິດຊົງຖອດມົງກຸດຈາກພຣະສຽນຂອງກະສັດຂອງເຂົາທັງຫລາຍ ພຣະອົງຊົງຊາບວ່າມົງກຸດນັ້ນມີທອງຄຳຫນັກນຶ່ງຕະລັນ ແລະມີເພັດພອຍຊຶ່ງຕໍ່ມາຢູ່ເທິງພຣະສຽນຂອງດາວິດ ແລະພຣະອົງຊົງຍຶດເອົາສິ່ງຂອງຈາກເມືອງນັ້ນ ໄດ້ເຂົ້າຂອງເປັນຈຳນວນຫລວງຫລາຍ 3 ພຣະອົງຊົງນຳປະຊາຊົນທີ່ຢູ່ໃນເມືອງນັ້ນອອກມາ ຕັ້ງເຂົາໃຫ້ທຳງານຫນັກຢູ່ກັບເລື່ອຍ ແລະເຫລັກຂຸດແລະຂວານ ແລະດາວິດຊົງກະທຳເຊັ່ນນັ້ນແກ່ຫົວເມືອງທັງສິ້ນຂອງຄົນອັມໂມນ ແລ້ວດາວິດກັບປະຊາຊົນທັງປວງກໍກັບສູ່ເຢຣູຊາເລັມ
ຄົນຂອງດາວິດຂ້າພວກມະນຸດຮ່າງໃຫຍ່
4 ແລະຢູ່ມາພາຍຫລັງເກີດສົງຄາມຂື້ນກັບຄົນຟີລິສຕີນທີ່ເມືອງເກເຊີ ແລ້ວຊິບເບກັຍຕະກູນຮູຊາໄດ້ສັງຫານຊິບປັຍ ຜູ້ເປັນເຊື້ອສາຍຂອງຄົນຮ່າງໃຫຍ່ເສັຽ ແລະຄົນຟີລິສຕີນກໍຖືກຜ່າຍແພ້ 5 ແລະມີສົງຄາມກັບຄົນຟີລິສຕີນອີກ ແລະເອນຮານານບຸດຢາອີຣ໌ໄດ້ຂ້າລາມີນ້ອງຊາຍຂອງໂກລີອາດເສັຽ ຜູ້ມີຫອກທີ່ມີດ້າມໃຫຍ່ເທົ່າກັບໄມ້ກະພັ່ນຫູກ 6 ແລະມີສົງຄາມທີ່ເມືອງກາດອີກ ມີຊາຍຄົນນຶ່ງຮູບຮ່າງໃຫຍ່ໂຕ ຜູ້ທີ່ມືຂ້າງນຶ່ງມີນີ້ວຫົກນີ້ວ ແລະນີ້ວຕີນຂ້າງລະຫົກນີ້ວ ຈຳນວນຊາວສີ່ນີ້ວ ແລະເຂົາມີເຊື້ອສາຍມາຈາກມະນຸດຮ່າງໃຫຍ່ດ້ວຍ 7 ແລະເມື່ອເຂົາທ້າທາຍອິສຣາເອນ ໂຢນາທານບຸດຊີເມອີ ອ້າຍຂອງກະສັດດາວິດກໍປະຫານຊີວິດເສັຽ 8 ຄົນເຫລົ່ານີ້ສືບເນື່ອງມາຈາກມະນຸດຮ່າງໃຫຍ່ໃນເມືອງກາດ ແລະເຂົາລົ້ມຕາຍດ້ວຍພຣະຫັດຂອງດາວິດ ແລະດ້ວຍມືຜູ້ຮັບໃຊ້ຂອງພຣະອົງ
ດາວິດຊົງນັບອິສຣາເອນແລະຢູດາ
1 ຊາຕານໄດ້ຢືນຂື້ນຕໍ່ສູ້ອິສຣາເອນ ແລະດົນພຣະທັຍໃຫ້ດາວິດນັບຈຳນວນອິສຣາເອນ 2 ດາວິດຈຶ່ງສັ່ງກັບໂຢອາບ ແລະຜູ້ບັງຄັບບັນຊາກອງທັບວ່າ, “ຈົ່ງໄປນັບອິສຣາເອນຕັ້ງແຕ່ເມືອງເບເອີ ເຊບາຈົນເຖິງເມືອງດານ ແລະນຳຣາຍງານມາໃຫ້ເຮົາ ເພື່ອຈະໄດ້ຊາບຈຳນວນຮວມຂອງເຂົາທັງຫລາຍ” 3 ແຕ່ໂຢອາບທູນຕອບວ່າ, “ຂໍພຣະຜູ້ເປັນເຈົ້າຊົງເພີ້ມປະຊາກອນຂອງພຣະອົງອີກຮ້ອຍເທົ່າຂອງທີ່ມີຢູ່ແລ້ວ ຂ້າແດ່ພຣະຣາຊາເຈົ້ານາຍຂອງຂ້ານ້ອຍ ແຕ່ປະຊາຊົນນີ້ທັງສິ້ນເປັນຜູ້ຮັບໃຊ້ຂອງເຈົ້ານາຍຂອງຂ້ານ້ອຍບໍ່ແມ່ນຫລື ເປັນຫຍັງເຈົ້ານາຍຂອງຂ້ານ້ອຍຈຶ່ງຮັບສັ່ງເຊັ່ນນີ້ ເປັນຫຍັງພຣະອົງຈຶ່ງຊົງນຳກັມຊົ່ວມາສູ່ອິສຣາເອນ” 4 ແຕ່ໂຢອາບຂັດຮັບສັ່ງບໍ່ໄດ້ຈຶ່ງຈາກໄປ ແລະໄປຕລອດຄົນອິສຣາເອນທັງສິ້ນ ແລະກັບມາຍັງເຢຣູຊາເລັມ 5 ແລະໂຢອາບຖວາຍຈຳນວນປະຊາຊົນທີ່ນັບໄດ້ແກ່ດາວິດ ໃນອິສຣາເອນທັງສິ້ນມີນຶ່ງລ້ານນຶ່ງແສນຄົນທີ່ຊັກດາບ ແລະໃນຢູດາມີສີ່ແສນເຈັດຫມື່ນຄົນທີ່ຊັກດາບ 6 ແຕ່ໃນການນັບນັ້ນທ່ານບໍ່ໄດ້ຮວມເລວີແລະເບັນຢາມິນ ເພາະວ່າພຣະບັນຊາຂອງພຣະຣາຊາເປັນທີ່ຫນ້າກຽດແກ່ໂຢອາບ 7 ແຕ່ພຣະເຈົ້າບໍ່ຊົງພໍພຣະທັຍໃນເຣື່ອງນີ້ ແລະພຣະອົງຊົງລົງໂທດອິສຣາເອນ 8 ແລະດາວິດທູນພຣະເຈົ້າວ່າ, “ຂ້າພຣະອົງໄດ້ທຳບາບໃຫຍ່ຍິ່ງໃນການທີ່ຂ້າພຣະອົງໄດ້ກະທຳສິ່ງນີ້ ຂ້າແດ່ພຣະອົງ ຂໍຊົງໃຫ້ອະພັຍຄວາມບາບຊົ່ວຂອງຜູ້ຮັບໃຊ້ຂອງພຣະອົງ ເພາະຂ້າພຣະອົງໄດ້ກະທຳການຢ່າງໂງ່ຈ້າຫລາຍ” 9 ແລະພຣະເຈົ້າຊົງກ່າວກັບກາດຜູ້ທຳນວາຍຂອງດາວິດວ່າ, 10 “ຈົ່ງໄປບອກດາວິດວ່າ “ພຣະເຈົ້າກ່າວດັ່ງນີ້ວ່າ ເຮົາສເນີເຈົ້າສາມປະການ ຈົ່ງເລືອກເອົາປະການນຶ່ງ ເພື່ອເຮົາຈະໄດ້ກະທຳໃຫ້ແກ່ເຈົ້າ” 11 ກາດຈຶ່ງເຂົ້າເຝົ້າດາວິດ ແລະກາບທູນພຣະອົງວ່າ “ພຣະເຈົ້າກ່າວດັ່ງນີ້ວ່າ ຈົ່ງເລືອກເອົາຕາມທີ່ເຈົ້າພໍໃຈ 12 ຄື ກັນດານອາຫານສາມປີ ຫລືການລ້າງຜານໂດຍສັດຕຣູຈະຂັບເຈົ້າທັນ ຫລືດາບຂອງພຣະເຈົ້າສາມວັນຄືໂຣກຣະບາດເທິງແຜ່ນດິນ ແລະທູດຂອງພຣະເຈົ້າທຳລາຍທົ່ວໄປໃນດິນແດນທັງສິ້ນຂອງອິສຣາເອນ ບັດນີ້ຂໍຊົງພິຈາຣະນາດູວ່າຈະໃຫ້ຂ້າພຣະອົງກາບທູນພຣະອົງຜູ້ຊົງໃຊ້ຂ້າພຣະອົງມາວ່າປະການໃດ” 13 ແລ້ວດາວິດກ່າວກັບກາດວ່າ “ເຣົາມີຄວາມກະວົນກະວາຍຫລາຍ ຂໍໃຫ້ເຮົາຕົກເຂົ້າໄປຢູ່ໃນພຣະຫັດຂອງພຣະເຈົ້າ ເພາະພຣະກະຣຸນາຄຸນຂອງພຣະອົງຍິ່ງໃຫຍ່ນັກ ແຕ່ຂໍຢ່າໃຫ້ເຮົາຕົກເຂົ້າໄປໃນມືຂອງມະນຸດເລີຍ” 14 ດັ່ງນັ້ນ ພຣະເຈົ້າຊົງໃຫ້ໂຣກຣະບາດເກີດຂື້ນໃນອິສຣາເອນ ແລະຄົນອິສຣາເອນໄດ້ລົ້ມຕາຍເຈັດຫມື່ນຄົນ 15 ແລະພຣະເຈົ້າຊົງໃຊ້ທູດສວັນໄປຍັງເຢຣູຊາເລັມເພື່ອຈະທຳລາຍເສັຽ ແຕ່ເມື່ອທ່ານຈະລົງມືທຳລາຍ ພຣະເຈົ້າຊົງເຫັນແລະພຣະອົງຊົງປ່ຽນພຣະທັຍໃນເຫດຮ້າຍນັ້ນ ແລະພຣະອົງກ່າວກັບທູດຜູ້ທຳລາຍນັ້ນວ່າ, “ພໍແລ້ວ ຢັບຢັ້ງມືຂອງເຈົ້າໄດ້” ສ່ວນທູດຂອງພຣະເຈົ້າກໍກຳລັງຢືນຢູ່ທີ່ລານນວດເຂົ້າຂອງໂອຣ໌ນານຄົນເຢບຸສ 16 ດາວິດແຫງນພຣະພັກຊົງເຫັນທູດຂອງພຣະຜູ້ເປັນເຈົ້າຢືນລະຫວ່າງແຜ່ນດິນໂລກແລະຟ້າສວັນ ແລະໃນມືຖືດາບທີ່ຊັກອອກເຫນືອເຢຣູຊາເລັມແລ້ວດາວິດແລະພວກຜູ້ໃຫຍ່ ສວມຜ້າກະສອບຊົບຫນ້າລົງ 17 ແລະດາວິດທູນພຣະເຈົ້າວ່າ, “ຂ້າພຣະອົງບໍ່ແມ່ນຫລືທີ່ສັ່ງໃຫ້ນັບປະຊາຊົນ ຂ້າພຣະອົງເປັນຜູ້ໄດ້ກະທຳບາບ ແລະໄດ້ກະທຳຄວາມຊົ່ວຮ້າຍຍິ່ງນັກ ແຕ່ບັນດາແກະເຫລົ່ານີ້ເຂົາໄດ້ກະທຳສິ່ງໃດ ຂ້າແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພຣະອົງ ຂໍພຣະຫັດຂອງພຣະອົງຢູ່ເຫນືອຂ້າພຣະອົງແລະເຊື້ອສາຍຂອງຂ້າພຣະອົງ ແຕ່ຂໍຢ່າໃຫ້ໂຣກຮ້າຍນັ້ນຢູ່ເຫນືອປະຊາຊົນຂອງພຣະອົງ” 18 ແລ້ວທູດຂອງພຣະຜູ້ເປັນເຈົ້າໄດ້ສັ່ງໃຫ້ກາດທູນດາວິດວ່າ ໃຫ້ດາວິດຂື້ນໄປສ້າງແທ່ນບູຊາຖວາຍແດ່ພຣະຜູ້ເປັນເຈົ້າທີ່ລານນວດເຂົ້າຂອງໂອຣ໌ນານ ຄົນເຢບຸສ 19 ດາວິດຈຶ່ງສະເດັດຂື້ນໄປຕາມຄຳຂອງກາດ ຊື່ງທ່ານໄດ້ກາບທູນໃນພຣະນາມຂອງພຣະຜູ້ເປັນເຈົ້າ 20 ຝ່າຍໂອຣ໌ນານກຳລັງນວດເຂົ້າສາລີຢູ່ ທ່ານຫັນມາເຫັນທູດສວັນ ບຸດຊາຍສີ່ຄົນຂອງທ່ານທີ່ຢູ່ກັບທ່ານກໍລີ້ຊ່ອນຕົວເສັຽ 21 ເມື່ອດາວິດສະເດັດມາຍັງໂອຣ໌ນານ ໂອຣ໌ນານມອງເຫັນດາວິດ ແລະອອກໄປຈາກລານນວດເຂົ້າ ຖວາຍບັງຄົມດາວິດດ້ວຍຊົບຫນ້າລົງເຖິງດິນ 22 ແລະດາວິດກ່າວກັບໂອຣ໌ນານວ່າ, “ຈົ່ງໃຫ້ລານນວດເຂົ້າແກ່ເຮົາເຖີດ ເພື່ອເຮົາຈະສ້າງແທ່ນບູຊາຖວາຍແດ່ພຣະຜູ້ເປັນເຈົ້າເທິງນັ້ນ ຈົ່ງໃຫ້ແດ່ເຮົາຕາມຣາຄາເຕັມ ເພື່ອວ່າໄພວິບັດນັ້ນຈະໄດ້ຣະງັບເສັຽຈາກປະຊາຊົນ” 23 ແລ້ວໂອຣ໌ນານກາບທູນດາວິດວ່າ, “ຂໍຊົງຮັບໄປເຖີດ ແລະຂໍພຣະຣາຊາເຈົ້ານາຍຂອງຂ້າພຣະອົງກະທຳສິ່ງທີ່ພຣະອົງຊົງເຫັນຊອບເຖີດ ຂ້າພຣະອົງຂໍຖວາຍງົວສຳລັບເຄື່ອງເຜົາບູຊາ ແລະຖວາຍໄມ້ພື້ນທີ່ລານໃຫ້ເປັນຟືນ ແລ້ວເຂົ້າສາລີເປັນທັນຍາບູຊາ ຂ້າພຣະອົງຂໍຖວາຍຫມົດ” 24 ແຕ່ກະສັດດາວິດກ່າວກັບໂອຣ໌ນານວ່າ, “ບໍ່ ແຕ່ເຮົາຈະຊື້ເອົາຕາມຣາຄາເຕັມ ເຣົາຈະບໍ່ເອົາຂອງຂອງເຈົ້າຖວາຍແດ່ພຣະຜູ້ເປັນເຈົ້າ ຫລືຖວາຍສິ່ງທີ່ເຣົາບໍ່ໄດ້ເສັຽຄ່າເປັນເຄື່ອງເຜົາບູຊາ 25 ດາວິດຈຶ່ງຊົງຈ່າຍໃຫ້ໂອຣ໌ນານນັ້ນເປັນທອງຄຳນ້ຳຫນັກຫົກຮ້ອຍເຊເກລ 26 ດາວິດກໍຊົງສ້າງແທ່ນບູຊາຖວາຍແດ່ພຣະຜູ້ເປັນເຈົ້າທີ່ນັ້ນ ແລະຊົງຖວາຍເຄື່ອງເຜົາບູຊາແລະເຄື່ອງສານຕິບູຊາ ແລະກາບທູນອອກພຣະນາມພຣະຜູ້ເປັນເຈົ້າ ແລະພຣະຜູ້ເປັນເຈົ້າຊົງຕອບພຣະອົງດ້ວຍໄຟຈາກສວັນເທິງແທ່ນເຄື່ອງເຜົາບູຊາ 27 ແລ້ວພຣະຜູ້ເປັນເຈົ້າກໍຊົງບັນຊາທູດສວັນ ແລະທ່ານກໍເອົາດາບໃສ່ຝັກເສັຽ
ສະຖານທີ່ຕັ້ງພຣະວິຫານ
28 ຄັ້ງນັ້ນ ເມື່ອດາວິດຊົງເຫັນວ່າ ພຣະຜູ້ເປັນເຈົ້າຊົງຕອບພຣະອົງທີ່ລານນວດເຂົ້າຂອງໂອຣ໌ນານຄົນເຢບຸສ ພຣະອົງຊົງຖວາຍສັຕບູຊາທີ່ນັ້ນ 29 ເພາະຫໍເຕັນຂອງພຣະຜູ້ເປັນເຈົ້າຊຶ່ງໂມເຊໄດ້ສ້າງຂື້ນໃນຖິ່ນກັນດານ ແລະແທ່ນເຄື່ອງເຜົາບູຊາ ໃນເວລານັ້ນຢູ່ໃນສະຖານນະມັສການທີ່ສູງທີ່ກີເບໂອນ 30 ແຕ່ດາວິດຈະໄປທູນຖາມພຣະເຈົ້າທີ່ນັ້ນບໍ່ໄດ້ ເພາະພຣະອົງຊົງຢ້ານດາບຂອງເທວະທູດຂອງພຣະຜູ້ເປັນເຈົ້າ
1 ແລ້ວດາວິດກ່າວວ່າ, “ນີ້ແຫລະ ພຣະວິຫານຂອງພຣະຜູ້ເປັນເຈົ້າ ນີ້ແຫລະ ແທ່ນເຄື່ອງເຜົາບູຊາສຳລັບອິສຣາເອນ”
ດາວິດຊົງກະຕຽມເພື່ອຈະສ້າງພຣະວິຫານ
2 ດາວິດຊົງບັນຊາໃຫ້ຮວບຮວມຄົນຕ່າງດ້າວທີ່ຢູ່ໃນແຜ່ນດິນອິສຣາເອນ ແລະພຣະອົງຊົງຈັດຄົນສະກັດຫີນໃຫ້ຕຽມຫີນສະກັດເພື່ອສ້າງພຣະວິຫານຂອງພຣະເຈົ້າ 3 ດາວິດຍັງຊົງຈັດສະສົມເຫລັກເປັນຈຳນວນຫລວງຫລາຍ ເພື່ອເປັນຕາປູຂອງບານປະຕູຮົ້ວ ແລະເປັນເຫລັກຫນີບ ທັງທອງສຳຣິດເປັນຈຳນວນຫລວງຫລາຍເຫລືອທີ່ຈະຊັ່ງໄດ້ 4 ແລະໄມ້ສົນນັບບໍ່ຖ້ວນ ເພາະວ່າຊາວຊີໂດນ ແລະຊາວຕີຣ໌ ໄດ້ນຳໄມ້ສົນຈຳນວນຫລວງຫລາຍມາຖວາຍດາວິດ 5 ເພາະດາວິດກ່າວວ່າ, “ໂຊໂລໂມນບຸດຂອງເຣົາຍັງນ້ອຍຢູ່ ແລະບໍ່ເຄີຍງານ ແລະພຣະວິຫານຊື່ງຈະສ້າງຖວາຍພຣະຜູ້ເປັນເຈົ້ານັ້ນ ຕ້ອງງາມຢ່າງຍິ່ງ ມີຊື່ສຽງແລະສັກສີໃນບັນດາປະເທດທັງຫລາຍ ເພາະສະນັ້ນເຣົາຈຶ່ງຈະຈັດຕຽມໄວ້” ດາວິດຈຶ່ງຊົງຈັດວັດຖຸເປັນຈຳນວນຫລວງຫລາຍກ່ອນພຣະອົງສິ້ນພຣະຊົນ 6 ແລ້ວພຣະອົງຊົງເອີ້ນໂຊໂລໂມນບຸດຊາຍຂອງພຣະອົງ ແລະກຳຊັບທ່ານໃຫ້ສ້າງພຣະວິຫານຖວາຍແດ່ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ 7 ດາວິດຮັບສັ່ງໂຊໂລໂມນບຸດຊາຍຂອງພຣະອົງວ່າ, “ລູກເອີຍ ເຮົາມີໃຈປະສົງທີ່ຈະສ້າງພຣະວິຫານຖວາຍພຣະນາມແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ 8 ແຕ່ພຣະວັຈນະຂອງພຣະຜູ້ເປັນເຈົ້າມາຍັງເຣົາວ່າ “ເຈົ້າໄດ້ທຳໃຫ້ໂລຫິດຕົກຫລາຍ ແລະໄດ້ທຳສົງຄາມໃຫຍ່ໂຕ ເຈົ້າຢ່າສ້າງພຣະວິຫານເພື່ອນາມຂອງເຮົາເລີຍ ເພາະເຈົ້າໄດ້ທຳໃຫ້ໂລຫິດຕົກເປັນຈຳນວນຫລາຍຕໍ່ຫນ້າເຮົາເທິງແຜ່ນດິນໂລກ 9 ເບິ່ງແມ໋, ບຸດຊາຍຄົນນຶ່ງຈະບັງເກີດມາແກ່ເຈົ້າ ເຂົາຈະເປັນຄົນແຫ່ງຄວາມສງົບ ເຮົາຈະໃຫ້ຄວາມສງົບແກ່ເຂົາໃຫ້ພົ້ນຈາກສັດຕຣູທັງສິ້ນຂອງເຂົາຮອບຂ້າງ ເພາະເຂົາຈະມີຊື່ວ່າ ໂຊໂລໂມນ ແລະເຣົາຈະໃຫ້ສັນຕິພາບ ແລະຄວາມສງົບແກ່ອິສຣາເອນໃນສະໄຫມຂອງເຂົາ 10 ເຂົາຈະສ້າງພຣະວິຫານເພື່ອນາມຂອງເຮົາ ເຂົາຈະເປັນບຸດຊາຍຂອງເຮົາ ແລະເຮົາຈະເປັນບິດາຂອງເຂົາ ແລະເຣົາຈະສະຖາປະນາຣາຊບັນລັງຂອງເຂົາເຫນືອອິສຣາເອນເປັນນິດ” 11 ນີ້ແຫລະ ລູກຂອງຂ້າເອີຍ ຂໍພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບເຈົ້າ ແລະຂໍໃຫ້ເຈົ້າມີຄວາມສຳເຣັດ ແລະສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າສຳເຣັດດັ່ງທີ່ພຣະອົງສັ່ງເຖິງເຣື່ອງເຈົ້າ 12 ຂໍພຽງພຣະຜູ້ເປັນເຈົ້າໂຜດໃຫ້ເຈົ້າມີຄວາມສລຽວສລາດແລະຄວາມເຂົ້າໃຈ ແລະຊົງຕັ້ງເຈົ້າໃຫ້ປົກຄອງອິສຣາເອນ ແລະຊົງໂຜດໃຫ້ເຈົ້າຮັກສາທັມບັນຍັດຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 13 ແລ້ວເຈົ້າຈະສຳເຣັດ ຖ້າເຈົ້າຈົ່ງລະມັດລະວັງທີ່ຈະປະຕິບັດຕາມກົດເກນແລະກົດຫມາຍຊຶ່ງພຣະພຣະຜູ້ເປັນເຈົ້າຊົງສັ່ງກັບໂມເຊກ່ຽວກັບອິສຣາເອນ ຈົ່ງເຂັ້ມແຂງແລະກ້າຫານເຖີດ 14 ແລະເບິ່ງແມ໋, ເຣົາໄດ້ຈັດຕຽມໄວ້ເພື່ອພຣະວິຫານຂອງພຣະຜູ້ເປັນເຈົ້າດ້ວຍຄວາມເມື່ອຍຍາກຢ່າງຍິ່ງ ເປັນທອງຄຳຫນັກນຶ່ງແສນຕະລັນ ທອງສຳຣິດ ແລະເຫລັກເຫລືອທີ່ຈະຊັ່ງ ເພາະມີມາກມາຍເຫລືອເກີນ ເຮົາໄດ້ຈັດຕຽມຕົວໄມ້ແລະຫີນດ້ວຍ ເຈົ້າຈະເພີ້ມເຕີມເຂົ້າອີກກໍໄດ້ 15 ນອກຈາກນີ້ ເຈົ້າມີຄົນທຳງານຫລວງຫລາຍ ຄືຊ່າງສະກັດຫີນ ຊ່າງກໍ່ ຊ່າງໄມ້ ແລະຊ່າງຝີມືທຸກຊນິດ 16 ທຳເຄື່ອງທອງຄຳ ເງິນ ທອງສຳຣິດ ແລະເຫລັກ ລຸກຂື້ນທຳໄປເຖີດ ຂໍພຣະເຈົ້າຊົງສະຖິດຢູ່ກັບເຈົ້າ” 17 ດາວິດຊົງສັ່ງຫົວຫນ້າທັງປວງຂອງອິສຣາເອນໃຫ້ຊ່ອຍໂຊໂລໂມນບຸດຊາຍຂອງພຣະອົງດ້ວຍວ່າ 18 “ພຣະຜູ້ເປັນເຈົ້າຂອງເຈົ້າຊົງສະຖິດຢູ່ກັບເຈົ້າບໍ່ແມ່ນຫລື ແລະພຣະອົງບໍ່ໄດ້ປະທານການຢຸດພັກສງົບແກ່ເຈົ້າທຸກດ້ານຫລື ເພາະພຣະອົງຊົງມອບຊາວແຜ່ນດິນນັ້ນກໍຣາບຄາບຕໍ່ພຣະພັກພຣະຜູ້ເປັນເຈົ້າແລະຕໍ່ຫນ້າປະຊາຊົນຂອງພຣະອົງ 19 ບັດນີ້ຈົ່ງຕັ້ງຈິດຕັ້ງໃຈຂອງເຈົ້າທີ່ຈະສແວງຫາພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ຈົ່ງລຸກຂື້ນສ້າງສະຖານນະມັສການຂອງພຣະຜູ້ເປັນເຈົ້າ ເພື່ອວ່າຫີບຄຳສັນຍາຂອງພຣະເຈົ້າກໍດີ ຈະໄດ້ນຳເອົາມາໄວ້ໃນພຣະວິຫານທີ່ສ້າງຂື້ນເພື່ອພຣະນາມຂອງພຣະຜູ້ເປັນເຈົ້າ”
ການແບ່ງຄົນເລວີແລະປະໂຣຫິດກັບຫນ້າທີ່ຂອງເຂົາ
1 ເມື່ອດາວິດຊົງແກ່ຊະຣາຫລາຍແລ້ວ ພຣະອົງຊົງຕັ້ງໂຊໂລໂມນບຸດຊາຍຂອງພຣະອົງໃຫ້ເປັນກະສັດເຫນືອອິສຣາເອນ 2 ດາວິດຊົງໃຫ້ປະຊຸມເຈົ້ານາຍທັງສິ້ນຂອງອິສຣາເອນ ແລະບັນດາປະໂຣຫິດ ແລະຄົນເລວີ 3 ຄົນເລວີນັ້ນອາຍຸຕັ້ງແຕ່ສາມສິບປີຂື້ນໄປກໍໃຫ້ນັບໄວ້ ແລະຮວມໄດ້ສາມຫມື່ນແປດພັນຄົນ 4 ດາວິດສັ່ງວ່າ, “ຈາກພວກນີ້ສອງຫມື່ນສີ່ພັນຄົນຈະຕ້ອງດູແລການງານໃນພຣະວິຫານຂອງພຣະເຈົ້າ ແລະຫົກພັນຄົນເປັນເຈົ້າຫນ້າທີ່ ແລະຜູ້ປົກຄອງ 5 ສີ່ພັນຄົນເປັນນາຍປະຕູ ແລະອີກສີ່ພັນຄົນຈະຖວາຍສັຣເສີນແກ່ພຣະຜູ້ເປັນເຈົ້າດ້ວຍເຄື່ອງດົນຕຣີຊຶ່ງເຮົາໄດ້ສ້າງໄວ້ໃຫ້ໃຊ້ສັຣເສີນ” 6 ແລະດາວິດຊົງຈັດແບ່ງເປັນກອງໆຕາມບຸດເລວີ ຄືເກີໂຊນ ໂກຮາດ ແລະເມຣາຣີ 7 ຈາກຄົນເກີໂຊນ ຄືລາດານ ແລະຊີເມອີ 8 ບຸດລາດານ ຄືເຢຮີເອນເປັນຫົວຫນ້າ ແລະເຊທາມ ແລະໂຢເອນ ສາມຄົນ 9 ບຸດເຊເມອີ ຄືເຊໂລໂມທ ຮາຊີເອນ ແລະຮາຣານ ສາມຄົນ ຄົນເຫລົ່ານີ້ເປັນຫົວຫນ້າຕະກູນລາດານ 10 ແລະບຸດຊີເມອີ ຄືຢາຮາດ ຊີນາ ເຢອູສ ແລະເບຣີຢາ ທັງສີ່ຄົນນີ້ເປັນບຸດຊີເມອີ 11 ແລະຢາຮາດເປັນຫົວຫນ້າ ແລະຊີຊາເປັນທີ່ສອງ ແຕ່ເຢອູສ ແລະເບຣີຢາ ບໍ່ມີລູກຫລາຍ ເພາະສະນັ້ນໃນການນັບຈຶ່ງຮວມເຂົ້າເປັນຕະກູນດຽວກັນ 12 ບຸດໂກຮາດ ຄືອັມຣາມ ອິສຮາ ເຮໂບຣນ ແລະອູສຊີເອນ ສີ່ຄົນ 13 ບຸດອັມຣາມ ຄືອາໂຣນ ແລະໂມເຊ ເຂົາຕັ້ງອາໂຣນໄວ້ຕ່າງຫາກໃຫ້ເປັນຜູ້ທຳພິທີຊຳຮະຂອງທີ່ບໍຣິສຸດທີ່ສຸດ ທັງເຂົາແລະບຸດຂອງເຂົາສືບໄປເປັນນິດ ເພື່ອເຜົາເຄື່ອງຫອມຖວາຍພຣະຜູ້ເປັນເຈົ້າ ແລະບົວລະບັດພຣະອົງ ແລະອວຍພຣະພອນໃນພຣະນາມຂອງພຣະອົງເປັນນິດ 14 ຝ່າຍໂມເຊຄົນຂອງພຣະຜູ້ເປັນເຈົ້ານັ້ນ ບຸດຂອງທ່ານມີຊື່ສຽງຖ້າມກາງຄົນເຜົ່າເລວີ 15 ບຸດຂອງໂມເຊ ຄືເກີໂຊມ ກັບເອລີເອເຊີ 16 ບຸດຂອງເກີໂຊມ ຄືເຊບູເອນ ຜູ້ເປັນຫົວຫນ້າ 17 ບຸດຂອງເອລີເອເຊີ ຄືເຣຮັບຢາຜູ້ເປັນຫົວຫນ້າ ເອລີອາເຊີບໍ່ມີບຸດຊາຍອີກ ແຕ່ບຸດຂອງເຣຮັບຢາມີຫລາຍ 18 ບຸດອິສຮາ ຄືເຊໂລມີທ ຜູ້ເປັນຫົວຫນ້າ 19 ບຸດເຮໂບຣນ ຄືເຢຣີຢາ ຜູ້ເປັນຫົວຫນ້າ ອາມາຣີຢາເປັນທີ່ສອງ ຢາຮາຊີເອນເປັນທີ່ສາມ ແລະເຢກາເມອາມເປັນທີ່ສີ່ 20 ບຸດອຸສຊີເອນ ຄືມີກາ ຜູ້ເປັນຫົວຫນ້າ ແລະອິສຊີຢາເປັນທີ່ສອງ 21 ບຸດເມຣາຣີ ຄືມາລີ ແລະມູຊີ ບຸດມາລີ ຄືເອເລອາຊາ ແລະຄີສ 22 ເອເລອາຊາສິ້ນຊີວິດບໍ່ມີບຸດຊາຍ ມີແຕ່ບຸດຍິງ ບຸດຄີສຜູ້ເປັນຍາດເຂົາແຕ່ງງານກັບເຂົາ 23 ບຸດມູຊີ ຄືມາລີ ເອເດີ ແລະເຢເຣໂມທ ສາມຄົນ 24 ຄົນເຫລົ່ານີ້ເປັນຄົນເລວີຕາມຕະກູນຂອງເຂົາ ເປັນຫົວຫນ້າຂອງຕະກູນຂອງເຂົາ ຕາມທີ່ເຂົາໄດ້ຂື້ນທະບຽນໄວ້ຕາມຈຳນວນຣາຍຊື່ບຸກຄົນ ອາຍຸຕັ້ງແຕ່ຊາວປີຂື້ນໄປ ຜູ້ຊຶ່ງຈະທຳງານບົວລະບັດໃນພຣະວິຫານຂອງພຣະຜູ້ເປັນເຈົ້າ 25 ເພາະດາວິດສັ່ງວ່າ ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນໄດ້ຊົງໂຜດການຢຸດພັກສງົບແກ່ປະຊາຊົນຂອງພຣະອົງ ແລະພຣະອົງປະທັບໃນເຢຣູຊາເລັມເປັນນິດ 26 ແລະຄົນເລວີຈຶ່ງບໍ່ຕ້ອງຫາບຫາມຫໍເຕັນສັກສິດ ຫລືເຄື່ອງໃຊ້ໃດໆເພື່ອງານບົວລະບັດອີກເລີຍ” 27 (ເພາະຕາມພຣະດຳຣັດສຸດທ້າຍຂອງດາວິດ ຄົນເລວີຕັ້ງແຕ່ອາຍຸຊາວປີຂື້ນໄປຖືກນັບ) 28 “ແຕ່ຫນ້າທີ່ຂອງເຂົາຈະຕ້ອງຄອຍຊ່ອຍບຸດອາໂຣນໃນງານບົວລະບັດພຣະວິຫານແຫ່ງພຣະເຈົ້າ 29 ແລະຊ່ອຍກ່ຽວກັບເຣື່ອງເຂົ້າຈີ່ຕັ້ງຖວາຍດ້ວຍ ເຣື່ອງຍອດແປ້ງສຳລັບທັນຍາບູຊາ ເຂົ້າຈີ່ທີ່ບໍ່ມີເຊື້ອແຜ່ນຂອງປີ້ງບູຊາ ຂອງບູຊາປົນໃສ່ນ້ຳມັນ ແລະເຄື່ອງຕວງ ເຄື່ອງວັດທຸກຂະຫນາດ 30 ແລະທຸກໆເຊົ້າເຂົາຈະຕ້ອງຢືນໂມທະນາ ແລະສັຣເສີນພຣະຜູ້ເປັນເຈົ້າ ແລະເວລາແລງກໍເຊັ່ນດຽວກັນ 31 ທັງໃນເວລາເມື່ອປະຊາຊົນຖວາຍເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າໃນວັນຊະບາໂຕ ໃນວັນຂື້ນນຶ່ງຄ່ຳ ໃນວັນເທສການ ຕາມຈຳນວນທີ່ກຳນົດໃຫ້ຖວາຍບູຊາຕໍ່ພຣະພັກພຣະຜູ້ເປັນເຈົ້າທຸກວັນເລື້ອຍໄປ 32 ດັ່ງນີ້ແຫລະເຂົາຈະດູແລເຕັນນັດພົບ ແລະສະຖານນະມັສການ ແລະຈະຣັບໃຊ້ບຸດອາໂຣນພີ່ນ້ອງຂອງເຂົາ ເພື່ອງານບົວລະບັດແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ”
1 ກອງເວນຂອງເຊື້ອສາຍອາໂຣນມີດັ່ງນີ້ ບຸດອາໂຣນ ຄືນາດາບ ອາບີຮູ ເອເລອາຊາ ແລະອິທາມາ 2 ແຕ່ນາດາບແລະອາບີຮູສີ້ນຊີວິດກ່ອນບິດາຂອງຕົນ ແລະບໍ່ມີບຸດ ເອເລອາຊາແລະອິທາມາຈຶ່ງທຳຫນ້າທີ່ຕຳແຫນ່ງປະໂຣຫິດ 3 ດ້ວຍຄວາມຊ່ອຍເຫລືອຂອງຊາໂດກ ບຸດເອເລອາຊາແລະອາຮີເມເລກ ບຸດອິທາມາ ດາວິດໄດ້ຊົງຈັດເປັນເວນຕາມຫນ້າທີ່ໃນການບົວລະບັດຂອງເຂົາທັງຫລາຍ 4 ມີຫົວຫນ້າໃນຫມູ່ບຸດເອເລອາຊາມີສິບຫົກຄົນເປັນຫົວຫນ້າຕະກູນ ແລະພວກບຸດອີທາມາຕາມຕະກູນຂອງເຂົາມີແປດຄົນ 5 ເຂົາທັງຫລາຍຈັດແບ່ງດ້ວຍສະຫລາກເຫມືອນກັນຫມົດ ເພາະມີເຈົ້າຫນ້າທີ່ຂອງພຣະເຈົ້າເປັນບຸດເອເລອາຊາກັບບຸດອີທາມາທັງສອງຝ່າຍ 6 ແລະເຊມັຍຢາ ບຸດເນທານເອນເລຂາທິການຂອງຄົນເລວີໄດ້ບັນທຶກໄວ້ຕໍ່ພຣະພັກກະສັດ ຕໍ່ຫນ້າເຈົ້ານາຍ ແລະປະໂຣຫິດຊາໂດກ ແລະອາຮີເມເລກ ບຸດຂອງອາບີອາທາ ແລະຫົວຫນ້າຕະກູນຂອງປະໂຣຫິດແລະຂອງຄົນເລວີ ເຂົາຈັບສະຫລາກຕະກູນນຶ່ງຈາກເອເລອາຊາ ແລະຈັບສະຫລາກຕະກູນນຶ່ງຈາກອິທາມາ 7 ສະຫລາກແຣກຕົກແກ່ ເຢຮົວອາຣິບ ທີ່ສອງຕົກແກ່ ເຢດັຍຢາ 8 ທີ່ສາມແກ່ ຮາຣິມ ທີ່ສີ່ແກ່ ເຊໂອຣີມ 9 ທີ່ຫ້າແກ່ ຮາມັນຄີຢາ ທີ່ຫົກແກ່ ມີຢາມີນ 10 ທີ່ເຈັດແກ່ ຮັກໂກສ ທີ່ແປດແກ່ ອາບີຢາ 11 ທີ່ເກົ້າແກ່ ເຢຊູອາ ທີ່ສິບແກ່ ເຊການີຢາ 12 ທີ່ສິບເອັດແກ່ ເອລີອາຊິບ ສິບສອງແກ່ ຢາກີມ 13 ທີ່ສິບສາມແກ່ ຮູປປາ ທີ່ສິບສີ່ແກ່ ເຢເຊເບອາບ 14 ທີ່ສິບຫ້າແກ່ ບີນກາ ທີ່ສິບຫົກແກ່ ອິມມາ 15 ທີ່ສິບເຈັດແກ່ ເຮຊີຣ໌ ທີ່ສິບແປດແກ່ ຮັປປີສເສຊ 16 ທີ່ສິບເກົ້າແກ່ ເປທາຮີຢາ ທີ່ຊາວແກ່ ເຢເຮສເກນ 17 ທີ່ຊາວເອັດແກ່ ຢາຄີນ ທີ່ຊາວສອງແກ່ ກາມູນ 18 ທີ່ຊາວສາມແກ່ ເດລັຍຢາ ທີ່ຊາວສີ່ແກ່ມາອາຊີຢາ 19 ຄົນເຫລົ່ານີ້ມີຫນ້າທີ່ກຳຫນົດຂອງເຂົາໃນການບົວລະບັດທີ່ຈະເຂົ້າໄປໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ຕາມລະບຽບທີ່ອາໂຣນ ບິດາຂອງເຂົາໄດ້ຕັ້ງໄວ້ສຳລັບເຂົາທັງຫລາຍ ດັ່ງທີ່ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນໄດ້ຊົງສັ່ງເຂົາໄວ້
ຄົນເລວີທີ່ເຫລືອ
20 ຝ່າຍເຊື້ອສາຍຂອງເລວີທີ່ເຫລືອຢູ່ ຄືຈາກບຸດອັມຣາມ ມີຊູບາເອນ ຈາກບຸດຊູບາເອນ ມີເຢເດຢາ 21 ຝ່າຍເຢຣັບຢາ ຄືຈາກບຸດເຢຮັບຢາ ມີອິສຊີຢາຜູ້ເປັນຫົວຫນ້າ 22 ຈາກຄົນອິສຮາ ມີເຊໂລໂມທ ຈາກບຸດເຊໂລໂມທ ມີຢາຮາດ 23 ແລະບຸດເຣໂບຣນ ຄືເຢຣີຢາຜູ້ເປັນຫົວຫນ້າ ອາມາຣີຢາທີ່ສອງ ຢາຮາຊີເອນທີ່ສາມ ເຢກາເມອາມທີ່ສີ່ 24 ບຸດອູສຊີເອນ ຄືມີກາ ບຸດມີກາ ຄືຊາມີ 25 ນ້ອງຊາຍຂອງມີກາ ຄືອິສຊີຢາ ບຸດອິສຊີຢາ ຄືເຊຄາຣີຢາ 26 ບຸດເມຣາຣີ ຄືມາລີແລະມູຊີ ບຸດຢາອາຊີຢາ ຄືເບໂນ 27 ຝ່າຍເຊື້ອສາຍເມຣາຣີ ຄືຂອງຢາອາຊີຢາ ມີເບໂນ ໂຊຮາມ ຊັກກູຣ໌ ແລະອິບຣີ 28 ຂອງມາລີ ຄືເລເລອາຊາຜູ້ບໍ່ມີບຸດຊາຍ 29 ຂອງຄີສ ບຸດກິສ ຄືເຢຣາເມເອນ 30 ບຸດມູຊີ ຄືມາລີ ເອເດີ ແລະເຢຣີໂມທ ຄົນເຫລົ່ານີ້ເປັນເຊື້ອສາຍຂອງຄົນເລວີ ຕາມຕະກູນຂອງເຂົາທັງຫລາຍ 31 ຄົນເຫລົ່ານີ້ ຄືແຕ່ລະຫົວຫນ້າຂອງຕະກູນ ແລະນ້ອງຊາຍຂອງເຂົາກໍເຫມືອນກັນໄດ້ຈັບສະຫລາກດ້ວຍຢ່າງດຽວກັບພີ່ນ້ອງຂອງເຂົາ ຄືບຸດອາໂຣນ ຕໍ່ພຣະພັກຂອງກະສັດດາວິດ ຊາໂດກ ອາຮີເມເລກ ແລະຕໍ່ຫນ້າຫົວຫນ້າຂອງຕະກູນຂອງປະໂຣຫິດ ແລະຂອງຄົນເລວີ
ການແບ່ງນັກດົນຕຣີ
1 ດາວິດແລະບັນດາຫົວຫນ້າຂອງຜູ້ບົວລະບັດໄດ້ຈັດແຍກບາງຄົນໄວ້ຄືຈາກລູກຫລານຂອງອາສາຟ ແລະຂອງເຮມານ ແລະຂອງເຢດູທູນ ຜູ້ຊຶ່ງຈະປະກາດພຣະທັມດ້ວຍພີນເຂົາຄູ່ ດ້ວຍພີນໃຫຍ່ ແລະດ້ວຍແສ່ງ ຣາຍຊື່ຂອງຜູ້ທຳງານຕາມຫນ້າທີ່ຂອງເຂົາຄື 2 ຈາກເຊື້ອສາຍຂອງອາສາຟ ຄືຊັກເກີ ໂຢເຊັບ ເນທານີຢາ ແລະອາຊາເຣລາ ລູກຫລານຂອງອາສາຟ ພາຍໃຕ້ການນຳພາຂອງອາສາຟ ຜູ້ປະກາດພຣະທັມພາຍໃຕ້ການຊົງນຳຂອງກະສັດ 3 ຈາກເຢດູທູນ ຄືເຊື້ອສາຍເຢດູທູນ ມີເກດາລີຢາ ເຊຣີ ເຢຊັຍຢາ ຊີເມອີ ຮາຊາບີຢາ ແລະມັດຕີທີຢາ ຫົກຄົນ ພາຍໃຕ້ການນຳຂອງເຢດູທູນບິດາຂອງເຂົາ ຜູ້ປະກາດພຣະທັມດ້ວຍພີນເຂົາຄູ່ໃນການໂມທະນາ ແລະສັຣເສີນຕໍ່ພຣະຜູ້ເປັນເຈົ້າ 4 ຈາກເຮມານ ຄືເຊື້ອສາຍເຮມານ ມີບຸກກີຢາ ມັດຕານີຢາ ອູສຊີເອນ ເຊບູເອນ ແລະເຢຣີໂມທ ຮານານີຢາ ຮານານີ ເອລີຢາທາ ກີດດັນຕີ ແລະໂຣມັມຕີເອເຊີ ໂຢສເບກາຊາ ມັນໂລທີ ໂຮທີຣ໌ ມາຮາຊີໂອທ 5 ຄົນເຫລົ່ານີ້ເປັນບຸດເຮມານຜູ້ທຳນວາຍຂອງກະສັດຕາມພຣະສັນຍາຂອງພຣະຜູ້ເປັນເຈົ້າເພື່ອຈະເປົ່າແກ ແລະພຣະຜູ້ເປັນເຈົ້າຊົງປະທານບຸດຊາຍສິບສີ່ຄົນ ແລະບຸດຍິງສາມຄົນແກ່ເຮມານ 6 ເຂົາທັງຫລາຍທຸກຄົນຢູ່ພາຍໃຕ້ການນໍາຂອງບິດາຂອງເຂົາ ເພື່ອປະກອບເພງໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ດ້ວຍແສ່ງ ພີນໃຫຍ່ ແລະພີນເຂົາຄູ່ ເພື່ອການບົວລະບັດໃນພຣະວິຫານຂອງພຣະເຈົ້າ ອາສາຟ ເຢດູທູນ ແລະເຮມານ ຢູ່ພາຍໃຕ້ພຣະຣາຊດຳຣັດສັ່ງຂອງກະສັດ 7 ຈຳນວນຄົນຂອງເຂົາຮວມທັງພີ່ນ້ອງຂອງເຂົາ ຜູ້ຮັບການຝຶກໃນການຮ້ອງເພງຖວາຍພຣະຜູ້ເປັນເຈົ້າ ທຸກຄົນຜູ້ມີຄວາມຊຳນານ ມີສອງຮ້ອຍແປດສິບແປດຄົນ 8 ເຂົາທັງຫລາຍຈັບສະຫລາກຫນ້າທີ່ຂອງເຂົາ ທັງຜູ້ນ້ອຍ ຜູ້ໃຫຍ່ ຄຣູແລະສິດກໍເຫມືອນກັນ 9 ສະຫລາກທຳອິດຕົກເປັນພວກຂອງອາສາຟໄດ້ແກ່ ໂຢເຊັບ ທີ່ສອງໄດ້ແກ່ ເກດາລີຢາ ສະຫລາກຕົກແກ່ເຂົາ ແລະພີ່ນ້ອງ ແລະບຸດຂອງເຂົາ ສິບສອງຄົນ 10 ທີ່ສາມຕົກແກ່ຊັກເກີ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາສິບສອງຄົນ 11 ທີ່ສີ່ຕົກແກ່ ອິສຣີ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 12 ທີ່ຫ້າຕົກແກ່ ເນທານີຢາ ບຸດຂອງເຂົາ ແລະພີ່ນ້ອງເຂົາ ສິບສອງຄົນ 13 ທີ່ຫົກໄດ້ແກ່ ບຸກກີຢາ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 14 ທີ່ເຈັດໄດ້ແກ່ ເຢຊາເຣລາ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 15 ທີ່ແປດໄດ້ແກ່ ເຢຊັຍຢາ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 16 ທີ່ເກົ້າໄດ້ແກ່ ມັດຕານີຢາ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 17 ທີ່ສິບໄດ້ແກ່ ຊີເມອີ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 18 ທີ່ສິບເອັດໄດ້ແກ່ ອາຊາເຣນ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 19 ທີ່ສິບສອງໄດ້ແກ່ ຮາຊາບິຢາ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 20 ທີ່ສິບສາມໄດ້ແກ່ ຊູບາເອນ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 21 ທີ່ສິບສີ່ໄດ້ແກ່ ມັດຕີທີຢາ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 22 ທີ່ສິບຫ້າໄດ້ແກ່ ເຢເຣໂມທ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 23 ທີ່ສິບຫົກໄດ້ແກ່ ຮານານີຢາ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 24 ທີ່ສິບເຈັດໄດ້ແກ່ ໂຢສເບກາຊາ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 25 ທີ່ສິບແປດໄດ້ແກ່ຮານານີ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 26 ທີ່ສິບເກົ້າໄດ້ແກ່ ມັລໂລທີ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 27 ທີ່ຊາວໄດ້ແກ່ ເອລີອາທາ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 28 ທີ່ຊາວເອັດໄດ້ແກ່ ໂຮທີຣ໌ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 29 ທີ່ຊາວສອງໄດ້ແກ່ກິດດັນຕີ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 30 ທີ່ຊາວສາມໄດ້ແກ່ ມາຮາຊີໂອດບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ 31 ທີ່ຊາວສີ່ໄດ້ແກ່ ໂຣມາມຕີເອເຊີ ບຸດຂອງເຂົາ ແລະພີ່ນ້ອງຂອງເຂົາ ສິບສອງຄົນ
ຜູ້ເຝົ້າປະຕູແລະຜູ້ດູແລ
1 ຝ່າຍກອງເວນເຝົ້າປະຕູ ຈາກຄົນໂກຣາ ມີເມເຊເລມີຢາ ບຸດໂກເຣ ເປັນເຊື້ອສາຍຂອງອາສາຟ 2 ແລະເມເຊເລມີຢາ ມີບຸດຄື ເຊຄາຣິຢາ ບຸດຫົວປີ ເຢດີອາເອນທີ່ສອງ ເຊບາດີຢາທີ່ສາມ ຢັທນີເອນທີ່ສີ່ 3 ເອລາມທີ່ຫ້າ ເຢໂຮຮານານທີ່ຫົກ ເອລີເອໂຮເອນັຍທີ່ເຈັດ 4 ໂອເບດເອໂດມມີບຸດຊາຍ ຄືເຊມັຍຢາບຸດຫົວປີ ເຢໂຮຊາບາດທີ່ສອງ ເຢອາທີ່ສາມ ຊາຄາຣ໌ທີ່ສີ່ ເນທານເອນທີ່ຫ້າ 5 ອັມມີເອນທີ່ຫົກ ອິສຊາຄາທີ່ເຈັດ ເປອູນເລທັຍທີ່ແປດ ເພາະວ່າພຣະເຈົ້າຊົງອຳນວຍພຣະພອນແກ່ເຂົາ 6 ແລະແກ່ເຊມັຍຢາ ບຸດຂອງເຂົາດ້ວຍ ມີບຸດຊາຍຫລາຍຄົນເກີດແກ່ເຂົາ ເປັນຜູ້ປົກຄອງໃນຄົວເຮືອນບິດາຂອງເຂົາ ເພາະເຂົາທັງຫລາຍເປັນຄົນມີຄວາມສາມາດ 7 ບຸດເຊມັຍຢາ ຄືໂອທນີ ເຣຟາເອນ ໂອເບດ ແລະເອນຊາບັດຜູ້ຊື່ງພີ່ນ້ອງຂອງເຂົາເປັນຄົນສາມາດ ຄືເອລີຮູ ແລະເຊມາຄີຢາ 8 ຄົນເຫລົ່ານີ້ທັຫມົດເປັນບຸດໂອເບດເອໂດມກັບບຸດຊາຍແລະພີ່ນ້ອງຂອງເຂົາ ເປັນຄົນສາມາດມີກຳລັງເຫມາະແກ່ການບົວລະບັດເປັນຂອງໂອເບດເອໂດມຫົກສິບສອງຄົນ 9 ແລະເມເຊເລມີຢາ ມີບຸດຊາຍແລະພີ່ນ້ອງເປັນຄົນສາມາດສິບແປດຄົນ 10 ແລະໂຮຊາຜູ້ເປັນເຊື້ອສາຍຂອງເມຣາຣີມີບຸດ ຄືຊີມຣີຜູ້ເປັນຫົວຫນ້າ (ເພາະເຖິງເຂົາຈະບໍ່ມີບຸດຫົວປີ ບິດາຂອງເຂົາກໍໃຫ້ເຂົາເປັນຫົວຫນ້າ) 11 ຮີລກີຢາທີ່ສອງ ເຕບາລີຢາທີ່ສາມ ເຊຄາຣີຢາທີ່ສີ່ ບຸດຊາຍແລະພີ່ນ້ອງຂອງໂຮຊາທັງສິ້ນ ມີສິບສາມຄົນ 12 ກອງເວນເຝົ້າປະຕູເຫລົ່ານີ້ຕາມຄົນຜູ້ເປັນຫົວຫນ້າຂອງເຂົາ ມີຫນ້າທີ່ເຊັ່ນດຽວກັບພີ່ນ້ອງຂອງເຂົາ ໃນການບົວລະບັດໃນພຣະວິຫານຂອງພຣະເຈົ້າ 13 ແລະເຂົາຈັບສະຫລາກກັນຕາມຕະກູນຂອງເຂົາ ທັງຜູ້ນ້ອຍແລະຜູ້ໃຫຍ່ເຫມືອນກັນ ສຳລັບແມ່ນໃຜຢູ່ປະຕູໃດ 14 ສະຫລາກສຳລັບດ້ານຕາເວັນອອກຕົກແກ່ ເຊເລມີຢາ ເຂົາຈັບສະຫລາກໃຫ້ບຸດເຊຄາຣີຢາດ້ວຍ ເຂົາເປັນທີ່ປຶກສາທີ່ສລຽວສລາດ ແລະສະຫລາກຂອງເຂົາອອກມາສຳລັບດ້ານເຫນືອ 15 ຂອງໂອເບດເອໂດມອອກມາສຳລັບດ້ານໃຕ້ ຄັງພັສດຸນັ້ນເຂົາຈັດໃຫ້ບຸດຂອງເຂົາດູແລ 16 ສ່ວນຂອງຊູປປິມ ແລະໂຮຊາ ອອກມາສຳລັບດ້ານຕາເວັນຕົກ ທີ່ປະຕູຊັນເລເຄທ ຕາມຖນົນທີ່ຂື້ນໄປ ກໍາຫນົດຍາມຕາມຍາມ 17 ດ້ານຕາເວັນອອກມີຄົນເລວີຫົກຄົນ ດ້ານເຫນືອມີສີ່ຄົນທຸກວັນ ດ້ານໃຕ້ວັນລະສີ່ຄົນທຸກວັນ ແລະສອງຄູ່ທີ່ຄັງພັສດຸ 18 ສຳລັບລະບຽງທາງຕາເວັນຕົກນັ້ນ ມີສີ່ຄົນທີ່ຖນົນ ແລະສອງຄົນທີ່ລະບຽງ 19 ຄົນເຫລົ່ານີ້ເປັນເວນເຝົ້າປະຕູຈາກເຊື້ອສາຍໂກຣາ ແລະເຊື້ອສາຍເມຣາຣີ
ຜູ້ດູແລຄັງ
20 ຈາກຄົນເລວີນັ້ນ ອາຮີຢາດູແລຄັງພຣະວິຫານຂອງພຣະເຈົ້າ ແລະຄັງສິ່ງຂອງຖວາຍ 21 ບຸດຫລານຂອງລາດານ ຄືບຸດຫລານຂອງຄົນເກີໂຊນ ທີ່ເປັນບຸດຂອງລາດານ ຫົວຫນ້າຕະກູນທີ່ເປັນຂອງລາດານ ຄົນເກີໂຊນ ຄືເຢຮີເອລີ 22 ບຸດເຢຮີເອລີ ຄືເຊທາມ ແລະໂຢເອນນ້ອງຊາຍຂອງເຂົາ ເປັນຜູ້ດູແລຄັງພຣະວິຫານຂອງພຣະຜູ້ເປັນເຈົ້າ 23 ຈາກຄົນອັມຣາມ ຄົນອິສຮາ ຄົນເຮໂບຣນ ແລະຄົນອູສຊີເອນ 24 ຄົນເຊບູເອນ ບຸດເກີໂຊມຜູ້ເປັນບຸດໂມເຊ ເປັນນາຍຄັງໃຫຍ່ 25 ພີ່ນ້ອງຂອງເຂົາ ຄື ຈາກເອລີເອເຊີ ມີເຣຮັບຢາເປັນບຸດ ບຸດເຣຮັບຢາ ຄືເຢຊັຍຢາ ບຸດເຢຊັຍຢາ ຄືໂຢຣາມ ບຸດໂຢຣາມ ຄືຊິກຣີ ບຸດຊີກຣີ ຄືເຊໂລໂມທ 26 ເຊໂລໂມທຄົນນີ້ ແລະພີ່ນ້ອງຂອງເຂົາເປັນຜູ້ດູແລຄັງຂອງຖວາຍທັງສິ້ນຊື່ງດາວິດກະສັດ ແລະບັນດາຫົວຫນ້າຕະກູນ ແລະນາຍພັນ ນາຍຮ້ອຍ ແລະຜູ້ບັນຊາການກອງທັບໄດ້ມອບຖວາຍໄວ້ 27 ຈາກຂອງທີ່ຍຶດໄດ້ຊຶ່ງເຂົາໄດ້ທຳສົງຄາມ ເຂົາທັງຫລາຍມອບຖວາຍເພື່ອແກ່ການສ້ອມແຊມພຣະວິຫານຂອງພຣະເຈົ້າ 28 ແລະຊຶ່ງຊາມູເອນຜູ້ທຳນວາຍ ແລະຊາອູນບຸດຄິສ ແລະອັບເນີບຸດເນີ ແລະໂຢອາບບຸດນາງເຊຣູຢາໄດ້ຖວາຍໄວ້ ຂອງຖວາຍທັງສິ້ນຢູ່ໃນຄວາມດູແລຂອງເຊໂລໂມທ ແລະພີ່ນ້ອງຂອງເຂົາ 29 ຈາກຄົນອິສຮາ ເຄນານີຢາ ແລະບຸດຂອງເຂົາໄດ້ຮັບແຕ່ງຕັ້ງໃຫ້ມີຫນ້າທີ່ພາຍນອກສຳລັບອິສຣາເອນ ໃຫ້ເປັນເຈົ້າຫນ້າທີ່ ແລະເປັນຜູ້ປົກຄອງ 30 ຈາກຄົນເຮໂບຣນ ຮາຊາບິຢາ ແລະພີ່ນ້ອງຂອງເຂົາເປັນຄົນມີຄວາມສາມາດ ນຶ່ງພັນເຈັດຮ້ອຍຄົນ ໄດ້ເປັນຜູ້ດູແລອິສຣາເອນທາງຟາກຕາເວັນຕົກຂອງແມ່ນ້ຳຈໍແດນ ໃນເຣື່ອງກິຈການທັງສິ້ນຂອງພຣະຜູ້ເປັນເຈົ້າ ແລະຣາຊການຂອງກະສັດ 31 ຈາກຄົນເຮໂບຣນ ມີເຢຣີຢາເປັນຫົວຫນ້າຂອງຄົນເຮໂບຣນ ຕາມຊາດເຊື້ອສາຍ ຕາມຕະກູນ (ໃນປີທີ່ສີ່ສິບຂອງຣັຊການດາວິດ ເຂົາໄດ້ສຳຣວດ ແລະພົບຄົນທີ່ມີຄວາມສາມາດຢ່າງຍິ່ງທີ່ຢາເຊີໃນເມືອງກີເລອາດ) 32 ກະສັດດາວິດໄດ້ຊົງແຕ່ງຕັ້ງໃຫ້ທ່ານແລະພີ່ນ້ອງຂອງທ່ານ ຄືຄົນທີ່ມີຄວາມສາມາດສອງພັນເຈັດຮ້ອຍຄົນຜູ້ເປັນຫົວຫນ້າຕະກູນໃຫ້ເປັນຜູ້ດູແລຄົນຣູເບນ ຄົນກາດ ແລະຄົນເຜົ່າມານັສເຊເຄິ່ງນຶ່ງ ໃນກິຈທຸຣະທຸກຢ່າງກ່ຽວກັບພຣະເຈົ້າ ແລະກິຈທຸຣະກ່ຽວກັບກະສັດ
ບັນດານາຍທັບນາຍກອງຂອງຣາຊອານາຈັກ
1 ຕໍ່ໄປນີ້ເປັນຣາຍຊື່ປະຊາຊົນອິສຣາເອນຕາມຈຳນວນ ຄືບັນດາຫົວຫນ້າຕະກູນ ບັນດານາຍພັນນາຍຮ້ອຍ ແລະບັນດາເຈົ້າຫນ້າທີ່ຜູ້ຮັບໃຊ້ກະສັດໃນຣາຊການທຸກຢ່າງທີ່ກ່ຽກັບກອງເວນທີ່ເຂົ້າມາແລະອອກໄປ ເດືອນແລ້ວເດືອນເລົ່າຕລອດປີ ກອງເວນນຶ່ງໆມີຈຳນວນສອງຫມື່ນສີ່ພັນຄົນ 2 ຄື ຢາໂຊເບອາມ ບຸດຊັບດີເອນເປັນຜູ້ດູແລກອງເວນທີ່ນຶ່ງໃນເດືອນຕົ້ນໃນກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 3 ເຂົາເປັນເຊື້ອສາຍຂອງເປເຣສ ແລະເປັນຫົວຫນ້າຜູ້ບັນຊາການກອງທັບທັງສິ້ນໃນເດືອນຕົ້ນ 4 ໂດດັຍຕະກູນອາໂຮຮິດເປັນຜູ້ດູແລກອງເວນຂອງເດືອນທີ່ສອງ ມິກໂລດເປັນຫົວຫນ້າ ໃນກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 5 ຜູ້ບັງຄັບບັນຊາການກອງທັບຄົນທີ່ສາມສຳລັບເດືອນທີ່ສາມ ຄືເບນັຍຢາ ບຸດເຢຮົວອາດາປະໂຣຫິດ ເປັນຫົວຫນ້າໃນກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 6 ເບນັຍຢານີ້ ຄືຜູ້ທີ່ເປັນທະຫານທີ່ເກັ່ງກ້າໃນຈຳນວນສາມສິບຄົນ ແລະເປັນຜູ້ບັນຊາການຂອງສາມສິບຄົນນັ້ນ ອັມມີຊາບັດບຸດຂອງເຂົາເປັນຜູ້ດູແລກອງເວນຂອງເຂົາ 7 ອາຊາເຮນນ້ອງຊາຍຂອງໂຢອາບເປັນເວນທີ່ສີ່ ແລະເຊບາດີຢາບຸດຂອງເຂົາດູແລຕໍ່ຈາກເຂົາ ໃນກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 8 ຜູ້ບັນຊາການຄົນທີ່ຫ້າ ສຳລັບເດືອນທີ່ຫ້າ ຄືຊັມຮູດຕະກູນອິສຣາເອນ ໃນກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 9 ຄົນທີ່ຫົກ ສຳລັບເດືອນທີ່ຫົກ ຄືອີຣາບຸດອິກເຄັສ ຊາວເຕໂກ ໃນກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 10 ຄົນທີ່ເຈັດ ສຳລັບເດືອນທີ່ເຈັດ ຄື ເຮເລກ ຄົນເປໂລນິດ ເປັນເຊື້ອສາຍຂອງເອຟຣາອິມ ໃນກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 11 ຄົນທີ່ແປດ ສຳລັບເດືອນທີ່ແປດ ຄືຊິບເບກັຍ ຄົນຮູຊາທິດແຫ່ງຕະກູນເຊຣາ ໃນກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 12 ຄົນທີ່ເກົ້າ ສຳລັບເດືອນທີ່ເກົ້າ ຄືອາບີເອເຊີ ຊາວອານາໂທດ ຄົນເບັນຢາມິນ ກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 13 ຄົນທີ່ສິບ ສຳລັບເດືອນທີ່ສິບ ຄືມາຮາລັຍ ຄົນເນໂຕຟາ ຈາກຕະກູນເຊຣາ ກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 14 ຄົນທີ່ສິບເອັດ ສຳລັບເດືອນທີ່ສິບເອັດ ຄືເບນັຍຢາ ຊາວປີຣາໂທນ ຈາກເຊື້ອສາຍເອຟຣາອິມ ໃນກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 15 ຄົນທີ່ສິບສອງ ສຳລັບເດືອນທີ່ສິບສອງ ຄືເຮນດັຍ ຊາວເນໂຕຟາ ຈາກຕະກູນໂອດນີເອນ ໃນກອງເວນຂອງເຂົາມີສອງຫມື່ນສີ່ພັນຄົນ 16 ເຫນືອເຜົ່າຕ່າງໆຂອງອິສຣາເອນ ຄືສຳລັບຄົນຣູເບນ ມີເອລີເອເຊີ ບຸດຊິກຣີເປັນຫົວຫນ້າ ສຳລັບຄົນຊີເມໂອນ ມີເຊຟາຕີຢາ ບຸດມາອາກາ 17 ສຳລັບຄົນເລວີ ມີຮາຊາບິຢາ ບຸດເຄມູເອນ ສຳລັບອາໂຣນ ຊາໂດກ 18 ສຳລັບຢູດາ ມີເອລີຮູ ອ້າຍຄົນນຶ່ງຂອງດາວິດ ສຳລັບອິສຊາຄາ ໂອມຣີ ບຸດມີຄາເອນ 19 ສຳລັບເຊບູລູນ ມີ ອິສມາຢາ ບຸດໂອບາດີຢາ ສຳລັບເນັຟທາລີ ມີເຢຣີໂມທ ບຸດອັສຣີເອນ 20 ສຳລັບຄົນເອຟຣາອິມ ມີໂຮເຊອາ ບຸດອາຊາຊີຢາ ສຳລັບມານັສເຊເຄິ່ງເຜົ່າ ມີໂຢເອນ ບຸດເປດັຍຢາ 21 ສຳລັບມານັສເຊເຄິ່ງເຜົ່າໃນກີເລອາດ ມີອິດໂດ ບຸດເຊຄາຣີຢາ ສຳລັບເບັນຢາມິນ ຢາອາຊີເອນ ບຸດອັບເນີ 22 ສຳລັບດານ ອາຊາເຣນ ບຸດເຢໂຣຮາມ ຄົນເຫລົ່ານີ້ເປັນຫົວຫນ້າຂອງເຜົ່າຕ່າງໆແຫ່ງອິສຣາເອນ 23 ດາວິດບໍ່ໄດ້ຊົງນັບຈຳນວນຄົນທີ່ອາຍຸຕ່ຳກວ່າຊາວປີ ເພາະພຣະຜູ້ເປັນເຈົ້າຊົງສັນຍາວ່າຈະກະທຳໃຫ້ອິສຣາເອນຫລາຍເຫມືອນດວງດາວແຫ່ງທ້ອງຟ້າ 24 ໂຢອັບ ບຸດເຊຣູຢາໄດ້ຕັ້ງຕົ້ນນັບ ແຕ່ບໍ່ສຳເຣັດ ເຖິງປານນັ້ນພຣະພິໂຣດກໍມາເຫນືອອິສຣາເອນໃນເຣື່ອງນີ້ ແລະຈຳນວນນັ້ນກໍບໍ່ໄດ້ລົງໄວ້ໃນຫນັງສືພົງສາວະດານຂອງກະສັດດາວິດ 25 ອັສມາເວດ ບຸດອາດີເອນເປັນເຈົ້າກົມພຣະຄັງນະຄອນຫລວງ ແລະໂຢນາທານ ບຸດອຸສຊີຢາ ເປັນເຈົ້າກົມຄັງນອກນະຄອນ ໃນຫົວເມືອງໃນຊົນນະບົດແລະໃນປ້ອມ 26 ເອັສຣີ ບຸດເຄລູບ ເປັນຜູ້ດູແລບັນດາຜູ້ທີ່ທຳໄຮ່ນາຫລວງ 27 ຊີເມອີ ຊາວຣາມາດູແລສວນອະງຸ່ນ ແລະຊັບດີ ຊາວຊິຟ ດູແລຜລິດຜົນຂອງສວນອະງຸ່ນສຳລັບຫ້ອງເກັບເຫລົ້າອະງຸ່ນ 28 ບາອັນຮານານ ຊາວເກເດີເປັນຜູ້ດູແລຕົ້ນຫມາກກອກເທດ ແລະຕົ້ນຫມາກເດື່ອບ່ອນໃນຖິ່ນເນີນເຊເຟລາ ໂຢອັສດູແລຄັງນ້ຳມັນ 29 ຊີດຣັຍ ຊາວຊາໂຣນດູແລຝູງງົວຊຶ່ງຫາກີນຢູ່ໃນຊາໂຣນ ຊາຟັດ ບຸດອັດລັຍດູແລຝູງງົວໃນທີ່ລຸ່ມທັງຫລາຍ 30 ແລະໂອບີນ ຊາວອິຊມາເອນດູແລອູດ ເຢເດຢາ ຊາວເມໂຣໂນດດູແລລໍ ຢາຊີສ ຊາວຮັກຣີດູແລຝູງແບ້ ແກະ 31 ເຫລົ່ານີ້ເປັນພະນັກງານດູແລຊັບສົມບັດຂອງກະສັດດາວິດ 32 ໂຢນາທານລຸງຂອງດາວິດເປັນທີ່ປຶກສາ ເປັນຄົນທີ່ມີຄວາມເຂົ້າໃຈແລະເປັນນັກຮຽນຮູ້ຜູ້ນຶ່ງ ເຢຮີເອນ ບຸດຮັກໂມນີດູເປັນຜູ້ລ້ຽງດູຣາຊບຸດ 33 ອາຮີໂທເຟນເປັນທີ່ປຶກສາຂອງກະສັດ ແລະຮູຊັຍ ຕະກູນອາຣ໌ຄີເປັນພຣະສະຫາຍຂອງພຣະຣາຊາ 34 ເຢຮົວອາດາ ບຸດເບນັຍຢາ ແລະອາບີອາທາຮ໌ ເປັນຜູ້ທຳງານຕໍ່ຈາກອາຮີໂທເຟນ ໂຢອາບເປັນຜູ້ບັນຊາການກອງທັບຂອງກະສັດ
ດາວິດຊົງມອບງານສ້າງພຣະວິຫານໃຫ້ໂຊໂລໂມນ
1 ໃນເຢຣູຊາເລັມ ດາວິດໄດ້ຊົງເອີ້ນປະຊຸມບັນດາເຈົ້ານາຍທັງສິ້ນຂອງອິສຣາເອນ ຄືເຈົ້ານາຍຂອງເຜົ່າແລະຜູ້ບັນຊາການກອງທັບ ທີ່ຮັບຣາຊການ ນາຍພັນນາຍຮ້ອຍ ແລະພະນັກງານທັງສິ້ນຜູ້ດູແລຊັບສົມບັດ ແລະຝູງສັດຂອງກະສັດແລະບຸດຊາຍຂອງພຣະອົງ ພ້ອມກັບພະນັກງານຣາຊສຳນັກ ທະຫານທີ່ເກັ່ງກ້າແລະວິຣະບຸຣຸດທັງສິ້ນ 2 ແລ້ວກະສັດດາວິດຊົງລຸກຂຶ້ນປະທັບຢືນ ແລະກ່າວວ່າ, “ພີ່ນ້ອງຂອງຂ້າພະເຈົ້າ ແລະປະຊາຊົນຂອງຂ້າພະເຈົ້າ ຂໍຈົ່ງຟັງຂ້າພະເຈົ້າ ຂ້າພະເຈົ້າມີໃຈປະສົງທີ່ຈະສ້າງພຣະວິຫານອັນເປັນທີ່ພັກຂອງຫິບຄຳສັນຍາຂອງພຣະເຈົ້າ ແລະເພື່ອເປັນທີ່ຮອງພຣະບາດຂອງພຣະເຈົ້າຂອງເຣົາ ແລະຂ້າພະເຈົ້າໄດ້ຈັດຕຽມການກໍ່ສ້າງໄວ້ຮຽບຮ້ອຍແລ້ວ 3 ແຕ່ພຣະເຈົ້າກ່າວກັບຂ້າພະເຈົ້າວ່າ “ເຈົ້າຢ່າສ້າງວິຫານເພື່ອນາມຂອງເຮົາເລີຍ ເພາະເຈົ້າເປັນນັກຮົບ ແລະໄດ້ທຳໂລຫິດໃຫ້ຕົກ” 4 ເຖິງປານນັ້ນກໍດີ ພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນຊົງເອີ້ນຂ້າພະເຈົ້າຈາກຕະກູນຂອງຂ້າພະເຈົ້າໃຫ້ເປັນກະສັດເຫນືອອິສຣາເອນເປັນນິດ ເພາະພຣະອົງຊົງເລືອກຢູດາໃຫ້ເປັນຜູ້ນຳ ແລະໃນວົງຂອງຢູດາ ຕະກູນຂອງຂ້າພະເຈົ້າ ແລະໃນບັນດາບຸດຊາຍຂອງບິດາຂອງຂ້າພະເຈົ້າ ພຣະອົງຊົງພໍພຣະທັຍໃນຂ້າພະເຈົ້າ ແລະຊົງໃຫ້ຂ້າພະເຈົ້າເປັນກະສັດເຫນືອອິສຣາເອນທັງປວງ 5 ແລະບຸດຊາຍທັງສິ້ນຂອງຂ້າພະເຈົ້າ (ເພາະພຣະເຈົ້າຊົງປະທານບຸດຊາຍເປັນອັນມາກແກ່ຂ້າພະເຈົ້າ) ພຣະອົງຊົງເລືອກໂຊໂລໂມນບຸດຂ້າພະເຈົ້າໃຫ້ນັ່ງບັນລັງແຫ່ງຣາຊອານາຈັກຂອງພຣະເຈົ້າເຫນືອອິສຣາເອນ 6 ພຣະອົງຊົງກ່າວກັບຂ້າພະເຈົ້າວ່າ “ໂຊໂລໂມນບຸດຂອງເຈົ້າຈະສ້າງວິຫານຂອງເຮົາ ແລະລານວິຫານຂອງເຣົາ ເພາະເຮົາຈະເປັນບິດາຂອງເຂົາ 7 ເຮົາຈະສະຖາປະນາຣາຊອານາຈັກຂອງເຂົາໃຫ້ຢູ່ເປັນນິດ ຖ້າເຂົາຈະພຽນແນ່ວແນ່ຢູ່ໃນການຮັກສາປະຕິບັດຕາມບັນຍັດຂອງເຮົາ ແລະກົດຫມາຍຂອງເຮົາຢ່າງທີ່ເຂົາທຳຢູ່ທຸກວັນນີ້” 8 ເພາະສະນັ້ນຕໍ່ຫນ້າບັນດາຄົນອິສຣາເອນທັງປວງອັນເປັນຊຸມນຸມຊົນຂອງພຣະເຈົ້າ ແລະຕໍ່ພຣະກັນຂອງພຣະເຈົ້າຂອງເຣົາ ຈົ່ງປະພຶດຕາມ ແລະສແວງພຣະບັນຍັດທັງສິ້ນຂອງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າທັງຫລາຍ ເພື່ອເຈົ້າຈະໄດ້ກຳມະສິດແຜ່ນດິນອັນດີນີ້ ແລະມອບໄວ້ໃຫ້ເປັນມໍຣະດົກຂອງລູກຫລານຜູ້ມາພາຍຫລັງເຈົ້າສືບໄປເປັນນິດ 9 “ໂຊໂລໂມນບຸດຂອງເຣົາເອີຍ ເຈົ້າຈົ່ງຮູ້ຈັກພຣະເຈົ້າ ແລະຈົ່ງບົວລະບັດພຣະອົງດ້ວຍໃຈຈີງແລະດ້ວຍຄວາມເຕັມໃຈຂອງເຈົ້າ ເພາະພຣະເຈົ້າຊົງພີຈາຣະນາຈິດໃຈທັງປວງ ແລະຊົງເຂົ້າໃຈໃນແຜນງານແລະຄວາມຄິດທັງປວງ ຖ້າເຈົ້າສແວງຫາພຣະອົງເຈົ້າຈະພົບພຣະອົງ ແຕ່ຖ້າເຈົ້າປະຖິ້ມພຣະອົງ ພຣະອົງຈະຊົງແກ່ວງເຈົ້າອອກໄປເສັຽເປັນນິດ 10 ບັດນີ້ຈົ່ງຟັງໃຫ້ດີ ເພາະວ່າພຣະເຈົ້າຊົງເລືອກເຈົ້າໃຫ້ສ້າງພຣະວິຫານເພື່ອເປັນສະຖານນະມັສການ ຈົ່ງເຂັ້ມແຂງແລະທຳໃຫ້ສຳເຣັດເຖີດ” 11 ແລ້ວດາວິດຊົງມອບໃຫ້ກັບໂຊໂລໂມນ ຊຶ່ງແຜນຜັງມຸກຂອງພຣະວິຫານ ແລະແຜນຜັງເຮືອນຕ່າງໆຂອງພຣະວິຫານນັ້ນ ຄັງແລະຫ້ອງຊັ້ນໃນ ແລະຫ້ອງສຳລັບພຣະທີ່ນັ່ງກະຣຸນາ 12 ແລະແຜນຜັງຊຶ່ງພຣະອົງມີຢູ່ໃນພຣະທັຍໃນເຣື່ອງລານຂອງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຫ້ອງລະບຽງຮອບ ແລະຄັງສຳລັບພຣະວິຫານຂອງພຣະເຈົ້າ ແລະຄັງສຳລັບບັນດາຂອງຖວາຍ 13 ແລະລະບຽບສຳລັບເວນປະໂຣຫິດ ແລະເວນຄົນເລວີ ແລະງານບົວລະບັດທັງສິ້ນໃນພຣະວິຫານຂອງພຣະຜູ້ເປັນເຈົ້າ 14 ນ້ຳຫນັກທອງຄຳຂອງເຄື່ອງໃຊ້ທອງຄຳທຸກຢ່າງ ສຳລັບການບົວລະບັດແຕ່ລະຢ່າງ ນ້ຳຫນັກເງິນຂອງເຄື່ອງໃຊ້ເງິນທຸກຢ່າງສຳລັບງານບົວລະບັດແຕ່ລະຢ່າງ 15 ນ້ຳຫນັກຂອງເຄື່ອງຮອງຕີນໂຄມທອງຄຳ ແລະຕະກຽງ ນ້ຳຫນັກທອງຄຳຂອງເຄື່ອງຮອງຕີນໂຄມແຕ່ລະອັນກັບຕະກຽງແຕ່ລະດວງ ນ້ຳຫນັກເງິນຂອງເຄື່ອງຮອງຕີນໂຄມອັນນຶ່ງກັບຕະກຽງຄູ່ກັນ ຕາມທີ່ຈະໃຊ້ເຄື່ອງຮອງຕີນໂຄມແຕ່ລະອັນໃນການບົວລະບັດ 16 ນ້ຳຫນັກທອງຄຳສຳລັບໂຕະຂະຫນົມຕັ້ງຖວາຍແຕ່ລະໂຕະ ເງິນສຳລັບໂຕະເງິນ 17 ແລະສ້ອມ ອ່າງ ກັບຖ້ວຍເປັນທອງຄຳບໍຣິສຸດ ຊາມທອງຄຳແລະນ້ຳຫນັກຂອງແຕ່ລະໃບ ຊາມເງິນແລະນ້ຳຫນັກຂອງແຕ່ລະໃບ 18 ແທ່ນເຄື່ອງຫອມທຳດ້ວຍທອງຄຳເນື້ອລະອຽດ ແລະນ້ຳຫນັກຂອງແທ່ນນັ້ນ ທັງແຜນຜັງສຳລັບຣົດຮົບທອງຄຳຂອງເຊຣູບິມ ຊຶ່ງກາງປີກອອກປົກຫິບຄຳສັນຍາຂອງພຣະຜູ້ເປັນເຈົ້າ 19 ສິ່ງເຫລົ່ານີ້ດາວິດຊົງກະທຳໃຫ້ກະຈ່າງໂດຍອາໄສລາຍພຣະຫັດຂອງພຣະຜູ້ເປັນເຈົ້າກ່ຽວດ້ວຍເຣື່ອງນີ້ ຄືງານທຸກຢ່າງຊື່ງຈະຕ້ອງກະທຳຕາມແຜນຜັງນັ້ນ 20 ແລ້ວດາວິດສັ່ງກັບໂຊໂລໂມນບຸດຊາຍຂອງພຣະອົງວ່າ, “ຈົ່ງເຂັ້ມແຂງແລະກ້າຫານ ແລະທຳໃຫ້ສຳເຣັດເຖີດ ຢ່າຢ້ານກົວເລີຍ ຢ່າໃຫ້ມີສິ່ງໃດສິ່ງນຶ່ງຂັດຂວາງເຈົ້າເລີຍ ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າ ຄືພຣະເຈົ້າຂອງຂ້າຊົງສະຖິດກັບເຈົ້າ ພຣະອົງຈະບໍ່ຊົງປ່ອຍໃຫ້ເຈົ້າລົ້ມເຫລວຫລືປະຖີ້ມເຈົ້າ ຈົນກວ່າງານທັງສິ້ນສຳລັບງານບົວລະບັດແຫ່ງພຣະວິຫານຂອງເຈົ້າສຳເຣັດ 21 ເບິ່ງແມ໋, ມີເວນປະໂຣຫິດ ແລະເວນຄົນເລວີ ສຳລັບງານບົວລະບັດທຸກຢ່າງແຫ່ງພຣະວິຫານຂອງພຣະເຈົ້າ ໃນການນີ້ທັງສິ້ນ ຈະມີຄົນຢູ່ກັບເຈົ້າ ຄືທຸກຄົນທີ່ເຕັມໃຈ ແລະເປັນຜູ້ມີຝີມືໃນງານບົວລະບັດທຸກຢ່າງ ທັງເຈົ້າຫນ້າທີ່ແລະປະຊາຊົນທັງປວງຈະຢູ່ໃນບັງຄັບບັນຊາຂອງເຈົ້າທັງສິ້ນ”
1 ແລະກະສັດດາວິດພຣະຣາຊາສັ່ງກັບຊຸມນຸມຊົນທັງປວງວ່າ, “ໂຊໂລໂມນບຸດຂອງເຮົາຊຶ່ງເປັນຜູ້ດຽວທີ່ພຣະເຈົ້າຊົງເລືອກໄວ້ນັ້ນ ຍັງເປັນຄົນຫນຸ່ມແລະບໍ່ມີຄວາມຊຳນານ ການງານກໍຍິ່ງໃຫຍ່ຫລາຍ ເພາະວ່າພຣະພຣະວິຫານນັ້ນບໍ່ແມ່ນສຳລັບຄົນ ແຕ່ສຳລັບພຣະເຈົ້າ 2 ເພາະສະນັ້ນເຮົາຈຶ່ງຈັດຕຽມໄວ້ສຳລັບພຣະວິຫານຂອງພຣະເຈົ້າ ເຕັມຄວາມສາມາດຂອງເຮົາ ຄືທອງຄຳສຳລັບສິ່ງທີ່ທຳດ້ວຍທອງຄຳ ແລະເງິນສຳລັບສິ່ງທີ່ທຳດ້ວຍເງິນ ແລະທອງສຳຣິດ ແລະເຫລັກສຳລັບສິ່ງທີ່ທຳດ້ວຍເຫລັກ ແລະໄມ້ສຳລັບສິ່ງທີ່ທຳດ້ວຍໄມ້ ນອກເຫນືອຈາກນີ້ກໍມີແກ້ວໂມເມນ ແລະແກ້ວສຳລັບຝັງຫີນທີ່ມີຄ່າ ຫີນລາຍ ເພັດພອຍທຸກຊນິດແລະຫີນອ່ອນ 3 ນອກຈາກສິ່ງທີ່ເຮົາຈັດຫາໄວ້ສຳລັບພຣະວິຫານສັກສິດແລ້ວ ເຣົາຍັງມີທອງຄຳແລະເງິນເປັນສົມບັດຂອງເຣົາ ແລະເພາະຄວາມຮັກຂອງເຣົາທີ່ມີຕໍ່ພຣະຜາສາດຂອງພຣະເຈົ້າຂອງເຮົາ ເຮົາຂໍມອບໃຫ້ແກ່ພຣະວິຫານແຫ່ງພຣະເຈົ້າຂອງເຮົາ 4 ດັ່ງນີ້ ທອງຄຳສາມພັນຕະລັນ ເປັນທອງຄຳເມືອງໂອຟີຣ໌ ແລະເງິນເຈັດພັນຕະລັນ ເພື່ອຈະໃຊ້ຕົກແຕ່ງຝາພຣະວິຫານ 5 ທອງຄຳສຳລັບສິ່ງທີ່ທຳດ້ວຍທອງຄຳ ແລະເງິນສຳລັບສີ່ງທີ່ທຳດ້ວຍເງິນ ແລະເພື່ອງານທັງສິ້ນທີ່ຊ່າງຈະຕ້ອງທຳດ້ວຍມື ໃຜແດ່ເຕັມໃຈທີ່ຈະຖວາຍຂອງພ້ອມກັບຖວາຍຕົວແດ່ພຣະເຈົ້າໃນວັນນີ້” 6 ແລະຫົວຫນ້າຂອງຕະກູນ ບັນດາຫົວຫນ້າຂອງເຜົ່າ ທັງນາຍພັນນາຍຮ້ອຍແລະພະນັກງານດູແລຣາຊການກໍຖວາຍດ້ວຍຄວາມເຕັມໃຈ 7 ເຂົາທັງຫລາຍຖວາຍເພື່ອງານບົວລະບັດແຫ່ງພຣະວິຫານຂອງພຣະເຈົ້າ ເປັນທອງຄຳຫ້າພັນຕະລັນ ແລະນຶ່ງຫມື່ນດາຣິກ ເງິນນຶ່ງຫມື່ນຕະລັນທອງສຳຣິດນຶ່ງຫມື່ນແປດພັນຕະລັນ ແລະເຫລັກນຶ່ງແສນຕະລັນ 8 ຜູ້ໃດທີ່ມີເພັດພອຍກໍຖວາຍໄວ້ທີ່ຄັງພຣະວິຫານຂອງພຣະເຈົ້າ ໃນຄວາມດູແລຂອງເຢຮີເອນຕະກູນເກີໂຊນ 9 ແລ້ວປະຊາຊົນກໍບິນດີ ເພາະເຂົາຖວາຍສິ່ງເຫລົ່ານີ້ຕາມຄວາມສມັກໃຈຂອງເຂົາ ເພາະເຂົາຖວາຍດ້ວຍຄວາມຈິໃຈແດ່ພຣະຜູ້ເປັນເຈົ້າ ດາວິດພຣະຣາຊາກໍຊົງຍິນດີເປັນຢ່າງຍິ່ງດ້ວຍ
ດາວິດສັຣເສີນພຣະເຈົ້າ
10 ເພາະສະນັ້ນ ດາວິດຈຶ່ງສັຣເສີນພຣະຜູ້ເປັນເຈົ້າຕໍ່ຫນ້າຊຸມນຸມຊົນທັງປວງ ແລະດາວິດທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ ສາທຸການແດ່ພຣະອົງເປັນນິດແລະເປັນນິດ 11 ຂ້າແດ່ພຣະຜູ້ເປັນເຈົ້າ ຄວາມຍິ່ງໃຫຍ່ ຣິດທານຸພາບ ພຣະຣັສມີໄຊຊະນະ ແລະເຕັມປ່ຽມດ້ວຍສະງ່າຣາສີເປັນຂອງພຣະອົງ ແລະບັນດາສິ່ງທີ່ມີຢູ່ໃນຟ້າສວັນ ແລະໃນແຜ່ນດິນໂລກເປັນຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຣາຊອານາຈັກເປັນຂອງພຣະອົງ ແລະພຣະອົງຊົງເປັນທີ່ຍົກຍ້ອງເປັນຈອມຂອງສິ່ງສາຣະພັດ 12 ທັງຄວາມຮັ່ງມີແລະກຽດມາຈາກພຣະອົງ ແລະພຣະອົງຊົງຄອບຄອງຢູ່ເຫນືອທຸກສິ່ງ ຣິດທານຸພາບແລະມະຫິດທິຣິດຢູ່ໃນພຣະຫັດຂອງພຣະອົງທີ່ຈະຊົງກະທຳໃຫ້ຍິ່ງໃຫຍ່ແລະປະທານກຳລັງແກ່ທັງມວນ 13 ບັດນີ້ຂ້າພຣະອົງທັງຫລາຍໂມທະນາຂອບພຣະຄຸນພຣະອົງເປັນພຣະເຈົ້າຂອງຂ້າພຣະອົງ ແລະສັຣເສີນພຣະນາມອັນຮຸ່ງເຮືອງຂອງພຣະອົງ 14 “ແຕ່ຂ້າພຣະອົງເປັນຜູ້ໃດ ແລະຊົນຊາດຂອງຂ້າພຣະອົງເປັນຜູ້ໃດ ທີ່ຂ້າພຣະອົງທັງຫລາຍຈະສາມາດຖວາຍແດ່ພຣະອົງດ້ວຍຄວາມເຕັມໃຈເຊັ່ນນີ້ ເພາະວ່າສິ່ງຂອງທຸກຢ່າງມາຈາກພຣະອົງ ຂ້າພຣະອົງທັງຫລາຍໄດ້ຖວາຍຂອງທີ່ເປັນຂອງພຣະອົງແດ່ພຣະອົງເທົ່ານັ້ນ 15 ເພາະວ່າຂ້າພຣະອົງທັງຫລາຍເປັນຄົນຕ່າງດ້າວຕ່າງແດນຕໍ່ພຣະພັກພຣະອົງ ແລະເປັນຄົນອາໄສຢູ່ຊົ່ວຄາວ ດັ່ງທີ່ບັນພະບຸຣຸດຂອງຂ້າພຣະອົງໄດ້ເປັນຢ່າງນັ້ນມາແລ້ວ ວັນປີຂອງຂ້າພຣະອົງເທິງແຜ່ນດິນໂລກເປັນເຫມືອນເງົາ ແລະບໍ່ມີອັນໃດຈີຣັງ 16 ຂ້າແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພຣະອົງທັງຫລາຍ ຂອງມາກມາຍເຫລົ່ານີ້ທັງຫມົດຊຶ່ງຂ້າພຣະອົງຈັດຫາເພື່ອສ້າງພຣະວິຫານຖວາຍແດ່ພຣະອົງ ເພື່ອພຣະນາມບໍຣິສຸດຂອງພຣະອົງມາຈາກພຣະຫັດຂອງພຣະອົງ ແລະເປັນຂອງພຣະອົງທັງສິ້ນ 17 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງຊາບແນ່ວ່າ ພຣະອົງຊົງທົດລອງຈິດໃຈ ແລະຊົງພໍພຣະທັຍໃນຄວາມທ່ຽງທັມ ສ່ວນຂ້າພຣະອົງ ຂ້າພຣະອົງໄດ້ຖວາຍທຸກສີ່ງເຫລົ່ານີ້ທັງສິ້ນ ດ້ວຍຄວາມເຕັມໃຈໃນຄວາມທ່ຽງທັມແຫ່ງຈິດໃຈຂອງຂ້າພຣະອົງ ແລະບັດນີ້ຂ້າພຣະອົງຊື່ນໃຈທີ່ໄດ້ເຫັນໄພ່ພົນຂອງພຣະອົງ ຜູ້ຊຶ່ງຢູ່ໃນທີ່ນີ້ໄດ້ເຕັມໃຈຖວາຍດ້ວຍຄວາມຊື່ນບານຕໍ່ພຣະອົງ 18 ຂ້າແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງອັບຣາຮາມ ອິຊາກ ແລະອິສຣາເອນບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ ຂໍພຣະອົງຊົງຮັກສາຄວາມປະສົງແລະຄວາມຄິດໃນໃຈຂອງປະຊາກອນຂອງພຣະອົງໃຫ້ເປັນເຊັ່ນນີ້ສເມີໄປ ແລະຂໍຊົງຕັ້ງຈິດໃຈຂອງເຂົາທັງຫລາຍໃຫ້ຫມັ້ນໃນພຣະອົງ 19 ຂໍພຣະອົງຊົງໂຜດໂຊໂລໂມນບຸດຂອງຂ້າພຣະອົງໃຫ້ມີຈິດໃຈຈີງທີ່ຈະຮັກສາບັນດາພຣະບັນຍັດຂອງພຣະອົງ ພຣະໂອວາດຂອງພຣະອົງ ແລະກົດເກນຂອງພຣະອົງ ແລະໃຫ້ກະທຳທຸກຢ່າງເຫລົ່ານີ້ ແລະສ້າງພຣະວິຫານຕາມຊຶ່ງຂ້າພຣະອົງໄດ້ກະຕຽມໄວ້ແລ້ວນັ້ນ” 20 ແລ້ວດາວິດສັ່ງກັບຊຸມນຸມຊົນທັງປວງວ່າ, “ຈົ່ງຖວາຍສາທຸການແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍ” ແລະຊຸມນຸມຊົນທັງປວງກໍສັຣເສີນພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາທັງຫລາຍ ແລະກົ້ມຫົວຂອງເຂົາທັງຫລາຍລົງແລະນະມັສການພຣະຜູ້ເປັນເຈົ້າ ແລະຖວາຍບັງຄົມແດ່ພຣະຣາຊາ 21 ແລະເຂົາທັງຫລາຍໄດ້ຖວາຍສັຕບູຊາແດ່ພຣະຜູ້ເປັນເຈົ້າ ແລະຖວາຍເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າໃນວັນຮຸ່ງຂື້ນຕໍ່ຈາກວັນນັ້ນ ເປັນງົວເຖິກນຶ່ງພັນໂຕພ້ອມກັບເຄື່ອງດື່ມບູຊາທີ່ຄູ່ກັນ ແລະຖວາຍສັຕບູຊາຢ່າງຫລວງຫລາຍເພື່ອອິສຣາເອນທັງປວງ 22 ແລະເຂົາທັງຫລາຍໄດ້ກີນໄດ້ດື່ມຕໍ່ພຣະພັກພຣະຜູ້ເປັນເຈົ້າໃນວັນນັ້ນດ້ວຍຄວາມຍິນດີຍິ່ງ ແລະເຂົາທັງຫລາຍໄດ້ຕັ້ງໂຊໂລໂມນໂອຣົດຂອງດາວິດເປັນພຣະຣາຊາເປັນເທື່ອທີ່ສອງ ແລະເຂົາທັງຫລາຍໄດ້ຫົດສົງທ່ານໄວ້ໃຫ້ເປັນເຈົ້ານາຍເພື່ອພຣະຜູ້ເປັນເຈົ້າ ແລະຊາໂດກໃຫ້ເປັນປະໂຣຫິດ 23 ແລ້ວໂຊໂລໂມນຊົງປະທັບເທິງພຣະທີ່ນັ່ງຂອງພຣະຜູ້ເປັນເຈົ້າເປັນພຣະຣາຊາແທນດາວິດຣາຊບິດາຂອງພຣະອົງ ແລະພຣະອົງຊົງຈະເຣີນຂື້ນ ແລະອິສຣາເອນທັງປວງກໍເຊື່ອຟັງພຣະອົງ 24 ບັນດາຜູ້ນຳທັງຫລາຍ ແລະພົນທະຫານທັງຫລາຍ ທັງບັນດາໂອຣົດຂອງກະສັດດາວິດໄດ້ສາບານຕົວຕໍ່ກະສັດໂຊໂລໂມນ 25 ແລະພຣະຜູ້ເປັນເຈົ້າຊົງປະທານຊື່ສຽງທີ່ຍິ່ງໃຫຍ່ແກ່ໂຊໂລໂມນ ຕໍ່ຫນ້າຕໍ່ຕາຂອງອິສຣາເອນທັງປວງ ແລະຊົງປະທານກຽດທີ່ຍິ່ງໃຫຍ່ຂອງພຣະຣາຊາແກ່ພຣະອົງ ຢ່າງທີ່ບໍ່ມີພຣະຣາຊາອົງໃດໃນອິສຣາເອນກ່ອນພຣະອົງໄດ້ຮັບ
ມໍຣະນະກັມຂອງດາວິດ
26 ຝ່າຍດາວິດບຸດເຈສຊີໄດ້ປົກຄອງເຫນືອອິສຣາເອນທັງປວງ 27 ເວລາທີ່ພຣະອົງຊົງປົກຄອງເຫນືອອິສຣາເອນນັ້ນເປັນສີ່ສິບປີ ພຣະອົງຊົງປົກຄອງໃນເຮໂບຣນເຈັດປີ ແລະໃນເຢຣູຊາເລັມສາມສິບປີ 28 ແລ້ວພຣະອົງສິ້ນພຣະຊົນເມື່ອເຖົ້າຊະຣາຫລາຍແລ້ວ ທັງຊົງຮັ່ງມີແລະມີພຣະກຽດ ແລະໂຊໂລໂມນໂອຣົດຂອງພຣະອົງປົກຄອງແທນພຣະອົງ 29 ສ່ວນພຣະຣາຊກິດຂອງກະສັດດາວິດ ຕັ້ງແຕ່ຕົ້ນຈົນທີ່ສຸດ ເບິ່ງແມ໋, ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານຂອງຊາມູເອນຜູ້ທຳນວາຍ ແລະໃນຫນັງສືພົງສາວະດານຂອງນາທານຜູ້ປະກາດພຣະທັມ ແລະໃນຫນັງສືພົງສາວະດານຂອງກາດຜູ້ທຳນວາຍ 30 ມີເຣື່ອງຣາວການປົກຄອງຂອງພຣະອົງທັງສິ້ນ ແລະຍຸດພະລັງຂອງພຣະອົງ ແລະເຣື່ອງຣາວທີ່ບັງເກີດກັບພຣະອົງ ແລະກັບອິສຣາເອນ ແລະບັນດາຣາຊອານາຈັກທັງສິ້ນຂອງປະເທດຕ່າງໆ
ຄຳອະທິຖານຂອງໂຊໂລໂມນເພື່ອຂໍສະຕິປັນຍາ
1 ໂຊໂລໂມນໂອຣົດຂອງດາວິດໄດ້ສະຖາປະນາຣາຊອານາຈັກຂອງພຣະອົງ ແລະພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງຊົງສະຖິດກັບພຣະອົງ ແລະຊົງກະທຳໃຫ້ພຣະອົງໃຫຍ່ໂຕຢ່າງຍິ່ງ 2 ໂຊໂລໂມນກ່າວກັບອິສຣາເອນທັງປວງກັບນາຍພັນແລະນາຍຮ້ອຍ ທັງກັບຜູ້ປົກຄອງແລະກັບເຈົ້ານາຍທັງປວງໃນອິສຣາເອນທັງຫມົດ ຜູ້ເປັນຫົວຫນ້າຂອງບັນດາຕະກູນຂອງເຂົາ 3 ແລະໂຊໂລໂມນກັບຊຸມນຸມຊົນທັງປວງທີ່ຢູ່ກັບພຣະອົງໄດ້ຂຶ້ນໄປທີ່ສະຖານນະມັສການທີ່ສູງຊຶ່ງຢູ່ທີ່ກິເບໂອນເພາະເຕັນນັດພົບຂອງພຣະເຈົ້າ ຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ສ້າງຂຶ້ນໃນຖິ່ນກັນດານຢູ່ທີ່ນັ້ນ 4 (ແຕ່ດາວິດໄດ້ຊົງນຳຫີບຂອງພຣະເຈົ້າມາຈາກກິຣິອາທເຢອາຣິມເຖິງສະຖານທີ່ຊຶ່ງດາວິດຊົງຕຽມໄວ້ໃຫ້ເພາະພຣະອົງໄດ້ຊົງຕັ້ງເຕັນໄວ້ໃຫ້ໃນກຸງເຢຣູຊາເລັມ) 5 ເຖິງປານນັ້ນ ແທ່ນບູຊາທອງສຳຣິດ ຊຶ່ງເບຊາເລນບຸດອຸຣີ ບຸດຮູຣ໌ໄດ້ສ້າງໄວ້ນັ້ນກໍຢູ່ທີ່ຫນ້າຫໍເຕັນຂອງພຣະເຈົ້າ ແລະໂຊໂລໂມນກັບຊຸມນຸມຊົນກໍໄດ້ສແວງຫາພຣະເຈົ້າ 6 ແລະໂຊໂລໂມນສະເດັດໄປທີ່ນັ້ນຍັງແທ່ນບູຊາທອງສຳຣິດຕໍ່ພຣະພັກພຣະຜູ້ເປັນເຈົ້າ ຊຶ່ງຢູ່ທີ່ເຕັນນັດພົບ ແລະຊົງຖວາຍເຄື່ອງເຜົາບູຊານຶ່ງພັນໂຕເທິງແທ່ນນັ້ນ 7 ໃນຄືນນັ້ນ ພຣະເຈົ້າຊົງປາກົດແກ່ໂຊໂລໂມນ ແລະກ່າວກັບພຣະອົງວ່າ, “ເຈົ້າຢາກໃຫ້ເຮົາໃຫ້ຫຍັງແກ່ເຈົ້າ ກໍຈົ່ງຂໍເຖີດ” 8 ແລະໂຊໂລໂມນທູນພຣະເຈົ້າວ່າ, “ພຣະອົງໄດ້ຊົງສຳແດງຄວາມຮັກຫມັ້ນຄົງ ແລະຍິ່ງໃຫຍ່ແກ່ດາວິດສະເດັດພໍ່ຂອງຂ້າພຣະອົງ ແລະຊົງກະທຳໃຫ້ຂ້າພຣະອົງເປັນກະສັດແທນ 9 ຂ້າແດ່ພຣະເຈົ້າ ຂໍໃຫ້ພຣະສັນຍາຂອງພຣະອົງທີ່ມີຕໍ່ດາວິດສະເດັດພໍ່ຂອງຂ້າພຣະອົງເປັນຈິງໃນບັດນີ້ ເພາະພຣະອົງໄດ້ຊົງຕັ້ງໃຫ້ຂ້າພຣະອົງເປັນກະສັດເຫນືອຊົນຊາດທີ່ຫລາຍເຫມືອນຝຸ່ນຂີ້ດິນແຫ່ງແຜ່ນດິນໂລກ 10 ຂໍຊົງປະທານສະຕິປັນຍາແລະຄວາມຮູ້ແກ່ຂ້າພຣະອົງທີ່ຈະເຂົ້ານອກອອກໃນຕໍ່ຫນ້າຊົນຊາດນີ້ ເພາະຜູ້ໃດທີ່ຈະປົກຄອງໄພ່ພົນຂອງພຣະອົງໄດ້ ຊຶ່ງໃຫຍ່ຍິ່ງນັກ” 11 ພຣະເຈົ້າຊົງກ່າວຕອບໂຊໂລໂມນວ່າ, “ຍ້ອນວ່າສິ່ງນີ້ຢູ່ໃນຈິດໃຈຂອງເຈົ້າ ແລະເຈົ້າບໍ່ໄດ້ຂໍຊັບສົມບັດ ຄວາມມັ່ງຄັ່ງ, ກຽດ ຫລືຊີວິດສັດຕຣູ ແລະທັງບໍ່ໄດ້ຂໍຊີວິດຂອງຄົນເຫລົ່ານັ້ນຜູ້ກຽດຊັງເຈົ້າ ແລະທັງບໍ່ໄດ້ຂໍຊີວິດຍືນຍາວ ແຕ່ໄດ້ຂໍສະຕິປັນຍາແລະຄວາມຮູ້ເພື່ອຕົວເຈົ້າເອງ ເພື່ອເຈົ້າຈະປົກຄອງໄພ່ພົນຂອງເຮົາ ຜູ້ຊຶ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນກະສັດເຫນືອເຂົານັ້ນ 12 ເຮົາຈະໃຫ້ສະຕິປັນຍາແລະຄວາມຮູ້ໃຫ້ແກ່ເຈົ້າ ເຣົາຈະໃຫ້ຊັບສົມບັດຄວາມມັ່ງຄັ່ງ ແລະກຽດຕິຍົດແກ່ເຈົ້າດ້ວຍຢ່າງທີ່ບໍ່ມີກະສັດອົງໃດຜູ້ຢູ່ກ່ອນເຈົ້າໄດ້ມີ ແລະບໍ່ມີຜູ້ໃດພາຍຫລັງເຈົ້າຈະມີເຫມືອນ” 13 ໂຊໂລໂມນຈຶ່ງສະເດັດຈາກບ່ອນນະມັສການທີ່ກິເບໂອນ ຈາກຕໍ່ຫນ້າເຕັນນັດພົບໄປຍັງກຸງເຢຣູຊາເລັມ ແລະພຣະອົງຊົງປົກຄອງຢູ່ເຫນືອອິສຣາເອນ 14 ໂຊໂລໂມນຊົງຮວບຮວມຣົດຮົບ ແລະພົນມ້າ ພຣະອົງຊົງມີຣົດຮົບນຶ່ງພັນສີ່ຮ້ອຍຄັນ ແລະພົນມ້ານຶ່ງຫມື່ນສອງພັນຄົນ ຊຶ່ງພຣະອົງຊົງໃຫ້ປະຈະຢູ່ທີ່ຫົວເມືອງຣົດຮົບ ແລະຢູ່ກັບກະສັດໃນກຸງເຢຣູຊາເລັມ 15 ເຈົ້າຊີວິດຊົງກະທຳໃຫ້ເງິນແລະທອງຄຳເປັນຂອງສາມັນໃນກຸງເຢຣູຊາເລັມເຫມືອນກ້ອນຫີນ ແລະຊົງກະທຳໃຫ້ມີໄມ້ສົນຫລວງຫລາຍເຫມືອນໄມ້ຫມາກເດື່ອແຫ່ງຖິ່ນເຊເຟລາ 16 ມ້າອັນເປັນສິນຄ້າເຂົ້າຂອງໂຊໂລໂມນມາຈາກເອຢິບ ເປັນຝູງໆ ແລະບັນດາພໍ່ຄ້າຂອງເຈົ້າຊີວິດຮັບມາເປັນຝູງໆຕາມຣາຄາ 17 ເຂົາທັງຫລາຍນຳຣົດຮົບເຂົ້າມາຈາກເອຢິບຄັນນຶ່ງເປັນເງິນຫົກຮ້ອຍເຊເກລເງິນ ແລະມ້າໂຕນຶ່ງນື່ງຮ້ອຍຫ້າສິບ ດັ່ງນັ້ນໂດຍທາງພວກພໍ່ຄ້າ ເຂົາກໍສົ່ງອອກໄປຍັງບັນດາກະສັດຂອງຄົນຮິດຕີ ແລະບັນດາກະສັດຂອງຄົນຊີເຣັຽ (ອາຣາມ)
ໂຊໂລໂມນຊົງຕົກລົງກັບກະສັດຮູຣາມ
1 ຝ່າຍໂຊໂລໂມນຊົງຕັ້ງພຣະທັຍທີ່ຈະສ້າງພຣະວິຫານເພື່ອພຣະນາມມຂອງພຣະຜູ້ເປັນເຈົ້າ ແລະສ້າງພຣະຣາຊວັງເພື່ອຣາຊອານາຈັກຂອງພຣະອົງ 2 ແລະໂຊໂລໂມນຊົງກຳນົດໃຫ້ເຈັດຫມື່ນຄົນເປັນຄົນຂົນເຄື່ອງ ແລະໃຫ້ແປດຫມື່ນຄົນສະກັດຫີນທີ່ເນີນພູ ແລະໃຫ້ສາມພັນຫົກຮ້ອຍຄົນດູແລເຂົາທັງຫລາຍ 3 ແລະໂຊໂລໂມນຊົງສົ່ງຣາຊສານໄປຍັງຮູຣາມກະສັດເມືອງຕີເຣວ່າ, “ທ່ານໄດ້ກະທຳກິຈກັບດາວິດຣາຊບິດາຂອງຂ້າພະເຈົ້າ ຄື ໄດ້ສົ່ງໄມ້ສົນໃຫ້ພຣະອົງ ເພື່ອສ້າງວັງໃຫ້ພຣະອົງອາໄສຢ່າງໃດ ຂໍທ່ານໄດ້ກະທຳແກ່ຂ້າພະເຈົ້າຢ່າງນັ້ນ 4 ເບິ່ງແມ໋, ຂ້າພະເຈົ້າກຳລັງຈະສ້າງພຣະວິຫານ ເພື່ອພຣະນາມພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າ ແລະມອບຖວາຍແດ່ພຣະອົງເພື່ອເຜົາເຄື່ອງຫອມຕໍ່ພຣະພັກພຣະອົງ ແລະເພື່ອເຂົ້າຈີ່ຕັ້ງຖວາຍຕລອດໄປ ແລະເພື່ອເຄື່ອງເຜົາບູຊາທັງຕອນເຊົ້າແລະຕອນແລງໃນວັນສະບາໂຕ ແລະໃນວັນຂ້າງຂຶ້ນ ແລະວັນເທສການຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ ຊຶ່ງເປັນກົດຫມາຍຕັ້ງ
ໄວ້ເປັນນິດສຳລັບອິສຣາເອນ
5 ພຣະວິຫານຊຶ່ງຂ້າພະເຈົ້າຈະສ້າງນັ້ນໃຫຍ່ໂຕ ເພາະວ່າພຣະເຈົ້າຂອງເຣົາໃຫຍ່ຍິ່ງກວ່າພຣະທັງປວງ 6 ແຕ່ຜູ້ໃດຫນໍທີ່ຈະສາມາດສ້າງພຣະວິຫານສຳລັບພຣະອົງໄດ້ ໃນເມື່ອຟ້າສວັນເຖິງແມ່ນວ່າຟ້າສວັນທີ່ສູງສຸດທີ່ສຸດ ຮັບຮອງພຣະອົງໄວ້ບໍ່ໄດ້ ຂ້າພະເຈົ້າເປັນຜູ້ໃດຫນໍທີ່ຈະສ້າງພຣະວິຫານສໍາລັບພຣະອົງ ນອກຈາກໃຫ້ເປັນທີ່ເຜົາເຄື່ອງຫອມຖວາຍພຣະອົງເທົ່ານັ້ນ 7 ເຫດສັນນັ້ນ ບັດນີ້ຂໍສົ່ງຊາຍຄົນນຶ່ງຜູ້ຊຳນານການຊ່າງທອງຄຳ ເງິນ ທອງສຳຣິດແລະເຫັລກ ແລະຊຳນານໃນເຣື່ອງຜ້າສີມ່ວງ ສີແດງເຂັ້ມ ແລະສີຟ້າ ທັງເປັນຜູ້ຊຳນານໃນການແກະສລັກ ເພື່ອຈະຢູ່ກັບຊ່າງຝີມືຜູ້ຢູ່ກັບຂ້າພະເຈົ້າໃນຢູດາແລະໃນເຢຣູຊາເລັມ ຜູ້ຊຶ່ງດາວິດຣາຊບິດາຂອງຂ້າພະເຈົ້າໄດ້ຈັດຫາໄວ້ 8 ຂໍທ່ານສົ່ງໄມ້ສົນ ໄມ້ແປກ ແລະໄມ້ດູ່ຈາກເລບານອນໃຫ້ຂ້າພະເຈົ້າດ້ວຍ ເພາະຂ້າພຣະເຈົ້າເຂົ້າໃຈວ່າຂ້າຣາຊການຂອງທ່ານຮູ້ຈັກການຕັດໄມ້ໃນເລບານອນ ແລະເບິ່ງແມ໋, ຂ້າຣາຊການຂອງຂ້າພະເຈົ້າຈະຢູ່ກັບຂ້າຣາຊການຂອງທ່ານ 9 ເພື່ອຈັດຕຽມຕົວໄມ້ໃຫ້ແກ່ຂ້າພະເຈົ້າໃຫ້ຫລວງຫລາຍ ເພາະວ່າພຣະວິຫານທີ່ຂ້າພະເຈົ້າຈະສ້າງນີ້ຈະໃຫຍ່ໂຕແລະແປກປລາດ 10 ແລະເບິ່ງແມ໋, ສ່ວນຂ້າຣາຊການຂອງທ່ານ ຄືຜູ້ທີ່ຕັດຕົ້ນໄມ້ນັ້ນ ຂ້າພະເຈົ້າຈະໃຫ້ເຂົ້າສາລີນວດແລ້ວສອງຫມື່ນໂກຣ໌ ເຂົ້າບເລສອງຫມື່ນໂກຣ໌ ເຫລົ້າອະງຸ່ນສອງຫມື່ນບັທ ແລະນ້ຳມັນສອງຫມື່ນບັທແກ່ເຂົາທັງຫລາຍ” 11 ແລ້ວຮູຣາມພຣະຣາຊາແຫ່ງເມືອງຕີເຣຊົງຕອບເປັນລາຍພຣະຫັດ ຊຶ່ງພຣະອົງຊົງມີໄປເຖິງໂຊໂລໂມນວ່າ, “ເພາະວ່າພຣະເຈົ້າຊົງຮັກປະຊາກອນຂອງພຣະອົງ ພຣະອົງຈຶ່ງຊົງກະທຳໃຫ້ທ່ານເປັນພຣະຣາຊາເຫນືອເຂົາທັງຫລາຍ” 12 ຮູຣາມກ່າວອີກວ່າ, “ສາທຸການແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ຜູ້ຊົງສ້າງຟ້າສວັນແລະແຜ່ນດິນໂລກ ຜູ້ໄດ້ປະທານໂອຣົດທີ່ສລາດຄົນນຶ່ງແກ່ດາວິດປະກອບດ້ວຍຄວາມສລຽວສລາດແລະຄວາມເຂົ້າໃຈ ຜູ້ຊຶ່ງຈະສ້າງພຣະວິຫານຖວາຍພຣະເຈົ້າ ແລະສ້າງພຣະຣາຊວັງເພື່ອກິຈອານາຈັກຂອງພຣະອົງ 13 “ບັດນີ້ຂ້າພະເຈົ້າໄດ້ສົ່ງຊ່າງຝີມືຄົນນຶ່ງ ປະກອບດ້ວຍຄວາມເຂົ້າໃຈ ຄືຮູຣາມາບີທີ່ປຶກສາອາວຸໂສ 14 ບຸດຊາຍຂອງຍິງເຜົ່າດານບິດາຂອງເຂົາເປັນຊາວເມືອງຕີເຣ ເຂົາຊຳນານງານຊ່າງທອງຄຳ ເງິນ ທອງສຳຣິດ ເຫລັກ ຫີນແລະໄມ້ ແລະທຳງານຊ່າງຜ້າສີມ່ວງ ສີຟ້າ ຜ້າປ່ານ ແລະຜ້າສີແດງເຂັ້ມ ແລະທຳການແກະສລັກທຸກຊະນິດ ແລະສ້າງຕາມແບບລວດລາຍໃດໆທີ່ຈະກຳນົດໃຫ້ແກ່ເຂົາ ພ້ອມກັບຊ່າງຝີມືຂອງທ່ານ ຄືຊ່າງຝີມືຂອງດາວິດຣາຊບິດາຂອງທ່ານຜູ້ເປັນເຈົ້ານາຍຂອງຂ້າພະເຈົ້າ 15 ເຫດສັນນັ້ນເຣື່ອງເຂົ້າສາລີ ເຂົ້າບເລ ນ້ຳມັນ ແລະເຫລົ້າອະງຸ່ນ ຊຶ່ງເຈົ້ານາຍຂອງຂ້າພະເຈົ້າໄດ້ກ່າວເຖິງນັ້ນ ຂໍທ່ານໄດ້ສົ່ງໄປໃກ້ພວກເຮົາຜູ້ຮັບໃຊ້ທ່ານ 16 ແລະພວກເຮົາຈະຕັດໄມ້ເທົ່າທີ່ທ່ານຕ້ອງການຈາກເລບານອນ ແລະນຳມາໃຫ້ທ່ານໂດຍແພທາງທະເລເຖິງເມືອງໂຢບປາເພື່ອວ່າທ່ານຈະໄດ້ນຳຂຶ້ນໄປຍັງກຸງເຢຣູຊາເລັມ” 17 ແລ້ວໂຊໂລໂມນຊົງທຳບັນຊີສຳມະໂນຄົວຊົນຕ່າງດ້າວທັງສິ້ນຜູ້ຢູ່ໃນແຜ່ນດິນອິສຣາເອນ ພາຍຫລັງບັນຊີສຳມະໂນຄົວຊຶ່ງດາວິດຣາຊບິດາຂອງພຣະອົງໄດ້ຊົງກະທຳໄວ້ ແລະປາກົດວ່າມີຄົນນຶ່ງແສນຫ້າຫມື່ນສາມພັນຫົກຮ້ອຍຄົນ 18 ພຣະອົງຊົງກຳນົດໃຫ້ເຈັດຫມື່ນຄົນເປັນຄົນຂົນຂອງ ແລະໃຫ້ແປດຫມື່ນຄົນສະກັດຫີນທີ່ຖິ່ນພູດອຍ ແລະຄົນສາມພັນຫົກຮ້ອຍຄົນເປັນຜູ້ດູແລໃຫ້ປະຊາຊົນທຳງານ
ໂຊໂລໂມນຊົງສ້າງພຣະວິຫານຂອງພຣະເຈົ້າ
1 ແລ້ວໂຊໂລໂມນຊົງເລີ້ມສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ກຸງເຢຣູຊາເລັມເທິງພູໂມຣິຢາ ຊຶ່ງພຣະຜູ້ເປັນເຈົ້າຊົງປາກົດແກ່ດາວິດຣາຊບິດາຂອງພຣະອົງ ເປັນບ່ອນຊຶ່ງດາວິດຊົງກຳນົດໄວ້ທີ່ລານນວດເຂົ້າຂອງໂອຣ໌ນານ ຄົນເຢບຸສ 2 ພຣະອົງຊົງເລີ້ມສ້າງໃນວັນທີ່ສອງເດືອນທີ່ສອງຂອງປີທີ່ສີ່ແຫ່ງຣັຊການຂອງພຣະອົງ 3 ຕໍ່ໄປນີ້ເປັນຮາກຖານຊຶ່ງໂຊໂລໂມນຊົງວາງເພື່ອສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ ສ່ວນລວງຍາວຕາມສອກບູຮານ ຫົກສິບສອກ ແລະລວງກວ້າງຊາວສອກ 4 ແຈດ້ານຫນ້າຂອງພຣະວິຫານນັ້ນຍາວຊາວສອກ ເທົ່າກັບດ້ານກວ້າງຂອງພຣະວິຫານ ແລະສ່ວນລວງສູງນຶ່ງຮ້ອຍຊາວ ພຣະອົງຊົງໂອບດ້ານໃນດ້ວຍທອງຄຳບໍຣິສຸດ 5 ຫ້ອງໂຖງພຣະອົງຊົງແອ້ມດ້ວຍໄມ້ສົນ ແລະໂອບດ້ວຍທອງຄຳ ແລະແກະສລັກເອ້ຄວັດລາຍເປັນຮູບນ້ຳເຕົ້າ ແລະຮູບດອກອັລພລັມແລະມີໂສ້ຄຳປະດັບໄວ້ເທິງນັ້ນ 6 ພຣະອົງຊົງແຕ່ງພຣະວິຫານດ້ຍຝັງເພັດພອຍ ທອງຄຳນັ້ນເປັນທອງຄຳເມືອງປາຣ໌ວາອິມ 7 ພຣະອົງຊົງໂອບພຣະວິຫານນັ້ນດ້ວຍທອງຄຳ ຄືທີ່ຄານ ທາງເຂົ້າປະຕູ ຝາ ປະຕູກັບແກະສລັກຮູບເຊຣູບິມໄວ້ເທິງຝາ 8 ແລະພຣະອົງຊົງສ້າງຫ້ອງສັກສິດທີ່ສຸດ ຄືລວງຍາວຂອງທີ່ນັ້ນຕາມລວງກວ້າງຂອງພຣະວິຫານ ເປັນຊາວສອກ ແລະລວງກວ້າງຊາວສອກ ພຣະອົງຊົງໂອບດ້ວຍທອງຄຳຫນັກຫົກຮ້ອຍຕະລັນ 9 ນ້ຳຫນັກຂອງຕະປູຫ້າສິບເຊເກລທອງຄຳ ແລະພຣະອົງຊົງໂອບຫ້ອງຊັ້ນເທິງດ້ວຍທອງຄຳ 10 ໃນຫ້ອງສັກສິດທີ່ສຸດນັ້ນ ພຣະອົງຊົງສ້າງຮູບເຊຣູບິມໄວ້ສອງຮູບດ້ວຍໄມ້ໂອບທອງຄຳ 11 ປີກຂອງເຊຣູບິມທັງສອງນັ້ນກາງອອກຊາວສອກ ປີກຂ້າງນຶ່ງຂອງເຊຣູບິມຮູບນຶ່ງຍາວຫ້າສອກຈຸຝາພຣະວິຫານ ແລະອີກປີກນຶ່ງຫ້າສອກຕິດຕໍ່ກັບປີກຂອງເຊຣູບິມອີກຮູບນຶ່ງ 12 ປີກຂອງເຊຣູບິມເຫລົ່ານີ້ກາງອອກຊາວສອກ ເຊຣູບິມທັງສອງນັ້ນຢືນຫັນຫນ້າໄປທາງຫ້ອງໂຖງ 13 ແລະພຣະອົງຊົງສ້າງຜ້າກັ້ງດ້ວຍສີຟ້າ ສີມ່ວງ ແລະສີແດງເຂັ້ມ ແລະຜ້າປ່ານ ແລະປັກຮູບເຊຣູບິມໄວ້ເທິງນັ້ນ 14 ຂ້າງຫນ້າພຣະວິຫານພຣະອົງຊົງສ້າງເສົາຫານສອງຕົ້ນ ສູງສາມສິບຫ້າສອກ ມີບົວຄວ່ຳສູງຫ້າສອກຢູ່ເທິງຍອດເສົາຫານແຕ່ລະຕົ້ນ
ງານຂອງຮູຣາມໃນພຣະວິຫານ
15 ພຣະອົງຊົງທຳໂສ້ເຫມືອນສ້ອຍຄໍຕິດໄວ້ທີ່ຍອດເສົາຫານ ແລະພຣະອົງຊົງທຳຫມາກພິລານຶ່ງຮ້ອຍຫມາກແຂວນໄວ້ທີ່ໂສ້ 16 ພຣະອົງຊົງຕັ້ງເສົາຫານໄວ້ຫນ້າພຣະວິຫານ ຂ້າງຂວາຕົ້ນນຶ່ງແລະອີກຕົ້ນນຶ່ງຂ້າງຊ້າຍ ຕົ້ນຂ້າງຂວານັ້ນພຣະອົງຊົງໃສ່ຊື່ວ່າຢາຄີນ ແລະຕົ້ນຂ້າງຊ້າຍວ່າໂບອັສ
1 ພຣະອົງຊົງສ້າງແທ່ນບູຊາດ້ວຍທອງສຳຣິດ ຍາວຊາວສອກ ແລະກວ້າງຊາວສອກ ສູງສິບສອກ 2 ແລ້ວພຣະອົງຊົງສ້າງຂັນທີ່ຫລໍ່ ເປັນຂັນກົມ ແທກຈາກຂອບນຶ່ງໄປເຖິງອີກຂອບນຶ່ງໄດ້ສິບສອກ ສູງຫ້າສອກ ແລະແທກຮອບໄດ້ສາມສິບສອກ 3 ພາຍໃຕ້ຂັນນີ້ ມີຮູບງົວຢູ່ຮອບຂັນ ລະຍະສິບສອກຢູ່ຮອບຂັນ ງົວເຫລົ່ານີ້ເປັນສອງແຖວ ຫລໍ່ພ້ອມກັບເມື່ອຫລໍ່ຂັນ 4 ຂັນນັ້ນວາງຢູ່ເທິງງົວສິບສອງໂຕຫັນຫນ້າໄປທິດເຫນືອສາມໂຕ ຫັນຫນ້າໄປທິດຕາເວັນຕົກສາມໂຕ ແລະຫັນຫນ້າໄປທິດຕາເວັນອອກສາມໂຕ ຂັນນັ້ນວາງຢູ່ເທິງງົວນີ້ ສ່ວນເບື້ອງຫລັງຂອງມັນທັງສິ້ນຢູ່ຂ້າງໃນ 5 ຂັນຫນານຶ່ງຄືບ ທີ່ຂອບຂອງມັນທຳເຫມືອນຂອບຖ້ວຍ ເຫມືອນຢ່າງດອກບົວ ບັນຈຸໄດ້ສາມພັນບັທ 6 ພຣະອົງຊົງທຳຂັນສິບຫນ່ວຍ ວາງຢູ່ດ້ານຂວາຫ້າຫນ່ວຍແລະດ້ານຊ້າຍຫ້າຫນ່ວຍ ເພື່ອໃຊ້ລ້າງຂອງໃນນັ້ນ ເຂົາຈະລ້າງຂອງຊຶ່ງໃຊ້ເປັນເຄື່ອງເຜົາບູຊາໃນນີ້ ຂັນນັ້ນສຳລັບປະໂຣຫິດລ້າງໃນນັ້ນ 7 ແລ້ວພຣະອົງຊົງສ້າງເຄື່ອງຮອງຕີນໂຄມທອງຄຳສິບອັນຕາມທີ່ກຳນົດກ່ຽວກັບເຄື່ອງຮອງຕີນໂຄມນັ້ນ ແລະພຣະອົງຊົງຕັ້ງໄວ້ໃນພຣະວິຫານ ຢູ່ດ້ານຂວາຫ້າແລະດ້ານຊ້າຍຫ້າ 8 ພຣະອົງຊົງສ້າງໂຕະສິບຫນ່ວຍ ແລະຕົງໄວ້ໃນພຣະວິຫານ ຢູ່ດ້ານຂວາຫ້າຕົ້ນ ດ້ານຊ້າຍຫ້າຕົ້ນ ແລະພຣະອົງຊົງທຳຊາມທອງຄຳນຶ່ງຮ້ອຍໃບ 9 ພຣະອົງຊົງສ້າງລານແຫ່ງປະໂຣຫິດ ແລະບານໃຫຍ່ແລະປະຕູລານ ແລະຊົງໂອບປະຕູນັ້ນດ້ວຍທອງສຳຣິດ 10 ພຣະອົງຊົງວາງຂັນໄວ້ທີ່ດ້ານຂວາພຣະວິຫານທາງທິດຕາເວັນອອກສ່ຽງໃຕ້ 11 ຮູຣາມໄດ້ສ້າງຫມໍ້ ຊວ້ານ ແລະຊາມ ດັ່ງນັ້ນຮູຣາມຈຶ່ງທຳງານຊຶ່ງທ່ານກະທຳໃຫ້ກະສັດໂຊໂລໂມນເຣື່ອງພຣະວິຫານຂອງພຣະຜູ້ເປັນເຈົ້າສຳເຣັດ 12 ຄື ເສົາຫານສອງຕົ້ນ ຄີ້ວ ແລະບົວຄວ່ຳຊຶ່ງຢູ່ເທິງຍອດເສົາຫານທັງສອງ ແລະຕາຂ່າຍສອງຜືນຊຶ່ງຄຸມຄິ້ວທັງສອງຂອງບົວຄວ່ຳຊຶ່ງຢູ່ເທິງຍອດເສົາຫານ 13 ແລະຫມາກພິລາສີ່ຮ້ອຍຫມາກສຳລັບຕາຂ່າຍທັງສອງຜືນ ຕາຂ່າຍຜືນນຶ່ງມີຫມາກພິລາສອງແຖວ ເພື່ອຄຸມຄີ້ວທັງສອງຂອງບົວຄວ່ຳຊຶ່ງຢູ່ເທິງຍອດເສົາຫານ 14 ເຂົາທຳແທ່ນດ້ວຍ ແລະທຳຂັນໄວ້ເທິງແທ່ນ 15 ແລະຂັນຫນ່ວຍນຶ່ງ ແລະງົວສິບສອງຕົວຮອງຢູ່ນັ້ນ 16 ຫມໍ້ ຊວ້ານ ແລະສ້ອມ ແລະເຄື່ອງປະກອບທັງສິ້ນນີ້ ຮູຣາມອາບີໄດ້ທຳຂຶ້ນດ້ວຍທອງສຳຣິດສຸກຖວາຍກະສັດໂຊໂລໂມນສຳລັບພຣະວິຫານຂອງພຣະຜູ້ເປັນເຈົ້າ 17 ເຈົ້າຊີວິດຊົງຫລໍ່ສິ່ງເຫລົ່ານີ້ໃນທີ່ຮາບແມ່ນ້ຳຈໍແດນ ໃນທີ່ດິນຫນຽວລະຫວ່າງຊຸກໂກດແລະເຊເຣດາ 18 ໂຊໂລໂມນຊົງສ້າງສິ່ງເຫລົ່ານີ້ເປັນຈຳນວນມາກ ຈຶ່ງບໍ່ໄດ້ຫານ້ຳຫນັກຂອງທອງສຳຣິດ 19 ໂຊໂລໂມນຈຶ່ງຊົງກະທຳເຄື່ອງໃຊ້ທັງສິ້ນຊຶ່ງຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ຄືແທ່ນບູຊາທອງຄຳ ໂຕະເຂົ້າຈີ່ຕໍ່ຫນ້າພຣະພັກ 20 ເຄື່ອງຮອງຕີນໂຄມແລະຕະກຽງທຳດ້ວຍທອງຄຳບໍຣິສຸດ ເພື່ອໃຊ້ໄຕ້ຢູ່ຕໍ່ຫນ້າບ່ອນສັກສິດທີ່ສຸດ ຕາມກົດຫມາຍ 21 ດອກໄມ້ ຕະກຽງ ແລະຄີມທຳດ້ວຍທອງຄຳຄືທອງຄຳບໍຣິສຸດທີ່ສຸດ 22 ມີດຕັດໃສ້ຕະກຽງ ຊາມ ຖ້ວຍແລະກະຖາງໄຟທຳດ້ວຍທອງຄຳບໍຣິສຸດ ສ່ວນທາງເຂົ້າຂອງພຣະວິຫານຄື ປະຕູທາງໃນຂອງບ່ອນສັກສິດທີ່ສຸດ ແລະປະຕູພຣະວິຫານ ຄືປະຕູຫ້ອງໂຖງທຳດ້ວຍທອງຄຳ
1 ບັນດາກິຈການຊຶ່ງໂຊໂລໂມນຊົງກະທຳສຳລັບພຣະວິຫານຂອງພຣະຜູ້ເປັນເຈົ້າກໍສຳເຣັດດັ່ງນີ້ ແລະໂຊໂລໂມນຊົງນຳບັນດາສິ່ງຊຶ່ງດາວິດຣາຊບິດາຊົງຖວາຍໄວ້ເຂົ້າມາ ຄືເຄື່ອງເງິນ ເຄື່ອງທອງຄຳ ແລະເຄື່ອງໃຊ້ຕ່າງໆ ແລະເກັບໄວ້ໃນຄັງພຣະວິຫານຂອງພຣະຜູ້ເປັນເຈົ້າ
ໂຊໂລໂມນຊົງນຳຫີບຄຳສັນຍາເຂົ້າໃນ ພຣະວິຫານ
2 ແລ້ວໂຊໂລໂມນຊົງປະຊຸມພວກຜູ້ໃຫຍ່ຂອງອິສຣາເອນ ແລະບັນດາຫົວຫນ້າຂອງເຜົ່າ ແລະບັນດາປະມຸກຂອງຕະກູນຊົນອິສຣາເອນ ໃນກຸງເຢຣູຊາເລັມ ເພື່ອນຳຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າຂຶ້ນມາຈາກນະຄອນດາວິດ ຄືເມືອງຊີໂອນ 3 ແລະຜູ້ຊາຍທັງສິ້ນຂອງອິສຣາເອນກໍປະຊຸມຕໍ່ພຣະພັກເຈົ້າຊີວິດໃນງານລ້ຽງໃນເດືອນທີ່ເຈັດ 4 ພວກຜູ້ໃຫຍ່ທັງສິ້ນຂອງອິສຣາເອນມາ ແລະຄົນເລວີກໍຍົກຫີບ 5 ເຂົາທັງຫລາຍກໍນຳຫີບເຕັນນັດພົບແລະຄື່ອງໃຊ້ບໍຣິສຸດທັງສິ້ນຊຶ່ງຢູ່ໃນເຕັນຂຶ້ນມາ ຂອງເຫລົ່ານີ້ບັນດາປະໂຣຫິດ ແລະຄົນເລວີຫາມຂຶ້ນມາ 6 ກະສັດໂຊໂລໂມນກັບຊຸມນຸມຊົນອິສຣາເອນທັງສິ້ນ ທີ່ໄດ້ປະຊຸມກັນຢູ່ກັບພຣະອົງຕໍ່ຫນ້າຫີບ ໄດ້ຖວາຍແກະແລະງົວມາກມາຍ ຊຶ່ງເຂົາຈະນັບຫລືເອົາຈຳນວນກໍບໍ່ໄດ້ 7 ແລ້ວປະໂຣຫິດກໍນຳຫີບຄຳສັນຍາຂອງພຣະຜູ້ເປັນເຈົ້າມາຍັງທີ່ຂອງຫີບໃນທີ່ຢູ່ໃນຫ້ອງຫລັງຂອງພຣະວິຫານຄືໃນສະຖານທີ່ສັກສິດ ພາຍໃຕ້ປີກເຊຣູບິມ 8 ເພາະວ່າເຊຣູບິມນັ້ນກາງປີກອອກເຫນືອທີ່ຂອງຫີບເຊຣູບິມຈຶ່ງເປັນເຄື່ອງຄຸມເຫນືອຫີບ ແລະໄມ້ຄານຂອງຫີບ 9 ຄານຫາມຂອງຫີບນັ້ນຍາວຫລາຍຈຶ່ງເຫັນປາຍຄານຫາມໄດ້ຈາກສະຖານທີ່ສັກສິດຊຶ່ງຢູ່ຂ້າງຫນ້າຫ້ອງຫລັງ ແຕ່ເຂົາຈະເຫັນຈາກຂ້າງນອກບໍ່ໄດ້ ແລະຄານຫາມກໍຍັງຢູ່ທີ່ນັ້ນຈົນເທົ່າທຸກວັນນີ້ 10 ບໍ່ມີສິ່ງໃດໃນຫີບນອກຈາກສີລາສອງແຜ່ນຊຶ່ງໂມເຊເກັບໄວ້ໃນພູໂຮເຣັບ ເມື່ອພຣະຜູ້ເປັນເຈົ້າຊົງກະທຳຄຳສັນຍາກັບຄົນອິສຣາເອນ ເມື່ອເຂົາທັງຫລາຍອອກມາຈາກແຜ່ນດິນເອຢິບ 11 ຢູ່ມາເມື່ອປະໂຣຫິດອອກມາຈາກສະຖານທີ່ສັກສິດ (ເພາະປະໂຣຫິດທັງປວງຜູ້ຢູ່ທີ່ນັ້ນໄດ້ຊຳຮະຕົນໃຫ້ບໍຣິສຸດແລ້ວແລະບໍ່ຄຳນຶງເຖິງເວນ 12 ແລະບັນດາພວກເລວີທີ່ເປັນນັກຮ້ອງທັງຫມົດ ທັງອາສາຟ ເຮມານ ແລະເຢດູທູນ ທັງບຸດຊາຍແລະຍາດຂອງເຂົາທັງຫລາຍ ນຸ່ງເຄື່ອງດ້ວຍຜ້າປ່ານ ມີແສ່ງ ພິນໃຫຍ່ແລະພິນເຂົາຄູ່ ຢືນຢູ່ທາງຕາເວັນອອກຂອງແທ່ນບູຊາ ພ້ອມກັບປະໂຣຫິດຄົນເປົ່າແກນຶ່ງຮ້ອຍຊາວຄົນ) 13 ພວກຄົນເປົ່າແກ ແລະພວກນັກຮ້ອງຈະທຳໃຫ້ຄົນໄດ້ຍິນເຂົາທັງຫລາຍຮ້ອງເພງສັຣເສີນແລະເພງໂມທະນາພຣະຄຸນເປັນສຽງດຽວກັນ ແລະເມື່ອເຂົາຮ້ອງຂຶ້ນພ້ອມກັບແກແລະແຊ່ງກັບເຄື່ອງດົນຕຣີຢ່າງອື່ນໃນການຖວາຍສັຣເສີນແດ່ພຣະຜູ້ເປັນເຈົ້າວ່າ, “ເພາະພຣະອົງປະເສີດ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດໍາຣົງຢູ່ເປັນນິດ” ພຣະວິຫານ ຄືພຣະວິຫານຂອງພຣະຜູ້ເປັນເຈົ້າກໍມີເມກເຕັມໄປຫມົດ 14 ຈົນປະໂຣຫິດຈະຢືນບົວຣະບັດບໍ່ໄດ້ ດ້ວຍເຫດເມກນັ້ນ ເພາະສະງ່າຣາສີຂອງພຣະຜູ້ເປັນເຈົ້າເຕັມພຣະວິຫານຂອງພຣະເຈົ້າ
ການມອບຖວາຍພຣະວິຫານ
1 ແລ້ວໂຊໂລໂມນກ່າວວ່າ, “ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງຈະປະທັບໃນຄວາມມືດຕຶບ 2 ຂ້າພຣະອົງໄດ້ສ້າງພຣະວິຫານອັນເປັນທີ່ປະທັບສຳລັບພຣະອົງ ເປັນສະຖານທີ່ເພື່ອພຣະອົງຈະຊົງສະຖິດຢູ່ເປັນນິດ” 3 ແລ້ວເຈົ້າຊີວິດກໍຊົງຫັນມາ ແລະຊົງໃຫ້ພອນແກ່ຊຸມນຸມຊົນອິສຣາເອນທັງປວງຢືນຢູ່ 4 ພຣະອົງກ່າວວ່າ, “ສາທຸການແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນຜູ້ຊົງກະທຳໃຫ້ສຳເຣັດດ້ວຍພຣະຫັດຂອງພຣະອົງ ຕາມທີ່ພຣະອົງຊົງສັນຍາໄວ້ດ້ວຍພຣະໂອດຕໍ່ດາວິດພຣະຣາຊບິດາຂອງຂ້າພະເຈົ້າ 5 “ຕັ້ງແຕ່ວັນທີ່ເຮົາໄດ້ນຳໄພ່ພົນຂອງເຮົາອອກຈາກເອຢິບ ເຮົາບໍ່ໄດ້ເລືອກເມືອງນຶ່ງເມືອງໃດໃນເຜົ່າອິສຣາເອນທັງສິ້ນເພື່ອຈະສ້າງພຣະວິຫານ ເພື່ອນາມຂອງເຮົາຈະຢູ່ທີ່ນັ້ນ ແລະເຮົາບໍ່ໄດ້ເລືອກຊາຍຄົນໃດໃຫ້ເປັນເຈົ້ານາຍເຫນືອອິສຣາເອນໄພ່ພົນຂອງເຮົາ 6 ແຕ່ເຮົາໄດ້ເລືອກເຢຣູຊາເລັມແລ້ວເພື່ອນາມຂອງເຮົາຈະຢູ່ທີ່ນັ້ນ ແລະເຮົາໄດ້ເລືອກດາວິດແລ້ວໃຫ້ຢູ່ເຫນືອອິສຣາເອນໄພ່ພົນຂອງເຮົາ” 7 ດາວິດພຣະຣາຊບິດາຂອງຂ້າພະເຈົ້າຊົງຕັ້ງພຣະທັຍ ທີ່ຈະສ້າງພຣະວິຫານສຳລັບພຣະນາມແຫ່ງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິສຣາເອນ 8 ແຕ່ພຣະຜູ້ເປັນເຈົ້າກ່າວກັບດາວິດພຣະຣາຊບິດາຂອງຂ້າພະເຈົ້າວ່າ “ທີ່ເຈົ້າຕັ້ງໃຈສ້າງພຣະວິຫານສໍາລັບນາມຂອງເຮົານັ້ນ ເຈົ້າກໍທຳດີຢູ່ແລ້ວ ໃນເຣື່ອງຄວາມຕັ້ງໃຈຂອງເຈົ້າ 9 ຢ່າງໃດກໍຕາມ ເຈົ້າຈະບໍ່ສ້າງພຣະວິຫານ ແຕ່ບຸດຂອງເຈົ້າຜູ້ຊຶ່ງຈະເກີດແກ່ເຈົ້າຈະສ້າງພຣະວິຫານ ເພື່ອນາມຂອງເຮົາ” 10 ບັດນີ້ ພຣະຜູ້ເປັນເຈົ້າຊົງໃຫ້ພຣະສັນຍາຂອງພຣະອົງ ຊຶ່ງພຣະອົງຊົງກະທຳນັ້ນສຳເຣັດ ເພາະຂ້າພະເຈົ້າໄດ້ຂຶ້ນມາແທນດາວິດຣາຊບິດາຂອງຂ້າພະເຈົ້າແລະນັ່ງຢູ່ເທິງບັນລັງຂອງອິສຣາເອນ ດັ່ງທີ່ ພຣະຜູ້ເປັນເຈົ້າໄດ້ຊົງສັນຍາໄວ້ ແລະຂ້າພະເຈົ້າໄດ້ສ້າງພຣະວິຫານສຳລັບພຣະນາມຂອງພຣະຜູ້ເປັນ ເຈົ້າ ພຣະເຈົ້າແຫ່ງອິສຣາເອນ 11 ແລະຂ້າພະເຈົ້າໄດ້ວາງຫີບໄວ້ທີ່ນັ້ນ ຊຶ່ງຄຳຫມັ້ນສັນຍາຂອງພຣະຜູ້ເປັນເຈົ້າຢູ່ໃນນັ້ນ ຊຶ່ງພຣະອົງໄດ້ຊົງກະທຳກັບຊົນອິສຣາເອນ” 12 ແລ້ວໂຊໂລໂມນປະທັບຢືນຫນ້າແທ່ນບູຊາຂອງພຣະຜູ້ເປັນເຈົ້າ ຕໍ່ຫນ້າຂຸມນຸມຊົນອິສຣາເອນທັງປວງ ແລະກາງພຣະຫັດຂອງພຣະອົງອອກ 13 (ເພາະໂຊໂລໂມນໄດ້ຊົງສ້າງແທ່ນທອງສຳຣິດຍາວຫ້າສອກ ກວ້າງຫ້າສອກ ສູງສາມສອກ ແລະຊົງຕັ້ງໄວ້ກາງເດີ່ນ ແລະພຣະອົງຊົງປະທັບຢູ່ເທິງນັ້ນ ແລ້ວພຣະອົງຊົງຄຸເຂົ່າລົງຕໍ່ຫນ້າຊຸມນຸມອິສຣາເອນທັງປວງແລະກາງພຣະຫັດຂອງພຣະອົງສູ່ຟ້າສວັນ) 14 ພຣະອົງຊົງທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ບໍ່ມີພຣະເຈົ້າອົງໃດເຫມືອນພຣະອົງ ໃນຟ້າສວັນເບື້ອງເທິງ ຫລືທີ່ແຜ່ນດິນເບື້ອງລຸ່ມ ຜູ້ຊົງຮັກສາຄຳຫມັ້ນສັນຍາແລະຊົງສຳແດງຄວາມຮັກຫມັ້ນຄົງແກ່ຜູ້ຮັບໃຊ້ຂອງພຣະອົງ ຜູ້ດໍາເນີນຢູ່ຕໍ່ພຣະພັກພຣະອົງດ້ວຍສິ້ນສຸດໃຈຂອງເຂົາ 15 ພຣະອົງໄດ້ຊົງກະທຳກັບດາວິດບິດາຂອງຂ້າພຣະອົງ ຜູ້ຮັບໃຊ້ຂອງພຣະອົງ ຕາມບັນດາສິ່ງຊຶ່ງພຣະອົງຊົງສັນຍາໄວ້ແກ່ທ່ານ ພຣະອົງຕຣັສດ້ວຍພຣະໂອດຂອງພຣະອົງ ແລະພຣະອົງໄດ້ຊົງກະທຳໃຫ້ສຳເຣັດໃນວັນນີ້ດ້ວຍພຣະຫັດຂອງພຣະອົງ 16 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ເພາະສະນັ້ນຂໍຊົງດຳຣົງຢູ່ກັບຜູ້ຮັບໃຊ້ຂອງພຣະອົງຄືດາວິດຣາຊບິດາຂອງຂ້າພຣະອົງ ຕາມຊຶ່ງພຣະອົງຊົງສັນຍາໄວ້ກັບທ່ານວ່າ “ຖ້າພຽງແຕ່ລູກຫລານທັງຫລາຍຂອງເຈົ້າລະມັດລະວັງໃນທາງດຳເນີນຂອງເຂົາ ທີ່ຈະດໍເນີນໄປຕໍ່ຫນ້າເຮົາ ຢ່າງທີ່ເຈົ້າໄດ້ດຳເນີນຕໍ່ຫນ້າເຮົານັ້ນ ເຈົ້າຈະບໍ່ຂາດຊາຍຜູ້ນຶ່ງຕໍ່ຫນ້າເຮົາທີ່ຈະນັ່ງເທິງບັນລັງຂອງອິສຣາເອນ” 17 ເພາະສະນັ້ນຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ຂໍພຣະວັຈນະຂອງພຣະອົງຈົ່ງດຳຣົງຢູ່ ຊຶ່ງພຣະອົງໄດ້ຕຣັດກັບຜູ້ຮັບໃຊ້ຂອງພຣະອົງ ຄືດາວິດບິດາຂອງຂ້າພຣະອົງ 18 “ແຕ່ພຣະເຈົ້າຈະຊົງປະທັບກັບມະນຸດທີ່ແຜ່ນດິນໂລກຫລື ເບິ່ງແມ໋, ຟ້າສວັນແລະຟ້າສວັນອັນສູງທີ່ສຸດຍັງຮັບພຣະອົງຢູ່ບໍ່ໄດ້ ພຣະວິຫານຊຶ່ງຂ້າພຣະອົງໄດ້ສ້າງຈະຮັບພຣະອົງບໍ່ໄດ້ຍິ່ງກວ່ານັ້ນຈັກເທົ່າໃດ 19 ແຕ່ຂໍພຣະອົງຊົງສົນພຣະທັຍໃນຄຳອ້ອນວອນຂອງຜູ້ຮັບໃຊ້ຂອງພຣະອົງແລະໃນຄຳວິງວອນນີ້ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພຣະອົງ ຂໍຊົງສະດັບສຽງຮ້ອງແລະຄຳອ້ອນວອນ ຊຶ່ງຜູ້ຮັບໃຊ້ຂອງພຣະອົງອ້ອນວອນຕໍ່ພຣະອົງ 20 ເພື່ອວ່າພຣະເນດຂອງພຣະອົງຈະຊົງລືມຢູ່ເຫນືອພຣະວິຫານນີ້ທັງກາງເວັນແລະກາງຄືນ ຄືສະຖານທີ່ຊຶ່ງພຣະອົງໄດ້ຕຣັສວ່າຈະຕັ້ງພຣະນາມຂອງພຣະອົງໄວ້ທີ່ນັ້ນ ເພື່ອວ່າພຣະອົງຈະຊົງສະດັບຄຳອ້ອນວອນ ຊຶ່ງຜູ້ຮັບໃຊ້ຂອງພຣະອົງຈະໄດ້ອ້ອນວອນຕົງຕໍ່ສະຖານທີ່ນີ້ 21 ຂໍພຣະອົງຊົງສະດັບຄຳວິງວອນຂອງຜູ້ຮັບໃຊ້ຂອງພຣະອົງ ແລະຂອງອິສຣາເອນປະຊາກອນຂອງພຣະອົງ ເມື່ອເຂົາອ້ອນວອນຕົງຕໍ່ສະຖານທີ່ນີ້ ຂໍພຣະອົງຊົງສະດັບຢູ່ໃນຟ້າສວັນອັນທີ່ປະທັບຂອງພຣະອົງ ແລະເມື່ອພຣະອົງຊົງສະດັບແລ້ວ ກໍຂໍພຣະອົງຊົງປະທານອະພັຍ 22 “ເມື່ອຊາຍຄົນໃດກະທຳບາບຕໍ່ເພື່ອນບ້ານຂອງເຂົາແລະຖືກບັງຄັບໃຫ້ທຳສັຕສາບານແລະເຂົາມາໃຫ້ຄຳສາບານຕໍ່ຫນ້າແທ່ນບູຊາຂອງພຣະອົງໃນພຣະວິຫານ 23 ຂໍພຣະອົງຊົງສະດັບຈາກຟ້າສວັນແລະຂໍຊົງກະທຳ ຂໍຊົງພິພາກສາຜູ້ຮັບໃຊ້ຂອງພຣະອົງທັງຫລາຍ ລົງໂທດຜູ້ກະທຳຄວາມຜິດ ແລະຊົງນຳຄວາມປະພຶດຂອງເຂົາໃຫ້ກັບຕົກເທິງຫົວຂອງຕົວເຂົາເອງ ແລະຂໍຊົງປະກາດຄວາມບໍຣິສຸດຂອງຜູ້ຊອບທັມ ສນອງແກ່ເຂົາຕາມຄວາມຊອບທັມຂອງເຂົາ 24 “ຖ້າອິສຣາເອນໄພ່ພົນຂອງພຣະອົງຜ່າຍແພ້ຕໍ່ສັດຕຣູເພາະເຂົາໄດ້ກະທຳບາບຕໍ່ພຣະອົງ ແລະເຂົາຫັນກັບມາຫາພຣະອົງອີກ ຍອມຮັບພຣະນາມຂອງພຣະອົງ ແລະອ້ອນວອນແລະກະທຳການວິງວອນຕໍ່ພຣະອົງໃນພຣະວິຫານນີ້ 25 ກໍຂໍພຣະອົງອົງຊົງສະດັບຟັງໃນຟ້າສວັນ ແລະປະທານອະພັຍແກ່ບາບຂອງອິສຣາເອນໄພ່ພົນຂອງພຣະອົງ ແລະຂໍຊົງນໍາເຂົາກັບມາຍັງແຜ່ນດິນຊຶ່ງພຣະອົງໄດ້ພຣະຣາຊທານແກ່ບັນພະບຸຣຸດຂອງເຂົາທັງຫລາຍ 26 “ເມື່ອຟ້າສວັນປິດຢູ່ແລະບໍ່ມີຝົນ ເພາະເຂົາທັງຫລາຍໄດ້ກະທຳບາບຕໍ່ພຣະອົງ ຖ້າເຂົາທັງຫລາຍໄດ້ອ້ອນວອນຕໍ່ສະຖານທີ່ນີ້ ແລະຍອມຮັບພຣະນາມຂອງພຣະອົງ ແລະຫັນກັບເສັຽຈາກບາບຂອງເຂົາທັງຫລາຍ ເມື່ອພຣະອົງຊົງໃຫ້ໃຈເຂົາທັງຫລາຍຮັບຄວາມທຸກໃຈ 27 ກໍຂໍພຣະອົງຊົງສະດັບໃນຟ້າສວັນ ແລະຂໍປະທານອະພັຍແກ່ບາບຂອງຜູ້ຮັບໃຊ້ຂອງພຣະອົງ ແລະຂອງອິສຣາເອນໄພ່ພົນຂອງພຣະອົງ ເມື່ອພຣະອົງຊົງສອນທາງດີແກ່ເຂົາຊຶ່ງເຂົາຄວນຈະດຳເນີນ ແລະຂໍຊົງປະທານຝົນເທິງແຜ່ນດິນຂອງພຣະອົງ ຊຶ່ງພຣະອົງພຣະຣາຊທານແກ່ໄພ່ພົນຂອງພຣະອົງເປັນມໍຣະດົກນັ້ນ 28 “ຖ້າມີການອຶດຢາກໃນແຜ່ນດິນ ຖ້າມີໂຣກລະບາດ ພືດຜົນຖືກທຳລາຍຍ້ອນລົມຮ້ອນພັດ ຫລືຕັກແຕນວັຍບິນ ຫລືຕັກແຕນວັຍຄານ ຫລືສັດຕຣູຂອງເຂົາທັງຫລາຍອ້ອມເມືອງຂອງເຂົາໄວ້ຮອບດ້ານ ຈະເປັນໄພວິບັດຢ່າງໃດ ຫລືຄວາມເຈັບຢ່າງໃດມີຂຶ້ນກໍດີ 29 ບໍ່ວ່າຄຳອ້ອນວອນຢ່າງໃດ ຫລືຄຳວິງວອນປະການໃດ ຊຶ່ງປະຊາຊົນຄົນໃດ ຫລືອິສຣາເອນໄພ່ພົນຂອງພຣະອົງທັງສິ້ນທູນ ຕ່າງກໍປະຈັກໃນໄພວິບັດແລະຄວາມທຸກໃຈຂອງເຂົາ ແລະໄດ້ກາງມືຂອງເຂົາສູ່ພຣະວິຫານນີ້ 30 ຂໍພຣະອົງຊົງສະດັບໃນຟ້າສວັນອັນເປັນທີ່ປະທັບຂອງພຣະອົງ ແລະພຣະຣາຊທານອະພັຍ ແລະຊົງປະທານແກ່ທຸກຄົນຊຶ່ງພຣະອົງຊົງຊາບຈິດໃຈຕາມການປະພຶດທັງສິ້ນຂອງເຂົາ (ເພາະພຣະອົງ ຄືພຣະອົງເທົ່ານັ້ນທີ່ຊົງຊາບຈິດໃຈຂອງມະນຸດຊາດທັງສິ້ນ) 31 ເພື່ອວ່າເຂົາທັງຫລາຍຈະໄດ້ຢຳເກງພຣະອົງ ແລະດໍາເນີນໃນທາງຂອງພຣະອົງຕລອດວັນເວລາທີ່ເຂົາມີຊີວິດອາໄສໃນແຜ່ນດິນ ຊຶ່ງພຣະອົງພຣະຣາຊທານແກ່ບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ 32 “ນອກຈາກນີ້ກ່ຽວກັບຊົນຕ່າງດ້າວ ຜູ້ຊຶ່ງບໍ່ແມ່ນອິສຣາເອນໄພ່ພົນຂອງພຣະອົງ ເມື່ອເຂົາມາຈາກປະເທດເມືອງໄກ ເພາະເຫັນແກ່ພຣະນາມຂອງພຣະອົງ ພຣະຫັດອັນຊົງຣິດອຳນາດຂອງພຣະອົງ ແລະພຣະກອນທີ່ຢຽດອອກຂອງພຣະອົງ ເມື່ອເຂົາມາອ້ອນວອນຕົງຕໍ່ພຣະວິຫານນີ້ 33 ກໍຂໍພຣະອົງຊົງສະດັບໃນຟ້າສວັນອັນເປັນທີ່ປະທັບຂອງພຣະອົງ ແລະຂໍຊົງກະທຳຕາມທຸກສິ່ງ ຊຶ່ງຊົນຕ່າງດ້າວໄດ້ທູນຂໍຕໍ່ພຣະອົງ ເພື່ອວ່າຊົນຊາດທັງຫລາຍແຫ່ງແຜ່ນດິນໂລກຈະຮູ້ຈັກພຣະນາມຂອງພຣະອົງ ແລະຢຳເກງພຣະອົງ ດັ່ງອິສຣາເອນໄພ່ພົນຂອງພຣະອົງຢຳເກງພຣະອົງຢູ່ນັ້ນ ແລະເພື່ອເຂົາທັງຫລາຍຈະຊາບວ່າພຣະວິຫານນີ້ຊຶ່ງຂ້າພຣະອົງໄດ້ສ້າງໄວ້ ເຂົາເອີ້ນກັນດ້ວຍພຣະນາມຂອງພຣະອົງ 34 “ຖ້າໄພ່ພົນຂອງພຣະອົງອອກໄປກະທຳການສົງຄາມຕໍ່ສູ້ສັດຕຣູຂອງເຂົາທັງຫລາຍ ຈະເປັນໂດຍທາງໃດໆທີ່ພຣະອົງຊົງໃຊ້ເຂົາອອກໄປກໍຕາມ ແລະເຂົາທັງຫລາຍໄດ້ອ້ອນວອນຕໍ່ພຣະອົງຕົງຕໍ່ເມືອງນີ້ຊຶ່ງພຣະອົງຊົງເລືອກສັນໄວ້ ແລະຕົງຕໍ່ພຣະວິຫານຊຶ່ງຂ້າພຣະອົງໄດ້ສ້າງເພື່ອພຣະນາມຂອງພຣະອົງ 35 ແລ້ວຂໍພຣະອົງຊົງສະດັບຄຳອ້ອນວອນຂອງເຂົາແລະຄຳວິງວອນຂອງເຂົາໃນຟ້າສວັນ ແລະຂໍຊົງໃຫ້ສິດອັນຊອບທັມຂອງເຂົາຄົງຢູ່ 36 “ຖ້າເຂົາທັງຫລາຍກະທຳບາບຕໍ່ພຣະອົງ (ເພາະບໍ່ມີມະນຸດຈັກຄົນນຶ່ງຊຶ່ງບໍ່ໄດ້ກະທຳບາບ) ແລະພຣະອົງຊົງກິ້ວຕໍ່ເຂົາ ແລະພຣະອົງຊົງມອບເຂົາໄວ້ກັບສັດຕຣູ ເຂົາຈຶ່ງຖືກຈັບໄປເປັນຊະເລີຍຍັງແຜ່ນດິນນຶ່ງບໍ່ວ່າໄກຫລືໃກ້ 37 ແຕ່ຖ້າເຂົາສຳນຶກຜິດໃນໃຈໃນແຜ່ນດິນຊຶ່ງໄດ້ຖືກຈັບໄປເປັນຊະເລີຍແລະໄດ້ກັບໃຈແລະໄດ້ທຳການອ້ອນວອນຕໍ່ພຣະອົງໃນແຜ່ນດິນທີ່ເຂົາໄປເປັນຊະເລີຍ ທູນວ່າ “ຂ້າພຣະອົງທັງຫລາຍໄດ້ກະທຳບາບ ແລະໄດ້ປະພຶດຊົ່ວຮ້າຍແລະຢ່າງອະທັມ 38 ຖ້າເຂົາທັງຫລາຍກັບມາຫາພຣະອົງດ້ວຍສຸດຈິດສຸດໃຈຂອງເຂົາໃນແຜ່ນດິນທີ່ເຂົາໄປເປັນຊະເລີຍ ທີ່ຊຶ່ງສັດຕຣູກວາດເຂົາໄປເປັນຊະເລີຍ ແລະອ້ອນວອນຕໍ່ພຣະອົງຕົງຕໍ່ແຜ່ນດິນຂອງເຂົາ ຊຶ່ງພຣະອົງພຣະຣາຊທານແກ່ບັນພະບຸຣຸດຂອງເຂົາທັງຫລາຍ ຄືເມືອງຊຶ່ງພຣະອົງໄດ້ຊົງເລືອກສັນໄວ້ ແລະພຣະວິຫານຊຶ່ງຂ້າພຣະອົງໄດ້ສ້າງໄວ້ໃນພຣະນາມຂອງພຣະອົງ 39 ແລ້ວຂໍພຣະອົງຊົງສະດັບຄຳອ້ອນວອນແລະຄຳວິງວອນຂອງເຂົາໃນຟ້າສວັນອັນເປັນທີ່ປະທັບຂອງພຣະອົງ ແລະຂໍຊົງໃຫ້ສິດອັນຊອບທັມຂອງເຂົາຄົງຢູ່ ແລະຂໍຊົງປະທານອະພັຍແກ່ປະຊາກອນຂອງພຣະອົງຜູ້ໄດ້ກະທຳບາບຕໍ່ພຣະອົງ 40 ຂ້າແຕ່ພຣະເຈົ້າຂອງຂ້າພຣະອົງ ບັດນີ້ຂໍພຣະເນດຂອງພຣະອົງຊົງລືມຢູ່ແລະຂໍພຣະກັນຂອງພຣະອົງສະດັບຄຳອ້ອນວອນແຫ່ງສະຖານທີ່ນີ້ 41 “ຂ້າແຕ່ພຣະເຈົ້າ ຂໍຊົງລຸກຂຶ້ນ ສະເດັດໄປຍັງທີ່ພຳນັກຂອງພຣະອົງ ທັງພຣະອົງແລະຫີບແຫ່ງຣິດທານຸພາບຂອງພຣະອົງ ຂ້າແຕ່ພຣະເຈົ້າ ຂໍໃຫ້ປະໂຣຫິດຂອງພຣະອົງ ສວມຄວາມລອດ ແລະໃຫ້ໄພ່ພົນຂອງພຣະອົງຍິນດີໃນຄວາມປະເສີດຂອງພຣະອົງ 42 ຂ້າແຕ່ພຣະເຈົ້າ ຂໍຢ່າຊົງຫັນຫນ້າຂອງຜູ້ທີ່ພຣະອົງຊົງເຈີມໄວ້ນັ້ນໄປເສັຽ ຂໍພຣະອົງຊົງລະນຶກເຖິງຄວາມຮັກຫມັ້ນຄົງຂອງພຣະອົງ ອັນມີຢູ່ຕໍ່ດາວິດຜູ້ຮັບໃຊ້ຂອງພຣະອົງ”
1 ເມື່ອໂຊໂລໂມນຊົງຈົບຄຳອະທິຖານຂອງພຣະອົງແລ້ວ ໄຟໄດ້ລົງມາຈາກຟ້າສວັນໄຫມ້ເຄື່ອງເຜົາບູຊາ ແລະເຄື່ອງສັຕບູຊາເສັຽ ແລະສະງ່າຣາສີຂອງພຣະຜູ້ເປັນເຈົ້າກໍເຕັມພຣະວິຫານ 2 ປະໂຣຫິດເຂົ້າໄປໃນພຣະວິຫານຂອງພຣະຜູ້ເປັນເຈົ້າບໍ່ໄດ້ ເພາະວ່າພຣະສະງ່າຣາສີຂອງພຣະເຈົ້າເຕັມພຣະວິຫານຂອງພຣະເຈົ້າ 3 ເມື່ອບັນດາຊົນອິສຣາເອນໄດ້ເຫັນໄຟລົງມາແລະພຣະສະງ່າຣາສີຂອງພຣະເຈົ້າຢູ່ເທິງພຣະວິຫານ ເຂົາທັງຫລາຍກໍກາບຊົບຫນ້າລົງເຖິງພື້ນດິນ ແລະໄດ້ນະມັສການກ່າວໂມທະນາພຣະເຈົ້າວ່າ, “ເພາະພຣະອົງປະເສີດ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດໍາຣົງຢູ່ເປັນນິດ” 4 ແລ້ວເຈົ້າຊີວິດ ແລະບັນດາປະຊາຊົນທັງຫລາຍໄດ້ຖວາຍເຄື່ອງສັຕບູຊາຕໍ່ພຣະຜູ້ເປັນເຈົ້າ 5 ກະສັດໂຊໂລໂມນຊົງຖວາຍເຄື່ອງສັຕບູຊາເປັນງົວສອງຫມື່ນສອງພັນໂຕແລະແກະນຶ່ງແສນສອງຫມື່ນໂຕ ດັ່ງນີ້ແຫລະພຣະຣາຊແລະປະຊາຊົນທັງປວງໄດ້ອຸທິດຖວາຍພຣະວິຫານແຫ່ງພຣະເຈົ້າ 6 ບັນດາປະໂຣຫິດກໍຢືນປະຈຳຕຳແຫນ່ງຂອງຕົນ ທັງຄົນເລວີດ້ວຍພ້ອມກັບເຄື່ອງດົນຕຣີຖວາຍແດ່ພຣະຜູ້ເປັນເຈົ້າ ຊຶ່ງກະສັດດາວິດໄດ້ຊົງກະທຳເພື່ອຖວາຍໂມທະນາແດ່ພຣະຜູ້ເປັນເຈົ້າ ເມື່ອດາວິດໄດ້ຖວາຍສາທຸການດ້ວຍຝີມືຂອງເຂົາທັງຫລາຍ (ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ) ແລະປະໂຣຫິດກໍເປົ່າແກຂ້າງຫນ້າເຂົາ ແລະອິສຣາເອນທັງປວງຢືນຢູ່ 7 ໂຊໂລໂມນຊົງທຳພິທີຊຳຮະສ່ວນກາງຂອງລານຊຶ່ງຢູ່ຂ້າງຫນ້າພຣະວິຫານຂອງພຣະເຈົ້າໃຫ້ເປັນສ່ວນບໍຣິສຸດ ເພາະພຣະອົງຊົງຖວາຍເຄື່ອງເຜົາບູຊາແລະໄຂມັນຂອງເຄື່ອງສານຕິບູຊາທີ່ນັ້ນ ເພາະວ່າແທ່ນທອງສຳຣິດຊຶ່ງໂຊໂລໂມນຊົງສ້າງໄວ້ນັ້ນ ບໍ່ພໍຈຸເຄື່ອງເຜົາບູຊາ ເຄື່ອງທັນຍາບູຊາ ແລະໄຂມັນ 8 ໃນຄັ້ງນັ້ນໂຊໂລໂມນຊົງຖືເທສການຢູ່ເຈັດວັນ ແລະອິສຣາເອນທັງປວງຢູ່ກັບພຣະອົງດ້ວຍ ເປັນຊຸມນຸມຊົນຍິ່ງໃຫຍ່ ຕັ້ງແຕ່ທາງເຂົ້າເມືອງຮາມັທຈົນເຖິງລຳທານແຫ່ງເອຢິບ 9 ໃນວັນທີ່ແປດເຂົາທັງຫລາຍໄດ້ມີງານມອບຖວາຍແທ່ນບູຊາມາເຈັດວັນແລະຖືເທສການລ້ຽງມາເຈັດວັນແລ້ວ 10 ເມື່ອວັນທີ່ຊາວສາມຂອງເດືອນທີ່ເຈັດ ພຣະອົງຊົງໃຫ້ປະຊາຊົນກັບໄປບ້ານຂອງຕົນ ມີໃຈຊື່ນບານແລະຍິນດີດ້ວຍຄວາມດີຊຶ່ງພຣະຜູ້ເປັນເຈົ້າໄດ້ຊົງສຳແດງແກ່ດາວິດແລະແກ່ໂຊໂລໂມນແລະແກ່ອິສຣາເອນໄພ່ພົນຂອງພຣະອົງ 11 ດັ່ງນີ້ແຫລະ,ໂຊໂລໂມນຊົງສ້າງພຣະວິຫານຂອງພຣະເຈົ້າແລະພຣະຣາຊວັງສຳເຣັດ ຄືທຸກຢ່າງຊຶ່ງພຣະອົງຊົງດຳຣິຈະກະທຳໃນເຣື່ອງພຣະວິຫານຂອງພຣະເຈົ້າ ແລະໃນເຣື່ອງພຣະຣາຊສຳນັກຂອງພຣະອົງ ພຣະອົງຊົງກະທຳໃຫ້ສຳເຣັດສິ້ນ 12 ແລ້ວພຣະຜູ້ເປັນເຈົ້າຊົງປາກົດແກ່ໂຊໂລໂມນເວລາກາງຄືນແລະກ່າວກັບທ່ານວ່າ, “ເຮົາໄດ້ຍິນຄຳອ້ອນວອນຂອງເຈົ້າ ແລະໄດ້ເລືອກສະຖານທີ່ນີ້ສຳລັບເຮົາໃຫ້ເປັນວິຫານແຫ່ງເຄື່ອງສັຕບູຊາ 13 ຖ້າເຮົາປິດຟ້າສວັນບໍ່ໃຫ້ຝົນຕົກຫລືເຣົາບັນຊາໃຫ້ຕັກແຕນມາກິນແຜ່ນດິນ ຫລືສົ່ງໂຣກລະບາດມາຖ້າມກາງໄພ່ພົນຂອງເຮົາ 14 ຖ້າໄພ່ພົນຂອງເຮົາຜູ້ຊຶ່ງເຂົາເອີ້ນກັນໂດຍຊື່ຂອງເຮົານັ້ນຈະຖ່ອມຕົວລົງ ແລະອ້ອນວອນ ແລະສແວງຫາຫນ້າຂອງເຮົາ ແລະຫັນເສັຽຈາກການຊົ່ວຂອງເຂົາ ເຮົາກໍຈະຟັງຈາກສວັນ ແລະຈະໃຫ້ອະພັຍແກ່ບາບຂອງເຂົາແລະຈະຮັກສາແຜ່ນດິນຂອງເຂົາໃຫ້ຫາຍ 15 ແລະຕາຂອງເຮົາຈະເຝົ້າເບິ່ງແລະຫູຂອງເຮົາຈະຟັງຄຳອ້ອນວອນຊຶ່ງເຂົາທັງຫລາຍອ້ອນວອນໃນສະຖານທີ່ນີ້ 16 ເພາະບັດນີ້ເຮົາໄດ້ເລືອກສັນແລະກະທຳໃຫ້ວິຫານເປັນບ່ອນທີ່ບໍຣິສຸດເພື່ອນາມຂອງເຮົາຈະຢູ່ທີ່ນັ້ນເປັນນິດ ຕາຂອງເຮົາແລະໃຈຂອງເຮົາຈະຢູ່ທີ່ນັ້ນຕລອດເວລາ 17 ສ່ວນເຈົ້າ ຖ້າເຈົ້າດຳເນີນຕໍ່ຫນ້າເຮົາຢ່າງດາວິດບິດາຂອງເຈົ້າດຳເນີນນັ້ນ ກະທຳຕາມທຸກສິ່ງຊຶ່ງ ເຮົາໄດ້ບັນຊາແກ່ເຈົ້າແລະຮັກສາກົດເກນຂອງເຮົາແລະກົດຫມາຍຂອງເຮົາ 18 ແລ້ວເຮົາຈະສະຖາປະນາບັນລັງຂອງເຈົ້າ ດັ່ງທີ່ເຮົາໄດ້ກະທຳຄຳຫມັ້ນສັນຍາໄວ້ກັບດາວິດບິດາຂອງເຈົ້າວ່າ “ເຈົ້າຈະບໍ່ຂາດຊາຍຜູ້ນຶ່ງທີ່ຈະປົກຄອງເຫນືອອິສຣາເອນ” 19 ແຕ່ຖ້າເຈົ້າຫັນໄປແລະປະຖິ້ມຂໍ້ຄຳສັ່ງຂອງເຮົາ ແລະບັນຍັດຂອງເຮົາຊຶ່ງເຮົາຕັ້ງໄວ້ຕໍ່ຫນ້າເຈົ້າ ແລະໄປປົນນິບັດພຣະອື່ນແລະນະມັສການພຣະເຫລົ່ານັ້ນ 20 ແລ້ວເຮົາຈະຖອນຮາກເຂົາທັງຫລາຍຈາກແຜ່ນດິນຂອງເຮົາ ຊຶ່ງໄດ້ໃຫ້ແກ່ເຂົາແລະວິຫານຊຶ່ງເຮົາກະທຳໃຫ້ເປັນສະຖານບໍຣິສຸດເພື່ອນາມຂອງເຮົາ ເຮົາຈະແກວ່ງອອກໄປຈາກສາຍຕາຂອງເຮົາ ແລະເຣົາຈະທຳໃຫ້ເປັນພາສິດແລະຂີ້ປາກຖ້າມກາງຊົນຊາດທັງຫລາຍ 21 ແລະວິຫານນີ້ຊຶ່ງສູງສົ່ງ ທຸກຄົນທີ່ຜ່ານໄປຈະປະຫລາດໃຈ ແລະກ່າວວ່າ “ເຫດໃດພຣະເຈົ້າຈຶ່ງຊົງກະທຳເຊັ່ນນີ້ແກ່ແຜ່ນດິນນີ້ແລະແກ່ພຣະວິຫານນີ້” 22 ແລ້ວເຂົາທັງຫລາຍຈະຕອບວ່າ “ເພາະເຂົາທັງຫລາຍປະຖິ້ມພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາ ຜູ້ຊົງນຳເຂົາອອກຈາກແຜ່ນດິນເອຢິບແລະໄດ້ຍຶດພຣະອື່ນ ແລະໄດ້ນະມັສການພຣະເຫລົ່ານັ້ນທັງບົວລະບັດດ້ວຍ ສະນັ້ນພຣະອົງຈຶ່ງໄດ້ຊົງນຳເຫດຮ້າຍທັງຫມົດນີ້ມາເຖິງເຂົາທັງຫລາຍ”
ພຣະຣາຊກິຈອື່ນໆຂອງໂຊໂລໂມນ
1 ແລະຕໍ່ມາເມື່ອສິ້ນຊາວປີ ທີ່ໂຊໂລໂມນໄດ້ຊົງສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະພຣະຣາຊວັງສ່ວນພຣະອົງ 2 ໂຊໂລໂມນໄດ້ຊົງເສີມສ້າງຫົວເມືອງຊຶ່ງຮູຣາມໄດ້ຖວາຍແດ່ພຣະອົງ ແລ້ວໃຫ້ຄົນອິສຣາເອນຕັ້ງຢູ່ໃນນັ້ນ 3 ແລະໂຊໂລໂມນໄດ້ສະເດັດໄປຍັງຮາມັທໂຊບາ ແລະຍຶດເມືອງນັ້ນໄດ້ 4 ພຣະອົງໄດ້ຊົງສ້າງເມືອງຕາດໂມຣ໌ໄວ້ໃນຖິ່ນກັນດານ ແລະຫົວເມືອງຄັງຫລວງທັງສິ້ນຊຶ່ງພຣະອົງຊົງສ້າງໄວ້ໃນຮາມັທ 5 ພຣະອົງໄດ້ຊົງສ້າງເມືອງເບັດໂຮໂຣນທາງເທິງແລະເບັດໂຮໂຣນທາງລຸ່ມດ້ວຍເປັນເມືອງທີ່ຫມັ້ນຄົງ ມີກຳແພງ ປະຕູເມືອງແລະດ່ານ 6 ແລະຊົງສ້າງເມືອງບາອາລັທ ແລະຫົວເມືອງຄັງຫລວງທັງປວງທີ່ໂຊໂລໂມນຊົງມີຢູ່ ແລະເມືອງທັງປວງສຳລັບຣົດຮົບຂອງພຣະອົງ ແລະເມືອງທັງປວງສຳລັບພົນມ້າຂອງພຣະອົງ ແລະສິ່ງໃດໆຊຶ່ງພຣະອົງປະສົງຈະສ້າງໃນເຢຣູຊາເລັມ ໃນເລບານອນ ແລະໃນແຜ່ນດິນທັງຫມົດຊຶ່ງຢູ່ໃນຄອບຄອງຂອງພຣະອົງ 7 ປະຊາຊົນທັງປວງທີ່ເຫລືອຢູ່ໃນເຫລົ່າຮິດຕີ ຄົນອາໂມຣິດ ເປຣິສຊີ ຄົນຮີວີ ແລະຄົນເຢບຸສ ຜູ້ຊຶ່ງບໍ່ແມ່ນອິສຣາເອນ 8 ຈາກເຊື້ອສາຍຂອງຊົນເຫລົ່ານີ້ຜູ້ເຫລືອຕໍ່ມາໃນແຜ່ນດິນ ຜູ້ຊຶ່ງປະຊາຊົນອິສຣາເອນບໍ່ໄດ້ທໍາລາຍ ໂຊໂລໂມນໄດ້ຊົງກະທໍາໃຫ້ປະຊາຊົນເຫລົ່ານີ້ເປັນທາດແຮງງານ ແລະເຂົາທັງຫລາຍກໍເປັນຢູ່ຈົນທຸກວັນນີ້ 9 ແຕ່ສ່ວນຄົນອິສຣາເອນນັ້ນໂຊໂລໂມນບໍ່ໄດ້ຊົງກະທຳໃຫ້ທາດແຮງງານ ເຂົາທັງຫລາຍເປັນທະຫານແລະເປັນນາຍທະຫານຂອງພຣະອົງ ເປັນຜູ້ບັງຄັບບັນຊາຣົດຮົບຂອງພຣະອົງ ແລະພົນມ້າຂອງພຣະອົງ 10 ແລະຄົນຕໍ່ໄປນີ້ເປັນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ຂອງກະສັດໂຊໂລໂມນມີສອງຮ້ອຍຫ້າສິບຄົນ ເປັນຜູ້ປົກຄອງປະຊາຊົນ 11 ໂຊໂລໂມນຊົງນຳທິດາຂອງຟາໂຣຂຶ້ນມາຈາກນະຄອນດາວິດຍັງພຣະຣາຊວັງ ຊຶ່ງພຣະອົງຊົງສ້າງໄວ້ໃຫ້ພຣະນາງເພາະພຣະອົງກ່າວວ່າ, “ມະເຫສີຂອງເຮົາບໍ່ຄວນຢູ່ໃນວັງຂອງດາວິດພຣະຣາຊາແຫ່ງອິສຣາເອນ ເພາະສະຖານທີ່ທັງຫລາຍຊຶ່ງຫີບຂອງພຣະເຈົ້າມາເຖິງເປັນທີ່ບໍຣິສຸດ”” 12 ແລ້ວໂຊໂລໂມນຊົງຖວາຍເຄື່ອງເຜົາບູຊາແດ່ພຣະເຈົ້າເທິງແທ່ນບູຊາຂອງພຣະເຈົ້າ ຊຶ່ງພຣະອົງຊົງສ້າງໄວ້ທີ່ຫນ້າມຸກ 13 ຕາມຫນ້າທີ່ປະຈຳວັນທີ່ຕ້ອງທຳເປັນການຖວາຍບູຊາຕາມບັນຍັດຂອງໂມເຊ ໃນວັນສະບາໂຕ ໃນວັນຂຶ້ນຄ່ຳນຶ່ງ ແລະໃນວັນເທສການປະຈຳປີສາມເທສການ ຄືເທສການກິນລ້ຽງເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ ເທສການສັປດາ ແລະເທສການປຸກຕູບຢູ່ 14 ຕາມກົດຫມາຍຂອງດາວິດຣາຊບິດາຂອງພຣະອົງ ພຣະອົງຊົງກຳນົດແບ່ງເວນປະໂຣຫິດສຳລັບການປົນນິບັດແລະ ແບ່ງເວນຊົນເລວີໃຫ້ປະຈຳຫນ້າທີ່ການສັຣເສີນແລະການປົນນິບັດຕໍ່ຫນ້າປະໂຣຫິດຕາມຫນ້າທີ່ປະຈຳວັນທີຕ້ອງທຳແລະຄົນເຝົ້າປະຕູເປັນເວນເຝົ້າທຸກປະຕູ ເພາະວ່າດາວິດບຸຣຸດຂອງພຣະເຈົ້າຊົງບັນຊາໄວ້ເຊັ່ນນັ້ນ 15 ແລະເຂົາທັງຫລາຍບໍ່ໄດ້ຫັນໄປເສັຽຈາກສິ່ງຊຶ່ງພຣະຣາຊາໄດ້ຊົງບັນຊາປະໂຣຫິດແລະຄົນເລວີຊຶ່ງກ່ຽວກັບເຣື່ອງໃດໆແລະກ່ຽວກັບເຣື່ອງຄັງ 16 ພຣະຣາຊກິຈຂອງໂຊໂລໂມນກໍລຸລ່ວງໄປຕັ້ງແຕ່ວັນທີ່ວາງຮາກພຣະວິຫານຂອງພຣະເຈົ້າຈົນເຖິງວັນສຳເຣັດງານ ດັ່ງນັ້ນພຣະວິຫານຂອງພຣະເຈົ້າກໍສຳເຣັດຄົບຖ້ວນ 17 ແລ້ວໂຊໂລໂມນສະເດັດໄປຍັງເອຊີໂອນເກເບີ ແລະເມືອງເອໂລທທີ່ຊາຍທະເລໃນແຜ່ນດິນເອໂດມ 18 ແລະຮູຣາມກໍໃຫ້ຂ້າຣາຊການຂອງພຣະອົງສົ່ງເຮືອ ແລະຂ້າຣາຊການທີ່ຄຸ້ນເຄີຍກັບທະເລໄປໃຫ້ໂຊໂລໂມນ ແລະເຂົາທັງຫລາຍໄປເຖິງເມືອງໂອຟີຣ໌ພ້ອມກັບຂ້າຣາຊການຂອງໂຊໂລໂມນ ແລະນຳເອົາທອງຄໍາຈາກທີ່ນັ້ນຫນັກສີ່ຣ້ອຍຫ້າສິບຕະລັນມາຍັງກະສັດໂຊໂລໂມນ
ພຣະນາງແຫ່ງເຊບາສະເດັດມາຢ້ຽມ
ໂຊໂລໂມນ 1 ເມື່ອພຣະຣາຊີນີແຫ່ງເຊບາຊົງໄດ້ຍິນກິດຕິສັພແຫ່ງໂຊໂລໂມນ ພຣະນາງກໍສະເດັດມາຍັງເຢຣູຊາເລັມ ເພື່ອທົດລອງພຣະອົງດ້ວຍປັນຫາຫຍຸ້ງຍາກຕ່າງໆພ້ອມດ້ວຍຂ້າຣາຊບໍຣິພານມາກມາຍ ກັບອູດບັນທຸກເຄື່ອງເທດແລະທອງຄຳເປັນອັນມາກ ແລະເພັດພອຍຕ່າງໆ ແລະເມື່ອພຣະນາງສະເດັດມາເຖິງໂຊໂລໂມນແລ້ວ ພຣະນາງທູນເຣື່ອງໃນໃຈຂອງພຣະນາງທຸກປະການ 2 ແລະໂຊໂລໂມນກ່າວຕອບປັນຫາຂອງພຣະນາງທັງສິ້ນ ບໍ່ມີສິ່ງໃດທີ່ເຊື່ອງໄວ້ຢູ່ພົ້ນໂຊໂລໂມນຊຶ່ງພຣະອົງຈະຊົງອະທິບາຍແກ່ພຣະນາງບໍ່ໄດ້ 3 ເມື່ອພຣະຣາຊິນີແຫ່ງເຊບາຊົງເຫັນພຣະສະຕິປັນຍາຂອງໂຊໂລໂມນແລະພຣະຣາຊວັງທີ່ພຣະອົງຊົງສ້າງ 4 ທັງອາຫານທີ່ໂຕະສະເວີຍ ກັບບັນດາຂ້າຣາຊການປະຈຳຢູ່ ແລະມະຫາດເລັກທີ່ຄອຍຮັບໃຊ້ຢູ່ຕລອດທັງເຄື່ອງແຕ່ງກາຍແລະພະນັກງານເຊີນຖ້ວຍຂອງພຣະອົງ ເຄື່ອງແຕ່ງກາຍ ແລະເຄື່ອງເຜົາບູຊາຂອງພຣະອົງ ຊຶ່ງພຣະອົງຖວາຍບູຊາໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ພຣະທັຍຂອງພຣະນາງກໍສລົດລົງ 5 ພຣະນາງທູນເຈົ້າຊີວິດວ່າ, “ທຸກສິ່ງກ່ຽວກັບເຣື່ອງຂອງພຣະອົງ ທັງຄວາມສລຽວສລາດຂອງພຣະອົງ ທີ່ຂ້ານ້ອຍໄດ້ຍິນເວລາທີ່ຂ້ານ້ອຍຍັງຢູ່ໃນເມືອງຂອງຂ້ານ້ອຍກໍເປັນຄວາມຈິງຫມົດ 6 ແຕ່ຂ້ານ້ອຍບໍ່ໄດ້ເຊື່ອໃນຄຳເວົ້າຂອງເຂົາ ຈົນຂ້ານ້ອຍໄດ້ມາເຫັນດ້ວຍຕົນເອງ ສະຕິປັນຍາແລະຄວາມມັ່ງຄັ່ງສົມບູນຂອພຣະອົງທີ່ຂ້ານ້ອຍໄດ້ຍິນມາ ມີພຽງເຄິ່ງນຶ່ງໃນສິ່ງທີ່ຂ້ານ້ອຍໄດ້ຮູ້ແລະໄດ້ເຫັນໃນເວລານີ້ 7 ບັນດາຄົນຂອງພຣະອົງກໍເປັນສຸກ ບັນດາຂ້າຣາຊການເຫລົ່ານີ້ຂອງພຣະອົງກໍເປັນສຸກ ຜູ້ທີ່ຢູ່ງານປະຈຳຕໍ່ພຣະພັກພຣະອົງແລະຟັງພຣະສະຕິປັນຍາຂອງພຣະອົງກໍເປັນສຸກ 8 ສາທຸການແດ່ພຣະຜູ້ເປັນເຈົ້າຂອງພຣະອົງ ຜູ້ຊົງມອບຄວາມສະງ່າຣາສີ ແລະໃຫ້ພຣະອົງປະທັບເທິງພຣະທີ່ນັ່ງຂອງອິສຣາເອນ ຍ້ອນພຣະຜູ້ເປັນເຈົ້າຊົງມີຄວາມຮັກຕໍ່ອິສຣາເອນຕລອດໄປ ຈຶ່ງໄດ້ແຕ່ງຕັ້ງພຣະອົງໃຫ້ເປັນເຈົ້າຊີວິດ ເພື່ອປົກຄອງຢ່າງຍຸດຕິທັມແລະຖືກຕ້ອງ 9 ແລ້ວພຣະຣາຊີນີກໍຖວາຍທອງຄຳນຶ່ງຮ້ອຍຊາວຕະລັນແກ່ພຣະຣາຊາ ພ້ອມທັງເຄື່ອງຫອມແລະເພັດພອຍຕ່າງໆ ບໍ່ມີເຄື່ອງຫອມໃດໆເຫມືອນຢ່າງທີ່ພຣະຣາຊີນີແຫ່ງເຊບາຖວາຍແດ່ເຈົ້າຊີວິດໂຊໂລໂມນ 10 ນອກຈາກນີ້ຍັງມີຂະບວນກຳປັ່ນຂອງເຈົ້າຮູຣາມໄດ້ບັນທຸກຄຳມາຈາກໂອຟີຣ໌ ທັງໄດ້ນຳໄມ້ຈັນຢ່າງຫລວງຫລາຍ ແລະເພັດພອຍຕ່ງໆ 11 ເຈົ້າຊີວິດໄດ້ເອົາໄມ້ຈັນນີ້ເຮັດເສົາຄ້ຳພຣະວິຫານ ເສົາຄ້ຳພຣະຣາຊວັງ ແລະເຮັດພິນໃຫ້ນັກດົນຕຣີ ຕລອດທຸກວັນນີ້ ບໍ່ເຄີຍເຫັນໄມ້ຈັນຢ່າງນີ້ຈັກເທື່ອ 12 ເຈົ້າຊີວິດໂຊໂລໂມນໄດ້ພຣະຣາຊທານຫລາຍຢ່າງໃຫ້ພຣະຣາຊີນີແຫ່ງເຊບາ ຕາມເຄື່ອງອັນອຸດົມສົມທີ່ພຣະອົງມີຢູ່ ແລະພຣະອົງຍັງໄດ້ພຣະຣາຊທານຕື່ມອີກຕາມທີ່ພຣະນາງຕ້ອງການ ແລ້ວພຣະນາງພ້ອມທັງບັນດາເສນາອາມາດກໍກັບຄືນເມືອສູ່ປະເທດຂອງຕົນ
ຄວາມມັ່ງຄັ່ງແລະພຣະກຽດເລື່ອງລືຂອງໂຊໂລໂມນ
13 ນ້ຳຫນັກທອງຄຳທີ່ນຳມາສົ່ງໂຊໂລໂມນໃນປີນຶ່ງນັ້ນ ເປັນທອງຄຳຫົກຮ້ອຍຫົກສິບຕະລັນ 14 ນອກເຫນືອຈາກທອງຄຳຊຶ່ງນັກການຄ້າແລະພໍ່ຄ້າໄດ້ນຳມາ ແລະກະສັດທັງປວງຂອງປະເທດອາຣະເບັຽ ແລະບັນດາເຈົ້າເມືອງແຫ່ງແຜ່ນດິນໄດ້ນຳທອງຄຳແລະເງິນມາຍັງໂຊໂລໂມນ 15 ກະສັດໂຊໂລໂມນຊົງສ້າງໂລ່ໃຫຍ່ສອງຮ້ອຍອັນດ້ວຍທອງຄຳທຸບ ໂລ່ອັນນຶ່ງໃຊ້ທອງຄຳທຸບຫົກຮ້ອຍເຊເກລ 16 ພຣະອົງຊົງສ້າງໂລ່ສາມຮ້ອຍອັນດ້ວຍທອງຄຳທຸບ ໂລ່ອັນນຶ່ງໃຊ້ທອງຄຳສາມຮ້ອຍເຊເກລ ແລະກະສັດກໍຊົງເກັບໂລ່ໄວ້ໃນພຣະຕຳນັກດົງເລບານອນ 17 ພຣະຣາຊາຊົງກະທຳພຣະທີ່ນັ່ງງ່າຊ້າງຂະຫນາດໃຫຍ່ດ້ວຍ ແລະຊົງໂອບດ້ວຍທອງຄຳບໍຣິສຸດ 18 ພຣະທີ່ນັ່ງນັ້ນມີຂັ້ນໄດຫົກຂັ້ນ ກັບທີ່ຮອງພຣະບາດທຳດ້ວຍທອງຄຳ ຊຶ່ງຕິດຢູ່ກັບພຣະທີ່ນັ່ງ ທັງສອງຂ້າງຂອງພຣະທີ່ນັ່ງມີທີ່ວາງພຣະຫັດ ແລະສິງສອງໂຕຢືນຢູ່ຂ້າງໆທີ່ວາງພຣະຫັດ 19 ມີສິງອີກສິບສອງໂຕຢືນຢູ່ນັ້ນ ເທິງຂັ້ນໄດຫົກຂັ້ນທັງສອງຂ້າງ ເຂົາບໍ່ເຄີຍທຳໃນຣາຊອານາຈັກໃດໆເຫມືອນຢ່າງນີ້ 20 ພາຊນະທັງສິ້ນສຳລັບເຄື່ອງດື່ມຂອງກະສັດໂຊໂລໂມນທຳດ້ວຍທອງຄຳ ແລະພາຊນະທັງສິ້ນຂອງພຣະຕຳນັກດົງເລບານອນທຳດ້ວຍທອງຄຳບໍຣິສຸດ ເງິນນັ້ນຖືວ່າເປັນຂອງບໍ່ມີຄ່າຫັຍງໃນສະໄຫມຂອງໂຊໂລໂມນ 21 ເພາະເຮືອຂອງພຣະຣາຊາແລ່ນໄປຍັງຕາຣ໌ຊິດພ້ອມກັບຂ້າຣາຊການຂອງຮູຣາມ ກຳປັ່ນຕາຣ໌ຊິດນຳທອງຄຳ ເງິນ ງ່າຊ້າງ ລີງ ແລະນົກຍຸງ ມາສາມປີຕໍ່ຄັ້ງ 22 ດັ່ງນີ້ແຫລະ, ພຣະຣາຊາໂຊໂລໂມນຈຶ່ງໄດ້ປຽບກວ່າກະສັດອື່ນໆແຫ່ງແຜ່ນດິນໂລກໃນເຣື່ອງສົມບັດແລະສະຕິປັນຍາ 23 ພຣະຣາຊາທັງສິ້ນແຫ່ງແຜ່ນດິນໂລກກໍສແວງຫາທີ່ຈະເຂົ້າເຝົ້າໂຊໂລໂມນ ເພື່ອຈະຟັງພຣະສະຕິປັນຍາຊຶ່ງມາຈາກພຣະເຈົ້າພຣະຣາຊທານໄວ້ໃນໃຈຂອງທ່ານ 24 ທຸກຄົນກໍນຳເຄື່ອງບັນນາການຂອງເຂົາມາ ເປັນເຄື່ອງທຳດ້ວຍເງິນແລະທອງຄຳ ແລະເຄື່ອງແຕ່ງກາຍ ເຄື່ອງອາວຸດ ເຄື່ອງເທດ ມ້າ ແລະລໍ ຕາມຈຳນວນກຳນົດທຸກໆປີ 25 ໂຊໂລໂມນຊົງມີບ່ອນໄວ້ມ້າສີ່ພັນຊ່ອງສຳລັບມ້າແລະຣົດຮົບ ແລະມີພົນມ້ານຶ່ງຫມື່ນສອງພັນຄົນ ຊຶ່ງພຣະອົງຊົງໃຫ້ປະຈຳຢູ່ໃນຫົວເມືອງຣົດຮົບ ແລະຢູ່ກັບພຣະຣາຊາດທີ່ກຸງເຢຣູຊາເລັມ 26 ພຣະອົງຊົງປົກຄອງເຫນືອພຣະຣາຊາທັງປວງຕັ້ງແຕ່ແມ່ນ້ຳເອີຟຣາດເຖິງແຜ່ນດິນຂອງຄົນຟີລິສຕິນ ແລະເຖິງເຂດແດນຂອງເອຢິບ 27 ພຣະຣາຊາຊົງກະທຳໃຫ້ເງິນນັ້ນເປັນຂອງສາມັນໃນກຸງເຢຣູຊາເລັມເຫມືອນກ້ອນຫີນ ແລະກະທຳໃຫ້ມີໄມ້ສົນຫລວງຫລາຍ ເຫມືອນໄມ້ຫມາກເດື່ອແຫ່ງຖິ່ນເນີນເຊເຟລາ 28 ເຂົານຳມ້າເຂົ້າມາຖວາຍໂຊໂລໂມນຈາກເອຢິບ ແລະຈາກແຜ່ນດິນທັງປວງ
ມໍຣະນະກັມຂອງໂຊໂລໂມນ
29 ສ່ວນພຣະຣາຊກິຈນອກນັ້ນຂອງໂຊໂລໂມນ ຕັ້ງແຕ່ຕົ້ນຈົນປາຍບໍ່ໄດ້ບັນທຶກໄວ້ໃນຫນັງສືປະຫວັດສາດຂອງນາທານຜູ້ປະກາດພຣະທັມ ແລະໃນຄຳປະກາດພຣະທັມຂອງອາຮີຢາຊາວຊີໂລ ແລະໃນນິມິດຂອງອິດໂດຜູ້ທຳນວາຍກ່ຽວກັບເຢໂຣໂບອາມບຸດເນບັດຫລື 30 ໂຊໂລໂມນຊົງປົກຄອງໃນກຸງເຢຣູຊາເລັມເຫນືອອິສຣາເອນທັງປວງສິ່ສິບປີ 31 ໂຊໂລໂມນລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງພຣະສົບໄວ້ໃນນະຄອນດາວິດຣາຊບິດາຂອງພຣະອົງ ແລະເຣໂຮໂບອາມໂອຣົດຂອງພຣະອົງປົກຄອງແທນພຣະອົງ
ອິສຣາເອນກະບົດ
1 ເຣໂຮໂບອາມໄດ້ໄປຍັງເມືອງເຊເຄມ ເພາະອິສຣາເອນທັງປວງໄດ້ມາຍັງເຊເຄມເພື່ອຈະຕັ້ງທ່ານໃຫ້ເປັນກະສັດ 2 ຕໍ່ມາເມື່ອເຢໂຣໂບອາມບຸດເນບັທຊາບເຣື່ອງ (ເພາະທ່ານຍັງຢູ່ໃນເອຢິບບ່ອນຊຶ່ງທ່ານຫນີໄປຈາກກະສັດໂຊໂລໂມນ) ແລ້ວເຢໂຣໂບອາມກັບຈາກເອຢິບ 3 ເຂົາທັງຫລາຍກໍໃຊ້ຄົນໄປເອີ້ນທ່ານ ແລະເຢໂຣໂບອາມກັບອິສຣາເອນທັງຫມົດໄດ້ຫມາແລະທູນເຣໂຮໂບອາມວ່າ, 4 “ພຣະຣາຊບິດາຂອງຝ່າພຣະບາດໄດ້ກະທຳໃຫ້ແອກຂອງຂ້ານ້ອຍທຸກຫນັກ ເພາະສະນັ້ນ ບັດນີ້ຂໍຊົງຜ່ອນການປົນນິບັດຢ່າງທຸກຫນັກຂອງພຣະຣາຊບິດາຂອງຝ່າພຣະບາດ ແລະແອກອັນຫນັກຂອງພຣະອົງເຫນືອຂ້ານ້ອຍທັງຫລາຍໃຫ້ເບົາລົງເສັຽ ແລະຂ້ານ້ອຍທັງຫລາຍຈະປົນນິບັດພຣະອົງ” 5 ພຣະອົງກ່າວກັບເຂົາວ່າ, “ສິ້ນສາມວັນຈົ່ງກັບມາຫາເຣົາອີກ” ປະຊາຊົນຈຶ່ງກັບໄປເສັຽ 6 ແລ້ວກະສັດເຣໂຮໂບອາມກໍຊົງປຶກສາກັບບັນດາຜູ້ເຖົ້າ ຜູ້ຢູ່ງານປະຈໍາໂຊໂລໂມນຣາຊບິດາຂອງພຣະອົງຂນະເມື່ອພຣະອົງຍັງຊົງພຣະຊົນຢູ່ວ່າ “ທ່ານທັງຫລາຍຈະແນະນຳເຣົາໃຫ້ຕອບປະຊາຊົນນີ້ຢ່າງໃດ” 7 ເຂົາທັງຫລາຍທູນພຣະອົງວ່າ, “ຖ້າຝ່າພຣະບາດຊົງເມດຕາແກ່ປະຊາຊົນນີ້ແລະໃຫ້ເຂົາພໍໃຈ ແລະກ່າວຕອບຄຳດີແກ່ເຂົາ ເຂົາທັງຫລາຍຈະເປັນຜູ້ຮັບໃຊ້ຂອງຝ່າພຣະບາດເປັນນິດ” 8 ແຕ່ພຣະອົງຊົງປະຖິ້ມຄຳປຶກສາຊຶ່ງຜູ້ເຖົ້າຖວາຍນັ້ນເສັຽ ແລະໄປປຶກສາກັບຄົນຫນຸ່ມຊຶ່ງໃຫຍ່ຂຶ້ນມາພ້ອມກັບພຣະອົງແລະຢູ່ງານປະຈຳຂອງພຣະອົງ 9 ແລະພຣະອົງກ່າວກັບເຂົາທັງຫລາຍວ່າ, “ທ່ານຈະແນະນຳເຮົາຢ່າງໃດ ເພື່ອພວກເຮົາຈະຕອບປະຊາຊົນນີ້ຜູ້ທີ່ທູນເຮົາວ່າ ຂໍຊົງຜ່ອນແອກຊຶ່ງພຣະຣາຊບິດາອຂງພຣະອົງວາງຢູ່ເຫນືອຂ້ານ້ອຍທັງຫລາຍໃຫ້ເບົາລົງ” 10 ແລະຄົນຫນຸ່ມເຫລົ່ານັ້ນຜູ້ໄດ້ໃຫຍ່ຂຶ້ນມາພ້ອມກັບພຣະອົງທູນພຣະອົງວ່າ, “ຝ່າພຣະບາດຈົ່ງກ່າວດັ່ງນີ້ແກ່ປະຊາຊົນນີ້ ຜູ້ທູນພຣະອົງວ່າ ພຣະກິຈບິດາຂອງຝ່າພຣະບາດໄດ້ຊົງກະທຳໃຫ້ແອກຂອງຂ້ານ້ອຍທັງຫລາຍທຸກຫນັກ ແຕ່ຂໍຝ່າພຣະບາດຊົງຜ່ອນແກ່ຂ້ານ້ອຍໃຫ້ເບົາລົງນັ້ນ ຝ່າພຣະບາດຈົ່ງກ່າວແກ່ເຂົາທັງຫລາຍຢ່າງນີ້ວ່າ ນິ້ວກ້ອຍຂອງເຮົາກໍຫນາກວ່າແອວແຫ່ງຣາຊບິດາຂອງເຮົາ 11 ທີ່ພຣະຣາຊບິດາຂອງເຮົາວາງແອກຫນັກເທິງທ່ານທັງຫລາຍກໍດີແລ້ວ ເຮົາຈະເພີ້ມແອກໃຫ້ແກ່ທ່ານທັງຫລາຍອີກ ພຣະຣາຊບິດາຂອງເຮົາຕີສອນທ່ານທັງຫລາຍດ້ວຍໄມ້ແສ້ ແຕ່ເຮົາຈະຕີສອນທ່ານທັງຫລາຍດ້ວຍແສ້ຕີງົວ” 12 ເຢໂຣໂບອາມກັບປະຊາຊົນທັງປວງຈຶ່ງເຂົ້າມາເຝົ້າເຣໂຮໂບອາມໃນວັນທີ່ສາມ ດັ່ງທີ່ພຣະຣາຊາຮັບສັ່ງວ່າ, “ຈົ່ງມາຫາເຮົາອີກໃນວັນທີ່ສາມ” 13 ພຣະຣາຊາກ່າວຕອບເຂົາທັງຫລາຍຢ່າງດຸດັນ ຊົງປະຖິ້ມຄຳປຶກສາຂອງຜູ້ເຖົ້າເສັຽ 14 ແລະກ່າວກັບເຂົາທັງຫລາຍຕາມຄຳຕອບຂອງພວກຄົນຫນຸ່ມວ່າ, “ພຣະຣາຊບິດາຂອງເຮົາທຳແອກຂອງທ່ານທັງຫລາຍໃຫ້ຫນັກ ແຕ່ເຮົາຈະເພີ້ມໃຫ້ແກ່ແອກນັ້ນ ພຣະຣາຊບິດາຂອງເຮົາຕີສອນທ່ານທັງຫລາຍດ້ວຍໄມ້ແສ້ ແຕ່ເຮົາຈະຕີສອນທ່ານທັງຫລາຍດ້ວຍໄມ້ແສ້ຕີງົວ” 15 ພຣະຣາຊາຈຶ່ງບໍ່ໄດ້ຊົງຟັງສຽງປະຊາຊົນ ເພາະເຫດການນີ້ເປັນມາແຕ່ພຣະຜູ້ເປັນເຈົ້າ ເພື່ອພຣະຜູ້ເປັນເຈົ້າຈະຊົງໃຫ້ພຣະວັຈນະຂອງພຣະອົງໄດ້ສຳເຣັດ ຊຶ່ງພຣະອົງກ່າວໂດຍອາຮີຢາຊາວຊີໂລແກ່ເຢໂຣໂບອາມບຸດເນບັດ 16 ແລະເມື່ອອິສຣາເອນເຫັນວ່າພຣະຣາຊາບໍ່ໄດ້ຊົງຟັງເຂົາທັງຫລາຍ ປະຊາຊົນກໍທູນຕອບພຣະຣາຊາວ່າ, “ຂ້ານ້ອຍທັງຫລາຍມີສ່ວນອັນໃດໃນດາວິດ ຂ້ານ້ອຍທັງຫລາຍບໍ່ມີສ່ວນມໍຣະດົກໃນບຸດເຈສຊີ ໂອ ອິສຣາເອນເອີຍ ກັບໄປເຕັນຂອງຕົນແຕ່ລະຄົນເຖີດ” ອິສຣາເອນທັງປວງຈຶ່ງໄປຍັງບ້ານເຮືອນຂອງເຂົາທັງຫລາຍ 17 ແຕ່ເຣໂຮໂບອາມຊົງປົກຄອງເຫນືອປະຊາຊົນອິສຣາເອນຜູ້ອາໄສຢູ່ໃນຫົວເມືອງຂອງຢູດາ 18 ແລ້ວພຣະຣາຊາເຣໂຮໂບອາມຊົງໃຊ້ຮາໂດຣາມນາຍງານເຫນືອແຮງງານເກນໄປ ແລະປະຊາຊົນກໍເອົາຫີນແກວ່ງໃສ່ທ່ານເຖິງຕາຍ ແລ້ວເຈົ້າຊີວິດເຣໂຮໂບອາມກໍຊົງຟ້າວຂຶ້ນຣົດຮົບຂອງພຣະອົງ ຊົງຫນີໄປກຸງເຢຣູຊາເລັມ 19 ອິສຣາເອນຈຶ່ງກະບົດຕໍ່ຣາຊວົງດາວິດເຖິງທຸກວັນນີ້
1 ເມື່ອເຣໂຮໂບອາມມາຍັງກຸງເຢຣູຊາເລັມແລ້ວ ພຣະອົງຊົງຮວບຮວມເຊື້ອສາຍຢູດາແລະເບັນຢາມີນ ເປັນນັກຮົບທີ່ຄັດເລືອກແລ້ວນຶ່ງແສນແປດຫມື່ນຄົນ ເພື່ອຈະຕໍ່ສູ້ຮົບກັບອິສຣາເອນ ຫມາຍຈະເອົາຣາຊອານາຈັກຄືນໃຫ້ແກ່ເຣໂຮໂບອາມ 2 ແຕ່ພຣະຄຳຂອງພຣະຜູ້ເປັນເຈົ້າມາຍັງເຊມັຍຢາຄົນຂອງພຣະເຈົ້າວ່າ, 3 “ຈົ່ງໄປທູນເຣໂຮໂບອາມໂອຣົດຂອງໂຊໂລໂມນກະສັດແຫ່ງຢູດາ ແລະບອກແກ່ຄົນອິສຣເອນທັງປວງໃນຢູດາແລະເບັນຢາມີນວ່າ 4 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຈົ້າຢ່າຂຶ້ນໄປສູ້ຮົບກັບພີ່ນ້ອງຂອງເຈົ້າ ຈົ່ງກັບໄປບ້ານຂອງຕົນທຸກຄົນເຖີດ ເພາະສິ່ງນີ້ເປັນມາຈາກເຮົາ” ເຫດສັນນີ້ເຂົາຈຶ່ງເຊື່ອຟັງພຣະວັຈນະຂອງພຣະຜູ້ເປັນເຈົ້າ ແລະກັບໄປ ບໍ່ໄດ້ສູ້ຮົບກັບເຢໂຣໂບອາມ
ຄວາມຈະເຣີນໃນຣັຊການເຣໂຮໂບອາມ
5 ແລະເຣໂຮໂບອາມປະທັບຢູ່ໃນກຸງເຢຣູຊາເລັມ ແລະພຣະອົງຊົງສ້າງຫົວເມືອງເພື່ອປ້ອງກັນໃນຢູດາ 6 ພຣະອົງຊົງສ້າງເມືອງເບັດເລເຮັມ ເອຕາມ ເຕໂກອາ 7 ເບັດຊູຣ໌ ໂຊໂກ ອາດຸນລາມ 8 ກາດ ມາເຣຊາ ຊິຟ 9 ອາໂດຣາອິມ ລາຄິສ ອາເຊກາ 10 ໂຊຣາ ອັຍຢາໂລນ ແລະເຮໂບຣນ ຫົວເມືອງຊຶ່ງມີປ້ອມທີ່ຢູ່ໃນຢູດາແລະໃນເບັນຢາມິນ 11 ພຣະອົງຊົງກະທຳປ້ອມປຣາການໃຫ້ແຂງແຮງ ແລະຕັ້ງຜູ້ບັງຄັບບັນຊາໃນປ້ອມເຫລົ່ານັ້ນ ແລະຊົງສະສົມອາຫານ ນ້ຳມັນ ແລະເຫລົ້າອະງຸ່ນ 12 ພຣະອົງຊົງເກັບໂລ່ ແລະຫອກໄວ້ໃນຫົວເມືອງທັງປວງ ແລະກະທຳໃຫ້ຫົວເມືອງເຫລົ່ານັ້ນແຂງແຮງຫລາຍ ພຣະອົງຈຶ່ງຊົງຍຶດຢູດາແລະເບັນຢາມິນໄວ້ໄດ້ 13 ປະໂຣຫິດກັບຄົນເລວີຊຶ່ງຢູ່ໃນອິສຣາເອນທັງສິ້ນໄດ້ເຂົ້າມາຫາພຣະອົງຈາກເຂດແດນຊຶ່ງເຂົາອາໄສຢູ່ 14 ເພາະຄົນເລວີປະຖິ້ມທົ່ງຫຍ້າແລະທີ່ບ້ານຊຶ່ງເຂົາຍຶດຖືເປັນກຳມະສິດແລະມາຍັງຢູດາແລະເຢຣູຊາເລັມ ເພາະເຢໂຣໂບອາມແລະໂອຣົດຂອງພຣະອົງໄດ້ຂັບໄລ່ເຂົາທັງຫລາຍອອກຈາກຕຳແຫນ່ງປະໂຣຫິດຂອງພຣະຜູ້ເປັນເຈົ້າ 15 ພຣະອົງຊົງແຕ່ງຕັ້ງປະໂຣຫິດຂອງພຣະອົງຂຶ້ນສຳລັບສະຖານນະມັສການທີ່ສູງທັງຫລາຍ ແລະສຳລັບພວກຜີປີສາດ ແລະສຳລັບຮູບລູກງົວຊຶ່ງພຣະອົງຊົງສ້າງຂຶ້ນ 16 ແລະບັນດາຜູ້ທີ່ປັກໃຈສແວງຫາພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນກໍຕິດຕາມເຂົາທັງຫລາຍມາຈາກເຜົ່າທັງປວງຂອງອິສຣາເອນຍັງເຢຣູຊາເລັມເພື່ອຖວາຍສັຕບູຊາຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາທັງຫລາຍ 17 ເຂົາທັງຫລາຍໄດ້ເສີມກຳລັງໃຫ້ຣາຊອານາຈັກຂອງຢູດາແລະໄດ້ກະທຳໃຫ້ເຣໂຮໂບອາມໂອຣົດຂອງໂຊໂລໂມນເຂັ້ມແຂງຢູ່ໄດ້ສາມປີ ເພາະເຂົາທັງຫລາຍດຳເນີນຢູ່ສາມປີໃນວິຖີຂອງດາວິດແລະໂຊໂລໂມນ 18 ເຣໂຮໂບອາມຊົງຮັບມາຮາລັທທິດາຂອງເຢຣີໂມທໂອຣົດຂອງດາວິດເປັນມະເຫສີຜູ້ເປັນທິດາຂອງອາບີຮາອິນບຸດຕຣີຂອງເອລີອາບບຸດເຈສຊີ 19 ພຣະນາງກໍປະສູດໂອຣົດໃຫ້ພຣະອົງ ຄື ເຢອຸສ ເຊມາຣີຢາ ແລະຊາຮາມ 20 ພາຍຫລັງພຣະອົງກໍຊົງຮັບມາອາກາທິດາຂອງອັບຊາໂລມ ຜູ້ຊຶ່ງປະສູດ ອາບີຢາ ອັດຕັຍ ຊີຊາ ແລະເຊໂລມິທໃຫ້ພຣະອົງ 21 ເຣໂຮໂບອາມຊັງຮັກມາອາກາທິດາຂອງອັບຊາໂລມຫລາຍກວ່າມະເຫສີແລະນາງສະນົມຂອງພຣະອົງທັງສິ້ນ (ພຣະອົງມີມະເຫສີສິບແປດອົງ ແລະນາງສະນົມຫົກສິບຄົນແລະມີໂອຣົດຊາວແປດອົງແລະທິດາຫົກສິບອົງ) 22 ແລະເຣໂຮໂບອາມຊົງແຕ່ງຕັ້ງໃຫ້ອາບີຢາໂອຣົດຂອງມາອາກາເປັນໂອຣົດອົງໃຫຍ່ຖ້າມກາງພີ່ນ້ອງຂອງຕົນ ເພາະພຣະອົງຊົງຕັ້ງພຣະທັຍຈະໃຫ້ທ່ານເປັນພຣະຣາຊາ 23 ແລະພຣະອົງຊົງຈັດການຢ່າງສລາດ ແລະແຈກຈ່າຍໂອຣົດຂອງພຣະອົງໄປທົ່ວແຜ່ນດິນທັງສິ້ນຂອງຢູດາ ແລະຂອງເບັນຢາມີນ ໃຫ້ຫົວເມືອງທີ່ມີປ້ອມທັງສິ້ນ ແລະພຣະອົງປະທານສະບ່ຽງອາຫານໃຫ້ຢ່າງອຸດົມແລະຈັດຫາມະເຫສີຫລາຍໃຫ້ເຂົາຕັ້ງຫລາຍຄົນ
ຊີຊັກບຸກຢູດາ
1 ເມື່ອຣາຊອານາຈັກຂອງເຣໂຮໂບອາມຕັ້ງຫມັ້ນຄົງແລະແຂງແຮງແລ້ວ ພຣະອົງຊົງປະຖິ້ມທັມບັນຍັດຂອງພຣະຜູ້ເປັນເຈົ້າເສັຽ ແລະອິສຣາເອນທັງປວງກໍຖິ້ມພ້ອມກັບພຣະອົງດ້ວຍ 2 ຕໍ່ມາໃນປີທີ່ຫ້າແຫ່ງກະສັດເຣໂຮໂບອາມ ເພາະເຂົາທັງຫລາຍບໍ່ຊື່ສັດຕໍ່ພຣະຜູ້ເປັນເຈົ້າ ຊີຊັກເຈົ້າຊີວິດແຫ່ງເອຢິບສະເດັຂຶ້ນມາສູ້ຮົບເຢຣູຊາເລັມ 3 ມີຣົດຮົບນຶ່ງພັນສອງຮ້ອຍພັນ ແລະພົນມ້າຫົກຫມື່ນຄົນ ແລະພົນຜູ້ມາກັບພຣະອົງຈາກເອຢິບນັບບໍ່ຖ້ວນຄື ຊາວລິເບັຽ ຄົນຊຸກກີອິມ ແລະເອທິໂອເປັຽ 4 ພຣະອົງຊົງຍຶດຫົວເມືອງທີ່ມີປ້ອມຂອງຢູດາແລະມາຍັງເຢຣູຊາເລັມ 5 ແລ້ວເຊມັຍຢາຜູ້ປະກາດພຣະທັມໄດ້ມາເຝົ້າເຣໂຮໂບອາມ ແລະບັນດາເຈົ້ານາຍແຫ່ງຢູດາ ຜູ້ມາປະຊຸມກັນຢູ່ທີ່ເຢຣູຊາເລັມດ້ວຍເຣື່ອງຊີຊັກ ແລະກ່າວແກ່ເຂົາທັງຫລາຍວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເຈົ້າໄດ້ປະຖິ້ມເຮົາ ເຮົາຈຶ່ງໄດ້ປະຖິ້ມເຈົ້າ ໃຫ້ເຢູ່ໃນມືຂອງຊີຊັກ” 6 ແລ້ວເຈົ້ານາຍແຫ່ງອິສຣາເອນແລະພຣະຣາຊາໄດ້ຖ່ອມຕົນລົງແລະກ່າວວ່າ, “ພຣະຜູ້ເປັນເຈົ້າຊົງຊອບທັມແລ້ວ” 7 ເມື່ອພຣະຜູ້ເປັນເຈົ້າຊົງເຫັນວ່າເຂົາທັງຫລາຍຖ່ອມຕົວລົງ ຖ້ອຍຄຳຂອງພຣະຜູ້ເປັນເຈົ້າໄດ້ມາເຖິງເຊມັຍຢາວ່າ, “ເຂົາທັງຫລາຍໄດ້ຖ່ອມຕົວລົງແລ້ວ ເຮົາຈະບໍ່ທຳລາຍເຂົາ ແຕ່ເຮົາຈະຍອມໃຫ້ການຊ່ອຍກູ້ແກ່ເຂົາ ແລະພຣະພິໂຣດຂອງເຮົາຈະບໍ່ເທລົງມາເຫນືອເຢຣູຊາເລັມໂດຍຂອງຊີຊັກ 8 ຢ່າງໃດກໍດີເຂົາທັງຫລາຍຕ້ອງເປັນຜູ້ຮັບໃຊ້ຂອງຊີຊັກ ເພື່ອເຂົາທັງຫລາຍຈະໄດ້ຊາບຄວາມແຕກຕ່າງລະຫວ່າງການຮັບໃຊ້ເຮົາ ແລະຮັບໃຊ້ຣາຊອານາຈັກທັງຫລາຍ” 9 ຊີຊັກພຣະຣາຊາແຫ່ງເອຢິບຈຶ່ງຂຶ້ນມາຕໍ່ສູ້ເຢຣູຊາເລັມ ພຣະອົງຊົງເກັບເອົາຊັບສິນແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຊັບສົມບັດໃນພຣະຣາຊວັງ ພຣະອົງຊົງເກັບເອົາໄປທຸກຢ່າງ ພຣະອົງຊົງເກັບເອົາໂລ່ທອງຄໍາຊຶ່ງໂຊໂລໂມນຊົງສ້າງໄວ້ນັ້ນໄປດ້ວຍ 10 ກະສັດເຣໂຮໂບອາມຊົງທຳໂລ່ທອງສຳຣິດຂຶ້ນແທນ ແລະໄດ້ມອບໄວ້ໃນມືຂອງທະຫານຮັກສາພຣະອົງ ຜູ້ເຝົ້າບໍຣິເວນພຣະຣາຊວັງ 11 ພຣະຣາຊາສະເດັດເຂົ້າໄປໃນພຣະວິຫານຂອງພຣະຜູ້ເປັນເຈົ້າເມື່ອໃດທະຫານຮັກສາພຣະອົງກໍມາຖືໂລ່ນັ້ນ ແລ້ວນຳກັບໄປເກັບໄວ້ໃນຫ້ອງທະຫານຮັກສາພຣະອົງຕາມເດີມ 12 ເມື່ອພຣະອົງຊົງຖ່ອມພຣະອົງລົງ ພຣະພິໂຣດຂອງພຣະຜູ້ເປັນເຈົ້າກໍຫັນໄປເສັຽຈາກພຣະອົງ ບໍ່ໄດ້ທຳລາຍພຣະອົງຢ່າງສິ້ນເຊີງ ເຖິງປານນັ້ນອີກສະພາບການກໍຍັງດີຢູ່ໃນຢູດາ 13 ກະສັດເຣໂຮໂບອາມຈຶ່ງສະຖາປະນາພຣະອົງຂຶ້ນໃນກຸງເຢຣູຊາເລັມ ແລະຊົງປົກຄອງ ເມື່ອເຣໂຮໂບອາມຊົງເລີ້ມປົກຄອງນັ້ນມີອາຍຸສິ່ສິບເອັດປີ ແລະພຣະອົງຊົງປົກຄອງສິບເຈັດປີໃນກຸງເຢຣູຊາເລັມ ອັນເປັນເມືອງຊຶ່ງພຣະຜູ້ເປັນເຈົ້າຊົງເລືອກສັນໄວ້ຈາກເຜົ່າຕ່າງໆທັງສິ້ນຂອງອິສຣາເອນເພື່ອຈະຕັ້ງພຣະນາມຂອງພຣະອົງໄວ້ທີ່ນັ້ນ ພຣະມານດາຂອງພຣະອົງຊົງພຣະນາມວ່າ ນາມອາມາຄົນອັມໂມນ 14 ພຣະອົງໄດ້ຊົງກະທຳການຊົ່ວຮ້າຍ ເພາະພຣະອົງບໍ່ໄດ້ຕັ້ງພຣະທັຍຂອງພຣະອົງທີ່ຈະສແວງຫາພຣະຜູ້ເປັນເຈົ້າ 15 ສ່ວນພຣະຣາຊກິຈຂອງເຣໂຮໂບອາມຕັ້ງແຕ່ຕົ້ນຈົນສຸດທ້າຍ ບໍ່ໄດ້ບັນທຶກໄວ້ໃນຫນັງສືປະຫວັດສາດຂອງເຊມັຍຢາຜູ້ປະກາດພຣະທັມແລະຂອງອິດໂດຜູ້ທຳນວາຍຕາມແບບພົງສາວະດານ ຫລືມີສົງຄາມເລື້ອຍໄປຢູ່ລະຫວ່າງເຣໂຮໂບອາມແລະເຢໂຣໂບອາມ 16 ເຣໂຮໂບອາມກໍລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາກໍຝັງພຣະສົບໄວ້ໃນນະຄອນດາວິດ ແລະອາບີຢາຣາຊໂອຣົດຂອງພຣະອົງໄດ້ຂຶ້ນປົກຄອງແທນພຣະອົງ
ຣັຊການອາບີຢາ
1 ໃນປີທີ່ສິບແປດແຫ່ງຣັຊການເຢໂຣໂບອາມ ອາບີຢາໄດ້ເລີ້ມປົກຄອງເຫນືອປະເທດຢູດາ 2 ພຣະອົງຊົງປົກຄອງໃນເຢຣູຊາເລັມສາມປີ ພຣະຊົນນີ (ແມ່ເຖົ້າ) ຂອງພຣະອົງມີພຣະນາມວ່າ ມີກັຍຢາທິດາຂອງອູຣີເອນແຫ່ງກິເບອາ ມີສົງຄາມລະຫວ່າງອາບີຢາແລະເຢໂຣໂບອາມ 3 ອາບີຢາສະເດັດອອກທຳສົງຄາມ ມີກອງທັບທະຫານຊຳນານເສິກເປັນຄົນຄັດເລືອກແລ້ວສີ່ແສນຄົນ ແລະເຢໂຣໂບອາມໄດ້ຕັ້ງແນວຮົບສູ້ກັບພຣະອົງດ້ວຍຄົນຄັດເລືອກແລ້ວເປັນທະຫານເອກແປດແສນຄົນ 4 ອາບີຢາຊົງລຸກຢືນຢູ່ເທິງພູເຊມາຣາອິມ ຊຶ່ງຢູ່ໃນຖິ່ນພູດອຍເອຟຣາອິມ ແລະກ່າວວ່າ, “ຂ້າແຕ່ເຢໂຣໂບອາມ ແລະອິສຣາເອນທັງປວງ ຂໍຟັງຂ້າພະເຈົ້າ 5 ບໍ່ຄວນຫລືທີ່ທ່ານທັງຫລາຍທີ່ທ່ານທັງຫລາຍຈະຮູ້ວ່າ ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນພຣະຣາຊທານຕຳແຫນ່ງພຣະຣາຊາເຫນືອອິສຣາເອນເປັນນິດແກ່ດາວິດ ແລະບຸດຫລານຂອງພຣະອົງໂດຍຄຳສັນຍາເກືອ 6 ເຖິງປານນັ້ນເຢໂຣໂບອາມບຸດເນບັທ ຂ້າຣາຊການຂອງໂຊໂລໂມນໂອຣົດຂອງດາວິດ ໄດ້ລຸກຂຶ້ນກະບົດຕໍ່ເຈົ້ານາຍຂອງຕົນ 7 ແລະມີຄົນຖ່ອຍຄົນຊົ່ວບາງຄົນມົ່ວສຸມກັນກັບເຂົາ ແລະອາສາສູ້ກັບເຣໂຮໂບອາມໂອຣົດຂອງໂຊໂລໂມນ ເມື່ອເຣໂຮໂບອາມຍັງນ້ອຍຢູ່ແລະໃຈອ່ອນແອຕ້ານທານບໍ່ໄດ້ 8 “ບັດນີ້ທ່ານຄິດວ່າຈະຕໍ່ຕ້ານຣາຊອານາຈັກຂອງພຣະເຈົ້າຊຶ່ງຢູ່ໃນມືຂອງບຸດຫລານຂອງດາວິດ ເພາະທ່ານທັງຫລາຍເປັນຄົນຫມູ່ໃຫຍ່ແລະມີລູກງົວທອງຄຳຊຶ່ງເຢໂຣໂບອາມສ້າງໄວ້ໃຫ້ທ່ານເປັນພຣະ 9 ທ່ານທັງຫລາຍບໍ່ໄດ້ຂັບໄລ່ປະໂຣຫິດຂອງພຣະເຈົ້າ ບຸດຫລານຂອງອາໂຣນ ແລະຄົນເລວີອອກໄປ ແລະຕັ້ງປະໂຣຫິດສຳລັບຕົນເອງຢ່າງຊົນຊາດທັງຫລາຍຫລື ຜູ້ໃດທີ່ນຳງົວຫນຸ່ມແລະແກະເຖິກເຈັດຕົວມາຊຳຮະຕົວໃຫ້ບໍຣິສຸດໄວ້ ຈະໄດ້ເປັນປະໂຣຫິດຂອງສິ່ງທີ່ບໍ່ມີແມ່ນພຣະ 10 ແຕ່ສຳລັບເຮົາທັງຫລາຍ ພຣະຜູ້ເປັນເຈົ້າເປັນພຣະເຈົ້າຂອງເຮົາທັງຫລາຍ ແລະເຮົາທັງຫລາຍບໍ່ໄດ້ປະຖິ້ມພຣະອົງ ເຮົາມີປະໂຣຫິດຜູ້ບົວລະບັດພຣະຜູ້ເປັນເຈົ້າ ເປັນລູກຫລານຂອງອາໂຣນ ທັງມີຄົນເລວີທຳງານຫນ້າທີ່ຂອງເຂົາທັງຫລາຍ 11 ເຂົາຖວາຍເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າທຸກເຊົ້າຄ່ຳ ທັງເຄື່ອງຫອມ ຕັ້ງເຂົ້າຈີ່ຫນ້າພຣະພັກເທິງໂຕະບໍຣິສຸດ ແລະດູແລຄັນຕະກຽງທອງຄຳພ້ອມທັງຕະກຽງ ເພື່ອໃຫ້ຕະກຽງລຸກຢູ່ທຸກຄ່ຳ ເພາະເຣົາໄດ້ຮັກສາພຣະບັນຊາກຳຊັບຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ ແຕ່ທ່ານໄດ້ປະຖິ້ມພຣະອົງເສັຽ 12 ເບິ່ງແມ໋, ພຣະຜູ້ເປັນເຈົ້າຊົງຢູ່ກັບເຮົານຳຫນ້າເຮົາ ແລະປະໂຣຫິດຂອງພຣະອົງພ້ອມກັບແກເສິກພ້ອມທີ່ຈະເປົ່າເອີ້ນທຳສົງຄາມຕໍ່ສູ້ກັບທ່ານ ຂ້າແຕ່ລູກຫລານຂອງອິສຣາເອນ ຂໍຢ່າຕໍ່ສູ້ກັບພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານ ເພາະທ່ານຈະຊະນະບໍ່ໄດ້” 13 ເຢໂຣໂບອາມໄດ້ສ້ອງສຸມຜູ້ຄົນໄວ້ເພື່ອຈະອ້ອມມາຫາເຂົາຈາກເບື້ອງຫລັງ ດັ່ງນັ້ນກອງທະຫານຂອງທ່ານຈຶ່ງຢູ່ຂ້າງຫນ້າຢູດາ ແລະກອງຊຸ່ມກໍຢູ່ຂ້າງຫລັງເຂົາ 14 ເມື່ອຢູດາມອງເຫັນ ເບິ່ງແມ໋, ການເສິກກໍຢູ່ຂ້າງຫນ້າແລະຂ້າງຫລັງເຂົາ ແລະເຂົາທັງຫລາຍກໍຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ ແລະບັນດາປະໂຣຫິດກໍເປົ່າແກ 15 ແລ້ວຄົນຂອງຢູດາກໍຮ້ອງສຽງທຳນອງເສິກ ແລະເມື່ອຢູດາຮ້ອງຂຶ້ນ ພຣະຜູ້ເປັນເຈົ້າຊົງໃຫ້ເຢໂຣໂບອາມແລະອິສຣາເອນທັງປວງຜ່າຍແພ້ໄປຕໍ່ອາບີຢາແລະຢູດາ 16 ຄົນອິສຣາເອນໄດ້ຫນີຢູດາ ແລະພຣະຜູ້ເປັນເຈົ້າຊົງມອບເຂົາໄວ້ໃນມືຂອງເຂົາທັງຫລາຍ 17 ອາບີຢາແລະປະຊາຊົນຂອງພຣະອົງກໍຂ້າເຂົາເສັຽຫລວງຫລາຍ ອິສຣາເອນທີ່ຄັດເລືອກແລ້ວຈຶ່ງລົ້ມຕາຍຫ້າແສນຄົນ 18 ນີ້ແຫລະຄົນອິສຣາເອນກໍຖືກປາບປາມໃນຄັ້ງນັ້ນ ແລະຄົນຢູດາກໍຊະນະ ເພາະເຂົາເພິ່ງພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາ 19 ອາບີຢາໄດ້ຕິດຕາມເຢໂຣໂບອາມ ແລະຍຶດເອົາຫົວເມືອງຈາກພຣະອົງ ຄືເມືອງເບັດເອນກັບຊົນນະບົດຂອງເມືອງນັ້ນ ແລະເຢຊານາກັບຊົນນະບົດຂອງເມືອງນັ້ນ ແລະເອໂຟຣນກັບຊົນນະບົດຂອງເມືອງນັ້ນ 20 ເຢໂຣໂບອາມບໍ່ໄດ້ຟື້ນອຳນາດຂອງພຣະອົງໃນຣັຊສະໄຫມຂອງອາບີຢາ ແລະພຣະຜູ້ເປັນເຈົ້າຊົງປະຫານພຣະອົງ ພຣະອົງກໍສິ້ນພຣະຊົນ 21 ແຕ່ອາບີຢາກໍມີອຳນາດຍິ່ງຂຶ້ນ ແລະມີມະເຫສີສິບສີ່ອົງ ມີໂອຣົດຊາວສອງອົງ ແລະທິດາສິບຫົກອົງ 22 ຣາຊກິຈນອກນັ້ນຂອງອາບີຢາ ວິທີການແລະພຣະດຳຣັດຂອງພຣະອົງບັນທຶກໄວ້ໃນຫນັງສືຂອງຜູ້ປະກາດພຣະທັມອິດໂດ
ຣັຊການອາຊາ
1 ອາບີຢາຈຶ່ງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ເຂົາກໍຝັງພຣະສົບໄວ້ໃນນະຄອນດາວິດ ແລະອາຊາໂອຣົດຂອງພຣະອົງໄດ້ຂຶ້ນຄອງແທນພຣະອົງໃນຣັຊການຂອງອາຊາ ແຜ່ນດິນໄດ້ສງົບຢູ່ສິບປີ 2 ແລະອາຊາຊົງກະທຳສິ່ງທີ່ດີແລະຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພຣະອົງ 3 ພຣະອົງຊົງກຳຈັດແທ່ນບູຊາພຣະຕ່າງດ້າວແລະບ່ອນນະມັສການສະຖານທີ່ສູງທັງຫລາຍ ແລະພັງເສົາສັກສິດລົງແລະໄດ້ໂຄ່ນອາເຊຣາເສັຽ 4 ແລະຊົງບັນຊາໃຫ້ຢູດາສແວງຫາພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ ແລະໃຫ້ຮັກສາພຣະທັມແລະພຣະບັນຍັດ 5 ພຣະອົງຊົງກຳຈັດບ່ອນນະມັສການສະຖານທີ່ສູງແລະແທ່ນເຄື່ອງຫອມອອກເສັຽຈາກຫົວເມືອງທັງສິ້ນຂອງຢູດາດ້ວຍ ແລະຣາຊອານາຈັກກໍໄດ້ສງົບຢູ່ພາຍໃຕ້ພຣະອົງ 6 ພຣະອົງຊົງສ້າງຫົວເມືອງທີ່ມີປ້ອມໃນຢູດາ ເພາະແຜ່ນດິນກໍສງົບ ພຣະອົງບໍ່ໄດ້ທຳສົງຄາມໃນປີເຫລົ່ານັ້ນ ເພາະພຣະຜູ້ເປັນເຈົ້າຊົງປະທານການຢຸດພັກສງົບແກ່ພຣະອົງ 7 ແລະພຣະອົງກ່າວກັບຢູດາວ່າ, “ໃຫ້ເຮົາທັງຫລາຍສ້າງຫົວເມືອງເຫລົ່ານີ້ ລ້ອມດ້ວຍກຳແພງ ຫໍຄອຍ ປະຕູເມືອງ ແລະດ່ານ ແຜ່ນດິນຍັງເປັນຂອງເຮົາ ເພາະເຮົາໄດ້ສແວງຫາພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຮົາ ເຮົາໄດ້ສແວງຫາພຣະອົງ ແລະພຣະອົງໄດ້ຊົງປະທານການຢຸດພັກສງົບທຸກດ້ານ” ເຂົາທັງຫລາຍຈຶ່ງສ້າງແລະຈຳເຣີນຂຶ້ນ 8 ແລະອາຊາຊົງມີກອງທັບສັພດ້ວຍໂລ່ໃຫຍ່ແລະຫອກຈາກຢູດາສາມແສນຄົນ ແລະຈາກເບັນຢາມີນຊຶ່ງຖືໂລ່ແລະໂກ່ງທະນູ ສອງແສນແປດຫມື່ນຄົນ ທັງສິ້ນນີ້ເປັນທະຫານເອກ 9 ເຊຣາຊາວເອທິໂອເປັຽໄດ້ອອກມາຕໍ່ສູ້ກັບເຂົາທັງຫລາຍດ້ວຍກອງທັບຄົນນຶ່ງລ້ານ ແລະຣົດຮົບສາມຮ້ອຍຄັນມາເຖິງເມືອງມາເຣຊາ 10 ແລະອາຊາຊົງຍົກອອກໄປປະທະກັບເຂົາ ແລະເຂົາທັງຫລາຍກໍຕັ້ງແນວຮົບໃນຮ່ອມພູເຊຟາທາທີ່ມາເຣຊາ 11 ອາຊາຮ້ອງທູນຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງວ່າ, “ຂ້າແຕ່ພຣະຜູ້ເປັນເຈົ້າບໍ່ມີຜູ້ໃດຊ່ອຍໄດ້ຢ່າງພຣະອົງ ໃນການສູ້ຮົບກັນລະຫວ່າງຜູ້ທີ່ມີກຳລັງກັບຜູ້ທີ່ບໍ່ມີກຳລັງ ຂ້າແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພຣະອົງທັງຫລາຍ ຂໍຊັງຊ່ອຍພວກຂ້າພຣະອົງ ເພາະຂ້າພຣະອົງທັງຫລາຍເພິ່ງພຣະອົງ ຂ້າພຣະອົງທັງຫລາຍມາຕໍ່ສູ້ກັບຊົນຫມູ່ໃຫຍ່ນີ້ໃນພຣະນາມຂອງພຣະອົງ ຂ້າແດ່ພຣະເຈົ້າ ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງທັງຫລາຍ ຂໍຢ່າໃຫ້ມະນຸດຊະນະພຣະອົງ” 12 ພຣະຜູ້ເປັນເຈົ້າຈຶ່ງຊົງໃຫ້ຊາວເອທິໂອເປັຽຜ່າຍແພ້ຕໍ່ອາຊາແລະຕໍ່ຢູດາ ແລະຊາວເອທິໂອເປັຽກໍຫນີໄປ 13 ອາຊາແລະພົນທີ່ຢູ່ກັບພຣະອົງກໍໄລ່ຕາມເຂົາໄປເຖິງເມືອງເກຣາຣ໌ແລະຊາວເອທິໂອເປັຽລົ້ມຕາຍຫລາຍຈົນບໍ່ເຫລືອສັກຊີວິດດຽວ ເພາະເຂົາໄດ້ແຕກຜ່າຍຕໍ່ພຣະພັກພຣະຜູ້ເປັນເຈົ້າແລະກອງທັບຂອງພຣະອົງ ຄົນຢູດາໄດ້ເກັບຂອງທີ່ຍຶດໄດ້ຢ່າງຫລວງຫລາຍ 14 ເຂົາກໍໂຈມຕີບັນດາຫົວເມືອງຮອບເມືອງເກຣາຣ໌ ເພາະວ່າຄວາມຢ້ານກົວພຣະຜູ້ເປັນເຈົ້ານັ້ນມາຄອບເຂົາທັງຫລາຍ ເຂົາໄດ້ປຸ້ນຫົວເມືອງທັງສິ້ນ ເພາະມີຂອງທີ່ຍຶດໄດ້ໃນນັ້ນຫລາຍ 15 ເຂົາໄດ້ໂຈມຕີເຕັນຂອງຜູ້ທີ່ມີງົວ ແລະເອົາແກະໄປຫລວງຫລາຍແລະອູດດ້ວຍ ແລ້ວເຂົາກໍກັບໄປຍັງເຢຣູຊາເລັມ
ອາຊາຊົງປະຕິຮູບງານດ້ານສາສນາ
1 ພຣະວິນຍານຂອງພຣະຜູ້ເປັນເຈົ້າສະເດັດມາສະຖິດກັບອາຊາຣິຢາ ບຸດໂອເດດ 2 ແລະທ່ານອອກໄປເຝົ້າອາຊາທູນພຣະອົງວ່າ, “ຂ້າແດ່ອາຊາ ແລະຢູດາກັບເບັນຢາມີນທັງປວງ ຂໍຈົ່ງຟັງຂ້າພະເຈົ້າ ພຣະຜູ້ເປັນເຈົ້າຊົງສະຖິດກັບຢູ່ກັບທ່ານທັງຫລາຍ ຕໍ່ເມື່ອທ່ານທັງຫລາຍຢູ່ກັບພຣະອົງ ຖ້າທ່ານທັງຫລາຍສແວງຫາພຣະອົງ ທ່ານກໍຈະພົບພຣະອົງ ແຕ່ຖ້າທ່ານທັງຫລາຍປະຖິ້ມພຣະອົງ ພຣະອົງຈະຊົງປະຖິ້ມທ່ານທັງຫລາຍ 3 ອິສຣາເອນຢູ່ປາສຈາກພຣະເຈົ້າອົງທ່ຽງແທ້ເປັນເວລານານ ແລະບໍ່ມີປະໂຣຫິດຜູ້ສັ່ງສອນ ແລະບໍ່ມີພຣະທັມ 4 ແຕ່ເມື່ອເຖິງຄາວເຂົາທຸກຍາກລຳບາກ ເຂົາຫັນມາຫາພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ແລະສແວງຫາພຣະອົງ ເຂົາທັງຫລາຍກໍພົບພຣະອົງ 5 ໃນສະໄຫມນັ້ນບໍ່ມີສັນຕິພາບແກ່ຜູ້ທີ່ອອກໄປຫລືຜູ້ທີ່ເຂົ້າມາ ເພາະມີການວຸ້ນວາຍຢູ່ມາກມາຍຮົບກວນຊາວເມືອງນັ້ນ 6 ເຂົາແຕກແຍກກັນເປັນພວກໆປະຊາຊາດຕໍ່ປະຊາຊາດແລະເມືອງຕໍ່ເມືອງ ເພາະພຣະເຈົ້າຊົງຮົບກວນເຂົາດ້ວຍຄວາມທຸກຍາກທຸກຢ່າງ 7 ແຕ່ທ່ານທັງຫລາຍຈົ່ງກ້າຫານ ຢ່າໃຫ້ມືຂອງທ່ານອ່ອນລົງ ເພາະວ່າກິຈການຂອງທ່ານຈະໄດ້ຮັບບຳເຫນັດ” 8 ເມື່ອອາຊາຊົງສະດັບຖ້ອຍຄຳເຫລົ່ານີ້ຄື ຄຳປະກາດພຣະທັມຂອງອາຊາຣິຢາບຸດໂອເດດ ພຣະອົງກໍຊົງມີພຣະທັຍກ້າຂຶ້ນ ຊົງກຳຈັດສິ່ງທີ່ຫນ້າກຽດຫນ້າຊັງຈາກແຜ່ນດິນຢູດາແລະເບັນຢາມີນສິ້ນ ແລະຈາກຫົວເມືອງຊຶ່ງພຣະອົງຍຶດມາໄດ້ຈາກຖິ່ນພູດອຍເອຟຣາອິມ ແລະພຣະອົງຊົງສ້ອມແຊມແທ່ນບູຊາຂອງພຣະຜູ້ເປັນເຈົ້າ ຊຶ່ງຢູ່ຫນ້າມຸກພຣະວິຫານຂອງພຣະຜູ້ເປັນເຈົ້າ 9 ພຣະອົງຊົງຮວບຮວມຢູດາແລະເບັນຢາມີນທັງປວງ ແລະຄົນເຫລົ່ານັ້ນຈາກເອຟຣາອິມ ມານັສເຊ ແລະຈາຊີເມໂອນ ຜູ້ອາໄສຢູ່ກັບເຂົາທັງຫລາຍ ເພາະຄົນເປັນຈຳນວນຫລວງຫລາຍໄດ້ຫລົບຫນີມາຫາພຣະອົງຈາກອິສຣາເອນ ເມື່ອເຂົາເຫັນວ່າພຣະຜູ້ເປັນເຈົ້າຂອງພຣະອົງສະຖິດກັບພຣະອົງ 10 ເຂົາທັງຫລາຍຊຸມນຸມກັນທີ່ເຢຣູຊາເລັມໃນເດືອນທີ່ສາມຂອງປີທີ່ສິບຫ້າໃນຣັຊການຂອງອາຊາ 11 ເຂົາທັງຫລາຍຖວາຍສັຕບູຊາແດ່ພຣະຜູ້ເປັນເຈົ້າໃນວັນນັ້ນຈາກເຂົ້າຂອງທີ່ເຂົາໄດ້ຍຶດມາ ມີງົວເຖິກເຈັດຮ້ອຍໂຕ ແລະແກະເຈັດພັນໂຕ 12 ເຂົາກໍເຂົ້າເຮັດຄຳສັນຍາທີ່ຈະສແວງຫາພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາ ດ້ວຍສຸດຈິດສຸດໃຈຂອງເຂົາ 13 ແລະວ່າຜູ້ໃດທີ່ບໍ່ສແວງຫາພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ ຄວນຈະມີໂທດເຖິງຕາຍ ບໍ່ວ່າເດັກຫລືໃຫຍ່ ຊາຍຫລືຍິງ 14 ເຂົາທັງຫລາຍໄດ້ກະທໍາສັຕສາບານຕໍ່ພຣະຜູ້ເປັນເຈົ້າດ້ວຍສຽງອັນດັງ ແລະດ້ວຍສຽງໂຮ່ຮ້ອງ ແລະດ້ວຍສຽງແກແລະເຂົາສັຕ 15 ຢູດາທັງປວງກໍຊົມຊື່ນຍິນດີເພາະສັຕສາບານນັ້ນ ເພາະເຂົາທັງຫລາຍໄດ້ສາບານດ້ວຍສຸດໃຈຂອງເຂົາແລະໄດ້ສແວງຫາພຣະອົງດ້ວຍສິ້ນຄວາມປາຖນາຂອງເຂົາ ແລະເຂົາທັງຫລາຍກໍພົບພຣະອົງ ແລະພຣະຜູ້ເປັນເຈົ້າຊົງປະທານໃຫ້ເຂົາຢຸດພັກສງົບຮອບດ້ານ 16 ເຖິງແມ່ນວ່າມາອາກາພຣະມານດາຂອງພຣະອົງ ກະສັດອາຊາກໍຊົງຖອດເສັຽຈາກເປັນພຣະຣາຊຊົນນີ ເພາະພຣະນາງໄດ້ກະທຳຮູບເຄົາຣົບອັນຫນ້າກຽດຊັງສຳລັບພຣະອາເຊຣາ ອາຊາຊົງໂຄ່ນຮູບເຄົາຣົບຂອງພຣະນາງລົງ ແລະບົດ ແລະເຜົາເສັຽທີ່ລຳທານກິດໂຣນ 17 ແຕ່ຍັງບໍ່ໄດ້ກຳຈັດບ່ອນສະຖານນະມັສການທີ່ສູງອອກເສັຽຈາກອິສຣາເອນ ຢ່າງໃດກໍດີພຣະທັຍຂອງອາຊາກໍປາສຈາກຕຳຫນິຕລອດຣັຊການຂອງພຣະອົງ 18 ພຣະອົງຊົງນຳຂອງອຸທິດຖວາຍຂອງຣາຊບິດາຂອງພຣະອົງ ແລະເຂົ້າຂອງທີ່ພຣະອົງຊົງອຸທິດຖວາຍ ມີເງິນແລະທອງຄຳ ແລະເຄື່ອງໃຊ້ເຂົ້າໄປໃນພຣະວິຫານຂອງພຣະຜູ້ເປັນເຈົ້າ 19 ແລະບໍ່ມີສົງຄາມອີກຈົນປີທີ່ສາມສິບຫ້າໃນຣັຊການຂອງອາຊາ
ກະສັດອາຊາຊົງສ້າງສຳພັນທະໄມຕຣີກັບເບນຮາດາດ
1 ໃນປີທີ່ສາມສິບຫົກແຫ່ງຣັຊການອາຊາ ບາອາຊາພຣະຣາຊາແຫ່ງອິສຣາເອນຂຶ້ນມາຕໍ່ສູ້ກັບຢູດາ ແລະໄດ້ສ້າງເມືອງຣາມາ ເພື່ອວ່າພຣະອົງຈະບໍ່ຊົງໃຫ້ຄົນນຶ່ງຄົນໃດອອກໄປຫລືເຂົາມາຫາອາຊາພຣະຣາຊາແຫ່ງຢູດາ 2 ແລ້ວອາຊາຊົງເອົາເງິນແລະທອງຄຳຈາກຄັງຂອງພຣະວິຫານຂອງພຣະຜູ້ເປັນເຈົ້າແລະຣາຊສຳນັກ ແລະສົ່ງໄປໃຫ້ເບນຮາດັດພຣະຣາຊາແຫ່ງຊີເຣັຽຜູ້ປະທັບໃນເມືອງດາມັສກັສວ່າ, 3 “ຂໍໃຫ້ມີສັນຍາໄມຕຣີລະຫວ່າງຂອງຂ້າພະເຈົ້າແລະຂອງທ່ານ ເບິ່ງແມ໋, ຂ້າພະເຈົ້າໄດ້ສົ່ງເງິນແລະທອງຄຳມາຍັງທ່ານ ຂໍສະເດັດໄປທຳລາຍສັນຍາໄມຕຣີຂອງທ່ານຊຶ່ງມີກັບບາອາຊາພຣະຣາຊາແຫ່ງອິສຣາເອນ ເພື່ອເຂົາຈະຖອຍທັບໄປຈາກຂ້າພະເຈົ້າ” 4 ແລະເບນຮາດາດຊົງເຊື່ອຟັງກະສັດອາຊາ ແລະສົ່ງຜູ້ບັງຄັບບັນຊາກອງທັບຂອງພຣະອົງໄປຕໍ່ສູ້ກັບຫົວເມືອງຂອງອິສຣາເອນ ແລະເຂົາທັງຫລາຍໂຈມຕີ ອີໂຢນ ດານ ເອເບນອາອິມ ແລະຫົວເມືອງຄັງຫລວງທັງສິ້ນຂອງເນັຟທາລີ 5 ແລະເມື່ອບາອາຊາຊົງຊາບເຣື່ອງ ພຣະອົງຊົງຢຸດສ້າງເມືອງຣາມາ ແລະໃຫ້ພຣະຣາຊກິຈຂອງພຣະອົງຢຸດຢັ້ງ 6 ແລ້ວກະສັດອາຊາຊົງນຳຢູດາທັງສິ້ນ ແລະເຂົາທັງຫລາຍຂົນຫີນຂອງເມືອງຣາມາແລະເຄື່ອງໄມ້ຂອງເມືອງນັ້ນ ຊຶ່ງບາອາຊາໃຊ້ສ້າງຢູ່ນັ້ນ ແລະເອົາມາສ້າງເມືອງເກບາແລະເມືອງມິສປາ 7 ຄັ້ງນັ້ນຮານານີຜູ້ທຳນວາຍໄດ້ມາເຝົ້າອາຊາພຣະຣາຊາຂອງຢູດາ ແລະທູນພຣະອົງວ່າ, “ເພາະທ່ານເພິ່ງພຣະຣາຊາແຫ່ງຊີເຣັຽ ແລະບໍ່ໄດ້ເພິ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ເຫດສັນນັ້ນກອງທັບຂອງພຣະຣາຊາຊີເຣັຽຈຶ່ງໄດ້ຫລຸດພົ້ນມືທ່ານໄປ 8 ຄົນເອທິໂອເປັຽແລະຊາວລິເບັຽບໍ່ເປັນກອງທັບມະຫຶມມາ ມີຣົດຮົບແລະມ້າມາກເຫລືອຫລາຍຫລື ແຕ່ເພາະທ່ານເພິ່ງພຣະຜູ້ເປັນເຈົ້າພຣະອົງຊົງມອບເຂົາທັງຫລາຍໄວ້ໃນມືຂອງທ່ານ 9 ເພາະວ່າພຣະເນດຂອງພຣະຜູ້ເປັນເຈົ້າໄປມາຢູ່ເຫນືອແຜ່ນດິນໂລກທັງສິ້ນເພື່ອສຳແດງຣິດທານຸພາບຂອງພຣະອົງໂດຍເຫັນແກ່ຜູ້ເຫລົ່ານັ້ນທີ່ມີໃຈຈິງຕໍ່ພຣະອົງ ໃນເຣື່ອນີ້ທ່ານໄດ້ກະທຳການຢ່າງໂງ່ຈ້າ ເພາະຕັ້ງແຕ່ນີ້ໄປທ່ານຈະມີການເສິກສົງຄາມ” 10 ແລະອາຊາກໍຊົງກິ້ວຕໍ່ຜູ້ທຳນວາຍນັ້ນ ແລະຈັບເຂົາຂັງໄວ້ໃນຄຸກ ເພາະພຣະອົງຊົງກ້ຽວກາດແກ່ເຂົາໃນເຣື່ອງນີ້ ແລະອາຊາຊົງຂົ່ມເຫັງປະຊາຊົນບາງຄົນໃນເວລາດຽວກັນນັ້ນດ້ວຍ
ພຍາດຂອງອາຊາແລະມໍຣະນະກັມ
11 ແລະ ເບິ່ງແມ໋, ພຣະຣາຊກິຈຂອງອາຊາ ຕັ້ງແຕ່ຕົ້ນຈົນສຸດທ້າຍບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງຢູດາແລະອິສຣາເອນ 12 ໃນປີທີ່ສາມສິບເກົ້າແຫ່ງຣັຊການຂອງພຣະອົງ ອາຊາຊົງເປັນໂຣກທີ່ພຣະບາດຂອງພຣະອົງ ແລະໂຣກຂອງພຣະອົງກໍຮ້າຍແຮງ ເຖິງເປັນໂຣກຢູ່ພຣະອົງບໍ່ໄດ້ຊົງສແວງຫາພຣະຜູ້ເປັນເຈົ້າ ແຕ່ໄດ້ສແວງຫາຄວາມຊ່ອຍເຫລືອຈາກແພດ 13 ອາຊາຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ສິ້ນພຣະຊົນໃນປີທີ່ສີ່ສິບເອັດແຫ່ງຣັຊການຂອງພຣະອົງ 14 ເຂົາທັງຫລາຍຝັງພຣະສົບໄວ້ໃນອຸບໂມງຂອງພຣະອົງ ຊຶ່ງພຣະອົງໄດ້ສະກັດອອກເພື່ອພຣະອົງໃນນະຄອນດາວິດ ເຂົາວາງພຣະສົບຂອງພຣະອົງໄວ້ເທິງແທ່ນຊຶ່ງມີເຄື່ອງຫອມຕ່າງໆເຕັມໄປຫມົດ ຊຶ່ງຊ່າງປຸງເຄື່ອງຫອມໄດ້ປຸງໄວ້ ແລະເຂົາທັງຫລາຍກໍກໍ່ໄຟໃຫຍ່ໂຕຖວາຍພຣະກຽດພຣະອົງ
ເຢໂຮຊາຟັດຊົງສະຖາປະນາຣາຊອານາຈັກ
1 ເຢໂຮຊາຟັດໂອຣົດຂອງພຣະອົງປົກຄອງແທນພຣະອົງ ແລະຊົງເສີມກຳລັງພົນຕໍ່ສູ້ອິສຣາເອນ 2 ພຣະອົງຊົງວາງພົນໄວ້ໃນຫົວເມືອງທີ່ມີປ້ອມທັງປວງຂອງຢູດາ ແລະຊົງຕັ້ງທະຫານປະຈຳປ້ອມໃນແຜ່ນດິນຢູດາແລະໃນຫົວເມືອງເອຟຣາອິມຊຶ່ງອາຊາບິດາຂອງພຣະອົງໄດ້ຍຶດໄວ້ 3 ພຣະຜູ້ເປັນເຈົ້າຊົງສະຖິດກັບເຢໂຮຊາຟັດ ເພາະພຣະອົງຊົງດຳເນີນໃນເບື້ອງຕົ້ນໆຂອງດາວິດ ຣາຊບິດາຂອງພຣະອົງ ພຣະອົງບໍ່ໄດ້ຊົງສແວງຫາບັນພຣະບາອານ 4 ແຕ່ໄດ້ສແວງຫາພຣະຜູ້ເປັນເຈົ້າຂອງພຣະຣາຊບິດາຂອງພຣະອົງ ແລະດຳເນີນໃນພຣະຣາຊບັນຍັດຂອງພຣະອົງ ບໍ່ໄດ້ຊົງດຳເນີນຕາມການກະທຳຂອງອິສຣາເອນ 5 ເຫດສັນນັ້ນພຣະຜູ້ເປັນເຈົ້າຊົງສະຖາປະນາຣາຊອານາຈັກໄວ້ໃນມືຂອງພຣະອົງ ແລະສິ້ນທັງຢູດາກໍນຳເຄື່ອງບັນນາການມາຖວາຍເຢໂຮຊາຟັດ ພຣະອົງຈຶ່ງມີຊັບມັງຄັ່ງຢ່າງຍິ່ງແລະມີກຽດຫລາຍ 6 ເມື່ອພຣະອົງດຳເນີນໃນທາງຂອງພຣະຜູ້ເປັນເຈົ້າ ພຣະທັຍຂອງພຣະອົງກໍເຂັ້ມແຂງຂຶ້ນ ພຣະອົງຈຶ່ງຊົງກຳຈັດບ່ອນສະຖານນະມັສການທີ່ສູງ ແລະບັນດາອາເຊຣາເສັຽຈາກຢູດາ 7 ໃນປີທີ່ສາມແຫ່ງຣັຊການຂອງພຣະອົງ ພຣະອົງຊົງໃຊ້ເຈົ້ານາຍຂອງພຣະອົງ ຄືເບນຮາອີນ ໂອບາດີ ເຊຄາຣີຢາ ເນທານເອນ ແລະກັຍຢາໄປສັ່ງສອນໃນຫົວເມືອງຂອງຢູດາ 8 ແລະຄົນເລວີໄປກັບເຂົາດ້ວຍ ຄື ເຊມັຍຢາ ເນທານີຢາ ເຊບາດິຢາ ອາຊາເຮນ ເຊມີຣາໂມທ ເຢໂຮນາທານ ອາໂດນິຢາ ໂຕບີຢາ ແລະໂຕບາໂອນີຢາ ຄົນເລວີ ແລະພ້ອມກັບຄົນເຫລົ່ານີ້ມີ ເອລີຊາມາ ເຢໂຮຣາມ ຜູ້ເປັນປະໂຣຫິດ 9 ເຂົາທັງຫລາຍໄດ້ສັ່ງສອນໃນຢູດາ ມີຫນັງສືທັມບັນຍັດຂອງພຣະຜູ້ເປັນເຈົ້າໄປກັບເຂົາດ້ວຍ ເຂົາທ່ຽວໄປທົ່ວຫົວເມືອງທັງສິ້ນແຫ່ງຢູດາແລະໄດ້ສັ່ງສອນຖ້າມກາງປະຊາຊົນ 10 ເຫດໃຫ້ຢ້ານອັນມາຈາກພຣະຜູ້ເປັນເຈົ້າຕົກຢູ່ເຫນືອບັນດາຣາຊອານາຈັກທີ່ຢູ່ຮອບຢູດາ ແລະເຂົາທັງຫລາຍບໍ່ໄດ້ທຳສົງຄາມກັບເຢໂຮຊາຟັດ 11 ຄົນຟີລິສຕິນບາງພວກໄດ້ນຳຂອງກຳນັນມາຖວາຍເຢໂຮຊາຟັດຫ ແລະນຳເງິນມາເປັນບັນນາການແລະພວກອາຣັບໄດ້ນຳຝູງແບ້ແກະ ຄືແກະເຖິກເຈັດພັນເຈັດຮ້ອຍໂຕ ແລະແບ້ເຖິກເຈັດພັນເຈັດຮ້ອຍໂຕມາຖວາຍພຣະອົງ 12 ແລະເຢໂຮຊາຟັດຊົງຈະເຣີນໃຫຍ່ຍິ່ງຂຶ້ນເປັນລຳດັບ ພຣະອົງຊົງສ້າງປ້ອມແລະຫົວເມືອງຄັງຫລວງໄວ້ໃນຢູດາ 13 ແລະພຣະອົງຊົງສະສົມໄວ້ຢ່າງຫລວງຫລາຍໃນຫົວເມືອງຂອງຢູດາ ພຣະອົງຊົງມີທະຫານເອກ ທະຫານໃນກຸງເຢຣູຊາເລັມ 14 ຕໍ່ໄປນີ້ເປັນຈຳນວນຕາມຕະກູນຂອງເຂົາ ຄືຂອງຢູດາຜູ້ບັງຄັບບັນຊາກອງພັນ ມີອັດນາ ຜູ້ບັງຄັບບັນຊາ ພ້ອມກັບທະຫານເອກສາມແສນຄົນ 15 ຖັດຕໍ່ເຂົາໄປ ຄື ເຢໂຮຮານານ ຜູ້ບັງຄັບບັນຊາພ້ອມກັບສອງແສນແປດຫມື່ນຄົນ 16 ແລະຖັດຕໍ່ເຂົາໄປ ຄື ອາມັສຢາ ບຸດຊິກຣີ ເປັນຄົນອາສາສມັກເພື່ອການບົວລະບັດພຣະຜູ້ເປັນເຈົ້າ ພ້ອມກັບທະຫານເອກ ທະຫານສອງແສນຄົນ 17 ຂອງເບັນຢາມີນ ຄື ເອລີອາດາ ທະຫານເອກ ພ້ອມກັບຄົນສອງແສນເປັນຄົນຖືຫນ້າທະນູແລະໂລ່ 18 ແລະຖັດຕໍ່ເຂົາໄປ ຄືເຢໂຮຊາບັດ ພ້ອມກັບຄົນຕິດອາວຸດນຶ່ງແສນແປດຫມື່ນຄົນ 19 ເຫລົ່ານີ້ເປັນຂ້າຣາຊການຂອງພຣະຣາຊາ ນອກເຫນືອຈາກຜູ້ທີ່ພຣະຣາຊາຊົງວາງໄວ້ໃນຫົວເມືອງທີ່ມີປ້ອມທົ່ວຕລອດແຜ່ນດິນຢູດາ
ມີກັຍຢາເຜີຍເຖິງການຜ່າຍແພ້ຂອງເຢໂຮຊາຟັດແລະອາຮາບ
1 ຝ່າຍເຢໂຮຊາຟັດຊົງມີຊັບມັ່ງຄັ່ງແລະກຽດໃຫຍ່ຍິ່ງ ແລະພຣະອົງຊົງກະທຳໃຫ້ເປັນທອງແຜ່ນດຽວກັນກັບອາຮັບ 2 ຄັນລ່ວງມາຫລາຍປີ ພຣະອົງສະເດັດລົງໄປເຝົ້າອາຮັບໃນຊາມາເຣັຽ ແລະອາຮາບຊົງຂ້າແກະແລະງົວມາກມາຍສຳລັບພຣະອົງ ແລະສຳລັບພົນທີ່ມາກັບພຣະອົງ ແລະຊົງຊັກຊວນພຣະອົງໃຫ້ຂຶ້ນໄປຕໍ່ສູ້ກັບຮາໂມທກິເລອາດ 3 ອາຮາບພຣະຣາຊາແຫ່ງອິສຣາເອນກ່າວກັບເຢໂຮຊາຟັດພຣະຣາຊາແຫ່ງຢູດາວ່າ, “ທ່ານຈະໄປກັບຂ້າພະເຈົ້າຍັງຮາໂມທກິເລອາດຫລື” ພຣະອົງທູນຕອບວ່າ, “ຂ້າພະເຈົ້າເປັນຢ່າງທີ່ທ່ານເປັນ ພົນຂອງຂ້າພະເຈົ້າກໍຢ່າງພົນຂອງທ່ານ ເຮາຈະຢູ່ກັບທ່ານໃນການສົງຄາມ” 4 ເຢໂຣຊາຟັດກ່າວກັບພຣະຣາຊາແຫ່ງອິສຣາເອນວ່າ, “ຂໍຖາມເບິ່ງພຣະດຳຣັດຂອງພຣະຜູ້ເປັນເຈົ້າເສັຽກ່ອນ” 5 ແລ້ວພຣະຣາຊາແຫ່ງອິສຣາເອນກໍເອີ້ນປະຊຸມພວກຜູ້ປະກາດພຣະທັມປະມານສີ່ຮ້ອຍຄົນກ່າວກັບເຂົາວ່າ, “ຄວນທີ່ເຮາຈະໄປຕີຮາໂມທກິເລອາດຫລື ຫລືເຮົາບໍ່ຄວນໄປ” ແລະເຂົາທັງຫລາຍທູນຕອບວ່າ, “ຂໍເຊີນສະເດັດໄປເຖີດ ເພາະພຣະຜູ້ເປັນເຈົ້າຈະຊົງມອບໄວ້ໃນມືຂອງພຣະຣາຊາ” 6 ແຕ່ເຢໂຮຊາຟັດທູນວ່າ, “ທີ່ນີ້ບໍ່ມີຜູ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າອີກຈັກຄົນນຶ່ງຫລືຊຶ່ງເຮົາຈະສອບຖາມໄດ້” 7 ແລະພຣະຣາຊາແຫ່ງອິສຣາເອນທູນເຢໂຮຊາຟັດວ່າ, “ຍັງມີຊາຍອີກຄົນນຶ່ງ ຊຶ່ງເຮົາຈະໃຫ້ທູນຖາມພຣະຜູ້ເປັນເຈົ້າໄດ້ ແຕ່ຂ້າພະເຈົ້າຊັງເຂົາ ເພາະເຂົາປະກາດແຕ່ຄວາມຮ້າຍສເມີ ບໍ່ເຄີຍປະກາດຄວາມດີກ່ຽວກັບຂ້າພະເຈົ້າເລີຍ ຄົນນັ້ນຄືມີກັຍຢາ ບຸດອິມລາ” ແລະເຢໂຮຊາຟັດທູນວ່າ, “ຂໍພຣະຣາຊາຢ່າກ່າວດັ່ງນັ້ນເລີຍ” 8 ແລ້ວພຣະຣາຊາແຫ່ງອິສຣາເອນຈຶ່ງເອີ້ນມະຫາດເລັກຄົນນຶ່ງເຂົ້າມາແລະກ່າວສັ່ງວ່າ, “ໄປພາມີກັຍຢາບຸດອິມລາມາໄວໆ” 9 ຝ່າຍພຣະຣາຊາແຫ່ງອິສຣາເອນເຢໂຮຊາຟັດພຣະຣາຊາແຫ່ງຢູດາ ຕ່າງປະທັບເທິງພຣະທີ່ນັ່ງ ຊົງສລອງພຣະອົງອັນງາມໃນລານນວດເຂົ້າທາງເຂົ້າປະຕູເມືອງຊາມາເຣັຽ ແລະຜູ້ປະກາດພຣະທັມທັງປວງກໍປະກາດພຣະທັມຖວາຍຢູ່ 10 ແລະເຊເດກີຢາບຸດເຄນາອານາ ຈຶ່ງເອົາເຫລັກທຳເປັນເຂົາ ແລະເວົ້າວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ດ້ວຍສິ່ງເຫລົ່ານີ້ ເຈົ້າຈະຍູ້ຄົນຊີເຣັຽໄປຈົນເຂົາທັງຫລາຍຖືກທຳລາຍ” 11 ບັນດາຜູ້ປະກາດພຣະທັມກໍປະກາດຢ່າງນັ້ນ ທູນວ່າ, “ຂໍສະເດັດໄປຮາໂມທກິເລອາດເຖີດ ແລະຈະມີໄຊຊະນະ ເພາະພຣະຜູ້ເປັນເຈົ້າຈະຊົງມອບເມືອງນັ້ນໄວ້ໃນມືຂອງພຣະຣາຊາ” 12 ແລະຜູ້ນຳຂ່າວຜູ້ໄປຕາມມີກັຍຢາໄດ້ບອກທ່ານວ່າ, “ເບິ່ງແມ໋, ຖ້ອຍຄຳຂອງບັນດາຜູ້ປະກາດພຣະທັມກໍເວົ້າສິ່ງທີ່ເປັນມົງຄົນແກ່ພຣະຣາຊາດຸດປາກດຽວກັນ ຂໍໃຫ້ຖ້ອຍຄຳຂອງທ່ານເຫມືອນຢ່າງຖ້ອຍຄຳຂອງຄົນນຶ່ງໃນພວກນັ້ນ ແລະເວົ້າແຕ່ສິ່ງທີ່ເປັນມົງຄົນ“ 13 ແຕ່ມີກັຍຢາຕອບວ່າ, “ພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າກ່າວຢ່າງໃດຂ້າພະເຈົ້າຈະເວົ້າຢ່າງນັ້ນ” 14 ເມື່ອທ່ານມາເຝົ້າພຣະຣາຊາ ພຣະຣາຊາກ່າວຖາມທ່ານວ່າ “ມີກັຍຢາ ຄວນທີ່ເຣົາຈະໄປຕີຮາໂມທກິເລອາດຫລື ຫລືເຮົາບໍ່ຄວນໄປ” ແລະທ່ານທູນຕອບພຣະອົງວ່າ “ຂໍເຊີນສະເດັດຂຶ້ນໄປ ແລະຈະມີໄຊຊະນະ ເຂົາທັງຫລາຍຈະຖືກມອບໄວ້ໃນມືຂອງພຣະອົງ” 15 ແຕ່ພຣະຣາຊາກ່າວກັບທ່ານວ່າ, “ເຮົາໄດ້ໃຫ້ເຈົ້າປະຕິຍານຈັກເທື່ອແລ້ວວ່າ ເຈົ້າຈະເວົ້າກັບເຮົາແຕ່ຄວາມຈິງໃນພຣະນາມຂອງພຣະຜູ້ເປັນເຈົ້າ” 16 ແລະທ່ານທູນວ່າ, “ຂ້ານ້ອຍໄດ້ເຫັນຄົນອິສຣາເອນທັງປວງກະຈັດກະຈາຍຢູ່ເທິງພູ ຢ່າງແກະທີ່ບໍ່ມີຜູ້ລ້ຽງ ແລະພຣະຜູ້ເປັນເຈົ້າກ່າວວ່າ “ຄົນເຫລົ່ານີ້ບໍ່ມີນາຍ ໃຫ້ເຂົາຕ່າງກັບເມືອເຮືອນຂອງຕົນດ້ວຍຄວາມສງົບສຸກເທີນ” 17 ພຣະຣາຊາແຫ່ງອິສຣາເອນຈຶ່ງທູນເຢໂຮຊາຟັດວ່າ, “ຂ້າພະເຈົ້າໄດ້ບອກທ່ານແລ້ວບໍ່ແມ່ນບໍວ່າ ເຂົາບໍ່ເຄີຍທຳນວາຍເຣື່ອງດີກ່ຽວກັບຂ້າພະເຈົ້າຈັກເທື່ອເລີຍ ເຂົາມີແຕ່ທຳນວາຍເຣື່ອງຮ້າຍເທົ່ານັ້ນ” 18 ແລ້ວມີກັຍຢາທູນວ່າ, “ສັນນັ້ນຂໍພຣະອົງຊົງຮັບຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ຂ້ານ້ອຍໄດ້ເຫັນພຣະຜູ້ເປັນເຈົ້າປະທັບເທິງພຣະທີ່ນັ່ງຂອງພຣະອົງໃນຟ້າສວັນ ແລະພວກບໍຣິວານແຫ່ງເມືອງສວັນໄດ້ຢືນຢູ່ທາງຂ້າງຂວາ ແລະທາງຂ້າງຊ້າຍຂອງພຣະອົງ 19 ແລະພຣະຜູ້ເປັນເຈົ້າຊົງຖາມວ່າ, “ແມ່ນໃຜຈະໄປລໍ້ລວງອາຮາບໃຫ້ອອກໄປຕາຍທີ່ເມືອງຮາໂມທກິເລອາດ” ພວກເທວະດາລາງພວກກໍທູນຢ່າງນັ້ນ ລາງພວກກໍທູນຢ່າງນີ້ 20 ແລ້ວມີວິນຍານດວງນຶ່ງມາຢູ່ຕໍ່ພຣະພັກພຣະຜູ້ເປັນເຈົ້າ ແລະທູນວ່າ, “ຂ້ານ້ອຍຈະເປັນຜູ້ລໍ້ລວງເຂົາເອງ” ແລະພຣະຜູ້ເປັນເຈົ້າຊົງຖາມວ່າ, “ຈະເຮັດຢ່າງໃດ?” 21 ວິນຍານດວງນັ້ນຈຶ່ງທູນຕອບວ່າ, “ຂ້ານ້ອຍຈະໄປທຳໃຫ້ພວກຜູ້ປະກາດພຣະທັມທຸກຄົນຂອງອາຮາບເວົ້າຕົວະ” ດັ່ງນັ້ນພຣະອົງຈຶ່ງຕອບວ່າ, “ຈົ່ງໄປລໍ້ເຂົາ ແລ້ວເຈົ້າຈະສຳເຣັດຜົນ” 22 ແລ້ວມີກັຍຢາກໍເວົ້າສລຸບວ່າ “ເຫດການກໍເປັນມາດັ່ງນີ້ແຫລະ ພຣະຜູ້ເປັນເຈົ້າຊົງບັນດານໃຫ້ພວກຜູ້ປະກາດພຣະທັມທຸກຄົນຂອງພຣະອົງເວົ້າຕົວະພຣະອົງ ແຕ່ຄວາມຈິງແລ້ວ ພຣະຜູ້ເປັນເຈົ້າຊົງກ່າວຮ້າຍໃສ່ພຣະອົງ” 23 ແລ້ວເຊເດກີຢາ ບຸດເຄນາອານາໄດ້ເຂົ້າມາໃກ້ແລະຕົບຫນ້າມີກັຍຢາເວົ້າວ່າ, “ພຣະວິນຍານຂອງພຣະຜູ້ເປັນເຈົ້າທີ່ຢູ່ກັບຂ້ອຍຈະອອກໄປເວົ້າກັບເຈົ້າໄດ້ຢ່າງໃດ?” 24 ມີກັຍຢາຈຶ່ງຕອບວ່າ, “ໃນເວລາທີ່ເຈົ້າຫນີໄປລີ້ຢູ່ບ່ອນລັບລີ້ພຸ້ນແຫລະ ເຈົ້າຈຶ່ງຈະຮູ້ວ່າມັນເປັນຢ່າງໃດ” 25 ເຈົ້າອາຮາບຈຶ່ງສັ່ງໃຫ້ນາຍທະຫານຜູ້ນຶ່ງ ຈັບມີກັຍຢາໄປມອບໃຫ້ອາໂມນ ຜູ້ປົກຄອງເມືອງແລະເຈົ້າຊາຍໂຢອັສ 26 ແລະບອກພວກທ່ານວ່າ, “ນີ້ເປັນຄຳສັ່ງຂອງພຣະຣາຊາ ຈົ່ງເອົາຊາຍຄົນນີ້ໄປຂັງຄຸກໄວ້ຈົນເທົ່າຂ້ອຍກັບມາຢ່າງປອດພັຍ ໃຫ້ເອົາແຕ່ເຂົ້າຈີ່ກັບນ້ຳໃຫ້ເຂົາກິນ” 27 ມີກັຍຢາຈຶ່ງທູນວ່າ, “ຖ້າພຣະອົງໄດ້ສະເດັດກັບຄືນມາຢ່າງປອດພັຍກໍຫມາຍຄວາມວ່າ ພຣະຜູ້ເປັນເຈົ້າບໍ່ໄດ້ຊົງເວົ້າກັບຂ້ານ້ອຍ” ແລະເຂົາໄດ້ເວົ້າຢ້ຳອີກວ່າ, “ຂໍໃຫ້ທຸກຄົນຈົ່ງຮັບຟັງໃນຄໍາທີ່ຂ້າພະເຈົ້າໄດ້ເວົ້ານີ້” 28 ອາຮາບເຈົ້າຊີວິດແຫ່ງອິສຣາເອນ ແລະເຢໂຮຊາຟັດເຈົ້າຊີວິດແຫ່ງຢູດາ ໄດ້ຍົກທັບໄປຕໍ່ສູ້ຊາວເມືອງຮາໂມທກິເລອາດ 29 ເຈົ້າອາຮາບເວົ້າຕໍ່ເຢໂຮຊາຟັດວ່າ, “ຂ້າພະເຈົ້າຈະປອມຕົວໄປໃນສະຫນາມຮົບ ແຕ່ຂ້າພະເຈົ້າຕ້ອງການໃຫ້ທ່ານນຸ່ງເຄື່ອງແບບຂອງກະສັດເຂົ້າໄປ ແລ້ວເຈົ້າອາຮາບກໍປອມຕົວເຂົ້າສູ່ສະຫນາມຮົບ 30 ຝ່າຍເຈົ້າຊີວິດແຫ່ງຊີເຣັຽ ກໍອອກຄຳສັ່ງແກ່ຜູ້ບັນຊາການຣົດຮົບຂອງພຣະອົງວ່າ, “ບໍ່ຕ້ອງຕໍ່ສູ້ໃຜຫມົດບໍ່ວ່າພົນທະຫານຫລືນາຍທະຫານ ແຕ່ໃຫ້ຕໍ່ສູ້ກັບເຈົ້າຊີວິດແຫ່ງອິສຣາເອນເທົ່ານັ້ນ” 31 ດັ່ງນັ້ນເມື່ອຜູ້ບັນຊາການທະຫານຣົດຮົບຫລຽວເຫັນເຢໂຮຊາຟັດ ພວກເຂົາຈຶ່ງຄຶດວ່າ ທ່ານແມ່ນເຈົ້າຊີວິດແຫ່ງອິສຣາເອນຢ່າງແນ່ນອນ ພວກເຂົາຈຶ່ງເລັ່ງຣົດຮົບເຂົ້າໄປຕໍ່ສູ້ ແຕ່ເຢໂຮຊາຟັດໄດ້ຮ້ອງຂຶ້ນ 32 ພວກຜູ້ບັນຊາການຣົດຮົບຈຶ່ງສັງເກດເຫັນວ່າ ບໍ່ແມ່ນເຈົ້າຊີວິດແຫ່ງອິສຣາເອນ ພວກເຂົາຈຶ່ງກັບຄືນ ແລະບໍ່ຕິດຕາມພຣະອົງໄປ 33 ແຕ່ມີທະຫານຜູ້ນຶ່ງກົ່ງທະນູຍິງໄປຕາມວາດ ພໍດີໄປສຽບເຂົ້າຊຶ່ງວ່າງບ່ອນເສື້ອເຫລັກຕໍ່ກັນຂອງອາຮາບ ພຣະອົງຈຶ່ງກ່າວແກ່ຜູ້ຂັບຣົດຮົບມ້າວ່າ, “ຈົ່ງອ່ວາຍຣົດກັບຄືນແລະພາຂ້ອຍອອກຈາກສະຫນາມຮົບນີ້ ຂ້ອຍຖືກຍິງແລ້ວ” 34 ແຕ່ໃນມື້ນີ້ ການສູ້ຮົບໄດ້ດຸເດືອດທີ່ສຸດ ເຂົາໄດ້ຊູພຣະອົງໃຫ້ຢືນຂຶ້ນໃນຣົດມ້າຕໍ່ຫນ້າຊາວຊີເຣັຽ ເລືອດຈາກບາດແຜຂອງພຣະອົງໄດ້ໄຫລອອກເຕັມຖັງຣົດຮົບ ພໍຍາມແລງມາພຣະອົງກໍສິ້ນພຣະຊົນ
ຜູ້ປະກາດພຣະທັມເຢຮູຕັກເຕືອນເຢໂຮຊາຟັດ
1 ເຢໂຮຊາຟັດເຈົ້າຊີວິດແຫ່ງຢູດາສະເດັດກັບໄປໂດຍສວັດດີພາບເຖິງພຣະຣາຊວັງຂອງພຣະອົງໃນກຸງເຢຣູຊາເລັມ 2 ແຕ່ເຢຮູບຸດຮານານີຜູ້ທຳນວາຍໄດ້ອອກໄປເຝົ້າພຣະອົງ ທູນກະສັດເຢໂຣຊາຟັດວ່າ, “ຄວນຫລືທີ່ພຣະອົງຈະຊ່ອຍຄົນອະທັມ ແລະຣັກຜູ້ທີ່ກຽດຊັງພຣະຜູ້ເປັນເຈົ້າ ເພາະເຣື່ອງນີ້ພຣະພິໂຣດຂອງພຣະຜູ້ເປັນເຈົ້າໄດ້ອອກມາເຖິງພຣະອົງ 3 ຢ່າງໃດກໍດີພຣະອົງຊົງພົບຄວາມດີໃນພຣະອົງຢູ່ ເພາະພຣະອົງໄດ້ທຳລາຍບັນດາອາເຊຣາເສັຽຈາກແຜ່ນດິນ ແລະໄດ້ມຸ່ງພຣະທັຍສແວງຫາພຣະຜູ້ເປັນເຈົ້າ”
ເຢໂຮຊາຟັດຊົງຕັ້ງຜູ້ປົກຄອງ
4 ເຢໂຮຊາຟັດປະທັບທີ່ເຢຣູຊາເລັມແລະພຣະອົງຊົງອອກໄປຖ້າມກາງປະຊາຊົນອີກ ຕັ້ງແຕ່ເບເອີເຊບາເຖິງຖິ່ນພູດອຍເອຟຣາອິມ ແລະນຳເຂົາທັງຫລາຍກັບມາຍັງພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາ 5 ພຣະອົງຊົງຕັ້ງຜູ້ປົກຄອງໃນແຜ່ນດິນນັ້ນ ໃນຫົວເມືອງທີ່ມີປ້ອມທັງສິ້ນຂອງຢູດາ ທີ່ລະຫົວເມືອງ 6 ແລະກ່າວກັບຜູ້ປົກຄອງເຫລົ່ານັ້ນວ່າ, “ຈົ່ງພິຈາຣະນາສິ່ງທີ່ທ່ານທັງຫລາຍຈະກະທຳ ເພາະທ່ານບໍ່ໄດ້ພິພາກສາເພື່ອມະນຸດແຕ່ເພື່ອພຣະຜູ້ເປັນເຈົ້າ ພຣະອົງຊົງສະຖິດກັບທ່ານໃນການພິພາກສາ 7 ສະນັ້ນຈົ່ງໃຫ້ຄວາມຢຳເກງພຣະຜູ້ເປັນເຈົ້າຢູ່ເຫນືອທ່ານ ຈົ່ງລະມັດລະວັງສິ່ງທີ່ທ່ານກະທຳ ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາບໍ່ມີຄວາມຍຸດຕິທັມ ບໍ່ມີຄວາມລຳອຽງແລະບໍ່ມີການຮັບສິນບົນ” 8 ນອກຈາກນີ້ ໃນເຢຣູຊາເລັມ ເຢໂຮຊາຟັດຊົງຕັ້ງຄົນເລວີແລະປະໂຣຫິດກັບຫົວຫນ້າຕະກູນແຫ່ງອິສຣາເອນ ເພື່ອຈະໃຫ້ການພິພາກສາແຫ່ງພຣະຜູ້ເປັນເຈົ້າແລະປົກຄອງຄະດີທີ່ຜິດຖຽງກັນ ເຂົາທັງຫລາຍມີຕຳແຫນ່ງໃນເຢຣູຊາເລັມ 9 ພຣະອົງຊົງກຳຊັບເຂົາທັງຫລາຍວ່າ, “ທ່ານທັງຫລາຍຈົ່ງກະທຳການນີ້ດ້ວຍຄວາມຢຳເກງພຣະຜູ້ເປັນເຈົ້າ ດ້ວຍຄວາມສັດຊື່ແລະດ້ວຍສິ້ນສຸດໃຈຂອງທ່ານ 10 ເມື່ອມີຄະດີມາເຖິງທ່ານຈາກພີ່ນ້ອງຂອງທ່ານຜູ້ອາໄສຢູ່ໃນຫົວເມືອງຂອງເຂົາທັງຫລາຍກ່ຽວກັບເຣື່ອງຂ້າຟັນກັນ ພຣະທັມຫລືທັມບັນຍັດ ກົດເກນຫລືກົດຫມາຍ ທ່ານທັງຫລາຍກໍຄວນຈະຕັກເຕືອນເຂົາ ເພື່ອເຂົາຈະບໍ່ກໍ່ກັມຊົ່ວຕໍ່ພຣະຜູ້ເປັນເຈົ້າ ພຣະພິໂຣດຈຶ່ງຈະບໍ່ມາເຫນືອທ່ານ ແລະພີ່ນ້ອງຂອງທ່ານ ທ່ານຈົ່ງກະທຳເຊັ່ນນີ້ ແລະທ່ານຈະບໍ່ກໍ່ກັມຊົ່ວ 11 ແລະເບິ່ງແມ໋, ອາມາຣິຢາມະຫາປະໂຣຫິດກໍຢູ່ເຫນືອທ່ານໃນສັພກິຈຂອງພຣະຜູ້ເປັນເຈົ້າ ແລະເຊບາດິຢາບຸດອິຊມາເອນເຈົ້ານາຍຂອງເຊື້ອວົງຢູດາກໍຢູ່ເຫນືອທ່ານໃນສັພກິຈຂອງພຣະຣາຊາ ແລະເລວີຈະເປັນເຈົ້າຫນ້າທີ່ບົວລະບັດທ່ານ ຈົ່ງປະກອບກິຈຢ່າງເຂັ້ມແຂງ ແລະຂໍພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບຜູ້ທ່ຽງທັມ”
ຊົງຊະນະຄົນໂມອາບແລະຄົນອັມໂມນ
1 ຕໍ່ມາພາຍຫລັງ ຄົນໂມອາບແລະຄົນອັມໂມນ ແລະຄົນເມອູນີບາງຄົນພ້ອມກັບເຂົາທັງຫລາຍ ໄດ້ຂຶ້ນມາທໍາສົງຄາມກັບເຢໂຮຊາຟັດ 2 ມີຄົນມາທູນມາທູນເຢໂຮຊາຟັດວ່າ, “ມີຄົນຫມູ່ໃຫຍ່ມາສູ້ຮົບກັບພຣະອົງຈາກເອໂດມ ຈາກຟາກທະເລຂ້າງນັ້ນ ແລະເບິ່ງແມ໋, ເຂົາທັງຫລາຍຢູ່ໃນຮາຊາໂຊນຕາມາຣ໌” (ຄື ເອນເກດີ) 3 ເຢໂຮຊາຟັດກໍຢ້ານ ແລະມຸ່ງສແວງຫາພຣະຜູ້ເປັນເຈົ້າ ແລະໄດ້ຊົງປະກາດໃຫ້ອົດອາຫານທົ່ວຢູດາ 4 ແລະຢູດາໄດ້ຊຸມນຸມກັນສແວງຫາຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າ ເຂົາທັງຫລາຍພາກັນມາຈາກຫົວເມືອງທັງສິ້ນແຫ່ງຢູດາເພື່ອສແວງຫາພຣະຜູ້ເປັນເຈົ້າ 5 ເຢໂຮຊາຟັດປະທັບຢືນຢູ່ໃນທີ່ປະຊຸມຂອງຢູດາແລະເຢຣູຊາເລັມ ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ຂ້າງຫນ້າລານໃຫມ່ 6 ແລະກ່າວທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ ພຣະອົງບໍ່ໄດ້ເປັນພຣະເຈົ້າໃນຟ້າສວັນຫລື ພຣະອົງບໍ່ໄດ້ປົກຄອງເຫນືອບັນດາຣາຊອານາຈັກຂອງປະຊາຊາດຫລື ໃນພຣະຫັດຂອງພຣະອົງມີຣິດແລະອຳນາດ ຈຶ່ງບໍ່ມີຜູ້ໃດຕໍ່ຕ້ານພຣະອົງໄດ້ 7 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງທັງຫລາຍ ພຣະອົງບໍ່ໄດ້ຊົງຂັບໄລ່ຊາວແຜ່ນດິນນີ້ອອກໄປເສັຽໃຫ້ພົ້ນຫນ້າອິສຣາເອນໄພ່ພົນຂອງພຣະອົງຫລື ແລະຊົງມອບໄວ້ແກ່ເຊື້ອສາຍຂອງອັບຣາຮາມມິດສະຫາຍຂອງພຣະອົງເປັນນິດ 8 ແລະເຂົາທັງຫລາຍໄດ້ອາໄສຢູ່ໃນນັ້ນ ແລະໄດ້ສ້າງສະຖານນະມັສການແຫ່ງນຶ່ງໃນນັ້ນຖວາຍພຣະອົງເພື່ອພຣະນາມຂອງພຣະອົງທູນວ່າ 9 “ຖ້າເຫດຊົ່ວຮ້າຍຂຶ້ນມາເຫນືອຂ້າພຣະອົງທັງຫລາຍຈະເປັນດາບ ການພິພາກສາ ຫລືໂຣກລະບາດ ຫລືການອຶດຢາກອາຫານ ຂ້າພຣະອົງທັງຫລາຍຈະຢືນຢູ່ຕໍ່ຫນ້າພຣະວິຫານນີ້ແລະຕໍ່ພຣະພັກພຣະອົງ ເພາະພຣະນາມຂອງພຣະອົງຢູ່ໃນພຣະວິຫານ ແລະຮ້ອງທູນຕໍ່ພຣະອົງໃນຄວາມທຸກໃຈຂອງຂ້າພຣະອົງທັງຫລາຍ ແລະພຣະອົງຈະຊົງຟັງແລະຊ່ອຍໃຫ້ລອດ” 10 ເບິ່ງແມ໋, ບັດນີ້ຄົນອັມໂມນແລະໂມອາບ ແລະພູເຊອີຣ໌ ຜູ້ຊຶ່ງພຣະຜູ້ເປັນເຈົ້າບໍ່ຊົງຍອມໃຫ້ຄົນອິສຣາເອນບຸກຮຸກ ເມື່ອເຂົາມາຈາກແຜ່ນດິນເອຢິບ ແລະຜູ້ຊຶ່ງເຂົາໄດ້ຫລີກໄປບໍ່ໄດ້ທຳລາຍເສັຽ 11 ເບິ່ງແມ໋, ເຂົາທັງຫລາຍໄດ້ໃຫ້ບຳເຫນັດແກ່ເຮົາ ດ້ວຍມາໄລ່ເຮົາເສັຽອອກຈາກແຜ່ນດິນກຳມະສິດຂອງພຣະອົງ ຊຶ່ງພຣະອົງປະທານໃຫ້ແກ່ຂ້າພຣະອົງທັງຫລາຍເປັນມໍຣະດົກ 12 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງທັງຫລາຍ ພຣະອົງຈະບໍ່ຊົງກະທຳການພິພາກສາເຫນືອເຂົາຫລື ເພາະວ່າຂ້າພຣະອົງທັງຫລາຍບໍ່ມີຣິດທີ່ຈະຕໍ່ສູ້ຄົນຫມູ່ມະຫຶມມານີ້ຊຶ່ງກຳລັງມາຕໍ່ສູ້ກັບຂ້າພຣະອົງທັງຫລາຍ ຂ້າພຣະອົງທັງຫລາຍບໍ່ຊາບວ່າຈະກະທຳປະການໃດ ແຕ່ດວງຕາຂອງຂ້າພຣະອົງທັງຫລາຍເພ່ງທີ່ພຣະອົງ” 13 ໃນລະຫວ່າງນັ້ນຄົນທັງປວງຂອງຢູດາກໍຢືນຢູ່ຕໍ່ພຣະພັກພຣະຜູ້ເປັນເຈົ້າພ້ອມກັບເມັຽ ແລະລູກຫລານຂອງເຂົາ 14 ແລະພຣະວິນຍານຂອງພຣະຜູ້ເປັນເຈົ້າສະເດັດມາສະຖິດກັບຢາຮາຊີເອນບຸດເຊເຄຣີຢາ ຜູ້ເປັນບຸດເນບັຍຢາ ຜູ້ເປັນບຸດເຢອີເອນ ຜູ້ເປັນບຸດມັດຕານີຢາເປັນຄົນເລວີເຊື້ອສາຍຂອງອາສາຟ ເມື່ອທ່ານຢູ່ຖ້າມກາງທີ່ປະຊຸມນັ້ນ 15 ແລະເຂົາໄດ້ເວົ້າວ່າ,” ຢູດາທັງປວງແລະຊາວເຢຣູຊາເລັມທັງຫລາຍກັບກະສັດເຢໂຮຊາຟັດ ຂໍຈົ່ງຟັງ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ແກ່ທ່ານທັງຫລາຍວ່າ “ຢ່າຢ້ານເລີຍ ແລະຢ່າທໍ້ຖອຍດ້ວຍຄົນຫມູ່ມະຫຶມມານີ້ເລີຍ ເພາະວ່າການສົງຄາມນັ້ນບໍ່ແມ່ນຂອງທ່ານ ແຕ່ເປັນຂອງພຣະເຈົ້າ 16 ມື້ອື່ນເຊົ້າຈົ່ງລົງໄປຕໍ່ສູ້ກັບເຂົາ ເບິ່ງແມ໋, ເຂົາຈະຂຶ້ນມາທາງຂຶ້ນທີ່ເມືອງຊິສ ທ່ານທັງຫລາຍຈະພົບເຂົາທີ່ສຸດປາຍຮ່ອມພູທາງດ້ານຕາເວັນອອກຂອງຖິ່ນກັນດານເຢຣູເອນ 17 ບໍ່ຈຳເປັນທີ່ທ່ານຈະຕ້ອງສູ້ຮົບໃນສົງຄາມຄັ້ງນີ້ ໂອ ຢູດາ ແລະເຢຣູຊາເລັມ ຈົ່ງເຂົ້າປະຈຳທີ່ ຢືນຢູ່ມິດໆ ແລະເບິ່ງຊັຍຊະນະຂອງພຣະຜູ້ເປັນເຈົ້າເພື່ອທ່ານ” ຢ່າຢ້ານເລີຍ ຢ່າທໍ້ຖອຍ ມື້ອື່ນຈົ່ງອອກໄປສູ້ກັບເຂົາ ແລະພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບທ່ານ” 18 ແລ້ວເຢໂຮຊາຟັດໂນ້ມພຣະສຽນກົ້ມພຣະພັກຂອງພຣະອົງລົງເຖິງດິນ ແລະຢູດາທັງປວງກັບຊາວເຢຣູຊາເລັມໄດ້ກາບລົງຕໍ່ພຣະຜູ້ເປັນເຈົ້າ ນະມັສການພຣະຜູ້ເປັນເຈົ້າ 19 ແລະຄົນເລວີ ຈາກເຊື້ອສາຍໂກຮາດ ແລະເຊື້ອສາຍໂກຣາ ໄດ້ຢືນຂຶ້ນຖວາຍສັຣເສີນແດ່ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນດ້ວຍສຽງອັນດັງ 20 ເຂົາທັງຫລາຍໄດ້ລຸກຂຶ້ນແຕ່ເດິກ ແລະອອກໄປໃນຖິ່ນກັນດານເຖິງເຕໂກອາ ເມື່ອເຂົາອອກໄປເຢໂຮຊາຟັດປະທັບຢືນແລະກ່າວວ່າ, “ຢູດາແລະຊາວເຢຣູຊາເລັມເອີຍ ຈົ່ງຟັງຂ້າພະເຈົ້າ ຈົ່ງວາງໃຈໃນພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ແລະທ່ານຈະຕັ້ງຫມັ້ນຄົງຢູ່ ຈົ່ງເຊື່ອບັນດາຜູ້ປະກາດພຣະທັມຂອງພຣະອົງ ແລະທ່ານຈະສຳເຣັດຜົນ” 21 ເມື່ອພຣະອົງໄດ້ປຶກສາກັບປະຊາຊົນແລ້ວ ພຣະອົງໄດ້ຊົງແຕ່ງຕັ້ງບັນດາຜູ້ທີ່ຈະຮ້ອງເພງຖວາຍພຣະຜູ້ເປັນເຈົ້າ ແລະແຕ່ງກາຍດ້ວຍເຄື່ອງບໍຣິສຸດສັຣເສີນພຣະອົງ ຂນະເມື່ອເຂົາເດີນອອກໄປຫນ້າສັດຕຣູ ແລະວ່າ, “ຈົ່ງຖວາຍໂມທະນາແດ່ພຣະຜູ້ເປັນເຈົ້າ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ” 22 ເມື່ອເຂົາທັງຫລາຍຕັ້ງຕົ້ນຮ້ອງເພງສັຣເສີນ ພຣະຜູ້ເປັນເຈົ້າຊົງຈັດກອງຊສຸ່ມຄອຍຕໍ່ສູ້ຄົນອັມໂມນ ໂມອາບ ແລະຊາວເຂົາເຊອີຣ໌ ຜູ້ໄດ້ເຂົ້າມາຕໍ່ສູ້ກັບຢູດາ ດັ່ງນັ້ນເຂົາທັງຫລາຍຈຶ່ງແຕກຜ່າຍແພ້ໄປ 23 ເພາະວ່າຄົນຂອງອັມໂມນແລະຂອງໂມອາບໄດ້ລຸກຂຶ້ນຕໍ່ສູ້ກັບຊາວເຂົາເຊອີຣ໌ ທຳລາຍເຂົາເສັຽຢ່າງສິ້ນເຊີງ ແລະເມື່ອເຂົາທັງຫລາຍທຳລາຍຊາວເຊອີຮ໌ຫມົດແລ້ວ ເຂົາທັງສິ້ນຊ່ອຍກັນທຳລາຍເຊິ່ງກັນແລະກັນ 24 ເມື່ອຢູດາຂຶ້ນໄປຢູ່ທີ່ເນີນສູງທີ່ໃນຖິ່ນກັນດານ ເຂົາມອງເບິ່ງໄປທີ່ຄົນຫມູ່ໃຫຍ່ນັ້ນ ແລະເບິ່ງແມ໋, ມີແຕ່ສົບນອນຢູ່ເທິງແຜ່ນດິນ ບໍ່ມີຈັກຄົນດຽວທີ່ລອດໄປໄດ້ 25 ເມື່ອເຢໂຮຊາຟັດແລະປະຊາຊົນຂອງພຣະອົງມາເກັບຂອງເສັຽຈາກເຂົາທັງຫລາຍ ເຂົາພົບສັດເປັນຈໍານວນຫລາຍ ເຂົ້າຂອງເຄື່ອງນຸ່ງ ແລະຂອງມີຄ່າຕ່າງໆ ຊຶ່ງເຂົາເກັບມາຫລາຍສຳລັບຕົວຈົນຂົນໄປບໍ່ໄຫວ ເຂົາເກັບຂອງທີ່ຍຶດໄດ້ເຫລົ່ານັ້ນສາມວັນ ເພາະຫລາຍເຫລືອລົ້ນ 26 ໃນວັນທີ່ສີ່ເຂົາທັງຫລາຍໄດ້ຊຸມນຸມກັນທີ່ຮ່ອມພູເບຣາກາ ໃນທີ່ນັ້ນເຂົາສັຣເສີນພຣະຜູ້ເປັນເຈົ້າເພາະພຣະພອນ ເຫດສັນນັ້ນເຂົາຈຶ່ງເອີ້ນທີ່ນັ້ນວ່າ ເບຣາກາຈົນເຖິງທຸກວັນນີ້ 27 ແລ້ວເຂົາທັງຫລາຍກັບໄປ ຄົນຢູດາແລະເຢຣູຊາເລັມທຸກຄົນ ແລະເຢໂຮຊາຟັດຊົງນຳຫນ້າ ກັບໄປຍັງເຢຣູຊາເລັມດ້ວຍຄວາມຊື່ນບານ ເພາະພຣະຜູ້ເປັນເຈົ້າໄດ້ຊົງກະທຳໃຫ້ເຂົາຊົມຊື່ນຍິນດີເຍີ້ຍສັດຕຣູຂອງເຂົາ 28 ເຂົາທັງຫລາຍມາຍັງເຢຣູຊາເລັມດ້ວຍພິນໃຫຍ່ ແລະພິນເຂົາຄູ່ແລະແກ ຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ 29 ແລະຄວາມຢ້ານພຣະຜູ້ເປັນເຈົ້າມາຢູ່ເຫນືອບັນດາຣາຊອານາຈັກຂອງປະເທດທັງປວງ ເມື່ອເຂົາໄດ້ຍິນວ່າພຣະຜູ້ເປັນເຈົ້າຊົງຕໍ່ສູ້ສັດຕຣູຂອງອິສຣາເອນ 30 ດິນແດນຂອງເຢໂຮຊາຟັດຈຶ່ງສງົບງຽບ ເພາະວ່າພຣະຜູ້ເປັນເຈົ້າຂອງພຣະອົງປະທານໃຫ້ພຣະອົງມີການຢຸດພັກສງົບຢູ່ຮອບດ້ານ
ຣັຊການເຢໂຮຊາຟັດ
31 ດັ່ງນີ້ແຫລະ, ເຢໂຮຊາຟັດຊົງປົກຄອງຢູ່ເຫນືອຢູດາ ເມື່ອພຣະອົງຊົງເລີ້ມປົກຄອງນັ້ນມີອາຍຸສາມສິບຫ້າປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມຊາວຫ້າປີ ພຣະຣາຊມານດາຂອງພຣະອົງຊົງພຣະນາມວ່າ ອາຊູບາ ບຸດຕຣີຊິນຮີ 32 ພຣະອົງຊົງດຳເນີນຕາມວິທີການຂອງອາຊາຣາຊບິດາຂອງພຣະອົງແລະບໍ່ໄດ້ຊົງຫັນຫນີໄປຈາກທາງນັ້ນ ພຣະອົງຊົງກະທຳສິ່ງທີ່ຊອບໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ 33 ຢ່າງໃດກໍດີສະຖານນະມັສການທີ່ສູງຍັງບໍ່ໄດ້ຖືກກຳຈັດອອກໄປປະຊາຊົນຍັງບໍ່ໄດ້ປັກໃຈໃນພຣະຜູ້ເປັນເຈົ້າແຫ່ງບັນພະບຸຣຸດຂອງຕົນ 34 ສ່ວນພຣະຣາຊກິຈນອກນັ້ນຂອງເຢໂຮຊາຟັດ ຕັ້ງແຕ່ຕົ້ນຈົນເຖິງທີ່ສຸດໄດ້ມີບັນທຶກໄວ້ໃນປະຫວັດສາດຂອງເຢຮູ ບຸດຮານານີ ຊຶ່ງຮວມເຂົ້າໃນຫນັງສືກະສັດແຫ່ງອິສຣາເອນ 35 ຕໍ່ມາພາຍຫລັງ ເຢໂຮຊາຟັດເຈົ້າຊີວິດຂອງຢູດາໄດ້ຊົງຮ່ວມງານກັບອາຮາຊີຢາເຈົ້າຊີວິດຂອງອິສຣາເອນຜູ້ຊົງກະທຳການຢ່າງຊົ່ວຮ້າຍຫລາຍ 36 ພຣະອົງຊົງຮ່ວມງານໃນເຣື່ອງການສ້າງເຮືອໄປຍັງເມືອງຕາຣ໌ຊິດ ແລະເຂົາທັງຫລາຍສ້າງເຮືອໃນເອຊິໂອນເກເບີ 37 ແລ້ວເອລີເອເຊີ ບຸດໂດດາວາຮູແຫ່ງເມືອງມາເຣຊາໄດ້ປະກາດພຣະທັມເຖິງເຢໂຮຊາຟັດວ່າ, “ເພາະພຣະອົງຊົງຮ່ວມງານກັບອາຮາຊີຢາ ພຣະຜູ້ເປັນເຈົ້າຈະຊົງທຳລາຍສິ່ງທີ່ທ່ານກະທຳ” ແລະເຮືອກໍແຕກບໍ່ສາມາດໄປເມືອງຕາຣ໌ຊິດໄດ້
ຣັຊການເຢໂຮຣາມແຫ່ງຢູດາ
1 ເຢໂຮຊາຟັດກໍລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງພຣະສົບໄວ້ກັບບັນພະບຸຣຸດຂອງພຣະອົງໃນນະຄອນດາວິດ ແລະເຢໂຮຣາມໂອຣົດຂອງພຣະອົງປົກຄອງແທນພຣະອົງ 2 ພຣະອົງຊົງມີນ້ອງຊາຍທັງຫລາຍ ຜູ້ເປັນໂອຣົດຂອງເຢໂຮຊາຟັດ ຄືອາຊາຣິຢາ ເຢຮີເອນ ເຊຄາຣິຢາ ອາຊາຣິຢາ ມີຄາເອນ ເຊຟາຕິຢາ ເຫລົ່ານີ້ທັງສິ້ນເປັນໂອຣົດຂອງເຢໂຮຊາຟັດ ພຣະຣາຊາຂອງອິສຣາເອນ 3 ພຣະຣາຊບິດາຂອງເຂົາທັງຫລາຍປະທານ ເງິນ ທອງຄຳ ແລະຂອງອັນມີຄ່າມາກມາຍ ພ້ອມກັບຫົວເມືອງທີ່ມີປ້ອມໃນຢູດາ ແຕ່ພຣະອົງປະທານຣາຊອານາຈັກແກ່ເຢໂຮຣາມ ເພາະວ່າທ່ານເປັນໂອຣົດຫົວປີ 4 ເມື່ອເຢໂຮຣາມໄດ້ຂຶ້ນປົກຄອງຣາຊອານາຈັກຂອງຣາຊບິດາຂອງພຣະອົງ ແລະໄດ້ສະຖາປະນາໄວ້ແລ້ວ ພຣະອົງຊົງປະຫານນ້ອງຊາຍຂອງພຣະອົງເສັຽຫມົດດ້ວຍດາບ ທັງເຈົ້ານາຍບາງຄົນຂອງຢູດາດ້ວຍ 5 ເມື່ອເຢໂຮຣາມຊົງເລີ້ມປົກຄອງນັ້ນພຣະອົງມີອາຍຸສາມສິບສອງປີ ແລະພຣະອົງປົກຄອງໃນເຢຣູຊາເລັມແປດປີ 6 ພຣະອົງຊົງດຳເນີນຕາມທາງຂອງບັນດາພຣະຣາຊາແຫ່ງອິສຣາເອນ ຕາມຢ່າງທີ່ຣາຊວົງອາຮາບກະທຳ ເພາະວ່າທິດາຂອງອາຮາບເປັນມະເຫສີຂອງພຣະອົງ ແລະພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ 7 ຢ່າງໃດກໍຕາມພຣະຜູ້ເປັນເຈົ້າຈະບໍ່ຊົງທຳລາຍຣາຊວົງຂອງດາວິດ ເພາະເຫດຄຳຫມັ້ນສັນຍາຊຶ່ງພຣະອົງຊົງກະທຳໄວ້ກັບດາວິດແລະເຫດທີ່ພຣະອົງຊົງສັນຍາວ່າຈະປະທານແກ່ດາວິດ ແລະແກ່ເຊື້ອສາຍຂອງພຣະອົງເປັນນິດ 8 ໃນຣັຊການຂອງພຣະອົງເອໂດມໄດ້ກະບົດອອກຈາກການປົກຄອງຂອງຢູດາ ແລະຕັ້ງກະສັດຂຶ້ນເຫນືອຕົນ 9 ແລ້ວເຢໂຮຣາມກໍສະເດັດອອກໄປພ້ອມກັບບັນດາຜູ້ບັງຄັບບັນຊາແລະຣົດຮົບທັງສິ້ນຂອງພຣະອົງ ແລະພຣະອົງຊົງລຸກຂຶ້ນໃນກາງຄືນໂຈມຕີຄົນເອໂດມຊຶ່ງມາລ້ອມພຣະອົງແລະຜູ້ບັງຄັບບັນຊາກັບຣົດຮົບຂອງພຣະອົງຢູ່ນັ້ນ 10 ເອໂດມຈຶ່ງໄດ້ກະບົດ ໄດ້ແຍກເປັນອານາຈັກເອກຣາຊຈາກການປົກຄອງຂອງຢູດາຈົນເຖິງທຸກວັນນີ້ ຄັ້ງນັ້ນລິບນາກໍໄດ້ກະບົດ ອອກຈາກການປົກຄອງຂອງພຣະອົງດ້ວຍ ເພາະວ່າພຣະອົງໄດ້ຊົງປະຖິ້ມພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງບັນພະບຸຣຸດຂອງພຣະອົງ
ຈົດຫມາຍຂອງເອລີຢາ
11 ນອກຈາກນີ້ພຣະອົງຊົງສ້າງສະຖານນະມັສການທີ່ສູງໃນຖິ່ນພູດອຍຂອງຢູດາ ແລະຊົງນຳຊາວເຢຣູຊາເລັມໄປໃນຄວາມບໍ່ສັດຊື່ຕໍ່ພຣະຜູ້ເປັນເຈົ້າ ແລະຊົງກະທຳໃຫ້ຢູດາຫລົງຫນີໄປ 12 ແລະຈົດຫມາຍສະບັບນຶ່ງມາເຖິງພຣະອົງຈາກເອລີຢາຜູ້ປະກາດພຣະທັມວ່າ, “ພຣະຜູ້ເປັນເຈົ້າພຣະເຈົ້າຂອງດາວິດບັນພະບຸຣຸດຂອງພຣະອົງກ່າວດັ່ງນີ້ວ່າ, “ເພາະເຈົ້າບໍ່ໄດ້ດຳເນີນໃນບັນດາທາງຂອງເຢໂຮຊາຟັດບິດາຂອງເຈົ້າ ຫລືໃນບັນດາທາງຂອງອາຊາເຈົ້າຊີວິດຂອງຢູດາ 13 ແຕ່ໄດ້ເດີນໃນທາງຂອງບັນດາເຈົ້າຊີວິດແຫ່ງອິສຣາເອນແລະໄດ້ນຳຢູດາກັບຊາວເຢຣູຊາເລັມໃນຄວາມບໍ່ຊື່ສັດຕໍ່ພຣະຜູ້ເປັນເຈົ້າຢ່າງກັບຣາຊວົງອາຮາບໄດ້ນຳອິສຣາເອນໃນຄວາມບໍ່ຊື່ສັດຕໍ່ພຣະຜູ້ເປັນເຈົ້າ ແລະເຈົ້າໄດ້ຂ້ານ້ອງຊາຍຂອງເຈົ້າເສັຽດ້ວຍ ຜູ້ເປັນເຊື້ອວົງບິດາຂອງເຈົ້າ ແລເຂົາດີກວ່າເຈົ້າ 14 ເບິ່ງແມ໋, ພຣະເຈົ້າຈະຊົງນຳໄພວິບັດອັນຍິ່ງໃຫຍ່ມາເຫນືອຊົນຊາດຂອງເຈົ້າ ລູກຫລານຂອງເຈົ້າ ເມັຽຂອງເຈົ້າ ແລະເຄື່ອງຂອງທັງສິ້ນຂອງເຈົ້າ 15 ແລະຕົວເຈົ້າເອງຈະມີຄວາມເຈັບປ່ວຍສາຫັດດ້ວຍໂຣກລຳໄສ້ຂອງເຈົ້າ ຈົນກວ່າລຳໄສ້ຂອງເຈົ້າຈະອອກມາເພາະເຫດໂຣກນັ້ນຊຶ່ງນັບມື້ນັບຮ້າຍແຮງຂຶ້ນ” 16 ແລະພຣະຜູ້ເປັນເຈົ້າຊົງເລົ້າໃຫ້ຄວາມໂກດຂອງຄົນຟີລິສຕິນແລະຂອງຄົນອາຣັບຜູ້ຢູ່ໃກ້ ກັບຄົນເອທິໂອເປັຽມີຕໍ່ເຢໂຮຣາມ 17 ເຂົາທັງຫລາຍຍົກມາຕໍ່ສູ້ກັບຢູດາ ແລະບຸກຣຸກເຂົ້າໄປໃນນັ້ນ ແລະຂົນເຄື່ອງຂອງທັງສິ້ນຊຶ່ງມີໃນຣາຊສຳນັກທັງບັນດາໂອຣົດແລະມະເຫສີຂອງພຣະອົງຈຶ່ງບໍ່ມີໂອຣົດເຫລືອໄວ້ໃຫ້ແກ່ພຣະອົງ ນອກຈາກເຢໂຮອາຮັສອົງສຸດທ້ອງຂອງພຣະອົງ
ພຍາດແລະມໍຣະນະກັມຂອງເຢໂຮຣາມ
18 ພາຍຫລັງເຣື່ອງເຫລົ່ານີ້ ພຣະຜູ້ເປັນເຈົ້າຊົງກະທຳໃຫ້ລຳໄສ້ຂອງເຢໂຮຣາມເປັນໂຣກຊຶ່ງຮັກສາບໍ່ໄດ້ 19 ຕໍ່ມາເປັນເວລາສິ້ນສອງປີລຳໄສ້ຂອງພຣະອົງກໍອອກມາເພາະໂຣກນັ້ນ ແລະພຣະອົງກໍສິ້ນພຣະຊົນດ້ວຍຄວາມທຸຣົນທຸຣາຍຢ່າງຍິ່ງ ປະຊາຊົນຂອງ ພຣະອົງບໍ່ໄດ້ກໍ່ໄຟຖວາຍພຣະກຽດແກ່ພຣະອົງ ຢ່າງກັບກໍ່ໄຟໃຫ້ກັບບັນພະບຸຣຸດຂອງພຣະອົງ 20 ເມື່ອພຣະອົງຊົງເລີ້ມປົກຄອງນັ້ນ ພຣະອົງມີອາຍຸສາມສິບສອງປີ ແລະຊົງປົກຄອງໃນເຢຣູຊາເລັມແປດປີ ແລະພຣະອົງໄດ້ຈາກໄປໂດຍບໍ່ມີໃຜອາລັຍ ເຂົາກໍຝັງພຣະສົບໄວ້ໃນນະຄອນດາວິດ ແຕ່ບໍ່ແມ່ນໃນອຸບໂມງຂອງບັນດາພຣະຣາຊາ
ຣັຊການອາຮາຊີຢາແຫ່ງຢູດາ
1 ຊາວເຢຣູຊາເລັມໄດ້ໃຫ້ອາຮາຊີຢາໂອຣົດອົງສຸດທ້ອງຂອງພຣະອົງເປັນພຣະຣາຊາແທນພຣະອົງ ເພາະຄົນຫມູ່ນັ້ນມາເຖິງຄ້າຍກັບຄົນອາຣັບ ໄດ້ຂ້າໂອຣົດຜູ້ອ້າຍເສັຽທັງຫມົດ ດັ່ງນັ້ນອາຮາຊີຢາ ໂອຣົດຂອງເຢໂຮຣາມພຣະຣາຊາຂອງຢູດາຈຶ່ງປົກຄອງ 2 ເມື່ອອາຮາຊີຢາເລີ້ມປົກຄອງນັ້ນ ພຣະອົງມີອາຍຸສີ່ສິບສອງປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມນຶ່ງປີ ພຣະມານດາຂອງພຣະອົງຊົງພຣະນາມວ່າ ອາທາລິຢາ ຫລານສາວຂອງອົມຣີ 3 ພຣະອົງຊົງດຳເນີນໃນທາງຂອງຣາຊວົງອາຮາບດ້ວຍ ເພາະວ່າພຣະມານດາຂອງພຣະອົງເປັນທີ່ປຶກສາໃນການກະທຳຄວາມຊົ່ວຮ້າຍຂອງພຣະອົງ 4 ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າຢ່າງຣາຊວົງຂອງອາຮາບໄດ້ກະທຳ ເພາະວ່າຫລັງຈາກພຣະບິດາຂອງພຣະອົງສິ້ນພຣະຊົນແລ້ວ ເຂົາທັງຫລາຍເປັນທີ່ປຶກສາຂອງພຣະອົງ ນຳໄປສູ່ຄວາມຈິບຫາຍຂອງພຣະອົງ 5 ພຣະອົງຊົງກະທຳຕາມຄຳປຶກສາຂອງເຂົາທັງຫລາຍ ແລະສະເດັດໄປກັບເຢໂຮຣາມໂອຣົດຂອງອາຮາບ ພຣະຣາຊາແຫ່ງອິສຣາເອນ ເພື່ອທຳສົງຄາມກັບຮາຊາເອນພຣະຣາຊາຂອງຊີເຣັຽ ທີ່ເມືອງອາໂມທກິເລອາດ ແລະຄົນຊີເຣັຽໄດ້ກະທຳໃຫ້ເຢໂຮຣາມບາດເຈັບ 6 ແລະພຣະອົງຊົງກັບມາທີ່ເຢສເຣເອນ ເພາະວ່າພຣະອົງຊົງປະຊວນ 7 ແຕ່ພຣະເຈົ້າຊົງກຳນົດໄວ້ເສັຽແລ້ວວ່າ ຄວາມລົ້ມຈົມຂອງອາຮາຊີຢາຈະມາໂດຍທີ່ພຣະອົງສະເດັດລົງໄປຢ້ຽມເຢໂຮຣາມ ເພາະເມື່ອພຣະອົງສະເດັດໄປທີ່ນັ້ນ ພຣະອົງສະເດັດອອກໄປກັບເຢໂຮຣາມເພື່ອຈະປະທະກັບເຢຮູບຸດນິມຊີ ຜູ້ຊຶ່ງພຣະເຈົ້າໄດ້ຊົງເຈີມຕັ້ງໃຫ້ທຳລາຍຣາຊວົງຂອງອາຮາບ 8 ເມື່ອເຢຮູກຳລັງສຳເຣັດໂທດຣາຊວົງຂອງອາຮາບ ທ່ານໄດ້ພົບເຈົ້ານາຍຂອງຢູດາ ແລະບັນດາໂອຣົດ ຫລາຍຊາຍຂອງອາຮາຊີຢາ ຜູ້ມາບົວລະບັດອາຮາຊີຢາ ແລະທ່ານກໍໄດ້ປະຫານເຂົາທັງຫລາຍເສັຽ 9 ທ່ານໄດ້ຄົ້ນຫາອາຮາຊີຢາ ແລະພຣະອົງກໍຖືກຈັບເມື່ອລີ້ພຣະອົງຢູ່ໃນຊາມາເຣັຽ ແລະເຂົາພາພຣະອົງມາຫາເຢຮູ ແລະປະຫານຊີວິດພຣະອົງເສັຽ ເຂົາທັງຫລາຍກໍຝັງພຣະສົບໄວ້ ເພາະເຂົາທັງຫລາຍກ່າວວ່າ, “ພຣະອົງຊົງເປັນຫລານຊາຍຂອງເຢໂຮຊາຟັດຜູ້ສແວງຫາພຣະຜູ້ເປັນເຈົ້າດ້ວຍສິ້ນສຸດພຣະທັຍຂອງພຣະອົງ” ແລະຣາຊວົງຂອງອາຮາຊີຢາບໍ່ມີຜູ້ໃດສາມາດປົກຄອງຣາຊອານາຈັກໄດ້ ພຣະນາງອາທາລິຢາແຍ່ງຣາຊບັນລັງ 10 ເມື່ອອາທາລິຢາເຫັນວ່າໂອຣົດຂອງພຣະນາງສິ້ນພຣະຊົນແລ້ວ ພຣະນາງກໍລຸກຂຶ້ນທຳລາຍຣາຊວົງແຫ່ງຢູດາເສັຽສິ້ນ 11 ແຕ່ພຣະນາງເຢໂຮຊາເບອາທ ທິດາຂອງພຣະຣາຊາໄດ້ນຳໂຢອັສໂອຣົດຂອງອາຮາຊີຢາ ລັກພາໄປເສັຽຈາກຖ້າມກາງບັນດາໂອຣົດຂອງພຣະຣາຊາຜູ້ຊຶ່ງຈະຕ້ອງຖືກປະຫານ ແລະພຣະນາງກໍເຊື່ອງພຣະອົງແລະພີ່ລ້ຽງໄວ້ໃນຫ້ອງມ້ຽນບ່ອນນອນ” ດັ່ງນັ້ນແຫລະເຢໂຮຊາເບອາທທິດາຂອງກະສັດເຢໂຮຣາມ ແລະເມັຽຂອງເຢຮົວອາດາປະໂຣຫິດ (ເພາະວ່າພຣະນາງເປັນຫລານສາວຂອງອາຮາຊີຢາ) ໄດ້ເຊື່ອງພຣະອົງໃຫ້ພົ້ນຈາກພຣະນາງອາທາລິຢາ ເພື່ອບໍ່ໃຫ້ພຣະນາງປະຫານພຣະອົງໄດ້ 12 ແລະພຣະອົງໄດ້ຢູ່ກັບເຂົາໃນພຣະວິຫານຂອງພຣະເຈົ້າລີ້ຊ່ອນຕົວຢູ່ຫົກປີ ຝ່າຍພຣະນາງອາທາລິຢາກໍໄດ້ຂຶ້ນປົກຄອງແຜ່ນດິນ
ເຢຣົວອາດາຫົດສົງຕັ້ງໂຢອັສ
1 ແຕ່ໃນປີທີ່ເຈັດເຢຮົວອາດາໄດ້ກ້າແຂງຂຶ້ນ ແລະໃຫ້ພວກນາຍຮ້ອຍກະທຳສັຕສາບານຕໍ່ທ່ານ ມີ ອາຊາຣິຢາບຸດເຢໂຣຮາມ ອິຊມາເອນບຸດເຢໂຮຮານານ ອາຊາຣິຢາບຸດໂອເບດ ມາອາເຊຢາບຸດອາດັຍຢາ ແລະເອລີຊາຟັດບຸດຊິກຣີ 2 ເຂົາທັງຫລາຍທ່ຽວໄປທົ່ວຢູດາແລະຮວບຮວມຄົນເລວີມາຈາກທຸກຫົວເມືອງຂອງຢູດາ ທັງບັນດາຫົວຫນ້າຂອງຕະກູນຂອງອິສຣາເອນ ແລະເຂົາທັງຫລາຍມາຍັງເຢຣູຊາເລັມ 3 ບັນດາຊຸມນຸມຊົນທັງສິ້ນກໍທຳຄຳສັນຍາກັບພຣະຣາຊາໃນພຣະວິຫານຂອງພຣະເຈົ້າ ແລະເຢຮົວອາດາກ່າວແກ່ເຂົາທັງຫລາຍວ່າ, “ເບິ່ງແມ໋, ໂອຣົດຂອງພຣະຣາຊາຈະປົກຄອງຕາມທີ່ພຣະຜູ້ເປັນເຈົ້າກ່າວກ່ຽວກັບບັນດາໂອຣົດຂອງດາວິດ 4 ທ່ານທັງຫລາຍຈົ່ງກະທຳຢ່າງນີ້ ຄືທ່ານຜູ້ເປັນປະໂຣຫິດແລະຄົນເລວີ ຜູ້ອອກເວນໃນວັນສະບາໂຕ ນຶ່ງໃນສາມໃຫ້ເປັນຄົນເຝົ້າປະຕູ 5 ແລະນຶ່ງໃນສາມໃຫ້ຢູ່ທີ່ພຣະຣາຊສຳນັກ ແລະນຶ່ງໃນສາມໃຫ້ຢູ່ທີ່ປະຕູໂຂງ ແລະໃຫ້ປະຊາຊົນທັງປວງຢູ່ໃນລານພຣະວິຫານຂອງພຣະເຈົ້າ 6 ແຕ່ຢ່າໃຫ້ຈັກຄົນນຶ່ງເຂົ້າໄປໃນພຣະວິຫານຂອງພຣະເຈົ້າ ນອກຈາກປະໂຣຫິດແລະຄົນເລວີທີ່ບົວລະບັດຢູ່ ເຂົາທັງຫລາຍເຂົ້າໄປໄດ້ ເພາະເຂົາທັງຫລາຍບໍຣິສຸດ ແຕ່ປະຊາຊົນທັງປວງຈະຕ້ອງຮັກສາການບັງຄັບບັນຊາຂອງພຣະຜູ້ເປັນເຈົ້າ 7 ໃຫ້ຄົນເລວີລ້ອມພຣະຣາຊາໄວ້ ແຕ່ລະຄົນໃຫ້ຖືອາວຸດ ແລະຜູ້ໃດເຂົ້າໄປໃນພຣະວິຫານຂອງພຣະເຈົ້າຈະຕ້ອງຖືກປະຫານ ຈົ່ງຢູ່ກັບພຣະຣາຊາເມື່ອພຣະອົງສະເດັດເຂົ້າມາແລະເມື່ອພຣະອົງສະເດັດອອກໄປ” 8 ຄົນເລວີແລະຄົນຢູດາທັງປວງໄດ້ກະທຳທຸກສິ່ງທີ່ເຢຮົວອາດາປະໂຣຫິດໄດ້ບັນຊາໄວ້ ເຂົາທັງຫລາຍຕ່າງກໍນຳຄົນຂອງເຂົາມາ ຄືທັງຄົນທີ່ອອກເວນໃນວັນສະບາໂຕ ແລະບັນດາຄົນເຫລົ່ານັ້ນທີ່ຈະເຂົ້າເວນໃນວັນສະບາໂຕ ເພາະເຢຮົວອາດາປະໂຣຫິດບໍ່ໄດ້ປ່ອຍກອງເວນ 9 ແລະເຢຮົວອາດາໄດ້ມອບຫອກກັບໂລ່ໃຫຍ່ໂລ່ນ້ອຍຊຶ່ງເປັນຂອງກະສັດດາວິດນັ້ນຊຶ່ງຢູ່ໃນພຣະວິຫານຂອງພຣະເຈົ້າໃຫ້ຜູ້ບັງຄັບບັນຊາກອງຮ້ອຍ 10 ທ່ານໄດ້ຕັ້ງປະຊາຊົນທັງສິ້ນໃຫ້ເປັນຜູ້ເຝົ້າພຣະຣາຊາ ທຸກຄົນຖືອາວຸດຕັ້ງແຕ່ດ້ານຂວາຂອງພຣະວິຫານເຖິງດ້ານຊ້າຍຂອງພຣະວິຫານ ຮອບແທ່ນບູຊາແລະພຣະວິຫານ 11 ແລ້ວເຂົານຳໂອຣົດຂອງພຣະຣາຊາອອກມາ ແລະສວມມົງກຸດໃຫ້ທ່ານມອບພຣະໂອວາດໃຫ້ແກ່ທ່ານ ແລະເຂົາທັງຫລາຍຕັ້ງທ່ານໄວ້ເປັນກະສັດ ເຢຣົວອາດາກັບບຸດຂອງທ່ານກໍຫົດສົງພຣະອົງ ແລະເຂົາທັງຫລາຍຮ້ອງວ່າ, “ຂໍພຣະຣາຊາຊົງພຣະຈະເຣີນ”
ອາທາລິຢາຖືກປະຫານຊີວິດ
12 ເມື່ອອາທາລິຢາໄດ້ຍິນສຽງປະຊາຊົນແລ່ນ ແລະສັຣເສີນພຣະຣາຊາ ພຣະນາງກໍສະເດັດເຂົ້າໄປຫາປະຊາຊົນໃນພຣະວິຫານພຣະເຈົ້າ 13 ເມື່ອພຣະນາງທອດພຣະເນດ ກໍມີພຣະຣາຊາປະທັບຢືນຢູ່ທີ່ເສົາຫານຂອງພຣະອົງບ່ອນທາງເຂົ້າບັນດາຜູ້ບັງຄັບກອງແລະພົນແກກໍຢູ່ຂ້າງພຣະຣາຊາ ແລະຣາສດອນທັງປວງກໍຊົມຊື່ນຍິນດີແລະເປົ່າແກ ບັນດານັກຮ້ອງພ້ອມກັບເຄື່ອງດົນຕຣີຂອງເຂົາກໍນຳການສັຣເສີນ ພຣະນາງອາທາລິຢາກໍຈີກສລອງພຣະອົງຂອງພຣະນາງ ຊົງຮ້ອງວ່າ, “ກະບົດ ກະບົດ” 14 ແລ້ວເຢຮົວອາດາປະໂຣຫິດຈຶ່ງນຳບັນດານາຍຮ້ອຍຜູ້ບັນຊາການກອງທັບອອກມາ ສັ່ງເຂົາວ່າ, “ຈົ່ງຄຸມພຣະນາງອອກມາລະຫວ່າງແຖວທະຫານ ຜູ້ໃດທີ່ຕາມພຣະນາງໄປກໍໃຫ້ປະຫານຊີວິດເສັຽດ້ວຍດາບ” ເພາະປະໂຣຫິດກ່າວວ່າ, “ຢ່າປະຫານພຣະນາງໃນພຣະວິຫານຂອງພຣະເຈົ້າ” 15 ເຂົາຈຶ່ງຈັບພຣະນາງ ແລ້ວພຣະນາງກໍສະເດັດໄປທີ່ທາງເຂົ້າປະຕູມ້າໃນພຣະຣາຊວັງ ແລະເຂົາທັງຫລາຍກໍປະຫານພຣະນາງເສັຽທີ່ນັ້ນ 16 ເຢຮົວອາດາໄດ້ກະທຳຄຳສັນຍາລະຫວ່າງທ່ານເອງກັບປະຊາຊົນທັງປວງແລະພຣະຣາຊາວ່າ ເຂົາທັງຫລາຍຈະເປັນໄພ່ພົນຂອງພຣະເຈົ້າ 17 ແລ້ວປະຊາຊົນທັງປວງກໍໄປທີ່ວິຫານຂອງພຣະບາອານ ແລະພັງລົງເສັຽ ແລະເຂົາທຸບແທ່ນບູຊາແລະຮູບເຄົາຣົບຂອງພຣະບາອານນັ້ນໃຫ້ເປັນຊິ້ນໆ ແລະເຂົາປະຫານມັດຕານປະໂຣຫິດເສັຽທີ່ຫນ້າແທ່ນບູຊາ 18 ເຢຮົວອາດາວາງຍາມໄວ້ດູແລພຣະວິຫານຂອງພຣະເຈົ້າພາຍໃຕ້ການຄວບຄຸມຂອງປະໂຣຫິດແຫ່ງຄົນເລວີ ຜູ້ຊຶ່ງດາວິດຊົງຈັດຕັ້ງໃຫ້ດູແລພຣະວິຫານຂອງພຣະຜູ້ເປັນເຈົ້າ ໃຫ້ຖວາຍເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ ຕາມທີ່ບັນທຶກໄວ້ໃນທັມບັນຍັດຂອງໂມເຊດ້ວຍຄວາມຊົມຊື່ນຍິນດີແລະການຮ້ອງເພງ ຕາມພຣະຣາຊດຳຣັດສັ່ງຂອງດາວິດ 19 ທ່ານໄດ້ຕັ້ງຜູ້ເຝົ້າປະຕູໄວ້ທີ່ປະຕູຮົ້ວພຣະວິຫານຂອງພຣະຜູ້ເປັນເຈົ້າ ເພື່ອບໍ່ໃຫ້ຜູ້ມີມົນທິນດ້ວຍປະການນຶ່ງປະການໃດເຂົ້າໄປ 20 ທ່ານໄດ້ນຳຜູ້ບັງຄັບກອງຮ້ອຍ ຂຸນນາງຜູ້ປົກຄອງປະຊາຊົນ ແລະບັນດາຣາສດອນ ແລະທ່ານໄດ້ເຊີນພຣະຣາຊາລົງມາຈາກພຣະວິຫານຂອງພຣະຜູ້ເປັນເຈົ້າໄປທາງປະຕູເທິງໄປສູ່ພຣະຣາຊສຳນັກ ແລະເຂົາກໍເຊີນພຣະຣາຊາປະທັບເທິງຣາຊບັນລັງແຫ່ງຣາຊອານາຈັກ 21 ບັນດາຣາສດອນກໍຊົມຊື່ນຍິນດີ ແລະກຸງກໍສງົບງຽບແລະພຣະນາງອາທາລິຢາຖືກປະຫານເສັຽດ້ວຍດາບແລ້ວ
ຣັຊການໂຢອັສແຫ່ງຢູດາ
1 ເມື່ອໂຢອັສໄດ້ເລີ້ມປົກຄອງມີອາຍຸເຈັດປີ ແລະພຣະອົງຊົງປົກຄອງໃນກຸງເຢຣູຊາເລັມສີ່ສິບປີ ພຣະມານດາຂອງພຣະອົງຊົງພຣະນາມວ່າ ຊີບີຢາແຫ່ງເມືອງເບເອີເຊບາ 2 ໂຢອັສຊົງກະທຳສິ່ງທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າຕລອດຊົ່ວອາຍຸຂອງປະໂຣຫິດເຢຮົວອາດາ 3 ເຢຮົວອາດາຫາມະເຫສີໃຫ້ພຣະອົງສອງອົງ ແລະພຣະອົງກໍມີໂອຣົດແລະທິດາຫລາຍອົງ 4 ພາຍຫລັງໂຢອັສຊົງຕັ້ງພຣະທັຍຈະສ້ອມແຊມພຣະວິຫານຂອງພຣະຜູ້ເປັນເຈົ້າ 5 ພຣະອົງຊົງປະຊຸມປະໂຣຫິດແລະຄົນເລວີ ແລະກ່າວກັບເຂົາທັງຫລາຍວ່າ, “ຈົ່ງອອກໄປຕາມຫົວເມືອງຢູດາແລະເກັບເງິນຈາກອິສຣາເອນທັງປວງເພື່ອສ້ອມແຊມພຣະວິຫານຂອງພຣະຜູ້ເປັນເຈົ້າຂອງເຈົ້າເປັນປີໆໄປແລະຈົ່ງຟ້າວທຳງານນັ້ນ” ແຕ່ຄົນເລວີຍັງຊັກຊ້າຢູ່ 6 ແລ້ວພຣະຣາຊາຈຶ່ງເອີ້ນເຢຮົວອາດາຜູ້ເປັນຫົວຫນ້າ ແລະກ່າວກັບທ່ານວ່າ, “ເປັນຫຍັງທ່ານບໍ່ເອີ້ນໃຫ້ຄົນເລວີນຳເງິນສ່ວຍເຂົ້າມາຈາກຢູດາແລະເຢຣູຊາເລັມ ອັນເປັນສ່ວຍຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າກຳນົດໄວ້ ໃຫ້ຊຸມນຸມຊົນອິສຣາເອນນຳມາເພື່ອເຕັນພຣະໂອວາດ” 7 ເພາະບັນດາໂອຣົດຂອງພຣະນາງອາທາລິຢາຍິງຊົ່ວຮ້າຍຄົນນັ້ນໄດ້ປຸ້ນພຣະວິຫານຂອງພຣະຜູ້ເປັນເຈົ້າໄດ້ໃຊ້ສິ່ງຂອງທີ່ມອບຖວາຍທັງສິ້ນຂອງພຣະວິຫານຂອງພຣະຜູ້ເປັນເຈົ້າສຳລັບນະມັສການພຣະບາອານ 8 ພຣະຣາຊາຈຶ່ງຊົງບັນຊາ ແລະເຂົາໄດ້ທຳຫີບຫນ່ວຍນຶ່ງວາງໄວ້ນອກປະຕູພຣະວິຫານຂອງພຣະຜູ້ເປັນເຈົ້າ 9 ແລະມີຄຳປະກາດໄປທົ່ວຢູດາແລະເຢຣູຊາເລັມໃຫ້ນຳສ່ວຍຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າກຳນົດແກ່ອິສຣາເອນໃນຖິ່ນກັນດານເຂົ້າມາຖວາຍພຣະຜູ້ເປັນເຈົ້າ 10 ບັນດາເຈົ້ານາຍທັງສິ້ນແລະປະຊາຊົນທັງປວງກໍຊົມຊື່ນຍິນດີ ແລະນຳສ່ວຍຂອງເຂົາທັງຫລາຍມາປ່ອນລົງໃນຫີບຈົນຄົບ 11 ເມື່ອຄົນເລວີນຳຫີບເຂົ້າມາຍັງເຈົ້າພະນັກງານຂອງພຣະຣາຊາເມື່ອໃດ ແລະເມື່ອເຂົາທັງຫລາຍເຫັນວ່າມີເງິນຫລາຍ ຣາຊເລຂາແລະເຈົ້າຫນ້າທີ່ຂອງມະຫາປະໂຣຫິດຈະເຂົ້າມາເທຫີບອອກແລະນຳຫີບກັບໄປຍັງທີ່ເດີມ ເຂົາທັງຫລາຍທຳຢ່າງນີ້ທຸກໆມື້ 12 ພຣະຣາຊາແລະເຢຣົວອາດາກໍໃຫ້ແກ່ບັນດາຜູ້ດູແລກິຈການຂອງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະເຂົາທັງຫລາຍຈ້າງຊ່າງກໍ່ແລະຊ່າງໄມ້ໃຫ້ສ້ອມແຊມພຣະວິຫານຂອງພຣະຜູ້ເປັນເຈົ້າ ທັງຄົນງານຊ່າງເຫລັກແລະຊ່າງທອງສຳຣິດ ໃຫ້ສ້ອມແຊມພຣະວິຫານຂອງພຣະຜູ້ເປັນເຈົ້າ 13 ບັນດາຄົນທີ່ຮັບຈ້າງທຳງານຈຶ່ງໄດ້ທຳງານ ແລະງານສ້ອມແຊມກໍດຳເນີນກ້າວຫນ້າໃນມືຂອງເຂົາ ແລະເຂົາໄດ້ສ້ອມແຊມພຣະວິຫານຂອງພຣະຜູ້ເປັນເຈົ້າຕາມຂະຫນາດເດີມ ແລະເສີມໃຫ້ແຂງແຮງຂຶ້ນ 14 ເມື່ອເຂົາໄດ້ກະທຳສຳເຣັດແລ້ວເຂົາກໍນຳເງິນທີ່ເຫລືອຢູ່ມາຫນ້າພຣະພັກພຣະຣາຊາແລະເຢຣົວອາດາ ແລະເຂົາເອົາເງິນນັ້ນທຳເຄື່ອງໃຊ້ສຳລັບພຣະວິຫານແຫ່ງພຣະຜູ້ເປັນເຈົ້າ ສຳລັບການບົວລະບັດ ທັງສຳລັບເຄື່ອງເຜົາບູຊາແລະຖ້ວຍ ແລະພາຊນະທອງຄຳແລະເງິນ ແລະເຂົາທັງຫລາຍໄດ້ຖວາຍເຄື່ອງບູຊາໃນພຣະວິຫານຂອງພຣະເຈົ້າສເມີຕລອດຊົ່ວອາຍຸຂອງເຢຮົວອາດາ 15 ແຕ່ເຢຮົວອາດາກໍເຖົ້າຊະຣາລົງທ່ານກໍສິ້ນຊີວິດ ເມື່ອສິ້ນຊີວິດນັ້ນທ່ານມີອາຍຸນຶ່ງຮ້ອຍສາມສິບປີ 16 ເຂົາກໍຝັງສົບທ່ານໄວ້ໃນນະຄອນດາວິດຖ້າມກາງບັນດາພຣະຣາຊາ ເພາະທ່ານໄດ້ກະທຳການດີໃນອິສຣາເອນ ແລະຕໍ່ພຣະເຈົ້າແລະພຣະວິຫານຂອງພຣະອົງ 17 ຫລັງຈາກທີ່ເຢຮົວອາດາສິ້ນຊີວິດແລ້ວ ບັນດາເຈົ້ານາຍແຫ່ງຢູດາໄດ້ເຂົ້າມາຖວາຍບັງຄົມຕໍ່ພຣະຣາຊາ ແລ້ວພຣະຣາຊາຊົງຟັງຄຳທູນຂອງເຂົາ 18 ເຂົາໄດ້ປະຖິ້ມພຣະວິຫານຂອງພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາ ແລະບົວລະບັດບັນດາອາເຊຣາແລະຮູບເຄົາຣົບ ແລະພຣະພິໂຣດໄດ້ລົງມາເຫນືອຢູດາແລເຢຣູຊາເລັມ ເພາະກັມຊົ່ວຂອງເຂົານີ້ 19 ແຕ່ພຣະອົງຍັງຊົງໃຊ້ຜູ້ປະກາດພຣະທັມມາຖ້າມກາງເຂົາ ນຳເຂົາໃຫ້ກັບມາຍັງພຣະຜູ້ເປັນເຈົ້າ ຄົນເຫລົ່ານີ້ເປັນພຍານປັກປຳເຂົາ ແຕ່ເຂົາບໍ່ຍອມຟັງ 20 ແລ້ວພຣະວິນຍານຂອງພຣະເຈົ້າໄດ້ສວມທັບເຊຄາຣິຢາບຸດເຢຮົວອາດາປະໂຣຫິດ ແລະທ່ານໄດ້ຢືນເຫນືອປະຊາຊົນແລະກ່າວແກ່ເຂົາທັງຫລາຍວ່າ, “ພຣະເຈົ້າຊົງກ່າວດັ່ງນີ້ວ່າ “ເປັນຫຍັງທ່ານທັງຫລາຍຈຶ່ງລະເມີດພຣະບັນຍັດຂອງພຣະເຈົ້າ ອັນເປັນເຫດໃຫ້ທ່ານຈະເຣີນຂຶ້ນບໍ່ໄດ້ ເພາະທ່ານທັງຫລາຍໄດ້ປະຖິ້ມພຣະເຈົ້າ ພຣະອົງຈຶ່ງປະຖິ້ມທ່ານ” 21 ແຕ່ເຂົາທັງຫລາຍຄຶດຮ້າຍຕໍ່ທ່ານ ແລະໂດຍບັນຊາຂອງພຣະຣາຊາເຂົາທັງຫລາຍຈຶ່ງແກວ່ງກ້ອນຫີນໃສ່ທ່ານໃນລານພຣະວິຫານຂອງພຣະຜູ້ເປັນເຈົ້າ 22 ດັ່ງນີ້ແຫລະ ໂຢອັສພຣະຣາຊາຈຶ່ງບໍ່ໄດ້ຊົງຣະລຶກເຖິງຄວາມກະຣຸນາຊຶ່ງເຢຮົວອາດາບິດາຂອງເຊຄາຣິຢາໄດ້ສຳແດງຕໍ່ພຣະອົງ ແຕ່ໄດ້ຊົງປະຫານບຸດຊາຍຂອງທ່ານເສັຽ ແລະເມື່ອເຂົາກໍາລັງຈະຕາຍ ເຂົາເວົ້າວ່າ, “ຂໍພຣະຜູ້ເປັນເຈົ້າຊົງທອດພຣະເນດແລະແກ້ແຄ້ນ”
ມໍຣະນະກັມຂອງໂຢອັສ
23 ພໍປາຍປີກອງທັບຂອງຄົນຊີເຣັຽກໍມາຕໍ່ສູ້ກັບໂຢອັສ ເຂົາມາຍັງຢູດາແລະເຢຣູຊາເລັມ ແລະໄດ້ທຳລາຍບັນດາເຈົ້ານາຍຂອງປະຊາຊົນຈາກຫມູ່ປະຊາຊົນ ແລະສົ່ງຂອງທີ່ຍຶດໄດ້ທັງສິ້ນໄປຍັງພຣະຣາຊາແຫ່ງດາມັສກັສ 24 ແມ້ວ່າກອງທັບຄົນຊີເຣັຽມາແຕ່ນ້ອຍຄົນ ພຣະຜູ້ເປັນເຈົ້າຊົງມອບກອງທັບໃຫຍ່ໄວ້ໃນມືຂອງເຂົາ ເພາະເຂົາທັງຫລາຍໄດ້ປະຖິ້ມພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາ ດັ່ງນີ້ແຫລະຄົນຊີເຣັຽໄດ້ທຳໂທດໂຢອັສ 25 ເມື່ອເຂົາທັງຫລາຍຈາກພຣະອົງໄປ (ເຂົາປະພຣະອົງໄວ້ບາດເຈັບຢ່າງສາຫັດ) ຂ້າຣາຊການຂອງພຣະອົງກໍຄຶດຮ້າຍຕໍ່ພຣະອົງ ເພາະໂລຫິດຂອງບຸດເຢຮົວອາດາປະໂຣຫິດ ແລະໄດ້ປະຫານພຣະອົງເສັຽທີ່ເທິງແທ່ນບັນທົມ ພຣະອົງກໍສິ້ນພຣະຊົນ ແລະເຂົາທັງຫລາຍຝັງພຣະສົບໄວ້ໃນນະຄອນດາວິດ ແຕ່ເຂົາທັງຫລາຍບໍ່ໄດ້ຝັງພຣະສົບໄວ້ໃນອຸບໂມງຂອງບັນດາພຣະຣາຊາ 26 ຄົນເຫລົ່ານັ້ນທີ່ຄຶດຮ້າຍຕໍ່ພຣະອົງ ຄືຊາບັດ ບຸດນາງຊິເມອາທ ຄົນອັມໂມນ ແລະເຢໂຮຊາບັດບຸດນາງຊິມຣີທ ຄົນໂມອາບ 27 ເຣື່ອງຣາວແຫ່ງໂອຣົດຂອງພຣະອົງແລະຄຳທຳນວາຍຕ່າງໆທີ່ໄດ້ກ່າວປັບໂທດພຣະອົງ ແລະການສ້ອມແຊມພຣະວິຫານຂອງພຣະເຈົ້າມີບັນທຶກໄວ້ໃນຫນັງສືທັມບັນຍາຍພົງກະສັດ ແລະອາມາຊີຢາໂອຣົດຂອງພຣະອົງປົກຄອງແທນພຣະອົງ
ຣັຊການອາມາຊີຢາ
1 ເມື່ອອາມາຊີຢາເລີ້ມປົກຄອງນັ້ນມີອາຍຸຊາວຫ້າປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມຊາວເກົ້າປີ ພຣະມານດາຂອງພຣະອົງຊົງພຣະນາມວ່າ ເຢໂຮອັດດານ ຊາວເຢຣູຊາເລັມ 2 ພຣະອົງຊົງກະທຳສິ່ງທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າ ແຕ່ບໍ່ແມ່ນດ້ວຍພຣະທັຍທີ່ແທ້ຈິງ 3 ຢູ່ຕໍ່ມາພໍຣາຊອານາຈັກຢູ່ໃນມືຂອງພຣະອົງຢ່າງຫມັ້ນຄົງແລ້ວ ພຣະອົງຊົງປະຫານຊີວິດຂ້າຣາຊການຂອງພຣະອົງ ຜູ້ທີ່ຂ້າພຣະຣາຊບິດາຂອງພຣະອົງ 4 ແຕ່ພຣະອົງບໍ່ໄດ້ຊົງປະຫານຊີວິດບຸດຫລານຂອງເຂົາ ແຕ່ໄດ້ຊົງກະທຳຕາມທີ່ມີບັນທຶກໄວ້ໃນຫນັງສືທັມບັນຍັດຂອງໂມເຊທີ່ພຣະຜູ້ເປັນເຈົ້າຊົງບັນຊາໄວ້ນັ້ນວ່າ, “ຢ່າທຳໃຫ້ບິດາເຖິງຕາຍເພາະການກະທຳຂອງລູກຫລານ ຫລືຢ່າທຳໃຫ້ລູກຫລານເຖິງຕາຍເພາະການກະທຳຂອງບິດາ ແຕ່ທຸກຄົນຈະຕ້ອງຕາຍເພາະບາບຂອງຕົນເອງ” 5 ແລ້ວອາມາຊີຢາໄດ້ປະຊຸມພວກຢູດາແລະໃຫ້ເຂົາຢູ່ພາຍໃຕ້ຜູ້ບັງຄັບກອງພັນແລະກອງຮ້ອຍ ຕາມຕະກູນຂອງເຂົາ ຄືຢູດາແລະເບັນຢາມີນທັງສິ້ນ ພຣະອົງໄດ້ຊົງນັບຄົນທີ່ມີອາຍຸຊາວປີຂຶ້ນໄປ ແລະຊົງເຫັນວ່າມີຊາຍສະກັນສາມແສນຄົນ ສາມາດເຂົ້າທຳສົງຄາມສາມາດຖືຫອກແລະໂລ່ 6 ນອກຈາກນັ້ນພຣະອົງຊົງຈ້າງທະຫານເອກຈາກອິສຣາເອນນຶ່ງແສນຄົນເປັນເງິນນຶ່ງແສນຕະລັນ 7 ແຕ່ຄົນຂອງພຣະເຈົ້າຄົນນຶ່ງມາເຝົ້າພຣະອົງທູນວ່າ, “ຂ້າແຕ່ພຣະຣາຊາ ຂໍຢ່າໃຫ້ກອງທັບອິສຣາເອນໄປກັບພຣະອົງ ເພາະພຣະຜູ້ເປັນເຈົ້າບໍ່ໄດ້ຊົງສະຖິດຢູ່ກັບອິສຣາເອນ ຄືກັບຄົນເອຟຣາອິມເຫລົ່ານີ້ທັງສິ້ນ 8 ແຕ່ຖ້າພຣະອົງຄາດຫມາຍວ່າໂດຍວິທີນີ້ ພຣະອົງຈະເຂັ້ມແຂງພໍທີ່ຈະເຂົ້າສົງຄາມ ພຣະຜູ້ເປັນເຈົ້າຈະຊົງແກວ່ງພຣະອົງລົງຕໍ່ຫນ້າສັດຕຣູ ເພາະວ່າພຣະຜູ້ເປັນເຈົ້າຊົງຣິດທີ່ຈະຊ່ອຍໄວ້ຫລືຖິ້ມໄປໄດ້” 9 ແລະອາມາຊີຢາກ່າວກັບຄົນຂອງພຣະເຈົ້າວ່າ, “ແຕ່ເຮົາຈະກະທຳປະການໃດເຣື່ອງເງິນນຶ່ງຮ້ອຍຕະລັນຊຶ່ງເຣົາໄດ້ໃຫ້ແກ່ກອງທັບອິສຣາເອນໄປແລ້ວນັ້ນ” ແລ້ວຄົນຂອງພຣະຜູ້ເປັນເຈົ້າທູນຕອບວ່າ, “ພຣະຜູ້ເປັນເຈົ້າຊົງສາມາດທີ່ຈະປະທານແກ່ພຣະອົງຍິ່ງກວ່ານີ້ອີກຫລາຍ” 10 ແລະອາມາຊີຢາກໍຊົງປົດປ່ອຍກອງທັບຊຶ່ງມາຍັງພຣະອົງຈາກເອຟຣາອິມໃຫ້ກັບໄປບ້ານອີກ ເຂົາທັງຫລາຍຈຶ່ງໂກດຢູດາຍິ່ງນັກ ແລະໄດ້ກັບບ້ານດ້ວຍຄວາມໂກດຢ່າງຮຸນແຮງ 11 ແຕ່ອາມາຊີຢາຊົງກ້າແຂງຂຶ້ນ ແລະຊົງນຳພົນຂອງພຣະອົງອອກໄປຍັງຮ່ອມພູເກືອແລະໂຈມຕີຄົນເຊອີຣ໌ນຶ່ງຫມື່ນຄົນ 12 ຄົນຢູດາຈັບເປັນໄດ້ນຶ່ງຫມື່ນຄົນ ແລະພາກເຂົາໄປທີ່ຍອດຫີນ ແລະຖິ້ມເຂົາທັງຫລາຍລົງມາຈາກຍອດຫີນນັ້ນ ເຂົາກໍຕົກມາແຫລກເປັນຊິ້ນໆ 13 ແຕ່ຄົນຂອງກອງທັບຊຶ່ງອາມາຊີຢາຊົງປົດໃຫ້ກັບໄປ ແລະບໍ່ໃຫ້ເຂົາໄປຮົບດ້ວຍນັ້ນ ເຂົາກັບເຂົ້າໂຈມຕີຫົວເມືອງຂອງຢູດາ ຕັ້ງແຕ່ຊາມາເຣັຽເຖິງເບັດໂຮໂຣນ ແລະຂ້າປະຊາຊົນເສັຽສາມພັນຄົນ ແລະຍຶດເຂົ້າຂອງໄປເປັນຈຳນວນຫລວງຫລາຍ 14 ແລະຢູ່ມາເມື່ອອາມາຊີຢາສະເດັດກັບຈາກການຂ້າຟັນຄົນເອໂດມ ພຣະອົງຊົງນຳຮູບເຄົາຣົບຂອງຄົນຊາວເຊອີຣ໌ມາຕັ້ງໄວ້ເປັນພຣະຂອງພຣະອົງ ແລະກາບນະມັສການພຣະເຫລົ່ານັ້ນ ຊົງເຜົາເຄື່ອງຫອມຖວາຍ 15 ເຫດສັນນັ້ນພຣະຜູ້ເປັນເຈົ້າຊົງກິ້ວຕໍ່ອາມາຊີຢາ ແລະຊົງໃຊ້ຜູ້ປະກາດພຣະທັມຄົນນຶ່ງໄປຫາ ທູນພຣະອົງວ່າ, “ເປັນຫຍັງເຈົ້າຈຶ່ງສແວງຫາພຣະຂອງຊົນຊາດນຶ່ງ ຊຶ່ງບໍ່ສາມາດຊ່ອຍກູ້ຊົນຊາດຂອງຕົນເອງຈາກມືຂອງເຈົ້າໄດ້” 16 ຂນະທີ່ເຂົາກຳລັງທູນຢູ່ ພຣະຣາຊາກ່າວກັບເຂົາວ່າ, “ເຣົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນທີ່ປຶກສາຫລື ຢຸດ ເປັນຫຍັງເຈົ້າຈະຕ້ອງຕາຍ“ຜູ້ປະກາດພຣະທັມນັ້ນຈຶ່ງຢຸດ ແຕ່ທູນວ່າ, “ຂ້ານ້ອຍຊາບວ່າພຣະຜູ້ເປັນເຈົ້າຊົງຕັ້ງພຣະທັຍຈະທຳລາຍພຣະອົງ ເພາະພຣະອົງຊົງກະທຳເຊັ່ນນີ້ແລະບໍ່ໄດ້ຊົງຟັງຄຳປຶກສາຂອງຂ້ານ້ອຍ” 17 ແລ້ວອາມາຊີຢາພຣະຣາຊາແຫ່ງຢູດາໄດ້ຕົກລົງພຣະທັຍ ແລະຊົງໃຊ້ໃຫ້ໄປເຝົ້າໂຢອັສ ໂອຣົດຂອງເຢໂຮອາຮັສ ໂອຣົດຂອງເຢຮູ ພຣະຣາຊາຂອງອິສຣາເອນທູນວ່າ, “ມາເຖີດ ໃຫ້ເຣົາທັງສອງມາຜະເຊີນຫນ້າກັນ” 18 ແລະໂຢອັສພຣະຣາຊາແຫ່ງອິສຣາເອນຊົງໃຊ້ໄປຍັງອາມາຊີຢາພຣະຣາຊາແຫ່ງຢູດາວ່າ, “ຕົ້ນຫນາມທີ່ເທິງເລບານອນສົ່ງຂ່າວໃຫ້ຫາຕົ້ນສົນເທິງເລບານອນວ່າ “ຈົ່ງຍົກບຸດຍິງຂອງເຈົ້າໃຫ້ເປັນພັຣຍາບຸດຊາຍຂອງເຮົາ” ແລະສັດປ່າໂຕນຶ່ງແຫ່ງເລບານອນຜ່ານມາແລະຢຽບຕົ້ນຫນາມລົງເສັຽ 19 ທ່ານວ່າ, “ເບິ່ງແມ໋, ຂ້າພະເຈົ້າໄດ້ໂຈມຕີເອໂດມ” ແລະຈິດໃຈຂອງທ່ານກໍຜະຍອງຂຶ້ນໃນຄວາມໂອ້ອວດ ແຕ່ຈົ່ງຢູ່ກັບບ້ານເຖີດ ເພາະເປັນຫຍັງທ່ານຈຶ່ງເຣົ້າໃຈຕົນເອງໃຫ້ຕໍ່ສູ້ແລະຮັບອັນຕະຣາຍ ອັນຈະໃຫ້ທ່ານລົ້ມລົງ ທັງທ່ານແລະຢູດາກັບທ່ານ” 20 ແຕ່ອາມາຊີຢາບໍ່ຊົງຟັງ ເພາະເປັນມາຈາກພຣະເຈົ້າ ເພື່ອວ່າພຣະອົງຈະຊົງມອບເຂົາທັງຫລາຍໄວ້ໃນມືຂອງສັດຕຣູຂອງເຂົາ ເພາະເຂົາທັງຫລາຍໄດ້ຊອກຫາພຣະແຫ່ງເອໂດມ 21 ໂຢອັສພຣະຣາຊາແຫ່ງອິສຣາເອນຈຶ່ງສະເດັດຂຶ້ນໄປ ພຣະອົງແລະອາມາຊີຢາພຣະຣາຊາແຫ່ງຢູດາໄດ້ຜະເຊີນຫນ້າກັນທີ່ເບັດເຊເມສ ຊຶ່ງເປັນຂອງຢູດາ 22 ຢຸດາກໍຜ່າຍແພ້ອິສຣາເອນ ແລະທຸກຄົນກໍຫນີກັບໄປບ້ານຂອງຕົນ 23 ໂຢອັສພຣະຣາຊາແຫ່ງອິສຣາເອນຊົງຈັບອາມາຊີຢາພຣະຣາຊາແຫ່ງຢູດາ ໂອຣົດຂອງໂຢອັສ ໂອຣົດຂອງອາຮາຊີຢາທີ່ເບັດເຊເມສ ແລະນຳພຣະອົງມາຍັງເຢຣູຊາເລັມ ແລະຊົງພັງກຳແພງເຢຣູຊາເລັມລົງສີ່ຮ້ອຍສອກ ຕັ້ງແຕ່ປະຕູເອຟຣາອິມເຖິງປະຕູມຸກ 24 ພຣະອົງຊົງຍຶດທອງຄຳ ແລະເງິນທັງຫມົດແລະເຄື່ອງໃຊ້ທັງສິ້ນຊຶ່ງພົບໃນພຣະວິຫານຂອງພຣະເຈົ້າ ໃນຄວາມອາຣັກຂາຂອງໂອເບດເອໂດມ ທັງຄັງຊັບຂອງສຳນັກພຣະຣາຊວັງ ພ້ອມກັບຄົນປະກັນດ້ວຍ ແລະພຣະອົງສະເດັດກັບໄປຍັງຊາມາເຣັຽ
ມໍຣະນະກັມຂອງອາມາຊີຢາ
25 ອາມາຊີຢາໂອຣົດຂອງໂຢອັສພຣະຣາຊາແຫ່ງຢູດາຊົງພຣະຊົນຢູ່ສິບຫ້າປີ ຫລັງຈາກມໍຣະນະກັມຂອງໂຢອັສ ໂອຣົດຂອງເຢໂຮອາຮັສ ພຣະຣາຊາແຫ່ງອິສຣາເອນ 26 ສ່ວນພຣະຣາຊກິຈນອກນັ້ນຂອງອາມາຊີຢາ ຕັ້ງແຕ່ຕົ້ນຈົນສຸດປາຍບໍ່ໄດ້ບັນທຶກໄວ້ໃນຫນັງສືພົງກະສັດແຫ່ງຢູດາຫລືອິສຣາເອນຫລື 27 ນັບແຕ່ເວລາເມື່ອອາມາຊີຢາຊົງຫັນໄປຈາກພຣະຜູ້ເປັນເຈົ້າ ເຂົາທັງຫລາຍກໍຄິດກະບົດຕໍ່ພຣະອົງໃນເຢຣູຊາເລັມ ແລະພຣະອົງຊົງຫນີໄປທີ່ລາຄິສ ແຕ່ເຂົາໃຊ້ໄປຕາມພຣະອົງທີ່ລາຄິສ ແລະປະຫານພຣະອົງເສັຽທີ່ນັ້ນ 28 ເຂົາທັງຫລາຍນຳພຣະສົບໃສ່ຫລັງມ້າກັບມາ ແລະຝັງໄວ້ກັບບັນພະບຸຣຸດຂອງພຣະອົງໃນນະຄອນດາວິດ
ຣັຊການອຸສຊີຢາ
1 ປະຊາຊົນທັງສິ້ນແຫ່ງຢູດາຈຶ່ງຕັ້ງອຸສຊີຢາ ຜູ້ຊຶ່ງມີອາຍຸສິບຫົກປີ ໃຫ້ເປັນກະສັດແທນອາມາຊີຢາຣາຊບິດາຂອງພຣະອົງ 2 ພຣະອົງຊົງສ້າງເມືອງເອໂລທແລະໃຫ້ກັບຂຶ້ນແກ່ຢູດາ ຫລັງຈາກທີ່ພຣະຣາຊາຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ 3 ເມື່ອອຸສຊີຢາຊົງເລີ້ມປົກຄອງນັ້ນ ມີອາຍຸສິບຫົກປີ ແລະພຣະອົງຊົງປົກຄອງໃນກຸງເຢຣູຊາເລັມຫ້າສິບສອງປີ ພຣະມານດາຂອງພຣະອົງຊົງພຣະນາມວ່າເຢໂກລີຢາຊາວເຢຣູຊາເລັມ 4 ພຣະອົງຊົງກະທຳສິ່ງທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າ ຕາມທີ່ອາມາຊີຢາຣາຊບິດາຂອງພຣະອົງໄດ້ຊົງກະທຳທຸກປະການ 5 ພຣະອົງຊົງຕັ້ງພຣະອົງທີ່ຈະສແວງຫາພຣະເຈົ້າ ໃນສະໄຫມຂອງເຊຄາຣິຢາຜູ້ແນະນຳພຣະອົງໃນຄວາມຢຳເກງພຣະເຈົ້າ ແລະຕາບໃດທີ່ພຣະອົງສແວງຫາພຣະເຈົ້າ ພຣະເຈົ້າຊົງກະທຳໃຫ້ພຣະອົງຈະເຣີນ 6 ພຣະອົງສະເດັດອອກໄປທຳສົງຄາມຕໍ່ສູ້ກັບຄົນຟີລິສຕິນ ແລະພັງກຳແພງເມືອງກາດ ແລະກຳແພງເມືອງຢັບເນ ແລະກຳແພງເມືອງອັສໂດດ ແລະພຣະອົງຊົງສ້າງຫົວເມືອງໃນເຂດແດນອັສໂດດ ແລະທີ່ອື່ນໆອີກຖ້າມກາງຄົນຟີລິສຕິນ 7 ພຣະເຈົ້າຊົງຊ່ອຍພຣະອົງໃນການຕໍ່ສູ້ຄົນຟີລິສຕິນ ແລະຕໍ່ສູ້ຄົນອາຣັບ ຊຶ່ງອາໄສຢູ່ໃນກູຣ໌ບາອານ ແລະຕໍ່ສູ້ກັບຄົນເມອູນີ 8 ຄົນອັມໂມນໄດ້ຖວາຍບັນນາການແກ່ອຸສຊີຢາ ແລະພຣະນາມຂອງພຣະອົງກໍແຜ່ຜາຍອອກໄປເຖິງເຂດແດນເອຢິບ ເພາະພຣະອົງຊົງເຂັ້ມແຂງຍິ່ງນັກ 9 ນອກຈາກນີ້ ອຸສຊີຢາຊົງສ້າງປ້ອມໃນເຢຣູຊາເລັມ ທີ່ປະຕູມຸກ ທີ່ປະຕູຮ່ອມພູແລະທີ່ຫົວລ້ຽວ ແລະປ້ອງກັນໄວ້ແຂງແຮງ 10 ພຣະອົງຊົງສ້າງປ້ອມໃນຖິ່ນກັນດານ ຊົງສະກັດຫີນທຳທີ່ຂັງນ້ຳຫລາຍແຫ່ງ ເພາະພຣະອົງຊົງມີຝູງສັດໃຫຍ່ໂຕ ທັງໃນຖິ່ນເນີນເຊເຟລາແລະໃນທີ່ຮາບພຽງ ແລະຊົງມີຊາວນາແລະຄົນແຕ່ງຕົ້ນອະງຸ່ນໃນເນີນພູ ແລະໃນໄຮ່ນາອຸດົມ ເພາະພຣະອົງຊົງຮັກເສດຖະກັມ 11 ນອກຈາກນີ້ ອຸສຊີຢາຊົງມີກອງທະຫານ ຊຶ່ງອອກໄປທຳເສິກເປັນກອງໆ ຕາມຈຳນວນທີ່ເຢອີເອນຣາຊເລຂາໄດ້ຮວບຮວມໄວ້ດ້ວຍກັນກັບມາອາຊັຍຢາເຈົ້າຫນ້າທີ່ພາຍໃຕ້ການຄວບຄຸມຂອງຮານານີຢາ ຜູ້ບັງຄັບກອງພົນຄົນນຶ່ງຂອງພຣະຣາຊາ 12 ຈຳນວນຫົວຫນ້າຕະກູນທັງຫມົດຄື ພວກທະຫານເອກ ມີສອງພັນຫົກຮ້ອຍຄົນ 13 ໃຕ້ບັງຄັບບັນຊາຂອງຄົນເຫລົ່ານີ້ ມີກອງທັບພົນສາມແສນເຈັດພັນຫ້າຮ້ອຍຄົນ ຜູ້ທຳສົງຄາມໄດ້ດ້ວຍກຳລັງ ເພື່ອຊ່ອຍພຣະຣາຊາໃຫ້ຕໍ່ສູ້ກັບສັດຕຣູ 14 ອຸສຊີຢາຊົງຕຽມໂລ່ ຫອກ ຫມວກ ເສື້ອ ເກາະ ທະນູ ແລະກ້ອນຫີນ ສຳລັບສະລິ່ງໄວ້ສຳລັບກອງທັບ 15 ໃນເຢຣູຊາເລັມພຣະອົງຊົງກະທຳເຄື່ອງກົນໄກໂດຍຄົນຊ່າງປະດິດທຳຂຶ້ນ ໄວ້ເທິງປ້ອມແລະຕາມມຸມ ເພື່ອຍິງລູກທະນູແລະໂຍນກ້ອນຫີນໃຫຍ່ໆ ແລະພຣະນາມຂອງພຣະອົງກໍລືໄປໄກ ເພາະພຣະອົງຊົງຣັບຄວາມຊ່ອຍເຫລືອຢ່າງອັດສະຈັນຈົນພຣະອົງເຂັ້ມແຂງ 16 ແຕ່ເມື່ອພຣະອົງຊົງແຂງແຮງແລ້ວພຣະອົງກໍມີພຣະທັຍຜະຍອງຂຶ້ນ ຈຶ່ງຊົງກະທຳຄວາມເສັຽຫາຍ ເພາະພຣະອົງບໍ່ຊື່ສັດຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງ ແລະເຂົ້າໄປໃນພຣະວິຫານຂອງພຣະເຈົ້າ ເພື່ອເຜົາເຄື່ອງຫອມເທິງແທ່ນເຄື່ອງຫອມ 17 ແຕ່ອາຊາຣີຢາປະໂຣຫິດໄດ້ເຂົ້າໄປຕິດຕາມພຣະອົງພ້ອມກັບປະໂຣຫິດຂອງພຣະເຈົ້າແປດສິບຄົນຜູ້ຊຶ່ງເກັ່ງກ້າ 18 ເຂົາທັງຫລາຍໄດ້ຂັດຂວາງກະສັດອຸສຊີຢາແລະທູນພຣະອົງວ່າ, “ຂ້າແຕ່ອຸສຊີຢາ ບໍ່ແມ່ນຫນ້າທີ່ຂອງພຣະອົງທີ່ຈະເຜົາເຄື່ອງຫອມຖວາຍແດ່ພຣະຜູ້ເປັນເຈົ້າ ແຕ່ເປັນຫນ້າທີ່ຂອງປະໂຣຫິດບຸດຫລານຂອງອາໂຣນ ຜູ້ຊຶ່ງຊຳຮະໄວ້ໃຫ້ບໍຣິສຸດເພື່ອເຜົາເຄື່ອງຫອມ ຂໍເຊີນພຣະອົງສະເດັດອອກໄປຈາກສະຖານນະມັສການນີ້ ເພາະພຣະອົງໄດ້ຊົງລ່ວງເກີນ ແລະພຣະອົງຈະບໍ່ໄດ້ຮັບກຽດອັນໃດຈາກພຣະຜູ້ເປັນເຈົ້າເລີຍ” 19 ແລ້ວອຸສຊີຢາຊົບງກິ້ວ ພຣະອົງມີຫມໍ້ຂາງໄຟຢູ່ໃນມືຈະຊົງເຜົາເຄື່ອງຫອມ ແລະເມື່ອພຣະອົງຊົງກິ້ວຕໍ່ປະໂຣຫິດ ໂຣກເຮື້ອນກໍເກີດຂຶ້ນມາທີ່ຫນ້າຜາກຕໍ່ຫນ້າປະໂຣຫິດໃນພຣະວິຫານຂອງພຣະຜູ້ເປັນເຈົ້າຂ້າງແທ່ນເຜົາເຄື່ອງຫອມ 20 ແລະອາຊາຣີຢາມະຫາປະໂຣຫິດ ແລະບັນດາປະໂຣຫິດທັງປວງມອງເບິ່ງພຣະອົງ ແລະເບິ່ງແມ໋, ພຣະອົງຊົງເປັນໂຣກເຮຶ້ອນທີ່ຫນ້າຜາກ ແລະເຂົາທັງຫລາຍກໍຊຸກພຣະອົງອອກໄປໂດຍໄວ ແລະພຣະອົງເອງກໍຊົງຟ້າວສະເດັດອອກໄປ ເພາະວ່າພຣະຜູ້ເປັນເຈົ້າຊົງລົງໂທດພຣະອົງແລ້ວ 21 ອຸສຊີຢາກໍຊົງເປັນໂຣກເຮື້ອນຈົນວັນສິ້ນພຣະຊົນ ແລະເພາະເປັນໂຣກເຮື້ອນກໍຊົງຖືກຕັດເສັຽອອກຈາກພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະໂຢທາມໂອຣົດຂອງພຣະອົງເປັນຜູ້ດູແລຣາຊສຳນັກປົກຄອງຣາສດອນ 22 ສ່ວນພຣະຣາຊກິຈນອກນັ້ນຂອງອຸສຊີຢາ ຕັ້ງແຕ່ຕົ້ນຈົນສຸດປາຍ ອິຊັຍຢາ ບຸດອາໂມສໄດ້ບັນທຶກໄວ້ 23 ອຸສຊີຢາກໍຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງພຣະສົບໄວ້ກັບບັນພະບຸຣຸດຂອງພຣະອົງໃນນາທີ່ຝັງສົບອັນເປັນຂອງພຣະຣາຊາ ເພາະເຂົາທັງຫລາຍວ່າ “ພຣະອົງຊົງເປັນໂຣກເຮື້ອນ” ແລະໂຢທາມໂອຣົດຂອງພຣະອົງກໍປົກຄອງແທນພຣະອົງ
ຣັຊການໂຢທາມ
1 ເມື່ອໂຢທາມຊົງເລີ້ມປົກຄອງນັ້ນມີອາຍຸຊາວຫ້າປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມສິບຫົກປີ ພຣະມານດາຂອງພຣະອົງມີພຣະນາມວ່າເຢຣູຊາ ບຸດຍິງຂອງຊາໂດກ 2 ພຣະອົງຊົງກະທຳສິ່ງທີ່ຊອບໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ ຕາມຊຶ່ງອຸສຊີຢາຣາຊບິດາຂອງພຣະອົງໄດ້ຊົງກະທຳທຸກປະການ ເວັ້ນແຕ່ພຣະອົງບໍ່ໄດ້ເຂົາໄປໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແຕ່ປະຊາຊົນຍັງປະຕິບັດໃນທາງເສັຽຫາຍ 3 ພຣະອົງຊົງສ້າງປະຕູເທິງຂອງພຣະວິຫານແຫ່ງພຣະຜູ້ເປັນເຈົ້າ ແລະຊົງກະທຳການກໍ່ສ້າງຫລາຍທີ່ກຳແພງເມືອງໂອເຟນ 4 ນອກຈາກນີ້ ພຣະອົງຊົງສ້າງຫົວເມືອງໃນຖິ່ນພູດອຍແຫ່ງຢູດາ ແລະສ້າງປ້ອມກັບຫໍຄອຍຕາມປ່າໄມ້ 5 ພຣະອົງຊົງສູ້ຮົບກັບພຣະຣາຊາຄົນອັມໂມນແລະຊົງຊະນະ ແລະໃນປີນັ້ນຄົນອັມໂມນໄດ້ຖວາຍເງິນແກ່ພຣະອົງນຶ່ງຮ້ອຍຕະລັນ ແລະເຂົ້າສາລີນຶ່ງຫມື່ນ ຄົນອັມໂມນໄດ້ຖວາຍເທົ່າກັນໃນປີທີ່ສອງແລະໃນປີທີ່ສາມ 6 ໂຢທາມຈຶ່ງຊົງມີກຳລັງຫລາຍຂຶ້ນ ເພາະພຣະອົງຊົງຫັນໄປດຳເນີນຕາມນ້ຳພຣະທັຍຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງ 7 ສ່ວນພຣະຣາຊກິຈນອກນັ້ນຂອງໂຢທາມແລະການສົງຄາມທັງສິ້ນຂອງພຣະອົງ ແລະທຳນຽມຂອງພຣະອົງ ເບິ່ງແມ໋, ມີບັນທຶກໄວ້ໃນຫນັງສືພົງກະສັດແຫ່ງອິສຣາເອນແລະຢູດາ 8 ເມື່ອພຣະອົງຊົງເລີ້ມປົກຄອງມີອາຍຸຊາວຫ້າປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມສິບຫົກປີ 9 ແລະໂຢທາມກໍລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງສົບໄວ້ໃນນະຄອນດາວິດ ແລະອາຮັສໂອຣົດຂອງພຣະອົງປົກຄອງແທນພຣະອົງ
ຣັຊການອາຮັສ
1 ເມື່ອອາຮັສຊົງເລີ້ມປົກຄອງມີອາຍຸດຊາວຫ້າປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມສິບຫົກປີ ແລະພຣະອົງບໍ່ໄດ້ຊົງກະທຳສິ່ງທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າຢ່າງກັບດາວິດບັນພະບຸຣຸດຂອງພຣະອົງ 2 ແຕ່ຊົງດຳເນີນຕາມທາງຂອງເຈົ້າຊີວິດແຫ່ງອິສຣາເອນ ພຣະອົງເຖິງກັບຊົງສ້າງຮູບເຄົາຣົບຫລໍ່ສຳລັບບັນດາພຣະບາອານ 3 ພຣະອົງຊົງເຜົາເຄື່ອງຫອມທີ່ຮ່ອມພູບຸດຮິນໂນມ ແລະຊົງເຜົາບັນດາໂອຣົດຂອງພຣະອົງເປັນເຄື່ອງບູຊາ ຕາມການກະທຳອັນຫນ້າກຽດຊັງຂອງບັນດາປະຊາຊາດຊຶ່ງພຣະຜູ້ເປັນເຈົ້າຊົງຂັບໄລ່ອອກເສັຽໃຫ້ພົ້ນຫນ້າປະຊາຊົນອິສຣາເອນ 4 ພຣະອົງຊົງຖວາຍສັຕບູຊາແລະຊົງເຜົາເຄື່ອງຫອມທີ່ສະຖານນະມັສການທີ່ສູງ ແລະເທິງເນີນພູ ແລະໃຕ້ຕົ້ນໄມ້ງາມທຸກຕົ້ນ 5 ເຫດສັນນັ້ນ ພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງຊຶ່ງຊົງມອບພຣະອົງໄວ້ໃນພຣະຫັດຂອງພຣະຣາຊາແຫ່ງຊີເຣັຽຜູ້ຊົງຊະນະພຣະອົງ ແລະຈັບປະຊາຊົນຂອງພຣະອົງເປັນຈຳນວນຫລວງຫລາຍນຳມາຍັງດາມັສກັສ ແລະພຣູອົງຊົງຖືກມອບໄວ້ໃນມືຂອງພຣະຣາຊາແຫ່ງອິສຣາເອນ ຜູ້ຊະນະພຣະອົງດ້ວຍການຂ້າຟັນຢ່າງໃຫຍ່ຫລວງ 6 ເພາະວ່າເປກາ ບຸດເຣມາລີຢາໄດ້ຂ້າເສັຽນຶ່ງແສນສອງຫມື່ນຄົນໃນຢູດາໃນວັນດຽວ ທັງສິ້ນເປັນທະຫານກ້າແຂງ ເພາະເຂົາທັງຫລາຍໄດ້ປະຖິ້ມພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາທັງຫລາຍ 7 ແລະຊິກຣີທະຫານເອກຂອງເອຟຣາອິມໄດ້ສັງຫານມາອາເຊອາໂອຣົດຂອງພຣະຣາຊາ ແລະອັສຣີກາມອະທິບໍດີກົມວັງແລະເອນການາອຸປຣາຊ 8 ຄົນອິສຣາເອນໄດ້ຈັບຍາດພີ່ນ້ອງຂອງຕົນເປັນຊະເລີຍສອງແສນຄົນ ມີຜູ້ຍິງ ບຸດຊາຍ ແລະບຸດຍິງ ແລະໄດ້ຍຶດຂອງເປັນອັນມາກມາຈາກເຂົານຳມາຍັງຊາມາເຣັຽ 9 ແຕ່ຜູ້ປະກາດພຣະທັມຄົນນຶ່ງຂອງພຣະຜູ້ເປັນເຈົ້າຢູ່ທີ່ນັ້ນຊື່ວ່າ ໂອເດດ ທ່ານອອກໄປພົບກອງທັບຊຶ່ງມາຍັງຊາມາເຣັຽ ແລະເວົ້າກັບເຂົາທັງຫລາຍວ່າ, “ເບິ່ງແມ໋, ເພາະພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານທັງຫລາຍຊົງກິ້ວຕໍ່ຢູດາ ພຣະອົງຊົງມອບເຂົາທັງຫລາຍໄວ້ໃນມືຂອງທ່ານ ແຕ່ທ່ານທັງຫລາຍໄດ້ສັງຫານເຂົາເສັຽດ້ວຍຄວາມກ້ຽວກາດຊຶ່ງຂຶ້ນໄປເຖິງຟ້າສວັນ 10 ແລະບັດນີ້ທ່ານທັງຫລາຍເຈຕນາຈະຂົ່ມເຫັງປະຊາຊົນແຫ່ງຢູດາ ແລະເຢຣູຊາເລັມທັງຊາຍແລະຍິງໃຫ້ເປັນທາດຂອງທ່ານ ຕົວທ່ານເອງບໍ່ມີບາບຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຫລື 11 ບັດນີ້ ຂໍຟັງຂ້າພະເຈົ້າ ແລະຂໍສົ່ງຊະເລີຍຊຶ່ງທ່ານໄດ້ນຳມາຈາກຍາດພີ່ນ້ອງຂອງທ່ານກັບໄປ ເພາະວ່າພຣະພິໂຣດອັນແຮງກ້າຂອງພຣະຜູ້ເປັນເຈົ້າຢູ່ເຫນືອທ່ານທັງຫລາຍ 12 ບາງຄົນໃນຫົວຫນ້າຄົນເອຟຣາອິມ ຄືອາຊາຣິຢາ ບຸດໂຢຮານານ ເບເຣກິຢາ ບຸດເມຊີນເລໂມທ ເຢຮິສກີຢາ ບຸດຊັນລູມ ແລະອາມາຊາ ບຸດຮັດລັຍ ໄດ້ຢືນຂຶ້ນຂັດຂວາງບັນດາຜູ້ທີ່ກັບມາຈາກສົງຄາມ 13 ເວົ້າກັບເຂົາທັງຫລາຍວ່າ, “ເຈົ້າຢ່ານຳຊະເລີຍເຂົ້າມາທີ່ນີ້ ເພາະເຈົ້າຫມຸ່ງຫມາຍທີ່ຈະນຳໂທດບາບມາເຫນືອເຮົາຕໍ່ພຣະຜູ້ເປັນເຈົ້າ ເພີ້ມເຂົ້າກັບບາບແລະກັມຊົ່ວໃນປັດຈຸບັນຂອງເຮົາ ເພາະວ່າກັມຊົ່ວຂອງເຮົາກໍໃຫຍ່ໂຕຢູ່ ພຣະພິໂຣດອັນແຮງກ້າຕໍ່ອິສຣາເອນມີຢູ່ແລ້ວ” 14 ເຫດສັນນັ້ນ ຜູ້ຖືອາວຸດຈຶ່ງຖິ້ມຊະເລີຍແລະຂອງທີ່ຍຶດມາຕໍ່ຫນ້າເຈົ້ານາຍແລະຊຸມນຸມຊົນທັງປວງ 15 ແລະຜູ້ຊາຍຊຶ່ງຖືກຣະບຸຊື່ນັ້ນໄດ້ລຸກຂຶ້ນເອົາເສື້ອຜ້າອັນເປັນຂອງທີ່ຍຶດມາໃຫ້ແກ່ຄົນທີ່ເປືອຍກາຍຢູ່ໃນພວກຊະເລີຍ ແລະເຂົາກໍນຸ່ງເຄື່ອງໃຫ້ເຂົາໄວ້ ແລະໃຫ້ເກີບ ແລະຈັດຫາອາຫານແລະເຄື່ອງດື່ມໃຫ້ ແລະຊະໂລມເຂົາ ແລະນຳຄົນທີ່ອ່ອນເປັ້ຽໃນພວກເຂົາຂຶ້ນລານຳເຂົາກັບມາຍັງຍາດພີ່ນ້ອງຂອງເຂົາທີ່ເມືອງເຢຣີໂກ ຄືເມືອງຕົ້ນອິນພລັມ ແລະເຂົາທັງຫລາຍກໍກັບໄປຍັງຊາມາເຣັຽ 16 ຄັ້ງນັ້ນກະສັດອາຮັສຊົງໃຊ້ໃຫ້ໄປຫາພຣະຣາຊາແຫ່ງອັສຊີເຣັຽເພື່ອຂໍຄວາມຊ່ອຍເຫລືອ 17 ເພາະຄົນເອໂດມໄດ້ບຸກຣຸກເຂົ້າມາອີກ ແລະໂຈມຕີຢູດາ ແລະຈັບໄປເປັນຊະເລີຍ 18 ແລະຄົນຟີລິສຕິນໄດ້ເຂົ້າປຸ້ນຫົວເມືອງໃນຖິ່ນເນີນເຊເຟລາ ແລະທີ່ພາກໃຕ້ຂອງຢູດາ ແລະໄດ້ຍຶດເມືອງເບັດເຊເມສ ອັຍຢາໂລນ ເກເດໂຣທ ແລະໂຊໂກກັບຊົນນະບົດ ແລະເຂົາກໍຕັ້ງຢູ່ທີ່ນັ້ນ 19 ເພາະພຣະຜູ້ເປັນເຈົ້າຊົງກະທຳໃຫ້ຢູດາດ້ອຍລົງດ້ວຍອາຮັສພຣະຣາຊາແຫ່ງອິສຣາເອນ ເພາະອາຮັສຊົງປ່ອຍໃຫ້ເຫລີງໃນຢູດາແລະບໍ່ຊື່ຕໍ່ພຣະຜູ້ເປັນເຈົ້າ 20 ສະນັ້ນ ຕິນກາດປິນເນເຊີພຣະຣາຊາແຫ່ງອັສຊີເຣັຽຈຶ່ງຍົກຂຶ້ນມາຕໍສູ້ກັບພຣະອົງ ແລະກະທຳໃຫ້ພຣະອົງທຸກພຣະທັຍແທນທີ່ຈະສນັບສນຸນພຣະອົງໃຫ້ເຂັ້ມແຂງ 21 ເພາະອາຮັສຊົງເອົາຂອງຈາກພຣະວິຫານຂອງພຣະຜູ້ເປັນເຈົ້າແລະຈາກຣາຊສຳນັກແລະຈາກເຈົ້ານາຍຖວາຍເປັນບັນນາການແກ່ພຣະຣາຊາຂອງອັສຊີເຣັຽ ແຕ່ບໍ່ເປັນປໂຍດແກ່ພຣະອົງ 22 ໃນຄາວທຸກຍາກນັ້ນ ພຣະອົງຍິ່ງບໍ່ເຊື່ອຕໍ່ພຣະຜູ້ເປັນເຈົ້າ ຄືກະສັດອາຮັສອົງດຽວກັນນີ້ແຫລະ 23 ເພາະພຣະອົງຊົງຖວາຍສັຕບູຊາແກ່ພຣະຂອງເມືອງດາມັສກັສຊຶ່ງໄດ້ໃຫ້ພຣະອົງຜ່າຍແພ້ແລະກ່າວວ່າ, “ເພາະວ່າພຣະເຈົ້າແຫ່ງພຣະຣາຊາຂອງຊີເຣັຽໄດ້ຊ່ອຍເຂົາທັງຫລາຍ ເຮົາຈະຖວາຍສັຕບູຊາແກ່ພຣະເຫລົ່ານັ້ນເພື່ອຈະຊ່ອຍເຮົາ” ແຕ່ພຣະເຫລົ່ານັ້ນເປັນເຄື່ອງທຳລາຍພຣະອົງແລະທັງອິສຣາເອນທັງປວງດ້ວຍ 24 ແລະອາຮັສຊົງຮວບຮວມເຄື່ອງໃຊ້ແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າເປັນອັນໆ ແລະພຣະອົງຊົງປິດປະຕູພຣະວິຫານຂອງພຣະເຈົ້າ ແລະພຣະອົງຊົງສ້າງແທ່ນບູຊາສຳລັບພຣະອົງທຸກມຸມເມືອງເຢຣູຊາເລັມ 25 ພຣະອົງຊົງສ້າງບ່ອນນະມັສການທີ່ສູງໃນຫົວເມືອງຂອງຢູດາທຸກຫົວເມືອງເພື່ອເຜົາເຄື່ອງຫອມຖວາຍພຣະອື່ນ ກະທຳໃຫ້ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງພຣະອົງຊົງພຣະພິໂຣດ 26 ສ່ວນພຣະຣາຊກິຈນອກນັ້ນຂອງພຣະອົງ ແລະເຣື່ອງຣາວອງພຣະອົງທັງສິ້ນຕັ້ງແຕ່ຕົ້ນຈົນປາຍ ເບິ່ງແມ໋, ເຂົາບັນທຶກໄວ້ໃນຫນັງສືພົງກະສັດຂອງຢູດາແລະອິສຣາເອນ 27 ອາຮັສກໍລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ເຂົາກໍຝັງພຣະສົບໄວ້ໃນກຸງ ຄືໃນເຢຣູຊາເລັມ ເພາະເຂົາບໍ່ໄດ້ນຳພຣະສົບໄປໄວ້ໃນອຸບໂມງຂອງພຣະຣາຊາແຫ່ງອິສຣາເອນ ແລະເຮເຊກີຢາໂອຣົດຂອງພຣະອົງໄດ້ປົກຄອງແທນພຣະອົງ
ຣັຊການເຮເຊກີຢາ
1 ເມື່ອເຮເຊກີຢາມີອາຍຸສິບຫ້າປີ ພຣະອົງຊົງເລີ້ມປົກຄອງ ແລະພຣະອົງຊົງປົກຄອງໃນກຸງເຢຣູຊາເລັມຊາວເກົ້າປີ ພຣະມານດາຂອງພຣະອົງມີພຣະນາມວ່າ ອາບີຢາບຸດຕຣີຂອງເຊຄາຣິຢາ 2 ພຣະອົງຊົງກະທຳສິ່ງທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າ ຕາມຊຶ່ງດາວິດບັນພະບຸຣຸດຂອງພຣະອົງໄດ້ຊົງກະທຳ
ເຮເຊກີຢາຊົງຮຶ້ຟື້ນການນະມັສການໃນພຣະວິຫານ
3 ໃນປີທຳອິດແຫ່ງຣັຊການຂອງພຣະອົງໃນເດືອນແຣກ ພຣະອົງຊົງເປີດປະຕູພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະໄດ້ຊົງທຳການສ້ອມແຊມປະຕູນັ້ນ 4 ພຣະອົງຊົງນຳປະໂຣຫິດແລະຄົນເລວີເຂົ້າມາແລະຊົງໃຫ້ເຂົາຊຸມນຸມທີ່ລານເມືອງດ້ານຕາເວັນອອກ 5 ແລະກ່າວກັບເຂົາວ່າ, “ຄົນເລວີເອີຍ ຂໍຟັງເຮົາ ຈົ່ງຊຳຮະຕົວໃຫ້ບໍຣິສຸດ ແລະຊຳຮະພຣະວິຫານຂອງພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານໃຫ້ບໍຣິສຸດ 6 ເພາະບິດາຂອງເຮົາທັງຫລາຍບໍ່ຊື່ສັດ ແລະໄດ້ກະທຳສິ່ງທີ່ຊົ່ວໃນສາຍພຣະເນດພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາ ເຂົາທັງຫລາຍໄດ້ປະຖິ້ມພຣະອົງ ແລະຫັນຫນ້າຂອງເຂົາເສັຽຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ ແລະໄດ້ຫັນຫລັງໃຫ້ 7 ເຂົາປິດປະຕູມຸກພຣະວິຫານດ້ວຍແລະໄດ້ດັບຕະກຽງເສັຽ ແລະບໍ່ໄດ້ເຜົາເຄື່ອງຫອມຫລືຖວາຍເຄື່ອງເຜົາບູຊາໃນສະຖານບໍຣິສຸດຂອງພຣະເຈົ້າແຫ່ງອິສຣາເອນ 8 ເຫດສັນນັ້ນພຣະພິໂຣດຂອງພຣະເຈົ້າຈຶ່ງມາເທິງຢູດາແລະເຢຣູຊາເລັມ ແລະພຣະອົງຊົງກະທຳໃຫ້ເຂົາເປັນສິ່ງທີ່ຫນ້າຫວາດກົວ ເປັນທິ່ຫນ້າສະຍົດສະຍອງ ແລະເປັນທີ່ເຍາະເຍີ້ຍຕາມທີ່ທ່ານໄດ້ເຫັນກັບຕາຂອງທ່ານແລ້ວ 9 ເພາະບິດາທັງຫລາຍຂອງເຮົາໄດ້ລົ້ມລົງດ້ວຍດາບ ແລະບຸດຊາຍບຸດຍິງກັບພັຣຍາຂອງເຮົາໄດ້ເປັນຊະເລີຍເພາະເຫດນີ້ 10 ບັດນີ້ເຣົາມີໃຈປະສົງທີ່ຈະກະທຳຄຳສັນຍາກັບພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ ເພື່ອວ່າພຣະພິໂຣດອັນແຮງກ້າຂອງພຣະອົງຈະຫັນໄປເສັຽຈາກເຣົາ 11 ບຸດຂອງຂ້າພະເຈົ້າເອີຍ ຢ່າເມີນເສີຍເພາະພຣະຜູ້ເປັນເຈົ້າໄດ້ຊົງເລືອກທ່ານໃຫ້ຢືນຢູ່ຕໍ່ພຣະພັກຂອງພຣະອົງ ເພື່ອບົວລະບັດພຣະອົງ ແລະເປັນຜູ້ບົວລະບັດຂອງພຣະອົງແລະເຜົາເຄື່ອງຫອມ” 12 ແລ້ວຄົນເລວີກໍລຸກຂຶ້ນ ຄືມາຮາດບຸດອາມາຊັຍ ແລະໂຢເອນບຸດອາຊາຣິຢາ ຜູ້ເປັນເຊື້ອສາຍຂອງໂກຮາດ ແລະເຊື້ອສາຍຂອງເມຣາຣີ ຄິສບຸດອັບດີ ແລະອາຊາຣິຢາບຸດເຢຮັນເລເລນ ແລະເຊື້ອສາຍຂອງເກີໂຊນ ຄື ໂຢອາບຸດຊິມມາ ແລະເອເດນບຸດໂຢອາ 13 ແລະເຊື້ອສາຍຂອງເອລີຊາຟານ ຄືຊິມຣີ ແລະເຢອູເອນ ແລະເຊື້ອສາຍຂອງອາສາຟ ຄືເຊຄາຣິຢາ ແລະມັດຕານິຢາ 14 ແລະເຊື້ອສາຍຂອງເຮມານ ຄືເຢຮູເອນແລະຊີເມອີ ແລະເຊື້ອສາຍຂອງເຢດູທູນ ຄືເຊມັຍຢາ ແລະອຸສຊີເອນ 15 ເຂົາທັງຫລາຍຮວບຮວມພີ່ນ້ອງຂອງເຂົາ ແລະຊຳຮະຕົນໃຫ້ບໍຣິສຸດ ແລະເຂົ້າໄປຕາມທີ່ພຣະຣາຊາໄດ້ຊົງບັນຊາ ໂດຍພຣະວັຈນະຂອງພຣະຜູ້ເປັນເຈົ້າ ໃຫ້ຊຳຮະພຣະວິຫານຂອງພຣະຜູ້ເປັນເຈົ້າໃຫ້ບໍຣິສຸດ 16 ປະໂຣຫິດໄດ້ເຂົ້າໄປໃນສ່ວນຂ້າງໃນຂອງພຣະວິຫານຂອງພຣະຜູ້ເປັນເຈົ້າເພື່ອຊຳຮະໃຫ້ບໍຣິສຸດ ແລະເຂົານໍາສິ່ງທີ່ເປື້ອນເປິະທີ່ເຂົາພົບໃນພຣະວິຫານຂອງພຣະຜູ້ເປັນເຈົ້າອອກມາທີ່ລານພຣະວິຫານຂອງພຣະເຈົ້າ ແລະຄົນເລວີກໍຂົນເອົາຂອງນັ້ນອອກໄປຍັງລຳທານາກິດໂຣນ 17 ເຂົາເລີ້ມຊຳຮະໃນວັນແຣກຂອງເດືອນທຳອິດ ແລະໃນວັນທີ່ແປດຂອງເດືອນນັ້ນເຂົາມາຍັງມຸກຂອງພຣະຜູ້ເປັນເຈົ້າ ເຂົາຊຳຮະພຣະວິຫານຂອງພຣະຜູ້ເປັນເຈົ້າຢູ່ແປດວັນ ແລະໃນວັນທີ່ສິບຫົກຂອງເດືອນທຳອິດກໍສຳເຣັດ 18 ແລ້ວເຂົາເຂົ້າໄປຫາເຮເຊກີຢາພຣະຣາຊາແລະທູນວ່າ, “ຂ້ານ້ອຍທັງຫລາຍໄດ້ກະທຳຄວາມສະອາດພຣະວິຫານຂອງພຣະຜູ້ເປັນເຈົ້າເສັດສິ້ນແລ້ວ ທັງແທ່ນເຄື່ອງເຜົາບູຊາແລະເຄື່ອງໃຊ້ຂອງແທ່ນນັ້ນທັງສິ້ນ ແລະໂຕະເຂົ້າຈີ່ຕັ້ງຖວາຍ ແລະເຄື່ອງໃຊ້ຂອງໂຕະທັງສິ້ນ 19 ເຄື່ອງໃຊ້ທັງສິ້ນຊຶ່ງກະສັດອາຮັສໄດ້ຖິ້ມໃນຣັຊການຂອງພຣະອົງ ເມື່ອພຣະອົງບໍ່ຊື່ຕໍ່ພຣະຜູ້ເປັນເຈົ້າ ຂ້ານ້ອຍທັງຫລາຍໄດ້ຕຽມພ້ອມແລະໄດ້ຊຳຮະແລ້ວ ແລະເບິ່ງແມ໋, ຂອງເຫລົ່ານັ້ນກໍຢູ່ຫນ້າແທ່ນບູຊາຂອງພຣະຜູ້ເປັນເຈົ້າ 20 ແລ້ວເຮເຊກີຢາພຣະຣາຊາຊົງລຸກຂຶ້ນແຕ່ເດິກ ແລະຮວບຮວມເຈົ້ານາຍຂອງກຸງ ແລະສະເດັດຂຶ້ນໄປຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ 21 ເຂົາໄດ້ນຳງົວເຖິກເຈັດໂຕ ແກະເຖິກເຈັດໂຕ ລູກແກະເຈັດໂຕ ແລະແບ້ເຖິກເຈັດໂຕເປັນເຄື່ອງບູຊາໄຖ່ບາບສຳລັບຣາຊອານາຈັກ ສະຖານນະມັສການແລະຢູດາ ແລະພຣະອົງຊົງບັນຊາໃຫ້ລູກຫລານຂອງອາໂຣນ ຄື ປະໂຣຫິດໃຫ້ຖວາຍຂອງເຫລົ່ານັ້ນເທິງແທ່ນບູຊາຂອງພຣະຜູ້ເປັນເຈົ້າ 22 ເຂົາທັງຫລາຍຈຶ່ງຂ້າງົວເຖິກແລະປະໂຣຫິດກໍຮັບເລືອດແລະຊິດໃສ່ທີ່ແທ່ນບູຊາ ແລະເຂົາທັງຫລາຍຂ້າແກະເຖິກ ແລະເອົາເລືອດຂອງມັນຊິດໃສ່ແທ່ນບູຊາ ແລະຂ້າລູກແກະ ເອົາເລືອດຂອງມັນຊິດໃສ່ແທ່ນບູຊາ 23 ແລ້ວແບ້ເຖິກສຳລັບເປັນເຄື່ອງບູຊາໄຖ່ບາບນັ້ນເຂົານຳມາທີ່ພຣະຣາຊາແລະທີ່ປະຊຸມຊົນ ແລະເຂົາທັງຫລາຍກໍເອົາມືຂອງເຂົາວາງເທິງແບ້ນັ້ນ 24 ແລະປະໂຣຫິດກໍຂ້າແບ້ເສັຽ ແລະເອົາເລືອດຂອງມັນທຳເປັນເຄື່ອງບູຊາໄຖ່ບາບເທິງແທ່ນນັ້ນ ເພື່ອທຳການລົບມົນທິນບາບໃຫ້ອິສຣາເອນທັງປວງ ເພາະບັນດາປະໂຣຫິດຊົງບັນຊາວ່າ ໃຫ້ທຳເຄື່ອງເຜົາບູຊາແລະເຄື່ອງບູຊາໄຖ່ບາບສຳລັບອິສຣາເອນ 25 ແລ້ວພຣະອົງຊົງໃຫ້ຄົນເລວີປະຈຳຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ມີສາບຊິ່ງ ພິນໃຫຍ່ ແລະພິນເຂົາຄູ່ ຕາມບັນຍັດຂອງດາວິດແລະຂອງກາດຜູ້ທຳນວາຍຂອງພຣະຣາຊາ ແລະຂອງນາທານຜູ້ປະກາດພຣະທັມ ເພາະວ່າພຣະບັນຍັດນັ້ນມາຈາກພຣະຜູ້ເປັນເຈົ້າທາງຜູ້ປະກາດພຣະທັມຂອງພຣະອົງ 26 ຄົນເລວີກໍຢືນຢູ່ ຖືເຄື່ອງຄົນຕຣີຂອງດາວິດ ແລະປະໂຣຫິດຖືແກ 27 ແລ້ວເຮເຊກີຢາຊົງບັນຊາວ່າ ໃຫ້ຖວາຍເຄື່ອງເຜົາບູຊານັ້ນເທິງແທ່ນ ແລະເມື່ອເລີ້ມຖວາຍເຄື່ອງເຜົາບູຊາ ກໍເລີ້ມຖວາຍເພງແກ່ພຣະຜູ້ເປັນເຈົ້າ ແລະແກກັບເຄື່ອງດົນຕຣີຂອງດາວິດພຣະຣາຊາຂອງອິສຣາເອນກໍເລີ້ມດ້ວຍ 28 ຊຸມນຸມຊົນທັງສິ້ນກໍນະມັສການ ແລະນັກຮ້ອງກໍຮ້ອງເພງແລະຄົນດົນຕຣີກໍເປົ່າແກທຳຢ່າງນີ້ຢູ່ຈົນຖວາຍເຄື່ອງເຜົາບູຊາເສັດ 29 ເມື່ອການຖວາຍບູຊາເສັດແລ້ວ ພຣະຣາຊາແລະຄົນທັງປວງທີ່ຢູ່ກັບພຣະອົງກໍກາບລົງນະມັສການ 30 ແລະເຮເຊກີຢາພຣະຣາຊາແລະເຈົ້ານາຍກໍບັນຊາໃຫ້ຄົນເລວີຮ້ອງເພງຍໍພຣະກຽດພຣະຜູ້ເປັນເຈົ້າດ້ວຍຖ້ອຍຄຳຂອງດາວິດແລະຂອງອາສາຟຜູ້ທຳນວາຍ ແລະເຂົາທັງຫລາຍຮ້ອງເພງຍໍພຣະກຽດດ້ວຍຄວາມຍິນດີ ແລະເຂົາກໍກາບລົງນະມັສການ 31 ແລ້ວເຮເຊກີຢາກ່າວວ່າ, “ບັດນີ້ທ່ານທັງຫລາຍໄດ້ຊຳຮະຕົວຂອງທ່ານໃຫ້ບໍຣິສຸດຕໍ່ພຣະຜູ້ເປັນເຈົ້າ ຈົ່ງເຂົ້າມາໃກ້ ນຳເຄື່ອງສັຕບູຊາ ແລະເຄື່ອງບູຊາໂມທະນາມາຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ” ແລະຊຸມນຸມຊົນກໍນຳເຄື່ອງສັຕບູຊາແລະເຄື່ອງບູຊາໂມທະນາ ແລະທຸກຄົນທີ່ມີໃຈສມັກກໍໄດ້ນຳເຄື່ອງເຜົາບູຊາມາ 32 ຈຳນວນເຄື່ອງເຜົາບູຊາຊຶ່ງຊຸມນຸມຊົນນຳມາ ຄືງົວເຖິກເຈັດສິບໂຕ ແກະເຖິກນຶ່ງຮ້ອຍແລະລູກແກະສອງຮ້ອຍ ທັງສິ້ນນີ້ເປັນເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ 33 ແລະເຄື່ອງບູຊາທີ່ມອບຖວາຍໄວ້ ມີງົວເຖິກຫົກຮ້ອຍໂຕ ແລະແກະສາມພັນໂຕ 34 ແຕ່ມີປະໂຣຫິດຫນ້ອຍເກີນໄປຈົນດຶງຫນັງເຄື່ອງເຜົາບູຊາທັງຫມົດບໍ່ໄດ້ ຄົນເລວີພີ່ນ້ອງຂອງເຂົາກໍໄດ້ຊ່ອຍຈົນສຳເຣັດງານ ແລະຈົນກວ່າປະໂຣຫິດຈະເສັດການຊຳຮະຕົນໃຫ້ບໍຣິສຸດ ເພາະໃນການຊຳຮະຕົນນັ້ນຄົນເລວີຈິງຈັງຍິ່ງກວ່າພວກປະໂຣຫິດ 35 ນອກຈາກເຄື່ອງເຜົາບູຊາມີຈຳນວນຫລວງຫລາຍແລ້ວ ຍັງມີໄຂມັນຂອງເຄື່ອງສານຕິບູຊາ ແລະມີເຄື່ອງດື່ມບູຊາຄູ່ກັບເຄື່ອງເຜົາບູຊາດ້ວຍ ດັ່ງນີ້ແຫລະງານບົວລະບັດໃນພຣະວິຫານຂອງພຣະຜູ້ເປັນເຈົ້າກໍຟື້ນຄືນມາອີກ 36 ເຮເຊກີຢາກັບປະຊາຊົນທັງປວງກໍຊົມຊື່ນຍິນດີດ້ວຍການທີ່ພຣະຜູ້ເປັນເຈົ້າໄດ້ຊົງກະທຳໃຫ້ແກ່ປະຊາຊົນຄັ້ງນີ້ ເພາະເຣື່ອງນີ້ເກີດຂຶ້ນປັດຈຸບັນທັນດ່ວນ
ການຖືເທສການປັສຄາ
1 ເຮເຊກີຢາຊົງຮັບສັ່ງໄປເຖິງອິສຣາເອນແລະຢູດາທັງປວງ ແລະຊົງພຣະອັກສອນເຖິງເອຟຣາອິມກັບມານັສເຊດ້ວຍ ວ່າເຂົາທັງຫລາຍຄວນຈະມາຍັງພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ເຢຣູຊາເລັມ ເພື່ອຈະຖືເທສການປັສຄາຖວາຍແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິສຣາເອນ 2 ເພາະວ່າພຣະຣາຊາແລະເຈົ້ານາຍຂອງພຣະອົງທັງຊຸມນຸມຊົນທັງປວງໃນເຢຣູຊາເລັມໄດ້ປຶກສາກັນທີ່ຈະຖືເທສການປັສຄາໃນເດືອນທີ່ສອງ 3 ດ້ວຍເຂົາທັງຫລາຍຈະຖືປັສຄາຕາມກຳນົດບໍ່ໄດ້ ເພາະວ່າພວກປະໂຣຫິດຍັງບໍ່ໄດ້ຊຳຮະຕົນໃຫ້ບໍຣິສຸດພຽງພໍແກ່ຈຳນວນ ແລະປະຊາຊົນຍັງບໍ່ໄດ້ຊຸມນຸມກັນໃນເຢຣູຊາເລັມ 4 ແລະແຜນງານນັ້ນກໍເປັນທີ່ຊອບແກ່ພຣະຣາຊາ ແລະຊຸມນຸມຊົນທັງປວງ 5 ເຂົາຈຶ່ງລົງມະຕິໃຫ້ທຳປະກາດອອກໄປທົ່ວອິສຣາເອນ ຕັ້ງແຕ່ເບເອີເຊບາຈົນເຖິງເມືອງດານວ່າ ປະຊາຊົນຄວນມາຖືປັສຄາຖວາຍແດ່ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນທີ່ເຢຣູຊາເລັມ ເພາະເຂົາບໍ່ໄດ້ຖືເປັນຈຳນວນຫລາຍໆຕາມທີ່ໄດ້ກຳນົດໄວ້ 6 ຄົນເດີນຫນັງສືຈຶ່ງອອກໄປທົ່ວອິສຣາເອນແລະຢູດາ ຖືຫນັງສືຈາກພຣະຣາຊາແລະບັນດາເຈົ້ານາຍຂອງພຣະອົງ ເພາະພຣະຣາຊາໄດ້ຊົງສັ່ງວ່າ, “ໂອ ຊົນອິສຣາເອນເອີຍ ຈົ່ງກັບມາຫາພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອັບຣາຮາມ ອີຊາກ ແລະອິສຣາເອນ ເພື່ອພຣະອົງຈະຫັນກັບມາຍັງຄົນສ່ວນທີ່ເຫລືອຢູ່ຂອງທ່ານຜູ້ຊຶ່ງຫນີລອດຈາກມືຂອງພຣະຣາຊາແຫ່ງອັສຊີເຣັຽ 7 ຢ່າໃຫ້ເຫມືອນບິດາແລະພີ່ນ້ອງຂອງທ່ານຜູ້ບໍ່ຊື່ຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາ ພຣະອົງຈຶ່ງຊົງມອບເຂົາໄວ້ໃຫ້ປະສົບຄວາມຈິບຫາຍຕາມທີ່ທ່ານເຫັນຢູ່ 8 ແລະຄາວນີ້ຢ່າຫົວແຂງຢ່າງບິດາຂອງທ່ານທັງຫລາຍເລີຍ ແຕ່ຈົ່ງຍອມມອບຕົວທ່ານແກ່ພຣະຜູ້ເປັນເຈົ້າ ແລະມາຍັງສະຖານນະມັສການຂອງພຣະອົງຊຶ່ງພຣະອົງຊົງຊຳຮະໄວ້ໃຫ້ບໍຣິສຸດເປັນນິດ ແລະບົວລະບັດພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານ ເພື່ອພຣະພິໂຣດອັນແຮງກ້າຂອງພຣະອົງຈະຫັນໄປຫັນໄປເສັຽຈາກທ່ານ 9 ເພາະຖ້າທ່ານທັງຫລາຍຫັນກັບມາຍັງພຣະຜູ້ເປັນເຈົ້າ ພີ່ນ້ອງຂອງທ່ານແລະລູກຫລານຂອງທ່ານຈະປະສົບຄວາມເອັນດູຈາກຜູ້ທີ່ຈັບເຂົາໄປເປັນຊະເລີຍ ແລະຈະໄດ້ກັບມາຍັງແຜ່ນດິນນີ້ອີກ ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງພຣະເມດຕາແລະກະຣຸນາ ຖ້າທ່ານກັບມາຫາພຣະອົງ ພຣະອົງຈະບໍ່ຊົງຫັນພຣະພັກໄປຈາກທ່ານ” 10 ຄົນເດີນຫນັງສືຈຶ່ງໄປຕາມຫົວເມືອງຕ່າງໆທົ່ວແຜ່ນດິນເອຟຣາອິມ ແລະມານັສເຊໄກໄປຈົນເຖິງເຊບູລູນ ແຕ່ຄົນທັງຫລາຍກໍຫົວເຍາະເຍີ້ຍເຂົາ ແລະດູຫມິ່ນເຂົາ 11 ມີແຕ່ຄົນເຜົ່າອາເຊີ ມານັສເຊ ແລະເຊບູລູນບາງຄົນທີ່ຖ່ອມຕົວແລະມາຍັງເຢຣູຊາເລັມ 12 ພຣະຫັດຂອງພຣະຜູ້ເປັນເຈົ້າຢູ່ເຫນືອຢູດາດ້ວຍ ຊົງໃຫ້ເຂົາເປັນໃຈດຽວກັນທີ່ຈະກະທຳຕາມຊຶ່ງພຣະຣາຊາແລະເຈົ້ານາຍໄດ້ສັ່ງເຂົາໄວ້ຕາມຖ້ອຍຄຳຂອງພຣະຜູ້ເປັນເຈົ້າ 13 ປະຊາຊົນເປັນອັນມາກມາປະຊຸມກັນໃນເຢຣູຊາເລັມ ເພື່ອຖືເທສການກິນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງໃນເດືອນທີ່ສອງ ເປັນການຊຸມນຸມໃຫຍ່ຍິ່ງນັກ 14 ເຂົາລົງມືທຳງານກຳຈັດແທ່ນບູຊາທີ່ຢູ່ໃນເຢຣູຊາເລັມ ແລະແທ່ນສຳລັບເຜົາເຄື່ອງຫອມທັງປວງນັ້ນເຂົາຂົນໄປຖິ້ມເສັຽໃນລຳທານກິດໂຣນ 15 ເຂົາທັງຫລາຍໄດ້ຂ້າແກະ ປັສຄາໃນວັນທີ່ສິບສີ່ຂອງເດືອນທີ່ສອງ ປະໂຣຫິດແລະຄົນເລວີກໍຕ້ອງຮູ້ສຶກລະອາຍ ເພາະສະນັ້ນເຂົາຈຶ່ງຊຳຮະຕົວໃຫ້ບໍຣິສຸດແລະນຳເຄື່ອງເຜົາບູຊາມາໃນພຣະວິຫານຂອງພຣະຜູ້ເປັນເຈົ້າ 16 ເຂົາທັງຫລາຍເຂົ້າປະຈຳຕຳແຫນ່ງທີ່ເຂົາເຄີຍ ຕາມບົດບັນຍັດຂອງໂມເຊຄົນຂອງພຣະເຈົ້າ ປະໂຣຫິດກໍເອົາເລືອດຊຶ່ງເຂົາຮັບມາຈາກມືຂອງຄົນເລວີຊິດ 17 ເພາະວ່າມີຫລາຍຄົນໃນຊຸມນຸມຊົນນັ້ນຍັງບໍ່ໄດ້ຊຳຮະຕົນໃຫ້ບໍຣິສຸດ ເພາະສະນັ້ນຄົນເລວີຈຶ່ງຕ້ອງຂ້າແກະປັສຄາແທນທຸກຄົນທີ່ມົນທິນ ເພື່ອກະທຳໃຫ້ບໍຣິສຸດຕໍ່ພຣະຜູ້ເປັນເຈົ້າ 18 ເພາະວ່າມວນຊົນນັ້ນ ຄົນເປັນອັນມາກທີ່ມາຈາກເອຟຣາອິມ ມານັສເຊ ອິສຊາຄາ ແລະເຊບູລູນ ຍັງບໍ່ໄດ້ຊຳຮະຕົນ ແຕ່ເຂົາກໍຮັບປະທານປັສຄາຜິດຕໍ່ຂໍ້ທີ່ກຳນົດໄວ້ ເພາະວ່າເຮເຊກີຢາຊົງອ້ອນວອນເພື່ອເຂົາວ່າ “ຂໍພຣະຜູ້ເປັນເຈົ້າຜູ້ປະເສີດຊົງໃຫ້ອະພັຍແກ່ທຸກໆຄົນ 19 ຜູ້ປັກໃຈຊອກຫາພຣະເຈົ້າ ຄືພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາ ເຖິງແມ່ນວ່າຈະບໍ່ເປັນໄປຕາມກົດຂອງຄວາມບໍຣິສຸດແຫ່ງສະຖານນະມັສການນີ້” 20 ພຣະຜູ້ເປັນເຈົ້າຊົງຟັງເຮເຊກີຢາແລະຊົງຮັກສາປະຊາຊົນ 21 ແລະປະຊາຊົນອິສຣາເອນທີ່ຢູ່ໃນເຢຣູຊາເລັມໄດ້ຖືເທສການກິນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງເຈັດວັນດ້ວຍຄວາມຍິນດີຍິ່ງ ແລະຄົນເລວີກັບປະໂຣຫິດໄດ້ສັຣເສີນພຣະຜູ້ເປັນເຈົ້າທຸກໆວັນ ຮ້ອງເພງດ້ວຍເຕັມກຳລັງຂອງເຂົາຖວາຍແດ່ພຣະຜູ້ເປັນເຈົ້າ 22 ແລະເຮເຊກີຢາຊົງກ່າວຫນຸນໃຈພວກຄົນເລວີທັງປວງຜູ້ສະແດງຝີມືດີໃນການບົວລະບັດພຣະຜູ້ເປັນເຈົ້າ ປະຊາຊົນຈຶ່ງຮັບປະທານອາຫານໃນເທສການນັ້ນເຈັດວັນ ໄດ້ຖວາຍສັດເປັນເຄື່ອງສານຕິບູຊາ ແລະໂມທະນາພຣະຄຸນພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ 23 ແລ້ວຊຸມນຸມຊົນທັງສິ້ນກໍຕົກລົງກັນທີ່ຈະຖືເທສການໄປອີກເຈັດວັນ ເຂົາຈຶ່ງຖືເທສການໄປອີກເຈັດວັນດ້ວຍຄວາມຍິນດີ 24 ເພາະເຮເຊກີຢາພຣະຣາຊາແຫ່ງຢູດາໄດ້ຊົງປະທານງົວເຖິກນຶ່ງພັນໂຕ ແກະເຈັດພັນໂຕ ແກ່ຊຸມນຸມຊົນໃຫ້ເປັນເຄື່ອງບູຊາ ແລະພວກເຈົ້ານາຍໄດ້ໃຫ້ງົວເຖິກນຶ່ງພັນໂຕ ແກະນຶ່ງຫມື່ນໂຕ ແກ່ຊຸມນຸມຊົນ ແລະປະໂຣຫິດເປັນຈຳນວນຫລາຍກໍໄດ້ຊຳຮະຕົນໃຫ້ບໍຣິສຸດ 25 ຊຸມນຸມຊົນທັງສິ້ນຂອງຢູດາ ກັບບັນດາປະໂຣຫິດແລະຄົນເລວີ ແລະຊຸມນຸມຊົນທັງສິ້ນຊຶ່ງອອກມາຈາກອີສຣາເອນ ແລະຄົນຕ່າງດ້າວຊຶ່ງອອກມາຈາກອິສຣາເອນແລະຊຶ່ງຢູ່ໃນຢູດາຊົມຊື່ນຍິນດີກັນ 26 ຈຶ່ງມີຄວາມຊື່ນບານໃຫຍ່ຍິ່ງໃນເຢຣູຊາເລັມ ເພາະຕັ້ງແຕ່ສະໄຫມຂອງໂຊໂລໂມນໂອຣົດຂອງດາວິດພຣະຣາຊາແຫ່ງອິສຣາເອນບໍ່ເຄີຍມີຢ່າງນີ້ເລີຍໃນເຢຣູຊາເລັມ 27 ແລ້ວບັນດາປະໂຣຫິດແລະຄົນເລວີໄດ້ລຸກຂຶ້ນອວຍພອນປະຊາຊົນ ສຽງຂອງເຂົາກໍເຖິງພຣະກັນ ແລະຄຳອ້ອນວອນຂອງເຂົາກໍມາຍັງທີ່ປະທັບບໍຣິສຸດຂອງພຣະອົງໃນຟ້າສວັນ
1 ເມື່ອສຳເຣັດງານນີ້ທັງສິ້ນແລ້ວອິສຣາເອນທັງປວງຜູ້ຢູ່ທີ່ນັ້ນໄດ້ອອກໄປຍັງຫົວເມືອງຢູດາແລະທຳລາຍເສົາສັກສິດ ແລະໂຄ່ນບັນດາອາເຊຣາລົງ ແລະພັງບ່ອນນະມັສການສະຖານທີ່ສູງລົງ ແລະພັງແທ່ນທົ່ວຢູດາແລະເບັນຢາມິນທັງສິ້ນ ແລະໃນເອຟຣາອິມກັບມານັສເຊ ຈົນເຂົາທຳລາຍເສັຽຫມົດສິ້ນ ແລ້ວປະຊາຊົນອິສຣາເອນທັງປວງກໍກັບໄປຍັງຫົວເມືອງຂອງຕົນ ທຸກຄົນກັບໄປຍັງທີ່ດິນຂອງເຂົາ
ເຮເຊກີຢາຊົງວາງກຳນົດບຳຣຸງປະໂຣຫິດແລະຄົນເລວີ
2 ເຮເຊກີຢາໄດ້ຊົງຈັດການແບ່ງບັນດາປະໂຣຫິດແລະຄົນເລວີເປັນກອງໆ ແຕ່ລະກອງຕາມຫນ້າທີ່ບົວຣະບັດຂອງຕົນຄືບັນດາປະໂຣຫິດແລະຄົນເລວີ ໃຫ້ເປັນພະນັກງານຝ່າຍເຄື່ອງເຜົາບູຊາແລະເຄື່ອງສານຕິບູຊາໃຫ້ບົວຣະບັດ ແລະໃຫ້ຖວາຍໂມທະນາແລະສັຣເສີນພາຍໃນປະຕູຄ້າຍຂອງພຣະຜູ້ເປັນເຈົ້າ 3 ສ່ວນທີ່ພຣະຣາຊາຊົງບໍຣິຈາກຈາກຊັບສິນສ່ວນພຣະອົງນັ້ນ ເປັນເຄື່ອງເຜົາບູຊາ ຄືເຄື່ອງເຜົາບູຊາສຳລັບຕອນເຊົ້າແລະສຳລັບຕອນຄ່ຳ ແລະເຄື່ອງເຜົາບູຊາສຳລັບວັນສະບາໂຕ ວັນຂຶ້ນນຶ່ງຄ່ຳແລະເທສການຕາມກຳນົດ ດັ່ງທີ່ບັນທຶກໄວ້ໃນທັມບັນຍັດຂອງພຣະຜູ້ເປັນເຈົ້າ 4 ພຣະອົງຊົງສັ່ງປະຊາຊົນຜູ້ຢູ່ໃນເຢຣູຊາເລັມໃຫ້ບໍຣິຈາກສ່ວນທີ່ເປັນຂອງປະໂຣຫິດແລະຂອງຄົນເລວີ ເພື່ອເຂົາເຫລົ່ານັ້ນຈະໄດ້ຖວາຍຕົວເຂົາ ຖືທັມບັນຍັຂອງພຣະຜູ້ເປັນເຈົ້າບົ່ງໄວ້ 5 ພໍຄຳສັ່ງກະຈາຍອອກໄປ ປະຊາຊົນອິສຣາເອນກໍໄດ້ບໍຣິຈາກເຂົ້າມາຢ່າງຫລວງຫລາຍ ມີຜົນຣຸ່ນທຳອິດຂອງເຂົ້າ ເຫລົ້າອະງຸ່ນໃຫມ່ ນ້ຳມັນ ນ້ຳເຜິ້ງ ແລະຜລິດຜົນທຸກຢ່າງຂອງໄຮ່ນາ ແລະເຂົານຳນຶ່ງສ່ວນສິບແຫ່ງຂອງທຸກຊະນິດເຂົ້າມາຢ່າງມາກມາຍ 6 ແລະປະຊາຊົນອິສຣາເອນແລະຢູດາຜູ້ອາໄສຢູ່ໃນຫົວເມືອງຂອງຢູດາໄດ້ນຳນຶ່ງສ່ວນສິບຂອງງົວແລະແກະແລະສິ່ງຂອງທີ່ທອບຖວາຍແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາ ແລະເກັບໄວ້ເປັນກອງໆ 7 ໃນເດືອນທີ່ສາມເຂົາເລີ້ມກອງສຸມຂຶ້ນ ແລະສຳເຣັດໃນເດືອນທີ່ເຈັດ 8 ເມື່ອເຮເຊກີຢາແລະເຈົ້ານາຍມາເຫັນກອງເຫລົ່ານັ້ນ ທ່ານທັງຫລາຍກໍຖວາຍສາທຸການແດ່ພຣະຜູ້ເປັນເຈົ້າແລະອວຍພອນແກ່ອິສຣາເອນໄພ່ພົນຂອງພຣະອົງ 9 ເຮເຊກີຢາກໍຊົງໄຕ່ຖາມປະໂຣຫິດແລະຄົນເລວີເຖິງເຣື່ອງກອງເຫລົ່ານັ້ນ 10 ອາຊາຣິຢາມະຫາປະໂຣຫິດ ຜູ້ເປັນເຊື້ອສາຍຂອງຊາໂດກທູນຕອບພຣະອົງວ່າ, “ຕັ້ງແຕ່ເຂົາທັງຫລາຍໄດ້ນຳສ່ວນບໍຣິຈາກເຂົ້າມາໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ພວກຂ້ານ້ອຍໄດ້ຮັບປະທານແລະມີພໍກັບມີເຫລືອຫລາຍ ເພາະພຣະຜູ້ເປັນເຈົ້າໄດ້ຊົງອວຍພຣະພອນໄພ່ພົນຂອງພຣະອົງ ເຫດສະນັ້ນພວກຂ້ານ້ອຍຈຶ່ງມີເຫລືອຢູ່ໃຫຍ່ໂຕຢ່າງນີ້” 11 ແລ້ວເຮເຊກີຢາຈຶ່ງຊົງບັນຊາໃຫ້ເຂົາຈັດຫ້ອງໃນພຣະວິຫານຂອງພຣະຜູ້ເປັນເຈົ້າແລະເຂົາທັງຫລາຍກໍຈັດໄວ້ 12 ເຂົາທັງຫລາຍນຳສິ່ງບໍຣິຈາກເຂົ້າມາຢ່າງຊື່ສັດ ທັງນຶ່ງສ່ວນສິບແລະຂອງມອບຖວາຍ ຫົວຫນ້າເຈົ້າຫນ້າທີ່ຜູ້ດູແລຄື ໂກນານິເອນຄົນເລວີກັບຊີເມອີນ້ອງຊາຍເປັນຄົນຣອງ 13 ເຢຮີເອນ ອາຊາຊິຢາ ນາຮາດ ອາຊາເຮນ ເຢຣີໂມທ ໂຢຊາບັທ ເອລີເອນ ອິສມາຄິຢາ ມາຮາດ ແລະເບນັຍຢາ ເປັນຜູ້ຄວບຄຸມຊ່ອຍເຫລືອໂກນານິເອນແລະຊີເມອີນ້ອງຊາຍຂອງເຂົາ ໂດຍການແຕ່ງຕັ້ງຂອງເຮເຊກີຢາພຣະຣາຊາ ແລະອາຊາຣິຢາເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ຂອງພຣະວິຫານຂອງພຣະຜູ້ເປັນເຈົ້າ 14 ໂກເຣບຸດອິມນາຄົນເລວີ ຜູ້ເຝົ້າປະຕູຕາເວັນອອກ ເປັນຜູ້ດູແລຂອງບູຊາທີ່ຖວາຍຕາມໃຈສມັກແກ່ພຣະຜູ້ເປັນເຈົ້າ ແຈກສ່ວນບໍຣິຈາກທີ່ສງວນໄວ້ສຳລັບພຣະຜູ້ເປັນເຈົ້າ ແລະເຄື່ອງບູຊາບໍຣິສຸດທີ່ສຸດ 15 ເອເດນ ມີ ນີອາມີນ ເຢຊູອາ ເຊມັຍຢາ ອາມາຣີຢາ ແລະເຊການິຢາໄດ້ຊ່ອຍເຂົາຢ່ງຊື່ສັດໃນຫົວເມືອງຂອງປະໂຣຫິດ ໃຫ້ແຈກແກ່ພີ່ນ້ອງຂອງເຂົາທັງຫລາຍ ທັງຜູ້ໃຫຍ່ແລະຜູ້ນ້ອຍເຫມືອນກັນຕາມ ກອງເວນ 16 ເວັ້ນແຕ່ຄົນເຫລົ່ານັ້ນທີ່ຂຶ້ນທະບຽນໄວ້ຕາມເຊື້ອສາຍ ຜູ້ຊາຍຕັ້ງແຕ່ສາມປີຂຶ້ນໄປ ທຸກຄົນທີ່ເຂົ້າໄປໃນພຣະວິຫານຂອງພຣະຜູ້ເປັນເຈົ້າເປັນເວນຕາມຫນ້າທີ່ປະຈຳວັນທີ່ຕ້ອງທຳ ເພື່ອທຳການບົວລະບັດຕາມຫນ້າທີ່ໂດຍກອງຂອງເຂົາ 17 ການຂຶ້ນທະບຽນປະໂຣຫິດກໍກະທຳຕາມຕະກູນຂອງເຂົາ ສ່ວນຄົນເລວີຕັ້ງແຕ່ອາຍຸຊາວປີຂຶ້ນໄປກໍຂຶ້ນຕາມຫນ້າທີ່ຂອງເຂົາ ຕາມກອງເວນຂອງເຂົາທັງຫລາຍ 18 ແລະຂຶ້ນທະບຽນທັງລູກນ້ອຍໆຂອງເຂົາ ເມັຽຂອງເຂົາ ລູກຊາຍລູກຍິງຂອງເຂົາ ມວນຊົນທັງສິ້ນ ເພາະເຂົາທັງຫລາຍຊື່ສັດໃນການຮັກສາຕົວຂອງເຂົາໃຫ້ບໍຣິສຸດ 19 ສຳລັບລູກຫລານຂອງອາໂຣນຄືພວກປະໂຣຫິດ ຜູ້ຢູ່ໃນທົ່ງນາຮວມຣອບຫົວເມືອງຂອງເຂົານັ້ນ ມີຜູ້ຊາຍໃນຫົວເມືອງຕ່າງໆຜູ້ຖືກຣະບຸຊື່ໃຫ້ແຈກຈ່າຍສ່ວນແບ່ງແກ່ເພດຊາຍທຸກຄົນໃນພວກຂອງປະໂຣຫິດ ແລະທຸກຄົນໃນພວກຂອງຄົນເລວີຜູ້ຊຶ່ງໄດ້ຂຶ້ນທະບຽນໄວ້ 20 ເຮເຊກີຢາຊົງກະທຳດັ່ງນີ້ທົ່ວທັງຢູດາ ແລະພຣະອົງຊົງກະທຳສິ່ງທີ່ດີແລະຊອບ ແລະຊື່ສັດຕໍ່ພຣະພັກພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງ 21 ແລະງານທຸກຢ່າງຊຶ່ງພຣະອົງຊົງເລີ້ມກະທຳໃນການບົວລະບັດແຫ່ງພຣະວິຫານຂອງພຣະເຈົ້າແລະຕາມພຣະທັມແລະພຣະບັນຍັດ ເພື່ອສແວງຫາພຣະເຈົ້າຂອງພຣະອົງ ພຣະອົງຊົງກະທຳດ້ວຍເຕັມພຣະທັຍ ແລະຊົງຈຳເຣີນຂຶ້ນ
ເຊນນາເຄຣິບບຸກຢູດາ
1 ພາຍຫລັງເຫດການເຫລົ່ານີ້ແລະກິຈການອັນຊື່ສັດເຫລົ່ານີ້ ເຊນນາເຄຣິບກະສັດອັສຊີເຣັຽຍົກມາຕໍ່ສູ້ຢູດາ ແລະຕັ້ງຄ້າຍລ້ອມຫົວເມືອງທີ່ມີປ້ອມໄວ້ ຊົງດຳຣິທີ່ຈະຍຶດໄວ້ 2 ເມື່ອເຮເຊກີຢາຊົງເຫັນວ່າເຊນນາເຄຣິບຍົກມາດ້ວຍເຈຕນາຈະຕໍ່ສູ້ກັບເຢຣູຊາເລັມ 3 ພຣະອົງຊົງວາງແຜນການກັບເຈົ້ານາຍຂອງພຣະອົງ ແລະທະຫານເອກຂອງພຣະອົງທີ່ຈະອຸດນ້ຳຕາມນ້ຳພຸທີ່ຢູ່ນອກເມືອງເສັຽ ແລະເຂົາທັງຫລາຍກໍຊົງຊ່ອຍພຣະອົງ 4 ມີປະຊາຊົນເປັນຈຳນວນຫລວງຫລາຍຮວບຮວມກັນເຂົ້າມາ ແລະເຂົາທັງຫລາຍອຸດນ້ຳພຸແລະປິດລຳທານຊຶ່ງໄຫລຜ່ານແຜ່ນດິນເສັຽ ເວົ້າວ່າ, “ເປັນຫຍັງຈະໃຫ້ບັນດາກະສັດອັສຊີເຣັຽຍົກມາພົບນ້ຳເປັນອັນມາກ” 5 ພຣະອົງຊົງປະກອບກິຈຢ່າງບຶກບືນ ສ້າງກຳແພງທີ່ສລັກຫັກພັງນັ້ນທົ່ວໄປໃຫມ່ ແລະສ້າງຫໍຄອຍຂຶ້ນ ແລະຊົງສ້າງກຳແພງຂ້າງນອກອີກຊັ້ນນຶ່ງ ແລະພຣະອົງຊົງເສີມກຳແພງປ້ອມມິນໂລທີ່ນະຄອນດາວິດ ຊົງສ້າງອາວຸດແລະໂລ່ເປັນຈຳນວນຫລາຍ 6 ພຣະອົງຊົງຕັ້ງຜູ້ບັງຄັບການຕໍ່ຕ້ານໄວ້ເຫນືອປະຊາຊົນ ແລະຊົງຮວບຮວມເຂົ້າໄວ້ດ້ວຍກັນໃນລານປະຕູນະຄອນ ແລະກ່າວຢ່າງຫນຸນໃຈເຂົາທັງຫລາຍວ່າ, 7 “ຈົ່ງເຂັ້ມແຂງແລະກ້າຫານເຖີດ ຢ່າຢ້ານຫລືທໍ້ຖອຍຕໍ່ກະສັດອັສຊີເຣັຽ ແລະຕໍ່ກອງທັບທັງສິ້ນທີ່ຢູ່ກັບເຂົານັ້ນ ເພາະມີຜູ້ນຶ່ງຝ່າຍເຮົາທີ່ໃຫຍ່ກວ່າຝ່າຍເຂົາ 8 ຝ່າຍເຂົາມີແຕ່ກຳລັງເນື້ອຫນັງ ແຕ່ຝ່າຍເຮົາມີພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາຊົງສະຖິດກັບເຮົາທີ່ຊົງຊ່ອຍເຮົາແລະສູ້ຮົບຝ່າຍເຮົາ” ປະຊາຊົນກໍວາງໃຈໃນພຣະດຳຣັດຂອງເຮເຊກີຢາພຣະຣາຊາແຫ່ງຢູດາ 9 ພາຍຫລັງເຊນນາເຄຣິບພຣະຣາຊາແຫ່ງອັສຊີເຣັຽ ຜູ້ຊຶ່ງກຳລັງລ້ອມເມືອງລາຄິສຢູ່ດ້ວຍກຳລັງຮົບທັງສິ້ນຂອງພຣະອົງ ໄດ້ຮັບສັ່ງໃຫ້ຂ້າຣາຊການຂອງພຣະອົງໄປຍັງກຸງເຢຣູຊາເລັມເຖິງເຮເຊກີຢາພຣະຣາຊາຂອງຢູດາ ແລະເຖິງປະຊາຊົນທັງປວງຂອງຢູດາທີ່ຢູ່ໃນເຢຣູຊາເລັມວ່າ, 10 “ເຊນນາເຄຣິບພຣະຣາຊາແຫ່ງອັສຊີເຣັຽກ່າວດັ່ງນີ້ວ່າ “ເຈົ້າທັງຫລາຍເພິ່ງຫຍັງ ເຈົ້າຈຶ່ງຫມັ້ນໃຈຍັງຢູ່ໃນກຸງເຢຣູຊາເລັມທີ່ຖືກປິດລ້ອມນີ້ 11 ເຮເຊກີຢາບໍ່ໄດ້ພາເຈົ້າໃຫ້ຫລົງ ເພື່ອຈະມອບໃຫ້ເຈົ້າຕາຍດ້ວຍການອຶດອາຫານແລະຄວາມຫິວຫລື ໃນເມື່ອເຂົາບອກເຈົ້າວ່າ “ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາຈະຊົງຊ່ອຍກູ້ເຮົາຈາກມືຂອງພຣະຣາຊາອັສຊີເຣັຽ” 12 ເຮເຊກີຢາຄົນນີ້ແຫລະບໍ່ແມ່ນຫລືທີ່ໄດ້ກຳຈັດສະຖານນະມັສການທີ່ສູງ ແລະແທ່ນບູຊາຂອງພຣະອົງແລະບັນຊາແກ່ຢູດາກັບເຢຣູຊາເລັມວ່າ “ເຈົ້າຈົ່ງນະມັສການຢູ່ຫນ້າແທ່ນບູຊາແທ່ນດຽວ ແລະເຈົ້າຈົ່ງເຜົາເຄື່ອງບູຊາເທິງແທ່ນນັ້ນ” 13 ເຈົ້າບໍ່ຮູ້ຫລືວ່າເຮົາແລະບັນພະບຸຣຸດຂອງເຣົາໄດ້ກະທຳສິ່ງໃດແກ່ຊົນຊາດທັງຫລາຍ ພຣະຂອງບັນດາປະຊາຊາດແຫ່ງປະເທດເຫລົ່ານັ້ນສາມາດທີ່ຈະຊ່ອຍກູ້ປະເທດຂອງເຂົາໃຫ້ພົ້ນຈາກມືຂອງເຮົາຫລື 14 ໃນພວກພຣະທັງປວງແຫ່ງປະຊາຊາດເຫລົ່ານັ້ນທີ່ບັນພະບຸຣຸດຂອງເຮົາໄດ້ທຳລາຍເສັຽຢ່າງສິ້ນເຊີງ ຍັງມີພຣະອົງໃດແດ່ທີ່ສາມາດຊ່ອຍກູ້ປະຊາກອນຂອງຕົນຈາກມືຂອງເຮົາ ແລ້ວພຣະເຈົ້າຂອງເຈົ້າຫລືຈະສາມາດຊ່ອຍກູ້ເຈົ້າຈາກມືຂອງເຮົາ 15 ເຫດສັນນັ້ນຢ່າໃຫ້ເຮເຊກີຢາລໍ້ລວງເຈົ້າ ຫລືພາເຈົ້າໃຫ້ຫລົງໃນທຳນອງນີ້ ຢ່າເຊື່ອເຂົາ ເພາະບໍ່ມີພຣະແຫ່ງປະຊາຊາດຫລືຣາຊອານາຈັກໃດທີ່ສາມາດຊ່ອຍກູ້ປະຊາກອນຂອງຕົນຈາກມືຂອງເຮົາຫລືຈາກມືບັນພະບຸຣຸດຂອງເຮົາ ພຣະເຈົ້າຂອງເຈົ້າຈະກູ້ເຈົ້າຈາກມືຂອງເຮົາໄດ້ນ້ອຍຍິ່ງກວ່ານັ້ນຈັກເທົ່າໃດ” 16 ແລະຂ້າຣາຊການຂອງພຣະອົງກໍກ່າວທັບຖົມພຣະເຈົ້າແລະເຮເຊກີຢາຜູ້ຮັບໃຊ້ຂອງພຣະອົງຫລາຍຍິ່ງກວ່ານັ້ນ 17 ພຣະອົງຊົງພຣະອັກສອນຫມິ່ນປມາດພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ ແລະກ່າວທັບຖົມພຣະອົງວ່າ “ພຣະຂອງບັນດາປະຊາຊາດແຫ່ງປະເທດທັງຫລາຍບໍ່ໄດ້ຊ່ອຍກູ້ປະຊາກອນຂອງຕົນຈາກມືຂອງເຮົາສັນໃດ ພຣະເຈົ້າຂອງເຮເຊກີຢາກໍຈະບໍ່ຊ່ອຍກູ້ປະຊາກອນຂອງຕົນຈາກມືຂອງເຮົາສັນນັ້ນ” 18 ເຂົາທັງຫລາຍກໍຮ້ອງຄວາມນີ້ດ້ວຍສຽງອັນດັງເປັນພາສາຢູດາໃຫ້ຊາວເຢຣູຊາເລັມຜູ້ຢູ່ເທິງກຳແພງຟັງ ເພື່ອໃຫ້ເຂົາຕົກໃຈແລະຢ້ານກົວ ຈະໄດ້ຍຶດເອົາເມືອງນັ້ນ 19 ເຂົາໄດ້ເວົ້າເຖິງພຣະເຈົ້າແຫ່ງເຢຣູຊາເລັມຢ່າງກັບທີ່ເຂົາເວົ້າເຖິງພຣະແຫ່ງຊົນຊາດທັງຫລາຍຂອງແຜ່ນດິນໂລກ ຊຶ່ງເປັນຜົນງານຂອງມືມະນຸດ
ພຣະເຈົ້າຊົງຊ່ອຍກູ້ເຮເຊກີຢາ
20 ແລ້ວເຮເຊກີຢາພຣະຣາຊາແລະເອຊາຢາຜູ້ປະກາດພຣະທັມ ບຸດອາໂມສ ໄດ້ອ້ອນວອນເພາະເຣື່ອງນີ້ແລະຮ້ອງທູນຕໍ່ຟ້າສວັນ 21 ແລະພຣະຜູ້ເປັນເຈົ້າຊົງໃຊ້ທູດສວັນອົງນຶ່ງ ຊຶ່ງໄດ້ຕັດທະຫານເອກທັງປວງແລະຜູ້ບັງຄັບກອງແລະນາຍທະຫານໃນຄ້າຍຂອງພຣະຣາຊາອັສຊີເຣັຽ ເຫດສັນນັ້ນພຣະອົງຈຶ່ງສະເດັດກັບໄປຍັງແຜ່ນດິນຂອງພຣະອົງດ້ວຍຄວາມອັບອາຍຂາຍຫນ້າ ແລະເມື່ອພຣະອົງສະເດັດເຂົ້າໃນພຣະວິຫານແຫ່ງພຣະຂອງພຣະອົງໂອຣົດບາງອົງຂອງພຣະອົງເອງໄດ້ຟັນພຣະອົງລົງດ້ວຍດາບ 22 ດັ່ງນັ້ນພຣະຜູ້ເປັນເຈົ້າຈຶ່ງຊົງຊ່ອຍເຮເຊກີຢາ ແລະຊາວເຢຣູຊາເລັມຈາກມືຂອງເຊນນາເຄຣິບພຣະຣາຊາແຫ່ງອັສຊີເຣັຽແລະຈາກມືຂອງສັດຕຣູທັງສິ້ນຂອງພຣະອົງ ແລະພຣະອົງຊົງນຳເຂົາທັງຫລາຍຢູ່ທຸກດ້ານ 23 ແລະຄົນເປັນຈຳນວນຫລວງຫລາຍນຳຂອງກຳນັນຖວາຍພຣະຜູ້ເປັນເຈົ້າມາຍັງເຢຣູຊາເລັມແລະສິ່ງປະເສີດຕ່າງໆມາຖວາຍເຮເຊກີຢາພຣະຣາຊາແຫ່ງຢູດາ ພຣະອົງຈຶ່ງຊົງເປັນທີ່ຍົກຍ້ອງໃນສາຍຕາຂອງປະຊາຊາດທັງປວງ ຕັ້ງແຕ່ເວລານັ້ນເປັນຕົ້ນມາ
ເຮເຊກິຢາປະຊວນ
24 ຄັ້ງນັ້ນເຮເຊກີຢາຊົງປະຊວນໃກ້ຈະສິ້ນພຣະຊົນ ແລະພຣະອົງທູນອ້ອນວອນຕໍ່ພຣະເຈົ້າ ແລະພຣະເຈົ້າຊົງຕອບແລະປະທານຫມາຍສຳຄັນຢ່າງນຶ່ງໃຫ້ແກ່ເຮເຊກີຢາ 25 ແຕ່ເຮເຊກີຢາບໍ່ໄດ້ສນອງພຣະຄຸນນັ້ນ ເພາະພຣະທັຍຂອງພຣະອົງຜະຍອງຂຶ້ນ ເຫດສັນນັ້ນພຣະພິໂຣດຈຶ່ງມາເຫນືອກະສັດຢູດາແລະເຢຣູຊາເລັມ 26 ແຕ່ເຮເຊກີຢາຊົງອ່ອນນ້ອມຖ່ອມພຣະທັຍທີ່ກຳເຣີບນັ້ນລົງທັງພຣະອົງແລະຊາວເຢຣູຊາເລັມ ພຣະພິໂຣດຂອງພຣະຜູ້ເປັນເຈົ້າຈຶ່ງບໍ່ໄດ້ມາເຫນືອເຂົາທັງຫລາຍໃນຣັຊການເຮເຊກີຢາ
ເຮເຊກີຢາຊົງຮັບຄນະທູດຈາກກຸງບາບິໂລນ
27 ເຮເຊກີຢາຊົງມີຣາຊຊັບແລະກຽດໃຫຍ່ຍິ່ງ ແລະພຣະອົງຊົງສ້າງຄັງໄວ້ສຳລັບພຣະອົງ ເພື່ອເກັບເງິນ ທອງຄຳ ແລະເພັດນິນຈິນດາ ເຄື່ອງເທດ ໂລ່ ແລະສຳລັບເຄື່ອງໃຊ້ດີໆທຸກຊະນິດ 28 ທັງສາງສຳລັບເຂົ້າ ເຫລົ້າອະງຸ່ນ ແລະນ້ຳມັນ ທີ່ຜລິດມາ ແລະໂຣງເກັບສັດລ້ຽງທຸກຊະນິດ ແລະຄອກແກະ 29 ພຣະອົງຊົງຈັດຫົວເມືອງເພື່ອພຣະອົງດ້ວຍ ທັງຝູງແບ້ແກະ ແລະຝູງງົວເປັນອັນມາກ ເພາະພຣະຜູ້ເປັນເຈົ້າຊົງປະທານຊັບສິນໃຫ້ພຣະອົງມາກຍິ່ງ 30 ເຮເຊກີຢາອົງນີ້ເອງຊົງປິດນ້ຳອອກຕອນເທິງຂອງນ້ຳພຸກິໂຮນເສັຽ ແລ້ວນຳໄປໃຫ້ໄຫລລົງໄປທາງທິດຕາເວັນຕົກຂອງນະຄອນດາວິດ ແລະເຮເຊກີຢາຊົງຈຳເຣີນໃນພຣະຣາຊກິຈທັງສິ້ນຂອງພຣະອົງ 31 ສະນັ້ນໃນເຣື່ອງທູດທີ່ເຈົ້ານາຍເມືອງບາບິໂລນໃຊ້ໃຫ້ມາຖາມເຖິງຫມາຍສຳຄັນຊຶ່ງໄດ້ເກີດຂຶ້ນໃນແຜ່ນດິນ ພຣະຜູ້ເປັນເຈົ້າກໍຊົງປ່ອຍພຣະອົງຕາມອຳເພີໃຈ ເພື່ອຈະທົດລອງພຣະອົງ ແລະເພື່ອຈະຊາບພຣະດຳຣິທັງສິ້ນໃນພຣະທັຍຂອງພຣະອົງ 32 ຝ່າຍພຣະຣາຊກິຈນອກນັ້ນຂອງເຮເຊກີຢາ ແລະກິຈການອັນດີຂອງພຣະອົງ ເບິ່ງແມ໋, ມີບັນທຶກໄວ້ໃນນິມິດຂອງເອຊາຢາຜູ້ປະກາດພຣະທັມບຸດອາໂມສໃນຫນັງສືພົງກະສັດຂອງຢູດາແລະອິສຣາເອນ 33 ແລະເຮເຊກີຢາລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງພຣະສົບໄວ້ທີ່ທາງຂຶ້ນອຸບໂມງຂອງໂອຣົດຂອງດາວິດ ແລະບັນດາຄົນຢູດາແລະຊາວເຢຣູຊາເລັມທັງປວງໄດ້ຖວາຍກຽດເມື່ອພຣະອົງສິ້ນພຣະຊົນ ແລະມານັສເຊໂອຣົດຂອງພຣະອົງໄດ້ຂຶ້ນປົກຄອງແທນພຣະອົງ
ຣັຊການມານັສເຊ
1 ເມື່ອມານັສເຊເລີ້ມປົກຄອງມີອາຍຸສິບສອງປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມຫ້າສິບຫ້າປີ 2 ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ຕາມການກະທຳທີ່ຫນ້າກຽດຊັງແຫ່ງປະຊາຊາດ ຊຶ່ງພຣະຜູ້ເປັນເຈົ້າຊົງຂັບໄລ່ໄປເສັຽຈາກຂ້າງຫນ້າປະຊາຊົນອິສຣາເອນ 3 ເພາະພຣະອົງຊົງສ້າງສະຖານນະມັສການທີ່ສູງຂຶ້ນໃຫມ່ ຊຶ່ງເຮເຊກີຢາພຣະຣາຊບິດາຂອງພຣະອົງໄດ້ຊົງພັງລົງນັ້ນ ແລະຊົງສ້າງແທ່ນບູຊາແດ່ພຣະບາອານ ແລະຊົງທຳບັນດາອາເຊຣາ ແລະນະມັສການບໍຣິວານທັງສິ້ນຂອງຟ້າສວັນ ແລະບົວລະບັດພຣະເຫລົ່ານັ້ນ 4 ພຣະອົງຊົງສ້າງແທ່ນບູຊາໃນພຣະວິຫານຂອງພຣະຜູ້ເປັນເຈົ້າຊຶ່ງພຣະເຈົ້າກ່າວວ່າ, “ນາມຂອງເຮົາຈະຢູ່ໃນເຢຣູຊາເລັມເປັນນິດ” 5 ແລະພຣະອົງໄດ້ຊົງສ້າງແທ່ນບູຊາສຳລັບບໍຣິວານຟ້າສວັນ ໃນລານທັງສອງແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ 6 ແລະພຣະອົງໄດ້ຊົງຖວາຍໂອຣົດຂອງພຣະອົງ ໃຫ້ລຸຍໄຟເປັນເຄື່ອງບູຊາໃນຮ່ອມພູບຸດຮິນໂນມ ຖືຣຶກຍາມ ເວດມົນ ວິທຍາຄົມ ແລະຕິດຕໍ່ກັບຄົນຊົງແລະພໍ່ມົດແມ່ມົດ ພຣະອົງຊົງກະທຳສິ່ງທີ່ຊົ່ວຮ້າຍຫລາຍທີ່ສຸດໃນສາຍພຣະເນດພຣະຜູ້ເປັນເຈົ້າກະທຳໃຫ້ພຣະອົງຊົງພຣະພິໂຣດ 7 ແລະຮູບເຄົາຣົບສລັກຊຶ່ງພຣະອົງຊົງສ້າງນັ້ນ ພຣະອົງຊົງຕັ້ງໄວ້ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ຊຶ່ງພຣະຜູ້ເປັນເຈົ້າກ່າວວ່າ, “ໃນວິຫານນີ້ແລະໃນເຢຣູຊາເລັມຊຶ່ງເຮົາໄດ້ເລືອກອອກຈາກເຜົ່າທັງສິ້ນຂອງອິສຣາເອນ ເຮົາຈະບັນຈຸນາມຂອງເຮົາໄວ້ເປັນນິດ 8 ແລະເຮົາຈະບໍ່ໃຫ້ຕີນຂອງອິສຣາເອນພະເນຈອນອອກໄປຈາກແຜ່ນດິນຊຶ່ງເຮົາໄດ້ກຳນົດໃຫ້ບັນພະບຸຣຸດຂອງເຈົ້າອີກເລີຍ ຖ້າເຂົາພຽງແຕ່ຈະລະມັດລະວັງກະທຳທຸກຢ່າງຊຶ່ງເຮົາໄດ້ສັ່ງເຂົາໄວ້ ຄືພຣະທັມ ກົດເກນແລະກົດຫມາຍທັງສິ້ນຊຶ່ງໄດ້ໃຫ້ໄວ້ກັບໂມເຊ” 9 ມານັສເຊຊົງຊັກຈູງຢູດາແລະຊາວເຢຣູຊາເລັມໃຫ້ຫລົງ ເຂົາຈຶ່ງໄດ້ກະທຳຊົ່ວຮ້າຍຍິ່ງກວ່າບັນດາປະຊາຊາດຊຶ່ງພຣະຜູ້ເປັນເຈົ້າໄດ້ຊົງທຳລາຍໃຫ້ພົ້ນຫນ້າປະຊາຊົນອິສຣາເອນນັ້ນ 10 ພຣະຜູ້ເປັນເຈົ້າກ່າວກັບມານັສເຊແລະປະຊາຊົນຂອງພຣະອົງ ແຕ່ເຂົາທັງຫລາຍບໍ່ຟັງ 11 ເຫດສັນນັ້ນພຣະຜູ້ເປັນເຈົ້າຊົງໃຫ້ຜູ້ບັງຄັບກອງທະຫານຂອງພຣະຣາຊາແຫ່ງອັສຊີເຣັຽມາຕໍ່ສູ້ເຂົາທັງຫລາຍ ເອົາເບັດກ່ຽວມານັສເຊແລະຈຳຈອງດ້ວຍທວນທອງສຳຣິດແລະນຳພຣະອົງມາຍັງບາບິໂລນ 12 ເມື່ອພຣະອົງຊົງທຸກຍາກ ພຣະອົງຊົງວິງວອນຂໍພຣະກະຣຸນາຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງ ແລະຖ່ອມພຣະທັຍລົງຢ່າງຫລາຍຕໍ່ພຣະຜູ້ເປັນເຈົ້າຂອງບັນພະບຸຣຸດຂອງພຣະອົງ 13 ພຣະອົງຊົງອ້ອນວອນຕໍ່ພຣະຜູ້ເປັນເຈົ້າແລະພຣະຜູ້ເປັນເຈົ້າຊົງຮັບຄຳວິງວອນຂອງທ່ານແລະຊົງຟັງຄໍາອ້ອນວອນຂອງທ່ານ ແລະນຳທ່ານກັບມາຍັງກຸງເຢຣູຊາເລັມໃນກິຈອານາຈັກຂອງທ່ານອີກ ແລ້ວມານັສເຊຊົງຊາບວ່າພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າ 14 ພາຍຫລັງພຣະອົງຊົງສ້າງກຳແພງຊັ້ນນອກໃຫ້ນະຄອນດາວິດທາງຕາເວັນຕົກຂອງກິໂຮນໃນຮ່ອມພູໄປຈົນເຖິງທາງເຂົາປະຕູປາ ແລ້ວວົງຮອບເມືອງໂອເຟນ ແລະກໍ່ຂຶ້ນໃຫ້ສູງຫລາຍ ແລະພຣະອົງຊົງຕັ້ງຜູ້ບັງຄັບບັນຊາກອງທັບໃຫ້ຢູ່ໃນຫົວເມືອງມີປ້ອມໃນຢູດາທັງສິ້ນ 15 ພຣະອົງຊົງເອົາພຣະຕ່າງດ້າວແລະຮູບເຄົາຣົບໄປເສັຽຈາກພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະແທ່ນບູຊາທັງສິ້ນຊຶ່ງພຣະອົງໄດ້ຊົງສ້າງໄວ້ເທິງພູແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະໃນເຢຣູຊາເລັມ ແລະພຣະອົງຊົງຖິ້ມອອກໄປນອກເມືອງ 16 ພຣະອົງຊົງສ້ອມແທ່ນບູຊາຂອງພຣະຜູ້ເປັນເຈົ້າ ແລະຊົງຖວາຍເຄື່ອງສັຕບູຊາ ເປັນເຄື່ອງສານຕິບູຊາແລະເຄື່ອງໂມທະນາພຣະຄຸນເທິງແທ່ນນັ້ນ ແລະພຣະອົງຊົງບັນຊາໃຫ້ຢູດາບົວລະບັດພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາເທົ່ານັ້ນ 17 ສ່ວນພຣະຣາຊກິຈນອກນັ້ນຂອງມານັສເຊ ແລະຄຳອ້ອນວອນຂອງພຣະອົງຕໍ່ພຣະຜູ້ເປັນເຈົ້າ ແລະຖ້ອຍຄຳຂອງຜູ້ທຳນວາຍ ຜູ້ທູນພຣະອົງໃນພຣະນາມຂອງພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ ເບິ່ງແມ໋, ມີບັນທຶກໄວ້ໃນຫນັງສືຣາຊກິຈຂອງກະສັດແຫ່ງອິສຣາເອນ
ມໍຣະນະກັມຂອງມານັສເຊ
18 ແລະຄຳອ້ອນວອນຂອງພຣະອົງ ແລະເຣື່ອງທີ່ພຣະຜູ້ເປັນເຈົ້າຊົງຮັບຄຳວິງວອນຂອງພຣະອົງ ບາບທັງສິ້ນຂອງພຣະອົງ ແລະຄວາມບໍ່ຊື່ຂອງພຣະອົງທັງສິ້ນ ແລະສະຖານທີ່ຊຶ່ງພຣະອົງຊົງສ້າງສະຖານນະມັສການທີ່ສູງ ແລະຕັ້ງບັນດາອາເຊຣາແລະຮູບເຄົາຣົບ ກ່ອນທີ່ພຣະອົງຊົງຖ່ອມພຣະອົງລົງນັ້ນ ເບິ່ງແມ໋, ເຂົາບັນທຶກໄວ້ໃນຫນັງສືປະຫວັດທີ່ຜູ້ທຳນວາຍແຕ່ງ 19 ມານັສເຊຈຶ່ງຊົງລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພຣະອົງ ແລະເຂົາຝັງພຣະສົບໄວ້ໃນພຣະຣາຊວັງຂອງພຣະອົງ ແລະອາໂມນໂອຣົດຂອງພຣະອົງໄດ້ຂຶ້ນປົກຄອງແທນພຣະອົງ
ຣັຊການຂອງອາໂມນ
20 ເມື່ອອາໂມນເລີ້ມປົກຄອງມີອາຍຸສິບສອງປີ ແລະພຣະອົງຊົງປົກຄອງເຢຣູຊາເລັມສອງປີ 21 ພຣະອົງຊົງກະທຳຄວາມຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ ຢ່າງມານັສເຊຣາຊບິດາຂອງພຣະອົງຊົງກະທຳນັ້ນ ອາໂມນຖວາຍສັຕບູຊາແກ່ຮູບເຄົາຣົບທັງສິ້ນ ຊຶ່ງມານັສເຊຣາຊບິດາຂອງພຣະອົງໄດ້ຊົງສ້າງຂຶ້ນ ແລະຊົງບົວລະບັດຮູບເຄົາຣົບນັ້ນ 22 ພຣະອົງບໍ່ໄດ້ຖ່ອມພຣະອົງລົງຕໍ່ພຣະຜູ້ເປັນເຈົ້າ ຢ່າງມານັສເຊຣາຊບິດາຂອງພຣະອົງໄດ້ຖ່ອມພຣະອົງລົງນັ້ນ ແຕ່ອາໂມນອົງນີ້ໄດ້ກໍ່ກັມຊົ່ວຍິ່ງໆຂຶ້ນ 23 ແລ້ວຂ້າຣາຊການຂອງພຣະອົງກໍຮ່ວມກັນຄິດກະບົດຕໍ່ພຣະອົງ ແລະໄດ້ຂ້າພຣະອົງເສັຽໃນພຣະຣາຊວັງຂອງພຣະອົງ 24 ແຕ່ຣາສດອນໄດ້ປະຫານບັນດາຄົນເຫລົ່ານັ້ນທີ່ຄິດກະບົດຕໍ່ກະສັດອາໂມນ ແລະຣາສດອນໄດ້ແຕ່ງຕັ້ງໃຫ້ເຢຊີຢາໂອຣົດຂອງພຣະອົງຂຶ້ນປົກຄອງແທນພຣະອົງ
ຣັຊການໂຢຊີຢາ
1 ເມື່ອໂຢຊີຢາເລີ້ມປົກຄອງມີອາຍຸແປດປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມສາມສິບເອັດປີ 2 ພຣະອົງຊົງກະທຳສິ່ງທີ່ຊອບໃນສາຍພຣະເນດພຣະຜູ້ເປັນເຈົ້າ ແລະດຳເນີນໃນທາງຂອງດາວິດບັນພະບຸຣຸດຂອງພຣະອົງ ແລະພຣະອົງບໍ່ໄດ້ຊົງຫັນໄປທາງຂວາຫລືທາງຊ້າຍ
ໂຢຊີຢາຊົງປະຕິຮູບງານດ້ານສາສນາ
3 ເພາະໃນປີທີ່ແປດແຫ່ງຣັຊການຂອງພຣະອົງ ເມື່ອພຣະອົງຍັງຊົງພຣະເຍົາຢູ່ ພຣະອົງຊົງເລີ້ມສແວງຫາພຣະຜູ້ເປັນເຈົ້າຂອງດາວິດບັນພະບຸຣຸດຂອງພຣະອົງ ແລະໃນປີທີ່ສິບສອງພຣະອົງຊົງເລີ້ມກວາດລ້າງຢູດາແລະເຢຣູຊາເລັມດ້ວຍການກຳຈັດສະຖານນະມັສການທີ່ສູງ ທັງບັນດາອາເຊຣາແລະຮູບເຄົາຣົບຫລໍ່ 4 ເຂົາພັງແທ່ນບູຊາພຣະບາອານລົງຕໍ່ພຣະພັກຂອງພຣະອົງ ແລະພຣະອົງຊົງຮື້ແທ່ນເຄື່ອງຫອມຊຶ່ງຕັ້ງຢູ່ເທິງນັ້ນລົງ ແລະພຣະອົງຊົງທຳລາຍບັນດາອາເຊຣາແລະຮູບເຄົາຣົບຫລໍ່ເສັຽ ແລະຊົງກະທຳໃຫ້ເປັນຜົງໂຮຍເທິງຫລຸມຝັງສົບຂອງບັນດາຄົນທີ່ຖວາຍສັຕບູຊາແກ່ພຣະເຫລົ່ານັ້ນ 5 ພຣະອົງຊົງເຜົາກະດູກຂອງປະໂຣຫິດເທິງແທ່ນພຣະເຫລົ່ານັ້ນ ແລະຊົງກວາດຢູດາແລະເຢຣູຊາເລັມ 6 ແລະໃນຫົວເມືອງຂອງເຜົ່າມານັສເຊ ເອຟຣາອິມ ແລະຊີເມໂອນ ແລະໄປເຖິງເນັຟທາລີ ໃນທີ່ສລັກຫັກພັງຊຶ່ງຢູ່ໂດຍຮອບ 7 ພຣະອົງຊົງທຳລາຍແທ່ນບູຊາ ແລະຊົງທຸບບັນດາເອຊາຣາແລະຮູບເຄົາຣົບໃຫ້ເປັນຜົງ ແລະຊົງຮື້ແທ່ນເຄື່ອງຫອມທັງສິ້ນລົງທົ່ວແຜ່ນດິນອິສຣາເອນ ແລ້ວພຣະອົງສະເດັດກັບເຢຣູຊາເລັມ 8 ໃນປີທີ່ສິບແປດແຫ່ງຣັຊການຂອງພຣະອົງ ເມື່ອພຣະອົງຊົງກວາດລ້າງແຜ່ນດິນແລະພຣະວິຫານ ພຣະອົງຊົງໃຊ້ຊາຟານ ບຸດອາຊາລີຢາ ແລະມາອາຊັຍຢາຜູ້ວ່າຣາຊການ ແລະໂຢອາ ບຸດໂຢອາຮັສ ເຈົ້າກົມສາຣະບັນໃຫ້ສ້ອມແຊມພຣະວິຫານຂອງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພຣະອົງ 9 ເຂົາທັງຫລາຍມາຫາຮີນຄີຢາມະຫາປະໂຣຫິດ ແລະໄດ້ມອບເງິນຊຶ່ງຄົນທັງຫລາຍນຳມາຍັງພຣະວິຫານຂອງພຣະເຈົ້າ ຊຶ່ງຄົນເລວີຜູ້ເຝົ້າປະຕູໄດ້ເກັບຈາກມານັສເຊແລະເອຟຣາອິມ ແລະຈາກຄົນທີ່ເຫລືອຂອງອິສຣາເອນ ແລະຈາກຢູດາກັບເບັນຢາມີນທັງສິ້ນ ແລະຈາກຊາວເຢຣູຊາເລັມ 10 ເຂົາທັງຫລາຍມອບແກ່ຄົນທຳງານຜູ້ດູແລພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຄົນທຳງານຜູ້ທຳງານຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າມອບໃຫ້ ເພື່ອການສ້ອມແຊມພຣະວິຫານໃຫ້ຫມັ້ນຄົງ 11 ເຂົາທັງຫລາຍມອບໃຫ້ແກ່ຊ່າງໄມ້ແລະຊ່າງກໍ່ສ້າງເພື່ອຈະຊື້ຫີນສລັກແລະໄມ້ກະດານ ເພື່ອໃຊ້ສຳລັບສ້ອມແປງອາຄານ ຊຶ່ງພຣະຣາຊາແຫ່ງຢູດາໄດ້ປ່ອຍໃຫ້ຊຸດໂຊມພັງທະລາຍໄປ 12 ຄົນທັງຫລາຍກໍທຳງານຢ່າງຊື່ສັດສຸຈຣິດ ຜູ້ຄຸມງານມີ ຢາຮາດແລະໂອບາດີຢາຄົນເລວີລູກຫລານຂອງເມຣາຣີ ແລະເຊຄາຣິຢາກັບເມຊູນລາມລູກຫລານຂອງຄົນໂກຮາດເປັນຜູ້ດູແລ ຄົນເລວີທຸກຄົນທີ່ຊຳນານເຄື່ອງດົນຕຣີ 13 ເປັນຜູ້ດູແລຄົນຫາບຫາມ ແລະບັນດາຄົນທີ່ທຳງານບົວລະບັດທຸກຢ່າງ ຄົນເລວີບາງຄົນເປັນຮັກສາເອກະສານເປັນເຈົ້າຫນ້າທີ່ແລະເປັນນາຍປະຕູ 14 ຂນະທີ່ເຂົາທັງຫລາຍນຳເງິນທີ່ໄດ້ຖວາຍໃນພຣະວິຫານຂອງພຣະຜູ້ເປັນເຈົ້າອອກມາຮີນກີຢາປະໂຣຫິດໄດ້ພົບຫນັງສືທັມບັນຍັດຂອງພຣະຜູ້ເປັນເຈົ້າຊຶ່ງຊົງປະທານທາງໂມເຊ 15 ແລະຮີນກີຢາເວົ້າກັບຊາຟານຣາຊເລຂາວ່າ, “ຂ້າພະເຈົ້າໄດ້ພົບຫນັງສືທັມບັນຍັດໃນພຣະວິຫານຂອງພຣະຜູ້ເປັນເຈົ້າ” ແລະຮີນກີຢາກໍມອບຫນັງສືນັ້ນໃຫ້ຊາຟານ 16 ຊາຟານໄດ້ນຳຫນັງສືໄປຖວາຍພຣະຣາຊາ ແລະຕໍ່ໄປກໍທູນຣາຍງານພຣະຣາຊາວ່າ, “ສິ່ງທັງປວງທີ່ພຣະອົງຊົງມອບຫມາຍແກ່ຜູ້ຮັບໃຊ້ຂອງພຣະອົງໃຫ້ກະທຳນັ້ນເຂົາກຳລັງກະທຳຢູ່ແລ້ວ” 17 ເຂົາຖອກເງິນຊຶ່ງພົບໃນພຣະວິຫານຂອງພຣະຜູ້ເປັນເຈົ້າອອກ ແລະໄດ້ມອບໄວ້ໃນມືອຂງຜູ້ດູແລແລະຄົນງານ 18 ແລ້ວຊາຟານຣາຊເລຂາທູນພຣະຣາຊາວ່າ, “ຮີນກີຢາປະໂຣຫິດໄດ້ມອບຫນັງສືແກ່ຂ້ານ້ອຍເຫລັ້ມນຶ່ງ” ແລ້ວຊາຟານກໍອ່ານຖວາຍພຣະຣາຊາ 19 ແລະຕໍ່ມາເມື່ອພຣະຣາຊາຊົງສະດັບຖ້ອຍຄຳຂອງທັມບັນຍັດນັ້ນ ພຣະອົງຊົງຈີກສລອງພຣະອົງ 20 ພຣະຣາຊາຊົງສັ່ງແກ່ຮີນກີຢາ ອາຮີກາມບຸດຊາຟານ ອັບໂດນບຸດມີກາ ຊາຟານຣາຊເລຂາ ແລະອາຊາຢາຜູ້ຮັບໃຊ້ຂອງພຣະຣາຊາກ່າວວ່າ, 21 “ຈົ່ງໄປທູນຖາມພຣະຜູ້ເປັນເຈົ້າໃຫ້ແກ່ເຮົາ ແລະໃຫ້ແກ່ບັນດາຜູ້ທີ່ເຫລືອຢູ່ໃນອິສຣາເອນແລະໃນຢູດາກ່ຽວກັບຖ້ຍອຄຳໃນຫນັງສືຊຶ່ງໄດ້ພົບນັ້ນ ເພາະວ່າພຣະພິໂຣດຂອງພຣະຜູ້ເປັນເຈົ້າຊຶ່ງຖອກເທລົງເຫນືອເຮົານັ້ນໃຫຍ່ຍິ່ງນັກ ເພາະວ່າບັນພະບຸຣຸດຂອງເຮົາບໍ່ໄດ້ຮັກສາພຣະວັຈນະຂອງພຣະຜູ້ເປັນເຈົ້າຕາມຊຶ່ງຂຽນໄວ້ໃນຫນັງສືນີ້ທຸກປະການ” 22 ຮີນກີຢາແລະຄົນເຫລົ່ານັ້ນຊຶ່ງພຣະຣາຊາຊົງໃຊ້ໄປຈຶ່ງໄປຍັງຮຸນດາຍິງຜູ້ປະກາດພຣະທັມ ເມັຽຂອງຊັນລູມບຸດໂທກຮາດ ບຸດຮັສຣາ ເປັນຄົນຮັບຜິດຊອບເຄື່ອງນຸ່ງໃນພຣະວິຫານ(ນາງຢູ່ໃນເຢຣູຊາເລັມເຂດທີ່ສອງ) ແລະເວົ້າກັບນາງເຖິງເຣື່ອງນັ້ນ 23 ແລະນາງເວົ້າກັບເຂົາວ່າ, “ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ “ຈົ່ງບອກຊາຍຜູ້ຊຶ່ງໃຊ້ພວກເຈົ້າໃຫ້ມາຫາເຮົາວ່າ 24 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະນຳເຫດຊົ່ວຮ້າຍມາເຫນືອສະຖານທີ່ນີ້ແລະເຫນືອຊາວເມືອງນີ້ ຄືຄຳສາບທັງສິ້ນທີ່ບັນທຶກໄວ້ໃນຫນັງສືຊຶ່ງໄດ້ອ່ານຖວາຍພຣະຣາຊາແຫ່ງຢູດານັ້ນ 25 ເພາະວ່າເຂົາທັງຫລາຍໄດ້ປະຖິ້ມເຮົາແລະໄດ້ເຜົາເຄື່ອງຫອມຖວາຍພຣະອື່ນ ເພື່ອເຂົາຈະກະທຳໃຫ້ເຮົາໂກດດ້ວຍການງານທັງສິ້ນແຫ່ງມືຂອງເຂົາ ເຫດສັນນັ້ນຄວາມພິໂຣດຂອງເຮົາຈະເທລົງເຫນືອສະຖານທີ່ນີ້ແລະຈະດັບບໍ່ໄດ້ 26 ແຕ່ພຣະຣາຊາຂອງຢູດາຜູ້ໃຊ້ເຈົ້າໃຫ້ມາທູນພຣະຜູ້ເປັນເຈົ້ານັ້ນ ເຈົ້າຈົ່ງທູນທ່ານດັ່ງນີ້ວ່າ ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເຣື່ອງຖ້ອຍຄຳຊຶ່ງເຈົ້າໄດ້ຍິນນັ້ນ 27 ເພາະເຈົ້າກັບໃຈແລ້ວແລະໄດ້ຖ່ອມຕົວລົງຕໍ່ພຣະພັກພຣະຜູ້ເປັນເຈົ້າ ເມື່ອເຈົ້າໄດ້ຍິນຖ້ອຍຄຳທີ່ປັກປຳສະຖານທີ່ນີ້ ແລະຊາວເມືອງນີ້ ເຈົ້າໄດ້ຖ່ອມຕົວລົງຕໍ່ເຣົາ ແລະເຈົ້າໄດ້ຈີກເຄື່ອງນຸ່ງຂອງເຈົ້າແລະຮ້ອງໄຫ້ຕໍ່ຫນ້າເຮົາ ພຣະຜູ້ເປັນເຈົ້າກ່າວວ່າ ເຮົາໄດ້ຟັງເຈົ້າດ້ວຍ 28 ເບິ່ງແມ໋, ເຮົາຈະຮວບເຈົ້າໄປຢູ່ກັບບັນພະບຸຣຸດຂອງເຈົ້າ ແລະເຂົາຈະຮວບເຈົ້າໄປສູ່ທີ່ຝັງສົບຢ່າງສັນຕິ ແລະຕາຂອງເຈົ້າຈະບໍ່ເຫັນເຫດຊົ່ວຮ້າຍຊຶ່ງເຮົາຈະນຳມາເຫນືອສະຖານທີ່ນີ້ ແລະຊາວເມືອງນີ້” ແລະເຂົາທັງຫລາຍນຳພຣະວັຈນະກັບມາຍັງພຣະຣາຊາ 29 ແລ້ວພຣະຣາຊາຮັບສັ່ງໃຫ້ຮວບຮວມບັນດາຜູ້ໃຫຍ່ຂອງຢູດາແລະເຢຣູຊາເລັມ 30 ພຣະຣາຊາສະເດັດຂຶ້ນໄປຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ ພ້ອມກັບຄົນທັງປວງຂອງຢູດາ ແລະຊາວເຢຣູຊາເລັມກັບປະໂຣຫິດແລະຄົນເລວີ ຄົນທັງປວງທັງນ້ອຍແລະໃຫຍ່ແລະພຣະອົງຊົງອ່ານຖ້ອຍຄຳທັງສິ້ນໃນຫນັງສືຄຳຫມັ້ນສັນຍາຊຶ່ງໄດ້ພົບໃນພຣະວິຫານຂອງພຣະຜູ້ເປັນເຈົ້າໃຫ້ເຂົາຟັງ 31 ພຣະຣາຊາປະທັບຢືນຢູ່ໃນພຣະທີ່ຂອງພຣະອົງ ແລະກະທຳຄຳສັນຍາຕໍ່ພຣະພັກພຣະຜູ້ເປັນເຈົ້າ ທີ່ຈະຊົງດຳເນີນຕາມພຣະຜູ້ເປັນເຈົ້າແລະຮັກສາພຣະບັນຍັດພຣະໂອວາດແລະກົດເກນຂອງພຣະອົງດ້ວຍສຸດພຣະຈິດສຸດພຣະທັຍທີ່ຈະຊົງປະກອບກິຈຕາມຖ້ອຍຄຳຂອງຄຳສັນຍາຊຶ່ງບັນທຶກໄວ້ໃນຫນັງສືເຫລັ້ມນີ້ 32 ແລ້ວພຣະອົງຊົງຮັບສັ່ງບັນດາຜູ້ທີ່ຢູ່ໃນເຢຣູຊາເລັມແລະໃນເບັນຢາມີນໃຫ້ເຂົ້າສ່ວນໃນຄຳສັນຍານັ້ນ ແລະຊາວເຢຣູຊາເລັມກໍກະທຳຕາມຄຳສັນຍາຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງບັນພະບຸຣຸດຂອງເຂົາທັງຫລາຍ 33 ແລະໂຢຊີຢາໄດ້ເອົາສິ່ງທີ່ຫນ້າກຽດຊັງທັງປວງໄປເສັຽຈາກເຂດແດນທັງສິ້ນ ຊຶ່ງເປັນຂອງປະຊາຊົນອິສຣາເອນ ແລະຊົງກະທຳໃຫ້ບັນດາຜູ້ທີ່ຢູ່ໃນອິສຣາເອນບົວລະບັດພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາທັງຫລາຍຕລອດຣັຊການຂອງພຣະອົງ ເຂົາທັງຫລາຍບໍ່ໄດ້ຫັນໄປຈາກການຕິດຕາມພຣະຜູ້ເປັນເຈົ້າພຣະເຈົ້າຂອງບັນພະບຸຣຸດຂອງເຂົາທັງຫລາຍ
ໂຢຊີຢາຊົງຖືເທສການປັສຄາ
1 ໂຢຊີຢາຊົງຖືເທສການປັສຄາຖວາຍແດ່ພຣະຜູ້ເປັນເຈົ້າໃນກຸງເຢຣູຊາເລັມ ຄັ້ງນຶ່ງເຂົາຂ້າແກະປັສຄາໃນວັນທີ່ສິບສີ່ຂອງເດືອນຕົ້ນ 2 ພຣະອົງຊົງແຕ່ງຕັ້ງປະໂຣຫິດໃຫ້ປະຈຳຫນ້າທີ່ ແລະຊົງສນັບສນຸນເຂົາໃນການບົວລະບັດຂອງ ພຣະວິຫານແຫ່ງພຣະຜູ້ເປັນເຈົ້າ 3 ພຣະອົງກ່າວກັບຄົນເລວີ ຜູ້ບໍຣິສຸດຕໍ່ພຣະຜູ້ເປັນເຈົ້າ ຜູ້ສອນອິສຣາເອນທັງປວງວ່າ, “ຈົ່ງວາງຫີບບໍຣິສຸດໄວ້ໃນພຣະວິຫານ ຊຶ່ງໂຊໂລໂມນໂອຣົດຂອງດາວິດພຣະຣາຊາຂອງອິສຣາເອນຊົງສ້າງໄວ້ ເຈົ້າທັງຫລາຍບໍ່ຕ້ອງໃສ່ບ່າຫາມໄປອີກ ບັດນີ້ຈົ່ງບົວລະບັດພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ແລະອິສຣາເອນໄພ່ພົນຂອງພຣະອົງ 4 ຈົ່ງຕຽມຕົວຂອງເຈົ້າຕາມຕະກູນຂອງເຈົ້າເປັນກອງໆຕາມບັນທຶກພຣະຣາຊດຳຣັດຊີ້ແຈງຂອງດາວິດພຣະຣາຊາແຫ່ງອິສຣາເອນ ແລະຕາມບັນທຶກພຣະຣາຊດຳຣັດຊີ້ແຈງຂອງໂຊໂລໂມນໂອຣົດຂອງພຣະອົງ 5 ແລະຢືນປະຈຳຢູ່ໃນສະຖານບໍຣິສຸດ ຕາມພວກຕ່າງໆທີ່ເປັນພີ່ນ້ອງຂອງທ່ານ ຜູ້ເປັນຣາສດອນທີ່ແບ່ງເປັນຕະກູນໆແລະໃຫ້ສ່ວນຂອງຕະກູນຄົນເລວີບົວລະບັດແຕ່ລະພວກ 6 ແລະຂ້າແກະປັສຄາແລະຊຳຮະຕົນໃຫ້ບໍຣິສຸດ ແລະຕຽມໄວ້ໃຫ້ພີ່ນ້ອງຂອງເຈົ້າ ເພື່ອຈະກະທຳຕາມພຣະວັຈນະຂອງພຣະຜູ້ເປັນເຈົ້າທາງໂມເຊນັ້ນ 7 ແລ້ວໂຢຊີຢາໄດ້ຊົງບໍຣິຈາກແກ່ຣາສດອນເປັນເຄື່ອງປັສຄາບູຊາສຳລັບຄົນທັງປວງທີ່ຢູ່ທີ່ນັ້ນ ເປັນລູກແກະແລະລູກແບ້ຈາກຝູງແບ້ແກະຈຳນວນສາມຫມື່ນໂຕ ແລະງົວເຖິກສາມພັນໂຕ ສັດເຫລົ່ານີ້ໄດ້ມາຈາກຊັບສິນຂອງເຈົ້າຊີວິດ 8 ແລະເຈົ້ານາຍຂອງພຣະອົງບໍຣິຈາກດ້ວຍຄວາມເຕັມໃຈແກ່ປະຊາຊົນ ແກ່ປະໂຣຫິດ ແລະແກ່ຄົນເລວີ ຮີນກີຢາ ເຊຄາຣິຢາ ແລະເຢຮີເອນ ເຈົ້າຫນ້າທີ່ຊັ້ນຫົວຫນ້າຂອງພຣະວິຫານແຫ່ງພຣະເຈົ້າ ໄດ້ມອບລູກແກະແລະລູກແບ້ສອງພັນຫົກຮ້ອຍໂຕກັບງົວເຖິກສາມຮ້ອຍໂຕແກ່ປະໂຣຫິດເປັນເຄື່ອງປັສຄາບູຊາ 9 ກັບໂກນານິຢາ ແລະເຊມັຍຢາ ກັບເນທານເອນ ນ້ອງຊາຍຂອງເຂົາ ແລະຮາຊາບິຢາ ແລະເຢອີເອນ ແລະໂຢຊາບາດ ຫົວຫນ້າຂອງຄົນເລວີໄດ້ໃຫ້ລູກແກະແລະລູກແບ້ຫ້າພັນໂຕກັບງົວເຖິກຫ້າຮ້ອຍໂຕແກ່ຄົນເລວີເປັນເຄື່ອງປັສຄາບູຊາ 10 ເມື່ອຕຽມການຮຽບຮ້ອຍແລ້ວ ບັນດາປະໂຣຫິດກໍຢືນປະຈຳທີ່ຂອງຕົນ ແລະຄົນເລວີກໍຢູ່ຕາມກອງຂອງຕົນຕາມຄຳສັ່ງຂອງພຣະຣາຊາ 11 ແລ້ວເຂົາກໍຂ້າແກະປັສຄາ ແລ້ວປະໂຣຫິດກໍເອົາເລືອດຊຶ່ງຮັບມາຈາກເຂົາຊິດໃສ່ ສ່ວນຄົນເລວີດຶງຫນັງສັດນັ້ນ 12 ແລ້ວເຂົາກໍແຍກສ່ວນທີ່ເປັນເຄື່ອງເຜົາບູຊາໄວ້ຕ່າງຫາກເພື່ອແຈກຈ່າຍໄດ້ຕາມພວກຕ່າງໆຜູ້ເປັນຣາສດອນທີ່ແບ່ງເປັນຕະກູນໆ ໃຫ້ຖວາຍແດ່ພຣະຜູ້ເປັນເຈົ້າ ດັ່ງທີ່ບັນທຶກໄວ້ໃນຫນັງສືຂອງໂມເຊ ແລະເຂົາກະທຳກັບງົວເຖິກທຳນອງດຽວກັນ 13 ເຂົາກໍປີ້ງແກະປັສຄາດ້ວຍໄຟຕາມກົດຫມາຍ ແລະເຂົາທັງຫລາຍຕົ້ມເຄື່ອງບູຊາບໍຣິສຸດໃນຫມໍ້ ໃນຫມໍ້ຂາງ ແລະນຳໄປໃຫ້ຣາສດອນທັງປວງໂດຍໄວ 14 ພາຍຫລັງເຂົາທັງຫລາຍຈຶ່ງຕຽມສຳລັບຕົນເອງແລະສຳລັບປະໂຣຫິດ ເພາະວ່າປະໂຣຫິດບຸດຫລານຂອງອາໂຣນຕິດທຸຣະໃນການຖວາຍເຄື່ອງເຜົາບູຊາແລະສ່ວນໄຂມັນຈົນກາງຄືນ ຄົນເລວີຈຶ່ງຕຽມເພື່ອຕົນເອງແລະເພື່ອປະໂຣຫິດບຸດຫລານຂອງອາໂຣນ 15 ບັນດານັກຮ້ອງຊຶ່ງເປັນບຸດຫລານຂອງອາສາຟ ຢູ່ປະຈໍາທີ່ຂອງຕົນຕາມບັນຊາຂອງດາວິດ ອາສາຟ ແລະເຮມານ ກັບເຢດູທູນຜູ້ທຳນວາຍຂອງ ພຣະຣາຊາ ແລະຄົນເຝົ້າປະຕູກໍຢູ່ປະຈໍາທຸກປະຕູ ເຂົາບໍ່ຈຳເປັນປະງານຫນ້າທີ່ຂອງເຂົາ ເພາະຄົນເລວີພີ່ນ້ອງຂອງເຂົາໄດ້ຕຽມໄວ້ໃຫ້ເຂົາ 16 ເຂົາຈຶ່ງຕຽມການບົວລະບັດພຣະຜູ້ເປັນເຈົ້າໃນວັນດຽວນັ້ນເອງ ເພື່ອຈະຖືເທສການປັສຄາ ແລະຖວາຍເຄື່ອງເຜົາບູຊາເທິງແທ່ນບູຊາຂອງພຣະຜູ້ເປັນເຈົ້າ ຕາມພຣະບັນຊາຂອງກະສັດໂຢຊີຢາ 17 ປະຊາຊົນອິສຣາເອນຜູ້ຢູ່ທີ່ນັ້ນ ໄດ້ທຳເທສການປັສຄາເວລານັ້ນແລະເທດສການກິນເຂົ້າຈີ່ບໍ່ເຊື້ອແປ້ງເຈັດວັນ 18 ຕັ້ງແຕ່ສະໄຫມຂອງຊາມູເອນຜູ້ປະກາດພຣະທັມ ບໍ່ມີພຣະຣາຊາແຫ່ງອິສຣາເອນຈັກອົງນຶ່ງທີ່ຖືເທສການປັສຄາຢ່າງໂຢຊີຢາໄດ້ຊົງຖືນີ້ ແລະບັນດາປະໂຣຫິດກັບຄົນເລວີ ແລະຢູດາກັບອິສຣາເອນທັງປວງຊຶ່ງຢູ່ພ້ອມກັນ ທັງຊາວເຢຣູຊາເລັມ 19 ເຂົາຖືເທສການປັສຄານີ້ໃນປີທີ່ສິບແປດແຫ່ງຣັຊການໂຢຊີຢາ
ມໍຣະນະກັມຂອງໂຢຊີຢາ
20 ຫລັງຈາກນີ້ເມື່ອໂຢຊີຢາໄດ້ຕຽມພຣະວິຫານໄວ້ ເນໂກພຣະຣາຊາແຫ່ງເອຢິບໄດ້ສະເດັດຂຶ້ນໄປສູ້ຮົບທີ່ກາຣ໌ເຄມິສທີ່ແມ່ນ້ຳເອີຟຣາດ ແລະໂຢຊີຢາສະເດັດອອກໄປສູ້ຮົບກັບພຣະອົງ 21 ແຕ່ພຣະອົງຮັບສັ່ງໃຫ້ທູດໄປທູນໂຢຊີຢາວ່າ, “ພຣະຣາຊາແຫ່ງຢູດາເອີຍ ເຮົາກັບທ່ານກ່ຽວຂ້ອງກັນຢ່າງໃດ ວັນນີ້ເຮົາບໍ່ໄດ້ມາຕໍ່ສູ້ທ່ານ ແຕ່ຕໍ່ສູ້ກັບເຊື້ອສາຍຂອງຊຶ່ງເຮົາທຳສົງຄາມດ້ວຍ ແລະພຣະຜູ້ເປັນເຈົ້າຊົງບັນຊາເຮົາໃຫ້ຮີບເລັ່ງ ຂໍຢັບຢັ້ງການຂັດຂວາງພຣະຜູ້ເປັນເຈົ້າຜູ້ຊົງສະຖິດກັບເຮົາ ຢ້ານວ່າພຣະອົງຈະຊົງທຳລາຍທ່ານເສັຽ” 22 ແຕ່ປານນັ້ນກໍດີ ໂຢຊີຢາບໍ່ໄດ້ຫັນໄປຈາກພຣະອົງ ແຕ່ຊົງປອມພຣະອົງເພື່ອຈະສູ້ຮົບກັບເນໂກ ບໍ່ໄດ້ຟັງພຣະດຳຣັດຂອງເນໂກທີ່ອອກຈາກພຣະໂອດຂອງພຣະຜູ້ເປັນເຈົ້າ ແຕ່ເຂົ້າຮົບໃນທີ່ຮາບເມກິດໂດ 23 ແລະນັກທະນູໄດ້ຍິງກະສັດໂຢຊີຢາ ແລະພຣະຣາຊາກ່າວກັບຂ້າຣາຊການຂອງພຣະອົງວ່າ “ຈົ່ງພາເຣົາໄປເສັຽເຖີດ ເພາະເຣົາຖືກບາດເຈັບສາຫັດແລ້ວ” 24 ຂ້າຣາຊການຂອງພຣະອົງຈຶ່ງນຳພຣະອົງອອກຈາກຣົດຮົບ ແລະໃຫ້ພຣະອົງປະທັບໃນຣົດຮົບຄັນທີ່ສອງຂອງພຣະອົງ ແລະນຳພຣະອົງມາເຢຣູຊາເລັມແລະພຣະອົງກໍສິ້ນພຣະຊົນ ແລະເຂົາຝັງໄວ້ໃນອຸບໂມງແຫ່ງບັນພະບຸຣຸດຂອງພຣະອົງ ຢູດາແລະເຢຣູຊາເລັມທັງປວງໄດ້ໄວ້ທຸກໃຫ້ໂຢຊີຢາ 25 ເຢເຣມີກ່າວຄຳຄ່ຳຄວນຖວາຍໂຢຊີຢາດ້ວຍ ແລະບັນດານັກຮ້ອງຊາຍແລະນັກຮ້ອງຍິງທັງປວງກ່າວເຖິງໂຢຊີຢາໃນຄຳຄ່ຳຄວນຂອງເຂົາຈົນທຸກວັນນີ້ ເຂົາທັງຫລາຍກະທຳເຣື່ອງນີ້ໃຫ້ເປັນກົດຫມາຍໃນອິສຣາເອນ ເບິ່ງແມ໋, ມີບັນທຶກໄວ້ໃນຫນັງສືຄ່ຳຄວນ 26 ສ່ວນພຣະຣາຊກິຈນອກນັ້ນຂອງໂຢຊີຢາ ແລະການອຸທິດຕົນຂອງພຣະອົງ ຕາມທີ່ບັນທຶກໄວ້ໃນພຣະທັມບັນຍັດຂອງພຣະຜູ້ເປັນເຈົ້າ 27 ແລະພຣະຣາຊກິຈຂອງພຣະອົງ ຕັ້ງແຕ່ຕົ້ນຈົນສຸດປາຍ ເບິ່ງແມ໋, ມີບັນທຶກໄວ້ໃນຫນັງສືພົງກະສັດອິສຣາເອນແລະຢູດາ
ຣັຊການເຢໂຮອາຮັສແລະການຖືກປົດ
1 ຣາສດອນໄດ້ຕັ້ງເຢໂຮອາຮັສບຸດໂຢຊີຢາ ແລະໃຫ້ພຣະອົງເປັນພຣະຣາຊາແທນຣາຊບິດາຂອງພຣະອົງໃນເຢຣູຊາເລັມ 2 ເມື່ອເຢໂຮອາຮັສເລີ້ມປົກຄອງມີອາຍຸຊາວສາມປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມສາມເດືອນ 3 ແລ້ວພຣະຣາຊາແຫ່ງເອຢິບຊົງຖອດພຣະອົງໃນເຢຣູຊາເລັມ ແລະກຳນົດໃຫ້ແຜ່ນດິນນັ້ນຖວາຍບັນນາການເປັນເງິນນຶ່ງຮ້ອຍຕະລັນ ແລະທອງຄຳນຶ່ງຕະລັນ 4 ພຣະຣາຊາແຫ່ງເອຢິບຕັ້ງໃຫ້ເອລີອາກິມພຣະອະນຸຊາຂອງພຣະອົງເປັນພຣະຣາຊາເຫນືອຢູດາແລະເຢຣູຊາເລັມ ແລະຊົງປ່ຽນພຣະນາມຂອງພຣະອົງໃຫມ່ວ່າ ເຢຮົວອາກິມ ແຕ່ເນໂກຊົງຈັບເຢໂຮອາຮັສໄປຍັງເອຢິບ
ຣັຊການເຢຮົວອາກິມ
5 ເຢຮົວອາກິມເລີ້ມປົກຄອງເມື່ອອາຍຸໄດ້ສິບຫ້າປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມສິບເອັດປີ ພຣະອົງຊົງກະທຳຄວາມຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງ 6 ເນບຸກາດເນສຊາພຣະຣາຊາແຫ່ງບາບິໂລນສະເດັດມາຕໍ່ສູ້ກັບພຣະອົງ ແລະຈຳຈອງພຣະອົງດ້ວຍໂສ້ເພື່ອພາພຣະອົງໄປຍັງບາບິໂລນ 7 ເນບຸກາດເນສຊາຊົງນຳເຄື່ອງໃຊ້ສ່ວນນຶ່ງຂອງ ພຣະວິຫານຂອງພຣະເຈົ້າໄປຍັງບາບິໂລນ ແລະຊົງເກັບໄວ້ໃນພຣະວິຫານຂອງພຣະອົງໃນບາບິໂລນ 8 ສ່ວນພຣະຣາຊກິຈນອກນັ້ນຂອງເຢຮົວອາກິມ ແລະການຫນ້າກຽດຊັງ ຊຶ່ງພຣະອົງຊົງກະທຳ ແລະເຫດການອື່ນໆທີ່ບໍ່ດີຊຶ່ງກ່ຽວກັບພຣະອົງ ເບິ່ງແມ, ມີບັນທຶກໄວ້ໃນຫນັງສືພົງກະສັດຂອງອິສຣາເອນ ແລະຢູດາ ແລະເຢຣົວອາຄິນໂອຣົດຂອງພຣະອົງໄດ້ປົກຄອງແທນພຣະອົງ
ເຢຣົວອາຄິນຖືກຈັບໄປເປັນຊະເລີຍກຸງບາບິໂລນ
9 ເມື່ອເຢຮົວອາຄິນເລີ້ມປົກຄອງມີອາຍຸສິບແປດປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມສາມເດືອນກັບສິບວັນ ພຣະອົງຊົງກະທຳຄວາມຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າ 10 ເມື່ອເຖິງຣະດູແລ້ງກະສັດເນບຸກາດເນສຊາຊົງໃຊ້ໃຫ້ນຳພຣະອົງມາຍັງບາບິໂລນພ້ອມກັບເຄື່ອງໃຊ້ປະເສີດແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຕັ້ງໃຫ້ເຊເດກີຢາລຸງຂອງພຣະອົງເປັນພຣະຣາຊາເຫນືອຢູດາແລະເຢຣູຊາເລັມ
ຣັຊການເຊເດກີຢາ
11 ເຊເດກີຢາເລີ້ມປົກຄອງມີອາຍຸສິບເອັດປີ ແລະພຣະອົງຊົງປົກຄອງໃນເຢຣູຊາເລັມສິບເອັດປີ 12 ພຣະອົງຊົງກະທຳຄວາມຊົ່ວຮ້າຍໃນສາຍພຣະເນດພຣະຜູ້ເປັນເຈົ້າພຣະເຈົ້າຂອງພຣະອົງ ພຣະອົງບໍ່ໄດ້ຖ່ອມພຣະອົງລົງຕໍ່ເຢເຣມີຜູ້ປະກາດພຣະທັມ ຜູ້ກ່າວຈາກພຣະໂອດຂອງພຣະຜູ້ເປັນເຈົ້າ 13 ພຣະອົງຊົງກະບົດຕໍ່ກະສັດເນບຸກາດເນສຊາ ຜູ້ຊຶ່ງຊົງໃຫ້ພຣະອົງສາບານໃນພຣະນາມຂອງພຣະຜູ້ເປັນເຈົ້າ ພຣະອົງຊົງດື້ດຶງບໍ່ຍອມກັບໃຈທຳພຣະທັຍໃຫ້ແຂງກະດ້າງບໍ່ຫັນໄປຫາພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ 14 ບັນດາປະໂຣຫິດຜູ້ສຳຄັນແລະປະຊາຊົນກໍເຊັ່ນດຽວກັນບໍ່ຊື່ສັດ ເຂົາຕິດຕາມສິ່ງທີ່ຫນ້າກຽດຊັງຂອງບັນດາປະຊາຊາດ ແລະເຂົາທັງຫລາຍກະທຳໃຫ້ພຣະວິຫານຂອງພຣະຜູ້ເປັນເຈົ້າໃນເຢຣູຊາເລັມ ຊຶ່ງພຣະອົງຊົງຊຳຮະໃຫ້ບໍຣິສຸດນັ້ນເປັນມົນທິນໄປ 15 ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງເຂົາຊົງໃຊ້ໃຫ້ທູດຂອງພຣະອົງມາຢ່າງບໍ່ຢຸດຢັ້ງ ເພາະພຣະອົງຊົງມີພຣະທັຍກະຣຸນາຕໍ່ປະຊາຊົນຂອງພຣະອົງ ແລະຕໍ່ທີ່ປະທັບຂອງພຣະອົງ 16 ແຕ່ເຂົາທັງຫລາຍເຍາະເຍີ້ຍທູດຂອງພຣະເຈົ້າຢູ່ສເມີ ແລະດູຫມິ່ນພຣະວັຈນະຂອງພຣະອົງ ຈົນພຣະພິໂຣດຂອງພຣະຜູ້ເປັນເຈົ້າພຸ່ງຂຶ້ນຕໍ່ປະຊາຊົນຂອງພຣະອົງຈົນແກ້ບໍ່ໄຫວ
ຢູດາເປັນຊະເລີຍ
17 ພຣະອົງຈຶ່ງຊົງນຳພຣະຣາຊາແຫ່ງຄົນຄັນເດອານມາຕໍ່ສູ້ເຂົາທັງຫລາຍ ຜູ້ຊຶ່ງຂ້າຜູ້ຊາຍຫນຸ່ມຂອງເຂົາດ້ວຍດາບໃນພຣະວິຫານອັນເປັນສະຖານນະມັສການຂອງເຂົາ ແລະບໍ່ມີຄວາມກະຣຸນາແກ່ຊາຍຫນຸ່ມຫລືຍິງພົມມະຈາຣີ ຄົນແກ່ຫລືຄົນຊະຣາພຣະອົງຊົງມອບທັງຫມົດໄວ້ໃນມືຂອງເຂົາ 18 ແລະເຄື່ອງໃຊ້ທັງສິ້ນຂອງພຣະວິຫານຂອງພຣະເຈົ້າທັງໃຫຍ່ແລະນ້ອຍແລະຊັບສົມບັດແຫ່ງພຣະຣາຊາແລະແຫ່ງເຈົ້ານາຍຂອງພຣະອົງ ສິ່ງທັງຫມົດນີ້ພຣະອົງຊົງນຳມາຍັງບາບິໂລນ 19 ເຂົາເຜົາພຣະວິຫານຂອງພຣະເຈົ້າ ແລະພັງກຳແພງເຢຣູຊາເລັມລົງແລະເອົາໄຟເຜົາວັງຂອງເມືອງນັ້ນເສັຽສິ້ນ ແລະທຳລາຍເຄື່ອງໃຊ້ປະເສີດທັງປວງໃນນັ້ນ 20 ບັນດາຜູ້ທີ່ລອດຈາກດາບນັ້ນພຣະອົງຊົງກວາດໄປເປັນຊະເລີຍຍັງບາບິໂລນ ແລະເຂົາທັງຫລາຍເປັນຜູ້ຮັບໃຊ້ຂອງພຣະອົງແລະແກ່ຣາຊວົງຂອງພຣະອົງຈົນເຖິງການສະຖາປະນາຣາຊອານາຈັກເປີເຊັຽ 21 ເພື່ອໃຫ້ສຳເຣັດຕາມພຣະວັຈນະຂອງພຣະຜູ້ເປັນເຈົ້າຊົງທາງປາກຂອງເຢເຣມີຈົນແຜ່ນດິນໄດ້ປີສະບາໂຕຄົບຕາມທີ່ຄວນຕລອດວັນແລະເວລາທີ່ຖືກປະຮ້າງຢູ່ນັ້ນມັນໄດ້ຢຸດພັກສງົບ ເພື່ອໃຫ້ສຳເຣັດກຳນົດເຈັດສິບປີ
ຣາຊປະກາສິດຂອງໄຊຣັສ
22 ໃນປີແຣກແຫ່ງຣັຊການໄຊຣັສພຣະຣາຊາຂອງເປີເຊັຽ ເພື່ອພຣະຄຳຂອງພຣະເຈົ້າທາງປາກເຢເຣມີຈະສຳເຣັດ ພຣະຜູ້ເປັນເຈົ້າຊົງເລົ້າຈິດໃຈຂອງໄຊຣັສພຣະຣາຊາຂອງເປີເຊັຽ ພຣະຣາຊາຈຶ່ງຊົງມີປະກາດຕລອດຣາຊອານາຈັກຂອງພຣະອົງແລະບັນທຶກເປັນລາຍລັກອັກສອນລົງວ່າ, 23 “ໄຊຣັສພຣະຣາຊາແຫ່ງເປີເຊັຽກ່າວດັ່ງນີ້ວ່າ ພຣະຜູ້ເປັນເຈົ້າພຣະເຈົ້າຂອງຟ້າສວັນ ໄດ້ພຣະຣາຊທານບັນດາຣາຊອານາຈັກແຫ່ງແຜ່ນດິນໂລກແກ່ເຣົາ ແລະພຣະອົງຊົງກຳຊັບໃຫ້ເຮົາສ້າງພຣະວິຫານໃຫ້ພຣະອົງທີ່ເຢຣູຊາເລັມ ຊຶ່ງຢູ່ໃນຢູດາ ມີຜູ້ໃດໃນຖ້າມກາງທ່ານທັງຫລາຍທີ່ເປັນໄພ່ພົນຂອງພຣະອົງ ຂໍພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາສະຖິດກັບເຂົາ ຂໍໃຫ້ເຂົາຂຶ້ນໄປເຖີດ”
ເຈົ້າຊີວິດໄຊຣັສສັ່ງໃຫ້ປະຊາຊົນອິສຣາເອນກັບຄືນນະຄອນເຢຣູຊາເລັມ
1 ໃນຣັຊການປີທີ່ນຶ່ງຂອງເຈົ້າໄຊຣັສ ເຈົ້າຈັກກະພັດແຫ່ງເມືອງເປີເຊັຽ ພຣະຜູ້ເປັນເຈົ້າຊົງດົນບັນດານຈິດໃຈໃຫ້ພຣະອົງອອກຄໍາສັ່ງແລະຂຽນຂໍ້ຄວາມນັ້ນອອກ ເພື່ອປະກາດທົ່ວທຸກຫົນທຸກແຫ່ງ ທົ່ວຈັກກະພົບຂອງພຣະອົງ ການກະທຳດັ່ງນີ້ ກໍເພື່ອໃຫ້ຄຳທີ່ພຣະຜູ້ເປັນເຈົ້າທີ່ຊົງກ່າວຜ່ານມາທາງຜູ້ປະກາດພຣະທັມ ເຢເຣມີຢາ ກາຍເປັນຄວາມຈິງ 2 ຄຳສັ່ງເຈົ້າຊີວິດໄຊຣັສແຫ່ງເປີເຊັຽມີດັ່ງນີ້ວ່າ, “ພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງສະຖິດຢູ່ເທິງຟ້າສວັນ ຊົງໃຫ້ຂ້າພະເຈົ້າປົກຄອງທົ່ວທັງໂລກນີ້ ແລະຊົງໃຫ້ຂ້າພະເຈົ້າຮັບຜິດຊອບສ້າງພຣະວິຫານສຳລັບພຣະອົງທີ່ນະຄອນເຢຣູຊາເລັມທີ່ປະເທດຢູດາ 3 ຂໍໃຫ້ພຣະເຈົ້າສະຖິດຢູ່ທ່ານ ຜູ້ທີ່ເປັນໄພ່ພົນຂອງພຣະອົງ ພວກທ່ານຈະຕ້ອງໄປນະຄອນເຢຣູຊາເລັມທີ່ປະເທດຢຸດາ ເພື່ອສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຊາວອິສຣາເອນ ແລະພຣະເຈົ້າອົງທີ່ຕົນນະມັສການຢູ່ນະຄອນເຢຣູຊາເລັມ 4 ຖ້າວ່າ ໄພ່ພົນຂອງພຣະອົງຄົນໃດທີ່ຢູ່ຕ່າງຖິ່ນຢາກກັບຄືນມາ ຂໍໃຫ້ຄົນບ້ານໃກ້ເຮືອນຄຽງຊ່ອຍເຫລືອພວກເຂົາ ພວກເຂົາຕ້ອງຈັດຫາເງິນຄຳ ສະບຽງອາຫານ ສັດສາວາສິ່ງພ້ອມທັງເຄື່ອງຖວາຍບູຊາ ເພື່ອເປັນຂອງປະທານໃຫ້ແກ່ພຣະວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມ” 5 ແລ້ວຫົວຫນ້າຄອບຄົວຂອງຕະກູນຢູດາ ແລະຕະກູນເບັນຢາມິນ ພວກປະໂຣຫິດ ພວກເລວີພ້ອມທັງບຸກຄົນທີ່ໄດ້ຮັບການດົນໃຈຈາກພຣະເຈົ້າກໍໃຫ້ພ້ອມກັນໄປສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ນະຄອນເຢຣູຊາເລັມ 6 ພວກບ້ານໃກ້ຄຽງໄດ້ຊ່ອຍເຫລືອພວກເຂົາຫລາຍສິ່ງຫລາຍຢ່າງ ເຊັ່ນວ່າ ເຄື່ອງໃຊ້ເປັນເງິນ ຄຳ ສະບຽງອາຫານ ສັດສາວາສິ່ງ ສິ່ງຂອງອື່ນໆທີ່ມີຄ່າ ພ້ອມທັງເຄື່ອງຖວາຍບູຊາເພື່ອເປັນການປະທານແກ່ພຣະວິຫານ 7 ເຈົ້າໄຊຣັສໄດ້ມອບຖ້ວຍ ແລະຈອກໃຫ້ພວກເຂົາ ຊຶ່ງເປັນຂອງທີ່ເຈົ້າເນບຸກາດເນສຊາຣ໌ ເອົາມາຈາກນະຄອນເຢຣູຊາເລັມ ແລະໄດ້ເອົາໄປໄວ້ໃນວິຫານພຣະເຈົ້າຂອງພຣະອົງ 8 ພຣະອົງໄດ້ເອົາສິ່ງຂອງເຫລົ່ານີ້ສົ່ງຄືນໃຫ້ແກ່ ມິທເຣດາດ ຫົວຫນ້າຄັງປະຈຳພຣະຣາຊວັງ ເພື່ອໃຫ້ທ່ານເຮັດບັນຊີສິ່ງຂອງແລ້ວມອບໃຫ້ແກ່ ເຈົ້າເຊສບັສຊາຜູ້ປົກຄອງຢູດາ 9 ຊຶ່ງມີດັ່ງຕໍ່ລົງໄປນີ້ຄື ອ່າງຄຳສາມສິບ ອ່າງເງິນນຶ່ງພັນໃບ ມີດຊາວເກົ້າອັນ 10 ຖ້ວຍຄຳສາມສິບ ຖ້ວຍເງິນສີ່ຮ້ອຍສິບ ພາຊນະອື່ນໆນຶ່ງພັນ 11 ພາຊນະທີ່ທຳດ້ວຍຄຳແລະທຳດ້ວຍເງິນທັງສິ້ນຮວມຫ້າພັນສີ່ຮ້ອຍ ທັງຫມົດນີ້ເຈົ້າເຊສບັສຊາໄດ້ນຳຂຶ້ນມາ ເມື່ອໄດ້ນຳພວກຊະເລີຍຂຶ້ນມາຈາກກຸງບາບີໂລນເຖິງກຸງເຢຣູຊາເລັມ
ລາຍຊື່ຊະເລີຍທີ່ກັບຄືນ
1 ຕໍ່ໄປນີ້ເປັນປະຊາຊົນແຫ່ງມົນທົນທີ່ຂຶ້ນມາຈາກການເປັນຊະເລີຍໃນພວກທີ່ຖືກກວາດໄປ ຊຶ່ງເນບຸກາດເນສຊາຣ໌ ພຣະຣາຊາແຫ່ງບາບີໂລນໄດ້ກວາດເອົາໄປເປັນຊະເລີຍຍັງກຸງບາບີໂລນ ແລະກັບໄປຍັງເຢຣູຊາເລັມ ແລະຢູດາ ຕ່າງກໍໄປຍັງເມືອງຂອງຕົນ 2 ເຂົາທັງຫລາຍມາກັບເຊຣຸບບາເບນ ເຢຊູອາ ເນເຫມີ ເຊຣັຍຢາ ເຣເອລັຍຢາ ໂມເດກັຍ ບີນຊານ ມີສປາ ບິກວັຍ ເຣຮູມ ແລະບາອານາ ຈໍານວນປະຊາຊົນອິສຣາເອນຄື 3 ເຊື້ອສາຍປາໂຣສ ສອງພັນນຶ່ງຮ້ອຍເຈັດສິບສອງຄົນ 4 ເຊື້ອສາຍເຊຟາຕິຢາ ສາມຮ້ອຍເຈັດສິບສອງຄົນ 5 ເຊື້ອສາຍອາຣາ ເຈັດຮ້ອຍເຈັດສິບຫ້າຄົນ 6 ເຊື້ອສາຍປາຮັທໂມອາບ ຄືເຊື້ອສາຍຂອງເຢຊູອາ ແລະໂຢອາບ ສອງພັນແປດຮ້ອຍສິບສອງຄົນ 7 ເຊື້ອສາຍເອລາມ ນຶ່ງພັນສອງຮ້ອຍຫ້າສິບສີ່ຄົນ 8 ເຊື້ອສາຍຊັດຕູ ເກົ້າຮ້ອຍສີ່ສິບຫ້າຄົນ 9 ເຊື້ອສາຍຊັກກັຍ ເຈັດຮ້ອຍຫົກສິບຄົນ 10 ເຊື້ອສາຍບານີ ຫົກຮ້ອຍສີ່ສິບສອງຄົນ 11 ເຊື້ອສາຍເບບັຍ ຫົກຮ້ອຍຊາວສາມຄົນ 12 ເຊື້ອສາຍອັສກາດ ນຶ່ງພັນສອງຮ້ອຍຊາວສອງຄົນ 13 ເຊື້ອສາຍອາໂດນີກາມ ຫົກຮ້ອຍຫົກສິບຫົກຄົນ 14 ເຊື້ອສາຍບິກວັຍ ສອງພັນຫ້າສິບຫົກຄົນ 15 ເຊື້ອສາຍອາດີນ ສີ່ຣ້ອຍຫ້າສິບສີ່ຄົນ 16 ເຊື້ອສາຍອາເຕີ ຄືເຮເຊກີຢາ ເກົ້າສິບແປດຄົນ 17 ເຊື້ອສາຍເບຊັຍ ສາມຮ້ອຍຊາວສາມຄົນ 18 ເຊື້ອສາຍໂຢຣາ ນຶ່ງຮ້ອຍສິບສອງຄົນ 19 ເຊື້ອສາຍຮາຊູມ ສອງຮ້ອຍຊາວສາມຄົນ 20 ເຊື້ອສາຍກິບບາ ເກົ້າສິບຫ້າຄົນ 21 ເຊື້ອສາຍຊາວເບັດເລເຮັມ ນຶ່ງຮ້ອຍຊາວສາມຄົນ 22 ຊາວເນໂທຟາ ຫ້າສິບຫົກຄົນ 23 ຊາວອານາໂທດ ນຶ່ງຮ້ອຍຊາວແປດຄົນ 24 ເຊື້ອສາຍອັສມາເວທ ສີ່ສິບສອງຄົນ 25 ເຊື້ອສາຍຊາວກີຣີອາດອາຣິມ ຊາວເກຟີຣາ ແລະຊາວເບເອໂຣທ ເຈັດຮ້ອຍສີ່ສິບສາມຄົນ 26 ເຊື້ອສາຍຊາວຣາມາ ແລະຊາວເກບາ ຫົກຮ້ອຍຊາວເອັດຄົນ 27 ຊາວມິກມັສ ນຶ່ງຮ້ອຍຊາວສອງຄົນ 28 ຊາວເບັດເອນ ແລະຊາວອາອີ ສອງຮ້ອຍຊາວສາມຄົນ 29 ເຊື້ອສາຍຊາວເນໂບ ຫ້າສິບສອງຄົນ 30 ເຊື້ອສາຍຊາວມັກບິສ ນຶ່ງຮ້ອຍຫ້າສິບຫົກຄົນ 31 ເຊື້ອສາຍເອລາມອີກຄົນນຶ່ງ ນຶ່ງພັນສອງຮ້ອຍຫ້າສິບສີ່ຄົນ 32 ເຊື້ອສາຍຊາວຮາຣີມ ສາມຮ້ອຍຊາວຄົນ 33 ເຊື້ອສາຍຊາວໂລດ ຊາວຮາດີດ ແລະຊາວໂອໂນ ເຈັດຮ້ອຍຊາວຫ້າຄົນ 34 ເຊື້ອສາຍຊາວເຢຣີໂກ ສາມຮ້ອຍສີ່ສິບຫ້າຄົນ 35 ເຊື້ອສາຍເຊເນອາສາມພັນຫົກຮ້ອຍສາມສິບຄົນ 36 ບັນດາປະໂຣຫິດຄື ເຊື້ອສາຍເຢດັຍຢາ ຕະກູນເຢຊູອາ ເກົ້າຮ້ອຍເຈັດສິບສາມຄົນ 37 ເຊື້ອສາຍອິມເມີ ນຶ່ງພັນຫ້າສິບສອງຄົນ 38 ເຊື້ອສາຍປັສເຮີ ນຶ່ງພັນສອງຮ້ອຍສີ່ສິບເຈັດຄົນ 39 ເຊື້ອສາຍຮາຣິມ ນຶ່ງພັນສິບເຈັດຄົນ 40 ຄົນເລວີ ຄືເຊື້ອສາຍເຢຊູອາ ແລະກັດມີເອນ ຝ່າຍເຊື້ອສາຍໂຮດາວີຢາ ເຈັດສິບສີ່ຄົນ 41 ພວກນັກຮ້ອງ ຄືເຊື້ອສາຍອາສາຟ ນຶ່ງຮ້ອຍຊາວແປດຄົນ 42 ເຊື້ອສາຍຄົນເຝົ້າປະຕູ ຄືເຊື້ອສາຍຊັນລູມ ເຊື້ອສາຍອາເຕີ ເຊື້ອສາຍຕັນໂມນ ເຊື້ອສາຍອັກກູບ ເຊື້ອສາຍຮາຕິຕາ ແລະເຊື້ອສາຍໂຊບັຍ ຮວມກັນ ນຶ່ງຮ້ອຍສາມສິບເກົ້າຄົນ 43 ຄົນໃຊ້ປະຈຳພຣະວິຫານ ຄືເຊື້ອສາຍຊີຮາ ເຊື້ອສາຍຮາຊູຟາ ເຊື້ອສາຍຕັບບາໂອທ 44 ເຊື້ອສາຍເກໂຣສ ເຊື້ອສາຍຊີອາຮາເຊື້ອສາຍປາໂດນ 45 ເຊື້ອສາຍເລບານາ ເຊື້ອສາຍຮາກາບາ ເຊື້ອສາຍອັກກູບ 46 ເຊື້ອສາຍຮາກາບ ເຊື້ອສາຍຊາມລັຍ ເຊື້ອສາຍຮານານ 47 ເຊື້ອສາຍກີດເດນ ເຊື້ອສາຍກາຮາ ເຊື້ອສາຍເຣອາຢາ 48 ເຊື້ອສາຍເຣຊີນ ເຊື້ອສາຍເນໂກດາ ເຊື້ອສາຍກັສຊາມ 49 ເຊື້ອສາຍອູສຊາ ເຊື້ອສາຍປາເຊອາ ເຊື້ອສາຍເບຊັຍ 50 ເຊື້ອສາຍອັສນາ ເຊື້ອສາຍເມອູນິມ ເຊື້ອສາຍເນຟີຊິມ 51 ເຊື້ອສາຍບັກບຸກ ເຊື້ອສາຍຮາກູຟາ ເຊື້ອສາຍຮາຮູ 52 ເຊື້ອສາຍບັສລູທ ເຊື້ອສາຍເມຮີດາ ເຊື້ອສາຍຮາຊາ 53 ເຊື້ອສາຍບາໂກສ ເຊື້ອສາຍຊີເຊຣາ ເຊື້ອສາຍເຕມາ 54 ເຊື້ອສາຍເນຊີຢາ ແລະເຊື້ອສາຍຮາຕີຟາ 55 ເຊື້ອສາຍຂ້າຣາຊການຂອງໂຊໂລໂມນ ຄືເຊື້ອສາຍໂຊຕັຍ ເຊື້ອສາຍຮັສໂຊເຟເຣທ ເຊື້ອສາຍເປຣູດາ 56 ເຊື້ອສາຍຢາອາລາ ເຊື້ອສາຍດາໂກນ ເຊື້ອສາຍກີດເດນ 57 ເຊື້ອສາຍເຊຟາຕີຢາ ເຊື້ອສາຍຣັດຕີນ ເຊື້ອສາຍໂປເຄເຣັດຮັສເຊບາອິມ ແລະເຊື້ອສາຍອາມີ 58 ຄົນໃຊ້ປະຈຳພຣະວິຫານ ແລະເຊື້ອສາຍຂອງຂ້າຣາຊການຂອງໂຊໂລໂມນທັງຫມົດເປັນສາມຮ້ອຍເກົ້າສິບສອງຄົນ 59 ຕໍ່ໄປນີ້ເປັນບັນດາຜູ້ທີ່ຂຶ້ນມາຈາກເຕນເມລາ ເຕນຮາຊາ ເຄຣຸບ ອັດດານ ແລະອິມເມີ ແມ້ເຂົາຈະພິສູດຕະກູນຂອງເຂົາຫລືເຊື້ອສາຍຂອງເຂົາບໍ່ໄດ້ ວ່າເຂົາເປັນຄົນອິສຣາເອນຫລືບໍ່ ຄື 60 ເຊື້ອສາຍເດລັຍຢາ ເຊື້ອສາຍໂຕບີຢາ ເຊື້ອສາຍເນໂກດາ ຮວມຫົກຮ້ອຍຫ້າສິບສອງຄົນ 61 ແລະຈາກເຊື້ອສາຍປະໂຣຫິດດ້ວຍ ຄືເຊື້ອສາຍຮາບາຢາ ເຊື້ອສາຍຮັກໂກສ ແລະເຊື້ອສາຍບາຊີນລັຍ (ຜູ້ໄດ້ເມັຽຈາກທິດາຂອງບັນຊີນລັຍ ຄົນກີເລອາດຈຶ່ງໄດ້ຊື່ຕາມນັ້ນ) 62 ຄົນເຫລົ່ານີ້ເມື່ອຄົ້ນຫາຊື່ໃນທະບຽນທີ່ເຂົາຂຶ້ນໄວ້ໃນສຳມະໂນຄົວເຊື້ອສາຍກໍບໍ່ພົບ ຈຶ່ງຖືວ່າເປັນຄົນສາມັນ ແລະຖືກຕັດອອກຈາກພວກປະໂຣຫິດ 63 ຜູ້ວ່າຣາຊການເມືອງສັ່ງເຂົາບໍ່ໃຫ້ຮັບອາຫານບໍຣິສຸດທີ່ສຸດຈົນກວ່າຈະມີປະໂຣຫິດທີ່ຈະປຶກສາກັບ ອູຣິມ ແລະທູມມິມເສັຽກ່ອນ 64 ຊຸມນຸມຊົນທັງຫມົດຮວມກັນມີສີ່ຫມື່ນສອງພັນສາມຮ້ອຍຫົກສິບຄົນ 65 ນອກເຫນືອຈາກຄົນໃຊ້ຊາຍຍີງຊຶ່ງມີຢູ່ເຈັດພັນສາມຮ້ອຍສາມສິບເຈັດຄົນ 66 ມ້າຂອງເຂົາມີເຈັດຮ້ອຍສາມສິບຫົກໂຕ ລໍສອງຮ້ອຍສີ່ສິບຫ້າໂຕ 67 ອູດຂອງເຂົາສີ່ຮ້ອຍສາມສິບຫ້າໂຕ ແລະລາຂອງເຂົາຫົກພັນເຈັດຮ້ອຍຊາວໂຕ 68 ຫົວຫນ້າຄອບຄົວບາງຄົນ ເມື່ອເຂົາມາເຖິງທີ່ພຣະວິຫານຂອງພຣະຜູ້ເປັນເຈົ້າ ຊຶ່ງຢູ່ໃນເຢຣູຊາເລັມໄດ້ຖວາຍຕາມໃຈສມັກເພື່ອພຣະວິຫານຂອງພຣະເຈົ້າ ເພື່ອຈະສ້າງພຣະວິຫານຂຶ້ນໃນທີ່ເດີມ 69 ເຂົາຖວາຍຕາມກຳລັງຂອງເຂົາແກ່ກອງທັບເພື່ອພຣະຣາຊກິຈ ເປັນທອງຄຳຫົກຫມື່ນນຶ່ງພັນດາຣິກ ເງິນຫ້າພັນມີນັສ ແລະເຄື່ອງແຕ່ງກາຍປະໂຣຫິດນຶ່ງຮ້ອຍໂຕ 70 ບັນດາປະໂຣຫິດ ຄົນເລວີ ແລະປະຊາຊົນສ່ວນນຶ່ງອາໄສໃນເຢຣູຊາເລັມ ແລະທີ່ບໍຣິເວນອ້ອມຮອບ ແລະນັກຮ້ອງຄົນເຝົ້າປະຕູ ແລະຄົນໃຊ້ປະຈຳພຣະວິຫານຢູ່ຕາມເມືອງຂອງຕົນ ແລະອິສຣາເອນທັງປວງຢູ່ຕາມເມືອງຂອງເຂົາ
ອິສຣາເອນເລີ້ມຕົ້ນນະມັສການພຣະເຈົ້າທີ່ ເຢຣູຊາເລັມ
1 ຕໍ່ມາໃນເດືອນທີ່ເຈັດ ຊາວອິສຣາເອນກໍໄດ້ຕັ້ງຖິ່ນຖານຢູ່ຕາມບ້ານເມືອງຂອງເຂົາ ແລ້ວທຸກໆຄົນໄດ້ໂຮມກັນທີ່ກຸງເຢຣູຊາເລັມ 2 ເຢຊູອາລູກຊາຍຂອງເຢຊາດັກ ພ້ອມດ້ວຍຫມູ່ເພື່ອນທີ່ເປັນປະໂຣຫິດ ເຊຮຸບບາເບນລູກຊາຍຂອງເຊອັນທິເອນພ້ອມທັງຍາດຕິພີ່ນ້ອງໄດ້ພາກັນສ້າງແທ່ນບູຊາສຳລັບພຣະເຈົ້າຂອງອິສຣາເອນ ເພື່ອພວກເຂົາຈະໄດ້ຖວາຍເຄື່ອງບູຊາຕາມຄຳແນະນຳທີ່ຂຽນໄວ້ໃນພຣະທັມຂອງໂມເຊຄົນຂອງພຣະເຈົ້າ 3 ເຖິງແມ່ນວ່າພວກເຂົາຢ້ານຊົນຊາດອື່ນທີ່ອາໄສໃນປະເທດນັ້ນກໍຕາມ ພວກເຂົາກໍຍັງຕັ້ງແທ່ນບູຊາໄວ້ບ່ອນເກົ່າຂອງມັນເອງທຸກໆເຊົ້າແລະແລງ ພວກເຂົາໄດ້ເຜົາຖວາຍບູຊາຢູ່ເທິງແທ່ນບູຊານັ້ນເປັນປະຈຳ 4 ພວກເຂົາທຳພິທີວັນສະຫລອງຢູ່ຕູບຕາມທີ່ບັນທຶກໄວ້ ແລະຖວາຍເຄື່ອງເຜົາບູຊາປະຈຳວັນຕາມຈຳນວນທີ່ກຳນົດໄວ້ໃນແຕ່ລະມື້ 5 ນອກຈາກນີ້ພວກເຂົາຍັງໄດ້ຖວາຍເຄື່ອງເຜົາບູຊາໃຫ້ສມ່ຳສເມີ ທັງເຄື່ອງຖວາຍບູຊາໃນວັນເດືອນອອກໃຫມ່ ທັງທຸກສິ່ງທີ່ກຳນົດໄວ້ໃນເທສການທີ່ພຣະຜູ້ເປັນເຈົ້າຊົງກຳນົດໄວ້ ແລະຖວາຍເຄື່ອງບູຊາຕາມໃຈສມັກຂອງຕົນ ປະຊາຊົນຍັງບໍ່ທັນຕັ້ງຕົ້ນສ້າງພຣະວິຫານ 6 ແຕ່ໃນມື້ທຳອິດຂອງເດືອນເຈັດນັ້ນ ພວກເຂົາຍັງເລີ້ມຕົ້ນຖວາຍເຄື່ອງບູຊາແກ່ພຣະຜູ້ເປັນເຈົ້າຢູ່ 7 ປະຊາຊົນໄດ້ຈ່າຍເງິນໃຫ້ແກ່ຊ່າງກໍ່ຫີນ ຊ່າງໄມ້ ແລະໄດ້ເອົາອາຫານ ເຄື່ອງດື່ມ ນ້ຳມັນຫມາກກອກແກ່ຄົນຊີໂດນ ແລະຄົນຕີໂຣ ເພື່ອໃຫ້ນຳໄມ້ສົນຈາກເມືອງເລບານອນໄປເຖິງທະເລ ເຖິງເມືອງໂຢບຟາຕາມທີ່ເຂົາໄດ້ຮັບອະນຸຍາດມາຈາກເຈົ້າຊີວິດໄຊຣັສແຫ່ງເປີເຊັຽ
ອິສຣາເອນລົງມືສ້າງພຣະວິຫານ
8 ໃນເດືອນທີ່ສອງຂອງປີທີສອງ ຫລັງຈາກກັບມາຮອດກຸງເຢຣູຊາເລັມບ່ອນທີ່ມີພຣະວິຫານຂອງພຣະຜູ້ເປັນເຈົ້າແລ້ວ ພວກເຂົາໄດ້ລົງມືເຣັດວຽກ ເຊຣຸບບາເບນ ເຢຊູອາພ້ອມທັງພວກຢູດາອື່ນໆອີກຄື ພວກປະໂຣຫິດ ແລະພວກເລວີໄດ້ມາຮ່ວມເຮັດວຽກນຳ ຕາມຄວາມຈິງທຸກຄົນທີ່ມາຈາກບາບີໂລນໄດ້ຊ່ອຍໃນວຽກນີ້ຫມົດ ຊາວເລວີທີ່ມີອາຍຸຊາວປີຂຶ້ນໄປໄດ້ບັນຈຸເຂົ້າເປັນຜູ້ດູແລວຽກການຢູ່ໃນພຣະວິຫານ 9 ດັ່ງນັ້ນ ໂຢຊວຍຄົນເລວີພ້ອມທັງບຸດຊາຍແລະຍາດຕິພີ່ນ້ອງ ກັດມີເອນພ້ອມທັງບຸດຊາຍຄືຄອບຄົວຂອງໂຮດາວີອາ ໄດ້ດູແລວຽກການຢູ່ໃນພຣະວິຫານ ຊາວເລວີໃນຕະກູນເຮນາດັດໄດ້ຊ່ອຍວຽການນີ້ຄືກັນ 10 ເມື່ອພວກເຂົາເລີ້ມຕົ້ນວາງຮາກຖານພຣະວິຫານ ພວກປະໂຣຫິດຢູ່ໃນຊຸດເສື້ອຍ່າມຖືແກຢືນປະຈຳບ່ອນ ສ່ວນພວກເລວີທີ່ເປັນຄອບຄົວດຽວກັນກັບອາສາຟໄດ້ຖືຊິງຢືນຢູ່ບ່ອນນັ້ນ ພວກເຂົາສັຣເສີນພຣະຜູ້ເປັນເຈົ້າຕາມຄຳແນະນຳຂອງກະສັດດາວິດ 11 ພວກເຂົາພາກັນຮ້ອງເພງສັຣເສີນພຣະຜູ້ເປັນເຈົ້າໂດຍຫລຳໄປຫລຳມາວ່າ, “ພຣະຜູ້ເປັນເຈົ້າ ຊົງປະກອບດ້ວຍຄວາມດີ ຄວາມຮັກຂອງພຣະອົງຊົງມີຕໍ່ພວກອິສຣາເອນຕລອດໄປ” ທຸກໆຄົນໄດ້ຮ້ອງເພງສັຣເສີນພຣະຜູ້ເປັນເຈົ້າດ້ວຍຄວາມສຸດອົກສຸດໃຈ ເພາະວ່າຮາກຖານຂອງພຣະວິຫານໄດ້ຕັ້ງຂຶ້ນແລ້ວ 12 ແຕ່ມີພວກປະໂຣຫິດອະວຸໂສ ແລະພວກເລວີບາງຄົນ ທັງພວກຫົວຫນ້າຄອບຄົວບາງຄົນທີ່ໄດ້ເຄີຍເຫັນພຣະວິຫານຕັ້ງທຳອິດກໍພາກັນຮ້ອງໄຫ້ຄ່ຳຄວນ ພວກຄົນອື່ນໆທີ່ຢູ່ບ່ອນນັ້ນພາກັນຮ້ອງໂຮ່ຍິນດີ ໃນຂນະທີ່ພວກເຂົາຄອຍຖ້າເບິ່ງຮາກຖານພຣະວິຫານຕັ້ງຂຶ້ນນັ້ນ 13 ບໍ່ມີໃຜສັງເກດຮູ້ໄດ້ໃນລະຫວ່າງການຮ້ອງຍິນດີ ແລະການຮ້ອງໄດ້ ເພາະວ່າມັນດັງໂພດ ແລະສຽງນັ້ນກໍໄດ້ຍິນໄປຫລາຍຫລັກ
ປໍຣະປັກຍັບຍັ້ງງານ
1 ເມື່ອປໍຣະປັກຂອງຢູດາແລະເບັນຢາມິນໄດ້ຍິນວ່າພວກທີ່ຖືກກວາດໄປເປັນຊະເລີຍໄດ້ກັບມາ ກຳລັງສ້າງພຣະວິຫານຖວາຍແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ 2 ເຂົາທັງຫລາຍໄດ້ເຂົ້າມາຫາເຊຣຸບບາເບນ ແລະຫົວຫນ້າຂອງຕະກູນແລະເວົ້າກັບເຂົາວ່າ, “ໃຫ້ເຮົາສ້າງດ້ວຍກັນກັບທ່ານ ເພາະວ່າພວກເຮົານະມັສການພຣະເຈົ້າຂອງທ່ານຢ່າງທ່ານທັງຫລາຍ ແລະເຮົາໄດ້ຖວາຍສັຕບູຊາແກ່ພຣະອົງ ຕັ້ງແຕ່ວັນທີ່ເອຊາຮັດໂດນພຣະຣາຊາແຫ່ງອັສຊີເຣັຽໄດ້ນຳເຮົາມາທີ່ນີ້ 3 ແຕ່ເຊຣຸບບາເບນ ເຢຊູອາ ແລະຄົນອື່ນໆທີ່ເປັນພວກຫົວຫນ້າຂອງຕະກູນທີ່ເຫລືອຢູ່ໃນອິສຣາເອນເວົ້າກັບເຂົາທັງຫລາຍວ່າ, “ທ່ານທັງຫລາຍບໍ່ມີສ່ວນກັບເຮົາໃນການສ້າງພຣະວິຫານຖວາຍແດ່ພຣະເຈົ້າຂອງເຮົາ ແຕ່ພວກເຮົາຈະສ້າງແຕ່ລຳພັງຖວາຍແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນຕາມທີ່ກະສັດໄຊຣັສພຣະຣາຊາແຫ່ງເປີເຊັຽຊົງບັນຊາໄວ້ແກ່ເຮົາ” 4 ແລ້ວປະຊາຊົນແຫ່ງແຜ່ນດິນນັ້ນໄດ້ກະທຳໃຫ້ປະຊາຊົນຢູດາທໍ້ຖອຍ ແລະກະທໍາໃຫ້ເຂົາຢ້ານທີ່ຈະສ້າງ 5 ແລະໄດ້ຈ້າງທີ່ປຶກສາໄວ້ຂັດຂວາງເຂົາບໍ່ໃຫ້ເຂົາສົມຫວັງຕາມຈຸດປະສົງຂອງເຂົາ ຕລອດຣັຊສະໄຫມຂອງໄຊຣັສ ພຣະຣາຊາແຫ່ງເປີເຊັຽ ຈົນເຖິງຣັຊສະໄຫມຂອງດາຣິອຸສພຣະຣາຊາແຫ່ງເປີເຊັຽ 6 ແລະໃນຣັຊການອາຮາຊູເອຣັສ ຕົ້ນຣັຊການຂອງພຣະອົງ ເຂົາທັງຫລາຍໄດ້ຂຽນຟ້ອງຊາວຢູດາ ແລະເຢຣູຊາເລັມ 7 ແລະໃນຣັຊສະໄຫມຂອງອາຕາເຊີຊີສນັ້ນ ບິສລາມ ແລະມິທເຣດາດ ແລະທາເບເອນ ແລະພວກຜູ້ຮ່ວມງານທັງຫມົດຂອງເຂົາໄດ້ຂຽນໄປທູນອາຕາເຊີເຊສພຣະຣາຊາແຫ່ງເປີເຊັຽ ຈົດຫມາຍນີ້ໄດ້ຂຽນຂຶ້ນເປັນອັກສອນອາຣາມແລ້ວກໍແປເປັນພາສາອາຣາມ 8 ເຣຮູມຜູ້ບັງຄັບບັນຊາ ແລະຊີມຊັຍເລຂາທີການໄດ້ຂຽນຫນັງສືປັກປຳເຢຣູຊາເລັມຖວາຍອາຕາເຊີເຊສພຣະຣາຊາດັ່ງຕໍ່ໄປນີ້ 9 ແລ້ວເຮຣູມຜູ້ບັງຄັບບັນຊາ ຊິມຊັຍເລຂາທິການ ກັບຜູ້ຮ່ວມງານຂອງທ່ານ ແລະບັນດາຜູ້ພິພາກສາ ພວກທູດ ຂ້າຣາຊການ ຊາວເປີເຊັຽ ຄົນເອເຣກ ຊາວບາບີໂລນ ຊາວຊຸຊາ ຄືຄົນເອລາມ 10 ແລະຄົນຂອງປະຊາຊາດອື່ນໆ ຜູ້ຊຶ່ງໂອສນັປປາ ເຈົ້ານາຍຜູ້ໃຫຍ່ໄດ້ສົ່ງມາໃຫ້ຕັ້ງຢູ່ໃນຫົວເມືອງຊາມາເຣັຽ ແລະໃນສ່ວນທີ່ເຫລືອຂອງມົນທົນທາງຟາກແມ່ນ້ຳຂ້າງຕາເວັນຕົກ 11 ແລະນີ້ເປັນສໍາເນົາຈົດຫມາຍທີ່ເຂົາສົ່ງໄປວ່າ, “ກາບທູນອາຕາເຊີເຊສພຣະຣາຊາ ຂ້າຣາຊການຂອງພຣະອົງ ຄືຄົນຂອງມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ 12 ບັດນີ້ຂໍພຣະຣາຊາຊົງຊາບວ່າ ພວກຢິວຊຶ່ງມາຈາກພຣະອົງ ມາຫາຂ້າພຣະອົງນັ້ນໄດ້ໄປຍັງເຢຣູຊາເລັມ ເຂົາກຳລັງກໍ່ສ້າງເມືອງທີ່ມັກກະບົດ ແລະຊົ່ວຮ້າຍຂຶ້ນໃຫມ່ ເຂົາກຳລັງຈະທຳກຳແພງເມືອງແລ້ວແລະຊ່ອມແຊມຮາກຖານ 13 ບັດນີ້ຂໍພຣະຣາຊາຊົງຊາບວ່າ ຖ້າເມືອງນີ້ໄດ້ສ້າງຂຶ້ນໃຫມ່ແລະກຳແພງເມືອງສຳເຣັດ ເຂົາຈະບໍ່ສົ່ງບັນນາການ ຄ່າທັມນຽມ ຫລືຄ່າພາສີ ແລະເງິນລາຍໄດ້ຂອງຫລວງກໍຈະຂາດຕົກບົກພ່ອງໄປ 14 ເພາະເມື່ອຂ້າພຣະອົງໄດ້ສາບານວ່າຈະພັກດີຕໍ່ຣາຊບັນລັງ ຈຶ່ງບໍ່ສົມຄວນທີ່ຂ້າພຣະອົງທັງຫລາຍຈະເຫັນການເສື່ອມກຽດຂອງພຣະຣາຊາ ເພາະສະນັ້ນຂ້າພຣະອົງທັງຫລາຍຈຶ່ງສົ່ງມາກາບທູນແກ່ພຣະຣາຊາ 15 ເພື່ອວ່າຈະໄດ້ຄົ້ນດູໃນຫນັງສືບັນທຶກຂອງບັນພະບຸຣຸດຂອງພຣະອົງ ພຣະອົງຈະພົບໃນຫນັງສືບັນທຶກວ່າ ເມືອງນີ້ເປັນເມືອງມັກກະບົດ ເປັນໄພອັນຕະຣາຍໃຫ້ແກ່ບັນດາພຣະຣາຊາແລະມົນທົນທັງຫລາຍ ແລະໄດ້ມີການປຸກປັ່ນຂຶ້ນຈາກສະໄຫມເກົ່າກ່ອນ ເພາະເຫດນີ້ເອງເມືອງນີ້ຈຶ່ງຖືກທຳລາຍ 16 ຂ້າພຣະອົງທັງຫລາຍຂໍກາບທູນໃຫ້ພຣະຣາຊາຊົງຊາບວ່າ ຖ້າເມືອງນີ້ໄດ້ສ້າງໃຫມ່ເສັດ ແລະກຳແພງເມືອງກໍສຳເຣັດແລ້ວ ພຣະອົງຈະບໍ່ມີກຳມະສິດໃນມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ” 17 ພຣະຣາຊາຊົງສົ່ງພຣະຣາຊສານຕອບໄປວ່າ, “ເຖິງເຣຮູມຜູ້ບັງຄັບບັນຊາແລະຊີມຊັຍເລຂາທິການ ແລະຜູ້ຮ່ວມງານທັງປວງຂອງເຂົາຜູ້ອາໄສໃນຊາມາເຣັຽ ແລະໃນສ່ວນທີ່ເຫລືອຂອງມົນທົນທາງຟາກແມ່ນ້ຳຂ້າງຕາເວັນຕົກ ຂໍຄຳນັບມາ 18 ບັດນີ້ຫນັງສືທີ່ທ່ານສົ່ງໄປຍັງເຮົາໄດ້ໃຫ້ແປຕໍ່ຫນ້າເຮົາ 19 ແລະເຮົາໄດ້ອອກຄຳສັ່ງ ແລະໄດ້ສອບສວນແລ້ວ ເຫັນວ່າເມືອງນີ້ແຕ່ກ່ອນນັ້ນໄດ້ລຸກຂຶ້ນຕໍ່ສູ້ພຣະຣາຊາ ແລະການກະບົດແລະການປຸກປັ່ນໄດ້ເກີດຂຶ້ນໃນເມືອງນັ້ນ 20 ເຄີຍມີກະສັດຜູ້ຊົງອຳນາດໄດ້ຄອງເຢຣູຊາເລັມ ເປັນຜູ້ຊົງປົກຄອງມົນທົນທັງສີ້ນຟາກແມ່ນ້ຳຂ້າງຕາເວັນຕົກຊຶ່ງເຂົາຖວາຍບັນນາການ ຄ່າທັມນຽມແລະພາສີໃຫ້ 21 ເພາະສະນັ້ນທ່ານທັງຫລາຍຈົ່ງອອກຄຳສັ່ງວ່າ ໃຫ້ຄົນເຫລົ່ານີ້ຢຸດ ແລະບໍ່ຕ້ອງເຮັດສ້າງເມືອງນີ້ໃຫມ່ ຈົນກວ່າເຮົາຈະອອກຄຳສັ່ງໃຫມ່ 22 ແລະຂໍລະວັງຢ່າຢ່ອນໃນເຣື່ອງນີ້ ເປັນຫຍັງຈະໃຫ້ຄວາມເສື່ອມເສັຽເກີດຂຶ້ນເປັນໄພອັນຕະຣາຍຕໍ່ພຣະຣາຊາ” 23 ແລ້ວເມື່ອໄດ້ອ່ານສຳເນົາຣາຊສານຂອງກະສັດອາຕາເຊີເຊສຕໍ່ຫນ້າເຣຮູມແລະຊິມຊັຍເລຂາ ແລະຜູ້ຮ່ວມງານທັງຫລາຍຂອງທ່ານ ທ່ານທງັຫລາຍກໍຮິບໄປຫາຢິວທີ່ເຢຣູຊາເລັມ ແລະໃຊ້ກຳລັງແລະອຳນາດກະທຳໃຫ້ເຂົາຢຸດ 24 ງານພຣະວິຫານແຫ່ງພຣະເຈົ້າ ຊຶ່ງຢູ່ໃນເຢຣູຊາເລັມຈຶ່ງຢຸດຈົນເຖີງປີທີ່ສອງແຫ່ງຣັຊການດາຣິອຸສພຣະຣາຊາແຫ່ງເປີເຊັຽ
ສ້າງພຣະວິຫານຂື້ນໃຫມ່
1 ຝ່າຍຜູ້ປະກາດພຣະທັມ ມີຮັກກັຍ ແລະເຊຄາຣີຢາບຸດອີດໂດ ໄດ້ພຍາກອນແກ່ພວກຢິວຜູ້ຢູ່ໃນຢູດາແລະເຢຣູຊາເລັມໃນພຣະນາມຂອງພຣະເຈົ້າແຫ່ງອິສຣາເອນ 2 ແລ້ວເຊຣຸບບາເບນບຸດເຊອັນທິເອນແລະເຢຊູອາບຸດໂຢຊາດັກໄດ້ລຸກຂຶ້ນຕັ້ງຕົ້ນສ້າງພຣະວິຫານແຫ່ງພຣະເຈົ້າຊຶ່ງຢູ່ໃນເຢຣູຊາເລັມຂຶ້ນໃຫມ່ ແລະຜູ້ປະກາດພຣະທັມຂອງພຣະເຈົ້າໄດ້ຢູ່ກັບທ່ານຊ່ອຍເຫລືອທ່ານ 3 ໃນເວລາດຽວກັນນັ້ນຕັທເທນັຍ ຜູ້ວ່າຣາຊການມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ ແລະເຊທາ ໂບເຊນັຍ ແລະຄນະຂອງເຂົາໄດ້ມາຫາທ່ານ ແລະເວົ້າກັບທ່ານດັ່ງນີ້ວ່າ, “ຜູ້ໃດທີ່ສັ່ງໃຫ້ພວກເຈົ້າສ້າງພຣະວິຫານແລະໂຄງຮ່າງນີ້ຈົນສຳເຣັດ” 4 ເຂົາຖາມທ່ານຢ່າງນີ້ດ້ວຍວ່າ, “ຜູ້ທີ່ກຳລັງສ້າງຕຶກນີ້ນັ້ນມີຊື່ໃຜແດ່” 5 ແຕ່ພຣະເນດຂອງພຣະເຈົ້າຂອງເຂົາທັງຫລາຍຢູ່ເຫນືອພວກຜູ້ໃຫຍ່ຂອງພວກຢິວ ແລະເຂົາກໍຢັບຢັ້ງເຂົາທັງຫລາຍບໍ່ໄດ້ຈົນກວ່າເຣື່ອງນີ້ຈະຊາບເຖິງດາຣິອຸສ ແລະມີຄຳຕອບເປັນຫນັງສືກ່ຽວກັບເຣື່ອງນີ້ມາ 6 ສຳເນົາຈົດຫມາຍຊຶ່ງຕັທເທນັຍຜູ້ວ່າຣາຊການມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ ແລະເຊທາໂບເຊນັຍ ແລະຄນະຂອງທ່ານຊຶ່ງເປັນຜູ້ກວດຣາຊການຢູ່ໃນມົນທົນຟາກແມ່ນ້ຳຂ້າງຕາເວັນຕົກສົ່ງໄປທູນດາຣິອຸສພຣະຣາຊາ 7 ທ່ານທັງຫລາຍໄດ້ສົ່ງຫນັງສືຊຶ່ງມີຂໍ້ຄວາມຕໍ່ໄປນີ້ “ກາບທູນດາຣິອຸສພຣະຣາຊາ ຂໍຊົງພຣະຈະເຣີນ 8 ຂໍພຣະຣາຊາຊົງຊາບວ່າຂ້າພຣະອົງທັງຫລາຍໄປຍັງມົນທົນຢູດາ ເຖິງພຣະວິຫານຂອງພຣະເຈົ້າຜູ້ຍິ່ງໃຫຍ່ຊຶ່ງກຳລັງສ້າງຂຶ້ນດ້ວຍຫີນ ແລະວາງໄມ້ໄວ້ເທິງຜະນັງ ງານນີ້ໄດ້ດຳເນີນໄປຢ່າງຂະຫຍັນຂັນແຂງແລະຈະເຣີນຂຶ້ນໃນມືຂອງເຂົາ 9 ແລ້ວຂ້າພຣະອົງທັງຫລາຍໄດ້ຖາມພວກຜູ້ໃຫຍ່ເຫລົ່ານັ້ນວ່າ, “ຜູ້ໃດທີ່ໃຫ້ສ້າງພຣະວິຫານແລະທຳກຳແພງຈົນສຳເຣັດ” 10 ຂ້າພຣະອົງທັງຫລາຍໄດ້ຖາມຊື່ຂອງເຂົາດ້ວຍ ເພື່ອກາບທູນໃຫ້ພຣະອົງຊົງຊາບ ເພື່ອຂ້າພຣະອົງຈະໄດ້ຂຽນຊື່ບຸກຄົນເຫລົ່ານັ້ນທີ່ເປັນຫົວຫນ້າຂອງເຂົາລົງໄວ້ 11 ແລະນີ້ເປັນຄຳຕອບຂອງເຂົາແກ່ຂ້າພຣະອົງ “ເຮົາເປັນຜູ້ຮັບໃຊ້ຂອງພຣະເຈົ້າແຫ່ງຟ້າສວັນ ແລະແຜ່ນດິນໂລກ ແລະເຮົາກຳລັງສ້າງພຣະວິຫານຊຶ່ງໄດ້ສ້າງມາຫລາຍປີແລ້ວຂຶ້ນໃຫມ່ ຊຶ່ງພຣະຣາຊາຜູ້ຍິ່ງໃຫຍ່ຂອງອິສຣາເອນໄດ້ຊົງສ້າງໃຫ້ສຳເຣັດ 12 ແຕ່ເພາະວ່າບັນພະບຸຣຸດຂອງເຮົາໄດ້ກະທໍາໃຫ້ພຣະເຈົ້າແຫ່ງຟ້າສວັນຊົງກີ້ວ ພຣະອົງຊົງມອບທ່ານເຫລົ່ານັ້ນໄວ້ໃນພຣະຫັດຂອງເນບູກາດເນສຊາຣ໌ ພຣະຣາຊາແຫ່ງບາບີໂລນ ຄົນຄານເດອານຜູ້ຊົງທຳລາຍພຣະວິຫານນີ້ ແລະຊົງກວາດເອົາປະຊາຊົນໄປຍັງບາບີໂລນ 13 ເຖິງຢ່າງໃດກໍດີໃນປີຕົ້ນແຫ່ງຣັຊການໄຊຣັສ ພຣະຣາຊາໄດ້ຊົງອອກຫນັງສືໃຫ້ສ້າງພຣະວິຫານຫລັງນີ້ຂອງພຣະເຈົ້າຂຶ້ນໃຫມ່ 14 ແລະເຄື່ອງໃຊ້ທອງຄຳແລະເງິນຂອງພຣະວິຫານຂອງພຣະເຈົ້າ ຊຶ່ງເນບຸກາດເນສຊາຣ໌ໄດ້ຊົງກວາດໄປຈາກພຣະວິຫານຊຶ່ງຢູ່ໃນເຢຣູຊາເລັມນັ້ນ ແລະຊົງນໍາໄປຍັງພຣະວິຫານຂອງບາບີໂລນ ສິ່ງເຫລົ່ານີ້ໄຊຣັສພຣະຣາຊາຊົງນຳອອກມາຈາກພຣະວິຫານຂອງບາບິໂລນ ແລະຊົງມອບໄວ້ກັບຄົນນຶ່ງຊື່ ເຊສບັສຊາ ຜູ້ຊຶ່ງພຣະອົງຊົງຕັ້ງໃຫ້ເປັນຜູ້ວ່າຣາຊການເມືອງ 15 ແລະພຣະອົງກ່າວກັບທ່ານດັ່ງນີ້ວ່າ, “ຈົ່ງຮັບເຄື່ອງໃຊ້ເຫລົ່ານີ້ໄປເກັບໄວ້ໃນພຣະວິຫານຊຶ່ງຢູ່ໃນເຢຣູຊາເລັມ ແລະຈົ່ງສ້າງພຣະວິຫານຂອງພຣະເຈົ້າຂຶ້ນໃຫມ່ໃນທີ່ເດີມນັ້ນ” 16 ແລ້ວເຊສບັສຊາຄົນນີ້ໄດ້ມາວາງຮາກພຣະວິຫານຂອງພຣະເຈົ້າຊຶ່ງຢູ່ໃນເຢຣູຊາເລັມ ແລະຕັ້ງແຕ່ເວລານັ້ນຈົນບັດນີ້ກໍກຳລັງສ້າງຢູ່ແລະຍັງບໍ່ສຳເຣັດ” 17 ເພາະສະນັ້ນຖ້າພຣະຣາຊາຊົງເຫັນດີກໍຂໍຊົງໃຫ້ຄົ້ນເບິ່ງໃນທີ່ເກັບເອກສານທີ່ໃນບາບີໂລນ ເພື່ອດູວ່າໄຊຣັສພຣະຣາຊາ ຊົງອອກຫນັງສືໃຫ້ສ້າງພຣະວິຫານຫລັງນີ້ຂອງພຣະເຈົ້າຂຶ້ນໃຫມ່ໃນເຢຣູຊາເລັມຫລືບໍ່ ແລະຂໍພຣະຣາຊາຮັບສັ່ງແກ່ຂ້າພຣະອົງທັງຫລາຍຕາມພໍພຣະທັຍຂອງພຣະອົງໃນເຣື່ອງນີ້”
ອິສຣາເອນຄົ້ນພົບຫນັງສືຂອງເຈົ້າຊີວິດໄຊຣັສ
1 ເຈົ້າດາຣິອຸສໄດ້ອອກຄຳສັ່ງໃຫ້ຊອກຫາ ເອກສານທີ່ມ້ຽນໄວ້ໃນຫ້ອງເກັບເອກສານທີ່ກຸງບາບີໂລນ 2 ແລ້ວພວກເຂົາກໍໄດ້ພົບຫນັງສືມ້ວນນຶ່ງຢູ່ໃນເມືອງເອກບາທານາແຂວງເມເດັຽ ຊຶ່ງມີເນື້ອຄວາມດັ່ງຕໍ່ໄປນີ້ 3 “ໃນຣັຊການປີທີ່ນຶ່ງຂອງເຈົ້າໄຊຣັສ ພຣະອົງໄດ້ອອກຄຳສັ່ງໃຫ້ສ້າງພຣະວິຫານຂຶ້ນທີ່ນະຄອນເຢຣູຊາເລັມ ແລະໃຫ້ມີບ່ອນຖວາຍເຄື່ອງເຜົາບູຊາຢູ່ໃນພຣະວິຫານ ພຣະວິຫານສູງຫົກສິບສອກ ແລະກວ້າງຫົກສິບສອກ 4 ໃຫ້ສ້າງຝາດ້ວຍຫີນເປັນສາມຊັ້ນ ແລະໃຫ້ໃສ່ໄມ້ຢູ່ເທິງຫີນນັ້ນ ຄ່າໃຊ້ຈ່າຍຕົກເປັນເງິນຂອງພຣະຄັງຫລວງ 5 ສ່ວນເຄື່ອງໃຊ້ເປັນເງິນເປັນຄຳທີ່ເຈົ້າເນບຸກາດເນສຊາຣ໌ໄດ້ນຳມາແຕ່ພຣະວິຫານນະຄອນເຢຣູຊາເລັມນັ້ນກໍໃຫ້ນຳເອົາກັບຄືນມາໄວ້ໃນບ່ອນເກົ່າຂອງມັນທີ່ພຣະວິຫານໃນນະຄອນເຢຣູຊາເລັມ” 6 ແລ້ວເຈົ້າຊີວິດດາຣິອຸສໄດ້ສັ່ງດັ່ງນີ້, “ເຖິງຕັທເທນັຍຜູ້ວ່າຣາຊການມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ ເຊທາໂບເຊນັຍແລະຜູ້ຮ່ວມງານຂອງທ່ານທີ່ເປັນກວດຣາຊການຊຶ່ງຢູ່ໃນມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ ຈົ່ງໄປເສັຽໃຫ້ຫ່າງເຖີດ 7 ຢ່າຍື່ນມືເຂົ້າມາຫຍຸ້ງກ່ຽວໃນການກໍ່ສ້າງນີ້ ຈົ່ງປ່ອຍໃຫ້ຜູ້ປົກຄອງແລະພວກຜູ້ນຳຊາວຢູດາສ້າງພຣະວິຫານຂອງພຣະເຈົ້າຂຶ້ນໃຫມ່ໃນບ່ອນເກົ່າ 8 ດ້ວຍການນີ້ ຂ້າພະເຈົ້າຂໍສັ່ງໃຫ້ທ່ານຊ່ອຍເຫລືອໃນການກໍ່ສ້າງ ຈົ່ງເອົາເງິນຈາກຄັງຫລວງທີ່ໄດ້ມາຈາກການເສັຽສ່ວຍໃນແຂວງເອີຟຣາດຕາເວັນຕົກຈ່າຍເປັນຄ່າແຮງງານໃຫ້ພວກເຂົາທັນທີໂລດ ເພື່ອວ່າບໍ່ໃຫ້ວຽກຢຸດສະງັກລົງ 9 ສິ່ງໃດທີ່ພວກປະໂຣຫິດໃນນະຄອນເຢຣູຊາເລັມຕ້ອງການໃນແຕ່ລະມື້ນັ້ນ ຈົ່ງເອົາໃຫ້ພວກທ່ານເຊັ່ນວ່າ ງົວນ້ອຍ ແກະ ຫລືແບ້ນ້ອຍ ເພື່ອເຜົາຖວາຍເປັນເຄື່ອງບູຊາແກ່ພຣະເຈົ້າແຫ່ງຟ້າສວັນ ພ້ອມທັງເຂົ້າບເລ ເກືອ ເຫລົ້າອະງຸ່ນ ແລະນ້ຳມັນຫມາກກອກ 10 ເພື່ອວ່າເຂົາຈະໄດ້ເອົາສິ່ງຂອງເຫລົ່ານີ້ຖວາຍບູຊາໃຫ້ຖືກຕາມນ້ຳພຣະທັຍຂອງພຣະເຈົ້າແຫ່ງຟ້າສວັນ ແລະໃຫ້ເຂົາອ້ອນຂໍພຣະພອນຈາກພຣະເຈົ້າສຳລັບຂ້າພະເຈົ້າແລະພວກບຸດຊາຍ 11 ຂ້າພະເຈົ້າຂໍສັ່ງວ່າ ຖ້າຜູ້ໃດບໍ່ປະຕິບັດຕາມຄຳສັ່ງນີ້ ໃຫ້ຖອນໄມ້ຂື່ເຮືອນຂອງຜູ້ນັ້ນອອກ ແຫລມປາຍແລ້ວສຽບເຂົາເທິງໄມ້ນັ້ນ ແລະເຮືອນຂອງເຂົາກໍຈະກາຍເປັນກອງຂີ້ເຫຍື່ອ 12 ຂໍໃຫ້ພຣະເຈົ້າຜູ້ຊົງເລືອກເອົາກຸງເຢຣູຊາເລັມເປັນບ່ອນປະທັບ ເພື່ອໃຫ້ຄົນນະມັສການພຣະອົງນັ້ນຊົງກຳຈັດເຈົ້າຊີວິດທຸກຄົນ ຫລືຊົນຊາດໃດໆທີ່ລະເມີດຄຳສັ່ງນີ້ ແລະພຍາຍາມທຳລາຍພຣະວິຫານ ຂ້າພະເຈົ້າດາຣິອຸສອອກຄຳສັ່ງນີ້ທຸກຄົນຕ້ອງຟັງແລະປະຕິບັດຕາມດ້ວຍຄວາມຂະຫຍັນຂັນແຂງ
ອິສຣາເອນຈັດງານສລອງພຣະວິຫານ
13 ແລ້ວຜູ້ປົກຄອງຕັທເທນັຍຜູ້ວ່າຣາຊການມົນທົນຟາກແມ່ນ້ຳຂ້າງຕາເວັນຕົກ ເຊທາໂບເຊນັຍ ພ້ອມຂ້າຣາຊການຂອງທ່ານທັງສອງກໍປະຕິບັດຕາມຄຳສັ່ງຂອງພຣະຣາຊາຢ່າງເຄັ່ງຄັດ 14 ພວກຜູ້ນຳຊາວຢູດາໄດ້ກໍ່ສ້າງພຣະວິຫານຢ່າງກ້າວຫນ້າດີ ຊຶ່ງເປັນໄປຕາມຄຳທຳນວາຍຂອງຮັກກັຍ ຜູ້ປະກາດພຣະທັມແລະເຊຄາຣີຢາບຸດອິດໂດ ພວກເຂົາໄດ້ສ້າງພຣະວິຫານສຳເຣັດລົງຕາມພຣະດຳຣັດຂອງພຣະເຈົ້າແຫ່ງອິສຣາເອນ ແລະຂອງໄຊຣັສ ດາຣີອຸສ ແລະອາຕາເຊີເຊສ ພຣະຣາຊາແຫ່ງເປີເຊັຽ 15 ພວກເຂົາໄດ້ສ້າງສຳເຣັດລົງໃນມື້ທີ່ສາມຂອງເດືອນສິບສອງ ຊຶ່ງເປັນຣາຊການປີທີ່ຫົກຂອງເຈົ້າດາຣີອຸສ 16 ແລ້ວຊາວອິສຣາເອນ ພວກປະໂຣຫິດ ຊາວເລວີ ແລະຄົນອື່ນໆທີ່ກັບຄືນມາຈາກຕ່າງຖິ່ນໄດ້ຮ່ວມກັນອຸທິດຖວາຍພຣະວິຫານຢ່າງມ່ວນຊື່ນໃນການອຸທິດຖວາຍນີ້ 17 ພວກເຂົາໄດ້ເອົາງົວນ້ອຍຮ້ອຍໂຕ ແກະສອງຮ້ອຍໂຕ ແກະນ້ອຍສີ່ຮ້ອຍໂຕ ຖວາຍບູຊາແລະເຂົາໄດ້ເອົາແບ້ຜູ້ສິບສອງໂຕຕາມຕະກູນເຜົ່າອິສຣາເອນຖວາຍສາລະພາບບາບ 18 ພວກເຂົາຍັງໄດ້ແຕ່ງຕັ້ງພວກປະໂຣຫິດ ແລະພວກເລວີເປັນເຮັດວຽກໃນພຣະວິຫານທີ່ນະຄອນເຢຣູຊາເລັມ ຕາມຄຳແນະນຳທີ່ບັນທຶກໄວ້ໃນປື້ມຂອງໂມເຊ
ງານເທສການປັສຄາ
19 ພວກປະຊາຊົນທີ່ກັບມາແຕ່ການເປັນຊະເລີຍຢູ່ຕ່າງຖິ່ນ ໄດ້ສະເຫລີມສະຫລອງເທສການປັສຄາໃນວັນທີ່ສິບສີ່ຂອງເດືອນທີ່ນຶ່ງ 20 ຝ່າຍປະໂຣຫິດແລະພວກເລວີ ທຸກຄົນໄດ້ທຳຕົນໃຫ້ສະອາດບໍຣິສຸດຕາມປະເພນີ ພວກເຂົາຂ້າສັດສຳລັບຖວາຍບູຊາປັສຄາແກ່ປະຊາຊົນທີ່ກັບຄືນມາແລະເພື່ອພວກປະໂຣຫິດອື່ນໆ ແລະເພື່ອເຂົາເອງ 21 ປະຊາຊົນອິສຣາເອນທີ່ກັບຄືນມາຈາກການຖືກກວາດໄປເປັນຊະເລີຍ ແລະຜູ້ທີ່ໄດ້ສົມທົບກັບພວກເຂົາ ແລະແຍກຕົວອອກຈາກມົນທິນຂອງບັນດາປະຊາຊາດແຫ່ງແຜ່ນດິນນັ້ນ ເພື່ອຈະນະມັສການພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ກໍໄດ້ພາກັນຮັບປະທານເຄື່ອງຖວາຍບູຊາ 22 ພວກເຂົາໄດ້ສະເຫລີມສະຫລອງເທສການເຂົ້າຈີ່ບໍ່ໃສ່ເຊື້ອແປ້ງເປັນເວລາເຈັດປີ ພວກເຂົາມີຄວາມມ່ວນຊື່ນຢ່າງຍິ່ງ ເພາະວ່າພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ເຈົ້າຊີວິດແຫ່ງອັສຊີເຣັຽເພິ່ງພໍໃຈໃນພວກເຂົາ ແລະພຣະອົງໄດ້ສນັບສນຸນໃຫ້ເຂົາສ້າງພຣະວິຫານພຣະເຈົ້າ ພຣະເຈົ້າແຫ່ງອິສຣາເອນ
ເອັຊຣາມາຮອດກຸງເຢຣູຊາເຣັມ
1 ຫລາຍປີຕໍ່ມາ ເມື່ອອາຕາເຊີເຊສ ເປັນເຈົ້າຈັກກະພັດແຫ່ງເປີເຊັຽ ມີຊາຍຄົນນຶ່ງຊື່ວ່າ ເອັຊຣາ ເອັຊຣາເປັນບຸດຂອງເຊຣັຍຢາ ຜູ້ເປັນບຸດຂອງອາຊາຣິຢາ ຜູ້ເປັນບຸດຂອງຮີນກີຢາ 2 ຜູ້ເປັນບຸດຂອງຊັນລູມ ຜູ້ເປັນບຸດຂອງຊາໂດກ ຜູ້ເປັນບຸດຂອງອາຮີທູບ 3 ຜູ້ເປັນບຸດຂອງອາມາຣີຢາ ຜູ້ເປັນບຸດຂອງອາຊາຣີຢາ ຜູ້ເປັນບຸດຂອງເມຣາອີໂຢດ 4 ຜູ້ເປັນບຸດຂອງເຊຣາຮີຢາ ຜູ້ເປັນບຸດຂອງອຸສຊີ ຜູ້ເປັນບຸດຂອງບຸກກີ 5 ຜູ້ເປັນບຸດຂອງອາບີຊູອາ ຜູ້ເປັນບຸດຂອງຟີເນຮັສ ຜູ້ເປັນບຸດຂອງເອເລອາຊາ ຜູ້ເປັນບຸດຂອງອາໂຣນມະຫາປະໂຣຫິດ 6 ເອັຊຣາເປັນຜູ້ຮັບຮູ້ໃນດ້ານພຣະທັມ ທີ່ພຣະຜູ້ເປັນເຈົ້າແຫ່ງອິສຣາເອນໄດ້ປະທານໃຫ້ແກ່ໂມເຊ ເຈົ້າຊີວິດໄດ້ໃຫ້ທຸກສິ່ງຕາມທີ່ເອັຊຣາຂໍ ເພາະວ່າທ່ານເປັນຜູ້ມີພຣະພອນມາຈາກພຣະເຈົ້າ ເອັຊຣາໄດ້ເດີນທາງຈາກບາບີໂລນສູ່ກຸງເຢຣູຊາເລັມ 7 ມີບາງຄົນໃນຄົນອິສຣາເອນ ຊຶ່ງມີບັນດາປະໂຣຫິດ ບັນດາຄົນເລວີ ນັກດົນຕຣີປະຈຳວິຫານ ຜູ້ເຝົ້າວິຫານແລະກໍາມະກອນ ປີນີ້ແມ່ນປີທີ່ເຈັດທີ່ເຈົ້າອາຕາເຊີເຊສເປັນຜູ້ປົກຄອງເອງ 8 ແລະທ່ານໄດ້ມາຮອດກຸງເຢຣູຊາເລັມໃນວັນທີ່ນຶ່ງເດືອນຫ້າ ຊຶ່ງເປັນປີທີ່ເຈັດຂອງພຣະຣາຊາ 9 ເພາະໃນວັນທີ່ນຶ່ງຂອງເດືອນທີ່ນຶ່ງທ່ານໄດ້ເລີ້ມຂຶ້ນໄປຈາກບາບີໂລນ ແລະໃນວັນທີ່ນຶ່ງຂອງເດືອນທີ່ຫ້າທ່ານມາຍັງເຢຣູຊາເລັມ ດ້ວຍຄວາມຊົດຊ່ອຍຂອງພຣະເຈົ້າ 10 ເອັຊຣາ ອຸທິດຕົນເອງເລົ່າຮຽນພຣະທັມຂອງພຣະຜູ້ເປັນເຈົ້າ ທັງຝຶກຝົນ ແລະສັ່ງສອນພຣະທັມນີ້ເປັນປະຈຳແກ່ປະຊາຊົນອິສຣາເອນ 11 ເຈົ້າຊີວິດອາຕາເຊີເຊສ ໄດ້ມອບເອກສານໃຫ້ ເອັຊຣາຜູ້ເປັນປະໂຣຫິດ ແລະເປັນຜູ້ຮອບຮູ້ໃນດ້ານວິຊາຄວາມຮູ້ຝ່າຍພຣະທັມ ແລະພຣະຄຳສັ່ງທີ່ພຣະຜູ້ເປັນເຈົ້າຊົງມອບໃຫ້ແກ່ຊາວອິສຣາເອນ ດັ່ງມີເນື້ອຄວາມຕໍ່ລົງໄປນີ້ 12 “ຈາກພຣະມະຫາກະສັດອາຕາເຊີເຊສ ເຖິງປະໂຣຫິດເອັຊຣາ ຜູ້ຮອບຮູ້ໃນດ້ານພຣະທັມຂອງພຣະເຈົ້າເທິງຟ້າສວັນ 13 ຂ້າພະເຈົ້າໄດ້ສັ່ງໄປທົ່ວຈັກກະພົບໃຫ້ຊາວອິສຣາເອນທຸກຄົນ ທັງພວກປະໂຣຫິດ ແລະຄົນເລວີທີ່ອາສາສມັກໃຫ້ໄປຍັງກຸງເຢຣູຊາເລັມນຳທ່ານ 14 ຂ້າພະເຈົ້າຜູ້ເປັນເຈົ້າຊີວິດ ພ້ອມທັງຜູ້ປຶກສາຂອງຂ້າພະເຈົ້າເຈັດທ່ານຂໍສົ່ງທ່ານໄປສືບສວນຫາຕົ້ນປາຍສາຍເຫດທີ່ກຸງເຢຣູຊາເລັມ ແລະແຂວງຢູດາ ເພື່ອເບິ່ງວ່າ ພຣະທັມທີ່ພຣະຜູ້ເປັນເຈົ້າຂອງທ່ານໄດ້ມອບຫມາຍໃຫ້ແກ່ທ່ານນັ້ນເປັນຢ່າງໃດ ຍັງມີຄົນເຊື່ອຟັງຢູ່ຫລືບໍ່ 15 ທ່ານຈົ່ງນຳເອົາຄຳ ແລະເງິນໄປຖວາຍດ້ວຍ ເພາະຂ້າພະເຈົ້າພ້ອມທັງທີ່ປຶກສາຂອງຂ້າພະເຈົ້າປາຖນາຢາກຖວາຍໃຫ້ແກ່ພຣະເຈົ້າແຫ່ງອິສຣາເອນ ຊຶ່ງມີພຣະວິຫານທີ່ນະຄອນເຢຣູຊາເລັມ 16 ສ່ວນຄຳ ແລະເງິນທີ່ທ່ານຮວບຮວມໄດ້ທົ່ວແຂວງບາບີໂລນ ພ້ອມທັງຂອງທີ່ຊາວອິສຣາເອນ ແລະປະໂຣຫິດທັງຫລາຍຖວາຍໃຫ້ແກ່ພຣະວິຫານພຣະເຈົ້າຂອງພວກເຂົາທີ່ກຸງເຢຣູຊາເລັມນັ້ນ 17 ໃຫ້ທ່ານເອົາໄປຖວາຍບູຊາຄືກັນ ໃຫ້ທ່ານຈ່າຍເງິນນີ້ຢ່າງລະມັດລະວັງ ໃຫ້ຊື້ງົວ ແກະ ແກະນ້ອຍ ເຂົ້າ ນ້ຳອະງຸ່ນ ແລະເອົາສິ່ງເຫລົ່ານີ້ຖວາຍຢູ່ເທິງແທ່ນບູຊາ ທີ່ພຣະວິຫານໃນກຸງເຢຣູຊາເລັມ 18 ທ່ານອາດຈະເອົາເງິນ ແລະຄຳທີ່ຍັງເຫລືອຢູ່ນີ້ໃຊ້ຕາມໃຈຂອງທ່ານ ແລະເພື່ອນຮ່ວມປະເທດຂອງທ່ານຕາມຄວາມປາຖນາ ແຕ່ໃຫ້ເປັນຕາມນ້ຳພຣະທັຍຂອງພຣະເຈົ້າ 19 ແລະເຄື່ອງໃຊ້ທຸກຢ່າງທີ່ໄດ້ມອບໃຫ້ແກ່ທ່ານ ສຳລັບໃຊ້ສອຍໃນພິທີທີ່ພຣະວິຫານນັ້ນ ໃຫ້ຖວາຍແກ່ພຣະຜູ້ເປັນເຈົ້າທີ່ກຸງເຢຣູຊາເລັມ 20 ຖ້າວ່າ ທ່ານຕ້ອງການສິ່ງອື່ນໆອີກສຳລັບພຣະວິຫານ ທ່ານຈົ່ງເອົາໄດ້ຈາກພຣະຄັງຫລວງ 21 ຂ້າພະເຈົ້າ ເຈົ້າຊີວິດອາຕາເຊີເຊສ ໄດ້ສັ່ງໃຫ້ບັນດາຂ້າຣາຊການພະແນກຄັງເງິນຕາມແຂວງເອີຟຣາດທິດຕາເວັນຕົກ ໃຫ້ຈັດຫາທຸກສິ່ງຢ່າງຮີບດ່ວນແກ່ເອັຊຣາຜູ້ເປັນປະໂຣຫິດ ແລະຜູ້ຮອບຮູ້ຝ່າຍພຣະທັມ ແລະພຣະຄຳສັ່ງຂອງພຣະເຈົ້າເທິງຟ້າສວັນ ໃນທຸກສິ່ງທີ່ທ່ານຮ້ອງຂໍຕາມຂອບເຂດຈຳກັດ 22 ເຖິງຈໍານວນເງີນນຶ່ງຮ້ອຍຕາລັນ ເຂົ້າບເລເຖິງນຶ່ງຮ້ອຍໂກຣ໌ ເຫລົ້າອະງຸ່ນນຶ່ງຮ້ອຍບັທ ນ້ຳມັນນຶ່ງຮ້ອຍບັທ ແລະເກືອບໍ່ຈຳກັດຈຳນວນເທົ່າໃດ 23 ສິ່ງທີ່ພຣະເຈົ້າເທິງຟ້າສວັນຕ້ອງການສຳລັບພຣະວິຫານຂອງພຣະອົງ ເພື່ອເປັນການຮູ້ຢ່າງແນ່ນອນວ່າ ພຣະອົງຈະບໍ່ຊົງພຣະພິໂຣດຣາຊອານາຈັກຂອງຂ້າພະເຈົ້າ ແລະຜູ້ທີ່ຈະຂຶ້ນຄອງຣາຊສົມບັດແທນຂ້າພະເຈົ້າ 24 ທ່ານບໍ່ຄວນເກັບຄ່າທັມນຽມຈາກບັນດາປະໂຣຫິດ ຄົນເລວີ ນັກດົນຕຣີ ຄົນເຝົ້າປະຕູ ຄົນໃຊ້ປະຈຳພຣະວິຫານ ຫລືຜູ້ຮັບໃຊ້ອື່ນໆທີ່ມີສ່ວນກ່ຽວຂ້ອງໃນພຣະວິຫານຂອງພຣະເຈົ້ານີ້ 25 “ສ່ວນເຈົ້າ ເອັຊຣາເອີຍ ທ່ານຈົ່ງໃຊ້ສະຕິປັນຍາທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ແກ່ທ່ານນັ້ນ ແຕ່ງຕັ້ງຜູ້ປົກຄອງ ເພື່ອຄຸ້ມຄອງປະຊາຊົນທຸກຄົນທີ່ແຂວງເອີຟຣາດທິດຕາເວັນຕົກຄື ທຸກຄົນທີ່ຮູ້ຈັກພຣະທັມຂອງພຣະເຈົ້າຂອງທ່ານ ທ່ານຕ້ອງສັ່ງສອນພຣະທັມນີ້ໃຫ້ແກ່ຜູ້ທີ່ຍັງບໍ່ທັນຮູ້ຈັກ 26 ຖ້າວ່າຜູ້ໃດບໍ່ຍອມເຊື່ອຟັງພຣະທັມພຣະເຈົ້າຂອງທ່ານ ຫລືກົດບັນຍັດຂອງຈັກກະພົບ ຜູ້ນັ້ນຕ້ອງຖືກລົງໂທດທັນທີ ຄືປະຫານຊີວິດ ຖືກເນຣະເທດ ຖືກຍຶດຊັບ ຫລືຖືກຄຸກກໍໄດ້” 27 ຂໍສັຣເສີນພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງບັນພະບຸຣຸດຂອງເຮົາ ພຣະອົງໄດ້ຊົງທຳໃຫ້ເຈົ້າຊີວິດຖວາຍກຽດແດ່ພຣະວິຫານຂອງພຣະຜູ້ເປັນເຈົ້າທີ່ກຸງເຢຣູຊາເລັມ 28 ດ້ວຍພຣະຄຸນຂອງພຣະເຈົ້າ ໄດ້ຊົງບັນດານຂ້າພະເຈົ້າໄດ້ຮັບຄວາມກະຣຸນາຈາກເຈົ້າຊີວິດ ແລະທີ່ປຶກສາຂອງພຣະອົງ ແລະຕໍ່ຫນ້າບັນດາຂ້າຣາຊການທັງຫມົດທີ່ມີອຳນາດຂອງພຣະຣາຊາ ແລະຂ້າພະເຈົ້າມີໃຈກ້າຂຶ້ນ ເພາະພຣະຫັດຂອງພຣະເຈົ້າຂອງຂ້າພະເຈົ້າຢູ່ກັບຂ້າພະເຈົ້າ ແລະຂ້າພະເຈົ້າໄດ້ຮວບຮວມບຸກຄົນຊັ້ນຜູ້ນຳຈາກອິສຣາເອນຂຶ້ນໄປກັບຂ້າພະເຈົ້າ
1 ຕໍ່ໄປນີ້ເປັນຫົວຫນ້າຕະກູນຂອງເຂົາທັງຫລາຍ ແລະນີ້ເປັນສຳມະໂນຄົວເຊື້ອສາຍຂອງບັນດາຜູ້ທີ່ຂຶ້ນໄປກັບຂ້າພະເຈົ້າຈາກບາບີໂລນ ໃນຣັຊການອາຕາເຊີເຊສພຣະຣາຊາຄື 2 ຈາກເຊື້ອສາຍຟີເນຮັສ ມີ ເກີໂຊມ ຈາກເຊື້ອສາຍອີທາມາ ມີ ດານີເອນ ຈາກເຊື້ອສາຍດາວິດ ມີ ຮັດທຸສ 3 ຈາກເຊື້ອສາຍເຊການີຢາ ຈາກເຊື້ອສາຍປາໂຣຊ ມີເຊຄາຣີຢາ ພ້ອມກັບທ່ານ ມີຜູ້ຊາຍຂຶ້ນທະບຽນໄວ້ນຶ່ງຮ້ອຍຫ້າສິບຄົນ 4 ຈາກເຊື້ອສາຍປາຮັດໂມອາບ ມີ ເອລີເອໂຮເອນັຍ ບຸດເຊຣາຮີຢາ ພ້ອມກັບທ່ານ ມີຜູ້ຊາຍສອງຮ້ອຍຄົນ 5 ຈາກເຊື້ອສາຍຊັດທູ ມີ ເຊຄາຣີຢາ ບຸດຂອງຢາຮາຊີເອນ ພ້ອມກັບທ່ານ ມີຜູ້ຊາຍສາມຮ້ອຍຄົນ 6 ຈາກເຊື້ອສາຍອາດີນ ມີ ເອເບດ ບຸດຂອງໂຢນາທານ ພ້ອມກັບທ່ານ ມີຜູ້ຊາຍຫ້າສິບຄົນ 7 ຈາກເຊື້ອສາຍເອລາມ ມີເຢຊາອີຢາ ບຸດຂອງອາທາລີຢາ ພ້ອມກັບທ່ານ ມີຜູ້ຊາຍເຈັດສິບຄົນ 8 ຈາກເຊື້ອສາຍຂອງເຊຟາທີຢາ ມີເຊບາດີຢາ ບຸດຂອງມີຄາເອນ ພ້ອມກັບທ່ານ ມີຜູ້ຊາຍແປດສິບຄົນ 9 ຈາກເຊື້ອສາຍຂອງໂຢອາບ ມີ ໂອບາດີຢາ ບຸດຂອງເຢຮີເອນ ພ້ອມກັບທ່ານ ມີຜູ້ຊາຍສອງຮ້ອຍສິບແປດຄົນ 10 ຈາກເຊື້ອສາຍບານີ ມີ ເຊໂລມິທ ບຸດຂອງໂຢຊີຟີຢາ ພ້ອມກັບທ່ານ ມີຜູ້ຊາຍນຶ່ງຮ້ອຍຫົກສິບຄົນ 11 ຈາກເຊື້ອສາຍຂອງເບບັຍ ມີ ເຊຄາຣີຢາ ບຸດຂອງເບບັຍ ພ້ອມກັບທ່ານ ມີຜູ້ຊາຍຊາວແປດຄົນ 12 ຈາກເຊື້ອສາຍຂອງອັສກາດ ມີ ເຢຮານານ ບຸດຂອງຮັກກາທານ ພ້ອມກັບທ່ານ ມີຜູ້ຊາຍນຶ່ງຮ້ອຍສິບຄົນ 13 ຈາກເຊື້ອສາຍອາໂດນີກາມ ມີຜູ້ທີ່ມານຳຫລັງ ນີ້ເປັນຊື່ຂອງເຂົາຄື ເອບີເຟເລທ ເຢອູເອນ ແລະເຊມັຍຢາ ພ້ອມກັບພວກເຂົາ ມີຜູ້ຊາຍຫົກສິບຄົນ 14 ຈາກເຊື້ອສາຍຂອງບິກວັຍ ມີ ອູທັຍ ແລະຊັກເກີ ພ້ອມກັບພວກເຂົາ ມີຜູ້ຊາຍເຈັດສິບຄົນ 15 ຂ້າພະເຈົ້າໄດ້ຮວບຮວມເຂົາທັງຫລາຍເຂົ້າມາຍັງແມ່ນ້ຳທີ່ໄຫລໄປສູ່ອາຮາວາ ເຮົາຕັ້ງຄ້າຍຢູ່ທີ່ນັ້ນສາມມື້ ເມື່ອຂ້າພະເຈົ້າສຳຣວດເບິ່ງປະຊາຊົນ ແລະປະໂຣຫິດ ຂ້າພະເຈົ້າບໍ່ເຫັນເຊື້ອສາຍຂອງເລວີທີ່ນັ້ນເລີຍ 16 ແລ້ວຂ້າພະເຈົ້າຈຶ່ງໃຫ້ໄປເອີ້ນເອລີເອເຊີ ອາຣີເອນ ເຊມັຍຢາ ເອນນາທານ ຢາຣິບ ເອນນາທານ ນາທານ ເຊຄາຣີຢາ ແລະເມຊູນລາມ ບຸກຄົນຊັ້ນຫົວຫນ້າ ແລະໃຫ້ຫາຢົວອາຣິບ ແລະເອນນາທານ ຜູ້ເປັນຄົນມີຄວາມຮອບຮູ້ 17 ແລະສົ່ງເຂົາໄປຫາທ່ານອີດໂດ ບຸກຄົນຊັ້ນຫົວຫນ້າຍັງສະຖານທີ່ບ່ອນຊື່ກາຊີຟີອາ ຄືໃຫ້ບອກທ່ານອິດໂດ ແລະພີ່ນ້ອງຂອງທ່ານຜູ້ເປັນຄົນໃຊ້ປະຈຳພຣະວິຫານວ່າ ຂໍສົ່ງຜູ້ບົວລະບັດສຳລັບພຣະວິຫານຂອງພຣະເຈົ້າຂອງເຮົາມາຫາເຣົາ 18 ແລະໂດຍພຣະຫັດອົງຊົງພຣະຄຸນຂອງພຣະເຈົ້າຂອງເຮົາຢູ່ກັບເຮົາ ເຂົາໄດ້ນຳຄົນທີ່ມີຄວາມສຸຂຸມມາໃຫ້ເຮົາ ເປັນເຊື້ອສາຍຂອງມາລີ ບຸດເລວີ ຜູ້ເປັນບຸດອິສຣາເອນ ຊື່ເຊເຣບິຢາ ກັບບຸດຊາຍແລະຍາດຕິພີ່ນ້ອງ ຮວມສິບແປດຄົນ 19 ທັງຮາຊາບິຢາ ແລະເຢຊາອີຢາ ເຊື້ອສາຍຂອງເມຣາຣີກັບຍາດຕິພີ່ນ້ອງ ແລະບຸດຂອງເຂົາຮ່ວມຊາວຄົນ 20 ແລະຄົນໃຊ້ປະຈຳພຣະວິຫານ ຊຶ່ງດາວິດແລະຂ້າຣາຊການຂອງພຣະອົງໄດ້ຈັດຕັ້ງຂຶ້ນໄວ້ ເພື່ອບົວລະບັດຄົນເລວີ ມີຄົນໃຊ້ປະຈຳພຣະວິຫານສອງຮ້ອຍຊາວຄົນ ບຸກຄົນເຫລົ່ານີ້ທັງຫມົດມີຊື່ຈົດໄວ້ທັງນັ້ນ 21 ແລ້ວຂ້າພະເຈົ້າກໍປະກາດໃຫ້ຖືສີນອົດອາຫານທີ່ນັ້ນ ຄືທີ່ແມ່ນ້ຳອາຮາວາ ເພື່ອເຮົາທັງຫລາຍຈະໄດ້ຖ່ອມຕົວລົງຕໍ່ພຣະເຈົ້າຂອງເຮົາ ເພື່ອຈະທູນຂໍຫົນທາງອັນປອດພັຍຈາກພຣະອົງສຳລັບເຮົາ ລູກຫລານຂອງເຣົາ ແລະເຂົ້າຂອງທັງຫມົດຂອງເຮົາ 22 ເພາະຂ້າພະເຈົ້າລະອາຍທີ່ຈະທູນຂໍກອງທະຫານ ແລະພົນມ້າຈາກພຣະຣາຊາເພື່ອຊ່ອຍເຮົາສູ້ສັດຕຣູຕາມທາງຂອງເຣົາ ໃນເມື່ອເຮົາໄດ້ກາບທູນ ພຣະຣາຊາແລ້ວວ່າ, “ພຣະຫັດຂອງພຣະເຈົ້າຂອງເຮົາຢູ່ກັບບັນດາຜູ້ທີ່ສແວງພຣະອົງໃຫ້ໄດ້ຮັບຜົນດີ ແຕ່ຣິດທານຸພາບແລະພຣະພິໂຣດຂອງພຣະອົງຕໍ່ສູ້ຄົນເຫລົ່ານັ້ນທີ່ປະຖິ້ມພຣະອົງ 23 ເຮົາຈຶ່ງອົດອາຫານແລະອ້ອນວອນພຣະເຈົ້າຂອງເຮົາເພື່ອເຣື່ອງນີ້ ແລະພຣະອົງຊົງຟັງສຽງຮ້ອງທູນຂອງເຮົາ 24 ແລະຂ້າພະເຈົ້າໄດ້ເລືອກຕັ້ງປະໂຣຫິດໃຫຍ່ສິບສອງຄົນ ຄື ເຊເຣບີຢາ ຮາຊາບີຢາ ແລະຍາດຂອງເຂົາທີ່ຢູ່ກັບເຂົາສິບຄົນ 25 ແລະຂ້າພະເຈົ້າໄດ້ຊັ່ງເງິນ ແລະຄຳ ແລະເຄື່ອງໃຊ້ກັບເຄື່ອງບູຊາສຳລັບພຣະວິຫານຂອງເຮົາມອບໃຫ້ເຂົາທັງຫລາຍຊຶ່ງພຣະຣາຊາແລະທີ່ປຶກສາແລະເຈົ້ານາຍຂອງພຣະອົງ ແລະຄົນອິສຣາເອນທັງປວງທີ່ນັ້ນໄດ້ຖວາຍໄວ້ 26 ຂ້າພະເຈົ້າໄດ້ຊັ່ງໃສ່ມືຂອງເຂົາເປັນເງິນຫົກຮ້ອຍຫ້າສິບຕະລັນ ແລະເຄື່ອງໃຊ້ທີ່ທຳດ້ວຍເງິນມີຄ່ານຶ່ງຮ້ອຍຕະລັນ ແລະຄຳນຶ່ງຮ້ອຍຕະລັນ 27 ຊາມຄຳຊາວໃບມີຄ່ານຶ່ງພັນດາຣິກ ແລະເຄື່ອງໃຊ້ທອງສຳລິດເນື້ອລະອຽດສຸກໃສສອງໃບມີຄ່າເທົ່າກັບຄຳ 28 ແລະຂ້າພະເຈົ້າບອກເຂົາວ່າ, “ທ່ານທັງຫລາຍບໍຣິສຸດຕໍ່ພຣະເຈົ້າ ແລະເຄື່ອງໃຊ້ກໍບໍຣິສຸດ ແລະເງິນກັບຄຳເປັນຂອງຖວາຍດ້ວຍໃຈສມັກແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານທັງຫລາຍ 29 ຈົ່ງເຝົ້າດູແລໄວ້ຈົນກວ່າທ່ານຊັ່ງສິ່ງເຫລົ່ານັ້ນຕໍ່ຫນ້າປະໂຣຫິດໃຫຍ່ແລະຄົນເລວີ ແລະຫົວຫນ້າຕະກູນອິສຣາເອນໃນເຢຣູຊາເລັມພາຍໃນຫ້ອງພຣະວິຫານຂອງພຣະເຈົ້າ 30 ບັນດາປະໂຣຫິດແລະຄົນເລວີຈຶ່ງຮັບເງິນແລະຄຳທີ່ໄດ້ຊັ່ງ ແລະເຄື່ອງໃຊ້ ເພື່ອນຳໄປທີ່ເຢຣູຊາເລັມ ທີ່ພຣະວິຫານຂອງພຣະເຈົ້າຂອງເຮົາ 31 ແລະເຮົາກໍອອກຈາກແມ່ນ້ຳອາຮາວາ ໃນວັນທີ່ສິບສອງຂອງເດືອນຕົ້ນ ເພື່ອໄປຍັງເຢຣູຊາເລັມ ແລະພຣະຫັດຂອງພຣະເຈົ້າຂອງເຮົາຢູ່ກັບເຮົາ ແລະພຣະອົງຊົງຊ່ອຍກູ້ເຮົາໃຫ້ພົ້ນຈາກມືຂອງສັດຕຣູແລະຈາກພວກຊຸ່ມຄອຍຢູ່ຕາມທາງ 32 ເຮົາມາເຖິງເຢຣູຊາເລັມ ແລະພັກຢູ່ທີ່ນີ້ສາມມື້ 33 ໃນວັນທີ່ສີ່ພາຍໃນພຣະວິຫານຂອງພຣະເຈົ້າຂອງເຮົາ ກໍຊັ່ງຄຳ ແລະເຄື່ອງໃຊ້ໃສ່ມືຂອງເມເຣໂມດປະໂຣຫິດ ບຸດຂອງອູຣິອາ ແລະຄົນທີ່ຢູ່ກັບເຂົາ ຄືເອເລອາຊາບຸດຟີເນຮັສ ແລະຄົນທີ່ຢູ່ກັບເຂົາທັງຫລາຍຄື ໂຢຊາບາດ ບຸດຂອງເຢຊູອາ ແລະໂນອາດີຢາ ບຸດຂອງບີນນູອີ ຄົນເລວີ 34 ເຂົາຊັ່ງແລະນັບທັງຫມົດ ແລະບັນທຶກນ້ຳຫນັກຂອງທຸກສິ່ງໄວ້ 35 ໃນວັນນັ້ນບັນດາຜູ້ທີ່ຖືກກວາດໄປເປັນຊະເລີຍ ຊຶ່ງມາຈາກການເປັນຊະເລີຍໄດ້ຖວາຍເຄື່ອງເຜົາບູຊາແກ່ພຣະເຈົ້າແຫ່ງອິສຣາເອນ ມີງົວເຖິກສິບສອງໂຕສຳລັບພວກອິສຣາເອນທັງປວງ ແກະເຖິກເກົ້າສິບຫົກໂຕ ແລະແກະເຈັດສິບເຈັດໂຕ ແລະແບ້ຜູ້ສິບສອງໂຕເປັນເຄື່ອງບູຊາໄຖ່ບາບ ທັງຫມົດນີ້ເປັນເຄື່ອງເຜົາບູຊາຖວາຍພຣະເຈົ້າ 36 ເຂົາທັງຫລາຍໄດ້ມອບພຣະຣາຊໂອງການໃຫ້ແກ່ ຜູ້ປົກຄອງຂອງພຣະຣາຊາ ແລະແກ່ຜູ້ວ່າຣາຊການມົນທົນຟາກຕາເວັນຕົກຂອງແມ່ນ້ຳເອີຟຣາດ ແລະທ່ານເຫລົ່ານີ້ໄດ້ຊ່ອຍເຫລືອປະຊາຊົນແລະພຣະວິຫານຂອງພຣະເຈົ້າ
ຄຳອ້ອນວອນສາລະພາບຂອງເອັຊຣາ
1 ພາຍຫລັງເຫດການເຫລົ່ານີ້ ເຈົ້າຫນ້າທີ່ກໍເຂົ້າມາຫາຂ້າພະເຈົ້າກ່າວວ່າ, “ຊົນຊາດອິສຣາເອນແລະບັນດາປະໂຣຫິດກັບຄົນເລວີບໍ່ໄດ້ຮັກສາຕົວ ແຍກອອກຈາກຊົນຊາດທັງຫລາຍແຫ່ງແຜ່ນດິນເຫລົ່ານັ້ນເຂົາໄດ້ເຮັດໃນສິ່ງທີ່ຫນ້າກຽດຊັງດັ່ງດຽວກັນກັບພວກນີ້ໄດ້ເຮັດ ຄືຈາກຄົນການາອານ ຄົນຮິດຕີ ຄົນເປຣິສຊີ ຄົນເຢບຸສ ຄົນອັມໂມນ ຄົນໂມອາບ ຄົນເອຢິບ ແລະຄົນອາໂມຣິດ 2 ເພາະເຂົາຮັບບຸດຍິງຂອງຊົນຊາດເຫລົ່ານີ້ເປັນເມັຽຂອງເຂົາເອງ ແລະຂອງລູກຊາຍຂອງເຂົາ ດັ່ງນັ້ນເຊື້ອສາຍບໍຣິສຸດໄດ້ປະປົນກັບຊົນຊາດທັງຫລາຍຂອງແຜ່ນດິນເຫລົ່ານັ້ນ ນີ້ແຫລະໃນຄວາມຜິດຂໍ້ນີ້ ມືຂອງເຈົ້າຫນ້າທີ່ຊັ້ນຫົວຫນ້າ ແລະຜູ້ຄອງເມືອງໄດ້ເດັ່ນທີ່ສຸດ” 3 ເມື່ອຂ້າພະເຈົ້າໄດ້ຍິນຢ່າງນີ້ ຂ້າພະເຈົ້າກໍຈີກເສື້ອຂອງຂ້າພະເຈົ້າທັງເສື້ອຄຸມຂອງຂ້າພະເຈົ້າແລະດຶງຜົມອອກຈາກຫົວຂອງຂ້າພະເຈົ້າ ແລະດຶງຫນວດ ແລະນັ່ງລົງດ້ວຍຄວາມເປັນທຸກໃຈ 4 ແລ້ວບັນດາຄົນທີ່ສັ່ນສະທ້ານໄປດ້ວຍພຣະທັມຂອງພຣະເຈົ້າແຫ່ງອິສຣາເອນ ເຫດດ້ວຍຄວາມຜິດຂອງພວກຊະເລີຍທີ່ໄດ້ກັບມາ ໄດ້ມາປະຊຸມຕໍ່ຫນ້າຂ້າພະເຈົ້າ ເມື່ອຂ້າພະເຈົ້ານັ່ງຕະລືງຢູ່ຈົນເຖິງເວລາຖວາຍເຄື່ອງບູຊາໃນຕອນແລງ
ຄຳອ້ອນວອນຂອງເອັຊຣາ
5 ໃນເວລາບູຊາຕອນແລງນັ້ນ ຂ້າພະເຈົ້າໄດ້ລຸກຂຶ້ນຈາກການອົດອາຫານ ມີເຄື່ອງແຕ່ງກາຍ ແລະເສື້ອຄຸມຂອງຂ້າພະເຈົ້າຈີກຂາດ ແລະຂ້າພະເຈົ້າກໍຄຸເຂົ່າລົງ ແລະຊູມືຂຶ້ນຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າ 6 ແລະຂ້າພະເຈົ້າທູນວ່າ, “ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງລະອາຍທີ່ຈະເງີຍຫນ້າຫາພຣະອົງພຣະເຈົ້າຂອງຂ້າພຣະອົງ ເພາະວ່າຄວາມບາບຊົ່ວຂອງຂ້າພຣະອົງທັງຫລາຍຂຶ້ນສູງກວ່າຫົວຂອງຂ້າພຣະອົງ ແລະກັມຊົ່ວຂອງຂ້າພຣະອົງທັງຫລາຍກອງຂຶ້ນໄປເຖິງຟ້າສວັນ 7 ຂ້າພຣະອົງທັງຫລາຍມີກັມຊົ່ວຍິ່ງໃຫຍ່ຕັ້ງແຕ່ສະໄຫມບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ ຈົນເຖິງທຸກວັນນີ້ ແລະເພາະຄວາມບາບຊົ່ວຂອງຂ້າພຣະອົງທັງຫລາຍ ຂ້າພຣະອົງທັງຫລາຍ ທັງບັນດາພຣະຣາຊາຂອງຂ້າພຣະອົງ ແລະບັນດາປະໂຣຫິດຂອງຂ້າພຣະອົງທັງຫລາຍໄດ້ຖືກມອບໄວ້ໃນມືຂອງບັນດາພຣະຣາຊາແຫ່ງແຜ່ນດິນເຫລົ່ານັ້ນ ໃຫ້ແກ່ດາບ ແກ່ການເປັນຊະເລີຍ ແກ່ການ
ປຸ້ນ ແລະແກ່ການອົດສູຢ່າງທີ່ສຸດ ຢ່າງທຸກວັນນີ້
8 ແຕ່ບັດນີ້ພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພຣະອົງທັງຫລາຍຊົງສຳແດງພຣະກະຣຸນາ ພໍພຣະທັຍຊົ່ວບຶດນຶ່ງສັ້ນໆ ແລະໄດ້ຊົງປະທານໃຫ້ຂ້າພຣະອົງທັງຫລາຍມີຄົນທີ່ເຫລືອຢູ່ແລະມີທີ່ຍຶດຫມັ້ນໃນທີ່ບໍຣິສຸດຂອງພຣະອົງ ເພື່ອວ່າພຣະເຈົ້າຂອງຂ້າພຣະອົງຈະໄດ້ຊົງໃຫ້ຕາຂອງຂ້າພຣະອົງທັງລາຍແຈ້ງ ພຣະອົງໄດ້ໂຜດໃຫ້ຂ້າພຣະອົງທັງຫລາຍຫນີພົ້ນຈາກການເປັນທາດມາໄດ້ ແລະທັງໃຫ້ຂ້າພຣະອົງທັງຫລາຍມີຊີວິດໃຫມ່ 9 ເພາະວ່າຂ້າພຣະອົງທັງຫລາຍເປັນທາດ ແຕ່ພຣະເຈົ້າຂອງຂ້າພຣະອົງບໍ່ໄດ້ຊົງປະປ່ອຍຂ້າພຣະອົງໄວ້ໃນຄວາມເປັນທາດ ແຕ່ຊົງບັນດານໃຫ້ຂ້າພຣະອົງທັງຫລາຍມີຄວາມຊອບຕໍ່ພຣະພັກບັນດາພຣະຣາຊາແຫ່ງເປີເຊັຽ ຊົງໃຫ້ຂ້າພຣະອົງທັງຫລາຍມີຊີວິດຢູ່ຕໍ່ໄປ ເພື່ອຈະຕັ້ງພຣະວິຫານຂອງພຣະເຈົ້າຂອງຂ້າພຣະອົງທັງຫລາຍຂຶ້ນໄວ້ ເພື່ອຈະຊ່ອມທີ່ສະລັກຫັກພັງ ເພື່ອຈະປະທານກຳແພງແກ່ຂ້າພຣະອົງທັງຫລາຍໃນຢູດາ ແລະໃນເຢຣູຊາເລັມ 10 “ແລະບັດນີ້ ຂ້າແດ່ພຣະເຈົ້າຂອງຂ້າພຣະອົງທັງຫລາຍ ຕໍ່ຈາກນີ້ຂ້າພຣະອົງຈະທູນສິ່ງໃດອີກ ເພາະຂ້າພຣະອົງທັງຫລາຍໄດ້ປະຖິ້ມພຣະບັນຍັດຂອງພຣະອົງ 11 ຊຶ່ງພຣະອົງໄດ້ຊົງບັນຊາໄວ້ ໂດຍຜູ້ປະກາດພຣະທັມຜູ້ຮັບໃຊ້ຂອງພຣະອົງວ່າ “ແຜ່ນດິນຊຶ່ງເຈົ້າກຳລັງເຂົ້າໄປເພື່ອຍຶດເປັນກຳມະສິດນັ້ນເປັນແຜ່ນດິນມົນທິນ ດ້ວຍເຫດຄວາມມົນທິນຂອງຊົນຊາດທັງຫລາຍແຫ່ງແຜ່ນດິນເຫລົ່ານັ້ນ ດ້ວຍການຫນ້າກຽດຫນ້າຊັງຂອງເຂົາ ຊຶ່ງເຕັມໄປຫມົດຕັ້ງແຕ່ປາຍຂ້າງນີ້ເຖິງປາຍຂ້າງນັ້ນ ດ້ວຍຄວາມມົນທິນຂອງເຂົາທັງຫລາຍ 12 ເພາະສະນັ້ນຢ່າມອບພວກລູກຍິງຂອງເຈົ້າແກ່ພວກບຸດຊາຍຂອງເຂົາ ຫລືຢ່າຮັບພວກລູກຍິງຂອງເຂົາໃຫ້ພວກລູກຊາຍຂອງເຈົ້າ ຫລືຢ່າເສີມສວັດດີພາບແລະຄວາມຈະເຣີນມັ່ງຄັ່ງຂອງເຂົາທັງຫລາຍເປັນນິດ ເພື່ອເຈົ້າທັງຫລາຍຈະແຂງແຮງແລະກິນຂອງດີໆແຫ່ງແຜ່ນດິນນັ້ນ ແລະມອບແຜ່ນດິນນັ້ນໄວ້ເປັນມໍຣະດົກແກ່ລູກຫລານຂອງເຈົ້າທັງຫລາຍເປັນນິດ 13 ແລະເມື່ອຂ້າພຣະອົງທັງຫລາຍຮັບໂທດເພາະການຊົ່ວຮ້າຍຂອງຂ້າພຣະອົງ ແລະເພາະກັມຊົ່ວໃຫຍ່ຍິ່ງຂອງຂ້າພຣະອົງ ແລະເມື່ອພຣະອົງ ຄືພຣະເຈົ້າຂອງຂ້າພຣະອົງທັງຫລາຍໄດ້ຊົງລົງໂທດຂ້າພຣະອົງ ເຫດຄວາມບາບຊົ່ວຂອງຂ້າພຣະອົງນ້ອຍກວ່າທີ່ຄວນຈະໄດ້ຣັບ ແລະຊົງປະທານຄົນທີ່ເຫລືອຢູ່ແກ່ຂ້າພຣະອົງທັງຫລາຍຢ່າງນີ້ 14 ສົມຄວນທີ່ຂ້າພຣະອົງທັງຫລາຍຈະຫັກພຣະບັນຍັດຂອງພຣະອົງອີກ ແລະເຂົ້າແຕ່ງງານກັບຊົນຊາດທັງຫລາຍຜູ້ປະພຶດສິ່ງຫນ້າກຽດຊັງເຫລົ່ານີ້ຫລື ພຣະອົງຈະບໍ່ຊົງກິ້ວຕໍ່ຂ້າພຣະອົງທັງຫລາຍຈົນພຣະອົງຜານຂ້າພຣະອົງທັງຫລາຍເສັຽ ຈົນບໍ່ມີຄົນທີ່ເຫລືອຢູ່ ແລະບໍ່ມີຜູ້ໃດອົດໄດ້ເລີຍຫລື 15 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ພຣະອົງຊອບທັມ ເພາະຂ້າພຣະອົງທັງຫລາຍຢູ່ຕໍ່ພຣະພັກພຣະອົງ ມີກັມຊົ່ວຂອງຂ້າພຣະອົງຢູ່ ເພາະບໍ່ມີໃຜຈັກຄົນດຽວທີ່ຈະຢືນຢູ່ຕໍ່ພຣະພັກພຣະອົງໄດ້ເຫດເຣື່ອງນີ້”
ການທີ່ຕ້ອງຖິ້ມເມັຽທີ່ຍິງຕ່າງຊາດແລະບຸດ
1 ຂນະທີ່ເອັຊຣາອ້ອນວອນ ແລະທຳການສາລະພາບຮ້ອງໄຫ້ຖິ້ມຕົວລົງຕໍ່ຫນ້າພຣະວິຫານຂອງພຣະເຈົ້າ ມີຊຸມນຸມຊົນຫມູ່ໃຫຍ່ໂຕມາກມາຍທັງຊາຍຍິງແລະເດັກ ຈາກອິສຣາເອນປະຊຸມຕໍ່ຫນ້າທ່ານ ເພາະປະຊາຊົນໄດ້ຮ້ອງໄຫ້ຢ່າງຂົມຂື່ນ 2 ແລະເຊການິຢາ ບຸດຂອງເຢຮີເອນ ເຊື້ອສາຍເອລາມກ່າວແກ່ເອັຊຣາວ່າ, “ພວກເຮົາທັງຫລາຍໄດ້ທໍຣະຍົດຕໍ່ພຣະເຈົ້າຂອງເຮົາເສັຽແລ້ວ ແລະໄດ້ແຕ່ງງານກັບຍິງຕ່າງຊາດຈາກຊົນຊາດທັງຫລາຍຂອງແຜ່ນດິນນີ້ ແຕ່ເຖິງຈະມີເຣື່ອງຢ່າງນີ້ ກໍຍັງມີຄວາມຫວັງໃນອິສຣາເອນຢູ່ 3 ເພາະສະນັ້ນ ໃຫ້ເຮົາກະທຳຄຳຫມັ້ນສັນຍາກັບພຣະເຈົ້າຂອງເຮົາທີ່ຈະຖິ້ມເມັຽ ແລະລູກເຫລົ່ານີ້ຊຶ່ງເກີດມາຈາກເຂົາທັງຫລາຍເສັຽທັງສິ້ນ ຕາມຄຳປຶກສາຂອງເຈົ້ານາຍຂອງຂ້າພະເຈົ້າ ແລະຂອງບັນດາຜູ້ທີ່ສັ່ນສະທ້ານດ້ວຍພຣະບັນຍັດຂອງພຣະເຈົ້າຂອງເຮົາທັງຫລາຍ ແລະຂໍໃຫ້ກະທຳຕາມກົດຫມາຍເຖີດ 4 ຈົ່ງລຸກຂຶ້ນເຖີດ ເພາະເປັນຫນ້າທີ່ຂອງທ່ານ ແລະເຮົາທັງຫລາຍສນັນສນຸນທ່ານ ຂໍຈົ່ງເຂັ້ມແຂງແລະກະທຳເສັຽເຖີດ” 5 ແລ້ວເອັຊຣາໄດ້ລຸກຂຶ້ນໃຫ້ບັນດາປະໂຣຫິດໃຫຍ່ ແລະເລວີ ແລະອິສຣາເອນທັງປວງກະທຳສັຕສາບານວ່າ ເຂົາຈະກະທຳຕາມທີ່ໄດ້ເວົ້າແລ້ວ ເຂົາທັງຫລາຍຈຶ່ງກະທຳສັຕສາບານ 6 ແລ້ວເອັຊຣາກໍຖອຍໄປຈາກຕໍ່ຫນ້າພຣະວິຫານຂອງພຣະເຈົ້າ ເຂົ້າໄປໃນຫ້ອງຂອງເຢໂຮຮານັນ ບຸດຂອງເອລີອາຊິບ ເມື່ອມາເຖິງທີ່ນັ້ນແລ້ວກໍບໍ່ຮັບປະທານເຂົ້າຈີ່ ຫລືດື່ມນ້ຳ ເພາະທ່ານໂສກເສົ້າດ້ວຍເຣື່ອງພວກຊະເລີຍທີ່ກັບມາໄດ້ທໍຣະຍົດ 7 ແລະເຂົາທຳການປ່າວຮ້ອງທົ່ວຢູດາ ແລະເຢຣູຊາເລັມ ແກ່ພວກຊະເລີຍທີ່ໄດ້ກັບມາທັງສິ້ນວ່າ ໃຫ້ມາຊຸມນຸມກັນທີ່ເຢຣູຊາເລັມ 8 ແລະຖ້າຜູ້ໃດບໍ່ມາພາຍໃນສາມວັນ ຕາມຄຳສັ່ງຂອງເຈົ້າຫນ້າທີ່ ແລະພວກຜູ້ໃຫຍ່ທັງຫລາຍ ຈະຕ້ອງຮິບສົມບັດຂອງເຂົາເສັຽທັງຫມົດ ແລະຜູ້ນັ້ນຈະຕ້ອງຂາດຈາກຊຸມນຸມຊົນຂອງພວກຊະເລີຍ 9 ແລະຊາຍທັງປວງຂອງຢູດາ ແລະເບັນຢາມິນໄດ້ຊຸມນຸມກັນທີ່ເຢຣູຊາເລັມພາຍໃນສາມວັນ (ໃນເດືອນທີ່ເກົ້າ ໃນວັນທີ່ຊາວຂອງເດືອນນັ້ນ) ແລະປະຊາຊົນທັງປວງນັ່ງລົງທີ່ລານຫນ້າພຣະວິຫານຂອງພຣະເຈົ້າ ຕົວສັ່ນສະທ້ານດ້ວຍເຣື່ອງນີ້ ແລະດ້ວຍເຣື່ອງຝົນຕົກຫນັກ 10 ແລະເອັຊຣາປະໂຣຫິດໄດ້ລຸກຂຶ້ນເວົ້າກັບເຂົາທັງຫລາຍວ່າ, “ທ່ານທັງຫລາຍໄດ້ລະເມີດ ແລະໄດ້ແຕ່ງງານກັບຍິງຕ່າງຊາດ ຈຶ່ງໄດ້ທະວີກັມຊົ່ວຂອງອິສຣາເອນ 11 ເຫດສະນັ້ນ ຈົ່ງສາລະພາບຕໍ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານ ແລະກະທຳຕາມນ້ຳພຣະທັຍຂອງພຣະອົງ ຈົ່ງແຍກຕົວທ່ານອອກເສັຽຈາກຊົນຊາດທັງຫລາຍແຫ່ງແຜ່ນດິນ ແລະຈາກເມັຽຕ່າງຊາດ” 12 ແລ້ວຊຸມນຸມທັງສິ້ນໄດ້ຕອບດ້ວຍສຽງອັນດັງວ່າ, “ເປັນດັ່ງນັ້ນແຫລະ ເຮົາຕ້ອງກະທຳຕາມທີ່ທ່ານເວົ້າແລ້ວ” 13 ແຕ່ມີປະຊາຊົນມາກມາຍ ແລະຝົນຕົກຫນັກ ພວກເຮົາຢູ່ກາງແຈ້ງບໍ່ໄຫວ ແລະຈະຈັດໃຫ້ແລ້ວໃນມື້ສອງມື້ກໍບໍ່ໄດ້ ເພາະເຮົາໄດ້ລະເມີດໃນເຣື່ອງມາກນັກ 14 ຂໍໃຫ້ເຈົ້າຫນ້າທີ່ຂອງເຮົາທຳການແທນຊຸມນຸມຊົນທັງສິ້ນ ແລະໃຫ້ບັນດາຄົນໃນຫົວເມືອງຂອງເຮົາທີ່ໄດ້ຮັບເມັຽຕ່າງຊາດມາຕາມເວລາກຳນົດ ພ້ອມກັບພວກຜູ້ໃຫຍ່ແລະຜູ້ຕັດສິນຂອງທຸກເມືອງ ຈົນກວ່າພຣະພິໂຣດອັນແຮງກ້າຂອງພຣະເຈົ້າຂອງເຮົາ ທີ່ຊົງມີໃນເຣື່ອງນີ້ຫັນຫນີໄປຈາກເຮົາທັງຫລາຍ” 15 ໂຢນາທານ ບຸດຂອງອາຊາເຮນ ແລະຢາຊັຍຢາ ບຸດຂອງຕິກວາເທົ່ານັ້ນທີ່ຄັດຄ້ານເຣື່ອງນີ້ ແລະເມຊູນລາມ ແລະຊາບເບທັຍ ຊົນເລວີສນັບສນຸນເຂົາທັງສອງ 16 ແລ້ວພວກທີ່ຖືກກວາດໄປເປັນຊະເລີຍ ຊຶ່ງກັບມາກໍໄດ້ກະທຳຕາມ ເອັຊຣາປະໂຣຫິດ ແລະຫົວຫນ້າຂອງຕະກູນຕາມຕະກູນຂອງເຂົາ ແຕ່ລະຄົນທີ່ລະບຸຊື່ໄວ້ໄດ້ຖືກເລືອກ ໃນວັນທີ່ນຶ່ງຂອງເດືອນທີ່ສິບ ເຂົານັ່ງປະຊຸມກັນພິຈາຣະນາເຣື່ອງນີ້ 17 ພໍເຖີງວັນທີ່ນຶ່ງຂອງເດືອນທີ່ນຶ່ງ ເຂົາກໍຈົບເຣື່ອງທີ່ຊາຍທັງປວງໄດ້ແຕ່ງງານກັບຍິງຕ່າງຊາດ 18 ເຊື້ອສາຍຂອງປະໂຣຫິດຜູ້ໄດ້ແຕ່ງງານກັບຍິງຕ່າງຊາດ ຈາກເຊື້ອສາຍເຢຊູອາ ບຸດຂອງໂຢຊາດັກແລະພີ່ນ້ອງຂອງທ່ານ ມີ ມາອາຊັຍຢາ ເອບີເອເຊີ ຢາຣິບ ແລະເກດາລີຢາ 19 ເຂົາທັງຫລາຍສາບານຕົນວ່າ ເຂົາຈະຖິ້ມເມັຽຂອງເຂົາເສັຽ ແລະເຄື່ອງບູຊາໄຖ່ກັມຊົ່ວຂອງເຂົາ ຄືແກະເຖິກຕົວນຶ່ງຈາກຝູງແບ້ແກະ ເພື່ອຊຳຮະກັມຊົ່ວຂອງເຂົາ 20 ຈາກເຊື້ອສາຍຂອງອີມເມີ ມີ ຮານານິ ແລະເຊບາດີຢາ 21 ຈາກເຊື້ອສາຍຂອງຮາຣິມ ມີ ມາອາຊັຍຢາ ເອລີຢາ ເຊມັຍຢາ ເຢຮີເອນ ແລະອຸສຊີຢາ 22 ຈາກເຊື້ອສາຍຂອງປັສເຮີ ມີ ເອລີໂອອີນັຍ ມາອາຊັຍຢາ ອິຊມາເອນ ເນທານເອນ ໂຢຊາບັດ ແລະເອລາຊາ 23 ຈາກພວກຊົນເລວີ ມີ ໂຢຊາບັດ ຊີເມອີ ເກລັຍຢາ (ຄື ເກລີຕາ) ເປທາຮີຢາ ຢູດາ ແລະເອລີເອເຊີ 24 ຈາກພວກນັກຮ້ອງ ມີ ເອລີອາຊິບ ຈາກຄົນເຝົ້າປະຕູ ມີ ຊັນລູມ ເຕເລມ ແລະອູຣີ 25 ແລະຈາກພວກອິສຣາເອນ ຄືຈາກເຊື້ອສາຍຂອງປາໂຣສ ມີ ຣາມີຢາ ອິສຊີຢາ ມັນຄີຢາ ມີຢາມີນ ເອເລອາຊາ ຮາຊາບີຢາ ແລະເບນັຍຢາ 26 ຈາກເຊື້ອສາຍຂອງເອລາມ ມີ ມັດຕານີຢາ ເຊຄາຣີຢາ ເຢຣີເອນ ອັບດີ ເຢຣີໂມທ ແລະເອລີຢາ 27 ຈາກເຊື້ອສາຍຂອງຊັດຕູ ມີ ເອລີໂອເອນັຍ ເອລີອາຊິບ ມັດຕານີຢາ ເຢເຣໂມທ ຊາບາດ ແລະອາຊີຊາ 28 ຈາກເຊື້ອສາຍຂອງເບບັຍ ມີ ເຢໂຮຮານານ ຮານານີຢາ ຊັບບັຍ ແລະ ອັທລັຍ 29 ຈາກເຊື້ອສາຍຂອງບານີ ມີ ເມຊູນລາມ ມັນລຸກ ອາດັຍຢາ ຢາຊູບ ເຊອານ ແລະເຢເຣໂມທ 30 ຈາກເຊື້ອສາຍຂອງປາຮັທໂມອາບ ມີ ອັດນາ ເຄລັຍ ເບນາອີຢາ ເມອາຊັຍຢາ ມັດຕານີຢາ ເບຊາເລນ ບີນນູອີ ແລະມານັສເຊ 31 ຈາກເຊື້ອສາຍຂອງຮາຣິມ ມີ ເອລີເອເຊີ ອິສຊີຢາ ມັນຄີຢາ ເຊມັຍຢາ ຊີເມໂອນ 32 ເບັນຢາມິນ ມັນລັກ ແລະເຊມາຣີຢາ 33 ຈາກເຊື້ອສາຍຂອງຮາຊູມ ມີ ມັດເຕນັຍ ມັດຕັດຕາ ຊາບາດ ເອລີຟາເລທ ເຢເຣມັຍ ມານັສເຊ ແລະຊີເມອີ 34 ຈາກເຊື້ອສາຍຂອງບານີ ມີ ມາອາດາອີ ອັມຣາມ ອູເອນ 35 ເບນາອີຢາ ເບດັຍຢາ ເຄລູຮີ 36 ວານີຢາ ເມເຣໂມທ ເອລີອາຊິບ 37 ມັດຕານີຢາ ມັດເຕຣັຍ ແລະຢາອາຊູ 38 ຈາກເຊື້ອສາຍຂອງບີນນູອີ ຊີເມອີ 39 ເຊເລມີຢາ ນາທານ ອາດັຍຢາ 40 ມັສນາເດບັຍ ຊາຊັຍ ຊາຣັຍ 41 ອາຊາເຣນ ເຊເລມີຢາ ເຊມາຣີຢາ 42 ຊັນລູມ ອາມາຣີຢາ ແລະໂຢເຊັບ 43 ຈາກເຊື້ອສາຍຂອງເນໂບ ມີ ເຢອີເອນ ມັດຕີທີຢາ ຊາບາດ ເຊບີນາ ຊັດດັຍ ໂຢເອນ ແລະເບນາອີຢາ 44 ບຸກຄົນເຫລົ່ານີ້ທັງສິ້ນໄດ້ແຕ່ງງານກັບຍິງຕ່າງຊາດ ບາງຄົນມີລູກເກີດຈາກເມັຽເຫລົ່ານັ້ນດ້ວຍ
ຄຳອ້ອນວອນຂອງເນເຫມີ ເພື່ອກຸງເຢຣູຊາເລັມ
1 ຖ້ອຍຄຳຂອງເນເຫມີ ບຸດຮາກາລີຢາ ຢູ່ມາໃນເດືອນຄິສເລວ ໃນປີທີ່ຊາວ ຂນະທີ່ຂ້າພະເຈົ້າຢູ່ໃນເມືອງຫລວງຊູຊາ 2 ຮານານີພີ່ນ້ອງຂອງຂ້າພະເຈົ້າຄົນນຶ່ງມາຈາກຢູດາ ກັບຊາຍບາງຄົນ ຂ້າພະເຈົ້າໄດ້ຖາມເຖິງພວກຢິວທີ່ລອດຕາຍ ຜູ້ຊຶ່ງລອດພົ້ນຈາກການຖືກກວາດໄປເປັນຊະເລີຍ ແລະຖາມເຣື່ອງກ່ຽວກັບເຢຣູຊາເລັມ 3 ເຂົາທັງຫລາຍເວົ້າກັບຂ້າພະເຈົ້າວ່າ, “ຜູ້ທີ່ລອດຊີວິດກັບມາຖິ່ນຖານປະເທດຂອງເຂົາເຈົ້ານັ້ນ ຕົກຢູ່ໃນຄວາມລຳບາກອັນໃຫຍ່ຫລວງ ພວກຕ່າງດ້າວທີ່ຢູ່ໃກ້ກໍດູຖູກຢຽບຫຍາມເຂົາ ພວກເຂົາໄດ້ບອກຂ້າພະເຈົ້າອີກວ່າ ກຳແພງນະຄອນເຢຣູຊາເລັມຍັງຖືກພັງທະລາຍລົງຢູ່ ປະຕູກຳແພງເມືອງກໍຍັງບໍ່ທັນໄດ້ສ້າງຂຶ້ນໃຫມ່ ຕັ້ງແຕ່ມັນໄດ້ຖືກຈູດພຸ້ນ 4 ເມື່ອຂ້າພະເຈົ້າໄດ້ຍິນດັ່ງນັ້ນ ຂ້າພະເຈົ້າກໍນັ່ງຮ້ອງໄຫ້ ຂ້າພະເຈົ້າໄດ້ໄວ້ທຸກ ແລະບໍ່ກິນເຂົ້າເປັນເວລາຫລາຍວັນ ແລະຂ້າພະເຈົ້າໄດ້ອ້ອນວອນພຣະເຈົ້າວ່າ, 5 “ຂ້າແດ່ພຣະຜູ້ເປັນເຈົ້າ ຜູ້ຊົງປະທັບຢູ່ເທິງຟ້າສວັນ ພຣະອົງຊົງຍິ່ງໃຫຍ່ ພວກຂ້ານ້ອຍຢຳເກງພຣະອົງ ພຣະອົງຊົງສັດຊື່ ແລະຍຶດຫມັ້ນໃນຄຳສັນຍາກັບຜູ້ທີ່ຮັກ ແລະຜູ້ປະຕິບັດຕາມຄຳສັ່ງຂອງພຣະອົງ 6 ໂອ ພຣະຜູ້ເປັນເຈົ້າ ໃນເວລາທີ່ຂ້າພຣະອົງອ້ອນວອນທັງວັນແລະຄືນເພື່ອພວກຜູ້ຮັບໃຊ້ຂອງພຣະອົງຄື ໄພ່ພົນອິສຣາເອນນັ້ນ ຂໍຊົງຫລຽວແລ ແລະສະດັບຮັບຟັງຄຳອ້ອນວອນຂອງຂ້າພຣະອົງດ້ວຍ ຂ້າພະອົງຂໍສາລະພາບວ່າ ພວກຂ້າພຣະອົງຊາວອິສຣາເອນກໍໄດ້ກະທຳບາບຕໍ່ພຣະອົງ ພວກປູ່ຍ່າຕາຍາຍ ແລະຂ້າພຣະອົງກໍໄດ້ກະທຳບາບຕໍ່ສູ້ພຣະອົງເຫມືອນກັນ 7 ພວກຂ້າພຣະອົງໄດ້ປະຕິບັດຢ່າງຊົ່ວຊ້າຕໍ່ພຣະອົງ ພວກຂ້າພຣະອົງບໍ່ໄດ້ປະຕິບັດຕາມທີ່ພຣະອົງຊົງສັ່ງໄວ້ ແລະບໍ່ໄດ້ຍຶດຖືພຣະບັນຍັດທີ່ພຣະອົງຊົງມອບຫມາຍໃຫ້ໂດຍຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງນັ້ນ 8 ບັດນີ້ ຂໍຊົງຣະລຶກເຖິງຄຳທີ່ພຣະອົງຊົງບອກໂມເຊວ່າ, “ຖ້າວ່າ ພວກເຈົ້າໄພ່ພົນອິສຣາເອນບໍ່ມີຄວາມສັດຊື່ຕໍ່ເຮົາ ເຮົາຈະກະທຳໃຫ້ພວກເຈົ້າແຕກກະຈັດກະຈາຍໄປຖ້າມກາງຊົນຊາດອື່ນ 9 ແຕ່ວ່າ ຖ້າພວກເຈົ້າກັບຄືນມາຫາເຮົາ ແລະປະຕິບັດຕາມສິ່ງທີ່ເຮົາໄດ້ສັ່ງໄວ້ ເຖິງແມ່ນວ່າພວກເຈົ້າແຕກກະຈັດກະຈາຍໄປທົ່ວທຸກມຸມໂລກແລ້ວກໍຕາມ ເຮົາຈະນໍາພວກເຈົ້າກັບຄືນມາຍັງບ່ອນທີ່ເຮົາໄດ້ເລືອກໄວ້ ເພື່ອກະທຳໃຫ້ນາມຂອງເຮົາດຳຣົງຢູ່ທີ່ນັ້ນ 10 ເຂົາເຫລົ່ານີ້ເປັນຂ້າໃຊ້ຂອງພຣະອົງ ຊຶ່ງເປັນປະຊາຊົນຂອງພຣະອົງເອງ ພຣະອົງຊົງຊ່ອຍຊີວິດເຂົາດ້ວຍຣິດທານຸພາບອັນຍິ່ງໃຫຍ່ ແລະດ້ວຍກຳລັງຂອງພຣະອົງ 11 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຮັບຟັງຄຳອ້ອນວອນຂອງຂ້າພຣະອົງ ແລະຄຳອ້ອນວອນຂອງພວກຂ້າໃຊ້ອື່ນໆທີ່ຢຳເກງພຣະອົງ ວັນນີ້ ຂໍພຣະອົງຊົງປະທານຄວາມສຳເຣັດໃຫ້ແກ່ຂ້າພຣະອົງ ແລະຂໍຊົງບັນດານໃຫ້ເຈົ້າຊີວິດເມດຕາກະຣຸນາຂ້າພຣະອົງເທີນ” ໃນຄາວນັ້ນ ຂ້າພະເຈົ້າເປັນຜູ້ຢາຍເຫລົ້າອະງຸ່ນປະຈຳໂຕະເຂົ້າຊີວິດ
ເຂົາສົ່ງເນເຫມີໄປເຢຣູຊາເລັມ
1 ແລະຢູ່ຕໍ່ມາໃນເດືອນນີສານ ໃນປີທີ່ຊາວແຫ່ງຣັຊການກະສັດອາກຕາເຊີເຊສ ເມື່ອເຈົ້າຊີວິດຊົງສະເວີຍພຣະກາຍາຫານ ຂ້າພະເຈົ້າໄດ້ນຳເຫລົ້າອະງຸ່ນຖວາຍແດ່ພຣະອົງ ແຕ່ກ່ອນພຣະອົງບໍ່ເຄີຍເຫັນຂ້າພະເຈົ້າໂສກເສົ້າເລີຍ 2 ພຣະອົງຊົງຖາມຂ້າພະເຈົ້າວ່າ, “ເປັນຫຍັງເຈົ້າຈຶ່ງໂສກເສົ້າແທ້ ບໍ່ແມ່ນບໍ່ສະບາຍບໍ ເຈົ້າອຸກໃຈຊື່ ໆຕິ” 3 ຂ້າພະເຈົ້າຮູ້ສຶກຢ້ານທີ່ສຸດ ຈຶ່ງທູນຕອບພຣະອົງວ່າ, “ຂໍພຣະອົງຊົງພຣະຈະເຣີນຕລອດໄປ ຈະບໍ່ໃຫ້ຂ້າພຣະອົງໂສກເສົ້າໄດ້ຢ່າງໃດ ໃນເມື່ອເມືອງບ່ອນທີ່ປູ່ຍ່າຕາຍາຍຂອງຂ້າພຣະອົງຖືກຝັງໄວ້ຮ້າງເປົ່າ ແລະປະຕູເມືອງກໍຖືກທຳລາຍຫມົດ” 4 ເຈົ້າຊີວິດຖາມວ່າ, “ເຈົ້າຕ້ອງການຫຍັງ” ຂ້າພະເຈົ້າໄດ້ອ້ອນວອນຫາພຣະເຈົ້າ ຜູ້ຊົງປະທັບເທິງຟ້າສວັນ 5 ແລ້ວຈຶ່ງທູນຕໍ່ເຈົ້າຊີວິດວ່າ, “ຖ້າວ່າ ພຣະອົງຫາກຊົງພໍພຣະທັຍ ແລະຊົງອະນຸຍາດຕາມຄຳຮ້ອງຂໍຂອງຂ້າພຣະອົງ ຂໍພຣະອົງຊົງໃຫ້ຂ້າພຣະອົງໄປປະເທດຢູດາ ຄືໄປຍັງເມືອງບ່ອນທີ່ຝັງສົບພວກປູ່ຍ່າຕາຍາຍຂອງຂ້າພຣະອົງ ເພື່ອວ່າຈະສ້າງເມືອງນັ້ນຂຶ້ນໃຫມ່” 6 ເຈົ້າຊີວິດພ້ອມທັງພຣະມະເຫສີທີ່ນັ່ງຄຽງຂ້າງພຣະອົງ ໄດ້ຖາມຂ້າພະເຈົ້າວ່າ, “ຈະໄປດົນປານໃດ ແລະຈະເຫິງນານປານໃດຈຶ່ງຈະກັບມາ” ຂ້າພະເຈົ້າໄດ້ບອກພຣະອົງ ແລະພຣະອົງກໍໄດ້ຕົກລົງຕາມຄຳຮ້ອງຂໍ 7 ແລ້ວຂ້າພະເຈົ້າກໍໄດ້ຮ້ອງຂໍໃຫ້ເຈົ້າຊີວິດຊົງໂຜດກະຣຸນາຂຽນພຣະຣາຊສານເຖິງພວກຜູ້ປົກຄອງທາງແຂວງເອີຟຣາດທິດຕາເວັນຕົກ ເພື່ອແນະນໍາໃຫ້ພວກທ່ານອະນຸຍາດໃຫ້ຂ້າພະເຈົ້າເດີນທາງໄປເຖິງເມືອງຢູດາ 8 ຂ້າພະເຈົ້າໄດ້ຮ້ອງຂໍໃຫ້ພຣະອົງຂຽນພຣະຣາຊສານເຖິງ ອາຊັຟ ຜູ້ຮັກສາປ່າໄມ້ຂອງພຣະຣາຊາ ເພື່ອບອກໃຫ້ເຂົາຈັດສົ່ງໄມ້ສຳລັບສ້າງປະຕູປ້ອມຍາມຂອງພຣະວິຫານ ສຳລັບສ້າງກໍາແພງເມືອງ ແລະເຮືອນຢູ່ຂອງຂ້າພະເຈົ້າ ເຈົ້າຊີວິດກໍຕົກລົງຕອບສນອງທຸກສິ່ງຕາມຄຳຮ້ອງຂໍ ເພາະວ່າພຣະຜູ້ເປັນເຈົ້າຊົງຢູ່ກັບຂ້າພະເຈົ້າ 9 ເຈົ້າຊີວິດໄດ້ສັ່ງນາຍທະຫານບາງຄົນ ແລະຫມວດທະຫານມ້າໄປກັບຂ້າພະເຈົ້າ ແລ້ວຂ້າພະເຈົ້າກໍໄດ້ເດີນທາງໄປສູ່ເອີຟຣາດທາງທິດຕາເວັນຕົກ ເມື່ອໄປເຖິງຂ້າພະເຈົ້າກໍມອບພຣະຣາຊສານນັ້ນໃຫ້ພວກຜູ້ປົກຄອງເມືອງ 10 ແຕ່ເມື່ອຊານບັນລັດ ຊາວໂຮໂຣນ ແລະໂຕບີຢາ ຊາວອັມໂມນຂ້າຣາຊການຊາບຂ່າວນີ້ ເປັນເຣື່ອງທີ່ບໍ່ພໍໃຈເຂົາຢ່າງຍິ່ງ ທີ່ມີຄົນມາເຮັດວຽກເພື່ອຫາຄວາມສຸກໃຫ້ແກ່ຊາວອິສຣາເອນ
ເນເຫມີຊັກຊວນປະຊາຊົນໃຫ້ສ້າງກຳແພງຂຶ້ນໃຫມ່
11 ຂ້າພະເຈົ້າຈຶ່ງໄດ້ມາຍັງເຢຣູຊາເລັມ ແລະພັກຢູ່ຫັ້ນສາມວັນ 12 ແລ້ວຂ້າພະເຈົ້າລຸກຂຶ້ນໃນກາງຄືນ ຄືຂ້າພະເຈົ້າກັບບາງຄົນທີ່ຢູ່ກັບຂ້າພະເຈົ້າ ຂ້າພະເຈົ້າບໍ່ໄດ້ບອກໃຫ້ໃຜຮູ້ເຖິງເຣື່ອງທີ່ພຣະເຈົ້າຊົງດົນໃຈຂ້າພະເຈົ້າໃຫ້ທຳເພື່ອນະຄອນເຢຣູຊາເລັມ ຂ້າພະເຈົ້າບໍ່ມີສັດກັບຂ້າພະເຈົ້າ ນອກຈາກສັດທີ່ຂ້າພະເຈົ້າຂີ່ຢູ່ 13 ໃນກາງຄືນຂ້າພະເຈົ້າອອກໄປທາງປະຕູເບື້ອງຮ່ອມພູ ແລະຜ່ານບໍ່ມັງກອນ ຈົນໄປຮອດປະຕູບ່ອນຖິ້ມຂີ້ເຫຍື່ອ ເພື່ອລຽບເບິ່ງກຳແພງເມືອງທີ່ເພພັງ ແລະປະຕູເມືອງທີ່ຖືກທຳລາຍ 14 ແລ້ວຂ້າພະເຈົ້າກໍຍ່າງຕໍ່ໄປທາງປະຕູບໍ່ນ້ຳ ແລະທາງສະນ້ຳພຣະຣາຊວັງ ທາງເສັ້ນນີ້ບໍ່ມີບ່ອນໃຫ້ລໍຂອງຂ້າພະເຈົ້າຜ່ານໄປໄດ້ 15 ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂຶ້ນໄປທາງຮ່ອມພູເພື່ອກວດເບິ່ງກຳແພງເມືອງ ຂ້າພະເຈົ້າໄດ້ກັບຄືນມາທາງເກົ່າ ແລະກັບຄືນເມືອເມືອງໂດຍຜ່ານທາງປະຕູເບື້ອງຮ່ອມພູ 16 ພວກບັນດາຂ້າຣາຊການບໍ່ຮູ້ເລີຍວ່າ ຂ້າພະເຈົ້າໄດ້ໄປບ່ອນໃດ ແລະໄດ້ເຮັດຫຍັງແດ່ ນອກຈາກນີ້ ຂ້າພະເຈົ້າບໍ່ໄດ້ບອກຫຍັງຫມົດແກ່ພວກຢູດາ ບັນດາປະໂຣຫິດ ພວກຜູ້ນຳ ພວກບັນດາຂ້າຣາຊການ ແລະພວກອື່ນໆທີ່ຈະປະກອບສ່ວນເຂົ້າໃນວຽກການນີ້ 17 ແຕ່ດຽວນີ້ ຂ້າພະເຈົ້າໄດ້ເວົ້າກັບພວກເຂົາວ່າ, “ພວກທ່ານເຫັນບໍວ່າ ຄວາມວຸ້ນວາຍໃຈທີ່ພວກເຮົາໄດ້ຫລວງຫລາຍສ່ຳໃດ ຍ້ອນວ່ານະຄອນເຢຣູຊາເລັມຖືກຮ້າງເປົ່າ ແລະປະຕູເມືອງຖືກທຳລາຍ ດັ່ງນັ້ນ ຂໍໃຫ້ພວກເຮົາພ້ອມພາກັນສ້າງກຳແພງເມືອງຂຶ້ນໃຫມ່ ເພື່ອພວກເຮົາຈະບໍ່ອັບອາຍຂາຍຫນ້າ” 18 ແລ້ວຂ້າພະເຈົ້າໄດ້ບອດພວກເຂົາວ່າ ພຣະເຈົ້າໄດ້ຊົງຊ່ອຍເຫລືອ ແລະສະຖິດຢູ່ກັບຂ້າພະເຈົ້າຢ່າງໃດ ຕລອດເຖິງສິ່ງທີ່ເຈົ້າຊີວິດໄດ້ບອກກັບຂ້າພະເຈົ້າອີກດ້ວຍ ພວກເຂົາເວົ້າຂຶ້ນວ່າ, “ຂໍໃຫ້ພວກເຮົາເລີ້ມລົງມືສ້າງເທີນ” ແລ້ວພວກເຂົາກໍຕຽມພ້ອມລົງມືທຳງານ 19 ແຕ່ວ່າ ເມື່ອຊານບານລັດ ຊາວໂຮໂຣນ ແລະໂຕບີຢາ ຂ້າຣາຊການ ຊາວອັມໂມນ ເກເຊມຊາວອາຣັບ (ຊາວອາຣາເບັຽ) ໄດ້ຮູ້ຂ່າວ ພວກເຂົາກໍພາກັນຫົວຂວັນດູຖູກພວກຂ້າພະເຈົ້າ ພວກເຂົາເວົ້າວ່າ, “ພວກເຈົ້າຄິດຢ່າງໃດຈຶ່ງເຮັດຢ່າງນີ້ ພວກເຈົ້າຈະກະບົດເຈົ້າຊີວິດຫລື 20 ແລ້ວຂ້າພະເຈົ້າຈຶ່ງຕອບວ່າ, “ພຣະເຈົ້າຜູ້ຊົງປະທັບຢູ່ເທິງຟ້າສວັນ ຈະຊົງປະທານຄວາມສຳເຣັດໃຫ້ແກ່ພວກເຮົາ ພວກຂ້າພະເຈົ້າກຳລັງເລີ້ມລົງມືສ້າງຂຶ້ນ ເພາະວ່າພວກຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງພຣະອົງ ແຕ່ພວກທ່ານບໍ່ມີສ່ວນໃດໃນນະຄອນເຢຣູຊາເລັມ ພວກທ່ານບໍ່ມີສິດໃດໆໃນບ່ອນນີ້”
ສ່ວນທີ່ກຳນົດໃຫ້ຊ່ອມ
1 ແລ້ວປະໂຣຫິດໃຫຍ່ເອລີອາຊິບໄດ້ລຸກຂຶ້ນພ້ອມກັບພີ່ນ້ອງຂອງທ່ານ ບັນດາປະໂຣຫິດທັງຫລາຍໄດ້ສ້າງປະຕູແກະ ເຂົາໄດ້ທຳພິທີຊຳຮະໃຫ້ບໍຣິສຸດແລະໄດ້ຕັ້ງບານປະຕູ ເຂົາທັງຫລາຍໄດ້ທຳພິທີຊຳຮະໃຫ້ບໍຣິສຸດຈົນເຖິງຫໍຄອຍນຶ່ງຮ້ອຍໄກໄປຈົນເຖິງຫໍຄອຍຮານານເອນ 2 ແລະຖັດຕໍ່ໄປ ຄົນຊາວເຢຣິໂກກໍໄດ້ສ້າງ ແລະຖັດຕໍ່ເຂົາໄປ ຊັກເກີບຸດອີມຣີກໍໄດ້ສ້າງ 3 ແລະລູກຫລານຂອງຮັສເຊນາຢາໄດ້ສ້າງປະຕູປາ ເຂົາໄດ້ວາງວົງກົບ ແລະໄດ້ຕັ້ງບານປະຕູ ຕິດລູກສລັກແລະດານປະຕູ 4 ຖັດຕໍ່ເຂົາໄປເມເຣໂມທ ບຸດອູຣີຢາ ຜູ້ເປັນບຸດຂອງຮັກໂກດໄດ້ສ້ອມແຊມ ແລະຖັດຕໍ່ເຂົາໄປຊາໂດກ ບຸດບາອານາໄດ້ສ້ອມແຊມ 5 ແລະຖັດຕໍ່ໄປຊາວເຕໂກໄດ້ສ້ອມແຊມ ແຕ່ພວກຂຸນນາງຂອງເຂົາບໍ່ຍ່ອມເອົາບ່າມາຮັບງານຂອງພຣະຜູ້ເປັນເຈົ້າຂອງເຂົາທັງຫລາຍ 6 ແລະຢົວອາດາບຸດຂອງປາເຊຢາ ແລະເມຊູນລາມບຸດຂອງເບໂຊດັຍຢາໄດ້ສ້ອມແຊມປະຕູເກົ່າ ເຂົາວາງວົງກົບແລະຕັ້ງບານປະຕູ ຕິດລູກສລັກແລະດານປະຕູ 7 ແລະຖັດຕໍ່ເຂົາໄປ ຄືເມລາຕີຢາ ຊາວກີເບໂອນ ແລະຢາໂດນ ຊາວເມໂຣໂນທ ຄົນເມືອງກີເບໂອນແລະເມືອງມີສປາໄດ້ສ້ອມແຊມ ຊຶ່ງຢູ່ໃຕ້ການປົກຄອງຂອງເຈົ້າເມືອງຟາກຕາເວັນຕົກຂອງແມ່ນ້ຳເອີຟຣາດ 8 ຖັດຕໍ່ເຂົາໄປ ຄືອຸສຊີເອນບຸດຮາຣ໌ຮັຍຢາຊ່າງທອງໄດ້ສ້ອມແຊມ ຖັດຕໍ່ເຂົາໄປຄືຮານານີຢາຊ່າງນ້ຳຫອມຄົນນຶ່ງໄດ້ສ້ອມແຊມ ເຂົາບູຣະນະເຢຣູຊາເລັມໄກໄປຈົນເຖິງຕອນກຳແພງກວ້າງ 9 ຖັດຕໍ່ເຂົາໄປ ຄືເຣຟັຍຢາບຸດຮູຣ໌ ຜູ້ປົກຄອງແຂວງເຄິ່ງນຶ່ງຂອງເຢຣູຊາເລັມໄດ້ສ້ອມແຊມ 10 ຖັດຕໍ່ເຂົາໄປຄື ເຢດັຍຢາບຸດຮາຣູມັຟ ໄດ້ສ້ອມແຊມກົງຂ້າມກັບບ້ານຂອງເຂົາ ແລະຖັດຕໍ່ເຂົາໄປຄື ຮັດຕຸສບຸດຮາຊັບນັຍຢາໄດ້ສ້ອມແຊມ 11 ມັນຄີຢາບຸດຮາລີມ ແລະຮັສຊູບບຸດປາຮັທໂມອາບໄດ້ສ້ອມແຊມ ອີກສ່ວນນຶ່ງ ແລະຫໍຄອຍເຕົາອົບ 12 ຖັດຕໍ່ເຂົາໄປຄື ຊັນລູມບຸດຮັນໂລເຮສ ຜູ້ປົກຄອງແຂວງເຄິ່ງນຶ່ງຂອງເຢຣູຊາເລັມໄດ້ສ້ອມແຊມ ທັງຕົວເຂົາແລະບຸດຍິງຂອງເຂົາ 13 ຮານູນ ແລະຊາວເມືອງຊາໂນອາໄດ້ສ້ອມແຊມປະຕູຫຸບເຂົາ ເຂົາສ້າງປະຕູຂຶ້ນໃຫມ່ແລະຕັ້ງບານປະຕູ ຕິດລູກສລັກແລະການປະຕູ ແລະສ້ອມແຊມກຳແພງລະຍະພັນສອກ ໄກໄປຈົນເຖິງປະຕູກອງຂີ້ເຫຍື່ອ 14 ມັນຄີຢາບຸດເຣຄັບ ຜູ້ປົກຄອງແຂວງເບັດຮັກເຄເຣມໄດ້ສ້ອມປະຕູກອງຂີ້ເຫຍື່ອ ເຂົາສ້າງແລະຕັ້ງບານປະຕູຕິດລູກສລັກແລະດານປະຕູ 15 ຊັນລູມບຸດໂກນໂຮເຊ ຜູ້ປົກຄອງແຂວງມິສປາ ໄດ້ສ້ອມແຊມປະຕູນ້ຳພຸ ໄດ້ສ້າງມຸງແລະຕັ້ງບານປະຕູຕິດລູກສລັກແລະດານປະຕູ ທ່ານໄດ້ສ້າງກຳແພງສະເຊຣາຕົງໄປທາງອຸທຍານໄກໄປຈົນເຖິງຂັ້ນໄດຊຶ່ງລົງໄປຈາກນະຄອນດາວິດ 16 ຖັດຕໍ່ເຂົາໄປເນເຫມີບຸດອັສບຸກ ຜູ້ປົກຄອງແຂວງເບັດຊູຣ໌ເຄິ່ງນຶ່ງໄດ້ສ້ອມແຊມ ໄປຈົນເຖິງທີ່ກົງກັນຂ້າມກັບອຸບໂມງຝັງສົບຂອງດາວິດ ເຖິງສະຂຸດແລະເຖິງທີ່ພັກຂອງທະຫານທີ່ເກັ່ງກ້າ 17 ຖັດຕໍ່ເຂົາໄປຄົນເລວີໄດ້ສ້ອມແຊມ ຄື ເຣຮູມບຸດຂອງບານີ ຖັດຕໍ່ເຂົາໄປຣາຊາບີຢາ ຜູ້ປົກຄອງແຂວງເກອີລາເຄິ່ງນຶ່ງໄດ້ສ້ອມແຊມສ່ວນຂອງເຂົາ 18 ຖັດຕໍ່ເຂົາໄປພີ່ນ້ອງຂອງເຂົາໄດ້ສ້ອມແຊມຄື ບາວວັຍບຸດເຮນາດາດ ຜູ້ປົກຄອງແຂວງເກອີລາເຄິ່ງນຶ່ງ 19 ຖັດຕໍ່ເຂົາໄປຄື ເອເຊີບຸດເຢຊູອາ ຜູ້ປົກຄອງເມືອງມີສປາໄດ້ສ້ອມແຊມອີກ ສ່ວນນຶ່ງກົງຂ້າມກັບທາງຂຶ້ນໄປຍັງຄັງອາວຸດຕົງທີ່ແຈມຸມຫັກຂອງກຳແພງ 20 ຖັດຕໍ່ເຂົາໄປຄື ບາບາຣູກບຸດຊັບບັຍ ໄດ້ສ້ອມແຊມຢ່າງຮ້ອນໃຈອີກສ່ວນນຶ່ງ ຕັ້ງແຕ່ແຈມຸມຫັກຂອງກຳແພງຈົນເຖິງປະຕູເຮືອນຂອງປະໂຣຫິດເອລີຢາຊີບ 21 ຖັດຕໍ່ເຂົາໄປຄື ເມເຣໂມທບຸດອູຣີຢາ ຜູ້ເປັນບຸດຮັກໂກສ ໄດ້ສ້ອມແຊມອີກສ່ວນນຶ່ງ ຕັ້ງແຕ່ປະຕູເຮືອນຂອງເອລີຢາຊີບເຖິງປາຍເຮືອນຂອງເອລີຢາຊີບ 22 ຖັດຕໍ່ເຂົາໄປຄືບັນດາປະໂຣຫິດຊາວທີ່ຮາບພຽງໄດ້ສ້ອມແຊມ 23 ຖັດຕໍ່ເຂົາໄປຄື ເບັນຢາມີນ ແລະຮັສຊູບໄດ້ສ້ອມແຊມກົງກັນຂ້າມກັບບ້ານຂອງເຂົາທັງຫລາຍ ຖັດຕໍ່ເຂົາໄປ ອາຊາຣີຢາບຸດມາອາຊັຍຢາ ຜູ້ເປັນບຸດອານານີຢາ ໄດ້ສ້ອມແຊມຂ້າງເຮືອນຂອງເຂົາເອງ 24 ຖັດຕໍ່ເຂົາໄປຄື ບີນນູອີບຸດເຮນາດາດ ໄດ້ສ້ອມແຊມອີກສ່ວນນຶ່ງ ຕັ້ງແຕ່ບ້ານຂອງອາຊາຣີຢາ ເຖິງແຈມຸມຫັກຂອງກຳແພງ 25 ປາລານບຸດອູຊັຍ ໄດ້ສ້ອມແຊມທີ່ກົງກັນຂ້າມກັບແຈມຸມຫັກ ແລະຫໍຄອຍທີ່ຍື່ນຈາກພຣະຣາຊວັງຫລັງເທິງທີ່ລານ ທະຫານຮັກສາພຣະອົງ ຖັດຕໍ່ເຂົາໄປຄື ເປດັຍຢາບຸດຂອງປາໂຣສ 26 ແລະຄົນໃຊ້ປະຈຳພຣະວິຫານຢູ່ທີ່ໂອເຟນ ໄດ້ສ້ອມແຊມໄປຈົນເຖິງທີ່ກົງກັນຂ້າມກັບປະຕູນ້ຳທາງດ້ານຕາເວັນອອກ ແລະທີ່ຫໍຄອຍຍື່ນອອກໄປ 27 ຖັດຕໍ່ເຂົາໄປຊາວເຕໂກໄດ້ສ້ອມແຊມອີກສ່ວນນຶ່ງກົງກັນຂ້າມກັບຫໍຄອຍໃຫຍ່ທີ່ຍື່ນອອກໄປໄກໄປຈົນເຖິງປະຕູເມືອງເອເຟນ 28 ບັນດາປະໂຣຫິດໄດ້ສ້ອມແຊມເຫນືອປະຕູມ້າຂຶ້ນໄປ ຕ່າງກໍສ້ອມທີ່ກົງກັນຂ້າມກັບເຮືອນຂອງຕົນ 29 ຖັດຕໍ່ເຂົາໄປຊາໂດກບຸດອີມເມີ ໄດ້ສ້ອມແຊມທີ່ກົງກັນຂ້າມກັບເຮືອນຂອງເຂົາ ຖັດຕໍ່ເຂົາໄປເຊມັຍຢາບຸດເຊການີຢາ ຄົນເຝົ້າປະຕູຕາເວັນອອກໄດ້ສ້ອມແຊມ 30 ຖັດຕໍ່ເຂົາໄປຮານານີຢາບຸດເຊເລມີຢາ ແລະຮານູນບຸດຄົນທີ່ຫົກຂອງຊາລາຟ ໄດ້ສ້ອມແຊມອີກສ່ວນນຶ່ງ ຖັດຕໍ່ເຂົາໄປຄື ເມຊູນລາມບຸດເບເຣຄີຢາ ໄດ້ສ້ອມແຊມກົງກັນຂ້າມກັບຫ້ອງຂອງເຂົາ 31 ຖັດຕໍ່ເຂົາໄປ ມັນຄີຢາຊ່າງທອງຄຳຄົນນຶ່ງໄດ້ສ້ອມແຊມໄກໄປຈົນເຖິງເຮືອນຂອງຄົນໃຊ້ປະຈຳພຣະວິຫານແລະຂອງພໍ່ຄ້າ ກົງກັນຂ້າມກັບປະຕູກວດພົນ ຈົນເຖິງຫ້ອງຊັ້ນເທິງທີ່ແຈມຸມ 32 ແລະລະຫວ່າງຫ້ອງຊັ້ນເທິງທີ່ແຈມຸມ ກັບປະຕູແກະນັ້ນ ບັນດາຊ່າງທອງແລະພໍ່ຄ້າໄດ້ສ້ອມແຊມ
ພວກສັດຕຣູຂັດຂວາງວຽກງານຂອງເນເຫມີ
1 ເມື່ອຊານບັນລັດໄດ້ຍິນວ່າ ພວກຂ້າພະເຈົ້າທີ່ເປັນຊາວຢູດາກຳລັງສ້າງກຳແພງເມືອງ ທ່ານກໍໂມໂຫຂຶ້ນ ແລະເວົ້າເຍາະເຍີ້ຍພວກຢິວ 2 ເຂົາເວົ້າຕໍ່ຫນ້າພີ່ນ້ອງຂອງເຂົາ ແລະຕໍ່ຫນ້າກອງທະຫານຊາມາເຣັຽວ່າ, “ຊາວຢູດາທີ່ຫນ້າສົມເພດເວດທະນາພວກນີ້ ຄິດຢ່າງໃດຈຶ່ງເຮັດຢ່າງນີ້ ພວກເຂົາຄາດຫມາຍວ່າຈະສ້າງເມືອງຂຶ້ນໃຫມ່ຊັ້ນບໍ ພວກເຂົາຄິດວ່າຈະສາມາດທຳໃຫ້ແລ້ວໃນວັນດຽວໂດຍການເຜົາເຄື່ອງຖວາຍບູຊາຊັ້ນບໍ ພວກເຂົາຈະເອົາເສດກຳແພງທີ່ຖືກທຳລາຍແລ້ວນັ້ນມາກໍ່ສ້າງອີກໄດ້ຊັ້ນບໍ” 3 ໂຕບີຢາ ຊາວອັມໂມນທີ່ຢືນຢູ່ຂ້າງທ່ານໄດ້ເວົ້າຕື່ມຂຶ້ນວ່າ, “ພວກເຂົາກໍ່ສ້າງກຳແພງແບບໃດກັນ ແມ່ນແຕ່ຫມາແລ່ນຕຳກໍຍັງຊິລົ້ມ” 4 ຂ້າພະເຈົ້າເນເຫມີ ຈຶ່ງອ້ອນວອນພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງຟັງຄຳທີ່ພວກເຂົາດູຖູກຢຽບຫຍາມພວກຂ້າພຣະອົງແດ່ທ້ອນ ຂໍໃຫ້ຄຳເຍາະເຍີ້ຍນັ້ນຕົກຖືກຕົວເຂົາເອງ ແລະຂໍໃຫ້ເຂົາໄປເປັນຄົນຂີ້ຄຸກຢູ່ຕ່າງປະເທດເທີນ 5 ຂໍພຣະອົງຢ່າໃຫ້ອະພັຍໂທດໃນຄວາມຊົ່ວຊ້າຂອງເຂົາ ແລະຂໍຢ່າໄດ້ລືມຄວາມບາບຂອງພວກເຂົາ ເພາະວ່າພວກເຂົາຫມິ່ນປະຫມາດພວກຂ້າພຣະອົງຜູ້ກຳລັງສ້າງເມືອງນີ້” 6 ດັ່ງນັ້ນ ພວກຂ້າພະເຈົ້າຈຶ່ງພາກັນສ້າງກຳແພງເມືອງຕໍ່ໄປ ບໍ່ພໍເທົ່າໃດກຳແພງເມືອງກໍສູງຂຶ້ນໄດ້ເຄິ່ງນຶ່ງແລ້ວ ຍ້ອນວ່າປະຊາຊົນພາກັນຮ້ອນຮົນຕໍ່ວຽກການ 7 ເມື່ອຊານບັນລັດ ແລະໂຕບີຢາ ຊາວອາຣາເບັຽ ຊາວອັມໂມນ ແລະຊາວອັສໂດດໄດ້ຍິນຂ່າວວ່າ ພວກຂ້າພະເຈົ້າສ້າງກຳແພງນະຄອນເຢຣູຊາເລັມຄືບຫນ້າຕໍ່ໄປ ແລະທັງຮູ້ວ່າປ່ອງທີ່ແຕກກໍໄດ້ອັດຫມົດແລ້ວ ພວກເຂົາຈຶ່ງຄຽດແຄ້ນຫລາຍ 8 ດັ່ງນັ້ນ ພວກເຂົາຈຶ່ງພາກັນວາງແຜນຕໍ່ສູ້ນະຄອນເຢຣູຊາເລັມ ແລະໄດ້ສ້າງຄວາມປັ່ນປ່ວນຂຶ້ນ 9 ແຕ່ພວກຂ້າພະເຈົ້າໄດ້ອ້ອນວອນພຣະເຈົ້າຂອງພວກຂ້າພະເຈົ້າ ແລະຈັດທະຫານເຝົ້າຍາມຕໍ່ຕ້ານພວກເຂົາຕລອດວັນຕລອດຄືນ 10 ຊາວຢູດາພາກັນຮ້ອງເພງວ່າ “ພວກເຮົາອ່ອນແຮງໃນການຂົນຂອງ ຫີນແຕກຫມຸ່ນທີ່ຈະຕ້ອງເອົາໄປຖິ້ມນັ້ນຫລາຍໂພດ ວັນນີ້ພວກເຮົາຈະສ້າງກຳແພງເມືອງໄດ້ຢ່າງໃດ” 11 ພວກສັດຕຣູຄິດວ່າ ພວກຂ້າພະເຈົ້າບໍ່ເຫັນເຂົາ ແລະເວົ້າວ່າ “ພວກເຂົາບໍ່ຮູ້ຈັກເຫດການທີ່ເກີດຂຶ້ນ ຈົນວ່າເຂົາໄດ້ມາຢູ່ໃນເມືອງນີ້ແລ້ວ ເພື່ອປະຫານຊີວິດ ແລະຂັດຂວາງວຽກງານຂອງພວກຂ້າພະເຈົ້າ 12 ພວກຢູດາທີ່ຢູ່ນຳພວກສັດຕຣູກໍມາເຕືອນພວກເຮົາທຸກລະຍະເຖິງແຜນການທີ່ສັດຕຣູວາງຕໍ່ສູ້ 13 ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອົາຫອກ ດາບ ແລະຫນ້າທະນູໃຫ້ປະຊາຊົນ ໂດຍຈັດໃຫ້ເຂົາຢູ່ເປັນກຸ່ມທາງເບື້ອງຫລັງຂອງກຳແພງຕາມບ່ອນທີ່ຍັງບໍ່ທັນແລ້ວ 14 ຂ້າພະເຈົ້າເຫັນວ່າປະຊາຊົນມີຄວາມກັງວົນໃຈ ຂ້າພະເຈົ້າຈຶ່ງເວົ້າກັບເຂົາ ແລະພວກຜູ້ນຳພ້ອມທັງພວກຂ້າຣາຊການວ່າ, “ບໍ່ຕ້ອງຢ້ານພວກສັດຕຣູດອກ ຈົ່ງຈື່ວ່າພຣະຜູ້ເປັນເຈົ້າຊົງຍິ່ງໃຫຍ່ ແລະເປັນທີ່ເກງກົວຫລາຍ ພຣະອົງຊົງຕໍ່ສູ້ເພື່ອເພື່ອນຮ່ວມຊາດ ເພື່ອລູກເມັຽ ແລະປະເທດຊາດຂອງທ່ານ” 15 ເມື່ອພວກສັດຕຣູໄດ້ຮູ້ຂ່າວວ່າ ພວກຂ້າພະເຈົ້າຮູ້ຈັກແຜນການຂອງເຂົາ ພວກເຂົາຈຶ່ງຮູ້ວ່າພຣະເຈົ້າຊົງທຳໃຫ້ແຜນການຂອງເຂົາຜ່າຍແພ້ໄປ ສ່ວນພວກຂ້າພະເຈົ້າທຸກຄົນກໍກັບຄືນເມືອເຮັດວຽກຕາມກຳແພງເມືອງ 16 ຈາກນັ້ນ ປະຊາຊົນຂອງຂ້າພະເຈົ້າເຄິ່ງນຶ່ງກໍພາກັນເຮັດວຽກ ແຕ່ສ່ວນເຄິ່ງນຶ່ງອີກໄດ້ເປັນທະຫານຍາມ ພວກເຂົາຖືດາບ ທະນູ ແຜ່ນເຫລັກຕ້ານທານ ແລະນຸ່ງເຄື່ອງຫຸ້ມເກາະ ແລະພວກຜູ້ນຳກໍສນັບສນູນຊາວຢູດາຢ່າງເຕັມທີ່ ຄືພວກທີ່ສ້ອມແຊມເມືອງນັ້ນ 17 ສ່ວນພວກລຳລຽງເຄື່ອງກໍ່ສ້າງແຕ່ລະຄົນມືນຶ່ງຖືເຄື່ອງ ແລະມືນຶ່ງອີກຖືອາວຸດ 18 ພວກທີ່ກໍ່ສ້າງໃນເວລາເຮັດວຽກກໍມີດາບເນັບແອວໄວ້ທຸກຄົນ ສ່ວນຜູ້ທີ່ເປົ່າແກສັນຍານບອກເຫດການນັ້ນໄດ້ຢູ່ກັບຂ້າພະເຈົ້າ 19 ຂ້າພະເຈົ້າບອກກັບປະຊາຊົນ ພວກຂ້າຣາຊການ ແລະພວກຜູ້ນຳໃຫ້ເຂົ້າໃຈວ່າ “ວຽກງານຂອງພວກເຮົາໄດ້ຂະຫຍາຍອອກໄປເປັນລະຍະໄກ ແລະພວກເຣົາໄດ້ຢາຍກັນຢູ່ຫ່າງໆເທິງກຳແພງ 20 ຖ້າພວກທ່ານໄດ້ຍິນສຽງສັນຍານບອກເຫດຈົ່ງພາກັນຮີບມາທ້ອນໂຮມຢູ່ອ້ອມຮອບຂ້າພະເຈົ້າ ພຣະເຈົ້າຂອງພວກເຮົາຈະສູ້ຮົບໃຫ້ພວກເຮົາເອງ” 21 ດັ່ງນັ້ນ ທຸກໆວັນຕັ້ງແຕ່ເຊົ້າມືດຈົນເຖິງດາວອອກໃນເວລາກາງຄືນ ຄົນເຄິ່ງນຶ່ງໃນພວກຂ້າພະເຈົ້າກໍເຣັດວຽກຢູ່ຕາມກຳແພງ ແລະພວກເຄິ່ງນຶ່ງອີກກໍຖືຫອກຢືນຍາມ 22 ໃນເວລານັ້ນ ຂ້າພະເຈົ້າໄດ້ບອກໃຫ້ຜູ້ມີພາຣະເຮັດວຽກທຸກຄົນພ້ອມທັງຜູ້ຊ່ອຍຂອງພວກເຂົາຄ້າງຄືນທີ່ນະຄອນເຢຣູຊາເລັມ ເພື່ອໃຫ້ເຂົາຍາມເມືອງໃນເວລາກາງຄືນ ແລະເຮັດວຽກໃນເວລາກາງເວັນ 23 ຂ້າພະເຈົ້າພ້ອມຫມູ່ເພື່ອນ ຍາດພີ່ນ້ອງ ຄົນໃຊ້ ແລະຄົນເຝົ້າຍາມປະຈຳຕົວຂອງຂ້າພະເຈົ້າບໍ່ໄດ້ຖອດເຄື່ອງນຸ່ງໃນຕອນກາງຄືນ ພວກຂ້າພະເຈົ້າທຸກຄົນກໍບໍ່ໄດ້ປະອາວຸດຈັກເທື່ອ
ລົ້ມເລີກການເກັບດອກເບັ້ຽເງິນຢືມ
1 ມີສຽງຮ້ອງຈົ່ມຂອງປະຊາຊົນ ແລະຂອງພັຣຍາຂອງເຂົາກ່າວໂທດພີ່ນ້ອງພວກຢິວ 2 ເພາະມີຄົນທີ່ກ່າວວ່າ “ເຮົາຫລາຍຄົນດ້ວຍກັນ ທັງບຸດຊາຍແລະບຸດຍິງຂອງເຮົາ ຂໍໃຫ້ເຮົາໄດ້ເຂົ້າ ເພື່ອເຮົາຈະໄດ້ຮັບປະທານແລະມີຊີວິດຢູ່ໄດ້” 3 ແລະມີຄົນກ່າວວ່າ, “ເຮົາຕ້ອງຈຳນຳໄຮ່ນາຂອງເຮົາ ເພື່ອຈະໄດ້ເຂົ້າ ເພາະເຫດການອຶດຢາກອາຫານ” 4 ແລະຄົນອື່ນໆກ່າວວ່າ, “ເຮົາໄດ້ຂໍຢືມເງິນມາເປັນຄ່າພາສີຖວາຍກະສັດ ໂດຍຈຳນຳນາແລະສວນອະງຸ່ນຂອງເຮົາ 5 ເນື້ອຂອງເຣົາເປັນເຫມືອນເນື້ອພີ່ນ້ອງຂອງເຮົາ ລູກຂອງເຮົາກໍເຫມືອນລູກຂອງເຂົາ ແຕ່ເຣົາກໍຍັງໃຫ້ບຸດຊາຍແລະບຸດຍິງຂອງເຮົາເປັນທາດ ບຸດຍິງຂອງເຮົາບາງຄົນເປັນທາດແລ້ວ ແລະເຮົາຊ່ອຍເຂົາບໍ່ໄດ້ ເພາະຄົນອື່ນຍຶດນາ ແລະສວນອະງຸ່ນຂອງເຮົາ” 6 ເມື່ອຂ້າພະເຈົ້າໄດ້ຍິນສຽງຮ້ອງຈົ່ມຂອງເຂົາ ແລະຖ້ອຍຄຳຂອງເຂົາ ຂ້າພະເຈົ້າກໍຄຽດແຄ້ນ 7 ຂ້າພະເຈົ້າຄິດຕຶກຕອງແລ້ວກໍນຳຄວາມນີ້ໄປກ່າວຫາພວກຂຸນນາງແລະເຈົ້າຫນ້າທີ່ຂ້າພະເຈົ້າເວົ້າກັບເຂົາວ່າ, “ທ່ານທັງຫລາຍຕ່າງຄົນຕ່າງໄດ້ໃຫ້ຢືມເງິນໂດຍຮຽກຂອງປະກັນຈາກພີ່ນ້ອງຂອງຕົນ” ແລະຂ້າພະເຈົ້າກໍເອີ້ນຊຸມນຸມໃຫຍ່ມາສູ້ກັບເຂົາ 8 ຂ້າພະເຈົ້າກ່າວແກ່ເຂົາວ່າ, “ເຮົາໄດ້ໄຖ່ພວກຢິວພີ່ນ້ອງຂອງເຮົາຜູ້ຖືກຂາຍໄປຕ່າງປະເທດຄືນມາ ຕາມແຕ່ເຮົາຈະສາມາດທຳໄດ້ ແຕ່ທ່ານກັບຂາຍພີ່ນ້ອງຂອງທ່ານ ເພື່ອເຂົາຈະໄດ້ຖືກຂາຍໃຫ້ແກ່ພວກເຮົາ” ຄົນທັງຫລາຍກໍງຽບຢູ່ ເວົ້າບໍ່ອອກ 9 ຂ້າພະເຈົ້າຈຶ່ງກ່າວວ່າ, “ສິ່ງທີ່ທ່ານທັງຫລາຍທຳຢູ່ນັ້ນບໍ່ດີ ບໍ່ຄວນທີ່ທ່ານຈະດຳເນີນໃນຄວາມຢຳເກງພຣະເຈົ້າຂອງເຮົາທັງຫລາຍ ເພື່ອປ້ອງກັນການເຍາະເຍີ້ຍຂອງປະຊາຊາດເຫລົ່ານັ້ນ ຊຶ່ງເປັນສັດຕຣູຂອງເຮົາດອກຫລື 10 ນອກຈາກນີ້ ຂ້າພະເຈົ້າກັບພີ່ນ້ອງຂອງຂ້າພະເຈົ້າ ແລະຄົນໃຊ້ຂອງຂ້າພະເຈົ້າໃຫ້ເຂົາຢືມເງິນແລະຢືມເຂົ້າ ໃຫ້ເຮົາເລີກການໃຫ້ຢືມໂດຍເອີ້ນຂອງປະກັນນັ້ນເສັຽເຖີດ 11 ໃນວັນນີ້ ຂໍຈົ່ງຄືນນາ ສວນອະງຸ່ນ ສວນຫມາກກອກ ແລະເຮືອນຂອງເຂົາ ແລະສ່ວນຮ້ອຍຂອງເງິນ ເຂົ້າ ເຫລົ້າອະງຸ່ນ ແລະນ້ຳມັນ ຊຶ່ງທ່ານໄດ້ຍຶດເອົາຈາກເຂົານັ້ນເສັຽ” 12 ແລ້ວເຂົາທັງຫລາຍເວົ້າວ່າ, “ເຮົາຈະຄືນສິ່ງເຫລົ່ານີ້ແລະຈະບໍ່ຮຽກຮ້ອງສິ່ງໃດໆຈາກເຂົາທັງຫລາຍ ເຮົາຈະກະທຳຕາມທີ່ທ່ານເວົ້າ” ແລະຂ້າພະເຈົ້າກໍເອີ້ນບັນດາປະໂຣຫິດມາ ແລະໃຫ້ປະໂຣຫິດເອົາຄຳສາບານຈາກເຂົາທັງຫລາຍວ່າເຂົາຈະກະທຳຕາມທີ່ເຂົາສັນຍາແລ້ວນັ້ນ 13 ຂ້າພະເຈົ້າກໍແກ້ຜ້າຄຽນແອວອອກສັ່ນໄປມາ ຂ້າພະເຈົ້າໄດ້ເວົ້າວ່າ, “ດັ່ງນັ້ນແຫລະ ຖ້າຄົນໃດບໍ່ໄດ້ກະທຳຕາມສັນຍານີ້ ຂໍພຣະເຈົ້າຊົງສັ່ນເຂົາເສັຽຈາກເຮືອນຂອງເຂົາ ແລະຈາກການງານຂອງເຂົາໃຫ້ເຂົາຖືກສັ່ນອອກແລ້ວໄປຕົວເປົ່າ” ແລະຊຸມນຸມທັງປວງກ່າວວ່າ, “ອາແມນ” ແລະໄດ້ສັຣເສີນພຣະເຈົ້າ ແລ້ວປະຊາຊົນກໍໄດ້ກະທຳຕາມທີ່ເຂົາໄດ້ສັນຍາໄວ້ 14 ນອກຈາກນີ້ ຕັ້ງແຕ່ເວລາທີ່ຂ້າພະເຈົ້າໄດ້ຮັບແຕ່ງຕັ້ງໃຫ້ເປັນຜູ້ວ່າຣາຊການໃນແຜ່ນດິນຢູດາ ຕັ້ງແຕ່ປີທີ່ຊາວຈົນປີທີ່ສາມສິບສອງແຫ່ງຣັຊການອາກຕາເຊີເຊສພຣະຣາຊາ ສິບສອງປີດ້ວຍກັນ ຂ້າພະເຈົ້າຫລືພີ່ນ້ອງຂອງຂ້າພະເຈົ້າບໍ່ໄດ້ຮັບປະທານອາຫານຂອງຕຳແຫນ່ງຜູ້ວ່າຣາຊການ 15 ຜູ້ວ່າຣາຊການຄົນທີ່ຢູ່ກ່ອນຂ້າພະເຈົ້າໄດ້ບຽດບຽນປະຊາຊົນ ໄດ້ເອົາເງິນເປັນຄ່າອາຫານແລະເຫລົ້າອະງຸ່ນໄປຈາກເຂົາວັນລະສີ່ສິບເຊເກລ ແມ່ນແຕ່ຂ້າຣາຊການຂອງທ່ານກໍໄດ້ໃຊ້ອຳນາດເຫນືອປະຊາຊົນ ແຕ່ຂ້າພະເຈົ້າບໍ່ໄດ້ກະທຳເຊັ່ນນັ້ນ ເພາະຄວາມຢຳເກງພຣະເຈົ້າ 16 ຂ້າພະເຈົ້າຍັງຍຶດງານສ້າງກຳແພງເມືອງນີ້ຢູ່ ແລະບໍ່ໄດ້ຫາທີ່ດິນເລີຍ ແລະຄົນໃຊ້ຂອງຂ້າພະເຈົ້າທັງສິ້ນກໍໄດ້ຊຸມນຸມກັນທຳງານກັນທີ່ນັ້ນ 17 ນອກຈາກນີ້ ຂ້າພະເຈົ້າມີຄົນນຶ່ງຮ້ອຍຫ້າສິບ ກິນລ້ຽງຮ່ວມໂຕະກັບຂ້າພະເຈົ້າ ຄືພວກຢິວແລະເຈົ້າຫນ້າທີ່ນອກເຫນືອຈາກບັນດາຜູ້ທີ່ມາຢູ່ກັບເຣົາທັງຫລາຍຈາກປະຊາຊາດຜູ້ຊຶ່ງຢູ່ຮອບເຮົາ 18 ສິ່ງທີ່ຕຽມໄວ້ໃນວັນນຶ່ງໆມີງົວໂຕນຶ່ງ ແລະແກະທີ່ຄັດເລືອກແລ້ວຫົກໂຕ ເປັດໄກ່ເຂົາກໍຈັດໄວ້ໃຫ້ຂ້າພະເຈົ້າດ້ວຍໃນທຸກໆສິບວັນ ເຫລົ້າອະງຸ່ນມາກມາຍຫລາຍຖົງ ຂ້າພະເຈົ້າບໍ່ໄດ້ຮຽກຮ້ອງເອົາສ່ວນອາຫານຂອງຕຳແຫນ່ງຜູ້ວ່າຣາຊການເພາະວ່າການບົວລະບັດນັ້ນຫນັກແຮງເທິງຊົນຊາດນີ້ຢູ່ແລ້ວ 19 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍຊົງຣະລຶກເຖິງສິ່ງທີ່ຂ້າພຣະອົງໄດ້ກະທຳເພື່ອຊົນຊາດນີ້ ໃຫ້ເກີດຜົນດີເຖີດ
ການປອງຮ້າຍຂອງສັດຕຣູ
1 ຢູ່ມາເມື່ອມີຣາຍງານໃຫ້ຊານບັນລັດ ໂຕບີອາ ແລະເກເຊມ ຊາວອາຣັບກັບສັດຕຣູອື່ນຂອງເຮົາທັງຫລາຍຊາບວ່າຂ້າພະເຈົ້າໄດ້ກໍ່ກຳແພງ ແລະບໍ່ມີຊ່ອງໂຫວ່ເຫລືອຢູ່ (ແມ່ນວ່າໃນຄາວນັ້ນຂ້າພະເຈົ້າຍັງບໍ່ໄດ້ຕັ້ງບານປະຕູທີ່ປະຕູເມືອງ) 2 ຊານບັນລັດ ກັບເກເຊມໃຊ້ໃຫ້ມາຫາຂ້າພະເຈົ້າວ່າ, “ຂໍເຊີນມາພົບກັນໃນຊົນນະບົດແຫ່ງນຶ່ງທີ່ທົ່ງພຽງໂອໂນ” ແຕ່ເຂົາທັງຫລາຍເຈຕນາຈະທຳອັນຕະຣາຍແກ່ຂ້າພະເຈົ້າ 3 ຂ້າພະເຈົ້າກໍໃຊ້ຜູ້ສົ່ງຂ່າວໄປຫາເຂົາວ່າ, “ຂ້າພະເຈົ້າກຳລັງທຳງານໃຫຍ່ ລົງມາບໍ່ໄດ້ ເປັນຫຍັງຈະໃຫ້ງານຢຸດເສັຽໃນຂນະທີ່ຂ້າພະເຈົ້າປະງານລົງມາຫາທ່ານ” 4 ແລ້ວເຂົາໃຊ້ໃຫ້ມາຫາຂ້າພະເຈົ້າຢ່າງນີ້ສີ່ຄັ້ງ ຂ້າພະເຈົ້າກໍຕອບເຂົາໄປທຳນອງດຽວກັນ 5 ຊານບັນລັດໄດ້ສົ່ງຄົນຂອງທ່ານມາຫາຂ້າພະເຈົ້າໃນທຳນອງດຽວກັນເປັນຄັ້ງທີ່ຫ້າ ຄືຈົດຫມາຍເປີດຊອງ 6 ໃນນັ້ນມີຂຽນໄວ້ວ່າ, “ເຂົາກ່າວການໃນຖ້າມກາງປະຊາຊາດທັງຫລາຍແລະເກເຊມກໍກ່າວດ້ວຍວ່າ ທ່ານແລະພວກຢິວເຈຕນາຈະກະບົດ ເຫດນັ້ນແຫລະທ່ານຈຶ່ງສ້າງກຳແພງ ແລະທ່ານປາຖນາຈະເປັນພຣະຣາຊາຕາມຖ້ອຍຄຳນີ້ 7 ແລະທ່ານໄດ້ແຕ່ງຕັ້ງຜູ້ປະກາດພຣະທັມໄວ້ໃຫ້ປ່າວຮ້ອງກ່ຽວກັບຕົວທ່ານໃນເຢຣູຊາເລັມວ່າ, “ມີພຣະຣາຊາໃນຢູດາ” ບັດນີ້ຈະໄດ້ຣາຍງານໃຫ້ພຣະຣາຊາຊົງຊາບຕາມຖ້ອຍຄຳເຫລົ່ານີ້ ເຫດສັນນັ້ນຂໍເຊີນທ່ານມາຫາລືດ້ວຍກັນ” 8 ແລ້ວຂ້າພະເຈົ້າກໍໃຊ້ໃຫ້ໄປຫາເຂົາກ່າວວ່າ, “ສິ່ງທີ່ທ່ານກ່າວມານັ້ນເຮົາບໍ່ໄດ້ກະທຳກັນເລີຍ ທ່ານປັ້ນແຕ່ງເຣື່ອງຂຶ້ນຕາມໃຈຂອງທ່ານເອງ” 9 ເພາະເຂົາທັງຫລາຍຕ້ອງການທີ່ຈະໃຫ້ເຮົາຕົກໃຈຄິດວ່າ, “ມືຂອງເຂົາຈະຜະອອກຈາກງານໄປເສັຽ ແລະງານຈະໄດ້ບໍ່ສຳເຣັດ” ແຕ່ຂ້າແດ່ພຣະເຈົ້າ ບັດນີ້ຂໍພຣະອົງຊົງເສີມກຳລັງມືຂອງຂ້າພຣະອົງ 10 ແລະຂ້າພະເຈົ້າເຂົ້າໄປໃນເຮືອນຂອງເຊມັຍຢາ ບຸດເດລັຍຢາ ຜູ້ເປັນບຸດເມເຮດອາເບນ ຜູ້ທີ່ເກັບຕົວຢູ່ ເຂົາເວົ້າວ່າ, “ໃຫ້ເຮົາໄປພົບກັນໃນພຣະວິຫານຂອງພຣະເຈົ້າ ໃຫ້ເຮົາປິດປະຕູພຣະວິຫານເສັຽ ເພາະເຂົາທັງຫລາຍຈະມາຂ້າທ່ານເວລາກາງຄືນເຂົາຈະມາຂ້າທ່ານເສັຽ” 11 ແຕ່ຂ້າພະເຈົ້າວ່າ, “ຄົນຢ່າງຂ້າພະເຈົ້າຈະຫນີຫລື ແລະຄົນຢ່າງຂ້າພະເຈົ້າຈະເຂົ້າໄປຢູ່ໃນພຣະວິຫານ ແລະມີຊີວິດຢູ່ໄດ້ຫລື ຂ້າພະເຈົ້າບໍ່ໄປ” 12 ຂ້າພະເຈົ້າເຂົ້າໃຈແລະເຫັນວ່າ ພຣະເຈົ້າບໍ່ໄດ້ຊົງໃຊ້ເຂົາ ແຕ່ເຂົາໄດ້ປະກາດພຣະທັມໃສ່ຮ້າຍຂ້າພະເຈົ້າ ເພາະໂຕບີອາ ແລະຊານບັນລັດໄດ້ຈ້າງເຂົາ 13 ເຂົາທັງສອງໄດ້ຈ້າງເຂົາມາດ້ວຍຫວັງຈະໃຫ້ຂ້າພະເຈົ້າຢ້ານແລ້ວກະທຳເຊັ່ນນັ້ນ ຈະໄດ້ບາບ ແລະເຂົາຈະມີເຣື່ອງປ້າຍຮ້າຍຂ້າພະເຈົ້າ ເພື່ອຈະເຍາະເຍີ້ຍຂ້າພະເຈົ້າ 14 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍພຣະອົງຊົງຣະລຶກເຖິງໂຕບີອາ ແລະຊານບັນລັດ ຕາມສິ່ງເຫລົ່ານີ້ທີ່ເຂົາໄດ້ກະທຳ ທັງໂນອາດີຢາຍິງຜູ້ປະກາດພຣະທັມ ແລະຜູ້ປະກາດພຣະທັມອື່ນໆຊຶ່ງຕ້ອງການໃຫ້ຂ້າພຣະອົງຢ້ານ 15 ກຳແພງຈຶ່ງສຳເຣັດໃນວັນທີ່ຊາວຫ້າເດືອນເອລູນ ໃນຫ້າສິບສອງວັນ 16 ແລະຢູ່ມາເມື່ອສັດຕຣູທັງສິ້ນຂອງເຮົາທັງຫລາຍໄດ້ຍິນປະຊາຊາດທັງປວງຮອບເຮົາກໍຢ້ານແລະເຂົາກໍນ້ອຍເນື້ອຕ່ຳໃຈ ເພາະເຂົາທັງຫລາຍຢັ່ງຮູ້ວ່າງານນີ້ທີ່ໄດ້ສຳເຣັດໄປກໍດ້ວຍພຣະເຈົ້າຂອງເຮົາຊົງຊ່ອຍເຫລືອ 17 ນອກຈາກນີ້ ໃນຄັ້ງນັ້ນຂຸນນາງທັງຫລາຍຂອງຢູດາກໍໄດ້ສົ່ງຈົດຫມາຍໄປເຖິງໂຕບີອາ ແລະຈົດຫມາຍຂອງໂຕບີອາກໍມາເຖິງເຂົາ 18 ເພາະມີຫລາຍຄົນໃນຢູດາໄດ້ຜູກພັນກັບເຂົາໄວ້ດ້ວຍຄຳສາບານ ເພາະເຂົາເປັນບຸດເຂີຍຂອງເຊການີຢາ ຜູ້ເປັນບຸດອາຣາ ແລະໂຢໂຮຮານານບຸດຂອງເຂົາໄດ້ແຕ່ງງານກັບບຸດຍິງຂອງເມຊູນລາມ ຜູ້ເປັນບຸດເບເຣຄີຢາ 19 ເຂົາທັງຫລາຍເວົ້າເຖິງຄວາມດີຂອງໂຕບີອາຕໍ່ຫນ້າຂ້າພະເຈົ້າດ້ວຍ ແລະຣາຍງານຄຳຂອງຂ້າພະເຈົ້າໄປໃຫ້ເຂົາ ແລະໂຕບີອາກໍໄດ້ສົ່ງຈົດຫມາຍມາໃຫ້ຂ້າພະເຈົ້າ ເພື່ອໃຫ້ຢ້ານ
ເນເຫມີເລືອກຕັ້ງຜູ້ຄອບຄອງເຢຣູຊາເລັມ
1 ເມື່ອສ້າງກຳແພງເສັດແລ້ວ ຂ້າພະເຈົ້າກໍຕັ້ງບານປະຕູ ແລະຜູ້ເຝົ້າປະຕູ ນັກຮ້ອງເພງ ແລະແຕ່ງຕັ້ງຄົນເລວີໄວ້ 2 ຂ້າພະເຈົ້າມອບໃຫ້ຮານານີພີ່ນ້ອງຂອງຂ້າພະເຈົ້າ ແລະຮານານີຢາຜູ້ວ່າການປ້ອມເປັນຜູ້ດູແລເຢຣູຊາເລັມ ເພາະເຂົາສັດຊື່ແລະເປັນຄົນຢຳເກງພຣະເຈົ້າຫລາຍກວ່າຄົນອື່ນໆຢູ່ 3 ຂ້າພະເຈົ້າເວົ້າກັບເຂົາວ່າ, “ຢ່າໃຫ້ປະຕູເມືອງເຢຣູຊາເລັມເປີດຈົນກວ່າແດດຈະຮ້ອນ ແລະເມື່ອເຂົາຢືນເຝົ້າຍາມຢູ່ ກໍໃຫ້ປິດແລະເອົາດານກັ້ນໄວ້ ຈົ່ງແຕ່ງຕັ້ງຍາມຈາກຊາວເຢຣູຊາເລັມ ຕ່າງກໍປະຈະທີ່ຂອງເຂົາ ແລະຕ່າງກໍຢູ່ຍາມກົງກັນຂ້າມເຮືອນຂອງເຂົາ” 4 ເມືອງນັ້ນກວ້າງແລະໃຫຍ່ ແຕ່ຄົນພາຍໃນນ້ອຍແລະບ້ານຊ່ອງກໍຍັງບໍ່ໄດ້ສ້າງ
ຣາຍຊື່ຊະເລີຍທີ່ກັບຄືນ
5 ແລ້ວພຣະເຈົ້າຊົງດົນໃຈຂ້າພະເຈົ້າໃຫ້ເອີ້ນຊຸມນຸມພວກຂຸນນາງແລະເຈົ້າຫນ້າທີ່ແລະປະຊາຊົນເພື່ອຈະຂຶ້ນທະບຽນສຳມະໂນຄົວເຊື້ອສາຍ ຂ້າພະເຈົ້າພົບຫນັງສືສຳມະໂນຄົວເຊື້ອສາຍຂອງຄົນທີ່ຂຶ້ນມາຄັ້ງກ່ອນ ຂ້າພະເຈົ້າເຫັນຂຽນໄວ້ວ່າ 6 ຕໍ່ໄປນີ້ ເປັນປະຊາຊົນແຫ່ງມົນທົນທີ່ຂຶ້ນມາຈາກການເປັນຊະເລີຍໃນພວກທີ່ຖືກກວາດໄປ ຊຶ່ງເນບູກາດເນສຊາພຣະຣາຊາແຫ່ງບາບີໂລນໄດ້ກວາດໄປ ເຂົາທັງຫລາຍກັບຄືນມາຍັງເຢຣູຊາເລັມແລະຢູດາຕ່າງກັບຄືນຍັງຫົວເມືອງຂອງຕົນ 7 ເຂົາທັງຫລາຍທີ່ກັບມາກັບເຊຣູບບາເບນ ເຢຊູອາ ເນເຫມີ ອາຊາຣີຢາ ຣາອາມີຢາ ນາຮາມານີ ໂມຣ໌ເດກັຍ ບີນຊານ ມີສເປເຣທ ບີກວັຍ ເນຮູມ ບາອານາ ຈໍານວນປະຊາກອນອິສຣາເອນ ຄື 8 ເຊື້ອສາຍປາໂຣສ ສອງພັນນຶ່ງຮ້ອຍເຈັດສິບສອງຄົນ 9 ເຊື້ອສາຍເຊຟາຕີຢາ ສາມຮ້ອຍເຈັດສິບສອງຄົນ 10 ເຊື້ອສາຍອາຣາ ຫົກຮ້ອຍຫ້າສິບສອງຄົນ 11 ເຊື້ອສາຍປາຮັທໂມອາບ ຄືເຊື້ອສາຍຂອງເຢຊູອາ ແລະໂຢອາບ ສອງພັນແປດຮ້ອຍສິບແປດຄົນ 12 ເຊື້ອສາຍເອລາມ ນຶ່ງພັນສອງຮ້ອຍຫ້າສິບສີ່ຄົນ 13 ເຊື້ອສາຍຊັດຕູ ແປດຮ້ອຍສີ່ສິບຫ້າຄົນ 14 ເຊື້ອສາຍຊັກກັຍ ເຈັດຮ້ອຍຫົກສິບຄົນ 15 ເຊື້ອສາຍບີນນູຍ ຫົກຮ້ອຍສີ່ສິບແປດຄົນ 16 ເຊື້ອສາຍເບບັຍ ຫົກຮ້ອຍຊາວແປດຄົນ 17 ເຊຶ້ອສາຍອັສກາດ ສອງພັນສາມຮ້ອຍຊາວສອງຄົນ 18 ເຊື້ອສາຍອາໂດນີກາມ ຫົກຮ້ອຍຫົກສິບເຈັດຄົນ 19 ເຊື້ອສາຍບີກວັຍ ສອງພັນຫົກສິບເຈັດຄົນ 20 ເຊື້ອສາຍອາດີນ ຫົກຮ້ອຍຫ້າສິບຫ້າຄົນ 21 ເຊື້ອສາຍອາເຕີ ຄືເຮເຊກີຢາ ເກົ້າສິບແປດຄົນ 22 ເຊື້ອສາຍຮາຊູມ ສາມຮ້ອຍຊາວແປດຄົນ 23 ເຊື້ອສາຍເບຊັຍ ສາມຮ້ອຍຊາວສີ່ຄົນ 24 ເຊື້ອສາຍຮາຣີຟ ນຶ່ງຮ້ອຍຊາວສິບສອງຄົນ 25 ເຊື້ອສາຍກີເບໂອນ ເກົ້າສິບຫ້າຄົນ 26 ຄົນຊາວເບັດເລເຮັມແລະເນໂຕຟາ ນຶ່ງຮ້ອຍແປດສິບແປດຄົນ 27 ເຊື້ອສາຍອານາໂທດ ນຶ່ງຮ້ອຍຊາວແປດຄົນ 28 ເຊື້ອສາຍເບັດອັສມາເວທ ສີ່ສິບສອງຄົນ 29 ຄົນຊາວກີຣີອາດເຢອາຣີມ ເຄຟີຣາ ແລະເບເອີໂອທ ເຈັດຮ້ອຍສີ່ສິບສາມຄົນ 30 ຄົນຊາວຣາມາ ແລະເກລາ ຫົກຮ້ອຍຊາວເອັດຄົນ 31 ຄົນຊາວມີກມັສ ນຶ່ງຮ້ອຍຊາວສອງຄົນ 32 ຄົນຊາວເບັດເອນ ແລະອາອີ ນຶ່ງຮ້ອຍຊາວສາມຄົນ 33 ຄົນຊາວເນໂບອີກແຫ່ງນຶ່ງ ຫ້າສິບສອງຄົນ 34 ເຊື້ອສາຍເອລາມອີກຄົນນຶ່ງ ນຶ່ງພັນສອງຮ້ອຍຫ້າສິບສີ່ຄົນ 35 ເຊື້ອສາຍຮາຣີມ ສາມຮ້ອຍຊາວຄົນ 36 ເຊື້ອສາຍຊາວເຢຣີໂກ ສາມຮ້ອຍສີ່ສິບຫ້າຄົນ 37 ເຊຶ້ອສາຍຊາວໂລດ ຊາວຮາດີດ ແລະຊາວໂອໂນ ເຈັດຮ້ອຍຊາວເອັດຄົນ 38 ເຊື້ອສາຍຊາວເຊນາອາ ສາມພັນເກົ້າຮ້ອຍສາມສິບຄົນ 39 ບັນດາປະໂຣຫິດ ເຊື້ອສາຍເຢດັຍຢາ ເກົ້າຮ້ອຍເຈັດສິບສາມຄົນ 40 ເຊື້ອສາຍອີມເມີ ນຶ່ງພັນຫ້າສິບສອງຄົນ 41 ເຊື້ອສາຍປັສຮູຣ໌ ນຶ່ງພັນສອງຮ້ອຍສີ່ສິບເຈັດຄົນ 42 ເຊື້ອສາຍຮາຣີມ ນຶ່ງພັນສິບເຈັດຄົນ 43 ຄົນເລວີ ຄື ເຊື້ອສາຍເຢຊູອາ ຄືຂອງກາດມີເອນແຫ່ງເຊື້ອສາຍໂຮເດວາ ເຈັດສິບສີ່ຄົນ 44 ບັນດານັກຮ້ອງຄື ເຊື້ອສາຍອາສາຟ ນຶ່ງຮ້ອຍສີ່ສິບແປດຄົນ 45 ຄົນເຝົ້າປະຕູ ຄື ເຊື້ອສາຍຊັນລູມ ເຊື້ອສາຍອາເຕີ ເຊື້ອສາຍຕັນໂມນ ເຊື້ອສາຍອັກກູບ ເຊື້ອສາຍຮາຕີຕາ ເຊື້ອສາຍໂຊບັຍ ນຶ່ງຮ້ອຍສາມສິບແປດຄົນ 46 ຄົນໃຊ້ປະຈຳພຣະວິຫານ ຄືເຊື້ອສາຍຊີຮາ ເຊື້ອສາຍຮາຊູຟາ ເຊື້ອສາຍຕັບບາໂອທ 47 ເຊື້ອສາຍເກໂຣສ ເຊື້ອສາຍຊີອາ ເຊື້ອສາຍປາໂດນ 48 ເຊື້ອສາຍເລບານາ ເຊື້ອສາຍຮາກາບາ ເຊື້ອສາຍຊັນມັຍ 49 ເຊື້ອສາຍຮານານ ເຊື້ອສາຍກີດເດນ ເຊື້ອສາຍກາຮາຣ໌ 50 ເຊື້ອສາຍເຣອັຍຢາ ເຊື້ອສາຍເຣຊີນ ເຊື້ອສາຍເນໂກດາ 51 ເຊື້ອສາຍກັສຊາມ ເຊື້ອສາຍອູສຊາ ເຊື້ອສາຍປາເຊອາ 52 ເຊື້ອສາຍເບຊັຍ ເຊື້ອສາຍເມອູນີມ ເຊື້ອສາຍເນຟູເຊຊີມ 53 ເຊື້ອສາຍບາກບູກ ເຊື້ອສາຍຮາກູຟາ ເຊື້ອສາຍຮາຣ໌ຣູ 54 ເຊື້ອສາຍບັສລີທ ເຊື້ອສາຍເມຮີດາ ເຊື້ອສາຍຮາຣ໌ຊາ 55 ເຊື້ອສາຍບາຣ໌ໂກສ ເຊື້ອສາຍຊີເສຣາ ເຊື້ອສາຍເຕມາ 56 ເຊື້ອສາຍເນຊີຢາ ເຊື້ອສາຍ ຮາຕີຟາ 57 ເຊື້ອສາຍຂອງຜູ້ຮັບໃຊ້ຂອງໂຊໂລໂມນ ເຊື້ອສາຍໂຊຕັຍ ເຊື້ອສາຍໂຊເຟີເຣທ ເຊື້ອສາຍເປຣີດາ 58 ເຊື້ອສາຍຢາອາລາ ເຊື້ອສາຍດາຣ໌ໂກນ ເຊື້ອສາຍກີດເດນ 59 ເຊື້ອສາຍເຊຟາຕີຢາ ເຊື້ອສາຍຮັດຕີນ ເຊື້ອສາຍໂປເຄເຣທຮັສເຊບາອີມ ເຊື້ອສາຍອາໂມນ 60 ຄົນໃຊ້ປະຈຳພຣະວິຫານທັງສີ້ນ ແລະເຊື້ອສາຍແຫ່ງຂ້າຣາຊການຂອງໂຊໂລໂມນ ມີສາມຮ້ອຍເກົ້າສິບສອງຄົນ 61 ຕໍ່ໄປນີ້ເປັນບັນດາຄົນທີ່ຂຶ້ນມາຈາກເຕນເມລາ ເຕນຮາຣ໌ຊາ ເຄຣຸບ ອັດໂດນ ແລະອີມເມີ ແຕ່ເຂົາພິສູດຕະກູນຂອງເຂົາຫລືເຊື້ອວົງຂອງເຂົາບໍ່ໄດ້ ວ່າເຂົາເປັນຄົນອິສຣາເອນຫລືບໍ 62 ຄືເຊື້ອສາຍເດລັຍຢາ ເຊື້ອສາຍໂຕບີອາ ເຊື້ອສາຍເນໂກດາ ຫົກຮ້ອຍສີ່ສິບສອງຄົນ 63 ຈາກບັນດາປະໂຣຫິດຄື ເຊື້ອສາຍໂຮບັຍຢາ ເຊື້ອສາຍຮັກໂກສ ເຊື້ອສາຍບາກຊີນລັຍ (ຜູ້ມີພັຣຍາຄົນນຶ່ງເປັນບຸດຍິງຂອງບາກຊີນລັຍຄົນກີເລອາດ ຈຶ່ງໄດ້ຊື່ຕາມນັ້ນ) 64 ຄົນເຫລົ່ານີ້ຫາການລົງທະບຽນຂອງເຂົາໃນທະບຽນສຳມະໂນຄົວເຊື້ອສາຍ ແຕ່ຫາບໍ່ພົບ ຈຶ່ງຖືວ່າເປັນຄົນທຳມະດາ ແລະຖືກຕັດອອກຈາກພວກປະໂຣຫິດ 65 ຜູ້ວ່າຣາຊການເມືອງສັ່ງເຂົາບໍ່ໃຫ້ຮັບປະທານອາຫານບໍຣິສຸດທີ່ສຸດຈົນກວ່າຈະມີປະໂຣຫິດທີ່ຈະປຶກສາກັບອູຣີມ ແລະທູມມີມເສັຽກ່ອນ 66 ຊຸມນຸມຊົນທັງຫມົດດ້ວຍກັນມີສີ່ຫມື່ນສອງພັນສາມຮ້ອຍຫົກສິບຄົນ 67 ນອກເຫນືອຈາກຄົນໃຊ້ຊາຍຍິງຂອງເຂົາ ຊຶ່ງມີຢູ່ເຈັດພັນສາມຮ້ອຍສາມສິບເຈັດຄົນ ແລະເຂົາມີນັກຮ້ອງສອງຮ້ອຍສີ່ສິບຫ້າຄົນທັງຊາຍແລະຍິງ 68 ມ້າຂອງເຂົາມີເຈັດຮ້ອຍສາມສິບຫົກໂຕ ລໍສອງຮ້ອຍສີ່ສິບຫ້າໂຕ 69 ອູດສີ່ຮ້ອຍສາມສິບຫ້າໂຕ ແລະລໍຫົກພັນເຈັດຮ້ອຍຊາວໂຕ 70 ຫົວຫນ້າຕະກູນບາງຄົນໄດ້ຖວາຍໃຫ້ແກ່ງານ ຜູ້ວ່າຣາຊການຖວາຍເຂົາພຣະຄັງເປັນທອງຄຳນຶ່ງພັນດາຣິກ ຊາມຫ້າສິບຫນ່ວຍ ເສື້ອປະໂຣຫິດຫ້າຮ້ອຍສາມສິບໂຕ 71 ແລະຫົວຫນ້າຕະກູນບາງຄົນຖວາຍໃຫ້ແກ່ພຣະຄັງຂອງງານເປັນທອງຄຳສອງຫມື່ນດາຣິກ ເງິນສອງພັນສອງຮ້ອຍມີນັສ 72 ແລະສິ່ງທີ່ປະຊາຊົນສ່ວນທີ່ເຫລືອຖວາຍນັ້ນ ມີທອງຄຳສອງຫມື່ນດາຣິກ ເງິນສອງພັນມີນັສ ແລະເສື້ອປະໂຣຫິດຫົກສິບເຈັດໂຕ 73 ດັ່ງນັ້ນບັນດາປະໂຣຫິດ ຄົນເລວີ ຄົນເຝົ້າປະຕູ ນັກຮ້ອງ ປະຊາຊົນບາງຄົນ ຄົນໃຊ້ປະຈຳພຣະວິຫານ ແລະຄົນອິສຣາເອນທັງປວງອາໄສຢູ່ໃນຫົວເມືອງຂອງຕົນ
ເອັຊຣາອ່ານພຣະທັມໃຫ້ປະຊາຊົນຟັງ
1 ໃນເດືອນທີ່ເຈັດ ຊາວອິສຣາເອນໄດ້ຢາຍກັນຢູ່ຕາມບ້ານເມືອງຂອງພວກເຂົາ ໃນວັນທີ່ນຶ່ງຂອງເດືອນນັ້ນ ພວກເຂົາທັງຫມົດໄດ້ໂຮມກັນຢູ່ເດີ່ນຕໍ່ຫນ້າປະຕູນ້ຳທີ່ນະຄອນເຢຣູຊາເລັມ ພວກເຂົາໄດ້ຮ້ອງຂໍປະໂຣຫິດເອັຊຣາ ຜູ້ຮອບຮູ້ໃນດ້ານພຣະທັມທີ່ພຣະຜູ້ເປັນເຈົ້າຊົງມອບໃຫ້ພວກອິສຣາເອນຜ່ານທາງໂມເຊ 2 ໃຫ້ທ່ານນຳເອົາປື້ມພຣະທັມອອກມາ ເອັຊຣາກໍເອົາປື້ມອອກມາ ແລະນຳໄປຍັງບ່ອນທີ່ປະຊາຊົນເຕົ້າໂຮມກັນຢູ່ ມີທັງຜູ້ຊາຍຜູ້ຍິງແລະເດັກນ້ອຍທີ່ເຂົ້າໃຈໄດ້ 3 ໃນເດີ່ນຕິດກັບປະຕູນ້ຳນັ້ນ ເອັຊຣາໄດ້ອ່ານພຣະທັມແຕ່ເຊົ້າມືດຈົນເຖິງທ່ຽງ ພວກເຂົາທຸກຄົນຟັງຢ່າງຕັ້ງອົກຕັ້ງໃຈ 4 ເອັຊຣາອ່ານຢູ່ເທິງເວທີທີ່ທຳດ້ວຍໄມ້ ທີ່ເຂົາເຈົ້າສ້າງຂຶ້ນສຳລັບໂອກາດຢ່າງນີ້ ພວກເຂົາຢືນຢູ່ຂ້າງຂວາຂອງທ່ານຄື ມັດຕີທີຢາ ເຊມາ ອານັຍຢາ ອູຣີຢາ ຮີນກີຢາ ແລະມາອາເຊຢາ ສ່ວນພວກທີ່ຢືນຢູ່ຂ້າງຊ້າຍຂອງທ່ານຄືເປດັຍຢາ ມີຊາເອນ ມັນຄີຢາ ຮັສຮູມ ຮັສບັດດານາ ເຊຄາຣີຢາ ແລະເມຊູນລາມ 5 ໃນຂນະ ເອັຊຣາຢືນຢູ່ເທິງເວທີ ແລະເປີດປື້ມນັ້ນອອກມາອ່ານຕໍ່ຫນ້າປະຊາຊົນ ທຸກຄົນໄດ້ລຸກຢືນຂຶ້ນ 6 ເອັຊຣາຈຶ່ງເວົ້າວ່າ, “ໃຫ້ພວກເຮົາ ສັຣເສີນພຣະຜູ້ເປັນເຈົ້າ ຜູ້ຊົງເປັນພຣະເຈົ້າອົງຍິ່ງໃຫຍ່” ປະຊາຊົນທຸກຄົນກໍພາກັນຍົກມືຂຶ້ນ ແລະຕອບວ່າ, “ອາແມນ ອາແມນ” ແລ້ວເຂົາກໍຄຸເຂົ່າລົງ ແລະກົ້ມຂາບນະມັສການ 7 ຕໍ່ມາ ທຸກຄົນໄດ້ລຸກຢືນຂຶ້ນຢູ່ບ່ອນເກົ່າ ແລ້ວຊາວເລວີບາງຄົນກໍໄດ້ອະທິບາຍພຣະທັມສູ່ເຂົາຟັງ ຊາວເລວີນີ້ຄື ເຢຊູອາ ບານີ ເຊເຣບີຢາ ຢາມີນ ອັກກູບ ຊັບເບທັຍ ໂຮດີຢາ ມາອາເຊຢາ ເກລີຕາ ອາຊາຣີຢາ ໂຢຊາບາດ ຮານານ ເປລັຍຢາ 8 ແລະເຂົາທັງຫລາຍອ່ານຈາກຫນັງສື ຈາກທັມບັນຍັດຂອງພຣະເຈົ້າເປັນຂໍ້ໆ ແລະເຂົາກໍແປຄວາມເພື່ອໃຫ້ປະຊາຊົນເຂົ້າໃຈຂໍ້ຄວາມທີ່ອ່ານນັ້ນ 9 ເມື່ອເຂົາໄດ້ຍິນຂໍ້ພຣະທັມນັ້ນ ພວກເຂົາຮູ້ສຶກຕື້ນຕັນໃຈ ແລະຮ້ອງໄຫ້ຂຶ້ນ ແລ້ວເນເຫມີ ເອັຊຣາ ແລະຊາວເລວີຜູ້ອະທິບາຍພຣະທັມຂອງພຣະເຈົ້າໄດ້ບອກປະຊາຊົນວ່າ, “ວັນນີ້ ເປັນວັນບໍຣິສຸດສຳລັບພຣະຜູ້ເປັນເຈົ້າຂອງພວກທ່ານ ພວກທ່ານບໍ່ຕ້ອງຮ້ອງໄຫ້ຄ່ຳຄວນ 10 ດຽວນີ້ ໃຫ້ພວກທ່ານພາກັນກັບເມືອກິນເຂົ້າສາ ຈົ່ງແບ່ງປັນອາຫານແລະນ້ຳອະງຸ່ນໃຫ້ຜູ້ທີ່ບໍ່ມີພຽງພໍ ວັນນີ້ ເປັນວັນບໍຣິສຸດສຳລັບພຣະຜູ້ເປັນເຈົ້າ ສະນັ້ນ ບໍ່ຕ້ອງໂສກເສົ້າ ຄວາມຊື່ນບານທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ພວກທ່ານນັ້ນ ຈະທຳໃຫ້ພວກທ່ານມີເຫື່ອແຮງຂຶ້ນ” 11 ພວກເລວີໄດ້ຍ່າງໄປມາຖ້າມກາງປະຊາຊົນ ແລະທຳໃຫ້ເຂົາງຽບໂດຍເວົ້າວ່າ, “ພາກັນມິດ ແລະຢ່າໄດ້ໂສກເສົ້າ ເພາະວ່າວັນນີ້ເປັນວັນບໍຣິສຸດ 12 ດັ່ງນັ້ນ ປະຊາຊົນຈຶ່ງກັບເມືອບ້ານແລ້ວກິນເຂົ້າດື່ມນ້ຳຢ່າງມ່ວນຊື່ນ ພວກເຂົາໄດ້ແບ່ງປັນສິ່ງທີ່ເຂົາມີໃຫ້ແກ່ຄົນອື່ນ ເພາະວ່າພວກເຂົາເຂົ້າໃຈຕາມທີ່ໄດ້ຟັງທ່ານອ່ານນັ້ນ
ງານສະຫລອງຢູ່ຕູບ
13 ວັນຕໍ່ມາ ພວກຫົວຫນ້າເຜົ່າພ້ອມດ້ວຍປະໂຣຫິດ ແລະພວກເລວີ ໄດ້ພາກັນໄປສຶກສາພຣະທັມນຳ ເອັຊຣາ 14 ພວກເຂົາໄດ້ຮູ້ເຫັນວ່າ ພຣະທັມທີ່ພຣະຜູ້ເປັນເຈົ້າຊົງມອບໃຫ້ຜ່ານທາງໂມເຊ ສັ່ງໃຫ້ເຂົາຢູ່ໃນຕູບຊົ່ວຄາວ ເນື່ອງໃນໂອກາດງານສະຫລອງເດືອນທີ່ເຈັດນັ້ນ 15 ແລ້ວພວກເຂົາກໍສົ່ງຄຳແນະນຳອອກໄປທົ່ວນະຄອນເຢຣູຊາເລັມ ແລະທົ່ວຫົວເມືອງ ແລະບ້ານຕ່າງໆວ່າ, “ຈົ່ງອອກໄປເບື້ອງພູດອຍ ແລ້ວເອົາງ່າໄມ້ຕົ້ນຫມາກກອກ ງ່າຕົ້ນສົນ ງ່າຕົ້ນໄມ້ຫອມ ງ່າຕົ້ນຕານ ແລະຕົ້ນໄມ້ອື່ນໆມາເຮັດຕູບຕາມຄຳແນະນຳທີ່ຂຽນໄວ້ໃນພຣະທັມ” 16 ດັ່ງນັ້ນປະຊາຊົນຈຶ່ງເອົາງ່າໄມ້ມາທຳຕູບຢູ່ເທິງຫລັງຄາພຽງ ຢູ່ຕາມເດີ່ນພຣະວິຫານ ແລະຕາມບ່ອນໃກ້ປະຕູນ້ຳ ແລະໃກ້ປະຕູເອຟຣາອີມ 17 ປະຊາຊົນທຸກຄົນທີ່ກັບມາຈາກການເປັນຊະເລີຍກໍໄດ້ພາກັນປຸກຕູບ ແລະຢູ່ໃນຕູບນັ້ນ ນັບຕັ້ງແຕ່ສະໄຫມຂອງໂຢຊວຍບຸດນູນນັ້ນ ແມ່ນຄັ້ງທຳອິດທີ່ເຮັດຢ່າງນີ້ ທຸກຄົນຕ່າງກໍຕື່ນເຕັ້ນຍິນດີ 18 ພວກເຂົາອ່ານພຣະທັມຂອງພຣະຜູ້ເປັນເຈົ້າທຸກໆວັນ ຕັ້ງແຕ່ວັນທຳອິດຈົນເຖິງວັນສຸດທ້າຍ ພວກເຂົາສະເຫລີມສະຫລອງເຈັດວັນ ສ່ວນໃນວັນທີ່ແປດເປັນພິທີອັດຕາມຄຳແນະນຳ
ຄຳສາຣະພາບຂອງເອັຊຣາ ເຣື່ອງບາບຂອງອິສຣາເອນ
1 ໃນວັນທີ່ຊາວສີ່ເດືອນນີ້ ປະຊາຊົນອິສຣາເອນໄດ້ຊຸມນຸມກັນຖືສີນອົດອາຫານ ແລະນຸ່ງຫົ່ມຜ້າກະສອບ ແລະເອົາດິນໃສ່ຫົວ 2 ຄົນອິສຣາເອນໄດ້ແຍກຕົນອອກຈາກຊົນຕ່າງຊາດ ແລະຢືນສາຣະພາບບາບຂອງຕົນ ແລະສາຣະພາບກັມຊົ່ວແຫ່ງບັນພະບຸຣຸດຂອງເຂົາ 3 ແລະເຂົາລຸກຂຶ້ນໃນທີ່ຂອງເຂົາ ແລະອ່ານທັມບັນຍັດຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາຢູ່ສາມຊົ່ວໂມງ ອີກສາມຊົ່ວໂມງເຂົາສາຣະພາບ ແລະນະມັສການພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາທັງຫລາຍ 4 ເຢຊູອາ ບານີ ກັດມີເອນ ເຊບານີຢາ ບູນນີ ເຊເຣບີຢາ ບານີ ແລະເຄນານີ ໄດ້ຢືນຂຶ້ນທີ່ຂັ້ນໄດຂອງຄົນເລວີ ແລະເຂົາໄດ້ຮ້ອງດ້ວຍສຽງດັງຕໍ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຂົາ 5 ແລ້ວຄົນເລວີ ເຢຊູອາ ກັດມີເອນ ບານີ ຮາຊັບເນຢາ ເຊເຣບີຢາ ໂຮດີຢາ ເຊບານີຢາ ແລະເປທາຮີຢາ ກ່າວວ່າ, “ຈົ່ງຢືນຂຶ້ນ ແລະສັຣເສີນພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານທັງຫລາຍ ຕັ້ງແຕ່ນີຣັນດອນຈົນເຖິງນີຣັນນະການ” ສາທຸການແດ່ພຣະນາມອັນຮຸ່ງເຮືອງຂອງພຣະອົງ ຊຶ່ງຍິ່ງໃຫຍ່ເຫນືອການໂມທະນາແລະການສັຣເສີນທັງປວງ 6 ພຣະອົງຄືພຣະຜູ້ເປັນເຈົ້າ ພຣະອົງອົງດຽວ ພຣະອົງໄດ້ຊົງສ້າງຟ້າສວັນ ຟ້າສວັນອັນສູງສຸດພ້ອມກັບບໍຣິວານທັງສິ້ນຂອງຟ້າສວັນນັ້ນ ແຜ່ນດິນໂລກແລະບັນດາສິ່ງທີ່ຢູ່ໃນນັ້ນ ທະເລແລະບັນດາສິ່ງທີ່ຢູ່ໃນນັ້ນ ແລະພຣະອົງຊົງຮັກສາສິ່ງທັງປວງເຫລົ່ານັ້ນໄວ້ ແລະບໍຣິວານຂອງຟ້າສວັນໄດ້ນະມັສການພຣະອົງ 7 ພຣະອົງຄືພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງເລືອກອັບຣາມ ແລະຊົງນຳທ່ານອອກມາຈາກເມືອງອູຣ໌ແຫ່ງປະເທດຄັນເດອານ ແລະຊົງປະທານນາມທ່ານວ່າ ອັບຣາຮາມ 8 ແລະພຣະອົງຊົງເຫັນວ່ານ້ຳໃຈຂອງທ່ານຊື່ສັດຕໍ່ພຣະອົງ ແລະພຣະອົງໄດ້ຊົງປະທານແຜ່ນດິນຂອງຄົນການາອານ ຄົນຮີດຕີ ຄົນອາໂມຣິດ ຄົນເປຣີສຊີ ຄົນເຢບຸສ ແລະຄົນກີຣ໌ກາຊີ ໃຫ້ແກ່ເຊື້ອສາຍຂອງທ່ານ ແລະພຣະອົງຊົງກະທຳໃຫ້ພັນທະສັນຍາຂອງພຣະອົງສຳເຣັດ ເພາະພຣະອົງຊອບທັມ 9 “ແລະພຣະອົງທອດພຣະເນດຄວາມທຸກໃຈຂອງບັນພະບຸຣຸດຂອງຂ້າພຣະອົງໃນເອຢິບ ແລະຟັງສຽງຮ້ອງທຸກຂອງເຂົາທັງຫລາຍທີ່ທະເລແດງ 10 ແລະພຣະອົງຊົງກະທຳຫມາຍສຳຄັນ ແລະການອັດສະຈັນສູ້ຟາຣາໂອ ແລະຂ້າຣາຊການທັງສິ້ນ ແລະຕໍ່ປະຊາຊົນທັງສິ້ນແຫ່ງແຜ່ນດິນຂອງຟາຣາໂອ ເພາະພຣະອົງຊົງຊາບວ່າເຂົາທັງຫລາຍໄດ້ປະພຶດຢ່າງຍິ່ງຍະໂສຕໍ່ບັນພະບຸຣຸດຂອງຂ້າພຣະອົງ ແລະພຣະນາມຂອງພຣະອົງກໍຊ່າລືໄປດັ່ງທຸກວັນນີ້ 11 ແລະພຣະອົງໄດ້ຊົງແຍກທະເລຕໍ່ຫນ້າເຂົາທັງຫລາຍ ເຂົາຈຶ່ງເດີນໄປກາງທະເລດິນແຫ້ງ ແລະພຣະອົງໄດ້ຊົງແກວ່ງຜູ້ໄລ່ຕາມເຂົາທັງຫລາຍລົງໃນທີ່ເລິກຢ່າງກັບຊົງແກວ່ງກ້ອນຫີນລົງໄປໃນມະຫາສະຫມຸດ 12 ນອກຈາກນີ້ ພຣະອົງຊົງນຳເຂົາໃນກາງເວັນດ້ວຍເສົາເມກ ແລະໃນກາງຄືນດ້ວຍເສົາໄຟ ເພື່ອໃຫ້ແສງແກ່ເຂົາໃນທາງທີ່ເຂົາຄວນຈະໄປ 13 ພຣະອົງສະເດັດລົງມາເທິງພູຊີນາອີ ແລະກ່າວກັບເຂົາຈາກຟ້າສວັນ ແລະປະທານກົດຫມາຍອັນຊອບແລະທັມ ແລະໄດ້ມອບພຣະບັນຍັດທີ່ດີແກ່ເຂົາ ທັງຄຳສັ່ງສອນທີ່ມີຫລັກແກ່ເຂົາ 14 ພຣະອົງຊົງໃຫ້ເຂົາຊາບເຖິງວັນສະບາໂຕບໍຣິສຸດຂອງພຣະອົງ ແລະຊົງຕຣາພຣະບັນຍັດກົດເກນ ແລະທັມບັນຍັດຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງ 15 ພຣະອົງປະທານອາຫານແກ່ເຂົາຈາກຟ້າສວັນແກ້ຄວາມຫິວ ແລະຊົງນຳນ້ຳອອກມາຈາກສີລາໃຫ້ເຂົາແກ້ກະຫາຍ ແລະພຣະອົງຊົງສັ່ງໃຫ້ເຂົາເຂົ້າໄປຍຶດຄອງແຜ່ນດິນຊຶ່ງພຣະອົງຊົງສັນຍາວ່າຈະປະທານໃຫ້ເຂົານັ້ນ 16 “ແຕ່ເຂົາທັງຫລາຍຄື ບັນພະບຸຣຸດຂອງຂ້າພຣະອົງທັງຫລາຍໄດ້ປະພຶດຢ່າງຍິ່ງຍະໂສ ແລະແຂງຄໍຂອງເຂົາເສັຽບໍ່ໄດ້ເຊື່ອຟັງພຣະບັນຍັດຂອງພຣະອົງ 17 ເຂົາທັງຫລາຍປະຕິເສດບໍ່ເຊື່ອຟັງ ແລະບໍ່ເອົາໃຈໃສ່ໃນການອັດສະຈັນຊຶ່ງພຣະອົງຊົງປະກອບຂຶ້ນຖ້າມກາງເຂົາ ແຕ່ເຂົາແຂງຄໍຂອງເຂົາ ແລະໄດ້ແຕ່ງຕັ້ງຫົວຫນ້າເພື່ອຈະກັບໄປສູ່ຄວາມເປັນທາດເຂົາໃນເອຢິບ ແຕ່ພຣະອົງຊົງເປັນພຣະເຈົ້າພ້ອມທີ່ຈະຊົງໃຫ້ອະພັຍ ມີພຣະທັຍເມດຕາ ແລະກະຣຸນາ ຊົງພຣະພິໂຣດຊ້າ ແລະຊົງອຸດົມດ້ວຍຄວາມຮັກຫມັ້ນຄົງ ແລະບໍ່ໄດ້ຊົງປະປ່ອຍເຂົາທັງຫລາຍ 18 ເຖິງແມ່ນວ່າເຂົາທັງຫລາຍໄດ້ສ້າງຮູບງົວຫລໍ່ໄວ້ສຳລັບຕົວແລະກ່າວວ່າ, “ນີ້ຄືພຣະເຈົ້າຂອງເຮົາ ຜູ້ຊົງນຳເຮົາຂຶ້ນມາຈາກເອຢິບ” ແລະໄດ້ກະທຳການຫມິ່ນປະຫມາດຢ່າງໃຫຍ່ຫລວງ 19 ດ້ວຍພຣະກະຣຸນາຊັບຊ້ອນຂອງພຣະອົງ ພຣະອົງກໍບໍ່ໄດ້ຊົງປະປ່ອຍເຂົາໃນຖິ່ນກັນດານ ເສົາເມກຊຶ່ງນຳເຂົາໃນກາງເວັນບໍ່ໄດ້ພາກຈາກເຂົາໄປ ຫລືເສົາໄຟໃນກາງຄືນຊຶ່ງໃຫ້ແສງແກ່ເຂົາຕາມທາງຊຶ່ງເຂົາຄວນຈະໄປກໍບໍ່ໄດ້ຂາດໄປ 20 ພຣະອົງປະທານພຣະວິນຍານໃຫ້ສັ່ງສອນເຂົາ ແລະບໍ່ໄດ້ຊົງຢັບຢັ້ງມານາຂອງພຣະອົງອອກຈາກປາກຂອງເຂົາທັງຫລາຍ ແລະປານນ້ຳແກ້ກະຫາຍຂອງເຂົາ 21 ພຣະອົງຊົງຊຸບລ້ຽງເຂົາທັງຫລາຍໃນຖິ່ນກັນດານສີ່ສິບປີ ແລະເຂົາບໍ່ໄດ້ຂາດສິ່ງໃດເລີຍ ເສື້ອຜ້າຂອງເຂົາບໍ່ຂາດວິ່ນ ແລະຕີນຂອງເຂົາບໍ່ໄດ້ບວມ 22 ແລະພຣະອົງຊົງມອບຣາຊອານາຈັກ ແລະຊົນຊາດທັງຫລາຍແກ່ເຂົາ ແລະຊົງປັນໃຫ້ເຂົາຕາມເຂດແດນ ເຂົາຈຶ່ງໄດ້ຍຶດແຜ່ນດິນແຫ່ງຊີໂຮນກະສັດແຫ່ງເຮັສໂບນ ແລະແຜ່ນດິນຂອງໂອກກະສັດແຫ່ງເມືອງບາຊານ 23 ພຣະອົງຊົງທະວີເຊື້ອສາຍຂອງເຂົາເຫມືອນດວງດາວແຫ່ງຟ້າສວັນ ແລະພຣະອົງຊົງນຳເຂົາເຂົ້າໄປໃນແຜ່ນດິນຊຶ່ງພຣະອົງໄດ້ສັ່ງບັນພະບຸຣຸດຂອງເຂົາໃຫ້ເຂົ້າໄປຍຶດນັ້ນ 24 ເຊື້ອສາຍເຫລົ່ານັ້ນຈຶ່ງເຂົ້າໄປ ແລະຍຶດແຜ່ນດິນນັ້ນ ພຣະອົງຊົງປາບປາມຊາວແຜ່ນດິນນັ້ນ ຄືຄົນການາອານໃຫ້ພົ້ນຫນ້າເຂົາ ແລະຊົງມອບເຂົາທັງຫລາຍໄວ້ໃນມືຂອງເຂົາ ພ້ອມກັບກະສັດແລະຊົນຊາດທັງຫລາຍແຫ່ງແຜ່ນດິນນັ້ນ ໃຫ້ໄດ້ກະທຳແກ່ຄົນເຫລົ່ານັ້ນຕາມໃຈຊອບຂອງເຂົາ 25 ແລະເຂົາຈຶ່ງເຂົ້າຍຶດຫົວເມືອງທີ່ມີປ້ອມ ແລະແຜ່ນດິນອຸດົມ ແລະຖືກຳມະສິດເຮືອນຊຶ່ງເຕັມດ້ວຍຂອງດີທັງປວງ ທັງທີ່ຂັງນ້ຳຊຶ່ງສະກັດໄວ້ ສວນອະງຸ່ນ ສວນຫມາກກອກ ແລະຕົ້ນໄມ້ທີ່ມີຫມາກມາກມາຍ ເຂົາຈຶ່ງໄດ້ກິນອີ່ມຈົນອ້ວນ ແລະປິຕິຍິນດີໃນພຣະຄຸນຍິ່ງຂອງພຣະອົງ 26 “ເຖິງຢ່າງໃດກໍດີ ເຂົາດື້ ແລະໄດ້ກະບົດຕໍ່ພຣະອົງ ແກ່ວງທັມບັນຍັດຂອງພຣະອົງໄວ້ເບື້ອງຫລັງ ແລະໄດ້ຂ້າຜູ້ປະກາດພຣະທັມຂອງພຣະອົງ ຜູ້ຊຶ່ງໄດ້ຕັກເຕືອນເຂົາເພື່ອໃຫ້ເຂົາກັບມາຫາພຣະອົງ ແລະເຂົາກະທຳການຫມິ່ນປະຫມາດຢ່າງໃຫຍ່ຫລວງ 27 ເພາະສະນັ້ນພຣະອົງຊົງມອບເຂົາໄວ້ໃນມືສັດຕຣູຂອງເຂົາ ຜູ້ຊຶ່ງກະທຳໃຫ້ເຂົາທົນທຸກ ແລະໃນເວລາແຫ່ງການທົນທຸກຂອງເຂົານັ້ນ ເຂົາຮ້ອງທູນຕໍ່ພຣະອົງ ແລະພຣະອົງຊົງຟັງເຂົາຈາກຟ້າສວັນ ພຣະອົງໄດ້ປະທານບັນດາຜູ້ຊ່ອຍແກ່ເຂົາ ຜູ້ໄດ້ຊ່ອຍເຂົາໃຫ້ພົ້ນຈາກມືສັດຕຣູຂອງເຂົາ ຕາມພຣະກະຣຸນາຊັບຊ້ອນຂອງພຣະອົງ 28 ແຕ່ເມື່ອເຂົາພັກສງົບແລ້ວ ເຂົາກໍກະທຳຄວາມຊົ່ວຕໍ່ພຣະພັກພຣະອົງອີກ ພຣະອົງຈຶ່ງຊົງສລະເຂົາໄວ້ໃນມືສັດຕຣູຂອງເຂົາ ສັດຕຣູຈຶ່ງໄດ້ປົກຄອງເຂົາ ເຖິງປານນັ້ນເມື່ອເຂົາຫັນມາຮ້ອງທູນຕໍ່ພຣະອົງ ພຣະອົງຊົງຟັງເຂົາຈາກຟ້າສວັນ ແລະພຣະອົງຊົງຊ່ອຍກູ້ເຂົາໄວ້ຫລາຍຄັ້ງຫລາຍຫົນ ຕາມພຣະກະຣຸນາຂອງພຣະອົງ 29 ແລະພຣະອົງຊົງຕັກເຕືອນເຂົາ ເພື່ອວ່າຈະຊົງຫັນເຂົາໃຫ້ກັບຄືນມາສູ່ທັມບັນຍັດຂອງພຣະອົງ ແຕ່ເຂົາກໍຍັງປະພຶດຢ່າງເຍີ້ຍິ່ງອວດດີ ບໍ່ຍອມເຊື່ອຟັງພຣະບັນຍັດຂອງພຣະອົງ ແຕ່ໄດ້ກະທຳຜິດຕໍ່ກົດຫມາຍຂອງພຣະອົງ (ອັນເປັນຂໍ້ປະຕິບັດຊຶ່ງມະນຸດຈະດຳຣົງຊີພຢູ່ໄດ້) ແລະໄດ້ຫັນບ່າດື້ ແລະຄໍແຂງເຂົ້າສູ້ ແລະບໍ່ໄດ້ເຊື່ອຟັງ 30 ພຣະອົງຊົງອົດທົນກັບເຂົາຢູ່ຫລາຍປີ ແລະຊົງເຕືອນເຂົາດ້ວຍພຣະວີນຍານຂອງພຣະອົງທາງຜູ້ປະກາດພຣະທັມຂອງພຣະອົງ ເຂົາກໍຍັງບໍ່ງ່ຽງຫູຟັງ ເພາະສະນັ້ນພຣະອົງຈຶ່ງຊົງມອບເຂົາໄວ້ໃນມືຂອງຊົນຊາດທັງຫລາຍແຫ່ງແຜ່ນດິນນັ້ນ 31 ເຖິງປານນັ້ນດ້ວຍພຣະກະຣຸນາຊັບຊ້ອນຂອງພຣະອົງ ພຣະອົງບໍ່ໄດ້ກະທຳໃຫ້ເຂົາພິນາດ ຫລືປະປ່ອຍເຂົາໄປ ເພາະພຣະອົງຊົງເປັນພຣະເຈົ້າຜູ້ຊົງພຣະເມດຕາແລະພຣະກະຣຸນາ 32 “ຂ້າແດ່ພຣະເຈົ້າຂອງຂ້າພຣະອົງທັງຫລາຍ ຊຶ່ງເປັນພຣະເຈົ້າຜູ້ຍິ່ງໃຫຍ່ ຊົງຣິດ ແລະຫນ້າເກງກົວ ຜູ້ຊົງຣັກສາຄຳຫມັ້ນສັນຍາ ແລະຄວາມຮັກຫມັ້ນຄົງ ສະນັ້ນຂໍພຣະອົງຢ່າຊົງເຫັນວ່າຄວາມທຸກຍາກລຳບາກທັງສິ້ນນັ້ນເປັນແຕ່ພຽງເລັກນ້ອຍຊຶ່ງບັງເກີດຂຶ້ນກັບຂ້າພຣະອົງທັງຫລາຍ ກັບບັນດາພຣະຣາຊາຂອງຂ້າພຣະອົງ ກັບບັນດາເຈົ້ານາຍ ບັນດາປະໂຣຫິດ ບັນດາຜູ້ປະກາດພຣະທັມ ບັນພະບຸຣຸດ ແລະຊົນຊາດຂອງພຣະອົງທັງສິ້ນ ຕັ້ງແຕ່ສະໄຫມກະສັດອັສຊີເຣັຽຈົນເຖິງວັນນີ້ 33 ແຕ່ໃນບັນດາສິ່ງທີ່ເກີດຂຶ້ນແກ່ຂ້າພຣະອົງທັງຫລາຍ ພຣະອົງຍຸດຕິທັມ ເພາະພຣະອົງຊົງປະກອບກິຈຢ່າງທ່ຽງຕົງ ແຕ່ຂ້າພຣະອົງທັງຫລາຍປະພຶດຢ່າງອະທັມ 34 ບັນດາພຣະຣາຊາ ເຈົ້ານາຍ ປະໂຣຫິດ ແລະບັນພະບຸຣຸດຂອງຂ້າພຣະອົງ ບໍ່ໄດ້ຮັກສາທັມບັນຍັດ ຫລືເຊື່ອຟັງພຣະບັນຍັດຂອງພຣະອົງ ແລະພຣະໂອວາດຂອງພຣະອົງຊຶ່ງພຣະອົງຊົງເຕືອນເຂົາ 35 ເພາະເຂົາທັງຫລາຍບໍ່ໄດ້ບົວລະບັດພຣະອົງໃນຣາຊອານາຈັກຂອງເຂົາ ແຕ່ພຣະຄຸນອັນຍິ່ງຂອງພຣະອົງ ພຣະອົງຊົງປະທານແກ່ເຂົາ ແລະແຜ່ນດິນທີ່ໃຫຍ່ອຸດົມ ພຣະອົງຊົງຍົກໃຫ້ເຂົາ ແລະເຂົາບໍ່ໄດ້ຫັນກັບຄືນຈາກການຊົ່ວຮ້າຍຂອງເຂົາ 36 ເບິ່ງແມ໋, ວັນນີ້ຂ້າພຣະອົງທັງຫລາຍເປັນທາດ ເປັນທາດໃນແຜ່ນດິນທີ່ພຣະອົງປະທານແກ່ບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ ເພື່ອໃຫ້ໄດ້ຮັບປະທານພືດຜົນກັບຂອງອັນດີຂອງມັນ 37 ແລະຜະລິດຜົນອັນມາກມາຍຂອງແຜ່ນດິນນັ້ນກໍຕົກແກ່ພຣະຣາຊາຜູ້ທີ່ພຣະອົງຊົງຕັ້ງໄວ້ເຫນືອຂ້າພຣະອົງທັງຫລາຍດ້ວຍເຫດບາບຂອງຂ້າພຣະອົງທັງຫລາຍ ເຂົາທັງຫລາຍມີອຳນາດເຫນືອຮ່າງກາຍແລະເຫນືອຝູງສັດຂອງຂ້າພຣະອົງທັງຫລາຍຕາມຄວາມພໍໃຈຂອງເຂົາທັງຫລາຍ ແລະຂ້າພຣະອົງທັງຫລາຍທຸກຫນັກຫລາຍແທ້ໆ” 38 ເຫດສິ່ງເຫລົ່ານີ້ເຮົາທັງຫລາຍຈຶ່ງກະທຳຄຳສັນຍາຫມັ້ນຄົງ ແລະບັນທຶກໄວ້ ເຈົ້ານາຍ ຄົນເລວີ ແລະປະໂຣຫິດຂອງເຮົາທັງຫລາຍ ຈຶ່ງປະທັບຕຣາຂອງເຂົາໄວ້
1 ບັນດາຜູ້ທີ່ປະທັບຕຣາຂອງເຂົາໄວ້ຄື ເນເຫມີຜູ້ວ່າຣາຊການ ຜູ້ເປັນບຸດຮາດາລີຢາ ແລະເຊເດກີຢາ 2 ເຊຣັຍຢາ ອາຊາຣີຢາ ເຢເຣມີຢາ 3 ປັສຮູຣ໌ ອາມາຣີຢາ ມັນຄີຢາ 4 ຮັດຕູສ ເຊບານີຢາ ມັນລຸກ 5 ຮາຣີມ ເມເຣໂມທ ໂອບາດີຢາ 6 ດານີເອນ ກີນເນໂທນ ບາຣູກ 7 ເມຊູນລາມ ອາບີຢາ ມີຢາມີນ 8 ມາອາຊີຢາ ບີນກັນ ເຊມັຍຢາ ຄົນເຫລົ່ານີ້ເປັນປະໂຣຫິດ 9 ແລະຄົນເລວີ ຄື ເຢຊູອາບຸອາຊານີຢາ ບີນນູຍເຊື້ອສາຍເຮນາດາດ ກັດມີເອນ 10 ແລະພີ່ນ້ອງຂອງເຂົາ ເຊບານີຢາ ໂຮດີຢາ ເກລີຕາ ເປລັຍຢາ ຮານານ 11 ມີກາ ເຣໂຮບ ຮາຊາບີຢາ 12 ຊັກກູຣ໌ ເຊເຣບີຢາ ເຊບານີຢາ 13 ໂຮດີຢາ ບານີ ເບນີນູ 14 ບັນດາຫົວຫນ້າຂອງປະຊາຊົນ ຄື ປາໂຣສ ປາຮັທໂມອາບ ເອລາມ ຊັດຕູ ບານີ 15 ບູນນີ ອັສກາດ ເບບັຍ 16 ອາໂດນີຢາ ບີກວັຍ ອາດີນ 17 ອາເຕີ ເຣເຊກີຢາ ອັສຊູຣ໌ 18 ໂຮດີຢາ ຮາຊູມ ເບຊັຍ 19 ຮາຣີຟ ອານາໂທດ ເນບັຍ 20 ມັກປີອັສ ເມຊູນລາມ ເຮດູອາ 21 ເມເຊຊາເບນ ຊາໂດກ ຢັດດູອາ 22 ເປລາຕີຢາ ຮານານ ອານັຍຢາ 23 ໂຮເຊອາ ຮານານີຢາ ຮັສຊູບ 24 ຮານໂລເຮສ ປີນຮາ ໂຊເບກ 25 ເຣຮູມ ຮາຊັບນາ ມາອາຊັຍຢາ 26 ອາຮີຢາ ຮານານ ອານານ 27 ມັນລຸກ ຮາຣຄມ ແລະບາອານາ 28 ສ່ວນປະຊາຊົນນອກນັ້ນ ບັນດາປະໂຣຫິດ ຄົນເລວີ ຄົນເຝົ້າປະຕູ ນັກຮ້ອງ ຄົນໃຊ້ປະຈໍາພຣະວິຫານ ແລະຄົນທັງປວງຜູ້ທີ່ໄດ້ແຍກຕົວອອກຈາກຊົນຊາດທັງຫລາຍຂອງແຜ່ນດິນເຫລົ່ານັ້ນ ມາຖືທັມບັນຍັດຂອງພຣະເຈົ້າ ທັງພັຣຍາຂອງເຂົາ ບຸດຊາຍບຸດຍິງຂອງເຂົາ ແລະຄົນທັງປວງຜູ້ມີຄວາມຮູ້ແລະຄວາມເຂົ້າໃຈ 29 ໄດ້ສົມທົບກັບພີ່ນ້ອງຂອງເຂົາ ກັບຂຸນນາງຂອງເຂົາ ໄດ້ເຂົ້າໃນການສາບານແລະປະຕິຍານທີ່ຈະດຳເນີນຕາມທັມບັນຍັດຂອງພຣະເຈົ້າ ແລະທີ່ຈະປະຕິບັດ ແລະກະທຳຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າອົງພຣະເຈົ້າຂອງເຣົາ ແລະຕາມກົດຫມາຍແລະກົດເກນຂອງພຣະອົງ 30 ແລະເຮົາທັງຫລາຍຈະບໍ່ຍົກບຸດຍິງຂອງເຮົາໃຫ້ແກ່ຊົນຊາດທັງຫລາຍຂອງແຜ່ນດິນນັ້ນ ແລະບໍ່ຮັບບຸດຍິງຂອງເຂົາທັງຫລາຍໃຫ້ແກ່ບຸດຊາຍຂອງເຮົາ 31 ແລະຖ້າຊົນຊາດທັງຫລາຍຂອງແຜ່ນດິນນັ້ນນຳເຄື່ອງໃຊ້ຫລືເຂົ້າຢ່າງໃດໆມາຂາຍໃນວັນສະບາໂຕ ເຮົາຈະບໍ່ຊື້ຈາກເຂົາໃນວັນສະບາໂຕຫລືໃນວັນບໍຣິສຸດ ແລະເຮົາຈະບໍ່ເກັບຜົນຂອງປີທີ່ເຈັດ ແລະບໍ່ເກັບຫນີ້ສິນທຸກຢ່າງ 32 ເຮົາທັງຫລາຍກຳນົດໄວ້ວ່າ ຈະໃຫ້ຄິດກັບຕົວເຮົາເປັນຣາຍປີໃຫ້ເສັຽຄົນລະຈຳນວນນຶ່ງສ່ວນສາມເຊເກລ ເພື່ອການບົວລະບັດໃນພຣະວິຫານຂອງພຣະເຈົ້າຂອງເຣົາ 33 ຄືໃຫ້ເປັນຣາຄາເຂົ້າຈີ່ຕັ້ງຖວາຍ ທັນຍາບູຊາ ເຄື່ອງເຜົາບູຊາແຕ່ລະມື້ ສຳລັບສະບາໂຕຕ່າງວັນຂຶ້ນນຶ່ງຄ່ຳ ເທສການລ້ຽງຕ່າງໆ ສິ່ງຂອງບໍຣິສຸດ ແລະເຄື່ອງບູຊາໄຖ່ບາບ ເພື່ອທຳການລ້າງມົນທີນບາບຂອງພວກອິສຣາເອນ ສຳລັບງານທຸກຢ່າງໃນພຣະວິຫານຂອງພຣະເຈົ້າຂອງເຮົາທັງຫລາຍ 34 ເຮົາໄດ້ຈັບສະຫລາກດ້ວຍ ຄືບັນດາປະໂຣຫິດ ຄົນເລວີ ແລະປະຊາຊົນທັງຫລາຍເພື່ອເອົາຟືນຖວາຍ ນຳເຂົ້າມາໃນພຣະວິຫານຂອງພຣະເຈົ້າຂອງເຮົາ ຕາມຕະກູນຂອງເຮົາ ຕາມເວລາກຳນົດ ເປັນປີໆໄປເພື່ອເຜົາເທິງແທ່ນບູຊາແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ ຕາມທີ່ບັນທຶກໄວ້ໃນທັມບັນຍັດ 35 ເຮົາຜູກມັດຕົວເຮົາໄວ້ທີ່ຈະນຳຜົນແຣກແຫ່ງທີ່ດິນຂອງເຮົາ ແລະຜົນແຣກຂອງຜົນຕົ້ນໄມ້ທັງສິ້ນທຸກປີ ມາຍັງພຣະວິຫານຂອງພຣະເຈົ້າ 36 ແລະຈະນຳບຸດຊາຍຫົວປີ ແລະສັດຫົວປີຂອງເຮົາ ຕາມທີ່ບັນທຶກໄວ້ໃນທັມບັນຍັດ ແລະຫົວປີແຫ່ງຝູງງົວ ແລະຝູງແບ້ແກະຂອງເຮົາມາຍັງພຣະວິຫານຂອງພຣະເຈົ້າຂອງເຣົາ ຍັງປະໂຣຫິດ ຜູ້ບົວລະບັດຢູ່ໃນພຣະວິຫານແຫ່ງພຣະເຈົ້າຂອງເຮົາ 37 ແລະຈະນຳຍອດແປ້ງປຽກຂອງເຮົາສິ່ງບໍຣິຈາກຂອງເຮົາ ຜົນຫມາກຂອງຕົ້ນໄມ້ທຸກຕົ້ນ ເຫລົ້າອະງຸ່ນໃຫມ່ແລະນ້ຳມັນ ມາຍັງບັນດາປະໂຣຫິດ ມາຍັງຫ້ອງພຣະວິຫານຂອງພຣະເຈົ້າຂອງເຮົາ ແລະທີ່ຈະນຳນຶ່ງສ່ວນສິບຈາກແຜ່ນດິນ ຂອງເຮົາມາໃຫ້ຄົນເລວີ ເພາະຄົນເລວີເປັນຜູ້ເກັບເອົານຶ່ງສ່ວນສິບຈາກຫົວເມືອງຊົນນະບົດທັງສິ້ນຂອງເຮົາ 38 ປະໂຣຫິດ ເຊື້ອສາຍຂອງອາໂຣນຈະຢູ່ກັບຄົນເລວີເມື່ອຄົນເລວີໄດ້ຮັບນຶ່ງສ່ວນສິບ ແລະຄົນເລວີຈະນຳນຶ່ງສ່ວນສິບຂອງນຶ່ງສ່ວນສິບມາຍັງ ພຣະວິຫານຂອງພຣະເຈົ້າຂອງເຮົາ ມາຍັງຫ້ອງ ຍັງຄັງພັສດຸ 39 ເພາະປະຊາຊົນອິສຣາເອນແລະເຊື້ອສາຍເລວີຈະນຳສ່ວນບໍຣີຈາກ ຄື ເຂົ້າ ເຫລົ້າອະງຸ່ນໃຫມ່ແລະນ້ຳມັນ ມາຍັງຫ້ອງຊຶ່ງເປັນບ່ອນທີ່ເກັບເຄື່ອງໃຊ້ຂອງສະຖານນະມັສການ ແລະທີ່ຢູ່ຂອງປະໂຣຫິດຜູ້ບົວລະບັດແລະຄົນເຝົ້າປະຕູແລະນັກຮ້ອງ ເຮົາຈະບໍ່ເພີກເສີຍຕໍ່ພຣະວິຫານຂອງພຣະເຈົ້າຂອງເຮົາ
ຜູ້ທີ່ມີພູມລຳເນົາຢູ່ໃນເຢຣູຊາເລັມ
1 ພວກຜູ້ນຳຂອງປະຊາຊົນອາໄສຢູ່ໃນເຢຣູຊາເລັມ ແລະປະຊົນນອກນັ້ນຈັບສະຫລາກກັນ ເພື່ອຈະນຳເອົາຄົນສ່ວນນຶ່ງໃນສິບສ່ວນໃຫ້ເຂົ້າໄປຢູ່ໃນເຢຣູຊາເລັມນະຄອນບໍຣິສຸດ ຝ່າຍອີກເກົ້າສ່ວນສິບນັ້ນໃຫ້ຢູ່ໃນຫົວເມືອງຕ່າງໆ 2 ປະຊາຊົນໄດ້ໂມທະນາແກ່ບັນດາຜູ້ທີ່ສມັກໃຈໄປຢູ່ໃນເຢຣູຊາເລັມ 3 ຕໍ່ໄປນີ້ເປັນຫົວຫນ້າມົນທົນທີ່ມາອາໄສຢູ່ໃນເຢຣູຊາເລັມ ແຕ່ໃນຫົວເມືອງຂອງປະເທດຢູດາ ຕ່າງຄົນຕ່າງອາໄສຢູ່ໃນທີ່ດິນຂອງຕົນໃນຫົວເມືອງຂອງຕົນຄືອິສຣາເອນ ບັນດາປະໂຣຫິດ ຄົນເລວີ ຄົນໃຊ້ປະຈຳພຣະວິຫານ ແລະເຊື້ອສາຍຂ້າຣາຊການຂອງໂຊໂລໂມນ 4 ບາງຄົນໃນເຊື້ອສາຍຂອງຢູດາແລະເຊື້ອສາຍຂອງເບັນຢາມີນ ອາໄສຢູ່ໃນເຢຣູຊາເລັມ ເຊື້ອສາຍຂອງຢູດາມີ ອາທັຍຢາ ບຸດອຸສຊີຢາ ຜູ້ເປັນບຸດອາມາຣີຢາ ຜູ້ເປັນບຸດເຊຟາຕີຢາ ຜູ້ເປັນບຸດມາຮາລາເລນ ແຫ່ງເຊື້ອສາຍຂອງ ເປເຣສ 5 ແລະມາອາຊັຍຢາ ບຸດບາຣຸກ ຜູ້ເປັນບຸດໂກນໂຮເຊ ຜູ້ເປັນບຸດຮາຊັຍຢາ ຜູ້ເປັນບຸດອາດັຍຢາ ຜູ້ເປັນບຸດຢົວອາຣີບ ຜູ້ເປັນບຸດເຊຄາຣີຢາ ຜູ້ເປັນບຸດຊາວຊີໂລນ 6 ເຊື້ອສາຍຂອງເປເຣສທັງສິ້ນທີ່ອາໄສຢູ່ໃນເຢຣູຊາເລັມ ມີຄົນເກັ່ງກ້າ ສີ່ຮ້ອຍຫົກສິບແປດຄົນ 7 ແລະຕໍ່ໄປນີ້ເປັນເຊື້ອສາຍເບັນຢາມີນ ຄື ຊັນລູ ບຸດເມຊູນລາມ ຜູ້ເປັນບຸດໂຢເອດ ຜູ້ເປັນບຸດເປດັຍຢາ ຜູ້ເປັນບຸດໂກລັຍຢາ ຜູ້ເປັນບຸດມາອາເຊຢາ ຜູ້ເປັນບຸດອີທີເອນ ຜູ້ເປັນບຸດເຢຊາຢາ 8 ແລະຖັດເຂົາໄປຄື ກັບບັຍ ຊັນລັຍ ມີເກົ້າຮ້ອຍຊາວແປດຄົນ 9 ໂຢເອນ ບຸດຊີກຣີ ເປັນຜູ້ດູແລເຂົາທັງຫລາຍ ແລະເຫນືອເມືອງນັ້ນ ຢູດາບຸດຮັສເຊນູອາເປັນທີ່ສອງ 10 ຈາກບັນດາປະໂຣຫິດຄື ເຢດັຍຢາ ບຸດຢົວອາຣີບ ຢາຄີນ 11 ເຊຣັຍຢາ ບຸດຮີນກີຢາ ຜູ້ເປັນບຸດເມຊູນລາມ ຜູ້ເປັນບຸດຊາໂດກ ຜູ້ເປັນບຸດເມຣາໂຢດ ຜູ້ເປັນບຸດອາຮີຕູບ ຜູ້ປົກຄອງພຣະວິຫານຂອງພຣະເຈົ້າ 12 ແລະພີ່ນ້ອງຂອງເຂົາທີ່ທຳງານຢູ່ໃນພຣະວິຫານ ມີແປດຮ້ອຍຊາວສອງຄົນ ແລະອາດັຍຢາ ບຸດເຢໂຣຮາມ ຜູ້ເປັນບຸດເປລາລີຢາ ຜູ້ເປັນບຸດອັມຊີ ຜູ້ເປັນບຸດເຊຄາຣີຢາ ຜູ້ເປັນບຸດປັສຮູຣ໌ ຜູ້ເປັນບຸດມັນຄີຢາ 13 ແລະພີ່ນ້ອງຂອງເຂົາ ຫົວຫນ້າຂອງຕະກູນ ມີສ້ອງຮ້ອຍສີ່ສິບສອງຄົນ ແລະອາມັສຊັຍ ບຸດ ອາຊາເຣນ ຜູ້ເປັນບຸດອາຊັຍ ຜູ້ເປັນບຸດເມຊີນເລໂມທ ຜູ້ເປັນບຸດອີມເມີ 14 ພີ່ນ້ອງຂອງເຂົາເປັນທະຫານທີ່ເກັ່ງກ້າ ມີນຶ່ງຮ້ອຍຊາວແປດຄົນ ຜູ້ດູແລຂອງເຂົາຄືຊັບດີເອນ ບຸດຮັກເກໂດລີມ 15 ຈາກຄົນເລວີຄື ເຊມັຍຢາ ບຸດຮັສຊູບ ຜູ້ເປັນບຸດອັສຣີກາມ ຜູ້ເປັນບຸດຮາຊາບີຢາ ຜູ້ເປັນບຸດບູນນີ 16 ຊັບເບທັຍ ແລະໂຢຊາບາດ ຈາກພວກຫົວຫນ້າຂອງຄົນເລວີ ຜູ້ຄວບຄຸມການງານພາຍນອກພຣະວິຫານຂອງພຣະເຈົ້າ 17 ມັດຕານີຢາ ບຸດມີກາ ຜູ້ເປັນບຸດຊັບດີ ຜູ້ເປັນບຸດອາຊັຟ ຜູ້ເປັນຫົວຫນ້າໃນການເລີ້ມຕົ້ນການໂມທະນາໃນການອ້ອນວອນ ແລະບາກບູກີຢາເປັນທີ່ສອງໃນຫມູ່ພີ່ນ້ອງຂອງເຂົາ ແລະອັບດາ ບຸດຊາມມູອາ ຜູ້ເປັນບຸດກາລານ ຜູ້ເປັນບຸດເຢດູທູນ 18 ຄົນເລວີທັງຫມົດໃນນະຄອນບໍຣິສຸດມີ ສອງຮ້ອຍແປດສິບສີ່ຄົນ 19 ຄົນເຝົ້າປະຕູມີ ອັກກູບ ຕັນໂມນ ແລະພີ່ນ້ອງຂອງເຂົາ ຜູ້ເຝົ້າບັນດາປະຕູມີ ນຶ່ງຮ້ອຍເຈັດສິບສອງຄົນ 20 ຄົນອິສຣາເອນນອກນັ້ນ ທີ່ເປັນພວກປະໂຣຫິດ ແລະຄົນເລວີ ຢູ່ໃນຫົວເມືອງທັງສິ້ນຂອງຢູດາ ທຸກຄົນຢູ່ໃນທີ່ດິນມໍຣະດົກຂອງເຂົາ 21 ແຕ່ຄົນໃຊ້ປະຈຳພຣະວິຫານຢູ່ທີ່ ໂອເຟນ ແລະຊີຮາ ແລະກີສປາ ຄວບຄຸມຄົນໃຊ້ປະຈຳພຣະວິຫານ 22 ຜູ້ດູແລຄົນເລວີໃນເຢຣູຊາເລັມຄື ອຸສຊີ ບຸດບານີ ຜູ້ເປັນບຸດຮາຊາບີຢາ ຜູ້ເປັນບຸດມັດຕານີຢາ ຜູ້ເປັນບຸດມີກາ ແຫ່ງເຊື້ອສາຍອາສາຟ ນັກຮ້ອງ ດູແລການງານພຣະວິຫານຂອງພຣະເຈົ້າ 23 ເພາະມີພຣະບັນຊາຈາກພຣະຣາຊາເຖິງເຣື່ອງເຂົາ ແລະມີຂອງເປັນສ່ວນທີ່ໄດ້ຕົກລົງກັນໄວ້ສຳລັບນັກຮ້ອງ ຕາມທີ່ຕ້ອງການທຸກໆວັນ 24 ແລະເປທາຮີຢາ ບຸດເມເສຊາເບນ ເຊື້ອສາຍເຊຣາ ບຸດຢູດາເປັນຜູ້ຕ່າງຫນ້າຂອງພຣະຣາຊາໃນເຣື່ອງກິຈການຕ່າງອັນກ່ຽວກັບປະຊາຊົນ 25 ສ່ວນທີ່ຊົນນະບົດແລະໄຮ່ນາຂອງຊົນນະບົດເຫລົ່ານັ້ນ ປະຊາຊົນພວກຢູດາບາງຄົນອາໄສຢູ່ໃນກີຣີອາດອາຣ໌ບາ ແລະຊົນນະບົດຂອງເມືອງນັ້ນ ແລະໃນດີໂບນກັບຊົນນະບົດຂອງເມືອງນັ້ນ ແລະໃນເຢກັບເຊເອນກັບຊົນນະບົດຂອງເມືອງນັ້ນ 26 ແລະໃນເຢຣູຊາເລັມກັບໃນໂມລາດາ ແລະເບັດເປເລທ 27 ໃນຮາຊາຣ໌ຊູອານ ໃນເບີເອີເຊບາ ແລະຊົນນະບົດຂອງເມືອງນັ້ນ 28 ໃນຊີກລາກ ໃນເມໂກນາ ແລະຊົນນະບົດຂອງເມືອງນັ້ນ 29 ໃນເອນຣີມໂມນ ໃນໂຊຣາ ໃນຢາຣ໌ມູທ 30 ຊາໂນອາ ອາດູນລາມ ແລະຊົນນະບົດຂອງເມືອງນັ້ນ ລາຄີສ ແລະໄຮ່ນາຂອງເມືອງນັ້ນ ອາເຊກາກັບຊົນນະບົດຂອງເມືອງນັ້ນ ເຂົາຈີ່ງຕັ້ງຄ້າຍຈາກເບເອີເຊບາເຖິງພູດອຍຮີນໂນມ 31 ປະຊາຊົນເບັນຢາມີນຢູ່ຕໍ່ຈາກເກບາໄປ ທີ່ມີກມັສ ທີ່ອັຍຢາ ທີ່ເບັນເອນ ແລະຊົນນະບົດຂອງເມືອງນັ້ນ 32 ທີ່ອານາໂທດ ໂນບ ອານານີຢາ 33 ຮາໂຊຣ໌ ຣາມາ ກີດຕາອີມ 34 ຮາດີດ ເຊໂບອີມ ເນບັນລັດ 35 ໂລດ ແລະໂອໂນ ພູດອຍຂອງພວກຊ່າງຝີມື 36 ແລະບາງສ່ວນຂອງຄົນເລວີຢູ່ໃນຢູດາກໍສົມທົບເຂົ້າກັບເບັນຢາມີນ
ບັນດາປະໂຣຫິດແລະຄົນເລວີ
1 ຕໍ່ໄປນີ້ເປັນປະໂຣຫິດແລະຄົນເລວີທີ່ຂຶ້ນມາກັບເຊຣຸບບາເບນ ບຸດເຊອັນຕີເອນ ແລະເຢຊູອາ ເຊຣັຍຢາ ເຢເຣມີຢາ ເອັຊຣາ 2 ອາມາຣີຢາ ມັນລຸກ ຮັດຕູສ 3 ເຊການີຢາ ເຣຮູມ ເມເຣໂມທ 4 ອີດໂດ ກີນເນທົວ ອາບີຢາ 5 ມີຢາມີນ ມາອາດີຢາ ບີນກາ 6 ເຊມັຍຢາ ຢົວອາຣີບ ເຢດັຍຢາ 7 ຊັນລູ ອາໂມກ ຮີນກີຢາ ເຢດັຍຢາ ຄົນເຫລົ່ານີ້ເປັນຫົວຫນ້າຂອງປະໂຣຫິດ ແລະພີ່ນ້ອງຂອງເຂົາໃນສະໄຫມຂອງເຢຊູອາ 8 ຄົນເລວີຄື ເຢຊູອາ ບີນນູຍ ກັດມີເອນ ເຊເຣບີຢາ ຢູດາ ແລະມັດຕານີຢາ ຜູ້ຊຶ່ງດູແລການເພງໂມທະນາພ້ອມກັບພີ່ນ້ອງຂອງເຂົາ 9 ບາກບູກີຢາ ແລະອູນໂນພີ່ນ້ອງຂອງເຂົາ ຢືນຢູ່ກົງກັນຂ້າມໃນການບົວລະບັດ 10 ເຢຊູອາເປັນບິດາຂອງຢົວອາກີມ ຢົວອາກີມເປັນບິດາຂອງເອລີອາຊີບ ເອລີອາຊີບເປັນບິດາຂອງຢົວອາດາ 11 ຢົວອາດາເປັນບິດາຂອງໂຢນາທານ ແລະໂຢນາທານເປັນບິດາຂອງຢາດດູອາ 12 ໃນຣັຊການຢົວອາກີມ ມີປະໂຣຫິດຜູ້ເປັນຫົວຫນ້າຕູກູນຄື ເຊຣັຍຢາ ມີ ເມຣັຍຢາ ຕະກູນເຢເຣມີຢາ ມີ ຮານານີຢາ 13 ຕະກູນເອັຊຣາ ມີ ເມຊູນລາມ ຕະກູນອາມາຣີຢາ ມີ ເຢໂຮຮານານ 14 ຕະກູນມັນລູຄີ ມີ ໂຢນາທານ ຕະກູນເຊບານີຢາ ມີ ໂຢເຊັບ 15 ຕະກູນຮາຣີມ ມີ ອັດນາ ຕະກູນເມຣາໂຢດ ມີ ເຮນກັຍ 16 ຕະກູນອີດໂດ ມີ ເຊຄາຣີຢາ ຕະກູນກີນເນໂທນ ມີເມຊູນລາມ 17 ຕະກູນອາບີຢາ ມີ ຊີກຣີ ຕະກູນມີນີອາມີນ ຕະກູນໂມອາດີຢາ ມີ ປີນຕັຍ 18 ຕະກູນບີນກາ ມີ ຊັມມູອາ ຕະກູນເຊມັຍຢາ ມີ ເຢໂຮນາທານ 19 ຕະກູນຢົວອາຣີບ ມີມັດເຕນັຍ ຕະກູນເຢດັຍຢາ ມີ ອູສຊີ 20 ຕະກູນຊັນລັຍ ມີກັນລັຍ ຕະກູນອາໂມກ ມີ ເອເບີ 21 ຕະກູນຮີນກີຢາ ມີ ຮາຊາບີຢາ ຕະກູນເຢດັຍຢາ ມີ ເນທານເອນ 22 ສ່ວນຄົນເລວີໃນສະໄຫມຂອງເອລີຢາຊີບ ຢົວອາດາ ໂຢຮານານ ແລະຢາດດູອາ ຊື່ຫົວຫນ້າຂອງຕະກູນມີບັນທຶກໄວ້ທັງບັນດາປະໂຣຫິດຈົນເຖິງຣັຊສະໄຫມຂອງດາຣີອຸສ ຄົນເປີເຊັຽ 23 ເຊື້ອສາຍເລວີ ຫົວຫນ້າຂອງຕະກູນ ມີບັນທຶກໄວ້ໃນຫນັງສືພົງສາວະດານ ຈົນສະໄຫມຂອງໂຢຣານານ ບຸດເອລີອາຊີບ 24 ແລະຫົວຫນ້າຂອງຄົນເລວີຄື ຮາຊາບີຢາ ເຊເຣບີຢາ ແລະເຢຊູອາ ບຸດກັດມີເອນ ກັບຍາດພີ່ນ້ອງຂອງເຂົາຢູ່ກົງກັນຂ້າມທີ່ຈະສັຣເສີນແລະໂມທະ ນາພຣະຄຸນ ຕາມບັນຍັດຂອງດາວິດຄົນຂອງພຣະເຈົ້າເປັນຍາມໆໄປ 25 ມັດຕານີຢາ ບາກບູກີຢາ ໂອບາດີຢາ ເມຊູນລາມ ຕັນໂມນ ແລະອັກກູບ ເປັນຄົນເຝົ້າປະຕູ ຢືນເຝົ້າຢູ່ທີ່ໂຮງພັສດຸຂອງປະຕູ 26 ຄົນເຫລົ່ານີ້ຢູ່ໃນສະໄຫມຂອງຢົວອາກີມ ບຸດເຢຊູອາ ຜູ້ເປັນບຸດໂຢຊາດາກ ແລະໃນສະໄຫມຂອງເນເຫມີຜູ້ວ່າຣາຊການ ກັບໃນສະໄຫມຂອງປະໂຣຫິດເອັຊຣາ ແລະທັມມາຈານ
ການມອບຖວາຍກຳແພງເມືອງ
27 ເມື່ອທຳພິທີມອບຖວາຍກຳແພງເຢຣູຊາເລັມ ເຂົາໄດ້ສແວງຫາຄົນເລວີຕາມທີ່ຂອງເຂົາທົ່ວທຸກຫົນທຸກແຫ່ງ ເພື່ອຈະນຳເຂົາມາທີ່ເຢຣູຊາເລັມ ເພື່ອສະຫລອງມອບຖວາຍດ້ວຍຄວາມຍິນດີ ດ້ວຍການໂມທະນາ ແລະດ້ວຍການຮ້ອງເພງ ດ້ວຍແສ່ງ ພີນໃຫຍ່ ແລະພີນເຂົາຄູ່ 28 ເຊື້ອສາຍພວກນັກຮ້ອງໄດ້ຮວມກັນມາຈາກມົນທົນຮອບເຢຣູຊາເລັມ ແລະຈາກຊົນນະບົດຂອງຊາວເນໂທຟາທ 29 ທັງມາຈາກເບັດກີນການ ແລະຈາກເຂດເກບາ ແລະອັສມາເວທ ເພາະບັນດານັກຮ້ອງໄດ້ສ້າງຊົນນະບົດຂອງຕົນຮອບເຢຣູຊາເລັມ 30 ບັນດາປະໂຣຫິດແລະຄົນເລວີໄດ້ຊຳຮະຕົວໃຫ້ບໍຣິສຸດ ແລະເຂົາທັງຫລາຍໄດ້ຊຳຮະປະຊາຊົນ ແລະປະຕູເມືອງກັບກຳແພງໃຫ້ບໍຣິສຸດ 31 ແລ້ວຂ້າພະເຈົ້າໄດ້ນຳເຈົ້ານາຍແຫ່ງຢູດາຂຶ້ນເທິງກຳແພງ ແລະແຕ່ງຕັ້ງໃຫ້ຄນະໃຫຍ່ສອງຄນະເປັນຜູ້ກ່າວໂມທະນາແລະເດີນເປັນຂະບວນແຫ່ ຄະນະນຶ່ງໄປທາງຂວາຂຶ້ນໄປເທິງກຳແພງຈົນເຖິງປະຕູກອງຂີ້ເຫຍື່ອ 32 ແລະຖັດຕໍ່ເຂົາໄປ ມີໂຮຊັຍຢາ ແລະເຈົ້ານາຍແຫ່ງຢູດາເຄິ່ງນຶ່ງ 33 ກັບອາຊາຣີຢາ ເອັຊຣາ ເມຊູນລາມ 34 ຢູດາ ເບັນຢາມີນ ເຊມັຍຢາ ແລະເຢເຣມີຢາ 35 ພວກປະໂຣຫິດບາງຄົນທີ່ມີແກ ຄື ເຊຄາຣີຢາ ບຸດໂຢນາທານ ຜູ້ເປັນບຸດເຊມັຍຢາ ຜູ້ເປັນບຸດມັດຕານີຢາ ຜູ້ເປັນບຸດມີກັຍຢາ ຜູ້ເປັນບຸດຊັກກູຣ໌ ຜູ້ເປັນບຸດອາສາຟ 36 ກັບຍາດພີ່ນ້ອງຂອງເຂົາ ຄື ເຊມັຍຢາ ອາຊາເຣນ ມີລາລັຍ ກີລາລັຍ ມາອັຍ ເນທານເອນ ຢູດາ ແລະຮານານີ ພ້ອມກັບເຄື່ອງດົນຕຣີຂອງດາວິດຄົນຂອງພຣະເຈົ້າ ແລະເອັຊຣາທັມມາຈານໄດ້ເດີນນຳຫນ້າ 37 ທີ່ປະຕູນ້ຳພຸ ເຂົາທັງຫລາຍເດີນຕົງໄປຂຶ້ນຂັ້ນໄດຂອງນະຄອນດາວິດ ທີ່ທາງຂຶ້ນກຳແພງເ ຫນືອພຣະຣາຊວັງຂອງດາວິດເຖິງປະຕູນ້ຳທາງທິດຕາເວັນອອກ 38 ອີກຄນະນຶ່ງທີ່ກ່າວຄຳໂມທະນາເດີນໄປທາງຊ້າຍ ແລະຂ້າພະເຈົ້າຕາມເຂົາໄປພ້ອມກັບປະຊາຊົນເຄິ່ງນຶ່ງ ເທິງກຳແພງເຫນືອຫໍຄອຍເຕົາໄຟເຖິງກຳແພງກວ້າງ 39 ແລະເຫນືອປະຕູເອຟຣາອີມ ແລະທາງປະຕູເກົ່າ ແລະທາງປະຕູປາ ແລະຫໍຄອຍຮານານເອນ ແລະຫໍຄອຍຂອງຄົນນຶ່ງຮ້ອຍ ເຖິງປະຕູແກະ ແລະເຂົາມາຢຸດຢູ່ທີ່ປະຕູຍາມ 40 ຄນະທັງສອງຜູ້ກ່າວຄຳໂມທະນາໄດ້ມາຢືນຢູ່ທີ່ພຣະວິຫານຂອງພຣະເຈົ້າ ທັງຂ້າພະເຈົ້າແລະເຈົ້າຫນ້າທີ່ເຄິ່ງນຶ່ງຢູ່ກັບຂ້າພະເຈົ້າ 41 ກັບປະໂຣຫິດທີ່ຖືແກ ຄື ເອລີອາກີມ ມາອາເຊຢາ ມານີອາມີມ ມຣກັຍຢາ ເອລີໂອເອນັຍ ເຊຄານີຢາ ແລະຮານານີຢາ 42 ມາອາເຊຢາ ເຊມັຍຢາ ເອເລອາຊາ ອູສຊີ ເຢໂຮຮານານ ມັນຄີຢາ ເອລາມ ແລະເອເຊີ ແລະບັນດານັກຮ້ອງໄດ້ຮ້ອງເພງ ມີ ເຢສຣາຮີຢາ ເປັນຫົວຫນ້າຂອງເຂົາ 43 ແລະເຂົາທັງຫລາຍໄດ້ຖວາຍເຄື່ອງສັຕບູຊາໃຫຍ່ໂຕໃນວັນນັ້ນ ແລະຊົມຊື່ນຍິນດີເພາະພຣະເຈົ້າຊົງກະທໍາໃຫ້ເຂົາຍິນດີດ້ວຍຄວາມຊື່ນບານຍິ່ງໃຫຍ່ ພວກຜູ້ຍິງ ແລະເດັກນ້ອຍກໍຍິນດີດ້ວຍ ແລະຄວາມຊື່ນບານຂອງເຢຣູຊາເລັມກໍໄດ້ຍິນໄປໄກ
ການຈັດສ່ວນສິ່ງທີ່ລ້ຽງດູປະໂຣຫິດແລະຄົນເລວີ
44 ໃນວັນນັ້ນ ເຂົາແຕ່ງຕັ້ງຄົນໃຫ້ດູແລຫ້ອງສຳລັບພັສດຸ ຂອງບໍຣິຈາກ ຫມາກໄມ້ຣຸ່ນແຣກນຶ່ງສ່ວນສິບ ໃຫ້ຮວບຮວມສິ່ງຊຶ່ງກຳນົດໄວ້ໃນກົດຫມາຍສຳລັບປະໂຣຫິດ ແລະຄົນເລວີເຂົ້າມາໄວ້ໃນນັ້ນ ຕາມໄຮ່ນາໃນຫົວເມືອງເຫລົ່ານັ້ນ 45 ເຂົາທັງຫລາຍໄດ້ທຳການບົວລະບັດພຣະເຈົ້າຂອງເຂົາແລະທຳການຊຳຮະໃຫ້ບໍຣີສຸດ ຢ່າງກັບພວກນັກຮ້ອງ ແລະພວກເຝົ້າປະຕູໄດ້ກະທຳຕາມພຣະບັນຊາຂອງດາວິດແລະຂອງໂຊໂລໂມນຣາຊໂອຣົດຂອງພຣະອົງ 46 ເພາະໃນສະໄຫມດາວິດ ແລະອາສາຟໃນດຶກດຳບັນນັ້ນມີຫົວຫນ້າພວກນັກຮ້ອງ ແລະມີບົດເພງສັຣເສີນ ແລະບົດເພງໂມທະນາພຣະຄຸນພຣະເຈົ້າ 47 ແລະອິສຣາເອນທັງປວງໃນສະໄຫມຂອງເຊຣຸບບາເບນ ແລະໃນສະໄຫມຂອງເນເຫມີ ໄດ້ໃຫ້ປັນສ່ວນຕາມຕ້ອງການທຸກວັນແກ່ນັກຮ້ອງແລະຄົນເຝົ້າປະຕູ ແລະເຂົາໄດ້ກັນສ່ວນຂອງຄົນເລວີໄວ້ຕ່າງຫາກ ແລະຄົນເລວີໄດ້ກັນສ່ວນຂອງເຊື້ອສາຍອາໂຣນໄວ້ຕ່າງຫາກ
ການປະຕິຮູບຂອງເນເຫມີ
1 ໃນວັນນັ້ນ ເຂົາອ່ານຫນັງສືຂອງໂມເຊໃຫ້ປະຊາຊົນຟັງ ແລະເຂົາພົບທີ່ມີຂຽນໄວ້ວ່າ ບໍ່ຄວນໃຫ້ຄົນອັມໂມນ ຫລືຄົນໂມອາບເຂົ້າໃນທີ່ຊຸມນຸມຂອງພຣະເຈົ້າເປັນນິດ 2 ເພາະເຂົາບໍ່ໄດ້ເອົາອາຫານແລະນ້ຳມາຕ້ອນຮັບຄົນອິສຣາເອນ ແຕ່ໄດ້ຈ້າງບາລາອາມໃຫ້ມາຕໍ່ຕ້ານແລະສາບແຊ່ງເຂົາ ແຕ່ພຣະເຈົ້າຂອງເຮົາຊົງປ່ຽນຄຳແຊ່ງເປັນພອນ 3 ແລະຢູ່ມາເມື່ອປະຊາຊົນໄດ້ຍິນທັມບັນຍັດ ເຂົາກໍແຍກອິສຣາເອນອອກເສັຽຈາກເຊື້ອສາຍຄົນຕ່າງດ້າວ 4 ກ່ອນຫນ້ານີ້ ປະໂຣຫິດເອລີອາຊີບຜູ້ໄດ້ຮັບການແຕ່ງຕັ້ງໃຫ້ດູແລຫ້ອງໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະຜູ້ກ່ຽວພັນກັບໂຕບີອາ 5 ໄດ້ຈັດຫ້ອງໃຫຍ່ຫ້ອງນຶ່ງໃຫ້ໂຕບີອາ ເປັນຫ້ອງທີ່ແຕ່ກ່ອນໃຊ້ເກັບທັນຍາບູຊາ ກຳຍານ ເຄື່ອງໃຊ້ຕ່າງໆ ແລະນຶ່ງສວ່ນສິບທີ່ເປັນເຂົ້າ ເຫລົ້າອະງຸ່ນໃຫມ່ແລະນ້ຳມັນ ຊຶ່ງເຂົາໃຫ້ໄວ້ຕາມບັນຍັດໃຫ້ແກ່ຄົນເລວີ ນັກຮ້ອງ ຄົນເຝົ້າປະຕູ ແລະຂອງບໍຣິຈາກສຳລັບປະໂຣຫິດ 6 ເມື່ອເກີດເຣື່ອງນີ້ຂ້າພະເຈົ້າບໍ່ໄດ້ຢູ່ໃນເຢຣູຊາເລັມ ເພາະໃນປີທີ່ສາມສິບສອງແຫ່ງຣັຊການອາກຕາເຊີເຊສພຣະຣາຊາແຫ່ງບາບີໂລນນັ້ນ ຂ້າພະເຈົ້າໄດ້ໄປເຝົ້າພຣະຣາຊາ ແລະຕໍ່ມາຂ້າພະເຈົ້າກໍທູນລາພຣະຣາຊາ 7 ແລະມາຍັງກຸງເຢຣູຊາເລັມ ແລ້ວຂ້າພະເຈົ້າຈຶ່ງຊາບຄວາມຊົ່ວຮ້າຍ ຊຶ່ງເອລີອາຊີບໄດ້ກະທຳເພື່ອໂຕບີອາ ຄືຈັດຫ້ອງພາຍໃນບໍຣິເວນພຣະວິຫານຂອງພຣະເຈົ້າໃຫ້ເຂົາ 8 ຂ້າພະເຈົ້າໃຈຮ້າຍຫລາຍ ແລະຂ້າພະເຈົ້າກໍໂຍນເຄື່ອງແຕ່ງເຮືອນທັງສິ້ນຂອງໂຕບີອາອອກເສັຽຈາກຫ້ອງ 9 ແລ້ວຂ້າພະເຈົ້າສັ່ງໃຫ້ເຂົາຊຳຮະຫ້ອງ ແລະຂ້າພະເຈົ້າກໍນຳເຄື່ອງໃຊ້ປະຈຳພຣະວິຫານຂອງພຣະເຈົ້າ ທັງທັນຍາບູຊາກັບກຳຍານກັບຄືນມາໄວ້ທີ່ນັ້ນອີກ 10 ຂ້າພະເຈົ້າຍັງຊາບອີກວ່າ ສ່ວນຂອງຄົນເລວີນັ້ນ ເຂົາກໍບໍ່ໄດ້ມອບໃຫ້ ເພາະສະນັ້ນ ຄົນເລວີແລະນັກຮ້ອງຜູ້ປະຕິບັດການງານ ຕ່າງກໍຫນີກັບໄປຍັງໄຮ່ນາຂອງຕົນ 11 ຂ້າພະເຈົ້າຈຶ່ງຕໍ່ວ່າເຈົ້າຫນ້າທີ່ແລະເວົ້າວ່າ, “ເປັນຫຍັງຈຶ່ງປະປ່ອຍພຣະວິຫານຂອງພຣະເຈົ້າໄປ“ຂ້າພະເຈົ້າຈຶ່ງຮວບຮວມເຂົາກັບມາ ແລະຕັ້ງເຂົາໄວ້ຕາມຕຳແຫນ່ງຂອງເຂົາອີກ 12 ແລະຢູດາທັງປວງໄດ້ນຳນຶ່ງສ່ວນສິບທີ່ເປັນເຂົ້າ ເຫລົ້າອະງຸ່ນໃຫມ່ ແລະນ້ຳມັນເຂົ້າມາຍັງເຮືອນພັສດຸ 13 ຂ້າພະເຈົ້າໄດ້ແຕ່ງຕັ້ງຄົນໃຫ້ດູແລເຮືອນພັສດຸ ຄື ປະໂຣຫິດເຊເລມີຢາ ຊາໂດກທັມມາຈານ ແລະເປດັຍຢາແຫ່ງຄົນເລວີ ແລະຜູ້ຊ່ອຍຂອງເຂົາ ຄື ຮານານ ບຸດຊັກກູຣ໌ ຜູ້ເປັນບຸດມັດຕານີຢາ ເພາະນັບໄດ້ວ່າເຂົາຊື່ສັດ ແລະຫນ້າທີ່ຂອງເຂົາຄືແຈກຈ່າຍແກ່ພວກພີ່ນ້ອງ 14 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ກ່ຽວກັບເຣື່ອງນີ້ຂໍຊົງຣະລຶກເຖິງຂ້າພຣະອົງ ແລະຂໍຢ່າຊົງລົບລ້າງການທີ່ດີທັງຫລາຍຂອງຂ້າພຣະອົງທີ່ຂ້າພຣະອົງໄດ້ກະທຳ ເພື່ອພຣະວິຫານຂອງພຣະເຈົ້າຂອງຂ້າພຣະອົງ ແລະເພື່ອການບົວລະບັດໃນທີ່ນັ້ນ 15 ຄັ້ງນັ້ນໃນຢູດາ ຂ້າພະເຈົ້າເຫັນຄົນຢ່ຳເຫລົ້າອະງຸ່ນໃນວັນສະບາໂຕ ແລະນຳຟ່ອນເຂົ້າເຂົ້າມາບັນທຸກຫລັງລໍ ທັງເຫລົ້າອະງຸ່ນ ຫມາກອະງຸ່ນ ຫມາກເດື່ອ ແລະພາຣະທຸກຢ່າງ ຊຶ່ງເຂົານຳມາຍັງເຢຣູຊາເລັມໃນວັນສະບາໂຕ ຂ້າພະເຈົ້າໄດ້ຕັກເຕືອນເຂົາໃນວັນທີ່ເຂົາທັງຫລາຍຂາຍອາຫານ 16 ແລະມີຄົນຊາວຕີເຣໄດ້ອາໄສຢູ່ໃນເມືອງໄດ້ນຳປາ ແລະສິນຄ້າທຸກຢ່າງເຂົ້າມາຂາຍໃນວັນສະບາໂຕແກ່ປະຊາຊົນຢູດາ ແລະໃນເຢຣູຊາເລັມ 17 ແລ້ວຂ້າພະເຈົ້າໄດ້ຕໍ່ວ່າພວກຂຸນນາງແຫ່ງຢູດາ ແລະເວົ້າກັບເຂົາວ່າ, “ເປັນຫຍັງທ່ານທັງຫລາຍກະທຳຄວາມຊົ່ວຮ້າຍເຊັ່ນນີ້ ກະທຳໃຫ້ວັນສະບາໂຕເປັນມົນທິນ 18 ບັນພະບຸຣຸດຂອງທ່ານບໍ່ໄດ້ກະທຳເຊັ່ນນີ້ຫລື ແລະພຣະເຈົ້າຂອງເຣົາບໍ່ໄດ້ຊົງນຳເຫດຮ້າຍນີ້ທັງສິ້ນໃຫ້ຕົກຢູ່ເທິງເຮົາແລະເທິງເມືອງນີ້ຫລື ທ່ານຍັງຈະນຳພຣະພິໂຣດຍິ່ງກວ່ານັ້ນມາເຫນືອອິສຣາເອນດ້ວຍການກະທຳໃຫ້ສະບາໂຕເປັນມົນທີນ” 19 ແລະຢູ່ມາພໍເລີ້ມມືດທີ່ປະຕູເມືອງເຢຣູຊາເລັມກ່ອນວັນສະບາໂຕ ຂ້າພະເຈົ້າໄດ້ສັ່ງໃຫ້ປິດປະຕູເມືອງ ແລະສັ່ງວ່າບໍ່ໃຫ້ເປີດຈົນກວ່າຈະພົ້ນວັນສະບາໂຕແລ້ວ ແລະຂ້າພະເຈົ້າກໍຕັ້ງຂ້າຣາຊການບາງຄົນຂອງຂ້າພະເຈົ້າໃຫ້ດູແລປະຕູເມືອງ ວ່າບໍ່ໃຫ້ນຳພາຣະສິ່ງໃດເຂົ້າມາໃນວັນສະບາໂຕ 20 ແລ້ວພວກພໍ່ຄ້າແລະພວກຂາຍສິນຄ້າທຸກຊະນິດຄ້າງຢູ່ນອກເຢຣູຊາເລັມເທື່ອນຶ່ງ ຫລືສອງເທື່ອ 21 ຂ້າພະເຈົ້າໄດ້ຕັກເຕືອນເຂົາ ແລະເວົ້າກັບເຂົາວ່າ, “ເປັນຫຍັງທ່ານມານອນຢູ່ຂ້າງກຳແພງເມືອງ ຖ້າທ່ານທຳອີກຂ້າພະເຈົ້າຈະຈັບທ່ານ” ຕັ້ງແຕ່ຄັ້ງນັ້ນມາເຂົາກໍບໍ່ມາອີກໃນວັນສະບາໂຕ 22 ຂ້າພະເຈົ້າສັ່ງຄົນເລວີໃຫ້ຊຳຮະຕົວເຂົາແລະມາເຝົ້າປະຕູເມືອງ ເພື່ອຮັກສາວັນສະບາໂຕໃຫ້ບໍຣິສຸດ ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍພຣະອົງຊົງຣະລຶກເຖິງຄວາມຊອບຂອງຂ້າພຣະອົງໃນເຣື່ອງນີ້ ແລະຂໍຊົງໄວ້ຊີວິດຂ້າພຣະອົງຕາມຄວາມຍິ່ງໃຫຍ່ແຫ່ງຄວາມຮັກຫມັ້ນຄົງຂອງພຣະອົງ 23 ໃນສະໄຫມນັ້ນຂ້າພະເຈົ້າໄດ້ເຫັນພວກຢິວຜູ້ໄດ້ແຕ່ງງານກັບຍິງຊາວອັສໂດດ ອັມໂມນ ແລະໂມອາບ 24 ແລະເດັກຂອງເຂົາເຄິ່ງນຶ່ງເວົ້າພາສາອັສໂດດ ເຂົາເວົ້າພາສາຢູດາບໍ່ໄດ້ ແຕ່ເວົ້າພາສາຊົນຊາດຂອງເຂົາແຕ່ລະພວກ 25 ຂ້າພະເຈົ້າໄດ້ໂຕ້ແຍ້ງກັບເຂົາ ແລະແຊ່ງເຂົາ ແລະຕີເຂົາບາງຄົນ ແລະດືງຜົມຂອງເຂົາອອກ ແລະຂ້າພະເຈົ້າກະທຳໃຫ້ເຂົາສາບານໃນພຣະນາມຂອງພຣະເຈົ້າ ດ້ວຍຂ້າພະເຈົ້າກ່າວວ່າ “ເຈົ້າທັງຫລາຍຢ່າຍົກບຸດຍິງຂອງເຈົ້າໃຫ້ແກ່ບຸດຊາຍຂອງເຂົາ ຫລືຮັບບຸດຍິງຂອງເຂົາໃຫ້ແກ່ບຸດຊາຍຂອງເຈົ້າ ຫລືຕົວເຈົ້າເອງ 26 ໂຊໂລໂມນພຣະຣາຊາແຫ່ງອິສຣາເອນ ບໍ່ໄດ້ທຳບາບດ້ວຍເຣື່ອງຍິງຢ່າງນີ້ຫລື ຖ້າມກາງຫລາຍປະຊາຊາດ ບໍ່ມີພຣະຣາຊາໃດເຫມືອນພຣະອົງ ແລະພຣະເຈົ້າຂອງພຣະອົງກໍຊົງຮັກພຣະອົງ ແລະພຣະເຈົ້າຊົງກະທຳໃຫ້ພຣະອົງເປັນກະສັດເຫນືອອິສຣາເອນທັງປວງ ເຖິງປານນັ້ນກໍດີ ເມັຽທັງຫລາຍທີ່ເປັນຍີງຕ່າງຊາດກໍເປັນເຫດໃຫ້ພຣະອົງຊົງທຳບາບ 27 ຄວນຫລືທີ່ເຮົາຈະຟັງເຈົ້າ ແລະກະທຳຄວາມຊົ່ວຮ້າຍຍິ່ງໃຫຍ່ນີ້ທັງສິ້ນ ແລະປະພຶດທໍຣະຍົດຕໍ່ພຣະເຈົ້າຂອງເຮົາດ້ວຍການແຕ່ງງານກັບຍິງຕ່າງຊາດ” 28 ບຸດຊາຍຄົນນຶ່ງຂອງເຢຮົວອາດາ ຜູ້ເປັນບຸດປະໂຣຫິດເອລີອາຊີບ ເປັນບຸດເຂີຍຂອງຊານບັນລັດ ຊາວໂຮໂຣນ ເຫດສັນນັ້ນຂ້າພະເຈົ້າຈຶ່ງຂັບໄລ່ເຂົາໄປເສັຽຈາກຂ້າພະເຈົ້າ 29 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍຊົງຣະລຶກເຖິງເຂົາທັງຫລາຍ ເພາະວ່າເຂົາທັງຫລາຍໄດ້ກະທຳໃຫ້ການເປັນປະໂຣຫິດ ແລະຄຳສັນຍາຂອງພວກປະໂຣຫິດແລະຄົນເລວີເປັນມົນທິນ 30 ດັ່ງນີ້ແຫລະ ຂ້າພະເຈົ້າໄດ້ຊຳຮະເຂົາຈາກຕ່າງດ້າວທຸກຢ່າງ ແລະຂ້າພະເຈົ້າໄດ້ຕັ້ງຫນ້າທີ່ຂອງບັນດາປະໂຣຫິດແລະຄົນເລວີຕ່າງກໍປະຈຳງານຂອງຕົນ 31 ຂ້າພະເຈົ້າໄດ້ຈັດໃຫ້ຫາຟືນຖວາຍຕາມເວລາກຳນົດ ແລະສຳລັບຜົນຣຸ່ນແຣກ ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍຊົງຣະລຶກເຖິງຂ້າພຣະອົງໃຫ້ເກີດຜົນດີເຖີດ
ພຣະຣາຊີນີຊົງຂັດຂືນຮັບສັ່ງຂອງພຣະຣາຊາອາຮາຊູເອຣູສ
1 ຢູ່ມາໃນຣັຊສະໄຫມຂອງອາຮາຊູເອຣູສ (ອາຮາຊູເອຣູສຜູ້ຊົງປົກຄອງຕັ້ງແຕ່ປະເທດອິນເດັຽເຖິງປະເທດເອທິໂອເປັຽເຫນືອນຶ່ງຮ້ອຍຊາວເຈັດມົນທົນນັ້ນ) 2 ໃນສະໄຫມເມື່ອກະສັດອາຮາຊູເອຣູສປະທັບເທິງຣາຊບັນລັງຂອງພຣະອົງໃນຊູຊາເມືອງປ້ອມ 3 ໃນປີທີ່ສາມແຫ່ງຣັຊການຂອງພຣະອົງ ພຣະອົງພຣະຣາຊທານການລ້ຽງແກ່ເຈົ້ານາຍ ແລະບັນດາຂ້າຣາຊການຂອງພຣະອົງ ນາຍທັບນາຍກອງທັບແຫ່ງເປີເຊັຽແລະເມເດັຽ ແລະຂຸນນາງກັບຜູ້ວ່າຣາຊການມົນທົນເຝົ້າຢູ່ຕໍ່ພຣະພັກພຣະອົງ 4 ຂນະທີ່ພຣະອົງຊົງສະແດງຣາຊສົມບັດອັນຮຸ່ງເຮືອງຂອງພຣະອົງ ທັງຄວາມໂອ່ອ່າຕະການອັນຮຸ່ງໂຣດຂອງພຣະອົງຢູ່ເປັນເວລາຫລາຍວັນເຖິງນຶ່ງຮ້ອຍແປດສິບວັນ 5 ເມື່ອພົ້ນວັນເຫລົ່ານີ້ແລ້ວພຣະອົງປະທານການລ້ຽງແກ່ປະຊາຊົນຜູ້ຢູ່ໃນຊູຊາເມືອງປ້ອມ ທັງຜູ້ໃຫຍ່ແລະຜູ້ນ້ອຍ ເຈັດວັນທີ່ໃນເດີ່ນອຸທຍານແຫ່ງຣາຊສຳນັກ 6 ມີຜ້າກັ້ງຝ້າຍສີຂາວແລະສີມ່ວງຄ້ຳ ມີສາຍປ່ານ ແລະເຊືອກຂົນແກະ ສີມ່ວງຄ້ອງຮ່ວງເງິນແລະເສົາຫີນອ່ອນ ທັງຕຽງທອງຄຳແລະເງິນເທິງພື້ນລາດປູນ ຝັງຫີນແດງ ຫີນອ່ອນ ມຸກດາ ແລະຫີນອ່ອນສີດຳ 7 ເຄື່ອງດື່ມກໍໃສ່ຖ້ວຍທອງຄຳສົ່ງເປັນຖ້ວຍຫລາຍຊະນິດ ແລະເຫລົ້າອະງຸ່ນຂອງຣາຊສຳນັກມາກມາຍຕາມພຣະທັຍກວ້າງຂວາງຂອງພຣະຣາຊາ 8 ການດື່ມກໍກະທຳກັນຕາມກົດຫມາຍທີ່ບໍ່ມີການບັງຄັບ ເພາະພຣະຣາຊາຊົງມີພຣະກະແສຮັບສັ່ງໄປຍັງພະນັກງານວ່າ ໃຫ້ທຸກຄົນທຳໄດ້ຕາມໃຈປາຖນາ 9 ພຣະຣາຊີນີວັຊຕີກໍພຣະຣາຊທານການລ້ຽງແກ່ສະຕຣີໃນຣາຊສຳນັກຊຶ່ງເປັນຂອງກະສັດອາຮາຊູເອຣູສດ້ວຍ 10 ໃນວັນທີ່ເຈັດເມື່ອພຣະທັຍຂອງພຣະຣາຊາລື້ນເຣີງດ້ວຍເຫລົ້າອະງຸ່ນ ພຣະອົງຊົງບັນຊາ ເມຮູມານ ບິສທາ ຮາຣ໌ໂບນາ ບິກທາ ແລະອາບັກທາ ເຊທາຣ໌ ແລະຄາຣ໌ກັສ ຂັນທີ (ຄົນທີ່ຖືກຕ່ອນ) ທັງເຈັດຜູ້ປົນນິບັດເຈົ້າຊີວິດອາຮາຊູເອຣູສ 11 ໃຫ້ໄປເຊີນພຣະຣາຊີນີວັຊຕີສວມມົງກຸດມາເຝົ້າພຣະຣາຊາ ເພື່ອຈະໃຫ້ປະຊາຊົນແລະເຈົ້ານາຍຂອງພຣະອົງໄດ້ຊົມພຣະສິຣິໂສມຂອງພຣະນາງເພາະພຣະນາງງາມຫລາຍ 12 ແຕ່ພຣະນາງວັຊຕີຊົງປະຕິເສດບໍ່ມາຕາມພຣະບັນຊາຂອງພຣະຣາຊາທີ່ຮັບສັ່ງໄປກັບຂັນທີ ເມື່ອເປັນເຊັ່ນນີ້ພຣະຣາຊາຊົງເດືອດດານ ແລະພຣະພິໂຣດຂອງພຣະອົງຣະອຸຢູ່ໃນພຣະອຸຣະ 13 ຝ່າຍເຈົ້າຊີວິດຈຶ່ງສັ່ງກັບຄົນທີ່ມີປັນຍາຜູ້ຊາບກາລະ (ເພາະນີ້ເປັນວິທີດຳເນີນການຂອງພຣະຣາຊາຕໍ່ບັນດາຜູ້ທີ່ເຈນຈັດໃນກົດຫມາຍແລະການພິພາກສາ 14 ຜູ້ທີ່ຮອງພຣະອົງ ຄື ຄາຣ໌ເຊນາ ເຊທາຣ໌ ອັດມາທາ ຕາຣ໌ຊິດ ເມເຣສ ມາຣ໌ເຊນາ ແລະເມມູການ ເຈົ້ານາຍທັງເຈັດຂອງເປີເຊັຽ ແລະເມເດັຽ ຜູ້ເຄີຍເຂົ້າເຝົ້າພຣະຣາຊາ ແລະນັ່ງກ່ອນໃນຣາຊອານາຈັກ) 15 ວ່າ, “ຕາມກົດຫມາຍຈະຕ້ອງກະທຳສິ່ງໃດຕໍ່ພຣະຣາຊີນີວັຊຕີ ເພາະວ່າພຣະນາງບໍ່ໄດ້ປະຕິບັດຕາມພຣະບັນຊາຂອງກະສັດອາຮາຊູເອຣູສຊຶ່ງຮັບສັ່ງໄປກັບຂັນທີ” 16 ເມມູການຈຶ່ງທູນຕໍ່ພຣະພັກພຣະຣາຊາແລະເຈົ້ານາຍທັງປວງວ່າ, “ພຣະຣາຊີນີໄດ້ຊົງກະທຳຜິດບໍ່ໃຊ່ພຣະຣາຊາເທົ່ານັ້ນ ແຕ່ຕໍ່ເຈົ້ານາຍທັງປວງແລະປະຊາຊົນທັງປວງຜູ້ຢູ່ໃນມົນທົນທັງສິ້ນຂອງກະສັດອາຮາຊູເອຣູສ 17 ເພາະສິ່ງທີ່ພຣະຣາຊີນີຊົງກະທຳນີ້ຈະເປັນທີ່ຊາບແກ່ສະຕຣີທັງປວງ ເຮັດໃຫ້ເຂົາມອງເບິ່ງຜົວຂອງເຂົາດ້ວຍຄວາມປມາດ ເພາະເຂົາຈະເວົ້າວ່າ “ກະສັດອາຮາຊູເອຣູສມີພຣະບັນຊາໃຫ້ນຳພຣະຣາຊີນີມາຕໍ່ພຣະພັກພຣະອົງ ແຕ່ພຣະນາງບໍ່ສະເດັດມາ 18 ໃນບັດນີ້ເຈົ້ານາຍຜູ້ຍິງແຫ່ງເປີເຊັຽ ແລະເມເດັຽຊຶ່ງໄດ້ຍິນເຖິງມາຣະຍາດຂອງພຣະຣາຊີນີ ກໍຈະເລົ່າໃຫ້ເຈົ້ານາຍທັງປວງຂອງພຣະຣາຊາຮູ້ທົ່ວກັນ ເຮັດໃຫ້ມີຄວາມປມາດແລະຄວາມໂກດຂຶ້ນເປັນອັນມາກ 19 ຖ້າເປັນທີ່ພໍພຣະທັຍພຣະຣາຊາ ຂໍໃຫ້ມີພຣະຣາຊໂອງການຈາກພຣະອົງ ແລະໃຫ້ບັນທຶກໄວ້ໃນກົດຫມາຍຂອງຄົນເປີເຊັຽແລະຄົນເມເດັຽ ຢ່າງທີ່ຄືນຄຳບໍ່ໄດ້ວ່າ ວັຊຕີຈະເຂົ້າເຝົ້າກະສັດອາຮາຊູເອຣູສບໍ່ໄດ້ ແລະຂໍພຣະຣາຊາປະທານຕຳແຫນ່ງຣາຊີນີໃຫ້ແກ່ຍິງອື່ນທີ່ດີກວ່າພຣະນາງ 20 ດັ່ງນັ້ນເມື່ອເຈົ້າຊີວິດຊົງຂຽນຄຳປະກາດ ຕລອດພຣະຣາຊອານາຈັກຂອງພຣະອົງ (ອັນກວ້າງໃຫຍ່ຢ່າງຍິ່ງນັ້ນ) ສະຕຣີທັງປວງຈະຕ້ອງໃຫ້ກຽດຜົວຂອງຕົນ ບໍ່ວ່າສູງຫລືຕ່ຳ” 21 ຄຳທູນແນະນຳນີ້ເປັນທີ່ພໍພຣະທັຍເຈົ້າຊີວິດແລະເຈົ້ານາຍ ເຈົ້າຊີວິດຈຶ່ງຊົງກະທຳຕາມທີ່ເມມູການທູນສເນີ 22 ພຣະອົງຊົງມີພຣະອັກສອນໄປທົ່ວແຂວງຂອງ ພຣະອົງ ເຖິງທຸກແຂວງຕາມວິທີຂຽນຂອງແຂວງນັ້ນ ແລະເຖິງທຸກຊົນຊາດຕາມພາສາຂອງເຂົາ ໃຫ້ຊາຍທຸກຄົນເປັນເຈົ້າເປັນນາຍໃນເຮືອນຂອງຕົນ ແລະເວົ້າຕາມພາສາຊາດຂອງຕົນ
ຊົງສະຖາປະນາເອສເທີເປັນພຣະຣາຊີນີ
1 ພາຍຫລັງເຫດການເຫລົ່ານີ້ ເມື່ອພຣະພິໂຣດຂອງກະສັດອາຮາຊູເອຣູສສງົບລົງ ພຣະອົງຊົງລະຣຶກເຖິງວັຊຕີແລະສິ່ງພຣະນາງຊົງກະທຳ ແລະຄຳປະກາດທີ່ພຣະອົງຊົງອອກເຣື່ອງຂອງນາງ 2 ຂ້າຣາຊການຂອງເຈົ້າຊີວິດຜູ້ປົນນິບັດພຣະອົງຢູ່ຈຶ່ງທູນວ່າ, “ຂໍຊົງໃຫ້ຫາຍິງພົມມະຈາຣີສາວສວຍມາຖວາຍພຣະຣາຊາ 3 ແລະຂໍພຣະຣາຊາຊົງແຕ່ງຕັ້ງເຈົ້າຫນ້າທີ່ທຸກແຂວງແຫ່ງຣາຊອານາຈັກຂອງພຣະອົງ ໃຫ້ຫາຍິງພົມມະຈາຣີສາວງາມມາຍັງຮາເຣັມໃນຊູຊາເມືອງປ້ອມ ໃຫ້ຢູ່ໃນອາຣັກຂາຂອງເຮກັຍຂັນທີຂອງພຣະຣາຊາຜູ້ດູແລສະຕຣີ ແລະຂໍປະທານເຄື່ອງປະເທືອງຜິວສຳລັບຍິງເຫລົ່ານັ້ນ 4 ແລະຂໍໃຫ້ຍິງສາວຄົນທີ່ພຣະຣາຊາພໍພຣະທັຍໄດ້ເປັນພຣະຣາຊີນີແທນວັຊຕີ” ຂໍ້ນີ້ພໍພຣະທັຍພຣະຣາຊາ ພຣະອົງຈຶ່ງຊົງກະທຳຕາມນັ້ນ 5 ຍັງມີຢິວຄົນນຶ່ງໃນຊູຊາເມືອງປ້ອມຊື່ ໂມຣ໌ເດກັຍ ບຸດຢາອີຣ໌ ຜູ້ເປັນບຸດຂອງຄິສ ຄົນເບັນຢາມິນ 6 ຜູ້ຖືກກວາດຕ້ອນຈາກເຢຣູຊາເລັມໃນຫມູ່ຊະເລີຍທີ່ຖືກກວາດຕ້ອນໄປພ້ອມກັບເຢໂກນິຢາເຈົ້າຊີວິດຂອງຢູດາຜູ້ຊຶ່ງເນບຸກາດເນສຊາພຣະຣາຊາຂອງບາບິໂລນໄດ້ກວາດຕ້ອນໄປນັ້ນ 7 ທ່ານໄດ້ລ້ຽງດູຮາດາຊາຄື ເອສເທີບຸດສາວລຸງຂອງທ່ານ ເພາະນາງບໍ່ມີພໍ່ແມ່ ຍິງສາວຄົນນີ້ຮູບງາມແລະຫນ້າເບິ່ງ ເມື່ອບິດາມານດາຂອງນາງສິ້ນຊີວິດແລ້ວ ໂມຣ໌ເດກັຍກໍຮັບນາງມາລ້ຽງເປັນບຸດຕຣີ 8 ເມື່ອຮັບສັ່ງຂອງພຣະຣາຊາແລະຄຳປະກາດຂອງພຣະອົງປະກາດອອກໄປ ແລະເມື່ອເຂົາຮວບຮວມຍິງສາວທັງຫລາຍເຂົ້າມາໃນຊູຊາເມືອງປ້ອມ ເອສເທີກໍຖືກນຳເຂົ້າມາໄວ້ໃນຣາຊສຳນັກຢູ່ໃນອາຣັກຂາຂອງເຮກັຍຜູ້ດູແລສະຕຣີ 9 ຍິງນັ້ນເປັນທີ່ພໍໃຈເຂົາ ແລະນາງກໍເປັນທີ່ໂປດປານແກ່ເຂົາ ເຂົາຈຶ່ງຮີບຈັດຫາເຄື່ອງປະເທືອງຜິວ ແລະສ່ວນອາຫານຂອງນາງໃຫ້ນາງ ພ້ອມກັບສາວໃຊ້ທີ່ຄັດເລືອກແລ້ວເຈັດຄົນຈາກຣາຊສຳນັກ ແລ້ວກໍເລື່ອນນາງແລະສາວໃຊ້ຂອງນາງຂຶ້ນໄປຍັງສະຖານທີ່ດີທີ່ສຸດໃນຮາເຣັມ 10 ເອສເທີບໍ່ໄດ້ບອກໃຫ້ຊາບເຖິງຊາດແລະຍາດຂອງນາງ ເພາະໂມຣ໌ເດກັຍກຳຊັບນາງບໍ່ໃຫ້ໃຜຮູ້ 11 ທຸກໆວັນໂມຣ໌ເດກັຍເດີນມາຫນ້າເດີ່ນຂອງຮາເຣັມ ເພື່ອຟັງຂ່າວເອສເທີວ່າເປັນຢ່າງໃດ ແລະມີສິ່ງໃດເກີດຂຶ້ນແກ່ນາງ 12 ເມື່ອເຖິງເວນທີ່ສາວໆທຸກຄົນຈະເຂົ້າໄປເຝົ້າກະສັດອາຮາຊູເອຣູສ ຫລັງຈາກໄດ້ຕຽມຕົວຕາມຣະບຽບຂອງຍິງສິບສອງເດືອນແລ້ວ (ແລະນີ້ເປັນເວລາປົກກະຕິສໍາລັບປະເທືອງຜິວ ຄືຊະໂລມກາຍຍິງດ້ວຍນ້ຳມັນກຳຍານຫົກເດືອນ ແລະຫົກເດືອນດ້ວຍເຄື່ອງເທດແລະນ້ຳມັນປະເທືອງຜິວ) 13 ເມື່ອຜູ້ຍິງຈະເຂົ້າໄປເຝົ້າພຣະຣາຊາຢ່າງນີ້ ນາງຈະຕ້ອງການເອົາສິ່ງໃດຈາກຮາເຣັມໄປຍັງຣາຊສຳນັກ ກໍເອົາໄປໄດ້ 14 ນາງເຂົ້າໄປເຝົ້າໃນເວລາຄ່ຳ ແລະໃນເວລາຕອນເຊົ້ານາງກັບອອກມາໃນຮາເຣັມທີ່ສອງໃນອາຣັກຂາຂອງຊາອັຊກັສ ຂັນທີຂອງພຣະຣາຊາຜູ້ດູແລນາງຫ້ອງ ນາງບໍ່ໄດ້ເຂົ້າໄປເຝົ້າພຣະຣາຊາອີກ ນອກຈາກພຣະຣາຊາຈະພໍພຣະທັຍໃນນາງ ແລະຊົງເອີ້ນຊື່ນາງໃຫ້ເຂົ້າເຝົ້າ 15 ເມື່ອເຖິງເວນຂອງເອສເທີ ບຸດສາວຂອງອາບິຮາອິນ ລຸງຂອງໂມຣ໌ເດກັຍຜູ້ຊຶ່ງຮັບນາງໄວ້ເປັນບຸດຕຣີ ຈະເຂົ້າເຝົ້າພຣະຣາຊາ ນາງບໍ່ໄດ້ຂໍສິ່ງໃດ ນອກຈາກສິ່ງທີ່ເຮກັຍຂັນທີຂອງພຣະຣາຊາດູແລຜູ້ຍິງແນະນຳ ຝ່າຍເອສເທີເປັນທີ່ຖືກຕາທຸກຄົນທີ່ເຫັນນາງ 16 ເມື່ອເຂົາພາເອສເທີເຂົ້າໄປເຝົ້າກະສັດອາຮາຊູເອຣູສ ໃນພຣະຣາຊສຳນັກ ໃນເດືອນທີ່ສິບຊຶ່ງເປັນເດືອນເຕເບທ ໃນປີທີ່ເຈັດແຫ່ງຣັຊການຂອງພຣະອົງ 17 ພຣະຣາຊາຊົງຮັກເອສເທີຍິ່ງກວ່າຍິງອື່ນທັງສິ້ນ ແລະນາງໄດ້ຮັບພຣະກະຣຸນາແລະຄວາມໂປດປານໃນສາຍພຣະເນດຂອງພຣະອົງມາກກວ່າຍິງພົມມະຈາຣີທັງສິ້ນ ພຣະອົງຈຶ່ງຊົງສວມມົງກຸດເທິງຫົວຂອງນາງ ແລະຊົງຕັ້ງນາງໃຫ້ເປັນພຣະຣາຊີນີແທນວັຊຕີ 18 ແລ້ວພຣະຣາຊາພຣະຣາຊທານການລ້ຽງແກ່ເຈົ້ານາຍແລະຂ້າຣາຊການທັງປວງຂອງພຣະອົງ ເປັນການລ້ຽງຂອງພຣະນາງເອສເທີ ພຣະອົງຊົງອະນຸມັດໃຫ້ຊົງສ່ວຍແກ່ແຂວງທັງຫລາຍ ແລະ ພຣະຣາຊທານຂອງກຳນັນດ້ວຍພຣະທັຍກວ້າງຂວາງ 19 ເມື່ອເຂົາຮວບຮວມຍິງພົມມະຈາຣີມາຄັ້ງທີ່ສອງ ໂມຣ໌ເດກັຍນັ່ງຢູ່ທີ່ປະຕູພຣະຣາຊວັງ 20 ຝ່າຍພຣະນາງເອສເທີນັ້ນບໍ່ໄດ້ຊົງໃຫ້ໃຜຊາບເຖິງພຣະຍາດຫລືຊົນຊາດຂອງພຣະນາງດັ່ງທີ່ໂມຣ໌ເດກັຍກຳຊັບພຣະນາງໄວ້ ເພາະພຣະນາງເອສເທີຊົງເຊື່ອຟັງໂມຣ໌ເດກັຍ ເຊັ່ນດຽວກັບເມື່ອເຂົາລ້ຽງດູ ພຣະນາງມາ 21 ໃນຄັ້ງນັ້ນເມື່ອໂມຣ໌ເດກັຍນັ່ງຢູ່ທີ່ປະຕູພຣະຣາຊວັງ ບິກທານແລະເຕເຣສ ຂັນທີສອງຄົນຂອງ ພຣະຣາຊາ ຜູ້ເຝົ້າປະຕູຫ້ອງນອນ ມີຄວາມໂກດແລະຊອກຫາທາງທີ່ຈະທຳຮ້າຍກະສັດອາຮາຊູເອຣູສ 22 ເຣື່ອງນີ້ຮູ້ເຖິງໂມຣ໌ເດກັຍ ແລະທ່ານກໍທູນພຣະຣາຊີນີເອສເທີ ພຣະນາງເອສເທີກາບທູນພຣະຣາຊາໃນນາມຂອງໂມຣ໌ເດກັຍ 23 ເມື່ອມີການສອບສວນເຣື່ອງນີ້ວ່າເປັນຄວາມຈິງແລ້ວ ພຣະຣາຊາກໍຊົງໃຫ້ແຂວນຄໍສອງຄົນນັ້ນເສັຽທີ່ຫລັກ ແລະບັນທຶກເຣື່ອງໄວ້ໃນຫນັງສືພົງສາວະດານຕໍ່ພຣະພັກພຣະຣາຊາ
ແຜນການປອງຮ້າຍຂອງຮາມານທີ່ຈະທຳລາຍພວກຢິວ
1 ພາຍຫລັງເຫດການເຫລົ່ານີ້ ກະສັດອາຮາຊູເອຣູສຊົງເລື່ອນຍົດຮາມານບຸດຮັມເມດາທາ ຄົນອາກັກ ພຣະຣາຊາຊົງເລື່ອນທ່ານແລະຊົງຕັ້ງເກົ້າອີ້ຂອງທ່ານໄວ້ເຫນືອກວ່າຂອງເຈົ້ານາຍທັງປວງທີ່ຢູ່ກັບພຣະອົງ 2 ຂ້າຣາຊການຊຶ່ງຢູ່ທີ່ປະຕູພຣະຣາຊວັງກໍກາບລົງສະແດງຄວາມເຄົາຣົບຕໍ່ຮາມານ ເພາະພຣະຣາຊາຊົງບັນຊາໃຫ້ສະແດງຄວາມເຄົາຣົບຕໍ່ທ່ານເຊັ່ນນັ້ນ ແຕ່ໂມຣ໌ເດກັຍບໍ່ໄດ້ກາບຫລືສະແດງຄວາມເຄົາຣົບ 3 ຂ້າຣາຊການຊຶ່ງຢູ່ທີ່ປະຕູພຣະຣາຊວັງຈຶ່ງເວົ້າກັບໂມຣ໌ເດກັຍວ່າ, “ເປັນຫຍັງທ່ານລະເມີດຄຳສັ່ງຂອງພຣະຣາຊາ” 4 ຢູ່ມາເມື່ອເຂົາທັງຫລາຍເວົ້າກັບທ່ານມື້ແລ້ວມື້ເລົ່າ ແລະທ່ານບໍ່ຟັງເຂົາ ເຂົາກໍໄປບອກຮາມານເພື່ອຈະເບິ່ງວ່າຖ້ອຍຄຳຂອງໂມຣ໌ເດກັຍຈະຊະນະຫລືບໍ່ ເພາະທ່ານບອກເຂົາວ່າທ່ານເປັນຄົນຢິວ 5 ເມື່ອຮາມານເຫັນວ່າໂມຣ໌ເດກັຍບໍ່ກາບລົງຫລືສະແດງຄວາມເຄົາຣົບຕໍ່ທ່ານ ກໍເດືອດດານ 6 ແຕ່ທ່ານເຫັນວ່າເປັນການເສັຽກຽດທີ່ຈະຈັບກຸມໂມຣ໌ເດກັຍຄົນດຽວ ຮາມານຈຶ່ງຫາຊ່ອງທາງທີ່ຈະທຳລາຍຢິວທັງຫມົດ ຄືຊົນຊາດຂອງໂມຣ໌ເດກັຍທົ່ວຣາຊອານາຈັກຂອງອາຮາຊູເອຣູສ 7 ໃນເດືອນທຳອິດຊຶ່ງເປັນເດືອນນິສານ ປີທີ່ສິບສອງແຫ່ງຣັຊການກະສັດອາຮາຊູເອຣູສ ເຂົາພາກັນໃຊ້ສະຫລາກ (ຊຶ່ງເອີ້ນກັນວ່າ ປູລິມ) ຕໍ່ຫນ້າຮາມານເພື່ອຫາມື້ດີເດືອນດີໃນການດຳເນີນແຜນປອງຮ້າຍຂອງຕົນໄດ້ວັນທີ່ສິບສາມແລະເດືອນທີ່ສິບສອງ ຄືເປັນເດືອນອາດາຣ໌ 8 ແລ້ວຮາມານທູນກະສັດອາຮາຊູເອຣູສວ່າ, “ມີຊົນຊາດນຶ່ງກະຈາຍຢູ່ທົ່ວ ແລະແຍກກັນຢູ່ຖ້າມກາງຊົນຊາດທັງຫລາຍໃນມົນທົນແຫ່ງຣາຊອານາຈັກຂອງພຣະອົງ ກົດຫມາຍຂອງເຂົາຜິດກັບກົດຫມາຍຂອງຊົນຊາດອື່ນທັງສິ້ນ ແລະພວກນີ້ບໍ່ຮັກສາກົດຫມາຍຂອງພຣະຣາຊາ ການທີ່ພຣະຣາຊາຊົງປ່ອຍເຂົາໄວ້ນີ້ບໍ່ບັງເກີດປໂຍດແກ່ພຣະອົງ 9 ຖ້າເປັນທີ່ພໍພຣະທັຍພຣະຣາຊາ ຂໍຊົງອອກຄຳສັ່ງໃຫ້ທຳລາຍລ້າງເຂົາເສັຽເຖີດ ແລະຂ້ານ້ອຍຈະຖວາຍເງິນນຶ່ງຫມື່ນຕະລັນໃສ່ມືບັນດາຜູ້ທີ່ດູແລ ພຣະຣາຊກິຈຂອງພຣະຣາຊາເພື່ອເຂົາຈະໄດ້ໃສ່ໃນພຣະຄັງຂອງພຣະຣາຊາ” 10 ເຈົ້າຊີວິດຈຶ່ງຖອດແຫວນຕາອອກຈາກພຣະຫັດຂອງພຣະອົງມອບແກ່ຮາມານບຸດຮັມເມດາທາ ຄົນອາກັກ ສັດຕຣູຂອງພວກຢິວ 11 ແລະກ່າວກັບຮາມານວ່າ, “ເຣົາມອບເງິນນັ້ນໃຫ້ແກ່ທ່ານ ແລະມອບປະຊາຊົນແກ່ທ່ານດ້ວຍ ເພື່ອຈະທຳແກ່ເຂົາຕາມທີ່ທ່ານເຫັນດີ” 12 ແລ້ວຊົງເອີ້ນຣາຊອາຣັກເຂົ້າມາໃນວັນທີ່ສິບສາມເດືອນຕົ້ນ ໃຫ້ຂຽນປະກາດຕາມທີ່ຮາມານສັ່ງໄວ້ທຸກປະການ ສົ່ງໄປຍັງຜູ້ປົກຄອງແຂວງຂອງພຣະຣາຊາ ເຖິງປົກຄອງເມືອງມົນທົນທັງປວງ ແລະ ເຖິງເຈົ້ານາຍແຫ່ງຊົນຊາດ ເຖິງທຸກມົນທົນເປັນຕົວອັກສອນຂອງມົນທົນນັ້ນ ແລະເຖິງຊົນທຸກຊາດເປັນພາສາຂອງເຂົາ ຂຽນໃນພຣະນາມຂອງກະສັດອາຮາຊູອາຮັສ ແລະປະທັບຕາດ້ວຍແຫວນຂອງພຣະຣາຊາ 13 ໃຫ້ຄົນເດີນຂ່າວຈົດຫມາຍເຫລົ່ານີ້ໄປເຖິງມົນທົນຂອງພຣະຣາຊາທັງສິ້ນ ສັ່ງໃຫ້ທຳລາຍ ສັງຫານ ແລະລ້າງຢິວທັງປວງ ທັງຫນຸ່ມແລະຜູ້ເຖົ້າ ເດັກນ້ອຍແລະຜູ້ຍິງໃນວັນດຽວກັນ ຄືວັນທີ່ສິບສາມເດືອນທີ່ສິບສອງ ຊຶ່ງເປັນເດືອນອາດາຣ໌ ແລະໃຫ້ຍຶດເຂົ້າຂອງຂອງເຂົາໄປຫມົດ 14 ໃຫ້ອອກສຳເນົາເອກກະສານນັ້ນເປັນຄຳປະກາດໃນທຸກມົນທົນ ນຳໄປປ່າວຮ້ອງໃຫ້ຊົນຊາດທັງປວງຕຽມພ້ອມເພື່ອວັນນັ້ນ 15 ບັນດາຄົນເດີນຂ່າວກໍຮີບໄປຕາມຮັບສັ່ງຂອງພຣະຣາຊາ ແລະອອກປະກາດນັ້ນໃນຊູຊາເມືອງປ້ອມ ພຣະຣາຊາກໍປະທັບດື່ມກັບຮາມານ ສ່ວນຊາວນະຄອນຊູຊາກໍພາກັນຮ້ອນໃຈ
ເອສເທີສັນຍາທີ່ຈະກາບທູນອ້ອນວອນເພື່ອປະຊາຊົນຂອງພຣະນາງ
1 ເມື່ອໂມຣ໌ເດກັຍຊາບທຸກຢ່າງທີ່ໄດ້ກະທຳໄປແລ້ວ ກໍຈີກເຄື່ອງນຸ່ງຂອງຕົນສວມຜ້າກະສອບແລະໃສ່ຂີ້ເຖົ່າ ແລະອອກໄປກາງນະຄອນ ຄ່ຳຄວນດ້ວຍສຽງດັງຢ່າງຂົ່ມຂື່ນ 2 ທ່ານຂຶ້ນໄປຢູ່ທີ່ທາງເຂົ້າປະຕູຂອງພຣະຣາຊາ ເພາະບໍ່ມີຜູ້ໃດທີ່ສວມຜ້າກະສອບເຂົ້າປະຕູຂອງ ພຣະຣາຊາໄດ້ 3 ແລະໃນທຸກມົນທົນທີ່ພຣະບັນຊາຂອງພຣະຣາຊາແລະການປະກາດຂອງພຣະອົງໄປເຖິງ ກໍມີການໄວ້ທຸກຢ່າງໃຫຍ່ຫລວງຖ້າມກາງພວກຢິວ ດ້ວຍການອົດອາຫານ ຮ້ອງໄຫ້ແລະຄ່ຳຄວນ ແລະຄົນເປັນຈຳນວນຫລາຍນອນໃນຜ້າກະສອບແລະມີຂີ້ເຖົ່າ 4 ເມື່ອສາວໃຊ້ແລະຂັນທີຂອງພຣະນາງເອສເທີມາທູນພຣະນາງ ພຣະຣາຊີນີກໍເປັນທຸກໃນພຣະທັຍຍິ່ງນັກ ພຣະນາງຊົງສົ່ງເຄື່ອງນຸ່ງໄປໃຫ້ແກ່ໂມຣ໌ເດກັຍ ເພື່ອທ່ານຈະໄດ້ຖອດຜ້າກະສອບຂອງທ່ານອອກເສັຽ ແຕ່ທ່ານບໍ່ຍອມຮັບຜ້ານັ້ນ 5 ແລ້ວພຣະນາງເອສເທີກໍເອີ້ນຮາທາກຂັນທີຄົນນຶ່ງຂອງພຣະຣາຊາ ຜູ້ຊຶ່ງພຣະອົງຊົງແຕ່ງຕັ້ງໃຫ້ບົວລະບັດພຣະນາງກ່າວສັ່ງໃຫ້ໄປຫາໂມຣ໌ເດກັຍ ເພື່ອຈະຊົງຊາບວ່າ ເຣື່ອງຫຍັງ ແລະເປັນຫຍັງຈຶ່ງທຳເຊັ່ນນັ້ນ 6 ຮາທາກອອກໄປຫາໂມຣ໌ເດກັຍທີ່ລານກວ້າງກາງແຈ້ງທີ່ໃນນະຄອນ ຂ້າງຫນ້າປະຕູຂອງພຣະຣາຊາ 7 ໂມຣ໌ເດກັຍກໍເລົ່າເຣື່ອງທັງສິ້ນທີ່ເກີດແກ່ທ່ານ ແລະຈຳນວນເງິນຖືກຕ້ອງທີ່ຮາມານສັນຍາຖວາຍແກ່ພຣະຄັງຂອງພຣະຣາຊາເພື່ອການທຳລາຍພວກຢິວ 8 ໂມຣ໌ເດກັຍຍັງໄດ້ໃຫ້ສຳເນົາປະກາດຂຽນທີ່ອອກໃນຊຸຊາສັ່ງໃຫ້ທຳລາຍເຂົາທັງຫລາຍເພື່ອນຳໄປສະແດງແກ່ພຣະນາງເອສເທີ ອະທິບາຍເຣື່ອງໃຫ້ພຣະນາງ ແລະກຳຊັບໃຫ້ພຣະນາງເຂົ້າເຝົ້າພຣະຣາຊາ ເພື່ອທູນອ້ອນວອນພຣະອົງ ແລະວິງວອນພຣະອົງເພື່ອເຫັນແກ່ຊົນຊາດຂອງພຣະນາງ 9 ຮາທາກກໍກັບໄປທູນພຣະນາງເອສເທີເຖິງສິ່ງທີ່ໂມຣ໌ເດກັຍໄດ້ບອກໄວ້ 10 ແລ້ວພຣະນາງເອສເທີກໍບອກຮາທາກໃຫ້ສົ່ງຂ່າວໄປໃຫ້ໂມຣ໌ເດກັຍວ່າ, 11 “ຂ້າຣາຊການຂອງພຣະຣາຊາທັງສິ້ນ ແລະປະຊາຊົນໃນບັນດາມົນທົນຂອງພຣະຣາຊາຊາບຢູ່ວ່າ ຖ້າຊາຍຫລືຍິງຄົນໃດເຂົ້າເຝົ້າພຣະຣາຊາພາຍໃນພຣະລານຊັ້ນໃນໂດຍບໍ່ໄດ້ຊົງເອີ້ນ ກໍມີກົດຫມາຍຢູ່ຂໍ້ດຽວເຫມືອນກັນຫມົດ ໃຫ້ລົງໂທດເຖິງຕາຍ ເວັ້ນເສັຽແຕ່ຜູ້ຊຶ່ງພຣະຣາຊາຍື່ນໄມ້ເທົ້າຄຳອອກຮັບຄົນນັ້ນຈຶ່ງຈະມີຊີວິດຢູ່ໄດ້ ສ່ວນຂ້ອຍພຣະຣາຊາກໍບໍ່ໄດ້ຕຣັດເອີ້ນໃຫ້ເຂົ້າເຝົ້າມາສາມສິບວັນແລ້ວ” 12 ເຂົາທັງຫລາຍກໍມາບອກໂມຣ໌ເດກັຍເຖິງສິ່ງທີ່ ພຣະນາງເອສເທີຕຣັດນັ້ນ 13 ໂມຣ໌ເດກັຍຈຶ່ງບອກເຂົາໃຫ້ກັບໄປທູນຕອບພຣະນາງເອສເທີວ່າ, “ຢ່າຄິດວ່ານາງຢູ່ໃນຣາຊສຳນັກຈະລອດພົ້ນໄດ້ດີກວ່າພວກຢິວອື່ນໆ 14 ເພາະຖ້ານາງງຽບຢູ່ໃນເວລານີ້ ຄວາມຊ່ອຍເຫລືອແລະການຊ່ອຍກູ້ຈະມາເຖິງພວກຢິວຈາກທີ່ອື່ນ ແຕ່ນາງແລະຄົວເຮືອນບິດາຂອງນາງຈະພິນາດ ທີ່ຈິງນາງມາຮັບຕຳແຫນ່ງຣາຊີນີກໍເພື່ອຍາມເຊັ່ນນີ້ກໍເປັນໄດ້ ໃຜຈະຮູ້” 15 ແລ້ວເອສເທີຕຣັດບອກເຂົາໃຫ້ໄປບອກໂມຣ໌ເດກັຍວ່າ, 16 “ໄປເຖີດ ໃຫ້ຮວບຮວມພວກຢິວທັງສິ້ນທີ່ຫາພົບໃນຊູຊາ ແລະຖືອົດອາຫານເພື່ອຂ້ອຍ ຢ່າຮັບປະທານ ຢ່າດື່ມສາມວັນກາງຄືນຫລືກາງເວັນ ຂ້ອຍແລະສາວໃຊ້ຂອງຂ້ອຍຈະອົດອາຫານຢ່າງທ່ານດ້ວຍ ແລ້ວຂ້ອຍຈະເຂົ້າເຝົ້າພຣະຣາຊາ ແມ້ວ່າເປັນການຝ່າຝືນກົດຫມາຍ ຖ້າຂ້ອຍພິນາດ ຂ້ອຍກໍພິນາດ” 17 ໂມຣ໌ເດກັຍກໍໄປກະທຳທຸກຢ່າງຕາມທີ່ພຣະນາງເອສເທີຮັບສັ່ງແກ່ທ່ານ
ເອສເທີຊົງເຊີນພຣະຣາຊາແລະຮາມານໄປສະເຫວີຍທີ່ຕຳນັກ
1 ຢູ່ມາໃນວັນທີ່ສາມພຣະນາງເອສເທີຊົງສລອງ ພຣະອົງແລະປະທັບຢືນທີ່ໃນລານຊັ້ນໃນຂອງ ພຣະຣາຊສຳນັກກົງກັນຂ້າມກັບທ້ອງພຣະໂຮງໃຫຍ່ຂອງພຣະຣາຊາ ພຣະຣາຊາປະທັບເທິງຣາຊບັນລັງ ພາຍໃນພຣະຣາຊວັງກົງຂ້າມທາງເຂົ້າ ພຣະຣາຊວັງ 2 ເມື່ອພຣະຣາຊາທອດພຣະເນດເຫັນພຣະຣາຊີນີ ເອສເທີປະທັບຢືນຢູ່ໃນພຣະລານ ພຣະນາງກໍເປັນທີ່ໂປດປານໃນສາຍພຣະເນດຂອງພຣະອົງ ພຣະອົງຈຶ່ງຊົງຍື່ນໄມ້ເທົ້າຄຳຊຶ່ງຢູ່ໃນພຣະຫັດຂອງ ພຣະອົງແກ່ພຣະນາງເອສເທີ ພຣະນາງກໍສະເດັດເຂົ້າມາແຕະຍອດໄມ້ເທົ້າ 3 ພຣະຣາຊາກ່າວກັບພຣະນາງວ່າ, “ພຣະຣາຊີນີ ເອສເທີ ມີເຣື່ອງຫຍັງ ພຣະນາງຕ້ອງການສິ່ງໃດ ກໍຈະປະທານໃຫ້ແກ່ພຣະນາງເຖິງເຄິ່ງຣາຊອານາຈັກຂອງເຣົາ” 4 ແລະພຣະນາງເອສເທີທູນວ່າ, “ຖ້າເປັນທີ່ພໍພຣະທັຍພຣະຣາຊາ ຂໍພຣະຣາຊາສະເດັດມາພ້ອມກັບຮາມານໃນວັນນີ້ເພື່ອສະເຫວີຍພຣະກະຍາຫານທີ່ຂ້ານ້ອຍຕຽມໄວ້ເພື່ອໃຕ້ຝ່າພຣະບາດ” 5 ພຣະຣາຊາຈຶ່ງກ່າວວ່າ, “ໃຫ້ຮາມານຮີບມາ ເຮົາຈະໄດ້ກະທຳຕາມທີ່ພຣະນາງເອສເທີປາຖນາ” ພຣະຣາຊາຈຶ່ງສະເດັດໄປໃນການລ້ຽງກັບຮາມານຊຶ່ງພຣະນາງເອສເທີໄດ້ຊົງຕຽມໄວ້ 6 ຂນະເມື່ອສະເຫວີຍເຫລົ້າອະງຸ່ນຢູ່ພຣະຣາຊາກ່າວກັບເອສເທີວ່າ, “ຄຳຂໍຂອງພຣະນາງວ່າແນວໃດ ເຮົາຈະໃຫ້ ແມ້ຈະເຖິງເຄິ່ງຣາຊອານາຈັກຂອງເຮົາກໍຈະສຳເຣັດ” 7 ພຣະນາງເອສເທີທູນວ່າ, “ຄຳຮ້ອງຂໍຂອງຂ້ານ້ອຍແລະຄຳທູນຂໍຂອງຂ້ານ້ອຍ 8 ຄືຖ້າຂ້ານ້ອຍເປັນທີ່ໂປດປານໃນສາຍພຣະເນດຂອງພຣະຣາຊາ ແລະເປັນທີ່ພໍພຣະທັຍພຣະຣາຊາທີ່ຈະປະທານຕາມຄຳຮ້ອງຂໍຂອງຂ້ານ້ອຍ ແລະໃຫ້ຄຳທູນຂໍຂອງຂ້ານ້ອຍສໍາເຣັດນີ້ ຂໍພຣະຣາຊາສະເດັດມາຍັງການລ້ຽງຊຶ່ງຂ້ານ້ອຍຈະຕຽມໄວ້ພ້ອມກັບຮາມານ ແລະມື້ອື່ນຂ້ານ້ອຍຈະກະທຳຕາມທີ່ພຣະຣາຊາກ່າວນັ້ນ” 9 ວັນນັ້ນຮາມານກໍອອກໄປດ້ວຍໃຈຊື່ນບານແລະຍິນດີ ແຕ່ເມື່ອຮາມານເຫັນໂມຣ໌ເດກັຍທີ່ປະຕູຂອງພຣະຣາຊາ ບໍ່ຢືນຂຶ້ນຫລືຕົວສັ່ນຢູ່ຕໍ່ຫນ້າທ່ານ ທ່ານກໍກິ້ວຕໍ່ໂມຣ໌ເດກັຍ 10 ເຖິງຢ່າງນັ້ນກໍດີ ຮາມານກໍອົດກັ້ນໄວ້ ກັບໄປບ້ານໃຊ້ໃຫ້ຄົນໄປຕາມບັນດາເພື່ອນຂອງຕົນ ແລະເຊເຣສເມັຽຂອງຕົນ 11 ຮາມານພັນລະນາເຖິງຄວາມໂອ່ໂຖງແຫ່ງຄວາມຮັ່ງມີຂອງທ່ານຈຳນວນບຸດຂອງທ່ານແລະກຽດຕິຍົດຕ່າງໆຊຶ່ງພຣະຣາຊາພຣະຣາຊທານແກ່ທ່ານ ແລະເຖິງເຣື່ອງວ່າພຣະຣາຊາໄດ້ເລື່ອນທ່ານຂຶ້ນເຫນືອເຈົ້ານາຍ ແລະຂ້າຣາຊການຂອງພຣະຣາຊາຢ່າງໃດ 12 ແລ້ວຮາມານເສີມວ່າ, “ແມ້ພຣະຣາຊີນີເອສເທີກໍບໍ່ໄດ້ຊົງໃຫ້ຜູ້ໃດໄປກັບພຣະຣາຊາ ໃນການລ້ຽງຊຶ່ງພຣະນາງຊົງຈັດຂຶ້ນນອກຈາກຕົວຂ້ອຍ ແລະມື້ອື່ນພຣະນາງຊົງເຊີນຂ້ອຍກັບພຣະຣາຊາອີກ 13 ແຕ່ສິ່ງເຫລົ່ານີ້ບໍ່ມີປໂຍດສຳລັບຂ້ອຍ ຕາບໃດທີ່ຂ້ອຍເຫັນໂມຣ໌ເດກັຍຄົນຢິວນັ່ງຢູ່ທີ່ປະຕູຂອງພຣະຣາຊາ” 14 ເຊເຣສເມັຽຂອງທ່ານ ແລະສະຫາຍທັງສິ້ນຂອງທ່ານຈຶ່ງເວົ້າກັບທ່ານວ່າ, “ຂໍເຮັດບ່ອນແຂວນຄໍສູງຫ້າສິບສອກ ມື້ອື່ນເຊົ້າກໍທູນພຣະຣາຊາໃຫ້ແຂວນໂມຣ໌ເດກັຍເສັຽທີ່ນັ້ນ ແລ້ວກໍໄປກິນລ້ຽງຢ່າງລ່າເລີງກັບພຣະຣາຊາ” ຄຳແນະນຳນີ້ເປັນທີ່ພໍໃຈຮາມານທ່ານຈຶ່ງສັ່ງໃຫ້ເຮັດຫລັກແຂວນຄໍ
ຮາມານຖືກບັງຄັບໃຫ້ການໃຫ້ກຽດແກ່ໂມຣ໌ເດກັຍ
1 ຄືນວັນນັ້ນພຣະຣາຊາບັນທົມບໍ່ຫລັບ ແລະພຣະອົງຮັບສັ່ງໃຫ້ນຳຫນັງສືບັນທຶກເຫດທີ່ຫນ້າຈົດຈຳຄືພຣະຣາຊພົງສາວະດານມາ ເຂົາກໍອ່ານຖວາຍ ພຣະຣາຊາ 2 ພຣະອົງຊົງເຫັນຂຽນໄວ້ວ່າໂມຣ໌ເດກັຍໄດ້ທູນເຣື່ອງບິກທານາແລະເຕເຣສຢ່າງໃດ ຄືເຣື່ອງຂັນທີສອງຄົນຂອງພຣະຣາຊາຜູ້ເຝົ້າປະຕູຫາຊ່ອງຈະປົງພຣະຊົນກະສັດອາຮາຊູເອຣູສ 3 ພຣະຣາຊາກ່າວວ່າ, “ໄດ້ໃຫ້ກຽດແລະຍົດຫຍັງແກ່ໂມຣ໌ເດກັຍເພາະເຣື່ອງນີ້ແດ່” ຂ້າຣາຊການຂອງພຣະຣາຊາຜູ້ບົວລະບັດພຣະອົງທູນວ່າ, “ຍັງບໍ່ໄດ້ໃຫ້ສິ່ງໃດເລີຍ” 4 ເຈົ້າຊີວິດກ່າວວ່າ, “ໃຜຢູ່ໃນລານບ້ານ” ຝ່າຍຮາມານຫາກໍເຂົ້າມາເຖິງພຣະລານຊັ້ນນອກແຫ່ງ ຣາຊສຳນັກເພື່ອຈະທູນພຣະຣາຊາເອົາໂມຣ໌ເດກັຍແຂວນຄໍເທິງຫລັກ ຊຶ່ງທ່ານໄດ້ຕຽມໄວ້ສຳລັບເຂົາ 5 ຂ້າຣາຊການຂອງພຣະຣາຊາຈຶ່ງທູນພຣະອົງວ່າ, “ນັ້ນຮາມານ ກຳລັງຢືນຢູ່ໃນພຣະລານຢູ່” ແລະ ພຣະຣາຊາສັ່ງວ່າ, “ໃຫ້ທ່ານເຂົ້າມານີ້” 6 ຮາມານຈຶ່ງເຂົ້າມາ ພຣະຣາຊາສັ່ງກັບທ່ານວ່າ, “ຫາກພຣະຣາຊາມີພຣະປະສົງຈະປະທານກຽດ ຕິຍົດແກ່ບຸກຄົນໃດຜູ້ໃດແລ້ວ ພຣະຣາຊາຄວນຈະທຳແກ່ເຂົາປະການໃດ” ແລະຮາມານຮຳພຶງໃນໃຈວ່າ, “ຜູ້ໃດຫນໍທີ່ພຣະຣາຊາພໍພຣະທັຍຈະປະທານກຽດຕິຍົດຫລາຍກວ່າຂ້າ” 7 ແລ້ວຮາມານຈຶ່ງທູນພຣະຣາຊາວ່າ, “ເພື່ອໃຫ້ກຽດແກ່ຄົນທີ່ພຣະຣາຊາພໍພຣະທັຍຈະປະທານກຽດຕິຍົດນັ້ນ 8 ຂໍນຳສລອງພຣະອົງຊຶ່ງພຣະຣາຊາຊົງ ແລະມ້າຊຶ່ງພຣະຣາຊາຊົງ ແລະຊຶ່ງມີຜ້າໂພກຫົວ 9 ຂໍຊົງມອບສລອງພຣະອົງແລະມ້າແກ່ເຈົ້ານາຍຜູ້ໃຫຍ່ຍິ່ງທີ່ສຸດຄົນນຶ່ງຂອງພຣະຣາຊາ ຂໍໃຫ້ແຕ່ງຄົນທີ່ພຣະຣາຊາພໍພຣະທັຍຈະປະທານກຽດຕິຍົດແລະຂໍໃຫ້ຊາຍນັ້ນຂຶ້ນນັ່ງຫລັງມ້າໄປຕາມຖນົນຂອງກຸງ ແລະປ່າວຮ້ອງໄປຂ້າງຫນ້າເຂົາວ່າ “ຜູ້ທີ່ພຣະຣາຊາພໍພຣະທັຍຈະປະທານກຽດຕິຍົດກໍເປັນເຊັ່ນນີ້ແຫລະ” 10 ພຣະຣາຊາຈຶ່ງກ່າວກັບຮາມານວ່າ, “ຈົ່ງຟ້າວໄປເອົາເສື້ອແລະມ້າຢ່າງທີ່ທ່ານວ່າ ແລ້ວໃຫ້ກຽດແກ່ໂມຣ໌ເດກັຍຄົນຢິວຊຶ່ງນັ່ງທີ່ປະຕູພຣະຣາຊວັງ ຢ່າເວັ້ນສິ່ງໃດທີ່ທ່ານກ່າວມານັ້ນເລີຍ” 11 ຮາມານຈຶ່ງນຳສລອງພຣະອົງກັບມ້າ ແລະຕົບແຕ່ງໂມຣ໌ເດກັຍ ແລະໃຫ້ທ່ານຂຶ້ນມ້າໄປຕາມຖນົນໃນກຸງ ປ່າວຮ້ອງໄປວ່າ “ຄົນທີ່ພຣະຣາຊາພໍພຣະທັຍຈະປະທານກຽດກໍເປັນຢ່າງນີ້ແຫລະ” 12 ແລ້ວໂມຣ໌ເດກັຍກໍກັບມາຍັງປະຕູພຣະຣາຊວັງ ແຕ່ຮາມານຟ້າວກັບໄປບ້ານຂອງທ່ານ ຄຸມຫົວແລະຄ່ຳຄວນ 13 ແລະເລົ່າທຸກສິ່ງທີ່ເກີດຂຶ້ນແກ່ທ່ານໃຫ້ເຊເຣສເມັຽຂອງທ່ານ ແລະສະຫາຍທັງຫລາຍຂອງທ່ານຟັງ ຄົນສລາດຂອງທ່ານແລະເຊເຣສເມັຽຂອງທ່ານຈຶ່ງເວົ້າວ່າ, “ຖ້າທ່ານເລີ້ມລົ້ມລົງຕໍ່ຫນ້າ ໂມຣ໌ເດກັຍຊຶ່ງເປັນຊາດຢິວ ທ່ານຈະບໍ່ຊະນະເຂົາ ແຕ່ຈະລົ້ມລົງຕໍ່ຫນ້າເຂົາແນ່ນອນ” 14 ຂນະເມື່ອເຂົາທັງຫລາຍກຳລັງເວົ້າກັບທ່ານຢູ່ ຂັນທີຂອງພຣະຣາຊາກໍມາເຖິງຟ້າວນຳຮາມານໄປຍັງການລ້ຽງຊຶ່ງພຣະນາງເອສເທີຊົງຈັດນັ້ນ
ຮາມານຖືກແຂວນຄໍ
1 ພຣະຣາຊາຈຶ່ງສະເດັດກັບຮາມານໄປໃນການລ້ຽງກັບພຣະຣາຊີນີເອສເທີ 2 ໃນວັນທີ່ສອງເມື່ອກຳລັງດື່ມເຫລົ້າອະງຸ່ນຢູ່ ພຣະຣາຊາຕຣັດກັບເອສເທີວ່າ “ພຣະຣາຊີນີເອສເທີ ຄຳຮ້ອງຂໍຂອງພຣະນາງຄືຫຍັງ ແລະຄຳທູນຂໍຂອງພຣະນາງຄືຫຍັງ ເຮົາຈະປະທານໃຫ້ ແມ້ເຖິງເຄິ່ງຣາຊອານາຈັກຂອງເຮົາ ກໍຈະສຳເຣັດ” 3 ພຣະຣາຊີນີເອສເທີທູນຕອບວ່າ, “ຂ້າແຕ່ພຣະຣາຊາ ຖ້າຂ້ານ້ອຍເປັນທີ່ໂປດປານໃນສາຍພຣະເນດຂອງພຣະອົງ ແລະຖ້າເປັນທີ່ພໍພຣະທັຍພຣະຣາຊາ ຂໍພຣະຣາຊທານຊີວິດຂອງຂ້ານ້ອຍແລະຂອງຊົນຊາດຕາມຄຳທູນຂໍຂອງຂ້ານ້ອຍ 4 ເພາະພວກເຮົາຖືກຂາຍທັງຂ້ານ້ອຍແລະຊົນຊາດຂອງຂ້ານ້ອຍໃຫ້ຖືກທຳລາຍ ໃຫ້ຖືກສັງຫານແລະໃຫ້ຖືກລ້າງຜານ ຖ້າພວກເຮົາຖືກຂາຍພຽງໃຫ້ເປັນທາດຊາຍແລະຍິງ ຂ້ານ້ອຍກໍຈະອົດກັ້ນສງົບໄວ້ ເພາະຄວາມທຸກຍາກຂອງເຮົາຈະປຽບກັບຜົນເສັຽຫາຍຂອງພຣະຣາຊານັ້ນກໍບໍ່ໄດ້” 5 ກະສັດອາຮາຊູເອຣູສຈຶ່ງກ່າວກັບພຣະຣາຊີນີເອສເທີວ່າ, “ຜູ້ນັ້ນຄືໃຜ ຢູ່ທີ່ໃດ ຈຶ່ງບັງອາດຄິດການກະທຳເຊັ່ນນີ້” 6 ແລະພຣະນາງເອສເທີທູນວ່າ, “ຄູ່ອະຣິ ແລະສັດຕຣູຄືຮາມານຄົນໂຫດຮ້າຍຜູ້ນີ້ແຫລະ” ຮາມານກໍຢ້ານຢູ່ຕໍ່ພຣະພັກພຣະຣາຊາແລະພຣະຣາຊີນີ 7 ພຣະຣາຊາຊົງລຸກຂຶ້ນຈາການລ້ຽງດ້ວຍຊົງພຣະພິໂຣດ ແລະສະເດັດເຂົ້າໄປໃນຣາຊອຸທຍານ ແຕ່ຮາມານຍັງຢູ່ເພື່ອທູນຂໍຊີວິດຈາກພຣະຣາຊີນີເອສເທີ ເພາະທ່ານເຫັນວ່າພຣະຣາຊາຊົງມຸ່ງຮ້າຍຕໍ່ທ່ານແລ້ວ 8 ເມື່ອພຣະຣາຊາສະເດັດກັບຈາກຣາຊອຸທຍານມາຍັງທີ່ຊຶ່ງດື່ມເຫລົ້າອະງຸ່ນ ຝ່າຍຮາມານຍັງກາບຢູ່ທີ່ພຣະແທ່ນຊຶ່ງພຣະນາງເອສເທີປະທັບຢູ່ນັ້ນ ພຣະຣາຊາກ່າວວ່າ, “ເຂົາຍັງຈະຂົ່ມຂືນພຣະຣາ ຊີນີຕໍ່ຫນ້າຕໍ່ຕາເຣົາໃນບ້ານຂອງເຮົາຫລື” ພໍພຣະຣາຊາເວົ້າບໍ່ທັນຂາດຄຳຊ້ຳ ເຂົາກໍມາຄຸມຫນ້າຮາມານ 9 ຮາຣ໌ໂບນາຂັນທີຄົນນຶ່ງທີ່ບົວລະບັດພຣະຣາຊາຢູ່ຈຶ່ງທູນວ່າ, “ອີກປະການນຶ່ງ ຫລັກແຂວນຄໍ ຊຶ່ງຮາມານຕຽມໄວ້ສຳລັບໂມຣ໌ເດກັຍ ຊຶ່ງຣາຍງານຊ່ອຍຊີວິດພຣະຣາຊາ ກໍຍັງຕັ້ງຢູ່ທີ່ບ້ານຂອງຮາມານ ສູງຫ້າສິບສອກ” ພຣະຣາຊາຕຣັດວ່າ, “ແຂວນມັນເທິງນັ້ນແຫລະ” 10 ເຂົາກໍແຂວນຮາມານເທິງບ່ອນແຂວນຄໍຊຶ່ງທ່ານໄດ້ຕຽມໄວ້ສຳລັບໂມເດກັຍ ແລ້ວພຣະພິໂຣດຂອງພຣະຣາຊາກໍສງົບລົງ
ພວກຢິວຮັບມອບອຳນາດໃຫ້ຕໍ່ຕ້ານ
1 ໃນວັນນັ້ນກະສັດອາຮາຊູເອຣູສພຣະຣາຊທານບ້ານເຮືອນຂອງຮາມານສັດຕຣູຂອງພວກຢິວແກ່ພຣະຣາຊີນີເອສເທີ ໂມຣ໌ເດກັຍກໍເຂົ້າເຝົ້າພຣະຣາຊາ ເພາະພຣະນາງເອສເທີໄດ້ທູນວ່າທ່ານເປັນຫຍັງກັບພຣະນາງ 2 ພຣະຣາຊາຈຶ່ງຖອດແຫວນທີ່ມີຕາປະທັບ ຊຶ່ງພຣະອົງຊົງເອົາມາຈາກຮາມານພຣະຣາຊທານໃຫ້ ໂມຣ໌ເດກັຍ ພຣະນາງເອສເທີກໍຊົງຕັ້ງໂມຣ໌ເດກັຍເປັນໃຫຍ່ເຫນືອບ້ານເຮືອນຂອງຮາມານ 3 ແລ້ວພຣະນາງເອສເທີກາບທູນພຣະຣາຊາອີກ ພຣະນາງກາບລົງທີ່ພຣະບາດຂອງພຣະອົງ ແລະວິງວອນພຣະອົງດ້ວຍນ້ຳພຣະເນດ ຂໍໃຫ້ແຜນການຮ້າຍຂອງຮາມານ ຄົນອາກັກ ແລະການປອງຮ້າຍຊຶ່ງທ່ານໄດ້ຄິດຂຶ້ນຕໍ່ພວກຢິວນັ້ນພົ້ນ ໄປເສັຽ 4 ພຣະຣາຊາຈຶ່ງຊົງຍື່ນໄມ້ເທົ້າແກ່ພຣະນາງເອສເທີ ພຣະນາງເອສເທີກໍຊົງລຸກຂຶ້ນປະທັບຢືນເຝົ້າພຣະຣາຊາ 5 ພຣະນາງທູນວ່າ, “ຖ້າເປັນທີ່ພໍພຣະທັຍພຣະຣາຊາ ແລະຖ້າຂ້ານ້ອຍເປັນທີ່ໂປດປານໃນສາຍພຣະເນດຂອງພຣະອົງ ຖ້າສິ່ງນັ້ນເປັນສິ່ງທີ່ຖືກຕ້ອງຕໍ່ພຣະພັກພຣະຣາຊາ ແລະຂ້ານ້ອຍເປັນທີ່ໂປດປານໃນສາຍພຣະເນດຂອງພຣະອົງຂໍຊົງໃຫ້ມີພຣະອັກສອນຮັບສັ່ງໃຫ້ກັບຄວາມໃນຈົດຫມາຍຊຶ່ງຮາມານ ຄົນອາກັກ ບຸດຮາມເມດາທາໄດ້ຄິດຂຶ້ນ ແລະຂຽນເພື່ອທຳລາຍພວກຢິວທີ່ຢູ່ໃນມົນທົນຂອງພຣະຣາຊາ 6 ເພາະຂ້ານ້ອຍຈະອົດທົນເບິ່ງໄພວິບັດມາເຖິງຊາດຂອງຂ້ານ້ອຍໄດ້ຢ່າງໃດ ຂ້ານ້ອຍຈະທົນເບິ່ງການທຳລາຍຍາດພີ່ນ້ອງຂອງຂ້ານ້ອຍໄດ້ຢ່າງໃດ” 7 ກະສັດອາຮາຊູເອຣູສຈຶ່ງຕຣັດກັບພຣະຣາຊີນີເອສເທີແລະແກ່ໂມຣ໌ເດກັຍຄົນຢິວວ່າ, “ເບິ່ງແມ໋, ເຮົາມອບບ້ານເຮືອນຂອງຮາມານແກ່ພຣະນາງເອສເທີແລ້ວ ແລະເຂົາກໍແຂວນມັນເທິງຫລັກ ເພາະມັນຈະທຳອັນຕະຣາຍແກ່ພວກຢິວ 8 ທ່ານຈົ່ງຂຽນຕາມທີ່ທ່ານພໍໃຈກ່ຽວກັບເຣື່ອງຢິວໃນນາມຂອງພຣະຣາຊາ ເພາະວ່າການປະກາດທີ່ຂຽນໃນນາມຂອງພຣະຣາຊາແລະປະທັບຕາຂອງກະສັດຈະປ່ຽນກັບບໍ່ໄດ້” 9 ແລ້ວພຣະອົງຊົງເອີ້ນຣາຊອາຣັກເຂົ້າມາໃນເວລານັ້ນ ໃນເດືອນທີ່ສາມຊຶ່ງເປັນເດືອນຊີວັນ ໃນວັນທີ່ຊາວສາມ ແລະໃຫ້ຂຽນປະກາດຕາມທີ່ໂມຣ໌ເດກັຍບັນຊາທຸກຢ່າງກ່ຽວກັບພວກຢິວ ເຖິງບັນດາຜູ້ປົກຄອງແຂວງ ຜູ້ປົກຄອງເມືອງ ແລະຜູ້ວ່າຣາຊການແລະເຈົ້າຫນ້າທີ່ຂອງມົນທົນ ຕັ້ງແຕ່ອິນເດັຽເຖິງເອທິໂອເປັຽນຶ່ງຮ້ອຍຊາວເຈັດມົນທົນ ໄປເຖິງທຸກມົນທົນເປັນພາສາແລະວິທີຂຽນຂອງມົນທົນນັ້ນ ແລະເຖິງຊົນທຸກຊາດເປັນພາສາຂອງເຂົາ ແລະເຖິງຊົນທຸກຊາດເປັນພາສາຂອງເຂົາ ແລະເຖິງພວກຢິວເປັນພາສາຂຽນແລະໃນພາສາຂອງເຂົາ 10 ແລະເຂົາຂຽນໃນພຣະນາມຂອງກະສັດອາຮາຊູ ເອຣູສ ແລະປະທັບຕາຂອງກະສັດໃສ່ ແລະສົ່ງຈົດຫມາຍນັ້ນໄປທາງຜູ້ເດີນຂ່າວຂຶ້ນມ້າໄວ ຊຶ່ງເຄີຍໃຊ້ໃນຣາຊາການຂອງພຣະຣາຊາ ອັນເປັນເຊື້ອມ້າຫລວງ 11 ຕາມຈົດຫມາຍເຫລົ່ານີ້ພຣະຣາຊາຊົງອະນຸຍາດໃຫ້ພວກຢິວຜູ້ຢູ່ໃນທຸກມົນທົນຊຸມນຸມກັນແລະປ້ອງກັນຊີວິດຂອງຕົນ ໃຫ້ທຳລາຍ ໃຫ້ສັງຫານແລະໃຫ້ລ້າງຜານກຳລັງພົນໃດໆຂອງປະຊາຊົນຫລືມົນທົນໃດໆຊຶ່ງຈະມາທຳຮ້າຍທັງເດັກແລະຜູ້ຍິງ ແລະປຸ້ນເອົາສິ່ງຂອງຂອງເຂົາ 12 ໃນວັນດຽວຕລອດທົ່ວທຸກມົນທົນຂອງກະສັດອາຮາຊູເອຣູສ ຄືວັນທີ່ສິບສາມເດືອນທີ່ສິບສອງ ຊຶ່ງເປັນເດືອນອາດາຣ໌ 13 ສຳເນົາຂອງຫນັງສືທີ່ຂຽນນັ້ນຈະຕ້ອງປະກາດໃນທຸກມົນທົນ ແລະອອກໂດຍການປ່າວຮ້ອງແກ່ຊົນຊາດທັງປວງ ພວກຢິວຈະຕ້ອງພ້ອມກັນໃນວັນນັ້ນແກ້ແຄ້ນສັດຕຣູຂອງຕົນ 14 ຄົນເດີນຂ່າວຊຶ່ງຂຶ້ນມ້າໄວຊຶ່ງໃຊ້ໃນຣາຊການຂອງພຣະຣາຊາ ຮີບເລັ່ງຂີ່ໄປຕາມພຣະບັນຊາຂອງພຣະຣາຊາ ປະກາດນັ້ນອອກໃນຊູຊາເມືອງປ້ອມ 15 ເມື່ອໂມຣ໌ເດກັຍອອກໄປພົ້ນພຣະພັກພຣະຣາຊາ ສວມສລອງພຣະອົງສີຟ້າແລະສີຂາວ ພ້ອມກັບມົງກຸດທອງຄຳໃຫຍ່ແລະເສື້ອຄຸມຜ້າປ່ານສີມ່ວງ ຝ່າຍຊາວນະຄອນຊູຊາກໍໂຮ່ຮ້ອງຊົມຊື່ນຍິນດີ 16 ພວກຢິວມີສະວັດດີພາບ ຄວາມຍິນດີ ຊື່ນບານແລະມີກຽດ 17 ທຸກມົນທົນທຸກເມືອງ ບໍ່ວ່າບ່ອນໃດທີ່ພຣະບັນຊາຂອງພຣະຣາຊາແລະປະກາດຂອງພຣະອົງມາເຖິງ ກໍມີຄວາມຍິນດີແລະຄວາມຊື່ນບານຖ້າມກາງພວກຢິວ ມີການລ້ຽງແລະວັນລື້ນເຣີງ ຄົນເປັນຈຳນວນຫລວງຫລາຍມາຈາກຊົນຊາດຂອງປະເທດກໍປະກາດຕົວເປັນພວກຢິວ ເພາະຄວາມຢ້ານພວກຢິວມາຄອບງຳເຂົາ
ພວກຢິວທຳລາຍບັນດາສັດຕຣູຂອງຕົນ
1 ໃນເດືອນທີ່ສິບສອງຊຶ່ງເປັນເດືອນອາດາຣ໌ ວັນທີ່ສິບສາມເດືອນນັ້ນ ເມື່ອຈະປະຕິບັດຕາມພຣະບັນຊາຂອງພຣະຣາຊາທີ່ປະກາດເປັນທາງການ ໃນວັນນັ້ນເອງທີ່ສັດຕຣູຂອງພວກຢິວຫວັງຈະເປັນໃຫຍ່ເຫນືອພວກຢິວ (ແຕ່ຊຶ່ງຖືກປ່ຽນໄປເປັນວັນທີ່ພວກຢິວໄດ້ຄວາມເປັນໃຫຍ່ເຫນືອພວກທີ່ກຽດຊັງເຂົາ) 2 ພວກຢິວກໍຊຸມນຸມກັນໃນບັນດາຫົວເມືອງຕລອດທົ່ວທຸກມົນທົນຂອງກະສັດອາຮາຊູເອຣູສເພື່ອຈະຂ້າພວກທີ່ຫາຊ່ອງທຳຮ້າຍເຂົາ ບໍ່ມີຜູ້ໃດຕໍ່ຕ້ານພວກເຂົາໄດ້ ເພາະຄວາມຢ້ານເຂົາຄອບງຳເຫນືອຊົນຊາດທັງປວງ 3 ບັນດາເຈົ້ານາຍທັງປວງຂອງມົນທົນແລະຜູ້ປົກຄອງແຂວງແລະຜູ້ວ່າຣາຊການເມືອງແລະເຈົ້າຫນ້າທີ່ຣາຊການກໍຊ່ອຍພວກຢິວດ້ວຍ ເພາະຄວາມຢ້ານໂມຣ໌ເດກັຍຄອບງຳເຂົາ 4 ເຫດວ່າໂມຣ໌ເດກັຍເປັນໃຫຍ່ຢູ່ໃນສຳນັກຂອງພຣະຣາຊາແລະຊື່ສຽງຂອງທ່ານຊ່າລືໄປທົ່ວທຸກມົນທົນ ເພາະຊາຍທີ່ຊື່ໂມຣ໌ເດກັຍນັ້ນມີອຳນາດຫລາຍຍິ່ງຂຶ້ນທຸກທີ 5 ພວກຢິວຈຶ່ງໂຈມຕີສັດຕຣູທັງຫມົດຂອງຕົນດ້ວຍດາບ ຂ້າແລະທຳລາຍເຂົາ ແລະທຳແກ່ຜູ້ທີ່ກຽດຊັງເຂົາຕາມໃຈຊອບ 6 ໃນຊູຊາເມືອງປ້ອມພວກຢິວໄດ້ຂ້າແລະທຳລາຍລ້າງເສັຽຫ້າຮ້ອຍຄົນ 7 ໄດ້ຂ້າປາຣ໌ຊານດາທາ ດັນໂຟນ ອັສຊາທາ 8 ໂປຣາທາ ອາດາລິອາ ອາຣີດາທາ 9 ປາຣ໌ມັສຕາ ອາຣີຊັຍ ອາຣີດັຍ ວັຍຊາທາ 10 ບຸດຊາຍທັງສິບຂອງຮາມານບຸດຮາມເມດາທາ ສັດຕຣູຂອງພວກຢິວ ແຕ່ເຂົາບໍ່ໄດ້ປຸ້ນເຂົ້າຂອງ 11 ໃນວັນນັ້ນຈຳນວນຄົນທີ່ຖືກຂ້າໃນຊູຊາເມືອງປ້ອມກໍຖືກນຳມາສເນີພຣະຣາຊາ 12 ເຈົ້າຊີວິດຈຶ່ງສັ່ງກັບພຣະຣາຊີນີເອສເທີວ່າ, “ພວກຢິວໄດ້ຂ້າເສັຽຫ້າຮ້ອຍຄົນໃນຊູຊາເມືອງປ້ອມ ຮວມທັງບຸດຊາຍທັງສິບຄົນຂອງຮາມານດ້ວຍ ໃນມົນທົນຂອງພຣະຣາຊາທີ່ເຫລືອຢູ່ນັ້ນ ເຂົາໄດ້ທຳຫຍັງກັນ ບັດນີ້ຄຳຮ້ອງຂອງພຣະນາງຄືຫຍັງ ເຣົາຈະປະທານໃຫ້ ຄຳທູນຂອງພຣະນາງຕໍ່ໄປມີຫຍັງອີກ ເຮົາກໍຈະກະທຳໃຫ້ສຳເຣັດ 13 ພຣະນາງເອສເທີທູນວ່າ, “ຖ້າເປັນທີ່ພໍພຣະທັຍ ພຣະຣາຊາ ຂໍໃຫ້ພວກຢິວທີ່ຢູ່ໃນຊູຊາ ໄດ້ກະທຳຕາມຄຳປະກາດຂອງວັນນີ້ໃນມື້ອື່ນອີກ ແລະຂໍໃຫ້ແຂວນຄໍບຸດຊາຍທັງສິບຂອງຮາມານເທິງຫລັກນັ້ນ” 14 ພຣະຣາຊາໄດ້ຊົງບັນຊາໃຫ້ກະທຳເຊັ່ນນັ້ນ ມີປະກາດອອກໃນຊູຊາ ແລະບຸດທັງສິບຂອງຮາມານ ກໍຖືກແຂວນຄໍເທິງຫລັກ 15 ພວກຢິວທີ່ຢູ່ໃນຊູຊາຊຸມນຸມກັນໃນວັນທີ່ສິບສີ່ເດືອນອາດາຣ໌ດ້ວຍ ແລະໄດ້ຂ້າສາມຮ້ອຍຄົນໃນຊູຊາ ແຕ່ເຂົາບໍ່ໄດ້ຍຶດສິ່ງຂອງເທສການປູຣິມ 16 ຝ່າຍພວກຢິວອື່ນໆຊຶ່ງຢູ່ໃນມົນທົນຂອງພຣະຣາຊາກໍຊຸມນຸມກັນປ້ອງກັນຊີວິດ ແລະພົ້ນຈາກສັດຕຣູຂອງເຂົາ ເຂົາຂ້າຜູ້ທີ່ກຽດຊັງເຂົາເສັຽເຈັດຫມື່ນຫ້າພັນຄົນ ແຕ່ເຂົາບໍ່ໄດ້ຍຶດສິ່ງຂອງ 17 ເຫດນີ້ເກີດຂຶ້ນໃນວັນທີ່ສິບສາມເດືອນອາດາຣ໌ ແລະໃນວັນທີ່ສິບສີ່ເຂົາຢຸດພັກ ແລະກະທຳວັນນັ້ນໃຫ້ເປັນວັນກິນລ້ຽງແລະຍິນດີ 18 ແຕ່ພວກຢິວທີ່ຢູ່ໃນຊູຊາຊຸມນຸມກັນໃນວັນທີ່ສິບສາມແລະວັນທີ່ສິບສີ່ ແລະຢຸດພັກໃນວັນທີ່ສິບຫ້າ ທຳໃຫ້ວັນນັ້ນເປັນວັນກິນລ້ຽງແລະຍິນດີ 19 ເຫດສັນນັ້ນພວກຢິວໃນຊົນນະບົດ ທີ່ຢູ່ຕາມຫົວເມືອງທີ່ມີກຳແພງຖືວັນແຫ່ງຄວາມຍິນດີແລະກິນລ້ຽງ ແລະຖືເປັນວັນລື້ນເຣີງ ແລະເປັນວັນທີ່ເຂົາສົ່ງຂອງຂວັນໄປໃຫ້ກັນແລະກັນ 20 ແລະໂມຣ໌ເດກັຍບັນທຶກເຣື່ອງນີ້ແລະສົ່ງຈົດຫມາຍໄປຍັງພວກຢິວທັງປວງຜູ້ຢູ່ໃນມົນທົນທັງປວງຂອງກະສັດອາຮາຊູອາຮັສ ທັງໃກ້ແລະໄກ 21 ຊັກຊວນເຂົາໃຫ້ຖືວັນທີ່ສິບສີ່ເດືອນອາດາຣ໌ ແລະວັນທີ່ສິບຫ້າເດືອນດຽວກັນທຸກໆປີ 22 ເປັນວັນທີ່ພວກຢິວພົ້ນຈາກສັດຕຣູຂອງເຂົາ ແລະເປັນເດືອນທີ່ປ່ຽນຄວາມໂສກເສົ້າເປັນຄວາມຍິນດີ ແລະການຄ່ຳຄວນເປັນວັນລື້ນເຣີງໃຫ້ແກ່ເຂົາ ແລະໃຫ້ເຂົາຖືເປັນວັນກິນລ້ຽງແລະວັນຍິນດີ ເປັນວັນທີ່ສົ່ງຂອງຂວັນແກ່ກັນແລະກັນ ແລະໃຫ້ຂອງຂວັນແກ່ຄົນຈົນ 23 ພວກຢິວຈຶ່ງຕົກລົງກະທຳຕາມທີ່ເຂົາຕັ້ງຕົ້ນແລ້ວ ແລະຕາມທີ່ໂມຣ໌ເດກັຍຂຽນໄປເຖິງເຂົາ 24 ເພາະຮາມານບຸດຮາມເມດາທາ ຄົນອາກາກ ສັດຕຣູຂອງພວກຢິວທັງປວງ ໄດ້ປອງຮ້າຍຕໍ່ພວກຢິວເພື່ອທຳລາຍເຂົາ ໄດ້ໃຊ້ສະຫລາກ (ຊຶ່ງເອີ້ນກັນວ່າ ປູຣິມ) ເພື່ອລ້າງຜານແລະທຳລາຍເຂົາ 25 ແຕ່ເມື່ອພຣະນາງເອສເທີເຂົ້າເຝົ້າພຣະຣາຊາ ພຣະອົງຊົງຮັບສັ່ງເປັນລາຍລັກອັກສອນໃຫ້ແຜນການມຸ່ງຮ້າຍຂອງທ່ານ ຊຶ່ງທ່ານໄດ້ຄຶດຕໍ່ພວກຢິວນັ້ນກັບຕົກລົງເທິງຫົວຂອງທ່ານເອງ ແລະໃຫ້ຕົວທ່ານກັບບຸດຂອງທ່ານຖືກແຂວນຄໍເທິງຫລັກ 26 ເຫດສັນນັ້ນເຂົາຈຶ່ງເອີ້ນວັນເຫລົ່ານີ້ວ່າ ປູຣິມ ຕາມຄຳປູຣ໌ ດັ່ງນັ້ນເພາະທຸກຢ່າງທີ່ຂຽນໄວ້ໃນຈົດຫມາຍນີ້ ແລະເພາະສິ່ງທີ່ພວກຢິວຕ້ອງຜະເຊີນໃນເຣື່ອງນີ້ ແລະສິ່ງທີ່ອຸບັດແກ່ເຂົາ 27 ພວກຢິວກໍກຳນົດແລະຮັບວ່າຕົວເຂົາເອງ ເຊື້ອສາຍຂອງເຂົາ ແລະບັນດາຜູ້ທີ່ຈະເປັນຢິວວ່າ ຢິວຈະຖືສອງວັນນີ້ດັ່ງທີ່ຂຽນໄວ້ ແລະຕາມເວລາກຳນົດໄວ້ທຸກປີບໍ່ໄດ້ຂາດ 28 ແລະວ່າຈະຈົດຈຳວັນເຫລົ່ານີ້ ແລະຖືຕລອດຊົ່ວຊາດເຊື້ອສາຍ ທຸກຕະກູນ ມົນທົນແລະເມືອງ ວັນເທສການປູຣິມນີ້ຈະບໍ່ເລີກໃນຖ້າມກາງພວກຢິວ ຫລືການຣະລຶກເຖິງວັນເຫລົ່ານີ້ຈະບໍ່ສິ້ນລົງໃນເຊື້ອສາຍຂອງເຂົາເລີຍ 29 ແລ້ວພຣະຣາຊີນີເອສເທີທິດາຂອງອາບີຮາອິນ ກັບໂມຣ໌ເດກັຍຄົນຢິວ ກໍຂຽນເປັນລາຍລັກອັກສອນຮັບຮອງຈົດຫມາຍສະບັບທີ່ສອງນີ້ເຣື່ອງ ເທສການປູຣິມ 30 ໃຫ້ສົ່ງຈົດຫມາຍໄປເຖິງຢິວທັງປວງໃນນຶ່ງຮ້ອຍຊາວເຈັດມົນທົນຂອງອາຮາຊູອາຮັສ ເປັນຄຳອວຍພອນໃຫ້ຢູ່ເຢັນເປັນສຸກ 31 ແລະໃຫ້ຖືວັນເທສການປູຣິມເຫລົ່ານີ້ຕາມກຳນົດຣະດູການ ດັ່ງທີ່ໂມຣ໌ເດກັຍຄົນຢິວ ແລະພຣະຣາ ຊີນີເອສເທີມີຄຳສັ່ງພວກຢິວ ແລະຕາມທີ່ເຂົາຕັ້ງໄວ້ສຳລັບຕົນເອງແລະສຳລັບເຊື້ອສາຍຂອງເຂົາກ່ຽວກັບການອົດອາຫານແລະການຮ້ອງທຸກຂອງເຂົາ 32 ພຣະບັນຊາຂອງພຣະຣາຊີນີເອສເທີຕັ້ງລະບຽບການເທສການປູຣິມໄວ້ ແລະມີບັນທຶກໄວ້ເປັນລາຍລັກອັກສອນ
ຄວາມຍິ່ງໃຫຍ່ຂອງໂມຣ໌ເດກັຍ
1 ກະສັດອາຮາຊູເອຮູສມີຮັບສັ່ງໃຫ້ເກັບບັນນາການທົ່ວຣາຊອານາຈັກ ແລະຕາມແຜ່ນດິນຊາຍທະເລ 2 ພຣະຣາຊກິຈອັນປະກອບດ້ວຍພຣະຣາຊອຳນາດແລະອານຸພາບ ກັບເຣື່ອງຣາວລະອຽດຂອງຍົດສັກອັນສູງຂອງໂມຣ໌ເດກັຍ ຊຶ່ງພຣະຣາຊາຊົງເລື່ອນທ່ານຂຶ້ນ ບໍ່ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານຂອງພຣະຣາຊາແຫ່ງເມເດັຽ ແລະເປີເຊັຽຫລື 3 ເພາະໂມຣ໌ເດກັຍຄົນຢິວມີຕຳແຫນ່ງຮອງກະສັດອາຮາຊູອາຮູສ ແລະທ່ານເປັນໃຫຍ່ຖ້າມກາງພວກຢິວ ແລະເປັນທີ່ຊອບພໍຂອງມວນຍາດພີ່ນ້ອງຂອງທ່ານ ເພາະທ່ານສແວງຫາຄວາມສຸກໃຫ້ຊົນຊາດຂອງທ່ານ ແລະເວົ້າໃຫ້ເກີດສັນຕິສຸກແກ່ເຊື້ອສາຍທັງປວງຂອງທ່ານ
ພຍາມານທົດລອງໂຢບ
1 ໃນປະເທດອູຊ ມີຊາຍຄົນນຶ່ງຊື່ ໂຢບເປັນຄົນສັດຊື່ ແລະຂາບໄຫວ້ພຣະເຈົ້າ ເຂົາເປັນຄົນດີບໍ່ທຳສິ່ງຊົ່ວຮ້າຍ 2 ໂຢບມີບຸດຊາຍເຈັດຄົນ ແລະບຸດສາວສາມຄົນ 3 ເຂົາມີແກະເຈັດພັນໂຕ ອູດສາມພັນໂຕ ງົວກວຽນຫ້າຮ້ອຍຄູ່ ແລະລໍແມ່ຫ້າຮ້ອຍໂຕ ມີຂ້ອຍໃຊ້ຈຳນວນຫລາຍ ເຂົາເປັນຄົນຮັ່ງມີທີ່ສຸດ ໃນບັນດາຊາວຕາເວັນອອກ 4 ພວກບຸດຊາຍຂອງໂຢບເຄີຍຈັດງານກິນລ້ຽງຂຶ້ນ ຕາມຜຽນທີ່ໄດ້ຕົກລົງກັນໄວ້ ພວກເຂົາໄດ້ເຊີນນ້ອງສາວທັງສາມຂອງເຂົາມາຮ່ວມນຳດ້ວຍ 5 ພາຍຫລັງວັນຈັດງານກິນລ້ຽງແຕ່ລະເທື່ອສິ້ນສຸດລົງ ໂຢບຕ້ອງຕື່ນແຕ່ເຊົ້າແລະຖວາຍເຄື່ອງເຜົາບູຊາ ເພື່ອໃຫ້ບຸດຂອງເຂົາແຕ່ລະຄົນອາດຈະທຳບາບດ້ວຍການປມາດພຣະເຈົ້າຢ່າງບໍ່ຮູ້ສຶກຕົວ 6 ຢູ່ມາວັນນຶ່ງ ມີຄນະທູດຂອງພຣະຜູ້ເປັນເຈົ້າ ໄດ້ມາສູ່ພຣະພັກຂອງພຣະອົງ ພຍາມານກໍໄດ້ມາດ້ວຍ 7 ພຣະຜູ້ເປັນເຈົ້າຈຶ່ງຖາມພຍາມານວ່າ, “ເຈົ້າມາແຕ່ໃສ” ພຍາມານທູນຕອບວ່າ, “ຂ້າພຣະອົງໄປໆມາໆທົ່ວໂລກ” 8 ແລ້ວພຣະຜູ້ເປັນເຈົ້າຊົງກ່າວຕໍ່ພຍາມານວ່າ, “ເຈົ້າໄດ້ພິຈາຣະນາໄຕ່ຕອງເບິ່ງໂຢບຜູ້ຮັບໃຊ້ຂອງເຮົາຫລືບໍ່ ໃນໂລກນີ້ບໍ່ມີໃຜຊື່ສັດ ແລະດີເຫມືອນເຂົາ ເຂົາຂາບໄຫວ້ເຮົາ ແລະບໍ່ກະທຳໃນສິ່ງທີ່ຊົ່ວຮ້າຍໃດໆທັງສິ້ນ” 9 ພຍາມານໄດ້ທູນຕອບວ່າ, “ຖ້າໂຢບບໍ່ໄດ້ຫຍັງເຂົາຈະຂາບໄຫວ້ພຣະອົງຫລື 10 ພຣະອົງໄດ້ຄຸ້ມຄອງຮັກສາເຂົາ ແລະຄອບຄົວເຮືອນຊານຂອງເຂົາກັບຊັບສົມບັດຂອງເຂົາທຸກຢ່າງ ພຣະອົງໄດ້ອວຍພອນໃຫ້ວຽກງານທຸກຢ່າງຂອງເຂົາຈະເຣີນຂຶ້ນ ແລະໄດ້ໃຫ້ເຂົາມີຝູງສັດເພີ້ມທະວີຂຶ້ນທົ່ວປະເທດ 11 ແຕ່ບັດນີ້ ສົມມຸດວ່າພຣະອົງເອົາທຸກສິ່ງທີ່ເຂົາມີນັ້ນຫນີໄປ ເຂົາກໍຈະປ້ອຍດ່າພຣະອົງຕໍ່ຫນ້າພຣະອົງ” 12 ພຣະຜູ້ເປັນເຈົ້າຊົງບອກພຍາມານວ່າ, “ແມ່ນແລ້ວ ທຸກສິ່ງທີ່ໂຢບມີນັ້ນເຈົ້າເອົາໄປໄດ້ແຕ່ເຈົ້າຢ່າທຳຮ້າຍເຂົາ” ແລ້ວພຍາມານໄດ້ອອກໄປຈາກພຣະພັກຂອງພຣະຜູ້ເປັນເຈົ້າ
ລູກແລະຊັບສົມບັດຂອງໂຢບຖືກທຳລາຍ
13 ວັນນຶ່ງ ຂນະທີ່ບຸດທັງຫລາຍຂອງໂຢບກຳລັງກິນລ້ຽງຢູ່ໃນເຮືອນຂອງອ້າຍກົກ 14 ມີຜູ້ສົ່ງຂ່າວມາບອກຂ່າວແກ່ໂຢບວ່າ, “ຂນະທີ່ພວກເຮົາເອົາງົວໄຖນາຢູ່ ແລະລໍກຳລັງກິນຫຍ້າຢູ່ໃກ້ໆ 15 ມີພວກຊາເບອານເຂົ້າມາປຸ້ນເອົາງົວກັບລໍທັງຫມົດໄປ ແລະຂ້າຄົນໃຊ້ເສັຽດ້ວຍດາບ ແລະຍັງຂ້ານ້ອຍຄົນດຽວທີ່ລອດຊີວິດຫນີມາບອກທ່ານ” 16 ຂນະທີ່ຄົນໃຊ້ຜູ້ນັ້ນພວມເວົ້າຢູ່ ກໍມີຄົນໃຊ້ອີກຜູ້ນຶ່ງມາບອກວ່າ, “ໄຟຂອງພຣະເຈົ້າຕົກລົງຈາກຟ້າສວັນໄຫມ້ແກະ ແລະຄົນໃຊ້ ແລະເຜົາຜານເສັຽຫມົດ ຍັງແຕ່ຂ້ານ້ອຍຄົນດຽວທີ່ລອດຊີວິດຫນີມາບອກທ່ານ 17 ຂນະທີ່ກຳລັງເວົ້າຢູ່ ມີອີກຄົນນຶ່ງມາບອກວ່າ, “ມີຊາວຄັນເດອານໄດ້ຈັດສາມພວກ ເຂົ້າມາປຸ້ນພວກຂ້ານ້ອຍ ເຂົາໄດ້ອູດໄປຫມົດທັງໄດ້ຂ້າຄົນໃຊ້ຂອງທ່ານທັງຫມົດ ຍັງແຕ່ຂ້ານ້ອຍຄົນດຽວທີ່ລອດຊີວິດຫນີມາບອກທ່ານ” 18 ຂະນະທີ່ເຂົາກຳລັງເວົ້າຢູ່ ມີອີກຄົນນຶ່ງມາບອກວ່າ, “ເວລາລູກຊາຍຍິງຂອງທ່ານກິນລ້ຽງຢູ່ທີ່ເຮືອນລູກຊາຍກົກຂອງທ່ານ 19 ແລະໄດ້ມີລົມພະຍຸໃຫຍ່ພັດມາຈາກທະເລຊາຍ ລົມນີ້ໄດ້ກະທົບເຮືອນທັງສີ່ມຸມ ແລະເຮືອນນັ້ນພັງທັບ ລູກຊາຍຍິງຂອງທ່ານ ແລະເຂົາໄດ້ຕາຍຫມົດ ຍັງແຕ່ຂ້າພະເຈົ້າຄົນດຽວທີ່ລອດຊີວິດຫນີມາບອກທ່ານ” 20 ແລ້ວໂຢບໄດ້ລຸກຂຶ້ນຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມທຸກໃຈ ເຂົາໄດ້ແຖຜົມແລ້ວຂາບລົງດິນ 21 ແລ້ວກ່າວວ່າ, “ຂ້າພະເຈົ້າອອກມາຈາກທ້ອງແມ່ດ້ວຍຕົວເປົ່າ ແລະຂ້າພະເຈົ້າຈະກັບໄປດ້ວຍຕົວເປົ່າ ພຣະຜູ້ເປັນເຈົ້າຊົງໂຜດປະທານ ແລະບັດນີ້ພຣະອົງຊົງເອົາໄປເສັຽ ສາທຸການແດ່ພຣະນາມຂອງພຣະອົງ” 22 ເຖິງແມ່ນວ່າທຸກຢ່າງນີ້ໄດ້ເກີດຂຶ້ນ ໂຢບກໍບໍ່ໄດ້ທຳບາບ ຫລືກ່າວໂທດພຣະເຈົ້າແຕ່ຢ່າງໃດເລີຍ
ພຍາມານທົດລອງໂຢບອີກ
1 ຢູ່ມາວັນນຶ່ງ ຄນະທູດຂອງພຣະເຈົ້າໄດ້ມາສູ່ພຣະພັກຂອງພຣະອົງອີກ ພຍາມານກໍມານຳດ້ວຍ 2 ພຣະຜູ້ເປັນເຈົ້າຊົງຖາມພຍາມານວ່າ, “ເຈົ້າມາແຕ່ໃສ” ພຍາມານທູນຕອບວ່າ, “ຂ້າພຣະອົງໄປໆມາໆທົ່ວໂລກ” 3 ພຣະຜູ້ເປັນເຈົ້າຊົງຖາມວ່າ, “ເຈົ້າໄດ້ພິຈາຣະນາໄຕ່ຕອງເບິ່ງໂຢບຜູ້ຮັບໃຊ້ຂອງເຮົາຫລືບໍ ໃນໂລກນີ້ບໍ່ມີຜູ້ໃດຊື່ສັດ ແລະດີທໍ່ເຂົາ ເຂົາຂາບໄຫວ້ເຮົາ ແລະບໍ່ກະທຳໃນສິ່ງທີ່ຊົ່ວຮ້າຍໃດໆທັງສິ້ນ ເຖິງແມ່ນເຮົາໄດ້ອະນຸຍາດໃຫ້ເຈົ້າທຳໃຫ້ໂຢບເດືອດຮ້ອນ ຍ້ອນເຈົ້າຊັກຊວນໂດຍບໍ່ມີເຫດຜົນ ເຂົາກໍຍັງຍຶດຫມັ້ນໃນຄວາມຊື່ສັດຕໍ່ໄປ” 4 ພຍາມານໄດ້ທູນຕອບວ່າ, “ມະນຸດຍ່ອມສລະທຸກສິ່ງເພື່ອໃຫ້ມີຊີວິດຄົງຢູ່ 5 ແຕ່ບັດນີ້ ສົມມຸດວ່າພຣະອົງທຳຮ້າຍຮ່າງກາຍຂອງເຂົາ ເຂົາກໍຈະປ້ອຍດ່າພຣະອົງຕໍ່ຫນ້າພຣະອົງ” 6 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈົ່ງຊົງກ່າວຕໍ່ພຍາມານວ່າ, “ແມ່ນແລ້ວ ເຂົາຢູ່ໃຕ້ອຳນາດຂອງເຈົ້າ ຂໍແຕ່ເຈົ້າຢ່າຂ້າເຂົາເທົ່ານັ້ນ” 7 ແລ້ວພຍາມານໄດ້ຫນີອອກຈາກພຣະພັກພຣະຜູ້ເປັນເຈົ້າ ແລະມັນໄດ້ທຳໃຫ້ຮ່າງກາຍຂອງໂຢບເປັນບາດທົ່ວໄປ 8 ໂຢບ ໄດ້ໄປນັ່ງຢູ່ໃກ້ໆກອງຂີ້ເຖົ່າ ແລະໄດ້ເອົາກະບີ້ງຫມໍ້ແຕກຂູດຕາມເນື້ອຕົວຂອງຕົນ 9 ແລ້ວພັຣຍາຂອງໂຢບໄດ້ເວົ້າຕໍ່ເຂົາວ່າ, “ເຈົ້າຍັງຈະຍຶດຫມັ້ນໃນຄວາມຊື່ສັດຢູ່ຕໍ່ໄປຫລື ເປັນຫຍັງຈຶ່ງບໍ່ດ່າພຣະເຈົ້າ ແລ້ວຕາຍເສັຽ” 10 ໂຢບໄດ້ຕອບວ່າ, “ເຈົ້າເວົ້າຢ່າງບ້າໆ ເມື່ອພຣະເຈົ້າປະທານຂອງດີໃຫ້ເຮົາ ເຮົາກໍຍິນດີຮັບເອົາ ແຕ່ເມື່ອພຣະອົງປະທານຄວາມຍາກລຳບາກໃຫ້ເຮົາ ເປັນຫຍັງເຮົາຈຶ່ງຈົ່ມທຸກ” ເຖິງແມ່ນຄວາມທຸກທັງຫມົດນີ້ໄດ້ເກີດຂຶ້ນ ໂຢບກໍບໍ່ໄດ້ກ່າວສິ່ງໃດປມາດພຣະເຈົ້າເລີຍ 11 ເມື່ອມິດສະຫາຍສາມຄົນຂອງໂຢບມາ ຄືເອລີຟັສ ຊາວເມືອງເຕມານ ບີນດັດ ຊາວເມືອງຊູອາ ແລະໂຊຟາຣ໌ ຊາວເມືອງນາອາມາ ໄດ້ຍິນຂ່າວວ່າ ໂຢບມີຄວາມທຸກລຳບາກຫລາຍ ພວກເຂົາກໍນັດກັນມາຢ້ຽມຢາມທ່ານ ເພື່ອເລົ້າໂລມຈິດໃຈທ່ານ 12 ໃນລະຫວ່າງທີ່ພວກເຂົາຍັງຢູ່ບໍ່ໄກປານໃດກັບໂຢບ ພວກເຂົາກໍຫລຽວເຫັນໂຢບ ແຕ່ຈຳບໍ່ໄດ້ ເມື່ອພວກເຂົາມາເຖິງກໍ່ຮ້ອງໄຫ້ຄ່ຳຄວນ ຈີກເສື້ອຜ້າຂອງຕົນສະແດງຄວາມເສັຽໃຈ ແລ້ວຫວ່ານຂີ້ຝຸ່ນດິນຂຶ້ນເທິງອາກາດ ແລະໃສ່ຫົວຂອງຕົນ 13 ຕໍ່ມາກໍນັ່ງຢູ່ໃນດິນກັບທ່ານຄລອດເຈັດວັນເຈັດຄືນໂດຍບໍ່ເວົ້າຈາຫຍັງ ເພາະພວກເຂົາເຫັນວ່າ ໂຢບມີຄວາມທຸກຢ່າງຫລວງຫລາຍ
ໂຢບຈົ່ມທຸກຕໍ່ພຣະເຈົ້າ
1 ໃນທີ່ສຸດ ໂຢບກໍຮ້ອງດ່າວັນເກີດຂອງຕົນວ່າ 2 ໂຢບກ່າວວ່າ, 3 “ຂໍພຣະເຈົ້າຈົ່ງສາບແຊ່ງວັນເກີດຂອງຂ້າພຣະອົງ ຈົ່ງສາບແຊ່ງຄ່ຳຄືນວັນຂ້າພຣະອົງມາເກີດ 4 ໂອ ພຣະຜູ້ເປັນເຈົ້າ ຂໍຈົ່ງໃຫ້ວັນນັ້ນດຳມືດ ຢ່າລະນຶກເຖິງວັນນັ້ນອີກ ຢ່າໃຫ້ແສງສວ່າງສ່ອງໃນວັນນັ້ນ 5 ຈົ່ງທຳໃຫ້ວັນນັ້ນມືດຕຶບ ຂໍໃຫ້ເມກປົກຄຸມແສງຕາເວັນໃຫ້ດຳມືດ 6 ຈົ່ງລຶບຄືນນັ້ນອອກຈາກປີ ຢ່ານັບມັນເຂົ້າເປັນມື້ນຶ່ງຂອງປີອີກເລີຍ 7 ຈົ່ງທຳໃຫ້ຄືນນັ້ນ ເປັນຫມັນປາສຈາກຄວາມມ່ວນຊື່ນ 8 ຈົ່ງບອກຫມໍມົນສາບແຊ່ງວັນນັ້ນ ເພາະເຂົາມີຄວາມສາມາດສັ່ງໃຫ້ເງືອກຂຶ້ນມາໄດ້ 9 ຂໍໃດ້ດາວພຣະສຸກດຳມືດໄປ ຈົ່ງໃຫ້ຄວາມຫວັງຄອຍຖ້າແສງອາຣຸນຂອງຄືນນັ້ນຫມົດໄປ 10 ຈົ່ງສາບແຊ່ງຄືນນັ້ນ ເພາະວ່າມັນໃຫ້ຂ້າພຣະອົງໄດ້ເກີດ ແລະເພາະມັນໄດ້ຊ່ອງທາງໃຫ້ຂ້າພຣະອົງມີຄວາມລຳບາກເສັຽໃຈ 11 ຂ້າພຣະອົງຢາກຕາຍເສັຽຕັ້ງແຕ່ຢູ່ໃນທ້ອງແມ່ ຫລືຕາຍເສັຽແຕ່ເວລາເກີດທຳອິດ 12 ເປັນຫຍັງແມ່ຂອງຂ້າພຣະອົງຈິ່ງອຸ້ມຂ້າພຣະອົງໄວ້ໃນຕັກຂອງທ່ານ ເປັນຫຍັງທ່ານຈຶ່ງໃຫ້ຂ້າພຣະອົງກິນນົມ 13 ຖ້າຫາກຂ້າພຣະອົງຕາຍເສັຽໃນເວລານັ້ນ ບັດນີ້ຂ້າພຣະອົງກໍຫມົດທຸກ 14 ຈະຫລັບສະບາຍຢູ່ກັບກະສັດ ແລະທີ່ປຶກສາທັງຫລາຍຂອງພຣະອົງ ຜູ້ໄດ້ສ້າງພຣະຣາຊວັງເກົ່າແກ່ຂຶ້ນໃຫມ່ 15 ແລ້ວຂ້າພຣະອົງກໍຈະນອນຫລັບເຫມືອນເຈົ້ານາຍທັງຫລາຍ ຊຶ່ງມີເງິນຄຳໄວ້ເຕັມເຮືອນ 16 ຫລືນອນຫລັບເຫມືອນເດັກທີ່ຕາຍໃນທ້ອງແມ່ 17 ໃນຂຸມຝັງສົບນັ້ນ ຄົນຊົ່ວຈະຢຸດທຳຊົ່ວ ແລະຄົນງານຜູ້ອິດເມື່ອຍກໍໄດ້ຢຸດພັກ 18 ແມ່ນແຕ່ນັກໂທດກໍຢູ່ສງົບສຸກ ເພາະບໍ່ໄດ້ຍິນສຽງຮ້າຍຂອງນາຍຄຸມເອີ້ນບອກ 19 ຢູ່ທີ່ນັ້ນທຸກໆຄົນທັງຜູ້ໃຫຍ່ຜູ້ນ້ອຍ ແລະພວກຂ້າທາດກໍເປັນອິສຣະ 20 ເປັນຫຍັງຈຶ່ງໃຫ້ຄົນທີ່ທຸກຂະເວທນາມີຊີວິດຢູ່ ເປັນຫຍັງຈຶ່ງໃຫ້ແສງສວ່າງແກ່ຜູ້ໂສກເສົ້າເສັຽໃຈ 21 ພວກເຂົາລໍຄອຍຄວາມຕາຍ ແຕ່ມັນກໍບໍ່ຕາຍ ເຂົາມັກຂຸມຝັງສົບຫລາຍກວ່າມັກຊັບສິນ 22 ເຂົາບໍ່ມີຄວາມສຸກຖ້າບໍ່ຕາຍ ແລະຝັງເສັຽກ່ອນ 23 ພຣະເຈົ້າຊົງຕັດອະນາຄົດຂອງເຂົາ ແລະປິດລ້ອມເຂົາໃນທຸກດ້ານ 24 ຂ້າພຣະອົງຮ້ອງໄຫ້ແທນການກິນເຂົ້າ ຂ້າພຣະອົງບໍ່ເຄີຍຢຸດຮ້ອງໄຫ້ 25 ທຸກສິ່ງທີ່ຂ້າພຣະອົງຢ້ານກົວຕົກຖືກຂ້າພຣະອົງ 26 ຂ້າພຣະອົງບໍ່ມີຄວາມສງົບ ຫລືໄດ້ຢຸດພັກ ແລະຄວາມຍາກລຳບາກບໍ່ເຄີຍຫມົດສິ້ນໄປ
ມິດສະຫາຍສົນທະນາກັບໂຢບ
1 ຕໍ່ມາ ເອລີຟັສ ຊາວເຕມານໄດ້ເວົ້າກັບໂຢບວ່າ, 2 “ຖ້າຂ້າພະເຈົ້າເວົ້າ ທ່ານຊິບໍ່ຮ້າຍບໍ ຂ້າພະເຈົ້າບໍ່ສາມາດອົດເວົ້າຕໍ່ໄປໄດ້ 3 ທ່ານໄດ້ສອນຄົນມາຫລາຍແລ້ວ ແລະໄດ້ໃຫ້ຄົນມືອ່ອນມີກຳລັງແຂງແຮງ 4 ເມື່ອຄົນໃດຄົນນື່ງຕຳສະດຸດ ເມື່ອຍ ແລະຫມົດແຮງ ຄຳເວົ້າຂອງທ່ານກໍຊ່ອຍໃຫ້ເຂົາຢືນຂື້ນໄດ້ 5 ແຕ່ບັດນີ້ ຄວາມຍາກລຳບາກໄດ້ມາຖືກທ່ານແລ້ວ ທ່ານຫມົດກຳລັງໃຈທີ່ຈະສູ້ກັບມັນ 6 ທ່ານຂາບໄຫວ້ພຣະເຈົ້າ ແລະຊີວິດຂອງທ່ານກໍບໍ່ດ່າງພ້ອຍ ດັ່ງນັ້ນ ທ່ານຄວນມີຄວາມຫມັ້ນໃຈ ແລະຄວາມຫວັງ 7 ຈົ່ງຄິດເບິ່ງວ່າ ທ່ານເຫັນໃຜແດ່ຈັກຄົນນື່ງ ທີ່ເປັນຄົນຊອບທັມແຕ່ໄດ້ຮັບຄວາມພິນາດ 8 ຕາມທີ່ຂ້າພະເຈົ້າໄດ້ເຫັນຄື ບຸກຄົນຜູ້ໄຖ່ຄວາມຜິດ ແລະຫວ່ານຄວາມຊົ່ວກໍໄດ້ເກັບກ່ຽວຢ່າງນັ້ນ 9 ພຣະເຈົ້າຊົງທຳລາຍເຂົາດ້ວຍພຣະພິໂຣດເຫມືອນລົມພະຍຸ 10 ຄົນຊົ່ວແຜດສຽງຮ້ອງຄາງເຫມືອນດັ່ງສິງ ແຕ່ພຣະເຈົ້າຊົງໃຫ້ເຂົາງຽບ ແລະຫັກແຂ້ວເຂົາເສັຽ 11 ເຫມືອນສິງທີ່ບໍ່ມີຫຍັງຂົບກິນເປັນອາຫານ ມັນຕ້ອງຕາຍແລະລູກຂອງມັນກໍກະຈັດກະຈາຍໄປ 12 ມີຄຳນື່ງດັງມາເຖິງຂ້າພະເຈົ້າຢ່າງຄ່ອຍໆ ຄຳນັ້ນດັງມາຄ່ອຍຫລາຍເກືອບຂ້າພະເຈົ້າບໍ່ໄດ້ຍິນ 13 ມັນເຫມືອນກັບຄວາມຝັນຮ້າຍຊື່ງຮົບກວນຄວາມຫລັບຂອງຂ້າພະເຈົ້າ 14 ຂ້າພະເຈົ້າຢ້ານກົວຕົວສັ່ນ ທົ່ວຕົນຕົວຂອງຂ້າພະເຈົ້າສັ່ນສະທ້ານດ້ວຍຄວາມຢ້ານ 15 ມີລົມເບົາໆພັດຫນ້າຂອງຂ້າພະເຈົ້າ ຂົນຫນັງຂອງຂ້າພະເຈົ້າລຸກຊັນດ້ວຍຄວາມຕົກໃຈ 16 ຂ້າພະເຈົ້າໄດ້ເຫັນແນວນື່ງຢູ່ທີ່ນັ້ນ ຂ້າພະເຈົ້າໄດ້ຈ້ອງເບິ່ງ ແຕ່ບອກບໍ່ໄດ້ວ່າແມ່ນຫຍັງ ແລ້ວຂ້າພະເຈົ້າໄດ້ຍິນສຽງດັ່ງອອກມາແຕ່ຄວາມງຽບວ່າ, 17 “ໃນສາຍພຣະເນດຂອງພຣະເຈົ້າ ຄົນຊອບທັມມີຫລື ມະນຸດຈະບໍຣິສຸດຕໍ່ຫນ້າຜູ້ສ້າງເຂົາໄດ້ຫລື 18 ພຣະເຈົ້າບໍ່ໄວ້ພຣະທັຍໃນພວກເທວະດາຂອງພຣະອົງ ພຣະອົງຊົງພົບເຫັນຄວາມຜິດໃນເທວະດາເຫລົ່ານັ້ນ 19 ທ່ານຄິດວ່າພຣະອົງຈະຊົງໄວ້ວາງພຣະທັຍໃນສິ່ງທີ່ສ້າງດ້ວຍດິນຫນຽວຫລື ສິ່ງທີ່ເປັນດິນນັ້ນຈະຖືກຂະຍີ້ເຫມືອນບີບແມງເມົ່າ 20 ຄົນຜູ້ນື່ງອາດຈະມີຊີວິດຢູ່ໃນເວລາເຊົ້າ ແຕ່ກ່ອນຄ່ຳເຂົາອາດຈະຕາຍເສັຽໂດຍບໍ່ມີໃຜຮູ້ 21 ສິ່ງທັງຫມົດທີ່ເຂົາມີມານັ້ນກໍສູນເສັຽໄປ ເຂົາຕາຍໄປໂດຍບໍ່ທັນຮູ້ຫຍັງ”
1 ໂຢບເອີຍ ຈົ່ງເອີ້ນເບິ່ງດູ ມີຜູ້ໃດຈະຕອບທ່ານ ເທວະດາອົງໃດຈະມາຊ່ອຍທ່ານ 2 ຄົນໃຈຮ້ອນຕາຍຍ້ອນຄວາມໂກດ ຄົນໂງ່ຕາຍຍ້ອນຄວາມຮ້າຍ 3 ຂ້າພະເຈົ້າໄດ້ເຫັນພວກຄົນໂງ່ເບິ່ງຄືວ່າມີຖານະຫມັ້ນຄົງ ແຕ່ທັນໃດນັ້ນຄຳແຊ່ງດ່າກໍຕົກຖືກເຮືອນຂອງເຂົາ 4 ພວກລູກຫລານຂອງເຂົາບໍ່ເຄີຍໄດ້ພົບຄວາມປອດໄພ ໃນສານຕັດສີນບໍ່ມີໃຜຢືນຂຶ້ນຊ່ອຍເຂົາ 5 ຄົນຜູ້ຫິວເຂົ້າຈະຮັບປະທານຜົນເກັບກ່ຽວຂອງເຂົາ ແມ່ນແຕ່ພືດຜົນທີ່ງອກຂຶ້ນໃນກາງຫນາມຂອງເຂົາກໍເອົາໄປ ຄົນອຶດຢາກໄດ້ສົມບັດຂອງເຂົາ 6 ບາບແລະຄວາມຍາກລຳບາກບໍ່ໄດ້ງອກອອກມາຈາກດິນ 7 ແມ່ນແລ້ວ ມະນຸດໄດ້ຮັບຄວາມຍາກລຳບາກມາຈາກການກະທຳຂອງຕົນ ແນ່ນອນເຫມືອນກັບແປວໄຟຍ່ອມປິວຂຶ້ນຈາກກອງໄຟ 8 ຖ້າຂ້າພະເຈົ້າເປັນທ່ານ ຂ້າພະເຈົ້າຄືນໄປຫາພຣະເຈົ້າ ແລະມອບເຣື່ອງຣາວຂອງທ່ານຕໍ່ພຣະອົງ 9 ພຣະອົງຊົງກະທຳການອັນຍິ່ງໃຫຍ່ທີ່ພວກເຮົາເຂົ້າໃຈບໍ່ໄດ້ ແລະການອັດສະຈັນຂອງພຣະອົງກໍນັບບໍ່ຖ້ວນ 10 ພຣະອົງຊົງໃຫ້ຝົນຕົກລົງມາເທິງແຜ່ນດິນ ແລະຊົງໃຫ້ນ້ຳມີໃນທົ່ງນາ 11 ເອີ ແມ່ນພຣະເຈົ້າເປັນຜູ້ຊົງຍົກຄົນຕ່ຳຕ້ອຍຂຶ້ນ ແລະຊົງໂຜດຜູ້ໂສກເສົ້າເສັຽໃຈໃຫ້ໄດ້ຮັບຄວາມມ່ວນຊື່ນ 12 ພຣະອົງຊົງຂັດຂວາງເລ່ກົນຫລອກລວງ ເພື່ອມືຂອງເຂົາຈະທຳບໍ່ສຳເຣັດ 13 ຊົງດັກຈັບຄົນສລາດດ້ວຍອຸບາຍຂອງເຂົາເອງ ແລະໂຄງການຂອງຄົນຫລັກແຫລມກໍສິ້ນລົງໂດຍດ່ວນ 14 ເຖິງແມ່ນກາງເວັນເຂົາກໍຢູ່ໃນໃນມືດ 15 ແຕ່ພຣະເຈົ້າຊົງຊ່ອຍຄົນຍາກຈົນໃຫ້ພົ້ນຈາກຄວາມຕາຍ ແລະຊົງຊ່ອຍຄົນຂັດສົນໃຫ້ພົ້ນຈາກການກົດຂີ່ 16 ພຣະອົງຊົງໃຫ້ຄວາມຫວັງແກ່ຄົນຍາກຈົນ ແລະຊົງປິດປາກຄົນອະທັມ 17 ຄວາມສຸກຍ່ອມມີກັບບຸກຄົນຜູ້ພຣະເຈົ້າຊົງຕີສອນ ຢ່າເສັຽໃຈເມື່ອພຣະອົງຊົງຕຳຫນິ 18 ພຣະເຈົ້າຊົງທຳໃຫ້ບາດເຈັບ ແຕ່ພຣະອົງຊົງພັນບາດແຜໃຫ້ພຣະຫັດຂອງພຣະອົງຊົງຂ້ຽນຕີທ່ານ ແຕ່ພຣະອົງຊົງຮັກສາໃຫ້ດີ 19 ພຣະອົງຈະຮັກສາທ່ານໃຫ້ພົ້ນຈາກອັນຕະຣາຍຄລອດເວລາ 20 ເມື່ອມີການອຶດຢາກ ພຣະອົງຈະຊົງຊ່ອຍທ່ານບໍ່ໃຫ້ຕາຍ ແລະຈະຊົງປ້ອງກັນທ່ານບໍ່ໃຫ້ຕາຍໃນສົງຄາມ 21 ພຣະເຈົ້າຈະຊົງຊ່ອຍທ່ານໃຫ້ພົ້ນຈາກການຕົວະ ແລະຫມີ່ນປມາດ ພຣະອົງຈະຊົງຊ່ອຍທ່ານເມື່ອໄພວິບັດມາເຖິງ 22 ທ່ານຈະຫົວຂວັນການທຳລາຍ ແລະການອຶດຢາກ ຈະບໍ່ຢ້ານກົວສັດປ່າ 23 ທົ່ງນາທີ່ທ່ານໄຖຈະບໍ່ມີຫີນ ສັດປ່າທີ່ໂຫດຮ້າຍຈະບໍ່ທຳລາຍທ່ານ 24 ທ່ານຈະມີຊີວິດຢູ່ໃນຕູບຜ້າເຕັນຢ່າງສງົບສຸກ ແລ້ວທ່ານຈະເຫັນແກະຂອງທ່ານມີຄວາມປອດໄພ 25 ທ່ານຈະມີລູກຫລານຫລາຍເຫມືອນກັບຫຍ້າ 26 ທ່ານຈະມີອາຍຸຍືນຈົນເຖົ້າແກ່ ເຫມືອນເມັດເຂົ້າສຸກໃນຣະດູເກັບກ່ຽວ 27 ໂຢບເອີຍ ພວກເຮົາໄດ້ຮຽນຮູ້ສິ່ງນີ້ຢ່າງຄັກແນ່ແລ້ວ ມັນເປັນຄວາມຈີງ ບັດນີ້ຈົ່ງຮັບໄວ້ເທີນ”
ໂຢບຕຳຫນິສະຫາຍຂອງຕົນ
1 ແລ້ວໂຢບຕອບວ່າ, 2 “ໂອ ຂ້າພະເຈົ້າຢາກຈະຊັ່ງເບິ່ງຄວາມຮ້ອນໃຈຂອງຂ້າພະເຈົ້າ ແລະເອົາຄວາມຍາກລຳບາກຂອງຂ້າພະເຈົ້າໃສ່ໃນຕຣາຊີງ 3 ກໍຈະຫນັກກວ່າຂີ້ດິນຊາຍໃນທະເລ ເພາະເຫດນີ້ຄຳເວົ້າຂອງຂ້າພະເຈົ້າກໍຫຸນຫັນ 4 ເພາະທະນູຂອງອົງຜູ້ມີອຳນາດຍິ່ງໃຫຍ່ກໍຢູ່ໃນຕົວຂ້າພະເຈົ້າ ຈິດໃຈຂອງຂ້າພະເຈົ້າດື່ມພິດຂອງມັນ ຄວາມຫນ້າຫວາດກົວຈາກພຣະເຈົ້າ ລຽນເປັນແຖວສຸມເຂົ້າໃສ່ຂ້າພະເຈົ້າ 5 ລໍປ່າຮ້ອງເມື່ອມັນມີຫຍ້າຫລື ງົວເຖິກຮ້ອງເທິງກອງຫຍ້າຂອງມັນຫລື 6 ຈະຮັບປະທານສິ່ງທີ່ຈືດໂດຍບໍ່ໃສ່ເກືອໄດ້ຫລື ຫລືຫມາກເຂືອມີຣົດຢ່າງໃດແດ່ 7 ສິ່ງທີ່ຈິດໃຈຂອງຂ້າພະເຈົ້າບໍ່ຍອມແຕະຕ້ອງນັ້ນ ກັບເປັນອາຫານທີ່ເບື່ອຫນ່າຍຂອງຂ້າພະເຈົ້າ 8 “ໂອ ຂ້າພະເຈົ້າຢາກຈະໄດ້ສົມດັ່ງທີ່ທູນຂໍ ແລະຂໍພຣະເຈົ້າຊົງປະທານຕາມຄວາມປາຖນາຂອງຂ້າພະເຈົ້າ 9 ວ່າພຣະເຈົ້າພໍພຣະທັຍທີ່ຈະຂະຍີ້ຂ້າພະເຈົ້າ ວ່າພຣະອົງຈະໃຊ້ພຣະຫັດຂອງພຣະອົງຢ່າງເຕັມທີ ແລະຕັດຂ້າພະເຈົ້າອອກເສັຽ 10 ນີ້ຈະເປັນການເລົ້າໂລມໃຈຂອງຂ້າພະເຈົ້າ ຂ້າພະເຈົ້າຄົງຈະເຕັ້ນໂລດແມ່ນວ່າໃນຄວາມເຈັບປວດຈະຂາດໃຈ ເພາະຂ້າພະເຈົ້າບໍ່ໄດ້ປະຕິເສດພຣະຄຳຂອງພຣະອົງຜູ້ບໍຣິສຸດນັ້ນ 11 ຂ້າພະເຈົ້າບໍ່ມີກໍາລັງ ທີ່ຂ້າພະເຈົ້າຈະຄອຍ ແລະສິ່ງໃດເປັນອະວະສານຂອງຂ້າພະເຈົ້າ ທີ່ຂ້າພະເຈົ້າຈະຕ້ອງອົດທົນ 12 ກຳລັງຂອງຂ້າພະເຈົ້າເປັນກຳລັງຂອງຫີນຫລື ເນື້ອຂອງຂ້າພະເຈົ້າເປັນເນື້ອທອງສຳຣິດຫລື 13 ທີ່ຈີງຂ້າພະເຈົ້າບໍ່ມີຄວາມຊ່ອຍເຫລືອໃນຕົວຂ້າພະເຈົ້າເລີຍ ຂ້າພະເຈົ້າຈົນປັນຍາເສັຽແລ້ວ 14 “ບຸກຄົນຜູ້ໃດຫນ່ວງຫນ່ຽວຄວາມກະຣຸນາໄວ້ຈາກເພື່ອນກໍປະຖິ້ມຄວາມຢຳເກງອົງພຣະຜູ້ມີອຳນາດຍິ່ງໃຫຍ່ 15 ພີ່ນ້ອງຂອງຂ້າພະເຈົ້າທໍຣະຍົດຢ່າງຫ້ວຍ ຢ່າງຫ້ວຍທີ່ນ້ຳໄຫລລົ້ນ 16 ຊື່ງດຳໄປເຫດດ້ວຍນ້ຳແຂງ ແລະຫີມມະເປື່ອຍລະລາຍໄປນັ້ນ 17 ໃນເວລາຮ້ອນມັນກໍຫາຍໄປ ເມື່ອຮ້ອນມັນກໍສູນໄປຈາກທີ່ຂອງມັນ 18 ຫມູ່ຄົນເດີນທາງຫັນອອກຈາກທາງຂອງເຂົາ ເຂົາຂຶ້ນໄປຍັງທີ່ຮ້າງເປົ່າ ແລະພິນາດ 19 ຫມູ່ຄົນເດີນທາງຈາກເຕມາມອງເບິ່ງ ຄົນເດີນທາງຂອງເມືອງເຊບາລໍຄອຍຫມູ່ຄົນເຫລົ່ານັ້ນ 20 ເພາະເຂົາທັງຫລາຍຫວັງໃຈ ເຂົາຈິ່ງຕ້ອງຜິດຫວັງ ເຂົາມາເຖິງທີ່ນັ້ນ ແລະຕ້ອງຫຍຸ້ງໃຈ 21 ບັດນີ້ ທ່ານທັງຫລາຍເປັນຢ່າງນັ້ນແກ່ຂ້າພະເຈົ້າ ທ່ານເຫັນຄວາມຍາກລຳບາກ ແລະທ່ານກໍຢ້ານ 22 ຂ້າພະເຈົ້າເວົ້າວ່າ, “ຂໍຂອງຂວັນໃຫ້ຂ້າພະເຈົ້າແດ່ ຫລືຂໍສີນຈ້າງຈາກຊັບສົມບັດຂອງທ່ານໃຫ້ຂ້າພະເຈົ້າ 23 ຫລືວ່າຂໍຊ່ອຍຂ້າໃຫ້ພົ້ນຈາກມືຂອງສັດຕູ ຫລືວ່າຂໍໄຖ່ຂ້າພະເຈົ້າຈາກມືຂອງຜູ້ບີບບັງຄັບຫລື 24 “ສອນຂ້າພະເຈົ້າ ແລະຂ້າພະເຈົ້າຈະງຽບ ຂໍທຳໃຫ້ຂ້າພະເຈົ້າເຂົ້າໃຈວ່າຂ້າພະເຈົ້າຜິດສິ່ງໃດ 25 ຄຳຊື່ຕົງມີອຳນາດຫລາຍແທ້ໆ ແຕ່ຄຳຕິເຕືອນຂອງທ່ານຕິເຕືອນສິ່ງໃດທ່ານຄິດວ່າທ່ານຕິຕຽນຖ້ອຍຄຳໄດ້ຫລື ເມື່ອຄຳປາໄສຂອງຄົນສິ້ນຫວັງເປັນແຕ່ລົມ 26 ທ່ານທັງຫລາຍຄົງຈະໄດ້ຈັບສລາກເອົາລູກກຳພ້າພໍ່ ແລະຕໍ່ຣອງເອົາເພື່ອນຂອງທ່ານເຫມືອນເປັນສີນຄ້າ 27 “ແຕ່ບັດນີ້ ຂໍມອງດູຂ້າພະເຈົ້າ ເພາະຂ້າພະເຈົ້າຈະບໍ່ມຸສາຕໍ່ຫນ້າຂອງທ່ານ 28 ຂໍຈົ່ງຄິດໃຫມ່ ຢ່າຜິດທັມເລີຍ ກັບຄິດໃຫມ່ເຖີດ ຂ້າພະເຈົ້າຍັງຖືກຢູ່ 29 ມີຄວາມຜິດສິ່ງໃດເທິງລີ້ນຂ້າພະເຈົ້າຫລື ຂ້າພະເຈົ້ານັ້ນຫລືບໍ່ຮູ້ເຖິງໄພວິບັດ
ໂຢບເວົ້າທັກທ້ວງພຣະເຈົ້າ
1 “ມະນຸດບໍ່ມີການເຂົ້າປະຈຳການເທິງແຜ່ນດິນໂລກຫລື ແລະຊີວິດຂອງເຂົາບໍ່ເຫມືອນຂອງລູກຈ້າງດອກຫລື 2 ເຫມືອນຢ່າງທາດທີ່ຄິດເຖິງເວລາຄ່ຳ ແລະເຫມືອນຢ່າງລູກຈ້າງຜູ້ລໍຄອຍຄ່າຈ້າງ 3 ເຊັ່ນດຽວກັນ ຂ້າພະເຈົ້າຕ້ອງໄດ້ຮັບສ່ວນຄວາມອະນິດຈັງເປັນເດືອນໆ ແລະເຂົາແບ່ງຄືນແຫ່ງຄວາມຫນ້າສັງເວດແກ່ຂ້າພະເຈົ້າ 4 ເມື່ອຂ້າພະເຈົ້ານອນລົງ ຂ້າພະເຈົ້າວ່າ “ເມື່ອໃດຫນໍ ຂ້າຈະລຸກຂຶ້ນ“ແຕ່ກາງຄືນກໍຍາວ ແລະຂ້າພະເຈົ້າກໍພິກໄປພິກມາຈົນຮອດຮຸ່ງເຊົ້າ 5 ເນື້ອຂອງຂ້າພະເຈົ້າຫົ່ມຫນອນ ແລະຝຸ່ນ ຫນັງຂອງຂ້າພະເຈົ້າແຂງຂຶ້ນ ແລ້ວກໍຍະອອກໃຫມ່ 6 ວັນຄືນຂອງຂ້າພະເຈົ້າໄວກວ່າກະສວຍຂອງຊ່າງຕ່ຳຜ້າ ແລະສິ້ນສຸດລົງດ້ວຍປາສຈາກຄວາມຫວັງ 7 “ຂໍຊົງຈຳໄວ້ວ່າ ຊີວິດຂອງຂ້າພຣະອົງເປັນແຕ່ລົມຫາຍໃຈ ຕາຂອງຂ້າພຣະອົງຈະບໍ່ເຫັນສິ່ງໃດອີກເລີຍ 8 ຕາຂອງຜູ້ທີ່ເຫັນຂ້າພຣະອົງຈະບໍ່ໄດ້ເບິ່ງຂ້າພຣະອົງອີກຕໍ່ໄປ ຝ່າຍພຣະເນດຂອງພຣະອົງມອງຫາຂ້າພຣະອົງ ຂ້າພຣະອົງກໍໄປເສັຽແລ້ວ 9 ເມກຈາງ ແລະຫາຍໄປສັນໃດ ບຸກຄົນທີ່ລົງໄປຍັງພິພົບຄົນຕາຍກໍບໍ່ໄດ້ກັບມາສັນນັ້ນ 10 ເຂົາບໍ່ກັບໄປເຮືອນຂອງເຂົາອີກ ຫລືທີ່ຢູ່ຂອງເຂົາກໍບໍ່ຮູ້ຈັກເຂົາອີກເລີຍ 11 “ເພາະສະນັ້ນ ຂ້າພຣະອົງຈີ່ງບໍ່ຍັງຢັ້ງປາກຂອງຂ້າພຣະອົງ ຂ້າພຣະອົງຈະເວົ້າດ້ວຍຄວາມແສນລະທົມແຫ່ງຈິດໃຈຂອງຂ້າພຣະອົງ ຂ້າພຣະອົງຈະຈົ່ມດ້ວຍຄວາມຂົ່ມຂື່ນແຫ່ງຈິດໃຈຂອງຂ້າພຣະອົງ 12 ຂ້າພຣະອົງເປັນທະເລ ຫລືເປັນມັງກອນຫລື ພຣະອົງຈິ່ງຊົງວາງຍາມເຝົ້າຂ້າພຣະອົງ 13 ເມື່ອຂ້າພຣະອົງເວົ້າວ່າ “ຕຽງຂອງຂ້າພະເຈົ້າຈະເລົ້າໂລມຂ້າພະເຈົ້າ ບ່ອນນອນຂອງຂ້າພະເຈົ້າຈະບັນເທົາການຮ້ອງທຸກຂອງຂ້າພະເຈົ້າ” 14 ແລ້ວພຣະອົງກໍທຳໃຫ້ຂ້າພຣະອົງຢ້ານດ້ວຍຄວາມຝັນ ແລະທຳໃຫ້ຂ້າພຣະອົງຫວາດກົວດ້ວຍນິມິດ 15 ຈິດໃຈຂອງຂ້າພຣະອົງຈິ່ງເລືອກທີ່ຈະອຶດອັດຕາຍ ຍິ່ງກວ່າເຫລືອແຕ່ກະດູກຢ່າງນີ້ 16 ຂ້າພຣະອົງເບື່ອຊີວິດ ຂ້າພຣະອົງຈະບໍ່ຢູ່ຄ້ຳຟ້າ ປ່ອຍຂ້າພຣະອົງແຕ່ລຳພັງເຖີດ ເພາະວັນຄືນຂອງຂ້າພຣະອົງເປັນແຕ່ພຽງລົມຫາຍໃຈ 17 ມະນຸດເປັນຫຍັງ ພຣະອົງຈິ່ງຊົງຖືວ່າເຂົາສຳຄັນ ແລະທີ່ພຣະອົງໃສ່ພຣະທັຍເຂົາ 18 ຊົງຢ້ຽມເຂົາທຸກເຊົ້າ ຊົງທົດລອງເບິ່ງເຂົາທຸກຂນະ 19 ອີກດົນປານໃດພຣະອົງຈິ່ງຈະບໍ່ຊົງມອງເບິ່ງຂ້າພຣະອົງ ຫລືປ່ອຍຂ້າພຣະອົງແຕ່ລຳພັງ ຈົນຂ້າພຣະອົງຈະກືນນ້ຳລາຍຂອງຕົນໄດ້ 20 ຂ້າແຕ່ພຣະອົງຜູ້ເຝົ້າມະນຸດ ຖ້າຂ້າພຣະອົງທຳບາບ ຂ້າພຣະອົງທຳສິ່ງໃດແກ່ພຣະອົງ ເປັນຫຍັງພຣະອົງຈິ່ງຊົງທຳໃຫ້ຂ້າພຣະອົງເປັນເປົ້າຫມາຍຂອງພຣະອົງ ເປັນຫຍັງຂ້າພຣະອົງຈິ່ງເປັນພາຣະຂ4ອງພຣະອົງ 21 ເປັນຫຍັງພຣະອົງບໍ່ຊົງປະທານອະໄພແກ່ການທໍຣະຍົດຂອງຂ້າພຣະອົງ ແລະນຳເອົາບາບຂອງຂ້າພຣະອົງໄປເສັຽ ເພາະບັດນີ້ຂ້າພຣະອົງຈະນອນລົງໃນຝຸ່ນຂີ້ດິນ ພຣະອົງຈະຊົງຊອກຫາຂ້າພຣະອົງ ແຕ່ຂ້າພຣະອົງຈະບໍ່ຢູ່ແລ້ວ”
ບີນດັດຢືນຢັນຄວາມຍຸດຕິທັມຂອງພຣະເຈົ້າ
1 ແລ້ວບີນດັດຕະກູນຊູອາຕອບວ່າ, 2 “ທ່ານຈະເວົ້າຢ່າງນີ້ຢູ່ດົນປານໃດ ແລະຄຳເວົ້າຂອງທ່ານຈະເປັນພະຍຸນານປານໃດ 3 ພຣະເຈົ້າຊົງບິດເບືອນຄວາມຍຸດຕິທັມຫລື ຫລືອົງຜູ້ມີອຳນາດຍິ່ງໃຫຍ່ບິດເບືອນຄວາມຍຸດຕິທັມຫລື 4 ຖ້າລູກຂອງທ່ານໄດ້ກະທຳບາບຕໍ່ພຣະອົງ ພຣະອົງກໍຊົງມອບເຂົາທັງຫລາຍໄວ້ໄວ້ໃນອຳນາດຂອງການທໍຣະຍົດຂອງເຂົາ 5 ຖ້າທ່ານຈະຫມັ່ນສແວງຫາພຣະເຈົ້າ ແລະອ້ອນວອນຕໍ່ອົງຜູ້ມີອຳນາດຍິ່ງໃຫຍ່ 6 ຖ້າທ່ານບໍຣິສຸດ ແລະທ່ຽງທັມ ແນ່ນອນ ແລ້ວພຣະອົງຈະຊົງຕື່ນຂຶ້ນເພື່ອທ່ານ ແລະຊົງຄືນທີ່ອາໄສແຫ່ງຄວາມຊອບທັມໃຫ້ 7 ເຖິງແມ່ນວ່າການເລີ້ມຕົ້ນຊີວິດຂອງທ່ານຈະເລັກນ້ອຍ ແຕ່ຕໍ່ໄປປາຍໆຈະໃຫຍ່ໂຕຂຶ້ນ 8 “ຂ້າພະເຈົ້າຂໍຮ້ອງ ໃຫ້ທ່ານຖາມຄົນບູຮານເບິ່ງ ແລະຄິດເບິ່ງວ່າບັນພະບຸຣຸດຄົ້ນພົບສິ່ງໃດແດ່ 9 ເພາະສ່ວນເຮົາ ຊີວິດສັ້ນເຫມືອນຢ່າງເກີດມື້ວານນີ້ ບໍ່ຮູ້ຈັກຫຍັງເລີຍ ເພາະວັນຄືນຂອງເຮົາເທິງແຜ່ນດິນໂລກປຽບເຫມືອນເງົາ 10 ເຂົາຈະບໍ່ສອນທ່ານແລະບອກທ່ານ ແລະກ່າວຄຳຈາກຄວາມເຂົ້າໃຈຂອງເຂົາຫລື 11 “ຕົ້ນອໍ້ຈະງອກຂື້ນໃນບ່ອນທີ່ບໍ່ມີຕົມໄດ້ຫລື ແລະຈະງອກງາມໃນບ່ອນທີ່ບໍ່ມີນ້ຳໄດ້ຫລື 12 ຂນະທີ່ມີດອກຍັງບໍ່ໄດ້ຕັດລົງ ມັນກໍຫ່ຽວແຫ້ງໄປກ່ອນຕົ້ນໄມ້ອື່ນໆ 13 ທາງຂອງບັນດາຜູ້ທີ່ລືມພຣະເຈົ້າກໍເປັນຢ່າງນັ້ນແຫລະ ຄວາມຫວັງຂອງຄົນທີ່ບໍ່ນັບຖືພຣະເຈົ້າຈະພິນາດໄປ 14 ສິ່ງທີ່ເຂົາໄວ້ໃຈຫັກສະບັ້ນລົງ ແລະສິ່ງທີ່ເຂົາວາງໃຈຍຸ່ຍເຫມືອນດັ່ງໃຍແມງມຸມ 15 ເຂົາເອື່ອຍອີງເຮືອນຂອງເຂົາ ແຕ່ມັນທົນທານບໍ່ໄຫວ ເຂົາຍຶດມັນໄວ້ ແຕ່ມັນກໍບໍ່ທົນຢູ່ບໍ່ໄດ້ 16 ຄົນຊົ່ວຂຽວສົດຢູ່ຕໍ່ຫນ້າດວງຕາເວັນ ດັ່ງຕົ້ນຫຍ້າແຜ່ຂະຫຍາຍທົ່ວທັງສວນນັ້ນ 17 ຮາກຂອງມັນເລື້ອຍໄປເກາະກອງຫີນ ແລະຫຍັ່ງລົງໄປໃນອ້ອມກ້ອນຫີນ 18 ຖ້າມັນຖືກທຳລາຍໄປຈາກບ່ອນຂອງມັນ ແລ້ວທີ່ນັ້ນຈະປະຕິເສດວ່າ “ຂ້າບໍ່ເຄີຍເຫັນເຈົ້າ” 19 ເບິ່ງແມ໋ ນີ້ເປັນຄວາມຊື່ນບານແຫ່ງທາງຂອງມັນ ແລະສິ່ງອື່ນຈະງອກອອກມາຈາກດິນ 20 ເບິ່ງແມ໋ ພຣະເຈົ້າຈະບໍ່ຊົງປະຖິ້ມຄົນດີຮອບຄອບ ຫລືຄ້ຳຈູນຜູ້ກະທຳຄວາມຊົ່ວຮ້າຍ 21 ພຣະອົງຍັງຈະຊົງໃຫ້ປາກຂອງທ່ານຫົວເລາະ ແລະທຳໃຫ້ຮີມຝີປາກຂອງທ່ານໂຮ່ຮ້ອງສເມີ 22 ຄົນເຫລົ່ານັ້ນທີ່ກຽດຊັງທ່ານ ຈະຫົ່ມຄວາມອັບ ອາຍ ແລະເຕັນຂອງຄົນອະທັມຈະບໍ່ມີຕໍ່ໄປອີກເລີຍ
ໂຢບບໍ່ສາມາດທີ່ຈະທູນຕອບພຣະເຈົ້າໄດ້
1 ແລ້ວໂຢບຕອບວ່າ, 2 “ແມ່ນແທ້ ຂ້າພະເຈົ້າຊາບວ່າເປັນຢ່າງນັ້ນ ແຕ່ຄົນເຣົາຈະຊອບທັມຈຳເພາະພຣະພັກພຣະເຈົ້າໄດ້ຢ່າງໃດ 3 ຖ້າຄົນນື່ງຄົນໃດປາຖນາຈະໂຕ້ຖຽງກັບພຣະອົງ ໃນພັນຄັ້ງຜູ້ນັ້ນກໍຕອບພຣະອົງບໍ່ໄດ້ຈັກຄັ້ງດຽວ 4 ພຣະອົງສລາດຢູ່ໃນພຣະທັຍ ແລະພຣະກຳລັງກໍແຂງແຮງ ຜູ້ໃດເຄີຍໄດ້ແຂງຕໍ່ພຣະອົງ ແລະຊນະພຣະອົງ 5 ພຣະອົງຜູ້ຊົງເຄື່ອນພູເຂົາ ແລະພູເຂົາທັງຫລາຍກໍບໍ່ຮູ້ ເມື່ອພຣະອົງຊົງຄວ່ຳມັນເສັຽດ້ວຍພຣະພິໂຣດຂອງພຣະອົງ 6 ຜູ້ຊົງສັ່ນແຜ່ນດິນໂລກໃຫ້ອອກຈາກທີ່ຂອງມັນ ແລະເສົາຂອງມັນກໍສັ່ນສະເທືອນ 7 ຜູ້ຊົງບັນຊາດວງຕາເວັນ ແລະມັນບໍ່ຂຶ້ນ ຜູ້ຊົງຜະນຶກເກັບດວງດາວໄວ້ 8 ຜູ້ຊົງຄືງຟ້າສວັນອອກແຕ່ພຣະອົງດຽວ ແລະຊົງຢ່ຳຄືນຂອງທະເລ 9 ຜູ້ຊົງສ້າງດາວແຂ້ແລະດາວໄຖ ດາວລູກໄກ່ ແລະຫມ່ດາວທິດໃຕ້ 10 ຜູ້ຊົງກະທຳຣິດອຳນາດເຫລືອທີ່ຈະເຂົ້າໃຈໄດ້ ແລະການອັດສະຈັນຢ່າງນັບບໍ່ຖ້ວນ 11 ພຣະອົງຊົງຜ່ານໄປ ແລະຂ້າພະເຈົ້າບໍ່ສາມາດສັງເກດເຫັນພຣະອົງໄດ້ 12 ເບິ່ງແມ໋ ພຣະອົງຊົງເອົາໄປ ໃຜຈະຫ້າມພຣະອົງໄດ້ ໃຜຈະທູນພຣະອົງວ່າ “ພຣະອົງຊົງກະທຳສິ່ງໃດນັ້ນ” 13 “ພຣະເຈົ້າຈະບໍ່ບິດເບືອນພຣະພິໂຣດຂອງພຣະອົງ ໃຜຊ່ອຍຣາຮາບ ມັງກອນທະເລຕໍ່ຕ້ານພຣະອົງໄດ້ 14 ແລ້ວຂ້າພະເຈົ້າຈະຕອບພຣະອົງໄດ້ຢ່າງໃດ ຈະເລືອກຖ້ອຍຄຳອັນໃດມາໂຕ້ຕອບພຣະອົງ 15 ແມ່ນວ່າຂ້າພະເຈົ້າປາສຈາກຄວາມຜິດ ຂ້າພະເຈົ້າກໍຕອບພຣະອົງບໍ່ໄດ້ ຂ້າພະເຈົ້າຈະຕ້ອງຂໍພຣະກະຣຸນາຕໍ່ໂຈດຂອງຂ້າພະເຈົ້າ 16 ຖ້າຂ້າພະເຈົ້າຮ້ອງທູນຕໍ່ພຣະອົງ ແລະພຣະອົງຊົງຕອບຂ້າພະເຈົ້າ ຂ້າພະເຈົ້າຈະບໍ່ເຊື່ອວ່າພຣະອົງຊົງຟັງສຽງຂອງຂ້າພະເຈົ້າ 17 ເພາະພຣະອົງຊົງຂະຍີ້ຂ້າພະເຈົ້າດ້ວຍພະຍຸ ແລະທະວີບາດແຜຂອງຂ້າພະເຈົ້າໂດຍບໍ່ມີເຫດ 18 ພຣະອົງຈະບໍ່ຊົງໃຫ້ຂ້າພະເຈົ້າຫາຍໃຈໄດ້ ແຕ່ເຕີມຄວາມຂົ່ມຂືນໃຫ້ຂ້າພະເຈົ້າເຕັມ 19 ຖ້າເປັນການປະລອງກຳລັງ ກໍເບິ່ງພຣະອົງແມ໋ ຖ້າເປັນເຣື່ອງການພິພາກສາໃຜຈະນັດຟ້ອງພຣະອົງໄດ້ 20 ເຖິງແມ່ນວ່າຂ້າພະເຈົ້າຊອບທັມ ປາກຂອງຂ້າພະເຈົ້າຈະກ່າວໂທດຂ້າພະເຈົ້າ ແມ່ນວ່າຂ້າພະເຈົ້າຈະດີຮອບຄອບ ພຣະອົງຈະພິສູດວ່າຂ້າພະເຈົ້າບົກພ່ອງ 21 ຂ້າພະເຈົ້າດີຮອບຄອບ ຂ້າພະເຈົ້າບໍ່ໄຍດີໃນຕົວຂ້າພະເຈົ້າ ຂ້າພະເຈົ້າກຽດຊັງຊີວິດຂອງຂ້າພະເຈົ້າ 22 ກໍເຫມືອນກັນຫມົດ ເພາະສະນັ້ນຂ້າພະເຈົ້າຈິ່ງວ່າ ພຣະອົງຊົງທຳລາຍທັງຄົນດີຮອບຄອບແລະຄົນອະທັມ 23 ເມື່ອໄພວິບັດນຳຄວາມຕາຍມາໂດຍບໍ່ຄາດຝັນ ພຣະອົງຊົງເຍາະເຍີ້ຍຄວາມທຸກລຳບາກຂອງຜູ້ປາສຈາກຄວາມຜິດ 24 ແຜ່ນດິນໂລກນີ້ຊົງມອບໄວ້ໃນມືຂອງຄົນອະທັມ ພຣະອົງຊົງປິດຫນ້າບັນດາຜູ້ປົກຄອງໂລກ ຖ້າບໍ່ແມ່ນພຣະອົງ ແລ້ວໃຜຫນໍທີ່ຈະທຳສິ່ງເຫລົ່ານີ້ 25 “ວັນທັງຫລາຍຂອງຂ້າພຣະອົງໄວກວ່ານັກແລ່ນ ມັນຜ່ານພົ້ນໄປ ມັນບໍ່ເຫັນມີສິ່ງໃດດີ 26 ມັນຜ່ານໄປຢ່າງກັບເຮືອໄວ ດັ່ງນົກອີນຊີເຈີດລົງຂຸບເຫຍື່ອ 27 ຖ້າຂ້າພຣະອົງວ່າ, “ຂ້າພະຈົ້າຈະລືມຄຳຮ້ອງທຸກຂອງຂ້າພະເຈົ້າ ຂ້າພະເຈົ້າຈະຖິ້ມຫນ້າໂສກເສົ້າຂອງຂ້າພະເຈົ້າເສັຽ ແລະເບີກບານມ່ວນຊື່ນ” 28 ຂ້າພຣະອົງເກີດຄວາມຢ້ານບັນດາຄວາມທຸກຂອງຂ້າພຣະອົງ ເພາະຂ້າພຣະອົງຮູ້ວ່າ ພຣະອົງຈະບໍ່ຖືວ່າຂ້າພຣະອົງປາສຈາກຄວາມຜິດ 29 ຂ້າພຣະອົງຈະຖືກກ່າວໂທດ ແລະເປັນຫຍັງຈະຕ້ອງມາຮົບກວນຂ້າພຣະອົງ 30 ຖ້າຂ້າພຣະອົງຊຳຮະຕົວຂອງຂ້າພຣະອົງດ້ວຍສະບູ ແລະລ້າງມືຂອງຂ້າພຣະອົງຈາກການບາບ 31 ພຣະອົງຍັງຈະຊົງຈຸ່ມຂ້າພຣະອົງລົງໄປໃນບໍ່ ເສື້ອຜ້າຂອງຂ້າພຣະອົງຈະລັງກຽດຂ້າພຣະອົງ 32 ພຣະອົງບໍ່ແມ່ນມະນຸດຢ່າງຂ້າພຣະອົງ ທີ່ຂ້າພຣະອົງຈະຕອບພຣະອົງ ຊື່ງເຮົາຈະມາສູ້ຄະດີດ້ວຍກັນ 33 ບໍ່ມີຄົນກາງລະຫວ່າງເຮົາ ຜູ້ຊຶ່ງຈະຕັດສີນຄວາມເຮົາທັງສອງໄດ້ 34 ຂໍໃຫ້ພຣະອົງຊົງນຳໄມ້ແສ້ໄປຈາກຂ້າພຣະອົງເສັຽ ແລະຂໍຈົ່ງເອົາຄວາມຢ້ານອັນໃຫຍ່ໄປຈາກຂ້າພຣະອົງ 35 ແລ້ວຂ້າພະອົງຈະເວົ້າ ແລະບໍ່ຢ້ານພຣະອົງ ເພາະໃຈຈິງຂອງຂ້າພຣະອົງບໍ່ເປັນຢ່າງນັ້ນ
ໂຢບຄ່ຳຄວນເຖິງສະພາບຂອງຕົນ
1 “ຂ້າພະເຈົ້າເບື່ອຊີວິດຂອງຂ້າພະເຈົ້າ ຂ້າພະເຈົ້າຈະຮ້ອງທຸກຢ່າງບໍ່ຢັບຢັ້ງ ຂ້າພະເຈົ້າຈະເວົ້າດ້ວຍຈິດໃຈຂົ່ມຂື່ນຂອງຂ້າພະເຈົ້າ 2 ຂ້າຈະທູນພຣະເຈົ້າວ່າ ຂໍຢ່າຊົງກ່າວໂທດຂ້າພຣະອົງ ຂໍໃຫ້ຂ້າພຣະອົງຮູ້ວ່າເປັນຫຍັງພຣະອົງຈິ່ງຊົງກ່າວຟ້ອງກັບຂ້າພຣະອົງ 3 ພຣະອົງຊົງເຫັນຊອບແລ້ວຫລືທີ່ຈະບີບບັງຄັບ ທີ່ຈະຫມີ່ນພຣະຫັດຖະກິດຂອງພຣະອົງ ແລະຊົງໂຜດແຜນການຂອງຄົນອະທັມ 4 ພຣະອົງຊົງມີພຣະເນດຢ່າງຕາຄົນຫລື ພຣະອົງຊົງເຫັນຢ່າງມະນຸດເຫັນຫລື 5 ວັນຂອງພຣະອົງເຫມືອນວັນຂອງມະນຸດຫລື ປີຂອງພຣະອົງເຫມືອນວັນຄືນຂອງຄົນເຣົາຫລື 6 ທີ່ພຣະອົງຊົງຄອຍຈັບຜິດຂ້າພຣະອົງ ແລະຊອກຫາບາບຂອງຂ້າພຣະອົງ 7 ພຣະອົງຊົງຮູ້ດີວ່າຂ້າພຣະອົງບໍ່ໄດ້ເປັນຄົນຊອບທັມ ແລະບໍ່ມີໃຜຊ່ອຍຂ້າພຣະອົງໃຫ້ຫວິດອອກຈາກພຣະຫັດຂອງພຣະອົງໄດ້ 8 ພຣະຫັດຂອງພຣະອົງປັ້ນ ແລະຊົງສ້າງຂ້າພຣະອົງ ແລະບັດນີ້ພຣະອົງຊົງກັບຄືນມາທຳລາຍຂ້າພຣະອົງ 9 ຂໍຊົງຣະລຶກເຖິງວ່າພຣະອົງຊົງສ້າງຂ້າພຣະອົງດ້ວຍດິນ ພຣະອົງຈະຊົງນຳຂ້າພຣະອົງໃຫ້ກັບຄືນເປັນຝຸ່ນຂີ້ດີນອີກຫລື 10 ພຣະອົງບໍ່ໄດ້ຊົງຖອກເທຂ້າພຣະອົງອອກຢ່າງນ້ຳນົມ ແລະທຳຂ້າພຣະອົງໃຫ້ແຂງເຫມືອນເນີຍແຂງຫລື 11 ພຣະອົງຊົງຫົ່ມຂ້າພຣະອົງໄວ້ດ້ວຍຫນັງແລະເນື້ອ ແລະຊົງສານຂ້າພຣະອົງດ້ວຍກະດູກ ແລະເສັ້ນເອັນ 12 ພຣະອົງຊົງໄດ້ໃຫ້ຊີວິດ ແລະຄວາມຮັກຫມັ້ນຄົງແກ່ຂ້າພຣະອົງ ແລະຄວາມດູແລຮັກສາຂອງພຣະອົງໄດ້ສວມຈິດວິນຍານຂ້າພຣະອົງໄວ້ 13 ແຕ່ສິ່ງຕໍ່ໄປນີ້ພຣະອົງຊົງເຊື່ອງໄວ້ໃນພຣະທັຍຂອງພຣະອົງ ຂ້າພຣະອົງຮູ້ວ່ານີ້ເປັນພຣະປະສົງຂອງພຣະອົງ 14 ຖ້າຂ້າພຣະອົງທຳບາບ ພຣະອົງຊົງຫມາຍຂ້າພຣະອົງໄວ້ ແລະບໍ່ຊົງປ່ອຍຕົວຂ້າພຣະອົງໃຫ້ພົ້ນໂທດຄວາມຜິດບາບຂອງຂ້າພຣະອົງ 15 ຖ້າຂ້າພຣະອົງຊົ່ວຮ້າຍ ວິບັດແກ່ຂ້າພຣະອົງ ຖ້າຂ້າພຣະອົງຊອບທັມ ຂ້າພຣະອົງຍັງເງີຍສີສະຂອງຂ້າພຣະອົງຂຶ້ນບໍ່ໄດ້ ເພາະຂ້າພຣະອົງເຕັມໄປດ້ວຍຄວາມອັບອາຍ ແລະມອງເບິ່ງຄວາມທຸກໃຈຂອງຂ້າພຣະອົງ 16 ແລະຖ້າຂ້າພຣະອົງຈະຍົກຕົວຂຶ້ນ ພຣະອົງຈະຊົງໄລ່ຂຸບຂ້າພຣະອົງເຫມືອນດັ່ງສິງທີ່ດຸຮ້າຍ ແລະຊົງທຳການອັດສະຈັນສູ້ຂ້າພຣະອົງອີກ 17 ພຣະອົງຊົງມີພຍານຂອງພຣະອົງປັກປຳຂ້າພຣະອົງໃຫມ່ ແລະຊົງເພີ້ມຄວາມຮ້ອນພຣະທັຍຂອງພຣະອົງໃນຂ້າພຣະອົງພຣະອົງຊົງນຳພົນໂຍທາໃຫມ່ໆມາສູ້ຂ້າພຣະອົງ 18 “ເປັນຫຍັງພຣະອົງຊົງນຳຂ້າພຣະອົງອອກມາຈາກທ້ອງແມ່ ບໍ່ດັ່ງນັ້ນຂ້າພຣະອົງຄົງຕາຍກ່ອນຕາໃດໆໄດ້ເຫັນຂ້າພຣະອົງ 19 ເຫມືອນຢ່າງກັບວ່າຂ້າພຣະອົງບໍ່ໄດ້ເກີດມາ ຂ້າພຣະອົງຄົງຖືກນຳຈາກທ້ອງແມ່ໄປເຖິງຫລຸມຝັງສົບແລ້ວ 20 ວັນຄືນຊີວິດຂອງຂ້າພຣະອົງບໍ່ຫນ້ອຍຫລື ຂໍໃຫ້ຂ້າພຣະອົງຢູ່ຄົນດຽວ ເພື່ອຂ້າພຣະອົງຈະຍິນດີກັບເວລາທີ່ຍັງເຫລືອຫນ້ອຍນື່ງ 21 ກ່ອນທີ່ຂ້າພຣະອົງຈະໄປຍັງບ່ອນທີ່ຂ້າພຣະອົງບໍ່ກັບເຖິງແຜ່ນດິນແຫ່ງຄວາມມືດແລະເງົາມັດຈຸຣາຊ 22 ແຜ່ນດິນແຫ່ງຄວາມມືດເຫຍີງຫຍຸ່ງເຕັມແຕ່ເງົາມັດຈຸຣາຊບໍ່ມີລະບຽບ ທີ່ຄວາມສວ່າງເປັນເຫມືອນຄວາມມືດດຳຄລອດ
ໂຊຟາກ່າວໂທດໂຢບ
1 ແລ້ວໂຊຟາ ຊາວນາອາມາຕອບວ່າ, 2 “ຄວນທີ່ຈະຟັງມວນຖ້ອຍຄຳໂດຍບໍ່ມີໃຜຕອບຫລື ແລະຄົນທີ່ເວົ້າຫລາຍຄວນຖືວ່າຊອບທັມຫລື 3 ຄວນທີ່ຄຳເວົ້າອັນປາສຈາກເຫດຜົນຂອງທ່ານເຮັດໃຫ້ຄົນມິດ ແລະເມື່ອທ່ານເຍາະເຍີ້ຍບໍ່ຄວນມີຜູ້ໃດເຮັດໃຫ້ທ່ານອັບອາຍຫລື 4 ເພາະທ່ານວ່າ “ຄຳສອນຂອງຂ້າພະເຈົ້າບໍຣິສຸດ ແລະຂ້າພະເຈົ້າກໍສະອາດໃນສາຍພຣະເນດພຣະເຈົ້າ” 5 ແຕ່ວ່າ ໂອ ຢາກໃຫ້ພຣະເຈົ້າບອກ ແລະຊົງເປີດຮີມພຣະໂອດຂອງພຣະອົງສັ່ງກັບທ່ານ 6 ຢາກຈະໃຫ້ພຣະອົງຊົງສຳແດງສິ່ງເລິກລັບຂອງສະຕິປັນຍາໃຫ້ທ່ານ ເພາະຄວາມເຂົ້າໃຈຂອງພຣະອົງມີຫລາຍສິ່ງເລິກໂພດສຳລັບມະນຸດທີ່ຈະເຂົ້າໃຈ ຈົ່ງຮູ້ເຖີດວ່າພຣະເຈົ້າຊົງຮຽກຮ້ອງຈາກທ່ານຫນ້ອຍກວ່າກັມຊົ່ວຂອງທ່ານຄວນຈະໄດ້ຮັບ 7 “ທ່ານຈະຢັ່ງຮູ້ສະພາບຂອງພຣະເຈົ້າໄດ້ຫລື ທ່ານຢັ່ງຮູ້ອົງຜູ້ມີອຳນາດຍິ່ງໃຫຍ່ໄດ້ຫມົດຫລື 8 ນັ້ນສູງກວ່າຟ້າສວັນ ທ່ານຈະທຳສິ່ງໃດໄດ້ ເລິກກວ່າແດນມໍຣະນາ ທ່ານຈະຮູ້ໄດ້ຢ່າງໃດ 9 ວັດແທກເບິ່ງກໍຍາວກວ່າໂລກ ແລະກວ້າງກວ່າທະເລ 10 ຖ້າພຣະອົງຊົງຜ່ານໄປ ແລະຊົງຄຸມຂັງ ແລະຊົງເອີ້ນມາພິພາກສາ ໃຜຈະຂັດຂວາງພຣະອົງໄດ້ 11 ເພາະພຣະອົງຊົງຮູ້ຄົນໄຮ້ຄ່າ ເມື່ອພຣະອົງຊົງເຫັນຄວາມຜິດບາບ ພຣະອົງຈະບໍ່ຊົງພິຈາຣະນາຫລື 12 ແຕ່ຄົນໂງ່ຈະໄດ້ຄວາມເຂົ້າໃຈກໍເມື່ອລູກລໍປ່າເກີດມາເປັນຄົນ 13 “ຖ້າທ່ານຕຽມໃຈຂອງທ່ານໄວ້ ແລະທ່ານຢຽດແຂນຂອງທ່ານອອກໄປຫາພຣະອົງ 14 ຖ້າຄວາມບາບຊົ່ວຢູ່ໃນມືຂອງທ່ານຖິ້ມເສັຽໃຫ້ໄກ ແລະຢ່າໃຫ້ຄວາມອະທັມອາໄສຢູ່ໃນເຕັນຂອງທ່ານ 15 ແລ້ວທ່ານຈະເງີຍຫນ້າຂຶ້ນໂດຍປາສຈາກຕຳຫນິ ທ່ານຈະປອດໄພ ແລະບໍ່ຕ້ອງຢ້ານ 16 ທ່ານຈະລືມຄວາມຍາກລຳບາກຂອງທ່ານ ທ່ານຈະຈົດຈຳໄດ້ເຫມືອນນ້ຳທີ່ໄດ້ໄຫລຜ່ານພົ້ນໄປ 17 ແລ້ວຊີວິດຂອງທ່ານຈະສຸກໄສຍິ່ງກວ່າເວລາທ່ຽງວັນ ເຖິງແມ່ນຈະມີຄວາມມືດກໍຈະເຫມືອນເວລາຮຸ່ງເຊົ້າ 18 ແລະທ່ານຈະຮູ້ສຶກປອດໄພ ເພາະມີຄວາມຫວັງ ທ່ານຈະສຳລວດເບິ່ງ ແລະນອນພັກຢ່າງປອດໄພ 19 ທ່ານຈະນອນລົງ ແລະບໍ່ມີໃຜທຳໃຫ້ທ່ານຢ້ານ ຄົນເປັນຈຳນວນຫລາຍຈະມາອ້ອນວອນຂໍຄວາມຊ່ອຍເຫລືອຈາກທ່ານ 20 ແຕ່ຕາຂອງຄົນອະທັມຈະມືດມົວ ຫົນທາງທີ່ລອດພົ້ນຈະອັນຕະທານຫາຍໄປຈາກເຂົາ ແລະຄວາມຫວັງຂອງເຂົາກໍຄືຄວາມຕາຍນັ້ນເອງ”
ໂຢບຢືນຢັນເຖິງພຣະກຳລັງ ແລະພຣະສະຕິປັນຍາຂອງພຣະເຈົ້າ
1 ແລ້ວໂຢບຕອບວ່າ, 2 “ບໍ່ຕ້ອງສົງໄສເລີຍວ່າທ່ານທັງຫລາຍເປັນສຽງຂອງປະຊາຊົນ ແລະສະຕິປັນຍາຈະຕາຍໄປພ້ອມກັບທ່ານ 3 ແຕ່ຂ້າພະເຈົ້າກໍມີຄວາມເຂົ້າໃຈຢ່າງກັບທ່ານ ຂ້າພະເຈົ້າກໍບໍ່ດ້ອຍກວ່າທ່ານ ເຣື່ອງຢ່າງນີ້ໃຜຈະບໍ່ຮູ້ 4 ຂ້າພະເຈົ້າເປັນຄົນທີ່ໃຫ້ເພື່ອນຂອງຂ້າພະເຈົ້າເຍາະເຍີ້ຍ ຂ້າພະເຈົ້າຜູ້ຮ້ອງທູນພຣະເຈົ້າ ແລະພຣະອົງຊົງຕອບຂ້າພະເຈົ້າ ຄົນຊອບທັມແລະຄົນດີຮອບຄອບເປັນທີ່ໃຫ້ເຂົາຫົວຫຍໍ້ຫຍັນ 5 ໃນຄວາມຄິດຂອງຜູ້ທີ່ຢູ່ຢ່າງສະບາຍມີຄວາມປມາດຕໍ່ການເຄາະຮ້າຍ ຊື່ງມີພ້ອມຢູ່ສຳລັບບັນດາຜູ້ທີ່ເທົ້າພລາດລົ້ມ 6 ເຕັນຂອງໂຈນກໍຢູ່ຢ່າງສງົບສຸກ ແລະບຸກຄົນທີ່ຍົວະເຍົ້າພຣະເຈົ້າກໍປອດໄພ ຄືຜູ້ທີ່ນຳພຣະຂອງເຂົາຕິດມືມາ 7 “ແຕ່ ຂໍຖາມສັດເດັຽຣະສານ ແລະມັນຈະສອນທ່ານ ຖາມນົກໃນອາກາດເບິ່ງ ແລະມັນຈະບອກທ່ານ 8 ຫລືເວົ້າກັບແຜ່ນດິນໂລກ ແລະມັນຈະສອນທ່ານ ແລະຖາມປາທະເລ ມັນຈະປະກາດແກ່ທ່ານ 9 ໃນສິ່ງເຫລົ່ານີ້ມີສິ່ງໃດທີ່ບໍ່ຮູ້ວ່າ ພຣະຫັດຂອງພຣະເຈົ້າຊົງກະທຳໃຫ້ເປັນໄປຢ່າງນັ້ນ 10 ຊີວິດຂອງສິ່ງທີ່ມີຊີວິດທຸກຢ່າງຢູ່ໃນພຣະຫັດຂອງພຣະອົງ ທັງລົມຫາຍໃຈຂອງມະນຸດທັງປວງ 11 ຫູບໍ່ໄດ້ທົດລອງຖ້ອຍຄຳ ເຫມືອນດັ່ງລີ້ນຊີມຣົດອາຫານຫລື 12 ສະຕິປັນຍາຢູ່ກັບຄົນມີອາຍຸຫລາຍ ແລະອາຍຸຍືນຍາວທຳໃຫ້ເກີດຄວາມເຂົ້າໃຈ 13 “ສະຕິປັນຍາ ແລະຣິດທານຸພາບຢູ່ກັບພຣະເຈົ້າ ພຣະອົງຊົງມີຄຳແນະນຳແລະຄວາມເຂົ້າໃຈ 14 ຖ້າພຣະອົງຊົງພັງທະລາຍລົງກໍບໍ່ມີຜູ້ໃດສ້າງໃຫມ່ໄດ້ ຖ້າພຣະອົງຊົງກັກຂັງມະນຸດຄົນນື່ງໄວ້ ກໍບໍ່ມີໃຜເປີດໄດ້ 15 ຖ້າພຣະອົງຊົງຍຶດນ້ຳໄວ້ ມັນກໍແຫ້ງໄປ ຖ້າພຣະອົງຊົງສົ່ງມັນອອກໄປ ມັນກໍຖ້ວມແຜ່ນດິນ 16 ພຣະກຳລັງແລະພຣະສະຕິປັນຍາຢູ່ກັບພຣະອົງ ຜູ້ຖືກລວງທັງຜູ້ລວງເປັນຂອງພຣະອົງ 17 ພຣະອົງຊົງເອົາປັນຍາໄປຈາກພວກຜູ້ປົກຄອງ ແລະພຣະອົງຊົງກະທຳໃຫ້ຜູ້ພິພາກສາເປັນຄົນໂງ່ 18 ພຣະອົງຊົງແກ້ພັນທະນາການຂອງພຣະຣາຊາ ແລະຊົງຜູກມັດເອວຂອງກະສັດເຫລົ່ານັ້ນ 19 ພຣະອົງກະທຳໃຫ້ປະໂຣຫິດຍ່າງໄປເທົ້າເປົ່າ ແລະຊົງຄວ່ຳຜູ້ມີກຳລັງເສັຽ 20 ພຣະອົງຊົງເອົາຄຳເວົ້າໄປເສັຽຈາກຜູ້ທີ່ເຂົາວາງໃຈ ແລະຊົງນຳການພິນິດພິຈາຣະນາໄປເສັຽຈາກພວກຜູ້ໃຫຍ່ 21 ພຣະອົງຊົງຖອກເທຄວາມຢຽດຫຍາມໃສ່ເທິງເຈົ້ານາຍ ແລະຂະຫຍາຍສາຍແອວຂອງຜູ້ທີ່ແຂງແຮງ 22 ພຣະອົງຊົງເປີດສິ່ງທີ່ເລິກອອກມາຈາກຄວາມມືດ ແລະຊົງນຳເງົາມັດຈຸຣາຊມາສູ່ຄວາມສວ່າງ 23 ພຣະອົງຊົງກະທຳປະຊາຊາດໃຫ້ໃຫຍ່ຂື້ນ ແລະພຣະອົງຊົງທຳລາຍເສັຽ ພຣະອົງຊົງຂະຫຍາຍບັນດາປະຊາຊາດ ແລະຊົງນຳເຂົາທັງຫລາຍໄປເປັນຊະເລີຍ 24 ພຣະອົງຊົງນຳຄວາມເຂົ້າໃຈໄປເສັຽຈາກຫົວຫນ້າຊາວໂລກ ແລະຊົງກະທຳໃຫ້ເຂົາພະເນຈອນໄປໃນຖີ່ນກັນດານຊື່ງບໍ່ມີຫົນທາງ 25 ເຂົາທັງຫລາຍງົມທາວຢູ່ໃນຄວາມມືດປາສຈາກຄວາມສວ່າງ ແລະພຣະອົງຊົງທຳໃຫ້ເຂົາໂຊເຊເຫມືອນຢ່າງຄົນເມົາ
1 ເບິ່ງແມ໋ ຕາຂອງຂ້າພະເຈົ້າໄດ້ເຫັນສິ່ງທັງຫມົດນີ້ແລ້ວ ຫູຂອງຂ້າພະເຈົ້າໄດ້ຍິນແລະເຂົ້າໃຈເຣື່ອງນີ້ແລ້ວ 2 ສິ່ງໃດທີ່ທ່ານທັງຫລາຍຮູ້ ຂ້າພະເຈົ້າກໍຮູ້ເຫມືອນກັນ ຂ້າພະເຈົ້າບໍ່ດ້ອຍກວ່າທ່ານ 3 ແຕ່ຂ້າພະເຈົ້າຢາກທູນຕໍ່ອົງຜູ້ມີອຳນາດຍິ່ງໃຫຍ່ ແລະປາຖນາຈະສູ້ຄະດີຂອງຂ້າພະເຈົ້າກັບພຣະອົງ 4 ສ່ວນທ່ານ ທ່ານປິດບັງຄວາມໂງ່ດ້ວຍການມຸສາ ທ່ານທັງປວງເປັນຫມໍທີ່ໃຊ້ບໍ່ໄດ້ 5 ໂອ ທ່ານຫນ້າຈະມິດງຽບຢູ່ ແລະຄວາມງຽບນັ້ນຈະເປັນສະຕິປັນຍາຂອງທ່ານ 6 ບັດນີ້ຂໍຟັງການຫາເຫດຜົນຂອງຂ້າພະເຈົ້າ ແລະຂໍຟັງຄຳອ້ອນວອນແຫ່ງຮີມຝີປາກຂອງຂ້າພະເຈົ້າ 7 ທ່ານທັງຫລາຍຈະເວົ້າເທັດເພື່ອພຣະເຈົ້າຫລື ແລະເວົ້າລວງເພື່ອພຣະອົງຫລື 8 ທ່ານທັງຫລາຍຈະສະແດງຄວາມລຳອຽງເຂົ້າຂ້າງພຣະອົງຫລື ທ່ານຈະວ່າຄວາມຝ່າຍພຣະເຈົ້າຫລື 9 ເມື່ອພຣະອົງຊົງຄົ້ນທ່ານພົບ ຈະດີແກ່ທ່ານບໍ ຫລືທ່ານຈະລວງພຣະອົງໄດ້ ເຫມືອນດັ່ງຜູ້ນຶ່ງຜູ້ໃດລວງມະນຸດຫລື 10 ພຣະອົງຈະຊົງຕຳຫນິທ່ານທັງຫລາຍແນ່ນອນ ຖ້າທ່ານສະແດງຄວາມລຳອຽງຢ່າງລັບໆ 11 ຣິດອຳນາດຂອງພຣະອົງຈະບໍ່ກະທຳໃຫ້ທ່ານຢ້ານກົວ ແລະຄວາມຢ້ານກົວຕໍ່ພຣະອົງຈະບໍ່ຕົກເຫນືອທ່ານຫລື 12 ຄຳເປັນຄະຕິຂອງທ່ານເປັນທຸພາສິດ ເຄື່ອງປ້ອງກັນຕົວຂອງທ່ານເປັນເຫມືອນດັ່ງດິນດາກ 13 “ຈົ່ງມິດ ແລະຂ້າພະເຈົ້າຈະເວົ້າ ແລະສິ່ງໃດຈະເກີດແກ່ຂ້າພະເຈົ້າກໍຂໍໃຫ້ເກີດເຖີດ 14 ຂ້າພະເຈົ້າພ້ອມແລ້ວທີ່ຈະປະເຊີນທຸກສິ່ງ ແມ່ນຈະສ່ຽງຊີວິດຂອງຕົນກໍຍິນຍອມທັງນັ້ນ 15 ເບີ່ງແມ໋ ພຣະອົງຈະຊົງປະຫານເສັຽຂ້າພະເຈົ້າເສັຽ ຂ້າພະເຈົ້າບໍ່ມີຄວາມຫວັງໃຈ ແຕ່ຂ້າພະເຈົ້າຍັງຈະແກ້ຕົວຂອງຂ້າພະເຈົ້າຕໍ່ພຣະພັກພຣະອົງ 16 ຂໍ້ນີ້ຈະເປັນຄວາມລອດຂອງຂ້າພະເຈົ້າດ້ວຍ ຄືຄົນທີ່ບໍ່ນັບຖືພຣະເຈົ້າຈະບໍ່ໄດ້ເຂົ້າມາຕໍ່ເບື້ອງພຣະພັກພຣະອົງ 17 ຂໍຟັງຖ້ອຍຄຳຂອງຂ້າພະເຈົ້າຢ່າງລະມັດລະວັງ ແລະໃຫ້ຄຳກ່າວຂອງຂ້າພະເຈົ້າຢູ່ໃນຫູຂອງທ່ານ 18 ເບິ່ງແມ໋ ຂ້າພະເຈົ້າຕຽມຄະດີຂອງຂ້າພະເຈົ້າແລ້ວ ຂ້າພະເຈົ້າຮູ້ວ່າຈະປາກົດວ່າຂ້າພະເຈົ້າບໍຣິສຸດ 19 ແມ່ນໃຜຈະສູ້ຄະດີກັບຂ້າພະເຈົ້າ ຖ້າຢ່າງນັ້ນຂ້າພະເຈົ້າຈະມິດເສັຽ ແລະຕາຍ 20 ຂໍຊົງໂຜດສອງສິ່ງແກ່ຂ້າພຣະອົງ ແລ້ວຂ້າພຣະອົງຈະບໍ່ປິດບັງຈາກພຣະພັກພຣະອົງ 21 ຂໍຊົງຫົດພຣະຫັດໃຫ້ໄກຈາກຂ້າພຣະອົງ ແລະຂໍຢ່າຢຽບຢໍາຂ້າພຣະອົງໃຫ້ຕ້ອງຢ້ານກົວພຣະອົງ 22 ຂໍພຣະອົງຊົງເອີ້ນເຖີດ ແລ້ວຂ້າພຣະອົງຈະທູນຕອບ ຫລືຂໍໃຫ້ຂ້າພຣະອົງທູນ ແລະຂໍພຣະອົງຊົງຕອບແກ່ຂ້າພຣະອົງ 23 ບັນດາຄວາມຜິດຂອງຂ້າພຣະອົງມີເທົ່າໃດ ຂໍຊົງໂຜດໃຫ້ຂ້າພຣະອົງຮູ້ເຖິງການທໍຣະຍົດ ແລະບາບຂອງຂ້າພຣະອົງ 24 ເປັນຫຍັງພຣະອົງຊົງປີ່ນພຣະພັກຫນີ ແລະຊົງນັບວ່າຂ້າພຣະອົງເປັນສັດຕູຂອງພຣະອົງ 25 ພຣະອົງຈະຊົງໃຫ້ໃບໄມ້ທີ່ຖືກລົມພັດຕົກໃຈຫລື ແລະຈະຊົງໄລ່ຕິດຕາມເຟືອງແຫ້ງຫລື 26 ເພາະພຣະອົງຊົງຈາຣຶກສິ່ງຂົມຂື່ນຕໍ່ສູ້ກັບຂ້າພຣະອົງ ແລະຊົງກະທຳໃຫ້ຂ້າພຣະອົງຮັບໂທດຄວາມຜິດບາບທີ່ຂ້າພຣະອົງກະທຳເມື່ອຍັງຫນຸ່ມຢູ່ 27 ພຣະອົງຊົງໃສ່ເທົ້າຂອງຂ້າພຣະອົງໄວ້ໃນໂສ້ ແລະຊົງເຝົ້າເບິ່ງທາງທັງສິ້ນຂອງຂ້າພຣະອົງ ພຣະອົງຊົງຈຳກັບເຂດໃຫ້ແກ່ບາດກ້າວຂອງຂ້າພຣະອົງ 28 ມະນຸດຊຸດໂຊມໄປເຫມືອນຂອງເນົ່າ ເຫມືອນຜ້າທີ່ມອດກັດກິນລາມໄປທົ່ວ
1 “ມະນຸດທີ່ເກີດມາໂດຍຜູ້ຍີງກໍຢູ່ແຕ່ຫນ້ອຍວັນ ແລະເຕັມໄປດ້ວຍຄວາມຫຍຸ້ງຍາກໃຈ 2 ເຂົາອອກມາເຫມືອນດອກໄມ້ ແລະກໍຫ່ຽວແຫ້ງໄປ ເຂົາລີ້ໄປຢ່າງເງົາແລະບໍ່ຢູ່ຕໍ່ໄປອີກ 3 ແລະພຣະອົງຊົງລືມພຣະເນດເບິ່ງຄົນຢ່າງນີ້ຫລື ແລະນຳເຂົາມາໃນການພິພາກສາຂອງພຣະອົງຫລື 4 ໃຜຈະເອົາສິ່ງສະອາດອອກມາຈາກສິ່ງທີ່ບໍ່ສະອາດໄດ້ ບໍ່ມີຈັກຄົນ 5 ວັນເວລາຂອງເຂົາຖືກກຳຫນົດໄວ້ເສັຽແລ້ວ ແລະຈຳນວນເດືອນຂອງເຂົາກໍຢູ່ກັບພຣະອົງ ພຣະອົງຊົງກຳຫນົດຂອບເຂດຂອງເຂົາບໍ່ໃຫ້ເຂົາຜ່ານໄປໄດ້ 6 ສະນັ້ນ ຂໍຊົງປີ່ນພຣະພັກຫນີໄປຈາກເຂົາ ແລະຊົງລືມເຖີດ ພຣະເຈົ້າຂ້າ ເພື່ອໃຫ້ເຂົາຊື່ນບານໃຈດ້ວຍວັນຂອງເຂົາຢ່າງລູກຈ້າງ 7 “ເພາະສຳລັບຕົ້ນໄມ້ກໍມີຄວາມຫວັງ ຖ້າມັນຖືກຕັດລົງ ມັນກໍແຕກຫນໍ່ອີກ ແລະຫນໍ່ອ່ອນຂອງມັນຈະບໍ່ຢຸດຢັ້ງ 8 ເຖິງຮາກຂອງມັນຈະແກ່ຢູ່ໃນດິນ ແລະຕໍຂອງມັນຈະຕາຍຢູ່ໃນຝຸ່ນຂີ້ດິນ 9 ແຕ່ພໍໄດ້ກີ່ນໄອຂອງນ້ຳ ມັນຈະງອກຂື້ນ ແລະແຕ່ກິ່ງອອກເຫມືອນຕົ້ນໄມ້ອ່ອນ 10 ແຕ່ມະນຸດຕາຍແລ້ວແມ່ນໄປສູ່ຈຸດຈົບ ມະນຸດສິ້ນລົມຫາຍໃຈແລະເຂົາຢູ່ທີ່ໃດ 11 ນ້ຳຂາດຈາກທະເລສາບໄປ ແລະແມ່ນ້ຳກໍເຫືອດແລະແຫ້ງໄປສັນໃດ 12 ດັ່ງນັ້ນແຫລະ ມະນຸດກໍນອນລົງແລະບໍ່ລຸກຂື້ນອີກ ຈົນທ້ອງຟ້າບໍ່ມີອີກ ເຂົາກໍບໍ່ຕື່ນຂຶ້ນ ແລະປຸກເຂົາກໍບໍ່ໄດ້ 13 ໂອ ຫາກພຣະອົງຊົງເຊື່ອງຂ້າພຣະອົງໄວ້ໃນພິພົບຄົນຕາຍກໍຈະດີ ຢາກຈະໃຫ້ພຣະອົງຊົງປົກປິດຂ້າພຣະອົງໄວ້ຈົນພຣະພິໂຣດຂອງພຣະອົງພົ້ນໄປ ຢາກຈະໃຫ້ພຣະອົງຊົງກຳຫນົດເວລາໃຫ້ຂ້າພຣະອົງ ແລະຊົງລະຣຶກເຖິງຂ້າພຣະອົງ 14 ຖ້າມະນຸດຕາຍແລ້ວ ເຂົາຈະມີຊີວິດອິກຫລື ຂ້າພຣະອົງຈະຄອຍຢູ່ຄລອດວັນ ປະຈຳການຂອງຂ້າພຣະອົງຈົນກວ່າການປົດປ່ອຍຂອງຂ້າພຣະອົງຈະມາເຖິງ 15 ພຣະອົງຈະຊົງເອີ້ນ ແລະຂ້າພຣະອົງຈະທູນຕອບພຣະອົງ ພຣະອົງຈະຊົງອາໄລອາວອນພຣະຫັດຖະກິດຂອງພຣະອົງ 16 ແຕ່ພຣະອົງຊົງນັບບາດກ້າວຂອງຂ້າພຣະອົງ ພຣະອົງບໍ່ໄດ້ຊົງຊອມຈັບຜິດຂ້າພຣະອົງຫລື 17 ການທໍຣະຍົດຂອງຂ້າພຣະອົງນັ້ນຊົງໃສ່ໄວ້ໃນຖົງທີ່ມີຕຣາ ແລະພຣະອົງຊົງມັດຄວາມບາບຜິດຂອງຂ້າພຣະອົງໄວ້ 18 “ແຕ່ພູເຂົາກໍທະລາຍລົງ ແລະເພພັງໄປ ແລະກ້ອນຫີນກໍຖືກຍ້າຍໄປຈາກບ່ອນຂອງມັນ 19 ນ້ຳເຊາະຫີນໄປເສັຽ ກະແສນ້ຳພັດພາດິນແຫ່ງແຜ່ນດິນໂລກໄປ ພຣະອົງຊົງທຳລາຍຄວາມຫວັງຂອງມະນຸດເຊັ່ນກັນ 20 ພຣະອົງຊົງຊນະເຂົາສເມີ ແລະເຂົາກໍລ່ວງລັບໄປ ພຣະອົງຊົງປ່ຽນໃບຫນ້າຂອງເຂົາ ແລະຊົງສົ່ງເຂົາໄປເສັຽ 21 ບັນດາບຸດຂອງເຂົາໄດ້ຮັບກຽດ ແລະເຂົາກໍບໍ່ຮູ້ ເຂົາທັງຫລາຍຕົກຕ່ຳລົງ ແຕ່ເຂົາບໍ່ຢັ່ງຮູ້ໄດ້ 22 ເຂົາຮູ້ສຶກພຽງຄວາມເຈັບໃນຮ່າງກາຍຂອງຕົນ ແລະເຂົາຄ່ຳຄວນເພື່ອຕົວເຂົາເອງ”
ເອລີຟັສວ່າກ່າວໂຢບ
1 ແລ້ວເອລີຟັສ ຊາວເຕມານຕອບວ່າ, 2 “ຄວນທີ່ຄົນມີປັນຍາຈະຕອບດ້ວຍ ຄວາມຮູ້ລົມໆແລ້ງໆຫລື ແລະບັນຈຸລົມຕາເວັນອອກໃຫ້ເຕັມ 3 ຄວນທີ່ເຂົາຈະໂຕ້ຖຽງກັນໃນການເວົ້າອັນໄຮ້ປໂຍດ ຫລືດ້ວຍຖ້ອຍຄຳຊື່ງບໍ່ໄດ້ຜົນຫລື 4 ແຕ່ທ່ານກຳລັງຂະຈັດຄວາມຢຳເກງພຣະເຈົ້າ ແລະຂັດຂວາງການອ້ອນວອນຕໍ່ພຣະພັກພຣະເຈົ້າ 5 ເພາະຄວາມບາບຊົ່ວຂອງທ່ານສອນປາກຂອງທ່ານ ແລະທ່ານເລືອກເອົາລີ້ນຂອງຄົນສລາດແກມໂກງ 6 ປາກຂອງທ່ານກ່າວໂທດທ່ານເອງ ບໍ່ແມ່ນຂ້າພະເຈົ້າ ແລະຮີມຝີປາກຂອງທ່ານປະນາມທ່ານເອງ 7 “ທ່ານເປັນມະນຸດຄົນແຣກທີ່ເກີດມາຫລື ຫລືທ່ານເກີດມາກ່ອນພູຜາຫລື 8 ທ່ານໄດ້ຟັງໃນຫມູ່ຊາວສວັນຄົນສນິດຂອງພຣະເຈົ້າຫລື ແລະທ່ານຈຳກັດສະຕິປັນຍາໄວ້ສະເພາະຕົວທ່ານຫລື 9 ທ່ານຮູ້ສິ່ງໃດທີ່ພວກເຣົາບໍ່ຮູ້ແດ່ ທ່ານເຂົ້າໃນສິ່ງໃດທີ່ບໍ່ກະຈ່າງແກ່ເຮົາ 10 ໃນພວກເຮົາມີຄົນຜົມຫງອກ ແລະຄົນສູງອາຍຸເຖົ້າແກ່ຍິ່ງກວ່າບິດາຂອງທ່ານ 11 ທ່ານເຫັນຄຳເລົ້າໂລມຂອງພຣະເຈົ້າເປັນຂອງເລັກນ້ອຍໄປຫລື ຖືຖ້ອຍຄຳທີ່ເວົ້າກັບທ່ານຢ່າງສຸພາບນັ້ນ 12 ເຫດໃດທ່ານຈິ່ງປ່ອຍຕົວໄປຕາມໃຈ ເປັນຫຍັງຕາຂອງທ່ານຈິ່ງລຸກເປັນໄຟ 13 ຄືທີ່ທ່ານຫັນຈິດໃຈຂອງທ່ານຕໍ່ສູ້ພຣະເຈົ້າ ແລະໃຫ້ຖ້ອຍຄຳຢ່າງນີ້ອອກຈາກປາກຂອງທ່ານ 14 ມະນຸດເປັນຫຍັງ ເຂົາຈິ່ງຈະສະອາດໄດ້ ຫລືເຂົາຜູ້ເກີດມາໂດຍຜູ້ຍີງເປັນຫຍັງ ເຂົາຈິ່ງຊອບທັມໄດ້ 15 ພຣະເຈົ້າບໍ່ໄດ້ຊົງວາງໃຈໃນທູດຂອງພຣະອົງ ໃນສາຍພຣະເນດຂອງພຣະອົງ ຟ້າສວັນກໍບໍ່ສະອາດ 16 ຜູ້ທີ່ຫນ້າກຽດຊັງ ແລະເສື່ອມຊາມ ຜູ້ດື່ມຄວາມບາບຜິດເຫມືອນດື່ມນ້ຳຈະສະອາດນ້ອຍຍິ່ງກວ່ານັ້ນເທົ່າໃດ 17 “ຟັງຂ້າພະເຈົ້າ ຂ້າພະເຈົ້າຈະສະແດງແກ່ທ່ານ ສິ່ງໃດທີ່ຂ້າພະເຈົ້າໄດ້ເຫັນ ຂ້າພະເຈົ້າຈະກ່າວ 18 (ສິ່ງທີ່ຄົນມີປັນຍາໄດ້ບອກກັນມາ ຕັ້ງແຕ່ບັນພະບຸຣຸດຂອງເຂົາ ແລະບໍ່ໄດ້ປິດບັງໄວ້ 19 ຜູ້ທີ່ໄດ້ຮັບພຣະຣາຊທານແຜ່ນດິນແຕ່ພວກດຽວ ແລະບໍ່ມີຄົນຕ່າງດ້າວຜ່ານໄປຖ້າມກາງເຂົາທັງຫລາຍ) 20 ຄົນອະທັມທົນທຸກທໍລະມານຄລອດອາຍຸຂອງເຂົາ ຄລອດປີທັງປວງທີ່ໄດ້ກຳຫນົດໄວ້ສຳລັບຜູ້ບີບບັງຄັບ 21 ສຽງທີ່ຫນ້າຢ້ານກົວຢູ່ໃນຫູຂອງເຂົາ ຜູ້ທຳລາຍຈະມາເຫນືອເຂົາໃນຍາມຮັ່ງມີ 22 ເຂົາບໍ່ເຊື່ອວ່າເຂົາຈະກັບອອກມາຈາກຄວາມມືດ ເຂົາຈະຕ້ອງຕາຍດ້ວຍດາບ 23 ເຂົາພະເນຈອນໄປເພື່ອຫາອາຫານ ກ່າວວ່າ “ມັນຢູ່ໃສ” ເຂົາຮູ້ຢູ່ວ່າວັນແຫ່ງຄວາມມືດຢູ່ແຄ່ເອື້ອມ 24 ຄວາມທຸກໃຈ ແລະຄວາມແສນລະທົມ ທຳໃຫ້ເຂົາຢ້ານກົວ ມັນຊນະເຂົາເຫມືອນຢ່າງພຣະຣາຊາຕຽມພ້ອມແລ້ວສຳລັບການເສິກ 25 ເພາະເຂົາໄດ້ຢຽດມືຂອງເຂົາອອກສູ້ພຣະເຈົ້າ ແລະຕັ້ງຕົວທ້າທາຍອົງຜູ້ມີອຳນາດຍິ່ງໃຫຍ່ 26 ເຂົາແລ່ນເຂົ້າໃສ່ພຣະອົງຢ່າງດື້ດຶງພ້ອມກັບໂລ່ທີ່ຫນາ 27 ເພາະວ່າເຂົາໄດ້ປົກຫນ້າຂອງເຂົາດ້ວຍຄວາມອ້ວນຂອງເຂົາແລ້ວ ແລະຮວບຮວມໄຂມັນມາໄວ້ທີ່ບັ້ນແອວຂອງເຂົາ 28 ແລະໄດ້ອາໄສຢູ່ໃນຫົວເມືອງຮ້າງເປົ່າ ໃນເຮືອນຊື່ງຊົງກຳຫນົດໄວ້ໃຫ້ເປັນກອງສະລັກຫັກພັງ 29 ເຂົາຈະບໍ່ຮັ່ງມີ ແລະຊັບສົມບັດຂອງເຂົາຈະບໍ່ທົນຢູ່ ແລະສິ່ງຂອງຂອງເຂົາຈະບໍ່ເພີ້ມພູນໃນແຜ່ນດິນໂລກ 30 ເຂົາຈະຫນີຈາກຄວາມມືດບໍ່ພົ້ນ ແປວໄຟຈະທຳໃຫ້ຫນໍ່ຂອງເຂົາແຫ້ງໄປ ແລະໂດຍລົມພຣະໂອດເຂົາຈະຕ້ອງຈາກໄປເສັຽ 31 ຢ່າໃຫ້ເຂົາວາງໃຈໃນຄວາມອະນິດຈັງລວງຕົວເຂົາເອງ ເພາະຄວາມອະນິດຈັງເປັນສິ່ງຕອບແທນເຂົາ 32 ຈະຊຳຮະໃຫ້ເຂົາເຕັມກ່ອນເວລາຂອງເຂົາ ແລະກີ່ງຂອງເຂົາຈະບໍ່ຂຽວ 33 ເຂົາຈະເປັນເຫມືອນເຄືອອະງຸ່ນທີ່ຫມາກອະງຸ່ນດິບຫລົ່ນ ແລະເປັນດັ່ງຕົ້ນຫມາກກອກເທດທີ່ດອກບານຫລົ່ນ 34 ເພາະວ່າພວກອະທັມນັ້ນເປັນຫມັນ ແລະໄຟເຜົາຜານເຕັນແຫ່ງສີນບົນ 35 ເຂົາທັງຫລາຍຕັ້ງທ້ອງຄວາມຊົ່ວ ແລະເກີດຄວາມຮ້າຍອອກມາ ແລະຈິດໃຈຂອງເຂົາທັງຫລາຍກະຕຽມການລໍ່ລວງ
ໂຢບຮ້ອງທຸກເຖິງການກະທຳຂອງພຣະເຈົ້າ
1 ແລ້ວໂຢບຕອບວ່າ, 2 “ຂ້າພະເຈົ້າເຄີຍໄດ້ຍິນເຣື່ອງຢ່າງນີ້ມາຫລາຍແລ້ວ ທ່ານທຸກຄົນເປັນຜູ້ເລົ້າໂລມທີ່ກວນໃຈ 3 ຄຳລົມໆແລ້ງໆຈະຈົບສິ້ນເມື່ອໃດຫນໍ ທ່ານເປັນຫຍັງໄປ ທ່ານຈິ່ງຕອບຢ່າງນີ້ 4 ຂ້າພະເຈົ້າເວົ້າຢ່າງທ່ານທັງຫລາຍເວົ້າໄດ້ເຫມືອນກັນ ຖ້າຈິດໃຈທ່ານຢູ່ໃນທີ່ຂອງຈິດໃຈຂ້າພະເຈົ້າ ຂ້າພະເຈົ້າສາມາດຮວບຮວມຖ້ອຍຄຳຕໍ່ສູ້ທ່ານທັງຫລາຍໄດ້ ແລະສັ່ນສີສະຂອງຂ້າພະເຈົ້າເຍີ້ຍທ່ານ 5 ຂ້າພະເຈົ້າຈະຫນຸນກຳລັງຂອງທ່ານທັງຫລາຍດ້ວຍປາກຂອງຂ້າພະເຈົ້າກໍໄດ້ ແລະເຄື່ອງບັນເທົາທຸກແຫ່ງຮີມຝີປາກຂອງຂ້າພະເຈົ້າຈະລະງັບຄວາມເຈັບປວດຂອງທ່ານກໍໄດ້ດ້ວຍ 6 “ຖ້າຂ້າພະເຈົ້າເວົ້າ ຄວາມເຈັບປວດຂອງຂ້າພະເຈົ້າກໍບໍ່ລະງັບ ແລະຖ້າຂ້າພະເຈົ້າມິດມັນກໍບໍ່ຊ່ອຍໃຫ້ຂ້າພະເຈົ້າທຸເລົາຄວາມເຈັບປວດໄດ້ 7 ແນ່ນອນ ດຽວນີ້ພຣະເຈົ້າຊົງໃຫ້ຂ້າພະເຈົ້າຊຸດໂຊມລົງ ພຣະອົງຊົງກະທຳໃຫ້ພັກພວກທັງສີ້ນຂອງຂ້າພະເຈົ້າຖືກຂ້າ 8 ແລ້ວພຣະອົງໄດ້ໃຫ້ຂ້າຫົດຫູ່ລົງ ຊື່ງສະພາບນີ້ເປັນພຍານປັກປຳຂ້າພະເຈົ້າ ແລະຄວາມຜ່າຍຜອມຂອງຂ້າພະເຈົ້າລຸກຂຶ້ນປັກປຳຂ້າພະເຈົ້າ ມັນເປັນພຍານໃສ່ຫນ້າຂ້າພະເຈົ້າ 9 ພຣະອົງຊົງຈີກຂ້າພະເຈົ້າດ້ວຍພຣະພິໂຣດຂອງພຣະອົງແລະຊົງກຽດຊັງຂ້າພຣະອົງ ພຣະອົງຊົງຂົບແຂ້ວໃສ່ຂ້າພະເຈົ້າ ປໍຣະປັກຂອງຂ້າພະເຈົ້າຄືງຕາສູ້ຂ້າພະເຈົ້າ 10 ມີຄົນອ້າປາກໃສ່ຂ້າພະເຈົ້າ ເຂົາຕົບແກ້ມປະຈານຂ້າພະເຈົ້າ ເຂົາສຸມຫົວກັນປັກປຳຂ້າພະເຈົ້າ 11 ພຣະເຈົ້າຊົງມອບຂ້າພະເຈົ້າໃຫ້ແກ່ຄົນອະທັມ ແລະຊົງແກວ່ງຂ້າພະເຈົ້າໄວ້ໃນມືຂອງຄົນຊົ່ວຮ້າຍ 12 ຂ້າພະເຈົ້າຢູ່ສະບາຍ ແລະພຣະອົງຊົງຫັກຂ້າພະເຈົ້າສະບັ້ນ ພຣະອົງຊົງຈັບຄໍຂ້າພະເຈົ້າແລະຕີຂ້າພະເຈົ້າລົງ ພຣະອົງຊົງຕັ້ງຂ້າໃຫ້ເປັນເປົ້າຂອງພຣະອົງ ນັກທະນູຂອງພຣະອົງລ້ອມຂ້າພະເຈົ້າ 13 ພຣະອົງຊົງທະລວງເປີດໄຕຂອງຂ້າພະເຈົ້າ ແລະບໍ່ເມດຕາເລີຍ ພຣະອົງຊົງເທນ້ຳດີຂອງຂ້າພະເຈົ້າລົງເທິງດິນ 14 ພຣະອົງຊົງພັງເຂົ້າໄປເປັນປ່ອງໆ ພຣະອົງຊົງແລ່ນເຂົ້າໃສ່ຂ້າພະເຈົ້າຢ່າງນັກຮົບ 15 ຂ້າພະເຈົ້າຫຍີບຜ້າກະສອບຕິດຫນັງຂ້າພະເຈົ້າ ແລະວາງກຳລັງຂອງຂ້າພະເຈົ້າລົງໃນຝຸ່ນຂີ້ດິນ 16 ຫນ້າຂອງຂ້າພະເຈົ້າແດງດ້ວຍການຮ້ອງໄຫ້ ເງົາແຫ່ງຄວາມຕາຍຢູ່ທີ່ຫນັງຕາຂອງຂ້າພະເຈົ້າ 17 ເຖິງແມ້ວ່າໃນມືຂອງຂ້າພະເຈົ້າບໍ່ມີຄວາມທາຣຸນເລີຍ ແລະຄຳອ້ອນວອນຂອງຂ້າພະເຈົ້າກໍບໍຣິສຸດ 18 “ໂອ ແຜ່ນດິນໂລກເອີຍ ຢ່າປິດບັງໂລຫິດຂອງຂ້າພະເຈົ້າ ຢ່າໃຫ້ສຽງຮ້ອງຂອງຂ້າພະເຈົ້າມີທີ່ຢຸດພັກ 19 ດຽວນີ້ເອງພຍານຂອງຂ້າພະເຈົ້າກໍຢູ່ໃນຟ້າສວັນ ແລະທ່ານທີ່ຮັບຮອງຂ້າພະເຈົ້າກໍຢູ່ໃນທີ່ສູງ 20 ເພື່ອນຂອງຂ້າພະເຈົ້າດ່າຂ້າພະເຈົ້າ ຕາຂອງຂ້າພະເຈົ້າເທນ້ຳຕາອອກຖວາຍພຣະເຈົ້າ 21 ຂໍໃຫ້ພຍານນັ້ນຮ້ອງຂໍຄວາມຊອບທັມຂອງມະນຸດຕໍ່ພຣະເຈົ້າ ເຫມືອນດັ່ງທີ່ມະນຸດກະທຳຕໍ່ເພື່ອນບ້ານຂອງເຂົາ 22 ເພາະວ່າຕໍ່ໄປອີກບໍ່ຫລາຍປີ ຂ້າພະເຈົ້າຈະໄປຕາມທາງອັນບໍ່ມີວັນກັບມາອີກ
1 ຈິດວິນຍານຂອງຂ້າພະເຈົ້າໄດ້ແຕກດັບ ວັນເວລາຂອງຂ້າພະເຈົ້າກໍຈົບລົງ ຫລຸມຝັງສົບພ້ອມສຳລັບຂ້າພະເຈົ້າແລ້ວ 2 ແນ່ນອນ ຄົນມັກເຍາະເຍີ້ຍກໍຢູ່ຮອບຂ້າພະເຈົ້ານີ້ເອງ ແລະຕາຂອງຂ້າພະເຈົ້າກໍຈ້ອງເບິ່ງຢູ່ທີ່ການຍົວະເຍົ້າຂອງເຂົາ 3 “ໂຜດຊົງວາງປະກັນໄວ້ສຳລັບຂ້າພຣະອົງກັບພຣະອົງ ໃຜຢູ່ທີ່ນັ້ນທີ່ຈະໃຫ້ປະກັນສຳລັບຂ້າພຣະອົງໄດ້ 4 ເພາະພຣະອົງຊົງປິດໃຈຂອງເຂົາທັງຫລາຍໄວ້ຈາກຄວາມເຂົ້າໃຈ ສະນັ້ນພຣະອົງຈະບໍ່ຊົງຫນຸນເຂົາ 5 ຜູ້ທີ່ປັກປຳເພື່ອນຂອງເຂົາເພື່ອຈະໄດ້ສ່ວນແບ່ງ ນັຍຕາຂອງລູກຫລານຂອງເຂົາມົວມືດໄປ 6 “ພຣະອົງຊົງກະທຳໃຫ້ຂ້າພະເຈົ້າເປັນຂີ້ປາກຂອງຊົນຊາດທັງຫລາຍ ແລະເຂົາຖົ່ມນ້ຳລາຍໃສ່ຫນ້າຂອງຂ້າພະເຈົ້າ 7 ນັຍຕາຂອງຂ້າພະເຈົ້າໄດ້ມົວມືດໄປດ້ວຍຄວາມເສົ້າໂສກສລົດ ແລະອະວັຍຍະວະທັງສິ້ນຂອງຂ້າພະເຈົ້າກໍເຫມືອນກັບເງົາ 8 ຄົນທ່ຽງທັມກໍຈະຕົກຕະລືງດ້ວຍເຣື່ອງນີ້ ແລະຄົນປາສຈາກຜິດກໍຈະເຣົ້າຕົວຂື້ນປັກປຳຄົນອະທັມ 9 ຄົນຊອບທັມຍັງຈະຍຶດຫມັ້ນຢູ່ກັບທາງຂອງເຂົາ ແລະຜູ້ທີ່ມີມືສະອາດກໍຈະແຂງແຮງຂຶ້ນ 10 ແຕ່ທ່ານ ທ່ານທຸກຄົນກັບມາອີກ ຂ້າພະເຈົ້າຈະບໍ່ພົບຄົນທີ່ມີປັນຍາໃນພວກທ່ານ 11 ວັນຂອງຂ້າພະເຈົ້າກໍຜ່ານພົ້ນໄປ ແຜນງານຂອງຂ້າພະເຈົ້າກໍແຕກຫັກ ຄືຄວາມຄິດໃນໃຈຂອງຂ້າພະເຈົ້ານັ້ນ 12 ເຂົາເຫລົ່ານັ້ນທຳກາງຄືນໃຫ້ເປັນກາງເວັນ ຄວາມສວ່າງນັ້ນກໍໃກ້ເປັນຄວາມມືດ 13 ຖ້າຂ້າພະເຈົ້າຈະເບິ່ງພິພົບຄົນຕາຍໃຫ້ເປັນບ້ານຂອງຂ້າພະເຈົ້າ ຖ້າຂ້າພະເຈົ້າຈະກາງທີ່ນອນອອກໃນຄວາມມືດ 14 ຖ້າຂ້າພະເຈົ້າເວົ້າກັບປາກພິພົບຄົນຕາຍວ່າ “ເຈົ້າເປັນພໍ່ຂອງຂ້ອຍ” ແລະເວົ້າກັບຫນອນວ່າ “ແມ່ຂອງຂ້ອຍ” ແລະ “ເອື້ອຍຂອງຂ້ອຍ” 15 ແລ້ວກໍຄວາມຫວັງຂອງຂ້າພະເຈົ້າຢູ່ທີ່ໃດ ສ່ວຍຄວາມຫວັງຂອງຂ້າພະເຈົ້ານັ້ນໃຜຈະເຫັນໄດ້ 16 ຄວາມຫວັງນັ້ນຈະລົງໄປທີ່ປະຕູພິພົບແຫ່ງຄົນຕາຍ ເຮາຈະລົງໄປດ້ວຍກັນໃນຝຸ່ນຂີ້ດິນ
ບີນດັດບັນຍາຍເຖິງຜົນກັມຂອງຄົນຊົ່ວຮ້າຍ
1 ແລ້ວບີນດັດຕະກູນຊູອາຕອບວ່າ, 2 “ທ່ານທັງຫລາຍຈະຄົ້ນຫາຖ້ອຍຄຳດົນປານໃດ ຈົ່ງຄິດຄວນເບິ່ງແລ້ວພວກເຮົາຈະເວົ້າ 3 ເປັນຫຍັງເຮົາຈິ່ງຖືກນັບໃຫ້ເປັນສັດ ເປັນຫຍັງເຮົາຈິ່ງເປັນຊົ່ວໃນສາຍຕາຂອງທ່ານທັງຫລາຍ 4 ທ່ານຜູ້ທຳລາຍຕົວຂອງທ່ານດ້ວຍຄວາມໂກດຂອງທ່ານ ຂໍໃຫ້ແຜ່ນດິນໂລກຖືກປະຖິ້ມເພາະເຫັນແກ່ທ່ານຫລື ຫລືຈະໃຫ້ກ້ອນຫີນເຄື່ອນຍ້າຍຈາກບ່ອນຂອງມັນ 5 ແນ່ນອນ ຄວາມສວ່າງແຫ່ງຄົນອະທັມຈະຖືກດັບເສັຽ ແລະແປວໄຟຂອງເຂົາບໍ່ສ່ອງແສງອີກ 6 ດວງສວ່າງໃນເຕັນຂອງເຂົາມືດ ແລະຕະກຽງທີ່ຢູ່ເຫນືອເຂົາກໍດັບ 7 ກ້າວອັນແຂງແຮງຂອງເຂົາກໍສັ້ນເຂົ້າ ແລະຄວາມຄິດອ່ານຂອງເຂົາເອງກໍຄວ່ຳເຂົາລົງ 8 ເພາະເຂົາຖືກແກວ່ງເຂົ້າໄປໃນຕາຫນ່າງດ້ວຍເທົ້າຂອງເຂົາເອງ ແລະເຂົາຍ່າງຢູ່ເທິງບ້ວງແຮ້ວ 9 ກັບອັນນື່ງທີ່ວາງໄວ້ນັ້ນຈະຈັບຂະຫນ່ອງຂອງເຂົາໄວ້ ບ້ວງແຮ້ວຈະຮັດເຂົາໄວ້ 10 ມີບ້ວງເຊື່ອງຢູ່ໃນດິນໄວ້ດັກຈັບເຂົາ ມີກັບຢູ່ໃນທາງໄວ້ດັກຈັບເຂົາ 11 ສິ່ງທີ່ຫນ້າຫວາດກົວທຳໃຫ້ເຂົາຕົກໃຈຢູ່ຮອບດ້ານ ແລະໄລ່ຕີດຂະຫນ່ອງຂອງເຂົາຢູ່ 12 ກຳລັງຂອງເຂົາກໍອ່ອນໄປເພາະຄວາມຫິວ ແລະໄພວິບັດກໍຄອຍພ້ອມຢູ່ທີ່ຂ້າງເຂົາ 13 ຜິວຫນັງຂອງເຂົາໂຣກກໍກິນເສັຽ ໂຣກລະບາດກໍກິນແຂນຂາຂອງເຂົາ 14 ຂາຖືກຖອນອອກຈາກເຕັນທີ່ເຂົາໄວ້ວາງໃຈ ຖືກນຳມາຍັງພຣະຣາຊາແຫ່ງຄວາມຫນ້າຫວາດກົວ 15 ສິ່ງທີ່ບໍ່ແມ່ນຂອງເຂົາອາໄສຢູ່ໃນເຕັນຂອງເຂົາ ມີມາດເຕັມທົ່ວໄປເຫນືອທີ່ຢູ່ຂອງເຂົາ 16 ຮາກຂອງເຂົາແຫ້ງໄປ ແລະກິ່ງຂອງເຂົາຫ່ຽວໄປ 17 ການລະນຶກເຖິງເຂົາພິນາດໄປຈາກໂລກ ແລະເຂົາບໍ່ມີຊື່ຢູ່ຖນົນ 18 ເຂົາຖືກຜັກໄສຈາກຄວາມສວ່າງເຂົ້າສູ່ຄວາມມືດ ແລະຖືກໄລ່ອອກໄປຈາກແຜ່ນດິນໂລກ 19 ເຂົາບໍ່ມີລູກຫລືຫລານຖ້າມກາງວົງຕະກູນຂອງເຂົາ ແລະບໍ່ມີຄົນລອດຕາຍໃນທີ່ຊື່ງເຂົາເຄີຍອາໄສຢູ່ 20 ຊາວຕາເວັນຕົກກໍຕົກຕະລືງດ້ວຍວັນຂອງເຂົາ ແລະຊາວຕາເວັນອອກກໍຫວາດກົວດ້ວຍ 21 ແນ່ນອນ ທີ່ຢູ່ຂອງຄົນອະທັມເປັນຢ່າງນີ້ແຫລະ ແລະທີ່ຢູ່ຂອງຄົນຊື່ງບໍ່ຮູ້ຈັກພຣະເຈົ້າກໍເປັນຢ່າງນີ້ແຫລະ”
ຄຳຕອບຂອງໂຢບ
1 ຄັນແລ້ວໂຢບຕອບວ່າ, 2 “ເປັນຫຍັງພວກທ່ານຈິ່ງເວົ້າທໍຣະມານຂ້າພະເຈົ້າ 3 ທ່ານໄດ້ຫມີ່ນປມາດຂ້າພະເຈົ້າຄລອດເວລາ ແລະທ່ານໄດ້ດ່າຂ້າພະເຈົ້າຢ່າງບໍ່ລະອາຍເລີຍ 4 ສົມມຸດວ່າຂ້າພະເຈົ້າທຳຜິດ ຄວາມຜິດນັ້ນຈະທຳໃຫ້ທ່ານເສັຽຫາຍຫຍັງ 5 ທ່ານຄິດວ່າທ່ານດີກວ່າຂ້າພະເຈົ້າ ແລະເຝົ້າເບິ່ງຄວາມຍາກລຳບາກຂອງຂ້າພະເຈົ້າເຫມືອນເປັນຜູ້ພິສູດຄວາມຜິດຂອງຂ້າພະເຈົ້າ 6 ທ່ານບໍ່ຮູ້ບໍວ່າແມ່ນພຣະເຈົ້າທີ່ທຳດັ່ງນີ້ ແລະໄດ້ຊົງວາງແຮ້ວດັກຈັບຂ້າພະເຈົ້າ 7 ຂ້າພະເຈົ້າໄດ້ຄັດຄ້ານການໃຊ້ອຳນາດອັນຮຸນແຮງຂອງພຣະອົງ ແຕ່ບໍ່ມີໃຜຟັງ ຂ້າພະເຈົ້າຮ້ອງຫາຄວາມຍຸດຕິທັມແຕ່ບໍ່ມີເລີຍ 8 ພຣະເຈົ້າໄດ້ຊົງຕັນທາງໄວ້ ຂ້າພະເຈົ້າຈິ່ງເຂົ້າໄປບໍ່ໄດ້ ພຣະອົງຊົງປົກປິດທາງຂ້າພະເຈົ້າດ້ວຍຄວາມມືດ 9 ພຣະອົງຊົງຍຶດເອົາຊັບສີນທັງຫມົດຂອງຂ້າພະເຈົ້າໄປ ແລະຊົງທຳລາຍຊື່ສຽງຂອງຂ້າພະເຈົ້າ 10 ພຣະອົງຊົງທຳລາຍຂ້າພະເຈົ້າໃນທຸກດ້ານ ພຣະອົງຊົງຮື້ຖອນຄວາມຫວັງຂອງຂ້າພະເຈົ້າຖິ້ມ ຊົງປະປ່ອຍຂ້າພະເຈົ້າໃຫ້ຫ່ຽວແຫ້ງແລະຕາຍເສັຽ 11 ພຣະເຈົ້າຊົງພຣະພິໂຣດຂ້າພະເຈົ້າຢ່າງຮຸນແຮງ ຊົງທຳກັບຂ້າພະເຈົ້າເຫມືອນສັດຕູຜູ້ຮ້າຍກາດຂອງພຣະອົງ 12 ພຣະອົງຊົງໃຊ້ທະຫານຂອງພຣະອົງມາໂຈມຕີຂ້າພະເຈົ້າ ພວກທະຫານໄດ້ຂຸດຂຸມກຳບັງແລະປິດລ້ອມເຕັນຂອງຂ້າພະເຈົ້າໄວ້ 13 ພຣະເຈົ້າຊົງທຳໃຫ້ພີ່ນ້ອງຂອງຂ້າພະເຈົ້າຖິ້ມຂ້າພະເຈົ້າ ຜູ້ທີ່ຂ້າພະເຈົ້າລື້ງເຄີຍກໍຫັນຫນີຈາກຂ້າພະເຈົ້າ 14 ຍາດພີ່ນ້ອງກັບເພື່ອນຝູງຂອງຂ້າພະເຈົ້າໄດ້ລະລືມຂ້າພະເຈົ້າ 15 ແຂກທີ່ຂ້າພະເຈົ້າເຄີຍຮັບຕ້ອນໃນເຮືອນຂອງຂ້າພະເຈົ້າກໍລືມຂ້າພະເຈົ້າເສັຽ ສາວໃຊ້ຂອງຂ້າພະເຈົ້າກໍທຳຕໍ່ຂ້າພະເຈົ້າເຫມືອນຄົນຕ່າງຫນ້າແລະຕ່າງຖີ່ນ 16 ເຖິງແມ່ນຂ້າພະເຈົ້າເອີ້ນຮ້ອງຂໍໃຫ້ຄົນໃຊ້ຊ່ອຍ ເຂົາກໍບໍ່ຕອບ 17 ເມັຽຂອງຂ້າພະເຈົ້າກໍທົນເຫມັນກີ່ນຫາຍໃຈຂອງຂ້າພະເຈົ້າບໍ່ໄດ້ ອ້າຍນ້ອງຂອງຂ້າພະເຈົ້າກໍບໍ່ມາໃກ້ຂ້າພະເຈົ້າ 18 ພວກເດັກນ້ອຍກໍກຽດຊັງຂ້າພະເຈົ້າ ແລະຫົວຂວັນເມື່ອເຂົາເຫັນຂ້າພະເຈົ້າ 19 ເພື່ອນສນິດຂອງຂ້າພະເຈົ້າໄດ້ເບິ່ງຂ້າພະເຈົ້າດ້ວຍຄວາມເປີດຫນ່າຍ ຄົນທັງຫລາຍທີ່ຂ້າພະເຈົ້າຮັກແພງກໍຫັນຫນ້າຕໍ່ສູ້ຂ້າພະເຈົ້າ 20 ຂ້າພະເຈົ້າຈ່ອຍຜອມຈົນເຫັນແຕ່ຫນັງຕິດກະດູກ ເກີອບຈະເອົາຊີວິດໄປບໍ່ລອດ 21 ທ່ານເປັນເພື່ອນຂອງຂ້າພະເຈົ້າ ຈົ່ງສົງສານຂ້າພະເຈົ້າແດ່ ພຣະຫັດຂອງພຣະເຈົ້າໄດ້ທຸບຕີຂ້າພະເຈົ້າແລ້ວ 22 ເປັນຫຍັງທ່ານຈິ່ງຕິດຕາມທຳຮ້າຍຂ້າພະເຈົ້າເຫມືອນຢ່າງພຣະເຈົ້າ ເປັນຫຍັງທ່ານຈິ່ງບໍ່ພໍເສັຽການທໍລະມານຂ້າພະເຈົ້ານັ້ນ 23 ຂ້າພະເຈົ້າຢາກໃຫ້ບາງຄົນບັນທຶກຄຳທີ່ຂ້າພະເຈົ້າເວົ້ານີ້ໄວ້ ແລະຂຽນຄຳເວົ້າຂອງຂ້າພະເຈົ້າໄວ້ໃນປື້ມ 24 ຫລືໃຊ້ເຫລັກຂຽນໄວ້ໃນຫີນ ເພື່ອມັນຈະໄດ້ຢູ່ຄລອດໄປ 25 ແຕ່ຂ້າພະເຈົ້າຮູ້ວ່າມີພຣະຄຸ້ມຄອງອົງນື່ງຢູ່ໃນຟ້າສວັນ ຜູ້ຊື່ງຈະມາຕໍ່ສູ້ຄະດີໃຫ້ຂ້າພະເຈົ້າໃນເວລາສຸດທ້າຍ 26 ເຖິງແມ່ນວ່າເຊື້ອໂຣກກັດກິນຜິວຫນັງຂອງຂ້າພະເຈົ້າແລ້ວ ໃນຊີວິດນີ້ຂ້າພະເຈົ້າຍັງຈະເຫັນພຣະເຈົ້າຢູ່ 27 ຂ້າພະເຈົ້າຈະເຫັນພຣະອົງດ້ວຍຕາຂອງຂ້າພະເຈົ້າເອງ ແລະພຣະອົງຈະບໍ່ເປັນຜູ້ແປກຫນ້າ ຂ້າພະເຈົ້າໄດ້ເສັຽກຳລັງໃຈຍ້ອນທ່ານເວົ້າວ່າ 28 “ພວກເຮົາໄດ້ທໍລະມານເຂົາຢ່າງໃດ” ທ່ານໄດ້ຊອກຫາເຫດຜົນບາງຢ່າງເພື່ອໂຈມຕີຂ້າພະເຈົ້າ 29 ແຕ່ບັດນີ້ຈົ່ງຢ້ານກົວບາບ ພຣະພິໂຣດຂອງພຣະເຈົ້າຈະນຳດາບມາລົງໂທດ ເພື່ອທ່ານຈະຮູ້ວ່າມີຜູ້ນື່ງຈະພິພາກສາ
ໂຊຟາຣ໌ວາດພາບຄວາມຍາກລຳບາກຂອງຄົນຊົ່ວຮ້າຍ
1 ແລ້ວໂຊຟາຮ໌ຊາວນາອາມາຕອບວ່າ, 2 “ເພາະສະນັ້ນຄວາມຄິດຂອງຂ້າພະເຈົ້າຕອບຂ້າພະເຈົ້າ ເຫດດ້ວຍອາຣົມພາຍໃນຂ້າພະເຈົ້າ 3 ຂ້າພະເຈົ້າຕ້ອງຟັງຄຳຕິຕຽນທີ່ສົບປມາດ ແລະທ່ານຕອບຂ້າພະເຈົ້າຢ່າງລົມໆແລ້ງໆປາສຈາກຄວາມເຂົ້າໃຈ 4 ຕັ້ງແຕ່ດຶກດຳບັນມາ ຕັ້ງແຕ່ມະນຸດຖືກວາງໄວ້ເທິງແຜ່ນດິນໂລກ ທ່ານບໍ່ຮູ້ຫລືວ່າ 5 ສຽງໄຊໂຍຂອງຄົນອະທັມນັ້ນສັ້ນ ແລະຄວາມຊື່ນບານຂອງຄົນທີ່ບໍ່ນັບຖືພຣະເຈົ້ານັ້ນເປັນແຕ່ບຸດດຽວ 6 ແມ່ນແຕ່ຄວາມສູງຂອງເຂົາເດັ່ນຂື້ນໄປເຖິງຟ້າສວັນ ແລະສີສະຂອງເຂົາໄປເຖິງຫມູ່ເມກ 7 ເຂົາຈະພິນາດເປັນນິດຢ່າງຜົງຂີ້ດິນ ບັນດາຄົນທີ່ເຄີຍເຫັນເຂົາ ຈະເວົ້າວ່າ “ເຂົາຢູ່ໃສ” 8 ເຂົາຈະບີນໄປເສັຽເຫມືອນຄວາມຝັນ ແລະຈະບໍ່ມີໃຜພົບອີກ ເຂົາຈະຖືກໄລ່ໄປເສັຽຢ່າງນິມິດໃນກາງຄືນ 9 ນັຍຕາຊື່ງໄດ້ເຫັນເຂົາຈະບໍ່ເຫັນເຂົາອີກ ຫລືບ່ອນທີ່ເຂົາເຄີຍຢູ່ກໍຈະບໍ່ເຫັນເຂົາອີກເລີຍ 10 ລູກຫລານຂອງເຂົາຈະຊອກຫາຄວາມຊ່ອຍເຫລືອຈາກຄົນຍາກຈົນ ແລະມືຂອງເຂົາຈະຄືນຊັບສົມບັດຂອງເຂົາ 11 ກະດູກຂອງເຂົາເຕັມໄປດ້ວຍເຫື່ອແຮງຂອງຄົນຫນຸ່ມ ແຕ່ເຫື່ອແຮງນັ້ນຈະນອນລົງກັບເຂົາໃນຝຸ່ນຂີ້ດິນ 12 “ເຖິງແມ້ວ່າຄວາມອະທັມຈະຫວານຢູ່ໃນປາກຂອງເຂົາ ເຖິງເຂົາເຊື່ອງໄວ້ໃຕ້ລີ້ນຂອງເຂົາ 13 ເຖິງເຂົາບໍ່ຢາກຈະປ່ອຍ ແລະອົມໄວ້ໃນປາກຂອງເຂົາ 14 ອາຫານຂອງເຂົາຍັງປ່ຽນໃນທ້ອງຂອງເຂົາ ເຫມືອນພິດຂອງງູເຫົ່າໃນຕົວເຂົາ 15 ເຂົາກືນຊັບສົມບັດລົງໄປ ແຕ່ຈະອາຈຽນມັນອອກມາອີກ ພຣະເຈົ້າຊົງແກວ່ງມັນອອກມາຈາກທ້ອງຂອງເຂົາ 16 ເຂົາຈະດູດພິດຂອງງູເຫົ່າ ລີ້ນຂອງເຂົາຈະຂ້າເຂົາໃຫ້ຕາຍເຫມືອນຖືກງູພິດຕອດ 17 ເຂົາຈະບໍ່ມອງຊົມລຳນ້ຳ ຄືລຳທານທີ່ມີນ້ຳເຜີ້ງແລະນົມທີ່ໄຫລຢູ່ 18 ເຂົາຈະຄືນຜົນງານຂອງເຂົາ ແລະຈະບໍ່ກືນກິນເສັຽ ເຂົາຈະບໍ່ໄດ້ຄວາມຊື່ນບານເລີຍຈາກກຳໄຣແຫ່ງການຄ້າຂອງເຂົາ 19 ເພາະເຂົາໄດ້ຂະຍີ້ແລະປະຖິ້ມຄົນຍາກຈົນ ເຂົາໄດ້ຍຶດເອົາບ້ານຊື່ງເຂົາບໍ່ໄດ້ສ້າງ 20 “ເພາະຄວາມໂລບຂອງເຂົາບໍ່ຮູ້ຈັກຢຸດຢັ້ງ ເຂົາຈະເກັບສິ່ງທີ່ເຂົາພໍໃຈໄວ້ບໍ່ໄດ້ເລີຍ 21 ເມື່ອເຂົາກິນແລ້ວບໍ່ມີຫຍັງເຫລືອ ເຫດສະນັ້ນຄວາມຈະເຣີນຂອງເຂົາຈະບໍ່ຖາວອນ 22 ໃນຂນະທີ່ເຂົາອີ່ມຫນຳສຳຣານ ເຂົາຈະຕົກໃນສະພາບຂັດສົນ ຣິດເດດຂອງຄວາມທຸກຍາກຈະມາຫາເຂົາ 23 ເພື່ອເຕີມທ້ອງຂອງເຂົາໃຫ້ເຕັມ ພຣະເຈົ້າຈະຊົງສົ່ງຄວາມພິໂຣດອັນດຸເດືອດມາເຖິງເຂົາ ແລະຫລັ່ງລົງມາເທິງເຂົາໃຫ້ເປັນອາຫານຂອງເຂົາ 24 ເຂົາຈະລີ້ຈາກອາວຸດເຫລັກ ທະນູທອງສຳຣິດຈະແທງເຂົາຊອດ 25 ເຂົາດືງມັນອອກ ແລະມັນອອກມາຈາກຮ່າງກາຍຂອງເຂົາ ປາຍອັນວັບແວບກໍອອກມາຈາກນ້ຳດີຂອງເຂົາ ຄວາມຢ້ານກົວກໍມາສິງສູ່ເຂົາ 26 ຄວາມມືດມົນອັນເຫລືອລົ້ນໄດ້ສະສົມໄວ້ເປັນຊັບຂອງເຂົາ ໄຟທີ່ບໍ່ຕ້ອງເປົ່າຈະກືນເຂົາເສັຽ ສິ່ງໃດທີ່ເຫລືອຢູ່ໃນເຕັນຂອງເຂົາຈະຖືກເຜົາຜານ 27 ຟ້າສວັນຈະສຳແດງຄວາມຜິດບາບຂອງເຂົາ ແລະແຜ່ນດີນໂລກຈະລຸກຂຶ້ນປັກປຳເຂົາ 28 ສິ່ງຂອງແຫ່ງຄົວເຮືອນຂອງເຂົາຈະຖືກນຳໄປເສັຽ ຖືກກວາດໄປໃນວັນແຫ່ງພຣະພິໂຣດຂອງພຣະເຈົ້າ 29 ນີ້ເປັນສ່ວນຂອງຄົນອະທັມຈາກພຣະເຈົ້າ ແລະເປັນມໍຣະດົກທີ່ພຣະເຈົ້າຊົງກຳຫນົດໃຫ້ເຂົາ”
ໂຢບກ່າວຢືນຢັນຄວາມຈະເຣີນຂອງຄົນອະທັມ
1 ແລ້ວໂຢບກ່າວວ່າ, 2 “ຂໍຟັງຖ້ອຍຄຳຂອງຂ້າພະເຈົ້າຢ່າງລະມັດລະວັງ ແລະໃຫ້ຄຳນີ້ເລົ້າໂລມໃຈທ່ານ 3 ຂໍຈົ່ງອົດທົນແລະຂ້າພະເຈົ້າຈະເວົ້າ ແລະເມື່ອຂ້າພະເຈົ້າເວົ້າແລ້ວ ກໍເຍາະເຍີ້ຍຕໍ່ໄປເຖີດ 4 ສ່ວນຂ້າພະເຈົ້ານີ້ ຈະຕໍ່ວ່າມະນຸດຫລື ເປັນຫຍັງຂ້າພະເຈົ້າຈິ່ງບໍ່ຄວນຫຸນຫັນ 5 ມອງເບິ່ງຂ້າພະເຈົ້າ ແລະຈົ່ງຕະລຶງເຖີດ ແລະທ່ານຈົ່ງເອົາມືປິດປາກຂອງທ່ານ 6 ເມື່ອຂ້າພະເຈົ້າລະຣຶກເຖິງເຣື່ອງທີ່ຂ້າພະເຈົ້າເວົ້ານີ້ ຂ້າພະເຈົ້າກໍຕົກໃຈ ແລະຄວາມສັ່ນສະທ້ານກໍຈັບເນື້ອຂອງຂ້າພະເຈົ້າ 7 ເປັນຫຍັງຄົນອະທັມຈິ່ງມີຊີວິດຢູ່ ຈົນເຖິງເຖົ້າແກ່ ແລະຈະເຣີນມີກໍາລັງຫລາຍຂຶ້ນ 8 ລູກຫລານຂອງເຂົາກໍຕັ້ງຫມັ້ນຄົງຢູ່ຕໍ່ຫນ້າຕໍ່ຕາເຂົາ ແລະເຊື້ອສາຍຂອງເຂົາກໍຢູ່ຕໍ່ຫນ້າຕໍ່ຕາເຂົາ 9 ເຮືອນຂອງເຂົາທັງຫລາຍກໍປອດໄພຢູ່ເຢັນເປັນສຸກ ແລະໄມ້ແສ້ຂອງພຣະເຈົ້າບໍ່ຢູ່ເທິງເຂົາ 10 ງົວເຖິກຂອງເຂົາເກີດພັນບໍ່ມີຂາດ ງົວແມ່ຂອງເຂົາອອກລູກແລະບໍ່ມີແທ້ງ 11 ເຂົາສົ່ງເດັກນ້ອຍອອກໄປຢູ່ຢ່າງຝູງແບ້ແກະ ແລະລູກຫລານນ້ອຍຂອງເຂົາກໍເຕັ້ນຣຳ 12 ເຂົາຮ້ອງເພງປະສານສຽງຣຳມະນາ ແລະພີນເຂົາຄູ່ ແລະມ່ວນຊື່ນໄປຕາມສຽງປີ່ 13 ຄລອດວັນເວລາຂອງເຂົາ ເຂົາກໍຈະເຣີນ ແລະເຂົາລົງໄປທີ່ແດນມໍຣະນາໃນພິບຕາດຽວ 14 ເຂົາທູນພຣະເຈົ້າວ່າ “ຂໍຈາກເຮົາໄປເສັຽ ເພາະເຮົາບໍ່ປາຖນາຄວາມຮູ້ໃນທາງຂອງທ່ານ 15 ອົງຜູ້ມີອຳນາດຍິ່ງໃຫຍ່ຄືຫຍັງ ທີ່ເຮົາຈະຕ້ອງປະຕິບັດເຂົາ ຖ້າເຮົາອ້ອນວອນຕໍ່ເຂົາ ເຮົາຈະໄດ້ປໂຍດຫຍັງ” 16 ຄວາມຈຳເຣີນຂອງເຂົາທັງຫລາຍບໍ່ຢູ່ໃນກຳມືຂອງເຂົາຫລື ຄຳປຶກສາຂອງຄົນອະທັມຢູ່ຫ່າງໄກຈາກຂ້າພະເຈົ້າ 17 “ຕະກຽງຂອງຄົນອະທັມດັບເລື້ອຍໆບໍ ຄວາມທຸກລຳບາກມາເຫນືອເຂົາເລື້ອຍຊ່ຳໃດ ພຣະເຈົ້າຊົງແຈກຈ່າຍຄວາມເຈັບປວດດ້ວຍພຣະພິໂຣດເລື້ອຍຊ່ຳໃດ 18 ເຂົາເປັນເຫມືອນເຟືອງເຂົ້າຫນ້າລົມ ແລະເປັນຫມືອນແກບທີ່ພະຍຸພັດໄປເລື້ອຍຊ່ຳໃດ 19 ທ່ານວ່າ “ພຣະເຈົ້າຊົງສະສົມຄວາມບາບຊົ່ວຂອງເຂົາໄວ້ໃຫ້ລູກຫລານຂອງເຂົາ” ຂໍພຣະອົງຊົງຕອບແທນແກ່ເຂົາທັງຫລາຍເອງ ເພື່ອເຂົາທັງຫລາຍຈະໄດ້ຮູ້ 20 ຂໍໃຫ້ນັຍຕາຂອງເຂົາເຫັນຄວາມພິນາດຂອງເຂົາ ແລະໃຫ້ເຂົາດື່ມພຣະພິໂຣດຂອງອົງຜູ້ມີອຳນາດຍິ່ງໃຫຍ່ 21 ເພາະເຂົາສົນໃຈຫຍັງໃນເຣື່ອງວົງວານທີ່ຕາມເຂົາມາ ເມື່ອຈຳນວນເດືອນຂອງເຂົາຖືກຕັດຂາດເສັຽແລ້ວ 22 ມີຜູ້ໃດຈະສອນພຣະເຈົ້າໄດ້ຫລື ເມື່ອພຣະອົງຊົງພິພາກສາເທວະຊີພ 23 ຄົນນື່ງຕາຍເມື່ອຍັງແຂງແຮງຢູ່ ຕາຍງ່າຍທັງສຸກໃຈ ແລະຮ່າງກາຍກໍອ້ວນພີຢູ່ 24 ຖັງກາຍຂອງເຂົາເຕັມດ້ວຍນ້ຳນົມ ແລະມັນກະດູກຂອງເຂົາກໍຊຸ່ມ 25 ອີກຄົນນື່ງຕາຍດ້ວຍໃຈຂົມຂື່ນ ບໍ່ເຄີຍໄດ້ຊີມຂອງດີ 26 ເຂົາທັງສອງນອນລົງໃນຝຸ່ນຂີ້ດິນເຫມືອນກັນ ແລະຕົວຫນອນກໍຄຸມເຂົາທັງສອງໄວ້ 27 ໂອ ຂ້າພະເຈົ້າຮູ້ຄວາມຄິດຂອງທ່ານ ແລະອຸບາຍຂອງທ່ານທີ່ຈະທຳຜິດຕໍ່ຂ້າພະເຈົ້າ 28 ເພາະທ່ານວ່າ “ວັງຂອງເຈົ້ານາຍຢູ່ໃສ” ເຕັນຊື່ງຄົນອະທັມອາໄສນັ້ນຢູ່ໃສ” 29 ທ່ານບໍ່ໄດ້ຖາມນັກທ່ອງທ່ຽວ ແລະທ່ານບໍ່ໄດ້ຮັບສັກຂີພິຍານຂອງເຂົາຫລື 30 ວ່າໃນຄາວທີ່ເກີດໄພວິບັດນັ້ນຄົນອະທັມມັກລອດໄດ້ ແລະເຂົາໄດ້ຮັບການຊ່ອຍເຫລືອໃຫ້ພົ້ນໃນວັນແຫ່ງພຣະພິໂຣດ 31 ໃຜແຈ້ງວິທີການຂອງເຂົາໃຫ້ເຂົາຟັງ ແລະຜູ້ໃດສນອງເຂົາໃນສິ່ງທີ່ເຂົາໄດ້ກະທຳ 32 ແລະເມື່ອຄົນຫາມເຂົາໄປຍັງຫລຸມສົບກໍມີຍາມເຝົ້າທີ່ອຸໂມງ 33 ສຳລັບເຂົາກ້ອນດິນທີ່ຮ່ອມພູກໍເບົາສະບາຍ ຄົນທັງປວງກໍຕາມເຂົາໄປ ແລະຄົນທີ່ໄປຂ້າງຫນ້າກໍນັບບໍ່ຖ້ວນ 34 ແລ້ວເປັຫຍັງທ່ານຈະມາເລົ້າໂລມໃຈຂ້າພະເຈົ້າດ້ວຍສິ່ງທີ່ວ່າງເປົ່າ ຄຳຕອບຂອງທ່ານບໍ່ມີຫຍັງເຫລືອແລ້ວ ນອກຈາກຫລອກລວງ”
ເອລີຟັສກ່າວໂທດໂຢບ
1 ແລ້ວເອລີຟັສ ຊາວເຕມານຕອບວ່າ, 2 “ຄົນຈະເປັນປໂຍດຫຍັງແກ່ພຣະເຈົ້າໄດ້ຫລື ຜູ້ໃດສລາດກໍເປັນປໂຍດໃຫ້ແກ່ຕົນເອງຕ່າງຫາກ 3 ຖ້າທ່ານເປັນຄົນຊອບທັມ ຈະເປັນທີ່ພໍພຣະທັຍແກ່ອົງຜູ້ມີອຳນາດຍິ່ງໃຫຍ່ຫລື ຫລືຖ້າທ່ານເປັນຄົນດີຮອບຄອບຈະເປັນປໂຍດຫຍັງແກ່ພຣະອົງ 4 ເປັນເພາະທ່ານຢຳເກງພຣະອົງຫລື ພຣະອົງຈິ່ງຊົງຕັກເຕືອນທ່ານ ແລະຊົງສູ້ຄວາມກັບທ່ານ 5 ຄວາມອະທັມຂອງທ່ານໃຫຍ່ໂຕບໍ່ແມ່ນຫລື ຄວາມຜິດບາບຂອງທ່ານບໍ່ມີທີ່ສິ້ນສຸດ 6 ເພາະທ່ານຍຶດຂອງປະກັນໄປຈາກພີ່ນ້ອງເປົ່າໆ ແລະຍຶດເສື້ອຜ້າຂອງຄົນທີ່ເປືອຍກາຍ 7 ທ່ານບໍ່ໄດ້ໃຫ້ນ້ຳແກ່ຄົນຫິວກະຫາຍດື່ມ ແລະທ່ານຫນ່ວງຫນ່ຽວເຂົ້າຈີ່ໄວ້ບໍ່ໃຫ້ຄົນທີ່ຫີວ 8 ຄົນທີ່ມີອຳນາດບາດໃຫຍ່ຍ່ອມໄດ້ທີ່ດິນເປັນກຳມະສິດ ແລະຄົນທີ່ມີຫນ້າມີຕາກໍໄດ້ເຂົ້າອາໄສຢູ່ 9 ທ່ານໄລ່ແມ່ຫມ້າຍອອກໄປມືເປົ່າ ແລະແຂນຂອງລູກກຳພ້າພໍ່ກໍຫັກ 10 ເພາະສະນັ້ນກັບດັກຢູ່ຮອບທ່ານ ແລະໃນທັນໃດນັ້ນຄວາມສະຍົດສະຍອງກໍຖ້ວມທັບທ່ານ 11 ຄວາມສວ່າງຂອງທ່ານກໍມືດລົງ ຈົນທ່ານບໍ່ເຫັນຫຍັງ ແລະນ້ຳທີ່ຖ້ວມກໍຄຸມທ່ານໄວ້ 12 “ພຣະເຈົ້າບໍ່ໄດ້ຊົງສະຖິດຢູ່ໃນທີ່ສູງໃນຟ້າສວັນຫລື ເບິ່ງດາວທີ່ສູງທີ່ສຸດເຖີດ ມັນສູງແທ້ໆ 13 ເພາະສະນັ້ນທ່ານວ່າ “ພຣະເຈົ້າຊົງຮູ້ຫຍັງ ພຣະອົງຈະຊົງທະລຸຄວາມມືດທຶບໄປພິພາກສາໄດ້ຫລື 14 ເມກທຶບຄຸມພຣະອົງໄວ້ ພຣະອົງຊົງມອງສິ່ງໃດບໍ່ເຫັນ ແລະພຣະອົງຊົງດຳເນີນຢູ່ເທິງພື້ນຟ້າ” 15 ທ່ານຈະເດີນທາງເກົ່າຫລື ຊື່ງຄົນອະທັມເຄີຍດຳເນີນນັ້ນ 16 ຜູ້ທີ່ຖືກເອົາໄປກ່ອນເວລາກຳຫນົດຂອງເຂົາ ຮາກຖານຂອງເຂົາຖືກກວາດລ້າງໄປ 17 ຜູ້ທູນພຣະເຈົ້າວ່າ “ຂໍຊົງໄປຈາກຂ້າພຣະອົງທັງຫລາຍ” ແລະ “ອົງຜູ້ມີອຳນາດຍິ່ງໃຫຍ່ຈະຊົງທຳສິ່ງໃດແກ່ຂ້າພຣະອົງທັງຫລາຍໄດ້” 18 ແຕ່ພຣະອົງຊົງໃຫ້ເຮືອນຂອງເຂົາເຕັມດ້ວຍຂອງດີ ແຕ່ຄຳປຶກສາຂອງຄົນອະທັມຫ່າງໄກຈາກຂ້າພະເຈົ້າ 19 ຄົນຊອບທັມເຫັນແລະຍິນດີ ຄົນປາສຈາກຜິດຫົວຂວັນ 20 ກ່າວວ່າ “ປໍຣິປັກຂອງເຣົາຖືກຕັດຂາດແນ່ແລ້ວ ແມ່ນຫຍັງທີ່ເຂົາມີເຫລືອໄຟກໍເຜົາເສັຽ” 21 “ຈົ່ງປອງດອງກັບພຣະເຈົ້າ ແລະຢູ່ຢ່າງສັນຕິ ດັ່ງນັ້ນສິ່ງທີ່ດີຈະມາເຖິງທ່ານ 22 ຂໍຈົ່ງຮັບຄຳສັ່ງສອນຈາກພຣະໂອດຂອງພຣະອົງ ແລະເກັບພຣະຄຳຂອງພຣະອົງໄວ້ໃນໃຈຂອງທ່ານ 23 ຖ້າທ່ານກັບມາຫາອົງຜູ້ມີອຳນາດຍິ່ງໃຫຍ່ ແລະຖ່ອມຕົວລົງ ຖ້າທ່ານຖິ້ມຄວາມອະທັມໃຫ້ໄກຈາກເຕັນຂອງທ່ານ 24 ຖ້າທ່ານວາງແຮ່ທອງຄຳໄວ້ໃນຝຸ່ນຂີ້ດິນ ແລະທອງຄຳເມືອງໂອຟີຣ໌ໄວ້ຖ້າມກາງຫ້ວຍທີ່ແລ້ງນ້ຳ 25 ຖ້າອົງຜູ້ມີອຳນາດຍິ່ງໃຫຍ່ເປັນສົມບັດຂອງທ່ານ ແລະເປັນເງິນທີ່ປະເສີດຂອງທ່ານ 26 ແລ້ວທ່ານຈະປິຕິຍິນດີໃນອົງຜູ້ມີອຳນາດຍິ່ງໃຫຍ່ ແລະເງີຍຫນ້າຂອງທ່ານຫາພຣະເຈົ້າ 27 ທ່ານຈະອ້ອນວອນຕໍ່ພຣະອົງ ແລະພຣະອົງຈະຊົງຟັງທ່ານ ແລະທ່ານຈະແກ້ບົນຂອງທ່ານ 28 ທ່ານຈະຕັດສີນໃຈໃນເຣື່ອງໃດ ແລະເຣື່ອງນັ້ນຈະສຳເຣັດສົມປະສົງ ແລະຈະມີແສງສວ່າງສ່ອງທາງໃຫ້ທ່ານ 29 ເພາະພຣະເຈົ້າຊົງຍົກຜູ້ທີ່ເຍີ່ຫຍິ່ງລົງມາ ແຕ່ພຣະອົງຊົງຊ່ອຍຄົນຖ່ອມໃຈໃຫ້ລອດ 30 ພຣະອົງຊົງຊ່ອຍຜູ້ທີ່ໄຮ້ຄວາມຜິດໃຫ້ພົ້ນ ທ່ານຈະໄດ້ຮັບການຊ່ອຍໃຫ້ພົ້ນໂດຍຄວາມສະອາດແຫ່ງມືຂອງທ່ານ
ໂຢບຢາກຈະສູ້ຄະດີຂອງຕົນກັບພຣະເຈົ້າ
1 ແລ້ວໂຢບຕອບວ່າ, 2 “ຄຳຮ້ອງທຸກຂອງຂ້າພະເຈົ້າກໍຂົມຂື່ນໃນວັນນີ້ດ້ວຍ ມືຂອງຂ້າພະເຈົ້າກໍຫນັກ ເພາະການຮ້ອງຄາງຂອງຂ້າພະເຈົ້າ 3 ໂອ ຂ້າພະເຈົ້າຢາກຣູ້ວ່າຈະພົບພຣະອົງໄດ້ທີ່ໃດ ເພື່ອຂ້າພະເຈົ້າຈະມາເຖິງພຣະທີ່ນັ່ງຂອງພຣະອົງ 4 ຂ້າພະເຈົ້າຈະຍື່ນຄະດີຂອງຂ້າພະເຈົ້າຕໍ່ພຣະພັກພຣະອົງ ແລະບັນຈຸຂໍ້ໂຕ້ຖຽງໃຫ້ເຕັມປາກຂ້າພະເຈົ້າ 5 ຂ້າພະເຈົ້າຈະຮູ້ວ່າ ພຣະອົງຈະຕອບຂ້າພະເຈົ້າວາຢ່າງໃດ ແລະເຂົ້າໃຈສິ່ງທີ່ພຣະອົງຈະກ່າວກັບຂ້າພະເຈົ້າ 6 ພຣະອົງຈະຊົງໂຕ້ຖຽງກັບຂ້າພະເຈົ້າດ້ວຍຣິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງຫລື ບໍ່ດອກ ພຣະອົງຈະຊົງຟັງຂ້າພະເຈົ້າ 7 ໃນທີ່ນັ້ນຄົນທ່ຽງທັມຈະສູ້ຄວາມກັບພຣະອົງໄດ້ ແລະຂ້າພະເຈົ້າຈະຮັບການຊ່ອຍໃຫ້ພົ້ນຈາກຜູ້ພິພາກສາຂອງຂ້າພະເຈົ້າເປັນນິດ 8 ຂ້າພະເຈົ້າຍ່າງໄປຂ້າງຫນ້າ ແຕ່ພຣະອົງບໍ່ໄດ້ຊົງສະຖິດທີ່ນັ້ນ ແລະຂ້າງຫລັງ ແຕ່ຂ້າພະເຈົ້າກໍບໍ່ສັງເກດເຫັນພຣະອົງ 9 ຂ້າງຊ້າຍມືທີ່ພຣະອົງຊົງກະທຳກິດ ຂ້າພະເຈົ້າກໍບໍ່ເຫັນພຣະອົງ ຂ້າງຂວາມືພຣະອົງຊົງເຊື່ອງຢູ່ ຂ້າພະເຈົ້າຊອກຫາພຣະອົງບໍ່ພົບ 10 ດ້ວຍວ່າພຣະອົງຊົງຮູ້ທາງທີ່ຂ້າພະເຈົ້າໄປ ເມື່ອພຣະອົງຊົງທົດສອບຂ້າພະເຈົ້າແລ້ວ ຂ້າພະເຈົ້າກໍຈະເປັນເຫມືອນຢ່າງທອງຄຳ 11 ເທົ້າຂອງຂ້າພະເຈົ້າຕິດຮອຍພຣະບາດຂອງພຣະອົງແຫນ້ນ ຂ້າພະເຈົ້າຕາມມັນຄາຂອງພຣະອົງ ແລະບໍ່ໄດ້ຫັນຫນີໄປຂ້າງໃດເລີຍ 12 ຂ້າພະເຈົ້າບໍ່ໄດ້ພາກຈາກພຣະບັນຍັດແຫ່ງຮີມພຣະໂອດຂອງພຣະອົງ ຂ້າພະເຈົ້າຕີຣາຄາພຣະຄຳພຣະອົງສູງກວ່າເຈຕນາຂອງຂ້າພະເຈົ້າ 13 ແຕ່ພຣະອົງຊົງປ່ຽນແປງບໍ່ໄດ້ ແລະຜູ້ໃດຈະປີ່ນພຣະອົງໄດ້ ພຣະອົງມີພຣະປະສົງສິ່ງໃດພຣະອົງກໍຊົງກະທຳສິ່ງນັ້ນ 14 ເພາະວ່າ ພຣະອົງຈະຊົງກະທຳສິ່ງທີ່ພຣະອົງຊົງກຳຫນົດໃຫ້ຂ້າພະເຈົ້ານັ້ນຄົບຖ້ວນ ແລະສິ່ງຢ່າງນັ້ນຫລວງຫລາຍຢູ່ໃນແຜນການຂອງພຣະອົງ 15 ເພາະສະນັ້ນຂ້າພະເຈົ້າຈິ່ງສັ່ນເຊັນຕໍ່ພຣະພັກພຣະອົງ ເມື່ອຂ້າພະເຈົ້າຄິດຕຶກຕອງ ຂ້າພະເຈົ້າກໍຍິ່ງຢ້ານຕໍ່ພຣະອົງ 16 ພຣະອົງຊົງກະທຳໃຫ້ຂ້າໃຈຂອງຂ້າພະເຈົ້າອ່ອນເພັຽ ອົງຜູ້ມີອຳນາດຍິ່ງໃຫຍ່ໄດ້ກະທຳໃຫ້ຂ້າພະເຈົ້າຢ້ານກົວ 17 ເພາະຂ້າພະເຈົ້າບໍ່ໄດ້ຖືກຕັດຂາດຈາກຄວາມມືດ ແລະພຣະອົງບໍ່ໄດ້ຊົງປິດຄວາມມືດທຶບໄວ້ຈາກຂ້າພະເຈົ້າ
ໂຢບປັບທຸກທີ່ພຣະເຈົ້າຊົງເມີນເສີຍຕໍ່ຄວາມຊົ່ວຮ້າຍ
1 “ເມື່ອເວລາກຳຫນົດບໍ່ປິດບັງໄວ້ຈາກອົງຜູ້ມີອຳນາດຍິ່ງໃຫຍ່ ເປັນຫຍັງບັນດາຜູ້ທີ່ຮູ້ຈັກພຣະອົງບໍ່ເຫັນວ່າກຳຫນົດຂອງພຣະອົງ 2 ມີຄົນທີ່ຍ້າຍຫລັກເຂດ ເຂົາຍຶດຝູງແກະພາໄປລ້ຽງ 3 ເຂົາໄລ່ຕ້ອນລໍຂອງຄົນກຳພ້າໄປ ເຂົາຍຶດງົວຂອງຍີງຫມ້າຍຈົນນາງຫາເງິນມາໃຊ້ຫນີ້ 4 ເຂົາຊຸກຄົນຂັດສົນອອກນອກຖນົນ ຄົນຍາກຈົນແຫ່ງແຜ່ນດິນໂລກຕ່າງກໍລີ້ຊ່ອນຕົວຫມົດ 5 ເຫມືອນລໍປ່າຢູ່ໃນຖີ່ນກັນດານ ຄົນຍາກຈົນນັ້ນອອກໄປທຳງານພະຍາຍາມຫາອາຫານ ຖີ່ນແຫ້ງແລ້ງໃຫ້ອາຫານແກ່ບຸດຂອງເຂົາ 6 ເຂົາທັງຫລາຍເກັບຫຍ້າແຫ້ງທີ່ໃນທົ່ງ ແລະເຂົາເລັມສວນອະງຸ່ນຂອງຄົນອະທັມ 7 ເຂົານອນເປືອຍກາຍບໍ່ມີເສື້ອຜ້າຄລອດຄືນ ແລະບໍ່ມີຜ້າຫົ່ມກັນຫນາວ 8 ເຂົາປຽກຝົນແຫ່ງພູເຂົາ ແລະບຽດຢູ່ຂ້າງໂງ່ນຫີນເພາະຂາດທີ່ກຳບັງ 9 ມີຜູ້ເອົາເດັກກຳພ້າໄປຈາກເອິກ ແລະເອົາລູກນ້ອຍຂອງຄົນຍາກຈົນໄປເປັນຄ່າຈ່າຍຫນີ້ 10 ເຂົາທັງຫລາຍຈິ່ງເດີນເປືອຍກາຍໄປບໍ່ມີເສື້ອຜ້າ ທັງທີ່ຫີວ ເຂົາກໍແບກເຟືອງເຂົ້າໄປ 11 ເຂົາທຳນ້ຳມັນຢູ່ຖ້າມກາງແຖວຕົ້ນຫມາກກອກເທດຂອງຄົນອະທັມ ເຂົາຢ່ຳຢູ່ທີ່ບໍ່ຢ່ຳອະງຸ່ນແຕ່ເຂົາຕ້ອງທົນຄວາມກະຫາຍ 12 ຄົນທີ່ກຳລັງຈະຕາຍຄ່ຳຄວນອອກມາຈາກທີ່ໃນເມືອງ ແລະຈິດໃຈຂອງຄົນບາດເຈັບຮ້ອງຂໍຄວາມຊ່ອຍເຫລືອ ແຕ່ພຣະເຈົ້າບໍ່ໄດ້ສົນພຣະທັຍໃນຄຳອ້ອນວອນຂອງເຂົາ 13 “ມີຜູ້ທີ່ກະບົດຕໍ່ຄວາມສວ່າງ ຜູ້ທີ່ບໍ່ຄຸ້ນເຄີຍກັບທາງຂອງຄວາມສວ່າງນັ້ນ ແລະບໍ່ໄດ້ຢູ່ໃນທາງຂອງຄວາມສວ່າງນັ້ນ 14 ຜູ້ທຳຄາດຕະກັມລຸກຂຶ້ນມາແຕ່ເດິກ ເຂົາຂ້າຄົນຍາກຈົນ ແລະຄົນຂັດສົນ ແລະໃນກາງຄືນເຂົາເປັນເຫມືອນຂະໂມຍ 15 ຕາຂອງຜູ້ລ່ວງປະເວນີຄອຍເວລາຍາມຄ່ຳ ກ່າວວ່າ “ບໍ່ມີຕາໃດຈະເຫັນຂ້າ” ແລະເຂົາກໍປອມຫນ້າຂອງເຂົາ 16 ໃນຍາມມືດເຂົາຂຸດເຂົ້າໄປໃນເຮືອນ ກາງເວັນເຂົາກໍເກັບຕົວ ເຂົາບໍ່ຮູ້ຈັກຄວາມສວ່າງ 17 ເພາະຄວາມມືດທຶບເປັນເຫມືອນເວລາເຊົ້າແກ່ເຂົາທຸກຄົນ ເພາະເຂົາຄຸ້ນເຄີຍກັບຄວາມສະຍົດສະຍອງຂອງຄວາມມືດທຶບ 18 “ເຂົາລອຍໄປເທິງຫນ້ານ້ຳ ສ່ວນແບ່ງຂອງເຂົາຖືກສາບໃນແຜ່ນດິນ ເຂົາບໍ່ຫັນຫນ້າໄປສູ່ສວນອະງຸ່ນຂອງເຂົາ 19 ຄວາມແຫ້ງແລ້ງແລະຄວາມຮ້ອນໄດ້ເອົານ້ຳຫິມມະໄປສັນໃດ ແດນຄົນຕາຍກໍໄດ້ເອົາຜູ້ກະທຳບາບໄປສັນນັ້ນ 20 ທ້ອງທີ່ໃຫ້ກຳເນີດຈະລືມເຂົາ ຕົວຫນອນຈະກິນເຂົາ ບໍ່ມີໃຜຈຳຊື່ເຂົາໄດ້ຕໍ່ໄປຄວາມອະທັມຈິ່ງຫັກລົງເຫມືອນຕົ້ນໄມ້ 21 “ເຂົາກົດຂີ່ຈາກຍີງຫມັນທີ່ບໍ່ມີລູກ ແລະບໍ່ທຳດີໃຫ້ແກ່ຍີງຫມ້າຍ 22 ພຣະເຈົ້າຍັງຊົງດຳຣົງຊີວິດຂອງຄົນມີກຳລັງດ້ວຍຣິດທານຸພາບຂອງພຣະອົງ ເຖິງແມ່ນວ່າເຂົາສິ້ນຫວັງໃນຊີວິ ເຂົາກໍລຸກຂຶ້ນໄດ້ 23 ພຣະອົງປະທານຄວາມປອດໄພໃຫ້ເຂົາ ແລະເຂົາກໍເພີ່ງຢູ່ ແລະພຣະເນດຂອງພຣະອົງຢູ່ເທິງຫົນທາງຂອງເຂົາ 24 ເຂົາທັງຫລາຍຖືກຍົກຍ້ອງຂື້ນບຸດນື່ງແລ້ວກໍສີ້ນໄປ ເຂົາຫ່ຽວແຫ້ງ ແລະສິ້ນໄປເຫມືອນຄົນອື່ນໆ ເຂົາຖືກຕັດອອກເຫມືອນຍອດຮວງເຂົ້າ 25 ຖ້າບໍ່ເປັນເຊັ່ນນັ້ນ ໃຜຈະພິສູດໄດ້ວ່າຂ້າພະເຈົ້າມຸສາ ແລະສຳແດງວ່າສິ່ງທີ່ຂ້າພະເຈົ້າກ່າວນັ້ນໄຮ້ສາຣະ”
ບີນດັດປະຕິເສດຂໍ້ທີ່ວ່າ “ຕໍ່ພຣະເຈົ້າມະນຸດຈະເປັນຝ່າຍຖືກໄດ້
1 ແລ້ວບີນດັດຕະກູນຊູອາຕອບວ່າ, 2 “ພຣະເຈົ້າຊົງອຳນາດໃນການຄອບຄອງແລະຊົງໃຫ້ຢຳເກງ ພຣະອົງຊົງກະທຳສັນຕິພາບໃນສວັນເບື້ອງສູງຂອງພຣະອົງ 3 ກອງທັບຂອງພຣະອົງມີຈຳນວນ ຫລືຄວາມສວ່າງຂອງພຣະອົງບໍ່ໄດ້ສ່ອງມາເຫນືອຜູ້ໃດແດ່ 4 ແລ້ວມະນຸດຈະຊອບທັມຕໍ່ພຣະພັກພຣະເຈົ້າໄດ້ຢ່າງໃດ ຄົນທີ່ເກີດຈາກຜູ້ຍີງຈະສະອາດໄດ້ຢ່າງໃດ 5 ເບິ່ງແມ໋ ເຖິງແມ່ນດວງຈັນກໍບໍ່ມີຄວາມສຸກໃສ ແລະດວງດາວກໍບໍ່ສະອາດໃນສາຍພຣະເນດຂອງພຣະອົງ 6 ມະນຸດຈະຍິ່ງສະອາດນ້ອຍກວ່ານັ້ນເທົ່າໃດ ຜູ້ເປັນພຽງຕົວດັກແດ້ ແລະບຸດຂອງມະນຸດ ຜູ້ເປັນພຽງໂຕຫນອນ”
ໂຢບກ່າວວ່າພຣະເຈົ້າຊົງມີອຳນາດຄອບຄອງ
1 ແລ້ວໂຢບຕອບວ່າ, 2 “ທ່ານໄດ້ຊ່ອຍຜູ້ບໍ່ມີກຳລັງຫລາຍຈີງຫນໍ ທ່ານໄດ້ຊ່ອຍແຂນທີ່ບໍ່ມີແຮງແລ້ວຫນໍ 3 ທ່ານໃຫ້ຄຳປຶກສາແກ່ຄົນທີ່ບໍ່ມີສະຕິປັນຍາ ແລະໄດ້ໃຫ້ຄວາມຮູ້ຫລາຍທີ່ສຳຣິດຜົນ ຈີງຫນໍ 4 ທ່ານເປັ່ງວາຈາອອກມາດ້ວຍຄວາມຊ່ອຍເຫລືອຂອງໃຜ ແລະວິນຍານຂອງໃຜໄດ້ອອກມາຈາກທ່ານ 5 ຊາວພິພົບຄົນຕາຍເບື້ອງລຸ່ມກໍສັ່ນເຊັນໃຕ້ນ້ຳແລະຊາວນ້ຳນັ້ນ 6 ພິພົບຄົນຕາຍເປີດແບອອກຕໍ່ພຣະພັກພຣະເຈົ້າ ແລະແດນພິນາດບໍ່ມີຜ້າປົກຄຸມບັງ 7 ພຣະອົງຊົງພືທ້ອງຟ້າອອກສູ່ທາງທິດເຫນືອ ແລະແຂວນໂລກໄວ້ເຫນືອທີ່ວ່າງເປົ່າ 8 ພຣະອົງຊົງມັດນ້ຳໄວ້ໃນເມກທຶບຂອງພຣະອົງ ແລະເມກນັ້ນກໍບໍ່ຂາດວີ່ນໄປ 9 ພຣະອົງຊົງຄຸມຫນ້າຂອງພຣະທີ່ນັ່ງ ແລະພືເມກຂອງພຣະອົງອອກຄຸມມັນໄວ້ 10 ພຣະອົງຊົງຂີດປະຣິມົນທົນໄວ້ເທິງພື້ນນ້ຳໃນເຂດລະຫວ່າງຄວາມສວ່າງແລະຄວາມມືດ 11 ເສົາຟ້າກໍຫວັ່ນໄຫວ ແລະເສົານັ້ນກໍຄ່ອນແຄນສັ່ນເຊັນດ້ວຍຄວາມຢ້ານ 12 ພຣະອົງຊົງປາບທະເລໃຫ້ສງົບດ້ວຍອະນຸພາບຂອງພຣະອົງ ພຣະອົງຊົງຕີຣາຮາບດ້ວຍຄວາມເຂົ້າພຣະທັຍຂອງພຣະອົງ 13 ພຣະອົງຊົງກະທຳໃຫ້ຟ້າສວັນຜ່ອງໃສດ້ວຍວາຍຸຂອງພຣະອົງ ພຣະຫັດຂອງພຣະອົງແທງພະຍານາກທີ່ກຳລັງຫນີໄປ 14 ແຕ່ສິ່ງເຫລົ່ານີ້ເປັນພຽງເອີ່ຍເຖິງພຣະຣາຊກິດຂອງພຣະອົງ ເຮົາຊາບເຖິງພຣະອົງກໍເປັນພຽງສຽງກະຊີບ ໃຜຈະເຂົ້າໃຈເຖິງຣິດເດດຄວາມຍິ່ງໃຫຍ່ອັນແທ້ຈີງຂອງພຣະອົງໄດ້
ໂຢບບັນຍາຍເຖິງຄວາມທຸກລຳບາກຂອງຄົນຊົ່ວຮ້າຍ
1 ແລະໂຢບໄດ້ກ່າວກອນພາສິດຂອງຕົນອີກວ່າ, 2 “ພຣະເຈົ້າຊົງພຣະຊົນຢູ່ແນ່ສັນໃດ ຄືພຣະອົງຜູ້ຊົງນຳຄວາມຍຸດຕິທັມອັນຄວນຕົກແກ່ຂ້າພະເຈົ້າໄປເສັຽ ແລະອົງຜູ້ມີອຳນາດຍິ່ງໃຫຍ່ຊົງພຣະຊົນຢູ່ສັນໃດ ຄືຜູ້ຊົງທຳໃຈຂ້າພະເຈົ້າໃຫ້ຂົມຂື່ນ 3 ເພາະລົມຫາຍໃຈຍັງຢູ່ໃນຕົຍຂ້າພະເຈົ້າຕາບໃດ ແລະລົມປານຈາກພຣະເຈົ້າຍັງຢູ່ໃນຮູດັງຂອງຂ້າພະເຈົ້າຕາບໃດ 4 ຮີມຝີປາກຂອງຂ້າພະເຈົ້າຈະບໍ່ເວົ້າຄວາມເທັດ ແລະລີ້ນຂອງຂ້າພະເຈົ້າຈະບໍ່ເປັ່ງຄຳຫລອກລວງ 5 ຂ້າພະເຈົ້າຈະບໍ່ເວົ້າວ່າ ທ່ານເປັນຝ່າຍຖືກ ຂ້າພະເຈົ້າຈະບໍ່ຖິ້ມຄວາມສັດຊື່ຂອງຂ້າພະເຈົ້າຈົນວັນຕາຍ 6 ຂ້າພະເຈົ້າຍຶດຄວາມຊອບທັມຂອງຂ້າພະເຈົ້າໄວ້ຫມັ້ນບໍ່ຍອມປ່ອຍໄປ ຈິດໃຈຂອງຂ້າພະເຈົ້າບໍ່ຕຳຫນິຂ້າພະເຈົ້າ ບໍ່ວ່າວັນໃດໃນຊີວິດຂອງຂ້າພະເຈົ້າ 7 “ຂໍໃຫ້ສັດຕູຂອງຂ້າພະເຈົ້າເປັນເຫມືອນຄົນອະທັມ ແລະຂໍໃຫ້ຜູ້ທີ່ລຸກຂື້ນຕໍ່ສູ້ຂ້າພະເຈົ້າເປັນເຫມືອນຄົນບໍ່ຊອບທັມ 8 ເພາະສິ່ງໃດຈະເປັນຄວາມຫວັງຂອງຄົນທີ່ບໍ່ນັບຖືພຣະເຈົ້າ ໃນເມື່ອພຣະເຈົ້າຊົງຕັດເຂົາອອກໄປເສັຽ ເມື່ອພຣະເຈົ້າຊົງເອົາຊີວິດຂອງເຂົາໄປ 9 ພຣະເຈົ້າຈະຊົງຟັງສຽງຮ້ອງຂອງເຂົາຫລື ເມື່ອຄວາມທຸກລຳບາກມາສູ່ເຂົາ 10 ເຂົາຈະປິຕິຍິນດີໃນອົງຜູ້ມີອຳນາດຍິ່ງໃຫຍ່ຫລື ເຂົາຈະກາບທູນພຣະເຈົ້າທຸກເວລາຫລື 11 ຂ້າພະເຈົ້າຈະສອນທ່ານທັງຫລາຍເຖິງເຣື່ອງພຣະຫັດຂອງພຣະເຈົ້າ ຂ້າພະເຈົ້າຈະບໍ່ປິດບັງພຣະແຜນການຂອງອົງຜູ້ມີອຳນາດຍິ່ງໃຫຍ່ 12 ທ່ານທຸກຄົນໄດ້ເຫັນເອງແລ້ວ ເປັນຫຍັງທ່ານຈິ່ງເວົ້າສິ່ງທີ່ເຫລວໄຫລຢ່າງນີ້ 13 “ຕໍ່ພຣະເຈົ້າ ນີ້ເປັນສ່ວນຂອງຄົນອະທັມ ແລະມໍຣະດົກຊື່ງຜູ້ບີບບັງຄັບໄດ້ຮັບຈາກອົງຜູ້ມີອຳນາດຍິ່ງໃຫຍ່ 14 ຖ້າລູກຫລານຂອງເຂົາເພີ້ມຂຶ້ນ ກໍເພື່ອຖືກດາບ ແລະເຊື້ອສາຍຂອງເຂົາກໍບໍ່ພໍກິນ 15 ຄົນຂອງເຂົາທີ່ລອດ ໂຣກລະບາດກໍຈະຝັງເຂົາເສັຽ ແລະເມັຽຫມ້າຍຂອງເຂົາຈະບໍ່ໄວ້ທຸກໃຫ້ 16 ເຖິງເຂົາຈະກອບໂກຍເອົາເງິນໄວ້ຫລາຍຢ່າງຝຸ່ນຂີ້ດິນ ແລະກອງເສື້ອຜ້າໄວ້ດັ່ງດິນຫນຽວ 17 ເຂົາຈະກອງໄວ້ກໍໄດ້ ແຕ່ຄົນຊອບທັມຈະສວມ ແລະຄົນປາສຈາກຜິດຈະແບ່ງເງິນກັນ 18 ບ້ານທີ່ເຂົາສ້າງຈະເຫມືອນຮັງໄຫມຂອງດັກແດ້ ເຫມືອນຢ່າງໄຟທີ່ຄົນຍາມສ້າງ 19 ເຂົານອນລົງເປັນຄົນຮັ່ງມີ ແຕ່ເຂົາກໍເກັບສິ່ງໃດໄວ້ບໍ່ໄດ້ ເຂົາມືນຕາຂອງເຂົາຂຶ້ນ ແລະຊັບສົມບັດຂອງເຂົາຫມົດໄປແລ້ວ 20 ຄວາມຢ້ານອັນຍິ່ງໃຫຍ່ຖ້ວມເຂົາເຫມືອນນ້ຳຖ້ວມ ໃນກາງຄືນພະຍຸຫອບເຂົາໄປ 21 ລົມຕາເວັນອອກຫອບເຂົາຂຶ້ນ ແລະເຂົາກໍຈາກໄປ ມັນກວາດເຂົາອອກໄປຈາກທີ່ຂອງເຂົາ 22 ມັນຈະພັດໃສ່ເຂົາໂດຍບໍ່ມີຄວາມປານີ ເຂົາຈະຫນີຈາກພຣະຫັດຂອງພຣະອົງ 23 ຄົນຕົບມືເຍາະເຍີ້ຍເຂົາ ແລະໄລ່ເຂົາອອກໄປຈາກບ່ອນຂອງເຂົາ
ການທີ່ມະນຸດສແວງຫາສະຕິປັນຍາ
1 “ແນ່ນອນ ຕ້ອງມີເຫມືອງສຳລັບແຮ່ເງິນ ແລະມີບ່ອນສຳລັບທອງຄຳທີ່ເຂົາຫລອມ 2 ເຂົາເອົາເຫລັກມາຈາກພື້ນດິນ ແລະຂຸດທອງແດງຈາກແຮ່ດິບ 3 ມະນຸດສຳລວດຄວາມມືດ ແລະຄົ້ນຫາໄປຍັງເຂດໄກທີ່ສຸດ ຄົ້ນແຮ່ດິບໃນບ່ອນມືດຄື້ມແລະບ່ອນມືດອັນຕຶບຫນາ 4 ເຂົາຂຸດປ່ອງໄກຈາກບ່ອນຝູງຄົນອາໄສຢູ່ ຄົນສັນຈອນໄປມາລືມເຂົາແລ້ວ ເຂົາແຂວນຢູ່ແກວ່ງໄປແກວ່ງມາໄກຈາກຝູງຄົນ 5 ຝ່າຍແຜ່ນດິນນັ້ນມີອາຫານອອກມາ ແຕ່ພາຍໃຕ້ກໍສັບສົນຢ່າງຖືກໄຟໄຫມ້ 6 ກ້ອນຫີນບ່ອນນັ້ນເປັນບ່ອນຢູ່ຂອງແກ້ວໄພທູນ ແລະມັນມີຜົງທອງຄຳ 7 “ທາງນັ້ນບໍ່ມີແຫລວໂຕໃດຮູ້ ແລະບໍ່ມີຕາແຮ້ງມອງເຫັນ 8 ສັດປ່າທີ່ສງ່າບໍ່ເຄີຍຍ່າງບ່ອນນັ້ນ ສິ່ງດຸຮ້າຍບໍ່ຜ່ານມາບ່ອນນັ້ນ 9 “ຄົນນັ້ນກ້າຂຸດໂງ່ນຫີນອັນແຂງ ແລະທຳລາຍພູເຂົາລົງເຖິງຮາກ 10 ເຂົາຂຸດເປັນຖ້ຳຜ່ານເງ່ນຫີນເຂົ້າໄປ ແລະຕາຂອງເຂົາເຫັນຂອງປະເສີດທຸກຢ່າງ 11 ເຂົາກັ້ນຕານ້ຳໄວ້ ເພື່ອບໍ່ໃຫ້ມີນ້ຳຍ້ອຍ ແລະສິ່ງທີ່ປິດບັງໄວ້ ອອກສູ່ແສງແຈ້ງ 12 “ແຕ່ຈະພົບພຣະປັນຍາທີ່ໃດ ແລະທີ່ຂອງຄວາມເຂົ້າໃຈຢູ່ທີ່ໃດ 13 ມະນຸດບໍ່ຮູ້ຈັກຄ່າຂອງພຣະປັນຍາ ແລະໃນແຜ່ນດິນຂອງຄົນເປັນກໍຫາບໍ່ພົບ 14 ບາດານເວົ້າວ່າ, “ທີ່ຂ້າພະເຈົ້າບໍ່ມີ” ແລະທະເລກ່າວວ່າ, “ບໍ່ຢູ່ກັບຂ້າພະເຈົ້າ” 15 ຈະເອົາທອງຄຳຊື້ກໍບໍ່ໄດ້ ແລະຈະຊັ່ງເງິນໃຫ້ຕາມຣາຄາກໍບໍ່ໄດ້ 16 ຈະຕີຣາຄາເປັນທອງຄຳໂອຟີຣ໌ກໍບໍ່ໄດ້ ຫລືເປັນໂກເມນ ຫລືແກ້ວໄພທູນປະເສີດກໍບໍ່ໄດ້ 17 ຈະທຽບເທົ່າທອງຄຳແລະແກ້ວກໍບໍ່ໄດ້ ຫລືຈະແລກກັບເຄື່ອງທອງຄຳປະເສີດກໍບໍ່ໄດ້ 18 ຢ່າເອີ່ຍເຖິງເພັດນີນຈີນດາ ແລະທັບທິມເລີຍ ຄ່າຂອງພຣະປັນຍາສູງກວ່າມຸກດາ 19 ພອຍສີເຫລືອງນ້ຳອ່ອນແຫ່ງເມືອງເອທິໂອເປັຽ ກໍປຽບກັບພຣະປັນຍາບໍ່ໄດ້ ຫລືຈະຕີຣາຄາເປັນທອງຄຳບໍຣິສຸດກໍບໍ່ໄດ້ 20 “ດັ່ງນັ້ນພຣະປັນຍາມາຈາກທີ່ໃດ ແລະທີ່ຂອງຄວາມເຂົ້າໃຈຢູ່ທີ່ໃດ 21 ເປັນສິ່ງທີ່ຊ່ອນພົ້ນຈາກຕາຂອງສິ່ງທີ່ມີຊີວິດທັງປວງ ແລະປິດບັງໄວ້ຈາກນົກໃນອາກາດ 22 ແດນພິນາດແລະມັດຈຸຣາຊກ່າວວ່າ, “ເຮົາໄດ້ຍິນສຽງເລົ່າລືເຣື່ອງພຣະປັນຍາກັບຫູຂອງເຣົາ” 23 “ພຣະເຈົ້າຊົງຊາບທາງໄປຫາພຣະປັນຍານັ້ນ ແລະພຣະອົງຊົງຊາບທີ່ຢູ່ຂອງພຣະປັນຍາດ້ວຍ 24 ເພາະພຣະອົງທອດພຣະເນດໄປເຖິງທີ່ສຸດປາຍແຜ່ນດິນໂລກ ແລະຊົງເຫັນທຸກສິ່ງທີ່ໃຕ້ຟ້າສວັນ 25 ໃນເມື່ອພຣະອົງຊົງກຳຫນົດນ້ຳຫນັກໃຫ້ແກ່ລົມ ແລະຊົງກະນ້ຳດ້ວຍເຄື່ອງຜອງ 26 ເມື່ອພຣະອົງຊົງສ້າງກົດໃຫ້ຝົນ ແລະສ້າງທາງໄວ້ໃຫ້ແສງຟ້າແມບຂອງຟ້າຜ່າ 27 ແລ້ວພຣະອົງທອດພຣະເນດພຣະປັນຍາ ແລະຊົງສັນນິສູດ ຊົງສະຖາປະນາໄວ້ແລະຊົງວິຈັຍ 28 ແລະພຣະອົງກ່າວກັບມະນຸດວ່າ ເບິ່ງແມ໋ ຄວາມຢຳເກງພຣະເຈົ້າຄືພຣະປັນຍາ ແລະທີ່ຫັນຫນີຈາກຄວາມຊົ່ວຄືຄວາມເຂົ້າໃຈ”
ໂຢບແກ້ຄະດີເທື່ອສຸດທ້າຍ
1 ແລະໂຢບກໍກ່າວກອນສຸພາສິດຂອງທ່ານອີກວ່າ, 2 “ໂອ ຂ້າພະເຈົ້າຢາກຈະຢູ່ເຫມືອນຢ່າງແຕ່ເກົ່າກ່ອນ ເຫມືອນໃນສະໄຫມເມື່ອພຣະເຈົ້າຊົງຮັກສາຂ້າພະເຈົ້າ 3 ເມື່ອແສງປະທີບຂອງພຣະອົງສ່ອງເຫນືອສີສະຂ້າພະເຈົ້າ 4 ເຫມືອນຂ້າພະເຈົ້າເມື່ອຄັ້ງຍັງຫນຸ່ມແຫນ້ນຢູ່ ເມື່ອພຣະເຈົ້າຊົງປົກປ້ອງເຕັນຂອງຂ້າພະເຈົ້າໄວ້ 5 ເມື່ອງອົງຜູ້ມີອຳນາດຍິ່ງໃຫຍ່ຍັງຢູ່ກັບຂ້າພະເຈົ້າ ແລະລູກຫລານຫ້ອມລ້ອມຂ້າພະເຈົ້າ 6 ເມື່ອເຂົາລ້າງເທົ້າຂອງຂ້າພະເຈົ້າດ້ວຍນ້ຳນົມ ແລະກ້ອນຫີນເທທານນ້ຳມັນອອກໃຫ້ຂ້າພະເຈົ້າ 7 ເມື່ອຂ້າພະເຈົ້າອອກມາຍັງປະຕູເມືອງ ເມື່ອຂ້າພະເຈົ້າຕຽມບ່ອນນັ່ງຂອງຂ້າພະເຈົ້າໃນລານເມືອງ 8 ຄົນຫນຸ່ມໆເຫັນຂ້າພະເຈົ້າແລ້ວກໍຫລີກໄປ ຄົນສູງອາຍຸລຸກຂຶ້ນຢືນ 9 ເຈົ້ານາຍຢຸດເວົ້າ ເອົາມືປິດປາກຂອງຕົນໄວ້ 10 ສຽງຂອງຂຸນນາງກໍສງົບລົງ ແລະລີ້ນຂອງເຂົາກໍເກາະຕິດເຫືອກ(ເພດານ)ປາກ 11 ເມື່ອຫູໄດ້ຍິນແລ້ວ ຕ່າງກໍວ່າຂ້າພະເຈົ້າເປັນສຸກ ແລະເມື່ອຕາເບິ່ງກໍຍົກຍ້ອງຂ້າພະເຈົ້າ 12 ເພາະວ່າຂ້າພະເຈົ້າຊ່ອຍຄົນຍາກຈົນທີ່ຮ້ອງໃຫ້ຊ່ອຍ ແລະເດັກກຳພ້າທີ່ບໍ່ມີໃຜອຸປຖັມເຂົາ 13 ພອນຂອງຄົນທີ່ໃກ້ຈະພິນາດກໍມາເຖິງຂ້າພະເຈົ້າ ແລະຂ້າພະເຈົ້າເປັນເຫດໃຫ້ຈິດໃຈຂອງຍິງຫມ້າຍຮ້ອງເພງດ້ວຍຄວາມຊື່ນບານ 14 ຂ້າພະເຈົ້າສວມຄວາມຊອບທັມ ແລະມັນກໍຫໍ່ຫຸ້ມຂ້າພະເຈົ້າໄວ້ ຄວາມຍຸດຕິທັມຂອງຂ້າພະເຈົ້າເຫມືອນເສື້ອຄຸມ ແລະຜ້າປົກສີສະ 15 ຂ້າພະເຈົ້າເປັນນັຍຕາໃຫ້ຄົນຕາບອດ ແລະເປັນເທົ້າໃຫ້ຄົນງ່ອຍ 16 ຂ້າພະເຈົ້າເປັນພໍ່ໃຫ້ຄົນຂັດສົນ ແລະຂ້າພະເຈົ້າສອບສວນເຣື່ອງຂອງຜູ້ທີ່ຂ້າພະເຈົ້າບໍ່ຮູ້ຈັກ 17 ຂ້າພະເຈົ້າຫັກຂ້ຽວເລັບຂອງຄົນທີ່ບໍ່ຊອບທັມ ແລະໄດ້ດືງເອົາເຫຍື່ອຈາກແຂ້ວຂອງເຂົາ 18 ແລ້ວຂ້າພະເຈົ້າຄິດວ່າ “ຂ້າພະເຈົ້າຈະຕາຍໃນຮັງຂອງຂ້າພະເຈົ້າ ແລະຂ້າພະເຈົ້າຈະທະວີວັນເວລາຂອງຂ້າພະເຈົ້າເຫມືອນຢ່າງດິນຊາຍ 19 ຮາກຂອງຂ້າພະເຈົ້າຈະແຜ່ໄປເຖິງນ້ຳ ມີນ້ຳຄ້າງເທິງກີ່ງຂອງຂ້າພະເຈົ້າຄລອດຄືນ 20 ສັກສີຂອງຂ້າພະເຈົ້າສົດຊື່ນຢູ່ກັບຂ້າພະເຈົ້າ ແລະຄັນທະນູຂອງຂ້າພະເຈົ້າໃຫມ່ສເມີຢູ່ໃນມືຂ້າພະເຈົ້າ” 21 “ຄົນທັງຫລາຍຟັງຂ້າພະເຈົ້າແລະຄອຍຢູ່ ແລະງຽບຢູ່ຟັງຄຳປຶກສາຂອງຂ້າພະເຈົ້າ 22 ຫລັງຈາກທີ່ຂ້າພະເຈົ້າເວົ້າແລ້ວ ເຂົາກໍບໍ່ຢຸດອີກເລີຍ ແລະຄຳຂອງຂ້າພະເຈົ້າກໍກັ່ນລົງມາເຫນືອເຂົາ 23 ເຂົາຄອຍຂ້າພະເຈົ້າເຫມືອນຄອຍຝົນ ເຂົາອ້າປາກຂອງເຂົາເຫມືອນຢ່າງລໍຮັບນ້ຳຝົນຍາມປາຍຣະດູ 24 ຂ້າພະເຈົ້າຍິ້ມແຍ້ມຕໍ່ເຂົາເມື່ອເຂົາທໍ້ຖອຍ ແລະໃບຫນ້າຍີ້ມແຍ້ມຂອງຂ້າພະເຈົ້າ ເຂົາບໍ່ໄດ້ທຳໃຫ້ຫມົ່ນຫມອງ 25 ຂ້າເລືອກທາງໃຫ້ເຂົາ ແລະນັ່ງເປັນຫົວຫນ້າ ແລະຢູ່ເຫມືອນຢ່າງກະສັດຖ້າມກາງກອງທະຫານ ເຫມືອນຢ່າງຜູ້ທີ່ເລົ້າໂລມຄົນທີ່ສິ້ນຫວັງ
1 “ແຕ່ດຽວນີ້ເຂົາເຍາະເຍີ້ຍຂ້າພະເຈົ້າ ຄືຄົນທີ່ອ່ອນກວ່າຂ້າພະເຈົ້າ ຄົນທີ່ຂ້າພະເຈົ້າຈະຢຽດຫຍາມພໍ່ຂອງເຂົາເຖິງກັບບໍ່ຍອມໃຫ້ຢູ່ກັບຫມາທີ່ເຝົ້າຝູງແບ້ແກະຂອງເຂົາ 2 ຂ້າພະເຈົ້າຈະໄດ້ສິ່ງໃດຈາກກຳລັງມືຂອງເຂົາທັງຫລາຍ ຄືຂອງຄົນທີ່ເຫື່ອແຮງເຂົາຫມົດໄປແລ້ວ 3 ໂດຍທີ່ຂາດແຄນແລະອຶດຫິວ ເຂົາເສາະດິນທີ່ແຫ້ງແລະໃນທີ່ຮ້າງເປົ່າ 4 ເຂົາເກັບຜັກແລະໃບໄມ້ ກິນແມ່ນແຕ່ຮາກໄມ້ຈາງໆຂອງໄມ້ຍູກວາດ 5 ເຂົາຖືກຂັບໄລ່ອອກໄປຈາກຖ້າມກາງຄົນ ມີຄົນຮ້ອງຕາມເຂົາໄປຢ່າງຕາມໂຈນ 6 ສະນັ້ນ ເຂົາຄ້ອງພັກຢູ່ໃນຖ້ຳຫີນ ໃນຂຸມດິນ ແລະໂງ່ນຫີນ 7 ເຂົາຮ້ອງຢູ່ຖ້າມກາງພຸ່ມໄມ້ ເຂົາບຽດກັນຢູ່ພາຍໃຕ້ຕົ້ນໄມ້ຫນາມ 8 ເປັນພວກຄົນຖ່ອຍ ເປັນພວກຄົນເສັຽຊື່ ເຂົາຖືກກວາດອອກໄປເສັຽຈາກແຜ່ນດິນ 9 “ແລະບັດນີ້ຂ້າພະເຈົ້າກາຍເປັນເພງເຍາະເຍີ້ຍຂອງເຂົາ ຂ້າພະເຈົ້າເປັນຂີ້ປາກຂອງເຂົາ 10 ເຂົາທັງຫລາຍລັງກຽດຂ້າພະເຈົ້າ ແລະເຫີນຫ່າງຈາກຂ້າພະເຈົ້າ ຫລືຢ່າງບໍ່ລຳຄານເລີຍທີ່ຈະຖົ່ມນ້ຳລາຍໃສ່ເມື່ອເຂົາເຫັນຂ້າພະເຈົ້າ 11 ເພາະພຣະເຈົ້າຊົງຫຍ່ອນສາຍທະນູຂອງຂ້າພະເຈົ້າ ແລະໃຫ້ຂ້າພະເຈົ້າຕົກຕ່ຳ ເຂົາທັງຫລາຍກໍແກວ່ງຄວາມຢັ້ງຄິດເສັຽຕໍ່ຫນ້າຂ້າພະເຈົ້າ 12 ຄົນພານລຸກຂຶ້ນຂ້າງຂວາມືຂອງຂ້າພະເຈົ້າ ເຂົາກົດດັນຂ້າພະເຈົ້າອອກໄປ ເຂົາແກວ່ງທາງແຫ່ງຄວາມພິນາດໄວ້ຕໍ່ສູ້ຂ້າພະເຈົ້າ 13 ເຂົາພັງທາງຍ່າງຂອງຂ້າພະເຈົ້າ ເຂົາເສີມໄພວິບັດໃຫ້ຂ້າພະເຈົ້າ ບໍ່ມີຜູ້ໃດຊ່ອຍໄດ້ເລີຍ 14 ເຂົາມາຢ່າງກັບມາທາງຊ່ອງໂຫວ່ ເຂົາກີ້ງເຂົ້າມາຖ້າມກາງສິ່ງທີ່ຫັກເພພັງ 15 ຄວາມສະຍົດສະຍອງຕ່າງໆຫັນເຂົ້າມາໃສ່ຂ້າພະເຈົ້າ ກຽດຂອງຂ້າພະເຈົ້າຖືກເຂົາຕິດຕາມຢ່າງລົມຕາມ ແລະຄວາມຈະເຣີນຮຸ່ງເຮືອງຂອງຂ້າພະເຈົ້າສູນໄປເສັຽເຫມືອນຢ່າງເມກ 16 “ບັດນີ້ຈິດໃຈຂອງຂ້າພະເຈົ້າກໍລະລາຍໄປດ້ວຍຄວາມເສົ້າສລົດ ວັນແຫ່ງຄວາມທຸກໃຈຍຶດຕົວຂ້າພະເຈົ້າໄວ້ 17 ກາງຄືນກະດູກຂ້າພະເຈົ້າຜຸໄປ ແລະຄວາມເຈັບປວດທີ່ທໍຣະມານຂ້າພະເຈົ້າບໍ່ຢຸດຈັກເທື່ອ 18 ເຄື່ອງນຸ່ງຂອງຂ້າພະເຈົ້າເສັຽຣູບໄປດ້ວຍຄວາມຮຸນແຮງ ມັນມັດຂ້າພະເຈົ້າເຫມືອນຢ່າງຜ້າຄໍເສື້ອຮັດຂ້າພະເຈົ້າ 19 ພຣະເຈົ້າຊົງໂຍນຂ້າພະເຈົ້າລົງໃນຕົມ ແລະຂ້າພະເຈົ້າກໍກາຍເປັນເຫມືອນຝຸ່ນຂີ້ດິນ ແລະຂີ້ເຖົ່າ 20 ຂ້າພຣະອົງຮ້ອງທູນຂໍພຣະອົງ ແລະພຣະອົງຊົງບໍ່ໄດ້ຊົງຕອບຂ້າພຣະອົງເລີຍ ຂ້າພຣະອົງຢືນຂຶ້ນ ແລະພຣະອົງບໍ່ຊົງມອງເບິ່ງ 21 ພຣະອົງທຳກັບຂ້າພຣະອົງຢ່າງໂຫດຮ້າຍທາຣຸນ ພຣະອົງຊົງຂົ່ມເຫັງຂ້າພຣະອົງດ້ວຍພຣະຫັດອັນຊົງຣິດຂອງພຣະອົງ 22 ພຣະອົງຊົງຊູຂ້າພຣະອົງຂຶ້ນເຫນືອລົມ ແລະຊົງໃຫ້ຂ້າພຣະອົງຂີ່ລົມ ແລະຊົງໃຫ້ຂ້າພຣະອົງລະລາຍໄປໃນພະຍຸ 23 ຂ້າພຣະອົງຮູ້ແລ້ວວ່າພຣະອົງຈະຊົງໃຫ້ຂ້າພຣະອົງຕາຍເສັຽ ແລະໃຫ້ໄປສູ່ທີ່ກຳຫນົດຂອງຄົນເປັນທັງປວງ 24 “ເຖິງປານນັ້ນຄົນໃນກອງທີ່ຫັກເພພັງບໍ່ຍື່ນມືຂອງເຂົາອອກ ຮ້ອງຂໍຄວາມຊ່ອຍເຫລືອໃນຖ້າມກາງໄພວິບັດຂອງເຂົາຫລື 25 ຂ້າພະເຈົ້າບໍ່ໄດ້ຮ້ອງໄຫ້ເພື່ອຜູ້ທີ່ວັນເວລາຂອງເຂົາທຸກໄຮ້ເຂັນໃຈຫລື ຈິດໃຈຂອງຂ້າພະເຈົ້າບໍ່ໄດ້ໂສກສລົດເພື່ອຄົນຂັດສົນຫລື 26 ແຕ່ເມື່ອຂ້າພະເຈົ້າຊອກຫາຂອງດີ ຂອງຮ້າຍກໍມາເຖິງ ແລະເມື່ອຂ້າພະເຈົ້າຄອຍຄວາມສວ່າງ ຄວາມມືດກໍມາເຖິງ 27 ຈິດໃຈຂອງຂ້າພະເຈົ້າສັບສົນບໍ່ເຄີຍສງົບເລີຍ ວັນແຫ່ງຄວາມທຸກໃຈມາພົບຂ້າພະເຈົ້າ 28 ຂ້າພະເຈົ້າຫມອງຄ້ຳໄປ ບໍ່ແມ່ນດ້ວຍແດດ ຂ້າພະເຈົ້າຢືນຂຶ້ນໃນທີ່ຊຸມນຸມຊົນ ແລະຮ້ອງຂໍຄວາມຊ່ອຍເຫລືອ 29 ຂ້າພະເຈົ້າເປັນພີ່ນ້ອງກັບຫມາປ່າ ແລະເປັນເພື່ອນກັບນົກກະຈອກເທດ 30 ຜິວຫນັງຂອງຂ້າດຳ ແລະຣ່ວງໄປຈາກຂ້າພະເຈົ້າ ກະດູກຂອງຂ້າພະເຈົ້າຮ້ອນຢ່າງໄຟໄຫມ້ 31 ເພາະສະນັ້ນສຽງພີນເຂົາຄູ່ຂອງຂ້າພະເຈົ້າກາຍເປັນສຽງໂຫຍໄຫ້ ແລະສຽງປີ່ຂອງຂ້າພະເຈົ້າກາຍເປັນສຽງຂອງຜູ້ທີ່ຮ້ອງໄຫ້
1 “ຂ້າພະເຈົ້າໄດ້ສັນຍາຢ່າງເດັດຂາດວ່າຈະບໍ່ເບິ່ງຍີງສາວດ້ວຍຣາຄະຕັນຫາຈັກເທື່ອ 2 ພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ຊົງໂຜດປະທານອັນໃດແກ່ເຮົາ ພຣະອົງຊົງໃຫ້ອັນໃດຕອບແທນການກະທຳຂອງມະນຸດ 3 ພຣະອົງໄດ້ສົ່ງໄພວິບັດ ແລການທຳລາຍມາຍັງຜູ້ທີ່ທໍາຜິດ 4 ພຣະເຈົ້າຊົງຮູ້ທຸກສິ່ງທີ່ຂ້າພະເຈົ້າທຳ ແລະຊົງເຫັນຂ້າພະເຈົ້າຍ່າງໄປທຸກບາດກ້າວບໍ່ແມ່ນຫລື 5 ຂ້າພະເຈົ້າສາບານໄດ້ວ່າ ຂ້າພະເຈົ້າບໍ່ເຄີຍທຳຊົ່ວ ແລະບໍ່ເຄີຍຫລອກລວງຄົນອື່ນ 6 ຂໍພຣະເຈົ້າຊົງຊັ່ງເບິ່ງຂ້າພະເຈົ້າດ້ວຍຕາຊັ່ງອັນຖືກຕ້ອງ ແລະພຣະອົງຈະຮູ້ວ່າຂ້າພະເຈົ້າບໍຣິສຸດພຽງໃດ 7 ຖ້າຂ້າພະເຈົ້າຫັນຫລັງໃຫ້ທາງຊອບທັມ ຫລືປ່ອຍຕົວເອງໄປຕາມທາງຊົ່ວ ຖ້າມືຂອງຂ້າພະເຈົ້າເປິະເປື້ອນດ້ວຍບາບ 8 ກໍຂໍໃຫ້ເຄື່ອງປູກຂອງຂ້າພະເຈົ້າຖືກທຳລາຍ ຫລືໃຫ້ຄົນອື່ນໆກີນຫມາກຜົນທີ່ຂ້າພະເຈົ້າປູກ 9 ຖ້າຂ້າພະເຈົ້າມີຄວາມໄຄ່ຫລົງໄຫລໃນເມັຽຂອງເພື່ອນບ້ານ ແລະຄອຍຈອບລີ້ຢູ່ນອກປະຕູເຮືອນຂອງນາງ 10 ກໍຂໍໃຫ້ເມັຽຂອງຂ້າພະເຈົ້າຮັບໃຊ້ຄົວກິນໃນເຮືອນຂອງຊາຍອື່ນ ແລະໃຫ້ຊາຍອື່ນນອນນຳນາງ 11 (ເພາະການທຳຜິດຢ່າງນີ້ຊົ່ວຮ້າຍຫລາຍ ຈະຕ້ອງຖືກໂທດເຖິງຕາຍຖ້າຂ້າພະເຈົ້າທຳຜິດຢ່າງນີ້ 12 ມັນຈະເປັນໄພວິບັດ ແລະໄຟນະຮົກເຜົາຜານທຸກສິ່ງທີ່ຂ້າພະເຈົ້າມີ) 13 ເມື່ອຄົນໃຊ້ຄົນໃດຄົນນື່ງຂອງຂ້າພະເຈົ້າຮ້ອງທຸກຕໍ່ຂ້າພະເຈົ້າ ຂ້າພະເຈົ້າກໍຟັງແລະທໍາຕໍ່ເຂົາໂດຍດີ 14 ຖ້າບໍ່ທຳດັ່ງນັ້ນ ຂ້າພະເຈົ້າຈະປີ່ນຫນ້າສູ້ພຣະພັກພຣະເຈົ້າໄດ້ຢ່າງໃດ ຂ້າພະເຈົ້າຈະເວົ້າແນວໃດເມື່ອພຣະອົງສະເດັດມາພິພາກສາ 15 ເພາະແມ່ນພຣະເຈົ້າອົງດຽວນີ້ແຫລະ ທີ່ຊົງສ້າງຂ້າພະເຈົ້າກັບຄົນໃຊ້ຂອງຂ້າພະເຈົ້າ 16 ຂ້າພະເຈົ້າບໍ່ເຄີຍປະຕິເສດໃຫ້ຄວາມຊ່ອຍເຫລືອຄົນຍາກຈົນ ບໍ່ເຄີຍໃຫ້ພວກແມ່ຫມ້າຍຢູ່ດ້ວຍຄວາມຫມົດຫວັງ 17 ຫລືບໍ່ເຄີຍໃຫ້ລູກກຳພ້າຫິວເມື່ອຂ້າພະເຈົ້າມີອາຫານ 18 ຂ້າພະເຈົ້າໄດ້ເອົາໃຈໃສ່ດູແລເຂົາຄລອດຊີວິດຂອງຂ້າພະເຈົ້າ 19 ເມື່ອຂ້າພະເຈົ້າພົບຄົນນື່ງຄົນໃດທີ່ຂາດແຄນບໍ່ມີເຄື່ອງນຸ່ງ 20 ຂ້າພະເຈົ້າກໍເອົາເຄື່ອງນຸ່ງທີ່ທຳດ້ວຍຂົນແກະຂອງຂ້າພະເຈົ້າເອງໃຫ້ເຂົາ ແລ້ວເຂົາກໍກ່າວສັນລະເສີນຂ້າພະເຈົ້າດ້ວຍຄວາມເຕັມໃຈ 21 ຖ້າຂ້າພະເຈົ້າສໍ້ໂກງລູກກຳພ້າຍ້ອນເຊື່ອວ່າຈະຊນະຄະດີເຂົາໃນສານ 22 ກໍຂໍໃຫ້ລຳແຂນຂອງຂ້າພະເຈົ້າແຕກຫັກ ໃຫ້ມັນຫລຸດອອກຈາກບ່າຂອງຂ້າພະເຈົ້າເສັຽ 23 ຂ້າພະເຈົ້າບໍ່ເຄີຍປະພືດເຊັ່ນນັ້ນ ເພາະວ່າຂ້າພະເຈົ້າຢ້ານກົວການລົງໂທດຂອງພຣະເຈົ້າ 24 ຂ້າພະເຈົ້າບໍ່ເຄີຍໄວ້ວາງໃຈໃນເງິນຄຳ 25 ຫລືພາກພູມໃຈໃນຄວາມຮັ່ງມີຂອງຂ້າພະເຈົ້າ 26 ຂ້າພະເຈົ້າບໍ່ເຄີຍຂາບໄຫວ້ດວງອາທິດສ່ອງແສງ ຫລືດວງຈັນເຕັມດວງ 27 ແມ່ນແຕ່ຄິດຈະທຳຂ້າພະເຈົ້າກໍບໍ່ເຄີຍ 28 ການທຳບາບເຊັ່ນນັ້ນຈະຕ້ອງຖືກໂທດເຖິງຕາຍ ເພາະເປັນການປະຕິເສດຜູ້ມີອຳນາດຍິ່ງໃຫຍ່ 29 ຂ້າພະເຈົ້າບໍ່ເຄີຍດີໃຈເມື່ອສັດຕູເປັນທຸກ ຫລືເມື່ອພວກເຂົາປະສົບໄພວິບັດ 30 ຂ້າພະເຈົ້າບໍ່ເຄີຍທຳບາບດ້ວຍການສາບແຊ່ງໃຫ້ສັດຕູຕາຍ 31 ຄົນງານຂອງຂ້າພະເຈົ້າທັງຫມົດຮູ້ຈັກດີວ່າຂ້າພະເຈົ້າຍິນດີຕ້ອນຮັບຄົນຕ່າງຖີ່ນສເມີ 32 ຂ້າພະເຈົ້າຍິນດີຕ້ອນຮັບຄົນເດີນທາງທີ່ມາເຮືອນຂອງຂ້າພະເຈົ້າ ແລະຂ້າພະເຈົ້າບໍ່ເຄີຍໃຫ້ເຂົານອນຢູ່ຕາມທາງ 33 ຄົນອື່ນທັງຫລາຍພະຍາຍາມປິດບັງບາບຂອງຕົນໄວ້ ແຕ່ຂ້າພະເຈົ້າບໍ່ເຄີຍປິດບັງເລີຍ 34 ຂ້າພະເຈົ້າບໍ່ເຄີຍຢ້ານກົວຝູງຊົນນີນທາ ຂ້າພະເຈົ້າບໍ່ເຄີຍມິດງຽບຢູ່ໃນເຮືອນຍ້ອນຢ້ານພວກເຂົາກຽດຊັງ 35 ບໍ່ມີໃຜຈັກຄົນ ຫລືທີ່ຈະຟັງຂ້າພະເຈົ້າເວົ້າ ຂ້າພະເຈົ້າສາບານໄດ້ວ່າຄຳເວົ້າທຸກໆຄຳຂອງຂ້າພະເຈົ້າເປັນຄວາມຈີງ ຂໍໃຫ້ພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ຊົງຕອບຂ້າພະເຈົ້າ 36 ຂ້າພະເຈົ້າຈະເອົາປະດັບໄວ້ຮອບໆຄໍດ້ວຍຄວາມພູມໃຈ ແລະຍົກມັນຂຶ້ນໃຫ້ທຸກໆຄົນໄດ້ເຫັນ 37 ຂ້າພະເຈົ້າຈະກາບທູນພຣະເຈົ້າທຸກສິ່ງທີ່ຂ້າພະເຈົ້າທຳ ແລະຢູ່ຕໍ່ຫນ້າພຣະອົງດ້ວຍຄວາມກ້າຫານ 38 ຖ້ານາທີ່ຂ້າພະເຈົ້າທຳຢູ່ນີ້ ໄດ້ຍຶດເອົາມາຈາກຄົນອື່ນ 39 ຖ້າຂ້າພະເຈົ້າໄດ້ກິນຫມາກຜົນທີ່ເຂົາປູກ ແຕ່ໃຫ້ເຈົ້າຂອງນາອຶດຢາກ 40 ກໍຂໍໃຫ້ຫຍ້າແລະໄມ້ມີຫນາມງອກຂຶ້ນແທນເຂົ້າບເລ ແລະເຂົ້າເດືອຍຂອງຂ້າພະເຈົ້າຈົບຄຳເວົ້າຂອງໂຢບ
ເອລີຮູອ້າງເຫດທີ່ມີສິດທີ່ຈະຕອບໂຢບ
1 ດັ່ງນັ້ນ ຊາຍທັງສາມກໍຢຸດຕອບໂຢບ ເພາະໂຢບຊອບທັມໃນສາຍຕາຂອງຕົນເອງ 2 ແລ້ວເອລີຮູ ບຸດບາຣາເຄນ ຊາວບຸສ ຕະກູນຣາມ ກໍໂກດ ເຂົາໃຈຮ້າຍໂຢບ ເພາະທ່ານອ້າງຕົວວ່າຊອບທັມ ແລະພວມກ່າວຫາພຣະເຈົ້າ 3 ເຂົາໃຈຮ້າຍໃຫ້ສະຫາຍສາມຄົນຂອງໂຢບເຫມືອນກັນ ເພາະເຂົາທັງຫລາຍຕອບບໍ່ໄດ້ ທັງໆທີ່ເຂົາຫາວ່າໂຢບຜິດ 4 ຝ່າຍເອລີຮູຄອຍຖ້າຈະເວົ້າກັບໂຢບ ເພາະເຂົາທັງສາມແກ່ກວ່າຕົນ 5 ແລະເມື່ອເອລີຮູເຫັນວ່າບໍ່ມີຄຳຕອບໃນປາກຂອງບຸຣຸດທັງສາມນີ້ແລ້ວ ເຂົາຈິ່ງໃຈຮ້າຍ 6 ແລະເອລີຮູ ບຸດບາຣາເກນ ຊາວບຸສ ຕະກູນຣາມເວົ້າວ່າ, “ຂ້າພະເຈົ້າຍັງຫນຸ່ມຢູ່ ແລະທ່ານສູງອາຍຸແລ້ວ ເພາະສະນັ້ນຂ້າພະເຈົ້າຢ້ານກົວທີ່ຈະກ່າວຄວາມຄິດຄວາມເຫັນຂອງຂ້າພະເຈົ້າແກ່ທ່ານ 7 ຂ້າພະເຈົ້າວ່າ “ຂໍໃຫ້ວັນເວົ້າເຖີດ ແລະໃຫ້ປີຫລາຍປີສອນສະຕິປັນຍາ” 8 ແຕ່ເປັນວິນຍານຈິດໃນມະນຸດ ລົມຫາຍໃຈຂອງອົງຜູ້ມີອຳນາດຍິ່ງໃຫຍ່ທີ່ກະທຳໃຫ້ເຂົາເຂົ້າໃຈ 9 ບໍ່ແມ່ນຄົນເຖົ້າແກ່ເທົ່ານັ້ນທີ່ເປັນຄົນສລາດ ຫລືຄົນສູງອາຍຸເຂົ້າໃຈຄວາມຍຸດຕິທັມ 10 ເພາະສະນັ້ນຂ້າພະເຈົ້າຈິ່ງວ່າ “ຂໍຟັງຂ້າພະເຈົ້າ ຂໍໃຫ້ຂ້າພະເຈົ້າກ່າວຄວາມຄິດເຫັນຂອງຂ້າພະເຈົ້າດ້ວຍ” 11 ເບິ່ງແມ໋ ຂ້າພະເຈົ້າໄດ້ຄອຍຟັງຄຳຂອງທ່ານທັງຫລາຍ ຂ້າພະເຈົ້າຄອຍຟັງເຫດຜົນຂອງທ່ານ ຂນະທີ່ທ່ານສັນຫາວ່າຈະເວົ້າສິ່ງໃດ 12 ຂ້າພະເຈົ້າສົນໃຈຟັງທ່ານ ແລະເບິ່ງແມ໋ ບໍ່ມີຜູ້ໃດໃຫ້ເຫດຜົນອັນຄວນແກ່ໂຢບ ໃນພວກທ່ານບໍ່ມີຜູ້ໃດທີ່ຕອບຄຳຂອງໂຢບໄດ້ 13 ຢ່າອ້າງວ່າ “ເຣົາໄດ້ພົບພຣະປັນຍາແລ້ວພຣະເຈົ້າຈະຊົງໃຫ້ເອົາຊນະເຂົາໄດ້ ບໍ່ແມ່ນມະນຸດ” 14 ເຂົາບໍ່ໄດ້ໂຕ້ຖຽງຖ້ອຍຄຳຂອງເຂົາໃສ່ຂ້າພະເຈົ້າ ແລະຂ້າພະເຈົ້າຈະບໍ່ຕອບຖ້ອຍຄຳຂອງເຂົາດ້ວຍຄຳເວົ້າຂອງທ່ານ 15 “ເຂົາທັງຫລາຍກໍຕົກຕະລືງ ເຂົາບໍ່ຕອບອີກ ເຂົາບໍ່ມີຖ້ອຍຄຳຈະເວົ້າຈັກຄຳ 16 ແລະຂ້າພະເຈົ້າຈະຄອຍຫລື ເພາະເຂົາທັງຫລາຍບໍ່ເວົ້າ ເພາະເຂົາຢືນຢູ່ທີ່ນັ້ນ ບໍ່ຕອບອີກ 17 ຂ້າພະເຈົ້າຈະລອງໃຫ້ຄຳຕອບຂອງຂ້າພະເຈົ້າ ຂ້າພະເຈົ້າຈະສຳແດງຄວາມຄິດເຫັນຂອງຂ້າພະເຈົ້າເອງ 18 ເພາະຂ້າພະເຈົ້າມີຖ້ອຍຄຳເຕັມຕົວ ຈິດໃຈພາຍໃນຂ້າພະເຈົ້າບັງຄັບຂ້າພະເຈົ້າຢູ່ 19 ຈິດໃຈຂອງຂ້າພະເຈົ້າເຫມືອນເຫລົ້າອະງຸ່ນຊື່ງບໍ່ມີທີ່ລະບາຍອອກ ເຫມືອນຖົງຫນັງເຫລົ້າອະງຸ່ນໃຫມ່ຈະລະເບີດຢູ່ແລ້ວ 20 ຂ້າພະເຈົ້າຕ້ອງເວົ້າຈິ່ງຈະໄດ້ຄວາມບັນເທົາ ຂ້າພະເຈົ້າຈ້ອງເປີດຮີມຝີປາກຂື້ນຕອບ 21 ຂ້າພະເຈົ້າຈະບໍ່ສະແດງອະຄະຕິຕໍ່ບຸກຄົນໃດໆ ຫລືໃຊ້ການປະຈົບສໍພໍຕໍ່ຜູ້ໃດ 22 ເພາະຂ້າພະເຈົ້າປະຈົບສໍພໍບໍ່ໄດ້ ຖ້າທຳຢ່າງນັ້ນ ຜູ້ສ້າງຂອງຂ້າພະເຈົ້າຈະທຳລາຍຂ້າພະເຈົ້າເສັຽໃນບໍ່ຊ້າ”
ເອລີຮູຕໍ່ວ່າໂຢບ
1 “ທ່ານໂຢບເອີຍ ບັດນີ້ຂໍຟັງຄຳຂອງຂ້າພະເຈົ້າ ແລະຟັງຖ້ອຍຄຳທັງລີ້ນຂອງຂ້າພະເຈົ້າ 2 ຂ້າພະເຈົ້າອ້າປາກ ລີ້ນພາຍໃນປາກຂອງຂ້າພະເຈົ້າກໍເວົ້າ 3 ຖ້ອຍຄຳຂອງຂ້າພະເຈົ້າສຳແດງຄວາມທ່ຽງທັມແຫ່ງຈິດໃຈ ແລະຮີມຝີປາກຂອງຂ້າພະເຈົ້າຮູ້ສິ່ງໃດກໍເວົ້າອອກມາຢ່າງຈິງໃຈ 4 ພຣະວິນຍານຂອງພຣະເຈົ້າໄດ້ຊົງສ້າງຂ້າພະເຈົ້າ ແລະລົມປານຂອງອົງຜູ້ມີອຳນາດຍິ່ງໃຫຍ່ໄດ້ໃຫ້ຊີວິດແກ່ຂ້າພະເຈົ້າ 5 ຖ້າທ່ານຕອບຂ້າພະເຈົ້າໄດ້ ກໍຕອບເລີຍ ຈົ່ງລໍາດັບຖ້ອຍຄຳຂອງທ່ານຕໍ່ຫນ້າຂ້າພະເຈົ້າເຊີນເຖີດ 6 ເບິ່ງແມ໋ ຂ້າພະເຈົ້າຢູ່ຢ່າງທ່ານຕໍ່ພຣະພັກພຣະເຈົ້າ ພຣະອົງຊົງປັ້ນຂ້າພະເຈົ້າຂຶ້ນມາຈາກດິນກ້ອນນື່ງດ້ວຍເຫມືອນກັນ 7 ຢ່າໃຫ້ຄວາມຢ້ານກົວຂ້າພະເຈົ້າກະທຳໃຫ້ທ່ານຕົກໃຈ ຂ້າພະເຈົ້າຈະບໍ່ຊັກຊວນທ່ານຫນັກເກິນໄປ 8 “ແນ່ນອນ ທ່ານເວົ້າໃຫ້ຂ້າພະເຈົ້າຟັງ ແລະຂ້າພະເຈົ້າໄດ້ຍິນສຽງຖ້ອຍຄຳຂອງທ່ານ 9 ທ່ານວ່າ “ຂ້າພະເຈົ້າສະອາດປາສຈາກການທໍຣະຍົດ ຂ້າພະເຈົ້າບໍຣິສຸດບໍ່ມີຄວາມບາບຜິດໃນຂ້າພະເຈົ້າເລີຍ 10 ເບິ່ງແມ໋ ພຣະອົງຊົງຫາເຣື່ອງກັບຂ້າພະເຈົ້າ ພຣະອົງຊົງນັບວ່າຂ້າພະເຈົ້າເປັນສັດຕູກັບພຣະອົງ 11 ພຣະອົງຊົງເອົາເທົ້າຂອງຂ້າພະເຈົ້າໃສ່ຂື່ໄວ້ ແລະຊົງເຝົ້າເບິ່ງທາງຂອງຂ້າພະເຈົ້າທຸກໆບາດກ້າວ 12 “ເບິ່ງແມ໋ ໃນເຣື່ອງນີ້ທ່ານບໍ່ຍຸດຕິທັມເລີຍ ຂ້າພະເຈົ້າຈະຕອບທ່ານພຣະເຈົ້າຍິ່ງໃຫຍ່ກວ່າມະນຸດ 13 ເປັນຫຍັງທ່ານຈິ່ງໂຕ້ຖຽງກັບພຣະອົງວ່າ “ພຣະອົງຈະບໍ່ຊົງຕອບຖ້ອຍຄຳຂອງເຂົາເລີຍ” 14 ເພາະພຣະເຈົ້າກ່າວວິທີນື່ງ ແລະສອງວິທີ ແຕ່ມະນຸດບໍ່ຫຍັ່ງຮູ້ໄດ້ 15 ໃນຄວາມຝັນໃນນິມິດກາງຄືນ ເມື່ອຄົນຫລັບສນິດ ເມື່ອເຂົາເຄີບເຄີ້ມຢູ່ເທິງບ່ອນນອນຂອງເຂົາ 16 ແລ້ວພຣະອົງຊົງທຳໃຫ້ຫູຂອງມະນຸດ ແລະຊົງສັ່ງສອນຢ່າງລັບໆ 17 ເພື່ອວ່າພຣະອົງຈະໄດ້ປີ່ນໃຫ້ມະນຸດກັບຄືນຈາກກິຈການຂອງເຂົາ ແລະຕັດຄວາມຈອງຫອງອອກເສັຽຈາກມະນຸດ 18 ພຣະອົງຊົງຍຶດຫນ່ຽວວິນຍານຂອງເຂົາໄວ້ຈາກປາກແດນຄົນຕາຍ ແລະຍຶດຊີວິດຂອງເຂົາໄວ້ຈາກການທີ່ຈະພິນາດດ້ວຍດາບ 19 “ມະນຸດຍັງຖືກຕີສອນດ້ວຍຄວາມເຈັບປວດເທິງບ່ອນນອນຂອງເຂົາດ້ວຍ ແລະດ້ວຍການຂັດແຍ້ງສເມີໃນກະດູກຂອງເຂົາ 20 ຊີວິດຂອງເຂົາຈິ່ງໄດ້ເບື່ອອາຫານ ແລະຈິດໃຈຈິ່ງໄດ້ເບື່ອອາຫານດີທີ່ສຸດ 21 ເນື້ອຂອງເຂົາຊຸດໂຊມໄປຫລາຍຈົນເບິ່ງບໍ່ເຫັນ ກະດູກຂອງເຂົາຊື່ງເບິ່ງບໍ່ເຫັນນັ້ນກໍໂຜ່ອອກມາ 22 ວິນຍານຂອງເຂົາເຂົ້າໄປໃກ້ປາກແດນຄົນຕາຍ ແລະຊີວິດຂອງເຂົາເຂົ້າໃກ້ຜູ້ທີ່ນຳຄວາມຕາຍມາ 23 ຖ້າມີທູດສວັນອົງນື່ງມາເພື່ອເຂົາເປັນລ່າມ ນື່ງໃນພັນ ເພື່ອຖແລງແກ່ມະນຸດວ່າອັນໃດຖືກເພື່ອເຂົາ 24 ແລະທູດນັ້ນກະຣຸນາເຂົາ ທູນວ່າ “ຂໍຊົງປ່ອຍເຂົາໃຫ້ພົ້ນຈາກບ່ອນທີ່ຈະໄປຍັງປາກແດນຄົນຕາຍ ຂ້າພະເຈົ້າພົບຄ່າໄຖ່ແລ້ວ 25 ເນື້ອຂອງເຂົາຈະອ່ອນກວ່າເນື້ອເດັກ ຂໍໃຫ້ເຂົາກັບຄືນໄປສູ່ກຳລັງເຫມືອນເມື່ອຍັງຫນຸ່ມ” 26 ເຂົາຈິ່ງອ້ອນວອນຕໍ່ພຣະເຈົ້າ ແລະພຣະອົງຈະຊົງພໍພຣະທັຍເຂົາ ເຂົາຈະເຂົ້າມາເຝົ້າຕໍ່ພຣະພັກພຣະອົງດ້ວຍຄວາມຊື່ນບານ 27 ແລ້ວພຣະອົງຈະຊົງໃຫ້ມະນຸດກັບຄືນສູ່ສະພາບຄວາມຊອບທັມ ແລະເຂົາຈະຮ້ອງເພງຕໍ່ຫນ້າປະຊາຊົນກ່າວວ່າ “ຂ້າພະເຈົ້າບາບແລ້ວ ແລະເຫັນຜິດເປັນຊອບ ແລະບໍ່ໄດ້ຊົງລົງໂທດສນອງຂ້າພະເຈົ້າ” 28 ພຣະອົງຊົງໄຖ່ວິນຍານຈິດຂອງຂ້າພະເຈົ້າໃຫ້ພົ້ນຈາກການລົງໄປສູ່ພິພົບຄົນຕາຍ ແລະຊີວິດຂອງຂ້າພະເຈົ້າຈະເຫັນຄວາມສວ່າງ” 29 ພຣະເຈົ້າຊົງກະທຳສິ່ງເຫລົ່ານີ້ທັງຫມົດ ກັບມະນຸດສອງເທື່ອສາມເທື່ອ 30 ເພື່ອຈະນຳວິນຍານຈິດຂອງເຂົາມາຈາກແດນຄົນຕາຍ ເພື່ອໃຫ້ເຂົາເຫັນຄວາມສວ່າງແຫ່ງຊີວິດ 31 ທ່ານໂຢບເອີຍ ຂໍຕັ້ງໃຈຟັງຂ້າພະເຈົ້າ ຂໍມິດຢູ່ ແລະຂ້າພະເຈົ້າຈະເວົ້າ 32 ຖ້າທ່ານມີສິ່ງໃດເວົ້າກໍຕອບຂ້າພະເຈົ້າມາເຖີດ ເພາະຂ້າພະເຈົ້າປາຖນາແກ້ຄະດີໃຫ້ທ່ານ 33 ຖ້າບໍ່ດັ່ງນັ້ນ ກໍຂໍຟັງຂ້າພະເຈົ້າ ຂໍມິດງຽບ ແລະຂ້າພະເຈົ້າຈະສອນປັນຍາໃຫ້ແກ່ທ່ານ
ເອລີຮູສະແດງວ່າພຣະເຈົ້າຊົງເປັນຝ່າຍຖືກ
1 ເອລີຮູເວົ້າຕໍ່ໄປວ່າ, 2 “ທ່ານຜູ້ມີປັນຍາ ຂໍຟັງຖ້ອຍຄຳຂອງຂ້າພະເຈົ້າ ທ່ານຜູ້ມີຄວາມຮູ້ ຂໍງ່ຽງຫູຟັງຂ້າພະເຈົ້າ 3 ເພາະຫູກໍຊີມຖ້ອຍຄຳ ເຫມືອນຢ່າງເຫືອກປາກຊີມອາຫານ 4 ຂໍໃຫ້ເຮົາເລືອກສິ່ງທີ່ຖືກ ຂໍໃຫ້ເຮົາຮຽນຮູ້ໃນພວກເຮົາເອງວ່າອັນໃດດີ 5 ເພາະໂຢບກ່າວວ່າ “ຂ້າພະເຈົ້າເປັນຄົນຊອບທັມ ແລະພຣະເຈົ້າຊົງເອົາຄວາມຍຸດຕິທັມທີ່ຄວນຕົກແກ່ຂ້າພະເຈົ້າໄປເສັຽ” 6 ຂ້າພະເຈົ້າຖືກນັບວ່າເປັນຄົນມຸສາ ເຖິງແມ່ນວ່າຂ້າພະເຈົ້າຊອບທັມ ແຜຂອງຂ້າພະເຈົ້າຮັກສາບໍ່ຫາຍ ແມ່ນວ່າຂ້າພະເຈົ້າບໍ່ມີການທໍຣະຍົດເລີຍ 7 ແມ່ນໃຜທີ່ຈະເຫມືອນໂຢບ ຜູ້ດື່ມຄວາມຢຽດຫຍາມເຫມືອນດື່ມນ້ຳ 8 ຜູ້ເຂົ້າສັງຄົມກັບຄົນກະທຳຊົ່ວ ແລະຍ່າງໄປກັບຄົນອະທັມ 9 ເພາະທ່ານໄດ້ກ່າວວ່າ “ບໍ່ເປັນປໂຍດອັນໃດແກ່ມະນຸດເຮົາທີ່ເຂົາຈະປິຕິຍິນດີໃນພຣະເຈົ້າ” 10 “ເພາະສະນັ້ນທ່ານຜູ້ມີຄວາມເຂົ້າໃຈ ຂໍຟັງຂ້າພະເຈົ້າ ພຣະເຈົ້າຈະບໍ່ຊົງກະທຳຄວາມອະທັມ ແລະທີ່ອົງຜູ້ມີອຳນາດຍິ່ງໃຫຍ່ຈະຊົງກະທຳຜິດ 11 ເພາະພຣະເຈົ້າຊົງສນອງຕາມການກະທຳຂອງມະນຸດ ແລະພຣະອົງຊົງໃຫ້ເກີດແກ່ເຂົາຕາມການກະທຳຂອງເຂົາ 12 ແນ່ນອນ ພຣະເຈົ້າຈະບໍ່ຊົງກະທຳຊົ່ວ ແລະອົງຜູ້ມີອຳນາດຍິ່ງໃຫຍ່ຈະບໍ່ຊົງປ່ຽນແປງຄວາມຍຸດຕິທັມ 13 ແມ່ນໃຜແຕ່ງຕັ້ງໃຫ້ພຣະອົງປົກຄອງໂລກ ຫລືແມ່ນໃຜມອບຫມາຍທັງໂລກໄວ້ກັບພຣະອົງ 14 ຖ້າພຣະອົງຊົງໃຫ້ວິນຍານຂອງພຣະອົງກັບຄືນສູ່ພຣະອົງ ແລະຊົງຮວບຮວມລົມປານຂອງພຣະອົງກັບຄືນມາຫາພຣະອົງ 15 ເນື້ອຫນັງທັງຫມົດກໍຈະພິນາດໄປດ້ວຍກັນ ແລະມະນຸດກໍຈະກັບຄືນໄປເປັນຝຸ່ນຂີ້ດິນ 16 “ຖ້າທ່ານມີຄວາມເຂົ້າໃຈ ຂໍຟັງຂໍ້ນີ້ ຂໍຟັງສຽງຖ້ອຍຄຳຂອງຂ້າພະເຈົ້າ 17 ຜູ້ທີ່ກຽດຊັງຄວາມຍຸດຕິທັມຄວນຈະປົກຄອງຫລື ທ່ານຈະສະຖາປະນາຜູ້ທີ່ຊອບທັມ ແລະຊົງອານຸພາບຫລື 18 ຜູ້ກ່າວແກ່ພຣະຣາຊາວ່າ “ທ່ານຜູ້ໄຮ້ຄ່າ” ແລະແກ່ເຈົ້ານາຍວ່າ, “ທ່ານທັງຫລາຍຜູ້ອະທັມ” 19 ຜູ້ບໍ່ຊົງສະແດງອະຄະຕິແກ່ເຈົ້ານາຍ ຫລືບໍ່ຊົງເຫັນແກ່ຄົນຮັ່ງມີຫລາຍກວ່າຄົນຍາກຈົນ ເພາະຄົນທັງຫມົດນີ້ເປັນພຣະຫັດຖະກິດຂອງພຣະອົງ 20 ທັນທີທັນໃດເຂົາທັງຫລາຍກໍຕາຍ ເວລາກາງຄືນ ປະຊາຊົນຕົວສັ່ນແລະຕາຍໄປເສັຽ ບໍ່ແມ່ນດ້ວຍມືມະນຸດ 21 “ເພາະພຣະເນດຂອງພຣະອົງມອງດູທາງຂອງຄົນ ພຣະອົງຊົງເຫັນບາດກ້າວຍ່າງຂອງເຂົາຫມົດ 22 ບໍ່ມີບ່ອນມືດຄື້ມຫລືບ່ອນມືດທຶບ ຊື່ງຄົນຊົ່ວຈະລີ້ຊ່ອນຕົວໄດ້ 23 ເພາະພຣະອົງບໍ່ຕ້ອງຊົງກຳຫນົດເວລາໃຫ້ແກ່ຜູ້ໃດ ໃຫ້ເຂົ້າເຝົ້າພຣະເຈົ້າຮັບການພິພາກສາ 24 ພຣະອົງຊົງສັງຫານຜູ້ມີອານຸພາບ ໂດຍບໍ່ຕ້ອງສອບສວນ ແລະຊົງຕັ້ງຄົນອື່ນໄວ້ແທນ 25 ດັ່ງນີ້ແຫລະ ດ້ວຍຊົງຊາບກິຈການຂອງເຂົາແລ້ວ ຈິ່ງຊົງຄວ່ຳເຂົາເສັຽໃນກາງຄືນ ເຂົາກໍແຫລກໄປ 26 ພຣະອົງຊົງຕີເຂົາເພາະຄວາມອະທັມຂອງເຂົາ ຕໍ່ຫນ້າຕໍ່ຕາມະນຸດ 27 ເພາະວ່າເຂົາທັງຫລາຍຫັນຫນີເສັຽຈາກການຕິດຕາມພຣະອົງ ແລະບໍ່ນັບຖືມັນຄາຂອງພຣະອົງແຕ່ຢ່າງໃດເລີຍ 28 ເຫັນນີ້ເຂົາຈິ່ງກະທຳໃຫ້ສຽງຮ້ອງຂອງຄົນຍາກຈົນມາເຖິງພຣະອົງ ແລະພຣະອົງຊົງຟັງສຽງຮ້ອງຂອງຜູ້ຮັບຄວາມທຸກໃຈ 29 ເມື່ອພຣະອົງຊົງມິດຢູ່ ຜູ້ໃດຈະກ່າວໂທດພຣະອົງໄດ້ ຜູ້ໃດຈະເຫັນພຣະອົງໄດ້ ບໍ່ວ່າຈະທຳແກ່ປະຊາຊາດຫລືແກ່ບຸກຄົນກໍເຫມືອນກັນ 30 ເພື່ອວ່າຄົນຊົ່ວຈະບໍ່ໄດ້ຄອບຄອງ ແລະເຂົາຈະບໍ່ວາງກັບດັກປະຊາຊົນ 31 “ເພາະບໍ່ມີຜູ້ໃດຮ້ອງທູນພຣະເຈົ້າວ່າ “ຂ້າພຣະອົງໄດ້ຮັບການຕີສອນແລ້ວ ຂ້າພຣະອົງຈະບໍ່ທຳຜິດຕໍ່ໄປອີກ 32 ຂໍຊົງໂຜດສອນຂ້າພຣະອົງເຖິງສິ່ງທີ່ຂ້າພຣະອົງມອງເບິ່ງບໍ່ເຫັນ ຖ້າຂ້າພຣະອົງກະທຳບາບຊົ່ວ ຂ້າພຣະອົງຈະບໍ່ກະທຳອີກ” 33 ການຕອບສນອງຂອງພຣະອົງຈະຕ້ອງເປັນຢ່າງທີ່ທ່ານຕ້ອງການຫລື ທ່ານຈິ່ງບໍ່ຮັບ ທ່ານເອງຕ້ອງເລືອກ ແລະບໍ່ແມ່ນຂ້າພະເຈົ້າ ເຫດສະນັ້ນທ່ານມີຄວາມຄິດເຫັນຢ່າງໃດ ກໍເວົ້າມາເຖີດ 34 ຄົນທີ່ເຂົ້າໃຈຈະເວົ້າກັບຂ້າພະເຈົ້າ ຄືຄົນສລາດທີ່ຟັງຂ້າພະເຈົ້າ ຈະເວົ້າວ່າ 35 “ໂຢບເວົ້າຢ່າງບໍ່ມີຄວາມຮູ້ ຖ້ອຍຄຳຂອງເຂົາບໍ່ມີແກ່ນສານເສັຽເລີຍ” 36 ຢາກຈະໃຫ້ໂຢບຖືກທົດລອງຕໍ່ໄປເຖິງທີ່ສຸດ ເພາະວ່າເຂົາຕອບເຫມືອນຢ່າງຄົນອະທັມ 37 ເພາະເຂົາເພີ້ມຄວາມທໍຣະຍົດເຂົ້າກັບບາບຂອງເຂົາ ເຂົາຕົບມືເຍີ້ຍຢູ່ຖ້າມກາງເຮົາ ແລະທະວີຖ້ອຍຄຳຂອງເຂົາກ່າວຮ້າຍພຣະເຈົ້າ”
1 ເອລີຮູເວົ້າຕໍ່ໄປວ່າ, 2 “ທ່ານຄິດວ່ານີ້ຍຸດຕິທັມຫລື ທ່ານເວົ້າຫລືວ່າ “ຄວາມຊອບທັມຂອງຂ້າພະເຈົ້າຍິ່ງກວ່າຂອງພຣະເຈົ້າ” 3 ທີ່ທ່ານຖາມວ່າ “ຂ້າພະເຈົ້າຈະໄດ້ປໂຍດອັນໃດ ຂ້າພະເຈົ້າມີຫຍັງດີຂື້ນກວ່າຂ້າພະເຈົ້າທຳບາບ“ 4 ຂ້າພະເຈົ້າຈະຕອບທ່ານກັບມິດສະຫາຍຂອງທ່ານດ້ວຍ 5 ຈົ່ງມອງເບິ່ງທ້ອງຟ້າ ເບິ່ງເມກຊື່ງຢູ່ສູງກວ່າທ່ານ 6 ຖ້າທ່ານທຳບາບ ທ່ານຈະໄດ້ອັນໃດທີ່ກະທົບກະເທືອນພຣະອົງ ຖ້າການທໍຣະຍົດຂອງທ່ານທະວີຂື້ນ ທ່ານທຳອັນໃດແກ່ພຣະອົງ 7 ຖ້າທ່ານເປັນຄົນຊອບທັມ ທ່ານຖວາຍອັນໃດແກ່ພຣະອົງ ຫລືພຣະອົງຊົງຮັບສິ່ງໃດຈາກມືຂອງທ່ານ 8 ຄວາມອະທັມຂອງທ່ານກໍເປັນອັນຕະຣາຍແກ່ຄົນຢ່າງທ່ານ ແລະຄວາມຊອບທັມຂອງທ່ານກໍເປັນປໂຍດແກ່ມະນຸດ 9 “ເຫດດ້ວຍການຖືກບີບບັງຄັບເຂົາກໍໄດ້ແຕ່ຄວນຄາງ ເຂົາຮ້ອງຂໍຄວາມຊ່ອຍເຫລືອເນື່ອງດ້ວຍແຂນຂອງຜູ້ຊົງອໍານາດ 10 ແຕ່ບໍ່ມີຈັກຄົນເວົ້າວ່າ “ພຣະເຈົ້າຜູ້ຊົງສ້າງຂ້າພະເຈົ້າ ຜູ້ຊົງປະທານເພງໃນເວລາກາງຄືນ ຊົງຢູ່ທີ່ໃດ 11 ຜູ້ຊົງສອນເຮົາຫລາຍກວ່າສອນສັດແຫ່ງແຜ່ນດິນໂລກ ແລະຊົງກະທຳໃຫ້ເຮົາສລາດກວ່ານົກໃນຟ້າອາກາດ” 12 ເຂົາຮ້ອງທຸກໃນທີ່ນັ້ນ ແຕ່ພຣະອົງບໍ່ໄດ້ຊົງຕອບ ເຫດຄວາມຈອງຫອງຂອງຄົນຊົ່ວ 13 ແນ່ນອນ ພຣະເຈົ້າບໍ່ໄດ້ຟັງສຽງລົມໆແລ້ງໆ ແລະອົງຜູ້ຊົງມີອຳນາດຍິ່ງໃຫຍ່ກໍບໍ່ໄດ້ຊົງນັບຖືສຽງນັ້ນ 14 ຈະຍິ່ງນ້ອຍກວ່ານັ້ນຈັກເທົ່າໃດ ເມື່ອທ່ານວ່າ ທ່ານບໍ່ເຫັນພຣະອົງ ແລະເມື່ອວ່າ ຄະດີນັ້ນກໍຢູ່ຕໍ່ພຣະພັກພຣະອົງ ແລະທ່ານຄອຍພຣະອົງຢູ່ 15 ບັດນີ້ ເພາະພຣະພິໂຣດຂອງພຣະອົງບໍ່ໄດ້ລົງໂທດ ແລະພຣະອົງບໍ່ໄດ້ສົນພຣະທັຍການລະເມີດອັນເລັກນ້ອຍ 16 ເພາະສະນັ້ນໂຢບຈິ່ງອ້າປາກເວົ້າຄຳລົມໆແລ້ງໆ ແລະທະວີຄຳເວົ້າໂດຍປາສຈາກຄວາມຮູ້”
ເອລີຮູຍົກຍ້ອງຄວາມຍິ່ງໃຫຍ່ຂອງພຣະເຈົ້າ
1 ແລະເອລີຮູເວົ້າຕໍ່ໄປດ້ວຍວ່າ, 2 “ຂໍທົນຢູ່ກັບຂ້າພະເຈົ້າອີກຫນ້ອຍນື່ງ ແລະຂ້າພະເຈົ້າຈະສຳແດງແກ່ທ່ານ ເພາະຂ້າພະເຈົ້າມີບາງສິ່ງທີ່ຈະເວົ້າແທນພຣະເຈົ້າອີກ 3 ຂ້າພະເຈົ້າຈະເອົາຄວາມຮູ້ມາຈາກໄກ ແລະຖວາຍຄວາມຊອບທັມແກ່ຜູ້ຊົງສ້າງຂ້າພະເຈົ້າ 4 ເພາະທີ່ຈິງຖ້ອຍຄຳຂອງຂ້າພະເຈົ້າບໍ່ໄດ້ເທັດ ທ່ານຜູ້ຊົງຄວາມຮູ້ຮອບຄອບສະຖິດກັບທ່ານ 5 ແນ່ນອນ ພຣະເຈົ້າຊົງອານຸພາບ ແລະບໍ່ໄດ້ຊົງຢຽດຫຍາມຜູ້ໃດເລີຍ ພຣະອົງຊົງອານຸພາບໃນເຣື່ອງກຳລັງແຫ່ງຄວາມເຂົ້າໃຈ 6 ພຣະອົງບໍ່ໄດ້ສງວນຊີວິດຄົນອະທັມ ແຕ່ຊົງປະທານຄວາມຍຸດຕິທັມແກ່ຜູ້ທຸກໃຈ 7 ພຣະອົງບໍ່ໄດ້ຊົງຫັນພຣະເນດຂອງພຣະອົງຫນີຈາກຄົນຊອບທັມ ແຕ່ກັບບັນດາພຣະຣາຊາເທິງພຣະທີ່ນັ່ງ ພຣະອົງຊົງຕັ້ງເຂົາໄວ້ເປັນນິດ ແລະເຂົາກໍຢູ່ໃນທີ່ສູງ 8 ແລະຖ້າເຂົາຖືກຈຳດ້ວຍພັນທະນາການ ແລະຕິດຢູ່ໃນບ້ວງແຫ່ງຄວາມທຸກໃຈ 9 ພຣະອົງກໍຊົງສຳແດງກິຈກັມຂອງເຂົາທັງຫລາຍແກ່ເຂົາ ແລະການທໍຣະຍົດຂອງເຂົາ ວ່າເຂົາໄດ້ປະພຶດຕົວດ້ວຍຄວາມອວດອ້າງຈອງຫອງ 10 ພຣະອົງຊົງໃຫ້ຫູຂອງເຂົາຟັງຄຳເຕືອນສອນ ແລະຊົງສັ່ງໃຫ້ເຂົາຫັນກັບຈາກຄວາມຜິດບາບຂອງເຂົາ 11 ຖ້າເຂົາທັງຫລາຍເຊື່ອຟັງແລະບົວລະບັດພຣະອົງ ເຂົາຈະຢູ່ຄົບອາຍຸຂອງເຂົາດ້ວຍຄວາມຈະເຣີນຮຸ່ງເຮືອງ ແລະຢູ່ຄົບປີຂອງເຂົາດ້ວຍຄວາມສຸກໃຈ 12 ແຕ່ຖ້າເຂົາທັງຫລາຍບໍ່ເຊື່ອຟັງ ເຂົາທັງຫລາຍຈະພິນາດດ້ວຍດາບ ແລະຕາຍໂດຍປາສຈາກຄວາມຮູ້ 13 “ຄົນໃຈບໍ່ນັບຖືພຣະເຈົ້າກໍສະສົມພຣະພິໂຣດ ເມື່ອພຣະອົງຊົງມັດເຂົາ ເຂົາບໍ່ຮ້ອງໃຫ້ຊ່ອຍ 14 ເຂົາຕາຍເມື່ອຍັງຫນຸ່ມຢູ່ ແລະຊີວິດຂອງເຂົາສິ້ນສຸດລົງຖ້າມກາງພວກເທວະທາດ 15 ພຣະອົງຊົງຊ່ອຍຜູ້ທີ່ທຸກໃຈໄວ້ດ້ວຍຄວາມທຸກໃຈຂອງເຂົາ ແລະຊົງໃຫ້ຄວາມລຳເຄັນເພື່ອເປີດຫູຂອງເຂົາ 16 ພຣະອົງຊົງຊວນທ່ານໃຫ້ອອກມາຈາກຄວາມຄັບໃຈ ມາຍັງທີ່ກວ້າງທີ່ບໍ່ມີການບີບ ແລະສິ່ງທີ່ວາງໄວ້ທິງໂຕະຂອງທ່ານເຕັມໄປດ້ວຍຂອງດີມີອາຫານການກິນຢ່າງເຫລືອລົ້ນ 17 “ແຕ່ທ່ານກໍສົມກັບການພິພາກສາຄົນຊົ່ວ ການພິພາກສາ ແລະຄວາມຍຸດຕິທັມມາທັນຈັບທ່ານ 18 ຈົ່ງລະວັງເຖີດ ຢ້ານວ່າພຣະພິໂຣດຈະລໍ້ຊວນທ່ານໃຫ້ເຍີ້ຍຫຍັນ ແລະຢ່າໃຫ້ຄ່າອັນຍິ່ງໃຫຍ່ຂອງການໄຖ່ທຳໃຫ້ທ່ານຫລົບຫລີກໄປ 19 ສຽງຮ້ອງຈະຊ່ອຍໃຫ້ທ່ານພົ້ນຈາກຄວາມທຸກໃຈຫລື ຫລືເຫື່ອແຮງທັງຫມົດຂອງທ່ານຈະຊ່ອຍທ່ານໄດ້ຫລື 20 ຢ່າອາລັຍເຖິງກາງຄືນ ເມື່ອຊົນຊາດທັງຫລາຍຖືກຕັດອອກໃນທີ່ຂອງເຂົາ 21 ລະວັງໃຫ້ດີ ຢ່າຫັນກັບຄືນໄປຫາຄວາມບາບຜິດ ເພາະທ່ານເລືອກສິ່ງນີ້ຫລາຍກວ່າເລືອກຄວາມທຸກໃຈ 22 ເບິ່ງແມ໋ ພຣະເຈົ້າຊົງສຳແດງຄວາມຍີ່ງໃຫຍ່ດ້ວຍຣິດທານຸພາບຂອງພຣະອົງ ຜູ້ໃດເປັນຜູ້ສັ່ງສອນເຫມືອນຢ່າງພຣະອົງ 23 ຜູ້ໃດເປັນຜູ້ບົງການພຣະອົງ ຫລືຜູ້ໃດຈະເວົ້າໄດ້ວ່າ “ພຣະອົງຊົງກະທຳຜິດແລ້ວ” 24 “ຈົ່ງລະນຶກເຖີງທີ່ຈະຍົກຍ້ອງພຣະຣາຊກິດຂອງພຣະອົງ ຊື່ງມະນຸດໄດ້ຮ້ອງເພງກ່າວເຖິງນັ້ນ 25 ມະນຸດທັງປວງເບິ່ງເຫັນສິ່ງນັ້ນຢູ່ແລ້ວ ມະນຸດເຫັນສິ່ງນັ້ນໄດ້ແຕ່ໄກ 26 ແນ່ນອນ ພຣະເຈົ້ານັ້ນຍິ່ງໃຫຍ່ ແລະເຣົາກໍບໍ່ຫຍັ່ງຮູ້ເຖິງພຣະອົງ ອາຍຸຂອງພຣະອົງເປັນສິ່ງທີ່ຄົ້ນຫາກັນບໍ່ໄດ້ 27 ເພາະພຣະອົງຊົງດືງຢົດນ້ຳຂຶ້ນໄປ ຊື່ງກັ່ນເປັນຝົນຈາກເມກຂອງພຣະອົງ 28 ຊື່ງຟ້າກໍເທລົງມາ ແລະຢົດລົງທີ່ມະນຸດຢ່າງອຸດົມ 29 ມີຄົນໃດເຂົ້າໃຈການແຜ່ຂອງເມກຫລື ແລະຟ້າຮ້ອງຜ່ານທ້ອງຟ້າບ່ອນພຣະເຈົ້າຢູ່ນັ້ນ 30 ພຣອົງຊົງກະຈາຍຟ້າແລບອອກໄປຮອບພຣະອົງ ແລະຄວາມເລິກທ້ອງທະເລກໍຍັງຄົງດຳມືດ 31 ເພາະພຣະອົງຊົງພິພາກສາຊົນຊາດທັງຫລາຍດ້ວຍສິ່ງນີ້ ພຣະອົງປະທານອາຫານຢ່າງອຸດົມສົມບູນ 32 ພຣະອົງຊົງຄຸມພຣະຫັດຂອງພຣະອົງດ້ວຍຟ້າແລບ ແລະຊົງສັ່ງໃຫ້ມັນຜ່າຈຸດທີ່ຫມາຍ 33 ສຽງຄື່ນໆຂອງມັນປະກາດກ່ຽວກັບພຣະອົງ ແລະຝູງສັດກໍປະກາດກ່ຽວກັບພະຍຸຊື່ງຈະມາເຖິງ
1 ເຣື່ອງນີ້ກະທຳໃຫ້ຫົວໃຈຂອງຂ້າພະເຈົ້າສັ່ນ ສະທົກສະທ້ານຂວັນຫນີ 2 ຈົ່ງຟັງ ຈົ່ງຟັງຟ້າຮ້ອງຂອງພຣະເຈົ້າ ແລະສຽງກະຫື່ມທີ່ດັງອອກມາຈາກພຣະໂອດຂອງພຣະອົງ 3 ພຣະອົງຊົງໃຫ້ໄປທົ່ວໃຕ້ຟ້າທັງຫມົດ ແລະຟ້າແລບຂອງພຣະອົງໄປເຖິງສຸດປາຍແຜ່ນດິນໂລກ 4 ພຣະສຸຣະສຽງຂອງພຣະອົງຄາງກະຫື່ມຕາມໄປ ພຣະອົງຊົງແຜດພຣະສຸຣະສຽງອັນດັງກ້ອງກັງວານຂອງພຣະອົງ ພຣະອົງບໍ່ໄດ້ຊົງຫນ່ວງຫນ່ຽວຟ້າແລບ ເມື່ອໄດ້ຍິນພຣະສຸຣະສຽງຂອງພຣະອົງ 5 ພຣະເຈົ້າຊົງສຳແດງສຽງທີ່ດັງກ້ອງກັງວານຢ່າງປລາດດ້ວຍພຣະສຸຣະສຽງຂອງພຣະອົງ ພຣະອົງຊົງກະທຳການອັນໃຫຍ່ຊື່ງເຮົາເຂົ້າໃຈບໍ່ໄດ້ 6 ເພາະພຣະອົງກ່າວກັບຫິມມະວ່າ “ຕົກລົງເທິງແຜ່ນດິນ” ແລະໃນທຳນອງດຽວກັນກໍກ່າວກັບຝົນ ແລະກັບຫ່າຝົນອັນຫນັກຂອງພຣະອົງ 7 ພຣະອົງຊົງມັດມືຂອງມະນຸດທຸກຄົນ ເພື່ອທຸກຄົນຊື່ງພຣະອົງຊົງສ້າງຈະຮູ້ໄດ້ 8 ແລ້ວສັດປ່າຈິ່ງເຂົ້າໄປສູ່ຮັງຂອງມັນ ແລະອາໄສຢູ່ໃນຖ້ຳຂອງມັນ 9 ພະຍຸອອກມາຈາກທາງທິດໃຕ້ ແລະຄວາມຫນາວມາຈາກລົມເຫນືອ 10 ພຣະເຈົ້າປະທານນ້ຳແຂງດ້ວຍລົມຫາຍໃຈຂອງພຣະອົງ ແລະນ້ຳກວ້າງໃຫຍ່ກໍແຂງຕົວ 11 ພຣະອົງຊົງບັນທຸກຄວາມຊຸ່ມຂຶ້ນໄວ້ໃນເມກທຶບ ພຣະອົງຊົງກະຈາຍເມກແຫ່ງຟ້າແລບອອກໄປ 12 ມັນເຄື່ອນໄປຕາມການນຳຂອງພຣະອົງ ເພື່ອໃຫ້ສຳເຣັດກິດທັງສິ້ນຊຶ່ງພຣະອົງຊົງສັ່ງມັນ ທີ່ເຫນືອຜິວພິພົບທີ່ມະນຸດອາໄສຢູ່ໄດ້ 13 ບໍ່ວ່າຈະເປັນເພື່ອການຕີສອນ ຫລືເພື່ອຄວາມຮັກຫມັ້ນຄົງ ພຣະອົງຊົງກະທຳໃຫ້ສິ່ງເຫລົ່ານີ້ເກີດຂຶ້ນ 14 “ທ່ານໂຢບເອີຍ ຂໍຟັງຂໍ້ນີ້ ຈົ່ງຄິດພິຈາຣະນາການກະທຳອັນອັດສະຈັນຂອງພຣະເຈົ້າ 15 ທ່ານຮູ້ຫລືວ່າພຣະເຈົ້າຊົງກຳຊັບມັນຢ່າງໃດ ແລະກະທຳໃຫ້ຟ້າແລບແຫ່ງເມກຂອງພຣະອົງມີແສງ 16 ທ່ານຮູ້ເຖິງການຊົງຕົວຂອງເມກຫລື ເປັນພຣະຣາຊກິດອັນປລາດຂອງພຣະອົງຜູ້ສົມບູນໃນຄວາມຮູ້ 17 ຕົວທ່ານ ຜູ້ທີ່ເສື້ອຜ້າຂອງຕົນຮ້ອນ ເມື່ອລົມທິດໃຕ້ພັດມາກະຫນ່ຳແຜ່ນດີນໂລກ 18 ທ່ານແຜ່ຟ້າອອກໄປຢ່າງພຣະອົງໄດ້ຫລື ໃຫ້ແຂງຈັດດັ່ງໂລຫະຖືກຂັດໃຫ້ເຫລື້ອມ 19 ຈົ່ງສອນເຮົາມາວ່າເຮົາຄວນຈະທູນພຣະອົງຢ່າງໃດ ເພາະຄວາມມືດເຣົາຈິ່ງຮ່າງສຳນວນຂອງເຮົາບໍ່ໄດ້ 20 ຈະທູນພຣະອົງໄດ້ບໍ່ວ່າ ຂ້າພະເຈົ້າຢາກຈະທູນ ມີໃຜເຄີຍຄິດບໍ່ວ່າເຂົາຢາກຈະຕາຍ 21 “ຝ່າຍມະນຸດມອງເບິ່ງແສງສວ່າງບໍ່ໄດ້ ເມື່ອມັນສຸກໃສຢູ່ໃນທ້ອງຟ້າ ເມື່ອລົມຜ່ານໄປກວາດໃຫ້ກະຈ່າງ 22 ແສງທອງສ່ອງມາຈາກທິດເຫນືອ ພຣະເຈົ້າຊົງສລອງພຣະອົງດ້ວຍພຣະສະງ່າຣາສີຢ່າງຫນ້າຢ້ານກົວ 23 ອົງຜູ້ມີຣິດອຳນາດຍິ່ງໃຫຍ່ນັ້ນ ເຮົາຈະຄົ້ນພົບພຣະອົງບໍ່ໄດ້ ພຣະອົງຍິ່ງໃຫຍ່ໃນເຣື່ອງຣິດທານຸພາບ ຄວາມຍຸດຕິທັມອັນຫລວງຫລາຍພຣະອົງຈະບໍ່ຊົງຝ່າຝືນ 24 ເພາະສະນັ້ນມະນຸດຈິ່ງຍົກຍ້ອງ ເກງພຣະອົງ ພຣະອົງບໍ່ຊົງນັບຖືຜູ້ໃດທີ່ຖືຕົວວ່າມີປັນຍາ
ພຣະເຈົ້າຊົງຕອບໂຢບ
1 ແລ້ວພຣະຜູ້ເປັນເຈົ້າຊົງຕອບໂຢບ ມາຈາກພະຍຸຝົນວ່າ, 2 ເຈົ້າແມ່ນໃຜຈິ່ງຖົກຖຽງຄວາມຮອບຮູ້ຂອງເຮົາ ເຈົ້າພຽງແຕ່ສະແດງຄວາມໂງ່ຂອງເຈົ້າເທົ່ານັ້ນ 3 ບັດນີ້ເຈົ້າຈົ່ງລຸກຢືນຂຶ້ນຢ່າງຜູ້ກ້າຫານ ແລ້ວຕອບຄຳຖາມທີ່ເຮົາຈະຖາມຄື 4 ເຈົ້າຢູ່ໃສເມື່ອເຮົາສ້າງໂລກ ຖ້າເຈົ້າຮູ້ແທ້ຈົ່ງບອກເຮົາເບິ່ງ 5 ຜູ້ໃດກຳຫນົດຄວາມກວ້າງຂອງໂລກ ໃຜເນັ່ງເຊືອກແທກເທິງໂລກ ເຈົ້າຮູ້ແຣື່ອງນີ້ທັງຫມົດແມ່ນບໍ 6 ເສົາຄ້ຳຊູໂລກຕັງຢູ່ເທິງອັນໃດ ໃຜເປັນຜູ້ວາງສີລາລຶກຂອງໂລກ 7 ດາວທັງຫລາຍໄດ້ຮ້ອງເພງສັນລະເສີນພ້ອມກັນໃນເຊົ້າວັນນັ້ນ ແລະບັນດາບຸດຂອງພຣະເຈົ້າກໍໂຮ່ຮ້ອງສະແດງຄວາມຍິນດີ 8 ໃຜອັດປະຕູຕັນນ້ຳທະເລໄວ້ ເມື່ອມັນລະເບີດອອກມາຈາກພື້ນແຜ່ນດິນ 9 ແມ່ນເຮົາທີ່ທຳໃຫ້ເມກປົກຄຸມທະເລ ແລະທຳໃຫ້ຄວາມມືດປົກຫຸ້ມຢູ່ 10 ເຮົາໄດ້ກຳຫນົດເຂດແດນໃຫ້ນ້ຳທະເລ ແລະສ້າງປະຕູໃສ່ໄລກັນນ້ຳໄວ້ 11 ເຮົາໄດ້ບອກມັນວ່າ “ໄປໄດ້ໄກທໍ່ນີ້ ເລີຍໄປອີກບໍ່ໄດ້ ກະແສຄື້ນອັນແຮງກ້າຂອງເຈົ້າຈະຕ້ອງຢຸດຢູ່ນີ້” 12 ໂຢບເອີຍ ຄລອດຊີວິດຂອງເຈົ້ານັ້ນ ເຈົ້າເຄີຍບັງຄັບໃຫ້ມີແສງອາຣຸນໃນຕອນເຊົ້າຫລື 13 ເຈົ້າເຄີຍສັ່ງໃຫ້ແສງອາຣຸນມາຖືກຕ້ອງໂລກ ເພື່ອຂັບໄລ່ຄົນຊົ່ວອອກໄປຈາກບ່ອນລີ້ຂອງເຂົາຫລື 14 ແສງນັ້ນໄດ້ທຳໃຫ້ແລເຫັນພູ ແລະຮ່ອມພູທັງຫລາຍເປັນເຫມືອນຫົ່ມເສື້ອຜ້າ 15 ແສງສວ່າງຍາມກາງເວັນໄດ້ຮຸ່ງໂພດສຳລັບຄົນຊົ່ວ ມັນຂັດຂວາງເຂົາບໍ່ໃຫ້ກະທຳຊົ່ວຮ້າຍ 16 ເຈົ້າໄດ້ລົງໄປຍັງແປວທະເລເລິກແລ້ວຫລື ເຈົ້າຍ່າງເທິງນຳມະຫາສະຫມຸດໄດ້ຫລື 17 ມີຄົນເຄີຍສະແດງໃຫ້ເຈົ້າເຫັນບໍ ປະຕູແຫ່ງພິພົບຄົນຕາຍຊື່ງເປັນບ່ອນມືດນັ້ນ 18 ເຈົ້າຮູ້ຈັກບໍວ່າໂລກນີ້ໃຫຍ່ປານໃດ ຖ້າຮູ້ຈັກຈົ່ງບອກມາ 19 ເຈົ້າຮູ້ຈັກບໍວ່າແສງສວ່າງນັ້ນມາຈາກໃສ ຫລືແມ່ນຫຍັງເປັນທີ່ມາຂອງຄວາມມືດ 20 ເຈົ້າບອກໄດ້ບໍວ່າແສງສວ່າງແລະຄວາມມືດເດີນໄປໄກປານໃດແລະສັ່ໃຫ້ກັບມາອີກໄດ້ບໍ 21 ເຮົາເຊື່ອແນ່ວ່າເຈົ້າຮູ້ ເພາະວ່າເຈົ້າເຖົ້າຫລາຍແລ້ວ ແລະເມື່ອສ້າງໂລກເຈົ້າກໍເກີດແລ້ວ 22 ເຈົ້າເຄີຍໄປເບິ່ງບ່ອນທີ່ເຮົາເກັບຫີມມະ ແລະຫມາກເຫັບໄວ້ບໍ 23 ເຮົາຈັດຕຽມມັນໄວ້ສຳລັບເວລາຍາກລຳບາກ ແລະເວລາມີເສິກສົງຄາມ 24 ເຈົ້າເຄີຍໄປບ່ອນພຣະອາທິດຂື້ນ ຫລືບ່ອນລົມຕາເວັນອອກພັດມາບໍ 25 ໃຜຂຸດຊ່ອງໄຂປ່ອງໃຫ້ຝົນຕົກ ແລະບອກທາງໃຫ້ຟ້າຜ່າໃຜທຳໃຫ້ຝົນຕົກລົງມາຖືກບ່ອນບໍ່ມີຄົນຢູ່ 26 ໃຜຫົດແຜ່ນດິນທີ່ແຫ້ງແລ້ງ ແລະອຶດຢາກເພື່ອໃຫ້ຫຍ້າປົ່ງຂື້ນມາ 27 ຝົນຫລືນ້ຳຫມອກມີພໍ່ຫລືບໍ 28 ໃຜເປັນແມ່ຂອງນ້ຳກ້ອນແລະນ້ຳຫມອກແຂງ 29 ຊື່ງທຳໃຫ້ນ້ຳເປັນຄືຫີນ ແລະທຳໃຫ້ນ້ຳທະເລເປັນນ້ຳກ້ອນ 30 ເຈົ້າບໍ ມັດດາວລູກໄກ່ໃຫ້ເປັນກຸ່ມ ຫລືເຈົ້າແກ້ເຄື່ອງຜູກດາວໄຖໄດ້ບໍ 31 ເຈົ້າທຳໃຫ້ດວງດາວຕ່າງໆຫມຸນໄປຕາມຣະດູການຂອງມັນໄດ້ບໍ ແລະເຈົ້າພາດາວແຂ້ານ້ອຍໃຫຍ່ໄປໄດ້ບໍ 32 ເຈົ້າຮູ້ຈັກກົດຫມາຍທີ່ໃຊ້ປົກຄອງຟ້າສວັນບໍ ເຈົ້າແຕ່ງຕັ້ງກົດຫມາຍນັ້ນຂຶ້ນໃຊ້ໃນໂລກໄດ້ບໍ 33 ເຈົ້າຮ້ອງບອກໃຫ້ເມກເທຝົນລົງມາຮຳເຈົ້າປຽກໄດ້ບໍ 34 ຖ້າເຈົ້າສັ່ງໃຫ້ຟ້າຜ່າລົງມາ ມັນຈະມາຫາເຈົ້າແລ້ວເວົ້າຫລືວ່າ “ໂດຍຂ້ານ້ອຍ” 35 ໃຜບອກນົກກຸລາ ມັນຈິ່ງຮູ້ວ່າແມ່ນ້ຳນີນຈະຖ້ວມ ຫລືໃຜບອກໄກ່ຜູ້ ມັນຈິ່ງຮູ້ວ່າຝົນຈະຕົກ 36 ໃຜເກັ່ງພໍທີ່ຈະນັບເມກໄດ້ ແລະໃຫ້ເມກນັ້ນເທຝົນລົງມາ 37 ເພື່ອທຳໃຫ້ຝຸ່ນດິນໂຮມກັນເປັນກ້ອນໄດ້ 38 ເຈົ້າຫາອາຫານໃຫ້ສິງກິນ ຫລືໃຫ້ສິງຫນຸ່ມທີ່ຫີວຢາກກິນອີ່ມໄດ້ບໍ 39 ເມື່ອມັນຫມູບຢູ່ໃນຖ້ຳຂອງມັນ ຫລືນອນຄອຍຢູ່ໃນທີ່ກຳບັງ 40 ໃຜຈັດຫາເຫຍື່ອໃຫ້ກາ ເມື່ອມັນບີນເຫາະໄປດ້ວຍຄວາມຫີວຢາກ ແລະເມື່ອລູກອ່ອນຂອງມັນຮ້ອງຂໍອາຫານຕໍ່ເຮົາ
1 “ເຈົ້າຮູ້ບໍວ່າ ແບ້ປ່າເກີດເມື່ອໃດ ເຈົ້າເຄີຍເຫັນກວາງເກີດບໍ 2 ສັດເຫລົ່ານີ້ຢູ່ໃນທ້ອງແມ່ຈັກເດືອນ ແລະມັນເກີດເວລາໃດ 3 ເຈົ້າຮູ້ບໍເມື່ອມັນຫມູບລົງ ແລ້ວອອກລູກມາສູ່ໂລກ 4 ລູກອ່ອນຂອງມັນຈະເຣີນເຕີບໂຕຂື້ນໃນກາງປ່າ ມັນອອກໄປແລະບໍ່ກັບມາອີກ 5 ໃຜໃຫ້ລໍປ່າແລ່ນຫນີໄປ ໃຜແກ້ເຊືອກປ່ອຍໃຫ້ມັນໄປ 6 ເຣົາໄດ້ໃຫ້ຖີ່ນກັນດານເປັນບ່ອນຢູ່ຂອງມັນ ແລະໃຫ້ມັນອາໄສຢູ່ໃນທົ່ງດິນເຄັມ 7 ມັນຫນີຈາກເມືອງທີ່ມີສຽງອຶກກະທຶກ ບໍ່ມີໃຜຝຶກຫັດ ແລະໃຊ້ວຽກມັນໄດ້ 8 ພູເປັນປ່າໃຫຍ່ບ່ອນມັນຫາກິນ ບ່ອນມັນຊອກຫາຫຍ້າອັນຂຽວສົດ 9 ງົວກະທີງຈະເຣັດວຽກໃຫ້ເຈົ້າບໍ ມັນຈະຍອມນອນຄ້າງຄືນໃນຄອກສັດຂອງເຈົ້າບໍ 10 ເຈົ້າເອົາເຊືອກຜູກມັນໃຫ້ໄຖນາໄດ້ບໍ ຫລືມັນຈະຍອມຄາດນາໃຫ້ເຈົ້າ 11 ເຈົ້າຈະເພີ່ງອາໄສໃນກຳລັງອັນມະຫາສານຂອງມັນໄດ້ບໍ ແລະເຈົ້າຫວັງວ່າມັນຈະທຳງານຫນັກໃຫ້ເຈົ້າບໍ 12 ເຈົ້າເຊື່ອວ່າມັນຈະນຳຜົນເກັບກ່ຽວຂອງເຈົ້າມາຈາກລານຟາດເຂົ້າບໍ 13 ປີກຂອງນົກກະຈອກເທດນັ້ນພັດໄວແທ້ ແຕ່ມັນກໍບີນບໍ່ໄດ້ເຫມືອນນົກກະສາ 14 ນົກກະຈອກເທດປະໄຂ່ໄວ້ໃນດິນ ເພື່ອໃຫ້ມັນອົບອຸ່ນຢູ່ໃນດິນ 15 ມັນບໍ່ສົນໃຈວ່າສັດອື່ນອາດຈະມາຢຽບ ຫລືສັດປ່າອາດຈະທຳໃຫ້ແຕກ 16 ມັນທຳເຫມືອນກັບວ່າໄຂ່ນັ້ນບໍ່ແມ່ນຂອງຕົນ ແລະບໍ່ສົນໃຈວ່າຄວາມລຳບາກຂອງມັນຈະເສັຽໄປລ້າໆ 17 ແມ່ນເຮົາຜູ້ທຳໃຫ້ມັນໂງ່ ແລະບໍ່ໃຫ້ສະຕິປັນຍາແກ່ມັນ 18 ແຕ່ເມື່ອມັນແລ່ນຫນີໄປ ມັນກໍໄວກວ່າຄົນຂີ່ມ້າ 19 ໂຢບເອີຍ ແມ່ນເຈົ້າບໍຜູ້ທຳໃຫ້ມ້າເກັ່ງກ້າແຂງແຮງ ແລໃຫ້ແຝງຍາວຫຸ້ມຄໍຂອງມັນ 20 ເຈົ້າບໍເປັນຜູ້ທໍາໃຫ້ມັນເຕັ້ນໄດ້ເຫມືອນຕັກແຕນ ແລະທຳໃຫ້ສຽງຫີງຫນ້າຢ້ານກົວ 21 ມັນເກືອກກົ້ວດິນໃນຮ່ອມພູຢ່າງຫ້າວຫານ ມັນແລ່ນເຂົ້າສະຫນາມຮົບຫມົດກຳລັງຂອງມັນ 22 ມັນບໍ່ຮູ້ຈັກຄຳວ່າຢ້ານ ບໍ່ຖອຍຫນີດາບ 23 ອາວຸດຂອງຄົນຜູ້ຂີ່ມ້າ ມີສຽງດັງແລະແສງວຸບວາບຕອບຕາເວັນ 24 ມ້າໄດ້ແລ່ນໄປຫນ້າດ້ວຍໃຈຫ້າວຫານຕື່ນເຕັ້ນ ມັນບໍ່ຢືນຢູ່ນີ້ງເມື່ອແກດັງຂຶ້ນ 25 ມ້າໄດ້ຫີງເວລາເປົ່າແກ ມັນຮູ້ຈັກວ່າມີສົງຄາມກ່ອນເຂົ້າໄປໃກ້ ແລະໄດ້ຍິນເມື່ອນາຍທະຫານຮ້ອງບອກ 26 ແຫລວບີນເປັນຍ້ອນເຈົ້າບໍ ເມື່ອມັນກາງປີກບີນໄປທາງທິດໃຕ້ 27 ນົກອີນຊີເຮັດຮັງໃນທີ່ສູງເທິງພູ ມັນຄອຍຟັງຄຳສັ່ງຂອງເຈົ້າບໍ 28 ມັນເຮັດຮັງຂອງມັນເທິງໂງ່ນຫີນສູງ ເຮັດປ້ອມເຂັ້ມແຂງຢູ່ຍອດພູສູງ 29 ມັນຫລຽວຄອຍເບິ່ງໃກ້ ແລະໄກຈາກທີ່ນັ້ນ ເພື່ອຈອບຈັບສັດມາກິນເປັນອາຫານ 30 ຝູງແຮ້ງຍ່ອມຫຸ້ມຢູ່ໃນຊາກສົບ ແລະລູກຂອງມັນກໍດູດກິນເລືອດ
1 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂຢບວ່າ, 2 ໂຢບເອີຍ ເຈົ້າໄດ້ທ້າທາຍພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ ບັດນີ້ເຈົ້າຈະເຊົາ ຫລືວ່າຍັງຈະເວົ້າຢູ່ 3 ໂຢບທູນຕອບພຣະຜູ້ເປັນເຈົ້າວ່າ, 4 “ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງໂງ່ຫລາຍ ຈະຕອບພຣະອົງໄດ້ຢ່າງໃດ ຂ້າພຣະອົງຈະບໍ່ທູນອັນໃດອີກ 5 ຂ້າພຣະອົງເວົ້າຫລາຍເກິນໄປແລ້ວ 6 ແລ້ວພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂຢບວ່າມາຈາກລົມພະຍຸອີກວ່າ, 7 “ບັດນີ້ ຈົ່ງຢືນຂຶ້ນຢ່າງຜູ້ກ້າຫານ ຈົ່ງຕອບຄຳຖາມຂອງເຮົາ 8 ເຈົ້າຈະເວົ້າວ່າ ເຮົາບໍ່ຍຸດຕິທັມ ວ່າເຮົາເປັນຝ່າຍຜິດ ແລະເຈົ້າເປັນຝ່າຍຖືກຫລື 9 ເຈົ້າມີຣິດອຳນາດເຫມືອນເຣົາຫລື ເຈົ້າໃຫ້ສຽງຂອງເຈົ້າດັງສະທ້ານຫວັ່ນໄຫວເຫມືອນສຽງເຮົາໄດ້ຫລື 10 ຖ້າເຈົ້າທຳໄດ້ ຈົ່ງຢືນຂຶ້ນຢ່າງມີກຽດແລະພາກພູມໃຈ ຈົ່ງສວມກອດເອົາຄວາມຍິ່ງໃຫຍ່ ແລະສງ່າຣາສີ 11 ຈົ່ງເບິ່ງຄົນທັງຫລາຍຜູ້ວາງຕົວສູງ ຈົ່ງເທຄວາມຄຽດຮ້າຍຂອງເຈົ້າອອກມາ ແລ້ວທໍາໃຫ້ເຂົາຖ່ອມຕົວລົງ 12 ຈົ່ງເບິ່ງຜູ້ວາງຕົວສູງ ແລ້ວທຳໃຫ້ເຂົາວາງຕົວຕ່ຳລົງ ຈົ່ງກຳຈັດຄົນອະທັມໃຫ້ດັບໄປກັບບ່ອນ 13 ໃຫ້ຝັງເຂົາທັງຫມົດໄວ້ໃນດິນ ມັດເຂົາໄວ້ໃນພິພົບຄົນຕາຍ 14 ແລ້ວເຮົາເອງຈະສັນລະເສີນເຈົ້າ ແລະຍອມຮັບວ່າເຈົ້າເອງມີໄຊຊນະແລ້ວ 15 ຈົ່ງເບິ່ງແຮດຕົວແປກປລາດດູ ເຮົາໄດ້ສ້າງມັນແລະສ້າງເຈົ້າ ມັນກິນຫຍ້າເຫມືອນງົວ 16 ແຕ່ມັນມີເຫື່ອແຮງຫລາຍ ແລະກ້າມຊີ້ນຂອງມັນກໍແຂງແຮງ 17 ຫາງຂອງມັນຕັ້ງຊັນຂື້ນເຫມືອນກົກສົນ ກ້າມຊີ້ນໃນກົກຂາຂອງມັນກໍມີກຳລັງແຂງແຮງ 18 ກະດູກກໍແຂງເຫມືອນທອງສຳຣິດ ແລະແຂ່ງຂາກໍເຫມືອນທ່ອນເຫລັກ 19 ສັດອັນຫນ້າອັດສະຈັນທີ່ສຸດນີ້ແມ່ນເຮົາສ້າງ ຜູ້ສ້າງມັນເທົ່ານັ້ນຈິ່ງຈະຊນະມັນໄດ້ 20 ມັນກິນຫຍ້າຢູ່ເທິງພູ ບ່ອນທີ່ສັດປ່າຫລີ້ນ 21 ມັນນອນຢູ່ລຸ່ມກົກຫນາມ ແລະຖ້າມກາງກົກອໍ້ໃນຫນອງບຶງ 22 ກົກຫນາມແລະກົກຊະໂນໃກ້ນ້ຳ ໄດ້ເປັນຮົ່ມກຳບັງມັນໄວ້ 23 ມັນບໍ່ຢ້ານແມ່ນ້ຳທີ່ໄຫລແຮງ ມັນຢຸດນີ້ງເມື່ອນ້ຳໄຫລທັ່ງຫນ້າມັນ 24 ໃຜສາມາດທຳໃຫ້ຕາມັນບອດ ແລະຈັບມັນໄປໄດ້ ຫລືໃຜສາມາດທຳແຮ້ວດັກຈັບມັນໄດ້
1 ເຈົ້າໃສ່ເບັດເອົາເງືອກໄດ້ບໍ ຫລືເອົາເຊືອກຜູກລີ້ນຂອງມັນໄດ້ບໍ 2 ເຈົ້າເຊືອກສົນເຄົາມັນໄດ້ບໍ ຫລືເອົາຂໍເກາະປາກມັນໄດ້ບໍ 3 ມັນຈະຂໍວໃຫ້ເຈົ້າປ່ອຍຫລືບໍ ມັນຈະຂໍຄວາມເອັນດູຈາກເຈົ້າດ້ວຍຄຳອ່ອນຫວານຫລື 4 ມັນຈະຍອມຕົກລົງກັບເຈົ້າ ຫລືສັນຍາວ່າຈະຮັບໃຊ້ເຈົ້າຄລອດໄປບໍ 5 ເຈົ້າຈະເອົາມັນມາໃສ່ຕຸ້ມເຫມືອນນົກໄດ້ບໍ ຫລືເຫມືອນສິ່ງນື່ງທີ່ລູກສາວຂອງເຈົ້າຢອກຫລີ້ນ 6 ພວກຫາປາຈະຂາຍມັນໄດ້ບໍ ພວກພໍ່ຄ້າຈະຕັດມັນຂາຍໄດ້ບໍ 7 ເຈົ້າຈະເອົາຫອກແທງຫນັງຂອງມັນ ຫລືເອົາຫລາວແທງຫົວຂອງມັນໄດ້ບໍ 8 ຖ້າເຈົ້າໄດ້ສູ້ກັບມັນເທື່ອນື່ງ ແລ້ວເຈົ້າຈະບໍ່ຢາກສູ້ອີກ ເຈົ້າຈະເຂັດຫລາບໃນການຕໍ່ສູ້ນັ້ນ 9 ເມື່ອຄົນໃດຄົນນື່ງພົບເຫັນຕົວເງືອກ ຄົນນັ້ນຕ້ອງຫມົດຄວາມກ້າແລະລົ້ມລົງດິນ 10 ເມື່ອຢອກລໍ້ມັນ ມັນຈະຮ້າຍຢ່າງຮຸນແຮງ ບໍ່ມີໃຜກ້າພໍທີ່ຈະຢືນຕໍ່ຫນ້າມັນໄດ້ 11 ມີໃຜທີ່ຕໍ່ສູ້ກັບມັນແລ້ວໄດ້ຮັບຄວາມປອດໄພ ບໍ່ມີໃຜໃນໂລກຈະທຳຢ່າງນັ້ນໄດ້ 12 ໃຫ້ເຮົາບອກເຈົ້າກ່ຽວກັບແຂ່ງຂາຂອງມັນ ແລະກ່ຽວກັບກຳລັງອັນຍິ່ງໃຫຍ່ຂອງມັນ 13 ບໍ່ມີໃຜສາມາດລອກຫນັງຂອງມັນອອກໄດ້ ຫລືບໍ່ມີໃຜສາມາດແທງຫນັງຂອງມັນຊອດ 14 ໃຜທຳໃຫ້ມັນອ້າປາກໄດ້ ປາກຂອງມັນກໍເຕັມດ້ວຍແຂ້ວອັນຫນ້າຢ້ານຫລາຍ 15 ຫລັງຂອງມັນກໍຕິດແຜ່ນເຫລັກຕ້ານທານໄວ້ເປັນແຖວ ຕິດແຈບສນິດແລະແຂງເຫມືອນຫີນ 16 ແຕ່ລະອັນຕິດກັນແຈບຫລາຍ ແມ່ນແຕ່ລົມກໍຜ່ານບໍ່ໄດ້ 17 ແຜ່ນເຫລັກຕ້ານທານທັງຫມົດນັ້ນຕໍ່ຊື່ງກັນແລະກັນ ບໍ່ມີຫຍັງຈະທຳໃຫ້ມັນແຍກອອກຈາກກັນໄດ້ 18 ເມື່ອມັນຈາມປ່ອຍແສງສວ່າງອອກມາ ຕາຂອງມັນລຸກໄຫມ້ເຫມືອນແສງຕາເວັນ 19 ມີແປວໄຟຮ້ອນອອກມາຈາກປາກຂອງມັນ ແລະມີປະກາຍໄຟປິວອອກມາ 20 ມີຄວັນອອກມາຈາກຮູດັງຂອງມັນ ເຫມືອນຄວັນຈູດຫຍ້າຈາກກົກຫມໍ້ໃນເຕົາໄຟ 21 ລົມຫາຍໃຈຂອງມັນຮ້ອນຈົນເປັນໄຟ ມີແປວໄຟອອກມາຈາກປາກຂອງມັນ 22 ຄໍຂອງມັນມີຣິດອຳນາດຫລາຍ ທຸກໆຄົນທີ່ພົບເຫັນມັນຈະສະທ້ານຢ້ານກົວ 23 ຫນັງຂອງມັນບໍ່ມີບ່ອນອ່ອນ ມັນແຂງເຫມືອນເຫລັກກ້າ 24 ຫົວໃຈຂອງມັນແຂງເຫມືອນຫີນບໍ່ຢ້ານກົວຫຍັງ ບໍ່ຍອມຈຳນົນ ແລະແຂງເຫມືອນຫີນໂມ້ແປ້ງ 25 ເມື່ອມັນໂປໂລຂຶ້ນ ຜູ້ມີຣິດອຳນາດກໍຕົກໃຈຢ້ານ ພວກເຂົາຢ້ານຈົນເຮັດຫຍັງບໍ່ເປັນ 26 ຈະເອົາດາບແທງມັນກໍບໍ່ໄດ້ ແມ່ນແຕ່ຫອກ ລູກທະນູ ຫລືຫລາວທຳຮ້າຍມັນກໍບໍ່ໄດ້ 27 ເຫລັກກ້ານັ້ນເຫມືອນກັບເຟືອງສຳລັບມັນ ແລະທອງສຳຣິດເຫມືອນໄມ້ດອກ 28 ລູກທະນູທຳໃຫ້ມັນຫນີໄປບໍ່ໄດ້ ແກວ່ງກ້ອນຫີນໃສ່ມັນເຫມືອນເອົາເຟືອງຕີ 29 ໄມ້ຄ້ອນເຫມືອນກັບຕໍເຟືອງສຳລັບມັນ ມັນຫົວຂວັນເມື່ອຄົນຊັດຫອກໃສ່ 30 ເລັບຂອງມັນແຫລມເຫມືອນກະບີ້ງຫມໍ້ແຕກ ມັນຂຸດຕົມຂຶ້ນເວລາມັນໄປ 31 ມັນທຳໃຫ້ນ້ຳທະເລເປັນຟອງເຫມືອນຫມໍ້ຕົ້ມນ້ຳຟົດ ແລະທຳໃຫ້ນ້ຳທະເລຟົດຂຶ້ນເຫມືອນຕົ້ມນ້ຳມັນ 32 ມັນປ່ອຍທາງຂາວແຈ້ງໄວ້ຂ້າງຫລັງ ແລະທຳໃຫ້ນ້ຳທະເລເປັນຟອງຂາວ 33 ບໍ່ມີຫຍັງທຽບກັບມັນໃນໂລກ ເຮົາສ້າງມັນຂື້ນມາບໍ່ໃຫ້ມີຄວາມຢ້ານ 34 ມັນບໍ່ງໍ້ສັດທີ່ດື້ຖືຕົວ ມັນເປັນຣາຊາຂອງສັດປ່າທັງປວງ
ໂຢບຍອມສາລະພາບແລະພຣະເຈົ້າຊົງຮັບ
1 ຕໍ່ມາ ໂຢບໄດ້ກາບທູນພຣະຜູ້ເປັນເຈົ້າວ່າ, 2 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຮູ້ວ່າພຣະອົງຊົງເດຊານຸພາບສູງສຸດ ວ່າພຣະອົງຊົງກະທຳທຸກສິ່ງໄດ້ 3 ພຣະອົງຊົງຖາມວ່າ ເປັນຫຍັງຂ້າພຣະອົງຈິ່ງກ້າຊັກຖາມການກະທຳຂອງພຣະອົງ ໃນເມື່ອຂ້າພຣະອົງຍອງເປັນໂງ່ຫລາຍ ຂ້າພຣະອົງເວົ້າເຖິງສິ່ງທີ່ຂ້າພຣະອົງບໍ່ເຂົ້າໃຈ ສິ່ງທີ່ປລາດເກິນສຳລັບຂ້າພຣະອົງ 4 ພຣະອົງຊົງບອກໃຫ້ຂ້າພຣະອົງຮັບຟັງເວລາພຣະອົງກ່າວ ແລະໃຫ້ພະຍາຍາມຕອບຄໍາຖາມຂອງພຣະອົງ 5 ຂນະນັ້ນຂ້າພຣະອົງຮູ້ແຕ່ສິ່ງທີ່ຄົນອື່ນບອກເທົ່ານັ້ນ ແຕ່ບັດນີ້ຂ້າພຣະອົງໄດ້ເຫັນພຣະອົງດ້ວຍຕາຂອງຂ້າພຣະອົງເອງ 6 ດັ່ງນັ້ນ ຂ້າພຣະອົງຈິ່ງລະອາຍຕໍ່ສິ່ງທັງປວງທີ່ຂ້າພຣະອົງໄດ້ກ່າວ ແລະໄດ້ປ່ຽນໃຈໄປນັ່ງຢູ່ໃນຝຸ່ນດິນ ແລະຂີ້ເຖົ່າຍ້ອນອຸກໃຈ 7 ຫລັງຈາກພຣະຜູ້ເປັນເຈົ້າຊົງກ່າວຄຳທັງປວງນີ້ຕໍ່ໂຢບແລ້ວ ພຣະອົງກໍຊົງກ່າວຕໍ່ເອລີຟັສຊາວຕາມານວ່າ, “ເຮົາຮ້າຍເຈົ້າ ແລະເພື່ອນສະຫາຍສອງຄົນຂອງເຈົ້າ ເພາະພວກເຈົ້າບໍ່ເວົ້າຄວາມຈີງກ່ຽວກັບເຮົາຢ່າງທີ່ຖືກ ເຫມືອນຢ່າງໂຢບຜູ້ຮັບໃຊ້ຂອງເຮົາໄດ້ເວົ້ານັ້ນ 8 ບັດນີ້ ຈົ່ງເອົາງົວເຖິກເຈັດໂຕກັບແກະເຖິກເຈັດໂຕໄປຫາໂຢບ ແລະເຜົາຖວາຍບູຊາສຳລັບພວກເຈົ້າເອງ ໂຢບຈະອ້ອນວອນສຳລັບພວກເຈົ້າ ເຮົາຈະຕອບຄຳອ້ອນວອນຂອງເຂົາ ແລະຈະບໍ່ລົງໂທດພວກເຈົ້າຕາມທີ່ເຈົ້າຄວນຈະໄດ້ຮັບ ເພາະພວກເຈົ້າບໍ່ເວົ້າຄວາມຈິງກ່ຽວກັບເຮົາເຫມືອນໂຢບໄດ້ເວົ້າ” 9 ເອລີຟັສ ບີນດັດ ແລະໂຊຟາ ໄດ້ທຳຕາມທີ່ພຣະຜູ້ເປັນເຈົ້າຊົງບອກ ແລະພຣະຜູ້ເປັນເຈົ້າກໍຊົງຕອບຄຳອ້ອນວອນຂອງໂຢບ
ໂຢບກັບຄືນສູ່ສະພາບດີ
10 ຫລັງຈາກ ໂຢບໄດ້ອ້ອນວອນສຳລັບເພື່ອນສາມຄົນຂອງທ່ານແລ້ວ ພຣະຜູ້ເປັນເຈົ້າໄດ້ຊົງທຳໃຫ້ໂຢບອຸດົມສົມບູນຂຶ້ນອີກ ຊົງໃຫ້ທ່ານມີຂອງເພີ້ມຂຶ້ນອີກສອງເທົ່າ 11 ພວກນ້ອງຊາຍ ນ້ອງສາວ ແລະເພື່ອນຝູງກ່ອນໆທັງຫມົດຂອງໂຢບໄດ້ມາຢ້ຽມຢາມ ແລະຮ່ວມກິນລ້ຽງໃນເຮືອນຂອງທ່ານ ພວກເຂົາໄດ້ສະແດງຄວາມເຫັນໃຈ ແລະເລົ້າໂລມທ່ານເຖິງການຍາກລຳບາກທີ່ພຣະຜູ້ເປັນເຈົ້າຊົງນຳມາທົດລອງທ່ານນັ້ນ ທຸກໆຄົນໄດ້ໃຫ້ເງິນແລະແຫວນຄຳຜູ້ລະວົງແກ່ທ່ານ 12 ພຣະຜູ້ເປັນເຈົ້າຊົງອວຍພອນໃຫ້ໂຢບ ໃນຊີວິດບັ້ນປາຍຫລາຍກວ່າຊີວິດບັ້ນຕົ້ນ ໂຢບໄດ້ເປັນເຈົ້າຂອງແກະສິບສີ່ພັນໂຕ ອູດຫົກພັນໂຕ ງົວກວຽນພັນຄູ່ ແລະລໍພັນໂຕ 13 ທ່ານເປັນພໍ່ຂອງລູກເຈັດຄົນ ແລະລູກສາວສາມຄົນ 14 ທ່ານໄດ້ເອີ້ນລູກສາວກົກຊື່ວ່າ ເຢມີມາ ເກຊີຢາຜູ້ທີ່ສອງ ແລະເກເຣນຮັບປຸກຜູ້ທີ່ສາມ 15 ໃນໂລກນີ້ບໍ່ມີຍີງໃດຫມົດງາມເທົ່າລູກສາວຂອງໂຢບ ພໍ່ຂອງເຂົາໄດ້ແບ່ງມໍຣະດົກໃຫ້ເຂົາເຫມືອນກັບໃຫ້ພວກອ້າຍ 16 ຕໍ່ຈາກນີ້ໄປ ໂຢບໄດ້ມີຊີວິດຢູ່ອີກຮ້ອຍສີ່ສິບປີ ຈົນໄດ້ເຫັນຫລານເຫລັນຂອງທ່ານ 17 ແລະທ່ານກໍສິ້ນຊີວິດໃນເວລາເຖົ້າແກ່ທີ່ສຸດ
ຄວາມສຸກອັນແທ້ຈິງ
1 ຄວາມສຸກເປັນຂອງຄົນຜູ້ທີ່ບໍ່ເຮັດຕາມຄຳແນະນຳຂອງຄົນຊົ່ວຜູ້ທີ່ບໍ່ປະພຶດຕາມແບບຢ່າງຂອງຄົນບາບ ຫລືບໍ່ຕິດພັນກັບພວກທີ່ຫມິ່ນປະຫມາດພຣະເຈົ້າ 1 ແຕ່ວ່າຄວາມສຸກຂອງຜູ້ທີ່ມັກອ່ານພຣະທັມຂອງພຣະຜູ້ເປັນເຈົ້າ ແລະຮຽນຮູ້ເອົາທຸກມື້ທຸກຄືນ 2 ຄົນຜູ້ນີ້ເປັນຄືຕົ້ນໄມ້ທີ່ປູກຢູ່ໃກ້ລຳນ້ຳ ຊຶ່ງມີໃບຂຽວສົດງົດງາມ ແລະເກີດຫມາກຕາມຣະດູ ເຂົາກະທຳທຸກສິ່ງກໍສຳເຣັດຜົນ 3 ແຕ່ວ່າຄົນຊົ່ວບໍ່ເປັນຢ່າງນີ້ເລີຍ ເຂົາເປັນເຫມືອນຂີ້ແກບທີ່ລົມພັດປິວໄປ 4 ພຣະຜູ້ເປັນເຈົ້າຈະຕັດສິນລົງໂທດຄົນຊົ່ວ ຄົນບາບຈະຖືກກຳຈັດຫນີຈາກຄົນຊອບທັມ 5 ພຣະຜູ້ເປັນເຈົ້າຊົງພິທັກຮັກສາຄົນຊອບທັມ ແຕ່ວ່າຄົນຊົ່ວຈະຖືກປະປ່ອຍໃຫ້ດັບສູນໄປ
ພຣະເຈົ້າຊົງເລືອກເອົາເຈົ້າຊີວິດ
1 ເປັນຫຍັງປະຊາຊາດຕ່າງໆຈຶ່ງກໍ່ການກະບົດຂຶ້ນ? ເປັນຫຍັງຊົນຊາດເຫລົ່ານີ້ຈຶ່ງວາງແຜນຢ່າງບໍ່ມີປໂຍດ? 2 ເຈົ້າຊີວິດທັງຫລາຍຂອງເຂົາກໍ່ການກະບົດຕໍ່ສູ້ພຣະເຈົ້າ ພວກຜູ້ປົກຄອງເຂົາກໍພາກັນຄິດຮ້າຍຕໍ່ພຣະຜູ້ເປັນເຈົ້າ ແລະເຈົ້າຊີວິດທີ່ພຣະອົງຊົງເລືອກໄວ້ກ່າວວ່າ, 3 “ຂໍໃຫ້ເຮົາເປັນອິສຣະ ຈາກການປົກຄອງຂອງພຣະອົງ ຂໍເຮົາຫນີໃຫ້ພົ້ນຈາກການບັງຄັບຂອງພຣະອົງ 4 ຝ່າຍພຣະຜູ້ເປັນເຈົ້າກໍຊົງຫົວຂວັນແລະເຍາະເຍີ້ຍເຂົາຈາກພຣະຣາຊບັນລັງໃນຟ້າສວັນ 5 ພຣະອົງຊົງກ່າວຕໍ່ເຂົາດ້ວຍພຣະພິໂຣດ ແລະຊົງທຳເຂົາແຕກຕື່ນຕົກໃຈດ້ວຍຄວາມກີ້ວໂກດຂອງພຣະອົງ 6 ພຣະອົງຊົງກ່າວວ່າ, “ເຮົາໄດ້ແຕ່ງຕັ້ງເຈົ້າຊີວິດຂອງເຮົາໄວ້ເທິງຊີໂອນ ພູເຂົາສັກສິດຂອງເຣົາ” 7 ເຈົ້າຊີວິດເມືອງຊີໂອນກ່າວຂຶ້ນວ່າ, “ຂ້າພະເຈົ້າຈະບອກເຖິງຄຳທີ່ພຣະຜູ້ເປັນເຈົ້າຊົງບັນຍັດໄວ້” ພຣະຜູ້ເປັນເຈົ້າຊົງກ່າວແກ່ຂ້າພະເຈົ້າວ່າ, “ມື້ນີ້ເຮົາໄດ້ຮັບເຈົ້າເປັນລູກຊາຍຂອງເຮົາ ເຮົາເປັນພໍ່ຂອງເຈົ້າ 8 ຈົ່ງຂໍ ແລ້ວເຮົາຈະມອບຊົນຊາດທັງຫລາຍໃຫ້ແກ່ເຈົ້າ ຫມົດທັງໂລກຈະເປັນຂອງເຈົ້າ 9 ເຈົ້າຈະໃຊ້ອຳນາດປົກຄອງເຂົາ ເຈົ້າຈະຕີເຂົາແຕກເຫມືອນຕີຫມໍ້ດິນ 10 ບັດນີ້ ເຈົ້າຊີວິດທັງຫລາຍເອີຍ, ຈົ່ງຕັ້ງໃຈຟັງເທີນ ທັງພວກຜູ້ປົກຄອງຈົ່ງເອົາໃຈໃສ່ 11 ຈົ່ງຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍຄວາມເຄົາຣົບຢຳເກງ ຈົ່ງຖ່ອມຕົວລົງຕໍ່ພຣະພັກຂອງພຣະອົງ 12 ຖ້າພຣະອົງຊົງພຣະພິໂຣດ ພວກເຈົ້າຈະຕ້ອງຕາຍ ເພາະພຣະອົງຊົງພິໂຣດຢ່າງຮ້າຍແຮງ ຄວາມສຸກເປັນຂອງທຸກຄົນທີ່ໄປຫາພຣະອົງ ເພື່ອຂໍຄວາມຄຸ້ມຄອງ
ການອ້ອນວອນໃນເວລາເຊົ້າສະແດງຄວາມໄວ້ວາງໃຈໃນພຣະເຈົ້າ ເພງສັຣເສີນ ຂອງດາວິດ ເມື່ອສະເດັດຫນີຈາກອັບຊາໂລມ ໂອຣົດຂອງພຣະອົງ
1 ຂ້າແດ່ພຣະຜູ້ເປັນເຈົ້າ ສັດຕຣູຂອງຂ້າພຣະອົງທະວີຫລາຍຂຶ້ນເຫລືອເກີນ ຄູ່ສັດຕຣູຫລາຍຄົນກຳລັງລຸກຂຶ້ນຕໍ່ສູ້ຂ້າພຣະອົງ 2 ເຂົາກຳລັງກ່າວເຖິງຂ້າພຣະອົງວ່າ ໃນພຣະເຈົ້າບໍ່ມີທາງລອດສຳລັບເຂົາ 3 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນໂລ່ອ້ອມຮອບຕົວຂ້າພຣະອົງ ແລະຊົງເປັນຜູ້ຊູຫົວຂອງຂ້າພຣະອົງໄວ້ 4 ຂ້າພຣະອົງຮ້ອງທູນພຣະຜູ້ເປັນເຈົ້າ ແລະພຣະອົງຊົງຕອບຂ້າພຣະອົງຈາກພູເຂົາອັນບໍຣິສຸດຂອງພຣະອົງ 5 ຂ້າພະເຈົ້າ ນອນລົງແລະຫລັບໄປ ຂ້າພະເຈົ້າກັບຕື່ນຂຶ້ນ ເພາະພຣະຜູ້ເປັນເຈົ້າຊົງອຸປຖັມຂ້າພະເຈົ້າ 6 ຂ້າພະເຈົ້າບໍ່ຢ້ານຄົນເປັນຫມື່ນໆ ຊຶ່ງຕັ້ງຕົນຕໍ່ສູ້ຂ້າພະເຈົ້າຢູ່ຮອບດ້ານ 7 ຂ້າແດ່ພຣະຜູ້ເປັນເຈົ້າ ໂຜດຊົງລຸກຂຶ້ນ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ໂຜດຊົງຊ່ອຍກູ້ຂ້າພຣະອົງ ຂໍພຣະອົງຊົງຕົບຫນ້າສັດຕຣູທັງຫລາຍຂອງຂ້າພຣະອົງ ແລະຊົງຖອນແຂ້ວຂອງຄົນອະທັມທັງປວງ 8 ການຊ່ອຍກູ້ເປັນຂອງພຣະຜູ້ເປັນເຈົ້າ ຂໍພຣະພອນຂອງພຣະອົງຫລັ່ງລົງເຫນືອໄພ່ພົນຂອງພຣະອົງເທີນ
ການອ້ອນວອນເວລາແລງ ສະແດງຄວາມໄວ້ວາງໃຈໃນພຣະເຈົ້າ ເຖິງຫົວຫນ້ານັກຮ້ອງ ໃຊ້ເຄື່ອງສາຍ ເພງສັຣເສີນຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າຜູ້ຊົງໃຫ້ປະຈັກວ່າ ຂ້າພຣະອົງເປັນຝ່າຍຊອບທັມ ຂໍຊົງໂຜດຕອບເມື່ອຂ້າພຣະອົງຮ້ອງທູນ ເມື່ອຂ້າພຣະອົງເດືອດຮ້ອນ ຂໍພຣະອົງປະທານຊ່ອງທາງໃຫ້ ຂໍຊົງເມດຕາແກ່ຂ້າພຣະອົງ ແລະຊົງຟັງຄຳອ້ອນວອນຂອງຂ້າພຣະອົງ 2 ທ່ານຜູ້ດີເອີຍ, ຂ້າພະເຈົ້າຈະຕ້ອງເຊື່ອມເສັຽກຽດໄປອີກດົນປານໃດ ທ່ານຈະຮັກຄຳໄຮ້ຄ່າ ແລະສແວງການຕົວະອີກດົນປານໃດ 3 ຈົ່ງຮູ້ເຖີດວ່າ ພຣະຜູ້ເປັນເຈົ້າຊົງແຍກຄົນຊອບທັມໄວ້ສຳລັບພຣະອົງ ພຣະຜູ້ເປັນເຈົ້າຊົງສະດັບຮັບຟັງເມື່ອຂ້າພະເຈົ້າທູນພຣະອົງ 4 ຮ້າຍກໍຮ້າຍເຖີດ ແຕ່ “ຢ່າທຳບາບ” ຈົ່ງຄໍານຶງໃນໃຈເວລາຢູ່ເທິງບ່ອນນອນແລະສງົບຢູ່ 5 ຈົ່ງຖວາຍເຄື່ອງບູຊາໃຫ້ຖືກຕ້ອງ ແລະວາງໃຈໃນພຣະຜູ້ເປັນເຈົ້າ 6 ມີຄົນຈໍານວນຫລາຍເວົ້າວ່າ, “ໂອ ເຮົາຢາກຈະເຫັນສິ່ງດີໆ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງເງີຍພຣະພັກທີ່ສວ່າງຂອງພຣະອົງມາເຫນືອຂ້າພຣະອົງທັງຫລາຍ” 7 ພຣະອົງໄດ້ປະທານຄວາມຊື່ນບານໃຫ້ແກ່ຈິດໃຈຂອງຂ້າພຣະອົງຫລາຍກວ່າເມື່ອໄດ້ເຂົ້າແລະນ້ຳອະງຸ່ນມາກມາຍ 8 ຂ້າພຣະອົງຈະເອນກາຍລົງນອນຫລັບໃນຄວາມສັນຕິ ຂ້າແດ່ພຣະຜູ້ເປັນເຈົ້າ ເພາະພຣະອົງເທົ່ານັ້ນທີ່ຊົງທຳໃຫ້ຂ້າພຣະອົງອາໄສຢູ່ຢ່າງປອດພັຍ
ການອ້ອນວອນຂໍຄວາມຄຸ້ມຄອງຮັກສາ ເຖິງຫົວຫນ້ານັກຮ້ອງ ສຳລັບພວກຂຸ່ຍ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງສະດັບຟັງຖ້ອຍຄຳຂອງຂ້າພຣະອົງ ຂໍຊົງຟັງສຽງຄ່ຳຄວນຂອງຂ້າພຣະອົງ 2 ຂ້າແດ່ພຣະບໍຣົມກະສັດ ພຣະເຈົ້າຂອງຂ້າພຣະອົງ ຂໍຊົງຟັງສຽງຮ້ອງທູນຂອງຂ້າພຣະອົງ ເພາະຂ້າພຣະອົງອ້ອນວອນທູນຕໍ່ພຣະອົງ 3 ຂ້າແດ່ພຣະຜູ້ເປັນເຈົ້າ ໃນເວລາເຊົ້າພຣະອົງຊົງສະດັບສຽງຂອງຂ້າພຣະອົງ ຊຶ່ງຂ້າພຣະອົງຕຽມຖວາຍເຄື່ອງສັກກາຣະບູຊາແດ່ພຣະອົງ ແລະເຝົ້າຄອຍເບິ່ງຢູ່ 4 ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຜູ້ຊົມຊື່ນຍິນດີໃນຄວາມອະທັມ ຄວາມຊົ່ວຮ້າຍຈະບໍ່ອາໄສຢູ່ກັບພຣະອົງ 5 ຄົນໂອ້ອວດຈະບໍ່ຢືນຢູ່ຕໍ່ພຣະພັກຂອງພຣະອົງພຣະອົງຊົງກຽດຊັງຜູ້ກະທຳການຊົ່ວທັງສິ້ນ 6 ພຣະອົງຊົງທຳລາຍຜູ້ທີ່ມຸສາ ພຣະຜູ້ເປັນເຈົ້າຊົງດູຖູກຄົນຮຸນແຮງ ແລະຄົນຫລອກລວງ 7 ແຕ່ດ້ວຍຄວາມຮັກຫມັ້ນຄົງອັນບໍຣິບູນຂອງພຣະອົງ ຂ້າພຣະອົງຈະເຂົ້າໄປໃນພຣະວິຫານຂອງພຣະອົງ ຂ້າພຣະອົງຈະນະມັສການໃນທີ່ພຣະວິຫານອັນບໍຣິສຸດຂອງພຣະອົງ ດ້ວຍຄວາມຢຳເກງພຣະອົງ 8 ຂ້າແດ່ພຣະຜູ້ເປັນເຈົ້າ ເຫດດ້ວຍສັດຕຣູຂອງຂ້າພຣະອົງ ຂໍຊົງນຳຂ້າພຣະອົງໄປໂດຍຄວາມຊອບທັມຂອງພຣະອົງ ຂໍຊົງໂຜດນໍາທາງ ຊຶ່ງຂ້າພຣະອົງນັ້ນໃຫ້ຣາບລື້ນ 9 ເພາະໃນປາກຂອງເຂົາເຫລົ່ານັ້ນບໍ່ມີຄວາມຈິງ ຈິດໃຈຂອງເຂົາກໍຄືການທຳລາຍ ລໍາຄໍຂອງເຂົາຄືຂຸມຝັງສົບທີ່ເປີດຢູ່ ເຂົາປະຈົບສໍພໍດ້ວຍລີ້ນຂອງເຂົາ 10 ຂ້າແດ່ພຣະຜູ້ເປັນເຈົ້າ ໂຜດໃຫ້ເຂົາຮັບກັມຊົ່ວຂອງເຂົາ ແລະໃຫ້ເຂົາທັງຫລາຍລົ້ມລົງດ້ວຍຄວາມຄິດເຫັນຂອງຕົນເອງ ເຫດການທໍຣະຍົດທັງຫລາຍນັ້ນ ຂໍຊົງຂັບໄລ່ເຂົາອອກໄປ ເນື່ອງຈາກເຂົາທັງຫລາຍໄດ້ກະບົດຕໍ່ພຣະອົງ 11 ແຕ່ໃຫ້ຄົນທັງປວງທີ່ລີ້ພັຍຢູ່ໃນພຣະອົງນັ້ນເບີກບານໃຈ ໃຫ້ເຂົາຮ້ອງເພງດ້ວຍຄວາມຊື່ນຊົມຍິນດີຢູ່ສເມີ ແລະຂໍຊົງປ້ອງກັນເຂົາໄວ້ ເພື່ອຄົນທີ່ຮັກພຣະນາມຂອງພຣະອົງຈະໄດ້ສຸກໃຈຢູ່ໃນພຣະອົງ 12 ຂ້າແດ່ພຣະຜູ້ເປັນເຈົ້າ ເພາະພຣະອົງຊົງອວຍພຣະພອນແກ່ຄົນຊອບທັມ ພຣະອົງຊົງຄຸ້ມຄອງເຂົາໄວ້ ດ້ວຍຄວາມໂປດປານເຫມືອນເປັນໂລ່ປ້ອງກັນເຂົາ
ການອ້ອນວອນຂໍຄວາມກະຣຸນາໃນຍາມທຸກຍາກລຳບາກ ເຖິງຫົວຫນ້ານັກຮ້ອງ ໃຊ້ເຄື່ອງສາຍຕາມທຳນອງເຊມິນິທ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຢ່າຊົງຂະຫນາບຂ້າພຣະອົງ ເມື່ອຊົງໂກດ ແລະຂໍຢ່າຊົງລົງໂທດຂ້າພຣະອົງດ້ວຍພຣະພິໂຣດຂອງພຣະອົງ 2 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງພຣະກະຣຸນາແກ່ຂ້າພຣະອົງ ເພາະຂ້າພຣະອົງເມື່ອຍອ່ອນກຳລັງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຮັກສາຂ້າພຣະອົງເພາະກະດູກຂອງຂ້າພຣະອົງທຸກຍາກລຳບາກນັກ 3 ທັງຈິດໃຈຂອງຂ້າພຣະອົງກໍທຸກຍາກລໍາບາກຫລາຍ ໂອ ຂ້າແດ່ພຣະຜູ້ເປັນເຈົ້າ ອີກດົນປານໃດຫນໍ 4 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຫັນມາຊ່ອຍຊີວິດຂອງຂ້າພຣະອົງໃຫ້ລອດດ້ວຍເຖີດ ຂໍຊົງຊ່ອຍກູ້ຂ້າພຣະອົງ ເພາະເຫັນແກ່ຄວາມຮັກຫມັ້ນຄົງຂອງພຣະອົງ 5 ເພາະຖ້າໃນຄວາມຕາຍ ບໍ່ມີການລະນຶກເຖິງພຣະອົງແລ້ວ ໃນແດນມໍຣະນາໃຜເດ່ຈະໂມທະນາພຣະຄຸນຂອງພຣະອົງ 6 ຂ້າພຣະອົງອ່ອນແຮງດ້ວຍການຄ່ຳຄວນ ແລະທຸກຄືນບ່ອນນອນກໍຊຸ່ມປຽກຍ້ອນຫລັ່ງນ້ຳຕາ ແລະຫມອນກໍຊຸ່ມດ້ວຍນ້ຳຕາທີ່ຮ້ອງໄຫ້ 7 ຕາຂອງຂ້າພຣະອົງເມື່ອຍລ້າເພາະຄວາມທຸກໃຈ ມັນອ່ອນເພັຽລົງ ເພາະຄູ່ແຂ່ງຂັນທັງປວງຂອງຂ້າພຣະອົງ 8 ບັນດາເຈົ້າຜູ້ກະທຳຄວາມຊົ່ວຈົ່ງຫນີໄປຈາກເຣົາເພາະພຣະຜູ້ເປັນເຈົ້າຊົງສະດັບສຽງຮ້ອງໄຫ້ຂອງເຣົາແລ້ວ 9 ພຣະຜູ້ເປັນເຈົ້າຊົງສະດັບຄຳອ້ອນວອນຂອງຂ້າພຣະອົງ ຊົງຮັບຄຳອ້ອນວອນຂອງຂ້າພຣະອົງ 10 ສັດຕຣູທັງສິ້ນຂອງຂ້າພຣະອົງຈະໄດ້ອາຍ ແລະຍາກລຳບາກ ເຂົາທັງຫລາຍຈະກັບຄືນ ແລະຈະໄດ້ຮັບຄວາມອັບອາຍໃນພິບຕາດຽວ
ການອ້ອນວອນເພື່ອຂໍຊ່ອຍຊີວິດ ຊິກກັຍໂອນ ຂອງດາວິດ ຊຶ່ງທ່ານຮ້ອງຖວາຍພຣະເຈົ້າກ່ຽວກັບກູຊ,ເບັນຢາມິນ
1 ໂອ ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງລີ້ພັຍຢູ່ໃນພຣະອົງ ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນພັຍຈາກຜູ້ໄລ່ຕາມທັງມວນ ຂໍຊົງຊ່ອຍກູ້ຂ້າພຣະອົງ 2 ຢ້ານວ່າເຂົາຈະຈີກຂ້າພຣະອົງເສັຽດັ່ງສິງ ແລະລາກຂ້າພຣະອົງໄປ ໂດຍບໍ່ມີຜູ້ໃດຊ່ອຍໄດ້ 3 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຖ້າຂ້າພຣະອົງກະທຳເຊັ່ນນີ້ ຄືຖ້າມີຄວາມຜິດໃນມືຂອງຂ້າພຣະອົງ 4 ຖ້າຂ້າພຣະອົງທຳຄວາມຊົວແກ່ເພື່ອນບ້ານຂອງຂ້າພຣະອົງ ຫລືປຸ້ນສັດຕຣູຂອງຂ້າພຣະອົງໂດຍປາສຈາກສາເຫດ 5 ກໍຂໍໃຫ້ສັດຕຣູໄລ່ຕາມຂ້າພຣະອົງທັນ ແລະໃຫ້ເຂົາຢຽບຍ່ຳຊີວິດຂ້າພຣະອົງລົງເຖິງດິນ ແລະວາງວິນຍານຂອງຂ້າພຣະອົງໄວ້ໃນຝຸ່ນດິນ 6 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງລຸກຂຶ້ນດ້ວຍພຣະພິໂຣດຂອງພຣະອົງ ຂໍຊົງຂຶ້ນສູ້ຄວາມໂຫດຮ້າຍສັດຕຣູຂອງຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຂໍຊົງຕື່ນຂຶ້ນ ພຣະອົງຊົງກຳນົດການພິພາກສາ 7 ຂໍໃຫ້ຊຸມນຸມຊົນຊາດທັງຫລາຍມາຢູ່ຮອບພຣະອົງ ແລະຂໍຊົງກັບໄປປະທັບເດັ່ນຢູ່ເຫນືອຊຸມນຸມນັ້ນ 8 ພຣະຜູ້ເປັນເຈົ້າຊົງພິພາກສາຊົນຊາດທັງຫລາຍ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງພິພາກສາ ຂ້າພຣະອົງຕາມຄວາມຊອບທັມຂອງຂ້າພຣະອົງ ແລະຕາມຄວາມສັຕສຸຈຣິດ ຊຶ່ງມີຢູ່ໃນຂ້າພຣະອົງ 9 ຂ້າແດ່ພຣະເຈົ້າຜູ້ຊົງທັມ ຜູ້ຊົງທົດລອງຄວາມຄິດແລະຈິດໃຈທັງຫລາຍ ຂໍໃຫ້ຄວາມຊົ່ວຂອງຄົນອະທັມຈົ່ງເຖິງທີ່ສິ້ນສຸດ ແຕ່ຂໍຊົງສະຖາປະນາຄົນຊອບທັມຂຶ້ນ 10 ພຣະຜູ້ເປັນເຈົ້າເປັນທີ່ກຳບັງຂອງຂ້າພຣະອົງ ພຣະອົງຊົງຊ່ອຍຊູຜູ້ໃຈທ່ຽງຕົງໃຫ້ລອດ 11 ພຣະຜູ້ເປັນເຈົ້າຊົງເປັນຜູ້ພິພາກສາທີ່ຊອບທັມ ແລະເປັນຜູ້ປະທານຄຳພິພາກສາທຸກວັນ 12 ຖ້າມະນຸດຄົນໃດບໍ່ກັບໃຈ ພຣະອົງຈະຊົງລັບຄົມດາບຂອງພຣະອົງ ພຣະອົງຊົງກົ່ງທະນູຕຽມພ້ອມໄວ້ 13 ພຣະອົງຊົງຕຽມອາວຸດອັນຮ້າຍແຮງ ຊົງກະທຳໃຫ້ລູກທະນູຂອງພຣະອົງເປັນສອນໄຟ 14 ເບິ່ງແມ໋, ຄົນອະທັມກໍ່ຄວາມຊົ່ວຮ້າຍຂຶ້ນແລ້ວ ກຳລັງຕັ້ງທ້ອງຄວາມຊົ່ວຊ້າ ແລະຄອດອອກມາເປັນການຕົວະ 15 ເຂົາຂຸດຫລຸມໄວ້ ແລະຕົກລົງໄປໃນຫລຸມທີ່ເຂົາເຮັດໄວ້ນັ້ນ 16 ຄວາມຊົ່ວຊ້າຂອງເຂົາກັບມາສຸມຫົວເຂົາ ແລະຄວາມທາຣຸນຂອງເຂົາລົງມາເທິງຫົວຂອງເຂົາເອງ 17 ຂ້າພະເຈົ້າຈະຖວາຍໂມທະນາຂອບພຣະຄຸນພຣະເຈົ້າເນື່ອງດ້ວຍຄວາມຊອບທັມຂອງພຣະອົງ ແລະຂ້າພະເຈົ້າຈະຮ້ອງເພງສັຣເສີນພຣະນາມຂອງພຣະເຈົ້າຜູ້ສູງສຸດ
ພຣະຣັສມີຂອງພຣະເຈົ້າແລະສັກສີຂອງມະນຸດ ເຖິງຫົວຫນ້ານັກຮ້ອງ ຕາມທຳນອງກິດຕິທ ເພງສັຣເສີນ ຂອງດາວິດ
1 ໂອ ພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງທັງຫລາຍ ຄວາມຍິ່ງໃຫຍ່ຂອງພຣະອົງເກີນວ່າລືຊາໄປທົ່ວທັງໂລກ ຄວາມສັຣເສີນພຣະອົງດັງກ້ອງຂຶ້ນສູ່ຟ້າສວັນ 2 ຊຶ່ງເປັນເພງສັຣເສີນຈາກເດັກຫນຸ່ມນ້ອຍ ແລະເດັກອ່ອນ ພຣະອົງໄດ້ສ້າງກຳແພງ ເພື່ອຕໍ່ສູ້ກັ້ນກາງສັດຕຣູແລະຄູ່ແຂ່ງຂັນຂອງພຣະອົງ 3 ເມື່ອຂ້າພຣະອົງຫລຽວເບິ່ງທ້ອງຟ້າທີ່ພຣະອົງຊົງສ້າງ ແລະຫລຽວເບິ່ງເດືອນດາວທີ່ພຣະອົງຕັ້ງໄວ້ 4 ມະນຸດສຳຄັນຫຍັງພໍທີ່ພຣະອົງຈະຄິດເຖິງເຂົາ ແລະດູແລຮັກສາເຂົາ ເປັນການປະຫລາດໃຈແທ້ 5 ແຕ່ພຣະອົງຍັງຊົງແຕ່ງຕັ້ງໃຫ້ເຂົາມີຖານະຮອງຈາກພຣະອົງລົງມາ ພຣະອົງຊົງໃຫ້ມະນຸດມີສັກສີ ແລະໄດ້ຮັບກຽດຕິຍົດ 6 ພຣະອົງແຕ່ງຕັ້ງໃຫ້ມະນຸດຄຸ້ມຄອງເຫນືອທຸກສິ່ງທີ່ພຣະອົງຊົງສ້າງໄວ້ 7 ເຫນືອຝູງແກະ ຝູງງົວ ຄວາຍ ແລະສັດປ່າ 8 ທັງນົກຫນູໃນອາກາດ ຕລອດທັງທຸກໆສິ່ງທີ່ສ້າງຂຶ້ນໃນທ້ອງທະເລ 9 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຄວາມຍິ່ງໃຫຍ່ຂອງພຣະອົງຊົງປາກົດກະຈາຍທົ່ວແຜ່ນດິນໂລກ
ການໂມທະນາໃນເຣື່ອງຄາມຍຸດຕິທັມຂອງ ພຣະເຈົ້າ ເຖິງຫົວຫນ້ານັກຣ້ອງ ຕາມທຳນອງມຸທລັບເບນ ເພງສັຣເສີນ ຂອງດາວິດ
1 ຂ້າພຣະອົງຈະຂອບພຣະຄຸນພຣະຜູ້ເປັນເຈົ້າດ້ວຍສິ້ນສຸດໃຈຂອງຂ້າພຣະອົງ ຂ້າພຣະອົງຈະບອກເຖິງການອັດສະຈັນທັງສິ້ນຂອງພຣະອົງ 2 ຂ້າພຣະອົງຈະຊົມຊື່ນ ແລະຍິນດີໃນພຣະອົງ ຂ້າແດ່ອົງຜູ້ສູງສຸດ ຂ້າພຣະອົງຈະຮ້ອງເພງສັຣເສີນພຣະນາມຂອງພຣະອົງ 3 ເມື່ອສັດຕຣູຂອງຂ້າພຣະອົງກັບຄືນ ເຂົາທັງຫລາຍກໍສະດຸດ ແລະພິນາດໄປຕໍ່ເບື້ອງພຣະພັກຂອງພຣະອົງ 4 ເພາະພຣະອົງຊົງໃຫ້ຄວາມຍຸດຕິທັມ ແລະຄວາມທ່ຽງຕົງແກ່ຂ້າພຣະອົງ ພຣະອົງປະທັບເທິງພຣະທີ່ນັ່ງ ແລະປະທານການພິພາກສາອັນຊອບທັມ 5 ພຣະອົງໄດ້ຊົງຂະຫນາບບັນດາປະຊາຊາດ ແລະຊົງທຳລາຍຄົນອະທັມ ແລ້ວຊົງລຶບຊື່ຂອງເຂົາອອກເສັຽເປັນນິດ 6 ສັດຕຣູໄດ້ສາບສູນໄປໃນຄວາມພິນາດເປັນນິດ ພຣະອົງຊົງຖອນຮາກບັນດາຫົວເມືອງຂອງເຂົາແລະອະນຸສອນຂອງເຂົາກໍວອດວາຍ 7 ແຕ່ພຣະເຈົ້າຍັງຄອບຄອງ ຍັງຊົງຄອບຄອງຢູ່ເປັນນິດ ພຣະອົງຊົງສະຖາປະນາບັນລັງຂອງພຣະອົງເພື່ອການພິພາກສາ 8 ພຣະອົງຊົງພິພາກສາໂລກດ້ວຍຄວາມຊອບທັມ ພຣະອົງຊົງພິພາກສາບັນດາປະຊາຊາດດ້ວຍຄວາມທ່ຽງທັມ 9 ພຣະຜູ້ເປັນເຈົ້າຊົງເປັນທີ່ກຳບັງເຂັ້ມແຂງຂອງຄົນທີ່ຖືກກົດຂີ່ ຊົງເປັນທີ່ກຳບັງເຂັ້ມແຂງໃນເວລາຍາກລຳບາກ 10 ບັນດາຜູ້ທີ່ຮູ້ຈັກພຣະນາມຂອງພຣະອົງກໍວາງໃຈໃນພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ເພາະວ່າພຣະອົງບໍ່ໄດ້ຊົງປະຖິ້ມບັນດາຜູ້ທີ່ຊອກສແວງຫາພຣະອົງ 11 ຈົ່ງຮ້ອງເພງສັຣເສີນພຣະເຈົ້າ ຜູ້ຊຶ່ງປະທັບໃນຊີໂອນ ຈົ່ງບອກເລົ່າເຖິງພຣະຣາຊກິຈຂອງພຣະອົງໃນຖ້າມກາງຊົນຊາດທັງຫລາຍ 12 ເພາະພຣະອົງຊົງແກ້ແຄ້ນແທນໂລຫິດ ແລະຊົງເອົາພຣະທັຍໃສ່ໃນເຂົາທັງຫລາຍ ພຣະອົງບໍ່ໄດ້ຊົງລືມຄຳຮ້ອງທຸກຂອງຜູ້ຖືກກົດຂີ່ 13 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງພຣະກະຣຸນາແກ່ຂ້າພຣະອົງ ຂໍຊົງທອດພຣະເນດເບິ່ງວ່າ ຂ້າພຣະອົງຕ້ອງທົນທຸກທໍຣະມານເພາະຄົນທີ່ກຽດຊັງຂ້າພຣະອົງພຽງໃດ ຂ້າແດ່ພຣະອົງ ຜູ້ຊົງຍົກຂ້າພຣະອົງຂຶ້ນຈາກປະຕູຂອງຄວາມຕາຍ 14 ເພື່ອຂ້າພຣະອົງຈະກ່າວຄຳສັຣເສີນພຣະອົງແລະຈະຍິນດີໃນການຊ່ອຍກູ້ຂອງພຣະອົງ ທີ່ໃນປະຕູທັງຫລາຍແຫ່ງຊາວຊີໂອນ 15 ບັນດາປະຊາຊາດໄດ້ຈົມລົງໃນຫລຸມຊຶ່ງເຂົາທຳໄວ້ ແລະຕີນຂອງເຂົາຕິດຕາຂ່າຍຊຶ່ງເຂົາເອງເຊື່ອງດັກໄວ້ 16 ພຣະຜູ້ເປັນເຈົ້າຊົງເຜີຍພຣະອົງໃຫ້ປາກົດແຈ້ງ ແລ້ວພຣະອົງຊົງພິພາກສາ ຊົງດັກຈັບຄົນອະທັມດ້ວຍກິຈການຂອງເຂົາເອງ 17 ຄົນອະທັມຈະຕ້ອງຖອຍໄປສູ່ແດນມໍຣະນາ ຄືປະຊາຊາດທັງມວນທີ່ລືມພຣະຜູ້ເປັນເຈົ້າ 18 ເພາະພຣະອົງຈະບໍ່ຊົງລືມຄົນຂັດສົນສເມີໄປ ແລະຄວາມຫວັງຂອງຄົນຍາກຈົນຈະບໍ່ພິນາດໄປເປັນນິດ 19 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງລຸກຂຶ້ນ ຢ່າໃຫ້ມະນຸດມີໄຊໄດ້ ແຕ່ໃຫ້ບັນດາປະຊາຊາດຖືກພິພາກສາຕໍ່ເບື້ອງພຣະພັກຂອງພຣະອົງທັງສິ້ນ 20 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງໃຫ້ເຂົາຢຳເກງ ແລະໃຫ້ບັນດາປະຊາຊາດຮູ້ວ່າ ເຂົາທັງຫລາຍເປັນພຽງມະນຸດເທົ່ານັ້ນ
ການອ້ອນວອນເພື່ອຂໍຊົງຄວ່ຳຄົນອະທັມ
1 ຂ້າແດ່ພຣະຜູ້ເປັນເຈົ້າ ເຫດໃດພຣະອົງປະທັບຢືນຢູ່ຫ່າງໄກ ແລະຊົງລີ້ຊ່ອນພຣະອົງເສັຽໃນຍາມຍາກລໍາບາກ 2 ຄົນອະທັມໄລ່ກວດຄົນຍາກຈົນຢ່າງທະນົງອົງອາດ ຂໍໃຫ້ເຂົາຕິດກັບ ຄືບ້ວງແຮ້ວແຫ່ງອຸບາຍທີ່ເຂົາຄິດຂຶ້ນນັ້ນ 3 ເພາະຄົນອະທັມອວດເຖິງສິ່ງທີ່ໃຈເຂົາຢາກໄດ້ນັ້ນ ແລະຄົນທີ່ໂລບມາກໃນກຳໄຣ ກໍແຊ່ງດ່າ ແລະປະນາມພຣະເຈົ້າ 4 ເພາະຄວາມທະນົງຕົວ ຄົນອະທັມກ່າວວ່າ, “ພຣະເຈົ້າບໍ່ຊົງລົງໂທດ” ຄວາມຄິດທັງສິ້ນຂອງເຂົາຄື “ບໍ່ມີພຣະເຈົ້າ” 5 ວິທີການຂອງຄົນອະທັມຈະເຣີນຢູ່ທຸກເວລາ ການພິພາກສາຂອງພຣະອົງຢູ່ສູງພົ້ນສາຍຕາຂອງເຂົາ ເຂົາພົ່ນຄວາມຮ້າຍໃສ່ບັນດາຄູ່ແຂ່ງຂັນຂອງເຂົາ 6 ໂດຍຄີດໃນໃຈຂອງເຂົາວ່າ, “ຂ້າຈະບໍ່ຫວັ່ນໄຫວຕລອດທຸກຊົ່ວຊາດເຊຶ້ອຂອງຂ້າ ຈະບໍ່ພົບຄວາມຍາກລໍາບາກເລີຍ” 7 ການສາບແຊ່ງ ການຫລອກລວງ ແລະການບີບບັງຄັບຢູ່ເຕັມປາກຂອງເຂົາ ຄວາມຊົ່ວຮ້າຍ ແລະຄວາມບາບຜິດຢູ່ທີ່ລີ້ນຂອງເຂົາ 8 ເຂົານັ່ງຊຸ່ມຄອຍດັກທຳຮ້າຍຢູ່ຕາມຊົນນະບົດ ແລະຂ້າຄົນທີ່ບໍ່ມີຄວາມຜິດເສັຽໃນທີ່ລັບລີ້ ຕາຂອງເຂົາສອດຫາຄົນໄຮ້ທີ່ເພິ່ງ 9 ເຂົາຊຸ່ມຢູ່ໃນທີ່ລັບເຫມືອນສິງຢູ່ໃນທີ່ກຳບັງ ເພື່ອຈັບຄົນຍາກຈົນແລ້ວພວກເຂົາດຶງລາກຄົນຍາກຈົນມາດ້ວຍຕາຂ່າຍຂອງເຂົາ 10 ຄົນບໍ່ມີທີ່ເພິ່ງກໍຖືກກົດໃຫ້ຈົມລົງ ແລະລົ້ມລົງດ້ວຍກຳລັງຂອງຄົນອະທັມນັ້ນ 11 ຄົນອະທັມນັ້ນຄິດໃນໃຈວ່າ, “ພຣະເຈົ້າລືມແລ້ວ ພຣະອົງຊົງເຊື່ອງພຣະພັກແລະຈະບໍ່ຊົງເຫັນເລີຍ” 12 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງລຸກຂຶ້ນ ຂ້າແດ່ພຣະຜູ້ເປັນເຈົ້າຂໍຊົງຊູພຣະຫັດຂອງພຣະອົງຂຶ້ນ ຂໍຢ່າຊົງລືມຄົນທີ່ທຸກໃຈ 13 ເຫດສັນໃດຄົນອະທັມຈຶ່ງປະນາມພຣະເຈົ້າ ແລະກ່າວໃນໃຈຂອງຕົນເອງວ່າ, “ພຣະອົງຈະບໍ່ຊົງເອົາເຣື່ອງເອົາຣາວ” 14 ພຣະອົງຊົງເຫັນ ໂອ ພຣະອົງຊົງພິເຄາະຄວາມຍາກລຳບາກແລະຄວາມເດືອດຮ້ອນແລ້ວ ເພື່ອພຣະອົງຈະໄດ້ຊົງດຳເນີນຄະດີ ຄົນບໍ່ມີທີ່ເພິ່ງມອບຕົວໃຫ້ກັບພຣະອົງ ພຣະອົງຊົງເປັນຜູ້ຊ່ອຍຄົນກຳພ້າພໍ່ 15 ຂໍພຣະອົງຊົງຫັກແຂນຂອງຄົນອະທັມ ແລະຄົນກະທຳຊົ່ວ ຂໍຊົງຄົ້ນຄວາມອະທັມຂອງເຂົາອອກມາຈົນຫມົດສິ່ນ 16 ພຣະຜູ້ເປັນເຈົ້າຊົງເປັນພຣະມະຫາກະສັດຢູ່ເປັນນິດນີຣັນ ບັນດາປະຊາຊາດຈະພິນາດໄປຈາກແຜ່ນດິນຂອງພຣະອົງ 17 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຟັງຄວາມປາຖນາຂອງຄົນອ່ອນສຸພາບ ຈະຊົງເສີມກຳລັງເຂົາ ແລະພຣະອົງຈະຊົງງ່ຽງພຣະກັນຟັງຖ້ອຍຄຳຂອງເຂົາ 18 ເພື່ອປະທານຄວາມຍຸດຕິທັມແກ່ຄົນກຳພ້າພໍ່ ແລະຄົນຖືກບີບບັງຄັບ ເພື່ອມະນຸດເທິງແຜ່ນດິນໂລກຈະບໍ່ທຳໃຫ້ເຂົາຢ້ານກົວອີກຕໍ່ໄປ
ບ່ອນລີ້ພັຍຂອງຜູ້ທ່ຽງທັມ ເຖິງຫົວຫນ້ານັກຮ້ອງ ຂອງດາວິດ
1 ຂ້າພະເຈົ້າລີ້ພັຍຢູ່ໃນພຣະເຈົ້າ ທ່ານຈະເວົ້າກັບຂ້າພະເຈົ້າເຊັ່ນນີ້ຫລືວ່າ, “ຈົ່ງຫນີໄປທີ່ພູເຫມືອນນົກ 2 ເພາະຄົນອະທັມກົ່ງທະນູ ແລະເອົາລູກທະນູພາດສາຍໄວ້ແລ້ວ ເພື່ອຈະຍິງເຂົ້າໄປໃນຄວາມມືດໃຫ້ຖືກຄົນໃຈທ່ຽງທັມ 3 ຖ້າຮາກຖານຖືກທຳລາຍເສັຽແລ້ວ ຄົນຊອບທັມຈະເຮັດຢ່າງໃດ” 4 ພຣະຜູ້ເປັນເຈົ້າຊົງສະຖິດໃນພຣະວິຫານອັນບໍຣິສຸດຂອງພຣະອົງ ພຣະທີ່ນັ່ງຂອງພຣະຜູ້ເປັນເຈົ້າຢູ່ເທິງຟ້າສວັນ ພຣະເນດຂອງພຣະອົງເບິ່ງ ແລະທົດສອບລູກຫລານຂອງມະນຸດ 5 ພຣະເຈົ້າຊົງທົດສອບທັງຄົນຊອບທັມແລະຄົນອະທັມ ແລະວິນຍານຂອງພຣະອົງຊົງກຽດຊັງຜູ້ທີ່ຮັກຄວາມທາຣຸນໂຫດຮ້າຍ 6 ພຣະອົງຊົງເທຖ່ານໄຟແລະໄຟກຳມະຖັນໃສ່ຄົນອະທັມ ລົມທີ່ແຜດເຜົາຈະເປັນສ່ວນຂອງເຂົາເຫລົ່ານັ້ນ 7 ເພາະພຣະຜູ້ເປັນເຈົ້າຊົງຊອບທັມ ຈຶ່ງຊົງຮັກກິຈການທີ່ຊອບທັມ ຄົນທ່ຽງຕົງຈະເຫັນພຣະພັກຂອງພຣະເຈົ້າໄດ້
ການອ້ອນວອນຂໍຄວາມຊ່ອຍເຫລືອເພື່ອຕໍ່ສູ້ຄົນອະທັມ ເຖິງຫົວຫນ້ານັກຮ້ອງ ຕາມທຳນອງເຊມິນິທ ເພງສັຣເສີນຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງໂຜດຊ່ອຍ ເພາະຄົນດີບໍ່ມີເຫລືອອິກແລ້ວ ແລະຄົນສຸຈຣິດໄດ້ສາບສູນໄປຈາກເຫລົ່າລູກຂອງມະນຸດ 2 ທຸກຄົນກ່າວຄຳຕົວະຕໍ່ເພື່ອນບ້ານຂອງຕົນ ເຂົາທັງຫລາຍເວົ້າດ້ວຍຮີມຝີປາກທີ່ປໍ້ຍໍແລະສອງໃຈ 3 ຂໍພຣະຜູ້ເປັນເຈົ້າຊົງຕັດຮີມຝີປາກທີ່ປໍ້ຍໍອອກເສັຽ ແລະລີ້ນທີ່ອວດອ້າງການໃຫຍ່ນັ້ນດ້ວຍ 4 ຄືບັນດາຜູ້ທີ່ກ່າວວ່າ, “ເຮົາຈະຊະນະດ້ວຍລີ້ນຂອງເຮົາ ຮີມຝີປາກຂອງເຣົາເປັນຝ່າຍເຮົາໃຜຈະເປັນນາຍເຮົາ” 5 ພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະລຸກຂຶ້ນດຽວນີ້ ເພາະຄົນຍາກຈົນຖືກຂົ່ມເຫັງ ແລະຄົນຂັດສົນຄ່ຳຄວນ ເຣົາຈະຈັດເຂົາໄວ້ໃນທີ່ປອດພັຍຊຶ່ງເຂົາຢາກໄປຢູ່“ 6 ພຣະດຳຣັດຂອງພຣະເຈົ້າ ເປັນດຳຣັດທີ່ບໍຣິສຸດ ເປັນເຫມືອນເງິນຫລອມໃຫ້ບໍຣິສຸດໃນເຕົາໄຟເທິງແຜ່ນດິນແລ້ວເຖິງເຈັດເທື່ອ 7 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງປ້ອງກັນຂ້າະພຣະອົງທັງຫລາຍ ຂໍຊົງກັນຂ້າພຣະອົງສເມີໃຫ້ພົ້ນຈາກພວກນີ້ 8 ຄົນອະທັມກໍຢູ່ທຸກຫົນແຫ່ງ ຂນະເມື່ອລູກທັງຫລາຍຂອງມະນຸດພາກັນຍົກຍ້ອງຄວາມຊົ່ວຊ້າ
ການອ້ອນວອນຂໍຄວາມຊ່ອຍເຫລືອໃນຍາມຍາກ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຈະລືມຂ້າພຣະອົງໄປດົນປານໃດ ຈົນຕລອດໄປບໍ່ ພຣະອົງຈະລີ້ຂ້າພຣະອົງນານເທົ່າໃດ? 2 ຂ້າພຣະອົງຈະຕ້ອງທໍຣະມານດົນປານໃດ ຂ້າພຣະອົງຈະໂສກເສົ້າເສັຽໃຈທັງວັນແລະຄືນນານເທົ່າໃດ ສັດຕຣູຈະຊະນະຂ້າພຣະອົງໄປນານປານໃດ 3 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຂໍຊົງຫລຽວເບິ່ງຂ້າພຣະອົງ ແລະຕອບຂ້າພຣະອົງດ້ວຍ ຂໍຊົງເພີ້ມຄວາມສວ່າງແກ່ຕາຂ້າພຣະອົງ ຢ້ານວ່າຂ້າພຣະອົງຈະຫລັບຢູ່ໃນຄວາມຕາຍ 4 ແລ້ວສັດຕຣູຂອງຂ້າພຣະອົງຈະບໍ່ສາມາດເວົ້າໄດ້ວ່າ, “ເຮົາໄດ້ຊະນະເຂົາແລ້ວ” ເຂົາຈະບໍ່ໄດ້ຍິນໃນການຫລົ້ມຈົ່ມຂອງຂ້າພຣະອົງ 5 ແຕ່ຂ້າພຣະອົງໄວ້ໃຈໃນຄວາມຮັກຫມັ້ນຄົງຂອງພຣະອົງ ຂ້າພຣະອົງດີໃຈເພາະພຣະອົງຈະຊ່ອຍຂ້າພຣະອົງໃຫ້ພົ້ນພັຍ 6 ຂ້າພະເຈົ້າຈະຮ້ອງເພງສັຣເສີນພຣະຜູ້ເປັນເຈົ້າ ເພາະພຣະອົງຊົງດີຕໍ່ຂ້າພະເຈົ້າ
ຄວາມຊົ່ວຊ້າຂອງມະນຸດ ເຖິງຫົວຫນ້ານັກຮ້ອງ ຂອງດາວິດ
1 ຄົນໂງ່ຄິດໃນໃຈໂຕເອງວ່າ, “ພຣະເຈົ້າບໍ່ສຳຄັນ” ເຂົາທຸກໆຄົນເປັນຄົນອະທັມ ເຂົາໄດ້ເຮັດໃນສິ່ງທີ່ຫນ້າຢ້ານຕົກໃຈໂດຍບໍ່ມີໃຜປະພືດຕົນໃນທາງທີ່ຖືກຕ້ອງ 2 ພຣະຜູ້ເປັນເຈົ້າຊົງທອດພຣະເນດເບິ່ງມວນມະນຸດຈາກສວັນເພື່ອຢາກຣູ້ວ່າມີໃຜແດ່ທີ່ເປັນຄົນສລາດຂາບໄຫວ້ພຣະອົງ 3 ແຕ່ວ່າເຂົາທຸກຄົນເຣັດໃນທາງຜິດແລະເປັນຄົນຊົ່ວ ໃນເຂົາບໍ່ມີຜູ້ໃດເຮັດໃນສິ່ງຖືກຕ້ອງ ແມ່ນແຕ່ຜູ້ດຽວກໍບໍ່ມີ 4 ພຣະຜູ້ເປັນເຈົ້າຊົງຖາມວ່າ, “ເຂົາບໍ່ມີປັນຍາບໍ່? ແມ່ນຄົນໂງ່ບໍ່ທີ່ເຣັດຊົ່ວແນວນີ້? ເຂົາມີຊີວິດຢູ່ໄດ້ດ້ວຍການປຸ້ນຈີ້ໄພ່ພົນຂອງເຣົາ ແລະບໍ່ໄດ້ອ້ອນວອນຫາເຮົາເລີຍ” 5 ແຕ່ວ່າເຂົາຈະເປັນຄົນຂີ້ຢ້ານ ເພາະພຣະເຈົ້າຊົງສະຖິດຢູ່ກັບຜູ້ຊອບທັມ 6 ເຂົາຫມາຍຈະລົ້ມແຜນການຂອງຄົນອານາຖາ ເພາະວ່າພວກນີ້ເພິ່ງອາໄສພຣະຜູ້ເປັນເຈົ້າ 7 ຂໍໃຫ້ພວກອິສຣາເອນໄດ້ຮັບຄວາມພົ້ນມາຈາກເມືອງຊີໂອນ ເມື່ອໃດພຣະຜູ້ເປັນເຈົ້າຊົງໃຫ້ໄພ່ພົນຂອງພຣະອົງຈະເຣີນຂຶ້ນອີກ ເມື່ອນັ້ນເຊື້ອສາຍຂອງຢາໂຄບຈະມີຄວາມສຸກ ແລະພວກອິສຣາເອນຈະຍິນດີ
ສິ່ງທີ່ພຣະເຈົ້າຊົງຕ້ອງການ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ໃຜອາດຈະຢູ່ໃນວິຫານຂອງພຣະອົງໄດ້ ຜູ້ໃດຈະຢູ່ໃນຊີໂອນພູສັກສິດຂອງພຣະອົງໄດ້ 2 ຄົນທີ່ເຊື່ອຟັງຄວາມຂອງພຣະເຈົ້າ ເຮັດໃນສິ່ງທີ່ຖືກຕ້ອງສເມີໄປ ຄືມີຄວາມເວົ້າອັນສັດຊື່ ແລະແນ່ແທ້ 3 ແລະຜູ້ທີ່ບໍ່ປະຫມາດຄົນອື່ນ ເຂົາບໍ່ເຮັດຜິດຕໍ່ຫມູ່ຄູ່ ແລະບໍ່ກ່າວຂວັນນີນທາເພື່ອນບ້ານ 4 ເຂົາກຽດຊັງຄົນຊົ່ວທີ່ພຣະເຈົ້າປະຖິ້ມ ແຕ່ເຂົາໃຫ້ກຽດຜູ້ເຊື່ອຟັງພຣະອົງ ເຂົາເຮັດຕາມຄຳສັນຍາຂອງຕົນເອງສເມີ ເຖິງແມ່ນເຂົາຈະເສັຽຜົນປໂຍດຫລາຍປານໃດກໍຕາມ ເຂົາກໍບໍ່ຍອມປີ້ນຄວາມ 5 ເຂົາໃຫ້ຄົນຢືມເງິນໂດຍບໍ່ຄິດດອກເບັ້ຽ ແລະບໍ່ຮັບເອົາສິນບົນເພື່ອຕໍ່ສູ້ຄົນທີ່ບໍ່ມີຄວາມຜິດ ຜູ້ກະທຳສິ່ງເຫລົ່ານີ້ຈະບໍ່ຫລົງເສັຽໄປຈັກເທື່ອ
ການອ້ອນວອນຂອງຜູ້ທີ່ມີຄວາມຫມັ້ນໃຈ ມິກຕາມບົດນຶ່ງ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍໂຜດຄຸ້ມຄອງຂ້າພຣະອົງ ເພາະວ່າຂ້າພຣະອົງມາເພິ່ງພຣະອົງເພື່ອຄວາມປອດພັຍ 2 ຂ້າພຣະອົງທູນຕໍ່ພຣະອົງວ່າ, “ພຣະອົງແມ່ນພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ທຸກສິ່ງທີ່ດີແມ່ນຂອງພຣະອົງຊົງປະທານໃຫ້” 3 ຜູ້ທີ່ເຊື່ອພຣະຜູ້ເປັນເຈົ້າເປັນຄົນປະເສີດທີ່ສຸດ ຂ້າພຣະອົງມີຄວາມດີໃຈຢ່າງໃຫຍ່ຕໍ່ເຂົາ 4 ແຕ່ຜູ້ທີ່ຕິດຕາມພຣະອື່ນ ກໍຮັບເອົາຄວາມທຸກລຳບາກເຂົ້າໃສ່ຕົວເອງ ຂ້າພຣະອົງຈະບໍ່ຮ່ວມໃນການບູຊາຂອງເຂົາ ຂ້າພຣະອົງຈະບໍ່ນະມັສການພຣະທັງຫລາຍຂອງເຂົາ 5 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນທຸກສິ່ງທີ່ຂ້າພຣະອົງມີ ແລະພຣະອົງຊົງປະທານທຸກສິ່ງທີ່ຂ້າພຣະອົງຕ້ອງການ ຊີວິດຂ້າພຣະອົງຢູ່ໃນເງື້ອມພຣະຫັດຂອງພຣະອົງ 6 ຂອງປະທານທີ່ພຣະອົງຊົງໂຜດແກ່ຂ້າພຣະອົງກໍອັດສະຈັນຫລາຍ ຂອງປະທານນັ້ນເປັນສິ່ງທີ່ດີທີ່ສຸດ 7 ຂ້າພຣະອົງສັຣເສີນພຣະຜູ້ເປັນເຈົ້າ ເພາະພຣະອົງຊົງນຳຫນ້າຂ້າພຣະອົງ ໃນກາງຄືນຈິດສຳນຶກກໍເຕືອນສະຕິຂ້າພຣະອົງ 8 ຂ້າພຣະອົງຮູ້ສຶກໃນໃຈສເມີວ່າ ພຣະຜູ້ເປັນເຈົ້າຊົງສະຖິດຢູ່ນຳ ແລະບໍ່ມີສິ່ງໃດເຮັດໃຫ້ຂ້າພຣະອົງຕົກສະທ້ານຢ້ານກົວ ເພາະພຣະອົງຊົງສະຖິດຢູ່ໃກ້ຂ້າພຣະອົງ 9 ດັ່ງນັ້ນ ຂ້າພຣະອົງຈຶ່ງເຕັມໄປດ້ວຍຄວາມສຸກ ແລະຄວາມມ່ວນຊື່ນ ພ້ອມທັງມີຄວາມຮູ້ສຶກສະບາຍໃຈຢູ່ເລື້ອຍໆ 10 ເພາະພຣະອົງຈະບໍ່ຊົງນຳຂ້າພຣະອົງເຂົ້າໄປສູ່ພິພົບຄົນຕາຍ ພຣະອົງຈະບໍ່ປະປ່ອຍໃຫ້ຜູ້ທີ່ພຣະອົງຮັກເຂົ້າໄປໃນບ່ອນເລິກລັບນັ້ນ 11 ພຣະອົງຊົງຊີ້ໃຫ້ຂ້າພຣະອົງເຫັນຫົນທາງຊຶ່ງນຳໄປສູ່ຊີວິດ ພຣະພັກຂອງພຣະອົງທຳໃຫ້ຂ້າພຣະອົງເຕັມໄປດ້ວຍຄວາມມ່ວນຊື່ນ ແລະຄວາມຊົດຊ່ອຍຂອງພຣະອົງກໍນຳຄວາມຍິນດີມາໃຫ້ຕລອດໄປ
ຄຳອ້ອນວອນເພື່ອໃຫ້ພົ້ນຈາກການຖືກກົດຂີ່ ຄຳອ້ອນວອນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງສະດັບຄວາມຝ່າຍຍຸດຕິທັມ ຊົງຟັງຄຳຮ້ອງທູນຂອງຂ້າພຣະອົງ ຂໍຊົງງ່ຽງພຣະກັນຟັງຄຳອ້ອນວອນຈາກຮີມຝີປາກທີ່ບໍ່ມີການຫລອກລວງຂອງຂ້າພຣະອົງ 2 ຂໍໃຫ້ການຊະນະຄວາມຂອງຂ້າພຣະອົງມາຈາກພຣະອົງ ຂໍພຣະເນດຂອງພຣະອົງຊົງເຫັນສິ່ງທ່ຽງທັມ 3 ເມື່ອພຣະອົງຊົງລອງຈິດໃຈຂອງຂ້າພຣະອົງ ແລະສະເດັດຢ້ຽມຢາມຂ້າພຣະອົງໃນເວລາກາງຄືນ ເມື່ອຊົງທົດສອບຂ້າພຣະອົງ ພຣະອົງຈະບໍ່ຊົງພົບຄວາມອະທັມໃນຂ້າພຣະອົງເລີຍ ປາກຂອງຂ້າພຣະອົງກໍບໍ່ໄດ້ລະເມີດ 4 ກ່ຽວດ້ວຍກິຈການຂອງມະນຸດ ໂດຍພຣະວັຈນະຈາກພຣະໂອດຂອງພຣະອົງ ຂ້າພຣະອົງບໍ່ໄດ້ກ່ຽວຂ້ອງກັບທາງແຫ່ງຄວາມທາຣຸນໂຫດຮ້າຍ 5 ບາດກ້າວຂອງຂ້າພຣະອົງແນບສນິດກັບວິຖີຂອງພຣະອົງ ຕີນຂອງຂ້າພຣະອົງບໍ່ໄດ້ພາດ 6 ຂ້າພຣະອົງຮ້ອງທູນວ່າ, “ຂ້າແດ່ພຣະເຈົ້າ ເພາະພຣະອົງຈະຊົງຕອບຂ້າພຣະອົງ ຂໍຊົງອ່ຽງພຣະກັນຟັງຖ້ອຍຄຳຂອງຂ້າພຣະອົງດ້ວຍເຖີດ 7 ຂ້າແດ່ພຣະຜູ້ຊ່ອຍຂອງບັນດາຜູ້ສແວງຫາທີ່ລີ້ພັຍຈາກປໍຣະປັກຂອງເຂົາ ໃນພຣະຫັດຂວາຂອງພຣະອົງ ຂໍຊົງສຳແດງຄວາມຣັກຫມັ້ນຄົງຂອງພຣະອົງຢ່າງມະຫັດສະຈັນ 8 ຂໍຊົງຮັກສາຂ້າພຣະອົງດັ່ງແກ້ວຕາ ຊົງເຊື່ອງຂ້າພຣະອົງໄວ້ພາຍໃຕ້ຮົ່ມປີກຂອງພຣະອົງ 9 ໃຫ້ພົ້ນຈາກຄົນອະທັມຜູ້ລ້າງຜານ ແລະຈາກສັດຕຣູຜູ້ຄອຍເຂັ່ນຂ້າຊຶ່ງອ້ອມຮອບຂ້າພຣະອົງໄວ້ 10 ເຂົາປິດໃຈຂອງເຂົາໄວ້ຈາກຄວາມສົງສານ ປາກຂອງເຂົາເວົ້າຄຳຍິ່ງຍະໂສ 11 ເຂົາສະກົດຮອຍຂ້າພຣະອົງ ແລະໄດ້ອ້ອມຂ້າພຣະອົງໄວ້ ເຂົາຈັບຕາເບິ່ງຂ້າພຣະອົງເພື່ອຈະດຶງຂ້າພຣະອົງລົງດິນ 12 ເຂົາເປັນເຫມືອນສິ່ງທີ່ຫິວກະຫາຍຢາກຈະຈີກຖິ້ມ ເຫມືອນດັ່ງສິງຫນຸ່ມຊຶ່ງຊຸ່ມດັກທຳຣ້າຍຢູ່ໃນທີ່ລັບ 13 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງລຸກຂຶ້ນຂັດຂວາງເຂົາໄວ້ ແລະຄວ່ຳເຂົາລົງເສັຽ ຂໍຊົງຊ່ອຍກູ້ຊີວິດຂອງຂ້າພຣະອົງໃຫ້ພົ້ນຈາກຄົນອະທັມດ້ວຍດາບຂອງພຣະອົງ 14 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກມະນຸດດ້ວຍພຣະຫັດຂອງພຣະອົງ ຈາກມະນຸດຜູ້ຊຶ່ງມີສ່ວນຂອງຊີວິດເປັນຂອງໂລກ ຂໍໃຫ້ທ້ອງຂອງເຂົາເຕັມໄປດ້ວຍສິ່ງທີ່ພຣະອົງຊົງສະສົມໄວ້ເພື່ອເຂົາ ໃຫ້ລູກຫລານຂອງເຂົາໄດ້ຫລາຍກວ່າພໍດີໃຫ້ພວກເຂົາເຫລືອບາງສິ່ງໄວ້ໃຫ້ແກ່ລູກອ່ອນຂອງເຂົາ 15 ສ່ວນຂ້າພຣະອົງ ຂ້າພຣະອົງຈະເຫັນພຣະພັກຂອງພຣະອົງໃນຄວາມຊອບທັມ ເມື່ອຂ້າພຣະອົງຕື່ນຂຶ້ນ ຂ້າພຣະອົງຈະເບີກບານໃຈດ້ວຍພຣະລັກສນະຂອງພຣະອົງ
ດາວິດຂອບພຣະຄຸນເພາະຄວາມມີຊັຍ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນຂອງດາວິດ ຜູ້ຮັບໃຊ້ຂອງພຣະເຈົ້າ ຊຶ່ງຖວາຍຖ້ອຍຄຳຂອງເພງບົດນີ້ແກ່ພຣະເຈົ້າ ໃນວັນທີ່ພຣະອົງຊົງຊ່ອຍກູ້ທ່ານໃຫ້ພົ້ນຈາກເງື້ອມມືສັດຕຣູທັງຫລາຍຂອງທ່ານ ແລະຈາກເງື້ອມພຣະຫັດຂອງຊາອູນ ທ່ານກ່າວວ່າ
1 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະກຳລັງຂອງຂ້າພຣະອົງ ຂ້າພຣະອົງຮັກພຣະອົງ 2 ພຣະເຈົ້າຊົງເປັນພຣະສີລາ ເປັນປ້ອມອັນແຫນ້ນຫນາ ແລະຜູ້ປ້ອງກັນຂອງຂ້າພຣະອົງ ເປັນພຣະເຈົ້າຂອງຂ້າພຣະອົງ ເປັນພຣະສີລາຊຶ່ງຂ້າພຣະອົງເຂົ້າລີ້ພັຍຢູ່ໃນພຣະອົງ ເປັນໂລ່ ເປັນພະລັງແຫ່ງຄວາມລອດຂອງຂ້າພຣະອົງ ເປັນທີ່ກຳບັງເຂັ້ມແຂງຂອງຂ້າພຣະອົງ 3 ຂ້າພຣະອົງຮ້ອງທູນຕໍ່ພຣະເຈົ້າຜູ້ຊົງສົມຄວນແກ່ການສັຣເສີນ ແລະຂ້າພຣະອົງໄດ້ຮັບການຊ່ອຍໃຫ້ພົ້ນຈາກສັດຕຣູຂອງຂ້າພຣະອົງ 4 ສາຍມັດຈຸຣາຊລ້ອມຂ້າພຣະອົງໄວ້ ກະແສແຫ່ງຄວາມຫາຍະນະຖ້ວມທັບຂ້າພຣະອົງ 5 ສາຍໃຍຂອງແດນຜູ້ຕາຍພັນຕົວຂ້າພຣະອົງ ບ້ວງມັດຈຸຣາຊທີ່ຈະດັບຊີວິດຂ້າພຣະອົງກໍຫ້າງໃສ່ຢູ່ສເມີ 6 ໃນຍາມທຸກເດືອດຮ້ອນໃຈ ຂ້າພະເຈົ້າຣ້ອງທູນຕໍ່ພຣະເຈົ້າ ຂ້າພະເຈົ້າຮ້ອງທູນຂໍຄວາມຊ່ອຍເຫລືອຈາກພຣະເຈົ້າຂອງຂ້າພະເຈົ້າ ຈາກພຣະວິຫານຂອງພຣະອົງ ພຣະອົງຊົງສະດັບສຽງຂອງຂ້າພະເຈົ້າ ແລະສຽງຮ້ອງຂອງຂ້າພະເຈົ້າໄດ້ຍິນໄປເຖິງພຣະກັນຂອງພຣະອົງ 7 ແລ້ວແຜ່ນດິນໂລກກໍສັ່ນສະເທືອນ ແລະຄອນແຄນ ຮາກຖານຂອງພູກໍຫວັ່ນໄຫວດ້ວຍ ແລະສັ່ນສະເທືອນເ ພາະພຣະອົງຊົງໂກດ 8 ຄວັນໄຟຟົ້ງອອກຈາກຮູດັງຂອງພຣະອົງ ແລະໄຟຜານອອກມາຈາກພຣະໂອດຂອງພຣະອົງ ຖ່ານກໍຕິດເປວໄຟນັ້ນ 9 ພຣະອົງຊົງໂນ້ມຟ້າສວັນລົງດ້ວຍ ແລະສະເດັດລົງມາ ຄວາມມືດຕຶບຢູ່ໃຕ້ພຣະບາດຂອງພຣະອົງ 10 ພຣະອົງຊົງຂີ່ເຊຣຸບບິມຕົນນຶ່ງ ແລ້ວຊົງເຫາະໄປ ພຣະອົງສະເດັດໂດຍປີກຂອງລົມ 11 ພຣະອົງຊົງກະທຳໃຫ້ຄວາມມືດປົກຄຸມພຣະອົງໄວ້ ໃຫ້ເມກທີ່ມີນ້ຳອັນຕຶບຫນາອ້ອມພຣະອົງໄວ້ 12 ມີລູກເຫັບແລະຖ່ານໄຟແຕກອອກມາທະລຸເມກ ຈາກຄວາມສວ່າງສຸກໃສຂ້າງຫນ້າຂອງພຣະອົງ 13 ພຣະຜູ້ເປັນເຈົ້າທຳໃຫ້ຟ້າຮ້ອງກ້ອງກັງວານໃນຟ້າສວັນ ແລະອົງສູງສຸດກໍເປັ່ງພຣະສຸຣະສຽງ ຄືລູກເຫັບແລະຖ່ານໄຟ 14 ພຣະອົງຊົງຍິງທະນູຂອງພຣະອົງອອກໄປ ເຮັດໃຫ້ເຂົາຕ່າງກໍກະຈັດກະຈາຍໄປ ພຣະອົງຊົງປ່ອຍຟ້າແມບເຫລື້ອມເຮັດໃຫ້ປົບຫນີ 15 ແລ້ວກໍເຫັນພື້ນທະເລ ຕລອດຈົນຮາກຖານຂອງພິພົບກໍປາກົດແຈ້ງ ເມື່ອພຣະອົງຊົງຂະຫນາບທະເລດ້ວຍລົມທີ່ພຸ່ງຈາກຊ່ອງຮູດັງຂອງພຣະອົງ 16 ພຣະອົງຊົງເອື້ອມມາຈາກທີ່ສູງຊົງຈັບຂ້າພະເຈົ້າ ພຣະອົງຊົງດຶງຂ້າພະເຈົ້າອອກມາຈາກນ້ຳອັນແສນເລີກ 17 ພຣະອົງຊົງຊ່ອຍຂ້າພະເຈົ້າ ໃຫ້ພົ້ນຈາກສັດຕຣູທີ່ມີອຳນາດຂອງຂ້າພະເຈົ້າ ແລະຈາກບັນດາຜູ້ທີ່ກຽດຊັງຂ້າພະເຈົ້າ ເພາະເຂົາມີອະນຸພາບເກີນກວ່າຂ້າພະເຈົ້າຫລາຍ 18 ເຂົາໂຈມຕີຂ້າພະເຈົ້າໃນວັນທີ່ຂ້າພະເຈົ້າເກີດມີຄວາມເດືອດຮ້ອນ ແຕ່ພຣະຜູ້ເປັນເຈົ້າຊົງເປັນທີ່ເພິ່ງຂອງຂ້າພະເຈົ້າ 19 ພຣະອົງຊົງນຳຂ້າພະເຈົ້າອອກມາຍັງທີ່ກວ້າງໃຫຍ່ ແລະຊົງຊູຂ້າພະເຈົ້າໄວ້ເພາະພຣະອົງຊົງຊົມຊື່ນຍິນດີໃນຂ້າພະເຈົ້າ 20 ພຣະຜູ້ເປັນເຈົ້າປະທານຮາງວັນແກ່ຂ້າພະເຈົ້າ ຕາມຄວາມຊອບທັມຂອງຂ້າພະເຈົ້າ ພຣະອົງຊົງຕອບແທນຂ້າພະເຈົ້າຕາມຄວາມສະອາດແຫ່ງມືຂອງຂ້າພະເຈົ້າ 21 ເພາະຂ້າພະເຈົ້າຮັກສາບັນດາພຣະບັນຍັດ ຂອງພຣະເຈົ້າ ແລະບໍ່ໄດ້ຫ່າງຈາກພຣະເຈົ້າຂອງຂ້າພະເຈົ້າຢ່າງອະທັມ 22 ເພາະກົດຫມາຍທັງສິ້ນຂອງພຣະອົງຢູ່ຕໍ່ຫນ້າຂ້າພະເຈົ້າ ແລະຂ້າພະເຈົ້າບໍ່ໄດ້ລະເມີດກົດເກນຂອງພຣະອົງໄປເລີຍ 23 ຕໍ່ພຣະພັກຂອງພຣະອົງຂ້າພະເຈົ້າບໍ່ມີຮອຍຕຳຫນີ ແລະຂ້າພະເຈົ້າຮັກສາຕົວໄວ້ບໍ່ເຮັດບາບຕໍ່ພຣະອົງ 24 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງຕອບແທນຂ້າພະເຈົ້າຕາມຄວາມຊອບທັມຂອງຂ້າພະເຈົ້າ ຕາມຄວາມສະອາດແຫ່ງມືຂອງຂ້າພະເຈົ້າໃນສາຍພຣະເນດຂອງພຣະອົງ 25 ພຣະອົງຊົງສຳແດງຄວາມຮັກຫມັ້ນຄົງຕໍ່ຜູ້ທີ່ຈົ່ງຮັກພັກດີ ພຣະອົງຊົງສຳແດງພຣະອົງຢ່າງໄຮ້ຕຳຫນີຕໍ່ຜູ້ທີ່ໄຮ້ຕຳຫນີ 26 ພຣະອົງຊົງສໍາແດງພຣະອົງບໍຣິສຸດຕໍ່ຜູ້ທີ່ບໍຣິສຸດ ພຣະອົງຊົງສຳແດງພຣະອົງເປັນສັດຕຣູຕໍ່ຜູ້ທີ່ຄົດໂກງ 27 ເພາະພຣະອົງຊົງຊ່ອຍກູ້ປະຊາຊົນທີ່ຖ່ອມຕົວໃຫ້ພົ້ນພັຍ ແຕ່ຄົນຈອງຫອງນັ້ນພຣະອົງຊົງກະທຳໃຫ້ຕ່ຳລົງ 28 ພຣະອົງຊົງຈຸດຕະກຽງຂອງຂ້າພຣະອົງ ພຣະຜູ້ເປັນເຈົ້າຂອງຂ້າພຣະອົງຊົງກະທຳຄວາມມືດຂອງຂ້າພຣະອົງໃຫ້ສວ່າງ 29 ຂ້າພຣະອົງຕະລຸຍກອງທັບໄດ້ໂດຍພຣະອົງ ແລະໂດຍພຣະເຈົ້າຂອງຂ້າພະເຈົ້ານີ້ ຂ້າພະເຈົ້າສາມາດກະໂດດຂ້າມກຳແພງໄດ້ 30 ສຳລັບພຣະຜູ້ເປັນເຈົ້າພຣະອົງນີ້ ພຣະບັນຍັດຂອງພຣະອົງບໍຣິບູນ ພຣະສັນຍາຂອງພຣະເຈົ້າພິສູດແລ້ວເປັນຄວາມຈິງ ພຣະອົງຊົງເປັນໂລ່ຂອງບັນດາຜູ້ທີ່ລີ້ພັຍຢູ່ໃນພຣະອົງ 31 ເພາະຜູ້ໃດຈະເປັນພຣະເຈົ້າ ນອກຈາກພຣະຜູ້ເປັນເຈົ້າ ແລະຜູ້ໃດຫນໍຈະເປັນພຣະສີລາ ເວັ້ນແຕ່ພຣະເຈົ້າຂອງເຮົາ 32 ຄືພຣະເຈົ້າຜູ້ຊົງເອົາກຳລັງຄາດແອວຂອງຂ້າພະເຈົ້າໄວ້ ແລະຊົງກະທຳໃຫ້ທາງຂອງຂ້າພະເຈົ້າປອດໄພ 33 ພຣະອົງຊົງກະທຳໃຫ້ຕີນຂອງຂ້າພະເຈົ້າເຫມືອນຢ່າງຕີນກວາງຕົວເມັຽ ແລະຊົງວາງຂ້າພະເຈົ້າໄວ້ເທິງທີ່ສູງ 34 ພຣະອົງຊົງຝຶກມືຂອງຂ້າພະເຈົ້າໃຫ້ທຳສົງຄາມ ດັ່ງນັ້ນແຂນຂອງຂ້າພະເຈົ້າສາມາດກົ່ງທະນູທອງສັມຣິດໄດ້ 35 ພຣະອົງປະທານໂລ່ແຫ່ງຄວາມລອດຂອງພຣະອົງໃຫ້ຂ້າພຣະອົງ ແລະຊຶ່ງພຣະອົງຊົງນ້ອມພຣະທັຍລົງກໍກະທຳໃຫ້ຂ້າພຣະອົງເປັນໃຫຍ່ຂຶ້ນ 36 ພຣະອົງປະທານທີ່ກວ້າງຂວາງສຳລັບທາງຍ່າງຂອງຂ້າພຣະອົງ ເທົ້າຂອງຂ້າພຣະອົງຈຶ່ງບໍ່ພາດ 37 ຂ້າພຣະອົງໄລ່ຕາມສັດຕຣູຂອງຂ້າພຣະອົງທັນ ແລະບໍ່ຫັນກັບຈົນກວ່າເຂົາຈະຖືກທຳລາຍເສັຽສິ້ນ 38 ຂ້າພຣະອົງໄດ້ແທງເຂົາທະລຸ ເຂົາຈຶ່ງບໍ່ສາມາດລຸກຂຶ້ນໄດ້ອີກ ເຂົາລົ້ມລົງທີ່ໃຕ້ຕີນຂອງຂ້າພຣະອົງ 39 ເພາະພຣະອົງຊົງເອົາກຳລັງຄາດແອວຂ້າພຣະອົງໄວ້ເພື່ອທຳສົງຄາມ ພຣະອົງຊົງກະທຳໃຫ້ຂ້າພຣະອົງຜາບແພ້ເຫລົ່າສັດຕຣູ 40 ພຣະອົງຊົງກະທຳໃຫ້ສັດຕຣູຂອງຂ້າພຣະອົງແລ່ນເປີດຫນີໄປ ແລະບັນດາຜູ້ທີ່ກຽດຊັງຂ້າພຣະອົງ ຂ້າພຣະອົງກໍທຳລາຍເສັຽສິ້ນ 41 ເຂົາຮ້ອງໃຫ້ຊ່ອຍ ແຕ່ບໍ່ມີໃຜຊ່ອຍໃຫ້ລອດໄດ້ ເຂົາຣ້ອງທູນພຣະເຈົ້າ ແຕ່ພຣະອົງບໍ່ໄດ້ຊົງຕອບເຂົາ 42 ຂ້າພຣະອົງຈຶ່ງທຸບເຂົາແຫລກລະອຽດເຫມືອນຂີ້ຝຸ່ນຊຶ່ງຖືກລົມພັດປິວໄປສິ້ນ ຂ້າພຣະອົງຈຶ່ງໂຍນເຂົາອອກໄປເຫມືອນຂີ້ຕົມຕາມຖນົນ 43 ພຣະອົງຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກການແຍ່ງຊີງກັບປະຊາຊົນ ແລະຊົງຕັ້ງໃຫ້ຂ້າພຣະອົງເປັນຫົວຫນ້າຂອງບັນດາປະຊາຊາດ ຊົນຊາດທີ່ຂ້າພຣະອົງບໍ່ເຄີຍຮູ້ຈັກ ກໍໄດ້ບົວລະບັດຂ້າພຣະອົງ 44 ພໍເຂົາໄດ້ຍິນເຖິງຂ້າພຣະອົງ ເຂົາກໍເຊື່ອຟັງ ຊົນຕ່າງດ້າວໄດ້ມາຫມອບກາບຕໍ່ຂ້າພຣະອົງ 45 ຊົນຕ່າງດ້າວນັ້ນເສັຽກຳລັງໃຈ ແລະຕົວສັ່ນອອກມາຈາກທີ່ກຳບັງອັນເຂັ້ມແຂງຂອງເຂົາເຫລົ່ານັ້ນ 46 ພຣະເຈົ້າຊົງພຣະຊົນຢູ່ ແລະພຣະສີລາຂອງຂ້າພຣະອົງເປັນທີ່ຄວນສັຣເສີນ ພຣະເຈົ້າແຫ່ງຄວາມລອດຂອງຂ້າພຣະອົງເປັນທີ່ຍົກຍ້ອງ 47 ຄືພຣະເຈົ້າຜູ້ປະທານການແກ້ແຄ້ນແກ່ຂ້າພຣະອົງ ແລະຊົງປາບປາມບັນດາຊົນຊາດທັງຫລາຍໃຫ້ຢູ່ໃຕ້ອຳນາດຂອງຂ້າພຣະອົງ 48 ຜູ້ຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກສັດຕຣູ ພຣະອົງຊົງຍົກຂ້າພຣະອົງຂຶ້ນເຫນືອປໍຣະປັກຂອງຂ້າພຣະອົງ ພຣະອົງຊົງຊ່ອຍກູ້ຂ້າພຣະອົງຈາກຄົນທາຣຸນໂຫດຮ້າຍ 49 ຂ້າແດ່ພຣະຜູ້ເປັນເຈົ້າ ເພາະເຫດນີ້ຂ້າພຣະອົງຈຶ່ງຂໍເທີດທູນພຣະອົງໄວ້ຖ້າມກາງປະຊາຊາດທັງຫລາຍ ແລະຣ້ອງເພງສັຣເສີນພຣະນາມຂອງພຣະອົງ 50 ພຣະອົງປະທານຊັຍຊະນະອັນຍິ່ງໃຫຍ່ແກ່ກະສັດຂອງພຣະອົງ ແລະຊົງສຳແດງຄວາມຮັກຫມັ້ນຄົງແກ່ຜູ້ທີ່ພຣະອົງຊົງເຈີມໄວ້ນັ້ນ ຄືດາວິດແລະເຊື້ອສາຍຂອງທ່ານຕລອດໄປເປັນນິດ
ຄວາມສະງ່າຣາສີຂອງພຣະເຈົ້າໃນການນີລະມິດສ້າງ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ທ້ອງຟ້າສະແດງເຖິງຣັສມີຂອງພຣະເຈົ້າຢ່າງແຈ່ມແຈ້ງ ແລະບອກເຖິງການກະທຳຂອງພຣະອົງຢ່າງຄັກແນ່ 2 ແຕ່ລະມື້ກໍຢືນຢັນເຣື່ອງນີ້ແກ່ມື້ຕໍ່ມາ ແຕ່ລະມື້ກໍກ່າວຢ້ຳເຖິງການນີ້ຈົນຮອດຄືນຂອງມື້ໃຫມ່ 3 ບໍ່ມີຄຳປາໄສຫລືຄຳເວົ້າໃດໆທີ່ເວົ້າອອກມາ ແລະສຽງໃດກໍບໍ່ໄດ້ຍິນທັງນັ້ນ 4 ແຕ່ຍັງມີສຽງຂອງພວກປະກາດໄດ້ແຜ່ອອກໄປທົ່ວໂລກ ຂ່າວຂອງເຂົາໄດ້ແຜ່ອອກໄປຈົນສຸດແຜ່ນດິນ ພຣະເຈົ້າຊົງກາງຜ້າເຕັນໃນທ້ອງຟ້າໃຫ້ແກ່ດວງຕາເວັນ 5 ມັນໄດ້ສ່ອງແສງອອກມາເຫມືອນດັ່ງເຈົ້າບ່າວທີ່ກຳລັງຍ່າງກ້າວອອກມາຈາກຫ້ອງວິວາ ແລະເຫມືອນດັ່ງນັກກິລາທີ່ຟ້າວຟັ່ງເອົາໄຊຊະນະໃນການແລ່ນເສັງກັນ 6 ຊຶ່ງການນີ້ໄດ້ຕັ້ງຕົ້ນໄປຈົນເຖິງສຸດຂອບຟ້າ ແລະໄດ້ຫມຸນວຽນໄປອ້ອມບ່ອນອື່ນໂດຍບໍ່ມີສິ່ງໃດສາມາດຫລົບຫລີກຈາກຄວາມຮ້ອນນັ້ນໄດ້
ພຣະທັມຂອງພຣະຜູ້ເປັນເຈົ້າ
7 ພຣະທັມຂອງພຣະຜູ້ເປັນເຈົ້ານັ້ນຖືກຕ້ອງ ແລະເຮັດໃຫ້ມີຊີວິດໃຫມ່ ຄຳສັ່ງຂອງພຣະອົງໄວ້ວາງໃຈໄດ້ ແລະຊົງປະທານຄວາມສລາດແກ່ຜູ້ທີ່ເບົາປັນຍາ 8 ພຣະທັມຂອງພຣະຜູ້ເປັນເຈົ້ານັ້ນຖືກຕ້ອງ ແລະຜູ້ທີ່ປະຕິບັດຕາມພຣະທັມນີ້ກໍມີຄວາມສຸກ ພຣະທັມຂອງພຣະອົງຊົງເຕັມໄປດ້ວຍຄວາມສັດຈິງ ແລະເຮັດໃຫ້ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ 9 ການຢໍາເກງພຣະຜູ້ເປັນເຈົ້າເປັນການດີ ແລະດຳຣົງຄົງຢູ່ຕລອດໄປ ການຕັດສິນຂອງພຣະອົງຊົງສັດຊື່ ແລະຍຸດຕິທັມເລື້ອຍໆ 10 ການຕັດສິນນີ້ປະເສີດເຫນືອກວ່າຄຳຊັ້ນດີ ແລະຍັງຫວານເຫນືອກວ່າຍອດນ້ຳເຜີ້ງ 11 ການຕັດສິນນີ້ໃຫ້ຄວາມຮູ້ແກ່ຂ້າພຣະອົງຊຶ່ງເປັນຜູ້ຮັບໃຊ້ຂອງພຣະອົງ ຂ້າພຣະອົງໄດ້ຮັບຮາງວັນຍ້ອນການເຊື່ອຟັງພຣະທັມນັ້ນ 12 ບໍ່ມີຜູ້ໃດເຫັນຄວາມຜິດພາດຂອງຕົວເອງໄດ້ ຂໍໂຜດໃຫ້ຂ້າພຣະອົງຫລີກຫນີຈາກຄວາມຜິດທີ່ປິດບັງໄວ້ 13 ຂໍໂຜດຊ່ອຍໃຫ້ຂ້າພຣະອົງປອດພັຍ ແລະພົ້ນຈາກຄວາມຜິດທີ່ເຮັດດ້ວຍເຈດຕະນາດ້ວຍ ຂໍຢ່າໃຫ້ສິ່ງເຫລົ່ານີ້ຄຸ້ມຄອງຂ້າພຣະອົງ ເພື່ອຂ້າພຣະອົງຈະເປັນທີ່ຖືກຕ້ອງຢ່າງສົມບູນ ແລະໃຫ້ມີອິສຣະຈາກຄວາມບາບອັນຫນັກຫນ່ວງນັ້ນ 14 ຂໍຊົງໂຜດຮັບເອົາຄວາມເວົ້າ ແລະຄວາມຄິດຂອງຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນທີ່ເພິ່ງຂອງຂ້າພຣະອົງ ແລະເປັນຜູ້ທີ່ໄຖ່ຂ້າພຣະອົງອອກຈາກຄວາມຜິດ
ຄຳອ້ອນວອນເພື່ອຊັຍຊະນະ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ຂໍພຣະເຈົ້າຊົງຕອບທ່ານໃນວັນຍາກລຳບາກ ພຣະນາມຂອງພຣະເຈົ້າແຫ່ງຢາໂຄບພິທັກຮັກສາທ່ານ 2 ຂໍພຣະອົງຊົງໃຫ້ຄວາມຊ່ອຍເຫລືອມາຈາກສະຖານນະມັສການ ແລະໃຫ້ຄວາມສນັບສນຸນທ່ານມາຈາກເມືອງຊີໂອນ 3 ຂໍຊົງລະນຶກເຖິງເຄື່ອງຖວາຍທັງສິ້ນຂອງທ່ານ ແລະໂປດປານເຄື່ອງເຜົາບູຊາຂອງທ່ານ 4 ຂໍຊົງໂຜດໃຫ້ຕາມທີ່ທ່ານປາຖນາ ແລະນຳພາແຜນການທຸກຢ່າງໃຫ້ສຳເຣັດ 5 ເພື່ອພວກເຮົາຈະໄດ້ໂຮ່ຮ້ອງ ເນື່ອງເຖິງຄວາມມີໄຊຂອງທ່ານ ຍ້ອນພຣະຜູ້ເປັນເຈົ້າ ຂໍໃຫ້ພຣະເຈົ້າຊົງໂຜດໃຫ້ຄຳທູນຂໍທັງສິ້ນຂອງທ່ານສຳເຣັດເຖິດ 6 ບັດນີ້ ຂ້າພະເຈົ້າຮູ້ວ່າພຣະເຈົ້າຈະຊົງຊ່ອຍຜູ້ທີ່ພຣະອົງຊົງເລືອກໄວ້ ພຣະອົງຈະຊົງຕອບເຂົາຈາກຟ້າສວັນອັນບໍຣິສຸດຂອງພຣະອົງ ແລະໂດຍຊັຍຊະນະອັນຊົງອານຸພາບດ້ວຍພຣະຫັດຂວາຂອງພຣະອົງ 7 ບາງຄົນກໍໂອ້ອວດເຣື່ອງຣົດຮົບ ແລະກໍເຣື່ອງມ້າ ແຕ່ເຮົາອວດເຣື່ອງພຣະນາມພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຮົາ 8 ເຂົາທັງຫລາຍຈະລົ້ມຍ້ອນເຕະສະດຸດ ແຕ່ເຮົາຈະລຸກຂຶ້ນຢືນຕົງຢູ່ 9 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍປະທານຊັຍຊະນະແດ່ພຣະຣາຊາ ເມື່ອຂ້າພຣະອົງທັງຫລາຍຮ້ອງທູນຂໍພຣະອົງຊົງຕອບດ້ວຍເຖີດ
ຄຳສັຣເສີນເພາະໄດ້ຮັບການຊ່ອຍໃຫ້ພົ້ນຈາກສັດຕຣູ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ກະສັດຈະຍິນດີໃນພຣະກຳລັງຂອງພຣະອົງ ທ່ານຈະຊົມຊື່ນຍິນດີໃນຄວາມຊ່ອຍເຫລືອຂອງພຣະອົງ 2 ພຣະອົງໃຫ້ທ່ານໄດ້ຮັບຕາມໃຈປາຖນາ ແລະບໍ່ ໄດ້ຊົງຍັບຢັ້ງສິ່ງທີ່ທ່ານຮ້ອງທູນຂໍ 3 ເພາະພຣະອົງໄດ້ມາຫາທ່ານດ້ວຍພຣະພອນອັນມະຫາສານ ແລະສວມມົງກຸດຄຳໃຫ້ທ່ານດ້ວຍ 4 ທ່ານທູນຂໍຊີວິດ ແລະພຣະອົງກໍປະທານຊີວິດທີ່ຍືນຍາວນານດ້ວຍ 5 ໂດຍຄວາມຊ່ອຍຊູ ແລະສັກສີຂອງທ່ານຈຶ່ງຍິ່ງໃຫຍ່ ພຣະເຈົ້າຊົງປະດັບພຣະຣາຊາດ້ວຍຍົດສັກ ໃຫ້ທ່ານມີຊື່ສຽງ ແລະຣິດອຳນາດ 6 ພຣະພອນນັ້ນກໍດຳຣົງຢູ່ກັບທ່ານເປັນນິດ ແລະຊົງກະທຳໃຫ້ທ່ານຊົມຊື່ນຍິນດີຕໍ່ເບື້ອງພຣະພັກຂອງພຣະອົງ 7 ເພາະພຣະຣາຊາວາງໃຈໃນພຣະຜູ້ເປັນເຈົ້າ ດ້ວຍຄວາມຮັກຫມັ້ນຄົງຂອງພຣະອົງຜູ້ສູງສຸດ ທ່ານຈະບໍ່ຫວັ່ນໄຫວເລີຍ 8 ພຣະຫັດຂອງພຣະອົງ ຈະຄົ້ນພົບເຫລົ່າສັດຕຣູທັງຫລາຍ ພຣະຫັດຂວາຈະພົບບັນດາຜູ້ທີ່ກຽດຊັງພຣະອົງ 9 ເມື່ອພຣະອົງຊົງປາກົດ ພຣະອົງຈະຊົງກະທຳໃຫ້ເຂົາຮ້ອນຈັດດັ່ງເຕົາໄຟ ພຣະຜູ້ເປັນເຈົ້າຈະຊົງກືນເຂົາດ້ວຍພຣະພິໂຣດ ແລະໄຟຈະເຜົາຜານເຂົາໃຫ້ດັບສິ້ນ 10 ພຣະອົງຈະຊົງທຳລາຍລູກຫລານຂອງເຂົາເສັຽຈາກແຜ່ນດິນໂລກ ແລະພາກເຊື້ອສາຍຂອງເຂົາຈາກບຸດຂອງມະນຸດ 11 ເຖິງວ່າເຂົາທັງຫລາຍໄດ້ປອງຮ້າຍຕໍ່ພຣະອົງ ແມ້ເຂົາປະດິດເຣື່ອງຊົ່ວຮ້າຍ ເຂົາກໍຈະກະທຳບໍ່ສຳເຣັດ 12 ເພາະພຣະອົງຈະຊົງກະທຳໃຫ້ເຂົາຫນີພ່າຍໄປສິ້ນ ແລະຈະຊົງເລັງທະນູໄປຕົງຫນ້າຂອງເຂົາ 13 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງເປັນທີ່ຍົກຍ້ອງເຊີດຊູໃນພຣະກຳລັງຂອງພຣະອົງ ຂ້າພຣະອົງທັງຫລາຍ ຈະຮ້ອງເພງສັຣເສີນຣິດທານຸພາບຂອງພຣະອົງ
ຄວາມຮ້ອງອັນແສນເຈັບປວດ ແລະບົດເພງ ສັຣເສີນ ເຖິງຫົວຫນ້ານັກຮ້ອງ ຕາມທຳນອງກວາງແຫ່ງຍາມຮຸ່ງອະຣຸນ ເພງສັຣເສີນ ຂອງດາວິດ
1 ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພຣະອົງ ເຫດໃດພຣະອົງຈຶ່ງໄດ້ຊົງປະປ່ອຍຂ້າພຣະອົງ? ຂ້າພຣະອົງໄດ້ຮ້ອງຂໍຄວາມຊ່ອຍເຫລືອຢ່າງສິ້ນຄວາມຫວັງ ແຕ່ກໍຍັງບໍ່ທັນໄດ້ຮັບ 2 ພຣະອົງເຈົ້າຂ້າ ຕລອດທັງວັນຂ້າພຣະອົງໄດ້ຮ້ອງຫາພຣະອົງ ແຕ່ພຣະອົງບໍ່ໄດ້ຊົງຕອບຂ້າພຣະອົງ ຂ້າພຣະອົງຮ້ອງຫາພຣະອົງໃນຍາມກາງຄືນຈົນບໍ່ໄດ້ພັກຜ່ອນ 3 ພຣະອົງຊົງເປັນອົງບໍຣິສຸດທີ່ປະທັບຢູ່ເທິງພຣະທີ່ນັ່ງ ຊົງເປັນຜູ້ທີ່ພວກອິສຣາເອນພາກັນກ່າວສັຣເສີນ 4 ພວກບັນພະບຸຣຸດຂອງຂ້າພຣະອົງເຊື່ອຫມັ້ນໃນພຣະອົງ ພວກທ່ານໄດ້ເຊື່ອພຣະອົງແລະພຣະອົງໄດ້ຊ່ອຍໃຫ້ພົ້ນ 5 ພວກທ່ານໄດ້ຣ້ອງຫາພຣະອົງ ແລະກໍໄດ້ພົ້ນຈາກອັນຕະຣາຍ ພວກທ່ານເຊື່ອພຣະອົງ ແລະບໍ່ໄດ້ສູນເສັຽຄວາມຫວັງ 6 ດຽວນີ້ ຂ້າພຣະອົງບໍ່ເປັນຄືຄົນ ແຕ່ຄືຕົວຫນອນຊຶ່ງທຸກໆຄົນກຽດຊັງ ແລະຫມິ່ນປະຫມາດ 7 ທຸກໆຄົນທີ່ເຫັນຂ້າພຣະອົງກໍຫົວຂວັນໃສ່ຂ້າພຣະອົງ ເຂົາແລບລີ້ນ ແລະແກວ່ງຫົວໃສ່ຂ້າພຣະອົງ 8 ເຂົາເວົ້າວ່າ, “ເຈົ້າໄວ້ວາງໃຈພຣະຜູ້ເປັນເຈົ້າ ເປັນຫຍັງພຣະອົງຈຶ່ງບໍ່ຊ່ອຍໃຫ້ພົ້ນ ຖ້າວ່າພຣະອົງພໍພຣະທັຍໃນເຈົ້າ ເປັນຫຍັງພຣະອົງບໍ່ຊົງຊ່ອຍເຫລືອເຈົ້າ?” 9 ພຣະອົງຊົງເປັນຜູ້ນຳຂ້າພຣະອົງໃຫ້ເກີດມາຢ່າງປອດພັຍ ເມື່ອຂ້າພຣະອົງຍັງນ້ອຍ ພຣະອົງໄດ້ຊົງປົກປັກຮັກສາຂ້າພຣະອົງ 10 ນັບແຕ່ຂ້າພຣະອົງເກີດອອກມາ ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງໄວ້ວາງໃຈໃນພຣະອົງ 11 ຂໍຢ່າຢູ່ຫ່າງໄກຈາກຂ້າພຣະອົງ ເພາະຄວາມລຳບາກເຂົ້າມາໃກ້ແລ້ວ ແລະບໍ່ມີຜູ້ໃດຊ່ອຍຂ້າພຣະອົງໄດ້ 12 ສັດຕຣູຫລາຍຄົນໄດ້ອ້ອມຮອບຂ້າພຣະອົງເຫມືອນດັ່ງຝູງງົວປ່າ ເຂົາທັງຫມົດອ້ອມຮອບພວກຂ້າພຣະອົງໄວ້ເຫມືອນດັ່ງຝູງງົວເຖິກທີ່ໂຫດຮ້າຍຈາກດິນແດນບາຊານ 13 ເຂົາອ້າປາກເຫມືອນໂຕສິງທີ່ກຳລັງສົ່ງສຽງຮ້ອງ ແລະກໍາລັງຈະທຳຮ້າຍຂ້າພຣະອົງ 14 ເຫື່ອແຮງຂອງຂ້າພຣະອົງໄດ້ສູນເສັຽໄປຫມົດເຫມືອນດັ່ງນ້ຳທີ່ໄຫລຊື່ມລົງດິນ ແລະກະດູກຂອງຂ້າພຣະອົງກໍຫລຸດອອກຈາກກັນ ຫົວໃຈຂອງຂ້າພຣະອົງໄດ້ເປື່ອຍລະລາຍເຫມືອນດັ່ງນ້ຳເຜິ້ງ 15 ສ່ວນລຳຄໍຂອງຂ້າພຣະອົງກໍແຫ້ງຄືຂີ້ຝຸ່ນດິນ ແລະລີ້ນຂ້າພຣະອົງກໍຫົດເຂົ້າໄປຫາເຫລືອກ ພຣະອົງໄດ້ປະຂ້າພຣະອົງໄວ້ເຫມືອນຄົນຕາຍແລ້ວ 16 ຝູງຄົນຊົ່ວອ້ອມຮອບຂ້າພຣະອົງໄວ້ ເຫມືອນດັ່ງຝູງຫມາທີ່ຫຍັບເຂົ້າມາໃກ້ຂ້າພຣະອົງ ພວກມັນກັດຈີກມືຕີນຂອງຂ້າພຣະອົງ 17 ກະດູກທຸກໆຊີ້ນຂອງຂ້າພຣະອົງກໍແລເຫັນໄດ້ ສັດຕຣູທັງຫລາຍຈ້ອງຕາເບິ່ງຂ້າພຣະອົງ 18 ພວກມັນເອົາເສື້ອຜ້າຂອງຂ້າພຣະອົງມາແບ່ງປັນກັນ ແລະເອົາເສື້ອຄຸມຂອງຂ້າພຣະອົງມາຈົກສະຫລາກກັນ 19 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຢ່າຊົງຢູ່ຫ່າງຈາກຂ້າພຣະອົງ ພຣະຜູ້ຊ່ອຍໃຫ້ພົ້ນຂອງຂ້າພຣະອົງ ຂໍຊົງຟ້າວມາຊ່ອຍຂ້າພຣະອົງແດ່ຖ້ອນ 20 ຂໍພຣະອົງຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກດາບ ແລະຊົງຊ່ອຍຊີວິດຂອງຂ້າພຣະອົງໃຫ້ພົ້ນຈາກຝູງຫມາຮ້າຍ 21 ຈົ່ງຊ່ອຍຊີວິດຂ້າພຣະອົງຈາກຝູງສິງ ຂ້າພຣະອົງຫມົດຫົນທາງເມື່ອຢູ່ຕໍ່ຫນ້າງົວກະທິງເຫລົ່ານັ້ນ 22 ຂ້າພຣະອົງຈະບອກປະຊາຊົນຂອງຂ້າພຣະອົງໃນສິ່ງທີ່ພຣະອົງຊົງກະທຳ ຂ້າພຣະອົງຈະສັຣເສີນພຣະອົງເວລາປະຊຸມ 23 ພວກເຈົ້າທີ່ຢຳເກງພຣະຜູ້ເປັນເຈົ້າ ຈົ່ງສັຣເສີນພຣະອົງ ພວກເຈົ້າທີ່ເປັນເຊື້ອສາຍຂອງຢາໂຄບ ຈົ່ງຖວາຍກຽດແດ່ພຣະອົງ ແລະພວກເຈົ້າທີ່ເປັນຊາວອິສຣາເອນ ຈົ່ງນະມັສການພຣະອົງ 24 ພຣະອົງບໍ່ໄດ້ປ່ອຍຄົນທຸກຍາກຫລືທຳເສີຍຕໍ່ການທົນທຸກທໍຣະມານຂອງເຂົາ ບໍ່ໄດ້ປີ່ນພຣະພັກຈາກເຂົາ ແຕ່ໄດ້ຊົງຕອບເມື່ອເຂົາຂໍຮ້ອງຄວາມຊ່ອຍເຫລືອຈາກພຣະອົງ 25 ຂ້າພຣະອົງຈະສັຣເສີນໃນສີ່ງທີ່ພຣະອົງຊົງກະທຳຕໍ່ຖ້າມກາງການປະຊຸມ ຂ້າພຣະອົງຈະຖວາຍບູຊາດັ່ງທີ່ຂ້າພຣະອົງໄດ້ສັນຍາໄວ້ຕໍ່ຫນ້າທຸກໆຄົນທີ່ຢຳເກງພຣະອົງ 26 ຄົນທຸກຍາກຈະກິນອີ່ມ ສ່ວນຜູ້ທີ່ເຂົ້າມາຫາພຣະຜູ້ເປັນເຈົ້າ ຈະສັຣເສີນພຣະອົງ ຂໍໃຫ້ເຂົາຈະເຣີນຮຸ່ງເຮືອງຂຶ້ນຕລອດໄປ 27 ຊົນຊາດທັງປວງຈະລະນຶກເຖິງພຣະຜູ້ເປັນເຈົ້າເຂົາຈະກັບມາຫາພຣະອົງໃນທຸກໆບ່ອນທົ່ວໂລກນີ້ ເຊື້ອສາຍຕ່າງໆຈະຂາບໄຫວ້ພຣະອົງ 28 ພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າມະຫາຊີວິດ ແລະພຣະອົງກໍຊົງປົກຄອງເຫມືອນຊົນຊາດທັງປວງ 29 ຄົນທີ່ຈອງຫອງທັງຫມົດຈະກາບລົງຕໍ່ພຣະອົງ ມະນຸດທຸກໆຄົນຈະຂາບໄຫວ້ຕໍ່ພຣະພັກພຣະອົງ ແລະຕລອດທັງທຸກຄົນທີ່ລໍຄອຍຄວາມຕາຍ 30 ພວກເຊື້ອສາຍຕໍ່ມາຈະຮັບໃຊ້ພຣະອົງ ມະນຸດຈະກ່າວເຣື່ອງຂອງພຣະຜູ້ເປັນເຈົ້າຕລອດຊົ່ວເຊື້ອສາຍຂອງເຂົາ 31 ປະຊາຊົນທີ່ຍັງບໍ່ທັນໄດ້ເກີດມາຈະໄດ້ຍິນວ່າ, “ພຣະຜູ້ເປັນເຈົ້າໄດ້ຊົງຊ່ອຍໄພ່ພົນຂອງພຣະອົງໃຫ້ພົ້ນພັຍ”
ພຣະຜູ້ເປັນເຈົ້າຊົງເປັນຜູ້ລ້ຽງຂ້າພຣະອົງ ເພງສັຣເສີນ ຂອງດາວິດ
1 ພຣະຜູ້ເປັນເຈົ້າຊົງເປັນຜູ້ລ້ຽງຂ້າພຣະອົງ ຂ້າພຣະອົງມີທຸກສິ່ງທີ່ຂ້າພຣະອົງຕ້ອງການ 2 ພຣະອົງຊົງພາຂ້າພຣະອົງໃຫ້ພັກເຊົາຢູ່ໃນປ່າຫຍ້າອັນຂຽວສົດ ພຣະອົງຊົງພາກຂ້າພຣະອົງໄປໃນບ່ອນທີ່ບໍ່ນ້ຳອັນສົດໃສ ແລະງຽບສງັດ 3 ພຣະອົງຊົງໃຫ້ຂ້າພຣະອົງມີແຮງຂຶ້ນໃຫມ່ ແລະຊົງພາຂ້າພຣະອົງໄປໃນທາງທີ່ຖືກຕ້ອງຕາມທີ່ພຣະອົງຊົງສັນຍາໄວ້ 4 ຂ້າແດ່ພຣະຜູ້ເປັນເຈົ້າ ເຖິງແມ່ນວ່າທາງຈະຜ່ານຄວາມມືດມົນອັນເລິກລັບ ຂ້າພຣະອົງກໍຈະບໍ່ຢ້ານ ເພາະວ່າພຣະອົງຊົງຢູ່ກັບຂ້າພຣະອົງ ໄມ້ຄ້ອນແລະໄມ້ເທົ້າທີ່ພຣະອົງຊົງໃຊ້ກໍຊ່ອຍໃຫ້ຂ້າພຣະອົງພົ້ນພັຍ 5 ພຣະອົງຊົງລ້ຽງດູຂ້າພຣະອົງຢ່າງອີ່ມຫນຳສຳຮານຖ້າມກາງສັດຕຣູທັງຫລາຍ ພຣະອົງຊົງຕ້ອນຮັບຂ້າພຣະອົງໂດຍຖອກນ້ຳມັນຫອມໃສ່ເທີງຫົວຂ້າພຣະອົງ ແລະຊົງໃຫ້ຈອກຂ້າພຣະອົງເຕັມລົ້ນຢູ່ 6 ຄວາມດີແລະຄວາມຮັກຂອງພຣະອົງຈະຢູ່ກັບຂ້າພຣະອົງຕລອດຊົ່ວຊີວິດ ແລະພຣະວິຫານຂອງພຣະອົງກໍຈະເປັນເຮືອນຢູ່ຂອງຂ້າພຣະອົງຕລອດໄປ
ເຈົ້າຊີວິດອົງຍິ່ງໃຫຍ່ ເພງສັຣເສີນ ຂອງດາວິດ
1 ແຜ່ນດິນໂລກ ແລະທຸກໆສິ່ງໃນໂລກນີ້ເປັນຂອງພຣະຜູ້ເປັນເຈົ້າ ຜືນແຜ່ນດິນແລະທຸກຄົນທີ່ອາໄສຢູ່ກໍເປັນຂອງພຣະອົງ 2 ພຣະອົງຊົງສ້າງໂລກນີ້ຢູ່ເບື້ອງເທິງນ້ຳ ແລະພຣະອົງຊົງວາງຮາກຖານແຜ່ນດິນຢູ່ພື້ນມະຫາສະຫມຸດອັນເລິກ 3 ຜູ້ໃດອາດຂຶ້ນໄປເທິງພູສູງຂອງພຣະຜູ້ເປັນເຈົ້າໄດ້ ຜູ້ໃດມີອະນຸຍາດເຂົ້າໄປໃນພຣະວິຫານອັນບໍຣິສຸດຂອງພຣະອົງໄດ້ 4 ຜູ້ນັ້ນຕ້ອງເປັນຄົນຂາວສະອາດທັງການກະທຳແລະຄວາມຄິດ ແລະເປັນຜູ້ທີ່ບໍ່ຍອມນະມັສການຮູບເຄົາຣົບ ຫລືບໍ່ຕັ້ງຄຳສັນຍາເທັດ 5 ແລ້ວພຣະຜູ້ເປັນເຈົ້າຈະອວຍພອນຄົນນັ້ນ ພຣະເຈົ້າຊຶ່ງເປັນພຣະຜູ້ຊ່ອຍຈະປະກາດຄວາມຊອບທັມຂອງເຂົາ 6 ປະຊາຊົນຢ່າງນີ້ແຫລະ, ເປັນຜູ້ທີ່ຫຍັບເຂົ້າມາຫາພຣະຜູ້ເປັນເຈົ້າ ແລະຕໍ່ພຣະພັກພຣະເຈົ້າຂອງຢາໂຄບ 7 ດັ່ງນັ້ນ ຈົ່ງໄຂປະຕູເມືອງອອກໃຫ້ກວ້າງ ແລະຈົ່ງໄຂປະຕູອັນເກົ່າແກ່ອອກ ແລ້ວເຈົ້າຊີວິດອົງຊົງສະງ່າຣາສີຈະສະເດັດເຂົ້າໄປ 8 ແມ່ນໃຜເປັນເຈົ້າຊີວິດອົງຊົງສະງ່າຣາສີນີ້? ພຣະອົງຊົງເປັນພຣະຜູ້ເປັນເຈົ້າອົງຊົງມີອຳນາດແລະເຂັ້ມແຂງ ແລະເປັນພຣະຜູ້ເປັນເຈົ້າຜູ້ຊົງຊະນະໃນສະຫນາມຮົບ 9 ດັ່ງນັ້ນ ຈົ່ງໄຂປະຕູເມືອງອອກໃຫ້ກວ້າງ ແລະຈົ່ງໄຂປະຕູອັນເກົ່າແກ່ອອກ ແລ້ວເຈົ້າຊີວິດອົງຊົງສະງ່າຣາສີຈະສະເດັດເຂົ້າໄປ 10 ແມ່ນໃຜເປັນເຈົ້າຊີວິດອົງຊົງສະງ່າຣາສີ ແມ່ນພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງເປັນພຣະເຈົ້າອົງຍິ່ງໃຫຍ່
ການອ້ອນວອນຂໍການນຳພາ ແລະການປ້ອງກັນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງວິງວອນຕໍ່ພຣະອົງ 2 ພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງເຊື່ອໄວ້ວາງໃຈໃນພຣະອົງ ຂໍຊົງຊ່ອຍໃຫ້ພົ້ນຈາກຄວາມອັບອາຍຂາຍຫນ້າເນື່ອງຈາກການແຕກພ່າຍ ຂໍຢ່າໃຫ້ສັດຕຣູເຍາະເຍີ້ຍຂ້າພຣະອົງ 3 ຜູ້ທີ່ເຊື່ອວາງໃຈໃນພຣະອົງຈະບໍ່ຜ່າຍແພ້ ແຕ່ຈະຕົກຖືກຜູ້ທີ່ຄິດກະບົດຕໍ່ສູ້ພຣະອົງ 4 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງສັ່ງສອນຂ້າພຣະອົງໃຫ້ຮູ້ຈັກຫົນທາງຂອງພຣະອົງ ແລະຂໍຊົງໂຜດໃຫ້ຂ້າພຣະອົງຮູ້ຈັກວິທີທາງນີ້ 5 ຂໍຊົງສັ່ງສອນຂ້າພຣະອົງໃຫ້ດຳຣົງຢູ່ຕາມຄວາມຈິງຂອງພຣະອົງ ເພາະພຣະອົງຊົງເປັນພຣະຜູ້ຊ່ອຍຂອງຂ້າພຣະອົງ ຂ້າພຣະອົງເຊື່ອໄວ້ວາງໃຈໃນພຣະອົງຕລອດເວລາ 6 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງລະນຶກເຖິງພຣະເມດຕາ ແລະຄວາມຮັກອັນຫມັ້ນຄົງຂອງພຣະອົງ ຊຶ່ງພຣະອົງຊົງສະແດງໃຫ້ເຫັນຕັ້ງແຕ່ໃດໆມາ 7 ຂໍຊົງໃຫ້ອະພັຍຄວາມຜິດແລະການພາດພັ້ງໃນຄາວທີ່ຂ້າພຣະອົງຍັງເປັນເດັກນ້ອຍຢູ່ ຂ້າແດ່ພຣະຜູ້ເປັນເຈົ້າ ຍ້ອນຄວາມຮັກອັນຫມັ້ນຄົງແລະຄວາມດີຂອງພຣະອົງ ຂໍຊົງລະນຶກເຖິງຂ້າພຣະອົງດ້ວຍເຖີດ 8 ພຣະຜູ້ເປັນເຈົ້າຊົງສັດຊື່ແລະດີ ພຣະອົງຊົງສັ່ງສອນຄົນບາບໃຫ້ຮູ້ຈັກທາງທີ່ຄວນປະພຶດ 9 ພຣະອົງຊົງນຳພາຜູ້ທີ່ຖ່ອມຕົວໄປຕາມທາງທີ່ຖືກຕ້ອງ ແລະຊົງສັ່ງສອນເຂົາໃຫ້ຮູ້ຈັກນ້ຳພຣະທັຍຂອງພຣະອົງ 10 ພຣະອົງຊົງນຳພາທຸກໆຄົນເຊື່ອຟັງຄຳຫມັ້ນສັນຍາແລະຄຳສັ່ງຂອງພຣະອົງດ້ວຍຄວາມຮັກແລະຄວາມສັດຈິງ 11 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຮັກສາຄຳສັນຍາຂອງພຣະອົງ ແລະຂໍຊົງອະພັຍຄວາມຜິດຂອງຂ້າພຣະອົງ ເພາະຂ້າພຣະອົງມີບາບເຫລືອຫລາຍ 12 ສ່ວນຜູ້ທີ່ຢຳເກງພຣະຜູ້ເປັນເຈົ້າ ຈະຮຽນຮູ້ນຳພຣະອົງໃນທາງທີ່ເຂົາຄວນປະພຶດ 13 ເຂົາຈະເຣີນຂຶ້ນເລື້ອຍໆ ແລະລູກຫລານຂອງເຂົາກໍຈະຢູ່ໃນປະເທດນີ້ຢ່າງປອດພັຍ 14 ພຣະຜູ້ເປັນເຈົ້າຊົງເປັນເພື່ອນກັບຜູ້ທີ່ຢຳເກງພຣະອົງ ແລະຊົງສັ່ງສອນເຂົາເຖິງຄຳຫມັ້ນສັນຍາຂອງພຣະອົງ 15 ຂ້າພຣະອົງແນມຫາພຣະອົງ ເພື່ອຂໍຄວາມຊ່ອຍເຫລືອຕລອດເວລາ ແລະພຣະອົງຊົງຊ່ອຍຊີວິດຂ້າພຣະອົງໃຫ້ພົ້ນຈາກອັນຕະຣາຍ 16 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງຫັນມາເມດຕາກະຣຸນາແກ່ຂ້າພຣະອົງຖ້ອນ ເພາະຂ້າພຣະອົງຢູ່ໂດດດ່ຽວແລະອ່ອນແຮງ 17 ຂໍພຣະອົງຊົງບັນເທົາຄວາມທຸກໃຈຂອງຂ້າພຣະອົງ ແລະຊ່ອຍຂ້າພຣະອົງໃຫ້ພົ້ນຈາກຄວາມທຸກລຳບາກທຸກຢ່າງ 18 ຂໍຊົງພິຈາຣະນາເບິ່ງຄວາມທຸກໂສກ ການທໍຣະມານທຸກຢ່າງຂອງຂ້າພຣະອົງ ແລະຍົກໂທດຄວາມຜິດທຸກຢ່າງຂອງຂ້າພຣະອົງ 19 ຂໍພຣະອົງຊົງທອດພຣະເນດສັດຕຣູທັງປວງທີ່ຂ້າພຣະອົງມີຢູ່ວ່າເຂົາກຽດຊັງຂ້າພຣະອົງຫລາຍປານໃດ 20 ຂໍຊົງປົກປັກຮັກສາ ແລະຊ່ອຍຂ້າພຣະອົງໃຫ້ພົ້ນພັຍ ແລະຢ່າໃຫ້ຂ້າພຣະອົງຜ່າຍແພ້ ເພາະວ່າຂ້າພຣະອົງເຂົ້າມາເພິ່ງພາອາໄສພຣະອົງ 21 ຂໍໃຫ້ຜົນແຫ່ງຄວາມດີ ແລະຄວາມສັດຊື່ມາຄ້ຳຊູຍູ້ສົ່ງ ເພາະວ່າຂ້າພຣະອົງເຊື່ອພຣະອົງ 22 ພຣະອົງເຈົ້າຂ້າ ຂໍຊົງໂຜດຊ່ອຍຊາວອິສຣາເອນໄພ່ພົນຂອງພຣະອົງໃຫ້ພົ້ນຈາກຄວາມທຸກລຳບາກທັງປວງ
ຄຳຢືນຢັນເຣື່ອງຄວາມສັດສຸດຈະຣິດຂອງຕົນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຕັດສິນເຂົ້າຂ້າງຂ້າພຣະອົງ ເພາະຂ້າພຣະອົງດຳເນີນຢູ່ໃນຄວາມສຸດຈະຣິດຂອງຂ້າພຣະອົງ ຂ້າພຣະອົງໄດ້ວາງໃຈໃນພຣະເຈົ້າຢ່າງບໍ່ຫວັ່ນໄຫວ 2 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພິສູດຂ້າພຣະອົງ ລອງຂ້າພຣະອົງເຖິດ ທົດສອບໃຈແລະຈິດຂອງຂ້າພຣະອົງເຖີດ 3 ເພາະຄວາມຮັກຫມັ້ນຄົງຂອງພຣະອົງຢູ່ຕໍ່ຕາຂ້າພຣະອົງ ແລະຂ້າພຣະອົງດຳເນີນໂດຍຄວາມສັດຈິງຕໍ່ພຣະອົງ 4 ຂ້າພຣະອົງບໍ່ໄດ້ນັ່ງກັບຄົນມຸສາ ຫລືບໍ່ໄດ້ສະມາຄົມກັບຄົນມານຍາ 5 ຂ້າພຣະອົງຊັງຊຸມນຸມຄົນທີ່ທຳຊົ່ວ ແລະຂ້າພຣະອົງບໍ່ນັ່ງກັບຄົນອະທັມ 6 ຂ້າແດ່ພຣະຜູ້ເປັນເຈົ້າ ເພື່ອຄວາມບໍຣິສຸດ ຂ້າພຣະອົງຊຳລະລ້າງມື ແລະເດີນຢູ່ຮອບແທ່ນຂອງພຣະອົງ 7 ທັງຮ້ອງເພງໂມທະນາພຣະຄຸນ ແລະບອກເລົ່າເຖິງພຣະຣາຊກີຈອັດສະຈັນທັງສິ້ນຂອງພຣະອົງ 8 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຮັກພຣະນິເວດອັນເປັນທີ່ປະທັບຂອງພຣະອົງ ແລະສະຖານທີ່ປະທັບແຫ່ງພຣະສະງ່າຣາສີຂອງພຣະອົງ 9 ຂໍຢ່າຊົງກວາດຂ້າພຣະອົງໄປກັບຄົນບາບ ຫລືກວາດຊີວິດຂອງຂ້າພຣະອົງໄປກັບຄົນກະຫາຍເລືອດ 10 ຄືຄົນຊື່ງໃນມືຂອງເຂົາ ມີແຜນການຊົ່ວ ແລະມືຂວາຂອງເຂົາເຕັມດ້ວຍສິນບົນ 11 ແຕ່ສຳລັບຂ້າພຣະອົງ ຂ້າພຣະອົງເດີນໃນຄວາມສຸດຈະຣິດ ຂໍຊົງໄຖ່ຂ້າພຣະອົງ ແລະຊົງກະຣຸນາຕໍ່ຂ້າພຣະອົງ 12 ຕີນຂອງຂ້າພຣະອົງຢຽບຢູ່ເທິງພື້ນຮາບ ໃນທີ່ຊຸມນຸມຊົນ ຂ້າພຣະອົງຈະສັຣເສີນພຣະຜູ້ເປັນເຈົ້າ
ການອ້ອນວອນດ້ວຍຄວາມໄວ້ໃຈ ຂອງດາວິດ
1 ພຣະຜູ້ເປັນເຈົ້າຊົງເປັນແສງສວ່າງ ເປັນພຣະຜູ້ຊ່ອຍໃຫ້ພົ້ນຂອງຂ້າພຣະອົງ ຂ້າພຣະອົງຈະບໍ່ຢ້ານຜູ້ນຶ່ງຜູ້ໃດ ພຣະອົງຊົງຄຸ້ມຄອງຂ້າພຣະອົງຈາກໄພອັນຕະຣາຍທຸກຢ່າງ ຂ້າພຣະອົງຈະບໍ່ຢ້ານ 2 ເມື່ອຄົນຊົ່ວຕໍ່ສູ້ຂ້າພຣະອົງ ແລະພຍາຍາມສັງຫານຊີວິດຂ້າພຣະອົງ ພວກເຂົາໄດ້ເຕະສະດຸດຈົນລົ້ມລົງ 3 ຖ້າວ່າກອງທະຫານອ້ອມຮອບຂ້າພຣະອົງໄວ້ ຂ້າພຣະອົງກໍຈະບໍ່ຢ້ານ ຖ້າວ່າສັດຕຣູຕໍ່ສູ້ຂ້າພຣະອົງ ຂ້າພຣະອົງກໍຍັງເຊື່ອຫມັ້ນໃນພຣະເຈົ້າຢູ່ 4 ຂ້າພຣະອົງໄດ້ທູນຂໍພຽງສິ່ງດຽວຕໍ່ພຣະຜູ້ເປັນເຈົ້າ ຄືອາໄສຢູ່ໃນພຣະວິຫານຂອງພຣະອົງຕລອດຊົ່ວຊີວິດຂອງຂ້າພຣະອົງ ເພື່ອເບິ່ງຄວາມດີຂອງພຣະອົງ ແລະທູນຂໍການນຳພາຂອງພຣະອົງຢູ່ທີ່ນັ້ນ 5 ໃນຄາວຕົກທຸກໄດ້ຍາກ ພຣະອົງຈະຊົງປົກປັກຮັກສາຂ້າພຣະອົງ ພຣະອົງຈະຊົງໃຫ້ຂ້າພຣະອົງຫລົບໄພຢູ່ໃນພຣະວິຫານຂອງພຣະອົງ ແລະຊົງໃຫ້ຢູ່ເທິງໂງ່ນຫີນສູງຢ່າງປອດພັຍ 6 ດັ່ງນັ້ນ ຂ້າພຣະອົງຈະຊະນະສັດຕຣູທີ່ອ້ອມຮອບຂ້າພຣະອົງ ຂ້າພຣະອົງຈະຖວາຍເຄື່ອງບູຊາໃນພຣະວິຫານຂອງພຣະອົງດ້ວຍສຽງໂຮ່ຣ້ອງຍິນດີ ຂ້າພຣະອົງຈະຮ້ອງເພງສັຣເສີນພຣະອົງ 7 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຟັງສຽງຂ້າພຣະອົງ ເມື່ອຂ້າພຣະອົງຮ້ອງຫາພຣະອົງ ຂໍຊົງເມດຕາກະຣຸນາແລະຕອບຂ້າພຣະອົງດ້ວຍ 8 ພຣະອົງຊົງກ່າວວ່າ, “ຈົ່ງມາຫາເຮົາ” ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຈະມາຫາພຣະອົງ 9 ຂໍພຣະອົງຢ່າຊົງລີ້ ຢ່າຊົງພຣະພິໂຣດ ແລະຢ່າຊົງໄລ່ຂ້າໃຊ້ຂອງພຣະອົງຫນີ ພຣະອົງຊົງເປັນພຣະຜູ້ຊ່ອຍຂອງຂ້າພຣະອົງ ຂໍຢ່າຊົງຫນີຈາກຂ້າພຣະອົງໄປເລີຍ ພຣະເຈົ້າຜູ້ຊົງຊ່ອຍໃຫ້ພົ້ນຂອງຂ້າພຣະອົງ 10 ພໍ່ແມ່ຂອງຂ້າພຣະອົງອາດຈະປະປ່ອຍຂ້າພຣະອົງໄປ ແຕ່ພຣະອົງຈະຮັກສາຂ້າພຣະອົງໄວ້ 11 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງສັ່ງສອນຂ້າພຣະອົງໃຫ້ຮູ້ຈັກພຣະປະສົງຂອງພຣະອົງ ແລະຂໍຊົງພາຂ້າພຣະອົງໄປໃນທາງອັນສັດຊື່ ເພາະຂ້າພຣະອົງມີສັດຕູຫລາຍຄົນ 12 ຂໍຢ່າຊົງປະປ່ອຍຂ້າພຣະອົງໄວ້ກັບສັດຕູ ຜູ້ທີ່ຕໍ່ສູ້ຂ້າພຣະອົງດ້ວຍຄຳຫລອກລວງ ແລະດ້ວຍພຣະລັກສນະທ່າທາງທີ່ຫນ້າຢ້ານກົວ 13 ແນ່ນອນທີ່ສຸດ ຂ້າພຣະອົງຈະຢູ່ຕໍ່ໄປ ເພື່ອເບິ່ງຄວາມດີຂອງພຣະອົງທີ່ມີຕໍ່ໄພ່ພົນ 14 ຈົ່ງລໍຄອຍພຣະເຈົ້າ ຈົ່ງເຂັ້ມແຂງ ແລະໃຫ້ຈິດໃຈຂອງທ່ານກ້າຫານເຖີດ ຈົ່ງລໍຄອຍພຣະຜູ້ເປັນເຈົ້າ
ຄຳອະທິຖານເພື່ອຂໍຄວາມຊ່ອຍເຫລືອ ແລະຄຳສັຣເສີນເພາະໄດ້ຮັບຄຳຕອບ ຂອງດາວິດ
1 ຂ້າແດ່ພຣະເຈົ້າ ຂ້າພຣະອົງຮ້ອງທູນຕໍ່ພຣະອົງ ພຣະສີລາຂອງຂ້າພຣະອົງ ຂໍຢ່າໃຫ້ພຣະກັນຫນວກຕໍ່ຂ້າພຣະອົງ ຢ້ານວ່າ ຖ້າພຣະອົງຊົງງຽບຢູ່ຕໍ່ຂ້າພຣະອົງ ຂ້າພຣະອົງຈະເປັນເຫມືອນຄົນເຫລົ່ານັ້ນ ທີ່ລົງໄປຍັງແດນຜູ້ຕາຍ 2 ຂໍຊົງຟັງສຽງວິງວອນຂອງຂ້າພຣະອົງ ເມື່ອຂ້າພຣະອົງຮ້ອງທູນຂໍຄວາມອຸປຖັມຈາກພຣະອົງ ຂນະເມື່ອຂ້າພຣະອົງຍົກມືຂອງຂ້າພຣະອົງຂຶ້ນຕໍ່ພຣະວິຫານຂອງພຣະອົງ 3 ຂໍຢ່າຊົງກວາດຂ້າພຣະອົງໄປພ້ອມກັບຄົນອະທັມ ກັບບັນດາຄົນທີ່ກະທຳຄວາມຊົ່ວ ຜູ້ເວົ້າຢ່າງສັນຕິກັບເພື່ອນບ້ານຂອງຕົນ ແຕ່ການປອງຮ້າຍຢູ່ໃນໃຈຂອງເຂົາທັງຫລາຍ 4 ຂໍຊົງຕອບສນອງເຂົາຕາມການງານຂອງເຂົາ ແລະຕາມຄວາມຊົ່ວແຫ່ງກິຈການຂອງເຂົາ ຂໍຊົງຕອບສນອງເຂົາຕາມງານນ້ຳມືຂອງເຂົາ ແລະຊົງຕອບແທນເຂົາຕາມສົມຄວນ 5 ເພາະເຂົາບໍ່ນັບຖືພຣະຣາຊກິຈຂອງພຣະຜູ້ເປັນເຈົ້າ ຫລືພຣະຫັດຖະກິດຂອງພຣະອົງ ພຣະອົງຈະຊົງພັງເຂົາລົງ ແລະບໍ່ສ້າງເຂົາຂຶ້ນອີກ 6 ສາທຸການແດ່ພຣະຜູ້ເປັນເຈົ້າ ເພາະພຣະອົງຊົງຟັງສຽງວວິງວອນຂອງຂ້າພະເຈົ້າ 7 ພຣະຜູ້ເປັນເຈົ້າຊົງເປັນພຣະກຳລັງ ແລະເປັນໂລ່ຂອງຂ້າພະເຈົ້າ ຈິດໃຈຂອງຂ້າພະເຈົ້າວາງໃຈໃນພຣະອົງ ຂ້າພະເຈົ້າຈຶ່ງໄດ້ຮັບຄວາມອຸປຖັມ ແລະຈິດໃຈຂອງຂ້າພະເຈົ້າກໍຊົມຊື່ນຍິນດີ ຂ້າພະເຈົ້າຈະຖວາຍໂມທະນາແກ່ພຣະອົງດ້ວຍບົດເພງຂອງຂ້າພະເຈົ້າ 8 ພຣະຜູ້ເປັນເຈົ້າຊົງເປັນກໍາລັງຂອງໄພ່ພົນຂອງພຣະອົງ ພຣະອົງຊົງເປັນປ້ອມລອດຂອງຜູ້ຮັບເຈີມຂອງພຣະອົງ 9 ຂໍຊົງຊ່ອຍໄພ່ພົນຂອງພຣະອົງໃຫ້ລອດ ແລະອວຍພຣະພອນແກ່ມໍຣະດົກຂອງພຣະອົງ ຂໍຊົງເປັນຜູ້ລ້ຽງດູເຂົາຢ່າງລ້ຽງແກະ ແລະຫອບຫີ້ວເຂົາໄປເປັນນິດ
ພຣະສຸຣະສຽງຂອງພຣະເຈົ້າໃນພະຍຸ ເພງສັຣເສີນ ຂອງດາວິດ
1 ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ຊາວສວັນເອີຍ ຈົ່ງຖວາຍແດ່ພຣະຜູ້ເປັນເຈົ້າເຖີດ ຈົ່ງຖວາຍພຣະສະງ່າຣາສີ ແລະພຣະກຳລັງແດ່ພຣະເຈົ້າ 2 ຈົ່ງຖວາຍພຣະສະງ່າຣາສີຊຶ່ງຄວນແກ່ພຣະນາມຂອງພຣະອົງແດ່ພຣະເຈົ້າ ຈົ່ງປະດັບກາຍດ້ວຍເຄື່ອງບໍຣິສຸດນະມັສການພຣະເຈົ້າ 3 ພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າຢູ່ເຫນືອນ້ຳພຣະເຈົ້າແຫ່ງພຣະສະງ່າຣາສີຊົງຄະນອງສຽງ ກັງວານ ຄືພຣະຜູ້ເປັນເຈົ້າເຫນືອນ້ຳທັງຫລາຍ 4 ພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າ ຊົງຣິດທານຸພາບ ພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າເຕັມດ້ວຍຄວາມສູງສົ່ງ 5 ພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າຫັກຕົ້ນສົນ ພຣະຜູ້ເປັນເຈົ້າຊົງຜ່າຕົ້ນສົນແຫ່ງເລບານອນ 6 ພຣະອົງຊົງທຳໃຫ້ເລບານອນເຕັ້ນເຫມືອນງົວນ້ອຍ ແລະສີຣິອອນເຫມືອນງົວກະທິງຫນຸ່ມ 7 ພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າແວບອອກມາເປັນແປວໄຟ 8 ພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າເຮັດໃຫ້ຖິ່ນກັນດານສັ່ນສະເທືອນ ພຣະຜູ້ເປັນເຈົ້າສັ່ນປ່າດົງແຫ່ງເມືອງກາເດສ 9 ພຣະສຸຣະສຽງຂອງພຣະເຈົ້າສັ່ນຕົ້ນໂອກທັງຫລາຍ ແລະເຮັດໃຫ້ໃບໄມ້ຫລົ່ນລົງສູ່ພື້ນ ແລະໃນພຣະວິຫານຂອງພຣະອົງທຸກຄົນຮ້ອງວ່າ, “ພຣະສະງ່າຣາສີ” 10 ພຣະຜູ້ເປັນເຈົ້າປະທັບເຫນືອນ້ຳເລິກທັງຫລາຍ ພຣະຜູ້ເປັນເຈົ້າເປັນພຣະຣາຊາເປັນນິດ 11 ຂໍພຣະຜູ້ເປັນເຈົ້າປະທານພຣະກຳລັງແກ່ປະຊາກອນຂອງພຣະອົງ ຂໍພຣະຜູ້ເປັນເຈົ້າຊົງອວຍພຣະພອນແກ່ໄພ່ພົນຂອງພຣະອົງໃຫ້ມີສັນຕິພາບ
ຄຳໂມທະນາເພາະໄດ້ການຊ່ອຍກູ້ຈາກຄວາມຕາຍ ເພງສັຣເສີນ ຂອງດາວິດ ບົດເພງໃນພິທິຖວາຍໂບດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຈະຍໍພຣະກຽດພຣະອົງ ແລະບໍ່ໄດ້ຊົງໃຫ້ສັດຕຣູຂອງຂ້າພຣະອົງຍິນດີເພາະຂ້າພຣະອົງ 2 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຂ້າພຣະອົງຮ້ອງທູນຂໍຄວາມອຸປຖັມຈາກພຣະອົງ ແລະພຣະອົງໄດ້ຊົງຮັກສາຂ້າພຣະອົງໃຫ້ຫາຍ 3 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງນຳຈິດວິນຍານຂອງຂ້າພຣະອົງຂຶ້ນມາຈາກແດນຜູ້ຕາຍ ຊົງໃຫ້ຂ້າພຣະອົງມີຊີວິດ ຈຶ່ງບໍ່ຕ້ອງລົງໄປສູ່ປາກແດນ 4 ໄພ່ພົນຂອງພຣະອົງເອີຍ, ຈົ່ງຮ້ອງສັຣເສີນພຣະຜູ້ເປັນເຈົ້າ ແລະຖວາຍໂມທະນາແກ່ພຣະນາມບໍຣິສຸດຂອງພຣະອົງ 5 ເພາະພຣະພິໂຣດຂອງພຣະອົງນັ້ນເປັນແຕ່ຊົ່ວຂນະນຶ່ງ ແລະຄວາມໂປດປານຂອງພຣະອົງນັ້ນຕລອດຊີວິດ ການຮ້ອງໄຫ້ຈະອ້ອຍອິ່ງພຽງຄືນນຶ່ງ ແຕ່ຄວາມຊື່ນບານຈະມາໃນເວລາເຊົ້າ 6 ສ່ວນຂ້າພຣະອົງ ຂ້າພຣະອົງເວົ້າໃນຄວາມຈະເຣີນຮຸ່ງເຮືອງຂອງຂ້າພຣະອົງວ່າ, “ຂ້າພະເຈົ້າຈະບໍ່ຫວັ່ນໄຫວເລີຍ” 7 ຂ້າແດ່ພຣະຜູ້ເປັນເຈົ້າ ໂດຍຄວາມໂປດປານຂອງພຣະອົງ ພຣະອົງຊົງສະຖາປະນາຂ້າພຣະອົງໄວ້ຢ່າງພູເຂົາທີ່ເຂັ້ມແຂງ ເມື່ອພຣະອົງຊົງເຊື່ອງພຣະພັກຂອງພຣະອົງ ຂ້າພຣະອົງກໍລຳບາກໃຈ 8 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຮ້ອງທູນຕໍ່ພຣະອົງ ແລະຂ້າພຣະອົງໄດ້ອ້ອນວອນພຣະຜູ້ເປັນເຈົ້າວ່າ, 9 “ຖ້າຂ້າພຣະອົງຕາຍ ພຣະອົງຈະໄດ້ກຳໄຣຫຍັງ ຄືເມື່ອຂ້າພຣະອົງລົງໄປຍັງປາກແດນຜູ້ຕາຍ ຂີ້ຝຸ່ນຈະສັຣເສີນພຣະອົງຫລື ມັນຈະບອກເຖິງເຣື່ອງຄວາມສັດຈິງຂອງພຣະອົງຫລື 10 ຂ້າແດ່ຜູ້ເປັນເຈົ້າ ຂໍຊົງສະດັບຟັງແລະຊົງພຣະກະຣຸນາຕໍ່ຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງເປັນຜູ້ອຸປຖັມຂອງຂ້າພຣະອົງ” 11 ສຳລັບຂ້າພຣະອົງ ພຣະອົງຊົງປ່ຽນການໄວ້ທຸກເປັນການເຕັ້ນຣຳ ພຣະອົງຊົງແກ້ເສື້ອຜ້າກະສອບຂອງຂ້າພຣະອົງອອກ ແລະຊົງຄາດແອວຂ້າພຣະອົງດ້ວຍຄວາມຍິນດີ 12 ເພື່ອຈິດວິນຍານຂອງຂ້າພຣະອົງຈະສັຣເສີນພຣະອົງແລະບໍ່ມິດງຽບ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຂ້າພຣະອົງຈະຖວາຍໂມທະນາແດ່ພຣະອົງເປັນນິດ
ການອ້ອນວອນພຣະເຈົ້າດ້ວຍຄວາມເຊື່ອ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງມາເພິ່ງພາອາໄສພຣະອົງ ຂໍຢ່າໃຫ້ຂ້າພຣະອົງຜ່າຍແພ້ເລີຍ ພຣະອົງຊົງເປັນພຣະເຈົ້າອົງທ່ຽງທັມ ຂ້າພຣະອົງອ້ອນວອນຫາພຣະອົງ ຂໍພຣະອົງຊົງຊ່ອຍຂ້າພຣະອົງໃຫ້ພົ້ນພັຍດ້ວຍ 2 ຂໍຊົງຟັງສຽງທູນຂໍຂອງຂ້າພຣະອົງ ແລະຊົງຊ່ອຍໃຫ້ຂ້າພຣະອົງພົ້ນໄພໄວໆ ຂໍພຣະອົງຊົງເປັນທີ່ເພິ່ງແລະຄຸ້ມຄອງຂ້າພຣະອົງ ຂໍພຣະອົງຊົງເປັນເຄື່ອງປ້ອງກັນຊ່ອຍຂ້າພຣະອົງໃຫ້ພົ້ນພັຍ 3 ພຣະອົງຊົງເປັນບ່ອນເພິ່ງແລະເຄື່ອງປ້ອງກັນຂ້າພຣະອົງ ຂໍຊົງຊັກຈູງແລະນຳພາຂ້າພຣະອົງດັ່ງທີ່ພຣະອົງຊົງສັນຍາໄວ້ 4 ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກບ້ວງແຮ້ວທີ່ເຂົາຫ້າງໃສ່ຂ້າພຣະອົງ ເພາະພຣະອົງເປັນທີ່ເພິ່ງພາອາໄສຂອງຂ້າພຣະອົງ 5 ຂ້າພຣະອົງຂໍມອບຕົວໄວ້ໃນການພິທັກຮັກສາຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຈະຕ້ອງຊ່ອຍຂ້າພຣະອົງໃຫ້ພົ້ນພັຍ ເພາະພຣະອົງຊົງເປັນພຣະເຈົ້າອົງສັດຊື່ 6 ພຣະອົງຊົງກຽດຊັງຜູ້ທີ່ຂາບໄຫວ້ຮູບເຄົາຣົບ ແຕ່ຂ້າພຣະອົງວາງໃຈໃນພຣະອົງ 7 ຂ້າພຣະອົງຈະຊົມຊື່ນຍິນດີ ຍ້ອນຄວາມຮັກອັນຫມັ້ນຄົງຂອງພຣະອົງ ພຣະອົງຊົງຫລີງເຫັນຄວາມທຸກທໍຣະມານຂອງຂ້າພຣະອົງ ພຣະອົງຊົງຮູ້ຈັກຄວາມທຸກລຳບາກຂອງຂ້າພຣະອົງ 8 ພຣະອົງບໍ່ໄດ້ຊົງອະນຸຍາດໃຫ້ສັດຕຣູຊະນະຂ້າພຣະອົງ ແຕ່ຊົງຮັກສາຂ້າພຣະອົງໃຫ້ປອດພັຍ 9 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງເມດຕາກະຣຸນາຂ້າພຣະອົງດ້ວຍ ເພາະຂ້າພຣະອົງຢູ່ໃນຄວາມທຸກໃຈ ດວງຕາຂອງຂ້າພຣະອົງອິດເມື່ອຍຍ້ອນການຮ້ອງໄຫ້ເຫລືອລົ້ນ ຂ້າພຣະອົງອິດອ່ອນສຸດກຳລັງ 10 ຄວາມເສັຽໃຈພາໃຫ້ຊີວິດຂອງຂ້າພຣະອົງສິ້ນສຸດລົງ ແລະການຮ້ອງໄຫ້ຄ່ຳຄວນພາໃຫ້ອາຍຸຂອງພຣະອົງສັ້ນເຂົ້າ ຍ້ອນຄວາມທຸກລຳບາກ ຂ້າພຣະອົງຈຶ່ງເປັນຄົນອ່ອນແອ ແມ່ນແຕ່ກະດູກຂອງຂ້າພຣະອົງກໍຈະສູນເສັຽໄປ 11 ສັດຕຣູທັງຫລາຍຂອງຂ້າພຣະອົງຫົວຂວັນໃສ່ຂ້າພຣະອົງ ເພື່ອນບ້ານໄດ້ດູຖູກຢຽດຫຍາມຂ້າພຣະອົງ ຜູ້ທີ່ຮູ້ຈັກຂ້າພຣະອົງກໍຢ້ານກົວຂ້າພຣະອົງ ເມື່ອເຂົາເຫັນຂ້າພຣະອົງຢູ່ກາງທາງເຂົາກໍປົບຫນີ 12 ທຸກຄົນໄດ້ຫລົງລືມຂ້າພຣະອົງ ຄ້າຍກັບວ່າຂ້າພຣະອົງໄດ້ຕາຍໄປ ຂ້າພຣະອົງເປັນເຫມືອນຂອງຖິ້ມແລ້ວ 13 ຂ້າພຣະອົງໄດ້ຍິນພວກສັດຕຣູທັງຫລາຍກຳຊັບກັນ ສິ່ງທີ່ຫນ້າຢ້ານຕົກໃຈໄດ້ອ້ອມຮອບຂ້າພຣະອົງ ພວກສັດຕຣູໄດ້ວາງແຜນຕໍ່ສູ້ ແລະທຳກົນອຸບາຍສັງຫານຂ້າພຣະອົງ 14 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງເຊື່ອພຣະອົງ ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ 15 ຂ້າພຣະອົງຢູ່ໃນການພິທັກຮັກສາຂອງພຣະອົງເລື້ອຍມາ ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກສັດຕຣູ ແລະໃຫ້ພົ້ນຈາກຜູ້ທີ່ຄອຍເຝົ້າຮົບກວນຂ້າພຣະອົງດ້ວຍ 16 ຂ້າພຣະອົງເປັນຜູ້ຮັບໃຊ້ຂອງພຣະອົງ ຂໍຊົງຫລຽວແລເມດຕາຂ້າພຣະອົງ ຍ້ອນຄວາມຮັກອັນຫມັ້ນຄົງຂອງພຣະອົງ ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນພັຍ 17 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຮ້ອງຫາພຣະອົງ ຂໍຢ່າໃຫ້ຂ້າພຣະອົງຜ່າຍແພ້ ແຕ່ຂໍໃຫ້ຄົນຊົ່ວທັງຫລາຍຜ່າຍແພ້ ແລະໃຫ້ເຂົາມິດງຽບຢູ່ໃນພິພົບຄົນຕາຍ 18 ຄົນຂີ້ຕົວະທີ່ອວດດີຈອງຫອງ ແລະເວົ້າຫມິ່ນປະຫມາດຄົນຊອບທັມ ຈົ່ງມິດຢູ່ 19 ສິ່ງທີ່ພຣະອົງຮັກສາໄວ້ສຳລັບຜູ້ທີ່ຢຳເກງພຣະອົງກໍປະເສີດຫລາຍ ການທີ່ພຣະອົງຊົງປົກປັກຮັກສາຜູ້ທີ່ໄວ້ວາງໃຈໃນພຣະອົງ ກໍເປັນການແປກປະຫລາດຕໍ່ສາຍຕາຂອງທຸກໆຄົນ 20 ພຣະອົງຊົງເຊື່ອງເຂົາໄວ້ໃນທີ່ປອດພັຍ ທີ່ພຣະພັກຂອງພຣະອົງໃຫ້ພົ້ນຈາກຜູ້ທີ່ວາງແຜນອຸບາຍປອງຮ້າຍເຂົາ ພຣະອົງຊົງເຊື່ອງເຂົາໄວ້ໃນບ່ອນພັກອາໄສທີ່ປອດພັຍ ເພື່ອໃຫ້ພົ້ນຈາກຄຳຫມິ່ນປະຫມາດຂອງສັດຕຣູຂອງເຂົາ 21 ສາທຸການແດ່ພຣະຜູ້ເປັນເຈົ້າ ເພາະພຣະອົງຊົງສຳແດງຄວາມຮັກຫມັ້ນຄົງຂອງພຣະອົງ ແກ່ຂ້າພຣະອົງຢ່າງອັດສະຈັນໃນເມືອງເຂັ້ມແຂງ 22 ຂ້າພຣະອົງຕົກໃຈກ່າວວ່າ, “ຂ້າພຣະອົງຖືກຕັດຂາດໄປພົ້ນຈາກສາຍພຣະເນດຂອງພຣະອົງແລ້ວ” ແຕ່ພຣະອົງຍັງຊົງໄດ້ຍິນຄຳອ້ອນວອນຂອງຂ້າພຣະອົງ ເມື່ອຂ້າພຣະອົງຮ້ອງທູນຂໍຄວາມຊ່ອຍເຫລືອຈາກພຣະອົງ 23 ທຸກຄົນທີ່ໄວ້ວາງໃຈໃນພຣະຜູ້ເປັນເຈົ້າຈົ່ງຮັກພຣະອົງ ພຣະອົງຊົງຄຸ້ມຄອງຜູ້ທີ່ມີຄວາມໄວ້ວາງໃຈ ແຕ່ວ່າພຣະອົງຈະຊົງລົງໂທດຢ່າງຫນັກແກ່ຜູ້ທີ່ຈອງຫອງ 24 ທຸກຄົນທີ່ມີຄວາມຫວັງຢູ່ໃນພຣະຜູ້ເປັນເຈົ້າ ຈົ່ງມີກຳລັງໃຈແລະກ້າຫານເທີນ
ການຍອມຜິດແລະການໃຫ້ອະພັຍ ຂອງດາວິດ ມັສຄິລບົດນຶ່ງ
1 ຄວາມສຸກເປັນຂອງຜູ້ທີ່ໄດ້ຮັບການໃຫ້ອະພັຍ ແລະຜູ້ທີ່ໄດ້ຮັບການຍົກໂທດ 2 ຄວາມສຸກເປັນຂອງຜູ້ທີ່ພຣະຜູ້ເປັນເຈົ້າບໍ່ໄດ້ຕໍ່ວ່າການກະທຳຜິດຂອງເຂົາ ແລະຜູ້ບໍ່ມີກົນອຸບາຍຫລອກລວງຄົນອື່ນ 3 ເມື່ອຂ້າພຣະອົງບໍ່ສາລະພາບຄວາມຜິດ ຂ້າພຣະອົງກໍໄດ້ຮັບທຸກຈົນຮ້ອງໄຫ້ຕລອດວັນ 4 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງໄດ້ຊົງລົງໂທດຂ້າພຣະອົງທັງກາງເວັນແລະກາງຄືນ ກຳລັງຂອງຂ້າພຣະອົງອ່ອນແຮງລົງເຫມືອນດັ່ງຄວາມປຽກຊຸ່ມທີ່ແຫ້ງລົງໃນຣະດູຮ້ອນ 5 ແຕ່ເມື່ອຂ້າພຣະອົງຍອມຮັບຜິດຕໍ່ພຣະອົງ ໂດຍບໍ່ໄດ້ປົກປິດຫຍັງໄວ້ ຂ້າພຣະອົງສາລະພາບທຸກຢ່າງ ແລ້ວພຣະອົງກໍຊົງອະພັຍໃນການລ່ວງລະເມິດຂອງຂ້າພຣະອົງ 6 ດັ່ງນັ້ນ ຜູ້ທີ່ຈົ່ງຮັກພັກດີຕໍ່ພຣະອົງຕ້ອງອ້ອນວອນຮ້ອງຫາພຣະອົງໃນຍາມຍາກລຳບາກ ເມື່ອນ້ຳມາກຂຶ້ນ ມັນຈະບໍ່ຖ້ວມໄປເຖິງຄົນນັ້ນ 7 ພຣະອົງຊົງເປັນບ່ອນຫລົບລີ້ຂອງຂ້າພຣະອົງ ພຣະອົງຈະຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກຄວາມທຸກລຳບາກ ຂ້າພຣະອົງຮ້ອງເພງດ້ວຍສຽງອັນດັງໃນການທີ່ພຣະອົງໄດ້ຊົງຊ່ອຍໃຫ້ພົ້ນພັຍ ເພາະວ່າພຣະອົງຊົງຄຸ້ມຄອງຂ້າພຣະອົງໄວ້ 8 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາຈະສອນໃຫ້ເຈົ້າຮູ້ຈັກທາງທີ່ເຈົ້າຈະຕ້ອງໄປ ເຮົາຈະໃຫ້ເຈົ້າຮຽນຮູ້ ແລະເຮົາຈະຕັກເຕືອນເຈົ້າ 9 ຢ່າດື້ດ້ານດັ່ງມ້າຫລືລໍ ທີ່ບໍ່ຍອມຟັງຄວາມ ຖ້າບໍ່ເອົາເຊືອກຜູກປາກຂອງມັນ 10 ຄົນຊົ່ວຮ້າຍຈະໄດ້ຮັບຄວາມທຸກທໍຣະມານ ແຕ່ຜູ້ທີ່ເຊື່ອພຣະຜູ້ເປັນເຈົ້າຈະໄດ້ຮັບການຄຸ້ມຄອງດ້ວຍຄວາມຮັກອັນຫມັ້ນຄົງຂອງພຣະອົງ 11 ສ່ວນຜູ້ທີ່ຊອບທັມທຸກຄົນຈົ່ງຊົມຊື່ນຍິນດີ ໃນສິ່ງທີ່ພຣະອົງຊົງກະທຳ ແລະທຸກຄົນທີ່ມີຈີດໃຈຊື່ຕົງ ຈົ່ງໂຮ່ຣ້ອງຍິນດີ
ສັຣເສີນຜູ້ຊົງສ້າງແລະຜູ້ຊົງດູແລຮັກສາ
1 ທຸກຄົນທີ່ເປັນຄົນຊອບທັມ ຈົ່ງຍິນດີໃນສິ່ງທີ່ພຣະຜູ້ເປັນເຈົ້າຊົງກະທຳ ແລະທຸກຄົນທີ່ມີຈິດໃຈຊື່ຕົງ ຈົ່ງສັຣເສີນພຣະອົງ 2 ຈົ່ງຖວາຍການຂອບພຣະຄຸນແດ່ພຣະອົງດ້ວຍການດີດພິນ ຈົ່ງຮ້ອງເພງຖວາຍແກ່ພຣະອົງດ້ວຍເຄື່ອງດົນຕຣີນັ້ນ 3 ຈົ່ງຮ້ອງບົດເພງໃຫມ່ຖວາຍແດ່ພຣະອົງ ດ້ວຍການດີດພິນຢ່າງມ່ວນຊື່ນ ແລະຮ້ອງເພງດ້ວຍສຽງດັງ 4 ພຣະວາຈາຂອງພຣະຜູ້ເປັນເຈົ້າຊົງເປັນຈິງ ແລະກິຈການທຸກຢ່າງຂອງພຣະອົງຊົງເປັນທີ່ໄວ້ວາງໃຈໄດ້ 5 ພຣະຜູ້ເປັນເຈົ້າຊົງຮັກຄວາມຊອບທັມ ແລະຄວາມສັດຊື່ ຄວາມຮັກອັນຫມັ້ນຄົງຂອງພຣະອົງຊົງເຕັມທົ່ວໄປໃນແຜ່ນດິນໂລກ 6 ພຣະຜູ້ເປັນເຈົ້າຊົງສ້າງຟ້າສວັນດ້ວຍພຣະດຳຣັດຂອງພຣະອົງ ພຣະອົງຊົງສ້າງຕາເວັນ ເດືອນ ແລະດາວດ້ວຍພຣະວາຈາຂອງພຣະອົງ 7 ພຣະອົງຊົງທ້ອນໂຮມເອົານ້ຳທະເລທັງຫມົດໄວ້ໃນບ່ອນດຽວ ພຣະອົງຊົງຂັງມະຫາສະຫມຸດອັນເລິກໄວ້ໃນບ່ອນຂອງມັນ 8 ທົ່ວທັງແຜ່ນດິນໂລກ ຈົ່ງຢຳເກງພຣະຜູ້ເປັນເຈົ້າ ທຸກໆຄົນທີ່ຢູ່ໃນໂລກ ຈົ່ງຢ້ານຢຳພຣະອົງ 9 ເມື່ອພຣະອົງຊົງສັ່ງໂລກນີ້ກໍເກີດຂຶ້ນມາ ແລະທຸກໆສິ່ງປາກົດຂຶ້ນມາຕາມພຣະດຳຣັດຂອງພຣະອົງ 10 ພຣະຜູ້ເປັນເຈົ້າຊົງທຳລາຍຈຸດປະສົງຂອງຊົນຊາດຕ່າງໆ ພຣະອົງຊົງໃຫ້ແຜນການຂອງເຂົາໄຮ້ປໂຍດ 11 ແຕ່ສ່ວນແຜນການຂອງພຣະອົງນັ້ນຊົງຫມັ້ນຄົງຕລອດໄປ ແລະຄວາມປາຖນາດີຂອງພຣະອົງຊົງເປັນຢູ່ຊົ່ວນີຣັນດອນ 12 ຄວາມສຸກຈົ່ງມີແກ່ຊົນຊາດທີ່ພຣະຜູ້ເປັນເຈົ້າ ຜູ້ທີ່ພຣະອົງຊົງເລືອກໄວ້ໃຫ້ເປັນມໍຣະດົກຂອງພຣະອົງ 13 ພຣະຜູ້ເປັນເຈົ້າຊົງທອດພຣະເນດລົງມາຈາກຟ້າສວັນ ແລະຊົງຫລິງເຫັນມະນຸດທຸກຄົນ 14 ຢູ່ທີ່ນັ້ນ ພຣະອົງຊົງປົກຄອງ ແລະເບິ່ງແຍງທຸກໆຄົນທີ່ຢູ່ເທິງແຜ່ນດິນໂລກ 15 ພຣະອົງຊົງປະກອບຄວາມນຶກຄິດທັງຫລາຍຂອງເຂົາ ແລະຊົງຮູ້ຈັກທຸກໆສິ່ງທີ່ເຂົາເຮັດ 16 ເຈົ້າຊີວິດບໍ່ສາມາດຊະນະດ້ວຍກຳລັງທະຫານໄດ້ ແລະທະຫານກໍບໍ່ສາມາດຊະນະຍ້ອນກຳລັງຂອງຕົນໄດ້ 17 ມ້າເສິກໃຊ້ເອົາໄຊຊະນະໃນການຮົບບໍ່ໄດ້ ກຳລັງອັນແຮງກ້າຂອງມັນກໍຊ່ອຍໃຫ້ພົ້ນບໍ່ໄດ້ 18 ພຣະຜູ້ເປັນເຈົ້າເຝົ້າເບິ່ງແຍງຜູ້ທີ່ຢ້ານຢຳພຣະອົງ ແລະຜູ້ທີ່ເຊື່ອໃນຄວາມຮັກອັນຫມັ້ນຄົງຂອງພຣະອົງ 19 ພຣະອົງຊົງຊ່ອຍເຂົາໃຫ້ພົ້ນຈາກຄວາມຕາຍ ແລະຊົງຄຸ້ມຄອງໃຫ້ເຂົາມີຊີວິດຢູ່ຕໍ່ໄປໃນເວລາອຶດຢາກ 20 ຈິດວິນຍານຂອງເຮົາທັງຫລາຍລໍຄອຍພຣະຜູ້ເປັນເຈົ້າ ພຣະອົງຊົງເປັນຄວາມອຸປຖັມແລະເປັນໂລ່ຂອງເຮົາ 21 ຈິດໃຈຂອງເຣົາທັງຫລາຍຍິນດີນຳພຣະອົງ ແລະເຊື່ອໄວ້ວາງໃຈໃນພຣະນາມອັນບໍຣິສຸດຂອງພຣະອົງ 22 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍໃຫ້ຄວາມຮັກອັນຫມັ້ນຄົງຂອງພຣະອົງຊົງສະຖິດຢູ່ກັບພວກຂ້າພຣະອົງຜູ້ໄດ້ຝາກຄວາມຫວັງໄວ້ກັບພຣະອົງ
ການສັຣເສີນຄວາມດີຂອງພຣະເຈົ້າ ຂອງດາວິດ ເທື່ອທ່ານທຳເປັນບ້າຢູ່ຕໍ່ຫນ້າ ອາບີເມເລກ ພຣະອົງຈຶ່ງຂັບໄລ່ທ່ານອອກໄປເສັຽ ແລະທ່ານກໍໄປ
1 ຂ້າພຣະອົງຈະຂອບພຣະຄຸນພຣະຜູ້ເປັນເຈົ້າທຸກເວລາ ຂ້າພຣະອົງຈະບໍ່ເຊົາສັຣເສີນພຣະອົງຈັກເທື່ອ 2 ຂ້າພຣະອົງຈະສັຣເສີນໃນສິ່ງທີ່ພຣະອົງຊົງກະທຳ ຂໍໃຫ້ທຸກໆຄົນທີ່ຖືກຂົ່ມເຫັງຟັງເອົາແລະຍິນດີ 3 ຈົ່ງພາກັນປະກາດຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ ຂໍໃຫ້ເຮົາພ້ອມກັນສັຣເສີນພຣະນາມຂອງພຣະອົງ 4 ຂ້າພຣະອົງໄດ້ອ້ອນວອນຫາພຣະຜູ້ເປັນເຈົ້າ ແລະພຣະອົງຊົງຕອບຂ້າພຣະອົງ ພຣະອົງຊົງໃຫ້ຄວາມຢ້ານກົວຂອງຂ້າພຣະອົງຫມົດໄປ 5 ຜູ້ທີ່ຖືກຂົ່ມເຫັງໄດ້ມາເບິ່ງພຣະອົງແລະຍິນດີ ເຂົາຈະບໍ່ສູນເສັຽຄວາມຫວັງຈັກເທື່ອ 6 ຜູ້ທີ່ຕ້ອງການຄວາມຊ່ອຍເຫລືອຮ້ອງຫາພຣະອົງ ພຣະອົງຊົງຊ່ອຍເຂົາ ພຣະອົງຊົງຊ່ອຍເຂົາໃຫ້ພົ້ນຈາກຄວາມທຸກລຳບາກນາໆປະການ 7 ທູດຂອງພຣະຜູ້ເປັນເຈົ້າໄດ້ຮັກສາຜູ້ທີ່ຢ້ານຢຳພຣະອົງ ແລະຊ່ອຍຊີວິດຂອງເຂົາໃຫ້ພົ້ນຈາກອັນຕະຣາຍ 8 ພວກທ່ານຈະພົບດ້ວຍຕົນເອງວ່າພຣະຜູ້ເປັນເຈົ້າຊົງດີພຽງໃດ ຄວາມສຸກເປັນຂອງຜູ້ທີ່ສແວງຫາຄວາມປອດພັຍໃນພຣະອົງ 9 ໄພ່ພົນທຸກຄົນຂອງພຣະຜູ້ເປັນເຈົ້າຈົ່ງຢ້ານຢຳພຣະອົງ ຜູ້ທີ່ຢຳເກງພຣະອົງຈະໄດ້ຮັບສິ່ງຕາມທີ່ເຂົາຕ້ອງການ 10 ແມ່ນແຕ່ຝູງສິງກໍຍັງຂາດອາຫານແລະອຶດຫິວ ແຕ່ວ່າຜູ້ທີ່ເຊື່ອຟັງພຣະຜູ້ເປັນເຈົ້າຈະບໍ່ຂາດສິ່ງທີ່ດີເລີຍ 11 ພວກລູກຫລານຂອງຂ້າພະເຈົ້າເອີຍ ຈົ່ງມາພີ້ແລະຟັງຂ້າພະເຈົ້າເທີນ ຂ້າພະເຈົ້າຈະສອນໃຫ້ພວກເຈົ້າຢ້ານຢຳພຣະຜູ້ເປັນເຈົ້າ 12 ພວກເຈົ້າມັກຊີວິດມ່ວນຊື່ນແມ່ນບໍ່? ພວກເຈົ້າປາຖນາຊີວິດຍິນຍາວແລະຄວາມສຸກບໍ່ແມ່ນບໍ່? 13 ຈົ່ງລະວັງລີ້ນຂອງເຈົ້າຈາກຄວາມຊົ່ວ ແລະຢ່າໃຫ້ຮີມຝີປາກເວົ້າເປັນອຸບາຍຫລອກລວງ 14 ຈົ່ງຫັນຫລັງໃຫ້ຄວາມຊົ່ວ ແລະສ້າງແຕ່ຄວາມດີ ຖ້າຕ້ອງການສິ່ງເຫລົ່ານີ້ ຈົ່ງປາຖນາຫາແຕ່ຄວາມສງົບສຸກ ແລະສ້າງແຕ່ຄວາມດີຂຶ້ນ 15 ພຣະຜູ້ເປັນເຈົ້າຊົງຄອຍເຝົ້າເບິ່ງແຍງຄົນຊອບທັມ ແລະຊົງຟັງສຽງຮ້ອງຂໍຂອງເຂົາ 16 ແຕ່ພຣະອົງຊົງຫັນຫນ້າຫນີຈາກຜູ້ທີ່ທຳຊົ່ວ ດັ່ງນັ້ນ ແມ່ນແຕ່ປະຊາຊົນຂອງເຂົາກໍຈະລືມເຂົາໄປ 17 ເມື່ອຄົນຊອບທັມຮ້ອງຫາພຣະຜູ້ເປັນເຈົ້າ ພຣະອົງຊົງຟັງເຂົາ ພຣະອົງຊົງຊ່ອຍຊີວິດເຂົາໃຫ້ພົ້ນຈາກຄວາມທຸກລຳບາກ 18 ພຣະຜູ້ເປັນເຈົ້າຊົງສະຖິດຢູ້ໃກ້ຜູ້ທີ່ຂາດຄວາມກ້າຫານ ແລະພຣະອົງຊົງຊ່ອຍຜູ້ທີ່ສູນເສັຽຄວາມຫວັງທຸກຢ່າງ 19 ຄົນດີທົນທຸກທໍຣະມານຕໍ່ຄວາມທຸກຍາກລຳບາກຢ່າງຫລວງຫລາຍ ແຕ່ພຣະຜູ້ເປັນເຈົ້າຊົງຊ່ອຍເຂົາໃຫ້ພົ້ນຈາກສິ່ງເຫລົ່ານີ້ 20 ພຣະອົງຊົງຄຸ້ມຄອງເຂົາໄວ້ທຸກຢ່າງ ແມ່ນແຕ່ກະດູກຊີກນຶ່ງຂອງເຂົາກໍຈະບໍ່ຫັກແຕກໄປ 21 ຄວາມຊົ່ວຈະເຮັດໃຫ້ຄົນຊົ່ວຊ້າຕາຍໄປ ຄົນທີ່ກຽດຊັງຄົນຊອບທັມຈະຖືກໂທດ 22 ພຣະຜູ້ເປັນເຈົ້າຊົງຊ່ອຍຜູ້ຮັບໃຊ້ຂອງພຣະອົງໃຫ້ພົ້ນໄພ ຜູ້ທີ່ຢູ່ໃນຄວາມຄຸ້ມຄອງຂອງພຣະອົງຈະພົ້ນໄພ
ຄຳອະທິຖານຂໍຊົງຊ່ອຍໃຫ້ພົ້ນຈາກສັດຕຣູ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຕໍ່ຕ້ານຜູ້ທີ່ຕໍ່ຕ້ານຂ້າພຣະອົງ ຂໍຊົງສູ້ຮົບກັບຜູ້ທີ່ຮົບກັບຂ້າພຣະອົງ 2 ຂໍຊົງຖືໂລ້ແລະດັ້ງ ແລະຊົງລຸກຂຶ້ນຊ່ອຍຂ້າພຣະອົງ 3 ຂໍຊົງຕຽມຫອກແລະຂວານຕໍ່ສູ້ຜູ້ໄລ່ຕາມຂ້າພຣະອົງ ຂໍຕຣັສກັບຈິດໃຈຂອງຂ້າພຣະອົງວ່າ, “ເຣົາເປັນຜູ້ຊ່ອຍກູ້ຂອງເຈົ້າ” 4 ຜູ້ທີ່ສແວງຊີວິດຂອງຂ້າພຣະອົງນັ້ນ ຂໍໃຫ້ເຂົາໄດ້ອາຍແລະອັປຍົດ ຜູ້ທີ່ປະດິດຄວາມຊົ່ວຕໍ່ສູ້ຂ້າພຣະອົງນັ້ນ ຂໍຊົງໃຫ້ເຂົາກັບໄປແລະອົດສູ 5 ໃຫ້ເຂົາເປັນເຫມືອນແກບຕໍ່ຫນ້າລົມມີທູດສວັນຂອງພຣະຜູ້ເປັນເຈົ້າຂັບໄລ່ຕາມເຂົາໄປ 6 ຂໍໃຫ້ທາງຂອງເຂົາມືດແລະລື່ນ ມີທູດສວັນຂອງພຣະຜູ້ເປັນເຈົ້າໄລ່ຕາມເຂົາໄປ 7 ເພາະເຂົາຫ້າງແຮ້ວໃສ່ຂ້າພຣະອົງຢ່າງບໍ່ມີເຫດຜົນ ເຂົາຂຸດຂຸມເລິກດັກເອົາຊີວິດຂ້າພຣະອົງຢ່າງບໍ່ມີເຣື່ອງ 8 ຂໍໃຫ້ຄວາມພິນາດມາເຖິງເຂົາຢ່າງບໍ່ຣູ້ຕົວ ແລະຂໍໃຫ້ຫ້າງແຮ້ວທີ່ເຂົາເຊື່ອງໄວ້ນັ້ນຕິດເຂົາເອງ ແລະໃຫ້ເຂົາຕິດແຮ້ວພິນາດເອງ 9 ແລ້ວຈິດວິນຍານຂອງຂ້າພຣະອົງຈະຍິນດີໃນພຣະຜູ້ເປັນເຈົ້າ ດີໃຈຢູ່ໃນການຊ່ອຍກູ້ຂອງພຣະອົງ 10 ກະດູກທັງຫມົດຂອງຂ້າພຣະອົງຈະກ່າວວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າບໍ່ມີຜູ້ໃດເຫມືອນພຣະອົງ ພຣະອົງຊົງຊ່ອຍກູ້ຄົນອ່ອນແອຈາກຜູ້ທີ່ເຂັ້ມແຂງເກີນກຳລັງຂອງເຂົາ ຄົນອ່ອນແອແລະຄົນຂັດສົນຈາກຜູ້ທີ່ປຸ້ນເຂົາ” 11 ມີພຍານປອງຮ້າຍລຸກຂຶ້ນ ເຂົາຖາມເຖິງສິ່ງທີ່ຂ້າພຣະອົງບໍ່ຮູ້ 12 ເຂົາສນອງຂ້າພຣະອົງໂດຍທາງທຳຊົ່ວຕອບຄວາມດີ ຈິດໃຈຂອງຂ້າພຣະອົງກໍສິ້ນຫວັງ 13 ສ່ວນຂ້າພຣະອົງ ເມື່ອເຂົາປ່ວຍ ຂ້າພຣະອົງໃສ່ຜ້າກະສອບ ຂ້າພຣະອົງຂົ່ມໃຈຕົນເອງດ້ວຍການອົດອາຫານ ຂ້າພຣະອົງກົ້ມຫນ້າລົງທີ່ເອີກອ້ອນວອນ 14 ຢ່າງທີ່ຂ້າພຣະອົງເປັນທຸກເພື່ອຫມູ່ ຫລືພີ່ນ້ອງຂອງຂ້າພຣະອົງ ຂ້າພຣະອົງອອກໄປເຫມືອນຄົນໄວ້ທຸກໃຫ້ແມ່ ຄໍຕົກແລະຮ້ອງໄຫ້ຄ່ຳຄວນ 15 ແຕ່ພໍຂ້າພຣະອົງສະດຸດ ເຂົາກໍຊຸມນຸມກັນຢ່າງຊອບໃຈ ເຂົາຮວບຮວມກັນມາສູ້ກັບຂ້າພຣະອົງ ນັກເລງຫົວໄມ້ຊຶ່ງຂ້າພຣະອົງບໍ່ຮູ້ຈັກໄດ້ດ່າວ່າຂ້າພຣະອົງຢ່າງບໍ່ຢຸດຢັ້ງ 16 ເຂົາເຍາະເຍີ້ຍຂຶ້ນຢ່າງຫຍາບຄາຍ ຂົບແຂ້ວຄ້ຽວຟັນໃສ່ຂ້າພຣະອົງໃສ່ຂ້າພຣະອົງ 17 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຈະທອດພຣະເນດເບິ່ງອີກດົນປານໃດ ຂໍຊົງຊ່ອຍກູ້ຂ້າພຣະອົງຈາກການຮ້າຍກາດຂອງເຂົາ ຊ່ອຍຊີວິດຂ້າພຣະອົງຈາກຫມູ່ສິງຫນຸ່ມ 18 ແລ້ວຂ້າພຣະອົງຈະໂມທະນາພຣະຄຸນພຣະອົງໃນທີ່ຊຸມນຸມໃຫຍ່ ຂ້າພຣະອົງຈະສັຣເສີນພຣະອົງຖ້າມກາງຄົນຈຳນວນຫລາຍ 19 ຂໍຢ່າໃຫ້ຄູ່ສັດຕຣູທີ່ໄຮ້ເຫດຜົນນັ້ນມີຄວາມຍິນດີເຫນືອຂ້າພຣະອົງ ແລະຢ່າໃຫ້ບັນດາຜູ້ທີ່ກຽດຊັງຂ້າພຣະອົງຢ່າງບໍ່ມີເຫດໄດ້ຫລິ່ວຕາໃຫ້ກັນ 20 ເພາະເຂົາບໍ່ເວົ້າຢ່າງສັນຕິ ແຕ່ເຂົາຄິດຖ້ອຍຄຳຫລອກລວງຕໍ່ບັນດາຜູ້ທີ່ສງົບງຽບໃນແຜ່ນດິນ 21 ເຂົາອ້າປາກກວ້າງໃສ່ຂ້າພຣະອົງ ເຂົາກ່າວວ່າ, “ຫັ້ນເດ ເຮົາເຫັນກັບຕາແລ້ວ” 22 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງທອດພຣະເນດແລ້ວ ຂໍຢ່າຊົງມິດງຽບ ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຢ່າຊົງສະຖິດໄກຂ້າພຣະອົງ 23 ໂຜດຕື່ນຂຶ້ນມາປົກປ້ອງ ແລະແກ້ຄະດີໃຫ້ຂ້າພຣະອົງເຖີດ ຂ້າແດ່ພຣະເຈົ້າ ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຂໍຊົງຮ້ອນພຣະທັຍ 24 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພຣະອົງ ຂໍຊົງໃຫ້ຄວາມຍຸດຕິທັມແກ່ຂ້າ ພຣະອົງຕາມຄວາມຊອບທັມຂອງພຣະອົງ ແລະຂໍຢ່າໃຫ້ເຂົາຍິນດີເຫນືອຂ້າພຣະອົງ 25 ຢ່າໃຫ້ເຂົາທັງຫລາຍເວົ້າໃນໃຈວ່າ, “ເອີ, ເຮົາໄດ້ຕາມໃຈປາຖນາຂອງເຮົາ” ຢ່າໃຫ້ເຂົາກ່າວໄດ້ວ່າ, “ເຮົາໄດ້ກຳຈັດເຂົາແລ້ວ” 26 ຂໍໃຫ້ເຂົາໄດ້ອາຍແລະໄດ້ຄວາມຫຍຸ້ງຍາກດ້ວຍກັນ ຄືເຂົາຜູ້ຍິນດີເພາະຄວາມລຳເຄັນຂອງຂ້າ ພຣະອົງ ໃຫ້ເຂົາໄດ້ຮັບຄວາມອາຍແລະຄວາມອັປຍົດ ຄືຜູ້ທີ່ເຂົາອວດຕົວສູ້ຂ້າພຣະອົງ 27 ຂໍໃຫ້ບັນດາຜູ້ທີ່ເຫັນຊອບໃນໄຊຊະນະຂອງຂ້າພຣະອົງໂຮ່ຮ້ອງແລະຍິນດີ ແລະກ່າວຢູ່ສເມີວ່າ, “ພຣະເຈົ້ານັ້ນຍິ່ງໃຫຍ່ ພຣະອົງຜູ້ຊົງຊົມຊື່ນຍິນດີໃນສວັດດີພາບຂອງຜູ້ຮັບໃຊ້ຂອງພຣະອົງ” 28 ແລ້ວລີ້ນຂອງຂ້າພຣະອົງຈະບອກເລົ່າເຖິງຄວາມຊອບທັມຂອງພຣະອົງ ແລະຈະສັຣເສີນພຣະອົງສືບໄປທຸກໆມື້
ຄວາມຮັກຫມັ້ນຄົງຂອງພຣະເຈົ້າ ເຖິງຫົວຫນ້ານັກຮ້ອງ ຂອງດາວິດ ຜູ້ຮັບໃຊ້ຂອງພຣະເຈົ້າ
1 ການລະເມີດເວົ້າກັບຄົນອະທັມ ເລິກເຂົ້າໄປໃນຈິດໃຈຂອງເຂົາ ເຂົາບໍ່ເຫັນຈະຕ້ອງຢ້ານພຣະເຈົ້າ 2 ເພາະເຂົາຍົກຕົນເອງໃນສາຍຕາຂອງຕົນວ່າ ບໍ່ມີໃຜພົບແລະກຽດຊັງຄວາມຜິດບາບຂອງເຂົາ 3 ຄຳເວົ້າຈາກປາກຂອງເຂົາກໍຊົ່ວຮ້າຍ ແລະຫລອກລວງ ເຂົາເຊົາທີ່ຈະບໍ່ເຮັດສິ່ງທີ່ສລາດ ແລະສິ່ງທີ່ດີອີກຕໍ່ໄປ 4 ເຂົາວາງແຜນຄວາມຊົ່ວຮ້າຍໃນເວລາເຂົາຢູ່ເທິງຕຽງນອນຂອງເຂົາ ເຂົາວາງຕົວໃນທາງທີ່ບໍ່ດີ ເຂົາບໍ່ໄດ້ກຽດຊັງຄວາມຊົ່ວ 5 ຂ້າແດ່ພຣະຜູ້ເປັນເຈົ້າ ຄວາມຮັກຫມັ້ນຄົງຂອງພຣະອົງຢຸ່ໃນຟ້າສວັນ ຄວາມສັດຊື່ຂອງພຣະອົງໄປເຖິງເມກ 6 ຄວາມຊອບທັມຂອງພຣະອົງເຫມືອນພູເຂົາທັງຫລາຍຂອງພຣະຜູ້ເປັນເຈົ້າ ຄຳພິພາກສາຂອງພຣະອົງເຫມືອນທີ່ເລິກ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຊ່ອຍມະນຸດແລະສັດໃຫ້ລອດ 7 ຂ້າແດ່ພຣະຜູ້ເປັນເຈົ້າ ຄວາມຮັກຫມັ້ນຄົງຂອງພຣະອົງປະເສີດຢ່າງໃດຫນໍ ລູກຫລານຂອງມະນຸດເຂົ້າລີ້ພັຍຢູ່ໃຕ້ຮົ່ມປີກຂອງພຣະອົງ 8 ເຂົາອີ່ມດ້ວຍຄວາມອຸດົມສົມບູນແຫ່ງພຣະຜາສາດຂອງພຣະອົງ ແລະພຣະອົງປະທານໃຫ້ເຂົາດື່ມຈາກແມ່ນ້ຳແຫ່ງຄວາມສຸກກະເສີມຂອງພຣະອົງ 9 ເພາະທານນ້ຳພຸແຫ່ງຊີວິດຢູ່ກັບພຣະອົງ ເຮົາເຫັນຄວາມສວ່າງໂດຍຂອງພຣະອົງ 10 ຂໍປະທານຄວາມຮັກຫມັ້ນຄົງຂອງພຣະອົງຕໍ່ໄປແກ່ຜູ້ທີ່ຮູ້ຈັກພຣະອົງ ແລະຄວາມລອດຂອງພຣະອົງແກ່ຄົນໃຈທ່ຽງທັມ 11 ຂໍຢ່າໃຫ້ຕີນຂອງຄົນຈອງຫອງມາເຫນືອຂ້າພຣະອົງ ຫລືໃຫ້ມືຂອງຄົນອະທັມຂັບໄລ່ຂ້າພຣະອົງໄປ 12 ແລ້ວຄົນທຳຊົ່ວກໍລົ້ມຢູ່ທີ່ນັ້ນ ເຂົາຖືກຊຸກລົງ ລຸກຂຶ້ນອີກບໍ່ໄດ້
ໂຊກຊະຕາຂອງຄົນຊົ່ວແລະຄົນດີ ຂອງດາວິດ
1 ຢ່າເສັຽໃຈຍ້ອນຄົນຊົ່ວ ຢ່າອິດສາຜູ້ທີ່ໄດ້ມາໃນທາງຜິດ 2 ເຂົາຈະສູນເສັຽໄປເຫມືອນຫຍ້າທີ່ຫ່ຽວແຫ້ງລົງ ເຂົາຈະຕາຍເຫມືອນດັ່ງຕົ້ນໄມ້ທີ່ຫ່ຽວແຫ້ງ 3 ຈົ່ງເຊື່ອຟັງພຣະຜູ້ເປັນເຈົ້າ ແລະສ້າງແຕ່ຄວາມດີ ແລ້ວອາໄສຢູ່ໃນປະເທດຂອງຕົນຢ່າງປອດພັຍ 4 ຈົ່ງຊອກຫາຄວາມສຸກໃນພຣະຜູ້ເປັນເຈົ້າ ແລະພຣະອົງຈະປະທານໃຫ້ຕາມໃຈມັກຂອງເຈົ້າ 5 ຈົ່ງຖວາຍຕົວເອງແດ່ພຣະຜູ້ເປັນເຈົ້າ ຈົ່ງເຊື່ອພຣະອົງ ແລະພຣະອົງຈະຊ່ອຍເຫລືອເຈົ້າ 6 ພຣະອົງຈະຊົງກະທຳໃຫ້ຄວາມດີຂອງເຈົ້າຊ່າລືໄປ ແລະຄວາມຊອບທັມຂອງເຈົ້າເປັນເຫມືອນດັ່ງດວງຕາເວັນໃນຍາມທ່ຽງ 7 ຈົ່ງຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າຢ່າງສງົບງຽບ ແລະຄອຍຖ້າກິຈການຂອງພຣະອົງດ້ວຍຄວາມອົດທົນ ຢ່າຄິດຫນັກໃນກ່ຽວກັບຜູ້ມັ່ງຄັ່ງສົມບູນ ຫລືຜູ້ທີ່ສຳເຣັດຜົນໃນແຜນການຊົ່ວຂອງເຂົາ 8 ຢ່າໃຈຮ້າຍ ຢ່າວຸ້ນວາຍ ແລະຢ່າເສັຽໃຈ ເພາະສິ່ງເຫລົ່ານີ້ບໍ່ໄດ້ເຮັດໃຫ້ເຈົ້າດີຂຶ້ນຢ່າງໃດຫມົດ 9 ສ່ວນຜູ້ທີ່ເຊື່ອພຣະຜູ້ເປັນເຈົ້າຈະຢູ່ໃນຜືນແຜ່ນດິນຢ່າງປອດພັຍ ແຕ່ຄົນຊົ່ວຈະຖືກຂັບໄລ່ຫນີ 10 ໃນພຽງຊົ່ວລະຍະດຽວເທົ່ານັ້ນແຫລະ ຄົນຊົ່ວຮ້າຍຈະດັບສູນໄປ ພວກເຈົ້າຈະຊອກຫາເຂົາແຕ່ຈະບໍ່ພົບ 11 ແຕ່ຜູ້ທີ່ອ່ອນໂຍນຈະຢູ່ໃນແຜ່ນດິນຢ່າງປອດພັຍ ແລະເຕັມໄປດ້ວຍຄວາມສງົບສຸກ 12 ຄົນຊົ່ວວາງແຜນອຸບາຍຕໍ່ສູ້ຄົນດີ ແລະກັດແຂ້ວໃສ່ເຂົາ 13 ພຣະຜູ້ເປັນເຈົ້າຊົງຫົວຂວັນຄົນຊົ່ວຮ້າຍ ເພາະພຣະອົງຊົງຮູ້ຈັກວ່າໃນບໍ່ດົນນີ້ເຂົາຈະຖືກທຳລາຍ 14 ຄົນຊົ່ວຮ້າຍຖອດດາບຂອງເຂົາອອກ ແລະກົ່ງຄັນທະນູເພື່ອຂ້າຄົນທຸກຍາກແລະຂັດສົນຖິ້ມ ແລະຂ້າຄົນດີທັງຫລາຍໂດຍວິທີປາດຄໍ 15 ແຕ່ວ່າເຂົາຈະຖືກທຳລາຍດ້ວຍດາບຂອງເຂົາເອງ ແລະຄັນທະນູຂອງເຂົາຈະຫັກ 16 ສິ່ງຂອງເລັກນ້ອຍທີ່ຄົນດີມີຢູ່ກໍດີກວ່າຊັບສົມບັດຂອງຄົນຊົ່ວທັງຫລາຍ 17 ເພາະວ່າພຣະຜູ້ເປັນເຈົ້າຈະໃຫ້ກຳລັງຂອງຄົນຊົ່ວຮ້າຍສູນເສັຽໄປ ແຕ່ພຣະອົງຈະຊົງຄ້ຳຊູຄົນດີ 18 ພຣະຜູ້ເປັນເຈົ້າຊົງພິທັກຮັກສາຜູ້ທີ່ສັດຊື່ຕໍ່ພຣະອົງ ແລະຜືນແຜ່ນດິນຈະເປັນຂອງເຂົາຕລອດໄປ 19 ເຂົາຈະບໍ່ທົນທຸກທໍຣະມານໃນຄາວເຄາະຮ້າຍ ເຂົາຈະມີພຽງພໍໃນຄາວອຶດຢາກ 20 ແຕ່ວ່າຄົນຊົ່ວຈະຕ້ອງຕາຍ ສັດຕຣູທັງຫລາຍຂອງພຣະຜູ້ເປັນເຈົ້າຈະດັບສູນໄປເຫມືອນດອກໄມ້ປ່າ ເຂົາຈະສູນຫາຍໄປເຫມືອນດັ່ງຄວັນໄຟ 21 ຄົນຊົ່ວຮ້າຍຂໍຢືມເງິນແຕ່ບໍ່ສົ່ງຄືນ ສ່ວນຄົນດີມີໃຈກວ້າງຂວາງແລະເອື້ອເຟື້ອອາຣີ 22 ຜູ້ທີ່ຮັບພຣະພອນຈາກພຣະຜູ້ເປັນເຈົ້າຈະອາໄສຢູ່ໃນຜືນແຜ່ນດິນນີ້ຢ່າງປອດພັຍ ແຕ່ວ່າຜູ້ທີ່ພຣະອົງຊົງສາບແຊ່ງຈະຖືກຂັບໄລ່ອອກໄປ 23 ພຣະຜູ້ເປັນເຈົ້າຊົງນຳພາມະນຸດຢ່າງປອດພັຍຕາມວິຖີທາງທີ່ເຂົາປະພຶດ ແລະພຣະອົງຊົງພໍພຣະທັຍນຳຄວາມປະພຶດນັ້ນ 24 ຖ້າວ່າເຂົາລົ້ມລົງ ເຂົາຈະບໍ່ຖືກຢຽບຢ່ຳ ເພາະພຣະອົງຈະຊົງຊ່ອຍເຂົາໃຫ້ລຸກຂຶ້ນໄດ້ 25 ແຕ່ກ່ອນຂ້າພະເຈົ້າເປັນເດັກນ້ອຍ ດຽວນີ້ຂ້າພະເຈົ້າເຖົ້າແລ້ວ ແຕ່ຂ້າພະເຈົ້າບໍ່ເຄີຍເຫັນວ່າພຣະຜູ້ເປັນເຈົ້າປະລະຄົນດີ ຫລືໃຫ້ລູກທັງຫລາຍຂອງເຂົາຂໍທານກິນ 26 ໃນຕລອດເວລາ ຄົນດີໄດ້ໃຫ້ທານຂອງໄປລ້າໆ ແລະເອົາເງິນໃຫ້ຄົນອື່ນຢືມ ລູກທັງຫລາຍຂອງເຂົາກໍໄດ້ຮັບພຣະພອນ 27 ຈົ່ງຫັນຫລັງໃຫ້ຄວາມຊົ່ວ ແລະສ້າງແຕ່ຄວາມດີ ແລະເຈົ້າຈະອາໄສຢູ່ໃນແຜ່ນດິນຕລອດໄປ 28 ເພາະວ່າພຣະຜູ້ເປັນເຈົ້າຊົງຮັກຄວາມຊອບທັມ ພຣະອົງບໍ່ປະລະຜູ້ທີ່ຈົ່ງຮັກພັກດີຕໍ່ພຣະອົງ ພຣະອົງຊົງຄຸ້ມຄອງເຂົາຕລອດມາ ແຕ່ວ່າເຊື້ອສາຍຂອງຄົນຊົ່ວຮ້າຍຈະຖືກຂັບໄລ່ຫນີ 29 ຄົນຊອບທັມຈະຢູ່ໃນຜືນແຜ່ນດີນຢ່າງປອດພັຍ ແລະເປັນເຈົ້າຂອງດິນນັ້ນຕລອດໄປ 30 ຄຳເວົ້າຂອງຄົນດີເປັນຄຳເວົ້າສລາດ ເຂົາເວົ້າແຕ່ສິ່ງທີ່ຖືກຕ້ອງ 31 ພຣະທັມຂອງພຣະເຈົ້າຢູ່ໃນຈິດໃຈຂອງເຂົາ ແລະ ບາດກ້າວຂອງເຂົາຈະບໍ່ພາດ 32 ຄົນຊົ່ວຮ້າຍທັງຫລາຍພຍາຍາມຄອຍເຝົ້າຂ້າຄົນດີ 33 ແຕ່ວ່າພຣະຜູ້ເປັນເຈົ້າຈະບໍ່ຊົງປະລະໃຫ້ຄົນດີຕົກຢູ່ໃຕ້ອຳນາດຂອງສັດຕຣູ ຫລືປ່ອຍໃຫ້ເຂົາຖືກໂທດເມື່ອຖືກສານຕັດສິນ 34 ຈົ່ງມອບຄວາມຫວັງຂອງເຈົ້າໄວ້ກັບພຣະຜູ້ເປັນເຈົ້າ ແລະເຊື່ອຟັງພຣະບັນຍັດຂອງພຣະອົງ ພຣະອົງຈະຊົງປະທານເຫື່ອແຮງໃຫ້ເຈົ້າຢູ່ໃນຜືນແຜ່ນດິນຢ່າງປອດພັຍ ແລະເຈົ້າຈະເຫັນວ່າຄົນຊົ່ວຮ້າຍຖືກໄລ່ອອກໄປ 35 ຂ້າພະເຈົ້າເຄີຍເຫັນຄົນຊົ່ວປົກຄອງແບບການຂົ່ມເຫັງ ເຂົາຖືຕົວສູງດັ່ງຕົ້ນສົນທີ່ປະເທດເລບານອນ 36 ແຕ່ຕໍ່ມາ ຂ້າພະເຈົ້າກາຍຜ່ານມາ ແຕ່ບໍ່ເຫັນຄົນນັ້ນຢູ່ຫັ້ນ ຂ້າພະເຈົ້າໄດ້ຊອກຫາເຂົາແຕ່ບໍ່ພົບ 37 ຈົ່ງພິຈາຣະນາເບິ່ງຄົນດີແລະຊອບທັມ ເພາະວ່າມະນຸດທີ່ມີຄວາມສງົບຈະມີເຊື້ອສາຍຫລາຍ 38 ແຕ່ຄົນທີ່ເຮັດຜິດຕ້ອງຖືກທຳລາຍເປັນແນ່ ເຊື້ອສາຍຂອງເຂົາຈະຖືກທຳລາຍໃຫ້ດັບສູນໄປ 39 ພຣະຜູ້ເປັນເຈົ້າຊົງຊ່ອຍມະນຸດທີ່ຊອບທັມໃຫ້ພົ້ນພັຍ ແລະໃນເວລາທຸກລຳບາກ ພຣະອົງຊົງເປັນທີ່ເພິ່ງຂອງເຂົາ 40 ພຣະອົງຊົງຊ່ອຍເຫລືອເຂົາ ແລະຊ່ອຍຊີວິດຂອງເຂົາໄວ້ ທັງຊ່ອຍເຂົາໃຫ້ພົ້ນຈາກຄົນຊົ່ວຮ້າຍ ເພາະວ່າພວກເຂົາມາຂໍໃຫ້ພຣະອົງຄຸ້ມຄອງ
ຄຳອ້ອນວອນຂອງຜູ້ສຳນຶກຕົວທີ່ຮັບທຸກ ເພງສັຣເສີນ ຂອງດາວິດ ເພື່ອການຖວາຍບູຊາຣະນຶກ
1 ຂ້າແດ່ພຣະເຈົ້າ ຂໍຢ່າຊົງຂະຫນາບຂ້າພຣະອົງດ້ວຍຄວາມໂກດຂອງພຣະອົງ ຫລືຕີສອນຂ້າພຣະອົງດ້ວຍພຣະພິໂຣດຂອງພຣະອົງ 2 ເພາະລູກທະນູຂອງພຣະອົງຈົມເຂົ້າໄປໃນຂ້າພຣະອົງ ແລະພຣະຫັດຂອງພຣະອົງລົງມາເຫນືອຂ້າພຣະອົງ 3 ເພາະພຣະພິໂຣດຂອງພຣະອົງຈຶ່ງບໍ່ມີຄວາມປົກກະຕິໃນເນື້ອຫນັງຂອງຂ້າພຣະອົງ ເພາະບາບຂອງຂ້າພຣະອົງຈຶ່ງບໍ່ມີອະນາມັຍໃນກະດູກຂອງຂ້າພຣະອົງ 4 ເພາະຄວາມບາບຜິດຂອງຂ້າພຣະອົງຖ້ວມຫົວ ມັນຫນັກເຫມືອນພາຣະ ຊຶ່ງຫນັກເຫລືອກຳລັງຂ້າພຣະອົງ 5 ເພາະຄວາມໂງ່ຈ້າຂອງຂ້າພຣະອົງ ບາດແຜຂອງຂ້າພຣະອົງຈຶ່ງເຫມັນແລະເນົ່າເປື່ອຍ 6 ຂ້າພຣະອົງຄ້ອມລົງແລະງໍລົງຫລາຍ ຂ້າພຣະອົງເດີນເປັນທຸກຕລອດວັນ 7 ເພາະບັ້ນເອວຂອງຂ້າພຣະອົງໄຫມ້ເຕັມໄປຫມົດ ແລະບໍ່ມີຄວາມປົກກະຕິໃນເນື້ອຫນັງຂອງຂ້າພຣະອົງ 8 ຂ້າພຣະອົງຫມົດແຮງທັງຖືກຂະຍີ້ຈົນຫມົດສະຕິໄປ ຂ້າພຣະອົງລະທົມທຸກເພາະຄວາມເຈັບປວດໃນໃຈ 9 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມປາຖນາທັງສິ້ນຂອງຂ້າພຣະອົງກໍແຈ້ງຢູ່ກັບພຣະອົງ ການຖອນຫາຍໃຈຂອງຂ້າພຣະອົງຄົງບໍ່ພົ້ນທີ່ພຣະອົງຊົງຊາບ 10 ຫົວໃຈຂອງຂ້າພຣະອົງເຕັ້ນ ແລະກຳລັງຂອງຂ້າພຣະອົງຫມົດໄປ ແລະຄວາມສວ່າງຂອງນັຍຕາຂອງຂ້າພຣະອົງກໍສູນໄປຈາກຂ້າພຣະອົງເສັຽແລ້ວ 11 ມິດແລະເພື່ອນຂອງຂ້າພຣະອົງຢືນເດັ່ນຢູ່ຫ່າງຈາກໄພວິບັດຂອງຂ້າພຣະອົງ ແລະຍາດພີ່ນ້ອງຂອງຂ້າພຣະອົງຢືນຫ່າງອອກໄປໄກ 12 ແລະບັນດາຜູ້ທີ່ສແວງຫາຊີວິດຂອງຂ້າພຣະອົງໄດ້ວາງບ້ວງໄວ້ ບັນດາຜູ້ທີ່ຄິດທຳຮ້າຍຂ້າພຣະອົງເວົ້າເປັນອຸບາຍ ແລະພາວະນາເຖິງການທໍຣະຍົດຢູ່ຕລອດວັນ 13 ແຕ່ຂ້າພຣະອົງເຫມືອນຄົນຫູຫນວກ ຂ້າພຣະອົງບໍ່ໄດ້ຍິນເຫມືອນຄົນໃບ້ທີ່ເວົ້າຈາບໍ່ໄດ້ 14 ຂ້າພຣະອົງເຫມືອນຄົນທີ່ບໍ່ໄດ້ຍິນ ຊຶ່ງໃນປາກຂອງເຂົາບໍ່ມີການຕອບຫຍັງເລີຍ 15 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ຂ້າພຣະອົງລໍຄອຍພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພຣະອົງ ຄືພຣະອົງຜູ້ທີ່ຈະຊົງຕອບຂ້າພຣະອົງ 16 ເພາະຂ້າພຣະອົງອ້ອນວອນວ່າ, “ຂໍພຽງຢ່າໃຫ້ເຂົາຍິນດີເພາະຂ້າພຣະອົງ ຄືຜູ້ທີ່ໂອ້ອວດຕໍ່ຂ້າພຣະອົງ ເມື່ອຕີນຂ້າພຣະອົງພາດໄປ” 17 ເພາະຂ້າພຣະອົງຈະລົ້ມແລ້ວ ແລະຄວາມເຈັບປວດຢູ່ກັບຂ້າພຣະອົງສເມີ 18 ຂ້າພຣະອົງສາລະພາບບາບຜິດຂອງຂ້າພຣະອົງ ຂ້າພຣະອົງເປັນທຸກເພາະບາບຂອງຂ້າພຣະອົງ 19 ບັນດາຜູ້ທີ່ເປັນສັດຕຣູຂອງຂ້າພຣະອົງກໍວ່ອງໄວແລະແຂງແຮງ ແລະຄົນທີ່ຊັງຂ້າພຣະອົງໂດຍໄຮ້ເຫດຜົນມີຫລາຍ 20 ບັນດາຜູ້ທີ່ທຳຊົ່ວແກ່ຂ້າພຣະອົງຕອບແທນຄວາມດີ ເປັນປໍຣິປັກຂອງຂ້າພຣະອົງ ເພາະຂ້າພຣະອົງຕິດຕາມຄວາມດີ 21 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຢ່າຊົງປະຖິ້ມຂ້າພຣະອົງ ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍຢ່າສະຖິດໄກຂ້າພຣະອົງ 22 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມລອດຂອງຂ້າພຣະອົງ ຂໍຊົງຮີບມາຊ່ອຍຂ້າພຣະອົງເຖີດ
ຊີວິດທີ່ບໍ່ທ່ຽງຂອງມະນຸດ ເຖິງຫົວຫນ້ານັກຮ້ອງ ເຖິງເຢດູທູນ ເພງສັຣເສີນ ຂອງ ດາວິດ
1 ຂ້າພະເຈົ້າວ່າ, “ຂ້າພະເຈົ້າຈະລະວັງທາງຂອງຂ້າພະເຈົ້າ ເພື່ອຂ້າພະເຈົ້າຈະບໍ່ທຳບາບດ້ວຍລີ້ນຂອງຂ້າພະເຈົ້າ ຂ້າພະເຈົ້າຈະປິດປາກຂອງຂ້າພະເຈົ້າ ເມື່ອຄົນອະທັມຢູ່ຕໍ່ຫນ້າຂ້າພະເຈົ້າ 2 ຂ້າພະເຈົ້າກໍເປັນໃບ້ງຽບໄປ ຂ້າພະເຈົ້າມິດງຽບແຕ່ບໍ່ສຳເຣັດ ຄວາມທຸກໃຈຂອງຂ້າພະເຈົ້າຮຸນແຮງຂຶ້ນ 3 ຈິດໃຈຂ້າພະເຈົ້າຮ້ອນຢູ່ພາຍໃນຂ້າພະເຈົ້າ ຂນະທີ່ຂ້າພະເຈົ້າກຳລັງຄຶດຢູ່ນັ້ນໄຟກໍລຸກ ຂ້າພະເຈົ້າຈຶ່ງເວົ້າດ້ວຍລີ້ນຂອງຂ້າພະເຈົ້າວ່າ, 4 “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍໃຫ້ຂ້າພຣະອົງຮູ້ເຖິງບັ້ນປາຍຂອງຂ້າພຣະອົງ ແລະວັນເວລາຂອງຂ້າພຣະອົງຈະຢູ່ດົນປານໃດ ຂໍໃຫ້ຂ້າພຣະອົງຮູ້ວ່າຊີວິດຂ້າພຣະອົງບໍ່ທ່ຽງຢ່າງໃດ 5 ເບິ່ງແມ໋, ພຣະອົງຊົງທຳໃຫ້ວັນເວລາຂອງຂ້າພຣະອົງຍາວສອງສາມຝາມືເທົ່ານັ້ນ ຊົ່ວຊີວິດຂອງຂ້າພຣະອົງບໍ່ເທົ່າໃດເລີຍ ຕໍ່ພຣະພັກຂອງພຣະອົງ ມະນຸດທຸກຄົນດຳຣົງຢູ່ດັ່ງລົມຫັນໃຈເທົ່ານັ້ນ 6 ບໍ່ມີຫຍັງດີລື່ນເພາະເປັນພຽງແຕ່ເງົາ ມະນຸດສະສົມຊັບສິນໄວ້ ແລະບໍ່ຮູ້ວ່າໃຜຈະໄດ້ສິ່ງນັ້ນ 7 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄັນຊັ້ນຂ້າພຣະອົງຈະລໍຄອຍຫຍັງ ຄວາມຫວັງຂອງຂ້າພຣະອົງຢູ່ໃນພຣະອົງ 8 ຂໍຊົງຊ່ອຍກູ້ຂ້າພຣະອົງໄວ້ຈາກການລະເມີດຂອງຂ້າພຣະອົງ ຢ່າໃຫ້ຂ້າພຣະອົງເປັນຂີ້ປາກຂອງຄົນໂງ່ 9 ຂ້າພຣະອົງເປັນໃບ້ ຂ້າພຣະອົງບໍ່ອ້າປາກແມ່ນພຣະອົງເອງທີ່ຊົງກະທຳເຊັ່ນນັ້ນ 10 ຂໍຢ່າຊົງລົງໂທດຂ້າພຣະອົງຕໍ່ໄປອີກເລີຍ ຂ້າພຣະອົງອ່ອນແຮງໄປດ້ວຍພຣະຫັດຂອງພຣະອົງ 11 ເມື່ອພຣະອົງຊົງຕີສອນມະນຸດດ້ວຍການຂະຫນາບເພາະເຣື່ອງບາບ ພຣະອົງຊົງເຜົາຜານສິ່ງທີ່ເຂົາຮັກເສັຽຢ່າງແມງເມົ່າ ມະນຸດທຸກຄົນເປັນແຕ່ພຽງລົມຫັນໃຈເທົ່ານັ້ນ” 12 “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງສະດັບຄຳອ້ອນວອນຂອງຂ້າພຣະອົງ ຂໍຊົງງ່ຽງພຣະກັນແກ່ການຮ້ອງທູນຂອງຂ້າພຣະອົງ ຂໍຢ່າຊົງເສີຍເມີຍຕໍ່ນ້ຳຕາຂອງຂ້າພຣະອົງ ເພາະຂ້າພຣະອົງເປັນແຕ່ແຂກທີ່ຜ່ານໄປຂອງພຣະອົງ ເປັນຄົນທີ່ອາໄສຢູ່ຢ່າງບັນພະບຸຣຸດຂອງຂ້າພຣະອົງ 13 ຂໍຊົງເມີນພຣະພັກຈາກຂ້າພຣະອົງ ເພື່ອຂ້າພຣະອົງຈະເບີກບານຂຶ້ນ ກ່ອນທີ່ຂ້າພຣະອົງຈະຈາກໄປ ແລະບໍ່ມີຢູ່ອີກ”
ສັຣເສີນເພາະຮັບການຊ່ອຍກູ້ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ຂ້າພະເຈົ້າໄດ້ພຽນລໍຄອຍພຣະເຈົ້າ ພຣະອົງຊົງເອນພຣະອົງລົງຟັງຄໍາຮ້ອງທູນຂອງຂ້າພະເຈົ້າ 2 ພຣະອົງຊົງດືງຂ້າພະເຈົ້າຂຶ້ນມາຈາກຫລຸມອັນຫນ້າສະລົດ ອອກມາຈາກເລນຕົມ ແລ້ວວາງຕີນຂອງຂ້າພະເຈົ້າລົງເທິງສີລາ ກະທຳໃຫ້ບາດກ້າວຂອງຂ້າພະເຈົ້າຫມັ້ນຄົງ 3 ພຣະອົງຊົງບັນຈຸເພງໃຫມ່ໃນປາກຂ້າພະເຈົ້າ ເປັນບົດເພງສັຣເສີນພຣະເຈົ້າຂອງເຮົາ ຄົນເປັນຈຳນວນຫລາຍຈະເຫັນແລະຢ້ານຢຳ ແລະວາງໃຈໃນພຣະເຈົ້າ 4 ຄົນໃດທີ່ວາງໃຈໃນພຣະຜູ້ເປັນເຈົ້າກໍເປັນສຸກ ຜູ້ບໍ່ໄດ້ຫັນໄປຫາຄົນຈອງຫອງ ຫລືໄປຫາບັນດາຜູ້ທີ່ຫລົງເຈີ່ນຫນີໄປຕາມຄວາມເທັດ 5 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ພຣະອົງໄດ້ຊົງທະວີ ພຣະຣາຊກິຈອັນອັດສະຈັນຂອງພຣະອົງ ແລະພຣະດຳຣິຂອງພຣະອົງແກ່ຂ້າພຣະອົງ ບໍ່ມີຜູ້ໃດທຽບທຽມພຣະອົງ ຖ້າຂ້າພຣະອົງຈະປະກາດແລະບອກກ່າວແລ້ວກໍມີຫລາຍທີ່ຈະນັບ 6 ເຄື່ອງສັຕບູຊາແລະເຄື່ອງບູຊາພຣະອົງບໍ່ຊົງປະສົງ ພຣະອົງຊົງເບີກຫູຂອງຂ້າພຣະອົງ ເຄື່ອງເຜົາບູຊາ ແລະເຄື່ອງບູຊາໄຖ່ບາບ ພຣະອົງບໍ່ໄດ້ຊົງຮຽກຮ້ອງ 7 ແລ້ວຂ້າພຣະອົງທູນວ່າ, “ຂ້າພຣະອົງມາແລ້ວ ໃນຫນັງສືມ້ວນກໍມີຂຽນເຣື່ອງຂ້າພຣະອົງ 8 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງຊົມຊື່ນຍິນດີທີ່ກະທຳຕາມນ້ຳພຣະທັຍພຣະອົງ ພຣະທັມຂອງພຣະອົງຢູ່ໃນຈິດໃຈຂອງຂ້າພຣະອົງ” 9 ຂ້າພຣະອົງໄດ້ບອກຂ່າວເຣື່ອງການຊ່ອຍກູ້ ທີ່ໃນຊຸມນຸມຊົນໃຫຍ່ ຂ້າແດ່ພຣະຜູ້ເປັນເຈົ້າ ຕາມທີ່ ພຣະອົງຊົງຮູ້ແລ້ວ ຂ້າພຣະອົງບໍ່ໄດ້ຍັບຢັ້ງຮີມຝີປາກຂອງຂ້າພະອົງໄວ້ເລີຍ 10 ຂ້າພຣະອົງບໍ່ໄດ້ອຳການອັນຊອບທັມຂອງພຣະອົງໄວ້ແຕ່ໃນຈິດໃຈຂອງຂ້າພຣະອົງ ຂ້າພຣະອົງໄດ້ເວົ້າເຖິງຄວາມສັດຊື່ແລະຄວາມລອດຂອງ ພຣະອົງ ຂ້າພຣະອົງບໍ່ໄດ້ປິດບັງຄວາມຮັກຫມັ້ນຄົງແລະຄວາມສັດຊື່ຂອງພຣະອົງໄວ້ຈາກຊຸມນຸມຊົນໃຫຍ່ນັ້ນ 11 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຢ່າຊົງຍຶດຫນ່ຽວ ພຣະກະຣຸນາຄຸນຂອງພຣະອົງຈາກຂ້າພຣະອົງ ຂໍໃຫ້ຄວາມຮັກຫມັ້ນຄົງແລະຄວາມສັດຊື່ຂອງພຣະອົງສະຫງວນຂ້າພຣະອົງໄວ້ເປັນນິດ 12 ເພາະຄວາມຊົ່ວໄດ້ລ້ອມຂ້າພຣະອົງໄວ້ຢ່າງນັບບໍ່ຖ້ວນ ຄວາມບາບຜິດຂອງຂ້າພຣະອົງຕາມທັນຂ້າພຣະອົງ ຈົນຂ້າພຣະອົງເບິ່ງຫຍັງບໍ່ເຫັນ ມັນຫລາຍກວ່າເສັ້ນຜົມເທິງຫົວຂ້າພຣະອົງ ຈິດໃຈຂອງຂ້າພຣະອົງກໍຂາດຄວາມກ້າໄປ 13 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງພໍພຣະທັຍທີ່ຈະຊ່ອຍກູ້ຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຮີບມາຊ່ອຍຂ້າພຣະອົງດຽວນີ້ເຖີດ 14 ຂໍໃຫ້ຜູ້ທີ່ຫວັງຊອກສັງຫານເອົາຊີວິດຂອງຂ້າພຣະອົງໄດ້ອາຍ ແລະເກີດຄວາມວຸ້ນວາຍດ້ວຍ ຂໍໃຫ້ຜູ້ປາຖນາທີ່ຈະໃຫ້ຂ້າພຣະອົງເຈັບນັ້ນຕ້ອງຫັນກັບໄປ ແລະໄດ້ຄວາມອັບອາຍ 15 ຂໍໃຫ້ຜູ້ຄົນທີ່ຫົວເຍາະເຍີ້ຍຂ້າພຣະອົງຕົກຕະລືງ ເພາະຄວາມອາຍຂອງເຂົາ 16 ຂໍໃຫ້ບັນດາຜູ້ສແວງພຣະອົງມີຄວາມຍິນດີໃນພຣະອົງ ຂໍໃຫ້ບັນດາຜູ້ທີ່ຮັກຄວາມລອດຂອງພຣະອົງກ່າວສເມີວ່າ, “ພຣະເຈົ້າຍິ່ງໃຫຍ່“ 17 ຝ່າຍຂ້າພຣະອົງຍາກຈົນ ແລະຂັດສົນ ແຕ່ອົງພຣະຜູ້ເປັນເຈົ້າຊົງເອົາພຣະທັຍໃສ່ຂ້າພຣະອົງ ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍຢ່າຊົງລໍຊ້າ ພຣະອົງຊົງເປັນຜູ້ອຸປຖັມ ແລະເປັນຜູ້ຊ່ອຍກູ້ຂອງຂ້າພຣະອົງ
ຄຳອ້ອນວອນຂໍຊົງຮັກສາໂຣກ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ຜູ້ໃດເອົາໃຈໃສ່ຄົນຈົນ ກໍເປັນສຸກ ພຣະເຈົ້າຊົງຊ່ອຍກູ້ເຂົາໃນວັນຍາກລຳບາກ 2 ພຣະເຈົ້າຊົງປ້ອງກັນເຂົາແລະຮັກສາເຂົາໃຫ້ມີຊີວິດໃນແຜ່ນດິນ ຄົນເອີ້ນເຂົາວ່າ ຜູ້ທີ່ໄດ້ຮັບພຣະພອນ ຂໍພຣະອົງຢ່າຊົງມອບເຂົາໄວ້ກັບສັດຕຣູຂອງເຂົາໃຫ້ທຳຕາມໃຈຊອບ 3 ເມື່ອເຂົານອນເຈັບ ພຣະຜູ້ເປັນເຈົ້າຊົງຄ້ຳຈຸນເຂົາ ເມື່ອເຂົາປ່ວຍໄຂ້ພຣະອົງຊົງຮັກສາຄວາມເຈັບໄຂ້ທັງສິ້ນຂອງເຂົາໃຫ້ຫາຍ 4 ສ່ວນຂ້າພຣະອົງ ຂ້າພຣະອົງທູນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງພຣະກະຣຸນາແກ່ຂ້າພຣະອົງ ຂໍຊົງຮັກສາຂ້າພຣະອົງເພາະຂ້າພຣະອົງໄດ້ທຳບາບຕໍ່ພຣະອົງ” 5 ສັດຕຣູຂອງຂ້າພະເຈົ້າກ່າວໃສ່ຮ້າຍຂ້າພະເຈົ້າວ່າ, “ເມື່ອໃດເຂົາຈະຕາຍໄປ ຊື່ຂອງເຂົາຈະໄດ້ພິນາດ” 6 ເມື່ອຄົນນຶ່ງຄົນໃດມາເຫັນຂ້າພຣະອົງ ເຂົາເວົ້າເຣື່ອງບໍ່ຈິງໃນຂນະທີ່ໃຈຂອງເຂົາເກັບເຣື່ອງຮ້າຍ ເມື່ອເຂົາອອກໄປເຂົາກໍປ່າວຮ້ອງໄປ 7 ທຸກຄົນທີ່ຊັງຂ້າພຣະອົງ ເຊົາຊຸບຊິບກັນເຖິງເຣື່ອງຂ້າພຣະອົງ ເຂົາປອງຮ້າຍຕໍ່ຂ້າພຣະອົງ 8 ເຂົາທັງຫລາຍກ່າວວ່າ, “ມີສິ່ງຮ້າຍເຂົ້າໄປຢູ່ໃນຕົວເຂົາແລ້ວ ເຂົາຈະບໍ່ລຸກໄປຈາກທີ່ຊຶ່ງເຂົານອນອີກ” 9 ແມ້ວ່າຫມູ່ເພື່ອນໃນເອີກຂອງຂ້າພຣະອົງ ຜູ້ຊຶ່ງຂ້າພຣະອົງໄວ້ວາງໃຈ ຜູ້ຮັບປະທານອາຫານຂອງຂ້າພຣະອົງກໍຍົກສົ້ນຕີນໃສ່ຂ້າພຣະອົງ” 10 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍແຕ່ພຣະອົງຊົງພຣະກະຣຸນາຕໍ່ຂ້າພຣະອົງ ຂໍຊົງຍົກຂ້າພຣະອົງຂຶ້ນ ເພື່ອຂ້າພຣະອົງຈະສນອງເຂົາ 11 ໂດຍຂໍ້ນີ້ ຂ້າພຣະອົງຮູ້ວ່າ ພຣະອົງຊົງພໍພຣະທັຍໃນຂ້າພຣະອົງ ຄືສັດຕຣູຂອງຂ້າພຣະອົງບໍ່ໄດ້ຊະນະຂ້າພຣະອົງ 12 ແຕ່ພຣະອົງຊົງຄ້ຳຊູຂ້າພຣະອົງໄວ້ ເພາະຄວາມສັຕສຸດຈະຣິດຂອງຂ້າພຣະອົງ ແລະຊົງຕັ້ງຂ້າພຣະອົງໄວ້ຕໍ່ເບື້ອງພຣະພັກພຣະອົງເປັນນິດ 13 ສາທຸການແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ເປັນນິດໃນອະດີດ ແລະສືບໆໄປເປັນນິດ ອາແມນ ແລະ ອາແມນ
ການອ້ອນວອນຂອງຄົນພາກຖິ່ນ ເຖິງຫົວຫນ້ານັກຮ້ອງ ມັສຄິລບົດທີ່ນຶ່ງຂອງຄນະໂກຣາ
1 ໂອ້ ພຣະອົງເຈົ້າຂ້າ ຂ້າພຣະອົງຕ້ອງການພຣະອົງເຫມືອນກວາງນ້ອຍທີ່ຕ້ອງການສາຍນ້ຳເຢັນໆ 2 ພຣະອົງເປັນພຣະເຈົ້າອົງຊົງພຣະຊົນຢູ່ ຂ້າພຣະອົງຢາກຢູ່ໃກ້ພຣະອົງ ເວລາໃດຫນໍຂ້າພຣະອົງຈຶ່ງຈະໄດ້ໄປນະມັສການຕໍ່ພຣະພັກພຣະອົງ 3 ຂ້າພຣະອົງຮ້ອງໄຫ້ທັງກາງເວັນແລະກາງຄືນ ຂ້າພຣະອົງກິນເຂົ້າກັບນ້ຳຕາ ສັດຕຣູທັງຫລາຍກໍຊັກຖາມຂ້າພຣະອົງຢູ່ຕລອດເວລາວ່າ, “ພຣະເຈົ້າຂອງເຈົ້າຢູ່ໃສ? 4 ເມື່ອໃດຂ້າພຣະອົງລະນຶກເຖິງອະດີດທີ່ຜ່ານມາ ຫົວໃຈຂອງຂ້າພຣະອົງກໍຫັກສະບັ້ນລົງ ຄືຄາວເມື່ອຂ້າພຣະອົງໄປສູ່ພຣະວິຫານຂອງພຣະເຈົ້າຮ່ວມກັບຝູງຊົນຊາດທັງຫລາຍ ຂ້າພຣະອົງໄດ້ນຳພາເຂົາຍ່າງຕາມກັນໄປຊຶ່ງເປັນຝູງຊົນທີ່ມີຄວາມສຸກດ້ວຍການຮ້ອງເພງແລະໂຮ່ຣ້ອງສັຣເສີນພຣະເຈົ້າ 5 ເປັນຫຍັງຂ້າພຣະອົງຈຶ່ງໂສກເສົ້າ? ເປັນຫຍັງຂ້າພຣະອົງຈຶ່ງທຸກລຳບາກ? ຂ້າພຣະອົງຈະມອບຄວາມຫວັງໄວ້ກັບພຣະເຈົ້າ ແລະຂ້າພຣະອົງຍັງຈະສັຣເສີນພຣະອົງພຣະຜູ້ຊ່ອຍໃຫ້ພົ້ນພັຍ ແລະພຣະເຈົ້າຂອງຂ້າພຣະອົງ 6 ຫົວໃຈຂອງຂ້າພຣະອົງແທບຈະຂາດ ດັ່ງນັ້ນ ຂ້າພຣະອົງຈຶ່ງລະນຶກເຖິງພຣະອົງໃນຕ່າງຖິ່ນທີ່ເຂດແມ່ນ້ຳຈໍແດນຢູ່ໃກ້ພູເຮີໂມນແລະພູມີຊາຣ໌ ຂ້າພຣະອົງລະນຶກເຖິງພຣະອົງ 7 ມະຫາສະຫມຸດເລິກກໍຮ້ອງໃສ່ກັນ ແລະນ້ຳຕົກຕາດຂອງພຣະເຈົ້າສົ່ງສຽງສນັ່ນຫວັ່ນໄຫວ ມັນເປັນເຫມືອນກະແສຄື້ນແຫ່ງຄວາມເສັຽໃຈ ຊຶ່ງໄຫລຖ້ວມວິນຍານຂອງຂ້າພຣະອົງ 8 ຂໍໃຫ້ພຣະຜູ້ເປັນເຈົ້າຊົງສະແດງຄວາມຮັກຫມັ້ນຄົງທຸກໆຄືນ ຂໍໃຫ້ຂ້າພຣະອົງຮ້ອງເພງສັຣເສີນພຣະອົງທຸກໆມື້ ແລະອ້ອນວອນຫາພຣະເຈົ້າຜູ້ຊົງປະທານຊີວິດໃຫ້ແກ່ຂ້າພຣະອົງ 9 ຂ້າພຣະອົງທູນຖາມພຣະເຈົ້າຜູ້ຊົງເປັນທີ່ເພິ່ງຂອງຂ້າພຣະອົງວ່າ, “ເປັນຫຍັງພຣະອົງຊົງລືມຂ້າພຣະອົງ? ເປັນຫຍັງຂ້າພຣະອົງຈຶ່ງຕ້ອງທົນທຸກທໍຣະມານຈາກຄວາມໂຫດຮ້າຍຂອງສັດຕຣູ?” 10 ຂ້າພຣະອົງຖືກຢຽບຢ່ຳດ້ວຍຄວາມຫມິ່ນປະຫມາດຂອງເຂົາ ດັ່ງທີ່ເຂົາໄດ້ຖາມຂ້າພຣະອົງວ່າ, “ພຣະເຈົ້າຂອງເຈົ້າຢູ່ໃສ?” 11 ເປັນຫຍັງຂ້າພຣະອົງຈຶ່ງໂສກເສົ້າ? ເປັນຫຍັງຂ້າພຣະອົງຈຶ່ງທຸກລຳບາກ ຂ້າພຣະອົງຂໍມອບຄວາມຫວັງໄວ້ກັບພຣະອົງເຈົ້າ ແລະຂ້າພຣະອົງຍັງຈະສັຣເສີນພຣະອົງພຣະຜູ້ຊ່ອຍໃຫ້ພົ້ນພັຍ ແລະພຣະເຈົ້າຂອງຂ້າພຣະອົງ
ການອ້ອນວອນຂອງຄົນພາກຖິ່ນ (ຕໍ່)
1 ໂອ້ ພຣະອົງເຈົ້າຂ້າ ຂໍພຣະອົງຊົງປະກາດຄວາມບໍຣິສຸດໃຈຂອງຂ້າພຣະອົງ ແລະຊ່ອຍຂ້າພຣະອົງໃນການຕໍ່ສູ້ຄະດີກັບຄົນອະທັມ ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກການຕົວະຍົວະຂອງຄົນຊົ່ວ 2 ພຣະອົງຊົງເປັນທີ່ເພິ່ງຂອງຂ້າພຣະອົງ ເປັນຫຍັງພຣະອົງຈຶ່ງຊົງປະລະຂ້າພຣະອົງໄປ? ເປັນຫຍັງຂ້າພຣະອົງຈຶ່ງຕ້ອງທົນທຸກທໍຣະມານຍ້ອນຄວາມໂຫດຮ້າຍຂອງສັດຕຣູ? 3 ຂໍຊົງສົ່ງແສງສວ່າງແລະຄວາມຈິງຂອງພຣະອົງນຳຫນ້າຂ້າພຣະອົງໄປເທີນ ແລະຊົງພາຂ້າພຣະອົງກັບຄືນສູ່ເມືອງຊີໂອນ ພູສັກສິດຂອງພຣະອົງແລະພຣະວິຫານບ່ອນທີ່ພຣະອົງຊົງປະທັບຢູ່ 4 ໂອ້ ພຣະອົງເຈົ້າຂ້າ ຂ້າພຣະອົງຈະໄປສູ່ແທ່ນບູຊາຂອງພຣະອົງ ເພາະພຣະອົງຊົງປະທານຄວາມມ່ວນຊື່ນ ແລະຄວາມສຸກແກ່ຂ້າພຣະອົງ ຂ້າແດ່ ພຣະເຈົ້າ ພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງຈະດີດພີນ ແລະຮ້ອງເພງສັຣເສີນພຣະອົງ 5 ເປັນຫຍັງຂ້າພຣະອົງຈຶ່ງໂສກເສົ້າ? ເປັນຫຍັງຂ້າພຣະອົງຈຶ່ງທຸກລຳບາກ? ຂ້າພຣະອົງຂໍມອບຄວາມຫວັງໄວ້ກັບພຣະເຈົ້າ ແລະຂ້າພຣະອົງຍັງຈະສັຣເສີນພຣະອົງພຣະຜູ້ຊ່ອຍໃຫ້ພົ້ນພັຍ ແລະພຣະເຈົ້າຂອງຂ້າພຣະອົງ
ການຊ່ອຍກູ້ທີ່ແລ້ວມາ ແລະຄວາມທຸກຍາກ ປັດຈຸບັນ ເຖິງຫົວຫນ້ານັກຮ້ອງ ມັສຄິລບົດທີ່ນຶ່ງຂອງຄນະໂກຣາ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງທັງຫລາຍໄດ້ຍິນກັບຫູຂອງຕົນ ບັນພະບຸຣຸດຂອງຂ້າພຣະອົງທັງຫລາຍເລົ່າໃຫ້ຟັງ ເຖິງກິຈການຊຶ່ງພຣະອົງຊົງກະທຳໃນສະໄຫມຂອງເຂົາ ໃນສະໄຫມບູຮານນະການນັ້ນ 2 ພຣະອົງຊົງຂັບໄລ່ບັນດາປະຊາຊາດອອກໄປດ້ວຍພຣະຫັດຂອງພຣະອົງເອງ ແຕ່ພຣະອົງຊົງປູກບັນພະບຸຣຸດທັງຫລາຍໄວ້ ພຣະອົງຊົງໃຫ້ຊາດທັງຫລາຍທຸກໃຈ ແຕ່ຊົງປ່ອຍບັນພະບຸຣຸດທັງຫລາຍໃຫ້ເປັນອິສຣະ 3 ເພາະເຂົາທັງຫລາຍບໍ່ໄດ້ແຜ່ນດິນນັ້ນດ້ວຍດາບຂອງເຂົາເອງ ບໍ່ແມ່ນແຂນຂອງເຂົາທີ່ມີໄຊ ແຕ່ໂດຍພຣະຫັດຂວາ ແລະພຣະກອນຂອງພຣະອົງ ແລະໂດຍຄວາມສວ່າງແຫ່ງພຣະພັກພຣະອົງ ເພາະພຣະອົງຊົງຊົມຊື່ນຍິນດີໃນເຂົາທັງຫລາຍເຫລົ່ານັ້ນ 4 ຂ້າແດ່ພຣະເຈົ້າ ພຣະອົງຊົງເປັນພຣະກະສັດຂອງຂ້າພຣະອົງ ຂໍພຣະອົງຊົງສະຖາປະນາໄຊຊະນະໄວ້ໃຫ້ຢາໂຄບ 5 ຂ້າພຣະອົງທັງຫລາຍດັນສັດຕຣູອອກໄປໂດຍພຣະອົງ ຂ້າພຣະອົງທັງຫລາຍຢຽບຄົນທີ່ຕໍ່ສູ້ຂ້າພຣະອົງລົງດ້ວຍພຣະນາມຂອງພຣະອົງ 6 ເພາະຂ້າພຣະອົງບໍ່ວາງໃຈໃນຄັນທະນູຂອງຂ້າພຣະອົງ ແລະດາບຂອງຂ້າພຣະອົງຊ່ອຍຂ້າພຣະອົງບໍ່ໄດ້ 7 ແຕ່ພຣະອົງໄດ້ຊົງຊ່ອຍຂ້າພຣະອົງທັງຫລາຍໃຫ້ລອດຈາກສັດຕຣູ ແລະຊົງໃຫ້ຜູ້ກຽດຊັງຂ້າພຣະອົງໄດ້ຄວາມອາຍ 8 ຂ້າພຣະອົງທັງຫລາຍອວດເຖິງພຣະເຈົ້າໄດ້ເລື້ອຍໄປ ແລະຂ້າພຣະອົງທັງຫລາຍຈະຖວາຍໂມທະນາຂອບພຣະຄຸນພຣະນາມຂອງພຣະອົງເປັນນິດ 9 ແຕ່ພຣະອົງຍັງຊົງປະຖິ້ມຂ້າພຣະອົງທັງຫລາຍເສັຽ ແລະໃຫ້ຂ້າພຣະອົງໄດ້ຄວາມອັປຍົດ ແລະບໍ່ໄດ້ສະເດັດອອກໄປກັບກອງທັບຂອງຂ້າພຣະອົງທັງຫລາຍ 10 ພຣະອົງຊົງກະທຳໃຫ້ຂ້າພຣະອົງທັງຫລາຍຖອຍກັບຈາກຄູ່ສັດຕຣູ ແລະຄົນທີ່ກຽດຊັງຂ້າພຣະອົງທັງຫລາຍກໍໄດ້ຍຶດສິ່ງຂອງໄປ 11 ພຣະອົງຊົງກະທຳໃຫ້ຂ້າພຣະອົງທັງຫລາຍເປັນດັ່ງແກະທີ່ຈະເອົາໄປກິນ ແລະຊົງກະຈາຍຂ້າພຣະອົງທັງຫລາຍໃຫ້ໄປຢູ່ຖ້າມກາງບັນດາປະຊາຊາດ 12 ພຣະອົງຊົງຂາຍໄພ່ພົນຂອງພຣະອົງຢ່າງຖືກໆ ຄືກັບວ່າເຂົາມີຄ່າພຽງເລັກນ້ອຍ 13 ພຣະອົງຊົງກະທຳໃຫ້ຂ້າພຣະອົງເປັນຂີ້ປາກຂອງເພື່ອນບ້ານ ເປັນທີ່ເຍາະເຍີ້ຍແລະດູຫມິ່ນແກ່ຜູ້ທີ່ຢູ່ຮອບຂ້າພຣະອົງ 14 ພຣະອົງຊົງກະທຳໃຫ້ຂ້າພຣະອົງເປັນຂີ້ປາກຖ້າມກາງບັນດາປະຊາດຊາດ ເປັນທີ່ຫົວຂວັນຖ້າມກາງຊາດທັງຫລາຍ 15 ຄວາມອັປຍົດອົດສູຢູ່ທາງຫນ້າຂ້າພຣະອົງຕລອດວັນ ແລະຄວາມອັບອາຍຄຸມຫນ້າຂ້າພຣະອົງ 16 ເນື່ອງດ້ວຍຄຳຂອງຄົນເຍາະເຍີ້ຍ ແລະຄົນປ້ອຍດ່າ ເນື່ອງດ້ວຍສັດຕຣູແລະຜູ້ແກ້ແຄ້ນ 17 ສິ່ງທັງປວງນີ້ເກິດແກ່ຂ້າພຣະອົງທັງຫລາຍ ແມ້ວ່າຂ້າພະອົງບໍ່ລືມພຣະອົງ ຫລືທຸດຈະຣິດຕໍ່ຄຳຫມັ້ນສັນຍາຂອງພຣະອົງ 18 ຈິດໃຈຂອງຂ້າພຣະອົງທັງຫລາຍກໍບໍ່ໄດ້ຫັນກັບ ບາດກ້່າວຂອງຂ້າພຣະອົງທັງຫລາຍບໍ່ໄດ້ແຍກຈາກທາງຂອງພຣະອົງ 19 ພຣະອົງຍັງຊົງໃຫ້ຂ້າພຣະອົງທັງຫລາຍແຫລກເຫລວໃນທີ່ຂອງຫມາປ່າ ແລະຄຸມຂ້າພຣະອົງທັງຫລາຍໄວ້ດ້ວຍເງົາມັດຈຸຣາຊ 20 ຖ້າເຮົາໄດ້ລືມພຣະນາມພຣະເຈົ້າຂອງເຮົາ ຫລືພະນົມມືຂອງເຮົາໃຫ້ແກ່ພຣະອື່ນ 21 ພຣະເຈົ້າຈະບໍ່ຊົງຮູ້ເຣື່ອງນີ້ຫລື ເພາະພຣະອົງຊົງຮູ້ຄວາມເລິກລັບຂອງຈິດໃຈ 22 ເພາະເຫັນແກ່ພຣະອົງ ຂ້າພຣະອົງທັງຫລາຍຖືກຂ້າຕລອດວັນ ແລະນັບວ່າເປັນແກະສຳລັບເອົາໄປຂ້າ 23 ຂໍຊົງຕື່ນເຖີດ ພຣະຜູ້ເປັນເຈົ້າຂ້າ ເປັນຫຍັງພຣະອົງບັນທົມຢູ່? ຂໍຊົງຕື່ນເຖີດ ຂໍຢ່າປະຖິ້ມຂ້າພຣະອົງເສັຽຕລອດການ 24 ເຫດໃດພຣະອົງຊົງເຊື່ອງພຣະພັກຂອງພຣະອົງ ເຫດໃດພຣະອົງຊົງລືມການທີ່ຂ້າພຣະອົງທັງຫລາຍທຸກຍາກ ແລະຖືກບີບບັງຄັບເສັຽ 25 ເພາະຈິດວິນຍານຂ້າພຣະອົງທັງຫລາຍໂນ້ມເຖິງຂີ້ດິນ ຮ່າງກາຍຂອງຂ້າພຣະອົງທັງຫລາຍເກາະຕິດດິນ 26 ລຸກຂຶ້ນເຖີດພຣະເຈົ້າຂ້າ ຂໍສະເດັດມາຊ່ອຍຂ້າພຣະອົງທັງຫລາຍ ຂໍຊົງຊ່ອຍກູ້ຂ້າພຣະອົງເພື່ອເຫັນແກ່ຄວາມຮັກຫມັ້ນຄົງຂອງພຣະອົງ
ບົດເພງໃນພຣະຣາຊພິທີສົມຣົດ ເຖິງຫົວຫນ້ານັກຮ້ອງ ຕາມທຳນອງພລັບພີ່ງມັສຄິລບົດທີ່ນຶ່ງຂອງຄນະໂກຣາ ເພງຮັກ
1 ຈິດໃຈຂອງຂ້າພະເຈົ້າລົ້ນໄຫລດ້ວຍແນວຄິດດີ ຂ້າພະເຈົ້າເລົ່າບົດປະພັນຂອງຂ້າພະເຈົ້າຖວາຍພຣະຣາຊາ ລີ້ນຂອງຂ້າພະເຈົ້າເຫມືອນປາກໄກ່ຂອງນັກປະພັນທີ່ຊຳນານ 2 ພຣະອົງທ່ານງາມເລີດຍິ່ງກວ່າບຸດຂອງມະນຸດ ພຣະຄຸນຫລັ່ງລົງເທິງຮີມຝີປາກຂອງພຣະອົງທ່ານ ເພາະສະນັ້ນ ພຣະເຈົ້າຊົງອວຍພຣະພອນພຣະອົງທ່ານຕລອດການ 3 ຂ້າແຕ່ອົງຜູ້ຊົງມະຫິທິຣິດ ຂໍຊົງຂັດກະບີ່ໄວ້ທີ່ເອວຂອງພຣະອົງທ່ານ ໂດຍພຣະສະງ່າ ແລະຄວາມສູງສົ່ງຂອງພຣະອົງທ່ານ 4 ຂໍຊົງຂີ່ມ້າຢ່າງສະງ່າຜ່າເຜີຍສະເດັດໄປຢ່າງມີຊັຍ ເພື່ອເຫັນແກ່ຄວາມຈິງ ຄວາມອ່ອນສຸພາບແລະຄວາມຊອບທັມ ໃຫ້ຫັດຂວາຂອງພຣະອົງທ່ານສອນກິຈອັນຫນ້າຢ້ານຢຳແກ່ພຣະອົງທ່ານ 5 ລູກທະນູຂອງພຣະອົງທ່ານກໍຄົມຢູ່ໃນຈິດໃຈຂອງສັດຕຣູຂອງຣາຊາ ຊົນຊາດທັງຫລາຍລົ້ມຢູ່ໃຕ້ພຣະອົງທ່ານ 6 ພຣະເຈົ້າຂ້າ ພຣະທີ່ນັ່ງຂອງພຣະອົງດຳຣົງເປັນນິດ ແລະເປັນນິດ ຮາຊທານພຣະກອນເປັນທານພຣະກອນທ່ຽງທັມ 7 ພຣະອົງຊົງຮັກຄວາມຊອບທັມ ແລະຊົງກຽດການອະທັມ ສະນັ້ນພຣະເຈົ້າຄືພຣະເຈົ້າຂອງພຣະອົງທ່ານໄດ້ຊົງເຈີມພຣະອົງທ່ານໄວ້ດ້ວຍນ້ຳມັນແຫ່ງຄວາມຍິນດີຍິ່ງກວ່າພຣະສະຫາຍທັງປວງຂອງພຣະອົງທ່ານ 8 ເຄື່ອງສລອງຂອງພຣະອົງທ່ານກໍຫອມຟຸ້ງໄປດ້ວຍກິ່ນຢາງໄມ້ຫອມແລະກິ່ນອາໂລ ຈາກພຣະຣາຊວັງງາຊ້າງມີເຄື່ອງສາຍກະທຳໃຫ້ພຣະອົງທ່ານຍິນດີ 9 ໃນຫມູ່ສຕຣີຜູ້ມີກຽດຂອງພຣະອົງ ທ່ານມີຣາຊທິດາຂອງບັນດາກະສັດ ພຣະຣາຊີນີປະດັບທອງຄຳເມືອງໂອຟີປະທັບຢູ່ຂ້າງຂວາພຣະຫັດພຣະອົງທ່ານ 10 ທິດາເອີຍ ຈົ່ງຟັງເຖີດ ແລະອ່ຽງຫູຂອງເຈົ້າລົງ ຈົ່ງລືມຊົນຊາດຂອງເຈົ້າ ແລະລືມບ້ານບິດາຂອງເຈົ້າເສັຽ 11 ແລະພຣະຣາຊາຈະຊົງປາຖນາຄວາມງາມຂອງເຈົ້າ ເນື່ອງຈາກພຣະອົງທ່ານເປັນເຈົ້ານາຍຂອງເຈົ້າ ຈົ່ງໂຄ້ງລົງໃຫ້ພຣະອົງທ່ານເຖີດ 12 ທີດາຂອງເມືອງຕີເຣຈະເອົາຂອງກຳນັນມາກຳນັນເຈົ້າ ຄືເສດຖີມັ່ງຄັ່ງທີ່ສຸດຂອງປະຊາຊົນພ້ອມກັບຊັບສົມບັດທຸກຢ່າງ 13 ເຈົ້າຍິງປະດັບພຣະກາຍໃນຫ້ອງຂອງພຣະນາງເຈົ້າດ້ວຍເສື້ອຜ້າຍົກທອງຄຳ 14 ເຂົານຳພຣະນາງຜູ້ຊົງເສື້ອຫລາຍສີເຂົ້າເຝົ້າພຣະຣາຊາ ແລະນຳຍິງພົມມະຈາຣີຜູ້ຕິດຕາມຄືເພື່ອນເຈົ້າສາວມາຖວາຍພຣະອົງທ່ານ 15 ເຂົາທັງຫລາຍຖືກນຳໄປດ້ວຍຄວາມຊື່ນບານແລະຍິນດີ ເຂົາເຂົ້າໄປໃນພຣະຣາຊວັງ 16 ບັນດາໂອຣົດຂອງພຣະອົງທ່ານຈະແທນບັນພະບຸຣຸດຂອງພຣະອົງທ່ານ ພຣະອົງທ່ານຈະແຕ່ງຕັ້ງໃຫ້ເປັນເຈົ້າທົ່ວແຜ່ນດິນໂລກທັງສິ້ນ 17 ເຣົາຈະກະທຳໃຫ້ນາມຂອງພຣະອົງທ່ານເປັນທີ່ເຊີດຊູຕລອດບັນດາຊາດພັນ ສະນັ້ນຊົນຊາດທັງຫລາຍຈະຍົກຍໍພຣະອົງທ່ານເທົ່າກາລະນານ
ພຣະເຈົ້າຊົງສະຖິດຢູ່ກັບເຮົາ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງຄນະໂກຣາ ຕາມທຳນອງອາລາໂມທ ບົດເພງ
1 ພຣະເຈົ້າຊົງເປັນທີ່ພັກພາອາໄສ ແລະຊົງເປັນກຳລັງຂອງຂ້າພຣະອົງທັງຫລາຍໃນຍາມລຳບາກ ພຣະອົງຊົງຕຽມພ້ອມຊ່ອຍເຫລືອສເມີ 2 ເມື່ອໂລກນີ້ຫາກສັ່ນສະເທືອນ ແລະພູທັງຫລາຍລົ້ມເຈື່ອນທະລາຍລົງໃສ່ມະຫາສະຫມຸດອັນເລິກ 3 ແມ່ນວ່ານ້ຳທະເລມີສຽງດັງສະຫນັ່ນຫວັ່ນໄຫວ ແລະພູທັງຫລາຍສັ່ນສະເທືອນຢ່າງແຮງ ພວກຂ້າພຣະອົງກໍຈະບໍ່ຢ້ານ 4 ມີແມ່ນ້ຳສາຍນຶ່ງໄດ້ທຳໃຫ້ຄົນໃນພຣະນະຄອນຂອງພຣະເຈົ້າ ແລະສູ່ບ່ອນປະທັບອັນສັກສິດຂອງພຣະເຈົ້າຜູ້ສູງສຸດໄດ້ຮັບຄວາມຍິນດີ 5 ພຣະເຈົ້າຊົງສະຖິດຢູ່ໃນນະຄອນໃດ ນະຄອນນັ້ນກໍຈະບໍ່ຖືກທຳລາຍຈັກເທື່ອ ໃນຕອນເຊົ້າໆ ພຣະອົງຈະສະເດັດມາຊ່ອຍເຫລືອເມືອງນັ້ນ 6 ຊົນຊາດທັງຫລາຍຫວາດຫວັ່ນຕົກໃຈ ຣາຊອານາຈັກປັ່ນປ່ວນ ພຣະອົງຊົງສົ່ງພຣະສຸຣະສຽງອັນດັງອອກມາ ແຜ່ນດິນໂລກກໍລະລາຍໄປ 7 ພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງສະຖິດຢູ່ກັບເຮົາທັງຫລາຍ ພຣະເຈົ້າຂອງຢາໂຄບຊົງເປັນທີ່ເພິ່ງຂອງເຮົາ 8 ມາເຖີດ ມາເບິ່ງພຣະຣາຊກິຈຂອງພຣະຜູ້ເປັນເຈົ້າວ່າພຣະອົງຊົງກະທຳສິ່ງອັດສະຈັນໃນແຜ່ນດິນໂລກຢ່າງໃດ 9 ພຣະອົງຊົງກະທຳໃຫ້ເສິກສົງຄາມໃນໂລກນີ້ສງົບລົງ ພຣະອົງຊົງຫັກຄັນທະນູທຳລາຍຫອກ ແລະເອົາແຜ່ນເຫລັກຕ້ານທານໂຍນເຂົ້າກອງໄຟ 10 “ຈົ່ງມິດງຽບ ແລະຮູ້ເຖີດວ່າ ເຮົາຄືພຣະເຈົ້າ ເຮົາເປັນທີ່ຍົກຍ້ອງຖ້າມກາງປະຊາຊາດ ເຮົາເປັນທີ່ຍົກຍ້ອງໃນແຜ່ນດິນໂລກ” 11 ພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງສະຖິດຢູ່ກັບເຮົາທັງຫລາຍ ພຣະເຈົ້າຂອງຢາໂຄບຊົງເປັນທີ່ເພິ່ງຂອງພວກເຮົາ
ພຣະເຈົ້າຊົງເປັນພຣະມະຫາຣາຊາເຫນືອສາກົນ ພິພົບ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງຄນະໂກຣາ
1 ດູກ່ອນ ຊົນຊາດທັງຫລາຍ ຈົ່ງຕົບມື ຈົ່ງໂຮ່ຮ້ອງຖວາຍພຣະເຈົ້າດ້ວຍສຽງໄຊໂຍ 2 ເພາະພຣະເຈົ້າອົງຜູ້ສູງສຸດ ເປັນທີ່ຫນ້າຢ້ານຢຳ ຊົງເປັນມະຫາຣາຊເຫນືອແຜ່ນດິນໂລກທັງສິ້ນ 3 ພຣະອົງຊົງປາບປາມຊົນຊາດທັງຫລາຍໃຫ້ຢູ່ພາຍໃຕ້ເຮົາ ແລະຊາວປະເທດທັງຫລາຍໃຫ້ຢູ່ພາຍໃຕ້ຕີນຂອງເຮົາ 4 ພຣະອົງຊົງເລືອກມໍຣະດົກຂອງເຮົາໃຫ້ເຮົາ ເປັນສິ່ງພູມໃຈຂອງຢາໂຄບທີ່ພຣະອົງຊົງຮັກ 5 ພຣະເຈົ້າສະເດັດຂຶ້ນດ້ວຍສຽງໂຮ່ຮ້ອງ ພຣະເຈົ້າສະເດັດຂຶ້ນດ້ວຍສຽງແກ 6 ຈົ່ງຮ້ອງເພງສັຣເສີນຖວາຍພຣະເຈົ້າ ຈົ່ງຮ້ອງເພງສັຣເສີນເຖີດ ຈົ່ງຮ້ອງເພງສັຣເສີນຖວາຍພຣະມະຫາຣາຊາຂອງເຮົາ ຈົ່ງຮ້ອງເພງສັຣເສີນເຖີດ 7 ເພາະພຣະເຈົ້າຊົງເປັນພຣະຣາຊາເຫນືອແຜ່ນດິນໂລກທັງສິ້ນ ຈົ່ງຮ້ອງເພງສັຣເສີນດ້ວຍບົດສະດຸດີ 8 ພຣະເຈົ້າຊົງຄອບຄອງປະຊາຊາດທັງຫລາຍ ພຣະເຈົ້າຊົງປະທັບເທິງພຣະທີ່ນັ່ງບໍຣິສຸດຂອງພຣະອົງ 9 ບັນດາເຈົ້ານາຍຂອງຊົນຊາດທັງຫລາຍປະຊຸມກັນ ເປັນໄພ່ພົນຂອງພຣະເຈົ້າແຫ່ງອັບຣາຮາມ ເພາະບັນດາໂລ່ຂອງແຜ່ນດິນໂລກເປັນຂອງພຣະເຈົ້າ ພຣະອົງຊົງເປັນທີ່ຍົກຍ້ອງຢ່າງສູງ
ຄວາມງາມແລະສັກສີຂອງຊີໂອນ ບົດເພງ ເພງສັຣເສີນ ຂອງຄນະໂກຣາ
1 ພຣະເຈົ້ານັ້ນຍິ່ງໃຫຍ່ ແລະສົມຄວນຈະສັຣເສີນຢ່າງສູງສຸດ ໃນນະຄອນແຫ່ງພຣະເຈົ້າຂອງເຮົາ ທີ່ເທິງເນີນພູສັກສິດນັ້ນ 2 ເບິ່ງຂຶ້ນໄປກໍງາມຫລາຍ ເປັນຄວາມຊື່ນບານຂອງແຜ່ນດິນໂລກທັງສິ້ນ ຄືພູຊີໂອນອຸດອນໄກ ຊຶ່ງເປັນນະຄອນຂອງພຣະມະຫາຣາຊາ 3 ພາຍໃນປ້ອມຂອງນະຄອນ ພຣະເຈົ້າຊົງສຳແດງພຣະອົງວ່າເປັນປ້ອມທີ່ຫມັ້ນຄົງ 4 ບັນດາພຣະຣາຊາໄດ້ມາຊຸມນຸມກັນ ແລ້ວສະເດັດໄປນຳກັນ 5 ພໍທ່ານທັງຫລາຍເຫັນນະຄອນນັ້ນ ທ່ານກໍພາກັນຕົກໃຈ ທ່ານຢ້ານຈົນຕົວສັ່ນ ແລ້ວກໍຕື່ນຫນີໄປ 6 ຄວາມຕົກຕະລຶງຈັບໃຈທ່ານທີ່ນັ້ນ ມີຄວາມທຸກລະທົມຢ່າງຍິງກຳລັງເກີດລູກ 7 ພຣະອົງຊົງຟາດທຳລາຍກຳປັ່ນແຫ່ງຕາຣ໌ຊິດດ້ວຍລົມຕະເວັນອອກ 8 ເຮົາໄດ້ຍິນຢ່າງໃດ ເຮົາກໍໄດ້ເຫັນຢ່າງນັ້ນ ໃນນະຄອນແຫ່ງພຣະຜູ້ເປັນເຈົ້າຈອມໂຍທາ ໃນນະຄອນແຫ່ງພຣະເຈົ້າຂອງເຮົາ ຊຶ່ງພຣະເຈົ້າຊົງສະຖາປະນາໄວ້ເປັນນິດ 9 ຂ້າແດ່ພຣະເຈົ້າ ຂ້າພຣະອົງທັງຫລາຍຄຳນຶງເຖິງຄວາມຮັກຫມັ້ນຄົງຂອງພຣະອົງ ໃນຖ້າມກາງພຣະວິຫານຂອງພຣະອົງ 10 ຂ້າແດ່ພຣະເຈົ້າ ພຣະນາມຂອງພຣະອົງໄປເຖິງທີ່ສຸດປາຍແຜ່ນດິນໂລກຢ່າງໃດ ຄຳສັຣເສີນພຣະອົງກໍໄປເຖິງຢ່າງນັ້ນ ພຣະຫັດຂວາຂອງພຣະອົງເຕັມໄປດ້ວຍຄວາມຊອບທັມ 11 ຂໍພູເຂົາຊີໂອນຈົ່ງຍິນດີ ຂໍທິດາແຫ່ງຢູດາຈົ່ງຊົມຊື່ນຍິນດີ ເພາະເຫດການພິພາກສາຂອງພຣະອົງ 12 ຈົ່ງເດີນຮອບຊີໂອນ ໄປໃຫ້ຮອບເຖີດ ຈົ່ງນັບຫໍຄອຍຂອງຊີໂອນ 13 ຈົ່ງກວດກາເບິ່ງປ້ອມປ້ອງກັນເມືອງ ເພື່ອທ່ານຈະໄດ້ບອກຄົນຊົ່ວອາຍຸຕໍ່ໄປ 14 ວ່ານີ້ຄືພຣະເຈົ້າ ຊົງເປັນພຣະເຈົ້າຂອງເຮົາສືບໄປ ພຣະອົງຈະເປັນຜູ້ນຳຂອງເຮົາເປັນນິດ
ຄວາມໂງ່ຈ້າແຫ່ງການໄວ້ວາງໃຈໃນຄວາມ ມັ່ງຄັ່ງ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງຄນະໂກຣາ
1 ດູກ່ອນຊາດທັງຫລາຍ ຈົ່ງຟັງຂໍ້ຄວາມນີ້ ຊາວພິພົບທັງປວງເອີຍ, ຈົ່ງງ່ຽງຫູຟັງ 2 ທັງຜູ້ນ້ອຍຜູ້ໃຫຍ່ ທັງເສດຖີແລະຄົນຈົນເຫມືອນກັນ 3 ປາກຂອງຂ້າພະເຈົ້າຈະເຜີຍປັນຍາ ການພາວະນາຂອງຈິດໃຈຂ້າພະເຈົ້າຄືຄວາມເຂົ້າໃຈ 4 ຂ້າພະເຈົ້າຈະອ່ຽງຫູຟັງສຸພາສິດ ຂ້າພະເຈົ້າຈະແກ້ປິດສະນາຂອງຂ້າພະເຈົ້າໃຫ້ເຂົ້າກັບສຽງພິນເຂົາຄູ່ 5 ເປັນຫຍັງຂ້າພະເຈົ້າຈຶ່ງຢ້ານໃນຄາວທຸກຍາກລຳບາກ ເມື່ອຄວາມບາບຊົ່ວແຫ່ງຜູ້ຂົ່ມເຫັງລ້ອມຕົວຂ້າພະເຈົ້າ 6 ຄົນຜູ້ວາງໃຈໃນຊັບສິນຂອງຕົວ ແລະອວດອ້າງຄວາມມັ່ງຄັ່ງອັນອຸດົມຂອງຕົນ 7 ແນ່ນອນ ບໍ່ມີຄົນໃດໄຖ່ພີ່ນ້ອງຂອງຕົນໄດ້ ຫລືຖວາຍຄ່າຊີວິດຂອງເຂົາແດ່ພຣະເຈົ້າ 8 ເພາະຄ່າໄຖ່ຊີວິດຂອງເຂົານັ້ນແພງ ແລະບໍ່ເຄີຍພໍເລີຍ 9 ທີ່ເຂົາຈະມີຊີວິດເລື້ອຍໄປເປັນນິດ ແລະບໍ່ຕ້ອງເຫັນປາກແດນຜູ້ຕາຍ 10 ເຂົາຈະເຫັນວ່າ ເຖິງນັກປາດກໍຍັງຕາຍ ຄົນໂງ່ຈ້າເບົາປັນຍາກໍຕ້ອງພິນາດເຫມືອນກັນ ແລະປະຊັບສິນຂອງຕົນໄວ້ໃຫ້ຄົນອື່ນ 11 ຫລຸມສົບຂອງເຂົາເປັນບ້ານຂອງເຂົາເປັນນິດ ເປັນທີ່ຢູ່ຂອງເຂົາທຸກຊົ່ວຊາດພັນ ເຖິງເຂົາເຄີຍເອີ້ນທີ່ດິນຂອງຕົນຕາມຊື່ຂອງຕົນ 12 ມະນຸດຈະມີຊີວິດໃນຍົດສັກຂອງຕົນບໍ່ໄດ້ ເຂົາກໍເຫມືອນສັດເດັຽຣະສານທີ່ພິນາດ 13 ນີ້ຄືເຄາະຂອງບັນດາຄົນທີ່ມີຄວາມເຊື່ອໂງ່ຈ້າ ຄືທີ່ສຸດປາຍຂອງຄົນເຫລົ່ານັ້ນທີ່ພໍໃຈຢູ່ກັບສ່ວນຂອງຕົນ 14 ເຂົາຖືກກຳນົດໄວ້ໃຫ້ແກ່ແດນຜູ້ຕາຍເຫມືອນແກະ ມັດຈຸຣາຊຈະເປັນຜູ້ລ້ຽງເຂົາໄວ້ ຄົນທ່ຽງທັມຈະມີອຳນາດເຫນືອເຂົາທັງຫລາຍໃນເວລາເຊົ້າ ແລະຮູບຣ່າງຂອງເຂົາຈະເປື່ອຍສິ້ນໄປ ແດນຜູ້ຕາຍຈະເປັນບ້ານຂອງເຂົາ 15 ແຕ່ພຣະເຈົ້າຈະຊົງໄຖ່ຈິດວິນຍານຂອງຂ້າພະເຈົ້າຈາກຣິດທານຸພາບຂອງແດນຜູ້ຕາຍ ເພາະພຣະອົງຈະຊົງຮັບຂ້າພະເຈົ້າໄວ້ 16 ທ່ານຢ່າຢ້ານ ເມື່ອຜູ້ນຶ່ງມັ່ງມີຂຶ້ນ ເມື່ອສັກສີຂອງບ້ານຂອງເຂົາເພີ້ມຂຶ້ນ 17 ເພາະເມື່ອເຂົາຕາຍ ເຂົາຈະບໍ່ເອົາຫຍັງໄປເລີຍ ສັກສີຂອງເຂົາຈະບໍ່ລົງໄປຕາມເຂົາ 18 ເຖິງວ່າເມື່ອເຂົາເປັນຢູ່ ເຂົານັບວ່າຕົວເຂົາສຸກສະບາຍ ແລະແມ໋ວ່າ ເຂົາໄດ້ຮັບຄຳຍົກຍ້ອງເມື່ອເຂົາທຳຕົວເຂົາໃຫ້ມັ່ງຄັ່ງນັ້ນ 19 ເຂົາຈະໄປຢູ່ກັບພວກບັນພະບຸຣຸດຂອງເຂົາ ຜູ້ຊຶ່ງຈະບໍ່ເຫັນຄວາມສວ່າງອີກ 20 ມະນຸດຈະມີຊີວິດໃນຍົດສັກຂອງຕົນບໍ່ໄດ້ ເຂົາກໍເຫມືອນສັດເດັຽຣະສານທີ່ພິນາດ
ການນະມັສການອັນແທ້ຈິງ ເພງສັຣເສີນ ຂອງອາສາຟ
1 ພຣະຜູ້ເປັນເຈົ້າອົງມີອຳນາດຍິ່ງໃຫຍ່ຊົງກ່າວໄວ້ ພຣະອົງຊົງເອີ້ນຄົນທົ່ວໂລກນີ້ ແຕ່ທິດຕາເວັນອອກເຖິງທິດຕາເວັນຕົກ 2 ພຣະອົງຊົງສົ່ງແສງສວ່າງຈາກເມືອງຊີໂອນ ຊຶ່ງເປັນເມືອງອຸດົມສົມບູນດ້ວຍຄວາມງາມ 3 ພຣະເຈົ້າຂອງເຮົາຈະບໍ່ຊົງສະເດັດມາຢ່າງມິດໆ ແຕ່ວ່າຢູ່ຊື່ພຣະພັກຂອງພຣະອົງມີແປວໄຟຮ້ອນແຮງກ້າ ແລະອ້ອມຮອບພຣະອົງມີລົມພະຍຸທີ່ຮ້າຍແຮງທີ່ສຸດ 4 ພຣະອົງຊົງເອີ້ນເອົາຟ້າສວັນ ແລະແຜ່ນດິນໂລກເປັນພຍານໃຫ້ເຫັນເມື່ອພຣະອົງຊົງຕັດສິນໄພ່ພົນຂອງພຣະອົງ 5 ພຣະອົງຊົງກ່າວວ່າ, “ຈົ່ງທ້ອນໂຮມຄົນທ່ຽງທັມມາຫາເຮົາ ຜູ້ກະທຳຄຳສັນຍາກັບເຣົາໂດຍການຖວາຍເຄື່ອງສັຕບູຊາ” 6 ຟ້າສວັນທັງຫລາຍຮ້ອງປະກາດວ່າ, “ພຣະເຈົ້າຊົງທ່ຽງທັມ ເພາະພຣະອົງຊົງຕັດສິນໂດຍພຣະອົງເອງ 7 “ໄພ່ພົນທັງຫລາຍຂອງເຮົາຈົ່ງຟັງເທີນ ເຣົາຈະກ່າວວ່າ ອິສຣາເອນເອີຍ ເຮົາຈະເປັນພຍານຕໍ່ສູ້ເຈົ້າ ເຮົາເປັນພຣະເຈົ້າຂອງເຈົ້າ 8 ເຮົາບໍ່ໄດ້ຕິຕຽນເຈົ້າຍ້ອນເຄື່ອງສັຕບູຊາ ແລະການເຄື່ອງເຜົາບູຊາທີ່ເຈົ້ານໍາມາໃຫ້ເຮົາເລື້ອຍໆນັ້ນ 9 ເຮົາບໍ່ຕ້ອງການງົວເຖິກຈາກເຮືອນຂອງເຈົ້າ ຫລືແບ້ເຖິກຈາກຄອກສັດຂອງເຈົ້າ 10 ເພາະວ່າສັດໃນປ່າທັງຫມົດ ພ້ອມທັງຝູງງົວຢູ່ເທິງພູພັນຫນ່ວຍເປັນຂອງເຮົາ 11 ນົກແລະປາທັງຫລາຍພ້ອມດ້ວຍທຸກສິ່ງທີ່ມີຊີວິດຢູ່ຕາມທົ່ງນາກໍເປັນຂອງເຮົາ 12 ຖ້າເຮົາຫິວເຂົ້າ ເຮົາຈະບໍ່ບອກເຈົ້າ ເພາະວ່າໂລກນີ້ພ້ອມທັງທຸກໆສິ່ງໃນໂລກນີ້ເປັນຂອງເຮົາ 13 ເຣົາກິນເນື້ອງົວເຖິກຫລື ຫລືດື່ມເລືອດແບ້ຫລື 14 ຈົ່ງຖວາຍບູຊາຂອບພຣະຄຸນພຣະເຈົ້າ ແລະຖວາຍແດ່ພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ຕາມທີ່ເຈົ້າໄດ້ສັນຍາໄວ້ 15 ເວລາຖືກຄວາມທຸກລຳບາກ ຈົ່ງຮ້ອງຫາເຮົາ ເຮົາຈະຊ່ອຍເຈົ້າໃຫ້ພົ້ນ ແລະເຈົ້າຈະສັຣເສີນເຮົາ 16 ແຕ່ພຣະເຈົ້າຊົງກ່າວຕໍ່ຄົນຊົ່ວຮ້າຍວ່າ, “ເປັນຫຍັງເຈົ້າຈຶ່ງທ່ອງຂຶ້ນໃຈເອົາຂໍ້ຄຳສັ່ງຂອງເຮົາ ແລະເວົ້າເຖິງຄຳຫມັ້ນສັນຍາຂອງເຮົາ 17 ເຈົ້າປະຕິເສດບໍ່ຍອມໃຫ້ເຣົາຕິຕຽນເຈົ້າ ແລະບໍ່ຍອມຮັບເອົາຄຳສັ່ງຂອງເຮົາ 18 ເມື່ອເຈົ້າພົບເຫັນຄົນຂີ້ລັກ ເຈົ້າກໍກາຍເປັນຫມູ່ຂອງເຂົາ ແລະເຈົ້າຄົບຄ້າສະມາຄົມກັບຄົນປະພຶດຜິດປະເວນີ 19 ເຈົ້າເວົ້າແຕ່ຄວາມຊົ່ວຢູ່ເລື້ອຍໆ ແລະລີ້ນຂອງເຈົ້າປະກອບການຫລອກລວງ 20 ເຈົ້າຕຽມຫາແຕ່ເຣື່ອງໃສ່ອ້າຍນ້ອງເຈົ້າເອງ ແລະຊອກຫາຄວາມຜິດໃສ່ເຂົາ 21 ເຈົ້າໄດ້ເຮັດທຸກໆສິ່ງເຫລົ່ານີ້ ແຕ່ເຮົາບໍ່ເວົ້າຫຍັງ ດັ່ງນັ້ນ ເຈົ້າຈຶ່ງຄິດວ່າເຮົາຄິດຄືກັນກັບເຈົ້າ ດຽວນີ້ເຮົາຈະຕິຕຽນເຈົ້າ ແລະນຳເອົາເຣື່ອງເຫລົ່ານີ້ມາຕໍ່ສູ້ເຈົ້າ 22 “ເຈົ້າທັງຫລາຍຜູ້ລືມພຣະເຈົ້າ ຈົ່ງພິຈາຣະນາເຣື່ອງນີ້ ເຣົາຈະທຳລາຍເຈົ້າ ແລະບໍ່ມີຜູ້ໃດຊ່ອຍເຈົາໃຫ້ພົ້ນພັຍນີ້ໄດ້ 23 ຜູ້ທີ່ຖວາຍບູຊາຂອບພຣະຄຸນ ເປັນຜູ້ທີ່ໃຫ້ກຽດແກ່ເຮົາ ແລະເຮົາຈະຊ່ອຍຄົນທັງປວງທີ່ຟັງຄວາມເຮົາໃຫ້ພົ້ນຢ່າງແນ່ນອນ
ການອ້ອນວອນຂໍອະພັຍໂທດ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນຂອງດາວິດ ເມື່ອນາທານ ຜູ້ເຜີຍພຣະວັຈນະມາເຝົ້າທ່ານ ຫລັງຈາກທີ່ທ່ານເຂົ້າຫານາງບັທເຊບາ
1 ໂອ້ ພຣະອົງເຈົ້າຂ້າ ຍ້ອນຄວາມຮັກຫມັ້ນຄົງຂອງພຣະອົງ ຂໍຊົງໂຜດເມດຕາຂ້າພຣະອົງເທີ້ນ ຍ້ອນຄວາມເມດຕາອັນຍິ່ງໃຫຍ່ຂອງພຣະອົງ ຂໍຊົງປັດເປົ່າຄວາມຜິດຂອງຂ້າພຣະອົງອອກໄປດ້ວຍ 2 ຂໍຊົງຊຳຣະລ້າງຄວາມຊົ່ວຂອງຂ້າພຣະອົງໃຫ້ສູນສິ້ນໄປ ແລະທຳໃຫ້ຂ້າພຣະອົງຂາວສະອາດຈາກຄວາມຜິດຂອງຂ້າພຣະອົງ 3 ຂ້າພຣະອົງຍອມຮັບເອົາຄວາມຜິດ ຂ້າພຣະອົງຮູ້ຈັກຄວາມຜິດຂອງຂ້າພຣະອົງຕລອດມາ 4 ຂ້າພຣະອົງໄດ້ທຳບາບຕໍ່ພຣະອົງ ຕໍ່ພຣະອົງເທົ່ານັ້ນ ແລະໄດ້ກະທຳສີ່ງຊົ່ວຮ້າຍຕໍ່ສາຍພຣະເນດຂອງພຣະອົງ ສະນັ້ນ ພຣະອົງຊົງເປັນຝ່າຍຖືກຕ້ອງທີ່ຕັດສີນຂ້າພຣະອົງ 5 ຂ້າພຣະອົງຊົ່ວ ແລະເຕັມໄປດ້ວຍຄວາມຜິດຕັ້ງແຕ່ມື້ເກີດມາ 6 ຈິດໃຈທີ່ເຕັມດ້ວຍຄວາມສັດຊື່ເປັນສີ່ງທີ່ພຣະອົງຊົງພໍພຣະທັຍ ຂໍພຣະອົງຊົງໃຫ້ຈີດໃຈຂອງຂ້າພຣະອົງເຕັມປ່ຽມດ້ວຍສະຕິປັນຍາຂອງພຣະອົງ 7 ຂໍຊົງປັດເຂັ່ຽຄວາມບາບຂອງຂ້າພຣະອົງອອກໄປເພື່ອຂ້າພຣະອົງຈະຂາວສະອາດສົດໃສ ຂໍພຣະອົງຊົງຊຳຮະລ້າງຂ້າພຣະອົງ ແລະຂ້າພຣະອົງກໍຂາວກວ່ານວນຝ້າຍ 8 ຂໍຊົງໂຜດໃຫ້ຂ້າພຣະອົງໄດ້ຍິນສຽງອັນມ່ວນຊື່ນແລະຍິນດີ ເຖິງແມ່ນວ່າພຣະອົງໄດ້ຢຽບຢ່ຳທຳລາຍຂ້າພຣະອົງກໍຕາມ ຂ້າພຣະອົງກໍຍັງຈະມີຄວາມສຸກຢູ່ອີກ 9 ຂໍພຣະອົງຢ່າຫລຽວເບິ່ງຄວາມຜິດຂອງຂ້າພຣະອົງ ແລະກຳຈັດຄວາມຊົ່ວທັງຫມົດຂອງຂ້າພຣະອົງອອກໄປ 10 ຂ້າແດ່ພຣະເຈົ້າ ຂໍຊົງສ້າງຈິດໃຈຂ້າພຣະອົງໃຫ້ບໍຣິສຸດ ຂໍພຣະອົງຊົງສວມຈິດວິນຍານທີ່ສັດຊື່ໃຫ້ແກ່ຂ້າພຣະອົງ 11 ຂໍຢ່າຂັບໄລ່ຂ້າພຣະອົງຈາກພຣະພັກຂອງພຣະອົງ ແລະຢ່າຖອນເອົາພຣະວິນຍານບໍຣິສຸດຂອງພຣະອົງໄປຈາກຂ້າພຣະອົງ 12 ຂໍພຣະອົງຊົງປະທານຄວາມປິຕິຍິນດີອີກ ຄືຄວາມຍິນດີທີ່ມາຈາກຄວາມຊ່ອຍໃຫ້ພົ້ນຂອງພຣະອົງ ແລະຂໍຊົງກະທຳໃຫ້ຈິດວິນຍານຂອງຂ້າພຣະອົງເຊື່ອຟັງ 13 ແລ້ວຂ້າພຣະອົງຈະສອນພຣະດຳຣັດຂອງພຣະອົງແກ່ຜູ້ທີ່ທຳຜິດ ເພື່ອເຂົາຈະກັບຄືນມາຫາພຣະອົງ 14 ພຣະເຈົ້າພຣະຜູ້ຊ່ອຍຂອງຂ້າພຣະອົງ ຂໍຊົງໄວ້ຊີວິດຂ້າພຣະອົງ ແລ້ວຂ້າພຣະອົງຈະປະກາດຄວາມຊອບທັມຂອງພຣະອົງດ້ວຍຄວາມຍິນດີ 15 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງເປີດຮີມຝີປາກຂອງຂ້າພຣະອົງ ແລະປາກຂອງຂ້າພຣະອົງຈະສຳແດງການສັຣເສີນພຣະອົງ 16 ເພາະພຣະອົງບໍ່ຊົງຕ້ອງການເຄື່ອງສັດຖວາຍບູຊາ ເຖິງຂ້າພຣະອົງຖວາຍເຄື່ອງເຜົາບູຊາ ພຣະອົງກໍບໍ່ຊົງຍິນດີຮັບເອົາ 17 ເຄື່ອງຖວາຍບູຊາທີ່ພຣະເຈົ້າຊົງຮັບໄດ້ຄື ຈິດໃຈທີ່ຊອກຊ້ຳ ຈິດໃຈທີ່ສຳນຶກຜິດແລະຊອກຊ້ຳນັ້ນ ຂ້າແດ່ພຣະເຈົ້າ ພຣະອົງບໍ່ໄດ້ຊົງດູຖູກ 18 ຂ້າແດ່ພຣະເຈົ້າ ຂໍຊົງເມດຕາແລະຊ່ອຍເຫລືອເມືອງຊີໂອນດ້ວຍ ແລະຂໍຊົງສ້າງກຳແພງເມືອງເຢຣູຊາເລັມຂຶ້ນໃຫມ່ 19 ແລ້ວພຣະອົງຈະຊົງຍິນດີຮັບເອົາເຄື່ອງເຜົາຖວາຍບູຊາຕ່າງໆທີ່ຖືກຕ້ອງ ແລະງົວທີ່ຖືກເຜົາຖວາຍບູຊາເທີງແທ່ນບູຊາຂອງພຣະອົງ
ຄວາມເປົ່າປໂຍດແຫ່ງຄວາມອະທັມທີ່ໂອ້ອວດ ເຖິງຫົວຫນ້ານັກຮ້ອງ ມັສຄິລບັດນຶ່ງຂອງດາວິດ ເມື່ອໂດເອກ ຄົນເອໂດມມາທູນຊາອູນວ່າ, “ດາວິດໄດ້ມາທີ່ເຮືອນອາຮີເມເລກ”
1 ເຈົ້າຜູ້ມີອິດທີຣິດ ເປັນຫຍັງເຈົ້າຈຶ່ງໂອ້ອວດໃນການຊົ່ວ ຄວາມຮັກຫມັ້ນຄົງຂອງພຣະເຈົ້າດຳຣົງຢູ່ຕລອດວັນ 2 ລີ້ນຂອງເຈົ້າຄິດການທຳລາຍ ແລະຫລອກລວງຢ່າງມີດໂກນຄົມ 3 ເຈົ້າຮັກຊົ່ວຫລາຍກວ່າດີ ແລະການມຸສາຫລາຍກວ່າເວົ້າຄວາມຈິງ 4 ເຈົ້າຮັກທຸກຄຳທີ່ທຳລາຍ ເຈົ້າຄົນມັກຕົວະມັກຕົ້ມ 5 ແຕ່ພຣະເຈົ້າຈະຊົງທຳລາຍເຈົ້າລົງເສັຽເປັນນິດພຣະອົງຈະຊົງສວຍໂອກາດແລະດຶງເຈົ້າຈາກເຕັນຂອງເຈົ້າ ພຣະອົງຈະຊົງຖອນຮາກເຈົ້າເສັຽຈາກແດນຂອງຄົນເປັນ 6 ຄົນຊອບທັມຈະເຫັນແລະຢ້ານຢຳ ແລະຈະຫົວເຍາະເຍີ້ຍໃສ່ເຂົາ ແລະກ່າວວ່າ 7 “ຈົ່ງເບິ່ງບຸຣຸດຜູ້ບໍ່ໃຫ້ພຣະເຈົ້າເປັນທີ່ລີ້ພັຍຂອງຕົນ ແຕ່ໄວ້ໃຈໃນຄວາມມັ່ງຄັ່ງອັນອຸດົມຂອງເຂົາ ເຂົາເສີມກຳລັງຕົວເຂົາໃນຄວາມຊົ່ວຮ້າຍຂອງເຂົາ 8 ຝ່າຍຂ້າພະເຈົ້າເປັນເຫມືອນຕົ້ນຫມາກກອກຂຽວສົດ ໃນພຣະຜາສາດຂອງພຣະເຈົ້າ ຂ້າພະເຈົ້າວາງໃຈໃນຄວາມຮັກຫມັ້ນຄົງຂອງພຣະເຈົ້າຕລອດໄປ 9 ຂ້າພຣະອົງຈະໂມທະນາພຣະຄຸນພຣະອົງເປັນນິດ ເພາະພຣະອົງໄດ້ຊົງກະທຳເຊັ່ນນັ້ນ ຂ້າພຣະອົງຈະຫວັງໃຈໃນພຣະນາມຂອງພຣະອົງ ເພາະເປັນພຣະນາມປະເສີດຕໍ່ຫນ້າໄພ່ພົນຂອງພຣະອົງ
ຄວາມໂງ່ແລະຄວາມອະທັມຂອງມະນຸດ ເຖິງຫົວຫນ້ານັກຮ້ອງ ຕາມທຳນອງມະຮາລັທ ມັສຄິລບົດນຶ່ງ ຂອງດາວິດ
1 ຄົນໂງ່ຈ້າເວົ້າຢູ່ໃນໃຈຂອງຕົນວ່າ, “ບໍ່ມີພຣະເຈົ້າ” ເຂົາທັງຫລາຍກໍທຳຕົນໃຫ້ຊົ່ວລົງ ກະທຳຄວາມບາບຜິດທີ່ຫນ້າກຽດຫນ້າຊັງ ບໍ່ມີຈັກຄົນດຽວທີ່ກະທຳດີ” 2 ພຣະເຈົ້າຊົງມອງລົງມາຈາກຟ້າສວັນ ເບິ່ງບຸດຊາຍທັງຫລາຍຂອງມະນຸດວ່າຈະມີຄົນໃດແດ່ທີ່ສລາດທີ່ຊອກຫາພຣະເຈົ້າ 3 ເຂົາທັງຫລາຍກໍທຳຜິດເຫມືອນກັນຫມົດ ບໍ່ມີຈັກຄົນດຽວທີ່ກະທຳດີ ບໍ່ມີເລີຍ 4 ເຫລົ່າຄົນທີ່ກະທຳຊົ່ວບໍ່ຮູ້ຫລື ຄືຜູ້ທີ່ກິນປະຊາກອນຂອງເຣົາຢ່າງກິນເຂົ້າຈີ່ ແລະບໍ່ຮ້ອງທູນພຣະເຈົ້າ 5 ເຂົາທັງຫລາຍຈະຢູ່ທີ່ນັ້ນຢ່າງຢ້ານກົວຫລາຍເຫມືອນກັບວ່າເຂົາບໍ່ເຄີຍເປັນມາກ່ອນ ເພາະພຣະເຈົ້າຈະຊົງກະຈາຍກະດູກຂອງຄົນທີ່ຕັ້ງຄ້າຍສູ້ເຈົ້າ ພຣະອົງຊົງໃຫ້ເຂົາທັງຫລາຍໄດ້ອາຍ ເພາະພຣະເຈົ້າຊົງປະຕິເສດເຂົາ 6 ຂໍຊົງຊ່ອຍກູ້ເພື່ອອິສຣາເອນມາຈາກຊີໂອນເສັຽເຖີດ ເມື່ອພຣະເຈົ້າຊົງໃຫ້ໄພ່ພົນຂອງພຣະອົງກັບສູ່ສະພາບດີ ຢາໂຄບຈະຊົມຊື່ນຍິນດີ ອິສຣາເອນຈະຍິນດີ
ຄຳອ້ອນວອນຂໍຊົງປ້ອງກັນໃຫ້ພົ້ນສັດຕູ ເຖິງຫົວຫນ້ານັກຮ້ອງ ໃຊ້ເຄື່ອງສາຍມັສຄິລບົດນຶ່ງ ຂອງດາວິດ ເມື່ອພວກຊາວຊີຟີທໄປທູນຊາອູນວ່າ, “ດາວິດລີ້ຢູ່ຖ້າມກາງເຮົາບໍ່ແມ່ນຫລື”
1 ຂ້າແດ່ພຣະເຈົ້າ ຂໍຊົງຊ່ອຍຂ້າພຣະອົງໃຫ້ລອດດ້ວຍພຣະນາມຂອງພຣະອົງ ແລະແກ້ແທນຂ້າພຣະອົງດ້ວຍອານຸພາບຂອງພຣະອົງ 2 ຂ້າແດ່ພຣະເຈົ້າ ຂໍຊົງຟັງຄຳອ້ອນວອນຂອງຂ້າພຣະອົງ ຂໍຊົງງ່ຽງພຣະກັນຟັງຖ້ອຍຄຳຈາກປາກຂອງຂ້າພຣະອົງ 3 ເພາະຄວາມຍິ່ງຍະໂສໄດ້ລຸກຂຶ້ນສູ້ຂ້າພຣະອົງ ຄົນໄຮ້ຄວາມປານີຊອກສັງຫານຊີວິດຂອງຂ້າພຣະອົງ ເຂົາບໍ່ໄດ້ປະດິດສະຖານພຣະເຈົ້າໄວ້ຕົງຫນ້າເຂົາ 4 ເບິ່ງແມ໋, ພຣະເຈົ້າຊົງເປັນຜູ້ຊ່ອຍຂອງຂ້າພະເຈົ້າ ອົງພຣະຜູ້ເປັນເຈົ້າຊົງເປັນຜູ້ປ້ອງກັນຊີວິດຂອງຂ້າພະເຈົ້າໄວ້ 5 ພຣະອົງຈະຊົງໃຫ້ການຊົ່ວຮ້າຍຂອງພວກສັດຕຣູຂອງຂ້າພະເຈົ້າກັບສະຫນອງເຂົາເອງ ຂໍຊົງທຳລາຍເຂົາເສັຽໂດຍຄວາມທ່ຽງທັມຂອງພຣະອົງ 6 ຂ້າພຣະອົງຈະຖວາຍສັດບູຊາຕາມໃຈສມັກແກ່ພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຈະຖວາຍໂມທະນາຂອບພຣະຄຸນພຣະນາມຂອງພຣະອົງ ເພາະພຣະນາມນັ້ນປະເສີດ 7 ເພາະພຣະອົງຊົງຊ່ອຍກູ້ຂ້າພຣະອົງໃຫ້ພົ້ນຈາກຄວາມທຸກຍາກລຳບາກທຸກຢ່າງ ແລະນັຍຕາຂອງຂ້າພຣະອົງມອງເຫັນພວກສັດຕຣູຂອງຂ້າພຣະອົງແພ້
ຄຳອ້ອນວອນຂໍຊົງທຳລາຍຄົນທໍຣະຍົດ ເຖິງຫົວຫນ້ານັກຮ້ອງໃຊ້ເຄື່ອງສາຍມັສຄິລບົດນຶ່ງ ຂອງດາວິດ
1 ຂ້າແດ່ພຣະເຈົ້າ ຂໍຊົງງ່ຽງພຣະກັນຟັງຄຳອ້ອນວອນຂອງຂ້າພຣະອົງ ຂໍຢ່າລີ້ຊ່ອນພຣະອົງເສັຽຈາກຄຳວິງວອນຂອງຂ້າພຣະອົງ 2 ຂໍຊົງສະດັບ ແລະຂໍຊົງຕອບຂ້າພຣະອົງ ຂ້າພຣະອົງຍອມແພ້ຄວາມທຸກຍາກລຳບາກແລ້ວ 3 ຂ້າພຣະອົງບ້າໄປເພາະສຽງຂອງສັດຕຣູ ເພາະການບີບບັງຄັບຂອງຄົນອະທັມ ເຫດວ່າເຂົານຳຄວາມທຸກຍາກລຳບາກມາໃຫ້ຂ້າພຣະອົງ ແລະເຂົາໂບ່ມຄວາມກຽດຊັງຂ້າພຣະອົງໂດຍຄວາມໂກດ 4 ຈິດໃຈຂອງຂ້າພຣະອົງທຸກໂສກຢູ່ໃນຂ້າພຣະອົງ ຄວາມສະຍົດສະຍອງຂອງມັດຈຸຣາຊຕົກເຫນືອຂ້າພຣະອົງ 5 ຄວາມຢ້ານແລະຄວາມສະທົກສະທ້ານມາຫນືອຂ້າພຣະອົງ ຄວາມຫວາດກົວຖ້ວມຂ້າພຣະອົງ 6 ແລະຂ້າພຣະອົງເວົ້າວ່າ, “ໂອ ຂ້າຢາກມີປີກເຫມືອນຢ່າງນົກພິຣາບ ຈະໄດ້ບີນຫນີໄປ ແລະຢູ່ສງົບ 7 ຂ້າຈະໄດ້ພະເນຈອນໄປໄກ ຂ້າຈະໄດ້ພັກຢູ່ໃນຖີ່ນທຸຣະກັນດານ 8 ຂ້າຈະໄດ້ຮີບໄປຫາທີ່ກຳບັງຈາກລົມດຸເດືອດແລະພະຍຸຮ້າຍ” 9 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຊົງທຳລາຍເສັຽ ແລະໃຫ້ພາສາຂອງເຂົາຫຍຸ້ງຍາກໄປ ເພາະຂ້າພຣະອົງເຫັນຄວາມທາຣຸນແລະການໂກລາຫົນທີ່ນະຄອນ 10 ເຂົາຍ່າງເທິງກຳແພງຮອບນະຄອນຢູ່ທັງກາງເວັນແລະກາງຄືນ ແລະຄວາມບາບຜິດກັບຄວາມທຸກຍາກລຳບາກຢູ່ພາຍໃນນະຄອນ 11 ການທຳລາຍມີຢູ່ທຸກຫົນທຸກແຫ່ງ ການບີບບັງຄັບແລະການສໍ້ໂກງບໍ່ຫນີອອກໄປຈາກຕລາດເລີຍ 12 ບໍ່ແມ່ນສັດຕຣູຜູ້ເຍາະເຍີ້ຍຂ້າພະເຈົ້າ ຂ້າພະເຈົ້າຈະໄດ້ທົນໄດ້ ບໍ່ແມ່ນຜູ້ທີ່ກຽດຊັງຂ້າພະເຈົ້າ ຜູ້ອວດຕົວໃສ່ຂ້າພະເຈົ້າ ຂ້າພະເຈົ້າຈະໄດ້ຫລົບເຂົາໄດ້ 13 ແຕ່ເປັນທ່ານ ສເມີບ່າສເມີໄຫລ່ກັບຂ້າພະເຈົ້າ ເປັນເພື່ອນຂອງຂ້າພະເຈົ້າ ເປັນມິດຮູ້ຈັກມັກຄຸ້ນກັບຂ້າພະເຈົ້າ 14 ເຮົາເຄີຍສົນທະນາປາສັຍກັນຢ່າງຊື່ນໃຈ ເຮົາດຳເນີນໃນພຣະຜາສາດຂອງພຣະເຈົ້າສັນມິດສນິດ 15 ຂໍມັດຈຸຣາຊມາຫາເຂົາເຫລົ່ານັ້ນ ໃຫ້ເຂົາລົງໄປຍັງແດນຜູ້ຕາຍທັງເປັນ ເພາະຄວາມໂຫດຮ້າຍຢູ່ໃນບ້ານຂອງເຂົາແລະຢູ່ໃນໃຈຂອງເຂົາ 16 ຝ່າຍຂ້າພະເຈົ້າຮ້ອງທູນຕໍ່ພຣະເຈົ້າ ແລະພຣະເຈົ້າຈະຊົງຊ່ອຍຂ້າພະເຈົ້າໃຫ້ລອດ 17 ທັງເວລາເຊົ້າ ເວລາຄ່ຳ ແລະເວລາທ່ຽງ ຂ້າພະເຈົ້າຮ້ອງທຸກແລະຄ່ຳຄວນ ແລະພຣະອົງຈະຊົງຟັງສຽງຂອງຂ້າພະເຈົ້າ 18 ພຣະອົງຈະຊົງຊ່ອຍກູ້ຈິດວິນຍານຂອງຂ້າພະເຈົ້າໃຫ້ປອດພັຍຈາກສົງຄາມທີ່ຂ້າພະເຈົ້າຕໍ່ສູ້ຢູ່ ເພາະຄົນເປັນຈຳນວນຫລາຍຕັ້ງແຖວສູ້ຂ້າພະເຈົ້າ 19 ພຣະເຈົ້າຈະຊົງສະດັບຟັງແລະລົດເຂົາລົງ ຄືພຣະອົງຜູ້ປະທັບເທິງບັນລັງຕັ້ງແຕ່ບູຮານນະການ ເພາະເຂົາບໍ່ປ່ຽນແລະບໍ່ຢຳເກງພຣະເຈົ້າ 20 ຫມູ່ເກົ່າຂອງຂ້າພະເຈົ້າຍື່ນມືຂອງເຂົາອອກຕໍ່ສູ້ເພື່ອນ ເຂົາຝ່າຝືນຄຳສັນຍາຂອງເຂົາ 21 ຄຳເວົ້າຂອງເຂົາຣຽບລື່ນຍິ່ງກວ່າເນີຍ ແຕ່ສົງຄາມຢູ່ພາຍໃນໃຈຂອງເຂົາ ຖ້ອຍຄຳຂອງເຂົາອ່ອນນຸ່ມຍິ່ງກວ່ານ້ຳມັນ ແຕ່ວ່າເປັນດາບທີ່ຊັກອອກມາແລ້ວ 22 ຈົ່ງມອບພາຣະຂອງທ່ານໄວ້ກັບພຣະເຈົ້າ ແລະພຣະອົງຈະຊົງຄ້ຳຈຸນທ່ານ ພຣະອົງຈະບໍ່ຊົງຍອມໃຫ້ຄົນຊອບທັມຄອນແຄນເລີຍ 23 ຂ້າແດ່ພຣະເຈົ້າ ແຕ່ພຣະອົງຈະຊົງແກວ່ງເຂົາລົງສູ່ປາກແດນພິນາດ ຄົນທີ່ທຳໃຫ້ໂລຫິດຕົກ ແລະຄົນທໍຣະຍົດຈະມີຊີວິດຢູ່ບໍ່ເຖິງເຄິ່ງຈຳນວນເວລາຂອງເຂົາ ແຕ່ຂ້າພຣະອົງຈະວາງໃຈໃນພຣະອົງ
ຄຳອ້ອນວອນສະແດງຄວາມໄວ້ວາງໃຈ ເຖິງຫົວຫນ້ານັກຮ້ອງທຳນອງນົກເຂົາເທິງຕົ້ນເຕເຣບິນພຸ້ນ ມິກຕາມບົດນຶ່ງຂອງດາວິດ ເມື່ອຟີລິສຕີນຈັບທ່ານໃນເມືອງກາດ
1 ຂ້າແດ່ພຣະເຈົ້າ ຂໍຊົງເມດຕາຂ້າພຣະອົງ ເພາະຄົນຢຽບຢ່ຳຂ້າພຣະອົງ ສັດຕຣູບີບບັງຄັບຂ້າພຣະອົງຕລອດວັນ 2 ພວກສັດຕຣູຂອງຂ້າພຣະອົງຢຽບຢ່ຳຂ້າພຣະອົງຕລອດວັນ ເພາະຫລາຍຄົນຕໍ່ສູ້ຂ້າພຣະອົງຢ່າງທະນົງ 3 ເມື່ອຂ້າພຣະອົງຢ້ານ ຂ້າພຣະອົງວາງໃຈໃນພຣະອົງ 4 ໃນພຣະເຈົ້າ ຜູ້ທີ່ຂ້າພຣະອົງສັຣເສີນພຣະວັຈນະຂອງພຣະອົງ ໃນພຣະເຈົ້າ ຂ້າພຣະອົງວາງໃຈຢ່າງປາສຈາກຄວາມຢ້ານ ເນື້ອຫນັງຈະກະທຳສິ່ງໃດແກ່ຂ້າພຣະອົງ 5 ເຂົາກໍ່ຄວາມເດືອດຮ້ອນຕໍ່ກິຈການຂອງຂ້າພຣະອົງຕລອດວັນ ຄວາມຄິດທັງສິ້ນຂອງເຂົາ ຄິດຫາທາງທຳລາຍຕໍ່ຂ້າພຣະອົງ 6 ເຂົາຮ່ວມຫົວກັນ ເຂົາຊອມເບິ່ງ ເຂົາເຝົ້າຮອຍຕີນຂອງຂ້າພຣະອົງຢ່າງກັບຄົນທີ່ຊອມຄອຍເອົາຊີວິດຂ້າພຣະອົງ 7 ຂໍຊົງຖິ້ມເຂົາເພາະຄວາມຜິດຂອງເຂົາ ຂ້າແດ່ພຣະເຈົ້າ ຂໍຊົງຜາບແພ້ຊົນຊາດທັງຫລາຍລົງມາດ້ວຍພຣະພິໂຣດ 8 ພຣະອົງຊົງນັບຄວາມເດືອອຮ້ອນຂອງຂ້າພຣະອົງ ຊົງເກັບນ້ຳຕາຂອງຂ້າພຣະອົງໃສ່ຂວດຂອງພຣະອົງໄວ້ ນ້ຳຕານັ້ນບໍ່ຢູ່ໃນບັນຊີຂອງພຣະອົງຫລື 9 ແລ້ວສັດຕຣູຂອງຂ້າພຣະອົງຈະຫັນກັບໃນວັນທີ່ຂ້າພຣະອົງຮ້ອງທູນ ຂ້າພຣະອົງຮູ້ໄດ້ວ່າ ພຣະເຈົ້າຊົງສະຖິດຢູ່ຝ່າຍຂ້າພຣະອົງ 10 ໃນພຣະເຈົ້າຜູ້ຊຶ່ງຂ້າພຣະອົງສັຣເສີນ ພຣະວັຈນະຂອງພຣະອົງໃນພຣະຜູ້ເປັນເຈົ້າ ຜູ້ຊຶ່ງຂ້າພຣະອົງສັຣເສີນພຣະວັຈນະຂອງພຣະອົງ 11 ໃນພຣະເຈົ້າ ຂ້າພຣະອົງວາງໃຈຢ່າງປາສຈາກຄວາມຢ້ານກົວ ມະນຸດຈະກະທຳສິ່ງໃດແກ່ຂ້າພຣະອົງໄດ້ 12 ຂ້າແດ່ພຣະເຈົ້າ ທີ່ຂ້າພຣະອົງບົນບານໄວ້ນັ້ນຂ້າພຣະອົງຈະແກ້ ຂ້າພຣະອົງຈະຖວາຍບູຊາໂມທະນາພຣະຄຸນແກ່ພຣະອົງ 13 ເພາະພຣະອົງຊົງຊ່ອຍກູ້ຈິດວິນຍານຂອງຂ້າພຣະອົງຈາກມັດຈຸຣາຊ ພຣະອົງຊົງຊ່ອຍກູ້ຕີນຂອງຂ້າພຣະອົງຈາກການລົ້ມບໍ່ແມ່ນຫລື ເພື່ອຂ້າພຣະອົງຈະດຳເນີນຢູ່ຕໍ່ເບື້ອງພຣະພັກພຣະເຈົ້າໃນຄວາມສວ່າງແຫ່ງຊີວິດ
ການອ້ອນວອນຂໍຄວາມຊ່ອຍເຫລືອ ເຖິງຫົວຫນ້ານັກຮ້ອງ ຕາມທຳນອງຢ່າທຳລາຍມິກຕາມບົດນຶ່ງ ຂອງດາວິດ ເມື່ອທ່ານຫນີຊາອູນ ຢູ່ໃນຖ້ຳ
1 ຂ້າແດ່ພຣະເຈົ້າ ຂໍຊົງເມດຕາກະຣຸນາຂ້າພຣະອົງ ເພື່ອຄວາມປອດພັຍ ຂ້າພຣະອົງເຂົ້າມາເພິ່ງພຣະອົງ ຂ້າພຣະອົງໄດ້ຣັບການຄຸ້ມຄອງພາຍໃຕ້ຮົ່ມເງົາຂອງພຣະອົງ ຈົນກວ່າໄພອັນຕະຣາຍທຸກຢ່າງຜ່ານພົ້ນໄປ 2 ຂ້າພະເຈົ້າຮ້ອງທູນຕໍ່ພຣະເຈົ້າອົງຜູ້ສູງສຸດ ຕໍ່ພຣະເຈົ້າຜູ້ຊົງກະທຳການໃຫ້ສຳເຣັດເພື່ອຂ້າພະເຈົ້າ 3 ພຣະອົງຈະຊົງໃຊ້ມາຈາກຟ້າສວັນ ແລະຊ່ອຍຂ້າພະເຈົ້າໃຫ້ລອດ ພຣະອົງຈະຊົງໃຫ້ຜູ້ຢຽບຢ່ຳຂ້າພະເຈົ້າໄດ້ອາຍ ພຣະເຈົ້າຈະຊົງໃຊ້ຄວາມຮັກຫມັ້ນຄົງ ແລະຄວາມສັຕສຸດຈະຣິດລົງມາ 4 ຂ້າພະເຈົ້າຢູຖ້າມກາງເຫລົ່າສີຫະຣາຊ ຂ້າພະເຈົ້ານອນຖ້າມກາງຜູ້ທີ່ໄຟຕິດຕົວຄືບຸດຂອງມະນຸດ ແຂ້ວຂອງເຂົາທັງຫລາຍຄືຫອກແລະລູກທະນູ ລີ້ນຂອງເຂົາຄືດາບຄົມ 5 ຂ້າແດ່ພຣະເຈົ້າ ຂໍຊົງເປັນທີ່ຍົກຍ້ອງເຫນືອຟ້າສວັນ ຂໍພຣະສະງ່າຣາສີຂອງພຣະອົງຢູ່ທົ່ວແຜ່ນດິນໂລກ 6 ເຂົາທັງຫລາຍວາງຕາຂ່າຍດັກຕີນຂ້າພະເຈົ້າ ຈິດໃຈຂອງຂ້າພະເຈົ້າໄດ້ຄ້ອມລົງ ເຂົາຂຸດບໍ່ໄວ້ໃນທາງຂ້າພະເຈົ້າ ແຕ່ເຂົາກໍຕົກລົງໄປເສັຽເອງ 7 ຂ້າແດ່ພຣະເຈົ້າ ຈິດໃຈຂອງຂ້າພຣະອົງຫມັ້ນຄົງ ຈິດໃຈຂອງຂ້າພຣະອົງຫມັ້ນຄົງ ຂ້າພຣະອົງຈະຮ້ອງເພງ ຂ້າພຣະອົງຈະຮ້ອງເພງສັຣເສີນ 8 ຈິດໃຈຂອງຂ້າພະເຈົ້າເອີຍ ຈົ່ງຕື່ນເຖີດ ພີນໃຫຍ່ແລະພີນເຂົາຄູ່ເອີຍ ຈົ່ງຕື່ນເຖີດ ຂ້າພະເຈົ້າຈະປຸກອະຣຸນ 9 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້າພຣະອົງຈະຖວາຍໂມທະນາພຣະຄຸນພຣະອົງຖ້າມກາງປະຊາຊາດ ຂ້າພຣະອົງຈະຮ້ອງເພງສັຣເສີນພຣະອົງຖ້າມກາງຊົນຊາດທັງຫລາຍ 10 ເພາະຄວາມຮັກຫມັ້ນຄົງຂອງພຣະອົງຍິ່ງໃຫຍ່ເຖິງຟ້າສວັນ ຄວາມສັຕສຸດຈະຣິດຂອງພຣະອົງສູງເຖິງເມກ 11 ຂ້າແດ່ພຣະເຈົ້າ ຂໍຊົງເປັນທີ່ເຊີດຊູເຫນືອຟ້າສວັນ ຂໍພຣະສະງ່າຣາສີຂອງພຣະອົງຢູ່ທົ່ວແຜ່ນດິນໂລກ
ຄຳອ້ອນວອນຂໍຊົງລົງໂທດຄົນອະທັມ ເຖິງຫົວຫນ້ານັກຮ້ອງ ຕາມທຳນອງຢ່າທຳລາຍມິກຕາມບົດນຶ່ງ ຂອງດາວິດ
1 ທ່ານຜູ້ເປັນເຈົ້ານາຍ ທ່ານເວົ້າຢ່າງຊອບທັມຫລື ບຸດຂອງມະນຸດເອີຍ ທ່ານພິພາກສາຢ່າງທ່ຽງທັມຫລື 2 ບໍ່ເລີຍ ໃນໃຈຂອງທ່ານ ທ່ານປະດິດຄວາມຜິດ ມືຂອງທ່ານຊັ່ງຄວາມທຳຣຸນອອກໃຫ້ແຜ່ນດິນໂລກ 3 ຄົນອະທັມຫລົງເຈິ່ນໄປຕັ້ງແຕ່ຈາກຄັນ ເຂົາທຳຜິດມາຕັ້ງແຕ່ມື້ເກີດ ຄືເວົ້າມຸສາ 4 ເຂົາມີພິດເຫມືອນພິດງູ ເຫມືອນງູເຫົ່າຫູຫນວກທີ່ອຸດຫູຂອງມັນ 5 ມັນຈຶ່ງບໍ່ໄດ້ຍິນສຽງຂອງຫມໍງູ ຫລືເຊື່ອຟັງຜູ້ມີມົນຂັງ 6 ຂ້າແດ່ພຣະເຈົ້າ ຂໍຊົງຫັກແຂ້ວໃນປາກຂອງມັນເສັຽ ຂ້າແດ່ພຣະເຈົ້າ ຂໍຊົງຫັກແຂ້ວໂຄບຂອງສິງຫນຸ່ມອອກເສັຽ 7 ໃຫ້ເຂົາຫາຍໄປເຫມືອນນ້ຳໄຫລ ພຣະອົງຈະຊົງເລັ່ງທະນູໃສ່ເຂົາທັງຫລາຍ ແລະເຂົາຈະຖືກສັງຫານ 8 ຂໍໃຫ້ເຂົາເຫມືອນທາກທີ່ລະລາຍເປັນເມືອກໄປ ເຫມືອນທາຣົກແທ້ງທີ່ບໍ່ເຄີຍເຫັນດວງອາທິດ 9 ໄວຍິ່ງກວ່າຫມໍ້ຈະຮູ້ສຶກຮ້ອນດ້ວຍໄຟ ແຕ່ຫນາມຂຽວຫລືໄຫມ້ເປັນແປວກໍຂໍພຣະອົງຊົງກວາດເຂົາໄປເສັຽ 10 ຄົນຊອບທັມຈະຊົມຊື່ນຍິນດີ ເມື່ອເຂົາເຫັນການແກ້ແຄ້ນ ເຂົາຈະເອົາໂລຫິດຂອງຄົນອະທັມລ້າງຕີນຂອງເຂົາ 11 ຈະມີຄົນກ່າວວ່າ, “ແນ່ແລ້ວ ມີບຳເຫນັດໃຫ້ແກ່ຄົນຊອບທັມ ແນ່ແລ້ວ ມີພຣະເຈົ້າຜູ້ຊົງພິພາກສາໂລກ”
ຄຳອ້ອນວອນຂໍຊົງຊ່ອຍກູ້ຈາກສັດຕຣູ ເຖິງຫົວຫນ້ານັກຮ້ອງ ທຳນອງຢ່າທຳລາຍມິກຕາມບົດນຶ່ງຂອງດາວິດ ເມື່ອຊາອູນຊົງໃຊ້ຄົນໃຫ້ໄປເຝົ້າບ້ານຂອງທ່ານເພື່ອຈະຂ້າທ່ານເສັຽ
1 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍຊົງຊ່ອຍກູ້ຂ້າພຣະອົງຈາກສັດຕຣູຂອງຂ້າພຣະອົງ ຂໍຊົງຊ່ອຍປ້ອງກັນຂ້າພຣະອົງໃຫ້ພົ້ນຈາກບັນດາຜູ້ທີ່ລຸກຂຶ້ນຕໍ່ສູ້ຂ້າພຣະອົງ 2 ຂໍຊົງຊ່ອຍກູ້ຂ້າພຣະອົງຈາກຜູ້ທີ່ທຳຄວາມຊົ່ວຮ້າຍ ແລະຂໍຊົງຊ່ອຍຂ້າພຣະອົງໃຫ້ລອດຈາກຄົນກະຫາຍເລືອດ 3 ເພາະເຂົາຊຸ່ມຄອຍເອົາຊີວິດຂ້າພຣະອົງ ຄົນດຸຮ້າຍຮ່ວມຫົວກັນຕໍ່ສູ້ຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ບໍ່ແມ່ນການລະເມີດຫລືບາບຂອງຂ້າພຣະອົງເອງ 4 ເຂົາແລ່ນໄປຕຽມພ້ອມ ບໍ່ແມ່ນຄວາມຜິດຂອງຂ້າພຣະອົງ ຂໍຊົງມາຊ່ອຍຂ້າພຣະອົງແລະທອດພຣະເນດ 5 ຂ້າແດ່ພຣະເຈົ້າຈອມໂຍທາ ພຣະອົງຊົງເປັນພຣະເຈົ້າຂອງອິສຣາເອນ ຂໍຊົງຕື່ນຂຶ້ນລົງໂທດບັນດາປະຊາຊາດ ຂໍຢ່າຊົງເມດຕາຜູ້ທີ່ທໍຣະຍົດຄິດຮ້າຍແມ້ແຕ່ຄົນດຽວ 6 ເຂົາກັບມາທຸກແລງ ຫອນຢ່າງຫມາ ແລະເຂົ້າໄປທົ່ວນະຄອນ 7 ເຂົາຢູ່ທີ່ນັ້ນ ປາກຂອງເຂົາຍັງພົ່ນຢູ່ ແລະມີດາບທີ່ຮີມຝີປາກຂອງມັນ ເພາະມັນຄິດວ່າ, “ໃຜ ຈະຟັງເຣົາ?” 8 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ພຣະອົງຊົງຫົວຂວັນແລະເຍາະເຍີ້ຍປະຊາຊາດທັງປວງ 9 ຂ້າແດ່ພຣະກຳລັງຂອງຂ້າພຣະອົງ ຂ້າພຣະອົງຈະຄອຍເຝົ້າພຣະອົງ ຂ້າແດ່ພຣະເຈົ້າ ເພາະພຣະອົງຊົງເປັນທີ່ເພິ່ງຂອງຂ້າພຣະອົງ 10 ພຣະເຈົ້າຂອງຂ້າພະເຈົ້າຈະພົບຂ້າພະເຈົ້າດ້ວຍຄວາມຮັກຫມັ້ນຄົງຂອງພຣະອົງ ພຣະເຈົ້າຈະຊົງໃຫ້ຂ້າພະເຈົ້າມອງເຫັນພວກສັດຕຣູຂອງຂ້າພະເຈົ້າ 11 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະໂລ່ຂອງຂ້າພຣະອົງທັງຫລາຍ ຂໍຢ່າຊົງສັງຫານເຂົາເສັຽ ຢ້ານວ່າຊົນຊາດຂອງຂ້າພຣະອົງຈະລືມ ຂໍໃຫ້ເຂົາແຕກຊະໄປດ້ວຍຣິດທານຸພາບຂອງພຣະອົງແລະທຳໃຫ້ເຂົາລົ້ມລົງ 12 ເພາະບາບປາກຂອງເຂົາ ແລະເພາະຖ້ອຍຄຳຮີມຝີປາກຂອງເຂົາ ຂໍໃຫ້ເຂົາຕິດກັບໂດຍຄວາມຈອງຫອງຂອງເຂົາ ເພາະການສາບແຊ່ງແລະການມຸສາຊຶ່ງເປັ່ງອອກມານັ້ນ 13 ຂໍຊົງເຜົາຜານເຂົາເສັຽໂດຍພຣະພິໂຣດ ຂໍຊົງເຜົາຜານເຂົາຈົນເຂົາບໍ່ເຫລືອເລີຍ ແລ້ວຄົນຈະຮູ້ວ່າພຣະເຈົ້າຊົງປົກຄອງເຫນືອຢາໂຄບ ເຖິງທີ່ສຸດປາຍແຜ່ນດິນໂລກ 14 ເຂົາກັບມາທຸກແລງ ຫອນຢ່າງຫມາ ແລະເຂົ້າໄປທົ່ວນະຄອນ 15 ເຂົາທ່ຽວຊອກຫາອາຫານ ຖ້າບໍ່ໄດ້ກິນອີ່ມກໍຂູ່ຄຳຣາມ 16 ແຕ່ຂ້າພຣະອົງຈະຮ້ອງເພງເຖິງອານຸພາບຂອງພຣະອົງ ຂ້າພຣະອົງຈະຮ້ອງເພງເຖິງຄວາມຮັກຫມັ້ນຄົງຂອງພຣະອົງໃນເວລາເຊົ້າ ເພາະພຣະອົງຊົງເປັນທີ່ເພິ່ງຂອງຂ້າພຣະອົງ 17 ຂ້າແດ່ພຣະກຳລັງຂອງຂ້າພຣະອົງ ຂ້າພຣະອົງຈະຮ້ອງເພງສັຣເສີນພຣະອົງ ຂ້າແດ່ພຣະເຈົ້າ ເພາະພຣະອົງຊົງເປັນທີ່ເພິ່ງຂອງຂ້າພຣະອົງ ພຣະເຈົ້າຜູ້ຊົງສຳແດງຄວາມຮັກຫມັ້ນຄົງແກ່ຂ້າພຣະອົງ
ຄຳອ້ອນວອນຂໍຊົງຊ່ອຍຕໍ່ຕ້ານສັດຕຣູ ເຖິງຫົວຫນ້ານັກຮ້ອງ ທຳນອງຊູຊັນເອດູມິກຕາມບົດນຶ່ງ ຂອງດາວິດ ເພື່ອສັ່ງສອນເມື່ອທ່ານຕໍ່ສູ້ກັບອາຣາມນາຮາຣາອີມ ແລະກັບອາຣາມໂຊບາ ແລະເມື່ອເຂົາກັບໂຢອາບໄດ້ຂ້າຊາວເອໂດມເສັຽນຶ່ງຫມື່ນສອງພັນຄົນໃນຫຸບເຂົາເກືອ
1 ຂ້າແດ່ພຣະເຈົ້າ ພຣະອົງໄດ້ຊົງປະຖິ້ມຂ້າພຣະອົງທັງຫລາຍແລ້ວ ທັງໄດ້ຊົງທຳລາຍທີ່ປ້ອງກັນຂອງຂ້າພຣະອົງທັງຫລາຍ ພຣະອົງຊົງພຣະພິໂຣດ ຂໍຊົງຊ່ອຍໃຫ້ຂ້າພຣະອົງກັບຄືນອີກ 2 ພຣະອົງຊົງກະທຳໃຫ້ແຜ່ນດິນຫວັ່ນໄຫວ ຊົງໃຫ້ມັນແຕກແຍກອອກ ຂໍຊົງສ້ອມແປງຊ່ອງຂອງມັນເພາະມັນພວມແຕກເປັນປ່ຽງໆ 3 ພຣະອົງຊົງກະທຳໃຫ້ໄພ່ພົນຂອງພຣະອົງປະສົບຄວາມລຳບາກ ພຣະອົງຊົງບັງຄັບຂ້າພຣະອົງໃຫ້ດື່ມເຫລົ້າອະງຸ່ນເຫມືອນຄົນເມົາເຫລົ້າ 4 ພຣະອົງຊົງຕັ້ງທຸງໄວ້ໃຫ້ບັນດາຜູ້ທີ່ເກງກົວພຣະອົງ ເພື່ອເຂົາຈະໄດ້ຫລົບຫນີຈາກການທຳລາຍ 5 ຂໍປະທານໄຊຊະນະໂດຍພຣະຫັດຂວາຂອງພຣະອົງ ແລະຊົງຕອບຂ້າພຣະອົງ ເພື່ອວ່າຜູ້ທີ່ພຣະອົງຊົງຮັກຈະໄດ້ຮັບການຊ່ອຍກູ້ 6 ພຣະເຈົ້າຕຣັສໃນສະຖານນະມັສການຂອງພຣະອົງວ່າ, “ເຮົາຈະແບ່ງເມືອງເຊເຄມດ້ວຍຄວາມຍິນດີ ແລະແບ່ງຫຸບເຂົາເມືອງຊັກໂກທອອກ 7 ກີເລອາດເປັນຂອງເຮົາ ມານັສເຊເປັນຂອງເຮົາ ເອຟຣາອີມເປັນທີ່ກັນຫົວຂອງເຮົາ ຢູດາເປັນຄະທາ (ຕະບອງ) ຂອງເຣົາ 8 ໂມອາບເປັນອ່າງລ້າງຊຳຣະຂອງເຣົາ ເຮົາໂຍນເກີບຂອງເຮົາລົງເທິງເອໂດມ ເຮົາໂຮ່ຮ້ອງດ້ວຍຄວາມມີໄຊເຫນືອຟີລິສຕີນ” 9 ຜູ້ໃດຈະນຳຂ້າພະເຈົ້າເຂົ້າໄປໃນນະຄອນມີປ້ອມ ຜູ້ໃດຈະນຳຂ້າພະເຈົ້າໄປຍັງເອໂດມ 10 ຂ້າແດ່ພຣະເຈົ້າ ພຣະອົງ ໄດ້ຊົງປະຖິ້ມຂ້າພຣະອົງທັງຫລາຍແທ້ບໍ່? ຂ້າແດ່ພຣະເຈົ້າ ພຣະອົງບໍ່ຊົງອອກໄປກັບກອງທັບຂອງຂ້າພຣະອົງທັງຫລາຍອີກແລ້ວຫລື? 11 ຂໍປະທານຄວາມຊ່ອຍເຫລືອເພື່ອຕໍ່ຕ້ານສັດຕຣູ ເພາະຄວາມຊ່ອຍເຫລືອຂອງມະນຸດກໍໄຮ້ຜົນ 12 ໂດຍເພິ່ງໃນພຣະເຈົ້າ ຂ້າພະເຈົ້າທັງຫລາຍຈະປະຕິບັດຢ່າງເຂັ້ມແຂງ ພຣະອົງເອງຊົງເປັນຜູ້ຢຽບຄູ່ສັດຕຣູຂອງຂ້າພະເຈົ້າທັງຫລາຍລົງ
ຫມັ້ນໃຈໃນການປົກປ້ອງຂອງພຣະເຈົ້າ ເຖິງຫົວຫນ້ານັກຮ້ອງ ໃຊ້ເຄື່ອງສາຍ ຂອງດາວິດ
1 ຂ້າແດ່ພຣະເຈົ້າ ຂໍຊົງຟັງສຽງຮ້ອງຂອງຂ້າພຣະອົງ ຂໍຊົງສະດັບຄຳອ້ອນວອນຂອງຂ້າພຣະອົງ 2 ຂ້າພຣະອົງຮ້ອງທູນພຣະອົງມາແຕ່ທີ່ສຸດປາຍແຜ່ນດິນໂລກ ເມື່ອຈິດໃຈຂອງຂ້າພຣະອົງອ່ອນລະອາໄປ ຂໍຊົງນຳຂ້າພຣະອົງມາເຖິງສີລາທີ່ສູງກວ່າຂ້າພຣະອົງ 3 ເພາະພຣະອົງຊົງເປັນທີ່ລີ້ພັຍຂອງຂ້າພຣະອົງ ເປັນຫໍຄອຍເຂັ້ມແຂງທີ່ປະຈັນຫນ້າສັດຕຣູ 4 ຂ້າພຣະອົງຈະຂໍຢູ່ໃນພຣະວິຫານຂອງພຣະອົງເປັນນິດ ຂໍໃຫ້ປອດພັຍຢູ່ທີ່ກຳບັງປີກຂອງພຣະອົງ 5 ຂ້າແດ່ພຣະເຈົ້າ ເພາະພຣະອົງຊົງສະດັບຄຳບົນບານຂອງຂ້າພຣະອົງ ແລະພຣະອົງປະທານມໍຣະດົກຂອງບັນດາຜູ້ທີ່ເກງກົວພຣະນາມຂອງພຣະອົງແກ່ຂ້າພຣະອົງ 6 ຂໍຊົງຍຶດພຣະຊົນຂອງພຣະຣາຊາ ຂໍໃຫ້ປີເດືອນຂອງທ່ານຍືນນານໄປຫລາຍຊາດພັນ 7 ຂໍໃຫ້ທ່ານໄດ້ປະທັບເທິງບັນລັງຕໍ່ພຣະພັກພຣະເຈົ້າເປັນນິດ ຂໍຊົງແຕ່ງຕັ້ງຄວາມຮັກຫມັ້ນຄົງ ແລະຄວາມຊື່ສັດໄວ້ເຝົ້າທ່ານ 8 ແລ້ວຂ້າພຣະອົງຈະຮ້ອງເພງສັຣເສີນພຣະນາມຂອງພຣະອົງສເມີ ຕາມທີ່ຂ້າພຣະອົງແກ້ບົນຢູ່ແຕ່ລະວັນນັ້ນ
ຄວາມໄວ້ວາງໃຈໃນການຄຸ້ມຄອງຂອງພຣະອົງ ເຖິງຫົວຫນ້ານັກຮ້ອງ ຕາມທຳນອງເຢດູທູນ ເພງສັຣເສີນຂອງດາວິດ
1 ຂ້າພະເຈົ້າຂໍມອບຕົວໄວ້ກັບພຣະເຈົ້າພຽງອົງດຽວ ພຣະເຈົ້າຊົງຊ່ອຍຂ້າພະເຈົ້າໃຫ້ພົ້ນ 2 ພຣະອົງຊົງເປັນທີ່ເພິ່ງ ແລະພຣະຜູ້ຊ່ອຍໃຫ້ພົ້ນຂອງຂ້າພະເຈົ້າພຽງອົງດຽວ ພຣະອົງຊົງເປັນຜູ້ປົກປ້ອງຂ້າພະເຈົ້າ ແລະຂ້າພະເຈົ້າຈະບໍ່ຜ່າຍແພ້ ແຕ່ຈະຕັ້ງຫມັ້ນຄົງຢູ່ 3 ພວກເຈົ້າທຸກຄົນຈະໂຈມຕີຄົນຄົນດຽວ ນານປານໃດ ຜູ້ຊຶ່ງກຳລັງຈະລົ້ມຕາຍເຫມືອນກຳແພງແລະຮົ້ວທີ່ກຳລັງຈະພັງທະລາຍລົງ 4 ເຂົາມີແຕ່ຢາກດຶງທ່ານລົງຈາກຕຳແຫນ່ງອັນມີກຽດ ເຂົາມັກເວົ້າຕົວະ ເຂົາກ່າວຄຳອວຍພອນ ແຕ່ພາຍໃນຫົວໃຈເຂົາກໍປ້ອຍດ່າ 5 ຈິດໃຈຂອງຂ້າພະເຈົ້າສງົບຄອຍຖ້າພຣະເຈົ້າແຕ່ອົງດຽວ ຂ້າພະເຈົ້າຝາກຄວາມຫວັງໄວ້ກັບພຣະອົງ 6 ພຣະອົງຊົງເປັນທີ່ເພິ່ງ ແລະເປັນພຣະຜູ້ຊ່ອຍໃຫ້ພົ້ນຂອງຂ້າພະເຈົ້າພຽງອົງດຽວ ພຣະອົງຊົງເປັນຜູ້ປົກປ້ອງຂ້າພະເຈົ້າ ແລະຂ້າພະເຈົ້າຈະບໍ່ຜ່າຍແພ້ ແຕ່ຈະຕັ້ງຫມັ້ນຄົງຢູ່ 7 ຄວາມພົ້ນ ແລະກຽດຕິຍົດຂອງຂ້າພະເຈົ້າຢູ່ກັບພຣະອົງ ພຣະອົງຊົງເປັນຄືໂງ່ນຫີນປ້ອງກັນຂ້າພະເຈົ້າ ພຣະອົງຊົງເປັນບ່ອນພັກອາໄສຂອງຂ້າພະເຈົ້າ 8 ປະຊາຊົນທັງຫລາຍຂອງຂ້າພະເຈົ້າເອີຍ ຈົ່ງເຊື່ອຟັງພຣະເຈົ້າຕລອດໄປ ຈົ່ງກາບທູນຄວາມທຸກຍາກລຳບາກຂອງທ່ານຕໍ່ພຣະອົງ ເພາະພຣະອົງຊົງເປັນທີ່ເພິ່ງຂອງເຮົາ 9 ມະນຸດປຽບເຫມືອນລົມຫາຍໃຈ ຄົນທີ່ຕາຍເປັນນັ້ນບໍ່ມີຄ່າຫຍັງເລີຍ ເມື່ອເອົາມາຊັ່ງຊາເບິ່ງກໍບໍ່ມີນ້ຳຫນັກຫຍັງຫມົດ ເຂົາເບົາກວ່າລົມຫາຍໃຈ 10 ຢ່າຄິດວ່າຈະໄດ້ມາດ້ວຍຄວາມຮຸນແຮງ ຢ່າຫວັງຢາກໄດ້ສິ່ງນຶ່ງສິ່ງໃດເລີຍຈາກການລັກໂລບ ຖ້າຄວາມມັ່ງຄັ່ງເພີ້ມຂຶ້ນກໍຢ່າມົວເມົາກັບສິ່ງເຫລົ່ານັ້ນ 11 ພຣະເຈົ້າຊົງກ່າວຄັ້ງນຶ່ງ ຂ້າພະເຈົ້າໄດ້ຍິນຢ່າງນີ້ສອງຄັ້ງແລ້ວ ວ່າຣິດທານຸພາບເປັນຂອງພຣະເຈົ້າ 12 ແລະຄວາມຮັກຂອງພຣະອົງກໍຫມັ້ນຄົງ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງເອງຊົງເປັນຜູ້ທີ່ຕອບສະຫນອງຕາມຜົນການກະທຳຂອງທຸກໆຄົນ
ຄວາມປາຖນາໃນພຣະເຈົ້າ ເພງສັຣເສີນ ຂອງດາວິດ ເມື່ອທ່ານຢູ່ໃນຖິ່ນກັນດານຢູດາ
1 ຂ້າແດ່ພຣະເຈົ້າ ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງຊອກສແວງຫາພຣະອົງ ຂ້າພຣະອົງຕ້ອງປະສົງພຣະອົງດ້ວຍສຸດຈິດສຸດໃຈ ຈິດໃຈຂອງຂ້າພຣະອົງຫິວກະຫາຍພຣະອົງເຫມືອນດັ່ງດິນແຫ້ງແລ້ງທີ່ຂາດນ້ຳ 2 ຂໍໃຫ້ຂ້າພຣະອົງພົບພຣະອົງໃນພຣະວິຫານຂອງພຣະອົງ ເພື່ອໃຫ້ຂ້າພຣະອົງເຫັນຄວາມຍິ່ງໃຫຍ່ແລະຣັສມີທີ່ພຣະອົງຊົງມີຢູ່ 3 ຄວາມຮັກຫມັ້ນຄົງຂອງພຣະອົງກໍດີກວ່າຊີວິດ ດ້ວຍເຫດນີ້ ຂ້າພຣະອົງຈະສັຣເສີນພຣະອົງ 4 ຂ້າພຣະອົງຈະໂມທະນາຂອບພຣະຄຸນແດ່ພຣະອົງຕລອດຊີວິດ ຂ້າພຣະອົງຈະຍໍມືອ້ອນວອນຫາພຣະອົງ 5 ຈິດໃຈຂອງຂ້າພຣະອົງຈະອີ່ມຫນຳສຳລານ ແລະຂ້າພຣະອົງຈະຮ້ອງເພງຍິນດີສັຣເສີນພຣະອົງ 6 ເວລາຂ້າພຣະອົງນອນ ຂ້າພຣະອົງລະນຶກເຖິງພຣະອົງ ແລະຄິດເຖິງພຣະອົງຕລອດທັງຄືນ 7 ເພາະພຣະອົງຊົງເປັນຜູ້ຊົດຊ່ອຍຂ້າພຣະອົງຢູ່ເລື້ອຍໆ ຂ້າພຣະອົງຮ້ອງເພງຍິນດີໃຕ້ຮົ່ມເງົາຂອງພຣະອົງ 8 ຂ້າພຣະອົງຕິດພັນຢູ່ກັບພຣະອົງ ແລະພຣະຫັດຂອງພຣະອົງຊົງອຸ້ມຊູຂ້າພຣະອົງໃຫ້ປອດພັຍ 9 ສ່ວນຜູ້ທີ່ພຍາຍາມສັງຫານຂ້າພຣະອົງກໍຈະໄປສູ່ພິພົບຄົນຕາຍ 10 ພວກເຂົາຈະຖືກຂ້າໃນສະຫນາມຮົບ ແລະສົບຂອງເຂົາຈະຖືກຫມາປ່າກັດກິນ 11 ເຈົ້າຊີວິດທັງຫລາຍຈະຊົມຊື່ນຍິນດີໃນພຣະເຈົ້າ ຄົນທັງປວງທີ່ສາບານໃນພຣະນາມຂອງພຣະອົງຈະມີຄວາມພາກພູມໃຈ ແຕ່ວ່າປາກຂອງຄົນຂີ້ຕົວະຈະຖືກງັບໄວ້
ຄຳອ້ອນວອນຂໍຊົງປົກປ້ອງຈາກສັດຕຣູຜູ້ລີ້ຢູ່ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະເຈົ້າ ຂໍຊົງສະດັບສຽງຂອງຂ້າພຣະອົງ ເມື່ອຂ້າພຣະອົງຮ້ອງທຸກ ຂໍຊົງສງວນຊີວິດຂອງຂ້າພຣະອົງໄວ້ຈາກຄວາມຄິດຢ້ານສັດຕຣູ 2 ຂໍຊົງເຊື່ອງຂ້າພຣະອົງໄວ້ຈາກການຫາ ຫລືຢ່າງລັບໆຂອງຄົນໂຫດຮ້າຍ ຈາກການປອງຮ້າຍຂອງຄົນກະທຳຜິດ 3 ຜູ້ລັບລີ້ນຂອງເຂົາຢ່າງລັບດາບ ຜູ້ເອົາຄຳຂົ່ມຂື່ນເລັງຢ່າງທະນູ 4 ຍິງອອກມາຈາກທີ່ຊຸ່ມຍັງຄົນປາສຈາກຕຳຫນີ ຍິງເຂົາທັນທີແລະຢ່າງບໍ່ກົວເກງ 5 ເຂົາຍຶດຈຸດປະສົງຊົ່ວຂອງເຂົາໄວ້ຫມັ້ນ ເຂົາເວົ້າເຖິງການວາງກັບດັກຢ່າງລັບໆ ຄິດວ່າ, “ໃຜຈະເຫັນເຂົາທັງຫລາຍໄດ້ 6 ເຂົາທັງຫລາຍຄົ້ນຫາຄວາມບາບຜິດ ເຮົາຄິດແຜນການປອງຮ້າຍຂຶ້ນຢ່າງສລາດ” ເພາະຄວາມຄີດພາຍໃນແລະຈິດໃຈຂອງມະນຸດນັ້ນລຶກລັບນັກ 7 ແຕ່ພຣະເຈົ້າຈະຊົງຍີງທະນູໃສ່ເຂົາ ເຂົາຈະບາດເຈັບທັນທີ 8 ເພາະວ່າເຂົາທຳໃຫ້ລີ້ນຂອງເຂົາເປັນສິ່ງສະດຸດແກ່ເຂົາເອງ ທຸກຄົນທີ່ເຫັນເຂົາຈະສັ່ນຫົວ 9 ແລ້ວທຸກຄົນຈະຢ້ານກົວ ເຂົາຈະບອກເຖິງກິຈການຂອງພຣະເຈົ້າ ແລະຕຶກຕອງເຖິງສິ່ງນັ້ນທີ່ພຣະອົງໄດ້ຊົງກະທຳແລ້ວ 10 ໃຫ້ຄົນຊອບທັມຊົມຊື່ນຍິນດີໃນພຣະເຈົ້າ ແລະລີ້ພັຍຢູ່ໃນພຣະອົງ ໃຫ້ຄົນທີ່ທ່ຽງທັມໃນຈິດໃຈອວດອ້າງພຣະອົງ
ການສັຣເສີນແລະການຖວາຍຂອບພຣະຄຸນ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ ບົດເພງ
1 ໂອ້ຂ້າແດ່ພຣະເຈົ້າ ປະຊາຊົນຕ້ອງສັຣເສີນພຣະອົງທີ່ເມືອງຊີໂອນ ແລະຖວາຍສິ່ງທີ່ເຂົາສັນຍາໄວ້ກັບພຣະອົງ 2 ກໍຍ້ອນພຣະອົງຊົງຕອບຄຳອ້ອນວອນທັງຫລາຍຂອງເຂົາ ທຸກໆຄົນຈະຕ້ອງມາຫາພຣະອົງ 3 ເພາະເຫດຄວາມບາບ ຍ້ອນຄວາມຜິດຂອງຂ້າພຣະອົງທັງຫລາຍ ຂ້າພຣະອົງທັງຫລາຍຈຶ່ງຜ່າຍແພ້ ແຕ່ພຣະອົງຊົງໃຫ້ອະພັຍບາບນັ້ນ 4 ຄວາມສຸກເປັນຂອງຜູ້ທີ່ພຣະອົງຊົງເລືອກໄວ້ ຄືຜູ້ທີ່ພຣະອົງຊົງນຳເຂົາເຂົ້າມາໃນສະຖານທີ່ສັກສິດ ຂ້າພຣະອົງທັງຫລາຍຈະອີ່ມບໍຣິບູນດ້ວຍພຣະພອນແລະຂອງດີທີ່ພຣະວິຫານສັກສິດຂອງພຣະອົງ 5 ຂ້າແດ່ພຣະຜູ້ຊ່ອຍໃຫ້ພົ້ນຂອງຂ້າພຣະອົງທັງຫລາຍ ພຣະອົງຊົງຕອບຂ້າພຣະອົງທັງຫລາຍແລະຊົງຊ່ອຍຂ້າພຣະອົງທັງຫລາຍໃຫ້ພົ້ນພັຍດ້ວຍການກະທຳສິ່ງອັດສະຈັນ ປະຊາຊົນທຸກຄົນຢູ່ໃນໂລກນີ້ ແລະຢູ່ຟາກນ້ຳທະເລທີ່ມີລະຍະໄກກໍເຊື່ອໄວ້ວາງໃຈໃນພຣະອົງ 6 ພຣະອົງຊົງຕັ້ງພູທັງຫລາຍໄວ້ເປັນບ່ອນດ້ວຍອຳນາດອັນຍິ່ງໃຫຍ່ຂອງພຣະອົງ 7 ພຣະອົງຊົງທຳໃຫ້ສະຫນັ່ນຫວັ່ນໄຫວຂອງຄື້ນນ້ຳທະເລງຽບສງົບລົງ ແລະຊົງທຳໃຫ້ສຽງອຶກກະທຶກຂອງປະຊາຊົນມິດງຽບ 8 ຍ້ອນສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ຊົງກະທຳທົ່ວທັງໂລກນີ້ຈຶ່ງຢ້ານກົວກິຈການຂອງພຣະອົງນຳເອົາສຽງໂຮ່ຣ້ອງຍິນດີ ແຕ່ແຜ່ນດິນໂລກເບື້ອງຕາເວັນອອກຈົນເຖິງເບື້ອງຕາເວັນຕົກ 9 ພຣະອົງຊົງສັ່ງນ້ຳຝົນລົງມາບຳລຸງຮັກສາຜືນແຜ່ນດິນ ພຣະອົງຊົງກະທຳໃຫ້ຜືນແຜ່ນດິນນີ້ມັ່ງຄັ່ງແລະອຸດົມສົມບູນ ນ້ຳຫ້ວຍທີ່ພຣະອົງຊົງປະທານໃຫ້ນ້ຳກໍບໍ່ເຫືອດແຫ້ງຈັກເທື່ອ ມັນໄດ້ເຮັດໃຫ້ຜືນແຜ່ນດິນເກີດພືດຜົນ ນີ້ແມ່ນການກະທຳຂອງພຣະອົງ 10 ພຣະອົງຊົງທຳໃຫ້ຝົນຕົກລົງຫົດທົ່ງນາທີ່ໄຖແລ້ວຢ່າງພຽງພໍ ພຣະອົງຊົງເຮັດໃຫ້ດິນອ່ອນດ້ວຍຫ່າຝົນ ແລະຊົງໃຫ້ຕົ້ນກ້າເກີດຂຶ້ນມາ 11 ຄວາມດີຂອງພຣະອົງຊົງປະທານການເກັບກ່ຽວອັນມັ່ງຄັ່ງສົມບູນ 12 ຕາມທົ່ງຫຍ້າກໍເຕັມໄປດ້ວຍພືດຜົນ ຕາມອ້ອມແອ້ມພູກໍເຕັມໄປດ້ວຍຄວາມມ່ວນຊື່ນ 13 ຝູງແກະກໍຢູ່ທົ່ວທົ່ງຫຍ້າ ຕາມຮ່ອມພູເຕັມແຕ່ເຂົ້າບເລ ເຂົາໂຮ່ຣ້ອງແລະຮ້ອງລຳທຳເພງຢ່າງມວ່ນຊື່ນ
ສັຣເສີນເພາະພຣະຣາຊກິດຈອັນຍິ່ງໃຫຍ່ຂອງ ພຣະເຈົ້າ ເຖິງຫົວຫນ້ານັກຮ້ອງ ບົດເພງ ເພງສັຣເສີນ
1 ແຜ່ນດິນໂລກທັງສິ້ນເອີຍ ຈົ່ງທຳສຽງຊື່ນບານຖວາຍພຣະເຈົ້າ 2 ສັຣເສີນພຣະສະງ່າຣາສີແຫ່ງພຣະນາມຂອງພຣະອົງ ຈົ່ງຖວາຍສັຣເສີນຢ່າງຮຸ່ງເຮືອງຕໍ່ພຣະອົງ 3 ຈົ່ງທູນພຣະເຈົ້າວ່າ, “ພຣະຣາຊກີຈຂອງພຣະອົງຫນ້າອັດສະຈັນ ຣິດທານຸພາບຂອງພຣະອົງຍິ່ງໃຫຍ່ຈົນສັດຕຣູຫມອບຂາບຕໍ່ເບື້ອງພຣະພັກພຣະອົງ 4 ແຜ່ນດິນໂລກທັງສິ້ນຈະນະມັສການພຣະອົງ ເຂົາທັງຫລາຍຈະຮ້ອງເພງສັຣເສີນພຣະອົງ ຮ້ອງເພງສັຣເສີນພຣະນາມຂອງພຣະອົງ” 5 ຈົ່ງມາເບິ່ງສິ່ງທີ່ພຣະເຈົ້າໄດ້ຊົງກະທຳພຣະຣາຊກິຈຂອງພຣະອົງຫນ້າອັດສະຈັນຖ້າມກາງມະນຸດ 6 ພຣະອົງຊົງປ່ຽນທະເລໃຫ້ເປັນດິນແຫ້ງ ຄົນເດີນຂ້າມແມ່ນ້ຳໄປ ທີ່ນັ້ນເຮົາໄດ້ຍິນດີໃນພຣະອົງ 7 ຜູ້ຊົງປົກຄອງດ້ວຍອານຸພາບຂອງພຣະອົງເປັນນິດ ຜູ້ຊຶ່ງພຣະເນດເຝົ້າບັນດາປະຊາຊາດຢູ່ ຢ່າໃຫ້ຄົນມັກກະບົດຍົກຍ້ອງຕົນເອງ 8 ຊົນຊາດທັງຫລາຍເອີຍ ຈົ່ງສັຣເສີນພຣະເຈົ້າຂອງເຮົາ ຈົ່ງໃຫ້ໄດ້ຍິນສຽງສັຣເສີນພຣະອົງ 9 ຜູ້ຊົງໃຫ້ເຣົາຢູ່ຖ້າມກາງຄົນເປັນ ແລະບໍ່ໄດ້ຊົງຍອມໃຫ້ຕີນເຣົາພາດລົ້ມລົງ 10 ຂ້າແດ່ພຣະເຈົ້າ ເພາະພຣະອົງຊົງລອງໃຈຂ້າພຣະອົງທັງຫລາຍ ພຣະອົງຊົງທົດລອງຂ້າພຣະອົງຢ່າງທົດລອງເງິນ 11 ພຣະອົງຊົງນຳຂ້າພຣະອົງທັງຫລາຍເຂົ້າມາໃນຂ່າຍ ພຣະອົງຊົງວາງຄວາມທຸກຍາກໄວ້ທີ່ເອວຂອງຂ້າພຣະອົງ 12 ພຣະອົງຊົງໃຫ້ຄົນຂັບຣົດຮົບທັບຫົວຂອງຂ້າພຣະອົງທັງຫລາຍ ຂ້າພຣະອົງທັງຫລາຍຕ້ອງລຸຍໄຟລຸຍນ້ຳ ແຕ່ພຣະອົງຍັງຊົງນໍາຂ້າພຣະອົງມາສູ່ທີ່ປອດພັຍ 13 ຂ້າພຣະອົງຈະມາຍັງພຣະຜາສາດຂອງພຣະອົງພ້ອມດ້ວຍເຄື່ອງເຜົາບູຊາ ຂ້າພຣະອົງຈະແກ້ບົນຕໍ່ພຣະອົງ 14 ຕາມທີ່ຮີມຝີປາກຂ້າພຣະອົງໄດ້ເວົ້າໄວ້ ແລະທີ່ປາກຂ້າພຣະອົງສັນຍາໃນຍາມທີ່ຂ້າພຣະອົງທຸກຍາກລຳບາກ 15 ຂ້າພຣະອົງຈະຖວາຍສັດອ້ວນພີເປັນເຄື່ອງເຜົາບູຊາດ້ວຍແກະເຖິກ ຂ້າພຣະອົງຈະຖວາຍບູຊາດ້ວຍງົວເຖິກ ແລະແບ້ 16 ບັນດາຜູ້ທີ່ເກງກົວພຣະເຈົ້າ ຂໍເຊີນມາຟັງ ແລະຂ້າພະເຈົ້າຈະບອກເຖິງວ່າພຣະອົງໄດ້ຊົງກະທຳສິ່ງໃດແກ່ຂ້າພະເຈົ້າແດ່ 17 ປາກຂ້າພະເຈົ້າໄດ້ຮ້ອງທູນພຣະອົງ ແລະລີ້ນຂ້າພະເຈົ້າໄດ້ຍົກຍ້ອງພຣະອົງ 18 ຖ້າຂ້າພະເຈົ້າໄດ້ຈົ່ມຄວາມຊົ່ວໄວ້ໃນໃຈຂ້າພະເຈົ້າ ອົງພຣະຜູ້ເປັນເຈົ້າຄົງບໍ່ຊົງສະດັບຟັງ 19 ແຕ່ພຣະເຈົ້າໄດ້ຊົງສະດັບຟັງແນ່ນອນ ພຣະອົງໄດ້ຊົງຟັງສຽງຄຳອ້ອນວອນຂອງຂ້າພະເຈົ້າ 20 ສາທຸການແດ່ພຣະເຈົ້າ ເພາະວ່າພຣະອົງບໍ່ຊົງປະຕິເສດຄຳອ້ອນວອນຂອງຂ້າພະເຈົ້າ ຫລືຢັບຢັ້ງຄວາມຮັກຫມັ້ນຄົງຂອງພຣະອົງເສັຽຈາກຂ້າພະເຈົ້າ
ການຮ້ອງເພງສັຣເສີນ ແລະການຖວາຍຂອບ ພຣະຄຸນ ເຖິງຫົວຫນ້ານັກຮ້ອງໃຊ້ເຄື່ອງສາຍ ເພງສັຣເສີນ ບົດເພງ
1 ຂໍພຣະເຈົ້າຊົງພຣະເມດຕາກະຣຸນາແລະອວຍພອນແກ່ຂ້າພຣະອົງທັງຫລາຍ ຂໍຊົງເບິ່ງແຍງຂ້າພຣະອົງທັງຫລາຍດ້ວຍຄວາມເມດຕາ 2 ເພື່ອວ່າທົ່ວທັງໂລກນີ້ຈະຮູ້ຈັກນ້ຳພຣະທັຍພຣະອົງ ແລະເພື່ອມະນຸດຊາດທັງຫລາຍຈະຮູ້ຈັກການຊ່ອຍໃຫ້ພົ້ນຂອງພຣະອົງ 3 ຂ້າແດ່ພຣະເຈົ້າ ຂໍຊົງໃຫ້ປະຊາຊົນທັງປວງສັຣເສີນພຣະອົງ ຂໍຊົງໃຫ້ປະຊາຊົນທັງປວງສັຣເສີນພຣະອົງ 4 ຂໍຊົງໃຫ້ມະນຸດຊາດທັງຫລາຍຍິນດີ ແລະຮ້ອງເພງຢ່າງມ່ວນຊື່ນ ເພາະພຣະອົງຊົງປົກຄອງປະຊາຊົນດ້ວຍຄວາມຍຸດຕິທັມ ແລະຊົງນຳຫນ້າຊົນຊາດທັງປວງ 5 ຂ້າແດ່ພຣະເຈົ້າ ຂໍໃຫ້ປະຊາຊົນສັຣເສີນພຣະອົງ ຂໍໃຫ້ປະຊາຊົນທັງປວງສັຣເສີນພຣະອົງ 6 ແຜ່ນດິນໄດ້ເກີດຜົນແລະເກັບກ່ຽວ ເພາະພຣະເຈົ້າຂອງເຣົາໄດ້ອວຍພອນແກ່ເຮົາ 7 ພຣະເຈົ້າຊົງອວຍພອນແກ່ເຣົາແລ້ວ ໃນທີ່ສຸດປາຍແຜ່ນດິນໂລກຢ້ານກົວພຣະອົງ
ພຣະເຈົ້າແຫ່ງຊີນາຍແລະແຫ່ງສະຖານ ນະມັສການ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ ບົດເພງ
1 ຂໍພຣະເຈົ້າຊົງລຸກຂຶ້ນ ໃຫ້ສັດຕຣູຂອງພຣະອົງກະຈາຍໄປ ໃຫ້ບັນດາຜູ້ທີ່ກຽດຊັງພຣະອົງຫນີໄປຕໍ່ເບື້ອງພຣະພັກພຣະອົງ 2 ຄວັນຖືກພັດໄປສັນໃດ ກໍຂໍຊົງໄລ່ເຂົາໄປສັນນັ້ນ ຂີ້ເຜິ້ງລະລາຍຕໍ່ຫນ້າໄຟສັນໃດ ກໍຂໍໃຫ້ຄົນອະທັມພິນາດຕໍ່ເບື້ອງພຣະພັກພຣະເຈົ້າສັນນັ້ນ 3 ແຕ່ຂໍໃຫ້ຄົນຊອບທັມເບີກບານ ໃຫ້ເຂົາຍິນດີຕໍ່ເບື້ອງພຣະພັກພຣະເຈົ້າ ໃຫ້ເຂົາສຸກໃຈ ແລະໂຮ່ຮ້ອງຢ່າງມ່ວນຊື່ນ 4 ຈົ່ງຮ້ອງເພງຖວາຍພຣະເຈົ້າ ຈົ່ງຮ້ອງເພງສັຣເສີນພຣະນາມຂອງພຣະອົງ ຈົ່ງຍົກຍ້ອງພຣະອົງຜູ້ຊົງຂີ່ເມກເປັນພາຫະນະ ພຣະນາມຂອງພຣະອົງຄືພຣະຜູ້ເປັນເຈົ້າ ຈົ່ງຍິນດີຕໍ່ເບື້ອງພຣະພັກພຣະອົງ 5 ພຣະເຈົ້າໃນທີ່ປະທັບບໍຣິສຸດຂອງພຣະອົງ ຊົງເປັນພຣະບິດາຂອງຄົນກຳພ້າແລະຊົງເປັນຜູ້ປ້ອງກັນຍິງຫມ້າຍ 6 ພຣະເຈົ້າຊົງໃຫ້ຄົນເປົ່າປ່ຽວອາໄສຢູ່ຕາມບ້ານເຮືອນ ພຣະອົງຊົງນຳຊະເລີຍອອກມາເຖິງຄວາມຮຸ່ງເຮືອງ ແຕ່ຄົນມັກກະບົດອາໄສໃນແຜ່ນດິນທີ່ແຕກຣະແຫງ 7 ຂ້າແດ່ພຣະເຈົ້າ ເມື່ອພຣະອົງສະເດັດນຳຫນ້າປະຊາຊົນຂອງພຣະອົງ ເມື່ອພຣະອົງສະເດັດໄປຕາມຖິ່ນກັນດານ 8 ແຜ່ນດິນໂລກກໍຫວັ່ນໄຫວ ທ້ອງຟ້າກໍເທຝົນລົງມາຕໍ່ເບື້ອງພຣະພັກພຣະເຈົ້າ ພູເຂົາຊີນາອີໂນ້ມສັ່ນສະເທືອນຕໍ່ເບື້ອງພຣະພັກພຣະເຈົ້າ ຄືພຣະເຈົ້າຂອງອິສຣາເອນ 9 ຂ້າແດ່ພຣະເຈົ້າ ພຣະອົງຊົງເທຝົນອຸດົມລົງ ເມື່ອມໍຣະດົກຂອງພຣະອົງຊຸດໂຊມ ພຣະອົງຊົງຟື້ນຂຶ້ນໃຫມ່ 10 ປະຊາຊົນຂອງພຣະອົງກໍມາອາໄສໃນນັ້ນ ຂ້າແດ່ພຣະເຈົ້າ ໂດຍຄວາມດີຂອງພຣະອົງ ພຣະອົງຊົງຈັດຕຽມໄວ້ໃຫ້ແກ່ຄົນຂັດສົນ 11 ອົງພຣະຜູ້ເປັນເຈົ້າປະທານພຣະວັຈນະ ພວກຜູ້ຍິງທີ່ນຳຂ່າວດີ ກໍເປັນພວກໃຫຍ່ໂຕ 12 ປະກາດວ່າ, “ບັນດາພຣະຣາຊາຂອງກອງທັບທັງຫລາຍ ເຂົາຫນີໄປ ເຂົາຫນີໄປ” ຜູ້ຍິງທີ່ຢູ່ບ້ານກໍເອົາເຂົ້າຂອງທີ່ຍຶດມາໄດ້ແບ່ງກັນ 13 ເມື່ອທ່ານທັງຫລາຍນອນຢູ່ຖ້າມກາງຄອກແກະ ປີກນົກພິຣາບກໍອາບເງິນ ແລະຂົນກໍວອບແວບໄປດ້ວຍຄຳ 14 ເມື່ອຜູ້ຊົງມະຫິດທິຣິດກະຈາຍພຣະຣາຊາ ໃນທີ່ນັ້ນຫິມມະກໍຕົກລົງເທິງພູຊັນໂມນ 15 ພູຊົງມະຫິດທິຣິດເອີຍ ພູເຂົາເມືອງບາຊານ ພູເຂົາຫລາຍຍອດເອີຍ ພູເຂົາເມືອງບາຊານ 16 ພູຫລາຍຍອດເອີຍ ເປັນຫຍັງເບິ່ງດ້ວຍຄວາມຣິສຍາ ບ່ອນພູຊຶ່ງພຣະເຈົ້າຊົງປະສົງໃຫ້ເປັນທີ່ພຳນັກຂອງພຣະອົງ ພຣະຜູ້ເປັນເຈົ້າຈະປະທັບຢູ່ທີ່ນັ້ນເປັນນິດ 17 ອົງພຣະຜູ້ເປັນເຈົ້າສະເດັດຈາກຊີນາອີເຂົ້າໄປໃນສະຖານນະມັສການພ້ອມຣົດຮົບຂອງພຣະເຈົ້ານັບເປັນພັນໆ 18 ພຣະອົງສະເດັດຂຶ້ນສູ່ເບື້ອງສູງນຳຊະເລີຍໄປດ້ວຍ ແລະຮັບຂອງຂວັນຖ້າມກາງມະນຸດ ຂ້າແດ່ພຣະເຈົ້າ ແມ້ຈາກຜູ້ທີ່ຂັດຂວາງທີ່ພຣະອົງປະທັບທີ່ນັ້ນ 19 ສາທຸການແດ່ພຣະຜູ້ເປັນເຈົ້າ ຜູ້ຊົງຄ້ຳຊູເຣົາທັງຫລາຍຢູ່ທຸກວັນ ພຣະເຈົ້າຜູ້ຊົງເປັນຄວາມລອດຂອງເຮົາ 20 ພຣະເຈົ້າຂອງເຮົາ ເປັນພຣະເຈົ້າແຫ່ງຄວາມລອດ ຊຶ່ງໄດ້ພົ້ນຄວາມຕາຍນັ້ນກໍຢູ່ທີ່ພຣະເຈົ້າ 21 ແຕ່ພຣະເຈົ້າຈະຊົງຕີຫົວຂອງສັດຕຣູຂອງພຣະອົງໃຫ້ແຕກ ຄືກະຫມ່ອມມີຜົມຂອງຜູ້ທີ່ຂືນດຳເນີນໃນທາງກັມຊົ່ວຂອງເຂົາ 22 ອົງພຣະຜູ້ເປັນເຈົ້າສັ່ງວ່າ, “ເຮົາຈະນຳເຂົາທັງຫລາຍກັບມາຈາກບາຊານ ເຣົາຈະນຳເຂົາທັງຫລາຍກັບມາຈາກທີ່ເລິກຂອງທະເລ 23 ເພື່ອເຈົ້າຈະເອົາຕີນອາບເລືອດ ເພື່ອລີ້ນຫມາຂອງເຈົ້າຈະມີສ່ວນຈາກຄູ່ສັດຕຣູຂອງເຈົ້າ” 24 ຂ້າແດ່ພຣະເຈົ້າ ຂະບວນແຫ່ຂອງພຣະອົງປາກົດແລ້ວ ຂະບວນແຫ່ຂອງພຣະເຈົ້າຂອງຂ້າພະເຈົ້າ ພຣະມະຫາກະສັດຂອງຂ້າພະເຈົ້າເຂົ້າໃນສະຖານນະມັສການ 25 ນັກຮ້ອງນຳຫນ້າ ນັກດົນຕຣີຄັດທ້າຍລະຫວ່າງນັ້ນມີສຕຣີຫລີ້ນຣຳມະນາ 26 “ທ່ານທັງຫລາຍຜູ້ເປັນເຊື້ອສາຍຂອງອິສຣາເອນ ຈົ່ງສັຣເສີນພຣະເຈົ້າຄືພຣະຜູ້ເປັນເຈົ້າໃນທີ່ຊຸມນຸມໃຫຍ່ 27 ນັ້ນມີເບັນຢາມີນຜູ້ນ້ອຍທີ່ສຸດນຳຫນ້າບັນດາເຈົ້ານາຍຢູດາຢູ່ເປັນຫມູ່ໃຫຍ່ ເຈົ້ານາຍແຫ່ງເຊບຸລູນ ເຈົ້ານາຍແຫ່ງເນັຟທາລີ 28 ຂ້າແດ່ພຣະເຈົ້າ ຂໍຊົງໃຫ້ຣິດທານຸພາບຂອງພຣະອົງປາກົດ ຂ້າແດ່ພຣະເຈົ້າ ຂໍຊົງສຳແດງພຣະກຳລັງຂອງພຣະອົງ ພຣະອົງຜູ້ໄດ້ຊົງກະທຳເພື່ອຂ້າພຣະອົງທັງຫລາຍ 29 ບັນດາພຣະຣາຊານໍາຂອງກຳນັນມາຖວາຍພຣະອົງ ເນື່ອງດ້ວຍພຣະວິຫານຂອງພຣະອົງທີ່ເຢຣູຊາເລັມ 30 ຂໍຊົງຂະຫນາບສັດປ່າທີ່ຢູ່ໃນກໍຕົ້ນອໍ້ ຝູງງົວແລະລູກງົວ ຄືຊົນຊາດທັງຫລາຍ ຜູ້ຍິນຍອມດ້ວຍຖວາຍເງິນແຜ່ນ ຂໍໃຫ້ຊົນຊາດທັງຫລາຍຜູ້ປິຕິຍິນດີໃນສົງຄາມໄດ້ກະຈັດພັດພາກໄປ 31 ຂໍໃຫ້ເຂົານຳພັສດຸທອງສັມຣິດມາຈາກເອຢິບ ຂໍໃຫ້ເອທິໂອເປັຽຮີບຍື່ນມືຂອງເຂົາອອກທູນພຣະເຈົ້າ 32 ບັນດາອານາຈັກແຫ່ງແຜ່ນດິນໂລກເອີຍ ຈົ່ງຮ້ອງເພງຖວາຍພຣະເຈົ້າ ຈົ່ງສັຣເສີນອົງພຣະຜູ້ເປັນເຈົ້າ 33 ຕໍ່ພຣະອົງຜູ້ຊົງເນຣະມິດຟ້າສວັນ ຟ້າສວັນດຶກດຳບັນ ພຣະອົງຊົງເປັ່ງພຣະສຸຣະສຽງຊົງມະຫິດທິຣິດ 34 ຈົ່ງຖວາຍຣິດທານຸພາບແດ່ພຣະເຈົ້າ ຊື່ງຄວາມສູງສົ່ງຂອງພຣະອົງຢູ່ເຫນືອອິສຣາເອນ ແລະຣິດທານຸພາບຂອງພຣະອົງຢູ່ໃນທ້ອງຟ້າ 35 ພຣະເຈົ້າໃນສະຖານນະມັສການຫນ້າຢ້ານຢຳ ຄືພຣະເຈົ້າຂອງອິສຣາເອນ ພຣະອົງນັ້ນປະທານຣິດແລະກຳລັງແກ່ໄພ່ພົນຂອງພຣະອົງ ສາທຸການແດ່ພຣະເຈົ້າ
ຮ່ຳຮ້ອງເພາະຄວາມທຸກໃຈ ເຖິງຫົວຫນ້ານັກຮ້ອງທຳນອງພັບພຶງ ຂອງດາວິດ
1 ຂ້າແດ່ພຣະເຈົ້າ ຂໍຊົງຊ່ອຍຂ້າພຣະອົງໃຫ້ລອດ ເພາະນ້ຳຂື້ນມາເຖິງຄໍຂ້າພຣະອົງແລ້ວ 2 ຂ້າພຣະອົງຈົມຢູ່ໃນເລນເລິກບໍ່ມີທີ່ຢືນ ຂ້າພຣະອົງມາຢູ່ໃນນ້ຳເລິກ ແລະນ້ຳຖ້ວມຂ້າພຣະອົງ 3 ຂ້າພຣະອົງອ່ອນລະອາໃຈດ້ວຍເຫດຮ້ອງໄຫ້ ຄໍຂອງຂ້າພຣະອົງແຫ້ງ ຕາຂອງຂ້າພຣະອົງມົວລົງ ດ້ວຍການຄອຍຖ້າພຣະເຈົ້າຂອງຂ້າພຣະອົງ 4 ບັນດາຄົນທີ່ກຽດຊັງຂ້າພຣະອົງໂດຍໄຮ້ເຫດຜົນມີຫລາຍຍິ່ງກວ່າເສັ້ນຜົມເທິງຫົວຂ້າພຣະອົງ ຄົນທີ່ທຳລາຍຂ້າພຣະອົງກໍມີອິດທິພົນ ຄືຜູ້ທີ່ເປັນພວກສັດຕຣູຂອງຂ້າພຣະອົງຢ່າງບໍ່ມີເຫດ ບັດນີ້ຂ້າພຣະອົງຈະຕ້ອງສົ່ງຄືນສິ່ງທີ່ຂ້າພຣະອົງບໍ່ໄດ້ລັກໄປຫລື 5 ຂ້າແດ່ພຣະເຈົ້າ ພຣະອົງຊົງຮູ້ເຖິງຄວາມໂງ່ຂອງຂ້າພຣະອົງ ຄວາມຜິດທີ່ຂ້າພຣະອົງກະທຳແລ້ວຈະເຊື່ອງໄວ້ຈາກພຣະອົງບໍ່ໄດ້ 6 ຂ້າແດ່ພຣະເຈົ້າຈອມໂຍທາ ຂໍຢ່າໃຫ້ບັນດາຜູ້ທີ່ຫວັງໃຈໃນພຣະອົງໄດ້ຮັບຄວາມອັບອາຍເພາະຂ້າພຣະອົງ ຂ້າແຕ່ພຣະເຈົ້າຂອງອິສຣາເອນ ຂໍຢ່າໃຫ້ບັນດາຜູ້ທີ່ຊອກຫາພຣະອົງໄດ້ຮັບຄວາມອັປຍົດເພາະຂ້າພຣະອົງ 7 ທີ່ຂ້າພຣະອົງທົນການເຍາະເຍີ້ຍ ທີ່ຄວາມອັບອາຍໄດ້ຄຸມຫນ້າຂ້າພຣະອົງໄວ້ກໍເພາະເຫັນແກ່ພຣະອົງ 8 ຂ້າພຣະອົງກາຍເປັນແຂກແປກຫນ້າຂອງພີ່ນ້ອງ ແລະເປັນຄົນຕ່າງດ້າວຂອງລູກແຫ່ງມານດາຂ້າພຣະອົງ 9 ຄວາມຮ້ອນໃຈໃນເຣື່ອງພຣະວິຫານຂອງພຣະອົງໄດ້ຖ້ວມທົ້ນຂ້າພຣະອົງ ແລະຄຳເຍາະເຍີ້ຍພຣະອົງຕົກແກ່ຂ້າພຣະອົງ 10 ເມື່ອຂ້າພຣະອົງຖ່ອມໃຈລົງດ້ວຍການອົດອາຫານ ມັນກາຍເປັນການເຍາະເຍີ້ຍຂ້າພຣະອົງ 11 ເມື່ອຂ້າພຣະອົງໃຊ້ຜ້າກະສອບເປັນເຄື່ອງນຸ່ງຫົ່ມ ຂ້າພຣະອົງກັບເປັນຂີ້ປາກຂອງເຂົາ 12 ຄົນທີ່ນັ່ງທີ່ປະຕູເມືອງກໍເວົ້າເຣື່ອງຂ້າພຣະອົງ ຄົນຂີ້ເມົາແຕ່ງເພງຮ້ອງວ່າຂ້າພຣະອົງ 13 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ສ່ວນຂ້າພຣະອົງ ຂ້າພຣະອົງອ້ອນວອນຕໍ່ພຣະອົງ ຂ້າແດ່ພຣະເຈົ້າ ໃນເວລາອັນເຫມາະສົມໂດຍຄວາມຮັກຫມັ້ນຄົງອັນອຸດົມຂອງພຣະອົງ ຂໍຊົງໂຜດຕອບຂ້າພຣະອົງດ້ວຍຄວາມອຸປຖັມຢ່າງວາງໃຈໄດ້ 14 ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກການຈົມລົງໃນບືງຕົມ ຂໍຊົງຊ່ອຍກູ້ຂ້າພຣະອົງຈາກຄົນທີ່ກຽດຊັງຂ້າພຣະອົງ ແລະຈາກນ້ຳເລິກ 15 ຂໍຢ່າໃຫ້ນ້ຳຖ້ວມຂ້າພຣະອົງ ຫລືນ້ຳທີ່ເລິກກືນຂ້າພຣະອົງເສັຽ ຫລືປາກແດນຜູ້ຕາຍງັບຂ້າພຣະອົງໄວ້ 16 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຕອບຂ້າພຣະອົງ ເພາະຄວາມຮັກຫມັ້ນຄົງຂອງພຣະອົງນັ້ນປະເສີດ ຂໍຊົງຫັນມາຫາຂ້າພຣະອົງຕາມພຣະກະຣຸນາອັນອຸດົມຂອງພຣະອົງ 17 ຂໍຢ່າຊົງເຊື່ອງພຣະພັກຂອງພຣະອົງເສັຽຈາກຜູ້ຮັບໃຊ້ຂອງພຣະອົງ ເພາະຂ້າພຣະອົງທຸກໃຈ ຂໍຊົງຮີບຕອບຂ້າພຣະອົງ 18 ຂໍມາໃກ້ຂ້າພຣະອົງ ຊົງໄຖ່ຂ້າພຣະອົງໄວ້ ເພາະສັດຕຣູຂອງຂ້າພຣະອົງ ຂໍຊົງຊ່ອຍກູ້ຂ້າພຣະອົງ 19 ພຣະອົງຊົງຮູ້ການທີ່ເຂົາເຍາະເຍີ້ຍຂ້າພຣະອົງແລ້ວທັງຄວາມອາຍແລະຄວາມອັປຍົດຂອງຂ້າພຣະອົງ ພຣະອົງຊົງຮູ້ເຖິງບັນດາຄູ່ສັດຕຣູຂອງຂ້າພຣະອົງຫມົດ 20 ການເຍາະເຍີ້ຍກະທຳໃຫ້ຈິດໃຈຂ້າພຣະອົງຊອກຊ້ຳ ຂ້າພຣະອົງຈຶ່ງຫມົດກຳລັງໃຈ ຂ້າພຣະອົງມອງຫາຜູ້ສົງສານ ແຕ່ກໍບໍ່ມີ ຫາຜູ້ເລົ້າໂລມ ແຕ່ຂ້າພຣະອົງຫາບໍ່ພົບ 21 ເຂົາໃຫ້ຢາພິດແກ່ຂ້າພຣະອົງເປັນອາຫານ ເມື່ອຫິວນ້ຳ ເຂົາໃຫ້ນ້ຳສົ້ມແກ່ຂ້າພຣະອົງດື່ມ 22 ຂໍໃຫ້ສຳລັບທີ່ຢູ່ທາງຫນ້າເຂົາເອງເປັນກັບດັກເຂົາ ແລະການລ້ຽງໃນພິທີສັກກາຣະບູຊາເປັນບ້ວງ 23 ຂໍໃຫ້ນັຍຕາຂອງເຂົາມືດ ເພື່ອເຂົາຈະບໍ່ເຫັນ ແລະທຳບັ້ນເອວເຂົາໃຫ້ສັ່ນສະເທື່ອນເລື້ອຍໄປ 24 ຂໍຊົງເທຄວາມໂກດລົງເຫນືອເຂົາ ແລະໃຫ້ຄວາມໂກດອັນເຜົາຮ້ອນຕາມທັນເຂົາ 25 ຂໍໃຫ້ຄ້າຍຂອງເຂົາຮ້າງເປົ່າ ຢ່າໃຫ້ຜູ້ໃດພັກຢູ່ໃນເຕັນຂອງເຂົາ 26 ເພາະເຂົາໄດ້ຂົ່ມເຫັງ ຜູ້ທີ່ພຣະອົງຊົງຂ້ຽນຕີ ເຂົາເລົ່າເຖິງຄວາມເຈັບປວດຂອງຜູ້ທີ່ພຣະອົງໃຫ້ບາດເຈັບແລ້ວ 27 ຂໍຊົງເພີ້ມໂທດ ແລ້ວຊົງເພີ້ມອີກ ຢ່າໃຫ້ເຂົາໄດ້ການອະພັຍຈາກພຣະອົງ 28 ຂໍໃຫ້ເຂົາຖືກລົບອອກເສັຽຈາກທະບຽນຜູ້ມີຊີວິດ ຢ່າໃຫ້ເຂົາຂຶ້ນທະບຽນໄວ້ໃນຫມູ່ຄົນຊອບທັມ 29 ແຕ່ຂ້າພຣະອົງທຸກຍາກແລະເຈັບປວດ ຂ້າແດ່ພຣະເຈົ້າ ຂໍຄວາມລອດຂອງພຣະອົງຕັ້ງຂ້າພຣະອົງໄວ້ໃຫ້ສູງ 30 ຂ້າພະເຈົ້າຈະສັຣເສີນພຣະນາມພຣະເຈົ້າດ້ວຍບົດເພງ ຂ້າພະເຈົ້າຈະຍົກຍ້ອງພຣະອົງໂດຍໂມທະນາພຣະຄຸນ 31 ການນັ້ນຈະເປັນທີ່ພໍພຣະທັຍພຣະເຈົ້າຫລາຍກວ່າການຖວາຍບູຊາງົວ ຫລືຖວາຍບູຊາງົວເຖິກເປັນໂຕແກ່ພຣະອົງນັ້ນ 32 ຂໍໃຫ້ບັນດາຜູ້ທີ່ຖ່ອມໃຈເຫັນແລະຍິນດີ ທ່ານຜູ້ຊອກຫາພຣະເຈົ້າ ຂໍໃຫ້ໃຈຂອງທ່ານຟື້ນຊື່ນຂຶ້ນ 33 ເພາະພຣະຜູ້ເປັນເຈົ້າຊົງຟັງຄົນຂັດສົນ ແລະບໍ່ໄດ້ຊົງດູຫມິ່ນຄົນຂອງພຣະອົງທີ່ຖືກຈຳຈອງ 34 ຂໍຟ້າສວັນແລະແຜ່ນດິນໂລກ ສັຣເສີນພຣະອົງ ທັງທະເລແລະສັພສິ່ງທີ່ເຄື່ອນໄຫວຢູ່ໃນນັ້ນ 35 ເພາະພຣະເຈົ້າຈະຊົງຊ່ອຍຊີໂອນໃຫ້ລອດ ແລະສ້າງຫົວເມືອງຢູດາຂຶ້ນ ເຂົາທັງຫລາຍຈະອາໄສຢູ່ທີ່ນັ້ນ ແລະໄດ້ເປັນກຳມະສິດ 36 ລູກຫລານຂອງຜູ້ຮັບໃຊ້ຂອງພຣະອົງຈະໄດ້ເປັນມໍຣະດົກ ແລະບັນດາຜູ້ທີ່ຣັກພຣະນາມຂອງພຣະອົງຈະຢູ່ທີ່ນັ້ນ
ຄຳອ້ອນວອນຂໍຊົງຊ່ອຍກູ້ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນຂອງດາວິດ ສຳລັບການບູຊາອັນເປັນທີ່ລະລຶກ
1 ຂ້າແດ່ພຣະເຈົ້າ ຂໍຊົງພໍພຣະທັຍທີ່ຈະຊ່ອຍກູ້ຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຮີບມາຊ່ອຍຂ້າພຣະອົງເຖີດ 2 ຂໍໃຫ້ຜູ້ປາຖນາທີ່ຈະໃຫ້ຂ້າພຣະອົງເຈັບນັ້ນ ຕ້ອງຫັນກັບໄປແລະໄດ້ຄວາມອັປຍົດ 3 ຜູ້ທີ່ເວົ້າໃຫ້ນັ້ນ ຂໍໃຫ້ຕ້ອງຕົກຕະລຶງເພາະຄວາມອາຍຂອງເຂົາ 4 ຂໍໃຫ້ບັນດາຜູ້ທີ່ສແວງຫາພຣະອົງຊົມຊື່ນແລະຍິນດີໃນພຣະອົງ ຂໍໃຫ້ບັນດາຜູ້ທີ່ຮັກຄວາມລອດຂອງພຣະອົງກ່າວວ່າ, “ພຣະເຈົ້າຍິ່ງໃຫຍ່” 5 ແຕ່ຂ້າພຣະອົງຍາກຈົນແລະຂັດສົນ ຂ້າແດ່ພຣະເຈົ້າ ຂໍຊົງຮີບມາຊ່ອຍຂ້າພຣະອົງ ຂ້າແດ່ພຣະເຈົ້າ ຂໍຊົງຢ່າລໍຊ້າ ພຣະອົງຊົງເປັນຜູ້ອຸປຖັມ ແລະຜູ້ຊ່ອຍກູ້ຂອງຂ້າພຣະອົງ
ຄຳອ້ອນວອນຂອງຜູ້ເຖົ້າ
1 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງເປັນທີ່ເພິ່ງຂອງຂ້າພຣະອົງ ຂໍຢ່າປ່ອຍໃຫ້ຂ້າພຣະອົງຜ່າຍແພ້ຈັກເທື່ອ 2 ເພາະວ່າພຣະອົງຊົງທ່ຽງທັມ ພຣະອົງຊົງຊ່ອຍຊີວິດຂ້າພຣະອົງໄວ້ ຂໍຊົງຟັງສຽງຂ້າພຣະອົງ ແລະຊົງຊ່ອຍຂ້າພຣະອົງໃຫ້ພົ້ນພັຍ 3 ຂໍພຣະອົງຊົງເປັນບ່ອນພັກພາອາໄສທີ່ປອດພັຍຂອງຂ້າພຣະອົງ ແລະເປັນປ້ອມອັນຫມັ້ນຄົງເພື່ອຄຸ້ມກັນຂ້າພຣະອົງ ພຣະອົງຊົງປ້ອງກັນ ແລະເປັນທີ່ເພິ່ງຂອງຂ້າພຣະອົງ 4 ພຣະເຈົ້າຂອງຂ້າພຣະອົງ ຂໍຊົງຊ່ອຍຊີວິດຂ້າພຣະອົງໃຫ້ພົ້ນຈາກເງື້ອມມືຂອງຄົນໂຫດຮ້າຍແລະອະທັມ 5 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງມອບຄວາມຫວັງໄວ້ກັບພຣະອົງ ຂ້າພຣະອົງເຊື່ອພຣະອົງຕັ້ງແຕ່ຂ້າພຣະອົງຍັງຫນຸ່ມ 6 ຂ້າພຣະອົງໄວ້ໃຈນຳພຣະອົງຕລອດຊົ່ວຊີວິດຂອງຂ້າພຣະອົງ ເພາະວ່າພຣະອົງຊົງຄຸ້ມຄອງຂ້າພຣະອົງຕັ້ງແຕ່ຂ້າພຣະອົງໄດ້ເກີດມາ ຂ້າພຣະອົງຈະສັຣເສີນພຣະອົງຕລອດໄປ 7 ຊີວິດຂ້າພຣະອົງສ້າງຄວາມປະຫລາດໃຈໃຫ້ຫລາຍຄົນ ແຕ່ພຣະອົງຊົງເປັນທີ່ເພິ່ງທີ່ດີຂອງຂ້າພຣະອົງ 8 ຂ້າພຣະອົງສັຣເສີນພຣະອົງ ແລະປ່າວປະກາດຄວາມສະງ່າຣາສີຂອງພຣະອົງຕລອດວັນ 9 ດຽວນີ້ຂ້າພຣະອົງເຖົ້າແກ່ແລ້ວ ຂໍຢ່າປະຖິ້ມຂ້າພຣະອົງເລີຍ ແລະດຽວນີ້ຂ້າພຣະອົງອ່ອນແຮງ ຂໍຢ່າປະລະຂ້າພຣະອົງໄປ 10 ສັດຕຣູທັງຫລາຍຢາກສັງຫານຂ້າພຣະອົງ ເຂົາສົນທະນາວາງແຜນອຸບາຍຕໍ່ສູ້ຂ້າພຣະອົງ 11 ເຂົາເວົ້າວ່າ, “ພຣະເຈົ້າຊົງປະລະເຂົາແລ້ວ ຂໍໃຫ້ພວກເຮົາຕາມຈັບເຂົາ ເພາະວ່າຈະບໍ່ມີໃຜມາຊ່ອຍຊີວິດເຂົາໄວ້ໄດ້” 12 ພຣະອົງເຈົ້າຂ້າ ຂໍຢ່າຢູ່ຫ່າງໄກຈາກຂ້າພຣະອົງ ໂອ ພຣະເຈົ້າຂອງຂ້າພຣະອົງ ຂໍຊົງຟ້າວມາຊ່ອຍຂ້າພຣະອົງດ້ວຍ 13 ຂໍໃຫ້ຜູ້ທີ່ຕໍ່ສູ້ຂ້າພຣະອົງຖືກທຳລາຍແລະຜ່າຍແພ້ໄປ ຂໍໃຫ້ຜູ້ທີ່ພຍາຍາມທຳຮ້າຍຂ້າພຣະອົງຖືກອັບອາຍຂາຍຫນ້າແລະເຊື່ອມເສັຽກຽດ 14 ຂ້າພຣະອົງຈະຝາກຄວາມຫວັງໄວ້ກັບພຣະອົງຕລອດໄປ ຂ້າພຣະອົງຈະສັຣເສີນພຣະອົງຫລາຍກວ່າເກົ່າ 15 ແລະຂ້າພຣະອົງຈະກ່າວແຕ່ເຣື່ອງຄວາມຊອບທັມ ແລະຄວາມຊ່ອຍໃຫ້ຫພົ້ນຂອງພຣະອົງຕລອດມື້ ເຖິງແມ່ນວ່າຂ້າພຣະອົງບໍ່ເຂົ້າໃຈຄັກ ຂ້າພຣະອົງກໍຈະຍັງເວົ້າເຖິງຢູ່ 16 ໂອ ຂ້າແດ່ພຣະເຈົ້າ ຂ້າພຣະອົງສັຣເສີນອຳນາດຂອງພຣະອົງ ຂ້າພຣະອົງຈະປ່າວປະກາດແຕ່ຄວາມຊອບທັມຂອງພຣະອົງເທົ່ານັ້ນ 17 ຕັ້ງແຕ່ຂ້າພຣະອົງຍັງຫນຸ່ມ ພຣະອົງເຄີຍສັ່ງສອນຂ້າພຣະອົງ ຂ້າພຣະອົງຍັງຈະບອກຄົນອື່ນເຖິງກິຈການອັນອັດສະຈັນຂອງພຣະອົງ 18 ຂ້າແດ່ພຣະເຈົ້າ ເຖິງແມ່ນວ່າຂ້າພຣະອົງເຖົ້າແກ່ຈົນຜົມຫງອກແລ້ວກໍຕາມ ຂໍພຣະອົງຢ່າຊົງປະລະຂ້າພຣະອົງເລີຍ ໃນຂະນະທີ່ຂ້າພຣະອົງປະກາດເຖິງອຳນາດແລະຄວາມຍິ່ງໃຫຍ່ຂອງພຣະອົງແກ່ຄົນຣຸ່ນຫລັງ ຂໍພຣະອົງຊົງສະຖິດຢູ່ກັບຂ້າພຣະອົງ 19 ຂ້າແດ່ພຣະເຈົ້າ ຄວາມຊອບທັມຂອງພຣະອົງສູງຈຸຟ້າ ພຣະອົງຊົງກະທຳການອັນຍິ່ງໃຫຍ່ ບໍ່ມີຜູ້ໃດເຫມືອນດັ່ງພຣະອົງ 20 ພຣະອົງຊົງໃຫ້ຄວາມທຸກຍາກລຳບາກແລະການທໍຣະມານຕົກຖືກຂ້າພຣະອົງ ແຕ່ພຣະອົງຈະຊົງເສີມສ້າງເຫື່ອແຮງຂອງຂ້າພຣະອົງຂຶ້ນໃຫມ່ ແລະຈະຊົງຮັກສາຂ້າພຣະອົງໃຫ້ພົ້ນຈາກຄວາມຕາຍ 21 ພຣະອົງຈະຊົງທຳໃຫ້ຂ້າພຣະອົງມີຍົດຖາບັນດາສັກຫລາຍກວ່າເກົ່າ ແລະຈະຊົງປະເລົ້າປະໂລມໃຈຂ້າພຣະອົງ 22 ຂ້າພຣະອົງຈະສັຣເສີນພຣະອົງດ້ວຍສຽງພິນ ພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງຈະສັຣເສີນຄວາມສັດຊື່ຂອງພຣະອົງ ຂ້າພຣະອົງດີດພິນແລະຮ້ອງເພງສັຣເສີນພຣະອົງ ຜູ້ຊົງເປັນອົງບໍຣິສຸດຂອງພວກອິສຣາເອນ 23 ຂ້າພຣະອົງຈະໂຮ່ຮ້ອງຢ່າງມ່ວນຊື່ນໃນຂນະທີ່ດີດພິນ ຂ້າພຣະອົງຈະຮ້ອງເພງດ້ວຍຫມົດຈິດຫມົດໃຈຂອງຂ້າພຣະອົງ ເພາະວ່າພຣະອົງຊົງຊ່ອຍຂ້າພຣະອົງໃຫ້ພົ້ນພັຍ 24 ຂ້າພຣະອົງຈະກ່າວແຕ່ຄວາມຊອບທັມຂອງພຣະອົງຕລອດວັນ ເພາະວ່າຜູ້ທີ່ພຍາຍາມທຳອັນຕະຣາຍແກ່ຂ້າພຣະອົງຈະຖືກອັບອາຍຂາຍຫນ້າແລະເຊື່ອມເສັຽກຽດ
ການປົກຄອງຂອງພຣະຣາຊາຜູ້ຊອບທັມ ຂອງໂຊໂລໂມນ
1 ຂ້າແດ່ພຣະເຈົ້າ ຂໍປະທານຄວາມຍຸດຕິທັມຂອງພຣະອົງແກ່ພຣະຣາຊາ ແລະຄວາມຊອບທັມຂອງພຣະອົງແກ່ຣາຊໂອຣົດ 2 ເພື່ອທ່ານຈະໄດ້ພິພາກສາໄພ່ພົນຂອງພຣະອົງ ດ້ວຍຄວາມຊອບທັມ ແລະຄົນຍາກຈົນຂອງພຣະອົງດ້ວຍຄວາມຍຸດຕິທັມ 3 ໃຫ້ພູບັງເກີດສັນຕິສຸກສຳລັບປະຊາຊົນ ແລະເນີນເຂົາ ໂດຍຄວາມຊອບທັມ 4 ຂໍທ່ານສູ້ຄະດີຂອງຄົນຍາກຈົນແຫ່ງປະຊາຊົນໃຫ້ການຊ່ອຍກູ້ແກ່ລູກຫລານຂອງຄົນຂັດສົນ ແລະຜາບແພ້ຜູ້ບີບບັງຄັບ 5 ຂໍໃຫ້ທ່ານດຳຣົງຊີວິດຕາບທີ່ດວງອາທິດຄົງຢູ່ ຕາບເທົ່າດວງຈັນຕລອດຊົ່ວຊາດອາຍຸຄົນ 6 ຂໍໃຫ້ທ່ານເປັນເຫມືອນຝົນທີ່ຕົກເທິງຫຍ້າທີ່ຕັດແລ້ວ ເຫມືອນຫ່າຝົນທີ່ຫົດແຜ່ນດິນໂລກ 7 ໃນສະໄຫມຂອງທ່ານ ຂໍຄວາມຊອບທັມຈະເຣີນຂຶ້ນ ແລະສັນຕິພາບອັນອຸດົມ ຈົນບໍ່ມີດວງຈັນ 8 ຂໍທ່ານຄອບຄອງຈາກທະເລເຖິງທະເລ ແລະຈາກແມ່ນ້ຳນັ້ນເຖິງທີ່ສຸດປາຍແຜ່ນດິນໂລກ 9 ບັນດາຜູ້ທີ່ຢູ່ໃນຖິ່ນກັນດານຈະກາບລົງຕໍ່ເຂົາ ແລະໃຫ້ບັນດາສັດຕຣູຂອງທ່ານເລັຽຜົງຝຸ່ນດິນ 10 ຂໍບັນດາພຣະຣາຊາແຫ່ງເມືອງທາຣ໌ຊິສ ແລະຂອງເກາະທັງປວງຖວາຍຣາຊບັນນາການ ຂໍບັນດາພຣະຣາຊາແຫ່ງເຊບາ ແລະເສບານຳຂອງກຳນັນ 11 ຂໍພຣະຣາຊາທັງປວງກາບລົງໄຫວ້ທ່ານ ບັນດາປະຊາຊາດຈົ່ງຮັບໃຊ້ທ່ານ 12 ເພາະທ່ານຊ່ອຍກູ້ຄົນຂັດສົນເມື່ອເຮົາຮ້ອງທູນ ຄົນຍາກຈົນ ແລະຄົນທີ່ໄຮ້ຜູ້ອຸປຖັມ 13 ທ່ານສົງສານຄົນອ່ອນເປັ້ຽ ແລະຄົນຂັດສົນ ແລະຊ່ອຍຊີວິດບັນດາຄົນຂັດສົນ 14 ທ່ານໄຖ່ຊີວິດຂອງເຂົາຈາກການບີບບັງຄັບແລະຄວາມທາຣຸນ ແລະໂລຫິດຂອງເຂົາກໍປະເສີດໃນສາຍຕາຂອງທ່ານ 15 ຂໍທ່ານຜູ້ນັ້ນມີຊີວິດຍືນນານ ໃຫ້ຄົນຖວາຍທອງຄຳເມືອງເຊບາແກ່ທ່ານ ໃຫ້ເຂົາອ້ອນວອນເພື່ອທ່ານເລື້ອຍໄປ ແລະອວຍພອນທ່ານຕລອດວັນ 16 ຂໍໃຫ້ມີເຂົ້າອຸດົມໃນແຜ່ນດິນ ໃຫ້ມັນແກວ່ງໄກວຮວງຢູ່ເທິງຍອດພູທັງຫລາຍ ຂໍໃຫ້ຜົນຂອງແຜ່ນດິນໂລກເຫມືອນເລບານອນ ແລະໃຫ້ຄົນບານອອກມາຈາກນະຄອນເຫມືອນຫຍ້າໃນທົ່ງນາ 17 ຂໍນາມຂອງທ່ານດຳຣົງຢູ່ເປັນນິດ ຊື່ສຽງຂອງທ່ານຢັ້ງຍືນຢ່າງດວງອາທິດ ໃຫ້ຄົນອວຍພອນກັນເອງໂດຍໃຊ້ຊື່ທ່ານ ປະຊາຊາທັງປວງເອີ້ນທ່ານວ່າ ຜູ້ໄດ້ຮັບພຣະພອນ 18 ສາທຸການແດ່ພຣະເຈົ້າ ພຣະເຈົ້າແຫ່ງອິສຣາເອນ ຜູ້ຊົງກະທຳສິ່ງມະຫັດສະຈັນແຕ່ພຣະອົງດຽວ 19 ສາທຸການແດ່ພຣະນາມຮຸ່ງເຮືອງຂອງພຣະອົງເປັນນິດ ຂໍພຣະສະງ່າຣາສີຂອງພຣະອົງເຕັມໂລກ ອາແມນ ແລະອາແມນ 20 ຄຳອ້ອນວອນຂອງດາວິດ ບຸດຊາຍຂອງເຈສຊີ ຈົບເທົ່ານີ້
ຄວາມຍຸດຕິທັມຂອງພຣະເຈົ້າ ເພງສັຣເສີນ ຂອງອາສາຟ
1 ພຣະເຈົ້າຊົງດີຕໍ່ອິສຣາເອນຢ່າງແທ້ຈິງ ແລະຕໍ່ຜູ້ມີຈິດໃຈບໍຣິສຸດ 2 ແຕ່ຝ່າຍຂ້າພຣະອົງ ຂ້າພຣະອົງເກືອບລົ້ມລົງ ຕີນຂອງຂ້າພຣະອົງເກືອບມື່ນພະລາດໄປ 3 ເພາະຂ້າພຣະອົງໄດ້ອິດສາຄົນຈອງຫອງ ຄືຄົນຊົ່ວຮ້າຍທີ່ຈະເຣີນຮຸ່ງເຮືອງ 4 ເຂົາບໍ່ໄດ້ທົນທຸກທໍຣະມານ ເຂົາມີສຸຂະພາບສົມບູນ 5 ເຂົາບໍ່ໄດ້ທົນທຸກທໍຣະມານເຫມືອນຄົນອື່ນ ແລະບໍ່ມີຄວາມຫຍຸ້ງຍາກລຳບາກເຫມືອນຄົນອື່ນມີຢູ່ 6 ເຂົາເອົາຄວາມຈອງຫອງເຂົ້າໃສ່ຕົວ ດັ່ງເອົາສາຍສ້ອຍຄ້ອງຄໍໄວ້ ແລະເອົາຄວາມໂຫດຮ້າຍຫຸ້ມຫໍ່ຕົວເຫມືອນຫົ່ມເສື້ອຄຸມ 7 ຫົວໃຈເຂົາສະແດງອອກແຕ່ຄວາມຊົ່ວຮ້າຍ ແລະຈິດໃຈຂອງເຂົາກໍເຕັມໄປດ້ວຍກົນອຸບາຍອັນຊົ່ວຮ້າຍ 8 ເຂົາຫົວຂວັນແລະເວົ້າຫຍໍ້ຫຍັນຄົນອື່ນ ເຂົາຈອງຫອງແລະເວົ້າແຕ່ຄວາມຊົ່ວ 9 ເຂົາເວົ້າຄວາມຊົ່ວຊ້າຕໍ່ພຣະເຈົ້າຜູ້ຊົງປະທັບຢູ່ເທິງຟ້າສວັນ ແລະອອກຄຳສັ່ງຢ່າງອວດອ້າງຈອງຫອງແກ່ມະນຸດຢູ່ໃນໂລກນີ້ 10 ຈົນໄພ່ພົນຂອງພຣະເຈົ້າກັບໄປຫາເຂົາ ແລະມັກເຊື່ອຄຳເວົ້າຂອງເຂົາ 11 ເຂົາເວົ້າວ່າ, “ພຣະເຈົ້າບໍ່ຮູ້ຫຍັງດອກ ພຣະຜູ້ຊົງຍິ່ງໃຫຍ່ກໍຈະບໍ່ພົບພໍ້ສິ່ງໃດ” 12 ຄົນຊົ່ວຊ້າກໍເປັນຢ່າງນີ້ ເຂົາມີທຸກສິ່ງອຸດົມສົມບູນ ແລະຈະເຣີນຂຶ້ນເລື້ອຍໆ 13 ການທີ່ຂ້າພຣະອົງທຳຕົນໃຫ້ບໍຣິສຸດ ແລະລ້າງມືໃຫ້ສະອາດຈາກຄວາມຜິດນັ້ນ ຈະບໍ່ມີປໂຍດຫຍັງບໍ່? 14 ພຣະອົງຊົງທຳໃຫ້ຂ້າພຣະອົງທົນທຸກທໍຣະມານຕລອດວັນ ແລະພຣະອົງຊົງລົງໂທດຂ້າພຣະອົງທຸກໆເຊົ້າ 15 ຫາກວ່າຂ້າພຣະອົງໄດ້ເວົ້າຢ່າງນີ້ ຂ້າພຣະອົງກໍຈະເປັນຄົນບໍ່ສັດຊື່ຕໍ່ໄພ່ພົນຂອງພຣະອົງ 16 ເຖິງແມ່ນວ່າການນີ້ຍາກເທົ່າໃດກໍຕາມ ຂ້າພຣະອົງກໍໄດ້ພຍາຍາມຢ່າງສຸດຄວາມສາມາດເພື່ອໃຫ້ເຂົ້າໃຈເຣື່ອງນີ້ 17 ຈົນກວ່າຂ້າພຣະອົງໄດ້ໄປເຖິງພຣະວິຫານຂອງພຣະອົງ ແລະເຂົ້າໃຈສິ່ງທີ່ຈະເກີດຂຶ້ນກັບຄົນຊົ່ວຮ້າຍນັ້ນ 18 ແນ່ນອນທີ່ສຸດ ພຣະອົງຊົງປ່ອຍໃຫ້ເຂົາພະລາດລົ້ມ ແລະໃຫ້ເຂົາຖືກທຳລາຍໄປ 19 ເຂົາຖືກທຳລາຍໃນບັດດຽວ ແລະລົງໄປສູ່ຈຸດຈົບອັນຫນ້າຢ້ານໃນຂັ້ນສຸດທ້າຍ 20 ຂ້າແດ່ພຣະຜູ້ເປັນເຈົ້າ ຊີວິດຂອງເຂົາເປັນເຫມືອນຄວາມຝັນ ເມື່ອພຣະອົງຊົງຕື່ນຈາກບັນທົມ ພຣະອົງກໍລືມສິ່ງທີ່ເຂົາເປັນມານັ້ນ 21 ເມື່ອຈິດໃຈຂົມຂື່ນ ຂ້າພຣະອົງຮູ້ສຶກເຈັບປວດ 22 ຂ້າພຣະອົງເປັນຄົນໂງ່ຈ້າແລະຂາດຄວາມເຂົ້າໃຈຕໍ່ພຣະພັກຂອງພຣະອົງ ຂ້າພຣະອົງທຳຕົນເຫມືອນສັດເດັຽລະສານ 23 ແຕ່ແລ້ວ ຂ້າພຣະອົງກໍຢູ່ກັບພຣະອົງເລື້ອຍມາ ພຣະອົງຊົງຈູງແຂນຂ້າພຣະອົງໄປ 24 ພຣະອົງຊົງນຳພາຂ້າພຣະອົງດ້ວຍການຕັກເຕືອນຂອງພຣະອົງ ແລະໃນທີ່ສຸດພຣະອົງຈະຕ້ອນຮັບຂ້າພຣະອົງດ້ວຍກຽດຕິຍົດ 25 ນອກຈາກພຣະອົງ ຂ້າພຣະອົງບໍ່ມີຜູ້ໃດອີກໃນຟ້າສວັນ ແລະຂ້າພຣະອົງບໍ່ຕ້ອງການເຮັດສິ່ງໃດອີກໃນໂລກນີ້ 26 ຈິດໃຈແລະຮ່າງກາຍຂອງຂ້າພຣະອົງອ່ອນແຮງລົງ ແຕ່ພຣະເຈົ້າຊົງເປັນກຳລັງເຊີດຊູຂ້າພຣະອົງ ພຣະອົງຊົງເປັນທຸກສິ່ງທີ່ຂ້າພຣະອົງຕ້ອງການຕລອດໄປ 27 ແນ່ນອນທີ່ສຸດ ຜູ້ທີ່ປະລະພຣະອົງໄປຈະຕ້ອງຕາຍແລະຈະຖືກທຳລາຍ 28 ແຕ່ສຳລັບຂ້າພຣະອົງ ເປັນການດີທີ່ສຸດທີ່ຢູ່ໃກ້ພຣະອົງ ພຣະອົງເປັນທີ່ເພິ່ງຂອງຂ້າພຣະອົງ ແລະຂ້າພຣະອົງຈະປ່າວປະກາດໃນທຸກໆສິ່ງທີ່ພຣະອົງຊົງກະທຳ
ຄຳອ້ອນວອນພຣະເຈົ້າເພື່ອໃຫ້ຕໍ່ສູ້ສັດຕຣູແຫ່ງຊົນຊາດຂອງພຣະອົງ ມັສຄິລບົດນຶ່ງ ຂອງອາສາຟ
1 ຂ້າແດ່ພຣະເຈົ້າ ເຫດໃດພຣະອົງຊົງໂຍນຂ້າພຣະອົງທັງຫລາຍເສັຽເປັນນິດ ເຫດໃດຄວາມກີ້ວຂອງພຣະອົງຈະກຸ່ນຂຶ້ນຕໍ່ແກະແຫ່ງທົ່ງຫຍ້າຂອງພຣະອົງ 2 ຂໍຊົງຣະລຶກເຖິງຊຸມນຸມຊົນຂອງພຣະອົງ ຊຶ່ງພຣະອົງຊົງຊຸບລ້ຽງມາແຕ່ດຶກດຳບັນ ຊຶ່ງພຣະອົງຊົງໄຖ່ໄວ້ໃຫ້ເປັນເຜົ່າແຫ່ງມໍຣະດົກຂອງພຣະອົງ ຂໍຊົງຣະລຶກເຖິງພູຊີໂອນ ຊຶ່ງພຣະອົງຊົງເຄີຍປະທັບນັ້ນ 3 ຂໍຊົງນຳຍ່າງພຣະບາດຂອງພຣະອົງໄປຍັງທີ່ສະລັກຫັກພັງເປັນນິດ ສັດຕຣູໄດ້ທຳລາຍທຸກສິ່ງໃນສະຖານນະມັສການ 4 ພວກຄູ່ສັດຕຣູຂອງພຣະອົງຄຳຣາມຢູ່ກາງສະຖານປະຊຸມຂອງພຣະອົງ ເຂົາຕັ້ງຫມາຍສຳຄັນຂອງເຂົາເອງໄວ້ເປັນຫມາຍສຳຄັນ 5 ເບິ່ງເຂົາເປັນເຫມືອນຄົນຍົກຂວານຂຶ້ນເຫນືອພຸ່ມຕົ້ນໄມ້ 6 ແລ້ວບັນດາໄມ້ທີ່ແກະສະລັກທັງສິ້ນ ເຂົາກໍພັງລົງມາເສັຽດ້ວຍຂວານແລະຄ້ອນ 7 ເຂົາເອົາໄຟເຜົາສະຖານນະມັສການຂອງພຣະອົງ ເຂົາທຳລາຍຄວາມສັກສິດແຫ່ງສະຖານທີ່ພຣະນາມຂອງພຣະອົງປະທັບນັ້ນເຖິງດິນ 8 ເຂົາຣຳພຶງໃນໃຈວ່າ, “ເຮົາຈະເອົາຊະນະເຂົາທັງຫລາຍໃຫ້ສິ້ນເຊີງ” ເຂົາເຜົາບັນດາສະຖານປະຊຸມຂອງພຣະເຈົ້າທີ່ໃນແຜ່ນດິນຫມົດ 9 ພວກເຮົາບໍ່ເຫັນຫມາຍສຳຄັນທັງຫລາຍຂອງເຮົາ ບໍ່ມີຜູ້ເຜີຍພຣະວັຈນະອີກແລ້ວໃນພວກເຮົາ ບໍ່ມີໃຜຮູ້ວ່າເຫິງປານໃດ 10 ຂ້າແດ່ພຣະເຈົ້າ ຄູ່ສັດຕຣູຈະເຍີ້ຍຢູ່ດົນປານໃດ ສັດຕຣູຈະກ່າວຄຳຫຍາບຊ້າຕໍ່ພຣະນາມຂອງພຣະອົງເປັນນິດຫລື 11 ເປັນຫຍັງພຣະອົງຈຶ່ງຫົດພຣະຫັດຂອງພຣະອົງເສັຽ ຄືພຣະຫັດຂວາຂອງພຣະອົງ ຂໍຊົງຢຽດພຣະຫັດຈາກພຣະຊວງຂອງພຣະອົງທຳລາຍເຂົາເສັຽ 12 ເຖິ ງປານນັ້ນ ພຣະເຈົ້າກະສັດຂອງຂ້າພຣະອົງ ຊົງປະກອບກິຈຄວາມລອດຖ້າມກາງແຜ່ນດິນໂລກ 13 ພຣະອົງຊົງແຍກທະເລດ້ວຍຣິດທານຸພາບຂອງພຣະອົງ ພຣະອົງຊົງຫັກຫົວມັງກອນເທິງນ້ຳ 14 ພຣະອົງຊົງຂະຍີ້ຫົວທັງຫລາຍຂອງເລວີອາທານ ພຣະອົງປະທານມັນໃຫ້ເປັນອາຫານຂອງສັພສັດແຫ່ງຖິ່ນກັນດານ 15 ພຣະອົງຊົງແຍກເປີດນ້ຳພຸແລະລຳທານ ພຣະອົງຊົງໃຫ້ແມ່ນ້ຳທີ່ໄຫລຢູ່ສເມີແຫ້ງໄປ 16 ວັນເປັນຂອງພຣະອົງ ຄືນເປັນຂອງພຣະອົງ ພຣະອົງຊົງສະຖາປະນາດວງສວ່າງແລະດວງອາທິດ 17 ພຣະອົງຊົງຈັດເຂດທັງສິ້ນຂອງແຜ່ນດິນໂລກ ພຣະອົງຊົງສ້າງຣະດູຮ້ອນແລະຣະດູຫນາວ 18 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງລະນຶກເຖິງຂໍ້ນີ້ວ່າ ສັດຕຣູເຍາະເຍີ້ຍຢ່າງໃດ ແລະຊົນຊາດໂງ່ໄດ້ກ່າວຄຳຫຍາບຊ້າຕໍ່ພຣະນາມຂອງພຣະອົງຢ່າງໃດ 19 ຂໍຢ່າຊົງມອບວິນຍານນົກເຂົາຂອງພຣະອົງແກ່ສັດປ່າ ຂໍຢ່າຊົງລືມຊີວິດຄົນຍາກຈົນຂອງພຣະອົງເປັນນິດ 20 ຂໍສົນພຣະທັຍໃນຄຳສັນຍາຂອງພຣະອົງ ເພາະສະຖານທີ່ມືດຂອງແຜ່ນດິນເຕັມໄປດ້ວຍທີ່ຢູ່ຂອງຄວາມທາຣຸນ 21 ຂໍຢ່າໃຫ້ຜູ້ທີ່ຖືກຢຽບຢ່ຳໄດ້ອາຍ ຂໍໃຫ້ຄົນຈົນແລະຄົນຂັດສົນສັຣເສີນພຣະນາມຂອງພຣະອົງ 22 ຂ້າແດ່ພຣະເຈົ້າ ຂໍຊົງລຸກຂຶ້ນສູ້ຄະດີຂອງພຣະອົງ ຂໍຊົງລະນຶກວ່າຄົນໂງ່ເຍີ້ຍພຣະອົງຢູ່ຕລອດວັນ 23 ຂໍຢ່າຊົງລືມສຽງຂອງຄູ່ສັດຕຣູຂອງພຣະອົງ ສຽງອຶກກະທຶກຂອງຄົນທັງຫລາຍທີ່ຍົກຍໍຕົວຕໍ່ສູ້ພຣະອົງກໍຂຶ້ນເນື່ອງໆ
ພຣະເຈົ້າຊົງຕັດສິນຄວາມ ເຖິງຫົວຫນ້ານັກຮ້ອງ ທຳນອງຢ່າທຳລາຍເພງສັຣເສີນ ຂອງອາສາຟ ບົດເພງ
1 ຂ້າພຣະອົງທັງຫລາຍຂໍໂມທະນາພຣະອົງ ຂ້າແດ່ພຣະເຈົ້າ ຂ້າພຣະອົງທັງຫລາຍຂໍໂມທະນາພຣະນາມຂອງພຣະອົງຢູ່ໃກ້ເຂົາເລົ່າເຖິງພຣະຣາຊກິຈອັດສະຈັນຂອງພຣະອົງ 2 ເຖິງເວລາຊຶ່ງເຮົາໄດ້ກຳນົດໄວ້ ເຮົາຈະພິພາກສາດ້ວຍຄວາມທ່ຽງທັມ 3 ເມື່ອແຜ່ນດິນໂລກຄອນແຄນພ້ອມທັງບັນດາຊາວແຜ່ນດິນໂລກນັ້ນ ຜູ້ທີ່ຮັກສາພື້ນຖານຂອງມັນໃຫ້ຫມັ້ນຢູ່ ຄືເຮົາເອງ 4 ເຮົາເວົ້າກັບຄົນໂອ້ອວດວ່າ, “ຢ່າໂອ້ອວດ” ແລະແກ່ຄົນອະທັມວ່າ, “ຢ່າຍົກຫົວຂອງເຈົ້າຂຶ້ນ 5 ຢ່າຍົກຫົວຂອງເຈົ້າຂຶ້ນໃຫ້ສູງ ຫລືເວົ້າຈາຢ່າງຍະໂສ” 6 ເພາະການຍົກຂຶ້ນນັ້ນບໍ່ໄດ້ມາຈາກທິດຕາເວັນອອກຫລືທິດຕາເວັນຕົກ ແລະບໍ່ແມ່ນມາຈາກຖິ່ນກັນດານ 7 ແຕ່ເປັນພຣະເຈົ້າຜູ້ຊົງກະທຳການພິພາກສາ ຊົງໃຫ້ຄົນນຶ່ງລົງ ແລະຊົງຍົກອີກຄົນນຶ່ງຂຶ້ນ 8 ເພາະໃນພຣະຫັດຂອງພຣະເຈົ້າມີຈອກຫນ່ວຍນຶ່ງ ມີເຫລົ້າອະງຸ່ນເປັນຟອງປະສົມໄວ້ດີ ພຣະອົງຊົງເທຂອງດື່ມຈາກຈອກນັ້ນ ແລະຄົນອະທັມຂອງແຜ່ນດິນໂລກທັງສິ້ນຈະດື່ມຫມົດຈົນຢອດສຸດທ້າຍ 9 ແຕ່ຂ້າພະເຈົ້າຈະຍິນດີເປັນນິດ ຂ້າພະເຈົ້າຈະຮ້ອງເພງສັຣເສີນພຣະເຈົ້າຂອງຢາໂຄບ 10 “ເຣົາຈະທຳລາຍອຳນາດຂອງຄົນອະທັມອອກຫມົດ ແຕ່ອຳນາດຂອງຜູ້ຊອບທັມຈະທະວີຂຶ້ນ”
ພຣະເຈົ້າແຫ່ງໄຊຊະນະແລະການພິພາກສາ ເຖິງຫົວຫນ້ານັກຮ້ອງໃຊ້ເຄື່ອງສາຍ ເພງສັຣເສີນ ຂອງ ອາສາຟ ບົດເພງ
1 ໃນຢູດາເຂົາຮູ້ຈັກພຣະເຈົ້າ ໃນອິສຣາເອນພຣະນາມຂອງພຣະອົງຍິ່ງໃຫຍ່ 2 ທີ່ປະທັບຂອງພຣະອົງຕັ້ງຢູ່ໃນຊາເລັມ ທີ່ພຳນັກຂອງພຣະອົງຢູ່ໃນຊີໂອນ 3 ທີ່ນັ້ນ ພຣະອົງຊົງຫັກລູກທະນູເພີງ ໂລ່ ດາບ ແລະຍຸດທະພັນ 4 ພຣະອົງຊົງສະງ່າຣາສີສູງສົ່ງຍິ່ງພູເຂົານີຣັນ 5 ດ້ວຍວ່າຄົນໃຈເຂັ້ມແຂງຖືກປຸ້ນສະດົມ ເຂົາຫລັບຢູ່ ທະຫານທີ່ອົງອາດເກັ່ງກ້າທັງຫມົດບໍ່ສາມາດໃຊ້ມືຂອງເຂົາອີກໄດ້ແລ້ວ 6 ຂ້າແດ່ພຣະເຈົ້າຂອງຢາໂຄບ ພໍພຣະອົງຊົງຂະຫນາບທັງມ້າແລະຄົນຂີ່ກໍລ່ວງລັບໄປ 7 ແຕ່ພຣະອົງເຈົ້າ ພຣະອົງຊົງເປັນທີ່ຢ້ານກົວ ເມື່ອພຣະອົງຊົງກີ້ວຂຶ້ນແລ້ວ ໃຜຈະຢືນຕໍ່ເບື້ອງພຣະພັກພຣະອົງໄດ້ 8 ຈາກຟ້າສວັນພຣະອົງຊົງລັ່ນຄຳພິພາກສາ ທົ່ວທັງໂລກກໍຢ້ານກົວແລະມິດງຽບ 9 ເມື່ອພຣະເຈົ້າຊົງລຸກຂຶ້ນພິພາກສາ ເພື່ອຊ່ອຍຜູ້ຖືກບີບບັງຄັບທັງຫມົດຂອງແຜ່ນດີນໂລກໃຫ້ລອດ 10 ຄວາມໂກດຂອງມະນຸດກໍເປັນແຕ່ພຽງການສັຣເສີນພຣະອົງ ຜູ້ທີ່ລອດຈາກການເສິກຈະສະຫລອງໄຊຊະນະຂອງພຣະຜູ້ເປັນເຈົ້າ 11 ຈົ່ງຖວາຍແກ່ພຣະຜູ້ເປັນເຈົ້າຄືພຣະເຈົ້າຕາມທີ່ໄດ້ສັນຍາໄວ້ ໃຫ້ຄົນທີ່ຢູ່ອ້ອມພຣະອົງນຳຂອງຂວັນມາຖວາຍແກ່ພຣະອົງຜູ້ຊຶ່ງເຂົາຄວນເກງກົວ 12 ຜູ້ຊົງຕັດນ້ຳຈິດຂອງເຈົ້ານາຍ ຜູ້ຊົງເປັນທີ່ຫນ້າຢ້ານກົວແກ່ບັນດາພຣະຣາຊາແຫ່ງແຜ່ນດິນໂລກ
ຄວາມປອບໃຈອັນໄດ້ຈາການລະນຶກເຖິງພຣະ ຣາຊກິຈອັນຍິ່ງໃຫຍ່ຂອງພຣະເຈົ້າ ເຖິງຫົວຫນ້ານັກຮ້ອງ ທຳນອງເຢດູທູນ ເພງສັຣເສີນ ຂອງ ອາສາຟ
1 ຂ້າພະເຈົ້າຮ້ອງທູນພຣະເຈົ້າ ທູນຕໍ່ພຣະເຈົ້າເພື່ອພຣະອົງຈະຊົງຟັງຂ້າພະເຈົ້າ 2 ໃນວັນຍາກລຳບາກຂອງຂ້າພະເຈົ້າ ຂ້າພະເຈົ້າສແວງຫາອົງພຣະຜູ້ເປັນເຈົ້າ ໃນກາງຄືນມືຂ້າພະເຈົ້າຢຽດບໍ່ຢຸດ ຈິດໃຈຂອງຂ້າພະເຈົ້າບໍ່ຮັບຄຳເລົ້າໂລມ 3 ຂ້າພະເຈົ້າຄິດເຖິງພຣະເຈົ້າ ຂ້າພະເຈົ້າກໍຖອນຫາຍໃຈ ຂ້າພະເຈົ້າຕຶກຕອງ ຈິດໃຈຂອງຂ້າພະເຈົ້າກໍອ່ອນລະອາໄປ 4 ພຣະອົງຊົງຈັບຫນັງຕາຂອງຂ້າພະເຈົ້າໄວ້ບໍ່ໃຫ້ປິດ ຂ້າພະເຈົ້າທຸກຫລາຍຈົນເວົ້າບໍ່ອອກ 5 ຂ້າພະເຈົ້າພິຈາຣະນາເຖິງສະໄຫມກ່ອນ ຂ້າພະເຈົ້າຈຳປີທີ່ນົມນານມາແລ້ວໄດ້ 6 ຂ້າພະເຈົ້າພາວະນາໃນໃຈຂອງຂ້າພະເຈົ້າໃນກາງຄືນ ຂ້າພະເຈົ້າຕຶກຕອງແລະວິນຍານຈິດຂອງຂ້າພະເຈົ້າກໍຊອກຫາ 7 “ອົງພຣະຜູ້ເປັນເຈົ້າຈະຊົງປະຖິ້ມເປັນນິດ ແລະຈະບໍ່ເຄີຍພໍພຣະທັຍອີກຫລື 8 ຄວາມຮັກຫມັ້ນຄົງຂອງພຣະອົງຈະລະງັບຢຢູ່ເປັນນິດຫລື ພຣະສັນຍາຂອງພຣະອົງຈະສິ້ນສຸດຕລອດຊົ່ວອາຍຸຄົນຫລື 9 ພຣະເຈົ້າຊົງລືມທີ່ຈະຊົງພຣະກະຣຸນາຫລື ເພາະພຣະພິໂຣດ ພຣະອົງຈຶ່ງປິດຄວາມສັງເວດເສັຽຫລື” 10 ແລະຂ້າພະເຈົ້າວ່າ, “ທີ່ພຣະຫັດຂວາຂອງພຣະອົງຜູ້ສູງສຸດປ່ຽນໄປ ນັ້ນແຫລະເປັນຄວາມທຸກຂອງຂ້າພະເຈົ້າ” 11 ຂ້າພະເຈົ້າຈະຣະລຶກເຖິງພຣະຣາຊກິຈທັງປວງຂອງພຣະຜູ້ເປັນເຈົ້າ ຂ້າພຣະອົງຈະຈົດຈຳບັນດາການອັດສະຈັນຂອງພຣະອົງໃນສະໄຫມກ່ອນໆ 12 ຂ້າພຣະອົງຈະຕຶກຕອງເຖິງພຣະຣາຊກິຈອັນຊົງຣິດຂອງພຣະອົງ 13 ຂ້າແດ່ພຣະເຈົ້າ ວິທີການຂອງພຣະອົງບໍຣິສຸດ ບໍ່ມີ ພຣະ ອົງໃດຈະຍິ່ງໃຫຍ່ກວ່າພຣະເຈົ້າຂອງເຮົາ 14 ພຣະອົງຄືພຣະເຈົ້າຜູ້ຊົງກະທຳການອັດສະຈັນ ຜູ້ຊົງສຳແດງຣິດທານຸພາບຂອງພຣະອົງຖ້າມກາງຊົນຊາດທັງຫລາຍ 15 ພຣະອົງໄດ້ຊົງໄຖ່ປະຊາຊົນຂອງພຣະອົງດ້ວຍພຣະກອນຂອງພຣະອົງ ຄືເຊື້ອສາຍຂອງຢາໂຄບ ແລະໂຢເຊັບ 16 ເມື່ອນ້ຳເຫັນພຣະອົງ, ຂ້າແດ່ພຣະເຈົ້າ ເມື່ອນ້ຳເຫັນພຣະອົງມັນກໍເກງກົວ ບ່ອນເລິກໃນທ້ອງທະເລກໍສັ່ນສະເທືອນດ້ວຍ 17 ເມກເທນ້ຳລົງມາ ທ້ອງຟ້າກໍຄະນອງສຽງ ລູກທະນູຂອງພຣະອົງກໍປິວໄປປິວມາ 18 ຟ້າຜ່າຂອງພຣະອົງມີສຽງຢູ່ໃນລົມບ້າຫມູ ຟ້າແລບທຳໃຫ້ພິພົບສວ່າງ ແຜ່ນດິນໂລກກໍສັ່ນສະເທືອນແລະຫວັ່ນໄຫວ 19 ທາງຂອງພຣະອົງຢູ່ໃນທະເລ ພຣະວິຖີຂອງພຣະອົງຢູ່ໃນນ້ຳທັງຫລາຍ ເຖິງປານນັ້ນຮອຍພຣະບາດຂອງພຣະອົງກໍບໍ່ມີໃຜຮູ້ 20 ພຣະອົງຊົງນຳໄພ່ພົນຂອງພຣະອົງ ໂດຍມືຂອງໂມເຊ ແລະອາໂຣນເຫມືອນຝູງແກະ
ຄວາມສັຕສຸດຈະຣິດຂອງພຣະເຈົ້າຕໍ່ຊົນຊາດຜູ້ບໍ່ຊື່ສັດຂອງພຣະອົງ ມັສຄິລບົດນຶ່ງ ຂອງອາສາຟ
1 ປະຊາຊົນຂອງຂ້າພະເຈົ້າເອີຍ ຈົ່ງງ່ຽງຫູຟັງຄຳສອນຂອງຂ້າພະເຈົ້າ ອ່ຽງຫູຂອງທ່ານທັງຫລາຍຟັງຖ້ອຍຄຳຈາກປາກຂ້າພະເຈົ້າ 2 ຂ້າພະເຈົ້າຈະອ້າປາກກ່າວຄຳອຸປມາ ຂ້າພະເຈົ້າຈະກ່າວຄຳລັບເລິກຂອງບູຮານນະການ 3 ເຖິງສິ່ງທີ່ເຣົາທັງຫລາຍໄດ້ຍິນໄດ້ຮູ້ທີ່ບັນພະບຸຣຸດຂອງເຮົາໄດ້ບອກເຮົາ 4 ເຮົາບໍ່ໄດ້ເຊື່ອງໄວ້ຈາກລູກຫລານຂອງເຂົາ ແຕ່ຈະບອກແກ່ເຊື້ອສາຍທີ່ກຳລັງເກີດມາ ເຖິງພຣະຣາຊກິຈອັນຄວນສັຣເສີນຂອງພຣະຜູ້ເປັນເຈົ້າ ແລະຣິດທານຸພາບຂອງພຣະອົງ ແລະການອັດສະຈັນຊຶ່ງພຣະອົງໄດ້ຊົງກະທຳ 5 ເພາະພຣະອົງຊົງສະຖາປະນາກົດບັນຍັດໄວ້ໃນຢາໂຄບ ແລະຊົງແຕ່ງຕັ້ງກົດຫມາຍໄວ້ໃນອິສຣາເອນ ຊຶ່ງພຣະອົງຊົງບັນຊາແກ່ບັນພະບຸຣຸດຂອງເຮົາ ວ່າໃຫ້ແຈ້ງເຣື່ອງຣາວເຫລົ່ານັ້ນແກ່ລູກຫລານຂອງເຂົາ 6 ເພື່ອເຊື້ອສາຍລຸ້ນຕໍ່ໄປຈະຮູ້ເຣື່ອງຄືລູກຫລານທີ່ຈະເກີດມາ ແລະບອກລູກຫລານຕໍ່ໄປຕາມຜຽນຂອງເຂົາ 7 ເພື່ອເຂົາຈະຕັ້ງຄວາມຫວັງຂອງເຂົາໄວ້ໃນພຣະເຈົ້າ ແລະບໍ່ລືມພຣະຣາຊກິຈຂອງພຣະເຈົ້າ ແຕ່ຮັກສາພຣະບັນຍັດຂອງພຣະອົງ 8 ແລະເພື່ອເຂົາຈະບໍ່ໄດ້ເຫມືອນບັນພະບຸຣຸດຂອງເຂົາ ຄືເຊື້ອສາຍທີ່ດື້ດ້ານແລະມັກກະບົດ ເຊື້ອຊາດທີ່ຈິດໃຈບໍ່ຫມັ້ນຄົງ ຜູ້ຊຶ່ງຈິດວິນຍານຂອງເຂົາບໍ່ຫມັ້ນຄົງຕໍ່ພຣະເຈົ້າ 9 ບັນດາຄົນເອຟຣາອີມທີ່ຖືອາວຸດຫນ້າແລະທະນູ ໄດ້ແລ່ນປົບຫນີໃນວັນສົງຄາມ 10 ເຂົາທັງຫລາຍບໍ່ໄດ້ຮັກສາຄຳສັນຍາຂອງພຣະເຈົ້າ ແລະປະຕິເສດທີ່ຈະເດີນຕາມກົດຫມາຍຂອງພຣະອົງ 11 ເຂົາລືມສິ່ງທີ່ພຣະອົງໄດ້ຊົງກະທຳ ແລະການອັດສະຈັນຊຶ່ງພຣະອົງຊົງສຳແດງແກ່ເຂົາ 12 ພຣະອົງຊົງກະທຳການປະຫລາດຕໍ່ຫນ້າຕໍ່ຕາບັນພະບຸຣຸດຂອງເຂົາໃນແຜ່ນດິນເອຢິບ ໃນໄຮ່ນາໂຊອານ 13 ພຣະອົງຊົງແຍກທະເລ ແລະໃຫ້ເຂົາຍ່າງຜ່ານໄປ ແລະກະທຳໃຫ້ນ້ຳຕັ້ງຢູ່ເຫມືອນກອງສູງ 14 ໃນກາງເວັນພຣະອົງຊົງນຳເຂົາດ້ວຍເມກ ແລະກາງຄືນດ້ວຍແສງໄຟຄືຍັງຮຸ່ງ 15 ພຣະເຈົ້າຊົງຜ່າຫີນໃນຖິ່ນກັນດານປະທານນ້ຳເປັນອັນມາກໃຫ້ເຂົາດື່ມ ເຫມືອນມາຈາກທີ່ເລິກ 16 ພຣະອົງຊົງກະທຳໃຫ້ລຳທານອອກມາຈາກຫີນ ຊົງກະທຳໃຫ້ນ້ຳໄຫລລົງມາເຫມືອນແມ່ນ້ຳ 17 ແຕ່ເຂົາຍັງກະທຳບາບຍິ່ງຂຶ້ນຕໍ່ພຣະອົງ ໄດ້ກະບົດຕໍ່ອົງຜູ້ສູງສຸດໃນທີ່ແຫ້ງແລ້ງ 18 ເຂົາທົດລອງພຣະເຈົ້າຢູ່ໃນໃຈຂອງເຂົາ ໂດຍຮຽກຮ້ອງອາຫານທີ່ເຂົາຢາກ 19 ເຂົາເວົ້າຕໍ່ສູ້ພຣະເຈົ້າວ່າ, “ພຣະເຈົ້າຈະຊົງຕຽມສຳລັບໃນຖິ່ນກັນດານໄດ້ຫລື” 20 ເບິ່ງແມ໋, ພຣະອົງຊົງຕີຫີນໃຫ້ນ້ຳພຸອອກມາ ແລະລຳທານກໍໄຫລລົ້ນ ພຣະອົງຈະປະທານເຂົ້າຈີ່ດ້ວຍໄດ້ຫລື ຫລືຊົງຈັດເນື້ອໃຫ້ປະຊາຊົນຂອງພຣະອົງໄດ້ຫລື” 21 ເຫດສັນນັ້ນ ເມື່ອພຣະເຈົ້າຊົງສະດັບຟັງແລ້ວ ພຣະອົງຊົງພຣະພິໂຣດ ມີໄຟລຸກຂຶ້ນສູ້ຢາໂຄບ ພຣະພິໂຣດຂອງພຣະອົງສູງຂຶ້ນສູ້ອິສຣາເອນ 22 ເພາະເຂົາບໍ່ເຊື່ອພຣະເຈົ້າ ແລະບໍ່ໄວ້ວາງໃຈໃນຣິດຊ່ອຍຂອງພຣະອົງ 23 ພຣະອົງຍັງຊົງບັນຊາຟ້າເບື້ອງເທິງ ແລະຊົງເປີດປະຕູຟ້າສວັນ 24 ພຣະອົງຊົງຫລັ່ງມານາໃຫ້ເຂົາຮັບປະທານ ແລະຊົງປະທານທິພຍາຫານໃຫ້ເຂົາ 25 ມະນຸດໄດ້ກິນອາຫານຂອງທູດສວັນ ພຣະອົງຊົງປະທານອາຫານໃຫ້ເຂົາຢ່າງອຸດົມ 26 ພຣະອົງຊົງກະທຳໃຫ້ລົມຕາເວັນອອກພັດໃນຟ້າສວັນ ແລະຊົງນໍາລົມໃຕ້ອອກມາດ້ວຍຣິດຂອງພຣະອົງ 27 ພຣະອົງຊົງຫລັ່ງເນື້ອໃຫ້ເຂົາຢ່າງຜົງຂີ້ຝຸ່ນ ຄືນົກດັ່ງເມັດຊາຍທະເລ 28 ພຣະອົງຊົງໃຫ້ມັນຕົກລົງມາກາງຄ້າຍຂອງເຂົາ ແລະຮອບທີ່ອາໄສຂອງເຂົາ 29 ເຂົາໄດ້ຮັບປະທານອີ່ມດີ ເພາະພຣະອົງປະທານສິ່ງທີ່ເຂົາຢາກ 30 ແຕ່ກ່ອນທີ່ເຂົາຈະຫາຍຢາກ ໃນຂນະທີ່ອາຫານຍັງຢູ່ໃນປາກຂອງເຂົາ 31 ພຣະພິໂຣດຂອງພຣະເຈົ້າກໍລະເບີດຂຶ້ນຕໍ່ເຂົາ ແລະພຣະອົງຊົງສັງຫານຄົນສະກັນທີ່ສຸດຂອງເຂົາເສັຽ ແລະຊົງຄວ່ຳຄົນຫນຸ່ມໃນອິສຣາເອນເສັຽ 32 ແຕ່ປານນັ້ນ ເຂົາກໍຍັງກະທຳບາບ ເຂົາບໍ່ໄດ້ເຊື່ອຖືການອັດສະຈັນຂອງພຣະອົງ 33 ພຣະອົງຈຶ່ງຊົງກະທຳໃຫ້ວັນຂອງເຂົາຫາຍໄປດັ່ງລົມຫາຍໃຈ ແລະຊົງໃຫ້ປີຂອງເຂົາຫາຍໄປຍ້ອນໄພພິນາດ 34 ເມື່ອພຣະອົງຊົງສັງຫານເຂົາ ເຂົາສແວງຫາພຣະອົງ ເຂົາໄດ້ກັບມາສແວງຫາພຣະເຈົ້າດ້ວຍໃຈຮ້ອນຮົນ 35 ເຂົາຣະລຶກວ່າພຣະເຈົ້າຊົງເປັນພຣະສີລາຂອງເຂົາ ແລະພຣະເຈົ້າອົງສູງສຸດເປັນພຣະຜູ້ໄຖ່ຂອງເຂົາ 36 ແຕ່ເຂົາຍໍພຣະອົງດ້ວຍປາກຂອງເຂົາ ແລະມຸສາຕໍ່ພຣະອົງດ້ວຍລີ້ນຂອງເຂົາ 37 ເພາະຈິດໃຈຂອງເຂົາບໍ່ແນ່ນອນຕໍ່ພຣະອົງ ເຂົາບໍ່ຈິງຈັງຕໍ່ຄຳສັນຍາຂອງພຣະອົງ 38 ສັນນັ້ນ ດ້ວຍຄວາມສັງເວດ ພຣະອົງຊົງອະພັຍຄວາມຜິດບາບຂອງເຂົາ ແລະບໍ່ໄດ້ຊົງທຳລາຍເຂົາ ພຣະອົງຊົງຢັບຢັ້ງພຣະພິໂຣດຂອງພຣະອົງ ເລື້ອຍໆ ແລະບໍ່ໄດ້ຊົງກວນພຣະພິໂຣດຂອງພຣະອົງທັງສິ້ນໃຫ້ຂຶ້ນມາ 39 ພຣະອົງຊົງຣະລຶກວ່າເຂົາເປັນພຽງແຕ່ເນື້ອຫນັງ ເປັນລົມທີ່ຜ່ານໄປແລ້ວບໍ່ໄດ້ກັບມາອີກ 40 ເຂົາກະບົດຕໍ່ພຣະອົງໃນຖິ່ນກັນດານເລື້ອຍມາ ແລະທຳໃຫ້ພຣະອົງເສັຽໃຈໃນທະເລຊາຍ 41 ແຕ່ເຂົາຍັງໄດ້ກັບທົດລອງພຣະເຈົ້າອີກ ແລະໄດ້ທຳໃຫ້ອົງບໍຣິສຸດຂອງອິສຣາເອນເສົ້າພຣະທັຍ 42 ເຂົາບໍ່ໄດ້ຣະລຶກເຖິງຣິດທານຸພາບຂອງພຣະອົງ ຫລືວັນທີ່ພຣະອົງຊົງໄຖ່ເຂົາຈາກຄູ່ສັດຕຣູຂອງເຂົາ 43 ເມື່ອພຣະອົງຊົງກະທຳຫມາຍສຳຄັນຂອງພຣະອົງໃນເອຢິບ ແລະການອັດສະຈັນຂອງພຣະອົງໃນໄຮ່ນາໂຊອານ 44 ພຣະອົງຊົງປ່ຽນ ແມ່ນ້ຳຂອງເຂົາໃຫ້ເປັນເລືອດ ເຂົາຈຶ່ງດື່ມຈາກລຳທານຂອງເຂົາບໍ່ໄດ້ 45 ພຣະອົງຊົງສົ່ງຝູງເຫລືອກມາຖ້າມກາງເຂົາ ຊຶ່ງຕໍ່ສູ້ເຂົາ ແລະກົບຊຶ່ງທຳລາຍເຂົາ 46 ພຣະອົງປະທານພືດຜົນຂອງເຂົາແກ່ຕັກແຕນວັຍຄານ ແລະຜົນງານອອກແຮງຂອງເຂົາແກ່ຕັກແຕນວັຍບີນ 47 ພຣະອົງຊົງທຳລາຍເຄືອອະງຸ່ນຂອງເຂົາດ້ວຍຫມາກເຫັບ ແລະຕົ້ນຫມາກເດື່ອຂອງເຂົາດ້ວຍນ້ຳຄ້າງແຂງ 48 ພຣະອົງຊົງມອບຝູງງົວຂອງເຂົາໄວ້ກັບຫມາກເຫັບ ແລະຝູງແກະຂອງເຂົາກັບຟ້າຜ່າ 49 ພຣະອົງຊົງປ່ອຍຄວາມໂກດດຸຮ້າຍຂອງພຣະອົງມາເຫນືອເຂົາ ທັງພຣະພິໂຣດ ຄວາມກິ້ວໂກດ ແລະຄວາມທຸກລຳບາກ ຄືຄນະທູດສວັນຜູ້ທຳລາຍ 50 ພຣະອົງຊົງເປິດວິຖີໃຫ້ແກ່ຄວາມໂກດຂອງພຣະອົງ ພຣະອົງບໍ່ໄດ້ຊົງເວັ້ນເຂົາໄວ້ຈາກຄວາມຕາຍ ແຕ່ປະທານຊີວິດຂອງເຂົາແກ່ໂຣກລະບາດ 51 ພຣະອົງຊົງປະຫານລູກຫົວປີທັງສິ້ນໃນເອຢິບ ຄືຜົນທຳອິດແຫ່ງກຳລັງເຂົາເຂົ້າໃນເຕັນຂອງຮາມ 52 ແລ້ວພຣະອົງຊົງນຳໄພ່ພົນຂອງພຣະອົງອອກມາເຫມືອນນຳແກະ ແລະນຳເຂົາໄປໃນຖິ່ນກັນດານເຫມືອນຝູງແກະ 53 ພຣະອົງນຳເຂົາໄປຢ່າງປອດພັຍ ເຂົາຈຶ່ງບໍ່ຢ້ານ ແຕ່ທະເລຖ້ວມສັດຕຣູຂອງເຂົາ 54 ແລະພຣະອົງຊົງພາເຂົາມາຍັງແດນບໍຣິສຸດຂອງພຣະອົງ ຍັງພູເຂົາຊຶ່ງພຣະຫັດຂວາຂອງພຣະອົງໄດ້ເນຣະມິດຂຶ້ນ 55 ພຣະອົງຊົງໄລ່ປະຊາຊາດຕ່າງໆອອກໄປຂ້າງຫນ້າເຂົາ ພຣະອົງຊົງວັດແທກແບ່ງແດນປະຊາຊາດນັ້ນໃຫ້ເປັນມໍຣະດົກ ແລະຊົງຕັ້ງບັນດາເຜົ່າອິສຣາເອນໄວ້ໃນເຕັນຂອງເຂົາ 56 ແຕ່ເຂົາທັງຫລາຍຍັງທົດລອງແລະກະບົດຕໍ່ພຣະເຈົ້າອົງສູງສຸດ ບໍ່ໄດ້ຮັກສາບັນດາພຣະໂອວາດຂອງພຣະອົງ 57 ກັບຫັນໄປເສັຽແລະປະພຶດທໍຣະຍົດຢ່າງບັນພະບຸຣຸດຂອງເຂົາ ເຂົາບິດໄປເຫມືອນຄັນທະນູທີ່ໄວ້ໃຈບໍ່ໄດ້ 58 ເພາະເຂົາກຸກວນພຣະອົງໃຫ້ຊົງກິ້ວສເມີມາໂດຍມີບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ແລະເຂົາໄດ້ເຮັດໃຫ້ພຣະອົງເຄືອງໃຈຫລາຍຍ້ອນຮູບເຄົາຣົບທີ່ເຂົາໄດ້ເຮັດຂຶ້ນນັ້ນ 59 ເມື່ອພຣະເຈົ້າຊົງໄດ້ຍິນ ພຣະອົງຊົງພຣະພິໂຣດຍິ່ງ ແລະພຣະອົງຊົງປະຖິ້ມອິສຣາເອນໄວ້ເສັຽ 60 ພຣະອົງຊົງປະທີ່ປະທັບຂອງພຣະອົງໃນຊິໂລ ຄືຫໍເຕັນທີ່ພຣະອົງຊົງຕັ້ງໄວ້ຖ້າມກາງມະນຸດ 61 ແລະຊົງມອບປະຊາອັນເປັນຣິດທານຸພາບຂອງພຣະອົງແກ່ການເປັນຊະເລີຍ ແລະຊົນອັນເປັນກຽດຂອງພຣະອົງແກ່ມືຂອງຄູ່ສັດຕຣູ 62 ພຣະອົງຊົງມອບໄພ່ພົນຂອງພຣະອົງແກ່ດາບ ແລະຊົງພຣະພິໂຣດຕໍ່ມໍຣະດົກຂອງເຂົາ 63 ໄຟຜານຊາຍຫນຸ່ມຂອງເຂົາເສັຽ ແລະຍິງສາວຂອງເຂົາກໍບໍ່ມີເພງແຕ່ງງານ 64 ບັນດາປະໂຣຫິດຂອງເຂົາລົ້ມລົງດ້ວຍດາບ ແລະຍິງຫມ້າຍຂອງເຂົາບໍ່ມີຫານຮ້ອງທຸກ 65 ແລ້ວອົງພຣະຜູ້ເປັນເຈົ້າຊົງຕື່ນຢ່າງຕື່ນບັນທົມ ດັ່ງຊາຍຜູ້ນຶ່ງທີ່ແຂງແຮງຍ້ອນຣິດເຫລົ້າ 66 ພຣະອົງຊົງຕີພວກສັດຕຣູຂອງພຣະອົງໃຫ້ຖອຍຫລັງ ແລະໃຫ້ເຂົາໄດ້ອາຍເປັນນິດ 67 ພຣະອົງຊົງປະຕິເສດເຕັນຂອງໂຢເຊັບ ພຣະອົງບໍ່ໄດ້ຊົງເລືອກເຜົ່າເອຟຣາອິມ 68 ແຕ່ພຣະອົງຊົງເລືອກເຜົ່າຢູດາ ພູເຂົາຊີໂອນຊຶ່ງພຣະອົງຊົງຮັກ 69 ພຣະອົງຊົງສ້າງສະຖານນະມັສການຂອງພຣະອົງຢ່າງກັບຟ້າສວັນສູງ ຢ່າງແຜ່ນດິນໂລກຊຶ່ງພຣະອົງຕັ້ງໄວ້ເປັນນິດ 70 ພຣະອົງຊົງເລືອກດາວິດຜູ້ຮັບໃຊ້ຂອງພຣະອົງ ຊົງພາທ່ານມາຈາກຄອກແກະ 71 ພຣະອົງຊົງພາທ່ານມາຈາກການດູແລແມ່ແກະທີ່ມີລູກອ່ອນ ໃຫ້ເປັນຜູ້ລ້ຽງດູຢາໂຄບໄພ່ພົນຂອງພຣະອົງ ຄືອິສຣາເອນມໍຣະດົກຂອງພຣະອົງຢ່າງລ້ຽງແກະ 72 ທ່ານຈຶ່ງລ້ຽງດູເຂົາທັງຫລາຍດ້ວຍໃຈທ່ຽງທັມ ແລະນຳພາເຂົາທັງຫລາຍໄປດ້ວຍພິກໄຫວອັນສລາດ
ຄຳຮ້ອງທຸກເພາະກຸງເຢຣູຊາເລັມຖືກທຳລາຍ ເພງສັຣເສີນ ຂອງອາສາຟ
1 ຂ້າແດ່ພຣະເຈົ້າ ພວກຕ່າງສາສນາໄດ້ເຂົ້າໃນມໍຣະດົກຂອງພຣະອົງ ເຂົາໄດ້ທຳໃຫ້ພຣະວິຫານສັກສິດຂອງພຣະອົງມີມົນທິນ ເຂົາໄດ້ທຳໃຫ້ເຢຣູຊາເລັມເປັນທີ່ພັງທະລາຍ 2 ເຂົາໃຫ້ສົບຜູ້ຮັບໃຊ້ຂອງພຣະອົງເປັນອາຫານແກ່ບັນດານົກໃນອາກາດ ໃຫ້ເນື້ອຂອງປະຊາຊົນຂອງພຣະອົງແກ່ສັດປ່າແຫ່ງແຜ່ນດິນໂລກ 3 ເຂົາໄດ້ເທໂລຫິດຂອງຄົນເຫລົ່ານັ້ນອອກມາຢ່າງນ້ຳຮອບເຢຣູຊາເລັມຈົນບໍ່ມີຄົນຝັງສົບ 4 ເຮົາເປັນທີ່ດູຫມິ່ນແກ່ເພື່ອນບ້ານຂອງເຮົາ ຄົນທີ່ອ້ອມເຮົາກໍຫົວຂວັນແລະຫຍໍ້ຫຍັນ 5 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຈະຊົງກິ້ວອີກເຫິງປານໃດ ເປັນນິດຫລືພຣະເຈົ້າຂ້າ ພຣະພິໂຣດອັນຫວງແຫນຂອງພຣະອົງຈະໄຫມ້ດັ່ງໄຟໄປອິກເຫິງປານໃດ 6 ຂໍຊົງເທຄວາມກີ້ວຂອງພຣະອົງລົງເຫນືອບັນດາປະຊາຊາດທີ່ບໍ່ຮູ້ຈັກພຣະອົງ ແລະເຫນືອຣາຊອານາຈັກທັງຫລາຍທີ່ບໍ່ຮ້ອງທູນອອກພຣະນາມຂອງພຣະອົງ 7 ເພາະເຂົາທັງຫລາຍໄດ້ຜານຢາໂຄບ ແລະກະທຳໃຫ້ທີ່ອາໄສຂອງເຂົາຮົກຮ້າງເພພັງໄປສິ້ນ 8 ຂໍຢ່າຊົງຖືເອົາຄວາມບາບຜິດຂອງບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ ເພື່ອລົງໂທດຂ້າພຣະອົງທັງຫລາຍ ຂໍຄວາມສັງເວດຂອງພຣະອົງຈົ່ງມາພົບຂ້າພຣະອົງທັງຫລາຍ ເພາະຂ້າພຣະອົງທັງຫລາຍຕົກຕ່ຳຫລາຍ 9 ຂ້າແດ່ພຣະເຈົ້າແຫ່ງຄວາມລອດຂອງຂ້າພຣະອົງທັງຫລາຍ ຂໍຊົງຊ່ອຍຂ້າພຣະອົງ ເພາະເຫັນແກ່ພຣະສະງ່າຣາສີແຫ່ງພຣະນາມຂອງພຣະອົງ ຂໍຊົງຊ່ອຍກູ້ຂ້າພຣະອົງແລະອະໄພບາບຂອງຂ້າພຣະອົງ ເພາະເຫັນແກ່ພຣະນາມຂອງພຣະອົງ 10 ຄວນຫລືທີ່ບັນດາປະຊາຊາດຈະກ່າວວ່າ, “ພຣະເຈົ້າຂອງເຂົາຢູ່ໃສ” ຂໍໃຫ້ການແກ້ແຄ້ນແຫ່ງໂລຫິດຜູ້ຮັບໃຊ້ຂອງພຣະອົງທີ່ໄຫລອອກມາ ຈົ່ງປາກົດໃນຖ້າມກາງປະຊາຊາດຕໍ່ຫນ້າຕໍ່ຕາຂ້າພຣະອົງທັງຫລາຍ 11 ຂໍໃຫ້ສຽງຄວນຄາງຂອງບັນດາຊະເລີຍ ມາຢູ່ຕໍ່ພຣະພັກພຣະອົງ ດ້ວຍພຣະກອນຊົງຣິດຂອງພຣະອົງ ຂໍຊົງສງວນຄົນເຫລົ່ານັ້ນທີ່ຕ້ອງເຖິງຕາຍ 12 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຕອບແທນການທີ່ເຂົາໄດ້ຫຍໍ້ຫຍັນຕໍ່ພຣະອົງເຖິງເຈັດເທົ່າໃນຊວງເອິກເພື່ອນບ້ານຂອງຂ້າພຣະອົງ 13 ແລ້ວຂ້າພຣະອົງທັງຫລາຍ ໄພ່ພົນຂອງພຣະອົງ ຝູງແກະແຫ່ງທົ່ງຫຍ້າຂອງພຣະອົງ ຈະໂມທະນາພຣະຄຸນຂອງພຣະອົງເປັນນິດ ຂ້າພຣະອົງທັງຫລາຍຈະກ່າວສັຣເສີນພຣະອົງຕລອດທຸກຊົ່ວອາຍຸຄົນ
ການອ້ອນວອນສຳລັບສ້າງຊົນຊາດຂຶ້ນໃຫມ່ ເຖິງຫົວຫນ້ານັກຮ້ອງ ທຳນອງດອກພັບພຶງສັກຂີພຍານ ຂອງອາສາຟ ເພງສັຣເສີນ
1 ຂ້າແດ່ພຣະຜູ້ຊົງລ້ຽງດູອິສຣາເອນຢ່າງລ້ຽງແກະ ຄືພຣະອົງຜູ້ຊົງນຳໂຢເຊັບຢ່າງນຳຝູງແກະ ຂໍຊົງງ່ຽງພຣະກັນສະດັບຟັງ ພຣະຜູ້ຊົງປະທັບເທິງ ພຣະທີ່ນັ່ງເຫນືອເທວະດາເຊຣຸບິມ ຂໍຊົງທໍແສງອອກມາ 2 ຂໍຊົງເຜີຍຄວາມຮັກຂອງພຣະອົງແກ່ ເອຟຣາອິມ ເບັນຢາມີນ ແລະມານັສເຊ ຂໍຊົງສະແດງໃຫ້ຂ້າພຣະອົງທັງຫລາຍເຫັນຣິດທານຸພາບຂອງພຣະອົງ ແລະສະເດັດມາຊ່ອຍຂ້າພຣະອົງໃຫ້ພົ້ນພັຍດ້ວຍ 3 ຂ້າແດ່ພຣະເຈົ້າ ຂໍຊົງນຳຂ້າພຣະອົງທັງຫລາຍກັບຄືນສູ່ສະພາບເດີມ ຂໍພຣະພັກຂອງພຣະອົງທໍແສງ ເພື່ອຂ້າພຣະອົງທັງຫລາຍຈະພົ້ນພັຍ 4 ຂ້າແດ່ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ພຣະອົງຍັງຈະຄຽດແຄ້ນຕໍ່ຄຳອ້ອນວອນຂອງໄພ່ພົນພຣະອົງຢູ່ອີກດົນປານໃດ? 5 ພຣະອົງຊົງກະທຳໃຫ້ເຂົາກິນເຂົ້າກັບນ້ຳຕາ ແລະຊົງທຳໃຫ້ເຂົາຮ້ອງໄຫ້ຕລອດເວລາ 6 ພຣະອົງຊົງປ່ອຍໃຫ້ຊົນຊາດເພື່ອນບ້ານມາຮຸກຮານຜືນແຜ່ນດິນຂອງຂ້າພຣະອົງ ແລະສັດຕຣູກໍຫົວຂວັນຂ້າພຣະອົງ 7 ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຂໍຊົງນຳຂ້າພຣະອົງທັງຫລາຍກັບຄືນສູ່ສະພາບເດີມ ຂໍພຣະພັກຂອງພຣະອົງທໍແສງ ເພື່ອຂ້າພຣະອົງທັງຫລາຍຈະພົ້ນພັຍ 8 ພຣະອົງຊົງນຳເບັ້ຽອະງຸ່ນອອກຈາກເອຢິບ ພຣະອົງຊົງຂັບໄລ່ຊົນຊາດອື່ນໆອອກ ແລ້ວເອົາເບັ້ຽອະງຸ່ນປູກໄວ້ໃນແຜ່ນດິນຂອງພຣະອົງ 9 ພຣະອົງຊົງຖາກຖາງດິນປູກຝັງ ເພື່ອໃຫ້ເບັ້ຽມັນປົ່ງຂຶ້ນ ຮາກຂອງມັນຢັ່ງລົງເລິກ ແລະແຜ່ຜາຍອອກໄປທົ່ວທັງປະເທດ 10 ມັນປົກງຳຫນ່ວຍພູທັງຫລາຍ ແລະເຄືອຂອງມັນປົກງຳຕົ້ນສົນທີ່ສູງສຸດ 11 ມັນໄດ້ແຜ່ລາມອອກໄປຈົນເຖິງທະເລເມດິແຕຣາເນແລະຮອດແມ່ນ້ຳເອີຟຣາດ 12 ເປັນຫຍັງພຣະອົງຈຶ່ງຊົງທຳລາຍຮົ້ວທີ່ອ້ອມຮອບມັນນັ້ນ? ແລະດຽວນີ້ ເມື່ອທຸກຄົນຍ່າງຜ່ານໄປກໍລັກເອົາຫມາກຂອງມັນ 13 ສ່ວນຫມູປ່າໄດ້ມາຢຽບຢ່ຳມັນແລະສັດປ່າກໍມາກິນມັນ 14 ຂ້າແດ່ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຂໍຊົງຫັນກັບເຖີດພຣະອົງເຈົ້າຂ້າ ຂໍຊົງຫລຽວລົງຈາກຟ້າສວັນແລະຊົງເບິ່ງ ຂໍຊົງສົນພຣະທັຍໃນເຄືອອະງຸ່ນນີ້ 15 ຂໍພຣະອົງຊົງສະເດັດມາຮັກສາຕົ້ນອະງຸ່ນທີ່ພຣະອົງປູກໄວ້ນັ້ນໃຫ້ພົ້ນພັຍ ຄືເບັ້ຽອະງຸ່ນຊຶ່ງພຣະອົງໄດ້ຊົງທຳໃຫ້ມັນໃຫຍ່ຂຶ້ນມາແລ້ວ 16 ສັດຕຣູຂອງຂ້າພຣະອົງໄດ້ຕັດມັນລົງແລະຈູດຖິ້ມ ຂໍພຣະອົງຊົງທຳລາຍເຂົາດ້ວຍຄວາມຄຽດຮ້າຍ 17 ຂໍພຣະອົງຊົງຄຸ້ມຄອງຮັກສາຄົນທີ່ພຣະອົງຊົງເລືອກໄວ້ ຄືຜູ້ທີ່ພຣະອົງຊົງທຳໃຫ້ແຂງແຮງຂຶ້ນ 18 ແລ້ວຂ້າພຣະອົງທັງຫລາຍຈະບໍ່ຫນີຈາກພຣະອົງອີກ ຂໍຊົງໂຜດໃຫ້ຂ້າພຣະອົງທັງຫລາຍມີຊີວິດ ແລະຂ້າພຣະອົງທັງຫລາຍຈະສັຣເສີນພຣະອົງ 19 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຈັກກະວານ ຂໍຊົງນຳຂ້າພຣະອົງທັງຫລາຍກັບຄືນສູ່ສະພາບເດີມ ຂໍພຣະພັກຂອງພຣະອົງທໍແສງ ເພື່ອຂ້າພຣະອົງທັງຫລາຍຈະພົ້ນພັຍ
ພຣະຄຸນຂອງພຣະເຈົ້າແລະຄວາມຫລົງເຈີ່ນຂອງອິສຣາເອນ ເຖິງຫົວຫນ້ານັກຮ້ອງທຳນອງກິດຕີ ຂອງອາສາຟ
1 ຈົ່ງຮ້ອງເພງຖວາຍພຣະເຈົ້າ ພຣະກຳລັງຂອງພວກເຮົາ ຈົ່ງໂຮ່ຮ້ອງດ້ວຍຄວາມຊື່ນບານຖວາຍແດ່ພຣະເຈົ້າຂອງຢາໂຄບ 2 ຈົ່ງເປັ່ງສຽງເພງ ຈົ່ງຕີຣຳມະນາ ທັງພີນເຂົາຄູ່ອັນໄພເຣາະ ແລະພີນໃຫຍ່ 3 ຈົ່ງເປົ່າແກເມື່ອຮອດມື້ເດືອນອອກໃຫມ່ ແລະເດືອນເຕັມດວງ ໃນວັນສລອງເທສການ 4 ເພາະເປັນພຣະບັນຍັດຂອງອິສຣາເອນ ເປັນລະບຽບຂອງພຣະເຈົ້າຂອງຢາໂຄບ 5 ພຣະອົງຊົງກະທຳໃຫ້ເປັນຄຳສັ່ງໃນໂຢເຊັບ ເມື່ອພຣະອົງຊົງອອກໄປສູ່ແຜ່ນດິນຂອງເອຢິບ ຂ້າພະເຈົ້າໄດ້ຍິນສຽງຊຶ່ງຂ້າພະເຈົ້າບໍ່ເຄີຍຮູ້ຈັກ 6 ວ່າ, “ເຮົາໄດ້ເອົາພາຣະຂອງເຂົາອອກຈາກບ່າ ມື້ຂອງເຂົາເຣົາໃຫ້ເປັນອິສຣະພົ້ນຈາກກະຕ່າ 7 ເມື່ອທຸກໃຈເຈົ້າເອີ້ນ ເຮົາກໍຊ່ອຍກູ້ເຈົ້າ ເຮົາຕອບເຈົ້າໃນທີ່ລັບລີ້ຂອງຟ້າຮ້ອງ ເຮົາໄດ້ທົດລອງເຈົ້າທີ່ແມ່ນ້ຳເມຣີບາ 8 ປະຊາກອນຂອງເຮົາເອີຍ ຈົ່ງຟັງ ແລ້ວເຮົາຈະທັກທ້ວງເຈົ້າ ໂອ ອິສຣາເອນເອີຍ ເຈົ້າຫນ້າຈະຟັງເຣົາແລ້ວ 9 ຢ່າມີພຣະອື່ນໃດຖ້າມກາງເຈົ້າເລີຍ ຢ່າຂາບໄຫວ້ພຣະຂອງຊາວຕ່າງຊາດນັ້ນ 10 ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຜູ້ໄດ້ພາເຈົ້າອອກມາຈາກແຜ່ນດິນເອຢິບ ອ້າປາກຂອງເຈົ້າໃຫ້ກວ້າງເຖີດ ເຮົາຈະປ້ອນເຈົ້າໃຫ້ອີ່ມ 11 “ແຕ່ປະຊາກອນຂອງເຮົາບໍ່ຟັງສຽງຂອງເຮົາ ອິສຣາເອນບໍ່ຍອມຮັບເຮົາເລີຍ 12 ເຮົາຈຶ່ງມອບເຂົາໄວ້ແກ່ຈິດໃຈດື້ດ້ານຂອງເຂົາເອງ ໃຫ້ຕາມຄຳປຶກສາຂອງເຂົາເອງ 13 ປະຊາກອນຂອງເຮົາ ຫນ້າຈະຟັງເຮົາ ແລະອິສຣາເອນຫນ້າຈະເດີນໃນທາງທັງຫລາຍຂອງເຮົາ 14 ແລ້ວເຮົາຈະໃຫ້ສັດຕຣູຂອງເຂົານອບນ້ອມລົງ ແລະຈະຫັນມືຂອງເຮົາຕໍ່ສູ້ສັດຕຣູຂອງເຂົາ 15 ບັນດາຜູ້ທີ່ກຽດຊັງພຣະຜູ້ເປັນເຈົ້າ ຈະຫມອບຣາບຕໍ່ເຂົາ ແລະເວລາຂອງເຂົາຈະຢັ້ງຍືນຢູ່ເປັນນິດ” 16 ພຣະອົງຈະຊົງລ້ຽງເຂົາດ້ວຍເຂົ້າສາລີຢ່າງດີທີ່ສຸດ “ເຮົາຈະໃຫ້ເຈົ້າພໍໃຈດ້ວຍນ້ຳເຜິ້ງທີ່ມາຈາກຫີນ”
ຊົງຂະຫນາບການຕັດສີນທີ່ອະທັມ ເພງສັຣເສີນ ຂອງອາສາຟ
1 ພຣະເຈົ້າຊົງເຂົ້າປະທັບໃນສະພາຂອງພຣະເຈົ້າ ພຣະອົງຊົງທຳການພິພາກສາຖ້າມກາງພຣະທັງຫລາຍວ່າ, 2 “ທ່ານຈະຕັດສິນຢ່າງຍຸດຕິທັມ ແລະສະແດງຄວາມລຳອຽງຂ້າງຄົນອະທັມດົນປານໃດ 3 ຈົ່ງໃຫ້ຄວາມຍຸດຕິທັມແກ່ຄົນອ່ອນເປັ້ຽແລະກຳພ້າພໍ່ ຈົ່ງດຳຣົງສິດຂອງຜູ້ທີ່ທຸກຍາກ ແລະຄົນສິ້ນເນື້ອປະດາຕົວ 4 ຈົ່ງຊ່ອຍຄົນອ່ອນເປັ້ຽແລະຄົນຂັດສົນໃຫ້ພົ້ນ ຊ່ອຍກູ້ເຂົາຈາກມືຂອງຄົນອະທັມ” 5 ເຂົາທັງຫລາຍບໍ່ຮູ້ແລະບໍ່ເຂົ້າໃຈ ເຂົາຍ່າງໄປມາໃນຄວາມມືດ ຮາກທັງສິ້ນຂອງແຜ່ນດິນໂລກກໍຫວັ່ນໄຫວ 6 ເຮົາໄດ້ກ່າວວ່າ, “ທ່ານທັງຫລາຍເປັນພຣະ ເປັນບຸດອົງສູງສຸດ ທ່ານທຸກຄົນນັ້ນແຫລະ 7 ເຖິງປານນັ້ນ ທ່ານຈະຕາຍຢ່າງມະນຸດ ແລະລົ້ມລົງເຫມືອນເຈົ້ານາຍຄົນນຶ່ງຄົນໃດ” 8 ຂ້າແດ່ພຣະເຈົ້າ ຂໍຊົງລຸກຂຶ້ນພິພາກສາແຜ່ນດິນໂລກ ເພາະບັນດາປະຊາຊາດທັງສິ້ນເປັນຂອງພຣະອົງ
ຂໍຊົງທຳລາຍສັດຕຣູຂອງອິສຣາເອນ ບົດເພງ ເພງສັຣເສີນ ຂອງອາສາຟ
1 ຂ້າແດ່ພຣະເຈົ້າ ຂໍຢ່າຊົງມິດງຽບຢູ່ ຂ້າແດ່ພຣະເຈົ້າ ຂໍຢ່າຊົງງຽບແລະເສີຍເມີຍ 2 ເບີ່ງແມ໋, ສັດຕຣູຂອງພຣະອົງສັບສົນອົນລະຫມ່ານ ບັນດາຜູ້ທີ່ຊັງພຣະອົງໄດ້ຍົກຫົວຂອງເຂົາຂຶ້ນ 3 ເຂົາວາງແຜນປອງຮ້າຍໄພ່ພົນຂອງພຣະອົງ ເຂົາປຶກສາກັນສູ້ຜູ້ທີ່ພຣະອົງຊົງທະນຸຖະນອມ 4 ເຂົາເວົ້າວ່າ, “ມາເຖີດ, ໃຫ້ເຮົາກວາດເຂົາອອກຈາກການເປັນປະຊາຊາດ ຢ່າໃຫ້ລະນຶກເຖິງຊື່ອິສຣາເອນອີກຕໍ່ໄປ” 5 ເຂົາປອງຮ້າຍເປັນໃຈດຽວກັນ ເຂົາເຮັດຄຳສັນຍາສູ້ພຣະອົງ 6 ຄືເຕັນຂອງເອໂດມ ແລະຄົນຍິຊມາເອນ ໂມອາບ ແລະຄົນຮາກາ 7 ເກບານ ອັມໂມນ ແລະ ອາມາເລກ ຟີລິສຕີນ ກັບຊາວເມືອງຕີເຣ 8 ອັສຊີເຣັຽກໍສົມທົບເຂົາເຫມືອນກັນ ເຂົາເປັນແຂນຂອງລູກຫລານຂອງໂລດ 9 ຂໍຊົງທຳກັບເຂົາຢ່າງພຣະອົງຊົງກະທຳກັບມີດີອານ ຢ່າງທີ່ທຳກັບສິເຊຣາ ແລະຢາບິນ ທີ່ແມ່ນ້ຳກີໂຊນ 10 ຜູ້ຖືກທຳລາຍທີ່ເມືອງເອນໂດຣ໌ ຜູ້ກາຍເປັນປຸ່ຍຂອງດິນ 11 ຂໍຊົງທຳຕໍ່ຜູ້ນຳຂອງເຂົາເຫມືອນໂອເຣັບ ແລະເຊເອັບ ຕໍ່ເຈົ້ານາຍຂອງເຂົາເຫມືອນເຊບາ ແລະຊັນມຸນນາ 12 ຜູ້ທີ່ກ່າວວ່າ, “ໃຫ້ເຮົາເອົາທົ່ງຫຍ້າຂອງພຣະເຈົ້າ ມາເປັນກຳມະສິດຂອງເຮົາເຖີດ” 13 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍຊົງທຳເຂົາໃຫ້ເຫມືອນຜົງຂີ້ດິນທີ່ວົນວຽນເຫມືອນແກບຕໍ່ຫນ້າລົມ 14 ເຫມືອນດັ່ງໄຟເຜົາຜານປ່າໄມ້ ເຫມືອນດັ່ງແປວໄຟທີ່ໄຫມ້ເນີນພູຢູ່ນັ້ນ 15 ຂໍຊົງຕິດຕາມເຂົາໄປດ້ວຍພາຍຸຂອງພຣະອົງ ແລະຊົງທຳໃຫ້ເຂົາຢ້ານກົວດ້ວຍລົມຮ້າຍແຮງຂອງພຣະອົງ 16 ຊົງໃຫ້ຫນ້າຂອງເຂົາມີຄວາມອາຍ ຂ້າແດ່ພຣະຜູ້ເປັນເຈົ້າ ເພື່ອເຂົາຈະໄດ້ສtແsວງຫາພຣະນາມຂອງພຣະອົງ 17 ຂໍໃຫ້ເຂົາອັບອາຍ ແລະຢ້ານຢູ່ເປັນນິດ ໃຫ້ເຂົາອົດສູແລະພິນາດໄປ 18 ໃຫ້ເຂົາທັງຫລາຍຮູ້ວ່າພຣະອົງຜູ້ດຽວ ຜູ້ຊົງພຣະນາມວ່າພຣະຜູ້ເປັນເຈົ້າ ຊົງເປັນຜູ້ສູງສຸດເຫນືອແຜ່ນດິນໂລກທັງສິ້ນ
ຢາກຢູ່ໃນພຣະວິຫານຂອງພຣະເຈົ້າ ເຖິງຫົວຫນ້ານັກຮ້ອງ ທຳນອງກິດຕີ ຂອງຄນະໂກຣາ ເພງສັຣເສີນ
1 ຂ້າແດ່ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຂ້າພຣະອົງຮັກ ແລະຢາກຢູ່ໃນພຣະວິຫານຂອງພຣະອົງອີ່ຫລີ 2 ຂ້າພຣະອົງຢູ່ໃນບໍຣິເວນພຣະວິຫານຂອງພຣະອົງ ໂອ ພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ຂ້າພຣະອົງຮ້ອງເພງຢ່າງມ່ວນຊື່ນດ້ວຍຫມົດຈິດຫມົດໃຈ 3 ຂ້າແດ່ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຜູ້ຊົງເປັນເຈົ້າຊີວິດ ແລະພຣະເຈົ້າຂອງຂ້າພຣະອົງ ນົກຈອກແລະນົກແອ່ນກໍຍັງມີຮັງຢູ່ ພວກມັນຮັກສາລູກນ້ອຍຂອງມັນໄວ້ໃກ້ແທ່ນບູຊາຂອງພຣະອົງ 4 ຄວາມສຸກເປັນຂອງຄົນທີ່ອາໄສຢູ່ໃນພຣະວິຫານຂອງພຣະອົງ ຄືຜູ້ທີ່ຮ້ອງເພງສັຣເສີນພຣະອົງຢູ່ບໍ່ຂາດ 5 ຄວາມສຸກເປັນຂອງຄົນທີ່ໄດ້ຮັບເຫື່ອແຮງມາຈາກພຣະອົງ ແລະຢາກເດີນທາງໄປນະມັສການທີ່ພູຊີໂອນ 6 ຂນະທີ່ ເຂົາເດີນທາງຜ່ານໄປໃນຮ່ອມພູທີ່ແຫ້ງແລ້ງ ບ່ອນນັ້ນກໍກາຍເປັນບ່ອນທີ່ບໍ່ມີນ້ຳ ເມື່ອຣະດູຝົນມາບ່ອນນັ້ນກໍເຕັມໄປດ້ວຍນ້ຳ 7 ໃນຂນະທີ່ເຂົາຍ່າງໄປ ເຂົາໄດ້ມີແຮງຂຶ້ນຫລາຍ ກວ່າເກົ່າ ເຂົາຈະເຫັນພຣະເຈົ້າຂອງພຣະທັງຫລາຍເທິງພູຊີໂອນ 8 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງຈັກກະວານ ຂໍຊົງຟັງສຽງອ້ອນວອນຂອງຂ້າພຣະອົງ ພຣະເຈົ້າຂອງຢາໂຄບ ຂໍຊົງຟັງສຽງຂອງຂ້າພຣະອົງດ້ວຍ 9 ຂ້າແດ່ພຣະເຈົ້າ ຂໍຊົງອວຍພຣະພອນແກ່ເຈົ້າຊີວິດຂອງຂ້າພຣະອົງຜູ້ທີ່ພຣະອົງຊົງເລືອກໄວ້ແລ້ວ 10 ຢູ່ໃນພຣະວິຫານຂອງພຣະອົງພຽງມື້ດຽວ ກໍມີຄວາມສຸກກວ່າພັນມື້ໃນແຫ່ງອື່ນ ຂ້າພຣະອົງຢາກຢືນຢູ່ໃກ້ປະຕູພຣະວິຫານຂອງພຣະເຈົ້າຫລາຍ ກວ່າທີ່ຈະຢູ່ໃນເຮືອນຂອງຄົນຊົ່ວຮ້າຍ 11 ເພາະພຣະເຈົ້າຊົງເປັນດວງອາທິດ ແລະເປັນໂລ່ ພຣະອົງຊົງປູນຄວາມຊອບທັມແລະໃຫ້ກຽດ ພຣະເຈົ້າບໍ່ໄດ້ຊົງຫວງຂອງດີອັນໃດໄວ້ເລີຍ ຈາກບຸກຄົນຜູ້ເດີນຢ່າງທ່ຽງທັມ 12 ຂ້າແດ່ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຄວາມສຸກເປັນຂອງຜູ້ທີ່ເຊື່ອໄວ້ວາງໃຈໃນພຣະອົງ
ການອ້ອນວອນສຳລັບຄວາມດີຂອງຊົນຊາດ ອິສຣາເອນ ເຖິງຫົວຫນ້ານັກຮ້ອງ ຂອງຄນະໂກຣາ ເພງສັຣເສີນ
1 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເມດຕາຜືນແຜ່ນດິນຂອງພຣະອົງ ພຣະອົງຊົງເຮັດໃຫ້ອິສຣາເອນຈະເຣີນຂຶ້ນໃຫມ່ 2 ພຣະອົງໃຫ້ອະພັຍບາບແກ່ໄພ່ພົນຂອງພຣະອົງ ແລະຍົກໂທດໃນຄວາມຜິດທຸກຢ່າງຂອງເຂົາ 3 ພຣະອົງຊົງເຊົາຄວາມຄຽດເຂົາ ແລະບໍ່ຊົງພຣະພິໂຣດເຂົາຕໍ່ໄປອີກ 4 ພຣະຜູ້ຊ່ອຍຂອງຂ້າພຣະອົງທັງຫລາຍ ຂໍພຣະອົງຊົງນຳພາຂ້າພຣະອົງກັບຄືນອີກ ຂໍຊົງຄາຍຄວາມຄຽດແຄ້ນຈາກຂ້າພຣະອົງທັງຫລາຍ 5 ພຣະອົງຊົງພຣະພິໂຣດຂ້າພຣະອົງທັງຫລາຍຕລອດໄປບໍ່? ຄວາມພິໂຣດຂອງພຣະອົງຈະບໍ່ສິ້ນສຸດລົງຈັກເທື່ອບໍ່? 6 ຂໍພຣະອົງຊົງໃຫ້ຂ້າພຣະອົງທັງຫລາຍມີແຮງຂຶ້ນມາໃຫມ່ອີກ ແລະໄພ່ພົນຂອງພຣະອົງຈະສັຣເສີນພຣະອົງ 7 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງສະແດງຄວາມຮັກຫມັ້ນຄົງຂອງພຣະອົງແກ່ຂ້າພຣະອົງທັງຫລາຍ ແລະຊົງຊ່ອຍໃຫ້ຂ້າພຣະອົງທັງຫລາຍພົ້ນພັຍດ້ວຍ 8 ຂ້າພຣະອົງກຳລັງຟັງສິ່ງທີ່ພຣະເຈົ້າຈະກ່າວ ພຣະອົງຊົງສັນຍາວ່າ ຖ້າຂ້າພຣະອົງທັງຫລາຍບໍ່ຫັນໄປເປັນຄົນໂງ່ທີ່ເຮັດຜິດອີກ ພຣະອົງຈະຊົງປະທານສັນຕິສຸກແກ່ຂ້າພຣະອົງທັງຫລາຍຊຶ່ງເປັນໄພ່ພົນຂອງພຣະອົງ 9 ແນ່ນອນທີ່ສຸດ ພຣະອົງຊົງຕຽມພ້ອມເພື່ອຈະຊ່ອຍຜູ້ທີ່ຖວາຍກຽດແດ່ພຣະອົງໃຫ້ພົ້ນພັຍ ແລະຣັສມີຂອງພຣະອົງຈະຄົງຢູ່ໃນແຜ່ນດິນຂອງຂ້າພຣະອົງທັງຫລາຍ 10 ຄວາມຮັກແລະຄວາມສັດຊື່ສຸດຈະຣິດຈະມາພ້ອມກັນ ຄວາມຊອບທັມແລະຄວາມສງົບສຸກຈະພົບພໍ້ກັນ 11 ຄວາມສັດຊື່ສຸດຈະຣິດຂອງມະນຸດຈະເກີດມີຂຶ້ນໃນແຜ່ນດິນນີ້ແລະຄວາມຊອບທັມຂອງພຣະເຈົ້າຈາກຟ້າສວັນຈະສອດສ່ອງລົງມາເທິງເຂົາ 12 ພຣະຜູ້ເປັນເຈົ້າຈະຊົງທຳໃຫ້ພວກເຮົາຈະເຣີນຂຶ້ນ ແລະການເກັບກ່ຽວ ໃນແຜ່ນດິນຂອງພວກເຮົາກໍເກີດດອກອອກຜົນຫມັ້ນຄົງສົມບູນ 13 ຄວາມຊອບທັມຈະມາກ່ອນພຣະຜູ້ເປັນເຈົ້າ ເພື່ອຈັດຕຽມຫົນທາງສຳລັບພຣະອົງ
ຄຳອ້ອນວອນຂໍພຣະເຈົ້າຊົງພຣະກະຣຸນາຄຸນຢ່າງບໍ່ຢຸດຢັ້ງ ຄຳອ້ອນວອນ ຂອງດາວິດ
1 ຂ້າແດ່ພຣະເຈົ້າ ຂໍຊົງງ່ຽງພຣະກັນຕອບຂ້າພຣະອົງ ເພາະຂ້າພຣະອົງຍາກຈົນແລະຂັດສົນ 2 ຂໍຊົງສງວນຊີວິດຂ້າພຣະອົງໄວ້ ເພາະຂ້າພຣະອົງເປັນໄພ່ພົນ ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍຊົງຊ່ອຍຜູ້ຮັບໃຊ້ຂອງພຣະອົງຜູ້ວາງໃຈໃນພຣະອົງ 3 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງພຣະກະຣຸນາຕໍ່ຂ້າພຣະອົງ ເພາະຂ້າພຣະອົງຮ້ອງທູນຕໍ່ພຣະອົງຕລອດວັນ 4 ຂໍຊົງໃຫ້ຈິດໃຈຜູ້ຮັບໃຊ້ຂອງພຣະອົງຍິນດີ ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້າພຣະອົງຕັ້ງໃຈແນ່ວແນ່ໃນພຣະອົງ 5 ຂ້າແດ່ອົງພຣະຜູ້ເປັນເຈົ້າ ເພາະພຣະອົງປະເສີດແລະຊົງພ້ອມທີ່ຈະປະທານອະພັຍ ອຸດົມດ້ວຍຄວາມຮັກຫມັ້ນຄົງຕໍ່ບັນດາຜູ້ຮ້ອງທູນພຣະອົງ 6 ຂ້າແດ່ພຣະເຈົ້າ ຂໍຊົງງ່ຽງຫູຟັງຄຳທູນອະທິຖານຂອງຂ້າພຣະອົງ ຂໍຊົງສະດັບສຽງຮ້ອງທູນວິງວອນຂອງຂ້າພຣະອົງ 7 ໃນວັນລຳບາກຂອງຂ້າພຣະອົງ ຂ້າພຣະອົງຮ້ອງທູນພຣະອົງ ເພາະພຣະອົງຊົງຕອບຂ້າພຣະອົງ 8 ຂ້າແດ່ອົງພຣະຜູ້ເປັນເຈົ້າ ໃນບັນດາພຣະບໍ່ມີຜູ້ໃດເຫມືອນພຣະອົງ ແລະບໍ່ມີກິຈການໃດໆເຫມືອນພຣະຣາຊກິຈຂອງພຣະອົງ 9 ຂ້າແດ່ອົງພຣະຜູ້ເປັນເຈົ້າ ບັນດາປະຊາຊາດທີ່ພຣະອົງຊົງສ້າງ ຈະມາກາບລົງຕໍ່ພຣະອົງ ແລະຈະເທິດທູນພຣະນາມຂອງພຣະອົງ 10 ເພາະພຣະອົງຍິ່ງໃຫຍ່ ແລະຊົງກະທຳການອັດສະຈັນ ພຣະອົງແຕ່ອົງດຽວຊົງເປັນພຣະເຈົ້າ 11 ຂ້າແດ່ພຣະເຈົ້າ ຂໍຊົງສອນຂ້າພຣະອົງໃຫ້ຮູ້ຈັກທາງຂອງພຣະອົງ ເພື່ອຂ້າພຣະອົງຈະດຳເນີນໃນຄວາມຈິງຂອງພຣະອົງ ຂໍຊົງສຳຣວມໃຈຂອງຂ້າພຣະອົງໃຫ້ຢຳເກງພຣະນາມຂອງພຣະອົງ 12 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງໂມທະນາພຣະຄຸນພຣະອົງດ້ວຍສິ້ນສຸດໃຈ ແລະຂ້າພຣະອົງຈະເທີດທູນພຣະນາມຂອງພຣະອົງເປັນນິດ 13 ເພາະຄວາມຮັກຫມັ້ນຄົງຂອງພຣະອົງທີ່ຊົງມີຕໍ່ຂ້າພຣະອົງນັ້ນຍິ່ງໃຫຍ່ນັກ ແລະພຣະອົງຊົງຊ່ອຍກູ້ຈິດວິນຍານຂອງຂ້າພຣະອົງຈາກທີ່ເລິກຂອງແດນຜູ້ຕາຍ 14 ຂ້າແດ່ພຣະເຈົ້າ ຄົນຍິ່ງຍະໂສໄດ້ລຸກຂຶ້ນຕໍ່ສູ້ຂ້າພຣະອົງ ຄົນທີ່ໄຮ້ຄວາມປານີຊອກຊີວິດຂອງຂ້າພຣະອົງ ເຂົາບໍ່ໄດ້ເອົາພຣະອົງມາວາງໄວ້ຕໍ່ຫນ້າເຂົາ 15 ຂ້າແດ່ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງຊົງເປັນພຣະເຈົ້າປະກອບດ້ວຍພຣະກະຣຸນາ ແລະພຣະເມດຕາ ຊົງໂກດຊ້າ ແລະອຸດົມດ້ວຍຄວາມຮັກຫມັ້ນຄົງ ແລະຄວາມສັຕສຸດຈະຣິດ 16 ຂໍຊົງຫັນມາເມດຕາຂ້າພຣະອົງ ຂໍປະທານພຣະກຳລັງແກ່ຜູ້ຮັບໃຊ້ຂອງພຣະອົງ ແລະຂໍຊົງຊ່ອຍຊີວິດບຸດຊາຍຂອງຍີງຄົນໃຊ້ຂອງພຣະອົງ 17 ຂໍປະທານຫມາຍສຳຄັນແຫ່ງຄວາມໂປດປານຂອງພຣະອົງແກ່ຂ້າພຣະອົງ ເພື່ອຄົນທີ່ກຽດຊັງຂ້າພຣະອົງຈະເຫັນ ແລະຈະໄດ້ອາຍ ຂ້າແດ່ພຣະເຈົ້າ ເພາະພຣະອົງໄດ້ຊົງຊ່ອຍຂ້າພຣະອົງ ແລະຊົງເລົ້າໂລມຂ້າພຣະອົງ
ໂອກາດພິເສດຂອງການທີ່ຢູ່ໃນຊີໂອນ ຂອງຄນະໂກຣາ ເພງສັຣເສີນ ບົດເພງ
1 ຮາກຖານຂອງພຣະອົງຢູ່ເທິງພູສັກສິດ 2 ພຣະເຈົ້າຊົງຮັກປະຕູຊີໂອນຫລາຍຍິ່ງກວ່າທີ່ອາໄສແຫ່ງໃດໆຂອງຢາໂຄບ 3 ໂອ ນະຄອນແຫ່ງພຣະເຈົ້າເອີຍ ເຂົາກ່າວສັຣເສີນທ່ານ 4 ໃນບັນດາຜູ້ທີ່ຮູ້ຈັກເຮົາ ເຮົາລະບຸຊື່ ຣາຮັບ ແລະບາບິໂລນ ເບິ່ງແມ໋, ຟິລິສຕິນ ຕີເຣ ແລະ ເອທີໂອເປັຽ ເຂົາກ່າວກັນວ່າ, “ຜູ້ນີ້ເກີດທີ່ນັ້ນ” 5 ແລະເຂົາຈະເວົ້າເຣື່ອງຊີໂອນວ່າ, “ຜູ້ນີ້ແລະຜູ້ນັ້ນເກີດໃນເມືອງນັ້ນ” ເພາະພຣະອົງຜູ້ສູງສຸດນັ້ນແຫລະຈະສະຖາປະນາເມືອງນັ້ນໄວ້ 6 ຂນະທີ່ພຣະເຈົ້າ ຊົງຈົດຊົນຊາດທັງຫລາຍ ພຣະອົງຊົງບັນທຶກວ່າ, “ຜູ້ນີ້ເກີດທີ່ນັ້ນ” 7 ນັກຮ້ອງແລະນັກເຕັ້ນຣຳກ່າວກັນວ່າ, “ນ້ຳພຸທັງສິ້ນຂອງເຮົາຢູ່ທີ່ເຈົ້າ”
ຄຳອ້ອນວອນຂໍຊົງຊ່ອຍກູ້ຈາກຄວາມຕາຍ ບົດເພງ ເພງສັຣເສີນຂອງຄນະໂກຣາ ເຖິງຫົວຫນ້ານັກຮ້ອງ ທຳນອງມາຮາລາທເລອານໂນທ ມັສຄີລບົດນຶ່ງຂອງເຮມານ ຕະກູນເອັຊຣາ
1 ຂ້າແດ່ພຣະເຈົ້າ ພຣະເຈົ້າແຫ່ງຄວາມລອດຂອງຂ້າພຣະອົງ ເມື່ອຂ້າພຣະອົງຮ້ອງທູນຕໍ່ພຣະອົງໃນກາງຄືນ 2 ຂໍຄຳອ້ອນວອນຂອງຂ້າພຣະອົງມາຈຳເພາະເບື້ອງພຣະພັກຂອງພຣະອົງ ຂໍຊົງງ່ຽງພຣະກັນຟັງຄຳຮ້ອງທູນຂອງຂ້າພຣະອົງ 3 ເພາະຈິດໃຈຂອງຂ້າພຣະອົງລຳບາກເຕັມທີ ແລະຊີວິດຂອງຂ້າພຣະອົງເຂົ້າໃກ້ແດນຜູ້ຕາຍ 4 ເຂົານັບຂ້າພຣະອົງໃນບັນດາຜູ້ທີ່ລົງໄປຍັງປາກແດນ ຂ້າພຣະອົງເຫມືອນຊາຍທີ່ບໍ່ມີກຳລັງ 5 ເຫມືອນຄົນທີ່ເຂົາຖິ້ມໄວ້ຖ້າມກາງຄົນຕາຍ ເຫມືອນຄົນຖືກຂ້າທີ່ນອນຢູ່ໃນຫລຸມສົບທີ່ພຣະອົງບໍ່ໄດ້ລະລຶກເຖິງອີກ ເພາະເຂົາທັງຫລາຍຖືກພາກເສັຽຈາກພຣະຫັດຂອງພຣະອົງ 6 ພຣະອົງຊົງໃສ່ຂ້າພຣະອົງໄວ້ໃນສ່ວນເລິກຂອງປາກແດນຜູ້ຕາຍໃນແດນທີ່ມືດແລະເລິກ 7 ພຣະພິໂຣດຂອງພຣະອົງຫນັກຢູ່ເທິງຂ້າພຣະອົງ ແລະພຣະອົງຊົງທັບຖົມຂ້າພຣະອົງດ້ວຍຄື່ນແຫ່ງຄວາມໂກດຮ້າຍຂອງພຣະອົງ 8 ພຣະອົງຊົງໃຫ້ເພື່ອນຂອງຂ້າພຣະອົງເຫີນຫ່າງຈາກຂ້າພຣະອົງ ພຣະອົງຊົງກະທຳໃຫ້ຂ້າພຣະອົງເປັນທີ່ຫນ້າກຽດຊັງຂອງເຂົາທັງຫລາຍ ຂ້າພຣະອົງຖືກຂັງ ຂ້າພຣະອົງຈຶ່ງອອກໄປບໍ່ໄດ້ 9 ນັຍຕາຂອງຂ້າພຣະອົງມົວໄປເພາະຄວາມທຸກ ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຮ້ອງທູນພຣະອົງທຸກມື້ ຂ້າພຣະອົງຊູມືຂຶ້ນຕໍ່ພຣະອົງ 10 ພຣະອົງຊົງກະທຳການອັດສະຈັນເພື່ອຄົນຕາຍຫລື ຊາວແດນຜູ້ຕາຍລຸກຂຶ້ນສັຣເສີນພຣະອົງໄດ້ຫລື 11 ເຂົາປະກາດຄວາມຮັກຫມັ້ນຄົງຂອງພຣະອົງໃນຫລຸມຝັງສົບຫລື ຫລືປະກາດຄວາມສັຕສຸດຈະຣິດໃນແດນພິນາດຫລື 12 ໃຈຄວາມມືດເຂົາຮູ້ຈັກການອັດສະຈັນຂອງພຣະອົງຫລື ໃນແຜ່ນດິນແຫ່ງຄວາມຫລົງລືມ ເຂົາຮູ້ຈັກການຊ່ອຍກູ້ຂອງພຣະອົງຫລື 13 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ຂ້າພຣະອົງຮ້ອງຫາຕໍ່ ພຣະອົງ ໃນເວລາເຊົ້າຄຳອ້ອນວອນຂອງຂ້າພຣະອົງຂຶ້ນໄປຫາພຣະອົງ 14 ຂ້າແດ່ພຣະຜູ້ເປັນເຈົ້າ ເປັນຫຍັງພຣະອົງຊົງໂຍນຂ້າພຣະອົງອອກໄປເສັຽ ເປັນຫຍັງພຣະອົງຊົງເຊື່ອງພຣະພັກເສັຽຈາກຂ້າພຣະອົງ 15 ຕັ້ງແຕ່ເປັນຫນຸ່ມມາ ຂ້າພຣະອົງທຸກຍາກແລະໃກ້ຄວາມຕາຍ ຍ້ອນຖືກພຣະອົງລົງໂທດ 16 ພຣະພິໂຣດຂອງພຣະອົງກວາດໄປເຫນືອຂ້າພຣະອົງ ສິ່ງທີ່ຫນ້າຢ້ານຈາກພຣະອົງທຳລາຍຂ້າພຣະອົງ 17 ມັນລ້ອມຂ້າພຣະອົງໄວ້ຕລອດວັນເຫມືອນດັ່ງນ້ຳຖ້ວມ ມັນອ້ອມຮອບຂ້າພຣະອົງໄວ້ທຸກດ້ານ 18 ພຣະອົງຊົງໃຫ້ຄົນຮັກ ແລະສະຫາຍຫ່າງເຫີນຈາກຂ້າພຣະອົງ ພວກເພື່ອນຂອງຂ້າພຣະອົງຢູ່ໃນຄວາມມືດ
ຄຳສັນຍາຂອງພຣະເຈົ້າທີ່ມີຕໍ່ດາວິດ ມັສຄິລບົດນຶ່ງ ຂອງເອທານ ຊາວເອັຊຣາ
1 ຂ້າພຣະອົງຈະຮ້ອງເພງເຖິງຄວາມຮັກຫມັ້ນຄົງຂອງພຣະເຈົ້າເປັນນິດ ດ້ວຍປາກຂອງຂ້າພຣະອົງ ຂ້າພຣະອົງຈະປະກາດຄວາມສັຕສຸດຈະຣິດຂອງພຣະອົງຕລອດທຸກຊົ່ວຊາດພັນ 2 ດ້ວຍຂ້າພະເຈົ້າໄດ້ກ່າວແລ້ວວ່າຄວາມຮັກຫມັ້ນຄົງຂອງພຣະອົງຈະຕັ້ງຢູ່ເປັນນິດ ແນ່ນອນທີ່ສຸດພຣະອົງຈະສະຖາປະນາຄວາມສັຕສຸດຈະຣິດຂອງພຣະອົງໃນຟ້າສວັນ 3 “ເຮົາໄດ້ກະທຳຄຳສັນຍາກັບຜູ້ທີ່ຖືກເລືອກຂອງເຮົາ ເຮົາໄດ້ປະຕິຍານກັບດາວິດຜູ້ຮັບໃຊ້ຂອງເຣົາ 4 ວ່າ ເຮົາຈະສະຖາປະນາເຊື້ອສາຍຂອງເຈົ້າໄວ້ເປັນນິດ ແລະຈະສ້າງບັນລັງຂອງເຈົ້າໄວ້ທຸກຊົ່ວຊາດອາຍຸຄົນ” 5 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຟ້າສວັນຈົ່ງສັຣເສີນການອັດສະຈັນຂອງພຣະອົງ ແລະສັຣເສີນຄວາມສັຕສຸດຈະຣິດຂອງພຣະອົງໃນທີ່ປະຊຸມຂອງບັນດາທ່ານຜູ້ບໍຣິສຸດ 6 ໃນສວັນບໍ່ມີຜູ້ໃດຈະປຽບກັບພຣະເຈົ້າໄດ້ ໃນບັນດາຊາວສວັນບໍ່ມີໃຜຈະເຫມືອນພຣະເຈົ້າ 7 ຄືອົງພຣະເຈົ້າຜູ້ເປັນທີ່ເຄົາຣົບນັບຖືໃນສະພາບັນດາຜູ້ບໍຣິສຸດຍິ່ງໃຫຍ່ແລະຫນ້າເກງກົວເຫນືອກວ່າທັງສິ້ນທີ່ຢູ່ອ້ອມພຣະອົງ 8 ຂ້າແດ່ພຣະເຈົ້າຈອມໂຍທາ ຂ້າແດ່ພຣະຜູ້ເປັນເຈົ້າ ຜູ້ໃດຈະຊົງຣິດທານຸພາບເທົ່າທຽມພຣະອົງ ດ້ວຍຄວາມສັຕສຸດຈະຣິດຂອງພຣະອົງອ້ອມພຣະອົງ 9 ພຣະອົງຊົງປົກຄອງຄື້ນທະເລກວ້າງທີ່ມີກຳລັງແຮງ ເມື່ອຄື້ນສູງຂຶ້ນພຣະອົງຊົງໃຫ້ສງົບລົງ 10 ພຣະອົງຊົງຢຽບຣາຮັບເຫມືອນຜູ້ຖືກຂ້າ ພຣະອົງຊົງກະຈາຍສັດຕຣູຂອງພຣະອົງ ດ້ວຍພຣະກອນຊົງຣິດຂອງພຣະອົງ 11 ຟ້າສວັນເປັນຂອງພຣະອົງ ແຜ່ນດິນໂລກເປັນຂອງພຣະອົງດ້ວຍ ພຣະອົງໄດ້ຊົງຕັ້ງພິພົບ ແລະບັນດາສິ່ງທີ່ຢູ່ໃນນັ້ນ 12 ທິດເຫນືອແລະທິດໃຕ້ ພຣະອົງກໍໄດ້ຊົງສ້າງ ພູຕາໂບຣ໌ກັບພູເຮີໂມນ ສັຣເສີນພຣະນາມຂອງພຣະອົງຢ່າງຊື່ນບານ 13 ພຣະອົງມີພຣະກອນອັນຊົງຣິດ ພຣະຫັດຂອງພຣະອົງກໍແຂງແຮງ ພຣະຫັດຂວາຂອງພຣະອົງກໍສູງ 14 ຄວາມຊອບທັມແລະຄວາມຍຸດຕິທັມເປັນຮາກຖານແຫ່ງບັນລັງຂອງພຣະອົງ ຄວາມຮັກຫມັ້ນຄົງ ແລະຄວາມສັຕສຸດຈະຣິດເດີນນຳຫນ້າພຣະອົງ 15 ຊົນຊາດທີ່ຮູ້ຈັກໂຮ່ຮ້ອງຢ່າງຊື່ນບານ ກໍເປັນສຸກ ຂ້າແດ່ພຣະຜູ້ເປັນເຈົ້າ ຄືຜູ້ທີ່ເດີນໃນສວ່າງແຫ່ງພຣະພັກຂອງພຣະອົງ 16 ຜູ້ເຕັ້ນໂລດຢູ່ໃນພຣະນາມຂອງພຣະອົງຕລອດວັນ ແລະໄດ້ຣັບການເຊີດຊູໂດຍຄວາມຊອບທັມຂອງພຣະອົງ 17 ເພາະພຣະອົງຊົງເປັນພຣະສະງ່າຣາສີແຫ່ງກຳລັງຂອງເຂົາ ແຕ່ໂດຍຄວາມໂປດປານຂອງພຣະອົງ ກຳລັງຂອງຂ້າພຣະອົງທັງຫລາຍຈຶ່ງເພີ້ມຂຶ້ນ 18 ເພາະໂລ່ຂອງເຮົາທັງຫລາຍຂອງເຮົາເປັນຂອງພຣະຜູ້ເປັນເຈົ້າ ພຣະຣາຊາຂອງເຮົາເປັນຂອງພຣະອົງ ບໍຣິສຸດແຫ່ງອິສຣາເອນ 19 ໃນເມື່ອກ່ອນ ພຣະອົງຕຣັສດ້ວຍນິມິດແກ່ໄພ່ພົນຂອງພຣະອົງ ແລະກ່າວວ່າ, “ເຮົາໄດ້ຍົກຊາຍຫນຸ່ມຄົນນຶ່ງເຫນືອຊາຍສະກັນ ເຮົາໄດ້ເຊີດຊູຄົນທີ່ຖືກເລືອກຄົນນຶ່ງເຫນືອປະຊາຊົນ 20 ເຮົາໄດ້ພົບດາວິດຜູ້ຮັບໃຊ້ຂອງເຮົາ ເຮົາໄດ້ເຈີມເຂົາໄວ້ແລ້ວ 21 ເພື່ອວ່າມືຂອງເຮົາຈະຢູ່ກັບເຂົາເປັນນິດ ແລະແຂນຂອງເຣົາຈະເສີມກຳລັງຂອງເຂົາ 22 ສັດຕຣູຈະຫລອກເຂົາບໍ່ໄດ້ ຄົນທີ່ປະພຶດຜິດຈະຂົ່ມເຂົາບໍ່ໄດ້ 23 ເຮົາຈະຢຽບຢ່ຳສັດຕຣູຂອງເຂົາຕໍ່ຫນ້າເຂົາ ແລະຕີຜູ້ທີ່ກຽດເຂົາໃຫ້ລົ້ມລົງ 24 ຄວາມສັຕສຸດຈະຣິດ ແລະຄວາມຮັກຫມັ້ນຄົງຂອງເຮົາຈະຢູ່ນຳເຂົາ ແລະກຳລັງຂອງເຂົາຈະເປັນທີ່ເຊີດຊູໂດຍນາມຂອງເຮົາ 25 ເຮົາຈະເອົາມືຂອງເຂົາວາງໄວ້ເທິງທະເລ ແລະມືຂວາຂອງເຂົາເທິງແມ່ນ້ຳທັງຫລາຍ 26 ເຂົາຈະຮ້ອງຕໍ່ເຮົາວ່າ, “ພຣະອົງຊົງເປັນພຣະບິດາຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພຣະອົງ ແລະພຣະສີລາແຫ່ງຄວາມລອດຂອງຂ້າພຣະອົງ” 27 ແລະເຮົາຈະໃຫ້ເຂົາເປັນບຸດຫົວປີ ສູງທີ່ສຸດໃນບັນດາກະສັດແຫ່ງແຜ່ນດິນໂລກ 28 ເຮົາຈະເກັບຄວາມຮັກຫມັ້ນຄົງຂອງເຮົາໄວ້ໃຫ້ເຂົາເປັນນິດ ແລະຄຳສັນຍາຂອງເຮົາຈະຕັ້ງຫມັ້ນຄົງຢູ່ເພື່ອເຂົາ 29 ເຣົາຈະສະຖາປະນາເຊື້ອສາຍຂອງເຂົາໄວ້ເປັນນິດ ທັງບັນລັງຂອງເຂົາໃຫ້ດຳຣົງຕາບເທົ່າກາລຂອງຟ້າສວັນ 30 ຖ້າລູກຫລານຂອງເຂົາຖິ້ມກົດຫມາຍຂອງເຣົາ ແລະບໍ່ດຳເນີນຕາມລະບຽບຂອງເຮົາ 31 ຖ້າເຂົາທັງຫລາຍຝ່າຝືນຂໍ້ຄຳສັ່ງຂອງເຣົາ ແລະບໍ່ໄດ້ຮັກສາບັນຍັດຂອງເຮົາ 32 ແລ້ວເຮົາຈະລົງໂທດການລະເມີດຂອງເຂົາດ້ວຍໄມ້ແສ້ ແລະຄວາມບາບຜິດຂອງເຂົາດ້ວຍການຂ້ຽນ 33 ແຕ່ຈະບໍ່ຖອນຄວາມຮັກຫມັ້ນຄົງຂອງເຮົາໄປຈາກເຂົາ ຫລື ບໍ່ຈິງຕໍ່ຄວາມສັຕສຸດຈະຣິດຂອງເຣົາ 34 ເຮົາຈະບໍ່ຝ່າຝືນຄຳສັນຍາຂອງເຮົາ ຫລືຖອນຖ້ອຍຄຳທີ່ອອກໄປຈາກຮີມຝີປາກຂອງເຮົາ 35 ເຣົາປະຕິຍານດ້ວຍຄວາມບໍຣິສຸດຂອງເຮົາເດັດຂາດ ເຣົາຈະບໍ່ມຸສາຕໍ່ດາວິດ 36 ເຊື້ອສາຍຂອງເຂົາຈະດຳຣົງຢູ່ເປັນນິດ ບັນລັງຂອງເຂົາຈະຍືນນານຢ່າງດວງອາທິດຕໍ່ຫນ້າເຮົາ 37 ຈະສະຖາປະນາໄວ້ຢ່າງດວງຈັນເປັນນິດ ແລະສັກຂີພຍານໃນທ້ອງຟ້າກໍແນ່ນອນ” 38 ແຕ່ ບັດນີ້ ພຣະອົງຊົງໄດ້ໂຍນອອກໄປແລະປະຕິເສດ ພຣະອົງຊົງພຣະພິໂຣດຕໍ່ຜູ້ທີ່ເຈີມໄວ້ຂອງພຣະອົງ 39 ພຣະອົງໄດ້ຊົງບອກເລີກຄຳສັນຍາກັບຜູ້ຮັບໃຊ້ຂອງພຣະອົງ ພຣະອົງຊົງກະທຳມົງກຸດຂອງທ່ານມົນທິນໃນຜົງຂີ້ດີນ 40 ພຣະອົງໄດ້ພັງກຳແພງຂອງທ່ານທັງສິ້ນ ພຣະອົງຊົງໃຫ້ທີ່ກຳບັງເຂັ້ມແຂງຂອງທ່ານຮົກຮ້າງເພພັງ 41 ຄົນທັງປວງທີ່ຜ່ານໄປກໍປຸ້ນທ່ານ ທ່ານກໍເປັນຂີ້ປາກຂອງເພື່ອນບ້ານ 42 ພຣະອົງຊົງຍົກຍ້ອງມືຂວາຂອງສັດຕຣູຂອງທ່ານ ພຣະອົງຊົງກະທຳໃຫ້ສັດຕຣູທັງສິ້ນຂອງທ່ານຍິນດີ 43 ພຣະອົງຊົງຫັນຄົມດາບຂອງທ່ານ ແລະພຣະອົງບໍ່ໄດ້ຊົງກະທຳໃຫ້ທ່ານຕັ້ງຫມັ້ນຢູ່ໃນສົງຄາມ 44 ພຣະອົງໄດ້ຊົງກະທຳໃຫ້ສະງ່າຂອງທ່ານເສື່ອມສູນໄປ ແລະຊົງໂຍນບັນລັງຂອງທ່ານລົງສູ່ພື້ນດິນ 45 ພຣະອົງຊົງຕັດວັນວັຍຫນຸ່ມຂອງທ່ານໃຫ້ສັ້ນ ແລະຊົງຄຸມທ່ານໄວ້ດ້ວຍຄວາມອາຍ 46 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຈະລີ້ຊ່ອນຢູ່ເຫິງປານໃດ ເປັນນິດຫລື ພຣະພິໂຣດຂອງພຣະອົງຈະໄຫມ້ຢູ່ເຫິງປານໃດ 47 ຂໍຊົງຣະລຶກວ່າ ຊ່ວງຊີວິດຂອງຂ້າພຣະອົງເປັນຢ່າງໃດ ເພາະວ່າພຣະອົງຊົງສ້າງເຊື້ອສາຍຂອງມະນຸດມາໂດຍບໍ່ມີປໂຍດແທ້ໆ 48 ມະນຸດຄົນໃດມີຊີວິດຢູ່ໄດ້ໂດຍບໍ່ຕ້ອງເຫັນຄວາມຕາຍ ຜູ້ໃດຈະຊ່ອຍກູ້ວິນຍານຈິດຂອງຕົນຈາກມືຂອງແດນຜູ້ຕາຍໄດ້ 49 ຂ້າແດ່ພຣະອົງຜູ້ເປັນພຣະເຈົ້າ ຄວາມຮັກຫມັ້ນຄົງໃນເມື່ອກ່ອນຂອງພຣະອົງນັ້ນຢູ່ໃສ ຊຶ່ງພຣະອົງຊົງປະຕິຍານຕໍ່ດາວິດໂດຍຄວາມສັຕສຸດຈະຣິດຂອງພຣະອົງ 50 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຊົງຣະລຶກວ່າຜູ້ຮັບໃຊ້ຂອງພຣະອົງຖືກດ່າຢ່າງໃດ ແລະຂ້າພຣະອົງຮັບຄວາມສົບປະຫມາດຂອງຊົນຊາດທັງຫລາຍໄວ້ໃນເອິກຂອງຂ້າພຣະອົງຢ່າງໃດ 51 ຂ້າແດ່ພຣະຜູ້ເປັນເຈົ້າ ນັ້ນແຫລະສັດຕຣູຂອງພຣະອົງໄດ້ເຍີ້ຍຫຍັນ ນັ້ນແຫລະເຂົາເຍີ້ຍຮອຍຕີນຂອງຜູ້ເຈີມໄວ້ຂອງພຣະອົງ 52 ສາທຸການແດ່ພຣະຜູ້ເປັນເຈົ້າເປັນນິດ ອາແມນ ແລະ ອາແມນ
ຄວາມອ່ອນແອຂອງມະນຸດ ຄຳອ້ອນວອນຂອງໂມເຊ ຄົນຂອງພຣະເຈົ້າ
1 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນທີ່ເພິ່ງຂອງຂ້າພຣະອົງເລື້ອຍມາ 2 ພຣະອົງຊົງເປັນພຣະເຈົ້າອົງຊົ່ວນິຣັນດອນ ບໍ່ມີກົກແລະບໍ່ມີປາຍ ກ່ອນສ້າງພູທັງຫລາຍແລະຜືນແຜ່ນດິນໂລກນີ້ 3 ພຣະອົງຊົງບອກໃຫ້ມະນຸດກັບຄືນໄປຫາສິ່ງທີ່ເຂົາເຄີຍເປັນຢູ່ມາກ່ອນ ພຣະອົງຊົງປ່ຽນແປງເຂົາໃຫ້ກັບຄືນເປັນດິນອີກ 4 ສຳລັບພຣະອົງພັນປີເທົ່າກັບມື້ດຽວ ມັນເຫມືອນກັບມື້ວານນີ້ທີ່ຜ່ານໄປແລ້ວ ແລະເຫມືອນກັບເວລາສັ້ນໆໃນເວລາກາງຄືນ 5 ພຣະອົງຊົງກວາດມະນຸດອອກເຫມືອນກະແສນ້ຳກວາດຊີວິດເຂົາເຫມືອນຄວາມຝັນ ແລະເຂົາກໍເຫມືອນຕົ້ນຫຍ້າທີ່ສົດຊື່ນໃນເວລາເຊົ້າ 6 ຊຶ່ງປົ່ງຂຶ້ນແລະອອກດອກຢ່າງເບີກບານ ແລ້ວມັນກໍຫ່ຽວແຫ້ງແລະຕາຍໄປໃນເວລາຄ່ຳ 7 ຂ້າພຣະອົງທັງຫລາຍໄດ້ຖືກທຳລາຍດ້ວຍຄວາມພິໂຣດຂອງພຣະອົງ ຂ້າພຣະອົງຫວາດຫວັ່ນຕົກໃຈດ້ວຍຄວາມຮ້າຍຢ່າງແຮງກ້າຂອງພຣະອົງ 8 ພຣະອົງຊົງຮູ້ຈັກຄວາມຜິດຂອງຂ້າພຣະອົງ ແລະຊົງເຫັນຄວາມຜິດອັນທີ່ຂ້າພຣະອົງອຳໄວ້ 9 ຄວາມພິໂຣດຂອງພຣະອົງກໍບັນທອນ ໃຫ້ຊີວິດປະຈຳວັນຂອງຂ້າພຣະອົງສັ້ນເຂົ້າ ຊີວິດຂອງຂ້າພຣະອົງໄດ້ມາເຖິງຈຸດຈົບເຫມືອນດັ່ງສຽງລົມ 10 ຕລອດເຈັດສິບປີທີ່ຂ້າພຣະອົງມີຊີວິດຢູ່ ແລະຖ້າວ່າຂ້າພຣະອົງມີເຫື່ອແຮງຈົນຮອດແປດສິບປີ ມັນກໍຍັງພາໃຫ້ຂ້າພຣະອົງມີຄວາມຂັດສົນແລະຄວາມທຸກລຳບາກອີກ ໃນບໍ່ຊ້ານີ້ຊີວິດຈະສິ້ນສຸດລົງແລະຂ້າພຣະອົງກໍຈະຕາຍໄປ 11 ແມ່ນໃຜຮູ້ຈັກຣິດແຫ່ງຄວາມພິໂຣດຂອງພຣະອົງຢ່າງແທ້ຈິງ ຄວາມພິໂຣດຂອງພຣະອົງນັ້ນຫນ້າຢ້ານສ່ຳໃດ 12 ຂໍພຣະອົງຊົງສັ່ງສອນໃຫ້ຂ້າພຣະອົງເຂົ້າໃຈວ່າຊີວິດນີ້ນັ້ນສັ້ນຫລາຍ ເພື່ອຂ້າພຣະອົງທັງຫລາຍຈະກາຍເປັນຄົນສລາດ 13 ຂ້າແດ່ພຣະຜູ້ເປັນເຈົ້າ ຍັງດົນປານໃດ ພຣະອົງຈຶ່ງຈະຍົກໂທດແກ່ຂ້າພຣະອົງ ຂໍໂຜດສົງສານຜູ້ຮັບໃຊ້ຂອງພຣະອົງດ້ວຍ 14 ໃນທຸກໆເຊົ້າ ຂໍໃຫ້ຂ້າພຣະອົງທັງຫລາຍເຕັມໄປດ້ວຍຄວາມຮັກຫມັ້ນຄົງຂອງພຣະອົງ ເພື່ອຂ້າພຣະອົງທັງຫລາຍຈະຮ້ອງເພງສັຣເສີນ ແລະຍິນດີຕລອດຊົ່ວຊີວິດ 15 ໃນຂນະນີ້ ຂໍພຣະອົງຊົງປະທານຄວາມສຸກໃຫ້ຂ້າພຣະອົງທັງຫລາຍເທົ່າກັນກັບຄວາມໂສກເສົ້າທີ່ພຣະອົງຊົງໃຫ້ແຕ່ກ່ອນໃນຫລາຍປີທີ່ຂ້າພຣະອົງມີຄວາມທຸກລຳບາກ 16 ຂໍໃຫ້ຂ້າພຣະອົງຜູ້ຮັບໃຊ້ຂອງພຣະອົງເຫັນກິຈການອັນຍິ່ງໃຫຍ່ຂອງພຣະອົງ ແລະຂໍໃຫ້ເຊື້ອສາຍຂອງຂ້າພຣະອົງເຫັນຣັສມີອັນຍິ່ງໃຫຍ່ຂອງພຣະອົງດ້ວຍ 17 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຂໍໃຫ້ພຣະພອນຂອງພຣະອົງດຳຣົງຢູ່ນຳຂ້າພຣະອົງ ຂໍພຣະອົງຊົງກະທຳໃຫ້ວຽກການຂອງຂ້າພຣະອົງສຳເຣັດ
ພຣະເຈົ້າຜູ້ຊົງຄຸ້ມຄອງເຣົາ
1 ຜູ້ທີ່ໄປເພິ່ງຄວາມປອດພັຍໃນພຣະເຈົ້າອົງສູງສຸດ ແລະຜູ້ທີ່ອາໄສຢູ່ພາຍໃຕ້ຮົ່ມເງົາຂອງພຣະຜູ້ຊົງອຳນາດຍິ່ງໃຫຍ່ 2 ຈະເວົ້າກັບພຣະອົງວ່າ, “ພຣະອົງຊົງເປັນຜູ້ປ້ອງກັນແລະຄຸ້ມຄອງຂອງຂ້າພຣະອົງ ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງໄວ້ເນື້ອເຊື່ອໃຈໃນພຣະອົງ” 3 ພຣະອົງຊົງຊ່ອຍທ່ານໃຫ້ພົ້ນຈາກບ້ວງແຮ້ວອັນລັບລີ້ທຸກຢ່າງແນ່ນອນ ແລະຈາກພຍາດໂຣຄານາໆປະການ 4 ພຣະອົງຊົງຕຸ້ມທ່ານດ້ວຍປີກຂອງພຣະອົງ ທ່ານຈະປອດພັຍພາຍໃຕ້ການພິທັກຮັກສາຂອງພຣະອົງ ຄວາມສັດຊື່ຂອງພຣະອົງຈະຄຸ້ມຄອງແລະປ້ອງກັນທ່ານໄວ້ 5 ທ່ານບໍ່ຕ້ອງຢ້ານອັນຕະຣາຍໃນເວລາກາງຄືນ ຫລືລູກທະນູທີ່ຍິງມາຢ່າງກະທັນຫັນໃນເວລາກາງເວັນ 6 ຫລືພຍາດໂຣຄາທີ່ເກີດຕິດຕໍ່ໃນເວລາກາງຄືນ ຕລອດທັງໂຣກລະບາດທີ່ເກີດຂຶ້ນໃນເວລາກາງເວັນ 7 ອາດຈະມີພັນຄົນລົ້ມຕາຍລົງໃກ້ທ່ານ ສິບພັນຄົນຈະຕາຍອ້ອມຮອບທ່ານ ແຕ່ທ່ານຈະບໍ່ໄດ້ຮັບອັນຕະຣາຍຢ່າງໃດຫມົດ 8 ທ່ານຈະເຫັນວ່າ ຄົນຊົ່ວຮ້າຍຈະຖືກລົງໂທດແບບໃດ 9 ເນື່ອງຈາກວ່າທ່ານໄດ້ເອົາພຣະຜູ້ເປັນເຈົ້າ ເປັນຜູ້ປ້ອງກັນທ່ານ ແລະເອົາພຣະເຈົ້າອົງສູງສຸດເປັນທີ່ເພິ່ງຂອງທ່ານ 10 ໄພວິບັດຈະບໍ່ມາຕົກຖືກທ່ານ ຄວາມໂຫດຮ້າຍຈະບໍ່ມາໃກ້ເຮືອນຂອງທ່ານ 11 ພຣະເຈົ້າຈະຊົງສັ່ງເທວະດາລົງມາຮັກສາເບິ່ງແຍງທ່ານໃນທຸກບ່ອນທີ່ທ່ານໄປ 12 ເທວະດາຈະອຸ້ມທ່ານໄວ້ ເພື່ອບໍ່ໃຫ້ທ່ານສະດຸດກ້ອນຫີນ 13 ທ່ານຈະຜາບແພ້ສິງຮ້າຍແລະງູພິດ ໂດຍຢຽບມັນລົງໃຕ້ພື້ນຕີນຂອງທ່ານ 14 ພຣະເຈົ້າຊົງກ່າວວ່າ, “ເຮົາຈະຊ່ອຍຜູ້ທີ່ຮັກເຮົາໃຫ້ພົ້ນພັຍ ແລະຄຸ້ມຄອງຜູ້ທີ່ຮູ້ຈັກເຮົາ 15 ເວລາເຂົາເອີ້ນຫາເຮົາ ເຮົາຈະຕອບເຂົາ ເມື່ອເຂົາຕົກຢູ່ໃນຄວາມທຸກຍາກລຳບາກ ເຮົາຈະຊ່ອຍຊີວິດເຂົາແລະໃຫ້ກຽດເຂົາ ເຮົາຈະສະຖິດຢູ່ກັບເຂົາ 16 ເຮົາຈະຕອບແທນເຂົາ ໂດຍໃຫ້ເຂົາມີຊີວິດຍືນຍາວ ແລະເຣົາຈະຊ່ອຍໃຫ້ເຂົາພົ້ນພັຍຢ່າງແນ່ນອນ”
ສັຣເສີນພຣະຄຸນຂອງພຣະເຈົ້າ
1 ເປັນການດີທີ່ຈະໂມທະນາພຣະຄຸນພຣະເຈົ້າ ຂ້າແດ່ອົງຜູ້ສູງສຸດທີ່ຈະຮ້ອງເພງສັຣເສີນພຣະນາມຂອງພຣະອົງ 2 ທີ່ຈະປະກາດຄວາມຮັກຫມັ້ນຄົງຂອງພຣະອົງໃນເວລາເຊົ້າ ແລະຄວາມສັຕສຸດຈະຣິດຂອງພຣະອົງໃນກາງຄືນ 3 ເປັນເພງດ້ວຍພິນສິບສາຍແລະພິນໃຫຍ່ ແລະດ້ວຍສຽງພິນເຂົາຄູ່ 4 ຂ້າແດ່ພຣະຜູ້ເປັນເຈົ້າ ເພາະພຣະອົງກະທຳໃຫ້ຂ້າພຣະອົງຍິນດີດ້ວຍພຣະຣາຊກິດຂອງພຣະອົງ ຂ້າພຣະອົງຮ້ອງເພງດ້ວຍຄວາມຊື່ນບານ ເນື່ອງໃນພຣະຣາຊກິຈຂອງພຣະອົງ 5 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຣາຊກິຈຂອງພຣະອົງຍິ່ງໃຫຍ່ນັກ ພຣະດຳຣິຂອງພຣະອົງສຸດເລິກລ້ຳ 6 ຄົນໂງ່ຈ້າຈະຮູ້ບໍ່ໄດ້ ຄົນເບົາປັນຍາເຂົ້າໃຈເຣື່ອງນີ້ບໍ່ໄດ້ 7 ວ່າ, “ເຖິງວ່າຄົນອະທັມຈະງອກຂຶ້ນຢ່າງຫຍ້າ ແລະຄົນກະທຳຊົ່ວທັງປວງຈະເຣີນຂຶ້ນ ເຂົາທັງຫລາຍຈະຖືກທຳລາຍເປັນນິດ 8 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ພຣະອົງຊົງຢູ່ເທິງທີ່ສູງເປັນນິດ 9 ຂ້າແດ່ພຣະຜູ້ເປັນເຈົ້າ ເພາະນີ້ແຫລະສັດຕຣູຂອງພຣະອົງ ສັດຕຣູຂອງພຣະອົງຈະພິນາດ ຄົນກະທຳຊົ່ວທັງປວງຈະຕ້ອງກະຈັດກະຈາຍໄປ 10 ແຕ່ພຣະອົງຊົງເຊີດຊູເຂົາຂອງຂ້າພຣະອົງ ເຫມືອນຢ່າງກັບເຂົາງົວກະທິງ ພຣະອົງຊົງເທນ້ຳມັນໃຫມ່ເທິງຂ້າພຣະອົງ 11 ນັຍຕາຂອງຂ້າພຣະອົງມອງເຫັນພວກສັດຕຣູຂອງຂ້າພຣະອົງແພ້ ຫູຂອງຂ້າພຣະອົງ ໄດ້ຍິນເຖິງຄວາມລົ່ມຈົມຂອງຄົນທຳຊົ່ວທີ່ລຸກຂຶ້ນສູ້ຂ້າ ພຣະອົງ 12 ຄົນຊອບທັມກໍງອກຂຶ້ນຢ່າງຕົ້ນຕານ ຈະເຣີນຂຶ້ນເຫມືອນຕົ້ນສົນໃນເລບານອນ 13 ຄົນໄດ້ປູກມັນໄວ້ໃນພຣະຜາສາດຂອງພຣະເຈົ້າ ມັນຈະເຣີນຂຶ້ນໃນບໍຣິເວນຂອງພຣະເຈົ້າຂອງເຮົາທັງຫລາຍ 14 ມັນແກ່ແລ້ວກໍຍັງເກີດຜົນ ມັນມີນ້ຳລ້ຽງເຕັມແລະຂຽວສົດຢູ່ 15 ເພື່ອສະແດງວ່າພຣະເຈົ້ານັ້ນທ່ຽງທັມ ພຣະອົງຊົງເປັນພຣະສີລາຂອງຂ້າພຣະອົງ ໃນພຣະອົງບໍ່ມີຄວາມອະທັມ
ພຣະເຈົ້າຊົງເປັນເຈົ້າຊີວິດ
1 ພຣະຜູ້ເປັນເຈົ້າຊົງເປັນເຈົ້າຊີວິດ ພຣະອົງຊົງຫຸ້ມຫໍ່ດ້ວຍສະງ່າຣາສີ ແລະຊົງເຕັມໄປດ້ວຍອຳນາດ ແນ່ນອນທີ່ສຸດ ແຜ່ນດິນໂລກຕັ້ງຫມັ້ນຄົງຢູ່ ແລະຈະບໍ່ຍົກຍ້າຍໄປໃສ 2 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະທີ່ນັ່ງຂອງພຣະອົງຊົງມີຢູ່ ແລະພຣະອົງຊົງເປັນຢູ່ຕັ້ງແຕ່ໃດໆມາ 3 ຂ້າແດ່ພຣະຜູ້ເປັນເຈົ້າ ສຽງມະຫາສະຫມຸດເລິກດັງກ້ອງສະຫນັ່ນຫວັ່ນໄຫວ 4 ພຣະຜູ້ເປັນເຈົ້າຊົງເປັນຜູ້ປົກຄອງສູງສຸດໃນຟ້າສວັນ ພຣະອົງຊົງຍິ່ງໃຫຍ່ກວ່າສຽງມະຫາສະຫມຸດ ແລະຊົງມີອຳນາດເຫນືອກວ່າຄື້ນທະເລ 5 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະບັນຍັດຂອງພຣະອົງຊົງແນ່ແທ້ ພຣະວິຫານຂອງພຣະອົງຊົງບໍຣິສຸດແລະເປັນຢູ່ຕລອດໄປ
ຄຳອ້ອນວອນເພື່ອການແກ້ແຄ້ນ
1 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງການແກ້ແຄ້ນ ຂ້າແດ່ພຣະເຈົ້າແຫ່ງການແກ້ແຄ້ນ ຂໍຊົງທໍແສງອອກໄປ 2 ຂ້າແດ່ຜູ້ພິພາກສາໂລກ ຂໍຊົງລຸກຂຶ້ນ ໃຫ້ຄົນໂອ້ອວດໄດ້ຮັບຜົນສນອງອັນສົມກັບເຂົາ 3 ຂ້າແດ່ພຣະຜູ້ເປັນເຈົ້າ ຄົນອະທັມຈະນານເທົ່າໃດ ຄົນອະທັມຈະດີໃຈຢູ່ນານເທົ່າໃດ 4 ເຂົາເວົ້າຢ່າງຈອງຫອງ ຄົນກະທຳຊົ່ວທັງປວງ ເຂົາໂອ້ອວດ 5 ຂ້າແດ່ພຣະຜູ້ເປັນເຈົ້າ ເຂົາຢຽບຢ່ຳໄພ່ພົນຂອງພຣະອົງ ແລະທຳມໍຣະດົກຂອງພຣະອົງໃຫ້ທຸກຍາກ 6 ເຂົາສັງຫານຍິງຫມ້າຍແລະຄົນຕ່າງດ້າວ ແລະກະທຳຄາດຕະກັມລູກກຳພ້າ 7 ແລະເຂົາກ່າວວ່າ, “ພຣະເຈົ້າບໍ່ຫລຽວເຫັນ ພຣະເຈົ້າຂອງຢາໂຄບບໍ່ຢັ່ງຮູ້” 8 ຄົນໂງ່ເຂົາທີ່ສຸດຂອງປະຊາຊົນເອີຍ ຈົ່ງເຂົ້າໃຈເຖີດ ຄົນໂງ່ທັງຫລາຍ ເມື່ອໃດເຈົ້າຈຶ່ງຈະສລາດ 9 ພຣະອົງຜູ້ຊົງປູກຫູ ພຣະອົງຈະບໍ່ຊົງໄດ້ຍິນຫລື ພຣະອົງຊົງປັ້ນຕາ ພຣະອົງຈະບໍ່ຊົງເຫັນຫລື 10 ພຣະອົງຊົງຕີສອນບັນດາປະຊາຊາດ ພຣະອົງຈະບໍ່ຊົງຂະຫນາບຫລື ຄືພຣະອົງຜູ້ຊົງສອນຄວາມຮູ້ໃຫ້ມະນຸດ 11 ພຣະຜູ້ເປັນເຈົ້າຊົງຮູ້ຄວາມຄິດຂອງມະນຸດ ວ່າເປັນແຕ່ພຽງລົມຫາຍໃຈ 12 ຂ້າແດ່ພຣະຜູ້ເປັນເຈົ້າ ຄົນທີ່ພຣະອົງຊົງຕີສອນນັ້ນ ກໍເປັນສຸກ ຄືຄົນທີ່ພຣະອົງຊົງສອນດ້ວຍພຣະທັມຂອງພຣະອົງ 13 ເພື່ອຈະໃຫ້ເຂົາພັກຈາກວັນລຳບາກ ຈົນກວ່າຈະຂຸດບໍ່ໄວ້ໃຫ້ຄົນອະທັມ 14 ເພາະພຣະຜູ້ເປັນເຈົ້າຈະບໍ່ປະຖີ້ມໄພ່ພົນຂອງພຣະອົງ ພຣະອົງຈະບໍ່ຊົງສະລະມໍຣະດົກຂອງພຣະອົງ 15 ເພາະຄວາມຍຸດຕິທັມຈະກັບໄປຫາຄວາມຊອບທັມ ແລະບັນດາຄົນທ່ຽງທັມໃນໃຈຈະຕິດຕາມໄປ 16 ຜູ້ໃດລຸກຂຶ້ນຕໍ່ຕ້ານຄົນໂຫດຮ້າຍແທນພຣະເຈົ້າ ຜູ້ໃດຢືນຕໍ່ສູ້ຄົນກະທຳຄວາມຊົ່ວແທນພຣະເຈົ້າ 17 ຖ້າພຣະຜູ້ເປັນເຈົ້າບໍ່ໄດ້ຊ່ອຍເຫລືອຂ້າພະເຈົ້າ ວິນຍານຂອງຂ້າພະເຈົ້າຄົງຢູ່ໃນຄວາມສງັດໃນປ່າຊ້າ 18 ເມື່ອຂ້າພະເຈົ້າໄດ້ຄິດວ່າ, “ຕີນຂອງຂ້າພາດລົ້ມລົງ“ຂ້າແດ່ພຣະຜູ້ເປັນເຈົ້າ ຄວາມຮັກຫມັ້ນຄົງຂອງພຣະອົງຈະຍຶດຂ້າພຣະອົງໄວ້ 19 ເມື່ອຄວາມກົງວົນໃນໃຈຂອງຂ້າພຣະອົງມີຫລາຍ ການເລົ້າໂລມຂອງພຣະອົງກໍຫນູນຈິດໃຈຂອງຂ້າພຣະອົງໃຫ້ຊື່ນບານ 20 ຜູ້ປົກຄອງທີ່ໂຫດຮ້າຍຈະຮ່ວມມິດກັບພຣະອົງໄດ້ຫລື ຄືຜູ້ທີ່ໃຊ້ກົດເກນປະກອບການຊົ່ວຮ້າຍ 21 ເຂົາທັງຫລາຍຜູກມິດກັນຕໍ່ສູ້ຊີວິດຂອງຄົນຊອບທັມ ແລະກ່າວໂທດຄົນໄຮ້ຄວາມຜິດເຖິງຕາຍ 22 ແຕ່ພຣະຜູ້ເປັນເຈົ້າຊົງເປັນທີ່ກຳບັງເຂັ້ມແຂງຂອງຂ້າພະເຈົ້າແລ້ວ ແລະພຣະເຈົ້າຂອງຂ້າພະເຈົ້າເປັນພຣະສີລາທີ່ລີ້ພັຍຂອງຂ້າພະເຈົ້າ 23 ພຣະອົງຈະຊົງນຳຄວາມບາບຜິດຂອງເຂົາກັບມາສນອງເຂົາ ແລະຊົງທຳລາຍເຂົາເສັຽເພາະຄວາມໂຫດຮ້າຍຂອງເຂົາ ພຣະເຈົ້າຂອງເຣົາຈະຊົງທຳລາຍເຂົາເສັຽ
ບົດເພງສັຣເສີນແລະນະມັສການ
1 ມາເຖີດ ໃຫ້ເຮົາທັງຫລາຍຮ້ອງເພງຖວາຍພຣະຜູ້ເປັນເຈົ້າ ໃຫ້ເຣົາກະທຳສຽງຊື່ນບານຖວາຍພຣະສີລາແຫ່ງຄວາມລອດຂອງພວກເຮົາ 2 ໃຫ້ເຮົາທັງຫລາຍເຂົ້າມາຢູ່ສະເພາະເບື້ອງພຣະພັກດ້ວຍໂມທະນາ ໃຫ້ເຮົາກະທຳສຽງຊື່ນບານຖວາຍພຣະອົງດ້ວຍບົດເພງສັຣເສີນ 3 ເພາະພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າຍິ່ງໃຫຍ່ ແລະຊົງເປັນກະສັດຍິ່ງໃຫຍ່ເຫນືອພຣະທັງຫລາຍ 4 ທີ່ເລິກຂອງແຜ່ນດິນໂລກຢູ່ໃນພຣະຫັດຂອງພຣະອົງ ທີ່ສູງຂອງພູເປັນຂອງພຣະອົງດ້ວຍ 5 ທະເລເປັນຂອງພຣະອົງ ເພາະພຣະອົງຊົງສ້າງມັນ ແລະພຣະຫັັດຂອງພຣະອົງຊົງປັ້ນແຜ່ນດິນ 6 ມາເຖີດ ໃຫ້ເຮົານະມັສການແລະຂາບລົງ ໃຫ້ເຮົາຄຸເຂົ່າລົງຕໍ່ພຣະຜູ້ເປັນເຈົ້າຜູ້ຊົງສ້າງພວກເຮົາ 7 ເພາະພຣະອົງຊົງເປັນພຣະເຈົ້າຂອງເຮົາ ແລະເຮົາເປັນປະຊາກອນແຫ່ງທົ່ງຫຍ້າຂອງພຣະອົງ ແລະເປັນແກະແຫ່ງພຣະຫັດຂອງພຣະອົງ ວັນນີ້ ຢາກຈະໃຫ້ທ່ານທັງຫລາຍຟັງພຣະສຸຣະສຽງຂອງພຣະອົງ 8 ຢ່າໃຫ້ຈິດໃຈເຈົ້າແຂງກະດ້າງ ຢ່າງທີ່ເມຣີບາ ຢ່າງວັນມັດສາໃນຖິ່ນກັນດານ 9 ເມື່ອບັນພະບຸຣຸດຂອງເຈົ້າທົດລອງເຮົາ ແລະເອົາເຮົາເຂົ້າພິສູດ ເຖິງແມ້ວ່າເຂົາເຫັນກິຈການຂອງເຣົາ 10 ເຮົາກຽດເຊື້ອສາຍນັ້ນຢູ່ສີ່ສິບປີ ແລະວ່າ, “ເຂົາເປັນຊົນຊາດທີ່ມີໃຈມັກຫລົງຜິດ ເຂົາບໍ່ນັບຖືທາງຂອງເຣົາ” 11 ເພາະສະນັ້ນເຮົາຈຶ່ງປະຕິຍານດ້ວຍຄວາມກີ້ວຂອງເຮົາ ວ່າເຂົາຈະບໍ່ໄດ້ເຂົ້າໃນທີ່ພັກເຊົາຂອງເຣົາ
ພຣະເຈົ້າຊົງເປັນພຣະເຈົ້າມະຫາຊີວິດອົງສູງສຸດ
1 ຈົ່ງຮ້ອງເພງໃຫມ່ຖວາຍແດ່ພຣະຜູ້ເປັນເຈົ້າ ທົ່ວທັງໂລກ ຈົ່ງຮ້ອງເພງຖວາຍແດ່ພຣະອົງ 2 ຈົ່ງຮ້ອງເພງຖວາຍແດ່ພຣະຜູ້ເປັນເຈົ້າ ແລະສັຣເສີນພຣະນາມພຣະອົງທຸກໆມື້ໃດ ຈົ່ງປະກາດຂ່າວດີທີ່ພຣະອົງໄດ້ຊົງຊ່ອຍໃຫ້ເຮົາພົ້ນພັຍ 3 ຈົ່ງປະກາດພຣະຣັສມີຂອງພຣະອົງແກ່ຊົນຊາດຕ່າງໆ ແລະກິຈການອັນຍິ່ງໃຫຍ່ຂອງພຣະອົງແກ່ປະຊາຊົນທັງປວງ 4 ພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ ແລະຄວນທີ່ສັຣເສີນຢ່າງສູງສຸດ ພຣະອົງຊົງເປັນທີ່ຢໍາເກງເຫນືອກວ່າພຣະອື່ນທັງປວງ 5 ສ່ວນພຣະຂອງຊົນຊາດອື່ນບໍ່ແມ່ນພຣະແທ້ ແຕ່ພຣະຜູ້ເປັນເຈົ້າຊົງເປັນຜູ້ສ້າງຟ້າສວັນ 6 ຣັສມີ ແລະຣິດທານຸພາບກໍອ້ອມຮອບພຣະອົງ ຄວາມຍິ່ງໃຫຍ່ແລະຄວາມສະງ່າງາມຢູ່ໃນພຣະວິຫານຂອງພຣະອົງ 7 ທຸກໆຄົນໃນໂລກນີ້ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ຈົ່ງສັຣເສີນຣັສມີ ແລະຄວາມຍິ່ງໃຫຍ່ຂອງພຣະອົງ 8 ຈົ່ງສັຣເສີນພຣະນາມຂອງພຣະຜູ້ເປັນເຈົ້າ ແລະນຳເອົາເຄື່ອງຖວາຍບູຊາມາໃນພຣະວິຫານຂອງພຣະອົງ 9 ຈົ່ງນອບນ້ອມຖ່ອມຕົວລົງຕໍ່ພຣະພັກຜູ້ຊົງບໍຣິສຸດ ເມື່ອພຣະອົງຊົງມາປາກົດທົ່ວທັງແຜ່ນດິນໂລກນີ້ ຈົ່ງສະທ້ານຢ້ານກົວຕໍ່ພຣະພັກຂອງພຣະອົງ 10 ຈົ່ງກ່າວແກ່ຊົນຊາດທັງປວງວ່າ, “ພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າມະຫາຊີວິດ ແຜ່ນດິນໂລກຕັ້ງຫມັ້ນຄົງຢູ່ ຈະບໍ່ຍົກຍ້າຍໄປໃສ ພຣະອົງຈະຊົງຕັດສິນປະຊາຊາດທັງປວງດ້ວຍຄວາມຍຸດຕິທັມ” 11 ແຜ່ນດິນໂລກ ແລະເທິງທ້ອງຟ້າຈົ່ງຊົມຊື່ນຍິນດີ ນ້ຳທະເລ ແລະທຸກໆສິ່ງທີ່ມີຢູ່ໃນນັ້ນ ຈົ່ງຮ້ອງສຽງສນັ່ນຫວັ່ນໄຫວ 12 ທົ່ງນາທັງຫລາຍພ້ອມທຸກໆສິ່ງທີ່ມີຢູ່ໃນນັ້ນ ຈົ່ງຊົມຊື່ນຍິນດີ ຕົ້ນໄມ້ທີ່ຢູ່ໃນປ່າ ຈົ່ງມີສຽງມ່ວນຊື່ນຕໍ່ພຣະພັກພຣະຜູ້ເປັນເຈົ້າ 13 ເພາະວ່າພຣະອົງຊົງສະເດັດມາປົກຄອງໂລກນີ້ ພຣະອົງຈະປົກຄອງປະຊາຊາດທັງປວງໃນໂລກດ້ວຍຄວາມສັດຊື່ແລະຍຸດຕິທັມ
ອຳນາດປົກຄອງແລະຣິດທານຸພາບຂອງພຣະເຈົ້າ
1 ພຣະເຈົ້າຊົງຄອບຄອງ ຈົ່ງໃຫ້ແຜ່ນດິນໂລກຊົມຊື່ນຍິນດີ ໃຫ້ແຜ່ນດິນຊາຍທະເລມາກມາຍນັ້ນຍິນດີ 2 ເມກ ແລະຄວາມມືດຕຶບຢູ່ຮອບພຣະອົງ ຄວາມຊອບທັມເປັນຮາກຖານແຫ່ງບັນລັງຂອງພຣະອົງ 3 ໄຟລຸກຢູ່ຂ້າງຫນ້າພຣະອົງ ແລະໄຫມ້ປໍຣະປັກຂອງພຣະອົງຮອບຂ້າງເສັຽ 4 ຟ້າແລບຂອງພຣະອົງທຳໃຫ້ພິພົບສວ່າງ ແຜ່ນດິນໂລກຫວັ່ນແລະສັ່ນສະທ້ານ 5 ພູລະລາຍເຫມືອນຂີ້ເຜິ້ງຕໍ່ພຣະພັກພຣະເຈົ້າ ຕໍ່ພຣະພັກອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງສິ້ນ 6 ຟ້າສວັນປ່າວຮ້ອງຄວາມຊອບທັມຂອງພຣະອົງ ແລະຊົນຊາດທັງຫລາຍເປັນພຣະສະງ່າຣາສີຂອງພຣະອົງ 7 ໃຫ້ຜູ້ນະມັສການຮູບເຄົາຣົບທັງສິ້ນໄດ້ອາຍ ຄືຜູ້ທີ່ອວດໃນພຣະເທັດຂອງເຂົາ ໃຫ້ພຣະທັງສິ້ນກາບລົງຕໍ່ພຣະອົງ 8 ຊີໂອນໄດ້ຍິນ ແລະຍິນດີ ແລະທິດາທັງປວງຂອງຢູດາຊົມຊື່ນຍິນດີ ຂ້າແດ່ພຣະຜູ້ເປັນເຈົ້າ ເພາະຄຳພິພາກສາຂອງພຣະອົງ 9 ຂ້າແດ່ພຣະຜູ້ເປັນເຈົ້າ ເພາະພຣະອົງສູງສຸດເຫນືອແຜ່ນດິນໂລກທັງສິ້ນ ພຣະອົງຊົງສູງເດັ່ນກວ່າພຣະທັງປວງ 10 ທ່ານຜູ້ທີ່ຮັກພຣະເຈົ້າ ກໍກຽດຊັງຄວາມຊົ່ວ ພຣະອົງຊົງປົກປັກຮັກສາຊີວິດໄພ່ພົນຂອງພຣະອົງ ພຣະອົງຊົງຊ່ອຍໃຫ້ເຂົາພົ້ນຈາກມືຂອງຄົນອະທັມ 11 ຄວາມສວ່າງແຈ້ງຂຶ້ນແກ່ຄົນຊອບທັມ ແລະຄວາມຊື່ນບານມີຂຶ້ນແກ່ຄົນໃຈທ່ຽງທັມ 12 ທ່ານຜູ້ຊອບທັມເອີຍ ຈົ່ງຊົມຊື່ນຍິນດີໃນພຣະເຈົ້າ ແລະຖວາຍໂມທະນາແດ່ພຣະນາມບໍຣິສຸດຂອງພຣະອົງ
ສັຣເສີນຄວາມຊອບທັມຂອງພຣະເຈົ້າ ເພງສັຣເສີນ
1 ຈົ່ງຮ້ອງເພງບົດໃຫມ່ຖວາຍພຣະຜູ້ເປັນເຈົ້າ ເພາະພຣະອົງໄດ້ຊົງກະທຳການອັດສະຈັນ ພຣະຫັດຂວາແລະພຣະກອນບໍຣິສຸດຂອງພຣະອົງໄດ້ນຳຄວາມມີໄຊມາ 2 ພຣະເຈົ້າຊົງໃຫ້ຄວາມມີໄຊຂອງພຣະອົງປະຈັກ ພຣະອົງຊົງເຜີຍການຊ່ອຍກູ້ຂອງພຣະອົງໃນສາຍຕາຂອງບັນດາປະຊາຊາດ 3 ພຣະອົງຊົງລະລຶກເຖິງຄວາມຮັກຫມັ້ນຄົງຂອງພຣະອົງ ແລະຄວາມສັຕສຸດຈະຣິດຕໍ່ວົງວານອິສຣາເອນທີ່ສຸດປາຍແຜ່ນດິນໂລກທັງສິ້ນໄດ້ເຫັນໄຊຊະນະຂອງພຣະເຈົ້າຂອງເຮົາ 4 ຊາວໂລກທັງສິ້ນເອີຍ ຈົ່ງເປັ່ງສຽງຊື່ນບານຖວາຍແດ່ພຣະຜູ້ເປັນເຈົ້າ ເປັ່ງເປັນສຽງເພງຊື່ນບານແລະຮ້ອງເພງສັຣເສີນ 5 ຈົ່ງຮ້ອງເພງສັຣເສີນຖວາຍພຣະຜູ້ເປັນເຈົ້າດ້ວຍພີນເຂົາຄູ່ ດ້ວຍພີນເຂົາຄູ່ ແລະດ້ວຍສຽງເພງ 6 ດ້ວຍສຽງແກແລະສຽງເປົ່າເຂົາສັດ ຈົ່ງກະທຳສຽງຊື່ນບານຖວາຍພຣະມະຫາກະສັດ ຄືພຣະຜູ້ເປັນເຈົ້າ 7 ໃຫ້ທະເລສະນັ່ນຫວັ່ນໄຫວ ກັບສິ່ງທັງປວງທີ່ຢູ່ໃນທະເລນັ້ນ ພິພົບແລະບັນດາຜູ້ອາໄສຢູ່ໃນນັ້ນ 8 ໃຫ້ກະແສນ້ຳຕົບມືຂອງມັນ ໃຫ້ບັນດາເນີນເຂົາ ຮ້ອງເພງດ້ວຍຄວາມຊື່ນບານດ້ວຍກັນ 9 ສະເພາະເບື້ອງພຣະພັກພຣະຜູ້ເປັນເຈົ້າ ເພາະພຣະອົງສະເດັດມາພິພາກສາໂລກ ພຣະອົງຈະຊົງພິພາກສາໂລກດ້ວຍຄວາມຍຸດຕິທັມ ແລະຊົນຊາດທັງຫລາຍດ້ວຍຄວາມທ່ຽງທັມ
ຄວາມສັຕສຸດຈະຣິດຂອງພຣະເຈົ້າຕໍ່ອິສຣາເອນ
1 ພຣະຜູ້ເປັນເຈົ້າເປັນເຈົ້າຊີວິດ ແລະມະນຸດທັງຫລາຍກໍສະທ້ານຢ້ານກົວ ພຣະອົງປະທັບເຫນືອເຊຣູບິມ ໃຫ້ແຜ່ນດິນໂລກຫວັ່ນໄຫວ 2 ພຣະເຈົ້າຍິ່ງໃຫຍ່ຢູ່ໃນຊີໂອນ ພຣະອົງສູງເດັ່ນຢູ່ເຫນືອປະຊາຊາດທັງປວງ 3 ໃຫ້ເຂົາສັຣເສີນພຣະນາມອັນຍິ່ງໃຫຍ່ ແລະຫນ້າຢ້ານຢຳຂອງພຣະອົງ ພຣະອົງສັກສິດ 4 ຂ້າແດ່ກະສັດຜູ້ຊົງມະຫິດທີຣິດ ຜູ້ຊົງຮັກຄວາມຍຸດຕິທັມ ພຣະອົງຊົງສະຖາປະນາຄວາມທ່ຽງທັມ ພຣະອົງຊົງປະກອບຄວາມຍຸດຕິທັມ ແລະຄວາມຊອບທັມຂຶ້ນໃນຢາໂຄບ 5 ຈົ່ງຍໍພຣະກຽດພຣະຜູ້ເປັນເຈົ້າ ຄືພຣະເຈົ້າຂອງເຮົາ ນະມັສການທີ່ແທ່ນຮອງພຣະບາດຂອງພຣະອົງ ພຣະອົງບໍຣິສຸດ 6 ໂມເຊ ແລະອາໂຣນຢູ່ໃນພວກປະໂຣຫິດຂອງພຣະອົງ ຊາມູເອນຢູ່ໃນພວກທີ່ທູນອອກພຣະນາມຂອງພຣະອົງດ້ວຍ ທ່ານຮ້ອງທູນພຣະຜູ້ເປັນເຈົ້າ ແລະພຣະອົງຊົງຕອບທ່ານເຫລົ່ານັ້ນ 7 ພຣະອົງສັ່ງກັບທ່ານທີ່ໃນເສົາເມກ ທ່ານທັງປວງໄດ້ຮັກສາບັນດາພຣະໂອວາດຂອງພຣະອົງ ແລະກົດເກນທີ່ພຣະອົງປະທານແກ່ທ່ານ 8 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງທັງຫລາຍ ພຣະອົງຊົງຕອບທ່ານເຫລົ່ານັ້ນ ພຣະອົງຊົງເປັນພຣະເຈົ້າຜູ້ຍົກໂທດທ່ານເຫລົ່ານັ້ນ ແຕ່ຊົງເປັນຜູ້ສນອງການກະທຳຜິດຂອງທ່ານເຫລົ່ານັ້ນ 9 ຈົ່ງຍໍພຣະກຽດພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຮົາ ແລະນະມັສການທີ່ພູສັກສິດຂອງພຣະອົງ ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາບໍຣິສຸດ
ຄຳເຕືອນໃຫ້ໂມທະນາ
1 ທົ່ວທັງໂລກນີ້ ຈົ່ງຮ້ອງເພງມ່ວນຊື່ນຖວາຍແດ່ພຣະຜູ້ເປັນເຈົ້າ 2 ຈົ່ງນະມັສການພຣະອົງດ້ວຍຄວາມຊົມຊື່ນຍິນດີ ແລະເຂົ້າມາຮ້ອງເພງຢ່າງມ່ວນຊື່ນຕໍ່ພຣະພັກຂອງພຣະອົງ 3 ຈົ່ງຮູ້ໄວ້ເທີນວ່າ ພຣະຜູ້ເປັນເຈົ້າແມ່ນພຣະເຈົ້າ ພຣະອົງຊົງສ້າງພວກເຮົາ ແລະພວກເຮົາເປັນຂອງພຣະອົງ ພວກເຮົາເປັນໄພ່ພົນຂອງພຣະອົງ ແລະເປັນຝູງແກະຂອງພຣະອົງ 4 ຈົ່ງເຂົ້າໄປໃນພຣະວິຫານຂອງພຣະອົງເພື່ອກ່າວຂອບພຣະຄຸນ ຈົ່ງໄປໃນພຣະວິຫານອັນສັກສິດຂອງພຣະອົງດ້ວຍການສັຣເສີນ ຈົ່ງຂອບພຣະຄຸນ ແລະສັຣເສີນພຣະອົງ 5 ພຣະຜູ້ເປັນເຈົ້າຊົງປະກອບດ້ວຍຄວາມດີ ຄວາມຮັກຂອງພຣະອົງມີຢູ່ຕລອດໄປ ແລະຄວາມສັດຊື່ສຸດຈະຣິດຂອງພຣະອົງກໍມີຢູ່ຕລອດເວລາ
ຄຳປະຕິຍານທີ່ດຳຣົງຊີບຢ່າງຊອບທັມ
1 ຂ້າພຣະອົງຈະຮ້ອງເພງເຣື່ອງຄວາມຈົ່ງຮັກພັກດີ ແລະຄວາມຍຸດຕິທັມ ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຈະຮ້ອງເພງຖວາຍພຣະອົງ 2 ຂ້າພຣະອົງຈະເອົາໃຈໃສ່ໃນທາງທີ່ດີຮອບຄອບ ເມື່ອໃດພຣະອົງຈະສະເດັດມາຫາຂ້າພຣະອົງ ຂ້າພຣະອົງຈະດຳເນີນດ້ວຍໃຈຊື່ສັດພາຍໃນເຮືອນຂອງຂ້າພຣະອົງ 3 ຂ້າພຣະອົງຈະບໍ່ຕັ້ງສິ່ງໃດໆທີ່ຊົ່ວຊ້າໄວ້ຕໍ່ຫນ້າຕໍ່ຕາຂອງຂ້າພຣະອົງ ຂ້າພຣະອົງກຽດຊັງກິຈການຂອງຜູ້ທີ່ກະບົດທັງຫລາຍ ກິຈການນັ້ນຈະບໍ່ຕິດຂ້າພຣະອົງ 4 ຂ້າພຣະອົງຈະຢູ່ຫ່າງໄກຈາກເຣື່ອງໃຈແຕກ ຂ້າພຣະອົງຈະບໍ່ເອົາເຣື່ອງເອົາຣາວກັບຄວາມຊົ່ວຮ້າຍເລີຍ 5 ບຸກຄົນທີ່ໃສ່ຮ້າຍເພື່ອນບ້ານລັບໆນັ້ນ ຂ້າພຣະອົງຈະທຳລາຍເສັຽ ຄົນທີ່ອວດອ້າງແລະໃຈທີ່ຈອງຫອງຂ້າພຣເອົງຈະບໍ່ຍອມໂຍະຍານດ້ວຍ 6 ຂ້າພຣະອົງຈະມອງຫາຄົນທີ່ຕົງໃນແຜ່ນດິນ ເພື່ອເຂົາຈະອາໄສຢູ່ກັບຂ້າພຣະອົງ ຜູ້ໃດດຳເນີນໃນທາງທີ່ດີຮອບຄອບ ຜູ້ນັ້ນຈະບົວລະບັດຂ້າພຣະອົງ 7 ຜູ້ທີ່ປະພຶດຫລອກລວງຈະບໍ່ໄດ້ອາໄສຢູ່ໃນເຮືອນຂອງຂ້າພຣະອົງ ຄົນໃດທີ່ອ້າປາກເວົ້າຄວາມບໍ່ຈິງຈະບໍ່ຢັ້ງຍືນຢູ່ຕໍ່ຫນ້າຂ້າພຣະອົງ 8 ທຸກໆເຊົ້າ ຂ້າພຣະອົງຈະທຳລາຍຄົນອະທັມທັງສິ້ນໃນແຜ່ນດິນ ຕັດຜູ້ທີ່ກະທຳຊົ່ວອອກເສັຽໃຫ້ຫມົດຈາກນະຄອນຂອງພຣະເຈົ້າ
ຄຳຮ່ຳຮ້ອງໃນຍາມທຸກໃຈ ຄຳອ້ອນວອນຂອງຜູ້ຖືກຂົ່ມໃຈ ເມື່ອເຂົາອ່ອນລະອາໃຈ ແລະລະບາຍຄວາມນັ້ນຕໍ່ພຣະເຈົ້າ
1 ຂ້າແດ່ພຣະເຈົ້າ ຂໍຊົງຟັງຄຳອ້ອນວອນຂອງຂ້າພຣະອົງ ຂໍສຽງຮ້ອງຂອງຂ້າພຣະອົງມາເຖິງພຣະອົງ 2 ຂໍຢ່າຊົງເຊື່ອງພຣະພັກຂອງພຣະອົງຈາກຂ້າພຣະອົງ ໃນວັນທຸກໃຈຂອງຂ້າພຣະອົງ ຂໍຊົງງ່ຽງພຣະກັນຟັງຂ້າພຣະອົງ ຂໍຊົງຕອບຂ້າພຣະອົງໂດຍໄວ ເມື່ອຂ້າພຣະອົງຮ້ອງທູນຕໍ່ພຣະອົງ 3 ເພາະວັນຂອງຂ້າພຣະອົງສິ້ນໄປຢ່າງຄວັນ ແລະກະດູກຂອງຂ້າພຣະອົງໄຫມ້ຢ່າງເຕົາໄຟ 4 ຈິດໃຈຂອງຂ້າພຣະອົງຖືກຕີຈົນລົ້ມເຫມືອນຫຍ້າແລະຫ່ຽວໄປ ຂ້າພຣະອົງລືມກິນອາຫານຂອງຂ້າພຣະອົງ 5 ເຫດດ້ວຍສຽງຮ້ອງຄາງຂອງຂ້າພຣະອົງ ກະດູກຂອງຂ້າພຣະອົງເກາະຕິດເນື້ອຂອງຂ້າພຣະອົງ 6 ຂ້າພຣະອົງເປັນເຫມືອນນົກກະທຸງທີ່ຢູ່ໃນຖິ່ນກັນດານ ເຫມືອນນົກເຄົ້າແມວຢູ່ໃນທີ່ຮ້າງເປົ່າ 7 ຂ້າພຣະອົງນອນບໍ່ຫລັບ ຂ້າພຣະອົງເຫມືອນນົກໂດດດ່ຽວເທິງຫລັງຄາເຮືອນ 8 ສັດຕຣູຂອງຂ້າພຣະອົງຫຍໍ້ຫຍັນຂ້າພຣະອົງຕລອດວັນ ໂດຍໃຊ້ຊື່ຂ້າພຣະອົງເປັນຄຳປ້ອຍດ່າ 9 ເພາະຂ້າພຣະອົງກິນຂີ້ເຖົ່າຕ່າງອາຫານ ແລະເຈືອປົນນ້ຳຕາເຂົ້າກັບເຄື່ອງດື່ມ 10 ເຫດດ້ວຍຄວາມພິໂຣດແລະຄວາມກິ້ວຂອງພຣະອົງ ເພາະພຣະອົງຊົງຊູຂ້າພຣະອົງຂຶ້ນແລະໂຍນຂ້າພຣະອົງຖິ້ມໄປເສັຽ 11 ວັນເວລາຂອງຂ້າພຣະອົງເຫມືອນເງົາເວລາຄ່ຳ ຂ້າພຣະອົງຫ່ຽວໄປເຫມືອນຫຍ້າ 12 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ພຣະອົງປະທັບເທິງບັນລັງເປັນນິດ ພຣະນາມຂອງພຣະອົງດຳຣົງຢູ່ທຸກຊົ່ວຊາດອາຍຸຄົນ 13 ພຣະອົງຊົງລຸກຂຶ້ນສົງສານຊີໂອນ ເພາະເຖິງເວລາທີ່ຈະຊົງພຣະກະຣຸນານາງ ເວລາກຳນົດມາເຖິງແລ້ວ 14 ເພາະຜູ້ຮັບໃຊ້ຂອງພຣະອົງຮັກຊາກກ້ອນຫີນຂອງນາງນັກ ແມ່ນວ່າຖືກທຳລາຍມາແລ້ວກໍຕາມຊ່າງ 15 ບັນດາປະຊາຊາດຈະຢ້ານພຣະນາມຂອງພຣະຜູ້ເປັນເຈົ້າ ແລະບັນດາກະສັດຂອງແຜ່ນດິນໂລກຢ້ານພຣະສະງ່າຣາສີຂອງພຣະອົງ 16 ເພາະພຣະຜູ້ເປັນເຈົ້າຈະຊົງສ້າງຊີໂອນ ພຣະອົງຈະຊົງສ້າງປາກົດດ້ວຍພຣະສະງ່າຣາສີຂອງພຣະອົງ 17 ພຣະອົງຈະສົນພຣະທັຍໃນຄຳອ້ອນວອນຂອງຄົນສິ້ນເນື້ອປະດາຕົວ ແລະຈະຊົງດູຫມິ່ນຄຳອ້ອນວອນຂອງເຂົາ 18 ຂໍບັນທຶກເຣື່ອງນີ້ໄວ້ໃຫ້ເຊື້ອສາຍທີ່ຈະມີມາ ເພື່ອປະຊາຊົນທີ່ຍັງຈະຊົງສ້າງມານັ້ນຈະໄດ້ສັຣເສີນພຣະຜູ້ເປັນເຈົ້າ 19 ບັນທຶກວ່າ ພຣະອົງທອດພຣະເນດລົງມາຈາກທີ່ສູງອັນບໍຣິສຸດຂອງພຣະອົງ ຈາກຟ້າສວັນ ພຣະຜູ້ເປັນເຈົ້າທອດພຣະເນດແຜ່ນດິນໂລກ 20 ເພື່ອຊົງຟັງສຽງຮ້ອງຄາງຂອງຊະເລີຍ ເພື່ອຊົງປ່ອຍຄົນທີ່ຕ້ອງເຖິງຕາຍໃຫ້ເປັນອິສຣະ 21 ເພື່ອມະນຸດຈະປະກາດພຣະນາມຂອງພຣະຜູ້ເປັນເຈົ້າໃນຊີໂອນ ແລະກ່າວສັຣເສີນພຣະອົງໃນເຢຣູຊາເລັມ 22 ຂນະເມື່ອຊົນຊາດທັງຫລາຍຮວມກັນ ທັງບັນດາຣາຊອານາຈັກເພື່ອນະມັສການພຣະຜູ້ເປັນເຈົ້າ 23 ເມື່ອຍັງຫນຸ່ມພຣະອົງຊົງຫັກກຳລັງຂອງຂ້າພະເຈົ້າ ພຣະອົງຊົງກະທຳໃຫ້ວັນເວລາຂອງຂ້າພະເຈົ້າສັ້ນເຂົ້າ 24 ຂ້າພະເຈົ້າວ່າ, “ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ ຂໍຢ່າຊົງນຳຂ້າພຣະອົງໄປເສັຽໃນເຄິ່ງກາງ ວັນເວລາຂອງຂ້າພຣະອົງ ພຣະອົງຜູ້ປີເດືອນດຳຣົງຢູ່ຕລອດທຸກຊົ່ວຊາດອາຍຸຄົນ” 25 ເມື່ອເດີມພຣະອົງຊົງວາງຮາກຖານຂອງແຜ່ນດິນໂລກ ແລະຟ້າສວັນເປັນພຣະຫັຖກິດຂອງພຣະອົງ 26 ສິ່ງເຫລົ່ານີ້ຈະພິນາດ ແຕ່ພຣະອົງຈະຊົງດຳຣົງຢູ່ ສິ່ງເຫລົ່ານີ້ຈະເກົ່າໄປເຫມືອນເຄື່ອງນຸ່ງຫົ່ມ ພຣະອົງຊົງປ່ຽນສິ່ງເຫລົ່ານີ້ເຫມືອນເສື້ອຜ້າແລ້ວມັນກໍສູນຫາຍສລາຍໄປສິ້ນ 27 ແຕ່ພຣະອົງຍັງຄົງເດີມ ແລະປີເດືອນຂອງພຣະອົງບໍ່ສິ້ນສຸດ 28 ລູກຫລານຂອງບັນດາຜູ້ຮັບໃຊ້ຂອງພຣະອົງຈະຢູ່ຫມັ້ນຄົງ ແລະເຊື້ອສາຍຂອງເຂົາຈະໄດ້ຮັບການສະຖາປະນາຕໍ່ເບື້ອງພຣະພັກພຣະອົງ
ຄວາມຮັກຂອງພຣະເຈົ້າ ຂອງດາວິດ
1 ຈິດວິນຍານຂອງຂ້າເອີຍ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ຂ້າສັຣເສີນພຣະນາມອັນບໍຣິສຸດຂອງພຣະອົງດ້ວຍຫມົດຈິດຫມົດໃຈ 2 ຈິດວິນຍານຂອງຂ້າເອີຍ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ແລະຢ່າລືມຄຸນງາມຄວາມດີຂອງພຣະອົງ 3 ພຣະອົງຊົງໃຫ້ອະພັຍຄວາມບາບທັງສິ້ນຂອງຂ້າ ແລະປິ່ນປົວພຍາດໂຣຄາຕ່າງໆຂອງຂ້າໃຫ້ດີ 4 ພຣະອົງຊົງຊ່ອຍຂ້າໃຫ້ພົ້ນຈາກຕາຍ ແລະຊົງອວຍພອນຂ້າດ້ວຍຄວາມຮັກແລະຄວາມເມດຕາ 5 ພຣະອົງຊົງທຳໃຫ້ຊີວິດຂອງຂ້າເຕັມໄປດ້ວຍສິ່ງທີ່ດີ ດັ່ງນີ້ ຂ້າຈຶ່ງຫນຸ່ມແຫນ້ນແລະແຂງແຮງເຫມືອນດັ່ງນົກອິນຊີ 6 ພຣະຜູ້ເປັນເຈົ້າຊົງແກ້ແຄ້ນແລະໃຫ້ຄວາມເປັນທັມແກ່ຜູ້ທີ່ຖືກຂົ່ມເຫັງ 7 ພຣະອົງຊົງບອກແຜນການຂອງພຣະອົງແກ່ໂມເຊ ແລະທຳໃຫ້ພວກອິສຣາເອນເຫັນກິຈການອັນຍິ່ງໃຫຍ່ຂອງພຣະອົງ 8 ພຣະຜູ້ເປັນເຈົ້າຊົງເຕັມໄປດ້ວຍພຣະເມດຕາກະຣຸນາ ພຣະອົງຊົງເຕັມໄປດ້ວຍຄວາມຮັກອັນຫມັ້ນຄົງແລະບໍ່ຊົງພິໂຣດງ່າຍ 9 ພຣະອົງບໍ່ຊົງຕິຕຽນແລະບໍ່ຊົງພິໂຣດຕລອດໄປ 10 ພຣະອົງບໍ່ໄດ້ຊົງລົງໂທດພວກເຮົາຕາມທີ່ພວກເຣົາສົມຄວນຈະໄດ້ຮັບ ຫລືບໍ່ໄດ້ຕອບແທນໃນຄວາມບາບແລະການຜິດພາດຂອງພວກເຮົາ 11 ຟ້າສວັນສູງເຫນືອແຜ່ນດິນໂລກຫລາຍເທົ່າໃດ ຄວາມຮັກທີ່ພຣະອົງຊົງມີແກ່ຜູ້ທີ່ຢຳເກງພຣະອົງກໍສູງຫລາຍເທົ່ານັ້ນ 12 ທິດຕາເວັນອອກໄກຈາກທິດຕາເວັນຕົກຫລາຍເທົ່າໃດ ພຣະອົງກໍຊົງຍົກຄວາມບາບຂອງພວກເຮົາອອກໄປໄກຫລາຍເທົ່ານັ້ນ 13 ພໍ່ເມດຕາກະຣຸນາຕໍ່ລູກຫລາຍເທົ່າໃດ ພຣະຜູ້ເປັນເຈົ້າກໍຊົງເມດຕາກະຣຸນາຕໍ່ຜູ້ທີ່ຢຳເກງພຣະອົງຫລາຍເທົ່ານັ້ນ 14 ພຣະອົງຊົງຮູ້ດີວ່າພວກເຮົາຖືກສ້າງມາຢ່າງໃດ ແລະຊົງຈື່ຈຳສເມີວ່າພວກເຮົາເປັນຂີ້ຝຸ່ນດິນ 15 ສ່ວນມະນຸດນັ້ນ ຊີວິດຂອງເຂົາປຽບເຫມືອນຕົ້ນຫຍ້າ ເຂົາຈະເຣີນເຕີບໂຕຂຶ້ນເຫມືອນດັ່ງດອກໄມ້ປ່າ 16 ເມື່ອລົມພັດມັນກໍລົ້ມຫັກເສັຽໄປ ແລະບໍ່ມີຜູ້ໃດເຫັນມັນອີກ 17 ແຕ່ວ່າຄວາມຮັກພຣະຜູ້ເປັນເຈົ້າ ຊົງມີແກ່ຜູ້ທີ່ຖວາຍກຽດແດ່ພຣະອົງຕລອດໄປ ແລະຄວາມຊອບທັມຂອງພຣະອົງຊົງຫມັ້ນຄົງຢູ່ທຸກຊົ່ວອາຍຸຄົນ 18 ແລະແກ່ຜູ້ທີ່ປະຕິບັດຕາມຂໍ້ຄຳສັນຍາຂອງພຣະອົງ ຄືຜູ້ທີ່ເຊື່ອຟັງຢ່າງຈິງໃຈໃນຂໍ້ຄຳສັ່ງຂອງພຣະອົງ 19 ພຣະຜູ້ເປັນເຈົ້າຊົງຕັ້ງພຣະທີ່ນັ່ງໄວ້ໃນຟ້າສວັນພຣະອົງຊົງເປັນພຣະເຈົ້າມະຫາຊີວິດປົກຄອງທຸກສິ່ງ 20 ພວກເທວະດາອົງຍິ່ງໃຫຍ່ ອົງທີ່ປະຕິບັດຕາມຄຳສັ່ງຂອງພຣະເຈົ້າ ແລະຟັງສິ່ງທີ່ພຣະອົງຊົງກ່າວ ຈົ່ງສັຣເສີນພຣະຜູ້ເປັນເຈົ້າເທີນ 21 ຜູ້ທີ່ມີອຳນາດຢູ່ເທິງຟ້າສວັນທັງຫມົດ ຊຶ່ງເປັນຜູ້ຮັບໃຊ້ທີ່ກະທຳຕາມພຣະປະສົງຂອງພຣະອົງ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ 22 ທຸກໆສິ່ງທີ່ພຣະອົງຊົງສ້າງມາ ທຸກໆບ່ອນທີ່ພຣະອົງຊົງປົກຄອງ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ຈິດວິນຍານຂອງຂ້າເອີຍ ຈົ່ງສັຣເສີນພຣະອົງ
ການສັຣເສີນພຣະຜູ້ຊົງສ້າງ
1 ຈິດວິນຍານຂອງຂ້າເອີຍ ຈົ່ງສັຣເສີນພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພຣະອົງ ພຣະອົງຊົງເປັນພຣະເຈົ້າອົງຍິ່ງໃຫຍ່ແທ້ ພຣະອົງຊົງປະກອບດ້ວຍອຳນາດ ແລະຣັສມີ 2 ພຣະກາຍຂອງພຣະອົງຊົງຫຸ້ມຫໍ່ດ້ວຍແສງສວ່າງ ພຣະອົງຊົງກາງຟ້າສວັນອອກເຫມືອນກາງຜ້າເຕັນ 3 ແລະຊົງສ້າງບ່ອນຢູ່ຂອງພຣະອົງເທິງແມ່ນ້ຳທັງຫລາຍ ພຣະອົງຊົງໃຊ້ກ້ອນເມກເປັນຣາຊຣົດຂອງພຣະອົງ ແລະຊົງສະເດັດມາກັບລົມ 4 ພຣະອົງຊົງໃຊ້ລົມເປັນຜູ້ສົ່ງຂ່າວ ແລະໃຊ້ແສງຟ້າແມບເປັນຜູ້ຮັບໃຊ້ຂອງພຣະອົງ 5 ພຣະອົງຊົງແຕ່ງຕັ້ງແຜ່ນດິນໂລກໄວ້ເທິງຮາກຖານຂອງມັນຢ່າງຫມັ້ນຄົງ ແລະມັນຈະບໍ່ເຄື່ອນໄຫວໄປມາຈັກເທື່ອ 6 ພຣະອົງຊົງໃຫ້ມະຫາສະຫມຸດຫຸ້ມຫໍ່ມັນເຫມືອນດັ່ງເສື້ອຜ້າຫຸ້ມຫໍ່ຮ່າງກາຍ ແລະໃຫ້ນ້ຳຢູ່ເທິງພູທັງຫລາຍ 7 ແຕ່ວ່າເມື່ອພຣະອົງຊົງສັ່ງນ້ຳນັ້ນກໍຫນີໄປ ເວລາມັນໄດ້ຍິນສຽງຮ້ອງສັ່ງຂອງພຣະອົງມັນໄດ້ໄຫລຫນີໄປ 8 ມັນໄດ້ໄຫລຜ່ານພູທັງຫລາຍລົງໄປຕາມຮ່ອມພູສູ່ບ່ອນທີ່ພຣະອົງສ້າງໄວ້ສຳລັບມັນ 9 ພຣະອົງຕັ້ງເຂດແດນໄວ້ ນ້ຳມັນກໍບໍ່ສາມາດໄຫລຜ່ານເຂົ້າມາໄດ້ ເພື່ອບໍ່ໃຫ້ນ້ຳນັ້ນໄຫລຖ້ວມແຜ່ນດິນໂລກນີ້ອີກ 10 ພຣະອົງຊົງສ້າງນ້ຳບໍ່ໃຫ້ໄຫລໄປຕາມຮ່ອມພູ ແລະນ້ຳກໍໄຫລໄປ 11 ຊຶ່ງຕຽມໄວ້ໃຫ້ສັດປ່າກິນ ແລະບໍ່ໃຫ້ລໍປ່າຫິວນ້ຳ 12 ທີ່ຕົ້ນໄມ້ໃກ້ໆແຄມນ້ຳນັ້ນ ນົກໄດ້ເຮັດຮັງໃສ່ ແລະຮ້ອງຢ່າງມ່ວນຊື່ນ 13 ພຣະອົງຊົງໃຫ້ຝົນຈາກຟ້າສວັນຕົກລົງໃສ່ພູທັງຫລາຍ ຜົນການກະທຳຂອງພຣະອົງກໍເຕັມທົ່ວໂລກນີ້ 14 ພຣະອົງຊົງໃຫ້ຫຍ້າເກີດຂຶ້ນສຳລັບຝູງສັດ ແລະພືດຜົນຕ່າງໆໃຫ້ມະນຸດປູກຝັງເພື່ອເຂົາຈະມີຜົນລະປູກ 15 ຄືເຫລົ້າອະງຸ່ນທີ່ເຮັດໃຫ້ເຂົາມີຄວາມສຸກ ນ້ຳມັນຫອມຈາກຫມາກກອກທີ່ໃຊ້ທາໃຫ້ຫນ້າຊື່ນຕາບານ ແລະເຂົ້າຈີ່ທີ່ໃຫ້ເຂົາມີເຫື່ອແຮງຂຶ້ນ 16 ສ່ວນຕົ້ນສົນທີ່ເລບານອນ ຊຶ່ງເປັນຕົ້ນໄມ້ຂອງພຣະຜູ້ເປັນເຈົ້າຊົງປູກໄວ້ກໍໄດ້ຮັບນ້ຳຝົນອັນອຸດົມສົມບູນ 17 ໃນທີ່ນັ້ນຝູງນົກໄດ້ກໍ່ຮັງຂອງມັນ ເປັນຮັງນົກຍາງທີ່ຢູ່ເທິງຕົ້ນສົນ 18 ສ່ວນເຍືອງກໍຢູ່ເທິງພູສູງສຸດ ແລະຝູງກະຕ່າຍກໍລີ້ຢູ່ຫນ້າຜານັ້ນ 19 ພຣະອົງຊົງສ້າງດວງເດືອນ ເພື່ອຫມາຍເດືອນແລະປີ ແລະສ້າງຕາເວັນເພື່ອໃຫ້ຮູ້ເວລາຕົກຂອງມັນ 20 ພຣະອົງຊົງສ້າງກາງຄືນ ແລະໃນຕອນກາງຄືນ ສັດປ່າໄດ້ອອກມາ 21 ຝ່າຍສິງຫນຸ່ມກໍຮ້ອງຄາງເວລາອອກຊອກຫາກິນ ແລະຊອກຫາອາຫານທີ່ພຣະເຈົ້າຊົງປະທານໃຫ້ແກ່ມັນ 22 ເມື່ອຕາເວັນຂຶ້ນພວກມັນກັບຄືນໄປ ແລະນອນຫມອບຢູ່ໃນຖ້ຳຂອງມັນ 23 ສ່ວນມະນຸດກໍອອກໄປເຮັດວຽກຂອງຕົນ ແລະເຮັດວຽກຈົນເຖິງຄ່ຳ 24 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງສ້າງຫລາຍສິ່ງ ພຣະອົງຊົງສ້າງສິ່ງເຫລົ່ານີ້ຢ່າງສລາດຮອບຄອບ ແຜ່ນດິນໂລກນີ້ເຕັມໄປດ້ວຍສິ່ງທີ່ພຣະອົງຊົງສ້າງມາ 25 ມີມະຫາສະຫມຸດກວ້າງໃຫຍ່ ຊຶ່ງໃນບ່ອນນີ້ມີທັງສັດໃຫຍ່ແລະນ້ອຍທີ່ພຣະອົງຊົງສ້າງອາໄສຢູ່ນັບບໍ່ຖ້ວນ 26 ເຮືອກໍແລ່ນໄປມາ ແລະເງືອກຊຶ່ງເປັນສັດໃຫຍ່ທີ່ພຣະອົງຊົງສ້າງໄວ້ກໍຫລິ້ນຢູ່ທີ່ນັ້ນ 27 ສັດເຫລົ່ານັ້ນອາໄສພຣະອົງ ພວກມັນຄອງຖ້າອາຫານຈາກພຣະອົງໃນຍາມຕ້ອງການ 28 ເມື່ອພຣະອົງຊົງປະທານອາຫານໃຫ້ກິນ ພວກມັນກໍກິນຢ່າງເພິ່ງພໍໃຈ 29 ເວລາພຣະອົງບໍ່ສົນໃຈພວກມັນ ພວກມັນກໍຢ້ານກົວ ເມື່ອພຣະອົງຖອດເອົາລົມຫາຍໃຈຄືນໄປ ພວກມັນຕ້ອງຕາຍ ແລະກັບຄືນໄປໃນດິນບ່ອນເກົ່າທີ່ມັນມາແຕ່ກ່ອນ 30 ແຕ່ເມື່ອພຣະອົງຊົງປະທານລົມຫາຍໃຈແກ່ພວກມັນ ພວກມັນກໍມີຊີວິດຢູ່ ພຣະອົງຊົງປະທານຊີວິດໃຫມ່ແກ່ແຜ່ນດິນໂລກ 31 ຂໍໃຫ້ພຣະຣັສມີຂອງພຣະຜູ້ເປັນເຈົ້າຊົງມີຢູ່ຕລອດໄປ ຂໍໃຫ້ພຣະອົງຊົງມີຄວາມສຸກກັບສິ່ງທີ່ພຣະອົງຊົງສ້າງມາ 32 ເມື່ອພຣະອົງຊົງທອດພຣະເນດເທິງແຜ່ນດິນໂລກ ມັນກໍສັ່ນສະເທືອນໄປ ເມື່ອພຣະອົງຊົງແຕະຕ້ອງພູທັງຫລາຍຄວັນໄຟໄດ້ຫລັ່ງໄຫລອອກມາຈາກພູນັ້ນ 33 ຂ້າພຣະອົງຈະຮ້ອງເພງຖວາຍແດ່ພຣະຜູ້ເປັນເຈົ້າ ຕລອດຊົ່ວຊີວິດຂອງຂ້າພຣະອົງ ຂ້າພຣະອົງຈະຮ້ອງເພງສັຣເສີນແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງຕລອດຊົ່ວຊິວິດ 34 ຂໍໃຫ້ພຣະອົງຊົງພໍພຣະທັຍໃນບົດເພງຂອງຂ້າພຣະອົງ ຍ້ອນພຣະອົງ ຂ້າພຣະອົງກໍຊົມຊື່ນຍິນດີ 35 ຂໍໃຫ້ຄົນເຮັດຜິດຖືກທຳລາຍຫມົດຈາກແຜ່ນດິນນີ້ ຂໍຢ່າໃຫ້ມີຄົນຊົ່ວຊ້າອີກຕໍ່ໄປ ຈິດວິນຍານຂອງຂ້າພຣະອົງເອີຍ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ
ການອັດສະຈັນຂອງພຣະເຈົ້າເພື່ອອິສຣາເອນ
1 ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ຈົ່ງຮ້ອງທູນອອກພຣະນາມພຣະອົງ ຈົ່ງໃຫ້ບັນດາພຣະຣາຊກິຈຂອງພຣະອົງແຈ້ງແກ່ຊົນຊາດທັງຫລາຍ 2 ຈົ່ງຮ້ອງເພງຖວາຍພຣະອົງ ຮ້ອງເພງສັຣເສີນຖວາຍພຣະອົງ ຈົ່ງເລົ່າເຖິງການອັດສະຈັນທັງສິ້ນຂອງພຣະອົງ 3 ຈົ່ງອວດພຣະນາມບໍຣິສຸດຂອງພຣະອົງ ໃຫ້ຈິດໃຈຂອງບັນດາຜູ້ສແວງຫາພຣະຜູ້ເປັນເຈົ້າຊົມຊື່ນຍິນດີ 4 ຈົ່ງສແວງຫາພຣະຜູ້ເປັນເຈົ້າ ແລະພຣະກຳລັງຂອງພຣະອົງ ສແວງພຣະພັກຂອງພຣະອົງເລື້ອຍໄປ 5 ຈົ່ງຣະລຶກເຖິງການອັດສະຈັນຊຶ່ງພຣະອົງຊົງກະທຳ ການມະຫັດສະຈັນແລະຄຳພິພາກສາແຫ່ງພຣະໂອດຂອງພຣະອົງ 6 ເຊື້ອສາຍຂອງອັບຣາຮາມ ຜູ້ຮັບໃຊ້ຂອງພຣະອົງ ເຊື້ອສາຍຂອງຢາໂຄບຜູ້ຊົງເລືອກຂອງພຣະອົງ 7 ພຣະອົງຄືພຣະຜູ້ເປັນເຈົ້າຂອງເຣົາ ຄຳພິພາກສາຂອງພຣະອົງຢູ່ທົ່ວໄປໃນແຜ່ນດິນໂລກ 8 ພຣະອົງຊົງຈົດຈຳຄຳສັນຍາຂອງພຣະອົງຢູ່ເປັນນິດ ຄືພຣະວັຈນະທີ່ພຣະອົງຊົງບັນຊາໄວ້ຕລອດຊົ່ວນຶ່ງພັນຊົ່ວອາຍຸຄົນ 9 ຄືຄຳສັນຍາຊຶ່ງພຣະອົງຊົງກະທຳໄວ້ກັບອັບຣາຮາມ ພຣະສັນຍາຊຶ່ງຊົງປະຕິຍານໄວ້ກັບອີຊາກ 10 ຊຶ່ງພຣະອົງຊົງຢືນຢັນອີກກັບຢາໂຄບໃຫ້ເປັນກົດເກນແກ່ອິສຣາເອນ ໃຫ້ເປັນຄຳສັນຍານິຣັນ 11 ວ່າ, “ເຮົາຈະໃຫ້ແຜ່ນດິນການາອານແກ່ເຈົ້າ” ເປັນສ່ວນມໍຣະດົກຂອງເຈົ້າທັງຫລາຍ 12 ເມື່ອເຂົາຍັງມີຄົນຈຳນວນຫນ້ອຍ ຈຳນວນຫນ້ອຍຈິງ ຍັງເປັນແຕ່ຄົນອາໄສຢູ່ໃນນັ້ນ 13 ພະເນຈອນຈາກປະຊາຊາດນີ້ເຖິງປະຊາຊາດນັ້ນ ຈາກຣາຊອານາຈັກນີ້ເຖິງອີກຊົນຊາດນຶ່ງ 14 ພຣະອົງບໍ່ໄດ້ຊົງຍອມໃຫ້ຜູ້ໃດບີບບັງຄັບເຂົາ ພຣະອົງຊົງຂະຫນາບກະສັດຫລາຍອົງດ້ວຍເຫັນແກ່ເຂົາ 15 ວ່າ, “ຢ່າແຕະຕ້ອງບັນດາຜູ້ທີ່ເຮົາເຈີມໄວ້ ຢ່າທຳອັນຕະຣາຍແກ່ຜູ້ປະກາດພຣະຄຳທັງຫລາຍຂອງເຮົາ” 16 ເມື່ອພຣະອົງຊົງເອີ້ນການອຶດຢາກອາຫານ ໃຫ້ເກີດຂຶ້ນທີ່ແຜ່ນດິນ ແລະຊົງທຳລາຍອາຫານທີ່ບຳຣຸງຊີວິດເສັຽສິ້ນ 17 ພຣະອົງຊົງໃຊ້ຊາຍຄົນນຶ່ງໄປຂ້າງຫນ້າເຂົາ ໂຢເຊັບຖືກຂາຍໄປເປັນທາດ 18 ຕີນຂອງເຂົາເຈັບຊ້ຳດ້ວຍໂສ້ຕວນ ຄໍຂອງເຂົາເຂົ້າຢູ່ໃນປອກເຫລັກ 19 ຈົນກວ່າສິ່ງທີ່ເຂົາບອກໄດ້ບັງເກີດຂຶ້ນຈິງ ພຣະວັຈນະຂອງພຣະຜູ້ເປັນເຈົ້າທົດສອບເຂົາ 20 ພຣະຣາຊາກໍຊົງໃຊ້ໃຫ້ໄປປ່ອຍຕົວເຂົາ ຜູ້ປົກຄອງຂອງຊົນຊາດທັງຫລາຍໄດ້ປ່ອຍເຂົາເປັນອິສຣະ 21 ພຣະຣາຊາຊົງຕັ້ງເຂົາໃຫ້ເປັນເຈົ້ານາຍເຫນືອວັງຂອງພຣະອົງ ເປັນຜູ້ປົກຄອງກຳມະສິດຂອງພຣະອົງ 22 ໃຫ້ສອນເຈົ້ານາຍຂອງພຣະອົງຕາມໃຈ ແລະສອນສະຕິປັນຍາແກ່ຜູ້ອະວຸໂສຂອງພຣະອົງ 23 ແລ້ວອິສຣາເອນໄດ້ມາທີ່ເອຢິບ ຢາໂຄບໄດ້ອາໄສຢູ່ໃນແຜ່ນດິນຂອງຮາມ 24 ແລະພຣະຜູ້ເປັນເຈົ້າຊົງກະທຳໃຫ້ໄພ່ພົນຂອງພຣະອົງມີລູກຫລາຍ ແລະຊົງກະທຳໃຫ້ເຂົາແຂງແຮງກວ່າສັດຕຣູຂອງເຂົາ 25 ພຣະອົງຫັນໃຈເຂົາເຫລົ່ານັ້ນໃຫ້ກຽດໄພ່ພົນຂອງພຣະອົງ ໃຫ້ໃຊ້ກົນອຸບາຍແກ່ຜູ້ຮັບໃຊ້ຂອງພຣະອົງ 26 ພຣະອົງຊົງໃຊ້ໂມເຊຜູ້ຮັບໃຊ້ຂອງພຣະອົງ ແລະອາໂຣນຜູ້ທີ່ພຣະອົງຊົງເລືອກໄວ້ 27 ເຂົາທັງສອງກະທຳຫມາຍສຳຄັນຖ້າມກາງເຂົາທັງຫລາຍ ທຳການອັດສະຈັນໃນແຜ່ນດິນຂອງຮາມ 28 ພຣະອົງຊົງໃຊ້ຄວາມມືດມາ ກະທຳໃຫ້ແຜ່ນດິນມືດ ເຂົາທັງຫລາຍບໍ່ໄດ້ກະບົດຕໍ່ພຣະຄຳຂອງພຣະອົງ 29 ພຣະອົງຊົງກະທຳໃຫ້ນ້ຳກາຍເປັນເລືອດ ແລະໃຫ້ປາຂອງເຂົາຕາຍ 30 ກົບແຫ່ກັນມາທີ່ແຜ່ນດິນຂອງເຂົາ ແມ້ແຕ່ຫ້ອງໃນຂອງພຣະຣາຊາຂອງເຂົາກໍມີ 31 ພຣະອົງຕຣັສ ແລະຝູງເຫລືອກກໍມາ ແລະຮີ້ນມີໄປທົ່ວໃນແຜ່ນດິນຂອງເຂົາ 32 ພຣະອົງປະທານລູກເຫັບແກ່ເຂົາແທນຝົນ ແລະຟ້າຜ່າທົ່ວແຜ່ນດິນຂອງເຂົາ 33 ພຣະອົງຊົງທຳລາຍເຄືອອະງຸ່ນ ແລະຕົ້ນຫມາກເດື່ອຂອງເຂົາ ແລະຊົງຟາດຕົ້ນໄມ້ໃນປະເທດຂອງເຂົາໃຫ້ຫັກ 34 ພຣະອົງຕຣັສ ແລະຕັກແຕນວັຍບິນກໍມາ ແລະຕັກແຕນວັຍກະໂດດມານັບບໍ່ຖ້ວນ 35 ມາກິນພືດໃນແຜ່ນດິນຂອງເຂົາຫມົດ ແລະກິນຜົນແຫ່ງດິນຂອງເຂົາສິ້ນ 36 ພຣະອົງຊົງສັງຫານລູກຫົວປີໃນແຜ່ນດິນຂອງເຂົາ ຄືຜົນແຣກແຫ່ງກຳລັງຂອງເຂົາ 37 ແລ້ວພຣະອົງຊົງນຳອິສຣາເອນອອກໄປ ພ້ອມກັບເງິນແລະທອງຄຳ ແລະບໍ່ມີຈັກຄົນນຶ່ງໃນເຜົ່າຂອງພຣະອົງສະດຸດ 38 ເມື່ອເຂົາພາກຈາກໄປ ເອຢິບກໍຍິນດີ ເພາະຄວາມຢ້ານຕໍ່ອິສຣາເອນໄດ້ຕົກຢູ່ເທິງເຂົາ 39 ພຣະອົງຊົງກາງເມກເປັນເຄື່ອງກຳບັງ ແລະໄຟໃຫ້ຄວາມສວ່າງເວລາກາງຄືນ 40 ເຂົາທັງຫລາຍຮ້ອງຂໍ ແລະພຣະອົງຊົງນຳນົກຂຸ້ມມາ ແລະປະທານອາຫານຈາກຟ້າໃຫ້ເຂົາຢ່າງອຸດົມ 41 ພຣະອົງຊົງເປີດຫີນ ແລະນ້ຳກໍໄຫລອອກມາ ມັນໄຫລໄປເປັນແມ່ນ້ຳໃນທີ່ແຫ້ງແລ້ງ 42 ເພາະພຣະອົງຊົງຣະລຶກເຖິງສັນຍາບໍຣິສຸດຂອງພຣະອົງ ແລະອັບຣາຮາມຜູ້ຮັບໃຊ້ຂອງພຣະອົງ 43 ພຣະອົງຈຶ່ງຊົງນຳໄພ່ພົນຂອງພຣະອົງອອກມາດ້ວຍຊື່ນບານ ຊົງນຳຜູ້ທີ່ຊົງເລືອກໄວ້ນັ້ນດ້ວຍການຮ້ອງເພງ 44 ແລະພຣະອົງປະທານແຜ່ນດິນຂອງບັນດາປະຊາຊາດໃຫ້ເຂົາ ແລະເຂົາໄດ້ຜົນງານຂອງຊາດທັງຫລາຍເປັນກຳມະສິດ 45 ເພື່ອເຂົາຈະຮັກສາກົດເກນຂອງພຣະອົງ ແລະຖືປະຕິບັດພຣະທັມຂອງພຣະອົງ ຈົ່ງສັຣເສີນພຣະຜູ້ເປັນເຈົ້າເທີນ
ອິສຣາເອນນັ້ນມັກກະບົດ
1 ຈົ່ງສັຣເສີນພຣະເຈົ້າເຖີດ ຈົ່ງໂມທະນາຂອບພຣະຄຸນພຣະຜູ້ເປັນເຈົ້າ ເພາະພຣະອົງປະເສີດ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງເປັນນິດ 2 ຜູ້ໃດຈະພັນລະນາເຖິງພຣະຣາຊກິຈອັນຊົງມະຫິດ ທິຣິດຂອງພຣະຜູ້ເປັນເຈົ້າ ຫລືສະແດງເຖິງພຣະກຽດຂອງພຣະອົງຢ່າງຄົບຖ້ວນໄດ້ 3 ບັນດາຜູ້ທີ່ປະພຶດຄວາມຍຸດຕິທັມກໍເປັນສຸກ ຄືຜູ້ທີ່ກະທຳຄວາມຊອບທັມຕລອດເວລາ 4 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງລະນຶກເຖິງຂ້າພຣະອົງເມື່ອພຣະອົງຊົງໂປດປານໄພ່ພົນຂອງພຣະອົງ ເມື່ອພຣະອົງຊົງຊ່ອຍກູ້ເຂົາ ຂໍຊົງຊ່ອຍຂ້າພຣະອົງດ້ວຍ 5 ເພື່ອຂ້າພຣະອົງຈະເຫັນຄວາມຈະເຣີນຮຸ່ງເຮືອງຂອງບັນດາຜູ້ເລືອກສັນຂອງພຣະອົງ ເພື່ອຂ້າພຣະອົງຈະຊົມຊື່ນໃນຄວາມຍິນດີແຫ່ງປະຊາຊາດຂອງພຣະອົງ ເພື່ອຂ້າພຣະອົງຈະອວດໄດ້ຮ່ວມກັບມໍຣະດົກຂອງພຣະອົງ 6 ຂ້າພຣະອົງທັງຫລາຍແລະບັນພະບຸຣຸດຂອງຂ້າພຣະອົງໄດ້ກະທຳບາບແລ້ວ ຂ້າພຣະອົງທັງຫລາຍໄດ້ກະທຳຄວາມຜິດບາບ ຂ້າພຣະອົງທັງຫລາຍໄດ້ກະທຳຢ່າງອະທັມ 7 ບັນພະບຸຣຸດຂອງຂ້າພຣະອົງທັງຫລາຍເມື່ອທ່ານຢູ່ໃນເອຢິບ ທ່ານບໍ່ໄດ້ສົນໃຈໃນການອັດສະຈັນຂອງພຣະອົງ ທ່ານບໍ່ໄດ້ລະນຶກເຖິງຄວາມຫມັ້ນຄົງອັນອຸດົມຂອງພຣະອົງ ແຕ່ໄດ້ກະບົດທີ່ທະເລ ທີ່ທະເລແດງ 8 ເຖິງປານນັ້ນພຣະອົງຍັງຊົງຊ່ອຍທ່ານ ເພາະເຫັນແກ່ພຣະນາມຂອງພຣະອົງ ເພື່ອພຣະອົງຈະໃຫ້ຊາບເຖິງມະຫິດທານຸພາບຂອງພຣະອົງ 9 ພຣະອົງຊົງຂະຫນາບທະເລແດງ ມັນກໍແຫ້ງໄປ ແລະພຣະອົງຊົງນຳທ່ານຂ້າມທີ່ເລິກຢ່າງກັບຍ່າງຂ້າມຖິ່ນກັນດານ 10 ພຣະອົງຈຶ່ງຊົງຊ່ອຍທ່ານໃຫ້ພົ້ນມືຂອງຜູ້ທີ່ກຽດຊັງທ່ານ ແລະຊ່ອຍກູ້ທ່ານໃຫ້ພົ້ນຈາກເງື້ອມມືຂອງສັດຕຣູ 11 ແລະນ້ຳຖ້ວມສັດຕຣູຂອງທ່ານ ເຂົາບໍ່ເຫລືອຈັກຄົນດຽວ 12 ແລ້ວທ່ານເຊື່ອພຣະວັຈນະຂອງພຣະອົງ ທ່ານຮ້ອງເພງຍໍພຣະກຽດພຣະອົງ 13 ແຕ່ບໍ່ຊ້າທ່ານກໍລືມພຣະຣາຊກິຈຂອງພຣະອົງເສັຽ ທ່ານບໍ່ຄອຍພຣະດຳຣັດປຶກສາຂອງພຣະອົງ 14 ແຕ່ໃນຖິ່ນກັນດານນັ້ນທ່ານມີຄວາມຢາກຢ່າງຮຸນແຮງ ແລະໄດ້ທົດລອງພຣະເຈົ້າໃນທີ່ແຫ້ງແລ້ງ 15 ພຣະອົງຊົງປະທານສິ່ງທີ່ທ່ານຂໍ ແຕ່ຊົງໃຊ້ໂຣກຜອມແຫ້ງມາຖ້າມກາງທ່ານ 16 ເມື່ອຄົນໃນຄ້າຍຮິສຍາໂມເຊ ແລະອາໂຣນ ຄົນບໍຣິສຸດຂອງພຣະຜູ້ເປັນເຈົ້າ 17 ພື້ນແຜ່ນດິນອ້າປາກກືນດາທານ ແລະທັບຄນະອາບີດານເສັຽ 18 ໄຟລະເບີດໃນຄນະຂອງທ່ານ ແລະແປວໄຟຜານຄົນອະທັມເສັຽ 19 ທ່ານໄດ້ສ້າງລູກງົວໃນໂຮເຮັບ ແລະນະມັສການຮູບເຄົາຣົບຫລໍ່ 20 ທ່ານເອົາພຣະສະງ່າຣາສິຂອງພຣະເຈົ້າແລກກັບຮູບຂອງງົວທີ່ກິນຫຍ້າ 21 ທ່ານລືມພຣະເຈົ້າ ພຣະຜູ້ຊ່ອຍຂອງທ່ານ ຜູ້ໄດ້ຊົງກະທຳພຣະຣາຊກິຈໃຫຍ່ໂຕໃນເອຢິບ 22 ທຳການອັດສະຈັນໃນແຜ່ນດິນຂອງຮາມ ແລະສິ່ງຫນ້າຢ້ານກົວທີ່ທະເລແດງ 23 ເພາະສະນັ້ນພຣະອົງຕຣັສວ່າຈະທຳລາຍທ່ານເສັຽ ດີແຕ່ໂມເຊຜູ້ເລືອກສັນຂອງພຣະອົງໄດ້ມາຢືນເຝົ້າຂັດຄ້ານພຣະອົງ ເພື່ອຫັນພຣະພິໂຣດຂອງພຣະອົງເສັຽຈາກການທຳລາຍ 24 ແລ້ວທ່ານກໍປມາດແຜ່ນດິນອັນຮົ່ມຣື່ນນັ້ນ ບໍ່ມີຄວາມເຊື່ອໃນພຣະສັນຍາຂອງພຣະອົງ 25 ທ່ານຈົ່ມຢູ່ໃນເຕັນຂອງທ່ານ ແລະບໍ່ຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າ 26 ເພາະສະນັ້ນພຣະອົງຊົງຍົກພຣະຫັດຂອງພຣະອົງປະຕິຍານຕໍ່ທ່ານວ່າຈະທຳໃຫ້ທ່ານລົ້ມຕາຍໃນຖິ່ນກັນດານ 27 ແລະຈະກະຈາຍເຊື້ອສາຍຂອງທ່ານໄປຖ້າມກາງປະຊາຊາດ ຫວ່ານເຂົາໄປທົ່ວປະເທດທັງຫລາຍ 28 ແລ້ວທ່ານກໍໄປຕິດພັນຢູ່ກັບບາອານແຫ່ງເມືອງເປໂອຣ໌ ແລະກິນເຄື່ອງສັຕບູຊາ ທີ່ບູຊາພຣະຕາຍ 29 ທ່ານຍົວະເຍົ້າພຣະອົງໃຫ້ຊົງໂກດດ້ວຍການກະທຳຂອງທ່ານ ແລະໂຣກລະບາດເກີດຂຶ້ນຖ້າມກາງທ່ານ 30 ແລ້ວຟີເນຮັສ ໄດ້ຢືນຂຶ້ນຈັດການລົງໂທດ ແລະໂຣກລະບາດນັ້ນກໍຢຸດ 31 ທີ່ເຂົາທຳນັ້ນພຣະອົງຊົງນັບວ່າເປັນຄວາມຊອບທັມແກ່ເຂົາຕລອດທຸກຊົ່ວຊາດອາຍຸສືບຕໍ່ໄປເປັນນິດ” 32 ທ່ານທຳໃຫ້ພຣະອົງກີ້ວທີ່ນ້ຳເມຣີບາ ເພາະເຣື່ອງຂອງທ່ານນີ້ ໂມເຊກໍເດືອດຮ້ອນນຳ 33 ເພາະທ່ານທຳໃຫ້ຈິດໃຈໂມເຊຂົມຂື່ນ ແລະຮີມຝີປາກຂອງເຂົາເວົ້າຖ້ອຍຄຳຫຸນຫັນ 34 ທ່ານບໍ່ໄດ້ທຳລາຍຊົນຊາດທັງຫລາຍຕາມທີ່ພຣະຜູ້ເປັນເຈົ້າຊົງບັນຊາທ່ານໄວ້ 35 ແຕ່ທ່ານໄດ້ປະປົນກັບປະຊາຊາດເຫລົ່ານັ້ນ ແລະຫັດທຳຢ່າງທີ່ເຂົາທຳກັນ 36 ທ່ານບົວລະບັດຮູບເຄົາຣົບຂອງເຂົາ ຊຶ່ງກາຍເປັນບ້ວງສຳລັບທ່ານ 37 ທ່ານຂ້າບຸດຊາຍແລະບຸດຍິງຂອງທ່ານ ຖວາຍເປັນເຄື່ອງສັກກາຣະບູຊາແກ່ປີສາດ 38 ທ່ານເທໂລຫິດຜູ້ໄຮ້ຜິດອອກມາ ຄືໂລຫິດບຸດຊາຍແລະບຸດຍິງຂອງທ່ານ ຜູ້ຊຶ່ງທ່ານໄດ້ຂ້າເປັນເຄື່ອງສັກກາຣະບູຊາແກ່ຮູບເຄົາຣົບແຫ່ງການາອານ ແຜ່ນດິນກໍມົນທິນໄປດ້ວຍໂລຫິດ 39 ທ່ານຈຶ່ງເປັນຄົນບໍ່ສະອາດດ້ວຍການກະທຳຂອງທ່ານ ແລະປະພຶດຢ່າງໂສເພນີໃນການກະທຳຂອງທ່ານ 40 ສະນັ້ນພຣະຜູ້ເປັນເຈົ້າຈຶ່ງໂກດຮ້າຍຕໍ່ປະຊາກອນຂອງພຣະອົງ ແລະພຣະອົງຊົງລັງກຽດມໍຣະດົກຂອງພຣະອົງ 41 ພຣະອົງຊົງມອບທ່ານໄວ້ໃນມືປະຊາຊາດຕ່າງໆ ບັນດາຜູ້ທີ່ກຽດທ່ານຈຶ່ງປົກຄອງເຫນືອທ່ານ 42 ສັດຕຣູຂອງທ່ານໄດ້ບີບບັງຄັບທ່ານ ແລະທ່ານຕົກໄປຢູ່ໃຕ້ອຳນາດຂອງເຂົາ 43 ພຣະອົງຊົງຊ່ອຍກູ້ທ່ານຫລາຍຄັ້ງ ແຕ່ທ່ານມັກກະບົດໃນຈຸດປະສົງຂອງທ່ານ ແລະຖືກຈົມລົງດ້ວຍຄວາມບາບຜິດຂອງທ່ານ 44 ປານນັ້ນ ເມື່ອພຣະອົງສະດັບສຽງຮ້ອງທູນຂອງທ່ານ ພຣະອົງຊົງສົນພຣະທັຍ ໃນຄວາມທຸກໃຈຂອງທ່ານ 45 ເພື່ອເຫັນແກ່ທ່ານ ພຣະອົງຊົງຣະລຶກເຖິງຄຳສັນຍາຂອງພຣະອົງ ແລະຍັງຊົງກະຣຸນາຕາມຄວາມຮັກຫມັ້ນຄົງອັນອຸດົມຂອງພຣະອົງ 46 ພຣະອົງຊົງໃຫ້ທ່ານໄດ້ຮັບຄວາມສົງສານ ຈາກບັນດາຜູ້ທີ່ໄດ້ຍຶດທ່ານໄປເປັນຊະເລີຍ 47 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງທັງຫລາຍ ຂໍຊົງຊ່ອຍຂ້າພຣະອົງທັງຫລາຍໃຫ້ລອດ ແລະຂໍຊົງຮວບຮວມຂ້າພຣະອົງທັງຫລາຍຈາກຖ້າມກາງປະຊາຊາດຕ່າງໆ ເພື່ອຂ້າພຣະອົງທັງຫລາຍຈະໂມທະນາຂອບພຣະຄຸນພຣະນາມບໍຣິສຸດຂອງພຣະອົງ ແລະເຣີງໂລດໃນການສັຣເສີນພຣະອົງ 48 ຈົ່ງຖວາຍສາທຸການແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິສຣາເອນ ແຕ່ນີຣັນຈົນເຖິງນິຣັນ ແລະຂໍປະຊາຊົນທັງປວງກ່າວວ່າ, “ອາແມນ” ຈົ່ງສັຣເສີນ ພຣະຜູ້ເປັນເຈົ້າເຖີດ
ການສັຣເສີນພຣະຣາຊບຸນຄຸນຂອງພຣະເຈົ້າ
1 ຈົ່ງຂອບພຣະຄຸນພຣະຜູ້ເປັນເຈົ້າ ເພາະຄວາມດີຂອງພຣະອົງ ຄວາມຮັກຂອງພຣະອົງຊົງມີຕລອດໄປ 2 ບັນດາຜູ້ທີ່ພຣະອົງຊົງຊ່ອຍໃຫ້ພົ້ນພັຍ ຈົ່ງຮ່ວມກັນສັຣເສີນພຣະຜູ້ເປັນເຈົ້າ ເພາະພຣະອົງໄດ້ຊົງຊ່ອຍຊີວິດຂອງພວກເຂົາອອກຈາກເງື້ອມມືຂອງສັດຕຣູ 3 ແລະນຳພວກເຂົາອອກມາຈາກຕ່າງປະເທດ ຈາກທິດຕາເວັນອອກແລະທິດຕາເວັນຕົກ ຈາກທິດເຫນືອແລະທິດໃຕ້ 4 ສ່ວນບາງຄົນທີ່ທ່ຽວໄປມາໃນທາງຖິ່ນກັນດານ ກໍບໍ່ອາດພົບພໍ້ຫົນທາງທີ່ຈະເຂົ້າໄປຢູ່ໃນເມືອງໄດ້ 5 ພວກເຂົາຫິວເຂົ້າຫິວນ້ຳ ແລະສູນເສັຽຄວາມຫວັງທຸກຢ່າງ 6 ເມື່ອມີຄວາມທຸກຍາກລຳບາກ ພວກເຂົາໄດ້ຮ້ອງຫາພຣະຜູ້ເປັນເຈົ້າ ພຣະອົງກໍໄດ້ຊົງຊ່ອຍເຂົາໃຫ້ພົ້ນຈາກຄວາມທຸກໂສກ 7 ພຣະອົງຊົງນຳພວກເຂົາມຸ່ງຫນ້າໄປອາໄສຢູ່ໃນເມືອງ 8 ພວກເຂົາຕ້ອງຂອບພຣະຄຸນພຣະຜູ້ເປັນເຈົ້າ ຍ້ອນຄວາມຮັກອັນຫມັ້ນຄົງຂອງພຣະອົງ ແລະຍ້ອນການອັດສະຈັນທີ່ພຣະອົງຊົງກະທຳສຳລັບພວກເຂົາ 9 ພຣະອົງຊົງທຳໃຫ້ຜູ້ຫິວນ້ຳອີ່ມຢ່າງພໍໃຈ ແລະຜູ້ທີ່ຫິວເຂົ້າກໍອີ່ມດ້ວຍຂອງດີ 10 ບາງຄົນທີ່ເປັນນັກໂທດຢູ່ໃນຄວາມໂສກເສົ້າ ແລະມືດມົວທີ່ຖືກມັດດ້ວຍໂສ້ຢ່າງທໍຣະມານ 11 ເພາະວ່າພວກເຂົາໄດ້ກະບົດຕໍ່ສູ້ພຣະວັຈນະຂອງພຣະເຈົ້າອົງສູງສຸດ ແລະປະຕິເສດຄຳສັ່ງສອນຂອງພຣະອົງ 12 ພວກເຂົາອິດເມື່ອຍຍ້ອນວຽກຫນັກ ພວກເຂົາລົ້ມລົງແລະບໍ່ມີຜູ້ໃດຊ່ອຍເຂົາ 13 ເມື່ອມີຄວາມທຸກຍາກລຳບາກ ພວກເຂົາໄດ້ຮ້ອງຫາພຣະຜູ້ເປັນເຈົ້າ ພຣະອົງກໍໄດ້ຊົງຊ່ອຍເຂົາໃຫ້ພົ້ນຈາກຄວາມທຸກໂສກ 14 ພຣະອົງຊົງໃຫ້ພວກເຂົາພົ້ນຈາກຄວາມໂສກເສົ້າ ແລະຄວາມມືດມົວ ແລະຊົງຕັດໂສ້ມັດຕົວຂອງພວກເຂົາອອກ 15 ພວກເຂົາຕ້ອງຂອບພຣະຄຸນພຣະຜູ້ເປັນເຈົ້າ ຍ້ອນຄວາມຮັກອັນຫມັ້ນຄົງຂອງພຣະອົງ ແລະຍ້ອນການອັດສະຈັນທີ່ພຣະອົງຊົງກະທຳສຳລັບພວກເຂົາ 16 ພຣະອົງຊົງມ້າງເພປະຕູທອງລົງ ແລະຕັດກົງເຫລັກໃຫ້ຂາດອອກ 17 ບາງຄົນກໍເຈັບໄຂ້ຍ້ອນຄວາມຜິດຂອງພວກເຂົາ ແລະທຸກທໍຣະມານຍ້ອນຄວາມຊົ່ວຂອງພວກເຂົາ 18 ພວກເຂົາອ່ອນແຮງຈົນບໍ່ຢາກກິນເຂົ້າ ພວກເຂົາໄດ້ຢູ່ໃກ້ໆກັບຄວາມຕາຍ 19 ເມື່ອມີຄວາມທຸກລຳບາກ ພວກເຂົາໄດ້ຮ້ອງຫາພຣະຜູ້ເປັນເຈົ້າ ພຣະອົງກໍໄດ້ຊົງຊ່ອຍເຂົາໃຫ້ພົ້ນຈາກຄວາມທຸກໂສກ 20 ພວກເຂົາດີຈາກພຍາດດ້ວຍພຣະວັຈນະຂອງພຣະອົງ ແລະພຣະອົງຊົງຊ່ອຍພວກເຂົາບໍ່ໃຫ້ຕາຍ 21 ພວກເຂົາຕ້ອງຂອບພຣະຄຸນພຣະຜູ້ເປັນເຈົ້າ ຍ້ອນຄວາມຮັກອັນຫມັ້ນຄົງຂອງພຣະອົງ ແລະຍ້ອນການອັດສະຈັນທີ່ພຣະອົງຊົງກະທຳສຳລັບພວກເຂົາ 22 ພວກເຂົາຕ້ອງຂອບພຣະຄຸນພຣະອົງດ້ວຍການຖວາຍບູຊາ ແລະບົດເພງອັນມ່ວນຊື່ນທີ່ກ່າວເຖິງທຸກສິ່ງທີ່ພຣະອົງຊົງກະທຳ 23 ບາງຄົນກໍຂີ່ເຮືອແລ່ນໄປມາຢູ່ເທິງມະຫາສະຫມຸດເພື່ອຫາລ້ຽງຊີບ 24 ພວກເຂົາໄດ້ເຫັນສິ່ງທີ່ພຣະຜູ້ເປັນເຈົ້າຊົງກະທຳ ຄືກິຈການອັນອັດສະຈັນຂອງພຣະອົງຢູ່ເທິງທະເລ 25 ເມື່ອພຣະອົງຊົງສັ່ງລົມອັນແຮງກ້າກໍເລີ້ມພັດ ແລະເຮັດໃຫ້ຄື້ນນ້ຳທະເລຟອງຂຶ້ນ 26 ເຮືອໄດ້ຖືກໂຍກຂຶ້ນໂຍກລົງຕາມລະດັບນ້ຳ ໃນເວລາອັນຕະຣາຍເຊັ່ນນີ້ມະນຸດໄດ້ຂາດຄວາມກ້າຫານ 27 ພວກເຂົາໄດ້ເຕະສະດຸດແລະຍ່າງໂຊເຊເຫມືອນຄົນເມົາເຫລົ້າ ຄວາມຊຳນານຂອງພວກເຂົາກໍຊ່ອຍຫຍັງບໍ່ໄດ້ 28 ເມື່ອມີຄວາມທຸກລຳບາກ ພວກເຂົາໄດ້ຮ້ອງຫາພຣະຜູ້ເປັນເຈົ້າ ພຣະອົງກໍໄດ້ຊົງຊ່ອຍພວກເຂົາໃຫ້ພົ້ນຈາກຄວາມທຸກໂສກ 29 ພຣະອົງຊົງກະທຳໃຫ້ພະຍຸງຽບສງັດ ແລະຟອງທະເລກໍມິດງຽບລົງ 30 ພວກເຂົາຕ່າງກໍພາກັນດີໃຈ ແລ້ວພຣະອົງຊົງນຳພວກເຂົາມາຮອດທ່າເຮືອຕາມຈຸດຫມາຍປາຍທາງ 31 ພວກເຂົາຕ້ອງຂອບພຣະຄຸນພຣະຜູ້ເປັນເຈົ້າ ຍ້ອນຄວາມຮັກອັນຫມັ້ນຄົງຂອງພຣະອົງ ແລະຍ້ອນການອັດສະຈັນທີ່ພຣະອົງຊົງກະທຳສຳລັບພວກເຂົາ 32 ພວກເຂົາຕ້ອງປະກາດຄວາມຍິ່ງໃຫຍ່ຂອງພຣະອົງຕໍ່ຊຸມນຸມຊົນ ແລະສັຣເສີນພຣະອົງຕໍ່ກອງປະຊຸມພວກເຖົ້າແກ່ 33 ພຣະຜູ້ເປັນເຈົ້າຊົງທຳໃຫ້ແມ່ນ້ຳຂອດແຫ້ງລົງ ແລະຊົງໃຫ້ບໍ່ນ້ຳເຊົາໄຫລ 34 ພຣະອົງໄດ້ຊົງກະທຳໃຫ້ດິນທີ່ອຸດົມສົມບູນກາຍເປັນດິນເຄັມແລະໃຊ້ການບໍ່ໄດ້ ເພາະຄວາມຊົ່ວຊ້າຂອງຜູ້ທີ່ອາໄສຢູ່ເທິງດິນນັ້ນ 35 ພຣະອົງຊົງປ່ຽນແປງຖິ່ນກັນດານໃຫ້ມີຫນອງນ້ຳ ແລະຖິ່ນທີ່ແຫ້ງແລ້ງໃຫ້ມີນ້ຳບໍ່ 36 ພຣະອົງຊົງໃຫ້ຜູ້ທີ່ຫິວເຂົ້າອາໄສຢູ່ທີ່ນັ້ນ ແລະພວກເຂົາໄດ້ສ້າງເມືອງອາໄສຢູ່ 37 ພວກເຂົາໄດ້ຫວ່ານກ້າດຳນາແລະປູກຕົ້ນອະງຸ່ນ ຊຶ່ງໄດ້ເກີດຫມາກຢ່າງອຸດົມສົມບູນ 38 ພຣະອົງຊົງອວຍພຣະພອນແກ່ໄພ່ພົນຂອງພຣະອົງໃຫ້ມີລູກຫລາຍຄົນ ແລະຊົງລ້ຽງຮັກສາຝູງສັດຂອງພວກເຂົາບໍ່ໃຫ້ຫລຸດນ້ອຍຖອຍລົງ 39 ເມື່ອໄພ່ພົນຂອງພຣະເຈົ້າໄດ້ຜ່າຍແພ້ແລະໄດ້ຮັບຄວາມອັບອາຍຍ້ອນຖືກການຂົ່ມເຫັງຢ່າງຫ້ຽມໂຫດແລະການທໍຣະມານ 40 ພຣະອົງບໍ່ຊົງພໍພຣະທັຍຜູ້ທີ່ຂົ່ມເຫັງພວກເຂົາ ແລະຊົງໃຫ້ພວກເຂົາທຽວໄປມາໃນຖິ່ນກັນດານ 41 ແຕ່ວ່າພຣະອົງຊົງຊ່ອຍຄົນຈົນໃຫ້ພົ້ນຈາກຄວາມທຸກຍາກລຳບາກ ແລະຊົງໃຫ້ພວກເຂົາມີຄອບຄົວເພີ້ມທະວີຂຶ້ນເຫມືອນສັດໃນຝູງ 42 ເມື່ອຄົນຊອບທັມເຫັນເຫດການຢ່າງນີ້ກໍມີຄວາມຍິນດີ ແຕ່ວ່າພວກຄົນຊົ່ວຮ້າຍທັງປວງກໍມິດງຽບຢູ່ 43 ຂໍໃຫ້ຜູ້ທີ່ສລາດຄິດເຖິງສິ່ງເຫລົ່ານີ້ ຂໍໃຫ້ພວກເຂົາຮັບຮູ້ເຖິງຄວາມຮັກອັນຫມັ້ນຄົງຂອງພຣະອົງ
ຄຳອ້ອນວອນຂໍຄວາມຊ່ອຍເຫລືອສູ້ສັດຕຣູ ບົດເພງ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະເຈົ້າ ຈິດໃຈຂອງຂ້າພຣະອົງຫມັ້ນຄົງ ຂ້າພຣະອົງຈະຮ້ອງເພງ ຂ້າພຣະອົງຈະຮ້ອງເພງສັຣເສີນດ້ວຍຈິດໃຈຂອງຂ້າພຣະອົງ 2 ພີນໃຫຍ່ແລະພີນເຂົາຄູ່ເອີຍ ຕື່ນເຖີດ ຂ້າພະເຈົ້າຈະປຸກອະຣຸນ 3 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຈະຖວາຍໂມທະນາຂອບພຣະຄຸນພຣະອົງຖ້າມກາງປະຊາຊາດ ຂ້າພຣະອົງຈະຮ້ອງເພງສັຣເສີນພຣະອົງຖ້າມກາງຊົນຊາດທັງຫລາຍ 4 ເພາະຄວາມຮັກຫມັ້ນຄົງຂອງພຣະອົງຍິ່ງໃຫຍ່ເຫນືອຟ້າສວັນ ຄວາມສັຕຈິງຂອງພຣະອົງສູງເຖິງເມກ 5 ຂ້າແດ່ພຣະເຈົ້າ ຂໍຊົງເປັນທີ່ເຊີດຊູເຫນືອຟ້າສວັນ ຂໍພຣະສະງ່າຣາສີຂອງພຣະອົງຢູ່ທົ່ວແຜ່ນດິນໂລກ 6 ຂໍປະທານໄຊຊະນະໂດຍພຣະຫັດຂວາຂອງພຣະອົງແລະຊົງຕອບຂ້າພຣະອົງ ເພື່ອວ່າຜູ້ທີ່ພຣະອົງຊົງຮັກຈະໄດ້ຮັບການຊ່ອຍກູ້ 7 ພຣະເຈົ້າໄດ້ຕຣັສໃນສະຖານນະມັສການຂອງພຣະອົງວ່າ, “ເຮົາຈະແບ່ງເມືອງເຊເຄມດ້ວຍຄວາມຍິນດີ ແລະແບ່ງຫຸບເຂົາເມືອງຊຸກໂກທອອກ 8 ກິເລອາດເປັນຂອງເຮົາ ມານັສເຊເປັນຂອງເຮົາ ເອຟຣາອີມເປັນທີ່ກັນຫົວຂອງເຮົາ ຢູດາເປັນກະບອງຂອງເຮົາ 9 ໂມອາບເປັນອ່າງລ້າງຊຳຣະຂອງເຮົາ ເຮົາແກວ່ງເກີບຂອງເຮົາລົງເທິງເອໂດມ ເຮົາໂຮ່ຣ້ອງດ້ວຍຄວາມມີໄຊເຫນືອຟີລິສຕີນ” 10 ຜູ້ໃດຈະນຳຂ້າພະເຈົ້າເຂົ້າໄປໃນນະຄອນທີ່ມີປ້ອມ ຜູ້ໃດຈະນຳຂ້າພະເຈົ້າໄປຍັງເອໂດມ 11 ຂ້າແດ່ພຣະເຈົ້າ ພຣະອົງບໍ່ໄດ້ຊົງປະຖິ້ມຂ້າພຣະອົງທັງຫລາຍແລ້ວຫລື ຂ້າແດ່ພຣະເຈົ້າ ພຣະອົງບໍ່ຊົງອອກໄປກັບກອງທັບຂອງຂ້າພຣະອົງທັງຫລາຍຫລືນີ້ 12 ຂໍປະທານຄວາມຊ່ອຍເຫລືອເພື່ອຕໍ່ຕ້ານສັດຕຣູ ເພາະຄວາມຊ່ອຍເຫລືອຂອງມະນຸດກໍໄຮ້ເຫດຜົນ 13 ໂດຍເພິ່ງໃນພຣະເຈົ້າ ຂ້າພະເຈົ້າທັງຫລາຍຈະທຳຢ່າງເຂັ້ມແຂງ ພຣະອົງເອງຊົງເປັນຜູ້ຢຽບຄູ່ສັດຕຣູຂອງຂ້າພະເຈົ້າທັງຫລາຍລົງ
ຄຳຮຽກຮ້ອງຂໍຊົງແກ້ແຄ້ນ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະເຈົ້າ ຜູ້ຊຶ່ງຂ້າພຣະອົງສັຣເສີນ ຂໍຢ່າຊົງມິດເສີຍ 2 ເພາະປາກທີ່ອະທັມແລະຫລອກລວງອ້າໃສ່ຂ້າພຣະອົງຢູ່ແລ້ວ ໄດ້ເວົ້າປັກປຳຂ້າພຣະອົງດ້ວຍລີ້ນມຸສາ 3 ເຂົາທັງຫລາຍລ້ອມຂ້າພຣະອົງໄວ້ດ້ວຍຖ້ອຍຄຳກຽດຊັງ ແລະໂຈມຕີຂ້າພຣະອົງຢ່າງໄຮ້ເຫດຜົນ 4 ເຂົາຟ້ອງຂ້າພຣະອົງແທນຄວາມຮັກຂອງຂ້າພຣະອົງ ສ່ວນຂ້າພຣະອົງໄດ້ອ້ອນວອນເທົ່ານັ້ນ 5 ເຂົາຕອບແທນຂ້າພຣະອົງດ້ວຍຄວາມຊົ່ວແທນຄວາມດີ ແລະຄວາມກຽດຊັງແທນຄວາມຮັກຂອງຂ້າພຣະອົງ 6 ຂໍຊົງຕັ້ງຄົນອະທັມປັກປຳເຂົາ ແລະໃຫ້ໂຈດຟ້ອງເຂົາໃຫ້ເປັນຄະດີ 7 ເມື່ອພິຈາຣະນາຄະດີ ກໍໃຫ້ເຂົາປາກົດວ່າ ເປັນຜູ້ກະທຳຜິດ ແລະໃຫ້ຄຳອ້ອນວອນຂອງເຂົາໄຮ້ຜົນ 8 ຂໍໃຫ້ວັນເວລາຂອງເຂົາຫນ້ອຍ ຂໍໃຫ້ອີກຜູ້ນຶ່ງມາຍຶດຕຳແຫນ່ງຂອງເຂົາ 9 ຂໍໃຫ້ລູກຂອງເຂົາກຳພ້າພໍ່ ແລະເມັຽຂອງເຂົາເປັນຫມ້າຍ 10 ຂໍໃຫ້ລູກຂອງເຂົາຕ້ອງພະເນຈອນຂໍທານໄປ ຂໍໃຫ້ເຂົາຖືກຂັບໄລ່ໄປຈາກບ່ອນເພພັງທີ່ເຂົາຢູ່ 11 ຂໍໃຫ້ເຈົ້າຫນີ້ມາຍຶດຂອງທັງສິ້ນທີ່ເຂົາມີຢູ່ ຂໍຄົນຕ່າງຖິ່ນມາປຸ້ນຜົນງານຂອງເຂົາໄປ 12 ຂໍຢ່າໃຫ້ຜູ້ໃດເອັນດູເຂົາ ຢ່າໃຫ້ຜູ້ໃດສົງສານລູກກຳພ້າຂອງເຂົາ 13 ຂໍໃຫ້ວົງວານຂອງເຂົາຖືກຕັດອອກ ຂໍໃຫ້ຕະກູນຂອງເຂົາສິ້ນໄປໃນອີກຊົ່ວຊີວິດນຶ່ງ 14 ຂໍໃຫ້ຄວາມບາບຜິດຂອງບັນພະບຸຣຸດຂອງເຂົາຍັງເປັນທີ່ຈຳໄດ້ຢູ່ຕໍ່ພຣະພັກພຣະຜູ້ເປັນເຈົ້າ ຢ່າໃຫ້ບາບຂອງມານດາເຂົາລົບເລື່ອນໄປ 15 ຂໍໃຫ້ບາບນັ້ນຢູ່ຕໍ່ເບື້ອງພຣະພັກພຣະຜູ້ເປັນເຈົ້າເປັນນິດ ເພື່ອພຣະອົງຈະຊົງຕັດອະນຸສອນຂອງເຂົາເຫລົ່ານັ້ນເສັຽຈາກແຜ່ນດິນໂລກ 16 ເພາະເຂົາບໍ່ຈົດຈຳທີ່ຈະສະແດງຄວາມເອັນດູ ແຕ່ໄລ່ຂົ່ມເຫັງຄົນທຸກຍາກ ແລະຄົນຂັດສົນ ແລະຄົນໃຈທໍ້ຖອຍເພື່ອຈະຂ້າເສັຽ 17 ເຂົາຮັກທີ່ຈະແຊ່ງ ຂໍໃຫ້ຄຳແຊ່ງຕົກເທິງເຂົາ ເຂົາບໍ່ມັກການໃຫ້ພອນ ຂໍພອນຈົ່ງຫ່າງໄກຈາກເຂົາ 18 ເຂົາເອົາການແຊ່ງຫົ່ມຕ່າງເສື້ອຜ້າຂອງເຂົາ ຂໍໃຫ້ຊຶມເຂົ້າໄປໃນກາຍຂອງເຂົາຢ່າງນ້ຳ ຂໍໃຫ້ຊຶມເຂົ້າໄປໃນກະດູກຂອງເຂົາຢ່າງນ້ຳມັນ 19 ໃຫ້ເຫມືອນເຄື່ອງແຕ່ງກາຍທີ່ຄຸມເຂົາຢູ່ ເຫມືອນເຂັມຂັດທີ່ຄາດເຂົາໄວ້ສເມີ 20 ທັງນີ້ຂໍໃຫ້ເປັນບຳເຫນັດຈາກພຣະຜູ້ເປັນເຈົ້າ ແກ່ໂຈດຂອງຂ້າພຣະອົງ ແກ່ຜູ້ທີ່ກ່າວຮ້າຍຕໍ່ຊີວິດຂອງຂ້າພຣະອົງ 21 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພຣະອົງ ຂໍຊົງກະທຳເພື່ອຂ້າພຣະອົງໂດຍເຫັນແກ່ພຣະນາມຂອງພຣະອົງ ເພາະວ່າຄວາມຮັກຫມັ້ນຄົງຂອງພຣະອົງນັ້ນປະເສີດ ຂໍຊົງຊ່ອຍກູ້ຂ້າພຣະອົງ 22 ເພາະຂ້າພຣະອົງຍາກຈົນແລະຂັດສົນ ແລະຈິດໃຈຂອງຂ້າພຣະອົງກໍບາດເຈັບຢູ່ພາຍໃນ 23 ຂ້າພຣະອົງສິ້ນສຸດໄປແລ້ວຢ່າງເງົາຕອນຄ່ຳ ຂ້າພຣະອົງຖືກສລັດອອກເຫມືອນຕັກແຕນ 24 ເຂົ່າຂອງຂ້າພຣະອົງກໍອ່ອນເປັ້ຽເພາະການອົດອາຫານ ຮ່າງກາຍຂອງຂ້າພຣະອົງກໍຊູບຜອມໄປ 25 ຂ້າພຣະອົງເປັນຂີ້ປາກຂອງເຂົາ ເມື່ອເຂົາເຫັນຂ້າພຣະອົງ ເຂົາກໍສັ່ນຫົວ 26 ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ຂໍຊົງຊ່ອຍຂ້າພຣະອົງ ຂໍຊົງຊ່ອຍຂ້າພຣະອົງໃຫ້ລອດ ຕາມຄວາມຮັກຫມັ້ນຄົງຂອງພຣະອົງ 27 ຂໍໃຫ້ເຂົາຮູ້ວ່າ ນີ້ເປັນຝີພຣະຫັດຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງໄດ້ຊົງກະທຳການນີ້ 28 ໃຫ້ເຂົາແຊ່ງໄປ ແຕ່ຂໍພຣະອົງຊົງອວຍພຣະພອນ ຂໍໃຫ້ຜູ້ທີ່ລຸກຂຶ້ນສູ້ຂ້າພຣະອົງໄດ້ອາຍ ຂໍໃຫ້ຜູ້ຮັບໃຊ້ຂອງພຣະອົງຍິນດີ 29 ຂໍໃຫ້ໂຈດຂອງຂ້າພຣະອົງຫົ່ມຄວາມອັປຍົດ ຂໍໃຫ້ຄວາມອັບອາຍສວມກາຍເຂົາຢ່າງເສື້ອຄຸມ 30 ດ້ວຍປາກຂອງຂ້າພະເຈົ້າ ຂ້າພະເຈົ້າຈະໂມທະນາຂອບພຣະຄຸນພຣະເຈົ້າຢ່າງມາກມາຍ ຂ້າພະເຈົ້າຈະສັຣເສີນພຣະອົງຖ້າມກາງຄົນຫລວງຫລາຍ 31 ເພາະພຣະອົງປະທັບຂວາມືຂອງຄົນຂັດສົນ ເພື່ອຊົງຊ່ອຍເຂົາໃຫ້ພົ້ນຈາກຄົນທີ່ຢາກຂ້າເຂົານັ້ນ
ພຣະຜູ້ເປັນເຈົ້າແລະເຈົ້າຊີວິດທີ່ພຣະອົງຊົງເລືອກ
1 ພຣະເຈົ້າຊົງກ່າວກັບ ພຣະອົງຜູ້ເປັນເຈົ້າຂອງຂ້າພະເຈົ້າວ່າ, “ຈົ່ງນັ່ງທີ່ຂ້າງຂວາຂອງເຮົາ ຈົນກວ່າເຮົາຈະກະທໍາໃຫ້ສັດຕຣູຂອງເຈົ້າເປັນແທ່ນຮອງຕີນຂອງເຈົ້າ” 2 ພຣະເຈົ້າຊົງໃຊ້ຄະທາ (ກະບອງ)ຊົງຣິດຂອງພຣະອົງທ່ານໄປຈາກຊີໂອນ ຈົ່ງຄອບຄອງຖ້າມກາງສັດຕຣູຂອງພຣະອົງທ່ານເຖີດ 3 ຊົນຊາດຂອງພຣະອົງທ່ານຈະສມັກຖວາຍຕົວຂອງເຂົາດ້ວຍຄວາມເຕັມໃຈ ໃນວັນທີ່ພຣະອົງທ່ານນຳພົນໂຍທາພຣະອົງທ່ານໄປເທິງພູບໍຣິສຸດ ດັ່ງນ້ຳຄ້າງຢອດລົງໃນຍາມເຊົ້າຕູ່ ນ້ຳຄ້າງແຫ່ງວັຍຫນຸ່ມເປັນຂອງພຣະອົງ 4 ພຣະຜູ້ເປັນເຈົ້າຊົງປະຕິຍານແລ້ວ ແລະຈະບໍ່ປ່ຽນພຣະທັຍຂອງພຣະອົງ “ເຈົ້າເປັນປະໂຣຫິດຕລອດໄປ ໃນລຳດັບດຽວກັບເມນຄີເຊເດັກ” 5 ອົງພຣະຜູ້ເປັນເຈົ້າປະທັບຂ້າງຂວາຫັດຂອງພຣະອົງທ່ານ ພຣະອົງຊົງສລາຍບັນດາພຣະຣາຊາ ໃນວັນທີ່ຊົງພຣະພິໂຣດ 6 ພຣະອົງຊົງກະທຳການພິພາກສາຖ້າມກາງປະຊາຊາດໃຫ້ຊາກສົບເຕັມໄປຫມົດ ພຣະອົງຈະຊົງສລາຍຜູ້ເປັນປະມຸກທົ່ວແຜ່ນດິນໂລກອັນກວ້າງຂວາງ 7 ພຣະອົງທ່ານຈະຊົງດື່ມຈາກລຳທານຂ້າງທາງ ສະນັ້ນພຣະອົງທ່ານຈະຊົງຜະງົກພຣະສຽນຂຶ້ນ
ພຣະເຈົ້າຊົງດູແລຊົນຊາດຂອງພຣະອົງ
1 ຈົ່ງສັຣເສີນພຣະເຈົ້າເຖີດ ຂ້າພະເຈົ້າຈະໂມທະນາພຣະຄຸນພຣະຜູ້ເປັນເຈົ້າດ້ວຍສິ້ນສຸດໃຈຂອງຂ້າພະເຈົ້າ ໃນຄນະຜູ້ທ່ຽງທັມໃນຊຸມນຸມຊົນ 2 ບັນດາພຣະຣາຊກິຈຂອງພຣະຜູ້ເປັນເຈົ້າຍິ່ງໃຫຍ່ ເປັນທີ່ຄົ້ນຄວ້າຂອງທຸກຄົນທີ່ພໍໃຈ 3 ພຣະຣາຊກິຈຂອງພຣະອົງສູງສົ່ງແລະມີກຽດ ແລະຄວາມຊອບທັມຂອງພຣະອົງດຳຣົງຢູ່ເປັນນິດ 4 ພຣະອົງໄດ້ຊົງໃຫ້ພຣະຣາຊກິຈອັດສະຈັນຂອງພຣະອົງເປັນທີ່ຈົດຈຳ ພຣະເຈົ້າຊົງມີພຣະຄຸນແລະຊົງພຣະກະຣຸນາ 5 ພຣະອົງປະທານອາຫານໃຫ້ຜູ້ທີ່ເກງກົວພຣະອົງ ພຣະອົງຊົງຈົນຈຳຄຳສັນຍາຂອງພຣະອົງສເມີ 6 ພຣະອົງໄດ້ຊົງສຳແດງຣິດທານຸພາບແຫ່ງພຣະຣາຊກິຈຂອງພຣະອົງແກ່ໄພ່ພົນຂອງພຣະອົງ ໃນການທີ່ປະທານມໍຣະດົກຂອງບັນດາປະຊາຊາດແກ່ເຂົາ 7 ພຣະຫັຖກິດຂອງພຣະອົງນັ້ນສຸດຈະຣິດ ແລະຍຸດຕິທັມ ແລະຂໍ້ບັງຄັບຂອງພຣະອົງກໍໄວ້ໃຈໄດ້ 8 ສະຖາປະນາຢູ່ຕລອດການ ແລະປະກອບຄວາມສັຕສຸດຈະຣິດກັບຄວາມທ່ຽງທັມ 9 ພຣະອົງຊົງໃຊ້ການໄຖ່ໃຫ້ມາຍັງປະຊາກອນຂອງພຣະອົງ ພຣະອົງຊົງບັນຊາຄຳສັນຍາຂອງພຣະອົງຕລອດໄປ ຄວາມບໍຣິສຸດ ແລະຣິດທານຸພາບທັງຫມົດ ຈົ່ງເປັນຂອງພຣະອົງເທີນ 10 ຄວາມຢຳເກງພຣະຜູ້ເປັນເຈົ້າເປັນທີ່ເລີ້ມຕົ້ນຂອງສະຕິປັນຍາ ບັນດາຜູ້ທີ່ປະຕິບັດຕາມກໍໄດ້ຄວາມເຂົ້າໃຈດີ ການສັຣເສີນພຣະເຈົ້າດຳຣົງຢູ່ເປັນນິດ
ຄວາມຮັງມີຂອງຜູ້ທີ່ຢຳເກງພຣະເຈົ້າ
1 ຈົ່ງສັຣເສີນພຣະຜູ້ເປັນເຈົ້າເຖີດ ຄົນທີ່ເກງກົວພຣະຜູ້ເປັນເຈົ້າ ກໍເປັນສຸກ ຄືຜູ້ທີ່ປິຕິຍິນດີເປັນອັນມາກໃນພຣະບັນຍັດຂອງພຣະອົງ 2 ເຊື້ອສາຍຂອງເຂົາຈະຊົງອານຸພາບໃນແຜ່ນດິນ ພວກຄົນທ່ຽງທັມຈະຮັບພຣະພອນ 3 ຄວາມຮຸ່ງເຮືອງແລະຄວາມມັ່ງຄັ່ງມີຢູ່ໃນເຮືອນຂອງເຂົາ ແລະຄວາມຊອບທັມຂອງເຂົາດຳຣົງຢູ່ນິດ 4 ຄວາມສວ່າງຈະໂຜ່ຂຶ້ນມາໃນຄວາມມືດໃຫ້ຄົນທ່ຽງທັມ ພຣະອົງຊົງເປັນມີພຣະຄຸນ ຊົງພຣະກະຣຸນາແລະຊົງຊອບທັມ 5 ຄົນທີ່ສະແດງຄວາມເມດຕາຄຸນແລະໃຫ້ຢືມ ກໍຢູ່ເຢັນເປັນສຸກ ຄືຜູ້ທີ່ດຳເນີນການຂອງເຂົາດ້ວຍຄວາມຍຸດຕິທັມ 6 ເພາະຄົນຊອບທັມຈະບໍ່ຖອຍ ຄົນຈະຣະລຶກເຖິງເຂົາຢູ່ເປັນນິດ 7 ເຂົາບໍ່ຢ້ານຂ່າວຮ້າຍ ຈິດໃຈຂອງເຂົາຍຶດແຫນ້ນ ວາງໃຈໃນພຣະເຈົ້າ 8 ຈິດໃຈຂອງເຂົາແນ່ວແນ່ ເຂົາຈະບໍ່ຢ້ານ ຈົນກວ່າຈະເຫັນຄວາມປະສົງຕໍ່ສັດຕຣູຂອງເຂົາສຳເຣັດ 9 ເຂົາບໍຣິຈາກຢ່າງກວ້າງຂວາງໃຫ້ແກ່ຄົນທຸກຍາກຄຸນຄວາມດີຂອງທ່ານກໍຕັ້ງຢູ່ເປັນນິດ ສັກສີຂອງເຂົາຈະໄດ້ຮັບກຽດ 10 ຄົນອະທັມເຫັນການນິ້ກໍເກີດຄວາມບໍ່ພໍໃຈ ເຂົາຂົບແຂ້ວຄ້ຽວຟັນແລ້ວລະລາຍໄປ ຄວາມປາຖນາຂອງຄົນອະທັມນັ້ນກໍຫາຍໄປ
ຄຳສັຣເສີນທີ່ຊົງເຊີດຊູຜູ້ມີໃຈຖ່ອມ
1 ຈົ່ງສັຣເສີນພຣະຜູ້ເປັນເຈົ້າເຖີດ ບັນດາຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າເອີຍ ຈົ່ງສັຣເສີນເຖີດ ຈົ່ງສັຣເສີນພຣະນາມພຣະຜູ້ເປັນເຈົ້າ 2 ສາທຸການແດ່ພຣະນາມຂອງພຣະຜູ້ເປັນເຈົ້າ ຕັ້ງແຕ່ບັດນີ້ເປັນຕົ້ນໄປເປັນນິດ 3 ຕັ້ງແຕ່ທີ່ດວງອາທິດຂຶ້ນຈົນເຖິງທີ່ດວງອາທິດຕົກ ພຣະນາມຂອງພຣະຜູ້ເປັນເຈົ້າເປັນທີ່ສັຣເສີນ 4 ພຣະຜູ້ເປັນເຈົ້າປະທັບຢູ່ສູງເຫນືອປະຊາຊາດທັງຫລາຍ ແລະພຣະສະງ່າຣາສີຂອງພຣະອົງສູງເຫນືອຟ້າສວັນ 5 ບໍ່ມີພຣະໃດເປັນເຫມືອນພຣະຜູ້ເປັນເຈົ້າຂອງເຮົາ ຜູ້ປະທັບເທິງທີ່ສູງ 6 ຜູ້ທອດພຣະເນດລົງມາທີ່ຕ່ຳເຫນືອຟ້າສວັນແລະແຜ່ນດິນໂລກ 7 ພຣະອົງຊົງຍົກຄົນທຸກຍາກຂຶ້ນມາຈາກຜົງຂີ້ດິນ ແລະຊົງຍົກຄົນຂັດສົນຂຶ້ນມາຈາກກອງຂີ້ເຖົ່າ 8 ເພື່ອໃຫ້ເຂົານັ່ງກັບບັນດາເຈົ້ານາຍກັບບັນດາເຈົ້ານາຍແຫ່ງຊົນຊາດຂອງພຣະອົງ 9 ພຣະອົງໂຜດໃຫ້ຍິງຫມັນມີບ້ານຢູ່ ເປັນແມ່ທີ່ຊື່ນບານມີບຸດ ຈົ່ງສັຣເສີນພຣະຜູ້ເປັນເຈົ້າເຖີດ
ບັນດາການອັດສະຈັນໃຈຄາວອົບພະຍົບ
1 ເມື່ອອິສຣາເອນອອກໄປຈາກເອຢິບ ຄືເຊື້ອສາຍຂອງຢາໂຄບໄປຈາກຊົນຊາດຕ່າງພາສາ 2 ຢູດາກາຍເປັນສະຖານນະມັສການຂອງພຣະອົງ ອິສຣາເອນເປັນອານາຈັກຂອງພຣະອົງ 3 ທະເລໄດ້ແລເບິ່ງແລ້ວຫນີ ຈໍແດນໄດ້ຫັນກັບຄືນ 4 ພູເຂົາໂດດຂຶ້ນເຫມືອນແກະເຖິກ ເນີນເຂົາໂດດເຫມືອນລູກແກະ 5 ເປັນຫຍັງຫນໍທະເລເອີຍ ເຈົ້າຈຶ່ງຫນີ ແມ່ນ້ຳຈໍແດນເອີຍ ເຈົ້າຈຶ່ງຫັນກັບຄືນ 6 ພູເຂົາເອີຍ ເຈົ້າຈຶ່ງໂດດຂຶ້ນເຫມືອນແກະເຖິກ ເນີນເຂົາເອີຍ ເຈົ້າຈຶ່ງໂດດເຫມືອນລູກແກະ 7 ແຜ່ນດິນເອີຍ ຫວັ່ນໄຫວເຖີດຕໍ່ເບື້ອງພຣະພັກພຣະເຈົ້າຂອງຢາໂຄບ 8 ຜູ້ໃຫ້ຫີນເປັນສະນ້ຳ ຫີນເຫລັກໄຟເປັນນ້ຳພຸ
ພຣະເຈົ້າ ແລະຮູບເຄົາຣົບ
1 ບໍ່ແມ່ນແກ່ພວກຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ບໍ່ແມ່ນແກ່ພວກຂ້າພຣະອົງ ແຕ່ຂໍຖວາຍພຣະກຽດແດ່ພຣະນາມຂອງພຣະອົງ ເພາະເຫັນແກ່ຄວາມຮັກຫມັ້ນຄົງຂອງພຣະອົງ ແລະຄວາມສັຕສຸດຈະຣິດຂອງພຣະອົງ 2 ເປັນຫຍັງບັນດາປະຊາຊາດຈຶ່ງກ່າວວ່າ, “ພຣະເຈົ້າຂອງເຂົາທັງຫລາຍຢູ່ທີ່ໃດ?” 3 ແຕ່ພຣະເຈົ້າຂອງເຮົາທັງຫລາຍຢູ່ໃນຟ້າສວັນ ສິ່ງໃດທີ່ພຣະອົງພໍພຣະທັຍ ພຣະອົງກໍຊົງກະທຳ 4 ຮູບເຄົາຣົບຂອງຄົນເຫລົ່ານັ້ນເປັນເງິນແລະທອງຄຳ ເປັນຫັຖກັມຂອງມະນຸດ 5 ຮູບເຫລົ່ານັ້ນມີປາກ ແຕ່ເວົ້າບໍ່ໄດ້ ມີຕາ ແຕ່ເບິ່ງບໍ່ໄດ້ 6 ມີຫູ ແຕ່ຟັງບໍ່ໄດ້ຍິນ ມີດັງ ແຕ່ດົມບໍ່ໄດ້ 7 ມີມື ແຕ່ຈັບບໍ່ໄດ້ ມີຕີນ ແຕ່ຍ່າງບໍ່ໄດ້ ຮູບເຫລົ່ານັ້ນທຳສຽງໃນຄໍບໍ່ໄດ້ 8 ຜູ້ທີ່ທຳຮູບເຫລົ່ານັ້ນຈະເປັນເຫມືອນຮູບເຫລົ່ານັ້ນ ບັນດາຜູ້ທີ່ວາງໃຈໃນຮູບເຫລົ່ານັ້ນກໍເຫມືອນກັນ 9 ອິສຣາເອນເອີຍ ຈົ່ງວາງໃຈໃນພຣະຜູ້ເປັນເຈົ້າເຖິດ ພຣະອົງຊົງເປັນຜູ້ອຸປຖັມແລະເປັນໂລ່ຂອງເຂົາທັງຫລາຍ 10 ເຊື້ອສາຍອາໂຣນເອີຍ ຈົ່ງວາງໃຈໃນພຣະຜູ້ເປັນເຈົ້າເຖີດ ພຣະອົງຊົງເປັນຄວາມອຸປຖັມແລະເປັນໂລ່ຂອງເຂົາທັງຫລາຍ 11 ທ່ານຜູ້ເກງກົວພຣະຜູ້ເປັນເຈົ້າເອີຍ ຈົ່ງວາງໃຈໃນພຣະຜູ້ເປັນເຈົ້າເຖີດ ພຣະອົງຊົງເປັນຄວາມອຸປຖັມແລະເປັນໂລ່ຂອງເຂົາທັງຫລາຍ 12 ພຣະຜູ້ເປັນເຈົ້າເປັນຫ່ວງເຮົາທັງຫລາຍ ພຣະອົງຊົງອວຍພຣະພອນແກ່ເຊື້ອສາຍອິສຣາເອນ ພຣະອົງຊົງອວຍພຣະພອນແກ່ເຊື້ອສາຍຂອງອາໂຣນ 13 ພຣະອົງຈະຊົງອວຍພຣະພອນແກ່ບັນດາຜູ້ທີ່ຢຳເກງພຣະຜູ້ເປັນເຈົ້າ ທັງຜູ້ນ້ອຍແລະຜູ້ໃຫຍ່ 14 ຂໍພຣະຜູ້ເປັນເຈົ້າໃຫ້ທ່ານເພີ້ມພູນຂຶ້ນ ທັງທ່ານແລະລູກຫລານຂອງທ່ານ 15 ຂໍທ່ານຮັບພຣະພອນຈາກພຣະຜູ້ເປັນເຈົ້າ ຜູ້ຊົງສ້າງຟ້າສວັນແລະແຜ່ນດິນໂລກ 16 ຟ້າສວັນເປັນຟ້າສວັນຂອງພຣະຜູ້ເປັນເຈົ້າ ແຕ່ພຣະອົງປະທານແຜ່ນດິນໂລກໃຫ້ແກ່ບຸດຂອງມະນຸດ 17 ຄົນຕາຍບໍ່ສັຣເສີນພຣະຜູ້ເປັນເຈົ້າ ຫລືຜູ້ທີ່ລົງໄປສູ່ທີ່ສງັດກໍເຫມືອນກັນ 18 ແຕ່ເຮົາທັງຫລາຍຈະສັຣເສີນພຣະຜູ້ເປັນເຈົ້າ ຕັ້ງແຕ່ບັດນີ້ເປັນຕົ້ນໄປເປັນນິດ ຈົ່ງສັຣເສີນພຣະເຈົ້າເຖີດ
ຄຳໂມທະນາເພາະຊົງຊ່ອຍກູ້ຈາກຄວາມຕາຍ
1 ຂ້າພະເຈົ້າຮັກພຣະຜູ້ເປັນເຈົ້າ ເພາະພຣະອົງຊົງຟັງສຽງແລະຄຳອ້ອນວອນຂອງຂ້າພະເຈົ້າ 2 ພຣະອົງຊົງງ່ຽງພຣະກັນຟັງຂ້າພະເຈົ້າ ເຫດສະນັ້ນຂ້າພະເຈົ້າຈະທູນພຣະອົງຕາບເທົ່າທີ່ຂ້າພະເຈົ້າມີຊີວິດຢູ່ 3 ບ້ວງຂອງຄວາມຕາຍດັກຢູ່ລ້ອມຂ້າພະເຈົ້າໄວ້ ຂ້າພະເຈົ້າປະສົບຄວາມທຸກໃຈແລະຄວາມລະທົມ 4 ແລ້ວຂ້າພະເຈົ້າຮ້ອງທູນອອກພຣະນາມພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຊ່ອຍຊີວິດຂອງຂ້າພຣະອົງໃຫ້ລອດ” 5 ພຣະຜູ້ເປັນເຈົ້າຊົງພຣະກະຣຸນາແລະຊອບທັມ ພຣະເຈົ້າຂອງເຮົາທັງຫລາຍປະກອບດ້ວຍພຣະເມດຕາ 6 ພຣະຜູ້ເປັນເຈົ້າຊົງສະຫງວນຄົນຮູ້ນ້ອຍໄວ້ ເມື່ອຂ້າພະເຈົ້າຕົກຕ່ຳ ພຣະອົງຊົງຊ່ອຍຂ້າພະເຈົ້າໃຫ້ລອດ 7 ຈິດໃຈຂອງຂ້າພະເຈົ້າເອີຍ ກັບໄປສູ່ທີ່ພັກຂອງເຈົ້າເຖີດ ເພາະພຣະຜູ້ເປັນເຈົ້າຊົງໂປດປານເຈົ້າຫລາຍແລ້ວ 8 ເພາະພຣະອົງຊົງຊ່ອຍກູ້ຂ້າພຣະອົງຈາກມັດຈຸຣາຊ ຊ່ອຍນັຍຕາຂອງຂ້າພຣະອົງຈາກນ້ຳຕາ ຊ່ອຍຕີນຂອງຂ້າພຣະອົງຈາກການລົ້ມ 9 ຂ້າພະເຈົ້າດຳເນີນຢູ່ສະເພາະເບື້ອງພຣະພັກພຣະຜູ້ເປັນເຈົ້າ ໃນດິນແດນຂອງຄົນເປັນ 10 ຂ້າພະເຈົ້າຍັງເຊື່ອຢູ່ ແມ້ເມື່ອຂ້າພະເຈົ້າວ່າ, “ຂ້າພະເຈົ້າໄດ້ຮັບຄວາມທຸກຍາກຍິ່ງໃຫຍ່” 11 ຂ້າພະເຈົ້າກ່າວໃນເວລາຕົກໃຈວ່າ, “ຄົນເຮົານີ້ເປັນຄົນຂີ້ຕົວະທັງນັ້ນ” 12 ຂ້າພະເຈົ້າຈະເອົາຫຍັງຕອບແທນພຣະຜູ້ເປັນເຈົ້າໄດ້ ເນື່ອງຈາກບັນດາພຣະຣາຊກິຈອັນມີພຣະຄຸນຕໍ່ຂ້າພະເຈົ້າ 13 ຂ້າພະເຈົ້າຈະຍົກຖ້ວຍແຫ່ງຄວາມລອດ ແລະຣ້ອງທູນອອກພຣະນາມພຣະຜູ້ເປັນເຈົ້າ 14 ຂ້າພະເຈົ້າຈະແກ້ບົນຂອງຂ້າພະເຈົ້າແດ່ພຣະຜູ້ເປັນເຈົ້າ ຕໍ່ຫນ້າປະຊາຊົນທັງຫລາຍຂອງພຣະອົງ 15 ມໍຣະນະກັມແຫ່ງໄພ່ພົນຂອງພຣະອົງສຳຄັນໃນສາຍພຣະເນດພຣະຜູ້ເປັນເຈົ້າ 16 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງເປັນຜູ້ຮັບໃຊ້ຂອງພຣະອົງ ພຣະເຈົ້າຂ້າ ຂ້າພຣະອົງເປັນຜູ້ຮັບໃຊ້ຂອງພຣະອົງເປັນບຸດຊາຍຂອງຍິງຄົນໃຊ້ຂອງພຣະອົງ ພຣະອົງຊົງຊ່ອຍແກ້ຂໍ້ຜູກມັດຂອງຂ້າພຣະອົງ 17 ຂ້າພຣະອົງຈະຖວາຍເຄື່ອງສັກກາຣະບູຊາໂມທະນາພຣະຄຸນແດ່ພຣະອົງ ແລະຮ້ອງທູນອອກພຣະນາມຂອງພຣະຜູ້ເປັນເຈົ້າ 18 ຂ້າພະເຈົ້າຈະແກ້ບົນຂອງຂ້າພະເຈົ້າແດ່ພຣະຜູ້ເປັນເຈົ້າ ຕໍ່ຫນ້າປະຊາຊົນທັງຫລາຍຂອງພຣະອົງ 19 ໃນບໍຣິເວນພຣະວິຫານຂອງພຣະຜູ້ເປັນເຈົ້າ ເຢຣູຊາເລັມເອີຍ ໃນຖ້າມກາງເຈົ້າ ຈົ່ງສັຣເສີນພຣະຜູ້ເປັນເຈົ້າເຖີດ
ສັຣເສີນເພາະຄວາມຮັກຫມັ້ນຄົງຂອງພຣະເຈົ້າ
1 ປະຊາຊາດທັງຫລາຍເອີຍ ຈົ່ງສັຣເສີນພຣະຜູ້ເປັນເຈົ້າເຖີດ ຊົນຊາດທັງຫລາຍເອີຍ ຈົ່ງຍົກຍ້ອງພຣະອົງເຖີດ 2 ເພາະຄວາມຮັກຫມັ້ນຄົງຂອງພຣະອົງທີ່ມີຕໍ່ເຮົານັ້ນໃຫຍ່ຫລວງ ແລະຄວາມສັຕສຸດຈະຣິດຂອງພຣະອົງດຳຣົງຢູ່ເປັນນິດ ຈົ່ງສັຣເສີນພຣະຜູ້ເປັນເຈົ້າເຖີດ
ຄຳໂມທະນາເພາະຄວາມລອດຂອງພຣະເຈົ້າ
1 ຈົ່ງໂມທະນາຂອບພຣະຄຸນພຣະຜູ້ເປັນເຈົ້າ ເພາະພຣະອົງປະເສີດ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 2 ໃຫ້ອິສຣາເອນກ່າວເຖີດວ່າ, “ຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ” 3 ໃຫ້ເຊື້ອສາຍອາໂຣນກ່າວເຖີດວ່າ, “ຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ” 4 ໃຫ້ບັນດາຜູ້ທີ່ຢໍາເກງພຣະເຈົ້າກ່າວເຖີດວ່າ, “ຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ” 5 ຂ້າພະເຈົ້າໄດ້ຣ້ອງທູນພຣະຜູ້ເປັນເຈົ້າ ຈາກທີ່ຄັບແຄ້ນໃຈຂອງຂ້າພະເຈົ້າ ພຣະຜູ້ເປັນເຈົ້າຊົງຕອບຂ້າພະເຈົ້າແລະປະທານຄວາມໂລ່ງໃຈແກ່ຂ້າພະເຈົ້າ 6 ມີພຣະຜູ້ເປັນເຈົ້າຢູ່ຝ່າຍຂ້າພະເຈົ້າ ຂ້າພະເຈົ້າຈະບໍ່ຢ້ານ ມະນຸດຄົນໃດຫນໍຈະເຣັດອັນໃດແກ່ຂ້າພະເຈົ້າໄດ້ 7 ພຣະຜູ້ເປັນເຈົ້າຊົງຢູ່ຝ່າຍຂ້າພະເຈົ້າ ເປັນຜູ້ຊົງຊ່ອຍຂ້າພະເຈົ້າ ຂ້າພະເຈົ້າໄດ້ເຫັນຄົນທີ່ກຽດຊັງຂ້າພະເຈົ້າແພ້ 8 ເຂົ້າລີ້ພັຍຢູ່ໃນພຣະຜູ້ເປັນເຈົ້າ ກໍດີກວ່າທີ່ຈະເຊື່ອໃຈໃນມະນຸດ 9 ເຂົ້າລີ້ພັຍຢູ່ໃນພຣະຜູ້ເປັນເຈົ້າ ກໍດີກວ່າທີ່ຈະເຊື່ອໃຈໃນເຈົ້ານາຍ 10 ປະຊາຊາດທັງຫລາຍໄດ້ລ້ອມຂ້າພະເຈົ້າ ຂ້າພະເຈົ້າຫ້ຳຫັ່ນເຂົາອອກໃນພຣະນາມພຣະຜູ້ເປັນເຈົ້າ 11 ເຂົາທັງຫລາຍໄດ້ລ້ອມຂ້າພະເຈົ້າ ລ້ອມອ້ອມຂ້າພະເຈົ້າ ຂ້າພະເຈົ້າຫ້ຳຫັ່ນເຂົາອອກໃນພຣະນາມພຣະຜູ້ເປັນເຈົ້າ 12 ເຂົາໄດ້ລ້ອມຂ້າພະເຈົ້າເຫມືອນເຜິ້ງ ເຂົາທັງຫລາຍດັບເສັຽແລ້ວເຫມືອນແປວໄຟຫນາມ ຂ້າພະເຈົ້າຫ້ຳຫັ່ນເຂົາອອກໃນພຣະນາມພຣະຜູ້ເປັນເຈົ້າ 13 ຂ້າພະເຈົ້າຖືກໂຈມຕີຢ່າງຫນັກ ຂ້າພະເຈົ້າກຳລັງຈະລົ້ມ ແຕ່ພຣະຜູ້ເປັນເຈົ້າຊົງຊ່ອຍຂ້າພະເຈົ້າ 14 ພຣະຜູ້ເປັນເຈົ້າຊົງເປັນກຳລັງ ແລະບົດເພງຂອງຂ້າພະເຈົ້າ ພຣະຜູ້ເປັນເຈົ້າຊົງມາເປັນຄວາມລອດຂອງຂ້າພະເຈົ້າ 15 ຟັງເດີ ສຽງຍິນດີແລະໄຊໂຍ ໃນເຕັນຂອງຜູ້ຊອບທັມວ່າ, “ພຣະຫັດຂວາຂອງພຣະຜູ້ເປັນເຈົ້າຫ້າວຫານນັກ 16 ພຣະຫັດຂວາຂອງພຣະຜູ້ເປັນເຈົ້າ ເປັນທີ່ເຊີດຊູ ພຣະຫັດຂວາຂອງພຣະຜູ້ເປັນເຈົ້າຫ້າວຫານນັກ” 17 ຂ້າພະເຈົ້າບໍ່ຕາຍ ແຕ່ຂ້າພະເຈົ້າຈະເປັນຢູ່ ແລະປະກາດພຣະຣາຊກິຈຂອງພຣະຜູ້ເປັນເຈົ້າ 18 ພຣະຜູ້ເປັນເຈົ້າຊົງຕີສອນຂ້າພະເຈົ້າຢ່າງຫນັກ ແຕ່ພຣະອົງໄດ້ຊົງມອບຂ້າພະເຈົ້າໄວ້ກັບມັດຈຸຣາຊ 19 ຂໍເປີດປະຕູຄວາມຊອບທັມໃຫ້ຂ້າພະເຈົ້າ ຂ້າພະເຈົ້າຈະເຂົ້າປະຕູນັ້ນໄປ ແລະຖວາຍໂມທະນາພຣະຄຸນພຣະຜູ້ເປັນເຈົ້າ 20 ນີ້ຄືປະຕູຂອງພຣະເຈົ້າ ຄົນຊອບທັມຈະເຂົ້າໄປທາງນີ້ 21 ຂ້າພຣະອົງໂມທະນາພຣະຄຸນພຣະອົງ ເພາະພຣະອົງຊົງຕອບຂ້າພຣະອົງ ແລະມາເປັນຄວາມລອດຂອງຂ້າພຣະອົງ 22 ຫີນທີ່ນາຍຊ່າງໄດ້ທອດຖິ້ມເສັຽ ຫີນນັ້ນແຫລະໄດ້ກາຍເປັນຫີນເສົາເອກແລ້ວ 23 ການນີ້ເປັນມາຈາກອົງພຣະຜູ້ເປັນເຈົ້າ ເປັນການປະຫລາດແກ່ຕາຂອງເຮົາ 24 ນີ້ເປັນວັນຊຶ່ງພຣະເຈົ້າ ໄດ້ຊົງສ້າງໃຫ້ເຣົາຊົມຊື່ນແລະຍິນດີໃນວັນນັ້ນ 25 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຊ່ອຍຂ້າພຣະອົງໃຫ້ລອດເຖີດ ຂ້າແດ່ພຣະຜູ້ເປັນເຈົ້າຂໍປະທານຄວາມສຳເຣັດແກ່ຂ້າພຣະອົງທັງຫລາຍເຖີດ 26 ຂໍທ່ານຜູ້ເຂົ້າມາໃນພຣະນາມຂອງພຣະເຈົ້າ ຈົ່ງໄດ້ຮັບພຣະພອນ ຂ້າພະເຈົ້າທັງຫລາຍອວຍພອນທ່ານທັງຫລາຍຈາກພຣະວິຫານຂອງພຣະຜູ້ເປັນເຈົ້າ 27 ພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າ ແລະພຣະປະທານຄວາມສວ່າງແກ່ເຮົາ ຈົ່ງເລີ້ມສລອງເທສະການດ້ວຍກິ່ງໄມ້ໄປເຖິງເຊີງຍອດຂອງແທ່ນບູຊາ 28 ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ ແລະຂ້າພຣະອົງຈະຖວາຍໂມທະນາແກ່ພຣະອົງ ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງຈະເຊີດຊູພຣະອົງ 29 ຈົ່ງໂມທະນາຂອບພຣະຄຸນພຣະຜູ້ເປັນເຈົ້າ ເພາະພຣະອົງປະເສີດ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ
ການຈົ່ງຮັກພັກດີຕໍ່ພຣະທັມຂອງພຣະຜູ້ເປັນເຈົ້າ
1 ບັນດາຜູ້ທີ່ດີຮອບຄອບໃນທາງຂອງເຂົາກໍເປັນສຸກ ຄືຜູ້ທີ່ດຳເນີນຕາມພຣະທັມຂອງພຣະເຈົ້າ 2 ຜູ້ທີ່ຮັກສາບັນດາພຣະທັມຄຳສອນຂອງພຣະອົງກໍເປັນສຸກ ຄືຜູ້ທີ່ສແວງຫາພຣະອົງດ້ວຍສຸດໃຈ 3 ຜູ້ທີ່ບໍ່ທຳຜິດ ແຕ່ເດີນຕາມທາງຂອງພຣະອົງ 4 ພຣະອົງໄດ້ຕັ້ງຂໍ້ບັງຄັບຂອງພຣະອົງໄວ້ ໃຫ້ເຮົາທັງຫລາຍປະຕິບັດຕາມຢ່າງເຄັ່ງຄັດ 5 ໂອ ຂໍໃຫ້ທາງທັງຫລາຍຂອງຂ້າພຣະອົງຫມັ້ນຄົງໃນການຮັກສາກົດລະບຽບຂອງພຣະອົງ 6 ຂ້າພຣະອົງຈະບໍ່ໄດ້ຮັບຄວາມອັບອາຍ ຖ້າເອົາໃຈໃສ່ຕໍ່ພຣະບັນຍັດທັງສິ້ນຂອງພຣະອົງ 7 ຂ້າພຣະອົງຈະສັຣເສີນພຣະອົງດ້ວຍໃຈທ່ຽງຕົງ ເມື່ອຂ້າພຣະອົງຮຽນຮູ້ກົດຫມາຍອັນຊອບທັມຂອງພຣະອົງ 8 ຂ້າພຣະອົງຈະຖືກົດລະບຽບຂອງພຣະອົງ ຂໍຢ່າຊົງປະລະຂ້າພຣະອົງເລີຍເທາະ
ການເຊື່ອຟັງພຣະບັນຍັດ
9 ຊາຍຫນຸ່ມຈະຮັກສາທາງຂອງຕົນໃຫ້ບໍຣິສຸດໄດ້ຢ່າງໃດ ໂດຍລະມັດລະວັງຕາມພຣະວັຈນະຂອງພຣະອົງ 10 ຂ້າພຣະອົງສແວງພຣະອົງດ້ວຍສຸດໃຈຂອງຂ້າພຣະອົງ ຂໍຢ່າໃຫ້ຂ້າພຣະອົງຫລົງໄປຈາກພຣະບັນຍັດຂອງພຣະອົງ 11 ຂ້າພຣະອົງໄດ້ສະສົມພຣະດຳຣັດຂອງພຣະອົງໄວ້ໃນໃຈຂອງຂ້າພຣະອົງ ເພື່ອຂ້າພຣະອົງຈະບໍ່ທຳບາບຕໍ່ພຣະອົງ 12 ຂ້າແດ່ພຣະເຈົ້າ ສາທຸການແດ່ພຣະອົງ ຂໍຊົງສອນກົດເກນຂອງພຣະອົງແກ່ຂ້າພຣະອົງ 13 ຂ້າພຣະອົງຈະປະກາດດ້ວຍຮີມຝີປາກຂອງຂ້າພຣະອົງ ເຖິງບັນດາກົດຫມາຍແຫ່ງພຣະໂອດຂອງພຣະອົງ 14 ຂ້າພຣະອົງປິຕິຍິນດີໃນທາງແຫ່ງບັນດາພຣະໂອວາດຂອງພຣະອົງຫລາຍເທົ່າກັບໃນຄວາມຮັ່ງມີທັງສິ້ນ 15 ຂ້າພຣະອົງຈະພາວະນາຂໍ້ບັງຄັບຂອງພຣະອົງ ແລະຈັບຕາຂອງຂ້າພຣະອົງຢູ່ທີ່ວິຖີທັງຫລາຍຂອງພຣະອົງ 16 ຂ້າພຣະອົງຈະປິຕິຍິນດີໃນກົດລະບຽບຂອງພຣະອົງ ຂ້າພຣະອົງຈະບໍ່ລືມພຣະວັຈນະຂອງພຣະອົງ
ພົບຄວາມສຸກໃນພຣະບັນຍັດ
17 ຂໍຊົງໂຜດເມດຕາຜູ້ຮັບໃຊ້ຂອງພຣະອົງ ເພື່ອຂ້າພຣະອົງຈະມີຊີວິດ ແລະຈະຖືພຣະວັຈນະຂອງພຣະອົງ 18 ຂໍເປີດຕາຂ້າພຣະອົງ ເພື່ອຂ້າພຣະອົງຈະເຫັນສິ່ງມະຫັດສະຈັນຈາກພຣະທັມຂອງພຣະອົງ 19 ຂ້າພຣະອົງເປັນຄົນພະເນຈອນເທິງແຜ່ນດິນໂລກ ຂໍຢ່າຊົງເຊືອງພຣະບັນຍັດຂອງພຣະອົງຈາກຂ້າພຣະອົງເສັຽ 20 ຈິດໃຈຂອງຂ້າພຣະອົງກໍລະທົມທຸກດ້ວຍຄຳນຶງເຖິງກົດຫມາຍຂອງພຣະອົງຕລອດເວລາ 21 ພຣະອົງຊົງຂະຫນາບຄົນຈອງຫອງ ສາບແຊ່ງຄົນບໍ່ເຊື່ອຟັງພຣະບັນຍັດຂອງພຣະອົງ 22 ຂໍຊົງນຳການດ່າ ແລະການປະຫມາດໄປຈາກຂ້າພຣະອົງ ເພາະຂ້າພຣະອົງໄດ້ຮັກສາບັນດາພຣະໂອວາດຂອງພຣະອົງ 23 ພວກຜູ້ປົກຄອງຮ່ວມໃຈກັນປອງຮ້າຍຂ້າພຣະອົງ ຜູ້ຮັບໃຊ້ຂອງພຣະອົງຈະພາວະນາກົດລະບຽບຂອງພຣະອົງ 24 ບັນດາພຣະໂອວາດຂອງພຣະອົງເປັນຄວາມປິຕິຍິນດີຂອງຂ້າພຣະອົງ ເປັນທີ່ປຶກສາຂອງຂ້າພຣະອົງ
ຄວາມຕັ້ງໃຈເຊື່ອຟັງພຣະບັນຍັດ
25 ຈິດໃຈຂອງຂ້າພຣະອົງຕິດຜົງຂີ້ດິນ ຂໍຊົງສະຫງວນຊີວິດຂອງຂ້າພຣະອົງຕາມພຣະວັຈນະຂອງພຣະອົງ 26 ຂ້າພຣະອົງໄດ້ທູນເຖິງທາງຂອງຂ້າພຣະອົງ ແລະພຣະອົງຊົງຕອບຂ້າພຣະອົງ ຂໍຊົງສອນກົດລະບຽບຂອງພຣະອົງແກ່ຂ້າພຣະອົງ 27 ຂໍຊົງກະທຳໃຫ້ຂ້າພຣະອົງເຂົ້າໃຈທາງຂໍ້ບັງຄັບຂອງພຣະອົງ ແລະຂ້າພຣະອົງຈະພາວະນາເຖິງພຣະຣາຊກິຈມະຫັດສະຈັນຂອງພຣະອົງ 28 ຈິດໃຈຂອງຂ້າພຣະອົງອິດອ່ອນຍ້ອນຄວາມໂສກເສົ້າ ຂໍຊົງໃຫ້ກຳລັງຂ້າພຣະອົງຕາມພຣະວັຈນະຂອງພຣະອົງ 29 ຂໍຊົງໃຫ້ທາງທຽມເທັດໄກຈາກຂ້າພຣະອົງ ແລະຂໍໂຜດປະທານພຣະທັມຂອງພຣະອົງແກ່ຂ້າພຣະອົງ 30 ຂ້າພຣະອົງໄດ້ເລືອກທາງຄວາມສັດຊື່ ຂ້າພຣະອົງຕັ້ງກົດຫມາຍຂອງພຣະອົງໄວ້ຊື່ຫນ້າຂ້າພຣະອົງ 31 ຂ້າພຣະອົງຜູກພັນຢູ່ກັບບັນດາພຣະໂອວາດຂອງພຣະອົງ ຂ້າແດ່ພຣະເຈົ້າຂໍຢ່າໃຫ້ຂ້າພຣະອົງຂາຍຫນ້າ 32 ຂ້າພຣະອົງຈະແລ່ນໃນທາງພຣະບັນຍັດຂອງພຣະອົງ ເມື່ອງພຣະອົງຊົງຂະຫຍາຍຄວາມເຂົ້າໃຈຂອງຂ້າພຣະອົງ
ຄຳອ້ອນວອນຂໍຄວາມເຂົ້າໃຈ
33 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງສອນທາງກົດລະບຽບແກ່ຂ້າພຣະອົງ ແລະຂ້າພຣະອົງຈະຮັກສາທາງນັ້ນໄວ້ຈົນສຸດປາຍ 34 ຂໍປະທານຄວາມເຂົ້າໃຈແກ່ຂ້າພຣະອົງ ເພື່ອຂ້າພຣະອົງຈະຮັກສາພຣະທັມຂອງພຣະອົງໄວ້ ແລະປະຕິບັດດ້ວຍສຸດໃຈຂອງຂ້າພຣະອົງ 35 ຂໍໂຜດໃຫ້ຂ້າພຣະອົງໄປໃນທາງພຣະບັນຍັດຂອງພຣະອົງ ເພາະຂ້າພຣະອົງຍິນດີໃນທາງນັ້ນ 36 ຂໍຊົງໂນ້ມໃຈຂ້າພຣະອົງໃນບັນດາພຣະໂອວາດຂອງພຣະອົງ ແລະບໍ່ແມ່ນໃນທາງໂລບກຳໄຣ 37 ຂໍຊົງຫັນໃນຕາຂອງຂ້າພຣະອົງໄປຈາກການມອງເບິ່ງສິ່ງອະນີຈັງ ແລະຂໍຊົງສະຫງວນຊີວິດຂອງຂ້າພຣະອົງໃນທາງຂອງພຣະອົງ 38 ຂໍຊົງຢືນຢັນພຣະສັນຍາຂອງພຣະອົງກັບຜູ້ຮັບໃຊ້ຂອງພຣະອົງ ເພື່ອໃຫ້ຢ້ານກົວພຣະອົງ 39 ຂໍຊົງຊ່ອຍໃຫ້ພົ້ນຈາກການເຍາະເຍີ້ຍ ຊຶ່ງຂ້າພຣະອົງຢ້ານກົວນັ້ນໄປເສັຽ ເພາະກົດຫມາຍຂອງພຣະອົງນັ້ນດີ 40 ເບິ່ງແມ໋, ຂ້າພຣະອົງຄຳນຶງເຖິງຂໍ້ບັງຄັບຂອງພຣະອົງໂດຍຄວາມຊອບທັມຂອງພຣະອົງ ຂໍຊົງສະຫງວນຊີວິດຂອງຂ້າພຣະອົງ
ຄວາມໄວ້ວາງໃຈໃນພຣະບັນຍັດ
41 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຄວາມຮັກອັນຫມັ້ນຄົງຂອງພຣະອົງມາເຖິງຂ້າພຣະອົງ ຄືຄວາມລອດຂອງພຣະອົງຕາມພຣະສັນຍາຂອງພຣະອົງ 42 ແລ້ວຂ້າພຣະອົງຈະມີຄຳຕອບແກ່ຜູ້ທີ່ເຍາະເຍີ້ຍຂ້າພຣະອົງ ເພາະຂ້າພຣະອົງວາງໃຈໃນພຣະຄຳຂອງພຣະອົງ 43 ຂໍຢ່າຊົງນຳພຣະວັຈນະແຫ່ງຄວາມຈິງອອກໄປຈາກປາກຂ້າພຣະອົງ ເພາະຄວາມຫວັງຂອງຂ້າພຣະອົງຢູ່ໃນກົດຫມາຍຂອງພຣະອົງ 44 ຂ້າພຣະອົງຈະປະຕິບັດພຣະທັມຂອງພຣະອົງສືບໆໄປເປັນນິດ 45 ແລະຂ້າພຣະອົງຈະເດີນຢ່າງເສຣີ ເພາະຂ້າພຣະອົງໄດ້ສແວງຂໍ້ບັງຄັບຂອງພຣະອົງ 46 ຂ້າພຣະອົງຈະເວົ້າເຖິງພຣະໂອວາດຂອງພຣະອົງຕໍ່ເບື້ອງພຣະພັກບັນດາພຣະຣາຊາແລະຈະບໍ່ຂາຍຫນ້າ 47 ເພາະຂ້າພຣະອົງປິຕີຍິນດີໃນພຣະບັນຍັດຂອງພຣະອົງຊຶ່ງຂ້າພຣະອົງຮັກ 48 ຂ້າພຣະອົງເຄົາຣົບພຣະບັນຍັດຂອງພຣະອົງຊຶ່ງຂ້າພຣະອົງຮັກ ແລະຂ້າພຣະອົງຈະພາວະນາກົດລະບຽບຂອງພຣະອົງ
ຄວາມເຊື່ອຫມັ້ນໃນພຣະບັນຍັດ
49 ຂໍຊົງລະນຶກເຖິງພຣະວັຈນະຂອງພຣະອົງທີ່ມີຕໍ່ຜູ້ຮັບໃຊ້ຂອງພຣະອົງ ຊຶ່ງພຣະອົງຊົງກະທຳໃຫ້ຂ້າພຣະອົງຫວັງຢູ່ນັ້ນ 50 ນີ້ຄືການເລົ້າໂລມໃນຄວາມທຸກຍາກຂອງຂ້າພຣະອົງ ຄືພຣະສັນຍາຂອງພຣະອົງໃຫ້ຊີວິດແກ່ຂ້າພຣະອົງ 51 ຄົນໂອຫັງຫຍໍ້ຫຍັນຂ້າພຣະອົງສເມີມາ ແຕ່ຂ້າພຣະອົງບໍ່ໄດ້ຫັນຫນີຈາກພຣະທັມຂອງພຣະອົງ 52 ເມື່ອຂ້າພຣະອົງຄິດເຖິງກົດຫມາຍຂອງພຣະອົງແຕ່ບູຮານນະການ ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງໄດ້ຮັບຄວາມເລົ້າໂລມໃຈ 53 ເມື່ອເຫັນຄົນອະທັມຝ່າຝືນພຣະບັນຍັດຂອງພຣະອົງ ຂ້າພຣະອົງກໍເຕັມໄປດ້ວຍຄວາມໂກດຮ້າຍ 54 ກົດລະບຽບຂອງພຣະອົງໄດ້ເປັນບົດເພງຂອງຂ້າພຣະອົງ ໃນເຮືອນທີ່ຂ້າພຣະອົງອາໄສຢູ່ນັ້ນ 55 ຂ້າແດ່ພຣະຜູ້ເປັນເຈົ້າ ໃນກາງຄືນ ຂ້າພຣະອົງລະນຶກເຖິງພຣະນາມຂອງພຣະອົງ ແລະປະຕິບັດຕາມພຣະທັມຂອງພຣະອົງ 56 ພຣະພອນນີ້ໄດ້ຕົກມາຍັງຂ້າພຣະອົງ ຄືທີ່ຂ້າພຣະອົງຮັກສາຂໍ້ບັງຄັບຂອງພຣະອົງໄວ້
ການອຸທິດຕົນແກ່ພຣະບັນຍັດ
57 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນທຸກສິ່ງຂອງຂ້າພຣະອົງ ຂ້າພຣະອົງຂໍສັນຍາວ່າຈະເຊື່ອຟັງກົດຂໍ້ບັນຍັດຂອງພຣະອົງ 58 ຂ້າພຣະອົງທູນຂໍຕໍ່ພຣະອົງ ດ້ວຍສຸດອົກສຸດໃຈຂອງຂ້າພຣະອົງ ຂໍຊົງໂຜດເມດຕາກະຣຸນາຕໍ່ຂ້າພຣະອົງຕາມທີ່ພຣະອົງຊົງສັນຍາໄວ້ເທີນ 59 ຂ້າພຣະອົງໄດ້ພິຈາຣະນາການດຳເນີນຊີວິດຂອງຂ້າພຣະອົງແລ້ວ ແລະສັນຍາວ່າຈະເຮັດຕາມກົດລະບຽບຂອງພຣະອົງ 60 ຂ້າພຣະອົງເຊື່ອຟັງຄຳສັ່ງຂອງພຣະອົງ ໂດຍບໍ່ໄດ້ລໍຊ້າ 61 ຄົນຊົ່ວຮ້າຍໄດ້ມັດຮອບຂ້າພຣະອົງໄວ້ ແຕ່ວ່າຂ້າພຣະອົງບໍ່ໄດ້ລືມພຣະທັມຂອງພຣະອົງ 62 ໃນຕອນກາງຄືນຂ້າພຣະອົງລຸກຂຶ້ນສັຣເສີນພຣະອົງ ຍ້ອນການຕັດສິນອັນຍຸດຕິທັມຂອງພຣະອົງ 63 ຂ້າພຣະອົງເປັນເພື່ອນກັບທຸກໆຄົນທີ່ຮັບໃຊ້ພຣະອົງ ແລະທຸກໆຄົນທີ່ເຊື່ອຟັງກົດຂໍ້ບັນຍັດຂອງພຣະອົງ 64 ຂ້າແດ່ພຣະຜູ້ເປັນເຈົ້າ ໂລກນີ້ເຕັມໄປດ້ວຍຄວາມຮັກອັນຫມັ້ນຄົງຂອງພຣະອົງ ຂໍຊົງສັ່ງສອນກົດຂໍ້ບັນຍັດຂອງພຣະອົງແກ່ຂ້າພຣະອົງດ້ວຍ
ຄຸນຄ່າຂອງພຣະທັມ
65 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຮັກສາຄຳສັນຍາຂອງພຣະອົງ ແລະພຣະອົງກໍຊົງດີຕໍ່ຂ້າພຣະອົງຜູ້ຮັບໃຊ້ພຣະອົງ 66 ຂໍພຣະອົງຊົງປະກາດຄວາມຮູ້ ແລະຄວາມສລາດຫລັກແຫລມແກ່ຂ້າພຣະອົງດ້ວຍ ເພາະຂ້າພຣະອົງເຊື່ອຖືໃນກົດບັນຍັດຂອງພຣະອົງ 67 ກ່ອນທີ່ພຣະອົງຊົງລົງໂທດຂ້າພຣະອົງນັ້ນ ກໍເພາະວ່າຂ້າພຣະອົງເຄີຍທຳຜິດ ແຕ່ດຽວນີ້ຂ້າພຣະອົງເຊື່ອຟັງພຣະທັມຂອງພຣະອົງ 68 ພຣະອົງຊົງດີ ແລະເມດຕາກະຣຸນາ ຂໍພຣະອົງຊົງສັ່ງສອນກົດບັນຍັດຂອງພຣະອົງແກ່ຂ້າພຣະອົງດ້ວຍ 69 ຄົນຈອງຫອງໄດ້ຫາເຣື່ອງໃສ່ຂ້າພຣະອົງ ແຕ່ຂ້າພຣະອົງເຊື່ອຟັງກົດລະບຽບຂອງພຣະອົງຢ່າງສຸດອົກສຸດໃຈ 70 ຄົນເຫລົ່ານີ້ບໍ່ມີຄວາມເຂົ້າໃຈຢ່າງໃດເລີຍ ແຕ່ຂ້າພຣະອົງໄດ້ພົບຄວາມຍິນດີໃນພຣະທັມຂອງພຣະອົງ 71 ການລົງໂທດຂ້າພຣະອົງເປັນການດີສຳລັບຂ້າພຣະອົງ ເພາະວ່າມັນເຮັດໃຫ້ຂ້າພຣະອົງຮຽນຮູ້ເຖິງຂໍ້ຄຳສັ່ງຂອງພຣະອົງ 72 ພຣະທັມທີ່ພຣະອົງຊົງປະທານໃຫ້ນັ້ນມີຄວາມຫມາຍສຳລັບຂ້າພຣະອົງຫລາຍກວ່າເວິນ ແລະຄຳຫລາຍພັນແທ່ງ
ຄວາມຊອບທັມແຫ່ງພຣະບັນຍັດ
73 ພຣະຫັດຂອງພຣະອົງໄດ້ສ້າງແລະສະຖາປະນາຂ້າພຣະອົງ ຂໍປະທານຄວາມເຂົ້າໃຈແກ່ຂ້າພຣະອົງເພື່ອຂ້າພຣະອົງຈະຮຽນຮູ້ພຣະບັນຍັດຂອງພຣະອົງ 74 ບັນດາຜູ້ຢ້ານຢຳພຣະອົງຈະເຫັນຂ້າພຣະອົງແລະຍິນດີ ເພາະວ່າຂ້າພຣະອົງໄດ້ຫວັງໃນພຣະວັຈນະຂອງພຣະອົງ 75 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຮູ້ວ່າ ການພິພາກສາຂອງພຣະອົງນັ້ນຖືກຕ້ອງ ແລະຮູ້ວ່າດ້ວຍຄວາມຊື່ສັດພຣະອົງຊົງໃຫ້ຂ້າພຣະອົງທຸກຍາກ 76 ຂໍຄວາມຮັກອັນຫມັ້ນຄົງຂອງພຣະອົງເປັນທີ່ເລົ້າໂລມຂ້າພຣະອົງ ຕາມພຣະດຳຣັດຂອງພຣະອົງທີ່ມີແກ່ຜູ້ຮັບໃຊ້ຂອງພຣະອົງ 77 ຂໍພຣະກະຣຸນາຂອງພຣະອົງມາຍັງຂ້າພຣະອົງ ເພື່ອຂ້າພຣະອົງຈະມີຊີວິດຢູ່ ເພາະພຣະທັມຂອງພຣະອົງເປັນຄວາມປິຕິຍິນດີຂອງຂ້າພຣະອົງ 78 ຂໍຊົງໃຫ້ຄົນຈອງຫອງໄດ້ຮັບຄວາມອັບອາຍ ເພາະວ່າເຂົາໄດ້ຫາເຣື່ອງຂ້າພຣະອົງດ້ວຍຄວາມບໍ່ຈິງ ຝ່າຍຂ້າພຣະອົງ ຂ້າພຣະອົງຈະພາວະນາຂໍ້ບັງຄັບຂອງພຣະອົງ 79 ຂໍໃຫ້ບັນດາຜູ້ທີ່ຢຳເກງພຣະອົງຫັນກັບມາຫາຂ້າພຣະອົງ ເພື່ອເຂົາຈະຮູ້ເຖິງບັນດາພຣະໂອວາດຂອງພຣະອົງ 80 ຂໍໃຫ້ຈິດໃຈຂ້າພຣະອົງໄຮ້ຕຳຫນິໃນເຣື່ອງກົດລະບຽບຂອງພຣະອົງ ເພື່ອຂ້າພຣະອົງຈະບໍ່ຕ້ອງຂາຍຫນ້າ
ຄຳອ້ອນວອນຂໍໃຫ້ຖືກປົດປ່ອຍ
81 ຈິດໃຈຂອງຂ້າພຣະອົງອິດອ່ອນຄອຍຄວາມລອດຂອງພຣະອົງ ຂ້າພຣະອົງຫວັງໃນພຣະວັຈນະຂອງພຣະອົງ 82 ໃນຕາຂອງຂ້າພຣະອົງມົວມືດໄປ ດ້ວຍຄອຍພຣະດຳຣັດຂອງພຣະອົງ ຂ້າພຣະອົງທູນຖາມວ່າ, “ເມື່ອໃດພຣະອົງຈະຊົງເລົ້າໂລມຂ້າພຣະອົງ” 83 ເພາະວ່າຂ້າພຣະອົງເປັນເຫມືອນຖົງຫນັງເຫລົ້າອະງຸ່ນໄຮ້ຄ່າ ແຕ່ຂ້າພຣະອົງຍັງບໍ່ລືມກົດລະບຽບຂອງພຣະອົງ 84 ຜູ້ຮັບໃຊ້ຂອງພຣະອົງຕ້ອງທົນຢູ່ດົນປານໃດ? ເມື່ອໃດພຣະອົງຈະຊົງກະທຳການພິພາກສາບັນດາຜູ້ຂົ່ມເຫັງຂ້າພຣະອົງ? 85 ຄົນຈອງຫອງໄດ້ຂຸດຂຸມເພື່ອຈະດັກຈັບຂ້າພຣະອົງ ຊຶ່ງບໍ່ສອດຄ່ອງກັບພຣະທັມຂອງພຣະອົງ 86 ພຣະບັນຍັດຂອງພຣະອົງທັງສິ້ນແນ່ນອນ ເຂົາຂົ່ມເຫັງຂ້າພຣະອົງດ້ວຍຄວາມບໍ່ຈິງ ຂໍຊົງຊ່ອຍຂ້າພຣະອົງດ້ວຍ 87 ເຂົາເກືອບຈະທຳໃຫ້ຂ້າພຣະອົງດັບຊີພໄປຈາກແຜ່ນດິນໂລກ ແຕ່ຂ້າພຣະອົງບໍ່ປະຖິ້ມຂໍ້ບັງຄັບຂອງພຣະອົງ 88 ຂໍຊົງສະຫງວນຊີວິດຂ້າພຣະອົງໄວ້ດ້ວຍຄວາມຮັກອັນຫມັ້ນຄົງຂອງພຣະອົງ ເພື່ອຂ້າພຣະອົງຈະປະຕິບັດຕາມພຣະໂອວາດແຫ່ງພຣະໂອດຂອງພຣະອົງ
ການເຊື່ອພຣະທັມພຣະຜູ້ເປັນເຈົ້າ
89 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະທັມຂອງພຣະອົງຊົງມີຢູ່ຕລອດໄປ ແລະຊົງຫມັ້ນຄົງຢູ່ໃນຟ້າສວັນ 90 ຄວາມສັດຈິງຂອງພຣະອົງຊົງດຳຣົງຢູ່ທຸກຍຸກທຸກສະໄຫມ ພຣະອົງຊົງຕັ້ງໂລກນີ້ໄວ້ໃນບ່ອນຂອງມັນ ແລະມັນກໍຍັງຕັ້ງຢູ່ 91 ຍ້ອນຂໍ້ຄຳສັ່ງຂອງພຣະອົງທຸກສິ່ງກໍຍັງຕັ້ງຫມັ້ນຄົງຢູ່ຈົນເຖິງວັນນີ້ ເພາະທຸກສິ່ງນີ້ເປັນທາດໃຊ້ຂອງພຣະອົງ 92 ຖ້າວ່າພຣະທັຍຂອງພຣະອົງບໍ່ເປັນບໍ່ເກີດແຫ່ງຄວາມຍິນດີຂອງຂ້າພຣະອົງແລ້ວ ຂ້າພຣະອົງຈະຕ້ອງຕາຍຍ້ອນການລົງໂທດນີ້ 93 ຂ້າພຣະອົງຈະບໍ່ລະເລີຍຕໍ່ກົດລະບຽບຂອງພຣະອົງຈັກເທື່ອ ເພາະຍ້ອນສິ່ງເຫລົ່ານີ້ພຣະອົງໄດ້ຊ່ອຍໃຫ້ຂ້າພຣະອົງມີຊີວິດຢູ່ 94 ຂ້າພຣະອົງເປັນຄົນຂອງພຣະອົງ ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນພັຍດ້ວຍ ຂ້າພຣະອົງເຄີຍພຍາຍາມເຮັດຕາມຂໍ້ຄຳສັ່ງຂອງພຣະອົງ 95 ຄົນຊົ່ວຮ້າຍຄອຍຖ້າສັງຫານຂ້າພຣະອົງ ແຕ່ຂ້າພຣະອົງໄດ້ຍຶດຫມັ້ນໃນກົດຂໍ້ບັນຍັດຂອງພຣະອົງ 96 ຂ້າພຣະອົງໄດ້ຮູ້ວ່າບໍ່ມີສິ່ງໃດດີຫມົດທຸກຢ່າງ ແຕ່ວ່າຂໍ້ຄຳສັ່ງຂອງພຣະອົງບໍ່ມີຂອບເຂດຈຳກັດ
ຄວາມຮັກພຣະທັມຂອງພຣະຜູ້ເປັນເຈົ້າ
97 ຂ້າພຣະອົງຮັກພຣະທັມຂອງພຣະອົງທີ່ສຸດ ຂ້າພຣະອົງຄິດເຖິງພຣະທັມນີ້ຕລອດເວລາ 98 ຂ້າພຣະອົງຍຶດຖືຄຳສັ່ງຂອງພຣະອົງຕລອດເວລາ ແລະທຳໃຫ້ຂ້າພຣະອົງສລາດກວ່າສັດຕຣູທັງຫລາຍ 99 ຂ້າພຣະອົງເຂົ້າໃຈຫລາຍກວ່າຄຣູສອນທັງຫລາຍຂອງຂ້າພຣະອົງ ເພາະຂ້າພຣະອົງຄິດເຖິງຄຳສອນຂອງພຣະອົງ 100 ຂ້າພຣະອົງມີຄວາມສລາດຫລັກແຫລມກວ່າພວກຜູ້ເຖົ້າ ເພາະຂ້າພຣະອົງເຊື່ອຟັງຄຳສັ່ງສອນຂອງພຣະອົງ 101 ຂ້າພຣະອົງໄດ້ຫລີກຫນີຈາກການດຳເນີນໃນທາງຊົ່ວທຸກຢ່າງ ເພາະຂ້າພຣະອົງຕ້ອງການເຊື່ອຟັງພຣະທັມຂອງພຣະອົງ 102 ຂ້າພຣະອົງບໍ່ໄດ້ລະເລີຍຕໍ່ຄຳສອນຂອງພຣະອົງ ເພາະວ່າພຣະອົງເອງຊົງເປັນຜູ້ສັ່ງສອນຂ້າພຣະອົງ 103 ຄວາມເວົ້າຂອງພຣະອົງຫວານເຫນືອກວ່ານ້ຳເຜິ້ງ 104 ຂ້າພຣະອົງໄດ້ຮັບຄວາມສລາດຫລັກແຫລມຈາກກົດຂໍ້ບັນຍັດຂອງພຣະອົງ ດັ່ງນັ້ນຂ້າພຣະອົງຈຶ່ງກຽດຊັງການດຳເນີນໃນທາງຊົ່ວທຸກຢ່າງ
ແສງສວ່າງຈາກພຣະທັມພຣະຜູ້ເປັນເຈົ້າ
105 ພຣະທັມຂອງພຣະອົງເປັນເຫມືອນຕະກຽງສ່ອງແສງນຳຫນ້າຂ້າພຣະອົງ ແລະເປັນແຈ້ງເຍືອງຫົນທາງໃຫ້ຂ້າພຣະອົງ 106 ຂ້າພຣະອົງຈະຮັກສາຄຳຫມັ້ນສັນຍາອັນຫມັ້ນຄົງຂອງຂ້າພຣະອົງໄວ້ ເພື່ອເຊື່ອຟັງຄຳສອນອັນແທ້ຈິງຂອງພຣະອົງ 107 ຂ້າແດ່ພຣະຜູ້ເປັນເຈົ້າ ຄວາມທຸກທໍຣະມານຂອງຂ້າພຣະອົງແສນສາຫັດທີ່ສຸດ ຂໍຊົງໂຜດໃຫ້ຂ້າພຣະອົງມີຊີວິດຢູ່ຕໍ່ໄປຕາມທີ່ພຣະອົງຊົງສັນຍາໄວ້ 108 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງຮັບເອົາຄວາມອ້ອນວອນຂອບພຣະຄຸນຈາກຂ້າພຣະອົງ ແລະສັ່ງສອນຂໍ້ຄຳສັ່ງຂອງພຣະອົງໃຫ້ແກ່ຂ້າພຣະອົງ 109 ຂ້າພຣະອົງພ້ອມສເມີທີ່ຈະສ່ຽງຊີວິດ ແຕ່ຈະບໍ່ລືມພຣະທັມຂອງພຣະອົງ 110 ຄົນຊົ່ວຮ້າຍຫ້າງແຮ້ວໃສ່ຂ້າພຣະອົງ ແຕ່ວ່າຂ້າພຣະອົງບໍ່ໄດ້ລະເມີດຂໍ້ຄຳສັ່ງຂອງພຣະອົງ 111 ກົດຂໍ້ຄຳສັ່ງຂອງພຣະອົງເປັນສົມບັດຂອງຂ້າພຣະອົງຕລອດໄປ ແລະສ້າງຄວາມພາກພູມໃຈແກ່ຂ້າພຣະອົງ 112 ຂ້າພຣະອົງໄດ້ຕັດສິນໃຈເຊື່ອຟັງກົດລະບຽບຂອງພຣະອົງຈົນເຖິງວັນຕາຍຂອງຂ້າພຣະອົງ
ຄວາມປອດພັຍໃນພຣະບັນຍັດ
113 ຂ້າພຣະອົງກຽດຊັງຄົນສອງໃຈ ແຕ່ຂ້າພຣະອົງຮັກພຣະທັມຂອງພຣະອົງ 114 ພຣະອົງຊົງເປັນທີ່ລີ້ພັຍ ແລະເປັນໂລ່ຂອງຂ້າພຣະອົງ ຂ້າພຣະອົງຫວັງໃນພຣະວັຈນະຂອງພຣະອົງ 115 ເຈົ້າຄົນຊົ່ວຮ້າຍເອີຍ! ຫນີໄປເສັຽຈາກເຮົາ ເພື່ອເຮົາຈະຮັກສາພຣະບັນຍັດຂອງພຣະເຈົ້າຂອງເຮົາ 116 ຂໍຊົງປະຄອງຂ້າພຣະອົງໄວ້ຕາມພຣະດຳຣັດຂອງພຣະອົງ ເພື່ອຂ້າພຣະອົງຈະມີຊີວິດຢູ່ ແລະຢ່າໃຫ້ຂ້າພຣະອົງຂາຍຫນ້າໃນຄວາມຫວັງຂອງຂ້າພຣະອົງ 117 ຂໍຊົງຊູຂ້າພຣະອົງຂຶ້ນ ເພື່ອຂ້າພຣະອົງຈະປອດພັຍ ແລະມີຄວາມນັບຖືກົດລະບຽບຂອງພຣະອົງສືບໆໄປ 118 ພຣະອົງຊົງຂັບໄລ່ບັນດາຄົນທີ່ບໍ່ເຊື່ອຟັງພຣະບັນຍັດຂອງພຣະອົງ ແຜນການຫລອກລວງຂອງເຂົາກໍໄຮ້ປໂຍດ 119 ພຣະອົງຊົງຖິ້ມບັນດາຄົນອະທັມຂອງແຜ່ນດິນໂລກເຫມືອນຖິ້ມຂີ້ເຫຍື່ອ ເພາະສະນັ້ນຂ້າພຣະອົງຮັກບັນດາພຣະໂອວາດຂອງພຣະອົງ 120 ເນື້ອຫນັງຂ້າພຣະອົງສັ່ນເຊັນຍ້ອນຢ້ານຢຳພຣະອົງ ແລະຂ້າພຣະອົງຢ້ານຄຳພິພາກສາຂອງພຣະອົງ
ຄວາມເຊື່ອຟັງຕໍ່ພຣະບັນຍັດ
121 ຂ້າພຣະອົງໄດ້ກະທຳສິ່ງທີ່ຍຸດຕິທັມແລະຖືກຕ້ອງ ຂໍຢ່າຊົງປະລະຂ້າພຣະອົງແກ່ຜູ້ທີ່ບີບບັງຄັບຂ້າພຣະອົງ 122 ຂໍຊົງສັນຍາເພື່ອຊ່ອຍຜູ້ຮັບໃຊ້ຂອງພຣະອົງ ຂໍຢ່າຊົງໃຫ້ຄົນໂອຫັງບີບບັງຄັບຂ້າພຣະອົງ 123 ນັຍຕາຂອງຂ້າພຣະອົງມົວມືດໄປດ້ວຍຄອຍຄວາມລອດຂອງພຣະອົງ ແລະຄອຍພຣະດຳຣັດຊອບທັມຂອງພຣະອົງສຳເຣັດ 124 ຂໍຊົງກະທຳແກ່ຜູ້ຮັບໃຊ້ຂອງພຣະອົງຕາມຄວາມຮັກຫມັ້ນຄົງຂອງພຣະອົງ ແລະຂໍຊົງສອນກົດຂໍ້ຄຳສັ່ງຂອງພຣະອົງແກ່ຂ້າພຣະອົງ 125 ຂ້າພຣະອົງເປັນຜູ້ຮັບໃຊ້ຂອງພຣະອົງ ຂໍປະທານຄວາມເຂົ້າໃຈແກ່ຂ້າພຣະອົງ ເພື່ອຂ້າພຣະອົງຈະຮູ້ເຖິງບັນດາພຣະໂອວາດຂອງພຣະອົງ 126 ເປັນວລາທີ່ພຣະເຈົ້າຄວນຊົງຈັດການ ເພາະເຂົາຫັກພຣະທັມຂອງພຣະອົງ 127 ເພາະສະນັ້ນຂ້າພຣະອົງຮັກພຣະບັນຍັດຂອງພຣະອົງ ຍິ່ງກວ່າທອງຄຳ ຍິ່ງກວ່າທອງຄຳນົພຄຸນ 128 ເພາະສະນັ້ນຂ້າພຣະອົງໃຊ້ຂໍ້ບັງຄັບຂອງພຣະອົງທັງສິ້ນນຳທາງຍ່າງຂອງຂ້າພຣະອົງ ຂ້າພຣະອົງກຽດຊັງຄວາມປະພຶດທຸດຈະຣິດທຸກທາງ
ຄວາມປະສົງໃນການເຊື່ອຟັງພຣະທັມຂອງພຣະຜູ້ເປັນເຈົ້າ
129 ການສັ່ງສອນຂອງພຣະເຈົ້າຊົງອັດສະຈັນ ຂ້າພຣະອົງເຊື່ອຟັງຄຳສອນເຫລົ່ານັ້ນຢ່າງສຸດອົກສຸດໃຈ 130 ຄຳສອນຂອງພຣະອົງໃຫ້ແສງສວ່າງ ແລະນໍາຄວາມສລຽວສລາດມາໃຫ້ຜູ້ທີ່ບໍ່ມີປະສົບການ 131 ຂ້າພຣະອົງຫິວກະຫາຍຂໍ້ຄຳສັ່ງຂອງພຣະອົງ 132 ຂໍພຣະອົງຊົງຫລິງເບິ່ງຂ້າພຣະອົງ ແລະຊົງເມດຕາກະຣຸນາຂ້າພຣະອົງດັ່ງທີ່ພຣະອົງຊົງກະທຳຕໍ່ຜູ້ທີ່ຮັກພຣະອົງ 133 ຂໍຊົງຮັກສາຂ້າພຣະອົງໃຫ້ພົ້ນຈາກການຈິບຫາຍດັ່ງທີ່ພຣະອົງຊົງສັນຍາໄວ້ ຂໍຢ່າຊົງປ່ອຍໃຫ້ຄວາມຊົ່ວຊະນະຂ້າພຣະອົງ 134 ຂໍພຣະອົງຊົງຊ່ອຍໃຫ້ຂ້າພຣະອົງໃຫ້ພົ້ນຈາກຜູ້ທີ່ຂົ່ມເຫັງ ເພື່ອວ່າຂ້າພຣະອົງຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ 135 ຂໍພຣະອົງຊົງອວຍພອນໂດຍການຊົງສະຖິດຢູ່ນຳຂ້າພຣະອົງ ແລະຊົງສອນຂ້າພຣະອົງໃຫ້ຮູ້ຈັກກົດຂໍ້ບັນຍັດຂອງພຣະອົງ 136 ນ້ຳຕາຂອງຂ້າພຣະອົງຫລັ່ງໄຫລອອກມາດັ່ງສາຍນ້ຳ ຍ້ອນມະນຸດບໍ່ເຊື່ອຟັງພຣະທັມຂອງພຣະອົງ
ຄວາມຍຸດຕິທັມຂອງພຣະທັມ
137 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຍຸດຕິທັມ ແລະພຣະທັມຂອງພຣະອົງຊົງຖືກຕ້ອງແລະທ່ຽງທັມ 138 ກົດລະບຽບທີ່ພຣະອົງຊົງປະທານໃຫ້ນັ້ນມີຄວາມສັດຈິງທີ່ສຸດ 139 ຄວາມຮ້າຍຂອງຂ້າພຣະອົງໄດ້ລຸກໄຫມ້ຂຶ້ນເຫມືອນດັ່ງໄຟ ເພາະວ່າສັດຕຣູຂອງຂ້າພຣະອົງບໍ່ໄດ້ຄຶດເຖິງຂໍ້ຄຳສັ່ງຂອງພຣະອົງ 140 ຄຳສັນຍາຂອງພຣະອົງຊົງຫມັ້ນຄົງ ຜູ້ຮັບໃຊ້ຂອງພຣະອົງຮັກຄຳສັນຍານີ້ຫລາຍ 141 ຂ້າພຣະອົງເປັນຄົນບໍ່ສຳຄັນແລະຫນ້າລັງກຽດ ແຕ່ຂ້າພຣະອົງບໍ່ໄດ້ລະເລີຍຕໍ່ກົດລະບຽບຂອງພຣະອົງ 142 ຄວາມຍຸດຕິທັມຂອງພຣະອົງຊົງເປັນຢູ່ຕລອດໄປ ແລະພຣະທັມຂອງພຣະອົງຊົງເປັນຈິງສເມີ 143 ຂ້າພຣະອົງເຕັມໄປດ້ວຍຄວາມທຸກລຳບາກ ແລະຄວາມໂສກເສົ້າ ແຕ່ວ່າກົດຂໍ້ຄຳສັ່ງຂອງພຣະອົງໄດ້ນຳເອົາຄວາມຍິນດີມາສູ່ຂ້າພຣະອົງ 144 ຄຳສອນຂອງພຣະອົງມີຄວາມຈິງຕລອດໄປ ຊຶ່ງທຳໃຫ້ຂ້າພຣະອົງເຂົ້າໃຈແລະມີຊີວິດຢູ່ 145 ຂ້າພຣະອົງຮ້ອງທູນດ້ວຍຄວາມສິ້ນສຸດໃຈຂອງຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂໍຊົງຕອບຂ້າພຣະອົງ ຂ້າພຣະອົງຈະຮັກສາກົດລະບຽບຂອງພຣະອົງ 146 ຂ້າພຣະອົງຮ້ອງທູນພຣະອົງ ຂໍຊົງຊ່ອຍຂ້າພຣະອົງໃຫ້ລອດ ເພື່ອຂ້າພຣະອົງຈະປະຕິບັດຕາມບັນດາພຣະໂອວາດຂອງພຣະອົງ 147 ຂ້າພຣະອົງຕື່ນຂຶ້ນກ່ອນອະຣຸນ ທູນຂໍຄວາມຊ່ອຍເຫລືອ ຂ້າພຣະອົງຫວັງຢູ່ໃນພຣະວັຈນະຂອງພຣະອົງ 148 ນັຍຕາຂອງຂ້າພຣະອົງຕື່ນຢູ່ກ່ອນເຖິງຍາມ ທຸກຍາມໃນກາງຄືນເພື່ອພາວະນາພຣະດຳຣັດຂອງພຣະອົງ 149 ຂໍຊົງຟັງສຽງຂ້າພຣະອົງ ດ້ວຍຄວາມຮັກຫມັ້ນຄົງຂອງພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງສະຫງວນຊີວິດຂອງຂ້າພຣະອົງໄວ້ຕາມກົດຫມາຍຂອງພຣະອົງ 150 ຜູ້ຂົ່ມເຫັງຂ້າພຣະອົງດ້ວຍການມຸ່ງຮ້າຍເຂົ້າມາໃກ້ແລ້ວ ເຂົາຢູ່ຫ່າງໄກຈາກພຣະທັມຂອງພຣະອົງ 151 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ພຣະອົງຊົງສະຖິດຢູ່ໃກ້ ແລະພຣະບັນຍັດທັງສິ້ນຂອງພຣະອົງກໍຈິງ 152 ຂ້າພຣະອົງຮູ້ນານແລ້ວຈາກບັນດາພຣະໂອວາດຂອງພຣະອົງ ວ່າພຣະອົງຊົງຕັ້ງໄວ້ເປັນນິດ
ອ້ອນວອນຂໍຄວາມພົ້ນ
153 ຂໍພຣະອົງຊົງຫລຽວເບິ່ງຄວາມທຸກທໍຣະມານຂອງຂ້າພຣະອົງແລະຊ່ອຍຂ້າພຣະອົງໃຫ້ພົ້ນພັຍດ້ວຍ ເພາະວ່າຂ້າພຣະອົງບໍ່ໄດ້ປະລະພຣະທັມຂອງພຣະອົງ 154 ຂໍຊົງຊ່ອຍວ່າຄະດີຂອງຂ້າພຣະອົງ ແລະໃຫ້ຂ້າພຣະອົງເປັນອິສຣະ ຂໍຊົງໂຜດໃຫ້ຂ້າພຣະອົງມີຊີວິດຢູ່ຕໍ່ໄປຕາມທີ່ພຣະອົງຊົງສັນຍາໄວ້ 155 ຄົນຊົ່ວຮ້າຍຈະບໍ່ໄດ້ຮັບການຊ່ອຍເຫລືອໃຫ້ພົ້ນ ເພາະເຂົາບໍ່ເຊື່ອຟັງພຣະທັມຂອງພຣະອົງ 156 ຂ້າແດ່ພຣະຜູ້ເປັນເຈົ້າ ຄວາມເມດຕາສົງສານຂອງພຣະອົງຊົງຍິ່ງໃຫຍ່ ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນພັບຕາມນ້ຳພຣະທັຍຂອງພຣະອົງ 157 ຂ້າພຣະອົງມີສັດຕຣູ ແລະມີຜູ້ຂົ່ມເຫັງຫລາຍ ແຕ່ຂ້າພຣະອົງບໍ່ໄດ້ລະເລີຍໃນການເຊື່ອຟັງກົດຂໍ້ບັນຍັດຂອງພຣະອົງ 158 ເມື່ອຂ້າພຣະອົງຫລຽວເບິ່ງຄົນທໍຣະຍົດນີ້ ຂ້າພຣະອົງກໍເບື່ອຫນ່າຍເຕັມທົນ ເພາະວ່າເຂົາບໍ່ເຊື່ອຟັງກົດຂໍ້ຄຳສັ່ງຂອງພຣະອົງ 159 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຮູ້ແລ້ວວ່າ ຂ້າພຣະອົງມັກການສັ່ງສອນຂອງພຣະອົງຫລາຍຊ່ຳໃດ ຂໍຊົງໂຜດຊ່ອຍຂ້າພຣະອົງໃຫ້ພົ້ນພັຍຕາມຄວາມຮັກຫມັ້ນຄົງຂອງພຣະອົງເທີນ 160 ແກ່ນແທ້ຂອງພຣະທັມເປັນຄວາມຈິງ ແລະກົດລະບຽບອັນສັດຈິງທັງຫມົດຂອງພຣະອົງຊົງເປັນຢູ່ຕລອດໄປ 161 ເຈົ້ານາຍໄດ້ຂົ່ມເຫັງຂ້າພຣະອົງໂດຍປາສຈາກເຫດຜົນ ແຕ່ຈິດໃຈຂອງຂ້າພຣະອົງເຄົາຣົບນັບຖືພຣະວັຈນະຂອງພຣະອົງ 162 ຂ້າພຣະອົງຊົມຊື່ນຍິນດີເພາະພຣະດຳຣັດຂອງພຣະອົງຢ່າງຜູ້ຊຶ່ງພົບສົມບັດອັນມັ່ງຄັ່ງ 163 ຂ້າພຣະອົງກຽດຊັງ ແລະສະອິດສະອ່ຽນຕໍ່ຄວາມເທັດ ແຕ່ຂ້າພຣະອົງຮັກພຣະທັມຂອງພຣະອົງ 164 ເຈັດເທື່ອແຕ່ລະມື້ທີ່ຂ້າພຣະອົງສັຣເສີນພຣະອົງ ຍ້ອນກົດຫມາຍອັນຊອບທັມຂອງພຣະອົງ 165 ບຸກຄົນເຫລົ່ານັ້ນທີ່ຮັກພຣະທັມຂອງພຣະອົງ ມີສັນຕິພາບຍິ່ງໃຫຍ່ ບໍ່ມີສິ່ງໃດກະທຳໃຫ້ເຂົາສະດຸດໄດ້ 166 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຫວັງໃນຄວາມລອດຂອງພຣະອົງ ແລະຂ້າພຣະອົງທຳຕາມພຣະບັນຍັດຂອງພຣະອົງ 167 ຈິດໃຈຂອງຂ້າພຣະອົງປະຕິບັດຕາມບັນດາພຣະໂອວາດຂອງພຣະອົງ ຂ້າພຣະອົງຮັກພຣະໂອວາດນັ້ນຢ່າງສຸດຈິດສຸດໃຈດ້ວຍ 168 ຂ້າພຣະອົງປະຕິບັດຕາມຂໍ້ບັງຄັບ ແລະບັນດາພຣະໂອວາດຂອງພຣະອົງ ເພາະທາງທັງສິ້ນຂອງຂ້າພຣະອົງຢູ່ຕໍ່ເບື້ອງພຣະພັກພຣະອົງ
ການອ້ອນວອນຂໍຄວາມຊ່ອຍເຫລືອ
169 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍໃຫ້ການຮ້ອງຂໍຄວາມຊ່ອຍເຫລືອຂອງຂ້າພຣະອົງໄປເຖິງພຣະອົງ ຂໍຊົງໃຫ້ຂ້າພຣະອົງເຂົ້າໃຈຕາມທີ່ພຣະອົງຊົງສັນຍາໄວ້ 170 ຂໍພຣະອົງຊົງຮັບຟັງຄຳອ້ອນວອນຂອງຂ້າພຣະອົງ ແລະຊ່ອຍໃຫ້ຂ້າພຣະອົງພົ້ນຈາກຄວາມລຳບາກຕາມທີ່ພຣະອົງຊົງສັນຍາໄວ້ 171 ຂ້າພຣະອົງຈະສັຣເສີນພຣະອົງຢູ່ເລື້ອຍໆ ເພາະພຣະອົງຊົງສັ່ງສອນກົດລະບຽບຂອງພຣະອົງໃຫ້ແກ່ຂ້າພຣະອົງ 172 ຂ້າພຣະອົງຈະຮ້ອງເພງເຣື່ອງພຣະທັມຂອງພຣະອົງ ເພາະຂໍ້ຄຳສັ່ງຂອງພຣະອົງຊົງຖືກຕ້ອງ 173 ຂໍພຣະອົງຊົງຕຽມພ້ອມສເມີໃນການຊ່ອຍເຫລືອຂ້າພຣະອົງ ເພາະວ່າຂ້າພຣະອົງຕິດຕາມຂໍ້ຄຳສັ່ງຂອງພຣະອົງ 174 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງປາຖນາຄວາມຊ່ອຍໃຫ້ພົ້ນຈາກພຣະອົງ ຂ້າພຣະອົງພົບຄວາມສຸກໃນພຣະທັມຂອງພຣະອົງ 175 ຂໍພຣະອົງຊົງປະທານຊີວິດໃຫ້ແກ່ຂ້າພຣະອົງ ເພື່ອວ່າຂ້າພຣະອົງຈະສັຣເສີນພຣະອົງ ຂໍໃຫ້ຄຳສອນຂອງພຣະອົງຊ່ອຍເຫລືອຂ້າພຣະອົງດ້ວຍ 176 ຂ້າພຣະອົງທ່ອງທ່ຽວໄປມາເຫມືອນດັ່ງແກະທີ່ຫລົງທາງ ສະນັ້ນຂໍພຣະອົງຊົງສະເດັດມາຮັກສາຂ້າພຣະອົງຜູ້ຮັບໃຊ້ຂອງພຣະອົງ ເພາະວ່າຂ້າ ພຣະອົງບໍ່ໄດ້ປະລະກົດຂໍ້ບັນຍັດຂອງພຣະອົງ
ການອ້ອນວອນຂໍຄວາມຊ່ອຍເຫລືອ ບົດເພງໃຊ້ແຫ່ຂຶ້ນ
1 ເມື່ອຂ້າພຣະອົງຕົກຢູ່ໃນຄວາມທຸກຍາກລຳບາກ ຂ້າພຣະອົງຮ້ອງຫາພຣະຜູ້ເປັນເຈົ້າ ພຣະອົງກໍຊົງຕອບຂ້າພຣະອົງ 2 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງຊ່ອຍໃຫ້ຂ້ານ້ອຍພົ້ນຈາກຄົນຂີ້ຕວົະ ແລະຄົນຫລອກລວງ 3 ຄົນຂີ້ຕວົະເອີຍ ພຣະເຈົ້າຈະກະທຳປະການໃດແກ່ພວກເຈົ້າ? ພຣະອົງຈະຊົງລົງໂທດພວກເຈົ້າຢ່າງໃດ? 4 ພຣະອົງຈະຊົງລົງໂທດພວກເຈົ້າດ້ວຍລູກຫນ້າທະນູອັນແຫລມຄົມຂອງທະຫານແລະດ້ວຍຖ່ານໄຟແດງທີ່ລຸກຢູ່ 5 ການທີ່ອາໄສຢູ່ກັບພວກເຈົ້ານີ້ກໍຍາກເທົ່າກັບການອາໄສຢູ່ນຳພວກເມເຊກ ຫລືຖ້າມກາງຊາວເກດາຣ໌ 6 ຂ້າພຣະອົງໄດ້ອາໄສຢູ່ກັບພວກທີ່ກຽດຊັງຄວາມສງົບສຸກເປັນເວລາດົນນານແລ້ວ 7 ເມື່ອຂ້າພຣະອົງເວົ້າເຖິງຄວາມສງົບສຸກ ພວກເຂົາກໍຢາກກໍ່ສົງຄາມຂຶ້ນໂລດ
ພຣະຜູ້ຊົງຄຸ້ມຄອງພວກເຮົາ ບົດເພງໃຊ້ແຫ່ຂຶ້ນ
1 ຂ້າພະເຈົ້າຫລຽວຂຶ້ນໄປເທິງພູທັງຫລາຍ ເພື່ອຢາກຮູ້ວ່າການຊ່ອຍເຫລືອນັ້ນມາແຕ່ທາງໃດ 2 ການຊ່ອຍເຫລືອຂ້າພະເຈົ້າມາຈາກພຣະຜູ້ເປັນເຈົ້າ ຊຶ່ງເປັນພຣະຜູ້ສ້າງຟ້າສວັນ ແລະແຜ່ນດິນໂລກ 3 ຂໍຢ່າໃຫ້ພຣະອົງຊົງທຳໃຫ້ຂ້າພະເຈົ້າອ່ອນແອໄປ ຂໍພຣະອົງຊົງຄຸ້ມຄອງຂ້າພະເຈົ້າແລະຢ່າຊົງນອນຫລັບໄປ 4 ແມ່ນແລ້ວຜູ້ຄຸ້ມຄອງອິສຣາເອນບໍ່ໄດ້ເຊືອບຫລັບໄປ 5 ພຣະຜູ້ເປັນເຈົ້າຈະຊົງເຝົ້າຮັກສາເຈົ້າ ພຣະອົງຈະຊົງຢູ່ຄຽງຂ້າງເພື່ອປ້ອງກັນເຈົ້າ ຕາເວັນຈະບໍ່ເປັນອັນຕະຣາຍແກ່ເຈົ້າໃນເວລາກາງຄືນ 6 ຕາເວັນຈະບໍ່ເປັນອັນຕະຣາຍແກ່ເຈົ້າໃນເວລາກາງເວັນ ດວງເດືອນຈະບໍ່ເປັນອັນຕະຣາຍແກ່ເຈົ້າໃນເວລາກາງຄືນ 7 ພຣະຜູ້ເປັນເຈົ້າຈະຄຸ້ມຄອງເຈົ້າໃຫ້ພົ້ນຈາກອັນຕະຣາຍທຸກຢ່າງ ພຣະອົງຈະຊົງຊ່ອຍເຈົ້າໃຫ້ປອດພັຍ 8 ນັບແຕ່ເວລານີ້ໄປ ເມື່ອເຈົ້າໄປໆມາໆ ພຣະອົງຈະຊົງຄຸ້ມຄອງເຈົ້າ
ການຍ້ອງຍໍສໍລະເສີນນະຄອນເຢຣູຊາເລັມ ບົດເພງໃຊ້ແຫ່ຂຶ້ນ ຂອງດາວິດ
1 ຂ້າພະເຈົ້າມີຄວາມດີໃຈເມື່ອຫມູ່ເພື່ອນຊວນຂ້າພະເຈົ້າວ່າ, “ຂໍໃຫ້ພວກເຮົາໄປຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ” 2 ແລະດຽວນີ້ພວກຂ້າພຣະອົງກໍມາຮອດບ່ອນນີ້ ກຳລັງຢືນຢູ່ທາງຂ້າງໃນປະຕູນະຄອນເຢຣູຊາເລັມ 3 ນະຄອນເຢຣູຊາເລັມເປັນເມືອງທີ່ສ້ອມແຊມຂຶ້ນໃຫມ່ຢ່າງສວຍງາມແລະແຫນ້ນຫນາດີ 4 ຊຶ່ງເປັນບ່ອນທີ່ພວກຕະກູນອິສຣາເອນຂຶ້ນໄປຢູ່ຮ່ວມກັນ ພວກເຂົາໄດ້ພາກັນມາເພື່ອຖວາຍຂອບພຣະຄຸນພຣະຜູ້ເປັນເຈົ້າຕາມທີ່ພຣະອົງໄດ້ຊົງສັ່ງໄວ້ແກ່ພວກເຂົາ 5 ບ່ອນນີ້ເປັນສານຕັດສິນ ບ່ອນທີ່ເຈົ້າຊີວິດຕັດສິນປະຊາຊົນ 6 ຂໍໃຫ້ອ້ອນວອນເພື່ອຄວາມສງົບສຸກຂອງນະຄອນເຢຣູຊາເລັມດັ່ງນີ້ວ່າ ຂໍໃຫ້ບັນດາຜູ້ທີ່ຮັກເຈົ້າຈົ່ງມີຄວາມຈະເຣີນຮຸ່ງເຮືອງ 7 ຂໍໃຫ້ພາຍໃນກຳແພງເມືອງຂອງເຈົ້າຈົ່ງມີແຕ່ຄວາມສງົບສຸກ ແລະພາຍໃນວັງຂອງເຈົ້າຈົ່ງມີແຕ່ຄວາມປອດພັຍ 8 ເພື່ອເຫັນແກ່ຫມູ່ເພື່ອນແລະມິດສະຫາຍ ຂ້າພະເຈົ້າຂໍອວຍພອນນະຄອນເຢຣູຊາເລັມວ່າ, “ຄວາມສງົບສຸກຈົ່ງມີແກ່ເຈົ້າ” 9 ເພື່ອເຫັນແກ່ພຣະວິຫານຂອງພຣະຜູ້ເປັນເຈົ້າຂອງພວກເຮົາ ຂ້າພະເຈົ້າຂໍອ້ອນວອນເພື່ອຄວາມຈະເຣີນຮຸ່ງເຮືອງຂອງເຈົ້າ
ຄຳອ້ອນວອນຂໍປະທານຄວາມກະຣຸນາປານີ ບົດເພງໃຊ້ແຫ່ຂຶ້ນ
1 ຂ້າແດ່ພຣະອົງຜູ້ປະທັບໃນຟ້າສວັນ ຂ້າພຣະອົງເງີຍຫນ້າດູພຣະອົງ 2 ດູເຖີດ ຕາຂອງຜູ້ຮັບໃຊ້ມອງເບິ່ງມືນາຍຂອງຕົນສັນໃດ ແລະຕາຂອງສາວໃຊ້ມອງເບິ່ງມືນາຍຍິງຂອງຕົນສັນໃດ ຕາຂອງຂ້າພະເຈົ້າທັງຫລາຍ ມອງເບິ່ງພຣະເຈົ້າຂອງຂ້າພະເຈົ້າທັງຫລາຍຈົນກວ່າພຣະອົງຈະມີພຣະກະຣຸນາຕໍ່ຂ້າພະເຈົ້າທັງຫລາຍສັນນັ້ນ 3 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງພຣະກະຣຸນາຕໍ່ພວກຂ້າພຣະອົງ ຂໍຊົງພຣະກະຣຸນາຕໍ່ພວກຂ້າພຣະອົງເຖີດພຣະເຈົ້າຂ້າ ເພາະພວກຂ້າພຣະອົງເອື່ອມລະອາຄວາມຫມິ່ນປະຫມາດ 4 ຈິດໃຈຂອງຂ້າພຣະອົງທັງຫລາຍເອື່ອມລະອາການເຍີ້ຍຫຍັນຂອງຄົນຢູ່ສະບາຍ ຄືການຫມິ່ນປະຫມາດຂອງຄົນຈອງຫອງ
ພຣະຜູ້ຊ່ອຍໃຫ້ພົ້ນໄພຂອງອິສຣາເອນ ບົດເພງໃຊ້ແຫ່ຂຶ້ນ ຂອງດາວິດ
1 ຖ້າວ່າພຣະຜູ້ເປັນເຈົ້າບໍ່ຊົງສະຖິດຄຽງຂ້າງພວກເຮົາ ຂໍໃຫ້ອິສຣາເອນກ່າວວ່າ, 2 “ຖ້າພຣະເຈົ້າບໍ່ຊົງສະຖິດຄຽງຂ້າງພວກເຮົາ ເມື່ອພວກສັດຕຣູມາໂຈມຕີ 3 ເຂົາກໍຈະກືນກິນເຮົາທັງເປັນ ເມື່ອຄວາມຄຽດແຄ້ນຂອງເຂົາພຸ່ງຂຶ້ນຕໍ່ເຮົາ 4 ແລ້ວກະແສນ້ຳມາກກໍຈະໄຫລພັດພວກເຮົາອອກໄປ ເຮົາກໍຕ້ອງຈົມລົງໄປໃນນ້ຳ 5 ແລະກະແສນ້ຳທີ່ແຮງກໍໄຫລຖ້ວມພວກເຮົາ 6 ຂໍໃຫ້ພວກເຮົາຂອບພຣະຄຸນພຣະຜູ້ເປັນເຈົ້າ ຜູ້ທີ່ບໍ່ຊົງອະນຸຍາດໃຫ້ສັດຕຣູທຳລາຍເຮົາ 7 ເຣົາໄດ້ປົບຫນີໄປເຫມືອນນົກທີ່ຫລຸດຫນີຈາກບ້ວງແຮ້ວ ບ້ວງແຮ້ວໄດ້ຂາດໄປແລະເຮົາກໍໄດ້ເປັນອິສຣະ 8 ການຊົດຊ່ອຍຂອງເຮົາມາຈາກພຣະຜູ້ເປັນເຈົ້າ ຊຶ່ງເປັນພຣະຜູ້ສ້າງຟ້າສວັນແລະໂລກ
ພຣະເຈົ້າຊົງຢູ່ຮອບຊົນຊາດຂອງພຣະອົງ ບົດເພງໃຊ້ແຫ່ຂຶ້ນ
1 ບັນດາຜູ້ທີ່ວາງໃຈໃນພຣະເຈົ້າກໍເຫມືອນພູຊີໂອນຊຶ່ງບໍ່ຫວັ່ນໄຫວ ແຕ່ດຳຣົງຢູ່ເປັນນິດ 2 ພູຢູ່ຮອບເຢຣູຊາເລັມສັນໃດ ພຣະເຈົ້າຊົງຢູ່ຮອບປະຊາກອນຂອງພຣະອົງ ຕັ້ງແຕ່ເວລານີ້ສືບຕໍ່ໄປເປັນນິດສັນນັ້ນ 3 ເພາະຄະທາ(ກະບອງ)ຂອງຄວາມອະທັມຈະບໍ່ພັກຢູ່ເຫນືອແຜ່ນດີນທີ່ຕົກເປັນສ່ວນຂອງຄົນຊອບທັມ ຢ້ານວ່າຄົນຊອບທັມຈະຍື່ນມືອອກກທຳຄວາມຜິດ 4 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງປະກອບການດີຕໍ່ຜູ້ທຳດີ ແລະຕໍ່ຜູ້ທ່ຽງທັມໃນຈິດໃຈຂອງເຂົາ 5 ແຕ່ບັນດາຜູ້ທີ່ຫັນເຂົ້າຫາທາງຄົດຂອງເຂົາ ພຣະເຈົ້າຈະຊົງພາເຂົາໄປພ້ອມກັບຄົນທຳຊົ່ວ ຂໍສັນຕິພາບຈົ່ງມີຢູ່ໃນອິສຣາເອນ
ການອ້ອນວອນເມື່ອຖືກປົດປ່ອຍ ບົດເພງໃຊ້ແຫ່ຂຶ້ນ
1 ເມື່ອພຣະຜູ້ເປັນເຈົ້າຊົງໃຫ້ຊີໂອນກັບຄືນສູ່ສະພາບດີ ເຮົາກໍເປັນເຫມືອນຄົນທີ່ຝັນໄປ 2 ປາກຂອງເຮົາໄດ້ຫົວ ແລະລີ້ນຂອງເຮົາໄດ້ເປັ່ງສຽງໂຮ່ຮ້ອງດ້ວຍຄວາມຍິນດີທີ່ສຸດ ແລ້ວເຂົາໄດ້ເວົ້າກັນຖ້າມກາງປະຊາຊາດວ່າ, “ພຣະເຈົ້າຊົງກະທຳການຍິ່ງໃຫຍ່ໃຫ້ເຂົາ” 3 ພຣະອົງຊົງກະທຳການຍິ່ງໃຫຍ່ໃຫ້ເຮົາ ເຮົາມີຄວາມຍິນດີ 4 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງໃຫ້ຂ້າພຣະອົງທັງຫລາຍກັບຄືນສູ່ສະພາບດີຢ່າງທາງນ້ຳໄຫລທີ່ໃນເນເກັບ 5 ຂໍໃຫ້ຜູ້ທີ່ຮ້ອງໄຫ້ເສັຽໃຈໃນຂນະທີ່ເຂົາປູກຝັງນັ້ນໄດ້ກ່ຽວເຂົ້າ ດ້ວຍສຽງໂຮ່ຮ້ອງຢ່າງຊື່ນບານ 6 ຜູ້ທີ່ຮ້ອງໄຫ້ອອກໄປຫອບຫິ້ວເມັດພືດເພື່ອຈະຫວ່ານຈະກັບບ້ານ ດ້ວຍສຽງໂຮ່ຮ້ອງຢ່າງຊື່ນບານນຳຟ່ອນເຂົ້າຂອງຕົນມາດ້ວຍ
ການສັຣເສີນຄວາມດີຂອງພຣະຜູ້ເປັນເຈົ້າ ບົດເພງໃຊ້ແຫ່ຂຶ້ນ ຂອງໂຊໂລໂມນ
1 ວຽກການຂອງຄົນກໍ່ສ້າງເຮືອນກໍໄຮ້ປໂຍດ ຖ້າວ່າພຣະຜູ້ເປັນເຈົ້າບໍ່ເປັນຜູ້ຊົງສ້າງ ທະຫານຢືນຍາມກໍໄຮ້ປໂຍດ ຖ້າວ່າພຣະຜູ້ເປັນເຈົ້າບໍ່ຊົງປ້ອງກັນບ້ານເມືອງໄວ້ 2 ການເຮັດວຽກຫນັກເພື່ອລ້ຽງຊີວິດ ຄືໃຜນອນເດີກລຸກເຊົ້າກໍໄຮ້ປໂຍດ ເພາະວ່າພຣະຜູ້ເປັນເຈົ້າຊົງປະທານການພັກຜ່ອນໃຫ້ແກ່ຜູ້ທີ່ພຣະອົງຊົງຮັກ 3 ເດັກນ້ອຍທັງຫລາຍເປັນພຣະພອນອັນແທ້ຈິງທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ 4 ຜູ້ທີ່ມີລູກເມື່ອຕົນຍັງຫນຸ່ມກໍມີປໂຍດຫລາຍເຫມືອນທະຫານທີ່ມີລູກທະນູຫລາຍລູກໃນກຳມື 5 ຜູ້ນັ້ນຈະມີຄວາມສຸກ ເມື່ອເຂົາປະເຊີນຫນ້າກັບສັດຕູທັງຫລາຍໃນສານຕັດສິນ ເຂົາຈະບໍ່ຜ່າຍແພ້ຈັກເທື່ອ
ພຣະພອນໄດ້ແກ່ຜູ້ທີ່ຢຳເກງພຣະເຈົ້າ ບົດເພງໃຊ້ແຫ່ຂຶ້ນ
1 ທຸກຄົນທີ່ຢ້ານຢຳພຣະເຈົ້າກໍເປັນສຸກ ຄືຜູ້ດຳເນີນໃນທາງຂອງພຣະອົງ 2 ເມື່ອທ່ານກິນຜົນນ້ຳມືຂອງທ່ານ ທ່ານຈະເປັນສຸກ ແລະທ່ານຈະຈຳເຣີນ 3 ເມັຽຂອງທ່ານຈະເປັນຢ່າງເຄືອອະງຸ່ນລູກດົກຢູ່ພາຍໃນເຮືອນຂອງທ່ານ ລູກໆຂອງທ່ານຈະເປັນເຫມືອນຫນໍ່ຫມາກກອກເທດ 4 ດັ່ງນີ້ແຫລະ ຄົນທີ່ຢຳເກງພຣະເຈົ້າຈະໄດ້ຮັບພອນ 5 ຂໍພຣະເຈົ້າຊົງອວຍພຣະພອນທ່ານຈາກຊີໂອນ ຂໍໃຫ້ທ່ານເຫັນຄວາມຈະເຣີນຂອງເຢຣູຊາເລັມຕລອດວັນເວລາຊີວິດຂອງທ່ານ 6 ຂໍໃຫ້ທ່ານເຫັນແກ່ລູກຫລານຂອງທ່ານ ຂໍໃຫ້ສັນຕິພາບມີຢູ່ໃນອິສຣາເອນ
ຄຳອ້ອນວອນຂໍຊົງຄວ່ຳສັດຕຣູຂອງຊີໂອນ ບົດເພງໃຊ້ແຫ່ຂຶ້ນ
1 “ເຂົາໄດ້ໃຫ້ຂ້າພະເຈົ້າທຸກຍາກຢ່າງຫນັກ ຕັ້ງແຕ່ຫນຸ່ມໆມາ ໃຫ້ອິສຣາເອນກ່າວເຖີດວ່າ 2 “ເຂົາໄດ້ໃຫ້ຂ້າພະເຈົ້າທຸກຍາກຢ່າງຫນັກຕັ້ງແຕ່ຫນຸ່ມໆມາ ແຕ່ເຂົາຍັງເອົາຊະນະຂ້າພະເຈົ້າບໍ່ໄດ້ 3 ຄົນທີ່ໄຖກໍໄຖເທິງຫລັງຂ້າພະເຈົ້າ ເຂົາທຳຮອຍໄຖຂອງເຂົາໃຫ້ຍາວ” 4 ພຣະເຈົ້າຊອບທັມ ພຣະອົງຊົງຕັດເຄື່ອງຈຳຈອງຂອງຄົນອະທັມ 5 ຂໍໃຫ້ບັນດາຜູ້ທີ່ກຽດຊັງຊີໂອນໄດ້ຂາຍຫນ້າ ແລະຕ້ອງຖອຍກັບຄືນໄປ 6 ໃຫ້ເຂົາເປັນເຫມືອນຫຍ້າທີ່ງອກເທິງຫລັງຄາເຮືອນຊຶ່ງຫ່ຽວແຫ້ງໄປກ່ອນມັນໃຫຍ່ຂຶ້ນ 7 ຊຶ່ງຄົນກ່ຽວບໍ່ເກັບໃສ່ມື ຫລືຄົນທີ່ມັດຟ່ອນບໍ່ເກັບໄວ້ທີ່ເອີກຂອງເຂົາ 8 ທັງໃຫ້ຄົນທີ່ຜ່ານໄປບໍ່ເວົ້າວ່າ, “ຂໍພຣະພອນຂອງພຣະເຈົ້າຢູ່ເທິງທ່ານທັງຫລາຍ ເຮົາອວຍພອນທ່ານທັງຫລາຍໃນພຣະນາມພຣະເຈົ້າ”
ການອ້ອນວອນຂໍຄວາມຊ່ອຍເຫລືອ ບົດເພງໃຊ້ແຫ່ຂຶ້ນ
1 ຂ້າແດ່ພຣະຜູ້ເປັນເຈົ້າ ເມື່ອຂ້າພຣະອົງຂາດຄວາມຫວັງ ຂ້າພຣະອົງຮ້ອງຫາພຣະອົງ 2 ຂໍຟັງສຽງຮ້ອງຂໍຂອງຂ້າພຣະອົງ ແລະຮັບຟັງຂ້າພຣະອົງທູນຂໍຄວາມຊ່ອຍເຫລືອດ້ວຍ 3 ຖ້າພຣະອົງຊົງບັນທຶກຄວາມບາບຂອງຂ້າພຣະອົງທັງຫລາຍໄວ້ ແມ່ນໃຜໃນຂ້າພຣະອົງສາມາດຫນີພົ້ນຈາກການລົງໂທດນີ້ໄດ້? 4 ແຕ່ວ່າພຣະອົງຊົງໃຫ້ອະໄພແກ່ຂ້າພຣະອົງ ເພື່ອຂ້າພຣະອົງຈະຢຳເກງພຣະອົງ 5 ຂ້າພຣະອົງຄອງຄອຍຖ້າພຣະຜູ້ເປັນເຈົ້າດ້ວຍສຸດອົກສຸດໃຈ ແລະຂ້າພຣະອົງເຊື່ອໃນພຣະທັມຂອງພຣະອົງ 6 ຂ້າພຣະອົງຄອງຄອຍຖ້າພຣະຜູ້ເປັນເຈົ້າດ້ວຍຄວາມຮ້ອນຮົນຍິ່ງກວ່າຜູ້ເຝົ້າຍາມທີ່ຄອຍຖ້າຢາກໃຫ້ແຈ້ງ 7 ອິສຣາເອນເອີຍ ຈົ່ງເຊື່ອພຣະຜູ້ເປັນເຈົ້າ ເພາະຄວາມຮັກຂອງພຣະອົງຊົງຫມັ້ນຄົງ ແລະພຣະອົງຊົງຕັ້ງພຣະທັຍຊ່ອຍໃຫ້ພົ້ນພັຍຢູ່ທຸກເວລາ 8 ພຣະອົງຊົງຊ່ອຍອິສຣາເອນທີ່ເປັນໄພ່ພົນຂອງພຣະອົງໃຫ້ພົ້ນຈາກຄວາມບາບທຸກຢ່າງຂອງເຂົາ
ພັກສງົບຢ່າງເດັກນ້ອຍໃນພຣະເຈົ້າ ບົດເພງໃຊ້ແຫ່ຂຶ້ນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຈິດໃຈຂອງຂ້າພຣະອົງບໍ່ໄດ້ໂອ້ອວດ ແລະນັຍຕາຂອງຂ້າພຣະອົງບໍ່ໄດ້ຍິ່ງຈອງຫອງ ຂ້າພຣະອົງບໍ່ໄດ້ໄປຫຍຸ້ງກັບເຣື່ອງໃຫຍ່ ຫລືເຣື່ອງອັດສະຈັນເກີນຕົວຂອງຂ້າພຣະອົງ 2 ແຕ່ຂ້າພຣະອົງໄດ້ສງົບແລະລະງັບຈິດໃຈຂອງຂ້າພຣະອົງຢ່າງເດັກທີ່ຢ່ານົມແລ້ວສງົບຢູ່ທີ່ເອີກມານດາຂອງຕົນຈິດໃຈຂອງຂ້າພຣະອົງສງົບຢູ່ພາຍໃນຂ້າພຣະອົງເຫມືອນຢ່າງເດັກທີ່ຢ່ານົມແລ້ວ 3 ອິສຣາເອນເອີຍ ຈົ່ງຫວັງໃຈໃນພຣະຜູ້ເປັນເຈົ້າ ຕັ້ງແຕ່ບັດນີ້ສືບໄປເປັນນິດ
ການສັຣເສີນໃນສະຖານທີ່ນະມັສການພຣະເຈົ້າ ບົດເພງໃຊ້ແຫ່ຂຶ້ນ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຢ່າຊົງຫລົງລືມກະສັດດາວິດ ແລະວຽກການທຸກຢ່າງທີ່ທ່ານໄດ້ເຮັດມາ 2 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງລະນຶກເຖິງຄຳສັນຍາແລະຄຳສາບານທີ່ທ່ານມີຕໍ່ພຣະຜູ້ເປັນເຈົ້າອົງຊົງມີອຳນາດຍິ່ງໃຫຍ່ຂອງຢາໂຄບວ່າ 3 ຂ້າພຣະອົງຈະບໍ່ເຂົ້າໄປໃນເຮືອນຫລືເຂົ້າໄປນອນ 4 ຂ້າພຣະອົງຈະບໍ່ພັກຜ່ອນຫລືນອນຫລັບ 5 ຈົນກວ່າຂ້າພຣະອົງໄດ້ຈັດຕຽມບ່ອນສຳລັບພຣະຜູ້ເປັນເຈົ້າ ແລະທີ່ປະທັບສຳລັບພຣະເຈົ້າອົງຊົງມີອຳນາດຍິ່ງໃຫຍ່ຂອງຢາໂຄບ 6 ເຮົາໄດ້ຍິນເຖິງເຣື່ອງຫີບຄຳສັນຍາຢູ່ເອຟຣາທາແລະໄດ້ພົບຫີບນີ້ຢູ່ໃນທົ່ງຫຍ້າຢາອາຣ໌ 7 “ໃຫ້ເຮົາໄປຍັງທີ່ປະທັບຂອງພຣະອົງ ໃຫ້ເຣົານະມັສການທີ່ຮອງພຣະບາດຂອງພຣະອົງ” 8 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງລຸກຂຶ້ນສະເດັດໄປຍັງທີ່ບ່ອນພັກຜ່ອນຂອງພຣະອົງ ທັງພຣະອົງແລະຫີບແຫ່ງຄຳສັນຍາ ຊຶ່ງເປັນສັນຍາລັກແຫ່ງອຳນາດຂອງພຣະອົງ 9 ຂໍໃຫ້ປະໂຣຫິດຂອງພຣະອົງປະກອບດ້ວຍຄວາມຊອບທັມ ແລະໃຫ້ໄພ່ພົນຂອງພຣະອົງໂຮ່ຮ້ອງດ້ວຍຄວາມຍິນດີ 10 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງສັນຍາກັບດາວິດຜູ້ຮັບໃຊ້ຂອງພຣະອົງ ຂໍພຣະອົງຢ່າຊົງປະຕິເສດເຈົ້າຊີວິດທີ່ພຣະອົງຊົງເລືອກໄວ້ 11 ພຣະອົງຊົງສັນຍາຢ່າງຫມັ້ນຄົງຕໍ່ດາວິດວ່າ, “ພາຍຫລັງເຈົ້ານີ້ ເຮົາຈະແຕ່ງຕັ້ງລູກຊາຍຂອງເຈົ້າໃຫ້ຂຶ້ນປົກຄອງ 12 ຖ້າວ່າລູກຫລານຂອງເຈົ້າສັດຊື່ຕໍ່ຄຳຫມັ້ນສັນຍາຂອງເຮົາ ແລະຂໍ້ຄຳສັ່ງທີ່ເຮົາໄດ້ໃຫ້ແກ່ເຂົາ ບັນດາລູກຊາຍຂອງເຂົາຈະເປັນເຈົ້າຊີວິດປົກຄອງເຫມືອນເຈົ້າສືບຕໍ່ກັນໄປ” ພຣະອົງຈະບໍ່ຖອນຄຳສັນຍານີ້ຄືນ 13 ພຣະຜູ້ເປັນເຈົ້າຊົງເລືອກເມືອງຊີໂອນໄວ້ ພຣະອົງມີພຣະປະສົງສ້າງທີ່ປະທັບຂອງພຣະອົງໄວ້ທີ່ນັ້ນ ຄືພຣະອົງຊົງກ່າວວ່າ, 14 “ນີ້ແມ່ນບ່ອນທີ່ເຮົາຢາກຢູ່ ແລະເປັນບ່ອນທີ່ເຣົາຢາກປົກຄອງຕລອດໄປ 15 ເຮົາຈະຈັດຕຽມເມືອງຊີໂອນນີ້ໄວ້ໃຫ້ມັ່ງຄັ່ງສົມບູນ ເຮົາຈະເອົາສະບຽງອາຫານໃຫ້ຄົນທຸກຍາກໃນເມືອງນີ້ 16 ເຮົາຈະໃຫ້ປະໂຣຫິດຂອງເມືອງນີ້ປະກາດວ່າ ເຮົາເປັນຜູ້ຊ່ອຍໃຫ້ພົ້ນພັຍ ແລ້ວປະຊາຊົນຈະຮ້ອງເພງ ໂຮ່ຮ້ອງດ້ວຍຄວາມຍິນດີ 17 ໃນເມືອງນີ້ເຮົາຈະແຕ່ງຕັ້ງຜູ້ນຶ່ງໃນເຊື້ອສາຍຂອງດາວິດເປັນເຈົ້າຊີວິດອົງຍິ່ງໃຫຍ່ ແລະເຮົາຈະໃຫ້ເຈົ້າຊີວິດອົງນີ້ເປັນຜູ້ປົກຄອງ 18 ເຣົາຈະທຳໃຫ້ສັດຕຣູຂອງທ່ານໄດ້ຮັບຄວາມອັບອາຍ ແຕ່ວ່າຣາຊອານາຈັກຂອງທ່ານຈະຮຸ່ງເຮືອງແລະມັ່ງຄັ່ງສົມບູນ”
ພຣະພອນແຫ່ງການເປັນນ້ຳນຶ່ງໃຈດຽວກັນ ບົດເພງໃຊ້ແຫ່ຂຶ້ນ
1 ເບິ່ງແມ໋, ຊຶ່ງພີ່ນ້ອງອາໄສຢູ່ດ້ວຍກັນເປັນນ້ຳນຶ່ງໃຈດຽວກັນ ກໍເປັນການດີແລະຫນ້າຊື່ນໃຈຫລາຍເທົ່າໃດ 2 ເຫມືອນນ້ຳມັນປະເສິດຢູ່ເທິງຫົວໄຫລອາບລົງມາເທິງຫນວດເຄົາ ເທິງຫນວດເຄົາຂອງອາໂຣນ ໄຫລອາບລົງມາເທິງຄໍເສື້ອຂອງທ່ານ 3 ເຫມືອນນ້ຳຄ້າງຂອງພູເຮີໂມນຊຶ່ງຕົກລົງເທິງເນີນເຂົາຊີໂອນ ເພາະວ່າພຣະເຈົ້າຊົງບັງຄັບບັນຊາພຣະພອນທີ່ນັ້ນ ຄືຊີວິດຈຳເຣີນເປັນນິດ
ຄຳເຕືອນຄົນຢູ່ຍາມກາງຄືນ ບົດເພງໃຊ້ແຫ່ຂຶ້ນ
1 ມາເຖີດ ມາຖວາຍສາທຸການແດ່ພຣະຜູ້ເປັນເຈົ້າ ບັນດາທ່ານຜູ້ຮັບໃຊ້ທັງສິ້ນຂອງພຣະເຈົ້າ ຜູ້ຢືນຢູ່ໃນພຣະຜາສາດຂອງພຣະເຈົ້າໃນກາງຄືນ 2 ຈົ່ງຍົກມືຂອງທ່ານຂຶ້ນຕໍ່ສະຖານນະມັສການ ແລະຖວາຍສາທຸການແດ່ພຣະເຈົ້າ 3 ຂໍພຣະເຈົ້າຊົງອວຍພຣະພອນທ່ານຈາກຊີໂອນ ຄືພຣະອົງຜູ້ຊົງສ້າງຟ້າສວັນແລະແຜ່ນດິນໂລກ
ຄວາມຍິ່ງໃຫຍ່ຂອງພຣະເຈົ້າແລະຄວາມ ໄຮ້ປໂຍດຂອງຮູບເຄົາຣົບ
1 ຈົ່ງສັຣເສີນພຣະຜູ້ເປັນເຈົ້າເຖີດ ຈົ່ງສັຣເສີນພຣະນາມຂອງພຣະເຈົ້າ ບັນດາຜູ້ຮັບໃຊ້ຂອງພຣະເຈົ້າເອີຍ ຈົ່ງຖວາຍສັຣເສີນ 2 ທ່ານທີ່ຢືນຢູ່ໃນພຣະຜາສາດຂອງພຣະຜູ້ເປັນເຈົ້າ ທີ່ໃນບໍຣິເວນພຣະຜາສາດຂອງພຣະເຈົ້າຂອງເຮົາ 3 ຈົ່ງສັຣເສີນຜູ້ເປັນເຈົ້າ ເພາະພຣະເຈົ້າປະເສີດ ຈົ່ງຮ້ອງເພງຖວາຍພຣະນາມຂອງພຣະອົງ ເພາະພຣະອົງຊົງພຣະເມດຕາ 4 ເພາະພຣະຜູ້ເປັນເຈົ້າຊົງເລືອກຢາໂຄບໄວ້ສຳລັບພຣະອົງເອງ ເລືອກອິສຣາເອນໄວ້ເປັນກຳມະສິດຂອງພຣະອົງ 5 ເພາະຂ້າພະເຈົ້າຮູ້ວ່າພຣະເຈົ້າຍິ່ງໃຫຍ່ ແລະອົງພຣະຜູ້ເປັນເຈົ້າຂອງເຮົາຍິ່ງໃຫຍ່ກວ່າພຣະອື່ນທັງຫລາຍ 6 ພຣະຜູ້ເປັນເຈົ້າພໍພຣະທັຍສິ່ງໃດ ພຣະອົງກໍຊົງກະທຳ ໃນຟ້າສວັນແລະເທິງແຜ່ນດິນໂລກ ໃນທະເລແລະທີ່ນ້ຳເລີກທັງສິ້ນ 7 ພຣະອົງຊົງກະທຳໃຫ້ເມກລອຍຂຶ້ນມາຈາກທີ່ສຸດປາຍແຜ່ນດິນໂລກ ຜູ້ຊົງກະທຳຟ້າແລບໃຫ້ແກ່ຝົນ ແລະຊົງນຳລົມອອກມາຈາກຄັງຂອງພຣະອົງ 8 ພຣະອົງຄືຜູ້ຊົງສັງຫານລູກຫົວປີຂອງເອຢິບ ທັງຂອງຄົນແລະຂອງສັດ 9 ເອຢິບເອີຍ ຜູ້ຊົງໃຫ້ຫມາຍສຳຄັນ ແລະການອັດສະຈັນຖ້າມກາງເຈົ້າ ໃຫ້ຕໍ່ສູ້ກັບຟາຣາໂອ ແລະບັນດາຂ້າຣາຊການຂອງທ່ານ 10 ພຣະອົງຄືຜູ້ຊົງຕີປະຊາຊາດເປັນຈຳນວນຫລາຍ ແລະຊົງສັງຫານກະສັດຜູ້ຊົງຣິດ 11 ຄືຊີໂຮນ ພຣະຣາຊາຂອງຄົນອາໂມເລກ ແລະໂອກ ພຣະຣາຊາຂອງບາຊານ ແລະບັນດາຣາຊອານາຈັກແຫ່ງການາອານ 12 ແລະປະທານແຜ່ນດິນຂອງເຂົາທັງຫລາຍໃຫ້ເປັນມໍຣະດົກ ເປັນມໍຣະດົກແກ່ອິສຣາເອນ ປະຊາກອນຂອງພຣະອົງ 13 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະນາມຂອງພຣະອົງດຳຣົງຢູ່ເປັນນິດ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະນາມເລື່ອງລືຂອງພຣະອົງນັ້ນດຳຣົງຢູ່ທຸກຊົ່ວອາຍຸຄົນ 14 ເພາະພຣະຜູ້ເປັນເຈົ້າຈະຊົງແກ້ແທນປະຊາກອນຂອງພຣະອົງ ແລະຊົງກັບພຣະທັຍໃນເຣື່ອງບັນດາຜູ້ຮັບໃຊ້ຂອງພຣະອົງ 15 ຮູບເຄົາຣົບຂອງບັນດາປະຊາຊາດເປັນເງິນແລະທອງຄຳເປັນຫັຖກັມຂອງມະນຸດ 16 ຮູບເຫລົ່ານັ້ນມີປາກ ແຕ່ເວົ້າບໍ່ໄດ້ ມີຕາ ແຕ່ເບິ່ງບໍ່ໄດ້ 17 ມີຫູ ແຕ່ຟັງບໍ່ໄດ້ ທັງບໍ່ມີລົມຫາຍໃຈໃນປາກຂອງຮູບນັ້ນ 18 ຜູ້ທີ່ສ້າງຮູບນັ້ນຈະເຫມືອນຮູບເຫລົ່ານັ້ນ ບັນດາຜູ້ທີ່ວາງໃຈໃນຮູບນັ້ນກໍເຫມືອນກັນ 19 ເຊື້ອສາຍອິສຣາເອນເອີຍ ຈົ່ງຖວາຍສາທຸການແດ່ພຣະຜູ້ເປັນເຈົ້າ ເຊື້ອສາຍຂອງອາໂຣນເອີຍ ຈົ່ງຖວາຍສາທຸການແດ່ພຣະຜູ້ເປັນເຈົ້າ 20 ເຊື້ອສາຍຂອງເລວີເອີຍ ຈົ່ງຖວາຍສາທຸການແດ່ພຣະຜູ້ເປັນເຈົ້າ ທ່ານທີ່ຢຳເກງພຣະຜູ້ເປັນເຈົ້າ ຈົ່ງຖວາຍສາທຸການແດ່ພຣະຜູ້ເປັນເຈົ້າ 21 ສາທຸການແດ່ພຣະຜູ້ເປັນເຈົ້າຈາກຊີໂອນ ພຣະອົງຜູ້ຊົງພຳນັກຢູ່ໃນເຢຣູຊາເລັມ ຈົ່ງສັຣເສີນພຣະຜູ້ເປັນເຈົ້າເທີນ
ຄຳສັຣເສີນເພາະຄວາມຮັກຫມັ້ນຄົງຂອງພຣະເຈົ້າ
1 ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ເພາະພຣະອົງຊົງພຣະຄຸນ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 2 ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຜູ້ເຫນືອພຣະທັງຫລາຍ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 3 ຈົ່ງໂມທະນາຂອບພຣະຄຸນຖວາຍແດ່ພຣະອົງ ຜູ້ເປັນເຈົ້າເຫນືອເຈົ້າທັງຫລາຍ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 4 ຖວາຍແດ່ພຣະອົງ ຜູ້ຊົງກະທຳການມະຫັດສະຈັນທັງຫລາຍແຕ່ອົງດຽວ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດໍາຣົງຢູ່ເປັນນິດ 5 ຖວາຍແດ່ພຣະອົງ ຜູ້ຊົງສ້າງຟ້າສວັນດ້ວຍຄວາມເຂົ້າໃຈ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 6 ຖວາຍແດ່ພຣະອົງ ຜູ້ຊົງກາງແຜ່ນດິນໂລກອອກເຫນືອນ້ຳທັງຫລາຍ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 7 ຖວາຍແດ່ພຣະອົງ ຜູ້ຊົງສ້າງດວງສວ່າງໃຫຍ່ໆ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 8 ສ້າງດວງອາທິດໃຫ້ຄອງກາງເວັນ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 9 ດວງຈັນແລະດາວທັງຫລາຍໃຫ້ຄອງກາງຄືນ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 10 ຖວາຍແດ່ພຣະອົງ ຜູ້ຊົງຕິເອຢິບ ທາງບັນດາລູກຫົວປີ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 11 ແລະຊົງນຳອິສຣາເອນອອກມາຈາກຖ້າມກາງເຂົາ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 12 ດ້ວຍພຣະຫັດເຂັ້ມແຂງແລະພຣະກອນທີ່ຢຽດອອກ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 13 ຖວາຍແດ່ພຣະອົງ ຜູ້ຊົງແບ່ງທະເລແດງອອກຈາກກັນ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 14 ແລະຊົງໃຫ້ອິສຣາເອນຜ່ານໄປຖ້າມກາງທະເລນັ້ນ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 15 ແຕ່ຊົງຄວ່ຳຟາຣາໂອແລະກອງທັບຂອງທ່ານເສັຽໃນທະເລແດງ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 16 ຖວາຍແດ່ພຣະອົງ ຜູ້ຊົງນຳປະຊາກອນຂອງພຣະອົງໄປໃນຖິ່ນກັນດານ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 17 ຖວາຍແດ່ພຣະອົງ ຜູ້ຊົງຕີພຣະມະຫາຣາຊາທັງຫລາຍ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 18 ແລະຊົງສັງຫານພຣະຣາຊາຜູ້ມີຊື່ສຽງທັງຫລາຍ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 19 ຄືເຈົ້າຊີໂຮນ ພຣະຣາຊາຂອງຄົນອາໂມຣິດ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 20 ແລະໂອກ ພຣະຣາຊາແຫ່ງເມືອງບາຊານ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 21 ແລະປະທານແຜ່ນດິນຂອງເຂົາໃຫ້ເປັນມໍຣະດົກ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 22 ໃຫ້ເປັນມໍຣະດົກແກ່ອິສຣາເອນຜູ້ຮັບໃຊ້ຂອງພຣະອົງ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 23 ຄືພຣະອົງນີ້ເອງ ຜູ້ຊົງລະລຶກເຖິງເຮົາໃນຖານະຕ່ຳຕ້ອຍຂອງເຮົາ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 24 ແລະຊົງຊ່ອຍເຮົາໃຫ້ລອດພົ້ນຈາກສັດຕຣູຂອງເຣົາ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 25 ພຣະອົງຜູ້ປະທານອາຫານແກ່ເນື້ອຫນັງທັງປວງ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ 26 ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າແຫ່ງຟ້າສວັນ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ
ຄວາມໂສກເສົ້າຂອງອິສຣາເອນໃນຕ່າງແດນ
1 ໃນຮິມຝັ່ງລຳນ້ຳແຫ່ງບາບິໂລນ ເຮົານັ່ງລົງເມື່ອໄດ້ລະນຶກເຖິງຊີໂອນເຮົາກໍຮ້ອງໄຫ້ 2 ເຮົາແຂວນພີນເຂົາຄູ່ຂອງເຣົາໄວ້ທີ່ຕົ້ນໄຄ້ 3 ເພາະທີ່ນັ້ນຜູ້ທີ່ນຳໄປເປັນຊະເລີຍ ຕ້ອງການໃຫ້ເຮົາຮ້ອງເພງ ແລະຜູ້ທີ່ມັດພາເຮົາ ຕ້ອງການໃຫ້ສນຸກສນານ ເຂົາວ່າ, “ຈົ່ງຮ້ອງເພງຊີໂອນຈັກບົດນຶ່ງໃຫ້ເຮົາຟັງ” 4 ເຮົາຈະຮ້ອງເພງຂອງພຣະຜູ້ເປັນເຈົ້າໄດ້ຢ່າງໃດ ທີ່ໃນແຜ່ນດິນຕ່າງດ້າວ 5 ໂອ ເຢຣູຊາເລັມເອີຍ ຖ້າຂ້າພະເຈົ້າລືມເຈົ້າ ກໍຂໍໃຫ້ມືຂວາຂອງຂ້າພະເຈົ້າລືມຝີມືເສັຽ 6 ຂໍໃຫ້ລີ້ນຂອງຂ້າພະເຈົ້າເກາະຕິດເພດານປາກຂອງຂ້າພະເຈົ້າ ຖ້າວ່າຂ້າພະເຈົ້າບໍ່ລະລຶກເຖິງເຈົ້າ ຖ້າວ່າຂ້າພະເຈົ້າບໍ່ໄດ້ຕັ້ງເຢຣູຊາເລັມໄວ້ເຫນືອຄວາມຊື່ນບານອັນສູງທີ່ສຸດຂອງຂ້າພະເຈົ້າ 7 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງລະລຶກເຖິງວັນເຢຣູຊາເລັມແຕກ ໂດຍຖືໂທດຄົນເອໂດມຜູ້ທີ່ເວົ້າວ່າ, “ຈົ່ງທຳລາຍມັນ ຈົ່ງທຳລາຍມັນ ລົງໄປຈົນເຖິງຮາກຖານຂອງມັນ” 8 ທິດາແຫ່ງບາບິໂລນເອີຍ ຊຶ່ງຈະຕ້ອງລ້າງຜານເສັຽ ຄວາມສຸກຈົ່ງມີແກ່ຜູ້ທີ່ສນອງເຈົ້າໃຫ້ສົມກັບທີ່ເຈົ້າໄດ້ກະທຳກັບເຮົາ 9 ຄວາມສຸກຈົ່ງມີແກ່ຜູ້ທີ່ເອົາລູກເດັກເລັກແດງຂອງເຈົ້າຈັບຟາດເຂົາໃສ່ໂງ່ນຫີນ
ໂມທະນາເພາະພຣະເຈົ້າຊົງໂຜດເມດຕາ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຈະຖວາຍໂມທະນາຂອບພຣະຄຸນພຣະອົງດ້ວຍສິ້ນສຸດໃຈຂອງຂ້າພຣະອົງ ຂ້າພຣະອົງຈະຮ້ອງເພງສັຣເສີນຖວາຍພຣະອົງຕໍ່ຫນ້າບັນດາພຣະ 2 ຂ້າພຣະອົງກາບລົງຕົງມາຍັງພຣະວິຫານສັກສິດຂອງພຣະອົງ ແລະຖວາຍໂມທະນາພຣະຄຸນແກ່ພຣະນາມຂອງພຣະອົງ ເພາະຄວາມຮັກຫມັ້ນຄົງແລະຄວາມສັຕສຸດຈະຣິດຂອງພຣະອົງ ເພາະພຣະອົງຊົງເຊີດຊູພຣະນາມ ແລະພຣະວັຈນະຂອງພຣະອົງເຫນືອສາຣະພັດ 3 ໃນວັນທີ່ຂ້າພຣະອົງຣ້ອງທູນ ພຣະອົງໄດ້ຊົງຕອບຂ້າພຣະອົງ ພຣະອົງຊົງເພີ້ມກຳລັງຈິດໃຈຂອງຂ້າພຣະອົງ 4 ຂ້າແດ່ພຣະຜູ້ເປັນເຈົ້າ ບັນດາກະສັດແຫ່ງແຜ່ນດິນໂລກຈະສັຣເສີນພຣະອົງ ເພາະທ່ານເຫລົ່ານັ້ນໄດ້ຍິນພຣະວັຈນະແຫ່ງພຣະໂອດຂອງພຣະອົງ 5 ແລະທ່ານເຫລົ່ານັ້ນຈະຮ້ອງເພງເຖິງທາງຂອງພຣະຜູ້ເປັນເຈົ້າ ເພາະຣັສມີຂອງພຣະຜູ້ເປັນເຈົ້ານັ້ນໃຫຍ່ຫລວງ 6 ເຖິງແມ່ນວ່າພຣະຜູ້ເປັນເຈົ້ານັ້ນສູງຍິ່ງ ພຣະອົງກໍຊົງເຫັນແກ່ຄົນຕ່ຳຕ້ອຍ ແຕ່ພຣະອົງຊົງຮູ້ຈັກຄົນຈອງຫອງໄດ້ແຕ່ໄກ 7 ແມ້ຂ້າພຣະອົງເດີນຢູ່ກາງຄວາມຍາກລຳບາກ ພຣະອົງຊົງສງວນຊີວິດຂອງຂ້າພຣະອົງໄວ້ ພຣະອົງຊົງຢຽດພຣະຫັດຂອງພຣະອົງອອກຕໍ່ຕ້ານຄວາມພິໂຣດຂອງສັດຕຣູຂອງຂ້າພຣະອົງ ແລະພຣະຫັດຂວາຂອງພຣະອົງກໍຊ່ອຍກູ້ຂ້າພຣະອົງ 8 ພຣະຜູ້ເປັນເຈົ້າຊົງໃຫ້ສຳເຣັດພຣະປະສົງຂອງພຣະອົງແກ່ຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ ຂໍຢ່າຊົງປະຖິ້ມພຣະຫັຖກິດຂອງພຣະອົງ
ພຣະເຈົ້າຊົງເຝົ້າຮັກສາທຸກເວລາ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງໄດ້ກວດເບິ່ງຂ້າພຣະອົງແລະຮູ້ຈັກຂ້າພຣະອົງດີ 2 ພຣະອົງຊົງຮູ້ຈັກທຸກຢ່າງທີ່ຂ້າພຣະອົງກະທຳ ເຖິງວ່າຢູ່ໄກແສນໄກ ພຣະອົງກໍຍັງເຂົ້າໃຈຄວາມນຶກຄິດຂອງຂ້າພຣະອົງ 3 ພຣະອົງຊົງເຫັນຂ້າພຣະອົງໃນເວລາທີ່ຂ້າພຣະອົງກຳລັງເຮັດວຽກ ຫລືພັກຜ່ອນ ພຣະອົງຮູ້ຈັກການກະທຳທຸກຢ່າງຂອງຂ້າພຣະອົງ 4 ແມ່ນວ່າກ່ອນຂ້າພຣະອົງຈະເວົ້າ ພຣະອົງກໍຮູ້ລ່ວງຫນ້າແລ້ວວ່າຂ້າພຣະອົງຈະເວົ້າຫຍັງ 5 ພຣະອົງຊົງສະຖິດຢູ່ອ້ອມຂ້າງອ້ອມແອວຂ້າພຣະອົງ ພຣະອົງຊົງຄຸ້ມຄອງຂ້າພຣະອົງດ້ວຍອຳນາດຂອງພຣະອົງ 6 ຄວາມຮູ້ຂອງພຣະອົງມີເຫລືອຫລາຍຈົນຂ້າພຣະອົງບໍ່ສາມາດເຂົ້າໃຈໄດ້ ຊຶ່ງເປັນການລຶກລັບທີ່ສຸດທີ່ຂ້າພຣະອົງຈະເຂົ້າໃຈໄດ້ 7 ຂ້າພຣະອົງຈະຫນີຈາກພຣະວິຫານຂອງພຣະອົງໄປຢູ່ທາງໃດ ຂ້າພຣະອົງຈະຫນີຈາກພຣະພັກຂອງພຣະອົງໄປບ່ອນໃດ 8 ຖ້າວ່າຂ້າພຣະອົງຂຶ້ນໄປເທິງຟ້າສວັນ ພຣະອົງກໍຢູ່ທີ່ນັ້ນ ຖ້າວ່າຂ້າພຣະອົງລົງໄປພິພົບຄົນຕາຍ ພຣະອົງກໍຢູ່ທີ່ນັ້ນ 9 ຖ້າວ່າຂ້າພຣະອົງບິນໄປຈົນສຸດທາງທິດຕາເວັນອອກ ຫລືຢູ່ຫ່າງໄກທີ່ສຸດໃນທິດຕາເວັນຕົກ 10 ພຣະອົງກໍຢູ່ທີ່ນັ້ນເພື່ອນໍາຫນ້າຂ້າພຣະອົງໄປ ແລະພຣະອົງກໍຊົງສະຖິດຢູ່ທີ່ນັ້ນເພື່ອຊ່ອຍເຫລືອຂ້າພຣະອົງ 11 ຂ້າພຣະອົງອາດຮ້ອງຂໍໃຫ້ຄວາມມືດມົນອັດບັງຂ້າພຣະອົງໄວ້ ຫລືໃຫ້ແສງສວ່າງອ້ອມຮອບຂ້າພຣະອົງກາຍເປັນຄວາມມືດ 12 ແຕ່ວ່າຄວາມມືດນັ້ນ ບໍ່ໄດ້ມືດສຳລັບພຣະອົງ ແລະກາງຄືນກໍແຈ້ງເຫມືອນກາງເວັນ ຄວາມມືດແລະຄວາມສວ່າງກໍເປັນຢ່າງດຽວກັນສຳລັບພຣະອົງ 13 ພຣະອົງໄດ້ຊົງສ້າງທຸກໆສ່ວນໃນຕົວຂອງຂ້າ ພຣະອົງ ແລະຊົງປະກອບຂ້າພຣະອົງເປັນຮ່າງຄົນເວລາຍັງຢູ່ໃນທ້ອງແມ່ 14 ຂ້າພຣະອົງຂໍສັຣເສີນພຣະອົງ ເພາະພຣະອົງຊົງເປັນທີ່ເຄົາຣົບຢຳເກງ ທຸກໆສິ່ງທີ່ພຣະອົງຊົງກະທຳນັ້ນກໍແປກປະຫລາດແລະອັດສະຈັນໃຈ ພຣະອົງຊົງເຂົ້າໃຈໃນຕົວຂ້າພຣະອົງດີ 15 ເວລາຂ້າພຣະອົງຢູ່ໃນທ້ອງແມ່ ແລະຈະເຣີນເຕີບໂຕຂຶ້ນຢ່າງເລິກລັບ ພຣະອົງຊົງເປັນກະດູກຂອງຂ້າພຣະອົງປະກອບເຂົ້າກັນ 16 ກ່ອນທີ່ຂ້າພຣະອົງໄດ້ເກີດມາ ພຣະອົງຊົງເປັນຂ້າພຣະອົງແລ້ວ ມື້ທັງຫລາຍທີ່ຂ້າພຣະອົງມີຊີວິດຢູ່ ພຣະອົງຊົງບັນທຶກໄວ້ຫມົດແລ້ວກ່ອນທີ່ມື້ເຫລົ່ານີ້ໄດ້ບັງເກີດຂຶ້ນມາ 17 ຂ້າແດ່ພຣະເຈົ້າ ຂ້າພຣະອົງເຂົ້າໃຈຍາກໃນຄວາມຄິດຂອງພຣະອົງ ແລະຄວາມຄິດນີ້ມີຫລາຍຢ່າງທີ່ສຸດ 18 ຖ້າວ່າຂ້າພຣະອົງສາມາດນັບຄວາມຄິດນີ້ໄດ້ ມັນຈະຕ້ອງມີຫລາຍກວ່າເມັດດິນຊາຍ ເມື່ອຂ້າພຣະອົງຕື່ນຂຶ້ນ ຂ້າພຣະອົງກໍຍັງຢູ່ນຳພຣະອົງ 19 ຂ້າແດ່ພຣະເຈົ້າ ຂ້າພຣະອົງຢາກໃຫ້ພຣະອົງຂ້າຄົນຊົ່ວຮ້າຍນັ້ນເສັຽ ຂ້າພຣະອົງຢາກໃຫ້ຄົນຊົ່ວຮ້າຍນັ້ນຫນີຈາກຂ້າພຣະອົງ 20 ເຂົາເວົ້າສິ່ງຊົ່ວຮ້າຍໃສ່ພຣະອົງ ຄືໄດ້ເວົ້າຄຳຊົ່ວຊ້າຕໍ່ສູ້ພຣະນາມຂອງພຣະອົງ 21 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງບໍ່ໄດ້ກຽດຊັງຜູ້ທີ່ກຽດຊັງພຣະອົງຫລື ແລະຂ້າພຣະອົງບໍ່ໄດ້ຖືຄົນເຫລົ່ານັ້ນຜູ້ລຸກຂຶ້ນຕໍ່ສູ້ພຣະອົງດອກຫລື 22 ຂ້າພຣະອົງກຽດຊັງຜູ້ທີ່ກຽດຊັງພຣະອົງຫລາຍທີ່ສຸດ ແລະນັບເຂົາເປັນສັດຕຣູຂອງຂ້າພຣະອົງ 23 ຂ້າແດ່ພຣະເຈົ້າ ຂໍພຣະອົງຊົງກວດເບິ່ງຂ້າພຣະອົງ ແລະຮູ້ເຖິງຈິດໃຈຂອງຂ້າພຣະອົງ ຂໍພຣະອົງຊົງທົດສອບເບິ່ງຂ້າພຣະອົງ ແລະເປີດເຜີຍຄວາມນຶກຄິດທັງຫລາຍຂອງຂ້າພຣະອົງ 24 ຂໍພຣະອົງຊົງທອດພຣະເນດເບິ່ງວ່າ ຂ້າພຣະອົງມີຫຍັງແດ່ທີ່ເຮັດໃຫ້ພຣະອົງຊົງລຳບາກພຣະທັຍ ແລະຂໍຊົງນຳຫນ້າຂ້າພຣະອົງໄປສູ່ເສັ້ນທາງອັນຄົງຢູ່ຕລອດໄປ
ຄຳອ້ອນວອນຂໍຊົງປົກປ້ອງໃຫ້ພົ້ນຈາກຜູ້ຂົ່ມເຫັງ ເຖິງຫົວຫນ້ານັກຮ້ອງ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຊ່ອຍກູ້ຂ້າພຣະອົງຈາກຄົນຊົ່ວຮ້າຍ ຂໍຊົງສະຫງວນຂ້າພຣະອົງໄວ້ຈາກຄົນທາຣຸນ 2 ຜູ້ຄິດປອງຮ້າຍຢູ່ໃນຈິດໃຈຂອງເຂົາ ແລະກໍ່ກວນຕໍ່ເນື່ອງກັນໃຫ້ມີສົງຄາມຂຶ້ນ 3 ເຂົາທຳລີ້ນຂອງເຂົາໃຫ້ຄົມເຫມືອນລີ້ນງູ ແລະພາຍໃຕ້ຮີມຝີປາກຂອງເຂົາມີພິດຂອງງູຫາງໄຫມ້ 4 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຣະວັງຂ້າພຣະອົງໄວ້ໃຫ້ພົ້ນຈາກມືຂອງຄົນອະທັມ ຂໍຊົງສະຫງວນຂ້າພຣະອົງໄວ້ຈາກຄົນທາຣຸນ ຜູ້ຄິດແຜນການພິກຕີນຂອງຂ້າພຣະອົງ 5 ຄົນຈອງຫອງໄດ້ເຊືອງກັບດັກຂ້າພຣະອົງ ແລະວາງບ້ວງໄວ້ທີ່ຂ້າງທາງ ເຂົາກາງຕາຂ່າຍ ເຂົາຕັ້ງບ້ວງແຮ້ວດັກຈັບຂ້າພຣະອົງ 6 ຂ້າພະເຈົ້າທູນພຣະຜູ້ເປັນເຈົ້າວ່າ, “ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າຂໍຊົງງ່ຽງພຣະກັນຟັງຄຳທູນວິງວອນຂອງຂ້າພຣະອົງ 7 ຂ້າແດ່ພຣະຜູ້ເປັນເຈົ້າ ຜູ້ຊ່ອຍກູ້ເຂັ້ມແຂງຂອງຂ້າພຣະອົງ ພຣະອົງຊົງຄຸມຫົວຂອງຂ້າພຣະອົງໄວ້ໃນຍາມເສິກ 8 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຢ່າຊົງອະນຸມັດຕາມຄວາມປາຖນາຂອງຄົນອະທັມ ຢ່າໃຫ້ການຄິດປອງຮ້າຍຂອບງເຂົາຄືບຫນ້າໄປຢ້ານວ່າເຂົາຈະຍົກຕົວຂຶ້ນ 9 ຝ່າຍຫົວຂອງຄົນທີ່ລ້ອມຂ້າພຣະອົງໄວ້ນັ້ນ ຂໍໃຫ້ຄຳນາບຂູ່ແຫ່ງຣີມຝີປາກຂອງເຂົາຖ້ວມເຂົາ 10 ຂໍໃຫ້ຖ່ານທີ່ລຸກຢູ່ຕົກໃສ່ເຂົາ ຂໍໃຫ້ເຂົາຖືກຖິ້ມໃນໄຟລົງໄປໃນບໍ່ ບໍ່ໃຫ້ລຸກຂຶ້ນມາອີກ 11 ຂໍຢ່າໃຫ້ເຂົາຕັ້ງຄົນທີ່ມີລີ້ນລໍ້ລວງໄວ້ໃນແຜ່ນດິນ ຂໍໃຫ້ຄວາມຮ້າຍລ້າຕາມຄົນທາຣຸນຈົນໄດ້” 12 ຂ້າພະເຈົ້າຮູ້ວ່າ ພຣະຜູ້ເປັນເຈົ້າຊົງກະທຳຄວາມທ່ຽງທັມໃຫ້ແກ່ຜູ້ທີ່ທຸກຍາກ ແລະຊົງຈັດຄວາມຍຸດຕິທັມໃຫ້ແກ່ຄົນຂັດສົນ 13 ແນ່ນອນທີ່ສຸດ ທີ່ຄົນຊອບທັມຈະຖວາຍໂມທະນາຂອບພຣະຄຸນພຣະນາມຂອງພຣະອົງ ຄົນທ່ຽງທັມຈະອາໄສຢູ່ຕໍ່ເບື້ອງພຣະພັກພຣະອົງ
ຄຳອ້ອນວອນຂໍຊົງກັນໄວ້ໃຫ້ພົ້ນຄວາມຊົ່ວ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຮ້ອງທູນຕໍ່ພຣະອົງ ຂໍຊົງຮີບຕອບຂ້າພຣະອົງ ຂໍຊົງງ່ຽງພຣະກັນຟັງສຽງຂ້າພຣະອົງ ເມື່ອຂ້າພຣະອົງຮ້ອງທູນພຣະອົງ 2 ຂໍໃຫ້ຄຳອ້ອນວອນຂອງຂ້າພຣະອົງເປັນດັ່ງເຄື່ອງຫອມຕໍ່ພຣະພັກພຣະອົງ ແລະທີ່ຂ້າພຣະອົງຍົກມືຂຶ້ນອ້ອນວອນເປັນດັ່ງເຄື່ອງສັຕບູຊາເວລາຄ່ຳ 3 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຕັ້ງຍາມເຝົ້າປາກຂອງຂ້າພຣະອົງ ຂໍຮັກສາປະຕູຮີມຝີປາກຂອງຂ້າພຣະອົງ 4 ຂໍຢ່າໃຫ້ຈິດໃຈຂ້າພຣະອົງເອນອ່ຽງໄປຫາຄວາມຊົ່ວໃດໆ ຫລືໃຫ້ຂ້າພຣະອົງສົນລະວົນຢູ່ກັບການຊົ່ວຮ້າຍຮ່ວມກັບຄົນທີ່ທຳຄວາມຜິດບາບ ແລະຂໍຢ່າໃຫ້ຂ້າພຣະອົງກິນອັນແຊບຂອງເຂົາສັກເທື່ອ 5 ຂໍໃຫ້ຄົນຊອບທັມຕີຂ້າພຣະອົງດ້ວຍຄວາມເມດຕາ ແລະຕິເຕືອນຂ້າພຣະອົງ ນ້ຳມັນດີຢ່າງນັ້ນຢ່າໃຫ້ຫົວຂ້າພຣະອົງປະຕິເສດເລີຍ ເພາະຂ້າພຣະອົງຍັງອ້ອນວອນຕໍ່ສູ້ຄວາມອະທັມຂອງເຂົາທັງຫລາຍຢູ່ 6 ຜູ້ພິພາກສາທັງຫລາຍຂອງເຂົາຖືກໂຍນລົງທີ່ຫນ້າຜາ ແລະຄົນຈະໄດ້ຍິນຖ້ອຍຄຳຂອງຂ້າພຣະອົງວ່າເປັນຖ້ອຍຄຳໄພເຣາະ 7 ເຫມືອນສິ່ງນຶ່ງແຕກແລະຫັກຢູ່ເທິງແຜ່ນດິນສັນໃດ ກະດູກຂອງເຂົາເຫລົ່ານັ້ນກໍກະຈາຍທີ່ປາກແດນຜູ້ຕາຍສັນນັ້ນ 8 ຂ້າແດ່ພຣະເຈົ້າ ຕາຂອງຂ້າພຣະອົງເພ່ງເບິ່ງພຣະອົງ ຂ້າພຣະອົງລີ້ພັຍໃນພຣະອົງ ຂໍຢ່າໃຫ້ຂ້າພຣະອົງຂາດໃຈ 9 ຂໍພຣະອົງຊົງໃຫ້ຂ້າພຣະອົງພົ້ນຈາກກັບຊຶ່ງເຂົາວາງດັກຂ້າພຣະອົງໄວ້ ແລະຈາກບ້ວງແຮ້ວຂອງຜູ້ກະທຳຊົ່ວ 10 ຂໍໃຫ້ຄົນອະທັມຕົກໄປດ້ວຍກັນໃນຂ່າຍຂອງຕົນເອງ ແຕ່ຂໍໃຫ້ຂ້າພຣະອົງຜ່ານພົ້ນໄປ
ຄຳອ້ອນວອນຂໍຄວາມຊ່ອຍເຫລືອໃນເວລາຍາກລຳບາກ ມັສຄິລບົດນຶ່ງ ຂອງດາວິດ ເມື່ອທ່ານຢູ່ໃນຖ້ຳ ຄຳອະທິຖານ
1 ຂ້າພະເຈົ້າຮ້ອງທູນພຣະເຈົ້າດ້ວຍສຽງຂອງຂ້າພະເຈົ້າ ດ້ວຍສຽງຂອງຂ້າພະເຈົ້າ ຂ້າພະເຈົ້າວິງວອນຕໍ່ພຣະເຈົ້າ 2 ຂ້າພະເຈົ້າຫລັ່ງຄຳຄ່ຳຄວນຂອງຂ້າພະເຈົ້າອອກມາຕໍ່ເບື້ອງພຣະພັກພຣະອົງ ຂ້າພະເຈົ້າທູນເຣື່ອງຄວາມລຳບາກຍາກແຄ້ນຂອງຂ້າພະເຈົ້າຕໍ່ພຣະອົງ 3 ເມື່ອໃຈຂອງຂ້າພຣະອົງອ່ອນລະອາລົງ ພຣະອົງຊົງຮູ້ທາງຂອງຂ້າພຣະອົງ ໃນວິຖີທີ່ຂ້າພຣະອົງເດີນໄປ ເຂົາເຊື່ອງກັບໄວ້ດັກຂ້າພຣະອົງ 4 ຂໍພຣະອົງຊົງມອງທາງຂວາແລະທອດພຣະເນດ ເພາະບໍ່ມີໃຜສັງເກດເບີ່ງຂ້າພຣະອົງ ຂ້າພຣະອົງບໍ່ມີທີ່ຫລົບໄພ ບໍ່ມີໃຜເອົາໃຈໃສ່ຂ້າພຣະອົງ 5 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຮ້ອງທູນຕໍ່ພຣະອົງ ຂ້າພຣະອົງວ່າ ພຣະອົງຊົງເປັນທີ່ລີ້ພັຍຂອງຂ້າພຣະອົງເປັນສ່ວນຂອງຂ້າພຣະອົງໃນແຜ່ນດິນຂອງຄົນເປັນ 6 ຂໍຊົງຟັງຄຳຮ້ອງທູນຂອງຂ້າພຣະອົງ ເພາະຂ້າພຣະອົງຈົມຢູ່ໃນຄວາມສິ້ນຫວັງ ຂໍຊົງຊ່ອຍກູ້ຂ້າພຣະອົງໃຫ້ພົ້ນຈາກຜູ້ຂົ່ມເຫັງຂ້າພຣະອົງ ເພາະເຂົາແຂງແຮງເກີນກຳລັງຂ້າພຣະອົງ 7 ຂໍຊົງພາຂ້າພຣະອົງອອກຈາກຄຸກ ເພື່ອຂ້າພຣະອົງຈະໂມທະນາພຣະຄຸນແດ່ພຣະນາມຂອງພຣະອົງ ຄົນຊອບທັມຈະລ້ອມຂ້າພຣະອົງໄວ້ ເພາະ ພຣະອົງຈະຊົງກະທຳຢ່າງດີແກ່ຂ້າພຣະອົງ
ຄຳອ້ອນວອນຂໍຊົງຊ່ອຍກູ້ແລະຊົງນຳ ເພງສັຣເສີນ ຂອງດາວິດ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຟັງຄຳອ້ອນວອນຂອງຂ້າພຣະອົງ ຂໍຊົງງ່ຽງພຣະກັນສະດັບຄຳວິງວອນຂອງຂ້າພຣະອົງ ຂໍຊົງຕອບຂ້າພຣະອົງຕາມຄວາມສັຕສຸດຈະຣິດຂອງພຣະອົງ ຕາມຄວາມຊອບທັມຂອງພຣະອົງ 2 ຂໍຢ່າຊົງຕັດສິນຜູ້ຮັບໃຊ້ຂອງພຣະອົງ ເພາະບໍ່ມີຄົນເປັນຄົນໃດທີ່ຊອບທັມຕໍ່ພຣະພັກພຣະອົງ 3 ເພາະສັດຕຣູໄລ່ກວດຂ້າພຣະອົງ ມັນຢຽບຢ່ຳຊີວິດຂ້າພຣະອົງລົງເຖິງດິນ ມັນໄດ້ກະທຳໃຫ້ຂ້າພຣະອົງນັ່ງໃນຄວາມມືດເຫມືອນຄົນທີ່ຕາຍນານແລ້ວ 4 ເຫດສັນນັ້ນ ໃຈຂອງຂ້າພຣະອົງອ່ອນລະອາຢູ່ໃນຂ້າພຣະອົງ ຈິດໃຈພາຍໃນຂ້າພຣະອົງກໍຜິດຫວັງເຕັມທົນ 5 ຂ້າພຣະອົງລະລຶກເຖິງສະໄຫມເກົ່າກ່ອນໄດ້ ຂ້າພຣະອົງພາວະນາເຖິງທຸກສີ່ງທີ່ພຣະອົງຊົງກະທຳ ຂ້າພຣະອົງຣຳພຶງເຖິງພຣະຫັຖກິດຂອງພຣະອົງ 6 ຂ້າພຣະອົງຢຽດແຂນອອກໄປສູ່ພຣະອົງ ຈິດໃຈຂອງຂ້າພຣະອົງກະຫາຍຫາພຣະອົງຢ່າງແຜ່ນດິນທີ່ແຫ້ງແລ້ງ 7 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຮີບຕອບຂ້າພຣະອົງ ໃຈຂ້າພຣະອົງເສັຽຄວາມຫວັງທັງຫມົດສາແລ້ວ ຂໍຢ່າຊົງເຊື່ອງພຣະພັກຂອງພຣະອົງໄວ້ຈາກຂ້າ ພຣະອົງ ຢ້ານວ່າຂ້າພຣະອົງຈະເຫມືອນຄົນເຫລົ່ານັ້ນທີ່ລົງໄປຍັງປາກແດນຜູ້ຕາຍ 8 ຂໍຊົງໂຜດໃຫ້ຂ້າພຣະອົງໄດ້ຍິນເຖິງຄວາມຮັກຫມັ້ນຄົງຂອງພຣະອົງໃນເວລາເຊົ້າ ເພາະຂ້າພຣະອົງວາງໃຈໃນພຣະອົງ ຂໍຊົງສອນຂ້າພຣະອົງເຖິງທາງທີ່ຄວນໄປ ເພາະຂ້າພຣະອົງຕັ້ງໃຈແນ່ວແນ່ໃນພຣະອົງ 9 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຊ່ອຍກູ້ຂ້າພຣະອົງຈາກສັດຕຣູຂອງຂ້າພຣະອົງ ຂ້າພຣະອົງໄດ້ລີ້ຊ່ອນຕົວຢູ່ກັບພຣະອົງ 10 ຂໍຊົງສອນໃຫ້ຂ້າພຣະອົງທຳຕາມພຣະທັຍຂອງພຣະອົງ ເພາະພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ ຂໍພຣະວິນຍານປະເສີດຂອງພຣະອົງຊົງນຳຂ້າພຣະອົງໄປຕາມວິຖີທາງອັນລາບລື້ນ 11 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງສະຫງວນຊີວິດຂ້າພຣະອົງໄວ້ ເພາະເຫັນແກ່ພຣະນາມຂອງພຣະອົງ ຂໍຊົງນຳຂ້າພຣະອົງອອກມາຈາກຄວາມຍາກລຳບາກຕາມຄວາມຊອບທັມຂອງພຣະອົງ 12 ຂໍຊົງຕັດສັດຕຣູຂອງຂ້າພຣະອົງອອກໄປຕາມຄວາມຮັກຫມັ້ນຄົງຂອງພຣະອົງ ແລະຂໍຊົງທຳລາຍບັນດາຜູ້ທີ່ຂົ່ມໃຈຂ້າພຣະອົງ ເພາະຂ້າພຣະອົງເປັນຜູ້ຮັບໃຊ້ຂອງພຣະອົງ
ຄຳອ້ອນວອນຂໍຊົງຊ່ອຍໃຫ້ພົ້ນແລະເພື່ອຄວາມມັ່ງຄັ່ງ ຂອງດາວິດ
1 ສາທຸການແດ່ພຣະເຈົ້າ ພຣະສີລາຂອງຂ້າພະເຈົ້າ ຜູ້ຊົງຝຶກມືຂອງຂ້າພະເຈົ້າໃຫ້ທຳສົງຄາມ ແລະນີ້ວມືຂອງຂ້າພະເຈົ້າໃຫ້ທຳເສິກ 2 ຊົງເປັນຄວາມຮັກຫມັ້ນຄົງ ແລະປ້ອມປຣາການ ເປັນທີ່ກຳບັງເຂັ້ມແຂງ ແລະເປັນຜູ້ຊ່ອຍກູ້ຂອງຂ້າພະເຈົ້າ ເປັນໂລ່ແຂງຂ້າພະເຈົ້າ ແລະເປັນຜູ້ຊຶ່ງຂ້າພະເຈົ້າລີ້ພັຍໃນພຣະອົງ ຜູ້ຊົງປາບປະຊາຊາດທັງຫລາຍໄວ້ໃຕ້ຂ້າພະເຈົ້າ 3 ຂ້າແດ່ພຣະຜູ້ເປັນເຈົ້າ ມະນຸດເປັນຫຍັງຫນໍ ຊຶ່ງ ພຣະອົງຊົງສົນພຣະທັຍໃສ່ເຂົາ ຫລືບຸດຂອງມະນຸດເປັນຫຍັງຊຶ່ງພຣະອົງຊົງຄິດເຖິງເຂົາ 4 ມະນຸດເຫມືອນລົມຫາຍໃຈ ວັນເວລາຂອງເຂົາເຫມືອນເງົາທີ່ຜ່ານໄປ 5 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງໂນ້ມຟ້າສວັນຂອງພຣະອົງ ແລະຂໍສະເດັດລົງມາແຕະຕ້ອງພູເພື່ອໃຫ້ມັນມີຄວັນຂຶ້ນ 6 ຂໍຊົງສົ່ງຟ້າແມບອອກມາ ແລະກະຈາຍເຂົາໄປ ຂໍໃຫ້ລູກທະນູຂອງພຣະອົງໃຫ້ເຂົາແຕກຫນີໄປ 7 ຂໍຊົງຢຽດພຣະຫັດຂອງພຣະອົງຈາກທີ່ສູງ ຂໍຊົງຊ່ອຍແລະກູ້ຂ້າພຣະອົງໃຫ້ພົ້ນຈາກມືຂອງຊົນຕ່າງດ້າວ 8 ຜູ້ຊຶ່ງປາກຂອງເຂົາເວົ້າເທັດ ແລະຊຶ່ງມືຂວາຂອງເຂົາເປັນມືຂວາແຫ່ງຄວາມມຸສາ 9 ຂ້າແດ່ພຣະເຈົ້າ ຂ້າພຣະອົງຈະຮ້ອງເພງບົດໃຫມ່ຖວາຍແດ່ພຣະອົງ ຂ້າພຣະອົງຈະດີດພີນສິບສາຍຖວາຍພຣະອົງ 10 ຜູ້ປະທານໄຊຊະນະແກ່ພຣະຣາຊາ ຜູ້ຊົງຊ່ອຍດາວິດຜູ້ຮັບໃຊ້ຂອງພຣະອົງໃຫ້ລອດ 11 ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນຈາກດາບ ແລະຂໍຊົງຊ່ອຍກູ້ຂ້າພຣະອົງຈາກມືຄົນຕ່າງດ້າວ ຜູ້ຊື່ງປາກຂອງເຂົາເວົ້າເທັດ ແລະຊຶ່ງມືຂວາຂອງເຂົາເປັນມືຂວາແຫ່ງຄວາມມຸສາ 12 ຂ້າພະເຈົ້າທັງຫລາຍຜູ້ຊຶ່ງບັນດາບຸດຊາຍຂອງຂ້າພະເຈົ້າ ເມື່ອເຂົາຍັງຫນຸ່ມໆຢູ່ເປັນເຫມືອນຕົ້ນໄມ້ໃຫຍ່ເຕັມຂນາດ ຊຶ່ງບັນດາບຸດຍິງຂອງຂ້າພະເຈົ້າເປັນເຫມືອນເສົາຫົວມຸມສລັກອອກມາຕາມແບບພຣະຣາຊວັງ 13 ຊຶ່ງເລົ້າສາງຂອງຂ້າພະເຈົ້າທັງຫລາຍເຕັມມືຂອງບັນຈຸຢູ່ທຸກຢ່າງຊຶ່ງແກະຂອງຂ້າພະເຈົ້າທັງຫລາຍມີລູກຕັ້ງພັນຕັ້ງຫມື່ນທີ່ໃນທົ່ງຂອງຂ້າພະເຈົ້າ 14 ຊຶ່ງສັດໃຊ້ຂອງຂ້າພະເຈົ້າບໍ່ຫລຸລູກແຕ່ອອກລູກໃຫ້ຫລາຍ ບໍ່ມີໃຜພັງເຂົ້າມາ ບໍ່ມີອອກໄປ ແລະຊຶ່ງບໍ່ມີສຽງຮ້ອງທຸກໃນຖນົນຫົນທາງຂອງຂ້າພະເຈົ້າ 15 ຊົນຊາດຜູ້ມີພຣະພອນຢ່າງນີ້ຫລັ່ງລົງມາເຖິງ ກໍເປັນສຸກ ຊົນຊາດຊຶ່ງພຣະເຈົ້າຂອງເຂົາຄືພຣະຜູ້ເປັນເຈົ້າ ກໍເປັນສຸກ
ຄຳສັຣເສີນເພາະພຣະຄຸນແລະຣິດທານຸພາບຂອງພຣະເຈົ້າ ບົດເພງສັຣເສີນ ຂອງດາວິດ
1 ຂ້າພຣະອົງຈະປະກາດຄວາມຍິ່ງໃຫຍ່ຂອງພຣະອົງ ຜູ້ຊົງເປັນເຈົ້າມະຫາຊີວິດຂອງຂ້າພຣະອົງ ຂ້າພຣະອົງຈະສັຣເສີນພຣະອົງຕລອດໄປ 2 ຂ້າພຣະອົງຈະຂອບພຣະຄຸນພຣະອົງທຸກໆວັນ ແລະຈະສັຣເສີນພຣະອົງຕລອດໄປ 3 ພຣະຜູ້ເປັນເຈົ້າຊົງຍິ່ງໃຫຍ່ ແລະສົມຄວນໄດ້ຮັບຄຳສັຣເສີນອັນສູງສົ່ງ ຄວາມຍິ່ງໃຫຍ່ຂອງພຣະອົງຊົງໃຫຍ່ກວ່າຄວາມເຂົ້າໃຈຂອງຂ້າພຣະອົງ 4 ສິ່ງທີ່ພຣະອົງຊົງກະທຳນັ້ນ ຈະຕ້ອງໄດ້ຮັບຄຳສັຣເສີນຈາກຄົນຊົ່ວອາຍຸນີ້ແລະຊົ່ວອາຍຸຫນ້າ ເຂົາຈະປະກາດເຖິງກິຈການອັນຍິ່ງໃຫຍ່ຂອງ ພຣະອົງ 5 ມະນຸດຈະກ່າວເຖິງຣັສມີ ແລະອຳນາດອັນສະງ່າຣາສີຂອງພຣະອົງ ສ່ວນຂ້າພຣະອົງກໍຈະຄິດເຖິງການກະທຳອັນອັດສະຈັນຂອງພຣະອົງ 6 ມະນຸດຈະກ່າວເຖິງການກະທຳອັນຫນ້າຢ້ານກົວຂອງພຣະອົງ ສ່ວນຂ້າພຣະອົງກໍຈະປະກາດເຖິງຄວາມຍິ່ງໃຫຍ່ຂອງພຣະອົງ 7 ເຂົາຈະເວົ້າເຖິງຄວາມດີທຸກຢ່າງຂອງພຣະອົງ ແລະຮ້ອງເພງສັຣເສີນຄວາມເມດຕາປານີຂອງພຣະອົງ 8 ພຣະຜູ້ເປັນເຈົ້າຊົງມີຄວາມຮັກແລະເມດຕາປານີ ພຣະອົງຊົງພິໂຣດຊ້າແລະເຕັມໄປດ້ວຍຄວາມຮັກຫມັ້ນຄົງ 9 ພຣະອົງຊົງດີຕໍ່ທຸກໆຄົນ ແລະສົງສານຕໍ່ທຸກໆສິ່ງທີ່ພຣະອົງຊົງສ້າງມາ 10 ຂ້າແດ່ພຣະຜູ້ເປັນເຈົ້າ ທຸກໆສິ່ງທີ່ພຣະອົງຊົງສ້າງມານັ້ນຈະສັຣເສີນພຣະອົງ ແລະໄພ່ພົນຂອງພຣະອົງຈະຖວາຍຄວາມຂອບພຣະຄຸນແດ່ພຣະອົງ 11 ເຂົາຈະກ່າວເຖິງຣັສມີແຫ່ງຣາຊອານາຈັກຂອງພຣະອົງ ແລະບອກທຸກຄົນເຖິງອຳນາດອັນຍິ່ງໃຫຍ່ຂອງພຣະອົງ 12 ເພື່ອວ່າມະນຸດທຸກຄົນຈະຮູ້ຈັກກິຈການອັນຍິ່ງໃຫຍ່ຂອງພຣະອົງ ແລະຣັສມີອັນສະງ່າຣາສີແຫ່ງພຣະຣາຊອານາຈັກຂອງພຣະອົງ 13 ຣາຊອານາຈັກຂອງພຣະອົງຊົງເປັນຢູ່ຕລອດໄປ ແລະພຣະອົງກໍຊົງເປັນພຣະເຈົ້າມະຫາຊີວິດສືບໆໄປ ພຣະເຈົ້າຊົງສັດຊື່ຕໍ່ຄຳສັນຍາຂອງພຣະອົງ ແລະກິຈການທຸກຢ່າງຂອງພຣະອົງຊົງດີ 14 ພຣະອົງຊົງຊ່ອຍເຫລືອທຸກໆຄົນທີ່ຕົກທຸກໄດ້ຍາກ ແລະຊົງຍົກຍໍທຸກໆຄົນທີ່ຖືກຫຍໍ້ຫຍັນ 15 ທຸກໆສິ່ງທີ່ມີຊີວິດກໍມີຄວາມຫວັງຢ່າງລົ້ນເຫລືອຢູ່ໃນພຣະອົງ ແລະພຣະອົງຊົງປະທານອາຫານໃຫ້ຕາມທີ່ເຂົາຕ້ອງການ 16 ພຣະອົງຊົງປະທານໃຫ້ເຂົາຢ່າງພຽງພໍ ແລະຊົງໃຫ້ເຂົາເພິ່ງພໍໃຈໃນຄວາມປະສົງທຸກຢ່າງ 17 ພຣະຜູ້ເປັນເຈົ້າຊົງຊອບທັມຕາມທາງທັງສິ້ນຂອງພຣະອົງ ແລະຊົງເອັນດູໃນການກະທຳທັງສິ້ນຂອງພຣະອົງ 18 ພຣະຜູ້ເປັນເຈົ້າຊົງຢູ່ໃກ້ໆທຸກໆຄົນທີ່ຮ້ອງຫາພຣະອົງ ທັງຜູ້ທີ່ຮ້ອງຫາພຣະອົງດ້ວຍຈິງໃຈ 19 ພຣະອົງຊົງຕອບສະຫນອງຄວາມຕ້ອງການຂອງທຸກຄົນທີ່ຢຳເກງພຣະອົງ ພຣະອົງຊົງໄດ້ຍິນສຽງຮ້ອງໄຫ້ຂອງເຂົາ ແລະຊົງຊ່ອຍເຂົາໃຫ້ພົ້ນພັຍ 20 ພຣະອົງຊົງດູແລຮັກສາທຸກຄົນທີ່ຮັກພຣະອົງ ແຕ່ວ່າພຣະອົງຈະທຳລາຍຄົນຊົ່ວທຸກຄົນຖິ້ມຫມົດ 21 ຂ້າພຣະອົງຈະສັຣເສີນພຣະຜູ້ເປັນເຈົ້າເລື້ອຍໆ ຂໍໃຫ້ທຸກສິ່ງທີ່ພຣະອົງຊົງສ້າງມານັ້ນ ສັຣເສີນພຣະນາມອັນບໍຣິສຸດຂອງພຣະອົງຕລອດໄປ
ການສັຣເສີນພຣະຜູ້ຊ່ອຍໃຫ້ພົ້ນພັຍ
1 ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ຈິດວິນຍານຂອງຂ້າເອີຍ ຈົ່ງສັຣເສີນພຣະອົງ 2 ຕລອດຊົ່ວຊີວິດຂອງຂ້າ ຂ້າຈະສັຣເສີນພຣະອົງ ແລະຈະຮ້ອງເພງຖວາຍແດ່ພຣະເຈົ້າຂອງຂ້າຈົນສິ້ນຊີວິດ 3 ຂໍທ່ານຢ່າໄວ້ເນື້ອເຊື່ອໃຈນຳພວກເຈົ້ານາຍທັງຫລາຍ ຄືມະນຸດທີ່ບໍ່ອາດຈະຊ່ອຍທ່ານໃຫ້ພົ້ນພັຍໄດ້ 4 ເວລາເຂົາຕາຍ ເຂົາກໍກັບຄືນເປັນຂີ້ຝຸ່ນດິນ ໃນວັນນັ້ນແຜນການທຸກຢ່າງກໍຈະເຖິງຈຸດຈົບ 5 ຄວາມສຸກຈົ່ງເປັນຂອງຜູ້ທີ່ໄດ້ຮັບຄວາມຊ່ອຍເຫລືອຈາກພຣະເຈົ້າຂອງຢາໂຄບ ແລະຜູ້ທີ່ໄວ້ໃຈໃນພຣະຜູ້ເປັນເຈົ້າຂອງຕົນ 6 ຜູ້້ຊົງສ້າງຟ້າສວັນ ໂລກ ແລະນ້ຳທະເລພ້ອມທັງທຸກໆສິ່ງທີ່ຢູ່ໃນນັ້ນ ພຣະອົງຊົງຮັກສາຄຳສັນຍາຂອງພຣະອົງໄວ້ສເມີ 7 ພຣະອົງຊົງຕັດສິນເຂົ້າຂ້າງຜູ້ທີ່ຖືກຂົ່ມເຫັງ ແລະຊົງປະທານອາຫານໃຫ້ແກ່ຜູ້ທີ່ອຶດຫິວ ພຣະຜູ້ເປັນເຈົ້າຊົງຊ່ອຍນັກໂທດເປັນອິສຣະ 8 ແລະໃຫ້ຄົນຕາບອດໄດ້ເຫັນຮຸ່ງ ພຣະອົງຊົງຍົກຍໍທຸກຄົນທີ່ຖືກຫຍໍ້ຫຍັນ ແລະຊົງຮັກຄົນຊອບທັມ 9 ພຣະອົງຊົງຄຸ້ມຄອງຄົນຕ່າງດ້າວທີ່ອາໄສຢູ່ໃນປະເທດ ພຣະອົງຊົງຊ່ອຍພວກຍິງຫມ້າຍແລະລູກກຳພ້າ ແຕ່ຊົງທຳລາຍແຜນການຂອງຄົນຊົ່ວ 10 ພຣະຜູ້ເປັນເຈົ້າຈະຊົງເປັນພຣະເຈົ້າມະຫາຊີວິດ ຕລອດໄປ ເມືອງຊີໂອນເອີຍ ພຣະເຈົ້າຂອງເຈົ້າຈະປົກປັກຮັກສາຕລອດເວລາ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ
ຄຳສັຣເສີນເພາະພຣະເຈົ້າຊົງໂປດປານເຢຣູຊາເລັມ
1 ຈົ່ງສັຣເສີນພຣະຜູ້ເປັນເຈົ້າເຖີດ ເປັນການດີທີ່ຈະຮ້ອງເພງຖວາຍສັຣເສີນແດ່ພຣະເຈົ້າຂອງເຮົາ ເພາະພຣະອົງຊົງພຣະເມດຕາ ແລະບົດເພງຖວາຍສັຣເສີນກໍເຫມາະສົມ 2 ພຣະຜູ້ເປັນເຈົ້າກໍ່ສ້າງເຢຣູຊາເລັມຂຶ້ນ ພຣະອົງຊົງຮວບຮວມຄົນອິສຣາເອນທີ່ຕ້ອງກະຈັດກະຈາຍໄປ 3 ພຣະອົງຊົງຮັກສາຄົນທີ່ຊອກຊ້ຳໃນຈິດໃຈ ແລະຊົງພັນຜູກບາດແຜຂອງເຂົາ 4 ພຣະອົງຊົງນັບຈໍານວນດາວ ພຣະອົງຊົງຕັ້ງຊື່ມັນທຸກດວງ 5 ອົງພຣະຜູ້ເປັນເຈົ້າຂອງເຮົາຍິ່ງໃຫຍ່ ແລະຊົງຣິດທານຸພາບອັນອຸດົມ ຄວາມເຂົ້າໃຈຂອງພຣະອົງນັ້ນວັດບໍ່ໄດ້ 6 ພຣະຜູ້ເປັນເຈົ້າຊົງຊູຜູ້ທີ່ຖືກຢຽບຢ່ຳຂຶ້ນ ພຣະອົງຊົງໂຍນຄົນອະທັມລົງເຖິງດິນ 7 ຈົ່ງຮ້ອງເພງໂມທະນາພຣະຄຸນຖວາຍພຣະຜູ້ເປັນເຈົ້າ ຈົ່ງດີດພີນເຂົາຄູ່ຖວາຍພຣະເຈົ້າຂອງເຮົາ 8 ພຣະອົງຊົງຄຸມຟ້າສວັນດ້ວຍເມກ ພຣະອົງຊົງຕຽມຝົນໃຫ້ແກ່ແຜ່ນດິນໂລກ ພຣະອົງຊົງກະທຳໃຫ້ຫຍ້າງອກຢູ່ເທິງພູ 9 ພຣະອົງປະທານອາຫານແກ່ສັດ ແລະແກ່ລູກກາທີ່ຮ້ອງ 10 ຄວາມປິຕິຍິນດີຂອງພຣະອົງບໍ່ໄດ້ຢູ່ໃນກຳລັງຂອງມ້າ ຫລືຄວາມສຸກໃຈຂອງພຣະອົງຢູ່ໃນທະຫານທີ່ເກັ່ງກ້າ 11 ແຕ່ພຣະຜູ້ເປັນເຈົ້າພໍໃຈໃນຄົນຢຳເກງພຣະອົງ ແລະໃນຄົນທີ່ຄວາມຫວັງຂອງເຂົາຢູ່ໃນຄວາມຮັກຫມັ້ນຄົງຂອງພຣະອົງ 12 ເຢຣູຊາເລັມເອີຍ ຈົ່ງຍົກຍ້ອງພຣະຜູ້ເປັນເຈົ້າ ຊີໂອນເອີຍ ຈົ່ງຖວາຍສັຣເສີນແດ່ພຣະເຈົ້າຂອງເຈົ້າ 13 ເພາະພຣະອົງຊົງເສີມກຳລັງການປະຕູຂອງເຈົ້າ ພຣະອົງຊົງອວຍພຣະພອນບຸດທັງຫລາຍທີ່ຢູ່ພາຍໃນເຈົ້າ 14 ພຣະອົງຊົງກະທຳສັນຕິພາບໃນເຂດແດນຂອງເຈົ້າ ຊົງໃຫ້ເຈົ້າອີ່ມດ້ວຍເຂົ້າສາລີທີ່ດີທີ່ສຸດ 15 ພຣະອົງຊົງໃຊ້ພຣະບັນຍັດຂອງພຣະອົງອອກໄປຍັງແຜ່ນດິນໂລກ ພຣະວັຈນະຂອງພຣະອົງໄປໄວ 16 ພຣະອົງປະທານຫິມມະດັ່ງປຸ່ຍຂົນແກະ ຊົງຫວ່ານນ້ຳຄ້າງແຂງຂາວເຫລື້ອມໆ 17 ພຣະອົງຊົງໂຍນນ້ຳແຂງຂອງພຣະອົງເປັນກ້ອນໆ ໃຜຈະທົນທານຄວາມຫນາວຂອງພຣະອົງໄດ້ 18 ພຣະອົງຊົງໃຊ້ພຣະວັຈນະຂອງພຣະອົງອອກໄປ ແລະລະລາຍມັນເສັຽ ພຣະອົງຊົງໃຫ້ລົມພັດ ແລະນ້ຳກໍໄຫລ 19 ພຣະອົງຊົງສຳແດງພຣະວັຈນະຂອງພຣະອົງແກ່ຢາໂຄບ ກົດບັນຍັດ ແລະກົດຫມາຍຂອງພຣະອົງແກ່ອິສຣາເອນ 20 ພຣະອົງບໍ່ໄດ້ຊົງປະກອບການເຊັ່ນນີ້ແກ່ປະຊາຊາດອື່ນໃດ ເຂົາບໍ່ຮູ້ຈັກກົດຫມາຍຂອງພຣະອົງ ຈົ່ງສັຣເສີນພຣະຜູ້ເປັນເຈົ້າເທີ້ນ
ທົ່ວທັງຈັກກະວານຈົ່ງສັຣເສີນພຣະເຈົ້າ
1 ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ພວກເຈົ້າທີ່ຢູ່ເທິງຟ້າສວັນ ຈົ່ງສັຣເສີນພຣະຜູ້ເປັນເຈົ້າຈາກເບື້ອງເທິງ 2 ຄືພວກເທວະດາທັງຫລາຍ ພ້ອມທັງຝູງກອງທັບເມືອງຟ້າສວັນ ຈົ່ງສັຣເສີນພຣະອົງ 3 ດວງຕາເວັນ ແລະດວງເດືອນ ພ້ອມທັງດວງດາວທີ່ສ່ອງແສງສວ່າງ ຈົ່ງສັຣເສີນພຣະອົງ 4 ຟ້າສວັນສູງສຸດ ແລະທັງນ້ຳທີ່ຢູ່ເທິງທ້ອງຟ້າ ຈົ່ງສັຣເສີນພຣະອົງ 5 ຂໍໃຫ້ທຸກໆສິ່ງເຫລົ່ານີ້ສັຣເສີນພຣະນາມຂອງພຣະຜູ້ເປັນເຈົ້າ ເພາະພຣະອົງຊົງຮັບສັ່ງສິ່ງເຫລົ່ານີ້ຈຶ່ງເກີດຂຶ້ນມາ 6 ຍ້ອນຄຳສັ່ງຂອງພຣະອົງ ສິ່ງເຫລົ່ານີ້ຈຶ່ງຄົງຢູ່ບ່ອນເກົ່າຕລອດໄປ ແລະພວກມັນກໍບໍ່ໄດ້ລະເມີດຄຳສັ່ງຂອງພຣະອົງ 7 ຈົ່ງສັຣເສີນພຣະຜູ້ເປັນເຈົ້າຈາກແຜ່ນດິນໂລກ ສັດທະເລ ແລະມະຫາສມຸດເລິກທັງຫລາຍ 8 ຟ້າແມບ ຫມາກເຫັບ ຫິມມະ ແລະເມກຫມອກ ພ້ອມທັງລົມແຮງກ້າທີ່ເຊື່ອຟັງຄຳສັ່ງຂອງພຣະອົງ ຈົ່ງສັຣເສີນພຣະຜູ້ເປັນເຈົ້າຈາກແຜ່ນດິນໂລກ 9 ພູນ້ອຍ ແລະພູໃຫຍ່ທັງຫລາຍ ພ້ອມທັງຕົ້ນຫມາກໄມ້ ແລະປ່າດົງພົງໄພ ຈົ່ງສັຣເສີນພຣະອົງ 10 ສັດບ້ານແລະສັດປ່າທຸກຕົວ ພ້ອມທັງສັດເລືອຄານແລະຝູງຍົກ ຈົ່ງສັຣເສີນພຣະອົງ 11 ບັນດາເຈົ້າຊີວິດ ພວກເຈົ້າຊາຍແລະພວກເຈົ້ານາຍ ພ້ອມທັງປະຊາຊົນທຸກທົ່ວຫນ້າ 12 ຊາຍຫນຸ່ມຍີງສາວ ຜູ້ເຖົ້າ ພ້ອມທັງເດັກນ້ອຍ ຈົ່ງພາກັນສັຣເສີນພຣະອົງ 13 ຂໍໃຫ້ທັງຫມົດນີ້ສັຣເສີນພຣະນາມຂອງພຣະຜູ້ເປັນເຈົ້າ ພຣະນາມຂອງພຣະອົງຊົງຍິ່ງໃຫຍ່ກວ່າສິ່ງອື່ນໃດ ຣັສມີຂອງພຣະອົງຊົງສູງກວ່າແຜ່ນດິນໂລກ ແລະຟ້າສວັນ 14 ພຣະອົງຊົງໃຫ້ຊົນຊາດຂອງພຣະອົງແຂງແຮງຂຶ້ນ ເພື່ອວ່າໄພ່ພົນທຸກຄົນຈະສັຣເສີນພຣະອົງ ຄືຊາວອິສຣາເອນຊຶ່ງເປັນຜູ້ທີ່ຮັກຂອງພຣະອົງ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ
ອິສຣາເອນຖືກຕັກເຕືອນໃຫ້ສັຣເສີນພຣະເຈົ້າ
1 ຈົ່ງສັຣເສີນພຣະຜູ້ເປັນເຈົ້າເຈົ້າເຖີດ ຈົ່ງຣ້ອງເພງບົດໃຫມ່ຖວາຍພຣະຜູ້ເປັນເຈົ້າ ຮ້ອງບົດສັຣເສີນຖວາຍພຣະອົງໃນຊຸມນຸມໄພ່ພົນຂອງພຣະອົງ 2 ໃຫ້ອີສຣາເອນຍິນດີໃນຜູ້ສ້າງຂອງເຂົາ ໃຫ້ລູກຊາຍທັງຫລາຍຂອງຊີໂອນຊົມຊື່ນໃນກະສັດຂອງເຂົາ 3 ໃຫ້ສັຣເສີນພຣະນາມຂອງພຣະອົງດ້ວຍເຕັ້ນຣຳ ຖວາຍເພງແດ່ພຣະອົງດ້ວຍຣຳມະນາແລະພີນເຂົາຄູ່ 4 ເພາະພຣະຜູ້ເປັນເຈົ້າຊົງຊື່ນບານໃຈໃນປະຊາກອນຂອງພຣະອົງ ພຣະອົງຊົງປະດັບໄຊໃຫ້ແກ່ຄົນຖ່ອມໃຈ 5 ໃຫ້ປະຊາຊົນເລີງໂລດໃນໄຊຊະນະ ໃຫ້ເຂົາຮ້ອງເພງດ້ວຍຄວາມຊື່ນບານເທິງທີ່ນອນຂອງເຂົາ 6 ໃນການສັຣເສີນຢ່າງສູງແດ່ພຣະເຈົ້າຢູ່ໃນລຳຄໍຂອງເຂົາ ແລະໃຫ້ດາບສອງຄົມຢູ່ໃນມືຂອງເຂົາ 7 ເພື່ອທຳການແກ້ແຄ້ນບັນດາປະຊາຊາດ ແລະທຳການລົງໂທດຊົນຊາດທັງຫລາຍ 8 ເພື່ອເອົາໂສ້ລ່າມບັນດາພຣະຣາຊາຂອງເຂົາ ແລະເອົາເຄື່ອງເຫລັກຈຳຈ່ອງລ່າມບັນດາເຈົ້ານາຍຂອງເຂົາ 9 ເພື່ອຈະກະທຳແກ່ເຂົາຕາມຄຳພິພາກສາທີ່ບັນທຶກໄວ້ແລ້ວ ນີ້ເປັນກຽດແກ່ບັນດາປະຊາຊົນຂອງພຣະອົງ ຈົ່ງສັຣເສີນພຣະຜູ້ເປັນເຈົ້າເທີນ
ສັຣເສີນພຣະຜູ້ເປັນເຈົ້າ
1 ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ຈົ່ງສັຣເສີນພຣະເຈົ້າໃນສະຖານນະມັສການຂອງພຣະອົງ ຈົ່ງສັຣເສີນຣິດທານຸພາບຂອງພຣະອົງໃນຟ້າສວັນ 2 ຈົ່ງສັຣເສີນພຣະອົງຍ້ອນສິ່ງອັດສະຈັນຍິ່ງໃຫຍ່ທີ່ພຣະອົງຊົງກະທຳ ຈົ່ງສັຣເສີນຄວາມຍິ່ງໃຫຍ່ທີ່ສຸດຂອງພຣະອົງ 3 ຈົ່ງສັຣເສີນພຣະອົງດ້ວຍສຽງເປົ່າແກ ຈົ່ງສັຣເສີນພຣະອົງດ້ວຍພິນເຂົາຄຸ່ແລະພີນໃຫຍ່ 4 ຈົ່ງສັຣເສີນພຣະອົງດ້ວຍຣຳມະນາ ແລະຟ້ອນລຳ ຈົ່ງສັຣເສີນພຣະອົງດ້ວຍດີດພີນ ແລະເປົ່າຂຸ່ຍ 5 ຈົ່ງສັຣເສີນພຣະອົງດ້ວຍສຽງຊິ່ງ ຈົ່ງສັຣເສີນດ້ວຍສຽງສາບ 6 ທຸກໆສິ່ງທີ່ມີຊີວິດ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ
ຄຸນຄ່າຂອງສຸພາສິດ
1 ຄຳສຸພາສິດເຫລົ່ານີ້ເປັນຂອງໂຊໂລໂມນກະສັດອິສຣາເອນ ພຣະຣາຊໂອຣົດຂອງກະສັດດາວິດ 2 ສຸພາສິດນີ້ຈະຊ່ອຍໃຫ້ທ່ານຮູ້ຈັກຄຸນຄ່າຂອງປັນຍາແລະຄຳແນະນຳທີ່ດີ ຊ່ອຍໃຫ້ເຂົ້າໃຈຖ້ອຍຄຳທີ່ມີຄວາມຫມາຍເລິກເຊິ່ງ 3 ສາມາດສອນທ່ານໃຫ້ຮູ້ຈັກທາງດໍາເນີນຊີວິດຢ່າງສລາດ ໃຫ້ຮູ້ຈັກທາງສຸຈຣິດ ຄວາມຍຸດຕິທັມ ແລະທາງຖືກຕ້ອງ 4 ທຳໃຫ້ຄົນໂງ່ມີຄວາມສລາດຊຳນານ ແລະສອນຄົນຫນຸ່ມໃຫ້ຮູ້ຈັກການດຳເນີນຊີວິດ 5 ຊ່ອຍເພີ້ມພູນຄວາມຮູ້ໃຫ້ພວກນັກປາດ ຊີ້ແນວທາງການສຶກສາອົບຣົມ 6 ຊ່ອຍໃຫ້ເຂົ້າໃຈຄວາມຫມາຍອັນເລິກແລບຂອງສຸພາສິດ ແລະຄຳເວົ້າຂອງພວກນັກປາດ 7 ທາງທີ່ພາໃຫ້ເກີດຄວາມຮູ້ນັ້ນ ຄືກ່ອນອື່ນພວກເຈົ້າຕ້ອງຢໍາເກງພຣະຜູ້ເປັນເຈົ້າ ຄົນໂງ່ມັກປມາດປັນຍາ ແລະບໍ່ຍອມສຶກສາຮ່ຳຮຽນ
ຄຳແນະນຳພວກຄົນຫນຸ່ມ
8 ລູກເອີຍ ຈົ່ງເອົາໃຈໃສ່ແລະເຊື່ອຟັງສິ່ງທີ່ພໍ່ແມ່ເຈົ້າບອກສອນ 9 ການສອນຂອງທ່ານເປັນເຫມືອນກະໂຈມໃສ່ຫົວອັນງົດງາມ ຫລືເຫມືອນສາຍສ້ອຍປະດັບຄໍຂອງເຈົ້າ 10 ລູກເອີຍ ເມື່ອຄົນຊົ່ວລໍ້ເຈົ້າໃຫ້ເຈົ້າທຳຊົ່ວ ຢ່າໄດ້ເຮັດຕາມ 11 ສົມມຸດເຂົາເວົ້າວ່າ, “ໄປເທາະ ໄປດັກສະກັດຈັບເອົາຄົນບໍ່ມີຄວາມຜິດມາຂ້າຖີ້ມເທາະ 12 ໃຫ້ມັນເຫມືອນຄວາມຕາຍກືນກິນມະນຸດ ຄືເມື່ອພວກເຮົາພົບເຂົາທີ່ມີຊີວິດຢູ່ 13 ພວກເຮົາກໍຈະໄດ້ຂອງມີຄ່າຫລາຍຢ່າງເມືອໄວ້ໃນເຮືອນຂອງເຮົາ 14 ສະນັ້ນ ຈົ່ງມາຮ່ວມກັບພວກເຮົາເທາະ ແລ້ວຈຶ່ງເອົາສິ່ງຂອງທີ່ຍາດຊິງມາໄດ້ນັ້ນແບ່ງປັນກັນ” 15 ລູກເອີຍ ເຈົ້າຢ່າເດີນຕາມທາງຂອງຄົນເຊັ່ນນັ້ນ ຈົ່ງຫລົບຫລີກເສັຽ 16 ເພາະວ່າພວກເຂົາພ້ອມສເມີທີ່ຈະທຳຊົ່ວ ແລະຂ້າຄົນ 17 ເປັນການບໍ່ຖືກຕ້ອງທີ່ຈະກາງຂ່າຍໃຫ້ນົກເຫັນ 18 ແຕ່ຖ້າເຈົ້າທຳເຊັ່ນນັ້ນ ມັນຈະເປັນເຫມືອນກາງຂ່າຍໃສ່ຕົວເອງ ເພາະວ່າຈະຈັບຫຍັງບໍ່ໄດ້ນອກຈາກຊີວິດຂອງເຈົ້າເອງ 19 ຄວາມໂຫດຮ້າຍທາຣຸນຍ່ອມຕົກຖືກຕົນຕົວ ແລະຊີວິດຂອງຜູ້ທຳສເມີ ນີ້ເປັນສິ່ງທີ່ເກີດຂຶ້ນກັບທຸກໆຄົນທີ່ມີຊີວິດຢູ່ດ້ວຍການເປັນຂະໂມຍ
ສຽງຮຽກຮ້ອງຂອງປັນຍາ
20 ຈົ່ງຟັງ ປັນຍາຈະຮ້ອງອອກໄປຕາມຖນົນ ຕາມທີ່ສາທາລະນະ 21 ຕາມປະຕູເມືອງ ແລະໃນທຸກໆບ່ອນທີ່ປະຊາຊົນມາຊຸມນຸມກັນຢູ່ ປັນຍາຈະຮ້ອງວ່າ, 22 “ຄົນໂງ່ເອີຍ ພວກເຈົ້າຍັງຈະດີໃຈເປັນຄົນໂງ່ຢ່າງນີ້ຢູ່ເຫິງປານໃດ? ຈະຫມິ່ນປມາດຄວາມຮູ້ຢູ່ອີກເຫິງປານໃດ? ຈະບໍ່ສຶກສາຮ່ຳຮຽນບໍ? 23 ຈົ່ງຟັງເມື່ອເຮົາຕັກເຕືອນເຈົ້າ ເຮົາຈະບອກຖ້ອຍຄຳທີ່ດີແກ່ເຈົ້າ ແລະແຈກຢາຍປັນຍາຄວາມຮູ້ຂອງເຮົາໃຫ້ເຈົ້າ 24 ເຮົາກຳລັງເອີ້ນ ແລະເຊີນເຈົ້າມາ ແຕ່ເຈົ້າບໍ່ຟັງ ແລະບໍ່ສົນໃຈໃນເຮົາ 25 ບໍ່ເອົາໃຈໃສ່ໃນຄຳແນະນຳທັງປວງຂອງເຮົາ ແລະບໍ່ເຊື່ອຟັງທີ່ເຮົາສອນເຈົ້າໃຫ້ດີ 26 ດັ່ງນັ້ນ ເມື່ອເຈົ້າຕົກທຸກໄດ້ຍາກ ເຮົາຈະຫົວຂວັນເຈົ້າ ຈະຫົວເຍາະເຍີ້ຍເມື່ອເຈົ້າຢ້ານກົວ 27 ເມື່ອຄວາມຢ້ານແລະຄວາມຍາກລໍາບາກມາຖືກເຈົ້າໂດຍໄວ ເຫມືອນລົມພະຍຸແລະລົມຫົວກຸດເຈົ້າຈະເຈັບປວດ ແລະໄດ້ຮັບຄວາມຈິບຫາຍ 28 ເມື່ອນັ້ນເຈົ້າຈະເອີ້ນຫາເຮົາ ແຕ່ເຮົາຈະບໍ່ຕອບ ເຈົ້າຈະຊອກຫາເຣົາໃນທຸກໆບ່ອນ ແຕ່ຈະບໍ່ພົບເຫັນເຮົາຈັກບ່ອນ 29 ເຈົ້າບໍ່ເຄີຍໃຊ້ຄວາມຮູ້ຈັກເທື່ອ ບໍ່ຍອມຢຳເກງພຣະຜູ້ເປັນເຈົ້າເລີຍ 30 ແລະບໍ່ຍອມຮັບເອົາຄຳແນະນຳຈາກເຮົາ ຫລືບໍ່ສົນໃຈໃດໆເມື່ອເຮົາສອນເຈົ້າໃຫ້ດີ 31 ດ້ວຍເຫດນີ້ແຫລະ ເຈົ້າຈຶ່ງຈະໄດ້ຮັບຜົນຕອບແທນສົມຄວນກັບເຫດການກະທຳຂອງເຈົ້າເອງຈະທຳໃຫ້ເຈົ້າເຈັບປວດ 32 ຄົນໂງ່ຕາຍຍ້ອນຂາດສະຕິປັນຍາ ແລະຄວາມປມາດເປັນທາງແຫ່ງຄວາມຕາຍ 33 ແຕ່ໃຜກໍຕາມທີ່ເຊື່ອຟັງເຮົາຈະປອດພັຍ ແລະຈະບໍ່ຢ້ານອັນຕະຣາຍໃດໆທັງສິ້ນ“
ປໂຍດຂອງປັນຍາ
1 ລູກເອີຍ ຈົ່ງຈື່ຈຳສິ່ງທີ່ພໍ່ບອກສອນເຈົ້າ 2 ຈົ່ງຕັ້ງໃຈຟັງເອົາປັນຍາ ແລະພຍາຍາມອ່ຽງໃຈຂອງເຈົ້າເຂົ້າຫາຄວາມເຂົ້າໃຈ 3 ໃຫ້ສແວງຫາຄວາມຮູ້ ອ້ອນວອນຂໍຄວາມເຂົ້າໃຈ 4 ຈົ່ງຊອກຫາປັນຍາເຫມືອນຫາເງິນ ຫລືຂຸມຊັບທີ່ເຊື່ອງໄວ້ 5 ຖ້າທຳດັ່ງນີ້ເຈົ້າຈະຮູ້ຈັກຢຳເກງພຣະຜູ້ເປັນເຈົ້າ ແລະຮູ້ເຣື່ອງພຣະເຈົ້າເປັນຢ່າງດີ 6 ແມ່ນພຣະຜູ້ເປັນເຈົ້າຊົງໃຫ້ປັນຍາ ພຣະຄັມຂອງພຣະອົງທຳໃຫ້ມີຄວາມຮອບຮູ້ ແລະຄວາມເຂົ້າໃຈ 7 ພຣະອົງຊົງຊ່ອຍເຫລືອຄຸ້ມຄອງຄົນຊອບທັມ ແລະສັດຊື່ 8 ຊົງຮັກສາຄົນທັງຫລາຍທີ່ທຳຕໍ່ຄົນອື່ນຢ່າງຍຸດຕິທັມ ແລະຊົງເບິ່ງແຍງຄົນທັງຫລາຍທີ່ຈົ່ງຮັກພັກດີຕໍ່ພຣະອົງ 9 ຖ້າເຈົ້າເຊື່ອຟັງເຮົາ ເຈົ້າຈະຮູ້ຈັກສິ່ງທີ່ຖືກຕ້ອງ ສິ່ງທີ່ຍຸດຕິທັມ ສິ່ງທີ່ດີງາມແລະທາງແຫ່ງຄວາມສຸກ 10 ຈະກາຍເປັນຄົນສລາດ ແລະມີຄວາມຍິນດີຍ້ອນຄວາມຮູ້ຂອງເຈົ້າ 11 ຄວາມສລາດແລະຄວາມເຂົ້າໃຈຂອງເຈົ້າຈະຄຸ້ມຄອງເຈົ້າ 12 ມັນຈະຊ່ອຍໃຫ້ເຈົ້າປະທາງຊົ່ວຮ້າຍເສັຽ ແລະຊ່ອຍໃຫ້ພົ້ນຈາກຄົນເຫລົ່ານີ້ ຄືຄົນທີ່ເວົ້າກໍ່ກວນ 13 ຄົນທີ່ປະຖິ້ມທາງຊອບທັມໄປດຳເນີນຊີວິດໃນທາງບາບ 14 ຄົນທີ່ຫາຄວາມສຸກໃນທາງຜິດ ແລະທາງຊົ່ວຮ້າຍ 15 ຕລອດທັງຄົນໃຈຄົດທີ່ໄວ້ວາງໃຈບໍ່ໄດ້ 16 ເຈົ້າຈະລອດພົ້ນຈາກຍິງຊົ່ວ ຈາກຍິງສັນຈອນທີ່ເວົ້າຈາພະເນົ້າພະນໍ 17 ຜູ້ປະຖິ້ມຄູ່ຄຽງທີ່ນາງໄດ້ມາເມື່ອຍັງສາວໆນັ້ນເສັຽ ແລະລືມຄຳຫມັ້ນສັນຍາແຫ່ງພຣະເຈົ້າຂອງຕົນ 18 ເພາະເຮືອນຂອງນາງຈົມລົງໄປສູ່ຄວາມມໍຣະນາ ແລະວິຖີຂອງນາງໄປສູ່ຄວາມຕາຍ 19 ຜູ້ທີ່ໄປຫານາງບໍ່ກັບຄືນມາຈັກຄົນດຽວ ຫລືຫາມີຜູ້ໃດກັບຄືນມາສູ່ຫົນທາງແຫ່ງຊີວິດອີກຈັກເທື່ອ 20 ດັ່ງນັ້ນ ເຈົ້າຄວນຈະດຳເນີນໃນທາງຂອງຄົນດີ ແລະຮັກສາວິຖີຂອງຄົນຊອບທັມ 21 ເພາະວ່າຄົນທີ່ທ່ຽງທັມຈະໄດ້ຢູ່ໃນແຜ່ນດິນ ແລະຄົນສັດຊື່ຈະຄົງຢູ່ໃນນັ້ນ 22 ແຕ່ຄົນຊົ່ວຮ້າຍຈະຖືກຕັດຂາດເສັຽຈາກແຜ່ນດິນ ແລະຄົນທໍຣະຍົດຈະຖືກຖອນຮາກອອກໄປ
ຄຳແນະນຳພວກຄົນຫນຸ່ມ
1 ລູກເອີຍ ຢ່າລືມຄຳສອນຂອງເຮົາ ແຕ່ໃຫ້ໃຈຂອງເຈົ້າຮັກສາບັນຍັດຂອງເຮົາ 2 ເພາະສິ່ງເຫລົ່ານີ້ຈະໃຫ້ວັນເດືອນປີຊີວິດຍືນຍາວ ແລະອວຍຄວາມສຸກສົມບູນແກ່ເຈົ້າ 3 ຢ່າໃຫ້ຄວາມຈົ່ງຮັກພັກດີ ແລະຄວາມສັດຊື່ປະຖິ້ມເຈົ້າ ຈົ່ງຜູກມັນໄວ້ທີ່ຄໍຂອງເຈົ້າ ຈົ່ງຂຽນມັນໄວ້ທີ່ແຜ່ນຈາຣຶກແຫ່ງຫົວໃຈຂອງເຈົ້າ 4 ດັ່ງນັ້ນ ເຈົ້າຈົ່ງຫາຄວາມພໍໃຈ ແລະຊື່ສຽງດີ ໃນສາຍພຣະເນດພຣະຜູ້ເປັນເຈົ້າ ແລະໃນສາຍຕາມະນຸດ” 5 ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າໃຫ້ສຸດຈິດສຸດໃຈຂອງເຈົ້າ ຢ່າເຊື່ອຫມັ້ນໃນຄວາມຮູ້ຂອງຕົນ 6 ເວລາທຳທຸກສິ່ງໃຫ້ລະນຶກເຖິງພຣະຜູ້ເປັນເຈົ້າ ແລ້ວພຣະອົງຈະຊົງສະແດງໃຫ້ເຫັນທາງອັນຖືກຕ້ອງ 7 ຢ່າຄິດວ່າຕົນສລາດ ຈົ່ງເຄົາຣົບຢຳເກງພຣະຜູ້ເປັນເຈົ້າ ແລະໃຫ້ເວັ້ນຈາກການທຳຜິດ 8 ຖ້າເຈົ້າປະຕິບັດຕາມນີ້ມັນຈະເປັນເຫມືອນຢາວິເສດທີ່ປິ່ນປົວບາດແຜຂອງເຈົ້າໃຫ້ດີ ແລະທຳໃຫ້ຄວາມເຈັບປວດຂອງເຈົ້າຜ່ອນຄາຍລົງ 9 ຈົ່ງຖວາຍກຽດແດ່ພຣະຜູ້ເປັນເຈົ້າ ດ້ວຍການຖວາຍຜົນລະປູກອັນດີທີ່ສຸດແກ່ພຣະອົງ 10 ຖ້າທຳໄດ້ດັ່ງນີ້ ເຈົ້າຈະມີເຂົ້າເຕັມເລົ້າ ແລະມີເຫລົ້າອະງຸ່ນຫລາຍຈົນບໍ່ມີໄຫໃສ່ 11 ລູກເອີຍ ເມື່ອພຣະຜູ້ເປັນເຈົ້າຊົງບອກສອນເຈົ້າ ຈົ່ງຕັ້ງໃຈຟັງ ແລະຍຶດຖືເປັນເຄື່ອງເຕືອນໃຈ 12 ພຣະຜູ້ເປັນເຈົ້າຊົງບອກສອນຜູ້ທີ່ພຣະອົງຊົງຮັກ ເຫມືອນບິດາບອກສອນລູກຊາຍຜູ້ທີ່ຕົນຫວັງເພິ່ງ 13 ມະນຸດຜູ້ມີປັນຍາ ແລະມີຄວາມເຂົ້າໃຈຍ່ອມມີຄວາມສຸກ 14 ປໂຍດທີ່ໄດ້ຈາກປັນຍາມີຫລາຍກວ່າທີ່ໄດ້ຈາກເງິນຄຳມັນມີຄຸນຄ່າຫລາຍກວ່າເພັດ 15 ບໍ່ມີອັນໃດໃນໂລກຈະປຽບກັບປັນຍາໄດ້ 16 ປັນຍາໃຫ້ເຈົ້າມີຊີວິດຍືນຍາວເຊັ່ນດຽວກັບຊັບສົມບັດແລະກຽດຕິຍົດ 17 ທາງຂອງປັນຍາທຳໃຫ້ຊີວິດຂອງເຈົ້າມ່ວນຊື່ນປອດພັຍ ຜູ້ທີ່ມີປັນຍາຍ່ອມມີຄວາມສຸກ 18 ປັນຍາຈະໃຫ້ຊີວິດແກ່ເຂົາເຫມືອນກົກໄມ້ໃຫ້ຫມາກສັນນັ້ນ 19 ພຣະຜູ້ເປັນເຈົ້າຊົງວາງຮາກແຜ່ນດິນໂລກໂດຍປັນຍາ ພຣະອົງຊົງສະຖາປະນາຟ້າສວັນໂດຍຄວາມເຂົ້າໃຈ 20 ໂດຍຄວາມຮູ້ຂອງພຣະອົງ ທຳໃຫ້ແມ່ນ້ຳລ່ອງໄຫລ ແລະເມກກໍເທຝົນລົງມາ 21 ລູກເອີຍ ຈົ່ງຮັກສາສະຕິປັນຍາ ແລະຄວາມສລຽວສລາດໄວ້ ຢ່າໃຫ້ທັງສອງນີ້ຫນີໄປຈາກສາຍຕາຂອງເຈົ້າ 22 ແລະທັງສອງຈະເປັນຊີວິດແກ່ເຈົ້າ ເປັນອາພອນປະດັບຄໍຂອງເຈົ້າ 23 ແລ້ວເຈົ້າຈະດຳເນີນໃນທາງຂອງເຈົ້າຢ່າງປອດພັຍ ແລະຕີນຂອງເຈົ້າຈະບໍ່ສະດຸດ 24 ຖ້າເຈົ້ານັ່ງ ເຈົ້າຈະບໍ່ຢ້ານ ເມື່ອເຈົ້ານອນ ກໍຈະຫລັບໄປຢ່າງຜາສຸກສົດຊື່ນ 25 ຢ່າຢ້ານຄວາມກົວທີ່ມາເຖິງປັດຈຸບັນທັນດ່ວນ ຫລືຢ້ານຄວາມພິນາດຂອງຄົນຊົ່ວຮ້າຍທີ່ເກີດຂຶ້ນ 26 ເພາະພຣະຜູ້ເປັນເຈົ້າຈະຊົງເປັນຄວາມໄວ້ວາງໃຈຂອງເຈົ້າ ແລະຈະຊົງຮັກສາຕີນຂອງເຈົ້າໃຫ້ພົ້ນຈາກການຖືກຈັບ 27 ຢ່າຍຶດຄວາມດີໄວ້ຈາກຜູ້ທີ່ສົມຄວນຈະໄດ້ຮັບ ໃນເມື່ອສິ່ງນີ້ຢູ່ໃນອຳນາດຂອງເຈົ້າທີ່ຈະກະທຳໄດ້ 28 ຢ່າເວົ້າກັບເພື່ອນບ້ານຂອງເຈົ້າວ່າ, “ໄປເຖີດ ແລ້ວກັບມາອີກ ມື້ອື່ນນີ້ເຮົາຈະໃຫ້” ໃນເມື່ອເຈົ້າມີໃຫ້ຢູ່ແລ້ວ 29 ຢ່າວາງແຜນງານຊົ່ວຮ້າຍຕໍ່ເພື່ອນບ້ານຂອງເຈົ້າ ຜູ້ອາໄສຢ່າງໄວ້ວາງໃຈຢູ່ຂ້າງໆເຈົ້າ 30 ຢ່າໂຕ້ຕອບກັບຜູ້ໃດຢ່າງໄຮ້ເຫດຜົນ ໃນເມື່ອເຂົາບໍ່ໄດ້ທຳອັນຕະຣາຍຢ່າງໃດແກ່ເຈົ້າ 31 ຢ່າອິດສາຄົນທີ່ທາຣຸນ ຢ່າເລືອກທາງໃດໆຂອງເຂົາເລີຍ 32 ເພາະຄົນຕະລົບຕະແລງເປັນທີ່ກຽດຊັງຕໍ່ພຣະຜູ້ເປັນເຈົ້າ ແຕ່ຄົນທ່ຽງທັມຢູ່ໃນຄວາມໄວ້ພຣະທັຍຂອງພຣະອົງ 33 ຄຳສາບຂອງພຣະຜູ້ເປັນເຈົ້າຢູ່ເທິງເຣືອນຂອງຄົນຊົ່ວຮ້າຍ ແຕ່ພຣະອົງຊົງອວຍພຣະພອນແກ່ທີ່ອາໄສຂອງຄົນຊອບທັມ 34 ພຣະອົງຊົງເຍາະເຍີ້ຍຄົນທີ່ມັກເຍາະເຍີ້ຍ ແຕ່ພຣະອົງຊົງສຳແດງພຣະຄຸນແກ່ຄົນທີ່ຖ່ອມໃຈ 35 ຄົນສລາດຈະໄດ້ກຽດເປັນມໍຣະດົກ ແຕ່ຄົນໂງ່ຈະໄດ້ຄວາມອັປຍົດ
ປັນຍາເປັນປໂຍດອັນຍິ່ງໃຫຍ່
1 ລູກເອີຍ ຈົ່ງຟັງຄຳສັ່ງສອນຂອງພໍ່ເຈົ້າ ຢ່າງຕັ້ງໃຈເພື່ອເຈົ້າຈະໄດ້ຮັບຄວາມຮອບຮູ້ 2 ເພາະເຮົາໃຫ້ພາສິດດີແກ່ເຈົ້າ ຢ່າປະຖິ້ມຄຳສອນຂອງເຮົາ 3 ເມື່ອເຮົາເປັນລູກຢູ່ກັບພໍ່ຂອງເຮົາ ເປັນແກ້ວຕາຂອງແມ່ເຮົາ ເບິ່ງເປັນຫນ້າຮັກແລະອ່ອນໂຍນ 4 ບິດາສອນເຮົາ ແລະເວົ້າກັບເຮົາວ່າ, “ໃຫ້ໃຈຂອງເຈົ້າຍຶດຄຳສອນຂອງເຮົາໄວ້ໃຫ້ຫມັ້ນ ຈົ່ງຮັກສາບັນຍັດຂອງເຮົາ ແລະມີຊີວິດຢູ່ 5 ຢ່າລືມແລະຝ່າຝືນຈາກຖ້ອຍຄໍາແຫ່ງປາກຂອງເຮົາ ຈົ່ງເອົາປັນຍາ ແລະເອົາຄວາມຮອບຮູ້ 6 ຢ່າປະຖິ້ມປັນຍາ ແລະປັນຍາຈະຮັກສາເຈົ້າໄວ້ ຈົ່ງຮັກປັນຍາ ແລະປັນຍາຈະຊ່ອຍລະວັງເຈົ້າ 7 ທີ່ເລີ້ມຕົ້ນຂອງປັນຍາເປັນຢ່າງນີ້ ຄືຈົ່ງເອົາປັນຍາ ແມ້ເຈົ້າຈະໄດ້ສິ່ງໃດກໍຕາມ ຈົ່ງເອົາຄວາມຮອບຮູ້ໄວ້ 8 ຈົ່ງຕີຣາຄາປັນຍາໃຫ້ສູງ ແລະປັນຍາຈະຍົກຍ່ອງເຈົ້າ ຖ້າເຈົ້າກອດປັນຍາໄວ້ ປັນຍາຈະໃຫ້ກຽດເຈົ້າ 9 ປັນຍາຈະເອົາມົງຄຸນງາມສວມຫົວເຈົ້າ ຈະໃຫ້ມົງກຸດງາມແກ່ເຈົ້າ” 10 ລູກເອີຍ ຈົ່ງຟັງແລະຮັບຖ້ອຍຄຳຂອງເຮົາ ເພື່ອປີເດືອນແຫ່ງຊີວິດຂອງເຈົ້າຈະມີຫລາຍ 11 ເຮົາໄດ້ສອນເຈົ້າໃນເຣື່ອງທາງປັນຍາແລ້ວ ເຮົາໄດ້ນຳເຈົ້າໃນວິຖີຂອງຄວາມທ່ຽງທັມ 12 ເມື່ອເຈົ້າເດີນ ກ້າວຕີນຂອງເຈົ້າຈະບໍ່ຖືກຂັດຂວາງ ແລະຖ້າເຈົ້າແລ່ນ ເຈົ້າຈະບໍ່ສະດຸດ 13 ຈົ່ງຍຶດວິນັຍໄວ້ ແລະຢ່າປ່ອຍໄປ ຈົ່ງລະວັງປັນຍາໄວ້ ເພາະປັນຍາເປັນຊີວິດຂອງເຈົ້າ 14 ຢ່າເຂົ້າໄປໃນວິຖີຂອງຄົນຊົ່ວຮ້າຍ ແລະຢ່າເດີນໃນທາງຂອງຄົນອະທັມ 15 ຈົ່ງຫລີກເສັຽ ຢ່າເດີນທາງນັ້ນ ລ້ຽວອອກໄປເສັຽ ແລະຈົ່ງຜ່ານໄປ 16 ເພາະຖ້າຄົນຊົ່ວຮ້າຍບໍ່ໄດ້ທຳຄວາມຜິດ ເຂົານອນບໍ່ຫລັບ ຖ້າເຂົາບໍ່ໄດ້ທຳໃຫ້ຄົນໃດສະດຸດເຂົາຈະຫລັບບໍ່ລົງ 17 ເພາະເຂົາຮັບປະທານອາຫານຂອງຄວາມໂຫດຮ້າຍ ແລະດື່ມເຫລົ້າອະງຸ່ນແຫ່ງຄວາມທາຣຸນ 18 ແຕ່ວິຖີຂອງຄົນຊອບທັມເຫມືອນແສງອະຣຸນ ຊຶ່ງສ່ອງແສງເຫລື້ອມໃສຍິ່ງໆຂຶ້ນຈົນເຕັມວັນ 19 ທາງຂອງຄົນຊົ່ວຮ້າຍກໍເຫມືອນຄວາມມືດຕຶບ ເຂົາບໍ່ຮູ້ວ່າ ເຂົາສະດຸດອັນໃດ 20 ລູກເອີຍ ຈົ່ງຕັ້ງໃຈຕໍ່ຖ້ອຍຄຳຂອງເຮົາ ຈົ່ງອ່ຽງຫູຂອງເຈົ້າເຂົ້າຫາຄຳເວົ້າຂອງເຮົາ 21 ຢ່າໃຫ້ມັນຫນີໄປຈາກສາຍຕາຂອງເຈົ້າ ຈົ່ງຮັກສາມັນໄວ້ພາຍໃນໃຈຂອງເຈົ້າ 22 ເພາະມັນເປັນຊີວິດແກ່ຜູ້ທີ່ຄົ້ນພົບ ແລະມັນຮັກສາເນື້ອຂອງຜູ້ນັ້ນທັງສິ້ນ 23 ຈົ່ງເຝົ້າລະວັງແນວຄິດຈິດໃຈຂອງເຈົ້າໃຫ້ດີ ເພາະຊີວິດເລີ້ມຕົ້ນອອກມາຈາກແນວຄິດຈິດໃຈ 24 ຈົ່ງຖິ້ມວາຈາອັນບໍ່ແມ່ນຄວາມຈິງເສັຽ ແລະໃຫ້ຄໍາເວົ້າຄົດລ້ຽວຫ່າງຈາກເຈົ້າ 25 ໃຫ້ຕາຂອງເຈົ້າເບິ່ງໄປຂ້າງຫນ້າ ແລະໃຫ້ການຈ້ອງຂອງເຈົ້າຊື່ໄປຂ້າງຫນ້າເຈົ້າ 26 ຈົ່ງສົນໃຈໃນວິຖີແຫ່ງຕີນຂອງເຈົ້າ ແລ້ວທາງທັງສິ້ນຂອງເຈົ້າຈະແນ່ນອນ 27 ຢ່າເຫໄປຂ້າງຂວາ ຫລືຫັນມາຂ້າງຊ້າຍ ຈົ່ງຫລີກເວັ້ນທາງຂອງເຈົ້າເສັຽຈາກຄວາມຊົ່ວຮ້າຍ
ຄຳເຕືອນໃນເຣື່ອງຫລິ້ນຊູ້
1 ລູກເອີຍ ຈົ່ງຕັ້ງໃຈຕໍ່ປັນຍາຂອງເຮົາ ຈົ່ງອ່ຽງຫູຂອງເຈົ້າຟັງຄວາມເຂົ້າໃຈຂອງເຮົາ 2 ເພື່ອຈະຮັກສາຄວາມສລຽວສລາດໄວ້ ແລະຮີມຝີປາກຂອງເຈົ້າຈະລະມັດລະວັງຄວາມຮູ້ 3 ເພາະຮີມຝີປາກຂອງຍິງຊົ່ວນັ້ນກໍຢາດນ້ຳເຜິ້ງອອກມາ ແລະຄຳເວົ້າຂອງນາງກໍຫມື່ນຍິ່ງກວ່ານ້ຳມັນ 4 ແຕ່ໃນທີ່ສຸດ ນາງຂົມຂື່ນຍິ່ງກວ່າບໍຣະເພັດ ແລະຄົມຢ່າງດາບສອງຄົມ 5 ຕີນຂອງນາງກ້າວລົງໄປສູ່ຄວາມຕາຍ ບາດກ້າວຕີນຂອງນາງຕິດຕາມວິຖີສູ່ແດນຜູ້ຕາຍ 6 ນາງບໍ່ສົນໃຈໃນວິຖີແຫ່ງຊີວິດ ທາງຂອງນາງວົນວຽນໄປ ແລະບໍ່ຮູ້ຈັກແຈ້ງວ່າແມ່ນຫຍັງຈະເກີດຂຶ້ນ 7 ລູກເອີຍ ບັດນີ້ຈົ່ງຟັງເຮົາ ແລະຢ່າພາກຈາກຖ້ອຍຄຳແຫ່ງປາກຂອງເຮົາ 8 ຈົ່ງຫລີກທາງຂອງເຈົ້າໃຫ້ໄກຈາກນາງ ຢ່າໄປໃກ້ປະຕູເຮືອນຂອງນາງ 9 ຢ້ານວ່າເຈົ້າຈະໃຫ້ກຽດຂອງເຈົ້າແກ່ຄົນອື່ນ ແລະໃຫ້ປີເດືອນຂອງເຈົ້າແກ່ຄົນໄຮ້ເມດຕາ 10 ຢ້ານວ່າແຂກແປກຫນ້າຈະກິນກຳລັງຂອງເຈົ້າຈົນອີ່ມ ແລະແຮງງານຂອງເຈົ້າຕົກໄປໃນເຮືອນຂອງຄົນຕ່າງດ້າວ 11 ແລະເຖິງບັ້ນປາຍຊີວິດຂອງເຈົ້າ ເຈົ້າຄ່ຳຄວນ ເມື່ອເນື້ອແລະກາຍຂອງເຈົ້າຖືກລ້າງຜານ 12 ແລະເຈົ້າວ່າ, “ເຮົາເຄີຍກຽດການຕີສອນ ແລະຈິດໃຈຂອງເຮົາດູຫມິ່ນການຕັກເຕືອນ 13 ເຮົາບໍ່ເຄີຍຟັງສຽງຄຣູຂອງເຮົາ ຫລືອ່ຽງຫູໃຫ້ແກ່ຜູ້ສັ່ງສອນຂອງເຮົາ 14 ເຮົາຈວນຈະລົ້ມລະລາຍສູ່ຄວາມພິນາດຢູ່ແລ້ວ ໃນຫມູ່ຄົນທີ່ປະຊຸມກັນຢູ່ນັ້ນ” 15 ຈົ່ງດື່ມນ້ຳຈາກຖັງເກັບນ້ຳຂອງເຈົ້າ ດື່ມນ້ຳໄຫລຈາກບໍ່ຂອງເຈົ້າເອງ 16 ຄວນຫລືທີ່ຈະໃຫ້ນ້ຳພຸຂອງເຈົ້າໄຫລເຝື່ອນອອກໄປນອກບ້ານ ແລະໃຫ້ທານນ້ຳນັ້ນໄຫລໄປທີ່ກາງເມືອງ 17 ຈົ່ງໃຫ້ມັນເປັນຂອງເຈົ້າແຕ່ຜູ້ດຽວ ແລະບໍ່ແມ່ນສຳລັບຄົນແປກຫນ້າດ້ວຍ 18 ຈົ່ງໃຫ້ນ້ຳພຸຂອງເຈົ້າໄດ້ຮັບພອນ ແລະຍິນດີຢູ່ກັບເມັຽຄົນທີ່ເຈົ້າໄດ້ເມື່ອຫນຸ່ມນັ້ນ 19 ເຫມືອນນາງກວາງແມ່ທີ່ຫນ້າຮັກ ແລະນິ້ມນວນ ຈົ່ງໃຫ້ສເນ່ຂອງນາງທຳໃຫ້ເຈົ້າມີຄວາມສຸກໃຈ ຈົ່ງໃຫ້ຄວາມຮັກຂອງນາງຈັບໃຈຂອງເຈົ້າໄວ້ 20 ລູກເອີຍ ເປັນຫຍັງເຈົ້າຈຶ່ງຕ້ອງເອົາຄວາມຮັກຂອງເຈົ້າໃຫ້ແກ່ຍິງອື່ນ ເປັນຫຍັງເຈົ້າຈຶ່ງໄປຫາຄວາມສຸກກັບເມັຽຂອງຊາຍອື່ນ 21 ເພາະວ່າທາງຂອງຄົນກໍຢູ່ໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ ແລະພຣະອົງຊົງເຝົ້າເບິ່ງວິຖີທັງສິ້ນຂອງເຂົາ 22 ຄວາມບາບຊົ່ວຂອງຄົນຊົ່ວຮ້າຍດັກຈັບເຂົາເອງ ແລະເຂົາກໍຕິດຢູ່ກັບຕາຂ່າຍບາບຂອງເຂົາ 23 ເຂົາຕາຍເພາະຂາດວິນັຍໃນຊີວິດ ແລະເພາະຄວາມໂງ່ຢ່າງຍິ່ງຂອງເຂົາ ເຂົາຈຶ່ງຫລົງຫນີໄປ
ຄຳແນະນຳຕັກເຕືອນ
1 ລູກເອີຍ ຖ້າເຈົ້າເປັນຜູ້ປະກັນເພື່ອນບ້ານຂອງເຈົ້າ ໄດ້ທຳສັນຍາໃຫ້ແກ່ຄົນອື່ນ 2 ຖ້າເຈົ້າຕິດບ້ວງເພາະຄຳຈາກປາກຂອງເຈົ້າ ແລະເຈົ້າຕິດກັບເພາະຄຳເວົ້າຂອງເຈົ້າ 3 ລູກເອີຍ ຈົ່ງທຳຢ່າງນີ້ ແລະຊ່ອຍຕົວເຈົ້າໃຫ້ລອດເຖີດ ເພາະເຈົ້າຕົກຢູ່ໃນກຳມືຂອງເພື່ອນບ້ານຂອງເຈົ້າແລ້ວ 4 ຢ່າໃຫ້ຕາຂອງເຈົ້າຫລັບລົງ ຢ່າໃຫ້ຫນັງຕາຂອງເຈົ້າງ່ວງໄປ 5 ຈົ່ງຫລີກຫນີຈາກບ້ວງແຮ້ວ ດັ່ງກວາງທີ່ປົບຫນີຈາກນາຍພານ ດັ່ງນົກຈາກມືຂອງຄົນຈັບນົກ 6 ຄົນຂີ້ຄ້ານເອີຍ ຈົ່ງເບີ່ງເອົາຊີວິດຂອງມົດ ເຈົ້າຈຶ່ງຈະເປັນຄົນສລາດ 7 ຄືມັນບໍ່ມີຜູ້ນຳ ບໍ່ມີຫົວຫນ້າ ຫລືຜູ້ປົກຄອງ 8 ແຕ່ມັນກໍຮູ້ຈັກສະສົມອາຫານໄວ້ໃນຣະດູຮ້ອນ ເພື່ອຕຽມໄວ້ສຳລັບຣະດູຫນາວ 9 ຄົນຂີ້ຄ້ານເອີຍ ເຈົ້າຈະນອນຢູ່ເຫິງປານໃດ ເມື່ອໃດຈະຕື່ນຂຶ້ນ 10 ຄົນຂີ້ຄ້ານມັກເວົ້າວ່າ, “ເຮົາຈະນອນພັກຜ່ອນຈັກຫນ່ອຍ” 11 ແຕ່ໃນຂນະທີ່ເຂົາຫລັບຢູ່ນັ້ນ ຄວາມທຸກຍາກຈະມາບຽດບຽນເຂົາເຫມືອນຄົນມາປຸ້ນ 12 ຄົນໄຮ້ຄ່າ ຄືຄົນຊົ່ວຮ້າຍ ທີ່ທ່ຽວໄປດ້ວຍວາຈາຄົດລ້ຽວ 13 ຕາຂອງເຂົາກໍຂະຫຍິບ ຕີນຂອງເຂົາກໍຂະຫຍັບ ນີ້ວຂອງເຂົາກໍຊີ້ໄປ 14 ປະດິດຄວາມຊົ່ວຮ້າຍດ້ວຍໃຈຕະລົບຕະແລງ ຫວ່ານຄວາມແຕກແຍກຢູ່ເລື້ອຍໄປ 15 ເຫດສັນນັ້ນ ຄວາມພິນາດຈະມາຫາເຖິງເຂົາຢ່າງປັດຈຸບັນທັນດ່ວນ ໃນພິບຕານັ້ນເອງເຂົາຈະແຕກຢ່າງແປງບໍ່ໄດ້ 16 ມີຫົກສິ່ງຊຶ່ງພຣະຜູ້ເປັນເຈົ້າຊົງກຽດ ມີເຈັດຢ່າງ ຊຶ່ງພຣະຜູ້ເປັນເຈົ້າຊົງກຽດຊັງຫລາຍ 17 ຕາຈອງຫອງ ປາກເວົ້າຂີ້ຕົວະ ແລະມືທີ່ຂ້າຄົນຜູ້ບໍ່ມີຄວາມຜິດ 18 ຈິດໃຈທີ່ຄິດແຜນການຊົ່ວຮ້າຍ ຕີນທີ່ແລ່ນໄປທຳຊົ່ວ 19 ພຍານເວົ້າຕົວະຕໍ່ສູ້ຄົນອື່ນ ແລະຜູ້ຫາເຣື່ອງໃຫ້ຍາດພີ່ນ້ອງຜິດຖຽງກັນ
ຕັກເຕືອນໃຫ້ລະວັງການຫລິ້ນຊູ້
20 ລູກເອີຍ ຈົ່ງຮັກສາບັນຍັດຂອງພໍ່ເຈົ້າ ແລະຢ່າປະຖິ້ມຄຳສັ່ງສອນຂອງແມ່ເຈົ້າ 21 ມັດມັນຕິດໄວ້ໃນໃຈຂອງເຈົ້າສເມີ ຜູກມັນໄວ້ທີ່ຄໍຂອງເຈົ້າ 22 ເມື່ອເຈົ້າຍ່າງ ມັນຈະນຳເຈົ້າ ເມື່ອເຈົ້ານອນລົງ ມັນຈະເຝົ້າເຈົ້າ ແລະເມື່ອເຈົ້າຕື່ນຂຶ້ນ ມັນຈະເວົ້າກັບເຈົ້າ 23 ເພາະພຣະບັນຍັດເປັນແສງປະທີບ ແລະຄຳສອນເປັນສວ່າງ ແລະຄຳຕັກເຕືອນຂອງວິນັຍເປັນທາງແຫ່ງຊີວິດ 24 ເພື່ອສງວນເຈົ້າໄວ້ຈາກຍິງຊົ່ວຮ້າຍ ຈາກລີ້ນພະເນົ້າພະນໍຂອງຍິງສັນຈອນ 25 ຢ່າປາຖນາຄວາມງາມຂອງນາງຢູ່ໃນໃຈຂອງເຈົ້າ ຢ່າໃຫ້ນາງຈັບເຈົ້າດ້ວຍຂົນຕາຂອງນາງ 26 ເພາະຈະຈ້າງຍິງແພດສະຍາດ້ວຍເຂົ້າຈີ່ກ້ອນດຽວກໍຍັງໄດ້ ແຕ່ຍິງຫລີ້ນຊູ້ລ່າເອົາຊີວິດປະເສີດຂອງຊາຍເຂົ້າໄປສ່ຽງ 27 ຜູ້ຊາຍຈະຫອບໄຟໄວ້ທີ່ເອິກຂອງເຂົາ ໂດຍບໍ່ໃຫ້ເຄື່ອງນຸ່ງຂອງເຂົາໄຫມ້ໄດ້ຫລື 28 ຫລືຜູ້ໃດຈະເດີນເທິງຖ່ານໄຟແດງແລ້ວ ໂດຍບໍ່ໃຫ້ຕີນຂອງເຂົາຖືກໄຟລວກໄດ້ຫລື 29 ບຸກຄົນຜູ້ເຂົ້າຫາເມັຽຂອງເພື່ອນບ້ານກໍເປັນຢ່າງນັ້ນແຫລະ ບໍ່ມີຜູ້ໃດທີ່ແຕະຕ້ອງນາງແລ້ວຈະບໍ່ຖືກປັບໂທດ 30 ຖ້າຂະໂມຍເຂົ້າລັກ ເພື່ອບັນເທົາຄວາມຢາກເມື່ອເຂົາຫີວ ຄົນກໍດູຫມິ່ນຂະໂມຍນັ້ນບໍ່ແມ່ນຫລື 31 ຖ້າຈັບເຂົາໄດ້ ເຂົາຕ້ອງຊຳຮະຄືນເຈັດເທົ່າ ເຂົາຈະຕ້ອງໃຫ້ສິ່ງຂອງທັງສິ້ນໃນບ້ານຂອງເຂົາ 32 ຊາຍໃດທີ່ລ່ວງປະເວນີຜົວເມັຽ ຍ່ອມບໍ່ມີສາມັນສຳນຶກ ຜູ້ໃດທີ່ກະທຳຢ່າງນັ້ນກໍທຳລາຍຕົນເອງ 33 ເຂົາໄດ້ຮັບບາດແຜແລະຄວາມອັປຍົດ ແລະຈະລ້າງຄວາມຂາຍຫນ້າຂອງຕົນກໍບໍ່ໄດ້ 34 ເພາະຄວາມໂມໂຫກະທຳໃຫ້ຄົນຫຶງຫວງ ໃນວັນທີ່ເຂົາແກ້ແຄ້ນ ເຂົາຈະບໍ່ມີຂອບເຂດ 35 ເຂົາຈະບໍ່ຮັບຄ່າທຳຂວັນໃດໆ ເຖິງເຈົ້າຈະທະວີຂອງກຳນັນ ເຂົາກໍບໍ່ຍອມສງົບ
ເລ່ຫລ່ຽມມານຍາຂອງຍິງໂສເພນີ
1 ລູກເອີຍ ຈົ່ງຈົດຈຳສິ່ງທີ່ພໍ່ເວົ້າ ແລະຢ່າລືມສິ່ງທີ່ພໍ່ບອກໃຫ້ເຈົ້າທຳ ຈົ່ງທຳສິ່ງທີ່ພໍ່ບອກ ແລ້ວຊີວິດຂອງເຈົ້າຈະຮຸ່ງເຮືອງ 2 ຈົ່ງບົວລະບັດຮັກສາຄຳສອນຂອງເຮົາເຫມືອນເຈົ້າຮັກສາຕາ 3 ໃຫ້ຍຶດຖືແລະບັນທຶກຄຳສອນຂອງເຮົາໄວ້ໃນໃຈຂອງເຈົ້າຕລອດເວລາ 4 ຈົ່ງຮັກແພງປັນຍາເຫມືອນຮັກແພງນ້ອງສາວ ແລະເພື່ອນສນິດຂອງເຈົ້າ 5 ປັນຍາຈະຮັກສາບໍ່ໃຫ້ເຈົ້າໄປຫຍຸ້ງກ່ຽວກັບເມັຽຂອງຄົນອື່ນ ແລະກັບຍິງປາກຫວານໃຈຊົ່ວທັງຫລາຍ 6 ມື້ນຶ່ງ ຂ້າພະເຈົ້າໄດ້ຫລຽວອອກໄປທາງປ່ອງຢ້ຽມເຮືອນ ໄດ້ເຫັນພວກຄົນຫນຸ່ມທີ່ຍັງອ່ອນຕໍ່ໂລກຫລາຍຄົນຍ່າງໄປມາ 7 ໃນບັນດາຄົນເຫລົ່ານີ້ ຂ້າພະເຈົ້າໄດ້ເຫັນຄົນນຶ່ງໂງ່ກວ່າຫມູ່ 8 ຄືຄົນນັ້ນໄດ້ຍ່າງໄປຕາມຖນົນ ເມື່ອເຖິງແຈທາງບ່ອນຍິງຄົນນຶ່ງອາໄສຢູ່ ເຂົາກໍຍ່າງກາຍໄປໃກ້ເຮືອນນາງ 9 ໃນເວລາຄ່ຳພໍມືດຊຸ່ມ ເວລາຄ່ຳຄືນ ແລະຄວາມມືດ 10 ຍິງຄົນນັ້ນກໍໄດ້ພົບຊາຍຄົນນີ້ ນາງໄດ້ແຕ່ງຕົວເຫມືອນຍິງໂສເພນີ ແລະມີອຸບາຍຫລອກລໍ້ 11 ນາງເປັນແມ່ເລງບໍ່ມີຢ່າງອາຍ ແລະມັກອອກໄປຍ່າງຫລິ້ນຕາມຖນົນສເມີ 12 ນາງມັກຈະຢືນຄອຍຢູ່ແຈທາງແຍກບ່ອນໃດບ່ອນນຶ່ງ ລາງເທື່ອກໍຢູ່ຕາມຖນົນ ແລະລາງເທື່ອກໍຢູ່ໃນຕລາດ 13 ນາງໂດດກອດຊາຍຫນຸ່ມ ແລະໃຊ້ແສງຕາຫລຽວເບິ່ງຫນ້າເຂົາທັງເວົ້າວ່າ, 14 “ມື້ນີ້ນ້ອງມີອາຫານທີ່ນຳມາ ຢາກເອົາຖວາຍບູຊາພຣະຜູ້ເປັນເຈົ້າ 15 ດັ່ງນັ້ນ ນ້ອງຈຶ່ງອອກມາຄອຍຖ້າພົບກັບອ້າຍ ດຽວນີ້ນ້ອງກໍພົບອ້າຍແລ້ວ 16 ນ້ອງໄດ້ເອົາຜ້າໄຫມສີຕ່າງໆຈາກເອຢິບປູຕຽງນອນ 17 ພ້ອມກັບອົບຜ້າປູນອນດ້ວຍນ້ຳຫອມກິສນາ ແລະອົບເຊີຍ 18 ໄປເທາະ ໃຫ້ພວກເຮົາໄປມ່ວນຊື່ນກັນດ້ວຍຄວາມຮັກຕລອດຄືນ ພວກເຮົາຈະມີຄວາມສຸກຢູ່ໃນອ້ອມແຂນເຊິ່ງກັນແລະກັນ 19 ເພາະວ່າຜົວຂອງນ້ອງບໍ່ຢູ່ເຮືອນ ເຂົາເດີນທາງໄປໄກ 20 ພ້ອມກັບຖືເງິນໄປນຳຈຳນວນຫລາຍ ມື້ເພັງເຂົາຈຶ່ງຈະກັບມາ” 21 ນາງໄດ້ລໍ້ຊາຍຜູ້ນັ້ນດ້ວຍຄວາມອ່ອນຫວານອັນຫນ້າຮັກດັ່ງນີ້ແຫລະ ເຂົາຈຶ່ງຫລົງກົນໃນຄວາມເວົ້າອັນຫວານຊື່ນຂອງນາງ 22 ທັນໃດນັ້ນ ເຂົາກໍຕິດຕາມນາງໄປເຫມືອນເຂົາຈູງງົວເຖິກໄປສູ່ບ່ອນຂ້າ ຫລືເຫມືອນຕ້ອນກວາງລົງໄປໃນຫລຸມ 23 ໃນບ່ອນນັ້ນລູກທະນູຈະແທງທະລຸເຂົ້າໄປເຖິງຫົວໃຈຂອງມັນ ຄົນຜູ້ນັ້ນເປັນເຫມືອນນົກເຂົ້າໄປຫາຂ່າຍ ເຂົາບໍ່ຮູ້ເລີຍວ່າຊີວິດຂອງຕົນຈະເປັນອັນຕະຣາຍ 24 ພວກລູກເອີຍ ບັດນີ້ຈົ່ງຟັງພໍ່ ຈົ່ງເອົາໃຈໃສ່ໃນສິ່ງທີ່ພໍ່ບອກສອນ 25 ຢ່າໃຫ້ຜູ້ຍິງເຊັ່ນນັ້ນຊນະໃຈໄດ້ ຢ່າຫລົງເດີນໄປນຳນາງ ເພາະວ່ານາງໄດ້ເຮັດໃຫ້ຜູ້ຊາຍຈິບຫາຍໄປຫລາຍຄົນແລ້ວ 26 ແລະເປັນເຫດໃຫ້ຄົນຕາຍກໍຫລວງຫລາຍນັບບໍ່ຖ້ວນ 27 ການໄປຍັງເຮືອນຂອງຜູ້ຍິງເຊັ່ນນີ້ ກໍຄືເຈົ້າໄປສູ່ພິພົບຄົນຕາຍ ມັນເປັນທາງລັດສຳລັບໄປຕາຍ
ປັນຍາເປັນຂອງປະເສີດ
1 ຈົ່ງຟັງ ປັນຍາຈະເອີ້ນອອກໄປ ຄົນທັງຫລາຍຈະໄດ້ຍິນປັນຍາເອີ້ນ 2 ປັນຍາຢືນຢູ່ເທິງຈອມພູຂ້າງຖນົນ ແລະຢູ່ທີ່ສີ່ແຍກ 3 ຢູ່ທີ່ປາກປະຕູເຂົ້າເມືອງ ປັນຍາໄດ້ເອີ້ນວ່າ, 4 “ມະນຸດເອີຍ ຈົ່ງຟັງສຽງຮ້ອງຂອງເຮົາ ເຮົາເອີ້ນມະນຸດທຸກຄົນໃນໂລກ 5 ພວກເຈົ້າຍັງເປັນເດັກນ້ອຍຢູ່ບໍ ຖ້າຢ່າງນັ້ນຈົ່ງຮຽນເປັນຜູ້ໃຫຍ່ສາ ພວກເຈົ້າໂງ່ບໍ ຈົ່ງຮ່ຳຮຽນໃຫ້ສລາດສາ 6 ຈົ່ງຟັງຖ້ອຍຄຳອັນລ້ຳຄ່າຂອງເຣົາ ຖ້ອຍຄຳທັງປວງທີ່ເຮົາບອກເຈົ້ານັ້ນຖືກຕ້ອງ 7 ສິ່ງທີ່ເຮົາເວົ້າເປັນຄວາມຈິງທັງນັ້ນຄວາມໂຫດຮ້າຍເປັນສິ່ງຫນ້າກຽດຊັງຕໍ່ຮິມຝີປາກຂອງເຮົາ 8 ບັນດາຄຳປາກຂອງເຮົານັ້ນຊອບທັມ ໃນນັ້ນບໍ່ມີອັນໃດບໍ່ຈິງ ຫລືທຳໃຫ້ຫລົງທາງ 9 ສຳລັບຜູ້ທີ່ເຂົ້າໃຈກໍແຈ່ມແຈ້ງ ແລະສຳລັບຜູ້ມີຄວາມຮູ້ກໍງ່າຍດີ 10 ຈົ່ງຊອກຫາຄຳສອນຂອງເຮົາຫລາຍກວ່າຊອກຫາເງິນ ແລະຊອກຫາຄວາມຮູ້ຫລາຍກວ່າຊອກຫາຄຳ 11 ເພາະວ່າປັນຍາປະເສີດກວ່າເພັດ ສິ່ງທີ່ເຈົ້າປາຖນານັ້ນຈະທຽບເທົ່າກັບປັນຍາບໍ່ໄດ້ 12 ເຮົາມີຄວາມຮອບຮູ້ແລະເຫັນແຈ້ງງທຸກຢ່າງ 13 ການກຽດຊັງຄວາມຊົ່ວຄືການຢຳເກງພຣະຜູ້ເປັນເຈົ້າ ເຮົາກຽດຊັງຄວາມທະເຍີທະຍານ ກຽດຊັງຄວາມຊົ່ວຮ້າຍແລະຄຳຕົວະ 14 ເຣົາມີແຜນການ ແລະດຳເນີນຕາມແຜນການນັ້ນ ມີຄວາມເຂົ້າໃຈແລະມີກຳລັງ 15 ເຮົາຊ່ອຍໃຫ້ກະສັດທັງຫລາຍໄດ້ຄອບຄອງເມືອງ ແລະຊ່ອຍພວກປົກຄອງອອກກົດຫມາຍຢ່າງຍຸດຕິທັມ 16 ພວກເຂົາໃນທົ່ວໂລກໄດ້ປົກຄອງຍ້ອນເຣົາຊ່ອຍເຫລືອ ພວກບຸຣຸດ ແລະເຈົ້າຂຸນມຸນນາຍກໍເຫມືອນກັນ 17 ເຮົາຮັກຜູ້ທີ່ຮັກເຮົາ ໃຜກໍຕາມທີ່ສແວງຫາເຮົາກໍຈະພົບເຣົາ 18 ເຣົາມີຊັບສົມບັດ ແລະກຽດຕິຍົດ ມີຄວາມຈະເຣີນຮຸ່ງເຮືອງ ແລະທຳທຸກຢ່າງສຳເຣັດຜົນ 19 ຫມາກຜົນທີ່ເຈົ້າໄດ້ຈາກເຮົານັ້ນດີກວ່າເງິນຄຳບໍຣິສຸດ 20 ເຣົາດຳເນີນຊີວິດໃນທາງຊອບທັມ ແລະເຄັ່ງຄັດຢູ່ໃນຄວາມຍຸດຕິທັມ 21 ໃຫ້ຊັບສົມບັດແກ່ຜູ້ທີ່ເຣົາຮັກ ແລະບັນຈຸຊັບໄວ້ເຕັມເຮືອນຂອງເຂົາ 22 ພຣະຜູ້ເປັນເຈົ້າຊົງສ້າງເຮົາກ່ອນທຸກສິ່ງ ເປັນພຣະຣາຊກິຈເບື້ອງຕົ້ນຂອງພຣະອົງຕັ້ງແຕ່ເຫິງມາແລ້ວ 23 ເຣົາຖືກສ້າງໄວ້ຕັ້ງແຕ່ໃດໆມາ ຕັ້ງແຕ່ກ່ອນເລີ້ມສ້າງໂລກ 24 ເຮົາເກີດກ່ອນມະຫາສະຫມຸດ ແລະບໍ່ນ້ຳ 25 ກ່ອນພູນ້ອຍ ພູໃຫຍ່ທັງຫລາຍ 26 ກ່ອນພຣະເຈົ້າຊົງສ້າງໂລກ ແລະພື້ນດິນ ຫລືກ່ອນດິນແດນເມັດທຳອິດ 27 ເມື່ອພຣະອົງຊົງສ້າງທ້ອງຟ້າ ຊົງຄຶງຂອບຟ້າຂ້າມມະຫາສະຫມຸດ 28 ຊົງບັນຈຸເມກໃສ່ໃນທ້ອງຟ້າ ຊົງໄຂຮູນ້ຳບາດານ 29 ຊົງສັ່ງໃຫ້ນ້ຳທະເລຢູ່ເປັນທີ່ເປັນບ່ອນ ແລະເມື່ອຊົງວາງສີລາລຶກຂອງໂລກ ເຮົາຢູ່ທີ່ນັ້ນແລ້ວ 30 ເຮົາເຫມືອນນາຍຊ່າງຢູ່ຄຽງຂ້າງພຣະອົງ ທຸກໆວັນເຮົາທຳໃຫ້ພຣະອົງປິຕິຍິນດີ 31 ເຮົາຫລິ້ນຢ່າງມີຄວາມສຸກຢູ່ນຳພຣະອົງ ຢູ່ນຳໂລກ ແລະມະນຸດຊາດທັງປວງ 32 ພວກຄົນຫນຸ່ມເອີຍ ບັດນີ້ຈົ່ງຟັງເຮົາ ຈົ່ງດຳເນີນຕາມທາງຂອງເຣົາ ແລ້ວພວກເຈົ້າຈະມີຄວາມສຸກ 33 ໃຫ້ຟັງຄຳສັ່ງສອນ ຢ່າລະເລີຍ ແລະໃຫ້ສລາດ 34 ຄົນຜູ້ທີ່ຟັງເຮົາ ຜູ້ທີ່ຢູ່ໃນປະຕູ ແລະຢູ່ທາງເຂົ້າເຮືອນຂອງເຮົາທຸກວັນຈະມີຄວາມສຸກ 35 ຜູ້ທີ່ພົບເຫັນເຮົາກໍພົບຊີວິດ ແລະພຣະຜູ້ເປັນເຈົ້າຈະຊົງພໍພຣະທັຍຜູ້ນັ້ນ 36 ຜູ້ທີ່ທຳຜິດຕໍ່ເຣົາກໍທຳຮ້າຍຕົວເອງ ຜູ້ໃດຊັງເຮົາ ຜູ້ນັ້ນຮັກຄວາມຕາຍ
ການເຊີນຊວນຂອງປັນຍາແລະຄວາມໂງ່
1 ປັນຍາໄດ້ສ້າງເຮືອນຂອງຕົນແລ້ວ ນາງໄດ້ຕັ້ງເສົາເຈັດຕົ້ນ 2 ປັນຍາໄດ້ຂ້າສັດຂອງນາງ ໄດ້ປະສົມເຫລົ້າອະງຸ່ນຂອງນາງ ໄດ້ຈັດໂຕະຂອງນາງແລ້ວ 3 ແລະໄດ້ສົ່ງສາວໃຊ້ຂອງນາງອອກໄປ ສົ່ງສຽງເອີ້ນຈາກທີ່ສູງໃນເມືອງ 4 ວ່າ, “ຜູ້ໃດທີ່ເປັນຄົນໂງ່ ໃຫ້ເຂົາຫັນເຂົ້າມາທາງນີ້” ນາງເວົ້າກັບຜູ້ທີ່ໄຮ້ສາມັນສຳນຶກວ່າ 5 “ມາເຖີດ ມາຮັບປະທານເຂົ້າຈີ່ຂອງເຮົາ ແລະດື່ມເຫລົ້າອະງຸ່ນທີ່ເຮົາໄດ້ປະສົມ 6 ຈົ່ງຖິ້ມຄວາມໂງ່ເສັຽ ແລະດຳຣົງຊີວິດຢູ່ ດຳເນີນໃນທາງຂອງຄວາມຮອບຮູ້ນັ້ນເຖີດ” 7 ຜູ້ທີ່ວ່າກ່າວຄົນມັກເຍາະເຍີ້ຍ ຈະໄດ້ຮັບການດູຫມິ່ນ ແລະຜູ້ທີ່ຕັກເຕືອນຄົນຊົ່ວຮ້າຍຈະຖືກກ່າວຫຍາບຊ້າ 8 ຢ່າຕັກເຕືອນຄົນມັກເຍາະເຍີ້ຍ ເພາະເຂົາຈະກຽດຊັງເຈົ້າ ຈົ່ງຕັກເຕືອນຄົນມີປັນຍາ ແລະເຂົາຈະຮັກເຈົ້າ 9 ຈົ່ງໃຫ້ຄຳສັ່ງສອນແກ່ຄົນມີປັນຍາ ແລະເຂົາຈະສລາດຍິ່ງຂຶ້ນ ຈົ່ງສອນຄົນຊອບທັມ ແລະເຂົາຈະເພີ້ມການຮຽນຮູ້ຫລາຍຂຶ້ນ 10 ຄວາມຢຳເກງພຣະເຈົ້າ ເປັນທີ່ເລີ້ມຕົ້ນຂອງປັນຍາ ແລະຊຶ່ງຮູ້ຈັກອົງບໍຣິສຸດ ເປັນຄວາມຮອບຮູ້ 11 ເນື່ອງຈາກເຮົາ ວັນຄືນຂອງເຈົ້າຈະເພີ້ມທະວີຄູນ ແລະປີເດືອນແຫ່ງຊີວິດຂອງເຈົ້າຈະເພີ້ມພູນ 12 ຖ້າເຈົ້າສລາດ ເຈົ້າກໍສລາດເພື່ອຕົນເອງ ຖ້າເຈົ້າເຍາະເຍີ້ຍ ເຈົ້າກໍຈະທົນແຕ່ລຳພັງ 13 ຍິງໂງ່ນັ້ນສຽງປາກດັງ ນາງປ່ອຍຕົວ ແລະບໍ່ຮູ້ຈັກອາຍ 14 ນາງນັ່ງທີ່ປະຕູເຮືອນຂອງນາງ ແລະໃນທີ່ສູງໃນເມືອງ 15 ແລະເອີ້ນໃສ່ບັນດາຜູ້ທີ່ຜ່ານໄປ ຜູ້ເດີນຊື່ໄປຕາມທາງຂອງເຂົາ 16 ວ່າ, “ຜູ້ໃດທີ່ເປັນຄົນໂງ່ ໃຫ້ເຂົາຫັນເຂົ້າມາທີ່ນີ້” ນາງເວົ້າກັບເຂົາຜູ້ໄຮ້ສາມັນສຳນຶກ 17 ວ່າ, “ນ້ຳທີ່ຂະໂມຍມາຫວານດີ ແລະຂະຫນົມທີ່ຮັບປະທານໃນທີ່ລັບກໍແຊບ” 18 ແຕ່ເຂົາບໍ່ຮູ້ວ່າຄົນຕາຍຢູ່ທີ່ນັ້ນ ແລະແຂກຂອງນາງກໍຢູ່ໃນຫ້ວງເລິກຂອງແດນຜູ້ຕາຍ
ປຽບທຽບຄົນທ່ຽງທັມກັບຄົນຊົ່ວຮ້າຍ
1 ສຸພາສິດຂອງໂຊໂລໂມນ ບຸດຊາຍທີ່ສລາດກະທຳໃຫ້ບິດາຍິນດີ ແຕ່ບຸດຊາຍທີ່ໂງ່ເປັນຄວາມໂສກຂອງມານດາເຂົາ 2 ຄັງຊັບອະທັມບໍ່ເປັນກຳໄຣ ແຕ່ຄວາມຊອບທັມຊ່ອຍກູ້ຈາກຄວາມຕາຍ 3 ພຣະຜູ້ເປັນເຈົ້າບໍ່ໄດ້ຊົງປ່ອຍໃຫ້ຄົນຊອບທັມຫິວ ແຕ່ພຣະອົງຊົງຂັດຂວາງຄວາມຢາກຂອງຄົນຊົ່ວຮ້າຍ 4 ມືທີ່ຢ່ອນເປັນເຫດໃຫ້ເກີດຄວາມຍາກຈົນ ແຕ່ມືທີ່ຂະຫຍັນຂັນແຂງກະທຳໃຫ້ຮັ່ງມີ 5 ບຸດຊາຍທີ່ສະສົມໄວ້ໃນຣະດູແລ້ງກໍເປັນຄົນຫຍັ່ງຮູ້ ແຕ່ບຸດຊາຍຜູ້ຫລັບໃນຣະດູກ່ຽວກໍນຳຄວາມອັບອາຍມາ 6 ພຣະພອນຢູ່ເທິງຫົວຂອງຜູ້ຊອບທັມ ແຕ່ຄວາມທາຣຸນຖ້ວມປາກຄົນຊົ່ວຮ້າຍ 7 ການຣະລຶກເຖິງຂອງຄົນຊອບທັມເປັນພຣະພອນ ແຕ່ຊື່ສຽງຂອງຄົນຊົ່ວຮ້າຍຈະເນົ່າເສັຽ 8 ໃຈທີ່ປະກອບດ້ວຍປັນຍາຈະສົນໃຈໃນບັນຍັດ ແຕ່ຄົນທີ່ເວົ້າໂງ່ຈະເຖິງຄວາມພິນາດ 9 ຜູ້ໃດທີ່ດຳເນີນໃນຄວາມຊື່ສັດກໍດຳເນີນຢ່າງຫມັ້ນຄົງດີ ແຕ່ຜູ້ທີ່ທຳທາງຂອງຕົນໃຫ້ຊົ່ວກໍຈະປາກົດແຈ້ງແກ່ຄົນອື່ນ 10 ຜູ້ທີ່ຂະຫຍິບຕາກໍກວນຄວາມຫຍຸ້ງຍາກ ແຕ່ຜູ້ທີ່ຕັກເຕືອນຢ່າງກ້າຫານຈະສ້າງສັນຕິພາບ 11 ປາກຂອງຄົນຊອບທັມເປັນບໍ່ນ້ຳຊີວິດ ແຕ່ປາກຂອງຄົນຊົ່ວຮ້າຍປິດບັງຄວາມທາຣຸນ 12 ຄວາມກຽດຊັງກະຕຸ້ນໃຫ້ເກີດຄວາມວິວາດ ແຕ່ຄວາມຮັກຄອບງຳບັນດາການທໍຣະຍົດເສັຽ 13 ທີ່ຮີມຝີປາກຂອງຜູ້ທີ່ມີຄວາມເຂົ້າໃຈຈະພົບປັນຍາ ແຕ່ໄມ້ແສ້ກໍເຫມາະສຳລັບຫລັງຂອງຄົນໂງ່ນຳຄວາມພິນາດມາໃກ້ 14 ຄົນມີປັນຍາກໍສະສົມຄວາມຮູ້ໄວ້ ແຕ່ປາກຂອງຄົນໂງ່ນຳຄວາມເດືອດຮ້ອນມາໃກ້ 15 ຊັບສົມບັດຂອງຄົນຮັ່ງມີ ຄືເມືອງເຂັ້ມແຂງຂອງເຂົາ ແຕ່ຄວາມຍາກຈົນຂອງຄົນຈົນ ຄືຄວາມທຸກລຳບາກຂອງເຂົາ 16 ຜົນງານຂອງຄົນຊອບທັມນຳໄປເຖິງຊີວິດ ແຕ່ຂອງຄົນຊົ່ວຮ້າຍນຳໄປເຖິງບາບ 17 ເຂົາຜູ້ສົນໃຈໃນຄຳສັ່ງສອນກໍຢູ່ໃນວິຖີແຫ່ງຊີວິດ ແຕ່ເຂົາຜູ້ປະຕິເສດຄຳເຕືອນສະຕິກໍຫລົງຫນີໄປ 18 ເຂົາຜູ້ປິດບັງຄວາມກຽດຊັງມີຮີມຝີປາກມຸສາ ແລະເຂົາຜູ້ອອກປາກໃສ່ຮ້າຍເປັນຄົນໂງ່ 19 ການເວົ້າຫລາຍກໍສະສົມການທໍຣະຍົດ ແຕ່ເຂົາຜູ້ຢັບຢັ້ງຮິມຝີປາກຂອງຕົນເປັນຜູ້ຫຍັ່ງຮູ້ 20 ລີ້ນຂອງຄົນຊອບທັມ ຄືເງິນເນື້ອບໍຣິສຸດ ຄວາມຄິດຂອງຄົນຊົ່ວຮ້າຍມີຄ່າແຕ່ຫນ້ອຍ 21 ຮິມຝີປາກຂອງຄົນຊອບທັມລ້ຽງຄົນເປັນອັນມາກ ແຕ່ຄົນໂງ່ຕາຍເພາະຂາດສາມັນສຳນຶກ 22 ພຣະພອນຂອງພຣະຜູ້ເປັນເຈົ້າກະທຳໃຫ້ຮັ່ງມີ ແລະພຣະອົງບໍ່ໄດ້ແຖມຄວາມໂສກເສົ້າໄວ້ດ້ວຍ 23 ຄົນໂງ່ກະທຳຄວາມຜິດເຫມືອນການຫລິ້ນສນຸກ ແຕ່ຄວາມປະພຶດອັນປະກອບດ້ວຍປັນຍາ ເປັນຄວາມເພີດເພີນແກ່ຄົນທີ່ມີຄວາມເຂົ້າໃຈ 24 ສິ່ງໃດທີ່ຄົນຊົ່ວຮ້າຍຄິດຢ້ານກົວ ມັນຈະມາເຖິງເຂົາ ແຕ່ສິ່ງໃດທີ່ຄົນຊອບທັມປາຖນາ ພຣະອົງຊົງທຳຕາມໃຫ້ 25 ເມື່ອພະຍຸຮ້າຍຜ່ານໄປແລ້ວ ຄົນຊົ່ວກໍບໍ່ມີອີກ ແຕ່ຄົນຊອບທັມຈະໄດ້ຮັບການສະຖາປະນາໄວ້ເປັນນິດ 26 ຢ່າງນ້ຳສົ້ມກັບແຂ້ວ ແລະຄວັນກັບຕາເປັນສັນໃດ ຄົນຂີ້ຄ້ານກັບຜູ້ທີ່ໃຊ້ເຂົາກໍເປັນສັນນັ້ນ 27 ຄວາມຢຳເກງພຣະຜູ້ເປັນເຈົ້ານັ້ນຍຶດຊີວິດໃຫ້ຍາວໄປ ແຕ່ປີເດືອນຂອງຄົນຊົ່ວຮ້າຍນັ້ນຈະສັ້ນເຂົ້າ 28 ຄວາມຫວັງຂອງຄວາມຊອບທັມຈົບລົງໃນຄວາມຍິນດີ ແຕ່ຄວາມມຸ່ງຫວັງຂອງຄວາມຊົ່ວຮ້າຍກໍສູນເປົ່າ 29 ພຣະເຈົ້າຊົງເປັນທີ່ກຳບັງເຂັ້ມແຂງແກ່ຜູ້ປະພຶດຢ່າງທ່ຽງທັມ ແຕ່ຜູ້ກະທຳຊົ່ວພຣະອົງຊົງທຳລາຍ 30 ຜູ້ຊອບທັມຈະບໍ່ຖືກກຳຈັດເລີຍ ແຕ່ຄົນຊົ່ວຮ້າຍຈະບໍ່ໄດ້ຢູ່ໃນແຜ່ນດິນ 31 ປາກຂອງຄົນຊອບທັມນຳປັນຍາອອກມາ ແຕ່ລີ້ນຂອງຄົນຕະລົບຕະແລງຈະຖືກຕັດອອກ 32 ຮິມຝີປາກຂອງຄົນຊອບທັມຮູ້ວ່າອັນໃດພໍຫູຄົນ ແຕ່ປາກຂອງຄົນຊົ່ວຮ້າຍຮູ້ວ່າສິ່ງໃດຕະລົບຕະແລງ
1 ຕາຊັ່ງຂີ້ລັກນັ້ນເປັນທີ່ກຽດຊັງຕໍ່ພຣະຜູ້ເປັນເຈົ້າ ແຕ່ລູກຕຸ້ມທີ່ຍຸດຕິທັມເປັນທີ່ປິຕິຍິນດີແດ່ພຣະອົງ 2 ເມື່ອຄວາມເຍີ້ຍິ່ງມາເຖິງ ຄວາມຫຢາມນ້ຳຫນ້າກໍມາດ້ວຍ ແຕ່ປັນຍາຢູ່ກັບຄົນຖ່ອມໃຈ 3 ຄວາມສັດຊື່ຂອງຄົນທີ່ທ່ຽງທັມຍ່ອມນຳເຂົາ ແຕ່ຄວາມຄົດໂກງຂອງຄົນທໍຣະຍົດຍ່ອມທຳລາຍເຂົາ 4 ຄວາມຮັ່ງມີບໍ່ອຳນວຍກຳໄຣໃນວັນຊົງພຣະພິໂຣດ ແຕ່ຄວາມຊອບທັມຊ່ອຍກູ້ໃຫ້ພົ້ນຄວາມມໍຣະນາ 5 ຄວາມຊອບທັມຂອງຄົນທີ່ບໍ່ມີຕຳຫນິຍ່ອມຮັກສາທາງຂອງເຂົາໃຫ້ຊື່ ແຕ່ຄົນຊົ່ວຮ້າຍກໍລົ້ມລົງດ້ວຍຄວາມຊົ່ວຮ້າຍ່ຂອງເຂົາເອງ 6 ຄວາມຊອບທັມຂອງຄົນທ່ຽງທັມຍ່ອມຊ່ອຍກູ້ເຂົາ ແຕ່ຄົນທໍຣະຍົດຈະຖືກຣາຄະຂອງເຂົາຈັບເປັນຊະເລີຍ 7 ເມື່ອຄົນຊົ່ວຮ້າຍຕາຍ ຄວາມຫວັງຂອງເຂົາກໍພິນາດ ແລະຄວາມມຸ່ງຫວັງຂອງຄົນຊົ່ວຊ້າກໍສູນເປົ່າ 8 ຄວາມຊອບທັມຮັບການຊ່ອຍເຫລືອໃຫ້ພົ້ນຄວາມລຳບາກ ແລະຄົນຊົ່ວຮ້າຍເຂົ້າໄປແທນທີ່ 9 ຄົນບໍ່ຮູ້ພຣະເຈົ້າທຳລາຍເພື່ອນບ້ານຂອງເຂົາດ້ວຍປາກ ແຕ່ຄົນຊອບທັມໄດ້ຮັບການຊ່ອຍໃຫ້ພົ້ນດ້ວຍອາໄສຄວາມຮູ້ 10 ເມື່ອຄົນຊອບທັມຢູ່ເຢັນເປັນສຸກບ້ານເມືອງກໍຊົມຊື່ນຍິນດີ ແລະເມື່ອຄົນຊົ່ວຮ້າຍພິນາດ ກໍມີສຽງໂຮ່ຮ້ອງດ້ວຍຄວາມຍິນດີ 11 ໂດຍພອນຂອງຄົນທ່ຽງທັມບ້ານເມືອງກໍເປັນທີ່ຍົກຍ້ອງ ແຕ່ວ່າມັນຄວ່ຳລົງໂດຍປາກຂອງຄົນຊົ່ວຮ້າຍ 12 ບຸກຄົນດູຖູກເພື່ອນບ້ານຂອງຕົນຍ່ອມຂາດສາມັນສຳນຶກ ແຕ່ຄົນທີ່ມີຄວາມເຂົ້າໃຈກໍຍັງມິດງຽບຢູ່ 13 ບຸກຄົນທີ່ທ່ຽວຊຸບຊິບກໍເຜີຍຄວາມລັບ ແຕ່ບຸກຄົນທີ່ໄວ້ວາງໃຈໄດ້ຍ່ອມປິດບັງສິ່ງນຶ່ງສິ່ງໃດໄວ້ໄດ້ 14 ທີ່ໃດທີ່ບໍ່ມີການນຳ ປະຊາຊົນກໍລົ້ມລົງ ແຕ່ໃນທີ່ຊຶ່ງມີທີ່ປຶກສາຫລາຍຍ່ອມມີຄວາມປອດພັຍ 15 ບຸກຄົນຜູ້ຮັບປະກັນຄົນອື່ນຈະຕ້ອງທົນທຸກ ແຕ່ຄົນທີ່ກຽດການຮັບປະກັນຍ່ອມປອດພັຍ 16 ສະຕຣີງາມສງ່າຍ່ອມໄດ້ຮັບກຽດ ແລະຊາຍຫນ້າເລືອດຍ່ອມຮັ່ງມີ 17 ຊາຍຜູ້ມີຄວາມເອັນດູຍ່ອມໃຫ້ປໂຍດແກ່ຕົນ ແຕ່ຊາຍທີ່ດຸຮ້າຍຍ່ອມທຳໃຫ້ຕົວເອງເຈັບ 18 ຊາຍຊົ່ວຮ້າຍໄດ້ຜົນຈ້າງທີ່ຫລອກລວງ ແຕ່ບຸກຄົນທີ່ຫວ່ານຄວາມຊອບທັມຈະໄດ້ບຳເຫນັດທີ່ແນ່ນອນ 19 ບຸກຄົນຜູ້ຕັ້ງຫມັ້ນຢູ່ໃນຄວາມຊອບທັມຈະມີຊີວິດຢູ່ ແຕ່ບຸກຄົນຜູ້ຕິດຕາມຄວາມຊົ່ວຮ້າຍຈະເຖິງຄວາມຕາຍ 20 ຄົນທີ່ຄວາມຄິດຕະລົບຕະແລງເປັນທີ່ຫນ້າກຽດຊັງແດ່ພຣະຜູ້ເປັນເຈົ້າ ແຕ່ຄົນທີ່ມີທາງໄຮ້ຕຳຫນິຍ່ອມເປັນທີ່ປິຕິຍິນດີຂອງພຣະອົງ 21 ຈົ່ງແນ່ໃຈເຖີດ ຄົນຊົ່ວຮ້າຍຈະຕ້ອງຖືກທຳລາຍຢ່າງແນ່ນອນ ແຕ່ບັນດາຜູ້ທີ່ເປັນຄົນຊອບທັມຈະໄດ້ຮັບການຊ່ອຍກູ້ 22 ສະຕຣີງາມທີ່ປາສຈາກຄວາມສລຽວສລາດກໍເຫມືອນຮ່ວງຄຳທີ່ດັງຂອງຫມູ 23 ຄວາມປາຖນາຂອງຄົນຊອບທັມຈົບລົງໃນຄວາມດີເທົ່ານັ້ນ ຄວາມມຸ່ງຫວັງຂອງຄົນຊົ່ວຮ້າຍຈົບລົງໃນຄວາມພິໂຣດ 24 ບາງຄົນຍິ່ງຈຳຫນ່າຍຍິ່ງຮັ່ງມີ ບາງຄົນຍິ່ງຍຶດສິ່ງທີ່ຄວນຈຳຫນ່າຍໄວ້ຍິ່ງຂັດສົນກໍມີ 25 ບຸກຄົນທີ່ໃຈກວ້າງຂວາງຍ່ອມໄດ້ຮັບຄວາມມັ່ງຄັ່ງ ບຸກຄົນທີ່ຫົດນ້ຳ ເຂົາເອງຈະຮັບການຫົດນ້ຳ 26 ປະຊາຊົນສາບແຊ່ງຜູ້ທີ່ກັກເຂົ້າ ແຕ່ພຣະພອນຢູ່ເທິງຫົວຂອງຜູ້ທີ່ຂາຍເຂົ້າ 27 ບຸກຄົນຜູ້ສແວງຄວາມດີ ກໍສແວງຄວາມພໍໃຈ ແຕ່ຄວາມເດືອດຮ້ອນມາເຖິງຜູ້ທີ່ສແວງຫາທຳຄວາມຊົ່ວ 28 ບຸກຄົນຜູ້ວາງໃຈໃນຄວາມຮັ່ງມີຈະລົ້ມລະລາຍ ແຕ່ຄົນຊອບທັມຈະຮຸ່ງເຮືອງຢ່າງໃບໄມ້ຂຽວ 29 ບຸກຄົນຜູ້ທຳໃຫ້ຄົວເຮືອນຂອງເຂົາລຳບາກຈະຮັບລົມເປັນມໍຣະດົກ ແລະຄົນໂງ່ຈະເປັນຄົນໃຊ້ຂອງຄົນສລາດ 30 ຜົນຂອງຄົນຊອບທັມເປັນຕົ້ນໄມ້ແຫ່ງຊີວິດ ການຝ່າຝືນກົດຫມາຍຍ່ອມທຳລາຍຊີວິດ 31 ເບິ່ງແມ໋, ແມ້ຄົນຊອບທັມອາດຈະຖືກທຳໂທດໃນແຜ່ນດິນໂລກ ຄົນຊົ່ວຮ້າຍແລະຄົນບາບຈະຍິ່ງກວ່ານັ້ນສັກເທົ່າໃດ
1 ຜູ້ໃດທີ່ຮັກວິນັຍກໍຮັກຄວາມຮູ້ ແຕ່ບຸກຄົນທີ່ກຽດຊັງການຕັກເຕືອນກໍເປັນຄົນໂງ່ຈ້າ 2 ຄົນດີເປັນທີ່ພໍພຣະທັຍຂອງພຣະເຈົ້າ ແຕ່ຄົນທີ່ຄິດການຊົ່ວຮ້າຍພຣະອົງຊົງລົງໂທດ 3 ຄົນຈະຕັ້ງຢູ່ດ້ວຍຄວາມໂຫດຮ້າຍບໍ່ໄດ້ ແຕ່ຮາກຂອງຄົນຊອບທັມຈະບໍ່ຮູ້ຈັກເຄື່ອນຍ້າຍ 4 ເມັຽດີເປັນມົງກຸດຂອງຜົວຕົນ ແຕ່ນາງຜູ້ທີ່ນຳຄວາມອັບອາຍມາກໍເຫມືອນຄວາມເນົ່າເປື່ອຍໃນກະດູກຜົວ 5 ຄວາມຄິດຂອງຄົນຊອບທັມນັ້ນຍຸດຕິທັມ ແຕ່ຄຳຫາຣືຂອງຄົນຊົ່ວຮ້າຍນັ້ນທໍຣະຍົດ 6 ຖ້ອຍຄຳຂອງຄົນຊົ່ວຮ້າຍຫມອບຄອຍປະຫັດປະຫານ ແຕ່ປາກຂອງຄົນທ່ຽງທັມຊ່ອຍຄົນໃຫ້ລອດ 7 ຄົນຊົ່ວຮ້າຍຄວ່ຳແລ້ວແລະບໍ່ມີອີກ ແຕ່ເຮືອນຂອງຄົນຊອບທັມຍັງດຳຣົງຢູ່ 8 ຄົນຈະໄດ້ຄຳຊົມເຊີຍຕາມສາມັນສຳນຶກທີ່ດີຂອງເຂົາ ແຕ່ຄົນທີ່ຄວາມຄິດຕະລົບຕະແລງກໍເປັນທີ່ດູຫມິ່ນ 9 ຜູ້ນ້ອຍທີ່ທຳມາຫາກິນເອງ ກໍດີກວ່າຄົນທີ່ທຳທີ່ວ່າເປັນຜູ້ຍິ່ງໃຫຍ່ແຕ່ຂາດອາຫານ 10 ຄົນຊອບທັມຍ່ອມເຫັນແກ່ຊີວິດສັດຂອງເຂົາ ແຕ່ຄວາມກະຣຸນາຂອງຄົນໂຫດຮ້າຍຄືຄວາມດຸຮ້າຍ 11 ບຸກຄົນທີ່ໄຖນາຂອງຕົນຈະມີອາຫານອຸດົມ ແຕ່ບຸກຄົນທີ່ຕິດຕາມການງານທີ່ໄຮ້ຄ່າຍ່ອມບໍ່ມີສາມັນສຳນຶກ 12 ຫໍຄອຍແຂງແຮງຂອງຄົນຊົ່ວຮ້າຍຫັກພັງລົງ ແຕ່ຮາກຖານຂອງຄົນຊອບທັມຕັ້ງຫມັ້ນຄົງຢູ່ 13 ຄົນຊົ່ວຮ້າຍຍ່ອມຕິດບ້ວງໂດຍການລະເມີດແຫ່ງຮິມຝີປາກຂອງຕົນ ແຕ່ຄົນຊອບທັມຫນີພົ້ນຈາກຄວາມລຳບາກ 14 ຈາກຜົນແຫ່ງຖ້ອຍຄຳຂອງຕົນຄົນກໍອີ່ມໃຈໃນຄວາມດີ ແລະຜົນງານແຫ່ງມືຂອງເຂົາກໍກັບມາຫາເຂົາ 15 ທາງຂອງຄົນໂງ່ນັ້ນຖືກຕ້ອງໃນສາຍຕາຂອງເຂົາເອງ ແຕ່ຄົນມີປັນຍາຍ່ອມຟັງຄຳແນະນຳ 16 ຈະຮູ້ຄວາມຮ້ອນໃຈຂອງຄົນໂງ່ໄດ້ທັນທີ ແຕ່ຄົນທີ່ຫຍັ່ງຮູ້ຍ່ອມບໍ່ສົນໃຈຕໍ່ການດູຫມິ່ນ 17 ບຸກຄົນຜູ້ໃດເວົ້າຄວາມຈິງໃຫ້ຫລັກຖານທີ່ຊື່ຕົງ ແຕ່ພຍານເທັດກ່າວຄຳຫລອກລວງ 18 ມີບາງຄົນທີ່ຄຳເວົ້າບໍ່ຈິງຂອງເຂົາເຫມືອນດາບແທງ ແຕ່ລີ້ນຂອງຄົນມີປັນຍານຳການຮັກສາມາໃຫ້ 19 ຮິມຝີປາກທີ່ເວົ້າຈິງທົນຢູ່ໄດ້ເປັນນິດ ແຕ່ລີ້ນທີ່ເວົ້າຕົວະຢູ່ໄດ້ພຽງຊົ່ວຄາວ 20 ຄວາມຫລອກລວງຢູ່ໃນໃຈຂອງບັນດາຜູ້ຄິດແຜນການຊົ່ວຮ້າຍ ແຕ່ບັນດາຜູ້ກະແຜນງານທີ່ດີມີຄວາມຊື່ນບານ 21 ບໍ່ມີຄວາມຊົ່ວຕົກຢູ່ກັບຄົນຊອບທັມ ແຕ່ຄົນຊົ່ວຮ້າຍເຕັມດ້ວຍຄວາມລຳບາກ 22 ຮີມຝີປາກທີ່ເວົ້າມຸສາເປັນທີ່ຫນ້າກຽດຊັງແກ່ພຣະຜູ້ເປັນເຈົ້າ ແຕ່ບັນດາຜູ້ທີ່ປະພຶດຄວາມຊື່ສັດເປັນທີ່ປິຕິຍິນດີແດ່ພຣະອົງ 23 ຄົນທີ່ຫຍັ່ງຮູ້ຍ່ອມເກັບຄວາມຮູ້ໄວ້ ແຕ່ຄົນໂງ່ປ່າວຮ້ອງຄວາມໂງ່ຂອງຕົນ 24 ມືຂອງຄົນທີ່ດຸຫມັ່ນຈະຄອບຄອງ ຝ່າຍຄົນຂີ້ຄ້ານຈະຖືກບັງຄັບໃຫ້ທຳງານເປັນທາດ 25 ຄວາມກະວົນກະວາຍຂອງຄົນຖວ່ງເຂົາລົງ ແຕ່ຖ້ອຍຄຳທີ່ດີກະທຳໃຫ້ເຂົາຊື່ນຊົມ 26 ຄົນຊອບທັມຫັນຈາກທາງຊົ່ວຮ້າຍ ແຕ່ທາງຂອງຄົນຊົ່ວຮ້າຍນຳເຂົາເອງໃຫ້ຫນີໄປ 27 ຄົນຂີ້ຄ້ານຈະຈັບເຫຍື່ອຂອງເຂົາບໍ່ໄດ້ ແຕ່ຄົນດຸຫມັ່ນຈະໄດ້ຊັບສົມບັດປະເສີດ 28 ໃນວິຖີຂອງຄວາມຊອບທັມເປັນຊີວິດ ແຕ່ທາງຂອງຄວາມຜິດນຳໄປເຖິງຄວາມມໍຣະນາ
1 ບຸດຊາຍທີ່ສລາດຍ່ອມເອົາໃຈໃສ່ເມື່ອບິດາບອກສອນ ແຕ່ບຸດທີ່ໂງ່ບໍ່ຍ່ອມຮັບຟັງ 2 ຄົນດີຈະໄດ້ຮັບຮາງວັນຍ້ອນການເວົ້າດີ ແຕ່ຄົນໃຈຊົ່ວຕ້ອງການຄວາມໂຫດຮ້າຍ 3 ໃຫ້ລະມັດລະວັງສິ່ງທີ່ເຈົ້າເວົ້າ ເພື່ອຮັກສາຊີວິດຂອງຕົນ ເພາະຄົນທີ່ເວົ້າບໍ່ລະມັດລະວັງກໍທຳລາຍຕົນເອງ 4 ຄົນຂີ້ຄ້ານອາດຢາກໄດ້ສິ່ງໃດສິ່ງນຶ່ງຢ່າງແຮງກ້າ ແຕ່ເຂົາຈະບໍ່ໄດ້ມັນ ຄົນດຸຫມັ່ນຈະໄດ້ທຸກສິ່ງຕາມຄວາມຕ້ອງການ 5 ຄົນສັດຊື່ກຽດຊັງການຕົວະ ຄຳເວົ້າຂອງຄົນຊົ່ວບໍ່ມີຄຸນຄ່າ ແລະເປັນຫນ້າລະອາຍ 6 ຄວາມຊອບທັມຍ່ອມຮັກສາຄົນຊອບທັມ ຄົນອະທັມຍ່ອມເຊື່ອມເສັຽຍ້ອນຄວາມອະທັມ 7 ບາງຄົນສະແດງຕົນວ່າເປັນຄົນຮັ່ງມີ ແຕ່ວ່າບໍ່ມີຫຍັງເລີຍ ບາງຄົນສະແດງຕົນວ່າເປັນຄົນທຸກຍາກ ແຕ່ມີຊັບສົມບັດຢ່າງຫລວງຫລາຍ 8 ຄົນຮັ່ງມີໃຊ້ເງິນໄຖ່ເອົາຊີວິດໄວ້ ແຕ່ຄົນທຸກຍາກຈະບໍ່ຖືກຂູ່ເຂັນຍ້ອນເງິນ 9 ຄົນຊອບທັມເປັນເຫມືອນດວງອາທິດທີ່ສອ່ງແສງຮຸ່ງເຮືອງ ຄົນຊົ່ວຮ້າຍເປັນເຫມືອນຕະກຽງທີ່ໃກ້ຈະມອດແລ້ວ 10 ການຍອມຮັບຟັງຄວາມຄິດເຫັນຂອງຄົນອື່ນເປັນການສລາດ ແຕ່ການບໍ່ຍອມຟັງຄວາມຄິດເຫັນຂອງຄົນອື່ນເປັນການບໍ່ດີ ເພາະມັນເປັນເຫດໃຫ້ຄົນເຣົາຜິດຖຽງກັນ 11 ຊັບສົມບັດທີ່ເຈົ້າຫາມາໄດ້ດ້ວຍວິທີງ່າຍໆນັ້ນ ບໍ່ເຫິງມັນກໍຈະສູນເສັຽຫມົດ ແຕ່ຊັບທີ່ໄດ້ມາດ້ວຍເຫື່ອແຮງຂອງເຈົ້າຈະພາໃຫ້ເຈົ້າຈະເຣີນຂຶ້ນ 12 ເມື່ອຫມົດຫວັງຫົວໃຈກໍເຈັບຊ້ຳ ແຕ່ເມື່ອໄດ້ມາສົມຄວາມປາຖນາກໍຊົມຊື່ນຍິນດີ 13 ການບໍ່ຍອມຮັບເອົາຄຳແນະນຳທີ່ດີ ກໍຄືເຈົ້າແກວ່ງຕີນຫາສ້ຽນ ຖ້າເຈົ້າປະພຶດຕາມຄຳແນະນຳຂອງພຣະເຈົ້າ ເຈົ້າກໍຈະປອດພັຍ 14 ຄຳສອນຂອງນັກປາດເປັນບໍ່ເກີດແຫ່ງຊີວິດ ມັນຈະຊ່ອຍໃຫ້ເຈົ້າຫລີກຫນີໄປໄດ້ເມື່ອຕົກຢູ່ໃນອັນຕະຣາຍ 15 ຜູ້ສລາດຮອບຄອບຍ່ອມໄດ້ຮບັຄວາມເຄົາຣົບນັບຖື ແຕ່ຄົນໃຈຄົດຍ່ອມນຳໄພວິບັດມາສູ່ຕົນເອງ 16 ຄົນຜູ້ມີປັນຍາຍ່ອມຄິດກ່ອນສເມີຈຶ່ງກະທຳ ແຕ່ຄົນໂງ່ກໍອວດຄວາມໂງ່ຂອງຕົນ 17 ທູດທີ່ບໍ່ສັດຊື່ຍ່ອມນຳຄວາມຍາກລຳບາກມາໃຫ້ ແຕ່ຜູ້ທີ່ສັດຊື່ກໍນຳສັນຕິມາ 18 ຄົນທີ່ບໍ່ສຶກສາຮ່ຳຮຽນຈະຍາກຈົນແລະໄຮ້ກຽດ ຜູ້ທີ່ເຊື່ອຟັງຄຳຕັກເຕືອນຈະໄດ້ຮັບການຍ້ອງຍໍ 19 ການໄດ້ມາສົມຄວາມປາຖນາກໍດີແທ້ ສະນັ້ນຄົນໂງ່ຈຶ່ງບໍ່ຍອມປະຄວາມປາຖນາຊົ່ວ 20 ເມື່ອເຈົ້າຄົບກັບຄົນດີກໍມີສີແກ່ຕົວ ເມື່ອຄົບກັບຄົນຊົ່ວກໍພາຕົວເສົ້າຫມອງ 21 ຄວາມເຄາະຮ້າຍຕາມຕິດຄົນບາບ ແຕ່ຄວາມຈະເຣີນຮຸ່ງເຮືອງໃຫ້ບຳເຫນັດແກ່ຄົນຊອບທັມ 22 ຄົນດີປະມໍຣະດົກໄວ້ໃຫ້ແກ່ຫລານໆ ແຕ່ຊັບສົມບັດຂອງຄົນບາບນັ້ນສະສົມໄວ້ໃຫ້ຄົນຊອບທັມ 23 ດິນຂອງຄົນຍາກຈົນທີ່ໄຖ່ຖິ້ມໄວ້ກໍເກີດຜົນອຸດົມ ແຕ່ມັນຖືກກວາດໄປຕາມຄວາມອະຍຸດຕິທັມ 24 (ຮັກງົວໃຫ້ຜູກ ຮັກລູກໃຫ້ແອບສອນ) ບຸກຄົນທີ່ສງວນໄມ້ແສ້ກໍກຽດຊັງບຸດຂອງຕົນ ແຕ່ຜູ້ທີ່ຮັກເຂົາພຍາຍາມຕີສອນເຂົາ 25 ຄົນຊອບທັມຮັບປະທານໄດ້ຈົນພໍໃຈ ແຕ່ທ້ອງຂອງຄົນຊົ່ວຮ້າຍກໍຫິວ
1 ປັນຍາສ້າງເຮືອນຂອງນາງຂຶ້ນ ແຕ່ຄວາມໂງ່ມ້າງມັນລົງດ້ວຍມືຂອງຕົນ 2 ບຸກຄົນຜູ້ທີ່ດຳເນີນໃນຄວມທ່ຽງທັມ ຢຳເກງພຣະຜູ້ເປັນເຈົ້າ ແຕ່ບຸກຄົນທີ່ຄົດລ້ຽວໃນທາງຂອງເຂົາກໍດູຫມິ່ນພຣະອົງ 3 ໃນປາກຂອງຄົນໂງ່ມີໄມ້ແສ້ສຳລັບຫລັງຂອງເຂົາ ແຕ່ຮິມຝີປາກຂອງນັກປາດຈະສງວນເຂົາໄວ້ 4 ທີ່ໃດທີ່ບໍ່ມີງົວເຖິກ ທີ່ນັ້ນບໍ່ມີເຂົ້າ ແຕ່ພືດຜົນອຸດົມໄດ້ມາດ້ວຍແຮງງົວ 5 ພານທີ່ຊື່ສັດບໍ່ຕົວະ ແຕ່ພຍານເທັດຫາຍໃຈຄຳຕົວະອອກມາ 6 ຄົນມັກເຍາະເຍີ້ຍສແວງປັນຍາເສັຽເປົ່າ ແຕ່ຄວາມຮູ້ນັ້ນກໍງ່າຍແກ່ຄົນທີ່ມີຄວາມເຂົ້າໃຈ 7 ຈົ່ງໄປໃຫ້ພົ້ນຫນ້າຄົນໂງ່ ເພາະທີ່ນັ້ນເຈົ້າບໍ່ພົບຖ້ອຍຄຳແຫ່ງຄວາມຣຼ້ 8 ປັນຍາຂອງຄົນຫຍັ່ງຮູ້ຄືການເຂົ້າໃຈທາງຂອງເຂົາ ແຕ່ຄວາມໂງ່ຂອງຄົນໂງ່ເປັນທີ່ຫລອກລວງ 9 ພຣະເຈົ້າຊົງເຍາະເຍີ້ຍຄົນຊົ່ວຮ້າຍ ແຕ່ຄົນທ່ຽງທັມຊື່ນບານໃນຄວາມໂປດປານຂອງພຣະອົງ 10 ຈິດໃຈຮູ້ຄວາມຂົມຂື່ນຂອງໃຈເອງ ແລະບໍ່ມີໃຜອື່ນມາເຂົ້າສ່ວນຄວາມຊື່ນບານຂອງມັນ 11 ເຮືອນຂອງຄົນຊົ່ວຮ້າຍຈະຖືກທຳລາຍ ແຕ່ເຕັນຂອງຄົນທ່ຽງທັມຈະຮຸ່ງເຮືອງ 12 ມີທາງນຶ່ງຊຶ່ງຄົນເຣົາເບິ່ງເຫມືອນຖືກ ແຕ່ມັນສິ້ນສຸດລົງທີ່ທາງຂອງຄວາມມໍຣະນາ 13 ແມ້ໃຈຂອງຄົນທີ່ຫົວເລາະກໍເສົ້າ ແລະທີ່ສຸດຂອງຄວາມຊື່ນບານຄືຄວາມໂສກສລົດ 14 ຄົນຕະລົບຕະແລງຈະໄດ້ຜົນຈາກທາງຂອງເຂົາຈົນເຕັມ ແລະຄົນດີກໍຈະໄດ້ຜົນແຫ່ງການກະທຳຂອງເຂົາ 15 ຄົນໂງ່ເຊື່ອຖືທຸກຢ່າງ ແຕ່ຄົນຫຍັ່ງຮູ້ມອງເບິ່ງວ່າເຂົາກຳລັງໄປທາງໃດ 16 ຄົນມີປັນຍາກໍລະວັງຕົວ ແລະຫັນເສັຽຈາກຄວາມຊົ່ວຮ້າຍ ແຕ່ຄົນໂງ່ຂາດຄວາມຍັບຍັ້ງແລະຈຶ່ງລົງມືທຳໄປຢ່າງວ່ອງໄວ 17 ຄົນໂມໂຫຮ້າຍປະພຶດໂງ່ຈ້າ ແຕ່ຄົນສລຽວສລາດນັ້ນອົດທົນ 18 ຄົນຈ້າໄດ້ຄວາມໂງ່ ແຕ່ຄົນຫຍັ່ງຮູ້ກໍມີຄວາມຮູ້ເປັນມົງກຸດ 19 ຄົນຊົ່ວຮ້າຍກົ້ມຂາບຄົນດີ ຄົນຊົ່ວຮ້າຍກົ້ມຂາບຢູ່ທີ່ປະຕູເມືອງຂອງຄົນຊອບທັມ 20 ຄົນຍາກຈົນນັ້ນແມ້ເພື່ອນບ້ານຂອງຕົນກໍລັງກຽດ ແຕ່ຄົນຮັ່ງມີກໍມີສະຫາຍມາກມາຍ 21 ບຸກຄົນທີ່ດູຫມິ່ນເພື່ອນບ້ານຂອງຕົນກໍເປັນຄົນບາບ ແຕ່ບຸກຄົນທີ່ເອັນດູຄົນຍາກຈົນກໍເປັນສຸກ 22 ຄົນທີ່ຄິດການຊົ່ວນັ້ນບໍ່ຜິດຫລື ບັນດາຜູ້ທີ່ຄິດການດີກໍພົບຄວາມຈົ່ງຮັກພັກດີ ແລະຄວາມຊື່ສັດ 23 ມີກຳໄຣຢູ່ໃນງານທຸກຢ່າງ ການພຽງແຕ່ເວົ້ານັ້ນໂນ້ມໄປທາງທຸກລຳບາກ 24 ມົງກຸດຂອງນັກປາດຄືປັນຍາ ແຕ່ຄວາມໂງ່ເປັນພວງມາລັຍຂອງຄົນໂງ່ 25 ພຍານຊື່ສັດຊ່ອຍຊີວິດໃຫ້ລອດ ແຕ່ຜູ້ທີ່ເປັ່ງຄຳຕົວະເປັນຄົນຂາຍຄົນ 26 ຄວາມຢຳເກງພຣະຜູ້ເປັນເຈົ້າທຳໃຫ້ຄົນຢູ່ຢ່າງອຸ່ນໃຈ ລູກຫລານຂອງເຂົາຈະມີທີ່ເພິ່ງ 27 ຄວາມຢຳເກງພຣະຜູ້ເປັນເຈົ້າເປັນນ້ຳພຸແຫ່ງຊີວິດ ເພື່ອຜູ້ນຶ່ງຜູ້ໃດຈະຫລີກຈາກບ້ວງຂອງຄວາມມໍຣະນາໄດ້ 28 ໃນມວນປະຊາຊົນກໍມີສັກສີຂອງກະສັດ ແຕ່ໄຮ້ປະຊາຊົນເຈົ້ານາຍກໍໄຮ້ຄ່າ 29 ບຸກຄົນທີ່ໂກດຊ້າກໍມີຄວາມເຂົ້າໃຈຫລາຍ ແຕ່ບຸກຄົນທີ່ໂມໂຫໄວກໍຍົກຍ້ອງຄວາມໂງ່ 30 ໃຈທີ່ສງົບໃຫ້ຊີວິດແກ່ເນື້ອຫນັງ ແຕ່ກິເລດກະທຳໃຫ້ກະດູກຜຸ 31 ບຸກຄົນຜູ້ບີບບັງຄັບຄົນຍາກຈົນ ດູຖູກພຣະຜູ້ສ້າງຂອງເຂົາ ແຕ່ບຸກຄົນທີ່ເອັນດູຕໍ່ຄົນຂັດສົນກໍຖວາຍກຽດແດ່ພຣະອົງ 32 ຄົນຊົ່ວຮ້າຍກໍຖືກຄວ່ຳລົງຕາມການກະທຳຊົ່ວຮ້າຍຂອງເຂົາ ແຕ່ຄົນຊອບທັມພົບທີ່ລີ້ພັຍດ້ວຍໃຈແນ່ວແນ່ຂອງເຂົາ 33 ປັນຍາອາໄສຢູ່ໃນຄວາມຄິດຂອງຄົນທີ່ມີຄວາມເຂົ້າໃຈ ແຕ່ປັນຍານັ້ນບໍ່ປະຈັກໃນໃຈຂອງຄົນໂງ່ 34 ຄວມຊອບທັມເຊີດຊູປະຊາຊາດນຶ່ງໆ ແຕ່ຄວາມບາບເປັນເຫດໃຫ້ຊົນຊາດນຶ່ງໆຖືກຕໍາຫນິ 35 ຂ້າຣາຊການຜູ້ປະກອບກິຈຢ່າງສລຽວສລາດກໍໄດ້ຮັບຄວາມໂປດປານຈາກພຣະຣາຊາ ແຕ່ພຣະພິໂຣດຂອງພຣະອົງກໍຕົກລົງເທິງຜູ້ທີ່ປະພຶດຫນ້າລະອາຍ
1 ຄຳຕອບອ່ອນຫວານຊ່ອຍລະງັບຄວາມໂກດຮ້າຍໃຫ້ຫາຍໄປ ແຕ່ຄຳຫຍາບຄາຍຍົວະໃຫ້ເກີດຄວາມໂກດ 2 ລີ້ນຂອງນັກປາດແຈກຈ່າຍຄວາມຮູ້ ແຕ່ປາກຂອງຄົນໂງ່ພົ່ນຄວາມໂງ່ອອກມາ 3 ພຣະຜູ້ເປັນເຈົ້າຊົງເຫັນທຸກສິ່ງໃນທຸກໆບ່ອນ ພຣະອົງຊົງເຫັນທັງຜູ້ທຳດີແລະທຳຊົ່ວ 4 ຄຳເວົ້າທີ່ສຸພາບອ່ອນຫວານທຳໃຫ້ມີຊີວິດຊີວາ ແຕ່ຄຳເວົ້າທີ່ຫຍາບຄາຍທຳໃຫ້ຈິດໃຈຂອງມະນຸດແຕກສະລາຍ 5 ຄົນໂງ່ຍ່ອມລະເລີຍຕໍ່ສິ່ງທີ່ບິດາສອນ ແຕ່ຄົນສລາດຈະຮັບເອົາຄຳຕັກເຕືອນຂອງບິດາ 6 ເມື່ອປະສົບຄວາມຍາກລຳບາກ ຄົນຊອບທັມຍ່ອມຮັກສາຊັບສົມບັດຂອງຕົນໄວ້ໄດ້ ແຕ່ຄົນອະທັມຍ່ອມທຳໃຫ້ມັນສູນເສັຽໄປ 7 ຮິມຝີປາກຂອງນັກປາດແພ່ຜາຍຄວາມຮູ້ອອກໄປ ແຕ່ພວກຄົນໂງ່ບໍ່ສາມາດທຳໄດ້ 8 ເມື່ອຄົນດີອ້ອນວອນພຣະຜູ້ເປັນເຈົ້າຊົງພໍພຣະທັຍ ແຕ່ເມື່ອຄົນຊົ່ວຖວາຍບູຊາພຣະອົງຊົງກຽດຊັງ 9 ພຣະຜູ້ເປັນເຈົ້າຊົງກຽດຊັງຄວາມປະພຶດຂອງຄົນຊົ່ວ ແຕ່ຊົງພໍພຣະທັຍຄົນທີ່ທຳໃນທາງຊອບທັມ 10 ມີໂທດຫນັກສຳລັບຜູ້ທີ່ປະຖິ້ມທາງດີ ບຸກຄົນຜູ້ກຽດຊັງຄຳເຕືອນສະຕິຈະຕາຍເປົ່າ 11 ແດນຜູ້ຕາຍແລະແດນພິນາດກໍປະຈັກແຈ້ງຢູ່ຕໍ່ພຣະເຈົ້າ ໃຈຂອງມະນຸດຈະແຈ້ງຕໍ່ພຣະອົງຍິ່ງກວ່ານັ້ນສັກເທົ່າໃດ 12 ຄົນມັກເຍາະເຍີ້ຍບໍ່ມັກຖືກຕັກເຕືອນ ເຂົາຈະບໍ່ໄປຫານັກປາດ 13 ໃຈທີ່ຍິນດີທຳໃຫ້ໃບຫນ້າສົດຊື່ນ ແຕ່ໂດຍຄວາມເສັຽໃຈດວງຈິດກໍສລາຍລົງ 14 ຄວາມຄິດຂອງບຸກຄົນຜູ້ມີຄວາມເຂົ້າໃຈກໍສແວງຫາຄວາມຮູ້ ແຕ່ປາກຂອງຄົນໂງ່ກິນຄວາມໂງ່ເປັນອາຫານ 15 ທຸກໆມື້ຂອງຄົນທີ່ທຸກໃຈກໍຮ້າຍ ແຕ່ໃຈເປັນສຸກກໍຊື່ນໃຈໄປເລື້ອຍໆ 16 ມີຊັບຫນ້ອຍແຕ່ມີຄວາມຢຳເກງພຣະຜູ້ເປັນເຈົ້າ ດີກວ່າມີຄັງຊັບໃຫຍ່ ແຕ່ມີຄວາມລຳບາກຢູ່ດ້ວຍ 17 ກິນຜັກເປັນອາຫານໃນທີ່ມີຄວາມຮັກ ກໍດີກວ່າກິນເນື້ອງົວອ້ວນພ້ອມກັບຄວາມກຽດຊັງຢູ່ດ້ວຍ 18 ຄົນໃຈຮ້ອນກໍ່ໃຫ້ເກີດການວິວາດ ແຕ່ບຸກຄົນຜູ້ໂກດຊ້າກໍລະງັບການຊິງດີ 19 ທາງຂອງຄົນຂີ້ຄ້ານມີຕົ້ນຫນາມງອກຢູ່ເຕັມ ແຕ່ວິຖີຂອງຄົນທ່ຽງທັມເປັນທາງຫລວງຮາບສເມີ 20 ບຸດຊາຍທີ່ສລາດກະທຳໃຫ້ບິດາຍິນດີ ແຕ່ຄົນໂງ່ດູຖູກມານດາຂອງຕົນ 21 ຄວາມໂງ່ເປັນຄວາມຊື່ນບານແກ່ບຸກຄົນຜູ້ບໍ່ມີສາມັນສຳນຶກ ແຕ່ຄົນທີ່ມີຄວາມເຂົ້າໃຈຈະເດີນຕົງໄປ 22 ປາສຈາກການປຶກສາຫາລື ແຜນງານກໍລົ້ມເຫລວ ແຕ່ມີຜູ້ແນະນຳຫລາຍໆແຜນງານນັ້ນກໍສຳເຣັດ 23 ທີ່ຈະຕອບໃຫ້ເຫມາະສົມກໍເປັນຄວາມຊື່ນບານແກ່ຄົນ ຄຳດຽວທີ່ຖືກກາລະກໍດີແທ້ 24 ທາງຂອງຄົນສລາດນຳຂຶ້ນໄປສູ່ຊີວິດ ເພື່ອເຂົາຈະໄດ້ຫລີກຫນີຈາກແດນຜູ້ຕາຍເບື້ອງລຸ່ມ 25 ພຣະຜູ້ເປັນເຈົ້າຊົງມ້າງເຮືອນຂອງຄົນເຍີ້ຍິ່ງ ແຕ່ໃຫ້ຂອບເຂດຂອງຍິງຫມ້າຍຄົງຢູ່ 26 ຄວາມຄິດຂອງຄົນຊົ່ວຮ້າຍເປັນສິ່ງທີ່ຫນ້າກຽດຊັງແກ່ພຣະຜູ້ເປັນເຈົ້າ ແຕ່ຖ້ອຍຄຳຂອງຄົນບໍຣິສຸດເປັນທີ່ພໍພຣະທັຍຂອງພຣະອົງ 27 ບຸກຄົນຜູ້ທີ່ຫາກຳໄຣໃນທາງລັດກໍກະທຳຄວາມລຳບາກມາສູ່ຄອບຄົວຂອງຕົນ ແຕ່ບຸກຄົນຜູ້ກຽດຊັງສິນບົນຈະມີຊີວິດຢູ່ 28 ໃຈຂອງຄົນຊອບທັມຣຳພຶງວ່າຈະຕອບຢ່າງໃດ ແຕ່ປາກຂອງຄົນຊົ່ວຮ້າຍຕອບສິ່ງຊົ່ວຮ້າຍອອກ 29 ພຣະຜູ້ເປັນເຈົ້າຊົງຢູ່ຫ່າງໄກຈາກຄົນຊົ່ວຮ້າຍ ແຕ່ພຣະອົງຊົງໄດ້ຍິນຄຳອ້ອນວອນຂອງຄົນຊອບທັມ 30 ສວ່າງຂອງຕາທຳໃຫ້ໃຈຍິນດີ ແລະຂ່າວດີກະທຳໃຫ້ມີຈິດໃຈສະບາຍຂຶ້ນ 31 ຫູທີ່ຟັງຄຳຕັກເຕືອນທີ່ໃຫ້ຊີວິດຈະຢູ່ຖ້າມກາງນັກປາດ 32 ບຸກຄົນຜູ້ເມີນເສີຍຕໍ່ຄຳຕັກເຕືອນສະຕິກໍດູຫມິ່ນຕົນເອງ ແຕ່ບຸກຄົນຜູ້ສົນໃຈການທັກທ້ວງກໍໄດ້ຄວາມເຂົ້າໃຈ 33 ຄວາມຢຳເກງພຣະຜູ້ເປັນເຈົ້າເປັນການສອນໃຫ້ເກີດປັນຍາ ແລະຄວາມຖ່ອມໃຈເດີນຢູ່ຂ້າງຫນ້າກຽດ
1 ແຜນງານຂອງດວງຄວາມຄິດເປັນຂອງມະນຸດ ແຕ່ຄຳຕອບຂອງລີ້ນມາຈາກພຣະຜູ້ເປັນເຈົ້າ 2 ທາງທັງສິ້ນຂອງມະນຸດກໍບໍຣິສຸດໃນສາຍຕາຂອງເຂົາ ແຕ່ພຣະຜູ້ເປັນເຈົ້າຊົງຊັ່ງຈິດໃຈ 3 ຈົ່ງມອບງານຂອງເຈົ້າໄວ້ກັບພຣະຜູ້ເປັນເຈົ້າ ແລະແຜນງານຂອງເຈົ້າຈະໄດ້ຮັບການສຳເຣັດຜົນ 4 ພຣະຜູ້ເປັນເຈົ້າຊົງກະທຳໃຫ້ທຸກສິ່ງມີເປົ້າຫມາຍຂອງມັນ ແມ້ຊະຕາກຳຄົນຊົ່ວຮ້າຍກໍຄືຄວາມພິນາດ 5 ທຸກຄົນຜູ້ຈອງຫອງເປັນທີ່ຫນ້າກຽດຊັງແກ່ພຣະຜູ້ເປັນເຈົ້າ ຈົ່ງແນ່ໃຈເຖີດ ເຂົາຈະພົ້ນໂທດກໍບໍ່ໄດ້ 6 ຄວາມຈົ່ງຮັກພັກດີ ແລະຄວາມຊື່ສັດໄດ້ລ້າງມົນທິນບາບຊົ່ວ ແລະຄົນຫລີກຈາກຄວາມຊົ່ວຮ້າຍໄດ້ໂດຍຄວາມຢຳເກງພຣະຜູ້ເປັນເຈົ້າ 7 ເມື່ອທາງຂອງມະນຸດເປັນທີ່ພໍພຣະທັຍແກ່ພຣະຜູ້ເປັນເຈົ້າ ແມ້ສັດຕຣູຂອງເຂົານັ້ນພຣະອົງກໍຊົງກະທຳໃຫ້ຄືນດີກັບເຂົາໄດ້ 8 ມີແຕ່ຫນ້ອຍແຕ່ມີຄວາມຊອບທັມ ກໍດີກວ່າມີຣາຍໄດ້ຫລາຍດ້ວຍອະຍຸດຕິທັມ 9 ໃຈຂອງມະນຸດກະແຜນງານທາງຂອງເຂົາ ແຕ່ພຣະຜູ້ເປັນເຈົ້າຊົງນຳບາດກ້າວຂອງເຂົາ 10 ຄຳຕັດສິນອັນມາຈາກພຣະຜູ້ເປັນເຈົ້າຢູ່ທີ່ຮິມຝີພຣະໂອດຂອງພຣະຣາຊາ ພຣະໂອດຂອງພຣະອົງບໍ່ບາບໃນການພິພາກສາ 11 ຕາຊູ ແລະຕາຊັ່ງທ່ຽງຕົງເປັນຂອງພຣະຜູ້ເປັນເຈົ້າ ລູກຕຸ້ມທັງສິ້ນໃນຖົງເປັນພຣະຣາຊກິຈຂອງພຣະອົງ 12 ການກະທຳຄວາມຊົ່ວຮ້າຍເປັນສິ່ງຫນ້າກຽດຊັງຕໍ່ພຣະຣາຊາ ເພາະວ່າພຣະທີ່ນັ່ງນັ້ນຖືກສະຖາປະນາໄວ້ດ້ວຍຄວາມຊອບທັມ 13 ຮິມຝີປາກທີ່ຊອບທັມເປັນທີ່ປິຕີຍິນດີແກ່ພຣະຣາຊາ ແລະພຣະອົງຊົງຮັກບຸກຄົນຜູ້ເວົ້າສິ່ງທີ່ຖືກຕ້ອງ 14 ພຣະພິໂຣດຂອງພຣະຣາຊາເປັນຜູ້ນຳຂ່າວຂອງຄວາມມໍຣະນາ ແຕ່ນັກປາດຈະຣະງັບເສັຽໄດ້ 15 ມີຊີວິດໃນສວ່າງແຫ່ງພຣະພັກຂອງພຣະຣາຊາ ແລະໃນຄວາມພໍພຣະທັຍຂອງພຣະອົງກໍເຫມືອນເມກທີ່ນຳຝົນຫນັກປາຍຣະດູມາ 16 ໄດ້ປັນຍາກໍດີກວ່າໄດ້ຄຳຕັ້ງຫລວງຫລາຍ ທີ່ຈະເລືອກເອົາຄວາມຮອບຮູ້ກໍດີກວ່າເງິນ 17 ທາງເດີນຂອງຄົນຊອບທັມຫລີກອອກຈາກຄວາມຊົ່ວຮ້າຍ ບຸກຄົນຜູ້ລະມັດລະວັງທາງຂອງຕົນກໍສງວນຊີວິດຂອງເຂົາໄວ້ 18 ຄວາມເຍີ້ຍິ່ງເດີນຫນ້າການຖືກທຳລາຍ ແລະຈິດໃຈທີ່ຍະໂສນຳຫນ້າການລົ້ມ 19 ທີ່ຈະເປັນຄົນມີໃຈຖ່ອມຢູ່ກັບຄົນຍາກຈົນ ກໍດີກວ່າແບ່ງຂອງທີ່ຍຶດມາໄດ້ກັບຄົນເຍີ້ຍິ່ງ 20 ບຸກຄົນຜູ້ສົນໃຈໃນພຣະວັຈນະຈະພົບຂອງດີ ແລະຄົນທີ່ວາງໃຈໃນພຣະຜູ້ເປັນເຈົ້າຈະສຸກສະບາຍ 21 ຄົນໃຈສລາດເອີ້ນວ່າເປັນຄົນມີຄວາມພິນິດ ແລະຄຳເວົ້າທີ່ຫນ້າຮັກເພີ້ມອຳນາດການສັ່ງສອນ 22 ປັນຍາເປັນນ້ຳພຸແຫ່ງຊີວິດ ແກ່ຜູ້ທີ່ມີປັນຍາ ແຕ່ຄວາມໂງ່ເປັນການລົງໂທດແກ່ຄົນໂງ່ 23 ໃຈຂອງນັກປາດກະທຳໃຫ້ວາຈາຂອງເຂົາສຸຂຸມ ແລະເພີ້ມອຳນາດໃນການສັ່ງສອນແກ່ຮິມຝີປາກຂອງເຂົາ 24 ຄຳເວົ້າທີ່ດີເຫມືອນດັ່ງນ້ຳເຜິ້ງ ເປັນຄວາມຫວານແກ່ວິນຍານຈິດແລະເປັນອານາມັຍແກ່ຮ່າງກາຍ 25 ມີທາງນຶ່ງຊຶ່ງຄົນເຮົາຄິດວ່າຖືກ ແຕ່ມັນສິ້ນສຸດລົງທີ່ທາງຂອງຄວາມມໍຣະນາ 26 ຄວາມຫິວຂອງຄົນງານທຳງານໃຫ້ເຂົາ ເພາະປາກຂອງເຂົາກະຕຸ້ນເຂົາໄປ 27 ຄົນໄຮ້ຄ່າ ປອງທຳຄວາມຊົ່ວ ວາຈາຂອງເຂົາເຫມືອນຢ່າງໄຟລວກ 28 ຄົນຕະລົບຕະແລງແພ່ການວິວາດ ແລະຜູ້ກະຊິບກໍແຍກເພື່ອນສນິດອອກຈາກກັນ 29 ຄົນທາຣຸນລໍ້ຊວນເພື່ອນບ້ານຂອງເຂົາ ແລະນຳເຂົາໄປໃນທາງທີ່ບໍ່ດີ 30 ບຸກຄົນຜູ້ຂະຫຍີບຕາກະແຜນງານທີ່ຈະທຳລາຍ ບຸກຄົນຜູ້ເມັ້ມຮິມຝີປາກຂອງເຂົານຳຄວາມຊົ່ວຮ້າຍໃຫ້ເກີດຂຶ້ນ 31 ຫົວທີ່ມີຜົມຫງອກເປັນມົງກຸດແຫ່ງສັກສີ ຜູ້ດຳເນີນຊີວິດດ້ວຍຄວາມຊອບທັມຈຶ່ງຈະຫາພົບໄດ້ 32 ບຸກຄົນຜູ້ໂກດຊ້າກໍດີກວ່າຄົນມີກຳລັງຫລາຍ ແລະບຸກຄົນຜູ້ປົກຄອງຈິດໃຈຂອງຕົນເອງກໍດີກວ່າຜູ້ທີ່ຕີເມືອງໄດ້ 33 ສລາກນັ້ນເຂົາປະລົງທີ່ຕັກ ແຕ່ການຕັດສິນມາຈາກພຣະຜູ້ເປັນເຈົ້າທັງສິ້ນ
1 ສະບຽງແຫ້ງຫນ້ອຍນຶ່ງພ້ອມກັບຄວາມສງົບ ກໍດີກວ່າເຮືອນທີ່ມີການລ້ຽງເຕັມພ້ອມກັບການວິວາດ 2 ທາດທີ່ກະທຳການງານສລຽວສລາດຈະປົກຄອງບຸດຊາຍຜູ້ປະພຶດຄວາມອັບອາຍ ແລະຈະໄດ້ສ່ວນແບ່ງມໍຣະດົກເທົ່າກັບພວກພີ່ນ້ອງ 3 ເບົ້າມີໄວ້ສຳລັບເງິນ ເຕົາຖະລຸງມີໄວ້ສຳລັບທອງຄຳ ແລະພຣະຜູ້ເປັນເຈົ້າຊົງທົດລອງໃຈ 4 ຜູ້ກະທຳຄວາມຊົ່ວຟັງຮິມຝີປາກຊົ່ວຮ້າຍ ແລະຄົນຕົວະໃຫ້ຄວາມສົນໃຈແກ່ລີ້ນທີ່ຕົວະຕົ້ມ 5 ບຸກຄົນທີ່ເຍີ້ຍຫຍັນຄົນຍາກຈົນກໍດູຫມິ່ນພຣະຜູ້ສ້າງຂອງເຂົາ ບຸກຄົນທີ່ຍິນດີເມື່ອມີຄວາມທຸກລຳບາກ ກໍຈະໄດ້ຮັບໂທດ 6 ຫລານໆເປັນມົງກຸດຂອງຄົນເຖົ້າ ແລະສັກສີຂອງບຸດຊາຍຄືບິດາຂອງເຂົາ 7 ຄຳເວົ້າຄົນຫນ້ານັບຖືເວົ້າຕົວະບໍ່ໄດ້ສັນໃດ ຄົນໂງ່ຈ້າກໍເວົ້າບໍ່ເປັນຕາຟັງສັນນັ້ນ 8 ສິນບົນເຫມືອນອຳນາດວິເສດໃນສາຍຕາຂອງຜູ້ໃຫ້ ເຂົາຈະຫັນໄປທາງໃດກໍຈະເຣີນຮຸ່ງເຮືອງທາງນັ້ນ 9 ບຸກຄົນຜູ້ໃຫ້ອະພັຍການທໍຣະຍົດກໍມຸ່ງຈະສ້າງມິດຕະພາບ ແຕ່ຄົນປາກໂປ້ງຈະທຳລາຍຄວາມເປັນມິດ 10 ຄຳຂະຫນາບເຂົ້າໄປໃນຄົນທີ່ມີຄວາມເຂົ້າໃຈເລິກກວ່າຂ້ຽນຕີຄົນໂງ່ຮ້ອຍເທື່ອ 11 ຄົນຊົ່ວຮ້າຍກໍສແວງແຕ່ການກະບົດ ແຕ່ຈະມີຜູ້ນຳຂ່າວດຸຮ້າຍໄປສູ້ເຂົາ 12 ໃຫ້ຄົນໄປພົບແມ່ຫມີທີ່ລູກຖືກຂະໂມຍໄປ ຍັງດີກວ່າໄປພົບຄົນໂງ່ໃນຄວາມໂງ່ຂອງເຂົາ 13 ຖ້າຄົນນຶ່ງຄົນໃດທຳຊົ່ວຕອບແທນຄວາມດີ ຄວາມຊົ່ວຈະບໍ່ພາກຈາກເຮືອນຂອງຄົນນັ້ນ 14 ເມື່ອເລີ້ມຕົ້ນວິວາດກໍເຫມືອນປ່ອຍໃຫ້ນ້ຳໄຫລ ສະນັ້ນຈົ່ງເລີກເສັຽກ່ອນເກີດການວິວາດ 15 ບຸກຄົນທີ່ປ່ອຍຜູ້ກະທຳຜິດແລະບຸກຄົນທີ່ລົງໂທດຄົນຊອບທັມ ທັງສອງກໍເປັນທີ່ຫນ້າກຽດຊັງແກ່ພຣະຜູ້ເປັນເຈົ້າ 16 ເປັນຫຍັງຄົນໂງ່ຈຶ່ງມີເງິນໃນມືເພື່ອຊື້ປັນຍາ ໃນເມື່ອເຂົາບໍ່ມີຄວາມຄິດ 17 ມິດສະຫາຍກໍມີຄວາມຮັກຢູ່ທຸກເວລາ ແລະພີ່ນ້ອງກໍເກິດມາເພື່ອຊ່ອຍເຫລືອກັນໃນຍາມທຸກຍາກ 18 ຄົນທີ່ບໍ່ມີສາມັນສຳນຶກກໍໃຫ້ຄຳປະຕິຍານ ແລະເປັນຜູ້ຮັບປະກັນຕໍ່ຫນ້າເພື່ອນບ້ານຂອງຕົນ 19 ບຸກຄົນຜູ້ຮັກການທໍຣະຍົດກໍຮັກການວິວາດ ບຸກຄົນຜູ້ທຳປະຕູເຮືອນຂອງເຂົາໃຫ້ສູງ ກໍສແວງການທຳລາຍ 20 ຜູ້ນຶ່ງຜູ້ໃດມີໃຈຄົດກໍບໍ່ຈະເຣີນຮຸ່ງເຮືອງ ແລະຜູ້ທີ່ລີ້ນຕະລົບຕະແລງກໍຕົກຢູ່ໃນຄວາມຍາກລຳບາກ 21 ບິດາທີ່ມີບຸດຊາຍທີ່ທຳຊົ່ວ ກໍມີຄວາມໂສກເສົ້າ ແລະບິດາຂອງຄົນໂງ່ບໍ່ມີຄວາມຊື່ນບານ 22 ໃຈຣ່າເຣີງເປັນຢາຢ່າງດີ ແຕ່ຈິດໃຈທີ່ຫມົດມານະທຳໃຫ້ກະດູກແຫ້ງ 23 ຄົນຊົ່ວຮ້າຍຮັບສິນບົນຈາກເອິກເສື້ອ ເພື່ອປ່ຽນແປງທາງແຫ່ງຄວາມຍຸດຕິທັມ 24 ຄົນທີ່ມີຄວາມເຂົ້າໃຈມຸ່ງຫນ້າຂອງເຂົາຕົງໄປສູ່ປັນຍາ ແຕ່ຕາຂອງຄົນໂງ່ຢູ່ທີ່ສຸດປາຍແຜ່ນດິນໂລກ 25 ບຸດຊາຍໂງ່ເປັນທີ່ໂສກສລົດແກ່ບິດາ ແລະເປັນຄວາມຂົມຂື່ນແກ່ສະຕຣີຜູ້ໃຫ້ກຳເນີດ 26 ທີ່ຈະລົງໂທດຄົນຊອບທັມກໍບໍ່ດີ ທີ່ຈະຕີຄົນດີກໍຜິດ 27 ບຸກຄົນທີ່ຍັບຢັ້ງຖ້ອຍຄຳຂອງເຂົາເປັນຄົນມີຄວາມຮູ້ ແລະບຸກຄົນຜູ້ມີຈິດໃຈເຢືອກເຢັນເປັນຄົນມີຄວາມເຂົ້າໃຈ 28 ເຖິງຄົນໂງ່ຫາກມິດເສັຽກໍນັບວ່າເປັນຄົນສລາດ ເມື່ອເຂົາຫຸບຮິມຝີປາກຂອງເຂົາກໍນັບວ່າເຂົາມີຄວາມຄິດ
1 ຄົນທີ່ຫລີກຫນີໄປຈາກຜູ້ອື່ນຈົງໃຈກະທຳຕາມໃຈຕົນເອງ ແລະຄ້ານຄະຕິແຫ່ງສະຕິປັນຍາທັງຫລາຍ 2 ຄົນໂງ່ບໍ່ເພີດເພີນໃນຄວາມເຂົ້າໃຈ ແຕ່ເພີດເພີນໃນການສະແດງຄວາມຄິດເຫັນຂອງຕົນເທົ່ານັ້ນ 3 ເມື່ອຄວາມຊົ່ວຮ້າຍມາເຖິງ ຄວາມຫມິ່ນປມາດກໍມາດ້ວຍ ແລະຄວາມອົດສູມາກັບຄວາມໄຮ້ກຽດ 4 ຄຳປາກຂອງຄົນເຣົາເປັນນ້ຳເລິກ ນ້ຳພຸແຫ່ງປັນຍາເຫມືອນລຳທານນ້ຳໄຫລ 5 ທີ່ຈະລຳອຽງເຂົ້າຂ້າງຄົນຊົ່ວຮ້າຍນັ້ນບໍ່ດີ ຫລືຈະບັງຄັບຄົນຊອບທັມເຣື່ອງຄວາມຊອບທັມກໍບໍ່ດີເຫມືອນກັນ 6 ຮິມຝີປາກຂອງຄົນໂງ່ນຳການວິວາດມາ ແລະປາກຂອງເຂົາກໍເຊື້ອເຊີນການຊົກຕ່ອຍ 7 ປາກຂອງຄົນໂງ່ເປັນສິ່ງທຳລາຍຕົວຂອງເຂົາເອງ ແລະຮິມຝີປາກຂອງເຂົາກໍເປັນບ້ວງດັກຕົນເອງ 8 ຄຳເວົ້າຂອງຜູ້ກະຊິບນີນທາກໍເຫມືອນຊີ້ນອາຫານແຊບ ມັນລ່ວງເຂົ້າໄປໃນສ່ວນຕ່າງໆຂອງຮ່າງກາຍ 9 ບຸກຄົນທີ່ຂີ້ຄ້ານໃນການງານ ກໍເປັນພີ່ນ້ອງກັບຄົນທີ່ທຳລາຍ 10 ພຣະນາມຂອງພຣະຜູ້ເປັນເຈົ້າເປັນປ້ອມເຂັ້ມແຂງ ຄົນຊອບທັມແລ່ນເຂົ້າໄປໃນນັ້ນ ແລະປອດພັຍ 11 ຊັບສົມບັດຂອງເສດຖີເປັນເມືອງເຂັ້ມແຂງຂອງເຂົາ ແລະເປັນເຫມືອນກຳແພງສູງຕາມຄວາມຄິດເຫັນຂອງເຂົາ 12 ໃຈຂອງຄົນກໍຈອງຫອງກ່ອນເຖິງການຖືກທຳລາຍ ແຕ່ຄວາມຖ່ອມໃຈເດີນຢູ່ຫນ້າກຽດ 13 ຖ້າຄົນນຶ່ງຄົນໃດຕອບກ່ອນທີ່ເຂົາໄດ້ຍິນ ກໍເປັນຄວາມໂງ່ແລະຄວາມອັບອາຍຂອງເຂົາ 14 ຈິດໃຈຂອງຄົນຈະທົນຕໍ່ຄວາມເຈັບປ່ວຍໄດ້ ແຕ່ຈິດໃຈທີ່ຊອກຊ້ຳໃຜຈະທົນໄດ້ຫນໍ 15 ໃຈທີ່ມີຄວາມຄິດຍ່ອມຫາຄວາມຮູ້ ແລະຫູຂອງນັກປາດສແວງຫາຄວາມຮູ້ 16 ຂອງກຳນັນຂອງຜູ້ນຶ່ງຜູ້ໃດຍ່ອມເປີດທາງໃຫ້ຜູ້ນັ້ນ ແລະນຳເຂົາມາເຖິງຄົນໃຫຍ່ຄົນໂຕ 17 ບຸກຄົນຜູ້ຖແລງຄະດີຂອງຕົນກ່ອນກໍເບິ່ງເຫມືອນເປັນຝ່າຍຖືກ ຈົນກວ່າຝ່າຍກົງກັນຂ້າມຈະມາສອບສວນເຂົາ 18 ການຈັບສລາກກະທໍາໃຫ້ການທະເລາະສິ້ນສຸດ ແລະຕັດສິນຄູ່ໂຕ້ແຍ້ງທີ່ມີກຳລັງ 19 ພີ່ນ້ອງທີ່ໄດ້ຮັບຄວາມຊ່ອຍເຫລືອກໍເຫມືອນເມືອງທີ່ເຂັ້ມແຂງ ແລະການທະເລາະວິວາດເຫມືອນດ່ານທີ່ອັດຕັນຕົນໄວ້ 20 ທ້ອງຈະອີ່ມກໍຈາກຜົນແຫ່ງປາກຂອງເຂົາ ເຂົາຫນຳໃຈເພາະຜົນອັນເກີດຈາກຮີມຝີປາກຂອງຕົນ 21 ຄວາມຕາຍຄວາມເປັນຢູ່ທີ່ອຳນາດຂອງລີ້ນ ແລະບັນດາຜູ້ທີ່ຮັກມັນກໍຈະກິນຜົນຂອງມັນ 22 ບຸກຄົນທີ່ພົບເມັຽກໍພົບຂອງດີ ແລະໄດ້ຄວາມໂປດປານຈາກພຣະຜູ້ເປັນເຈົ້າ 23 ຄວາມຍາກຈົນໃຊ້ຄຳວິງວອນ ແຕ່ຄົນຮັ່ງຕອບສຽງຫ້ວນໆ 24 ມີຫມູ່ທີ່ແກ້ງເຮັດເປັນຫມູ່ ແຕ່ມີມິດບາງຄົນທີໃກ້ຊິດຍິ່ງກວ່າພີ່ນ້ອງ
1 ຄົນຍາກຈົນຜູ່ດຳເນີນໃນຄວາມສັດຊື່ຂອງເຂົາ ດີກວ່າຄົນຕະລົບຕະແລງຊຶ່ງເປັນຄົນໂງ່ 2 ຄົນທີ່ບໍ່ມີຄວາມຮູ້ກໍບໍ່ດີ ແລະບຸກຄົນທີ່ເລັ່ງຝີຕີນຫນັກກໍມັກພາດຜິດ 3 ເມື່ອຄວາມໂງ່ຂອງຄົນໃດນຳຄວາມພິນາດມາເຖິງເຂົາ ໃຈຂອງເຂົາກໍກ້ຽວກາດຕໍ່ພຣະຜູ້ເປັນເຈົ້າ 4 ຊັບສົມບັດເພີ້ມເພື່ອນເປັນຈຳນວນຫລາຍ ແຕ່ຄົນຍາກຈົນກໍຖືກເພື່ອນບ້ານຂອງເຂົາປະໄປ 5 ພຍານເທັດຈະໄດ້ຮັບໂທດ ແລະບຸກຄົນທີ່ເປັ່ງຄຳຕົວະຈະຫນີບໍ່ພົ້ນ 6 ຄົນເປັນຈຳນວນຫລາຍເອົາອົກເອົາໃຈຄົນໃຈກວ້າງ ແລະທຸກຄົນກໍເປັນມິດກັບຄົນທີ່ໃຫ້ຂອງກຳນັນ 7 ພວກພີ່ນ້ອງຂອງຄົນຍາກຈົນກໍຍັງກຽດຊັງເຂົາ ມິດຂອງເຂົາຈະຍິ່ງໄກຈາກເຂົາຈັກເທົ່າໃດ ເຂົາພຍາຍາມເວົ້າ ແຕ່ບໍ່ມີໃຜຍອມຟັງ 8 ບຸກຄົນທີ່ມີປັນຍາກໍຮັກຕົນເອງ ບຸກຄົນຜູ້ຮັກສາຄວາມເຂົ້າໃຈໄວ້ຈະຈຳເຣີນຮຸ່ງເຮືອງ 9 ພຍານເທັດຈະໄດ້ຮັບໂທດ ແລະບຸກຄົນທີ່ເປັ່ງຄຳຕົວະຈະພິນາດ 10 ທີ່ຄົນໂງ່ຈະຢູ່ຢ່າງຟຸ່ມເຟືອຍກໍບໍ່ເຫມາະຢູ່ແລ້ວ ທີ່ທາດຈະປົກຄອງເຈົ້ານາຍກໍຍິ່ງບໍ່ເຫມາະສົມຫລາຍກວ່ານັ້ນອີກ 11 ສາມັນສຳນຶກທີ່ດີກະທໍາໃຫ້ຄົນໂກດຊ້າ ແລະທີ່ມອງຂ້າມການທໍຣະຍົດໄປເສັຽກໍເປັນສັກສີແກ່ເຂົາ 12 ພຣະພິໂຣດຂອງພຣະຣາຊາເຫມືອນສຽງຄຳຣາມຂອງສິງຫນຸ່ມ ແຕ່ຄວາມໂປດປານຂອງພຣະອົງເຫມືອນນ້ຳຄ້າງເທິງຜັກຫຍ້າ 13 ບຸດໂງ່ຈ້າເປັນຄວາມພິນາດຂອງບິດາຂອງເຂົາ ແລະການທະເລາະວິວາດຂອງເມັຽກໍເຫມືອນນ້ຳຝົນຍ້ອຍຢົດບໍ່ຢຸດ 14 ເຮືອນແລະຊັບສົມບັດເປັນມໍຣະດົກມາຈາກບິດາ ແຕ່ເມັຽທີ່ຢັ່ງຮູ້ກໍມາຈາກພຣະຜູ້ເປັນເຈົ້າ 15 ຄວາມຂີ້ຄ້ານທຳໃຫ້ຫລັບສນິດ ແລະຄົນຂີ້ຄ້ານຈະຕ້ອງຫິວ 16 ບຸກຄົນທີ່ຮັກສາພຣະບັນຍັດກໍຮັກສາຊີວິດຂອງຕົນ ບຸກຄົນທີ່ດູຫມິ່ນພຣະວັຈນະກໍຈະເຖິງຕາຍ 17 ບຸກຄົນທີ່ເອັນດູຄົນຍາກຈົນກໍໃຫ້ພຣະຜູ້ເປັນເຈົ້າຊົງຢືມ ແລະພຣະອົງຈະຊົງຕອບແທນແກ່ການກະທຳຂອງເຂົາ 18 ຈົ່ງຕີສອນບຸດຂອງຕົນເມື່ອຍັງມີຄວາມຫວັງ ຢ່າຈົງໃຈໃຫ້ເຂົາເຖິງພິນາດໄປ 19 ຄົນທີ່ໂມໂຫຈະຕ້ອງໄດ້ຮັບໂທດ ເພາະຖ້າເຈົ້າຊ່ອຍກູ້ເຂົາແລ້ວ ກໍຕ້ອງຊ່ອຍກູ້ເຂົາອີກ 20 ຈົ່ງຟັງຄຳແນະນຳແລະຮັບຄຳເຕືອນສະຕິ ເພື່ອເຈົ້າຈະໄດ້ປັນຍາສຳລັບອານາຄົດ 21 ໃນໃຈຂອງມະນຸດມີແຜນງານຢ່າງຫລວງຫລາຍ ແຕ່ພຣະປະສົງຂອງພຣະຜູ້ເປັນເຈົ້າ ນັ້ນແຫລະ ຈະດຳຣົງຢູ່ໄດ້ 22 ສິ່ງທີ່ຫນ້າປາຖນາໃນຕົວມະນຸດຄື ຄວາມຈົ່ງຮັກພັກດີ ແລະຄົນຍາກຈົນຍັງດີກວ່າຄົນຕົວະ 23 ຄວາມຢຳເກງພຣະຜູ້ເປັນເຈົ້ານຳໄປສູ່ຊີວິດ ແລະບຸກຄົນຜູ້ໄດ້ຮັບແລ້ວກໍຢຸດດ້ວຍຄວາມພໍໃຈ ຈະບໍ່ມີອັນຕະຣາຍໃດມາຫາເຂົາ 24 ຄົນຂີ້ຄ້ານຝັງມືຂອງຕົນໄວ້ໃນຊາມ ແລະບໍ່ຍອມແມ້ແຕ່ຈະອາຫານມາສູ່ປາກຂອງຕົນ 25 ຈົ່ງຕີຄົນທີ່ມັກເຍາະເຍີ້ຍ ແລະຄົນໂງ່ຈະຮຽນຄວາມຢັ່ງຮູ້ເອງ ຈົ່ງຕັກເຕືອນຄົນທີ່ມີຄວາມເຂົ້າໃຈ ແລະເຂົາຈະໄດ້ຄວາມຮູ້ 26 ບຸກຄົນຜູ້ທຳທາຣຸນແກ່ບິດາຂອງເຂົາ ແລະຂັບໄລ່ມານດາຂອງເຂົາໄປເສັຽ ເປັນບຸດຊາຍຜູ້ກໍ່ໃຫ້ເກີດຄວາມອັບອາຍແລະການຖືກຕຳຫນິ 27 ລູກເອີຍ ຜູ້ທີ່ເລີກຮັກສາຄຳສັ່ງສອນຂອງບິດາ ຈະຫລົງໄປຈາກຄຳທີ່ມີປັນຍາ 28 ພຍານທີ່ໄຮ້ຄ່າກໍເຍາະເຍີ້ຍຄວາມຍຸດຕິທັມ ແລະປາກຂອງຄົນຊົ່ວຮ້າຍກໍກືນກິນແຕ່ຄວາມບາບຜິດ 29 ການປັບໂທດມີພ້ອມຢູ່ສຳລັບຄົນມັກເຍາະເຍີ້ຍ ແລະການໂບຍຕີກໍສຳລັບຫລັງຂອງຄົນໂງ່
1 ເຫລົ້າທຸກຊະນິດທຳໃຫ້ເຈົ້າເປັນຄົນເກເລ ແລະເສັຽສະຕິ ຄົນເມົາເຫລົ້າຄືຄົນໂງ່ 2 ຈົ່ງຢ້ານຄວາມໂກດຂອງພຣະຣາຊາເຫມືອນຢ້ານສິງກຳຣາບ ການທຳໃຫ້ພຣະຣາຊາໂກດກໍຄືການຂ້າຕົວເອງ 3 ຄົນໂງ່ຈະທຳໃຫ້ເກີດການວິວາດຜິດຖຽງກັນ ແຕ່ຜູ້ຫລີກຫນີຈາກບ່ອນຜິດຖຽງກັນຈະໄດ້ຮັບກຽດ 4 ຜູ້ຂີ້ຄ້ານທຳນາຈະບໍ່ໄດ້ຫຍັງໃນຍາມເກັບກ່ຽວ 5 ຄວາມຄິດໃນໃຈຂອງມະນຸດເຫມືອນນ້ຳໃນສ້າງເລິກ ແຕ່ຄົນທີ່ມີປັນຍາກໍສາມາດຢັ່ງຮູ້ໄດ້ 6 ທຸກຄົນເວົ້າເຖິງຄວາມຈົ່ງຮັກພັກດີ ແລະຄວາມສັດຊື່ຂອງຕົນເອງ ແຕ່ຈະພົບຄົນທີ່ສັດຊື່ອີຫລີຈັກຄົນນຶ່ງກໍຍາກທີ່ສຸດ 7 ຖ້າບຸດມີບິດາທີ່ສັດຊື່ ແລະທຳສິ່ງທີ່ຊອບທັມ ບຸດທັງຫລາຍກໍມີຄວາມສຸກ 8 ພຣະຣາຊາຜູ້ປະທັບເທິງບັນລັງພິພາກສາ ຍ່ອມຊົງປັດຄວາມຊົ່ວອອກດ້ວຍພຣະເນດຂອງພຣະອົງ 9 ຜູ້ໃດຈະກ່າວໄດ້ວ່າ, “ຂ້າພະເຈົ້າໄດ້ກະທຳໃຈຂອງຂ້າພະເຈົ້າໃຫ້ສະອາດແລ້ວ ຂ້າພະເຈົ້າບໍຣິສຸດພົ້ນບາບຂອງຂ້າພະເຈົ້າ” 10 ລູກຕຸ້ມສໍ້ ແລະເຄື່ອງຕວງໂກງ ທັງສອງເປັນທີ່ຫນ້າກຽດຊັງແກ່ພຣະຜູ້ເປັນເຈົ້າເຫມືອນກັນ 11 ເຖິງເດັກນ້ອຍກໍສະແດງຕົວໂດຍການປະພຶດຂອງເຂົາວ່າສິ່ງທີ່ເຂົາກະທຳຈະບໍຣິສຸດ ແລະຖືກຕ້ອງຫລືບໍ່ 12 ຫູທີ່ຟັງໄດ້ ແລະຕາທີ່ມອງເຫັນ ພຣະຜູ້ເປັນເຈົ້າຊົງສ້າງມັນທັງສອງ 13 ຢ່າຮັກການຫລັບໄຫລ ຢ້ານວ່າເຈົ້າຈະມາເຖິງຄວາມຍາກຈົນ ຈົ່ງລືມຕາຂອງເຈົ້າ ແລະເຈົ້າຈະໄດ້ກິນອີ່ມ 14 ຜູ້ຊື້ເວົ້າວ່າ, “ແພງ ແພງ” ແຕ່ເມື່ອເຂົາໄປແລ້ວເຂົາຈຶ່ງອວດ 15 ມີຄຳ ແລະທັບທິມມີຄ່າເປັນຈຳນວນຫລາຍ ແຕ່ຮິມຝີປາກທີ່ມີຄວາມຮູ້ເປັນເພັດນິນຈີນດາປະເສີດ 16 ຈົ່ງຍຶດເສື້ອຜ້າຂອງເຂົາໄວ້ ເມື່ອເຂົາເປັນປະກັນໃຫ້ຄົນອື່ນ ແລະຍຶດຕົວເຂົາໄວ້ ເມື່ອເຂົາປະກັນຄົນຕ່າງດ້າວ 17 ອາຫານທີ່ໄດ້ມາດ້ວຍການຫລອກລວງມີຣົດຫວານແກ່ຜູ້ໄດ້ມາ ແຕ່ພາຍຫລັງປາກຂອງເຂົາຈະມີແຕ່ຂີ້ຊາຍ 18 ແຜນງານດຳຣົງຢູ່ໄດ້ດ້ວຍການປຶກສາຫາລື ຈົ່ງທຳສົງຄາມດ້ວຍມີການນຳທີ່ສລາດ 19 ບຸກຄົນທີ່ທ່ຽວຊຸບຊິບໄປກໍເຜີຍຄວາມລັບໃຫ້ກະຈາຍ ສະນັ້ນຢ່າເຂົ້າສັງຄົມກັບຄົນປາກ 20 ຖ້າຄົນນຶ່ງຄົນໃດແຊ່ງບິດາ ຫລືມານດາຂອງຕົນ ປະທີບຂອງເຂົາຈະດັບມືດມິດ 21 ມໍຣະດົກທີ່ໄດ້ຮັບມາຢ່າງຊິງສຸກກ່ອນຫາມ ທີ່ສຸດປາຍກໍບໍ່ເປັນມົງຄົນ 22 ຢ່າເວົ້າວ່າ, “ຂ້າພະເຈົ້າຈະແກ້ແຄ້ນຄວາມຊົ່ວ” ຈົ່ງລໍຄອຍພຣະຜູ້ເປັນເຈົ້າ ພຣະອົງຈະຊົງຊ່ອຍເຈົ້າ 23 ລູກຕຸ້ມສໍ້ສົນເປັນທີ່ຫນ້າກຽດຊັງແກ່ພຣະຜູ້ເປັນເຈົ້າ ແລະຕຣາຊູທີ່ໂກງກໍຊົ່ວພໍໆກັນ 24 ຍ່າງບາດກ້າວຂອງມະນຸດນັ້ນພຣະຜູ້ເປັນເຈົ້າຊົງເປັນຜູ້ສັ່ງ ແລ້ວຄົນຈະເຂົ້າໃຈທາງຂອງເຂົາເອງໄດ້ຢ່າງໃດ 25 ທີ່ຄົນຈະເວົ້າພ່ອຍໆວ່າ, “ນີ້ເປັນຂອງບໍຣິສຸດ” ກໍເປັນບ້ວງດັກຕົນເອງ ແລ້ວຈະມາຄຶດໄດ້ເມື່ອສັນຍາໄປແລ້ວ 26 ກະສັດທີ່ສລາດຍ່ອມປັດຄວາມຊົ່ວຮ້າຍ ແລ້ວຊົງຂັບກົງຈັກທັບເຂົາ 27 ມະໂນທັມຂອງມະນຸດເປັນປະທີບຂອງພຣະຜູ້ເປັນເຈົ້າ ສ່ອງເບິ່ງສ່ວນເລິກທີ່ສຸດຂອງເຂົາທັງສິ້ນ 28 ຄວາມຈົ່ງຮັກພັກດີ ແລະຄວາມຊື່ສັດສງວນກະສັດໄວ້ ແລະຄວາມຊອບທັມກໍເຊີດຊູພຣະທີ່ນັ່ງຂອງພຣະອົງໄວ້ 29 ສັກສີຂອງຄົນຫນຸ່ມ ຄືກຳລັງຂອງເຂົາ ແຕ່ຄວາມງາມຂອງຄົນແກ່ຄືຜົມຫງອກຂອງເຂົາ 30 ການຂ້ຽນທີ່ໃຫ້ເປັນບາດແຜ ກໍຊຳຮະຄວາມຊົ່ວເສັຽ ການໂບຍຕີກະທຳໃຫ້ສ່ວນເລິກທີ່ສຸດສະອາດ
1 ພຣະທັຍພຣະຣາຊາເປັນເຫມືອນທານນ້ຳໃນພຣະຫັດຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຈະຫັນໄປທາງໃດໆຕາມແຕ່ພຣະອົງຊົງໂຜດ 2 ທາງຂອງຄົນທຸກທາງກໍຖືກຕ້ອງໃນສາຍຕາຂອງຕົນ ແຕ່ພຣະຜູ້ເປັນເຈົ້າຊົງຊັ່ງໃຈ 3 ທີ່ຈະກະທຳຄວາມຊອບທັມ ແລະຄວາມຍຸດຕິທັມ ກໍເປັນທີ່ພໍພຣະທັຍແດ່ພຣະຜູ້ເປັນເຈົ້າຫລາຍກວ່າເຄື່ອງສັກກາຣະບູຊາ 4 ຕາຍະໂສ ແລະໃຈເຍີ້ຍິ່ງ ປະທີບຂອງຄົນຊົ່ວຮ້າຍເປັນບາບ 5 ແຜນງານຂອງຄົນດຸຫມັ່ນນຳສູ່ຄວາມອຸດົມແນ່ນອນ ແຕ່ບຸກຄົນທີ່ເລັ່ງຮ້ອນກໍມາສູ່ຄວາມຂັດສົນເທົ່ານັ້ນ 6 ການໄດ້ຄັງຊັບມາດ້ວຍລີ້ນມຸສາ ກໍຄືການໄລ່ຈັບຂອງອະນິຈັງຈົນຕິດບ້ວງຄວາມຕາຍ 7 ຄວາມທາຣຸນຂອງຄົນຊົ່ວຮ້າຍຈະກວາດເຂົາໄປ ເພາະເຂົາປະຕິເສດບໍ່ຍອມທຳສິ່ງທີ່ຍຸດຕິທັມ 8 ທາງຂອງຄົນທີ່ມີກັມຊົ່ວນັ້ນຄົດ ແຕ່ຄວາມປະພຶດຂອງຜູ້ບໍຣິສຸດນັ້ນຖືກຕ້ອງ 9 ຢູ່ທີ່ແຈມຸມເທິງຫລັງຄາເຮືອນດີກວ່າຢູ່ໃນເຮືອນຮ່ວມກັບຍິງທີ່ຈູ້ຈີ້ 10 ວິນຍານຂອງຄົນຊົ່ວຮ້າຍປາຖນາຄວາມຊົ່ວ ເພື່ອນບ້ານຂອງເຂົາບໍ່ມີຄວາມກະຣຸນາໃນຫນ່ວຍສາຍຕາຂອງເຂົາ 11 ເມື່ອຄົນມັກເຍາະເຍີ້ຍຖືກລົງໂທດ ຄົນໂງ່ກໍສລາດຂຶ້ນ ເມື່ອນັກປາດໄດ້ຮັບການສັ່ງສອນເຂົາກໍໄດ້ຄວາມຮູ້ 12 ຄົນຊອບທັມສັງເກດຮູ້ເບິ່ງເຮືອນຂອງຄົນຊົ່ວຮ້າຍ ຄົນຊົ່ວຮ້າຍກໍຖືກແກວ່ງລົງເຖິງຄວາມພິນາດ 13 ບຸກຄົນຜູ້ອຸດຫູບໍ່ຟັງສຽງຮ້ອງຂອງຄົນຍາກຈົນ ຕົວເຂົາເອງຈະຮ້ອງແລະບໍ່ມີໃຜໄດ້ຍິນ 14 ໃຫ້ຂອງກຳນັນໃນທີ່ລັບລີ້ຍ່ອມແປປ່ຽນຄວາມໂກດ ໃຫ້ສິນບົນໃນເອິກກໍແປປ່ຽນຄວາມຄຽດຮ້າຍ 15 ເມື່ອກະທຳການຍຸດຕິທັມ ກໍເປັນການຊື່ນບານແກ່ຄົນຊອບທັມ ແຕ່ເປັນຄວາມພິນາດແກ່ຄົນກະທຳຊົ່ວ 16 ຜູ້ໃດຫັນຫນີໄປຈາກທາງແຫ່ງຄວາມເຂົ້າໃຈ ຈະພັກຢູ່ໃນທີ່ປະຊຸມຂອງຄົນຕາຍ 17 ບຸກຄົນທີ່ຮັກຄວາມເພິດເພີນຈະເປັນຄົນຍາກຈົນບຸກຄົນທີ່ຮັກເຫລົ້າອະງຸ່ນແລະນ້ຳມັນ ຈະບໍ່ຮັ່ງມີ 18 ຄົນຊົ່ວຮ້າຍເປັນຄ່າໄຖ່ສຳລັບຄົນຊອບທັມ ແລະຄົນທີ່ບໍ່ເຊື່ອກໍສຳລັບຄົນທ່ຽງທັມ 19 ຢູ່ໃນແຜ່ນດີນກັນດານ ດີກວ່າຢູ່ກັບຜູ້ຍີງທີ່ຈູ້ຈີ້ ແລະມັກຈົ່ມ 20 ຊັບສົມບັດປະເສີດ ແລະນ້ຳມັນມີຢູ່ໃນທີ່ອາໄສຂອງຄົນສລາດ ແຕ່ຄົນໂງ່ກິນມັນຫມົດ 21 ບຸກຄົນຜູ້ຕິດຕາມຄວາມຊອບທັມ ແລະຄວາມເອັນດູຈະພົບຊີວິດ ແລະຄວາມຊອບທັມກັບກຽດຕິຍົດ 22 ນັກປາດທີ່ປີນເຂົ້າໄປໃນເມືອງຂອງຄົນທີ່ມີກຳລັງ ແລະພັງທະລາຍທີ່ກຳບັງເຂັ້ມແຂງທີ່ເຂົາໄວ້ວາງໃຈ 23 ບຸກຄົນທີ່ຮັກສາປາກ ແລະລີ້ນຂອງຕົນ ກໍຮັກສາຕົວເຂົາເອງໃຫ້ພົ້ນຄວາມລຳບາກ 24 “ຄົນມັກເຍາະເຍີ້ຍ” ເປັນຊື່ຂອງຄົນເຍີ້ຍິ່ງ ແລະຄົນຈອງຫອງ ຜູ້ປະພຶດຕົວດ້ວຍຄວາມເຍີ້ຍິ່ງຍະໂສ 25 ຄວາມປາຖນາຂອງຄົນຂີ້ຄ້ານຂ້າຕົວເຂົາເອງ ເພາະມືຂອງເຂົາປະຕິເສດບໍ່ທຳງານ 26 ຄົນໂລບກໍໂລບຢູ່ຕລອດວັນ ແຕ່ຄົນຊອບທັມໃຫ້ແລະບໍ່ຫນ່ວງຫນ່ຽວໄວ້ 27 ເຄື່ອງສັກກາຣະບູຊາຂອງຄົນຊົ່ວຮ້າຍເປັນສິ່ງທີ່ຫນ້າກຽດຊັງ ເມື່ອເຂົານຳມາດ້ວຍຄວາມຕັ້ງໃຈຊົ່ວຈະຍິ່ງກວ່ານັ້ນຈັກເທົ່າໃດ 28 ພຍານເທັດຈະຕ້ອງພິນາດ ແຕ່ຖ້ອຍຄຳຂອງຄົນທີ່ເຊື່ອຟັງຈະຍັງຄົງຢູ່ 29 ຄົນຊົ່ວຮ້າຍທຳໃຫ້ຫນ້າຂອງຕົນດ້ານໄປ ແຕ່ຄົນທ່ຽງທັມ “ພິເຄາະດູທາງຂອງຕົນ” 30 ປັນຍາກໍດີ ຄວາມເຂົ້າໃຈກໍດີ ຄຳປຶກສາກໍດີ ຈະເອົາຊະນະພຣະຜູ້ເປັນເຈົ້າບໍ່ໄດ້ 31 ມ້າກໍຕຽມໄວ້ພ້ອມແລ້ວສຳລັບວັນສົງຄາມ ແຕ່ຄວາມມີຊັຍເປັນຂອງພຣະຜູ້ເປັນເຈົ້າ
1 ຖ້າເຈົ້າຈະຕ້ອງເລືອກເອົາລະຫວ່າງຊື່ສຽງດີກັບຄວາມຮັ່ງມີ ກໍຂໍໃຫ້ເລືອກເອົາຊື່ສຽງດີ 2 ຄົນຮັ່ງມີກັບຄົນທຸກຍາກບໍ່ແຕກຕ່າງກັນຫຍັງ ເພາະວ່າຄົນສອງປະເພດນີ້ ແມ່ນພຣະຜູ້ເປັນເຈົ້າຊົງສ້າງເຫມືອນກັນ 3 ຄົນຜູ້ສລາດຮອບຄອບຍ່ອມຮູ້ອັນຕະຣາຍຈະເກີດຂຶ້ນ ແລ້ວຫລົບຫລີກເສັຽ ແຕ່ຄົນທຳມະດາສາມັນຈະເດີນເລື້ອຍໄປ ແລ້ວກໍເປັນທຸກໃນພາຍຫລັງ 4 ຈົ່ງຖ່ອມຕົວ ແລະຢຳເກງພຣະຜູ້ເປັນເຈົ້າ ແລ້ວເຈົ້າຈະຮັ່ງມີ ຈະມີກຽດ ແລະມີຊີວິດຍືນຍາວ 5 ຖ້າເຈົ້າຮັກຊີວິດຂອງເຈົ້າ ຈົ່ງຜີກຫນີຈາກທາງຂອງຄົນຊົ່ວທີ່ມີບ້ວງແຮ້ວຫ້າງໄວ້ 6 ຈົ່ງສັ່ງສອນລູກໃຫ້ຮູ້ຈັກທາງດຳເນີນຊີວິດ ເພື່ອເຂົາຈະຈົດຈຳໄວ້ຕລອດຊີວິດ 7 ຄົນຮັ່ງມີປົກຄອງເຫນືອຄົນຍາກຈົນ ແລະຄົນມັກຢືມກໍເປັນທາດຂອງຄົນໃຫ້ຢືມ 8 ບຸກຄົນຜູ້ຫວ່ານອະຍຸດຕິທັມ ຈະກ່ຽວຄວາມຫາຍຍະນະ ແລະໄມ້ຖືແຫ່ງຄວາມດຸເດືອດຂອງເຂົາຈະລົ້ມເຫລວ 9 ບຸກຄົນທີ່ມີຕາສະແດງໃຈກວ້າງຂວາງກໍຈະຮັບພອນ ເພາະເຂົາແບ່ງສ່ວນອາຫານຂອງເຂົາແກ່ຄົນຍາກຈົນ 10 ຈົ່ງໄລ່ຄົນມັກເຍາະເຍີ້ຍອອກໄປເສັຽແລ້ວການວິວາດຈະຫມົດໄປ ການວິວາດແລະການດູຫມິ່ນຈະຢຸດລົງ 11 ບຸກຄົນທີ່ຮັກໃຈບໍຣິສຸດ ແລະວາຈາຂອງເຂົາມີຄວາມກະຣຸນາຄຸນ ຈະໄດ້ພຣະຣາຊາເປັນມິດ 12 ພຣະເນດຂອງພຣະຜູ້ເປັນເຈົ້າເຝົ້າຢູ່ເຫນືອຄວາມຮູ້ ແຕ່ພຣະອົງຊົງຄວ່ຳຖ້ອຍຄຳຂອງຄົນໄຮ້ຄວາມເຊື່ອເສັຽ 13 ຄົນຂີ້ຄ້ານກ່າວວ່າ, “ມີສິງຢູ່ທາງນອກ ຂ້າພະເຈົ້າຈະຖືກຂ້າຢູ່ກາງເມືອງ” 14 ປາກຂອງຍິງຊົ່ວເປັນຫລຸມເລິກ ບຸກຄົນຊຶ່ງພຣະຜູ້ເປັນເຈົ້າຊົງພຣະພິໂຣດຈະຕົກລົງໃນທີ່ນັ້ນ 15 ຄວາມໂງ່ມັກຢູ່ໃນໃຈຂອງເດັກນ້ອຍ ແຕ່ໄມ້ແສ້ທີ່ຕີສອນກໍໄລ່ມັນໃຫ້ຫ່າງໄປຈາກເຂົາ 16 ບຸກຄົນຜູ້ບີບບັງຄັບຄົນຍາກຈົນເພີ້ມຊັບສົມບັດຂອງຕົນ ຫລືເພີ້ມໃຫ້ແກ່ຄົນຮັ່ງມີ ຈະມາເຖິງຄວາມຂັດສົນເທົ່ານັ້ນ
ຫລັກທັມແລະຄຳຕັກເຕືອນ
17 ອ່ຽງຫູຂອງເຈົ້າແລະຟັງຖ້ອຍຄຳຂອງນັກປາດ ແລະເອົາໃຈໃສ່ຄວາມຮູ້ຂອງເຮົາ 18 ເພາະຖ້າເຈົ້າຮັກສາຖ້ອຍຄຳແລະຄວາມຮູ້ນັ້ນໄວ້ໃນຕົວເຈົ້າ ແລະພ້ອມທີ່ຈະເວົ້າຄຳເຫລົ່ານັ້ນສເມີ ມັນຈະເປັນຄວາມຊື່ນໃຈແກ່ໃຈ 19 ເພື່ອຄວາມໄວ້ວາງໃຈຂອງເຈົ້າຈະຢູ່ໃນພຣະຜູ້ເປັນເຈົ້າ ເຮົາໃຫ້ແຈ້ງປະຈັກແກ່ເຈົ້າໃນວັນນີ້ແມ້ແກ່ຕົວເຈົ້າເອງ 20 ເຮົາໄດ້ຂຽນໃຫ້ເຈົ້າເຖິງສາມຂໍ້ ເຖິງເຣື່ອງການທັກທ້ວງແລະຄວາມຮູ້ແລ້ວບໍ່ແມ່ນຫລື 21 ເພື່ອສຳແດງແກ່ເຈົ້າວ່າສິ່ງໃດຖືກແລະຈິງ ເພື່ອເຈົ້າຈະໄດ້ໃຫ້ຄຳຕອບທີ່ຈິງແກ່ຜູ້ທີ່ໃຊ້ເຈົ້າໄປ 22 ຢ່າປຸ້ນຄົນຍາກຈົນ ເພາະເຂົາເປັນຄົນຍາກຈົນ ຫລືບີບຄັ້ນຄົນທຸກໃຈທີ່ປະຕູເມືອງ 23 ເພາະວ່າພຣະຜູ້ເປັນເຈົ້າຈະຊົງວ່າຄວາມແທນເຂົາ ແລະຂົ່ມຂູ່ເອົາຊີວິດຂອງຜູ້ທີ່ຂົ່ມຂູ່ເຂົາ 24 ຢ່າເປັນມິດກັບຄົນທີ່ມັກໂກດ ຫລືໄປກັບຄົນມັກໂມໂຫ 25 ຢ້ານວ່າເຈົ້າຈະຮຽນຮູ້ທາງຂອງເຂົາ ແລະພົວພັນຕົວເຈົ້າເຂົ້າໃນບ້ວງ 26 ຢ່າເປັນພວກທີ່ຕົກປາກລົງຄຳ ຢ່າເປັນພວກຜູ້ປະກັນຫນີ້ສິນ 27 ຖ້າເຈົ້າບໍ່ສິ່ງໃດຊຳຮະເຂົາ ເປັນຫຍັງຈຶ່ງຄວນໃຫ້ເຂົາເອົາບ່ອນນອນໄປຈາກໃຕ້ຕົວເຈົ້າ 28 ຢ່າຍ້າຍຫລັກເຂດເກົ່າແກ່ຊຶ່ງບັນພະບຸຣຸດຂອງເຈົ້າໄດ້ປັກໄວ້ 29 ເຈົ້າເຫັນຄົນທີ່ມີຝີມືໃນງານຂອງເຂົາ ຫລື ເຂົາຈະໄດ້ເຂົ້າເຝົ້າພຣະຣາຊາ ເຂົາຈະຢືນຢູ່ຕໍ່ຫນ້າຄົນທີ່ມີຊື່ສຽງ
1 ເມື່ອເຈົ້ານັ່ງລົງຮັບປະທານກັບຜູ້ປົກຄອງບ້ານເມືອງ ຈົ່ງສັງເກດໃຫ້ດີວ່າສິ່ງໃດຢູ່ຂ້າງຫນ້າເຈົ້າ 2 ຖ້າເຈົ້າເປັນຄົນຕະກະ ເຈົ້າຈົ່ງຈໍ່ມີດໄວ້ທີ່ຄໍຂອງເຈົ້າ 3 ຢ່າປາຖນາໃນອາຫານທີ່ຄົນຍໍມາໃຫ້ ເພາະມັນເປັນອາຫານທີ່ຫລອກລວງ 4 ຢ່າທຳງານເພື່ອເຫັນແກ່ຊັບສົມບັດ ຈົ່ງສລາດພໍທີ່ຈະຢັບຢັ້ງໄວ້ 5 ເຈົ້າຈະເພ່ງຕາຂອງເຈົ້າຢູ່ທີ່ຂອງອະນິຈັງ ຫລື ເພາະວ່າເງິນຂອງເຈົ້າມັນສູນເສັຽໄປໄດ້ໃນຊົ່ວພິບຕາດຽວເຫມືອນກັບວ່າມັນມີປີກບິນໄດ້ເຫມືອນນົກອີນຊີ 6 ຢ່າກິນອາຫານຂອງຄົນທີ່ຂີ້ຖີ່ ຢ່າປາຖນາໃນອາຫານດີຂອງເຂົາ 7 ເພາະເຂົາເປັນເຫມືອນຄົນທີ່ຄອຍນັບຢູ່ທາງໃນ ເຂົາເວົ້າກັບເຈົ້າວ່າ, “ຈົ່ງກິນແລະດື່ມເຖີດ” ແຕ່ໃຈຂອງເຂົາບໍ່ໄດ້ຢູ່ກັບເຈົ້າ 8 ເຈົ້າຈະຕ້ອງຮາກອາຫານຊຶ່ງເຈົ້າໄດ້ກິນເຂົ້າໄປນັ້ນອອກມາ ແລະເສັຽຖ້ອຍຄຳຍີ້ມແຍ້ມຂອງເຈົ້າເສັຽເປົ່າ 9 ຢ່າເວົ້າໃຫ້ຄົນໂງ່ໄດ້ຍິນ ເພາະເຂົາຈະດູຫມິ່ນປັນຍາແຫ່ງຖ້ອຍຄຳຂອງເຈົ້າ 10 ຢ່າໂຍກຍ້າຍຫລັກເຂດແດນເດີມ ຫລືຍຶດເອົາທີ່ດິນຂອງລູກກຳພ້າ 11 ເພາະວ່າພຣະຜູ້ເປັນເຈົ້າຊົງເປັນອົງຄຸ້ມຄອງທີ່ມີອຳນາດຍິ່ງໃຫຍ່ຂອງພວກເຂົາ ພຣະອົງຈະຊົງສູ້ຄວາມກັບເຈົ້າແທນເຂົາ 12 ຈົ່ງເອົາໃຈຂອງເຈົ້າຮັບຄຳສັ່ງສອນ ແລະເອົາຫູຂອງເຈົ້າຮັບຖ້ອຍຄຳແຫ່ງຄວາມຮູ້ 13 ຢ່າຢັບຢັ້ງການຕີສອນເສັຽຈາກເດັກນ້ອຍ ຖ້າເຈົ້າຕີເຂົາດ້ວຍໄມ້ແສ້ ເຂົາຈະບໍ່ຕາຍ 14 ຖ້າເຈົ້າຕີເຂົາດ້ວຍໄມ້ແສ້ ເຈົ້າຈະຊ່ອຍຊີວິດຂອງເຂົາໃຫ້ລອດຈາກແດນຜູ້ຕາຍ 15 ລູກເອີຍ ຖ້າໃຈຂອງເຈົ້າສລາດ ໃຈຂອງເຮົາເອງກໍຍີນດີ 16 ວິນຍານຂອງເຮົາຈະຊົມຊື່ນຍິນດີ ເມື່ອຮິມຝີປາກຂອງເຈົ້າເວົ້າສິ່ງທີ່ຖືກຕ້ອງ 17 ຢ່າໃຫ້ໃຈຂອງເຈົ້າອິດສາຄົນບາບ ແຕ່ຈົ່ງດຳເນີນໃນຄວາມຢຳເກງພຣະຜູ້ເປັນເຈົ້າຕລອດວັນ 18 ມີອານາຄົດທີ່ແນ່ນອນ ແລະຄວາມຫວັງຂອງເຈົ້າຈະບໍ່ຖືກຕັດອອກ 19 ຈົ່ງຟັງເທີນລູກເອີຍ ຈົ່ງສລາດແລະຄີດໃຫ້ຄັກແນ່ໃນທາງທີ່ເຈົ້າດຳເນີນນັ້ນ 20 ຢ່າຢູ່ໃກ້ບຸກຄົນທີ່ເມົາເຫລົ້າ ຫລືຜູ້ກິນຫລາຍ ຄົນຂີ້ເມົາແລະຄົນຂີ້ໂລບຈະຍາກຈົນລົງ 21 ຖ້າພວກເຈົ້າທັງປວງມີແຕ່ກິນ ແລະນອນເທົ່ານັ້ນ ບໍ່ເຫິງດອກພວກເຈົ້າກໍຈະນຸ່ງຜ້າຂາດ 22 ຈົ່ງຟັງຄວາມບິດາຂອງເຈົ້າຖ້າບໍ່ມີທ່ານເຈົ້າກໍຈະບໍ່ມີຊີວິດ ເມື່ອມານດາຂອງເຈົ້າເຖົ້າ ຈົ່ງຮູ້ຈັກຕອບແທນບຸນຄຸນທ່ານ 23 ເພາະວ່າຄວາມຈິງປັນຍາ ຄຳສັ່ງສອນ ແລະຄວາມເຂົ້າໃຈທີ່ໄດ້ຈາກທ່ານນັ້ນມີຄຸນຄ່າຫລາຍ ມັນເປັນສິ່ງທີ່ເຈົ້າສົມຄວນຊີ້ໄວ້ ແຕ່ບໍ່ສົມຄວນຂາຍ 24 ຖ້າລູກເປັນຄົນຊອບທັມ ບິດາກໍມີຄວາມສຸກ ແລະຖ້າເປັນຄົນສລາດບິດາກໍພາກພູມໃຈ 25 ຈົ່ງທຳໃຫ້ບິດາມານດາຂອງເຈົ້າພາກພູມໃຈໃນຕົວເຈົ້າ ແລະທຳໃຫ້ມານດາມີຄວາມສຸກ 26 ລູກເອີຍ ຂໍໃຈຂອງເຈົ້າໃຫ້ເຮົາເຖີດ ແລະໃຫ້ຕາຂອງເຈົ້າສັງເກດເບິ່ງທາງຂອງເຮົາ 27 ເພາະຍິງແພດສະຍາເປັນຫລຸມເລິກ ແລະຍິງສັນຈອນເປັນເຫມືອນບໍ່ແຄບ 28 ນາງຫມອບຄອຍຢູ່ເຫມືອນໂຈນ ແລະເພີ້ມຄົນທີ່ບໍ່ຊື່ຂຶ້ນຖ້າມກາງມະນຸດ 29 ໃຜທີ່ຮ້ອງໂອຍ ໃຜທີ່ຮ້ອງອຸຍ ໃຜທີ່ມີການວິວາດ ໃຜທີ່ມີການຮ້ອງຄາງ ໃຜທີ່ມີບາດແຜປາສຈາກສາເຫດ ໃຜທີ່ມີຕາແດງ 30 ຄືຜູ້ດື່ມເຫລົ້າຈະມີຄວາມລຳບາກໃຈ ແລະມີສຽງຮ້ອງຄາງສເມີ ຕາຂອງເຂົາຈະແດງກ່ຳ ແລະມີບາດແຜຕາມຕົນຕົວ 31 ສະນັ້ນ ຢ່າຄິດສະອອນເຫລົ້າອະງຸ່ນເລີຍ ເພາະວ່າເຖິງແມ່ນມັນຈະງາມໃນເວລາເຈົ້າສັ່ນ ແລະເປັນສີແດງໃສສະອາດຈົນສ່ອງເຫັນເງົາກໍຕາມ 32 ແຕ່ເມື່ອເຈົ້າດື່ມແລ້ວ ສຸດທ້າຍເຈົ້າກໍຈະຮູ້ສຶກເຈັບເຫມືອນຖືກງູພິດຕອດ 33 ຕາຂອງເຈົ້າຈະເຫັນສິ່ງແປກໆ ແລະໃຈຂອງເຈົ້າຈະເວົ້າຕະລົບຕະແລງ 34 ເຈົ້າຈະເປັນເຫມືອນຄົນທີ່ນອນຢູ່ກາງທະເລຢ່າງຄົນທີ່ນອນຢູ່ເທິງເສົາກາງເຮືອ 35 ເຈົ້າຈະວ່າ, “ເຂົາຕີຂ້າພະເຈົ້າ ແຕ່ຂ້າພະເຈົ້າບໍ່ເຈັບ ເຂົາທຸບຂ້າພະເຈົ້າ ແຕ່ຂ້າພະເຈົ້າບໍ່ຮູ້ສຶກ ຂ້າພະເຈົ້າຈະຕື່ນເມື່ອໃດຫນໍ ຂ້າພະເຈົ້າຈະສແວງການດື່ມອີກ”
1 ຢ່າຄິດຣີສຍາຄົນຊົ່ວ ຫລືປາຖນາຢູ່ຮ່ວມກັບເຂົາ 2 ເພາະວ່າໃຈຂອງເຂົາຄິດປະກອບການທາຣຸນ ແລະຮິມຝີປາກຂອງເຂົາເວົ້າໃຫ້ຄົນເຈັບໃຈ 3 ມີປັນຍາ ແລະມີຄວາມເຂົ້າໃຈຈຶ່ງສ້າງເຮືອນໄດ້ 4 ມີຄວາມຮູ້ຈຶ່ງໄດ້ຂອງມີຄ່າແລະຂອງງົດງາມເຕັມຢູ່ໃນຫ້ອງ 5 ຄົນສລາດມີກຳລັງຫລາຍ ແລະຄົນມີຄວາມຮູ້ກໍເພີ້ມກຳລັງຂຶ້ນ 6 ຄືໂດຍການນຳທີ່ສລາດ ເຈົ້າກໍເຂົ້າສະຫນາມຮົບ ໄດ້ ແລະດ້ວຍມີທີ່ປຶກສາຫລາຍໆກໍມີຊັຍຊະນະ 7 ສຳລັບຄົນໂງ່ນັ້ນປັນຍາສູງເກີນໄປ ທີ່ປະຕູເມືອງເຂົາບໍ່ອ້າປາກເວົ້າ 8 ບຸກຄົນຜູ້ກະແຜນງານທຳຄວາມຊົ່ວ ເຂົາເອີ້ນກັນວ່າຄົນເຈົ້າເລ່ 9 ການຄິດປະດີດຄວາມໂງ່ເປັນບາບ ແລະຄົນມັກເຍາະເຍີ້ຍເປັນທີ່ຫນ້າກຽດຊັງແກ່ມະນຸດ 10 ຖ້າເຈົ້າທໍ້ຖອຍໃຈໃນວັນເຄາະຮ້າຍ ກຳລັງຂອງເຈົ້າກໍຫນ້ອຍ 11 ຈົ່ງຊ່ອຍບັນດາຜູ້ທີ່ຖືກນຳໄປສູ່ຄວາມມໍຣະນາ ຈົ່ງຊ່ອຍຍຶດບັນດາຜູ້ທີ່ພວມໄປເພື່ອຖືກຂ້າ 12 ຖ້າເຈົ້າຈະວ່າ, “ເບິ່ງແມ໋, ເຮົາບໍ່ຮູ້ເຣື່ອງນີ້ເລີຍ” ພຣະອົງຜູ້ຊົງຊັ່ງໃຈຈະບໍ່ຊົງເຫັນຫລື ພຣະອົງຜູ້ຊົງເຝົ້າວິນຍານຢູ່ເຫນືອເຈົ້າຈະບໍ່ຊາບຫລື ແລະພຣະອົງຈະບໍ່ຊົງເອີ້ນເອົາຈາກຄົນຕາມການກະທຳຂອງເຂົາຫລື 13 ລູກເອີຍ ຈົ່ງຮັບປະທານນ້ຳເຜິ້ງເພາະເປັນຂອງດີ ແລະນ້ຳເຜິ້ງທີ່ຢົດຈາກຮັງນັ້ນມີຣົດຫວານ 14 ຈົ່ງຮູ້ເຖີດວ່າປັນຍາກໍເປັນເຊັ່ນນັ້ນແກ່ວິນຍານ ຖ້າເຈົ້າພົບປັນຍາກໍຈະມີອານາຄົດ ແລະຄວາມຫວັງຂອງເຈົ້າຈະບໍ່ຖືກຕັດອອກ 15 ຢ່າຫມອບຄອຍຢ່າງຄົນຊົ່ວຮ້າຍເພື່ອຕໍ່ສູ້ກັບທີ່ອາໄສຂອງຄົນຊອບທັມ ຢ່າທຳທາຣຸນແກ່ເຮືອນຂອງເຂົາ 16 ເພາະຄົນຊອບທັມລົ້ມລົງເຈັດຄັ້ງແລ້ວກໍລຸກຂຶ້ນອີກ ແຕ່ຄົນຊົ່ວຮ້າຍຈະຖືກຄວາມຈິບຫາຍທຳລາຍລົງເລີຍ 16 ຢ່າດີໃຈເມື່ອສັດຕຣູຂອງເຈົ້າໄດ້ຮັບໄພວິບັດ ຖ້າເຈົ້າດີໃຈ ພຣະຜູ້ເປັນເຈົ້າຈະຊົງຊາບແລະຈະບໍ່ຊົງພໍພຣະທັຍ 17 ແລ້ວພຣະອົງອາດຊົງປ່ຽນພຣະທັຍບໍ່ຊົງລົງໂທດສັດຕຣູຂອງເຈົ້າ 18 ຢ່າອຸກໃຈຍ້ອນຄົນຊົ່ວ ແລະຢ່າອິດສາບັງບຽດເຂົາ 19 ເພາະວ່າຄົນຊົ່ວຈະບໍ່ໄດ້ຫຍັງໃນອານາຄົດ ຕະກຽງຂອງຄົນຊົ່ວຮ້າຍຈະຖືກດັບເສັຽ 20 ລູກເອີຍ ຈົ່ງຢຳເກງພຣະຜູ້ເປັນເຈົ້າ ແລະພຣະຣາຊາ ຢ່າຂັດຂືນພຣະທັຍຂອງທັງສອງພຣະອົງເລີຍ 21 ເພາະໄພວິບັດຈາກພຣະອົງທັງສອງຈະອຸບັດຂຶ້ນໂດຍໄວ ແລະຜູ້ໃດຈະຊາບເຖິງຄວາມພິນາດທີ່ຈະມາຈາກພຣະອົງທັງສອງ 22 ຂໍ້ຄວາມເຫລົ່ານີ້ເປັນຄຳກ່າວຂອງນັກປາດດ້ວຍ ການລຳອຽງໃນການຕັດສິນນັ້ນບໍ່ດີເລີຍ 23 ບຸກຄົນຜູ້ກ່າວແກ່ຄົນຊົ່ວຮ້າຍວ່າ, “ເຈົ້າໄຮ້ຄວາມຜິດ” ຈະຖືກຊົນຊາດທັງຫລາຍແຊ່ງ ແລະປະຊາຊົນລັງກຽດ 24 ແຕ່ບັນດາຜູ້ຂະຫນາບເຂົາຈະມີຄວາມປິຕິຍິນດີ ແລະພອນອັນດີຈະມີຢູ່ກັບເຂົາ 25 ຜູ້ໃຫ້ຄຳຕອບທີ່ຖືກ ຈະຈູບຮີມຝີປາກ 26 ຈົ່ງຕຽມງານຂອງເຈົ້າທີ່ພາຍນອກ ທຳທຸກຢ່າງຂອງເຈົ້າໃຫ້ພ້ອມທີ່ໃນນາແລະຫລັງຈາກນັ້ນກໍຈົ່ງສ້າງເຮືອນຂອງເຈົ້າ 27 ຢ່າເປັນພຍານບໍ່ຈິງຕໍ່ເພື່ອນບ້ານຂອງເຈົ້າຢ່າງບໍ່ມີສາເຫດ ແລະຢ່າລໍ້ລວງດ້ວຍຮິມຝີປາກຂອງເຈົ້າ 28 ຢ່າກ່າວວ່າ, “ຂ້າພະເຈົ້າກະທຳແກ່ເຂົາຢ່າງທີ່ເຂົາໄດ້ທຳແລ້ວແກ່ຂ້າພະເຈົ້າ ຂ້າພະເຈົ້າຈະທຳຕອບແກ່ເຂົາຢ່າງທີ່ເຂົາໄດ້ກະທຳ” 29 ເຣົາຜ່ານໄປທີ່ໄຮ່ນາຂອງຄົນທີ່ຂີ້ຄ້ານ ຂ້າງສວນອະງຸ່ນຂອງຄົນທີ່ໄຮ້ສາມັນສຳນຶກ 30 ແລະນີ້ແຫລະ ມີຟຸ່ມຫນາມເຕັມໄປຫມົດ ແລະແຜ່ນດິນກໍເຕັມໄປດ້ວຍຫຍ້າປົ່ງຂຶ້ນທົ່ວໄປ ແລະກຳແພງຫີນຂອງມັນກໍເພພັງລົງ 31 ແລ້ວເຣົາໄດ້ເຫັນ ແລະພິເຄາະເບິ່ງ ເຮົາມອງເບິ່ງແລະໄດ້ຮັບຄຳສັ່ງສອນ 32 “ມ້ອຍຫລັບໄປພັກນຶ່ງພໍຢຽດເສັ້ນຢຽດເອັນ ແລະພັກຜ່ອນຢ່ອນອາລົມໃຫ້ສະບາຍ” 33 ແລ້ວຄວາມຈົນຈະມາຫາເຈົ້າຢ່າງຂະໂມຍ ຄວາມຂັດສົນຢ່າງຄົນຖືອາວຸດ
ສຸພາສິດໂຊໂລໂມນ
1 ຕໍ່ໄປນີ້ເປັນສຸພາສິດຂອງໂຊໂລໂມນເຫມືອນກັນ ຊຶ່ງຄົນຂອງເຮເຊກີຢາ ພຣະຣາຊາແຫ່ງຢູດາໄດ້ກ່າຍອອກໄວ້ 2 ຄວາມຍິ່ງໃຫຍ່ຂອງພຣະເຈົ້າຄືການເຊື່ອງສິ່ງຕ່າງໆໄວ້ ແຕ່ສັກສີຂອງພຣະຣາຊາຄືການຄົ້ນສິ່ງຕ່າງໆໃຫ້ປາກົດ 3 ຟ້າສວັນສູງສັນໃດ ແລະແຜ່ນດິນເລິກສັນໃດ ພຣະທັຍຂອງພຣະຣາຊາກໍເຫລືອຈະຫຍັ່ງຮູ້ສັນນັ້ນ 4 ຈົ່ງໄລ່ສິ່ງເປິເປື້ອນອອກຈາກເງິນເສັຽ ແລ້ວຈະມີວັດຖຸສຳລັບຊ່າງທຳຂັນ 5 ຈົ່ງຄົນຊົ່ວຮ້າຍອອກໄປເສັຽຈາກພຣະພັກພຣະຣາຊາ ແລະພຣະທີ່ນັ່ງຂອງພຣະອົງຈະສະຖາປະນາໄວ້ດ້ວຍຄວາມຊອບທັມ 6 ຢ່າເອົາຕົວເຈົ້າຂຶ້ນມາຂ້າງຫນ້າຕໍ່ພຣະພັກພຣະຣາຊາ ຫລືຢືນຢູ່ໃນທີ່ຂອງຜູ້ຫລັກຜູ້ໃຫຍ່ 7 ເພາະທີ່ຈະໃຫ້ເຂົາວ່າ, “ເຊີນມາທີ່ນີ້” ກໍດີກວ່າຖືກໄລ່ລົງໄປທີ່ຕ່ຳຕໍ່ຫນ້າເຈົ້ານາຍ ສິ່ງທີ່ຕາຂອງເຈົ້ານາຍເຫັນ 8 ຢ່າຟ້າວດ່ວນນຳເຂົ້າມາຍັງໂຮງສານ ເພາະເມື່ອເພື່ອນບ້ານຂອງເຈົ້າທຳໃຫ້ເຈົ້າໄດ້ອາຍແລ້ວ ໃນທີ່ສຸດເຈົ້າຈະທຳຢ່າງໃດ 9 ຈົ່ງຕົກລົງເຣື່ອງຂອງເຈົ້າກັບເພື່ອນບ້ານຂອງເຈົ້າ ແລະຢ່າທຳໃຫ້ເຜີຍຄວາມລັບຂອງເຂົາ 10 ຢ້ານວ່າຜູ້ທີ່ໄດ້ຍິນຈະນຳຄວາມອາຍມາສູ່ເຈົ້າ ແລະຊື່ສຽງຂອງເຈົ້າຈະມົວຫມອງຢູ່ນານ 11 ຄຳເວົ້າອັນຖືກຕ້ອງເຫມືອນລາຍຄຳປະດັບຢູ່ໃນເງິນ 12 ຖ້ອຍຄຳທີ່ຄົນສລາດເຕືອນຜູ້ຍອມທຳຕາມກໍມີຄຸນຄ່າເທົ່າກັບແຫວນ ຫລືເຄື່ອງເອ້ທີ່ທຳດ້ວຍຄຳບໍຣິສຸດ 13 ຜູ້ສົ່ງຂ່າວທີ່ຊື່ສັດຍ່ອມທຳໃຫ້ຜູ້ໃຊ້ເຂົາໄປໄດ້ຮັບຄວາມຊື່ນບານເຫມືອນນ້ຳເຢັນໃນຍາມຮ້ອນ 14 ບຸກຄົນຜູ້ສັນຍາວ່າຈະໃຫ້ແຕ່ບໍ່ໃຫ້ກໍເຫມືອນເມກແລະລົມທີ່ບໍ່ມີຝົນ 15 ຄວາມພາກພຽນອາດຈະຊັກຈູງຜູ້ຄອງໄດ້ ແລະລີ້ນທີ່ອ່ອນຫວານອາດຈະໂນ້ມນ້າວຈິດໃຈໃຫ້ອ່ອນລົງໄດ້ 16 ຖ້າເຈົ້າພົບນ້ຳເຜິ້ງ ຈົ່ງກິນແຕ່ພໍດີ ຢ້ານວ່າເຈົ້າຈະອີ່ມແລະອາຈຽນອອກມາ 17 ຈົ່ງໃຫ້ຕີນຂອງເຈົ້າຢູ່ໃນເຮືອນເພື່ອນບ້ານຂອງເຈົ້າດົນໆເທື່ອນຶ່ງ ຢ້ານວ່າເຂົາຈະເມື່ອຍເພາະເຈົ້າ ແລະກຽດຊັງເຈົ້າ 18 ຄົນໃດທີ່ເປັນພຍານເທັດກ່າວໂທດເພື່ອນບ້ານຂອງເຂົາ ກໍເຫມືອນກະບອງເສິກ ຫລືດາບ ຫລືລູກທະນູທີ່ຄົມ 19 ການວາງໃຈໃນຄົນທີ່ບໍ່ຊື່ໃນຍາມລຳບາກ ກໍເຫມືອນແຂ້ວທີ່ເສັຽຫລືຕີນທີ່ຫລຸດໂບກ 20 ບັນດາຄົນທີ່ຮ້ອງເພງໃຫ້ຄົນຫນັກໃຈຟັງ ກໍເຫມືອນຄົນຖອດເຄື່ອງແຕ່ງກາຍອອກໃນວັນທີ່ອາກາດຫນາວ ແລະເຫມືອນເອົານ້ຳສົ້ມມາແປະໃສ່ແຜ 21 ຖ້າສັດຕຣູຂອງເຈົ້າຫິວເຂົ້າ ຈົ່ງໃຫ້ເຂົາກິນ ຖ້າເຂົາຫິວນ້ຳ ຈົ່ງໃຫ້ເຂົາດື່ມ 22 ແລ້ວຜົນທີ່ເຈົ້າທຳນັ້ນຈະທຳໃຫ້ເຂົາໄດ້ຮັບຄວາມອັບອາຍຂາຍຫນ້າທີ່ສຸດ ແລະພຣະຜູ້ເປັນເຈົ້າຈະຊົງປະທານຮາງວັນໃຫ້ແກ່ເຈົ້າ 23 ລົມເຫນືອນຳຝົນມາສັນໃດ ລີ້ນທີ່ສໍ່ສຽດກໍນຳຄວາມໂກດສັນນັ້ນ 24 ຢູ່ທີ່ແຈມຸມເທິງຫລັງຄາເຮືອນດີກວ່າຢູ່ໃນເຮືອນຮ່ວມກັບຍິງທີ່ຈູ້ຈີ້ 25 ຂ່າວດີຈາກເມືອງໄກ ກໍເຫມືອນນ້ຳເຢັນທີ່ໃຫ້ແກ່ຄົນຫິວ 26 ຄົນຊອບທັມທີ່ຍ່ອມແພ້ແກ່ຄົນຊົ່ວຮ້າຍ ກໍເຫມືອນນ້ຳພຸມີຂີ້ຕົມ ຫລືເຫມືອນນ້ຳບໍ່ທີ່ສົກກະປົກ 27 ທີ່ຈະກິນນ້ຳເຜິ້ງຫລາຍກໍບໍ່ດີ ສະນັ້ນຈຶ່ງຄວນປະຫຍັດຄຳເວົ້າຊົມເຊີຍ 28 ຄົນທີ່ປາສຈາກການປົກຄອງຕົນເອງ ກໍເຫມືອນເມືອງທີ່ປັກຫັກພັງແລະບໍ່ມີກຳແພງ
1 ກຽດຕິຍົດບໍ່ເຫມາະສົມກັບຄົນໂງ່ເຊັ່ນດຽວກັບຫິມມະໃນຣະດູຮ້ອນ ແລະຝົນໃນຣະດູກ່ຽວ 2 ຄຳສາບແຊ່ງທີ່ໄຮ້ເຫດຜົນຍ່ອມບໍ່ມາເກາະ ເຊັ່ນດຽວກັບນົກຈອກທີ່ກຳລັງບິນໄປມາ ແລະນົກນາງແອ່ນທີ່ກຳລັງບິນ 3 ແສ້ສຳລັບມ້າ ບັງຫຽນສຳລັບລໍ ແລະໄມ້ແສ້ສຳລັບຫລັງຄົນໂງ່ 4 ຢ່າຕອບຄົນໂງ່ຕາມຄວາມໂງ່ຂອງເຂົາ ຢ້ານວ່າເຈົ້າເອງຈະເປັນເຫມືອນເຂົາ 5 ຈົ່ງຕອບຄົນໂງ່ຕາມຄວາມໂງ່ຂອງເຂົາ ຢ້ານວ່າເຂົາຈະສລາດໃນສາຍຕາຂອງເຂົາເອງ 6 ບຸກຄົນທີ່ສົ່ງຂ່າວໄປດ້ວຍມືຂອງຄົນໂງ່ກໍຕັດຕີນຂອງເຂົາເອງອອກ ແລະດື່ມຄວາມເສັຽຫາຍ 7 ສຸພາສິດທີ່ຢູ່ໃນປາກຂອງຄົນໂງ່ ກໍເຫມືອນຂາຂອງຄົນພິການທີ່ຫ້ອຍລົງມາຢ່າງໄຮ້ປໂຍດ 8 ບຸກຄົນຜູ້ໃຫ້ກຽດແກ່ຄົນໂງ່ ກໍເຫມືອນຜູ້ທີ່ມັດກ້ອນຫີນໄວ້ກັບສລິ່ງ 9 ສຸພາສິດທີ່ຢູ່ໃນປາກຂອງຄົນໂງ່ ກໍເຫມືອນຫນາມຢູ່ໃນມືຄົນຂີ້ເມົາ 10 ບຸກຄົນທີ່ຈ້າງຄົນໂງ່ ຫລືຄົນຂີ້ເມົາທີ່ຜ່ານໄປ ກໍເຫມືອນນັກທະນູທີ່ຍິງຄົນທຸກຄົນບໍ່ເລືອກຫນ້າ 11 ຄົນໂງ່ທີ່ທຳຄວາມໂງ່ຊ້ຳແລ້ວຊ້ຳອີກ ກໍເຫມືອນຫມາທີ່ກັບຄືນໄປຫາສິ່ງທີ່ມັນຮາກອອກມາ 12 ທ່ານເຫັນຄົນທີ່ຄິດວ່າຕົນເອງສລາດ ຫລືຍັງມີຫວັງໃນຄົນໂງ່ໄດ້ຫລາຍກວ່າໃນຄົນເຊັ່ນນັ້ນ 13 ຄົນຂີ້ຄ້ານເວົ້າວ່າ, “ມີຣາຊສີຢູ່ທີ່ຖນົນ ມີສິງຢູ່ທີ່ກາງເມືອງ” 14 ປະຕູຫັນໄປມາດ້ວຍບານພັບຂອງມັນສັນໃດ ຄົນຂີ້ຄ້ານກໍທຳເຊັ່ນນັ້ນຢູ່ເທິງຕຽງນອນຂອງເຂົາ 15 ຄົນກຽດຄ້ານຝັງມືຂອງເຂົາໄວ້ໃນຊາມ ເຂົາເມື່ອຍທີ່ຈະນຳມືກັບມາທີ່ປາກຂອງຕົນ 16 ຄົນຂີ້ຄ້ານເຫັນວ່າຕົວເອງສລາດກວ່າຄົນເຈັດຄົນທີ່ຕອບໄດ້ຢ່າງຫລັກແຫລມ 17 ບຸກຄົນທີ່ເຂົ້າຫຍຸ້ງໃນການທະເລາະວິວາດ ຊຶ່ງບໍ່ແມ່ນເຣື່ອງຂອງເຂົາເອງ ກໍເຫມືອນຄົນຈັບຫູຫມາຕົວທີ່ກຳລັງຜ່ານໄປ 18 ເຫມືອນກັບຄົນບ້າທີ່ໂຍນດົ້ນໄຟ ລູກທະນູ ແລະຄວາມຕາຍອອກໄປ 19 ຄົນລໍ້ລວງເພື່ອນບ້ານຂອງເຂົາ ແລະກ່າວວ່າ, “ຂ້າພະເຈົ້າລໍ້ຫລິ້ນເທົ່ານັ້ນເອງ” 20 ເພາະຂາດຟືນ ໄຟກໍດັບ ແລະທີ່ໃດທີ່ບໍ່ມີຄົນຊຸບຊິບການທະເລາະວິວາດກໍຢຸດໄປ 21 ຖ່ານເປັນເຊື້ອເພີງ ແລະຟືນເປັນເຊື້ອໄຟສັນໃດ ຄົນທີ່ມັກທະເລາະວິວາດກໍເປັນເຊື້ອການວິວາດສັນນັ້ນ 22 ຖ້ອຍຄຳຂອງຄົນປາກບອນເປັນອາຫານທີ່ແຊບ ມັນລົງໄປຍັງສ່ວນ່ຂ້າງໃນຂອງຮ່າງກາຍ 23 ຮິມຝີປາກທີ່ລາບຣື່ນກັບໃຈທີ່ຊົ່ວຮ້າຍ ກໍເຫມືອນນ້ຳຢາເຄືອບທີ່ອາບຢູ່ເທິງພາຊນະດິນ 24 ບຸກຄົນທີ່ກຽດຜູ້ອື່ນ ກໍສໍພໍດ້ວຍລີ້ນຂອງຕົນ ແລະຕໍແຫລຢູ່ໃນໃຈ 25 ເມື່ອເຂົາເວົ້າຢ່າງໃຈກະຣຸນາຢ່າເຊື່ອເຂົາ ເພາະມີສິ່ງຫນ້າກຽດຫນ້າຊັງຮ້ອຍແປດຢູ່ໃນໃຈຂອງເຂົາ 26 ເຖິງແມ່ນວ່າເຂົາຈະປິດຄວາມກຽດຊັງຂອງເຂົາໄວ້ດ້ວຍເລ່ ຄວາມຊົ່ວຮ້າຍຂອງເຂົາເຜີຍອອກໃນທີ່ປະຊຸມ 27 ບຸກຄົນທີ່ຂຸດຫລຸມພາງ ເຂົາຈະຕົກລົງໄປເອງ ຜູ້ໃດໃຫ້ກ້ອນຫີນກີ້ງມາ ມັນຈະກັບທັບເຂົາເອງ 28 ລີ້ນທີ່ມຸສາກຽດຊັງຜູ້ທີ່ມັນທຳລາຍ ແລະປາກທີ່ປ້ອຍກໍທຳຄວາມພິນາດ
1 ຢ່າໂອ້ອວດເຣື່ອງມື້ອື່ນ ເພາະເຈົ້າບໍ່ຮູ້ດອກວ່າແມ່ນຫຍັງຈະເກີດຂຶ້ນໃນບັດນີ້ແລະຕໍ່ໄປ 2 ຈົ່ງທຳໃຫ້ຄົນອື່ນຍ້ອງຍໍເຈົ້າ ເຖິງແມ່ນເຂົາເປັນຄົນຕ່າງປະເທດກໍຕາມ ແຕ່ຢ່າຍ້ອງຍໍຕົວເອງ 3 ຄວາມຫຍຸ້ງຍາກທີ່ຄົນໂງ່ກໍ່ຂຶ້ນຫນັກກວ່າຫີນແລະຊາຍ 4 ຄວາມໂກດນັ້ນໂຫດຮ້າຍແລະເປັນອັນຕະຣາຍ ແຕ່ຄວາມອິດສາບັງບຽດແຮງຮ້າຍກວ່ານັ້ນອີກ 5 ບອກສອນກັນຢ່າງເປີດເຜີຍດີກວ່າໃຫ້ຜູ້ນັ້ນຄິດວ່າເຈົ້າບໍ່ຄິດເຖິງເຂົາເລີຍ 6 ເພື່ອນຮັກແພງກັນທຳໃຫ້ເຈົ້າເຈັບໃຈບໍ່ສຳຄັນຫຍັງ ແຕ່ຖ້າສັດຕຣູເອົາແຂນກ່າຍບ່າຂອງເຈົ້າຕ້ອງລະວັງໃຫ້ດີ 7 ບຸກຄົນທີ່ອີ່ມແລ້ວ ນ້ຳເຜິ້ງກໍຫນ້າເບື່ອ ແຕ່ສຳລັບຜູ້ທີ່ຫິວ ທຸກສິ່ງທີ່ຂົມກໍກັບຫວານ 8 ຄົນທີ່ຫນີໄປຈາກບ້ານຂອງຕົນ ກໍເຫມືອນນົກທີ່ຫນີໄປຈາກຮັງຂອງມັນ 9 ນ້ຳມັນແລະນ້ຳຫອມກະທຳໃຫ້ໃຈຍິນດີ ແລະຄຳເຕືອນສະຕິອັນອ່ອນຫວານຂອງເພື່ອນກໍເປັນທີ່ໃຫ້ຊື່ນໃຈ 10 ຢ່າປະຖິ້ມມິດຂອງເຈົ້າ ແລະມິດຂອງບິດາເຈົ້າ ແລະຢ່າໄປທີ່ເຮືອນພີ່ນ້ອງຂອງເຈົ້າໃນວັນລຳບາກຍາກເຢັນຂອງເຈົ້າ 11 ລູກເອີຍ ຈົ່ງສລາດ ແລະກະທຳໃຈຂອງເຮົາໃຫ້ຍິນດີ ເພື່ອເຮົາຈະຕອບບຸກຄົນທີ່ຕຳຫນິເຮົາໄດ້ 12 ຄົນຫຍັ່ງຮູ້ ເຫັນອັນຕະຣາຍ ແລະເຊື່ອງຕົວຂອງເຂົາເສັຽ ແຕ່ຄົນໂງ່ເດີນເລື້ອຍໄປ ແລະຮັບອັນຕະຣາຍນັ້ນ 13 ຈົ່ງຍຶດເສື້ອຜ້າຂອງເຂົາໄວ້ ເມື່ອເຂົາເປັນປະກັນໃຫ້ຄົນອື່ນ ແລະຍຶດຕົວເຂົາໄວ້ ເມື່ອເຂົາຮັບປະກັນຍິງຕ່າງດ້າວ 14 ບຸກຄົນທີ່ຕື່ນແຕ່ເຊົ້າມືດໄປອວຍພອນເພື່ອນບ້ານດ້ວຍສຽງດັງ ເຂົາກັບຈະເຫັນວ່າເປັນຄຳສາບແຊ່ງ 15 ຝົນຍ້ອຍແປະໆບໍ່ຢຸດໃນຣະດູຝົນສັນໃດ ຜູ້ຍິງທີ່ຈູ້ຈີ້ກໍເຫມືອນກັນສັນນັ້ນ 16 ທີ່ຈະຍັບຍັ້ງນາງກໍເຫມືອນຍັງຍັ້ງລົມ ຫລືກຳນ້ຳມັນດ້ວຍມືຂວາ 17 ເຫລັກລັບເຫລັກໄດ້ ຄົນນຶ່ງກໍຮັບເພື່ອນບ້ານຂອງຕົນໄດ້ 18 ບຸກຄົນທີ່ດູແລຕົ້ນຫມາກເດື່ອຈະໄດ້ກິນຜົນຂອງມັນ ແລະບຸກຄົນທີ່ລະມັດລະວັງນາຍຂອງຕົນຈະໄດ້ຮັບກຽດ 19 ໃນນ້ຳ ຄົນເຫັນຫນ້າຄົນສັນໃດ ຄວາມຄິດຂອງຄົນກໍສໍ່ຄົນສັນນັ້ນ 20 ແດນຜູ້ຕາຍແລະແດນພິນາດບໍ່ຮູ້ຈັກອິ່ມ ຕາຂອງຄົນເຮົາກໍບໍ່ຮູ້ຈັກອີ່ມ 21 ເບົ້າມີໄວ້ສຳລັບເງິນ ເຕົາຖະລຸງມີໄວ້ສຳລັບຄຳ ຄຳສັຣເສີນຂອງຄົນຈະພິສູດຄົນ 22 ເອົາຄົນໂງ່ໃສ່ຄົກຕຳດ້ວຍສາກ ພ້ອມກັບເຂົ້າຕົ້ມ ຄົນໂງ່ກໍຍັງໂງ່ຢູ່ນັ້ນເອງ 23 ຈົ່ງຮູ້ຄວາມທຸກສຸກຂອງຝູງແບ້ ແກະຂອງເຈົ້າໃຫ້ດີ ແລະຈົ່ງເອົາໃຈໃສ່ຝູງງົວຂອງເຈົ້າ 24 ເພາະຄວາມຮັ່ງມີບໍ່ໄດ້ທົນຢູ່ໄດ້ເປັນນິດ ແລະມົງກຸດທົນຢູ່ໄດ້ຊົ່ວຊາດເຊື້ອສາຍຫລື 25 ເມື່ອເກັບຫຍ້າແຫ້ງໄປແລ້ວ ແລະຫຍ້າງອກໃຫມ່ປາກົດຂຶ້ນມາ ແລະເຂົາເກັບຜັກຫຍ້າຕ່າງໆທີ່ພູເຂົາກັນແລ້ວ 26 ເມື່ອນັ້ນລູກແກະຈະໃຫ້ເສື້ອຜ້າແກ່ເຈົ້າ ແລະແບ້ກໍຈະເປັນຄ່ານາ 27 ຈະມີນົມແບ້ເປັນອາຫານແກ່ເຈົ້າພຽງພໍ ທັງເປັນອາຫານແກ່ຄົວເຮືອນຂອງເຈົ້າ ແລະເປັນເຄື່ອງລ້ຽງຊີວິດສາວໃຊ້ຂອງເຈົ້າ
1 ຄົນຊົ່ວຮ້າຍກໍຫນີເມື່ອບໍ່ມີໃຜໄລ່ຕາມ ແຕ່ຄົນຊອບທັມກໍກ້າຫານຢ່າງສິງຫນຸ່ມ 2 ເມື່ອແຜ່ນດິນທໍຣະຍົດກໍມີຜູ້ຄອບຄອງເພີ້ມຂຶ້ນ ແຕ່ດ້ວຍຄົນທີ່ມີຄວາມເຂົ້າໃຈແລະຄວາມຮູ້ ສະຖຽນຣະພາບແຜ່ນດິນນັ້ນຈະເຂັ້ມແຂງແລະຫມັ້ນຄົງ 3 ຄົນຍາກຈົນທີ່ບີບບັງຄັບຄົນຍາກຈົນ ກໍເຫມືອນຝົນທີ່ເທລົງມາ ແຕ່ບໍ່ໃຫ້ອາຫານ 4 ບັນດາຜູ້ທີ່ປະຖີ້ມບັນຍັດຍ່ອມສັຣເສີນຄົນຊົ່ວຮ້າຍ ແຕ່ບັນດາຜູ້ທີ່ຮັກສາບັນຍັດຍ່ອມຄອຍຕໍ່ສູ້ເຂົາ 5 ຄົນຊົ່ວຮ້າຍບໍ່ເຂົ້າໃຈຄວາມຍຸດຕິທັມ ແຕ່ບັນດາຜູ້ທີ່ສແວງຫາພຣະເຈົ້າເຂົ້າໃຈຖີ່ຖ້ວນ 6 ຄົນຍາກຈົນທີ່ດຳເນີນໃນຄວາມສັດຊື່ຂອງເຂົາກໍດີກວ່າຄົນຮັ່ງມີທີ່ສໍ້ໂກງໃນທາງຂອງຕົນ 7 ບຸກຄົນທີ່ຮັກສາບັນຍັດເປັນບຸດຊາຍທີ່ສລາດ ແຕ່ເພື່ອນຂອງຄົນຂີ້ຂາດນຳຄວາມອັບອາຍມາເຖິງບິດາເຂົາ 8 ບຸກຄົນທີ່ເພີ້ມຊັບສົມບັດຂອງຕົນດ້ວຍດອກເບັ້ຽແລະເງິນເພີ້ມ ພຣະເຈົ້າຈະຊົງເອົາຊັບນັ້ນໄປຈາກເຂົາເພື່ອເພີ້ມແກ່ຄົນທີ່ເອັນດູຄົນຍາກຈົນ 9 ຖ້າເຈົ້າບໍ່ທຳຕາມພຣະທັມ ພຣະເຈົ້າກໍຈະກຽດຊັງຄຳອ້ອນວອນຂອງເຈົ້າ 10 ຖ້າເຈົ້າຫລອກລວງໃຫ້ຄົນສັດຊື່ທຳຊົ່ວ ຄວາມຊົ່ວນັ້ນຈະຕົກຖືກເຈົ້າເອງ ແຕ່ຜູ້ບໍ່ທຳຊົ່ວຈະໄດ້ຮັບຮາງວັນຢ່າງດີ 11 ຄົນຮັ່ງມີມັກຄິດວ່າຕົນສລາດສເມີ ແຕ່ຄົນທຸກຍາກທີ່ມີປັນຍາອາດຮູ້ຈັກເຂົາດີກວ່າອີກ 12 ເມື່ອຄົນດີມີອຳນາດທຸກໆຄົນກໍມ່ວນຊື່ນຍິນດີ ແຕ່ເມື່ອຄົນອະທັມໄດ້ປົກຄອງປະຊາຊົນກໍຫລົບລີ້ຢູ່ 13 ຖ້າເຈົ້າພຍາຍາມປິດບັງບາບໄວ້ ຊີວິດຂອງເຈົ້າກໍຈະບໍ່ຈະເຣີນ ຈົ່ງສາລະພາບແລະປ່ຽນໃຈເສັຽ ແລ້ວພຣະເຈົ້າຈະຊົງສຳແດງພຣະກະຣຸນາຕໍ່ເຈົ້າ 14 ຄົນທີ່ເກງກົວຢູ່ສເມີກໍໄດ້ຮັບພອນ ແຕ່ບຸກຄົນທີ່ທຳໃຈຕົນໃຫ້ແຂງກະດ້າງຈະຕົກໃນຄວາມລຳບາກຍາກເຢັນ 15 ຜູ້ຄອບຄອງທີ່ຊົ່ວຮ້າຍເຫນືອຄົນຍາກຈົນ ກໍເຫມືອນສິງຄຳຣາມຫລືຫມີທີ່ກຳລັງເຂົ້າຕໍ່ສູ້ 16 ຜູ້ຄອບຄອງທີ່ຂາດຄວາມເຂົ້າໃຈກໍເປັນຜູ້ບີບບັງຄັບທີ່ດຸຮ້າຍ ແຕ່ບຸກຄົນທີ່ກຽດຊັງກຳໄຣອະທັມຍ່ອມຍືດປີເດືອນຂອງເຂົາອອກໄປ 17 ຄົນໃດທີ່ມີກັມຊົ່ວເຣື່ອງໂລຫິດຂອງຄົນອື່ນ ຄົນນັ້ນກໍເປັນຄົນຫລົບຫນີຢູ່ຈົນຕາຍ ຢ່າໃຫ້ໃຜຊ່ອຍເຂົາເລີຍ 18 ບຸກຄົນທີ່ດຳເນີນໃນຄວາມສັດຊື່ຈະໄດ້ຮັບການຊ່ອຍກູ້ ແຕ່ຄົນທີ່ມີເລ່ໃນທາງຂອງເຂົາເອງຈະຕົກໃນຫລຸມ 19 ບຸກຄົນທີ່ໄຖ່ໄຮ່ນາຂອງຕົນຈະໄດ້ອາຫານຫລວງຫລາຍ ແຕ່ຜູ້ທີ່ປະກອບການງານທີ່ໄຮ້ຄ່າຈະຍິ່ງຈົມລົງ 20 ຄົນທີ່ຊື່ສັດຈະໄດ້ຮັບພອນມາກມາຍ ແຕ່ຜູ້ທີ່ຢາກຮັ່ງມີໄວກໍຈະຫນີໄປບໍ່ພົ້ນໂທດ 21 ຊຶ່ງຈະສຳແດງຄວາມລຳອຽງກໍບໍ່ດີ ຄົນອາດຈະທໍຣະຍົດເພາະອາຫານຊີ້ນນຶ່ງກໍເປັນໄດ້ 22 ຄົນທີ່ມີນັຍຕາຊົ່ວກໍເລັ່ງຫາຊັບສົມບັດ ແລະບໍ່ຮູ້ວ່າຄວາມຂັດສົນຈະມາເຖິງເຂົາ 23 ບຸກຄົນທີ່ຂະຫນາບຄົນນຶ່ງຄົນໃດ ທີ່ຫລັງເຂົາຈະໄດ້ຮັບຄວາມຊອບຫລາຍກວ່າຄົນທີ່ປໍ້ຍໍດ້ວຍລີ້ນຂອງຕົນ 24 ບຸກຄົນທີ່ຂະໂມຍສິ່ງຂອງຂອງບິດາ ຫລືມານດາຂອງຕົນ ແລະກ່າວວ່າ, “ຢ່າງນີ້ບໍ່ທໍຣະຍົດ ເຂົາກໍເປັນເພື່ອນຂອງຄົນທຳລາຍ 25 ຄົນເຫັນແກ່ຕົວທຳໃຫ້ເກີດການວິວາດ ແຕ່ຜູ້ທີ່ວາງໃຈໃນພຣະເຈົ້າຈະຈະເຣີນຂຶ້ນ 26 ບຸກຄົນທີ່ວາງໃຈໃນຄວາມຄິດຂອງຕົວເປັນຄົນໂງ່ ແຕ່ບຸກຄົນທີ່ດຳເນີນໃນປັນຍາຈະໄດ້ຮັບການຊ່ອຍກູ້ 27 ບຸກຄົນທີ່ໃຫ້ແກ່ຄົນຍາກຈົນຈະບໍ່ຮູ້ຈັກການຂັດສົນ ແຕ່ບຸກຄົນທີ່ປິດຕາຂອງເຂົາເສັຽຈາກການນີ້ຈະໄດ້ຮັບການສາບແຊ່ງຫລາຍ 28 ເມື່ອຄົນຊົ່ວຮ້າຍມີອຳນາດຂຶ້ນ ຄົນກໍລີ້ຊ່ອນຕົວເສັຽ ແຕ່ເມື່ອເຂົາທັງຫລາຍພິນາດໄປຄົນຊອບທັມກໍເພີ້ມຂຶ້ນ
1 ບຸກຄົນທີ່ຖືກຕັກເຕືອນເລື້ອຍໆ ແຕ່ຍັງແຂງຄໍ ກໍຈະຫລົ້ມຈົມຈົນເຫລືອແກ້ໃນມື້ນຶ່ງ 2 ເມື່ອຄົນຊອບທັມທະວີອຳນາດ ປະຊາຊົນກໍເປັນສຸກ ແຕ່ເມື່ອຄົນຊົ່ວຮ້າຍຄອບຄອງປະຊາຊົນກໍເປັນທຸກ 3 ບຸກຄົນຜູ້ຮັກປັນຍາຍ່ອມທຳໃຫ້ບິດາຂອງເຂົາຍິນດີ ແຕ່ຜູ້ທີ່ຄົບຄ້າຍິງແພດສະຍາກໍຜານຊັບສິ່ງຂອງຂອງເຂົາ 4 ພຣະຣາຊາຊົງໃຫ້ຄວາມເປັນຫ່ວງແກ່ແຜ່ນດິນດ້ວຍຄວາມຍຸດຕິທັມ ແຕ່ອົງທີ່ຊົງບີບຄັ້ນເອົາຂອງກຳນັນກໍທຳໃຫ້ແຜ່ນດິນຫລົ້ມຈົມລົງໄດ້ 5 ຄົນທີ່ປະຈົບປະແຈງເພື່ອນບ້ານຂອງຕົນຍ່ອມກາງຂ່າຍໄວ້ດັກຈັບຕີນຂອງເຂົາ 6 ຄົນຊົ່ວຕິດກັບຢູ່ໃນຄວາມທໍຣະຍົດຂອງຕົນ ແຕ່ຄົນຊອບທັມຮ້ອງເພງແລະຍິນດີ 7 ຄົນຊອບທັມຮູ້ຈັກສິດທິຂອງຄົນຍາກຈົນ ຄົນຊົ່ວຮ້າຍບໍ່ເຂົ້າໃຈຄວາມຮູ້ຢ່າງນີ້ 8 ຄົນມັກເຍາະເຍີ້ຍກະທຳບ້ານເມືອງໃຫ້ລຸກເປັນໄຟ ແຕ່ນັກປາດແປຄວາມໂກດຮ້າຍໄປເສັຽ 9 ຖ້ານັກປາດມີເຣື່ອງໂຕ້ຖຽງກັບຄົນໂງ່ ຄົນໂງ່ກໍດຸເດືອດທັງຫົວເລາະ ແລະບໍ່ມີວັນສງົບລົງໄດ້ 10 ຄົນທີ່ກະຫາຍເລືອດຍ່ອມກຽດຄົນທີ່ໄຮ້ຕຳຫນິ ແລະຄົນຊົ່ວຮ້າຍສແວງຫາຊີວິດຂອງເຂົາ 11 ຄົນໂງ່ຍ່ອມໃຫ້ຄວາມໂກດຂອງເຂົາພຸ່ງອອກມາເຕັມທີ່ ແຕ່ນັກປາດຍ່ອມຢັບຢັ້ງໂທສະໄວ້ງຽບໆ 12 ຖ້າຜູ້ຄອບຄອງເຊື່ອຟັງຄວາມເທັດ ຂ້າຣາຊການຂອງທ່ານກໍເປັນຄົນຊົ່ວຮ້າຍທັງສິ້ນ 13 ຄົນຍາກຈົນ ແລະຜູ້ບີບບັງຄັບມັກມາປະຈັນຫນ້າກັນສເມີ ແລະພຣະຜູ້ເປັນເຈົ້າປະທານຄວາມສວ່າງແກ່ຕາຂອງຄົນທັງສອງ 14 ຖ້າພຣະຣາຊາພິພາກສາຄົນຍາກຈົນດ້ວຍຄວາມທ່ຽງທັມ ພຣະທີ່ນັ່ງຂອງພຣະອົງຈະສະຖາປະນາຢູ່ເປັນນິດ 15 ໄມ້ແສ້ ແລະຄຳຕັກເຕືອນໃຫ້ເກີດປັນຍາ ແຕ່ຖ້າປ່ອຍເດັກໄວ້ແຕ່ລຳພັງຈະນຳຄວາມອັບອາຍມາສູ່ມານດາຂອງຕົນ 16 ເມື່ອຄົນຊົ່ວຮ້າຍຢູ່ໃນອຳນາດຫນ້າທີ່ການທໍຣະຍົດກໍທະວີຂຶ້ນ ແຕ່ຄົນຊອບທັມຈະມອງເບິ່ງຄວາມຫລົ້ມຈົມຂອງເຂົາ 17 ຈົ່ງຝຶກສອນບຸດຂອງເຈົ້າ ແລະເຂົາຈະໃຫ້ເຈົ້າໄດ້ຢຸດພັກ ເຂົາຈະໃຫ້ຄວາມປິຕິຍິນດີແກ່ໃຈຂອງເຈົ້າ 18 ທີ່ໃດໆທີ່ບໍ່ມີການເຜີຍທັມ ປະຊາຊົນກໍປະຖິ້ມຄວາມຢັບຢັ້ງຊັ່ງໃຈເສັຽ ແຕ່ຄົນທີ່ຮັກສາທັມບັນຍັດຈະເປັນສຸກ 19 ບອກສອນຄົນໃຊ້ແຕ່ປາກກໍບໍ່ຫ່ອນໄດ້ ເພາະເຖິງແມ່ນເຂົາຈະເຂົ້າໃຈ ແຕ່ເຂົາກໍບໍ່ຟັງ 20 ເຈົ້າເຫັນຄົນທີ່ປາກໄວຫລື ຍັງມີຫວັງໃນຄົນໂງ່ຫລາຍກວ່າເຂົາ 21 ບຸກຄົນທີ່ທະນຸຖະນອມຄົນໃຊ້ຂອງຕົນຕັ້ງແຕ່ນ້ອຍໆ ທີ່ສຸດຈະເຫັນວ່າເຂົາເປັນຜູ້ຮັບມໍຣະດົກຂອງຕົນ 22 ຄົນທີ່ໂມໂຫຍ່ອມກໍ່ໃຫ້ເກີດການວິວາດ ແລະຄົນທີ່ມັກໂກດກໍເປັນເຫດໃຫ້ມີການທໍຣະຍົດຫລາຍຂຶ້ນ 23 ຄວາມເຍີ້ຍິ່ງຂອງຄົນນຳເຂົາໃຫ້ຕ່ຳລົງ ແຕ່ຄົນທີ່ມີໃຈຖ່ອມຈະໄດ້ຮັບກຽດ 24 ຜູ້ເຂົ້າສ່ວນກັບຂະໂມຍກໍກຽດຊັງຊີວິດຂອງຕົນ ເຂົາໄດ້ຍິນຄຳສາບານ ແຕ່ບໍ່ເປີດເຜີຍສິ່ງໃດເລີຍ 25 ຜູ້ທີ່ກັງວົນນຳຄົນເວົ້າໃຫ້ກໍເປັນອັນຕະຣາຍ ແຕ່ບຸກຄົນທີ່ວາງໃຈໃນພຣະຜູ້ເປັນເຈົ້າກໍປອດພັຍ 26 ຄົນຈຳນວນຫລາຍສແວງຄວາມພໍໃຈຈາກຜູ້ຄອບຄອງ ແຕ່ຄົນຈະໄດ້ຄວາມຍຸດຕິທັມຈາກພຣະຜູ້ເປັນເຈົ້າ 27 ຄົນອະທັມເປັນທີ່ລັງກຽດຂອງຄົນຊອບທັມ ແຕ່ຄົນຕົງເປັນທີ່ຫນ້າກຽດຊັງແກ່ຄົນຊົ່ວຮ້າຍ
ຂໍ້ສັງເກດຂອງອາກູ
1 ຖ້ອຍຄຳຂອງອາກູ ບຸດຊາຍຢາເກແຫ່ງເມືອງມັດສາ “ພຣະເຈົ້າບໍ່ຢູ່ນຳຂ້າພະເຈົ້າ ພຣະເຈົ້າບໍ່ຢູ່ນຳຂ້າພະເຈົ້າ ແລະຂ້າພະເຈົ້າກໍຂາດຜູ້ຊ່ອຍເຫລືອ” 2 ແທ້ຈິງຂ້າພະເຈົ້າກໍໂງ່ເກີນທີ່ຈະເປັນຄົນ ຂ້າພະເຈົ້າບໍ່ມີຄວາມຮອບຮູ້ຢ່າງມະນຸດ 3 ຂ້າພະເຈົ້າບໍ່ເຄີຍຮຽນຮູ້ປັນຍາ ທັງບໍ່ມີຄວາມຮູ້ຂອງອົງບໍຣິສຸດ 4 ໃຜເດ່ໄດ້ຂຶ້ນໄປຍັງສວັນແລະລົງມາ ໃຜເດ່ໄດ້ຮວບຮວມລົມໄວ້ໃນກຳມືຂອງທ່ານ ໃຜເດ່ໄດ້ເອົາເຄື່ອງແຕ່ງກາຍມາຫໍ່ນ້ຳໄວ້ ໃຜເດ່ໄດ້ສະຖາປະນາທີ່ສຸດປາຍແຫ່ງແຜ່ນດິນໂລກໄວ້ ນາມຂອງຜູ້ນັ້ນຄືໃຜ ແລະນາມບຸດຊາຍຂອງຜູ້ນັ້ນຄືໃຜ ທ່ານຈະຕ້ອງຮູ້ເປັນແນ່ 5 ພຣະວັຈນະທຸກຄຳຂອງພຣະຜູ້ເປັນເຈົ້ານັ້ນພິສູດເຫັນຈິງແລ້ວ ພຣະອົງຊົງເປັນໂລ່ແກ່ບັນດາຜູ້ລີ້ພັຍຢູ່ໃນພຣະອົງ 6 ຢ່າເພີ້ມຫຍັງເຂົ້າກັບພຣະວັຈນະຂອງພຣະອົງ ເກງວ່າພຣະອົງຈະຊົງຂະຫນາບເຈົ້າແລະເຂົາຈະເຫັນວ່າເຈົ້າເປັນຄົນມຸສາ 7 ຂ້າພຣະອົງຂໍສອງຢ່າງຈາກພຣະອົງ ຂໍຢ່າຊົງປະຕິເສດທີ່ຈະໃຫ້ຂ້າພຣະອົງກ່ອນຂ້າພຣະອົງຕາຍ 8 ຂໍໃຫ້ຄວາມມຸສາ ແລະຄວາມເທັດໄກຈາກຂ້າພຣະອົງ ຂໍຢ່າປະທານຄວາມຍາກຈົນ ຫລືຄວາມມັ່ງຄັ່ງແກ່ຂ້າພຣະອົງ ຂໍລ້ຽງຂ້າພຣະອົງດ້ວຍອາຫານທີ່ພໍດີແກ່ຂ້າພຣະອົງ 9 ຢ້ານວ່າຂ້າພຣະອົງຈະອີ່ມ ແລະປະຕິເສດພຣະອົງ ແລ້ວເວົ້າວ່າ, “ພຣະເຈົ້າເປັນຜູ້ໃດ” ຫລືຢ້ານວ່າຂ້າພຣະອົງຈະຍາກຈົນແລະຂະໂມຍ ແລະກະທຳໃຫ້ພຣະນາມພຣະເຈົ້າຂອງຂ້າພຣະອົງເປັນມົນທິນ 10 ຢ່ານິນທາຄົນໃຊ້ໃຫ້ນາຍຂອງເຂົາຟັງ ເກງວ່າເຂົາຈະແຊ່ງເຈົ້າ ແລະເຈົ້າຈະຕ້ອງຮັບກັມຊົ່ວ 11 ມີຄົນທີ່ແຊ່ງບິດາຂອງຕົນ ແລະບໍ່ອວຍພອນແກ່ມານດາຂອງຕົນ 12 ມີຄົນທີ່ຄິດວ່າຕົນເອງບໍຣິສຸດ ແຕ່ບໍ່ໄດ້ຮັບການຊຳຮະຄວາມເປື້ອນເປິຂອງຕົນ 13 ມີຄົນເຊັ່ນນັ້ນຢູ່ທົ່ວໄປ ຕາຂອງເຂົາສູງຈິງຫນໍ ແລະຫນັງຕາຂອງເຂົາສູງຍິ່ງ 14 ມີຄົນທີ່ແຂ້ວຂອງເຂົາເປັນດາບ ທົນຂອງເຂົາເປັນມີດ ເພື່ອຈະທຳລາຍຄົນຍາກຈົນເສັຽຈາກແຜ່ນດິນໂລກ ຄົນຂັດສົນ ເສັຽຈາກຖ້າມກາງມະນຸດ 15 ປີງມີລູກສາວສອງໂຕ ມັນຮ້ອງວ່າ, “ໃຫ້, ໃຫ້” ແຕ່ສິ່ງສາມສິ່ງນີ້ບໍ່ເຄີຍອີ່ມ ສີ່ສິ່ງບໍ່ເຄີຍເວົ້າວ່າ, “ພໍແລ້ວ” 16 ຄືແດນຜູ້ຕາຍ ຍິງທີ່ບໍ່ມີລູກ ແຜ່ນດິນໂລກທີ່ບໍ່ອີ່ມນ້ຳ ແລະໄຟທີ່ບໍ່ເຄີຍເວົ້າວ່າ, “ພໍແລ້ວ” 17 ນັຍຕາທີ່ເຍາະເຍີ້ຍບິດາແລະດູຖູກ ບໍ່ຟັງມານດາຈະຖືກກາແຫ່ງຫຸບເຂົາຈິກອອກ ແລະແຮ້ງຈະກິນເສັຽ 18 ມີສາມສີ່ຢ່າງທີ່ຂ້າພະເຈົ້າບໍ່ເຂົ້າໃຈ ແລະອັດສະຈັນທີ່ສຸດຄື 19 ນົກອີນຊີທີ່ບິນໄປໃນທ້ອງຟ້າ ງູທີ່ເລືອໄປມາເທິງໂງ່ນຫີນ ເຮືອທີ່ແລ່ນໄປໃນນ້ຳທະເລ ແລະທ່າທີຂອງຊາຍກັບຍິງສາວ 20 ນີ້ເປັນທາງຂອງຍິງທີ່ລ່ວງປະເວນີ ຄືນາງໄດ້ຮັບປະທານ ແລະນາງເຊັດປາກ ແລະນາງເວົ້າວ່າ, “ຂ້າພະເຈົ້າບໍ່ໄດ້ທຳຜິດ” 21 ແຜ່ນດິນໂລກສັ່ນສະເທືອນຢູ່ໃຕ້ສາມສິ່ງ ມັນທົນຢູ່ໃຕ້ສີ່ສິ່ງບໍ່ໄດ້ 22 ຄື ທາດເມື່ອໄດ້ເປັນພຣະຣາຊາ ຄົນໂງ່ເມື່ອກິນອີ່ມ 23 ຍິງທີ່ບໍ່ມີໃຜຮັກໄດ້ຜົວ ແລະສາວໃຊ້ທີ່ໄດ້ເປັນນາຍແທນນາຍຍິງຂອງຕົນ 24 ມີສີ່ຢ່າງໃນແຜ່ນດິນໂລກທີ່ນ້ອຍເຫລືອເກີນ ແຕ່ມີປັນຍາຫລາຍເຫລືອລົ້ນ 25 ມົດເປັນປະຊາກອນທີ່ບໍ່ແຂງແຮງ ແຕ່ມັນຍັງຕຽມອາຫານຂອງມັນໄວ້ໃນຣະດູແລ້ງ 26 ຕຸ່ນ ເປັນປະຊາກອນທີ່ບໍ່ມີກຳລັງ ແຕ່ມັນຍັງສ້າງບ້ານຂອງມັນໃນໂງ່ນຫີນ 27 ຕັກແຕນບໍ່ມີຣາຊາ ແຕ່ມັນຍັງເດີນຂະບວນເປັນແຖວ 28 ຈີງໂຈະນັ້ນ ເຈົ້າເອົາມືຈັບໄດ້ ແຕ່ມັນຍັງຢູ່ໃນພຣະຣາຊວັງ 29 ມີສາມສິ່ງທີ່ສະງ່າງາມຫລາຍໃນທ່າເດີນ ມີສີ່ສິ່ງຕີນຂອງມັນຜ່າເຜີຍ 30 ຄືສິງ ຊຶ່ງເປັນສັດທີ່ມີກຳລັງຫລາຍທີ່ສຸດ ແລະບໍ່ຍອມຫັນຫລັງກັບເພາະສິ່ງໃດເລີຍ 31 ພໍ່ໄກ່ທີ່ເດີນຢູ່ ແບ້ຜູ້ ແລະພຣະຣາຊາທີ່ສະເດັດພຣະຣາຊດຳເນີນຢູ່ຫນ້າປະຊາຊົນຂອງພຣະອົງ 32 ຖ້າເຈົ້າເປັນຄົນໂງ່ຍົກຍ້ອງຕົນເອງ ຫລືຄິດແຜນການຊົ່ວຮ້າຍ ຈົ່ງເອົາມືປິດປາກຂອງເຈົ້າເສັຽເຖີດ 33 ເພາະເມື່ອກວນນ້ຳນົມກໍໄດ້ເນີຍແຫລວ ເມື່ອບີບດັງກໍໄດ້ໂລຫິດ ແລະເມື່ອກວນໂທໂສກໍໄດ້ການວິວາດ
ຄຳຕັກເຕືອນກະສັດ
1 ຖ້ອຍຄຳຂອງເລມູເອນ ພຣະຣາຊາແຫ່ງເມືອງມັດສາ ພຣະຣາຊຊົນນີໄດ້ສອນຄຳນີ້ໄວ້ແກ່ພຣະອົງ 2 ລູກແມ່ເອີຍ ລູກແຫ່ງທ້ອງແມ່ເອີຍ ລູກແຫ່ງຄຳສັນຍາຂອງແມ່ເອີຍ 3 ຢ່າໃຫ້ກຳລັງຂອງເຈົ້າແກ່ຜູ້ຍິງ ແລະໃຫ້ທາງຂອງເຈົ້າແກ່ຜູ້ທຳລາຍພຣະຣາຊາໃດໆ 4 ໂອ ເລມູເອນເອີຍ ບໍ່ສົມຄວນທີ່ພຣະຣາຊາ ບໍ່ສົມຄວນທີ່ພຣະຣາຊາຈະສເວີຍເຫລົ້າອະງຸ່ນ ຫລືຜູ້ທີ່ຄອບຄອງຈະປາຖນາສຸຣາ 5 ຢ້ານວ່າເຂົາຈະດື່ມແລະລືມຄຳທີ່ຕາເປັນກົດຫມາຍນັ້ນເສັຽ ແລະບໍ່ຍອມຮັບຮູ້ສິດທີຂອງຄົນຂັດສົນ 6 ຈົ່ງໃຫ້ສຸຣາແກ່ຜູ້ທີ່ກຳລັງພິນາດ ແລະນ້ຳອະງຸ່ນແກ່ຜູ້ທີ່ທຸກໃຈຢ່າງຂົ່ມຂື່ນ 7 ຈົ່ງໃຫ້ເຂົາດື່ມແລະລືມຄວາມຍາກຈົນຂອງເຂົາ ເພື່ອຈະຈົດຈຳຄວາມຣະທົມທຸກຂອງເຂົາບໍ່ໄດ້ອີກຕໍ່ໄປ 8 ຈົ່ງອ້າປາກຂອງເຈົ້າແທນຄົນໃບ້ ເພື່ອສິດຂອງທຸກຄົນທີ່ບໍ່ມີທີ່ເພິ່ງ 9 ຈົ່ງອ້າປາກຂອງເຈົ້າ ພິພາກສາຢ່າງຊອບທັມ ຮັກສາສິດຂອງຄົນຈົນແລະຄົນຂັດສົນໃຫ້ຄົງຢູ່
ເມັຽທີ່ດີ
10 ເມັຽທີ່ດີຍ່ອມປະເສີດກວ່າເພັດນີນຈີນດາ ແຕ່ຍາກຫລາຍທີ່ຈະໄດ້ຍິງເຊັ່ນນັ້ນ 11 ຜົວທີ່ມີເມັຽດີກໍວາງໃຈໃນນາງໄດ້ ເຂົາຈະບໍ່ເປັນທຸກເລີຍ 12 ເມັຽທີ່ດີນັ້ນເປັນດັ່ງນີ້ ຄືທຳແຕ່ສິ່ງທີ່ດີຕໍ່ຜົວ ຈະບໍ່ທຳໃຫ້ຜົວເຊື່ອມເສັຽຕລອດຊີວິດ 13 ຈັດຫາຂົນແກະ ຜ້າເນື້ອດີ ພ້ອມທັງເຣັດວຽກຢ່າງຊຳນິຊຳນານ 14 ຊອກຫາອາຫານຈາກບ່ອນໄກມາສູ່ເຮືອນເຫມືອນເຮືອນພໍ່ຄ້າ 15 ນອນເດິກຕື່ນເຊົ້າ ເພື່ອຈັດຕຽມຫາອາຫານສຳລັບຄອບຄົວ ແລະບອກວຽກໃຫ້ສາວໃຊ້ທຳ 16 ຊອກຫາທີ່ດິນເຮັດສວນອະງຸ່ນ ແລ້ວຊື້ໄວ້ດ້ວຍເງິນທີ່ນາງຫາມາເອງ 17 ເປັນຍິງທີ່ແຂງແຮງ ມີນ້ຳໃຈແລະສຸກຂະພາບດີ 18 ຮູ້ຈັກຄຸນຄ່າຂອງສິ່ງທີ່ຕົນທຳ 19 ເຂັນຝ້າຍ ແລະຕ່ຳຜ້າເອງ 20 ໃຫ້ຄວາມຊ່ອຍເຫລືອຄົນທຸກຍາກແລະຜູ້ຂັດສົນ 21 ເມື່ອຍາມຫນາວກໍບໍ່ເດືອດຮ້ອນ ເພາະວ່ານາງມີເຄື່ອງກັນຫນາວສຳລັບລູກຜົວແລ້ວ 22 ນາງຕ່ຳຜ້າປູນອນ ແລະນຸ່ງຜ້າໄຫມສີມ່ວງເນື້ອດີ 23 ຊ່ອຍໃຫ້ຜົວມີຊື່ສຽງ ແລະເປັນເຈົ້ານາຍຄົນນຶ່ງໃນປະເທດ 24 ນາງຕ່ຳເຄື່ອງນຸ່ງ ແລະທຳສາຍແອວຂາຍໃຫ້ພວກພໍ່ຄ້າ 25 ເປັນຍິງທີ່ແຂງແຮງ ແລະຫນ້າເຄົາຣົບນັບຖື ບໍ່ເປັນຫ່ວງຫຍັງໃນອານາຄົດ 26 ເປັນຍິງເວົ້າຈາຫລັກແຫລມ ແລະສຸພາບອ່ອນຫວານ 27 ຫຍຸ້ງຢູ່ກັບວຽກ ແລະເອົາໃຈໃສ່ໃນຄວາມຕ້ອງການຂອງຄອບຄົວສເມີ 28 ລູກຜົວຂອງນາງຈະສະແດງຄວາມພໍໃຈ ແລະຍ້ອງຍໍນາງ 29 ຜົວຈະເວົ້າວ່າ, “ມີຜູ້ຍິງຢູ່ຫລາຍຄົນເປັນເມັຽທີ່ດີ ແຕ່ເຈົ້າດີກວ່າຜູ້ຍິງທັງປວງ” 30 ສເນ່ເປັນຂອງຫລອກລວງ ແລະຄວາມງາມກໍເປັນຂອງບໍ່ແນ່ນອນ ແຕ່ຜູ້ຍິງທີ່ຢຳເກງພຣະຜູ້ເປັນເຈົ້າສົມຄວນໄດ້ຮັບຄວາມສັຣເສີນ 31 ຍ້ອນຜົນງານທັງປວງທີ່ນາງໄດ້ທຳມານັ້ນ ຈົ່ງໃຫ້ກຽດແກ່ນາງ ນາງສົມຄວນໄດ້ຮັບຄວາມເຄົາຣົບນັບຖືຈາກທຸກໆຄົນ
ທຸກຢ່າງກໍອະນິຈັງ
1 ຖ້ອຍຄຳຂອງປັນຍາຈານ ຜູ້ເປັນເຊື້ອສາຍຂອງດາວິດກະສັດໃນກຸງເຢຣູຊາເລັມ 2 ປັນຍາຈານກ່າວວ່າ ອະນິຈັງ ອະນິຈັງ ອະນິຈັງ ອະນິຈັງ ສາຣະພັດອະນິຈັງ 3 ທີ່ມະນຸດທຳງານຫນັກກາງແດດ ເຂົາໄດ້ປໂຍດອັນໃດຈາກງານທີ່ເຂົາທຳນັ້ນ 4 ຊົ່ວອາຍຸນຶ່ງຜ່ານໄປ ແລະອີກຊົ່ວອາຍຸນຶ່ງຕ່າວມາ ແຕ່ແຜ່ນດິນໂລກຄົງເດີມຢູ່ເປັນນິດ 5 ດວງອາທິດຂຶ້ນ ແລະດວງອາທິດຕົກ ແລ້ວເຄື່ອນໄປເຖິ່ງທີ່ຊຶ່ງຂຶ້ນມານັ້ນ 6 ລົມພັດໄປທາງທິດໃຕ້ ແລ້ວວຽນກັບໄປທາງເຫນືອ ລົມພັດວຽນໄປວຽນມາ ແລ້ວລົມພັດກັບຕາມທາງວຽນຂອງມັນ 7 ແມ່ນ້ຳທັງຫລາຍໄຫລໄປສູ່ທະເລ ແຕ່ທະເລກໍບໍ່ເຕັມ ແມ່ນ້ຳໄຫລໄປສູ່ທີ່ໃດກໍໄຫລໄປສູ່ທີ່ນັ້ນອີກ 8 ສາຣະພັດເມື່ອຍກັນຫມົດ ຄົນໃດໆກໍປາກບໍ່ອອກ ດວງຕາກໍເບິ່ງບໍ່ຮູ້ຈັກອີ່ມ ຫລືຫູກໍຟັງບໍ່ເຕັມ 9 ສິ່ງທີ່ເປັນຂຶ້ນແລ້ວຄືສິ່ງທີ່ຈະເປັນຂຶ້ນອີກ ສິ່ງທີ່ທຳກັນແລ້ວ ຄືສິ່ງທີ່ຈະຕ້ອງທຳກັນອີກ ແລະບໍ່ມີສິ່ງໃດໃຫມ່ພາຍໃຕ້ດວງອາທິດ 10 ມີອີກສິ່ງນຶ່ງຫລືທີ່ເຂົາຈະເວົ້າໄດ້ວ່າ, “ເບິ່ງແມ໋, ສິ່ງນີ້ໃຫມ່” ສິ່ງນັ້ນມີຢູ່ແລ້ວໃນສະໄຫມກ່ອນເຮົາທັງຫລາຍ 11 ບໍ່ມີການຈົດຈຳເຖິງສະໄຫມກ່ອນ ແລະບໍ່ມີການຈົດຈຳສິ່ງຫລັງໆທີ່ຈະເກີດມາ ໃນຖ້າມກາງບັນດາຜູ້ທີ່ມາພາຍຫລັງ 12 ຂ້າພະເຈົ້າ ປັນຍາຈານ ເຄີຍເປັນກະສັດເຫນືອອິສຣາເອນໃນກຸງເຢຣູຊາເລັມ 13 ແລະຂ້າພະເຈົ້າຕັ້ງໃຈຊອກ ແລະສແວງຫາໂດຍສະຕິປັນຍາ ສິ່ງທີ່ກະທຳກັນພາຍໃຕ້ຟ້າສວັນ ເປັນເຣື່ອງຍາກລຳບາກຊຶ່ງພຣະເຈົ້າປະທານໃຫ້ມະນຸດທຳກັນຢູ່ນັ້ນ 14 ຂ້າພະເຈົ້າເຄີຍເຫັນການທັງປວງຊຶ່ງເຂົາກະທຳກັນພາຍໃຕ້ດວງອາທິດ ແລະເບິ່ງແມ໋, ສາຣະພັດກໍອະນິຈັງ ຄືກິນລົມກິນແລ້ງ 15 ສິ່ງທີ່ຄົດຈະທຳໃຫ້ຊື່ບໍ່ໄດ້ ແລະສິ່ງທີ່ຂາດຢູ່ຈະນັບໃຫ້ຄົບບໍ່ໄດ້ 16 ຂ້າພະເຈົ້າຣຳພັນກັບຕົນເອງວ່າ, “ຂ້າພະເຈົ້າມີສະຕິປັນຍາຫລາຍຍິ່ງກວ່າຄົນອື່ນໆທີ່ຄອງຢູ່ເຫນືອກຸງເຢຣູຊາເລັມມາກ່ອນຂ້າພະເຈົ້າ ໃຈຂ້າພະເຈົ້າກໍຊຳນິຊຳນານໃນສະຕິປັນຍາແລະຄວາມຮູ້ຢ່າງຍິ່ງ” 17 ຂ້າພະເຈົ້າກໍຕັ້ງໃຈຮູ້ສະຕິປັນຍາ ຮູ້ຄວາມບ້າບໍ ແລະຄວາມໂງ່ ຂ້າພະເຈົ້າສັງເກດເຫັນວ່າເຣື່ອງນີ້ກໍເປັນແຕ່ກີນລົມກິນແລ້ງດ້ວຍ 18 ເພາະໃນສະຕິປັນຍາຫລາຍໆ ກໍມີຄວາມທຸກຣະທົມຫລາຍ ແລະບຸກຄົນທີ່ເພີ້ມຄວາມຮູ້ກໍເພີ້ມຄວາມເສົ້າໂສກ
1 ຂ້າພະເຈົ້າຣຳພັນວ່າ, “ມາເຖີດ ມາລອງສນຸກສນານກັນເບິ່ງ ຈົ່ງສນຸກສະບາຍໃຈໄປ” ແຕ່ເບິ່ງດູ ເຣື່ອງນີ້ກໍອະນິຈັງຄືກັນ 2 ຂ້າພະເຈົ້າເວົ້າກ່ຽວກັບການຫົວເລາະວ່າ, “ບ້າໆ ບໍໆ” ແລະກ່າວເຖິງຄວາມສນຸກສນານວ່າ “ມີປໂຍດຫຍັງ” 3 ຂ້າພະເຈົ້າຄິດເບິ່ງວ່າຈະທຳຢ່າງໃດ ກາຍຈຶ່ງຈະຄຶກຄັກດ້ວຍເຫລົ້າອະງຸ່ນ ແລະໃຈຍັງຄົງແນະນຳຂ້າພະເຈົ້າດ້ວຍສະຕິປັນຍາ ແລະຈະຍຶດຄວາມໂງ່ໄວ້ຢ່າງໃດ ຈົນຂ້າພະເຈົ້າຈະເຫັນໄດ້ວ່າ ແມ່ນຫຍັງຈະດີສຳລັບໃຫ້ບັນດາບຸດຂອງມະນຸດທຳພາຍໃຕ້ທ້ອງຟ້າຕລອດຊີວິດຂອງເຂົາ 4 ຂ້າພະເຈົ້າໄດ້ທຳສິ່ງທີ່ຍິ່ງໃຫຍ່ ຂ້າພະເຈົ້າໄດ້ສ້າງເຮືອນຫລາຍຫລັງ ແລະທຳສວນອະງຸ່ນຫລາຍບ່ອນ 5 ຂ້າພະເຈົ້າທຳສວນຜົນລະໄມ້ ແລະສວນພັກຜ່ອນຢ່ອນໃຈຫລາຍບ່ອນ ປູກຕົ້ນໄມ້ມີຫມາກຫລາຍຢ່າງໄວ້ໃນສວນເຫລົ່ານັ້ນ 6 ຂ້າພະເຈົ້າສ້າງສະນ້ຳຫລາຍສຳລັບຕົນເອງ ເພື່ອຈະໃຊ້ນ້າໃນສະນັ້ນຫົດຫມູ່ໄມ້ທີ່ກຳລັງງອກງາມ 7 ຂ້າພະເຈົ້າຊື້ທາດຊາຍຍິງໄວ້ ມີທາດເກີດຂຶ້ນໃນບ້ານ ຂ້າພະເຈົ້າມີຝູງງົວ ຝູງແບ້ ຝູງແກະເປັນສົມບັດຫລາຍກວ່າຂອງບັນດາຄົນທີ່ຢູ່ໃນກຸງເຢຣູຊາເລັມກ່ອນຂ້າພະເຈົ້າ 8 ຂ້າພະເຈົ້າສະສົມເງິນທອງໄວ້ ແລະສະສົມຊັບສົມບັດອັນຄວນຄູ່ກັບກະສັດ ແລະຄວນຄູ່ກັບເມືອງທັງຫລາຍ ຂ້າພະເຈົ້າມີນັກຮ້ອງຊາຍຍິງສຳລັບຕົນ ແລະເມັຽນ້ອຍ ຊຶ່ງເປັນສິ່ງທີ່ປາຖນາຜູ້ຊາຍ 9 ຂ້າພະເຈົ້າຈຶ່ງເປັນໃຫຍ່ເປັນໂຕກວ່າບັນດາຄົນທີ່ເຄີຍຢູ່ມາກ່ອນຂ້າພະເຈົ້າໃນເຢຣູຊາເລັມ ແລະສະຕິປັນຍາຂອງຂ້າພະເຈົ້າຍັງຄົງຢູ່ກັບຂ້າພະເຈົ້າດ້ວຍ 10 ສິ່ງໃດໆທີ່ນັຍຕາຂອງຂ້າພະເຈົ້າຢາກເຫັນ ຂ້າພະເຈົ້າກໍບໍ່ປິດບັງ ຂ້າພະເຈົ້າບໍ່ໄດ້ຫ້າມໃຈຈາກຄວາມສນຸກໃດໆ ເພາະໃຈຂ້າພະເຈົ້າຄວາມເພີດເພີນໃນບັນດາງານຂອງຂ້າພະເຈົ້າ ແລະນີ້ເປັນຣາງວັນຈາກງານຂອງຂ້າພະເຈົ້າ 11 ແລ້ວຂ້າພະເຈົ້າຫັນມາເບິ່ງບັນດາສິ່ງທີ່ມືຂ້າພະເຈົ້າໄດ້ທຳ ແລະຄວາມເມື່ອຍທີ່ຂ້າພະເຈົ້າທຸ່ມເທລົງໄປ ແລະເບິ່ງແມ໋, ທຸກສິ່ງກໍອະນິຈັງ ຄືກິນລົມກິນແລ້ງ ແລະບໍ່ມີປໂຍດອັນໃດພາຍໃຕ້ດວງອາທິດ 12 ຂ້າພະເຈົ້າຈຶ່ງຫັນມາພິເຄາະສະຕິປັນຍາ ຄວາມບ້າບໍ ແລະຄວາມໂງ່ຈ້າ ເພາະຄົນທີ່ມາພາຍຫລັງກະສັດ ຈະທຳສິ່ງໃດໄດ້ແດ່ ເຂົາກໍທຳສິ່ງທີ່ເຂົາທຳກັນມາດົນນານແລ້ວນັ້ນໄດ້ 13 ຂ້າພະເຈົ້າເຫັນວ່າສະຕິປັນຍາວິເສດກວ່າຄວາມໂງ່ຈ້າ ເຫມືອນຄວາມສວ່າງວິເສດກວ່າຄວາມມືດ 14 ຄົນມີສະຕິປັນຍາມີຕາຢູ່ໃນສະຫມອງ ແຕ່ຄົນໂງ່ຈ້າເດີນໃນຄວາມມືດ ແຕ່ຂ້າພະເຈົ້າຍັງເຫັນວ່າ ເຄາະຢ່າງດຽວກັນເກີດຂຶ້ນແກ່ເຂົາທັງມວນ 15 ຂ້າພະເຈົ້ານຶກໃນໃຈວ່າ, “ເຄາະກັມອັນໃດເກີດແກ່ຄົນໂງ່ຈ້າສັນໃດ ກໍຄົງຈະເກີດກັບຂ້າພະເຈົ້າສັນນັ້ນ ຖ້າເຊັ່ນນັ້ນແລ້ວຂ້າພະເຈົ້າຈະມີສະຕິປັນຍາຫລາຍເຮັດຫຍັງ” ຂ້າພະເຈົ້ານຶກໃນໃຈເຣື່ອງນີ້ກໍອະນິຈັງເຫມືອນກັນ 16 ເພາະບໍ່ມີໃຜລະນຶກເຖິງຄົນມີສະຕິປັນຍາເຊັ່ນດຽວກັບຄົນໂງ່ຈ້າ ດ້ວຍເຫັນວ່າໃນອານາຄົດກໍລືມກັນໄປຫມົດແລ້ວ ຄົນມີສະຕິປັນຍາກໍຕາຍເຫມືອນຄົນໂງ່ຈ້າ 17 ຂ້າພະເຈົ້າຈຶ່ງຊັງຊີວິດ ເພາະວ່າວຽກງານທີ່ເຂົາທຳກັນພາຍໃຕ້ດວງອາທິດ ກໍ່ຄວາມສລົດໃຈໃຫ້ແກ່ຂ້າພະເຈົ້າ ເພາະສາຣະພັດກໍອະນິຈັງຄືກິນລົມກິນແລ້ງ 18 ຂ້າພະເຈົ້າຊັງວຽກງານທັງສິ້ນຂອງຂ້າພະເຈົ້າ ຊຶ່ງຂ້າພະເຈົ້າໄດ້ທຳຢູ່ພາຍໃຕ້ດວງອາທິດ ເພາະຂ້າພະເຈົ້າຈະຕ້ອງປະສິ່ງເຫລົ່ານັ້ນໄວ້ໃຫ້ແກ່ຄົນທີ່ມາພາຍຫລັງຂ້າພະເຈົ້າ 19 ແລ້ວໃຜຈະໄປຮູ້ວ່າຄົນໆນັ້ນຈະເປັນຄົນມີສະຕິປັນຍາຫລືຄົນໂງ່ຈ້າ ປານນັ້ນເຂົາກໍຄອບຄອງບັນດາການງານຂອງຂ້າພະເຈົ້າ ທີ່ຂ້າພະເຈົ້າໄດ້ທຳຢ່າງຫນັກຫນ່ວງມາ ແລະທີ່ຂ້າພະເຈົ້າໃຊ້ສະຕິປັນຍາທຳພາຍໃຕ້ດວງອາທິດ 20 ຂ້າພະເຈົ້າຈຶ່ງກັບອັດອັ້ນຕັນໃຈເຖິງເຣື່ອງການງານຂອງຂ້າພະເຈົ້າ ຊຶ່ງຂ້າພະເຈົ້າໄດ້ທຳມາພາຍໃຕ້ດວງອາທິດ 21 ດ້ວຍວ່າມີຄົນທີ່ທຳງານໂດຍໃຊ້ສະຕິປັນຍາ ຄວາມຮູ້ ແລະຄວາມຊຳນານ ແຕ່ແລ້ວກໍປະສິ່ງເຫລົ່ານັ້ນໃຫ້ເປັນສ່ວນຂອງອີກຄົນນຶ່ງທີ່ບໍ່ໄດ້ອອກແຮງທຳເພື່ອການນັ້ນ ນີ້ກໍອະນິຈັງດ້ວຍແລະບໍ່ຖືກຕ້ອງເລີຍ 22 ເພາະວ່າເຂົາໄດ້ອັນໃດຈາກບັນດາງານທີ່ທຳຫນັກຫນ່ວງ ທັງວິຕົກກັງວົນທີ່ເຂົາຕ້ອງທຳພາຍໃຕ້ດວງອາທິດ 23 ດ້ວຍວ່າປີ ເດືອນຂອງເຂົາມີແຕ່ຄວາມເຈັບປວດ ແລະກິຈທຸຣະຂອງເຂົາກໍ່ຄວາມສລົດໃຈ ເຖິງກາງຄືນຈິດໃຈຂອງເຂົາກໍບໍ່ໄດ້ຢຸດພັກສງົບ ນີ້ກໍອະນິຈັງດ້ວຍ 24 ສຳລັບມະນຸດນັ້ນ ບໍ່ມີອັນໃດດີໄປກວ່າກິນແລະດື່ມ ກັບຫາຄວາມຊື່ນບານໃນການງານຂອງເຂົາ ນີ້ແຫລະຂ້າພະເຈົ້າເຫັນວ່າເປັນມາຈາກພຣະຫັດຂອງພຣະເຈົ້າ 25 ຖ້າບໍ່ອາໄສພຣະອົງແລ້ວ ໃຜຈະກິນໄດ້ບໍ່ ຫລືໃຜຈະມີຄວາມຊື່ນບານໄດ້ 26 ເພາະວ່າພຣະເຈົ້າປະທານສະຕິປັນຍາ ຄວາມຮູ້ ແລະຄວາມຍິນດີໃຫ້ແກ່ຄົນທີ່ພຣະອົງຊົງພໍພຣະທັຍ ແຕ່ສ່ວນຄົນບາບພຣະອົງປະທານງານທີ່ຕ້ອງເກັບກ່ຽວແລະສະສົມ ເພື່ອໃຫ້ແກ່ຜູ້ທີ່ພຣະເຈົ້າພໍພຣະທັຍ ນິ້ກໍອະນິຈັງດ້ວຍຄືກິນລົມກິນແລ້ງ
ມີເວລາສຳລັບທຸກສິ່ງ
1 ມີຣະດູການສຳລັບທຸກສິ່ງ ແລະມີເວລາສຳລັບເຣື່ອງຣາວທຸກຢ່າງພາຍໃຕ້ຟ້າສວັນ 2 ມີເວລາເກີດ ແລະເວລາຕາຍ ມີເວລາປູກ ແລະເວລາຖອນສິ່ງທີ່ປູກຖິ້ມ 3 ມີເວລາຂ້າ ແລະເວລາຮັກສາໃຫ້ຫາຍ ມີເວລາມ້າງລົງ ແລະເວລາກໍ່ສ້າງຂຶ້ນ 4 ມີເວລາຮ້ອງໄຫ້ ແລະເວລາຫົວເລາະ ມີເວລາໄວ້ທຸກ ແລະເວລາເຕັ້ນຣຳ 5 ມີເວລາໂຍນຫີນຖິ້ມ ແລະເວລາເກັບຮວບຮວມຫີນ ມີເວລາສວມກອດ ແລະເວລາງົດເວັ້ນການສວມກອດ 6 ມີເວລາສແວງຫາ ແລະເວລາສູນເສັຽ ເວລາເກັບຮັກສາໄວ້ ແລະເວລາໂຍນຖີ້ມໄປ 7 ມີເວລາຈີກຂາດ ແລະເວລາຫຍີບ ເວລາມິດ ເວລາເວົ້າ 8 ມີເວລາຮັກ ແລະເວລາຊັງ ເວລາສົງຄາມ ແລະເວລາສັນຕິ 9 ຄົນງານໄດ້ກຳໄລອັນໃດຈາກການງານຂອງເຂົາ 10 ຂ້າພະເຈົ້າເຫັນທຸຣະກິດຊຶ່ງພຣະເຈົ້າປະທານໃຫ້ມະນຸດທຳ 11 ພຣະອົງຊົງກະທຳໃຫ້ສັພສິ່ງງົດງາມຕາມຣະດູການຂອງມັນ ພຣະອົງຊົງບັນຈຸນິຣັນດອນໄວ້ໃນຈິດໃຈຂອງມະນຸດ ແຕ່ມະນຸດຍັງເບິ່ງບໍ່ເຫັນວ່າພຣະເຈົ້າຊົງກະທຳອັນໃດໄວ້ ຕັ້ງແຕ່ປະຖົມມະການຈົນເຖິງສຸດປາຍ 12 ຂ້າພະເຈົ້າຮູ້ແລ້ວວ່າສຳລັບເຂົາບໍ່ມີອັນໃດທີ່ຈະດີໄປກວ່າຄວາມຍິນດີແລະຣ່າເຣີງຕລອດຊີວິດ 13 ແລະວ່າເປັນຂອງປະທານຈາກພຣະເຈົ້າແກ່ມະນຸດ ທີ່ຈະໃຫ້ມະນຸດໄດ້ກິນດື່ມແລະເພີດເພີນໃນບັນດາການງານຂອງເຂົາ 14 ຂ້າພະເຈົ້າຮູ້ຢູ່ວ່າສາຣະພັດທີ່ພຣະເຈົ້າຊົງກະທຳກໍດຳຣົງຢູ່ເປັນນິດ ຈະເພີ້ມເຕີມສິ່ງໃດເຂົ້າໄປອີກກໍບໍ່ໄດ້ ຫລືຈະເອົາສິ່ງໃດອອກເສັຽກໍບໍ່ໄດ້ ພຣະເຈົ້າຊົງກະທຳເຊັ່ນນັ້ນ ເພື່ອໃຫ້ຄົນທັງຫລາຍມີຄວາມຢຳເກງຕໍ່ພຣະພັກພຣະອົງ 15 ສິ່ງໃດໆຊຶ່ງເປັນຢູ່ໃນປະຈຸບັນກໍເປັນຢູ່ນານມາແລ້ວ ສິ່ງໃດໆທີ່ຈະເປັນມາກໍເຄີຍເປັນຢູ່ນານມາແລ້ວ ແລະພຣະເຈົ້າຊົງ ສແວງສິ່ງໃດໆທີ່ລ່ວງໄປນັ້ນ 16 ນອກຈາກນີ້ ທີ່ພາຍໃຕ້ດວງອາທິດຂ້າພະເຈົ້າເຫັນວ່າ ໃນທີ່ຂອງຄວາມຍຸດຕິທັມມີຄວາມອະທັມຢູ່ດ້ວຍ ແລະໃນທີ່ຂອງຄວາມຊອບທັມມີຄວາມອະທັມຢູ່ດ້ວຍ 17 ຂ້າພະເຈົ້ານຶກໃນໃຈຂອງຂ້າພະເຈົ້າວ່າ ພຣະເຈົ້າຈະຊົງພິພາກສາຄົນຊອບທັມແລະຄົນອະທັມ ເພາະມີການກຳນົດໄວ້ສຳລັບທຸກເຣື່ອງ ແລະສຳລັບການງານທຸກຢ່າງ 18 ຂ້າພະເຈົ້ານຶກໃນໃຈຂອງຂ້າພະເຈົ້າກ່ຽວກັບບັນດາບຸດຂອງມະນຸດວ່າ ພຣະເຈົ້າຊົງທົດສອບເຂົາເພື່ອຈະສຳແດງວ່າເຂົາບໍ່ດີລື່ນສັດ 19 ເພາະວ່າເຄາະຂອງບັນດາມະນຸດຊາດກັບເຄາະຂອງສັດເດັຽຣະສານນັ້ນເຫມືອນກັນ ຝ່າຍນຶ່ງຕາຍ ອີກຝ່າຍນຶ່ງກໍຕາຍເຫມືອນກັນ ທັງສອງມີລົມຫາຍໃຈຢ່າງດຽວກັນ ແລະມະນຸດບໍ່ມີຫຍັງດີກວ່າສັດເດັຽຣະສານ ເພາະສາຣະພັດກໍອະນິຈັງ 20 ທຸກຢ່າງໄປຍັງທີ່ດຽວກັນ ທຸກຢ່າງເປັນມາຈາກຜົງຂີ້ດິນ ແລະທຸກຢ່າງກັບເປັນຜົງຂີ້ດິນອີກ 21 ໃຜຮູ້ວ່າຈິດວິນຍານຂອງມະນຸດໄປສູ່ເບື້ອງເທີງຫລືບໍ່ ແລະວິນຍານຂອງສັດເດັຽຣະສານລົງໄປສູ່ພິພົບໂລກຫລືບໍ່ 22 ເຫດສັນນັ້ນຂ້າພະເຈົ້າຈຶ່ງເຫັນວ່າ ບໍ່ມີສິ່ງໃດດີໄປກວ່າທີ່ມະນຸດຈະຍິນດີໃນການງານຂອງຕົນ ດ້ວຍວ່ານັ້ນເປັນສ່ວນຂອງເຂົາ ໃຜຈະນໍາເຂົາໃຫ້ເຫັນວ່າສິ່ງໃດຈະເປັນມາພາຍຫລັງເຂົາ
1 ຂ້າພະເຈົ້າເຫັນບັນດາການຂົ່ມເຫັງທີ່ເກີດຂຶ້ນພາຍໃຕ້ດວງອາທິດອີກ ແລະເບິ່ງດູ ນ້ຳຕາຂອງຜູ້ທີ່ຖືກຂົ່ມເຫັງບໍ່ມີຄົນເລົ້າໂລມເຂົາ ຝ່າຍຜູ້ຂົ່ມເຫັງນັ້ນກຸມອຳນາດ ແຕ່ບໍ່ມີຜູ້ໃດເລົ້າໂລມເຂົາ 2 ເພາະສະນັ້ນຂ້າພະເຈົ້າສະແດງຄວາມຍິນດີວ່າ ຄົນຕາຍທີ່ຕາຍໄປແລ້ວມີໂຊກດີກວ່າຄົນເປັນທີ່ຍັງເປັນຢູ່ 3 ຄົນທີ່ຍັງບໍ່ເປັນມາ ທີ່ບໍ່ເຫັນການຊົ່ວທີ່ເກີດຂຶ້ນພາຍໃຕ້ດວງອາທິດ ກໍຍິ່ງດີກວ່າຄົນທັງສອງຈຳພວກນັ້ນ 4 ແລ້ວຂ້າພະເຈົ້າເຫັນວ່າບັນດາການງານຫນັກຫນ່ວງ ແລະບັນດາຝີມືໃນການງານມາຈາກຄວາມອິດສາຂອງຄົນທີ່ມີຕໍ່ເພື່ອນບ້ານຂອງຕົນ ນີ້ກໍອະນິຈັງດ້ວຍ ຄືກິນລົມກິນແລ້ງ 5 ຄົນໂງ່ງໍມື ແລະກິນເນື້ອຂອງຕົນເອງ 6 ຄວາມສງົບສຸກກຳມືນຶ່ງຍັງດີກວ່າການງານຫນັກສອງກຳມືແລະການກິນລົມກິນແລ້ງ 7 ແລ້ວຂ້າພະເຈົ້າເຫັນອະນິຈັງພາຍໃຕ້ດວງອາທິດອີກ 8 ຄື ຄົນນຶ່ງຢູ່ຕົວຄົນດຽວ ບໍ່ມີບຸດ ຫລືພີ່ນ້ອງ ແຕ່ເຂົາທຳງານບໍ່ຢຸດຢ່ອນ ຕາຂອງເຂົາບໍ່ເຄີຍອີ່ມຄວາມຮັ່ງມີ ເຂົາບໍ່ເຄີຍຄິດວ່າ, “ຂ້າພະເຈົ້າທຳງານຫນັກຫນ່ວງ ແລະຕົວຂ້າພະເຈົ້າອົດໆ ຢາກໆ ເພື່ອຜູ້ໃດ” ນີ້ກໍອະນິຈັງດ້ວຍ ແລະເປັນເຣື່ອງວິຕົກກັງວົນ 9 ສອງຄົນດີກວ່າຄົນດຽວ ເພາະວ່າເຂົາທັງສອງໄດ້ຮັບຜົນຂອງງານດີ 10 ດ້ວຍວ່າຖ້າຄົນນຶ່ງລົ້ມລົງ ອີກຄົນນຶ່ງຈະໄດ້ຈູງເພື່ອນຂອງຕົນໃຫ້ລຸກຂຶ້ນ ແຕ່ວິບັດແກ່ຄົນນັ້ນທີ່ຢູ່ຄົນດຽວເມື່ອເຂົາລົ້ມລົງ ແລະບໍ່ມີຜູ້ອື່ນຈູງຍົກເຂົາໃຫ້ລຸກຂຶ້ນ 11 ອັນນຶ່ງ ຖ້າສອງຄົນນອນຢູ່ດ້ວຍກັນ ເຂົາກໍອົບອຸ່ນ ແຕ່ຖ້ານອນຄົນດຽວຈະອຸ່ນໄດ້ຢ່າງໃດ 12 ແມ້ຄົນນຶ່ງສູ້ຄົນດຽວໄດ້ ສອງຄົນຄົງສູ້ເຂົາໄດ້ແນ່ນອນ ເຊືອກສາມກຽວຈະຂາດງ່າຍກໍບໍ່ໄດ້ 13 ຄົນຫນຸ່ມຍາກຈົນແລະມີສະຕິປັນຍາກໍດີກວ່າກະສັດເຖົ້າຊະຣາ ແລະໂງ່ຈ້າ ຜູ້ຮັບຄຳແນະນຳອີກບໍ່ໄດ້ແລ້ວ 14 ເຖິງແມ່ນທ່ານອອກມາຈາກເຮືອນຈຳແລ້ວຂຶ້ນເປັນກະສັດ ຫລືເກີດເປັນຄົນຍາກຈົນໃນຣາຊອານາຈັກຂອງທ່ານເອງ 15 ຂ້າພະເຈົ້າເຫັນບັນດາຄົນທີ່ມີຊີວິດເຄື່ອນໄຫວຢູ່ພາຍໃຕ້ດວງອາທິດ ທັງຫນຸ່ມຄົນນັ້ນທີ່ຈະຂຶ້ນໄປແທນທ່ານ 16 ປະຊາຊົນຜູ້ຊຶ່ງທ່ານຢູ່ເຫນືອນັ້ນບໍ່ມີທີ່ສິ້ນສຸດ ແຕ່ບັນດາຄົນທີ່ມາພາຍຫລັງກໍບໍ່ຍິນດີໃນທ່ານ ແນ່ນອນ ນີ້ກໍອະນິຈັງດ້ວຍ ຄືກິນລົມກິນແລ້ງ
ຄວາມໂງ່ຈ້າຂອງການສັນຍາບໍ່ຮອບຄອບ
1 ເຈົ້າຈົ່ງລະວັງເທົ້າຂອງເຈົ້າ ເມື່ອເຈົ້າໄປຍັງພຣະວິຫານຂອງພຣະເຈົ້າ ເພາະການເຂົ້າໃກ້ຊິດເພື່ອຈະຟັງກໍດີກວ່າຄົນໂງ່ຖວາຍເຄື່ອງບູຊາ ດ້ວຍວ່າເຂົາບໍ່ຮູ້ວ່າຕົນກຳລັງທຳຊົ່ວ 2 ຄິດກ່ອນຈຶ່ງເວົ້າ ແລະຢ່າຟ້າວຕັດສິນໃຈຄຳສັນຍາໃດໆກັບພຣະເຈົ້າ ເພາະວ່າພຣະເຈົ້າຊົງສະຖິດໃນສວັນ ແລະເຈົ້າຢູ່ເທິງແຜ່ນດິນໂລກ ເຫດສະນັ້ນເຈົ້າຈົ່ງເວົ້າຫນ້ອຍຄຳ 3 ຝັນເມື່ອມີງານຫລາຍ ແລະມີສຽງຄົນໂງ່ຈ້າເມື່ອເວົ້າຫລາຍ 4 ເມື່ອເຈົ້າປະຕິຍານບົນໄວ້ຕໍ່ພຣະເຈົ້າ ຢ່າຊ້າທີ່ຈະແກ້ບົນນັ້ນໃຫ້ສຳເຣັດ ເພາະພຣະອົງບໍ່ພໍພຣະທັຍກັບຄົນໂງ່ຈ້າ ຈົ່ງແກ້ບົນຕາມທີ່ເຈົ້າບົນໄວ້ເຖິດ 5 ທີ່ເຈົ້າຈະບໍ່ບົນກໍຍັງດີກວ່າທີ່ເຈົ້າບົນແລ້ວບໍ່ແກ້ 6 ຢ່າໃຫ້ປາກຂອງເຈົ້າເປັນເຫດນຳຕົວເຈົ້າໃຫ້ກະທຳຜິດໄປ ແລະຢ່າເວົ້າຕໍ່ຫນ້າຜູ້ນຳຂ່າວຂອງພຣະເຈົ້າວ່າ ນີ້ແຫລະເປັນຄວາມເຜີຕົວໄປ ເຫດໃດຈະໃຫ້ພຣະເຈົ້າຊົງພິໂຣດເພາະສຽງເວົ້າຂອງເຈົ້າ ແລ້ວເລີຍຊົງທຳລາຍການງານແຫ່ງນ້ຳມືຂອງເຈົ້າເສັຽ 7 ເພາະວ່າເມື່ອຝັນຫລາຍ ຄຳເວົ້າຖ່ອຍໆກໍຫລາຍ ເຈົ້າຈົ່ງຢຳເກງພຣະເຈົ້າເຖີດ
ຄວາມອະນິຈັງແຫ່ງຊີວິດ
8 ຖ້າເຈົ້າເຫັນຄົນຈົນໃນເມືອງຖືກຂົ່ມເຫັງກໍດີ ເຫັນຄວາມຍຸດຕິທັມ ແລະສິດທິຖືກປະຕິເສດເອົາໄປເສັຽກໍດີ ເຈົ້າຢ່າປລາດໃຈໃນເຣື່ອງນັ້ນ ດ້ວຍວ່າມີເຈົ້າຫນ້າທີ່ຄອຍຈັບຕາເຈົ້າຫນ້າທີ່ຢູ່ ແລ້ວຍັງມີຜູ້ສູງກວ່າອີກຊັ້ນນຶ່ງຈັບຕາຢູ່ເຫນືອພວກເຂົາທັງສິ້ນ 9 ນອກຈາກນີ້ ຜົນປໂຍດແຫ່ງແຜ່ນດິນໂລກ ກໍຢູ່ທີ່ເຂົາເຫລົ່ານັ້ນທັງຫມົດ ໄຮ່ນາໃດໆກໍຍ່ອມມີກະສັດຢູ່ເຫນືອ 10 ຄົນຮັກເງິນຍ່ອມບໍ່ອີ່ມເງິນ ແລະຄົນຮັກສົມບັດບໍ່ຮູ້ຈັກອີ່ມກຳໄລນີ້ກໍອະນິຈັງດ້ວຍ 11 ເມື່ອຂອງດີເພີ້ມພູນຂຶ້ນ ຄົນກິນກໍມີຫລວງຫລາຍຂຶ້ນ ຄົນທີ່ເປັນເຈົ້າຂອງຊັບຈະໄດ້ປໂຍດອັນໃດ ນອກຈາກຈະໄດ້ຊົມຫລິ້ນເປັນຂວັນຕາເທົ່ານັ້ນ 12 ການຫລັບຂອງກໍາມະກອນກໍຜາສຸກບໍ່ວ່າເຂົາຈະໄດ້ກິນຫນ້ອຍຫລືໄດ້ກິນຫລາຍ ແຕ່ຄວາມອີ່ມທ້ອງຂອງຄົນຮັ່ງມີກໍບໍ່ຊ່ອຍເຂົາໃຫ້ຫລັບ 13 ຍັງມີສິ່ງສາມານອັນຫນ້າສລົດໃຈອີກຢ່າງນຶ່ງ ທີ່ຂ້າພະເຈົ້າເຫັນພາຍໃຕ້ດວງອາທິດ ຄືຊັບສົມບັດທີ່ເຈົ້າຂອງໄດ້ເກັບໄວ້ຈົນເກີດເປັນໄພແກ່ຕົນ 14 ແລະຊັບສົມບັດນັ້ນສູນເສັຽໄປໂດຍການລົງທຶນທີ່ບໍ່ດີ ແລະໄດ້ບຸດຊາຍຄົນນຶ່ງເຂົາກໍເປັນຄົນສິ້ນເນື້ອປະດາຕົວ 15 ເຂົາໄດ້ຄອດອອກຈາກທ້ອງມານດາຕົວເປື່ອຍກາຍສັນໃດ ເຂົາຈະກັບໄປອີກເຊັ່ນດຽວກັນສັນນັ້ນ ແລະເຂົາຈະເອົາອັນໃດຊຶ່ງເປັນຜົນງານຂອງເຂົາຕິດມືໄປບໍ່ໄດ້ຈັກຢ່າງດຽວ 16 ນີ້ເປັນສິ່ງອັນຫນ້າສລົດໃຈອີກ ຄືເຂົາໄດ້ເກີດມາຢ່າງໃດເຂົາກໍຕ້ອງໄປຢ່າງນັ້ນ ເຂົາຈະໄດ້ປໂຍດອັນໃດທີ່ເຂົາໄດ້ລົງແຮງເພື່ອລົມແລ້ງ 17 ອັນນຶ່ງ ເຂົາມີຊີວິດຢູ່ໃນຄວາມມືດຕລອດປີເດືອນຂອງເຂົາ ເຂົາມີຄວາມຫຍຸ້ງໃຈຢ່າງສາຫັດ ມີຄວາມເຈັບໄຂ້ ແລະມີໂມໂຫໂທໂສ 18 ເບິ່ງແມ໋, ທີ່ຂ້າພະເຈົ້າເຫັນຊອບ ແລະສົມຄວນ ຄືໃຫ້ກິນແລະດື່ມ ກັບຍິນດີໃນບັນດາກິຈການຂອງຕົນ ທີ່ຕົນກະທຳພາຍໃຕ້ດວງອາທິດ ຕລອດຊົ່ວອາຍຸອັນສັ້ນໆຂອງຕົນທີ່ພຣະເຈົ້າປະທານແກ່ຕົນເພາະການນີ້ແຫລະເປັນສ່ວນຂອງຕົນ 19 ອັນນຶ່ງທຸກໆຄົນທີ່ພຣະເຈົ້າປະທານຊັບສົມບັດໃຫ້ ກໍໄດ້ຊົງໂຜດໃຫ້ຮັບປະທານຂອງເຫລົ່ານັ້ນໄດ້ຮັບສ່ວນຂອງຕົນ ແລະຍິນດີໃນການງານຂອງຕົນໄດ້ ນີ້ແຫລະເປັນຂອງປະທານຈາກພຣະເຈົ້າ 20 ເຂົາຈະໄດ້ບໍ່ຕ້ອງນຶກເຖິງປີເດືອນແຫ່ງຊີວິດຂອງຕົນຫລາຍ ເພາະພຣະເຈົ້າໃຫ້ໃຈເຂົາສາລະວົນຢູ່ກັບຄວາມຊື່ນໃຈ
1 ມີສິ່ງສາມານຢ່າງນຶ່ງທີ່ຂ້າພະເຈົ້າເຫັນພາຍໃຕ້ດວງອາທິດ ແລະສິ່ງນັ້ນຫນັກແກ່ມະນຸດ 2 ຄືມະນຸດຄົນໃດທີ່ພຣະເຈົ້າປະທານຊັບສົມບັດ ສິ່ງຂອງແລະຍົດຖາບັນດາສັກໃຫ້ ຈົນສິ່ງໃດໆທີ່ເຂົາປາຖນາສຳລັບຕົນ ເຂົາກໍມີຄົບບໍ່ຂາດເລີຍ ແຕ່ພຣະເຈົ້າບໍ່ໄດ້ຊົງໂຜດໃຫ້ເຂົາຊື່ນໃຈໃຊ້ສິ່ງນັ້ນ ຄົນນອກບ້ານນອກເມືອງກັບເອົາໄປຊື່ນໃຈໃຊ້ເສັຽ ນີ້ກໍເປັນອະນິຈັງ ແລະເປັນຄວາມທຸກໃຈຢ່າງຮ້າຍແຮງ 3 ແມ້ວ່າມະນຸດຄົນໃດມີລູກເຖິງຮ້ອຍຄົນ ແລະມີອາຍຸຢູ່ຫລາຍປີຈົນປີເດືອນຂອງເຂົາມີຫລວງຫລາຍ ແຕ່ຈິດໃຈຂອງເຂົາບໍ່ໄດ້ອີ່ມດ້ວຍຂອງດີ ນອກຈາກນີ້ ເຂົາບໍ່ມີງານຝັງສົບຂອງຕົນດ້ວຍ ຂ້າພະເຈົ້າວ່າລູກທີ່ເກີດມາແທ້ງເສັຽຍັງດີກວ່າຄົນນັ້ນ 4 ເພາະເດັກນັ້ນເກີດມາອະນິຈັງ ແລະຕາຍໄປໃນຄວາມມືດ ແລະຊື່ຂອງເຂົາຖືກປິດໄວ້ໃນຄວາມມືດ 5 ນອກຈາກນີ້ ຍັງບໍ່ທັນເຫັນຕາເວັນ ຫລືຍັງບໍ່ທັນຮູ້ເຣື່ອງຣາວອັນໃດ ເດັກຄົນນີ້ມີຄວາມສງົບສຸກຍິ່ງກວ່າຜູ້ໃຫຍ່ນັ້ນເສັຽອີກ 6 ແມ້ວ່າເຂົາມີຊີວິດຢູ່ພັນປີທະວີອີກເທົ່າຕົວ ແຕ່ບໍ່ໄດ້ເຫັນຂອງດີອັນໃດ ທຸກຄົນບໍ່ໄດ້ລົງໄປທີ່ບ່ອນດຽວກັນຫມົດຫລື 7 ບັນດາການງານຂອງມະນຸດກໍເພື່ອປາກຂອງເຂົາ ແຕ່ເຖິງປານນັ້ນເຂົາກໍບໍ່ຮູ້ຈັກອີ່ມ 8 ດ້ວຍວ່າຄົນມີສະຕິປັນຍາໄດ້ປຽບອັນໃດກວ່າຄົນໂງ່ ຫລືຄົນຍາກຈົນທີ່ຮູ້ຈັກປະພຶດຕົວຢູ່ຕໍ່ຫນ້າຄົນທີ່ມີຊີວິດກໍໄດ້ປຽບອັນໃດ 9 ເຫັນແລ້ວກັບນັຍຕາກໍດີກວ່າການປ່ອຍໄປຕາມຄວາມປາຖນາ ນີ້ຄືອະນິຈັງດ້ວຍ ຄືກິນລົມກິນແລ້ງ 10 ສິ່ງໃດຊຶ່ງມີຢູ່ດຽວນີ້ ເຂົາໄດ້ໃຊ້ຊື່ເອີ້ນສິ່ງນັ້ນນານມາແລ້ວ ແລະກໍຮູ້ກັນແລ້ວວ່າມະນຸດຄືຫຍັງ ແລະເຂົາບໍ່ອາດໂຕ້ຖຽງກັບພຣະອົງຜູ້ຊົງຣິດເດຊາກວ່າຕົນໄດ້ 11 ເມື່ອເວົ້າຫລາຍກໍຍິ່ງອະນິຈັງຫລາຍແລ້ວຈະເປັນປໂຍດອັນໃດແກ່ມະນຸດ 12 ໃຜຄົນໃດຮູ້ວ່າສິ່ງໃດເປັນສິ່ງທີ່ດີສຳລັບມະນຸດ ໃນຊີວິດນີ້ ຄືໃນລະຍະວັນເດືອນປີທັງຫລາຍແຫ່ງຊີວິດຂອງຕົນທີ່ໄດ້ເສັຽໄປດຸດດັ່ງເງົາ ຫລືໃຜຜູ້ໃດອາດບອກກັບມະນຸດໄດ້ວ່າ ສິ່ງນີ້ສິ່ງນັ້ນຈະເກີດຂຶ້ນພາຍຫລັງຕົນທີ່ພາຍໃຕ້ດວງອາທິດ
ຄວາມປະເສີດຂອງສະຕິປັນຍາ
1 ຊື່ສຽງດີກໍປະເສີດກວ່ານ້ຳມັນຫອມຢ່າງວິເສດ ແລະວັນຕາຍກໍດີກວ່າວັນເກີດ 2 ໄປຍັງເຮືອນທີ່ມີການໄວ້ທຸກ ກໍດີກວ່າໄປຍັງເຮືອນທີ່ມີການລ້ຽງກັນ ເພາະນັ້ນເປັນວາຣະສຸດທ້າຍຂອງມະນຸດທັງປວງ ແລະຜູ້ທີ່ຍັງມີຊີວິດຢູ່ຈະເອົາເຫດການນັ້ນໃສ່ໄວ້ໃນໃຈ 3 ຄວາມໂສກເສົ້າກໍດີກວ່າການຫົວເລາະ ເພາະຄວາມໂສກເສົ້າໃນໃບຫນ້າທຳໃຫ້ຈິດໃຈຍິນດີ 4 ຈິດໃຈຂອງຄົນທີ່ມີສະຕິປັນຍາ ຍ່ອມຢູ່ໃນເຮືອນທີ່ມີຄວາມໂສກເສົ້າ ແຕ່ຈິດໃຈຂອງຄົນໂງ່ ຍ່ອມຢູ່ໃນເຮືອນທີ່ມີການສນຸກສນານ 5 ຟັງຄຳຕຳຫນີຂອງຄົນທີ່ມີສະຕິປັນຍາ ຍັງດີກວ່າຟັງເພງຂອງຄົນໂງ່ 6 ມີສຽງແຕກຂອງຮຽວຫນາມຢູ່ໃຕ້ຫມໍ້ສັນໃດ ສຽງຫົວເລາະຂອງຄົນໂງ່ຈ້າກໍສັນນັ້ນ ນີ້ກໍອະນິຈັງດ້ວຍ 7 ແທ້ຈິງການກົດຂີ່ຂົ່ມເຫັງກະທຳໃຫ້ຜູ້ມີສະຕິປັນຍາໂງ່ໄປ ແລະສິນບົນກໍກະທຳໃຫ້ຄວາມເຂົ້າໃຈເສັຽໄປ 8 ເບື້ອງປາຍແຫ່ງສິ່ງໃດໆກໍດີກວ່າເບື້ອງຕົ້ນແຫ່ງສິ່ງນັ້ນໆ ມີໃຈອົດກັ້ນກໍດີກວ່າມີໃຈຈອງຫອງ 9 ຢ່າໃຫ້ໃຈຂອງເຈົ້າໂກດໄວ ເພາະຄວາມໂກດມີປະຈຳຢູ່ໃຈຊວງເອີກຂອງຄົນໂງ່ 10 ຢ່າວ່າ, “ອັນໃດຫນໍເປັນເຫດໃຫ້ກາລກ່ອນດີກວ່າກາລບັດນີ້” ເພາະທີ່ເຈົ້າໄດ້ຖາມນັ້ນບໍ່ໄດ້ຖາມດ້ວຍສະຕິປັນຍາ 11 ສະຕິປັນຍາປະກອບກັບມໍຣະດົກກໍເປັນຂອງດີ ເປັນປໂຍດແກ່ຄົນທີ່ໄດ້ເຫັນດວງຕາເວັນ 12 ເງິນເປັນເຄື່ອງປ້ອງກັນສັນໃດ ສະຕິປັນຍາກໍເປັນເຄື່ອງປ້ອງກັນສັນນັ້ນ ແລະຜົນປໂຍດຂອງຄວາມຮູ້ ຄືສະຕິປັນຍາ ຍ່ອມຮັກສາຊີວິດຂອງຜູ້ທີ່ມີສະຕິປັນຍານັ້ນ 13 ຈົ່ງພິຈາຣະນາພຣະຣາຊກິຈຂອງພຣະເຈົ້າ ສິ່ງໃດໆທີ່ພຣະອົງຊົງກະທຳໃຫ້ຄົດຢູ່ແລ້ວ ໃຜຈະຢຽດສິ່ງນັ້ນໆໃຫ້ຊື່ໄປໄດ້ 14 ເມື່ອເວລາມີຄວາມຈະເຣີນກໍຈົ່ງຊື່ນຊົມຍິນດີ ແຕ່ເມື່ອເຖິງເວລາອັນຈົນກໍຈົ່ງພິນິດພິຈາຣະນາ ພຣະເຈົ້າຊົງບັນດານໃຫ້ມີທັງສອງຢ່າງເພື່ອມະນຸດຈະບໍ່ຄົ້ນໄດ້ວ່າເມື່ອເຂົາລ່ວງໄປແລ້ວຈະມີອັນໃດມາ 15 ຂ້າພະເຈົ້າເຫັນສິ່ງເຫລົ່ານີ້ທັງສິ້ນໃນຊີວິດອະນິຈັງຂອງຂ້າພະເຈົ້າ ຄືຄົນຊອບທັມພິນາດໃນຄວາມຊອບທັມຂອງຕົນ ແລະມີຄົນອະທັມມີຊີວິດຍືນຍາວໃນການກະທຳຊົ່ວ 16 ຢ່າເປັນຄົນຊອບທັມເກີນໄປ ແລະຢ່າສລາດເກີນຕົວ ເຫດໃດເຈົ້າຈະທຳຕົວໃຫ້ພິນາດເສັຽເລົ່າ 17 ຢ່າອະທັມມາກຫນັກ ຫລືຢ່າເປັນຄົນໂງ່ ເປັນຫຍັງເຈົ້າຈະໄປຕາຍເສັຽກ່ອນເຖິງວາຣະຂອງເຈົ້າເລົ່າ 18 ກໍດີຢູ່ແລ້ວທີ່ເຈົ້າຈະຍຶດຖືສິ່ງເຫລົ່ານີ້ໄວ້ ເຈົ້າຢ່າແບມືປ່ອຍສິ່ງນັ້ນໃຫ້ຫລຸດລອຍເສັຽໄປ ເພາະວ່າຜູ້ທີ່ເກງກົວພຣະເຈົ້າຈະພົ້ນຈາກບັນດາສິ່ງທີ່ກ່າວມານີ້ 19 ສະຕິປັນຍາເປັນກຳລັງແກ່ຄົນສລາດດີກວ່າຜູ້ຄອບຄອງສິບຄົນທີ່ຢູ່ໃນເມືອງ 20 ແນ່ນອນ ບໍ່ມີຄົນຊອບທັມຈັກຄົນດຽວເທິງແຜ່ນດິນໂລກ ທີ່ໄດ້ປະພຶດລ້ວນແຕ່ຄວາມດີ ແລະບໍ່ກະທຳບາບເລີຍ 21 ຢ່າສົນໃຈຟັງບັນດາຖ້ອຍຄຳທີ່ຄົນອື່ນກ່າວ ຢ້ານວ່າເຈົ້າຈະໄດ້ຍິນທາດຂອງເຈົ້າແຊ່ງດ່າຕົວເຈົ້າ 22 ດ້ວຍວ່າເຈົ້າກໍແຈ້ງຢູ່ກັບໃຈຂອງເຈົ້າເອງຫລາຍຄັ້ງຫລາຍຫົນແລ້ວວ່າ ຕົວເຈົ້າເອງໄດ້ແຊ່ງດ່າຄົນອື່ນເຫມືອນກັນ
ການສແວງຫາສະຕິປັນຍາ
23 ບັນດາຂໍ້ຄວາມເຫລົ່ານີ້ຂ້າພະເຈົ້າໄດ້ພິສູດດ້ວຍໃຊ້ສະຕິປັນຍາແລ້ວ ຂ້າພະເຈົ້າວ່າ, “ຂ້າພະເຈົ້າຈະໄດ້ປັນຍາ” ແຕ່ປັນຍານັ້ນກັບຢູ່ຫ່າງໄກຈາກຂ້າພະເຈົ້າ 24 ສິ່ງທີ່ເປັນຢູ່ກໍຢູ່ໄກ ແລະທີ່ເລິກກໍເລິກລ້ຳເຫລືອເກີນ ໃຜຜູ້ໃດຈະຄົ້ນອອກມາໄດ້ 25 ໃຈຂ້າພະເຈົ້າຫວນກັບຄືນມາຮຽນຮູ້ ແລະຊອກກັບສແວງຫາສະຕິປັນຍາ ແລະມູນເຫດຂອງສິ່ງຕ່າງໆ ເພື່ອໃຫ້ຮູ້ວ່າຄວາມອະທັມເປັນຄວາມໂງ່ ແລະຄວາມໂງ່ເປັນຄວາມບ້າບໍ 26 ຂ້າພະເຈົ້າໄດ້ພົບອີກສິ່ງນຶ່ງຊຶ່ງຂົມຂື່ນຍິ່ງກວ່າຄວາມຕາຍ ຄືຜູ້ຍິງທີ່ມີໃຈເປັນບ່ວງແຮ້ວ ແລະຕາຫນ່າງ ມືຂອງນາງເປັນໂຊ່ທວນ ຄົນໃດເປັນຄົນທີ່ພໍພຣະທັຍພຣະເຈົ້າຄົນນັ້ນຈະຫນີພົ້ນນາງ ແຕ່ຄົນບາບຈະຖືກຜູ້ຍິງຄົນນັ້ນຈັບເອົາໄປ 27 ປັນຍາຈານກ່າວວ່າ ເບິ່ງແມ໋, ຂ້າພະເຈົ້າພົບດັ່ງຕໍ່ໄປນີ້ ໂດຍເອົາເຣື່ອງນຶ່ງມາປະດີດຕິດຕໍ່ເຂົ້າກັບອີກເຣື່ອງນຶ່ງ ເພື່ອຫາມູນເຫດ 28 ຊຶ່ງຈິດໃຈຂອງຂ້າພະເຈົ້າຍັງກຳລັງຫາແລ້ວຫາອີກ ແຕ່ຂ້າພະເຈົ້າຫາບໍ່ພົບເທື່ອ ໃນຊາຍພັນຄົນຈະພົບຊາຍຈິງຈັກຄົນນຶ່ງ ແຕ່ຈະຫາຍິງແທ້ຈັກຄົນນຶ່ງໃນຈຳນວນພັນຄົນກໍຫາພົບ 29 ເບິ່ງແມ໋, ຂ້າພະເຈົ້າພົບແຕ່ຄວາມນີ້ຕ່າງຫາກ ຄືພຣະເຈົ້າຊົງສ້າງມະນຸດໃຫ້ເປັນຄົນທ່ຽງທັມ ແຕ່ມະນຸດທັງຫລາຍໄດ້ຄົ້ນກົນອຸບາຍຕ່າງໆອອກມາ
1 ໃຜຜູ້ໃດຈະເຫມືອນນັກປາດ ຫລືໃຜເດ່ຈະອະທິບາຍສິ່ງອັນໃດກໍໄດ້ ສະຕິປັນຍາຂອງມະນຸດກະທຳໃຫ້ໃບຫນ້າຂອງເຂົາຜ່ອງໃສ ແລະໃບຫນ້າຂອງເຂົາທີ່ແຂງກະດ້າງກໍປ່ຽນໄປ
ຈົ່ງເຊື່ອຟັງກະສັດ
2 ຈົ່ງຖືຮັກສາພຣະບັນຊາຂອງກະສັດ ແລະທີ່ກ່ຽວຂ້ອງກັບຄຳປະຕິຍານອັນສັກສິດຂອງທ່ານນັ້ນ ຢ່າເມີນເສີຍ 3 ຢ່າຟ້າວອອກໄປໃຫ້ພົ້ນພຣະພັກກະສັດ ເມື່ອມີເຫດການບໍ່ດີເກີດຂຶ້ນ ຢ່າຂັດຂືນ ເພາະກະສັດຍ່ອມຊົງກະທຳສິ່ງໃດໆຕາມຊອບພຣະທັຍພຣະອົງ 4 ດ້ວຍວ່າພຣະດຳຣັດຂອງກະສັດນັ້ນມີອຳນາດ ແລະໃຜຜູ້ໃດຈະກາບທູນຖາມພຣະອົງໄດ້ວ່າ, “ຝ່າພຣະບາດຊົງກະທຳເຊັ່ນນັ້ນ” 5 ຜູ້ທີ່ກະທຳຕາມພຣະບັນຊາຈະບໍ່ປະສົບອັນຕະຣາຍ ແລະຈິດໃຈຂອງຄົນທີ່ມີສະຕິປັນຍາກໍເຂົ້າໃຈ ວາຣະແລະວິທີການ
ວິຖີຂອງພຣະເຈົ້າຫນືອສະຕິປັນຍາຂອງມະນຸດ
6 ດ້ວຍວ່າບໍ່ວ່າສິ່ງໃດທັງນັ້ນຍ່ອມມີວາຣະ ແລະວິທີການ ແມ້ວ່າຄວາມລຳບາກຂອງມະນຸດເປັນພາຣະຫນັກແກ່ຕົວເຂົາ 7 ດ້ວຍເຂົາບໍ່ຮູ້ວ່າສິ່ງໃດຈະເກີດຂຶ້ນ ດ້ວຍໃຜຈະບອກແກ່ເຂົາໄດ້ວ່າສິ່ງນັ້ນຈະເກີດຂຶ້ນຢ່າງໃດ 8 ບໍ່ມີມະນຸດຄົນໃດຢັ່ງຈິດວິນຍານໄດ້ ຫລືບໍ່ມີອຳນາດໃດເຫນືອວັນຕາຍ ການສົງຄາມຍ່ອມບໍ່ມີການປົດປ່ອຍ ຄວາມອະທັມຍ່ອມບໍ່ຊ່ອຍຜູ້ທີ່ຖືກມອບໃຫ້ໄວ້ 9 ບັນດາການນີ້ຂ້າພະເຈົ້າເຫັນຫມົດແລ້ວ ເມື່ອຂ້າພະເຈົ້າສົນໃຈກິຈການທຸກຢ່າງທີ່ເຂົາກະທຳກັນພາຍໃຕ້ດວງອາທິດ ມີວາຣະຊຶ່ງໃຫ້ຄົນນຶ່ງມີອຳນາດເຫນືອອີກຄົນນຶ່ງທີ່ຈະມາທຳອັນຕະຣາຍເຂົາ 10 ຂ້າພະເຈົ້າໄດ້ເຫັນເຂົາຝັງຄົນອະທັມ ຜູ້ຊຶ່ງເຄີຍເຂົ້າອອກທີ່ສະຖານບໍຣິສຸດ ແລະມີຄົນຍົກຍ້ອງເຂົາໃນເມືອງທີ່ຄົນອະທັມນັ້ນເອງກະທຳສິ່ງນັ້ນ ນິ້ກໍອະນິຈັງ 11 ເພາະການຕັດສິນການກະທຳຊົ່ວນັ້ນ ເຂົາບໍ່ໄດ້ລົງໂທດໂດຍໄວ ເຫດສະນັ້ນໃຈບັນດາບຸດຂອງມະນຸດຈຶ່ງເຈຕນາມຸ່ງທີ່ຈະກະທຳຄວາມອະທັມ 12 ເຖິງແມ່ນວ່າຄົນບາບ ທຳຊົ່ວຕັ້ງຮ້ອຍເທື່ອ ແລະອາຍຸເຂົາຍັງຍັ້ງຍືນຢູ່ໄດ້ ເຖິງປານນັ້ນຂ້າພະເຈົ້າຍັງຮູ້ແນ່ວ່າຈະເປັນໄປໂດຍດີແກ່ເຂົາທັງຫລາຍທີ່ຢຳເກງພຣະເຈົ້າ ຄືທີ່ມີຄວາມຢຳເກງຕໍ່ພຣະພັກພຣະອົງ 13 ແຕ່ວ່າຈະບໍ່ເປັນໄປໂດຍດີແກ່ຄົນອະທັມ ອາຍຸຂອງເຂົາທີ່ເປັນດັ່ງເງົາກໍຈະບໍ່ຍືນຍາວອອກໄປໄດ້ ເພາະເຂົາບໍ່ມີຄວາມຢຳເກງຕໍ່ພຣະພັກພຣະເຈົ້າ 14 ຍັງມີອະນິຈັງອີກຢ່າງນຶ່ງທີ່ກະທຳກັນເທິງແຜ່ນດິນໂລກ ຄືມີຄົນຊອບທັມຮັບເຄາະອັນເປັນເຄາະທີ່ຄົນອະທັມຄວນຮັບ ແລະມີຄົນອະທັມຮັບເຄາະອັນເປັນເຄາະທີ່ຄົນຊອບທັມຄວນຮັບ ຂ້າພະເຈົ້າກ່າວໄດ້ວ່າ ນີ້ກໍເປັນອະນິຈັງດ້ວຍ 15 ແລ້ວຂ້າພະເຈົ້າຈຶ່ງສນັບສນູນໃຫ້ຫາຄວາມສນຸກສນານ ດ້ວຍວ່າພາຍໃຕ້ດວງອາທິດ ມະນຸດບໍ່ມີອັນໃດດີໄປກວ່າກິນແລະດື່ມກັບຊື່ນຊົມຍິນດີ ດ້ວຍວ່າອາການນີ້ຮ່ວມໄປໃນການງານຂອງຕົນຕລອດຊີວິດຂອງຕົນ ທີ່ພຣະເຈົ້າຊົງໂຜດປະທານແກ່ຕົນພາຍໃຕ້ດວງອາທິດ 16 ເມື່ອຂ້າພະເຈົ້າຕັ້ງໃຈຈະເຂົ້າໃຈສະຕິປັນຍາ ແລະຮູ້ທຸຣກິຈທີ່ກະທຳກັນໃນໂລກ ທີ່ເຂົາອົດຫລັບອົດນອນທຳກັນຕລອດວັນຕລອດຄືນ 17 ແລ້ວຂ້າພະເຈົ້າຈີ່ງເຫັນພາຣະກິຈຂອງພຣະເຈົ້າວ່າ ມະນຸດຈະຄົ້ນຫາຄວາມເຂົ້າໃຈໃນພຣະພາຣະກິຈທີ່ບັງເກີດຢູ່ພາຍໃຕ້ດວງອາທິດຫາບໍ່ໄດ້ ເພາະວ່າມະນຸດຈະອອກແຮງຄົ້ນຫາປານໃດກໍຍັງຈະຄົ້ນຫາໃຫ້ພົບບໍ່ໄດ້ ນອກຈາກນີ້ແມ້ວ່ານັກປາດຄົນໃດນຶກເອົາວ່າເຂົາຈະເຂົ້າໃຈແລ້ວ ເຂົາກໍຍັງຄົ້ນຫາບໍ່ພົບ
ຄວາມເຫລື່ອມລ້ຳຂອງຊີວິດ
1 ຂ້າພະເຈົ້າໄດ້ນຳເຣື່ອງຣາວເຫລົ່ານີ້ມາຄິດ ກວດພິຈາຣະນາເບິ່ງວ່າ ຄົນຊອບທັມ ແລະຄົນມີສະຕິປັນຍາຮວມທັງກິຈການຂອງເຂົາທັງຫລາຍ ກໍຢູ່ໃນພຣະຫັດຂອງພຣະເຈົ້າ ຈະຊົງຮັກຫລືຊົງກຽດຊັງກໍຕາມ ມະນຸດກໍບໍ່ຮູ້ ທຸກຢ່າງກໍຢູ່ຕໍ່ຫນ້າເຂົາ ທັງຫລາຍ 2 ເຄາະອັນດຽວກັນຕົກແກ່ຄົນທັງປວງເຫມືອນກັນຫມົດ ຄືຕົກແກ່ຄົນຊອບທັມ ແລະຄົນອະທັມ ຕົກແກ່ຄົນດີ ຕົກແກ່ຄົນສະອາດ ແລະຄົນທີ່ມີມົນທິນ ຕົກແກ່ຜູ້ທີ່ຖວາຍສັຕບູຊາ ແລະແກ່ຜູ້ທີ່ບໍ່ຖວາຍ ສັຕບູຊາ ຕົກແກ່ຄົນດີຢ່າງໃດກໍຕົກແກ່ຄົນບາບຢ່າງນັ້ນ ຕົກແກ່ຄົນສາບານຢ່າງໃດກໍຕົກແກ່ຄົນບໍ່ກ້າສາບານຢ່າງນັ້ນ 3 ນີ້ແຫລະເປັນສິ່ງສາມານທີ່ມີຢູ່ໃນບັນດາການທີ່ບັງເກີດຂຶ້ນພາຍໃຕ້ດວງອາທິດ ຄືວ່າມີເຄາະອັນດຽວກັນທີ່ຕົກແກ່ຄົນທັງປວງ ຈິດໃຈຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວ ແລະຄວາມບ້າບໍຢູ່ໃນໃຈຂອງເຂົາເມື່ອມີຊີວິດ ແລະຕໍ່ຈາກນັ້ນເຂົາກໍໄປຢູ່ກັບຄົນຕາຍ 4 ສ່ວນຄົນໃດທີ່ມົ້ວສຸມກັບຄົນທີ່ມີຊີວິດ ຄົນນັ້ນກໍມີຄວາມຫວັງໃຈໄດ້ ດ້ວຍວ່າຫມາທີ່ມີຊີວິດກໍຍັງດີກວ່າສິ່ງທີ່ຕາຍແລ້ວ 5 ເພາະວ່າຄົນເປັນຍ່ອມຮູ້ວ່າເຂົາເອງຄົງຈະຕາຍ ແຕ່ຄົນຕາຍແລ້ວກໍບໍ່ຮູ້ອັນໃດເລີຍ ເຂົາບໍ່ໄດ້ຮັບຣາງວັນອີກ ດ້ວຍວ່າໃຜໆກໍພາກັນລືມເຂົາເສັຽຫມົດ 6 ຄວາມຮັກຂອງເຂົາບໍ່ຫນ້ອຍກວ່າຄວາມຊັງ ແລະຄວາມອິດສາຂອງເຂົາໄດ້ສາບສູນໄປຕາມກັນນານມາແລ້ວ ໃນບັນດາການທີ່ບັງເກີດຂຶ້ນພາຍໃຕ້ດວງອາທິດ ເຂົາທັງຫລາຍບໍ່ມີສ່ວນຮ່ວມອີກຕໍ່ໄປ 7 ໄປເຖີດ ໄປຮັບປະທານອາຫານຂອງເຈົ້າດ້ວຍຄວາມຊື່ນຊົມ ແລະໄປດື່ມເຫລົ້າອະງຸ່ນຂອງເຈົ້າດ້ວຍຄວາມຣ່າເຣີງ ເພາະພຣະເຈົ້າຊົງເຫັນຊອບກັບການງານຂອງເຈົ້າແລ້ວ 8 ຈົ່ງໃຫ້ເສື້ອຜ້າຂອງເຈົ້າຂາວຢູ່ສເມີ ແລະນ້ຳມັນທີ່ຫົວຂອງເຈົ້າກໍຢ່າໃຫ້ຂາດ 9 ເຈົ້າຈົ່ງຢູ່ກິນດ້ວຍຄວາມຊົມຊື່ນຍິນດີກັບພັຣຍາຊຶ່ງເຈົ້າຮັກຕລອດຊີວິດອະນິຈັງຂອງເຈົ້າ ຊຶ່ງພຣະອົງໄດ້ປະທານໃຫ້ແກ່ເຈົ້າພາຍໃຕ້ດວງອາທິດ ຕລອດປີເດືອນອະນິຈັງຂອງເຈົ້າ ດ້ວຍວ່ານັ້ນເປັນສ່ວນໃນຊີວິດ ແລະໃນການງານຂອງເຈົ້າ ຊຶ່ງເຈົ້າໄດ້ອອກແຮງກະທຳພາຍໃຕ້ດວງອາທິດ 10 ມືຂອງເຈົ້າຈັບທຳການງານອັນໃດ ຈົ່ງກະທຳການນັ້ນດ້ວຍເຕັມກຳລັງຂອງເຈົ້າ ເພາະວ່າໃນແດນຄົນຕາຍທີ່ເຈົ້າຈະໄປນັ້ນບໍ່ມີການງານຫລືແນວຄິດ ຫລືຄວາມຮູ້ ຫລືສະຕິປັນຍາ 11 ຂ້າພະເຈົ້າໄດ້ເຫັນພາຍໃຕ້ດວງອາທິດອີກວ່າ ຄົນໄວບໍ່ຊະນະໃນການແລ່ນແຂ່ງສເມີໄປ ຫລືຄົນສລາດບໍ່ຮັບປະທານສເມີໄປ ຫລືຄົນມີຄວາມເຂົ້າໃຈບໍ່ຮັ່ງມີສເມີໄປ ຫລືຜູ້ທີ່ຊຳນານບໍ່ໄດ້ຮັບຄວາມໂປດປານສເມີໄປ ແຕ່ວາຣະ ແລະໂອກາດມີມາເຖິງເຂົາທຸກຄົນ 12 ເພາະວ່າມະນຸດບໍ່ຮູ້ວາຣະຂອງຕົນ ດັ່ງປາທີ່ຖືກຕິດຢູ່ໃນມອງອັນຮ້າຍສັນໃດ ແລະນົກຖືກດັກຕິດຢູ່ໃນບ້ວງແຮ້ວສັນໃດ ວາຣະອັນຮ້າຍກໍມາເຖີງບັນດາບຸດຂອງມະນຸດ ເຂົາກໍຖືກວາຣະອັນຮ້າຍນັ້ນດັກຈັບຊົ່ວບຶດດຽວເຫມືອນກັນສັນນັ້ນ
ສະຕິປັນຍາກໍດີກວ່າກຳລັງວັງຊາ
13 ຂ້າພະເຈົ້າເຫັນເຣື່ອງສະຕິປັນຍາພາຍໃຕ້ດວງອາທິດ ເຫັນວ່າເປັນເຣື່ອງທີ່ໃຫຍ່ດັ່ງຕໍ່ໄປນີ້ 14 ຍັງມີເມືອງນ້ອຍໆ ເມືອງນຶ່ງມີຄົນຢູ່ໃນເມືອງຫນ້ອຍຄົນ ແລ້ວມີມະຫາຣາຊາມາຕີເມືອງນັ້ນ ແລະລ້ອມເມືອງນັ້ນໄວ້ ແລະສ້າງເຄື່ອງລ້ອມໄວ້ຮອບເມືອງ 15 ແຕ່ໃນເມືອງນັ້ນມີຊາຍສລາດແຕ່ຍາກຈົນຢູ່ຄົນນຶ່ງ ແລະຊາຍຄົນນີ້ຊ່ອຍເມືອງນັ້ນໄວ້ໃຫ້ລອດດ້ວຍປັນຍາຂອງຕົນ ແຕ່ຫາບໍ່ມີໃຜຈົດຈຳລະຣຶກເຖິງຊາຍຍາກຈົນຄົນນີ້ 16 ແຕ່ຂ້າພະເຈົ້າວ່າ ສະຕິປັນຍາກໍດີກວ່າກຳລັງວັງຊາ ເຖິງສະຕິປັນຍາຂອງຊາຍຄົນນັ້ນຖືກດູຫມິ່ນ ແລະຖ້ອຍຄຳຂອງເຂົາບໍ່ມີໃຜຟັງກໍຕາມ 17 ຖ້ອຍຄຳຂອງຄົນສລາດຊຶ່ງໄດ້ຍິນໃນທີ່ສງັດດີກວ່າຟັງສຽງຮ້ອງຂອງຜູ້ຄອບຄອງຄົນໂງ່ 18 ສະຕິປັນຍາດີກວ່າເຄື່ອງອາວຸດ ແຕ່ຄົນບາບຄົນດຽວຍ່ອມລຶບຄວາມດີໄດ້ຢ່າງຫລວງຫລາຍ
ຜົນຂອງຄວາມໂງ່
1 ແມງວັນຕາຍ ຍ່ອມທຳໃຫ້ນຳມັນທີ່ກິ່ນຫອມບູດເຫມັນໄປ ຄວາມໂງ່ຫນ້ອຍນຶ່ງ ກໍຫນັກກວ່າສະຕິປັນຍາແລະກຽດຕິຍົດ 2 ຈິດໃຈຂອງຄົນທີ່ມີສະຕິປັນຍາ ຍ່ອມຢູ່ຂ້າງຂວາມືຂອງຕົນ ແຕ່ຈິດໃຈຂອງຄົນໂງ່ ຍ່ອມຢູ່ທີ່ຂ້າງມືຊ້າຍຂອງຕົນ 3 ເມື່ອຄົນໂງ່ກຳລັງຍ່າງໄປຕາມທາງ ເຂົາກໍຂາດສຳນຶກ ແລະຕົວເຂົາມັກສະແດງແກ່ທຸກຄົນວ່າ ຕົນເປັນຄົນໂງ່ 4 ຖ້າໃຈຂອງເຈົ້ານາຍເກີດໂມໂຫຂຶ້ນຕໍ່ທ່ານ ຢ່າອອກເສັຽຈາກທີ່ຂອງທ່ານ ເພາະວ່າອາຣົມເຢັນຍ່ອມລະງັບຄວາມຜິດອັນໃຫຍ່ຫລວງໄວ້ໄດ້ 5 ມີສິ່ງສາມານທີ່ຂ້າພະເຈົ້າເຫັນພາຍໃຕ້ດວງອາທິດ ເຫມືອນວ່າເປັນຄວາມຜິດຊຶ່ງຈາກຜູ້ມີອຳນາດ 6 ຄືຄົນໂງ່ຖືກແຕ່ງຕັ້ງໄວ້ໃນຕຳແຫນ່ງສູງໃຫຍ່ ແລະຄົນຮັ່ງມີຮັບຕຳແຫນ່ງຕ່ຳຕ້ອຍ 7 ຂ້າພະເຈົ້າເຫັນທາດຂີ່ມ້າ ແລະເຈົ້ານາຍຍ່າງທີ່ພື້ນແຜ່ນດິນຢ່າງທາດ 8 ຜູ້ໃດຂຸດບໍ່ໄວ້ ຜູ້ນັ້ນຈະຕົກລົງໃນບໍ່ນັ້ນ ຜູ້ໃດພັງກຳແພງທະລຸເຂົ້າໄປ ງູຈະຕອດຜູ້ນັ້ນ 9 ຜູ້ໃດສະກັດຫີນ ຜູ້ນັ້ນອາດເຈັບເພາະຫີນນັ້ນ ຜູ້ໃດຜ່າຂອນໄມ້ ຜູ້ນັ້ນຈະປະສົບອັນຕະຣາຍເພາະຂອນໄມ້ນັ້ນໄດ້ 10 ຖ້າຂວານປູ້ແລ້ວ ແລະເຂົາບໍ່ລັບໃຫ້ຄົມ ເຂົາກໍຕ້ອງອອກແຮງຫລາຍ ແຕ່ສະຕິປັນຍາຈະຊ່ອຍໃຫ້ບັນລຸຄວາມສຳເຣັດ 11 ຖ້າງູຕອດເສັຽກ່ອນທີ່ທຳໃຫ້ມັນເຊື່ອງ ຫມໍງູກໍບໍ່ເປັນປໂຍດອັນໃດແລ້ວ 12 ຖ້ອຍຄຳຈາກປາກຂອງຜູ້ມີສະຕິປັນຍາກໍມີຄຸນ ແຕ່ຮີມຝີປາກຂອງຄົນໂງ່ຈະເຜົາຜານຕົວເອງເສັຽ 13 ຖ້ອຍຄຳຈາກປາກຂອງເຂົາເປັນຄວາມໂງ່ຕັ້ງແຕ່ເລີ້ມເວົ້າ ຕອນຈົບກໍເປັນຄວາມບ້າບໍຢ່າງຮ້າຍ 14 ຄົນໂງ່ເວົ້າຫລາຍຊ້ຳຊາກ ມະນຸດຫາຮູ້ບໍ່ວ່າເຫດອັນໃດຈະບັງເກີດຂຶ້ນ ໃຜເດ່ຈະບອກເຂົາໄດ້ວ່າມີຫຍັງເກີດຂຶ້ນເມື່ອເຂົາລ່ວງໄປ 15 ການງານຂອງຄົນໂງ່ກະທຳໃຫ້ເຂົາອິດເມື່ອຍ ດ້ວຍວ່າເຂົາບໍ່ຮູ້ຈັກທາງທີ່ຈະເຂົ້າໄປໃນເມືອງ 16 ໂອ ບ້ານເມືອງເອີຍ ວິບັດແກ່ເຈົ້າ ເມື່ອກະສັດຂອງເຈົ້າເປັນເດັກ ແລະເຈົ້ານາຍທັງຫລາຍຂອງເຈົ້າມີການລ້ຽງກັນສນຸກສນານແຕ່ເຊົ້າ 17 ໂອ ບ້ານເມືອງເອີຍ ຄວາມສຳຣານຈະມີແກ່ເຈົ້າ ເມື່ອກະສັດຂອງເຈົ້າເປັນເຊື້ອຂຸນນາງ ແລະເຈົ້ານາຍຂອງເຈົ້າມີການ ລ້ຽງຕາມກາຣະເທສະ ເພື່ອຈະມີກຳລັງວັງຊາ ບໍ່ແມ່ນຈະດື່ມໃຫ້ມືນເມົາ 18 ເພາະຄວາມຂີ້ຄ້ານ ຫລັງຄາຈຶ່ງຫັກພັງລົງ ແລະເພາະຄວາມຂີ້ຄ້ານເຮືອນຈຶ່ງຮົ່ວ 19 ເຂົາທຳອາຫານໄວ້ເພື່ອໃຫ້ຄົນຫົວເລາະ ແລະເຫລົ້າອະງຸ່ນທຳໃຫ້ຊີວິດຊື່ນບານ ແລະເງິນທີ່ຈັດໃຫ້ໄດ້ທຸກຢ່າງ 20 ຢ່າແຊ່ງດ່າພຣະຣາຊາ ແມ້ແຕ່ຄິດແຊ່ງດ່າໃນໃຈກໍຢ່າເລີຍ ແລະຢ່າແຊ່ງຄົນຮັ່ງມີທີ່ໃນຫ້ອງນອນຂອງເຈົ້າ ເພາະນົກໃນອາກາດຈະຄາບສຽງຂອງເຈົ້າໄປ ຫລືຕົວທີ່ມີປີກຈະເລົ່າເຣື່ອງນັ້ນ
ຄວາມປະພຶດຂອງຄົນມີປັນຍາ
1 ຈົ່ງໂຍນເຂົ້າຫນົມປັງຂອງເຈົ້າລົງເທິງນ້ຳອີກຫລາຍມື້ເຈົ້າຈະພົບມັນໄດ້ 2 ຈົ່ງປັນສ່ວນນຶ່ງໃຫ້ແກ່ຄົນເຈັດຄົນ ຫລືເຖິງແປດຄົນກໍໃຫ້ເຖີດ ເພາະເຈົ້າບໍ່ຮູ້ວ່າສິ່ງສາມານຢ່າງໃດຈະບັງເກີດຂຶ້ນເທິງພື້ນແຜ່ນດິນ 3 ຖ້າບັນດາເມກມີຝົນຢູ່ເຕັມ ມັນກໍຈະເທຫມົດລົງມາເທິງແຜ່ນດິນໂລກ ແລະຖ້າຕົ້ນໄມ້ລົ້ມລົງທາງໃຕ້ ຫລືທາງເຫນືອ ມັນລົ້ມລົງທາງໃດມັນກໍນອນຢູ່ທາງນັ້ນ 4 ຜູ້ໃດມົວສັງເກດລົມກໍຈະບໍ່ຫວ່ານພືດ ແລຜູ້ທີ່ມອງເບິ່ງເມກກໍຈະບໍ່ກ່ຽວເຂົ້າ 5 ເຈົ້າບໍ່ຮູ້ທາງລົມວ່າໄປທາງໃດ ແລະກະດູກມີຂຶ້ນໃນມົດລູກຂອງຍິງທີ່ມີຄັນຢ່າງໃດສັນໃດ ເຈົ້າກໍຈະບໍ່ຮູ້ເຖິງກິຈການຂອງພຣະເຈົ້າຜູ້ຊົງກະທຳສິ່ງສາຣະພັດສັນນັ້ນ 6 ເວລາເຊົ້າເຈົ້າຈົ່ງຫວ່ານພືດຂອງເຈົ້າ ແລະພໍເວລາຄໍ່າກໍຢ່າຫົດມືຂອງເຈົ້າເສັຽ ເພາະເຈົ້າຫາຮູ້ບໍ່ວ່າການໃດຈະຈະເຣີນ ການນີ້ຫລືການນັ້ນ ຫລືການທັງສອງຈະຈະເຣີນດີເຫມືອນກັນ 7 ແສງສວ່າງເປັນທີ່ຊື່ນໃຈ ແລະການທີ່ນັຍຕາເຫັນດວງຕາເວັນກໍເປັນທີ່ຊື່ນບານ 8 ຖ້າຄົນໃດມີຊີວິດຢູ່ໄດ້ຕັ້ງຫລາຍປີ ຈົ່ງໃຫ້ເຂົາຍິນດີໃນປີເດືອນເຫລົ່ານັ້ນ ແຕ່ໃຫ້ເຂົາລະຣຶກເຖິງວ່າ ວັນມືດກໍມີຫລາຍ ບັນດາເຫດການທີ່ເກີດຂຶ້ນມານັ້ນກໍອະນິຈັງ
ແນະນຳເຍົາວະຊົນ
9 ໂອ ເຍົາວະຊົນ ຈົ່ງຍິນດີໃນປະຖົມວັຍຂອງເຈົ້າ ແລະໃຫ້ຈິດໃຈຂອງເຈົ້າກະທຳຕົວເຈົ້າຣ່າເຣີງໃນປະຖົມວັຍຂອງເຈົ້າ ເຈົ້າຈົ່ງດຳເນີນໃນທາງແຫ່ງໃຈຂອງເຈົ້າ ແລະຕາມສາຍຕາຂອງເຈົ້າ ແຕ່ຈົ່ງຮູ້ວ່າເນື່ອງດ້ວຍກິຈການງານທັງປວງເຫລົ່ານີ້ພຣະເຈົ້າຈະຊົງນຳເຈົ້າເຂົ້າມາເຖິງການພິພາກສາ 10 ຈົ່ງຕັດຄວາມເສົ້າຫມອງເສັຽຈາກໃຈຂອງເຈົ້າ ແລະຈົ່ງຖິ້ມຄວາມເຈັບປວດເສັຽຈາກເນື້ອຫນັງຂອງເຈົ້າເພາະຄວາມຫນຸ່ມສາວແລະວັຍສະກັນນັ້ນເປັນອະນິຈັງ
1 ໃນປະຖົມວັຍຂອງເຈົ້າ ເຈົ້າຈົ່ງລະຣຶກເຖິງພຣະຜູ້ເນຣະມິດສ້າງຂອງເຈົ້າ ກ່ອນທີ່ຍາມທຸກຮ້ອນຈະມາເຖິງ ແລະປີເດືອນໃກ້ເຂົ້າມາ ເມື່ອເຈົ້າຈະກ່າວວ່າ, “ຂ້າບໍ່ມີຄວາມເພີດເພີນໃນປີເດືອນນັ້ນເລີຍ” 2 ກ່ອນທີ່ດວງອາທິດ ແສງສວ່າງ ດວງຈັນ ແລະດວງດາວທັງຫລາຍອັບແສງ ແລະກ່ອນທີ່ເມກກັບມາເມື່ອຫມົດຝົນແລ້ວ 3 ໃນການເມື່ອຄົນຍາມເຝົ້າເຮືອນຈະຕົວສັ່ນ ແລະຄົນແຂງແຮງຈະອ່ອນເພັຽລົງ ແລະຍິງໂມ່ຈະເລີກໂມ່ ເພາະຈຳນວນລົດນ້ອຍລົງ ແລະບັນດາຜູ້ທີ່ສ່ອງເບິ່ງປ່ອງອ້ຽມຈະມືດມົວໄປ 4 ແລະປະຕູຄູ່ທີ່ເປີດອອກຖນົນຈະປິດເສັຽ ເມື່ອສຽງໂມ່ຄ່ອຍລົງມີສຽງນົກສຽງກາເຂົາຈະລຸກຂຶ້ນ ແລະສຽງເພງກໍເບົາລົງ 5 ເຂົາທັງຫລາຍຢ້ານຄວາມສູງ ແລະສິ່ງຫນ້າສະຍົດສຍອງກໍຢູ່ໃນຫົນທາງ ຕົ້ນອັລມອນມີດອກ ແລະຕັກແຕນໂມ່ເປັນພາຣະ ຄວາມປາຖນາກໍເຊື່ອມລົງ ເພາະມະນຸດກຳລັງໄປບ້ານອັນຖາວອນຂອງເຂົາ ສ່ວນຜູ້ໄວ້ທຸກກໍວຽນໄປມາຕາມຖນົນ 6 ກ່ອນທີ່ສາຍເງິນຈະຂາດ ຫລືຊາມຄຳຈະບັນລັຍ ຫລືໄຫນ້ຳຈະແຕກເສັຽທີ່ນ້ຳພຸ ຫລືລໍ້ຈະຫັກເສັຽໃນທີ່ຂັງນໍ້າ 7 ແລະຜົງຂີ້ດິນກັບເປັນດິນຢ່າງເດີມ ແລະຈິດວິນຍານກັບໄປສູ່ພຣະເຈົ້າຜູ້ປະທານໃຫ້ມານັ້ນ 8 ປັນຍາຈານວ່າ ອະນິຈັງ ອະນິຈັງ ສາຣະພັດອະນິຈັງ
ຫນ້າທີ່ທັງສິ້ນຂອງມະນຸດ
9 ນອກຈາກທ່ານເປັນຄົນສລາດແລ້ວ ປັນຍາຈານຍັງສອນຄວາມຮູ້ໃຫ້ປະຊາຊົນອີກດ້ວຍ ທ່ານພິເຄາະ ທ່ານຄົ້ນຄວ້າ ແລະທ່ານຮຽບຮຽງສຸພາສິດ 10 ປັນຍາຈານຊອກຫາຖ້ອຍຄຳທີ່ມ່ວນຫູ ແລະທ່ານຂຽນຖ້ອຍຄຳແຫ່ງຄວາມຈິງໄວ້ຢ່າງທ່ຽງຕົງ 11 ຖ້ອຍຄຳຂອງນັກປາດເປັນໄມ້ເທົ້າອັນແຫລມຄົມ ແລະຖ້ອຍຄຳທີ່ທ່ານຮວບຮວມໄວ້ກໍຕຶງແຫນ້ນຢ່າງຕະປູ ທີ່ຄົນລ້ຽງແກະໃຊ້ເພື່ອນຳພາຝູງແກະ 12 ບຸດຊາຍຂອງຂ້າພະເຈົ້າເອີຍ ຈົ່ງຮັບຄຳຕັກເຕືອນເຖີດ ຊຶ່ງຈະທຳຫນັງສືຫລາຍກໍບໍ່ມີສິ້ນສຸດ ແລະຮຽນຫລາຍກໍເມື່ອຍເນື້ອຫນັງ 13 ຈົບເຣື່ອງແລ້ວ ໄດ້ຟັງກັນທັງຫມົດແລ້ວ ຈົ່ງຢຳເກງພຣະເຈົ້າ ແລະຮັກສາພຣະບັນຍັດຂອງພຣະອົງ ເພາະນີ້ແຫລະເປັນຫນ້າທີ່ຂອງມະນຸດທັງປວງ 14 ດ້ວຍວ່າ ພຣະເຈົ້າຈະຊົງເອົາການງານທຸກປະການເຂົ້າສູ່ການພິພາກສາ ພ້ອມດ້ວຍສິ່ງເລິກລັບທຸກຢ່າງ ບໍ່ວ່າດີຫລືຊົ່ວ
1 ບົດຮ້ອງເພງອັນຫນ້າອອນຊອນຂອງກະສັດໂຊໂລໂມນ
ເຈົ້າສາວແລະບຸດຕຣີຂອງເຢຣູຊາເລັມ
ຍິງສາວ:
2 ປາກຂອງອ້າຍໄດ້ຈູບນ້ອງ ຄວາມຮັກຂອງອ້າຍຫວານກວ່ານ້ຳອະງຸ່ນ 3 ຕົວອ້າຍມີກິ່ນຫອມຫວນ ຊື່ຂອງອ້າຍພາໃຫ້ນ້ອງຄິດເຖິງກິ່ນຫອມນັ້ນ ແລະບໍ່ມີຍິງໃດທີ່ຈະບໍ່ຮັກອ້າຍ 4 ຂໍໃຫ້ນ້ອງໄປກັບອ້າຍ ແລະພວກເຮົາພາກັນຫນີ ຈົ່ງເປັນພຣະຣາຊາຂອງນ້ອງ ແລະພານ້ອງເຂົ້າໄປໃນຫ້ອງຂອງອ້າຍ ຖ້າວ່າອ້າຍຢູ່ທີ່ນີ້ ພວກເຮົາທັງສອງກໍຈະມີຄວາມສຸກ ພວກເຮົາຈະດື່ມນ້ຳອະງຸ່ນແລະຊື່ນຊົມໃນຄວາມຮັກ ນ້ອງພໍໃຈທີ່ສຸດທີ່ໄດ້ຮັກກັບອ້າຍ 5 ຍິງນະຄອນເຢຣູຊາເລັມເອີຍ ແສງຕາເວັນທຳໃຫ້ຂ້ອຍແຫລ້ ແຕ່ຍັງສວຍງາມຢູ່ ຕົວຂ້ອຍເປັນສີນ້ຳຕານເຫມືອນຜ້າເຕັນກາງໄວ້ໃນຖິ່ນກັນດານ ແລະມີສີເຫມືອນດັ່ງຜ້າກັ້ງໃນພຣະຣາຊວັງກະສັດໂຊໂລໂມນ 6 ຢ່າຫລຽວເບິ່ງຢ່າງດູຫມິ່ນໃນສີຜິວພັນຂອງຂ້ອຍເພາະຕາເວັນໄດ້ແຜດເຜົາຂ້ອຍ ອ້າຍນ້ອງຂອງຂ້ອຍໃຈຮ້າຍຂ້ອຍ ແລະໃຊ້ຂ້ອຍທຳງານຢູ່ໃນສວນອະງຸ່ນ ຂ້ອຍຈຶ່ງບໍ່ມີເວລາຮັກສາຕົວຂ້ອຍເອງ 7 ທີ່ຮັກຂອງນ້ອງເອີຍ ກະຣຸນາບອກນ້ອງແດ່ວ່າ ອ້າຍຈະພາຝູງສັດຂອງອ້າຍໄປກິນຫຍ້າຢູ່ບ່ອນໃດ ເວລາຕາເວັນທ່ຽງອ້າຍພາພວກມັນຢຸດພັກຢູ່ໃສ ເປັນຫຍັງນ້ອງຈຶ່ງຕ້ອງຊອກຫາອ້າຍ ຢູ່ຖ້າມກາງຝູງສັດຂອງພວກຜູ້ລ້ຽງແກະຄົນອື່ນ
ຄົນຮັກຂອງນາງ:
8 ຍິງງາມເດັ່ນໃນຖ້າມກາງຍິງທັງຫລາຍເອີຍ ຖ້າຣ້ອງບໍ່ຮູ້ຈັກບ່ອນຈົ່ງຕິດຕາມຝູງສັດນັ້ນໄປ ແລ້ວນ້ອງຈະພົບເດີ່ນຫຍ້າສຳລັບຝູງແບ້ຂອງນ້ອງ ຢູ່ໃກ້ຜ້າເຕັນຂອງພວກຜູ້ລ້ຽງແກະພຸ້ນ 9 ທີ່ຮັກຂອງອ້າຍເອີຍ ນ້ອງປຽບເຫມືອນມ້າແມ່ທີ່ທຽມຣົດມ້າຂອງຟາຣາໂອກະສັດແຫ່ງເອຢິບ 10 ນ້ອງເປັຽຜົມງາມ ແລະຢ່ອນລົງຕາມຄໍດັ່ງເພັດພອຍ 11 ແຕ່ວ່າອ້າຍຈະເອົາສາຍສ້ອຍຄຳກັບເຄື່ອງເອ້ທີ່ທຳດ້ວຍເງິນໃຫ້ນ້ອງ
ຍິງສາວ:
12 ໃນຂນະທີ່ເຈົ້າຊີວິດປະທັບຢູ່ເທິງຕຽງນອນ ກິ່ນນ້ຳຫອມຂອງຂ້ອຍໄດ້ສົ່ງກິ່ນອອກໄປ 13 ຄົນຮັກຂອງຂ້ອຍເຫມືອນດັ່ງຢາງໄມ້ຫອມທີ່ວາງໄວ້ຢູ່ເທິງເອິກຂອງຂ້ອຍ 14 ຄົນຮັກຂອງຂ້ອຍເປັນເຫມືອນດອກໄມ້ປ່າ ຊຶ່ງບານຢູ່ໃນສວນອະງຸ່ນທີເມືອງເອນເກດີ
ຄົນຮັກຂອງນາງ:
15 ທີ່ຮັກຂອງອ້າຍເອີຍ ນ້ອງເປັນຍິງທີ່ສວຍງາມທີ່ສຸດ ຕາຂອງນ້ອງສ່ອງແສງດ້ວຍຄວາມຮັກ
ຍິງສາວ:
16 ສຸດທີ່ຮັກຂອງນ້ອງເອີຍ ອ້າຍເປັນຊາຍສະງ່າງາມ ແລະເຕັມໄປດ້ວຍຄວາມສຳຣານ ຫຍ້າຂຽວສົດຈະເປັນຕຽງນອນຂອງພວກເຮົາ 17 ຕົ້ນສົນຈະເປັນເສົາເຮືອນຂອງພວກເຮົາ ແລະໄມ້ສົນຈະເປັນເພດານຂອງມັນ
1 ນ້ອງເປັນພຽງດອກກຸຫລາບປ່າຢູ່ໃນທົ່ງຊາໂຣນ ແລະເປັນດອກຊ້ອນຢູ່ຕາມຮ່ອມພູ
ຄົນຮັກຂອງນາງ:
2 ດອກຊ້ອນຢູ່ກາງຫນາມສັນໃດກໍເຫມືອນຄົນຮັກຂອງອ້າຍຢູ່ໃນຖ້າມກາງຜູ້ຍິງອື່ນສັນນັ້ນ
ຍິງສາວ:
3 ເມື່ອປຽບທຽບຄົນຮັກຂອງຂ້ອຍກັບຊາຍຄົນອື່ນ ກໍເຫມືອນຕົ້ນຫມາກໂປມທີ່ຢູ່ຖ້າມກາງຕົ້ນໄມ້ກາງປ່າ ຂ້ອຍຢາກນັ່ງຢູ່ໃຕ້ຮົ່ມຂອງມັນ ແລະຫມາກຂອງມັນກໍຫວານຖືກປາກຂ້ອຍ 4 ເຂົາພາຂ້ອຍໄປໃນງານກິນລ້ຽງ ແລະຍົກທຸງແຫ່ງຄວາມຮັກປົກຫຸ້ມຂ້ອຍໄວ້ 5 ເຂົາທຳໃຫ້ຂ້ອຍມີເຫື່ອແຮງດ້ວຍກິນຫມາກອະງຸ່ນ ແລະທຳໃຫ້ຂ້ອຍຊື່ນໃຈດ້ວຍກິ່ນຫມາກໂປມ ຂ້ອຍອ່ອນເພັຽໄປດ້ວຍຄວາມຫລົງໄຫລ 6 ເຂົາເອົາມືກ້ຳຊ້າຍຮອງຫົວຂ້ອຍ ແລະເອົາມືກ້ຳຂວາກອດຂ້ອຍໄວ້ 7 ຍິງນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາກັບຂ້ອຍເທີນວ່າ, “ໃນນາມຂອງກວາງແລະເຍືອງ ເຈົ້າຈະບໍ່ປຸກຄວາມຮັກຂອງຂ້ອຍກ່ອນເວລາອັນສົມຄວນ”
ບົດເພງທີ່ສອງ
ຍິງສາວ:
8 ຂ້ອຍໄດ້ຍິນສຽງຄົນຮັກຂອງຂ້ອຍ ເຂົາກຳລັງແລ່ນຢູ່ເທິງພູນ້ອຍ ແລະຟ້າວຂ້າມພູນ້ອຍມາຫາຂ້ອຍ 9 ຄົນຮັກຂອງຂ້ອຍປຽບເຫມືອນເຍືອງ ແລະປຽບເຫມືອນກວາງຫນຸ່ມ ນີ້ເດ່ ເຂົາກຳລັງຢືນຢູ່ທາງດ້ານຫລັງຝາເຮືອນຂ້ອຍ ເຂົາຫລຽວເຂົ້າມາທາງປ່ອງຢ້ຽມ ແລະຄອຍຈອບເບິ່ງຂ້ອຍຕາມປ່ອງລູກກົງໄມ້ 10 ຄົນຂອງຂ້ອຍໄດ້ເອີ່ຍປາກຕໍ່ຂ້ອຍວ່າ,ຄົນຮັກຂອງນາງ:“ທີ່ຮັກຂອງອ້າຍຈົ່ງມາພີ້ ສຸດທີ່ຮັກຂອງອ້າຍຈົ່ງມານຳອ້າຍ 11 ຣະດູຫນາວໄດ້ຜ່ານໄປ ຝົນກໍເຊົາຕົກ 12 ຢູ່ຕາມຊົນນະບົດມີດອກໄມ້ເບັ່ງບານອອກມາ ນີ້ເປັນເວລາທີ່ຮ້ອງລຳທຳເພງ ສຽງນົກເຂົາຂັນກໍໄດ້ຍິນໄປທົ່ວທົ່ງນາ 13 ຫມາກເດື່ອກຳລັງເລີ້ມສຸກ ນ້ອງຈະໄດ້ດົມກິ່ນຂອງດອກອະງຸ່ນ ທີ່ຮັກຂອງອ້າຍ ຈົ່ງມາພີ້ ສຸດທີ່ຮັກຂອງອ້າຍ ຈົ່ງມາກັບອ້າຍ 14 ນ້ອງກຳລັງລີ້ຊ່ອນຕົວຢູ່ດັ່ງນົກເຂົາ ຢູ່ໃນຊ່ອງວ່າງຂອງກ້ອນຫີນ ຂໍໃຫ້ອ້າຍເຫັນຫນ້າອັນເປັນຕາຮັກຂອງນ້ອງ ແລະຂໍໃຫ້ອ້າຍໄດ້ຍິນສຽງເວົ້າອັນມີສເນ່ຂອງນ້ອງເທີນ 15 ຈົ່ງຈັບພວກຫມາຈອກ ພວກຫມາກຈອກນ້ອຍ ກ່ອນທີ່ພວກມັນຈະທຳລາຍສວນອະງຸ່ນຂອງພວກເຮົາທີ່ກຳລັງເບັ່ງບານ
ຍິງສາວ:
16 ຄົນຮັກເປັນຂອງຂ້ອຍ ແລະຂ້ອຍກໍເປັນຂອງເຂົາ ເຂົາລ້ຽງຝູງສັດຢູ່ຖ້າມກາງບ່ອນທີ່ມີດອກຊ້ອນ 17 ຈົນເຖິງຍາມເຊົ້າຊຶ່ງມີລົມພັດມາອ່ອນໆ ແລະຈົນເຖິງຄວາມມືດມົວໄດ້ຈືດຈາງຫາຍໄປ ສຸດທີ່ຮັກຂອງຂ້ອຍເອີຍ ຈົ່ງກັບມາເຫມືອນເຍືອງ ແລະເຫມືອນກວາງຫນຸ່ມທີ່ຢູ່ເທິງພູ
ຄຳຣຳພຶງຂອງເຈົ້າສາວ
1 ຍາມຣາຕຣີການເມື່ອຂ້ອຍນອນຢູ່ ຂ້ອຍຊອກຫາເຂົາຜູ້ນັ້ນ ທີ່ດວງໃຈຂອງຂ້ອຍຮັກໃຄ່ ຂ້ອຍຊອກຫາເຂົາ ແຕ່ກໍບໍ່ພົບ 2 “ບັດນີ້ຂ້ອຍຈະລຸກຂຶ້ນ ແລ້ວຈະທ່ຽວໄປໃນເມືອງໃຫ້ຕລອດ ໄປຕາມທາງນ້ອຍແລະກາງເມືອງ ຂ້ອຍຈະສແວງຫາເຂົາຜູ້ນັ້ນ ທີ່ດວງໃຈຂອງຂ້ອຍຮັກໃຄ່” ຂ້ອຍຊອກຫາເຂົາ ແຕ່ກໍບໍ່ພົບ 3 ຄົນຍາມທີ່ເລາະລຽບໄດ້ເຫັນຂ້ອຍ ແລ້ວຂ້ອຍໄດ້ຖາມເຂົາວ່າ, “ທ່ານເຫັນເຂົາຜູ້ນັ້ນ ທີ່ດວງໃຈຂອງຂ້ອຍຮັກບໍ່” 4 ພໍຂ້ອຍຜ່ານຄົນຍາມພົ້ນມາຫນ້ອຍດຽວ ຂ້ອຍກໍພົບເຂົາຜູ້ນັ້ນ ທີ່ດວງໃຈຂອງຂ້ອຍຮັກ ຂ້ອຍຈັບຕົວເຂົາໄວ້ແຫນ້ນ ແລະບໍ່ຍອມປ່ອຍມືໃຫ້ເຂົາຫລຸດໄປເລີຍ ຈົນຂ້ອຍພາເຂົາໃຫ້ເຂົ້າມາໃນເຣືອນຂອງມານດາຂ້ອຍ ແລະໃຫ້ເຂົ້າມາໃນຫ້ອງຂອງຜູ້ທີ່ໃຫ້ຂ້ອຍໄດ້ເກີດມານັ້ນ 5 ໂອ ເຫລົ່າບຸດຕຣີແຫ່ງເຢຣູຊາເລັມເອີຍ ຂ້ອຍຂໍໃຫ້ເຈົ້າທັງຫລາຍສາບານຕໍ່ເຍືອງ ຫລືກວາງໂຕເມັຽວ່າ ເຈົ້າທັງຫລາຍຈະບໍ່ກຸກວນ ຫລືປຸກຄວາມຮັກໃຫ້ຕື່ນຂຶ້ນຈົນກວ່າຄວາມຮັກຈະຈຸໃຈແລ້ວ 6 ນັ້ນແມ່ນຫຍັງຫນໍທີ່ກຳລັງຂຶ້ນມາຈາກຖິ່ນກັນດານ ດຸດດັ່ງເສົາຄວັນຫອມໄປດ້ວຍກິ່ນເຄື່ອງຫອມ ແລະກຳຍານ ທຳດ້ວຍເຄື່ອງຫອມຂອງພໍ່ຄ້າ 7 ເບິ່ງແມ໋, ເປັນພຣະວໍຂອງໂຊໂລໂມນ ຫ້ອມລ້ອມມາດ້ວຍນັກຮົບຜູ້ກ້າຫານຫົກສິບຄົນ ນັກຮົບຜູ້ກ້າຫານຄົນອິສຣາເອນ 8 ເຂົາທັງຫລາຍຖືດາບ ແລະເປັນຜູ້ຊຳນານເສິກ ເຂົາທຸກຄົນເຫນັບກະບີ່ໄວ້ທີ່ຕົ້ນຂາຂອງຕົນ ເພາະຢ້ານໄພໃນຣາຕຣີການ 9 ກະສັດໂຊໂລໂມນສ້າງພຣະວໍສຳລັບພຣະອົງ ດ້ວຍໄມ້ມາຈາກເລບານອນ 10 ພຣະອົງຊົງທຳເສົາພຣະວໍນັ້ນດ້ວຍເງິນ ແທ່ນປະທັບທຳດ້ວຍຄຳ ແລະເບາະນັ່ງດ້ວຍຜ້າສີມ່ວງ ຂ້າງໃນພຣະວໍນັ້ນເປັນຜ້າເບາະງາມຕ່ຳໂດຍບຸດຕຣີແຫ່ງເຢຣູຊາເລັມ 11 ໂອ ບຸດຕຣີແຫ່ງຊີໂອນເອີຍ ຈົ່ງອອກໄປ ໄປເບິ່ງກະສັດໂຊໂລໂມນເຖີດ ຊົງມຸງກຸດຊຶ່ງພຣະຣາຊຊົນນີໄດ້ສວມໃຫ້ ໃນວັນທີ່ພຣະອົງໄດ້ຊົງອະພິເສກມະເຫສີນັ້ນ ໃນວັນເມື່ອພຣະທັຍຂອງພຣະອົງຊົງເບີກບານຢູ່
ເຈົ້າບ່າວສັນເສີນເຈົ້າສາວ
1 ທີ່ຮັກຂອງອ້າຍເອີຍ ເບິ່ງແມ໋, ນ້ອງຊ່າງງາມຫລາຍ ດວງຕາຂອງນ້ອງດັ່ງນົກເຂົາຢູ່ໃນຜ້າຄຸມ ຜົມຂອງນ້ອງດຸດດັ່ງຝູງແບ້ທີ່ເຄື່ອນມາຕາມເນີນພູກິເລອາດ 2 ແຂ້ວຂອງນ້ອງດັ່ງຝູງແກະທີ່ກຳລັງຈະຕັດຂົນ ຊຶ່ງຂຶ້ນມາຈາກການຊຳຣະລ້າງ ມີລູກແຝດຕິດມາທຸກໂຕ ແລະບໍ່ມີໂຕໃດແທ້ງລູກ 3 ຮີມຝີປາກຂອງນ້ອງແດງດຸດດັ່ງດ້າຍສີຕັບຫມູ ແລະປາກຂອງນ້ອງກໍງາມຂຳ ພວງແກ້ມຂອງນ້ອງເຫມືອນຫມາກພິລາຜ່າກາງຢູ່ໃນຜ້າຄຸມ 4 ລຳຄໍຂອງນ້ອງດຸດດັ່ງປ້ອມຂອງດາວິດທີ່ໄດ້ກໍ່ສ້າງໄວ້ເພື່ອເກັບເຄື່ອງອາວຸດ ມີສ້ອຍຮູບໂລ່ພັນແນວຄ້ອງໄວ້ 5 ນົມທັງສອງຂອງນ້ອງດັ່ງລູກສອງໂຕຊຶ່ງເປັນເຍືອງຝາແຝດທີ່ກຳລັງຫາກິນໃນຖ້າມກາງຫມູ່ຕົ້ນດອກຊ້ອນ 6 ຈົນເວລາຄ່ຳ ແລະເງົາຫມົດໄປແລ້ວ ອ້າຍຈະໄປເນີນພູຢາງໄມ້ຫອມ ແລະໄປເນີນພູຜາກຳຍານ 7 ໂອ ທີ່ຮັກຂອງອ້າຍເອີຍ ນ້ອງຊ່າງງາມໄປຫມົດ ໃນຕົວນ້ອງຈະຫາທີ່ຕິບໍ່ໄດ້ 8 ຈົ່ງຈາກເລບານອນໄປກັບອ້າຍເຖີດ ເຈົ້າສາວຂອງອ້າຍເອີຍ ຈົ່ງຈາກເລບານອນໄປກັບອ້າຍເນາະ ໃຫ້ລົງໄປຈາກຍອດ ເຂົາອາມານາ ຈາກຍອດເຂົາເຊນີຣ໌ ແລະຍອດເຂົາເຮີໂມນໄປຈາກຖ້ຳຣາຊສີ ຈາກເຂົາເສືອດາວ 9 ນ້ອງຂອງອ້າຍເອີຍ ນ້ອງໄດ້ປຸ້ນເອົາດວງໃຈຂອງອ້າຍໄປເສັຽແລ້ວ ເຈົ້າສາວຂອງອ້າຍເອີຍ ເຈົ້າໄດ້ປຸ້ນເອົາດວງໃຈຂອງອ້າຍໄປດ້ວຍ ການຊາຍຕາພຽງແວບດຽວເທົ່ານັ້ນຫລື ດ້ວຍສ້ອຍຄໍສາຍດຽວຂອງເຈົ້າ 10 ນ້ອງຂອງອ້າຍເອີຍ ເຈົ້າສາວຂອງອ້າຍ ຄວາມຮັກຂອງນ້ອງຊ່າງຫວານກວ່າເຫລົ້າອະງຸ່ນ ແລະກິ່ນນ້ຳມັນຂອງນ້ອງຊ່າງຫອມກວ່າເຄື່ອງເທດທັງຫລາຍ 11 ໂອ ເຈົ້າສາວຂອງອ້າຍເອີຍ ຮີມຝີປາກຂອງນ້ອງປຽບເຫມືອນນ້ຳເຜິ້ງກຳລັງຈະຢົດຍ້ອຍ ນ້ຳເຜິ້ງແລະນ້ຳນົມຢູ່ໃຕ້ລີ້ນຂອງນ້ອງ ກິ່ນເສື້ອຜ້າຂອງນ້ອງຫອມດຸດດັ່ງກິ່ນມາຈາກເລບານອນ 12 ເຈົ້າສາວຂອງອ້າຍເອີຍ ນ້ອງຂອງອ້າຍປຽບປະດຸດສວນສງວນ ດຸດດັ່ງອຸທຍານທີ່ຫວງຫ້າມໄວ້ ແລະດຸດດັ່ງນ້ຳພຸທີ່ຖືກປະທັບຕຣາໄວ້ 13 ຜລິດຜົນຂອງນ້ອງດຸດດັ່ງສວນຕົ້ນພິລາ ອີກທັງຫມາກໄມ້ອັນໂອຊາຢ່າງອື່ນໆ ອີກທັງທຽນຂາວ ແລະແຝກຫອມ 14 ຕົ້ນແຝກຫອມແລະຕົ້ນຂີ້ຫມິ່ນ ໄມ້ອໍ້ຫອມ ແລະຕົ້ນໃບເຕີຍ ອີກທັງຕົ້ນໄມ້ຫອມນາໆຊະນິດສຳລັບທຳກຳຍານຄືຕົ້ນຢາງໄມ້ຫອມ ແລະຕົ້ນອາໂລ ອີກທັງເຄື່ອງຫອມຊັ້ນດີທັງສິ້ນ 15 ຕົວນ້ອງປະດຸດດັ່ງນ້ຳພຸໃນອຸທຍານ ປະດຸດບໍ່ນ້ຳໄຫລ ແລະປະດຸດລຳທານໄຫລຈາກເລບານອນ 16 ໂອ ລົມເຫນືອເອີຍ ຈົ່ງຕື່ນຂຶ້ນເຖີດ ໂອ ລົມໃຕ້ເອີຍ ຈົ່ງພັດມາເຖີດ ຈົ່ງພັດໂຊຍສວນຂອງຂ້ອຍ ເພື່ອຂອງຫອມໃນສວນນັ້ນຈະຫອມຟຸ້ງອອກໄປ ຂໍໃຫ້ທີ່ຮັກຂອງຂ້ອຍເຂົ້າມາໃນສວນຂອງເຂົາ ແລະຮັບປະທານຜົນລະໄມ້ອັນໂອຊາເຖີດ
1 ນ້ອງຂອງອ້າຍເອີຍ ເຈົ້າສາວຂອງອ້າຍ ອ້າຍເຂົ້າມາໃນສວນຂອງອ້າຍແລ້ວ ອ້າຍມາເກັບເອົາໄມ້ຢາງຫອມຂອງອ້າຍພ້ອມກັບໄມ້ສີສຽດຂອງອ້າຍແລ້ວ ອ້າຍດື່ມເຫລົ້າອະງຸ່ນກັບນ້ຳນົມຂອງອ້າຍແລ້ວ ໂອ ສະຫາຍທັງຫລາຍ ຈົ່ງຮັບປະທານ ແລະຈົ່ງດື່ມເຖີດ ທ່ານຜູ້ເປັນທີ່ຮັກເອີຍ ຈົ່ງດື່ມໃຫ້ອີ່ມຫນຳເຖີດ 2 ຂ້ອຍຫລັບແລ້ວ ແຕ່ໃຈຂອງຂ້ອຍຍັງຕື່ນຢູ່ ຄືມີສຽງເຄາະຂອງທີ່ຮັກຂອງຂ້ອຍເວົ້າວ່າ, “ນ້ອງສາວເອີຍ ທີ່ຮັກຂອງອ້າຍເອີຍ ເປີດປະຕູໃຫ້ອ້າຍແດ່ ແມ່ນົກເຂົາຂອງອ້າຍເອີຍ ແມ່ຄົນງາມຂອງອ້າຍເອີຍ ເພາະຫົວຂອງອ້າຍກໍຖືກນ້ຳຄ້າງກໍເຕັມຢູ່ເທິງຫົວ ແລະເສັ້ນຜົມຂອງອ້າຍກໍຊຸ່ມດ້ວຍລະອ່ອງນ້ຳຟ້າແຫ່ງຣາຕຣີການ” 3 ຂ້ອຍແກ້ເສື້ອຂອງຂ້ອຍອອກເສັຽແລ້ວ ເຫດໃດຂ້ອຍຈຶ່ງຕ້ອງນຸ່ງເສື້ອຄືນອີກ ຂ້ອຍລ້າງຕີນຂອງຂ້ອຍແລ້ວ ເປັນຫຍັງຈະໃຫ້ຕີນຂອງຂ້ອຍກັບເປື້ອນໄປອີກ 4 ທີ່ຮັກຂອງຂ້ອຍສອດມືຂອງເຂົາເຂົ້າມາທາງຮູປະຕູ ແລະໃຈຂ້ອຍກໍເຕັ້ນແຮງເຖິງເຂົາ 5 ຂ້ອຍລຸກຂຶ້ນໄປເປີດປະຕູໃຫ້ທີ່ຮັກຂອງຂ້ອຍ ແລະມືຂອງຂ້ອຍທຳໃຫ້ໄມ້ຢາງຫອມຢົດ ແລະນີ້ວຂອງຂ້ອຍທຳໃຫ້ນ້ຳໄມ້ຫອມຍ້ອຍເທີງຂໍໄຂປະຕູ 6 ຂ້ອຍເປີດປະຕູໃຫ້ທີ່ຮັກຂອງຂ້ອຍ ແຕ່ທີ່ຮັກຂອງຂ້ອຍກັບໄປເສັຽແລ້ວ ເມື່ອເຂົາກັບໄປ ຂ້ອຍມົວຕົກຕະລຶງ ຂ້ອຍສແວງຫາເຂົາ ແຕ່ຂ້ອຍຫາເຂົາບໍ່ພົບ ຂ້ອຍຮ້ອງຮຽກເຂົາ ແຕ່ເຂົາບໍ່ໄດ້ຂານຕອບ 7 ຄົນຍາມເຫັນຂ້ອຍ ຂນະທີ່ກວດເວນໃນເມືອງ ເຂົາຕີຂ້ອຍ ເຂົາທຳໃຫ້ຂ້ອຍບາດເຈັບ ຄົນຍາມຮັກສາກຳແພງເມືອງຍາດຊິງເອົາຜ້າຄຸມຕົວຈາກຂ້ອຍໄປ 8 ໂອ ບຸດຕຣີແຫ່ງເຢຣູຊາເລັມເອີຍ ຂ້ອຍຂໍໃຫ້ພວກເຈົ້າສາບານວ່າ ຖ້າຜູ້ໃດໄດ້ພົບທີ່ຮັກຂອງຂ້ອຍ ເຈົ້າຈະຮັບປາກບອກເຂົາວ່າ ຂ້ອຍກຳລັງເປັນໄຂ້ໃຈ
ເຈົ້າສາວສັນເສີນເຈົ້າບ່າວ
9 ໂອ ຄູ່ຮັກຂອງອ້າຍນັ້ນວິເສດຫຍັງໄປກວ່າຄູ່ຮັກຂອງຄົນອື່ນຫລື ແມ່ສາວງາມລ້ຳເລີດໃນຖ້າມກາງສາວອື່ນໆ ຄູ່ຮັກຂອງອ້າຍນັ້ນວິເສດຫຍັງໄປກວ່າຄູ່ຮັກຂອງຄົນອື່ນຫລື ອ້າຍຈຶ່ງໄດ້ມາໃຫ້ພວກຂ້ອຍສາບານໃຫ້ເຊັ່ນນັ້ນ 10 ທີ່ຮັກຂອງຂ້ອຍ ຜິວເປັ່ງປັ່ງອົມເລືອດ ເຂົາເປັນນຶ່ງໃນຖ້າມກາງຫມື່ນຄົນ 11 ຫົວຂອງເຂົາດັ່ງຄຳນົພຄຸນ ຜົມຂອງເຂົາຫຍິກ ແລະດຳເຫມືອນນົກກາ 12 ຕາຂອງເຂົາປຽບເຫມືອນນົກເຂົາທີ່ຮີມຫ້ວຍ ອາບນ້ຳນົມ ແລະຈັບຢູ່ທີ່ຮີມກະແສນ້ຳເຕັມຝັ່ງ 13 ແກ້ມຂອງເຂົາເຫມືອນຢ່າງລານປູກໄມ້ສີສຽດ ສົ່ງກິ່ນຫອມຫວນ ຮີມຝີປາກຂອງເຂົາເຫມືອນດອກລິລີ ຢົດນ້ຳຢາງໄມ້ຫອມ 14 ມືຂອງເຂົາເຫມືອນດັ່ງວົງແຫວນຄຳ ອັນປະດັບດ້ວຍໄພທູນ 15 ຂາຂອງເຂົາຫມືອນດັ່ງເສົາຫີນອ່ອນ ຕັ້ງເທິງຖານຄຳນົພຄຸນ ຮູບຮ່າງຂອງເຂົາມີສງ່າດັ່ງເລບານອນ ປະເສີດຢ່າງໄມ້ສົນ 16 ວາຈາຂອງເຂົາອ່ອນຫວານທີ່ສຸດ ທຸກສິ່ງໃນຕົວເຂົາລ້ວນແຕ່ຫນ້າຮັກຫນ້າໃຄ່ ໂອ ເຫລົ່າບຸດຕຣີແຫ່ງເຢຣູຊາເລັມເອີຍ ນີ້ຄືທີ່ຮັກຂອງຂ້ອຍ ແລະນີ້ຄືເພື່ອນຍາກຂອງຂ້ອຍ
ພວກຜູ້ຍິງ:
1 ແມ່ສາວງາມລ້ຳເລີດໃນຖ້າມກາງສາວອື່ນໆ ຄູ່ຮັກຂອງອ້າຍຢູ່ທີ່ໃດ ຄູ່ຮັກຂອງອ້າຍກັບໄປໃສແລ້ວ ເພື່ອພວກເຮົາຈະໄປສືບຫາກັບອ້າຍ
ຍິງສາວ:
2 ທີ່ຮັກຂອງຂ້ອຍ ລົງໄປໃນສວນຂອງເຂົາ ເພື່ອຈະໄປທີ່ລານປູກໄມ້ສີສຽດ ແລະເພື່ອຈະໄປລ້ຽງຝູງສັດໃນສວນກັບເພື່ອຈະເກັບດອກລີລີ 3 ຕົວຂ້ອຍເປັນກຳມະສິດຂອງທີ່ຮັກຂອງຂ້ອຍ ແລະທີ່ຮັກກໍເປັນຂອງຂ້ອຍ ເຂົາລ້ຽງຝູງສັດຢູ່ຖ້າມກາງຫມູ່ຕົ້ນລີລີ
ເຈົ້າບ່າວສັນເສີນເຈົ້າສາວ
4 ທີ່ຮັກຂອງອ້າຍເອີຍ ນ້ອງຊ່າງງາມຫລາຍເຫມືອນເມືອງຕີຣ໌ຊາ ແລະງາມເຢັນຕາດັ່ງເຢຣູຊາເລັມ ແມ່ເປັນສະງ່າຫນ້າເກງຂາມດັ່ງກອງທັບມີທຸງປະຈຳ 5 ຂໍຫັນຫນ້າໄປຈາກອ້າຍເຖີດ ເພາະວ່າອ້າຍແພ້ນັຍຕາຂອງນ້ອງແລ້ວ ຜົມນ້ອງດຸດດັ່ງຝູງແບ້ ທີ່ເຄື່ອນໄປມາຕາມເນີນພູກິເລອາດ 6 ແຂ້ວຂອງນ້ອງດັ່ງຝູງແກະໂຕເມັຽ ຊຶ່ງຂຶ້ນມາຈາກການຊຳຮະລ້າງ ມີລູກແຝດຕິດມາທຸກໂຕ ແລະບໍ່ມີໂຕໃດແທ້ງລູກ 7 ພວງແກ້ມຂອງນ້ອງເຫມືອນຫມາກພິລາຜ່າກາງຢູ່ໃນຜ້າຄຸມ 8 ມີມະເຫສີຫົກສິບອົງ ແລະນາງຫ້າມແປດສິບຄົນ ສາວໆອີກຫລາຍເຫລືອຄະນາ 9 ແມ່ນົກເຂົາຂອງອ້າຍ ແມ່ຄົນງາມຂອງອ້າຍ ເປັນຄົນດຽວ ນ້ອງເປັນຄົນດຽວຂອງແມ່ທີ່ເປັນຫົວຮັກຫົວໃຄ່ຂອງຜູ້ໃຫ້ກຳເນີດ ສາວໆທັງຫລາຍເຫັນນ້ອງ ແລະເອີ້ນວ່າ ຜາສຸກ ທັງເຫລົ່າມະເຫສີ ແລະເຫລົ່ານາງຫ້າມ ກໍສັນເສີນຍ້ອງຍໍນ້ອງວ່າ, 10 “ແມ່ສາວຄົນນີ້ເປັນຜູ້ໃດຫນໍ ເມື່ອເບິ່ງລົງກໍດັ່ງຮຸ່ງອາຣຸນຕອນເຊົ້າ ແຈ່ມຈັດດັ່ງດວງຈັນ ກະຈ່າງຈ້າດັ່ງດວງສຸຣິຍັນ ສະງ່າຫນ້າເກງຂາມດັ່ງກອງທັບມີທຸງປະຈຳ 11 ຂ້ອຍລົງໄປໃນສວນຫມາກມັນ ເພື່ອຈະເບິ່ງຫມູ່ໄມ້ຂຽວຕາມຫຸບເຂົາວ່າເຄືອອະງຸ່ນມີດອກຈູມອອກຫລືບໍ່ ແລະເພື່ອຈະເບິ່ງວ່າຫມາກພິລາມີດອກແລ້ວຫລືຍັງ 12 ເມື່ອຂ້ອຍຍັງບໍ່ທັນຮູ້ຕົວ ມະໂນຄະຕິຂອງຂ້ອຍໄດ້ກະທຳໃຫ້ຂ້ອຍເຄິ້ມໄປວ່າໄດ້ຢູ່ໃນຣົດຊົງຄຽງຂ້າງເຈົ້ານາຍຂອງຂ້ອຍ 13 ກັບມາເຖີດ ກັບມາເຖີດ ແມ່ຊາວຊູລາມ ກັບມາເຖີດ ກັບມາເຖີດ ເພື່ອພວກຂ້ອຍຈະໄດ້ເຈົ້າໄວ້ຊົມເຊີຍ ເປັນຫຍັງເຈົ້າທັງຫລາຍຈຶ່ງຢາກເບິ່ງຕົວແມ່ຊາວຊູລາມ ດັ່ງມອງການເຕັ້ນລຳແຫ່ງມະຮານາອິມ
ບົດເພງທີສາມ
ຄົນຮັກຂອງນາງ:
1 ໂອ ຍິງທີ່ງາມເລີດ ຕີນນ້ອງທີ່ສຸບໃສ່ເກີບຢູ່ນັ້ນງາມຫລາຍ ທ້າຍຂອງນ້ອງງາມເຫມືອນນັກສິນລະປິນແຕ້ມ 2 ສະບືນ້ອງເຫມືອນຂັນນ້ຳ ຊຶ່ງເກັບຮັກສາກິ່ນເຫລົ້າອະງຸ່ນບໍ່ໃຫ້ເຫີຍໄປ ທ້ອງນ້ອງເຫມືອນກອງເຂົ້າທີ່ມີດອກຊ້ອນອ້ອມຮອບໄວ້ 3 ນົມຂອງນ້ອງງາມເຫມືອນລູກກວາງຝາແຝດ 4 ລຳຄໍຂອງນ້ອງເຫມືອນຫໍຄອຍສູງທີ່ທຳດ້ວຍງາຊ້າງ ຕາຂອງນ້ອງເຫມືອນຫນອງນ້ຳຢູ່ໃນເມືອງເຮັສໂບນ ຊຶ່ງຫນອງນີ້ຢູ່ໃກ້ປະຕູກຳແພງເມືອງ ດັ່ງນ້ອງງາມດັ່ງຫໍຄອຍສູງທີ່ເລບານອນ ຊຶ່ງເປັນບ່ອນເຝົ້າຍາມຢູ່ກົງກັນຂ້າມກັບເມືອງດາມັສກັສ 5 ຫົວຂອງນ້ອງງສູງດັ່ງພູກາຣ໌ເມນ ຜົມເປັຽນ້ອງມີສີສະງ່າງາມດັ່ງສີມ່ວງ ຄວາມງາມຂອງມັນທຳໃຫ້ພຣະຣາຊາກາຍເປັນຈຳເລີຍຮັກ 6 ທີ່ຮັກຂອງອ້າຍ ນ້ອງງາມທີ່ສຸດ ຄວາມຍິນດີຢ່າງພາກພູມໃຈທີ່ນ້ອງມອບໃຫ້ອ້ານນັ້ນມີລົ້ນເຫລືອ 7 ນ້ອງເຕັມໄປດ້ວຍຄວາມງົດງາມເຫມືອນດັ່ງຕົ້ນຕານ ນົມນ້ອງເຫມືອນແຊງຫມາກຕານ 8 ອ້າຍຈະປີນຂຶ້ນຕົ້ນຕານ ແລະປິດເອົາຫມາກຂອງມັນມາ ນົມນ້ອງປຽບເຫມືອນພົ້ວຫມາກອະງຸ່ນສຳລັບອ້າຍ ລົມຫາຍໃຈຂອງນ້ອງເຫມືອນກິ່ນຫອມຂອງຫມາກໂປມ 9 ແລະປາກຂອງນ້ອງເຫມືອນດັ່ງເຫລົ້າອະງຸ່ນຊັ້ນດີ ຂໍໃຫ້ເຫລົ້າອະງຸ່ນໄຫລຊື່ໄປຫາຄົນຮັກຂອງຂ້ອຍ ຂໍໃຫ້ໄຫລໄປຜ່ານສົບ ແລະແຂ້ວຂອງເຂົາ 10 ຂ້ອຍເປັນຂອງຄົນຮັກຂອງຂ້ອຍ ແລະເຂົາກໍຕ້ອງການຂ້ອຍ
ຍິງສາວ:
11 ທີ່ຮັກ ຈົ່ງມາພີ້ ໃຫ້ພວກເຮົາອອກໄປທົ່ງນາດ້ວຍກັນ ແລະໄປນອນຄ້າງຄືນຢູ່ຕາມບ້ານ 12 ພວກເຣົາຈະລຸກແຕ່ເຊົ້າໄປເບິ່ງຕົ້ນຫມາກອະງຸ່ນ ເພື່ອຢາກຮູ້ວ່າມັນປົ່ງຍອດແລ້ວຫລືຍັງ ດອກຂອງມັນບານແລ້ວບໍ ແລະເພື່ອເບິ່ງວ່າຕົ້ນພິລາມີດອກແລ້ວຫລືບໍ່ ຢູ່ບ່ອນນັ້ນນ້ອງຈະມອບຄວາມຮັກໃຫ້ແກ່ອ້າຍ 13 ອ້າຍຈະດົມກິ່ນຫອມຂອງຫມາກເຂືອ ແລະພວກເຮົາຈະມີຫມາກໄມ້ດີໆທຸກຢ່າງຢູ່ຕໍ່ຫນ້າເຮືອນ ທີ່ຮັກ ຫມາກໄມ້ຫອມຫວານທີ່ເກັບໄວ້ແຕ່ດົນ ແລະເກັບດຽວນີ້ ນ້ອງໄດ້ຮັກສາໄວ້ໃຫ້ອ້າຍສເມີ
1 ນ້ອງປາຖນາຢາກໃຫ້ອ້າຍເປັນຄີງໆຂອງນ້ອງ ຊຶ່ງເປັນຜູ້ທີ່ແມ່ຂອງນ້ອງໄດ້ລ້ຽງມາ ເພື່ອວ່າຖ້ານ້ອງພົບອ້າຍຢູ່ຕາມຖນົນຫົນທາງ ນ້ອງຈະຈູບອ້າຍໄດ້ໂດບບໍ່ເກງກົວຄຳນີນທາຂອງໃຜທັງຫມົດ 2 ແລະນ້ອງກໍຈະພາອ້າຍໄປຫາແມ່ຂອງນ້ອງຢູ່ເຮືອນ ນ້ອງຈະເອົາເຫລົ້າອະງຸ່ນຢ່າງດີ ແລະນ້ຳຫມາກພິລາໃຫ້ອ້າຍດື່ມ 3 ເຂົາເອົາມືກ້ຳຊ້າຍຮອງຫົວຂ້ອຍ ແລະເອົາມືຂວາກອດຂ້ອຍໄວ້ 4 ຍິງນະຄອນເຢຣູຊາເລັມເອີຍ ຈົ່ງສັນຍາຕໍ່ຂ້ອຍເທີນວ່າ ເຈົ້າຈະບໍ່ປຸກຄວາມຮັກຂອງຂ້ອຍກ່ອນເວລາອັນສົມຄວນ
ບົດເພງທີ່ສີ່
ພວກຜູ້ຍິງ:
5 ຜູ້ທີ່ຂຶ້ນມາຈາກຖິ່ນກັນດານ ທີ່ຢູ່ໃນອ້ອມແຂນຜູ້ບ່າວນັ້ນແມ່ນໃຜ
ຍິງສາວ:
ນ້ອງໄດ້ປຸກອ້າຍລຸກຂຶ້ນຢູ່ໃຕ້ຕົ້ນຫມາກໂປມ ຊຶ່ງເປັນບ່ອນທີ່ແມ່ອ້າຍຖືພາ ແລະເປັນບ່ອນທີ່ອ້າຍເກີດ 6 ນອກຈາກນ້ອງແລ້ວ ຢ່າຮັກຄົນອື່ນ ຂໍຢ່າໃຫ້ມີຍິງອື່ນຢູ່ໃນອ້ອມກອດຂອງອ້າຍ ຄວາມຮັກມີອຳນາດເທົ່າກັບຄວາມຕາຍ ຄວາມຫລົງໄຫລຮ້າຍແຮງເຫມືອນປ່າຊ້າ ມັນໄດ້ໄຫມ້ເຫມືອນແປວໄຟ ແລະໄຫມ້ລຸກລາມຢ່າງເຕັມທີ 7 ນ້ຳຫລວງຫລາຍກໍມອດ ຫລືຖ້ວມມັນບໍ່ໄດ້ ແຕ່ວ່າຖ້າມີຄົນໃດເອົາຄວາມມັ່ງຄັ່ງສົມບູນຂອງຕົນມາຊື້ເອົາຄວາມຮັກ ເຂົາກໍຈະໄດ້ຮັບແຕ່ຄວາມຫມິ່ນປມາດ
ພວກຜູ້ຍິງ:
8 ພວກຂ້ອຍຍັງມີນ້ອງສາວຢູ່ຄົນນຶ່ງ ເຂົາຍັງບໍ່ທັນເປັນສາວ ແລະຫນ້າເອິກກໍບໍ່ທັນເຕັມ ພວກຂ້ອຍຈະທຳຢ່າງໃດກັບເຂົາ ຖ້າມີຊາຍຫນຸ່ມເຂົ້າມາຂໍແຕ່ງງານກັບເຂົາ 9 ຖ້າເຂົາເປັນກຳແພງ ພວກຂ້ອຍຈະເອົາແທ່ງເງິນສ້າງຫໍຄອຍປ້ອງກັນເຂົາໄວ້ ຖ້າເຂົາເປັນປະຕູກຳແພງ ພວກຂ້ອຍຈະເອົາແຜ່ນໄມ້ສົນໃສ່ໄລປ້ອງກັນເຂົາໄວ້
ຍິງສາວ:
10 ຂ້ອຍເປັນກຳແພງ ແລະນົມຂ້ອຍເປັນເຫມືອນຫໍຄອຍສູງ ໃນສາຍຕາຂອງຄົນຮັກແລ້ວ ຂ້ອຍເປັນຜູ້ນຶ່ງທີ່ນຳຄວາມສຸກມາໃຫ້
ຄົນຮັກຂອງນາງ:
11 ກະສັດໂຊໂລໂມນມີສວນອະງຸ່ນທີ່ບາອານຮາໂມນ ພຣະອົງຊົງໃຫ້ຄົນມາເຊົ່າສວນນັ້ນ ແຕ່ຜູ້ເຊົ່າທຸກຄົນຕ້ອງຈ່າຍເງິນພັນຫລຽນໃຫ້ 12 ກະສັດໂຊໂລໂມນເອີຍ ຂ້ອຍມີສວນອະງຸ່ນຂອງຂ້ອຍເອງ ພຣະອົງຊົງຮັບເອົາເງິນພັນຫລຽນຂອງພຣະອົງໄປເທີນ ແລະຜູ້ເຊົ່າສວນນັ້ນຈະໄດ້ຮັບຄົນລະສອງຮ້ອຍ 13 ນ້ອງເອີຍ ຫມູ່ເພື່ອນຂອງອ້າຍກຳລັງຟັງຢູ່ ຂໍໃຫ້ອ້າຍໄດ້ຍິນສຽງນ້ອງຈາກສວນນັ້ນເທີນ
ຍິງສາວ:
14 ທີ່ຮັກຂອງນ້ອງ ຂໍອ້າຍຈົ່ງເປັນເຫມືອນເຍືອງ ແລະກວາງຫນຸ່ມ ແລະມາຫານ້ອງທີ່ພູຕົ້ນກະຖິນ
ປະຊາຊາດທີ່ບາບຫນາ
1 ຫນັງສືພຣະທັມນີ້ ແມ່ນຖ້ອຍຄຳທີ່ເວົ້າເຖິງພວກຢູດາ ແລະເຢຣູຊາເລັມ ຊຶ່ງພຣະເຈົ້າໄດ້ຊົງສະແດງຕໍ່ເອຊາຢາບຸດຂອງອາໂມສ, ໃນລະຫວ່າງເວລາອຸສຊີຢາ, ໂຢທາມ, ອາຮັສ, ແລະເຮເຊກີຢາ, ເປັນກະສັດຂອງຢູດາ.
ພຣະເຈົ້າຊົງເຕືອນໄພ່ພົນຂອງພຣະອົງ
2 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ໂລກແລະຟ້າສວັນເອີຍ, ຈົ່ງຟັງສິ່ງທີ່ເຮົາຄືພຣະຜູ້ເປັນເຈົ້າຈະກ່າວ: ພວກເດັກນ້ອຍທີ່ເຮົາລ້ຽງໃຫຍ່ແລ້ວ, ໄດ້ເປັນກະບົດຕໍ່ສູ້ເຣົາ 3 ງົວຄວາຍມັນຍັງຮູ້ຈັກເຈົ້າຂອງ ລໍກໍຮູ້ຈັກບ່ອນນາຍມັນເອົາໄປລ້ຽງ ແຕ່ອິສຣາເອນໄພ່ພົນຂອງເຮົາບໍ່ຮູ້ຈັກຫຍັງເລີຍ 4 ຊົນຊາດບາບ ໃຈຊົ່ວແລະໂຫດຮ້າຍເອີຍ ພວກເຈົ້າຈະໄດ້ຮັບເຄາະກັມດອກ ບາບໄດ້ລາກຄໍພວກເຈົ້າແລ້ວ ເພາະວ່າພວກ ເຈົ້າໄດ້ປະຖິ້ມແລະຫັນຫນີຈາກພຣະເຈົ້າອົງບໍຣິສຸດຂອງອິສຣາເອນ 5 ເປັນຫຍັງພວກເຈົ້າຈຶ່ງເປັນກະບົດຢູ່ຕໍ່ໄປ ຢາກຈະໃຫ້ເຮົາລົງໂທດຫນັກຂຶ້ນຊັ້ນບໍ ອິສຣາເອນເອີຍ ຫົວຂອງເຈົ້າມີແຕ່ບາດ ຈິດໃຈກໍເຈັບຊ້ຳ 6 ຕັ້ງແຕ່ຕີນເຖິງຫົວທົ່ວຮ່າງກາຍຂອງເຈົ້າບໍ່ມີບ່ອນໃດປອດ ມັນມີແຕ່ບ່ອນຟົກຊ້ຳດຳຂຽວ ແລະເປັນແຜ ບາດແຜກໍບໍ່ໄດ້ຫໍ່ພັນ ບໍ່ໄດ້ຮັກສາໃຫ້ສະອາດ ແລະໃສ່ຢາເລີຍ 7 ທົ່ວປະເທດຂອງເຈົ້າຮ້າງເປົ່າ ຫົວເມືອງທັງຫລາຍຖືກເຜົາໄຫມ້ຍັງແຕ່ດິນ ຊາວຕ່າງປະເທດໄດ້ເຂົ້າຍຶດຄອງ ແລະທຳລາຍທຸກໆສິ່ງຖິ້ມຕໍ່ຫນ້າພວກເຈົ້າ 8 ນະຄອນເຢຣູຊາເລັມກໍປະຖິ້ມໄວ້ ເປັນນະຄອນຖືກເຂົາປິດລ້ອມແລະປາສຈາກແນວປ້ອງກັນເຫມືອນຕູບຄົນເຝົ້າສວນອະງຸ່ນ ຫລືເຫມືອນຖຽງໄຮ່ຫມາກແຕ່ງກວາ 9 ຖ້າພຣະຜູ້ເປັນເຈົ້າແຫ່ງຈັກກະວານບໍ່ໂຜດໃຫ້ບາງຄົນລອດຊີວິດຢູ່ແລ້ວ ນະຄອນເຢຣູຊາເລັມກໍຈະຖືກທຳລາຍຢ່າງສິ້ນເຊີງ ມັນຈະເປັນຄືດັ່ງເມືອງໂຊໂດມ ແລະເມືອງໂກໂມຣາ 10 ເຢຣູຊາເລັມເອີຍ ພວກຜູ້ປົກຄອງແລະປະຊາຊົນຂອງເຈົ້າຈະເປັນເຫມືອນຊາວໂຊໂດມແລະໂກໂມຣາ ຈົ່ງຕັ້ງໃຈຟັງສິ່ງທີ່ ພຣະຜູ້ເປັນເຈົ້າຈະບອກສອນເຈົ້າ 11 ພຣະອົງຊົງກ່າວວ່າ ເຈົ້າຄິດວ່າເຮົາຢາກໄດ້ສິ່ງຂອງທີ່ເຈົ້າເອົາເຜົາຖວາຍບູຊາໃຫ້ເຮົານັ້ນຊັ້ນບໍ ເຮົາອີ່ມພໍແລ້ວສຳລັບແກະທີ່ເຈົ້າເຜົາບູຊາ ພ້ອມທັງນັ້ນມັນສັດໂຕອ້ວນພີຂອງເຈົ້າ ເຮົາເປິດຫນ່າຍເລືອດງົວ ເລືອດແກະແລະເລືອດແບ້ແລ້ວ 12 ເມື່ອເຈົ້າມາຂາບໄຫວ້ເຮົາ ໃຜບອກໃຫ້ນຳເອົາສິ່ງເຫລົ່ານັ້ນມາໃຫ້ເຮົາ ໃຜບອກໃຫ້ເຂົ້າມາຢຽບຢ່ຳພຣະວິຫານຂອງເຣົາ 13 ເຣົາບໍ່ຢາກໄດ້ອີກແລ້ວຂອງຖວາຍອັນຕາຍໆນັ້ນ ເຮົາກຽດຊັງກິ່ນທູບຄວັນທຽນຂອງເຈົ້າ ແລະຫົນຕໍ່ງານສລອງວັນເດືອນອອກໃຫມ່ ວັນສະບາໂຕ ແລະງານຊຸມນຸມທາງສາສນາຂອງເຈົ້າບໍ່ໄດ້ ງານທັງຫມົດນີ້ຊົ່ວຮ້າຍລົງຍ້ອນບາບຂອງເຈົ້າ 14 ເຮົາກຽດຊັງງານສລອງວັນເດືອນອອກໃຫມ່ ແລະວັນບໍຣິສຸດຂອງເຈົ້າ ມັນເປັນພາຣະອັນຫນັກຫນ່ວງສຳລັບເຮົາ 15 ເມື່ອເຈົ້າຍົກຍໍມືຂຶ້ນອ້ອນວອນຕໍ່ເຮົາ ເຮົາຈະບໍ່ຫລຽວເບິ່ງ ເຖິງແມ່ນວ່າເຈົ້າຈະອ້ອນວອນຍຶດຍາວປານໃດກໍຕາມ ເຮົາກໍຈະບໍ່ຟັງ ເພາະວ່າມືຂອງເຈົ້າເປິເປື້ອນດ້ວຍເລືອດ 16 ຈົ່ງຊຳຮະລ້າງຕົວເຈົ້າໃຫ້ສະອາດ ໃຫ້ຢຸດການກະທຳຊົ່ວຮ້າຍທີ່ເຮົາເຫັນຢູ່ນີ້ເສັຽ 17 ໃຫ້ຝຶກແອບກະທຳຄວາມດີ ສແວງຫາຄວາມຍຸດຕິທັມ ຊ່ອຍເຫລືອຜູ້ທີ່ຖືກກົດຂີ່ຂົ່ມເຫັງ ຄຸ້ມຄອງຮັກສາລູກກຳພ້າ ແລະຊ່ອຍເບິ່ງແຍງພວກແມ່ຫມ້າຍ 18 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຂໍໃຫ້ພວກເຮົາມາເວົ້າກັນເທາະ ຄືເຖິງແມ່ນບາບຂອງເຈົ້າຈະເປັນສີແດງ ເຮົາກໍຈະລ້າງໃຫ້ຂາວສະອາດເຫມືອນນວນຝ້າຍ ແລະເຖິງມັນຈະແດງເຂັ້ມ ເຮົາກໍຈະເຮັດໃຫ້ຂາວເຫມືອນຂົນແກະ 19 ຖ້າເຈົ້າເຊື່ອຟັງເຮົາ ເຈົ້າຈະໄດ້ກິນຂອງດີໃນແຜ່ນດິນ 20 ແຕ່ຖ້າປະຕິເສດແລະດື້ດຶງ ເຈົ້າຈະໄດ້ຮັບໂທດເຖິງຕາຍ ເຮົາຄືພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ”
ເມືອງທີ່ເຕັມໄປດ້ວຍບາບ
21 ນະຄອນທີ່ເຄີຍສັດຊື່ໃນຄັ້ງນຶ່ງ ແຕ່ບັດນີ້ເປັນເຫມືອນແມ່ຈ້າງ ຄັ້ງນຶ່ງມີຄົນຊອບທັມອາໄສຢູ່ແຕ່ບັດນີ້ມີແຕ່ພວກອາດຊະຍາກອນອາໄສຢູ່ 22 ເຢຣູຊາເລັມເອີຍ ຄັ້ງນຶ່ງເຈົ້າເປັນເຫມືອນເງິນ ແຕ່ບັດນີ້ເຈົ້າບໍ່ມີຄຸນຄ່າເລີຍ ເຈົ້າເຄີຍເປັນເຫມືອນເຫລົ້າອະງຸ່ນຊັ້ນດີ ແຕ່ບັດນີ້ເປັນນ້ຳລ້າໆ 23 ພວກເຈົ້ານາຍຂອງເຈົ້າກໍເປັນກະບົດ ເປັນມິດກັບຄົນຂີ້ລັກ ຮັບສິນບົນແລະສິນຈ້າງຮາງວັນ ເຂົາບໍ່ເຄີຍຊ່ອຍເຫລືອລູກກຳພ້າອານາຖາເພື່ອສູ້ຄະດີໃນສານ ຫລືບໍ່ຟັງຄຳໃຫ້ການໃດໆຂອງແມ່ຫມ້າຍເລີຍ 24 ດັ່ງນັ້ນ ຈົ່ງຟັງຖ້ອຍຄຳແຫ່ງພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ແຫ່ງຈັກກະວານຂອງອິສຣາເອນ ຊຶ່ງຊົງກ່າວວ່າ, “ເຮົາຈະແກ້ແຄ້ນເຈົ້າຜູ້ເປັນສັດຕຣູຂອງເຮົາ ເພື່ອເຈົ້າຈະບໍ່ໄດ້ທຳໃຫ້ເຮົາຫຍຸ້ງຍາກອີກ 25 ເຮົາຈະຕໍ່ສູ້ຂັດຂວາງເຈົ້າ ຈະທຳໃຫ້ເຈົ້າສະອາດເຫມືອນທໍາໃຫ້ເຫລັກຂີ້ຫມ້ຽງກ້ຽງສະອາດຄືເກົ່າ ແລະຈະເອົາຂອງເປິເປື້ອນທັງຫມົດໃນຕົວເຈົ້າອອກຫນີໄປ 26 ເຮົາຈະໃຫ້ເຈົາມີຜູ້ນຳ ແລະມີທີ່ປຶກສາເຫມືອນເຄີຍມີມາແຕ່ກ່ອນແລ້ວ ເມື່ອນັ້ນເຢຣູຊາເລັມຈະຖືກເອີ້ນວ່າ ນະຄອນທີ່ຊອບທັມແລະສັດຊື່” 27 ຍ້ອນພຣະຜູ້ເປັນເຈົ້າຊົງຊອບທັມນັ້ນແຫລະ ພຣະອົງຈຶ່ງຈະຊ່ອຍນະຄອນເຢຣູຊາເລັມແລະທຸກໆຄົນທີ່ກັບໃຈໃຫມ່ ໃນທີ່ນັ້ນໃຫ້ໄດ້ຮັບຄວາມປອດພັຍ 28 ແຕ່ຈະຊົງທຳລາຍທຸກຄົນທີ່ທຳບາບແລະກະບົດຕໍ່ສູ້ພຣະອົງ ພ້ອມທັງຈະຊົງຂ້າທຸກຄົນທີ່ປະຖິ້ມພຣະອົງ 29 ເຈົ້າຈະເສັຽໃຈທີ່ໄດ້ຂາບໄຫວ້ກົກໄມ້ ແລະໄດ້ປຸກສ້າງບ່ອນຂາບໄຫວ້ໄວ້ໃນສວນ 30 ເຈົ້າຈະຫ່ຽວແຫ້ງເຫມືອນກົກສົນຕາຍ ແລະເຫມືອນຫນ້າດີນທີ່ຂາດນ້ຳ 31 ສະເກັດໄຟຍ່ອມໄຫມ້ໄມ້ແຫ້ງໄດ້ສັນໃດ ຄົນແຂງແຮງກໍຈະຖືກຄວາມຊົ່ວຂອງເຂົາເອງທຳລາຍໄດ້ສັນນັ້ນ ແລະຈະບໍ່ມີໃຜສາມາດຢຸດຢັ້ງການທຳລາຍນັ້ນໄດ້
ສັນຕິສຸກຕລອດໄປເປັນນິດ
1 ຕໍ່ໄປນີ້ ແມ່ນເຣື່ອງທີ່ກ່ຽວກັບຢູດາແລະເຢຣູຊາເລັມ ຊຶ່ງພຣະຜູ້ເປັນເຈົ້າຊົງບອກເອຊາຢາ ບຸດຊາຍອາໂມສວ່າ, 2 “ໃນເວລາວັນນັ້ນມາເຖິງ ພູບ່ອນຕັ້ງພຣະວິຫານ ຈະສູງກວ່າພູທຸກໆຫນ່ວຍ ຫລາຍໆຊາດຈະຫລັ່ງໄຫລກັນມາຍັງພູນັ້ນ 3 ແລະຊົນຊາດເຫລົ່ານັ້ນຈະເວົ້າວ່າ, “ໃຫ້ພວກເຣົາຂຶ້ນໄປເທິງພູຂອງພຣະຜູ້ເປັນເຈົ້າເທາະ ໄປຍັງວິຫານແຫ່ງພຣະເຈົ້າຂອງຢາໂຄບ ເພື່ອພວກເຮົາຈະຮູ້ວ່າພຣະອົງຊົງປະສົງໃຫ້ເຮົາເຮັດຫຍັງ ແລ້ວເຮົາກໍຈະໄດ້ທຳຕາມພຣະປະສົງນັ້ນ” ເພາະວ່າພຣະທັມຈະອອກມາຈາກຊີໂອນ ແລະພຣະຄຳຂອງພຣະຜູ້ເປັນເຈົ້າຈະອອກມາຈາກເຢຣູຊາເລັມ 4 ພຣະອົງຈະຊົງຕັດສິນພິພາກສາຊົນຊາດໃຫຍ່ທັງຫລາຍ ພວກເຂົາຈະເອົາດາບຕີເປັນຫມາກສົບໄຖ ແລະຕີຫອກເປັນກ່ຽວ ຊາດທັງຫລາຍຈະບໍ່ມີສົງຄາມອີກ ຈະບໍ່ຈັດຕຽມເພື່ອທຳສົງຄາມອີກ
ການທີ່ພຣະເຈົ້າພິພາກສາຄົນຈອງຫອງ
5 ໂອ ເຊື້ອສາຍຂອງຢາໂຄບເອີຍ ມາເຖີດໃຫ້ພວກເຮົາດຳເນີນໄປໃນຄວາມສວ່າງທີ່ພຣະຜູ້ເປັນເຈົ້າໄດ້ຊົງປະທານໃຫ້ນັ້ນເທີນ 6 ເພາະພຣະອົງຊົງປະຖິ້ມຊົນຊາດຂອງພຣະອົງເສັຽ ຄືເຊື້ອສາຍຂອງຢາໂຄບ ເພາະວ່າເຂົາເຕັມດ້ວຍຜູ້ທຳນວາຍຈາກຕາເວັນອອກ ແລະດ້ວຍຫມໍດູຢ່າງຄົນຟີລິສຕິນ ແລະເຂົາຕີສນິດກັບຄົນຕ່າງຊາດ 7 ແຜ່ນດິນຂອງເຂົາເຕັມດ້ວຍເງິນ ແລະທອງຄຳ ຊັບສົມບັດຂອງເຂົາບໍ່ມີສິ້ນສຸດ ແຜ່ນດິນຂອງເຂົາເຕັມໄປດ້ວຍມ້າ ຣົດຮົບຂອງເຂົາບໍ່ມີສິ້ນສຸດ 8 ແຜ່ນດິນຂອງເຂົາເຕັມໄປດ້ວຍຮູບເຄົາຣົບ ເຂົາຂາບໄຫວ້ຜົນງານແຫ່ງມືຂອງເຂົາ ຕໍ່ສິ່ງຊຶ່ງນີ້ວມືຂອງເຂົາໄດ້ກະທຳ 9 ມະນຸດຈຶ່ງຕົກຕ່ຳລົງ ແລະຄົນກໍດ້ອຍລົງ ຢ່າອະພັຍເຂົາເລີຍ 10 ຈົ່ງຫລົບເຂົ້າໄປໃນຫີນ ແລະລີ້ຊ່ອນຢູ່ໃນຝຸ່ນຂີ້ດິນ ໃຫ້ພົ້ນຈາກຄວາມຫນ້າຢ້ານຂອງພຣະຜູ້ເປັນເຈົ້າ ແລະຈາກພຣະສງ່າຣາສີແຫ່ງຄວາມຍິ່ງໃຫຍ່ຂອງພຣະອົງ 11 ແລະທ່າອັນອວດອົ່ງຂອງມະນຸດຈະຕົກຕ່ຳລົງ ແລະຄວາມຈອງຫອງຂອງຄົນຈະຖືກປາບລົງ ພຣະຜູ້ເປັນເຈົ້າອົງດຽວຈະເປັນຜູ້ເທີດທູນໃນວັນນັ້ນ 12 ເພາະວ່າພຣະເຈົ້າຈອມໂຍທາມີວັນນຶ່ງທີ່ສູ້ສາຣະພັດທີ່ເຍີ້ຍິ່ງແລະສູງສົ່ງ ທີ່ສູ້ສາຣະພັດທີ່ຖືກຍົກຂຶ້ນແລະສູງ 13 ທີ່ສູ້ຕົນສົນສີດາທັງສິ້ນຂອງເລບານອນທີ່ສູງ ແລະທີ່ຖືກຍົກຂຶ້ນ ແລະທີ່ສູ້ຕົ້ນກໍ່ທັງສິ້ນຂອງບາຊານ 14 ທີ່ສູ້ພູສູງທັງສິ້ນ ແລະທີ່ສູ້ເນີນພູທັງປວງທີ່ຖືກຍົກຂຶ້ນ 15 ທີ່ສູ້ຫໍຄອຍສູງທຸກແຫ່ງ ທີ່ສູ້ກຳແພງທີ່ເຂັ້ມແຂງທຸກແຫ່ງ 16 ທີ່ສູ້ກຳປັ່ນທັງສິ້ນຂອງຕາຣ໌ຊິດ ແລະທີ່ສູ້ເຮືອງົດງາມທັງສິ້ນ 17 ແລະຄວາມອວດອົ່ງຂອງມະນຸດຈະຕ້ອງຖືກປາບລົງ ແລະຄວາມຈອງຫອງຂອງຄົນຈະຕົກຕ່ຳລົງ ໃນວັນນັ້ນພຣະຜູ້ເປັນເຈົ້າອົງດຽວຈະເປັນທີ່ເທີດທູນ 18 ແລະຮູບເຄົາຣົບຈະດັບສູນສິ້ນ 19 ແລະຄົນຈະເຂົ້າໄປໃນຖ້ຳ ແລະຂຸດຮູຢູ່ໃນດິນ ໃຫ້ພົ້ນຈາກຄວາມຫນ້າຢ້ານຂອງພຣະຜູ້ເປັນເຈົ້າ ແລະຈາກພຣະສະງ່າຣາສີອັນຍິ່ງໃຫຍ່ຂອງພຣະອົງ ເມື່ອພຣະອົງຊົງລຸກຂຶ້ນກະທຳໃຫ້ໂລກສັ່ນສະເທືອນ 20 ໃນວັນນັ້ນຄົນຈະແກວ່ງຮູບເຄົາຣົບຂອງຕົນອອກໄປຊຶ່ງທຳດ້ວຍເງິນແລະຮູບເຄົາຣົບຂອງຕົນຊຶ່ງທຳດ້ວຍທອງຄຳ ຊຶ່ງເຂົາທຳໄວ້ເພື່ອຕົນເອງຈະນະມັສການໄປຍັງໂຕຫນູແລະໂຕເຈັຽ 21 ເພື່ອເຂົາຈະເຂົ້າຖ້ຳຫີນ ແລະເຂົ້າໄປໃນໂງ່ນຫີນ ໃຫ້ພົ້ນຈາກຄວາມຫນ້າຢ້ານຂອງພຣະຜູ້ເປັນເຈົ້າ ແລະຈາກພຣະສະງ່າຣາສີອັນຍິ່ງໃຫຍ່ຂອງພຣະອົງ ເມື່ອພຣະອົງຊົງລຸກຂຶ້ນກະທຳໃຫ້ໂລກສັ່ນສະເທືອນ 22 ຢ່າເຊື່ອຫມັ້ນຕາຍໃຈໃນມະນຸດທີ່ຕາຍເປັນ ຊຶ່ງໃນດັງຂອງເຂົາມີລົມຫາຍໃຈ ເພາະເຂົາບໍ່ມີຄຸນຄ່າຫຍັງ
ການທີ່ພຣະເຈົ້າພິພາກສາຢູດາແລະເຢຣູຊາເລັມ
1 ບັດນີ້ ອົງພຣະຜູ້ເປັນເຈົ້າພຣະເຈົ້າຈອມໂຍທາ ຊົງນຳອອກໄປເສັຽຈາກເຢຣູຊາເລັມແລະຈາກຢູດາ ຊຶ່ງເຄື່ອງຄ້ຳແລະເຄື່ອງຈຸນ ເຄື່ອງຄ້ຳອັນເປັນອາຫານທັງຫມົດ ແລະເຄື່ອງຄ້ຳອັນເປັນນ້ຳທັງຫມົດ 2 ທະຫານເອກແລະພວກທະຫານ ຜູ້ປົກຄອງແລະຜູ້ປະກາດພຣະທັມ ຜູ້ທຳນວາຍ ແລະພວກເຖົ້າແກ່ 3 ນາຍຫ້າສິບ ແລະຜູ້ມີຍົດ ທີ່ປຶກສາແລະຄົນຫລິ້ນກົນທີ່ມີຝີມື ແລະຄົນຊຳນານການທຳອາຖັນ 4 ແລະເຮົາຈະກະທຳໃຫ້ເດັກນ້ອຍເປັນເຈົ້ານາຍຂອງເຂົາ ແລະເດັກນ້ອຍຈະປົກຄອງເຂົາ 5 ແລະປະຊາຊົນຈະບີບບັງຄັບກັນແລະກັນ ທຸກຄົນບີບບັງຄັບເພື່ອນຂອງຕົນ ແລະທຸກຄົນບີບບັງຄັບເພື່ອນບ້ານຂອງຕົນ ເດັກນ້ອຍຈະທະລຶ້ງຕໍ່ຜູ້ໃຫຍ່ ແລະຄົນຖ່ອຍຕໍ່ຄົນຜູ້ມີກຽດ 6 ເມື່ອຄົນຜູ້ນຶ່ງໄປຍຶດຕົວພີ່ນ້ອງຂອງເຂົາ ໃນເຮືອນຂອງບິດາຂອງເຂົາກ່າວວ່າ, “ເຈົ້າມີເສື້ອຄຸມຢູ່ແລ້ວ ເຈົ້າຈົ່ງເປັນຜູ້ນຳຂອງເຮົາ ແລະຊາກທີ່ຢູ່ນີ້ຈະຢູ່ໃຕ້ກຳມືຂອງເຈົ້າ” 7 ໃນຄັ້ງນັ້ນເຂົາຈະຄັດຄ້ານວ່າ, “ຂ້າພະເຈົ້າບໍ່ຍອມເປັນຜູ້ສມານ ໃນເຮືອນຂອງຂ້າພະເຈົ້າບໍ່ມີທັງອາຫານແລະເສື້ອຄຸມ ທ່ານຈະຕັ້ງຂ້າພະເຈົ້າໃຫ້ເປັນຜູ້ນຳຂອງປະຊາຊົນບໍ່ໄດ້” 8 ເພາະເຢຣູຊາເລັມກໍສະດຸດ ແລະຢູດາກໍລົ້ມຄວ່ຳ ເພາະວ່າວາຈາຂອງເຂົາແລະການກະທຳຂອງເຂົາກໍຕໍ່ສູ້ພຣະເຈົ້າ ກະບົດຕໍ່ພຣະພັກອັນຮຸ່ງເຮືອງຂອງພຣະອົງ 9 ຄວາມລຳອຽງຂອງເຂົາເປັນພຍານປັກປຳເຂົາທັງຫລາຍ ເຂົາປ່າວຮ້ອງຄວາມຜິດຂອງເຂົາຢ່າງໂຊໂດມ ເຂົາບໍ່ໄດ້ປິດບັງໄວ້ ວິບັດແກ່ເຂົາເພາະວ່າເຂົາໄດ້ນຳຄວາມຊົ່ວຮ້າຍມາເຫນືອຕົວເຂົາເອງ 10 ຈົ່ງບອກຄົນຊອບທັມວ່າເຂົາທັງຫລາຍຈະເປັນສຸກ ເພາະເຂົາຈະໄດ້ຮັບຜົນແຫ່ງການກະທຳຂອງເຂົາ 11 ວິບັດແກ່ຄົນອະທັມ ຄວາມຮ້າຍຈະຕົກແກ່ເຂົາ ເພາະວ່າສິ່ງໃດທີ່ມືເຂົາໄດ້ກະທຳ ເຂົາຈະຖືກກະທຳເຊັ່ນກັນ 12 ສ່ວນຊົນຊາດຂອງເຣົາ ເດັກນ້ອຍເປັນຜູ້ບີບບັງຄັບເຂົາ ແລະຜູ້ຍິງປົກຄອງເຫນືອເຂົາ ໂອ ຊົນຊາດຂອງເຮົາເອີຍ ຜູ້ນຳຂອງເຈົ້າທຳເຈົ້າໃຫ້ຜິດ ແລະກະທຳໃຫ້ແນວທາງຂອງເຈົ້າສັບສົນ 13 ພຣະເຈົ້າຊົງເຂົ້າປະທັບສູ້ຄວາມ ພຣະອົງປະທັບຢືນພິພາກສາຊົນຊາດຂອງພຣະອົງ 14 ພຣະເຈົ້າຊົງເຂົ້າພິພາກສາ ພວກຜູ້ໃຫຍ່ແລະເຈົ້ານາຍຊົນຊາດຂອງພຣະອົງ “ເຈົ້າທັງຫລາຍນີ້ແຫລະ ຊຶ່ງໄດ້ກືນກິນສວນອະງຸ່ນເສັຽ ຂອງທີ່ຍຶດມາຈາກຄົນຍາກຈົນກໍຢູ່ໃນເຮືອນຂອງເຈົ້າ 15 ຊຶ່ງເຈົ້າໄດ້ບີບຄັ້ນຊົນຊາດຂອງເຮົາ ແລະໄດ້ບົດບີ້ຫນ້າຂອງຄົນຈົນນັ້ນ ເຈົ້າຫມາຍຄວາມວ່າຢ່າງໃດ” ພຣະເຈົ້າຈອມໂຍທາກ່າວໄວ້ດັ່ງນີ້ແຫລະ
ການຊົງພິພາກສາບຸດຕຣີຂອງຊີໂອນ
16 ພຣະເຈົ້າກ່າວວ່າ ເພາະທິດາທັງຫລາຍຂອງຊີໂອນນັ້ນກໍຜຍອງ ແລະເດີນຄໍຍືດຄໍຍາວ ຕາຂອງເຂົາຊະມ້ອຍຊະມ້າຍ ເດີນກະຕຸ້ງກະຕີ້ງ ຫຍັບຕີນໃຫ້ມີສຽງກຸ່ງກິ່ງ 17 ພຣະເຈົ້າຈະຊົງລົງໂທດທີ່ຫົວຂອງບັນດາທິດາຂອງຊີໂອນ ແລະພຣະອົງຈະຊົງກະທຳໃຫ້ຫນ້າຜາກຂອງເຂົາທັງຫລາຍໂລ້ນໄປ 18 ໃນວັນນັ້ນພຣະເຈົ້າຈະຊົງນຳເອົາເຄື່ອງວິຈິດງົດງາມໄປເສັຽ ຄືເຄື່ອງເອ້ທີ່ພວກເຂົາໃສ່ຕາມຂໍ້ຕີນ ຕາມເທິງຫົວ ຕາມຄໍ 19 ຈີ້ ກຳໄລມື ຜ້າປົກຫນ້າ 20 ຜ້າມາລາ ກຳໄລຕົ້ນແຂນ ຜ້າຄາດແອວ ຫີບເຄື່ອງນ້ຳຫອມ ແລະກະຕຸດທັງຫລາຍ 21 ແຫວນຕາ ແລະແຫວນໃສ່ດັງ 22 ເສື້ອງານ ແລະເສື້ອຄຸມ ຜ້າຄຸມ ແລະກະເປົ່າຖື 23 ເສື້ອໃຫຍ່ ເສື້ອຜ້າລີນີນ ຜ້າປົກຫົວ ແລະຜ້າຄຸມຕົວ 24 ແທນນ້ຳຫອມຈະມີແຕ່ຄວາມເນົ່າ ແທນຜ້າຄາດແອວຈະມີເຊືອກ ແທນຜົມດັດຈະມີແຕ່ຫົວລ້ານ ແທນເສື້ອງາມລ້ຳຄ່າ ຈະຄາດແອວດ້ວຍຜ້າກະສອບ ແທນຄວາມງົດງາມຈະມີແຕ່ຄວາມຂາຍຫນ້າ 25 ພວກຜູ້ຊາຍຂອງເຈົ້າຈະລົ້ມລົງດ້ວຍດາບ ແລະທະຫານທີ່ເກັ່ງກ້າທະຫານຂອງເຈົ້າຈະລົ້ມໃນສົງຄາມ 26 ປະຕູຂອງນາງຈະຮ້ອງທຸກແລະໄວ້ທຸກ ນາງຈະຖືກເປືອຍແລ້ວນັ່ງຢູ່ເທິງດິນ
1 ໃນວັນນັ້ນຍິງເຈັດຄົນຈະຍຶດຊາຍຄົນນຶ່ງໄວ້ ກ່າວວ່າ, “ເຮົາຈະຫາກິນຂອງເຮົາ ຫານຸ່ງຫາຫົ່ມຂອງເຮົາເອງ ຂໍພຽງໃຫ້ເຂົາເອີ້ນເຮົາດ້ວຍຊື່ຂອງນາງ ຂໍຈົ່ງປົດຄວາມອັບອາຍຂອງເຮົາເສັຽ”
ອານາຄົດອັນຮຸ່ງເຮືອງຂອງເຢຣູຊາເລັມ
2 ໃນວັນນັ້ນບັນດາສິ່ງທີ່ງອກເພາະພຣະເຈົ້າຈະງົດງາມແລະຮຸ່ງເຮືອງ ແລະພືດຜົນຂອງແຜ່ນດິນນັ້ນຈະເປັນຄວາມພູມໃຈ ແລະເປັນກຽດຂອງອິສຣາເອນຜູ້ລອດຕາຍມາ 3 ແລະຄົນທີ່ເຫລືອຢູ່ໃນຊີໂອນແລະຄ້າງຢູ່ໃນເຢຣູຊາເລັມ ເຂົາຈະເອີ້ນວ່າບໍຣິສຸດ ຄືທຸກຄົນຜູ້ມີຊື່ໃນທະບຽນຊີວິດໃນເຢຣູຊາເລັມ 4 ໃນເມື່ອອົງພຣະຜູ້ເປັນເຈົ້າຈະຊົງລ້າງຄວາມໂສໂຄກຂອງທິດາທັງຫລາຍຂອງຊີໂອນ ແລະຊຳຮະຮອຍໂລຫິດຂອງເຢຣູຊາເລັມຈາກຖ້າມກາງເມືອງນັ້ນ ດ້ວຍອານຸພາບແຫ່ງການພິພາກສາແລະດ້ວຍອານຸພາບຂອງການເຜົາ 5 ແລະພຣະເຈົ້າຈະຊົງສ້າງເມກເພື່ອກາງຄືນ ເຫນືອສະຖານທັງສິ້ນຂອງພູຊີໂອນ ແລະເຫນືອປະຊຸມຊົນເມືອງນັ້ນ ເພາະຈະມີຫລັງຄາແລະກະໂຈມເຫນືອພຣະສະງ່າຣາສີທົ່ວທັງສິ້ນ 6 ຈະມີຮົ່ມກາງເວັນບັງແດດ ແລະເປັນທີ່ລີ້ພັຍ ແລະທີ່ກຳບັງພະຍຸແລະຝົນ
ຄຳອຸປມາເຣື່ອງສວນອະງຸ່ນ
1 ຂໍໃຫ້ຂ້າພະເຈົ້າຮ້ອງເພງເຖິງຄົນຮັກຂອງຂ້າພະເຈົ້າ ເປັນເພງຂອງຄົນຮັກຂອງຂ້າພະເຈົ້າກ່ຽວກັບສວນອະງຸ່ນຂອງເຂົາ ຄົນຮັກຂອງຂ້າພະເຈົ້າມີສວນອະງຸ່ນຕອນນຶ່ງ ຢູ່ເທິງເນີນພູອັນອຸດົມສົມບູນ 2 ເຂົາຂຸດແລ້ວເກັບກ້ອນຫີນອອກຫມົດ ປູກເບັ້ຽອະງຸ່ນພັນດີທີ່ສຸດໃສ່ ເຂົາປຸກຫໍຄອຍໄວ້ສຳລັບເຝົ້າສວນພ້ອມທັງສະກັດຫີນສຳລັບບີບຫມາກອະງ່ນ ເຂົາຄິດວ່າຈະໄດ້ຫມາກອະງຸ່ນດີ ແຕ່ໄດ້ຮັບຫມາກອະງຸ່ນສົ້ມຫມົດ 3 ຄົນຮັກຂອງຂ້າພະເຈົ້າເວົ້າວ່າ, “ຊາວເຢຣູຊາເລັມ ແລະຄົນຢູດາເອີຍ ຈົ່ງພິຈາຣະນາເບິ່ງດູວ່າ ລະຫວ່າງຂ້າພະເຈົ້າກັບສວນອະງຸ່ນ 4 ວ່າຍັງມີອັນໃດອີກແດ່ທີ່ຂ້າພະເຈົ້າບໍ່ໄດ້ທຳໃນສວນນີ້ ເປັນຫຍັງຫມາກຂອງມັນຈຶ່ງສົ້ມ ທັງໆທີ່ຂ້າພະເຈົ້າຄາດຫວັງວ່າຈະໄດ້ຫມາກຫວານດີ 5 ບັດນີ້ ສົມຄວນແລ້ວທີ່ຂ້າພະເຈົ້າຈະທຳກັບສວນອະງຸ່ນຂອງຂ້າພະເຈົ້າດັ່ງນີ້ ຄືຈະຮື້ຫນາມແລະຮົ້ວທີ່ລ້ອມມັນນັ້ນອອກ ເພື່ອໃຫ້ສັດປ່າມາກິນແລະຢຽບຢ່ຳຖິ້ມເສັຽ 6 ຈະປ່ອຍໃຫ້ຫຍ້າເກີດຂຶ້ນຈົນເຕັມ ຈະບໍ່ລິແຫນງຫລືພວນດິນ ແຕ່ຈະປ່ອຍໃຫ້ເຄືອແລະກົກຫນາມປົ່ງຂຶ້ນ ຂ້າພະເຈົ້າຈະບໍ່ໃຫ້ຝົນຕົກລົງມາຮຳສວນນີ້” 7 ອິສຣາເອນແມ່ນສວນອະງຸ່ນຂອງພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ ຄົນຢູດາແມ່ນເບັ້ຽອະງຸ່ນທີ່ພຣະອົງຊົງປູກໄວ້ ພຣະອົງຊົງມຸ່ງຫວັງໃຫເຂົາເຮັດຊອບທັມ ແຕ່ຊົງໄດ້ຍິນຄົນຮ້ອງຂໍຄວາມຍຸດຕິທັມ
ປະກາດວິບັດເຫນືອຄົນອະທັມ
8 ວິບັດແກ່ຜູ້ເຫລົ່ານັ້ນທີ່ເສີມບ້ານຫລັງນຶ່ງເຂົ້າກັບອີກຫລັງນຶ່ງ ແລະເສີມນາເຂົ້າກັບນາຈົນບໍ່ມີບ່ອນອີກແລ້ວ ແລະເຈົ້າທັງຫລາຍຕ້ອງຢູ່ລຳພັງໃນຖ້າມກາງແຜ່ນດິນນັ້ນ 9 ພຣະເຈົ້າຈອມໂຍທາຊົງກ່າວໃຫ້ຂ້າພະເຈົ້າໄດ້ຍິນ “ແນ່ນອນບ້ານຫລາຍຫລັງຈະຕ້ອງຮ້າງເປົ່າ ບ້ານໃຫຍ່ບ້ານງາມຈະບໍ່ມີຄົນອາໄສ 10 ເພາະວ່າສວນອະງຸ່ນຊາວຫ້າໄຮ່ຈະໄດ້ຜົນແຕ່ພຽງບັທ ດຽວແລະເມັດພືດໂຮເມີຈະໃຫ້ຜົນແຕ່ເອຟາດຽວ” 11 ວິບັດແກ່ຄົນເຫລົ່ານັ້ນທີ່ລຸກຂຶ້ນແຕ່ເຊົ້າມືດ ເພື່ອຕັ້ງຕົ້ນດື່ມເຫລົ້າ ແລະພວກເຈົ້າກໍເມົາເຫລົ້າຕລອດຄືນ 12 ເຂົາມີພິນເຂົາຄູ່ແລະພິນໃຫຍ່ ລຳມະນາ ຂຸ່ຍ ແລະເຫລົ້າອະງຸ່ນໃນການລ້ຽງສັດຂອງເຂົາ ແຕ່ເຂົາທັງຫລາຍບໍ່ໄດ້ເອົາໃຈໃສ່ໃນພຣະຣາຊກິຈຂອງພຣະຜູ້ເປັນເຈົ້າ ຫລືພິຈາຣະນາພຣະຫັດຖະກິດຂອງພຣະອົງ 13 ເພາະສະນັ້ນຊົນຊາດຂອງເຮົາຈຶ່ງຕົກໄປເປັນຊະເລີຍເພາະຂາດຄວາມຮູ້ ຜູ້ມີກຽດຂອງເຂົາກໍຫິວ ແລະສາມັນທຳມະດາຂອງເຂົາກໍຈະຕາຍຍ້ອນຫິວນ້ຳ 14 ເຫດສະນັ້ນພິພົບຄົນຕາຍກໍຂະຫຍາຍຄໍຂອງມັນອອກ ແລະອ້າປາກເສັຽເກີນຂະຫນາດ ແລະພວກເຈົ້ານາຍຂອງເຢຣູຊາເລັມ ແລະສາມັນຊົນຂອງເມືອງນັ້ນກໍລົງໄປ ທັງຄົນຂອງເມືອງນັ້ນແລະເຂົາຜູ້ຮ້ອງສຽງດັງຢ່າງອຶກກະທຶກຢູ່ໃນນັ້ນ 15 ມະນຸດຕ້ອງຂາບລົງແລະຄົນກໍຕົກຕ່ຳ ແລະນັຍຕາຂອງຜູ້ຈອງຫອງກໍຖືກລົດຕ່ຳ 16 ແຕ່ພຣະເຈົ້າຈອມໂຍທາໄດ້ຮັບການເທີດທູນໄວ້ໂດຍຄວາມຍຸດຕິທັມ ແລະພຣະເຈົ້າອົງບໍຣິສຸດໄດ້ຊົງສຳແດງຄວາມບໍຣິສຸດສັກສິດໂດຍຄວາມຊອບທັມ 17 ແລ້ວລູກແກະຈະທ່ຽວຫາກິນທີ່ນັ້ນເຫມືອນເປັນລານຫຍ້າຂອງມັນ ສັດທີ່ອ້ວນແລະລູກແບ້ຈະຫາກິນຢູ່ໃນທີ່ຮົກຮ້າງເພພັງ 18 ວິບັດແກ່ຄົນເຫລົ່ານັ້ນທີ່ລາກຄວາມບາບຜິດດ້ວຍສາຍຂອງຄວາມເທັດທຽມ ຜູ້ລາກບາບຢ່າງກັບໃຊ້ເຊືອກໂຍງກວຽນ 19 ຜູ້ກ່າວວ່າ, “ໃຫ້ພຣະອົງຮີບຮ້ອນ ໃຫ້ພຣະອົງເລັ່ງງານຂອງພຣະອົງ ເພື່ອເຮົາຈະໄດ້ເຫັນ ໃຫ້ພຣະປະສົງຂອງອົງຜູ້ບໍຣິສຸດແຫ່ງອິສຣາເອນສະເດັດມາໃກ້ ຂໍໃຫ້ມາ ເພື່ອເຮົາຈະໄດ້ຮູ້” 20 ວິບັດແກ່ຄົນເຫລົ່ານັ້ນທີ່ຮຽກຄວາມຊົ່ວຮ້າຍວ່າຄວາມດີ ແລະຄວາມດີວ່າຄວາມຊົ່ວຮ້າຍ ຜູ້ຖືເອົາວ່າຄວາມມືດເປັນຄວາມສວ່າງ ແລະຄວາມສວ່າງເປັນຄວາມມືດ ຜູ້ຖືເອົາວ່າຄວາມຂົມເປັນຄວາມຫວານແລະຄວາມຫວານເປັນຄວາມຂົມ 21 ວິບັດແກ່ຄົນເຫລົ່ານັ້ນທີ່ສລາດໃນສາຍຕາຂອງຕົນເອງ ແລະສຽບແຫລມໃນສາຍຕາຂອງຕົນ 22 ວິບັດແກ່ຄົນເຫລົ່ານັ້ນທີ່ເປັນວິລະຊົນໃນການດື່ມເຫລົ້າອະງຸ່ນ ແລະເປັນຄົນເກັ່ງໃນການດື່ມເຫລົ້າ 23 ຜູ້ປ່ອຍຕົວຄົນທຳຜິດເພາະເຂົາຮັບສິນບົນ ແລະເອົາຄວາມຍຸດຕິທັມໄປຈາກຜູ້ປາສຈາກຄວາມຜິດ 24 ດັ່ງນັ້ນ ແປວໄຟກືນຕໍເຂົ້າສັນໃດ ແລະຫຍ້າແຫ້ງຍຸບລົງສັນໃດ ຮາກຂອງເຂົາກໍຈະເປັນເຫມືອນຄວາມເນົ່າເປື່ອຍ ແລະດອກບານຂອງເຂົາຈະປິວໄປເຫມືອນຝຸ່ນຂີ້ດິນສັນນັ້ນ ເພາະເຂົາທັງຫລາຍປະຕິເສດບໍ່ຮັບພຣະທັມຂອງພຣະເຈົ້າຈອມໂຍທາ ແລະໄດ້ດູຫມິ່ນພຣະຄຳຂອງອົງບໍຣິສຸດແຫ່ງອິສຣາເອນ 25 ເຫດສັນນັ້ນ ພຣະພິໂຣດຂອງພຣະຜູ້ເປັນເຈົ້າຈຶ່ງພຸ່ງຂຶ້ນຕໍ່ຊົນຊາດຂອງພຣະອົງ ແລະພຣະອົງຊົງຢຽດພຣະຫັດຂອງພຣະອົງອອກສູ້ເຂົາແລະຕີເຂົາ ແລະພູທັງຫລາຍກໍສັ່ນສະເທືອນ ແລະຊາກສົບຂອງເຂົາທັງຫລາຍກໍເຫມືອນຂີ້ເຫຍື້ອໃນກາງທາງ ເຖິງປານນັ້ນພຣະພິໂຣດຂອງພຣະອົງກໍຍັງເຊົາໂກດຮ້າຍ ແລະພຣະຫັດຂອງພຣະອົງກໍຍັງຢຽດອອກຢູ່ 26 ພຣະອົງຈະຊົງທຳສັນຍາໃຫ້ແກ່ປະຊາຊາດທີ່ຫ່າງໄກ ແລະຊົງຜິວພຣະໂອດຮຽກເຂົາມາຈາກທີ່ສຸດປາຍແຜ່ນດິນໂລກ ແລະເຂົາມາຢ່າງໄວໂດຍບໍ່ຊັກຊ້າ 27 ບໍ່ມີຜູ້ໃດໃນພວກເຂົາອ່ອນເພັຽ ບໍ່ມີຜູ້ໃດສະດຸດ ບໍ່ມີຜູ້ໃດຫລັບສນິດຫລືງ້ວງນອນ ຜ້າຄາດແອວຈັກຜືນນື່ງກໍບໍ່ຫລຸດອອກ ສາຍຮັດເກີບກໍບໍ່ຂາດຈັກສາຍນຶ່ງ 28 ລູກທະນູຂອງເຂົາກໍແຫລມ ຄັນທະນູຂອງເຂົາກໍກົ່ງໄວ້ ກີບຕີນມ້າທັງຫລາຍຂອງເຂົາເຫມືອນກັບຫີນເຫລັກໄຟ ແລະລໍ້ຂອງເຂົາທັງຫລາຍເຫມືອນລົມບ້າຫມູ 29 ສຽງຄຳຣາມຂອງເຂົາເຫມືອນສິງ ເຫມືອນສິງຫນຸ່ມ ເຂົາເຫລົ່ານັ້ນຄຳຣາມ ແລະຄຸບເຫຍື່ອຂອງເຂົາ ແລະເຂົາຈະຂົນເອົາໄປເສັຽ ແລະບໍ່ມີຜູ້ໃດຊ່ອຍເຂົາ 30 ໃນວັນນັ້ນເຂົາທັງຫລາຍຈະໂຮ່ຮ້ອງ ເຫມືອນສຽງຄື້ນອຶກກະທຶກຂອງທະເລ ແລະຖ້າມີຜູ້ນຶ່ງຜູ້ໃດມອງເບິ່ງທີ່ແຜ່ນດິນ ເບິ່ງແມ, ຄວາມມືດແລະຄວາມທຸກໃຈ ແລະສວ່າງກໍຖືກເມກຂອງແຜ່ນດິນປິດບັງເສັຽ
ນິມິດແລະການທີ່ເອຊາຢາຖືກຊົງເອີ້ນ
1 ໃນປີທີ່ກະສັດອຸສຊີຢາສິ້ນພຣະຊົນນັ້ນ ຂ້າພະເຈົ້າໄດ້ເຫັນພຣະຜູ້ເປັນເຈົ້າຊົງປະທັບເທິງບັນລັງສູງແລະສະງ່າຣາສີ ແລະເຄື່ອງສະຫລອງຂອງພຣະອົງໄດ້ເຕັມພຣະວິຫານ 2 ຢູ່ເຫນືອພຣະອົງມີເຊຣັຟຫລາຍຕົນຢືນຢູ່ ແຕ່ລະຕົນມີປິກຫົກປີກ ໃຊ້ສອງປີກປົກຫນ້າ ແລະສອງປີກປົກຕົວ ແລະອີກສອງປີກບີນໄປ 3 ຕ່າງກໍຮ້ອງຕໍ່ກັນແລະກັນວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງບໍຣິສຸດ ພຣະຣັສມີຂອງພຣະອົງແຜ່ກະຈາຍໄປທົ່ວໂລກ” 4 ແລະສຽງຮ້ອງຂອງພວກທ່ານໄດ້ທຳໃຫ້ຮາກຖານພຣະວິຫານສັ່ນສະເທືອນ ແລະກໍມີຄວັນເຕັມໄປຫມົດ 5 ແລະຂ້າພະເຈົ້າໄດ້ເວົ້າວ່າ, “ຂ້າພະເຈົ້າໄດ້ຮັບເຄາະກຳແລະຫມົດຫວັງແລ້ວ ຄຳເວົ້າທຸກໆຄຳທີ່ອອກຈາກປາກຂ້າພະເຈົ້າລ້ວນແຕ່ເປັນບາບ ແລະຂ້າພະເຈົ້າຢູ່ນຳຊົນຊາດທີ່ເວົ້າແຕ່ບາບຫຍາບຊ້າ ບັດນີ້ນັຍຕາຂອງຂ້າພະເຈົ້າໄດ້ເຫັນກະສັດ ຄືພຣະຜູ້ເປັນເຈົ້າແຫ່ງຈັກກະວານກັບຕາຕົນເອງແລ້ວ” 6 ຕໍ່ມາ ຕົນນຶ່ງໃນເຊຣັຟບີນມາຫາຂ້າພະເຈົ້າ ເທວະດາຕົນນີ້ໄດ້ຄີບຖ່ານໄຟແດງມາຈາກແທ່ນບູຊາ 7 ແລະເອົາຖ່ານນັ້ນແປະໃສ່ປາກຂອງຂ້າພະເຈົ້າພ້ອມກັບເວົ້າວ່າ, “ສິ່ງນີ້ໄດ້ຖືກຕ້ອງປາກຂອງເຈົ້າແລ້ວ ຄວາມຜິດຂອງເຈົ້າກໍຖືກຍົກເລີກ ແລະບາບກໍໄດ້ຮັບອະພັຍ” 8 ແລະຂ້າພະເຈົ້າໄດ້ຍິນພຣະສຸຣະສຽງຂອງອົງພຣະຜູ້ເປັນເຈົ້າຊົງຖາມວ່າ, “ເຮົາຈະໃຊ້ຜູ້ໃດໄປ ແລະໃຜຈະເປັນຜູ້ສົ່ງຂ່າວຕາງເຮົາ” ແລ້ວຂ້າພະເຈົ້າທູນຕອບວ່າ, “ຂ້າພຣະອົງນີ້ຈະໄປດອກ ໂຜດໃຊ້ຂ້າພຣະອົງທ້ອນ” 9 ດ້ວຍເຫດນີ້ ພຣະອົງຊົງສັ່ງຂ້າພະເຈົ້າໄປບອກປະຊາຊົນວ່າ, “ໍເຖິງພວກເຈົ້າຈະຟັງຫລາຍປານໃດ ພວກເຈັ້າກໍຈະບໍ່ເຂົ້າໃຈ ຈະເບິ່ງຄັກປານໃດ ກໍຈະບໍ່ຮູ້ວ່າແມ່ນຫຍັງຈະເກີດຂຶ້ນ” 10 ແລ້ວພຣະອົງຊົງບອກຂ້າພະເຈົ້າວ່າ, “ຈົ່ງທຳໃຫ້ຈິດໃຈຂອງຊົນຊາດນີ້ເປັນມືດມົນ ຫູຫນວກ ຕາບອດ ເພື່ອບໍ່ໃຫ້ພວກເຂົາເຫັນຮຸ່ງ ຫລືໄດ້ຍິນ ແລະເຂົ້າໃຈໄດ້ ແລ້ວພວກເຂົາຈະບໍ່ກັບຄືນມາຫາເຮົາ ແລະຖືກຮັກສາໃຫ້ດີ 11 ແລ້ວຂ້າພະເຈົ້າທູນຖາມວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຈະໃຫ້ເປັນຢູ່ຢ່າງນີ້ດົນປານໃດ” ແລະພຣະອົງຊົງຕອບວ່າ, “ຈົນເທົ່າຫົວເມືອງທັງຫລາຍຖືກທຳລາຍຮ້າງເປົ່າ ຫມູ່ບ້ານທັງຫລາຍບໍ່ມີຄົນອາໄສຢູ່ ແລະຜືນແຜ່ນດິນງຽບເຫງົາເປົ່າປ່ຽວ 12 ເຣົາຈະກວາດຕ້ອນຝູງຄົນອອກຫນີໄປໄກໆ ໃຫ້ດິນດອນຕອນຫຍ້າໂສກເສົ້າເຫງົາຫງອຍ 13 ເຖິງແມ່ນວ່າຍັງເຫລືອຄົນຢູ່ໃນນັ້ນພຽງນຶ່ງໃນສິບກໍຈະຖືກທຳລາຍເຫມືອນກັນ ຊຶ່ງຈະເປັນເຫມືອນຕົ້ນສົນທີ່ຖືກຕັດເຫລືອແຕ່ຕໍ” ຕໍນັ້ນຫມາຍເຖິງ ການຮື້ຟື້ນການເປັນໄພ່ພົນຂອງພຣະເຈົ້າຂຶ້ນໃຫມ່
ຂ່າວແຣກຂອງເອຊາຢາທີ່ມີເຖິງອາຮັສ
1 ໃນຣັຊການຂອງອາຮັສໂອຣົດຂອງໂຢທາມ ໂອຣົດຂອງອຸສຊີຢາ ກະສັດຂອງຢູດາ ເຣຊີນກະສັດແຫ່ງຊີເຣັຽ (ອາຣາມ) ແລະເປກາໂອຣົດຂອງເຣມາລີຢາ ກະສັດແຫ່ງອິສຣາເອນໄດ້ເຂົ້າໂຈມຕີນະຄອນເຢຣູຊາເລັມ ແຕ່ພວກທ່ານບໍ່ສາມາດຍຶດເອົາເມືອງນີ້ໄດ້ 2 ເມື່ອເຂົາໄປບອກທີ່ຣາຊສຳນັກຂອງດາວິດວ່າ, “ຊີເຣັຽໄປຕັ້ງຄ້າຍຢູ່ໃນເຂດເອຟຣາອິມແລ້ວ” ພຣະອົງພ້ອມທັງປະຊາຊົນກໍຢ້ານ ແລະໃຈສັ່ນແທບຈະຂາດໃຈຕາຍ 3 ແລະພຣະຜູ້ເປັນເຈົ້າຊົງບອກເອຊາຢາວ່າ, “ເຈົ້າແລະເຊອາຣ໌ຢາຊຸບ ບຸດຊາຍຂອງເຈົ້າ ຈົ່ງໄປເຝົ້າກະສັດອາຮັສ ຢູ່ບ່ອນຮ່ອງນໍ້າສະໄຫລມາສຸດເທິງຖນົນບ່ອນທຳແຜ່ນຜ້າ 4 ເພື່ອບອກໃຫ້ພຣະອົງສງົບຈິດສງົບໃຈ ຢ່າຢ້ານຫລືເປັນທຸກໃຈເລີຍ ຢ່າໃຫ້ພຣະທັຍຂອງພຣະອົງຢ້ານດ້ວຍເຫດພວກເຂົາທັງສອງເປັນເຫມືອນດົ້ນໄຟມອດຊຶ່ງຍັງແຕ່ຄວັນ ເພາະຄວາມຄຽດແຄ້ນຂອງກະສັດເຣຊີນ ແລະຊີເຣັຽ ແລະໂອຣົດຂອງເຣມາລີຢາ 5 ເພາະວ່າຊີເຣັຽພ້ອມກັບເອຟຣາອິມ ແລະໂອຣົດຂອງເຣມາລີຢາໄດ້ຄິດການຊົ່ວຮ້າຍຕໍ່ພຣະອົງກ່າວວ່າ, 6 “ໃຫ້ເຣົາທັງຫລາຍຂຶ້ນໄປຕໍ່ສູ້ກັບຢູດາ ແລະເພື່ອໃຫ້ເຂົາຢ້ານແລະຍຶດເອົາເປັນເມືອງຂຶ້ນ ແລະຕັ້ງບຸດຊາຍຂອງຕາເບເອນເປັນກະສັດປົກຄອງປະເທດນີ້” 7 ແຕ່ເຮົາຄືພຣະຜູ້ເປັນເຈົ້າຂໍປະກາດວ່າ, “ເຣື່ອງນີ້ຈະບໍ່ເກີດຂຶ້ນດອກ 8 ເພາະສຽນຂອງຊີເຣັຽຄືດາມັສກັສ ແລະສຽນຂອງດາມັສກັສຄືກະສັດເຣຊີນ (ພາຍໃນຫົກສິບຫ້າປີ ເອຟຣາອິມກໍຈະສິ້ນສຸດຄວາມເປັນຊາດ) 9 ເພາະສຽນຂອງເອຟຣາອິມຄືຊາມາເຣັຽ ແລະສຽນຂອງຊາມາເຣັຽຄືໂອຣົດຂອງເຣມາລີຢາ ແນ່ນອນ ຖ້າຄວາມເຊື່ອຂອງເຈົ້າບໍ່ຫລາຍ ເຈົ້າກໍຈະຕັ້ງຢູ່ບໍ່ໄດ້
ຫມາຍສຳຄັນກ່ຽວກັບເອມານູເອນ
10 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ອາຮັສອີກວ່າ, 11 “ຈົ່ງຂໍໃຫ້ພຣະຜູ້ເປັນເຈົ້າຂອງເຈົ້າສະແດງຫມາຍສຳຄັນຈາກພິພົບຄົນຕາຍ ຫລືຈາກຟ້າສວັນໃຫ້ເຈົ້າເຫັນ 12 ອາຮັສໄດ້ທູນຕອບວ່າ, “ຂ້າພຣະອົງຈະບໍ່ຂໍໃຫ້ສະແດງຫມາຍສຳຄັນ ແລະຈະບໍ່ທົດລອງພຣະຜູ້ເປັນເຈົ້າ 13 ເອຊາຢາຈຶ່ງເວົ້າວ່າ, “ຣາຊວົງດາວິດເອີຍ ຈົ່ງຟັງເທີນ ແຕ່ກີ້ທ່ານໄດ້ທຳໃຫ້ຄົນທັງຫລາຍບໍ່ພໍໃຈຈົນເຂົາອົດທົນບໍ່ໄດ້ ບັດນີ້ ທ່ານໄດ້ທຳໃຫ້ພຣະເຈົ້າຊົງອົດທົນບໍ່ໄດ້ອີກ 14 ດ້ວຍເຫດນັ້ນ ພຣະຜູ້ເປັນເຈົ້າຈຶ່ງຈະຊົງສະແດງຫມາຍສຳຄັນໃຫ້ເຈົ້າເຫັນດັ່ງນີ້ ຄືຍິງສາວຜູ້ນຶ່ງຈະຖືພາ ແລະອອກບຸດມາເປັນຊາຍ ນາງຈະຕັ້ງຊື່ໃຫ້ບຸດນີ້ວ່າ “ເອມານູເອນ” 15 ເມື່ອເວລາທ່ານໃຫຍ່ພໍຮູ້ຈັກຜິດຈັກຖືກໄດ້ແລ້ວ ທ່ານຈະຮັບປະທານນ້ຳນົມແລະນ້ຳເຜິ້ງເປັນອາຫານ 16 ກ່ອນເວລາທ່ານຮູ້ຈັກຄວາມນັ້ນ ແຜ່ນດິນຂອງກະສັດສອງອົງທີ່ເຈົ້າຢ້ານຈະເພພັງຮ້າງເປົ່າ 17 ພຣະຜູ້ເປັນເຈົ້າຈະຊົງບັນດານໃຫ້ວັນໂຫດຮ້າຍມາຖືກພຣະອົງ ຖືກປະຊາຊົນແລະຖືກເຊື້ອສາຍແຫ່ງບິດາຂອງພຣະອົງ ວັນນັ້ນຈະໂຫດຮ້າຍກວ່າທຸກໆວັນທີ່ເຄີຍມີມາ ຕັ້ງແຕ່ວັນທີ່ເອຟຣາອິມແຍກອອກຈາກຢູດາ ຄືກະສັດອັສຊີເຣັຽ” 18 ເມື່ອເວລານັ້ນມາເຖິງ ພຣະຜູ້ເປັນເຈົ້າຈະຊົງຜີວພຣະໂອດເອົາຄົນເອຢິບມາຈາກຕົ້ນກຳເນີດແມ່ນນ້ຳນິນເຫມືອນຝູງເຫລືອກມາ ແລະເອີ້ນເຜິ້ງຊຶ່ງຢູ່ໃນແຜ່ນດິນອັສຊີເຣັຽ 19 ແລະມັນຈະມາເຕັມຢູ່ໃນຮ່ອມພູ ໃນຖ້ຳ ໃນໂງ່ນຫີນ ໃນພຸ່ມໄມ້ແລະເດີ່ນຫຍ້າ 20 ເມື່ອເວລານັ້ນມາເຖິງ ພຣະຜູ້ເປັນເຈົ້າຈະຊົງຈ້າງເອົາຊ່າງຕັດຜົມຈາກຟາກຕາເວັນອອກຂອງແມ່ນ້ຳເອີຟຣາດ ຄືກະສັດອັສຊີເຣັຽ ທ່ານຈະແຖຫນວດ ແຖຜົມ ແລະແຖຂົນໃນຕົນຕົວຂອງເຈົ້ານັ້ນ 21 ເມື່ອເວລານັ້ນມາເຖິງ ແມ່ນແຕ່ຊາວນາທີ່ມີງົວນ້ອຍພຽງໂຕດຽວ ແລມີແບ້ພຽງສອງໂຕ 22 ກໍຈະມີນ້ຳນົມກິນພຽງພໍກັບຄວາມຕ້ອງການ ແລະຄົນທັງປວງທີ່ລອດຊີວິດເຫລືອຢູ່ໃນປະເທດ ຈະໄດ້ກິນນ້ຳນົມແລະນ້ຳເຜິ້ງເປັນອາຫານ 23 ເມື່ອເວລານັ້ນມາເຖິງ ສວນດີທີ່ມີກົກອະງຸ່ນພັນກົກ ແລະມີຣາຄາພຽງນຶ່ງພັນເຊເກລກໍຈະເຕັມໄປດ້ວຍຫນາມແລະໄມ້ 24 ທັງຈະບໍ່ມີໃຜກ້າໄປໃນສວນນັ້ນ ເວັ້ນໄວ້ແຕ່ຜູ້ທີ່ມີຫນ້າທະນູເປັນອາວຸດຈຶ່ງຈະໄປໄດ້ ທົ່ວທັງປະເທດຈະເຕັມໄປດ້ວຍໄມ້ແລະກົກຫນາມ 25 ພູທຸກຫນ່ວຍທີ່ເຄີຍປູກຢູ່ກະທຳກິນຈະມີແຕ່ຫນາມ ຈະບໍ່ມີໃຜຂຶ້ນໄປທີ່ນັ້ນ ມັນຈະເປັນບ່ອນງົວຄວາຍ ແລະແກະກິນຫຍ້າ
ຊື່ບຸດຂອງຜູ້ປະກາດພຣະທັມ
1 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຂ້າພະເຈົ້າວ່າ, “ຈົ່ງເອົາປ້າຍແຜ່ນໃຫຍ່ມາແຜ່ນນຶ່ງ ແລ້ວຂຽນຫນັງສືໂຕໃຫຍ່ໆລົງໃສ່ວ່າ “ມາເຮີຊັນລັນຮັສບັສ” 2 ແລ້ວໃຫ້ເອົາຄົນທີ່ໄວ້ໃຈໄດ້ສອງຄົນຄື ປະໂຣຫິດອູຣີຢາ ແລະເຊຄາຣີຢາບຸດຂອງໂຢເບເຣຄີຢາມາເປັນພຍານເພື່ອຂ້າພະເຈົ້າ 3 ແລະຂ້າພະເຈົ້າໄດ້ເຂົ້າໄປຫາຍິງຜູ້ປະກາດພຣະທັມ ແລະນາງກໍຕັ້ງຄັນ ແລະຄອດບຸດຊາຍຄົນນຶ່ງ ແລະພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ, “ຈົ່ງເອີ້ນຊື່ບຸດນັ້ນວ່າ ບາເຮີຊັນລັນຮັສບັສ 4 ເພາະກ່ອນເດັກນ້ອຍຜູ້ນີ້ໃຫຍ່ຂຶ້ນມາພໍຮູ້ຈັກເອີ້ນພໍ່ ແມ່ໄດ້ ຊັບສົມບັດຂອງດາມັສກັສ ແລະຂອງທີ່ຍາດຊີງມາໄດ້ຈາກຊາມາເຣັຽຈະຖືກພຣະຣາຊາອັສຊີເຣັຽຍຶດເອົາໄປຫມົດ” 5 ພຣະຜູ້ເປັນເຈົ້າຊົງກ່າວກັບຂ້າພະເຈົ້າອີກວ່າ, 6 “ເພາະວ່າຊົນຊາດນີ້ໄດ້ປະຕິເສດນ້ຳແຫ່ງຊີໂລອາອາທີ່ງຽບສງັດ ແລະຢ້ານກົວຕໍ່ກະສັດເຣຊີນ ແລະໂອຣົດຂອງເຣມາລີຢາ 7 ເຮົາຄືພຣະຜູ້ເປັນເຈົ້າຈຶ່ງຈະໃຫ້ກະສັດອັສຊີເຮັຽ ພ້ອມກອງທັບທັງຫມົດຂອງພຣະອົງມາໂຈມຕີຢູດາ ກອງທັບນີ້ຈະບຸກຣຸກໄປເຫມືອນນ້ຳເອີຟຣາດໄຫລນອງລົ້ນຕາຝັ່ງ 8 ຄົນຢູດາຈະຖືກກວາດເອົາໄປເຫມືອນຖືກກະແສນ້ຳພັດ ກອງທັບນີ້ຈະຂະຫຍາຍໄປທົ່ວເຂດແດນ ແລະຄວບຄຸມທຸກໆສິ່ງ” ແຕ່ວ່າພຣະເຈົ້າຊົງຢູ່ກັບເຣົາ ປີກຂອງພຣະອົງຊົງປົກຄຸມແຜ່ນດິນນັ້ນ 9 ຊົນຊາດທັງຫລາຍເອີຍ ພວກເຈົ້າຈົ່ງພາກັນຢ້ານ ບັນດາປະເທດໄກທັງຫມົດຈົ່ງຟັງເຖີດ ຈົ່ງຕຽມຕົວສູ້ແຕ່ຈົ່ງຢ້ານ 10 ຈົ່ງວາງແຜນໄວ້ແຕ່ຈະບໍ່ສຳເຣັດ ຈົ່ງປຶກສາຫາລືກັນ ແຕ່ມັນຈະບໍ່ມີປໂຍດ ເພາະວ່າພຣະຜູ້ເປັນເຈົ້າຊົງຢູ່ກັບເຮົາ
ພຣະຜູ້ເປັນເຈົ້າຊົງເຕືອນຜູ້ປະກາດພຣະທັມ
11 ພຣະຜູ້ເປັນເຈົ້າຊົງເຕືອນຂ້າພະເຈົ້າດ້ວຍຣິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງ ວ່າບໍ່ໃຫ້ທຳຕາມທາງທີ່ຊົນຊາດນີ້ທຳກັນ ພຣະອົງຊົງບອກວ່າ, 12 “ຢ່າຮ່ວມແຜນການກະບົດນຳປະຊາຊົນນີ້ ແລະຢ່າຢ້ານສິ່ງທີ່ເຂົາຢ້ານ 13 ຈົ່ງລະນຶກວ່າ ເຮົາພຣະຜູ້ເປັນເຈົ້ແຫ່ງຈັກກະວານຊົງບໍຣິສຸດ ເຮົາຜູ້ດຽວທີ່ເຈົ້າຈະຕ້ອງຢ້ານ 14 ຍ້ອນຄວາມບໍຣິສຸດອັນເຕັມຂະຫນາດຂອງເຮົານັ້ນ ເຮົາຈຶ່ງເປັນເຫມືອນຫີນທີ່ຕຳຕີນປະຊາຊົນ ແລະເປັນເຫມືອນແຮ້ວທີ່ຫ້າງໃສ່ປະຊາຊົນຢູດາ ໃສ່ອິສຣາເອນ ແລະເຢຣູຊາເລັມ 15 ມີຫລາຍຄົນຈະຕຳສະດຸດລົ້ມ ພວກເຂົາຈະຖືກບ້ວງແຮ້ວແລະລົ້ມລົງເປັນບາດແຜ”
ເຕືອນບໍ່ໃຫ້ຖາມເອົາຄວາມນຳຜີ
16 ພວກສາວົກທັງຫລາຍເອີຍ ຈົ່ງປະພຶດປະຕິບັດພຣະທັມທີ່ພຣະເຈົ້າຊົງປະທານໃຫ້ຂ້າພະເຈົ້ານັ້ນ 17 ພຣະຜູ້ເປັນເຈົ້າຊົງລີ້ບໍ່ໃຫ້ໄພ່ພົນຂອງພຣະອົງເຫັນ ແຕ່ຂ້າພະເຈົ້າກໍເຊື່ອໄວ້ວາງໃຈໃນພຣະອົງ 18 ຂ້າພະເຈົ້າຢູ່ທີ່ນີ້ກັບພວກລູກທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ ພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງປະທັບຢູ່ບັນລັງເທິງພູຊີໂອນ ຂ້າພະເຈົ້າກັບພວກລູກເປັນເຫມືອນພຣະທັມທີ່ເປັນຫມາຍສຳຄັນຕໍ່ຊາວອິສຣາເອນ 19 ປະຊາຊົນຈະບອກໃຫ້ພວກທ່ານ ຖາມເອົາຄວາມຈາກພວກຫມໍດູ ແລະຫມໍຜີຊຶ່ງເວົ້າອອດໆແອດໆຢູ່ໃນລຳຄໍ ພວກເຂົາຈະບອກວ່າ, “ກ່ອນອື່ນຫມົດ ປະຊາຊົນຄວນຈະຖາມເອົາຄວາມນຳຜີ ແລະປຶກສານຳຄົນຕາຍແທນຄົນເປັນ” 20 ພວກທ່ານຈົ່ງຕອບເຂົາວ່າ, “ຈົ່ງຟັງພຣະທັມທີ່ພຣະຜູ້ເປັນເຈົ້າຊົງປະທານໃຫ້ ຢ່າຟັງຄວາມຜີ ເພາະວ່າສິ່ງທີ່ເຂົາບອກໃຫ້ເຈົ້າທຳນັ້ນມັນບໍ່ດີ” 21 ປະຊາຊົນຈະຊັດເຊພະເນຈອນໄປທົ່ວທັງປະເທດດ້ວຍຄວາມຫມົດຫວັງ ແລະອຶດຢາກ ເມື່ອເຂົາຫິວຢາກເຂົ້າ ເຂົາຈະຄຽດແຄ້ນ ແລະປ້ອຍດ່າກະສັດກັບພຣະເຈົ້າຂອງຕົນ ເຂົາອາດຈະເງີຍຫນ້າຂຶ້ນຟ້າ 22 ຫລືກົ້ມລົງດິນ ແຕ່ຈະບໍ່ທັນເຫັນຫຍັງ ຈະມີແຕ່ຄວາມທຸກໃຈ ແລະຄວາມມືດ ເຂົາຈະຖືກຂັບໄລ່ເຂົ້າໄປໃນຄວາມມືດອັນຫນ້າຢ້ານນັ້ນ ຈະຫນີໄປໃຫ້ພົ້ນຈາກເວລາຍາກລຳບາກນີ້ບໍ່ໄດ້
ກະສັດໃນອານາຄົດ
1 ແຜ່ນດິນຂອງຕະກູນເຊບູລູນ ແລະເນັຟທາລີເຄີຍເຊື່ອມເສັຽສັກສີມາເທື່ອນຶ່ງແລ້ວ ແຕ່ໃນພາຍຄັ້ງຫນ້າແຜ່ນດິນນີ້ຕັ້ງແຕ່ທະເລເມດິເຕຣາເນເບື້ອງຕາເວັນອອກເຖິງຟາກແມ່ນ້ຳຈໍແດນເບື້ອງນັ້ນ ແລະເຖິງຄາລີເລບ່ອນຊາວຕ່າງປະເທດອາໄສຢູ່ຈະໄດ້ຮັບຄວາມຈະເຣີນຮຸ່ງເຮືອງ 2 ປະຊາຊົນຜູ້ດຳເນີນຢູ່ໃນຄວາມມືດກໍໄດ້ຮັບແສງສວ່າງຢ່າງຫລວງຫລາຍ ພວກເຂົາຢູ່ໃນແຜ່ນດິນມືດ ແຕ່ບັດນີ້ແສງສວ່າງໄດ້ສ່ອງເຖິງເຂົາແລ້ວ 3 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງໃຫ້ເຂົາມີຄວາມມ່ວນຊື່ນຫລາຍ ຊົງໃຫ້ເຂົາໄດ້ຮັບຄວາມສຸກ ພວກເຂົາຍິນດີໃນສິ່ງທີ່ພຣະອົງຊົງກະທຳເຫມືອນຄົນຍິນດີເມື່ອຍາມເກັບກ່ຽວ ຫລືເຫມືອນຄາວທີ່ພວກເຂົາແບ່ງປັນຂອງທີ່ຍຶດມາໄດ້ 4 ເພາະວ່າພຣະອົງຊົງຫັກແອກທີ່ທຳໃຫ້ເຂົາຫນັກຫນ່ວງກັບໄມ້ແສ້ທີ່ພາດບ່າເຂົານັ້ນ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງທຳລາຍຊົນຊາດທີ່ກົດຂີ່ຂົ່ມເຫັງໄພ່ພົນຂອງພຣະອົງ ຢ່າງດຽວກັນກັບຊົງທຳລາຍກອງທັບຂອງມາດີອານແດ່ດົນນານມາແລ້ວ 5 ເກີບທຸກຄູ່ຂອງທະຫານທີ່ຮຸກຮານ ພ້ອມທັງເສື້ອທຸກຕົວທີ່ເປື້ອນດ້ວຍເລືອດຈະຖືກເຜົາໄຟທຳລາຍຖີ້ມຫມົດ 6 ເດັກນ້ອຍຜູ້ນຶ່ງໄດ້ເກີດມາໃຫ້ເຮົາແລ້ວ ຊົງປະທານບຸດຊາຍຜູ້ນຶ່ງໃຫ້ເຣົາ ແລະພຣະອົງຈະຊົງເປັນຜູ້ປົກຄອງຂອງເຮົາ ພຣະນາມຂອງພຣະອົງ ຄື “ຜູ້ປຶກສາທີ່ສລາດສ້ຽມແຫລມ” ພຣະເຈົ້າຜູ້ຊົງຣິດ” ອົງເປັນພຣະບິດາຕລອດໄປ “ອົງສັນຕິຣາດ” 7 ພຣະຣາຊອຳນາດຂອງພຣະອົງຈະເພີ້ມພູນຂຶ້ນເລື້ອຍໆ ຣາຊອານາຈັກຂອງພຣະອົງຈະມີຄວາມສງົບສຸກຕລອດໄປ ພຣະອົງຈະປົກຄອງສືບຕໍ່ກະສັດດາວິດ ຈະຊົງໃຫ້ອຳນາດຢ່າງຖືກຕ້ອງແລະຍຸດຕິທັມ ເລີ້ມແຕ່ບັດນີ້ຈົນເຖິງເທົ່າອາວະສານ ພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ຈະຊົງກະທຳການນີ້ທັງຫມົດດ້ວຍຄວາມຫວງແຫນ
ພຣະຜູ້ເປັນເຈົ້າຊົງລົງໂທດອິສຣາເອນ
8 ພຣະຜູ້ເປັນເຈົ້າໄດ້ຊົງພິພາກສາໂທດຣາຊອານາຈັກອິສຣາເອນ ຄືເຊື້ອສາຍຂອງຢາໂຄບແລ້ວ 9 ຄົນອິສຣາເອນທັງຫມົດຮ່ວມທັງທຸກໆຄົນທີ່ອາໄສຢູ່ໃນເມືອງຊາມາເຣັຽ ຈະຮູ້ວ່າພຣະອົງໄດ້ຊົງກະທຳການນີ້ແລ້ວ ຄືພວກເຂົາໄດ້ກ່າວດ້ວຍຄວາມເຍີ້ຍິ່ງຈອງຫອງວ່າ 10 “ຕຶກທີ່ສ້າງດ້ວຍດິນຈີ່ໄດ້ເພພັງລົງແລ້ວ ແຕ່ເຮົາຈະສ້າງໃຫມ່ດ້ວຍຫີນ ກົກເດື່ອຖືກຕັດລົງແລ້ວ ແຕ່ເຮົາຈະເອົາກົກສົນໃສ່ແທນໄວ້” 11 ພຣະຜູ້ເປັນເຈົ້າໄດ້ຊົງປຸກປັ່ນພວກສັດຕຣູອິສຣາເອນໃຫ້ຕໍ່ສູ້ພວກເຂົາ 12 ຄືພວກຊີເຣັຽ (ອາຣາມ) ຢູ່ທາງທິດຕາເວັນອອກ ແລະພວກຟີລິສຕິນຢູ່ທາງທິດຕາເວັນຕົກຈະອ້າປາກກືນກິນອິສຣາເອນ ເຖິງປານນັ້ນພຣະພິໂຣດຂອງພຣະອົງກໍຈະຍັງບໍ່ສິ້ນສຸດ ແລະພຣະຫັດກໍຈະຍັງຢຽດອອກລົງໂທດພວກເຂົາຢູ່ 13 ເຖິງແມ່ນວ່າ ພຣະຜູ້ເປັນເຈົ້າແຫ່ງຈັກກະວານໄດ້ລົງໂທດ ອິສຣາເອນແລ້ວກໍຕາມ ພວກເຂົາກໍບໍ່ປ່ຽນໃຈກັບຄືນມາຫາພຣະອົງເລີຍ 14 ພຣະຜູ້ເປັນເຈົ້າຊົງລົງໂທດພວກຜູ້ນຳອິສຣາເອນ ກັບປະຊາຊົນໃຫ້ຫມົດໄປໃນວັນດຽວ ຄືຈະຊົງຕັດຫົວຕັດຕີນພວກເຂົາຖິ້ມ 15 ຫົວນັ້ນແມ່ນອະວຸໂສ ແລະຄົນມີກຽດ ຕີນແມ່ນຜູ້ປະກາດພຣະທັມທີ່ສອນເທັດ 16 ພວກເຂົາໄດ້ນຳປະຊາຊົນເຫລົ່ານີ້ໄປໃນທາງຜິດ ແລະສັບສົນວຸ້ນວາຍ 17 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຈະບໍ່ຊົງໃຫ້ຄົນຫນຸ່ມຄົນໃດຫນີພົ້ນໄປໄດ້ ທັງຈະບໍ່ຊົງເມດຕາສົງສານແມ່ຫມ້າຍແລະລູກກຳພ້າຄົນໃດເລີຍ ເພາະວ່າທຸກໆຄົນບໍ່ມີພຣະເຈົ້າ ເຂົາທຳແລະເວົ້າທຸກຢ່າງຊົ່ວຮ້າຍ ດ້ວຍເຫດນັ້ນ ພຣະຜູ້ເປັນເຈົ້າຈຶ່ງບໍ່ເຊົາພິໂຣດ ແຕ່ຈະຍັງຢຽດພຣະຫັດອອກມາລົງໂທດເຂົາຢູ່ 18 ຄວາມຊົ່ວຮ້າຍຂອງປະຊາຊົນນີ້ໄດ້ລຸກລາມຂຶ້ນເປັນແປວເຫມືອນໄຟໄຫມ້ປ່າ ຍ້ອນວ່າພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງພິໂຣດ 19 ພຣະອົງຊົງລົງໂທດແຜ່ນດິນ ແລະປະຊາຊົນນັ້ນເຫມືອນໄຟເຜົາຜານ ໂດຍບໍ່ມີໃຜຢາກຊ່ອຍເຫລືອເລີຍ 20 ປະຊາຊົນທົ່ວທັງປະເທດໄດ້ເກັບເລັມເອົາອາຫານມາກິນບ່ອນລະນ້ອຍຕາມທີ່ຫາໄດ້ ແຕ່ພວກເຂົາກໍບໍ່ອີ່ມພວກເຂົາຈຶ່ງກິນຮອດອ້າຍນ້ອງຂອງຕົນເອງ 21 ປະຊາຊົນມານັສເຊໄດ້ສູ້ຮົບກັບເອຟຣາອີມ ແລະທັງສອງຍັງຮ່ວມກັນຕໍ່ສູ້ຢູດາອີກ ເຖິງປານນັ້ນ ພຣະຜູ້ເປັນເຈົ້າກໍຍັງບໍ່ເຊົາພິໂຣດ ແຕ່ຍັງຢຽດພຣະຫັດມາລົງໂທດເຂົາຢູ່
1 ວິບັດແກ່ຄົນເຫລົ່ານັ້ນທີ່ອອກກົດຫມາຍອະທັມ ແລະແກ່ຜູ້ຂຽນທີ່ຂຽນແຕ່ການບີບຄັ້ນເລື້ອຍໄປ 2 ເພື່ອຫັນຄົນຂັດສົນໄປຈາກຄວາມຍຸດຕິທັມ ແລະປຸ້ນສິດຂອງຄົນທຸກຍາກແຫ່ງຊົນຊາດຂອງເຮົາເສັຽ ເພື່ອວ່າຍິງຫມ້າຍຈະເປັນຂອງຍຶດຂອງເຂົາ ແລະເພື່ອເຂົາຈະກະທຳໃຫ້ຄົນກຳພ້າເປັນເຫຍື່ອຂອງເຂົາ 3 ພວກເຈົ້າຈະກະທຳຢ່າງໃດໃນວັນລົງໂທດທັນ ໃນວັນໄພວິບັດຊຶ່ງມາຈາກທີ່ໄກ ເຈົ້າຈະຫນີໄປເພິ່ງໃຜ ແລະເຈົ້າຈະຝາກ ຊັບສົມບັດຂອງເຈົ້າໄວ້ທີ່ໃດ 4 ບໍ່ມີສິ່ງໃດເຫລືອນອກຈາກຈະໄປຫລັງຄົດຫລັງງໍຢູ່ກັບນັກໂທດ ຫລືລົ້ມລົງໃນຫມູ່ພວກຄົນທີ່ຖືກຂ້າ ເຖິງປານນັ້ນກໍດີ ພຣະພິໂຣດຂອງພຣະອົງກໍຍັງບໍ່ໄດ້ຫັນກັບ ແລະພຣະຫັດຂອງພຣະອົງຍັງຢຽດອອກຢູ່
ພຣະເຈົ້າຊົງໃຊ້ອັສຊີເຣັຽ
5 ວິບັດແກ່ອັສຊີເຣັຽ ຜູ້ເປັນໄມ້ຄ້ອນແຫ່ງຄວາມກິ້ວຂອງເຮົາ ແລະເປັນໄມ້ຄ້ອນແຫ່ງຄວາມໂກດຮ້າຍຂອງເຮົາ 6 ເຮົາຈະໃຊ້ເຂົາໄປສູ້ປະຊາຊາດທີ່ປະຕິເສດພຣະເຈົ້າ ເຮົາຈະບັນຊາເຂົາໃຫ້ໄປສູ້ຊົນຊາດທີ່ເຮົາກິ້ວ ໄປເອົາຂອງທີ່ຍຶດແລະເອົາຂອງທີ່ປຸ້ນ ແລະໃຫ້ຢຽບຢ່ຳເຫມືອນຢຽບຂີ້ຝຸ່ນໃນຖນົນ 7 ແຕ່ເຂົາບໍ່ໄດ້ຕັ້ງໃຈຢ່າງນັ້ນ ແລະຈິດໃຈຂອງເຂົາກໍບໍ່ໄດ້ຄິດຢ່າງນັ້ນ ແຕ່ໃນໃຈຂອງເຂົາຄິດຈະທຳລາຍ ແລະຕັດປະຊາຊາດເສັຽບໍ່ແມ່ນຫນ້ອຍ 8 ເພາະເຂົາເວົ້າວ່າ, “ຜູ້ບັງຄັບບັນຊາຂອງເຮົາເປັນພຣະຣາຊາຫມົດບໍ່ແມ່ນຫລື 9 ເມືອງຄານໂນກໍເຫມືອນເມືອງກາຣ໌ເຄມິສບໍ່ແມ່ນຫລື ເມືອງຮາມັທກໍເຫມືອນເມືອງອາຣ໌ປັດບໍ່ແມ່ນຫລື ເມືອງຊາມາເຣັຽກໍເຫມືອນເມືອງດາມັສກັສບໍ່ແມ່ນຫລື 10 ເຫມືອນຢ່າງມືຂອງເຣົາໄປເຖິງບັນດາຣາຊອານາຈັກຂອງຮູບເຄົາຣົບ ຊຶ່ງຮູບເຄົາຣົບແກະສລັກຂອງເຂົານັ້ນໃຫຍ່ກວ່າຂອງເຢຣູຊາເລັມ ແລະຊາມາເຣັຽ 11 ເຣົາກໍຈະບໍ່ທໍາແກ່ເຢຣູຊາເລັມກັບຮູບເຄົາຣົບຂອງເຂົາດອກຫລື ດັ່ງທີ່ເຮົາໄດ້ທຳແກ່ຊາມາເຣັຽແລະຮູບເຄົາຣົບຂອງເຂົາ” 12 ເມື່ອອົງພຣະຜູ້ເປັນເຈົ້າຊົງສຳເຣັດພຣະຣາຊກິຈທັງສິ້ນຂອງພຣະອົງທີ່ພູຊີໂອນແລະທີ່ເຢຣູຊາເລັມແລ້ວ ພຣະອົງຈະຊົງລົງທັນແກ່ຄວາມໂອ້ອວດອັນຈອງຫອງຂອງພຣະຣາຊາແຫ່ງອັສຊີເຣັຽ ແລະຄວາມເຍີ້ຍິ່ງຢ່າງຍະໂສຂອງເຂົາ 13 ເພາະເຂົາວ່າ, “ເຮົາໄດ້ກະທຳການນີ້ດ້ວຍກຳລັງມືຂອງເຮົາ ແລະດ້ວຍສະຕິປັນຍາຂອງເຮົາ ເພາະເຮົາມີຄວາມເຂົ້າໃຈ ເຮົາຈະຮື້ເຂດແດນຂອງຊົນຊາດທັງຫລາຍແລະໄດ້ປຸ້ນຊັບສົມບັດຂອງເຂົາ ເຮົາໄດ້ຂວິດ ຄົນເຫລົ່ານັ້ນທີ່ນັ່ງເທິງພຣະທີ່ນັ່ງລົງມາເຫມືອນງົວເຖິກ 14 ມືຂອງເຮົາໄດ້ສວຍເອົາຊັບສົມບັດຂອງຊົນຊາດທັງຫລາຍເຫມືອນສວຍເອົາຮັງນົກ ແລະຢ່າງຄົນເກັບໄຂ່ຊຶ່ງປະຖິ້ມໄວ້ ຂ້ອຍກໍຮວບຮວມແຜ່ນດິນໂລກທັງສິ້ນດັ່ງນັ້ນແຫລະ ແລະບໍ່ມີຜູ້ໃດຂະຫຍັບປີກມາປົກ ຫລືອ້າປາກຫລືຮ້ອງສຽງຈ໋ອກແຈ໋ກ 15 ເຫລັກສະກັດຈະຄຸຍຂົ່ມຄົນທີ່ໃຊ້ມັນສະກັດນັ້ນຫລື ຫລືເລື່ອຍຈະທະນົງຕົວເຫນືອຜູ້ທີ່ໃຊ້ມັນເລື່ອຍນັ້ນຫລື ເຫມືອນກັບວ່າກະບອງຈະຍົກຜູ້ຊຶ່ງຖືມັນຂຶ້ນຕີ ຫລືຢ່າງໄມ້ຄ້ອນບໍ່ໄດ້ຍົກຄົນຂຶ້ນແຕ່ຄົນໄດ້ຍົກໄມ້ຄ້ອນຂຶ້ນ 16 ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈອມໂຍທາ ຈະຊົງໃຫ້ໂຣກຜອມແຫ້ງມາໃນຫມູ່ພວກຄົນອ້ວນພີຂອງເຂົາພາຍໃຕ້ກຽດຂອງເຂົາຈະມີການໄຫມ້ໃຫຍ່ໂຕເຫມືອນຢ່າງໄຟໄຫມ້ 17 ຄວາມສວ່າງແຫ່ງອິສຣາເອນຈະເປັນໄຟ ແລະອົງບໍຣິສຸດຂອງທ່ານຈະກາຍເປັນແປວໄຟ ແລະຈະເຜົາແລະກິນເສັຽໃນວັນດຽວ ແມ່ນແຕ່ຕົ້ນຫນາມກັບພຸ່ມຫນາມກໍດີ 18 ພຣະອົງຈະຊົງທຳລາຍສັກສີຂອງປ່າຂອງເຂົາແລະແຫ່ງສວນຫມາກໄມ້ຂອງເຂົາ ທັງວິນຍານຈິດແລະຮ່າງກາຍ ແລະຈະເປັນເຫມືອນເວລາຄົນເຈັບຊູບຊີດລົງໄປ 19 ຕົ້ນໄມ້ແຫ່ງປ່າຂອງເຂົາຈະເຫລືອຫນ້ອຍເຕັມທີ ຈົນເດັກນ້ອຍຈະຂຽນລົງໄດ້
ຄົນອິສຣາເອນທີ່ເຫລືອຢູ່
20 ໃນວັນນັ້ນ ຄົນອິສຣາເອນທີ່ເຫລືອຢູ່ ແລະຄົນລອດຕາຍແຫ່ງເຊື້ອສາຍຂອງຢາໂຄບ ຈະບໍ່ເພິ່ງຜູ້ທີ່ຕີເຂົາອີກ ແຕ່ຈະພັກພິງທີ່ພຣະເຈົ້າ ອົງບໍຣິສຸດແຫ່ງອິສຣາເອນໂດຍຄວາມສັດຈິງ 21 ສ່ວນຄົນທີ່ເຫລືອຢູ່ຈະກັບມາຍັງພຣະເຈົ້າຜູ້ຊົງຍິ່ງໃຫຍ່ ຄືຄົນທີ່ເຫລືອຢູ່ຂອງຢາໂຄບ 22 ອິສຣາເອນເອີຍ, ເພາະແມ້ວ່າຊົນຊາດຂອງເຈົ້າຈະເປັນດັ່ງດິນຊາຍໃນທະເລ ຄົນທີ່ເຫລືອຢູ່ເທົ່ານັ້ນຈະກັບມາ ການທຳລາຍນັ້ນກຳນົດໄວ້ແລ້ວ ລົ້ນລ່າມໄປດ້ວຍຄວາມຊອບທັມ 23 ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈອມໂຍທາຈະຊົງກະທຳໃຫ້ສິ້ນສຸດລົງຕາມທີ່ກຳນົດໄວ້ແລ້ວໃນຖ້າມກາງແຜ່ນດິນໂລກທັງສິ້ນ 24 ສັນນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈອມໂຍທາ ຕຣັດດັ່ງນີ້ວ່າ, “ຊົນຊາດຂອງເຮົາເອີຍ, ຜູ້ຢູ່ໃນຊີໂອນ ຢ່າຢ້ານຄົນອັສຊີເຣັຽ ເມື່ອເຂົາຕີດ້ວຍໄມ້ຄ້ອນ ແລະຍົກໄມ້ຄ້ອນຂອງເຂົາຂຶ້ນສູ້ເຈົ້າຢ່າງທີ່ໃນເອຢິບ 25 ເພາະອີກບໍ່ດົນຄວາມກິ້ວຂອງເຈົ້າຈະສິ້ນສຸດ ແລະຄວາມໂກດຂອງເຮົາຈະມຸ່ງຕົງທີ່ການທຳລາຍເຂົາ 26 ແລະພຣະເຈົ້າຈອມໂຍທາຈະຊົງໃຊ້ໄມ້ແສ້ມາສູ້ເຂົາ ດັ່ງທີ່ພຣະອົງຊົງໂຈມຕີຄົນມີດີອານໃນສີລາໂອເຣັບ ແລະໄມ້ຄ້ອນຂອງພຣະອົງທີ່ເຄີຍຢູ່ເຫນືອທະເລ ພຣະອົງຈະຍົກຂຶ້ນຢ່າງທີ່ໃນເອຢິບ 27 ແລະໃນວັນນັ້ນພາຣະຂອງເຂົາຈະພາກໄປຈາກບ່າຂອງເຈົ້າ ແລະແອກຂອງເຂົາຈະຖືກທຳລາຍເສັຽຈາກຄໍຂອງເຈົ້າ”
ຄົນອັສຊີເຣັຽເຄື່ອນທັບ
ເຂົາຂຶ້ນໄປຈາກຊາມາເຣັຽແລ້ວ 28 ເຂົາໄດ້ມາເຖິງອັຍອາທແລ້ວ ເຂົາໄດ້ຂ້າມມິກໂຣນ ເຂົາເກັບສັມພາຣະຂອງເຂົາໄວ້ທີ່ມິກມັສ 29 ເຂົາເຫລົ່ານັ້ນຜ່ານຊ່ອງຫວ່າງເຂົາມາແລ້ວ ເກບາເປັນທີ່ເຂົາຄ້າງຄືນ ຣາມາສະທົກສະທ້ານ ກິເບອາຂອງຊາອູນຫນີໄປແລ້ວ 30 ທິດາຂອງກັນລິມເອີຍ ສົ່ງສຽງຮ້ອງເດີ ລາອີຊາເອີຍ ຟັງເດີ ອານາໂທດເອີຍ ຫນ້າສົງສານແທ້ 31 ມັດເມນາກຳລັງຫນີຢູ່ ຄົນເກບິມຫນີໃຫ້ພົ້ນພັຍ 32 ໃນວັນນີ້ ເຂົາຈະຢຸດຢູ່ທີ່ເມືອງໂນບ ເຂົາຈະສັ່ນກຳປັ້ນຂອງເຂົາ ເຂົ້າໃສ່ພູແຫ່ງທິດາຊີໂອນ ເນີນພູຂອງເຢຣູຊາເລັມ 33 ເບິ່ງແມ໋, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈອມໂຍທາ ຈະຊົງຕັດກິ່ງໄມ້ດ້ວຍກຳລັງອັນຫນ້າຢ້ານກົວ ຕົ້ນທີ່ສູງຍິ່ງຈະຖືກໂຄ່ນລົງມາ ແລະຕົ້ນທີ່ສູງຈະຕ້ອງຖືກທຳລາຍລົງ 34 ພຣະອົງຈະຊົງໃຊ້ຂວານຟັນປ່າທຶບ ແລະເລບານອນຊຶ່ງມີຕົ້ນໄມ້ສູງທີ່ງາມທີ່ສຸດຈະລົ້ມລົງ
ຣາຊອານາຈັກສັນຕິສຸກ
1 ຣາຊວົງດາວິດເປັນເຫມືອນກົກໄມ້ທີ່ບັກລົງແລ້ວ ແຕ່ຕໍໄມ້ນັ້ນກໍຈະຍັງມີຣຸ່ນເກີດຂຶ້ນມາອີກ ດັ່ງນັ້ນ ຈະມີກະສັດອົງໃຫມ່ເກີດຂຶ້ນຈາກເຊື້ອສາຍດາວິດ 2 ພຣະວິນຍານບໍຣິສຸດຈະສະຖິດຢູ່ນຳພຣະອົງ ຣິດທານຸພາບຂອງພຣະຜູ້ເປັນເຈົ້າຈະປະທານປັນຍາໃຫ້ພຣະອົງ ຄືຄວາມຮູ້ ແລະຄວາມຊໍານິຊຳນານໃນການປົກຄອງ ພຣະອົງຈະຮູ້ຈັກນ້ຳພຣະທັຍພຣະຜູ້ເປັນເຈົ້າ ແລະຢຳເກງພຣະອົງ 3 ທັງມີຄວາມສຸກໃນຣາຊການນັ້ນ ພຣະອົງຈະບໍ່ຕັດສິນຕາມທີ່ເຫັນ ຫລືໄດ້ຍີນ 4 ຈະຕັດສິນໃຫ້ຄົນຍາກຈົນດ້ວຍຄວາມຍຸດຕິທັມ ແລະປ້ອງກັນສິດຂອງຜູ້ຕ່ຳຕ້ອຍ ແຜ່ນດິນຈະຖືກລົງໂທດຕາມຄຳສັ່ງຂອງພຣະອົງ ແລະພວກຄົນຊົ່ວຈະຕາຍດ້ວຍຄຳຕັດສິນຂອງພຣະອົງ 5 ພຣະອົງຈະປົກຄອງພົລເມືອງດ້ວຍຄວາມຍຸດຕິທັມ ແລະຊື່ສັດ 6 ຫມາໄນກັບແກະຈະຢູ່ນຳກັນດ້ວຍຄວາມສງົບສຸກ ເສືອດາວກໍຈະນອນນຳແບ້ ລູກງົວກັບລູກສິງຈະຫາກິນຢູ່ນຳກັນ ແລະເດັກນ້ອຍຈະເປັນຜູ້ລ້ຽງມັນ 7 ງົວແມ່ກັບຫມີຈະກິນນຳກັນ ລູກຂອງພວກມັນກໍຈະນອນຢູ່ນຳກັນ ສິງຈະກິນເຟືອງເຫມືອນງົວ 8 ເຖິງແມ່ນເດັກອ່ອນຈະຫລິ້ນຢູ່ໃກ້ໆງູເຫົ່າ ກໍຈະບໍ່ເປັນອັນຕະຣາຍ 9 ຈະບໍ່ມີອັນຕະຣາຍຫລືສິ່ງຮ້າຍໃດໆ ຢູ່ເທິງພູສັກສິດຂອງເຮົາ ແຜ່ນດິນຈະເຕັມໄປດ້ວຍຄົນທີ່ຮູ້ຈັກພຣະຜູ້ເປັນເຈົ້າເຫມືອນທະເລທີ່ເຕັມດ້ວຍນ້ຳ 10 ເມື່ອເຖິງວັນນັ້ນ ກະສັດອົງໃຫມ່ຈາກຣາຊວົງດາວິດຈະເປັນສັນຍາລັກຂອງຊົນຊາດທັງຫລາຍ ພວກເຂົາຈະໄປຮ່ວມກັນຢູ່ໃນຣາຊທານີຂອງພຣະອົງ ເພື່ອເປັນກຽດຕິຍົດແກ່ພຣະອົງ
ຄົນທີ່ເຫລືອຢູ່ກັບຢ່າງມີຊັຍ
11 ໃນວັນນັ້ນ ອົງພຣະຜູ້ເປັນເຈົ້າຈະຊົງຍື່ນພຣະຫັດຂອງພຣະອົງອອກໄປເປັນຄັ້ງທີ່ສອງ ເພື່ອຈະໄດ້ສ່ວນຊົນຊາດຂອງພຣະອົງທີ່ເຫລືອຢູ່ຄືນມາ ເປັນຄົນເຫລືອຈາກອັສຊີເຣັຽ ຈາກເອຢິບຈາກປັທໂຣສ ຈາກເອທິໂອເປັຽ ຈາກເອລາມ ຈາກຊີນາຣ໌ ຈາກຮາມັທ ແລະແຜ່ນດິນຊາຍທະເລ 12 ພຣະອົງຈະຊົງຍົກເຄື່ອງຫມາຍນັ້ນຂຶ້ນໃຫ້ແກ່ບັນດາປະຊາຊາດ ແລະຈະຊຸມນຸມອິສຣາເອນທີ່ພັດພາກ ແລະຮວບຮວມຢູດາທີ່ກະຈັດກະຈາຍຈາກສີ່ມຸມແຫ່ງແຜ່ນດິນໂລກ 13 ຄວາມອິດສາຂອງເອຟຣາອິມຈະພາກໄປ ແລະບັນດາຜູ້ທີ່ຮົບກວນຢູດາຈະຖືກຕັດອອກໄປ ເອຟຣາອິມຈະບໍ່ອິດສາຢູດາ ແລະຢູດາຈະບໍ່ຮົບກວນເອຟຣາອິມ 14 ແຕ່ເຂົາທັງຫລາຍຈະໂຈມຕີຊາວຟີລິສຕິນທາງຕາເວັນຕົກ ແລະເຂົາຈະຮ່ວມກັນປຸ້ນປະຊາຊົນທາງທິດຕາເວັນອອກ ເຂົາຈະຍື່ນມືອອກຕໍ່ສູ້ເອໂດມ ແລະໂມອາບ ແລະຄົນອັມໂມນຈະເຊື່ອຟັງເຂົາທັງຫລາຍ 15 ພຣະຜູ້ເປັນເຈົ້າຈະຊົງທຳລາຍລີ້ນຂອງທະເລແຫ່ງເອຢິບເສັຽ ແລະຈະຊົງໂບກພຣະຫັດເຫນືອແມ່ນ້ຳນັ້ນ ດ້ວຍລົມລວກຂອງພຣະອົງ ແລະຈະໂຈມຕີມັນໃຫ້ເປັນຮ່ອງນ້ຳເຈັດສາຍ ແລະຄົນສວມເກີບຈະເດີນຂ້າມໄປໄດ້ 16 ແລະຈະມີຖນົນຫລວງຈາກອັສຊີເຣັຽ ສຳລັບຄົນທີ່ເຫລືອຢູ່ຈາກຊົນຊາດຂອງພຣະອົງ ດັ່ງທີ່ມີຢູ່ສຳລັບອິສຣາເອນ ຄັ້ງເມື່ອເຂົາຂຶ້ນມາຈາກແຜ່ນດິນເອຢິບ
ບົດເພງໂມທະນາ
1 ໃນວັນນັ້ນ ທ່ານຈະກ່າວວ່າ, “ຂ້າແຕ່ພຣະເຈົ້າ ຂ້າພຣະອົງຈະໂມທະນາພຣະຄຸນພຣະອົງ ເພາະແມ້ພຣະອົງຊົງພຣະພິໂຣດຕໍ່ຂ້າພຣະອົງ ຄວາມກິ້ວຂອງພຣະອົງກໍຫັນກັບໄປ ແລະພຣະອົງຊົງເລົ້າໂລມຂ້າພຣະອົງ 2 ເບິ່ງແມ໋, ພຣະເຈົ້າເປັນຄວາມລອດຂອງຂ້າພະເຈົ້າ ຂ້າພະເຈົ້າຈະວາງໃຈແລະບໍ່ຢ້ານ ເພາະພຣະເຈົ້າຊົງເປັນກຳລັງແລະບົດເພງຂອງຂ້າພະເຈົ້າ ແລະພຣະອົງຊົງເປັນຄວາມລອດຂອງຂ້າພະເຈົ້າແລ້ວ” 3 ເຈົ້າຈະຕັກນ້ຳດ້ວຍຄວາມຊື່ນບານຈາກບໍ່ແຫ່ງຄວາມລອດ 4 ແລະໃນວັນນັ້ນເຈົ້າຈະກ່າວວ່າ, “ຈົ່ງໂມທະນາພຣະຄຸນພຣະຜູ້ເປັນເຈົ້າ ຈົ່ງຮ້ອງທູນອອກພຣະນາມຂອງພຣະອົງ ຈົ່ງປະກາດບັນດາພຣະຣາຊກິຈຂອງພຣະອົງຖ້າມກາງຊົນຊາດທັງຫລາຍ ຈົ່ງປ່າວຮ້ອງວ່າພຣະນາມຂອງພຣະອົງເປັນທີ່ເຊີດຊູ 5 “ຈົ່ງຮ້ອງເພງສັຣເສີນພຣະຜູ້ເປັນເຈົ້າ ເພາະພຣະອົງຊົງກະທຳກິຈອັນດີເລີດ ໃຫ້ເຣື່ອງນີ້ຮູ້ກັນທົ່ວໄປໃນແຜ່ນດິນໂລກ 6 ຊາວຊີໂອນເອີຍ, ຈົ່ງໂຮ່ຮ້ອງ ແລະຮ້ອງດ້ວຍຄວາມຊື່ນບານ ເພາະອົງບໍຣິສຸດແຫ່ງອິສຣາເອນນັ້ນກໍໃຫຍ່ຍິ່ງຢູ່ໃນຫມູ່ພວກເຈົ້າ
ພຣະເຈົ້າລົງໂທດກຸງບາບິໂລນ
1 ຕໍ່ໄປນີ້ແມ່ນຖ້ອຍຄຳກ່ຽວກັບບາບິໂລນ ຕາມຊຶ່ງເອຊາຢາບຸດຊາຍຂອງອາໂມສໄດ້ເຫັນ 2 ຈົ່ງຊູທຸງສູ້ຮົບຂຶ້ນເທິງພູຫົວໂລ້ນ ຈົ່ງຮ້ອງເອີ້ນເຂົາທັງຫລາຍ ຈົ່ງໂບກມືໃຫ້ເຂົາເຂົ້າໄປໃນປະຕູເມືອງຂອງເຈົ້ານາຍ 3 ຕົວເຮົາເອງໄດ້ບັນຊາແກ່ຜູ້ທີ່ເລືອກສັນຂອງເຮົາໄດ້ເກນຊາຍສະກັນຂອງເຮົາ ໃຫ້ຈັດການຕາມຄວາມໂກດຂອງເຮົາ ຄືຜູ້ທີ່ເຕັ້ນໂລດຢ່າງພູມໃຈຂອງເຮົາ 4 ຟັງເດີ ສຽງອຶງອົນເທິງພູ ດັ່ງສຽງມວນຊົນມະຫຶມມາ ຟັງເດີ ສຽງອຶງຄະນຶງຂອງຣາຊອານາຈັກທັງຫລາຍ ຂອງບັນດາປະຊາຊາດທີ່ຮວມເຂົ້າດ້ວຍກັນ ພຣະເຈົ້າຈອມໂຍທາກຳລັງຣະດົມພົນເພື່ອສົງຄາມ 5 ເຂົາທັງຫລາຍມາຈາກແຜ່ນດິນອັນໄກຈາກສຸດປາຍຟ້າສວັນ ພຣະຜູ້ເປັນເຈົ້າແລະອາວຸດແຫ່ງ ພຣະພິໂຣດຂອງພຣະອົງ ເພື່ອຈະທຳລາຍແຜ່ນດິນໂລກທັງສິ້ນ 6 ຮ້ອງຄວນຄາງດ້ວຍຄວາມເຈັບປວດສາເຖີດ ເພາະວັນແຫ່ງພຣະຜູ້ເປັນເຈົ້າມາໃກ້ແລ້ວ ວັນນັ້ນຈະມາເປັນການທຳລາຍຈາກອົງຜູ້ຊົງຣິດອຳນາດຍິ່ງໃຫຍ່ 7 ເພາະສັນນັ້ນທຸກໆວັນກໍຈະອ່ອນເປັ້ຽ ແລະຈິດໃຈຂອງທຸກຄົນກໍຈະລະລາຍໄປ 8 ແລະເຂົາທັງຫລາຍຈະຕົກໃຈຢ້ານກົວຄວາມເຈັບແລະຄວາມປວດຈະເກາະເຂົາ ເຂົາຈະທຸຣົນທຸຣາຍ ດັ່ງຍິງກຳລັງເກີດລູກ ເຂົາຈະເບິ່ງຕາກັນຢ່າງຕົກຕະລຶງ ຫນ້າຂອງເຂົາແດງເປັນແສງໄຟ 9 ເບິ່ງແມ໋, ວັນຂອງພຣະຜູ້ເປັນເຈົ້າຈະມາ ດຸຮ້າຍ ດ້ວຍຄວາມພິໂຣດແລະຄວາມໂກດອັນກ້ຽວກາດທີ່ຈະກະທຳໃຫ້ແຜ່ນດິນໂລກເປັນທີ່ຮ້າງເປົ່າ ແລະເພື່ອຈະທຳລາຍຄົນບາບຂອງໂລກເສັຽຈາກໂລກ 10 ເພາະດວງດາວແຫ່ງຟ້າສວັນ ແລະຫມູ່ດາວໃນນັ້ນຈະບໍ່ທໍແສງຂອງມັນ ດວງອາທິດກໍຈະມືດເມື່ອເວລາຂຶ້ນ ແລະດວງຈັນຈະບໍ່ສ່ອງແສງຂອງມັນ 11 ເຮົາຈະລົງໂທດໂລກເພາະຄວາມຊົ່ວຮ້າຍ ແລະຄົນອະທັມເພາະຄວາມບາບຜິດຂອງເຂົາ ເຮົາຈະກະທຳໃຫ້ຄວາມເຍີ້ຍິ່ງຂອງຄົນຈອງຫອງສິ້ນສຸດ ແລະປາບຄວາມຍະໂສຂອງຄົນໂຫດຮ້າຍ 12 ເຮົາຈະກະທຳໃຫ້ຫາຄົນຍາກ ເສັຽຍິ່ງກວ່າຫາທອງຄຳ ແລະຫາມະນຸດໄດ້ຍາກຍິ່ງກວ່າຫາທອງຄຳແຫ່ງໂອຟີຣ໌ 13 ເພາະສັນນັ້ນ ເຮົາຈະກະທຳໃຫ້ຟ້າສວັນສັ່ນສະເທືອນ ແລະແຜ່ນດິນໂລກຈະສະທ້ານພັດຈາກທີ່ຂອງມັນ ໂດຍພຣະພິໂຣດຂອງພຣະເຈົ້າຈອມໂຍທາ ໃນວັນແຫ່ງຄວາມໂກດອັນກ້ຽວກາດຂອງພຣະອົງ 14 ຄົນທຸກຄົນຈະຫັນເຂົ້າສູ່ຊົນຊາດຂອງຕົນເອງ ແລະຄົນທຸກຄົນຈະຫນີໄປຍັງແຜ່ນດິນຂອງຕົນເອງ ດັ່ງກວາງທີ່ຖືກລ່າ ຫລືເຫມືອນແກະທີ່ບໍ່ມີຜູ້ຮວມຝູງ 15 ຖ້າເຂົາພົບຜູ້ໃດເຂົ້າກໍຈະຖືກແທງຊອດ ແລະຖ້າໃຜຖືກຕັບກໍຈະລົ້ມລົງດ້ວຍດາບ 16 ລູກຂອງເຂົາຈະຖືກຟາດລົງຢ່າງຍັບເຍີນຕໍ່ຫນ້າຕໍ່ຕາ ເຮືອນຂອງເຂົາຈະຖືກປຸ້ນ ແລະເມັຽຂອງເຂົາຈະຖືກຂືນໃຈ 17 ເບິ່ງແມ໋, ເຮົາກຳລັງຣົບເຣົ້າຊາວເມເດສມາສູ້ເຂົາ ຜູ້ຊຶ່ງບໍ່ເອົາໃຈໃສ່ໃນເຣື່ອງເງິນ ແລະບໍ່ສົນໃຈໃນເຣື່ອງທອງຄຳ 18 ຄັນທະນູຂອງເຂົາຈະສັງຫານຊາຍຫນຸ່ມ ເຂົາຈະບໍ່ປານີຕໍ່ຜົນຂອງຄັນ ນັຍຕາຂອງເຂົາຈະບໍ່ສົງສານເດັກ 19 ແລະບາບິໂລນ ຊຶ່ງໂອ່ອ່າໃນບັນດາຣາຊອານາຈັກ ເມືອງທີ່ສະງ່າແລະເປັນທີ່ພູມໃຈຂອງຊາວເຄນເດອານ ຈະເປັນດັ່ງເມືອງໂຊໂດມ ແລະເມືອງໂກໂມຣາ ເມື່ອພຣະຜູ້ເປັນເຈົ້າຊົງຄວ່ຳມັນເສັຽນັ້ນ 20 ຈະບໍ່ມີໃຜເຂົ້າຢູ່ໃນບາບິໂລນ ຫລືອາໄສຢູ່ຕລອດທຸກຊົ່ວຊາດເຊື້ອສາຍ ຄົນອາຣັບຈະບໍ່ກາງເຕັນຂອງເຂົາທີ່ນັ້ນ ບໍ່ມີຜູ້ລ້ຽງແກະທີ່ຈະໃຫ້ແກະຂອງເຂົານອນລົງທີ່ນັ້ນ 21 ແຕ່ສັດປ່າຈະນອນລົງທີ່ນັ້ນ ແລະບ້ານເຮືອນໃນນັ້ນຈະເຕັມໄປດ້ວຍໂຕເຈັຽ ນົກກະຈອກເທບຈະອາໄສຢູ່ທີ່ນັ້ນ ແບ້ປ່າຈະເຕັ້ນຣຳຢູ່ທີ່ນັ້ນ 22 ຫມາໄນຈະເຫົ່າຫອນຢູ່ໃນປ້ອມປາສາດຂອງເມືອງນັ້ນ ແລະຫມາປ່າຈະຢູ່ໃນວັງແສນສຸກ ເວລາຂອງເມືອງນັ້ນກໍໃກ້ເຂົ້າມາແລ້ວ ແລະວັນເວລາຂອງມັນຈະບໍ່ຍືດໃຫ້ຍາວໄປ
ການເຍີ້ຍຫຍັນພຣະຣາຊາບາບິໂລນ
1 ພຣະຜູ້ເປັນເຈົ້າຈະຊົງມີເມດຕາຕໍ່ຢາໂຄບ ແລະຈະຊົງເລືອກອິສຣາເອນອີກ ແລະຈະຕັ້ງເຂົາທັງຫລາຍໄວ້ໃນແຜ່ນດິນຂອງເຂົາ ຄົນຕ່າງດ້າວຈະສົມທົບກັບເຂົາແລະຕິດພັນຢູ່ກັບເຊື້ອສາຍຂອງຢາໂຄບ 2 ແລະຊົນຊາດທັງຫລາຍຈະຮັບເຂົາ ແລະນຳເຂົາທັງຫລາຍມາຍັງທີ່ຂອງເຂົາ ແລະເຊື້ອສາຍຂອງອິສຣາເອນຈະມີກຳມະສິດໃນເຂົາ ເປັນທາດຊາຍຍິງໃນແຜ່ນດິນຂອງພຣະຜູ້ເປັນເຈົ້າ ຜູ້ທີ່ຈັບເຂົາເປັນຊະເລີຍຈະຖືກເຂົາຈັບເປັນຊະເລີຍ ແລະຈະປົກຄອງຜູ້ທີ່ເຄີຍບີບບັງຄັບເຂົາ 3 ເມື່ອພຣະຜູ້ເປັນເຈົ້າປະທານໃຫ້ເຈົ້າໄດ້ຢຸດພັກຈາກຄວາມເຈັບປວດຂອງເຈົ້າ ແລະຈາກຄວາມວຸ້ນວາຍແລະຈາກງານຫນັກຊຶ່ງເຈົ້າຖືກບັງຄັບໃຫ້ກະທຳ 4 ເຈົ້າຈະຍົກຄຳເຍີ້ຍຫຍັນນີ້ກ່າວຕໍ່ພຣະຣາຊາແຫ່ງບາບິໂລນວ່າ, “ຜູ້ບີບບັງຄັບກໍສງົບໄປແລ້ວຫນໍ ຄວາມທະລຶ່ງກ້ຽວກາດຂອງເຂົາກໍສງົບໄປດ້ວຍ 5 ພຣະຜູ້ເປັນເຈົ້າຊົງຫັກໄມ້ພອງຂອງຄົນອະທັມ ຄະທາຂອງຜູ້ປົກຄອງ 6 ຊຶ່ງຕີຊົນຊາດທັງຫລາຍດ້ວຍຄວາມພິໂຣດ ດ້ວຍການຕີຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ປົກຄອງປະຊາຊາດດ້ວຍຄວາມໂກດ ດ້ວຍການຂົ່ມເຫັງຢ່າງທີ່ບໍ່ອ່ອນຂໍ້ 7 ໂລກທັງສິ້ນກໍພັກແລະສງົບຢູ່ ເຂົາທັງຫລາຍຮ້ອງເພງອອກມາ 8 ຕົ້ນໄມ້ແປກຊົມຊື່ນຍິນດີເພາະເຈົ້າ ຕົ້ນສົນແຫ່ງເລບານອນດ້ວຍ ແລະກ່າວວ່າ, “ຕັ້ງແຕ່ເຈົ້າຕົກຕ່ຳ ກໍບໍ່ມີຜູ້ໂຄ່ນຂຶ້ນມາຕໍ່ສູ້ເຣົາແລ້ວ” 9 ແດນຄົນຕາຍເບຶ້ອງລຸ່ມກໍຕື່ນເຕັ້ນ ເພື່ອຕ້ອນຮັບເຈົ້າເມື່ອເຈົ້າມາ ມັນປຸກໃຫ້ຊາວແດນມາຕ້ອນຮັບເຈົ້າ ຄືຜູ້ຊຶ່ງເຄີຍເປັນຜູ້ນຳຂອງໂລກ ມັນທຳໃຫ້ບັນດາຜູ້ທີ່ເຄີຍເປັນພຣະຣາຊາແຫ່ງປະຊາຊາດທັງຫລາຍລຸກຂຶ້ນມາຈາກພຣະທີ່ນັ່ງຂອງເຂົາ 10 ທຸກຄົນຈະເວົ້າ ແລະກ່າວແກ່ເຈົ້າວ່າ “ເຈົ້າກໍອ່ອນເພັຽຢ່າງເຮົາດ້ວຍ ເຈົ້າກາຍເປັນຢ່າງພວກເຣົາ” 11 ຄວາມໂອ່ອ່າຂອງເຈົ້າຖືກນຳລົງມາເຖິງແດນຄົນຕາຍ ແລະສຽງພິນຂອງເຈົ້າ ຕົວຫນອນຈະເປັນທີ່ນອນຢູ່ໃຕ້ຕົວເຈົ້າ ແລະຕົວຫນອນຈະເປັນຜ້າຫົ່ມຂອງເຈົ້າ 12 “ໂອ ດາວປະຈຳກາງເວັນເອີຍ, ພໍ່ໂອຣົດແຫ່ງພຣະອະຣຸນ ເຈົ້າລົ່ນລົງມາຈາກຟ້າສວັນແລ້ວ ເຈົ້າຖືກຕັດລົງມາຍັງພື້ນດິນຢ່າງໃດຫນໍ ເຈົ້າຜູ້ກະທຳໃຫ້ບັນດາປະຊາຊາດຕົກຕ່ຳ 13 ເຈົ້າຣຳພຶງໃນໃຈຂອງເຈົ້າວ່າ “ຂ້າຈະຂຶ້ນໄປຍັງຟ້າສວັນ ເຫນືອດວງດາວທັງຫລາຍຂອງພຣະເຈົ້າ ຂ້າຈະຕັ້ງພຣະທີ່ນັ່ງຂອງຂ້າໃນທີ່ສູງນັ້ນ ຂ້າຈະນັ່ງເທິງຂຸນເຂົາຊຸມນຸມສະຖານໃນທີ່ອຸດອນໄກ 14 ຂ້າຈະຂຶ້ນໄປເຫນືອຄວາມສູງຂອງເມກ ຂ້າຈະກະທຳຕົວຂອງຂ້າເຫມືອນອົງຜູ້ສູງສຸດ” 15 ແຕ່ເຈົ້າຖືກນຳລົງມາສູ່ແດນຄົນຕາຍ ຍັງທີ່ເລິກຂອງປາກແດນ 16 ບັນດາຜູ້ທີ່ເຫັນເຈົ້າຈະຈ້ອງເບິ່ງເຈົ້າ ແລະຈະພິຈາຣະນາເຈົ້າວ່າ “ຊາຍຄົນນີ້ຫລືທີ່ທຳໃຫ້ໂລກສັ່ນສະເທືອນ ຜູ້ຂະເຫຍົ່າຣາຊອານາຈັກທັງຫລາຍ 17 ຜູ້ທີ່ໄດ້ກະທຳໃຫ້ໂລກເປັນເຫມືອນຖິ່ນກັນດານ ແລະຄວ່ຳຫົວເມືອງຂອງໂລກເສັຽ ຜູ້ບໍ່ຍອມໃຫ້ຊະເລີຍກັບໄປບ້ານຂອງເຂົາ” 18 ພຣະຣາຊາທັງສິ້ນຂອງບັນດາປະຊາຊາດນອນຢູ່ຢ່າງມີກຽດ ຕ່າງກໍຢູ່ໃນອຸບໂມງຂອງຕົນ 19 ແຕ່ເຈົ້າຖືກແກ່ວງອອກໄປ ຫ່າງຈາກຫລຸມສົບຂອງເຈົ້າ ເປັນສົບທີ່ຫນ້າລັງກຽດ ສວມເສື້ອຂອງຜູ້ທີ່ຖືກຂ້າ ຄືທີ່ຖືກແທງດ້ວຍດາບ ຊຶ່ງລົງໄປຍັງສີລາຂອງຫລຸມສົບ ເປັນສົບທີ່ຖືກຢຽບຢ່ຳ 20 ເຈົ້າຈະບໍ່ໄດ້ຮັບການຝັງສົບຮ່ວມກັບເຂົາ ເພາະເຈົ້າໄດ້ທຳລາຍແຜ່ນດິນຂອງເຈົ້າ ເຈົ້າໄດ້ສັງຫານປະຊາຊົນຂອງເຈົ້າ “ຂໍຢ່າໃຫ້ຜູ້ໃດເອີຍເຖິງຊື່ຂອງເຊື້ອວົງແຫ່ງຜູ້ກະທຳຄວາມຊົ່ວອີກເລີຍ 21 ຈົ່ງຕຽມສັງຫານລູກໆຂອງເຂົາເຖີດ ເພາະກັມຊົ່ວແຫ່ງບິດາຂອງເຂົາ ຢ້ານວ່າເຂົາທັງຫລາຍຈະລຸກຂຶ້ນເປັນເຈົ້າຂອງໂລກ ແລະກະທຳໃຫ້ພື້ນໂລກເຕັມໄປດ້ວຍຫົວເມືອງ” 22 ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ, “ເຣົາຈະລຸກຂຶ້ນສູ້ກັບເຂົາ ແລະຈະຕັດຊື່ກັບຄົນທີ່ເຫລືອຢູ່ເສັຽຈາກບາບິໂລນ ແລະຕັດລູກຫລານແລະເຊື້ອສາຍເສັຽ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 23 “ແລະເຮົາຈະກະທຳໃຫ້ເປັນກຳມະສິດຂອງນົກເຄົ້າບ້ານ ແລະເປັນສະນ້ຳ ແລະຈະກວາດດ້ວຍໄມ້ກວາດແຫ່ງການທຳລາຍ” ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ
ອັສຊີເຣັຽຕ້ອງຖືກທຳລາຍ
24 ພຣະຜູ້ເປັນເຈົ້າຈອມໂຍທາໄດ້ຊົງປະຕິຍານວ່າ, “ເຣົາກະແຜນງານໄວ້ຢ່າງໃດ ກໍຈະເປັນໄປຢ່າງນັ້ນ ແລະເຮົາໄດ້ມຸ່ງຫມາຍໄວ້ຢ່າງໃດກໍຈະເກີດຂຶ້ນຢ່າງນັ້ນ 25 ຄືວ່າເຮົາຈະຕີຄົນອັສຊີເຣັຽໃນແຜ່ນດິນຂອງເຮົາໃຫ້ພິນາດໄປ ແລະເທິງພູຂອງເຮົາຢຽບຢ່ຳເຂົາໄວ້ ແລະແອກຂອງເຂົານັ້ນຈະພາກໄປຈາກເຂົາທັງຫລາຍ ແລະພາຣະຂອງເຂົານັ້ນຈາກບ່າຂອງເຂົາທັງຫລາຍ” 26 ນີ້ເປັນຄວາມມຸ່ງຫມາຍທີ່ມຸ່ງຫມາຍໄວ້ກ່ຽວກັບແຜ່ນດິນໂລກທັງສິ້ນ ແລະນີ້ເປັນພຣະຫັດຊຶ່ງຢຽດອອກເຫນືອບັນດາປະຊາຊາດທັງສິ້ນ 27 ເພາະພຣະຜູ້ເປັນເຈົ້າຈອມໂຍທາຊົງມຸ່ງໄວ້ແລ້ວ ຜູ້ໃດຫນໍຈະລົບລ້າງເສັຽໄດ້ ພຣະຫັດຂອງພຣະຜູ້ເປັນເຈົ້າຊົງຢຽດອອກແລະຜູ້ໃດຈະຫັນໃຫ້ກັບໄດ້
ຖ້ອຍຄຳກ່ຽວກັບຟີລິສຕິນ
28 ໃນປີທີ່ກະສັດອາຮັສສິ້ນພຣະຊົນ ຖ້ອຍຄຳນີ້ມີມາວ່າ, 29 “ປະເທດຟີລິສຕິນເອີຍ, ເຈົ້າທຸກຄົນຢ່າຊົມຊື່ນຍິນດີໄປເລີຍ ວ່າໄມ້ຄ້ອນຊຶ່ງຕີເຈົ້ານັ້ນຫັກເສັຽແລ້ວ ເພາະງູໂຕນຶ່ງຕາຍໄປ ງູໂຕໂຫດຮ້າຍທີ່ສຸດກໍຂຶ້ນມາແທນ ໄຂ່ງູຟັກອອກເປັນໂຕມັງກອນ 30 ແລະລູກຫົວປີຂອງຄົນຍາກຈົນຈະມີອາຫານກິນ ແລະຄົນຂັດສົນຈະນອນລົງຢ່າງປອດພັຍ ແຕ່ເຮົາຈະຂ້າຮາກເຫງົ້າຂອງເຈົ້າດ້ວຍການອຶດອາຫານ ແລະຄົນທີ່ເຫລືອຢູ່ຂອງເຈົ້າຈະຖືກສັງຫານເສັຽ 31 ປະຕູເມືອງເອີຍ, ຈົ່ງຮ້ອງໄຫ້ ໂອ ເມືອງເອີຍ ພວກເຈົ້າທັງຫລາຍຢ້ານຫລາຍບໍ ປະເທດຟີລິສຕິນເອີຍ ເຈົ້າທຸກຄົນຈົ່ງລະລາຍເສັຽໃນຄວາມຢ້ານ ເພາະຄວັນອອກມາຈາກອຸດອນແລະບໍ່ມີລ້າຫລັງໃນແຖວຂອງເຂົາເລີຍ” 32 ຈະຕອບທູກຂອງປະຊາຊາດນັ້ນວ່າຢ່າງໃດ ກໍວ່າ “ພຣະຜູ້ເປັນເຈົ້າໄດ້ຊົງສະຖາປະນາຊີໂອນ ແລະຜູ້ຖືກຂົ່ມໃຈໃນຊົນຊາດຂອງພຣະອົງໄດ້ພົບທີ່ລີ້ພັຍໃນທີ່ນັ້ນ”
ຖ້ອຍຄຳກ່ຽວກັບໂມອາບ
1 ຖ້ອຍຄຳກ່ຽວກັບໂມອາບ ເພາະນະຄອນອາຣ໌ຖືກທຳລາຍຮ້າງໃນຄືນດຽວ ໂອາບໄດ້ເຖິງຄວາມພິນາດ ເພາະນະຄອນກີຣ໌ຖືກທຳລາຍຮ້າງໃນຄືນດຽວ ໂມອາບໄດ້ເຖິງຄວາມພິນາດ 2 ດີໂບນໄດ້ຂຶ້ນໄປຍັງສະຖານທີ່ນະມັສການທີ່ສູງເພື່ອຈະຮ້ອງໄຫ້ ໂມອາບຄ່ຳຄວນເຖິງເນໂບແລະເຖິງເມເດບາ ຫົວທຸກຫົວກໍໂລ້ນ ແລະຫນວດທຸກຄົນກໍຖືກແຖ 3 ເຂົານຸ່ງຜ້າກະສອບຢູ່ໃນຖນົນຫົນທາງ ທຸກຄົນຮ້ອງໄຫ້ເປັນຫນັກຫນາທີ່ເທິງຫລັງຄາເຮືອນແລະຕາມເດີ່ນເມືອງ 4 ເມືອງເຮສໂບນແລະເອເລອາເລສົ່ງສຽງຮ້ອງ ສຽງຂອງເຂົາໄດ້ຍິນໄປເຖິງເມືອງຢາຮັສ ເຫດສັນນັ້ນ ຊາຍທີ່ຖືອາວຸດຂອງໂມອາບຈຶ່ງຮ້ອງສຽງດັງ ຈິດໃຈຂອງເຂົາສັ່ນສະເທືອນ 5 ຈິດໃຈຂອງຂ້າພະເຈົ້າຮ້ອງອອກມາເພື່ອໂມອາບ ຜູ້ຫລົບໄພຂອງໂມອາບນັ້ນຫນີໄປຍັງໂຊອາຣ໌ ໄປຍັງເອກລັທເຊລິຊີຢາ ເພາະຕາມທາງຂຶ້ນໄປເມືອງລູຮິທເຂົາຂຶ້ນໄປຄ່ຳຄວນ ຕາມຖນົນສູ່ເມືອງໂຮໂຣນາອິມ ເຂົາເປັ່ງສຽງຮ້ອງເຖິງການທຳລາຍ 6 ທານນ້ຳທີ່ນິມຣິມກໍຖືກປະຮ້າງ ຫຍ້າກໍຫ່ຽວແຫ້ງ ແລະຫຍ້າອ່ອນກໍບໍ່ງອກ ຜັກສົດບໍ່ມີເລີຍ 7 ເຫດສັນນັ້ນສ່ວນທີ່ເຫລືອຊຶ່ງເຂົາເກັບໄດ້ ແລະທີ່ເຂົາສະສົມໄວ້ເຂົາຂົນເອົາໄປຂ້າມລຳທານຕົ້ນໄຄ້ 8 ເພາະສຽງຮ້ອງໄດ້ກະຈາຍໄປທົ່ວແຜ່ນດິນໂມອາບ ສຽງຄ່ຳຄວນໄປເຖິງເບເອີເອລິມ 9 ເພາະນ້ຳຂອງເມືອງດີໂບນມີເລືອດເຕັມໄປຫມົດ ເຖິງປານນັ້ນເຮົາຍັງຈະເພີ້ມໄພແກ່ດີໂມນອີກ ຄືໃຫ້ສິງສຳລັບຊາວໂມອາບທີ່ຫນີໄປ ແລະສຳລັບຄົນທີ່ເຫລືອຢູ່ໃນແຜ່ນດິນ
1 ເຂົາໄດ້ສົ່ງລູກແກະໄປຍັງຜູ້ປົກຄອງແຜ່ນດິນ ຈາກເຊລາຕາມທາງຖິ່ນກັນດານໄປຍັງພູແຫ່ງທິດາຂອງຊີໂອນ 2 ເຫມືອນນົກທີ່ກຳລັງບິນຫນີ ຢ່າງລູກນົກທີ່ພັດຈາກຮັງ ທິດາຂອງໂມອາບເປັນຢ່າງນັ້ນ ຢູ່ຕະຝັ່ງແມ່ນ້ຳອາຣ໌ໂນນ 3 “ຈົ່ງໃຫ້ຄຳປຶກສາ ຈົ່ງອໍານວຍຄວາມຍຸດຕິທັມ ຈົ່ງທຳຮົ່ມເງົາຂອງທ່ານເຫມືອນກາງຄືນໃນເວລາທ່ຽງວັນ ຈົ່ງຊ່ອຍເຊື່ອງຜູ້ຖືກຂັບໄລ່ ຢ່າໄດ້ຫັກຫລັງຜູ້ລີ້ພັຍ 4 ໃຫ້ຜູ້ຖືກຂັບໄລ່ຂອງໂມອາບອາໄສຢູ່ຖ້າມກາງທ່ານ ຈົ່ງເປັນທີ່ກຳບັງພັຍແກ່ເຂົາໃຫ້ພົ້ນຈາກຜູ້ທຳລາຍ ເມື່ອບໍ່ມີຜູ້ບີບບັງຄັບແລ້ວ ແລະການທຳລາຍໄດ້ຢຸດແລ້ວ ແລະເມື່ອຜູ້ຢຽບຢໍ່າໄວ້ໄດ້ຫາຍຕົວໄປຈາກແຜ່ນດິນແລ້ວ 5 ພຣະທີ່ນັ່ງກໍໄດ້ຮັບການສະຖາປະນາດ້ວຍຄວາມຮັກຫມັ້ນຄົງ ເທິງນັ້ນຈະມີຜູ້ນຶ່ງນັ່ງຢູ່ດ້ວຍຄວາມຊື່ສັດສຸຈຣິດໃນເຕັນຂອງດາວິດ ຄືທ່ານຜູ້ພິພາກສາແລະສແວງຄວາມຍຸດຕິທັມ ແລະໄວໃນການກະທຳຄວາມຊອບທັມ” 6 ເຣົາໄດ້ຍິນເຖິງຄວາມເຍີ້ຍິ່ງຂອງໂມອາບ ວ່າເຂົາຍິ່ງອີຫລີ ເຖິງຄວາມຈອງຫອງຂອງເຂົາ ຄວາມທະລຶ່ງຂອງເຂົາ ການໂອ້ອວດຂອງເຂົາເປັນການເທັດ 7 ເຫດສັນນັ້ນ ໂມອາບຈະຄ່ຳຄວນເພື່ອໂມອາບ ທຸກຄົນຈະຄ່ຳຄວນ ເຈົ້າທັງຫລາຍຈະໂອດຄວນດ້ວຍທຸກ ເນຶ່ອງດ້ວຍຂະຫນົມອະງຸ່ນແຫ້ງຂອງເມືອງກີຣ໌ຮາເຣເຊທ 8 ເພາະທົ່ງນາແຫ່ງເມືອງເຮສໂບນອ່ອນຣະທວຍ ທັງເຄືອອະງຸ່ນຂອງຊິບມາ ເຈົ້ານາຍທັງຫລາຍແຫ່ງບັນດາປະຊາຊາດໄດ້ຕີກິ່ງຂອງມັນລົງ ຊຶ່ງໄປເຖິງເມືອງຢາເຊີ ແລະຈົນໄປເຖິງຖິ່ນກັນດານ ຫນໍ່ຂອງມັນກໍແຕກກວ້າງອອກໄປແລະຜ່ານຂ້າມທະເລໄປ 9 ເພາະສະນັ້ນ ຂ້າພະເຈົ້າຈຶ່ງຮ້ອງໄຫ້ກັບຄົນຮ້ອງໄຫ້ຂອງເມືອງຢາເຊີ ເນຶ່ອງດ້ວຍເຄືອອະງຸ່ນຂອງຊິບມາ ເຮສໂບນ ແລະເອເລອາເລເອີຍ, ຂ້າພະເຈົ້າຈະຫົດເຈົ້າດ້ວຍນ້ຳຕາຂອງຂ້າພະເຈົ້າ ເພາະສຽງໂຮ່ຣ້ອງຂອງສົງຄາມໄດ້ມາເຖິງ ຜົນຣະດູຮ້ອນຂອງເຈົ້າແລະເຖິງເຂົ້າທີ່ກ່ຽວເກັບຂອງເຈົ້າແລ້ວ 10 ເຂົາເອົາຄວາມຊື່ນບານແລະຄວາມມຍິນດີໄປເສັຽ ຈາກທີ່ສວນຫມາກໄມ້ ເຂົາບໍ່ຮ້ອງເພງກັນຕາມສວນອະງຸ່ນບໍ່ມີໃຜໂຮ່ຮ້ອງຕາມບໍ່ຢ່ຳອະງຸ່ນບໍ່ມີຄົນຢ່ຳໃຫ້ເລົ້າອະງຸ່ນອອກ ສຽງເຫ່ຢ່ຳອະງຸ່ນງຽບເສັຽແລ້ວ 11 ສະນັ້ນ ຈິດຂອງຂ້າພະເຈົ້າຈຶ່ງຮ້ອງໄຫ້ເຫມືອນພິນເຂົາຄູ່ເພື່ອໂມອາບ ແລະໃຈຂອງຂ້າພະເຈົ້າຮ້ອງເພື່ອກີຣ໌ເຮເຣສ 12 ແລະເມື່ອໂມອາບໄປເຝົ້າ ເມື່ອເຂົາອິດເມື່ອຍຢູ່ທີ່ບ່ອນນະມັສການທີ່ສູງນັ້ນ ແລະເມື່ອເຂົາເຂົ້າມາໃນສະຖານສັກສິດຂອງເຂົາເພື່ອຈະອ້ອນວອນ ເຂົາກໍຈະບໍ່ໄດ້ຮັບຜົນ 13 ນີ້ເປັນພຣະຄຳຊຶ່ງພຣະຜູ້ເປັນເຈົ້າຕຣັດກ່ຽວກັບໂມອາບໃນອະດີດ 14 ແຕ່ບັດນີ້ ພຣະຜູ້ເປັນເຈົ້າກ່າວວ່າ “ພາຍໃນສາມປີ ຕາມປີຈ້າງລູກຈ້າງ ສັກສີຂອງໂມອາບຈະຖືກຢຽດຫຍາມເຖິງມວນຊົນທີ່ຫລວງຫລາຍຂອງເຂົາທັງສິ້ນກໍດີ ແລະຄົນທີ່ເຫລືອຢູ່ນັ້ນກໍຈະນ້ອຍແລະຕ່າງກໍອ່ອນເພັຽກັນທັງນັ້ນ”
ຖ້ອຍຄຳກ່ຽວກັບເມືອງດາມັສກັສ
1 ຖ້ອຍຄຳກ່ຽວກັບເມືອງດາມັສກັສ ເບິ່ງແມ, ດາມັສກັສຈະຢຸດບໍ່ເປັນເມືອງຫລວງ ແລະຈະກາຍເປັນກອງສິ່ງສະລັກຫັກພັງ 2 ຫົວເມືອງຂອງດາມັສກັສຈະຮົກຮ້າງເປັນນິດ ຈະເປັນບ່ອນສຳລັບຝູງແບ້ແກະ ຊຶ່ງມັນຈະນອນລົງແລະບໍ່ມີຜູ້ໃດຈະໃຫ້ມັນຢ້ານ 3 ປ້ອມປຣາການຈະສູນຫາຍໄປຈາກເອຟຣາອິມ ແລະຣາຊອານາຈັກຈະສູນຫາຍໄປຈາກດາມັສກັສ ແລະຄົນທີ່ເຫລືອຢູ່ຂອງຊີເຣັຽຈະເປັນເຫມືອນສັກສີຂອງຄົນອິສຣາເອນ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ 4 ແລະໃນວັນນັ້ນ ສັກສີຂອງຢາໂຄບຈະຕົກຕ່ຳ ແລະຄວາມອ້ວນທີ່ເນື້ອຂອງເຂົາຈະຊູບຜອມລົງ 5 ແລະຈະເປັນເຫມືອນເມື່ອຄົນກ່ຽວເຂົ້າ ເກັບກ່ຽວພືດເຂົ້າທີ່ຕັ້ງຢູ່ ແລະແຂນຂອງເຂົາຈະກ່ຽວຮວງເຂົ້າແລະເຫມືອນເມື່ອຄົນນຶ່ງເກັບຮວງເຂົ້າໃນທີ່ລຸ່ມເຣຟາອິມ 6 ຈະມີເຫລືອຢູ່ແດ່ໃນນັ້ນເຫມືອນຢ່າງເມື່ອຕີກົກຫມາກກອກເທດໃຫ້ຫມາກຫລົ່ນ ຈະມີເຫລືອຢູ່ທີ່ຍອດສູງທີ່ສຸດສອງສາມຫນ່ວຍ ຫລືທີ່ເຫລືອເທິງກິ່ງໄມ້ ຫມາກສີ່ຫ້າຫນ່ວຍ ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ແຫລະ 7 ໃນວັນນັ້ນຄົນຈະເອົາໃຈໃສ່ໃນພຣະຜູ້ສ້າງຕົນ ແລະນັຍຕາເຂົາຈະເບິ່ງເຫັນອົງບໍຣິສຸດຂອງອິສຣາເອນ 8 ເຂົາຈະບໍ່ເອົາໃຈໃສ່ແທ່ນບູຊາ ຜົນງານແຫ່ງມືຂອງເຂົາ ແລະເຂົາຈະບໍ່ເບິ່ງສິ່ງທີ່ນິ້ວຂອງເຂົາເອງໄດ້ກະທຳຂຶ້ນ ບໍ່ວ່າຈະເປັນອາເຊຣິມ ຫລືແທ່ນເຜົາເຄື່ອງຫອມ 9 ໃນວັນນັ້ນເມືອງເຂັ້ມແຂງຂອງເຂົາຈະເປັນເຫມືອນບ່ອນຮົກຮ້າງຂອງຄົນຮີວີ ແລະຄົນອາໂມຣິດ ຊຶ່ງເຂົາໄດ້ຫປະໃຫ້ຮົກຮ້າງເພາະຄົນອິສຣາເອນ ແລະຈະເປັນບ່ອນຮົກຮ້າງ 10 ເພາະເຈົ້າໄດ້ຫລົງລືມພຣະຜູ້ເປັນເຈົ້າແຫ່ງຄວາມລອດຂອງເຈົ້າເສັຽ ແລະບໍ່ໄດ້ຈົດຈຳອົງພຣະສີລາລີ້ພັຍຂອງເຈົ້າ ແມ້ວ່າເຈົ້າປູກຕົ້ນອະພິຣົມ ແລະປັກກິ່ງແຫ່ງພຣະຕ່າງດ້າວໄວ້ 11 ແມ້ວ່າເຈົ້າທໍາໃຫ້ມັນງອກໃນວັນທີ່ເຈົ້າປູກມັນ ແລະທຳໃຫ້ມັນອອກດອກໃນເຊົ້າຂອງວັນທີ່ເຈົ້າຫວ່ານ ເຖິງປານນັ້ນຜົນການເກັບກ່ຽວກໍຈະຫນີໄປ ໃນວັນແຫ່ງຄວາມກັດກຸ້ມແລະຄວາມເຈັບຢ່າງຮັກສາບໍ່ໄດ້ 12 ສຽງກຶກກ້ອງຂອງຊົນຊາດທັງຫລາຍເປັນອັນມາກພາກັນອົລຫົນວຸ້ນວາຍ ຄ້າຍສຽງອຶກກະທຶກຂອງທ້ອງທະເລ ຄ້າຍສຽງຄື້ນອັນໃຫຍ່ໂຕມາກະທົບກັນ 13 ຊົນຊາດທັງຫລາຍອຶກກະທຶກເຫມືອນສຽງຄື້ນຂອງນ້ຳເປັນອັນມາກ ແຕ່ພຣະອົງຈະຊົງຂະຫນາບໄວ້ ແລະມັນຈະຫນີໄປໄກເສັຽ ຖືກໄລ່ໄປເຫມືອນແກບຕ້ອງລົມເທິງພູ ເຫມືອນພືດແຫ້ງປິວໄປຕໍ່ຫນ້າພະຍຸ 14 ເບິ່ງແມ໋, ພໍເວລາຄ່ຳ ກໍນຳເອົາຄວາມສະຍົດສະຍອງ ກ່ອນຮຸ່ງເຊົ້າກໍບໍ່ມີເຂົາທັງຫລາຍແລ້ວ ນີ້ເປັນສ່ວນຂອງບັນດາຜູ້ທີ່ຍຶດຂອງຂອງເຮົາ ແລະເປັນສ່ວນຂອງຜູ້ທີ່ປຸ້ນເຮົາ
ຖ້ອຍຄຳກ່ຽວກັບເອທິໂອເປັຽ
1 ແຜ່ນດິນແຫ່ງປີກທີ່ກະຫຶ່ມ ຊຶ່ງຢູ່ເລີຍແມ່ນ້ຳແຫ່ງເອທິໂອເປັຽ 2 ຊຶ່ງສົ່ງທູດໄປໂດຍທາງທະເລ ໂດຍເຮືອກົກອໍ້ເທິງນ້ຳ ເຈົ້າຜູ້ສົ່ງຂ່າວທີ່ໄວໆເອີຍ, ຈົ່ງໄປຍັງປະຊາຊາດທີ່ຄົນຮ່າງສູງແລະກ້ຽງ ຍັງປະຊົນຊາດທີ່ເຂົາຢ້ານທັງໃກ້ແລະໄກ ຍັງປະຊາຊາດທີ່ເຂັ້ມແຂງແລະມັກຊະນະ ຊຶ່ງແຜ່ນດິນຂອງເຂົາມີແມ່ນ້ຳແບ່ງ 3 ທ່ານທັງປວງຜູ້ເປັນຊາວພິພົບ ທ່ານອາໄສຢູ່ເທິງແຜ່ນດິນໂລກ ເມື່ອມີອາຍັດສັນຍາຍົກຂຶ້ນເທິງພູ ຈົ່ງມອງເບິ່ງ ເມື່ອມີສຽງເຂົາສັດປ່າ ຈົ່ງຟັງ 4 ເພາະພຣະຜູ້ເປັນເຈົ້າກ່າວແກ່ຂ້າພະເຈົ້າດັ່ງນີ້ວ່າ “ເຮົາຈະຄ່ອຍໆມອງຈາກທີ່ອາໄສຂອງເຮົາ ເຫມືອນຄວາມຮ້ອນທີ່ກະຈ່າງຢູ່ໃນແສງແດດ ເຫມືອນຢ່າງເມກແຫ່ງນ້ຳຄ້າງໃນຄວາມຮ້ອນຂອງຣະດູກ່ຽວ” 5 ເພາະກ່ອນເຖິງຣະດູກ່ຽວ ເມື່ອດອກບານພົ້ນໄປແລ້ວ ແລະດອກກາຍເປັນຫມາກອະງຸ່ນກຳລັງສຸກ ພຣະອົງຈະເອົາເຫລັກກ່ຽວຕັດຍອດທັງຫລາຍແລະຕັດກິ່ງທັງຫລາຍໄປ 6 ແລະເຂົາທັງຫລາຍຈະຖືກຖິ້ມໄວ້ທັງຫມົດ ໃຫ້ແກ່ແຮ້ງທີ່ຢູ່ເທິງພູ ແລະແກ່ສັດແຫ່ງແຜ່ນດິນໂລກ ແລະນົກກິນເຫຍື່ອຈະກິນເສັຽໃນຣະດູຮ້ອນ ແລະບັນດາສັດທັງສິ້ນແຫ່ງແຜ່ນດິນໂລກຈະກິນເສັຽໃນຣະດູຫນາວ 7 ໃນຄັ້ງນັ້ນ ເຂົາຈະນຳຂອງກຳນັນມາຖວາຍແດ່ພຣະຜູ້ເປັນເຈົ້າຈອມໂຍທາ ຈາກຊົນຊາດທີ່ຄົນຮ່າງສູງແລະກ້ຽງ ຈາກຊົນຊາດທີ່ເຂົາຢ້ານທັງໃກ້ແລໄກ ຈາກປະຊາຊາດທີ່ເຂັ້ມແຂງແລະມັກຊະນະ ຊຶ່ງແຜ່ນດິນຂອງເຂົາມີແມ່ນ້ຳແບ່ງ ຍັງສະຖານທີ່ແຫ່ງພຣະນາມຂອງພຣະຜູ້ເປັນເຈົ້າຈອມໂຍທາ ຄືພູຊີໂອນ
ຖ້ອຍຄຳກ່ຽວກັບເອຢິບ
1 ຖ້ອຍຄຳກ່ຽວກັບເອຢິບ ເບິ່ງແມ໋, ພຣະຜູ້ເປັນເຈົ້າຊົງເມກອັນໄວໆ ແລະສະເດັດມາຍັງເອຢິບ ຕໍ່ພຣະພັກພຣະອົງ ຮູບເຄົາຣົບແຫ່ງເອຢິບຈະສັ່ນສະເທືອນ ແລະໃຈຂອງຄົນເອຢິບຈະລະລາຍໄປພາຍໃນຕົວເຂົາ 2 ແລະເຣົາຈະກວນໃຫ້ຄົນເອຢິບຕໍ່ສູ້ກັບຄົນເອຢິບ ແລະເຂົາຈະສູ້ຮົບກັນ ທຸກຄົນຮົບພີ່ນ້ອງຂອງຕົນ ແລະທຸກຄົນຮົບເພື່ອນບ້ານຂອງຕົນ ເມືອງຮົບກັບເມືອງ ຣາຊອານາຈັກຮົບກັບຣາຊອານາຈັກ 3 ແລະຄົນເອຢິບກໍຈະຈົນໃຈ ແລະເຣົາຈະກະທຳໃຫ້ແຜນງານຂອງເຂົາຫຍຸ້ງ ແລະເຂົາຈະປຶກສາຮູບເຄົາຣົບແລະພວກຫມໍດູ ແລະຄົນຊົງ ແລະພໍ່ມົດແມ່ມົດ 4 ແລະເຣົາຈະມອບຄົນເອຢິບໄວ້ໃນມືຂອງນາຍທີ່ແຂງກະດ້າງ ແລະພຣະຣາຊາດຸຮ້າຍຄົນນຶ່ງຈະປົກຄອງເຫນືອເຂົາ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ 5 ແລະນ້ຳຈະແຫ້ງໄປຈາກທະເລ ແລະແມ່ນ້ຳແຫ້ງລົງເລື້ອຍໆ 6 ຄອງຂອງຫ້ວຍນ້ຳທັງຫລາຍຈະເນົ່າເຫມັນ ແລະແຄວຂອງແມ່ນ້ຳນິນແຫ່ງເອຢິບຈະລົດລົງແລະແຫ້ງໄປ ກົກອໍ້ແລະກົກຫຍ້າຈະຫ່ຽວແຫ້ງໄປ 7 ພືດຜົນທີ່ແມ່ນ້ຳນິນ ທີ່ແຄມຝັ່ງແມ່ນ້ຳ ແລະທັງສິ້ນທີ່ຫວ່ານລົງຂ້າງແມ່ນ້ຳນັ້ນຈະແຫ້ງໄປ ຈະຖືກໄລ່ໄປເສັຽແລະບໍ່ມີອີກ 8 ຊາວປະມົງຈະຮ້ອງທຸກ ຄືບັນດາຜູ້ທີ່ຕຶກເບັດໃນແມ່ນ້ຳນິນຈະໄວ້ທຸກ ແລະຜູ້ທີ່ຫວ່ານແຫໃນນ້ຳຈະອ່ອນຣະທວຍໄປ 9 ຄົນງານທີ່ເຮັດຜ້າປ່ານຈະຫມົດຫວັງ ທັງຄົນທີ່ຕ່ຳຝ່າຍຂາວດ້ວຍ 10 ບັນດາຜູ້ທີ່ເປັນຫລັກຂອງແຜ່ນດິນຕ້ອງຖືກບີບຄັ້ນ ແລະບັນດາຜູ້ທີ່ທຳງານຮັບຈ້າງຈະເສົ້າໃຈ 11 ພວກເຈົ້ານາຍແຫ່ງໂຊອານ ປ່ວງບ້າ ທີ່ປຶກສາທີ່ສລາດຂອງຟາຣາໂອໃຫ້ຄຳປຶກສາຢ່າງໂງ່ຈ້າ ພວກເຈົ້າຈະເວົ້າກັບຟາຣາໂອໄດ້ຢ່າງໃດວ່າ “ຂ້ານ້ອຍເປັນບຸດຂອງນັກປາດ ເປັນເຊື້ອສາຍຂອງກະສັດບູຮານ” 12 ນັກປາດຂອງທ່ານຢູ່ທີ່ໃດ ໃຫ້ເຂົາບອກທ່ານແລະໃຫ້ເຂົາເຮັດໃຫ້ແຈ້ງເບິ່ງ ວ່າພຣະຜູ້ເປັນເຈົ້າຈອມໂຍທາມີພຣະປະສົງສິ່ງໃດກັບເອຢິບ 13 ເຈົ້ານາຍແຫ່ງໂຊອານກາຍເປັນຄົນໂງ່ ແລະເຈົ້ານາຍແຫ່ງເມມຟິສຖືກຫລອກລວງແລ້ວ ບັນດາຜູ້ທີ່ເປັນສີລາມຸມເອກຂອງເຜົ່າຂອງເອຢິບໄດ້ນຳເອຢິບໃຫ້ຫລົງໄປ 14 ພຣະຜູ້ເປັນເຈົ້າປົນດວງຈິດແຫ່ງຄວາມຫຍຸ້ງໄວ້ໃນເອຢິບ ແລະເຂົາທັງຫລາຍໄດ້ກະທຳໃຫ້ເອຢິບໃຫ້ຫລົງຜິດໃນການກະທຳທັງສິ້ນຂອງມັນ ດັ່ງຄົນເມົາໂຊເຊຢູ່ເທິງສິ່ງທີ່ເຂົາອາຈຽນ 15 ບໍ່ມີຫຍັງທີ່ຈະກະທຳໄດ້ເພື່ອຊ່ອຍເອຢິບ ຊຶ່ງຫົວກໍດີຫາງກໍດີ ຫລືໃບຕານກໍດີ ກົກອໍ້ນ້ອຍກໍດີ ອາດຈະທຳໄດ້ 16 ວັນນັ້ນຄົນເອຢິບຈະເປັນເຫມືອນຜູ້ຍິງ ສັ່ນສະເທືອນແລະຢ້ານຕໍ່ພຣະຫັດຊຶ່ງພຣະຜູ້ເປັນເຈົ້າຈອມໂຍທາຊົງປັດແກວ່ງເຫນືອເຂົາ 17 ແລະແຜ່ນດິນຢູດາຈະເປັນທີ່ຢ້ານກົວແກ່ຄົນເອຢິບ ເມື່ອກ່າວຊື່ໃຫ້ຄົນນຶ່ງຄົນໃດເຂົາກໍຢ້ານ ເພາະພຣະປະສົງຂອງພຣະຜູ້ເປັນເຈົ້າຈອມໂຍທາ ຊຶ່ງຊົງປະສົງຕໍ່ເຂົາທັງຫລາຍ 18 ໃນວັນນັ້ນ ຈະມີຫ້າຫົວເມືອງໃນແຜ່ນດິນເອຢິບຊຶ່ງເວົ້າພາກສາຂອງຄົນການາອານ ແລະສາບານຕໍ່ພຣະຜູ້ເປັນເຈົ້າຈອມໂຍທາເມືອງນຶ່ງເຂົາຈະເອີ້ນວ່າ ເມືອງຕາເວັນ 19 ໃນວັນນັ້ນຈະມີແທ່ນບູຊາແທ່ນນຶ່ງແດ່ພຣະຜູ້ເປັນເຈົ້າໃນຖ້າມກາງແຜ່ນດິນເອຢິບ ແລະມີເສົາສັກສິດແດ່ພຣະຜູ້ເປັນເຈົ້າທີ່ເຂດແດນ 20 ຈະເປັນຫມາຍສຳຄັນແລະເປັນພຍານໃນແຜ່ນດິນເອຢິບເຖິງພຣະຜູ້ເປັນເຈົ້າຈອມໂຍທາ ເມື່ອເຂົາທັງຫລາຍຮ້ອງທູນຕໍ່ພຣະຜູ້ເປັນເຈົ້າເຫດດ້ວຍຜູ້ບີບບັງຄັບເຂົາ ພຣະອົງຈະຊົງສົ່ງຜູ້ຊ່ອຍແລະຜູ້ປ້ອງກັນຜູ້ນຶ່ງມາໃຫ້ເຂົາຜູ້ຈະຊ່ອຍກູ້ເຂົາໄວ້ 21 ພຣະຜູ້ເປັນເຈົ້າຈະສຳແດງພຣະອົງໃຫ້ເປັນທີ່ຮູ້ຈັກແກ່ຄົນເອຢິບ ແລະຄົນເອຢິບຈະຮູ້ຈັກພຣະຜູ້ເປັນເຈົ້າໃນວັນນັ້ນແລະນະມັສການດ້ວຍຖວາຍເຄື່ອງສັກກາຣະບູຊາແລະເຄື່ອງຖວາຍແລະເຂົາທັງຫລາຍຈະບົນບານແລະແກ້ບົນຕໍ່ພຣະຜູ້ເປັນເຈົ້າ 22 ພຣະຜູ້ເປັນເຈົ້າຈະໂຈມຕີເອຢິບ ຊົງໂຈມຕີໄປຊົງຮັກສາໄປ ແລະເຂົາທັງຫລາຍຈະຫັນກັບມາຫານພຣະຜູ້ເປັນເຈົ້າ ແລະພຣະອົງຈະຊົງຟັງຄຳວິງວອນຂອງເຂົາແລະຊົງຮັກສາເຂົາ 23 ໃນວັນນັ້ນຈະມີທາງຫລວງຈາກເອຢິບເຖິງອັສຊີເຣັຽ ແລະຄົນອັສຊີເຣັຽຈະເຂົ້າມາຍັງເອຢິບ ແລະຄົນເອຢິບຍັງອັສຊີເຣັຽ 24 ໃນວັນນັ້ນອິສຣາເອນຈະເປັນທີ່ສາມກັບເອຢິບແລະກັບອິສຊີເຣັຽ ເປັນພອນຖ້າມກາງແຜ່ນດິນໂລກ 25 ເປັນຜູ້ທີ່ພຣະຜູ້ເປັນເຈົ້າຈອມໂຍທາຊົງອວຍພຣະພອນວ່າ “ເອຢິບຊົນຊາດຂອງເຮົາຈົ່ງໄດ້ຮັບພອນ ແລະອັສຊີເຣັຽຜົນງານແຫ່ງມືຂອງເຮົາ ແລະອິສຣາເອນມໍຣະດົກຂອງເຮົາ”
ອັສຊີເຮັຽຈະຊະນະເອຢິບແລະເອທິໂອເປັຽ
1 ໃນປີທີ່ຜູ້ບັງຄັບບັນຊາໃຫຍ່ຜູ້ຊຶ່ງຊາຣ໌ໂກນ ເຈົ້າຊີວິດແຫ່ງອັສຊີເຣັຽຊົງໃຊ້ມານັ້ນ ໄດ້ມາເຖິງອັສໂດດ ແລະໄດ້ຕໍ່ສູ້ຍຶດເມືອງນັ້ນໄດ້ 2 ໃນຄັ້ງນັ້ນພຣະຜູ້ເປັນເຈົ້າກ່າວໂດຍເອຊາຢາບຸດອາໂມສວ່າ, “ຈົ່ງໄປ ແກ້ຜ້າກະສອບອອກຈາກບັ້ນແອວຂອງເຈົ້າແລະເອົາເກີບອອກຈາກຕີນຂອງເຈົ້າ” ແລະທ່ານກໍກະທຳຕາມເດີນເປືອຍກາຍແລະຕີນເປົ່າ 3 ພຣະຜູ້ເປັນເຈົ້າກ່າວວ່າ, “ເອຊາຢາຜູ້ຮັບໃຊ້ຂອງເຮົາເດີນເປືອຍກາຍແລະຕີນເປົ່າສາມປີ ເປັນຫມາຍສຳຄັນແລະເປັນລາງແກ່ເອຢິບ ແລະແກ່ເອທິໂອເປັຽສັນໃດ 4 ເຈົ້າຊີວິດແຫ່ງອັສຊີເຣັຽຈະນຳຄົນເອຢິບໄປເປັນຊະເລີຍແລະຈະກວາດຄົນເອທິໂອເປັຽໄປ ທັງຄົນຫນຸ່ມສາວແລະຄົນແກ່ ເປືອຍກາຍແລະຕີນເປົ່າ ເປີດກົ້ນ ເປັນທີ່ອັບອາຍແກ່ເອຢິບ 5 ແລ້ວເຂົາທັງຫລາຍຈະທໍ້ຖອຍແລະອັບອາຍດ້ວຍເຫດເອທິໂອເປັຽຄວາມຫວັງຂອງເຂົາ ແລະເອຢິບຄວາມໂອ່ອວດຂອງເຂົາ 6 ແລະຊາວແຜ່ນດິນຊາຍທະເລນີ້ຈະກ່າວໃນວັນນັ້ນວ່າ “ເບິ່ງແມ໋, ນີ້ແຫລະຜູ້ຊຶ່ງເຮົາຫວັງໃຈແລະຜູ້ຊຶ່ງເຮົາຫນີໄປຫາຄວາມຊ່ອຍກູ້ໃຫ້ພົ້ນຈາກເຈົ້າຊີວິດອັສຊີເຣັຽ ແລະເຮົາ ເຣົາເດ່ຈະຫນີໃຫ້ພົ້ນໄດ້ຢ່າງໃດ”
ຖ້ອຍຄຳກ່ຽວກັບຖິ່ນກັນດານຂອງທະເລ
1 ຖ້ອຍຄຳກ່ຽວກັບຖິ່ນກັນດານຂອງທະເລ ເຫມືອນລົມບ້າຫມູໃນເນເກັບພັດກ້ຽງໄປ ມັນຈາກຖິ່ນກັນດານຈາກແຜ່ນດິນອັນຫນ້າຢ້ານກົວ 2 ເຂົາບອກນິມິດທີ່ຫ້ຽມຫານແກ່ຂ້າພະເຈົ້າ ວ່າຜູ້ປຸ້ນເຂົ້າປຸ້ນ ຜູ້ທຳລາຍເຂົ້າທຳລາຍ ເອລາມເອີຍ, ຈົ່ງເຂົ້າລ້ອມ ຊຶ່ງມັນໃຫ້ເກີດການຖອນຫາຍໃຈທັງສິ້ນ ເຮົາໄດ້ກະທຳໃຫ້ສິ້ນໄປແລ້ວ 3 ເພາະສະນັ້ນ ບັ້ນແອວຂອງຂ້າພະເຈົ້າຈຶ່ງເຕັມດ້ວຍຄວາມແສນຣະທົມ ຄວາມເຈັບປວດທີ່ຍິງກຳລັງເກີດລູກ ຂ້າພະເຈົ້າຈົນໃຈເພາະສິ່ງທີ່ໄດ້ຍິນ ຂ້າພະເຈົ້າທໍ້ຖອຍເພາະສິ່ງທີ່ໄດ້ເຫັນ 4 ຈິດໃຈຂອງຂ້າພະເຈົ້າຟຸ້ງຊ່ານໄປຄວາມຫວາດສຽວກະທຳໃຫ້ຂ້າພະເຈົ້າຢ້ານກົວ ແສງໂພ້ເພ້ຊຶ່ງຂ້າພະເຈົ້າຫວັງກັບທຳໃຫ້ຂ້າພະເຈົ້າສັ່ນສະເທືອນ 5 ເຂົາຕຽມສຳລັບໄວ້ ເຂົາປູພົມ ເຂົາກິນ ເຂົາດື່ມ ເຈົ້ານາຍທັງຫລາຍເອີຍ, ຈົ່ງລຸກຂຶ້ນ ຕຽມໂລ່ໄວ້ດ້ວຍນ້ຳມັນ 6 ເພາະອົງພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າດັ່ງນີ້ວ່າ “ຈົ່ງໄປ ຕັ້ງຍາມ ໃຫ້ເຂົາໄປຮ້ອງປະກາດສິ່ງທີ່ເຂົາເຫັນ 7 ເມື່ອເຂົາເຫັນຄົນຂີ່ມ້າ ຄືພົນມ້າເປັນຄູ່ໆ ຄົນຂີ່ລໍ ຄົນຂີ່ອູດ ໃຫ້ເຂົາຟັງຢ່າງພິນິດພິເຄາະເບິ່ງຢ່າງລະມັດລະວັງ” 8 ແລ້ວຜູ້ເຫັນໄດ້ຮ້ອງວ່າ “ຂ້າແຕ່ອົງພຣະຜູ້ເປັນເຈົ້າ ຂ້າພຣະອົງຢືນຢູ່ເທິງຫໍຄອຍຕລອດໄປໃນກາງເວັນ ຂ້າພຣະອົງປະຈຳຢູ່ທີ່ຕຳແຫນ່ງຂອງຂ້າພຣະອົງຕລອດຫລາຍຄືນ 9 ແລະເບິ່ງແມ໋, ມີຄົນຂີ່ມາ ຄືພົນມ້າເປັນຄູ່ໆ” ແລະເຂົາຕອບວ່າ, “ບາບິໂລນຫລົ່ມແລ້ວ ຫລົ່ມແລ້ວ” ບັນດາຮູບເຄົາຣົບທັງສິ້ນແຫ່ງພຣະຂອງເຂົາ ພຣະອົງຊົງທຳລາຍລົງເຖິງພື້ນດິນ” 10 ທ່ານຜູ້ຖືກນວດແລະຜູ້ຖືກຝັດຂອງຂ້າເອີຍ ຂ້າໄດ້ຍິນຫຍັງຈາກພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນ ຂ້າ ພະເຈົ້າກໍຮ້ອງປະກາດແກ່ທ່ານຢ່າງນັ້ນ
ຖ້ອຍຄຳກ່ຽວກັບດູມາ
11 ຖ້ອຍຄຳກ່ຽວກັບດູມາ ມີຄົນນຶ່ງເອີ້ນຂ້າພະເຈົ້າຈາກເຊອີຣ໌ວ່າ “ຄົນຍາມເອີຍ, ເດິກປານໃດແລ້ວ ຄົນຍາມເອີຍ ເດິກປານໃດແລ້ວ” 12 ຄົນຍາມຕອບວ່າ, “ເຊົ້າມາເຖິງ ກາງຄືນມາດ້ວຍ ຖ້າຈະຖາມ ກໍຖາມເຖີດ ຈົ່ງກັບມາອີກ”
ຖ້ອຍຄຳກ່ຽວກັບອາຣະເບັຽ
13 ຖ້ອຍຄໍາກ່ຽວກັບອາຣະເບັຽ ໂອຂະບວນພໍ່ຄ້າຂອງຄົນເດດານເອີຍ ເຈົ້າຈະພັກຢູ່ໃນດົງຕຶບໃນອາຣະເບັຽ 14 ຊາວແຜ່ນດິນເຕມາເອີຍ, ຈົ່ງເອົານ້ຳມາໃຫ້ຄົນຫິວນ້ຳ ເອົາຂະຫນົມມາຕ້ອນຮັບຄົນລີ້ພັຍ 15 ເພາະເຂົາໄດ້ຫນີຈາກດາບ ຈາກດາບທີ່ຊັກອອກ ຈາກທະນູທີ່ໂກ່ງຢູ່ ແລະຈາກສົງຄາມທີ່ກະຊັ້ນເຂົ້າມາ 16 ເພາະອົງພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າດັ່ງນີ້ວ່າ “ສັກສີທັງສິ້ນຂອງເກດາຣ໌ຈະເຖິງທີ່ສຸດພາຍໃນປີດຽວຕາມປີຈ້າງລູກຈ້າງ 17 ແລະນັກທະນູທີ່ເຫລືອຢູ່ຂອງທະຫານຜູ້ເກັ່ງທີ່ສຸດແຫ່ງຊາວເກດາຈະເຫລືອນ້ອຍ ເພາະພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິສຣາເອນໄດ້ກ່າວແລ້ວ”
ຖ້ອຍຄຳກ່ຽວກັບທີ່ລຸ່ມແຫ່ງນິມິດ
1 ຖ້ອຍຄຳກ່ຽວກັບທີ່ລຸ່ມແຫ່ງນິມິດທີ່ເຈົ້າໄດ້ຂຶ້ນໄປ ເຈົ້າທຸກຄົນທີ່ເທິງຫລັງຄາເຮືອນນັ້ນ ເປັນເຣື່ອງຫຍັງກັນ? 2 ເຈົ້າຜູ້ເປັນເມືອງທີ່ເຕັມດ້ວຍການໂຮ່ຮ້ອງ ເມືອງທີ່ອຶກກະທຶກຄຶກໂຄມ ນະຄອນທີ່ເຕັ້ນໂລດ ຜູ້ທີ່ຖືກຂ້າຂອງເຈົ້າບໍ່ໄດ້ຖືກຂ້າດ້ວຍດາບ ຫລືຕາຍໃນສົງຄາມ 3 ຜູ້ຄອງເມືອງຂອງເຈົ້າທັງຫມົດຫນີກັນໄປແລ້ວ ເຂົາຖືກຈັບໄດ້ໂດຍບໍ່ມີຄັນທະນູ ຊາຍສະກັນຂອງເຈົ້າທຸກຄົນຖືກຈັບ ແມ້ວ່າເຂົາໄດ້ຫນີໄປໄກແລ້ວ 4 ເຫດສັນນັ້ນ ຂ້າພະເຈົ້າຈຶ່ງວ່າ “ຢ່າເບິ່ງຂ້າພະເຈົ້າໃຫ້ຂ້າພະເຈົ້າຫລັ່ງນ້ຳຕາຢ່າງຂົ່ມຂື່ນ ຢ່າອຸດສາເລົ້າໂລມຂ້າພະເຈົ້າເລີຍ ເຫດດ້ວຍການທຳລາຍຊົນຊາດຂອງຂ້າພະເຈົ້າ” 5 ເພາະພຣະຜູ້ເປັນເຈົ້າຈອມໂຍທາຊົງມີວັນນຶ່ງ ເປັນວາຣະແຫ່ງຄວາມວຸ້ນວາຍ ວາຣະຢຽບຢ່ຳ ແລະວາຣະຫຍຸ້ງເຫຍີງໃນທີ່ລຸ່ມແຫ່ງນິມິດ ຄືການພັງກຳແພງລົງ ແລະໂຮ່ຮ້ອງໃຫ້ແກ່ພູ 6 ເອລາມຫຍິບເອົາຫນ້າແລະລູກທະນູຄົບມື ກັບຣົດຮົບແລະພົນແລະພົນມ້າ ແລະກີຣ໌ກໍມີໂລ່ຕຽມໄວ້ພ້ອມ 7 ທີ່ລຸ່ມທີ່ດີທີ່ສຸດຂອງທ່ານເຕັມໄປດ້ວຍຣົດຮົບ ແລະພົນມ້າກໍເຂົ້າປະຈຳທີ່ປະຕູເມືອງງ 8 ພຣະອົງຊົງເອົາສິ່ງປິດບັງຢູດາໄປເສັຽແລ້ວ ໃນວັນນັ້ນທ່ານໄດ້ນຳອາວຸດອອກຈາກສາງ 9 ໄດ້ເຫັນຊ່ອງໂວ່ແຫ່ງນະຄອນດາວິດວ່າມີຫລາຍແຫ່ງ ແລ້ວທ່ານທັງຫລາຍກໍເກັບນ້ຳໃນບໍ່ລຸ່ມ 10 ແລະທ່ານກໍນັບເຮືອນຂອງເຢຣູຊາເລັມ ແລະທ່ານກໍພັງເຮືອນມາເສີມກຳແພງເມືອງ 11 ທ່ານທຳບ່ອນຂັງນ້ຳໄວ້ລະຫວ່າງກຳແພງທັງສອງເພື່ອຮັບນ້ຳຂອງສະເກົ່າ ແຕ່ທ່ານບໍ່ໄດ້ມອງເບິ່ງຜູ້ທີ່ໄດ້ຊົງບັນດານເຫດ ແລະບໍ່ໄດ້ເອົາໃຈໃສ່ຜູ້ຊົງວາງແຜນງານນີ້ໄວ້ນານມາແລ້ວ 12 ໃນວັນນັ້ນ ພຣະຜູ້ເປັນເຈົ້າຈອມໂຍທາຊົງເອີ້ນໃຫ້ຮ້ອງໄຫ້ແລະຄ່ຳຄວນ ໃຫ້ມີຫົວໂລ້ນແລະໃຫ້ຄາດຕົວດ້ວຍຜ້າກະສອບ 13 ເບິ່ງແມ໋, ມີຄວາມຊື່ນບານແລະຄວາມຍິນດີ ມີການຂ້າງົວແລະຂ້າແກະ ມີການກິນເນື້ອແລະດື່ມເຫລົ້າອະງຸ່ນ “ໃຫ້ເຮົາກິນແລະດື່ມເຖີດ ເພາະວ່າມື້ອື່ນເຮົາຈະຕາຍ” 14 ພຣະຜູ້ເປັນເຈົ້າຈອມໂຍທາໄດ້ຊົງສຳແດງພຣະອົງ ໃນຫູຂອງຂ້າພະເຈົ້າວ່າ ແນ່ນອນທີ່ຈະບໍ່ລົບມົນທິນບາບ ອັນນີ້ໃຫ້ເຈົ້າຈົນກວ່າເຈົ້າຈະຕາຍ” ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ 15 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ, “ໄປເຖີດ ໄປຫາພະນັກງານຄົນນີ້ ໄປຍັງເຊັບນາຜູ້ດູແລຣາຊສຳນັກ ແລະຈົ່ງເວົ້າກັບເຂົາວ່າ 16 “ເຈົ້າມີສິດຫຍັງທີ່ນີ້ ແລະເຈົ້າມີໃຜຢູ່ທີ່ນີ້ ເຈົ້າຈຶ່ງສະກັດອຸບໂມງທີ່ນີ້ເພື່ອຕົວເຈົ້າເອງ ສະກັດໃນທີ່ສູງ ແລະສລັກທີ່ຢູ່ສຳລັບຕົນເອງໃນສີລາ 17 ເບິ່ງແມ໋, ເຈົ້າຄົນແຂງແຮງເອີຍ ພຣະຜູ້ເປັນເຈົ້າຈະຊົງແກວ່ງເຈົ້າອອກໄປຢ່າງແຮງ ພຣະອົງຈະຈັບໃຫ້ແຫນ້ນ 18 ແລະມ້ວນເຈົ້າ ແລະແກວ່ງເຈົ້າໄປຢ່າງຫມາກບານຍັງແຜ່ນດິນກວ້າງ ເຈົ້າຈະຕາຍທີ່ນັ້ນ ແລະທີ່ນັ້ນຈະມີຕົດຮົບອັນຕະການຂອງເຈົ້າ ເຈົ້າຜູ້ເປັນທີ່ອົດສູແກ່ເຮືອນນາຍຂອງເຈົ້າ 19 ເຮົາຈະຜັກດັນເຈົ້າອອກໄປຈາກຕຳແຫນ່ງຂອງເຈົ້າ ແລະເຈົ້າຈະຖືກດຶງລົງມາຈາກຫນ້າທີ່ຂອງເຈົ້າ 20 ໃນວັນນັ້ນ ເຮົາຈະເອີ້ນຜູ້ຮັບໃຊ້ຂອງເຣົາ ຄືເອລີອາກິມ ບຸດຊາຍຮີນກີຢາ 21 ເຮົາຈະເອົາເສື້ອຍົດຂອງເຈົ້າມາສວມໃຫ້ເຂົາ ແລະຈະເອົາຜ້າຄາດຂອງເຈົ້າຄາດເຂົາໄວ້ ແລະຈະມອບອຳນາດປົກຄອງຂອງເຈົ້າໄວ້ໃນມືຂອງເຂົາ ແລະເຂົາຈະເປັນດັ່ງບິດາແກ່ຊາວເຢຣູຊາເລັມ ແລະແກ່ເຊື້ອວົງຢູດາ 22 ແລະເຮົາຈະວາງລູກກະແຈຂອງວັງດາວິດໄວ້ເທິງບ່າຂອງເຂົາ ເຂົາຈະເປີດແລະບໍ່ມີຜູ້ໃດປິດ ເຂົາຈະປິດແລະບໍ່ມີຜູ້ໃດເປີດ 23 ແລະເຮົາຈະຕອກເຂົາໄວ້ເຫມືອນຕອກຫລັກໃນທີ່ຫມັ້ນຄົງ ແລະເຂົາຈະເປັນທີ່ນັ່ງມີກຽດແກ່ເຊື້ອວົງບິດາຂອງເຂົາ 24 ແລະເຂົາທັງຫລາຍຈະແຂວນໄວ້ເທິງຕົວເຂົາຊຶ່ງນ້ຳຫນັກທັງສິ້ນຂອງເຊື້ອວົງບິດາຂອງເຂົາ ລູກຫລານຜູ້ສືບສາຍພາຊນະນ້ອຍໆທຸກອັນ ຕັ້ງແຕ່ຖ້ວຍຈົນເຖິງຫມໍ້ທັງສິ້ນ 25 ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າໃນວັນນັ້ນຫລັກທີ່ປັກແຫນ້ນຢູ່ໃນທີ່ຫມັ້ນຄົງຈະຫລຸດ ມັນຈະຖືກໂຄ່ນລົງແລະຕົກລົງມາ ແລະພາຣະທີ່ຢູ່ເທິງນັ້ນຈະຖືກຕັດອອກ ເພາະພຣະຜູ້ເປັນເຈົ້າໄດ້ກ່າວໄວ້ແລ້ວ
ຖ້ອຍຄຳກ່ຽວກັບເມືອງຕີເຣແລະຊີໂດນ
1 ຖ້ອຍຄຳກ່ຽວກັບເມືອງຕີເຣ ໂອບັນດາກຳປັ່ນແຫ່ງຕາຣ໌ຊິດ ຈົ່ງຄ່ຳຄວນ ເພາະວ່າເມືອງນັ້ນຖືກທຳລາຍຮ້າງເສັຽແລ້ວ ບໍ່ມີເຮືອນຫລືທ່າຈອດເຮືອ ເຜີຍໃຫ້ເຂົາທັງຫລາຍປະຈັກໃນແຜ່ນດິນໄຊປຣັສ 2 ໂອ ຊາວທະເລເອີຍ ຈົ່ງງຽບເສັຽ ເຈົ້າ ຊຶ່ງເປັນພໍ່ຄ້າແຫ່ງເມືອງຊີໂດນ ທີ່ຜູ້ຜ່ານຂ້າມທະເລໄປ ໄດ້ທຳໃຫ້ເຈົ້າເຕັມບໍຣິບູນ 3 ແລະຂ້າມແມ່ນ້ຳມາກຫລາຍ ຣາຍໄດ້ຂອງເມືອງນັ້ນຄືເຂົ້າເມືອງຊີໂຮຣ໌ ເປັນຜົນເກັບກ່ຽວຂອງແມ່ນ້ຳນິນ ເມືອງນັ້ນເປັນພໍ່ຄ້າຂອງບັນດາປະຊາຊາດ 4 ໂອ ຊີໂດນເອີຍ ຈົ່ງອັບອາຍເຖີດ ເພາະທະເລໄດ້ເວົ້າແລ້ວ ທີ່ກຳລັງເຂັ້ມແຂງຂອງທະເລເວົ້າວ່າ “ຂ້ອຍບໍ່ໄດ້ເຈັບທ້ອງຫລືຂ້ອຍບໍ່ໄດ້ເກີດລູກ ຂ້ອຍບໍ່ໄດ້ລ້ຽງດູຄົນຫນຸ່ມ ຫລືບຳຣຸງລ້ຽງຍິງພົມມະຈາຣີ” 5 ເມື່ອເຣື່ອງຣາວມາເຖິງເອຢິບ ເຂົາທັງຫລາຍຈະແສນຣະທົມຢູ່ດ້ວຍເຣື່ອງຣາວເມືອງຕີເຣ 6 ຈົ່ງຂ້າມໄປຍັງຕາຣ໌ຊິດເຖີດ ໂອ ຊາວທະເລເອີຍ ຈົ່ງຄ່ຳຄວນ 7 ນີ້ເປັນເມືອງທີ່ສນຸກສນານຂອງເຈົ້າທັງຫລາຍຫລື ຊຶ່ງກຳເນີດມາແຕ່ການໂບຮານ ຊຶ່ງຕີນໄດ້ພາມັນໄປ ຕັ້ງຢູ່ໄກ 8 ຜູ້ໃດໄດ້ມຸ່ງຫມາຍໄວ້ເຊັ່ນນີ້ ຕໍ່ເມືອງຕີເຣ ຜູ້ໃຫ້ມົງກຸດ ຊຶ່ງບັນດາພໍ່ຄ້າຂອງມັນເປັນເຈົ້ານາຍ ຊຶ່ງພວກນາຍຫ້າງຂອງມັນເປັນຄົນມີກຽດຂອງໂລກ 9 ພຣະຜູ້ເປັນເຈົ້າຈອມໂຍທາມຸ່ງຫມາຍໄວ້ ເພື່ອຈະຫລູ່ກຽດຂອງຜູ້ມີກຽດທັງສິ້ນໃນແຜ່ນດິນໂລກ 10 ໂອ ທິດາແຫ່ງຕາຣ໌ຊິດເອີຍ ຈົ່ງຖ້ວມແຜ່ນດິນຂອງເຈົ້າເຫມືອນແມ່ນ້ຳນິນ ບໍ່ມີສິ່ງຂັດຂວາງໃດໆອີກແລ້ວ 11 ພຣະອົງຊົງຢຽດພຣະຫັດຂອງພຣະອົງເຫນືອທະເລ ພຣະອົງຊົງສັ່ນບັນດາຣາຊອານາຈັກ ພຣະຜູ້ເປັນເຈົ້າຊົງບັນຊາກ່ຽວກັບເຣື່ອງການາອານ ເພື່ອຈະທຳລາຍທີ່ກຳບັງເຂັ້ມແຂງຂອງມັນເສັຽ 12 ແລະພຣະອົງກ່າວວ່າ “ໂອ ທິດາພົມມະຈາຣີຜູຖຶກບີບບັງຄັບແຫ່ງຊີໂດນເອີຍ ເຈົ້າຈະບໍ່ລິງໂລດຕໍ່ໄປອີກ ຈົ່ງລຸກຂຶ້ນຂ້າມໄປໄຊປຣັສເຖີດ ເຖິງວ່າທີ່ນັ້ນເຈົ້າກໍຈະບໍ່ມີຄວາມສງົບ” 13 ຈົ່ງເບິ່ງແຜ່ນດິນແຫ່ງຄົນຄັນເດອານເຖີດ ເປັນຊົນຊາດນີ້ ບໍ່ແມ່ນອັສຊີເຣັຽ ເຂົາລິຂິດໃຫ້ຕີເຣເປັນບ່ອນສັດປ່າຢູ່ ເຂົາໄດ້ກໍ່ຫໍຄອຍຂອງເຂົາຂຶ້ນ ເຂົາທະລາຍວັງທັງຫລາຍຂອງມັນລົງ ເຂົາກະທຳໃຫ້ມັນເປັນບ່ອນຮົກຮ້າງເພພັງ 14 ໂອ ບັນດາກຳປັ່ນແຫ່ງຕາຣ໌ຊິດເອີຍ ຈົ່ງຄ່ຳຄວນເຖີດ ເພາະວ່າທີ່ກຳບັງເຂັ້ມແຂງຂອງເຈົ້າຖືກຮົກຮ້າງເສັຽແລ້ວ 15 ໃນເວລານັ້ນ ເຂົາຈະລືມເມືອງຕີເຣເຈັດສິບປີ ຢ່າງກັບອາຍຸຂອງພຣະຣາຊາອົງດຽວ ພໍຄົບເຈັດສິບປີ ກໍຈະບັງເກີດແກ່ຕີເຣຢ່າງເພງຂອງຍິງແພດສະຍາວ່າ, 16 “ໂອ ຍິງແພດສະຍາທີ່ເຂົາລືມແລ້ວເອີຍ ຈົ່ງຈັບພິນເດີນໄປທົ່ວເມືອງ ຈົ່ງບັນເລງເພງໄພເຣາະ ຮ້ອງເພງຫລາຍໆບົດເພື່ອເຂົາຈະລະນຶກເຖິງເຈົ້າໄດ້” 17 ເມື່ອເຈັດສິບປີນັ້ນຫມົດໄປແລ້ວ ພຣະຜູ້ເປັນເຈົ້າຈະຊົງຢ້ຽມເຍືອນເມືອງຕີເຣ ແລະເມືອງນັ້ນຈະກັບໄປຮັບຈ້າງໃຫມ່ ແລະຈະຫລິ້ນຊູ້ກັບບັນດາຣາຊອານາຈັກທັງສິ້ນເທິງພື້ນໂລກ 18 ສິນຄ້າຂອງມັນແລະສິນຈ້າງຂອງມັນຈະເປັນຂອງຖວາຍແດ່ພຣະຜູ້ເປັນເຈົ້າ ຈະບໍ່ສະສົມໄວ້ຫລືເກັບໄວ້ຊື່ໆ ແຕ່ສິນຄ້າ ຂອງມັນຈະອຳນວຍອາຫານອຸດົມແລະເຄື່ອງນຸ່ງງາມແກ່ບັນດາຜູ້ທີ່ຢູ່ຕໍ່ພຣະພັກພຣະຜູ້ເປັນເຈົ້າ
ພຣະຜູ້ເປັນເຈົ້າຊົງພິພາກສາເຫນືອໂລກ
1 ເບິ່ງແມ໋, ພຣະຜູ້ເປັນເຈົ້າຈະຊົງປະໂລກນີ້ໃຫ້ເປົ່າປ່ຽວ ແລະຊົງກະທຳໃຫ້ຮ້າງເປົ່າ ແລະພຣະອົງຈະຊົງບິດພື້ນໂລກແລະກະຈາຍຜູ້ອາໄສຂອງມັນ 2 ແລະຈະເປັນຢ່າງນັ້ນຕໍ່ປະໂຣຫິດຢ່າງເປັນກັບປະຊາຊົນ ຕໍ່ນາຍຂອງເຂົາຢ່າງເປັນກັບທາດ ຕໍ່ນາຍຜູ້ຍິງຂອງເຂົາຢ່າງເປັນກັບສາວໃຊ້ ຕໍ່ຜູ້ຊາຍຢ່າງເປັນກັບຜູ້ຊື້ ຕໍ່ຜູ້ຢືມຢ່າງເປັນກັບຜູ້ໃຫ້ຢືມ ຕໍ່ລູກຫນີ້ຢ່າງເປັນກັບເຈົ້າຫນີ້ 3 ໂລກຈະຖືກປະຮ້າງຢ່າງສິ້ນເຊີງ ແລະຖືກປຸ້ນຫມົດສິ້ນ ເພາະພຣະຜູ້ເປັນເຈົ້າໄດ້ຕຣັດຄວາມນີ້ແລ້ວ 4 ໂລກກໍໄວ້ທຸກແລະຫ່ຽວແຫ້ງໄປ ພິພົບກໍອ່ອນຣະທວຍແລະຫ່ຽວແຫ້ງ ຄົນສູງສັກຂອງໂລກກໍອ່ອນຣະທວຍໄປ 5 ໂລກນີ້ມີຣາຄີເພາະຜູ້ອາໄສໃນນັ້ນ ເພາະເຂົາທັງຫລາຍລະເມີດຕໍ່ບົດບັນຍັດ ໄດ້ຝ່າຝືນກົດເກນ ໄດ້ຫັກຄຳຫມັ້ນສັນຍານິຣັນດອນນັ້ນ 6 ເຫດສັນນັ້ນ ຄໍາສາປກໍກືນໂລກ ແລະຜູ້ທີ່ອາໄສໃນນັ້ນກໍມີກັມຊົ່ວ ເຫດສັນນັ້ນ ຜູ້ອາໄສຂອງໂລກຈຶ່ງຖືກເຜົາຜານ ມີຄົນເຫລືອຫນ້ອຍ 7 ເຫລົ້າອະງຸ່ນກໍໄວ້ທຸກ ເຄືອອະງຸ່ນກໍອ່ອນຣະທວຍ ຈິດໃຈທີ່ເບີກບານທັງປວງກໍຖອນຫາຍໃຈ 8 ສຽງສນຸກສນານຂອງຣຳມະນາກໍງຽບ ສຽງຂອງຜູ້ເບີກບານກໍຢຸດເສັຽ ສຽງສນຸກສນານຂອງພິນເຂົາຄູ່ກໍງຽບ 9 ເຂົາບໍ່ດື່ມເຫລົ້າອະງຸ່ນພ້ອມກັບການຮ້ອງເພງອີກ ເມຣັຍກໍເປັນຂອງຂົມແກ່ຜູ້ທີ່ດື່ມ 10 ເມືອງທີ່ສັບສົນວຸ້ນວາຍແຕກຫັກເສັຽແລ້ວ ບ້ານທຸກຫລັງກໍປິດຫມົດບໍ່ໃຫ້ໃຜເຂົ້າໄປ 11 ມີສຽງຮ້ອງທີ່ກາງຖນົນດ້ວຍເຣື່ອງເຫລົ້າອະງຸ່ນ ຄວາມຊື່ນບານທັງສິ້ນກໍເຍືອກເຢັນລົງແລ້ວ ຄວາມຍິນດີຂອງແຜ່ນດິນກໍຫາຍສູນໄປ 12 ເຫລືອຄວາມວ່າງເປົ່າຢູ່ໃນເມືອງ ປະຕູເມືອງກໍຖືກທຸບທຳລາຍ 13 ເພາະຈະເປັນເຊັ່ນນີ້ຢູ່ຖ້າມກາງໂລກ ຖ້າມກາງຊົນຊາດທັງຫລາຍ ຢ່າງກັບເມື່ອກົກຫມາກກອກເທດຖືກຂະເຫຍົ່າ ຢ່າງເມື່ອການເກັບເລັມຕາມເຄືອອະງຸ່ນສີ້ນສຸດລົງ 14 ເຂົາທັງຫລາຍເປັ່ງສຽງຂອງເຂົາຂຶ້ນ ເຂົາຮ້ອງເພງດ້ວຍຄວາມຊື່ນບານ ເຂົາໂຮ່ຮ້ອງຈາກຕາເວັນຕົກສລອງ ຄວາມໂອ່ອ່າຕະການຂອງພຣະຜູ້ເປັນເຈົ້າ 15 ເພາະສະນັ້ນໃນທາງຕາເວັນອອກຈົ່ງຖວາຍພຣະສະງ່າຣາສີແກ່ພຣະຜູ້ເປັນເຈົ້າ ໃນແຜ່ນດິນຊາຍທະເລ ຖວາຍແດ່ພຣະນາມແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງອິສຣາເອນ 16 ຕັ້ງແຕ່ທີ່ສຸດປາຍໂລກເຮົາໄດ້ຍິນສຽງເພງສັຣເສີນ ວ່າສັກສີຈົ່ງມີແກ່ຜູ້ຊອບທັມ ແຕ່ຂ້າພະເຈົ້າວ່າ “ຂ້າພະເຈົ້າກໍຜ່າຍຜອມ ຂ້າພະເຈົ້າຜ່າຍຜອມ ວິບັດແກ່ຂ້າພະເຈົ້າ ເພາະຄົນທໍຣະຍົດປະພຶດຢ່າງທໍຣະຍົດ ຄົນທໍຣະຍົດແຮງປະພຶດຢ່າງຊົ່ວຮ້າຍຫລາຍຂຶ້ນ” 17 ໂອ ຊາວແຜ່ນດິນໂລກເອີຍ ຄວາມສະຍົດສຍອງແລະຫລຸມພາງແລະກັບກໍມາທັນເຈົ້າແລ້ວ 18 ຜູ້ໃດຫນີເມື່ອໄດ້ຍິນສຽງຄວາມສະຍົດສຍອງນັ້ນຈະຕົກໃນຫລຸມພາງ ແລະຜູ້ທີ່ປີນອອກມາຈາກຫລຸມພາງກໍຈະຕິດກັບ ເພາະວ່າຫນ້າຕ່າງຂອງຟ້າສວັນກໍຖືກເປີດ ແລະຮາກຖານຂອງແຜ່ນດິນໂລກກໍຫວັ່ນໄຫວ 19 ໂລກແຕກສລາຍສິ້ນເຊີງແລ້ວ ໂລກແຕກເປັນປ່ຽງໆ ໂລກຖືກສັ່ນຢ່າງຮຸນແຮງ 20 ໂລກກໍຊວນເຊໄປຢ່າງຄົນເມົາເຫລົ້າ ຫລືໂຢກເຢກດັ່ງຕູບໄມ້ໃນຖ້າມກາງພະຍຸຮ້າຍ ການທໍຣະຍົດຂອງໂລກຫນັກຢູ່ເທິງມັນ ແລະມັນລົ້ມແລະຈະບໍ່ລຸກອີກ 21 ໃນວັນນັ້ນ ພຣະຜູ້ເປັນເຈົ້າຈະຊົງລົງໂທດບໍຣິວານຂອງຟ້າສວັນ ໃນຟ້າສວັນ ແລະບັນດາພຣະຣາຊາຂອງແຜ່ນດິນໂລກ ໃນແຜ່ນດິນໂລກ 22 ເຂົາທັງຫລາຍຈະຖືກຮວບຮວມໄວ້ດ້ວຍກັນ ດັ່ງນັກໂທດໃນຄຸກມືດ ເຂົາທັງຫລາຍຈະຖືກກັກຂັງໄວ້ໃນຄຸກ ແລະຕໍ່ມາຫລາຍວັນເຂົາຈຶ່ງຈະຖືກລົງໂທດ 23 ແລ້ວດວງຈັນຈະອົດສູ ແລະດວງຕາເວັນຈະອັບອາຍ ເພາະວ່າພຣະຜູ້ເປັນເຈົ້າຈອມໂຍທາຈະຊົງຣາຊ ເທິງພູຊີໂອນແລະໃນເຢຣູຊາເລັມ ແລະພຣະສະງ່າຣາສີຈະປາກົດຕໍ່ຫນ້າພວກຜູ້ໃຫຍ່ຂອງພຣະອົງ
ບົດເພງແຫ່ງການສັຣເສີນ
1 ຂ້າແຕ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ ຂ້າພຣະອົງຈະຍໍພຣະກຽດພຣະອົງ ຂ້າພຣະອົງຈະສັຣເສີນພຣະນາມຂອງພຣະອົງ ເພາະພຣະອົງໄດ້ຊົງກະທຳການອັດສະຈັນ ຕາມແຜນງານທີ່ຊົງດຳຣິໄວ້ດົນນານມາແລ້ວ ອັນຫມັ້ນຄົງແລະແນ່ນອນ 2 ເພາະພຣະອົງໄດ້ຊົງກະທຳໃຫ້ເມືອງເປັນກອງຂີ້ເຫຍື້ອ ເມືອງມີປ້ອມເປັນບ່ອນສລັກຫັກພັງ ວັງຂອງຊົນຕ່າງດ້າວບໍ່ເປັນເມືອງຕໍ່ໄປອີກ ຈະບໍ່ກໍ່ສ້າງຂຶ້ນອີກເລີຍ 3 ເພາະສະນັ້ນ ປະຊາຊາດທີ່ແຂງແຮງຈະສັຣເສີນພຣະອົງ ຫົວເມືອງຂອງບັນດາປະຊາຊາດທີ່ທາຣຸນຈະຢ້ານກົວພຣະອົງ 4 ເພາະພຣະອົງໄດ້ຊົງເປັນທີ່ກຳບັງເຂັ້ມແຂງຂອງຄົນຍາກຈົນ ຊົງເປັນທີ່ກຳບັງເຂັ້ມແຂງຂອງຄົນຂັດສົນເມື່ອເຂົາທຸກໃຈ ຊົງເປັນທີ່ກຳບັງຈາກພະຍຸແລະເປັນຮົ່ມກັນຄວາມຮ້ອນ ເພາະລົມຂອງຜູ້ທີ່ທາຣຸນກໍເຫມືອນພະຍຸພັດກຳແພງ 5 ເຫມືອນຄວາມຮ້ອນໃນທີ່ແຫ້ງ ພຣະອົງຊົງລະງັບສຽງຂອງຄົນຕ່າງດ້າວ ຮົ່ມເມກລະງັບຄວາມຮ້ອນສັນໃດ ສຽງເພງຂອງຜູ້ທາຣຸນກໍງຽບໄປສັນນັ້ນ 6 ເທິງພູນີ້ ພຣະຜູ້ເປັນເຈົ້າຈອມໂຍທາຈະຊົງຈັດງານລ້ຽງສຳລັບບັນດາປະຊາຊາດທັງຫລາຍ ຄືການກິນລ້ຽງໃຫຍ່ທີ່ມີອາຫານບໍຣິບູນທີ່ສຸດແລະມີເຫລົ້າອະງຸ່ນທີ່ດີເລີດ 7 ແລະເທິງພູນີ້ ພຣະອົງຈະຊົງທຳລາຍຜ້າຄຸມຫນ້າຊຶ່ງຄຸມຫນ້າບັນດາຊົນຊາດທັງຫລາຍ ແລະຜ້າກັ້ງຊຶ່ງກາງຢູ່ເຫນືອບັນດາປະຊາຊາດ 8 ພຣະອົງຈະຊົງກືນຄວາມຕາຍເສັຽເປັນນິດ ແລະພຣະຜູ້ເປັນເຈົ້າຈະຊົງເຊັດນ້ຳຕາຈາກຫນ້າທັງປວງ ແລະພຣະອົງຈະຊົງເອົາການຫລົບລູ່ຊົນຊາດຂອງພຣະອົງໄປເສັຽຈາກທົ່ວແຜ່ນດິນໂລກ ເພາະພຣະຜູ້ເປັນເຈົ້າໄດ້ກ່າວແລ້ວ 9 ໃນວັນນັ້ນ ເຂົາຈະກ່າວກັນວ່າ “ນີ້ຄືພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ ເຮົາໄດ້ລໍຄອຍພຣະອົງ ເພື່ອວ່າພຣະອົງຈະຊົງຊ່ອຍເຮົາໃຫ້ລອດ ນີ້ຄືພຣະຜູ້ເປັນເຈົ້າ ເຮົາໄດ້ລໍຄອຍພຣະອົງໃຫ້ເຮົາຍິນດີແລະຊົມຊື່ນຍິນດີໃນຄວາມລອດຂອງພຣະອົງ” 10 ເພາະພຣະຫັດຂອງພຣະຜູ້ເປັນເຈົ້າຈະພັກຢູ່ເທິງພູນີ້ ແລະໂມອາບຈະຖືກຢຽບຢ່ຳລົງໃນບ່ອນຂອງເຂົາເຫມືອນຢຽບຢ່ຳເຟືອງລົງໃນຫລຸມມູນສັດ 11 ແລະເຖິງເຂົາຈະກາງມືຂອງເຂົາຖ້າມກາງຫລຸມນັ້ນ ເຫມືອນຄົນລອຍນ້ຳກາງແຂນລອຍນ້ຳ ແຕ່ພຣະອົງຈະຊົງໃຫ້ຄວາມເຍີ້ຍິ່ງຂອງເຂົາຕ່ຳລົງພ້ອມກັບຝີມືຊຳນານຂອງເຂົາ 12 ປ້ອມສູງຂອງກຳແພງເມືອງຂອງເຈົ້ານັ້ນ ພຣະອົງຈະຊົງໃຫ້ຕ່ຳລົງ ຊົງຢຽດລົງ ແລະແກວ່ງລົງເຖິງດິນຈົນກະທັ່ງເຖິງຂີ້ດິນ
ພຣະເຈົ້າຈະໃຫ້ປະຊາຊົນຂອງພຣະອົງມີຊັຍ
1 ໃນວັນນັ້ນ ເຂົາຈະຮ້ອງເພງນີ້ໃນແຜ່ນດິນຢູດາ “ເຮົາມີເມືອງເຂັ້ມແຂງເມືອງນຶ່ງ ພຣະອົງຊົງຕັ້ງຄວາມລອດໄວ້ ເປັນຝາແລະກຳແພງ 2 ຈົ່ງເປີດປະຕູເມືອງເຖີດ ເພື່ອປະຊາຊາດທີ່ຊອບທັມຊຶ່ງຮັກສາຄວາມຊື່ສັດໄວ້ຈະໄດ້ເຂົ້າມາ 3 ໃຈແນ່ວແນ່ນັ້ນ ພຣະອົງຊົງຮັກສາໄວ້ໃນສັນຕິພາບອັນສົມບູນ ເພາະເຂົາວາງໃຈໃນພຣະອົງ 4 ຈົ່ງວາງໃຈໃນພຣະຜູ້ເປັນເຈົ້າເປັນນິດ ເພາະພຣະຜູ້ເປັນເຈົ້າຊົງເປັນສີລານິຣັນ 5 ເພາະພຣະອົງຊົງໃຫ້ຊາວເມືອງທີ່ສູງສົ່ງນັ້ນ ຄືເມືອງທີ່ສູງສົ່ງນັ້ນຕ່ຳລົງ ພຣະອົງຊົງໃຫ້ມັນຕ່ຳລົງ ຕ່ຳລົງເຖິງດິນ ໃຫ້ມັນລົງທີ່ຂີ້ດິນ 6 ຕີນຢຽບມັນ ຄືຕີນຂອງຄົນຍາກຈົນ ຄືບາດກ້າວຂອງຄົນຂັດສົນ” 7 ຫົນທາງຂອງຄົນຊອບທັມກໍລາບຣື່ນ ພຣະອົງຜູ້ທ່ຽງທັມຊົງກະທໍາໃຫ້ວິຖີຂອງຄົນຊອບທັມລາບຣື່ນ 8 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງລໍຄອຍພຣະອົງຢູ່ ໃນວິຖິແຫ່ງການພິພາກສາຂອງພຣະອົງ ພຣະນາມອັນເປັນທີ່ລະນຶກຂອງພຣະອົງ ເປັນທີ່ຈິດວິນຍານຂອງຂ້າພຣະອົງປາຖນາ 9 ວິນຍານຂອງຂ້າພຣະອົງຢາກໄດ້ພຣະອົງໃນກາງຄືນ ຈິດໃຈພາຍໃນຂ້າພຣະອົງສແວງຫາພຣະອົງຢ່າງຮ້ອນຮົນ ເພາະເມື່ອການພິພາກສາຂອງພຣະອົງຢູ່ໃນແຜ່ນດິນໂລກ ຊາວພິພົບໄດ້ຮຽນຮູ້ເຖິງຄວາມຊອບທັມ 10 ຖ້າສຳແດງພຣະຄຸນແກ່ຄົນອະທັມ ເຂົາກໍບໍ່ຮຽນຮູ້ຄວາມຊອບທັມ ເຂົາປະພຶດຊົ່ວໃນແຜ່ນດິນທີ່ທ່ຽງທັມ ແລະມອງບໍ່ເຫັນຄວາມໂອ່ອ່າຕະການຂອງພຣະອົງ 11 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຫັດຂອງພຣະອົງຊູຂຶ້ນ ແຕ່ເຂົາກໍມອງບໍ່ເຫັນ ຂໍໃຫ້ເຂົາມອງເຫັນຄວາມຮ້ອນພຣະທັຍເພື່ອຊົນຊາດຂອງພຣະອົງ ແລະໄດ້ອັບອາຍ ສ່ວນສັດຕຣູຂອງພຣະອົງ ຂໍໃຫ້ໄຟເຜົາຜານເຂົາ 12 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຈະສະຖາປະນາສັນຕິພາບເພື່ອຂ້າພຣະອົງທັງຫລາຍ ພຣະອົງໄດ້ຊົງກະທຳບັນດາກິຈການຂອງພຣະອົງເພື່ອຂ້າພຣະອົງ 13 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້າພຣະອົງ ເຈົ້ານາຍອື່ນນອກເຫນືອພຣະອົງໄດ້ປົກຄອງພວກຂ້າພຣະອົງ ແຕ່ຂ້າ ພຣະອົງຮັບຮູ້ແຕ່ພຣະນາມຂອງພຣະອົງເທົ່ານັ້ນ 14 ເຂົາທັງຫລາຍຕາຍແລ້ວ ເຂົາຈະບໍ່ມີຊີວິດອີກ ເຂົາເປັນຊາວແດນຄົນຕາຍ ເຂົາຈະບໍ່ເປັນຂຶ້ນອີກ ເພື່ອເປັນເຊັ່ນນັ້ນພຣະອົງໄດ້ຊົງຢ້ຽມເຍືອນແລະຊົງທຳລາຍເຂົາ ແລະຊົງກວາດອະນຸສອນທັງສິ້ນຂອງເຂົາເສັຽ 15 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ພຣະອົງຊົງເພີ້ມປະຊາຊົນຂຶ້ນ ພຣະອົງຊົງເພີ້ມປະຊາຊົນຂຶ້ນ ພຣະອົງໄດ້ຊົງຣັບພຣະກຽດ ພຣະອົງຊົງຂະຫຍາຍເຂດແດນທັງສິ້ນຂອງແຜ່ນດິນໃຫ້ກວ້າງໃຫຍ່ 16 ຂ້າແດ່ພຣະຜູ້ເປັນເຈົ້າ ໃນຍາມທຸກໃຈ ເຂົາໄດ້ສແວງຫາພຣະອົງ ເຂົາທັງຫລາຍຫລັ່ງຄຳອ້ອນວອນອອກມາ ໃນເມື່ອການຕີສອນຢູ່ເຫນືອເຂົາທັງຫລາຍ 17 ດັ່ງຜູ້ຍິງຖືພາ ຜູ້ບິດຕົວແລະຮ້ອງດ້ວຍຄວາມເຈັບປວດ ເມື່ອງນາງໃກ້ເຖິງກຳນົດເວລາເກິດລູກ ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງທັງຫລາຍກໍເປັນເຊັ່ນນັ້ນ ຕໍ່ເບື້ອງພຣະພັກພຣະອົງ 18 ຂ້າພຣະອົງຖືພາ ຂ້າພຣະອົງບິດຕົວ ເປັນເຫມືອນຂ້າພຣະອົງໃຫ້ກຳເນີດລົມ ຂ້າພຣະອົງບໍ່ໄດ້ທຳການຊ່ອຍກູ້ໃນແຜ່ນດິນໂລກ ແລະຊາວພິພົບບໍ່ໄດ້ເກີດ 19 ຄົນຕາຍຂອງພຣະອົງຈະມີຊີວິດ ສົບຂອງເຂົາທັງຫລາຍຈະລຸກຂຶ້ນ ໂອ ຜູ້ອາໄສຢູ່ໃນຂີ້ດິນ ຈົ່ງຕື່ນເຖີດ ແລະຮ້ອງເພງເພາະຄວາມຊື່ນບານ ເພາະນ້ຳຄ້າງຂອງເຈົ້າເປັນນ້ຳຄ້າງຂອງຄວາມສວ່າງ ແລະແຜ່ນດິນໂລກຈະໃຫ້ຊາວແດນຄົນຕາຍເປັນຂຶ້ນ 20 ມາເຖີດ ຊົນຊາດຂອງຂ້າພະເຈົ້າເອີຍ ຈົ່ງເຂົ້າໃນຫ້ອງຂອງເຈົ້າ ແລະອັດປະຕູເສັຽ ຈົ່ງເຊື່ອງຕົວເຈົ້າຢູ່ຈັກພັກນຶ່ງ ຈົນກວ່າພຣະພິໂຣດຈະຜ່ານໄປ 21 ເພາະ ເບິ່ງແມ໋, ພຣະຜູ້ເປັນເຈົ້າກຳລັງສະເດັດອອກມາຈາກສະຖານທີ່ຂອງພຣະອົງ ເພື່ອລົງໂທດຊາວແຜ່ນດິນໂລກ ເພາະຄວາມບາບຜິດຂອງເຂົາທັງຫລາຍ ແລະແຜ່ນດິນໂລກຈະເປີດເຜີຍໂລຫິດຊຶ່ງຫລັ່ງຢູ່ເທິງມັນ ແລະຈະບໍ່ປິດບັງຜູ້ຖືກຂ້າຂອງມັນໄວ້ອີກ
ການຊ່ອຍກູ້ແລະການເກັບກ່ຽວອິສຣາເອນເຂົ້າມາໄວ້
1 ໃນວັນນັ້ນ ພຣະຜູ້ເປັນເຈົ້າຈະຊົງລົງໂທດດ້ວຍພຣະແສງອັນແຂງກະດ້າງອັນໃຫຍ່ ແລະອັນແຮງກ້າຂອງພຣະອົງຕໍ່ເລີອາທານ ຄືພຍານາກທີ່ຫນີໄປນັ້ນ ເລວີອາທານ ພຍານາກທີ່ຂົດ ແລະພຣະອົງຈະຊົງປະຫານມັງກອນທີ່ຢູ່ໃນທະເລ 2 ໃນວັນນັ້ນ “ສວນອະງຸ່ນອັນແສນສຸກ ຈົ່ງຮ້ອງເພງເຖິງສວນນັ້ນ 3 ເຮົາຄືພຣະຜູ້ເປັນເຈົ້າ ເປັນຜູ້ຮັກສາດູແລມັນ ເຮົາຫົດນ້ຳມັນຢູ່ທຸກຂນະ ຢ້ານວ່າຜູ້ນຶ່ງຜູ້ໃດຈະທຳອັນຕະຣາຍມັນ ເຮົາຈຶ່ງເຝົ້າມັນໄວ້ທັງກາງຄືນກາງເວັນ 4 ເຣົາບໍ່ມີຄວາມພິໂຣດ ເຮົາຢາກໃຫ້ມີຫນາມໃຫຍ່ນ້ອຍຂຶ້ນມາສູ້ເຮົາ ເຮົາຈະອອກຮົບກັບມັນ ເຮົາຈະເຜົາມັນເສັຽດ້ວຍກັນ 5 ຫລືໃຫ້ເຂົາເກາະຢູ່ກັບການປ້ອງກັນຂອງເຮົາ ໃຫ້ເຂົາທຳສັນຕິພາບກັບເຣົາ ໃຫ້ເຂົາທຳສັນຕິພາບກັບເຣົາ” 6 ໃນວັນຂ້າງຫນ້າ ຢາໂຄບຈະຢັ່ງຮາກ ອິສຣາເອນຈະອອກດອກແລະແຕກຫນໍ່ ກະທຳໃຫ້ພິພົບທັງສິ້ນມີຫມາກເຕັມ 7 ພຣະອົງຊົງຕີສອນເຂົາຢ່າງທີ່ພຣະອົງຕີສອນຜູ້ທີ່ຕີສອນເຂົາທັງຫລາຍຫລື ຫລືເຂົາຖືກຂ້າເຫມືອນຢ່າງຜູ້ຂ້າເຂົາຖືກຂ້າ 8 ດ້ວຍການຂັບໄລ່ ດ້ວຍການກວາດໄປເປັນຊະເລີຍ ພຣະອົງຊົງຕໍ່ສູ້ແຍ້ງກັບເຂົາ ພຣະອົງຊົງກວາດເຂົາໄປດ້ວຍລົມດຸເດືອດຂອງພຣະອົງໃນວັນແຫ່ງລົມຕາເວັນອອກ 9 ເຫດສັນນັ້ນຈະລົບມົນທິນກັມຊົ່ວຂອງຢາໂຄບຢ່າງນີ້ແຫລະ ແລະນີ້ຈະເປັນຜົນເຕັມຂະຫນາດໃນການປົດບາບຂອງເຂົາ ຄືເມື່ອເຂົາທຳສີລາທັງສິ້ນຂອງແທ່ນບູຊາ ໃຫ້ເປັນເຫມືອນຫີນດິນທີ່ຖືກບົດໃຫ້ຫມຸ່ນ ຈະບໍ່ມີອາເຊຣາຫລືແທ່ນເຄື່ອງຫອມຕັ້ງຢູ່ໄດ້ 10 ເພາະເມືອງມີປ້ອມກໍມີຢູ່ໂດດດ່ຽວ ທີ່ອາໄສກໍຮົກຮ້າງຖືກປະຖິ້ມຢ່າງກັບຖິ່ນກັນດານ ລູກງົວຫາກິນຢູ່ບ່ອນນັ້ນ ມັນນອນລົງບ່ອນນັ້ນ ແລະຖິ້ມງ່າໄມ້ 11 ເມື່ອງ່ານັ້ນແຫ້ງ ມັນກໍຫັກ ພວກຜູ້ຍິງກໍມາເອົາມັນໄປກໍ່ໄຟ ເພາະທີ່ນັ້ນເປັນຊົນຊາດທີ່ບໍ່ມີຄວາມເຂົ້າໃຈ ເຫດສັນນັ້ນ ຜູ້ທີ່ຊົງສ້າງເຂົາກໍຈະບໍ່ສົງສານເຂົາ ຜູ້ທີ່ຊົງປັ້ນເຂົາຈະບໍ່ຊົງສຳແດງພຣະຄຸນແກ່ເຂົາ 12 ໃນວັນນັ້ນ ຕັ້ງແຕ່ແມ່ນ້ຳເອີຟຣາດໄປຈົນເຖິງລຳທານເອຢິບ ພຣະຜູ້ເປັນເຈົ້າຈະຊົງນວດເອົາເຂົ້າ ໂອ ປະຊາຊົນອິສຣາເອນເອີຍ ເຈົ້າຈະຖືກເກັບຮວມເຂົ້າມາທີ່ລະຄົນໆ 13 ໃນວັນນັ້ນເຂົາຈະເປົ່າເຂົາສັດໃຫຍ່ ແລະບັນດາຜູ້ທີ່ກຳລັງພິນາດຢູ່ໃນແຜ່ນດິນອັສຊີເຣັຽ ແລະບັນດາຜູ້ຖືກຂັບໄລ່ອອກໄປຍັງແຜ່ນດິນເອຢິບຈະມານະມັສການພຣະຜູ້ເປັນເຈົ້າ ເທິງພູເຂົາບໍຣິສຸດທີ່ເຢຣູຊາເລັມ
ຕັກເຕືອນເອຟຣາອິມ
1 ວິບັດແກ່ມົງກຸດອັນໂອ່ອ່າຂອງຄົນຂີ້ເມົາແຫ່ງເອຟຣາອິມ ແລະແກ່ດອກໄມ້ທີ່ກຳລັງຣ່ວງໂຣຍແຫ່ງຄວາມງາມອັນຮຸ່ງເຮືອງຂອງເຂົາ ຊຶ່ງຢູ່ເທິງຍອດພູໃນທີ່ລຸ່ມອັນອຸດົມຂອງບັນດາຜູ້ທີ່ເຫລົ້າອະງຸ່ນມີຊັຍ 2 ເບິ່ງແມ໋, ອົງພຣະຜູ້ເປັນເຈົ້າຊົງມີຜູ້ນຶ່ງທີ່ມີກຳລັງ ແລະແຂງແຮງເຫມືອນພະຍຸລູກເຫັບອັນເປັນພະຍຸທຳລາຍ ຫມືອນພະຍຸນ້ຳທີ່ກຳລັງໄຫລຖ້ວມຊຶ່ງຈະແກ່ວງລົງເຖິງດິນດ້ວຍຄວາມຮຸນແຮງ 3 ມົງກຸດອັນໂອ່ອ່າຂອງຄົນຂີ້ເມົາແຫ່ງເອຟຣາອິມ ຈະຖືກຢຽບຢູ່ໃຕ້ຕີນ 4 ແລະດອກໄມ້ທີ່ກຳລັງຣ່ວງໂຣຍແຫ່ງຄວາມງາມຮຸ່ງໂຣດຂອງເຂົາ ຊຶ່ງຢູ່ເທິງຍອດພູໃນທີ່ລຸ່ມອັນອຸດົມ ຈະເປັນເຫມືອນຫມາກເດື່ອທີ່ແຣກສຸກກ່ອນຣະດູຮ້ອນ ເມື່ອຄົນເຫັນເຂົ້າກໍກິນມັນເສັຽ ພໍເຖິງມືເຂົາເທົ່ານັ້ນ 5 ໃນວັນນັ້ນ ພຣະເຈົ້າຈອມໂຍທາຈະເປັນມົງກຸດສັກສີ ແລະເປັນມົງກຸດແຫ່ງຄວາມງາມແກ່ຄົນທີ່ເຫລືອຢູ່ແຫ່ງຊົນຊາດຂອງພຣະອົງ 6 ແລະເປັນອະນຸພາບແຫ່ງຄວາມຍຸດຕິທັມແກ່ເຂົາຜູ້ນັ່ງພິພາກສາ ແລະເປັນກຳລັງຂອງຜູ້ເຫລົ່ານັ້ນ ຜູ້ຫັນການສົງຄາມກັບເສັຽທີ່ປະຕູເມືອງ 7 ເຂົາຫລົ່ານີ້ຊົມຊານໄປດ້ວຍເຫລົ້າອະງຸ່ນເຫມືອນກັນ ແລະໂຊເຊໄປດ້ວຍເຫລົ້າ ປະໂຣຫິດແລະຜູ້ປະກາດພຣະທັມກໍດື່ມເຫລົ້າຈົນເມົາໂຊເຊ ເຂົາເຫັນຜິດໄປ ເຂົາສະດຸດໃນການໃຫ້ຄຳພິພາກສາ 8 ໂຕະຕັ່ງບ່ອນເຂົານັ່ງທຳງານໄດ້ເປິເປື້ອນໄປດ້ວຍຮາກ ບໍ່ມີບ່ອນສະອາດເຫລືອຢູ່ໃຫ້ເຫັນເລີຍ 9 ພວກເຂົາໄດ້ເວົ້າກ່ຽວກັບຂ້າພະເຈົ້າວ່າ, “ຄົນນີ້ຄິດວ່າຈະສອນໃຜ ໃຜຕ້ອງການຄຳສອນຂອງເຂົາ ມັນດີສຳລັບເດັກນ້ອຍທີ່ພວມກິນນົມເທົ່ານັ້ນ 10 ເຂົາພຍາຍາມສອນພວກເຮົາເປັນຄຳໆ ເປັນແຖວໆ ແລະເປັນຂໍ້ໆ” 11 ພຣະອົງຈະຊົງກ່າວກັບຊົນຊາດນີ້ ໂດຍຕ່າງພາສາ ແລະດ້ວຍປາກຂອງຄົນຕ່າງດ້າວ 12 ພຣະອົງຊົງໃຫ້ພວກທ່ານທັງຫມົດພັກຜ່ອນ ແລະຊົງເລົ້າໂລມໃຈ ແຕ່ພວກທ່ານກໍຍັງບໍ່ຍອມເຊື່ອຟັງພຣະອົງ 13 ດ້ວຍເຫດນີ້ ພຣະຄຳຂອງພຣະຜູ້ເປັນເຈົ້າຈຶ່ງເປັນຢ່າງນີ້ແກ່ເຂົາ ເປັນຄຳໆ ເປັນແຖວໆ ເປັນຂໍ້ໆ ເພື່ອເຂົາຈະໄປແລະຖອຍຫລັງ ແລະຈະແຕກ ແລະຈະຖືກບ້ວງແຮ້ວ ແລະຈະຖືກຈັບໄປ
ຫີນຮາກແກ້ວເທິງພູຊີໂອນ
14 ເພາະສະນັ້ນ ພວກເຈົ້າທັງຫລາຍຜູ້ມັກເຍາະເຍີ້ຍເອີຍ ຈົ່ງຟັງພຣະທັມຂອງພຣະຜູ້ເປັນເຈົ້າ ຄືເຈົ້າຜູ້ປົກຄອງຊົນຊາດນີ້ໃນເຢຣູຊາເລັມ 15 ເພາະເຈົ້າທັງຫລາຍໄດ້ກ່າວແລ້ວວ່າ “ເຮົາໄດ້ທຳສັນຍາໄວ້ກັບຄວາມຕາຍ ແລະໄດ້ຕົກລົງໄວ້ກັບພິພົບຄົນຕາຍແລ້ວ ໂດຍແນ່ໃຈວ່າ ເມື່ອໄພວິບັດມາເຖິງມັນຈະບໍ່ທຳລາຍພວກເຈົ້າ ເພາະພວກເຈົ້າອາໄສພວກຂີ້ຕົວະຄວາມຫລອກລວງເປັນເຄື່ອງຊ່ອຍ 16 ດັ່ງນັ້ນແຫລະ ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ,”ເຮົາຈະຕັ້ງຣາກຖານອັນຫມັ້ນຄົງແຂງແຮງໃສ່ພູຊີໂອນ ຈະຝັງຫີນຮາກແກ້ວໃສ່ໄວ້ ໃນຫີນນັ້ນຈະມີຄຳຂຽນໃສ່ວ່າ ຄົນທີ່ເຊື່ອຄືຜູ້ຫມັ້ນຄົງ ແລະອົດທົນ 17 ຄວາມຍຸດຕິທັມຈະເປັນສາຍແທກຮາກຖານ ແລະຄວາມສັດຊື່ເປັນສາຍຢັ່ງລົງໄປ ແຕ່ພະຍຸຫມາກເຫັບຈະກວາດເອົາຄວາມຕົວະທີ່ເຈົ້າອາໄສ ແລະນ້ຳຈະຖ້ວມທຳລາຍແນວປ້ອງກັນຂອງເຈົ້າ” 18 ແລ້ວຄຳສັນຍາຂອງເຈົ້າກັບຄວາມຕາຍເປັນໂມຄະ ແລະຂໍ້ຕົກລົງຂອງເຈົ້າກັບພິພົບຄົນຕາຍຈະບໍ່ດຳຣົງ ເມື່ອໄພວິບັດອັນຖ້ວມທົ້ນຜ່ານໄປ ເຈົ້າຈະຖືກຢຽບຢ່ຳລົງດ້ວຍໂທດນັ້ນ 19 ມັນຜ່ານໄປຫລາຍເທົ່າໃດມັນກໍຈະເອົາຕົວເຈົ້າ ເພາະມັນຈະຜ່ານໄປເຊົ້າແລ້ວເຊົ້າອີກ ທັງກາງເວັນແລະກາງຄືນ ເມື່ອເຂົ້າໃຈຂ່າວກໍຈະເກີດແຕ່ຄວາມສະຍົດສະຍອງເທົ່ານັ້ນ 20 ເພາະບ່ອນນອນນັ້ນສັ້ນເກີນທີ່ຄົນນຶ່ງຄົນໃດຈະຢຽດຢູ່ເທິງນັ້ນ ແລະຜ້າຫົ່ມກໍແຄບບໍ່ພໍຄຸມຕົວ 21 ເພາະວ່າພຣະຜູ້ເປັນເຈົ້າຈະຊົງລຸກຂຶ້ນເຫມືອນທີ່ເທິງພູເປຣາຊິມ ພຣະອົງຈະພິໂຣດຢ່າງທີ່ໃນຮ່ອມພູກິເບໂອນ ເພື່ອກະທຳພຣະຣາຊກິຈຂອງພຣະອົງ ພຣະຣາຊກິຈຂອງພຣະອົງນັ້ນແປກປລາດ ແລະເພື່ອກະທຳງານຂອງພຣະອົງ ງານຂອງພຣະອົງກໍເລິກລັບ 22 ເພາະສະນັ້ນ ຢ່າເປັນຄົນເຍາະເຍີ້ຍ ຢ້ານວັນພັນທະຂອງເຈົ້າຈະເຂັ້ມງວດຂຶ້ນ ເພາະຂ້າພະເຈົ້າໄດ້ຍິນຄຳຕັດສິນໃຈກຳນົດການທຳລາຍເຫນືອແຜ່ນດິນທັງສິ້ນແລ້ວຈາກພຣະຜູ້ເປັນເຈົ້າຈອມໂຍທາ 23 ງ່ຽງຫູລົງ ແລະຟັງສຽງຂ້າພະເຈົ້າ ຈົ່ງເອົາໃຈໃສ່ແລະຟັງຄຳເວົ້າຂອງຂ້າພະເຈົ້າ 24 ເຂົາຜູ້ໄຖ່ນາເພື່ອຫວ່ານ ໄຖຢູ່ສເມີຫລື ເຂົາເບີກດິນແລະຄາດຢູ່ເປັນນິດຫລື 25 ເມື່ອເຂົາຕຽມດິນແລ້ວ ເຂົາບໍ່ຫວ່ານຂີ້ຫມິ້ນແລະຜັກຊີ ເຂົາບໍ່ໃສ່ເຂົ້າເດືອຍເປັນແຖວ ແລະເຂົ້າບເລໃນທີ່ອັນເຫມາະສົມຂອງມັນ ແລະຫວ່ານພືດເປັນເມັດແນວອື່ນຕາມແຄມນາຫລື 26 ເພາະພຣະອົງຊົງສັ່ງສອນເຂົາຖືກຕ້ອງ ພຣະຜູ້ເປັນເຈົ້າຂອງເຂົາໄດ້ສອນເຂົາ 27 ເຂົາບໍ່ນວດຂີ້ຫມິ້ນດ້ວຍໄມ້ນວດເຂົ້າ ແລະເຂົາບໍ່ເອົາລໍ້ກວຽນກິ້ງທັບເມັດຜັກຊີ ແຕ່ເຂົາເອົາໄມ້ຂະຫນາດພໍດີຕີຂີ້ຫມິ້ນແລະຜັກຊີໃຫ້ຫລຸດອອກ 28 ຄົນໃດບົດເຂົ້າທີ່ເຮັດເຂົ້າຈີ່ຫລື ບໍ່ເລີຍ ເຂົາບໍ່ນວດມັນເປັນນິດ ເມື່ອເຂົາຂັບລໍ້ກວຽນທຽມມ້າທັບມັນແລ້ວ ເຂົາບໍ່ໄດ້ບົດມັນ 29 ເຣື່ອງນີ້ມາຈາກພຣະຜູ້ເປັນເຈົ້າຈອມໂຍທາດ້ວຍ ພຣະອົງອັດສະຈັນໃນການປຶກສາ ແລະວິເສດໃນເຣື່ອງສະຕິປັນຍາ
ຊາຕາກຳຂອງກຸງເຢຣູຊາເລັມ
1 ໂອ ອາຣີເອນ ອາຣີເອນ ນະຄອນຊຶ່ງດາວິດຊົງຕັ້ງຄ້າຍ ຈົ່ງເພີ້ມປີເຂົ້າກັບປີ ຈົ່ງໃຫ້ມີເທສການຕາມຮອບຂອງມັນ 2 ເຣົາຍັງຈະໃຫ້ອາຣີເອນທຸກໃຈ ຈະມີການຮ້ອງຄ່ຳຄວນແລະຮ້ອງທຸກ ແລະທົ່ວທັງນະຄອນກໍຈະເປັນດັ່ງແທ່ນບູຊາ 3 ເຮົາຈະຕັ້ງຄ້າຍຢູ່ຮອບເຈົ້າ ແລະເຮົາຈະລ້ອມເຈົ້າກັບບັນດາຫໍຮົບ ແລະເຮົາຈະໂຈມຕີເຈົ້າ 4 ເຈົ້າຈະເວົ້າມາຈາກທີ່ເລິກຂອງແຜ່ນດິນໂລກ ຄຳຂອງເຈົາຈະມາຈາກທີ່ຕ່ຳລົງໃນຂີ້ຝຸ່ນດິນ ສຽງຂອງເຈົ້າຈະມາຈາກພື້ນດິນເຫມືອນສຽງຜີ ແລະຄຳເວົ້າຂອງເຈົ້າຈະກະຊິບອອກມາຈາກຂີ້ຝຸ່ນດິນ 5 ແຕ່ມວນສັດຕຣູຂອງເຈົ້າຈະເຫມືອນຂີ້ຝຸ່ນດິນລະອຽດ ແລະຜູ້ຫນ້າຢ້ານທັງມວນຈະເຫມືອນແກບທີ່ຟົ້ງຫາຍໄປ ຊົ່ວບຸດດຽວແລະໃນທັນທີ່ທັນໃດ 6 ພຣະຜູ້ເປັນເຈົ້າຈອມໂຍທາຈະຢ້ຽມຢາມເຈົ້າ ດ້ວຍຟ້າຮ້ອງຟ້າແມບແລະດ້ວຍແຜ່ນດິນໄຫວ ແລະດ້ວຍລົມບ້າຫມູແລະພະຍຸ ດ້ວຍແປວແຫ່ງໄຟເຜົາຜານ 7 ມວນປະຊາຊາດທັງສິ້ນທີ່ຕໍ່ສູ້ກັບອາຣີເອນທັງຫມົດທີ່ຕໍ່ສູ້ກັບເຂົາແລະກັບທີ່ກຳບັງເຂັ້ມແຂງຂອງເຂົາ ແລະທຳໃຫ້ເຂົາທຸກໃຈຈະເປັນເຫມືອນຄວາມຝັນ ຄືນິມິດໃນກາງຄືນ 8 ເຫມືອນຢ່າງເມື່ອຄົນຫິວຝັນວ່າເຂົາກຳລັງກິນຢູ່ ແລະຕື່ນຂຶ້ນກໍຍັງຫິວຢູ່ບໍ່ອີ່ມ ຫລືເຫມືອນຢ່າງເມື່ອຄົນຫິວນ້ຳຝັນວ່າເຂົາກຳລັງດື່ມຢູ່ ແລ້ວຕື່ນຂຶ້ນມາອ່ອນເພັຽ ຄໍຂອງເຂົາຍັງແຫ້ງຜາກ ມວນປະຊາຊາດທັງສິ້ນທີ່ຕໍ່ສູ້ກັບພູຊີໂອນກໍຈະເປັນເຊັ່ນນັ້ນ 9 ຈົ່ງກະທຳຕົວໃຫ້ງົງງວຍແລະຢູ່ໃນສະພາບງວຍງົງ ຈົ່ງກະທຳຕົວໃຫ້ບອດແລະເປັນຄົນຕາບອດ ເຂົາມຶນເມົາ ແຕ່ບໍ່ແມ່ນດ້ວຍເຫລົ້າອະງຸ່ນ ເຂົາໂຊເຊ ແຕ່ບໍ່ແມ່ນດ້ວຍຣິດເຫລົ້າ 10 ເພາະວ່າພຣະຜູ້ເປັນເຈົ້າຊົງຖອກເທອານຸພາບແຫ່ງຄວາມຫລັບສນິດລົງເຫນືອເຈົ້າ ແລະປິດຕາຄືທ່ານຜູ້ປະກາດພຣະທັມຂອງເຈົ້າແລ້ວ ແລະຄຸມຫົວ ຄືທ່ານຜູ້ເລັງຍານຂອງເຈົ້າໄວ້ແລ້ວ 11 ແລະແກ່ທ່ານທັງຫລາຍ ນິມິດນີ້ທັງສິ້ນໄດ້ກາຍເປັນເຫມືອນຖ້ອຍຄຳໃນຫນັງສືທີ່ປະທັບຕາ ເມື່ອຄົນໃຫ້ແກ່ຄົນນຶ່ງທີ່ອ່ານໄດ້ກ່າວວ່າ “ອ່ານນີ້ເບິ່ງ” ເຂົາວ່າ “ຂ້ອຍອ່ານບໍ່ໄດ້ເພາະມີຕາປະທັບ” 12 ເມື່ອເຂົາໃຫ້ຫນັງສືແກ່ຄົນນຶ່ງທີ່ອ່ານບໍ່ໄດ້ກ່າວວ່າ “ອ່ານນີ້ເບິ່ງ” ເຂົາວ່າ “ຂ້ອຍບໍ່ຮູ້ຫນັງສື” 13 ແລະອົງພຣະຜູ້ເປັນເຈົ້າກ່າວວ່າ, “ເພາະຊົນຊາດນີ້ເຂົ້າມາໃກ້ດ້ວຍປາກຂອງເຂົາ ແລະໃຫ້ກຽດເຣົາດ້ວຍຮິມຝີປາກຂອງເຂົາ ແຕ່ເຂົາໃຫ້ຈິດໃຈຂອງເຂົາຫ່າງໄກຈາກເຣົາ ເຂົາຢຳເກງເຮົາພຽງແຕ່ເຫມືອນເປັນບັນຍັດຂອງມະນຸດທີ່ທ່ອງຈຳກັນມາ 14 ເຫດສັນນັ້ນ ເບິ່ງແມ໋, ເຮົາຈະກະທຳສິ່ງມະຫັສຈັນກັບຊົນຊາດນີ້ອີກ ປລາດແລະອັດສະຈັນ ສະຕິປັນຍາຂອງຄົນມີປັນຍາຂອງເຂົາຈະພິນາດໄປ ແລະຄວາມເຂົ້າໃຈຂອງຄົນທີ່ເຂົ້າໃຈຈະຖືກປິດບັງໄວ້ 15 ວິບັດແກ່ຜູ້ທີ່ພຍາຍາມເຊື່ອງແຜນການຂອງເຂົາໄວ້ເລິກຈາກພຣະຜູ້ເປັນເຈົ້າ ຊຶ່ງການກະທຳຂອງເຂົາຢູ່ໃນຄວາມມືດ ຜູ້ຊຶ່ງກ່າວວ່າ “ໃຜເຫັນເຮົາ ໃຜຈື່ເຮົາໄດ້” 16 ເຈົ້າກັບປ່ຽນທຸກສິ່ງຈາກຫນ້າມືເປັນຫລັງມື ຈະຖືວ່າຊ່າງປັ້ນຫມໍ້ເທົ່າກັບດິນຫນຽວ ແລະສິ່ງທີ່ຖືກສ້າງຈະເວົ້າເຣື່ອງຜູ້ ສ້າງມັນວ່າ “ເຂົາບໍ່ໄດ້ສ້າງຂ້ອຍ” ຫລືສິ່ງທີ່ຖືກປັ້ນຂຶ້ນຈະເວົ້າເຣື່ອງຜູ້ປັ້ນມັນວ່າ “ເຂົາບໍ່ມີຄວາມເຂົ້າໃຈຫຍັງເລີຍ” ຢ່າງນີ້ຫລື”
ຄວາມຫວັງສຳລັບອານາຄົດ
17 ບໍ່ແມ່ນອີກຫນ້ອຍນຶ່ງເທົ່ານັ້ນຫລື ທີ່ເລບານອນຈະຖືກປ່ຽນໃຫ້ເປັນສວນຫມາກໄມ້ ແລະສວນຫມາກໄມ້ຈະຖືກວ່າເປັນປ່າ 18 ໃນວັນນັ້ນ ຄົນຫູຫນວກຈະໄດ້ຍິນຖ້ອຍຄຳຂອງຫນັງສື ແລະຕາຂອງຄົນຕາບອດຈະເຫັນອອກມາຈາກຄວາມມືດຂອງເຂົາ 19 ຄົນໃຈອ່ອນສຸພາບຈະໄດ້ຄວາມຊື່ນບານສົດໃສໃນພຣະຜູ້ເປັນເຈົ້າ ແລະຄົນຍາກຈົນຖ້າມກາງມະນຸດຈະເລີງໂລດໃນອົງບໍຣິສຸດແຫ່ງອິສຣາເອນ 20 ເພາະວ່າຜູ້ຫນ້າຢ້ານຫົວຈະສູນໄປ ແລະຄົນມັກເຍາະເຍີ້ຍຈະຫມົດໄປ ແລະຄົນທັງປວງທີ່ຫາໂອກາດກະທຳຊົ່ວຈະຖືກຕັດຂາດ 21 ຄືຜູ້ທີ່ໃສ່ຄວາມຄົນອື່ນດ້ວຍຖ້ອຍຄຳຂອງເຂົາ ແລະວ່າງບ້ວງໄວ້ດັກເຂົາຜູ້ກ່າວຄຳຂະຫນາບທີ່ປະຕູເມືອງ ແລະດ້ວຍຖ້ອຍຄຳທີ່ບໍ່ເປັນແກ່ນສານ ເຂົາຂັດຂວາງຄົນທີ່ຢູ່ຝ່າຍຖືກເສັຽ 22 ເພາະສະນັ້ນພຣະຜູ້ເປັນເຈົ້າຊົງໄຖ່ອັບຣາຮາມກ່າວດັ່ງນີ້ກ່ຽວກັບເຊື້ອສາຍຂອງຢາໂຄບວ່າ “ຢາໂຄບຈະບໍ່ຕ້ອງອັບອາຍອີກ ຫນ້າຂອງເຂົາຈະບໍ່ຊີດລົງອີກຕໍ່ໄປ 23 ເພາະເມື່ອເຂົາເຫັນລູກຫລານຂອງເຂົາຊຶ່ງເປັນຜົນງານແຫ່ງມືຂອງເຮົາໃນຫມູ່ພວກເຂົາ ເຂົາທັງຫລາຍຈະຖືວ່ານາມຂອງເຮົາສັກສິດ ເຂົາທັງຫລາຍຈະຖືວ່າອົງບໍຣິສຸດຂອງຢາໂຄບສັກສິດ ແລະຈະຢ້ານກົວພຣະຜູ້ເປັນເຈົ້າແຫ່ງອິສຣາເອນ 24 ບັນດາຜູ້ທີ່ຜິດຝ່າຍຈິດໃຈຈະມາເຖິງຄວາມເຂົ້າໃຈ ແລະບັນດາຜູ້ທີ່ຈົ່ມພຶມພຳຈະຍອມຮັບຄວາມຮອບຮູ້”
ຂໍ້ສັນຍາກັບເອຢິບບໍ່ມີປໂຍດ
1 ພຣະຜູ້ເປັນເຈົ້າກ່າວວ່າ, “ວິບັດແກ່ລູກຫລານທີ່ດື້ດຶງ ຜູ້ກະທຳແຜນການ ແຕ່ບໍ່ແມ່ນຂອງເຮົາ ຜູ້ກະທຳສົນທິສັນຍາ ແຕ່ບໍ່ແມ່ນຕາມນ້ຳໃຈເຮົາ ເຂົາຈະເພີ້ມບາບຊ້ອນບາບ 2 ຜູ້ອອກເດີນໄປຍັງເອຢິບ ໂດຍບໍ່ຂໍຄຳປຶກສາຂອງເຮົາ ເພື່ອຈະໄປລີ້ພັຍໃນຄວາມອາຣັກຂາຂອງຟາຣາໂອ ເພື່ອຈະຫາທີ່ກຳບັງໃນຮົ່ມເງົາຂອງເອຢິບ 3 ເຫດສັນນັ້ນ ການອາຣັກຂາຂອງຟາຣາໂອ ຈະກັບເປັນຄວາມອັບອາຍຂອງເຈົ້າ ແລະທີ່ກຳບັງໃນຮົ່ມເງົາຂອງເອຢິບກັບເປັນທີ່ຂາຍຫນ້າຂອງເຈົ້າ 4 ເພາະເຖິງແມ່ນວ່າຂ້າຣາຊການຂອງເຂົາຢູ່ທີ່ໂຊອານ ແລະທູດຂອງເຂົາໄປເຖິງຮາເນສ 5 ທຸກຄົນໄດ້ຮັບຄວາມອັບອາຍ ໂດຍຊົນຊາດນຶ່ງຊຶ່ງຊ່ອຍເຂົາບໍ່ໄດ້ ຊຶ່ງບໍ່ໄດ້ນຳຄວາມຊ່ອຍເຫລືອຫລືປໂຍດມາໃຫ້ ໄດ້ແຕ່ຄວາມອັບອາຍແລະຄວາມຂາຍຫນ້າ 6 ຖ້ອຍຄຳເຣື່ອງສັດປ່າແຫ່ງເນເກັບ ເຂົາທັງຫລາຍບັນທຸກຊັບສິນຂອງເຂົາເທິງຫລັງອູດໄປຕລອດແຜ່ນດິນແຫ່ງຄວາມຍາກລຳບາກແສນຣະທົມ ບ່ອນຊຶ່ງນາງສິງແລະສິງໂຕຜູ້ ງູພິດແລະມັງກອນເຫາະໄດ້ ໄປຍັງຊົນຊາດນຶ່ງຊຶ່ງຈະຊ່ອຍເຂົາບໍ່ໄດ້ 7 ເພາະຄວາມຊ່ອຍເຫລືອຂອງເອຢິບນັ້ນໄຮ້ຄ່າແລະບໍ່ມີປໂຍດ ເຫດສັນນັ້ນ ເຮົາຈຶ່ງເອີ້ນເຂົາວ່າ “ຣາຮັບຜູ້ນັ່ງເສີຍ” 8 ບັດນີ້ ໄປເຖີດ ຂຽນລົງໄວ້ເທິງແຜ່ນຈາຣຶກຕໍ່ຫນ້າເຂົາແລະຈົດໄວ້ໃນຫນັງສື ເພື່ອໃນເວລາທີ່ຈະມາເຖິງຈະເປັນສັກຂີພິຍານເປັນນິດ 9 ເພາະວ່າເຂົາທັງຫລາຍເປັນຊົນຊາດດື້ດຶງ ເປັນລູກທີ່ຕົວະ ເປັນຫລານທີ່ບໍ່ຍອມຟັງພຣະທັມຂອງພຣະຜູ້ເປັນເຈົ້າ 10 ຜູ້ກ່າວແກ່ຜູ້ເລັງຍານວ່າ “ຢ່າເຫັນເລີຍ” ແລະແກ່ປະກາດພຣະຄຳວ່າ “ຢ່າພຍາກອນສິ່ງທີ່ຖືກຕ້ອງແກ່ເຮົາເລີຍ ຈົ່ງເວົ້າສິ່ງທີ່ພວກເຮົາຢາກຟັງ ໃຫ້ພວກເຣົາຍຶດຖືສິ່ງທີ່ລວງຕາລວງໃຈໄວ້ 11 ອອກຈາກທາງເສັຽ ຫັນເສັຽຈາກວິຖີ ໃຫ້ອົງບໍຣິສຸດຂອງອິສຣາເອນພົ້ນຫນ້າພົ້ນຕາຂອງເຮົາເສັຽ” 12 ເຫດສັນນັ້ນ ອົງບໍຣິສຸດຂອງອິສຣາເອນກ່າວດັ່ງນີ້ວ່າ “ເພາະເຈົ້າດູຫມິ່ນຖ້ອຍຄຳນີ້ ແລະວາງໃຈໃນການບີບບັງຄັບແລະການທຸຈຣິດ ແລະເພິ່ງອາໄສສິ່ງເຫລົ່ານັ້ນ 13 ເພາະສະນັ້ນ ຄວາມບາບຜິດນີ້ຈະເປັນແກ່ເຈົ້າ ເຫມືອນກຳແພງສູງແຍກອອກໂຜ່ອອກໄປ ກຳລັງຈະພັງ ຊຶ່ງຈະພັງຢ່າງປັດຈຸບັນທັນດ່ວນໃນພິບຕາດຽວ 14 ພຣະອົງຈະຊົງກະທຳໃຫ້ແຕກເຫມືອນພາຊນະຂອງຊ່າງຫມໍ້ແຕກ ຊຶ່ງແຕກແຍກຢ່າງບໍ່ປານີ ປ່ຽງທີ່ແຕກນັ້ນບໍ່ພົບປ່ຽງດີ ພໍທີ່ຈະຕັກໄຟອອກຈາກເຕົາ ຫລືໃຊ້ຕັກນ້ຳອອກຈາກບໍ່ເກັບນ້ຳ” 15 ເພາະພຣະຜູ້ເປັນເຈົ້າອົງບໍຣິສຸດແຫ່ງອິສຣາເອນກ່າວດັ່ງນີ້ວ່າ “ໃນການກັບແລະຢຸດພັກ ເຈົ້າທັງຫລາຍຈະລອດ ກຳລັງຂອງເຈົ້າຈະຢູ່ໃນຄວາມສງົບແລະຄວາມໄວ້ວາງໃຈ ແລະເຈົ້າກໍບໍ່ຍອມທຳຕາມ” 16 ແຕ່ເຈົ້າທັງຫລາຍວ່າ “ຢ່າເລີຍ ເຮົາຈະຂີ່ມ້າຫນີໄປ” ເຫດສັນນັ້ນ ເຈົ້າກໍຈະຫນີໄປ ແລະ ເຮົາຈະ ຂີ່ມ້າໄວທີ່ສຸດ” ເພາະສະນັ້ນ ຜູ້ໄລ່ຕາມເຈົ້າທັງຫລາຍຈະໄວທີ່ສຸດ 17 ຄົນພັນນຶ່ງຈະຫນີເພາະຄຳຂູ່ເຂັນຂອງຄົນໆດຽວ ເຈົ້າທັງຫລາຍຈະຫນີເພາະຄຳຂູ່ເຂັນຂອງຄົນຫ້າຄົນ ຈົນຈະເຫລືອແຕ່ເຈົ້າເຫມືອນເສົາທຸງເທິງຍອດພູ ເຫມືອນຫລັກທຸງທີ່ຈອມເນີນພູເທົ່ານັ້ນ
ພຣະຄຸນຂອງພຣະເຈົ້າທີ່ຊົງສັນຍາປະທານແກ່ ອິສຣາເອນ
18 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຊົງຄອຍທີ່ຈະຊົງພຣະກະຣຸນາເຈົ້າທັງຫລາຍ ເພາະສະນັ້ນ ພຣະອົງຈຶ່ງຊົງລຸກຂຶ້ນເພື່ອເມດຕາເຈົ້າ ເພາະພຣະຜູ້ເປັນເຈົ້າເປັນພຣະເຈົ້າແຫ່ງຄວາມຍຸດຕິທັມ ຜູ້ທີ່ຄອຍຖ້າພຣະອົງຈະໄດ້ຮັບພຣະພອນ 19 ປະຊາຊົນຜູ້ອາໄສໃນຊີໂອນ ຢູ່ໃນເຢຣູຊາເລັມເອີຍ ເຈົ້າຈະບໍ່ຮ້ອງໄຫ້ອີກຕໍ່ໄປ ເມື່ອໄດ້ຍິນສຽງເຈົ້າຮ້ອງທູນພຣະອົງຈະຊົງເມດຕາຕໍ່ເຈົ້າ ເມື່ອພຣະອົງຊົງໄດ້ຍິນ ພຣະອົງຈະຕອບເຈົ້າ 20 ເຖິງແມ່ນອົງພຣະຜູ້ເປັນເຈົ້າປະທານອາຫານແຫ່ງຄວາມຍາກລຳບາກແລະນ້ຳແຫ່ງຄວາມທຸກໃຈໃຫ້ແກ່ເຈົ້າ ເຖິງປານນັ້ນພຣະຄຣູຂອງເຈົ້າຈະບໍ່ລີ້ຊ່ອນຕົວອີກເລີຍ ແຕ່ຕາຂອງເຈົ້າຈະເຫັນພຣະຄຣູຂອງເຈົ້າ 21 ເມື່ອເຈົ້າຫັນໄປທາງຂວາຫລືຫັນໄປທາງຊ້າຍ ຫູຂອງເຈົ້າຈະໄດ້ຍິນສຽງເວົ້າຕາມຫລັງເຈົ້າວ່າ “ນີ້ເປັນຫົນທາງຈົ່ງຍ່າງໃນທາງນີ້” 22 ແລ້ວເຈົ້າຈະທຳລາຍຮູບເຄົາຣົບຫລໍ່ໂອບດ້ວຍທອງຄຳຂອງເຈົ້າ ເຈົ້າຈະກະຈາຍມັນໄປຢ່າງຂອງບໍ່ສະອາດ ແລະເຈົ້າຈະກ່າວແກ່ມັນວ່າ“ຫນີໄປໃຫ້ພົ້ນ” 23 ພຣະອົງຈະປະທານຝົນໃຫ້ແກ່ເມັດພືດຊຶ່ງເຈົ້າຫວ່ານລົງທີ່ດິນແລະປະທານເຂົ້າ ຊຶ່ງເປັນຜລິດຜົນຂອງດິນ ແລະເຂົ້າຈະອຸດົມແລະສົມບູນ ໃນວັນນັ້ນງົວຂອງເຈົ້າຈະກິນຢູ່ໃນເດີ່ນຫຍ້າກວ້າງ 24 ງົວກັບລໍທີ່ໃຊ້ທຳນາຈະມີຫຍ້າແຫ້ງຢ່າງດີກິນ 25 ເທິງພູສູງທຸກແຫ່ງ ແລະເທິງເນີນສູງທຸກແຫ່ງຈະມີລຳທານມີນ້ຳໄຫລ ໃນວັນທີ່ມີການຂ້າກັນໃຫຍ່ ເມື່ອຫໍຄອຍພັງລົງ 26 ນອກຈາກນີ້ ແສງສວ່າງຂອງດວງຈັນຈະເຫມືອນແສງສວ່າງຂອງດວງຕາເວັນຈະເປັນເຈັດເທົ່າ ແລະເປັນຢ່າງແສງສວ່າງຂອງເຈັດວັນ ໃນວັນທີ່ພຣະຜູ້ເປັນເຈົ້າຊົງພັນຮອຍບາດເຈັບແຫ່ງຊົນຊາດຂອງພຣະອົງ ແລະຮັກສາບາດແຜຊຶ່ງເຂົາຖືກພຣະອົງຊົງຕີນັ້ນ 27 ເບິ່ງແມ໋, ພຣະນາມຂອງພຣະຜູ້ເປັນເຈົ້າມາຈາກທີ່ໄກ ຮ້ອນດ້ວຍຄວາມກິ້ວຂອງພຣະອົງ ໃນຄວັນຕຶບຫນາທີ່ລອຍສູງຂຶ້ນໄປ ຮີມພຣະໂອດຂອງພຣະອົງເຕັມດ້ວຍຄວາມກິ້ວ ແລະພຣະອົງກ່າວຈາແລະຖ້ອຍຄຳຂອງພຣະອົງເຫມືອນໄຟເຜົາຜານ 28 ພຣະອົງທຳໃຫ້ລົມພັດຢູ່ເບື້ອງຫນ້າຂອງພຣະອົງເຫມືອນລຳທານຖ້ວມທົ້ນ ທີ່ຖ້ວມເຖິງຄໍ ເພື່ອຈະຮ່ອນບັນດາປະຊາຊາດໄປສູ່ຄວາມຈິບຫາຍ ແລະຈະມີບັງຫຽນຊຶ່ງພາໃຫ້ເຈີ່ນທີ່ຂາມິດຕັດຂອງຊົນຊາດທັງຫລາຍ 29 ເຈົ້າຈະມີບົດເພງຢ່າງຄືນທີ່ມີເທສການສັກສິດ ແລະມີໃຈຍິນດີຢ່າງຄົນທີ່ອອກເດີນຕາມສຽງປີ່ ເພື່ອໄປຍັງພູຂອງພຣະຜູ້ເປັນເຈົ້າ ເຖິງພຣະສີລາແຫ່ງອິສຣາເອນ 30 ພຣະຜູ້ເປັນເຈົ້າຈະຊົງກະທຳໃຫ້ພຣະສຸຣະສຽງອັນຊົງຣິດອຳນາດຂອງພຣະອົງເປັນທີ່ໄດ້ຍິນ ແລະຈະຊົງໃຫ້ເປັນພຣະກອນຟາດລົງຂອງພຣະອົງດ້ວຍຄວາມກິ້ວຢ່າງກ້ຽວກາດ ແລະແປວແຫ່ງໄຟເຜົາຜານພ້ອມກັບຝົນກະຫນ່ຳແລະພະຍຸແລະຫມາກເຫັບ 31 ຄົນອັສຊີເຣັຽຈະສະຍົດສະຍອງດ້ວຍພຣະສຸຣະສຽງຂອງພຣະອົງ ພຣະອົງຊົງຕີສອນດ້ວຍພຣະຄະທາຂອງພຣະອົງ 32 ແລະຈັງຫວະໄມ້ແສ້ລົງໂທດທຸກຈັງຫວະຊຶ່ງພຣະຜູ້ເປັນເຈົ້າໂບຍລົງເຫນືອເຂົາຈະເຂົ້າກັບສຽງລຳມະນາແລະພີນເຂົາຄູ່ ພຣະອົງຈະຊົງຕໍ່ສູ້ເຂົາດ້ວຍສົງຄາມຟາດຟັນ 33 ເພາະບ່ອນສຳລັບເຜົາກໍຈັດໄວ້ດົນນານແລ້ວ ຕຽມໄວ້ສຳລັບພຣະຣາຊາ ບ່ອນນັ້ນທັງເລິກທັງກວ້າງແລະທັງມີກອງຟືນສູງ ຄືພຣະຜູ້ເປັນເຈົ້າຈະຫາຍໃຈເປັນແປວໄຟເພື່ອເຜົາໄຫມ້ບ່ອນນັ້ນ
ຄົນເອຢິບຄືມະນຸດ ບໍ່ແມ່ນພຣະເຈົ້າ
1 ວິບັດແກ່ຄົນເຫລົ່ານັ້ນຜູ້ລົງໄປທີ່ເອຢິບເພື່ອຂໍຄວາມຊ່ອຍເຫລືອ ແລະຫມາຍເພິ່ງມ້າ ຜູ້ທີ່ວາງໃຈໃນຣົດຮົບເພາະມີຫລາຍ ແລະວາງໃນພົນມ້າ ເພາະເຂົາທັງຫລາຍແຂງແຮງ ແຕ່ບໍ່ໄດ້ຫມາຍເຖິງອົງບໍຣິສຸດຂອງອິສຣາເອນ ຫລືປຶກສາກັບພຣະຜູ້ເປັນເຈົ້າ 2 ແຕ່ເຖິງປານນັ້ນ ພຣະອົງຍັງຊົງສລຽວສລາດແລະນຳໄພວິບັດມາໃຫ້ ພຣະອົງບໍ່ໄດ້ຊົງເອີ້ນພຣະຄຳຂອງພຣະອົງຄືນມາ ແຕ່ຈະຊົງລຸກຂຶ້ນຕໍ່ສູ້ກັບວົງຜູ້ກະທຳຄວາມຜິດ ແລະຕໍ່ສູ້ກັບຜູ້ຊ່ອຍເຫລືອຂອງຄົນເຫລົ່ານັ້ນທີ່ກະທຳບາບຜິດ 3 ຄົນເອຢິບເປັນຄົນ ແລະບໍ່ແມ່ນພຣະເຈົ້າ ແລະມ້າທັງຫລາຍຂອງເຂົາເປັນເນື້ອຫນັງ ແລະບໍ່ແມ່ນວິນຍານ ເມື່ອພຣະຜູ້ເປັນເຈົ້າຊົງຢຽດພຣະຫັດຂອງພຣະອົງອອກ ຜູ້ຊ່ອຍເຫລືອກໍຈະສະດຸດ ແລະຜູ້ທີ່ຮັບການຊ່ອຍເຫລືອກໍຈະລົ້ມ ແລະເຂົາທັງຫລາຍຈະພິນາດເສັຽດ້ວຍກັນ 4 ເພາະພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າດັ່ງນີ້ວ່າ ດັ່ງສິງຫລືສິງຫນຸ່ມຄຳຣາມຢູ່ເຫນືອເຫຍື່ອຂອງມັນ ແລະເມື່ອເຂົາເອີ້ນຜູ້ລ້ຽງແກະຫມູ່ນຶ່ງມາສູ້ມັນ ມັນບໍ່ຢ້ານກົວຕໍ່ສຽງໂຮ່ຮ້ອງຂອງເຂົາທັງຫລາຍ ຫລືແລ່ນຫນີຕໍ່ສຽງອຶງຄະນຶງຂອງເຂົາ ດັ່ງນັ້ນແຫລະ ພຣະຜູ້ເປັນເຈົ້າຈອມໂຍທາຈະສະເດັດລົງມາເພື່ອສູ້ຮົບເທິງພູຊີໂອນແລະເທິງເນີນພູຂອງມັນ 5 ເຫມືອນນົກບິນຢູ່ ດັ່ງນັ້ນແຫລະພຣະຜູ້ເປັນເຈົ້າຈອມໂຍທາຈະຊົງອາຣັກຂາເຢຣູຊາເລັມ ພຣະອົງຈະຊົງອາຣັກຂາແລະ ຊ່ອຍກູ້ພຣະອົງ ຈະຊົງເວັ້ນເສັຽ ແລະຊ່ອຍຊີວິດ 6 ໂອ ປະຊາຊົນອິສຣາເອນເອີຍ ຈົ່ງກັບມາຫາພຣະອົງຜູ້ທີ່ພວກເຈົ້າໄດ້ກະບົດຢ່າງຮ້າຍ 7 ເພາະໃນວັນນັ້ນ ທຸກຄົນຈະຖິ້ມຮູບເຄົາຣົບຂອງຕົນທີ່ທຳດ້ວຍເງິນແລະຮູບເຄົາຣົບຂອງຕົນທີ່ທຳດ້ວຍທອງຄຳ ຊຶ່ງມືຂອງເຈົ້າໄດ້ທຳຂຶ້ນຢ່າງບາບຫນາສຳລັບຕົວເຈົ້າ 8 “ແລະຄົນອັສຊີເຣັຽຈະລົ້ມລົງດ້ວຍດາບ ຊຶ່ງບໍ່ແມ່ນຂອງມະນຸດຈະກິນເຂົາເສັຽ ແລະເຂົາຈະຫນີຈາກດາບ ແລະຊາຍສະກັນຂອງເຂົາຈະຖືກບັງຄັບໃຫ້ທຳງານໂຍທາ 9 ສີລາຂອງເຂົາຈະສິ້ນໄປດ້ວຍຄວາມສະຍົດສະຍອງ ແລະນາຍໆຂອງເຂົາຈະຖິ້ມທຸງໄປດ້ວຍອາການອົກສັ່ນຂວັນຫາຍ ພຣະຜູ້ເປັນເຈົ້າຜູ້ທີ່ໄຟຂອງພຣະອົງຢູ່ໃນຊີໂອນ ແລະຜູ້ທີ່ເຕົາຂອງພຣະອົງຢູ່ໃນເຢຣູຊາເລັມ ກ່າວດັ່ງນີ້ແຫລະ
ກະສັດທີ່ຊອບທັມ
1 ວັນນຶ່ງຈະມີກະສັດທີ່ຊອບທັມອົງນຶ່ງ ແລະຈະມີເຈົ້ານາຍທີ່ປົກຄອງດ້ວຍຄວາມຍຸດຕິທັມ 2 ເຈົ້ານາຍແຕ່ລະຄົນຈະເປັນເຫມືອນເຄື່ອງບັງລົມ ເຫມືອນບອ່ນຫລີກພະຍຸ ເຫມືອນສາຍນ້ຳໄຫລໃນຖິ່ນກັນດານ ແລະເຫມືອນຮົ່ມເງົາຈາກໂງ່ນຫີນໃຫຍ່ໃນແຜ່ນດິນທີ່ແຫ້ງແລ້ງ 3 ພວກທ່ານຈະເບິ່ງແຍງແລະຮັບຟັງຄວາມຕ້ອງການຂອງປະຊາຊົນ 4 ຈະບໍ່ໃຈຮ້ອນອີກຕໍ່ໄປ ແຕ່ຈະທຳໂດຍໃຊ້ຄວາມຮູ້ແລະເວົ້າແຕ່ສິ່ງທີ່ມີປໂຍດ 5 ຈະບໍ່ມີໃຜຄິດວ່າຄົນໂງ່ເປັນຄົນມີກຽດຫລືເວົ້າວ່າຄົນໂກງເປັນຄົນທີ່ສັດຊື່ 6 ຄົນໂງ່ກໍເວົ້າແຕ່ເຣື່ອງໂງ່ໆ ແລະຄິດກະທຳແຕ່ສິ່ງທີ່ບໍ່ດີ ສິ່ງທີ່ເຂົາທຳແລະເວົ້າລ້ວນແຕ່ຫມິ່ນປມາດພຣະເຈົ້າຈະບໍ່ໃຫ້ເຂົ້ານ້ຳແກ່ຜູ້ທີ່ຫິວ 7 ສ່ວນຄົນຂີ້ໂກງເຂົາເປັນຄົນຊົ່ວແລະທຳແຕ່ໃນສິ່ງທີ່ຊົ່ວຮ້າຍ ວາງແຜນທຳຮ້າຍຄົນທຸກຍາກຈົນດ້ວຍການຕົວະ ແລະກີດກັ້ນສິດຂອງພວກເຂົາ 8 ແຕ່ຄົນທີ່ສັດຊື່ກໍທຳແຕ່ຄວາມສັດຊື່ ແລະຕັ້ງຫມັ້ນຢູ່ໃນສິ່ງທີ່ຖືກຕ້ອງເທົ່ານັ້ນ
ພິພາກສາໂທດແລະທຳໃຫ້ດີຄືເກົ່າ
9 ພວກຜູ້ຍິງທີ່ມີຊີວິດເປັນຢູ່ຢ່າງງ່າຍໆ ແລະບໍ່ເຄີຍຫົວຊານຳຫຍັງ 10 ຈົ່ງຟັງຂ້າພະເຈົ້າ ດຽວນີ້ພວກເຈົ້າອີ່ມຫນຳສຳລານດີ ແຕ່ໃນປີຕໍ່ໄປນີ້ພວກເຈົ້າຈະຫມົດຫວັງເພາະວ່າຈະບໍ່ມີຫມາກອະງຸ່ນກິນ 11 ພວກຜູ້ຍິງທີ່ມີຊີວິດເປັນຢ່າງງ່າຍໆແລະບໍ່ເຄີຍຫົວຊານຳຫຍັງ ລະວັງເດີ ພວກເຈົ້າຈະຢ້ານກົວຕົວສັ່ນ ຈົ່ງແກ້ເຄື່ອງນຸ່ງອອກ ແລ້ວເອົາຜ້າຂາດມັດແອວໄວ້ 12 ຈົ່ງຕິຕາງຮ້ອງໄຫ້ຂຶ້ນ ເພາະວ່ານາດີແລະສວນອະງຸ່ນຈະຖືກທຳລາຍແລ້ວຫຍ້າແລະໄມ້ມີຫນາມໄດ້ເກີດຂຶ້ນເທິງທີ່ດິນໄພ່ພົນຂອງເຮົາ 13 ຈົ່ງຮ້ອງໄຫ້ເທີນ ເພາະວ່າເຮືອນທຸກຫລັງທີ່ປະຊາຊົນອາໄສຢູ່ຢ່າງມີຄວາມສຸກ ແລະເມືອງທີ່ເຕັມໄປດ້ວຍຄວາມມ່ວນຊື່ນຍິນດີ 14 ຕລອດທັງພຣະຣາຊວັງ ແລະເມືອງຫລວງນັ້ນ ຖືກປະຖິ້ມເພພັງຮ້າງເປົ່າຫມົດ ຫມູ່ບ້ານແລະປ້ອມຍາມຮັກສາການຈະເສັຽຫາຍຕລອດໄປ ລໍປ່າຈະໄປທີ່ນັ້ນ ແລະມັນຈະເປັນທົ່ງຫຍ້າຂອງຫມູ່ແກະ 15 ຈົນກວ່າພຣະວິນຍານຈະເທລົງມາເທິງເຮົາຈາກເບື້ອງເທິງ ແລະແຜ່ນດິນທີ່ເປົ່າແປນຈະກາຍເປັນແຜ່ນດິນອັນອຸດົມສົມບູນ ແລະໄຮ່ນາຈະເກີດດອກອອກຜົນຢ່າງຫລວງຫລາຍ 16 ຄວາມຊອບທັມແລະຄວາມຍຸດຕິທັມຈະມີທົ່ວໄປໃນປະເທດ 17 ເພາະວ່າທຸກໆຄົນຈະເຮັດຖືກຕ້ອງຈຶ່ງຈະມີຄວາມສງົບສຸກເກີດຂຶ້ນມາ ແລະຫມັ້ນຄົງຕລອດໄປ 18 ບ້ານເຮືອນແຫ່ງໄພ່ພົນຂອງພຣະເຈົ້າຈະມີຄວາມສງົບສຸກ ແລະປອດພັຍ ພວກເຂົາຈະບໍ່ຖືກຮົບກວນ 19 ເມື່ອປ່າພັງທະລາຍ ຫມາກເຫັບຈະຕົກລົງມາຕາມປ່າ ແລະເມືອງຈະເຈື່ອນເພພັງ 20 ທ່ານທີ່ຫວ່ານຢູ່ຂ້າງຫ້ວງນ້ຳທັງປວງກໍເປັນສຸກ ຜູ້ທີ່ປ່ອຍໃຫ້ຕີນງົວ ແລະຕີນລາທ່ຽວຢູ່ຢ່າງອິສຣະ
ການອ້ອນວອນຂໍຄວາມຊ່ອຍເຫລືອ
1 ພວກສັດຕຣູຂອງເຮົາຈະປະສົບໄພວິບັດ ພວກເຂົາເປັນພວກປຸ້ນ ແລະຄົນທໍຣະຍົດ ເຖິງແມ່ນບໍ່ມີໃຜປຸ້ນ ແລະທໍຣະຍົດພວກເຂົາ ແຕ່ວັນເວລາແຫ່ງການຖືກປຸ້ນຖືກທໍຣະຍົດຈະມາເຖິງເຂົາ ຄືພວກເຂົາຈະຕົກເປັນເຫຍື່ອຂອງການຖືກປຸ້ນຖືກທໍຣະຍົດ 2 ໂອ ພຣະຜູ້ເປັນເຈົ້າ ຂໍຊົງເມດຕາພວກຂ້າພຣະອົງແດ່ທ້ອນ ພວກຂ້າພຣະອົງຫວັງເພິ່ງພຣະອົງ ຂໍຊົງຄຸ້ມຄອງຮັກສາພວກຂ້າພຣະອົງທຸກໆວັນ ແລະຂໍຊົງຊ່ອຍພວກຂ້າພຣະອົງໃນເວລາຖືກຍາກ 3 ເມື່ອພຣະອົງຊົງຊ່ອຍຮົບແລະມີສຽງຟ້າຮ້ອງ ຊົນຊາດທັງຫລາຍກໍປົບຫນີໄປຈາກສະຫນາມຮົບ 4 ແລະສິ່ງຂອງທີ່ພວກເຂົາມີຢູ່ຈະຖືກຍຶດເອົາໄປຈົນຫມົດ 5 ພຣະຜູ້ເປັນເຈົ້າຊົງຍິ່ງໃຫຍ່ແທ້ ພຣະອົງຊົງຄອບຄອງເຫນືອສັພສິ່ງທັງປວງ ຈະຊົງເຮັດໃຫ້ກຸງເຢຣູຊາເລັມຍຸດຕິທັມແລະຊອບທັມ 6 ແລະຊົງເຮັດໃຫ້ຊາດມີຄວາມຫມັ້ນຄົງ ພ້ອມທັງຊົງເປັນຄວາມລອດພົ້ນ ໃຫ້ສະຕິປັນຍາຄວາມຮູ້ແກ່ໄພ່ພົນຂອງພຣະອົງ ຊັບສົມບັດອັນປະເສີດຂອງພວກເຂົາຄືຄວາມຢຳເກງພຣະຜູ້ເປັນເຈົ້າ 7 ຄົນກ້າຫານຈະຮ້ອງຂໍໃຫ້ຊ່ອຍ ຄນະທູດສັນຕິພາບຈະຣ້ອງໄຫ້ດ້ວຍຄວາມຂົມຂື່ນ 8 ຕາມຖນົນຫົນທາງຈະເຕັມໄປດ້ວຍອັນຕະຣາຍແລະບໍ່ມີຄົນທ່ຽວ ສັນຍາແລະຂໍ້ຕົກລົງຕ່າງໆຈະຖືກລ່ວງລະເມີດ ຈະບໍ່ມີການເຄົາຣົບນັບຖືຊຶ່ງກັນແລະກັນ 9 ແຜ່ນດິນຖືກປະຮ້າງວ່າງເປົ່າ ກົກໄມ້ໃນພູເລບານອນໄດ້ຫ່ຽວແຫ້ງຕາຍໄປ ຮ່ອມພູຊາໂຣນທີ່ອຸດົມສົມບູນກໍເປັນຄືຖິ່ນກັນດານ ໃບໄມ້ໃນບາຊານແລະເທິງພູກາຣ໌ເມນກໍຫລົ່ນລົງຫມົດ 10 ພຣະຜູ້ເປັນເຈົ້າຊົງບອກຊົນຊາດທັງຫລາຍວ່າ, “ບັດນີ້ເຣົາຈະລົງມືລະ ເຮົາຈະສະແດງໃຫ້ເຫັນວ່າ ເຮົາມີອຳນາດພຽງໃດ 11 ເຈົ້າອຸ້ມທ້ອງແຕ່ແກບ ເຈົ້າຄອດແຕ່ຕໍ ລົມຫາຍໃຈຂອງເຈົ້າເປັນໄຟທີ່ຈະເຜົາຜານເຈົ້າ 12 ແລະຊົນຊາດທັງຫລາຍກໍຈະເຫມືອນຖືກເຜົາເປັນປູນ ເຫມືອນຫນາມໃຫຍ່ທີ່ຖືກຕັດລົງທີ່ເຜົາໃນໄຟ” 13 ໃຫ້ທຸກຄົນທັງຢູ່ໃກ້ແລະຢູ່ໄກຟັງວ່າ “ເຣົາໄດ້ກະທຳຫຍັງແດ່ ແລະຈົ່ງຮັບຮູ້ກຳລັງຂອງເຮົາ” 14 ພວກຄົນບາບໃນຊີໂອນຈະສັ່ນສະທ້ານຢ້ານກົວ ພວກເຂົາເວົ້າວ່າ, “ການພິພາກສາໂທດຂອງພຣະເຈົ້າເປັນເຫມືອນໄຟເຜົາຕລອດໄປ ຈະບໍ່ມີໃຜໃນພວກເຮົາຫນີຈາກໄຟຢ່າງນັ້ນໄດ້” 15 ຖ້າພວກເຈົ້າເວົ້າແລະເຮັດແຕ່ຊອບທັມ ພວກເຈົ້າກໍຈະລອດພົ້ນ ຢ່າໃຊ້ອຳນາດຂົ່ມຂູ່ຄົນທຸກຍາກ ຢ່າຮັບສິນບົນ ຢ່າຮ່ວມມືກັບຜູ້ວາງແຜນຂ້າຄົນ ຫລືຜູ້ເຮັດຊົ່ວຮ້າຍອື່ນໆ 16 ແລ້ວເຈົ້າຈະສຳເຣັດຜົນ ຈະມີຊີວິດຫມັ້ນຄົງເຫມືອນປ້ອມອັນແຂງແກ່ງ ຈະມີອາຫານແລະນ້ຳກິນພຽງພໍ
ອານາຄົດທີ່ຮຸ່ງເຮືອງ
17 ເຈົ້າຈະເຫັນກະສັດອົງມີກຽດຂຶ້ນປົກຄອງອີກເທື່ອນຶ່ງ ແຜ່ນດິນນີ້ຈະຂະຫຍາຍກວ້າງອອກໄປທຸກດ້ານ 18 ຄົນເກັບພາສີຊາວຕ່າງປະເທດທີ່ເຈົ້າເຄີຍຢ້ານກົວມາຕັ້ງແຕ່ກ່ອນ ກັບພວກນັກສືບສອດແນມຈະເປັນພຽງອະນຸສອນເຕືອນໃຈເທົ່ານັ້ນ 19 ເຈົ້າຈະບໍ່ໄດ້ເຫັນຊາວຕ່າງປະເທດຜູ້ໂອ້ອວດແລະເວົ້າພາສາທີ່ເຈົ້າບໍ່ເຂົ້າໃຈອີກຕໍ່ໄປ 20 ຈົ່ງເບິ່ງຊີໂອນເມືອງທີ່ເຮົາສະເຫລີມສລອງພິທີທາງສາສນາ ຈຶ່ງເບິ່ງເຢຣູຊາເລັມດູ ມັນຈະເປັນບ່ອນຢູ່ອາໄສທີ່ປອດພັຍ ຈະເປັນເຫມືອນຕູບຜ້າເຕັນທີ່ບໍ່ຍ້າຍຈັກເທື່ອ ຄືຫລັກເຕັນຈະບໍ່ຖອນແລະເຊືອກຜູກກໍຈະບໍ່ຂາດຈັກເທື່ອ 21 ພຣະຜູ້ເປັນເຈົ້າຈະຊົງສະແດງໃຫ້ເຣົາເຫັນພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະອົງ ພວກເຮົາຈະໄດ້ອາໄສຢູ່ຕາມແຄມແມ່ນ້ຳແລະລຳຫ້ວຍທີ່ກວ້າງໃຫຍ່ ຈະບໍ່ມີເຮືອແພຂອງສັດຕຣູແລ່ນໄປມາໃນແມ່ນ້ຳນີ້ 22 ສາຍໂຍງໃບເຮືອທຸກໆສາຍກໍໃຊ້ການບໍ່ໄດ້ ເປັນເຫດໃຫ້ໃບຂອງມັນບໍ່ກາງອອກ 23 ສິ່ງຂອງທັງຫມົດທີ່ຖືກຍຶດເອົາມາຈາກກອງທັບສັດຕຣູແມ່ນແຕ່ຄົນພິການກໍມີສ່ວນໄດ້ຮັບສິ່ງຂອງອັນຫລວງຫລາຍນັ້ນ ພຣະຜູ້ເປັນເຈົ້າເອງຈະຊົງເປັນກະສັດຂອງເຮົາ 24 ຈະຊົງປົກຄອ ງແລະຄຸ້ມກັນພວກເຮົາ ຈະບໍ່ມີໃຜໃນປະເທດຂອງເຮົາຮ້ອງວ່າເຈັບໃຂ້ອີກ ທຸກໆຄົນຈະໄດ້ຮັບອະພັຍບາບ
ພຣະພິໂຣດຂອງພຣະຜູ້ເປັນເຈົ້າຕໍ່ປະຊາຊາດ
1 ໂອ ບັນດາປະຊາຊາດເອີຍ ຈົ່ງເຂົ້າມາໃກ້ຈະໄດ້ຟັງ ແລະໂອ ຊົນຊາດທັງຫລາຍເອີຍ ຟັງເດີ ຂໍໃຫ້ແຜ່ນດິນໂລກ ແລະສັພສິ່ງໃນນັ້ນຟັງ ທັງພິພົບແລະບັນດາສິ່ງທີ່ມາຈາກພິພົບ 2 ເພາະພຣະຜູ້ເປັນເຈົ້າຊົງກ້ຽວກາດຕໍ່ປະຊາຊາດທັງສິ້ນ ແລະດຸເດືອດຕໍ່ພົນໂຍທາທັງສິ້ນຂອງເຂົາ ພຣະອົງຊົງຄາດໂທດເຂົາ ແລະມອບເຂົາໄວ້ແກ່ການຂ້າ 3 ຄົນທີ່ຖືກຂ້າຂອເຂົາຈະຖືກແກວ່ງອອກໄປ ແລະກິ່ນເຫມັນແຫ່ງສົບຂອງເຂົາຈະຟຸ້ງໄປ ພູທັງຫລາຍຈະນອງໄປດ້ວຍເລືອດ 4 ບໍຣິວານທັງສິ້ນຂອງຟ້າສວັນຈະເນົ່າໄປ ແລະທ້ອງຟ້າກໍຈະມ້ວນເຫມືອນຫນັງສືມ້ວນ ບໍຣິວານທັງສິ້ນຂອງມັນຈະຣ່ວງຫລົ່ນເຫມືອນໃບໄມ້ຫລົ່ນຈາກເຄືອອະງຸ່ນ ຢ່າງໃບໄມ້ຫລົ່ນຈາກຕົ້ນຫມາກເດື່ອ 5 ເພາະວ່າດາບຂອງເຮົາໄດ້ດື່ມຈົນອີ່ມໃນຟ້າສວັນ ເບິ່ງແມ໋, ມັນລົງມາເພື່ອການພິພາກສາເອໂດມ ເຮົາໄດ້ຄາດໂທດຊົນຊາດນີ້ແລ້ວ 6 ພຣະຜູ້ເປັນເຈົ້າມີພຣະແສງດາບອາບເລືອດທີ່ເຕັມໄປດ້ວຍໄຂມັນ ກັບເລືອດຂອງລູກແກະແລະແບ້ກັບໄຂມັນຂອງໂຕແກະເຖິກ ເພາະພຣະຜູ້ເປັນເຈົ້າມີການຂ້າບູຊາໃນເມືອງໂບສຣາ ການຂ້າຂະຫນາດໃຫຍ່ໃນແຜ່ນດິນເອໂດມ 7 ງົວກະທິງລົ້ມລົງພ້ອມກັບເຂົາດ້ວຍ ແລະງົວຫນຸ່ມລົ້ມຢູ່ກັບງົວສະກັນ ແຜ່ນດິນຂອງເຂົາຈະນອງໄປດ້ວຍເລືອດ ແລະດິນຈະໄດ້ອຸດົມດ້ວຍໄຂມັນ 8 ເພາະພຣະຜູ້ເປັນເຈົ້າມີວັນເພື່ອການແກ້ແຄ້ນ ມີປີແຫ່ງການຕອບແທນເພື່ອເຫດຂອງຊີໂອນ 9 ແລະລຳທານແຫ່ງເອໂດມຈະກາຍເປັນນ້ຳມັນດິນ ແລະດິນຂອງເມືອງນີ້ຈະກາຍເປັນມາດທີ່ໄຫມ້ເຜົາຜານທົ່ວປະເທດ 10 ທັງກາງຄືນແລະກາງເວັນຈະບໍ່ດັບ ຄວັນຂອງມັນຈະຂຶ້ນຢູ່ສເມີເປັນນິດ ມັນຈະຖືກປະຮ້າງຢູ່ຊົ່ວຊາດພັນ ບໍ່ມີໃຜຜ່ານໄປເນື່ອງນິດ 11 ແຕ່ນົກກາເວົາແລະນົກເຄົ້າຈະຍຶດມັນເປັນກຳມະສິດ ນົກທຶດທືແລະກາຈະອາໄສຢູ່ບ່ອນນັ້ນ ພຣະອົງຈະຊົງຄຶງສາຍແຫ່ງຄວາມຫຍຸ້ງເຫຍີງຫນືອມັນ ແລະປ່ອຍຫມາກກະດິ່ງແຫ່ງຄວາມວ່າງເປົ່າ 12 ຝ່າຍເຈົ້ານາຍຂອງມັນເຂົາຈະໃຫ້ຊື່ວ່າ ບໍ່ມີຣາຊອານາຈັກທີ່ນັ້ນ ແລະເຈົ້ານາຍຂອງມັນຈະບໍ່ມີຄ່າເລີຍ 13 ກົກຫນາມໃຫຍ່ນ້ອຍຈະງອກເຫນືອຣາຊວັງແລະກຳແພງເມືອງ ຈະເປັນບ່ອນທີ່ຫມາປ່າຢູ່ແລະເປັນເດີ່ນຂອງນົກກະຈອກເທດ 14 ແລະສັດປ່າຈະພົບກັບຫມາໄນ ຜີປີສາດຈະຮ້ອງຫາເພື່ອນບ້ານຂອງມັນ ເອີ ຜີລົງມາທີ່ນັ້ນແລະຫາບ່ອນຕົວພັກ 15 ນົກເຄົ້າຈະເຮັດຮັງຟັກໄຂ່ແລະໂຮມລູກອ່ອນໄວ້ໃນເງົາຂອງມັນ ແຮ້ງຈະບິນມາເທື່ອລະໂຕເພື່ອໂຮມກັນຢູ່ໃນບ່ອນນັ້ນ 16 ຈົ່ງຊອກຫາແລະອ່ານຈາກຫນັງສືຂອງພຣະຜູ້ເປັນເຈົ້າ ສັດເຫລົ່ານີ້ຈະບໍ່ຂາດໄປຈັກຢ່າງ ບໍ່ມີໂຕໃດທີ່ຈະບໍ່ມີຄູ່ ເພາະພຣະໂອດຂອງພຣະຜູ້ເປັນເຈົ້າໄດ້ບັນຊາໄວ້ແລ້ວ ແລະພຣະວິນຍານຂອງພຣະອົງໄດ້ຮວບຮວມໄວ້ 17 ພຣະອົງຊົງຈັບສະຫລາກໃຫ້ມັນແລ້ວ ພຣະຫັດຂອງພຣະອົງໄດ້ປັນສ່ວນໃຫ້ມັນດ້ວຍເຊືອກວັດ ມັນທັງຫລາຍຈະໄດ້ກຳມະສິດເປັນນິດ ມັນຈະອາໄສຢູ່ໃນບ່ອນນັ້ນທຸກຊົ່ວຊາດພັນ
ທາງບໍຣິສຸດ
1 ຖິ່ນກັນດານ ແລະທີ່ແຫ້ງແລ້ງຈະຍິນດີ ທະເລຊາຍຈະຊົມຊື່ນຍິນດີ ແລະເກີດດອກຢ່າງຕົ້ນດອກໂກຣກັສ 2 ມັນຈະອອກດອກອຸດົມ ແລະຊົມຊື່ນຍິນດີດ້ວຍຄວາມຊື່ນບານ ແລະການຮ້ອງເພງ ສັກສີຂອງເລບານອນກໍຈະປະທານໃຫ້ມັນ ທັງຄວາມໂອ່ອ່າຕະການຂອງກາຣ໌ເມນ ແລະຊາໂຣນ ບ່ອນເຫລົ່ານີ້ຈະເຫັນສະງ່າຣາສີຂອງພຣະເຈົ້າ ຄວາມໂອ່ອ່າຕະການຂອງພຣະເຈົ້າຂອງພວກເຮົາ 3 ຈົ່ງໃຫ້ແຮງແກ່ມືທີ່ເມື່ອຍ ແລະແກ່ຫົວເຂົ່າທີ່ສັ່ນດ້ວຍຄວາມອ່ອນແຮງ 4 ຈົ່ງຊູໃຈຄົນຢ້ານ ໃຫ້ມີໃຈເຂັ້ມແຂງ ແລະຢ່າຢ້ານ ພຣະເຈົ້າຈະສະເດັດມາຊ່ອຍ ຈະມາແກ້ແຄ້ນສັດຕຣູຂອງເຂົາ 5 ຄົນຕາບອດຈະເຫັນຮຸ່ງ ຄົນຫູຫນວກຈະໄດ້ຍິນ 6 ຄົນພິການກໍຈະເຕັ້ນ ແລະຟ້ອນຄືຟານ ຄົນປາກກືກຈະໂຮ່ຣ້ອງດ້ວຍຄວາມຍິນດີ ສາຍນ້ຳຈະໄຫລຜ່ານຖິ່ນກັນດານ 7 ຊາຍທີ່ຮ້ອນຈະກາຍເປັນຫນອງນ້ຳ ແລະດິນທີ່ແຫ້ງແລ້ງຈະມີນ້ຳອອກບໍ່ ໃນບ່ອນທີ່ຫມາຈອກເຄີຍນອນ ຈະມີຫຍ້າແລະຕົ້ນອໍ້ເກີດຂຶ້ນ 8 ແລະຈະມີທາງຫລວງຢູ່ທີ່ນັ້ນ ແລະເຂົາຈະເອີ້ນທາງນັ້ນວ່າ “ທາງບໍຣິສຸດ” ຄົນບາບແລະຄົນໂງ່ຈະເດີນທາງນັ້ນບໍ່ໄດ້ 9 ຈະບໍ່ມີສິງທີ່ນັ້ນ ຫລືຈະບໍ່ມີສັດຮ້າຍມາທາງນັ້ນ ຄົນຜູ້ທີ່ພຣະຜູ້ເປັນເຈົ້າໄດ້ຊົງກອບກູ້ແລ້ວ ຈະເດີນໄປຕາມທາງນັ້ນໄດ້ຢ່າງສະບາຍ 10 ຜູ້ທີ່ຮັບການໄຖ່ແລ້ວຂອງພຣະເຈົ້າຈະກັບ ແລະຈະມາຍັງຊີໂອນດ້ວຍຮ້ອງເພງ ມີຄວາມຊື່ນບານເປັນນິດເທິງຫົວຂອງເຂົາທັງຫລາຍ ເຂົາຈະໄດ້ຮັບຄວາມຊື່ນບານແລະຄວາມຍິນດີ ຄວາມໂສກເສົ້າແລະການຖອນຫາຍໃຈຈະຫນີໄປເສັຽ
ເຊນນາເຄຣິບບຸກຢູດາ
1 ໃນປີທີ່ສິບສີ່ແຫ່ງຣັຊການກະສັດເຮເຊກີຢາ ເຊນນາເຄຣິບພຣະຣາຊາແຫ່ງອັສຊີເຣັຽໄດ້ຍົກຂຶ້ນມາຕໍ່ສູ້ບັນດານະຄອນທີ່ມີປ້ອມຂອງຢູດາແລະຍຶດໄດ້ 2 ແລະພຣະຣາຊາແຫ່ງອັສຊີເຣັຽໄດ້ຮັບສັ່ງໃຫ້ຣັບຊາເກໄປຈາກເມືອງລາຄິສເຖິງກຸງເຢຣູຊາເລັມເຂົ້າເຝົ້າກະສັດເຮເຊກີຢາ ພ້ອມກັບກອງທັບອັນໃຫຍ່ ແລະທ່ານມາຢືນຢູ່ທາງຮາງສະ ລະບາຍນ້ຳເທິງທີ່ຖນົນເດີ່ນຊັກຜ້າ 3 ເອລີອາກິມບຸດຮີນກີຢາກໍອອກມາຫາທ່ານ ເອລີອາກິມເປັນຜູ້ບັນຊາການຣາຊສຳນັກ ພ້ອມກັບເຊບນາຣາຊເລຂາແລະໂຢອາບຸດຊາຍອາສາຟເຈົ້າກົມສາຣະບັນ 4 ຣັບຊາເກເວົ້າກັບເຂົາວ່າ, “ຈົ່ງທູນເຮເຊກີຢາວ່າ “ພຣະມະຫາຣາຊາ ຄືພຣະຣາຊາແຫ່ງອັສຊີເຣັຽກ່າວດັ່ງນີ້ວ່າ ທ່ານວາງໃຈໃນຫຍັງ 5 ທ່ານຄິດວ່າພຽງແຕ່ຖ້ອຍຄຳກໍເປັນຍຸທສາດແລະແສນຍານຸພາບຫລື ດຽວນີ້ທ່ານເພິ່ງຜູ້ໃດ ທ່ານຈຶ່ງໄດ້ກະບົດຕໍ່ເຣົາ 6 ເບິ່ງແມ໋, ດຽວນີ້ທ່ານເພິ່ງໄມ້ເທົ້າອໍ້ທີ່ເດາະ ຄືເອຢິບ ຊຶ່ງຈະຕຳມືຂອງຄົນໃດໆທີ່ໃຊ້ໄມ້ເທົ້ານັ້ນຢັນຟາຣາໂອກະສັດແຫ່ງເອຢິບເປັນເຊັ່ນນັ້ນຕໍ່ຜູ້ທີ່ຫວັງເພິ່ງເຂົາ 7 ແຕ່ຖ້າທ່ານຈະບອກເຮົາວ່າ “ເຣົາວາງໃຈໃນພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ” ກໍບ່ອນນະມັສການສະຖານທີ່ສູງແລະແທ່ນບູຊາຂອງພຣະນັ້ນບໍ່ແມ່ນຫລືທີ່ເຮເຊກີຢາຮື້ຖິ້ມເສັຽແລ້ວ ແລະກ່າວແກ່ຢູດາແລະເຢຣູຊາເລັມວ່າ “ທ່ານທັງຫລາຍຈົ່ງນະມັສການທີ່ຫນ້າແທ່ນບູຊານີ້” 8 ມາເຖີດມາທຳສັນຍາກັນກັບເຈົ້າຊີວິດແຫ່ງອັສຊີເຣັຽນາຍຂອງຂ້າ ເຮົາຈະໃຫ້ມ້າສອງພັນໂຕແກ່ເຈົ້າ ຖ້າຝ່າຍເຈົ້າຫາຄົນທີ່ຂີ່ມ້າເຫລົ່ານັ້ນໄດ້ 9 ແລ້ວຢ່າງນັ້ນເຈົ້າຈະຂັບໄລ່ນາຍກອງແຕ່ພຽງຄົນດຽວໃນຫມູ່ຂ້າຣາຊການຜູ້ນ້ອຍທີ່ສຸດຂອງນາຍຂອງເຮົາຢ່າງໃດໄດ້ ແຕ່ເຈົ້າຍັງວາງໃຈເພິ່ງເອຢິບເພື່ອຣົດຮົບແລະເພື່ອພົນມ້າ 10 ນອກຈາກນີ້ ທີ່ເຮົາມາຕໍ່ສູ້ແຜ່ນດິນນີ້ເພື່ອທຳລາຍເສັຽ ກໍຂຶ້ນມາໂດຍປາສຈາກພຣະຜູ້ເປັນເຈົ້າຫລື ພຣະຜູ້ເປັນເຈົ້າກ່າວແກ່ຂ້າວ່າ ຈົ່ງຂຶ້ນໄປຕໍ່ສູ້ແຜ່ນດິນນີ້ແລະທຳລາຍເສັຽ” 11 ແລ້ວເອລີອາກິມ ເຊບນາ ແລະໂຢອາ ຮຽນຣັບຊາເກວ່າ “ຂໍເຖີດ ຂໍເວົ້າກັບຜູ້ຮັບໃຊ້ຂອງທ່ານເປັນພາສາອາຣາມເຖີດ ເພາະເຮົາເຂົ້າໃຈພາສານັ້ນ ຂໍຢ່າເວົ້າກັບເຮົາເປັນພາສາຢູດາໃຫ້ປະຊາຊົນຜູ້ຢູ່ເທິງກຳແພງໄດ້ຍິນເລີຍ” 12 ແຕ່ຣັບຊາເກວ່າ “ນາຍຂອງເຮົາໃຊ້ໃຫ້ເຮົາມາເວົ້າຖ້ອຍຄຳເຫລົ່ານີ້ແກ່ນາຍຂອງເຈົ້າແລະແກ່ເຈົ້າ ແລະບໍ່ໃຫ້ເວົ້າກັບຄົນທີ່ນັ່ງຢູ່ເທິງກຳແພງ ຜູ້ທີ່ຈະຕ້ອງກິນຂີ້ແລະກິນຍ່ຽວຂອງເຂົາພ້ອມກັບເຈົ້າຢ່າງນັ້ນຫລື” 13 ແລ້ວຣັບຊາເກໄດ້ຢືນຮ້ອງສຽງດັງເປັນພາສາຢູດາວ່າ, “ຈົ່ງຟັງພຣະຄຳຂອງພຣະມະຫາຣາຊາ ຄືພຣະຣາຊາແຫ່ງອັສຊີເຣັຽ 14 ພຣະຣາຊາກ່າວດັ່ງນີ້ວ່າ “ຢ່າໃຫ້ເຮເຊກີຢາຫລອກລວງເຈົ້າ ເພາະເຂົາບໍ່ສາມາດທີ່ຈະຊ່ອຍກູ້ເຈົ້າ 15 ຢ່າໃຫ້ເຮເຊກີຢາກະທຳໃຫ້ເຈົ້າເພິ່ງໃນພຣະຜູ້ເປັນເຈົ້າໂດຍກ່າວວ່າ “ພຣະຜູ້ເປັນເຈົ້າຈະຊົງຊ່ອຍກູ້ເຮົາ ຈະບໍ່ຊົງມອບເມືອງນີ້ໄວ້ໃນມືຂອງພຣະຣາຊາອັສຊີເຣັຽ” 16 ຢ່າຟັງເຮາເຊກີຢາເພາະພຣະຣາຊາແຫ່ງອັສຊີເຣັຽກ່າວດັ່ງນີ້ວ່າ ດີກັນເຖີດ ແລະອອກມາຫາເຣົາແລ້ວທຸກຄົນຈະໄດ້ກິນຈາກເຄືອອະງຸ່ນຂອງຕົນແລະກິນຈາກຕົ້ນຫມາກເດື່ອຂອງຕົນ ແລະທຸກຄົນຈະດື່ມນ້ຳຈາກບ່ອນຂັງນ້ຳຂອງຕົນ 17 ຈົນເຮົາຈະນຳເຈົ້າໄປຍັງແຜ່ນດິນທີ່ເຫມືອນແຜ່ນດິນຂອງເຈົ້າເອງ ເປັນແຜ່ນດິນທີ່ມີເຂົ້າແລະເຫລົ້າອະງຸ່ນ ແຜ່ນດິນທີ່ມີເຂົ້າຈີ່ແລະສວນອະງຸ່ນ 18 ຈົ່ງລະວັງຢ້ານວ່າເຮເຊກີຢາຈະນຳເຈົ້າຜິດໄປໂດຍກ່າວວ່າ “ພຣະຜູ້ເປັນເຈົ້າຈະຊົງຊ່ອ່ຍກູ້ເຣົາ” ມີພຣະແຫ່ງບັນດາປະຊາຊາດອົງໃດເຄີຍກູ້ແຜ່ນດິນຂອງຕົນໃຫ້ພົ້ນຈາກພຣະຫັດແຫ່ງພຣະຣາຊາຂອງອັສຊີເຣັຽໄດ້ຫລື 19 ພຣະຂອງເມືອງຮາມັທ ແລະເມືອງອາຣ໌ປັດ ພຣະຂອງເມືອງເຊຟາຣ໌ວາອິມຢູ່ທີ່ໃດ ເຂົາໄດ້ຊ່ອຍກູ້ຊາມາເຣັຽຈາກມືຂອງເຮົາຫລື 20 ພຣະອົງໃດໃນບັນດາພຣະທັງຫລາຍຂອງປະເທດເຫລົ່ານີ້ໄດ້ຊ່ອຍກູ້ປະເທດຂອງຕົນຈາກມືຂອງເຮົາ ແລ້ວພຣະຜູ້ເປັນເຈົ້າຈະຊົງຊ່ອຍກູ້ເຢຣູຊາເລັມຈາກມືຂອງເຮົາຫລື” 21 ແຕ່ເຂົາທັງຫລາຍມິດງຽບບໍ່ຕອບເຂົາຈັກຄຳດຽວ ເພາະພຣະບັນຊາຂອງພຣະຣາຊາມີວ່າ “ຢ່າຕອບເຂົາເລີຍ” 22 ແລ້ວເອລີອາກິມບຸດຮີນກີຢາ ຜູ້ບັນຊາຣາຊສຳນັກ ແລະເຊບນາຣາຊເລຂາແລະໂຢອາບຸດອາສາຟ ເຈົ້າກົມສາຣະບັນໄດ້ເຂົ້າເຝົ້າເຮເຊກີຢາດ້ວຍເສື້ອຜ້າຈີກຂາດ ແລະກາບທູນຖ້ອຍຄຳຂອງຣັບຊາເກ
ເຮເຊກີຢາຂໍຄຳແນະນຳຈາກເອຊາຢາ
1 ເມື່ອກະສັດເຮເຊກີຢາຊົງໄດ້ຍິນ ພຣະອົງກໍຈີກສລອງພຣະອົງເສັຽ ແລະຊົງເອົາຜ້າກະສອບຄຸມພຣະອົງ ແລະສະເດັດເຂົ້າໃນພຣະວິຫານຂອງພຣະຜູ້ເປັນເຈົ້າ 2 ພຣະອົງຊົງໃຊ້ເອລີອາກິມ ຜູ້ບັນຊາການຣາຊສຳນັກ ແລະເຊບນາຣາຊເລຂາ ແລະປະໂຣຫິດຜູ້ອະວຸໂສຄຸມຕົວດ້ວຍຜ້າກະສອບ ໄປຫາເອຊາຢາຜູ້ປະກາດພຣະທັມ ບຸດຊາຍຂອງອາໂມສ 3 ເຂົາທັງຫລາຍຮຽນທ່ານວ່າ, “ເຮເຊກີຢາກ່າວດັ່ງນີ້ວ່າ ວັນນີ້ເປັນວັນທຸກໃຈ ວັນຖືກຂະຫນາບແລະອົດສູ ເດັກທີ່ເຖິງກຳນົດຈະເກີດກໍບໍ່ມີກຳລັງເບັ່ງໃຫ້ອອກ 4 ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຄົງໄດ້ຍິນຖ້ອຍຄຳຂອງຣັບຊາເກ ຜູ້ຊຶ່ງພຣະຣາຊາແຫ່ງອັສຊີເຣັຽນາຍຂອງເຂົາໄດ້ສັ່ງມາໃຫ້ເຍີ້ຍພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ແລະຈະຊົງຂະຫນາບຖ້ອຍຄຳຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງສະດັບ ເພາະສະນັ້ນກໍຂໍທ່ານຖວາຍຄຳອ້ອນວອນເພື່ອສ່ວນຄົນທີ່ເຫລືອຢູ່ນີ້” 5 ເມື່ອຂ້າຣາຊການຂອງກະສັດເຮເຊກີຢາມາເຖິງເອຊາຢາ 6 ເອເຊຢາກໍບອກເຂົາທັງຫລາຍວ່າ, “ຈົ່ງທູນນາຍຂອງທ່ານວ່າ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ວ່າ “ຢ່າຢ້ານເພາະຖ້ອຍຄຳທີ່ເຈົ້າໄດ້ຍິນນັ້ນ ຊຶ່ງຂ້າຣາຊການຂອງພຣະຣາຊາແຫ່ງອັສຊີເຣັຽໄດ້ກ່າວຄຳຫມິ່ນປມາດຕໍ່ເຣົາ 7 ເບິ່ງແມ໋, ເຮົາຈະບັນຈຸຈິດໃຈຢ່າງນຶ່ງໃນເຂົາ ເພື່ອເຂົາຈະໄດ້ຍິນຂ່າວລື ແລະກັບໄປຍັງແຜ່ນດິນຂອງເຂົາ ແລະເຮົາຈະໃຫ້ເຂົາລົ້ມລົງດ້ວຍດາບໃນແຜ່ນດິນຂອງເຂົາເອງ” 8 ຣັບຊາເກໄດ້ກັບໄປ ແລະໄດ້ພົບກັບເຈົ້າຊີວິດແຫ່ງອັສຊີເຣັຽສູ້ຮົບເມືອງລິບນາ ເພາະເຂົາໄດ້ຍິນວ່າພຣະຣາຊາອອກຈາກລາຄິສແລ້ວ 9 ພຣະອົງຊົງໄດ້ຍິນກ່ຽວກັບຕີຣ໌ຮາກາເຈົ້າຊີວິດແຫ່ງເອທິໂອເປັຽວ່າ “ເຂົາໄດ້ອອກມາສູ້ຮົບກັບພຣະອົງແລ້ວ” ແລະເມື່ອພຣະອົງຊົງສະດັບແລ້ວຈຶ່ງສົ່ງຜູ້ສົ່ງຂ່າວໄປເຝົ້າເຮເຊກີຢາທູນວ່າ 10 “ເຈົ້າຈົ່ງເວົ້າກັບເຮເຊກີຢາເຈົ້າຊີວິດຢູດາດັ່ງນີ້ວ່າ ຢ່າໃຫ້ພຣະຜູ້ເປັນເຈົ້າຂອງທ່ານຊຶ່ງທ່ານເພິ່ງນັ້ນຫລອກລວງທ່ານ ວ່າເຢຣູຊາເລັມຈະບໍ່ໄດ້ຖືກມອບໄວ້ໃນມືຂອງເຈົ້າຊີວິດອັສຊີເຣັຽ 11 ເບິ່ງແມ໋, ທ່ານໄດ້ຍິນແລ້ວວ່າບັນດາເຈົ້າຊີວິດແຫ່ງອັສຊີເຣັຽໄດ້ກະທຳສິ່ງໃດກັບປະເທດທັງສິ້ນ ທຳລາຍເສັຽຫມົດຢ່າງສິ້ນເຊີງ ສ່ວນທ່ານເອງຈະຮັບການຊ່ອຍກູ້ໃຫ້ພົ້ນຫລື 12 ບັນດາພຣະຂອງບັນດາປະຊາຊາດໄດ້ຊ່ອຍກູ້ເຂົາໃຫ້ພົ້ນຫລື ຄືປະຊາຊາດຊຶ່ງບັນພະບຸຣຸດຂອງເຣົາໄດ້ທຳລາຍ ຄື ໂກເຊນ ຮາຣານ ເຣເຊຟ ແລະປະຊາຊົນຂອງເອເດນຊຶ່ງຢູ່ໃນເຕລັສຊາຣ໌ 13 ເຈົ້າຊີວິດຂອງຮາມັທ ເຈົ້າຊີວິດຂອງອາຣ໌ປັດ ເຈົ້າຊີວິດຂອງເມືອງເຊຟາຣ໌ວາອິມ ເຮນາ ແລະອິວວາຢູ່ໃສ
ຄຳອ້ອນວອນຂອງເຮເຊກີຢາ
14 ເຮເຊກີຢາຊົງຮັບຈົດຫມາຍຈາກມືຜູ້ສົ່ງຂ່າວ ແລະຊົງອ່ານ 15 ແລະເຮເຊກີຢາໄດ້ຂຶ້ນໄປຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຊົງເປີດຈົດຫມາຍນັ້ນອອກຕໍ່ພຣະພັກພຣະຜູ້ເປັນເຈົ້າ ແລະເຮເຊກີຢາຊົງອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ, 16 “ຂ້າແຕ່ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນ ຜູ້ຊົງປະທັບເຫນືອເຊຣູບິມ ພຣະອົງຊົງເປັນພຣະຜູ້ເປັນເຈົ້າແຫ່ງບັນດາຣາຊອານາຈັກຂອງແຜ່ນດິນໂລກ ພຣະອົງແຕ່ອົງດຽວ ພຣະອົງໄດ້ຊົງສ້າງຟ້າສວັນແລະແຜ່ນດິນໂລກ 17 ຂ້າແຕ່ພຣະຜູ້ເປັນເຈົ້າ ຂໍຊົງງ່ຽງພຣະກັນສະດັບ ຂ້າແຕ່ພຣະຜູ້ເປັນເຈົ້າຂໍຊົງເບີກພຣະເນດທອດພຣະເນດ ແລະຂໍຊົງຟັງບັນດາຖ້ອຍຄຳຂອງເຊນນາເຄຣິບ ຊຶ່ງເຂົາໄດ້ໃຊ້ມາເຍີ້ຍພຣະເຈົ້າຜູ້ຊົງພຣະຊົນຢູ່ 18 ຂ້າແດ່ພຣະຜູ້ເປັນເຈົ້າ ເປັນຄວາມຈິງທີ່ບັນດາເຈົ້າຊີວິດແຫ່ງອັສຊີເຣັຽໄດ້ກະທຳໃຫ້ປະເທດທັງສິ້ນແລະແຜ່ນດິນຂອງເຂົານັ້ນຮ້າງເປົ່າ 19 ແລະໄດ້ແກວ່ງພຣະຂອງເຂົາເຂົ້າໄຟ ເພາະເຂົາບໍ່ມີພຣະ ເປັນແຕ່ຜົນງານຂອງມືມະນຸດເປັນໄມ້ແລະຫີນ ເພາະສະນັ້ນເຂົາຈຶ່ງຖືກທຳລາຍເສັຽ 20 ສະນັ້ນບັດນີ້ ຂ້າແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພຣະອົງທັງຫລາຍ ຂໍຊົງຊ່ອຍຂ້າພຣະອົງໃຫ້ພົ້ນມືຂອງເຂົາ ເພື່ອຣາຊອານາຈັກທັງສິ້ນແຫ່ງແຜ່ນດິນໂລກຈະຊາບວ່າ ພຣະອົງແຕ່ພຣະອົງດຽວຊົງເປັນພຣະເຈົ້າ” 21 ແລ້ວເອຊາຢາບຸດອາໂມສໄດ້ໃຊ້ໃຫ້ໄປເຝົ້າເຮເຊກີຢາທູນວ່າ, “ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເພາະເຈົ້າໄດ້ອ້ອນວອນຕໍ່ເຮົາກ່ຽວກັບເຊນນາເຄຣິບພຣະຣາຊາແຫ່ງອັສຊີເຣັຽ 22 ຕໍ່ໄປນີ້ເປັນພຣະຄຳຊຶ່ງພຣະຜູ້ເປັນເຈົ້າກ່າວກ່ຽວກັບທ່ານວ່າ “ທິດາພົມມະຈາຣີແຫ່ງຊີໂອນ ດູຫມິ່ນເຈົ້າ ແລະເຍີ້ຍເຈົ້າ ທິດາແຫ່ງເຢຣູຊາເລັມສັ່ນຫົວຕາມຫລັງໃສ່ເຈົ້າ 23 “ເຈົ້າເຍີ້ຍແລະຫມິ່ນປມາດຕໍ່ຜູ້ໃດ ເຈົ້າຂຶ້ນສຽງຂອງເຈົ້າຕໍ່ຜູ້ໃດ ແລະເບິ່ງຕາຂອງເຈົ້າຢ່າງເຍີ້ຍິ່ງຕໍ່ຜູ້ໃດ ເຈົ້າບໍ່ເຄີຍເຄົາຣົບຢຳເກງເຮົາ ຕໍ່ອົງບໍຣິສຸດແຫ່ງອິສຣາເອນ 24 ເຈົ້າໄດ້ເຍີ້ຍພຣະຜູ້ເປັນເຈົ້າດ້ວຍຜູ້ຮັບໃຊ້ຂອງເຈົ້າ ແລະເຈົ້າໄດ້ວ່າ ດ້ວຍຣົດຮົບເປັນອັນມາກຂອງຂ້າ ຂ້າໄດ້ຂຶ້ນທີ່ສູງຂອງພູເຖິງທີ່ໄກສຸດຂອງເລບານອນ ຂ້າໂຄ່ນຕົ້ນສົນທີ່ສູງທີ່ສຸດຂອງມັນລົງ ທັງຕົ້ນແປກທີ່ດີທີ່ສຸດຂອງມັນ ຂ້າເຂົ້າໄປຍັງທີ່ຍອດລິບທີ່ສຸດຂອງມັນ ປ່າໄມ້ທີ່ຕຶບຫນາທີ່ສຸດຂອງມັນ 25 ຂ້າຂຸດບໍ່ ແລະດື່ມນ້ຳ ຂ້າຈະເອົາຝ່າຕີນຂອງຂ້າກວາດທານນ້ຳທັງສິ້ນຂອງເອຢິບໃຫ້ແຫ້ງໄປ 26 “ເຈົ້າບໍ່ໄດ້ຍິນຫລືວ່າ ເຮົາໄດ້ຈັດໄວ້ນານແລ້ວ ເຮົາໄດ້ກະແຜນການໄວ້ແຕ່ດຶກດຳບັນ ຊຶ່ງໃນບັດນີ້ເຮົາໃຫ້ເປັນໄປແລ້ວ ຄືເຈົ້າຈະທຳເມືອງທີ່ມີປ້ອມໃຫ້ພັງລົງ ໃຫ້ເປັນກອງສິ່ງສລັກຫັກພັງ 27 ສ່ວນປະຊາຊົນທີ່ໄດ້ອາໄສຢູ່ໃນທີ່ນັ້ນບໍ່ມີກຳລັງແລະອັບອາຍ ແລະກາຍເປັນເຫມືອນຕົ້ນໄມ້ທີ່ທົ່ງນາ ແລະເຫມືອນຫຍ້າອ່ອນ ເຫມືອນຫຍ້າທີ່ເທິງຍອດຫລັງຄາເຮືອນ ເຫມືອນຜັກກ່ອນມັນຈະໄດ້ງອກງາມຢ່າງນັ້ນຫລື 28 “ແຕ່ເຮົາໄດ້ຮູ້ຈັກການທີ່ເຈົ້ານັ່ງລົງກັບການອອກໄປແລະເຂົ້າມາຂອງເຈົ້າ ແລະການກ້ຽວກາດຂອງເຈົ້າຕໍ່ເຮົາ 29 ເພາະເຈົ້າໄດ້ກ້ຽວກາດຕໍ່ເຮົາ ແລະຄວາມຈອງຫອງຂອງເຈົ້າໄດ້ມາເຂົ້າຫູຂອງເຣົາ ສະນັ້ນເຮົາຈະເອົາຂໍຂອງເຮົາກ່ຽວດັງເຈົ້າ ແລະບັງຫຽນຂອງເຮົາໃສ່ປາກເຈົ້າ ແລະເຣົາຈະຫັນເຈົ້າກັບໄປຕາມທາງຊຶ່ງເຈົ້າມານັ້ນ” 30 “ແລະນີ້ຈະເປັນຫມາຍສຳຄັນແກ່ເຈົ້າ ຄື ປີນີ້ເຈົ້າຈະກິນສິ່ງທີ່ງອກຂຶ້ນເອງ ແລະໃນປີທີ່ສອງສິ່ງທີ່ປົ່ງຈາກເດີມ ແລ້ວປີທີ່ສາມ ຈົ່ງຫວ່ານແລະກ່ຽວ ແລະທຳສວນອະງຸ່ນແລະກີນຜົນຂອງມັນ 31 ສ່ວນທີ່ລອດແລະຄົນທີ່ເຫລືອຢູ່ແຫ່ງເຊື້ອວົງຂອງຢູດາຈະຢັ່ງຮາກລົງໄປ ແລະເກີດຜົນຂຶ້ນເທິງ 32 ເພາະວ່າສ່ວນຄົນທີ່ເຫລືອຢູ່ຈະອອກໄປຈາກເຢຣູຊາເລັມ ແລະສ່ວນທີ່ລອດມາຈະອອກມາຈາກພູຊີໂອນ ຄວາມກະຕືຣີລົ້ນຂອງພຣະຜູ້ເປັນເຈົ້າຈອມໂຍທາຈະກະທຳການນີ້ 33 ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວກ່ຽວກັບເຈົ້າຊີວິດແຫ່ງອັສຊີເຣັຽດັ່ງນີ້ວ່າ ທ່ານຈະບໍ່ເຂົ້າໃນນະຄອນນີ້ຫລືຍິງທະນູໄປທີ່ນັ້ນ ຫລືຖືໂລ່ເຂົ້າມາຂ້າງຫນ້ານະຄອນຫລືສ້າງກອງດິນຂຶ້ນຕໍ່ສູ້ມັນ 34 ທ່ານມາທາງໃດ ທ່ານຈະຕ້ອງກັບໄປທາງນັ້ນ ທ່ານຈະບໍ່ເຂົ້າມາໃນນະຄອນນີ້ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 35 ແລະເຮົາຈະປ້ອງກັນນະຄອນນີ້ໄວ້ເພື່ອໃຫ້ລອດ ເພື່ອເຫັນແກ່ເຮົາເອງ ແລະເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ” 36 ທູດຂອງພຣະຜູ້ເປັນເຈົ້າອອກໄປ ແລະໄດ້ປະຫານຄົນໃນຄ້າຍແຫ່ງຄົນອັສຊີເຣັຽເສັຽນຶ່ງແສນແປດຫມື່ນຫ້າພັນຄົນ ແລະເມື່ອລຸກຂຶ້ນໃນເວລາເຊົ້າມືດ ເບິ່ງແມ໋, ພວກເຫລົ່ານັ້ນເປັນສົບທັງນັ້ນ 37 ແລ້ວເຊນນາເຄຣິບເຈົ້າຊີວິດແຫ່ງອັສຊີເຣັຽກໍໄດ້ຍົກໄປແລະກັບບ້ານ ແລະຢູ່ໃນນິເນເວ 38 ຂນະເມື່ອທ່ານນະມັສການໃນໂບດຂອງພຣະນິສໂຣກພຣະເຈົ້າຂອງທ່ານ ອັດຣັມເມເລກ ແລະຊາເຣເຊີ ໂອຣົດຂອງທ່ານກໍປະຫານທ່ານເສັຽດ້ວຍດາບ ແລະຫນີໄປຍັງແຜ່ນດິນອາຣາຣັດ ແລະເອຊາຣ໌ຮັດໂດນໂອຣົດຂອງທ່ານຂຶ້ນປົກຄອງແທນທ່ານ
ເຮເຊກີຢາຊົງປະຊວນ
1 ຄັ້ງນັ້ນເຮເຊກີຢາຊົງປະຊວນໃກ້ຈະສິ້ນພຣະຊົນ ແລະຜູ້ປະກາດພຣະທັມເອຊາຢາບຸດອາໂມສເຂົ້າມາເຝົ້າພຣະອົງ ແລະທູນພຣະອົງວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຈົ່ງຈັດຕຽມການບ້ານການເມືອງໃຫ້ຮຽບຮ້ອຍ ເຈົ້າຈະຕ້ອງຕາຍ ເຈົ້າຈະບໍ່ຟື້ນ” 2 ແລ້ວເຮເຊກີຢາຊົງຫັນພຣະພັກເຂົ້າຂ້າງຝາ ແລະອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ, 3 “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຣະນຶກເຖິງວ່າ ຂ້າພຣະອົງໄດ້ດຳເນີນຢູ່ຕໍ່ພຣະພັກພຣະອົງດ້ວຍຄວາມຊື່ສັດແລະສິ້ນສຸດໃຈ ແລະໄດ້ກະທຳສິ່ງທີ່ດີໃນສາຍພຣະເນດຂອງພຣະອົງ” ແລະເຮເຊກີຢາຊົງກັນແສງມາກຍິ່ງ 4 ແລ້ວພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງເອຊາຢາວ່າ, 5 “ຈົ່ງໄປບອກເຮເຊກີຢາວ່ ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງດາວິດບັນພະບຸຣຸດຂອງເຈົ້າກ່າວດັ່ງນີ້ວ່າ ເຮົາໄດ້ຍິນຄຳອ້ອນ ວອນຂອງເຈົ້າແລ້ວ ເຮົາໄດ້ເຫັນນ້ຳຕາຂອງເຈົ້າແລ້ວ ເບິ່ງແມ໋, ເຮົາຈະເພີ້ມຊີວິດໃຫ້ເຈົ້າສິບຫ້າປີ 6 ເຮົາຈະຊ່ອຍກູ້ເຈົ້າແລະເມືອງນີ້ຈາກມືຂອງເຈົ້າຊີວິດອັສຊີເຣັຽ ແລະປ້ອງກັນເມືອງນີ້ໄວ້ 7 ນີ້ເປັນຫມາຍສຳຄັນສຳລັບພຣະອົງຈາກພຣະຜູ້ເປັນເຈົ້າ ທີ່ພຣະເຈົ້າຊົງກະທຳສິ່ງນີ້ຕາມທີ່ພຣະອົງໄດ້ຊົງສັນຍາໄວ້ 8 ເບິ່ງແມ໋, ເຣົາຈະກະທຳໃຫ້ເງົາທີ່ດວງຕາເວັນທອດມາເທິງນາລິກາແດດຂອງອາຮັສຍ້ອນກັບມາສິບຂັ້ນ ດວງຕາເວັນກໍໄດ້ຍ້ອນກັບເທິງນາລິກາແດດສິບຂັ້ນ ຕາມຂັ້ນທີ່ໄດ້ຕົກໄປ 9 ບົດປະພັນຂອງເຮເຊກີຢາເຈົ້າຊີວິດຢູດາ ຫລັງຈາກທີ່ພຣະອົງໄດ້ຊົງປະຊວນແລະຊົງຟື້ນຈາກການປະຊວນຂອງພຣະອົງນັ້ນມີວ່າ 10 ຂ້າພະເຈົ້າວ່າ ເມື່ອຊີວິດຂອງຂ້າພະເຈົ້າມາເຖິງກາງຄົນ ຂ້າພະເຈົ້າຈະຕ້ອງພາກໄປ ຂ້າພະເຈົ້າຖືກມອບໄວ້ທີ່ປະຕູແດນຄົນຕາຍ ຕລອດຊີວິດບັ້ນປາຍຂອງຂ້າພະເຈົ້າ 11 ຂ້າພະເຈົ້າວ່າ ຂ້າພະເຈົ້າຈະບໍ່ເຫັນພຣະຜູ້ເປັນເຈົ້າ ໃນແຜ່ນດິນຂອງຜູ້ມີຊີວິດ ຂ້າພະເຈົ້າຈະມອງບໍ່ເຫັນມະນຸດອີກທີ່ໃນຫມູ່ຊາວແຜ່ນດິນໂລກ 12 ບ່ອນຢູ່ຂອງຂ້າພະເຈົ້າຖືກຮຶ້ຖອນອອກໄປຈາກຂ້າພະເຈົ້າ ເຫມືອນກັບເຕັນຂອງຜູ້ລ້ຽງແກະ ຂ້າພະເຈົ້າໄດ້ມ້ວນຊີວິດຂອງຂ້າພະເຈົ້າເຫມືອນຢ່າງຄົນຕ່ຳຜ້າ ພຣະອົງຊົງຕັດຂ້າພະເຈົ້າອອກຈາກຫູກ ພຣະອົງຊົງນຳຂ້າພະເຈົ້າມາເຖິງອາວະສານທັງວັນແລະຄືນ 13 ຂ້າພະເຈົ້າໄດ້ຖ່ອມຕົວລົງຈົນຮຸ່ງເຊົ້າ ພຣະອົງຊົງຫັກກະດູກທັງສິ້ນຂອງຂ້າພະເຈົ້າເຫມືອນຢ່າງສິງ ພຣະອົງຊົງນຳຂ້າພະເຈົ້າມາເຖິງອາວະສານທັງວັນແລະຄືນ 14 ຂ້າພະເຈົ້າຮ້ອງຢ່າງນົກນາງແອ່ນຫລື ນົກເຂົາ ຂ້າພະເຈົ້າໄດ້ຮ້ອງຄາງເຫມືອນນົກກາງແກ ຕາຂອງຂ້າພະເຈົ້າເມື່ອຍອ່ອນດ້ວຍມອງຂຶ້ນຂ້າງເທິງ ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂ້າພຣະອົງຖືກບີບບັງຄັບ ຂໍພຣະອົງຊົງເປັນຜູ້ປະກັນຂອງຂ້າພຣະອົງ 15 ແຕ່ຂ້າພະເຈົ້າຈະເວົ້າຫຍັງໄດ້ ເພາະພຣະອົງກ່າວກັບຂ້າພະເຈົ້າແລ້ວ ແລະພຣະອົງເອງໄດ້ຊົງກະທຳເຊັ່ນນັ້ນ ຂ້າພະເຈົ້າກໍດຳເນີນໄປດ້ວຍຄວາມສງົບສະງ່ຽມຕລອດຊີວິດຂອງຂ້າພະເຈົ້າ ເພາະຄວາມຂົມຂື່ນແຫ່ງຈິດໃຈຂອງຂ້າພະເຈົ້າ 16 ຂ້າແດ່ອົງພຣະຜູ້ເປັນເຈົ້າ ມະນຸດດຳຣົງຊີວິດຢູ່ໄດ້ດ້ວຍສິ່ງເຫລົ່ານີ້ ແລະຊີວິດແຫ່ງວິນຍານຂອງຂ້າພຣະອົງກໍຢູ່ໃນສິ່ງເຫລົ່ານີ້ ຂໍຊົງໃຫ້ຂ້າພຣະອົງຫາຍດີ ແລະຂໍຊົງທຳໃຫ້ຂ້າພຣະອົງມີຊີວິດ 17 ເພາະເຫັນແກ່ສະວັດດີພາບຂອງຂ້າພຣະອົງ ຂ້າພຣະອົງຈຶ່ງມີຄວາມຂົມຂື່ນມາກຍິ່ງ ແຕ່ພຣະອົງຊົງຮັກຊີວິດຂອງຂ້າພຣະອົງ ບໍ່ໃຫ້ຕົກຫລຸມແຫ່ງຄວາມພິນາດ ເພາະການບາບຂອງຂ້າພຣະອົງກໍໄດ້ຮັບອະພັຍ 18 ເພາະແດນຄົນຕາຍໂມທະນາພຣະຄຸນພຣະອົງບໍ່ໄດ້ ຄວາມມໍຣະນາສັຣເສີນພຣະອົງບໍ່ໄດ້ ບັນດາຄົນທີ່ລົງໄປຍັງປາກແດນຄົນຕາຍນັ້ນຈະຫວັງໃນສັຈທັມຂອງພຣະອົງບໍ່ໄດ້ 19 ຄົນເປັນ ຄົນເປັນ ເຂົາໂມທະນາພຣະຄຸນພຣະອົງ ເຫມືອນທີ່ຂ້າພຣະອົງກະທຳໃນວັນນີ້ ບິດາໄດ້ສຳແດງເຖິງສັຈທັມຂອງພຣະອົງແກ່ລູກຂອງເຂົາ 20 ພຣະເຈົ້າຈະຊົງຊ່ອຍຂ້າພະເຈົ້າໃຫ້ລອດ ແລະຂ້າພະເຈົ້າທັງຫລາຍຈະຫລິ້ນເຄື່ອງສາຍຂອງຂ້າພະເຈົ້າຕລອດວັນເວລາແຫ່ງຊີວິດຂອງຂ້າພະເຈົ້າທັງຫລາຍທີ່ພຣະວິຫານຂອງພຣະຜູ້ເປັນເຈົ້າ 21 ຝ່າຍເອຊາຢາໄດ້ກ່າວວ່າ, “ໃຫ້ເຂົາເອົາຂະຫນົມຫມາກເດື່ອມາແຜ່ນນຶ່ງ ແລະແປະໄວ້ທີ່ຍອດ ເພື່ອພຣະອົງຈະຟື້ນ” 22 ເຮເຊກີຢາໄດ້ກ່າວດ້ວຍວ່າ, “ແມ່ນຫຍັງຈະເປັນຫມາຍສຳຄັນວ່ ຂ້າພະເຈົ້າຈະໄດ້ຂຶ້ນໄປຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ”
ເຮເຊກີຢາຊົງຮັບຄນະທູດຈາກກຸງບາບິໂລນ
1 ຄັ້ງນັ້ນ ເມໂຣດດັກບາລາດັນໂອຣົດຂອງບາລາດັນ ພຣະຣາຊາແຫ່ງບາບິໂລນ ຊົງສົ່ງຣາຊສານແລະເຄື່ອງບັນນາການມາຍັງເຮເຊກີຢາ ເພາະພຣະອົງຊົງໄດ້ຍິນວ່າເຮເຊກີຢາຊົງປະຊວນແລະຊົງຫາຍປະຊວນແລ້ວ 2 ເຮເຊກີຢາຊົງຍິນດີເພາະເຂົາເຫລົ່ານັ້ນ ແລະຊົງພາເຂົາຊົມຄັງຊັບຂອງພຣະອົງ ຊົມເງິນ ທອງຄຳ ແລະເຄື່ອງເທດ ແລະນ້ຳມັນປະເສີດ ແລະຄັງແສງຂອງພຣະອົງ ທຸກຢ່າງຊຶ່ງມີໃນທ້ອງພຣະຄັງ ບໍ່ມີສິ່ງໃດທີ່ໃນພຣະຣາຊວັງຫລືໃນຣາຊອານາຈັກຂອງພຣະອົງຊຶ່ງເຮເຊກີຢາບໍ່ໄດ້ຊົງສຳແດງແກ່ເຂົາ 3 ແລ້ວຜູ້ປະກາດພຣະທັມເອຊາຢາກໍເຂົ້າເຝົ້າກະສັດເຮເຊກີຢາແລະທູນພຣະອົງວ່າ, “ຄົນເຫລົ່ານີ້ທູນສິ່ງໃດແດ່ ແລະເຂົາມາແຕ່ໃສເຂົ້າເຝົ້າພຣະອົງ” ເຮເຊກີຢາກ່າວວ່າ, “ເຂົາໄດ້ມາຫາເຮົາຈາກເມືອງໄກ ຈາກບາບິໂລນ” 4 ທ່ານທູນວ່າ, “ເຂົາເຫັນສິ່ງໃດແດ່ໃນພຣະຣາຊວັງຂອງພຣະອົງ” ແລະເຮເຊກີຢາກ່າວຕອບວ່າ, “ເຂົາເຫັນທຸກຢ່າງໃນວັງຂອງເຮົາ ບໍ່ມີສິ່ງໃດໃນພຣະຄັງຂອງເຮົາຊຶ່ງເຮົາບໍ່ໄດ້ສຳແດງແກ່ເຂົາ” 5 ແລ້ວເອຊາຢາທູນເຮເຊກີຢາວ່າ, “ຂໍຊົງຟັງພຣະທັມຂອງພຣະຜູ້ເປັນເຈົ້າຈອມໂຍທາ 6 ເບິ່ງແມ໋, ວັນເວລາກຳລັງຍ່າງເຂົ້າມາ ເມື່ອສັພສິ່ງທັງສິ້ນໃນວັງຂອງເຈົ້າ ແລະສິ່ງຊຶ່ງບັນພະບຸຣຸດຂອງເຈົ້າໄດ້ສະສົມຈົນເຖິງທຸກວັນນີ້ຈະຕ້ອງຖືກເອົາໄປຍັງບາບິໂລນ ຈະບໍ່ມີສິ່ງເຫລືອເລີຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ, 7 ແລະລູກບາງຄົນຊຶ່ງຖືກຳເນີດຈາກເຈົ້າ ຜູ້ຊຶ່ງເກີດມາແກ່ເຈົ້າຈະຖືກນຳເອົາໄປ ແລະເຂົາຈະເປັນຂັນທີໃນວັງຂອງຣາຊາແຫ່ງບາບິໂລນ” 8 ແລ້ວເຮເຊກີຢາກ່າວກັບເອຊາຢາວ່າ, “ພຣະຄຳຂອງພຣະຜູເປັນເຈົ້າຊຶ່ງທ່ານກ່າວນັ້ນກໍດີຢູ່” ເພາະພຣະອົງດຳຣິວ່າ, “ຈະມີຄວາມຢູ່ເຢັນເປັນສຸກແລະຄວາມປອດພັຍໃນວັນເວລາຂອງເຮົານີ້”
ພຣະທັມທີ່ກ່ຽວກັບຄວາມຫວັງ
1 ພຣະເຈົ້າຂອງພວກເຮົາຊົງກ່າວວ່າ, “ຈົ່ງເລົ້າໂລມ ຈົ່ງເລົ້າໂລມໄພ່ພົນຂອງເຮົາ” 2 ຈົ່ງສນັບສະຫນຸນອູ້ມຊູຊາວເຢຣູຊາເລັມ ໃຫ້ບອກວ່າຄວາມທຸກຍາກທໍລະມານຂອງພວກເຂົານັ້ນບໍ່ມີອີກແລ້ວ ແລະທີ່ທຳບາບນັ້ນກໍໄດ້ຮັບອະພັຍຫມົດ ການທີ່ເຮົາໄດ້ລົງໂທດຢ່າງຫນັກ ຍ້ອນການກະທຳບາບຂອງພວກເຂົາເອງນັ້ນໄດ້ຄົບຖ້ວນຫມົດແລ້ວ 3 ສຽງນື່ງຮ້ອງຂື້ນວ່າ, “ຈົ່ງຈັດຕຽມຫົນທາງໄວ້ໃນທະເລຊາຍ ເພື່ອຕ້ອນຮັບພຣະຜູ້ເປັນເຈົ້າ ຈົ່ງປັດກວາດຫົນທາງໃນຖິ່ນກັນດານໃຫ້ສະອາດ ເພື່ອຕ້ອນຮັບພຣະເຈົ້າຂອງພວກເຮົາ 4 ຮ່ອມພູທຸກໆແຫ່ງຈະຕ້ອງຖົ່ມໃຫ້ເຕັມ ພູທຸກໆຫນ່ວຍຈະຕ້ອງເປັນດິນພຽງ ເນີນສູງທັງຫລາຍຈະຮາບພຽງຫມົດ ບ່ອນສູງບ່ອນຕ່ຳຈະພຽງສເມີກັນ 5 ແລ້ວພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າຈະມາປາກົດ ມະນຸດໃນໂລກຈະເຫັນກັນທຸກຄົນ ພຣະຜູ້ເປັນເຈົ້າເອງຊົງສັນຍາດັ່ງນີ້” 6 ສຽງນຶ່ງຮ້ອງຂຶ້ນວ່າ, “ຈົ່ງປ່າວປະກາດເທີນ” ຂ້າພະເຈົ້າຈຶ່ງຖາມວ່າ, “ຂ້ອຍຈະປ່າວປະກາດຫຍັງ?” “ຈົ່ງປ່າວປະກາດວ່າ ມະນຸດທັງປວງເປັນເຫມືອນກົກຫຍ້າ ອາຍຸຂອງເຂົາກໍບໍ່ຫມັ້ນຍືນກວ່າດອກໄມ້ປ່າ 7 ເມື່ອພຣະຜູ້ເປັນເຈົ້າຊົງໃຫ້ລົມພັດມາ ຫຍ້າກໍຫ່ຽວແຫ້ງແລະດອກໄມ້ກໍຮ່ວງໂຮຍ ແລະມະນຸດກໍບໍ່ແຂງແຮງໄປກວ່າຫຍ້າ” 8 ແມ່ນແລ້ວ ຫຍ້າກໍຫ່ຽວແຫ້ງແລະດອກໄມ້ກໍຮ່ວງໂຮຍ ແຕ່ພຣະທັມແຫ່ງພຣະເຈົ້າຂອງເຮົາຈະມີຢູ່ຕລອດໄປ” 9 ຊາວເຢຣູຊາເລັມເອີຍ, ຈົ່ງຂຶ້ນໄປເທິງພູສູງ ປ່າວປະກາດຂ່າວດີນັ້ນ ຊາວຊີໂອນເອີຍ ຈົ່ງຮ້ອງສຽງດັງໆ ຈົ່ງປ່າວປະກາດຂ່າວດີນັ້ນ ແລະເວົ້າເຖີດວ່າ ຢ່າຢ້ານເລີຍ ຈົ່ງບອກຫົວເມືອງຂອງຢູດາວ່າ ພຣະເຈົ້າຂອງເຂົາຈະສະເດັດມາ 10 ພຣະຜູ້ເປັນເຈົ້າຈະສະເດັດມາປົກຄອງໄພ່ພົນດ້ວຍຣິດທານຸພາບ ພ້ອມທັງນຳປະຊາຊົນທີ່ພຣະອົງຊົງຊ່ອຍຊີວິດໃຫ້ລອດພົ້ນນັ້ນມາພ້ອມ 11 ພຣະອົງຈະຊົງລ້ຽງຝູງສັດຂອງພຣະອົງເຫມືອນຄົນລ້ຽງແກະ ຈະຊົງຮວບຮວມເອົາລູກແກະແລະອຸ້ມມັນໄວ້ ຈະຊົງນຳແມ່ມັນໄປຄ່ອຍໆຢ່າງທະນຸຖະນອມ
ຄວາມຍິ່ງໃຫຍ່ຂອງອົງພຣະຜູ້ເປັນເຈົ້າ
12 ໃຜສາມາດກອບເອົານ້ຳມະຫາສະຫມຸດທັງຫມົດມາຊັ່ງເບິ່ງໄດ້ ຫລືແທກທ້ອງຟ້າໄດ້ດ້ວຍມືຄືບດຽວ ຄົນໃດແດ່ສາມາດເອົາດິນທັງຫມົດໃນໂລກນີ້ໃສ່ກະລຸມດຽວໄດ້? ຫລືເອົາພູແລະໂນນຂຶ້ນຊັ່ງເທິງຊິງໄດ້ 13 ຄົນໃດແດ່ສາມາດບອກໃຫ້ພຣະຜູ້ເປັນເຈົ້າເຣັດຢ່າງໃດຢ່າງນຶ່ງໄດ້ ໃຜສາມາດສອນ ຫລືແນະນຳພຣະອົງໄດ້ 14 ພຣະເຈົ້າຊົງປຶກສາຜູ້ໃດແດ່ ພຣະອົງຈຶ່ງຮູ້ຈັກແລະເຂົ້າໃຈ ໃຜສອນພຣະອົງໃຫ້ມີຄວາມສລຽວສລາດ ມີສະຕິປັນຍາແລະຄວາມຍຸດຕິທັມແດ່ຈຶ່ງກະທຳສິ່ງທັງຫລາຍນີ້ໄດ້ 15 ພຣະຜູ້ເປັນເຈົ້າຊົງຖືວ່າຊົນຊາດທັງຫລາຍບໍ່ສຳຄັນຫຍັງ ພວກເຂົາບໍ່ສຳຄັນເທົ່ານ້ຳເມັດນຶ່ງຊ້ຳ ປະເທດຫ່າງໄກທັງຫລາຍກໍເບົາເທົ່າກັບຝຸ່ນເມັດນຶ່ງ 16 ແມ່ນແຕ່ສັດທັງຫມົດໃນປ່າເລບານອນ ກໍບໍ່ພໍສຳລັບເຜົາບູຊາພຣະເຈົ້າຂອງເຮົາ ແລະໄມ້ໃນປ່ານັ້ນກໍຫນ້ອຍໂພດສຳລັບ ດັງໄຟ 17 ຊົນຊາດທັງຫລາຍນັ້ນກໍບໍ່ສຳຄັນເລີຍສຳລັບພຣະອົງ 18 ທ່ານຈະປຽບພຣະເຈົ້າໃສ່ຫຍັງ ພຣະອົງມີລັກສະນະຢ່າງໃດ? 19 ພຣະອົງບໍ່ເຫມືອນຮູບເຄົາຣົບທີ່ຄົນເຮັດຂຶ້ນ ຮູບນັ້ນນາຍຊ່າງເອົາຄຳໂອບແລະຕົກແຕ່ງດ້ວຍເງິນ 20 ຄົນຜູ້ທີ່ບໍ່ມີເງິນແລະຄຳ ກໍຫາເລືອກເອົາໄມ້ແນວດີ ແລ້ວຫາເອົານາຍຊ່າງຜູ້ຊຳນານມາປະດິດແຕ່ງໃຫ້ເປັນຮູບທີ່ບໍ່ເຫນັງຕີງ 21 ພວກທ່ານບໍ່ຮູ້ບໍ ບໍ່ເຄີຍໄດ້ຍິນບໍ ແຕ່ກ່ອນໆມາບໍ່ມີຜູ້ໃດບອກບໍ ທ່ານເຄີຍໄດ້ຍິນການເລີ້ມຕົ້ນສ້າງໂລກບໍ 22 ໂລກນັ້ນກໍສ້າງໂດຍພຣະອົງຜູ້ຊົງປະທັບເທິງບັນລັງ ຊຶ່ງຢູ່ເຫນືອໂລກແລະເທິງທ້ອງຟ້າ ມະນຸດສະໂລກເບື້ອງລຸ່ມກໍນ້ອຍເທົ່າມົດ ພຣະອົງຊົງກາງທ້ອງຟ້າອອກເຫມືອນກາງຜ້າກັ້ງ ເຫມືອນກາງຜ້າເຕັນໃຫ້ຄົນຢູ່ອາໄສ 23 ຊົງເຮັດໃຫ້ຜູ້ປົກຄອງຫມົດອຳນາດ ແລະບໍ່ໃຫ້ມີຄວາມຫມາຍຫຍັງຫມົດ 24 ພວກເຂົາເປັນເຫມືອນຫຍ້າອ່ອນ ພໍແຕ່ຫວ່ານລົງແລະປົ່ງຮາກ ພຣະຜູ້ເປັນເຈົ້າກໍໃຫ້ລົມພັດມາ ພວກເຂົາຈຶ່ງຫ່ຽວແຫ້ງແລະປິວໄປເຫມືອນເຟືອງ 25 ພຣະຜູ້ເປັນເຈົ້າອົງບໍຣິສຸດຊົງຖາມວ່າ, “ຈະປຽບທຽບຜູ້ໃດໃສ່ເຮົາ ມີຜູ້ໃດແດ່ເຫມືອນເຮົາ 26 ຈົ່ງແຫງນຫນ້າຂຶ້ນເບິ່ງຟ້າດູ ຜູ້ໃດສ້າງດາວທັງຫລາຍທີ່ທ່ານເຫັນນີ້ ພຣະອົງຜູ້ຊົງນຳມັນອອກມາເຫມືອນຂະບວນກອງທັບ ຊົງຮູ້ຈັກວ່າມັນມີຫລາຍປານໃດ ແລະຊົງຕັ້ງຊື່ໃຫ້ມັນທຸກໆດວງ ດ້ວຍຣິດທານຸພາບອັນຍິ່ງໃຫຍ່ຂອງພຣະອົງນັ້ນ ຈຶ່ງບໍ່ມີຈັກດວງສູນເສັຽໄປ 27 ອິສຣາເອນເອີຍ, ເປັນຫຍັງເຈົ້າຈຶ່ງຈົ່ມວ່າ ພຣະຜູ້ເປັນເຈົ້າບໍ່ຮູ້ເຫັນຄວາມທຸກຂອງພວກເຈົ້າ ຫລືຊົງກີດກັ້ນສິດທິຂອງເຈົ້າໄວ້ 28 ເຈົ້າບໍ່ຮູ້ບໍ ບໍ່ເຄີຍໄດ້ຍິນບໍ ວ່າພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າຕລອດໄປເປັນນິດ ພຣະອົງຊົງສ້າງໂລກທັງຫມົດ ພຣະອົງບໍ່ເຄີຍເມື່ອຍ ຫລືອ່ອນແອ ບໍ່ມີໃຜຢັ່ງຮູ້ນ້ຳພຣະທັຍຂອງພຣະອົງ 29 ພຣະອົງຊົງທຳໃຫ້ຜູ້ອ່ອນແຮງແລະອິດເມື່ອຍມີກຳລັງວັງຊາ 30 ແມ່ນແຕ່ພວກຄົນຫນຸ່ມກໍຈະອ່ອນແຮງ ແລະຊາຍສະກັນກໍຈະລົ້ມລົງ 31 ແຕ່ຄົນທັງຫລາຍທີ່ລໍຄອຍພຣະຜູ້ເປັນເຈົ້າ ຈະໄດ້ຮັບການເສີມສ້າງເຫື່ອແຮງຂຶ້ນໃຫມ່ ພວກເຂົາຈະມີປີກບິນໄປເຫມືອນນົກອິນຊີ ເມື່ອເຂົາແລ່ນຫລືຍ່າງໄປຈະບໍ່ເມື່ອຍແລະອ່ອນແຮງ
ພຣະເຈົ້າຊົງຣັບປະກັນອິສຣາເອນ
1 ພຣະເຈົ້າຊົງກ່າວວ່າ, “ປະເທດຫ່າງໄກເອີຍ, ຈົ່ງມິດງຽບແລະຟັງເຮົາເທີນ ໃຫ້ຕຽມຕົວສູ້ຄະດີໃນສານ ພວກເຈົ້າຈະມີໂອກາດເວົ້າ ໃຫ້ພວກເຮົາພ້ອມໃຈກັນຕັດສິນວ່າໃຜເປັນຜູ້ຖືກຕ້ອງ 2 ແມ່ນໃຜນຳເອົາຜູ້ມີຊັຍມາຈາກຕາເວັນອອກ ແລະເຮັດໃຫ້ທ່ານມີຊັຍໃນທຸກຫົນທຸກແຫ່ງ ແມ່ນໃຜໃຫ້ທ່ານມີຊັຍຊະນະກະສັດແລະຊົນຊາດທັງຫລາຍ ດາບຂອງທ່ານໄດ້ຟັນເຂົາລົ້ມລົງ ພວກເຂົາເປັນເຫມືອນຝຸ່ນຕໍ່ຫນ້າທ່ານ ຫນ້າທະນູຂອງທ່ານໄດ້ທຳໃຫ້ເຂົາແຕກກະຈາຍໄປເຫມືອນລົມພັດຕໍເຟືອງ 3 ທ່ານໄລ່ຕິດຕາມໄປໄວຫລາຍຈົນແທບຕີນບໍ່ຊຸນດິນແລະຜ່ານໄປໄດ້ຢ່າງປອດພັຍ 4 ໃຜເປັນຜູ້ທຳໃຫ້ການເຫລົ່ານີ້ບັງເກີດຂຶ້ນ ໃຜເປັນຜູ້ກຳນົດລະຍະເວລາແຫ່ງປະຫວັດສາດ ເຮົາເປັນຜູ້ເລີ້ມຕົ້ນແລະຜູ້ປາຍ ເຮົາພຣະຜູ້ເປັນເຈົ້ານີ້ແຫລະແມ່ນຜູ້ນັ້ນ 5 ເມື່ອຊົນຊາດຫ່າງໄກໄດ້ເຫັນການກະທຳຂອງເຮົາແລ້ວ ພວກເຂົາກໍຢ້ານກົວຕົວສັ່ນ ດັ່ງນັ້ນພວກເຂົາທັງຫມົດຈຶ່ງມາໂຮມກັນ 6 ພວກນາຍຊ່າງໄດ້ຊ່ອຍເຫລືອແລະໃຫ້ກໍາລັງໃຈແກ່ກັນແລະກັນ 7 ຊ່າງໄມ້ກໍເວົ້າກັບຊ່າງຄຳວ່າ ດີແລ້ວ ຜູ້ທີ່ເຮັດໃຫ້ຮູບກ້ຽງງາມ ກໍຫນຸນໃຈຜູ້ທີ່ຕີໃຫ້ແຈບ ບາງຄົນເວົ້າວ່າ ການຈອດນີ້ດີແລ້ວ ພວກເຂົາໄດ້ເອົາຕະປູຕິຮູບໃຫ້ແຫນ້ນ 8 ແຕ່ເຈົ້າ ອິສຣາເອນຄົນໃຊ້ຂອງເຮົາເອີຍ, ພວກເຈົ້າເປັນໄພ່ພົນທີ່ເຮົາເລືອກໄວ້ ເປັນເຊື້ອສາຍອັບຣາຮາມເພື່ອນຂອງເຮົາ 9 ເຣົາໄດ້ເອົາພວກເຈົ້ານາຍມາຈາກສົ້ນສຸດໂລກ ເອີ້ນມາຈາກບ່ອນໄກສຸດຂອງໂລກ ແລະເວົ້າວ່າພວກເຈົ້າເປັນຜູ້ຮັບໃຊ້ຂອງເຮົາ ເຮົາບໍ່ໄດ້ປະຖິ້ມ ແຕ່ໄດ້ເລືອກເອົາພວກເຈົ້າ 10 ຢ່າສູ່ຢ້ານເພາະວ່າເຣົາຈະຢູ່ນຳພວກເຈົ້າ ເຮົາເປັນພຣະເຈົ້າຂອງພວກເຈົ້າ ເຣົາຈະບໍ່ໃຫ້ພວກເຈົ້າຢ້ານຫຍັງຈະຊ່ອຍເຫລືອແລະຫນຸນກຳລັງພວກເຈົ້າ ຈະຄຸ້ມຄອງແລະຊ່ອຍໃຫ້ພົ້ນໄພ 11 ໄພ່ພົນຂອງເຮົາເອີຍ, ຜູ້ໃດຄຽດຮ້າຍພວກເຈົ້າ ຈະໄດ້ຮັບຄວາມເຊື່ອມເສັຽແລະຮູ້ສຶກລະອາຍຜູ້ໃດຕໍ່ສູ້ເຈົ້າ ຜູ້ນັ້ນຈະຕາຍ 12 ຜູ້ໃດຮົບເລວກັບເຈົ້າ ຜູ້ນັ້ນຈະສູນຫາຍໄປຈາກໂລກ 13 ເຣົາເປັນພຣະຜູ້ເປັນເຈົ້າຂອງເຈົ້າ ເຮົາຈະຫນຸນກຳລັງແລະບອກພວກເຈົ້າວ່າ ຢ່າສູ່ຢ້ານ ເພາະເຮົາຈະຊ່ອຍເຈົ້າ 14 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ອິສຣາເອນເອີຍ, ເຈົ້າຍັງເປັນຜູ້ນ້ອຍແລະອ່ອນແອ ແຕ່ຢ່າສູ່ຢ້ານ ເພາະເຮົາຈະຊ່ອຍເຈົ້າ ເຮົາຄືພຣະເຈົ້າອົງບໍຣິສຸດຂອງອິສຣາເອນ ເຮົາເປັນຜູ້ຊ່ອຍໄຖ່ເອົາພວກເຈົ້າໃຫ້ພົ້ນໄພ 15 ເຣົາຈະທຳໃຫ້ເຈົ້າເປັນເຫມືອນເຄື່ອງໄຖຄາດທີ່ຍັງໃຫມ່ແລະແຫລມຄົມ ເຈົ້າຈະທັບແລະທຳລາຍພູທັງຫລາຍ ພູນ້ອຍທັງຫລາຍຈະຖືກບົດຂະຍີ້ໃຫ້ເປັນຝຸ່ນ 16 ເຈົ້າຈະຈັບໂຍນພວກມັນຂຶ້ນເທິງອາກາດ ເຫມືອນເຂົ້າລີບທີ່ພັດຈາກກະດົ້ງຟັດ ລົມແລະລົມພະຍຸຈະພັດມັນໄປກະຈັດກະຈາຍ ແຕ່ເຈົ້າຈະມີຄວາມສຸກ ຍ້ອນວ່າເຮົາເປັນພຣະເຈົ້າຂອງເຈົ້າ ແລ້ວເຈົ້າຈະກ່າວສັຣເສີນເຮົາ ພຣະເຈົ້າອົງບໍຣິສຸດຂອງອິສຣາເອນ 17 ເມື່ອໄພ່ພົນຜູ້ຍາກຈົນຂອງເຮົາຕ້ອງການນ້ຳ ເມື່ອຄໍຂອງເຂົາແຫ້ງຍ້ອນວ່າຫິວນ້ຳ ເຣົາຄືພຣະຜູ້ເປັນເຈົ້າຈະຕອບຄຳອ້ອນ ວອນຂອງພວກເຂົາ ເຮົາຄືພຣະເຈົ້າຂອງອິສຣາເອນຈະບໍ່ປະຖິ້ມເຂົາ 18 ເຮົາຈະທຳໃຫ້ແມ່ນ້ຳໄຫລຜ່ານຫົວພູໂລ້ນ ແລະໃຫ້ນ້ຳພຸໄຫລອອກໃນຮ່ອມພູ ຈະທຳໃຫ້ຖິ່ນກັນດານມີຫນອງນ້ຳ ແລະໃຫ້ດິນແຫ້ງມີນ້ຳອອກບໍ່ 19 ຈະໃຫ້ກົກສົນ ກົກກະຖິນເທດ ກົກນ້ຳມັນຂຽວ ແລະກົກຫມາກກອກເທດເກີດຂຶ້ນໃນຖິ່ນກັນດານ ໃນບ່ອນກ້ຽງແປນຈະກາຍເປັນປ່າກົກສົນ 20 ຄົນທັງຫລາຍຈະເຫັນແລະຮູ້ວ່າ ແມ່ນເຮົາຄືພຣະຜູ້ເປັນເຈົ້າຊົງກະທຳການນີ້ ພວກເຂົາຈະພ້ອມກັນເຂົ້າໃຈວ່າ ແມ່ນພຣະເຈົ້າອົງບໍຣິສຸດຂອງອິສຣາເອນຊົງໃຫ້ບັງເກີດຂຶ້ນ”
ພຣະຜູ້ເປັນເຈົ້າຊົງທ້າທາຍພຣະທຽມ
21 ພຣະຜູ້ເປັນເຈົ້າຄືເຈົ້າຊີວິດຂອງອິສຣາເອນຊົງກ່າວດັ່ງນີ້, 22 “ພຣະຂອງຊົນຊາດທັງຫລາຍເອີຍ, ຈົ່ງນຳຫລັກຖານແລະຂໍ້ໂຕ້ຖຽງທີ່ດີຂອງເຈົ້າມາທີ່ນີ້ ໃຫ້ທຳນວາຍວ່າແມ່ນຫຍັງຈະເກີດຂຶ້ນ ຈົ່ງອະທິບາຍເຫດການໃຫ້ອະດີດໃຫ້ເຮົາຮູ້ ແລະຈົ່ງບອກວ່າມັນເປັນຂຶ້ນມາໄດ້ຢ່າງໃດ ເພື່ອເຮົາຈະໄດ້ຮູ້ເມື່ອມັນເກີດຂຶ້ນ 23 ຈົ່ງບອກເຮົາວ່າຕໍ່ໄປນີ້ແມ່ນຫຍັງຈະເກີດຂຶ້ນ ເພື່ອເຮົາຈະໄດ້ຮູ້ວ່າເຈົ້າເປັນພຣະ ຈົ່ງທຳດີ ຫລືທຳຮ້າຍ ເພື່ອເຮົາຈະໄດ້ຢ້ານແລະຕື່ນຕົກໃຈ 24 ການກະທຳຂອງພວກເຈົ້າກໍບໍ່ມີຫຍັງ ແລະພວກເຈົ້າບໍ່ມີຫຍັງເລີຍ ຄົນທັງຫລາຍທີ່ຂາບໄຫວ້ເຈົ້າກໍຫນ້າກຽດຊັງ 25 ເຣົາໄດ້ເລືອກເອົາຄົນນຶ່ງຈາກທິດຕາເວັນອອກເຂົ້າມາທາງເຫນືອ ເຂົາຈະຢຽບຢ່ຳພວກຜູ້ປົກຄອງເຫມືອນຢຽບຂີ້ຕົມ ເຫມືອນຊ່າງປັ້ນຫມໍ້ຢຽບດິນຫນຽວ 26 ໃຜຈະບອກເຮົາລ່ວງຫນ້າ ຫລືທຳນວາຍວ່າສິ່ງນີ້ຈະເກີດຂຶ້ນ ເພື່ອເຮົາຈະໄດ້ກ່າວວ່າຖືກຕ້ອງແລ້ວ ບໍ່ມີໃຜເວົ້າເຖິງເຣື່ອງນີ້ ບໍ່ມີໃຜໄດ້ຍິນເຈົ້າເວົ້າເຣື່ອງນີ້ເລີຍ 27 ເຣົາພຣະຜູ້ເປັນເຈົ້າເປັນຜູ້ທຳອິດທີ່ບອກຂ່າວແກ່ຊາວຊີໂອນ ຄືເຢຣູຊາເລັມ ເພື່ອວ່າປະຊາຊົນຂອງເຈົ້າຈະມາ ພວກເຂົາຈະກັບມາບ້ານ 28 ເມື່ອເຮົາຫລຽວເບິ່ງພຣະທັງຫລາຍ ກໍບໍ່ມີຜູ້ໃດປາກເວົ້າ ບໍ່ມີໃຜຕອບຄຳຖາມຂອງເຮົາ 29 ພຣະທັງຫລາຍເຫລົ່ານີ້ບໍ່ມີປໂຍດ ມັນເຮັດຫຍັງບໍ່ໄດ້ເລີຍ ຮູບເຄົາຣົບຂອງພວກເຂົາໃຊ້ການບໍ່ໄດ້ແລະບໍ່ມີຣິດເດດ”
ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ
1 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ນີ້ແມ່ນຜູ້ຮັບໃຊ້ຂອງເຮົາ ຜູ້ທີ່ເຮົາອູ້ມຊູ ຜູ້ທີ່ເຮົາເລືອກເອົາໄວ້ດ້ວຍຄວາມພໍພຣະທັຍ ເຮົາໃຫ້ເຂົາມີອຳນາດອັນບໍຣິສຸດ ເຂົາຈະນຳຄວາມຍຸດຕິທັມໄປຍັງຊົນຊາດທັງຫລາຍ 2 ເຂົາຈະບໍ່ຮ້ອງ ຫລືເປັ່ງສຽງອອກໄປ ຫລືຈະບໍ່ປ່າວປະກາດຕາມຖນົນຫົນທາງ 3 ຕົ້ນອໍ້ທີ່ບວມແລ້ວທ່ານຍັງບໍ່ທຳໃຫ້ຂາດ ຕະກຽງໃກ້ຈະມອດແລ້ວ ທ່ານຍັງບໍ່ທຳໃຫ້ມອດ ຈະນຳເອົາຄວາມຍຸດຕິທັມອັນທ່ຽງແທ້ຖາວອນໄປໃຫ້ຄົນທັງປວງ 4 ເຂົາຈະບໍ່ສູນເສັຽຄວາມຫວັງ ຫລືຄວາມກ້າຫານ ຈະຕັ້ງຄວາມຍຸດຕິທັມໄວ້ໃນໂລກ ແຜ່ນດິນທີ່ຫ່າງໄກຈະລໍຄອຍຄຳສອນຂອງເຂົາດ້ວຍຄວາມຮ້ອນຮົນ” 5 ພຣະເຈົ້າຊົງສ້າງທ້ອງຟ້າແລະກາງມັນອອກໄປ ຊົງຕົກແຕ່ງໂລກແລະທຸກໆສິ່ງທີ່ມີຊີວິດ ຊົງໃຫ້ຊີວິດແລະລົມຫາຍໃຈແກ່ຄົນທັງປວງ ແລະບັດນີ້ອົງພຣະຜູ້ເປັນເຈົ້າຊົງກ່າວຕໍ່ຜູ້ຮັບໃຊ້ຂອງພຣະອົງວ່າ, 6 “ເຣົາພຣະຜູ້ເປັນເຈົ້າໄດ້ເອີ້ນເຈົ້າມາ ແລະໃຫ້ອຳນາດແກ່ເຈົ້າ ເພື່ອຈະໃຫ້ມີສຳພັນທະໄມຕຣີກັບຊົນຊາດທັງປວງ ແລະເຈົ້າຈະນຳເອົາຄວາມສະງ່າຣາສີມາຍັງປະຊາຊາດ 7 ເຈົ້າຈະທຳໃຫ້ຄົນຕາບອດເຫັນຮຸ່ງ ແລະຈະປ່ອຍຜູ້ທີ່ຢູ່ໃນຄຸກມືດເປັນອິສຣະ 8 ນີ້ຄືພຣະນາມຂອງເຮົາ ແມ່ນເຮົາຜູ້ດຽວເທົ່ານັ້ນທີ່ເປັນພຣະຜູ້ເປັນເຈົ້າ ເຮົາຈະບໍ່ແບ່ງປັນພຣະຣັສມີຂອງເຮົາໃຫ້ພຣະອື່ນ ແລະຈະບໍ່ແບ່ງປັນຄວາມສັຣເສີນໃຫ້ຮູບເຄົາຣົບ 9 ສິ່ງທີ່ເຮົາໄດ້ກ່າວທຳນວາຍໄວ້ໄດ້ກາຍເປັນຈິງແລ້ວ ບັດນີ້ເຣົາຈະບອກສິ່ງໃຫມ່ໆແກ່ເຈົ້າກ່ອນທີ່ສິ່ງເຫລົ່ານັ້ນຈະໄດ້ເກີດຂຶ້ນ”
ເພງສັຣເສີນ
10 ຈົ່ງຮ້ອງເພງບົດໃຫມ່ຖວາຍພຣະຜູ້ເປັນເຈົ້າ ທົ່ວໂລກຈົ່ງຮ້ອງເພງສັຣເສີນພຣະອົງ ພວກເຈົ້າທີ່ແລ່ນເຮືອໄປໃນທະເລ ຈົ່ງສັຣເສີນພຣະອົງ ທຸກໆສິ່ງທີ່ຊົງສ້າງໄວ້ໃນທະເລ ຈົ່ງສັຣເສີນພຣະອົງ ແຜ່ນດິນທີ່ຢູ່ຫ່າງໄກແລະທຸກໆຄົນໃນທີ່ນັ້ນ ຈົ່ງສັຣເສີນພຣະອົງ 11 ຖິ່ນກັນດານແລະຫົວເມືອງທັງຫລາຍ ຈົ່ງສັຣເສີນພຣະເຈົ້າ ປະຊາຊົນເກດາ ຈົ່ງສັຣເສີນພຣະອົງ ຜູ້ທີ່ຢູ່ໃນເມືອງເຊລາ ຈົ່ງຮ້ອງໂຮ່ມ່ວນຊື່ນຈາກເທິງຈອມພູ 12 ຜູ້ທີ່ຢູ່ໃນປະເທດຫ່າງໄກ ຈົ່ງຖວາຍຄຳສັຣເສີນແລະຄວາມສະງ່າຣາສີແດ່ພຣະອົງ 13 ພຣະຜູ້ເປັນເຈົ້າສະເດັດອອກໄປຕໍ່ສູ້ເຫມືອນວິຣະບຸຣຸດ ພຣະອົງຊົງຕຽມພ້ອມແລະຣ້ອນຮົນໃນການຕໍ່ສູ້ ຊົງເປັ່ງສຽງສັ່ງຮົບ ຊົງສະແດງຣິດທານຸພາບຕໍ່ຫນ້າພວກສັດຕຣູ
ພຣະເຈົ້າຊົງສັນຍາຈະຊ່ອຍໄພ່ພົນຂອງພຣະອົງ
14 ພຣະເຈົ້າຊົງກ່າວວ່າ, “ເຣົາໄດ້ມິດງຽບຢູ່ເຫິງນານແລ້ວ ເຮົາບໍ່ໄດ້ຕອບໄພ່ພົນຂອງເຮົາ ແຕ່ບັດນີ້ໄດ້ມາເຖິງແລ້ວ ເຮົາຈະຮ້ອງອອກມາເຫມືອນຍິງກຳລັງອອກລູກ 15 ເຮົາຈະທຳລາຍພູນ້ອຍພູໃຫຍ່ທັງຫລາຍ ຈະໃຫ້ກົກໄມ້ແລະຫຍ້າຫ່ຽວແຫ້ງຕາຍໄປ ຈະໃຫ້ແມ່ນ້ຳກາຍເປັນເກາະດອນ ແລະໃຫ້ສະທັງຫລາຍແຫ້ງໄປ 16 ເຮົາຈະຈູງຄົນຕາບອດຂອງເຮົາໄປຕາມທາງທີ່ເຂົາບໍ່ເຄີຍໄປ ຈະໃຫ້ຄວາມມືດຂອງເຂົາກາຍເປັນແສງສວ່າງ ແລະຈະໃຫ້ບ່ອນສູງຕ່ຳເປັນບ່ອນຮາບພຽງ ສິ່ງເຫລົ່ານີ້ເຮົາຈະຕ້ອງກະທຳ 17 ຄົນທັງຫລາຍທີ່ເຊື່ອຖືໃນຮູບເຄົາຣົບ ຜູ້ທີ່ຖືພຣະນັ້ນເປັນພຣະຂອງເຂົາຈະອັບອາຍຂາຍຫນ້າແລະເສັຽສັກສີ” 18 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຄົນຫູຫນວກເອີຍ, ຈົ່ງຟັງເດີ ພວກເຈົ້າຜູ້ຕາບອດເອີຍ, ຈົ່ງຟັງຄັກໆ 19 ໃຜເປັນຄົນຕາບອດກວ່າຜູ້ຮັບໃຊ້ຂອງເຮົາ ແລະໃຜຫູຫນວກຫນັກກວ່າຄົນສົ່ງຂ່າວທີ່ເຮົາໃຊ້ໄປ 20 ອິສຣາເອນເອີຍ, ເຈົ້າໄດ້ເຫັນຫລາຍຢ່າງ ແຕ່ບໍ່ຮູ້ທີບຫຍັງເລີຍ ເຈົ້າມີຫູສຳລັບຟັງ ແຕ່ເຈົ້າໄດ້ຍິນຫຍັງແດ່ 21 ພຣະຜູ້ເປັນເຈົ້າຊົງມີພຣະປະສົງຢ່າງແຮງກ້າຢາກຊ່ອຍເຂົາໃຫ້ພົ້ນໄພ ຈຶ່ງໄດ້ແຕ່ງຕັ້ງຄຳສັ່ງສອນຂອງພຣະອົງຢ່າງມີກຽດ 22 ແຕ່ໄພ່ພົນຂອງພຣະອົງໄດ້ຖືກເຂົາປຸ້ນ ຖືກເຂົາຈັບຂັງໄວ້ໃນຫ້ອງມືດ ແລະເອົາເຊື່ອງໄວ້ໃນຄຸກ ພວກເຂົາຖືກລັກ ແລະປຸ້ນເອົາໄປໂດຍບໍ່ມີໃຜມາຊ່ອຍເຫລືອເລີຍ 23 ມີໃຜໃນພວກເຈົ້າຈະຟັງເຣື່ອງນີ້ແດ່ ຕໍ່ແຕ່ນີ້ໄປພວກເຈົ້າຈະຕັ້ງໃຈຟັງບໍ 24 ໃຜມອບອິສຣາເອນໃຫ້ແກ່ພວກປຸ້ນ ແມ່ນພຣະຜູ້ເປັນເຈົ້າເອງເປັນຜູ້ມອບ ຍ້ອນເຮົາທຳບາບຕໍ່ສູ້ພຣະອົງ ພວກເຮົາບໍ່ໄດ້ດຳເນີນຊີວິດຕາມຄວາມປະສົງຂອງພຣະອົງ ຫລືບໍ່ເຊື່ອຟັງຄຳສັ່ງສອນທີ່ພຣະອົງຊົງບອກ 25 ສະນັ້ນພຣະອົງຈຶ່ງຊົງພຣະພິໂຣດພວກເຮົາ ແລະຊົງໃຫ້ປະສົບກັບໄພສົງຄາມຢ່າງຮ້າຍແຮງ ຄວາມໂກດຂອງພຣະອົງຮ້ອນໄປທົ່ວທັງອິສຣາເອນເຫມືອນໄຟເຜົາ ແຕ່ພວກເຮົາບໍ່ໄດ້ຮູ້ວ່າມີຫຍັງເກີດຂຶ້ນ ແລະບໍ່ສົນໃຈໃນເຣື່ອງນີ້ເລີຍ
ພຣະເຈົ້າຊົງຊ່ອຍໄພ່ພົນຂອງພຣະອົງ
1 ອິສຣາເອນເອີຍ, ພຣະຜູ້ເປັນເຈົ້າອົງຊົງສ້າງເຈົ້າໄດ້ກ່າວວ່າ, “ຢ່າສູ່ຢ້ານ ເຮົາຈະຄຸ້ມຄອງເຈົ້າ ເຮົາໄດ້ເອີ້ນເຈົ້າຕາມຊື່ ເຮົາໄດ້ໄຖ່ພວກເຈົ້າມາເປັນຄົນຂອງເຮົາ 2 ເມື່ອເຈົ້າຜ່ານໄຟ ຫລືລອຍນ້ຳເລິກ ເຮົາກໍຈະຢູ່ນຳເຈົ້າ ເຈົ້າຈຶ່ງຈະຜ່ານພົ້ນຄວາມຍາກລຳບາກໄປໄດ້ ເມື່ອເຈົ້າຍ່າງຜ່ານໄຟໄປ ມັນຈະບໍ່ໄຫມ້ເຈົ້າ ເຈົ້າຈະຜ່ານຝ່າຄວາມຫຍຸ້ງຍາກເຫລົ່ານີ້ໄປໄດ້ 3 ເພາະວ່າເຮົາເປັນພຣະຜູ້ເປັນເຈົ້າຂອງເຈົ້າ ຄືພຣະເຈົ້າອົງບໍຣິສຸດຂອງອິສຣາເອນ ອົງຊົງຊ່ອຍເຈົ້າໃຫ້ລອດພົ້ນ ເຮົາຈະໃຫ້ເອຢິບເປັນຄ່າໄຖ່ຂອງເຈົ້າ ຈະໃຫ້ເອທິໂອເປັຽແລະເຊບາເປັນຄ່າແລກປ່ຽນເອົາເຈົ້າ 4 ແລະເອົາຊົນຊາດທັງປວງແລກກັບຊີວິດຂອງເຈົ້າ ເພາະວ່າເຈົ້າມີຄຸນຄ່າສຳລັບເຮົາ ເຮົາເປັນຜູ້ໃຫ້ກຽດແລະຮັກເຈົ້າ 5 ຢ່າສູ່ຢ້ານ ເພາະວ່າເຮົາຈະຢູ່ນຳເຈົ້າ ເຮົາຈະໂຮມເອົາຍາດຕິເຊື້ອສາຍຂອງເຈົ້າມາຈາກທິດຕາເວັນອອກແລະຕາເວັນຕົກ 6 ເຮົາຈະບອກໃຫ້ທິດເຫນືອປ່ອຍເຂົາໄປ ແລະບອກບໍ່ໃຫ້ທິດໃຕ້ຫນ່ວງຫນ່ຽວເຂົາໄວ້ ຈົ່ງປ່ອຍໃຫ້ໄພ່ພົນຂອງເຮົາມາແຕ່ທີ່ໄກເສັຽ ຄືມາຈາກທຸກພາກສ່ວນຂອງໂລກ 7 ພວກເຂົາເປັນຄົນພິເສດຂອງເຮົາເອງ ເຮົາໄດ້ສ້າງເຂົາເພື່ອນຳກຽດມາສູ່ເຮົາ”
ອິສຣາເອນເປັນພຍານຂອງພຣະຜູ້ເປັນເຈົ້າ
8 ພຣະເຈົ້າຊົງກ່າວວ່າ, “ຈົ່ງເອີ້ນເອົາໄພ່ພົນຂອງເຮົາມາຍັງສານ ພວກເຂົາມີຕາແຕ່ບໍ່ເຫັນຮຸ່ງ ມີຫູແຕ່ບໍ່ໄດ້ຍິນ 9 ຈົ່ງເອີ້ນເອົາຊົນຊາດທັງຫລາຍມາສັນນະສູດເບິ່ງວ່າພຣະອັນໃດຂອງພວກເຂົາໄດ້ບອກເຫດການລ່ວງຫນ້າ ແລະໄດ້ທຳນວາຍໃນສິ່ງທີ່ກຳລັງຈະເກີດຂຶ້ນດຽວນີ້ ໃຫ້ພຣະເຫລົ່ານີ້ນຳເອົາພຍານມາເບິ່ງ ເພື່ອຢັ້ງຢືນວ່າເຂົາຖືກຕ້ອງ ແລະຄຳເວົ້າຂອງເຂົາເປັນຈິງ ຫລືບໍ 10 ຊາວອິສຣາເອນເອີຍ, ເຈົ້າເປັນພຍານຂອງເຮົາ ເຮົາເລືອກເອົາເຈົ້າເປັນຊົນຊາດຮັບໃຊ້ເຮົາ ເພື່ອເຈົ້າຈະເຊື່ອໃນຕົວເຮົາແລະຮູ້ຈັກວ່າເຮົາເທົ່ານັ້ນທີ່ເປັນພຣະເຈົ້າ 11 ເຮົາຜູ້ດຽວເປັນພຣະຜູ້ເປັນເຈົ້າ ຜູ້ດຽວເທົ່ານັ້ນທີ່ຊ່ອຍເຈົ້າໃຫ້ພົ້ນໄພໄດ້ 12 ເຮົາໄດ້ບອກໄວ້ກ່ອນແລ້ວວ່າສິ່ງນີ້ຈະເກີດຂຶ້ນ ແລະເຣົາກໍຈະຊ່ອຍເຈົ້າ ພຣະຕ່າງປະເທດເຮັດດັ່ງນີ້ບໍ່ໄດ້ ພວກເຈົ້າເປັນ ພຍານຂອງເຣົາ 13 ເຮົາເປັນພຣະເຈົ້າ ແລະຈະເປັນຢູ່ຢ່າງນີ້ຕລອດໄປ ບໍ່ມີໃຜຫນີພົ້ນອຳນາດຂອງເຮົາໄປໄດ້ ແລະທັງປ່ຽນແປງການກະທຳຂອງເຮົາບໍ່ໄດ້”
ຫນີຈາກນະຄອນບາບິໂລນ
14 ພຣະຜູ້ເປັນເຈົ້າອົງບໍຣິສຸດຂອງອິສຣາເອນ ຜູ້ຊົງໄຖ່ເຈົ້າໃຫ້ພົ້ນໄພຊົງກ່າວວ່າ, “ເພື່ອຊ່ອຍເຈົ້າ ເຣົາຈະສົ່ງກອງທັບໄປໂຈມຕີບາບິໂລນ ຈະທຳລາຍປະຕູເມືອງ ແລະສຽງໂຮ່ຮ້ອງຂອງປະຊາຊົນຈະກາຍເປັນສຽງຮ້ອງໄຫ້ໂອ່ຍຄາງ 15 ເຣົາເປັນພຣະຜູ້ເປັນເຈົ້າອົງບໍຣິສຸດຂອງເຈົ້າ ອິສຣາເອນເອີຍ, ເຮົາໄດ້ສ້າງເຈົ້າ ແລະເຮົາເປັນເຈົ້າຊີວິດຂອງເຈົ້າ” 16 ຕັ້ງແຕ່ດົນນານມາແລ້ວ ພຣະຜູ້ເປັນເຈົ້າໄດ້ຊົງສ້າງທາງໃນທະເລ ຄືສ້າງທາງໃນແປວນ້ຳບຸ້ນ 17 ພຣະອົງຊົງນຳກອງທັບອັນເຂັ້ມແຂງ ມີຣົດຮົບແລະມ້າໄປທຳລາຍພວກເຂົາ ພວກເຂົາຈຶ່ງລົ້ມ ລົງ ແລະລຸກຂຶ້ນບໍ່ໄດ້ ເປັນເຫມືອນໄຟທຽນທີ່ມອດແລ້ວ 18 ແຕ່ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຢ່າຈົດຈຳເຣື່ອງທີ່ລ່ວງມາແລ້ວ ຫລືວິພາກວິຈານໃນສິ່ງທີ່ເກີດຂຶ້ນແລ້ວ 19 ຈົ່ງເຝົ້າເບິ່ງສິ່ງໃຫມ່ໆທີ່ເຮົາຈະກະທຳນີ້ ມັນກຳລັງຈະເກີດຂຶ້ນແລ້ວ ເຈົ້າຈະເຫັນດຽວນີ້ລະ ເຮົາຈະສ້າງທາງຜ່ານຖິ່ນກັນດານ ແລະຈະໃຫ້ມີແມ່ນ້ຳຢູ່ໃນທີ່ນັ້ນ 20 ແມ່ນແຕ່ສັດປ່າກໍຈະໃຫ້ກຽດເຮົາ ພວກຫມາປ່າແລະນົກກະຈອກເທດກໍຈະສັຣເສີນເຮົາ ເພາະວ່າເຣົາໄດ້ໃຫ້ນ້ຳໄຫລຜ່ານຖິ່ນກັນດານ ເພື່ອໃຫ້ນ້ຳແກ່ໄພ່ພົນທີ່ເຮົາໄດ້ເລືອກໄວ້ 21 ພວກເຂົາເປັນໄພ່ພົນທີ່ເຮົາສ້າງເພື່ອເຮົາເອງ ພວກເຂົາຈະຮ້ອງເພງສັຣເສີນເຮົາ”
ບາບຂອງອິສຣາເອນ
22 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ອິສຣາເອນເອີຍ, ເຈົ້າບໍ່ໄດ້ຂາບໄຫວ້ເຮົາ ເຈົ້າບໍ່ໄດ້ເມື່ອຍຍ້ອນເຮົາ 23 ເຈົ້າບໍ່ໄດ້ນຳເອົາແບ້ມາເຜົາບູຊາເຮົາ ບໍ່ໄດ້ເຜົາບູຊາເພື່ອເປັນກຽດແກ່ເຮົາ ເຣົາບໍ່ໄດ້ໃຫ້ເຈົ້າບົວລະບັດເຮົາດ້ວຍເຄື່ອງຖວາຍບູຊາ ຫລືໃຫ້ເຈົ້າອິດເມື່ອຍດ້ວຍເຄື່ອງຫອມບູຊາ 24 ພວກເຈົ້າບໍ່ໄດ້ຊື້ເຄື່ອງຫອມສຳລັບເຮົາ ຫລືບໍ່ໄດ້ທຳໃຫ້ເຮົາພໍໃຈດ້ວຍໄຂມັນສັດ ແຕ່ໄດ້ໃຫ້ເຮົາຮັບພາຣະດ້ວຍເຣື່ອງບາບຂອງເຈົ້າ ເຮົາອິດເມື່ອຍຍ້ອນຄວາມຜິດຂອງເຈົ້າ 25 ເຮົາເປັນພຣະຜູ້ເປັນເຈົ້າຜູ້ລົບລ້າງບາບຂອງເຈົ້າ ເຮົາທຳດັ່ງນີ້ຍ້ອນເຫັນແກ່ເຮົາເອງ ເຮົາຈະບໍ່ຈົດຈຳບາບຂອງພວກເຈົ້າໄວ້ 26 ພວກເຮົາພາກັນໄປຍັງສານຕັດສິນເທາະ ເພື່ອພິສູດເບິ່ງວ່າ ເຈົ້າຖືກ ຫລືຜິດ 27 ບັນພະບຸຣຸດແຕ່ເກົ່າກ່ອນຂອງເຈົ້າໄດ້ທຳບາບ ພວກຜູ້ນຳກໍໄດ້ທຳບາບຕໍ່ສູ້ເຮົາ 28 ພວກຜູ້ປົກຄອງກໍຫມິ່ນປມາດສະຖານທີ່ສັກສິດຂອງເຮົາ ດັ່ງນັ້ນເຮົາຈຶ່ງທຳລາຍອິສຣາເອນ ແລະປ່ອຍໃຫ້ເຂົາດູຫມິ່ນໄພ່ພົນຂອງເຮົາເອງ”
ພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າແຕ່ອົງດຽວ
1 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ບັດນີ້ ອິສຣາເອນຜູ້ຮັບໃຊ້ຂອງເຮົາ ແລະເຊື້ອສາຍຢາໂຄບໄພ່ພົນທີ່ເຮົາເລືອກໄວ້ ຈົ່ງຟັງເດີ 2 ເຮົາເປັນພຣະຜູ້ເປັນເຈົ້າອົງຊົງສ້າງເຈົ້າ ເຮົາຊ່ອຍເຫລືອເຈົ້າຕັ້ງແຕ່ຢູ່ໃນທ້ອງ ຢ່າສູ່ຢ້ານ ເພາະວ່າເຈົ້າເປັນຜູ້ຮັບໃຊ້ເຮົາ ເປັນໄພ່ພົນທີ່ເຮົາໄດ້ມອບຄວາມສັດຊື່ແລະເລືອກເອົາໄວ້ 3 ເຮົາຈະເທນ້ຳລົງເທິງແຜ່ນດິນທີ່ແຫ້ງແລ້ງ ແລະທຳໃຫ້ນ້ຳໄຫລໄປໃນຖິ່ນກັນດານ ຈະເທອຳນາດອັນບໍຣິສຸດຂອງເຮົາລົງເທິງລູກຫລານເຈົ້າ ແລະອວຍຊັຍໃຫ້ພອນເຊື້ອສາຍຂອງເຈົ້າ 4 ພວກເຂົາຈະງອກງາມຂຶ້ນເຫມືອນຫຍ້າແຄມນ້ຳ ເຫມືອນກົກໄມ້ໃກ້ສາຍນ້ຳໄຫລລິ່ນ 5 ຄົນຜູ້ນຶ່ງອາດຈະເວົ້າວ່າ ຂ້ອຍເປັນຂອງອົງພຣະຜູ້ເປັນເຈົ້າ ພວກເຂົາຈະຮ່ວມວົງສາຄະນາຍາດກັບອິສຣາເອນ ອີກຜູ້ນຶ່ງຈະຂຽນພຣະນາມຂອງພຣະຜູ້ເປັນເຈົ້າໃສ່ແຂນຂອງຕົນ ແລະເອີ້ນຕົນເອງວ່າເປັນໄພ່ພົນຂອງພຣະເຈົ້າ” 6 ພຣະຜູ້ເປັນເຈົ້າອົງມີອຳນາດຍິ່ງໃຫຍ່ ອົງຊົງໄຖ່ແລະຄຸ້ມຄອງອິສຣາເອນກ່າວດັ່ງນີ້, “ເຮົາເປັນຜູ້ຕົ້ນ ເປັນຜູ້ປາຍ ເປັນພຣະຜູ້ເປັນເຈົ້າແຕ່ຜູ້ດຽວ ບໍ່ມີພຣະເຈົ້າອົງອື່ນນອກຈາກເຮົາ 7 ມີໃຜແດ່ເຮັດໄດ້ຄືເຮົາ ແລະບອກເຫດການຕັ້ງແຕ່ເລີ້ມຕົ້ນທີ່ເຮົາໄດ້ສ້າງໂລກ ຈົນເຖິງເວລາສຸດທ້າຍໄດ້ຢ່າງຖືກຕ້ອງ 8 ໄພ່ພົນຂອງເຮົາເອີຍ, ຢ່າສູ່ຢ້ານເດີ ເຮົາໄດ້ບອກເຣື່ອງທີ່ຈະເກີດຂຶ້ນແກ່ເຈົ້າ ຕັ້ງແຕ່ເຫິງນານມາແລ້ວແມ່ນບໍ ພວກເຈົ້າເປັນພຍານຂອງເຮົາ ມີພຣະເຈົ້າອົງອື່ນນອກຈາກເຮົາບໍ ພຣະເຈົ້າອົງມີອຳນາດອັນຍິ່ງໃຫຍ່ທີ່ເຮົາບໍ່ຮູ້ມີບໍ”
ການໄຫວ້ຮູບເຄົາຣົບ
9 ຄົນທັງປວງທີ່ທຳຮູບເຄົາຣົບກໍບໍ່ຄຸນຄ່າຫຍັງ ພວກເຂົາພາກພູມໃຈໃນຮູບທີ່ບໍ່ມີປໂຍດນັ້ນທີ່ສຸດ ຜູ້ທີ່ໄຫວ້ຮູບເຄົາຣົບກໍເປັນຄືຄົນຫູຫນວກ ຕາບອດ ແລະຈະໄດ້ຮັບຄວາມອັບອາຍຂາຍຫນ້າ 10 ການຫລໍ່ຮູບພຣະສຳລັບຂາບໄຫວ້ນີ້ກໍບໍ່ເປັນປໂຍດເລີຍ 11 ທຸກໆຄົນທີ່ຂາບໄຫວ້ຮູບຈະເສັຽປຽບລຽບຫນ້າ ພວກຜູ້ເຣັດຮູບເຄົາຣົບກໍເປັນພຽງມະນຸດ ຊຶ່ງບໍ່ມີຫຍັງດີວິເສດໃຫ້ເອົາພວກເຂົາມາໂຮມກັນເບິ່ງດູ ແລ້ວພວກເຂົາຈະຢ້ານສັ່ນ ແລະອັບອາຍຂາຍຫນ້າ 12 ຊ່າງເຫລັກກໍຈັບບາຍເຫລັກ ແລະຕີເຫລັກນັ້ນຢູ່ໃນເຕົາໄຟ ແຂນອັນແຂງແຮງຂອງເຂົາໄດ້ຕີເຫລັກເປັນຮູບຮ່າງຕາມຄວາມຕ້ອງການ ເຂົາຫິວເຂົ້າຫິວນ້ຳ ແລະອິດເມື່ອຍຫລາຍ 13 ຊ່າງໄມ້ກໍຂີດແທກໄມ້ແລະເຊາະກົບໃຫ້ກ້ຽງດີ ເຂົາເອົາໄມ້ນັ້ນເຮັດເປັນຣູບຄົນທີ່ມີຮູບຮ່າງງາມ ແລ້ວເອົາໄປຕັ້ງໄວ້ໃນວິຫານ 14 ເຂົາເລືອກເອົາໄມ້ສົນໄມ້ກໍ່ຈາກປ່າມາໃຊ້ພ້ອມທັງປູກກົກແປກໄວ້ຖ້າຟ້າຝົນຕົກລົງມາຫົດມັນຈຶ່ງໃຫຍ່ຂຶ້ນ 15 ມະນຸດໄດ້ໃຊ້ກົກໄມ້ນັ້ນເຮັດຟືນແດ່ ເຮັດຮູບເຄົາຣົບແດ່ ເອົາດັງໄຟຝີງແລະອົບເຂົ້າຫນົມແດ່ ອີກສ່ວນນຶ່ງເອົາເຮັດຮູບພຣະສຳລັບຂາບໄຫວ້ 16 ເຄິ່ງນຶ່ງຂອງໄມ້ແຕ່ລະລຳເຂົາເອົາດັງໄຟ ແລະປີ້ງຊີ້ນກິນຢ່າງອິ່ມຫນຳສຳຣານ ເວລາຝີງໄຟອົບອຸ່ນນັ້ນເຂົາເວົ້າວ່າ “ໄຟນີ້ຄັກຫລາຍ ອຸ່ນເຫລືອທີ່ສຸດ” 17 ໄມ້ທີ່ເຫລືອເຂົາເອົາເຮັດຮູບເຄົາຣົບ ແລ້ວກໍຂາບໄຫວ້ແລະອ້ອນວອນວ່າ, “ພຣະອົງຊົງເປັນພຣະເຈົ້າຂອງຂ້ານ້ອຍ ໂຜດຊ່ອຍຮັກສາຂ້ານ້ອຍທ້ອນ” 18 ຄົນໂງ່ງ່າວເຫມືອນຄົນເຊັ່ນນີ້ ເຂົາບໍ່ຮູ້ວ່າຕົນກຳລັງເຮັດຫຍັງ ເພາະວ່າຕາຂອງເຂົາຖືກປິດແລະບໍ່ຮູ້ຄວາມຈິງ 19 ຜູ້ເຮັດຮູບເຄົາຣົບກໍບໍ່ມີປັນຍາພໍທີ່ຈະສຳນຶກວ່າ “ຂ້ອຍໄດ້ເອົາໄມ້ສ່ວນນຶ່ງດັງໄຟເພື່ອອົບເຂົ້າຫນົມ ແລະປີ້ງຊີ້ນກິນ ທີ່ເຫລືອນັ້ນຂ້ອຍເອົາເຮັດຮູບເຄົາຣົບ ແລ້ວຂ້ອຍກໍກົ້ມລົງຂາບໄຫວ້ທ່ອນໄມ້ນັ້ນ 20 ຄວາມຈິງແລ້ວແມ່ນເຂົາກິນຂີ້ເຖົ່າ ຄວາມຄິດແບບໂງ່ໆໄດ້ນຳເຂົາໃຫ້ຫລົງຜິດ ແລະເຂົາບໍ່ຮູ້ເມື່ອວ່າຮູບເຄົາຣົບໃນມື້ນັ້ນບໍ່ແມ່ນສິ່ງວິເສດເລີຍ ແມ່ນແຕ່ຂອງຫລອກລວງ
ພຣະຜູ້ເປັນເຈົ້າຄືພຣະຜູ້ສ້າງແລະຊ່ອຍໃຫ້ພົ້ນ
21 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ອິສຣາເອນເອີຍ, ຈົ່ງຈົດຈຳສິ່ງເຫລົ່ານີ້ ຈົ່ງລະນຶກວ່າເຈົ້າເປັນຜູ້ຮັບໃຊ້ຂອງເຮົາ ເຮົາໄດ້ເປັນຜູ້ສ້າງເຈົ້າ ແລະເຮົາກໍຈະບໍ່ລືມເຈົ້າຈັກເທື່ອ 22 ເຮົາໄດ້ລຶບລ້າງບາບຂອງເຈົ້າຖິ້ມເຫມືອນກວາດເມກຫນີ ຈົ່ງກັບຄືນມາຫາເຣົາ ເພາະວ່າເຮົາເປັນຜູ້ຊ່ອຍໄຖ່ໃຫ້ເຈົ້າພົ້ນ” 23 ໂອ ຟ້າສວັນເອີຍ ໃຕ້ພື້ນພິພົບເອີຍ, ພູແລະກົກໄມ້ທັງຫລາຍເອີຍ ຈົ່ງຮ້ອງໂຮ່ດ້ວຍຄວາມຍິນດີເທີນ ພຣະຜູ້ເປັນເຈົ້າຊົງຊ່ອຍໄຖ່ໃຫ້ອິສຣາເອນໄພ່ພົນຂອງພຣະອົງໃຫ້ພົ້ນໄພ ແລະຊົງສະແດງໃຫ້ເຫັນຄວາມຍິ່ງໃຫຍ່ຂອງພຣະອົງໃນອິສຣາເອນ 24 ເຮົາເປັນພຣະຜູ້ເປັນເຈົ້າ ເປັນພຣະຜູ້ສ້າງ ແລະຜູ້ຊ່ອຍໄຖ່ໃຫ້ລອດພົ້ນຂອງເຈົ້າ ເຮົາເປັນພຣະຜູ້ເປັນເຈົ້າ ຄືພຣະຜູ້ສ້າງສັພສິ່ງທັງປວງ ເຮົາຜູ້ດຽວທີ່ກາງທ້ອງຟ້າອອກ ເມື່ອເຮົາສ້າງໂລກບໍ່ມີໃຜຊ່ອຍເຮົາເອີຍ 25 ເຮົາໄດ້ທຳໃຫ້ພວກຫມໍດູເສັຽຄວາມສັກສິດ ແລະລຶບລ້າງຄຳທຳນວາຍຂອງຫມໍໂຫນ ເຮົາບໍ່ຍອມຟັງຖ້ອຍຄຳຂອງພວກນັກປາດ ແລະຊີ້ໃຫ້ເຫັນວ່າເຂົາບໍ່ມີປັນຫາເລີຍ 26 ແຕ່ເມື່ອໃດຄົນໃຊ້ຂອງເຮົາກ່າວທຳນວາຍ ເມື່ອໃດເຮົາໃຊ້ຜູ້ສົ່ງຂ່າວໄປເຜີຍແຜ່ແຜນການຂອງເຮົາ ເຮົາກໍເຮັດໃຫ້ແຜນການເຫລົ່ານັ້ນກັບຄຳທຳນວາຍກາຍເກີດເປັນຈິງ ເຮົາບອກເຢຣູຊາເລັມວ່າປະຊາຊົນຈະໄດ້ຢູ່ທີ່ນັ້ນອີກ ແລະບອກຫົວເມືອງຢູດາວ່າພວກມັນຈະຖືກສ້າງຂຶ້ນໃຫມ່ອີກ ຫົວເມືອງທີ່ສລັກຫັກພັງເຫລົ່ານີ້ຈະຖືກຍົກຍໍຂຶ້ນອີກ 27 ເຣົາຈະສັ່ງບັນຊາໃຫ້ນ້ຳມະຫາສະຫມຸດແຫ້ງ 28 ເຮົາບອກກະສັດໄຊຣັສວ່າ ເຈົ້າເປັນຜູ້ນຶ່ງທີ່ເຮົາຈະໃຫ້ປົກຄອງ ເຈົ້າຈະເຮັດແຕ່ສິ່ງທີ່ເຮົາຢາກໃຫ້ເຮັດ ເຈົ້າຈະສັ່ງໃຫ້ເຂົາສ້າງເຢຣູຊາເລັມຂຶ້ນໃຫມ່ ແລະສັ່ງໃຫ້ວາງຮາກຖານພຣະວິຫານຂຶ້ນໃຫມ່”
ພຣະຜູ້ເປັນເຈົ້າຊົງແຕ່ງຕັ້ງກະສັດໄຊຣັສ
1 ໄຊຣັສເປັນກະສັດທີ່ພຣະຜູ້ເປັນເຈົ້າໄດ້ເອົານ້ຳມັນຊະໂລມຫົດສົງ ໃຫ້ເປັນກະສັດພິເສດຂອງພຣະອົງ ພຣະອົງຊົງແຕ່ງຕັ້ງໄຊຣັສເພື່ອຕີຊະນະປະຊາຊາດທັງຫລາຍ ເພື່ອປົດອຳນາດຂອງກະສັດທັງຫລາຍ ພຣະຜູ້ເປັນເຈົ້າຈະຊົງໄຂປະຕູເມືອງຕ້ອນຮັບໄຊຣັສ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໄຊຣັສວ່າ, 2 “ເຮົາເອງຈະຈັດຕຽມຫົນທາງ ແລະພູນ້ອຍໃຫຍ່ໃຫ້ຮາບພຽງຮຽງງາມ ຈະທຸບຕີປະຕູທອງສຳຣິດໃຫ້ແຕກຫັກ ແລະຕັດໄລປະຕູເຫລັກອອກ 3 ເຮົາຈະມອບຊັບສົມບັດຈາກບ່ອນມືດແລະບ່ອນລັບລີ້ໃຫ້ເຈົ້າ ແລ້ວເຈົ້າຈະຮູ້ວ່າເຮົາ ແມ່ນພຣະຜູ້ເປັນເຈົ້າ ແລະວ່າພຣະເຈົ້າຂອງອິສຣາເອນຊົງເລືອກເອົາເຈົ້າ 4 ເຮົາໄດ້ແຕ່ງຕັ້ງເຈົ້າ ກໍຍ້ອນເຮົາເຫັນແກ່ຄົນໃຊ້ຂອງເຣົາ ຄືຢາໂຄບ ແລະອິສຣາເອນທີ່ເຣົາໄດ້ເລືອກໄວ້ ເຖິງແມ່ນເຈົ້າບໍ່ຮູ້ຈັກເຮົາ ເຮົາກໍໃຫ້ກຽດຢ່າງໃຫຍ່ຫລວງແກ່ເຈົ້າ 5 ເຮົາເປັນພຣະຜູ້ເປັນເຈົ້າ ບໍ່ມີພຣະເຈົ້າອົງອື່ນອີກ ເຖິງແມ່ນເຈົ້າບໍ່ຮູ້ຈັກເຮົາ ເຮົາກໍຈະໃຫ້ອຳນາດແກ່ເຈົ້າ 6 ເຣົາໄດ້ກະທຳການນີ້ເພື່ອທຸກໆຄົນ ຂໍໃຫ້ທົ່ວໂລກຮູ້ວ່າເຮົາເປັນພຣະຜູ້ເປັນເຈົ້າ ແລະຮູ້ວ່າບໍ່ມີພຣະເຈົ້າອົງອື່ນນອກຈາກເຣົາ 7 ເຮົາໄດ້ສ້າງຕັ້ງທັງຄວາມສວ່າງແລະຄວາມມືດ ເຮົາໃຫ້ໂຊກແລະໄພວິບັດ ເຮົາຄືພຣະຜູ້ເປັນເຈົ້າໄດ້ກະທຳການນີ້ທັງຫມົດ 8 ເຮົາຈະສົ່ງອິສຣະພາບກັບຄວາມຍຸດຕິທັມ ລົງມາຈາກຟ້າເຫມືອນຫ່າຝົນ ແຜ່ນດິນໂລກຈະໄດ້ອ້າຮັບເອົາ ອິສຣະພາບກັບຄວາມຍຸດຕິທັມນັ້ນຈຶ່ງຈະຈຳເຣີນເຕີບໂຕ ເຮົາຄືພຣະຜູ້ເປັນເຈົ້າຈະທຳໃຫ້ສິ່ງເຫລົ່ານີ້ເກີດຂຶ້ນ”
ພຣະຜູ້ສ້າງແລະເຣື່ອງເກົ່າແກ່
9 ຫມໍ້ດິນ ຫລືຫມໍ້ອື່ນໆຢ່າງດຽວກັນນີ້ ຈະກ້າຖົກຖຽງຜູ້ປັ້ນມັນບໍ ດິນຫນຽວຈະຖາມຊ່າງປັ້ນຫມໍ້ບໍວ່າ “ເຈົ້າກຳລັງເຮັດຫຍັງ” ຫມໍ້ດິນຈະເວົ້າເຖິງຄວາມຊຳນິຊຳນານຂອງຜູ້ປັ້ນມັນບໍ 10 ມີໃຜແດ່ກ້າເວົ້າກັບພໍ່ແມ່ຕົນວ່າ “ເປັນຫຍັງເຈົ້າຈຶ່ງບໍ່ຫລໍ່ຫລອມໃຫ້ຂ້ອຍຄືຜູ້ນີ້” 11 ພຣະຜູ້ເປັນເຈົ້າ ພຣະເຈົ້າອົງບໍຣິສຸດຂອງອິສຣາເອນ ຜູ້ຊົງສ້າງປັ້ນພວກເຮົາຊົງກ່າວວ່າ, “ເຈົ້າບໍ່ມີສິດຖາມກ່ຽວກັບລູກຂອງເຮົາດອກ ຫລືບໍ່ມີສິດບອກໃຫ້ເຮົາກະທຳຫຍັງໃຫ້ດອກ 12 ເຮົາເປັນຜູ້ສ້າງໂລກ ແລະສ້າງມະນຸດໃຫ້ອາໄສຢູ່ທີ່ນັ້ນ ເຮົາກາງທ້ອງຟ້າອອກດ້ວຍຣິດເດດຂອງເຮົາ ເຣົາບັງຄັບບັນຊາຕາເວັນແລະເດືອນດາວ 13 ເຮົາເອງໄດ້ຊັກຊວນໃຫ້ກະສັດໄຊຣັສທຳດີ ເພື່ອໃຫ້ຄວາມມຸ່ງຫມາຍແລະຈຸດປະສົງຂອງເຮົາສຳເຣັດຜົນຖືກຕ້ອງ ເຮົາຈະທຳໃຫ້ທາງທຸກສາຍທີ່ໄຊຣັສເດີນໄປຊື່ຕົງ ເຂົາຈະສ້າງເຢຣູຊາເລັມນະຄອນຂອງເຮົາໃຫມ່ ແລະປ່ອຍພວກຊະເລີຍຂອງເຣົາເປັນອິສຣະ ບໍ່ມີຜູ້ໃດຈ້າງຫລືໃຊ້ສິນບົນເຂົາທຳການນີ້” ພຣະຜູ້ເປັນເຈົ້າອົງມີອຳນາດຍິ່ງໃຫຍ່ຊົງກ່າວດັ່ງນີ້ແຫລະ 14 ພຣະຜູ້ເປັນເຈົ້າຊົງບອກອິສຣາເອນວ່າ, “ຊັບພະຍາກອນຂອງເອຢິບແລະຂອງເອທິໂອເປັຽຈະເປັນຂອງເຈົ້າ ຄົນເຊບາທີ່ສູງໃຫຍ່ຈະຮັບໃຊ້ເຈົ້າ ແລະຜູກໂສ້ຕິດຕາມເຈົ້າໄປ ພວກເຂົາຈະກົ້ມລົງຮັບສາລະພາບວ່າ ພຣະເຈົ້າຊົງຢູ່ນຳທ່ານ ຊົງເປັນພຣະຜູ້ເປັນເຈົ້າແຕ່ພຣະອົງດຽວ 15 ພຣະເຈົ້າຂອງອິສຣາເອນ ອົງຊົງຊ່ອຍໄພ່ພົນຂອງພຣະອົງໃຫ້ພົ້ນໄພ ຊົງເປັນພຣະເຈົ້າອົງຊົງລັບລີ້” 16 ຄົນທັງຫລາຍທີ່ສ້າງຮູບເຄົາຣົບຈະອັບອາຍຂາຍຫນ້າ ທຸກໆຄົນຈະເຊື່ອມເສັຽສັກສີ 17 ແຕ່ອິສຣາເອນນັ້ນ ພຣະຜູ້ເປັນເຈົ້າຊົງຊ່ອຍໃຫ້ພົ້ນ ພວກເຂົາຈະມີໄຊຊະນະຕລອດໄປ ແລະຈະບໍ່ເຊື່ອມເສັຽສັກສີຈັກເທື່ອ 18 ພຣະຜູ້ເປັນເຈົ້າຊົງສ້າງຟ້າສວັນ ພຣະອົງອົງດຽວຊົງເປັນພຣະເຈົ້າ ຊົງປັ້ນແຕ່ງໂລກໃຫ້ຫມັ້ນຄົງ ພຣະອົງບໍ່ໄດ້ຊົງສ້າງມັນໃຫ້ວ່າງເປົ່າ ແຕ່ຊົງສ້າງຄົນໃຫ້ອາໄສຢູ່ ແມ່ນພຣະອົງທີ່ຊົງກ່າວວ່າ, “ເຮົາເປັນພຣະຜູ້ເປັນເຈົ້າບໍ່ມີພຣະເຈົ້າອື່ນນອກຈາກເຣົາ 19 ເຣົາບໍ່ໄດ້ເວົ້າໃນທີ່ລັບລີ້ ຫລືບໍ່ໄດ້ປິດອຳຄວາມມຸ່ງຫມາຍໄວ້ ເຮົາບໍ່ໄດ້ຂໍຮ້ອງໃຫ້ຄົນອິສຣາເອນສແວງຫາເຮົາໃນບ່ອນມືດ ເຮົາເປັນພຣະຜູ້ເປັນເຈົ້າ ແລະເວົ້າແຕ່ຄວາມຈິງ ເຮົາຈຶ່ງຮູ້ຈັກເວົ້າປະກາດໃນສິ່ງທີ່ຖືກຕ້ອງ 20 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ໄພ່ພົນທີ່ລອດພົ້ນຈາກອຳນາດກະສັດທັງຫລາຍ ຈົ່ງມາໂຮມກັນ ເພື່ອແຈ້ງໂທດຂອງພວກເຈົ້າເອງ ຄົນທັງຫລາຍທີ່ແຫ່ຮູບເຄົາຣົບທີ່ທຳດ້ວຍໄມ້ ແລະອ້ອນວອນຕໍ່ພຣະທີ່ຊ່ອຍຫຍັງບໍ່ໄດ້ ຄົນເຫລົ່ານີ້ບໍ່ຮູ້ທີບຫຍັງເລີຍ 21 ພວກເຈົ້າຈົ່ງມາ ແລະແຈ້ງຄວາມຕໍ່ສານ ໃຫ້ພວກຈຳເລີຍປຶກສາຫາລືຊຶ່ງກັນແລະກັນ ໃຜບອກໍລ່ວງຫນ້າເຖິງສິ່ງທີ່ຈະເກີດຂຶ້ນນັ້ນໄດ້ ແລະໃຜທຳນວາຍເຣື່ອງນີ້ໄວ້ຕັ້ງແຕ່ເຫິງມາແລ້ວ ບໍ່ແມ່ນເຮົາ ຄືພຣະຜູ້ເປັນເຈົ້າອົງຊົງຊ່ອຍໄພ່ພົນໃຫ້ພົ້ນບໍ ບໍ່ມີພຣະເຈົ້າອື່ນນອກຈາກເຮົາ 22 ມະນຸດທຸກມຸມໂລກເອີຍ ຈົ່ງຄືນມາຫາເຣົາ ແລະຮັບເອົາການຊ່ອຍໃຫ້ພົ້ນເຖີດ ເຣົາເປັນພຣະເຈົ້າແຕ່ອົງດຽວ ບໍ່ມີພຣະເຈົ້າອົງອື່ນ 23 ສິ່ງທີ່ເຮົາເວົ້ານີ້ເປັນຄວາມຈິງ ຈະບໍ່ມີການປ່ຽນແປງ ເຣົາໄດ້ປະຕິຍານໄວ້ຢ່າງເດັດຂາດວ່າ ທຸກໆຄົນຈະຄຸເຂົ່າລົງຕໍ່ຫນ້າເຣົາ ແລະສາບານວ່າຈະຊື່ສັດຕໍ່ເຣົາ 24 ພວກເຂົາຈະເວົ້າເຖິງເຮົາວ່າ ມີໄຊຊະນະ ແລະມີອານຸພາບ ແຕ່ຄົນທັງຫລາຍທີ່ກຽດຊັງເຣົາຈະໄດ້ຄວາມອັບອາຍຂາຍຫນ້າ 25 ເຮົາຄືພຣະຜູ້ເປັນເຈົ້າຈະຊ່ອຍເຊື້ອສາຍທັງຫມົດຂອງອິສຣາເອນ ແລະພວກເຂົາຈະມີຄວາມພາກພູມໃຈໃນເຣົາ
1 ພຣະເບນກໍເລື່ອນລົງ ພຣະເນໂບກໍໂນ້ມລົງ ພຣະເຫລົ່ານີ້ຢູ່ເທິງຫລັງສັດແລະງົວ ສິ່ງເຫລົ່ານີ້ທີ່ເຈົ້າຫາມຢູ່ ກໍມາບັນທຸກເປັນພາຣະເທິງຫລັງສັດທີ່ອິດເມື່ອຍ 2 ມັນໂນ້ມລົງແລະເລື່ອນລົງດ້ວຍກັນ ມັນຊ່ອຍປ້ອງກັນພາຣະນັ້ນບໍ່ໄດ້ ມັນເອງຕົກໄປເປັນຊະເລີຍ 3 ໂອ ວົງຂອງຢາໂຄບເອີຍ ຈົ່ງຟັງເຮົາ ຄືຄົນທີ່ເຫລືອຢູ່ໃນວົງຂອງອິສຣາເອນ ຜູ້ຊຶ່ງເຮົາອຸ້ມມາຕັ້ງແຕ່ກຳເນີດ ຊູມາຕັ້ງແຕ່ຢູ່ໃນທ້ອງ 4 ຈົນເຖິງເຈົ້າເຖົ້າແກ່ ເຮົາກໍຄື ພຣະອົງນັ້ນ ເຮົາຈະອຸ້ມເຈົ້າຈົນເຖິງຜົມຫງອກ ເຣົາໄດ້ສ້າງ ເຮົາຈະຊູໄວ້ ເຮົາຈະອຸ້ມແລະເຮົາຈະຊ່ອຍໃຫ້ລອດ 5 “ເຈົ້າຈະທຽບເຮົາ ແລະທຳໃຫ້ເທົ່າກັບຜູ້ໃດ ແລະປຽບເຮົາ ວ່າເຮົາເຫມືອນກັນ 6 ບັນດາຜູ້ທີ່ໂກຍໄຂກະເປົ່າແລະຖອກທອງຄຳອອກມາ ແລະຊັ່ງເງິນໃນຕາຊິງ ຈ້າງຊ່າງທອງຄົນນຶ່ງ ແລະເຂົາກໍທຳໃຫ້ເປັນພຣະ ແລ້ວເຂົາທັງຫລາຍກໍກາບລົງນະມັສການເລີຍ 7 ເຂົາທັງຫລາຍເອົາຮູບນັ້ນໃສ່ບ່າ ເຂົາຫາມໄປ ເຂົາຕັ້ງໄວ້ປະຈຳທີ່ ຮູບນັ້ນກໍຢູ່ທີ່ນັ້ນ ຮູບນັ້ນໄປຈາກທີ່ບໍ່ໄດ້ ແມ້ຜູ້ໃດຈະມາຮ້ອງຂໍ ຮູບນັ້ນກໍບໍ່ຕອບ ຫລືຊ່ອຍເຂົາໃຫ້ລອດຈາກຄວາມຍາກລຳບາກຂອງເຂົາໄດ້ 8 “ຈຳຂໍ້ນີ້ໄວ້ແລະຕຶກຕອງ ເຈົ້າຜູ້ທໍຣະຍົດທັງຫລາຍ ຈຶ່ງນຶກໄວ້ໃນໃຈ 9 ຈົ່ງຈຳສິ່ງລ່ວງແລ້ວໃນສະໄຫມກ່ອນໄວ້ ເພາະເຮົາເປັນພຣະຜູ້ເປັນເຈົ້າ ແລະບໍ່ມີອື່ນໃດອີກ ເຮົາເປັນພຣະເຈົ້າ ແລະບໍ່ມີອື່ນໃດເຫມືອນເຮົາ 10 ຜູ້ແຈ້ງຕອນຈົບໃຫ້ຊາບຕັ້ງແຕ່ເລີ້ມຕົ້ນ ແລະແຈ້ງເຖິງສິ່ງທີ່ຍັງບໍ່ໄດ້ທຳເລີຍ ໃຫ້ຊາບຕັ້ງແຕ່ການໂບຮານກ່າວວ່າ “ແຜນການຂອງເຮົາຈະຢັ້ງຍືນ ແລະເຮົາຈະກະທຳໃຫ້ຄວາມປະສົງຂອງເຮົາສຳເຣັດທັງສິ້ນ 11 ເອີ້ນແຫລວມາຈາກຕາເວັນອອກ ຄືເອີ້ນຊາຍທີ່ທຳຕາມແຜນການຂອງເຮົາຈາກເມືອງໄກ ເຮົາເວົ້າແລ້ວ ແລະເຣົາຈະໃຫ້ເປັນໄປ ເຣົາມຸ່ງແລ້ວ ແລະເຣົາຈະກະທຳ 12 “ເຈົ້າຜູ້ຈິດໃຈດື້ດຶງ ເຈົ້າຜູ້ຫ່າງໄກຈາກການຊ່ອຍກູ້ ຈົ່ງຟັງເຮົາ 13 ເຮົາຈະນຳການຊ່ອຍກູ້ຂອງເຮົາມາໃກ້ ມັນບໍ່ໄກເລີຍ ແລະຄວາມລອດຂອງເຮົາຈະບໍ່ລໍຊ້າ ເຮົາຈະໃສ່ຄວາມລອດທີ່ຊີໂອນ ພຣະກຽດຂອງເຮົາແກ່ອິສຣາເອນ
ການຊົງພິພາກສາລົງໂທດບາບິໂລນ
1 ໂອ ທິດາພົມມະຈາຣີແຫ່ງບາບິໂລນເອີຍ ຈົ່ງລົງມານັ່ງໃນຝຸ່ນຂີ້ດິນ ໂອ ທິດາແຫ່ງຊາວຄັນເດອານເອີຍ ຈົ່ງນັ່ງລົງເທິງພື້ນດິນບໍ່ມີບັນລັງ ເພາະເຂົາຈະບໍ່ເອີ້ນເຈົ້າອີກວ່າ ແມ່ເນື້ອອ່ອນແມ່ເນື້ອລະອຽດ 2 ຈົ່ງຈັບໂມ່ ຈົ່ງໂມ່ແປ້ງສາ ເອົາຜ້າຄຸມຫນ້າຂອງເຈົ້າອອກເສັຽ ຖອດເສື້ອຄຸມຂອງເຈົ້າເສັຽ ບໍ່ຕ້ອງຄຸມຂາຂອງເຈົ້າ ລຸຍນ້ຳໄປ 3 ເຈົ້າຈະຕ້ອງຖືກເປືອຍ ແລະເຂົາຈະເຫັນຄວາມອາຍຂອງເຈົ້າ ເຮົາຈະທຳການແກ້ແຄ້ນ ແລະເຮົາຈະບໍ່ສງວນຄົນໃດໄວ້ 4 ພຣະຜູ້ໄຖ່ຂອງເຮົາ ພຣະນາມຂອງພຣະອົງຄືພຣະຜູ້ເປັນເຈົ້າຈອມໂຍທາ ຊົງເປັນອົງບໍຣິສຸດຂອງອິສຣາເອນ 5 ໂອ ທິດາແຫ່ງຊາວຄັນເດອານເອີຍ ນັ່ງມິດງຽບໆ ແລະຈົ່ງເຂົ້າໄປໃນຄວາມມືດ ເພາະເຂົາຈະບໍ່ເອີ້ນເຈົ້າອີກວ່າ ນາງພຍາແຫ່ງຣາຊອານາຈັກທັງຫລາຍ 6 ເຮົາກິ້ວຕໍ່ຊົນຊາດຂອງເຮົາ ເຣົາຖອດມໍຣະດົກຂອງເຮົາເສັຽ ເຮົາມອບເຂົາໄວ້ໃນມືຂອງເຈົ້າ ເຈົ້າບໍ່ໄດ້ສະແພງຄວາມກະຣຸນາຕໍ່ເຂົາ ເຈົ້າວາງແອກຢ່າງຫນັກໄວ້ເທິງບ່າຂອງຄົນເຖົ້າ 7 ເຈົ້າວ່າ, ຂ້ຈະເປັນນາງພຍາເປັນນິດ ເຈົ້າຈຶ່ງບໍ່ໄດ້ເອົາເຣື່ອງເຫລົ່ານີ້ເປັນທີ່ສອນໃຈ ຫລືຈົດຈຳບັ້ນປາຍຂອງເຣື່ອງເຫລົ່ານີ້ໄວ້ 8 ສະນັ້ນເຈົ້າຜູ້ຮັກຄວາມເພີດເພີນ ຈົ່ງຟັງເຣື່ອງນີ້ ຄືຜູ້ນັ່ງຢູ່ຢ່າງປອດພັຍ ຜູ້ຄຶດໃນໃຈຂອງຕົນວ່າ “ຂ້ອຍນີ້ແຫລະ ແລະບໍ່ມີຜູ້ໃດອື່ນອີກ ຂ້ອຍຈະບໍ່ນັ່ງຢູ່ເປັນແມ່ຫມ້າຍ ຫລືຮູ້ຈັກທີ່ຈະພາກຈາກລູກ” 9 ທັງສອງເຣື່ອງນີ້ຈະມາເຖິງເຈົ້າ ໃນຂນະດຽວກັນ ໃນວັນດຽວ ຄືຄວາມທີ່ຕ້ອງພາກຈາກລູກ ຄວາມທີ່ເປັນແມ່ຫມ້າຍຈະມາເຖິງເຈົ້າຢ່າງເຕັມຂະຫນາດ ທັງທີ່ມີວິຊາອາຄົມເປັນອັນມາກ ແລະອານຸພາບໃຫຍ່ຍິ່ງໃນເວດມົນຂອງເຈົ້າ 10 ເຈົ້າຮູ້ສຶກຫມັ້ນຢູ່ໃນຄວາມອະທັມຂອງເຈົ້າ ເຈົ້າວ່າ “ບໍ່ມີຜູ້ໃດເຫັນຂ້ອຍ” ສະຕິປັນຍາຂອງເຈົ້າແລະ ຄວາມຮູ້ຂອງເຈົ້າທຳໃຫ້ເຈົ້າຫນີໄປ ແລະເຈົ້າຈຶ່ງວ່າໃນໃຈຂອງເຈົ້າວ່າ “ຂ້ອຍນີ້ແຫລະ ແລະບໍ່ມີຜູ້ໃດອື່ນອີກ” 11 ແຕ່ຄວມຊົ່ວຮ້າຍຈະມາເຫນືອເຈົ້າ ຊຶ່ງເຈົ້າຈະປັດເປົ່າບໍ່ໄດ້ ໄພວິບັດຈະຕົກເຫນືອເຈົ້າ ຊຶ່ງເຈົ້າຈະບໍ່ສາມາດຄາດແຄ້ວ ແລະຄວາມພິນາດຈະມາເຖິງເຈົ້າທັນທີທັນໃດຊຶ່ງເຈົ້າບໍ່ຮູ້ເຣື່ອງເລີຍ 12 ຈົ່ງຕັ້ງຫມັ້ນຢູ່ໃນເວດມົນຂອງເຈົ້າ ແລະວິຊາອາຄົມເປັນອັນມາກຂອງເຈົ້າ ຊຶ່ງເຈົ້າທຳມາຫນັກຫນາຕັ້ງແຕ່ສາວໆບາງທີ່ເຈົ້າຈະສຳເຣັດໄດ້ ບາງທີ່ເຈົ້າຈະດົນໃຈໃຫ້ສະຍົດສະຍອງໄດ້ 13 ເຈົ້າອິດເມື່ອຍກັບທີ່ປຶກສາເປັນອັນມາກຂອງເຈົ້າ ໃຫ້ເຂົາລຸກຂຶ້ນອອກມາແລະຊ່ອຍເຈົ້າໃຫ້ລອດ ຄືບັນດາຜູ້ທີ່ແບ່ງຟ້າສວັນແລະເພ່ງເບິ່ງດວງດາວ ຜູ້ຊຶ່ງທຳນວາຍໃຫ້ເຈົ້າໃນວັນຂຶ້ນຄ່ຳວ່າຈະເກີດຫຍັງຂຶ້ນແກ່ເຈົ້າ 14 ເບິ່ງແມ໋, ເຂົາຈະເປັນເຫມືອນຕໍເຂົ້າ ໄຟຈະເຜົາຜານເຂົາ ເຂົາຈະຊ່ອຍກູ້ຕົວເຂົາເອງຈາກກຳລັງຂອງແປວໄຟບໍ່ໄດ້ ນີ້ບໍ່ແມ່ນຖ່ານທີ່ຈະໃຫ້ຜູ້ໃດອຸ່ນ ບໍ່ແມ່ນໄຟທີ່ຈະໃຫ້ຜູ້ໃດຝີງ 15 ບັນດາທີ່ເຈົ້າທຳງານດ້ວຍກັນນັ້ນຈະເປັນເຊັ່ນນີ້ແກ່ເຈົ້າ ຜູ້ຊຶ່ງຄ້າມາກັບເຈົ້າຕັ້ງແຕ່ສາວໆ ເຂົາຕ່າງຈະພະເນຈອນໄປມາໃນທາງຂອງເຂົາເອງ ບໍ່ມີຜູ້ໃດຈະຊ່ອຍເຈົ້າໃຫ້ລອດໄດ້
ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງອານາຄົດ
1 ຟັງຂໍ້ນີ້ເດີ ໂອ ວົງຂອງຢາໂຄບເອີຍ ຜູ້ຊຶ່ງເຂົາເອີ້ນດ້ວຍນາມຂອງອິສຣາເອນ ແລະຜູ້ຊຶ່ງອອກມາຈາກບັ້ນແອວຂອງຢູດາ ຜູ້ຊຶ່ງປະຕິຍານໃນພຣະນາມຂອງພຣະຜູ້ເປັນເຈົ້າ ແລະເຊີດຊູພຣະເຈົ້າຂອງອິສຣາເອນ ແຕ່ບໍ່ແມ່ນດ້ວຍສັດຈະແລະຄວາມຊອບທັມ 2 ເພາະເຂົາຂະຫນານນາມຂອງເຂົາເອງຕາມນະຄອນບໍຣິສຸດ ແລະເພິ່ງອາໄສພຣະເຈົ້າຂອງອິສຣາເອນ ພຣະນາມຂອງພຣະອົງວ່າພຣະຜູ້ເປັນເຈົ້າຈອມໂຍທາ 3 “ສິ່ງລ່ວງແລ້ວເຮົາໄດ້ແຈ້ງໃຫ້ຊາບແຕ່ເກົ່າກ່ອນ ມັນໄປຈາກປາກຂອງເຣົາ ແລະເຮົາໄດ້ເລົ່າໃຫ້ຟັງທົ່ວ ແລ້ວໃນທັນໃດນັ້ນເຮົາກໍໄດ້ກະທຳແລະກໍເປັນໄປຕາມນັ້ນ 4 ເພາະເຮົາຮູ້ຢູ່ວ່າເຈົ້າດື້ດ້ານ ແລະຄໍຂອງເຈົ້າກໍຄືເອັນເຫລັກ ແລະຫນ້າຜາກຂອງເຈົ້າເປັນທອງເຫລືອງ 5 ເຣົາກໍແຈ້ງເຣື່ອງເຫລົ່ານັ້ນແກ່ເຈົ້າໃຫ້ຊາບຕັ້ງແຕ່ເກົ່າກ່ອນ ກ່ອນທີ່ມັນຈະເກີດຂຶ້ນເຮົາກໍໄດ້ວ່າໃຫ້ເຈົ້າຟັງແລ້ວ ຢ້ານເຈົ້າຈະວ່າ “ຮູບເຄົາຣົບຂອງຂ້ອຍກະທຳເອງ ຣູບເຄົາຣົບສລັກແລະຮູບເຄົາຣົບຫລໍ່ຂອງຂ້ອຍບັນຊາມັນມາ” 6 “ເຈົ້າໄດ້ຍິນແລ້ວ ຈົ່ງຄອຍເບິ່ງສິ່ງທັງປວງນີ້ ແລະເຈົ້າຈະບໍ່ແຈ້ງໃຫ້ຊາບຫລື ຕັ້ງແຕ່ເວລານີ້ໄປເຣົາເລົ່າສິ່ງໃຫມ່ໃຫ້ເຈົ້າຟັງ ເປັນສິ່ງທີ່ປິດເຊື່ອງໄວ້ຊຶ່ງເຈົ້າບໍ່ຮູ້ 7 ເປັນສິ່ງທີ່ສ້າງຂຶ້ນໃຫມ່ບໍ່ແມ່ນນານແລ້ວ ກ່ອນວັນນີ້ເຈົ້າບໍ່ເຄີຍໄດ້ຍິນເຖິງ ຢ້ານເຈົ້າຈະເວົ້າວ່າ “ເບິ່ງແມ໋, ເຮົາຮູ້ແລ້ວ” 8 ເຈົ້າບໍ່ເຄີຍໄດ້ຍິນ ເຈົ້າບໍ່ເຄີຍຮູ້ ຕັ້ງແຕ່ກ່ອນມາ ຫູຂອງເຈົ້າຍັງບໍ່ເປີດ ເພາະເຮົາຮູ້ວ່າເຈົ້າຈະປະພຶດຢ່າງທໍຣະຍົດຫນັກ ແລະຮູ້ວ່າຕັ້ງແຕ່ກຳເນີດເຂົາເອີ້ນເຈົ້າວ່າ ຜູ້ກະບົດ 9 “ເພາະເຫັນແກ່ນາມຂອງເຮົາ ເຮົາຫນ່ວງຫນ່ຽວຄວາມກິ້ວຂອງເຮົາໄວ້ ເພາະເຫັນແກ່ຄວາມສັຣເສີນຂອງເຮົາ ເຮົາຈຶ່ງລະງັບໄວ້ເພື່ອເຈົ້າ ເພື່ອເຮົາຈະບໍ່ໄດ້ຕັດເຈົ້າອອກໄປເສັຽ 10 ເບິ່ງແມ໋, ເຣົາໄດ້ຊຸບເຈົ້າແລ້ວ ແຕ່ບໍ່ເຫມືອນເງິນ ເຮົາໄດ້ທົດລອງເບິ່ງເຈົ້າໃນເຕົາຂອງຄວາມທຸກໃຈ 11 ເຮົາກະທຳເຊັ່ນນັ້ນເພາະເຫັນແກ່ເຮົາເອງ ເພາະເຫັນແກ່ເຮົາເອງ ເພາະວ່ານາມຂອງເຮົາຈະຖືກຢຽດຫຍາມຢ່າງໃດໄດ້ ພຣະກຽດຂອງເຮົາ ເຣົາຈະບໍ່ໃຫ້ໃຜອື່ນ 12 ຟັງເຮົາເດີ ໂອ ຢາໂຄບເອີຍ ແລະອິສຣາເອນ ຜູ້ຊຶ່ງເຮົາເອີ້ນ ເຮົາຄືພຣະເຈົ້າແຕ່ອົງດຽວເທົ່ານັ້ນ ເຮົາເປັນຕົ້ນ ແລະເຮົາເປັນປາຍ 13 ມືຂອງເຮົາໄດ້ວາງຮາກຖານແຜ່ນດິນໂລກ ແລະມືຂອງເຮົາໄດ້ກາງຟ້າສວັນອອກ ເມື່ອເຮົາເອີ້ນມັນ ມັນກໍອອກມາຢູ່ດ້ວຍກັນ 14 “ເຈົ້າທັງປວງ ຈົ່ງຊຸມນຸມກັນແລະຄອຍຟັງ ຜູ້ໃດໃນຖ້າມກາງພວກນັ້ນໄດ້ປະກາດສິ່ງເຫລົ່ານີ້ ພຣະຜູ້ເປັນເຈົ້າຊົງຮັກທ່ານ ທ່ານຈະກະທຳຕາມພຣະທັຍຂອງພຣະອົງຕໍ່ບາບິໂລນ ແລະພຣະກອນຂອງພຣະອົງຈະຕໍ່ສູ້ກັບຊາວຄັນເດອານ 15 ເຮົາ ນີ້ເຮົາເອງໄດ້ເວົ້າ ເຮົາໄດ້ເອີ້ນທ່ານ ເຣົາໄດ້ນຳທ່ານມາ ແລະທ່ານຈະຈຳເຣີນໃນທາງຂອງທ່ານ 16 ຈົ່ງເຂົ້າມາໃກ້ເຮົາ ຟັງເຣື່ອງນີ້ ຕັ້ງແຕ່ເລີ້ມຕົ້ນເຣົາບໍ່ໄດ້ເວົ້າໃນທີ່ລີ້ລັບ ຕັ້ງແຕ່ມັນເກີດມາເຣົາກໍໄດ້ຢູ່ທີ່ນັ້ນແລ້ວ” ແລະບັດນີ້ພຣະຜູ້ເປັນເຈົ້າໄດ້ຊົງໃຊ້ຂ້າພະເຈົ້າ ແລະພຣະວິນຍານຂອງພຣະອົງ 17 ພຣະຜູ້ເປັນເຈົ້າຜູ້ໄຖ່ຂອງເຈົ້າ ອົງບໍຣິສຸດຂອງອິສຣາເອນກ່າວດັ່ງນີ້ວ່າ “ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ຜູ້ສັ່ງສອນເຈົ້າເພື່ອປໂຍດຂອງເຈົ້າ ຜູ້ນຳເຈົ້າໃນທາງທີ່ເຈົ້າຄວນຈະໄປ 18 ໂອ ຖ້າເຈົ້າໄດ້ເຊື່ອຟັງບັນຍັດຂອງເຮົາ ແລ້ວຄວາມສຸກສົມບູນຂອງເຈົ້າຈະເປັນເຫມືອນແມ່ນ້ຳ ແລະຄວາມຊອບທັມຂອງເຈົ້າຈະເປັນເຫມືອນຄື່ນທະເລ 19 ລູກຫລານຂອງເຈົ້າຈະເປັນເຫມືອນທະເລຊາຍ ແລະເຊື້ອສາຍຂອງເຈົ້າເຫມືອນເມັດຊາຍ ຊື່ຂອງເຂົາຈະບໍ່ຖືກຕັດອອກເລີຍ ຫລືຖືກທຳລາຍເສັຽຈາກຫນ້າເຮົາ” 20 ຈົ່ງໄປເສັຽຈາກບາບິໂລນ ຈົ່ງຫນີອອກຈາກຄັນເດອານ ຈົ່ງປະກາດຂໍ້ນີ້ດ້ວຍໂຮ່ຮ້ອງຊື່ນບານ ຈົ່ງເລົ່າໃຫ້ຟັງ ຈົ່ງສົ່ງອອກໄປເຖິງສຸດປາຍແຜ່ນດິນໂລກວ່າ “ພຣະຜູ້ເປັນເຈົ້າຊົງໄຖ່ຢາໂຄບຜູ້ຮັບໃຊ້ຂອງພຣະອົງແລ້ວ” 21 ເມື່ອພຣະອົງຊົງນຳເຂົາທັງຫລາຍໄປທາງທະເລຊາຍ ເຂົາກໍບໍ່ໄດ້ຫິວ ພຣະອົງຊົງກະທຳໃຫ້ນ້ຳໄຫລຈາກສີລາເພື່ອເຂົາ ພຣະອົງຊົງທຳໃຫ້ຫີນຍະອອກແລະນ້ຳກໍໄດ້ໄຫລອອກມາ 22 ພຣະຜູ້ເປັນເຈົ້າກ່າວວ່າ, “ບໍ່ມີສັນຕິສຸກ ແກ່ຄົນອະທັມ”
ຊົນຊາດທັງຫລາຍໄດ້ຮັບແສງສວ່າງ
1 ຊົນຊາດຫ່າງໄກເອີຍ ຈົ່ງຟັງຂ້າພະເຈົ້າ ຄືພຣະຜູ້ເປັນເຈົ້າຊົງເລືອກເອົາຂ້າພະເຈົ້າຕັ້ງແຕ່ຢູ່ໃນທ້ອງແມ່ ແລະຊົງແຕ່ງຕັ້ງໃຫ້ເປັນຜູ້ຮັບໃຊ້ຂອງພຣະອົງ 2 ພຣະອົງຊົງທຳໃຫ້ຄຳເວົ້າຂອງຂ້າພະເຈົ້າແຫລມຄົມເຫມືອນຄົມດາບ ຊົງຄຸ້ມຄອງຂ້າພະເຈົ້າດ້ວຍພຣະຫັດຂອງພຣະອົງ ຊົງທຳໃຫ້ຂ້າພະເຈົ້າແຫລມຄົມເຫມືອນລູກທະນູ ແລະພ້ອມແລ້ວທີ່ຈະເກັບມ້ຽນໄວ້ໃນບັ້ງແຫລ້ງຂອງພຣະອົງ 3 ພຣະອົງຊົງບອກຂ້າພະເຈົ້າວ່າ “ເຈົ້າເປັນຜູ້ຮັບໃຊ້ຂອງເຮົາ ອິສຣາເອນຈະສັຣເສີນເຮົາຍ້ອນເຈົ້າ” 4 ຂ້າພະເຈົ້າເວົ້າວ່າ, “ຂ້າພະເຈົ້າໄດ້ເຣັດວຽກ ແຕ່ວຽກນັ້ນບໍ່ມີປໂຍດ ຂ້າພະເຈົ້າໄດ້ເສັຽແຮງໄປລ້າໆ ແຕ່ບໍ່ມີຫຍັງສຳເຣັດຜົນ” ຂ້າພະເຈົ້າໄວ້ວາງໃຈແລະມອບທຸກສິ່ງໄວ້ກັບພຣະຜູ້ເປັນເຈົ້າ ພຣະອົງຊົງຈະມອບຄ່າຕອບແທນວຽກງານໃຫ້ຂ້າພະເຈົ້າ 5 ພຣະຜູ້ເປັນເຈົ້າຊົງແຕ່ງຕັ້ງຂ້າພະເຈົ້າຕັ້ງແຕ່ຢູ່ໃນທ້ອງແມ່ ຊົງໃຫ້ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງພຣະອົງ ເພື່ອນຳພາອິສຣາເອນໄພ່ພົນຂອງພຣະອົງ ທີ່ກະຈັດກະຈາຍກັນຢູ່ນັ້ນກັບຄືນມາຫາພຣະອົງ ພຣະຜູ້ເປັນເຈົ້າຊົງໃຫ້ກຽດແກ່ຂ້າພະເຈົ້າ ແລະຊົງເປັນເຫື່ອແຮງຂອງຂ້າພະເຈົ້າ 6 ພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າວ່າ “ເຮົາມີວຽກສຳຄັນສຳລັບເຈົ້າຜູ້ຮັບໃຊ້ຂອງເຮົາດັ່ງນີ້ ເຈົ້າບໍ່ພຽງແຕ່ທຳໃຫ້ອິສຣາເອນທີ່ເຫລືອຢູ່ນັ້ນຍິ່ງໃຫຍ່ຄືເກົ່າເທົ່ານັ້ນ ແຕ່ເຮົາຈະທຳໃຫ້ເຈົ້າເປັນແສງສວ່າງແກ່ຊົນຊາດທັງຫລາຍ ເພື່ອຄົນໃນທົ່ວໂລກນີ້ຈະໄດ້ລອດພົ້ນ” 7 ພຣະເຈົ້າອົງບໍຣິສຸດ ແລະຊ່ອຍໄຖ່ໃຫ້ພົ້ນຂອງອິສຣາເອນ ຊົງກ່າວຕໍ່ຄົນທີ່ຖືກກຽດຊັງ ແລະຫມິ່ນປມາດຢ່າງຫນັກຈາກຊົນຊາດ ແລະຂ້ອຍຂ້າເຈົ້ານາຍວ່າ “ພຣະຣາຊາທັງຫລາຍຈະເຫັນເຈົ້າເປັນອິສຣະ ແລະຈະຊົງລຸກຂຶ້ນສະແດງຄວາມເຄົາຣົບ ເຈົ້າຊາຍທັງຫລາຍກໍຈະເຫັນເຫມືອນກັນ ເຂົາຈະກົ້ມຂາບລົງຄຳນັບເຈົ້າ ເຫດການນີ້ຈະເກີດຂຶ້ນກໍຍ້ອນວ່າພຣະຜູ້ເປັນເຈົ້າ ຄືພຣະເຈົ້າອົງສັດຊື່ ແລະບໍຣິສຸດຂອງອິສຣາເອນຊົງເລືອກເອົາຜູ້ຮັບໃຊ້ ແລະທຳຕາມຄຳຫມັ້ນສັນຍາຂອງພຣະອົງ
ການສ້າງເຢຣູຊາເລັມໃຫມ່
8 ພຣະຜູ້ເປັນເຈົ້າຊົງບອກໄພ່ພົນຂອງພຣະອົງວ່າ, “ເມື່ອເຖິງເວລາຊ່ອຍໃຫ້ເຈົ້າພົ້ນ ເຮົາຈະສະແດງຄວາມຮັກໄຄ່ໄມຕຣີຕໍ່ເຈົ້າ ແລະຈະຕອບຄຳຮ້ອງໄຫ້ຂໍຄວາມຊ່ອຍເຫລືອຂອງເຈົ້າ ເຮົາຈະຄຸ້ມຄອງຮັກສາເຈົ້າ ແລະຈະໃຫ້ເຈົ້າຜູກສຳພັນທະໄມຕຣີກັບຄົນທັງປວງ ເຮົາຈະໃຫ້ເຈົ້າຕັ້ງຖິ່ນຖານບ້ານເຮືອນອີກເທື່ອນຶ່ງຢູ່ໃນທີ່ດິນຮົກຮ້າງວ່າງເປົ່າ 9 ເຮົາຈະເວົ້າກັບນັກໂທດວ່າ, “ອອກມາເສັຽ” ແລະເວົ້າກັບຜູ້ຢູ່ໃນຄວາມມືດວ່າ “ອອກມາສູ່ແສງສວ່າງເທີນ” ພວກເຂົາຈະເປັນເຫມືອນແກະທີ່ກິນຫຍ້າຢູ່ຕາມພູ 10 ພວກເຂົາຈະບໍ່ອຶດນ້ຳຈັກເທື່ອ ແສງຕາເວັນແລະລົມຮ້ອນຈະບໍ່ຖືກຕ້ອງເຂົາ ເພາະວ່າພຣະອົງຜູ້ຊົງເມດຕາສົງສານຮັກແພງພວກເຂົາຈະນຳພາໄປຍັງບໍ່ນ້ຳ 11 ເຣົາຈະສ້າງທາງຫລວງຂ້າມພູທັງຫລາຍ ແລະຈັດຕຽມທາງໃຫ້ໄພ່ພົນຂອງເຮົາໄປ 12 ໄພ່ພົນຂອງເຮົາຈະມາແຕ່ໄກ ຄືມາຈາກທາງເຫນືອ ທາງຕາເວັນອອກ ແລະຈາກເມືອງຊີເອເນທາງໃຕ້” 13 ໂອ ຟ້າສວັນເອີຍ ຈົ່ງຮ້ອງເພງເຖີດ ໂອ ແຜ່ນດິນເອີຍ ຈົ່ງມ່ວນຊື່ນເບີກບານເຖີດ ຂໍໃຫ້ພູທັງຫລາຍຮ້ອງເພງອອກມາ ພຣະຜູ້ເປັນເຈົ້າຊົງເລົ້າໂລມໄພ່ພົນຂອງພຣະອົງ ແລະຈະຊົງສົງສານໄພ່ພົນທີ່ຕົກທຸກໄດ້ຍາກ 14 ແຕ່ຊາວຊີໂອນເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງປະຖິ້ມພວກເຣົາແລ້ວ ພຣະອົງຊົງຫລົງລືມພວກເຮົາແລ້ວ 15 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງຕອບວ່າ, “ຜູ້ຍິງທີ່ລືມລູກ ແລະບໍ່ຮັກລູກຂອງຕົນເອງມີບໍ ເຖິງແມ່ນວ່າມີຜູ້ລືມລູກຂອງຕົນກໍຕາມ ແຕ່ເຣົາຈະບໍ່ລືມພວກເຈົ້າຈັກເທື່ອ 16 ເບິ່ງແມ໋, ເຣົາບໍ່ເຄີຍລືມເຈົ້າ ເຮົາໄດ້ຂຽນຊື່ຂອງເຈົ້າໄວ້ໃນໂອ້ງຝາມືຂອງເຮົາແລ້ວ 17 ຜູ້ທີ່ຈະສ້າງເຈົ້າຂຶ້ນໃຫມ່ກຳລັງຈະມາແລ້ວ ແລະຜູ້ທີ່ທຳລາຍເຈົ້າກໍຈະຫນີໄປ 18 ຈົ່ງເບິ່ງໃຫ້ທົ່ວວ່າມີຫຍັງຈະເກີດຂຶ້ນ ປະຊາຊົນຂອງເຈົ້າຈະມາໂຮມກັນ ພວກເຂົາຈະມາທີ່ບ້ານ ເຮົາເປັນພຣະຜູ້ເປັນເຈົ້າທີ່ມີຊີວິດແນ່ນອນ ເຈົ້າຈະດີໃຈນຳປະຊາຊົນຂອງເຈົ້າເຫມືອນເຈົ້າສາວດີໃຈນຳແຫວນຫມັ້ນຂອງຕົນ 19 ແຜ່ນດິນຂອງເຈົ້າໄດ້ຖືກທຳລາຍຮ້າງເປົ່າ ແຕ່ບັດນີ້ມັນຈະແຄບເກີນໄປສຳລັບຜູ້ຈະມາຢູ່ທີ່ນັ້ນ ຄົນທັງຫລາຍທີ່ເຄີຍກືນກິນພວກເຈົ້າຈະຖືກຂັບໄລ່ໃຫ້ຫນີໄປໄກ 20 ລູກທີ່ເກີດໃນຍາມທີ່ເຈົ້າຖືກເນລະເທດຈະເວົ້າຕໍ່ເຈົ້າໃນວັນນຶ່ງວ່າ, “ດິນທີ່ເຮົາຢູ່ນີ້ແຄບເກີນໄປແລ້ວ ພວກເຮົາຢາກໄດ້ບ່ອນຢູ່ທີ່ກວ້າງກວ່ານີ້” 21 ແລ້ວເຈົ້າກໍຈະຖາມຕົວເອງວ່າ, “ໃຜຫນໍອອກລູກເຫລົ່ານີ້ໃຫ້ຂ້າພະເຈົ້າ ຂ້າພະເຈົ້າໄດ້ສູນເສັຽລູກໄປ ແລະຈະບໍ່ມີຄືເກົ່າອີກ ຂ້າພະເຈົ້າຖືກເນລະເທດໄປໄກ ແມ່ນໃຜຫນໍເອົາລູກເຫລົ່ານີ້ຄືນມາ ຂ້າພະເຈົ້າຖືກປະປ່ອຍໃຫ້ຢູ່ຜູ້ດຽວແລ້ວລູກເຫລົ່ານີ້ມາແຕ່ໃສຫນໍ 22 ພຣະຜູ້ເປັນເຈົ້າຊົງບອກໄພ່ພົນຂອງພຣະອົງວ່າ, “ເຣົາຈະກວັກມືເອົາຊົນຊາດທັງຫລາຍ ພວກເຂົາຈະນຳເອົາລູກຂອງເຈົ້າມາ 23 ກະສັດທັງຫລາຍຈະເປັນເຫມືອນພໍ່ຂອງເຈົ້າ ແລະພຣະຣາຊີນີທັງຫລາຍຈະເປັນເຫມືອນແມ່ຂອງເຈົ້າ ພວກທ່ານຈະກົ້ມລົງໃຫ້ກຽດເຈົ້າ ແລະຈະສະແດງຄວາມເຄົາຣົບຢຳເກງເຈົ້າ ແລ້ວເຈົ້າຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າ ຜູ້ທີ່ລໍຄອຍໃຫ້ຊ່ອຍເຫລືອຈະບໍ່ຜິດຫວັງ” 24 ຜູ້ໃດຈະເອົາຂອງທີ່ທະຫານຍາດຊິງມາໄດ້ ຫລືຈະຊ່ອຍເອົານັກໂທດໃຫ້ພົ້ນຈາກຜູ້ກົດຂີ່ໄດ້ບໍ 25 ພຣະຜູ້ເປັນເຈົ້າຊົງຕອບວ່າ, “ການນີ້ຈະເກີດຂຶ້ນແນ່ນອນ ຄືພວກຊະເລີຍທີ່ທະຫານຈັບມາກໍຈະຖືກເອົາໄປ ແລະສິ່ງຂອງທີ່ຜູ້ກົດຂີ່ຍາດຊິງມາກໍຈະຖືກຍຶດໄປ ເຮົາຈະຕໍ່ສູ້ຜູ້ທີ່ຕໍ່ສູ້ເຈົ້າ ແລະຈະຊ່ອຍລູກຂອງເຈົ້າໃຫ້ພົ້ນ 26 ເຮົາຈະໃຫ້ຜູ້ບີບບັງຄັບເຈົ້າຂ້າຟັນຊຶ່ງກັນແລະກັນ ພວກເຂົາຈະເມົາເລືອດຂອງຕົນເອງເຫມືອນເມົາເຫລົ້າ ແລ້ວມະນຸດທັງປວງຈະຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າ ຜູ້ທີ່ຊ່ອຍໄຖ່ເຈົ້າໃຫ້ເປັນອິສຣະແລະພົ້ນໄພ ພວກເຂົາຈະຮູ້ວ່າເຮົາເປັນພຣະເຈົ້າອົງຍິ່ງໃຫຍ່ຂອງຢາໂຄບ”
1 ພຣະເຈົ້າຊົງກ່າວດັ່ງນີ້ວ່າ, “ຫນັງສືຢ່າຂອງແມ່ເຈົ້າ ຊຶ່ງເຮົາໄດ້ໃຊ້ໄລ່ນາງໄປເສັຽນັ້ນຢູ່ທີ່ໃດ ຫລືເຈົ້າຫນີ້ຂອງເຮົາຄົນໃດທີ່ເຮົາໄດ້ຂາຍຕົວເຈົ້າໄປ ເບິ່ງແມ໋, ເພາະຄວາມບາບຊົ່ວຂອງເຈົ້າ ເຈົ້າຈຶ່ງຖືກຂາຍ ແລະເພາະຄວາມທໍຣະຍົດຂອງເຈົ້າແມ່ຂອງເຈົ້າຈຶ່ງຖືກໄລ່ໄປ 2 ເປັນຫຍັງຫນໍ ເມື່ອເຮົາມາຈຶ່ງບໍ່ມີໃຜເລີຍ ເມື່ອເຮົາຮ້ອງເອີ້ນຈຶ່ງບໍ່ມີໃຜຕອບ ມືຂອງເຮົາສັ້ນ ໄຖ່ບໍ່ໄດ້ຫລື ແລະເຮົາບໍ່ມີກຳລັງທີ່ຈະຊ່ອຍກູ້ຫລື ເບິ່ງແມ໋, ເຮົາໃຫ້ນ້ຳທະເລແຫ້ງດ້ວຍການຂະຫນາບຂອງເຮົາ ເຮົາກະທຳໃຫ້ແມ່ນ້ຳເປັນຖິ່ນກັນດານ ປາຂອງແມ່ນ້ຳນັ້ນກໍເຫມັນເພາະຂາດນ້ຳ ແລະຕາຍເພາະຫິວ 3 ເຮົາຫົ່ມຟ້າສວັນໄວ້ດ້ວຍຄວາມດຳມືດ ແລະເອົາຜ້າກະສອບມາຄຸມ” ການເຊື່ອຟັງຜູ້ຮັບໃຊ້ຂອງພຣະເຈົ້າ 4 ພຣະເຈົ້າໄດ້ປະທານໃຫ້ຂ້າພະເຈົ້າມີລີ້ນຂອງບັນດາຜູ້ທີ່ພຣະອົງຊົງສອນ ເພື່ອຂ້າພະເຈົ້າຈະໄດ້ຮູ້ທີ່ຈະຄ້ຳຊູຜູ້ທີ່ອິດເມື່ອຍໄວ້ດ້ວຍຖ້ອຍຄຳ ທຸກໆເຊົ້າພຣະອົງຊົງປຸກ ຊົງປຸກຫູຂອງຂ້າພະເຈົ້າເພື່ອໃຫ້ຟັງຢ່າງຜູ້ທີ່ພຣະອົງຊົງສອນ 5 ພຣະເຈົ້າໄດ້ຊົງເບີກຫູຂ້າພະເຈົ້າ ແລະຂ້າພະເຈົ້າກໍຈະບໍ່ດື້ດັນ ຂ້າພະເຈົ້າບໍ່ຫັນກັບ 6 ຂ້າພະເຈົ້າຫັນຫລັງໃຫ້ແກ່ຜູ້ທີ່ໂບຍຕີຂ້າພະເຈົ້າ ແລະຫັນແກ້ມໃຫ້ແກ່ຄົນທີ່ດຶງຫນວດຂ້າພະເຈົ້າອອກ ຂ້າພະເຈົ້າບໍ່ຫນີຫນ້າຈາກຄວາມອາຍແກ່ການຖົ່ມນ້ຳລາຍໃສ່ 7 ເພາະວ່າພຣະຜູ້ເປັນເຈົ້າຊົງຊ່ອຍຂ້າພະເຈົ້າ ເພາະສັນນັ້ນ ຂ້າພະເຈົ້າຈຶ່ງຕັ້ງຫນ້າຂອງຂ້າພະເຈົ້າຢ່າງຫີນເຫລັກໄຟ ແລະຂ້າພະເຈົ້າຊາບວ່າຂ້າພະເຈົ້າຈະບໍ່ໄດ້ອາຍ 8 ພຣະອົງຜູ້ຊົງແກ້ແທນຂ້າພະເຈົ້າກໍຢູ່ໃກ້ ໃຜຈະສູ້ຄະດີກັບຂ້າພະເຈົ້າກໍໃຫ້ເຮົາຢືນຢູ່ດ້ວຍກັນ ໃຜເປັນປໍຣະປັກຂອງຂ້າພະເຈົ້າກໍໃຫ້ເຂົາມາໃກ້ຂ້າພະເຈົ້າ 9 ເບິ່ງແມ໋, ພຣະຜູ້ເປັນເຈົ້າຊົງຊ່ອຍຂ້າພະເຈົ້າ ໃຜຈະກ່າວໂທດຂ້າພະເຈົ້າວ່າມີຄວາມຜິດ ເບິ່ງແມ໋, ບັນດາເຂົາທຸກຄົນຈະສູນຫາຍໄປເຫມືອນຢ່າງເສື້ອຜ້າ ແມງຈະກິນເຂົາເຫລົ່ານັ້ນເສັຽ 10 ໃຜແດ່ໃນພວກເຈົ້າຢຳເກງພຣະຜູ້ເປັນເຈົ້າ ແລະເຊື່ອຟັງສຽງຂອງຜູ້ຮັບໃຊ້ຂອງພຣະອົງ ຜູ້ດຳເນີນໃນຄວາມມືດແລະບໍ່ມີຄວາມສວ່າງ ແຕ່ຍັງວາງໃຈໃນພຣະນາມພຣະເຈົ້າ ແລະເພິ່ງອາໄສພຣະຜູ້ເປັນເຈົ້າຂອງເຂົາ 11 ເບິ່ງແມ໋, ເຈົ້າທັງສິ້ນຜູ້ກໍ່ໄຟ ຜູ້ເອົາດົ້ນໄຟຄາດຕົວເຈົ້າໄວ້ ຈົ່ງເດີນດ້ວຍແສງໄຟຂອງເຈົ້າ ແລະດ້ວຍແສງດົ້ນໄຟຊຶ່ງເຈົ້າໄດ້ກໍ່ ເຈົ້າຈະໄດ້ຮັບຢ່າງນີ້ຈາກມືຂອງເຮົາ ຄື ເຈົ້າຈະຕ້ອງນອນລົງໃນທີ່ທໍຣະມານ
ຄຳເລົ້າໂລມມາເຖິງຊີໂອນ
1 “ຈົ່ງຟັງເຮົາ ເຈົ້າທັງຫລາຍຜູ້ຂົນຂວາຍຫາການຊ່ອຍກູ້ ເຈົ້າຜູ້ສແວງພຣະຜູ້ເປັນເຈົ້າ ຈົ່ງມອງເບິ່ງຫີນຊຶ່ງໄດ້ສະກັດຕົວເຈົ້າມາ ແລະຈົ່ງມອງເບິ່ງບໍ່ຫີນຊຶ່ງຊົງຂຸດເອົາຕົວເຈົ້າທັງຫລາຍມາ 2 ຈົ່ງເບິ່ງອັບຣາຮາມບັນພະບຸຣຸດຂອງເຈົ້າທັງຫລາຍ ແລະເບິ່ງນາງຊາຣາຜູ້ຄອດເຈົ້າ ເພາະເມື່ອມີເຂົາຢູ່ແຕ່ຜູ້ດຽວ ເຮົາໄດ້ຮ້ອງເອີ້ນເຂົາ ແລະເຮົາອວຍພອນເຂົາແລະກະທຳໃຫ້ເປັນຄົນຫລວງຫລາຍ 3 ເພາະວ່າພຣະຜູ້ເປັນເຈົ້າຊົງເລົ້າໂລມຊີໂອນ ພຣະອົງຈະຊົງເລົ້າໂລມບ່ອນທີ່ຮົກຮ້າງທັງສິ້ນຂອງນາງ ແລະຈະທຳຖິ່ນກັນດານຂອງນາງເຫມືອນສວນເອເດນ ແລະທະເລຊາຍຂອງນາງເຫມືອນອຸທຍານຂອງພຣະຜູ້ເປັນເຈົ້າ ຈະພົບຄວາມຊື່ນບານແລະຄວາມຍິນດີໃນນາງ ທັງການໂມທະນາແລະສຽງເພງ 4 ຊົນຊາດຂອງເຣົາເອີຍ ຈົ່ງຟັງສຽງຂອງເຮົາ ຊາດຂອງເຮົາເອີຍ ຈົ່ງງ່ຽງຫູຟັງເຮົາ ເພາະພຣະທັມຈະອອກໄປຈາກເຮົາ ແລະຄວາມຍຸດຕິທັມຈະອອກໄປເປັນຄວາມສວ່າງຂອງຊົນຊາດທັງຫລາຍ 5 ການຊ່ອຍກູ້ຂອງເຣົາໃກ້ເຂົ້າມາໂດຍໄວ ແລະຄວາມລອດຂອງເຮົາໄດ້ອອກໄປແລ້ວ ແຂນຂອງເຮົາຈະປົກຄອງຊົນຊາດທັງຫລາຍ ແຜ່ນດິນຊາຍທະເລລໍຄອຍເຮົາ ແລະເຂົາຫວັງຄອຍກຳລັງແຂນຂອງເຣົາ 6 ຈົ່ງແຫງນຕາເບິ່ງຟ້າສວັນ ແລະມອງເບິ່ງໂລກເບື້ອງລຸ່ມ ເພາະວ່າຟ້າສວັນຈະສູນສິ້ນໄປເຫມືອນຄວັນ ແລະແຜ່ນດິນໂລກຈະສລາຍໄປເຫມືອນຢ່າງເສື້ອຜ້າ ແລະເຂົາທັງຫລາຍຜູ້ອາໄສຢູ່ໃນນັ້ນຈະຕາຍໄປເຫມືອນຮີ້ນ ແຕ່ຄວາມລອດຂອງເຮົາຈະຢູ່ເປັນນິດ ແລະການຊ່ອຍກູ້ຂອງເຮົາຈະບໍ່ສິ້ນສຸດເລີຍ 7 “ຈົ່ງຟັງເຣົາ ເຈົ້າທັງຫລາຍຜູ້ຮູ້ເຖິງຄວາມຊອບທັມ ຊົນຊາດຊຶ່ງພຣະທັມຂອງເຮົາຢູ່ໃນໃຈ ຢ່າຢ້ານການຕຳຫນິຂອງມະນຸດ ແລະຢ່າວິຕົກຕໍ່ການກ່າວຫຍາບຊ້າຂອງເຂົາ 8 ເພາະວ່າແມງຈະກິນເຂົາເຫມືອນກິນເສື້ອຜ້າ ແລະຕົວຫນອນຈະກິນເຂົາເຫມືອນກິນຂົນແກະ ແຕ່ການຊ່ອຍກູ້ຂອງເຮົາຈະຢູ່ເປັນນິດ ແລະຄວາມລອດຂອງເຮົາຈະຢູ່ຕລອດທຸກຊົ່ວຊາດເຊື້ອສາຍ 9 ຂ້າແຕ່ພຣະກອນຂອງພຣະຜູ້ເປັນເຈົ້າ ຈົ່ງຕື່ນເຖີດ ຕື່ນເຖີດ ຈົ່ງສວມກຳລັງ ຈົ່ງຕື່ນຢ່າງສະໄຫມເກົ່າກ່ອນ ໃນຊົ່ວຊາດເຊື້ອສາຍທີ່ນານມາແລ້ວ ທ່ານບໍ່ແມ່ນຫລືທີ່ຕັດຣາຮັບໃນທະເລຂາດເປັນຕ່ອນໆ ແລະແທງມັງກອນຈົນຊອດ 10 ທ່ານບໍ່ແມ່ນຫລືທີ່ທຳໃຫ້ທະເລແຫ້ງໄປ ຄືນ້ຳຂອງມະຫາສະຫມຸດໃຫຍ່ດ້ວຍ ຊຶ່ງທຳທີ່ເລິກຂອງທະເລໃຫ້ເປັນຫົນທາງ ເພື່ອໃຫ້ຜູ້ທີ່ໄດ້ໄຖ່ໄວ້ແລ້ວເດີນຜ່ານໄປ 11 ແລະຜູ້ທີໄຖ່ໄວ້ແລ້ວຂອງພຣະຜູ້ເປັນເຈົ້າຈະກັບ ແລະຮ້ອງເພງມາຊີໂອນ ຄວາມຊື່ນບານເປັນນິດຈະຢູ່ເທິງຫົວຂອງເຂົາ ເຂົາຈະໄດ້ຣັບຄວາມຊື່ນບານແລະຄວາມຍິນດີ ຄວາມໂສກເສົ້າແລະການຖອນຫາຍໃຈຈະຫນີໄປເສັຽ 12 ເຣົາ ຄືເຮົາເອງຜູ້ເລົ້າໂລມເຈົ້າ ເຈົ້າເປັນຜູ້ໃດທີ່ຢ້ານມະນຸດຜູ້ຊຶ່ງຕ້ອງຕາຍ ຄືຢ້ານບຸດຂອງມະນຸດຊຶ່ງຖືກທຳໃຫ້ເຫມືອນຫຍ້າ 13 ແລະທີ່ໄດ້ລືມພຣະຜູ້ເປັນເຈົ້າຜູ້ສ້າງຂອງຕົນເສັຽ ຜູ້ຊົງຄຶງຟ້າສວັນ ແລະວາງຮາກຖານຂອງແຜ່ນດິນໂລກ ແລະທີ່ຢ້ານຢູ່ເລື້ອຍໄປຕລອດວັນ ເພາະຄວາມກ້ຽວກາດຂອງຜູ້ບີບບັງຄັບ ເມື່ອເຂົາຕັ້ງຕົວເຂົາທີ່ຈະທຳລາຍ ແລະຄວາມກ້ຽວກາດຂອງຜູ້ທີ່ບີບບັງຄັບຢູ່ທີ່ໃດ 14 ຜູ້ໃດທີ່ຖືກກົດຂີ່ຈະໄດ້ຣັບການປົດປ່ອຍໂດຍໄວ ເຂົາຈະບໍ່ຕາຍແລະລົງໄປສູ່ປາກແດນມໍຣະນາ ທັງອາຫານຂອງເຂົາຈະບໍ່ຂາດ 15 ເພາະເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ຜູ້ກວນທະເລແລະຄື່ນກໍຄຶກຄະນອງ ພຣະນາມຂອງພຣະອົງຄືພຣະຜູ້ເປັນເຈົ້າຈອມໂຍທາ 16 ແລະເຣົາໄດ້ໃສ່ຖ້ອຍຄຳຂອງເຮົາໃນປາກຂອງເຈົ້າ ແລະເຊື່ອງເຈົ້າໄວ້ໃນຮົ່ມມືຂອງເຮົາ ຊຶ່ງຄຶງຟ້າສວັນແລະວາງຮາກຖານຂອງແຜ່ນດິນໂລກ ແລະກ່າວແກ່ຊີໂອນວ່າ “ເຈົ້າເປັນຊົນຊາດຂອງເຮົາ” 17 ໂອ ເຢຣູຊາເລັມເອີຍ, ຈົ່ງປຸກຕົວເອງ ຈົ່ງປຸກຕົວເອງ ຈົ່ງຢືນຂຶ້ນເຖີດ ເຈົ້າຜູ້ໄດ້ດື່ມຈາກພຣະຫັດຂອງພຣະຜູ້ເປັນເຈົ້າ ຊຶ່ງຈອກແຫ່ງພຣະພິໂຣດຂອງພຣະອົງ ຜູ້ໄດ້ດື່ມເຖິງຄວາມໂກດຮ້າຍຂອງພຣະອົງ ຈຶ່ງເຮັດໃຫ້ເຈົ້າໂຊເຊ ຍ່າງໄປບໍ່ທຸນທ່ຽງ 18 ໃນບັນດາບຸດຊາຍທີ່ນາງຄອດມາ ກໍບໍ່ມີຜູ້ໃດນຳນາງ ໃນບັນດາບຸດຊາຍທີ່ນາງລ້ຽງດູມາ ກໍບໍ່ມີໃຜຈູງນາງ 19 ສອງສິ່ງນີ້ໄດ້ເກີດຂຶ້ນແກ່ເຈົ້າ ຜູ້ໃດຈະປອບໂຍນເຈົ້າ ຄືການລ້າງຜານແລະການທຳລາຍ ການອຶດອາຫານແລະກາຍ ຜູ້ໃດຈະເລົ້າໂລມເຈົ້າ 20 ບຸດຊາຍຂອງເຈົ້າສລົບໄປແລ້ວ ເຂົານອນຢູ່ທີ່ທຸກຫົວຖນົນເຫມືອນກວາງຕິດຕາຫນ່າງ ເຂົາທັງຫລາຍໂຊກໂຊນດ້ວຍພຣະພິໂຣດຂອງພຣະຜູ້ເປັນເຈົ້າ ແລະການຂະຫນາບຂອງພຣະເຈົ້າຂອງເຈົ້າ 21 ສັນນັ້ນເຈົ້າຜູ້ຖືກຂົ່ມໃຈ ຜູ້ຊຶ່ງມຶນເມົາ ແຕ່ບໍ່ແມ່ນດ້ວຍເຫລົ້າອະງຸ່ນ ຈົ່ງຟັງຂໍ້ນີ້ເຖີດ 22 ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ພຣະເຈົ້າຂອງເຈົ້າຜູ້ຊົງສູ້ຄະດີແຫ່ງຊົນຊາດຂອງພຣະອົງ ພຣະເຈົ້າຂອງເຈົ້າຊົງຕຣັດດັ່ງນີ້ວ່າ, “ເບິ່ງແມ໋, ເຮົາໄດ້ເອົາຈອກແຫ່ງຄວາມໂຊເຊ ມາຈາກມືຂອງເຈົ້າແລ້ວ ຂັນແຫ່ງຄວາມພິໂຣດຂອງເຮົາ ເຈົ້າຈະບໍ່ຕ້ອງດື່ມອີກ 23 ແລະເຮົາຈະໃສ່ມັນໄວ້ໃນມືຂອງຜູ້ທໍຣະມານເຈົ້າ ຜູ້ໄດ້ເວົ້າກັບເຈົ້າວ່າ “ກົ້ມລົງ ເຮົາຈະໄດ້ຂ້າມໄປ” ແລະເຈົ້າໄດ້ກະທຳໃຫ້ຫລັງຂອງເຈົ້າເຫມືອນພື້ນດິນ ແລະເຫມືອນຖນົນເພື່ອໃຫ້ເຂົາຂ້າມໄປ”
ພຣະເຈົ້າຊົງປົດປ່ອຍເຢຣູຊາເລັມ
1 ໂອ ຊີໂອນເອີຍ ຈົ່ງເຂັ້ມແຂງແລະຕື່ນຂື້ນ ນະຄອນສັກສິດຂອງພຣະເຈົ້າເອີຍ ຈົ່ງນຸ່ງຫົ່ມຜ້າແພງາມໆເທີນ ຄົນນອກສາສນາຈະບໍ່ເຂົ້າມາຫາເຈົ້າອີກ 2 ໂອ ເຢຣູຊາເລັມເອີຍ ຈົ່ງຕໍ່ສູ້ເພື່ອອິສຣະພາບ ຈົ່ງລຸກຂຶ້ນຈາກດິນແລະນັ່ງເທິງບັນລັງເທີນ ພວກຊະເລີຍຊາວຊີໂອນເອີຍ ຈົ່ງແກ້ໂສ້ທີ່ເຂົາຜູກເຈົ້າອອກ 3 ພຣະຜູ້ເປັນເຈົ້າຊົງບອກໄພ່ພົນຂອງພຣະອົງວ່າ, “ເຈົ້າໄດ້ຕົກເປັນທາດໂດຍບໍ່ມີຣາຄາ ເຈົ້າຈະບໍ່ຖືກໄຖ່ດ້ວຍເງິນຫລືມູນຄ່າແຕ່ຢ່າງໃດ ແຕ່ເຈົ້າຈະໄດ້ເປັນອິສຣະ 4 ເພາະພຣະເຈົ້າກ່າວດັ່ງນີ້ວ່າ ເຈົ້າເຄີຍເປັນຄົນຕ່າງຊາດຢູ່ໃນປະເທດເອຢິບເທື່ອນື່ງແລ້ວ ພາຍລຸນມາອັສຊີເຣັຽໄດ້ກົດຂີ່ເຈົ້າຢ່າງຫນັກ 5 ພຣະເຈົ້າກ່າວວ່າ ແລ້ວສິ່ງດຽວກັນນີ້ກໍເກີດຂຶ້ນອີກໃນບາບິໂລນ ເຈົ້າຖືກຈັບເປັນຊະເລີຍຢູ່ທີ່ນັ້ນຢ່າງບໍ່ມີຄຸນຄ່າ ພຣະເຈົ້າກ່າວວ່າ ຄົນທັງຫລາຍທີ່ປົກຄອງເຈົ້າກໍຂີ້ຄຸຍອວດດີ ແລະສະແດງຄວາມດູຫມິ່ນຢຽບຫຍາມເຮົາຢູ່ສເມີ 6 ແຕ່ເມື່ອເຖິງວັນນັ້ນ ເຈົ້າຈະຍອມຮັບວ່າ ເຮົາຜູ້ເວົ້າຕໍ່ເຈົ້ານີ້ແຫລະ ຄືພຣະຜູ້ເປັນເຈົ້າ” 7 ຜູ້ສົ່ງຂ່າວທີ່ກຳລັງຂ້າມພູມາກໍງາມວິເສດຫລາຍ ທ່ານນຳເອົາຂ່າວດີ ຂ່າວສັນຕິສຸກມາ ທ່ານຮ້ອງປະກາດຊັຍຊະນະແລະເວົ້າຕໍ່ພູຊີໂອນວ່າ, “ພຣະເຈົ້າຂອງເຈົ້າຊົງເປັນກະສັດ” 8 ພວກທີ່ຍາມເມືອງກໍ່ຮ້ອງສຽງດັງ ຮ້ອງເພງພ້ອມກັນດ້ວຍຄວາມມ່ວນຊື່ນ ເພາະວ່າພວກເຂົາເຫັນພຣະຜູ້ເປັນເຈົ້າກັບມາທີ່ພູຊີໂອນດ້ວຍຕາຕົນເອງ 9 ເຢຣູຊາເລັມທີ່ຮ້າງເປົ່າເອີຍ ຈົ່ງຮ້ອງເພງດ້ວຍຄວາມມ່ວນຊື່ນເທີນ ເພາະພຣະຜູ້ເປັນເຈົ້າຊົງເລົ້າໂລມຊົນຊາດຂອງພຣະອົງ ແລະຊົງຊ່ອຍໄຖ່ໃຫ້ນະຄອນຂອງພຣະອົງພົ້ນໄພ 10 ພຣະຜູ້ເປັນເຈົ້າຊົງໃຊ້ອຳນາດອັນສັກສິດຂອງພຣະອົງ ຊົງຊ່ອຍໃຫ້ໄພ່ພົນຂອງພຣະອົງພົ້ນໄພ ຄົນທັງໂລກກໍໄດ້ເຫັນການຊ່ອຍນັ້ນ 11 ພວກເຈົ້າທີ່ຖືເຄື່ອງສັກສິດ ຈົ່ງອອກມາຈາກບາບິໂລນດຽວນີ້ ຢ່າແຕະຕ້ອງສິ່ງທີ່ຫວງຫ້າມ ຈົ່ງຮັກສາຕົວໃຫ້ບໍຣິສຸດ ແລະອອກໄປຈາກເມືອງເສັຽ 12 ເວລານີ້ເຈົ້າບໍ່ຕ້ອງຟ້າວອອກໄປ ບໍ່ຕ້ອງຫລົບຫລີຫນີໄປ ເພາະພຣະຜູ້ເປັນເຈົ້າຂອງເຈົ້າຈະນຳຫນ້າເຈົ້າໄປ ແລະຈະຊົງຮັກສາທາງຫລັງຕື່ມອີກ
ຄວາມທຸກລຳບາກຂອງຜູ້ຮັບໃຊ້ພຣະຜູ້ເປັນເຈົ້າ
13 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຄົນໃຊ້ຂອງເຮົາຈະທຳພາຣະກິຈຂອງຕົນສຳເຣັດ ເຂົາຈະເປັນຜູ້ຍິ່ງໃຫຍ່ ແລະມີກຽດສູງ 14 ເມື່ອຄົນທັງຫລາຍເຫັນເຂົາຈະສະທ້ານຢ້ານກົວ ເຂົາເສັຽຮູບໂສມຫລາຍແທບຈະບໍ່ເປັນມະນຸດ 15 ແຕ່ຊາດທັງຫລາຍຈະອັດສະຈັນເຂົາ ພວກກະສັດກໍຈະເວົ້າຫຍັງບໍ່ໄດ້ຍ້ອນວ່າ ເຂົາທັງຫລາຍຈະເຫັນສິ່ງທີ່ບໍ່ເຄີຍຮູ້ເຄີຍເຫັນກໍຈະເຫັນແລະເຂົ້າໃຈ”
1 ຄົນທັງຫລາຍໄດ້ຕອບວ່າ, “ແມ່ນໃຜຈະເຊື່ອສິ່ງທີ່ເຮົາໄດ້ຍິນເຂົາແລ້ວ ພຣະຫັດຂອງພຣະຜູ້ເປັນເຈົ້າຊົງສຳແດງຕໍ່ຜູ້ໃດ 2 ມັນເປັນຄວາມມຸ່ງມາດປາຖນາຂອງພຣະຜູ້ເປັນເຈົ້າ ທີ່ຄົນໃຊ້ຂອງພຣະອົງໄດ້ຈະເຣີນເຕີບໂຕເຫມືອນກົກໄມ້ປົ່ງຮາກໃນດິນແຫ້ງ ຄົນໃຊ້ນັ້ນບໍ່ໄດ້ສະງ່າຜ່າເຜີຍ ຫລືຈົບງາມເລີຍ ເຂົາບໍ່ມີຫຍັງພໍໃຫ້ເຮົາສັງເກດ ບໍ່ມີຫຍັງພໍທີ່ຈະຮັກໃຄ່ປາຖນາເຂົາ ບໍ່ມີຫຍັງພໍທີ່ຈະດຶງດູດເຮົາ 3 ເຣົາໄດ້ຫມິ່ນປມາດແລະປະຖິ້ມເຂົາ ເຂົາໄດ້ຮັບຄວາມລຳບາກແລະທົນຕໍ່ຄວາມເຈັບປວດ ບໍ່ມີໃຜຈະຫລຽວແລເຂົາ ເຮົາໄດ້ປະຖິ້ມເຂົາເຫມືອນເຂົາບໍ່ມີຫຍັງ 4 ແຕ່ເຂົາໄດ້ທົນແບກເອົາຄວາມລຳບາກຂອງເຮົາ ຄືຄວາມເຈັບປວດທີ່ເຮົາແບກຢູ່ນັ້ນ ເຮົາຄຶດສເມີວ່າຄວາມລຳບາກຂອງເຂົານັ້ນ ແມ່ນການລົງໂທດຂອງພຣະເຈົ້າ 5 ແຕ່ເຂົາຖືກບາດເຈັບຍ້ອນບາບຂອງພວກເຣົາທັງຫລາຍ ເຂົາຖືກຕີຍ້ອນພວກເຮົາທຳຊົ່ວ ການລົງໂທດທີ່ເຂົາໄດ້ຮັບນັ້ນທຳໃຫ້ພວກເຮົາເປັນອິສຣະສົມບູນ ທີ່ເຂົາຖືກຕີນັ້ນກໍເພື່ອໃຫ້ເຮົາຫາຍດີ 6 ເຮົາທັງຫມົດເປັນເຫມືອນແກະທີ່ສູນເສັຽແລ້ວ ເຮົາທຸກຄົນຕ່າງເດີນໄປຕາມທາງຂອງຕົນ ພຣະຜູ້ເປັນເຈົ້າໄດ້ຊົງລົງໂທດເຂົາ ຄືໂທດທີ່ເຮົາທັງຫມົດສົມຄວນໄດ້ຮັບ 7 ເຂົາຖືກຫມິ່ນປມາດຢ່າງເຈັບແສບ ແຕ່ກໍມີຄວາມສຸພາບອ່ອນຫວານ ເຂົາບໍ່ເວົ້າຈາຫຍັງເລີຍເຫມືອນລູກແກະທີ່ຖືກນຳໄປຂ້າ ແລະເຫມືອນແກະທີ່ຖືກເຂົາຕັດຂົນ ເຂົາບໍ່ເວົ້າຈາຫຍັງເລີຍ 8 ເຂົາຖືກພິພາກສາລົງໂທດແລະນຳອອກໄປປະຫານ ບໍ່ມີໃຜກັງວົນສົນໃຈໃນເຄາະກຳຂອງເຂົາເລີຍ ເຂົາຖືກຂ້າຍ້ອນບາບຂອງຊົນຊາດເຮົາ 9 ເຖິງແມ່ນວ່າເຂົາບໍ່ເຄີຍຂ້າຄົນຫລືເວົ້າຕົວະກໍຕາມ ເຂົາກໍຈະຖືກຝັງໄວ້ໃນອຸບໂມງດຽວກັນກັບອາດຊະຍາກອນແລະພວກເສດຖີ” 10 ພຣະຜູ້ເປັນເຈົ້າກ່າວວ່າ, “ມັນເປັນຄວາມຕັ້ງໃຈຂອງເຮົາທີ່ເຂົາຕ້ອງຮັບທຸກນັ້ນ ຄວາມຕາຍເປັນເຄື່ອງໄຖ່ບາບເພື່ອນຳມາຊຶ່ງຄວາມລອດພົ້ນ ດັ່ງນັ້ນເຂົາຈະເຫັນເຊື້ອສາຍຂອງເຂົາ ຈະມີຊີວິດຍືນຍາວ ແລະແຜນການຂອງເຮົາຈະສຳເຣັດຍ້ອນເຂົາ 11 ຫລັງຈາກມີຊີວິດຢູ່ດ້ວຍຄວາມທຸກແລ້ວ ເຂົາຈະມີຄວາມສຸກອີກ ເຂົາຈະຮູ້ວ່າຄວາມທຸກທີ່ໄດ້ຮັບນັ້ນມີປໂຍດຫລາຍ ເຂົາເປັນຄົນໃຊ້ທີ່ຊອບທັມຂອງເຮົາ ເຂົາຈະແບກເອົາໂທດຂອງຄົນທັງຫລາຍ ແລະຈະທຳໃຫ້ເຂົາເປັນໄພ່ພົນຜູ້ສັດຊື່ຂອງເຣົາ 12 ດັ່ງນັ້ນແຫລະ ເຮົາຈະໃຫ້ເຂົາໄດ້ຮັບກຽດ ໄດ້ເປັນໃຫຍ່ ແລະມີອຳນາດໃນຖ້າມກາງຄົນທັງຫລາຍ ເຂົາຍິນດີສຣະຊີວິດ ແລະມີສ່ວນຮ່ວມຢູ່ນຳພວກອາດຊະຍາກອນ ເຂົາໄດ້ຮັບແບກເອົາບາບຂອງຄົນຈຳນວນຫລາຍ ແລະທົນຮັບເອົາໂທດທີ່ພວກເຂົາໄດ້ຮັບ”
ພຣະຜູ້ເປັນເຈົ້າຊົງຮັກອິສຣາເອນ
1 ຈົ່ງຮ້ອງເພງເຖີດ ໂອ ຍິງຫມັນເອີຍຜູ້ບໍ່ຄອດບຸດ ຈົ່ງເປັ່ງສຽງຮ້ອງເພງ ແລະຮ້ອງໃຫ້ດັງ ເຈົ້າຜູ້ບໍ່ໄດ້ເຈັບທ້ອງ ດ້ວຍວ່າບຸດຂອງແມ່ຮ້າງກໍຍັງຈະມີຫລາຍກວ່າບຸດຂອງນາງທີ່ແຕ່ງງານ ພຣະເຈົ້າຊົງກ່າວດັ່ງນີ້ 2 ຈົ່ງທຳໃຫ້ເຕັນທີ່ເຈົ້າອາໄສຢູ່ກວ້າງອອກ ຈົ່ງຕໍ່ເຊືອກເຕັນໃຫ້ຍາວ ແລະຝັງຫລັກມັນໃຫ້ແຫນ້ນ 3 ເຈົ້າຈະຂະຫຍາຍເຂດແດນອອກໄປທຸກດ້ານ ປະຊາຊົນຂອງເຈົ້າຈະກັບຄືນປະເທດ ຈະໄດ້ຊົນຊາດທັງຫລາຍມາຢູ່ພາຍໃຕ້ການປົກຄອງ ເມືອງຮ້າງທັງຫລາຍຈະມີຄົນເຕັມຢູ່ 4 ຢ່າສູ່ຢ້ານ ເຈົ້າຈະບໍ່ເຊື່ອມເສັຽກຽດອີກ ເຈົ້າຈະບໍ່ເສັຽປຽບລຽບຫນ້າ ເຈົ້າຈະລືມຄວາມງຽບເຫງົາເປົ່າປ່ຽວທີ່ສຸດຄາວເຈົ້າເປັນຫມ້າຍ 5 ພຣະຜູ້ເປັນເຈົ້າຈະເປັນເຫມືອນຜົວຂອງເຈົ້າ ພຣະນາມຂອງພຣະອົງຄືພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ ພຣະເຈົ້າບໍຣິສຸດຂອງອິສຣາເອນຈະຊ່ອຍໄຖ່ເຈົ້າໃຫ້ພົ້ນໄພ ພຣະອົງຊົງເປັນຜູ້ປົກຄອງໂລກ 6 ເຈົ້າເປັນເຫມືອນເມັຽສາວທີ່ຖືກຜົວປະຖິ້ມ ແລະອຸກອັ່ງທີ່ສຸດ ແຕ່ພຣະຜູ້ເປັນເຈົ້າຊົງເອີ້ນເຈົ້າມາຫາແລະກ່າວວ່າ, 7 “ເຮົາໄດ້ປະຮ້າງເຈົ້າຊົ່ວເວລາຫນ້ອຍດຽວ ເຮົາຈະເອົາເຈົ້າຄືນມາດ້ວຍຄວາມຮັກທີ່ສຸດ 8 ເຣົາໄດ້ໂກດຮ້າຍເຈົ້າໃນຊົ່ວລະຍະນຶ່ງ ເຮົາຈຶ່ງໄດ້ເຊົາເບິ່ງແຍງເຈົ້າ ແຕ່ເຮົາຈະສຳແດງຄວາມຮັກຕໍ່ເຈົ້າຕລອດໄປ” ພຣະຜູ້ເປັນເຈົ້າອົງຊົງຊ່ອຍໄຖ່ເຈົ້າໄດ້ກ່າວດັ່ງນີ້ແຫລະ 9 “ເຮົາໄດ້ສັນຍາໄວ້ໃນສະໄຫມຂອງໂນອາ ວ່ານ້ຳຈະບໍ່ຖ້ວມໂລກອີກ ບັດນີ້ເຮົາສັນຍາວ່າຈະບໍ່ໂກດເຈົ້າອີກ ເຮົາຈະບໍ່ຕິຕຽນຫລືລົງໂທດເຈົ້າ 10 ພູໃຫຍ່ແລະນ້ອຍທັງຫລາຍອາດພັງທະລາຍລົງ ແຕ່ຄວາມຮັກຂອງເຣົາທີ່ມີຕໍ່ເຈົ້າຈະບໍ່ສິ້ນສຸດຈັກເທື່ອ ເຮົາຈະຮັກສາສັນຍາສັນຕິພາບຂອງເຮົາໄວ້ຕລອດໄປ” ພຣະຜູ້ເປັນເຈົ້າອົງຊົງເມດຕາສົງສານເຈົ້າຊົງກ່າວດັ່ງນີ້ແຫລະ
ເຢຣູຊາເລັມໃຫມ່
11 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ໂອ ນະຄອນທີ່ລຳບາກ ແລະຂາດການຊ່ອຍເຫລືອເອີຍ ບໍ່ມີໃຜປະເລົ້າປະໂລມເຈົ້າ ເຮົາຈະວາງຮາກຖານຂອງເຈົ້າໄວ້ດ້ວຍເພັດ 12 ເຣົາຈະສ້າງຫໍຄອຍຂອງເຈົ້າດ້ວຍທັບທີມ ສ້າງປະຕູດ້ວຍຫີນທີ່ມີສີແດງເຫມືອນໄຟ ແລະສ້າງກຳແພງອ້ອມເຈົ້າໄວ້ດ້ວຍເພັດນິນຈິນດາ 13 ເຮົາເອງຈະສອນປະຊາຊົນຂອງເຈົ້າ ຈະໃຫ້ເຂົາຈະເຣີນຮຸ່ງເຮືອງແລະມີສັນຕິສຸກ 14 ຄວາມຍຸດຕິທັມ ແລະຄວາມຖືກຕ້ອງຈະທຳໃຫ້ເຈົ້າຫມັ້ນຄົງຖາວອນ ຈະພົ້ນຈາກການກົດຂີ່ ແລະຄວາມຢ້ານ 15 ຖ້າຜູ້ໃດໂຈມຕີເຈົ້າ ເຂົາກໍທໍາໄປໂດຍຂາດຄວາມເຫັນຊອບຈາກເຮົາ ຜູ້ໃດຕໍ່ສູ້ຂັດຂວາງເຈົ້າຈະເຖິງຄວາມຈິບຫາຍ 16 ເຮົາໄດ້ສ້າງຊ່າງເຫລັກ ຄືຜູ້ເປົ່າໄຟແລະສ້າງອາວຸດ ເຣົາໄດ້ສ້າງທະຫານຄືຜູ້ໃຊ້ອາວຸດທຳລາຍດ້ວຍ 17 ແຕ່ອາວຸດທີ່ສ້າງຂຶ້ນຈະບໍ່ສາມາດທຳລາຍເຈົ້າ ເຈົ້າຈະຕອບໂຕ້ທຸກຄົນທີ່ຟ້ອງຮ້ອງເຈົ້າ ເຣົາຈະຄຸ້ມຄອງຂ້າໃຊ້ຂອງເຣົາ ແລະຈະໃຫ້ເຂົາມີຄວາມອຸດົມສົມບູນ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ແຫລະ
ພຣະເຈົ້າຊົງປະທານພຣະກະຣຸນາທິຄຸນ
1 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ທຸກຄົນທີ່ຢາກນ້ຳ ເຊີນມາເຖີດ ນ້ຳມີຢູ່ທີ່ນີ້ ຜູ້ທີ່ບໍ່ມີເງິນໃຊ້ ເຊີນມາເທີນ ມາຊື້ເຂົ້າກິນສາ ເຊີນມາຊື້ເຫລົ້າອະງຸ່ນແລະນ້ຳນົມກິນ ເຈົ້າບໍ່ຕ້ອງເສັຽຄ່າຫຍັງດອກ 2 ເປັນຫຍັງເຈົ້າຈຶ່ງຈ່າຍເງິນຊື້ສິ່ງທີ່ບໍ່ແມ່ນອາຫານ ເປັນຫຍັງເຈົ້າຈຶ່ງຈ່າຍໄປ ແຕ່ຍັງຫິວຢາກຢູ່ ຈົ່ງຟັງເຮົາ ແລະທຳຕາມເຮົາບອກເທີນ ແລ້ວເຈົ້າຈະມ່ວນຊື່ນແລະມີອາຫານກິນດີທີ່ສຸດ 3 ໄພ່ພົນຂອງເຮົາເອີຍ ຈົ່ງຟັງແລະມາຫາເຮົາເທີນ ຈົ່ງມາຫາເຮົາ ແລ້ວເຈົ້າຈະມີຊີວິດ ເຮົາຈະໃຫ້ຄຳຫມັ້ນສັນຍາອັນຕລອດໄປແກ່ເຈົ້າ ຈະອວຍພອນເຈົ້າດັ່ງທີ່ເຮົາສັນຍາແກ່ດາວິດ 4 ເຮົາຈະທຳໃຫ້ເຂົາໄດ້ເປັນຜູ້ນຳ ແລະຜູ້ບັນຊາການທະຫານຂອງຊົນຊາດທັງຫລາຍ ຈະໃຫ້ເຂົາເປັນຜູ້ສະແດງຄວາມຍິ່ງໃຫຍ່ຂອງເຮົາແກ່ຊົນຊາດທັງຫລາຍ 5 ເຈົ້າຈະຮຽກຮ້ອງຊາວຕ່າງປະເທດ ຊຶ່ງໃນເວລານຶ່ງພວກເຂົາບໍ່ຮູ້ຈັກເຈົ້າ ແຕ່ບັດນີ້ພວກເຂົາຈະແລ່ນມາຮ່ວມກັບເຈົ້າ ເຮົາ ພຣະຜູ້ເປັນເຈົ້າຂອງເຈົ້າ ຄືພຣະເຈົ້າບໍຣິສຸດຂອງອິສຣາເອນ ຈະທຳໃຫ້ສິ່ງທັງຫມົດນີ້ເກີດຂຶ້ນ ເຮົາຈະໃຫ້ກຽດແລະຄວາມສະງ່າຣາສີແກ່ເຈົ້າ” 6 ຈົ່ງຄືນມາຫາພຣະຜູ້ເປັນເຈົ້າແລະອ້ອນວອນຕໍ່ພຣະອົງ ເພາະວ່າພຣະອົງຊົງຢູ່ໃກ້ໆ 7 ຊົງໃຫ້ຄົນອະທັມຫນີຈາກທາງດຳເນີນຊີວິດຂອງເຂົາ ແລະຊົງປ່ຽນແນວທາງຄິດຂອງເຂົາ ຊົງໃຫ້ເຂົາກັບຄືນມາຫາພຣະຜູ້ເປັນເຈົ້າຂອງເຮົາ ພຣະອົງຊົງເຕັມໄປດ້ວຍຄວາມເມດຕາແລະຊົໃຫ້ອະພັຍໄວ 8 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຄວາມຄິດຂອງເຮົາບໍ່ເຫມືອນຂອງພວກເຈົ້າ ທາງຂອງເຮົາແຕກຕ່າງທາງຂອງເຈົ້າ 9 ຟ້າສວັນຢູ່ສູງກວ່າໂລກສັນໃດ ທາງແລະແນວຄິດຂອງເຣົາກໍສູງກວ່າຂອງເຈົ້າສັນນັ້ນ 10 ຖ້ອຍຄຳຂອງເຮົາເປັນເຫມືອນຫິມມະແລະນ້ຳຝົນ ຊຶ່ງລົງມາຈາກຟ້າແລະຫົດໂລກໃຫ້ຊຸ່ມຊື່ນ ແລ້ວກັບຄືນຂຶ້ນສູ່ຟ້າສວັນ ມັນສາມາດທຳໃຫ້ເຄື່ອງປູກຈະເຣີນງອກງາມຂຶ້ນ ມັນສາມາດໃຫ້ເມັດສຳລັບຫວ່ານ ແລໃຫ້ອາຫານສຳລັບກິນ 11 ຖ້ອຍຄຳທີ່ເຮົາເວົ້າໄປນັ້ນ ຈະທຳໃຫ້ສຳເຣັດຜົນຕາມທີ່ເຮົາວາງໄວ້ ຈະທຳໃຫ້ທຸກໆສີ່ງຕາມທີ່ເຣົາໃຊ້ໄປທຳ ແລະກັບຄືນມາຫາເຮົາ 12 ເຈົ້າຈະອອກໄປດ້ວຍຄວາມມ່ວນຊື່ນ ຈະຖືກນຳອອກຈາກເມືອງໄປດ້ວຍສວັດດີພາບ ພູໃຫຍ່ແລະນ້ອຍທັງຫລາຍຈະເປັ່ງສຽງຮ້ອງເພງ ກົກໄມ້ທັງຫລາຍກໍຈະຮ້ອງດ້ວຍຄວາມມ່ວນຊື່ນ 13 ກົກໄມ້ສົນຈະງອກງາມຂຶ້ນມາແທນກົກມີຫນາມ ກົກໄມ້ຫອມກໍຈະເກີດຂຶ້ນໃນບ່ອນທີ່ມີຫນາມ ການນີ້ຈະເປັນຫມາຍສຳຄັນຕລອດໄປເປັນນິດ ເປັນອະນຸສອນເຕືອນວ່າເຮົາພຣະຜູ້ເປັນເຈົ້າໄດ້ກະທຳດັ່ງນີ້ແຫລະ
ຮາງວັນໃນການຮັກສາຄຳຫມັ້ນສັນຍາຂອງພຣະເຈົ້າ
1 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ຈົ່ງຮັກສາຄວາມຍຸດຕິທັມໄວ້ ແລະກະທຳຄວາມຊອບທັມ ເພາະຄວາມລອດຂອງເຮົາໃກ້ຈະມາ ແລະການຊ່ອຍກູ້ຂອງເຮົາຈະເຜີຍອອກ 2 ຄວາມຍ່ອມມີແກ່ຜູ້ກະທຳເຊັ່ນນີ້ ແລະແກ່ບຸດຂອງມະນຸດຜູ້ຍຶດໄວ້ຫມັ້ນ ຜູ້ຮັກສາວັນສະບາໂຕ ບໍ່ຢຽດຫຍາມວັນນັ້ນ ແລະລະວັງມືຂອງເຂົາຈາກການກະທຳຊົ່ວຮ້າຍໃດໆ” 3 ຢ່າໃຫ້ຄົນຕ່າງຊາດຜູ້ເຂົ້າຮ່ວມຖືພຣະຜູ້ເປັນເຈົ້າກ່າວວ່າ, “ພຣະຜູ້ເປັນເຈົ້າຈະຊົງແຍກຂ້ອຍອອກຈາກຊົນຊາດຂອງພຣະອົງ” ແລະຢ່າໃຫ້ຊາຍຕອນຄົນນຶ່ງເວົ້າວ່າ “ເບິ່ງແມ໋, ຂ້ອຍເປັນຕົ້ນໄມ້ແຫ້ງ” 4 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເຣື່ອງຂັນທີ(ຜູ້ຊາຍທີ່ຕອນ) ທັງຫລາຍຜູ້ຮັກສາວັນສະບາໂຕຂອງເຮົາ ຜູ້ເລືອກບັນດາສິ່ງທີ່ພໍໃຈເຮົາ ແລະຮັກສາຄຳຫມັ້ນສັນຍາຂອງເຮົາໄວ້ຫມັ້ນ 5 ພາຍໃນວິຫານຂອງເຮົາແລະພາຍໃນກຳແພງຂອງເຮົາ ເຮົາຈະໃຫ້ອະນຸສາວະລີແລະຊື່ແກ່ເຂົາເຫລົ່ານັ້ນ ທີ່ດີກວ່າບຸດຊາຍແລະບຸດຍິງ ເຮົາຈະໃຫ້ຊື່ນິຣັນແກ່ເຂົາທັງຫລາຍຊຶ່ງຈະບໍ່ຕັດອອກເລີຍ 6 “ແລະບັນດາຊົນຕ່າງຊາດຜູ້ເຂົ້າຮ່ວມຖືພຣະຜູ້ເປັນເຈົ້າ ປົນນິບັດພຣະອົງ ແລະຮັກພຣະນາມຂອງພຣະຜູ້ເປັນເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະອົງ ທຸກຄົນຜູ້ຮັກສາວັນສະບາໂຕ ແລະບໍ່ໄດ້ຢຽດຫຍາມ ແລະຮັກສາຄຳຫມັ້ນສັນຍາຂອງເຣົາໄວ້ຫມັ້ນ 7 ຄົນເຫລົ່ານີ້ເຮົາຈະນຳມາຍັງພູບໍຣິສຸດຂອງເຮົາ ແລະກະທຳໃຫ້ເຂົາຊຶ່ນບານຢູ່ໃນວິຫານຂອງເຮົາສຳລັບອ້ອນວອນ ເຄື່ອງເຜົາບູຊາຂອງເຂົາແລະເຄື່ອງສັກກາຣະບູຊາຂອງເຂົາຈະເປັນທີ່ໂປດປານເທິງແທ່ນບູຊາຂອງເຮົາ ເພາະວິຫານຂອງເຮົາເຂົາຈະເອີ້ນວ່າເປັນວິຫານແຫ່ງການໄຫວ້ວອນສຳລັບບັນດາຊົນຊາດທັງຫລາຍ 8 ພຣະຜູ້ເປັນເຈົ້າ ຜູ້ຊົງຮວບຮວມອິສຣາເອນທີ່ກະຈັດກະຈາຍກ່າວວ່າ ເຮົາຈະຮວບຮວມຄົນອື່ນມາໄວ້ກັບເຂົາ ນອກຈາກຄົນເຫລົ່ານັ້ນທີ່ໄດ້ຮວບຮວມໄວ້ແລ້ວ” 9 ເຈົ້າ ບັນດາສັດປ່າທົ່ງ ມາກິນເດີ ທັງເຈົ້າບັນດາສັດໃນປ່າ 10 ຍາມຂອງເຂົາຕາບອດ ເຂົາທັງປວງໄຮ້ຄວາມຮູ້ ເຂົາທັງປວງເປັນຫມາໃບ້ ເຂົາເຫົ່າບໍ່ໄດ້ ໄດ້ແຕ່ຝັນ ໄດ້ແຕ່ນອນ ຮັກແຕ່ຫລັບ 11 ຫມາເຫລົ່ານັ້ນຫິວຈັດ ກິນບໍ່ຮູ້ຈັກອີ່ມ ຜູ້ລ້ຽງແກະກໍບໍ່ມີຄວາມເຂົ້າໃຈເສັຽດ້ວຍ ເຂົາທຸກຄົນກັບໄປຕາມທາງເຂົາເອງ ຕ່າງກໍຫາກຳໄຣໃສ່ຕົນເອງ ບໍ່ເວັ້ນຈັກຄົນ 12 ເຂົາທັງຫລາຍວ່າ “ມາເຖີດ ໃຫ້ເຣົາເອົາເຫລົ້າອະງຸ່ນ ໃຫ້ເຮົາເຕີມເຫລົ້າໃຫ້ເຕັມຕົວເຮົາ ແລະມື້ອື່ນກໍຈະເຫມືອນວັນນີ້ໃຫຍ່ໂຕເກີນຂະຫນາດ”
1 ຄົນຊອບທັມພິນາດ ແລະບໍ່ມີໃຜເອົາໃຈໃສ່ ພັກຕິຊົນຖືກເອົາໄປເສັຽ ບໍ່ມີໃຜເຂົ້າໃຈ ເພາະຄົນຊອບທັມຖືກເອົາໄປເສັຽຈາກຄວາມທຸກຍາກລຳບາກ 2 ເຂົາເຂົ້າໄປໃນສັນຕິພາບ ຜູ້ດຳເນີນໃນຄວາມທ່ຽງທັມຂອງເຂົາ ກໍພັກຢູ່ເທິງບ່ອນນອນຂອງເຂົາ 3 ແຕ່ເຈົ້າທັງຫລາຍ ບັນດາລູກຊາຍຂອງແມ່ມົດ ລູກຫລານຂອງຄົນລ່ວງປະເວນີ ແລະຍິງໂສເພນີ ຈົ່ງເຂົ້າມາໃກ້ທີ່ນີ້ 4 ເຈົ້າທັງຫລາຍເວົ້າເຍີ້ຍຫຍັນໃຜ ເຈົ້າອ້າປາກເຍີ້ຍ ແລບລີ້ນຫລອກຜູ້ໃດ ເຈົ້າເປັນລູກທີ່ທໍຣະຍົດ ເປັນລູກທີ່ຫລອກລວງບໍ່ແມ່ນຫລື 5 ຄືເຈົ້າຜູ້ຮ້ອນເລົ້າດ້ວຍຣາຄະຖ້າມກາງຕົ້ນກໍ່ ພາຍໃຕ້ກົກໄມ້ຂຽວທຸກກົກ ຜູ້ຂ້າລູກຂອງເຈົ້າໃນຮ່ອມພູໃຕ້ຊອກຫີນ 6 ສວນຂອງເຈົ້າຢູ່ຖ້າມກາງຫີນກ້ຽງແຫ່ງຮ່ອມພູ ມັນ ມັນເປັນສ່ວນຂອງເຈົ້າ ເຈົ້າໄດ້ເທເຄື່ອງດື່ມບູຊາ ແລະຖວາຍທັນຍາບູຊາໃຫ້ແກ່ມັນ ເຮົາຈະລະງັບໂທສະຂອງເຮົາໃນເຣື່ອງນີ້ຫລື 7 ເທິງພູສູງ ເຈົ້າໄດ້ຕັ້ງບ່ອນນອນຂອງເຈົ້າໄວ້ ແລະທີ່ນັ້ນເຈົ້າໄປຖວາຍເຄື່ອງສັກກາຣະບູຊາ 8 ເຈົ້າໄດ້ຕັ້ງສັນຍາລັກຂອງເຈົ້າໄວ້ຫລັງປະຕູແລະເສົາປະຕູ ເພາະປະຮ້າງແລ້ວ ເຈົ້າຈຶ່ງເປີດຜ້າຄຸມບ່ອນນອນຂອງເຈົ້າ ເຈົ້າຂຶ້ນໄປເທິງນັ້ນ ເຈົາທຳໃຫ້ມັນກວ້າງ ແລະເຈົ້າຕົກລົງກັບມັນເພື່ອເຈົ້າເອງ ເຈົ້າຮັກບ່ອນນອນຂອງມັນ ແລະເຈົ້າໄດ້ມອງເບິ່ງການເປືອຍ 9 ເຈົ້າເດີນທາງໄປຫາພຣະໂມເລກພ້ອມກັບນ້ຳມັນ ແລະທະວີນ້ຳຫອມຂອງເຈົ້າ ເຈົ້າໄດ້ສົ່ງທູດຂອງເຈົ້າໄປໄກ ແມ້ໃຫ້ລົງໄປຈົນເຖິງແດນຄົນຕາຍ 10 ເຈົ້າອິດເມື່ອຍເພາະລະຍະທາງໄກຂອງເຈົ້າ ແຕ່ເຈົ້າບໍ່ໄດ້ເວົ້າວ່າ “ຫມົດຫວັງ” ເຈົ້າປະສົບການຟື້ນຟູກຳລັງຂອງເຈົ້າ ແລະເຈົ້າຈຶ່ງບໍ່ໄດ້ອ່ອນເພັຽໄປ 11 ເຈົ້າຫວາດກົວແລະຢ້ານໃຜ ເຈົ້າຈຶ່ງໄດ້ມຸສາຢູ່ນັ້ນເອງ ແລະບໍ່ນຶກເຖິງເຮົາ ແລະບໍ່ເອົາໃຈໃສ່ເຣົາຢ່າງຫມົດສິ້ນ ເຮົາບໍ່ໄດ້ລະງັບປາກຢູ່ເປັນເວລານານແລ້ວດອກຫລື ຢ່າງນັ້ນເຈົ້າຈຶ່ງບໍ່ຢຳເກງເຮົາ 12 ເຣົາຈະບອກເຖິງຄວາມຊອບທັມແລະການກະທຳຂອງເຈົ້າ ແຕ່ມັນຈະບໍ່ຊ່ອຍເຈົ້າ 13 ເມື່ອເຈົ້າຮ້ອງອອກມາກໍໃຫ້ສິ່ງທີ່ເຈົ້າສະສົມໄວ້ຊ່ອຍກູ້ເຈົ້າ ລົມຈະພັດມັນໄປເສັຽ ພຽງລົມຫາຍໃຈຈະຫອບມັນອອກໄປ ແຕ່ຜູ້ລີ້ພັຍຢູ່ໃນເຮົາຈະໄດ້ແຜ່ນດິນນັ້ນເປັນກຳມະສິດ ແລະຈະໄດ້ພູບໍຣິສຸດຂອງເຮົາເປັນມໍຣະດົກ 14 ແລະຈະມີສຽງວ່າ “ພວນດິນ ພວນດິນຂຶ້ນ ແລະຈົ່ງຕຽມທາງ ຮື້ຖອນສິ່ງທີ່ຂັດຂວາງເສັຽຈາກທາງຂອງຊົນຊາດຂອງເຮົາ” 15 ອົງຜູ້ສູງເດັ່ນ ຄືຜູ້ຢູ່ໃນນິຣັນການ ຜູ້ຊົງພຣະນາມວ່າບໍຣິສຸດ ກ່າວດັ່ງນີ້ວ່າ “ເຮົາຢູ່ໃນບ່ອນທີ່ສູງແລະບໍຣິສຸດ ແລະຢູ່ກັບຜູ້ທີ່ມີຈິດໃຈສຳນຶກຜິດແລະຖ່ອມ ເພື່ອຈະຮື້ຟື້ນຈິດໃຈຂອງຜູ້ໃຈຖ່ອມ ແລະຮື້ຟື້ນໃຈຂອງຜູ້ສຳນຶກຜິດ 16 ເພາະເຮົາຈະບໍ່ຕໍ່ສູ້ແຍ້ງຢູ່ເປັນນິດ ຫລືໂກດຢູ່ສເມີ ເພາະຈິດວິນຍານອອກມາຈາກເຣົາ ແລະເຮົາໄດ້ສ້າງລົມຫາຍໃຈ 17 ເຣົາໂກດເພາະຄວາມບາບຜິດແຫ່ງຄວາມໂລບຂອງເຂົາ ເຮົາຕີເຂົາ ເຮົາລີ້ຊ່ອນຕົວແລະໂກດ ແຕ່ເຂົາຍັງຫັນກັບເດີນຕາມຊອບໃຈຂອງເຂົາຢູ່ 18 ເຮົາໄດ້ເຫັນວິທີການຂອງເຂົາແລ້ວ ແຕ່ເຮົາຈະຮັກສາເຂົາໃຫ້ຫາຍ ເຮົາຈະນຳເຂົາແລະສນອງເຂົາດ້ວຍການເລົ້າໂລມ ແລະສ້າງຜົນຂອງຮີມຝີປາກໃຫ້ຜູ້ໄວ້ທຸກເຂົາ 19 ພຣະຜູ້ເປັນເຈົ້າກ່າວວ່າ ສັນຕິພາບ ສັນຕິພາບແກ່ຄົນໄກແລະຄົນໃກ້ ແລະເຮົາຈະຮັກສາເຂົາໃຫ້ຫາຍ 20 ແຕ່ຄົນອະທັມນັ້ນເຫມືອນທະເລທີ່ປັ່ນປ່ວນ ເພາະມັນບໍ່ເຊົາພັດຕີຕາຝັ່ງຈັກເທື່ອ ແລະນ້ຳຂອງມັນກໍກວນຕົມແລະນຳເອົາຂອງເປື້ອນເປິມາດ້ວຍ 21 ພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າກ່າວວ່າ “ບໍ່ມີສັນຕິສຸກ ແກ່ຄົນອະທັມ”
ການຖືສິນອົດອາຫານທີ່ຖືກຕ້ອງ
1 ຈົ່ງຮ້ອງດັງໆ ຢ່າອອມໄວ້ ຈົ່ງເປັ່ງສຽງຂອງເຈົ້າເຫມືອນເປົ່າເຂົາສັດ ຈົ່ງແຈ້ງແກ່ຊົນຊາດຂອງເຮົາໃຫ້ຊາບ ເຖິງເຣື່ອງການທໍຣະຍົດຂອງເຂົາ ແກ່ເຊື້ອສາຍຂອງຢາໂຄບ ເຣື່ອງບາບຂອງເຂົາ 2 ແຕ່ຍັງສແວງຫາເຮົາທຸກໆວັນ ແລະປິຕິຍິນດີທີ່ຈະຮູ້ຈັກທາງຂອງເຮົາ ເຫມືອນກັບວ່າເຂົາເປັນປະຊາຊາດທີ່ໄດ້ທຳຄວາມຊອບທັມ ແລະບໍ່ໄດ້ປະຖິ້ມກົດຫມາຍແຫ່ງພຣະເຈົ້າຂອງເຂົາ ເຂົາກໍຂໍຂໍ້ກົດຫມາຍອັນຊອບທັມຈາກເຮົາ ເຂົາທັງຫລາຍກໍປິຕິຍິນດີທີ່ຈະເຂົ້າມາໃກ້ພຣະເຈົ້າ 3 “ເປັນຫຍັງຂ້າພຣະອົງທັງຫລາຍໄດ້ອົດອາຫານ ແລະພຣະອົງບໍ່ໄດ້ທອດພຣະເນດ ເປັນຫຍັງຂ້າພຣະອົງທັງຫລາຍຖ່ອມຕົວລົງ ແລະພຣະອົງບໍ່ໄດ້ຊົງສົນພຣະທັຍ” ເບິ່ງແມ໋, ໃນວັນທີ່ເຈົ້າອົດອາຫານ ເຈົ້າທຳຕາມໃຈຂອງເຈົ້າ ແລະບີບບັງຄັບຄົນງານຂອງເຈົ້າທັງຫມົດ 4 ເບິ່ງແມ໋, ເຈົ້າອົດອາຫານພຽງເພື່ອວິວາດແລະຕໍ່ສູ້ ແລະເພື່ອຕ່ອຍຕີດ້ວຍຫມັດອະທັມ ການອົດອາຫານຢ່າງຂອງເຈົ້າໃນວັນນີ້ ຈະບໍ່ກະທຳໃຫ້ສຽງຂອງເຈົ້າໄດ້ຍິນໄປເຖິງທີ່ສູງ 5 ຢ່າງນີ້ຫລືເປັນການອົດອາຫານທີ່ເຮົາເລືອກ ຄືວັນທີ່ຄົນຂົ່ມຕົວ ການກົ້ມຫົວຂອງເຂົາລົງເຫມືອນອໍ້ນ້ອຍແລະປູຜ້າກະສອບແລະຂີ້ເຖົ່າຮອງໃຕ້ຢ່າງນີ້ຫລື ເຈົ້າຈະຮ້ອງການຢ່າງນີ້ວ່າການອົດອາຫານ ແລະປັນວັນທີ່ພຣະເຈົ້າໂປດປານຢ່າງນັ້ນຫລື 6 “ການອົດອາຫານຢ່າງນີ້ບໍ່ແມ່ນຫລືທີ່ເຮົາຕ້ອງການ ຄືການແກ້ພັນທະນະຂອງຄວາມອະທັມ ການແກ້ສາຍຣັດແອກ ແລະ ການປ່ອຍໃຫ້ຜູ້ຖືກບີບບັງຄັບເປັນອິສຣະ ແລະການຫັກແອກເສັຽທຸກອັນ 7 ບໍ່ແມ່ນການທີ່ຈະປັນອາຫານຂອງເຈົ້າໃຫ້ກັບຜູ້ຫິວ ແລະນຳຄົນຍາກຈົນບໍ່ມີບ້ານເຂົ້າໃນບ້ານຂອງເຈົ້າ ເມື່ອເຈົ້າເຫັນຄົນເປືອຍກາຍກໍຄຸມກາຍເຂົາໄວ້ ແລະບໍ່ເຊື່ອງຕົວຂອງເຈົ້າຈາກຍາດຂອງເຈົ້າເອງດອກຫລື 8 ແລ້ວຄວາມສວ່າງຈະພຸ່ງອອກມາແກ່ເຈົ້າຢ່າງອະຣຸນ ແລະແຜຂອງເຈົ້າຈະເອີ້ນເນື້ອຂຶ້ນມາຢ່າງໄວໆ ຄວາມຊອບທັມຂອງເຈົ້າຈະເດີນນຳຫນ້າເຈົ້າ ແລະພຣະສງ່າຣາສີຂອງພຣະເຈົ້າຈະລະວັງຫລັງເຈົ້າ 9 ແລ້ວເຈົ້າຈະທູນ ແລະພຣະຜູ້ເປັນເຈົ້າຈະຊົງຕອບ ເຈົ້າຈະຮ້ອງທູນ ແລະພຣະອົງຈະກ່າວວ່າ ເຮົາຢູ່ນີ້ “ຖ້າເຈົາຈະເອົາອອກໄປຈາກຖ້າມກາງເຈົ້າເສັຽ ຊຶ່ງແອກ ຊຶ່ງການຊີ້ຫນ້າ ແລະຊຶ່ງການເວົ້າອະທັມ 10 ຖ້າເຈົ້າທຸ່ມເທຊີວິດຂອງເຈົ້າແກ່ຄົນຫິວ ແລະໃຫ້ຜູຸ້ຖືກຂົ່ມໃຈໄດ້ອີ່ມໃຈ ແລ້ວຄວາມສວ່າງຈະໂຜ່ຂຶ້ນແກ່ເຈົ້າໃນຄວາມມືດ ແລະຄວາມມືດທີ່ອ້ອມຮອບເຈົ້ານັ້ນກໍຈະປ່ຽນເປັນແຈ້ງໃນຕອນກາງເວັນ 11 ພຣະຜູ້ເປັນເຈົ້າຈະນຳເຈົ້າຢູ່ເປັນນິດ ແລະໃຫ້ເຈົ້າອີ່ມດ້ວຍຂອງດີ ແລະກະທຳໃຫ້ກະດູກຂອງເຈົ້າແຂງ ແລະເຈົ້າຈະເປັນເຫມືອນສວນທີ່ມີນ້ຳຫົດ ເຫມືອນນ້ຳພຸທີ່ນ້ຳຂອງມັນບໍ່ຂາດ 12 ແລະສິ່ງສລັກຫັກພັງໂບຮານຂອງເຈົ້າ ຈະໄດ້ຮັບການສ້າງຂຶ້ນໃຫມ່ ເຈົ້າຈະໄດ້ສ້ອມຮາກຖານຂອງຄົນຫລາຍຊົ່ວອາຍຸມາແລ້ວຂຶ້ນ ເຈົ້າຈະໄດ້ຊື່ວ່າເປັນຜູ້ສ້ອມກຳແພງທີ່ພັງ ຜູ້ສ້ອມແຊມຖນົນໃຫ້ຄືນຄົງເພື່ອຈະໄດ້ອາໄສຢູ່ 13 “ຖ້າເຈົ້າຢຸດຢຽບຢ່ຳວັນສະບາໂຕ ຄືຈາກການທຳຕາມໃຈຂອງເຈົ້າໃນວັນບໍຣິສຸດຂອງເຮົາ ແລະເອີ້ນສະບາໂຕວ່າ ວັນປິຕິຍິນດີ ແລະເອີ້ນວັນບໍຣິສຸດຂອງພຣະຜູ້ເປັນເຈົ້າວ່າ ວັນມີກຽດ ຖ້າເຈົ້າໃຫ້ກຽດມັນ ບໍ່ໄປຕາມທາງຂອງເຈົ້າເອງ ຫລືທຳຕາມໃຈຂອງເຈົ້າ ຫລືເວົ້າແຕ່ເຣື່ອງໄຮ້ສາຣະ 14 ແລ້ວເຈົ້າຈະໄດ້ຄວາມປິຕິຍິນດີໃນພຣະຜູ້ເປັນເຈົ້າ ແລະເຮົາຈະໄດ້ເຈົ້າຂຶ້ນຂີ່ຢູ່ເທິງບ່ອນສູງຂອງແຜ່ນດິນໂລກ ແລະເຮົາຈະລ້ຽງເຈົ້າດ້ວຍມໍຣະດົກຂອງຢາໂຄບບິດາຂອງເຈົ້າ ເພາະພຣະໂອດຂອງພຣະຜູ້ເປັນເຈົ້າໄດ້ກ່າວແລ້ວ”
ການສາຣະພາບຄວາມໂຫດຮ້າຍຂອງຊາດ
1 ເບິ່ງແມ໋, ພຣະຫັດຂອງພຣະຜູ້ເປັນເຈົ້າບໍ່ໄດ້ສັ້ນລົງ ທີ່ຈະຊ່ອຍໃຫ້ລອດບໍ່ໄດ້ ຫລືພຣະກັນຕຶງ ຊຶ່ງຈະບໍ່ຊົງໄດ້ຍິນ 2 ແຕ່ວ່າຄວາມບາບຊົ່ວຂອງເຈົ້າທັງຫລາຍໄດ້ກະທຳໃຫ້ເກດີການແຍກລະຫວ່າງເຈົ້າກັບພຣະເຈົ້າຂອງເຈົ້າ ແລະບາບຂອງເຈົ້າທັງຫລາຍໄດ້ບັງພຣະພັກຂອງພຣະອົງເສັຽຈາກເຈົ້າ ພຣະອົງຈຶ່ງບໍ່ໄດ້ຍິນ 3 ເພາະມືຂອງເຈົ້າມົນທິນດ້ວຍໂລຫິດ ແລະນິ້ວມືຂອງເຈົ້າດ້ວຍຄວາມບາບຊົ່ວ ຮີມຝີປາກຂອງເຈົ້າໄດ້ເວົ້າຄຳເທັດ ລີ້ນຂອງເຈົ້າພຶມພຳຄວາມອະທັມ 4 ບໍ່ມີຜູ້ໃດຟ້ອງຢ່າງຍຸດຕິທັມ ບໍ່ມີຜູ້ໃດຂຶ້ນສານຢ່າງຊື່ສັດ ເຂົາທັງຫລາຍວາງໃຈຢູ່ກັບສິ່ງທີ່ບໍ່ເປັນສາຣະ ເຂົາເວົ້າເທັດ ເຂົາຕັ້ງທ້ອງຄວາມຊົ່ວ ແລະກຳເນີດຄວາມຜິດບາບ 5 ເຂົາຟັກໄຂ່ງູພິດ ເຂົາທໍໃຍແມງມຸມ ເຂົາຜູ້ກິນໄຂ່ນັ້ນກໍຕາຍ ແມ້ໄຂ່ຫນ່ວຍໃດຖືກທຸບ ງູນັ້ນກໍເປັນໂຕຂຶ້ນມາ 6 ໃຍຂອງມັນຈະໃຊ້ເປັນເສື້ອຜ້າບໍ່ໄດ້ ຄົນຈະເອົາສິ່ງທີ່ມັນທຳມາຄຸມຕົວບໍ່ໄດ້ ກິຈການຂອງມັນເປັນການຊົ່ວ ແລະການກະທຳອັນທາຣຸນກໍຢູ່ໃນມືຂອງເຂົາ 7 ຕີນຂອງເຂົາແລ່ນໄປຫາຄວາມຊົ່ວ ແລະເຂົາຟ້າວໄປຫລັ່ງໂລຫິດທີ່ບໍ່ມີຄວາມຜິດໃຫ້ເຖິງຕາຍ ຄວາມຄິດຂອງເຂົາເປັນຄວາມຄິດຊົ່ວ ການລ້າງຜານແລະການທຳລາຍຢູ່ໃນຫົນທາງຂອງເຂົາ 8 ເຂົາບໍ່ຮູ້ຈັກທາງແຫ່ງສັນຕິພາບ ບໍ່ມີຄວາມຍຸດຕິທັມໃນວິຖີຂອງເຂົາ ເຂົາໄດ້ທຳໃຫ້ຖນົນຂອງເຂົາຄົດໂຄ້ງ ຜູ້ໃດທີ່ເດີນໃນນັ້ນບໍ່ຮູ້ຈັກສັນຕິພາບ 9 ເຫດສັນນັ້ນຄວາມຍຸດຕິທັມຈຶ່ງຢູ່ຫ່າງຈາກເຣົາທັງຫລາຍ ແລະຄວາມຊອບທັມຕາມເຮົາບໍ່ທັນ ເຮົາທັງຫລາຍມອງຫາຄວາມສວ່າງ ແລະເບິ່ງເຖີດຄວາມມືດຫາຄວາມຄວາມສຸກໃສ ແຕ່ເຮົາດຳເນີນໃນຄວາມມືດ 10 ເຮົາທັງຫລາຍຄຳຫາກຳແພງເຫມືອນຄົນຕາບອດ ເຮົາຄຳຫາເຫມືອນຄົນບໍ່ມີຫນ່ວຍຕາ ເຮົາສະດຸດໃນເວລາທ່ຽງເຫມືອນກັບວ່າເດີນໄປໃນຕອນກາງຄືນ ຖ້າມກາງຄົນທີ່ມີກຳລັງເຕັມທີ່ ເຮົາເຫມືອນຄົນຕາຍ 11 ເຣົາທຸກຄົນຄາງເຫມືອນຫມີ ເຮົາຄ່ຳຄວນດ້ວຍຄວາມໂສກເສົ້າເຫມືອນນົກເຂົາ ແລະມອງຫາຄວາມຍຸດຕິທັມແຕ່ບໍ່ມີເລີຍ ຫາຄວາມລອດແຕ່ກໍຢູ່ໄກຈາກເຮົາ 12 ເພາະການທໍຣະຍົດຂອງຂ້າພຣະອົງທັງຫລາຍທະວີຂຶ້ນຕໍ່ພຣະອົງ ແລະບາບຂອງຂ້າພຣະອົງກໍປັກປຳຂ້າພຣະອົງ ເພາະການທໍຣະຍົດຂອງຂ້າພຣະອົງຢູ່ກັບຂ້າພຣະອົງ ສ່ວນຄວາມບາບຊົ່ວຂອງຂ້າພຣະອົງ ຂ້າພຣະອົງກໍຮູ້ຈັກ 13 ຄືການທໍຣະຍົດ ການປະຕິເສດພຣະຜູ້ເປັນເຈົ້າ ການຫັນໄປຈາກການຕິດຕາມພຣະຜູ້ເປັນເຈົ້າຂອງເຮົາ ການເວົ້າທີ່ເປັນການບີບບັງຄັບ ແລະການກະບົດ ການກໍ່ແລະການກ່າວຄຳເທັດຈາກໃຈ 14 ຄວາມຍຸດຕິທັມກໍຫັນກັບ ແລະຄວາມຊອບທັມກໍຢືນຢູ່ແຕ່ໄກ ເພາະຄວາມຈິງລົ້ມເສັຽແລ້ວທີ່ສີ່ແຍກກາງເມືອງ 15 ສັດຈະ ຂາດຢູ່ ແລະຜູ້ໃດທີ່ພາກຈາກຄວາມຊົ່ວກໍທຳຕົວໃຫ້ເປັນເຫຍື່ອ ພຣະຜູ້ເປັນເຈົ້າຊົງເຫັນ ແລ້ວບໍ່ເປັນທີ່ພໍພຣະທັຍພຣະອົງ ທີ່ບໍ່ມີຄວາມຍຸດຕິທັມ 16 ພຣະອົງຊົງເຫັນວ່າບໍ່ມີຄົນໃດເລີຍ ຊົງປລາດພຣະທັຍວ່າບໍ່ມີໃຜອ້ອນວອນເພື່ອ ແລ້ວພຣະກອນຂອງພຣະອົງເອງກໍນຳຄວາມລອດມາ ແລະຄວາມຊອບທັມຂອງພຣະອົງຊູພຣະອົງໄວ້ 17 ພຣະອົງຊົງສວມຄວາມຊອບທັມດັ່ງສວມເສື້ອຫຸ້ມເກາະ ແລະພຣະມາລາແຫ່ງຄວາມລອດຢູ່ເຫນືອພຣະສຽນຂອງພຣະອົງ ພຣະອົງຊົງສວມສລອງພຣະອົງແຫ່ງການແກ້ແຄ້ນເປັນຂອງຄຸມພຣະກາຍ ແລະເອົາຄວາມກະຕືຣືລົ້ນຫົ່ມພຣະອົງ 18 ພຣະອົງຈະຊົງຊຳຮະໃຫ້ຕາມການກະທຳຂອງເຂົາ ຄືພຣະພິໂຣດແກ່ປໍຣະປັກຂອງພຣະອົງ ແລະສິ່ງສນອງແກ່ສັດຕຣູຂອງພຣະອົງ ພຣະອົງຈະຊົງມອບການສເນີແກ່ແຜ່ນດິນຊາຍທະເລ 19 ເຂົາຈຶ່ງຢຳເກງພຣະນາມພຣະຜູ້ເປັນເຈົ້າຈາກຕາເວັນຕົກ ແລະພຣະກຽດຂອງພຣະອົງຈາກທີ່ຕາເວັນຂຶ້ນ ເພາະພຣະອົງຈະສະເດັດມາຢ່າງແມ່ນ້ຳໄຫລເຊາະ 20 ພຣະຜູ້ເປັນເຈົ້າກ່າວວ່າ “ແລະພຣະອົງຈະສະເດັດມາຍັງຊີໂອນເປັນພຣະຜູ້ໄຖ່ ມາຍັງບັນດາຜູ້ຢູ່ໃນຢາໂຄບຜູ້ຫັນຈາກການທໍຣະຍົດ” 21 ພຣະຜູ້ເປັນເຈົ້າກ່າວວ່າ, “ຝ່າຍເຮົາ ນີ້ເປັນຄຳຫມັ້ນສັນຍາຂອງເຮົາກັບເຂົາທັງຫລາຍ ຄືວິນຍານຂອງເຮົາຊຶ່ງຢູ່ເຫນືອເຈົ້າແລະຄຳຂອງເຮົາຊຶ່ງເຣົາໃສ່ໄວ້ໃນປາກຂອງເຈົ້າຈະບໍ່ພາກໄປຈາກປາກຂອງເຈົ້າ ຫລືຈາກປາກລູກຂອງເຈົ້າ ຫລືຈາກປາກຂອງລູກຂອງລູກຂອງເຈົ້າ ຕັ້ງແຕ່ເວລານີ້ໄປຈົນກາລະນິຣັນ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້
ຄວາມສະງ່າຣາສີຂອງເຢຣູຊາເລັມໃນອານາຄົດ
1 ຈົ່ງລຸກຂຶ້ນສ່ອງແສງເຫມືອນຕາເວັນ ຄວາມສະງ່າຣາສີຂອງພຣະຜູ້ເປັນເຈົ້າຈະສ່ອງແສງໃນເຈົ້າ 2 ຄວາມມືດຈະປົກຄຸມຊົນຊາດອື່ນ ແຕ່ແສງສວ່າງຂອງພຣະຜູ້ເປັນເຈົ້າຈະສ່ອງແສງໃນເຈົ້າ ຄວາມສະງ່າຣາສີຂອງພຣະຜູ້ເປັນເຈົ້າຈະຢູ່ນຳເຈົ້າ 3 ຊົນຊາດທັງຫລາຍຈະຖືກນຳມາຍັງແສງສວ່າງຂອງເຈົ້າ ແລະກະສັດທັງຫລາຍຈະຖືກນຳມາຍັງຄວາມແຈ້ງໃນວັນໃຫມ່ຂອງເຈົ້າ 4 ຈົ່ງເບິ່ງຮອບຕົວເຈົ້າ ແລະເບິ່ງສິ່ງທີ່ຈະເກີດຂຶ້ນ ປະຊາຊົນຂອງເຈົ້າຈະໂຮມກັນມາຍັງບ້ານ ບຸດຊາຍທັງຫລາຍຂອງເຈົ້າຈະມາຈາກທາງໄກ ບຸດສາວທັງຫລາຍຂອງເຈົ້າຈະຖືກອຸ້ມມາເຫມືອນເດັກນ້ອຍ 5 ເຈົ້າຈະເຫັນສິ່ງນີ້ແລະມີຄວາມສຸກໃຈ ໃຈຂອງເຈົ້າຈະສັ່ນດ້ວຍຄວາມຕື່ນເຕັ້ນ ຊັບສົມບັດຂອງຊາດທັງຫລາຍຈະຖືກນຳມາໃຫ້ເຈົ້າ ຊັບທັງຫລາຍຈາກທະເລຟາກນັ້ນຈະມາຍັງເຈົ້າ 6 ບັນດາຂະບວນອູດຈະມາຈາກມາດີອານແລະເອຟາ ມັນຈະບັນທຸກຄຳແລະເຄື່ອງຫອມມາຈາກເຊບາ ປະຊາຊາດທັງຫລາຍຈະບອກຂ່າວດີກ່ຽວກັບກິຈການຂອງພຣະເຈົ້າ 7 ຝູງແກະທັງຫມົດຈາກເກດາແລະຈາກເນບາໂຢດຈະມາຫາເຈົ້າເພື່ອເປັນເຄື່ອງບູຊາ ແລະຈະຖືກຖວາຍໄວ້ເທິງແທ່ນ ເພື່ອໃຫ້ພຣະຜູ້ເປັນເຈົ້າຊົງພໍພຣະທັຍ ພຣະຜູ້ເປັນເຈົ້າຈະທຳໃຫ້ພຣະວິຫານຂອງພຣະອົງຈະເຣີນຮຸ່ງເຮືອງກວ່າແຕ່ກ່ອນ 8 ສິ່ງເຫລົ່ານີ້ແມ່ນຫຍັງຈຶ່ງບິນມາເຫມືອນເມກ ຫມືອນນົກກາງແກກັບຄືນຮັງຂອງມັນ 9 ພວກມັນເປັນເຮືອທີ່ມາຈາກແດນໄກ ມັນຂົນເອົາໄພ່ພົນຂອງພຣະເຈົ້າໄປຍັງບ້ານ ພ້ອມດ້ວຍເງິນຄຳເພື່ອເປັນພຣະກຽດແດ່ພຣະນາມຂອງພຣະຜູ້ເປັນເຈົ້າ ຫລືພຣະເຈົ້າບໍຣິສຸດຂອງອິສຣາເອນ ຜູ້ຊົງທຳໃຫ້ໄພ່ພົນຂອງພຣະອົງຈະເຣີນຮຸ່ງເຮືອງ 10 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຊາວເຢຣູຊາເລັມວ່າ, “ຄົນຕ່າງດ້າວຈະສ້າງກຳແພງຂອງເຈົ້າຂຶ້ນ ກະສັດຂອງພວກເຂົາຈະຮັບໃຊ້ເຈົ້າ ເຮົາໄດ້ລົງໂທດເຈົ້າດ້ວຍຄວາມໂກດຂອງເຮົາ ແຕ່ເຮົາຈະສຳແດງຄວາມເມດຕາປານີຕໍ່ເຈົ້າ 11 ປະຕູເມືອງຂອງເຈົ້າຈະໄຂໄວ້ທັງກາງເວັນແລະກາງຄືນ ເພື່ອກະສັດຂອງຊົນຊາດທັງຫລາຍຈະນຳຊັບສົມບັດມາໃຫ້ເຈົ້າ 12 ແຕ່ບັນດາຊົນຊາດທີ່ບໍ່ຮັບໃຊ້ເຈົ້າຈະພິນາດຈິບຫາຍຫມົດ 13 ເຈົ້າຈະຖືກສ້າງຂື້ໜດ້ວຍໄມ້ສັກຢ່າງດີທີ່ສຸດ ຈາກປ່າເລບານອນ ເພື່ອສ້າງພຣະວິຫານຂອງເຮົາຂຶ້ນໃຫມ່ໃຫ້ມີຄວາມງົດງາມ ແລະເພື່ອໃຫ້ນະຄອນຂອງເຮົາມີສະງ່າຣາສີ 14 ພວກບຸດຊາຍຂອງຜູ້ທີ່ກົດຂີ່ເຈົ້າຈະມາ ພວກເຂົາຈະກົ້ມລົງສະແດງຄວາມເຄົາຣົບເຈົ້າ ຄົນທັງຫລາຍທີ່ຄັ້ງນຶ່ງເຄີຍຫມິ່ນປມາດເຈົ້າຈະຂາບລົງທີ່ຕີນຂອງເຈົ້າ ພວກເຂົາຈະເອີ້ນເຈົ້າວ່າ “ພຣະນະຄອນຂອງພຣະຜູ້ເປັນເຈົ້າ” ວ່າ “ຊີໂອນນະຄອນແຫ່ງພຣະເຈົ້າບໍຣິສຸດຂອງອິສຣາເອນ” 15 ເຈົ້າຈະບໍ່ຖືກປະຖິ້ມແລະເປັນທີ່ກຽດຊັງອີກຕໍ່ໄປ ບໍ່ເປັນນະຄອນຮ້າງເປົ່າແລະເສົ້າຫມອງ ເຮົາຈະທຳໃຫ້ເຈົ້າຍິ່ງໃຫຍ່ແລະສວຍງາມ ເປັນສະຖານທີ່ມ່ວນຊື່ນຕລອດໄປ 16 ບັນດາຊົນຊາດແລະກະສັດທັງຫລາຍຈະລ້ຽງດູເຈົ້າ ຈະເປັນເຫມືອນແມ່ລ້ຽງລູກ ເຈົ້າຈະຮູ້ວ່າເຮົາພຣະຜູ້ເປັນເຈົ້າໄດ້ຊ່ອຍໄຖ່ເຈົ້າໃຫ້ພົ້ນໄພ ແລະຮູ້ວ່າພຣະເຈົ້າອົງຍິ່ງໃຫຍ່ຂອງອິສຣາເອນໄດ້ຊ່ອຍເຈົ້າເປັນອິສຣະ 17 ເຮົາຈະນຳຄຳແທນທອງສຳຣິດມາໃຫ້ເຈົ້າ ນຳເງິນມາແທນເຫລັກ ເຫລັກມາແທນຫີນ ແລະນຳທອງສຳຣິດມາແທນໄມ້ ພວກປົກຄອງຂອງເຈົ້າຈະບໍ່ກົດຂີ່ອີກຕໍ່ໄປ ເຮົາຈະທຳໃຫ້ເຂົາປົກຄອງຢ່າງຍຸດຕິທັມ ແລມີສັນຕິສຸກ 18 ສຽງຂອງຄວາມໂຫດຮ້າຍຈະບໍ່ໄດ້ຍິນອີກຕໍ່ໄປ ປະເທດຂອງເຈົ້າຈະບໍ່ຖືກທຳລາຍອີກຕໍ່ໄປ ເຮົາຈະເປັນເຫມືອນກຳແພງຄຸ້ມຄອງປ້ອງກັນເຈົ້າ ເຈົ້າຈະສັຣເສີນເຮົາຍ້ອນວ່າເຮົາໄດ້ຊ່ອຍເຈົ້າໃຫ້ພົ້ນໄພ 19 ດວງຕາເວັນຈະບໍ່ເປັນຄວາມສວ່າງຂອງເຈົ້າໃນກາງເວັນອີກ ຫລືດວງເດືອນຈະບໍ່ເປັນຄວາມສວ່າງຂອງເຈົ້າໃນກາງຄືນອີກ ແຕ່ເຮົາພຣະຜູ້ເປັນເຈົ້າຈະເປັນຄວາມສວ່າງຂອງເຈົ້າຕລອດໄປເປັນນິດ ຄວາມສະງ່າຣາສີຂອງເຮົາຈະເປັນຄວາມສວ່າງສ່ອງແສງເທີງເຈົ້າ 20 ວັນໂສກເສົ້າທັງຫລາຍຂອງເຈົ້າຈະສິ້ນສຸດລົງ ເຮົາຄືພຣະຜູ້ເປັນເຈົ້າຈະເປັນຄວາມສວ່າງຂອງເຈົ້າຕລອດໄປເປັນນິດ ເປັນຄວາມສວ່າງທີ່ຖາວອນກວ່າຕາເວັນແລະດວງເດືອນ 21 ປະຊາຊົນຂອງເຈົ້າຈະທຳແຕ່ສິ່ງຖືກຕ້ອງ ແລະຈະໄດ້ເປັນເຈົ້າຂອງແຜ່ນດິນຕລອດໄປເປັນນິດ ເຮົາໄດ້ປູກແລະສ້າງມັນ ເພື່ອສະແດງຄວາມຍິ່ງໃຫຍ່ຂອງເຮົາໃຫ້ຄົນທັງປວງຮູ້ 22 ເຖິງແມ່ນຄອບຄົວຂອງເຈົ້ານ້ອຍແລະຕ່ຳຕ້ອຍທີ່ສຸດກໍຈະກາຍເປັນຊາດໃຫຍ່ເຫມືອນຊາດມະຫາອຳນາດ ເມື່ອເຖິງວັນເວລາອັນເຫມາະສົມ ເຮົາຈະທຳໃຫ້ການນີ້ເກີດຂຶ້ນໂດຍໄວ ເຮົາຄືພຣະຜູ້ເປັນເຈົ້າ”
ຂ່າວດີແຫ່ງຄວາມລອດມາເຖິງຊີໂອນ
1 ພຣະວິນຍານຂອງພຣະຜູ້ເປັນເຈົ້າຊົງຢູ່ເຫນືອຂ້າພະເຈົ້າ ເພາະວ່າພຣະຜູ້ເປັນເຈົ້າໄດ້ຊົງເຈີມຂ້າພະເຈົ້າໄວ້ ເພື່ອນຳຂ່າວດີມາຍັງຜູ້ທີ່ທຸກໃຈ ພຣະອົງຊົງໃຊ້ຂ້າພະເຈົ້າມາໃຫ້ເລົ້າໂລມຄົນທີ່ຊອກຊ້ຳຣະກຳໃຈ 2 ເພື່ອປະກາດປີແຫ່ງຄວາມໂປດປານຂອງພຣະຜູ້ເປັນເຈົ້າ ແລະວັນແຫ່ງການແກ້ແຄ້ນຂອງພຣະຜູ້ເປັນເຈົ້າຂອງເຮົາ ເພື່ອເລົ້າໂລມບັນດາຜູ້ທີ່ໄວ້ທຸກ 3 ເພື່ອຈັດໃຫ້ບັນດາຜູ້ທີ່ໄວ້ທຸກໃນຊີໂອນ ເພື່ອປະທານພວງມາລັຍແທນຂີ້ເຖົ່າໃຫ້ເຂົາ ນ້ຳມັນແຫ່ງຄວາມຍິນດີແທນການໄວ້ທຸກ ຜ້າຫົ່ມແກ່ງການສັຣເສີນແທນຈິດໃຈທີ່ທໍ້ຖອຍ ເພື່ອຄົນຈະເອີ້ນເຂົາວ່າຕົ້ນກໍ່ຫລວງແຫ່ງຄວາມຊອບທັມ ບ່ອນຊຶ່ງ ພຣະຜູ້ເປັນເຈົ້າຊົງປູກໄວ້ເພື່ອພຣະອົງຈະຊົງສຳແດງພຣະກຽດຂອງພຣະອົງ 4 ເຂົາທັງຫລາຍຈະສ້າງສິ່ງສລັກຫັກພັງໂບຮານຂຶ້ນໃຫມ່ ເຂົາຈະສ້ອມແຊມບ່ອນຮົກຮ້າງແຕ່ເກົ່າກ່ອນຂຶ້ນ ເຂົາຈະກໍ່ສ້າງຫົວເມືອງທີ່ສລັກຫັກພັງ ຄືບ່ອນທີ່ປະຮ້າງມາຫລາຍຊົ່ວອາຍຸຄົນແລ້ວນັ້ນ 5 ຄົນຕ່າງຖິ່ນຈະຢືນລ້ຽງຝູງແກະຂອງເຈົ້າທັງຫລາຍ ຄົນຕ່າງດ້າວຈະເປັນຄົນໄຖນາ ແລະຄົນແຕ່ງເຄືອອະງຸ່ນຂອງເຈົ້າ 6 ແຕ່ເຂົາຈະເອີ້ນເຈົ້າທັງຫລາຍວ່າປະໂຣຫິດຂອງພຣະຜູ້ເປັນເຈົ້າ ຄົນຈະເວົ້າເຖິງເຈົ້າວ່າເປັນຜູ້ບົວຣະບັດຂອງພຣະຜູ້ເປັນ ເຈົ້າຂອງເຮົາ ເຈົ້າທັງຫລາຍຈະໄດ້ຮັບປະທານຄວາມມັ່ງຄັ່ງຂອງບັນດາປະຊາຊາດ ແລະເຈົ້າຈະອວດຄວາມມັ່ງມີຂອງເຂົາທັງຫລາຍ 7 ແທນຄວາມອາຍຂອງເຈົ້າທັງຫລາຍ ເຈົ້າຈະໄດ້ສ່ວນສອງສ່ວນແທນຄວາມອົດສູ ເຂົາທັງຫລາຍຈະຊົມຊື່ນຍິນດີໃນສ່ວນຂອງເຂົາ ເພາະສະນັ້ນ ໃນແຜ່ນດິນຂອງເຂົາທັງຫລາຍ ເຂົາຈະໄດ້ສອງສ່ວນເປັນກຳມະສິດ ຄວາມຊື່ນບານເປັນນິດຈະເປັນຂອງເຂົາ 8 ເພາະເຣົາຄືພຣະຜູ້ເປັນເຈົ້າຮັກຄວາມຍຸດຕິທັມ ເຣົາກຽດການໂຈຣະກັມແລະຄວາມຜິດ ເຮົາຈະໃຫ້ການຕອບແທນແກ່ເຂົາທັງຫລາຍຢ່າງແນ່ນອນ ແລະເຮົາຈະກະທຳຄຳຫມັ້ນສັນຍານິຣັນກັບເຂົາ 9 ເຊື້ອສາຍຂອງເຂົາທັງຫລາຍຈະເປັນທີ່ຮູ້ຈັກກັນຖ້າມກາງບັນດາປະຊາຊາດ ແລະລູກຫລານຂອງເຂົາໃນຖ້າມກາງຊົນຊາດທັງຫລາຍ ທຸກຄົນທີ່ໄດ້ເຫັນເຂົາຈະຈຳເຂົາໄດ້ວ່າເຂົາເປັນປະຊາຊົນຊຶ່ງພຣະຜູ້ເປັນເຈົ້າຊົງອວຍພຣະພອນ 10 ຂ້າພະເຈົ້າຈະຍິນດີຢ່າງຍິ່ງໃນພຣະຜູ້ເປັນເຈົ້າ ຈິດໃຈຂອງຂ້າພະເຈົ້າຈະລິງໂລດໃນພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ເພາະພຣະອົງໄດ້ຊົງສວມຂ້າພະເຈົ້າດ້ວຍເສື້ອຜ້າແຫ່ງຄວາມລອດ ພຣະອົງຊົງຄຸມຂ້າພະເຈົ້າດ້ວຍເສື້ອແຫ່ງຄວາມຊອບທັມເຫມືອນເຈົ້າບ່າວປະດັບຕົວດ້ວຍພວງມາລັຍ ແລະເຫມືອນເຈົ້າສາວຕົກແຕ່ງຕົວດ້ວຍເພັດນິນຈີນດາ 11 ເພາະແຜ່ນດິນໂລກໄດ້ເກີດຫນໍ່ຂອງມັນ ແລະສວນທຳໃຫ້ສິ່ງທີ່ຫວ່ານໃນນັ້ນງອກຂຶ້ນມາສັນໃດ ພຣະຜູ້ເປັນເຈົ້າຈະຊົງທຳໃຫ້ຄວາມຊອບທັມແລະຄວາມສັຣເສີນງອກຂຶ້ນມາຕໍ່ຫນ້າບັນດາປະຊາຊາດສັນນັ້ນ
1 ເພື່ອເຫັນແກ່ຊີໂອນ ຂ້າພະເຈົ້າຈະບໍ່ລະງັບສຽງ ແລະເພື່ອເຫັນແກ່ເຢຣູຊາເລັມ ຂ້າພະເຈົ້າຈະບໍ່ມິດງຽບຢູ່ ຈົນກວ່າການຊ່ອຍກູ້ກຸງນີ້ຈະອອກໄປຢ່າງຄວາມສຸກໃສ ແລະຄວາມລອດຂອງກຸງນີ້ເຫມືອນທວນໄຟທີ່ລຸກຢູ່ 2 ບັນດາປະຊາຊາດຈະເຫັນການຊ່ອຍກູ້ເຈົ້າ ແລະພຣະຣາຊາທັງຫລາຍເຫັນສັກສີຂອງເຈົ້າ ແລະເຂົາຈະເອີ້ນເຈົ້າດ້ວຍຊື່ໃຫມ່ ຊຶ່ງພຣະໂອດຂອງພຣະຜູ້ເປັນເຈົ້າຈະປະທານ 3 ເຈົ້າຈະເປັນມົງກຸດງາມໃນພຣະຫັດຂອງພຣະຜູ້ເປັນເຈົ້າ ແລະເປັນຣາຊມົງກຸດໃນພຣະຫັດແຫ່ງພຣະເຈົ້າຂອງເຈົ້າ 4 ເຂົາຈະບໍ່ຂະຫນານນາມເຈົ້າອີກວ່າ ຖືກປະຖິ້ມ ແລະເຂົາຈະບໍ່ເອີ້ນແຜ່ນດິນຂອງເຈົ້າວ່າ ຄວາມປິຕິຍິນດີຂອງເຮົາຢູ່ໃນນາງ ແລະເອີ້ນແຜ່ນດິນຂອງເຈົ້າວ່າ ສົມຣົດແລ້ວ ເພາະພຣະຜູ້ເປັນເຈົ້າ ຊົງປິຕິຍິນດີໃນເຈົ້າແລະແຜ່ນດິນຂອງເຈົ້າຈະແຕ່ງງານ 5 ເພາະຊາຍຫນຸ່ມແຕ່ງງານກັບຍິງພົມມະຈາຣີສັນໃດ ບຸດຊາຍທັງຫລາຍຂອງເຈົ້າຈະແຕ່ງງານກັບເຈົ້າສັນນັ້ນ ແລະເຈົ້າບ່າວຍິນດີເພາະເຈົ້າສາວສັນໃດ ພຣະຜູ້ເປັນເຈົ້າຂອງເຈົ້າຈະຍິນດີເພາະເຈົ້າສັນນັ້ນ 6 ໂອ ເຢຣູຊາເລັມເອີຍ ເທິງກຳແພງຂອງເຈົ້າ ເຮົາໄດ້ວາງຍາມໄວ້ ຕລອດກາງເວັນແລະຕລອດກາງຄືນ ເຂົາທັງຫລາຍຈະບໍ່ລະງັບສຽງເລີຍ ເຈົ້າທັງຫລາຍຜູ້ທີ່ຄອຍຟື້ນຄວາມຊົງຈຳຂອງພຣະເຈົ້າບໍ່ຕ້ອງຢຸດພັກ 7 ແລະຢ່າໃຫ້ພຣະອົງຢຸດພັກ ຈົນກວ່າພຣະອົງຈະສະຖາປະນາ ແລະກະທຳກຸງເຢຣູຊາເລັມໃຫ້ເປັນທີ່ສັຣເສີນໃນແຜ່ນດິນໂລກ 8 ພຣະຜູ້ເປັນເຈົ້າຊົງປະຕິຍານດ້ວຍພຣະຫັດຂວາຂອງພຣະອົງ ແລະດ້ວຍພຣະກອນອານຸພາບຂອງພຣະອົງວ່າ “ເຮົາຈະບໍ່ໃຫ້ເຂົ້າຂອງເຈົ້າເປັນອາຫານຂອງສັດຕຣູຂອງເຈົ້າອີກ ແລະຄົນຕ່າງດ້າວຈະບໍ່ດື່ມເຫລົ້າອະງຸ່ນຂອງເຈົ້າ ຊຶ່ງເຈົ້າບາກບັ່ນໄດ້ມາ 9 ແຕ່ຜູ້ໃດທີ່ເກັບກ່ຽວໄວ້ຈະໄດ້ກິນ ແລະສັຣເສີນພຣະຜູ້ເປັນເຈົ້າ ແລະບັນດາຜູ້ທີ່ເກັບຮວບຮວມຈະໄດ້ດື່ມ ໃນເດີ່ນສະຖານສັກສິດຂອງເຮົາ” 10 ຈົ່ງໄປ ຈົ່ງໄປທາງປະຕູເມືອງ ຈັດຕຽມທາງໄວ້ໃຫ້ຊົນຊາດນີ້ ຈົ່ງສ້າງ ຈົ່ງສ້າງທາງຫລວງຂຶ້ນເກັບກວາດຫີນເສັຽໃຫ້ຫມົດ ຈົ່ງຍົກສັນຍານໄວ້ເຫນືອຊົນຊາດທັງຫລາຍ 11 ເບິ່ງແມ໋, ພຣະຜູ້ເປັນເຈົ້າໄດ້ຊົງຮ້ອງປະກາດໃຫ້ໄດ້ຍິນ ເຖິງປາຍແຜ່ນດິນໂລກວ່າ ຈົ່ງກ່າວແກ່ທິດາຂອງຊີໂອນວ່າ “ເບິ່ງແມ໋, ຄວາມລອດຂອງເຈົ້າມາ ເບິ່ງແມ໋, ຮາງວັນຂອງພຣະອົງກໍຢູ່ກັບພຣະອົງ ແລະຄ່າຕອບແທນຂອງພຣະອົງກໍຢູ່ຕໍ່ຫນ້າພຣະພັກຂອງພຣະອົງ” 12 ແລະຄົນຈະເອີ້ນເຂົາທັງຫລາຍວ່າ “ປະຊາຊົນບໍຣະສຸດ ຜູ້ຮັບໄຖ່ໄວ້ແລ້ວຂອງພຣະຜູ້ເປັນເຈົ້າ ແລະເຂົາຈະເອີ້ນເຈົ້າວ່າ ຫາມາໄດ້ເມືອງທີ່ບໍ່ໄດ້ຖືກປະຖິ້ມ”
ວັນແຫ່ງການແກ້ແຄ້ນຂອງພຣະຜູ້ເປັນເຈົ້າ
1 ແມ່ນໃຜຫນໍທີ່ມາຈາກເມືອງເອໂດມ ສວມເສື້ອຜ້າຍ້ອມສີແດງຈາກເມືອງໂບສຣາ ພຣະອົງຜູ້ຊຶ່ງໂອ່ອ່າໃນເຄື່ອງຊົງຂອງພຣະອົງ ສະເດັດມາດ້ວຍກຳລັງຍິ່ງໃຫຍ່ຂອງພຣະອົງ “ນີ້ເຣົາເອງຮ້ອງປະກາດຊ່ອຍກູ້ແລະມີອານຸພາບທີ່ຈະຊ່ອຍໃຫ້ລອດ” 2 ເປັນຫຍັງເຄື່ອງຊົງຂອງພຣະອົງຈຶ່ງສີແດງ ແລະເສື້ອຜ້າຂອງພຣະອົງເຫມືອນກັບຂອງຄົນທີ່ຢ່ຳໃນບໍ່ຢ່ຳອະງຸ່ນ 3 “ເຮົາໄດ້ຢ່ຳບໍ່ອະງຸ່ນແຕ່ຄົນດຽວ ແລະບໍ່ມີໃຜຈາກຊົນຊາດທັງຫລາຍຢູ່ກັບເຮົາເລີຍ ເຮົາຢ່ຳມັນດ້ວຍຄວາມໂກດຂອງເຮົາ ເຮົາຢຽບມັນດ້ວຍຄວາມພິໂຣດຂອງເຣົາ ໂລຫິດຂອງເຂົາພົມຢູ່ເທິງເສື້ອຜ້າຂອງເຮົາ ແລະເຮົາໄດ້ທຳໃຫ້ເສື້ອຜ້າຂອງເຮົາເປື້ອນຫມົດ 4 ເພາະວັນແກ້ແຄ້ນຢູ່ໃນໃຈຂອງເຮົາ ແລະປີແຫ່ງການໄຖ່ຂອງເຮົາໄດ້ມາເຖິງ 5 ເຮົາແນມເບິ່ງ ແຕ່ບໍ່ມີຜູ້ໃດຊ່ອຍເຫລືອເຮົາ ເຣົາປລາດໃຈ ແຕ່ບໍ່ມີຜູ້ໃດຊູໄວ້ ມືຂອງເຮົາເອງຈຶ່ງນຳຊັຍມາໃຫ້ເຮົາ ແລະຄວາມພິໂຣດຂອງເຮົາຊູເຮົາໄວ້ 6 ເຮົາຢໍ່າຊົນຊາດທັງຫລາຍລົງດ້ວຍຄວາມໂກດຂອງເຮົາ ເຮົາໄດ້ທຳໃຫ້ເຂົາເມົາດ້ວຍຄວາມພິໂຣດຂອງເຮົາ ແລະເຣົາໄດ້ເທໂລຫິດຂອງເຂົາເທິງແຜ່ນດິນໂລກ” 7 ຂ້າພະເຈົ້າຈະກ່າວໃຫ້ຄິດເຖິງຄວາມຮັກຫມັ້ນຄົງແຫ່ງພຣະຜູ້ເປັນເຈົ້າ ບັນດາກິຈການອັນຫນ້າສັຣເສີນຂອງພຣະຜູ້ເປັນ ເຈົ້າ ຕາມບັນດາຊຶ່ງພຣະຜູ້ເປັນເຈົ້າປະທານແກ່ພວກເຮົາ ແລະຄວາມດີຍິ່ງໃຫຍ່ຕໍ່ວົງຂອງອິສຣາເອນ ຊຶ່ງພຣະອົງຊົງອະນຸມັດໃຫ້ຕາມພຣະກະຣຸນາຂອງພຣະອົງ ຕາມຄວາມຮັກຫມັ້ນຄົງອັນອຸດົມສົມບູນຂອງພຣະອົງ 8 ເພາະພຣະອົງກ່າວວ່າ ແນ່ນອນເຂົາເປັນຊົນຊາດຂອງເຮົາ ບຸດຜູ້ຈະບໍ່ປະພຶດຄົດໂກງເຮົາ ແລະພຣະອົງໄດ້ເປັນພຣະຜູ້ຊ່ອຍໃຫ້ລອດຂອງເຂົາ 9 ພຣະອົງຊົງທຸກພຣະທັຍໃນຄວາມທຸກໃຈທັງສິ້ນຂອງເຂົາ ແລະທູດສວັນທີ່ຢູ່ຕໍ່ພຣະພັກພຣະອົງຊ່ອຍເຂົາທັງຫລາຍໃຫ້ລອດ ພຣະອົງຊົງໄຖ່ເຂົາດ້ວຍຄວາມຮັກຂອງພຣະອົງ ແລະດ້ວຍຄວາມສົງສານຂອງພຣະອົງ ພຣະອົງຊົງຍົກເຂົາຂຶ້ນແລະຫອບເຂົາໄປຕລອດກາລກ່ອນ 10 ແຕ່ເຂົາທັງຫລາຍໄດ້ກະບົດ ແລະທຳໃຫ້ວິນຍານບໍຣິສຸດຂອງພຣະອົງເສັຽພຣະທັຍ ສັນນັ້ນພຣະອົງຈຶ່ງຊົງຫັນເປັນສັດຕຣູຂອງເຂົາທັງຫລາຍ ແລະພຣະອົງຊົງຕໍ່ສູ້ກັບເຂົາທັງຫລາຍເອງ 11 ແລ້ວພຣະອົງຊົງຣະລຶກເຖິງສະໄຫມເກົ່າກ່ອນ ເຖິງໂມເຊ ເຖິງຊົນຊາດຂອງພຣະອົງ ພຣະອົງຊົງນຳເຂົາທັງຫລາຍຂຶ້ນມາຈາກທະເລ ພ້ອມກັບຜູ້ລ້ຽງແກະຂອງພຣະອົງຢູ່ທີ່ໃດ ພຣະອົງຊົງຢູ່ທີ່ໃດ ຜູ້ຊຶ່ງບັນຈຸວິນຍານບໍຣິສຸດຂອງພຣະອົງຖ້າມກາງເຂົາທັງຫລາຍ 12 ຜູ້ໃຫ້ພຣະກອນອັນຮຸ່ງໂຣດຂອງພຣະອົງໄປກັບມືຂວາຂອງໂມເຊ ຜູ້ແຍກນ້ຳອອກຕໍ່ຫນ້າເຂົາທັງຫລາຍ ເພື່ອສ້າງພຣະນາມນິຣັນໃຫ້ພຣະອົງເອງ 13 ຜູ້ໄດ້ນຳເຂົາຂ້າມທະເລນັ້ນເຫມືອນມ້າໃນຖິ່ນກັນດານ ເຂົາທັງຫລາຍບໍ່ໄດ້ສະດຸດ 14 ເຫມືອນສັດລ້ຽງໄປຍັງຮ່ອມພູສັນໃດ ພຣະວິນຍານຂອງພຣະຜູ້ເປັນເຈົ້າປະທານໃຫ້ເຂົາຢຸດພັກສັນນັ້ນ ສະນັ້ນພຣະອົງຈຶ່ງຊົງນຳຊົນຊາດຂອງພຣະອົງເພື່ອຈະສ້າງພຣະນາມອັນຮຸ່ງເຮືອງແດ່ພຣະອົງເອງ 15 ຂໍທອດພຣະເນດລົງມາຈາກຟ້າສວັນແລະຊົງເພ່ງເບິ່ງຈາກສະຖານບໍຣິສຸດແລະຮຸ່ງເຮືອງຂອງພຣະອົງ ຄວາມກະຕືຣືລົ້ນແລະອານຸພາບຂອງພຣະອົງຢູ່ທີ່ໃດ ພຣະທັຍກະຣຸນາຂອງພຣະອົງແລະຄວາມສົມເພດຂອງພຣະອົງໄດ້ຖືກຍຶດໄວ້ຈາກຂ້າພຣະອົງ 16 ເພາະພຣະອົງຊົງເປັນພຣະບິດາຂອງຂ້າພຣະອົງທັງຫລາຍ ແມ້ອັບຣາຮາມບໍ່ໄດ້ຮູ້ຈັກຂ້າພຣະອົງ ແລະອິສຣາເອນຈຳຂ້າພຣະອົງບໍ່ໄດ້ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເປັນພຣະບິດາຂອງຂ້າພຣະອົງທັງຫລາຍ ພຣະນາມຂອງພຣະອົງຄືພຣະຜູ້ໄຖ່ຂອງຂ້າພຣະອົງແຕ່ເກົ່າກ່ອນ 17 ຂ້າແດ່ພຣະຜູ້ເປັນເຈົ້າ ເຫດໃດພຣະອົງຊົງກະທຳໃຫ້ຂ້າພຣະອົງທັງຫລາຍຜິດໄປຈາກພຣະມັນຄາຂອງພຣະອົງ ແລະກະທຳໃຈຂອງຂ້າພຣະອົງໃຫ້ແຂງກະດ້າງຈົນຂ້າພຣະອົງບໍ່ຢຳເກງພຣະອົງ ຂໍພຣະອົງຊົງກັບມາເພື່ອເຫັນແກ່ບັນດາຜູ້ຮັບໃຊ້ຂອງພຣະອົງ ຄືເຜົ່າທັງຫລາຍອັນເປັນມໍຣະດົກຂອງພຣະອົງ 18 ເຂົາຂັບໄລ່ຊົນຊາດບໍຣິສຸດຂອງພຣະອົງອອກໄປບຶດນຶ່ງ ປໍຣະປັກຂອງຂ້າພຣະອົງທັງຫລາຍໄດ້ຢຽບຢ່ຳສະຖານສັກສິດຂອງພຣະອົງມາ 19 ຂ້າພຣະອົງທັງຫລາຍເປັນເຫມືອນກັບຜູ້ທີ່ພຣະອົງບໍ່ເຄີຍປົກຄອງເລີຍ ເຫມືອນກັບຜູ້ຊຶ່ງເຂົາບໍ່ໄດ້ເອີ້ນໂດຍພຣະນາມຂອງພຣະອົງ
1 ໂອ ຖ້າຫາກວ່າພຣະອົງຊົງແຍກຟ້າສວັນລົງມາໄດ້ຫນໍ ເພື່ອພູຈະສັ່ນສະເທືອນຕໍ່ພຣະພັກພຣະອົງ 2 ດັ່ງເມື່ອໄຟຕິດກອງກິ່ງໄມ້ ແລະໄຟກະທຳໃຫ້ນ້ຳເດືອດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກແກ່ປໍຣະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກພຣະອົງ 3 ເມື່ອພຣະອົງຊົງກະທຳສິ່ງທີ່ຫນ້າຢ້ານກົວທີ່ພວກຂ້າພຣະອົງຄາດບໍ່ເຖິງ ພຣະອົງສະເດັດລົງມາ ພູກໍຫວັ່ນໄຫວຕໍ່ພຣະພັກພຣະອົງ 4 ຕັ້ງແຕ່ເກົ່າກ່ອນບໍ່ມີຜູ້ໃດໄດ້ຍິນ ຫລືຊາບດ້ວຍຫູ ຫລືຕາໄດ້ເຫັນພຣະຜູ້ເປັນເຈົ້າຈັກອົງນອກເຫນືອພຣະອົງ ຜູ້ຊົງກະທຳເພື່ອບັນດາຜູ້ທີ່ລໍຄອຍພຣະອົງ 5 ພຣະອົງຊົງພົບເຂົາ ທີ່ກະທຳຄວາມຊອບທັມຢ່າງຊື່ນບານ ບັນດາຜູ້ທີ່ຈຳພຣະອົງໄດ້ໃນວິທີການຂອງພຣະອົງ ເບິ່ງແມ໋, ພຣະອົງຊົງກິ້ວ ແລະຂ້າພຣະອົງທັງຫລາຍບາບ ຂ້າພຣະອົງທັງຫລາຍຢູ່ໃນບາບເປັນເວລາດົນນານ ແລະຂ້າພຣະອົງທັງຫລາຍຈະລອດຫລື 6 ຂ້າພຣະອົງທຸກຄົນໄດ້ກາຍເປັນເຫມືອນຄົນທີ່ບໍ່ສະອາດ ແລະການກະທຳອັນຊອບທັມຂອງຂ້າພຣະອົງທັງສິ້ນເຫມືອນເສື້ອຜ້າທີ່ເປື້ອນເປິ ຂ້າພຣະອົງທຸກຄົນຫ່ຽວລົງຢ່າງໃບໄມ້ ແລະຄວາມບາບຜິດຂອງຂ້າພຣະອົງທັງຫລາຍໄດ້ພັດພາຂ້າພຣະອົງໄປເຫມືອນລົມ 7 ບໍ່ມີຜູ້ໃດຮ້ອງທູນຕໍ່ພຣະນາມຂອງພຣະອົງ ທີ່ເລົ້າຕົນເອງໃຫ້ຍຶດພຣະອົງໄວ້ ເພາະພຣະອົງຊົງລີ້ພຣະພັກຂອງພຣະອົງຈາກຂ້າພຣະອົງທັງຫລາຍ ແລະໄດ້ມອບຂ້າພຣະອົງທັງຫລາຍໄວ້ໃນມືຂອງຄວາມບາບຜິດຂອງຂ້າພຣະອົງ 8 ຂ້າແຕ່ພຣະຜູ້ເປັນເຈົ້າ ແຕ່ພຣະອົງຍັງຊົງເປັນພຣະບິດາຂອງຂ້າພຣະອົງ ຂ້າພຣະອົງທັງຫລາຍ ເປັນດິນຫນຽວ ແລະພຣະອົງຊົງເປັນຊ່າງປັ້ນ ຂ້າພຣະອົງທຸກຄົນເປັນຜົນພຣະຫັຖກິຈຂອງພຣະອົງ 9 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຢ່າຊົງກິ້ວນັກ ແລະຂໍຢ່າຊົງຈົດຈຳຄວາມບາບຜິດໄວ້ເປັນນິດ ເບິ່ງແມ໋, ຂໍຊົງພິເຄາະ ຂ້າພຣະອົງທັງສິ້ນເປັນຊົນຊາດຂອງພຣະອົງ 10 ຫົວເມືອງບໍຣິສຸດຂອງພຣະອົງກາຍເປັນຖິ່ນກັນດານ ຊີໂອນໄດ້ກາຍເປັນຖິ່ນກັນດານ ເຢຣູຊາເລັມເປັນທີ່ຮ້າງເປົ່າ 11 ວິຫານອັນບໍຣິສຸດແລະງາມຂອງຂ້າພຣະອົງທັງຫລາຍ ບ່ອນຊຶ່ງບັນພະບຸຣຸດຂອງຂ້າພຣະອົງສັຣເສີນພຣະອົງຖືກໄຟເຜົາເສັຽແລ້ວ ແລະສິ່ງອັນມີຄ່າຂອງຂ້າພຣະອົງທັງສິ້ນໄດ້ຖືກປະຮ້າງ 12 ຂ້າແດ່ພຣະຜູ້ເປັນເຈົ້າ ເປັນຢ່າງນີ້ແລ້ວ ພຣະອົງຍັງຈະຊົງຢັບຢັ້ງພຣະອົງໄວ້ຫລື ພຣະອົງຈະຊົງມິດງຽບຢູ່ແລະຂົ່ມໃຈພວກຂ້າພຣະອົງຢ່າງເຖິງຂະຫນາດຫລື
ການລົງໂທດຜູ້ມັກກະບົດ
1 ເຣົາພ້ອມທີ່ຈະໃຫ້ຜູ້ທີ່ບໍ່ໄດ້ຂໍພົບເຣົາ ຫາເຮົາໄດ້ ເຣົາພ້ອມທີ່ຈະໃຫ້ຜູ້ທີ່ບໍ່ສແວງເຣົາ ພົບເຮົາໄດ້ ເຮົາວ່າ “ເຣົາຢູ່ທີ່ນີ້ ເຮົາຢູ່ທີ່ນີ້” “ຕໍ່ປະຊາຊາດທີ່ບໍ່ອອກນາມຂອງເຮົາ” 2 ເຮົາຍື່ນມືຂອງເຮົາອອກຕລອດວັນຕໍ່ຊົນຊາດທີ່ມັກກະບົດ ຜູ້ດຳເນີນໃນທາງທີ່ບໍ່ດີ ຕິດຕາມອຸບາຍຂອງຕົນເອງ 3 ຊົນຊາດທີ່ຍົວະເຍົ້າເຣົາ ຊຶ່ງໆຫນ້າຢູ່ສເມີ ທຳການສັກກາຣະບູຊາຕາມສວນ ແລະເຜົາເຄື່ອງຫອມຢູ່ເທິງອິທ 4 ຜູ້ນັ່ງຢູ່ໃນອຸບໂມງສົບ ແລະຄ້າງຄືນໃນທີ່ເລິກລັບຜູ້ກິນເນື້ອຫມູ ແລະໃນພາຊນະຂອງເຂົາມີແກງ ຊຶ່ງທຳດ້ວຍເນື້ອທີ່ຫນ້າກຽດຊັງ 5 ຜູ້ກ່າວວ່າ “ອອກໄປຫ່າງໆ ຢ່າເຂົ້າມາໃກ້ ເພາະຂ້າບໍຣິສຸດກວ່າເຈົ້າ” ເຫລົ່ານີ້ເປັນຄວັນຢູ່ໃນດັງຂອງເຮົາ ເປັນໄຟຊຶ່ງໄຫມ້ຢູ່ຕລອດວັນ 6 ເບິ່ງແມ໋, ມີຂຽນໄວ້ຕໍ່ຫນ້າເຮົາວ່າ “ເຮົາຈະບໍ່ມິດງຽບ ແຕ່ເຮົາຈະຕອບສນອງ ເຮົາຈະຕອບສນອງໄວ້ໃນເອິກຂອງເຂົາ 7 ທັງຄວາມບາບຊົ່ວຂອງເຂົາ ແລະຄວາມບາບຊົ່ວຂອງບັນພະບຸຣຸດຂອງເຂົາທັງຫລາຍຮວມກັນດ້ວຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ ເພາະເຂົາໄດ້ເຜົາເຄື່ອງຫອມເທິງພູ ແລະກ່າວຄຳຫມິ່ນປມາດຕໍ່ເຮົາເທິງເນີນ ເຮົາຈະຕວງກັມເກົ່າເຂົ້າໄປໃນເອິກຂອງເຂົາ” 8 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເຫລົ້າອະງຸ່ນຫາໄດ້ຈາກພວງອະງຸ່ນ ແລະເຂົາກ່າວວ່າ “ຢ່າທຳລາຍມັນເສັຽ ເພາະມີພຣະພອນຢູ່ໃນນັ້ນ” ສັນໃດ ເຮົາກໍຈະກະທຳດ້ວຍເຫັນແກ່ຜູ້ຮັບໃຊ້ຂອງເຮົາ ແລະບໍ່ທໍາລາຍເຂົາຫມົດທີ່ດຽວສັນນັ້ນ 9 ເຮົາຈະນຳເຊື້ອສາຍອອກມາຈາກຢາໂຄບແລະຜູ້ຮັບມໍຣະດົກພູທັງຫລາຍຂອງເຮົາຈາກຢູດາ ແລະຜູ້ເລືອກສັນຂອງເຮົາຈະໄດ້ຮັບມັນເປັນມໍຣະດົກ ແລະບັນດາຜູ້ຮັບໃຊ້ຂອງເຮົາຈະອາໄສຢູ່ທີ່ນັ້ນ 10 ຊາໂຣນຈະເປັນເດີ່ນຫຍ້າສຳລັບຝູງແບ້ແກະ ແລະທີ່ຮ່ອມພູອາໂຄຣ໌ເປັນທີ່ໃຫ້ຝູງງົວນອນ ເພື່ອຊົນຊາດຂອງເຮົາທີ່ໄດ້ສແວງເຮົາ 11 ແຕ່ເຈົ້າທັງຫລາຍຈະປະຖິ້ມພຣະຜູ້ເປັນເຈົ້າ ຜູ້ລືມພູບໍຣິສຸດຂອງເຣົາ ຜູ້ຈັດສຳລັບໄວ້ໃຫ້ແກ່ ພຣະໂຊກ ແລະເຕີມເຫລົ້າອະ ງຸ່ນປະສົມໃຫ້ແກ່ພຣະເຄາະ 12 ເຣົາຈະເອົາເຈົ້າທັງຫລາຍຟາດເຄາະໃຫ້ດາບໄປ ແລະເຈົ້າທຸກຄົນຈະຕ້ອງຫມອບລົງຕໍ່ການສັງຫານ ເພາະເມື່ອເຮົາເອີ້ນ ເຈົ້າບໍ່ຕອບ ເມື່ອເຮົາເວົ້າ ເຈົ້າບໍ່ຟັງ ແຕ່ເຈົ້າໄດ້ກະທຳສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງເຮົາ ແລະເລືອກສິ່ງທີ່ເຮົາບໍ່ປິຕິຍິນດີດ້ວຍ” 13 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈຶ່ງກ່າວດັ່ງນີ້ວ່າ “ເບິ່ງແມ໋, ຜູ້ຮັບໃຊ້ທັງຫລາຍຂອງເຣົາຈະໄດ້ຮັບປະທານ ແຕ່ເຈົ້າທັງຫລາຍຈະຫິວ ເບິ່ງແມ໋, ຜູ້ຮັບໃຊ້ຂອງເຮົາຈະໄດ້ດື່ມ ແຕ່ເຈົ້າຈະກະຫາຍ ເບິ່ງແມ໋, ຜູ້ຮັບໃຊ້ຂອງເຣົາຈະຊົມຊື່ນຍິນດີ ແຕ່ເຈົ້າຈະອັບອາຍ 14 ເບິ່ງແມ໋, ຜູ້ຮັບໃຊ້ຂອງເຮົາຈະຮ້ອງເພງດ້ວຍຄວາມຍິນດີ ແຕ່ເຈົ້າທັງຫລາຍຈະຮ້ອງອອກມາເພາະເສັຽໃຈ ແລະຈະຄວນຄາງເພາະຈິດຣະທົມ 15 ເຈົ້າທັງຫລາຍຈະຖິ້ມຊື່ຂອງເຈົ້າໄວ້ແກ່ຜູ້ເລືອກສັນຂອງເຮົາເພື່ອໃຊ້ສາບແຊ່ງ ແລະພຣະຜູ້ເປັນເຈົ້າຈະຊົງສັງຫານເຈົ້າ ແຕ່ຈະຊົງເອີ້ນຊື່ຜູ້ຮັບໃຊ້ຂອງພຣະອົງດ້ວຍຊື່ອື່ນ 16 ດັ່ງນັ້ນ ຜູ້ໃດທີ່ຂໍພອນໃຫ້ຕົນເອງໃນແຜ່ນດິນ ຈະຂໍພອນໃຫ້ຕົນເອງໃນພຣະນາມພຣະຜູ້ເປັນເຈົ້າແຫ່ງສັຈຈະ ແລະຜູ້ໃດທີ່ສາບານໃນແຜ່ນດິນ ຈະສາບານໃນພຣະນາມພຣະຜູ້ເປັນເຈົ້າແຫ່ງສັຈຈະ ເພາະຄວາມທຸກລຳບາກເກົ່າແກ່ນັ້ນກໍລືມເສັຽແລ້ວ ແລະລີ້ຊ່ອນເສັຽຈາກຕາຂອງເຮົາ 17 “ເພາະ ເບິ່ງແມ໋, ເຣົາຈະສ້າງຟ້າສວັນໃຫມ່ ແລະແຜ່ນດິນໂລກໃຫມ່ ເພາະສິ່ງເກົ່າກ່ອນນັ້ນຈະບໍ່ຈຳກັນຫລືນຶກໄດ້ອີກ 18 ແຕ່ຈົ່ງຊື່ນບານແລະຊົມຊື່ນຍິນດີເປັນນິດ ໃນສິ່ງຊຶ່ງເຮົາສ້າງຂຶ້ນ ເພາະ ເບິ່ງແມ໋, ເຣົາສ້າງເຢຣູຊາເລັມໃຫ້ເປັນທີ່ເປມປຣີ ແລະຊົນຊາດຂອງເມືອງນັ້ນໃຫ້ເປັນຄວາມຊື່ນບານ 19 ເຣົາຈະຊົມຊື່ນຍິນດີດ້ວຍເຢຣູຊາເລັມ ແລະຊື່ນບານດ້ວຍຊົນຊາດຂອງເຣົາ ຈະບໍ່ໄດ້ຍິນສຽງຮ້ອງໄຫ້ໃນເມືອງນັ້ນອີກ ແລະສຽງຄວນຄາງ 20 ໃນນັ້ນຈະບໍ່ມີທາຣົກທີ່ມີຊີວິດພຽງສອງສາມວັນ ຫລືຄົນເຖົ້າແກ່ທີ່ມີອາຍຸບໍ່ຄົບກຳນົດ ເພາະຄົນຈະມີອາຍຸນຶ່ງຮ້ອຍປີຈຶ່ງຕາຍ ແລະຄວາມບາບທີ່ມີອາຍຸພຽງນຶ່ງຮ້ອຍປີຈະເປັນທີ່ສາບແຊ່ງ 21 ເຂົາຈະສ້າງບ້ານແລະເຂົ້າອາໄສຢູ່ໃນນັ້ນ ເຂົາຈະປູກສວນອະງຸ່ນແລະກິນຫມາກຂອງມັນ 22 ເຂົາຈະບໍ່ສ້າງແລະຄົນອື່ນເຂົ້າອາໄສຢູ່ ເຂົາຈະບໍ່ປູກແລະຄົນອື່ນກິນ ເພາະອາຍຸຊົນຊາດຂອງເຮົາຈະເປັນເຫມືອນອາຍຸຂອງຕົ້ນໄມ້ ແລະຜູ້ເລືອກສັນຂອງເຮົາຈະໃຊ້ຜົນງານນ້ຳມືຂອງເຂົານານ 23 ເຂົາທັງຫລາຍຈະບໍ່ທຳງານໂດຍເປົ່າປໂຍດ ຫລືເກີດລູກເພື່ອຄວາມສະຍົດສະຍອງ ເພາະເຂົາເປັນລູກຫລານຂອງຜູ້ທີ່ໄດ້ ຮັບພອນຂອງພຣະຜູ້ເປັນເຈົ້າ ກັບລູກໆຂອງເຂົາເຫມືອນກັນ 24 ກ່ອນທີ່ເຂົາຮ້ອງເອີ້ນ ເຮົາຈະຕອບ ຂນະທີ່ເຂົາຍັງເວົ້າຢູ່ ເຮົາຈະຟັງ 25 ຫມາປ່າແລະລູກແກະຈະຫາກິນຢູ່ນຳກັນ ສິງຈະກິນຟາງເຫມືອນງົວ ແລະຝຸ່ນຂີ້ດິນຈະເປັນອາຫານຂອງງູ ມັນທັງຫລາຍຈະບໍ່ທຳອັນຕະຣາຍຫລືທຳລາຍ ທົ່ວພູບໍຣິສຸດຂອງເຮົາ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້
ການພິພາກສາຂອງພຣະເປັນເຈົ້າແລະຄວາມຮັກຫມັ້ນຄົງໃນອານາຄົດຂອງຊີໂອນ
1 ພຣະເຈົ້າຊົງກ່າວດັ່ງນີ້ວ່າ, “ສວັນເປັນບັນລັງຂອງເຮົາ ແລະແຜ່ນດິນໂລກເປັນແທ່ນວາງເທົ້າຂອງເຮົາ ວິຫານຊຶ່ງເຈົ້າຈະສ້າງໃຫ້ເຣົານັ້ນຈະຢູ່ທີ່ໃດ ແລະທີ່ປະທັບຂອງເຮົາຈະຢູ່ທີ່ໃດ 2 ສິ່ງເຫລົ່ານີ້ມືຂອງເຮົາໄດ້ກະທຳທັງສິ້ນ ສິ່ງເຫລົ່ານັ້ນຈຶ່ງເປັນຂຶ້ນມາ ພຣະເຈົ້າຊົງກ່າວດັ່ງນີ້ ແຕ່ນີ້ຕ່າງຫາກທີ່ເຣົາຈະມອງເບິ່ງ ຄືເຂົາຜູ້ທີ່ຖ່ອມແລະສຳນຶກຜິດໃນໃຈ ແລະຕົວສັ່ນເພາະຄຳຂອງເຣົາ 3 ເຂົາຜູ້ຂ້າງົວຢ່າງກັບເຂົາຜູ້ຂ້າຄົນ ເຂົາຜູ້ຂ້າລູກແກະຖວາຍຢ່າງກັບເຂົາຜູ້ຫັກຄໍຫມາ ເຂົາຜູ້ນຳທັນຍາບູຊາມາຢ່າງກັບເຂົາຖວາຍເລືອດຫມູ ເຂົາຜູ້ທຳອະນຸສອນບູຊາດ້ວຍກຳຍານຢ່າງກັບເຂົາຜູ້ນັ້ນສາທຸການຮູບເຄົາຣົບ ຄົນເຫລົ່ານີ້ຕ່າງກໍເລືອກທາງຂອງເຂົາເອງ ແລະຈິດໃຈຂອງເຂົາປິຕິຍິນດີຢູ່ໃນສິ່ງຫນ້າຂີ້ດຽດຂອງເຂົາ 4 ເຣົາກໍຈະເລືອກຄວາມທຸກໃຈໃຫ້ເຂົາດ້ວຍ ແບະນຳສິ່ງທີ່ເຂົາຢ້ານກົວມາໃຫ້ເຂົາ ເພາະເມື່ອເຮົາໄດ້ເອີ້ນບໍ່ມີຈັກຄົນນຶ່ງຕອບ ເມື່ອເຮົາເວົ້າ ເຂົາບໍ່ຟັງ ແຕ່ເຂົາໄດ້ກະທຳຄວາມຊົ່ວຣ້າຍໃນສາຍຕາຂອງເຮົາ ແລະເລືອກສິ່ງຊຶ່ງເຮົາບໍ່ປິຕິຍິນດີດ້ວຍ” 5 ເຈົ້າຜູ້ຕົວສັ່ນເພາະພຣະຄຳຂອງພຣະອົງ ຈົ່ງຟັງພຣະຄຳຂອງພຣະເຈົ້າ “ພີ່ນ້ອງຂອງເຈົ້າຜູ້ຊຶ່ງກຽດຊັງເຈົ້າ ແລະແກວ່ງ ເຈົ້າອອກໄປເພາະເຫັນແກ່ນາມຂອງເຮົາ ໄດ້ເວົ້າວ່າ “ຂໍພຣະເຈົ້າຊົງຮັບກຽດ ເພື່ອເຣົາຈະໄດ້ເຫັນຄວາມເບິກບານຂອງ ເຈົ້າ ແຕ່ເຂົາເຫລົ່ານັ້ນແຫລະຈະຕ້ອງໄດ້ຮັບຄວາມອາຍ 6 “ຟັງເດີ ສຽງອຶກກະທຶກຈາກໃນເມືອງ ສຽງຈາກພຣະວິຫານ ພຣະສຸຣະສຽງຂອງພຣະເຈົ້າກຳລັງໃຫ້ການຕອບແທນຕໍ່ສັດຕຣູຂອງພຣະອົງ 7 ກ່ອນທີ່ນາງຈະເຈັບທ້ອງຄອດ ນາງກໍຄອດບຸດ ກ່ອນທີ່ຄວາມເຈັບປວດຈະມາເຖິງນາງ ນາງກໍໃຫ້ກຳເນິດບຸດຊາຍຄົນນຶ່ງ 8 ໃຜແດ່ເຄີຍໄດ້ຍິນສິ່ງຢ່າງນີ້ ໃຜແດ່ເຄີຍໄດ້ເຫັນສິ່ງຢ່າງນີ້ ແຜ່ນດິນຈະເກີດຂຶ້ນໃນວັນດຽວຫລື ປະຊາຊາດຈະເກີດມາໃນຊົ່ວບຶດດຽວຫລື ເພາະພໍຊີໂອນເຈັບທ້ອງຄອດ ນາງກໍຄອດບຸດທັງຫລາຍຂອງນາງ 9 ເຣົາຈະນຳມາເຖິງກຳນົດເກີດ ແລ້ວຈະໃຫ້ເກີດຫລື ພຣະຜູ້ເປັນເຈົ້າກ່າວດັ່ງນີ້ ເຮົາເປັນເຫດໃຫ້ຄອດ ຈະປິດຄັນຫລື ພຣະຜູ້ເປັນເຈົ້າຂອງທ່ານກ່າວດັ່ງນີ້ 10 ຈົ່ງຊົມຊື່ນຍິນດີກັບເຢຣູຊາເລັມ ແລະຍິນດີກັບນາງເຖີດບັນດາເຈົ້າທີ່ຮັກນາງ ຈົ່ງຊົມຊື່ນຍິນດີກັບນາງດ້ວຍຄວາມຊື່ນບານເຖີດບັນດາເຈົ້າທີ່ໄວ້ທຸກເພື່ອນາງ 11 ເພື່ອເຈົ້າຈະໄດ້ດູດແລະອີ່ມໃຈ ດ້ວຍເອິກອັນປະເລົ້າປະໂລມຂອງນາງ ເພື່ອເຈົ້າຈະໄດ້ດື່ມໃຫ້ກ້ຽງ ດ້ວຍຄວາມປິຕິຍິນດີ ຈາກສັກສີອັນອຸດົມຂອງນາງ 12 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເບິ່ງແມ໋, ເຮົາຈະນຳສະວັດດີພາບມາເຖິງນາງຢ່າງກັບແມ່ນ້ຳ ແລະຊັບສົມບັດຂອງບັນດາປະຊາຊາດເຫມືອນລຳນ້ຳທີ່ກຳລັງລົ້ນ ແລະເຈົ້າທັງຫລາຍຈະໄດ້ດູດ ນາງຈະອຸ້ມເຈົ້າໄວ້ທີ່ບັ້ນແອວຂອງນາງ ແລະຂະເຫຍົ່າຂຶ້ນລົງທີ່ເຂົ່າຂອງນາງ 13 ດັ່ງຜູ້ທີ່ມານດາຂອງຕົນເລົ້າໂລມ ເຮົາຈະເລົ້າໂລມເຈົ້າເຊັ່ນນັ້ນ ແລະເຈົ້າຈະຮັບການເລົ້າໂລມໃນເຢຣູຊາເລັມ 14 ເຈົ້າຈະເຫັນ ແລະໃຈຂອງເຈົ້າຈະເບີກບານ ກະດູກຂອງເຈົ້າຈະເຂັ້ມແຂງຂຶ້ນແລະສຸຂະພາບດີເຫມືອນຢ່າງຫຍ້າອ່ອນ ແລະເຂົາຈະຮູ້ກັນວ່າຫັດຂອງພຣະເຈົ້າຢູ່ກັບຜູ້ຮັບໃຊ້ຂອງພຣະອົງ ແລະຄວາມພິໂຣດຕໍ່ສູ້ສັດຕຣູຂອງພຣະອົງ 15 ເພາະ ເບິ່ງແມ໋, ພຣະຜູ້ເປັນເຈົ້າສະເດັດມາດ້ວຍໄຟ ແລະຣົດຮົບຂອງພຣະອົງເຫມືອນລົມພະຍຸ ເພື່ອສນອງເຂົາດ້ວຍຄວາມກ້ຽວກາດ ແລະດ້ວຍການຂະຫນາບຂອງພຣະອົງພ້ອມດ້ວຍແປວໄຟ 16 ເພາະພຣະຜູ້ເປັນເຈົ້າຈະຊົງກະທຳການພິພາກສາດ້ວຍໄຟ ແລະດ້ວຍພຣະແສງຂອງພຣະອົງເຫນືອເນື້ອຫນັງທັງສິ້ນ ແລະຜູ້ທີ່ພຣະອົງຊົງສັງຫານເສັຽຈະມີຫລວງຫລາຍ 17 “ບັນດາຜູ້ທີ່ລ້າງຕົວແລະຊຳຮະຕົວໃຫ້ບໍຣິສຸດເພື່ອເຂົ້າໄປໃນສວນ ຕິດຕາມຜູ້ນຶ່ງທີ່ຢູ່ຖ້າມກາງກິນເນື້ອຫມູແລະສິ່ງທີ່ຫນ້າກຽດຊັງ ແລະຫນູ ຈະເຖິງສິ້ນສຸດດ້ວຍກັນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ 18 “ເພາະເຮົາຊາບການງານຂອງເຂົາແລະຄວາມຄິດຂອງເຂົາ ແລະເຣົາຈະມາຮວບຮວມບັນດາປະຊາຊາດແລະພາສາທັງສິ້ນ ແລະເຂົາຈະມາເຫັນພຣະກຽດຂອງເຮົາ 19 ແລະເຮົາຈະຕັ້ງຫມາຍສຳຄັນໄວຖ້າມກາງເຂົາ ແລະເຮົາຈະສົ່ງຜູ້ລອດຕາຍຈາກພວກເຂົານັ້ນໄປຍັງບັນດາປະຊາຊາດ ຍັງຕາຣ໌ຊິດ ປູທ ແລະລູດ ຜູ້ໂກ່ງທະນູ ຍັງຕູບານແລະຢາວານ ຍັງແຜ່ນດິນຊາຍທະເລທີ່ໄກອອກໄປ ທີ່ເຂົາຍັງບໍ່ໄດ້ຍິນຊື່ສຽງຂອງເຮົາແລະເຫັນພຣະກຽດຂອງເຮົາ ແລະເຂົາຈະປະກາດພຣະກຽດຂອງເຮົາຖ້າມກາງບັນດາປະຊາຊາດ 20 ແລະເຂົາຈະນໍາພີ່ນ້ອງທັງສິ້ນຂອງເຈົ້າທັງຫລາຍຈາກບັນດາປະຊາຊາດທັງສິ້ນເປັນເຄື່ອງບູຊາພຣະຜູ້ເປັນເຈົ້າ ມາດ້ວຍມ້າ ດ້ວຍຣົດຮົບ ດ້ວຍກວຽນ ດ້ວຍລໍແລະດ້ວຍອູດ ຍັງເຢຣູຊາເລັມພູບໍຣິສຸດຂອງເຮົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ ເຊັ່ນດຽວກັບຄົນອິສຣາເອນນຳທັນຍາບູຊາໃສ່ພາຊນະສະອາດມາຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ 21 ແລະເຮົາຈະເອົາເຂົາບາງຄົນເປັນປະໂຣຫິດ ແລະເປັນພວກເລວີ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ 22 “ເພາະສວັນໃຫມ່ ແລະແຜ່ນດິນໂລກໃຫມ່ ຊຶ່ງເຮົາຈະສ້າງ ຈະຍັງຢູ່ຕໍ່ຫນ້າເຮົາສັນໃດ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ ເຊື້ອສາຍຂອງເຈົ້າແລະຊື່ຂອງເຈົ້າຈະຍັງຢູ່ສັນນັ້ນ 23 ພຣະຜູ້ເປັນເຈົ້າກ່າວວ່າ ທຸກວັນຂຶ້ນຄ່ຳ ແລະທຸກວັນສະບາໂຕ ມະນຸດທັງສິ້ນຈະມານະມັສການຕໍ່ເຮົາ 24 “ເຂົາຈະອອກໄປມອງເບິ່ງຊາກສົບຂອງຄົນທີ່ໄດ້ກະບົດຕໍ່ເຮົາ ເພາະວ່າຫນອນຂອງຄົນເຫລົ່ານີ້ຈະບໍ່ຕາຍໄປ ໄຟຂອງເຂົາຈະບໍ່ດັບ ແລະເຂົາຈະເປັນທີ່ຫນ້າລັງກຽດຕໍ່ມະນຸດທັງສິ້ນ”
1 ຕໍ່ໄປນີ້ແມ່ນຖ້ອຍຄຳ ແລະການກະທຳຂອງເຢເຣມີຢາ ບຸດຂອງຮິນກີຢາ ຜູ້ເປັນປະໂຣຫິດຄົນນຶ່ງໃນເມືອງອານາໂທດ ໃນແຜ່ນດິນຂອງເບັນຢາມິນ 2 ພຣະຜູ້ເປັນເຈົ້າໄດ້ຊົງກ່າວຕໍ່ເຢເຣມີຢາໃນຣັຊການໂຢຊີຢາ ໂອຣົດຂອງອາໂມນ ກະສັດແຫ່ງຢູດາໃນປີທີ່ສິບສາມຂອງຣັຊການນີ້ 3 ແລະມີມາໃນຣັຊການຂອງເຢຮົວອາກິມ ໂອຣົດຂອງໂຢຊີຢາກະສັດແຫ່ງຢູດາ ຈົນເຖິງປາຍປີທີ່ສິບເອັດແຫ່ງຣັຊການເຊເດກີຢາ ໂອຣົດຂອງໂຢຊີຢາກະສັດແຫ່ງຢູດາ ຈົນເຖິງການກວາດເຢຣູຊາເລັມໄປເປັນຊະເລີຍໃນເດືອນທີ່ຫ້າ 4 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 5 “ເຮົາໄດ້ຮູ້ຈັກເຈົ້າ ກ່ອນທີ່ເຮົາໄດ້ເຮັດໃຫ້ເຈົ້າເປັນຕົວຕົນຢູ່ໃນທ້ອງແມ່ ເຮົາໄດ້ເລືອກເຈົ້າໄວ້ແລ້ວ ກ່ອນເຈົ້າເກີດ ເຮົາໄດ້ແຕ່ງຕັ້ງເຈົ້າເປັນຜູ້ບໍຣິສຸດແລ້ວ ແລະໄດ້ສະຖາປະນາໃຫ້ເຈົ້າເປັນຜູ້ປະກາດພຣະທັມແກ່ນາໆຊາດ” 6 ແລ້ວຂ້າພະເຈົ້າໄດ້ທູນຕອບວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງບໍ່ຮູ້ວ່າຈະເວົ້າຢ່າງໃດ ເພາະວ່າ ຂ້າພຣະອົງຍັງນ້ອຍ” 7 ແຕ່ພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າວ່າ, “ຢ່າເວົ້າວ່າເຈົ້າຍັງນ້ອຍ ເພາະວ່າເຮົາຈະໃຊ້ເຈົ້າໄປຫາປະຊາຊົນ ແລ້ວຈົ່ງບອກທຸກສິ່ງທີ່ເຮົາຈະສັ່ງເຈົ້າແກ່ພວກເຂົາ 8 ເຈົ້າຢ່າສູ່ຢ້ານຄົນເຫລົ່ານັ້ນ ເພາະວ່າເຮົາຈະຢູ່ປົກປັກຮັກສາເຈົ້າ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 9 ຄັນແລ້ວ ພຣະຜູ້ເປັນເຈົ້າໄດ້ຊົງເດ່ພຣະຫັດມາໃສ່ປາກຂ້າພະເຈົ້າ ແລະຊົງກ່າວຕໍ່ຂ້າພະເຈົ້າວ່າ, “ເບິ່ງດູ ເຮົາໄດ້ເອົາຄຳເວົ້າຂອງເຮົາໃສ່ໃນປາກຂອງເຈົ້າແລ້ວ 10 ມື້ນີ້ເຮົາໃຫ້ເຈົ້າມີອຳນາດເຫນືອປະຊາຊາດ ແລະຣາຊອານາຈັກທັງຫລາຍ ເພື່ອຖອນຮາກແລະຮື້ຖິ້ມເສັຽ ເພື່ອທຳລາຍແລະເຮັດໃຫ້ລົ້ມລົງ ເພື່ອກໍ່ຂຶ້ນແລະປູກຝັງໄວ້” 11 ພຣະຜູ້ເປັນເຈົ້າຊົງຖາມຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເຈົ້າໄດ້ເຫັນຫຍັງ” ຂ້າພະເຈົ້າໄດ້ທູນຕອບວ່າ, “ຂ້າພຣະອົງໄດ້ເຫັນງ່າຂອງກົກອັລມັນ” 12 ແລ້ວພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າວ່າ, “ຖືກແລ້ວ ເຮົາກຳລັງເຝົ້າບັງຄັບໃຫ້ຄຳເວົ້າຂອງເຣົາເປັນຈິງຂຶ້ນ” 13 ຕໍ່ມາພຣະຜູ້ເປັນເຈົ້າຊົງຖາມຂ້າພະເຈົ້າວ່າ, “ເຈົ້າໄດ້ເຫັນຫຍັງອີກບໍ” ຂ້າພະເຈົ້າໄດ້ທູນຕອບວ່າ, “ຂ້າພຣະອົງໄດ້ເຫັນຫມໍ້ຫນວ່ຍນຶ່ງຢູ່ທາງທິດເຫນືອ ມັນກຳລັງຟົດແລະປາກຫມໍ້ນັ້ນປິ່ນມາທາງພີ້” 14 ແລ້ວພຣະອົງຊົງກ່າວຕໍ່ຂ້າພະເຈົ້າວ່າ, “ເຫດຮ້າຍຈະເກີດຂຶ້ນທາງທິດເຫນືອ ແລ້ວຈະລຸກລາມເຜົາຜານຄົນທັງປວງທີ່ອາໄສຢູ່ໃນແຜ່ນດິນນີ້ 15 ຈົ່ງຟັງສິ່ງທີ່ເຮົາກ່າວ ຄືເຮົາຈະເອີ້ນຊົນຊາດທີ່ຢູ່ທາງເຫນືອນັ້ນມາຫມົດ ກະສັດທັງຫລາຍຂອງເຂົາກໍຈະມາ ກະສັດແຕ່ລະອົງຈະຕັ້ງກອງບັນຊາການຂອງຕົນໄວ້ຕໍ່ຫນ້າປະຕູກຸງເຢຣູຊາເລັມຕິດກັບກຳແພງ ແລະຕໍ່ຫນ້າປະຕູຫົວເມືອງອື່ນໆໃນຣາຊອານາຈັກຢູດາ 16 ເຣົາຈະລົງໂທດຄົນທັງຫລາຍດ້ວຍວ່າເຂົາໄດ້ເຮັດບາບ ຄືໄດ້ປະຖິ້ມເຮົາ ໄດ້ເຜົາເຄື່ອງຫອມບູຊາຖວາຍແກ່ພຣະອື່ນ ແລະໄດ້ຂາບໄຫວ້ຮູບເຄົາຣົບທີ່ເຂົາເອງສ້າງຂຶ້ນ 17 ເຈົ້າຈົ່ງກ້າຫານ ແລະຈົ່ງໄປບອກທຸກໆສິ່ງທີ່ເຮົາສັ່ງເຈົ້ານັ້ນແກ່ເຂົາ ບັດນີ້ ເຈົ້າຢ່າສູ່ຢ້ານເຂົາ ບໍ່ດັ່ງນັ້ນເຮົາຈະເຣັດໃຫ້ເຈົ້າຢ້ານເຂົາຫລາຍຂຶ້ນເມື່ອເຈົ້າຢູ່ນຳເຂົາ 18 ຈົ່ງຟັງ ເຢເຣມີຢາເອີຍ ຄືທຸກໆຄົນໃນປະເທດນີ້ ທັງກະສັດຂອງຊາວຢູດາ ຂ້າຣາຊການ ປະໂຣຫິດ ແລະປະຊາຊົນທັງປວງ 19 ເຂົາທັງຫລາຍຈະຕໍ່ສູ້ເຈົ້າ ແຕ່ມື້ນີ້ເຮົາຈະເຮັດໃຫ້ເຈົ້າສາມາດຕໍ່ສູ້ຂັດຂວາງເຂົາໄດ້ ເຈົ້າຈະເປັນເຫມືອນນະຄອນທີ່ມີການປ້ອງກັນຢ່າງດີ ຈະເປັນເຫມືອນເສົາເຫລັກ ແລະກຳແພງທອງເຫລືອງ ພວກເຂົາຈະບໍ່ຊະນະເຈົ້າ ເພາະວ່າເຮົາຈະຢູ່ປົກປັກຮັກສາເຈົ້າ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ”
ການບໍ່ເຊື່ອຟັງຂອງຊາວອິສຣາເອນ
1 ພຣະຄໍາຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, “ 2 ຈົ່ງໄປປະກາດໃສ່ຫູຂອງກຸງເຢຣູຊາເລັມວ່າ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ວ່າ ເຮົາລະນຶກເຖິງຄວາມຊື່ສັດ ຄາວເມື່ອເຈົ້າຍັງຫນຸ່ມ ລະນຶກເຖິງຄວາມຮັກທີ່ເຈົ້າມີຕໍ່ເຮົາຄາວມື້ແຕ່ງງານ ພວກເຈົ້າຕິດຕາມເຮົາໄປທົ່ວຖິ່ນກັນດານ ຄືພູມີປະເທດທີ່ບໍ່ໄດ້ປູກຝັງ 3 ຊາວອິສຣາເອນເອີຍ ໃນເວລານັ້ນພວກເຈົ້າເປັນຂອງເຮົາທັງຫມົດ ເປັນຫມາກຜົນອັນດີທີ່ສຸດຈາກການເກັບກ່ຽວຂອງເຮົາ ເຮົາເຮັດໃຫ້ທຸກຄົນທີ່ທຳຮ້າຍເຈົ້າໄດ້ຮັບຄວາມເດືອດຮ້ອນ ແລະໃຫ້ເຂົາໄດ້ຮັບຄວາມທຸກຍາກລຳບາກ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ”
ບາບຂອງບັນພະບຸຣຸດຊາວອິສຣາເອນ
4 ເຊື້ອສາຍຂອງຢາໂຄບ ແລະບັນດາຄອບຄົວອິສຣາເອນເອີຍ ຈົ່ງຟັງຖ້ອຍຄຳຂອງພຣະຜູ້ເປັນເຈົ້າເທີນ 5 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ບັນພະບຸຣຸດຂອງພວກເຈົ້າເຫັນວ່າເຮົາໄດ້ເຮັດຜິດຫຍັງ ຈຶ່ງໄດ້ພາກັນຫນີຈາກໄປ ພວກເຂົາໄດ້ນັບຖືຮູບອັນໄຮ້ປໂຍດ ຈຶ່ງກາຍເປັນຄົນທີ່ບໍ່ມີປໂຍດ 6 ເຖິງແມ່ນວ່າເຮົາໄດ້ຊ່ອຍເຂົາໃຫ້ອອກຈາກປະເທດເອຢິບ ໄດ້ນຳພາເຂົາຜ່ານຖິ່ນກັນດານ ຜ່ານປະເທດທີ່ມີພູແລະໂສກເຫວ ຜ່ານປະເທດທີ່ແຫ້ງແລ້ງແລະມີອັນຕະຣາຍ ໃນບ່ອນທີ່ບໍ່ມີຄົນຜ່ານໄປແລະອາໄສຢູ່ ພວກເຂົາກໍບໍ່ໄດ້ເອົາໃຈໃສ່ໃນເຮົາ 7 ເຮົາໄດ້ນຳພວກເຂົາເຂົ້າໄປຢູ່ໃນແຜ່ນດິນທີ່ອຸດົມສົມບູນ ເພື່ອກິນຜົນລະປູກແລະສິ່ງອື່ນໆໃນແຜ່ນດິນນັ້ນ ແຕ່ພວກເຂົາໄດ້ເຂົ້າມາສໍ້ໂກງແຜ່ນດິນຂອງເຮົາ ໄດ້ເຮັດໃຫ້ແຜ່ນດິນທີ່ເຮົາຍົກໃຫ້ແກ່ເຂົາເຊື່ອມເສັຽໄປ 8 ພວກປະໂຣຫິດບໍ່ໄດ້ສົນໃຈໃນພຣະຜູ້ເປັນເຈົ້າ ພວກນັກທັມກໍບໍ່ຣູ້ຈັກເຮົາ ຜູ້ປົກຄອງກໍເປັນກະບົດຕໍ່ສູ້ເຮົາ ຜູ້ປະກາດພຣະທັມກໍປະກາດໃນພຣະນາມຂອງພຣະບາອານ ແລະໄດ້ຂາບໄຫວ້ຮູບພຣະທີ່ຊ່ອຍຫຍັງບໍ່ໄດ້
ພຣະຜູ້ເປັນເຈົ້າຊົງພິພາກສາໂທດໄພ່ພົນຂອງພຣະອົງ
9 ດ້ວຍເຫດນີ້ ເຮົາພຣະຜູ້ເປັນເຈົ້າຈຶ່ງຈະນຳຄະດີມາຕໍ່ສູ້ໄພ່ພົນຂອງເຮົາອີກ ແລະມາຕໍ່ສູ້ພວກຫລານເຫລັນຂອງເຂົາດ້ວຍ 10 ຈົ່ງຂ້າມໄປເຖິງເກາະໄຊປຣັສ ແລ້ວກໍເບິ່ງ ຫລືໃຊ້ຄົນໄປເຖິງເມືອງເກດາຣ໌ ແລ້ວພິຈາຣະນາເບິ່ງຄັກໆວ່າເຄີຍມີຫຍັງເກີດຂຶ້ນເຫມືອນສິ່ງນີ້ຫລືບໍ່ 11 ໃນໂລກນີ້ມີຊາດໃດແດ່ເຄີຍມີພຣະຂອງຕົນ ເຖິງແມ່ນວ່າພຣະເຫລົ່ານັ້ນບໍ່ແມ່ນພຣະແທ້ກໍດີ ແຕ່ໄພ່ພົນຂອງເຣົາໄດ້ປະເຮົາແລ້ວ ຄືປະພຣະເຈົ້າອົງນຳກຽດມາໃຫ້ເຂົາ ໄປຫາພຣະທີ່ຊ່ອຍເຫລືອຫຍັງບໍ່ໄດ້ 12 ດັ່ງນັ້ນ ເຮົາພຣະຜູ້ເປັນເຈົ້າຈຶ່ງສັ່ງໃຫ້ທ້ອງຟ້າຫວັ່ນໄຫວຢ່າງຮຸນແຮງ ເພື່ອໃຫ້ຄົນເກີດການອັດສະຈັນແລະຕື່ນຕົກໃຈ 13 ໄພ່ພົນຂອງເຮົາໄດ້ເຮັດບາບສອງຢ່າງຄື ໄດ້ປະຖິ້ມເຣົາຜູ້ເປັນນ້ຳບໍ່ທີ່ມີຊີວິດ ແລະໄດ້ຂຸດນ້ຳສ້າງສຳລັບຕົນເອງ ແຕ່ສ້າງນັ້ນບໍ່ມີນ້ຳ”
ຜົນແຫ່ງຄວາມບໍ່ເຊື່ອຟັງຂອງຊາວອິສຣາເອນ
14 “ຊາວອິສຣາເອນບໍ່ໄດ້ເປັນຂ້ອຍທາດ ບໍ່ໄດ້ເກີດມາເປັນຂ້ອຍທາດ ຖ້າຢ່າງນັ້ນເປັນຫຍັງສັດຕຣູຈຶ່ງຕາມລ່າຈັບເຂົາ 15 ສັດຕຣູໄດ້ຮ້ອງແຜດສຽງໃສ່ເຂົາເຫມືອນດັ່ງສິງ ພວກເຂົາໄດ້ແຜດສຽງໃສ່ຢ່າງຮຸນແຮງ ແລະໄດ້ເຮັດໃຫ້ແຜ່ນດິນຂອງອິສຣາເອນເປັນຖິ່ນກັນດານ ຫົວເມືອງຂອງເຂົາກໍຖືກທຳລາຍແລະບໍ່ມີຄົນອາໄສຢູ່ 16 ນອກຈາກນີ້ຊາວເມືອງເມັມຟິສ ແລະເມືອງຕາປານເຮສ ຍັງໄດ້ທຸບຕີຫົວຂອງຊາວອິສຣາເອນແຕກ 17 ພວກເຈົ້າໄດ້ນຳສິ່ງນີ້ມາໃສ່ພວກເຈົ້າເອງ ໃນຂນະທີ່ເຮົາພາເຈົ້າໄປຕາມທາງ ເຈົ້າໄດ້ປະຖິ້ມເຮົາ ຄືພຣະຜູ້ເປັນເຈົ້າຂອງເຈົ້າ 18 ບັດນີ້ ເຈົ້າຫວັງປໂຍດອັນໃດທີ່ຈະໄປປະເທດເອຢິບ ຫວັງຈະດື່ມນ້ຳໃນແມ່ນ້ຳນິນບໍ ຫວັງປໂຍດອັນໃດທີ່ຈະໄປປະເທດອັສຊີເຣັຽ ຫວັງຈະດື່ມນ້ຳໃນແມ່ນ້ຳເອີຟຣາດບໍ 19 ພວກເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ແລະຍ້ອນປະຖິ້ມເຮົາ ທີ່ພວກເຈົ້າປະຖິ້ມພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຈົ້າ ແລະບໍ່ຢ້ານກົວເຮົາອີກຕໍ່ໄປນັ້ນ ພວກເຈົ້າຈະຮູ້ດອກວ່າມັນຂົມຂື່ນແລະຊົ່ວຮ້າຍພຽງໃດ ເຮົາພຣະຜູ້ເປັນເຈົ້າພຣະເຈົ້າຈອມໂຍທາໄດ້ກ່າວດັ່ງນີ້ແຫລະ”
ອິສຣາເອນບໍ່ຍອມຂາບໄຫວ້ພຣະຜູ້ເປັນເຈົ້າ
20 “ເຫິງນານມາແລ້ວທີ່ເຈົ້າບໍ່ຍອມຢູ່ໃຕ້ອຳນາດຂອງເຮົາ ບໍ່ຍອມເຊື່ອຟັງເຮົາແລະເວົ້າວ່າ ຂ້າພະເຈົ້າຈະບໍ່ຮັບໃຊ້ພຣະອົງ ແຕ່ຢູ່ເທິງພູແລະໃຕ້ກົກໄມ້ສັກສິດ ພວກເຈົ້າໄດ້ເຮັດປມາດເຫມືອນຍິງໂສເພນີ 21 ເຮົາໄດ້ປູກເຈົ້າໄວ້ເຫມືອນເຄືອອະງຸ່ນພັນດີ ເຫມືອນແນວພືດຢ່າງດີທີ່ສຸດ ແຕ່ແລ້ວເປັນຫຍັງເຈົ້າຈຶ່ງກາຍເປັນເຫມືອນອະງຸ່ນພັນບໍ່ດີທີ່ເຮົາບໍ່ສົນໃຈອີກຕໍ່ໄປແລ້ວ 22 ເຖິງແມ່ນເຈົ້າຈະລ້າງຕົວຂອງເຈົ້າດ້ວຍນ້ຳຢາ ແລະໃສ່ສະບູຫລາຍໆ ເຮົາກໍຍັງເຫັນຄວາມເປິະເປື້ອນອັນເນື່ອງມາຈາກບາບຂອງເຈົ້າຢູ່ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 23 ເຈົ້າຈະເວົ້າໄດ້ຢ່າງໃດວ່າບໍ່ໄດ້ເຮັດຜິດ ແລະເວົ້າວ່າເຄີຍຂາບໄຫວ້ພຣະບາອານ ຈົ່ງຄິດເບິ່ງດູວ່າ ເຈົ້າໄດ້ເຮັດບາບໃນຮ່ອມພູຢ່າງໃດແດ່ ຈົ່ງສຳນຶກໃນສິ່ງທີ່ໄດ້ເຮັດນັ້ນ ເຈົ້າເປັນເຫມືອນອູດແມ່ທີ່ກຳລັງຄຶກຄະນອງທີ່ປ່ອຍໃຫ້ມັນໄປໄດ້ຕາມໃຈ 24 ເຈົ້າເປັນເຫມືອນລໍແມ່ທີ່ແລ່ນຖືເຊີງຢູ່ໃນຖິ່ນກັນດານ ເມື່ອມັນຢາກຖືເຊີງຢ່າງຮຸນແຮງ ໃຜຈະບັງຄັບມັນໄດ້ ລໍເຖິກກໍປະສົມພັນກັບມັນໄດ້ງ່າຍ ລໍແມ່ຈະປາກົດໃຫ້ເຫັນເລື້ອຍໆໃນຣະດູຕິດເຊີງ 25 ຢ່າແລ່ນຈົນເກີບເຮັ່ຽແລະຄໍແຫ້ງ ແຕ່ເຈົ້າໄດ້ເວົ້າວ່າ, “ບໍ່ເປັນຫຍັງດອກ ຂ້າພະເຈົ້າຍິນດີນັບຖືພຣະຕ່າງປະເທດແລະຈະຕິດຕາມໄປ” 26 “ຂະໂມຍນັ້ນເມື່ອຖືກຈັບຍ່ອມລະອາຍສັນໃດ ພວກເຈົ້າປະຊາຊົນອິສຣາເອນທັງຫມົດຮວມທັງກະສັດ ເຈົ້ານາຍ ປະໂຣຫິດ ແລະຜູ້ປະກາດພຣະທັມກໍຈະລະອາຍສັນນັ້ນ 27 ພວກເຈົ້າຈະລະອາຍທີ່ເວົ້າກັບກົກໄມ້ວ່າ, “ອາດຍາເປັນພໍ່ຂອງຂ້ານ້ອຍ” ແລະເວົ້າກັບກ້ອນຫີນວ່າ, “ອາດຍາເປັນແມ່ຂອງຂ້ານ້ອຍ” ເຣື່ອງນີ້ຈະເກີດຂຶ້ນຍ້ອນເຈົ້າປະຖິ້ມເຮົາ ແລະບໍ່ຕ່າວມາຫາເຮົາ ແຕ່ເມື່ອເຈົ້າຕົກທຸກໄດ້ຍາກ ເຈົ້າຈະຮ້ອງຂໍໃຫ້ເຮົາມາຊ່ອຍ 28 ພຣະທີ່ເຈົ້າເຮັດຂຶ້ນສຳລັບຕົວເອງນັ້ນຢູ່ໃສ ເມື່ອຕົກທຸກໄດ້ຍາກ ຈົ່ງໃຫ້ມັນຊ່ອຍຕີ້ຖ້າວ່າຈະຊ່ອຍໄດ້ ຊາວຢູດາເອີຍ ພວກເຈົ້ານັ້ນມີພຣະຫລາຍທໍ່ກັບມີເມືອງ 29 ເຮົາພຣະຜູ້ເປັນເຈົ້າຂໍຖາມວ່າ ເປັນຫຍັງເຈົ້າຈຶ່ງຮ້ອງທຸກຕໍ່ເຮົາ ພວກເຈົ້າທັງຫມົດໄດ້ກະບົດຕໍ່ສູ້ເຮົາ 30 ເຮົາໄດ້ລົງໂທດເຈົ້າ ແຕ່ພວກເຈົ້າບໍ່ຫລາບ ເຈົ້າບໍ່ຍອມຮັບເອົາການດັດສັນດານນັ້ນ ແລະໄດ້ຂ້າຜູ້ປະກາດພຣະທັມຂອງຕົນເຫມືອນສິງຕົວຮ້າຍກາດ 31 ຄົນຣຸ່ນນີ້ເອີຍ ພວກເຈົ້າທັງຫລາຍຈົ່ງຕັ້ງໃຈຟັງສິ່ງທີ່ເຮົາຈະເວົ້າ ເຮົາເປັນເຫມືອນຖິ່ນກັນດານແກ່ອິສຣາເອນຫລື ແລະເຫມືອນແຜ່ນດິນທີ່ເປັນອັນຕະຣາຍຕໍ່ພວກເຈົ້າບໍ ໄພ່ພົນຂອງເຮົາ ເປັນຫຍັງພວກເຈົ້າຈຶ່ງເວົ້າວ່າ ຈະເຮັດຕາມໃຈຂອງຕົນ ແລະຈະບໍ່ມາຫາເຮົາອີກຕໍ່ໄປ” 32 ຍິງສາວຈະລືມເຄື່ອງເອ້ຂອງຕົນໄດ້ບໍ ແລະເຈົ້າສາວຈະລືມເຄື່ອງແຕ່ງຕົວໃນງານສົມຣົດໄດ້ບໍ ແຕ່ໄພ່ພົນຂອງເຮົາໄດ້ລືມເຮົາເປັນເວລາດົນນານແລ້ວ 33 ເຈົ້າຮູ້ຈັກວິທີຍົວະເຍົ້າໃຫ້ຄົນມາຫລົງຮັກ ແມ່ນແຕ່ແມ່ຈ້າງກໍຍັງຮຽນນຳເຈົ້າ 34 ເສື້ອຂອງເຈົ້າໄດ້ເປິະເປື້ອນດ້ວຍເລືອດຂອງຄົນທຸກຍາກທີ່ບໍ່ມີຄວາມຜິດ ແລະເລືອດຂອງຄົນທີ່ບໍ່ເຄີຍລັກຂອງໃນເຮືອນເຈົ້າ 35 ແຕ່ທັງໆທີ່ເປັນດັ່ງນີ້ພວກເຈົ້າກໍຍັງເວົ້າວ່າ, “ຕົນບໍ່ມີຄວາມຜິດ ແລະວ່າພຣະຜູ້ເປັນເຈົ້າບໍ່ຄຽດຮ້າຍພວກເຈົ້າອີກຕໍ່ໄປ ແຕ່ເຮົາພຣະຜູ້ເປັນເຈົ້າຈະລົງໂທດເຈົ້າຍ້ອນເຈົ້າເວົ້າວ່າບໍ່ໄດ້ເຮັດບາບ 36 ດ້ວຍເຫດໃດເຈົ້າຈຶ່ງປ່ຽນເສັ້ນທາງເດີນຢ່າງງ່າຍດາຍ ເຈົ້າຈະຜິດຫວັງຍ້ອນປະເທດເອຢິບ ເຫມືອນເຄີຍຜິດຫວັງຍ້ອນປະເທດອັສຊີເຣັຽມາແລ້ວ 37 ເຈົ້າຈະໄດ້ອອກໄປຈາກເອຢິບດ້ວຍ ຈະລະອາຍຄົນທັງຫລາຍຈົນເບິ່ງຫນ້າໃຜບໍ່ໄດ້ ເຮົາພຣະຜູ້ເປັນເຈົ້າໄດ້ປະຖິ້ມຄົນທັງຫລາຍທີ່ເຈົ້າໄວ້ໃຈ ແລະພວກເຂົາຈະບໍ່ນຳຄວາມສຳເຣັດມາສູ່ເຈົ້າ”
ຄວາມບໍ່ຊຶ່ສັດຂອງອິສຣາເອນ
1 ຖ້າຊາຍຄົນໃດຢ່າຮ້າງພັຣຍາຂອງຕົນ ແລະນາງກໍໄປຈາກເຂົາເສັຽ ແລະໄປເປັນພັຣຍາຂອງຊາຍອີກຄົນນຶ່ງ ເຂົາຈະກັບໄປຫານາງຫລື ແຜ່ນດິນນັ້ນຈະບໍ່ເປິະເປື້ອນຫລາຍຫລື ເຈົ້າໄດ້ຫລີ້ນຊູ້ກັບຄົນຮັກຫລາຍແລ້ວ ແລະເຈົ້າຈະກັບມາຫາເຮົາຫລື ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 2 ຈົ່ງແຫງນຫນ້າຂຶ້ນສູ່ຈອມພູສູງພຸ້ນດູ ມີບ່ອນໃດແດ່ທີ່ບໍ່ມີຄົນມານອນ ເຈົ້າໄດ້ນັ່ງຄອຍຄົນຮັກຂອງເຈົ້າຢູ່ທີ່ຮິມທາງຢ່າງຄົນອາຣັບໃນຖິ່ນກັນດານ ເຈົ້າໄດ້ກະທຳໃຫ້ແຜ່ນດິນເປິະເປື້ອນດ້ວຍການເປັນຍິງແມ່ຈ້າງຢ່າງຊົ່ວຮ້າຍຂອງເຈົ້າ 3 ເຫດສັນນັ້ນຝົນຈຶ່ງບໍ່ໄດ້ຕົກຕາມຣະດູການ ແລະຝົນຍາມຣະດູໃບໄມ້ປົ່ງຈຶ່ງຂາດໄປ ແຕ່ເຈົ້າມີຫນ້າຜາກຂອງຍິງແມ່ຈ້າງ ເຈົ້າປະຕິເສດບໍ່ຍອມອາຍ 4 ບັດນີ້ເຈົ້າຮ້ອງເອີ້ນເຮົາບໍ່ແມ່ນຫລືວ່າ, “ພຣະບິດາຂອງຂ້າພຣະອົງ ພຣະອົງຊົງເປັນສະຫາຍຕັ້ງແຕ່ຂ້າພຣະອົງຍັງສາວ 5 ພຣະອົງຈະຊົງພຣະພິໂຣດຢູ່ເປັນນິດຫລື ພຣະອົງຈະຊົງກິ້ວຢູ່ຈົນເຖິງທີ່ສຸດປາຍຫລື “ເຈົ້າລັ່ນວາຈາແລ້ວ ແຕ່ເຈົ້າກໍຍັງກະທຳຄວາມຊົ່ວຊ້າທຸກຢ່າງຊຶ່ງເຈົ້າກະທຳໄດ້”
ຊົງອ້ອນວອນໃຫ້ອິສຣາເອນແລະຢູດາກັບໃຈໃຫມ່
6 ພຣະຜູ້ເປັນເຈົ້າຊົງກ່າວກັບຂ້າພະເຈົ້າໃນຣັຊການຂອງກະສັດໂຢຊີຢາວ່າ, “ເຈົ້າບໍ່ເຫັນຫລືວ່າເຂົາເຮັດຫຍັງ ຄືອິສຣາເອນຜູ້ບໍ່ສັດຊື່ ເຂົາຂຶ້ນໄປເທິງພູເຂົາສູງທຸກຫນ່ວຍ ແລະໃຕ້ກົກໄມ້ຂຽວສົດທຸກກົກ ແລ້ວກໍໄປຫລີ້ນຊູ້ຢູ່ທີ່ນັ້ນ 7 ແລະເຣົາຄິດວ່າ “ເມື່ອເຂົາເຮັດຢ່າງນີ້ຈົນຫມົດແລ້ວ ເຂົາຈະກັບມາຫາເຮົາ” ແຕ່ເຂົາກໍບໍ່ກັບມາ ແລະຢູດານ້ອງສາວທີ່ທໍຣະຍົດນັ້ນກໍເຫັນ 8 ນາງເຫັນວ່າເພາະການລ່ວງປະເວນີທັງສິ້ນຂອງອິສຣາເອນຜູ້ບໍ່ສັດຊື່ ເຮົາໄດ້ໄລ່ນາງໄປພ້ອມກັບໃຫ້ຫນັງສືຢ່າຮ້າງ ແຕ່ຢູດານ້ອງສາວທີ່ທໍຣະຍົດນັ້ນກໍບໍ່ຢ້ານກົວ ນາງກໍກັບໄປຫລີ້ນຊູ້ດ້ວຍ 9 ເພາະການແພສຍາເປັນການເບົາແກ່ເຂົາຫລາຍ ເຂົາກໍກະທຳໃຫ້ແຜ່ນດິນເປິະເປື້ອນໄປ ໂດຍໄປລ່ວງປະເວນີກັບໂງ່ນຫີນແລະຕົ້ນໄມ້ 10 ເຖີງແມ່ນເຂົາໄດ້ເຮັດສິ່ງທັງຫມົດຢ່າງນີ້ແລ້ວຢູດານ້ອງສາວທີ່ທໍຣະຍົດຂອງເຂົາກໍບໍ່ໄດ້ຫັນກັບມາຫາເຮົາດ້ວຍສິ້ນສຸດໃຈ ແຕ່ແກ້ງເຮັດເປັນກັບມາ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 11 ແລ້ວພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ, “ອິສຣາເອນຜູ້ບໍ່ສັດຊື່ຍັງສຳແດງຕົວວ່າ ມີຜິດນ້ອຍກວ່າຢູດາທີ່ທໍຣະຍົດ 12 ຈົ່ງໄປປະກາດຖ້ອຍຄຳເຫລົ່ານີ້ໄປທາງເຫນືອກ່າວວ່າ, “ພຣະຜູ້ເປັນເຈົ້າກ່າວວ່າ ອິສຣາເອນຜູ້ບໍ່ຊື່ສັດເອີຍ ກັບມາເຖິດ ເຮົາຈະບໍ່ເບິ່ງເຈົ້າດ້ວຍຄວາມກິ້ວ ເພາະເຮົາປະກອບດ້ວຍພຣະກະຣຸນາຄຸນ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ ເຮົາຈະບໍ່ກິ້ວເປັນນິດ 13 ພຽງແຕ່ຍອມຮັບຄວາມຜິດຂອງເຈົ້າວ່າເຈົ້າໄດ້ກະບົດຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ແລະທ່ຽວເອົາໃຈພຣະອື່ນທີ່ໃຕ້ກົກໄມ້ຂຽວສົດທຸກກົກ ແລະເຈົ້າບໍ່ໄດ້ຟັງສຽງຂອງເຮົາ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 14 ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ລູກຫລານທີ່ບໍ່ສັດຊື່ ກັບມາເຖີດ ເພາະເຮົາເປັນນາຍຂອງເຈົ້າ ເຮົາຈະຮັບເຈົ້າຈາກເມືອງແລະຈາກຕະກູນລະຄົນສອງຄົນ ແລະເຮົາຈະນຳເຈົ້າມາເຖິງຊີໂອນ 15 “ແລະເຮົາຈະໃຫ້ຜູ້ລ້ຽງແກະຄົນທີ່ພໍໃຈເຮົາແກ່ເຈົ້າ ຜູ້ຊຶ່ງຈະລ້ຽງເຈົ້າດ້ວຍຄວາມຮູ້ແລະຄວາມເຂົ້າໃຈ 16 ແລະເມື່ອເຈົ້າທະວີແລະເພີ້ມຂຶ້ນໃນແຜ່ນດິນນັ້ນ ໃນຄັ້ງນັ້ນ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ເຂົາທັງຫລາຍຈະບໍ່ກ່າວອີກວ່າ, “ຫິບຄຳສັນຍາແຫ່ງພຣະເຈົ້າ” ເຣື່ອງນີ້ຈະບໍ່ມີຂຶ້ນໃນໃຈ ບໍ່ມີໃຜກ່າວເຖິງ ບໍ່ມີໃຜນຶກເຖິງ ຈະບໍ່ທຳກັນຂຶ້ນອີກເລີຍ 17 ໃນຄັ້ງນັ້ນຈະເອີ້ນກຸງເຢຣູຊາເລັມວ່າເປັນພຣະທີ່ນັ່ງຂອງພຣະຜູ້ເປັນເຈົ້າ ແລະບັນດາປະຊາຊາດຈະຮວບຮວມກັນເຂົ້າມາຫາຍັງພຣະພັກຂອງ ພຣະຜູ້ເປັນເຈົ້າໃນກຸງເຢຣູຊາເລັມ ແລະເຂົາຈະບໍ່ຕິດຕາມໃຈອັນຊົ່ວຂອງເຂົາຢ່າງດື້ດ້ານອີກຕໍ່ໄປ 18 ໃນສະໄຫມນັ້ນເຊື້ອສາຍຂອງຢູດາຈະເດີນມາກັບເຊື້ອສາຍຂອງອິສຣາເອນ ເຂົາທັງສອງຈະຮວມກັນມາຈາກແຜ່ນດິນຝ່າຍເຫນືອມາຍັງແຜ່ນດິນຊຶ່ງເຮົາມອບໃຫ້ແກ່ບັນພະບຸຣຸດຂອງເຈົ້າໃຫ້ເປັນມໍຣະດົກ 19 “ເຮົາຄິດວ່າ ເຮົາຈະຕັ້ງເຈົ້າໄວ້ຖ້າມກາງບຸດທັງຫລາຍຂອງເຮົາຢ່າງໃດດີຫນໍ ແລະໃຫ້ແຜ່ນດິນທີ່ຫນ້າປາຖນາແກ່ເຈົ້າ ເປັນມໍຣະດົກທີ່ສວຍງາມທີ່ສຸດໃນບັນດາປະຊາຊາດ ແລະເຮົາຄິດວ່າເຈົ້າຈະເອີ້ນເຣົາວ່າພຣະບິດາຂອງຂ້າພຣະອົງ ແລະຈະບໍ່ຫັນກັບຈາກການຕິດຕາມເຮົາ 20 ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ເຊື້ອສາຍອິສຣາເອນເອີຍ ແນ່ນອນທີ່ພັຣຍາທໍຣະຍົດປະຖິ້ມຜົວຂອງນາງສັນໃດ ເຈົ້າກໍໄດ້ທໍຣະຍົດຕໍ່ເຮົາສັນນັ້ນ” 21 ເຂົາໄດ້ຍິນສຽງມາຈາກທີ່ພູສູງ ເປັນສຽງຮ້ອງໄຫ້ແລະສຽງວິງວອນຂອງບຸດທັງຫລາຍຂອງອິສຣາເອນ ເພາະເຂົາໄດ້ປ່ຽນວິຖີຂອງເຂົາເສັຽແລ້ວ ເຂົາໄດ້ລືມພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາ 22 “ບັນດາບຸດທີ່ບໍ່ສັດຊື່ເອີຍ ຈົ່ງກັບມາເຖີດ ເຮົາຈະຮັກສາໃຫ້ດີ ແລະເຮັດໃຫ້ສັດຊື່” ເບິ່ງແມ໋ ຂ້າພຣະອົງທັງຫລາຍມາຫາພຣະອົງແລ້ວ ເພາະພຣະອົງຊົງເປັນພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພຣະອົງ” 23 ແທ້ຈິງ ເນີນເຂົາກໍເປັນແຕ່ສິ່ງຫລອກລວງ ແລະການສັບສົນອົນລະຫມ່ານເທິງພູເຂົາກໍເປັນດ້ວຍ ແທ້ຈິງ ຄວາມລອດຂອງອິສຣາເອນນັ້ນຢູ່ໃນພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ 24 “ແຕ່ວ່າສິ່ງທີ່ຫນ້າອາຍນັ້ນໄດ້ກັດກິນສິ່ງທັງປວງທີ່ບັນພະບຸຣຸດຂອງເຣົາໄດ້ລົງແຮງທຳໄວ້ ຕັ້ງແຕ່ເຣົາຍັງເປັນເດັກນ້ອຍຢູ່ ຄືຝູງແກະ ຝູງງົວ ບຸດຊາຍ ແລະບຸດຍິງທັງຫລາຍຂອງເຂົາ 25 ໃຫ້ເຮົານອນລົງຈົມໃນຄວາມອາຍຂອງເຮົາ ແລະໃຫ້ຄວາມອັບອາຍຂາຍຫນ້າຄຸມເຮົາໄວ້ ເພາະເຮົາໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາ ທັງຕົວເຣົາແລະບັນພະບຸຣຸດຂອງເຮົາຕັ້ງແຕ່ເຮົາເປັນເດັກນ້ອຍຢູ່ຈົນທຸກວັນນີ້ ແລະເຣົາບໍ່ໄດ້ເຊື່ອຟັງພຣະສຸຣະສຽງແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາ”
ພຣະຜູ້ເປັນເຈົ້າຊົງເອີ້ນໃຫ້ປ່ຽນໃຈໃຫມ່
1 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນອິສຣາເອນເອີຍ ຖ້າພວກເຈົ້າຢາກຈະກັບຄືນມາກໍຈົ່ງກັບມາຫາເຣົາເທີນ ໃຫ້ຖິ້ມຮູບເຄົາຣົບທີ່ເຮົາກຽດຊັງນັ້ນເສັຽ ແລະຢ່າຫນີຫ່າງຈາກເຮົາໄປ 2 ຖ້າພວກເຈົ້າສາບານໃນນາມຂອງພຣະຜູ້ເປັນເຈົ້າຜູ້ມີຊີວິດຢູ່ດ້ວຍຄວາມຈິງ ຄວາມຍຸດຕິທັມແລະຄວາມສັດຊື່ ຊາດທັງປວງກໍຈະອ້ອນວອນໃຫ້ເຮົາອວຍພອນເຂົາ ແລະເຂົາທັງຫລາຍກໍຈະສັຣເສີນເຮົາ” 3 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຊາວຢູດາ ແລະຊາວເຢຣູຊາເລັມວ່າ, “ຈົ່ງໄຖນາເຮື້ອຂອງເຈົ້າ ຢ່າຫວ່ານເມັດເຂົ້າລົງໃນກໍຫນາມ 4 ຊາວຢູດາ ແລະເຢຣູຊາເລັມເອີຍ ຈົ່ງຮັກສາຄຳຫມັ້ນສັນຍາທີ່ເຈົ້າມີຕໍ່ເຮົາພຣະຜູ້ເປັນເຈົ້າຂອງເຈົ້າ ແລະຈົ່ງມອບຈິດໃຈຂອງເຈົ້າໃຫ້ແກ່ເຮົາ ຢ້ານວ່າຄວາມຄຽດຮ້າຍຂອງເຮົາຈະເຜົາໄຫມ້ເຫມືອນໄຟ ເນື່ອງຈາກຄວາມຊົ່ວທີ່ພວກເຈົ້າໄດ້ກະທຳ ໄຟນັ້ນຈະເຜົາໄຫມ້ແລະຈະບໍ່ມີໃຜມອດໄດ້
ຊາວຢູດາຖືກບຸກຮຸກ
5 ຈົ່ງເປົ່າແກໃຫ້ດັງໄປທົ່ວປະເທດ ໃຫ້ຮ້ອງສຽງດັງຊັດແຈ້ງ ເພື່ອບອກປະຊາຊົນຢູດາແລະເຢຣູຊາເລັມ ແລ່ນເຂົ້າໄປໃນເມືອງທີ່ມີປ້ອມປ້ອງກັນ 6 ໃຫ້ຍົກທຸງມຸ່ງຫນ້າໄປຍັງເມືອງຊີໂອນ ຈົ່ງແລ່ນໄປໃຫ້ພົ້ນ ຢ່າຊ້າຢູ່ ພຣະຜູ້ເປັນເຈົ້າຈະນໍາເອົາຄວາມຮ້າຍ ແລະການທຳລາຍອັນຍິ່ງໃຫຍ່ມາຈາກທາງທິດເຫນືອ 7 ສິງໄດ້ອອກມາຈາກບ່ອນລີ້ຂອງມັນແລ້ວ ຜູ້ທຳລາຍນາໆຊາດໄດ້ເດີນອອກມາຈາກບ່ອນຂອງມັນ ເພື່ອທຳລາຍຊາວຢູດາໃຫ້ຫມົດສິ້ນໄປ ຫົວເມືອງທັງຫລາຍຂອງຊາວຢູດາຈະເພພັງຮ້າງເປົ່າ ແລະຈະບໍ່ມີໃຜອາໄສຢູ່ໃນເມືອງເຫລົ່ານັ້ນ 8 ດ້ວຍເຫດນີ້ ຈົ່ງນຸ່ງເຄື່ອງໄວ້ທຸກແລະຮ້ອງໄຫ້ຄວນຄາງ ເພາະວ່າພຣະພິໂຣດອັນຮຸນແຮງຂອງພຣະຜູ້ເປັນເຈົ້າບໍ່ໄດ້ຫັນຫນີໄປຈາກຊາວຢູດາເລີຍ” 9 ພຣະຜູ້ເປັນເຈົ້າກ່າວວ່າ, “ໃນວັນນັ້ນທັງກະສັດແລະພວກເຈົ້ານາຍຈະຫມົດກຳລັງໃຈ ບັນດາປະໂຣຫິດຈະຕົກຕະລຶງແລະຜູ້ປະກາດພຣະທັມກໍຈະອັດສະຈັນໃຈ” 10 ແລ້ວຂ້າພະເຈົ້າຈຶ່ງທູນວ່າ, “ຂ້າແດ່ພຣະເຈົ້າ ພຣະອົງຊົງລໍ້ລວງຊົນຊາດນີ້ ແລະກຸງເຢຣູຊາເລັມຢ່າງຫມົດສິ້ນວ່າ “ເຈົ້າທັງຫລາຍຈະຢູ່ເຢັນເປັນສຸກ” ແຕ່ທີ່ຈິງດາບໄດ້ມາເຖິງຊີວິດຂອງເຂົາທັງຫລາຍ” 11 ໃນຄັ້ງນັ້ນ ເຂົາຈະກ່າວແກ່ຊົນຊາດນີ້ ແລະແກ່ກຸງເຢຣູຊາເລັມວ່າ ລົມຮ້ອນຈາກທີ່ພູສູງໃນຖິ່ນກັນດານພັດມາສູ່ບຸດຕຣີປະຊາຊົນຂອງເຣົາ ບໍ່ແມ່ນຈະມາຝັດຫລືມາຊຳຮະ 12 ກະແສລົມທີ່ແຮງເກີນແກ່ການນີ້ໄດ້ມາເຖິງຕາມຄຳຂອງເຮົາ ຜູ້ທີ່ກ່າວຄຳຕັດສິນເຂົານີ້ຄື ເຮົາເອງ” 13 ເບິ່ງແມ໋, ເຂົາຂຶ້ນມາເຫມືອນເມກ ຣົດຮົບຂອງເຂົາເຫມືອນລົມບ້າຫມູ ມ້າທັງຫລາຍຂອງເຂົາໄວຍິ່ງກວ່ານົກອິນຊີ ວິບັດແກ່ເຮົາທັງຫລາຍ ເພາະວ່າເຮົາຈະຕ້ອງພິນາດ 14 ກຸງເຢຣູຊາເລັມເອີຍ ຈົ່ງລ້າງຈິດໃຈຂອງເຈົ້າໃຫ້ພົ້ນຈາກຄວາມຊົ່ວຮ້າຍ ເພື່ອເຈົ້າຈະລອດໄດ້ ຄວາມຄິດຊົ່ວຮ້າຍຂອງເຈົ້ານັ້ນຈະສິງຢູ່ໃນໃຈຂອງເຈົ້າເຫິງປານໃດ 15 ເພາະວ່າມີສຽງປະກາດມາຈາກເມືອງດານ ແລະໂຄສະນາຄວາມຊົ່ວຮ້າຍຈາກພູເຂົາເອຟຣາອິມ 16 ຈົ່ງເຕືອນບັນດາປະຊາຊາດວ່າ ເຂົາກຳລັງມາແລ້ວ ຈົ່ງກ່າວແກ່ກຸງເຢຣູຊາເລັມວ່າ ບັນດາຜູ້ລ້ອມມາຈາກແຜ່ນດິນໄກ ເຂົາທັງຫລາຍໂຮ່ຮ້ອງເຂົ້າໃສ່ຫົວເມືອງຢູດາ 17 ເຂົາທັງຫລາຍລ້ອມຢູດາໄວ້ຮອບເຫມືອນຜູ້ດູແລເຝົ້ານາ ເພາະວ່າຢູດາໄດ້ກະບົດຕໍ່ເຮົາ ພຣະຜູ້ເປັນເຈົ້າກ່າວວ່າດັ່ງນີ້ແຫລະ 18 ວິຖີແລະການກະທຳທັງຫລາຍຂອງເຈົ້າ ໄດ້ນຳເຣື່ອງນີ້ມາເຫນືອເຈົ້າ ນີ້ແຫລະເປັນເຄາະກັມຂອງເຈົ້າແລະມັນຂົມຂື່ນ ມັນຈຶ່ງແທງຈິດໃຈຂອງເຈົ້າໃຫ້ຊອດ” 19 ແສນຣະທົມ ແສນຣະທົມ ຂ້າກໍບິດຕົວດ້ວຍຄວາມເຈັບປວດ ໂອ ຜນັງດວງໃຈຂອງຂ້າເອີຍ ຈິດໃຈຂອງຂ້າກໍວຸ້ນວາຍ ຂ້າຈະມິດງຽບຢູ່ບໍ່ໄດ້ ເພາະຂ້າໄດ້ຍິນສຽງເຂົາສັດ ສຽງປຸກຂອງສົງຄາມ 20 ຄວາມຫາຍນະໄລ່ຕິດຕາມຄວາມຫາຍນະ ແຜ່ນດິນທັງສິ້ນກໍຖືກປະຮ້າງ ບັນດາເຕັນຂອງຂ້າກໍຖືກທຳລາຍໃນທັນທີທັນໃດ ມ່ານທັງຫລາຍຂອງຂ້າກໍຖືກທຳລາຍຢ່າງໄວໆ 21 ຂ້າຈະຕ້ອງມອງເບິ່ງທຸງ ແລະຟັງສຽງເຂົາສັດເຫິງນານປານໃດ 22 “ເພາະປະຊາຊົນຂອງເຮົາໂງ່ຈ້າ ເຂົາທັງຫລາຍບໍ່ຮູ້ຈັກເຮົາ ເຂົາທັງຫລາຍເປັນລູກຫລານທີ່ໂງ່ ເຂົາທັງຫລາຍບໍ່ມີຄວາມເຂົ້າໃຈ ເຂົາທັງຫລາຍທຳຄວາມຊົ່ວເກັ່ງ ແຕ່ເຂົາບໍ່ເຂົ້າໃຈທີ່ຈະທຳດີ” 23 ຂ້າພະເຈົ້າມອງເບິ່ງພື້ນດິນໂລກ ແລະເຫັນເປັນບ່ອນຮ້າງແລະວ່າງເປົ່າ ແລະມອງເບິ່ງຟ້າສວັນ ໃນນັ້ນກໍບໍ່ມີຄວາມສວ່າງ 24 ຂ້າພະເຈົ້າມອງເບິ່ງພູເຂົາ ເຫັນມັນກຳລັງສັ່ນຢູ່ ເນີນເຂົາກໍແກວ່ງໄປແກວ່ງມາ 25 ຂ້າພະເຈົ້າມອງເບິ່ງ ແລະເຫັນບໍ່ມີມະນຸດເລີຍ ນົກທັງປວງແຫ່ງທ້ອງອາກາດໄດ້ຫນີໄປແລ້ວ 26 ຂ້າພະເຈົ້າມອງເບິ່ງ ເຫັນດິນແດນທີ່ແຕ່ກ່ອນເປັນດິນທີ່ອຸດົມສົມບູນກໍກາຍເປັນຖິ່ນກັນດານ ແລະຫົວເມືອງທັງສິ້ນກໍສລັກຫັກພັງໄປ ຕໍ່ພຣະພັກພຣະຜູ້ເປັນເຈົ້າ ຕໍ່ພຣະພິໂຣດອັນຮ້ອນແຮງຂອງພຣະອົງ 27 ເພາະພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ວ່າ, “ແຜ່ນດິນທັງຫມົດຈະເປັນທີ່ຮົກຮ້າງ ຫວ່າງເປົ່າ ແຕ່ພຣະອົງຈະບໍ່ທຳລາຍແຜ່ນດິນໂລກໃຫ້ຈົນກ້ຽງ 28 ເພາະເຣື່ອງນີ້ໂລກຈະໄວ້ທຸກ ແລະຟ້າສວັນເບື້ອງເທິງຈະດຳມືດ ເພາະເຣົາໄດ້ລັ່ນວາຈາແລ້ວ ເຮົາໄດ້ຫມາຍໃຈໄວ້ແລ້ວ ເຮົາຈະບໍ່ປ່ຽນໃຈຫລືຫັນກັບ” 29 ເມື່ອໄດ້ຍິນສຽງພົນມ້າແລະນັກທະນູ ຊາວເມືອງທຸກແຫ່ງກໍຫນີໄປ ເຂົາເຂົ້າໄປຢູ່ໃນພຸ່ມໄມ້ ແລະປີນປ່າຍໄປຖ້າມກາງໂງ່ນຫີນ ຫົວເມືອງທຸກແຫ່ງກໍຖືກປະຖິ້ມ ແລະບໍ່ມີມະນຸດອາໄສຢູ່ໃນເມືອງເຫລົ່ານັ້ນເລີຍ 30 ເຈົ້າຜູ້ທີ່ຖືກປະຮ້າງເອີຍ ທີ່ເຈົ້າແຕ່ງຕົວສີແດງນັ້ນເຈົ້າເຮັດຫຍັງກັນ ແລະທີ່ເຈົ້າປະດັບຕົວດ້ວຍອາພອນທອງຄຳ ທີ່ເຈົ້າຂະຫຍາຍດວງຕາໃຫ້ກວ້າງດ້ວຍແຕ້ມສີ ເຈົ້າແຕ່ງຕົວໃຫ້ງາມເສັຽເປົ່າ ຄົນຮັກຂອງເຈົ້າດູຫມິ່ນເຈົ້າ ເຂົາທັງຫລາຍສແວງຫາຊີວິດຂອງເຈົ້າ 31 ເພາະເຮົາໄດ້ຍິນສຽງເຫມືອນສຽງຍິງຄອດບຸດຮ້ອງ ແສນເຈັບປວດຢ່າງກັບຈະຄອດບຸດຫົວປີ ສຽງຮ້ອງແຫ່ງບຸດຕຣີຊີໂອນນັ້ນແທບຈະຂາດໃຈ ຢຽດແຂນຂອງນາງອອກຮ້ອງວ່າ “ວິບັດແກ່ຂ້າ ຂ້າອ່ອນເປັ້ຽຢູ່ຕໍ່ຫນ້າຜູ້ຂ້າຄົນ”
ບາບຂອງເຢຣູຊາເລັມແລະຢູດາ
1 ຈົ່ງແລ່ນໄປແລ່ນມາຢູ່ໃນຖນົນກຸງເຢຣູຊາເລັມ ຈົ່ງມອງແລະສັງເກດ ຈົ່ງຄົ້ນຕາມລານເມືອງເບິ່ງດູວ່າ ຈະຫາມະນຸດຈັກຄົນນຶ່ງໄດ້ຫລືບໍ ຄືຄົນທີ່ກະທຳການຍຸດຕິທັມແລະສແວງຫາຄວາມຈິງ ເພື່ອເຮົາຈະໄດ້ອະພັຍໂທດໃຫ້ແກ່ເມືອງນັ້ນ 2 ເຖິງເຂົາທັງຫລາຍເວົ້າວ່າ, “ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ແນ່” ເຂົາກໍຍັງສາບານຢ່າງເທັດ 3 ຂ້າແດ່ພຣະເຈົ້າ ພຣະເນດຂອງພຣະອົງຊົງຫາຄວາມສັດຊື່ບໍ່ແມ່ນຫລື ພຣະອົງຊົງຂ້ຽນຕີເຂົາທັງຫລາຍ ແຕ່ເຂົາກໍບໍ່ຮູ້ສຶກສຳນຶກ ພຣະອົງຊົງລ້າງຜານເຂົາ ແຕ່ເຂົາທັງຫລາຍປະຕິເສດບໍ່ຍອມດີຂຶ້ນ ເຂົາໄດ້ກະທຳໃຫ້ຫນ້າຂອງເຂົາກະດ້າງຍິ່ງກວ່າຫີນ ເຂົາປະຕິເສດບໍ່ຍອມກັບໃຈ 4 ແລ້ວຂ້າພະເຈົ້າທູນວ່າ, “ຄົນເຫລົ່ານີ້ເປັນແຕ່ຜູ້ນ້ອຍ ເຂົາບໍ່ມີຄວາມຄຶດ ເພາະເຂົາບໍ່ຮູ້ຈັກພຣະມັນຄາຂອງພຣະເຈົ້າ ບໍ່ຮູ້ຈັກພຣະທັມຂອງພຣະເຈົ້າຂອງເຂົາ 5 ຂ້າພຣະອົງຈະໄປຫາພວກຜູ້ໃຫຍ່ ແລະຈະເວົ້າກັບເຂົາທັງຫລາຍ ເພາະເຂົາຮູ້ຈັກພຣະມັນຄາຂອງພຣະເຈົ້າ ແລະຮູ້ຈັກພຣະທັມຂອງພຣະເຈົ້າຂອງເຂົາ” ແຕ່ເຂົາທັງຫລາຍທຸກຄົນໄດ້ຫັກແອກເສັຽ ເຂົາທັງຫລາຍໄດ້ປະຕິເສດທີ່ຈະເຊື່ອຟັງພຣະອົງອີກດ້ວຍ 6 ເຫດສັນນັ້ນ ສິງຈາກປ່າຈະມາສັງຫານເຂົາ ຫມາປ່າຈາກປ່າດົງຈະທຳລາຍເຂົາ ທຸກຄົນທີ່ໄປຈາກເມືອງເຫລົ່ານັ້ນຈະຖືກຈີກເປັນຕອນໆ ເພາະວ່າຄວາມທໍຣະຍົດຂອງເຂົາຫລວງຫລາຍ ການກັບສັຕຂອງເຂົາກໍໃຫຍ່ຍິ່ງ 7 “ເຮົາຈະໃຫ້ອະພັຍເຈົ້າໄດ້ຢ່າງໃດ ລູກຫລານຂອງເຈົ້າໄດ້ປະຖິ້ມເຮົາແລ້ວ ແລະໄດ້ອ້າງຜູ້ທີ່ບໍ່ແມ່ນພຣະເຈົ້າໃນການທຳສັຕສາບານ ເມື່ອເຮົາລ້ຽງເຂົາໃຫ້ອີ່ມ ເຂົາກໍທຳການລ່ວງປະເວນີ ແລ້ວກໍຍົກຂະບວນກັນໄປທີ່ເຮືອນຂອງຍິງໂສ ເພນີ 8 ເຂົາທັງຫລາຍເຫມືອນມ້າເຖິກພັນທີ່ກັດມັນ ທຸກຄົນກໍຮ້ອງຫາພັຣຍາຂອງເພື່ອນບ້ານ 9 ພຣະຜູ້ເປັນເຈົ້າກ່າວວ່າ ເພາະສິ່ງຢ່າງນີ້ ເຮົາຈະບໍ່ທຳໂທດເຂົາຫລື ແລະເຮົາບໍ່ຄວນທີ່ຈະແກ້ແຄ້ນປະຊາຊາດທີ່ເປັນຢ່າງນີ້ຫລື 10 “ໄປເຖີດ ໄປຕາມແຖວຕົ້ນຫມາກອະງຸ່ນຂອງມັນແລະທຳລາຍເສັຽ ແຕ່ຢ່າໄປເຖິງອາວະສານທີ່ດຽວ ຕັດກິ່ງກ້ານຂອງມັນອອກ ເພາະນັ້ນບໍ່ແມ່ນເປັນຂອງພຣະຜູ້ເປັນເຈົ້າ 11 ເພາະເຊື້ອສາຍຂອງອິສຣາເອນ ແລະເຊື້ອສາຍຂອງຢູດາໄດ້ທໍຣະຍົດຕໍ່ເຮົາຢ່າງສິ້ນເຊີງແລ້ວ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 12 ເຂົາທັງຫລາຍເວົ້າມຸສາໃນເຣື່ອງພຣະຜູ້ເປັນເຈົ້າ ແລະໄດ້ກ່າວວ່າ, “ພຣະອົງບໍ່ໄດ້ຊົງກະທຳປະການໃດ ບໍ່ມີການຮ້າຍອັນໃດຈະເກີດຂຶ້ນແກ່ເຮົາ ເຮົາກໍຈະບໍ່ເຫັນດາບຫລືການອຶດຢາກ 13 ຜູ້ປະກາດພຣະທັມກໍຈະເປັນແຕ່ລົມໆ ພຣະວັຈນະບໍ່ມີໃນຄົນເຫລົ່ານັ້ນ ຂໍໃຫ້ເປັນຢ່າງນັ້ນແກ່ເຂົາເຖີດ” 14 ເຫດສັນນັ້ນ ພຣະຜູ້ເປັນເຈົ້າພຣະເຈົ້າຈອມໂຍທາຈຶ່ງກ່າວດັ່ງນີ້ວ່າ, “ເພາະເຂົາທັງຫລາຍກ່າວຖ້ອຍຄຳເຫລົ່ານີ້ ເບິ່ງແມ໋, ເຮົາຈະທຳຖ້ອຍຄຳຂອງເຮົາທີ່ຢູ່ໃນປາກຂອງເຈົ້າໃຫ້ເປັນໄຟ ແລະຊົນຊາດນີ້ເປັນຟືນ ແລະໄຟນັ້ນຈະເຜົາຜານເຂົາເສັຽ 15 ເບິ່ງແມ໋, ປະຊາອິສຣາເອນເອີຍ, ເຮົາຈະນຳປະຊາຊາດຈາກແດນໄກມາສູ້ເຈົ້າທັງຫລາຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ ເປັນປະຊາຊາດທີ່ທົນທານ ເປັນປະຊາຊາດດຶກດຳບັນ ເປັນປະຊາຊາດທີ່ເຈົ້າບໍ່ຮູ້ພາສາຂອງເຂົາ ເຂົາຈະເວົ້າຫຍັງເຈົ້າກໍບໍ່ເຂົ້າໃຈ 16 ແຫລ່ງທະນູຂອງເຂົາເຫມືອນອຸບໂມງເປີດເຂົາເປັນທະຫານທີ່ເກັ່ງກ້າທຸກຄົນ 17 ເຂົາຈະກິນຊຶ່ງເຈົ້າກ່ຽວໄດ້ ແລະກິນອາຫານຂອງເຈົ້າເສັຽ ເຂົາຈະກິນບຸດຊາຍແລະບຸດຍິງຂອງເຈົ້າເສັຽ ເຂົາຈະກິນຝູງແກະຝູງງົວຂອງເຈົ້າເສັຽ ເຂົາຈະກິນເຄືດອະງຸ່ນແລະຕົ້ນຫມາກເດື່ອຂອງເຈົ້າເສັຽ ເຂົາຈະທຳລາຍຕົວເມືອງທີ່ມີປ້ອມຂອງເຈົ້າ ຊຶ່ງເຈົ້າວາງໃຈນັ້ນເສັຽດ້ວຍດາບ” 18 ພຣະຜູ້ເປັນເຈົ້າກ່າວວ່າ, “ເຖິງແມ່ນໃນວັນເຫລົ່ານັ້ນ ເຮົາກໍຍັງກະທຳແກ່ເຈົ້າໃຫ້ເຖິງອາວະສານ 19 ແລະເມື່ອເຈົ້າທັງຫລາຍກ່າວວ່າ, “ເປັນຫຍັງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາທັງຫລາຍຈຶ່ງກະທຳບັນດາສິ່ງເຫລົ່ານີ້ແກ່ເຮົາ” ເຈົ້າຈົ່ງກ່າວແກ່ເຂົາວ່າ, “ເພາະເຈົ້າໄດ້ປະຖິ້ມເຣົາໄປບົວລະບັດພຣະຕ່າງດ້າວໃນແຜ່ນດິນຂອງເຈົ້າ ເຫດສັນນັ້ນເຈົ້າຈະຕ້ອງໄປບົວລະບັດຄົນຕ່າງຊາດໃນແຜ່ນດິນຊຶ່ງບໍ່ແມ່ນຂອງເຈົ້າ” 20 ຈົ່ງປະກາດຂໍ້ຄວາມຕໍ່ໄປນີ້ໃນປະຊາຢາໂຄບ ຈົ່ງໂຄສະນາເຣື່ອງນີ້ໃນຢູດາ 21 “ຊົນຊາດທີ່ໂງ່ຈ້າແລະໄຮ້ຄວາມຄິດເອີຍ, ຜູ້ມີຕາ ແຕ່ເບິ່ງບໍ່ເຫັນ ຜູ້ມີຫູ ແຕ່ຟັງບໍ່ໄດ້ຍິນ ຈົ່ງຟັງຂໍ້ຄວາມນີ້ 22 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຈົ້າບໍ່ຢຳເກງເຮົາຫລື ເຈົ້າບໍ່ຕົວສັ່ນຢູ່ຕໍ່ຫນ້າເຮົາຫລື ຄືເຣົາຜູ້ວາງກອງຊາຍໄວ້ເປັນເຂດລ້ອມທະເລ ເປັນເຄື່ອງກີດຂວາງເປັນນິດບໍ່ໃຫ້ຜ່ານໄປໄດ້ ແມ້ວ່າຄື້ນຈະຊັດ ກໍເອົາຊະນະບໍ່ໄດ້ ແມ້ຄື້ນຈະຄະນອງ ກໍຂ້າມໄປບໍ່ໄດ້ 23 ແຕ່ຊົນຊາດນີ້ມີໃຈດື້ດ້ານແລະກະບົດ ເຂົາໄດ້ຫັນຫນີແລະຈາກໄປເສັຽ 24 ຂໍ້ຄວາມນີ້ເຂົາບໍ່ຄີຍຄິດຢູ່ໃນໃຈຂອງເຂົາທັງຫລາຍວ່າ “ໃຫ້ເຮົາຢຳເກງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ ຜູ້ຊົງປະທານຝົນຕາມຣະດູຂອງມັນ ຄືຝົນຕົ້ນຣະດູແລະຝົນຊຸກປາຍຣະດູ ແລະຊົງຮັກສາສັປດາທີ່ກຳນົດການກ່ຽວເຂົ້າໄວ້ໃຫ້ແກ່ເຮົາ” 25 ບາບຊົ່ວຂອງເຈົ້າໄດ້ກະທຳໃຫ້ສິ່ງເຫລົ່ານີ້ຫັນໄປເສັຽ ແລະບາບຂອງເຈົ້າທັງຫລາຍກໍກັນຄວາມດີໄວ້ເສັຽຈາກເຈົ້າ 26 ເພາະຖ້າມກາງໄພ່ພົນຂອງເຮົາຈະພົບຄົນອະທັມ ເຂົາຊຸ່ມຄອຍເຫມືອນຄົນດັກນົກຊຸ່ມຢູ່ ເຂົາວາງກັບໄວ້ເຂົາດັກຄົນ 27 ເຮືອນຂອງເຂົາເຕັມດ້ວຍການທໍຣະຍົດເຫມືອນຖາດທີ່ມີນົກເຕັມ ເຫດສັນນັ້ນເຂົາຈຶ່ງໃຫຍ່ໂຕແລະຮັ່ງມີ 28 ເຂົາຈຶ່ງອ້ວນພີຈົນຕົວກ້ຽງ ໃນເຣື່ອງການກະທຳຄວາມອະທັມເຂົາລ້ຳຫນ້າ ເຂົາບໍ່ໄດ້ຕັດສິນດ້ວຍຄວາມຍຸດຕິທັມ ໃນຄະດີຂອງລູກກຳພ້າ ເພື່ອໃຫ້ຄະດີນັ້ນເຖິງທີ່ສຸດ ເຂົາບໍ່ໄດ້ປ້ອງກັນສິດຂອງຄົນຂັດສົນ 29 ພຣະຜູ້ເປັນເຈົ້າກ່າວວ່າ ເພາະສິ່ງຢ່າງນີ້ ເຮົາຈະບໍ່ທຳໂທດເຂົາຫລື ແລະບໍ່ຄວນທີ່ເຮົາຈະແກ້ແຄ້ນປະຊາຊາດທີ່ເປັນຢ່າງນີ້ຫລື 30 ສິ່ງທີ່ຫນ້າຕົກຕະລຶງແລະຫນ້າຫວາດສຽວໄດ້ເກີດຂຶ້ນໃນແຜ່ນດິນນີ້ 31 ຄືຜູ້ປະກາດພຣະທັມໄດ້ປະກາດພຣະທັມເທັດ ແລະບັນດາປະໂຣຫິດກໍປົກຄອງຕາມການຊີ້ນິ້ວຂອງເຂົາ ແລະໄພ່ພົນຂອງເຮົາມັກທີ່ມີການຢ່າງນີ້ ແຕ່ເຈົ້າທັງຫລາຍຈະກະທຳສິ່ງໃດເມື່ອການສຸດປາຍມາເຖິງ
ຄວາມພິນາດທີ່ຈະມາເຖິງເຢຣູຊາເລັມ ແລະຢູດາ
1 ປະຊາຊົນເບັນຢາມິນເອີຍ ຈົ່ງຫນີໄປເພື່ອຄວາມປອດພັຍ ຈາກກາງກຸງເຢຣູຊາເລັມ ຈົ່ງເປົ່າເຂົາສັດໃນເມືອງເຕໂກອາ ແລະຍົກສັນຍາຂຶ້ນໄວ້ເທິງເບທຮັກເຄເຣມ ເພາະເຫດຮ້າຍໂຜ່ອອກມາຈາກທິດເຫນືອ ຄືການທຳລາຍຢ່າງໃຫຍ່ຫລວງ 2 ເຮົາຈະທຳລາຍສາວງາມແລະບອບບາງ ຄືບຸດຕຣີຂອງຊີໂອນເສັຽ 3 ຜູ້ລ້ຽງແກະພ້ອມກັບຝູງແກະຈະມາສູ້ນາງ ເຂົາຈະຕັ້ງເຕັນໄວ້ຮອບນາງ ຕ່າງກໍຈະຫາກິນຢູ່ໃນທີ່ຂອງມັນ 4 “ຈົ່ງຕຽມທຳສົງຄາມກັບນາງ ລຸກຂຶ້ນ ໃຫ້ເຮົາໂຈມຕີເວລາກາງເວັນ” ວິບັດແກ່ພວກເຣົາ ເພາະວ່າກາງເວັນຄ້ອຍເສັຽແລ້ວ ເງົາຂອງເວລາຄ່ຳກໍຍາວອອກໄປ” 5 “ລຸກຂຶ້ນ ໃຫ້ເຮົາເຂົ້າຕີເວລາກາງຄືນ ແລະທຳລາຍບັນດາວັງຂອງນາງເສັຽ” 6 ເພາະພຣະເຈົ້າຈອມໂຍທາກ່າວດັ່ງນີ້ວ່າ, “ຈົ່ງປ້ຳຕົ້ນໄມ້ຂອງນາງລົງ ຈົ່ງຄູນດິນຂຶ້ນອ້ອມໄວ້ສູ້ກຸງເຢຣູຊາເລັມ ນີ້ແຫລະນະຄອນທີ່ຕ້ອງຖືກທຳໂທດ ພາຍໃນນາງບໍ່ມີສິ່ງໃດນອກຈາກການບີບບັງຄັບ 7 ບໍ່ນ້ຳຍັງນ້ຳເຢັນໃຫ້ມີຢູ່ສເມີສັນໃດ ນາງກໍຍັງຄວາມອະທັມໃຫ້ເກີດຂຶ້ນເລື້ອຍໆສັນນັ້ນ ໄດ້ຍິນເຖິງຄວາມທາຣຸນແລະການທຳລາຍມີພາຍໃນນາງ ຄວາມເຈັບປວດແລະຄວາມບາດເຈັບກໍປາກົດຕໍ່ເຮົາສເມີ 8 ກຸງເຢຣູຊາເລັມເອີຍ ຈົ່ງຮັບຄຳຕັກເຕືອນເຖີດ ຢ້ານວ່າເຮົາຈະພາກຮັກຈາກເຈົ້າໄປເສັຽ ຢ້ານວ່າເຮົາຈະກະທຳເຈົ້າໃຫ້ເປັນບ່ອນຮົກຮ້າງ ເປັນແຜ່ນດິນປາສຈາກຄົນອາໄສ” 9 ພຣະຜູ້ເປັນເຈົ້າຈອມໂຍທາຊົງກ່າວດັ່ງນີ້ວ່າ, “ເຂົາທັງຫລາຍຈະກວາດຊົນອິສຣາເອນ ຊົນທີ່ເຫລືອຢູ່ນັ້ນເສັຽໃຫ້ກ້ຽງຢ່າງເລັມເຄືອອະງຸ່ນ ເຫມືອນຄົນເກັບຫມາກອະງຸ່ນເອົາມືເກັບຫມາກຕາມກິ່ງຂອງມັນອີກເທື່ອນຶ່ງ 10 ຂ້າພະເຈົ້າຄວນຈະເວົ້າແລະໃຫ້ຄຳຕັກເຕືອນແກ່ຜູ້ໃດດີຫນໍ ເພື່ອເຂົາຈະໄດ້ເຊື່ອຟັງ ເບິ່ງແມ໋, ຫູຂອງເຂົາຕັນເສັຽແລ້ວ ເຂົາຟັງບໍ່ໄດ້ ເບິ່ງແມ໋, ພຣະວັຈ ນະຂອງພຣະຜູ້ເປັນເຈົ້າເປັນສິ່ງທີ່ເຂົາດູແຄນ ເຂົາບໍ່ພໍໃຈຟັງ 11 ເຫດສັນນັ້ນ ຂ້າພະເຈົ້າຈຶ່ງມີພຣະພິໂຣດຂອງພຣະຜູ້ເປັນເຈົ້າເຕັມໄປຫມົດ ຂ້າພະເຈົ້າຈະເກັບໄວ້ອີກບໍ່ໄຫວແລ້ວ “ຈົ່ງເທອອກຫົດເດັກນ້ອຍທີ່ຕາມຖນົນ ແລະຫົດພວກຫນຸ່ມໆທີ່ຊຸມນຸມກັນຢູ່ດ້ວຍ ທັງຜົວແລະເມັຽກໍຈະຕ້ອງເອົາໄປ ທັງຄົນແກ່ແລະຄົນເຖົ້າຊະຣາດ້ວຍ 12 ບ້ານເຮືອນຂອງເຂົາຈະຕ້ອງຍົກໃຫ້ເປັນຂອງຄົນອື່ນ ທັງໄຮ່ນາແລະເມັຽຂອງເຂົາດ້ວຍ ເພາະເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ຊາວແຜ່ນດິນ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 13 ເພາະວ່າ ຕັ້ງແຕ່ຄົນທີ່ຕ່ຳຕ້ອຍທີ່ສຸດຈົນເຖິງຄົນໃຫຍ່ໂຕທີ່ສຸດ ທຸກຄົນໂລບຢາກໄດ້ກຳໄລ ແລະທຸກຄົນກໍກະທຳການດ້ວຍຄວາມເທັດ ຕັ້ງແຕ່ຜູ້ປະກາດພຣະທັມຄລອດເຖິງປະໂຣຫິດ 14 ເຂົາທັງຫລາຍໄດ້ຮັກສາແຜແຫ່ງໄພ່ພົນຂອງເຮົາແຕ່ເລັກນ້ອຍກ່າວວ່າ “ສັນຕິສຸກ ສັນຕິສຸກ” ເມື່ອບໍ່ມີສັນຕິສຸກເລີຍ 15 ເມື່ອເຂົາກະທຳການຫນ້າລັງກຽດຊັງ ເຂົາລະອາຍຫລື ບໍ່ເລີຍ ເຂົາບໍ່ລະອາຍເສັຽເລີຍ ເຂົາບໍ່ຮູ້ຈັກວ່າຢ່າງໃດຈຶ່ງຈະຂາຍຫນ້າ ເພາະສະນັ້ນເຂົາຈະລົ້ມລົງຖ້າມກາງພວກທີ່ລົ້ມແລ້ວ ເມື່ອເຮົາລົງໂທດເຂົາທັງຫລາຍ ເຂົາຈະຄວ່ຳ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 16 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໄພ່ພົນຂອງພຣະອົງວ່າ, “ພວກເຈົ້າຈົ່ງຢືນຢູ່ໃນທາງສີ່ແຍກ ໃຫ້ຖາມຫາທາງດີ ຄືທາງເກົ່ານັ້ນຢູ່ໃສ ແລ້ວໃຫ້ຍ່າງເຂົ້າໄປໃນທາງນັ້ນພວກເຈົ້າຈະມີຄວາມສງົບສຸກ ແຕ່ພວກເຈົ້າໄດ້ເວົ້າວ່າ ພວກເຮົາຈະບໍ່ຍ່າງເຂົ້າໄປໃນທາງນັ້ນ 17 ເຮົາໄດ້ແຕ່ງຄົນເຝົ້າຍາມ ເພື່ອເປົ່າແກເຕືອນບອກພວກເຈົ້າ ແຕ່ພວກເຈົ້າໄດ້ເວົ້າວ່າ ພວກເຮົາຈະບໍ່ຟັງ 18 ດ້ວຍເຫດນັ້ນ ຊາດຕ່າງໆເອີຍ, ຈົ່ງຟັງແລະຊາບເທີນວ່າອັນໃດຈະເກີດຂຶ້ນແກ່ໄພ່ພົນຂອງເຣົາ 19 ໂລກເອີຍ, ຈົ່ງຟັງເທີນ ເຣົາຈະນຳເອົາໄພວິບັດມາຍັງປະຊາຊົນເຫລົ່ານີ້ ຄືໄພວິບັດທີ່ເຂົາສົມຄວນໄດ້ຮັບ ເພາະວ່າເຂົາບໍ່ເຊື່ອຟັງຖ້ອຍຄຳຂອງເຮົາ ແລະບໍ່ໄດ້ສົນໃຈຄຳສອນຂອງເຮົາ 20 ຈະເປັນປໂຍດອັນໃດແກ່ເຮົາ ທີ່ໄດ້ທູບຫອມມາແຕ່ເມືອງເຊບາ ຫລືໄດ້ເຄື່ອງຫອມມາຈາກທາງໄກ ເຮົາຈະບໍ່ຍິນດີຮັບເອົາເຄື່ອງບູຊາຂອງເຂົາ 21 ດັ່ງນັ້ນ ເຮົາພຣະຜູ້ເປັນເຈົ້າຈະທຳໃຫ້ຄົນເຫລົ່ານີ້ຕຳສະດຸດ ບິດາແລະບຸດທັງຫລາຍຂອງເຂົາຈະຕາຍ ມິດສະຫາຍແລະເພື່ອນບ້ານກໍຈະຕາຍເຫມືອນກັນ” 22 ພຣະຜູ້ເປັນເຈົ້າຊົງກ່າວວ່າ “ປະຊາຊົນຈະມາຈາກປະເທດທາງທິດເຫນືອ ຊາດຍິ່ງໃຫຍ່ທີ່ຢູ່ຫ່າງໄກກຳລັງຕຽມຕົວມາຕໍ່ສູ້ 23 ພວກເຂົາຖືຫນ້າທະນູແລະຫອກ ເປັນຄົນໂຫດຮ້າຍຂາດເມດຕາຈິດ ພວກເຂົາຂີ່ມ້າແລະຮ້ອງ ສຽງດັງເຫມືອນສຽງຄື້ນທະເລ ແລະຕຽມພ້ອມສຳລັບຮົບເສິກຕໍ່ສູ້ເມືອງຊີໂອນ” 24 ປະຊາຊົນເຢຣູຊາເລັມໄດ້ເວົ້າວ່າ, “ເມື່ອພວກເຮົາໄດ້ຍິນຂ່າວນັ້ນ ມືຂອງພວກເຣົາໄດ້ອ່ອນເພັຽ ມີຄວາມຢ້ານກົວ ແລະເຈັບປວດເຫມືອນຜູ້ຍິງກຳລັງຄອດບຸດ 25 ພວກເຣົາບໍ່ກ້າອອກໄປຕາມບ້ານນອກ ຫລືຍ່າງໄປຕາມຖນົນຫົນທາງ ເພາະວ່າສັດຕຣູໄດ້ຕຽມໂຈມຕີຢູ່ ແລະຄວາມຢ້ານກົວກໍມີຢູ່ທຸກດ້ານ” 26 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ໄພ່ພົນຂອງເຮົາເອີຍ ຈົ່ງນຸ່ງເຄື່ອງໄວ້ທຸກ ແລະກິ້ງເກືອກຢູ່ໃນຂີ້ເທົ່າໄຟ ຈົ່ງຮ້ອງໄຫ້ດ້ວຍຄວາມຂົມຂື່ນເຫມືອນລູກຊາຍຄົນດຽວຕາຍ ເພາະວ່າຜູ້ທຳລາຍຈະເຂົ້າໂຈມຕີເຮົາໃນທັນທີທັນໃດ 27 “ເຮົາໄດ້ກະທຳໃຫ້ເຈົ້າເປັນຜູ້ໄປທົດລອງເບິ່ງໄພ່ພົນຂອງເຮົາ ແລະສຶກສາເບິ່ງຄວາມປະພຶດທັງຫລາຍຂອງເຂົາ 28 ເຂົາທັງຫລາຍເປັນກະບົດທີ່ດຶ້ດ້ານ ເປັນຄົນມັກກ່າວຂວັນນິນທາຄົນອື່ນ ເຂົາຫົວແຂງເຫມືອນທອງເຫລືອງແລະເຫລັກກ້າ ເປັນຄົນສໍ້ໂກງທັງສິ້ນ 29 ເຕົາເຜົາເງິນກໍຮ້ອນແຮງແລ້ວ ແຕ່ສິ່ງບໍ່ດີທີ່ປົນຢູ່ນຳເງິນບໍ່ໄດ້ເປື່ອຍສູນໄປ ວຽກນັ້ນຈຶ່ງບໍ່ເປັນປໂຍດ ຄົນຊົ່ວກໍຢ່າງດຽວກັນນັ້ນ ຄືຍັງບໍ່ໄດ້ສູນຫາຍໄປເລີຍ 30 ຄົນທັງປວງຈະເອີ້ນເຂົາວ່າເປັນເງິນໃຊ້ບໍ່ໄດ້ ເພາະວ່າເຮົາພຣະຜູ້ເປັນເຈົ້າໄດ້ປະຖິ້ມເຂົາແລ້ວ”
ເຢເຣມີຢາເທສນາໃນວິຫານ
1 ພຣະຄຳຊຶ່ງມາຈາກພຣະຜູ້ເປັນເຈົ້າເຖິງເຢເຣມີຢາວ່າ, 2 “ເຈົ້າຈົ່ງຢືນຢູ່ໃນປະຕູກຳແພງພຣະວິຫານຂອງພຣະຜູ້ເປັນເຈົ້າແລະໂຄສະນາຖ້ອຍຄຳເຫລົ່ານີ້ທີ່ນັ້ນວ່າ ບັນດາຄົນຢູດາທັງປວງຜູ້ເຂົ້າມາໃນປະຕູກຳແພງນີ້ເພື່ອນະມັສການພຣະຜູ້ເປັນເຈົ້າ ຈົ່ງຟັງພຣະວັຈນະພຣະຜູ້ເປັນເຈົ້າ 3 ພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າຂອງອິສຣາເອນຊົງກ່າວດັ່ງນີ້ວ່າ, “ຈົ່ງປ່ຽນທາງດຳເນີນຊີວິດແລະການກະທຳຂອງພວກເຈົ້າເສັຽ ເພື່ອເຮົາຈະໃຫ້ເຈົ້າອາໄສຢູ່ໃນທີ່ນີ້ 4 ຢ່າເຊື່ອຄຳຕົວະທີ່ວ່າ ນີ້ແມ່ນພຣະວິຫານຂອງພຣະຜູ້ເປັນເຈົ້າ ພຣະວິຫານຂອງພຣະຜູ້ເປັນເຈົ້າ ພຣະວິຫານຂອງພຣະຜູ້ເປັນເຈົ້າ” 5 ຈົ່ງປ່ຽນທາງດຳເນີນຊີວິດ ແລະການກະທຳຂອງພວກເຈົ້າເສັຽໃຫ້ເຮັດຕໍ່ກັນແລະກັນຢ່າງຍຸດຕິທັມ 6 ຢ່າເອົາປຽບຄົນຕ່າງດ້າວພ້ອມທັງລູກກຳພ້າແລະແມ່ຫມ້າຍ ໃຫ້ຢຸດປະຫັດປະຫານຜູ້ບໍ່ມີຄວາມຜິດໃນສະຖານທີ່ສັກສິດນີ້ ແລະໃຫ້ຢຸດຂາບໄຫວ້ພຣະອື່ນເສັຽ ເພາະວ່າການກະທຳເຊັ່ນນີ້ຈະເປັນການທຳລາຍພວກເຈົ້າເອງ 7 ແລ້ວເຮົາຈະໃຫ້ພວກເຈົ້າອາໄສຢູ່ໃນທີ່ນີ້ຕໍ່ໄປ ຄືຢູ່ໃນດິນແດນທີ່ເຮົາໄດ້ຍົກໃຫ້ບັນພະບຸຣຸດຂອງພວກເຈົ້າເປັນເຈົ້າຂອງຄລອດໄປເປັນນິດນັ້ນ 8 ເບິ່ງດູ ພວກເຈົ້າໄວ້ໃຈໃນຄຳຕົວະ 9 ເຈົ້າຈະລັກສິ່ງຂອງ ຂ້າຄົນ ລ່ວງເກີນຜົວເມັຽຜູ້ອື່ນ ສາບົດສາບານດ້ວຍຄຳບໍ່ຈິງ ຖວາຍບູຊາແກ່ພຣະບາອານ ແລະຂາບໄຫວ້ພຣະອື່ນທີ່ພວກເຈົ້າບໍ່ຮູ້ຈັກ 10 ທຳແຕ່ສິ່ງທີ່ເຮົາກຽດຊັງ ແລະມາຢືນຢູ່ຕໍ່ຫນ້າເຮົາໃນພຣະວິຫານຂອງເຮົາ ແລ້ວກໍເວົ້າວ່າພວກເຮົາປອດພັຍແລ້ວ 11 ພວກເຈົ້າຄິດວ່າພຣະວິຫານຂອງເຮົາເປັນບ່ອນຫລົບລີ້ຂອງພວກເຈົ້າຊັ້ນບໍ ເຮົາໄດ້ເຫັນສິ່ງທີ່ພວກເຈົ້າກະທຳແລ້ວ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 12 ຈົ່ງໄປເມືອງຊີໂລບ່ອນທີ່ເຮົາເລືອກໄວ້ເປັນບ່ອນຂາບໄຫວ້ແຕ່ກ່ອນ ແລ້ວຈົ່ງເບິ່ງສິ່ງທີ່ເຮົາໄດ້ກະທຳຕໍ່ເມືອງນັ້ນ 13 ຍ້ອນຄວາມຊົ່ວຂອງອິສຣາເອນໄພ່ພົນຂອງເຮົາ ພວກເຈົ້າໄດ້ກະທຳບາບທີ່ເຮົາໄດ້ກ່າວນີ້ທັງຫມົດ ເຖິງແມ່ນເຮົາໄດ້ເວົ້າກັບພວກເຈົ້າຫລາຍເທື່ອຫລາຍທີແລ້ວກໍດີ ພວກເຈົ້າກໍຍັງບໍ່ຍອມຟັງ ແລະເມື່ອເຮົາເອີ້ນພວກເຈົ້າ ພວກເຈົ້າກໍບໍ່ຕອບ ເຮົາ
ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ
14 ດ້ວຍເຫດນີ້ເຮົາຈະກະທຳຕໍ່ບ່ອນທີ່ເຮົາໄດ້ຍົກໃຫ້ບັນພະບຸຣຸດຂອງເຈົ້າ ຄືພຣະວິຫານທີ່ພວກເຈົ້າໄດ້ອາໄສຢູ່ນີ້ ເຫມືອນກັບໄດ້ກະທຳທີ່ເມືອງຊີໂລນັ້ນ 15 ຈະຂັບໄລ່ພວກເຈົ້າອອກໄປຈາກສາຍຕາຂອງເຮົາເຫມືອນໄດ້ກະທຳຕໍ່ຊາວເອຟຣາອິມຍາດພີ່ນ້ອງຂອງພວກເຈົ້ານັ້ນ
ຄວາມບໍ່ເຊື່ອຟັງຂອງປະຊາຊົນ
16 ຝ່າຍເຈົ້າ ເຈົ້າຢ່າອ້ອນວອນສຳລັບປະຊາຊົນເຫລົ່ານີ້ ຢ່າຮ້ອງໄຫ້ຫລືອ້ອນວອນຂໍເພື່ອເຂົາ ຢ່າຂໍອະພັຍໂທດນຳເຮົາເພາະວ່າເຮົາຈະບໍ່ຟັງເຈົ້າ 17 ເຈົ້າບໍ່ເຫັນສິ່ງທີ່ເຂົາທັງຫລາຍກຳລັງກະທຳໃນເມືອງທັງຫລາຍຂອງຢູດາ ແລະຕາມຖນົນໃນກຸງເຢຣູຊາເລັມຫລື 18 ຄື ເດັກນ້ອຍກໍເກັບເອົາຟືນ ພວກຜູ້ຊາຍກໍດັງໄຟ ແລະພວກຜູ້ຍິງກໍນວດແປ້ງ ເຮັດເຂົ້າຫນົມຫວານຖວາຍເຈົ້າຍິງເທິງຟ້າສວັນ ພວກເຂົາໄດ້ເທເຄື່ອງດື່ມຖວາຍແກ່ພຣະອື່ນ ເພື່ອທຳໃຫ້ເຮົາເສັຽໃຈ 19 ແມ່ນເຮົາແທ້ບໍເປັນຜູ້ໄດ້ຣັບຄວາມເສັຽໃຈ ເຮົາກ່າວວ່າ ບໍ່ແມ່ນເຮົາດອກມັນແມ່ນເຂົາເອງເປັນຜູ້ເສັຽໃຈ ແລະຈະນຳຄວາມລະອາຍມາສູ່ເຂົາເອງ 20 ດ້ວຍເຫດນັ້ນ ເຮົາພຣະຜູ້ເປັນເຈົ້າຈະເທຄວາມຮ້າຍອັນຮຸນແຮງຂອງເຮົາລົງໃສ່ບ່ອນນີ້ ຈະເທລົງໃສ່ທັງຄົນ ສັດເດັຽຣະສານ ກົກໄມ້ແລະເຄື່ອງປູກ ຄວາມຮ້າຍຂອງເຮົາຈະລຸກໄຫມ້ເຫມືອນໄຟ ຊຶ່ງບໍ່ມີໃຜຈະມອດໄດ້ 21 ໄພ່ພົນຂອງເຮົາເອີຍ, ໃຫ້ພວກເຈົ້າກິນເຄື່ອງເຜົາບູຊາເຫມືອນກິນເຄື່ອງບູຊາອື່ນໆນັ້ນເສັຽ ເຮົາພຣະຜູ້ເປັນເຈົ້າຜູ້ມີອຳນາດຍິ່ງໃຫຍ່ຂອງອິສຣາເອນໄດ້ກ່າວດັ່ງນີ້ແຫລະ 22 ເມື່ອເຮົານຳບັນພະບຸຣຸດຂອງພວກເຈົ້າອອກຈາກປະເທດເອຢິບນັ້ນ ເຮົາບໍ່ໄດ້ໃຫ້ຄຳສັ່ງກ່ຽວກັບເຄື່ອງເຜົາບູຊາຫລືເຄື່ອງບູຊາຊະນິດອື່ນໆແກ່ເຂົາເລີຍ 23 ແຕ່ໄດ້ສັ່ງໃຫ້ເຂົາເຊື່ອຟັງເຮົາ ເພື່ອເຮົາຈະໄດ້ເປັນພຣະເຈົ້າຂອງເຂົາ ແລະເຂົາຈະໄດ້ເປັນໄພ່ພົນຂອງເຣົາ ເຮົາໄດ້ບອກໃຫ້ເຂົາປະພຶດຕາມທາງທີ່ໄດ້ສັ່ງນັ້ນ ເພື່ອສິ່ງທັງຫລາຍຈະໄດ້ເປັນຜົນດີແກ່ພວກເຂົາ 24 ແຕ່ພວກເຂົາບໍ່ເຊື່ອຟັງຫລືເອົາໃຈໃສ່ເລີຍ ມີແຕ່ປະພຶດໄປຕາມທາງຄວາມດື້ດ້ານແລະໃຈຊົ່ວຂອງເຂົາເອງ 25 ສະນັ້ນພວກເຂົາຈຶ່ງຊົ່ວຫນັກລົງແທນທີ່ຈະດີຂຶ້ນ ຕັ້ງແຕ່ວັນທີ່ບັນພະບຸຣຸດຂອງພວກເຈົ້າອອກຈາກເອຢິບຈົນເຖິງທຸກມື້ນີ້ ເຣົາໄດ້ໃຊ້ບັນດາພວກຜູ້ປະກາດພຣະທັມຂອງເຮົາໄປຫາພວກເຈົ້າຢູ່ສເມີ 26 ແຕ່ພວກເຈົ້າບໍ່ຟັງຫລືເອົາໃຈໃສ່ເລີຍ ແຮງເປັນຄົນຫົວດື້ ແລະປະພຶດຊົ່ວກວ່າບັນພະບຸຣຸດຂອງພວກເຈົ້າເສັຽອີກ 27 ດ້ວຍເຫດນັ້ນ ເຈົ້າຈະກ່າວຖ້ອຍຄຳເຫລົ່ານີ້ສູ່ເຂົາຟັງ ແຕ່ເຂົາຈະບໍ່ຟັງ ເຈົ້າຈະເອີ້ນເຂົາແຕ່ເຂົາຈະບໍ່ຕອບເຈົ້າ 28 ເຈົ້າຈະບອກວ່າພວກເຂົາເປັນຊົນຊາດທີ່ບໍ່ເຊື່ອຟັງເຣົາ ທັງບໍ່ຍອມຮັບເອົາຄວາມຕັກເຕືອນຂອງເຮົາ ຄວາມສັດຊື່ໄດ້ສູນຫາຍໄປຈາກເຂົາ ພວກເຂົາບໍ່ເວົ້າເຖິງຄວາມສັດຊື່ອີກເລີຍ 29 ຈົ່ງຮ້ອງໄຫ້ເສັຽໃຈ ແລະໄວ້ທຸກເທີນ ຈົ່ງແຖຜົມຂອງພວກເຈົ້າຖິ້ມເສັຽ ແລະຈົ່ງຮ້ອງໄຫ້ອາລັຍເຖິງຈອມພູທີ່ສູງ ເພາະວ່າເຮົາພຣະຜູ້ເປັນເຈົ້າໄດ້ປະຖິ້ມປະຊາຊົນເຫລົ່ານີ້ດ້ວຍຄວາມຮ້າຍຂອງເຮົາ 30 ປະຊາຊົນຢູດາໄດ້ກະທຳສິ່ງທີ່ຊົ່ວຮ້າຍ ເຂົາໄດ້ເອົາຮູບພຣະຂອງເຂົາທີ່ເຮົາກຽດຊັງມາວາງໄວ້ໃນວິຫານຂອງເຮົາ ທຳໃຫ້ວິຫານນັ້ນເຊື່ອມເສັຽ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 31 ພວກເຂົາໄດ້ສ້າງແທ່ນບູຊາຊຶ່ງເອີ້ນວ່າ ໂຕເຟທໄວ້ໃນຮ່ອມພູແຫ່ງບຸດຊາຍຂອງ ຮີນໂນມ ເພື່ອຈະໄດ້ເອົາບຸດຊາຍຍິງຂອງເຂົາມາເຜົາບູຊາ ເຮົາບໍ່ເຄີຍນຶກບໍ່ເຄີຍສັ່ງໃຫ້ເຂົາກະທຳຢ່າງນີ້ເລີຍ 32 ດ້ວຍເຫດນີ້ ເວລານັ້ນຈະຕ້ອງມາເຖິງແນ່ນອນ ເມື່ອນັ້ນຈະບໍ່ໄດ້ເອີ້ນວ່າໂຕເຟທ ຫລືຮ່ອມພູບຸດຊາຍຂອງຮີນໂນມອີກຕໍ່ໄປ ແຕ່ຈະໄດ້ເອີ້ນວ່າຮ່ອມພູແຫ່ງການຂ້າຟັນກັນ ເພາະວ່າເຂົາຈະໄດ້ຝັງສົບຄົນໄວ້ໃນໂຕເຟທຈົນ ເພາະແຫ່ງອື່ນບໍ່ມີບ່ອນວ່າງແລ້ວ 33 ແລະສົບຂອງຊົນຊາດນີ້ຈະເປັນອາຫານຂອງນົກໃນອາກາດ ແລະແກ່ສັດແຫ່ງແຜ່ນດິນໂລກ ແລະບໍ່ມີໃຜຈະຂັບໄລ່ໃຫ້ມັນໄປເສັຽໄດ້ 34 ເຮົາຈະທຳໃຫ້ສຽງຂອງຄວາມມ່ວນຊື່ນຍິນດີ ແລະສຽງຂອງເຈົ້າບ່າວເຈົ້າສາວໃນເມືອງທັງຫລາຍຂອງຢູດາ ແລະໃນຖນົນກຸງເຢຣູຊາເລັມສິ້ນສຸດລົງ”
1 ພຣະຜູ້ເປັນເຈົ້າຊົງກ່າວວ່າ ໃນການຄັ້ງນັ້ນ ກະດູກຂອງບັນດາກະສັດຢູດາ ກະດູກເຈົ້ານາຍຂອງຢູດາ ກະດູກປະໂຣຫິດ ກະດູກຜູ້ປະກາດພຣະທັມ ແລະກະດູກຂອງຊາວເມືອງເຢຣູຊາເລັມຈະມີຄົນເອົາອອກມາຈາກອຸບໂມງຂອງເຂົາທັງຫລາຍ ເຫລົ່ານັ້ນ 2 ແລະເຂົາກະຈາຍກະດູກເຫລົ່ານັ້ນອອກຕໍ່ຫນ້າດວງອາທິດ ດວງຈັນ ແລະບໍຣິວານແຫ່ງຟ້າສວັນທັງສິ້ນ ຊຶ່ງເຂົາທັງຫລາຍຮັກແລະບົວຣະບັດ ຊຶ່ງເຂົາໄດ້ຕິດສອຍຫ້ອຍຕາມ ຊຶ່ງເຂົາໄດ້ສແວງຫາແລະນະມັສການ ຈະບໍ່ມີໃຜຮວບຮວມຫລືຝັງກະດູກເຫລົ່ານີ້ ແຕ່ຈະເປັນເຫມືອນຝຸ່ນຢາຍເດັຽຣະດາດຢູ່ຕາມຫນ້າດິນ 3 ບັນດາຄົນທີ່ເຫລືອຢູ່ຈາກຄອບຄົວຮ້າຍນີ້ ຊຶ່ງຕົກຄ້າງຢູ່ໃນສະຖານທີ່ທັງສິ້ນຊຶ່ງເຮົາໄດ້ຂັບໄລ່ເຂົາໄປ ຈະນິຍົມຄວາມຕາຍຍິ່ງກວ່າທີ່ຈະມີຊີວິດຢູ່ ພຣະຜູ້ເປັນເຈົ້າກ່າວວ່າດັ່ງນີ້
ບາບແລະການພິພາກສາລົງໂທດ
4 “ເຈົ້າຈົ່ງເວົ້າກັບເຂົາທັງຫລາຍວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເມື່ອມະນຸດລົ້ມລົງ ເຂົາຈະບໍ່ລຸກຂຶ້ນອີກຫລື ຖ້າຜູ້ນຶ່ງຜູ້ໃດຫັນໄປ ເຂົາຈະບໍ່ກັບມາຫລື 5 ເປັນຫຍັງຊົນຊາດນີ້ຄືເຢຣູຊາເລັມຈຶ່ງໄດ້ຫັນໄປ ເປັນການກັບສັຕຢູ່ເປັນນິດ ເຂົາຍຶດການຫລອກລວງໄວ້ຫມັ້ນ ເຂົາທັງຫລາຍປະຕິເສດບໍ່ຍອມກັບ 6 ເຮົາໄດ້ຕັ້ງໃຈແລະຄອຍຟັງ ແຕ່ເຂົາທັງຫລາຍກໍເວົ້າບໍ່ຖືກຕ້ອງ ບໍ່ມີຄົນໃດກັບໃຈຈາກການອະທັມຂອງຕົນ ກ່າວວ່າ, “ຂ້າໄດ້ເຮັດຫຍັງແດ່” ທຸກຄົນຫັນໄປຕາມທາງຂອງເຂົາເອງເຫມືອນມ້າແລ່ນຫົວທຶ່ມເຂົ້າໄປໃນສົງຄາມ 7 ແມ້ວ່ານົກກະສາດຳເທິງຟ້າ ຍັງຮູ້ຈັກເວລາກຳນົດຂອງມັນ ແລະນົກເຂົາ ນົກນາງແອ່ນ ແລະນົກກຽນ ໄດ້ຮັກສາເວລາມາຂອງມັນ ແຕ່ປະຊາກອນຂອງເຮົາ ບໍ່ຮູ້ຈັກກົດຫມາຍຂອງພຣະຜູ້ເປັນເຈົ້າ 8 “ເຈົ້າຈະເວົ້າໄດ້ຢ່າງໃດວ່າ ເຮົາມີປັນຍາ ແລະພຣະທັມຂອງພຣະຜູ້ເປັນເຈົ້າກໍຢູ່ກັບເຮົາ” ແຕ່ເບິ່ງແມ໋, ປາກກາຂອງພວກອາຣັກໄດ້ກະທຳໃຫ້ພຣະທັມເປັນຄຳຕົວະ 9 ຄົນມີປັນຍາຈະໄດ້ຮັບຄວາມອາຍ ເຂົາຈະຢ້ານກົວແລະຖືກຈັບຕົວໄປ ເຂົາໄດ້ປະຕິເສດພຣະວັຈນະຂອງພຣະຜູ້ເປັນເຈົ້າ ແລະປັນຍາຢ່າງໃດມີໃນຕົວເຂົາ 10 ເຫດສັນນັ້ນ ເຮົາຈະໃຫ້ເມັຽຂອງເຂົາຕົກໄປເປັນຂອງຄົນອື່ນ ໃຫ້ໄຮ່ນາຂອງເຂົາຕົກແກ່ຜູ້ທີ່ຈະໄດ້ຮັບ ເພາະວ່າຕັ້ງແຕ່ຄົນທີ່ຕ່ຳຕ້ອຍທີ່ສຸດເຖິງຄົນທີ່ໃຫຍ່ທີ່ສຸດ ທຸກຄົນໂລບຢາກໄດ້ກຳໄລ ຕັ້ງແຕ່ຜູ້ປະກາດພຣະທັມເຖິງປະໂຣຫິດ ທຸກຄົນກໍທຳການສໍ້ໂກງເຂົາ 11 ເຂົາໄດ້ຮັກສາແຜແຫ່ງປະຊາກອນຂອງເຮົາແຕ່ເລັກນ້ອຍ ກ່າວວ່າ, “ສັນຕິສຸກ ສັກຕິສຸກ” ໃນເມື່ອບໍ່ມີສັນຕິສຸກເສັຽເລີຍ 12 ເມື່ອເຂົາກະທຳການຫນ້າກຽດຊັງ ເຂົາລະອາຍຫລື ບໍ່ເລີຍ ເຂົາບໍ່ເຄີຍລະອາຍເສັຽເລີຍ ເຂົາບໍ່ຮູ້ຈັກວ່າຢ່າງໃດຈຶ່ງຈະຂາຍຫນ້າ ເຫດສັນນັ້ນເຂົາຈະລົ້ມລົງຖ້າມກາງພວກທີ່ລົ້ມແລ້ວ ເມື່ອເຮົາລົງໂທດເຂົາທັງຫລາຍ ເຂົາຈະລົ້ມຄວ່ຳ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 13 ພຣະຜູ້ເປັນເຈົ້າກ່າວວ່າ ເມື່ອເຮົາຈະຮວບຮວມເຂົາ ກໍເຫັນວ່າເຄືອອະງຸ່ນບໍ່ມີຜົນ ຫລືຕົ້ນຫມາກເດື່ອບໍ່ມີຜົນ ເຖິງແມ່ນວ່າໃບກໍຫ່ຽວແຫ້ງໄປ ແລະສິ່ງໃດທີ່ເຮົາໃຫ້ເຂົາກໍອັນຕະທານຫາຍໄປຈາກເຂົາ” 14 ເປັນຫຍັງເຮົາຈຶ່ງນັ່ງເສີຍໆ ຈົ່ງພາກັນມາ ໃຫ້ເຮົາເຂົ້າໄປໃນຫົວເມືອງທີ່ມີປ້ອມ ແລະພິນາດເສັຽທີ່ນັ້ນເຖີດ ເພາະພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາຈະຊົງໃຫ້ເຮົາພິນາດ ແລະຊົງປະທານນ້ຳບີຫມີໃຫ້ເຮົາດື່ມ ເພາະເຮົາໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າ 15 ເຮົາມອງຫາສັນຕິພາບ ແຕ່ບໍ່ມີຄວາມດີຫຍັງມາເລີຍ ເຮົາມອງຫາເວລາຮັກສາໃຫ້ຫາຍ ແຕ່ປະສົບຄວາມສະຍົດສະຍອງ 16 “ສຽງຄະນອງແຫ່ງມ້າຂອງເຂົາກໍໄດ້ຍິນມາຈາກເມືອງດານ ແຜ່ນດິນທັງສິ້ນກໍຫວັ່ນໄຫວ ດ້ວຍສຽງຮ້ອງຂອງກອງມ້າຂອງເຂົາຫັນໃຈ ມັນທັງຫລາຍມາກິນແຜ່ນດິນແລະສິ່ງທັງປວງທີ່ຢູ່ເທິງນັ້ນຈົນຫມົດ ທັງເມືອງແລະຜູ້ທີ່ອາໄສຢູ່ໃນເມືອງ 17 ເພາະ ເບິ່ງແມ໋, ເຮົາກຳລັງສົ່ງງູເຂົ້າມາຖ້າມກາງເຈົ້າ ຄືງູພິດຊຶ່ງຈະຜູກດ້ວຍມົນບໍ່ໄດ້ ແລະມັນຈະກັດເຈົ້າທັງຫລາຍ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” 18 ຄວາມທຸກລະທົມຂອງຂ້າພະເຈົ້ານີ້ເຫລືອທີ່ຈະຮັກສາ ຈິດໃຈຂອງຂ້າພະເຈົ້າກໍປ່ວຍຢູ່ພາຍໃນ 19 ຟັງເດີ ສຽງຮ້ອງໄຫ້ແຫ່ງ ບຸດຕຣີໄພ່ພົນຂອງຂ້າພະເຈົ້າ ຈາກແຜ່ນດິນທັງສ່ວນກວ້າງແລະສ່ວນຍາວ “ພຣະຜູ້ເປັນເຈົ້າບໍ່ໄດ້ສະຖິດໃນຊີໂອນຫລື ພຣະຣາຊາຂອງເມືອງນັ້ນບໍ່ຢູ່ໃນນັ້ນຫລື “ເປັນຫຍັງເຂົາຍົວະຍຸເຮົາໃຫ້ໂກດດ້ວຍຮູບເຄົາຣົບຂອງເຂົາ ແລະດ້ວຍພຣະຕ່າງດ້າວຂອງເຂົາ” 20 ຣະດູກ່ຽວກໍຜ່ານໄປ ຣະດູແລ້ງກໍສິ້ນລົງແລ້ວ ແລະເຮົາທັງຫລາຍກໍບໍ່ລອດ” 21 ເພາະແຜແຫ່ງບຸດຕຣີຂອງຂ້າພະເຈົ້າ ຫົວໃຈຂ້າພະເຈົ້າຈຶ່ງເປັນແຜ ຂ້າພະເຈົ້າເສົ້າຫມອງ ແລະຄວາມສະຍົດສະຍອງກໍຍຶດຂ້າພະເຈົ້າໄວ້ຫມັ້ນ 22 ບໍ່ມີຢານ້ຳມັນໃນກິເລອາດຫລື ບໍ່ມີຫມໍປິ່ນປົວທີ່ນັ້ນຫລື ເປັນຫຍັງບາດແຜແຫ່ງບຸດຕຣີໄພ່ພົນຂອງຂ້າພະເຈົ້າຈຶ່ງບໍ່ກັບຄືນສູ່ສະພາບເດີມໄດ້
1 ຖ້າຫົວຂອງຂ້າພະເຈົ້າເປັນນ້ຳ ແລະດວງຕາຂອງຂ້າພະເຈົ້າເປັນບໍ່ນ້ຳຕາພຸກໍຈະດີ ເພື່ອຂ້າພະເຈົ້າຈະໄດ້ຮ້ອງໄຫ້ທັງກາງເວັນແລະກາງຄືນ ເພາະບຸດຕຣີຊົນຊາດຂອງຂ້າພະເຈົ້າທີ່ຖືກຂ້າ 2 ຖ້າຂ້າພະເຈົ້າມີທີ່ພັກສຳລັບຄົນເດີນທາງ ຢູ່ທີ່ໃນຖິ່ນກັນດານກໍຈະດີ ເພື່ອຂ້າພະເຈົ້າຈະໄດ້ພາກຈາກຊົນຊາດຂອງຂ້າພະເຈົ້າ ແລະໄປໃຫ້ພົ້ນເຂົາເສັຽ ເພາະເຂົາທັງຫລາຍເປັນຄົນລ່ວງປະເວນີທັງຫມົດ ແລະເປັນຫມູ່ຄົນທີ່ມັກທໍຣະຍົດ 3 ເຂົາທັງຫລາຍງໍລີ້ນຂອງເຂົາເຫມືອນຄັນທະນູ ຄວາມເທັດແລະບໍ່ແມ່ນສັຈຈະທີ່ຈະເຣີນແຂງແຮງຂຶ້ນໃນແຜ່ນດິນ ເພາະເຂົາທັງຫລາຍຈາກຄວາມຊົ່ວຢ່າງນີ້ໄປສູ່ຄວາມຊົ່ວຢ່າງນັ້ນ ແລະເຂົາທັງຫລາຍບໍ່ຮູ້ຈັກເຮົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 4 ຂໍໃຫ້ທຸກຄົນລະວັງເພື່ອນບ້ານຂອງຕົນ ແລະຢ່າວາງໃຈໃນພີ່ນ້ອງຄົນໃດເລີຍ ເພາະວ່າພີ່ນ້ອງທຸກຄົນເປັນຄົນຫລອກລໍ້ ແລະເພື່ອນບ້ານທຸກຄົນທ່ຽວໄປເປັນຄົນຄອນຫານິນທາ 5 ທຸກຄົນລໍ້ລວງເພື່ອນບ້ານຂອງຕົວ ບໍ່ມີຜູ້ໃດເວົ້າຄວາມຈິງຈັກຄົນດຽວ ເຂົາໄດ້ສອນລີ້ນຂອງເຂົາໃຫ້ເວົ້າຕົວະ ເຂົາໄດ້ກະທຳບາບຊົ່ວແລະກັບໃຈອີກບໍ່ໄດ້ແລ້ວ 6 ເຂົາເອົາການບີບບັງຄັບກອງທັບການບີບບັງຄັບ ແລະເອົາການລໍ້ລວງກອງທັບການລໍ້ລວງ ເຂົາປະຕິເສດທີ່ຈະຮູ້ຈັກເຣົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 7 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ, “ເບິ່ງແມ໋, ເຮົາຈະຫລອມເຂົາ ແລະທົດລອງເຂົາ ເຫດໄພ່ພົນຂອງເຮົາ ເຣົາຈະທຳຢ່າງອື່ນໄດ້ຢ່າງໃດ 8 ລີ້ນຂອງເຂົາເປັນລູກສອນມະຣິດຕະຍູ ມັນເວົ້າມານຍາ ທຸກຄົນເວົ້າຢ່າງສັນຕິກັບເພື່ອນບ້ານຂອງເຂົາດ້ວຍປາກ ແຕ່ໃນໃຈຂອງເຂົາ ເຂົາວາງແຜນການຄອຍດັກຈັບເຂົາຢູ່ 9 ພຣະຜູ້ເປັນເຈົ້າກ່າວວ່າ ບໍ່ຄວນທີ່ເຮົາຈະລົງໂທດເຂົາເພາະສິ່ງເຫລົ່ານີ້ຫລື ບໍ່ຄວນທີ່ເຮົາຈະແກ້ແຄ້ນປະຊາຊາດທີ່ເປັນຢ່າງນີ້ຫລື 10 “ຈົ່ງຮ້ອງໄຫ້ແລະຄວນຄາງເຫດພູນັ້ນ ແລະຄ່ຳຄວນເຫດລານຫຍ້າໃນຖິ່ນກັນດານ ເພາະວ່າມັນຖືກປະຮ້າງ ບໍ່ມີຜູ້ໃດຜ່ານໄປມາ ບໍ່ໄດ້ຍິນສຽງສັດລ້ຽງຮ້ອງທັງນົກໃນອາກາດແລະສັດໄດ້ຫນີໄປເສັຽແລ້ວ 11 ເຮົາຈະກະທຳໃຫ້ເຢຣູຊາເລັມເປັນກອງສິ່ງສລັກຫັກພັງ ເປັນທີ່ຢູ່ຂອງຫມາປ່າ ແລະເຮົາຈະກະທຳໃຫ້ຫົວເມືອງຂອງຢູດາເປັນທີ່ຮົກຮ້າງບໍ່ມີຊາວເມືອງ”
ວ່າຈະຕ້ອງພິນາດແລະຖືກເນຣະເທດ
12 ໃຜເປັນຄົນມີປັນຍາທີ່ຈະເຂົ້າໃຈຄວາມນີ້ໄດ້ ແລະມີຜູ້ໃດທີ່ພຣະໂອດຂອງພຣະຜູ້ເປັນເຈົ້າໄດ້ກ່າວແກ່ເຂົາ ເຂົາຈຶ່ງປະກາດຄວາມນັ້ນໄດ້ ເຫດໃດແຜ່ນດິນຈຶ່ງພັງທຳລາຍແລະຖິ້ມໄວ້ໃຫ້ຮ້າງເປົ່າເຫມືອນຖິ່ນກັນດານ ຈຶ່ງບໍ່ມີຜູ້ໃດຜ່ານໄປມາ 13 ແລະພຣະຜູ້ເປັນເຈົ້າກ່າວວ່າ, “ເພາະເຂົາທັງຫລາຍປະຖິ້ມພຣະທັມຂອງເຮົາຊຶ່ງເຮົາໄດ້ຕັ້ງໄວ້ຕໍ່ຫນ້າເຂົາ ແລະບໍ່ໄດ້ເຊື່ອຟັງສຽງຂອງເຮົາຫລືດຳເນີນຕາມນັ້ນ 14 ແຕ່ໄດ້ດຳເນີນຕາມໃຈຂອງຕົນເອງຢ່າງດື້ດ້ານ ແລະຕິດສອຍຫ້ອຍຕາມພວກພຣະບາອານຢ່ງທີ່ບັນພະບຸຣຸດໄດ້ສັ່ງສອນເຂົາໄວ້ 15 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນຈຶ່ງກ່າວວ່າ ເບິ່ງແມ໋, ເຮົາຈະລ້ຽງຊົນຊາດນີ້ກິນພືດຂົມແລະໃຫ້ນ້ຳບີຫມີເຂົາດື່ມ 16 ເຮົາຈະກະຈາຍເຂົາໄປຖ້າມກາງປະຊາຊາດທີ່ຕົວເຂົາເອງແລະບັນພະບຸຣຸດຂອງເຂົາບໍ່ຮູ້ຈັກ ແລະເຮົາຈະສົ່ງດາບໃຫ້ໄລ່ຕາມເຂົາທັງຫລາຍ ຈົນເຮົາຈະຜານເຂົາສິ້ນ” 17 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ, “ຈົ່ງຕຶກຕອງເບິ່ງ ແລະເອີ້ນນາງຮ້ອງໄຫ້ໃຫ້ມາ ຈົ່ງໃຫ້ຄົນໄປຕາມຍິງທີ່ຊຳນານມາ 18 ໃຫ້ເຂົາຟ້າວສົ່ງສຽງຄ່ຳຄວນເພື່ອເຣົາທັງຫລາຍ ເພື່ອນໍ້າຕາຈະອາບຕາຂອງເຮົາ ແລະຫນັງຕາຂອງເຮົາຈະມີນ້ຳຕາພຸອອກມາ 19 ເພາະໄດ້ຍິນສຽງຄ່ຳຄວນຈາກຊີໂອນ “ເຮົາທັງຫລາຍຍ່ອຍຍັບພຽງໃດແລ້ວ ເຮົາອັບອາຍນັກຫນາ ເພາະເຣົາໄດ້ອອກຈາກແຜ່ນດິນ ເພາະເຂົາໄດ້ທຳລາຍທີ່ອາໄສຂອງເຮົາລົງ” 20 ຍິງເອີຍ, ຈົ່ງຟັງພຣະວັຈນະຈາກພຣະໂອດຂອງພຣະຜູ້ເປັນເຈົ້າ ແລະໃຫ້ຫູຂອງເຈົ້າຮັບພຣະວັຈນະຈາກພຣະໂອດຂອງພຣະອົງ ຈົ່ງສອນບົດຄ່ຳຄວນແກ່ບຸດຕຣີຂອງເຈົ້າ ຈົ່ງສອນບົດເພງສົບແກ່ເພື່ອນບ້ານຂອງນາງທຸກຄົນ 21 ເພາະຄວາມຕາຍໄດ້ຂຶ້ນມາເຂົ້າປ່ອງອ້ຽມຂອງເຮົາ ມັນເຂົ້າມາໃນວັງທັງຫລາຍຂອງເຮົາ ຕັດພວກເດັກນ້ອຍໆອອກເສັຽ ຈາກຖນົນຫົນທາງ ແລະຕັດຄົນຫນຸ່ມອອກເສັຽຈາກລານເມືອງ” 22 ຈົ່ງເວົ້າວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ສົບມະນຸດຈະລົ້ມລົງ ເຫມືອນຂີ້ສັດຕົກຕາມພື້ນທົ່ງ ເຫມືອນຟ່ອນເຂົ້າລົ້ມຕາມຜູ້ກ່ຽວ ແລະບໍ່ມີຜູ້ໃດຈະເກັບ” ຄວາມຮູ້ເຣື່ອງພຣະເຈົ້າເປັນສັກສີຂອງມະນຸດ 23 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ຢ່າໃຫ້ຜູ້ມີປັນຍາອວດໃນສະຕິປັນຍາຂອງຕົນ ຢ່າໃຫ້ຊາຍສະກັນອວດໃນຄວາມເຂັ້ມແຂງຂອງຕົນ ຢ່າໃຫ້ຄົນຮັ່ງມີອວດໃນຄວາມມັ່ງຄັ່ງຂອງຕົນ 24 ແຕ່ໃຫ້ຜູ້ອວດ ອວດໃນສິ່ງນີ້ຄືໃນການທີ່ເຂົາເຂົ້າໃຈແລະຮູ້ຈັກເຮົາ ວ່າເຮົາຄືພຣະຜູ້ເປັນເຈົ້າ ຊົງສຳແດງຄວາມຮັກຫມັ້ນຄົງ ຄວາມຍຸດຕິທັມ ແລະຄວາມຊອບທັມໃນໂລກ ເພາະວ່າເຮົາພໍໃຈໃນສິ່ງເຫລົ່ານີ້ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” 25 ພຣະຜູ້ເປັນເຈົ້າກ່າວວ່າ ເບິ່ງແມ໋, ວັນເວລາກຳລັງມາເຖິງແລ້ວ ເມື່ອເຮົາຈະລົງໂທດບັນດາຜູ້ທີ່ຣັບພິທີຕັດແລະເຫມືອນບໍ່ໄດ້ຮັບພິທີຕັດ ຄື 26 ເອຢິບ ຢູດາ ເອໂດມ ແລະຄົນອັມໂມນ ໂມອາບ ແລະທຸກຄົນທີ່ອາໄສຢູ່ໃນຖິ່ນກັນດານ ບັນດາຄົນທີ່ແຖຜົມຈອນຫູ ເພາະບັນດາປະຊາຊາດເຫລົ່ານີ້ບໍ່ໄດ້ເຂົ້າຮັບພິທີຕັດ ແລະບັນດາປະຊາຊົນອິສຣາເອນກໍບໍ່ໄດ້ຮັບເຂົ້າພິທີຕັດທາງໃຈ”
ພຣະເຈົ້າເທັດແລະພຣະເຈົ້າແທ້
1 ປະຊາຊົນອິສຣາເອນເອີຍ ຈົ່ງຟັງຖ້ອຍຄຳຊຶ່ງພຣະຜູ້ເປັນເຈົ້າກ່າວກັບເຈົ້າ 2 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ຢ່າເອົາຢ່າງບັນດາປະຊາຊາດ ຫລືຢ່າຢ້ານກົວເພາະຫມາຍສຳຄັນຂອງທ້ອງຟ້າ ຕາມທີ່ບັນດາປະຊາຊາດຢ້ານກົວນັ້ນ 3 ເພາະທັມນຽມຂອງຊົນຊາດທັງຫລາຍກໍເທັດ ເຂົາຕັດຕົ້ນໄມ້ມາຈາກປ່າຕົ້ນນຶ່ງ ເປັນສິ່ງທີ່ມືຊ່າງໄດ້ກະທຳດ້ວຍຂວານ 4 ເຂົາທັງຫລາຍກໍເອົາເງິນແລະທອງມາປະດັບ ເຂົາຕອກໄວ້ແຫນ້ນດ້ວຍຄ້ອນແລະຕະປູ ມັນກໍເຄື່ອນໄຫວໄປມາບໍ່ໄດ້ 5 ຮູບເຄົາຣົບຂອງເຂົາກໍເຫມືອນຫຸ່ນຫລອກກາຢູ່ໃນສວນຫມາກແຕງກວາ ມັນເວົ້າບໍ່ໄດ້ ຄົນຕ້ອງຂົນມັນໄປ ເພາະມັນຍ່າງບໍ່ໄດ້ ຢ່າຢ້ານມັນເລີຍ ເພາະມັນທຳຮ້າຍບໍ່ໄດ້ ມັນກໍທຳດີບໍ່ໄດ້ເຫມືອນກັນ” 6 ຂ້າແດ່ພຣະຜູ້ເປັນເຈົ້າ ບໍ່ມີຜູ້ໃດເຫມືອນພຣະອົງ ພຣະອົງຊົງເປັນໃຫຍ່ ແລະພຣະນາມຂອງພຣະອົງມີຣິດຫລາຍ 7 ຂ້າແດ່ພຣະຣາຊາແຫ່ງບັນດາປະຊາຊາດ ຜູ້ໃດຈະບໍ່ຢຳເກງພຣະອົງ ເພາະພຣະອົງສົມຄວນແກ່ການຢ່າງນີ້ ເພາະໃນບັນດານັກປາດຂອງບັນດາປະຊາຊາດ ແລະໃນບັນດາຣາຊອານາຈັກທັງສິ້ນຂອງເຂົາ ບໍ່ມີຜູ້ໃດເຫມືອນພຣະອົງ 8 ເຂົາທັງຫລາຍທັງຊົ່ວຊ້າແລະໂງ່ຈ້າ ການຕີສອນຂອງຮູບເຄົາຣົບນັ້ນກໍເປັນແຕ່ໄມ້ 9 ເຄື່ອງເງິນທຸບນັ້ນເຂົາເອົາມາຈາກຕາຣ໌ຊິດ ແລະເອົາທອງຄຳມາຈາກເມືອງອຸຟາສ ເປັນຜົນງານຂອງຊ່າງຝີມື ແລະເປັນຜົນນ້ຳມືຂອງຮູບເຄົາຣົບນັ້ນສີຄາມແລະສີມ່ວງ ເປັນຜົນງານຂອງຄົນຊຳນານທັງນັ້ນ 10 ແຕ່ພຣະຜູ້ເປັນເຈົ້າເປັນພຣະເຈົ້າທ່ຽງແທ້ ພຣະອົງຊົງເປັນພຣະເຈົ້າຜູ້ຊົງພຣະຊົນແລະເປັນພຣະມະຫາກະສັດໄປຄລອດເປັນນິດ ພໍຊົງພຣະພິໂຣດແຜ່ນດິນກໍຫວັ່ນໄຫວ ແລະບັນດາປະຊາຊາດຈະທົນຕໍ່ຄວາມກິ້ວຂອງພຣະອົງບໍ່ໄດ້ 11 (ເຈົ້າຈົ່ງເວົ້າກັບເຂົາທັງປວງດັ່ງນີ້ວ່າ, “ບັນດາພຣະເຈົ້າທີ່ບໍ່ໄດ້ຊົງສ້າງສວັນແລະໂລກຈະພິນາດໄປຈາກໂລກແລະຈາກພາຍໃຕ້ສວັນ”) 12 ຜູ້ຊົງສ້າງໂລກດ້ວຍຣິດເດດຂອງພຣະອົງ ຜູ້ຊົງສະຖາປະນາພິພົບໄວ້ດ້ວຍພຣະສະຕິປັນຍາຂອງພຣະອົງ ແລະຊົງແຜ່ທ້ອງຟ້າອອກດ້ວຍຄວາມເຂົ້າໃຈຂອງພຣະອົງ 13 ເມື່ອພຣະອົງຊົງເປັ່ງພຣະສຸຣະສຽງກໍມີສຽງນ້ຳຄະນອງໃນທ້ອງຟ້າ ແລະຊົງກະທຳໃຫ້ຫມອກລອຍຂຶ້ນຈາກປາຍພິພົບ ຊົງກະທຳຟ້າແລບເພື່ອຝົນ ແລະຊົງນຳລົມມາຈາກພຣະຄັງຂອງພຣະອົງ 14 ມະນຸດທຸກຄົນຊົ່ວຊ້າ ແລະບໍ່ມີຄວາມຮູ້ ຊ່າງທອງທຸກຄົນຈະໄດ້ອາຍເພາະຮູບເຄົາຣົບຂອງຕົນ ເພາະຮູບເຄົາຣົບຫລໍ່ຂອງເຂົາເປັນຂອງເທັດ ແລະບໍ່ມີລົມຫາຍໃຈໃນຮູບເຄົາຣົບນັ້ນ 15 ມັນເປັນຂອງໄຮ້ຄ່າ ແລະເປັນຜົນງານທີ່ຫນ້າເຍາະເຍີ້ຍ ມັນຈະຕ້ອງພິນາດເມື່ອເຖິງເວລາການລົງໂທດ 16 ພຣະອົງຜູ້ຊົງເປັນສ່ວນຂອງຢາໂຄບບໍ່ເຫມືອນສິ່ງເຫລົ່ານີ້ ເພາະພຣະອົງຊົງເປັນຜູ້ທີ່ກໍ່ຮ່າງທຸກສິ່ງຂຶ້ນ ແລະອິສຣາເອນເປັນເຜົ່າທີ່ເປັນມໍຣະດົກຂອງພຣະອົງ ພຣະຜູ້ເປັນເຈົ້າພຣະເຈົ້າຈອມໂຍທາເປັນພຣະນາມຂອງພຣະອົງ
ຄວາມຮົກຮ້າງຂອງຢູດາ
17 ເຈົ້າທັງຫລາຍທີ່ອາໄສຢູ່ພາຍໃຕ້ການຖືກລ້ອມເອີຍ ຈົ່ງເກັບສິ່ງຂອງຂອງເຈົ້າຈາກພື້ນດິນ 18 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເບິ່ງແມ໋, ເຮົາຈະແກວ່ງຊາວແຜ່ນດິນອອກໄປເສັຽ ໃນເວລານີ້ ແລະເຮົາຈະນຳຄວາມທຸກໃຈມາເຖິງເຂົາເພື່ອໃຫ້ເຂົາຮູ້ສຶກ” 19 ວິບັດແກ່ຂ້າພະເຈົ້າ ເພາະຄວາມເຈັບປວດຂອງຂ້າພະເຈົ້າ ບາດແຜຂອງຂ້າພະເຈົ້າກໍຮ້າຍຫນັກ ແຕ່ຂ້າພະເຈົ້າເຄີຍວ່າ “ແທ້ຈິງນີ້ເປັນຄວາມທຸກໃຈ ແລະຂ້າພະເຈົ້າຈະຕ້ອງທົນເອົາ” 20 ເຕັນຂອງຂ້າພະເຈົ້າກໍຖືກທຳລາຍ ແລະເຊືອກຂອງຂ້າພະເຈົ້າກໍຂາດສິ້ນ ລູກໆຂອງຂ້າພະເຈົ້າຈາກຂ້າພະເຈົ້າໄປຫມົດ ແລະບໍ່ມີເຂົາອີກແລ້ວ ບໍ່ມີຜູ້ນຶ່ງຜູ້ໃດທີ່ຈະກາງເຕັນໃຫ້ຂ້າພະເຈົ້າອີກ ແລະແຂວນມ້ານຂອງຂ້າພະເຈົ້າໃຫ້ 21 ເພາະວ່າຜູ້ລ້ຽງແກະກໍຊົ່ວຮ້າຍ ແລະບໍ່ໄດ້ທູນຖາມພຣະຜູ້ເປັນເຈົ້າ ເຫດສັນນັ້ນເຂົາຈຶ່ງບໍ່ໄດ້ຈຳເຣີນຂຶ້ນແລະຝູງແກະຂອງເຂົາກໍກະຈັດກະຈາຍໄປ 22 ຈົ່ງຟັງເດີ ນັ້ນເປັນສຽງລື ເບິ່ງແມ໋, ມາເຖິງແລ້ວ ສຽງໂກລາຫົນຍິ່ງໃຫຍ່ຈາກແດນເຫນືອ ມາກະທຳໃຫ້ຫົວເມືອງຢູດາເປັນທີ່ຮົກຮ້າງໃຫ້ເປັນທີ່ຢູ່ຂອງຫມາປ່າ 23 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຊາບແລ້ວວ່າທາງຂອງມະນຸດບໍ່ຢູ່ທີ່ຕົວເຂົາ ຄືບໍ່ຢູ່ທີ່ມະນຸດຜູ້ຊຶ່ງດຳເນີນໄປທີ່ຈະນຳບາດກ້າວຂອງຕົນເອງ 24 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງໂຜດຕີສອນຂ້າພຣະອົງພຽງຕາມຂະຫນາດ ບໍ່ແມ່ນດ້ວຍຄວາມກິ້ວຂອງພຣະອົງ ຢ້ານວ່າພຣະອົງຈະຊົງນຳຂ້າພຣະອົງມາເຖິງຄວາມສູນເປົ່າ 25 ຂໍພຣະອົງຊົງເທພຣະພິໂຣດຂອງພຣະອົງເຫນືອເຫລົ່າປະຊາຊາດທີ່ບໍ່ຮູ້ຈັກພຣະອົງ ແລະເຫນືອບັນດາຕະກູນຜູ້ບໍ່ອອກພຣະນາມຂອງພຣະອົງ ເພາະເຂົາທັງຫລາຍໄດ້ເຜົາຜານຢາໂຄບ ເຂົາໄດ້ກິນທ່ານເສັຽແລະເຜົາຜານທ່ານເສັຽ ແລະກະທຳທີ່ອາໄສຂອງທ່ານໃຫ້ຖືກຮົກຮ້າງ
ເຢເຣມີຢາກັບຄຳຫມັ້ນສັນຍາ
1 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ເຢເຣມີຢາວ່າ, 2 “ເຈົ້າຈົ່ງຟັງເນື້ອແທ້ແຫ່ງຄຳຫມັ້ນສັນຍານີ້ ແລ້ວໃຫ້ບອກຊາວຢູດາແລະຊາວກຸງເຢຣູຊາເລັມວ່າ 3 ເຮົາພຣະຜູ້ເປັນເຈົ້າຂອງອິສຣາເອນໄດ້ສາບແຊ່ງທຸກໆຄົນທີ່ບໍ່ປະຕິບັດຕາມຄຳຫມັ້ນສັນຍານີ້ 4 ມັນເປັນຄຳຫມັ້ນສັນຍາທີ່ເຮົາໄດ້ໃຫ້ແກ່ບັນພະບຸຣຸດຂອງພວກເຂົາ ເມື່ອຄາວເຮົາພາເຂົາອອກມາຈາກເອຢິບ ຄືປະເທດທີ່ເປັນເຫມືອນເຕົາຫລອມເຫລັກສຳລັບພວກເຂົານັ້ນ ເຣົາໄດ້ບອກໃຫ້ເຂົາເຊື່ອຟັງຄຳຂອງເຮົາ ແລະໃຫ້ກະທຳທຸກຢ່າງທີ່ເຮົາໄດ້ສັ່ງໄວ້ ເຮົາໄດ້ບອກເຂົາວ່າ ຖ້າພວກເຂົາເຊື່ອຟັງເຂົາຈະໄດ້ເປັນໄພ່ພົນຂອງເຮົາ 5 ເຮົາຈະເປັນພຣະຜູ້ເປັນເຈົ້າຂອງເຂົາ ແລ້ວເຮົາຈະຮັກສາຄຳຫມັ້ນສັນຍາທີ່ວ່າ ຈະຍົກປະເທດອັນຮັ່ງມີແລະອຸດົມສົມບູນໃຫ້ແກ່ບັນພະບຸຣຸດຂອງເຂົາ ດັ່ງທີ່ພວກເຂົາໄດ້ມີແລ້ວໃນທຸກວັນນີ້” ແລ້ວເຢເຣມີຢາໄດ້ທູນຕອບວ່າ, “ໂດຍ, ຂ້າພຣະອົງຈະເວົ້າດັ່ງນັ້ນ” 6 ຂນະນັ້ນພຣະຜູ້ເປັນເຈົ້າຈຶ່ງຊົງບອກເຢເຣມີຢາວ່າ, “ຈົ່ງໄປຍັງຫົວເມືອງຕ່າງໆຂອງຊາວຢູດາແລະໄປຕາມຖນົນຫົນທາງໃນກຸງເຢຣູຊາເລັມ ແລ້ວປ່າວປະກາດຖ້ອຍຄຳຂອງເຮົາຢູ່ທີ່ນັ້ນ ໃຫ້ບອກປະຊາຊົນຟັງເນື້ອແທ້ແຫ່ງຄຳຫມັ້ນສັນຍານີ້ ແລະໃຫ້ເຂົາປະພຶດຕາມ 7 ເມື່ອເຮົາພາບັນພະບຸຣຸດຂອງເຂົາອອກຈາກເອຢິບ ເຣົາໄດ້ເຕືອນເຂົາຢ່າງເດັດຂາດໃຫ້ເຊື່ອຟັງຄຳຂອງເຮົາ ແລະໄດ້ເຕືອນເຂົາຕໍ່ມາຈົນເຖິງທຸກວັນນີ້ ແຕ່ເຂົາບໍ່ໄດ້ເຊື່ອຟັງແລະເຮັດຕາມເລີຍ 8 ພວກເຂົາທຸກຄົນຍິ່ງພາກັນດຶ້ດ້ານແລະທຳຊົ່ວຕໍ່ໄປເຫມືອນເດີມ ເຮົາໄດ້ສັ່ງເຂົາໃຫ້ເຊື່ອຟັງຄຳຫມັ້ນສັນຍາ ແຕ່ເຂົາໄດ້ປະຕິເສດ ດັ່ງນັ້ນ ເຮົາຈຶ່ງນຳໂທດທັງປວງທີ່ກ່າວຢູ່ໃນນັ້ນມາຖືກພວກເຂົາ” 9 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ເຢເຣມີຢາວ່າ, “ປະຊາຊົນຢູດາ ແລະຊາວກຸງເຢຣູຊາເລັມກຳລັງຄິດກະບົດຕໍ່ສູ້ເຮົາ 10 ພວກເຂົາໄດ້ກັບຄືນໄປເຮັດບາບ ແລະບໍ່ຍອມທຳຕາມສິ່ງທີ່ເຮົາບອກເຫມືອນບັນພະບຸຣຸດຂອງເຂົາ ເຂົາໄດ້ຂາບໄຫວ້ພຣະອື່ນ ຊາວອິສຣາເອນແລະຊາວຢູດາໄດ້ທຳຜິດຄຳຫມັ້ນສັນຍາທີ່ເຮົາໃຫ້ໄວ້ກັບບັນພະບຸຣຸດຂອງເຂົາ 11 ດັ່ງນັ້ນແຫລະ, ເຮົາພຣະຜູ້ເປັນເຈົ້າຈຶ່ງເຕືອນວ່າຈະນຳໄພວິບັດມາສູ່ເຂົາ ເຂົາຈະຫລົບຫລີກບໍ່ໄດ້ ແລະເມື່ອຮ້ອງຂໍໃຫ້ເຮົາຊ່ອຍເຫລືອ ເຮົາຈະບໍ່ຟັງສຽງຂອງເຂົາ 12 ເມື່ອນັ້ນປະຊາຊົນຢູດາແລະຊາວກຸງເຢຣູຊາເລັມຈະໄປຮ້ອງໄຫ້ຂໍຄວາມຊ່ອຍເຫລືອຈາກພຣະທີ່ເຂົາຖວາຍບູຊາ ແຕ່ວ່າເມື່ອໄພວິບັດມາເຖິງ ພຣະເຫລົ່ານີ້ຈະຊ່ອຍພວກເຂົາໃຫ້ລອດພົ້ນບໍ່ໄດ້ 13 ປະຊາຊົນຢູດາມີພຣະເຊື່ອຖືຫລາຍທໍ່ກັນກັບມີເມືອງ ແລະຊາວນະຄອນເຢຣູຊາເລັມກໍຕັ້ງແທ່ນສຳລັບຖວາຍບູຊາພຣະບາອານຫລາຍທໍ່ກັນກັບຖນົນຫົນທາງໃນກຸງເຢຣູຊາເລັມ 14 ເຢເຣມີຢາເອີຍ, ເຈົ້າຢ່າອ້ອນວອນຫລືທູນຂໍຕໍ່ເຮົາເພື່ອປະຊາຊົນເຫລົ່ານີ້ ເມື່ອເຂົາຕົກທຸກໄດ້ຍາກແລະຮ້ອງຂໍໃຫ້ເຮົາຊ່ອຍ ເຮົາຈະບໍ່ຟັງສຽງຂອງເຂົາ” 15 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນຜູ້ທີ່ເຮົາຮັກກຳລັງທຳຊົ່ວ ເຂົາມີສິດຫຍັງຈຶ່ງມາຢູ່ໃນວິຫານຂອງເຮົາ ເຂົາຄິດວ່າຈະຫນີພົ້ນຈາກຄວາມຫລົ້ມຈົມໄດ້ດ້ວຍການບະບົນຂອງເຂົາ ແລະດ້ວຍການເຜົາສັຕບູຊາຢ່າງນັ້ນບໍ ເຂົາຄຶດຈະຫນີໃຫ້ພົ້ນດ້ວຍວິທີຢ່າງນີ້ບໍ 16 ຄັ້ງນຶ່ງເຮົາໄດ້ເອີ້ນເຂົາວ່າ ກົກຫມາກກອກໃບຂຽວສົດແລະມີຫມາກງາມ ແຕ່ບັດນີ້ເຣົາຈະມາຢ່າງສນັ່ນຫວັ່ນໄຫວເຫມືອນສຽງຟ້າຮ້ອງ ເພື່ອຈູດໃບແລະຫັກງ່າມັນຖິ້ມ 17 ເຮົາພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ ຜູ້ໄດ້ປູກຝັງຊາວອິສຣາເອນແລະຊາວຢູດາ ແຕ່ບັດນີ້ເຣົາຈະນາບຂູ່ເຂົາດ້ວຍໄພວິບັດອັນຮ້າຍແຮງ ມັນແມ່ນເຂົາເອງນຳໄພວິບັດນີ້ມາໃສ່ຕົນເອງ ເພາະວ່າເຂົາໄດ້ກະທຳຜິດ ເຮົາໄດ້ຮ້າຍເຂົາດ້ວຍວ່າເຂົາໄດ້ຖວາຍບູຊາແກ່ພຣະບາອານ”
ການປອງຮ້າຍເຢເຣມີຢາ
18 ພຣະຜູ້ເປັນເຈົ້າຊົງສຳແດງແກ່ຂ້າພະເຈົ້າ ແລະຂ້າພະເຈົ້າກໍຮູ້ ແລ້ວພຣະອົງຊົງສຳແດງກັມຂອງເຂົາແກ່ຂ້າພຣະອົງ 19 ແຕ່ຂ້າພຣະອົງເປັນເຫມືອນລູກແກະສຸພາບໂຕນຶ່ງ ຊຶ່ງຖືກພາມາເຖິງບ່ອນຂ້າ ຂ້າພຣະອົງບໍ່ຊາບເລີຍວ່າຂ້າພຣະອົງເອງໄດ້ຖືກເຂົາວາງແຜນການຕໍ່ສູ້ໂດຍກ່າວວ່າ “ໃຫ້ເຮົາທຳລາຍຕົ້ນໄມ້ກັບຜົນຂອງມັນເສັຽດ້ວຍ ໃຫ້ເຮົາຕັດເຂົາອອກເສັຽຈາກແດນຄົນເປັນ ເພື່ອຊື່ຂອງເຂົາຈະບໍ່ເປັນທີ່ຣະລຶກເຖິງອີກເລີຍ” 20 ແຕ່ວ່າ ຂ້າແດ່ພຣະຜູ້ເປັນເຈົ້າຈອມໂຍທາ ຜູ້ຊົງ ພິພາກສາຢ່າງຊອບທັມ ຜູ້ຊົງທົດລອງດູທັງໃຈແລະຈິດ ຂໍໃຫ້ຂ້າພຣະອົງແລເຫັນການແກ້ແຄ້ນຂອງພຣະອົງຕົກແກ່ເຂົາ ເພາະຂ້າພຣະອົງໄດ້ມອບເຣື່ອງຂອງຂ້າພຣະອົງໄວ້ກັບພຣະອົງແລ້ວ 21 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ກ່ຽວກັບຄົນເມືອງອານາໂທດ ຜູ້ສແວງຫາຊີວິດຂອງຂ້າພະເຈົ້າ ແລະກ່າວວ່າ “ຢ່າປະກາດພຣະຄຳໃນ ພຣະນາມຂອງພຣະຜູ້ເປັນເຈົ້າ ຫລືບໍ່ດັ່ງນັ້ນເຈົ້າຈະຕາຍດ້ວຍມືຂອງເຮົາ” 22 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈອມໂຍທາຊົງກ່າວວ່າ “ເບິ່ງແມ໋, ເຮົາຈະລົງໂທດເຂົາທັງປວງ ພວກຄົນຫນຸ່ມຈະຕາຍດ້ວຍດາບ ບັນດາບຸດຊາຍແລະບຸດຍິງຂອງເຂົາຈະຕາຍດ້ວຍການອຶດຢາກ 23 ຈະບໍ່ມີເຫລືອຈັກຄົນດຽວ ເພາະເຮົາຈະນຳຄວາມຮ້າຍມາສູ່ເມືອງອານາໂທດ ຄືປີແຫ່ງການລົງໂທດເຂົາ
ເຢເຣມີຢາຮັບທຸກແລະພຣະເຈົ້າຮັບຕອບ
1 ຂ້າແດ່ພຣະຜູ້ເປັນເຈົ້າ ເມື່ອຂ້າພຣະອົງສູ້ຄະດີກັບພຣະອົງ ພຣະອົງກໍຊົງເປັນຝ່າຍຖືກ ເຖິງປານນັ້ນຂ້າພຣະອົງຍັງຂໍທູນສເນີມູນຄະດີຂອງຂ້າພຣະອົງຕໍ່ພຣະອົງ ເຫດໃດທາງຂອງຄົນອະທັມຈຶ່ງຈະເຣີນຂຶ້ນ ເຫດໃດທຸກຄົນທີ່ທໍຣະຍົດກໍຢູ່ເຢັນເປັນສຸກ 2 ພຣະອົງຊົງປຸກເຂົາທັງຫລາຍແລະເຂົາທັງຫລາຍກໍຢັ່ງຮາກລົງ ເຂົາທັງຫລາຍງອກງາມຂຶ້ນແລະບັງເກີດຜົນ ພຣະອົງຊົງຢູ່ໃກ້ທີ່ປາກຂອງເຂົາ ແຕ່ໄກຈາກໃຈຂອງເຂົາ 3 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ພຣະອົງຊົງຮູ້ຈັກຂ້າພຣະອົງ ພຣະອົງຊົງເຫັນຂ້າພຣະອົງ ແລະຊົງທົດລອງຄວາມຄິດຂອງຂ້າພຣະອົງທີ່ມີຕໍ່ພຣະອົງ ຂໍຊົງດຶງເຂົາອອກມາເຫມືອນແກະສຳລັບການຂ້າ ແລະຕັ້ງເຂົາທັງຫລາຍໄວ້ຕ່າງຫາກເພື່ອວັນຂ້າ 4 ແຜ່ນດິນນີ້ຈະໄວ້ທຸກດົນປານໃດ ແລະຜັກຫຍ້າຕາມທ້ອງນາທຸກແຫ່ງຈະຫ່ຽວແຫ້ງໄປດົນປານໃດ ເພາະຄວາມອະທັມຂອງຜູ້ທີ່ອາໄສຢູ່ໃນນັ້ນ ສັດແລະນົກກໍຖືກກວາດເອົາໄປສິ້ນ ເພາະເຂົາວ່າ “ພຣະອົງຈະບໍ່ທອດພຣະເນດບັ້ນສຸດປາຍຂອງເຮົາທັງຫລາຍ” 5 “ຖ້າເຈົ້າແລ່ນແຂ່ງກັບມະນຸດ ແລະເຂົາເຮັດໃຫ້ເຈົ້າອິດເມື່ອຍ ເຈົ້າຈະແຂ່ງກັບມ້າໄດ້ຢ່າງໃດ ແລະຖ້າເຈົ້າຍັງລົ້ມລົງໃນແຜ່ນດິນທີ່ປອດພັຍ ເຈົ້າຈະທຳຢ່າງໃດໃນດົງລຸ່ມແມ່ນ້ຳຈໍແດນ 6 ເຫດວ່າພີ່ນ້ອງຂອງເຈົ້າແລະເຊື້ອສາຍຂອງບິດາເຈົ້າ ເຖິງວ່າເຂົາກໍໄດ້ກະທຳການທໍຣະຍົດຕໍ່ເຈົ້າ ເຂົາຍັງຮ້ອງໄລ່ຕາມເຈົ້າໄປຢ່າງເຕັມສຽງ ເຖິງວ່າເຂົາເວົ້າຖ້ອຍຄໍາຢ່າງດີແກ່ເຈົ້າ ຢ່າເຊື່ອເຂົາເລີຍ 7 “ເຮົາໄດ້ປະຖິ້ມວິຫານຂອງເຮົາ ເຮົາໄດ້ແກວ່ງມໍຣະດົກຂອງເຮົາຖິ້ມ ເຮົາໄດ້ມອບຜູ້ທີ່ຮັກຂອງຈິດໃຈເຣົາໄວ້ໃນມືສັດຕຣູຂອງເຂົາ 8 ມໍຣະດົກຂອງເຮົາໄດ້ກາຍເປັນເຫມືອນສິງໃນປ່າຕໍ່ເຮົາ ເຂົາແຜດສຽງຮ້ອງຂອງເຂົາເຂົ້າໃສ່ເຮົາ ເຫດສັນນັ້ນເຮົາຈຶ່ງກຽດຊັງເຂົາ 9 ມໍຣະດົກຂອງເຮົາເປັນແກ່ເຮົາເຫມືອນນົກລາຍດ່າງທີ່ກິນເຫຍື່ອຫລື ນົກທີ່ກິນເຫຍື່ອຢູ່ຮອບນົກນັ້ນຫລື ໄປເຖີດ ໄປຊຸມນຸມສັດປ່າທົ່ງທັງສິ້ນ ນຳມັນໃຫ້ມາກິນເສັຽ 10 ຜູ້ລ້ຽງແກະເປັນອັນມາກໄດ້ທຳລາຍສວນອະງຸ່ນຂອງເຮົາເສັຽ ເຂົາທັງຫລາຍໄດ້ຢຽບຢ່ຳສ່ວນຂອງເຮົາລົງ ເຂົາທັງຫລາຍໄດ້ກະທຳສ່ວນທີ່ເຣົາມັກຫລາຍ ກາຍເປັນຖິ່ນກັນດານທີ່ຮ້າງເປົ່າ 11 ເຂົາທັງຫລາຍໄດ້ກະທຳສ່ວນຂອງເຮົາໃຫ້ຮ້າງເປົ່າ ເມື່ອຮ້າງເປົ່າສ່ວນນັ້ນກໍໄວ້ທຸກຕໍ່ເຮົາ ແຜ່ນດິນທັງສິ້ນກໍຖືກປະໃຫ້ຮ້າງເປົ່າ ເພາະບໍ່ມີຜູ້ໃດເອົາໃຈໃສ່ເຣື່ອງນັ້ນ 12 ຜູ້ທຳລາຍລ້າງໄດ້ມາເທິງບັນດາທີ່ສູງທັງປວງໃນຖິ່ນກັນດານ ເພາະວ່າແສງດາບຂອງພຣະຜູ້ເປັນເຈົ້າທຳລາຍຈາກປາຍແຜ່ນດິນນີ້ໄປເຖິງປາຍອີກຂ້າງນຶ່ງ ມະນຸດບໍ່ມີສັນຕິພາບ 13 ເຂົາທັງຫລາຍໄດ້ຫວ່ານເຂົ້າສາລີແຕ່ໄດ້ກ່ຽວຫນາມ ເຂົາໄດ້ກະທຳໃຫ້ຕົວອິດເມື່ອຍແຕ່ບໍ່ໄດ້ກຳໄລຫຍັງ ເຈົ້າທັງຫລາຍຈົ່ງລະອາຍດ້ວຍຜົນການກ່ຽວຂອງເຈົ້າ ດ້ວຍເຫດຄວາມໂກດກ້ຽວກາດຂອງພຣະຜູ້ເປັນເຈົ້າ” 14 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ດ້ວຍເຣື່ອງເພື່ອນບ້ານທີ່ຊົ່ວຊ້າຂອງເຮົາ ຜູ້ທີ່ໄດ້ແຕະຕ້ອງມໍຣະດົກຊຶ່ງເຮົາໄດ້ໃຫ້ອິສຣາເອນໄພ່ພົນຂອງເຮົາສືບມໍຣະດົກນັ້ນ ເບິ່ງແມ໋, ເຮົາຈະຖອນເຂົາທັງຫລາຍຂຶ້ນຈາກແຜ່ນດິນຂອງເຂົາ ແລະເຮົາຈະຖອນເຊື້ອສາຍຢູດາຈາກຖ້າມກາງເຂົາທັງຫລາຍ 15 ແລະຫລັງຈາກທີ່ເຮົາໄດ້ຖອນເຂົາທັງຫລາຍຂຶ້ນແລ້ວ ເຮົາຈະກັບມີຄວາມເມດຕາຕໍ່ເຂົາອີກ ໃຫ້ຕ່າງກໍມາຍັງມໍຣະດົກຂອງຕົນແລະຍັງແຜ່ນດິນຂອງຕົນ 16 ແລະຈະເກີດກໍຣະນີຂຶ້ນວ່າ ຖ້າເຂົາທັງຫລາຍຈະອົດສາສຶກສາທາງແຫ່ງປະຊາກອນຂອງເຣົາ ຄືປະຕິຍານໃນນາມຂອງເຮົາວ່າ “ຕາບໃດທີ່ພຣະເຈົ້າຜູ້ຊົງພຣະຊົນຢູ່” ຢ່າງທີ່ເຂົາໄດ້ສອນໄພ່ພົນຂອງເຮົາໃຫ້ປະຕິຍານໂດຍພຣະບາອານ ແລ້ວເຂົາຈະໄດ້ຮັບການສ້າງຂຶ້ນໄວ້ຖ້າມກາງໄພ່ພົນຂອງເຮົາ 17 ແຕ່ຖ້າເຂົາທັງຫລາຍບໍ່ຟັງ ແລ້ວເຮົາຈະຖອນປະຊາຊາດນັ້ນຂຶ້ນແລະທຳລາຍເຂົາຈົນສິ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ບົດຮຽນຈາກຜ້າຄາດແອວທີ່ເປື່ອຍ
1 ພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າດັ່ງນີ້ວ່າ, “ຈົ່ງໄປຊື້ຜ້າປ່ານຄາດແອວມາຜືນນຶ່ງ ຄາດແອວຂອງເຈົ້າໄວ້ແລະຢ່າຈຸ່ມນ້ຳ” 2 ຂ້າພະເຈົ້າຈຶ່ງຊື້ຜ້າຄາດແອວຜືນນຶ່ງຕາມພຣະວັຈນະຂອງພຣະເຈົ້າ ແລະຄາດແອວຂອງຂ້າພະເຈົ້າໄວ້ 3 ແລະຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າຄັ້ງທີ່ສອງວ່າ, 4 “ຈົ່ງເອົາຜ້າຄາດແອວຊຶ່ງເຈົ້າໄດ້ຊື້ມາ ຊຶ່ງຢູ່ທີ່ແອວຂອງເຈົ້າ ແລະຈົ່ງລຸກຂຶ້ນໄປຍັງແມ່ນ້ຳເອີຟຣາດ ແລະເຊື່ອງຜ້ານັ້ນໄວ້ໃນຊອກຫີນແຫ່ງນຶ່ງ” 5 ຂ້າພະເຈົ້າກໍໄປ ແລະເຊື່ອງຜ້ານັ້ນໄວ້ຂ້າງແມ່ນ້ຳເອີຟຣາດ ດັ່ງທີ່ພຣະຜູ້ເປັນເຈົ້າຊົງບັນຊາຂ້າພະເຈົ້າ 6 ຕໍ່ມາອີກຫລາຍວັນພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ, “ຈົ່ງລຸກຂຶ້ນໄປຍັງແມ່ນ້ຳເອີຟຣາດ ແລະເອົາຜ້າຄາດແອວຊຶ່ງເຮົາໄດ້ສັ່ງເຈົ້າໃຫ້ເຊື່ອງໄວ້ທີ່ນັ້ນ ເອົາອອກມາເສັຽຈາກທີ່ນັ້ນ 7 ແລ້ວຂ້າພະເຈົ້າກໍໄປທີ່ແມ່ນ້ຳເອີຟຣາດ ແລະຂຸດເອົາຜ້າຄາດແອວມາຈາກທີ່ຊຶ່ງຂ້າພະເຈົ້າໄດ້ເຊື່ອງໄວ້ ເບິ່ງແມ໋, ຜ້າຄາດແອວນັ້ນເປື່ອຍຫມົດຈົນໃຊ້ການຫຍັງບໍ່ໄດ້ 8 ແລ້ວຖ້ອຍຄຳຂອງພຣະຜູ້ເປັນເຈົ້າກໍມາຍັງຂ້າພະເຈົ້າວ່າ, 9 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາກໍຈະທຳລາຍຄວາມທະນົງໃຈຂອງຢູດາ ແລະຄວາມທະນົງໃຈຂອງຍິ່ງໃຫຍ່ຂອງເຢຣູຊາເລັມເສັຽຢ່າງນັ້ນແຫລະ 10 ຄືຊົນຊາດທີ່ຊົ່ວຮ້າຍນີ້ ຜູ້ປະຕິເສດບໍ່ຟັງຖ້ອຍຄຳຂອງເຮົາ ຜູ້ທີ່ດື້ກະທຳຕາມໃຈຂອງຕົນເອງ ແລະໄດ້ຕິດສອຍຫ້ອຍຕາມພຣະອື່ນເພື່ອຈະບົວລະບັດແລະນະມັສການພຣະເຫລົ່ານັ້ນ ຈະເປັນເຫມືອນຜ້າຄາດແອວນີ້ຊຶ່ງຈະໃຊ້ການຫຍັງກໍບໍ່ໄດ້ 11 ເພາະຜ້າຄາດແອວຕິດຢູ່ທີ່ແອວຂອງມະນຸດສັນໃດເຣົາກໍໄດ້ກະທຳໃຫ້ປະຊາຊົນທັງປວງຂອງອິສຣາເອນແລະປະຊາຊົນທັງປວງຂອງຢູດາຕິດຢູ່ກັບເຣົາສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ ເພື່ອເຂົາທັງຫລາຍຈະເປັນໄພ່ພົນ ຊື່ສຽງ ທີ່ສັຣເສີນ ແລະທີ່ພູມໃຈແກ່ເຮົາ ແຕ່ເຂົາທັງຫລາຍກໍບໍ່ຟັງ 12 “ສະນັ້ນ ເຈົ້າຈົ່ງກ່າວຖ້ອຍຄຳນີ້ແກ່ເຂົາທັງຫລາຍ ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ “ເຫລົ້າອະງຸ່ນຈະເຕັມໄຫທຸກຫນ່ວຍ” ແລະເຂົາທັງຫລາຍຈະເວົ້າກັບເຈົ້າວ່າ “ເຣົາບໍ່ຮູ້ຫລືວ່າເຫລົ້າອະງຸ່ນຈະຕ້ອງເຕັມໄຫທຸກຫນ່ວຍ” 13 ແລ້ວເຈົ້າຈົ່ງເວົ້າກັບເຂົາທັງຫລາຍວ່າ “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະໃຫ້ຊາວແຜ່ນດິນນີ້ທັງສິ້ນເຕັມໄປດ້ວຍຄວາມມຶນເມົາ ຄືກະສັດທັງຫລາຍຂອງຜູ້ປະທັບເທິງບັນລັງຂອງ ດາວິດ ພວກປະໂຣຫິດ ພວກຜູ້ປະກາດພຣະທັມ ແລະຊາວກຸງເຢຣູຊາເລັມທັງສິ້ນ 14 ແລະພຣະຜູ້ເປັນເຈົ້າກ່າວວ່າ ເຮົາຈະແກ່ວງເຂົາທັງຫລາຍໃຫ້ຊົນກັນແລະກັນ ພວກພໍ່ກໍຊົນກັບລູກ ເຮົາຈະບໍ່ສົງສານຫລືບໍ່ໄວ້ຊີວິດ ຫລືມີຄວາມເມດຕາທີ່ເຮົາຈະບໍ່ທຳລາຍເຂົາ” 15 ຈົ່ງຟັງແລະງ່ຽງຫູຟັງ ຢ່າຍິ່ງຍະໂສໄປເລີຍ ເພາະພຣະຜູ້ເປັນເຈົ້າຊົງລັ່ນພຣະວາຈາແລ້ວ 16 ຈົ່ງຖວາຍພຣະກຽດແດ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າທັງຫລາຍ ກ່ອນທີ່ພຣະອົງຈະຊົງນຳຄວາມມືດມາ ກ່ອນທີ່ຕີນຂອງເຈົ້າຈະສະດຸດເທິງພູທີ່ມີແສງໂພ້ເພ້ ແລະຂນະເມື່ອເຈົ້າທັງຫລາຍມອງຫາຄວາມສວ່າງ ພຣະອົງຊົງກັບໃຫ້ເປັນຄວາມມືດຄຸ້ມ ແລະຊົງກະທຳໃຫ້ເປັນຄວາມມືດຕຶບ 17 ແຕ່ຖ້າເຈົ້າທັງຫລາຍບໍ່ຟັງ ຈິດໃຈຂອງຂ້າພະເຈົ້າກໍຈະຮ້ອງໄຫ້ລັບໆເພາະຄວາມທະນົງໃຈຂອງເຈົ້າ ຕາຂອງຂ້າພະເຈົ້າຈະຮ້ອງໄຫ້ມາກນັກ ແລະມີນ້ຳຕາອາບຫນ້າ ເພາະຝູງແກະຂອງຂ້າພະເຈົ້າຖືກຕ້ອນເອົາໄປເປັນຊະເລີຍ 18 ຈົ່ງກ່າວແກ່ພຣະຣາຊາແລະພຣະຣາຊີນີວ່າ “ຂໍຊົງປະທັບໃນທີ່ຕ່ຳ ເພາະວ່າມົງກຸດອັນງາມຂອງພຣະອົງໄດ້ຫລົ່ນມາຈາກພຣະສຽນຂອງພຣະອົງແລ້ວ” 19 ຫົວເມືອງແຫ່ງເນເກັບກໍຖືກປິດ ຊຶ່ງບໍ່ມີໃຜຈະເປີດໄດ້ ຢູດາທັງສິ້ນກໍຖືກກວາດໄປເປັນຊະເລີຍແລ້ວ ພວກທັງສິ້ນນີ້ຖືກກວາດໄປແລ້ວ 20 “ຈົ່ງເງີຍຫນ້າຂອງເຈົ້າຂຶ້ນເບິ່ງ ເຂົາເຫລົ່ານັ້ນທີ່ມາຈາກທິດເຫນືອ ຝູງແກະທີ່ໄດ້ມອບໄວ້ໃຫ້ແກ່ເຈົ້ານັ້ນຢູ່ໃສ ຄືຝູງແກະທີ່ງົດງາມຂອງເຈົ້ານັ້ນ 21 ເຈົ້າຈະວ່າຢ່າງໃດເມື່ອເຂົາຕັ້ງຄົນເຫລົ່ານັ້ນ ຜູ້ຊຶ່ງຕົວເຈົ້າເອງໄດ້ສອນໃຫ້ເປັນມິດກັບເຈົ້າ ໄວ້ເປັນປະມຸກຂອງເຈົ້າ ຄວາມເຈັບປວດຈະບໍ່ເຂົ້າມາຄອບງຳເຈົ້າ ເຫມືອນຢ່າງຄວາມເຈັບປວດຂອງຜູ້ຍິງທີ່ກຳລັງເກີດລູກຫລື 22 ແລະຖ້າເຈົ້າວ່າໃນໃຈຂອງເຈົ້າວ່າ “ເປັນຫຍັງສິ່ງເຫລົ່ານີ້ຈຶ່ງເກີດກັບຂ້ອຍ” ກໍເພາະບາບຊົ່ວທີ່ຫລວງຫລາຍໃຫຍ່ໂຕຂອງເຈົ້າ ຊ່າຍເສື້ອຂອງເຈົ້າຈຶ່ງຕ້ອງຖືກຍົກຂຶ້ນແລະເຈົ້າຖືກຂົ່ມຂືນ 23 ຄົນເອທິໂອເປັຽປ່ຽນວັນນະຂອງຕົນເອງໄດ້ຫລື ຫລືເສືອດາວປ່ຽນລາຍຂອງມັນ ຖ້າໄດ້ແລ້ວເຈົ້າທັງຫລາຍຜູ້ທີ່ເຄີຍຕໍ່ການກະທຳຄວາມຊົ່ວຈະມາກະທຳຄວາມດີກໍໄດ້ 24 ເຮົາຈະກະຈັດກະຈາຍເຂົາທັງຫລາຍໄປເຫມືອນແກບທີ່ຖືກລົມຈາກຖິ່ນກັນດານ 25 ນີ້ເປັນສ່ວນຂອງເຈົ້າ ເປັນສ່ວນທີ່ເຮົາໄດ້ຕວງອອກໃຫ້ແກ່ເຈົ້າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ ເພາະເຈົ້າໄດ້ລືມເຮົາ ແລະໄວ້ວາງໃຈໃນການມຸສາ 26 ສະນັ້ນ ເຮົາເອງຈະຍົກເສື້ອຄຸມຂອງເຈົ້າມາປົກຫນ້າເຈົ້າ ຄືໃຫ້ເຫັນຄວາມອັບອາຍຂາຍຫນ້າຂອງເຈົ້າ 27 ເຮົາໄດ້ເຫັນການທີ່ຫນ້າກຽດຊັງຂອງເຈົ້າ ການລ່ວງປະເວນີຂອງເຈົ້າແລະການຄວນຫາ ການຫລິ້ນຊູ້ຕາມຣາຄະຂອງເຈົ້າເທິງເນີນເຂົາທັງຫລາຍທີ່ໃນທົ່ງນາ ໂອ ເຢຣູຊາເລັມເອີຍ, ວິບັດແກ່ເຈົ້າອີກດົນປານໃດ ເຈົ້າຈຶ່ງຈະຍອມກະທຳໃຫ້ເຈົ້າສະອາດໄດ້”
ຂ່າວກ່ຽວກັບຄວາມແຫ້ງແລ້ງ
1 ພຣະຄຳຂອງພຣະຜູ້ເປັນເຈົ້າຊຶ່ງມາເຖິງເຢເຣມີຢາ ກ່ຽວດ້ວຍເຣື່ອງຄວາມແຫ້ງແລ້ງວ່າ, 2 “ຢູດາໄວ້ທຸກ ແລະປະຕູເມືອງທັງປວງຂອງນາງກໍອ່ອນກຳລັງລົງ ປະຊາຊົນຂອງນາງກໍແຕ່ງດຳ ຫນ້າກົ້ມຢູ່ເທິງແຜ່ນດິນ ແລະສຽງຮ້ອງຂອງເຢຣູຊາເລັມກໍຂຶ້ນໄປ 3 ເຈົ້ານາຍຂອງນາງສັ່ງຄົນໃຊ້ຂອງເຂົາໃຫ້ໄປຕັກນ້ຳ ເຂົາທັງຫລາຍໄປຍັງທີ່ຂັງນ້ຳເຫັນວ່າບໍ່ມີນ້ຳ ເຂົາທັງຫລາຍກໍກັບໄປດ້ວຍພາຊນະເປົ່າ ເຂົາທັງຫລາຍໄດ້ອາຍແລະຂາຍຫນ້າ ເຂົາຈຶ່ງຄຸມຫົວຂອງເຂົາທັງຫລາຍເສັຽ 4 ເພາະເຣື່ອງແຜ່ນດິນທີ່ແຫ້ງແລ້ງ ເນື່ອງຈາກບໍ່ມີຝົນຕົກເທິງແຜ່ນດິນ ຊາວນາທັງຫລາຍກໍອັບອາຍ ເຂົາທັງຫລາຍຈຶ່ງຄຸມຫົວຂອງເຂົາເສັຽ 5 ແມ້ກວາງໂຕແມ່ທີ່ຢູ່ໃນທ້ອງທົ່ງກໍປະຖິ້ມລູກທີ່ອອກໃຫມ່ຂອງມັນເສັຽ ເພາະວ່າບໍ່ມີຫຍ້າ 6 ລໍປ່າຢືນຢູ່ເທິງທີ່ສູງໂລ້ນ ມັນຫອບເຫມືອນກັບຫມາປ່າ ຕາຂອງມັນກໍມືດມົວ ເພາະວ່າບໍ່ມີຜັກຫຍ້າ 7 “ແມ້ວ່າບາບຊົ່ວຂອງຂ້າພຣະອົງທັງຫລາຍກໍເປັນພຍານປັກປຳຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍພຣະອົງຊົງໂຜດ ເພື່ອເຫັນແກ່ພຣະນາມຂອງ ພຣະອົງ ບັນດານການກັບສັຕຂອງຂ້າພຣະອົງທັງຫລາຍກໍມາກຍິ່ງ ຂ້າພຣະອົງທັງຫລາຍກະທຳບາບຕໍ່ພຣະອົງ 8 ຂ້າແດ່ພຣະອົງຜູ້ເປັນຄວາມຫວັງແຫ່ງອິສຣາເອນ ເປັນພຣະຜູ້ຊ່ອຍຂອງເຂົາຍາມລຳບາກ ເຫດໃດພຣະອົງຈະຊົງເປັນເຫມືອນແຂກເມືອງໃນແຜ່ນດິນ ຫລືເຫມືອນຄົນເດີນທາງແລະອາໄສຄ້າງພຽງຄືນດຽວ 9 ເຫດໃດພຣະອງົຈະຊົງເປັນເຫມືອນຊາຍທີ່ກຳລັງງົງ ຫລືເຫມືອນຄົນທີ່ມີກຳລັງຫລາຍແຕ່ຊ່ອຍໃຜບໍ່ໄດ້ ຂ້າແດ່ພຣະຜູ້ເປັນເຈົ້າ ແມ້ກະນັ້ນກໍດີພຣະອົງຊົງສະຖິດຖ້າມກາງຂ້າພຣະອົງທັງຫລາຍ ຄົນເຂົາເອີ້ນພວກຂ້າພຣະອົງໂດຍພຣະນາມຂອງພຣະອົງ ຂໍຢ່າຊົງປະຂ້າພຣະອົງທັງຫລາຍໄວ້ເສັຽ” 10 ພຣະຜູ້ເປັນເຈົ້າຊົງກ່າວກັບຊົນຊາດນີ້ວ່າ ເຂົາທັງຫລາຍຮັກທີ່ຈະພະເນຈອນໄປຢ່າງນີ້ ເຂົາທັງຫລາຍບໍ່ຢັບຢັ້ງຕີນຂອງເຂົາໄວ້ ສະນັ້ນພຣະຜູ້ເປັນເຈົ້າຈຶ່ງບໍ່ຊົງໂຜດເຂົາ ພຣະອົງຈະຊົງຣະລຶກເຖິງບາບຊົ່ວຂອງເຂົາ ແລະລົງໂທດການຜິດບາບຂອງເຂົາ” 11 ພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າວ່າ, “ຢ່າຮ້ອງຂໍໃຫ້ເຮົາຊ່ອຍເຫລືອຄົນເຫລົ່ານີ້ 12 ຖ້າຫາກເຂົາຖືສີນອົດອາຫານ ເຮົາກໍຈະບໍ່ຟັງສຽງຮ້ອງໄຫ້ຂໍຄວາມຊ່ອຍເຫລືອຂອງເຂົາ ຖ້າຫາກເຜົາສັຕແລະຖວາຍອາຫານແກ່ເຮົາ ເຮົາກໍຈະບໍ່ຮັບເອົາ ແຕ່ຈະຂ້າເຂົາໃນເວາສົງຄາມ ໂດຍໃຫ້ອຶດຢາກແລະເຈັບໂຊພຍາດ 13 ແລ້ວຂ້າພະເຈົ້າໄດ້ກ່າວວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຊາບແລ້ວວ່າ ພວກຜູ້ປະກາດພຣະທັມຈະບອກປະຊາຊົນວ່າບໍ່ມີສົງຄາມ ແລະການອຶດຢາກດອກ ເພາະວ່າພຣະອົງຈະໃຫ້ມີແຕ່ຄວາມສງົບສຸກເທົ່ານັ້ນໃນແຜ່ນດິນຂອງພວກຂ້າພຣະອົງ” 14 ແຕ່ພຣະຜູ້ເປັນເຈົ້າຊົງຕອບວ່າ, “ພວກຜູ້ປະກາດພຣະທັມຈະໃຊ້ນາມຂອງເຮົາເວົ້າຕົວະ ເຮົາບໍ່ໄດ້ໃຊ້ໃຫ້ເຂົາໄປ ບໍ່ໄດ້ສັ່ງຫລືບອກເຂົາສິ່ງທີ່ເຂົາບອກເຈົ້າແມ່ນນິມິດທີ່ບໍ່ໄດ້ມາຈາກເຮົາ ເປັນຄຳປະກາດທີ່ໄຮ້ຜົນ ແລະເປັນສິ່ງທີ່ເຂົານຶກຝັນເອົາເອງ 15 ເຮົາພຣະຜູ້ເປັນເຈົ້າຈະບອກເຈົ້າເຖິງສິ່ງທີ່ເຮົາຈະເຮັດກັບພວກປະກາດພຣະທັມຜູ້ທີ່ເຮົາບໍ່ໄດ້ໃຊ້ໄປ ຄືພວກທີ່ເວົ້າໃນນາມຂອງເຮົາວ່າ ເສິກສົງຄາມແລະການອຶດຢາກຈະບໍ່ເກີດຂຶ້ນໃນແຜ່ນດິນນີ້ ເຮົາຈະຂ້າຜູ້ນັ້ນໃຫ້ຕາຍດ້ວຍເສິກສົງຄາມ ແລະການອຶດຢາກ 16 ປະຊາຊົນຜູ້ທີ່ໄດ້ຍິນພວກປະກາດກ່າວດັ່ງນີ້ ກໍຈະຕາຍດ້ວຍເສິກສົງຄາມແລະການອຶກຢາກເຫມືອນກັນ ຊາກສົບຂອງເຂົາຈະຖືກຖິ້ມໄວ້ຕາມຖນົນໃນກຸງເຢຣູຊາເລັມ ແລະຈະບໍ່ມີຜູ້ໃດຝັງສົບຂອງເຂົາ ເຫດການນີ້ຈະເກີດຂຶ້ນກັບພວກເຂົາທັງຫມົດ ທັງລູກເມັຽຂອງພວກເຂົາດ້ວຍ ເຣົາຈະທຳໃຫ້ເຂົາໄດ້ຮັບຜົນຊົ່ວຍ້ອນການກະທຳຊົ່ວຂອງເຂົາເອງ 17 ດຽວນີ້ ເຈົ້າຈົ່ງເວົ້າກັບປະຊາຊົນວ່າ “ຂ້າພະເຈົ້າຢາກຮ້ອງໄຫ້ຄລອດໄປ ຢາກໃຫ້ນ້ຳຕາອອກຄລອດມື້ຄລອດຄືນ ເພາະວ່າບຸດສາວພົມມະຈາຣີແຫ່ງຊົນຊາດຂອງຂ້າພະເຈົ້າເຈັບໂຊຫລາຍ ຍ້ອນພວກເຂົາຖືກທຳຮ້າຍຢ່າງຮຸນແຮງ 18 ເມື່ອຂ້າພະເຈົ້າອອກໄປຕາມທົ່ງນາກໍພົບເຫັນຊາກສົບຄົນຕາຍຍ້ອນເສິກສົງຄາມ ເມື່ອເຂົ້າໄປໃນເມືອງກໍພົບເຫັນຄົນຕາຍຍ້ອນການອຶດຢາກ ແຕ່ພວກປະກາດພຣະທັມແລະປະໂຣຫິດໄດ້ເຮັດວຽກຕໍ່ໄປໂດຍພວກເຂົາບໍ່ຮູ້ວ່າມີຫຍັງໄດ້ເກີດຂຶ້ນ
ປະຊາຊົນສາລະພາບຜິດຕໍ່ພຣະຜູ້ເປັນເຈົ້າ
19 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງປະຖິ້ມຊາວຢູດາເດັດຂາດແລ້ວບໍ ຊົງກຽດຊັງປະຊາຊົນເມືອງຊີໂອນແລ້ວບໍ ເປັນຫຍັງຈຶ່ງຊົງທຳຮ້າຍພວກຂ້າ ພຣະອົງຢ່າງຫນັກຈົນພວກຂ້າພຣະອົງບໍ່ສາມາດຮັກສາໃຫ້ດີໄດ້ ພວກຂ້າພຣະອົງໄດ້ລໍຄອຍຄວາມສງົບສຸກແຕ່ບໍ່ເຫັນຫຍັງເກີດຂຶ້ນເລີຍ ພວກຂ້າພຣະອົງຫວັງວ່າຈະໄດ້ຮັບການຮັກສາໃຫ້ດີແຕ່ໄພວິບັດກັບເກີດມາແທນ 20 ຂ້າແດ່ພຣະຜູ້ເປັນເຈົ້າ ພວກຂ້າພຣະອົງຍອມສາລະພາບທີ່ໄດ້ທຳບາບ ແລະທີ່ບັນພະບຸຣຸດຂອງພວກຂ້າພຣະອົງໄດ້ທຳກໍດີ ພວກຂ້າພຣະອົງໄດ້ທຳບາບຕໍ່ສູ້ພຣະອົງແທ້ 21 ຢ່າຄຽດຊັງພວກຂ້າພຣະອົງຖ້ອນ ຈົ່ງເຫັນແກ່ພຣະນາມຂອງພຣະອົງ ຂໍຢ່ານຳຄວາມເຊື່ອມເສັຽມາຍັງກຸງເຢຣູຊາເລັມ ບ່ອນພຣະບັນລັງອັນສງ່າຣາສີຂອງພຣະອົງຕັ້ງຢູ່ ຂໍຈົ່ງຮັກສາຄຳຫມັ້ນສັນຍາທີ່ພຣະອົງຊົງໃຫ້ໄວ້ກັບພວກຂ້າພຣະອົງ ຂໍຢ່າຍົກເລີກເສັຽ 22 ຝົນບໍ່ໄດ້ຕົກລົງມາຍ້ອນພຣະນາໆຊາດ ຫລືຍ້ອນທ້ອງຟ້າ ມີແຕ່ພຣະອົງໆດຽວທໍ່ນັ້ນທີ່ທຳສິ່ງເຫລົ່ານີ້ໄດ້ ພວກຂ້ພຣະອົງຫວັງໃຈໃນພຣະອົງ
ຄາວພິພາກສາປະຊາຊົນຢູດາ
1 ຕໍ່ມາ ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຂ້າພະເຈົ້າວ່າ, “ເຖິງແມ່ນວ່າໂມເຊແລະຊາມູເອນຈະຢືນອ້ອນວອນຢູ່ຕໍ່ຫນ້າເຮົາ ເຣົາກໍຈະບໍ່ມີໃຈເມດຕາປະຊາຊົນເຫລົ່ານີ້ເລີຍ ຈົ່ງໃຫ້ເຂົາຫນີໄປພົ້ນສາຍຕາຂອງເຮົາເສັຽ 2 ຖ້າພວກເຂົາຖາມເຈົ້າວ່າ ຈະໃຫ້ພວກເຮົາໄປໃສ ຈົ່ງບອກເຂົາດັ່ງນີ້, “ຄົນເຫລົ່ານັ້ນທີ່ກຳນົດໃຫ້ຕາຍດ້ວຍເຊື້ອໂຣກກໍຈະຕາຍຢ່າງນັ້ນ ຄົນເຫລົ່ານັ້ນທີ່ກຳນົດໃຫ້ຕາຍດ້ວຍເສິກສົງຄາມກໍຈະຕາຍຢ່າງນັ້ນ ຄົນເຫລົ່ານັ້ນທີ່ກຳນົດໃຫ້ຕາຍດ້ວຍການອຶດຢາກກໍຈະຕາຍຢ່າງນັ້ນ ຄົນທີ່ກຳນົດໃຫ້ຖືກຈັບໄປເປັນຊະເລີຍກໍຈະຖືກຈັບໄປ 3 ເຣົາພຣະຜູ້ເປັນເຈົ້າໄດ້ຕັດສິນໃຈແລ້ວວ່າ ຈະໃຫ້ສິ່ງຫນ້າຢ້ານສີ່ຢ່າງນີ້ເກີດຂຶ້ນກັບພວກເຂົາ ຄືເຂົາຈະຕ້ອງຕາຍດ້ວຍເສິກສົງຄາມ ຊາກສົບຈະຖືກຫມາດຶງແກ່ໄປ ຝູງນົກຈະສັບຕອດກິນ ແລະເຫລືອນັ້ນສັດປ່າຈະກິນອີກ 4 ເຣົາຈະເຮັດໃຫ້ນາໆຊາດທົ່ວໂລກຕົກໃຈຢ້ານ ສິ່ງທີ່ເກີດຂຶ້ນກັບພວກເຂົາ ເນື່ອງຈາກສິ່ງທີ່ມານັສເຊ ບຸດເຮເຊກີຢາໄດ້ກະທຳໃນກຸງເຢຣູຊາເລັມ ເມື່ອຄາວພຣະອົງຊົງເປັນກະສັດຂອງຊາວຢູດານັ້ນ” 5 ເຢຣູຊາເລັມເອີຍ ໃຜຈະສົງສານເຈົ້າຫລືໃຜຈະເສັຽໃຈກັບເຈົ້າ ໃຜຈະແວະມາຖາມທຸກສຸກຂອງເຈົ້າ 6 ພຣະຜູ້ເປັນເຈົ້າກ່າວວ່າ ເຈົ້າໄດ້ປະຕິເສດເຮົາ ເຈົ້າຖອຍຫລັງເລື້ອຍໄປ ເຮົາຈຶ່ງໄດ້ຢຽດມືອອກໄປຕໍ່ສູ້ເຈົ້າ ແລະທຳລາຍເຈົ້າ ເຮົາເມື່ອຍອົດຕໍ່ການຜ່ອນຜັນແລ້ວ 7 ເຮົາໄດ້ຊັດເຂົາດ້ວຍສ້ອມຊັດເຂົ້າ ໃນບັນດາປະຕູແຫ່ງເມືອງນັ້ນ ເຮົາໄດ້ທຳໃຫ້ລູກຂອງເຂົາທັງຫລາຍຕາຍ ເຮົາໄດ້ທຳລາຍປະຊາຊົນຂອງເຣົາ ເຂົາທັງຫລາຍບໍ່ໄດ້ຫັນກັບຈາກພຶດຕິການຂອງເຂົາ 8 ເຮົາກະທຳໃຫ້ຍິງຫມ້າຍຂອງເຂົາມີຫລາຍ ຍິ່ງກວ່າຊາຍໃນທະເລ ໃນຕອນກາງເວັນ ເຮົາໄດ້ນຳຜູ້ທໍາລາຍມາສູ່ບັນດາແມ່ຂອງຄົນຫນຸ່ມທັງຫລາຍ ເຮົາໄດ້ກະທຳໃຫ້ຄວາມແສນຣະທົມແລະຄວາມສະຍົດສະຍອງຕົກເຫນືອນາງໂດຍທັນທີທັນໃດ 9 ນາງທີ່ມີບຸດເຈັດຄົນກໍອ່ອນກຳລັງ ນາງສລົບໄປແລ້ວ ດວງຕາເວັນຂອງນາງຕົກເມື່ອຍັງເວັນຢູ່ ນາງໄດ້ຮັບຄວາມລະອາຍແລະຖືກຫຍາມນ້ຳຫນ້າ ເຮົາຈະມອບຜູ້ທີ່ເຫລືອຢູ່ໃຫ້ແກ່ດາບຕໍ່ຫນ້າສັດຕຣູຂອງເຂົາ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ແຫລະ” 10 ແມ່ເອີຍ, ວິບັດແກ່ຂ້ານ້ອຍ ທີ່ແມ່ໄດ້ເກີດຂ້ານ້ອຍມາ ເປັນຄົນທີ່ໃຫ້ເກີດການແບ່ງແຍກແລະການຊີງດີແກ່ແຜ່ນດິນທັງສິ້ນ ຂ້ານ້ອຍກໍບໍ່ໄດ້ໃຫ້ຢືມ ຫລືຂ້ານ້ອຍກໍບໍ່ໄດ້ຢືມເຂົາ ແຕ່ເຂົາທຸກຄົນແຊ່ງຂ້ານ້ອຍ 11 ຂ້າແດ່ພຣະຜູ້ເປັນເຈົ້າ ຖ້າຂ້າພຣະອົງບໍ່ໄດ້ອ້ອນວອນພຣະອົງເພື່ອຄວາມດີຂອງເຂົາ ຖ້າຂ້າພຣະອົງບໍ່ໄດ້ທູນຂໍຕໍ່ພຣະອົງເພື່ອສັດຕຣູໃນເວລາລຳບາກແລະໃນເວລາທຸກໃຈກໍປ່ອຍໃຫ້ເປັນໄປຢ່າງນັ້ນເຖີດ ພຣະອົງເຈົ້າຂ້າ 12 ມີຜູ້ນຶ່ງຜູ້ໃດຫັກເຫລັກໄດ້ຫລື ຄືເຫລັກຈາກທິດເຫນືອແລະທອງສຳຣິດ 13 ຫລັກຖານບ້ານຊ່ອງແລະຊັບສົມບັດຂອງເຈົ້າຈະມອບໃຫ້ເປັນຂອງຍຶດບໍ່ຄິດຄ່າເພາະບາບທັງສິ້ນຂອງເຈົ້າຄລອດທົ່ວດິນແດນຂອງເຈົ້າ 14 ເຣົາຈະກະທຳໃຫ້ເຈົ້າບົວຣະບັດສັດຕຣູຂອງເຈົ້າໃນແຜ່ນດິນຊຶ່ງເຈົ້າບໍ່ຮູ້ຈັກເພາະຄວາມໂກດຂອງເຮົາ ເຮົາກໍ່ໄຟຂຶ້ນຊຶ່ງຈະໄຫມ້ຢູ່ເປັນນິດ
ພຣະເຈົ້າຊົງເລົ້າໂລມເຢເຣມີຢາ
15 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຊາບ ຂໍຊົງຣະລຶກເຖິງຂ້າພຣະອົງ ແລະຢ້ຽມເຍືອນຂ້າພຣະອົງ ຂໍຊົງແກ້ແຄ້ນຜູ້ຂົ່ມເຫັງຂ້າພຣະອົງເພື່ອຂ້າພຣະອົງ ເພາະການອົດກັ້ນພຣະທັຍຂອງພຣະອົງນັ້ນ ຂໍຢ່າຊົງນຳຂ້າພຣະອົງໄປເສັຽ ຂໍຊົງຕຳຫນັກວ່າຂ້າພຣະອົງທົນການຕິຕຽນດ້ວຍເຫັນແກ່ພຣະອົງ 16 ເມື່ອພົບພຣະວັຈນະຂອງພຣະອົງແລ້ວ ຂ້າພຣະອົງກໍກິນເສັຽ ພຣະວັຈນະຂອງພຣະອົງເປັນຄວາມຊື່ນບານແກ່ຂ້າພຣະອົງ ແລະເປັນຄວາມປິຕິຍີນດີແຫ່ງຈິດໃຈຂອງຂ້າພຣະອົງ ຂ້າແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າຈອມໂຍທາ ເພາະວ່າເຂົາເອີ້ນຂ້າພຣະອົງຕາມພຣະນາມຂອງພຣະອົງ 17 ຂ້າພຣະອົງບໍ່ໄດ້ນັ່ງຢູ່ໃນຫມູ່ຄົນທີ່ສນຸກສນານກັນ ທັງຂ້າພຣະອົງກໍບໍ່ໄດ້ຍິນດີ ຂ້າພຣະອົງນັ່ງຢູ່ຄົນດຽວ ເພາະວ່າພຣະຫັດຂອງພຣະອົງຢູ່ເທິງຂ້າພຣະອົງ ເພາະພຣະອົງຊົງໃຫ້ຂ້າພຣະອົງເຕັມດ້ວຍຄວາມກິ້ວ 18 ເຫດໃດຄວາມເຈັບຂອງຂ້າພຣະອົງບໍ່ໄດ້ຢຸດຢັ້ງ ບາດແຜຂອງຂ້າພຣະອົງກໍຣັກສາບໍ່ຫາຍ ມັນບໍ່ຍອມຫາຍ ພຣະອົງຊົງເປັນເຫມືອນລໍາທານຫລອກລວງແກ່ຂ້າພຣະອົງຫລື ຫລືຢ່າງນ້ຳທີ່ເຫືອດແຫ້ງ 19 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຖ້າເຈົ້າກັບມາ ເຮົາຈະໃຫ້ເຈົ້າກັບສູ່ສະພາບດີ ແລະເຈົ້າຈະຢືນຢູ່ຕໍ່ຫນ້າເຮົາ ຖ້າເຈົ້າອອກປາກເວົ້າແຕ່ສິ່ງປະເສີດ ແລະບໍ່ເວົ້າສິ່ງຊົ່ວ ເຈົ້າຈະເປັນເຫມືອນປາກຂອງເຮົາ ເຂົາທັງຫລາຍຈະຫັນກັບມາຫາເຈົ້າ ແຕ່ເຈົ້າຢ່າຫັນໄປຫາເຂົາ 20 ເຮົາຈະກະທຳໃຫ້ເຈົ້າເປັນກຳແພງປ້ອມທອງສຳຣິດແກ່ຊົນຊາດນີ້ ເຂົາທັງຫລາຍກໍຈະຕໍ່ສູ້ກັບເຈົ້າ ແຕ່ເຂົາຈະບໍ່ຊະນະເຈົ້າ ເພາະເຮົາຢູ່ກັບເຈົ້າ ຈະຊ່ອຍໃຫ້ລອດແລະຊ່ອຍກູ້ເຈົ້າ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ 21 ເຮົາຈະຊ່ອຍກູ້ເຈົ້າຈາກມືຂອງຄົນອະທັມ ແລະໄຖ່ເຈົ້າຈາກກຳມືຂອງຄົນອຳມະຫິດ”
ພຣະເຈົ້າຊົງພິພາກສາລົງໂທດປະຊາຊົນ
1 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ເຈົ້າຢ່າມີພັຣຍາ ເຈົ້າຢ່າມີບຸດຊາຍຫລືບຸດຍິງໃນທີ່ນີ້ 3 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າເຣື່ອງບຸດຊາຍແລະບຸດຍິງທີ່ເກີດໃນທີ່ນີ້ ແລະຊົງກ່າວເຖິງພວກແມ່ທີ່ຄອດບຸດເຫລົ່ານັ້ນ ແລະພວກພໍ່ທີ່ໃຫ້ບັງເກີດຄົນເຫລົ່ານັ້ນໃນແຜ່ນດິນນີ້ວ່າ 4 ເຂົາທັງຫລາຍຈະຕາຍດ້ວຍໂຣກຮ້າຍ ຈະບໍ່ມີການໂອດຄວນອາລັຍເຂົາທັງຫລາຍ ຫລືຈະບໍ່ມີໃຜຈັດການຝັງເຂົາ ເຂົາຈະເປັນເຫມືອນກອງຝຸ່ນທີ່ຢູ່ເທິງພື້ນແຜ່ນດິນ ເຂົາທັງຫລາຍຈະພິນາດດ້ວຍດາບແລະການອຶດຢາກ ແລະສົບທັງຫລາຍຂອງເຂົາຈະເປັນອາຫານຂອງນົກໃນອາກາດແລະຂອງສັດແຫ່ງແຜ່ນດິນ 5 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຢ່າເຂົ້າໄປໃນເຮືອນທີ່ຄວນຄ່ຳ ຫລືໄປໂອດຄວນ ຫລືໄປເສັຽໃຈດ້ວຍ ພຣະຜູ້ເປັນເຈົ້າກ່າວວ່າ ເພາະເຮົາໄດ້ເອົາພອນສັນຕິສຸກຂອງເຮົາໄປຈາກຊົນຊາດນີ້ແລ້ວ ທັງຄວາມຮັກຫມັ້ນຄົງ ແລະກະຣຸນາຄຸນຂອງເຮົາ 6 ທັງຜູ້ໃຫຍ່ຜູ້ນ້ອຍຈະຕາຍໃນແຜ່ນດິນນີ້ ຈະບໍ່ມີໃຜຈັດການຝັງເຂົາ ບໍ່ມີໃຜມາໂອດຄວນອາລັຍເຂົາ ຫລືມາຂີດຕົວ ຫລືມາແຖຫົວເພື່ອເຂົາ 7 ບໍ່ມີຜູ້ໃດຫັກເຂົ້າຈີ່ໃຫ້ແກ່ຄົນໄວ້ທຸກ ເພື່ອຈະອອຍໃຈເຂົາເພາະເຫດຄົນທີ່ຕາຍນັ້ນ ເພາະພໍ່ແມ່ຂອງເຂົາຈຶ່ງບໍ່ມີໃຜມອບຖ້ວຍແຫ່ງຄວາມເລົ້າໂລມໃຈໃຫ້ເຂົາດື່ມ 8 ເຈົ້າຢ່າເຂົ້າໄປນັ່ງກິນແລະດື່ມກັບເຂົາໃນເຮືອນທີ່ມີການລ້ຽງ 9 ເພາະພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ, “ເບິ່ງແມ໋ ເຮົາຈະກະທຳໃຫ້ສຽງບັນເທີງແລະສຽງຣື່ນເຣີງ ສຽງເຈົ້າບ່າວແລະສຽງເຈົ້າສາວ ຂາດຈາກສະຖານທີ່ນີ້ຕໍ່ຫນ້າຕໍ່ຕາຂອງເຈົ້າທັງຫລາຍແລະໃນວັນຂອງເຈົ້າ 10 “ເມື່ອເຈົ້າບອກຖ້ອຍຄຳເຫລົ່ານີ້ແກ່ຊົນຊາດນີ້ ແລະເຂົາທັງຫລາຍເວົ້າກັບເຈົ້າວ່າ, “ເປັນຫຍັງ ພຣະຜູ້ເປັນເຈົ້າຈຶ່ງຊົງປະກາດໂທດຍິ່ງໃຫຍ່ທັງສິ້ນນີ້ໃຫ້ຕົກແກ່ເຮົາ ບາບຊົ່ວຂອງເຣົາຄືຫຍັງ ເຣົາໄດ້ກະທຳບາບຫຍັງຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ” 11 ແລ້ວເຈົ້າຈົ່ງກ່າວແກ່ເຂົາທັງຫລາຍວ່າ “ພຣະຜູ້ເປັນເຈົ້າກ່າວວ່າ ເພາະບັນພະບຸຣຸດຂອງເຈົ້າໄດ້ປະຖິ້ມເຮົາ ແລະໄດ້ຕິດສອຍຫ້ອຍຕາມພຣະອື່ນ ແລະໄດ້ບົວຣະບັດ ແລະນະມັສການພຣະນັ້ນ ແລະໄດ້ປະຖິ້ມເຣົາ ແລະບໍ່ໄດ້ຮັກສາພຣະທັມຂອງເຮົາ 12 ແລະເພາະເຈົ້າທັງຫລາຍໄດ້ກະທຳຊົ່ວຮ້າຍຍິ່ງກວ່າບັນພະບຸຣຸດຂອງເຈົ້າ ເພາະເບິ່ງແມ໋ ເຈົ້າທຸກໆຄົນໄດ້ຕິດຕາມເຈຕະນາຊົ່ວຮ້າຍດື້ດ້ານຂອງຕົນເອງ ປະຕິເສດບໍ່ຍອມຟັງເຮົາ 13 ເຫດສັນນັ້ນ ເຮົາຈະແກວ່ງເຈົ້າອອກເສັຽຈາກແຜ່ນດິນຊຶ່ງເຈົ້າຫລືບັນພະບຸຣຸດຂອງເຈົ້າບໍ່ຮູ້ຈັກ ແລະທີ່ນັນເຈົ້າຈະບົວຣະບັດພຣະອື່ນທັງກາງເວັນແລະກາງຄືນ ເພາະເຮົາຈະບໍ່ສຳແດງພຣະຄຸນແກ່ເຈົ້າເລີຍ” 14 ພຣະຜູ້ເປັນເຈົ້າກ່າວວ່າ ເພາະສັນນັ້ນ ເບິ່ງແມ໋, ວັນເດືອນຈະມາເຖິງ ເມື່ອບໍ່ມີໃຜກ່າວຕໍ່ໄປອີກວ່າ “ພຣະຜູ້ເປັນເຈົ້າຊົງນຳປະຊາຊົນອິສຣາເອນອອກມາຈາກແຜ່ນດິນເອຢິບຊົງພຣະຊົນຢູ່ສັນໃດ” 15 ແຕ່ຈະເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງນຳປະຊາຊົນອິສຣາເອນອອກມາຈາກແດນເຫນືອ ແລະອອກມາຈາກບັນດາປະເທດຊຶ່ງພຣະອົງໄດ້ຊົງຂັບໄລ່ເຂົາໃຫ້ໄປຢູ່ນັ້ນ ຊົງພຣະຊົນຢູ່ສັນໃດ” ເພາະເຮົາຈະນຳເຂົາທັງຫລາຍກັບມາສູ່ແຜ່ນດິນຂອງເຂົາເອງ ຊຶ່ງເຮົາໄດ້ຍົກໃຫ້ບັນພະບຸຣຸດຂອງເຂົາແລ້ວນັ້ນ 16 ພຣະຜູ້ເປັນເຈົ້າກ່າວວ່າ, “ເບິ່ງແມ໋, ເຮົາຈະສົ່ງຊາວປະມົງມາເປັນອັນມາກ ແລະເຂົາຈະຈັບເຂົາທັງຫລາຍ ພາຍຫລັງເຮົາຈະໃຫ້ເຂົາພາພານມາເປັນອັນມາກ ພານຈະລ່າເຂົາທັງຫລາຍຕາມພູເຂົາທຸກແຫ່ງ ແລະຕາມເນີນເຂົາທຸກຫນ່ວຍແລະຕາມໂງ່ນຫີນ 17 ເພາະວ່າ ເຮົາມອງເບິ່ງພຶດຕິການທັງສິ້ນຂອງເຂົາ ຈະປິດບັງໄວ້ຈາກເຮົາບໍ່ໄດ້ ແລະບາບຊົ່ວຂອງເຂົາທັງຫລາຍຈະເຊື່ອງພົ້ນຕາເຣົາບໍ່ໄດ້ 18 ແລະເຮົາຈະທົບການຕອບສນອງຄວາມຊົ່ວແລະບາບຂອງເຂົາເປັນສອງເທົ່າ ເພາະເຂົາໄດ້ກະທຳໃຫ້ແຜ່ນດິນເຮົາມົນທິນໄປດ້ວຍຊາກຂອງສິ່ງທີ່ຫນ້າສະອິດສະອຽນ ແລະກະທຳໃຫ້ມໍຣະດົກຂອງເຮົາເຕັມໄປດ້ວຍສິ່ງທີ່ຫນ້າກຽດຊັງຂອງເຂົາທັງຫລາຍ” 19 ຂ້າແດ່ພຣະເຈົ້າ ພຣະກຳລັງແລະທີ່ກຳບັງເຂັ້ມແຂງຂອງຂ້າພຣະອົງ ເປັນທີ່ລີ້ພັຍຂອງຂ້າພຣະອົງໃນວັນຍາກລຳບາກ ບັນດາປະຊາຊາດຈະມາເຝົ້າພຣະອົງຈາກທີ່ສຸດປາຍໂລກແລະທູນວ່າ, “ບັນພະບຸຣຸດຂອງເຮົາບໍ່ໄດ້ຮັບມໍຣະດົກອັນໃດ ນອກຈາກສິ່ງມຸສາ ຄືສິ່ງໄຮ້ຄ່າຊຶ່ງບໍ່ມີປໂຍດຫຍັງໃນຕົວ 20 ມະນຸດຈະສ້າງພຣະໄວ້ສຳລັບຕົນເອງໄດ້ຫລື ສິ່ງຢ່າງນັ້ນບໍ່ແມ່ນພຣະ” 21 “ເພາະສະນັ້ນ ເບິ່ງແມ໋, ເຮົາຈະກະທຳໃຫ້ເຂົາຮູ້ຈັກ ການຄັ້ງນີ້ເຮົາຈະກະທຳໃຫ້ເຂົາຮູ້ຈັກຣິດເດດຂອງເຮົາແລະຣິດທານຸພາບຂອງເຮົາ ແລະເຂົາທັງຫລາຍຈະຮູ້ວ່ານາມຂອງເຮົາຄືພຣະຜູ້ເປັນເຈົ້າ”
ບາບຊຶ່ງຈາຣຶກໄວ້ໃນທີ່ຈິດໃຈຂອງຢູດາ
1 “ບາບຂອງຢູດານັ້ນບັນທຶກໄວ້ດ້ວຍປາກກາເຫລັກ ດ້ວຍປາຍເພັດຈາຣຶກໄວ້ເທິງແຜ່ນແຫ່ງຈິດໃຈຂອງເຂົາແລະເທິງຍອດທີ່ແທ່ນບູຊາຂອງເຂົາທັງຫລາຍ 2 ຝ່າຍບຸດຫລານຂອງເຂົາກໍລະຣຶກເຖິງແທ່ນບູຊາແລະເຫລົ່າອາເຊຣິມຂອງເຂົາຂ້າງຕົ້ນໄມ້ສົດທຸກກົກ ແລະເທິງເນີນພູສູງ 3 ເທິງພູທີ່ຢູ່ກາງທົ່ງ ເຮົາຈະໃຫ້ຫລັກຖານບ້ານຊ່ອງແລະຊັບສົມບັດຂອງເຈົ້າເປັນຂອງຍຶດ ເປັນຄ່າແຫ່ງບາບຂອງເຈົ້າຄລອດທົ່ວແຜ່ນດິນຂອງເຈົ້າ 4 ເຈົ້າຈະຕ້ອງປ່ອຍມືຂອງເຈົ້າຈາກມໍຣະດົກຊຶ່ງເຮົາໄດ້ຍົກໃຫ້ແກ່ເຈົ້າ ແລະເຮົາຈະກະທຳໃຫ້ເຈົ້າບົວຣະບັດສັດຕຣູຂອງເຈົ້າໃນແຜ່ນດິນຊຶ່ງເຈົ້າບໍ່ຮູ້ຈັກ ເພາະຄວາມໂກດຂອງເຮົາ ເຮົາກໍ່ໄຟຂຶ້ນຊຶ່ງຈະໄຫມ້ຢູ່ເປັນນິດ” 5 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ຄົນທີ່ວາງໃຈໃນມະນຸດ ແລະໃຫ້ເນື້ອຫນັງເປັນມືຂອງເຂົາ ແລະໃຈຂອງເຂົາຫັນອອກຈາກພຣະຜູ້ເປັນເຈົ້າ ຄົນນັ້ນກໍເປັນທີ່ສາບແຊ່ງ 6 ເຂົາເປັນເຫມືອນພຸ່ມໄມ້ທີ່ຢູ່ໃນທະເລຊາຍ ແລະບໍ່ເຫັນຄວາມດີອັນໃດມາເຖິງເລີຍ ເຂົາຈະອາໄສຢູ່ໃນແຜ່ນດິນທີ່ແຕກຣະແຫງທີ່ໃນຖິ່ນກັນດານ ໃນແຜ່ນດິນເຄັມທີ່ບໍ່ມີຄົນອາໄສ 7 “ຄົນທີ່ວາງໃຈໃນພຣະຜູ້ເປັນເຈົ້າຍອມໄດ້ຮັບພຣະພອນ ຄືຜູ້ທີ່ຄວາມວາງໃຈຂອງເຂົາຢູ່ໃນພຣະຜູ້ເປັນເຈົ້າ 8 ເຂົາເປັນເຫມືອນຕົ້ນໄມ້ທີ່ປູກໄວ້ຮີມນ້ຳ ຊຶ່ງຢັ່ງຮາກຂອງມັນອອກໄປຂ້າງລຳນ້ຳ ເມື່ອແດດສ່ອງມາເຖິງກໍບໍ່ຢ້ານເພາະໃບຂອງມັນຄົງຂຽວຢູ່ສເມີ ແລະບໍ່ກະວົນກະວາຍໃນປີທີ່ແຫ້ງແລ້ງ ເພາະມັນບໍ່ຢຸດທີ່ຈະອອກຜົນ” 9 ຈິດໃຈກໍເປັນຕົວລໍ້ລວງເຫນືອກວ່າສິ່ງໃດທັງຫມົດ ມັນເສື່ອມຊາມຢ່າງຮ້າຍທີ່ດຽວ ຜູ້ໃດຈະຮູ້ຈັກໃຈນັ້ນ 10 “ເຮົາຄືພຣະຜູ້ເປັນເຈົ້າກວດຄົ້ນເບິ່ງຈິດ ແລະທົດລອງດູໃຈ ເພື່ອໃຫ້ແກ່ທຸກຄົນຕາມພຶດຕິການຂອງເຂົາ ຕາມຜົນແຫ່ງການກະທຳຂອງເຂົາ 11 ເຫມືອນນົກກະທາທີ່ຮວບຮວມລູກຊຶ່ງມັນບໍ່ໄດ້ຟັກສັນໃດ ຄົນທີ່ໄດ້ຄວາມມັ່ງຄັ່ງມີມາຢ່າງບໍ່ເປັນທັມກໍເປັນສັນນັ້ນ ພໍເຖິງກາງວັຍ ມັນກໍພາກຈາກຄົນນັ້ນເສັຽ ແລະໃນຕອນປາຍຂອງເຂົາ ເຂົາຈະເປັນຄົນບ້າ 12 ທີ່ຕັ້ງແຫ່ງສະຖານສັກສິດຂອງເຮົາທັງຫລາຍ ເປັນພຣະທີ່ນັ່ງຮຸ່ງເຮືອງຊຶ່ງຕັ້ງຢູ່ສູງຕັ້ງແຕ່ເດີມນັ້ນ 13 ຂ້າແດ່ພຣະເຈົ້າ ຄວາມຫວັງແຫ່ງອິສຣາເອນ ບັນດາຄົນເຫລົ່ານັ້ນທີ່ປະຖິ້ມພຣະອົງຈະຕ້ອງຮັບຄວາມອັບອາຍ ບັນດາຄົນທັງປວງທີ່ຫັນໄປຈາກພຣະອົງຈະຕ້ອງຈາຣຶກໄວ້ໃນແຜ່ນດິນໂລກ ເພາະເຂົາໄດ້ປະຖິ້ມພຣະຜູ້ເປັນເຈົ້າຜູ້ເປັນແຫລ່ງນ້ຳແຫ່ງຊີວິດເສັຽ 14 ຂ້າແດ່ພຣະເຈົ້າ ຂໍຊົງຮັກສາຂ້າພຣະອົງ ຂ້າພຣະອົງຈະໄດ້ຫາຍ ຂໍຊົງຊ່ອຍຂ້າພຣະອົງຂ້າພຣະອົງຈຶ່ງຈະລອດ ເພາະພຣະອົງເປັນທີ່ສັຣເສີນຂອງຂ້າພຣະອົງ 15 ເບິ່ງແມ໋, ເຂົາທັງຫລາຍໄດ້ເວົ້າກັບຂ້າພຣະອົງວ່າ, “ພຣະວັຈນະຂອງພຣະຜູ້ເປັນເຈົ້າຢູ່ໃສ ໃຫ້ມາເຖີດ” 16 ຂ້າພຣະອົງບໍ່ໄດ້ຄາດຄັ້ນໃຫ້ພຣະອົງສົ່ງເຫດຮ້າຍ ຂ້າພຣະອົງກໍບໍ່ປະສົງວັນແຫ່ງຄວາມຫາຍນະ ພຣະອົງຊົງຊາບແລ້ວສິ່ງຊຶ່ງອອກມາຈາກຮິມຝີປາກຂອງຂ້າພຣະອົງກໍຢູ່ຕໍ່ພຣະພັກຂອງພຣະອົງ 17 ຂໍຢ່າຊົງເປັນເຫດໃຫ້ຂ້າພຣະອົງຕົກໃຈຢ້ານກົວເລີຍ ພຣະອົງຊົງເປັນທີ່ລີ້ພັຍແຫ່ງຂ້າພຣະອົງໃນວັນຮ້າຍ 18 ຜູ້ໃດຂົ່ມເຫັງຂ້າພຣະອົງຂໍໃຫ້ເຂົາໄດ້ຮັບຄວາມລະອາຍ ແຕ່ຂໍຢ່າໃຫ້ຂ້າພຣະອົງໄດ້ຮັບຄວາມລະອາຍ ຂໍໃຫ້ເຂົາຕົກໃຈຢ້ານກົວ ແຕ່ຢ່າໃຫ້ຂ້າພຣະອົງຕົກໃຈຢ້ານກົວເລີຍ ຂໍຊົງນຳວັນຮ້າຍມາຕົກເຫນືອເຂົາ ຂໍຊົງທຳລາຍເຂົາດ້ວຍການທໍາລາຍ ຊັບຊ້ອນ
ຕ້ອງຮັກສາວັນສະບາໂຕໃຫ້ບໍຣິສຸດ
19 ພຣະຜູ້ເປັນເຈົ້າກ່າວແກ່ຂ້າພະເຈົ້າດັ່ງນີ້ວ່າ, “ຈົ່ງໄປຢືນໃນປະຕູເມືອງ ຊຶ່ງບັນດາກະສັດແຫ່ງຢູດາສະເດັດເຂົ້າ ແລະຊຶ່ງພຣະອົງສະເດັດອອກ ແລະໃນປະຕູທັງຫລາຍຂອງເຢຣູຊາເລັມ 20 ແລະກ່າວແກ່ເຂົາທັງຫລາຍວ່າ “ທ່ານທັງຫລາຍຜູ້ເປັນກະສັດຂອງຢູດາ ແລະບັນດາຄົນຢູດາ ແລະຊາວເຢຣູຊາເລັມທັງສິ້ນ ຜູ້ຊຶ່ງເຂົ້າທາງປະຕູເຫລົ່ານີ້ ຈົ່ງຟັງພຣະຄຳຂອງພຣະຜູ້ເປັນເຈົ້າ 21 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ຈົ່ງລະວັງເພື່ອເຫັນແກ່ຊີວິດຂອງເຈົ້າທັງຫລາຍ ຢ່າໄດ້ຫາບຫາມສິ່ງໃດໃນວັນສະບາໂຕ ຫລືນຳຂອງນັ້ນເຂົ້າທາງບັນດາປະຕູເຢຣູຊາເລັມ 22 ແລະຢ່າຫາບຫາມສິ່ງໃດຂອງເຈົາອອກຈາກບ້ານໃນວັນສະບາໂຕ ຫລືກະທຳງານໃດໆ ແຕ່ຈົ່ງຮັກສາວັນສະບາໂຕໄວ້ໃຫ້ບໍຣິສຸດ ດັ່ງທີ່ເຮົາໄດ້ສັ່ງບັນພະບຸຣຸດຂອງເຈົ້າໄວ້ 23 ເຖິງປານນັ້ນເຂົາກໍບໍ່ຟັງຫລືງ່ຽງຫູຟັງ ແຕ່ກະທຳຄໍຂອງເຂົາທັງຫລາຍໃຫ້ແຂງ ເພື່ອຈະບໍ່ໄດ້ຍິນແລະບໍ່ຮັບຄຳຕັກເຕືອນ 24 ພຣະຜູ້ເປັນເຈົ້າກ່າວວ່າ, “ຖ້າເຈົ້າເຊື່ອຟັງເຣົາ ແລະບໍ່ນຳສິ່ງຂອງໃດໆເຂົ້າມາທາງປະຕູເມືອງນີ້ໃນວັນສະບາໂຕ ແຕ່ຮັກສາວັນສະບາໂຕໃຫ້ບໍຣິສຸດ ແລະບໍ່ກະທຳງານໃນວັນນັ້ນ 25 ແລ້ວຈະມີກະສັດແລະເຈົ້ານາຍ ຜູ້ປະທັບເທິງບັນລັງແຫ່ງດາວິດສະເດັດເຂົ້າທາງປະຕູທັງຫລາຍຂອງເມືອງນີ້ສະເດັດມາໃນຣົດຮົບ ແລະເທິງມ້າ ທັງບັນດາກະສັດແລະເຈົ້ານາຍຂອງພຣະອົງ ທັງຄົນຢູດາແລະຊາວເຢຣູຊາເລັມ ແລະເມືອງນີ້ຈະມີຄົນອາໄສຢູ່ເປັນນິດ 26 ແລະປະຊາຊົນຈະມາຈາກຫົວເມືອງແຫ່ງຢູດາ ແລະຈາກທີ່ຊຶ່ງຢູ່ຮອບເຢຣູຊາເລັມ ຈາກແຜ່ນດິນເບັນຢາມິນ ຈາກຕີນພູຕ່າງໆ ຈາກພູທັງຫລາຍ ແລະຈາກເນເກັບ ນໍາເອົາເຄື່ອງເຜົາບູຊາ ແລະເຄື່ອງສັກກາຣະບູຊາ ເຄື່ອງທັນຍາບູຊາແລະກຳຍານ ແລະນຳເຄື່ອງບູຊາໂມທະນາພຣະຄຸນມາຍັງວິຫານຂອງພຣະຜູ້ເປັນເຈົ້າ 27 ແຕ່ຖ້າເຈົ້າທັງຫລາຍບໍ່ຟັງເຣົາທີ່ຈະຮັກສາວັນສະບາໂຕໃຫ້ບໍຣິສຸດ ແລະທີ່ຈະບໍ່ແບກສິ່ງຂອງເຂົ້າທາງປະຕູທັງຫລາຍຂອງເຢຣູຊາເລັມໃນວັນສະບາໂຕແລ້ວເຮົາຈະກໍ່ໄຟໄວ້ໃນປະຕູເມືອງເຫລົ່ານັ້ນ ແລະໄຟນັ້ນຈະເຜົາຜານຣາຊວັງທັງຫລາຍຂອງເຢຣູຊາເລັມ ແລະຈະດັບກໍບໍ່ໄດ້”
ເຢເຣມີຢາທີ່ເຮືອນຂອງຊ່າງປັ້ນຫມໍ້
1 ພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າວ່າ, 2 “ຈົ່ງລຸກຂຶ້ນໄປຍັງເຮືອນຂອງຊ່າງປັ້ນຫມໍ້ ແລ້ວເຮົາຈະເວົ້າໃຫ້ເຈົ້າຟັງຢູ່ທີ່ນັ້ນ” 3 ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງລົງໄປທີ່ນັ້ນ ແລະເຫັນຊ່າງປັ້ນຫມໍ້ກຳລັງຊ່ຽນຫມໍ້ຂອງເຂົາຢູ່ 4 ໃນເວລານັ້ນ ເມື່ອໃດເຂົາປັ້ນດິນຫນຽວເປັນພາຊນະຢ່າງນຶ່ງບໍ່ໄດ້ ເຂົາກໍເອົາດິນຫນຽວອັນເກົ່ານັ້ນ ເຮັດເປັນພາຊນະຢ່າງອື່ນອີກ 5 ຂນະນັ້ນ ພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າວ່າ, 6 “ປະຊາຊົນອິສຣາເອນເອີຍ ເຮົາຈະທຳກັບເຈົ້າເຫມືອນຢ່າງຊ່າງປັ້ນຫມໍ້ທຳກັບດິນຫນຽວນັ້ນບໍ່ໄດ້ບໍ ດິນຫນຽວຢູ່ໃນມືຊ່າງປັ້ນຫມໍ້ສັນໃດ ພວກເຈົ້າກໍຢູ່ໃນມືຂອງເຮົາສັນນັ້ນ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 7 ຖ້າເວລາໃດເຮົາກ່າວວ່າຈະຖອນຮາກ ຈະຮື້ຖິ້ມ ຈະທຳລາຍຊາດຫລືອານາຈັກໃດໆ 8 ແຕ່ຖ້າຊາດນັ້ນຫັນຫນີຈາກການທຳຊົ່ວເສັຽ ເຮົາກໍຈະປ່ຽນໃຈຈາກສິ່ງທີ່ເຮົາກ່າວວ່າຈະກະທຳນັ້ນເສັຽ 9 ອີກຢ່າງນຶ່ງ ຖ້າເຮົາກ່າວວ່າຈະປຸກ ຫລືສ້າງປະເທດຫລືອານາຈັກໃດຂຶ້ນ 10 ແຕ່ຖ້າຊາດນັ້ນກະທຳຊົ່ວບໍ່ເຊື່ອຟັງເຣົາ ເຮົາກໍຈະປ່ຽນໃຈຈາກສິ່ງທີ່ເຣົາກ່າວວ່າຈະກະທຳນັ້ນເສັຽ 11 ດັ່ງນັ້ນແຫລະ ເຈົ້າຈົ່ງບອກປະຊາຊົນຢູດາ ແລະຊາວກຸງເຢຣູຊາເລັມວ່າ ເຮົາກຳລັງວາງແຜນການຕໍ່ສູ້ ແລະຈັດຕຽມການລົງໂທດເຂົາຢູ່ ຈົ່ງບອກໃຫ້ເຂົາເຊົາດຳເນີນຊີວິດໃນທາງບາບເສັຽ ໃຫ້ປ່ຽນທາງແລະສິ່ງທີ່ກຳລັງເຣັດຢູ່ນັ້ນ 12 ແຕ່ພວກເຂົາຈະຕອບວ່າ ພວກເຮົາບໍ່ປ່ຽນດອກ ຈະເຮັດຊົ່ວຕໍ່ໄປຕາມຄວາມພໍໃຈຂອງເຮົາເອງ” 13 ດັ່ງນັ້ນແຫລະ, ເຣົາພຣະຜູ້ເປັນເຈົ້າຈຶ່ງກ່າວດັ່ງນີ້ວ່າ ຈົ່ງໄປທ່ຽວຖາມເບິ່ງຖ້າມກາງປະຊາຊາດວ່າ ຜູ້ໃດເຄີຍໄດ້ຍິນເຫມືອນຢ່າງນີ້ ອິສຣາເອນພົມມະຈາຣີນັ້ນໄດ້ກະທຳສິ່ງອັນຫນ້າຫວາດສຽວ 14 ພູສູງເລບານອນບໍ່ເຄີຍຂາດຫິມມະ ກະແສນ້ຳເຢັນໃນພູບໍ່ເຄີຍບົກແຫ້ງ ສິ່ງເຫລົ່ານີ້ບໍ່ເຄີຍມີຈັກເທື່ອ ແຕ່ປະຊາຊົນອິສຣາເອນໄດ້ເຮັດສິ່ງນຶ່ງອັນຫນ້າຢ້ານພິລຶກ 15 ຄືພວກເຂົາໄດ້ລືມເຮົາເສັຽ ໄດ້ເຜົາເຄື່ອງຫອມບູຊາແກ່ພຣະອື່ນ ໄດ້ຕຳສະດຸດໃນທາງທີ່ເຂົາເດີນ ບໍ່ໄດ້ເຮັດຕາມຮີດເກົ່າຄອງຫລັງອີກຕໍ່ໄປ ແຕ່ເດີນຕາມທາງທີ່ຍັງບໍ່ໄດ້ດັດແປງ 16 ໄດ້ເຣັດໃຫ້ແຜ່ນດິນນີ້ເຊື່ອມເສັຽໄປ ຈະເປັນແຜ່ນດິນທີ່ຫນ້າກຽດຊັງຄລອດໄປເປັນນິດ ຄົນທັງປວງທີ່ຜ່ານໄປທີ່ນັ້ນຈະເຫັນສິ່ງອັນຫນ້າຫວາດສຽວເຂົາຈະສັ່ນຫົວດ້ວຍຄວາມປລາດໃຈ 17 ເຮົາຈະເຮັດໃຫ້ໄພ່ພົນຂອງເຮົາກະຈັດກະຈາຍໄປຕໍ່ຫນ້າສັດຕຣູຂອງເຂົາ ເຫມືອນລົມຕາເວັນອອກພັດເປົ່າຂີ້ດິນ ເຮົາຈະຫັນຫລັງໃສ່ເຂົາເມື່ອໄພວິບັດມາເຖິງເຂົາ ແລະຈະບໍ່ຊ່ອຍເຫລືອເຂົາ” 18 ຂນະນັ້ນປະຊາຊົນພາກັນເວົ້າວ່າ, “ໃຫ້ພວກເຮົາຫາເຣື່ອງໂຈມຕີ ແລະກຳຈັດເຢເຣມີຢາເທາະ ເພາະວ່າພວກເຮົາມີພວກປະໂຣຫິດສຳລັບສັ່ງສອນ ມີພວກນັກປາດສຳລັບປຶກສາ ແລະມີພວກຜູ້ປະກາດພຣະທັມສຳລັບເທສນາພຣະຄຳຂອງພຣະເຈົ້າຢູ່ ສະນັ້ນຈົ່ງຢ່າຟັງສິ່ງທີ່ເຂົາເວົ້າ” 19 ດ້ວຍເຫດນັ້ນ ເຢເຣມີຢາຈຶ່ງອ້ອນວອນວ່າ, “ຂ້າແດ່ພຣະຜູ້ເປນັເຈົ້າ ຂໍພຣະອົງຊົງຟັງຖ້ອຍຄຳທີ່ຂ້າພຣະອົງຈະກາບທູນ ແລະຟັງເຣື່ອງທີ່ສັດຕຣູກ່າວຮ້າຍປ້າຍສີໃສ່ຂ້າພຣະອົງແດ່ຖ້ອນ 20 ຄືວ່າເຂົາຈະເຮັດການຮ້າຍຕອບແທນການດີຂອງຂ້າພຣະອົງ ດ້ວຍວ່າພວກເຂົາໄດ້ຂຸດຫລຸມໃຫ້ຂ້າພຣະອົງຕົກລົງ ຂໍຊົງໂຜດລະຣຶກເຖິງທີ່ຂ້າພຣະອົງໄດ້ມາກາບທູນບໍ່ໃຫ້ພຣະອົງຊົງລົງໂທດເຂົາດ້ວຍພຣະພິໂຣດ 21 ຂ້າແດ່ພຣະຜູ້ເປັນເຈົ້າ ບັດນີ້ ຂໍພຣະອົງຊົງທຳໃຫ້ລູກຂອງເຂົາອຶດຢາກຈົນເຖິງແກ່ຄວາມຕາຍ ໃຫ້ພວກເຂົາຕາຍໃນເສິກສົງຄາມ ພວກແມ່ຍິງກໍໃຫ້ສູນເສັຽຜົວແລະລູກຂອງຕົນ ໃຫ້ຜູ້ຊາຍຕາຍດ້ວຍພຍາດຕ່າງໆ ພວກຄົນຫນຸ່ມກໍໃຫ້ຕາຍໃນສະຫນາມຮົບ 22 ຂໍຊົງໂຜດສົ່ງກອງທະຫານເຂົ້າໄປປຸ້ນບ້ານເຮືອນຂອງເຂົາຢ່າງທີ່ເຂົາບໍ່ຮູ້ຕົວ ຂໍຊົງທຳໃຫ້ເຂົາຮ້ອງໄຫ້ດ້ວຍຄວາມຢ້ານ ເພາະວ່າເຂົາໄດ້ຂຸດຫລຸມໃຫ້ຂ້າພຣະອົງຕົກລົງແລະໄດ້ເຣັດແຮ້ວດັກຈັບຂ້າພຣະອົງ 23 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ພຣະອົງຊົງຊາບແຜນການເຂົາຈະສັງຫານຂ້າພຣະອົງແລ້ວ ຂໍຢ່າໃຫ້ອະພັຍຄວາມຜິດແລະຍົກໂທດໃຫ້ເຂົາເລີຍ ຈົ່ງທຳໃຫ້ເຂົາລົ້ມລົງດ້ວຍຄວາມຜ່າຍແພ້ແລະລົງໂທດດ້ວຍພຣະພິໂຣດຖ້ອນ”
ບົດຮຽນຈາກພາຊນະແຕກ
1 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ຈົ່ງໄປຊື້ຫມໍ້ດິນຂອງຊ່າງປັ້ນຫມໍ້ມາຫນ່ວຍນຶ່ງ ແລ້ວໃຫ້ເອົາຫົວຫນ້າປະຊາຊົນກັບປະໂຣຫິດອະວຸໂສບາງຄົນ 2 ແລ້ວໃຫ້ໄປຍັງຮ່ອມພູຮິນໂນມ ອອກໄປທາງປະຕູເມືອງທີ່ມີຊື່ວ່າ ປະຕູໂຮງປັ້ນຫມໍ້ດິນ ໃຫ້ຂ້າພະເຈົ້າປະກາດພຣະຄຳຂອງພຣະອົງຢູ່ທີ່ນັ້ນ 3 ພຣະຜູ້ເປັນເຈົ້າຊົງບອກໃຫ້ຂ້າພະເຈົ້າເວົ້າວ່າ “ພວກກະສັດຢູດາແລະຊາວເຢຣູຊາເລັມເອີຍ ຈົ່ງຟັງເທີນ ເຮົາພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ຂອງຊາວອິສຣາເອນໄດ້ກ່າວດັ່ງນີ້ ເຮົາຈະນຳໄພວິບັດມາຍັງບ່ອນນີ້ ຊຶ່ງຈະດັງກ້ອງກັງວານຢູ່ໃນຫູຂອງທຸກໆຄົນທີ່ໄດ້ຍິນເຣື່ອງນີ້ 4 ທີ່ທຳດັ່ງນີ້ກໍເພາະວ່າປະຊາຊົນໄດ້ປະຖິ້ມເຮົາ ແລະໄດ້ທຳສະຖານທີ່ນີ້ເຊື່ອມເສັຽດ້ວຍການເຜົາຖວາຍບູຊາແກ່ພຣະອື່ນ ຄືພຣະທີ່ເຂົາເອງຫລືບັນພະບຸຣຸດຂອງເຂົາ ຫລືພວກກະສັດຂອງຊາວຢູດາບໍ່ຮູ້ຈັກ ພວກເຂົາໄດ້ຂ້າຄົນຜູ້ບໍ່ມີຄວາມຜິດຈຳນວນຫລາຍຢູ່ໃນສະຖານທີ່ນີ້ 5 ໄດ້ກໍ່ແທ່ນສຳລັບພຣະບາອານ ເພື່ອຈະເຜົາບຸດຊາຍຂອງເຂົາເສັຽໃນໄຟເປັນເຄື່ອງເຜົາບູຊາແດ່ພຣະບາອານ ຊຶ່ງເຮົາບໍ່ໄດ້ບັນຊາຫລືໃຫ້ປະກາສິດ ຫລືໄດ້ນຶກໃນໃຈຂອງເຮົາ 6 ດັ່ງນັ້ນແຫລະ, ເຮົາພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ ເມື່ອເວລານັ້ນມາເຖິງ ສະຖານທີ່ນີ້ຈະບໍ່ໄດ້ເອີ້ນວ່າ ໂຕເຟທຫລືຮ່ອມພູຮີນໂນມອີກເລີຍ ແຕ່ຈະຖືກເອີ້ນວ່າຮ່ອມພູແຫ່ງການຂ້າຟັນກັນ 7 ໃນສະຖານທີ່ນີ້ເຣົາຈະທຳລາຍແຜນການທັງປວງຂອງຊາວຢູດາແລະຊາວເຢຣູຊາເລັມ ຈະໃຫ້ສັດຕຣູຂອງເຂົາມີຊັຍຊະນະແລະຂ້າເຂົາຕາຍໃນສະຫນາມຮົບ ຈະໃຫ້ນົກແລະສັດປ່າທັງຫລາຍກິນຊາກສົບຂອງເຂົາ 8 ຈະໄພວິບັດອັນຫນ້າຢ້ານເຊັ່ນນີ້ມາຍັງເມືອງນີ້ ເພື່ອທຸກຄົນທີ່ຍ່າງຜ່ານໄປມາຈະໄດ້ຕົກໃຈ ແລະອັດສະຈັນໃນເຫດການທີ່ເກີດຂຶ້ນ 9 ເມື່ອເວລາສັດຕຣູລ້ອມເມືອງແລະຈະຂ້າເຂົານັ້ນ ເຮົາຈະທຳໃຫ້ຄົນຜູ້ອາໄສຢູ່ທີ່ນັ້ນກິນລູກຂອງຕົນ ແລະກິນເພື່ອນບ້ານເປັນອາຫານໃນເວລາຄັບຂັນ” 10 ແລ້ວພຣະຜູ້ເປັນເຈົ້າຊົງບອກໃຫ້ຂ້າພະເຈົ້າ ທັບຫມໍ້ຕໍ່ຫນ້າຄົນທັງຫລາຍທີ່ມີດ້ວຍກັນ ແລະຊົງບອກໃຫ້ເວົ້າຕໍ່ເຂົາວ່າ 11 “ພຣະຜູ້ເປັນເຈົ້າຜູ້ມີອຳນາດຍິ່ງໃຫຍ່ຊົງກ່າວດັ່ງນີ້ ເຮົາຈະທຸບຕີປະຊາຊົນແລະມ້າງເພເມືອງນີ້ຢ່າງດຽວກັນກັບທັບຫມໍ້ດິນ ຊຶ່ງຈະຈອດໃຫ້ດີອີກບໍ່ໄດ້ ພວກເຂົາຈະຝັງສົບຄົນຕາຍໄວ້ໃນໂຕເຟທ ເພາະວ່າໃນບ່ອນອື່ນຈະບໍ່ມີບ່ອນຝັງ 12 ອັນນີ້ແມ່ນສິ່ງທີ່ເຮົາຈະທຳຕໍ່ເມືອງແລະຄົນຜູ້ຢູ່ໃນເມືອງນີ້ ຈະທຳໃຫ້ເປັນເຫມືອນໂຕເຟທ ເຣົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 13 ເຮືອນທັງຫລາຍໃນກຸງເຢຣູຊາເລັມ ແລະວັງທັງຫລາຍຂອງກະສັດຢູດາຈະເຊື່ອມເສັຽເຫມືອນດັ່ງຮ່ອມພູໂຕເຟທ ເພາະວ່າເຂົາຈະໄດ້ເຜົາເຄື່ອງຫອມຖວາຍດວງດາວ ແລະໄດ້ເທເຄື່ອງດື່ມຖວາຍແກ່ພຣະອື່ນຢູ່ເທິງຫລັງຄາເຮືອນເຫລົ່ານີ້” 14 ແລ້ວຂ້າພະເຈົ້າໄດ້ອອກຈາກ ໂຕເຟທ ຄືບ່ອນພຣະຜູ້ເປັນເຈົ້າຊົງໃຊ້ຂ້າພະເຈົ້າໄປປະກາດພຣະວັຈນະຂອງພຣະອົງນັ້ນ ຂ້າພະເຈົ້າໄດ້ຢືນຢູ່ໃນເດິ່ນພຣະວິຫານ ແລະເວົ້າກັບປະຊາຊົນທັງປວງວ່າ, 15 “ພຣະຜູ້ເປັນເຈົ້າຜູ້ມີອຳນາດອັນຍິ່ງໃຫຍ່ຂອງຊາວອິສຣາເອນຊົງກ່າວວ່າ ເຣົາຈະນຳໄພວິບັດມາຍັງເມືອງນີ້ ແລະມາຍັງບ້ານເມືອງທັງຫລາຍທີ່ຢູ່ໃກ້ຄຽງ ເພາະວ່າພວກເຈົ້າຫົວດື້ແລະບໍ່ເຊື່ອຟັງຄຳຂອງເຮົາ”
ເຢເຣມີຢາຖືກຈັບຂັງໄວ້
1 ເມື່ອປັສຮູຣ໌ປະໂຣຫິດບຸດຂອງອິມເມີ ຜູ້ເປັນນາຍໃຫຍ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ໄດ້ຍິນເຢເຣມີຢາປະກາດພຣະທັມເຖິງສິ່ງເຫລົ່ານີ້ 2 ປັສຮູຣ໌ກໍຕີເຢເຣມີຢາຜູ້ປະກາດພຣະທັມແລະຈັບທ່ານໃສ່ກັບຕີນໄວ້ໃນປະຕູສູງ ຊຶ່ງຕັ້ງຢູ່ທາງປະຕູເບັນຢາມິນດ້ານເທິງພຣະວິຫານຂອງພຣະຜູ້ເປັນເຈົ້າ 3 ມື້ອື່ນເຊົ້າມາ ປັສຮູຣ໌ກໍເອົາເຢເຣມີຢາອອກຈາກກັບຕີນ ເຢເຣມີຢາເວົ້າຕໍ່ທ່ານວ່າ, “ພຣະຜູ້ເປັນເຈົ້າບໍ່ໄດ້ເອີ້ນຊື່ຂອງທ່ານວ່າປັສຮູຣ໌ ແຕ່ຊົງເອີ້ນວ່າ ຜູ້ຢ້ານກົວຄວາມວຸ້ນວາຍໃນທຸກໆບ່ອນ 4 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເບິ່ງແມ໋, ເຮົາຈະເຮັດໃຫ້ເຈົ້າກັບມິດສະຫາຍຂອງເຈົ້າຢ້ານກົວວຸ້ນວາຍ ເຈົ້າຈະເຫັນເຂົາທັງຫມົດຕາຍດ້ວຍດາບຂອງສັດຕຣູ ເຮົາຈະມອບຊາວຢູດາທັງປວງຢູ່ໃຕ້ອຳນາດຂອງກະສັດບາບິໂລນ ແລະຄົນອື່ນໆກໍຈະຖືກຂ້າຕາຍ 5 ເຮົາຈະໃຫ້ສັດຕຣູຂອງເຂົາປຸ້ນເອົາຊັບສົມບັດອັນມີຄ່າຂອງກະສັດຢູດາ ແລະທຸກໆສິ່ງກໍຈະຖືກນຳໄປຍັງເມືອງບາບິໂລນ 6 ສຳລັບເຈົ້າກັບຄອບຄົວຂອງເຈົ້າ ຈະຖືກຈັບໄປຍັງບາບິໂລນເຫມືອນກັນ ເຈົ້າຈະຕາຍແລະຖືກຝັງໄວ້ນຳມິດສະຫາຍຜູ້ເຈົ້າເວົ້າຕົວະເຂົານັ້ນ”
ບົດຄ່ຳຄວນຂອງເຢເຣມີຢາ
7 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຫລອກລວງຂ້າພຣະອົງ ແລະຂ້າພຣະອົງກໍຖືກຫລອກລວງ ພຣະອົງຊົງມີກໍາລັງຍິ່ງກວ່າຂ້າພຣະອົງ ແລະພຣະອົງກໍຊະນະຂ້າພຣະອົງເປັນທີ່ໃຫ້ເຂົາຫົວເລາະຂ້າພຣະອົງຄລອດມື້ ທຸກຄົນເຍາະເຍີ້ຍຂ້າພຣະອົງ 8 ເພາະວ່າຂ້າພຣະອົງເວົ້າເມື່ອໃດຂ້າພຣະອົງຮ້ອງໃຫ້ຊ່ອຍ ຂ້າພຣະອົງຮ້ອງຂຶ້ນວ່າ, “ຮຸນແຮງ ພິນາດ” ເພາະວ່າພຣະວັຈນະຂອງພຣະຜູ້ເປັນເຈົ້າໄດ້ເປັນເຫດໃຫ້ຂ້າພຣະອົງເປັນທີ່ຕຳຫນິແລະເຍາະເຍີ້ຍຄລອດມື້ 9 ຖ້າຂ້າພຣະອົງຈະກ່າວວ່າ, “ຂ້າພະເຈົ້າຈະບໍ່ອ້າງເຖິງພຣະອົງ ຫລືກ່າວໃນພຣະນາມຂອງພຣະອົງອີກ” ກໍມີສິ່ງໃນໃຈຂອງຂ້າພຣະອົງເຫມືອນໄຟໄຫມ້ອັດຢູ່ໃນກະດູກຂອງຂ້າພຣະອົງ ແລະຂ້າພຣະອົງກໍອ່ອນເປັ້ຽທິ່ຕ້ອງອັດມັນໄວ້ ແລະຂ້າ ພຣະອົງກໍອັດໄວ້ບໍ່ໄຫວ 10 ເພາະຂ້າພຣະອົງໄດ້ຍິນສຽງຊຸບຊິບຫລາຍ ຄວາມຫວາດສຽວຢູ່ຮອບທຸກດ້ານ ມິດສະຫາຍທີ່ຄຸ້ນເຄີຍທັງສິ້ນຂອງຂ້າພຣະອົງກ່າວວ່າ, “ໃສ່ຄວາມເຂົາ ໃຫ້ເຮົາໃສ່ຄວາມເຂົາ” ເຂົາເຝົ້າເບິ່ງຄວາມຫລົ້ມຈົມຂອງຂ້າພຣະອົງ “ຫາກວ່າເຂົາຈະຖືກຫລອກລວງແລ້ວເຮົາຊະນະເຂົາໄດ້ ແລະທຳການແກ້ແຄ້ນເຂົາ” 11 ແຕ່ພຣະຜູ້ເປັນເຈົ້າຊົງຢູ່ຂ້າງຂ້າພະເຈົ້າ ດັ່ງນັກຮົບທີ່ຫນ້າຢ້ານ ເຫດສັນນັ້ນຜູ້ຂົ່ມເຫັງຂ້າພະເຈົ້າຈະສະດຸດ ເຂົາຈະບໍ່ຊະນະຂ້າພະເຈົ້າ ເຂົາຈະຂາຍຫນ້າຫລາຍ ເພາະເຂົາກະທຳບໍ່ສຳເຣັດ ຄວາມອັປຍົດອົດສູເປັນນິດຂອງເຂົານັ້ນຈະບໍ່ມີວັນລືມ 12 ຂ້າແດ່ພຣະຜູ້ເປັນເຈົ້າຈອມໂຍທາຜູ້ຊົງທົດລອງຄົນຊອບທັມ ຜູ້ທອດພຣະເນດທັງໃຈແລະຈິດ ຂໍໃຫ້ຂ້າພຣະອົງໄດ້ເຫັນການແກ້ແຄ້ນຂອງພຣະອົງເຫນືອເຂົາທັງຫລາຍ ເພາະຂ້າພຣະອົງໄດ້ຫທູນສເນີຄະດີຂອງຂ້າພຣະອົງແລ້ວ 13 ຈົ່ງຮ້ອງເພງຖວາຍພຣະຜູ້ເປັນເຈົ້າ ຈົ່ງສັຣເສີນພຣະຜູ້ເປັນເຈົ້າ ເພາະວ່າພຣະອົງຊົງຊ່ອຍກູ້ຊີວິດຂອງຜູ້ຂັດສົນ ໃຫ້ພົ້ນຈາກມືຂອງຜູ້ກະທຳຄວາມຊົ່ວຮ້າຍ 14 ຂໍຢ່າໃຫ້ວັນທີ່ຂ້າພະເຈົ້າເກີດມານັ້ນຮັບພອນ ຢ່າໃຫ້ວັນທີ່ມານດາຂອງຂ້າພະເຈົ້າຄອດຂ້າພະເຈົ້າໄດ້ຮັບພອນ 15 ຂໍໃຫ້ຊາຍຄົນນັ້ນຖືກສາບ ຄືຄົນທີ່ເຂົານຳຂ່າວໄປບອກບິດາຂ້າພະເຈົ້າວ່າ “ບຸດຊາຍຄົນນຶ່ງເກີດມາແກ່ທ່ານແລ້ວ” ອັນກະທຳໃຫ້ບິດາມີຄວາມຍິນດີຫລາຍ 16 ຂໍໃຫ້ຊ່ອຍຄົນນັ້ນເຫມືອນກັບບັນດາເມືອງ ຊຶ່ງພຣະຜູ້ເປັນເຈົ້າຊົງຄວ່ຳເສັຽແລະບໍ່ໄດ້ຊົງກັບພຣະທັຍ ຂໍໃຫ້ເຂົາໄດ້ຍິນສຽງຮ້ອງໄຫ້ຊ່ອຍໃນເວລາຕອນເຊົ້າແລະໃຫ້ໄດ້ຍິນສຽງໂວຍວາຍໃນເວລາທ່ຽງ 17 ເພາະເຂົາບໍ່ໄດ້ຂ້າຂ້າພະເຈົ້າເສັຽຕັ້ງແຕ່ໃນທ້ອງ ໃຫ້ມານດາຂອງຂ້າພະເຈົ້າເປັນຫລຸມຝັງສົບຂອງຂ້າພະເຈົ້າ ແລະທ້ອງນັ້ນຈະໄດ້ໃຫຍ່ຢູ່ເປັນນິດ 18 ເປັນຫຍັງຂ້າພະເຈົ້າຈຶ່ງອອກມາຈາກທ້ອງ ມາເຫັນຄວາມລຳບາກແລະຄວາມທຸກ ແລະວັນຄືນຂອງຂ້າພະເຈົ້າກໍສິ້ນເປືອງໄປດ້ວຍຄວາມອັບອາຍ
ທຳນວາຍເຖິງການທີ່ເຢຣູຊາເລັມຈະຖືກທຳລາຍ
1 ຕໍ່ໄປນີ້ເປັນຖ້ອຍຄຳຊຶ່ງມາຈາກພຣະຜູ້ເປັນເຈົ້າເຖິງເຢເຣມີຢາ ເມື່ອກະສັດເຊເດກີຢາຊົງໃຊ້ໃຫ້ປັສຮູຣ໌ ບຸດມັນຄີຢາ ແລະເຊຟັນຢາປະໂຣຫິດ ບຸດມາອາຊັຍຢາໄປຫາເຢເຣມີຢາວ່າ, 2 “ຂໍຈົ່ງທູນຖາມພຣະຜູ້ເປັນເຈົ້າເພື່ອເຮົາ ເພາະເນບຸກາດເຣສຊາຣ໌ກະສັດບາບິໂລນກຳລັງທຳສົງຄາມກັບເຮົາ ບາງທີພຣະຜູ້ເປັນເຈົ້າຈະຊົງກະທຳກັບເຮົາຕາມບັນດາພຣະຣາຊກິດອັນອັດສະຈັນຂອງພຣະອົງ ແລະຈະຊົງກະທໍາໃຫ້ເນບຸກາດເຣສຊາຣ໌ຖອຍທັບໄປຈາກເຣົາ” 3 ແລ້ວເຢເຣມີຢາບອກເຂົາທັງສອງວ່າ, 4 “ທ່ານຈົ່ງທູນແກ່ເຊເດກີຢາດັ່ງນີ້ວ່າ “ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະຫັນກັບຊຶ່ງຍຸດໂທປະກອນອັນຢູ່ໃນມືຂອງເຈົ້າແລະຊຶ່ງເຈົ້າໃຊ້ສູ້ຮົບກັບກະສັດບາບິໂລນແລະກັບຊົນຄັນເດອານຊຶ່ງກຳລັງລ້ອມເຈົ້າຢູ່ນອກກຳແພງ ແລະເຮົາຈະຮວບຮວມມັນມາໄວ້ໃນໃຈກາງເມືອງນີ້ 5 ເຣົາເອງຈະຕໍ່ສູ້ກັບເຈົ້າດ້ວຍມືທີ່ຢຽດອອກແລະດ້ວຍແຂນທີ່ແຂງແຮງດ້ວຍຄວາມກິ້ວ ດ້ວຍຄວາມກ້ຽວກາດແລະພິໂຣດມາກຍິ່ງ 6 ແລະເຮົາຈະໂຈມຕີຊາວກຸງນີ້ ທັງຄົນແລະສັດ ແລ້ວກໍຈະຕາຍລົງດ້ວຍໂຣກລະບາດຂະຫນາດຫນັກ 7 ພຣະຜູ້ເປັນເຈົ້າກ່າວວ່າ ພາຍຫລັງເຮົາຈະມອບເຊເດກີຢາກະສັດຂອງຢູດາ ແລະບັນດາຂ້າຣາຊການຂອງເຂົາ ແລະປະຊາຊົນເມືອງນີ້ຊຶ່ງລອດຕາຍຈາກໂຣກລະບາດ ດາບແລະການອຶດຢາກໄວ້ໃນມືຂອງເນບຸກາດເຣສຊາຣ໌ກະສັດແຫ່ງບາບິໂລນ ແລະມອບໄວ້ໃນມືຂອງສັດຕຣູຂອງເຂົາທັງຫລາຍ ໃນມືຂອງຄົນເຫລົ່ານັ້ນທີ່ສແວງຫາຊີວິດຂອງເຂົາ ທ່ານຈະຟັນເຂົາເສັຽດ້ວຍຄົມດາບ ທ່ານຈະບໍ່ສົງສານເຂົາທັງຫລາຍ ຫລືໄວ້ຊີວິດເຂົາ ຫລືມີຄວາມເມດຕາຕໍ່ເຂົາ” 8 “ແລະເຈົ້າຈົ່ງເວົ້າກັບຊົນຊາດນີ້ວ່າ “ພຣະເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາໄດ້ຕັ້ງວິຖີແຫ່ງຊີວິດແລະທາງແຫ່ງຄວາມຕາຍໄວ້ຕໍ່ຫນ້າເຈົ້າ 9 ຄົນທີ່ຢູ່ໃນເມືອງນີ້ຈະຕາຍເສັຽດ້ວຍດາບ ດ້ວຍການອຶດຢາກແລະດ້ວຍໂຣກລະບາດ ແຕ່ຜູ້ທີ່ອອກໄປຍອມມອບຕົວກັບຊົນຄັນດີອານຜູ້ຕັ້ງລ້ອມຢູ່ນັ້ນກໍຈະມີຊີວິດຢູ່ໄດ້ ແລະຈະມີຊີວິດຂອງຕົນເປັນຮາງວັນແຫ່ງການສົງຄາມ 10 ພຣະຜູ້ເປັນເຈົ້າກ່າວວ່າ ເພາະເຮົາໄດ້ມຸ່ງຫນ້າຕໍ່ສູ້ເມືອງນີ້ດ້ວຍຄວາມຮ້າຍບໍ່ແມ່ນດ້ວຍຄວາມດີ ຄືເມືອງນີ້ຈະຖືກມອບໄວ້ໃນມືຂອງກະສັດແຫ່ງບາບິໂລນ ແລະທ່ານຈະເຜົາມັນເສັຽດ້ວຍໄຟ”
ຄຳພະຍາກອນກ່ຽວກັບກະສັດຢູດາ
11 ຈົ່ງກ່າວຕໍ່ວົງວານຂອງກະສັດຢູດາວ່າ “ວົງວານດາວິດເອີຍ 12 ຈົ່ງຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ຈົ່ງໃຫ້ຄວາມຍຸດຕິທັມໃນເວລາເຊົ້າ ຈົ່ງຊ່ອຍກູ້ຜູ້ທີ່ຖືກປຸ້ນ ໃຫ້ພົ້ນຈາກມືຜູ້ທີ່ບີບບັງຄັບ ຢ້ານວ່າຄວາມພິໂຣດຂອງເຮົາຈະອອກໄປເຫມືອນໄຟ ແລະເຜົາໄຫມ້ຢ່າງທີ່ບໍ່ມີໃຜດັບໄດ້ ເພາະການກະທຳອັນຊົ່ວຊ້າຂອງເຈົ້າທັງຫລາຍ” 13 ຊາວທີ່ລຸ່ມເອີຍ ເບິ່ງແມ໋, ເຮົາຕໍ່ສູ້ເຈົ້າ ສີລາແຫ່ງຖ້າມກາງທົ່ງພຽງເອີຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ, ພວກເຈົ້າຜູ້ກ່າວວ່າ “ໃຜຈະລົງມາຕໍ່ສູ້ກັບເຮົາ ຫລືໃຜຈະເຂົ້າມາໃນທີ່ອາໄສຂອງເຮົາ” 14 ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຈະລົງໂທດເຈົ້າທັງຫລາຍຕາມຜົນແຫ່ງການກະທຳຂອງເຈົ້າ ເຮົາຈະກໍ່ໄຟໄວ້ໃນປ່າຂອງເມືອງນັ້ນ ແລະໄຟນັ້ນຈະເຜົາຜານສິ່ງຕ່າງໆທີ່ຢູ່ຮອບເມືອງນັ້ນຫມົດ”
1 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ຈົ່ງລົງໄປຍັງຣາຊສຳນັກຂອງກະສັດຢູດາ ແລະກ່າວຖ້ອຍຄຳເຫລົ່ານີ້ທີ່ນັ້ນ 2 ວ່າ, “ຂ້າແດ່ພຣະຣາຊາແຫ່ງຢູດາ ຜູ້ປະທັບເທິງພຣະທີ່ນັ່ງຂອງດາວິດ ຈົ່ງຟັງພຣະວັຈນະຂອງພຣະຜູ້ເປັນເຈົ້າ ທັງຕົວທ່ານ ຂ້າຣາຊການຂອງທ່ານ ແລະປະຊາຊົນຂອງທ່ານຜູ້ເຂົ້າມາໃນປະຕູເມືອງນີ້ 3 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຈົ່ງກະທຳຄວາມຍຸດຕິທັມແລະຄວາມຊອບທັມ ຈົ່ງຊ່ອຍກູ້ຜູ້ທີ່ຖືກປຸ້ນໃຫ້ພົ້ນມືຂອງຜູ້ທີ່ບີບບັງຄັບ ແລະຢ່າໄດ້ກະທຳຄວາມຜິດຫລືຄວາມທາຣຸນແກ່ຊົນຕ່າງດ້າວ ລູກກຳພ້າພໍ່ແລະຍິງຫມ້າຍ ຫລືຫລັ່ງໂລຫິດທີ່ໄຮ້ຄວາມຜິດໃຫ້ເຖິງຕາຍໃນສະຖານທີ່ນີ້ 4 ຖ້າທ່ານເຊື່ອຟັງຖ້ອຍຄຳຂໍ້ນີ້ຈິງ ແລ້ວຈະມີພຣະຣາຊາຜູ້ປະທັບເທິງພຣະທີ່ນັ່ງຂອງດາວິດເຂົ້າມາທາງປະຕູຂອງພຣະຣາຊວັງນີ້ ສະເດັດມາໂດຍຣົດຮົບແລະມ້າທັງຕົວພຣະຣາຊາ ບັນດາຂ້າຣາຊຫານແລະປະຊາຊົນຂອງທ່ານນັ້ນ 5 ແຕ່ຖ້າທ່ານບໍ່ຟັງຖ້ອຍຄຳເຫລົ່ານີ້ ພຣະຜູ້ເປັນເຈົ້າກ່າວວ່າ ເຮົາປະຕິຍານໃນນາມຂອງເຮົາເອງວ່າຣາຊສຳນັກນີ້ຈະເປັນທີ່ຮ້າງເປົ່າ 6 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ກ່ຽວກັບຣາຊສຳນັກແຫ່ງກະສັດຂອງຢູດາວ່າ, “ເຈົ້າເປັນເຫມືອນກິເລອາດແກ່ເຣົາ ເປັນດັ່ງຍອດພູສູງເລບານອນ ເຖິງປານນັ້ນ ເຮົາຈະກະທຳເຈົ້າໃຫ້ເປັນຖິ່ນກັນດານ ເປັນເມືອງທີ່ບໍ່ມີຄົນອາໄສ 7 ເຮົາຈະຕຽມຜູ້ທຳລາຍໄວ້ຕໍ່ສູ້ເຈົ້າຕ່າງກໍມີອາວຸດຂອງຕົນ ແລະເຂົາທັງຫລາຍຈະຕັດຕົ້ນສົນຢ່າງດີຂອງເຈົ້າລົງແລະໂຍນເຂົ້າໃນໄຟ 8 “ແລະປະຊາຊົນຫລວງຫລາຍຈະຜ່ານເມືອງນີ້ໄປ ແລະທຸກຄົນຈະເວົ້າກັບເພື່ອນຂອງຕົນວ່າ “ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງຊົງກະທຳເຊັ່ນນີ້ແກ່ເມືອງໃຫຍ່ນີ້” 9 ແລະເຂົາທັງຫລາຍໄດ້ປະຖິ້ມຄຳຫມັ້ນສັນຍາຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາ ແລະນະມັສການກັບບົວລະບັດພຣະອື່ນ” 10 ຢ່າຮ້ອງໄຫ້ອາລັຍແກ່ຜູ້ທີ່ຕາຍໄປ ຢ່າເສັຽໃຈດ້ວຍເຂົາເລີຍ ແຕ່ຈົ່ງຮ້ອງໄຫ້ອາລັຍຜູ້ທີ່ໄປແລ້ວ ເພາະເຂົາຈະບໍ່ໄດ້ກັບມາເຫັນບ້ານເກີດເມືອງນອນຂອງເຂົາອີກເລີຍ 11 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະກ່ຽວກັບຊັນລູມບຸດໂຢຊີຢາ ກະສັດແຫ່ງຢູດາ ຜູ້ຊຶ່ງຄອງຣາຊແທນໂຢຊີຢາຣາຊບິດາ ແລະຜູ້ທີ່ໄປຈາກສະຖານທີ່ນີ້ “ທ່ານຈະບໍ່ໄດ້ກັບມາທີ່ນີ້ອີກ 12 ທ່ານຈະສິ້ນຊີວິດ ໃນທີ່ຊຶ່ງເຂົາຈັບທ່ານໄປເປັນຊະເລີຍ ແລະທ່ານຈະບໍ່ເຫັນແຜ່ນດິນນີ້ອີກເລີຍ” 13 “ວິບັດແກ່ເຂົາຜູ້ສ້າງວັງຂອງຕົນດ້ວຍຄວາມບໍ່ຊອບທັມ ແລະສ້າງຫ້ອງຊັ້ນເທິງໄວ້ດ້ວຍຄວາມບໍ່ຍຸດຕິທັມ ຜູ້ທີ່ທຳໃຫ້ເພື່ອນບ້ານຂອງເຂົາບົວລະບັດເຂົາໂດຍບໍ່ໄດ້ສິ່ງໃດເລີຍ ແລະບໍ່ໄດ້ຈ່າຍຄ່າຈ້າງໃຫ້ແກ່ເຂົາ 14 ຜູ້ກ່າວວ່າ, “ເຮົາຈະສ້າງວັງໃຫຍ່ຢູ່ເອງ ກັບມີຫ້ອງຊັ້ນເທິງກວ້າງຂວາງ ແລະເຈາະຫນ້າຕ່າງໃຫ້ຫ້ອງນັ້ນ ແລະແອ້ມຝາດ້ວຍໄມ້ສົນແລະທາສີແດງດ້ວຍ 15 ເຈົ້າຄິດວ່າເຈົ້າເປັນກະສັດ ເພາະເຈົ້າແຂ່ງໄມ້ສົນກັນຫລື ຣາຊບິດາຂອງເຈົ້າບໍ່ໄດ້ກິນແລະດື່ມ ແລະກະທຳຄວາມຍຸດຕິທັມແລະຄວາມຊອບທັມດອກຫລື ຝ່າຍຣາຊບິດາກໍຢູ່ເຢັນເປັນສຸກ 16 ເຂົາພິພາກສາຄະດີຂອງຄົນຈົນແລະຄົນຂັດສົນ ເຂົາກໍຢູ່ເຢັນເປັນສຸກ ເຮັດຢ່າງນີ້ເປັນການຮູ້ຈັກເຣົາຫລື ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 17 ແຕ່ເຈົ້າມີຕາແລະໃຈ ໄວ້ພຽງມຸ່ງເອົາກຳໄລສ່ວນຕົວເພື່ອຫລັ່ງໂລຫິດທີ່ໄຮ້ຄວາມຜິດໃຫ້ເຖິງຕາຍ ແລະເພື່ອປະຕິບັດການບີບບັງຄັບແລະຄວາມທາຣຸນ” 18 ດັ່ງນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ກ່ຽວກັບເຢຮົວອາກິມບຸດຂອງໂຢຊີຢາວ່າກະສັດແຫ່ງຢູດາວ່າ, “ເຂົາທັງຫລາຍຈະບໍ່ໂອ່ຍຄວນອາລັຍເຂົາວ່າ “ອະນິຈາ ອ້າຍເອີຍ” ຫລື “ອະນິຈາ ເອື້ອຍເອີຍ” ເຂົາທັງຫລາຍຈະບໍ່ໂອ່ຍຄວນອາລັຍເຂົາວ່າ “ອະນິຈາ ພຣະອົງທ່ານ” ຫລື “ອະນິຈາ ພຣະບາດສົມເດັດພຣະເຈົ້າຢູ່ຫົວ” 19 ທ່ານຈະຖືກຝັງໄວ້ຢ່າງຝັງລາ ຄືຖືກລາກໄປໂຍນຖິ້ມໄວ້ຂ້າງນອກປະຕູເມືອງເຢຣູຊາເລັມ” 20 “ຈົ່ງຂຶ້ນໄປທີ່ເລບານອນ ແລະຮ້ອງວ່າ ແລະຈົ່ງເປັ່ງສຽງຂອງເຈົ້າໃນເມືອງບາຊານ ຈົ່ງຮ້ອງຈາກອາບາຣິມ ເພາະວ່າຄົນຮັກທັງສິ້ນຂອງເຈົ້າຖືກທຳລາຍ 21 ເຣົາໄດ້ເວົ້າກັບເຈົ້າເມື່ອເຈົ້າຢູ່ສຸກສະບາຍ ແຕ່ເຈົ້າກ່າວວ່າ “ເຣົາຈະບໍ່ຟັງ” ນີ້ເປັນວິທີການຂອງເຈົ້າຕັ້ງແຕ່ຍັງຫນຸ່ມໆ ຄືເຈົ້າບໍ່ເຊື່ອຟັງສຽງຂອງເຮົາ 22 ລົມຈະຄວບຄຸມດູແລຜູ້ລ້ຽງແກະທັງຫລາຍຂອງເຈົ້າ ແລະບັນດາຄົນຮັກຂອງເຈົ້າຈະໄປເປັນຊະເລີຍ ແລ້ວເຈົ້າຈະອັບອາຍຂາຍຫນ້າ ເນື່ອງດ້ວຍຄວາມອະທັມທັງສິ້ນຂອງເຈົ້າ 23 ຊາວເມືອງເລບານອນເອີຍ ທີ່ສ້າງຮັງຢູ່ຖ້າມກາງໄມ້ສົນ ເຈົ້າຈະຄ່ຳຄວນຈັກເທົ່າໃດເມື່ອຄວາມເຈັບປວດມາເຫນືອເຈົ້າ ເຫມືອນຢ່າງຄວາມເຈັບປວດຂອງຍິງທີ່ຄອດບຸດ” 24 “ພຣະຜູ້ເປັນເຈົ້າກ່າວວ່າ ຕາບໃດເຮົາມີຊີວິດຢູ່ ແມ້ວ່າໂກນິຢາ ຣາຊບຸດຂອງເຢຣົວອາຄິນ ກະສັດແຫ່ງຢູດາເປັນແຫວນຕາຢູ່ທີ່ມືຂວາຂອງເຮົາ ເຖິງປານນັ້ນເຮົາຈະຖອດອອກເສັຽ 25 ແລະມອບເຈົ້າໄວ້ໃນມືຂອງຄົນເຫລົ່ານັ້ນທີ່ສແວງຫາຊີວິດຂອງເຈົ້າ ໃນມືຂອງຄົນເຫລົ່ານັ້ນຊຶ່ງພວກເຈົ້າຢ້ານ ຄືວ່າໃນມືຂອງເນບູກາເຣສຊາຣ໌ ພຣະຣາຊາແຫ່ງບາບິໂລນ ແລະໃນມືຂອງຄົນຄັນເດອານ 26 ເຮົາຈະແກ່ວງເຈົ້າແລະມານດາຜູ້ທີ່ຄອດເຈົ້າໄປຍັງອີກປະເທດນຶ່ງ ທີ່ຊຶ່ງເຈົ້າບໍ່ໄດ້ເກີດທີ່ນັ້ນ ແລະເຈົ້າຈະຕາຍທີ່ນັ້ນ 27 ແຕ່ແຜ່ນດິນຊຶ່ງເຂົາອາລັຍຢາກຈະກັບນັ້ນ ເຂົາຈະບໍ່ໄດ້ກັບໄປສູ່ໄດ້” 28 ໂກນີຢາ ຊາຍຜູ້ນີ້ເປັນຫມໍ້ທີ່ຖືກດູຫມິ່ນແລະແຕກຫລື ເປັນພາຊນະທີ່ບໍ່ມີຜູ້ໃດມັກຫລື ເປັນຫຍັງຕົວເຂົາແລະລູກຂອງເຂົາຈຶ່ງຖືກແກ່ວງແລະຖືກໂຍນເຂົ້າໄປໃນແຜ່ນດິນຊຶ່ງເຂົາທັງຫລາຍບໍ່ຮູ້ຈັກ 29 ໂອ ແຜ່ນດິນ ແຜ່ນດິນ ແຜ່ນດິນເອີຍ ຈົ່ງຟັງພຣະວັຈນະຂອງພຣະຜູ້ເປັນເຈົ້າ 30 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ຈົ່ງຂຽນລົງວ່າຊາຍຄົນນີ້ບໍ່ມີບຸດ ເປັນຊາຍຊຶ່ງບໍ່ມີຄວາມສຳເຣັດໃນຊົ່ວຊີວິດຂອງເຂົາ ເພາະບໍ່ມີລູກຂອງເຂົາຈັກຄົນນຶ່ງທີ່ຈະສຳເຣັດໃນການປະທັບເທິງພຣະທີ່ນັ່ງຂອງດາວິດ ແລະປົກຄອງໃນຢູດາອີກ
ຄວາມຫວັງໃນອະນາຄົດ
1 ພຣະຜູ້ເປັນເຈົ້າຈະຊົງພິພາກສາໂທດພວກປົກຄອງທັງຫລາຍຢ່າງຮ້າຍແຮງ ຍ້ອນວ່າເຂົາໄດ້ເຮັດໃຫ້ໄພ່ພົນອຂງພຣະອົງຖືກຂ້າ ແລະແຕກກະຈັດກະຈາຍໄປ 2 ຕໍ່ໄປນີ້ແມ່ນຖ້ອຍຄຳທີ່ພຣະຜູ້ເປັນເຈົ້າຂອງອິສຣາເອນຊົງກ່າວເຖິງພວກປົກຄອງ ຄືຜູ້ລ້ຽງດູໄພ່ພົນຂອງພຣະອົງວ່າ, “ພວກເຈົ້າໄດ້ເຮັດໃຫ້ໄພ່ພົນຂອງເຮົາແຕກກະຈັດກະຈາຍໄປ ໄດ້ຂັບໄລ່ໃຫ້ເຂົາຫນີໄປ ບໍ່ໄດ້ລ້ຽງດູເຂົາ ບັດນີ້ເຮົາຈະລົງໂທດເຈົ້າ ຍ້ອນວ່າເຈົ້າໄດ້ກະທຳການຊົ່ວ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 3 ເຮົາຈະເຕົ້າໂຮມເອົາໄພ່ພົນຂອງເຮົາທີ່ຍັງເຫລືອຢູ່ອອກມາຈາກປະເທດຕ່າງໆທີ່ເຮົາໄດ້ເຮັດໃຫ້ເຂົາແຕກກະຈັດກະຈາຍໄປ ແລ້ວນຳກັບຄືນມາບ້ານເມືອງຂອງເຂົາ ເຂົາຈະມີລູກຫລານເພີ້ມທະວີຂຶ້ນຢ່າງຫລວງຫລາຍ 4 ເຮົາຈະໃຫ້ມີຜູ້ປົກຄອງຊຶ່ງຈະເບິ່ງແຍງເຂົາ ເຂົາຈະບໍ່ຢ້ານຫລືຕື່ນເຕັ້ນວຸ້ນວາຍອີກຕໍ່ໄປ ຈະບໍ່ມີໃຜຈັກຄົນສູນເສັຽໄປ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 5 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ວັນເວລານັ້ນຈະມາເຖິງແນ່ນອນ ໃນເວລານັ້ນເຮົາຈະເລືອກເອົາຄົນນຶ່ງຈາກເຊື້ອສາຍຂອງດາວິດມາເປັນກະສັດຜູ້ຊອບທັມ ກະສັດອົງນີ້ຈະປົກຄອງຢ່າງສລາດຫລັກແຫລມ ຈະເຮັດແຕ່ສິ່ງທີ່ຊອບທັມແລະຍຸດຕິທັມຕໍ່ໄພ່ຟ້າປະຊາຊົນທົ່ວປະເທດ 6 ໃນລະຫວ່າງກະສັດອົງນີ້ສະເຫວີຍຣາຊຢູ່ນັ້ນ ປະຊາຊົນຢູດາແລະອິສຣາເອນຈະມີຄວາມສງົບສຸກ ພວກເຂົາຈະເອີ້ນຊື່ກະສັດອົງນີ້ວ່າ ພຣະຜູ້ເປັນເຈົ້າຜູ້ຊ່ອຍເຮົາໃຫ້ລອດພົ້ນ” 7 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເວລານັ້ນມາເຖິງ ເມື່ອນັ້ນຄົນທັງຫລາຍຈະບໍ່ກ່າວສາບານອີກຕໍ່ໄປວ່າ ແມ່ນພຣະເຈົ້າຜູ້ຊົງມີຊີວິດນຳພາປະຊາຊົນອິສຣາເອນອອກຈາກປະເທດເອຢິບ 8 ແຕ່ຈະກ່າວສາບານວ່າ ແມ່ນພຣະເຈົ້າຜູ້ຊົງມີຊີວິດນຳພາປະຊາຊົນອິສຣາເອນອອກຈາກປະເທດຝ່າຍເຫນືອ ແລະອອກມາຈາກປະເທດທັງປວງທີ່ເຮົາໄດ້ໃຫ້ເຂົາກະຈັດກະຈາຍໄປນັ້ນ ແລ້ວພວກເຂົາຈະຢູ່ໃນປະເທດຂອງເຂົາເອງ” 9 ກ່ຽວກັບເຣື່ອງບັນດາຜູ້ປະກາດພຣະທັມມີວ່າ ໃຈຂອງຂ້າເປັນທຸກຢູ່ພາຍໃນຂ້າ ແລະດູກທັງສິ້ນຂອງຂ້າກໍສັ່ນ ຂ້າເປັນເຫມືອນຄົນເມົາເຫລົ້າອະງຸ່ນ ເນື່ອງດ້ວຍພຣະຜູ້ເປັນເຈົ້າ ແລະເນື່ອງດ້ວຍພຣະວັຈນະບໍຣິສຸດຂອງພຣະອົງ 10 ເພາະວ່າ ແຜ່ນດິນນັ້ນເຕັມໄປດ້ວຍການລ່ວງປະເວນີ ດ້ວຍເຫດຄຳສາບແຊ່ງແຜ່ນດິນນັ້ນກໍໄວ້ທຸກ ແລະລານຫຍ້າໃນຖິ່ນກັນດານກໍແຫ້ງໄປ ວິຖີຂອງເຂົາທັງຫລາຍກໍຊົ່ວຊ້າ ແລະອຳນາດຂອງເຂົາທັງຫລາຍກໍບໍ່ເປັນທັມ 11 ພຣະຜູ້ເປັນເຈົ້າກ່າວວ່າ, “ທັງຜູ້ປະກາດພຣະທັມແລະປະໂຣຫິດກໍອະທັມ ເຖິງແມ່ນວ່າໃນວິຫານຂອງເຮົາ ເຮົາກໍໄດ້ເຫັນຄວາມຊົ່ວຂອງເຂົາ 12 ເຫດສັນນັ້ນ ຫົນທາງຂອງເຂົາທັງຫລາຍຈະຫມື່ນໃນຄວາມມືດແກ່ເຂົາ ເຂົາຈະຖືກຂັບໄລ່ເຂົ້າໄປແລະລົ້ມລົງໃນນັ້ນ ເພາະເຮົາຈະນຳເຫດຮ້າຍມາເຫນືອເຂົາໃນປີແຫ່ງການລົງໂທດເຂົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 13 ໃນບັນດາຜູ້ປະກາດພຣະທັມແຫ່ງຊາມາເຣັຽ ເຮົາໄດ້ເຫັນສິ່ງທີ່ບໍ່ເຫມາະຢ່າງຍິ່ງ ເຂົາໄດ້ປະກາດພຣະທັມໃນນາມຂອງພຣະບາອານ ແລະໄດ້ໃຫ້ອິສຣາເອນໄພ່ພົນຂອງເຮົາຫລົງໄປ 14 ແຕ່ໃນຜູ້ປະກາດພຣະທັມແຫ່ງເຢຣູຊາເລັມ ເຮົາໄດ້ເຫັນສິ່ງອັນຫນ້າຫວາດສຽວ ເຂົາລ່ວງປະເວນີແລະດຳເນີນຢູ່ໃນຄວາມມຸສາ ເຂົາທັງຫລາຍຫນຸນກໍາລັງມືຂອງຜູ້ກະທຳຄວາມຊົ່ວ ຈຶ່ງບໍ່ມີຜູ້ນຶ່ງຜູ້ໃດຫັນຈາກຄວາມອະທັມຂອງເຂົາ ເຂົາທຸກຄົນກາຍເປັນເຫມືອນໂຊໂດມແກ່ເຮົາ ແລະຊາວເມືອງນັ້ນກໍເຫມືອນໂກໂມຣາ 15 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈອມໂຍທາ ຈຶ່ງຕຣັດກ່ຽວກັບເຣື່ອງຜູ້ປະກາດພຣະທັມເຫລົ່ານັ້ນວ່າ, “ເບິ່ງແມ໋, ເຮົາຈະລ້ຽງເຂົາດ້ວຍພືດຂົມ ແລະໃຫ້ນ້ຳບີຫມີເຂົາດື່ມ ເພາະວ່າຄວາມອະທັມໄດ້ອອກໄປທົ່ວແຜ່ນດິນນີ້ ຈາກຜູ້ປະກາດພຣະທັມແຫ່ງເຢຣູຊາເລັມ” 16 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ, “ຢ່າຟັງຖ້ອຍຄຳຂອງຜູ້ປະກາດພຣະທັມ ຜູ້ປະກາດໃຫ້ທ່ານຟັງກະທຳໃຫ້ທ່ານເຕັມດ້ວຍຄວາມຫວັງລົມໆແລ້ງໆ ເຂົາກ່າວເຖິງນິມິດແຫ່ງໃຈຂອງເຂົາເອງ ບໍ່ແມ່ນຈາກພຣະໂອດຂອງພຣະຜູ້ເປັນເຈົ້າ 17 ເຂົາເວົ້າກັບຄົນທີ່ດູຫມິ່ນພຣະວັຈນະຂອງພຣະຜູ້ເປັນເຈົ້າສເມີວ່າ “ທ່ານຈະສຸກສະບາບ” ແລະແກ່ທຸກຄົນທີ່ດື້ຕາມໃຈຂອງຕົນເອງ ເຂົາທັງຫລາຍກ່າວວ່າ “ຈະບໍ່ມີເຫດຮ້າຍມາເຫນືອເຈົ້າ” 18 ເພາະວ່າຜູ້ໃດແດ່ທີ່ໄດ້ຢືນຢູ່ໃນພົນພັກຂອງພຣະຜູ້ເປັນເຈົ້າ ທີ່ຈະພິເຄາະເຫັນແລະຟັງພຣະວັຈນະຂອງພຣະອົງ ຫລືຜູ້ໃດທີ່ເຊື່ອຟັງພຣະວັຈນະຂອງພຣະອົງແລະຄອຍຟັງ 19 ເບິ່ງແມ໋, ນັ້ນພະຍຸຂອງພຣະຜູ້ເປັນເຈົ້າ ຄືພຣະພິໂຣດໄດ້ອອກໄປແລ້ວເປັນພະຍຸຫມຸນວຽນ ມັນຈະລະເບີດຂຶ້ນເຫນືອຫົວຂອງຄົນອະທັມ 20 ຄວາມກິ້ວຂອງພຣະຜູ້ເປັນເຈົ້າຈະບໍ່ຫັນກັບຈົນກວ່າພຣະອົງຈະຊົງກະທຳໃຫ້ສຳເຣັດ ຕາມພຣະເຈຕນາແຫ່ງພຣະຫັຖທັຍຂອງພຣະອົງ ໃນວັນຫລັງໆເຈົ້າທັງຫລາຍຈະເຂົ້າໃຈເຣື່ອງນີ້ແຈ່ມແຈ້ງ 21 “ເຮົາບໍ່ໄດ້ໃຊ້ຜູ້ປະກາດພຣະທັມເຫລົ່ານັ້ນ ແຕ່ເຂົາທັງຫລາຍຍັງແລ່ນໄປ ເຮົາບໍ່ໄດ້ເວົ້າກັບເຂົາທັງຫລາຍ ແຕ່ເຂົາທັງຫລາຍຍັງປະກາດພຣະທັມ 22 ແຕ່ຖ້າເຂົາທັງຫລາຍໄດ້ຢືນຢູ່ໃນການປະຊຸມຂອງເຮົາ ແລ້ວເຂົາຄົງຈະໄດ້ປ່າວຮ້ອງຖ້ອຍຄຳຂອງເຮົາຕໍ່ໄພ່ພົນຂອງເຮົາ ແລະເຂົາທັງຫລາຍຄົງຈະໄດ້ໃຫ້ປະຊາຊົນຫັນກັບຈາກທາງຊົ່ວຂອງເຂົາແລ້ວ ແລະຫັນກັບຈາກຄວາມຊົ່ວຊ້າໃນການກະທຳຂອງເຂົາ 23 “ພຣະຜູ້ເປັນເຈົ້າກ່າວວ່າ ເຮົາເປັນພຣະຜູ້ເປັນເຈົ້າແຄ່ຄືບ ບໍ່ແມ່ນພຣະເຈົ້າທີ່ຢູ່ໄກດ້ວຍດອກຫລື 24 ພຣະຜູ້ເປັນເຈົ້າກ່າວວ່າ ຄົນໃດຈະຫລົບລີ້ຈາກເຮົາໄປຢູ່ໃນທີ່ລັບເພື່ອເຮົາຈະບໍ່ໄດ້ເຫັນເຂົາໄດ້ຫລື ພຣະຜູ້ເປັນເຈົ້າກ່າວວ່າ ເຮົາບໍ່ໄດ້ຢູ່ເຕັມຟ້າສວັນແລະໂລກດອກຫລື 25 ເຣົາໄດ້ຍິນຜູ້ປະກາດພຣະທັມຜູ້ຊຶ່ງປະກາດພຣະທັມໃນນາມຂອງເຮົາໄດ້ກ່າວແລ້ວວ່າ “ຂ້າພະເຈົ້າຝັນໄປ ຂ້າພະເຈົ້າຝັນໄປ” 26 ອີກດົນປານໃດທີ່ຄຳມຸສາຈະຢູ່ໃນໃຈຂອງຜູ້ປະກາດພຣະທັມ ຊຶ່ງປະກາດເຣື່ອງເທັດ ແລະຜູ້ປະກາດພຣະທັມຕາມການຫລອກລວງແຫ່ງຈິດໃຈຂອງເຂົາເອງ 27 ຜູ້ຊຶ່ງຄິດວ່າຈະກະທຳໃຫ້ໄພ່ພົນຂອງເຮົາລືມຊື່ຂອງເຮົາ ໂດຍຄວາມຝັນຂອງເຂົາທັງຫລາຍຊຶ່ງເຂົາເລົ່າສູ່ກັນແລະກັນຟັງ ເຫມືອນຢ່າງກັບບັນພະບຸຣຸດຂອງເຂົາລືມນາມຂອງເຮົາ ໄປຕິດຕາມພຣະບາອານ 28 ຈົ່ງໃຫ້ຜູ້ປະກາດພຣະທັມທີ່ຝັນເລົ່າຄວາມຝັນ ແຕ່ໃຫ້ຄົນທີ່ມີຖ້ອຍຄຳຂອງເຮົາກ່າວຖ້ອຍຄຳຂອງເຮົາຢ່າງສຸຈຣິດພຣະຜູ້ເປັນເຈົ້າກ່າວວ່າ ເຟືອງເຂົ້າມີຫຍັງແກ່ທີ່ເຫມືອນເຂົ້າສາລີ 29 ພຣະຜູ້ເປັນເຈົ້າກ່າວວ່າ ຖ້ອຍຄຳຂອງເຮົາບໍ່ເຫມືອນໄຟຫລື ຫລືເຫມືອນຄ້ອນທີ່ທຸບຫີນໃຫ້ແຕກເປັນປ່ຽງໆ 30 ພຣະຜູ້ເປັນເຈົ້າກ່າວວ່າ, “ເຫດສັນນັ້ນ ເບິ່ງແມ໋, ເຮົາຕໍ່ສູ້ກັບບັນດາຜູ້ປະກາດພຣະທັມ ຜູ້ຂະໂມຍຖ້ອຍຄຳຂອງເຮົາຈາກກັນແລະກັນ 31 ພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຕໍ່ສູ້ກັບຜູ້ປະກາດພຣະທັມ ຜູ້ໃຊ້ລີ້ນຂອງເຂົາກ່າວວ່າ “ພຣະຜູ້ເປັນເຈົ້າຊົງກ່າວວ່າ” 32 ພຣະຜູ້ເປັນເຈົ້າກ່າວວ່າ, “ເບິ່ງແມ໋, ເຮົາຕໍ່ສູ້ກັບຄົນເຫລົ່ານັ້ນທີ່ປະກາດຄວາມຝັນເທັດ ແລະຜູ້ຊຶ່ງບອກແລະນຳໄພ່ພົນຂອງເຮົາໃຫ້ຫລົງໄປ ໂດຍຄຳຕົວະແລະຄຳໂອ້ອວດຂອງເຂົາ ເມື່ອເຮົາບໍ່ໄດ້ໃຊ້ເຂົາຫລືສັ່ງເຂົາ ເຫດສັນນັ້ນເຂົາຈຶ່ງບໍ່ເປັນ ປໂຍດແກ່ຊົນຊາດນີ້ຢ່າງໃດເລີຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 33 “ເມື່ອມີໄພ່ພົນຄົນນຶ່ງຄົນໃດ ຫລືຜູ້ປະກາດພຣະທັມຄົນໃດ ຫລືປະໂຣຫິດຄົນໃດຖາມເຈົ້າວ່າ, “ພຣະຜູ້ເປັນເຈົ້າໄດ້ກ່າວຢ່າງໃດ” ເຈົ້າຈົ່ງຕອບເຂົາວ່າ, “ພຣະຜູ້ເປັນເຈົ້າກ່າວວ່າ ເຈົ້າທັງຫລາຍນັ້ນແຫລະເປັນພາຣະຫນັກ ແລະເຮົາຈະປະຖິ້ມເຈົ້າເສັຽ 34 ແລະສ່ວນຜູ້ປະກາດພຣະທັມ ປະໂຣຫິດຫລືປະຊາຊົນຜູ້ນຶ່ງຜູ້ໃດຊຶ່ງເວົ້າວ່າ “ພາລະຫນັກຂອງພຣະຜູ້ເປັນເຈົ້າ” ເຮົາຈະລົງໂທດຜູ້ນັ້ນແລະທັງຄົວເຮືອນຂອງເຂົາ 35 ເຈົ້າທັງຫລາຍຈົ່ງເວົ້າດັ່ງນີ້ ຄືທຸກຄົນເວົ້າກັບເພື່ອນບ້ານຂອງຕົນຫລືທຸກຄົນເວົ້າກັບພີ່ນ້ອງຂອງຕົນວ່າ, “ພຣະຜູ້ເປັນເຈົ້າຕອບວ່າຢ່າງໃດ” ຫລື “ພຣະຜູ້ເປັນເຈົ້າຊົງລັ່ນວາຈາວ່າຢ່າງໃດ” 36 ແຕ່ເຈົ້າທັງຫລາຍຢ່າເອີຍວ່າ “ພາລະຫນັກຂອງພຣະຜູ້ເປັນເຈົ້າອີກເລີຍ ເພາະວ່າພາລະຫນັກນັ້ນເປັນຄຳຂອງແຕ່ລະຄົນ ແລະເຈົ້າໄດ້ຜັນແປພຣະວັຈນະຂອງພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ ພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າຂອງເຮົາ 37 ເຈົ້າຈົ່ງກ່າວກັບຜູ້ປະກາດພຣະທັມດັ່ງນີ້ວ່າ “ພຣະຜູ້ເປັນເຈົ້າຊົງຕອບທ່ານວ່າຢ່າງໃດ” ຫລື ພຣະຜູ້ເປັນເຈົ້າຊົງລັ່ນວາຈາຢ່າງໃດ” 38 ແຕ່ຖ້າເຈົ້າທັງຫລາຍເວົ້າວ່າ “ພາລະຫນັກຂອງພຣະຜູ້ເປັນເຈົ້າ” ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ “ເພາະເຈົ້າທັງຫລາຍໄດ້ກ່າວຄຳເຫລົ່ານີ້ວ່າ “ພາລະຫນັກຂອງພຣະຜູ້ເປັນເຈົ້າ” ເມື່ອເຮົາໃຊ້ໄປຫາເຈົ້າທັງຫລາຍເຣົາວ່າ ເຈົ້າຢ່າເວົ້າວ່າ “ພາລະຫນັກຂອງພຣະຜູ້ເປັນເຈົ້າ 39 ເຫດສັນນັ້ນ ເຮົາຈະຍົກເຈົ້າທັງຫລາຍຂຶ້ນເປັນແນ່ ແລະໂຍນເຈົ້າທັງຫລາຍຂຶ້ນເປັນແນ່ ທັງເຈົ້າແລະເມືອງຊຶ່ງເຮົາໄດ້ໃຫ້ແກ່ເຈົ້າແລະແກ່ບັນພະບຸຣຸດຂອງເຈົ້າ 40 ແລະເຮົາຈະນຳຄວາມຖືກຕຳຫນິເປັນນິດ ແລະຄວາມອາຍເນື່ອງນິດມາເຫນືອເຈົ້າທັງຫລາຍ ຊຶ່ງລືມເສັຽບໍ່ໄດ້ເລີຍ”
ບົດຮຽນຈາກຫມາກເດື່ອດີແລະບໍ່ດີ
1 ຫລັງຈາກເນບຸກາດເຣສຊາຣ໌ກະສັດແຫ່ງບາບິໂລນໄດ້ຈັບເຢໂກນິຢາ ຣາຊບຸດຂອງເຢຮົວອາກິມກະສັດແຫ່ງຢູດາໄປເປັນຊະເລີຍເສັຽຈາກເຢຣູຊາເລັມພ້ອມກັບເຈົ້ານາຍແຫ່ງຢູດາ ທັງພວກຊ່າງແລະຊ່າງເຫລັກແລະນຳເຂົາມາຍັງກຸງບາບິໂລນແລ້ວ ພຣະຜູ້ເປັນເຈົ້າກໍຊົງສຳແດງນິມິດແກ່ຂ້າພະເຈົ້າດັ່ງນີ້ ເບິ່ງແມ໋, ມີກະຕ່າສອງຫນ່ວຍໃສ່ຫມາກເດື່ອ ວາງໄວ້ຫນ້າພຣະວິຫານຂອງພຣະຜູ້ເປັນເຈົ້າ 2 ກະຕ່າຫນ່ວຍນຶ່ງມີຫມາກເດື່ອຢ່າງດີ ເຫມືອນຫມາກເດື່ອທີ່ສຸກຕົ້ນຣະດູ ແຕ່ກະຕ່າອີກຫນ່ວຍນຶ່ງນັ້ນມີຫມາກເດື່ອທີ່ບໍ່ດີ ຄືຈົນກິນບໍ່ໄດ້ 3 ແລະພຣະຜູ້ເປັນເຈົ້າກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເຈົ້າເຫັນຫຍັງ” ຂ້າພະເຈົ້າທູນຕອບວ່າ, “ເຫັນຫມາກເດື່ອທີ່ດີກໍດີຫລາຍ ແລະທີ່ບໍ່ດີກໍຫລາຍ ບໍ່ດີຈົນກິນບໍ່ໄດ້ ພຣະເຈົ້າຂ້າ” 4 ແລ້ວພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 5 “ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ກໍເຫມືອນຢ່າງຫມາກເດື່ອທີ່ດີເຫລົ່ານີ້ແຫລະ, ເຮົາຈະຖືວ່າພວກເຫລົ່ານັ້ນທີ່ຖືກກວາດໄປຈາກຢູດາຍັງດີຢູ່ ຄືຜູ້ທີ່ເຮົາໄດ້ສົ່ງໄປຈາກສະຖານທີ່ນີ້ໄປສູ່ແຜ່ນດິນຂອງຊາວຄັນເດອານ 6 ເຮົາຈະຕັ້ງຕາຂອງເຮົາມອງເບິ່ງເຂົາເພື່ອຈະກະທຳຄວາມດີແລະເຮົາຈະພາເຂົາທັງຫລາຍກັບມາຍັງແຜ່ນດິນນີ້ອີກ ເຮົາຈະສ້າງເຂົາທັງຫລາຍຂຶ້ນ ແລະຈະບໍ່ຮື້ລົງ ເຮົາຈະປູກຝັງເຂົາແລະບໍ່ຖອນເຂົາເສັຽ 7 ເຣົາຈະໃຫ້ຈິດໃຈແກ່ເຂົາທີ່ຈະຮູ້ຈັກວ່າເຣົາຄືພຣະຜູ້ເປັນເຈົ້າແລະເຂົາທັງຫລາຍຈະເປັນໄພ່ພົນຂອງເຮົາ ແລະເຮົາຈະເປັນພຣະຜູ້ເປັນເຈົ້າຂອງເຂົາເພາະເຂົາທັງຫລາຍຈະກັບມາຫາເຮົາດ້ວຍຄວາມເຕັມໃຈ 8 “ແຕ່ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຫມືອນຢ່າງຫມາກເດື່ອທີ່ບໍ່ດີຊຶ່ງບໍ່ດີຫລາຍຈົນກິນບໍ່ໄດ້ນັ້ນ ເຮົາຈະກະທຳຕໍ່ເຊເດກີຢາກະສັດແຫ່ງຢູດາ ທັງ ເຈົ້ານາຍຂອງເຂົາ ແລະຊາວເຢຣູຊາເລັມທີ່ເຫລືອຢູ່ ຜູ້ຊຶ່ງຍັງຄ້າງຢູ່ໃນແຜ່ນດິນນີ້ ແລະຜູ້ທີ່ຍັງອາໄສຢູ່ໃນເອຢິບ 9 ເຮົາຈະກະທຳໃຫ້ເຂົາເປັນທີ່ຫນ້າຫວາດສຽວແກ່ຣາຊອານາຈັກທັງສິ້ນໃນໂລກ ໃຫ້ເປັນທີ່ຖືກຕຳຫນິ ເປັນຂີ້ປາກ ເປັນຄຳເຍາະເຍີ້ຍ ແລະເປັນຄຳແຊ່ງທົ່ວໄປທຸກແຫ່ງ ຊຶ່ງເຮົາຂັບໄລ່ເຂົາໃຫ້ໄປຢູ່ 10 ແລະເຮົາຈະສົ່ງດາບແລະການອຶດຢາກ ແລະໂຣກລະບາດມາເຫນືອເຂົາ ຈົນເຂົາຈະຖືກທຳລາຍຢ່າງສິ້ນເຊີງຈາກແຜ່ນດິນຊຶ່ງເຮົາໄດ້ໃຫ້ແກ່ເຂົາແລະແກ່ບັນພະບຸຣຸດຂອງເຂົາ”
ບາບິໂລນທຳໃຫ້ເລີກຮ້າງເຈັດສິບປີ
1 ຖ້ອຍຄຳຊຶ່ງມາເຖິງເຢເຣມີຢາກ່ຽວກັບເຣື່ອງຊົນຊາດຢູດາທັງສິ້ນ ໃນປີທີ່ສີ່ແຫ່ງຣັຊການເຢຮົວອາກິມ ຣາຊບຸດຂອງໂຢຊີຢາກະສັດແຫ່ງຢູດາ (ປິນັ້ນເປັນປີຕົ້ນຣັຊການຂອງເນບຸກາດເຣສຊາຣ໌ກະສັດຂອງກຸງບາບິໂລນ) 2 ຊຶ່ງເຢເຣມີຢາຜູ້ປະກາດພຣະທັມໄດ້ກ່າວແກ່ປະຊາຊົນຢູດາແລະແກ່ຊາວເຢຣູຊາເລັມທັງຫມົດວ່າ, 3 “ຕັ້ງແຕ່ປີທີ່ສິບສາມຂອງໂຢຊີຢາ ຣາຊບຸດຂອງອາໂມນແຫ່ງຢູດາ ຈົນເຖິງວັນນີ້ເປັນເວລາຊາວສາມປີ ພຣະວັຈນະຂອງພຣະເຈົ້າມາຍັງຂ້າພະເຈົ້າ ແລະຂ້າພະເຈົ້າກໍໄດ້ບອກແກ່ທ່ານທັງຫລາຍຢ່າງບໍ່ຢຸດຢັ້ງ ແຕ່ທ່ານບໍ່ໄດ້ຟັງ 4 ທ່ານບໍ່ໄດ້ຟັງຫລືອ່ຽງຫູຂອງທ່ານຟັງ ເຖິງແມ່ນວ່າພຣະຜູ້ເປັນເຈົ້າຊົງສົ່ງບັນດາຜູ້ປະກາດພຣະທັມຜູ້ຮັບໃຊ້ຂອງພຣະອົງມາຢ່າງບໍ່ຢຸດຢັ້ງ 5 ກ່າວວ່າ, “ບັດນີ້ເຈົ້າທຸກຄົນຈົ່ງຫັນກັບຈາກທາງຊົ່ວຂອງຕົນແລະຈາກການກະທຳຜິດຂອງຕົນ ແລະອາໄສຢູ່ໃນແຜ່ນດິນຊຶ່ງພຣະຜູ້ເປັນເຈົ້າຊົງປະທານແກ່ເຈົ້າແລະບັນພະບຸຣຸດຂອງເຈົ້າ ຕັ້ງແຕ່ບູຮານແລະຕໍ່ໄປເປັນນິດ 6 ຢ່າໄປຕິດສອຍຫ້ອຍຕາມພຣະອື່ນເພື່ອຈະບົວລະບັດແລະນະມັສການພຣະເຫລົ່ານັ້ນ ຫລືຍົວະເຍົ້າເຣົາໃຫ້ໂກດດ້ວຍຜົນງານແຫ່ງມືຂອງເຈົ້າ ແລ້ວເຮົາຈະບໍ່ທຳອັນຕະຣາຍແກ່ເຈົ້າ” 7 ພຣະຜູ້ເປັນເຈົ້າກ່າວວ່າ ເຖິງປານນັ້ນເຈົ້າທັງຫລາຍກໍບໍ່ຟັງເຮົາເພື່ອເຈົ້າຈະໄດ້ຍົວະເຍົ້າເຣົາໃຫ້ກິ້ວດ້ວຍຜົນງານແຫ່ງມືຂອງເຈົ້າຊຶ່ງເປັນຜົນຮ້າຍແກ່ເຈົ້າເອງ 8 “ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈອມໂຍທາຈຶ່ງກ່າວດັ່ງນີ້ວ່າ ເພາະເຈົ້າບໍ່ເຊື່ອຟັງຖ້ອຍຄຳຂອງເຮົາ 9 ພຣະຜູ້ເປັນເຈົ້າກ່າວວ່າ ເບິ່ງແມ໋, ເຮົາຈະເອີ້ນເຜົ່າຊົນທັງປວງຂອງທິດເຫນືອ ແລະເນບູກາດເນສຊາຣ໌ກະສັດບາບິໂລນຜູ້ຮັບໃຊ້ຂອງເຮົາ ແລະເຮົາຈະນຳເຂົາທັງຫລາຍາມາຕໍ່ສູ້ແຜ່ນດິນນີ້ແລະຊາວເມືອງນີ້ແລະບັນດາປະຊາຊາດເຫລົ່ານີ້ຊຶ່ງຢູ່ລ້ອມຮອບ ເຮົາຈະທຳລາຍເຂົາທັງຫລາຍໃຫ້ສິ້ນເຊີງ ແລະເຮົາຈະກະທຳເຂົາໃຫ້ເປັນທີ່ຫນ້າຫວາດສຽວ ແລະເປັນທີ່ເຍາະເຍີ້ຍແລະເປັນທີ່ຮ້າງເປົ່າເປັນນິດ 10 ນອກຈາກນີ້ ເຣົາຈະກຳຈັດສຽງບັນເທິງແລະສຽງຣ່າເຣີງ ສຽງເຈົ້າບ່າວແລະສຽງເຈົ້າສາວ ສຽງຫີນໂມ້ແລະແສງຕະກຽງເສັຽຈາກເຈົ້າ 11 ແຜ່ນດິນນີ້ທັງສິ້ນຈະເປັນທີ່ຮົກຮ້າງແລະປະຖິ້ມ ແລະບັນດາປະຊາຊາດເຫລົ່ານີ້ຈະບົວລະບັດກະສັດກຸງບາລິໂລນຢູ່ເຈັດສິບປີ 12 ພຣະຜູ້ເປັນເຈົ້າກ່າວວ່າ ເມື່ອຄົບເຈັດສິບປີແລ້ວ ເຣົາຈະລົງໂທດກະສັດບາບິໂລນແລະປະຊາຊົນຊາດນັ້ນ ຄືແຜ່ນດິນຂອງຊາວຄັນເດອານ ເພາະບາບຊົ່ວຂອງເຂົາທັງຫລາຍກະທຳໃຫ້ແຜ່ນດິນນັ້ນປະຮ້າງຢູ່ເປັນນິດ 13 ເຮົາຈະນໍາຖ້ອຍຄຳທັງສິ້ນໃຫ້ສຳເຣັດທີ່ແຜ່ນດິນນັ້ນ ຄືຖ້ອຍຄຳທີ່ເຮົາໄດ້ກ່າວສູ້ເມືອງນັ້ນ ຄືທຸກສິ່ງທີ່ຂຽນໄວ້ໃນຫນັງສືນີ້ ຊຶ່ງເຢເຣມີໄດ້ປະກາດພຣະທັມແກ່ບັນດາປະຊາຊາດທັງສິ້ນ 14 ເພາະວ່າຈະມີຫລາຍປະຊາຊາດແລະບັນດາມະຫາກະສັດກະທຳໃຫ້ເຂົາເຫລົ່ານັ້ນເປັນທາດ ແມ້ວ່າເຂົາທັງຫລາຍກໍດີ ແລະເຮົາຈະຕອບແທນເຂົາທັງຫລາຍຕາມການກະທຳແລະຜົນງານແຫ່ງມືຂອງເຂົາ”
ຖ້ວຍພຣະພິໂຣດສຳລັບປະຊາຊາດ
15 ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວກັບຂ້າພະເຈົ້າວ່າ, “ຈົ່ງເອົາຖ້ວຍອະງຸ່ນແຫ່ງຄວາມພິໂຣດນີ້ໄປຈາກມືເຮົາ ແລະບັງຄັບບັນດາປະຊາຊາດຊຶ່ງເຣົາສົ່ງເຈົ້າໄປນັ້ນໃຫ້ດື່ມຈາກຖ້ວຍນັ້ນ 16 ເຂົາຈະດື່ມແລະເດີນໂຊເຊແລະບ້າຄັ່ງໄປ ເນື່ອງດ້ວຍດາບຊຶ່ງເຮົາສົ່ງໄປຖ້າມກາງເຂົາທັງຫລາຍ” 17 ດັ່ງນັ້ນ ຂ້າພະເຈົ້າຈຶ່ງຮັບຖ້ວຍມາຈາກພຣະຫັດຂອງພຣະເຈົ້າ ແລະບັງຄັບປະຊາຊາດທັງສິ້ນ ຊຶ່ງພຣະຜູ້ເປັນເຈົ້າຊົງໃຊ້ໃຫ້ຂ້າພະເຈົ້າໄປຫານັ້ນດື່ມ 18 ຄືກຸງເຢຣູຊາເລັມແລະຫົວເມືອງແຫ່ງຢູດາ ທັງບັນດາກະສັດແລະເຈົ້ານາຍຂອງເມືອງນັ້ນກະທຳໃຫ້ເປັນທີ່ຮ້າງເປົ່າແລະປະຮ້າງເປັນທີ່ເຍີ້ຍຫຍັນແລະເປັນທີ່ແຊ່ງສາບຢ່າງທຸກວັນນີ້ 19 ຟາຣາໂອກະສັດແຫ່ງເອຢິບກັບບັນດາຂ້າຣາຊການແລະເຈົ້ານາຍແລະປະຊາຊົນຂອງທ່ານນັ້ນ 20 ແລະບັນດາຊົນຕ່າງດ້າວທີ່ຢູ່ຖ້າມກາງເຂົາ ບັນດາກະສັດແຫ່ງແຜ່ນດິນອູຊ ແລະບັນດາກະສັດແຫ່ງແຜ່ນດິນຟີລິສຕິນ (ຄືເມືອງອັສເກໂບນ ກາຊາ ເອກໂຣນ ແລະສ່ວນຊາວເມືອງອັສໂດດທີ່ເຫລືອຢູ່) 21 ເອໂດມ ໂມອາບ ແລະຄົນອັມໂມນ 22 ບັນດາກະສັດແຫ່ງເມືອງຕີເຣ ບັນດາກະສັດເມືອງຊີໂດນ ແລະບັນດາກະສັດແຫ່ງເມືອງຊາຍທະເລຟາກພຸ້ນ 23 ເມືອງເດດານ ເຕມາ ບູຊ ແລະບັນດາຄົນທີ່ແຖຜົມຈອນຫູ 24 ບັນດາກະສັດແຫ່ງອາຣະເບັຽ ແລະບັນດາຫະສັດແຫ່ງເຜົ່າທີ່ປະປົນກັນຢູ່ໃນຖິ່ນກັນດານ 25 ບັນດາກະສັດແຫ່ງຊິມຣີ ແລະບັນດາກະສັດແຫ່ງເອລາມ ແລະບັນດາກະສັດຂອງມີເດັຽ 26 ບັນດາກະສັດແຫ່ງເມືອງທິດເຫນືອ ທັງໄກແລະໃກ້ທີ່ລະເມືອງ ແລະບັນດາຣາຊອານາຈັກແຫ່ງໂລກຊຶ່ງຢູ່ເທິງພື້ນພິພົບແລະກະສັດແຫ່ງເຊຊັກ ຈະດື່ມພາຍຫລັງກະສັດເຫລົ່ານີ້ 27 “ແລ້ວເຈົ້າຈົ່ງເວົ້າກັບເຂົາທັງຫລາຍວ່າ, “ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ຈົ່ງດື່ມໃຫ້ເມົາແລ້ວກໍອາຈຽນ ຈົ່ງລົ້ມລົງແລະຢ່າລຸກຂຶ້ນອີກເລີຍ ເນື່ອງດ້ວຍດາບຊຶ່ງເຮົາຈະສົ່ງມາຖ້າມກາງເຈົ້າທັງຫລາຍ” 28 “ແລະຖ້າເຂົາປະຕິເສດບໍ່ຮັບຖ້ວຍຈາກມືຂອງເຈົ້າດື່ມ ເຈົ້າຈົ່ງເວົ້າກັບເຂົາທັງຫລາຍວ່າ, “ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ເຈົ້າຕ້ອງດື່ມ 29 ເພາະ ເບິ່ງແມ໋, ເຮົາໄດ້ເລີ້ມທຳໂທດເມືອງຊຶ່ງເອີ້ນຕາມຊື່ຂອງເຮົາແລ້ວ ແລະເຈົ້າຈະລອຍນວນໄປໄດ້ໂດຍບໍ່ຖືກໂທດຫລື ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ເຈົ້າຈະລອຍນວນໄປບໍ່ໄດ້ ເພາະເຮົາກຳລັງເອີ້ນດາບເຫລັ້ມນຶ່ງມາເຫນືອຊາວແຜ່ນດິນໂລກທັງສິ້ນ” 30 ເພາະສະນັ້ນ ເຈົ້າຈົ່ງປະກາດພຣະທັມເຫລົ່ານີ້ທັງສິ້ນສູ້ເຂົາທັງຫລາຍ ແລະກ່າວແກ່ເຂົາວ່າ “ພຣະຜູ້ເປັນເຈົ້າຈະຊົງເປັ່ງພຣະສຸຣະສຽງຈາກທີ່ສູງ ແລະຈາກທີ່ພຳນັກອັນບໍຣິສຸດຂອງພຣະອົງ ພຣະອົງຈະກ່າວ ພຣະອົງຈະເປັ່ງພຣະສຸຣະສຽງມາກມາຍຕໍ່ຝູງແກະຂອງພຣະອົງ ແລະຊົງໂຮ່ຮ້ອງຢ່າງກັບຄົນທີ່ຢ່ຳຫມາກອະງຸ່ນໂຮ່ຮ້ອງຕໍ່ຊາວພິພົບທັງສິ້ນ 31 ສຽງດັງນັ້ນຈະກ້ອງໄປທົ່ວປາຍພິພົບ ເພາະພຣະຜູ້ເປັນເຈົ້າຊົງມີຄະດີກັບບັນດາປະຊາຊາດ ພຣະອົງຊົງເຂົ້າພິພາກສາເນື້ອຫນັງທັງສິ້ນ ສ່ວນຄົນອະທັມນັ້ນ ພຣະອົງຈະຊົງຟັນເສັຽດ້ວຍດາບ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” 32 “ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ເບິ່ງແມ໋, ໂທດຈະໄປຈາກປະຊາຊາດນີ້ເຖິງປະຊາຊາດນັ້ນ ແລະພະຍຸໃຫຍ່ຈະປັ່ນປ່ວນຂຶ້ນມາຈາກສ່ວນພິພົບໂລກທີ່ໄກທີ່ສຸດ 33 “ແລະບັນດາຜູ້ທີ່ພຣະຜູ້ເປັນເຈົ້າຊົງປະຫານໃນວັນນັ້ນ ຈະມີຈາກປາຍໂລກຂ້າງນີ້ເຖິງປາຍໂລກຂ້າງນັ້ນ ເຂົາເຫລົ່ານັ້ນຈະບໍ່ມີຜູ້ໃດໂອດຄວນໃຫ້ ຫລືຮວບຣວມຫລືຝັງໄວ້ ແຕ່ຈະເປັນເຫມືອນຂີ້ສັດຢູ່ເທິງພື້ນດິນ 34 ທ່ານຜູ້ລ້ຽງແກະທັງຫລາຍເອີຍ ຈົ່ງຄ່ຳຄວນແລະຮ້ອງເຖີດ ທ່ານເຈົ້າຂອງຝູງແກະ ຈົ່ງກິ້ງເກືອກໃນຂີ້ເທົ່າ ເພາະວັນເວລາຂອງການສັງຫານເຈົ້າແລະທີ່ເຈົ້າຕ້ອງກະຈັດກະຈາຍມາເຖິງແລ້ວ ແລະເຈົ້າທັງຫລາຍຈະລົ້ມລົງເຫມືອນແກະເຖິກໂຕງາມ 35 ຜູ້ລ້ຽງແກະຈະບໍ່ມີທາງຫນີ ຫລືເຈົ້າຂອງຝູງແກະບໍ່ມີທາງລອດ 36 ຈົ່ງຟັງສຽງຮ້ອງຂອງຜູ້ລ້ຽງແກະແລະສຽງຄ່ຳຄວນຂອງເຈົ້າຝູງແກະ ເພາະວ່າພຣະຜູ້ເປັນເຈົ້າຊົງກຳລັງທຳລາຍລານຫຍ້າຂອງເຂົາທັງຫລາຍເສັຽ 37 ແລະຄອກແກະທີ່ສງົບສຸກກໍງຽບເສັຽແລ້ວ ເນື່ອງດ້ວຍຄວາມກິ້ວອັນແຮງກ້າຂອງພຣະຜູ້ເປັນເຈົ້າ 38 ພຣະອົງຊົງອອກຈາກທີ່ຊຸ່ມຂອງພຣະອົງຢ່າງສິງຫນຸ່ມ ເພາະວ່າແຜ່ນດິນຂອງເຂົາທັງຫລາຍເປັນທີ່ຮ້າງເປົ່າ ເຫດດ້ວຍພຣະແສງດາບຂອງພຣະຜູ້ເປັນເຈົ້າ ແລະເຫດດ້ວຍຄວາມກິ້ວອັນແຮງກ້າຂອງພຣະອົງ
ເຢເຣມີຢາຖືກຟ້ອງຮ້ອງ
1 ພາຍຫລັງເຢຮົວອາກິມພຣະຣາຊໂອຣົດຂອງໂຢຊີຢາໄດ້ເປັນກະສັດຢູດາບໍ່ເຫິງ ພຣະວັຈນະນີ້ມາຈາກພຣະຜູ້ເປັນເຈົ້າ 2 ພຣະຜູ້ເປັນເຈົ້າໄດ້ຊົງບອກເຢເຣມີຢາວ່າ, “ເຈົ້າຈົ່ງຢືນຂຶ້ນໃນເດີ່ນພຣະວິຫານ ແລ້ວປະກາດຖ້ອຍຄຳທັງຫມົດທີ່ເຮົາໄດ້ບອກເຈົ້າໃຫ້ຊາວຢູດາທີ່ມາອ້ອນວອນຢູ່ທີ່ນັ້ນຟັງ ຢ່າໄດ້ເວັ້ນຈັກຄຳເລີຍ 3 ເພາະວ່າບາງທີເຂົາອາດຈະເຊື່ອຟັງ ແລະຕັດສິນໃຈເວັ້ນຈາກທາງຊົ່ວກໍໄດ້ ຖ້າເຂົາເຮັດໄດ້ດັ່ງນີ້ ເຮົາກໍຈະປ່ຽນຄວາມຕັ້ງໃຈບໍ່ນຳໄພວິບັດຍ້ອນການເຮັດຊົ່ວນັ້ນມາຍັງເຂົາ” 4 ພຣະຜູ້ເປັນເຈົ້າຊົງບອກເຢເຣມີຢາເວົ້າຕໍ່ປະຊາຊົນວ່າ, “ເຮົາພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພວກເຈົ້າຕ້ອງເຊື່ອຟັງເຣົາ ໂດຍເຮັດຕາມພຣະທັມຄຳສອນທີ່ເຮົາໄດ້ບອກແລ້ວ 5 ຕ້ອງເອົາໃຈໃສ່ເຮັດຕາມຖ້ອຍຄຳຂອງຜູ້ຮັບໃຊ້ເຮົາ ຄືພວກຜູ້ປະກາດພຣະທັມທີ່ເຮົາໃຊ້ມາຫາພວກເຈົ້ານັ້ນ ພວກເຈົ້າບໍ່ເຄີຍຟັງຄວາມເຂົາເລີຍ 6 ຖ້າບໍ່ເຮັດຕາມຄຳສັ່ງເຫລົ່ານີ້ ເຮົາຈະທຳໃຫ້ວິຫານນີ້ເປັນຫມືອນເມືອງຊີໂລ ຊົນຊາດທັງປວງທົ່ວໂລກຈະໃຊ້ຊື່ເມືອງນີ້ເປັນຄຳສາບແຊ່ງ 7 ພວກປະໂຣຫິດ ພວກຜູ້ປະກາດພຣະທັມ ແລະປະຊາຊົນທັງປວງໄດ້ຍິນເຢເຣມີຢາກ່າວດັ່ງນີ້ໃນວິຫານ 8 ພໍເຢເຣມີຢາກ່າວຖ້ອຍຄຳທີ່ພຣະຜູ້ເປັນເຈົ້າຊົງບອກສິ້ນສຸດລົງ ພວກປະໂຣຫິດ ພວກຜູ້ປະກາດພຣະທັມ ແລະປະຊາຊົນກໍຈັບກຸມເອົາເຢເຣມີຢາພ້ອມທັງຮ້ອງໃສ່ວ່າ, “ເຈົ້າຄວນຈະຕາຍຍ້ອນຄຳເວົ້າຂອງເຈົ້າ 9 ເປັນຫຍັງຈຶ່ງເວົ້າໃນນາມພຣະຜູ້ເປັນເຈົ້າວ່າ ວິຫານນີ້ຈະເປັນເຫມືອນຊີໂລ ແລະວ່າເມືອງນີ້ຈະຖືກທຳລາຍ ຈະບໍ່ມີຄົນອາໄສຢູ່ໃນເມືອງນີ້ເລີຍ” ແລ້ວຝູງຊົນໃນວິຫານໄດ້ເຂົ້າລ້ອມເຢເຣມີຢາໄວ້ 10 ເມື່ອພວກເຈົ້ານາຍຂອງຊາວຢູດາໄດ້ຊາບເຣື່ອງນີ້ ກໍພາກັນອອກຈາກພຣະຣາຊສຳນັກ ໄປນັ່ງຢູ່ໃນທາງເຂົ້າປະຕູໃຫມ່ຂອງວິຫານນັ້ນ 11 ຂນະນັ້ນພວກປະໂຣຫິດກັບພວກປະກາດພຣະທັມໄດ້ເວົ້າຕໍ່ພວກເຈົ້ານາຍແລະປະຊາຊົນວ່າ, “ຄົນຜູ້ນີ້ສົມຄວນຈະໄດ້ຮັບໂທດເຖິງຕາຍ ເພາະວ່າເຂົາໄດ້ເວົ້າໃສ່ຮ້າຍປ້າຍສີເມືອງນີ້ ດັ່ງທີ່ພວກທ່ານໄດ້ຍິນກັບຫູຕົນເອງແລ້ວ” 12 ຕໍ່ມາ ເຢເຣມີຢາໄດ້ເວົ້າກັບພວກເຈົ້ານາຍແລະປະຊາຊົນວ່າ, “ພຣະຜູ້ເປັນເຈົ້າຊົງໃຊ້ຂ້າພະເຈົ້າມາກ່າວໃສ່ຮ້າຍປ້າຍສີວິຫານ ແລະເມືອງນີ້ ຄືກ່າວບັນດາຖ້ອຍຄຳທີ່ພວກທ່ານໄດ້ຍິນແລ້ວນັ້ນ 13 ພວກທ່ານຕ້ອງປ່ຽນທາງດຳເນີນຊີວິດແລະການປະພຶດ ຈົ່ງເຊື່ອຖ້ອຍຄຳແຫ່ງພຣະຜູ້ເປັນເຈົ້າຂອງທ່ານ ແລ້ວພຣະອົງຈະຊົງປ່ຽນພຣະທັຍບໍ່ນໍາເອົາໄພວິບັດທີ່ພຣະອົງຊົງກ່າວນັ້ນມາໃສ່ພວກທ່ານ 14 ສຳລັບຂ້າພະເຈົ້າຢູ່ໃນເງື້ອມມືຂອງພວກທ່ານແລ້ວ ຈົ່ງເຮັດກັບຂ້າພະເຈົ້າຕາມທີ່ເຫັນດີແລະຖືກຕ້ອງເທີນ 15 ຖ້າວ່າທຳຮ້າຍຂ້າພະເຈົ້າເຖິງຕາຍ ແນ່ນອນທ່ານກັບປະຊາຊົນໃນເມືອງນີ້ກໍຈະເປັນຜູ້ຂ້າຄົນທີ່ບໍ່ໄດ້ເຮັດຜິດ ເພາະວ່າແມ່ນພຣະຜູ້ເປັນເຈົ້າແທ້ທີ່ຊົງໃຊ້ຂ້າພະເຈົ້າມາບອກຖ້ອຍຄຳທັງປວງນີ້ແກ່ພວກທ່ານ” 16 ແລ້ວພວກເຈົ້ານາຍກັບປະຊາຊົນໄດ້ເວົ້າຕໍ່ພວກປະໂຣຫິດ ແລະພວກຜູ້ປະກາດພຣະທັມວ່າ, “ບໍ່ຄວນຈະລົງໂທດຄົນຜູ້ນີ້ເຖິງຕາຍ ເພາະວ່າທີ່ເຂົາເວົ້າຕໍ່ພວກເຮົານັ້ນ ກໍເວົ້າໃນນາມພຣະຜູ້ເປັນເຈົ້າຂອງເຮົາ” 17 ຫລັງຈາກນັ້ນ ມີຜູ້ອະວຸໂສບາງຄົນໄດ້ຢືນຂຶ້ນເວົ້າກັບປະຊາຊົນທີ່ຊຸມນຸມກັນຢູ່ວ່າ, 18 “ໃນຄາວເຣເຊກີຢາເປັນກະສັດຢູດານັ້ນ ມີຜູ້ປະກາດພຣະທັມຊາວໂມເຣເຊທຜູ້ນຶ່ງຊື່ ມີກາ ໄດ້ບອກປະຊາຊົນທັງປວງວ່າ ພຣະຜູ້ເປັນເຈົ້າຜູ້ມີອຳນາດຍິ່ງໃຫຍ່ຊົງກ່າວດັ່ງນີ້ “ເມືອງຊີໂອນຈະຖືກໄຖເຫມືອນດັ່ງໄຖນາ ກຸງເຢຣູຊາເລັມຈະກາຍເປັນກອງຫີນໃຫຍ່ ແລະເທິງພູທີ່ຕັ້ງພຣະວິຫານຈະກາຍເປັນປ່າດົງ” 19 ກະສັດເຮເຊກີຢາ ແລະຊາວຢູດາທັງປວງບໍ່ໄດ້ຂ້າມີກາ ແຕ່ຊົງຢຳເກງພຣະຜູ້ເປັນເຈົ້າແລະຊົງທຳໃຫ້ພຣະອົງຊອບພຣະທັຍ ແລ້ວພຣະຜູ້ເປັນເຈົ້າໄດ້ຊົງປ່ຽນພຣະທັຍບໍ່ນຳໄພວິບັດມາສູ່ພວກເຂົາ ບັດນີ້ພວກເຮົາກຳລັງນຳໄພວິບັດອັນຫນ້າຢ້ານມາສູ່ພວກເຣົາເອງ” 20 (ມີຊາຍອີກຄົນນຶ່ງໄດ້ເວົ້າໃນນາມພຣະຜູ້ເປັນເຈົ້າ ຊາຍຜູ້ນີ້ຊື່ວ່າ ອຸຣີຢາບຸດຂອງເຊມັຍຢາຊາວເມືອງກິຣິອາດເຢອາຣິມ ເຂົາໄດ້ເວົ້າໃສ່ຮ້າຍເມືອງແລະປະເທດນີ້ເຫມືອນເຢເຣມີຢາໄດ້ເວົ້າ 21 ເມື່ອກະສັດເຢຮົວອາກິມກັບພວກນາຍທະຫານຂອງພຣະອົງ ແລະພວກເຈົ້ານາຍໄດ້ຍິນອຸຣິຢາເວົ້າແລ້ວ ພຣະອົງກໍຫາຊ່ອງທາງຈະຂ້າອຸຣິຢາເສັຽ ແຕ່ເມື່ອອຸຣິຢາໄດ້ຮູ້ເຣື່ອງນີ້ແລ້ວ ເຂົາກໍຢ້ານຈົ່ງປົບຫນີໄປຍັງປະເທດເອຢິບ 22 ກະສັດເຢຮົວອາກິມຈຶ່ງສົ່ງເອນນາທານ ບຸດຂອງອັກໂບຣ໌ກັບຄົນອື່ນອີກບາງຄົນໄປຈັບເອົາອຸຣິຢາມາຈາກເອຢິບ 23 ພວກເຂົາໄດ້ນຳອຸຣິຢາມາໃຫ້ກະສັດເຢຮົວອາກິມ ແລ້ວພຣະອົງໄດ້ຂ້າອຸຣິຢາ ແລະໄດ້ໂຍນສົບຂອງເຂົາເຂົ້າໄປໃນບ່ອນຝັງສົບຂອງປະຊາຊົນທົ່ວໄປ) 24 ແຕ່ເຢເຣມີຢານັ້ນບໍ່ໄດ້ຖືກມອບໃຫ້ປະຊາຊົນປະຫານຊີວິດ ຍ້ອນວ່າອາຮີກາມບຸດຂອງຊາຟານໄດ້ຊ່ອຍເຫລືອໄວ້
ບົດຮຽນຈາກເຣື່ອງແອກ
1 ໃນຕົ້ນຣັຊການເຊເດກີຢາ ຣາຊບຸດຂອງໂຢຊີຢາ ກະສັດແຫ່ງຢູດາ ພຣະວັຈນະນີ້ມາຈາກພຣະຜູ້ເປັນເຈົ້າເຖິງເຢເຣມີຢາ 2 ພຣະຜູ້ເປັນເຈົ້າຊົງບອກຂ້າພະເຈົ້າດັ່ງນີ້ວ່າ “ຈົ່ງທຳສາຍຮັດແລະແອກສຳລັບຕົວເຈົ້າ ຈົ່ງສວມຄໍຂອງເຈົ້າ 3 ແລະສົ່ງມັນໄປຍັງກະສັດແຫ່ງເອໂດມກະສັດແຫ່ງໂມອາບແລະກະສັດແຫ່ງຄົນອັມໂມນ ກະສັດແຫ່ງຕີເຣ ແລະກະສັດແຫ່ງຊີໂດນ ດ້ວຍມືຂອງທູດທີ່ມາເຂົ້າເຝົ້າເຊເດກີຢາກະສັດແຫ່ງຢູດາທີ່ກຸງເຢຣູຊາເລັມ 4 ຈົ່ງຝາກຄຳກຳຊັບເຫລົ່ານີ້ແກ່ບັນດານາຍຂອງເຂົາວ່າ, “ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເຈົ້າຈົ່ງກ່າວເຣື່ອງຕໍ່ໄປນີ້ໃຫ້ນາຍຂອງເຈົ້າຟັງວ່າ 5 ນີ້ຄືເຮົາເອງ ຜູ້ໄດ້ສ້າງໂລກ ທັງມະນຸດແລະສັດຊຶ່ງຢູ່ໃນໂລກດ້ວຍຣິດທານຸພາບຍິ່ງໃຫຍ່ ແລະດ້ວຍແຂນທີ່ເດ່ອອກຂອງເຮົາ ແລະເຮົາຈະໃຫ້ແກ່ຜູ້ໃດກໍໄດ້ສຸດແຕ່ເຮົາເຫັນຊອບ 6 ບັດນີ້ ເຮົາໄດ້ໃຫ້ແຜ່ນດິນເຫລົ່ານີ້ທັງສິ້ນໄວ້ໃນມືຂອງເນບຸກາດເນສຊາຣ໌ກະສັດແຫ່ງບາບິໂລນຜູ້ຮັບໃຊ້ຂອງເຮົາ ແລະເຮົາໄດ້ໃຫ້ສັດປ່າຢູ່ທົ່ງແກ່ເຂົາດ້ວຍທີ່ຈະບົວຣະບັດເຂົາ 7 ບັນດາປະຊາຊາດທັງສິ້ນຈະຕ້ອງບົວຣະບັດເຂົາ ລູກແລະຫລານຂອງເຂົາ ຈົນກວ່າເວລາກຳນົດແຫ່ງແຜ່ນດິນຂອງທ່ານເອງຈະມາເຖິງແລ້ວຫລາຍປະຊາຊາດແລະບັນດາມະຫາກະສັດຈະກະທຳໃຫ້ທ່ານເປັນທາດຂອງເຂົາທັງຫລາຍ 8 “ແຕ່ຖ້າປະຊາຊາດໃດ ຫລືຣາຊອານາຈັກໃດ ຈະບໍ່ບົວຣະບັດເນບຸກາດເນສຊາຣ໌ກະສັດແຫ່ງບາບິໂລນຄົນນີ້ ແລະບໍ່ຍອມວາງຄໍໄວ້ໃຕ້ແອກຂອງກະສັດບາບິໂລນ ເຮົາຈະລົງໂທດປະຊາຊາດນັ້ນດ້ວຍດາບ ດ້ວຍການອຶດຢາກ ແລະດ້ວຍໂຣກລະບາດ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ, ຈົນກວ່າເຮົາຈະລ້າງຜານເສັຽດ້ວຍມືຂອງເຂົາ 9 ເຫດສັນນັ້ນຢ່າຟັງຜູ້ປະກາດພຣະທັມ ຫລືຜູ້ທຳນວາຍຫລືຄົນຊ່າງຝັນຂອງເຈົ້າ ຜູ້ຊຶ່ງກ່າວແກ່ເຈົ້າວ່າ “ທ່ານຈະບໍ່ບົວຣະບັດກະສັດແຫ່ງບາບິໂລນດອກ” 10 ເພາະຊຶ່ງເຂົາປະກາດພຣະຄຳໃຫ້ທ່ານນັ້ນເປັນຄວາມເທັດ ອັນຍັງຜົນໃຫ້ທ່ານຕ້ອງຍົກຍ້າຍໄກໄປຈາກແຜ່ນດິນຂອງທ່ານ ແລະເຮົາຈະຂັບໂລ່ທ່ານອອກໄປ ແລະທ່ານຈະພິນາດ 11 ແຕ່ປະຊາຊາດໃດຊຶ່ງເອົາຄໍຂອງຕົນວາງໄວ້ໃຕ້ແອກຂອງກະສັດແຫ່ງບາບິໂລນແລະບົວຣະບັດທ່ານ ເຮົາຈະປະເຂົາໄວ້ເທິງແຜ່ນດິນຂອງເຂົາ ເພື່ອໃຫ້ທຳໄຮ່ໄຖນາແລະໃຫ້ອາໄສຢູ່ທີ່ນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” 12 ຂ້າພະເຈົ້າໄດ້ທູນເຊເດກີຢາກະສັດແຫ່ງຢູດາໃນທຳນອງດຽວກັນວ່າ “ຈົ່ງເອົາຄໍຂອງທ່ານໄວ້ໃຕ້ແອກຂອງກະສັດແຫ່ງບາບິໂລນ ແລະບົວຣະບັດເຂົາແລະປະຊາຊົນຂອງເຂົາ ແລະຈົ່ງມີຊີວິດຢູ່ 13 ເປັນຫຍັງທ່ານກັບຊົນຊາດຂອງທ່ານຈະມາຕາຍເສັຽດ້ວຍດາບ ດ້ວຍການອຶດຢາກ ແລະດ້ວຍໂຣກລະບາດ ດັ່ງທີ່ພຣະຜູ້ເປັນເຈົ້າຊົງລັ່ນວາຈາກ່ຽວດ້ວຍປະຊາຊາດໃດໆ ຊຶ່ງຈະບໍ່ບົວຣະບັດກະສັດແຫ່ງບາບິໂລນ 14 ຢ່າຟັງຖ້ອຍຄຳຂອງຜູ້ປະກາດພຣະທັມຜູ້ກ່າວແກ່ເຈົ້າວ່າ “ທ່ານຈະບໍ່ບົວຣະບັດກະສັດແຫ່ງບາບິໂລນດອກ” ເພາະຊຶ່ງທ່ານທັງຫລາຍປະກາດພຣະຄຳແກ່ທ່ານນັ້ນກໍເປັນການມຸສາ 15 ພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາບໍ່ໄດ້ໃຊ້ເຂົາ ແຕ່ເຂົາປະກາດພຣະວັຈນະເທັດໃນນາມຂອງເຮົາ ຊຶ່ງຍັງຜົນໃຫ້ເຮົາຕ້ອງຂັບໄລ່ເຈົ້າອອກໄປແລະເຈົ້າຈະຕ້ອງພິນາດ ທັງຕົວເຈົ້າແລະຜູ້ປະກາດພຣະທັມທັງຫລາຍຊຶ່ງປະກາດພຣະທັມໃຫ້ແກ່ເຈົ້າ” 16 ແລະຂ້າພະເຈົ້າກໍໄດ້ເວົ້າກັບປະໂຣຫິດແລະປະຊາຊົນນີ້ທັງສິ້ນວ່າ “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເບິ່ງແມ໋ ບໍ່ຊ້າເຂົາຈະນຳເຄື່ອງໃຊ້ຂອງພຣະວິຫານແຫ່ງພຣະຜູ້ເປັນເຈົ້າກັບມາຈາກກຸງບາບິໂລນ ເພາະຊຶ່ງເຂົາປະກາດພຣະທັມແກ່ທ່ານນັ້ນກໍເປັນຄວາມເທັດ” 17 ຢ່າເຊື່ອຟັງເຂົາເລີຍ ຈົ່ງບົວຣະບັດພຣະຣາຊາແຫ່ງບາບິໂລນ ແລະມີຊີວິດຢູ່ ເປັນຫຍັງເມືອງຈະຮ້າງເປົ່າ 18 ຖ້າເຂົາເຫລົ່ານັ້ນເປັນຜູ້ປະກາດພຣະທັມ ແລະຖ້າພຣະຄຳຂອງພຣະຜູ້ເປັນເຈົ້າຢູ່ກັບເຂົາ ກໍຂໍໃຫ້ເຂົາທູນວິງວອນຕໍ່ພຣະຜູ້ເປັນເຈົ້າຈອມໂຍທາວ່າ ໃຫ້ເຄື່ອງໃຊ້ຊຶ່ງຢູ່ໃນພຣະວິຫານຂອງພຣະເຈົ້າ ແລະໃນພຣະຣາຊວັງຂອງກະສັດແຫ່ງຢູດາ ແລະໃນກຸງເຢຣູຊາເລັມ ຢ່າໃຫ້ໄປຍັງບາບິໂລນ 19 ເພາະພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ກ່ຽວກັບບັນດາຕົ້ນເສົາ ອ່າງທອງສໍາຣິດ ແລະຂາຕັ້ງ ແລະເຄື່ອງໃຊ້ອື່ນໆທີ່ເຫລືອຢູ່ໃນເມືອງນີ້ 20 ທີ່ເນບຸກາດເນສຊາຣ໌ກະສັດແຫ່ງບາບິໂລນບໍ່ໄດ້ຍຶດເອົາໄປ ເມື່ອທ່ານໄດ້ຈັບເອົາເຢໂກນິຢາ ຣາຊບຸດຂອງເຢຮົວອາກິມກະສັດຂອງຢູດາ ແລະບັນດາຂ້າຣາຊການຜູ້ໃຫຍ່ຂອງເຢຣູຊາເລັມຖືກກວາດຕ້ອນຈາກກຸງເຢຣູຊາເລັມໄປເປັນຊະເລີຍຍັງກຸງບາບິໂລນ 21 ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ກ່ຽວດ້ວຍເຣື່ອງເຄື່ອງໃຊ້ຊຶ່ງຍັງເຫລືອຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ໃນພຣະຣາຊວັງຂອງກະສັດແຫ່ງຢູດາແລະໃນກຸງເຢຣູຊາເລັມ 22 ພຣະຜູ້ເປັນເຈົ້າກ່າວວ່າ ເຄື່ອງໃຊ້ເຫລົ່ານີ້ຈະຖືກຂົນໄປຍັງບາບິໂລນ ແລະຈະຄ້າງຢູ່ທີ່ນັ້ນຈົນເຖິງວັນທີ່ເຮົາເອົາໃຈໃສ່ມັນ ແລ້ວເຮົາຈຶ່ງຈະນຳມັນກັບມາ ແລະໃຫ້ກກັບສູ່ສະຖານທີ່ນີ້”
ຄຳປະກາດພຣະທັມເທັດຂອງຮານານິຢາ
1 ໃນປີດຽວກັນນັ້ນເມື່ອຕົ້ນຣັຊການເຊເດກີຢາ ກະສັດແຫ່ງຢູດາໃນເດືອນທີ່ຫ້າປີທີ່ສີ່ ຮານານິຢາ ບຸດຊາຍຂອງອັສຊູຣ໌ ຜູ້ປະກາດພຣະທັມຈາກກິເບໂອນ ໄດ້ເວົ້າກັບຂ້າພະເຈົ້າໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ຕໍ່ຫນ້າບັນດາປະໂຣຫິດແລະປະຊາຊົນທັງຫລາຍວ່າ, 2 “ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ “ເຮົາໄດ້ຫັກແອກຂອງກະສັດແຫ່ງບາບິໂລນແລ້ວ 3 ພາຍໃນສອງປີ ເຮົາຈະນຳເຄື່ອງໃຊ້ທັງສິ້ນຂອງພຣະວິຫານແຫ່ງພຣະຜູ້ເປັນເຈົ້າກັບມາຍັງທີ່ນີ້ ຊຶ່ງເປັນພາຊນະທີ່ເນບຸກາດເນສຊາຣ໌ກະສັດແຫ່ງບາບິໂລນຍຶດໄປຈາກທີ່ນີ້ແລະຂົນໄປຍັງບາບິໂລນ 4 ເຣົາຈະນຳເຢໂກນິຢາ ຣາຊບຸດຂອງເຢຮົວອາກິມກະສັດແຫ່ງຢູດາແລະບັນດາຜູ້ທີ່ຖືກກວາດຈາກຢູດາ ຜູ້ຊຶ່ງໄປຍັງບາບິໂລນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະວ່າ ເພາະເຮົາຈະຫັກແອກຂອງກະສັດແຫ່ງບາບິໂລນ” 5 ແລ້ວເຢເຣມີຢາຜູ້ປະກາດພຣະທັມກໍເວົ້າກັບຮານັຍຢາຕໍ່ຫນ້າບັນດາປະໂຣຫິດແລະປະຊາຊົນທັງຫລາຍຜູ້ຊຶ່ງຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ 6 ແລະເຢເຣມີຢາຜູ້ປະກາດພຣະທັມກ່າວວ່າ, “ອາແມນ ຂໍພຣະຜູ້ເປັນເຈົ້າຊົງກະທຳເຊັ່ນນັ້ນເຖີດ ຂໍພຣະຜູ້ເປັນເຈົ້າຊົງກະທຳໃຫ້ຖ້ອຍຄຳຊຶ່ງທ່ານປະກາດພຣະທັມນັ້ນເປັນຈິງ ແລະນຳເຄື່ອງໃຊ້ແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າແລະບັນດາຜູ້ຖືກ ກວາດໄປທັງສິ້ນກັບມາຈາກບາບິໂລນຍັງທີ່ນີ້ 7 ແຕ່ກໍຂໍຟັງຖ້ອຍຄຳນີ້ຊຶ່ງຂ້າພະເຈົ້າເວົ້າໃຫ້ທ່ານໄດ້ຍິນແລະໃຫ້ປະຊາຊົນທັງຫລາຍນີ້ໄດ້ຍິນ 8 ບັນດາຜູ້ປະກາດພຣະທັມຊຶ່ງຢູ່ກ່ອນທ່ານແລະຂ້າພະເຈົ້າຕັ້ງແຕ່ບູຮານນະການໄດ້ປະກາດພຣະທັມເຖິງສົງຄາມ ການອຶດຢາກ ແລະໂຣກລະບາດອັນມີແກ່ຫລາຍປະເທດແລະຫລາຍຣາຊອານາຈັກໃຫຍ່ໆ 9 ສ່ວນຜູ້ປະກາດພຣະທັມຜູ້ປະກາດວ່າຈະມີສັນຕິພາບ ເມື່ອເປັນຈິງຕາມຖ້ອຍຄຳຂອງຜູ້ປະກາດນັ້ນ ຈຶ່ງຮູ້ກັນວ່າພຣະຜູ້ເປັນເຈົ້າຊົງໃຊ້ຜູ້ປະກາດພຣະທັມນັ້ນຈິງ” 10 ແລ້ວຮານັຍຢາຜູ້ປະກາດພຣະທັມກໍປົດແອກອອກຈາກຄໍຂອງເຢເຣມີຢາຜູ້ປະກາດພຣະທັມແລະຫັກມັນເສັຽ 11 ແລະຮານັຍຢາໄດ້ກ່າວຕໍ່ຫນ້າປະຊາຊົນທັງສິ້ນວ່າ, “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຢ່າງນັ້ນແຫລະ, ເຮົາຈະຫັກແອກຂອງເນບຸກາດເນສຊາຣ໌ກະສັດຂອງບາບິໂລນ ຈາກຄໍຂອງບັນດາປະຊາຊາດທັງສິ້ນພາຍໃນສອງປີ” ແຕ່ເຢເຣມີຢາຜູ້ປະກາດພຣະທັມກໍອອກໄປເສັຽ 12 ຫລັງຈາກທີ່ຮານັຍຢາຜູ້ປະກາດພຣະທັມຫັກແອກຈາກຄໍຂອງເຢເຣມີຢາຜູ້ປະກາດພຣະທັມ ພຣະທັມຂອງພຣະຜູ້ເປັນເຈົ້າມາເຖິງເຢເຣມີຢາວ່າ, 13 “ຈົ່ງໄປບອກຮານັຍຢາວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຈົ້າໄດ້ຫັກແອກໄມ້ ແຕ່ເຮົາຈະທຳແອກເຫລັກໄວ້ແທນ 14 ເພາະພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເຮົາໄດ້ວາງແອກເຫລັກໄວ້ເທິງຄໍບັນດາປະຊາຊາດເຫລົ່ານີ້ທັງສິ້ນ ໃຫ້ເປັນທາດຂອງເນບຸກາດເນສຊາຣ໌ກະສັດແຫ່ງບາບິໂລນ ແລະເຂົາທັງຫລາຍຈະບົວຣະບັດເຂົາ ເພາະເຮົາໄດ້ຍົກໃຫ້ເຂົາແລ້ວແມ່ນແຕ່ສັດປ່າຢູ່ທົ່ງດ້ວຍ” 15 ແລະຜູ້ປະກາດພຣະທັມໄດ້ເວົ້າກັບຮານັຍຢາຜູ້ປະກາດພຣະທັມວ່າ, “ຮານັຍຢາຂໍທ່ານຟັງ ພຣະຜູ້ເປັນເຈົ້າບໍ່ໄດ້ຊົງໃຊ້ທ່ານ ແລະທ່ານໄດ້ກະທຳໃຫ້ຊົນຊາດນີ້ວາງໃຈໃນຄວາມເທັດ 16 ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວວ່າ “ເບິ່ງແມ໋, ເຮົາຈະຍ້າຍເຈົ້າໄປຈາກພື້ນໂລກ ໃນປີດຽວນີ້ເອງເຈົ້າຈະຕ້ອງຕາຍ ເພາະເຈົ້າໄດ້ກ່າວຖ້ອຍຄຳເປັນການກະບົດຕໍ່ພຣະຜູ້ເປັນເຈົ້າ” 17 ໃນປີດຽວກັນນັ້ນ ໃນເດືອນທີ່ເຈັດ ຮານັຍຢາຜູ້ປະກາດພຣະທັມກໍຕາຍ
ຈົດຫມາຍຂອງເຢເຣມີຢາ ມີໄປເຖິງພວກທີ່ຖືກກວາດຕ້ອນ
1 ຕໍ່ໄປນີ້ເປັນຖ້ອຍຄຳໃນຈົດຫມາຍຊຶ່ງເຢເຣມີຢາຜູ້ປະກາດພຣະທັມຝາກໄປຈາກກຸງເຢຣູຊາເລັມເຖິງພວກຜູ້ໃຫຍ່ຂອງພວກທີ່ເປັນຊະເລີຍ ແລະເຖິງບັນດາປະໂຣຫິດ ບັນດາຜູ້ປະກາດພຣະທັມ ແລະປະຊາຊົນທັງສິ້ນ ຜູ້ຊຶ່ງເນບຸກາດເນສຊາຣ໌ໄດ້ໃຫ້ກວາດໄປຈາກກຸງເຢຣູຊາເລັມເຖິງບາບິໂລນ 2 ນີ້ເປັນເຣື່ອງຫລັງຈາກກະສັດເຢໂກນິຢາ ແລະພຣະຣາຊິນີ ພວກຂັນທີບັນດາເຈົ້ານາຍຂອງຢູດາແລະເຢຣູຊາເລັມ ແລະບັນດາຊ່າງ ແລະຊ່າງເຫລັກໄດ້ອອກໄປຈາກກຸງເຢຣູຊາເລັມແລ້ວ 3 ຈົດຫມາຍນັ້ນໄດ້ສົ່ງໄປດ້ວຍມືຂອງເອລາຊາບຸດຂອງຊາຟານແລະເກມາຣິຢາບຸດຮີນກີຢາ ຜູ້ຊຶ່ງເຊເດກີຢາກະສັດແຫ່ງຢູດາສົ່ງໄປທີ່ບາບິໂລນຍັງເນບູກາດເນສຊາຣ໌ກະສັດແຫ່ງບາບິໂລນ ຈົດຫມາຍນັ້ນວ່າ 4 “ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນ ກ່າວດັ່ງນີ້ແກ່ບັນດາຜູ້ເປັນຊະເລີຍ ຜູ້ຊຶ່ງເຮົາໄດ້ເນລະເທດເຂົາໄປຈາກກຸງເຢຣູຊາເລັມເຖິງບາບິໂລນນັ້ນວ່າ 5 ຈົ່ງສ້າງເຮືອນແລະເຂົ້າຢູ່ໃນເຮືອນນັ້ນ ຈົ່ງປູກສວນແລະກິນຜົນຫມາກໄມ້ທີ່ໄດ້ນັ້ນ 6 ຈົ່ງມີພັຣຍາແລະມີບຸດຊາຍຍິງ ຈົ່ງຫາພັຣຍາໃຫ້ບຸດຊາຍຂອງເຈົ້າທັງຫລາຍ ແລະຍົກບຸດຍິງຂອງເຈົ້າໃຫ້ແຕ່ງງານເສັຽ ເພື່ອນາງຈະໄດ້ມີບຸດຊາຍແລະບຸດຍິງທະວີມາກຂຶ້ນທີ່ນັ້ນແລະບໍ່ຫນ້ອຍລົງ 7 ແຕ່ຈົ່ງສົ່ງເສີມສັນຕິພາບຂອງເມືອງ ຊຶ່ງເຮົາໄດ້ກວາດເຈົ້າໃຫ້ໄປເປັນຊະເລີຍຢູ່ນັ້ນ ແລະຈົ່ງອ້ອນວອນຕໍ່ພຣະຜູ້ເປັນເຈົ້າເພື່ອເມືອງນັ້ນ ເພາະວ່າເຈົ້າທັງຫລາຍຈະພົບສັນຕິພາບຂອງເມືອງນັ້ນ 8 ເພາະພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ຢ່າຍອມໃຫ້ຜູ້ປະກາດພຣະທັມຂອງເຈົ້າທັງຫລາຍຫລືຜູ້ທຳນວາຍຂອງເຈົ້າຜູ້ຢູ່ຖ້າມກາງຫລອກລວງເຈົ້າ ແລະຢ່າເຊື່ອຄວາມຝັນຊຶ່ງເຂົາທັງຫລາຍໄດ້ຝັນເຫັນ 9 ເພາະທີ່ເຂົາປະກາດພຣະທັມແກ່ເຈົ້າໃນນາມຂອງເຮົານັ້ນເປັນຄວາມເທັດ ເຮົາບໍ່ໄດ້ໃຊ້ເຂົາໄປ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 10 “ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເມື່ອເຈັດສິບປີ ແຫ່ງບາບິໂລນຄົບແລ້ວ ເຣົາຈະຢ້ຽມຢາມເຈົ້າແລະຈະໃຫ້ຄຳສັນຍາຂອງເຮົາສຳເຣັດເພື່ອເຈົ້າແລະຈະນຳເຈົ້າກັບມາສູ່ສະຖານທີ່ນີ້ 11 ພຣະຜູ້ເປັນເຈົ້າກ່າວວ່າ ເພາະເຮົາຮູ້ແຜນງານທີ່ເຮົາມີໄວ້ສຳລັບເຈົ້າ ເປັນແຜນງານເພື່ອສັນຕິພາບ ບໍ່ແມ່ນເພື່ອເປັນອັນຕະຣາຍ ເພື່ອຈະໃຫ້ອະນາຄົດແລະຄວາມຫວັງໃຈແກ່ເຈົ້າ 12 ແລ້ວເຈົ້າຈະທູນຂໍຕໍ່ເຣົາ ແລະມາອ້ອນວອນຕໍ່ເຮົາ ແລະເຮົາຈະຟັງເຈົ້າ 13 ເຈົ້າຈະສແວງຫາເຣົາແລະພົບເຮົາ ເມື່ອເຈົ້າສແວງຫາເຮົາດ້ວຍສິ້ນສຸດໃຈຂອງເຈົ້າ 14 ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຈະໃຫ້ເຈົ້າພົບເຮົາ ແລະເຮົາຈະໃຫ້ເຈົ້າກັບສູ່ສະພາບດີແລະຮວບຮວມເຈົ້າມາຈາກບັນດາປະຊາຊາດແລະຈາກທຸກບ່ອນທີ່ເຣົາຂັບໄລ່ເຈົ້າໃຫ້ໄປຢູ່ນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ ແລະເຮົາຈະນຳເຈົ້າກັບມາຍັງທີ່ຊຶ່ງເຮົາເນລະເທດເຈົ້າໃຫ້ຈາກໄປນັ້ນ 15 “ເພາະເຈົ້າທັງຫລາຍໄດ້ກ່າວວ່າ “ພຣະຜູ້ເປັນເຈົ້າໄດ້ຕັ້ງໃຫ້ມີຜູ້ປະກາດພຣະທັມສຳລັບເຮົາທັງຫລາຍຂຶ້ນໃນບາບິໂລນ 16 (ພຣະຜູ້ເປັນເຈົ້າກ່າວດັ່ງນີ້ກ່ຽວກັບພຣະຣາຊາຜູ້ປະທັບເທິງພຣະທີ່ນັ່ງຂອງດາວິດແລະກ່ຽວກັບປະຊາຊົນທັງສິ້ນຜູ້ອາໄສຢູ່ໃນເມືອງນີ້ ຄືຍາດພີ່ນ້ອງຂອງທ່ານ ຜູ້ບໍ່ໄດ້ຖືກເນລະເທດໄປກັບທ່ານວ່າ 17 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະສົ່ງດາບ ການອຶດຢາກ ແລະໂຣກລະບາດມາເຫນືອເຂົາທັງຫລາຍ ແລະເຮົາຈະກະທຳໃຫ້ເຂົາທັງຫລາຍເຫມືອນກັບຫມາກເດື່ອທີ່ເສັຽຊຶ່ງບໍ່ດີຈົນເຂົາກິນບໍ່ໄດ້ 18 ເຮົາຈະຂັບຕິດຕາມເຂົາດ້ວຍດາບ ການອຶດຢາກ ແລະໂຣກລະບາດ ແລະຈະກະທຳເຂົາໃຫ້ເປັນທີ່ຫວາດສຽວແກ່ຣາຊອານາຈັກທັງສິ້ນແຫ່ງແຜ່ນດິນໂລກ ໃຫ້ເປັນຄຳສາບ ໃຫ້ເປັນຄວາມສະຍົດສະຍອງ ໃຫ້ເປັນທີ່ເຍີ້ຍຫຍັນ ເປັນຂີ້ປາກ ຖ້າມກາງບັນດາປະຊາຊາດຊຶ່ງເຮົາໄດ້ຂັບໄລ່ໃຫ້ເຂົາໄປຢູ່ນັ້ນ 19 ພຣະຜູ້ເປັນເຈົ້າກ່າວວ່າ ເພາະວ່າເຂົາທັງຫລາຍບໍ່ເຊື່ອຟັງຖ້ອຍຄຳຂອງເຮົາທີ່ສົ່ງມາຍັງເຂົາຢ່າງບໍ່ຢຸດຢັ້ງ ໂດຍຜູ້ປະກາດພຣະທັມຜູ້ຮັບໃຊ້ຂອງເຮົາແຕ່ເຈົ້າທັງຫລາຍບໍ່ຍອມຟັງ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”) 20 ເຈົ້າທັງປວງຜູ້ຖືກເນລະເທດ ຜູ້ຊຶ່ງເຮົາສົ່ງໄປຈາກກຸງເຢຣູຊາເລັມເຖິງບາບິໂລນ ຈົ່ງຟັງພຣະວັຈນະຂອງພຣະຜູ້ເປັນເຈົ້າທີ່ວ່າ 21 ພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ກ່ຽວກັບອາຮັບບຸດຊາຍຂອງໂກລັຍຢາ ແລະເຊເດກີຢາບຸດມາອາຊັຍຢາ ຜູ້ຊຶ່ງໄດ້ປະກາດພຣະທັມເທັດແກ່ເຈົ້າໃນນາມຂອງເຮົາ ເບິ່ງແມ໋, ເຮົາຈະມອບເຂົາທັງສອງໄວ້ໃນມືຂອງເນບູກາດເນສຊາຣ໌ກະສັດແຫ່ງບາບິໂລນ ແລະທ່ານຈະຂ້າເຂົາທັງສອງເສັຽຕໍ່ຫນ້າຕໍ່ຕາເຈົ້າ 22 ເຫດວ່າເຂົາທັງສອງບັນດາຜູ້ທີ່ຖືກເນລະເທດຈາກຢູດາໄປເຖິງບາບິໂລນຈະໃຊ້ຄຳສາບຕໍ່ໄປນີ້ວ່າ “ຂໍພຣະຜູ້ເປັນເຈົ້າຊົງກະທຳໃຫ້ເຈົ້າເຫມືອນເຊເດກີຢາແລະອາຮາບ ຜູ້ທີ່ກະສັດບາບິໂລນໄດ້ປີ້ງເຂົາເສັຽດ້ວຍໄຟ” 23 ເພາະເຂົາທັງສອງໄດ້ກະທຳຄວາມໂງ່ຈ້າໃນອິສຣາເອນ ໄດ້ລ່ວງປະເວນີກັບເມັຽຂອງເພື່ອນບ້ານ ແລະໄດ້ເວົ້າຖ້ອຍຄຳເທັດໃນນາມຂອງເຮົາ ຊຶ່ງເຮົາບໍ່ໄດ້ບັນຊາເຂົາ ເຣົາເປັນຜູ້ທີ່ຮູ້ ແລະເຮົາເປັນພຍານ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 24 ເຈົ້າຈົ່ງບອກແກ່ເຊມັຍຢາຊາວເນເຮລາມວ່າ, 25 “ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເຈົ້າໄດ້ສົ່ງຈົດຫມາຍໃນນາມຂອງເຈົ້າໄປຍັງປະຊາຊົນທັງປວງຜູ້ຢູ່ໃນກຸຸງເຢຣູຊາເລັມແລະຍັງເຊຟັນຢາບຸດມາອາຊັຍຢາປະໂຣຫິດ ແລະຍັງປະໂຣຫິດທັງປວງວ່າ, 26 “ພຣະຜູ້ເປັນເຈົ້າໄດ້ຊົງກະທຳເຈົ້າໃຫ້ເປັນປະໂຣຫິດແທນປະໂຣຫິດເຢຮົວອາດາ ໃຫ້ດູແລພຣະວິຫານຂອງພຣະຜູ້ເປັນເຈົ້າ ຄວບຄຸມຄົນບ້າທຸກຄົນທີ່ປະກາດພຣະທັມ ໃຫ້ຈັບເຂົາໃສ່ຄຸກແລະໃສ່ໂຊ່ເສັຽ 27 ບັດນີ້ເປັນຫຍັງເຈົ້າບໍ່ໄດ້ຕໍ່ວ່າເຢເຣມີຢາຊາວອານາໂທດຜູ້ຊຶ່ງປະກາດພຣະທັມແກ່ເຈົ້າ 28 ເພາະເຂົາໄດ້ສົ່ງຈົດຫມາຍມາຍັງເຮົາໃນບາບິໂລນວ່າ “ການທີ່ເຈົ້າເປັນຊະເລີຍນັ້ນຈະດົນນານ ຈົ່ງສ້າງເຮືອນຂອງເຈົ້າແລະອາໄສຢູ່ໃນນັ້ນ ແລະປູກສວນແລະກິນຜົນຫມາກໄມ້ທີ່ໄດ້ນັ້ນ” 29 ເຊຟັນຢາປະໂຣຫິດອ່ານຈົດຫມາຍນີ້ໃຫ້ເຢເຣມີຢາຜູ້ປະກາດພຣະທັມຟັງ 30 ແລ້ວພຣະວັຈນະຂອງພຣະຜູ້ເປັນເຈົ້າມາຍັງເຢເຣມີຢາວ່າ, 31 “ຈົ່ງຂຽນໄປເຖິງບັນດາຜູ້ເປັນຊະເລີຍທັງປວງວ່າ “ພຣະຜູ້ເປັນເຈົ້າກ່າວກ່ຽວກັບເຊມັຍຢາໄດ້ປະກາດພຣະທັມແກ່ເຈົ້າເມື່ອເຣົາບໍ່ໄດ້ໃຊ້ເຂົາ ແລະໄດ້ກະທຳໃຫ້ເຈົ້າວາງໃຈໃນຄຳເທັດ 32 ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະລົງໂທດເຊມັຍຢາຊາວເນເຮລາມແລະເຊື້ອສາຍຂອງເຂົາ ເຂົາຈະບໍ່ມີຈັກຄົນນຶ່ງທີ່ມີຊີວິດຢູ່ໃນຖ້າມກາງຊົນຊາດນີ້ທີ່ຈະໄດ້ເຫັນຄວາມດີ ຊຶ່ງເຮົາຈະກະທຳແກ່ໄພ່ພົນຂອງເຮົາ ເພາະເຂົາໄດ້ເວົ້າເປັນການກະບົດຕໍ່ພຣະຜູ້ເປັນເຈົ້າ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ
ຄຳຫມັ້ນສັນຍາຂອງພຣະຜູ້ເປັນເຈົ້າທີ່ມີຕໍ່ເຊື້ອສາຍຢາໂຄບ
1 ພວກຜູ້ເປັນເຈົ້າຂອງຊາວອິສຣາເອນຊົງກ່າວຕໍ່ເຢເຣມີຢາວ່າ, 2 ຖ້ອຍຄຳທັງຫມົດທີ່ເຣົາໄດ້ບອກເຈົ້ານັ້ນ ຈົ່ງຂຽນໄວ້ໃນປື້ມຫົວນຶ່ງ ເພາະວ່າວັນເວລາຈະມາເຖິງ 3 ເມື່ອນັ້ນເຮົາຈຶ່ງຈະໃຫ້ອິສຣາເອນແລະຢູດາໄພ່ພົນຂອງເຣົາຄືນສູ່ສະພາບເດີມ ແລະຈະນຳເຂົາມາຍັງແຜ່ນດິນທີ່ເຮົາໄດ້ມອບໃຫ້ບັນພະບຸຣຸດຂອງພວກເຂົາ ພວກເຂົາຈະໄດ້ເປັນເຈົ້າຂອງແຜ່ນດິນນັ້ນອີກ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງ ນີ້ແຫລະ” 4 ພຣະຜູ້ເປັນເຈົ້າຊົງກ່າວເຖິງອິສຣາເອນແລະຢູດາດັ່ງນີ້, 5 “ເຣົາໄດ້ຍິນສຽງຮ້ອງໄຫ້ຍ້ອນຕື່ນຕົກໃຈ ເປັນສຽງຢ້ານບໍ່ແມ່ນສຽງມ່ວນຊື່ນ 6 ບັດນີ້ຈົ່ງຖາມ ແລະຄິດເບິ່ງວ່າຜູ້ຊາຍອອກລູກມີບໍ ເປັນຫຍັງເຮົາຈຶ່ງເຫັນຜູ້ຊາຍທຸກຄົນເອົາມືອູ້ມທ້ອງເຫມືອນຜູ້ຍິງຈະອອກລູກ ເປັນຫຍັງຫນ້າຕາຂອງທຸກຄົນຈຶ່ງຂາວຊີດໄປ 7 ວັນອັນຫນ້າຢ້ານນັ້ນຈະມາເຖິງ ບໍ່ມີວັນໃດເຫມືອນກັບວັນນັ້ນ ເພາະວ່າເປັນເວລາທຸກໃຈຂອງເຊື້ອສາຍຢາໂຄບ ແຕ່ພວກເຂົາຈະຜ່ານພົ້ນວັນນັ້ນໄປໄດ້” 8 ພຣະຜູ້ເປັນເຈົ້າຜູ້ມີອໍານາດຍິ່ງໃຫຍ່ຊົງກ່າວວ່າ, “ເມື່ອວັນນັ້ນມາເຖິງ ເຮົາຈະປົດແອກອອກຈາກຄໍແລະແກ້ໂສ້ອອກຈາກເຂົາ ພວກເຂົາຈະບໍ່ເປັນທາດຮັບໃຊ້ຄົນຕ່າງຊາດອີກຕໍ່ໄປ 9 ແຕ່ຈະຮັບໃຊ້ເຣົາຄືພຣະຜູ້ເປັນເຈົ້າຂອງພວກເຂົາແລະຮັບໃຊ້ດາວິດຜູ້ເຮົາຈະໃຫ້ເປັນກະສັດຂອງພວກເຂົາ 10 ຢາໂຄບຜູ້ຮັບໃຊ້ຂອງເຣົາເອີຍ ຢ່າສູ່ຢ້ານເລີຍ ຊາວອິສຣາເອນເອີຍ ຢ່າຕື່ນຕົກໃຈ ເຮົາຈະຊ່ອຍໃຫ້ໄດ້ກັບຄືນມາຈາກປະເທດອັນໄກນັ້ນ ຄືຈາກແຜ່ນດິນທີ່ພວກເຈົ້າຕົກເປັນນັກໂທດ ເຊື້ອສາຍຂອງຢາໂຄບຈະກັບມາມີຊີວິດຢູ່ຢ່າງສງົບສຸກ ຈະປອດພັຍແລະຈະບໍ່ມີໃຜເຮັດໃຫ້ເຂົາຢ້ານກົວ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 11 ເຮົາຈະຢູ່ກັບເຈົ້າ ເພື່ອຊ່ອຍເຈົ້າໃຫ້ພົ້ນໄພ ຈະທຳລາຍບັນດາປະເທດທີ່ເຮົາໃຫ້ເຈົ້າກະຈັດກະຈາຍໄປຢູ່ນັ້ນ ຈະບໍ່ທຳລາຍເຈົ້າແຕ່ຈະລົງໂທດສະຖານເບົາເສັຽກ່ອນຈຶ່ງຈະປ່ອຍໄປ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 12 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ປະຊາຊົນວ່າ, “ບາດແຜຂອງເຈົ້າບໍ່ສາມາດປິ່ນປົວໃຫ້ດີໄດ້ ຄວາມເຈັບປວດກໍປິ່ນປົວໄດ້ 13 ຈະບໍ່ມີໃຜບົວຣະບັດຮັກສາເຈົ້າ ບໍ່ມີຢາຮັກສາບາດແຜແລະບໍ່ມີການປິ່ນປົວເຈົ້າ 14 ຄົນຮັກແພງຂອງເຈົ້າທັງຫມົດໄດ້ລືມເຈົ້າແລ້ວ ພວກເຂົາບໍ່ສົນໃຈເຈົ້າອີກຕໍ່ໄປ ເຮົາໂຈມຕີເຈົ້າເຫມືອນດັ່ງສັດຕຣູ ໂທດຂອງເຈົ້າກໍຮຸນແຮງເພາະວ່າບາບຂອງເຈົ້າມີຫລາຍແທ້ແລະຄວາມຊົ່ວກໍຮ້າຍແຮງ 15 ຢ່າຮ້ອງໄຫ້ຍ້ອນຄວາມເຈັບປວດອີກເລີຍ ຄວາມເຈັບປວດນັ້ນປິ່ນປົວໃຫ້ດີບໍ່ໄດ້ດອກ ທີ່ເປັນດັ່ງນີ້ແມ່ນເຮົາລົງໂທດເຈົ້າ ເພາະວ່າບາບຂອງເຈົ້າມີຫລາຍແທ້ ແລະຄວາມຊົ່ວກໍຮ້າຍແຮງ 16 ຜູ້ໃດທຳຮ້າຍເຈົ້າ ຈະຖືກທຳຮ້າຍຕອບ ສັດຕຣູຂອງເຈົ້າທັງຫມົດຈະຕົກເປັນຊະເລີຍ ຜູ້ໃດກົດຂີ່ຂົ່ມເຫັງເຈົ້າຈະໄດ້ຮັບການກົດຂີ່ຂົ່ມເຫັງຕອບ ແລະຜູ້ໃດປຸ້ນເຈົ້າຈະຖືກປຸ້ນຕອບ 17 ເຮົາຈະເຮັດໃຫ້ເຈົ້າດີເປັນປົກກະຕິອີກ ຈະປິ່ນປົວບາດແຜໃຫ້ດີ ເຖິງແມ່ນສັດຕຣູຂອງເຈົ້າເວົ້າວ່າ ເມືອງຊີໂອນຖືກເຂົາປະຖິ້ມແລ້ວ ບໍ່ມີໃຜສົນໃຈອີກ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 18 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາຈະເຮັດໃຫ້ເຊື້ອສາຍຢາໂຄບກັບຄືນສູ່ສະພາບດີອມ ແລະຈະເອັນດູກູນາຄອບຄົວເຂົາທັງຫມົດ ເມືອງທຸກເມືອງຈະຖືກສ້າງຂຶ້ນໃຫມ່ ແລະເຮືອນທຸກຫລັງຈະເຮັດໃຫ້ຄືນດີຄືເກົ່າ 19 ປະຊາຊົນໃນທີ່ນັ້ນຈະຮ້ອງເພງສັຣເສີນ ຈະຮ້ອງໂຮມ່ວນຊຶ່ນ ເຮົາຈະເຮັດໃຫ້ເຂົາເພີ້ມທະວີຫລາຍຂຶ້ນ ແລະຈະນຳກຽດມາໃຫ້ພວກເຂົາ 20 ເຮົາຈະນຳອຳນາດເກົ່າຄືນມາໃຫ້ຊົນຊາດນີ້ ຈະຈັດຕັ້ງເຂົາຂຶ້ນອີກຢ່າງຫມັ້ນຄົງ ແລະຈະລົງໂທດຄົນທັງປວງທີ່ກົດຂີ່ຂົ່ມເຫັງເຂົາ 21 ເຈົ້ານາຍຂອງເຂົາຈະເປັນຄົນນຶ່ງໃນພວກເຂົາທັງຫລາຍ ຜູ້ປົກຄອງຈະອອກມາຈາກຖ້າມກາງເຂົາເອງ ເຮົາຈະກະທຳໃຫ້ທ່ານນັ້ນເຂົ້າມາໃກ້ ແລະທ່ານນັ້ນຈະເຂົ້າໃກ້ເຮົາ ເພາະໃຜຈະກ້າເຂົ້າມາໃຫ້ເຮົາໄດ້ເອງ ພຣະເຈົ້າກ່າວ 22 ແລະເຈົ້າທັງຫລາຍຈະເປັນໄພ່ພົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງເຈົ້າ” 23 ຈົ່ງເບິ່ງພະຍຸຂອງພຣະຜູ້ເປັນເຈົ້າ ຄວາມຄຽດຮ້າຍຂອງພຣະອົງເປັນດັ່ງພະຍຸ ລົມໂຫດຮ້າຍນີ້ຈະພັດເປົ່າວົນວຽນຢູ່ເທິງຫົວຂອງຄົນອະທັມ 24 ຄວາມຄຽດຮ້າຍນີ້ຈະບໍ່ຢຸດຢັ້ງ ຈະມີເລື້ອຍໆຈົນເທົ່າພຣະອົງໄດ້ຊົງກະທຳສຳເຣັດຕາມພຣະປະສົງແລ້ວ ໃນຄັ້ງສຸດທ້າຍໄພ່ພົນຂອງພຣະອົງຈະເຂົ້າໃຈເຣື່ອງນີ້ຢ່າງແຈ່ມແຈ້ງ
ຄົນອິສຣາເອນຈະກັບຄືນປະເທດຂອງຕົນ
1 ພຣະເຈົ້າຊົງກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເປັນພຣະເຈົ້າແຫ່ງຕະກູນທັງປວງຂອງອິສຣາເອນ ພວກເຂົາຈະເປັນໄພ່ພົນຂອງເຮົາ 2 ເມື່ອປະຊາຊົນອິສຣາເອນທີ່ເຫລືອມາຈາກຕາຍໃນຖິ່ນກັນດານຕ້ອງການພັກຜ່ອນ 3 ເຮົາກໍໄດ້ສະແດງຄວາມເມດຕາແລະປາກົດໃຫ້ເຂົາເຫັນ ຊາວອິສຣາເອນເອີຍ ເຮົາໄດ້ຮັກແພງພວກເຈົ້າສເມີມາ ດັ່ງນັ້ນເຮົາຈຶ່ງຈະຮັກແພງພວກເຈົ້າຢ່າງຫມັ້ນຄົງສືບຕໍ່ໄປ 4 ເຮົາຈະສ້າງເຈົ້າຂຶ້ນໃຫມ່ ເຈົ້າຈະມີກອງໂທນແລະໄດ້ຟ້ອນລຳດ້ວຍຄວາມມ່ວນຊື່ນ 5 ຈະໄດ້ປູກກົກອະງຸ່ນເທິງພູຊາມາເຣັຽອີກ ແລະຄົນທັງຫລາຍທີ່ປູກກົກອະງຸ່ນນັ້ນຈະໄດ້ກິນຫມາກຂອງມັນ 6 ເມື່ອເວລານັ້ນມາເຖິງ ຄົນເຝົ້າຍາມຈະເອີ້ນຢູ່ເທິງພູເອຟຣາອິມວ່າ “ມາເທາະ ເຮົາຈົ່ງພ້ອມກັນຂຶ້ນໄປເທິງພູຊີໂອນເທາະ ໄປເຝົ້າພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ” 7 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈົ່ງຮ້ອງເພງສັຣເສີນດ້ວຍຄວາມມ່ວນຊື່ນສຳລັບອິສຣາເອນທີ່ເປັນຊົນຊາດຍິ່ງໃຫຍ່ ພຣະຜູ້ເປັນເຈົ້າຊົງຊ່ອຍໄພ່ພົນຂອງພຣະອົງໃຫ້ພົ້ນໄພ ຊົງຊ່ອຍຄົນທັງປວງທີ່ເຫລືອຢູ່ 8 ເຮົາຈະໂຮມເອົາເຂົາທັງຫລາຍມາຈາກທາງທິດເຫນືອ ແລະມາຈາກທົ່ວໂລກ ພ້ອມທັງຄົນຕາບອດແລະຄົນເສັຽຂາ ຜູ້ຍິງຖືພາທີ່ກຳລັງຈະອອກລູກກໍຈະມາ ຈະກັບຄືນມາເປັນຊົນຊາດໃຫຍ່ 9 ໄພ່ພົນຂອງເຮົາຈະກັບມາດ້ວຍນ້ຳຕາ ແຕ່ເຮົາຈະເລົ້າໂລມແລະເບິ່ງແຍງເຂົາ ຈະນຳເຂົາມາຮອດກະແສນ້ຳໄຫລ ໃຫ້ຍ່າງໄປຕາມທາງພຽງບ່ອນ ບໍ່ມີສະດຸດ ເຮົາເປັນພໍ່ຂອງອິສຣາເອນ ແລະເອຟຣາອິມເປັນລູກກົກຂອງເຮົາ 10 ຊົນຊາດທັງຫລາຍເອີຍ ຈົ່ງຟັງເດີ ຈົ່ງປະກາດຖ້ອຍຄຳຂອງເຮົາໃນແຜ່ນດິນແຄມທະເລທີ່ຢູ່ຫ່າງໄກ ເຮົາຜູ້ທຳໃຫ້ອິສຣາເອນກະຈັດກະຈາຍໄປ ຈະເຕົ້າໂຮມແລະເບິ່ງແຍງເຂົາເຫມືອນຄົນລ້ຽງແກະເບິ່ງແຍງແກະຂອງຕົນ 11 ເຮົາໄດ້ຊ່ອຍໃຫ້ອິສຣາເອນເປັນອິສຣະ ແລະໃຫ້ພົ້ນຈາກເງື້ອມມືຂອງຊົນຊາດໃຫຍ່ 12 ພວກເຂົາຈະມາຮ້ອງເພງດ້ວຍຄວາມມ່ວນຊື່ນຢູ່ເທິງພູຊີໂອນ ຈະຊົມຊື່ນຍິນດີໃນສິ່ງຂອງທີ່ເຮົາໃຫ້ ຄືເມັດເຂົ້າ ເຫລົ້າອະງຸ່ນ ນ້ຳມັນ ຝູງແກະແລະງົວຄວາຍ ພວກເຂົາຈະເປັນເຫມືອນສວນທີ່ມີນ້ຳຫົດ ແລະຈະບໍ່ມີຄວາມໂສກເສົ້າເສັຽໃຈອີກເລີຍ 13 ຂນະນັ້ນພວກຍິງສາວຈະຟ້ອນລຳຢ່າງມີຄວາມສຸກ ພວກຄົນຫນຸ່ມແລະແກ່ເຖົ້າຈະມ່ວນຊື່ນຍິນດີ ເຮົາຈະເລົ້າໂລມເຂົາແລະປ່ຽນຄວາມໂສກເສົ້າເປັນຄວາມມ່ວນຊື່ນ ຄວາມເສັຽໃຈຈະກາຍເປັນຄວາມຍິນດີ 14 ຈະເຮັດໃຫ້ປະໂຣຫິດມີອາຫານກິນຢ່າງສົມບູນ ແລະຈະໃຫ້ປະຊາຊາດຂອງເຮົາມີທຸກຢ່າງຕາມຄວາມຕ້ອງການ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 15 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ສຽງທີ່ໄດ້ຍິນຢູ່ໃນເມືອງຣາມານັ້ນ ເປັນສຽງຮ້ອງໄຫ້ດ້ວຍຄວາມຂົມຂື່ນ ນາງຣາເຊັນຣ້ອງໄຫ້ຍ້ອນລູກຂອງຕົນ ນາງບໍ່ຍອມຟັງສຽງເລົ້າໂລມ ຍ້ອນວ່າລູກຂອງນາງໄດ້ຕາຍແລ້ວ 16 ເຈົ້າຈົ່ງເຊົາຮ້ອງໄຫ້ແລະເຊັດນ້ຳຕາເສັຽ ເພາະວ່າຈະມີບຳເຫນັດສຳລັບຜົນງານທີ່ເຈົ້າໄດ້ເຮັດເພື່ອລູກຂອງເຈົ້າ ເຂົາທັງຫລາຍຈະໄດ້ກັບມາຈາກແຜ່ນດິນຂອງສັດຕຣູ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 17 ຄວາມຫວັງຂອງເຈົ້າຍັງມີຢູ່ ເພາະວ່າລູກຫລານຂອງເຈົ້າຈະໄດ້ກັບມາອີກ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 18 ເຣົາໄດ້ຍິນຊາວອິສຣາເອນເວົ້າດ້ວຍຄວາມທຸກໃຈວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ພວກຂ້າພຣະອົງເປັນເຫມືອນງົວປ່າທີ່ດື້ດ້ານ ແຕ່ພຣະອົງຊົງສອນພວກຂ້າພຣະອົງໃຫ້ເຊື່ອຟັງ ຂໍຊົງໂຜດໃຫ້ພວກຂ້າພຣະອົງກັບຄືນຖ້ອນ ພຣະອົງຊົງເປັນພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງ 19 ພວກຂ້າພຣະອົງໄດ້ຫລີກຫນີຈາກພຣະອົງ ແຕ່ບໍ່ເຫິງພວກຂ້າພຣະອົງກໍຢາກຄືນມາອີກ ຫລັງຈາກພຣະອົງຊົງລົງໂທດແລ້ວ ພວກຂ້າພຣະອົງກໍຕີຕົນເອງດ້ວຍຄວາມເສັຽໃຈ ແລະຮູ້ສຶກລະອາຍຂາຍຫນ້າ ເພາະວ່າໄດ້ເຮັດບາບເມື່ອຄາວຍັງຫນຸ່ມ 20 ຊາວອິສຣາເອນເອີຍ ພວກເຈົ້າເປັນລູກທີ່ຮັກຍິ່ງຂອງເຮົາ ເມື່ອໃດເຮົາກ່າວເຖິງຊື່ຂອງພວກເຈົ້າ ເຮົາກໍຄິດເຖິງດ້ວຍຄວາມຮັກແພງ ຈິດໃຈຂອງເຮົາຄິດເຖິງແຕ່ພວກເຈົ້າ ເຮົາຈະເມດຕາສົງສານພວກເຈົ້າ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 21 ຈົ່ງຫມາຍທາງທີ່ພວກເຈົ້າຈາກໄປນັ້ນ ຊາວອິສຣາເອນເອີຍ ຈົ່ງກັບຄືນມາບ້ານເມືອງທີ່ໄດ້ຈາກໄປ 22 ລູກທີ່ບໍ່ສັດຊື່ເອີຍ ຈະຍັງລັ່ງເລໃຈຢູ່ດົນປານໃດ ເຮົາພຣະຜູ້ເປັນເຈົ້າໄດ້ສ້າງແນວໃຫມ່ຂຶ້ນມາແລ້ວ ຄືຜູ້ຍິງທີ່ອ່ອນແອຈະແຂງແຮງເຫມືອນຜູ້ຊາຍ” 23 ພຣະຜູ້ເປັນເຈົ້າອົງມີອຳນາດຍີ່ງໃຫຍ່ຂອງອິສຣາເອນຊົງກ່າວວ່າ, “ເມື່ອເຮົາທຳໃຫ້ປະຊາຊົນກັບຄືນດີຄືເກົ່າແລ້ວ ເຂົາທັງຫລາຍຈະກ່າວຖ້ອຍຄຳໃນແຜ່ນດິນຂອງຢູດາແລະໃນຫົວເມືອງຕ່າງໆອີກເທື່ອນຶ່ງວ່າ ຄື “ໂອ ທີ່ຢູ່ແຫ່ງຄວາມຊອບທັມເອີຍ ພູທີ່ບໍຣິສຸດເອີຍ ຂໍພຣະຜູ້ເປັນເຈົ້າຊົງອວຍພຣະພອນເຈົ້າ” 24 ຢູດາແລະຫົວເມືອງທັງສິ້ນນັ້ນ ທັງບັນດາຊາວນາ ຄົນລ້ຽງສັດພ້ອມກັບສັດທັງຫມົດຈະອາໄສຢູ່ດ້ວຍກັນທີ່ນັ້ນ 25 ເພາະເຮົາຈະໃຫ້ຈິດໃຈທີ່ເມື່ອຍມີແຮງຂຶ້ນ ແລະຈິດໃຈທີ່ອ່ອນຣະທວຍທຸກດວງເຮົາຈະໃຫ້ບໍຣິບູນ 26 ເມື່ອນັ້ນ ຂ້າພະເຈົ້າໄດ້ຕື່ນຂຶ້ນແລະມອງເບິ່ງ ແລະການຫລັບນອນຂອງຂ້າພະເຈົ້າຕື່ນຂຶ້ນດ້ວຍຄວາມຊື່ນບານ 27 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເຮັດໃຫ້ປະເທດອິສຣາເອນແລະຢູດາ ເຕັມໄປດ້ວຍຄົນແລະສັດທັງຫລາຍ 28 ແຕ່ກ່ອນເຣົາໄດ້ເຝົ້າເບິ່ງເພື່ອທຳລາຍເຂົາ ຄືເພື່ອຖອນອອກ ເພື່ອເຮັດໃຫ້ລົ້ມລົງແລະນຳເຫດຮ້າຍມາສັນໃດ ດັ່ງນັ້ນເຮົາຈຶ່ງຈະເຝົ້າເບິ່ງເຂົາເພື່ອປູກຝັງແລະສ້າງຂຶ້ນສັນນັ້ນ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 29 ເມື່ອເວລານັ້ນມາເຖິງ ປະຊາຊົນຈະບໍ່ກ່າວຕໍ່ໄປອີກວ່າ, “ພໍ່ກິນຫມາກອະງຸ່ນດິບ ແຕ່ລູກຊ້ຳພັດເຂັດແຂ້ວ 30 ແຕ່ວ່າໃຜກໍຕາມທີ່ກິນຫມາກອະງຸ່ນດິບຈະຕ້ອງເຂັດແຂ້ວ ແລະທຸກຄົນທີ່ເຮັດບາບຈະຕ້ອງຕາຍຍ້ອນບາບນັ້ນ 31 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເມື່ອວັນເວລານັ້ນມາເຖິງ ເຮົາຈະໃຫ້ຄຳຫມັ້ນສັນຍາໃຫມ່ແກ່ປະຊາຊົນອິສຣາເອນແລະຢູດາ 32 ຄຳຫມັ້ນສັນຍານີ້ຈະບໍ່ເຫມືອນທີ່ເຣົາໃຫ້ບັນພະບຸຣຸດຂອງເຂົາ ຄາວຈູງມືເຂົາອອກຈາກເອຢິບນັ້ນ ເຖິງແມ່ນເຮົາເປັນພຣະຜູ້ເປັນເຈົ້າຂອງເຂົາ ເຂົາກໍບໍ່ຊື່ສັຕຕໍ່ຄຳຫມັ້ນສັນຍາທີ່ເຮົາໄດ້ໃຫ້ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 33 ເມື່ອເວລານັ້ນມາເຖິງ ເຮົາຈະໃຫ້ຄຳຫມັ້ນສັນຍາແກ່ປະຊາຊົນອິສຣາເອນດັ່ງນີ້ ຄືຈະບັນຈຸພຣະທັມຂອງເຮົາໄວ້ໃນຈິດໃຈຂອງເຂົາ ເຮົາຈະເປັນພຣະເຈົ້າຂອງເຂົາ ແລະເຂົາຈະເປັນໄພ່ພົນຂອງເຮົາ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 34 ຕໍ່ໄປຈະບໍ່ມີໃຜໃນພວກເຂົາສອນເພື່ອນບ້ານ ແລະພີ່ນ້ອງຂອງຕົນວ່າ ຈົ່ງຮູ້ຈັກພຣະຜູ້ເປັນເຈົ້າ ເພາະວ່າເຂົາທັງຫມົດຕັ້ງແຕ່ຜູ້ນ້ອຍທີ່ສຸດເຖິງຜູ້ໃຫຍ່ທີ່ສຸດຈະຮູ້ຈັກເຮົາ ເຮົາຈະໃຫ້ອະພັຍບາບແກ່ເຂົາ ແລະຈະບໍ່ຈົດຈຳຄວາມຜິດຂອງເຂົາອີກຕໍ່ໄປ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ” 35 ພຣະຜູ້ເປັນເຈົ້າຊົງໃຫ້ດວງອາທິດສ່ອງແສງໃນກາງເວັນ ແລະຊົງໃຫ້ເດືອນດາວສ່ອງແສງໃນກາງຄືນ ຊົງກວນໃຫ້ທະເລມີຄື້ນດັງສັ່ນສະເທືອນ ພຣະນາມຂອງພຣະອົງຄືພຣະຜູ້ເປັນເຈົ້າອົງຍິ່ງໃຫຍ່ 36 ພຣະອົງຊົງສັນຍາວ່າ ຕາບໃດທີ່ໂລກນີ້ຍັງບໍ່ສູນສິ້ນໄປ ຕາບນັ້ນຊົນຊາດອິສຣາເອນກໍຈະຍັງຢູ່ 37 ຖ້າວັດແທກຟ້າເບື້ອງເທິງ ແລະສຳຫລວດຮາກຖານໂລກເບື້ອງລຸ່ມໄດ້ ພຣະອົງຈຶ່ງຈະປະຖິ້ມປະຊາຊົນອິສຣາເອນ ຍ້ອນຄວາມຊົ່ວທັງປວງຂອງເຂົານັ້ນ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ແຫລະ” 38 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເມື່ອເວລານັ້ນມາເຖິງ ເມືອງນີ້ທັງຫມົດຕັ້ງແຕ່ຫໍຄອຍຮານາເນນ ເຖິງປະຕູແຈຈະຖືກສ້າງຂຶ້ນໃຫມ່ 39 ເສັ້ນເຂດແດນຈະຍາວໄປເຖິງເທິງພູ ກາເຣັບ ແລ້ວຈະລ້ຽວໄປເຖິງໂກອາ 40 ເຖິງຮ່ອມພູບ່ອນຝັງຊາກສົບກັບຂີ້ເທົ່າໄຟ ແລະທົ່ງນາທັງຫມົດຕາມລຳນ້ຳ ກິດໂຣນ ຈົນເຖິງປະຕູມ້າໄປທາງຕາເວັນອອກ ຈະເປັນບ່ອນສັກສິດສຳລັບເຮົາ ເມືອງນີ້ຈະບໍ່ຖືກຖອນຮາກຫລືທຳລາຍອີກຕໍ່ໄປ”
ເຢເຣມີຢາຊື້ນາທີ່ອານາໂທດ
1 ຖ້ອຍຄຳຊຶ່ງມາຈາກພຣະຜູ້ເປັນເຈົ້າມາເຖິງເຢເຣມີຢາໃນປີທີ່ສິບແຫ່ງເຊເດກີຢາກະສັດຂອງຢູດາ ຊຶ່ງເປັນປີທີ່ສິບແປດຂອງເນບຸກາດເນສຊາຣ໌ 2 ຄັ້ງນັ້ນກອງທັບຂອງກະສັດແຫ່ງບາບິໂລນກຳລັງລ້ອມກຸງເຢຣູຊາເລັມຢູ່ ແລະເຢເຣມີຢາຜູ້ປະກາດພຣະທັມຖືກຂັງຢູ່ໃນບໍຣິເວນທະຫານຮັກສາພຣະອົງ ຊຶ່ງຢູ່ໃນພຣະຣາຊວັງຂອງກະສັດແຫ່ງຢູດາ 3 ເພາະເຊເດກີຢາກະສັດແຫ່ງຢູດາໄດ້ຈຳຂັງທ່ານໄວ້ກ່າວວ່າ, “ເປັນຫຍັງທ່ານຈຶ່ງປະກາດພຣະທັມແລະກ່າວວ່າ “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະໃຫ້ເມືອງນີ້ໄວ້ໃນມືຂອງກະສັດແຫ່ງບາບິໂລນ ແລະເຂົາຈະຍຶດເມືອງນີ້ 4 ເຊເດກີຢາກະສັດແຫ່ງຢູດາຈະຫນີໄປບໍ່ພົ້ນຈາກມືຂອງຄົນຄັນເດອານ ແຕ່ຈະຖືກມອບໄວ້ໃນມືຂອງກະສັດແຫ່ງບາບິໂລນແນ່ນອນ ແລະຈະໄດ້ເວົ້າກັນປາກຕໍ່ປາກ ແລະແລເຫັນຕາຕໍ່ຕາ 5 ແລະເຂົາຈະນຳເຊເດກີຢາໄປຍັງບາບິໂລນ ແລະທ່ານຈະຢູ່ທີ່ນັ້ນຈົນກວ່າເຣົາຈະໄປຢ້ຽມທ່ານ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ ຖ້າເຈົ້າຈະຕໍ່ສູ້ກັບຊາວຄັນເດອານ ເຈົ້າຈະເຮັດບໍ່ສຳເຣັດ” 6 ເຢເຣມີຢາທູນວ່າ, “ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາຍັງຂ້ານ້ອຍວ່າ 7 ເບິ່ງແມ໋, ຮານາເມນບຸດຊັນລູມອາຂອງເຈົ້າຈະມາຫາເຈົ້າແລະກ່າວວ່າ “ຈົ່ງຊື້ນາຂອງຂ້າພະເຈົ້າຊຶ່ງຢູ່ທີ່ອານາໂທດ ເພາະວ່າສິດຂອງການໄຖ່ດ້ວຍການຊື້ນັ້ນເປັນຂອງທ່ານ” 8 ແລ້ວຮານາເມນລູກອ້າຍລູກນ້ອງຂອງຂ້າພະເຈົ້າມາຫາຂ້າພະເຈົ້າທີ່ບໍຣິເວນຂອງທະຫານຮັກສາພຣະອົງຖືກຕ້ອງຕາມພຣະຄຳຂອງພຣະຜູ້ເປັນເຈົ້າ ແລະເວົ້າກັບຂ້າພະເຈົ້າວ່າ “ຈົ່ງຊື້ນາຂອງຂ້າພະເຈົ້າຊຶ່ງຢູ່ທີ່ອານາໂທດໃນແຜ່ນດິນເບັນຢາມິນ ເພາະສິດຂອງການຖືກຳມະສິດແລະການໄຖ່ເປັນຂອງທ່ານ ຈົ່ງຊື້ໄວ້ເຖີດ” ແລ້ວຂ້ານ້ອຍຈຶ່ງຊາບວ່ານີ້ເປັນຖ້ອຍຄຳຂອງພຣະຜູ້ເປັນເຈົ້າ 9 “ແລະຂ້ານ້ອຍກໍຊື້ນາທີ່ອານາໂທດຈາກຮານາເມນລູກອ້າຍລູກນ້ອງຂອງຂ້ານ້ອຍ ແລະໄດ້ຊັ່ງເງິນໃຫ້ແກ່ເຂົາສິບເຈັດເຊເກລ 10 ຂ້ານ້ອຍກໍລົງນາມໃນໃບຕາດິນປະທັບຕາໄວ້ ໄດ້ພຍານແລະເອົາຕາຊັ່ງຊັ່ງເງິນ 11 ແລ້ວຂ້ານ້ອຍກໍຮັບໃບຕາດິນຂອງການຊື້ທີ່ປະທັບຕາແລ້ວ ຊຶ່ງມີຂໍ້ຕົກລົງແລະເງື່ອນໄຂແລະສະບັບທີ່ເປີດຢູ່ 12 ແລະຂ້ານ້ອຍກໍມອບໃບຕາດິນຂອງການຊື້ໃຫ້ແກ່ບາຣຸກບຸດເນຣີຢາ ຜູ້ເປັນບຸດມາຊັຍຢາ ຕໍ່ຫນ້າຮານາເມນລູກອ້າຍລູກນ້ອງຂອງຂ້ານ້ອຍ ຕໍ່ຫນ້າພຍານຜູ້ທີ່ລົງນາມໃນສະໂນດການຊື້ ແລະຕໍ່ຫນ້າພວກຢິວ ຜູ້ຊຶ່ງນັ່ງຢູ່ໃນບໍຣິເວນທະຫານຮັກສາພຣະອົງ 13 ຂ້ານ້ອຍກໍກຳຊັບບາຣຸກຕໍ່ຫນ້າເຂົາທັງຫລາຍວ່າ, 14 “ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ຈົ່ງເອົາໃບຕາດິນເຫລົ່ານີ້ໄປເສັຽ ທັງໃບຕາດິນຂອງການຊື້ທີ່ປະທັບຕາກັບສະບັບທີ່ເປີດນີ້ ແລະບັນຈຸໄວ້ໃນພາຊນະດິນເພື່ອຈະທົນຢູ່ໄດ້ນານ 15 ເພາະພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ບ້ານເຮືອນແລະໄຮ່ນາແລະສວນອະງຸ່ນຈະມີການຊື້ຂາຍກັນອີກໃນແຜ່ນດິນນີ້” 16 “ຫລັງຈາກທີ່ຂ້ານ້ອຍມອບໃບຕາດິນການຊື້ໃຫ້ແກ່ບາຣຸກ ບຸດເນຣິຢາແລ້ວ ຂ້ານ້ອຍໄດ້ອະທິຖານຕໍ່ພຣະຜູ້ເປັນເຈົ້າວ່າ 17 “ຂ້າແດ່ພຣະຜູ້ເປັນເຈົ້າ ຄືພຣະອົງເອງ ຜູ້ໄດ້ຊົງສ້າງຟ້າສວັນແລະແຜ່ນດິນໂລກດ້ວຍຣິດທານຸພາບໃຫຍ່ຍິ່ງຂອງພຣະອົງ ແລະດ້ວຍພຣະຫັດຊຶ່ງຢຽດອອກຂອງພຣະອົງ ສຳລັບພຣະອົງບໍ່ມີສິ່ງໃດທີ່ຍາກເກີນ 18 ຜູ້ຊົງສຳແດງຄວາມຮັກຫມັ້ນຄົງຕໍ່ຄົນເປັນພັນໆ ແຕ່ຊົງຕອບສນອງຄວາມຜິດບາບຂອງບິດາໃຫ້ຕົກເຖິງລູກຫລານສືບຕໍ່ມາ ຂ້າແດ່ພຣະຜູ້ເປັນເຈົ້າຜູ້ຍິ່ງໃຫຍ່ແລະຊົງຣິດ ພຣະນາມຂອງພຣະອົງຄືພຣະຜູ້ເປັນເຈົ້າຈອມໂຍທາ 19 ພຣະອົງຊົງເປັນໃຫຍ່ໃນການໃຫ້ຄຳປຶກສາ ຊົງຣິດທານຸພາບໃນພຣະຣາຊກິດ ພຣະເນດຂອງພຣະອົງເຫັນທຸກວິຖີທາງຂອງມະນຸດ ປະທານຮາງວັນແກ່ທຸກຄົນຕາມພຶດຕິການຂອງເຂົາ ແລະຕາມຜົນແຫ່ງການກະທຳຂອງເຂົາ 20 ຊົງເປັນຜູ້ສຳແດງຫມາຍສຳຄັນແລະການອັດສະຈັນໃນແຜ່ນດິນເອຢິບ ແລະຈົນເຖິງສະໄຫມນີ້ກໍຊົງສຳແດງໃນອິສຣາເອນແລະຖ້າມກາງມະນຸດຊົນ ແລະຊົງທຳໃຫ້ພຣະນາມເລື່ອງລືໄປຢ່າງທຸກວັນນີ້ 21 ພຣະອົງໄດ້ຊົງນຳອິສຣາເອນໄພ່ພົນຂອງພຣະອົງອອກຈາກແຜ່ນດິນເອຢິບ ດ້ວຍຫມາຍສຳຄັນແລະການອັດສະຈັນ ແລະດ້ວຍພຣະຫັດເຂັ້ມແຂງແລະພຣະກອນທີ່ຢຽດອອກ ແລະດ້ວຍຄວາມຫນ້າຢ້ານກົວຍິ່ງນັກ 22 ແລະພຣະອົງປະທານແຜ່ນດິນນີ້ແກ່ເຂົາທັງຫລາຍ ຊຶ່ງພຣະອົງຊົງສັນຍາແກ່ບັນພະບຸຣຸດຂອງເຂົາທັງຫລາຍວ່າຈະປະທານແກ່ເຂົາ ຄືແຜ່ນດິນຊຶ່ງມີນ້ຳນົມແລະນ້ຳເຜິ້ງໄຫລບໍຣິບູນ 23 ແລະເຂົາທັງຫລາຍກໍໄດ້ເຂົ້າໄປແລະຖືກຳມະສິດແຜ່ນດິນນັ້ນ ແຕ່ເຂົາທັງຫລາຍບໍ່ໄດ້ເຊື່ອຟັງພຣະສຸຣະສຽງຂອງພຣະອົງ ຫລືດຳເນີນຕາມພຣະທັມຂອງພຣະອົງ ສິ່ງຊຶ່ງພຣະອົງຊົງບັນຊາເຂົາໃຫ້ກະທຳນັ້ນ ເຂົາທັງຫລາຍບໍ່ໄດ້ກະທຳເສັຽເລີຍ ເຫດສັນນັ້ນພຣະອົງຊົງກະທຳໃຫ້ເຫດຮ້າຍທັງສິ້ນນີ້ມາເຖິງເຂົາທັງຫລາຍ 24 ເບິ່ງແມ໋, ເຄື່ອງປິດລ້ອມໄດ້ມາເຖິງກຸງເພື່ອຈະຍຶດເອົາແລ້ວແລະເພາະເຫດດ້ວຍດາບ ການອຶດຢາກອາຫານ ແລະໂຣກລະບາດ ເມືອງນີ້ກໍໄດ້ຖືກມອບໄວ້ໃນມືຂອງຄົນຄັນເດອານຜູ້ກຳລັງຕໍ່ສູ້ຢູ່ນັ້ນແລ້ວ ພຣະອົງກ່າວສິ່ງໃດກໍເປັນໄປຢ່າງນັ້ນແລ້ວ ແລະພຣະອົງທອດພຣະເນດເຫັນ 25 ຂ້າແດ່ພຣະຜູ້ເປັນເຈົ້າພຣະອົງຍັງຊົງຕຣັດແກ່ຂ້າພຣະອົງວ່າ, “ຈົ່ງເອົາເງິນຊື້ນາແລະຫາພຍານເສັຽ” ແມ້ວ່າເມືອງນັ້ນຈະຖືກມອບໄວ້ໃນມືຂອງຄົນຄັນເດອານ” 26 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາຍັງເຢເຣມີຢາວ່າ, 27 ເບິ່ງແມ໋, ເຣົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງບັນດາມະນຸດແລະສັດທັງສິ້ນ ສຳລັບເຮົາມີສິ່ງໃດທີ່ຍາກເກີນຫລື 28 ເຫດສັນນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາຈະມອບເມືອງນີ້ໄວ້ໃນມືຂອງຊາວຄັນເດອານ ແລະໃນມືຂອງເນບຸກາດເນສຊາຣ໌ກະສັດແຫ່ງບາບິໂລນແລະເຂົາຈະຍຶດເອົາ 29 ຊາວຄັນເດອານຜູ້ຕໍ່ສູ້ກັບເມືອງນີ້ ຈະມາເຜົາເມືອງນີ້ເສັຽດ້ວຍໄຟໃຫ້ໄຫມ້ຫມົດ ທັງບັນດາບ້ານທີ່ເຂົາເຜົາເຄື່ອງຖວາຍພຣະບາອານທີ່ເທິງຫລັງຄາ ແລະເທດເຄື່ອງດື່ມບູຊາຖວາຍແກ່ພຣະອື່ນເພື່ອຍົວະເຍົ້າເຮົາໃຫ້ກິ້ວ 30 ເພາະເຊື້ອສາຍຂອງອິສຣາເອນແລະເຊື້ອສາຍຂອງຢູດາບໍ່ໄດ້ກະທຳສິ່ງໃດເລີຍ ນອກຈາກຄວາມຊົ່ວໃນສາຍຕາຂອງເຮົາຕັ້ງແຕ່ຫນຸ່ມໆມາ ພຣະຜູ້ເປັນເຈົ້າຕຣັດວ່າ ເຊື້ອສາຍອິສຣາເອນບໍ່ໄດ້ກະທຳສິ່ງໃດເລີຍນອກຈາກຍົວະເຍົ້າໃຫ້ກິ້ວດ້ວຍຜົນງານແຫ່ງມືຂອງເຂົາ 31 ເມືອງນີ້ໄດ້ເຣົ້າຄວາມກິ້ວແລະຄວາມພິໂຣດຂອງເຮົາ ຕັ້ງແຕ່ວັນທີ່ໄດ້ສ້າງມັນຂຶ້ນຈົນເຖິງວັນນີ້ ເຫດສັນນັ້ນເຣົາຈະຖອນອອກໄປເສັຽຈາກສາຍຂອງເຮົາ 32 ເພາະວ່າຄວາມຊົ່ວທັງສິ້ນຂອງເຊື້ອສາຍອິສຣາເອນ ແລະເຊື້ອສາຍຢູດາ ຊຶ່ງເຂົາໄດ້ກະທຳອັນຍົວະເຍົ້າໃຫ້ໂກດ ຄືທັງຕົວເຂົາ ບັນດາກະສັດແລະເຈົ້ານາຍຂອງເຂົາ ບັນດາປະໂຣຫິດແລະຜູ້ປະກາດພຣະທັມຂອງເຂົາ ຄົນຢູດາແລະຊາວກຸງເຢຣູຊາເລັມ 33 ເຂົາທັງຫລາຍໄດ້ຫັນຫລັງໃຫ້ເຮົາ ບໍ່ແມ່ນຫັນຫນ້າ ແມ້ວ່າເຮົາໄດ້ສອນເຂົາຢູ່ຢ່າງບໍ່ຢຸດຢັ້ງ ເຂົາກໍບໍ່ໄດ້ຟັງທີ່ຈະຮັບຄຳສັ່ງສອນຂອງເຮົາ 34 ແຕ່ເຂົາທັງຫລາຍໄດ້ຕັ້ງສິ່ງທີ່ຫນ້າລັງກຽດຂອງເຂົາໄວ້ໃນວິຫານ ຊຶ່ງເອີ້ນຕາມຊື່ຂອງເຮົາກະທຳໃຫ້ມີມົນທິນ 35 ເຂົາທັງຫລາຍໄດ້ສ້າງແທ່ນບູຊາສຳລັບພຣະບາອານໃນຮ່ອມພູແຫ່ງບຸດຊາຍຮີນໂນມ ເພື່ອຖວາຍບຸດຊາຍແລະບຸດຍິງຂອງເຂົາແຫ່ພຣໂມເລກ ໂດຍໃຫ້ລຸຍໄຟ ແມ້ວ່າເຣົາບໍ່ໄດ້ບັນຊາເຂົາ ຫລືມີຢູ່ໃນຈິດໃຈຂອງເຮົາວ່າ ເຂົາຄວນຈະກະທຳສິ່ງຫນ້າກຽດຊັງເພື່ອໃຫ້ຢູດາຜິດໄປ 36 “ເຫດສັນນັ້ນ ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວກັບເມືອງນີ້ແກ່ເຈົ້າທັງຫລາຍວ່າ ເມືອງນີ້ໄດ້ຫຖືກຍົກໃຫ້ໄວ້ໃນມືຂອງກະສັດແຫ່ງບາບິໂລນ ດ້ວຍດາບ ດ້ວຍການອຶດຢາກ ແລະດ້ວຍໂຣກລະບາດ” 37 ເຮົາຈະຮວບຮວມເຂົາມາຈາກປະເທດທັງປວງ ຊຶ່ງເຮົາໄດ້ຂັບໄລ່ເຂົາໃຫ້ໄປຢູ່ ດ້ວຍຄວາມກິ້ວ ດ້ວຍຄວາມພິໂຣດ ແລະຄວາມຄຽດຂອງເຮົານັ້ນ ເຮົາຈະນຳເຂົາທັງຫລາຍກັບມາຍັງທີ່ນີ້ ແລະຈະກະທຳໃຫ້ເຂົາອາໄສຢູ່ຢ່າງປອດພັຍ 38 ເຂົາທັງຫລາຍຈະເປັນໄພ່ພົນຂອງເຮົາ ແລະເຮົາຈະເປັນພຣະຜູ້ເປັນເຈົ້າຂອງເຂົາ 39 ເຣົາຈະໃຫ້ໃຈດຽວແລະທາງດຽວແກ່ເຂົາ ເພື່ອເຂົາຈະຢຳເກງເຣົາຢູ່ເປັນນິດ ເພື່ອເປັນປໂຍດແກ່ເຂົາ ແລະແກ່ລູກຫລານຂອງເຂົາທີ່ຕາມເຂົາມາ 40 ເຮົາຈະກະທຳຄຳຫມັ້ນສັນຍານິຣັນກັບເຂົາທັງຫລາຍ ອັນວ່າເຮົາຈະບໍ່ຫັນຈາກການກະທຳຄວາມດີແກ່ເຂົາທັງຫລາຍ ແລະເຣົາຈະບັນຈຸຄວາມຢຳເກງເຣົາໄວ້ໃນໃຈຂອງເຂົາທັງຫລາຍ ເພື່ອວ່າເຂົາຈະບໍ່ໄດ້ຫັນໄປຈາກເຮົາ 41 ເຣົາຈະຊົມຊື່ນຍິນດີໃນການທີ່ຈະກະທຳຄວາມດີແກ່ເຂົາ ແລະເຮົາຈະປູກເຂົາໄວໃນແຜ່ນດິນນີ້ດ້ວຍຄວາມຫມັ່ນຫມັ້ນ ດ້ວຍສຸດໃຈຂອງເຮົາ ແລະສຸດຈິດຂອງເຮົາ 42 “ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາໄດ້ນຳຄວາມຮ້າຍຍິ່ງໃຫຍ່ມາເຫນືອຊົນຊາດນີ້ສັນໃດ ເຮົາຈະນຳຄວາມດີທັງສິ້ນຊຶ່ງເຮົາໄດ້ສັນຍາໄວ້ນັ້ນມາເຫນືອເຂົາສັນນັ້ນ 43 ເຂົາຈະຊື້ຂາຍນາກັນໃນແຜ່ນດິນຊຶ່ງເຈົ້າກ່າວເຖິງວ່າເປັນທີ່ຮົກຮ້າງບໍ່ມີມະນຸດຫລືສັດ ຖືກມອບ ໄວ້ໃນມືຂອງຄົນຄັນເດອານ 44 ທີ່ນານັ້ນຈະຊື້ກັນດ້ວຍເງິນ ໃບສະໂນດກໍຈະຕ້ອງລົງນາມແລະປະທັບຕາ ແລະລົງນາມພຍານ ທີ່ໃນແຜ່ນດິນຂອງເບັນຢາມີນ ໃນທີ່ຕ່າງໆແຖບກຸງເຢຣູຊາເລັມ ແລະໃນຫົວເມືອງຢູດາ ໃນຫົວເມືອງແຖບແດນເຊຟາລາ ແລະໃນຫົວເມືອງແຖບເນເກັບ ເພາະເຮົາຈະໃຫ້ເຂົາທັງຫລາຍກັບສູ່ສະພາບເດີມ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ
ການໃຫ້ເຢຣູຊາເລັມກັບຄືນສຸ່ສະພາບເດີມ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງເຢເຣມີຢາຄັ້ງທີ່ສອງ ເມື່ອທ່ານຍັງຖືກກັກຂັງຢູ່ໃນບໍຣິເວນຂອງທະຫານຮັກສາພຣະອົງນັ້ນວ່າ, 2 “ພຣະຜູ້ເປັນເຈົ້າຊົງປັ້ນແຜ່ນດິນໂລກເພື່ອສະຖາປະນາໄວ້ ພຣະຜູ້ເປັນເຈົ້າຄືພຣະນາມຂອງພຣະອົງກ່າວດັ່ງນີ້ວ່າ 3 ຈົ່ງທູນເຮົາ ແລະເຮົາຈະຕອບເຈົ້າ ແລະຈະບອກສິ່ງທີ່ໃຫຍ່ຍິ່ງແລະທີ່ລີ້ຊ່ອນຢູ່ ຊຶ່ງເຈົ້າບໍ່ຮູ້ນັ້ນໃຫ້ແກ່ເຈົ້າ 4 ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນໄດ້ກ່າວດັ່ງນີ້ກ່ຽວດ້ວຍເຣື່ອງບ້ານໃນກຸງນີ້ ແລະພຣະຣາຊວັງຂອງບັນດາກະສັດແຫ່ງຢູດາ ຊຶ່ງຖືກຮື້ລົງ ເພື່ອທຳການຕໍ່ຕ້ານກອງດິນແລະດາບ 5 ເຂົາທັງຫລາຍຈະມາຮົບກັບຊາວຄັນເດອານແລະທຳໃຫ້ຄົນເປັນສົບໄປເຕັມບ້ານເຕັມເຮືອນ ເປັນຄົນທີ່ເຮົາສັງຫານດ້ວຍຄວາມກິ້ວແລະຄວາມພິໂຣດຂອງເຮົາ ເພາະໄດ້ຫັນຫນ້າຂອງເຮົາຫນີຈາກກຸງນີ້ເຫດດ້ວຍຄວາມອະທັມຂອງເຂົາທັງຫລາຍ 6 ເຮົາຈະນຳການປິ່ນປົວແລະຮັກສາມາໃຫ້ ແລະເຮົາຈະຮັກສາເຂົາທັງຫລາຍໃຫ້ຫາຍແລະປະກາດສັນຕິພາບແລະຄວາມຫມັ້ນຄົງຢ່າງອຸດົມ 7 ເຮົາຈະໃຫ້ຢູດາແລະອິສຣາເອນກັບສູ່ສະພາບເດີມ ແລະສ້າງເຂົາທັງຫລາຍເສັຽໃຫມ່ຢ່າງທີ່ເຂົາເປັນມາແຕ່ເດີມນັ້ນ 8 ເຮົາຈະຊຳຮະເຂົາຈາກໂທດບາບຂອງເຂົາຊຶ່ງມີຕໍ່ເຮົາ ແລະຈະໃຫ້ອະພັຍໂທດບາບແລະການກະບົດຕໍ່ເຣົາ 9 ແລະກຸງນີ້ຈະໃຫ້ເຮົາມີຊື່ອັນໃຫ້ຄວາມຊື່ນບານເປັນທີ່ສັຣເສີນແລະເປັນສັກສີຕໍ່ຫນ້າບັນດາປະຊາຊາດທັງສິ້ນແຫ່ງແຜ່ນດິນໂລກ ຊຶ່ງຈະໄດ້ຍິນເຖິງຄວາມດີທັງສິ້ນຊຶ່ງເຮົາໄດ້ກະທຳເພື່ອເຂົາທັງຫລາຍ ເຂົາຈະຢ້ານແລະສະທົກສະທ້ານ ເພາະຄວາມດີແລະສັນຕິພາບທັງສິ້ນຊຶ່ງເຮົາໄດ້ຈັດຫາໃຫ້ເມືອງນັ້ນ 10 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ໃນສະຖານທີ່ນີ້ຊຶ່ງເຈົ້າກ່າວວ່າ “ເປັນບ່ອນປະຮ້າງ ບໍ່ມີມະນຸດຫລືສັດ” ໃນຫົວເມືອງແຫ່ງຢູດາແລະຕາມຖນົນກຸງເຢຣູຊາເລັມຊຶ່ງຮ້າງເປົ່າ ບໍ່ມີມະນຸດຫລືຊາວເມືອງຫລືສັດ 11 ທີ່ນັ້ນຈະໄດ້ຍິນສຽງບັນເທີງແລະສຽງລື້ນເຣີງແລະສຽງເຈົ້າບ່າວແລະສຽງເຈົ້າສາວ ແລະສຽງບັນດາຄົນເຫລົ່ານັ້ນທີ່ຮ້ອງເພງ ຂນະທີ່ເຂົານຳເຄື່ອງບູຊາໂມທະນາພຣະຄຸນມາຍັງພຣະວິຫານຂອງພຣະເຈົ້າວ່າ “ຈົ່ງຖວາຍໂມທະນາແດ່ພຣະຜູ້ເປັນເຈົ້າຈອມໂຍທາ ເພາະພຣະຜູ້ເປັນເຈົ້າປະເສີດ ເພາະຄວາມຮັກຫມັ້ນຄົງຂອງພຣະອົງດຳຣົງຢູ່ເປັນນິດ ເພາະເຮົາຈະໃຫ້ແຜ່ນດິນນັ້ນກັບສຸ່ສະພາບເດີມ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 12 “ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ໃນສະຖານທີ່ນີ້ຊຶ່ງເປັນທີ່ປະຮ້າງ ບໍ່ມີມະນຸດຫລືສັດ ແລະທີ່ໃນຫົວເມືອງທັງສິ້ນຂອງທີ່ນີ້ ຈະເປັນທີ່ອາໄສຂອງຜູ້ລ້ຽງທີ່ຈະໃຫ້ຝູງແກະໄດ້ພັກເຊົາເມື່ອຍ 13 ພຣະຜູ້ເປັນເຈົ້າກ່າວວ່າ ໃນຫົວເມືອງແຖບແດນພູດອຍ ໃນຫົວເມືອງແຖບເນີນເຊເຟລາ ໃນຫົວເມືອງແຖບເນເກັບ ໃນແຜ່ນດິນແຫ່ງເບັນຢາມີນ ຕາມສະຖານທີ່ຮອບກຸງເຢຣູຊາເລັມ ໃນຫົວເມືອງຢູດາຈະມີຝູງແກະຜ່ານໃຕ້ມືຂອງຜູ້ທີ່ນັບອີກ 14 “ພຣະຜູ້ເປັນເຈົ້າກ່າວວ່າ ເບິ່ງແມ໋, ວັນນັ້ນຈະມາເຖິງ ຄືເມື່ອເຮົາຈະໃຫ້ຄຳສັນຍາທີ່ເຮົາຈະກະທຳໄວ້ຕໍ່ເຊື້ອສາຍອິສຣາເອນແລະເຊື້ອສາຍຂອງຢູດາສຳເຣັດ 15 ໃນວັນເຫລົ່ານັ້ນແລະໃນເວລານັ້ນ ເຮົາຈະໃຫ້ຍອດແຫ່ງຄວາມຊອບທັມເກີດມາເພື່ອດາວິດ ແລະທ່ານຈະໃຫ້ຄວາມຍຸດຕິທັມແລະຄວາມຊອບທັມໃນແຜ່ນດິນນັ້ນ 16 ໃນການຄັ້ງນັ້ນ ຢູດາຈະໄດ້ຮັບການຊ່ອຍໃຫ້ລອດແລະເຢຣູຊາເລັມຈະອາໄສຢູ່ຢ່າງຫມັ້ນຄົງ ແລະນີ້ເປັນຊື່ຊຶ່ງເຂົາຈະເອີ້ນເມືອງນັ້ນຄື “ພຣະຜູ້ເປັນເຈົ້າຊົງເປັນຄວາມຊອບທັມຂອງເຮົາ” 17 “ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ດາວິດຈະບໍ່ຂັດສົນບຸຣຸດທີ່ຈະປະທັບເທິງພຣະທີ່ນັ່ງແຫ່ງເຊື້ອສາຍອິສຣາເອນ 18 ແລະປະໂຣຫິດເຜົ່າເລວີຈະບໍ່ຂັດສົນບຸຣຸດທີ່ຢູ່ຕໍ່ຫນ້າເຮົາ ເພື່ອຖວາຍເຄື່ອງເຜົາບູຊາ ແລະເຜົາເຄື່ອງທັນຍາບູຊາ ແລະກະທຳການສັກກາຣະບູຊາເປັນນິດ” 19 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາຍັງເຢເຣມີຢາວ່າ, 20 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຖ້າເຈົ້າຫັກຄຳຫມັ້ນສັນຍາຂອງເຮົາດ້ວຍວັນແລະຫັກຄຳຫມັ້ນສັນຍາຂອງເຮົາດ້ວຍຄືນໄດ້ ຈົນວັນແລະຄືນມາເຖິງຕາມເວລາກຳນົດບໍ່ໄດ້ 21 ແລ້ວຈຶ່ງຈະຫັກຄຳຫມັ້ນສັນຍາຂອງເຮົາຊຶ່ງມີຕໍ່ດາວິດຜູ້ຮັບໃຊ້ຂອງເຮົາໄດ້ ຈົນທ່ານບໍ່ມີໂອຣົດທີ່ຈະສເວີຍຣາຊເທິງພຣະທີ່ນັ່ງຂອງທ່ານ ແລະຫັກຄຳຫມັ້ນສັນຍາຂອງເຮົາຊຶ່ງມີຕໍ່ປະໂຣຫິດເຜົ່າເລວີຜູ້ບົວລະບັດຂອງເຮົາເສັຽໄດ້ 22 ບໍຣິວານຂອງຟ້າສວັນຈະນັບບໍ່ໄດ້ ແລະເມັດຊາຍທີ່ທະເລກໍຕວງບໍ່ໄດ້ສັນໃດ ເຮົາກໍຈະໃຫ້ເຊື້ອສາຍຂອງດາວິດຜູ້ຣັບໃຊ້ຂອງເຮົາແລະປະໂຣຫິດເຜົາເລວີຜູ້ບົວລະບັດຂອງເຮົາທະວີຫລາຍຂຶ້ນສັນນັ້ນ” 23 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງເຢເຣມີຢາວ່າ, 24 “ເຈົ້າບໍ່ໄດ້ສັງເກດເຫັນດອກຫລືວ່າ ປະຊາຊົນເຫລົ່ານີ້ເວົ້າກັນຢ່າງໃດ ຄືເວົ້າກັນວ່າ “ພຣະຜູ້ເປັນເຈົ້າຊົງປະຖິ້ມສອງຕະກູນທີ່ພຣະອົງຊົງເລືອກໄວ້ເສັຽແລ້ວ” ດັ່ງນີ້ແຫລະ ເຂົາທັງຫລາຍໄດ້ດູຫມິ່ນໄພ່ພົນຂອງເຮົາ ສັນນີ້ເຂົາຈຶ່ງບໍ່ເປັນປະຊາຊາດໃນສາຍຕາຂອງເຂົາທັງຫລາຍອີກຕໍ່ໄປ 25 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຖ້າເຮົາບໍ່ໄດ້ສະຖາປະນາຄໍາຫມັ້ນສັນຍາຂອງເຣົາກັບວັນແລະຄືນ ແລະສະຖາປະນາກົດຕ່າງໆຂອງຟ້າສວັນແລະແຜ່ນດິນໂລກແລ້ວ 26 ເຮົາຈຶ່ງຈະປະຖິ້ມເຊື້ອສາຍຂອງຢາໂຄບແລະດາວິດຜູ້ຮັບໃຊ້ຂອງເຮົາ ແລະຈະບໍ່ເລືອກຜູ້ນຶ່ງຈາກເຊື້ອສາຍຂອງເຂົາໃຫ້ປົກຄອງເຫນືອເຊື້ອສາຍຂອງອັບຣາຮາມ ອີຊາກ ແລະຢາໂຄບ ເພາະເຣົາຈະໃຫ້ເຂົາກັບສູ່ສະພາບເດີມ ແລະຈະມີຄວາມກະຣຸນາເຫນືອເຂົາ”
ຄຳທີ່ເຢເຣມີຢາເຕືອນເຊເດກີຢາ
1 ຖ້ອຍຄຳຊຶ່ງມາຈາກພຣະຜູ້ເປັນເຈົ້າມາເຖິງເຢເຣມີຢາ ເມື່ອເນບຸກາດເນສຊາຣ໌ກະສັດແຫ່ງບາບິໂລນ ແລະກອງທັບທັງຫມົດຂອງພຣະອົງແລະບັນດາຣາຊອານາຈັກໃນແຜ່ນດິນໂລກຊຶ່ງຢູ່ໃຕ້ການປົກຄອງຂອງພຣະອົງ ແລະຊົນຊາດທັງຫລາຍທີ່ຕໍ່ສູ້ກັບກຸງເຢຣູຊາເລັມ ແລະຫົວເມືອງທັງປວງຂອງກຸງນັ້ນວ່າ 2 “ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ຈົ່ງໄປເວົ້າກັບເຊເດກີຢາກະສັດແຫ່ງຢູດາ ແລະກ່າວແກ່ທ່ານວ່າ “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະມອບກຸງນີ້ໄວ້ໃນມືຂອງກະສັດບາບິໂລນ ແລະເຂົາຈະເຜົາເສັຽດ້ວຍໄຟ 3 ທ່ານຈະບໍ່ລອດໄປຈາກມືຂອງເຂົາ ແຕ່ຈະຖືກຈັບແນ່ນອນ ແລະຖືກມອບໄວ້ໃນມືຂອງເຂົາ ທ່ານຈະໄດ້ເຫັນກະສັດແຫ່ງບາບິໂລນຕາຕໍ່ຕາ ແລະຈະໄດ້ເວົ້າກັນປາກຕໍ່ປາກ ແລະທ່ານຈະຕ້ອງໄປຍັງບາບິໂລນ” 4 ຂ້າແດ່ເຊເດກີຢາກະສັດແຫ່ງຢູດາ ຢ່າງໃດກໍດີ ຂໍຊົງສະດັບຖ້ອຍຄຳຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າກ່າວກ່ຽວກັບພຣະອົງດັ່ງນີ້ວ່າ ທ່ານຈະບໍ່ຕາຍດ້ວຍດາບ 5 ທ່ານຈະຕາຍດ້ວຍຄວາມສງົບ ແລະເຂົາເຜົາເຄື່ອງຫອມເພື່ອສົບບັນພະບຸຣຸດຂອງທ່ານ ຄືບັນດາກະສັດຊຶ່ງຢູ່ກ່ອນທ່ານສັນໃດ ຄົນເຂົາກໍຈະເຜົາເຄື່ອງຫອມເພື່ອທ່ານວ່າ “ອະນິດຈາເອີຍ, ພຣະອົງເຈົ້າຂ້າ” ເພາະເຮົາໄດ້ລັ່ນວາຈາໄວ້ແລ້ວ ພຣະຜູ້ເປັນເຈົ້າກ່າວໄວ້ດັ່ງນີ້ແຫລະ 6 ແລ້ວເຢເຣມີຢາຜູ້ປະກາດພຣະທັມໄດ້ທູນຖ້ອຍຄຳເຫລົ່ານີ້ຕໍ່ເຊເດກີຢາກະສັດແຫ່ງຢູດາໃນກຸງເຢຣູຊາເລັມ 7 ຂນະເມື່ອກອງທັບຂອງກະສັດແຫ່ງບາບິໂລນກຳລັງສູ້ຮົບກຸງເຢຣູຊາເລັມແລະຫົວເມືອງແຫ່ງຢູດາທັງສິ້ນທີ່ຍັງເຫລືອຢູ່ ຄືເມືອງລາຄິສ ແລະເມືອງ ອາເຊກາ ເພາະຍັງເຫລືອຢູ່ສອງເມືອງນີ້ເທົ່ານັ້ນທີ່ເປັນຫົວເມືອງຢູດາທີ່ມີກຳແພງປ້ອມ 8 ຖ້ອຍຄຳຊຶ່ງມາຈາກພຣະຜູ້ເປັນເຈົ້າມາເຖິງເຢເຣມີຢາ ຫລັງຈາກທີ່ກະສັດເຊເດກີຢາໄດ້ຊົງກະທຳພັນທະສັນຍາກັບປະຊາຊົນໃນກຸງເຢຣູຊາເລັມ ວ່າຈະປ່າວປະກາດເຣື່ອງອິສຣະພາບແກ່ເຂົາທັງຫລາຍດັ່ງນີ້ 9 ໃຫ້ທຸກຄົນປ່ອຍທາດເຮັບເຣີຂອງຕົນທັງຊາຍແລະຍິງເສັຽໃຫ້ເປັນອິສຣະ ເພື່ອວ່າຈະບໍ່ມີຜູ້ໃດກະທຳໃຫ້ຢິວພີ່ນ້ອງຂອງຕົນເປັນທາດ 10 ແລະເຂົາທັງຫລາຍກໍເຊື່ອຟັງ ຄືທັງບັນດາເຈົ້ານາຍແລະບັນດາປະຊາຊົນຜູ້ເຂົ້າກະທຳຄຳສັນຍາວ່າທຸກຄົນຈະປ່ອຍທາດຂອງຕົນທັງຊາຍແລະຍິງ ເພື່ອວ່າເຂົາທັງຫລາຍຈະບໍ່ຖືກກະທຳໃຫ້ເປັນທາດອີກ ເຂົາທັງຫລາຍກໍໄດ້ເຊື່ອຟັງແລະປ່ອຍທາດໃຫ້ເປັນອິສຣະ 11 ແຕ່ພາຍຫລັງເຂົາໄດ້ຫວນກັບແລະຈັບທາດຊາຍແລະຍິງຊຶ່ງເຂົາໄດ້ປ່ອຍໃຫ້ເປັນອິສຣະນັ້ນມາໃຫ້ຢູ່ໃຕ້ບັງຄັບຂອງການເປັນທາດອີກ 12 ພຣະວັຈນະແຫ່ງພຣະຜູ້ເປັນເຈົ້າມາຍັງເຢເຣມີຢາວ່າຈາກພຣະຜູ້ເປັນເຈົ້າວ່າ, 13 “ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເຮົາໄດ້ກະທຳຄຳຫມັ້ນສັນຍາກັບບັນພະບຸຣຸດຂອງເຈົ້າ ເມື່ອເຣົານຳເຂົາອອກມາຈາກແຜ່ນດິນເອຢິບ ອອກຈາກເຮືອນທາດວ່າ 14 ເມື່ອສິ້ນເຈັດປີແລ້ວເຈົ້າທຸກຄົນຈະຕ້ອງປ່ອຍພີ່ນ້ອງເຮັບເຣີຜູ້ທີ່ເຂົາເອົາມາຂາຍໄວ້ກັບເຈົ້າ ແລະໄດ້ຮັບໃຊ້ເຈົ້າມາຫົກປີ ເຈົ້າຕ້ອງປ່ອຍເຂົາໃຫ້ເປັນອິສຣະພົ້ນຈາກການຮັບໃຊ້ເຈົ້າ ແຕ່ບັນພະບຸຣຸດຂອງເຈົ້າບໍ່ເຊື່ອຟັງເຣົາ ແລະບໍ່ງ່ຽງຫູຟັງເຣົາ 15 ເມື່ອໄວໆນີ້ເຈົ້າໄດ້ກັບໃຈແລະກະທຳສິ່ງຊຶ່ງຖືກຕ້ອງໃນສາຍຕາຂອງເຮົາໂດຍການປະກາດອິສຣະພາບ ທຸກຄົນຕໍ່ເພື່ອນບ້ານຂອງຕົນ ແລະເຈົ້າໄດ້ກະທຳຄຳສັນຍາຕໍ່ຫນ້າເຮົາໃນວິຫານຊຶ່ງເອີ້ນຕາມຊື່ຂອງເຮົາ 16 ແຕ່ແລ້ວເຈົ້າກັບຫວນຄືນກະທຳໃຫ້ນາມຂອງເຮົາເປັນມົນທິນ ໃນເມື່ອເຈົ້າທຸກຄົນຈັບທາດຊາຍຍິງຂອງເຈົ້າ ຊຶ່ງເຈົ້າໄດ້ປ່ອຍໃຫ້ເປັນອິສຣະໄປຕາມຄວາມປາຖນາຂອງເຂົາທັງຫລາຍແລ້ວນັ້ນກັບມາໃຫ້ຢູ່ໃຕ້ບັງຄັບຂອງການເປັນທາດອີກ 17 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈຶ່ງກ່າວດັ່ງນີ້ວ່າ ເຈົ້າທັງຫລາຍບໍ່ໄດ້ເຊື່ອຟັງເຮົາກ້ວຍການປ່າວຮ້ອງເຣື່ອງອິສຣະພາບຕໍ່ພີ່ນ້ອງແລະເພື່ອນບ້ານຂອງຕົນ ພຣະຜູ້ເປັນເຈົ້າກ່າວວ່າ ເບິ່ງແມ໋, ເຣົາປ່າວຮ້ອງວ່າ ເຈົ້າທັງຫລາຍເປັນອິສຣະຕໍ່ດາບ ຕໍ່ໂຣກລະບາດ ແລະຕໍ່ການອຶດຢາກ ເຮົາຈະກະທຳເຈົ້າໃຫ້ເປັນທີ່ຫວາດສຽວແກ່ບັນດາຣາຊອານາຈັກຂອງແຜ່ນດິນໂລກ 18 ແລະຄົນທີ່ກະທຳຜິດຕໍ່ຄຳຫມັ້ນສັນຍາຂອງເຮົາ ແລະບໍ່ໄດ້ກະທຳຕາມຂໍ້ຕົກລົງໃນຄຳຫມັ້ນສັນຍາຊຶ່ງເຮົາໄດ້ກະທຳຕໍ່ຫນ້າເຮົານັ້ນ ແລະເຣົາຈະກະທຳໃຫ້ເຂົາເຫລົ່ານັ້ນເປັນເຫມືອນລູກງົວທີ່ເຂົາຕັດອອກເປັນສອງທ່ອນ ແລະເດີນຜ່ານກາງທ່ອນເຫລົ່ານັ້ນໄປ 19 ເຈົ້ານາຍແຫ່ງຢູດາກໍດີ ເຈົ້ານາຍແຫ່ງກຸງເຢຣູຊາເລັມກໍດີ ຂັນທີກໍດີ ປະໂຣຫິດແລະບັນດາປະຊາຊົນແຫ່ງແຜ່ນດິນນັ້ນກໍດີ ຜູ້ຜ່ານລະຫວ່າງທ່ອນລູກງົວນັ້ນ 20 ເຮົາຈະມອບເຂົາໄວ້ໃນມືສັດຕຣູຂອງເຂົາ ແລະໃນມືຂອງບັນດາຜູ້ທີ່ສແວງຫາຊີວິດຂອງເຂົາ ສົບຂອງເຂົາຈະປັນອາຫານຂອງນົກໃນອາກາດແລະຂອງສັດໃນແຜ່ນດິນໂລກ 21 ສ່ວນເຊເດກີຢາກະສັດແຫ່ງຢູດາແລະເຈົ້ານາຍທັງຫລາຍຂອງເຂົານັ້ນ ເຮົາຈະມອບໄວ້ໃນມືສັດຕຣູຂອງເຂົາແລະໃນມືຂອງບັນດາຜູ້ທີ່ສແວງຫາຊີວິດຂອງເຂົາ ໃນມືຂອງກອງທັບແຫ່ງກະສັດບາບິໂລນຊຶ່ງໄດ້ຖອຍໄປຈາກເຈົ້າແລ້ວນັ້ນ 22 ພຣະຜູ້ເປັນເຈົ້າກ່າວວ່າ ເບິ່ງແມ໋, ເຮົາຈະບັນຊາແລະຈະນຳເຂົາກັບມາຍັງກຸງນີ້ ແລະເຂົາຈະສູ້ຮົບກັບເມືອງນັ້ນຍຶດເອົາຈົນໄດ້ ແລະເຜົາເສັຽດ້ວຍໄຟ ເຣົາຈະກະທຳໃຫ້ຫົວເມືອງຢູດາເປັນທີ່ຮ້າງເປົ່າບໍ່ມີຄົນອາໄສ”
ຄວາມເຊື່ອຟັງຂອງຄົນຕະກູນເຣກາບ
1 ຖ້ອຍຄຳຊຶ່ງມາຈາກພຣະຜູ້ເປັນເຈົ້າເຖິງເຢເຣມີຢາໃນຣັຊການເຢຮົວອາກິມ ຣາຊບຸດຂອງໂຢຊິຢາກະສັດແຫ່ງຢູດາວ່າ, 2 “ຈົ່ງໄປຫາຄົນຕະກູນເຣກາບແລະເວົ້າກັບເຂົາ ແລະນຳເຂົາມາທີ່ພຣະວິຫານຂອງພຣະຜູ້ເປັນເຈົ້າ ເຂົ້າມາໃນຫ້ອງສະລຽງຫ້ອງນຶ່ງ ແລ້ວເຊີນໃຫ້ເຂົາດື່ມເຫລົ້າອະງຸ່ນ” 3 ດັ່ງນັ້ນ ຂ້າພະເຈົ້າຈຶ່ງນຳຢາອາຊັນຢາ ບຸດເຢເຣມີຢາຜູ້ເປັນບຸດຮາບັສຊີນຢາ ແລະພີ່ນ້ອງຂອງເຂົາ ແລະບຸດຊາຍຂອງເຂົາທັງຫມົດ ແລະຄົນຕະກູນເຣກາບ 4 ຂ້າພະເຈົ້ານຳເຂົາມາຍັງພຣະວິຫານຂອງພຣະຜູ້ເປັນເຈົ້າ ມາໃນຫ້ອງສະລຽງຂອງບຸດຊາຍຂອງຮານານ ຜູ້ເປັນບຸດອິກດາລີຢາ ຜູ້ເປັນຄົນຂອງພຣະເຈົ້າ ຊຶ່ງຢູ່ໃກ້ກັບຫ້ອງສະລຽງຂອງເຈົ້ານາຍ ເຫນືອຫ້ອງສະລຽງຂອງມາອາຊັຍຢາບຸດຊັນລູມ ຜູ້ດູແລປະຕູ 5 ແລ້ວຂ້າພະເຈົ້າກໍວາງຖົງເຫລົ້າອະງຸ່ນແລະຈອກຫລາຍຫນ່ວຍໄວ້ຫນ້າຄົນຕະກູນເຣກາບ ແລະຂ້າພະເຈົ້າເວົ້າກັບເຂົາທັງຫລາຍວ່າ “ເຊີນດື່ມເຫລົ້າອະງຸ່ນ” 6 ແຕ່ເຂົາທັງຫລາຍຕອບວ່າ, “ເຮົາບໍ່ດື່ມເຫລົ້າອະງຸ່ນ ເພາະໂຢນາດາບບຸດເຣກາບຜູ້ເປັນບິດາຂອງເຣົາບັນຊາເຣົາວ່າ “ເຈົ້າທັງຫລາຍຢ່າດື່ມເຫລົ້າອະງຸ່ນ ທັງຕົວເຈົ້າແລະລູກຫລານຂອງເຈົ້າເປັນນິດ 7 ເຈົ້າຢ່າສ້າງເຮືອນ ເຈົ້າຢ່າຫວ່ານພືດ ເຈົ້າຢ່າປູກຫລືມີສວນອະງຸ່ນ ແລະເຈົ້າຈົ່ງຢູ່ໃນເຕັນຄລອດຊີວິດຂອງເຈົ້າ ເພື່ອເຈົ້າຈະມີຊີວິດຍືນນານໃນແຜ່ນດິນຊຶ່ງເຈົ້າອາໄສຢູ່” 8 ເຮົາທັງຫລາຍໄດ້ເຊື່ອຟັງສຽງຂອງໂຢນາດາບບຸດເຣກາບຜູ້ເປັນບິດາຂອງເຮົາໃນສິ່ງທັງປວງຊຶ່ງທ່ານໄດ້ບັນຊາເຣົາ ຄືບໍ່ດື່ມເຫລົ້າອະງຸ່ນຕລອດຊີວິດຂອງເຮົາ ທັງຕົວເຮົາ ພັຣຍາ ບຸດຊາຍ ບຸດຍິງຂອງເຮົາ 9 ແລະບໍ່ສ້າງເຮືອນເພື່ອຈະອາໄສຢູ່ ເຮົາບໍ່ມີສວນອະງຸ່ນຫລືນາຫລືພືດ 10 ແຕ່ເຮົາເຄີຍຢູ່ໃນເຕັນ ແລະໄດ້ເຊື່ອຟັງແລະກະທຳທຸກສິ່ງຊຶ່ງໂຢນາດາບບິດາຂອງເຮົາໄດ້ສັ່ງໄວ້ 11 ແຕ່ເມື່ອເນບູກາດເນສຊາຣ໌ກະສັດແຫ່ງບາບິໂລນໄດ້ຍົກມາຕໍ່ສູ້ກັບແຜ່ນດິນນີ້ ເຮົາເວົ້າວ່າ “ມາເຖີດ ໃຫ້ເຮົາໄປຍັງກຸງເຢຣູຊາເລັມເພາະຢ້ານກອງທັບຄົນຄັນເດອານ ແລະກອງທັບຄົນຊີເຣັຽ” ດັ່ງນັ້ນເຮົາຈຶ່ງຢູ່ໃນກຸງເຢຣູຊາເລັມ” 12 ແລ້ວຖ້ອຍຄຳຂອງພຣະຜູ້ເປັນເຈົ້າຈຶ່ງມາເຖິງເຢເຣມີຢາວ່າ, 13 “ພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ຈົ່ງໄປບອກບັນດາຜູ້ຊາຍຂອງຢູດາ ແລະບອກຊາວເຢຣູຊາເລັມວ່າ ພຣະຜູ້ເປັນເຈົ້າກ່າວວ່າ ເຈົ້າຈະບໍ່ຮັບຄຳແນະນຳແລະເຊື່ອຟັງຖ້ອຍຄຳຂອງເຣົາຫລື 14 ຄຳສັ່ງໂຢນາດາບບຸດເຣກາບໃຫ້ໄວ້ແກ່ບຸດຊາຍທັງຫລາຍຂອງຕົນ ບໍ່ໃຫ້ດື່ມເຫລົ້າອະງຸ່ນນັ້ນ ເຂົາກໍໄດ້ຮັກສາກັນໄວ້ແລ້ວ ແລະເຂົາທັງຫລາຍບໍ່ໄດ້ດື່ມເລີຍຈົນເຖິງວັນນີ້ ເພາະເຂົາທັງຫລາຍໄດ້ເຊື່ອຟັງຄຳສັ່ງແຫ່ງບິດາຂອງເຂົາ ແຕ່ເຣົາໄດ້ເວົ້າກັບພວກເຈົ້າຢ່າງບໍ່ຢຸດຢັ້ງ ແຕ່ເຈົ້າທັງຫລາຍບໍ່ໄດ້ຟັງເຣົາເລີຍ 15 ເຮົາໄດ້ສົ່ງບັນດາຜູ້ຮັບໃຊ້ຂອງເຮົາຄືຜູ້ປະກາດພຣະທັມມາຫາເຈົ້າສົ່ງເຂົາມາຢ່າງບໍ່ຢຸດຢັ້ງກ່າວວ່າ, “ບັດນີ້ເຈົ້າທຸກຄົນຈົ່ງຫັນກັບຈາກທາງຊົ່ວຂອງຕົນ ແລະແກ້ໄຂການກະທຳຂອງເຈົ້າທັງຫລາຍເສັຽ ຢ່າໄປຕິດສອຍຫ້ອຍຕາມພຣະອື່ນເພື່ອບົວລະບັດພຣະເຫລົ່ານັ້ນ ແລ້ວເຈົ້າຈະໄດ້ອາໄສຢູ່ໃນແຜ່ນດິນ ຊຶ່ງເຮົາໄດ້ປະທານແກ່ເຈົ້າແລະບັນພະບຸຣຸດຂອງເຈົ້າ” ແຕ່ເຈົ້າບໍ່ໄດ້ງ່ຽງຫູຫລືຟັງເຮົາ 16 ບຸດທັງຫລາຍຂອງໂຢນາດາບບຸດຂອງເຣກາບ ໄດ້ຮັກສາຄຳສັ່ງຊຶ່ງບິດາຂອງເຂົາໄດ້ສັ່ງໄວ້ ແຕ່ຊົນຊາດນີ້ບໍ່ໄດ້ເຊື່ອຟັງເຮົາ 17 ເຫດສັນນີ້ພຣະຜູ້ເປັນເຈົ້າພຣະເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເບິ່ງແມ໋, ເຣົານຳໂທດທັງສິ້ນຊຶ່ງເຣົາປະກາດໄວ້ມາເຫນືອຢູດາ ແລະບັນດາຊາວກຸງເຢຣູຊາເລັມ ເພາະວ່າເຮົາເວົ້າກັບເຂົາທັງຫລາຍແລະເຂົາກໍບໍ່ຟັງ ເຮົາໄດ້ເອີ້ນເຂົາແລະເຂົາບໍ່ຂານຕອບ” 18 ແຕ່ເຢເຣມີຢາໄດ້ເວົ້າກັບຕະກູນເຣກາບວ່າ, “ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເພາະວ່າເຈົ້າໄດ້ເຊື່ອຟັງຄຳສັ່ງຂອງໂຢນາດາບບິດາຂອງເຈົ້າແລະຖືຮັກສາຂໍ້ບັງຄັບຂອງທ່ານທັງສິ້ນ ແລະກະທຳທຸກຢ່າງທີ່ທ່ານສັ່ງເຈົ້າ 19 ເຫດສະນັ້ນ ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນດ່າວດັ່ງນີ້ວ່າ ໂຢນາດາບບຸດເຣກາບຈະບໍ່ຂັດສົນຜູ້ຊາຍທີ່ຢືນຢູ່ຕໍ່ຫນ້າເຣົາເລີຍ”
ບາຣຸກອ່ານຫນັງສືມ້ວນໃນວິຫານ
1 ໃນປີທີ່ສີ່ແຫ່ງຣັຊການເຢຮົວອາກິມກະສັດແຫ່ງຢູດາ ພຣະຣາຊໂອຣົດຂອງໂຢຊີຢາານັ້ນ ຖ້ອຍຄຳຕໍ່ໄປນີ້ມາຈາກພຣະຜູ້ເປັນເຈົ້າເຖິງເຢເຣມີຢາວ່າ, 2 “ເຈົ້າຈົ່ງເອົາເຈັ້ຽມ້ວນນຶ່ງມາ ແລ້ວຂຽນຖ້ອຍຄຳທັງຫມົດທີ່ກ່ຽວກັບອິສຣາເອນ ຢູດາແລະຊົນຊາດທັງປວງທີ່ເຮົາໄດ້ບອກເຈົ້າຕັ້ງແຕ່ຄາວໂຢຊີຢາເປັນກະສັດຈົນເຖິງທຸກມື້ນີ້ລົງໃນເຈັ້ຽນັ້ນ 3 ບາງທີເມື່ອປະຊາຊົນຢູດາໄດ້ຍິນເຣື່ອງການທຳລາຍທີ່ເຮົາຕັ້ງໃຈຈະນຳມາຍັງເຂົານັ້ນ ພວກເຂົາທຸກຄົນອາດຫລີກຫນີຈາກທາງຊົ່ວຮ້າຍເສັຽ ແລ້ວເຮົາກໍຈະໃຫ້ອະພັຍບາບແລະຄວາມຊົ່ວຮ້າຍແກ່ເຂົາ” 4 ດັ່ງນັ້ນເຢເຣມີຢາຈຶ່ງໃຫ້ບາຣຸກບຸດເນຣີຢາຂຽນທຸກສິ່ງທີ່ພຣະຜູ້ເປັນເຈົ້າຊົງບອກລົງໃນເຈັ້ຽນັ້ນ 5 ເຢເຣມີຢາໄດ້ບອກບາຣຸກວ່າ, “ຂ້າພະເຈົ້ານັ້ນຖືກຫ້າມບໍ່ໃຫ້ໄປວິຫານອີກຕໍ່ໄປ 6 ສະນັ້ນຂ້າພະເຈົ້າຈຶ່ງຢາກໃຫ້ທ່ານໄປທີ່ນັ້ນໃນວັນປະຊາຊົນຖືສິນອົດອາຫານ ແລ້ວຈົ່ງອ່ານຫນັງສືມ້ວນທີ່ທ່ານໄດ້ຂຽນຕາມຄຳບອກຂອງຂ້າພະເຈົ້າໃຫ້ປະຊາຊົນຟັງ ຮວມທັງປະຊາຊົນທີ່ມາຈາກຫົວເມືອງຕ່າງໆດ້ວຍ ເພື່ອໃຫ້ເຂົາໄດ້ຍິນທຸກສິ່ງທີ່ພຣະຜູ້ເປັນເຈົ້າຊົງໄດ້ບອກຂ້າພະເຈົ້າ 7 ແລ້ວເຂົາອາດຈະອ້ອນວອນຕໍ່ພຣະຜູ້ເປັນເຈົ້າ ແລະຫລີກຫນີຈາກທາງຊົ່ວກໍໄດ້ ເພາະວ່າພຣະຜູ້ເປັນເຈົ້າໄດ້ຊົງຂົ່ມຂູ່ປະຊາຊົນນີ້ດ້ວຍພຣະພິໂຣດຢ່າງຮຸນແຮງ” 8 ດັ່ງນັ້ນ ບາຣຸກຈຶ່ງເຮັດຕາມເຢເຣມີຢາບອກ ຄືເຂົາໄດ້ອ່ານພຣະຄຳຂອງພຣະຜູ້ເປັນເຈົ້າໃນວິຫານຢ່າງຖືກຕ້ອງ 9 ໃນເດືອນທີ່ເກົ້າຂອງປີທີ່ຫ້າແຫ່ງຣັຊການເຢຮົວອາກິມກະສັດຢູດາ ຜູ້ເປັນພຣະຣາຊໂອຣົດຂອງໂຢຊີຢາ ປະຊາຊົນທັງປວງໄດ້ຢູ່ໃນກຸງເຢຣູຊາເລັມ ແລະທີ່ມາຈາກຫົວເມືອງຕ່າງໆໃນປະເທດ ຢູດາ ໄດ້ຈັດພິທີຖືສິນອົດອາຫານຂຶ້ນຊ້ອງພຣະພັກພຣະຜູ້ເປັນເຈົ້າ 10 ຂນະນັ້ນຢູ່ທີ່ພຣະຣາຊສຳນັກຊັ້ນເທິງທາງເຂົ້າປະຕູໃຫມ່ຂອງວິຫານ ໃນຫ້ອງຂອງເກມາຣິຢາບຸດຂອງຊາຟານຜູ້ເປັນຣາຊເລຂາ ບາຣຸກໄດ້ອ່ານຖ້ອຍຄຳຂອງເຢເຣມີຢາໃນຫນັງສືມ້ວນໃຫ້ປະຊາຊົນຟັງ 11 ເມື່ອມີກັຍຢາບຸດຂອງເກມາຣີຢາ ຜູ້ເປັນຫລານຊາຍຂອງຊາຟານໄດ້ຟັງບາຣຸກອ່ານຖ້ອຍຄຳຂອງພຣະຜູ້ເປັນເຈົ້າໃນຫນັງສືມ້ວນແລ້ວ ເຂົາກໍໄປຍັງພຣະຣາຊວັງທີ່ຫ້ອງຂອງຣາຊເລຂາ 12 ແລະມີພວກເຈົ້ານາຍຫລາຍຄົນນັ່ງປະຊຸມຢູ່ທີ່ນັ້ນ ຄື ເອລິຊາມາຜູ້ເປັນຣາຊເລຂາ ເດລັຍຢາບຸດຂອງເຊມັຍຢາ ເອນນາທານບຸດຂອງອັກໂບຣ໌ ເກມາຣິຢາບຸດຂອງຊາຟານ ເຊເດກີຢາບຸດຂອງຮານານີຢາ ແລະເຈົ້ານາຍຄົນອື່ນໆອີກຫລາຍຄົນ 13 ມີກັຍຢາຈຶ່ງເລົ່າເຣື່ອງທີ່ຕົນໄດ້ຍິນມາທັງຫມົດໃຫ້ພວກເຈົ້ານາຍຟັງ 14 ແລ້ວພວກເຈົ້ານາຍໄດ້ໃຊ້ເຢຮູດີບຸດຂອງເນທານີຢາ ຜູ້ເປັນບຸດຂອງເຊເລມີຢາບຸດຂອງກູຊີ ໄປບອກໃຫ້ບາຣຸກນໍາເອົາຫນັງສືມ້ວນທີ່ເຂົາອ່ານໃຫ້ປະຊາຊົນຟັງນັ້ນມາ ບາຣຸກຈຶ່ງໄດ້ຖືຫນັງສືມ້ວນມາຫາພວກເຈົ້ານາຍ 15 ພວກເຈົ້ານາຍໄດ້ເວົ້າກັບບາຣຸກວ່າ, “ເຊີນນັ່ງລົງ ແລະອ່ານຫນັງສືມ້ວນນັ້ນໃຫ້ພວກເຮົາຟັງເບິ່ງດູ” ບາຣຸກຈຶ່ງອ່ານໃຫ້ພວກທ່ານຟັງ 16 ຫລັງຈາກອ່ານຈົບແລ້ວ ພວກທ່ານກໍຫລຽວເບິ່ງຫນ້າກັນດ້ວຍຄວາມຢ້ານ ແລະເວົ້າຕໍ່ບາຣຸກວ່າ, “ພວກເຮົາຕ້ອງຣາຍງານເຣື່ອງນີ້ໃຫ້ກະສັດຊົງຊາບ” 17 ຕໍ່ມາພວກເຈົ້ານາຍໄດ້ຖາມບາຣຸກວ່າ, “ບັດນີ້ ຈົ່ງບອກພວກເຣົາວ່າ ເຈົ້າຂຽນຖ້ອຍຄຳທັງຫມົດນີ້ໄດ້ຢ່າງໃດ ຂຽນຕາມຄຳບອກຂອງເຢເຣມີຢາບໍ” 18 ບາຣຸກໄດ້ຕອບວ່າ, “ເຢເຣມີຢາໄດ້ບອກຖ້ອຍຄຳເຫລົ່ານີ້ແກ່ຂ້ານ້ອຍ ຂ້ານ້ອຍຈຶ່ງບັນທຶກໄວ້ໃນເຈັ້ຽມ້ວນດ້ວຍນ້ຳມຶກ” 19 ແລ້ວພວກເຈົ້ານາຍໄດ້ບອກບາຣຸກວ່າ, “ເຈົ້າກັບເຢເຣມີຢາຕ້ອງໄປລີ້ຢູ່ສາ ຢ່າໃຫ້ໃຜຮູ້ວ່າພວກເຈົ້າລີ້ຢູ່ທີ່ໃດ” 20 ພວກເຈົ້ານາຍໄດ້ມ້ຽນຫນັງສືມ້ວນນັ້ນໄວ້ໃນຫ້ອງຂອງເອລີຊາມາຜູ້ເປັນຣາຊເລຂາ ແລ້ວພວກເຂົາໄດ້ເຂົ້າໄປໃນພຣະຣາຊສໍານັກ ເພື່ອກາບທູນຖ້ອຍຄຳທັງຫມົດນັ້ນຕໍ່ພຣະຣາຊາ 21 ຕໍ່ມາພຣະຣາຊາໄດ້ຊົງສັ່ງໃຫ້ເຢຮູດີໄປເອົາຫນັງສືມ້ວນນັ້ນມາ ເຂົາຈຶ່ງໄປເອົາມາຈາກຫ້ອງຂອງເອລີຊາມາ ແລ້ວໄດ້ອ່ານຖວາຍພຣະຣາຊາກັບພວກເຈົ້ານາຍທັງຫມົດທີ່ຢືນຢູ່ຂ້າງໆ 22 ເວລານັ້ນເປັນເດືອນທີ່ເກົ້າ ພຣະຣາຊາໄດ້ຊົງນັ່ງຝີງໄຟຢູ່ໃນພຣະຣາຊວັງສຳລັບຣະດູຫນາວ ແລະມີໄຟລຸກຢູ່ໃນໂຖໄຟຫນ້າພຣະພັກ 23 ເມື່ອເຢຮູດີອ່ານສຸດສາມສີ່ຕອນ ພຣະຣາຊາກໍຊົງເອົາມີດນ້ອຍຕັດຕອນນັ້ນຖິ້ມໃສ່ໄຟ ຊົງເຮັດດັ່ງນີ້ເລື້ອຍໄປຈົນຫນັງສືມ້ວນນັ້ນຖືກເຜົາໄຟຫມົດ 24 ແຕ່ບໍ່ເຫັນພຣະຣາຊາກັບຂ້າຣາຊການຢ້ານ ຫລືສະແດງອາການເສັຽໃຈຢ່າງໃດເລີຍ 25 ເຖິງແມ່ນວ່າເອນນາທານ ເດລັຍຢາ ແລະເກມາຣິຢາໄດ້ທູນຂໍບໍ່ໃຫ້ພຣະຣາຊາເຜົາຫນັງສືມ້ວນພຣະອົງກໍບໍ່ຊົງຮັບຟັງ 26 ຕໍ່ມາພຣະຣາຊາໄດ້ຫຊົງສັ່ງໃຫ້ເຈົ້າຊາຍເຢຣາເມເອນ ພ້ອມດ້ວຍເຊຣັຍຢາບຸດອັສຣີເອນ ແລະເຊເລມີຢາບຸດອັບເດເອນ ໄປຈັບເຢເຣມີຢາຜູ້ປະກາດພຣະທັມກັບບາຣຸກສະຫມຽນຂອງທ່ານ ແຕ່ພຣະຜູ້ເປັນເຈົ້າໄດ້ຊົງເຊື່ອງບຸກຄົນທັງສອງນີ້ໄວ້ 27 ຫລັງຈາກພຣະຣາຊາຊົງເຜົາຫນັງສືມ້ວນທີ່ບາຣຸກໄດ້ຂຽນຕາມຄຳບອກຂອງເຢເຣມີຢາແລ້ວ 28 ພຣະຜູ້ເປັນເຈົ້າກໍຊົງບອກໃຫ້ເຢເຣມີຢາຂຽນຖ້ອຍຄຳທັງຫມົດທີ່ມີຢູ່ໃນຫນັງສືມ້ວນສະບັບກ່ອນນັ້ນໄວ້ອີກ 29 ພຣະຜູ້ເປັນເຈົ້າຊົງໃຫ້ເຢເຣມີຢາບອກກະສັດເຢຮົວອາກິມວ່າ, “ພຣະອົງໄດ້ເຜົາຫນັງສືມ້ວນແລະໄດ້ຖາມຂ້ານ້ອຍວ່າ “ເປັນຫຍັງຈຶ່ງຂຽນຄຳວ່າກະສັດບາບິໂລນຈະມາທຳລາຍປະເທດນີ້ຢ່າງແນ່ນອນ ແລະຈະຂ້າມະນຸດກັບສັດໃນປະເທດນີ້ເສັຽ 30 ດັ່ງນັ້ນແຫລະ ພຣະຜູ້ເປັນເຈົ້າຈຶ່ງບອກພຣະອົງວ່າ ເຊື້ອສາຍຂອງພຣະອົງຈະບໍ່ໄດ້ເປັນກະສັດອີກ ເຂົາຈະເອົາສົບຂອງພຣະອົງຕາກແດດໄວ້ໃນເວລາກາງເວັນ ແລະຕາກນ້ຳຫມອກໃນເວລາກາງຄືນ 31 ຍ້ອນການກະທຳຂອງພຣະອົງນັ້ນ ພຣະຜູ້ເປັນເຈົ້າຈະລົງໂທດພຣະອົງກັບເຊື້ອສາຍແລະຂ້າຣາຊການຂອງພຣະອົງ ພຣະອົງກັບຊາວເຢຣູຊາເລັມແລະຊາວຢູດາບໍ່ໄດ້ເຊື່ອຟັງຄຳເຕືອນຂອງພຣະຜູ້ເປັນເຈົ້າ ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຈະນຳໄພວິບັດມາຍັງພຣະອົງກັບປະຊາຊົນທັງຫມົດຕາມທີ່ໄດ້ຂູ່ໄວ້” 32 ຕໍ່ມາເຢເຣມີຢາໄດ້ເອົາເຈັ້ຽອີກມ້ວນນຶ່ງມອບໃຫ້ບາຣຸກສະຫມຽນຂອງຕົນ ບາຣຸກຈຶ່ງຂຽນຕາມຄຳບອກຂອງເຢເຣມີຢາລົງໃສ່ເຈັ້ຽມ້ວນນັ້ນ ເຂົາໄດ້ຂຽນຖ້ອຍຄຳທີ່ມີຢູ່ໃນຫນັງສືມ້ວນສະບັບທີ່ກະສັດເຢຮົວອາກິມເຜົາໄຟນັ້ນທັງຫມົດ ແລະເຢເຣມີຢາໄດ້ເພີ້ມຕື່ມຫລາຍຄຳທີ່ເຫມືອນກັນລົງດ້ວຍ
ກະສັດເຊເດກີຢາຂໍຮ້ອງເຢເຣມີຢາ
1 ເນບຸກາດເນສຊາຣ໌ກະສັດບາບິໂລນ ໄດ້ແຕ່ງຕັ້ງເຊເດກີຢາພຣະຣາຊໂອຣົດຂອງໂຢຊີຢາເປັນກະສັດຢູດາແທນໂກນີຢາພຣະຣາຊໂອຣົດຂອງເຢຮົວອາກິມ 2 ແຕ່ເຊເດກີຢາເອງພ້ອມທັງຂ້າຣາຊການຂອງທ່ານ ແລະປະຊາຊົນທັງຫລາຍບໍ່ໄດ້ເຊື່ອຟັງພຣະຄຳທີ່ພຣະຜູ້ເປັນເຈົ້າຊົງບອກເຢເຣມີຢາເວົ້າ 3 ກະສັດເດເຊກີຢາຊົງໃຊ້ເຢຮູຄານບຸດເຊເລມີຢາ ແລະປະໂຣຫິດເຊຟັນຢາບຸດຂອງມາອາຊັຍຢາໄປຫາເຢເຣມີຢາ ພວກເຂົາໄດ້ເວົ້າກັບເຢເຣມີຢາວ່າ, “ຂໍໃຫ້ອ້ອນວອນຕໍ່ພຣະຜູ້ເປັນເຈົ້າຂອງພວກເຮົາສຳລັບເຮົາແດ່” 4 ເຢເຣມີຢານັ້ນຍັງບໍ່ຖືກຄຸມຂັງທ່ານຍັງໄປຫາມາສູ່ກັບປະຊາຊົນໄດ້ຢ່າງເສຣີ 5 ໃນລະຫວ່າງນັ້ນກອງທັບຂອງກະສັດຟາຣາໂອໄດ້ເຄື່ອນອອກມາຈາກເອຢິບ ເມື່ອຊາວບາບິໂລນຜູ້ຊຶ່ງກຳລັງໂຈມຕີກຸງເຢຣູຊາເລັມຢູ່ໄດ້ຮູ້ຂ່າວນັ້ນ ພວກເຂົາກໍຖອຍທັບອອກຈາກກຸງເຢຣູຊາເລັມໄປ 6 ຕໍ່ມາ ພຣະຜູ້ເປັນເຈົ້າຂອງອິສຣາເອນຊົງກ່າວຕໍ່ເຢເຣມີຢາວ່າ, 7 “ເຈົ້າຈົ່ງບອກກະສັດຢູດາຜູ້ຊຶ່ງໃຊ້ເຈົ້າມາປຶກສາກັບເຣົານັ້ນວ່າ ກອງທັບຂອງກະສັດຟາຣາໂອທີ່ເຄື່ອນອອກມາຊ່ອຍເຈົ້ານັ້ນກຳລັງຈະກັບຄືນເອຢິບບ້ານເມືອງຂອງເຂົາ 8 ແລ້ວຊາວບາບິໂລນຈະກັບມາໂຈມຕີເມືອງນີ້ ພວກເຂົາຈະຍຶດເອົາເມືອງແລະເຜົາຖິ້ມເສັຽ 9 ເຣົາພຣະຜູ້ເປັນເຈົ້າເຕືອນເຈົ້າວ່າ ຢ່າຫລອກລວງຕົນເອງໂດຍຄິດວ່າຊາວບາບິໂລນຈະບໍ່ກັບມາ ເພາະວ່າເຂົາທັງຫລາຍຈະກັບມາອີກ 10 ເຖິງແມ່ນເຈົ້າຈະເຮັດໃຫ້ກອງທັບທັງຫມົດຂອງບາບິໂລນທີ່ກຳລັງຕໍ່ສູ້ກັບເຈົ້າຜ່າຍແພ້ໄປຈົນຍັງເຫລືອແຕ່ຄົນທີ່ບາດເຈັບນອນຢູ່ໃນຕູບຜ້າເຕັນເທົ່ານັ້ນ ຄົນເຫລົ່ານີ້ກໍຈະລຸກຂຶ້ນຕໍ່ສູ້ເຜົາເມືອງນີ້ຖິ້ມ”
ເຢເຣມີຢາຖືກຄຸມຂັງ
11 ກອງທັບບາບິໂລນໄດ້ຖອຍອອກຈາກກຸງເຢຣູຊາເລັມໄປເພາະວ່າກອງທັບຂອງກະສັດຟາຣາໂອໄດ້ເຄື່ອນເຂົ້າມາໃກ້ 12 ຂນະນັ້ນເຢເຣມີຢາພວມອອກຈາກກຸງເຢຣູຊາເລັມ ມຸ່ງຫນ້າໄປຍັງດິນແດນເບັນຢາມິນ ເພື່ອຮັບເອົາສ່ວນແບ່ງຂອງຕົນຕໍ່ຫນ້າປະຊາຊົນ 13 ເມື່ອທ່ານມາເຖິງປະຕູເບັນຢາມິນ ກໍມີທະຫານຍາມຄົນນຶ່ງຊື່ ອີຣີຢາບຸດຂອງເຊເລມີຢາ ຜູ້ເປັນບຸດຮານານີຢາໄດ້ຈັບເຢເຣມີຢາແລະເວົ້າຂູ່ວ່າ, “ເຈົ້າກຳລັງຫນີໄປຫາຊາວບາບິໂລນບໍ” 14 ເຢເຣມີຢາໄດ້ຕອບວ່າ, “ບໍ່ແມ່ນ ຂ້າພະເຈົ້າບໍ່ໄດ້ຫນີໄປຫາຊາວບາບິໂລນ” ແຕ່ອີຣິຢາບໍ່ໄດ້ເຊື່ອທ່ານຈຶ່ງຈັບເຢເຣມີຢານຳໄປຫາເຈົ້ານາຍ ພວກເຈົ້ານາຍກໍຄຽດແຄ້ນແລະຂ້ຽນຕີເຢເຣມີຢາ 15 ແລ້ວຈັບຂັງໄວ້ໃນເຮືອນຂອງໂຢນາທານຜູ້ເປັນຣາຊເລຂາ (ເຮືອນຫລັງນີ້ໄດ້ປ່ຽນໃຫ້ເປັນຄຸກ) 16 ເຢເຣມີຢາຖືກເຂົາຂັງໄວ້ໃນຫ້ອງໃຕ້ດິນ ທ່ານໄດ້ຢູ່ທີ່ນັ້ນເປັນເວລາເຫິງນານ 17 ກະສັດເຊເດກີຢາໄດ້ໃຊ້ໃຫ້ຄົນໄປນຳເອົາເຢເຣມີຢາ ແລ້ວຊົງຖາມທ່ານເປັນຄວາມລັບທີ່ພຣະຣາຊວັງວ່າ, “ມີຖ້ອຍຄຳຫຍັງແດ່ທີ່ພຣະຜູ້ເປັນເຈົ້າຊົງບອກ” ເຢເຣມີຢາໄດ້ທູນຕອບວ່າ, “ມີຢູ່ ຂ້ານ້ອຍ” ທ່ານໄດ້ທູນຕໍ່ໄປວ່າ, “ເຂົາຈະມອບພຣະອົງໄວ້ໃນກຳມືຂອງກະສັດບາບິໂລນ” 18 ແລ້ວທູນຖາມວ່າ, “ຂ້ານ້ອຍໄດ້ເຮັດຜິດຫຍັງແດ່ຕໍ່ສູ້ພຣະອົງ ຕໍ່ສູ້ຂ້າຣາຊການຂອງພຣະອົງ ຫລືຕໍ່ປະຊາຊົນນີ້ ພຣະອົງຈຶ່ງໄດ້ຈັບຂ້ານ້ອຍຂັງໄວ້ໃນຄຸກ 19 ພວກປະກາດພຣະທັມທີ່ບອກພຣະອົງວ່າ ກະສັດບາບິໂລນຈະບໍ່ມາໂຈມຕີພຣະອົງ ຫລືໂຈມຕີປະເທດນີ້ ດຽວນີ້ພວກເຂົາຢູ່ໃສ 20 ຂ້າແດ່ພຣະຣາຊາ ບັດນີ້ຂໍພຣະອົງຊົງຟັງແລະເຮັດຕາມຂ້ານ້ອຍທູນນີ້ຖ້ອນ ຄືຢ່າສົ່ງຂ້ານ້ອຍຄືນໄປເຮືອນຂອງໂຢນາທານ ຜູ້ເປັນຣາຊເລຂາຂອງພຣະອົງ ຖ້າຊົງສົ່ງຂ້ານ້ອຍກັບຄືນໄປ ຂ້ານ້ອຍກໍຈະຕ້ອງຕາຍຢູ່ທີ່ນັ້ນແນ່ນອນ” 21 ດ້ວຍເຫດນັ້ນກະສັດເຊເດກີຢາຈຶ່ງມີຄຳສັ່ງໃຫ້ກັກຂັງເຢເຣມີຢາໄວ້ໃນກາງເດີ່ນພຣະຣາຊວັງ ຢູ່ທີ່ນັ້ນທ່ານໄດ້ຮັບເຂົ້າຈີ່ມື້ລະກ້ອນຈາກຜູ້ເຮັດເຂົ້າຈີ່ ໄດ້ຮັບທຸກມື້ຈົນເທົ່າເຂົ້າຈີ່ໃນເມືອງນັ້ນຫມົດໄປ ເຢເຣມີຢາໄດ້ຢູ່ໃນເດີ່ນພຣະຣາຊວັງໄປຢ່າງນີ້ແຫລະ
ເຢເຣມີຢາຖືກຂັງໄວ້ໃນສ້າງ
1 ເຊຟາຕິຢາບຸດມັດຕານ ເກດາລີຢາບຸດປັສຮູຣ໌ ຢູການບຸດຂອງເຊເລມີຢາ ແລະປັສຮູຣ໌ບຸດຂອງມັນຄີຢາ ໄດ້ຍິນຖ້ອຍຄຳທີ່ເຢເຣມີຢາບອກປະຊາຊົນ ຄືເຢເຣມີຢາໄດ້ບອກວ່າ, 2 “ພຣະຜູ້ເປັນເຈົ້າຊົງກ່າວວ່າ ຜູ້ໃດຢູ່ໃນເມືອງຈະຕ້ອງຕາຍຍ້ອນເສິກສົງຄາມ ຫລືຍ້ອນການອຶດຢາກແລະໂຣກພັຍໃຂ້ເຈັບ ແຕ່ຖ້າຜູ້ໃດອອກໄປຍອມຈຳນົນຕໍ່ຊາວບາບິໂລນຈະບໍ່ຖືກຂ້າ ເຂົາຈະພົ້ນໄພມີຊີວິດຢູ່ໄດ້” 3 ເຢເຣມີຢາໄດ້ບອກພວກເຂົາດ້ວຍວ່າ, “ພຣະຜູ້ເປັນເຈົ້າຊົງກ່າວວ່າ ເຮົາຈະມອບເມືອງນີ້ໃຫ້ກອງທັບຂອງກະສັດບາບິໂລນໄວ້” 4 ຂນະນັ້ນ ພວກເຈົ້ານາຍໄດ້ທູນກະສັດວ່າ, “ຄົນຜູ້ນີ້ຈະຕ້ອງຖືກໂທດເຖິງຕາຍ ເພາະວ່າເຂົາໄດ້ເຮັດໃຫ້ທະຫານໃນເມືອງນີ້ເສັຽກຳລັງໃຈ ແລະເຂົາຈະເຮັດຢ່າງດຽວກັນນີ້ອີກຕໍ່ທຸກຄົນທີ່ເຫລືອຢູ່ໃນເມືອງນີ້ ຄົນຜູ້ນີ້ບໍ່ໄດ້ຄຶດຫາທາງຊ່ອຍເຫລືອປະຊາຊົນມີແຕ່ຫາຄວາມທຸກຍາກມາໃສ່ເຂົາ” 5 ແລ້ວກະສັດເຊເດກີຢາຊົງກ່າວວ່າ, “ແມ່ນແລ້ວ ພວກເຈົ້າຢາກຈະເຮັດຫຍັງກັບເຂົາກໍໄດ້ ເຮົາຈະຫ້າມບໍ່ໄດ້ດອກ” 6 ດັ່ງນັ້ນພວກເຈົ້ານາຍຈຶ່ງຈັບເຢເຣມີຢາຜູກເຊືອກຢ່ອນລົງສ້າງຂີ້ຕົມຂອງເຈົ້າຊາຍມັນກີຢາທີ່ເດີ່ນພຣະຣາຊວັງ ເຢເຣມີຢາກໍຈົມລົງໄປໃນຂີ້ຕົມ 7 ເມື່ອເອເບດເມເລກຊາວເອທີໂອເປັຽທີ່ເຮັດວຽກຢູ່ໃນພຣະຣາຊວັງໄດ້ຍິນຂ່າວວ່າເຂົາຈັບເຢເຣມີຢາຢ່ອນລົງໃນສ້າງ 8 ເອເບດເມເລກກໍອອກຈາກພຣະຣາຊວັງໄປທູນພຣະຣາຊາທີ່ປະຕູເບັນຢາມິນວ່າ, 9 “ຂ້າແດ່ພຣະຣາຊາ ຄົນພວກນີ້ໄດ້ເຮັດຊົ່ວຮ້າຍຕໍ່ເຢເຣມີຢາ ຄືພວກເຂົາໄດ້ຈັບທ່ານຂັງໄວ້ໃນສ້າງ ທ່ານຈະຕ້ອງອຶດຢາກຕາຍຢູ່ທີ່ນັ້ນ ເພາະວ່າໃນເມືອງນີ້ບໍ່ມີອາຫານເຫລືອຢູ່ອີກເລີຍ” 10 ເມື່ອພຣະຣາຊາຊົງຊາບດັ່ງນັ້ນ ກໍຊົງສັ່ງໃຫ້ເອເບດເມເລກນຳຄົນສາມສິບຄົນຈາກທີ່ນັ້ນໄປດຶງເຢເຣມີຢາຂຶ້ນມາຈາກສ້າງກ່ອນທ່ານຈະຕາຍ 11 ດັ່ງນັ້ນ ເອເບດເມເລກຈຶ່ງໄດ້ພາຄົນເຫລົ່ານັ້ນໄປຍັງຫ້ອງເກັບຂອງທີ່ພຣະຣາຊວັງ ເພື່ອເອົາເສື້ອຜ້າທີ່ຂາດແລະເກົ່າແລ້ວຢ່ອນລົງໃຫ້ເຢເຣມີຢາ 12 ແລະເອເບດເມເລກບອກທ່ານວ່າ, “ຈົ່ງເອົາຜ້າຂາດນີ້ຮອງຂີ້ແຮ້ຂອງທ່ານເພື່ອບໍ່ໃຫ້ເຊືອກບາດ” ເຢເຣມີຢາກໍໄດ້ເຮັດຕາມ 13 ແລ້ວພວກເຂົາໄດ້ດຶງເຊືອກເອົາທ່ານຂຶ້ນມາຈາກສ້າງ ແລະໃຫ້ຢູ່ໃນເດີ່ນພຣະຣາຊວັງນັ້ນຕໍ່ໄປ
ກະສັດເຊເດກີຢາຂໍຄຳປຶກສາຈາກເຢເຣມີຢາ
14 ກະສັດເຊເດກີຢາໄດ້ຊົງຣັບສັ່ງໃຫ້ເອົາເຢເຣມີຢາຜູ້ປະກາດພຣະທັມເຂົ້າເຝົ້າພຣະອົງ ຢູ່ທີ່ທາງເຂົ້າວິຫານປ່ອງທີ່ສາມຊົງເວົ້າກັບເຢເຣມີຢາວ່າ, “ເຮົາຈະຖາມເຈົ້າຈັກຂໍ້ນຶ່ງແລະບໍ່ຢາກໃຫ້ເຈົ້າປິດບັງສິ່ງໃດໄວ້” 15 ເຢເຣມີຢາໄດ້ທູນວ່າ, “ຖ້າຂ້ານ້ອຍທູນຄວາມຈິງ ພຣະອົງກໍຈະລົງໂທດຂ້ານ້ອຍເຖິງຕາຍ ແຕ່ຖ້າຖວາຍຄຳປຶກສາພຣະອົງກໍຈະບໍ່ຮັບຟັງຂ້ານ້ອຍ” 16 ດັ່ງນັ້ນກະສັດເຊເດກີຢາຈຶ່ງຊົງສັນຍາຕໍ່ເຢເຣມີຢາເປັນຄວາມລັບວ່າ, “ພຣະຜູ້ເປັນເຈົ້າຜູ້ຊົງປະທານຊີວິດໃຫ້ເຮົາຊົງພຣະຊົນຢູ່ສັນໃດເຮົາຈະບໍ່ລົງໂທດເຈົ້າເຖິງຕາຍ ແລະຈະບໍ່ມອບເຈົ້າໄວ້ໃນກຳມືຂອງຄົນທີ່ຢາກຈະຂ້າເຈົ້າສັນນັ້ນ” 17 ແລ້ວເຢເຣມີຢາໄດ້ທູນກະສັດເຊເດກີຢາວ່າ, “ພຣະຜູ້ເປັນເຈົ້າຜູ້ມີອຳນາດຍິ່ງໃຫຍ່ຂອງອິສຣາເອນຊົງກ່າວດັ່ງນີ້ ຖ້າພຣະອົງຊົງຍອມແພ້ພວກເຈົ້ານາຍຂອງກະສັດບາບິໂລນ ຊີວິດຂອງພຣະອົງຈະຊົງປອດພັຍ ແລະເມືອງນີ້ກໍຈະບໍ່ຖືກເຜົາພິນາດ ພຣະອົງກັບພຣະຣາຊວົງຂອງພຣະອົງຈະມີຊີວິດຢູ່ 18 ແຕ່ຖ້າບໍ່ຊົງຍອມແພ້ ເມືອງນີ້ຈະຖືກຊາວບາບິໂລນຍຶດເອົາ ເຂົາຈະເຜົາມັນໃຫ້ພິນາດ ສ່ວນພຣະອົງກໍຈະຫນີຈາກເງື້ອມມືຂອງເຂົາໄປບໍ່ໄດ້” 19 ແຕ່ກະສັດເຊເດກີຢາຊົງຕອບວ່າ, “ເຮົາຢ້ານຊາວຢູດາພວກທີ່ລັກຫນີໄປຫາຊາວບາບິໂລນ ຄືເຂົາອາດມອບເຮົາໃຫ້ແກ່ຄົນເຫລົ່ານັ້ນແລ້ວເຂົາກໍຈະທໍຣະມານເຮົາ” 20 ເຢເຣມີຢາໄດ້ທູນວ່າ, “ພຣະອົງຈະບໍ່ຖືກມອບໃຫ້ເຂົາດອກ ຂ້ານ້ອຍຂໍໃຫ້ພຣະອົງຊົງເຊື່ອຟັງພຣະດຳຣັດຂອງພຣະຜູ້ເປັນເຈົ້າ ຕາມທີ່ຂ້ານ້ອຍໄດ້ທູນພຣະອົງນັ້ນ ແລ້ວທຸກໆສິ່ງກໍຈະເປັນໄປດ້ວຍດີສຳລັບພຣະອົງ ທັງຊີວິດຂອງພຣະອົງກໍຈະປອດໄພ 21 ແຕ່ຖ້າບໍ່ຍອມມອບຕົວ ພຣະອົງກໍຈະປະສົບຄວາມລຳບາກຕາມນິມິດທີ່ພຣະຜູ້ເປັນເຈົ້າຊົງສະແດງຕໍ່ຂ້ານ້ອຍແລ້ວ 22 ຄືຜູ້ຍິງທັງປວງທີ່ເຫລືອຢູ່ໃນພຣະຣາຊວັງຂອງກະສັດຢູດາຈະຖືກນຳອອກໄປມອບໃຫ້ພວກເຈົ້ານາຍຂອງກະສັດບາບິໂລນ ພວກຜູ້ຍິງເຫລົ່ານີ້ຈະກ່າວໃນຂນະທີ່ໄປວ່າ “ພຣະສະຫາຍຜູ້ສນິດຂອງກະສັດໄດ້ຫລອກລວງພຣະອົງ ພວກເຂົາໄດ້ບັງຄັບໃຫ້ພຣະອົງເຮັດຕາມຄວາມຄິດຂອງເຂົາ ແລະບັດນີ້ພຣະອົງໄດ້ຕົກຢູ່ໃນອັນຕະຣາຍແລ້ວ ພຣະສະຫາຍກໍຫລີກຫນີຈາກພຣະອົງໄປ” 23 ຕໍ່ມາເຢເຣມີຢາໄດ້ທູນວ່າ, “ພວກນາງນັກສະຫນົມພ້ອມດ້ວຍມະເຫສີແລະບຸດທັງຫລາຍຂອງພຣະອົງຈະຖືກນຳໄປມອບໃຫ້ຊາວບາບິໂລນແລະພຣະອົງເອງກໍຈະບໍ່ລອດພົ້ນໄປຈາກພວກເຂົາ ຈະຖືກກະສັດບາບິໂລນຈັບໄດ້ແລະເມືອງນີ້ກໍຈະຖືກເຜົາພິນາດ” 24 ກະສັດເຊເດກີຢາຊົງຕອບວ່າ, “ຢ່າໃຫ້ຜູ້ໃດຮູ້ຈັກເຣື່ອງທີ່ເວົ້າມານີ້ ຖ້າເຈົ້າບໍ່ໃຫ້ໃຜຮູ້ຊີວິດຂອງເຈົ້າຈະປອດພັຍ 25 ຖ້າພວກເຈົ້ານາຍຮູ້ວ່າ ເຮົາໄດ້ພົບກັບເຈົ້າ ເຂົາກໍຈະມາຖາມເຣື່ອງທີ່ເຮົາເວົ້າກັນນັ້ນ ຄືເຂົາຈະສັນຍາວ່າຊິບໍ່ຂ້າເຈົ້າ ຖ້າວ່າບອກເຣື່ອງທີ່ເຮົາເວົ້າກັນນັ້ນແກ່ເຂົາ ແຕ່ຈົ່ງບອກເຂົາວ່າ 26 ເຈົ້າໄດ້ຂໍຮ້ອງບໍ່ໃຫ້ເຮົາສົ່ງເຈົ້າກັບຄືນໄປຕາຍທີ່ເຮືອນຂອງໂຢນາທານ” 27 ຕໍ່ມາມີພວກເຈົ້ານາຍໄດ້ມາຫາເຢເຣມີຢາແລະຊັກຖາມທ່ານ ທ່ານກໍບອກເຂົາຕາມທີ່ພຣະຣາຊາຊົງສັ່ງ ແລ້ວພວກເຂົາກໍບໍ່ຊັກຖາມຫຍັງອີກຕໍ່ໄປ ເພາະວ່າເຣື່ອງທີ່ສົນທະນາກັນນັ້ນບໍ່ມີໃຜໄດ້ຍິນ 28 ເຢເຣມີຢາຖືກຄວບຄຸມຢູ່ໃນເດີ່ນພຣະຣາຊວັງຈົນເຖິງວັນທີ່ເຢຣູຊາເລັມຖືກຍຶດ
ກຸງເຢຣູຊາເລັມແຕກ
1 ເນບຸກາດເຣສຊາຣ໌ກະສັດບາບິໂລນໄດ້ຍົກທັບມາຕີກຸງເຢຣູຊາເລັມ ໃນເດືອນສິບປີທີ່ເກົ້າແຫ່ງຣັຊການເຊເດກີຢາກະສັດຢູດາ 2 ຕໍ່ມາໃນປີທີ່ສິບເອັດແຫ່ງຣັຊການເຊເດກີຢາ ເມືອວັນທີ່ເກົ້າເດືອນສີ່ກຸງເຢຣູຊາເລັມກໍແຕກ 3 (ເມື່ອເຂົາຍຶດກຸງເຢຣູຊາເລັມໄດ້ແລ້ວ ບັນດາພວກເຈົ້ານາຍຊັ້ນຜູ້ໃຫຍ່ຂອງກະສັດບາບິໂລນ ຄື ເນຣ໌ການຊາເຣເຊີ ຊັມກາຣ໌ເນໂບ ຊາຣ໌ເຊຄິມຜູ້ເປັນ ຣັບຊາຣິສ ເນີກັນຊາເຣເຊີຜູ້ເປັນ ຣັບມັກ ແລະບັນດາຂ້າຣາຊການຄົນອື່ນໆອີກ ໄດ້ເຂົ້າມາຕັ້ງກອງບັນຊາການຢູ່ທີ່ປະຕູໃຫຍ່ທາງເຂົ້າເມືອງ) 4 ເມື່ອເຊເດກີຢາກະສັດຢູດາ ກັບທະຫານທັງຫມົດຂອງພຣະອົງໄດ້ເຫັນເຫດການດັ່ງນັ້ນ ກໍພາກັນຫນີອອກຈາກເມືອງໃນເວລາກາງຄືນທາງພຣະຣາຊອຸທະຍານ ຜ່ານໄປທາງປະຕູລະຫວ່າງກຳແພງທັງສອງແລ້ວໄດ້ມຸ່ງຫນ້າໄປທາງຮ່ອມພູອາຣາບາ 5 ແຕ່ກອງທັບຂອງບາບິໂລນໄດ້ໄລ່ຕິດຕາມໄປ ແລະໄດ້ໄປທັນກະສັດເຊເດກີຢາຢູ່ໃນທົ່ງຮາບພຽງໃກ້ເມືອງເຢຣິໂກ ພວກເຂົາໄດ້ພຣະອົງໄວ້ແລ້ວນຳໄປມອບໃຫ້ກະສັດເນບຸກາດເຣສຊາຣ໌ທີ່ເມືອງຣິບລາໃນດິນແດນຮາເມທ ຢູ່ທີ່ນັ້ນກະສັດເນບຸກາດເຣສຊາຣ໌ໄດ້ລົງໂທດພຣະອົງ 6 ກະສັດບາບິໂລນໄດ້ຕັດສິນປະຫານຊີວິດພວກບຸດຊາຍຂອງເຊເດກີຢາ ຢູ່ທີ່ເມືອງຣິບລາຕໍ່ຫນ້າຕໍ່ຕາເຊເດກີຢາເອງ ແລະໄດ້ຕັດສິນປະຫານຊີວິດພວກເຈົ້ານາຍຂອງຢູດາດ້ວຍ 7 ແລ້ວພຣະອົງຊົງຄວັດຫນ່ວຍຕາຂອງເຊເດກີຢາອອກ ແລະເອົາໂສ້ຜູກທ່ານໄວ້ ເພື່ອຈະນຳໄປກຸງບາບິໂລນ ໃນເວລາທີ່ເຊເດກີຢາຖືກລົງໂທດນີ້ 8 ທະຫານຊາວບາບິໂລນໄດ້ເຜົາພຣະຣາຊວັງແລະບ້ານເຮືອນຂອງປະຊາຊົນກັບໄດ້ທຳລາຍກຳແພງກຸງເຢຣູຊາເລັມຖິ້ມ 9 ແລ້ວເນບູຊາຣາດານຜູ້ບັນຊາການທະຫານຈັບປະຊາຊົນທີ່ເຫລືອຢູ່ໃນເມືອງ ຮວມທັງຄົນທີ່ຫນີເຂົ້າມາມອບຕົວຕໍ່ທ່ານໄປເປັນຊະເລີຍທີ່ບາບິໂລນ 10 ເນບູຊາຣາດານໄດ້ປະແຕ່ຄົນທຸກຍາກບາງຄົນທີ່ບໍ່ມີໄຮ່ນາໄວ້ໃນປະເທດຢູດາ ພ້ອມທັງໄດ້ມອບສວນອະງຸ່ນແລະໄຮ່ນາໃຫ້ພວກເຂົາດ້ວຍ
ເນບູກາດເຣສຊາຣ໌ຊົງດູແລເຢເຣມີຢາ
11 ຕໍ່ມາເນບູກາດເຣສຊາຣ໌ກະສັດບາບິໂລນ ຊົງບອກເນບູຊາຣາດານຜູ້ບັນຊາການທະຫານວ່າ, 12 “ຈົ່ງແຕ່ງຄົນໄປຮັບເອົາເຢເຣມີຢາມາແລ້ວ ເບິ່ງແຍງເຂົາໃຫ້ດີ ຢ່າທຳຮ້າຍເຂົາ ແຕ່ຈົ່ງຊົດຊ່ອຍ່ເຂົາຕາມທີ່ເຂົາຕ້ອງການ” 13 ດັ່ງນັ້ນ ເນບູຊາຣາດານຜູ້ບັນຊາການທະຫານຮັກສາພຣະອົງ ແລະເນບູຊັສບານຜູ້ເປັນຣັບຊາຣິສ ເນີກັນຊາເຣເຊີຜູ້ເປັນຣັບມັກ ແລະນາຍທະຫານຊັ້ນຜູ້ໃຫຍ່ອື່ນໆອີກແຫ່ງບາບິໂລນ 14 ຈຶ່ງໃຊ້ຄົນໄປຮັບເອົາເຢເຣມີຢາໄວ້ໃຕ້ຄວາມເບິ່ງແຍງຂອງເກດາລີຢາບຸດອາຮີກາມ ຜູ້ເປັນບຸດຊາຟານ ໃຫ້ນຳພາເຢເຣມີຢາໄປເຖິງບ້ານເຮືອນ ດ້ວຍເຫດນັ້ນ ເຢເຣມີຢາຈຶ່ງໄດ້ຢູ່ນຳປະຊາຊົນ
ຊົງສັນຍາວ່າຈະຊ່ອຍເອເບດເມເລກໃຫ້ລອດ
15 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາຍັງເຢເຣມີຢາ ຂນະທີ່ທ່ານຖືກຂັງຢູ່ໃນບໍຣິເວນທະຫານຮັກສາພຣະອົງນັ້ນວ່າ, 16 “ຈົ່ງໄປບອກເອເບດເມເລກຄົນເອທິໂອເປັຽວ່າ ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະໃຫ້ຖ້ອຍຄຳຂອງເຮົາທີ່ມີຢູ່ຕໍ່ກຸງນີ້ສຳເຣັດໃນທາງຮ້າຍບໍ່ແມ່ນທາງດີ ແລະຈະສຳເຣັດຕໍ່ຫນ້າເຈົ້າໃນວັນນັ້ນ 17 ພຣະຜູ້ເປັນເຈົ້າກ່າວວ່າ ແຕ່ເຮົາຈະຊ່ອຍກູ້ເຈົ້າໃນວັນນັ້ນ ແລະເຂົາຈະບໍ່ມອບເຈົ້າໄວ້ໃນມືຂອງຄົນທີ່ເຈົ້າຢ້ານ 18 ເພາະເຮົາຈະຊ່ອຍເຈົ້າໃຫ້ລອດເປັນແນ່ ແລະເຈົ້າຈະບໍ່ລົ້ມລົງດ້ວຍດາບ ແຕ່ເຈົ້າຈະມີຊີວິດເປັນບຳເຫນັດແຫ່ງການສົງຄາມ ເພາະເຈົ້າໄດ້ໄວ້ວາງໃຈໃນເຮົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ເຢເຣມີຢາກັບພວກທີ່ເຫລືອຢູ່ກັບເກດາລີຢາ
1 ຖ້ອຍຄຳຊຶ່ງມາຈາກພຣະຜູ້ເປັນເຈົ້າເຖິງເຢເຣມີຢາ ຫລັງຈາກທີ່ເນບູຊາຣາດານ ຜູ້ບັນຊາການທະຫານຮັກສາພຣະອົງໄດ້ປ່ອຍໃຫ້ທ່ານໄປຈາກຣາມາ ຄັ້ງເມື່ອເຂົາຈັບທ່ານໃສ່ໂສ້ມາພ້ອມກັບຊະເລີຍພວກກຸງເຢຣູຊາເລັມແລະຢູດາ ຜູ້ທີ່ຕ້ອງຖືກກວາດໄປເປັນຊະເລີຍຍັງບາບິໂລນ 2 ຜູ້ບັນຊາການທະຫານຮັກສາພຣະອົງໄດ້ນຳເຢເຣມີຢາມາແລ້ວເວົ້າກັບທ່ານວ່າ, “ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຊົງປະກາດໂທດຕໍ່ສະຖານທີ່ນີ້ 3 ພຣະຜູ້ເປັນເຈົ້າຊົງກະທຳໃຫ້ເປັນໄປແລະຊົງກະທຳຕາມທີ່ພຣະອົງຊົງກ່າວໄວ້ ເພາະທ່ານທັງຫລາຍໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າແລະບໍ່ເຊື່ອຟັງພຣະສຸຣະສຽງຂອງພຣະອົງ ສິ່ງນີ້ຈຶ່ງໄດ້ເປັນມາເຫນືອທ່ານ 4 ເບິ່ງແມ໋, ວັນນີ້ຂ້າພະເຈົ້າປ່ອຍທ່ານຈາກໂສ້ທວນທີ່ມືຂອງທ່ານ ຖ້າທ່ານເຫັນຊອບທີ່ຈະມາຍັງກຸງບາບິໂລນກັບຂ້າພະເຈົ້າ ກໍຈົ່ງມາເຖີດ ຂ້າພະເຈົ້າຈະດູແລທ່ານໃຫ້ດີ ແຕ່ຖ້າທ່ານບໍ່ເຫັນຊອບທີ່ຈະມາຍັງກຸງບາບິໂລນກັບຂ້າພະເຈົ້າກໍຢ່າມາ ຈົ່ງເບິ່ງ, ແຜ່ນດິນທັງຫມົດນີ້ຢູ່ຕໍ່ຫນ້າທ່ານ ທ່ານຈະໄປທີ່ໃດກໍໄດ້ຕາມແຕ່ທ່ານເຫັນດີເຫັນຊອບທີ່ຈະໄປ 5 ຖ້າທ່ານຍັງຢູ່ທີ່ນີ້ ທ່ານຈົ່ງກັບໄປຫາເກດາລິຢາບຸດອາຮິຄາມຜູ້ເປັນບຸດຊາຟານ ຜູ້ຊຶ່ງພຣະຣາຊາແຫ່ງບາບິໂລນໄດ້ແຕ່ງຕັ້ງໃຫ້ເປັນຜູ້ວ່າຣາຊການບັນດາຫົວເມືອງຢູດາ ແລະຢູ່ກັບເຂົາຖ້າມກາງປະຊາຊົນ ຫລືຈະໄປທີ່ໃດທີ່ທ່ານເຫັນຊອບຈະໄປກໍໄດ້ ຜູ້ບັນຊາການທະຫານຮັກສາພຣະອົງ ຈຶ່ງສັ່ງອະນຸມັດສະບ່ຽງແລະໃຫ້ຂອງຂວັນແກ່ເຢເຣມີຢາ ແລ້ວກໍປ່ອຍທ່ານໄປ 6 ເຢເຣມີຢາກໍໄປຫາເກດາລິຢາບຸດອາຮີຄາມທີ່ມິສປາ ແລະອາໄສຢູ່ກັບເຂົາຖ້າມກາງປະຊາຊົນຊຶ່ງເຫລືອຢູ່ໃນແຜ່ນດິນນັ້ນ 7 ເມື່ອບັນດາຫົວຫນ້າຂອງກອງທະຫານແລະຄົນຂອງເຂົາທັງຫລາຍໄດ້ຍິນວ່າພຣະຣາຊາແຫ່ງບາບິໂລນໄດ້ແຕ່ງຕັ້ງເກດາລິຢາບຸດອາຮີຄາມໃຫ້ເປັນຜູ້ວ່າຣາຊການໃນແຜ່ນດິນນັ້ນ ແລະໄດ້ມອບຊາຍຍິງກັບເດັກຜູ້ທີ່ເປັນຄົນຈົນທີ່ສຸດໃນແຜ່ນດິນ ຊຶ່ງບໍ່ໄດ້ຖືກກວາດໄປເປັນຊະເລີຍຍັງບາບິໂລນໄວ້ໃຫ້ທ່ານນັ້ນ 8 ເຂົາທັງຫລາຍກໍໄປຫາເກດາລິຢາທີ່ມິສປາ ມີອິຊມາເອນບຸດເນທານິຢາ ໂຢຮານານບຸດກາເຣອາ ເຊຣັຍຢາບຸດຕັນຮູເມທ ບັນດາບຸດຂອງເອຟັຍຊາວເນໂທຟາ ເຢຊານິຢາບຸດຊາວມາອາກາທັງຕົວເຂົາແລະຄົນຂອງເຂົາ 9 ເກດາລິຢາບຸດອາຮິຄາມ ຜູ້ເປັນບຸດຂອງຊາຟານກໍໄດ້ສາບານໃຫ້ແກ່ເຂົາແລະຄົນຂອງເຂົາກ່າວວ່າ, “ຢ່າຢ້ານໃນການທີ່ຈະບົວລະບັດຄົນຄັນເດອານ ຈົ່ງອາໄສຢູ່ໃນແຜ່ນດິນແລະປົນນິບັດພຣະຣາຊາແຫ່ງບາບິໂລນ ແລ້ວທ່ານທັງຫລາຍກໍຈະຢູ່ເຢັນເປັນສຸກ 10 ສ່ວນຕົວຂ້າພະເຈົ້າ ຂ້າພະເຈົ້າຈະອາໄສຢູ່ທີ່ມິສປາ ເພື່ອຈະເປັນຜູ້ແທນທ່ານທັງຫລາຍຄອຍຮັບຮອງຄົນຄັນເດອານ ຜູ້ຊຶ່ງຈະມາຫາເຣົາ ແຕ່ຝ່າຍທ່ານຈົ່ງເກັບເຫລົ້າອະງຸ່ນ ຫມາກໄມ້ຣະດູຮ້ອນ ແລະນ້ຳມັນ ແລະເກັບໄວ້ໃນພາຊນະ ແລະຈົ່ງຢູ່ໃນຫົວເມືອງຊຶ່ງທ່ານຍຶດໄດ້ນັ້ນ” 11 ໃນທຳນອງດຽວກັນ ເມື່ອພວກຢິວ ຊຶ່ງຢູ່ທີ່ໂມອາບແລະຖ້າມກາງຄົນອັມໂມນ ແລະໃນເອໂດມ ແລະໃນແຜ່ນດີນອື່ນໆໄດ້ຍິນວ່າພຣະຣາຊາແຫ່ງບາບິໂລນໄດ້ຖິ້ມຄົນໃຫ້ເຫລືອໄວ້ສ່ວນນຶ່ງໃນຢູດາແລະໄດ້ແຕ່ງຕັ້ງໃຫ້ເກດາລິຢາບຸດອາຮີຄາມ ຜູ້ເປັນບຸດຊາຟານໃຫ້ເປັນຜູ້ວ່າຣາຊການເຫນືອເຂົາທັງຫລາຍ 12 ແລ້ວພວກຢິວທັງປວງກໍໄດ້ກັບມາຈາກທຸກບ່ອນຊຶ່ງເຂົາຖືກຂັບໄລ່ໃຫ້ໄປຢູ່ນັ້ນ ແລະມາຍັງແຜ່ນດິນຢູດາມາຫາເກດາລິຢາທີ່ມິສປາ ແລະເຂົາທັງຫລາຍໄດ້ເກັບເຫລົ້າອະງຸ່ນແລະຫມາກໄມ້ໃນຣະດູຮ້ອນໄດ້ເປັນອັນມາກ
ເກດາລິຢາຖືກລອບສັງຫານ
13 ຝ່າຍໂຢຮານານບຸດຂອງກາເຣອາ ແລະບັນດາປະມຸກຂອງກອງທະຫານໄດ້ມາຫາເກດາລິຢາທີ່ມິສປາ 14 ແລະກ່າວແກ່ທ່ານວ່າ, “ທ່ານຮູ້ຫລືບໍ່ວ່າ ບາອາລິສກະສັດຂອງຄົນອັມໂມນໄດ້ສົ່ງໃຫ້ອິຊມາເອນບຸດເນທານິຢາມາເອົາຊີວິດຂອງທ່ານ” ຝ່າຍເກດາລິຢາບຸດອາຮີຄາມບໍ່ເຊື່ອເຂົາທັງຫລາຍ 15 ແລ້ວໂຢຮານານບຸດກາເຣອາໄດ້ເວົ້າກັບເກດາລິຢາເປັນການລັບທີ່ມິສປາວ່າ, “ຈົ່ງໃຫ້ຂ້າພະເຈົ້າໄປຂ້າອິຊມາເອນບຸດເນທານິຢາເສັຽ ແລະຈະບໍ່ມີໃຜຮູ້ເຣື່ອງ ເປັນຫຍັງຈະໃຫ້ເຂົາເອົາຊີວິດຂອງທ່ານ ແລ້ວພວກຢິວຊຶ່ງມາຮວບຮວມຢູ່ກັບທ່ານຈະກະຈັດກະຈາຍກັນໄປ ແລະຄົນຢູດາທີ່ເຫລືອຢູ່ນີ້ກໍຈະພິນາດ” 16 ແຕ່ເກດາລິຢາບຸດອາຮີຄາມເວົ້າກັບໂຢຮານານບຸດກາເຣອາວ່າ, “ທ່ານຢ່າທຳສິ່ງນີ້ເລີຍ ເພາະທີ່ທ່ານເວົ້າເຖິງອິຊມາເອນນັ້ນເປັນຄວາມເທັດ”
1 ໃນເດືອນທີ່ເຈັດອິຊມາເອນ ບຸດເນທານິຢາ ຜູ້ເປັນບຸດເອລີຊາມາເຊື້ອພຣະວົງ ເປັນຂ້າຣາຊການຜູ້ໃຫຍ່ຄົນນຶ່ງຂອງກະສັດ ໄດ້ມາຫາເກດາລິຢາບຸດອາຮີຄາມພ້ອມກັບຄົນສິບຄົນທີ່ມິສປາ ຂນະເມື່ອເຂົາຮັບປະທານອາຫານຢູ່ດ້ວຍກັນທີ່ມິສປາ 2 ອິຊມາເອນບຸດເນທານິຢາກັບຄົນທັງສິບທີ່ຢູ່ກັບເຂົາກໍໄດ້ລຸກຂຶ້ນຂ້າເກດາລິຢາ ບຸດອາຮີຄາມຜູ້ເປັນບຸດຊາຟານຜູ້ທີ່ພຣະຣາຊາແຫ່ງບາບິໂລນໄດ້ແຕ່ງຕັ້ງໃຫ້ເປັນຜູ້ວ່າຣາຊການທີ່ແຜ່ນດິນນັ້ນເສັຽດ້ວຍດາບຈົນຕາຍ 3 ອິຊມາເອນໄດ້ຂ້າພວກຢິວທັງຫລາຍທີ່ຢູ່ກັບເກດາລິຢາທີ່ມິສປາ ແລະທະຫານຄົນຄັນເດອານຜູ້ບັງເອີນຢູ່ທີ່ນັ້ນດ້ວຍ 4 ຫລັງຈາກວັນທີ່ເກດາລິຢາຖືກຂ້າ ກ່ອນທີ່ຜູ້ໃດຮູ້ເຣື່ອງ 5 ມີຊາຍແປດສິບຄົນມາຈາກເມືອງເຊເຄມ ແລະເມືອງຊີໂລ ແລະເມືອງຊາມາເຣັຽ ທີ່ໄດ້ແຖຫນວດແລະເສື້ອຜ້າຂາດ ແລະໄດ້ປາດຕົວເປັນບາດ ນຳເຄື່ອງທັນຍາບູຊາແລະກຳຍານມາຖວາຍທີ່ພຣະວິຫານຂອງພຣະຜູ້ເປັນເຈົ້າ 6 ແລະອິຊມາເອນບຸດເນທານິຢາມາຈາກມິສປາໄດ້ຮ້ອງໄຫ້ທັງເດີນໄປ ເມື່ອເຂົາພົບຄົນເຫລົ່ານັ້ນຈຶ່ງເວົ້າກັບເຂົາທັງຫລາຍວ່າ, “ເຊີນເຂົາມາຫາເກດາລິຢາບຸດອາຮິຄາມເຖີດ” 7 ເມື່ອເຂົາທັງຫລາຍເຂົ້າມາໃນເມືອງ ອິຊມາເອນບຸດເນທານິຢາ ແລະຄົນທີ່ຢູ່ກັບທ່ານກໍຂ້າເຂົາທັງຫລາຍເສັຽ ແລະໂຍນເຂົາລົງໄປໃນທີ່ຂັງນ້ຳ 8 ແຕ່ໃນພວກນັ້ນມີຢູ່ສິບຄົນດ້ວຍກັນທີ່ເວົ້າກັບອິຊມາເອນວ່າ, “ຂໍຢ່າຂ້າເຮົາເລີຍ ເພາະເຮົາມີເຂົ້າເປືອກ ເຂົ້າບເລ ນ້ຳມັນ ແລະນ້ຳເຜິ້ງເຊື່ອງໄວ້ໃນທົ່ງນາ” ແລະທ່ານໄດ້ຢ່າບໍ່ໄດ້ຂ້າເຂົາທັງຫລາຍກັບເພື່ອນໆເສັຽ 9 ທີ່ຂັງນ້ຳຊຶ່ງອິຊມາເອນໂຍນສົບຂອງຜູ້ທີ່ເຂົາຂ້າຕາຍລົງໄປນັ້ນເປັນບ່ອນໃຫຍ່ ຊຶ່ງກະສັດອາຊາສ້າງໄວ້ເພື່ອປ້ອງກັນບາອາຊາກະສັດແຫ່ງອິສຣາເອນ ອິຊມາເອນບຸດເນທານິຢາກໍໃສ່ຄົນທີ່ຖືກຂ້າໄວ້ຈົນເຕັມ 10 ແລ້ວອິຊມາເອນກໍຈັບຄົນທັງຫມົດທີ່ເຫລືອຢູ່ໃນມິສປາໄປເປັນຊະເລີຍ ຄືພວກຣາຊທິດາແລະປະຊາຊົນທັງປວງທີ່ເຫລືອຢູ່ທີ່ມິສປາ ຜູ້ທີ່ເນບູຊາຣາດານຜູ້ບັນຊາການທະຫານຮັກສາພຣະອົງໄດ້ມອບຫມາຍໃຫ້ແກ່ເກດາລິຢາບຸດອາຮິຄາມ ອິຊມາເອນບຸດເນທານິຢາໄດ້ຈັບເຂົາເປັນຊະເລີຍ ແລະອອກເດີນຂ້າມຟາກໄປຫາຄົນອັມໂມນ 11 ແຕ່ເມື່ອໂຢຮານານບຸດກາເຣອາແລະບັນດາຫົວຫນ້າຂອງກອງໂຈນຊຶ່ງຢູ່ກັບເຂົາຊາບເຣື່ອງຄວາມຊົ່ວຮ້າຍຊຶ່ງອິຊມາເອນບຸດເນທານິຢາໄດ້ກະທຳແລ້ວນັ້ນ 12 ເຂົາກໍຈັດເອົາຄົນທັງຫມົດຂອງເຂົາໄປຕໍ່ສູ້ກັບອິຊມາເອນບຸດເນທານິຢາ ເຂົາທັງຫລາຍໄດ້ປະທະກັນທີ່ສະໃຫຍ່ຊຶ່ງຢູ່ທີ່ເມືອງກິເບໂອນ 13 ແລະເມື່ອປະຊາຊົນຜູ້ຊຶ່ງຢູ່ກັບອິຊມາເອນເຫັນໂຢຮານານບຸດກາເຣອາແລະບັນດາຫົວຫນ້າກອງທະຫານທີ່ຢູ່ກັບເຂົາ ເຂົາທັງຫລາຍກໍຊົມຊື່ນຍິນດີ 14 ປະຊາຊົນທັງປວງຊຶ່ງອິຊມາເອນຈັບເປັນຊະເລີຍມາຈາກມິສປາຈຶ່ງຫັນຫລັງແລະກັບໄປ ເຂົາໄປຫາໂຢຮານານບຸດກາເຣອາ 15 ແຕ່ອິຊມາເອນບຸດເນທານິຢາໄດ້ຫນີລອດຈາກໂຢຮານານພ້ອມກັບຊາຍແປດຄົນໄປຫາຄົນອັມໂມນ 16 ແລ້ວໂຢຮານານບຸດກາເຣອາແລະບັນດາຫົວຫນ້າຂອງກອງທະຫານ ຊຶ່ງຢູ່ກັບທ່ານໄດ້ນຳປະຊາຊົນທີ່ເຫລືອຢູ່ທັງຫມົດຊຶ່ງອິຊມາເອນບຸດເນທານິຢາໄດ້ຈັບເປັນຊະເລີຍຈາກມິສປາ ຫລັງຈາກທີ່ໄດ້ຂ້າເກດາລິຢາບຸດອາຮີຄາມແລ້ວນັ້ນ ຄືທະຫານ ຜູ້ຍິງ ເດັນນ້ອຍ ແລະຂັນທີ ຜູ້ຊຶ່ງໂຢຮານານນຳກັບມາຍັງກິເບໂອນ 17 ແລະເຂົາທັງຫລາຍກໍໄປຢູ່ທີ່ເກຣູທຄິມຮາມໃກ້ເບັດເລເຮັມ ຕັ້ງໃຈຈະໄປຍັງເອຢິບ 18 ເຫດວ່າເຂົາຢ້ານຄົນຄັນເດອານ ເພາະວ່າອິຊມາເອນບຸດອາຮິຄາມ ຜູ້ຊຶ່ງກະສັດແຫ່ງບາບິໂລນໄດ້ຕັ້ງໃຫ້ເປັນຜູ້ວ່າຣາຊການເຫນືອແຜ່ນດິນນັ້ນເສັຽ
ຂ່າວຂອງເຢເຣມີຢາເຖິງໂຢຮານານ
1 ຝ່າຍຜູ້ຫົວຫນ້າກອງທະຫານແລະໂຢຮານານບຸດກາເຣອາ ແລະອາຊາຣີຢາບຸດໂຮຊັຍຢາ ແລະປະຊາຊົນທັງປວງຈາກຜູ້ນ້ອຍທີ່ສຸດເຖິງຜູ້ໃຫຍ່ທີ່ສຸດໄດ້ເຂົ້າມາໃກ້ 2 ແລະເວົ້າກັບເຢເຣມີຢາຜູ້ປະກາດພຣະທັມວ່າ, “ຂໍໃຫ້ຄຳອ້ອນວອນຂອງຂ້າພະເຈົ້າທັງຫລາຍມາຢູ່ຕໍ່ຫນ້າທ່ານແລະຂໍທ່ານອ້ອນວອນຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານເພື່ອເຮົາທັງຫລາຍ ເພື່ອຄົນທີ່ເຫລືອຢູ່ນີ້ທັງສິ້ນ (ເພາະເຮົາມີເຫລືອນ້ອຍຈາກຄົນຫລາຍ ຕາມທີ່ທ່ານເຫັນຢູ່ກັບຕາແລ້ວ) 3 ຂໍພຣະຜູ້ເປັນເຈົ້າຂອງທ່ານສຳແດງຫົນທາງແກ່ເຮົາວ່າເຮົາຄວນຈະໄປທາງໃດ ແລະຂໍສຳແດງສິ່ງທີ່ເຮົາຄວນຈະກະທຳ” 4 ເຢເຣມີຢາຜູ້ປະກາດພຣະທັມກ່າວແກ່ເຂົາທັງຫລາຍວ່າ, “ຂ້າພະເຈົ້າໄດ້ຍິນທ່ານແລ້ວ ເບິ່ງແມ໋, ຂ້າພະເຈົ້າຈະອ້ອນວອນຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຕາມຄຳຂໍຮ້ອງຂອງທ່ານທັງຫລາຍແລະພຣະຜູ້ເປັນເຈົ້າຊົງຕອບທ່ານປະການໃດຂ້າພະເຈົ້າຈະບອກແກ່ທ່ານ ຂ້າພະເຈົ້າຈະບໍ່ປິດບັງສິ່ງໃດໄວ້ຈາກທ່ານເລີຍ” 5 ແລ້ວເຂົາທັງຫລາຍເວົ້າກັບເຢເຣມີຢາວ່າ, “ຂໍພຣະຜູ້ເປັນເຈົ້າຈົ່ງເປັນພຍານທີ່ຊື່ສັດແລະແນ່ນອນຕໍ່ສູ້ຂ້າພະເຈົ້າທັງຫລາຍ ຖ້າຂ້າພະເຈົ້າທັງຫລາຍບໍ່ໄດ້ກະທຳຕາມບັນດາພຣະວັຈນະຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຜູ້ຊົງໃຊ້ທ່ານ 6 ບໍ່ວ່າຈະດີຫລືຮ້າຍ ຂ້າພະເຈົ້າທັງຫລາຍຈະເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ ຜູ້ຊຶ່ງຂ້າພະເຈົ້າທັງຫລາຍສົ່ງທ່ານໃຫ້ໄປຫານັ້ນ ເພື່ອເຣົາຈະຢູ່ເຢັນເປັນສຸກ ເມື່ອເຣົາເຊື່ອຟັງພຣະສຸຣະສຽງແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ” 7 ຄັນຄົບສິບວັນແລ້ວຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາຍັງເຢເຣມີຢາ 8 ແລ້ວທ່ານຈຶ່ງໃຫ້ໄປນຳໂຢຮານານບຸດກາເຣອາ ແລະບັນດາຜູ້ຫົວຫນ້າຂອງກອງທະຫານຜູ້ຢູ່ກັບທ່ານ ແລະປະຊາຊົນທັງປວງຕັ້ງແຕ່ນ້ອຍທີ່ສຸດເຖິງຄົນໃຫຍ່ທີ່ສຸດ 9 ແລະບອກເຂົາວ່າພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນ ຜູ້ຊຶ່ງທ່ານໄດ້ໃຊ້ໃຫ້ຂ້າພະເຈົ້ານຳເອົາຄຳອ້ອນວອນຂອງທ່ານໄປສເນີພຣະອົງນັ້ນ ໄດ້ຊົງກ່າວດັ່ງນີ້ວ່າ 10 “ຖ້າເຈົ້າທັງຫລາຍຈະຢູ່ຕໍ່ໄປໃນແຜ່ນດິນນີ້ ເຮົາຈະສ້າງເຈົ້າທັງຫລາຍຂຶ້ນແລະບໍ່ທຳລາຍລົງ ເຮົາຈະປູກເຈົ້າໄວ້ ແລະບໍ່ຖອນເຈົ້າເສັຽ ເພາະເຣົາໄດ້ກັບໃຈຈາກເຫດຮ້າຍຊຶ່ງເຣົາໄດ້ກະທຳໄປແລ້ວ 11 ຢ່າຢ້ານກະສັດແຫ່ງບາບິໂລນຜູ້ຊຶ່ງເຈົ້າຢ້ານຢູ່ນັ້ນ ພຣະຜູ້ເປັນເຈົ້າກ່າວວ່າ ຢ່າຢ້ານເຂົາເລີຍ ເພາະເຮົາຢູ່ກັບເຈົ້າທັງຫລາຍ ເພື່ອຊ່ອຍເຈົ້າແລະຊ່ອຍກູ້ເຈົ້າໃຫ້ພົ້ນຈາກມືຂອງເຂົາ 12 ເຣົາຈະໃຫ້ຄວາມກະຣຸນາແກ່ເຈົ້າ ເພື່ອເຂົາຈະໄດ້ກະຣຸນາເຈົ້າແລະຍອມໃຫ້ເຈົ້າຢູ່ໃນແຜ່ນດິນຂອງເຈົ້າເອງ 13 ແຕ່ຖ້າເຈົ້າທັງຫລາຍເວົ້າວ່າ “ເຣົາຈະບໍ່ຢູ່ໃນແຜ່ນດິນນີ້” ໂດຍບໍ່ເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 14 ແລະກ່າວວ່າ “ບໍ່ເອົາ ເຮົາຈະເຂົ້າໄປໃນແຜ່ນດິນເອຢິບ ບ່ອນຊຶ່ງເຣົາຈະບໍ່ເຫັນສົງຄາມ ຈະບໍ່ໄດ້ຍິນສຽງເຂົາສັດ ຈະບໍ່ຫິວເຂົ້າຈີ່ 15 ແລະເຣົາທັງຫລາຍຈະອາໄສຢູ່ທີ່ນັ້ນ” ຄົນຢູດາທີ່ເຫລືອຢູ່ເອີຍ ຂໍຟັງພຣະວັຈນະຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າຂອງອິສຣາເອນກ່າວດັ່ງນີ້ວ່າ ຖ້າເຈົ້າມຸ່ງຫນ້າຈະເຂົ້າເອຢິບແລະໄປອາໄສທີ່ນັ້ນ 16 ແລ້ວດາບຊຶ່ງເຈົ້າຢ້ານຢູ່ນັ້ນຈະຕາມທັນເຈົ້າທີ່ນັ້ນໃນແຜ່ນດິນເອຢິບ ແລະການອຶດຢາກຊຶ່ງເຈົ້າຢ້ານຢູ່ນັ້ນຈະຕິດຕາມເຈົ້າໄປເຖິງເອຢິບແລະເຈົ້າຈະຕາຍທີ່ນັ້ນ 17 ທຸກຄົນຊຶ່ງມຸ່ງຫນ້າໄປຍັງເອຢິບ ເພື່ອຈະຢູ່ທີ່ນັ້ນຈະຕາຍເສັຽດ້ວຍດາບ ດ້ວຍການອຶດຢາກ ດ້ວຍໂຣກລະບາດ ເຂົາຈະບໍ່ມີຄົນທີ່ເຫລືອຢູ່ຫລືທີ່ລອດຕາຍຈາກເຫດຮ້າຍຊຶ່ງເຮົາຈະນຳມາເຫນືອເຂົາ 18 “ເພາະພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເຮົາຖອກເທຄວາມກິ້ວຂອງເຮົາ ແລະຄວາມພິໂຣດຂອງເຮົາລົງເຫນືອຊາວເຢຣູຊາເລັມຢ່າງໃດເຣົາຈະຖອກເທຄວາມກິ້ວຂອງເຮົາເຫນືອເຈົ້າທັງຫລາຍ ເມື່ອເຈົ້າໄປຍັງເອຢິບຢ່າງນັ້ນ ເຈົ້າຈະເປັນຄຳສາບ ເປັນທີ່ຫນ້າຫວາດສຽວ ເປັນຄຳແຊ່ງແລະເປັນຂີ້ປາກ ເຈົ້າຈະບໍ່ເຫັນທີ່ນີ້ອີກ 19 ຄົນຢູດາທີ່ຍັງເຫລືອຢູ່ເອີຍ ພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານແລ້ວວ່າ “ຢ່າໄປຍັງເອຢິບ” ຈົ່ງຮູ້ເປັນແນ່ວ່າໃນວັນນີ້ຂ້າພະເຈົ້າໄດ້ຕັກເຕືອນທ່ານ 20 ວ່າທ່ານທັງຫລາຍໄດ້ຫລົງລໍ້ລວງຈິດໃຈຂອງທ່ານເອງ ເພາະທ່ານໄດ້ໃຊ້ຂ້າພະເຈົ້າໄປຫາພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານວ່າ “ຂໍອ້ອນວອນເພື່ອເຮົາຕໍ່ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາ ແລະພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາກາວປະການໃດ ຂໍບອກແກ່ເຮົາ ແລະເຮົາຈະກະທຳຕາມ” 21 ແລະໃນວັນນີ້ຂ້າພະເຈົ້າໄດ້ປະກາດພຣະທັມນັ້ນແກ່ທ່ານທັງຫລາຍແລ້ວ ແຕ່ທ່ານບໍ່ໄດ້ຟັງພຣະສຸຣະສຽງແຫ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານໃນສິ່ງໃດໆ ຊຶ່ງພຣະອົງຊົງໃຊ້ຂ້າພະເຈົ້າມາບອກທ່ານ 22 ເຫດສັນນັ້ນ ບັດນີ້ຈົ່ງຮູ້ເປັນແນ່ແທ້ວ່າ ທ່ານທັງຫລາຍຈະຕາຍດ້ວຍດາບ ດ້ວຍການອຶດຢາກ ແລະດ້ວຍໂຣກລະບາດໃນສະຖານທີ່ຊຶ່ງທ່ານທັງຫລາຍປາຖນາຈະໄປອາໄສຢູ່”
ຍ້າຍພູມລຳເນົາໄປເອຢິບ
1 ເມື່ອເຢເຣມີຢາຈົບການເວົ້າຕໍ່ປະຊາຊົນທັງປວງເຖິງພຣະຄຳເຫລົ່ານີ້ທັງສິ້ນຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາທັງຫລາຍ ຊຶ່ງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາໄດ້ຊົງໃຊ້ທ່ານໃຫ້ໄປເວົ້າກັບເຂົາທັງຫລາຍນັ້ນແລ້ວ 2 ອາຊາຣິຢາບຸດໂຮຊັຍຢາ ແລະໂຢຣານານບຸດກາເຣອາແລະບັນດາຜູ້ຊາຍທີ່ໂອຫັງໄດ້ເວົ້າກັບເຢເຣມີຢາວ່າ, “ທ່ານເວົ້າຕົວະ ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາບໍ່ໄດ້ໃຊ້ທ່ານໃຫ້ມາເວົ້າວ່າ “ຢ່າໄປເອຢິບທີ່ຈະອາໄສຢູ່ທີ່ນັ້ນ” 3 ແຕ່ບາຣຸກບຸດເນຣິຢາ ໄດ້ຍົວະທ່ານໃຫ້ຕໍ່ສູ້ກັບເຣົາ ເພື່ອຈະມອບເຣົາໄວ້ໃນມືຂອງຄົນຄັນເດອານ ເພື່ອເຂົາທັງຫລາຍຈະໄດ້ຂ້າເຮົາຫລືກວາດເຮົາໄປເປັນຊະເລີຍໃນບາບິໂລນ 4 ໂຢຣານານບຸດກາເຣອາແລະບັນດາຫົວຫນ້າຂອງກອງທະຫານແລະປະຊາຊົນທັງສິ້ນບໍ່ເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າທີ່ຈະອາໄສຢູ່ໃນແຜ່ນດິນຢູດາ 5 ແຕ່ໂຢຮານານບຸດກາເຣອາແລະບັນດາຜູ້ຫົວຫນ້າຂອງກອງທະຫານໄດ້ພາຄົນຢູດາທີ່ເຫລືອຢູ່ໄປ ຄືຜູ້ຊຶ່ງກັບມາຢູ່ໃນແຜ່ນດິນຢູດາ ຈາກບັນດາປະຊາຊາດທີ່ເຂົາຖືກຂັບໄລ່ໃຫ້ໄປຢູ່ນັ້ນ 6 ຄືພວກຜູ້ຊາຍ ຜູ້ຍີງ ເດັກນ້ອຍ ບັນດາທິດາ ແລະທຸກຄົນຊຶ່ງເນບູຊາຣາດານຜູ້ບັນຊາການທະຫານຮັກສາພຣະອົງໄດ້ເຫລືອໄວ້ໃຫ້ແກ່ເກດາລິຢາບຸດອາຮິຄາມຜູ້ເປັນບຸດຊາຟານ ທັງເຢເຣມີຢາຜູ້ປະກາດພຣະທັມ ແລະບາຣຸກບຸດເນຣິຢາ 7 ແລະເຂົາທັງຫລາຍໄດ້ມາຍັງແຜ່ນດິນເອຢິບ ເພາະເຂົາທັງຫລາຍບໍ່ເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າ ແລະເຂົາກໍມາເຖິງນະຄອນຕາປານເຮສ 8 ແລ້ວຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາຍັງເຢເຣມີຢາໃນນະຄອນຕາປານເຮສວ່າ, 9 “ຈົ່ງຖືກ້ອນຫີນໃຫຍ່ໆໄວ້ ຈົ່ງເຊື່ອງໄວ້ທີ່ໃນດິນຫນຽວທີ່ທາງຍ່າງຊຶ່ງຢູ່ທີ່ທາງເຂົ້າໄປສູ່ນະຄອນຕາປານເຣສຕໍ່ຫນ້າຕໍ່ຕາຄົນຢູດາ 10 ແລະຈົ່ງກ່າວແກ່ເຂົາທັງຫລາຍວ່າ “ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເບິ່ງແມ໋, ເຣົາຈະໃຊ້ແລະນຳເນບູກາດເຣສຊາຣ໌ກະສັດແຫ່ງບາບິໂລນ ຜູ້ຮັບໃຊ້ຂອງເຮົາ ແລະທ່ານຈະຕັ້ງພຣະທີ່ນັ່ງຂອງທ່ານເຫນືອຫນີເຫລົ່ານີ້ ຊຶ່ງເຣົາໄດ້ເຊື່ອງໄວ້ ແລະທ່ານຈະເອົາທັບອາໄສອັນມີຍົດສັກຫລາຍຂອງທ່ານມາຕັ້ງໄວ້ເທິງຫີນເຫລົ່ານີ້ 11 ທ່ານຈະມາໂຈມຕີແຜ່ນດິນເອຢິບມອບຜູ້ທີ່ກຳນົດໃຫ້ເກີດໂຣກລະບາດແກ່ໂຣກລະບາດ ຜູ້ຖືກກຳນົດໃຫ້ເປັນຊະເລີຍແກ່ການເປັນຊະເລີຍ ແລະຜູ້ທີ່ກຳນົດໃຫ້ຖືກດາບໃຫ້ແກ່ດາບ 12 ແລະທ່ານຈະກໍ່ໄຟໃນວິຫານຂອງພຣະແຫ່ງເອຢິບ ແລະທ່ານຈະເຜົາເສັຽແລະເກັບໄປເປັນຊະເລີຍ ແລະຈະຊຳຮະແຜ່ນດິນເອຢິບເຫມືອນຜູ້ລ້ຽງແກະຊຳຮະເສື້ອຄຸມໃຫ້ຫມົດໂຕເຫົາ ແລະທ່ານຈະໄດ້ໄປເສັຽຈາກທີ່ນັ້ນດ້ວຍຄວາມສຸກ 13 ທ່ານຈະຫັກເສົາສັກສິດແຫ່ງເມືອງເຮລີໂອໂປຣິສເສັຽ ແລະທ່ານຈະເອົາໄຟເຜົາວິຫານຂອງພຣະແຫ່ງເອຢິບເສັຽ”
ເຢເຣມີຢາກ່າວທຳນວາຍໃຫ້ພວກຢິວທີ່ຢູ່ໃນເອຢິບ
1 ພຣະຄຳທີ່ມາເຖິງເຢເຣມີຢາກ່ຽວດ້ວຍບັນດາຢິວທີ່ອາໄສຢູ່ໃນແຜ່ນດິນເອຢິບທີ່ມິກໂດນ ທີ່ຕາປານເຮສ ທີ່ເມັມຟິສ ແລະໃນແຜ່ນດິນປັທໂຣສ 2 “ພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າແຫ່ງອິສຣາເອນໄດ້ກ່າວດັ່ງນີ້ວ່າ ເຈົ້າທັງຫລາຍໄດ້ເຫັນບັນດາເຫດຮ້າຍທີ່ເຮົານຳມາເຫນືອກຸງເຢຣູຊາເລັມແລະເຫນືອຫົວເມືອງຢູດາທັງສິ້ນ ເບິ່ງແມ໋, ທຸກມື້ນີ້ເມືອງເຫລົ່ານັ້ນກໍເປັນທີ່ຮ້າງເປົ່າບໍ່ມີຜູ້ໃດອາໄສຢູ່ໃນນັ້ນ 3 ເພາະຄວາມອະທັມຊຶ່ງເຂົາທັງຫລາຍໄດ້ກະທຳໄດ້ຍົວະເຍົ້າເຮົາໃຫ້ມີຄວາມໂກດ ດ້ວຍການທີ່ເຂົາທັງຫລາຍໄປເຜົາເຄື່ອງຫອມແລະບົວຣະບັດພຣະອື່ນຊຶ່ງເຂົາບໍ່ຮູ້ຈັກ ບໍ່ວ່າເຂົາເອງຫລືເຈົ້າທັງຫລາຍຫລືບັນພະບຸຣຸດຂອງເຈົ້າ 4 ຢ່າງໃດກໍດີເຮົາໄດ້ໃຊ້ບັນດາຜູ້ຮັບໃຊ້ຂອງເຮົາ ຄືຜູ້ປະກາດພຣະຄຳມາຍັງເຈົ້າຢ່າງບໍ່ຢຸດຢ່ອນກ່າວວ່າ “ຢ່າກະທຳສິ່ງອັນຫນ້າກຽດນີ້ ຊຶ່ງເຮົາກຽດຊັງ” 5 ແຕ່ເຂົາບໍ່ຟັງຫລືງ່ຽງຫູຟັງ ເພື່ອຈະຫັນກັບຈາກຄວາມຊົ່ວຮ້າຍຂອງເຂົາແລະບໍ່ເຜົາເຄື່ອງຫອມແກ່ພຣະອື່ນ 6 ເຫດສັນນັ້ນ ເຮົາຈຶ່ງໄດ້ເທຄວາມພິໂຣດແລະຄວາມໂກດຂອງເຮົາອອກໃຫ້ພຸ່ງຂຶ້ນໃນຫົວເມືອງຢູດາແລະໃນຖນົນຫົນທາງຂອງກຸງເຢຣູຊາເລັມ ແລະເມືອງເຫລົ່ານັ້ນກໍກາຍເປັນທີ່ປະຮ້າງ ແລະທີ່ຮ້າງເປົ່າ ຢ່າງທຸກວັນນີ້ 7 ບັດນີ້ ພຣະຜູ້ເປັນເຈົ້າພຣະເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເປັນຫຍັງເຈົ້າທັງຫລາຍຈຶ່ງທຳຄວາມຊົ່ວຮ້າຍນີ້ແກ່ຕົວເຈົ້າເອງ ແລະຕັດເອົາຜູ້ຊາຍຜູ້ຍິງທັງເດັກນ້ອຍແລະຜູ້ກິນນົມເສັຽຈາກເຈົ້າແລະ ເສັຽຈາກຖ້າມກາງຢູດາ ບໍ່ມີຊົນທີ່ເຫລືອຢູ່ໄວ້ແກ່ເຈົ້າເລີຍ 8 ເປັນຫຍັງເຈົ້າທັງຫລາຍຈຶ່ງຍົວະເຍົ້າເຣົາໃຫ້ໂກດດ້ວຍການທີ່ມືຂອງເຈົ້າກະທຳດ້ວຍການເຜົາເຄື່ອງຫອມໃຫ້ແກ່ພຣະອື່ນໃນແຜ່ນດິນເອຢິບທີ່ເຈົ້າມາຢູ່ນັ້ນ ເພື່ອເຈົ້າຈະຕ້ອງຖືກຕັດອອກແລະເປັນທີ່ສາບແຊ່ງ ແລະເປັນຂີ້ປາກຖ້າມກາງບັນດາປະຊາຊາດແຫ່ງແຜ່ນດິນໂລກ 9 ເຈົ້າໄດ້ລືມຄວາມອະທັມຂອງບັນພະບຸຣຸດຂອງເຈົ້າ ຄວາມອະທັມຂອງບັນດາກະສັດແຫ່ງຢູດາ ບັນດາຄວາມອະທັມຂອງນາງສະຫນົມແລະມະເຫສີຂອງເຂົາທັງຫລາຍ ຄວາມອະທັມຂອງເຈົ້າເອງ ແລະຄວາມອະທັມຂອງເມັຽຂອງເຈົ້າ ຊຶ່ງເຂົາທັງຫລາຍໄດ້ກະທຳໃນແຜ່ນດິນຢູດາແລະໃນຖນົນຫົນທາງຂອງກຸງເຢຣູຊາເລັມເສັຽແລ້ວຫລື 10 ຈົນເຖິງວັນນີ້ແລ້ວເຂົາທັງຫລາຍກໍຍັງບໍ່ໄດ້ຖ່ອມຕົວລົງ ຫລືຢ້ານກົວຫລືດຳເນີນຕາມພຣະທັມຫລືຕາມກົດຫມາຍຂອງເຮົາ ຊຶ່ງເຣົາໃຫ້ມີໄວ້ຫນ້າເຈົ້າທັງຫລາຍແລະຫນ້າບັນພະບຸຣຸດຂອງເຈົ້າ 11 “ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າແຫ່ງອິສຣາເອນຈຶ່ງກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະມຸ່ງຫນ້າຂອງເຮົາຕໍ່ສູ້ເຈົ້າຫມາຍລົງໂທດ ຈະຕັດຢູດາອອກເສັຽໃຫ້ສິ້ນ 12 ເຮົາຈະເອົາຊົນຢູດາທີ່ເຫລືອຢູ່ຜູ້ຊຶ່ງມຸ່ງຫນ້າມາທີ່ແຜ່ນດິນເອຢິບເພື່ອຈະອາໄສຢູ່ນັ້ນ ແລະເຂົາທັງຫລາຍຈະຖືກຜານເສັຽຫມົດ ເຂົາຈະລົ້ມລົງໃນແຜ່ນດິນເອຢິບ ເຂົາຈະຖືກຜານດ້ວຍດາບແລະດ້ວຍການອຶດຢາກ ຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ໂຕທີ່ສຸດ ເຂົາທັງຫລາຍຈະຕາຍດ້ວຍດາບແລະດ້ວຍການອຶດຢາກ ແລະເຂົາຈະກາຍເປັນຄຳສາບ ເປັນທີ່ຫນ້າກຽດ ເປັນຄຳແຊ່ງແລະເປັນຂີ້ປາກ 13 ເຣົາຈະຕ້ອງລົງໂທດຄົນເຫລົ່ານັ້ນ ຜູ້ອາໄສຢູ່ໃນແຜ່ນດິນເອຢິບ ດັ່ງທີ່ເຮົາລົງໂທດກຸງເຢຣູຊາເລັມດ້ວຍດາບດ້ວຍການອຶດຢາກ ແລະດ້ວຍໂຣກລະບາດ 14 ຈົນຄົນຢູດາທີ່ເຫລືອຢູ່ຜູ້ຊຶ່ງອາໄສໃນແຜ່ນດິນເອຢິບນັ້ນຈະບໍ່ລອດພົ້ນຫລືເຫລືອກັບໄປຍັງແຜ່ນດິນຢູດາ ບ່ອນຊຶ່ງເຂົາປາຖນາຈະກັບໄປອາໄສຢູ່ ເພາະວ່າເຂົາຈະບໍ່ໄດ້ກັບໄປ ນອກຈາກຜູ້ລີ້ໄພບາງຄົນ” 15 ແລ້ວບັນດາຜູ້ຊາຍຜູ້ຮູ້ວ່າເມັຽຂອງຕົນໄດ້ຖວາຍເຄື່ອງຫອມແກ່ພຣະອື່ນ ແລະບັນດາຜູ້ຍິງທີ່ຢືນຢູ່ໃກ້ເປັນທີ່ຊຸມນຸມໃຫຍ່ ຄືບັນດາປະຊາຊົນຜູ້ອາໄສໃນປັທໂຣສໃນແຜ່ນດິນເອຢິບໄດ້ຕອບເຢເຣມີຢາວ່າ, 16 “ສຳລັບຖ້ອຍຄຳຊຶ່ງທ່ານໄດ້ບອກແກ່ເຣົາໃນພຣະນາມຂອງພຣະຜູ້ເປັນເຈົ້ານັ້ນ ເຮົາຈະບໍ່ຟັງທ່ານ 17 ແຕ່ເຮົາຈະກະທຳທຸກສິ່ງທີ່ເຣົາໄດ້ບົນໄວ້ ຄືເຜົາເຄື່ອງຫອມຖວາຍເຈົ້າແມ່ແຫ່ງຟ້າສວັນ ແລະເທເຄື່ອງດື່ມຖວາຍແກ່ພຣະນາງເຈົ້າດັ່ງທີ່ເຮົາໄດ້ກະທຳ ທັງພວກເຮົາແລະບັນພະບຸຣຸດຂອງເຮົາ ບັນດາກະສັດແລະເຈົ້ານາຍຂອງເຮົາ ໃນຫົວເມືອງຢູດາແລະໃນຖນົນຫົນທາງກຸງເຢຣູຊາເລັມ ທຳຢ່າງນັ້ນແລ້ວເຮົາຈຶ່ງມີອາຫານບໍຣິບູນແລະຢູ່ເຢັນເປັນສຸກແລະບໍ່ເຫັນເຄາະຮ້າຍຢ່າງໃດ 18 ຕັ້ງແຕ່ເຮົາເຊົາການເຜົາເຄື່ອງຫອມແຫ່ງເຈົ້າຟ້າສວັນ ແລະເທເຄື່ອງດື່ມຖວາຍແກ່ພຣະນາງເຈົ້າ ເຮົາກໍຂັດສົນທຸກຢ່າງ ແລະຖືກຜານດ້ວຍດາບແລະດ້ວຍການອຶດຢາກ” 19 ແລະພວກຜູ້ຍິງເວົ້າວ່າ, “ເມື່ອເຮົາເຜົາເຄື່ອງຫອມຖວາຍເຈົ້າແມ່ແຫ່ງເຈົ້າຟ້າສວັນ ແລະເທເຄື່ອງດື່ມຖວາຍແກາພຣະນາງເຈົ້າທີ່ເຮົາໄດ້ເຮັດເຂົ້າຫນົມຕາມຮູບນາງ ແລະທີ່ໄດ້ເທເຄື່ອງດື່ມຖວາຍແກ່ພຣະນາງເຈົ້າ ເຣົາກະທຳນອກເຫນືອຄວາມຊອບຂອງຜົວຂອງເຮົາຫລື 20 ແລ້ວເຢເຣມີຢາໄດ້ຕອບບັນດາປະຊາຊົນ ທັງພວກຜູ້ຊາຍແລະຜູ້ຍິງ ຄືປະຊາຊົນທັງປວງຜູ້ໃຫ້ຄຳຕອບແກ່ທ່ານວ່າ, 21 “ສຳລັບເຄື່ອງຫອມທີ່ທ່ານໄດ້ເຜົາຖວາຍໃນຫົວເມືອງຢູດາ ແລະໃນຖນົນຫົນທາງກຸງເຢຣູຊາເລັມ ທັງຕົວທ່ານບັນພະບຸຣຸດຂອງທ່ານ ບັນດາພຣະຣາຊາແລະເຈົ້ານາຍຂອງທ່ານແລະຣາສດອນ ພຣະຜູ້ເປັນເຈົ້າບໍ່ໄດ້ຊົງຈົດຈຳໄວ້ດອກຫລື ພຣະອົງບໍ່ໄດ້ຊົງນຶກເຖິງຫລື 22 ພຣະຜູ້ເປັນເຈົ້າຈະຊົງທົນຕໍ່ການກະທຳອັນຊົ່ວຮ້າຍຂອງທ່ານແລະການອັນຫນ້າກຽດຊຶ່ງທ່ານໄດ້ກະທຳນັ້ນ ຕໍ່ໄປອີກບໍ່ໄດ້ແລ້ວ ເຫດສັນນັ້ນແຜ່ນດິນຂອງທ່ານຈຶ່ງໄດ້ກາຍເປັນທີ່ຮ້າງເປົ່າແລະທີ່ປະຮ້າງ ແລະເປັນທີ່ສາບແຊ່ງ ປາສຈາກຄົນອາໄສດັ່ງທຸກວັນນີ້ 23 ເພາະວ່າທ່ານໄດ້ເຜົ່າເຄື່ອງຫອມແລະເພາະວ່າທ່ານໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າ ແລະບໍ່ເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າ ຫລືດຳເນີນຕາມພຣະທັມຂອງພຣະອົງ ແລະຕາມພຣະໂອວາດຂອງພຣະອົງ ໂທດນີ້ຈຶ່ງໄດ້ຕົກແກ່ທ່ານ ດັ່ງທຸກວັນນີ້” 24 ເຢເຣມີຢາໄດ້ກ່າວແກ່ປະຊາຊົນທັງສິ້ນແລະແກ່ພວກຜູ້ຍິງທັງສິ້ນວ່າ, “ບັນດາທ່ານທັງຫລາຍແຫ່ງຢູດາຜູ້ຢູ່ໃນແຜ່ນດິນເອຢິບ ຈົ່ງຟັງພຣະວັຈນະຂອງພຣະຜູ້ເປັນເຈົ້າ 25 ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ຕົວເຈົ້າແລະເມັຽຂອງເຈົ້າໄດ້ຢືນຢັນດ້ວຍປາກຂອງເຈົ້າທັງຫລາຍເອງ ແລະໄດ້ກະທຳດ້ວຍມືຂອງເຈົ້າທັງຫລາຍໃຫ້ສຳເຣັດ ກ່າວວ່າ “ເຣົາຈະແກ້ບົນຂອງເຣົາຊຶ່ງເຣົາໄດ້ບົນໄວ້ແນ່ນອນ ຄືເຜົາເຄື່ອງຫອມຖວາຍຣາຊີນີແຫ່ງຟ້າສວັນ ແລະເທເຄື່ອງດື່ມຖວາຍແກ່ພຣະນາງເຈົ້າ” ແລ້ວກໍດຳຣົງການບົນຂອງເຈົ້າແລະແກ້ບົນຂອງເຈົ້າ 26 ເຫດສັນນັ້ນບັນດາເຈົ້າທັງຫລາຍແຫ່ງຢູດາຜູ້ຢູ່ໃນແຜ່ນດິນເອຢິບ ຈົ່ງຟັງພຣະວັຈນະຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າກ່າວວ່າ ເບິ່ງແມ໋, ເຣົາວ່າປາກຂອງຄົນໃດແຫ່ງຢູດາຕລອດທົ່ວແຜ່ນດິນເອຢິບຈະບໍ່ອອກຊື່ຂອງເຮົາໂດຍກ່າວວ່າ “ຕາບໃດພຣະຜູ້ເປັນເຈົ້າຊົງພຣະຊົນຢູ່” 27 ເບິ່ງແມ໋, ເຮົາຄອຍເບິ່ງຢູ່ເພື່ອໃຫ້ລົງໂທດ ບໍ່ແມ່ນຄວາມດີ ຊົນຢູດາທັງສິ້ນຜູ້ຢູ່ໃນແຜ່ນດິນເອຢິບຈະຖືກຜານເສັຽດ້ວຍດາບ ແລະດ້ວຍການອຶດຢາກ ຈົນກວ່າຈະເຖິງທີ່ສຸດຂອງເຂົາ 28 ແລະບັນດາຜູ້ທີ່ຫນີພົ້ນດາບຈະກັບຈາກແຜ່ນດິນເອຢິບໄປຍັງແຜ່ນດິນຢູດາ ມີຈຳນວນຫນ້ອຍ ແລະຄົນຢູດາທີ່ເຫລືອຢູ່ທັງສິ້ນ ຊຶ່ງມາອາໄສຢູ່ທີ່ແຜ່ນດິນເອຢິບ ຈະຮູ້ວ່າຄຳຂອງໃຜຈະຢັ້ງຢືນ ເປັນຄຳຂອງເຂົາຫລືຄຳຂອງເຣົາທັງຫລາຍ 29 ພຣະຜູ້ເປັນເຈົ້າກ່າວວ່ານີ້ຈະເປັນຫມາຍສຳຄັນແກ່ເຈົ້າ ຄືເຮົາຈະລົງໂທດເຈົ້າໃນທີ່ນີ້ເພື່ອເຈົ້າຈະໄດ້ຮູ້ວ່າຄຳຂອງເຣົາຈະຕັ້ງຫມັ້ນຄົງຢູ່ຕໍ່ເຈົ້າເປັນໂທດແນ່ນອນ 30 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຣົາຈະມອບຟາຣາໂອໂຣຟຣາ ກະສັດແຫ່ງເອຢິບໄວ້ໃນມືສັດຕຣູຂອງເຂົາ ແລະໃນມືຂອງຄົນເຫລົ່ານັ້ນ ທີ່ສແວງຫາຊີວິດຂອງເຂົາ ດັ່ງທີ່ເຮົາໄດ້ມອບກະສັດແຫ່ງຢູດາໄວ້ໃນມືຂອງເນບູກາດເຣສຊາຣ໌ແຫ່ງບາບິໂລນ ຜູ້ຊຶ່ງເປັນສັດຕຣູຂອງເຂົາແລະສແວງຫາຊີວິດຂອງເຂົາ”
ຂ່າວຂອງເຢເຣມີຢາເຖິງບາຣຸກ
1 ຖ້ອຍຄຳຊຶ່ງເຢເຣມີຢາຜູ້ປະກາດພຣະທັມບອກແກ່ບາຣຸກບຸດເນຣິຢາ ເມື່ອເຂົາຂຽນຖ້ອຍຄຳເຫລົ່ານີ້ລົງໃນຫນັງສືຕາມຄຳບອກຂອງເຢເຣມີຢາ ໃນປີທີ່ສີ່ແຫ່ງຣັຊການເຢຮົວອາກິມ ຣາຊບຸດຂອງໂຢຊີຢາ ກະສັດແຫ່ງຢູດາວ່າ, 2 ບາຣຸກເອີຍ ພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນຊົງກ່າວແກ່ທ່ານດັ່ງນີ້ວ່າ 3 ເຈົ້າວ່າ “ວິບັດແກ່ຂ້າ ເພາະພຣະຜູ້ເປັນເຈົ້າຊົງເພີ້ມຄວາມທຸກເຂົ້າທີ່ຄວາມເຈັບຂອງຂ້າ ຂ້າກໍເມື່ອຍດ້ວຍການຄ່ຳຄວນຂອງຂ້າ ຂ້າບໍ່ປະສົບຄວາມສງົບເລີຍ” 4 ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ ເຈົ້າຈົ່ງບອກເຂົາວ່າ ເບິ່ງແມ໋, ສິ່ງໃດທີ່ເຮົາກໍ່ສ້າງຂຶ້ນ ເຮົາຈະທຳລາຍລົງ ແລະສິ່ງໃດທີ່ໄດ້ປູກເຮົາຈະຖອນຂຶ້ນ ຄືແຜ່ນດິນທັງຫມົດ 5 ແລະເຈົ້າຈະຫາສິ່ງໃຫຍ່ໂຕເພື່ອຕົວເອງ ຫລືຢ່າຫາມັນເລີຍ ເພາະພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະນຳເຫດຮ້າຍມາເຫນືອມະນຸດທັງສິ້ນ ແຕ່ເຮົາຈະໃຫ້ຊີວິດຂອງເຈົ້າແກ່ເຈົ້າເປັນບຳເຫນັດແຫ່ງການສົງຄາມໃນທຸກສະຖານບ່ອນທີ່ເຈົ້າຈະໄປ”
ຄຳທຳນວາຍກ່ຽວກັບເອຢິບ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າຊຶ່ງມາເຖິງເຢເຣມີຢາຜູ້ປະກາດພຣະທັມກ່ຽວດ້ວຍເຣື່ອງບັນດາປະຊາຊາດ 2 ເຣື່ອງເອຢິບ ກ່ຽວດ້ວຍກອງທັບຂອງຟາຣາໂອ ເນໂກ ກະສັດແຫ່ງເອຢິບຊຶ່ງຢູ່ທີ່ຮິມແມ່ນ້ຳເອີຟຣາດ ທີ່ເມືອງກາຣ໌ເຄມິສ ແລະຊຶ່ງເນບຸກາດເນສຊາຣ໌ກະສັດແຫ່ງບາບິໂລນໄດ້ໂຈມຕີແຕກໃນປີທີ່ສີ່ແຫ່ງຣັຊການເຢຮົວອາກິມຣາຊບຸດຂອງໂຢຊີຢາກະສັດແຫ່ງຢູດາວ່າ 3 ຈົ່ງຕຽມເຂນແລະໂລ່ ແລະປະຊິດເຂົ້າສົງຄາມ 4 ຈົ່ງຜູກອານມ້າ ພົນມ້າເອີຍ ຈົ່ງຂຶ້ນມ້າເຖີດ ຈົ່ງສວມຫມວກຂອງເຈົ້າເຂົ້າປະຈຳທີ່ ຈົ່ງຂັດຫອກຂອງເຈົ້າ ຈົ່ງສວມເສື້ອເກາະຂອງເຈົ້າໄວ້ 5 ເປັນຫຍັງເຣົາເຫັນເຂົາທັງຫລາຍຕົກໃຈແລະຖອຍຫລັງໄປ ເຂົາທັງຫລາຍບໍ່ຫລຽວກັບ ຄວາມສະຍົດສະຍອງຢູ່ທຸກດ້ານ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 6 ຄົນທີ່ແລ່ນໄວກໍຫນີໄປບໍ່ລອດ ນັກຮົບກໍຫນີໄປບໍ່ລອດ ເຂົາທັງຫລາຍໄດ້ສະດຸດແລະລົ້ມລົງ ໃນແດນເຫນືອຂ້າງແມ່ນ້ຳເອີຟຣາດ 7 ຜູ້ໃດໂຜ່ຂຶ້ນມາເຫມືອນດັ່ງແມ່ນ້ຳນິນ ເຫມືອນດັ່ງແມ່ນ້ຳຊຶ່ງນ້ຳຂອງມັນຊັດຂຶ້ນ 8 ເອຢິບໂຜ່ຂຶ້ນມາຫມືອນດັ່ງແມ່ນ້ຳນິນ ເຫມືອນດັ່ງແມ່ນ້ຳຂອງມັນຊັດຂຶ້ນ ເຂົາວ່າ ຂ້າຈະຂຶ້ນ ຂ້າຈະຄຸມໂລກ ຂ້າຈະທຳລາຍຫົວເມືອງແລະຊາວເມືອງນັ້ນ 9 ມ້າທັງຫລາຍເອີຍ ຣຸດຫນ້າໄປເຖີດ ຣົດຮົບທັງຫລາຍຈົ່ງແລ່ນເທີນ ຈົ່ງໃຫ້ນັກຮົບອອກໄປ ຄືເອທິໂອເປັຽແລະຄົນປູທຜູ້ຖືໂລ່ ຄົນລູດິມນັກຖືແລະກົ່ງທະນູ 10 ວັນນັ້ນເປັນວັນແຫ່ງພຣະຜູ້ເປັນເຈົ້າຈອມໂຍທາ ເປັນວັນແຫ່ງການແກ້ແຄ້ນ ທີ່ຈະແກ້ແຄ້ນສັດຕຣູຂອງພຣະອົງ ດາບຈະກິນຈົນອີ່ມ ແລະດື່ມໂລຫິດຂອງເຂົາຈົນເຕັມຄາບ ເພາະພຣະອົງເຈົ້າພຣະຜູ້ເປັນເຈົ້າຈອມໂຍທາທຳການບູຊາໃນແດນເຫນືອຂ້າງແມ່ນ້ຳເອີຟຣາດ 11 ທິດາພົມມະຈາຣີແຫ່ງເອຢິບເອີຍ ຈົ່ງຂຶ້ນໄປທີ່ກິເລອາດ ແລະໄປເອົາຢາ ເຈົ້າໄດ້ໃຊ້ຢາເປັນອັນມາກແລ້ວ ແລະກໍໄຮ້ຜົນ ສຳລັບເຈົ້ານັ້ນຮັກສາບໍ່ຫາຍ 12 ບັນດາປະຊາຊາດໄດ້ຍິນເຖິງຄວາມອາຍຂອງເຈົ້າ ແລະໂລກກໍເຕັມດ້ວຍສຽງຄ່ຳຄວນຂອງເຈົ້າ ເພາະວ່ານັກຣົບສະດຸດກັນ ເຂົາທັງຫລາຍໄດ້ລົ້ມລົງດ້ວຍກັນ” 13 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າກ່າວກັບເຢເຣມີຢາຜູ້ປະກາດພຣະທັມວ່າ ເຣື່ອງການມາຂອງເນບູກາດເຣສຊາຣ໌ກະສັດແຫ່ງບາບິໂລນ ເພື່ອຈະໂຈມຕີແຜ່ນດິນເອຢິບວ່າ, 14 “ຈົ່ງປະກາດໃນເອຢິບ ແລະປ່າວຮ້ອງໃນມິກໂດນ ຈົ່ງປ່າວຮ້ອງມນເມມຟິສ ແລະຕາປານເຮສ ຈົ່ງກ່າວວ່າ “ຢືນໃຫ້ພ້ອມໄວ້ແລະຕຽມຕົວພ້ອມ ເພາະວ່າດາບຈະກິນຢູ່ຮອບຕົວເຈົ້າ 15 ເປັນຫຍັງພຣະອາປິສຈຶ່ງຫນີເສັຽ ເປັນຫຍັງຮູບງົວເຖິກຂອງເຈົ້າບໍ່ຢືນຫມັ້ນຢູ່ ເພາະວ່າພຣະຜູ້ເປັນເຈົ້າໄດ້ຊົງຊຸກເຂົາລົ້ມລົງ 16 ຝູງຊົນຂອງເຈົ້າກໍສະດຸດແລະລົ້ມລົງ ແລະເຂົາທັງຫລາຍເວົ້າແກ່ກັນແລະກັນວ່າ “ລຸກຂຶ້ນເທີນ ໃຫ້ເຮົາກັບໄປຍັງຊົນຊາດຂອງເຮົາ ໄປຍັງແຜ່ນດິນທີ່ເຮົາຖືກຳເນີດ ເພາະເຣື່ອງດາບຂອງຜູ້ບີບບັງຄັບ” 17 ຈົ່ງເອີ້ນຊື່ຟາຣາໂອ ກະສັດແຫ່ງເອຢິບວ່າ “ຜູ້ເວົ້າສາມຫາວ ຜູ້ປ່ອຍໃຫ້ໂອກາດຜ່ານໄປ” 18 ພຣະບໍຣົມມະຫາກະສັດ ຜູ້ຊຶ່ງພຣະນາມຂອງພຣະອົງ ຄືພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ “ຕາບໃດເຣົາມີຊີວິດຢູ່ ຈະມີຜູ້ນຶ່ງມາເຫມືອນດັ່ງພູຕາໂບຣ໌ຖ້າມກາງພູທັງຫລາຍ ແລະເຫມືອນດັ່ງພູກາຣ໌ເມນຂ້າງທະເລ 19 ຊາວເອຢິບເອີຍ ຈົ່ງຕຽມສິ່ງຂອງສຳລັບຕົວເຈົ້າເພື່ອການຖືກກວາດໄປເປັນຊະເລີຍ ເພາະວ່າເມືອງເມມຟິສຈະກາຍເປັນທີ່ປະຮ້າງ ເປັນທີ່ສລັກຫັກພັງປາສຈາກຜູ້ອາໄສ 20 “ເອຢິບ ເປັນງົວສາວໂຕງາມ ແຕ່ໂຕເຫລືອກຈາກທິດເຫນືອມາຈັບນາງ 21 ແມ່ນແຕ່ຄົນທີ່ຮັບຈ້າງມາທີ່ຢູ່ຖ້າມກາງນາງກໍເຫມືອນລູກງົວທີ່ໄດ້ເກືອໄວ້ ເຂົາທັງຫລາຍຫັນກັບແລະຫນີໄປດ້ວຍກັນ ເຂົາທັງຫລາຍບໍ່ຕໍ່ຕ້ານ ເພາະວັນແຫ່ງໄພວິບັດໄດ້ມາເຫນືອເຂົາທັງຫລາຍເປັນເວລາແຫ່ງການລົງໂທດເຂົາ 22 “ນາງທໍາສຽງເຫມືອນດັ່ງງູທີ່ກຳລັງເລື້ອຍອອກໄປ ເພາະສັດຕຣູຂອງນາງເດີນຂະບວນເຂົ້າມາດ້ວຍກຳລັງທັບແລະມາສູ້ກັບນາງດ້ວຍຂວານ ເຫມືອນດັ່ງຄົນເຫລົ່ານັ້ນທີ່ປ້ຳຕົ້ນໄມ້ 23 ພຣະຜູ້ເປັນເຈົ້າກ່າວວ່າ ເຂົາທັງຫລາຍຈະຕັດປ່າຂອງນາງລົງ ແມ້ວ່າປ່ານັ້ນຜູ້ໃດຈະເຂົ້າໄປບໍ່ໄດ້ ເພາະວ່າພວກເຂົາທັງຫລາຍມີຈຳນວນຫລາຍກວ່າຕັກແຕນນັບບໍ່ຖ້ວນ 24 ທິດາຂອງເອຢິບຈະຖືກກະທຳໃຫ້ໄດ້ອາຍ ນາງຈະຖືກມອບໄວ້ໃນມືຂອງຊົນຊາດນຶ່ງຈາກທິດເຫນືອ” 25 ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວວ່າ, “ເຣົາຈະນຳການລົງໂທດມາເຫນືອພຣະອາໂມນແຫ່ງເທເບສ ແລະຟາຣາໂອ ແລະເອຢິບແລະບັນດາພຣະແລະກະສັດທັງປວງຂອງເມືອງນັ້ນລົງເຫນືອຟາຣາໂອແລະຄົນເຫລົ່ານັ້ນກໍວາງໃຈໃນທ່ານ 26 ເຣົາຈະມອບເຂົາທັງຫລາຍໄວ້ໃນມືຂອງບັນດາຜູ້ທີ່ສແວງຫາຊີວິດຂອງເຂົາໃນມືຂອງເນບູກາດເຣສຊາຣ໌ ກະສັດແຫ່ງບາບິໂລນ ແລະຂ້າຣາຊການຂອງທ່ານ ພຣະຜູ້ເປັນເຈົ້າກ່າວວ່າ ພາຍຫລັງເອຢິບຈຶ່ງຈະມີຄົນອາໄສຢ່າງສະໄຫມກ່ອນ 27 ຢາໂຄບ ຜູ້ຮັບໃຊ້ຂອງເຣົາເອີຍ ຢ່າຢ້ານເລີຍ ຫລືອິສຣາເອນເອີຍ ຢ່າຕົກໃຈເລີຍ ເພາະເຮົາຈະຊ່ອຍເຈົ້າໃຫ້ລອດໄດ້ຈາກທີ່ໄກ ແລະຊ່ອຍລູກຫລານຂອງເຈົ້າຈາກແຜ່ນດິນທີ່ເຂົາເປັນຊະເລີຍ ຢາໂຄບຈະກັບມາແລະມີຄວາມສງົບແລະຄວາມສະບາຍ ແລະບໍ່ມີຜູ້ໃດກະທຳໃຫ້ເຂົາຢ້ານກົວ 28 ພຣະຜູ້ເປັນເຈົ້າກ່າວວ່າ ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ ຢ່າຢ້ານເລີຍ ເພາະເຣົາຢູ່ກັບເຈົ້າ ເຮົາຈະກະທຳໃຫ້ບັນດາປະຊາຊາດທັງສິ້ນມາເຖິງຊຶ່ງອາວະສານ ຄືປະຊາຊາດທີ່ເຮົາໄດ້ຂັບເຈົ້າໃຫ້ໄປຢູ່ນັ້ນ ແຕ່ສ່ວນເຈົ້າເຣົາຈະບໍ່ກະທຳໃຫ້ເຖິງອາວະສານທີ່ດຽວ ເຮົາຈະຕີສອນເຈົ້າຕາມຂະຫນາດ ເຮົາຈະບໍ່ປ່ອຍໃຫ້ເຈົ້າບໍ່ຖືກທຳໂທດເປັນອັນຂາດ”
ຄຳທຳນວາຍກ່ຽວກັບຟີລິສຕີນ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າຊຶ່ງມາເຖິງເຢເຣມີຢາຜູ້ປະກາດພຣະທັມກ່ຽວດ້ວຍເຣື່ອງຟີລິສຕີນ ກ່ອນທີ່ຟາຣາໂອໂຈມຕີເມືອງກາຊາ 2 “ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ ເບິ່ງແມ໋, ນ້ຳທັງຫລາຍກຳລັງຂຶ້ນຈາກທິດເຫນືອ ແລະຈະກາຍເປັນກະແສນ້ຳຖ້ວມ ມັນຈະຖ້ວມແຜ່ນດິນແລະສາຣະພັດຊຶ່ງຢູ່ໃນນັ້ນ ທັງເມືອງແລະຜູ້ທີ່ອາໄສຢູ່ໃນເມືອງ ຄົນຈະຮ້ອງໄຫ້ ແລະຊາວແຜ່ນດິນນັ້ນທຸກຄົນຈະຄ່ຳຄວນ 3 ເມື່ອໄດ້ຍິນສຽງຕີນມ້າແລ່ນກະທືບພື້ນດິນ ແລະສຽງຣົດຮົບຂອງເຂົາກະທົບພື້ນດິນແລະສຽງລໍ້ຣົດກໍດັງກຶກກ້ອງ ພວກພໍ່ກໍບໍ່ໄດ້ຫັນກັບມາເບິ່ງລູກທັງຫລາຍຂອງຕົນ ເພາະມືຂອງເຂົາກໍອ່ອນເພັຽເຕັມທີແລ້ວ 4 ເພາະວັນທີ່ຈະມາເຖິງຊຶ່ງຈະທຳລາຍຟີລິສຕິນທັງສິ້ນ ຊຶ່ງຈະຕັດຈາກເມືອງຕີເຣແລະເມືອງຊີໂດນ ຜູ້ອຸປະຖັມທຸກຄົນທີ່ເຫລືອຢູ່ ເພາະພຣະຜູ້ເປັນເຈົ້າຈະຊົງທຳລາຍຄົນຟີລິສຕິນ ຄືຊາວຊາຍທະເລແຖບກັຟໂຕຣ໌ທີ່ເຫລືອຢູ່ນັ້ນ 5 ເມືອງກາຊາໄດ້ເລີຍເປັນຫົວລານ ແລະເມືອງອັສເກໂລນກໍພິນາດ ຄົນອານາກິມທີ່ເຫລືອຢູ່ເອີຍເຈົ້າຈະປາດເນື້ອຫນັງຂອງເຈົ້າອີກດົນປານໃດ 6 ດາບແຫ່ງພຣະຜູ້ເປັນເຈົ້າ ອີກເຫິງປານໃດທ່ານຈຶ່ງຈະຢຸດ ຈົ່ງສອດຕົວເຂົ້າໄວ້ໃນຝັກເສັຽເທີນ ຈົ່ງຢຸດພັກ ແລະຢູ່ເສີຍໆເສັຽ 7 ເມື່ອພຣະຜູ້ເປັນເຈົ້າຊົງສັ່ງ ມັນຈະຢຸດໄດ້ຢ່າງໃດ ພຣະຜູ້ເປັນເຈົ້າຊົງແຕ່ງຕັ້ງໃຫ້ດາບນັ້ນ ຕໍ່ສູ້ອັສເກໂລນແລະຕໍ່ສູ້າຊາຍທະເລ”
ຄຳທຳນວາຍກ່ຽວກັບໂມອາບ
1 ກ່ຽວດ້ວຍເຣື່ອງໂມອາບ ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນຊົງກ່າວດັ່ງນີ້ວ່າ “ວິບັດແກ່ເນໂບ ເພາະເປັນທີ່ຖືກປະຮ້າງ ກິຣິອາທາອິມໄດ້ອາຍແລະພັງລົງ 2 ບໍ່ມີການສັຣເສີນໂມອາບອີກ ແລ້ວໃນເມືອງເຮສໂບນນັ້ນເຂົາປອງຮ້າຍເຂົ້າຕໍ່ສູ້ກັບໂມອາບວ່າ, “ມາເຖິດ ໃຫ້ເຮົາຕັດມັນອອກເສັຽ ຢ່າໃຫ້ເປັນປະຊາຊາດ” ເມືອງມັດເມນເອີຍ ເຈົ້າກໍຈະຖືກກະທຳໃຫ້ງຽບເຫມືອນກັນ ດາບຈະໄລຕິດເຈົ້າໄປ 3 “ຟັງເດີ ມີສຽງຮ້ອງມາແຕ່ໂຮໂຣນາອິມວ່າ “ການທຳລາຍມ້າງເພຢ່າງໃຫຍ່ຫລວງ” 4 ເມືອງໂມອາບຖືກທຳລາຍເສັຽແລ້ວ ໄດ້ຍິນສຽງຮ້ອງໃຫ້ຊ່ອຍຈົນເຖິງເມືອງໂຊອາຣ໌ 5 ເພາະເຂົາທັງຫລາຍຂຶ້ນໄປຮ້ອງໄຫ້ທີ່ທາງຂຶ້ນເມືອງລູຮິທ ເພາະເຂົາໄດ້ຍິນສຽງຮ້ອງໄຫ້ ເພາະການທຳລາຍທີ່ທາງລົງຈາກເມືອງໂຮໂຣນາອິມ 6 ຫນີເທາະ ເອົາຕົວລອດເຖິດ ຈະເປັນເຫມືອນລໍປ່າທີ່ໃນຖິ່ນກັນດານ 7 ເພາະວ່າເຈົ້າໄດ້ວາງໃຈໃນທີ່ກຳບັງເຂັ້ມແຂງແລະໃນຊັບສົມບັດຂອງເຈົ້າ ເຈົ້າຈະຕ້ອງຖືກຍຶດດ້ວຍ ເພາະເຄໂມສຈະຕ້ອງຖືກກວາດໄປເປັນຊະເລີຍ ພ້ອມກັບປະໂຣຫິດແລະເຈົ້ານາຍຂອງເຂົາ 8 ຜູ້ທຳລາຍຈະມາເຫນືອເມືອງທຸກເມືອງແລະບໍ່ມີເມືອງໃດຈະລອດພົ້ນໄປໄດ້ ທີ່ທາງລຸ່ມຈະຕ້ອງພິນາດ ແລະທີ່ຮັບພຽງຈະຕ້ອງຖືກທຳລາຍ ດັ່ງທີ່ພຣະຜູ້ເປັນເຈົ້າຊົງລັ່ນພຣະວາຈາໄວ້ 9 ຈົ່ງໃຫ້ປີກແກ່ໂມອາບ ເພື່ອວ່າມັນຈະບິນໄປເສັຽ ຫົວເມືອງຂອງມັນຈະກາຍເປັນທີ່ຖືກສາບ ບໍ່ມີຄົນອາໄສຢູ່ໃນນັ້ນເລີຍ 10 “ຜູ້ໃດກະທຳງານຂອງພຣະເຈົ້າຢ່າງອືດອາດ ຜູ້ນັ້ນກໍຖືກສາບ ຜູ້ທີ່ກັນບໍ່ໄຫ້ດາບຂອງຕົນກະທຳໃຫ້ໂລຫິດຕົກຜູ້ນັ້ນຈະຖືກສາບ 11 ໂມອາບສະບາຍຕັ້ງແຕ່ຫນຸ່ມໆມາແລະໄດ້ຢູ່ຢ່າງສງັດງຽບເທິງຂີ້ຕະກອນ ມັນບໍ່ໄດ້ຖືກຖອກຈາກພາຊນະນີ້ໃສ່ອີກພາຊນະນຶ່ງຈັກເທື່ອ ຫລືຕ້ອງຖືກກວາດໄປເປັນຊະເລີຍ ດັ່ງນັ້ນ ຣົດຊາດຈຶ່ງຍັງຢູ່ໃນນັ້ນ 12 ພຣະຜູ້ເປັນເຈົ້າກ່າວວ່າ, “ເຫດສັນນັ້ນ ເບິ່ງແມ໋, ວັນເວລາຈະມາເຖິງ ເມື່ອເຮົາຈະສົ່ງຜູ້ເທມາໃຫ້ເຂົາເພື່ອຖ່າຍເທເຂົາ ແລະເທພາຊນະຂອງເຂົາໃຫ້ກ້ຽງ ແລະທຸບໄຫຂອງເຂົາໃຫ້ແຕກເປັນປ່ຽງໆ 13 ແລ້ວໂມອາບກໍຈະໄດ້ອາຍເພາະພຣະເຄໂມສ ເຫມືອນຢ່າງທີ່ປະຊາຊົນອິສຣາເອນໄດ້ອາຍເພາະເບັດເອນ ອັນເປັນທີ່ວາງໃຈຂອງເຂົາ 14 “ເຈົ້າວ່າຢ່າງໃດໄດ້ວ່າ ເຣົາເປັນພວກວິຣະຊົນແລະທະຫານເອກ 15 ຜູ້ທຳລາຍເມືອງໂມອາບແລະຫົວເມືອງຂອງມັນມາເຖິງແລ້ວ ແລະຄົນຫນຸ່ມໆທີ່ເກັ່ງທີ່ສຸດຂອງເມືອງກໍລົງໄປປສູ່ການຖືກຂ້າ ພຣະບໍຣົມມະຫາກະສັດຜູ້ຊົງພຣະນາມວ່າ ພຣະຜູ້ເປັນເຈົ້າຈອມໂຍທາຊົງກ່າວດັ່ງນີ້ແຫລະ 16 ໄພວິບັດຂອງໂມອາບຢູ່ໃກ້ແຄ່ຄືບແລ້ວ ແລະຄວາມທຸກໃຈຂອງເຂົາກໍເລັ່ງກ້າວເຂົ້າມາ 17 ບັນດາທ່ານທີ່ຢູ່ຮອບເຂົາ ຈົ່ງເສັຽໃຈດ້ວຍເຂົາເຖີດ ທັງຄົນທີ່ຮູ້ຈັກຊື່ເຂົາດ້ວຍ ຈົ່ງກ່າວວ່າ “ໄມ້ຄ້ອນອັນຊົງຣິດຫັກເສັຽແລ້ວ ຄືໄມ້ຄ້ອນອັນຮຸ່ງເຮືອງນັ້ນ” 18 ຊາວເມືອງດິໂບນເອີຍ ຈົ່ງລົງມາຈາກສັກສີຂອງເຈົ້າ ແລະນັ່ງເທິງດິນທີ່ແຕກຣະແຫງ ເພາະຜູ້ທຳລາຍໂມອາບໄດ້ມາສູ້ກັບເຈົ້າ ເຂົາໄດ້ທຳລາຍທີ່ກຳບັງເຂັ້ມແຂງຂອງເຈົ້າແລ້ວ 19 ຊາວເມືອງອາໂຣເອີເອີຍ ຈົ່ງຢືນເຝົ້າຢູ່ຂ້າງທາງ ຈົ່ງຖາມຜູ້ຊາຍທີ່ຫນີມາແລະຜູ້ຍິງທີ່ລອດພົ້ນມາວ່າ “ມີເຣື່ອງຫຍັງເກີດຂຶ້ນ” 20 ໂມອາບຖືກກະທຳໃຫ້ໄດ້ອາຍ ເພາະມັນແຕກເສັຽແລ້ວ ຄ່ຳຄວນແລະຮ້ອງຮ່ຳໄຮຢູ່ ຈົ່ງບອກແຖວແມ່ນ້ຳອາຣ໌ໂນນວ່າ ໂມອາບຖືກປະຮ້າງເສັຽແລ້ວ 21 “ການພິພາກສາໄດ້ຕົກເຫນືອທີ່ຮາບພຽງເຫນືອໂຮໂລນ ແລະຢາຊາ ແລະເມຟາອາດ 22 ແລະດີໂບນ ແລະເນໂບ ແລະເບັດດິບລາທາອິມ 23 ແລະກີຣິອາທາອິມ ແລະເບັດກາມູນ ແລະເບັດເມໂອນ 24 ແລະເກຣີໂອທ ແລະໂບສຣາ ແລະຫົວເມືອງທັງສິ້ນຂອງແຜ່ນດິນໂມອາບ ທັງໄກແລະໃກ້ 25 ພຣະຜູ້ເປັນເຈົ້າກ່າວວ່າ ສັດຂອງໂມອາບຖືກຕັດອອກແລ້ວ ແລະແຂນຂອງມັນຫັກໄປ 26 “ຈົ່ງທຳໃຫ້ເຂົາມືນເມົາ ເພາະວ່າເຂົາໄດ້ຍົກຍໍຕົວຂຶ້ນຕໍ່ສູ້ພຣະຜູ້ເປັນເຈົ້າ ເຫດສັນນັ້ນໂມອາບຈະຕ້ອງກິ້ງເກືອກຕົວຢູ່ໃນອາຈຽນຂອງຕົວ ແລະເຂົາຈະຖືກເຍາະເຍີ້ຍດ້ວຍ 27 ອິສຣາເອນບໍ່ຖືກເຈົ້າເຍາະເຍີ້ຍຫລື ໄປພົບເຂົາຖ້າມກາງໂຈນຫລື ເມື່ອເຈົ້າເວົ້າເຖິງເຂົາ ເຈົ້າຈຶ່ງສັ່ນຫົວ 28 ຊາວເມືອງໂມອາບເອີຍ ຈົ່ງອອກເສັຽຈາກຫົວເມືອງ ໄປອາໄສຢູ່ໃນຫີນ ຈົ່ງເປັນເຫມືນນົກກາງແກ ຊຶ່ງເຣັດຮັງຢູ່ທີ່ຂ້າງປາກຖ້ຳ 29 ເຣົາໄດ້ຍິນເຖິງຄວາມຈອງຫອງຂອງໂມອາບ ເຂົາຈອງຫອງຫລາຍ ໄດ້ເຖິງຍິນເຖິງຄວາມຫຍາບຊ້າ ຄວາມຈອງຫອງ ແລະເຖິງຄວາມຍົກຕົນຂົ່ມທ່ານໃນໃຈຂອງເຂົາ 30 ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຮູ້ຄວາມໂອຫັງຂອງເຂົາ ຄວາມໂອ້ອວດຂອງເຂົາເປັນຄວາມເທັດ ການກະທຳທັງຫລາຍຂອງເຂົາກໍບໍ່ເປັນຄວາມຈິງ 31 ເຫດສັນນັ້ນ ເຮົາຈຶ່ງຄ່ຳຄວນເພື່ອໂມອາບ ເຣົາຮ້ອງຮ່ຳໄຮເພື່ອໂມອາບທັງມວນ ເຮົາໂອ່ຍຄວນເພື່ອຄົນຂອງກີຣ໌ເຮເຣສ 32 ເຄືອອະງຸ່ນແຫ່ງຊິບມາ ເຣົາຮ້ອງໄຫ້ເພື່ອເຈົ້າຫລາຍກວ່າເພື່ອຢາເຊີ ກິ່ງທັງຫລາຍຂອງເຈົ້າໄດ້ລາມຂ້າມທະເລໄປຈົນເຖິງຢາເຊີ ຜູ້ທຳລາຍໄດ້ໂຈມຕີຫມາກໄມ້ຣະດູຮ້ອນແລະການເກັບຫມາກອະງຸ່ນຂອງເຈົ້າ 33 ຄວາມຍິນດີແລະຄວາມຊື່ນບານໄດ້ຖືກກວາດອອກໄປເສັຽ ຈາກເຮືອນສວນໄຮ່ນາແລະແຜ່ນດິນຂອງໂມອາບ ເຮົາໄດ້ກະທຳໃຫ້ເຫລົ້າອະງຸ່ນຢຸດໄຫລຈາກບໍ່ຢ່ຳອະງຸ່ນ ບໍ່ມີຄົນຢໍ່າດ້ວຍສຽງ ໂຮ່ຮ້ອງເພາະຄວາມຊື່ນບານ ສຽງໂຮ່ຮ້ອງນັ້ນບໍ່ແມ່ນສຽງໂຮ່ຮ້ອງແຫ່ງຄວາມຊື່ນບານ 34 “ເມືອງເຮສໂບນແລະເມືອງເອເລອາເລໄດ້ຮ້ອງຮ່ຳໄຮ ເຂົາທັງຫລາຍສົ່ງສຽງຮ້ອງໄກເຖິງເມືອງຢາຮັສຈາກໂຊອາຣ໌ເຖິງໂຮໂຣນາອິມ ແລະເອກລາທເຊລິຊີຢາ ເພາະນ້ຳທັງຫລາຍແຫ່ງນິມຣິມກໍຮ້າງເປົ່າດ້ວຍ 35 ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຈະນຳອາວະສານມາສູ່ຜູ້ທີ່ຖວາຍເຄື່ອງບູຊາໃນສະຖານນະມັສການທີ່ສູງແລະເຜົາເຄື່ອງຫອມບູຊາຖວາຍພຣະຂອງເຂົາໃນໂມອາບ 36 ເຫດສັນນັ້ນໃຈຂອງເຮົາຈຶ່ງໂອດຄວນເພື່ອໂມອາບເຫມືອນດັ່ງປີ່ ແລະໃຈຂອງເຮົາໂອດຄວນເຫມືອນດັ່ງປີ່ເພື່ອຄົນເມືອງກີຣ໌ເຮເຣສ ເພາະສະນັ້ນຊັບສົມບັດທີ່ເຂົາໄດ້ມາກໍໄດ້ພິນາດ 37 ທຸກຫົວກໍຖືກແຖ ແລະທຸກຫນວດກໍຖືກຕົດ ເທິງມືທັງປວງກໍມີຮອຍບາດປາດ ແລະມີຜ້າກະສອບທີ່ບັ້ນແອວ 38 ເທິງຫລັງຄາເຮືອນທັງສິ້ນຂອງໂມອາບແລະຕາມບັນດາລານເມືອງ ມີແຕ່ສຽງໂອດຄວນທົ່ວໄປ ເພາະເຮົາທຸບໂມອາບເຫມືອນເຮົາທຸບພາຊນະທີ່ເຮົາບໍ່ຕ້ອງການ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 39 ໂມອາບແຕກແລ້ວ ເຂົາທັງຫລາຍຄ່ຳຄວນໂມອາບຫັນຫລັງກັບດ້ວຍຄວາມອັບອາຍແລ້ວ ດັ່ງນັ້ນແຫລະໂມອາບໄດ້ກາຍເປັນທີ່ເຍາະເຍີ້ຍ ແລະເປັນທີ່ຕົກໃຈແກ່ບັນດາຜູ້ທີ່ຢູ່ລ້ອມຮອບເຂົາ” 40 ເພາະພຣະຜູ້ເປັນເຈົ້າກ່າວວ່າ “ຜູ້ນຶ່ງຈະບິນຄືນົກອິນຊີ ແລະກາງປີກອອກສູ້ໂມອາບ 41 ເຂົາຈະເອົາຫົວເມືອງໄປ ແລະທີ່ກຳບັງເຂັ້ມແຂງຈະຖືກຍຶດ ຈິດໃຈຂອງບັນດານັກຮົບແຫ່ງໂມອາບໃນວັນນັ້ນ ຈະເຫມືອນຈິດໃຈຂອງຜູ້ຍິງຊຶ່ງກຳລັງເຈັບທ້ອງຄອດລູກ 42 ໂມອາບຈະຖືກທຳລາຍແລະບໍ່ເປັນຊົນຊາດນຶ່ງອີກຕໍ່ໄປ ເພາະວ່າເຂົາຍົກຕົວຂຶ້ນຕໍ່ສູ້ພຣະຜູ້ເປັນເຈົ້າ 43 ພຣະຜູ້ເປັນເຈົ້າກ່າວວ່າ ຊາວເມືອງໂມອາບເອີຍ ຄວາມຕົກໃຈ ຫລຸມພາງແລະກັບ ຢູ່ຕໍ່ຫນ້າເຈົ້າ 44 ຜູ້ໃດທີ່ຫນີຍ້ອນຄວາມຕົກໃຈຈະຕົກຫລຸມພາງກໍຈະຕິດກັບ ເພາະເຮົາຈະນຳສິ່ງເຫລົ່ານີ້ມາເຫນືອໂມອາບໃນປີແຫ່ງການລົງໂທດເຂົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 45 “ຜູ້ລີ້ໄພໄດ້ໄປຢືນຢູ່ຢ່າງຫມົດແຮງທີ່ໃນເງົາເມືອງເຮສໂບນ ເພາະວ່າໄຟໄດ້ອອກມາຈາກເຮືອນຊີໂຮນ ມັນໄດ້ທຳລາຍຫນ້າຜາກຂອງໂມອາບ ແລະຍອດຫົວຂອງພວກບຸດແຫ່ງຄວາມອຶກກະທຶກ 46 ໂມອາບເອີຍ, ວິບັດແກ່ເຈົ້າ ຊົນຊາດແຫ່ງພຣະເຄໂມສກຳລັງວອດວາຍຢູ່ແລ້ວ ເພາະບັນດາບຸດຊາຍຂອງເຈົ້າຖືກຈັບໄປເປັນຊະເລີຍ ແລະບຸດຕຣີຂອງເຈົ້າກໍເຂົ້າໃນຄວາມເປັນຊະເລີຍ 47 ແຕ່ເຮົາຍັງຈະໃຫ້ໂມອາບກັບສູ່ສະພາບເດີມໃນການຕໍ່ໄປ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” ເທົ່ານີ້ເປັນຂໍ້ພິພາກສາໂມອາບ
ຄຳທຳນວາຍກ່ຽວກັບຄົນອັມໂມນ
1 ກ່ຽວດ້ວຍເຣື່ອງຄົນອັມໂມນ ພຣະຜູ້ເປັນເຈົ້າຊົງກ່າວວ່າ “ອິສຣາເອນບໍ່ມີບຸດເອີຍ ເຂົາບໍ່ມີທາຍາດຫລື ແລ້ວເປັນຫຍັງພຣະມິນໂກມຈຶ່ງເຂົ້າຍຶດກາດ ແລະປະຊາຊົນຂອງພຣະນັ້ນທີ່ຕັ້ງຢູ່ໃນຫົວເມືອງຂອງກາດເຫລົ່ານັ້ນ 2 ພຣະຜູ້ເປັນເຈົ້າກ່າວວ່າ ເຫດສັນນັ້ນ ວັນເວລາຈະມາເຖິງ ເມື່ອເຮົາຈະກະທຳໃຫ້ໄດ້ຍິນສຽງສັນຍານສົງຄາມ ສູ້ກັບນະຄອນຣັບບາຂອງຄົນອັມໂມນ ມັນຈະກາຍເປັນກອງຊາກເມືອງທີ່ຮ້າງເປົ່າ ແລະຊົນນະບົດຂອງເມືອງນັ້ນຈະຖືກເຜົາເສັຽດ້ວຍໄຟ ແລ້ວອິສຣາເອນຈະເຂົ້າຍຶດຜູ້ທີ່ເຂົ້າຍຶດເຂົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 3 ເຮສໂບນເອີຍ ຈົ່ງຄ່ຳຄວນ ເພາະເມືອງອາອີຖືກປະຮ້າງ ບຸດຕຣີແຫ່ງນະຄອນຣັບບາເອີຍ ຈົ່ງຮ້ອງຮໍ່າໄຮ ຈົ່ງເອົາຜ້າກະສອບຄາດແອວໄວ້ ຈົ່ງໂອ່ຍຄວນ ແລ່ນໄປແລ່ນມາຢູ່ຖ້າມກາງຄ້າຍທັງຫລາຍ ເພາະພຣະມິນໂກມຈະຕ້ອງຖືກກວາດໄປເປັນຊະເລີຍ ພ້ອມກັບປະໂຣຫິດແລະເຈົ້ານາຍຂອງມັນ 4 ບຸດຕຣີຜູ້ບໍ່ສັດຊື່ເອີຍ, ເປັນຫຍັງເຈົ້າໂອ້ອວດຕົວດ້ວຍຮ່ອມທັງຫລາຍ ທີ່ຮ່ອມຂອງເຈົ້າມີນ້ຳໄຫລ ຜູ້ວາງໃຈໃນສົມບັດຂອງຕົນວ່າ “ຜູ້ໃດຈະມາສູ້ຂ້ອຍ” 5 ພຣະຜູ້ເປັນເຈົ້າພຣະເຈົ້າຈອມໂຍທາກ່າວວ່າ ເຮົາຈະນຳຄວາມຕື່ນຕົກໃຈມາເຫນືອເຈົ້າ ຈາກທຸກຄົນທີ່ຢູ່ຮອບຕົວເຈົ້າ ແລະເຈົ້າຈະຖືກຂັບໄລ່ອອກໄປ ຊາຍທຸກຄົນຕໍ່ຫນ້າເຂົາອອກໄປ ແລະຈະບໍ່ມີຜູ້ໃດຮວບຮວມຄົນລີ້ໄພໄດ້ 6 ແຕ່ພາຍຫລັງເຣົາຈະໃຫ້ຄົນອັມໂມນກັບສູ່ສະພາບເດີມ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ
ຄຳພຍາກອນກ່ຽກັບເມືອງເອໂດມ
7 ກ່ຽວກັບເຣື່ອງເມືອງເອໂດມ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ “ສະຕິປັນຍາບໍ່ມີໃນເຕມານອີກແລ້ວຫລື ຄຳປຶກສາພິນາດໄປຈາກຜູ້ສລຽວສລາດແລ້ວຫລື ສະຕິປັນຍາຂອງເຂົາຫາຍສູນໄປເສັຽແລ້ວຫລື 8 ຊາວເມືອງເດດານເອີຍ ຈົ່ງຫນີ ຈົ່ງຫັນກັບ ຈົ່ງອາໄສໃນທີ່ເລິກ ເພາະວ່າເຣົາຈະນຳໄພວິບັດຂອງອຊາວມາເຫນືອເຂົາ ເວລາເມື່ອເຮົາລົງໂທດເຂົາ 9 ຖ້າຄົນເກັບຫມາກອະງຸ່ນມາຫາເຈົ້າ ເຂົາຈະບໍ່ຖິ້ມຫມາກອະງຸ່ນຄ້າງໄວ້ດອກຫລື ຖ້າຂະໂມຍມາເວລາກາງຄືນ ເຂົາຈະບໍ່ທຳລາຍພຽງພໍແກ່ຕົວເຂົາເທົ່ານັ້ນຫລື 10 ແຕ່ເຮົາໄດ້ເປືອຍເອຊາວໃຫ້ເປືອຍເລີຍ ເຣົາໄດ້ເປີດທີ່ຫລົບລີ້ຂອງເຂົາ ແລະເຂົາບໍ່ສາມາດລີ້ຕົວໄດ້ ລູກຫລານຂອງເຂົາຖືກທຳລາຍແລະພີ່ນ້ອງຂອງເຂົາ ແລະເພື່ອນບ້ານຂອງເຂົາ ບໍ່ມີເຂົາອີກແລ້ວ 11 ຈົ່ງຖິ້ມເດັກກຳພ້າພໍ່ຂອງເຈົ້າໄວ້ເທີນ ເຮົາຈະໃຫ້ເຂົາມີຊີວິດຢູ່ ແລະໃຫ້ແມ່ຫມ້າຍຂອງເຈົ້າວາງໃຈໃນເຮົາເຖີດ” 12 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ຖ້າຄົນທີ່ຍັງບໍ່ສົມຄວນຈະດື່ມຈາກຖ້ວຍນັ້ນຍັງຕ້ອງດື່ມ ເຈົ້າຈະພົ້ນໂທດໄປໄດ້ຫລື ເຈົ້າຈະພົ້ນໂທດໄປບໍ່ໄດ້ ເຈົ້າຈະຕ້ອງດື່ມ 13 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາໄດ້ປະຕິຍານໂດຍຊື່ຂອງເຮົາແລ້ວວ່າ ໂບສຣາຈະຕ້ອງກາຍເປັນຄວາມຮ້າງເປົ່າ ເປັນຂີ້ປາກ ເປັນທີ່ປະຮ້າງ ແລະເປັນຄຳສາບແຊ່ງແລະຫົວເມືອງທັງສິ້ນຂອງເຂົາຈະເປັນບ່ອນປະຮ້າງເປັນນິດ” 14 ຂ້າພະເຈົ້າໄດ້ຍິນຂ່າວຈາກພຣະຜູ້ເປັນເຈົ້າ ທູດຄົນນຶ່ງຖືກສົ່ງໄປຖ້າມກາງບັນດາປະຊາຊາດ ບອກວ່າ “ຈົ່ງຮວບຮວມເຈົ້າທັງຫລາຍເຂົ້າແລະມາຕໍ່ສູ້ເມືອງນັ້ນ ແລະລຸກຂຶ້ນເພື່ອກະທຳສົງຄາມເທີນ 15 ເພາະວ່າ ເຮົາຈະກະທຳເຈົ້າໃຫ້ນ້ອຍຖ້າມກາງບັນດາປະຊາຊາດ ໃຫ້ເປັນທີ່ດູຫມິ່ນຖ້າມກາງມະນຸດ 16 ເພາະຄວາມອວດດີຂອງເຈົ້າໄດ້ຫລອກລວງເຈົ້າ ທັງຄວາມທະນົງຕົວແຫ່ງໃຈຂອງເຈົ້າ ເຈົ້າຜູ້ຊຶ່ງອາໄສຢູ່ໃນໂກນຫີນດານ ຜູ້ຍຶດຍອດພູໄວ້ ເຖິງເຈົ້າເຮັດຮັງຂອງເຈົ້າສູງເຫມືອນດັ່ງຮັງນົກອິນຊີ ເຮົາຈະຊຸກເຈົ້າລົງມາຈາກທີ່ນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 17 “ເອໂດມຈະກາຍເປັນຄວາມທີ່ຮ້າງເປົ່າ ທຸກຄົນທີ່ຜ່ານເຂົາໄປຈະປລາດໃຈ ແລະເຍາະເຍີ້ຍເພາະຄວາມຫາຍນະທັງສິ້ນຂອງມັນ 18 ຢ່າງເມື່ອເມືອງໂຊໂດມ ແລະເມືອງໂກໂມຣາ ແລະຫົວເມືອງໃກ້ຄຽງຂອງມັນຖືກທຳລາຍ ພຣະຜູ້ເປັນເຈົ້າກ່າວ ບໍ່ມີຜູ້ໃດຈະຕັ້ງຢູ່ທີ່ນັ້ນ ບໍ່ມີຜູ້ໃດຈະອາໄສໃນເມືອງນັ້ນ 19 ເບິ່ງແມ໋, ເຣົາຈະກະທຳໃຫ້ເຂົາທັງຫລາຍຫນີໄປຈາກມັນໂດຍໄວ ເຫມືອນດັ່ງສິງຂຶ້ນມາຈາກດົງລຸ່ມແມ່ນ້ຳຈໍແດນໂດດເຂົ້າໃສ່ຄອກແກະທີ່ແຂງແຮງ ແລະເຮົາຈະແຕ່ງຕັ້ງຜູ້ທີ່ເຣົາເລືອກສັນໄວ້ເຫນືອມັນ ໃຜເປັນເຫມືອນເຣົາ ໃຜຈະນັດເຣົາ ຜູ້ລ້ຽງແກະຄົນໃດຈະທົນຢືນຢູ່ຕໍ່ຫນ້າເຣົາໄດ້ 20 ເຫດສັນນັ້ນຈົ່ງຟັງແຜນງານຊຶ່ງພຣະຜູ້ເປັນເຈົ້າຊົງກະທຳໄວ້ຕໍ່ສູ້ເມືອງເອໂດມ ແລະບັນດາພຣະປະສົງຊຶ່ງພຣະອົງໄດ້ດຳຣິຂຶ້ນຕໍ່ສູ້ຊາວເມືອງເຕມານ ຄືເຖິງໂຕນ້ອຍໆທີ່ຢູ່ໃນຝູງກໍຕ້ອງຖືກລາກເອົາໄປ ແນ່ນອນຄອກຂອງເຂົານັ້ນ ຈະຮ້ອງຄວນຄາງ ເພາະເຄາະກໍາຂອງຕົນ 21 ແຜ່ນດິນໂລກຈະສັ່ນສະເທືອນເພາະສຽງທີ່ມັນລົ້ມ ສຽງຄ່ຳຄວນຂອງເຂົາຈະໄດ້ຍິນເຖິງທະເລແດງ 22 ຜູ້ນຶ່ງຈະເຫາະຂຶ້ນແລະບິນລົງເຫມືອນດັ່ງນົກອິນຊີ ແລະກາງປີກຂອງມັນອອກສູ້ໂບສຣາ ແລະຈິດໃຈຂອງນັກຮົບແຫ່ງເອໂດມໃນວັນນັ້ນຈະເປັນເຫມືອນຈິດໃຈຂອງຍິງປວດທ້ອງຄອດລູກ”
ຄຳພະຍາກອນກ່ຽວກັບເມືອງດາມັສກັສ
23 ກ່ຽວດ້ວຍເຣື່ອງເມືອງດາມັສກັສ ເມືອງຮາມັທ ແລະເມືອງອາຣ໌ປັດໄດ້ຂາຍຫນ້າ ເພາະເຂົາທັງຫລາຍໄດ້ຍິນຂ່າວຮ້າຍ ເຂົາກໍຢ້ານ ເຂົາເສັຽໃຈເຫມືອນລົມພະຍູໃນນ້ຳທະເລແລະມັນສງັດງຽບບໍ່ໄດ້ 24 ເມືອງດາມັສກັສກໍອ່ອນເພັຽແລ້ວ ເຂົາຫັນຫນີ ແລະຄວາມຢ້ານກົວຈົນຕົວສັ່ນຈັບເຂົາໄວ້ ຄວາມແສນລະທົມແລະຄວາມເສົ້າຍຶດເຂົາໄວ້ ເຫມືອນດັ່ງຜູ້ຍິງກຳລັງຄອດລູກ 25 ເມືອງທີ່ມີຊື່ສຽງນັ້ນຖືກປະຖິ້ມແລ້ວ ຄືເມືອງທີ່ເຕັມດ້ວຍຄວາມຊື່ນບານນັ້ນ 26 ເຫດສັນນັ້ນຄົນຫນຸ່ມໆຂອງເມືອງນັ້ນຈະລົ້ມລົງຕາມລານເມືອງ ແລະບັນດາທະຫານຂອງເມືອງນັ້ນຈະຖືກທຳລາຍໃນວັນນັ້ນ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ 27 ແລະເຣົາຈະກໍ່ໄຟຂຶ້ນໃນກໍາແພງເມືອງດາມັສກັສ ແລະໄຟນັ້ນຈະກິນພຣະຣາຊວັງຂອງເບນຮາດາດເສັຽ”
ຄໍາພຍາກອນກ່ຽວກັບເຜົ່າເກດາຣ໌ ແລະຣາຊອານາຈັກຮາໂຊຣ໌
28 ກ່ຽວດ້ວຍເຣື່ອງເຜົ່າເກດາຣ໌ ແລະຣາຊອານາຈັກຮາໂຊຣ໌ ຊຶ່ງເນບູກາດເຣສຊາຣ໌ກະສັດແຫ່ງບາບິໂລນໂຈມຕີ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຈົ່ງລຸກຂຶ້ນ ຣຸດເຂົ້າໄປສູ້ເຜົ່າເກດາຣ໌ ຈົ່ງທຳລາຍປະຊາຊົນແຫ່ງຕາເວັນອອກເສັຽ 29 ເຕັນແລະຝູງແບ້ ແກະຂອງເຂົາຈະຖືກຍຶດເສັຽ ທັງມ່ານແລະເຄື່ອງຂອງທັງສິ້ນຂອງເຂົາ ອູດຂອງເຂົາຈະຖືກນຳເອົາໄປຈາກເຂົາ ແລະຄົນຈະຮ້ອງແກ່ເຂົາວ່າ “ຄວາມຢ້ານພິລຶກເພິງກົວມີຢູ່ທົ່ວທີບ” 30 ພຣະຜູ້ເປັນເຈົ້າກ່າວວ່າ ຊາວເມືອງຮາໂຊຣ໌ເອີຍ ຫນີເທີນ ຈົ່ງສັນຈອນໄປໄກ ໄປອາໄສໃນທີ່ເລິກ ເພາະເນບູກາດເຣສຊາຣ໌ກະສັດແຫ່ງບາບິໂລນໄດ້ສັ່ງແຜນງານຕໍ່ສູ້ເຈົ້າ ແລະກໍ່ຕັ້ງຄວາມປະສົງໄວ້ສູ້ເຈົ້າ 31 ພຣະຜູ້ເປັນເຈົ້າກ່າວວ່າ ຈົ່ງລຸກຂຶ້ນ ຣຸດຫນ້າໄປສູ້ປະຊາຊາດນຶ່ງທີ່ຢູ່ສະບາຍ ຊຶ່ງອາໄສຢູ່ຢ່າງຫມັ້ນຄົງ ບໍ່ມີປະຕູເມືອງ ແລະບໍ່ມີດານປະຕູຢູ່ແຕ່ລຳພັງ 32 ອູດຂອງເຂົາທັງຫລາຍຈະກາຍເປັນຂອງທີ່ປຸ້ນມາໄດ້ ແລະຝູງງົວຂອງເຂົາຈະເປັນຂອງທີ່ຍຶດມາ ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຈະກະຈັດກະຈາຍເຂົາໄປທຸກທິດລົມ ຄືເຂົາທີ່ແຖຜົມຈອນຫູຂອງເຂົາ ແລະເຮົາຈະນຳໄພວິບັດມາຈາກທຸກດ້ານຂອງເຂົາ 33 ເມືອງຮາໂຊຣ໌ຈະເປັນທີ່ອາໄສຂອງຫມາປ່າ ເປັນບ່ອນປະຮ້າງຢູ່ເປັນນິດ ບໍ່ມີໃຜຈະຕັ້ງຢູ່ທີ່ນັ້ນ ບໍ່ມີມະນຸດຄົນໃດຈະອາໄສໃນນັ້ນ”
ຄຳພຍາກອນກ່ຽວກັບເມືອງເອລາມ
34 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າ ຊຶ່ງມາຍັງເຢເຣມີຢາຜູ້ປະກາດພຣະທັມກ່ຽວດ້ວຍເຣື່ອງເມືອງເອລາມ ໃນຕອນຕົ້ນຣັຊການເຊເດກີຢາກະສັດແຫ່ງຢູດາ 35 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ, “ເບິ່ງແມ໋, ເຣົາຈະຫັກຄັນທະນູຂອງເອລາມ ຊຶ່ງເປັນຫົວໃຈແຫ່ງກຳລັງຂອງເຂົາທັງຫລາຍ 36 ແລະເຮົາຈະນຳລົມທັງສີ່ທິດຈາກຟ້າທັງສີ່ສ່ວນມາສູ້ເອລາມ ແລະເຮົາຈະກະຈາຍເຂົາໄປຕາມລົມເຫລົ່ານັ້ນທັງຫມົດ ຈະບໍ່ມີປະຊາຊາດໃດຊຶ່ງຜູ້ຖືກຂັບໄລ່ອອກໄປຈາກເອລາມຈະມາບໍ່ເຖິງ 37 ເຮົາຈະກະທຳໃຫ້ເອລາມສັ່ນຕໍ່ຫນ້າສັດຕຣູຂອງເຂົາທັງຫລາຍ ແລະຕໍ່ຫນ້າຜູ້ທີ່ສແວງຫາຊີວິດຂອງເຂົາ ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຈະນຳເຫດຮ້າຍມາເຖິງເຂົາທັງຫລາຍ ຄືຄວາມພິໂຣດອັນແຮງກ້າ ເຮົາຈະໃຊ້ໃຫ້ດາບໄລ່ຕາມເຂົາທັງຫລາຍ ຈົນກວ່າເຣົາຈະໄດ້ເຜົາຜານເຂົາເສັຽ 38 ແລ້ວເຮົາຈະຕັ້ງພຣະທີ່ນັ່ງຂອງເຮົາໃນເອລາມ ແລະທຳລາຍກະສັດແລະບັນດາເຈົ້ານາຍຂອງເຂົາທັງຫລາຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ 39 ພຣະຜູ້ເປັນເຈົ້າກ່າວວ່າ ແຕ່ໃນການຕໍ່ໄປ ເຮົາຈະໃຫ້ເອລາມກັບສູ່ສະພາບເດີມ
ຄຳທຳນວາຍກ່ຽວກັບກຸງບາບິໂລນ
1 ພຣະຄຳຊຶ່ງພຣະຜູ້ເປັນເຈົ້າຊົງກ່າວດ້ວຍເຣື່ອງບາບິໂລນ ກ່ຽວດ້ວຍເຣື່ອງແຜ່ນດິນຂອງຊາວຄັນເດອານໂດຍເຢເຣມີຢາຜູ້ປະກາດພຣະທັມວ່າ, 2 “ຈົ່ງປະກາດຖ້າມກາງບັນດາປະຊາຊາດແລະປ່າວຮ້ອງ ຈົ່ງຕັ້ງທຸງຂຶ້ນແລະປ່າວຮ້ອງ ຢ່າປິດບັງໄວ້ເລີຍ ແລະວ່າ “ບາບິໂລນຖືກຍຶດແລ້ວ ພຣະເບນກໍໄດ້ອາຍ ພຣະເມໂຣດັກກໍຢ້ານກົວ ຮູບເຄົາຣົບທັງຫລາຍຂອງເມືອງນັ້ນຖືກກະທຳໃຫ້ໄດ້ອາຍ ແລະຮູບປັ້ນທັງຫລາຍກໍຢ້ານກົວ” 3 ເພາະວ່າມີປະຊາຊາດນຶ່ງອອກຈາກທິດເຫນືອໄດ້ມາຕໍ່ສູ້ເມືອງນັ້ນ ຊຶ່ງກະທຳໃຫ້ແຜ່ນດິນຂອງນາງເປັນທີ່ຮ້າງເປົ່າ ແລະບໍ່ມີຈັກຄົນນຶ່ງອາໄສໃນນັ້ນ ທັງມະນຸດແລະສັດຈະຫນີໄປຫມົດ 4 “ພຣະຜູ້ເປັນເຈົ້າກ່າວວ່າ ໃນວັນເຫລົ່ານັ້ນ ແລະໃນເວລານັ້ນ ປະຊາຊົນອິສຣາເອນແລະປະຊາຊົນຢູດາຈະມາຮວມກັນຈະຮ້ອງໄຫ້ ແລະເຂົາທັງຫລາຍຈະສແວງຫາພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາ 5 ເຂົາທັງຫລາຍຈະຖາມຫາທາງໄປຊີໂອນໂດຍຫັນຫນ້າຕົງເປັນເມືອງນັ້ນ ກ່າວວ່າ “ມາເຖີດ ໃຫ້ພວກເຮົາມາຕິດສນິດກັບພຣະຜູ້ເປັນເຈົ້າໂດຍທຳຄຳຫມັ້ນສັນຍາເນື່ອງນິດຊຶ່ງຈະບໍ່ລືມເລີຍ” 6 “ປະຊາຊົນຂອງເຮົາເປັນແກະທີ່ຫລົງ ບັນດາຜູ້ລ້ຽງຂອງເຂົາທັງຫລາຍໄດ້ພາເຂົາຫລົງໄປ ຫັນເຂົາທັງຫລາຍໄປເສັຽເທິງພູ ເຂົາທັງຫລາຍໄດ້ເດີນຈາກພູໄປຫາເນີນພູ ເຂົາລືມຄອກຂອງເຂົາເສັຽແລ້ວ 7 ບັນດາຜູ້ທີ່ພົບເຂົ້າກໍກິນເຂົາ ແລະສັດຕຣູຂອງເຂົາໄດ້ກ່າວວ່າ “ເຮົາບໍ່ມີຄວາມຜິດ ເພາະເຂົາທັງຫລາຍໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າ ຜູ້ເປັນທີ່ຢູ່ອັນແທ້ຈິງຂອງເຂົາທັງຫລາຍ ຄືພຣະຜູ້ເປັນເຈົ້າອັນເປັນຄວາມຫວັງຂອງບັນພະບຸຣຸດຂອງເຂົາທັງຫລາຍ 8 “ຈົ່ງຫນີຈາກຖ້າມກາງບາບິໂລນ ຈົ່ງອອກໄປເສຽຈາກແຜ່ນດິນຂອງຊາວຄັນເດອານ ແລະເປັນເຫມືອນໂຕແບ້ທີ່ນຳຫນ້າຝູງ 9 ເພາະ ເບິ່ງແມ໋, ເຮົາຈະເລົ້າແລະນຳບັນດາປະຊາຊາດໃຫຍ່ຫມູ່ນຶ່ງຈາກປະເທດເຫນືອມາຕໍ່ສູ້ບາບິໂລນ ແລະເຂົາທັງຫລານຈະລຽນແຖວພວກເຂົາມາຕໍ່ສູ້ກັບນາງ ຊຶ່ງນັ້ນແຫລະນາງຈະຖືກຍຶດ ລູກທະນູຂອງເຂົາທັງຫລາຍກໍເຫມືອນນັກຮົບທີ່ມີຝີມືຜູ້ບໍ່ເຄີຍກັບມືເປົ່າ 10 ພຣະຜູ້ເປັນເຈົ້າກ່າວວ່າ ປະເທດຄັນເດອານຈະຖືກປຸ້ນ ບັນດາຜູ້ທີ່ປຸ້ນເຂົາຈະອີ່ມຫນຳ 11 “ບັນດາຜູ້ປຸ້ນມໍຣະດົກຂອງເຮົາເອີຍ ແມ້ວ່າເຈົ້າຈະຍິນດີ ແມ້ວ່າເຈົ້າຈະລິງໂລດ ແມ້ເຈົ້າຈະລະເລີງຢ່າງງົວແມ່ຢູ່ທີ່ຫຍ້າ ແລະຮ້ອງຢ່າງມ້າພັນເຖິກ 12 ມານດາຂອງເຈົ້າຈະລະອາຍຢ່າງອົດສູ ແລະນາງທີ່ໄດ້ເກີດເຈົ້າມາຈະຖືກຫລູ່ກຽດ ນາງຈະເປັນບັນດາປະຊາຊາດທີ່ບໍ່ຢູ່ທາງທ້າຍ ເປັນຖິ່ນກັນດານທີ່ແຫ້ງແລ້ງແລະທະເລຊາຍ 13 ເມືອງນັ້ນຈະບໍ່ມີຄົນເຂົ້າອາໄສ ເພາະພຣະພິໂຣດຂອງພຣະຜູ້ເປັນເຈົ້າ ແຕ່ຈະເປັນບ່ອນຮ້າງເປົ່າຢ່າງທີ່ສຸດ ຊຶ່ງຄົນທີ່ຜ່ານເມືອງບາບິໂລນໄປຈະຕົກຕະລຶງ ແລະເຍີ້ຍຫຍັນເພາະຮອຍຕີທັງສິ້ນຂອງເມືອງນັ້ນ 14 ຈົ່ງລຽນແຖວຕົວຂອງເຈົ້າທັງຫລາຍເຂົ້າມາສູ້ບາບິໂລນໃຫ້ຮອບຂ້າງ ບັນດາເຈົ້າທີ່ໂກ່ງຄັນທະນູ ຈົ່ງຍິງນາງ ຢ່າເສັຽດາຍລູກທະນູ ເພາະນາງໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າ 15 ເປັ່ງສຽງໂຮ່ຣ້ອງສູ້ນາງໃຫ້ຮອບຂ້າງ ນາງຍອມແພ້ແລ້ວ ເຄື່ອງປ້ອງກັນຂອງນາງລົ້ມລົງແລ້ວ ກຳແພງຂອງນາງຖືກພັງລົງມາແລ້ວ ເພາະນີ້ເປັນການແກ້ແຄ້ນຂອງພຣະຜູ້ເປັນເຈົ້າ ຈົ່ງທຳການແກ້ແຄ້ນນາງ ທຳກັບນາງເຫມືອນນາງໄດ້ກະທຳມາແລ້ວ 16 ຈົ່ງຕັດຜູ້ຫວ່ານເສັຽຈາກບາບິໂລນ ແລະຕັດຜູ້ທີ່ຖືກ່ຽວໃນຣະດູກ່ຽວ ເຫດເພາະດາບຂອງຜູ້ບີບບັງຄັບ ທຸກຄົນຈຶ່ງຫັນເຂົ້າຫາຊົນຊາດຂອງຕົນ ແລະທຸກຄົນຈະຫນີໄປຍັງແຜ່ນດິນຂອງຕົນ 17 “ອິສຣາເອນເປັນເຫມືອນແກະທີຖືກສິງຂັບລ່າໄປ ທຳອິດກະສັດອັສຊີເຣັຽກິນເຂົາ ໃນທີ່ສຸດນີ້ເນບຸກາດເນສຊາຣ໌ກະສັດແຫ່ງບາບິໂລນໄດ້ແທະກະດູກຂອງເຂົາ 18 ເຫດສັນນັ້ນພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະນຳການລົງໂທດມາເຫນືອກະສັດແຫ່ງບາບິໂລນແລະແຜ່ນດິນຂອງທ່ານ ດັ່ງທີ່ເຮົາໄດ້ລົງໂທດກະສັດແຫ່ງອັສຊີເຣັຽ 19 ເຮົາຈະໃຫ້ອິສຣາເອນກັບສູ່ເດີ່ນຫຍ້າຂອງເຂົາ ແລະເຂົາຈະກິນຢູ່ເທິງກາຣ໌ເມນແລະໃນບາຊານ ແລະເຂົາຈະອີ່ມໃຈເທິງເນີນພູເອຟຣາອິມແລະໃນກິເລອາດ 20 ພຣະຜູ້ເປັນເຈົ້າກ່າວວ່າ ໃນວັນເຫລົ່ານັ້ນແລະໃນເວລານັ້ນ ຈະຫາບາບຜິດໃນອິສຣາເອນແລະຈະຫາບໍ່ໄດ້ເລີຍ ຈະຫາບາບໃນຢູດາກໍຈະຫາບໍ່ໄດ້ເລີຍ ເພາະເຮົາຈະໃຫ້ອະພັຍແກ່ຊົນທີ່ເຫລືອຢູ່ເຫລົ່ານັ້ນຜູ້ທີ່ເຮົາເຫລືອໄວ້ໃຫ້ 21 ພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຂຶ້ນໄປສູ້ແຜ່ນດິນເມຣາທາອິມ ແລະຕໍ່ສູ້ເມືອງເປໂກດ ຈົ່ງຂ້າເຂົາແລະຕາມທຳລາຍເສັຽໃຫ້ສິ້ນ ແລະຈົ່ງກະທຳທຸກຢ່າງຕາມທີ່ເຮົາໄດ້ບັນຊາເຈົ້າໄວ້ 22 ສຽງສົງຄາມຢູ່ໃນແຜ່ນດິນ ແລະການທຳລາຍຢ່າງໃຫຍ່ຫລວງກໍຢູ່ໃນນັ້ນ 23 ຄ້ອນທຸບຂອງແຜ່ນດິນໂລກທັງຫມົດ ໄດ້ຖືກຕັດລົງແລະຖືກຫັກເສັຽແລ້ວ ບາບິໂລນກາຍເປັນຄວາມສະດຸ້ງໃຈຖ້າມກາງບັນດາປະຊາຊາດ 24 ບາບິໂລນເອີຍ ເຮົາວາງບ້ວງນັ້ນແລະເຈົ້າບໍ່ຮູ້ເຣື່ອງ ເຂົາມາພົບເຈົ້າແລະຈັບເຈົ້າ ເພາະເຈົ້າໄດ້ຂັນສູ້ກັບພຣະຜູ້ເປັນເຈົ້າ 25 ພຣະຜູ້ເປັນເຈົ້າໄດ້ຊົງເປີດຄັງອາວຸດຂອງພຣະອົງ ແລະຊົງໃຫ້ອາວຸດແຫ່ງພຣະພິໂຣດຂອງພຣະອົງອອກມາ ເພາະພຣະຜູ້ເປັນເຈົ້າຈອມໂຍທາ ຊົງມີພຣະຣາຊກິດທີ່ຈະກະທຳໃນແຜ່ນດິນແຫ່ງຊາວຄັນເດອານ 26 ຈົ່ງມາແຕ່ທຸກທີ່ທຸກບ່ອນໄປຕໍ່ສູ້ກັບນາງ ຈົ່ງເປີດບັນດາສາງຂອງນາງບ ຈົ່ງກອງນາງໄວ້ເຫມືອນດັ່ງກອງເຂົ້າແລະທຳລາຍເສັຽຈົນສິ້ນ ຢ່າໃຫ້ນາງເຫລືອຢູ່ເລີຍ 27 ຈົ່ງຂ້າງົວເຖິກຂອງນາງໃຫ້ຫມົດ ໃຫ້ມັນທັງຫລາຍລົງໄປຍັງການຂ້າວິບັດແກ່ມັນທັງຫລາຍ ເພາະວັນເວລາຂອງມັນມາເຖິງແລ້ວ ຄືເວລາແຫ່ງການລົງໂທດມັນ 28 “ຟັງເດີ ເຂົາທັງຫລາຍໄດ້ຫນີແລະລອດພົ້ນຈາກແຜ່ນດິນບາບິໂລນ ໄປປະກາດການແກ້ແຄ້ນຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາໃນຊີໂອນ ຄືການແກ້ແຄ້ນແທນພຣະວິຫານຂອງພຣະອົງ 29 “ຈົ່ງເອີ້ນນັກທະນູມາຕໍ່ສູ້ກັບບາບິໂລນ ຄືບັນດາຄົນທີ່ກົ່ງທະນູ ຈົ່ງຕັ້ງຄ້າຍໄວ້ຮອບມັນ ຢ່າໃຫ້ຜູ້ໃດຫນີລອດພົ້ນໄປໄດ້ຈົ່ງກະທຳກັບມັນຕາມາການກະທໍາຂອງມັນ ຈົ່ງກະທຳແກ່ມັນຢ່າງທີ່ມັນໄດ້ກະທຳແລ້ວ ເພາະມັນຈອງຫອງລອງດີກັບພຣະຜູ້ເປັນເຈົ້າ ພຣະອົງຜູ້ບໍຣິສຸດແຫ່ງອິສຣາເອນ 30 ເຫດສັນນັ້ນ ຄົນຫນຸ່ມໆຂອງມັນຈະລົ້ມລົງທີ່ລານຂອງມັນ ແລະທະຫານຂອງມັນທັງສິ້ນຈະຖືກທຳລາຍໃນວັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ 31 ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ຜູ້ຈອງຫອງເອີຍ ເຣົາຕໍ່ສູ້ກັບເຈົ້າ ເພາະວ່າວັນເວລາຂອງເຈົ້າມາເຖິງແລ້ວ ຄືເວລາທີ່ເຮົາຈະລົງໂທດເຈົ້າ 32 ຜູ້ຈອງຫອງຈະສະດຸດແລະລົ້ມລົງ ຈະບໍ່ມີຜູ້ໃດຈູງເຂົາຂຶ້ນໄດ້ ແລະເຮົາຈະກໍ່ໄຟໃນບັນດາຫົວເມືອງຂອງມັນ ແລະໄຟຈະກິນບັນດາທີ່ຢູ່ຮອບມັນເສັຽສິ້ນ 33 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ປະຊາຊົນອິສຣາເອນຖືກບີບບັງຄັບ ແລະປະຊາຊົນຢູດາກໍພອຍໄປດ້ວຍ ຜູ້ທີ່ຈັບເຂົາທັງຫລາຍໄປເປັນຊະເລີຍໄດ້ຍຶດເຂົາໄວ້ຫມັ້ນ ເຂົາທັງຫລາຍປະຕິເສດບໍ່ຍອມໃຫ້ເຂົາໄປ 34 ພຣະຜູ້ໄຖ່ຂອງເຂົາທັງຫລາຍນັ້ນເຂັ້ມແຂງ ພຣະນາມຂອງພຣະອົງຄືພຣະຜູ້ເປັນເຈົ້າຈອມໂຍທາ ພຣະອົງຈະຊົງແກ້ຄະດີຂອງເຂົາເປັນແນ່ ເພື່ອພຣະອົງຈະປະທານຄວາມສງົບແກ່ແຜ່ນດິນໂລກ ແຕ່ປະທານຄວາມບໍ່ສງົບແກ່ຊາວເມືອງບາບິໂລນ 35 “ພຣະຜູ້ເປັນເຈົ້າກ່າວວ່າ ໃຫ້ດາບຢູ່ເຫນືອຊາວຄັນເດອານ ແລະເຫນືອຊາວເມືອງບາບິໂລນ ແລະເຫນືອເຈົ້ານາຍແລະນັກປາດຂອງເຂົາ 36 ໃຫ້ດາບຢູ່ເຫນືອຜູ້ທຳນວາຍ ເພື່ອເຂົາຈະກາຍເປັນຄົນໂງ່ໄປ ໃຫ້ດາບຢູ່ເຫນືອບັນດານັກຮົບຂອງເຂົາ ເພື່ອເຂົາທັງຫລາຍຈະຕົກໃຈ 37 ໃຫ້ດາບຢູ່ເຫນືອມ້າທັງຫລາຍຂອງເຂົາ ແລະຣົດຮົບຂອງເຂົາ ແລະຢູ່ເຫນືອກອງທະຫານຊົນຕ່າງດ້າວຖ້າມກາງເຂົາ ເພື່ອເຂົາທັງຫລາຍຈະກາຍເປັນຜູ້ຍິງໄປ ໃຫ້ດາບຢູ່ເຫນືອຊັບສົມບັດທັງສິ້ນຂອງເຂົາ ເພື່ອວ່າຊັບສົມບັດນັ້ນຈະຖືກປຸ້ນເສັຽ 38 ໃຫ້ຄວາມແຫ້ງແລ້ງຢູ່ເຫນືອນ້ຳທັງຫລາຍຂອງມັນ ເພື່ອນ້ຳທັງຫລາຍນັ້ນຈະໄດ້ແຫ້ງໄປ ເພາະເປັນແຜ່ນດິນແຫ່ງຮູບເຄົາຣົບ ແລະເຂົາທັງຫລາຍກໍບ້າຮູບນັ້ນ 39 “ເຫດສັນນັ້ນ ສັດປ່າທັງຫລາຍແລະບັນດາຫມາຈິກຈອກຈະອາໄສໃນບາບິໂລນ ແລະນົກກະຈອກເທດຈະອາໄສຢູ່ໃນນັ້ນ ເມືອງນັ້ນຈະບໍ່ມີປະຊາຊົນຢູ່ອີກຕໍ່ໄປເປັນນິດ ຄືບໍ່ມີຊາວເມືອງອາໄສຢູ່ຄລອດຊົ່ວຊາດເຊື້ອສາຍ 40 ພຣະຜູ້ເປັນເຈົ້າກ່າວວ່າ ເມື່ອພຣະຜູ້ເປັນເຈົ້າໄດ້ຊົງຄວ່ຳເມືອງໂຊໂດມແລະເມືອງໂກໂມຣາແລະຫົວເມືອງໃກ້ຄຽງ ດັ່ງນັ້ນ ຈະບໍ່ມີຄົນຕັ້ງຢູ່ທີ່ນັ້ນ ແລະບໍ່ມີມະນຸດຄົນໃດອາໄສຢູ່ໃນເມືອງນັ້ນ 41 “ເບິ່ງແມ໋, ຊົນຊາດນຶ່ງມາຈາກທິດເຫນືອ ປະຊາຊາດອັນເຂັ້ມແຂງຊາດນຶ່ງແລະກະສັດຫລາຍອົງຈະຖືກເລົ້າໃຈໃຫ້ມາຈາກທີ່ໄກທີ່ສຸດຂອງແຜ່ນດິນໂລກ 42 ເຂົາທັງຫລາຍຈັບຄັນທະນູແລະຫອກ ເຂົາທັງຫລາຍໂຫດຮ້າຍ ແລະບໍ່ມີຄວາມກະຣຸນາ ສຽງຂອງເຂົາທັງຫລາຍກໍເຫມືອນສຽງທະເລຄະນອງ ເຂົາທັງຫລາຍຂີ່ມ້າຣຽງຣາຍກັນເປັນຄົນເຂົ້າສູ້ສົງຄາມກັບເຈົ້າ ບຸດຕຣີແຫ່ງບາບິໂລນເອີຍ 43 “ກະສັດແຫ່ງບາບິໂລນໄດ້ຍິນຂ່າວເຣື່ອງນັ້ນ ແລະພຣະຫັດຂແງພຣະອົງກໍ່ອ່ອນລົງ ຄວາມແສນຣະທົມຈັບຫົວໃຈເຂົາ ເຈັບປວດເຫມືອນດັ່ງຜູ້ຍິງກຳລັງຄອດລູກ 44 “ເບິ່ງແມ໋, ເຣົາຈະກະທຳໃຫ້ເຂົາທັງຫລາຍຫນີໄປຈາກມັນຢ່າງກະທັນຫັນ ເຫມືອນດັ່ງສິງຂຶ້ນມາຈາກດົງລຸ່ມແມ່ນ້ຳຈໍແດນໂດດເຂົ້າໃສ່ຄອກແກະທີ່ແຂງແຮງແລະເຣົາຈະແຕ່ງຕັ້ງຜູ້ທີ່ເຣົາເລືອກສັນໄວ້ເຫນືອມັນ ໃຜເປັນເຫມືອນເຣົາ ໃຜຈະນັດເຮົາ ຜູ້ລ້ຽງແກະຄົນໃດຈະທົນຢືນຢູ່ຕໍ່ຫນ້າເຣົາໄດ້ 45 ເຫດສັນນັ້ນຈັ່ງຟັງແຜນງານຊຶ່ງພຣະຜູ້ເປັນເຈົ້າຊົງກະທຳໄວ້ຕໍ່ສູ້ບາບິໂລນ ແລະບັນດາພຣະປະສົງຊຶ່ງພຣະອົງໄດ້ດຳຣິຂຶ້ນຕໍ່ສູ້ກັບແຜ່ນດິນຂອງຊາວຄັນເດອານ ແມ່ນແຕ່ໂຕນ້ອຍໆທີ່ຢູ່ໃນຝູງກໍຕ້ອງຖືກລາກເອົາໄປ ແລະທຸກຄົນຈະເກີດຢ້ານກົວອັນໃຫຍ່ 46 ແຜ່ນດິນໂລກຈະສັ່ນສະເທືອນເພາະສຽງຂອງການທີ່ບາບິໂລນຖືກຈັບເປັນຊະເລີຍ ແລະສຽງຄ່ຳຄວນຂອງມັນດັງໄປຖ້າມກາງບັນດາປະຊາຊາດ”
ພຣະເຈົ້າຊົງພິພາກສາລົງໂທດກຸງບາບິໂລນ
1 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເບິ່ງແມ໋, ເຣົາຈະປຸກວິນຍານຂອງຜູ້ທຳລາຍ ຕໍ່ສູ້ກັບບາບິໂລນ ຕໍ່ສູ້ກັບຊາວປະເທດຄັນເດອານ 2 ເຮົາຈະສົ່ງຜູ້ຝັດໄປຍັງບາບິໂລນ ແລະເຂົາທັງຫລາຍຈະຝັດມັນ ແລະເຂົາທັງຫລາຍຈະບໍ່ໃຫ້ແຜ່ນດິນຂອງມັນຮ້າງເປົ່າ ເມື່ອເຂົາທັງຫລາຍ ມາລ້ອມມັນໄວ້ທຸກດ້ານໃນວັນແຫ່ງຄວາມຍາກລຳບາກ 3 ຢ່າໃຫ້ນັກທະນູກົ່ງຄັນທະນູໄດ້ ຢ່າໃຫ້ເຂົາສວມເສື້ອເກາະລຸກຂຶ້ນໄດ້ ຢ່າໄວ້ຊີວິດຄົນຫນຸ່ມໆອງມັນເລີຍ ຈົ່ງທຳລາຍພົນໂຍທາຂອງມັນທັງຫມົດ 4 ເຂົາທັງຫລາຍຈະຖືກຂ້າລົ້ມລົງໃນແຜ່ນດິນຂອງຊາວຄັນເດອານ ແລະບາດເຈັບຢູ່ທີ່ຖນົນເມືອງນັ້ນ 5 ເພາະວ່າອິສຣາເອນແລະຢູດາບໍ່ໄດ້ຖືກປະຖິ້ມໂດຍພຣະຜູ້ເປັນເຈົ້າຂອງເຂົາທັງຫລາຍ ພຣະຜູ້ເປັນເຈົ້າຈອມໂຍທາ ແຕ່ແຜ່ນດິນຂອງຊາຄັນເດອານນັ້ນເຕັມດ້ວຍຄວາມຜິດຕໍ່ອົງບໍຣິສຸດແຫ່ງອິສຣາເອນ 6 “ຈົ່ງຫນີເສັຽຈາກຖ້າມກາງບາບິໂລນ ໃຫ້ທຸກຄົນເອົາຊີວິດຂອງຕົນລອດເຖີດ ໃນການລົງໂທດມັນນັ້ນເຈົ້າຢ່າຖືກຕັດອອກເລີຍ ເພາະນີ້ເປັນເວລາແກ້ແຄ້ນແຫ່ງພຣະຜູ້ເປັນເຈົ້າ ເປັນການຊຶ່ງພຣະອົງຊົງຕອບສນອງ 7 ບາບິໂລນໄດ້ເຄີຍເປັນຖ້ວຍທອງຄຳໃນພຣະຫັດຂອງພຣະຜູ້ເປັນເຈົ້າ ກະທຳໃຫ້ແຜ່ນດິນໂລກທັງສິ້ນມຶນເມົາໄປ ບັນດາປະຊາຊາດໄດ້ດື່ມເຫລົ້າອະງຸ່ນຂອງມັນ ເຫດສັນນັ້ນ ປະຊາຊາດຕ່າງໆຈຶ່ງບ້າໄປ 8 ບາບິໂລນໄດ້ລົ້ມລົງແລະແຕກໄປຢ່າງກະທັນຫັນ ຈົ່ງຄ່ຳຄວນເພື່ອມັນເຖີດ ຈົ່ງເອົາຢາມາໃຫ້ມັນບັນເທົາຄວາມປວດ ບາງທີ່ຈະຮັກສາມັນໃຫ້ຫາຍໄດ້ 9 ເຮົາທັງຫລາຍຢາກຈະຮັກສາບາບິໂລນໃຫ້ຫາຍ ແຕ່ມັນບໍ່ຫາຍ ປະຖິ້ມມັນເສັຽເຖິດ ແລະໃຫ້ເຮົາໄປ ຕ່າງໄປຍັງປະເທດຂອງຕົນ ເພາະວ່າການພິພາກສາມັນໄດ້ຂຶ້ນໄປເຖິງຟ້າສວັນ ແລະໄດ້ຖືກຍົກຂຶ້ນເຖິງຟາກຟ້າ 10 ພຣະຜູ້ເປັນເຈົ້າຊົງນຳຄວາມຍຸດຕິທັມອອກມາໃຫ້ເຣົາ ມາເຖີດ ໃຫ້ເຮົາປະກາດພຣະຣາຊກິດຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາທີ່ໃນຊີໂອນ 11 “ຈົ່ງຝົນລູກທະນູ ຈົ່ງຈັບໂລ່ຂຶ້ນມາ ພຣະຜູ້ເປັນເຈົ້າຊົງເລົ້າໃຈບັນດາກະສັດຂອງພຣະອົງກ່ຽວດ້ວຍເຣື່ອງບາບິໂລນ ກໍຄືການທຳລາຍມັນເສັຽ ເພາະນັ້ນແຫລະເປັນການແກ້ແຄ້ນຂອງພຣະຜູ້ເປັນເຈົ້າ ຄືການແກ້ແຄ້ນແທນພຣະວິຫານຂອງພຣະອົງ 12 ຈົ່ງຍົກທຸງເທິງກຳແພງເມືອງບາບິໂລນ ຈົ່ງທຳຄົນເຝົ້າໃຫ້ເຂັ້ມແຂງ ຈົ່ງຕັ້ງຄົນຍາມຂຶ້ນ ຈົ່ງຕຽມກອງຊຸ່ມໄວ້ ເພາະພຣະຜູ້ເປັນເຈົ້າຊົງວາງແຜນງານແລະທັງຊົງກະທຳເສັດຕາມທີ່ພຣະອົງຊົງລັ່ນພຣະວາຈາກ່ຽວດ້ວຍຊາວເມືອງບາບິໂລນ 13 ເຈົ້າຜູ້ອາໄສຕາມນ້ຳມາກຫລາຍ ຜູ້ມີສົມບັດມາກມາຍເອີຍ ອາວະສານຂອງເຈົ້າມາເຖິງແລ້ວ ເສັ້ນຊີວິດຂອງເຈົ້າໄດ້ຖືກຕັດຂາດເສັຽແລ້ວ 14 ພຣະຜູ້ເປັນເຈົ້າຈອມໂຍທາໄດ້ຊົງປະຕິຍານເອງວ່າ ເຮົາຈະໃຫ້ເຈົ້າມີຄົນເຕັມເມືອງໃຫ້ຫລາຍຢ່າງຕັກແຕນ ແລະເຂົາທັງຫລາຍຈະເປັ່ງສຽງໂຮ່ຮ້ອງມີຊັຍເຫນືອເຈົ້າ 15 ຜູ້ຊົງສ້າງໂລກດ້ວຍຣິດເດດຂອງພຣະອົງ ຜູ້ຊົງສະຖາປະນາພິພົບໄວ້ດ້ວຍພຣະສະຕິປັນຍາຂອງພຣະອົງ ແລະຊົງແຜ່ທ້ອງຟ້າອອກດ້ວຍຄວາມເຂົ້າໃຈຂອງພຣະອົງ 16 ເມື່ອພຣະອົງຊົງເປັ່ງພຣະສຸຣະສຽງກໍມີສຽງນ້ຳຄະນອງໃນທ້ອງຟ້າ ແລະຊົງກະທຳໃຫ້ຫມອກລອຍຂຶ້ນຈາກປາຍພິພົບ ຊົງກະທຳຟ້າແມບເພື່ອຝົນ ແລະຊົງນຳລົມມາຈາກພຣະຄັງຂອງພຣະອົງ 17 ມະນຸດທຸກຄົນຊົ່ວຊ້າແລະບໍ່ມີຄວາມຮູ້ ຊ່າງທອງທຸກຄົນຈະໄດ້ອາຍເພາະຮູບເຄົາຣົບຂອງຕົນ ເພາະຮູບເຄົາຣົບຫລໍ່ຂອງເຂົາເປັນຂອງເທັດ ແລະບໍ່ມີລົມຫາຍໃຈໃນຮູບເຄົາຣົບນັ້ນ 18 ມັນເປັນຂອງໄຮ້ຄ່າ ແລະເປັນຜົນງານທີ່ຫນ້າເຍາະເຍີ້ຍ ມັນຈະຕ້ອງພິນາດເມື່ອເຖິງເວລາການລົງໂທດ 19 ພຣະອົງຜູ້ຊົງເປັນສ່ວນຂອງຢາໂຄບບໍ່ເຫມືອນສິ່ງເຫລົ່ານີ້ ເພາະພຣະອົງຊົງເປັນຜູ້ທີ່ກໍ່ຮ່າງທຸກສິ່ງຂຶ້ນ ແລະອິສຣາເອນເປັນເຜົ່າທີ່ເປັນມໍຣະດົກຂອງພຣະອົງ ພຣະຜູ້ເປັນເຈົ້າຈອມໂຍທາເປັນພຣະນາມຂອງພຣະອົງ 20 “ເຈົ້າເປັນຄ້ອນແລະຍຸດໂທປະກອນຂອງເຮົາ ເຮົາທຸບບັນດາປະຊາຊາດເປັນປ່ຽງໆດ້ວຍເຈົ້າ ເຮົາທຳລາຍຣາຊອານາຈັກທັງຫລາຍດ້ວຍເຈົ້າ 21 ເຮົາທຸບມ້າແລະຄົນຂີ່ໃຫ້ແຕກຊະຊາຍໄປດ້ວຍເຈົ້າ 22 ເຮົາທຸບບັນດາຣົດຮົບແລະຄົນຂັບໃຫ້ເປັນປ່ຽງໆດ້ວຍເຈົ້າ ເຮົາທຸບຜູ້ຊາຍແລະຜູ້ຍິງເປັນປ່ຽງໆດ້ວຍເຈົ້າ ເຮົາທຸບຄົນແກ່ແລະຄົນຫນຸ່ມເປັນປ່ຽງໆດ້ວຍເຈົ້າ ເຮົາທຸບຄົນຫນຸ່ມແລະຍິງພົມມະຈາຣີເປັນປ່ຽງໆດ້ວຍເຈົ້າ 23 ເຮົາທຸບຜູ້ລ້ຽງແກະແລະຝູງແກະເປັນປ່ຽງໆດ້ວຍເຈົ້າ ເຮົາທຸບຊາວນາແລະງົວຄູ່ແອກຂອງເຂົາເປັນປ່ຽງໆດ້ວຍເຈົ້າ ເຮົາທຸບເຈົ້າເມືອງແລະປັດເປັນປ່ຽງໆດ້ວຍເຈົ້າ 24 ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຈະສະຫນອງບາບິໂລນແລະບັນດາຊາວປະເທດຄັນເດອານຕໍ່ຫນ້າຕໍ່ຕາຂອງເຈົ້າ ຊຶ່ງບັນດາຄວາມຊົ່ວຮ້າຍອັນເຂົາໄດ້ກະທຳໃນຊີໂອນ 25 ພຣະຜູ້ເປັນເຈົ້າກ່າວວ່າ ພູຊຶ່ງທຳລາຍເອີຍ ເຣົາຕໍ່ສູ້ເຈົ້າ ເຈົ້າຜູ້ທຳລາຍແຜ່ນດິນໂລກທັງສິ້ນ ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ເຈົ້າ ແລະກິ້ງເຈົ້າລົງມາຈາກຫນ້າຜາແລະກະທຳໃຫ້ເຈົ້າເປັນພູທີ່ຖືກໄຫມ້ 26 ເຂົາຈະບໍ່ເອົາຫີນຈາກເຈົ້າໄປທຳສີລາຫົວມຸມ ແລະບໍ່ເອົາໄປທຳຮາກຖານ ແຕ່ເຈົ້າຈະເປັນຂອງປະຮ້າງເປັນນິດ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ 27 “ຈົ່ງຕັ້ງທຸງໄວ້ເທິງແຜ່ນດິນໂລກ ຈົ່ງເປົ່າເຂົາສັດຖ້າມກາງປະຊາຊາດທັງຫລາຍ ຈົ່ງຕຽມປະຊາຊາດທັງຫລາຍໄວ້ທຳສົງຄາມກັບມັນ ຈົ່ງເອີ້ນຣາຊອານາຈັກຕໍ່ໄປນີ້ມາສູ້ກັບມັນ ອາຣາຣັດ ມິນນີ ແລະອັສເຄນັຊ ຈົ່ງຕັ້ງຈອມທັບໄວ້ຕໍ່ສູ້ມັນ ຈົ່ງໃຊ້ຝູງມ້າຂຶ້ນໄປເຫມືອນດັ່ງຝູງຕັກແຕນໂຕມີຂົນນັ້ນ 28 ຈົ່ງຕຽມບັນດາປະຊາຊາດມາທຳສົງຄາມກັບມັນ ຄືຕຽມບັນດາກະສັດແຫ່ງເມເດສ ພ້ອມທັງເຈົ້າເມືອງແລະເຈົ້າແຂວງທັງຫລາຍ ແລະທຸກແຜ່ນດິນທີ່ຂຶ້ນແກ່ເມເດສ 29 ແຜ່ນດິນທີ່ສັ່ນສະເທືອນ ແລະບິດໂຕດ້ວຍຄວາມເຈັບ ເພາະບັນດາພຣະປະສົງຂອງພຣະຜູ້ເປັນເຈົ້າຕໍ່ບາບິໂລນກໍຕັ້ງຫມັ້ນຢູ່ ທີ່ຈະກະທຳໃຫ້ແຜ່ນດິນບາບິໂລນເປັນທີ່ຮ້າງເປົ່າປາສຈາກຄົນອາໄສ 30 ນັກຮົບແຫ່ງບາບິໂລນຢຸດຮົບແລ້ວ ເຂົາທັງຫລາຍຄ້າງຢູ່ໃນທີ່ກຳບັງເຂັ້ມແຂງຂອງເຂົາ ກຳລັງຂອງເຂົາຖອຍເສັຽແລ້ວ ເຂົາທັງຫລາຍກາຍເປັນເຫມືອນດັ່ງຜູ້ຍິງ ທີ່ອາໄສຂອງມັນກໍກຳລັງໄຟໄຫມ້ ແລະດານປະຕູຂອງມັນກໍຫັກ 31 ນັກແລ່ນຄົນນຶ່ງແລ່ນໄປພົບນັກແລ່ນອີກຄົນນຶ່ງ ທູດຄົນນຶ່ງແລ່ນໄປພົບທູດອີກຄົນນຶ່ງ ເພື່ອທູນກະສັດແຫ່ງບາບິໂລນວ່າເມືອງຂອງພຣະອົງຖືກຍຶດໄວ້ທຸກດ້ານແລ້ວ 32 ທ່າລຸຍຂ້າມກໍຖືກຍຶດແລ້ວ ເຄື່ອງປ້ອງກັນກໍຖືກໄຟໄຫມ້ ແລະບັນດາທະຫານກໍເກີດຕື່ນຕົກໃຈ 33 ເພາະພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າແຫ່ງອິສຣາເອນກ່າວດັ່ງນີ້ວ່າ ບຸດຕຣີແຫ່ງບາບິໂລນກໍເຫມືອນລານນວດເຂົ້າໃນເວລາທີ່ມັນຖືກຢຽບຢ່ຳ ໃນບໍ່ຊ້າເວລາກ່ຽວກໍຈະມາເຖິງແລ້ວ” 34 ໃຫ້ຊາວເມືອງຊີໂອນເວົ້າວ່າ, “ເນບູກາດເຣສຊາຣ໌ກະສັດແຫ່ງບາບິໂລນໄດ້ກິນຂ້າພະເຈົ້າເສັຽແລ້ວ ທ່ານໄດ້ທຳລາຍຂ້າພະເຈົ້າເສັຽແລ້ວ ທ່ານໄດ້ທຳໃຫ້ຂ້າພະເຈົ້າເປັນພາຊນະຫວ່າງເປົ່າ ທ່ານໄດ້ກືນຂ້າພະເຈົ້າດັ່ງແຂ້ ທ່ານກິນຂອງແຊບຂອງຂ້າພະເຈົ້າຈົນເຕັມທ້ອງ ແລະທ່ານໄດ້ໄລ່ຂ້າພະເຈົ້າອອກໄປ 35 ໃຫ້ຊາວຊີໂອນກ່າວວ່າ, “ຄວາມທາຣຸນທີ່ໄດ້ກະທຳແກ່ຂ້າພະເຈົ້າແລະແກ່ຍາດຂອງຂ້າພະເຈົ້າຈົ່ງຕົກເຫນືອບາບາໂລນ” ໃຫ້ເຢຣູຊາເລັມກ່າວວ່າ, “ທີ່ຂ້າພະເຈົ້າຕ້ອງຕາຍນັ້ນຊາວປະເທດຄັນເດອານກໍຮັບຜິດຊອບ” 36 ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເບິ່ງແມ໋, ເຣົາຈະແກ້ຄະດີຂອງເຈົ້າ ແລະກະທຳການແກ້ແຄ້ນເພື່ອເຈົ້າ ເຮົາຈະທຳທະເລຂອງມັນໃຫ້ບົກ ແລະກະທຳແມ່ນ້ຳທັງຫລາຍຂອງມັນໃຫ້ແຫ້ງ 37 ແລະບາບິໂລນຈະກາຍເປັນສິ່ງສລັກຫັກພັງ ເປັນບ່ອນທີ່ຫມາປ່າຢູ່ ເປັນຄວາມຫວາດສຽວ ແລະເປັນທີ່ເຍາະເຍີ້ຍປາສຈາກຄົນອາໄສ 38 ພຣະຜູ້ເປັນເຈົ້າກ່າວວ່າ, “ເຂົາທັງຫລາຍຈະຄຳຣາມດ້ວຍກັນເຫມືອນດັ່ງສິງ ເຂົາທັງຫລາຍຈະຄາງເຫມືອນສິງຫນຸ່ມ 39 ຂນະທີ່ເຂົາທັງຫລາຍຮ້ອນໃຈ ເຮົາຈະຕຽມການລ້ຽງໃຫ້ ແລະກະທຳໃຫ້ເຂົາທັງຫລາຍມຶນເມົາ ຈົນເຂົາທັງຫລາຍຈະສລົບສໄລໄປ ແລະນອນຫລັບຢູ່ເປັນນິດ ບໍ່ຕື່ນເລີຍ 40 ເຣົາຈະນຳເຂົາທັງຫລາຍລົງມາດັ່ງລູກແກະໄປຍັງການຂ້າ ເຫມືອນແກະເຖິກແລະແບ້ເຖິກ 41 “ບາບິໂລນຖືກຍຶດແລ້ວ ຊຶ່ງເປັນທີ່ສັຣເສີນຂອງແຜ່ນດິນໂລກຖືກຈັບແລ້ວ ບາບິໂລນໄດ້ກາຍເປັນສາເຫດໃຫ້ປລາດໃຈຖ້າມກາງບັນດາປະຊາຊາດເສັຽແລ້ວ 42 ທະເລຂຶ້ນມາເຫນືອບາບິໂລນເມືອງນັ້ນຄຸມແລ້ວດ້ວຍສຽງອຶກກະທຶກຂອງຄື້ນຟອງທະເລນັ້ນ 43 ຫົວເມືອງຂອງມັນກາຍເປັນຄວາມຮ້າງເປົ່າ ເປັນແຜ່ນດິນທີ່ແຫ້ງແລ້ງແລະເປັນທະເລຊາຍ ເປັນແຜ່ນດິນທີ່ບໍ່ມີຜູ້ໃດອາໄສຢູ່ ແລະບໍ່ມີມະນຸດຄົນໃດຂ້າມໄປ 44 ແລະເຣົາຈະລົງໂທດພຣະເບນໃນບາບິໂລນ ທ່ານກືນຫຍັງເຂົ້າໄປແລ້ວ ເຮົາຈະເອົາອອກຈາກປາກທ່ານເສັຽ ບັນດາປະຊາຊາດຈະບໍ່ໄຫລໄປຫາທ່ານອີກ ກຳແພງແຫ່ງບາບິໂລນລົ້ມລົງແລ້ວ 45 “ໄພ່ພົນຂອງເຮົາເອີຍ ຈົ່ງອອກໄປເສັຽຈາກຖ້າມກາງມັນ ໃຫ້ທຸກຄົນເອົາຊີວິດຂອງຕົນລອດຈາກຄວາມພິໂຣດອັນຮ້ອນແຮງຂອງພຣະຜູ້ເປັນເຈົ້າເທີນ 46 ຢ່າໃຫ້ໃຈຂອງເຈົ້າວິຕົກແລະຢ່າໃຫ້ຢ້ານ ຕໍ່ຂ່າວຊຶ່ງໄດ້ຍິນໃນແຜ່ນດິນນັ້ນ ເມື່ອມີຂ່າວມາໃນປີນຶ່ງ ຕໍ່ມາອີກປີນຶ່ງກໍມີຂ່າວມາ ແລະຄວາມທາຣຸນກໍມີຢູ່ໃນແຜ່ນດິນ ແລະຜູ້ປົກຄອງກໍຕໍ່ສູ້ກັບຜູ້ປົກຄອງ 47 “ເຫດສັນນັ້ນ ວັນເວລາຈະມາເຖິງ ເມື່ອເຮົາຈະລົງໂທດຮູບເຄົາຣົບແຫ່ງບາບິໂລນ ແຜ່ນດິນທັງສິ້ນຂອງມັນຈະຕ້ອງໄດ້ອາຍ ແລະບັນດາຊາວບາບິໂລນຊຶ່ງຖືກຂ້າຈະລົ້ມລົງທີ່ຖ້າມກາງມັນ 48 ແລ້ວຟ້າສວັນແລະແຜ່ນດິນໂລກ ແລະສັພສິ່ງທີ່ມີຢູ່ໃນນັ້ນ ຈະຮ້ອງເພງເພາະຄວາມຊື່ນບານເຫນືອບາບິໂລນ ເພາະວ່າຜູ້ທຳລາຍຈະມາຈາກທິດເຫນືອຕໍ່ສູ້ກັບເຂົາທັງຫລາຍພຣະຜູ້ເປັນເຈົ້າກ່າວດັ່ງນີ້ 49 ບາບິໂລນຈະຕ້ອງລົ້ມລົງເຫດດ້ວຍຄົນທີ່ຖືກຂ້າແຫ່ງອິສຣາເອນ ດັ່ງຜູ້ທີ່ຖືກຂ້າແຫ່ງແຜ່ນດິນໂລກທັງມວນໄດ້ລົ້ມລົງເພາະບາບິໂລນ 50 “ເຈົ້າທັງຫລາຍຜູ້ທີ່ລອດພົ້ນໄປຈາກດາບ ຟ້າວໄປເທີນ ຢ່າຢືນເສີຍຢູ່ ຈົ່ງຣະນຶກເຖິງພຣະຜູ້ເປັນເຈົ້າຈາກທີ່ໄກ ແລະໃຫ້ກຸງເຢຣູຊາເລັມເຂົ້າມາໃນຈິດໃຈຂອງເຈົ້າ 51 ວ່າ “ເຮົາໄດ້ອາຍ ເພາະເຮົາໄດ້ຍິນຄຳເຍາະເຍີ້ຍ ຄວາມອັປຍົດຄຸມຫນ້າເຮົາໄວ້ ເພາະຄົນຕ່າງຊາດໄດ້ເຂົ້າໃນສະຖານບໍຣິສຸດແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ” 52 ພຣະຜູ້ເປັນເຈົ້າກ່າວ່ວ່າ, “ເຫດສັນນັ້ນ ວັນເວລາຈະມາເຖິງ ເມື່ອເຮົາຈະລົງໂທດຮູບເຄົາຣົບຂອງມັນ ແລະຄົນທີ່ບາດເຈັບຈະຄ່ຳຄວນຢູ່ທົ່ວແຜ່ນດິນທັງສິ້ນຂອງມັນ 53 ພຣະຜູ້ເປັນເຈົ້າກ່າວວ່າ ເຖິງແມ່ນບາບີໂລນຈະຂຶ້ນໄປເທິງສວັນ ແລະເຖິງແມ່ນມັນຈະສ້າງປ້ອມກັນທີ່ສູງອັນເຂັ້ມແຂງຂອງມັນໄວ້ ບັນດາຜູ້ທຳລາຍກໍຍັງມາຈາກເຮົາເຫນືອມັນ 54 “ຟັງເດີ ມີສຽງຮ້ອງມາຈາກບາບິໂລນ ສຽງໄວ້ທຸກຈາກແຜ່ນດິນຂອງຄົນຄັນເດອານ 55 ເພາະພຣະຜູ້ເປັນເຈົ້າ ກໍາລັງຊົງກະທຳໃຫ້ບາບິໂລນເປັນບ່ອນປະຮ້າງ ແລະກະທຳສຽງທີ່ໃຫຍ່ໂຕຂອງມັນໃຫ້ງຽບ ຄື້ນຂອງເຂົາທັງຫລາຍຄະນອງເຫມືອນນ້ຳມາກ ສຽງອຶກກະທຶກຂອງເຂົາກໍເປັ່ງອອກມາ 56 ເພາະວ່າຜູ້ທຳລາຍໄດ້ມາເຫນືອມັນ ມາເຫນືອບາບິໂລນ ບັນດານັກຮົບຂອງມັນຖືກຍຶດແລ້ວ ຄັນທະນູຂອງເຂົາທັງຫລາຍຖືກຫັກຖິ້ມ ເພາະພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າແຫ່ງການຕອບແທນ ພຣະອົງຈະຊົງສນອງເປັນແນ່ 57 ເຣົາຈະກະທຳໃຫ້ເຈົ້ານາຍຂອງມັນ ແລະນັກປາດຂອງມັນມືນເມົາ ເຈົ້າເມືອງຂອງມັນ ຜູ້ບັງຄັບບັນຊາຂອງມັນ ແລະນັກຮົບຂອງມັນ ເຂົາທັງຫລາຍຈະນອນຫລັບຢູ່ເປັນນິດ ບໍ່ຕື່ນອີກເລີຍ ພຣະບໍຣົມມະຫາກະສັດຜູ້ຊົງພຣະນາມວ່າພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ 58 “ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ກຳແພງອັນກວ້າງຂວາງຂອງບາບິໂລນ ຈະຖືກມ້າງເພລົງໃຫ້ພຽງສເມີພື້ນດິນ ແລະປະຕູເມືອງສູງຂອງມັນຈະຖືກເຜົາດ້ວຍໄຟ ບັນດາປະຊາຊົນທຳງານຢ່າງໄຮ້ປໂຍດ ແລະຊົນຊາດທັງຫລາຍຈະໄດ້ເຮັດວຽກສຳລັບໄຟຈົນເມື່ອຍໄປແລ້ວ 59 ຖ້ອຍຄຳຊຶ່ງເຢເຣມີຢາຜູ້ປະກາດພຣະທັມໄດ້ສັ່ງແກ່ເຊມັຍຢາບຸດເນຣິຢາຜູ້ເປັນບຸດມາຊັຍຢາ ເມື່ອເຂົາໄປຍັງບາບິໂລນກັບເຊເດກີຢາກະສັດແຫ່ງຢູດາ ໃນປີທີ່ສີ່ແຫ່ງຣັຊການຂອງທ່ານນັ້ນ ເຊຣັຍຢາເປັນຫົວຫນ້າຈັດທີ່ພັກ 60 ເຢເຣມີຢາໄດ້ຂຽນບັນດາໂທດທັງສິ້ນຊຶ່ງຈະມາເຖິງບາບິໂລນນັ້ນໄວ້ໃນຫນັງສື ຖ້ອຍຄຳເຫລົ່ານີ້ເປັນຄຳທີ່ຂຽນໄວ້ກ່ຽດ້ວຍເຣື່ອງບາບິໂລນ 61 ແລະເຢເຣມີຢາເວົ້າກັບເຊຣັຍຢາວ່າ, “ເມື່ອທ່ານມາເຖິງບາບິໂລນແລ້ວ ທ່ານຈົ່ງອ່ານຖ້ອຍຄຳເຫລົ່ານີ້ທັງຫມົດເດີ 62 ແລະກ່າວວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງໄດ້ກ່າວກັບສະຖານດທີ່ນີ້ວ່າ ພຣະອົງຈະຊົງຕັດອອກເສັຽ ເພື່ອວ່າຈະບໍ່ມີສິ່ງໃດອາໄສຢູ່ໃນນັ້ນ ບໍ່ວ່າມະນຸດຫລືສັດ ແລະຈະເປັນບ່ອນຮ້າງເປົ່າຢູ່ເປັນນິດ 63 ເມື່ອທ່ານອ່ານຫນັງສືນີ້ຈົບແລ້ວ ຈົ່ງເອົາກ້ອນຫີນນຶ່ງມັດຕິດມັນໄວ້ ແລະໂຍນມັນຖິ້ມໄປກາງແມ່ນ້ຳເອີຟຣາດ 64 ແລະຈົ່ງກ່າວວ່າ, “ບາບິໂລນຈະຈົມລົງຢ່າງນີ້ແຫລະ ບໍ່ລອຍຂຶ້ນອີກເລີຍ ເຫດດ້ວຍໂທດຊຶ່ງເຣົາຈະນໍາມາເຫນືອມັນ”ຖ້ອຍຄຳຂອງເຢເຣມີຢາມີພຽງນີ້
ເຊເດກີຢາຖືກຄຸກຈົນເທົ່າຕາຍ
1 ເຊເດກີຢາໄດ້ເປັນກະສັດເມື່ອອາຍຸຊາວເອັດປີ ຊົງປົກຄອງຢູ່ທີ່ກຸງເຢຣູຊາເລັມເປັນເວລາສິບເອັດປີ ພຣະມານດາຂອງພຣະອົງຊື່ ຮາມູຕານ ຊຶ່ງເປັນບຸດສາວຂອງເຢເຣມີຢາຊາວເມືອງລີບນາ 2 ໃນສາຍພຣະເນດຂອງພຣະຜູ້ເປັນເຈົ້ານັ້ນ ຊົງເຫັນວ່າກະສັດເຊເດກີຢາໄດ້ຊົງທຳສິ່ງທີ່ຊົ່ວຮ້າຍຫລາຍ ເຊັ່ນດຽວກັນກັບກະສັດເຢຮົວອາຄິມໄດ້ທຳ 3 ສະນັ້ນ ສະພາບຂອງສັງຄົມໃນກຸງເຢຣູຊາເລັມ ແລະໃນຢູດາຈຶ່ງຊົ່ວຮ້າຍຫລາຍ ຈົນພຣະຜູ້ເປັນເຈົ້າຊົງພຣະພິໂຣດແລະປະຖິ້ມຊາວເມືອງນີ້ ກະສັດເຊເດກີຢາໄດ້ກະບົດຕໍ່ສູ້ກະສັດບາບິໂລນ 4 ຕໍ່ມາໃນວັນທີ່ສິບເດືອນສິບຂອງປີທີ່ເກົ້າແຫ່ງຣັຊການເຊເດກີຢາກະສັດຢູດາ ເນບູກາດເຣສຊາຣ໌ກະສັດບາບິໂລນໄດ້ຍົກທັບມາອ້ອມກຸງເຢຣູຊາເລັມ ໄດ້ຕັ້ງຄ້າຍໄວ້ນອກເມືອງ ແລະສ້າງກຳແພງອ້ອມເມືອງ 5 ກຸງເຢຣູຊາເລັມຈຶ່ງຖືກປິດລ້ອມຈົນເຖິງປີທີ່ສິບເອັດແຫ່ງຣັຊການເຊເດກີຢາ 6 ເມື່ອວັນທີ່ເກົ້າເດືອນສີ່ປີດຽວກັນນັ້ນ ໄດ້ເກີດການອຶດຢາກຂຶ້ນຢ່າງຮ້າຍແຮງ ຈົນປະຊາຊົນບໍ່ມີຫຍັງຈະກິນ 7 ແລ້ວພວກສັດຕຣູໄດ້ມ້າງກຳແພງເມືອງບ່ອນນຶ່ງອອກ ທະຫານທັງຫມົດທີ່ຢູ່ໃນເມືອງຈຶ່ງພາກັນຫນີ ໄປຕາມທາງປະຕູເມືອງລະຫວ່າງກຳແພງທັງສອງ ພວກເຂົາໄດ້ຫນີອອກໄປທາງສວນອຸທະຍານໃນເວລາກາງຄືນ ຝ່າຍຄົນຄັນເດອານກໍລ້ອມຢູ່ຮອບກຸງ ແລະເຂົາທັງຫລາຍມຸ່ງຫນ້າໄປທາງຮ່ອມພູອາຣາບາ 8 ແຕ່ກອງທັບຂອງຄົນຄັນເດອານໄດ້ໄລ່ຕິດຕາມກະສັດໄປ ແລະໄປທັນເຊເດກີຢາໃນທີ່ທົ່ງຮາບພຽງໃກ້ເມືອງເຢຣິໂກ ທະຫານທັງຫມົດຂອງພຣະອົງໄດ້ຫນີປະພຣະອົງໄປ 9 ຫລັງຈາກຈັບເຊເດກີຢາໄດ້ແລ້ວ ເຂົາກໍນຳພຣະອົງມາມອບໃຫ້ກະສັດເນບູກາດເຣສຊາຣ໌ ຊຶ່ງຊົງປະທັບຢູ່ເມືອງຣິບລາໃນດິນແດນຮາມັທ ແລະຊົງຕັດສິນລົງໂທດກະສັດເຊເດກີຢາຢູ່ທີ່ນັ້ນ 10 ກະສັດແຫ່ງບາບິໂລນໄດ້ປະຫານບຸດຊາຍທັງຫລາຍຂອງເຊເດກີຢາຕໍ່ຫນ້າຕໍ່ຕາທ່ານແລະໄດ້ປະຫານຊີວິດພວກເຈົ້ານາຍທັງສິ້ນຂອງຢູດາເສັຽທີ່ເມືອງຣິບລາ 11 ພຣະອົງໄດ້ຄວັດຫນ່ວຍຕາຂອງເຊເດກີຢາອອກ ແລະໄດ້ຜູກໂສ້ນຳໄປຍັງບາບິໂລນ ແລ້ວຂັງໄວ້ໃນຄຸກຈົນວັນທີ່ທ່ານສິ້ນຊີວິດ 12 ມື້ວັນທີ່ສິບເດືອນຫ້າ ຊຶ່ງເປັນປີທີ່ສິບເກົ້າແຫ່ງຣັຊການເນບູກາດເຣສຊາຣ໌ກະສັດແຫ່ງບາບິໂລນ ເນບູຊາເຣດານຜູ້ເປັນຣາຊເລຂາແລະຜູ້ບັນຊາການທະຫານ ໄດ້ເຂົ້າໄປໃນກຸງເຢຣູຊາເລັມ 13 ແລ້ວເຂົາໄດ້ເຜົາພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະພຣະຣາຊວັງ ແລະບັນດາເຮືອນທັງສິ້ນຂອງກຸງເຢຣູຊາເລັມ ແລະບ້ານເຮືອນຂອງບຸກຄົນສຳຄັນຖິ້ມ 14 ສ່ວນກອງທັບທັງສິ້ນຂອງຄົນຄັນເດອານ ຜູ້ຢູ່ກັບຜູ້ບັງຄັບບັນຊາທະຫານຮັກສາພຣະອົງໄດ້ທຳລາຍກຳແພງເມືອງທັງຫມົດທີ່ຢູ່ຮອບກຸງເຢຣູຊາເລັມລົງ 15 ແລະເນບູກາດເຣສຊາຣ໌ໄດ້ຈັບປະຊາຊົນທີ່ເຫລືອຢູ່ໃນເມືອງ ຮວມທັງຄົນທີ່ຫນີເຂົ້າມາມອບຕົວຕໍ່ທ່ານກັບພວກນາຍຊ່າງທີ່ເຫລືອຢູ່ໄປເປັນຊະເລີຍທີ່ບາບິໂລນ 16 ແຕ່ເນບູຊາເຣດານຜູ້ບັນຊາການທະຫານຮັກສາພຣະອົງໄດ້ປະຄົນທີ່ທຸກຍາກທີ່ສຸດໃນແຜ່ນດິນໄວ້ໃຫ້ເປັນຄົນທຳສວນອະງຸ່ນ ແລະເຮັດໄຮ່ໄຖ່ນາ 17 ບັນດາເສົາທອງສຳຣິດຊຶ່ງຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະເສົາແລະຂັນນັ້ນທອງສຳຣິດ ຊຶ່ງຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້ານັ້ນຄົນຄັນເດອານໄດ້ທຸບເສັຽເປັນທ່ອນໆ ແລະຂົນເອົາທອງສຳຣິດທັງຫມົດໄປຍັງບາບິໂລນ 18 ພວກເຂົາຍັງໄດ້ຂົນເອົາເຄື່ອງໃຊ້ສຳລັບທຳຄວາມສະອາດແທ່ນບູຊາ ຄືສຽມ ຊວ້ານ ຄຸໃສ່ຂີ້ເທົ່າໄຟ ຖາດແລະມີດຕັດໄສ້ຕະກຽງ ໂອໃສ່ເລືອດເວລາຂ້າສັດຖວາຍບູຊາ ຫມໍ້ສຳລັບເຄື່ອງຫອມບູຊາ ແລະເຄື່ອງທອງສຳຣິດທັງຫມົດທີ່ໃຊ້ໃນພິທີການຂອງວິຫານ 19 ພວກເຂົາໄດ້ຂົນເອົາທຸກສິ່ງທີ່ທຳດ້ວຍຄຳຫລືເງິນໄປ ຄື ຫມໍ້ນ້ອຍ ອ່າງໃສ່ຖ່ານຫີນ ໂອໃສ່ເລືອດ ຄຸໃສ່ຂີ້ເທົ່າໄຟ ຕີນຕັ້ງຕະກຽງ ຖາດເຄື່ອງຫອມບູຊາ ຈອກເຄື່ອງດື່ມບູຊາ 20 ເຄື່ອງທອງສຳຣິດທີ່ກະສັດໂຊໂລໂມນທຳໄວ້ໃນພຣະວິຫານ ຄືເສົາສອງເສົາ ຕີນເສົາ ອ່າງໃຫຍ່ໃສ່ນ້ຳ ຮູບງົວສິບສອງໂຕທີ່ຮອງຮັບອ່າງໃຫຍ່ນັ້ນ ເຄື່ອງເຫລົ່ານີ້ຫນັກຫລາຍຈົນຊັ່ງບໍ່ໄດ້ 21 ເສົາສອງເສົານັ້ນ ແຕ່ລະເສົາແທກໄດ້ດັ່ງນີ້ ລວງສູງສິບແປດສອກ ລວງອ້ອມສິບສອງສອກ ຂ້າງໃນເປັນໂກນ ຄວາມຫນາຂອງເສົາສີ່ນິ້ວ 22 ຢູ່ເທິງຫົວເສົາມີບົວທອງສຳຣິດ ບົວແຕ່ລະດອກສູງຫ້າສອກ ມີຮູບພວງມາລັຍແລະຮູບຫມາກພິລາອ້ອມຮອບບົວນັ້ນ ສິ່ງທັງຫມົດນີ້ທຳດ້ວຍທອງສຳຣິດ 23 ເທິງພວງມາລັຍໂດຍຮອບມີຮູບຫມາກພິລາຮ້ອຍຫນ່ວຍ ແຕ່ຫລຽວຂຶ້ນໄປຈາກເບື້ອງລຸ່ມເຫັນມີເກົ້າສິບຫົກຫນ່ວຍ 24 ນອກຈາກນັ້ນ ຜູ້ບັນຊາການທະຫານຮັກສາພຣະອົງໄດ້ຈັບເຊຣັຍຢາມະຫາປະໂຣຫິດ ເຊຟັນຢາຜູ້ຮອງປະໂຣຫິດ ແລະຄົນອື່ນໆອີກທີ່ຮັບໃຊ້ຢູ່ໃນພຣະວິຫານສາມຄົນໄປເປັນຊະເລີຍ 25 ທ່ານໄດ້ຈັບເອົາຜູ້ບັນຊາການທະຫານຄົນນຶ່ງ ທີ່ປຶກສາມະຫາກະສັດເຈັດຄົນ ຮອງຜູ້ບັນຊາການທະຫານຊຶ່ງຮັບຫນ້າທີ່ເກນທະຫານ ແລະຄົນສຳຄັນອື່ນໆອີກຫົກສິບຄົນໄປຈາກເມືອງນັ້ນ 26 ເນບູຊາຣາດານໄດ້ຈັບຄົນເຫລົ່ານີ້ນຳໄປມອບໃຫ້ກະສັດບາບິໂລນທີ່ເມືອງຣິບລາ 27 ກະສັດແຫ່ງບາບິໂລນຊົງຕີເຂົາ ແລະລົງໂທດເຂົາຈົນຕາຍຢູ່ເມືອງຣິບລາ ດິນແດນຮາມັທ 28 ຕໍ່ໄປນີ້ແມ່ນຈຳນວນປະຊາຊົນຢູດາທີ່ຖືກກະສັດເນບູກາດເຣສຊາຣ໌ກວາດຕ້ອນອອກຈາກປະເທດດໄປເປັນຊະເລີຍ ຄືໃນຣັຊການປີທີ່ເຈັດກວາດຕ້ອນໄປ ພວກຢິວສາມພັນຊາວສາມຄົນ 29 ໃນປີທີ່ສິບແປດແຫ່ງຣັຊການເນບູກາດເຣສຊາຣ໌ທ່ານຂົນຊະເລີຍຈາກກຸງເຢຣູຊາເລັມແປດຮ້ອຍສາມສິບສອງຄົນ 30 ໃນປີທີ່ຊາວສາມແຫ່ງຣັຊການເນບູກາດເຣສຊາຣ໌ ເນບູຊາຣາດານຜູ້ບັງຄັບບັນຊາທະຫານຮັກສາພຣະອົງຈັບຢິວເປັນຊະເລີຍເຈັດຮ້ອຍສີ່ສິບຫ້າຄົນ ຮວມຄົນທັງຫມົດເປັນສີ່ພັນກັບຫົກຮ້ອຍຄົນ
ເຢຮົວອາຄິນຮັບການປົດປ່ອຍແລະຮັບກຽດໃນບາບິໂລນ
31 ແລະໃນປີທີ່ສາມສິບເຈັດແຫ່ງການເປັນຊະເລີຍຂອງເຢຮົວອາຄິນກະສັດແຫ່ງຢູດານັ້ນ ເມື່ອວັນທີ່ຊາວຫ້າໃນເດືອນທີ່ສິບສອງ ເອວິນເມໂຣດັກກະສັດແຫ່ງບາບິໂລນ ໃນປີທີ່ທ່ານຂຶ້ນສເວີຍຣາຊ ທ່ານໄດ້ຍົກຫົວຂອງເຢຣົວອາຄິນກະສັດແຫ່ງຢູດາຂຶ້ນ ແລະໄດ້ນຳທ່ານອອກມາຈາກຄຸກ 32 ພຣະອົງກ່າວຢ່າງເມດຕາຕໍ່ທ່ານ ແລະໃຫ້ນັ່ງເທິງທີ່ນັ່ງເຫນືອກວ່າບັນດາກະສັດທັງຫລາຍທີ່ຢູ່ໃນບາບິໂລນ 33 ດັ່ງນັ້ນເຢຣົວອາຄິນຈຶ່ງໄດ້ຖ່າຍເຄື່ອງນຸ່ງນັກໂທດອອກຈາກກາຍແລະໄດ້ຮັບປະທານອາຫານທີ່ໂຕະສເວີຍຂອງພຣະຣາຊາທຸກວັນຈົນສິ້ນພຣະຊົນ 34 ສ່ວນງົບປະມານທີ່ໃຫ້ນັ້ນທ່ານໄດ້ຮັບຂອງພຣະຣາຊທານຈາກກະສັດຕາມຄວາມຕ້ອງການຢູ່ສເມີ ຄລອດເມື່ອທ່ານມີຊີວິດຢູ່ຈົນວັນຕາຍຂອງທ່ານ
ຄວາມໂສກເສົ້າຂອງຊີໂອນທີ່ເປັນຊະເລີຍ
1 ກຸງທີ່ແຫນ້ນຫນາດ້ວຍພົລເມືອງມາອ້າງວ້າງຢູ່ໄດ້ຫນໍ ນະຄອນທີ່ຮຸ່ງເຮືອງຢູ່ຖ້າມກາງປະຊາຊາດມາກາຍເປັນດັ່ງຍິງຫມ້າຍຫນໍ ນະຄອນທີ່ເປັນດັ່ງເຈົ້າຍິງຖ້າມກາງເມືອງທັງຫລາຍ ກໍກັບເປັນເມືອງຂຶ້ນເຂົາໄປ 2 ນະຄອນນັ້ນຮ້ອງໄຫ້ສະອື້ນໃນຣາຕຣີການ ແລະນ້ຳຕາຂອງນາງກໍອາບແກ້ມ ນາງຈະຫາໃຜຖ້າມກາງຄົນທີ່ຮັກນາງໃຫ້ມາເລົ້າໂລມກໍຫາບໍ່ພົບ ບັນດາຫມູ່ເພື່ອນຂອງນາງຫມົດທຸກຄົນໄດ້ທໍຣະຍົດຕໍ່ນາງ ເຂົາທັງປວງກັບເປັນສັດຕຣູຂອງນາງ 3 ຢູດາໄດ້ຖືກກວາດໄປເປັນຊະເລີຍ ໄດ້ຮັບຄວາມທຸກໃຈ ຕ້ອງທຳງານຢ່າງທາດ ນາງຕ້ອງອາໄສຖ້າມກາງປະຊາຊາດທັງຫລາຍ ນາງບໍ່ພົບທີ່ພັກສງົບເລີຍ ບັນດາຜູ້ຂົ່ມເຫັງໄດ້ໄລ່ທັນນາງ ເມື່ອເວລານາງທຸກໃຈ 4 ຖນົນຫົນທາງທີ່ເຂົ້າກຸງເຢຣູຊາເລັມກໍໂສກເສົ້າຢູ່ ເພາະບໍ່ມີຜູ້ໃດເດີນໄປໃນງານເທສການ ບັນດາປະຕູເມືອງຂອງນາງຫວ່າງເປົ່າ ພວກປະໂຣຫິດທັງປວງຂອງນາງໄດ້ພາກັນຖອນໃຈ ສາວພົມມະຈາຣີທັງຫລາຍຂອງນາງກໍຕ້ອງທົນທຸກ ແລະຕົວນາງເອງກໍໄດ້ຣັບຄວາມຂົ່ມຂືນຍິ່ງນັກ 5 ພວກຄົນທີ່ຂັດຂວາງນາງກາຍເປັນຫົວຫນ້າ ພວກສັດຕຣູຂອງນາງໄດ້ຈະເຣີນຂຶ້ນ ດ້ວຍວ່າພຣະເຈົ້າໄດ້ຊົງກະທຳໃຫ້ນາງທົນທຸກ ເພາະຄວາມທໍຣະຍົດອັນມະຫັນຂອງນາງ ລູກເຕົ້າທັງຫລາຍຂອງນາງຕົກເປັນຊະເລີຍຕໍ່ຫນ້າສັດຕຣູ 6 ແລະຄວາມຮຸ່ງເຮືອງຕະການ ໄດ້ພາກໄປຈາກທິດາແຫ່ງຊີໂອນເສັຽແລ້ວ ພວກເຈົ້ານາຍຂອງນາງກໍກັບເປັນດັ່ງຝູງກວາງ ທີ່ຫາທົ່ງຫຍ້າລ້ຽງຊີວິດບໍ່ໄດ້ ແລະໄດ້ແລ່ນຫນີໄປຂ້າງຫນ້າຜູ້ໄລ່ຕິດຕາມ 7 ເຢຣູຊາເລັມເມື່ອຕົກຢູ່ໃນຍາມທຸກໃຈ ແລະຍາມລຳເຄັນກໍໄດ້ຫວນລະນຶກເຖິງສິ່ງປະເສີດ ທີ່ຕົນເຄີຍມີໃນຄັ້ງກ່ອນ ເມື່ອພົລເມືອງຂອງນາງຕົກຢູ່ໃນມືຂອງສັດຕຣູ ແລະຫາບໍ່ມີຜູ້ໃດຈະສົງເຄາະນາງ ພວກສັດຕຣູເຫັນນາງແລ້ວກໍເຍາະເຍີ້ຍຄວາມລົ້ມຈົມຂອງນາງ 8 ເຢຣູຊາເລັມໄດ້ທຳບາບຢ່າງໃຫຍ່ຫລວງ ເຫດສະນີ້ນາງຈຶ່ງເປັນສິ່ງມົນທິນ ບັນດາຄົນທີ່ເຄີຍໃຫ້ກຽດນາງກໍລົບລູ່ນາງ ເພາະເຫດເຂົາທັງຫລາຍເຫັນຄວາມອັປຍົດຂອງນາງ ໂອ ນາງເອງໄດ້ຖອນໃຈ ແລະຫັນຫນ້າຂອງນາງໄປເສັຽ 9 ມົນທິນຂອງນາງກໍຂັງໃນກະໂປງຂອງນາງ ແລະນາງບໍ່ໄດ້ຄຳນຶງເຖິງອະນາຄົດ ດັ່ງນັ້ນນາງຈຶ່ງເສື່ອມໂຊມລົງໄວຢ່າງຫນ້າໃຈຫາຍ ນາງກໍບໍ່ມີຜູ້ໃດເລົ້າໂລມ “ຂ້າແດ່ພຣະເຈົ້າ ຂໍທອດພຣະເນດ ຄວາມທຸກໃຈຂອງຂ້າພຣະອົງ ເພາະພວກສັດຕຣູໄດ້ລຳພອງຕົວຂຶ້ນແລ້ວ” 10 ພວກສັດຕຣູໄດ້ຍື່ນມືຂອງເຂົາ ຍຶດເອົາບັນດາຂອງປະເສີດຂອງນາງ ດ້ວຍນາງໄດ້ເຫັນບັນດາປະຊາຊາດບຸກເຂົ້າມາໃນສະຖານນະມັສການຂອງນາງ ຄືຄົນທີ່ພຣະອົງໄດ້ຊົງຫ້າມບໍ່ໃຫ້ເຂົ້າມາໃນຊຸມນຸມຊົນຂອງພຣະອົງ 11 ບັນດາພົລເມືອງຂອງນາງໄດ້ຖອນໃຈໃຫຍ່ ເມື່ອເຂົາທັງຫລາຍຊອກຫາອາຫານແລະພວກເຂົາໄດ້ເອົາຊັບສິນຂອງຕົວອອກແລກອາຫານກິນເພື່ອຈະໄດ້ລ້ຽງຊີວິດ “ຂ້າແຕ່ພຣະເຈົ້າ ຂໍຊົງທອດພຣະເນດ ເພາະຂ້າພຣະອົງເປັນທີ່ຢຽດຫຍາມເສັຽແລ້ວ” 12 ດູກ່ອນ ທ່ານທັງຫລາຍທີ່ເດີນຜ່ານໄປ ທ່ານບໍ່ໄດ້ເກີດມີຄວາມຮູ້ສຶກຫຍັງບໍ ຈົ່ງເບິ່ງດູ ວ່າມີຄວາມທຸກອັນໃດແດ່ທີ່ເຫມືອນຄວາມທຸກທີ່ມາສູ່ຂ້າພະເຈົ້າ ເປັນຄວາມທຸກຊຶ່ງພຣະເຈົ້າໄດ້ຊົງກະທຳແກ່ຂ້າພະເຈົ້າ ໃນວັນທີ່ພຣະອົງຊົງພຣະພິໂຣດຂ້າພະເຈົ້າຢ່າງຮ້າຍແຮງນັ້ນ 13 “ພຣະອົງໄດ້ຊົງສົ່ງໄຟລົງມາຈາກເບື້ອງເທິງ ໃຫ້ເຂົ້າໄປໃນກະດູກທັງຫລາຍຂອງຂ້າພະເຈົ້າ ພຣະອົງໄດ້ຊົງຫ້າງແຮ້ວໄວ້ດັກຕີນຂອງຂ້າພະເຈົ້າ ພຣະອົງໄດ້ຊົງກະທຳໃຫ້ຂ້າພະເຈົ້າຕ້ອງຫັນກັບຄືນ ພຣະອົງໄດ້ຊົງກະທຳໃຫ້ຂ້າພະເຈົ້າຢູ່ໂດດດ່ຽວ ແລະອ່ອນລະອາຢູ່ຕລອດວັນ 14 “ພາຣະແຫ່ງການທໍຣະຍົດທັງມວນຂອງຂ້າພະເຈົ້າກໍຖືກຮວມເຂົ້າກັນເປັນແອກ ໂດຍພຣະຫັດຂອງພຣະອົງຊົງຮວບມັດໄວ້ ແອກນັ້ນຮັດຕຶງຮອບຄໍຂ້າພະເຈົ້າ ພຣະອົງໄດ້ຊົງກະທຳໃຫ້ກຳລັງຂ້າພະເຈົ້າຖອຍໄປ ອົງພຣະຜູ້ເປັນເຈົ້າໄດ້ຊົງມອບຂ້າພະເຈົ້າໄວ້ໃນມືຂອງເຂົາທັງຫລາຍ ຊຶ່ງຂ້າພະເຈົ້າບໍ່ສາມາດຕໍ່ຕ້ານໄດ້ 15 “ອົງພຣະຜູ້ເປັນເຈົ້າໄດ້ຊົງຖິ້ມນັກຮົບຂອງຂ້າພະເຈົ້າຖ້າມກາງຂ້າພະເຈົ້າ ພຣະອົງໄດ້ຊົງເກນຊຸມນຸມຊົນເຂົ້າມາຕໍ່ສູ້ຂ້າພະເຈົ້າ ເພື່ອຈະຢຽບຢໍ່າຊາຍສະກັນຂອງຂ້າພະເຈົ້າໃຫ້ແຫລກໄປ ພຣະເຈົ້າໄດ້ຊົງຍ່ຳລູກສາວພົມມະຈາຣີແຫ່ງຢູດາ ດັ່ງຢຽບຫມາກອະງຸ່ນລົງໃນບໍ່ຍ່ຳຫມາກອະງຸ່ນ 16 “ເພາະເຫດນີ້ເອງທີ່ຂ້າພະເຈົ້າຮ້ອງໄຫ້ ໃນຕາຂອງຂ້າພະເຈົ້າມີນ້ຳຕາໄຫລລົງມາ ເພາະຜູ້ອອຍໃຈຢູ່ໄກຈາກຂ້າພະເຈົ້າ ຄືຜູ້ທີ່ໃຫ້ກຳລັງໃຈຂ້າພະເຈົ້າ ແລະພວກລູກຂອງຂ້າພະເຈົ້າກໍໂດດດ່ຽວເພາະພວກສັດຕຣູໄດ້ໄຊຊະນະ” 17 ເມືອງຊີໂອນໄດ້ຢຽດມືທັງສອງອອກອ້ອນວອນ ແຕ່ກໍບໍ່ມີໃຜທີ່ເລົ້າໂລມນາງໄດ້ ພຣະເຈົ້າຊົງມີພຣະບັນຊາ ກ່າວໂທດຢາໂຄບ ວ່າໃຫ້ພວກທີ່ຢູ່ອ້ອມຮອບຢາໂຄບຕັ້ງຕົວຂຶ້ນເປັນຄູ່ສັດຕຣູ ເຢຣູຊາເລັມເປັນສິ່ງເປິະເປື້ອນຖ້າມກາງເຂົາທັງຫລາຍ 18 “ພຣະເຈົ້າຊົງຊອບທັມແລ້ວ ເພາະຂ້າພະເຈົ້າໄດ້ຂັດຂືນພຣະບັນຍັດຂອງພຣະອົງ ດູກ່ອນ ບັນດາຊົນຊາດທັງຫລາຍ ຂ້າພະເຈົ້າຂໍທ່ານໄດ້ຟັງ ແລະຂໍມາມອງເບິ່ງຄວາມທົນທຸກຂອງຂ້າພະເຈົ້າ ສາວພົມມະຈາຣີຂອງຂ້າພະເຈົ້າ ແລະຫນຸ່ມໆຂອງຂ້າພະເຈົ້າຕົກໄປເປັນຊະເລີຍແລ້ວ 19 “ຂ້າພະເຈົ້າໄດ້ຮ້ອງເອີ້ນບັນດາຄົນຮັກຂອງຂ້າພະເຈົ້າ ແຕ່ເຂົາທັງຫລາຍໄດ້ຫລອກລວງຂ້າພະເຈົ້າ ພວກປະໂຣຫິດແລະພວກຜູ້ໃຫຍ່ຂອງຂ້າພະເຈົ້າກໍຕາຍທີ່ກາງເມືອງ ຂນະເມື່ອເຂົາອອກຫາອາຫານເພື່ອລ້ຽງຊີວິດຂອງຕົນ 20 “ຂ້າແດ່ພຣະເຈົ້າ ໂຜດທອດພຣະເນດ ເພາະຂ້າພຣະອົງມີຄວາມທຸກ ຈິດໃຈຂອງຂ້າພຣະອົງມີຄວາມທຸລົນທຸລາຍ ຈິດໃຈຂອງຂ້າພະເຈົ້າເຈັບປວດ ເພາະຂ້າພຣະອົງມັກກະບົດຢ່າງຮ້າຍກາດ ນອກບ້ານມີຄົນຕ້ອງຄົມດາບຕາຍ ໃນບ້ານກໍມີຄົນຕາຍດ້ວຍ 21 ເຂົາທັງຫລາຍໄດ້ຍິນວ່າ ຂ້າພຣະອົງຖອນໃຈຢ່າງໃດ ຫາມີຜູ້ໃດມາເລົ້າໂລມໃຈຂ້າພຣະອົງ ບັນດາສັດຕຣູຂອງຂ້າພຣະອົງໄດ້ຍິນເຖິງເຫດຮ້າຍທີ່ຕົກແກ່ຂ້າພຣະອົງ ເຂົາທັງຫລາຍກໍພາກັນດີໃຈທີ່ພຣະອົງໄດ້ຊົງກະທຳຢ່າງນີ້ ຂໍໂຜດນຳເອົາມື້ທີ່ພຣະອົງຊົງປະກາດໄວ້ນັ້ນໃຫ້ມາເຖິງ ແລະເຂົາທັງຫລາຍຈະເປັນຢ່າງທີ່ຂ້າພຣະອົງເປັນຢູ່ນີ້ 22 “ຂໍໃຫ້ບັນດາການຊົ່ວຂອງເຂົາທັງຫລາຍມາປາກົດຕໍ່ພຣະພັກພຣະອົງ ແລະຂໍຊົງກະທຳແກ່ເຂົາທັງຫລາຍເຫມືອນທີ່ພຣະອົງໄດ້ຊົງກະທຳແກ່ຂ້າພຣະອົງ ເພາະການທໍຣະຍົດທັງສິ້ນຂອງຂ້າພຣະອົງເຖີດ ດ້ວຍຄວາມສະທ້ອນຖອນໃຈຂອງຂ້າພຣະອົງນັ້ນມິຫລາຍຄັ້ງ ແລະຈິດໃຈຂອງຂ້າພຣະອົງກໍອ່ອນເພັຽເຕັມທີແລ້ວ”
ຄວາມເສົ້າໂສກຂອງຊີໂອນຈາກພຣະເຈົ້າ
1 ດ້ວຍພຣະພິໂຣດ ພຣະເຈົ້າຊົງໃຊ້ເມກບັງທິດາຂອງຊີໂອນຫນໍ ພຣະອົງໄດ້ຊົງແກວ່ງສະງ່າຣາສີຂອງອິສຣາເອນໃຫ້ຕົກລົງຈາກຟ້າເຖິງດິນ ພຣະອົງບໍ່ໄດ້ຊົງລະນຶກເຖິງແທ່ນຮອງພຣະບາດຂອງພຣະອົງເລີຍ ໃນຍາມທີ່ພຣະອົງຊົງໂກດຣ້າຍ 2 ພຣະເຈົ້າຊົງທຳລາຍທີ່ຢູ່ຂອງຢາໂຄບເສັຽສິ້ນແລ້ວໂດຍປາສຈາກພຣະກະຣຸນາ ດ້ວຍພຣະພິໂຣດຂອງພຣະອົງໄດ້ຊົງພັງ ທີ່ກຳບັງທັງຫລາຍຂອງທິດາແຫ່ງຢູດາໃຫ້ທະລາຍລົງ ພຣະອົງໄດ້ຊົງກະທຳໃຫ້ຕ່ຳລົງເຖິງດິນ ແລະຊົງໃຫ້ຣາຊອານາຈັກແລະເຈົ້ານາຍເປັນສິ່ງມົນທິນ 3 ດ້ວຍພຣະພິໂຣດພຣະອົງໄດ້ຊົງຕັດບັນດາອຳນາດແຫ່ງອິສຣາເອນໃຫ້ຂາດສິ້ນໄປ ພຣະອົງຊົງຫົດພຣະຫັດເບື້ອງຂວາມາເສັຽຈາກເຂົາຕໍ່ຫນ້າສັດຕຣູ ພຣະອົງຊົງເຜົາຜານຕະກູນຢາໂຄບດັ່ງໄຟທີ່ລຸກເຜົາໄຫມ້ໄປຮອບໆ 4 ພຣະອົງຊົງກົ່ງທະນູຂອງພຣະອົງຢ່າງສັດຕຣູ ຊົງຍົກພຣະຫັດເບື້ອງຂວາເຫມືອນດັ່ງເປັນຜູ້ຂັດຂວາງ ແລະໄດ້ຊົງປະຫານບັນດາຄົນທີ່ຕາຂອງເຮົາຈະອວດໄດ້ນັ້ນເສັຽໃນກະໂຈມທິດາແຫ່ງຊີໂອນ ພຣະອົງໄດ້ຊົງລະບາຍພຣະພິໂຣດຂອງພຣະອົງອອກມາເຫມືອນດັ່ງໄຟ 5 ພຣະເຈົ້າຊົງກາຍເປັນສັດຕຣູ ພຣະອົງໄດ້ຊົງທຳລາຍພວກອິສຣາເອນເສັຽ ພຣະອົງໄດ້ຊົງທຳລາຍບັນດາວັງຂອງເຂົາຫມົດ ແລະໄດ້ຊົງທຳລາຍທີ່ກຳບັງຂອງເຂົາໃຫ້ຫັກເພພັງ ຊົງເພີ້ມຄວາມເສົ້າໂສກແລະການຄ່ຳຄວນໃນທິດາແຫ່ງຢູດາ 6 ພຣະອົງໄດ້ຊົງທຳລາຍພຣະວິຫານຂອງພຣະອົງເສັຽເຫມືອນນຶ່ງເປັນໄຟໃນສວນ ຊົງໃຫ້ສະຖານທີ່ປະຊຸມຂອງພຣະອົງມຸ່ນທະລາຍໄປ ພຣະເຈົ້າໄດ້ຊົງກະທຳທັງເທສການແລະວັນສະບາໂຕໃຫ້ຫມົດສິ້ນໄປໃນຊີໂອນດ້ວຍພຣະພິໂຣດ ພຣະອົງຊົງດູຫມິ່ນອົງກະສັດແລະປະໂຣຫິດ 7 ພຣະເຈົ້າໄດ້ຊົງຖິ້ມແທ່ນບູຊາຂອງພຣະອົງເສັຽ ພຣະອົງຊົງກຽດຊັງສະຖານທີ່ນະມັສການຂອງພຣະອົງ ກຳແພງວັງທັງຫລາຍນັ້ນພຣະອົງໄດ້ຊົງມອບໄວ້ໃນເງື້ອມມືຂອງສັດຕຣູ ເຂົາທັງຫລາຍໄດ້ສົ່ງສຽງອຶກກະທຶກໃນພຣະວິຫານແຫ່ງພຣະເຈົ້າເຫມືອນຢ່າງໃນວັນເທສການ 8 ພຣະເຈົ້າໄດ້ຊົງຕັ້ງພຣະທັຍໄວ້ແລ້ວທີ່ຈະທຳລາຍ ກຳແພງຂອງທິດາຊີໂອນເສັຽ ພຣະອົງໄດ້ຊົງຂີດເສັ້ນວັດແທກໄວ້ແລ້ວ ພຣະອົງບໍ່ໄດ້ຊົງຫົດພຣະຫັດເລີກການທຳລາຍ ເຫດສັນນີ້ ພຣະອົງໄດ້ຊົງກະທຳໃຫ້ຫໍຄອນແລະກຳແພງນັ້ນຄ່ຳຄວນ ໃຫ້ຫັກເພພັງຮ່ວງໂຮຍໄປດ້ວຍກັນ 9 ປະຕູເມືອງຊີໂອນທັງຫມົດຍຸບລົງໃນດິນແລ້ວ ພຣະອົງໄດ້ຊົງທຳລາຍ ແລະຊົງຫັກດານປະຕູທັງປວງເສັຽສິ້ນ ກະສັດແລະເຈົ້ານາຍທັງຫລາຍແຫ່ງຊີໂອນກໍຕົກຢູ່ໃນຖ້າມກາງປະຊາຊາດທີ່ບໍ່ມີທັມບັນຍັດ ໂອ ບັນດາຜູ້ປະກາດພຣະທັມແຫ່ງເມືອງຊີໂອນບໍ່ໄດ້ຮັບນີມິດຈາກພຣະເຈົ້າອີກ 10 ພວກຜູ້ໃຫຍ່ຂອງທິດາແຫ່ງຊີໂອນ” ກໍກຳລັງນັ່ງງຽບຢູ່ເທິງພື້ນແຜ່ນດິນ ເຂົາທັງຫລາຍເອົາຜົງຂີ້ດິນໂຮຍໃສ່ຫົວຂອງຕົວ ແລະນຸ່ງຫົ່ມຜ້າກະສອບ ສາວພົມມະຈາຣີທັງຫລາຍແຫ່ງກຸງເຢຣູຊາເລັມກໍພາກັນກົ້ມຫົວລົງກັບພື້ນ 11 ນັຍຕາຂອງຂ້າພະເຈົ້າກໍອິດອ່ອນເພາະຮ້ອງໄຫ້ ຈິດວິນຍານຂອງຂ້າພະເຈົ້າກໍລະທົມ ເພາະຄວາມພິນາດຂອງທິດາແຫ່ງຊົນຊາດຂອງຂ້າພະເຈົ້າ ຈິດໃຈຂອງຂ້າພະເຈົ້າກໍລະທົມ ແລະເພາະເຫລົ່າເດັກເລັກເດັກນ້ອຍທີ່ດູດນົມຢູ່ນັ້ນ ເປັນລົມສະລົບຢູ່ຕາມທາງໃນກຸງ 12 ລູກທັງຫລາຍຖາມແມ່ຂອງຕົວວ່າ, “ແມ່ເອີຍ ເຂົ້າແລະເຫລົ້າອະງຸ່ນຢູ່ໃສ?” ເຂົາພາກັນຖາມ ຂນະທີ່ເຂົາເປັນລົມເຫມືອນຄົນທີ່ຖືກບາດເຈັບຢູ່ຕາມທາງໃນກຸງ ເມື່ອຊີວິດຂອງເຂົາຕ້ອງສິ້ນໄປ ທີ່ເອີກແມ່ຂອງເຂົາທັງຫລາຍ 13 ໂອ ທິດາແຫ່ງເຢຣູຊາເລັມເອີຍ ຂ້າພະເຈົ້າຈະເອົາມາປຽບກັບເຈົ້າໄດ້ ຂ້າພະເຈົ້າຈະປຽບເຈົ້າກັບຫຍັງ ໂອ ທິດາພົມມະຈາຣີແຫ່ງຊີໂອນເອີຍ ຂ້າພະເຈົ້າຈະເອົາເຈົ້າໄປປຽບແກ່ຫຍັງ ເພື່ອຂ້າພະເຈົ້າຈະເລົ້າໂລມເຈົ້າໄດ້ ເພາະຄວາມອັບປາງຂອງເຈົ້າກໍໃຫຍ່ທຽມເທົ່າມະຫາສະມຸດ ຜູ້ໃດຈະໃຫ້ເຈົ້າກັບຄືນສູ່ພາບເດີມ 14 ຜູ້ປະກາດພຣະທັມຂອງເຈົ້າໄດ້ເຫັນນິມິດລວງ ແລະນິມິດບໍ່ເປັນເຣື່ອງເປັນຣາວມາບອກເຈົ້າ ແທນທີ່ເຂົາຈະເຜີຍບາບຂອງເຈົ້າອອກມາໃຫ້ປະຈັກ ເພື່ອຈະໃຫ້ເຈົ້າກັບສູ່ສະພາບດີ ແຕ່ເຂົາທັງຫລາຍໄດ້ເຫັນຄຳໂອວາດເປັນຄວາມເປົ່າໆແລະຄວາມລໍ້ລວງສຳລັບເຈົ້າ 15 ບັນດາຄົນທີ່ໄດ້ຜ່ານເຈົ້າໄປກໍໄດ້ຕົບມືເຍາະເຍີ້ຍເຈົ້າ ເຂົາທັງຫລາຍໄດ້ຫຍໍ້ຫຍັນ ແລະໄດ້ສັ່ນຫົວເຍາະເຍີ້ຍທິດາແຫ່ງເຢຣູຊາເລັມແລ້ວວ່າ, “ນີ້ຫລືຄືກຸງ ທີ່ຄົນທັງຫລາຍໄດ້ຂະຫນານນາມວ່າງາມຫມົດຈົດວ່າເປັນຄວາມຊື່ນຊົມຍິນດີຂອງຄົນທົ່ວທັງໂລກ” 16 ບັນດາສັດຕຣູຂອງເຈົ້າ ໄດ້ອ້າປາກຮ້ອງໃສ່ເຈົ້າ ເຂົາທັງຫລາຍເບະປາກ ແລະກັດແຂ້ວຄ້ຽວຟັນ ເຂົາພາກັນຮ້ອງວ່າ, “ພວກເຮົາໄດ້ທຳລາຍເມືອງນີ້ແລ້ວ ວັນນີ້ແຫລະ,ຄືວັນທີ່ພວກເຮົາໄດ້ຄອງຫາ ພວກເຮົາໄດ້ພົບແລ້ວ ພວກເຮົາເຫັນແລ້ວ” 17 ພຣະເຈົ້າໄດ້ຊົງກະທຳຕາມແລະພຣະປະສົງແລ້ວ ໄດ້ຊົງກະທຳໃຫ້ພຣະດຳຣັດຂອງພຣະອົງສຳເຣັດ ຕາມທີ່ພຣະອົງໄດ້ສະຖາປະນາໄວ້ນານແລ້ວ ພຣະອົງກໍໄດ້ຊົງທຳລາຍລົງຢ່າງບໍ່ມີພຣະເມດຕາ ພຣະອົງຊົງກະທຳໃຫ້ສັດຕຣູຍິນດີເຍີ້ຍເຈົ້າ ພຣະອົງໄດ້ຊົງຊູກຳລັງຂອງພວກສັດຕຣູຂອງເຈົ້າຂຶ້ນ 18 ຈິດໃຈຂອງເຂົາທັງຫລາຍຮ້ອງທູນພຣະເຈົ້າວ່າ ໂອ ກໍາແພງຂອງທິດາແຫ່ງເຢຣູຊາເລັມເອີຍ ຈົ່ງຫລັ່ງນ້ຳຕາໃຫ້ໄຫລອາບ ທັງກາງເວັນແລະກາງຄືນດັ່ງນ້ຳໃນລຳທານ ເຈົ້າຢ່າໄດ້ຢຸດຢ່ອນເລີຍ ຢ່າໃຫ້ນ້ຳຕາແຫ້ງຈາກຫນ່ວຍຕາເລີຍ 19 ຈົ່ງລຸກຂຶ້ນຮ້ອງໄຫ້ໃນກາງຄືນຕາມຍາມລະບາຍຄວາມໃນໃຈຂອງເຈົ້າອອກມາຢ່າງນ້ຳ ຕໍ່ພຣະພັກພຣະເຈົ້າ ຈົ່ງຊູມືທັງສອງຂອງເຈົ້າຂຶ້ນຕໍ່ໄປຍັງພຣະອົງ ເພື່ອຂໍຊີວິດຂອງບັນດາລູກໆຂອງເຈົ້າທີ່ຫິວຈົນເປັນລົມສລົບໄປ ຕາມຖນົນຫົນທາງທຸກແຫ່ງ 20 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍທອດພຣະເນດເຖີດວ່າ ພຣະອົງໄດ້ຊົງກະທຳການເຊັ່ນນີ້ແກ່ຜູ້ໃດ ຄວນທີ່ພວກຜູ້ຍິງຈະກິນລູກຂອງຕົນ ຫລືຈະກິນທາຣົກທີ່ຍັງອຸ້ມຢູ່ຫລື ພວກປະໂຣຫິດ ແລະພວກຜູ້ປະກາດພຣະທັມຄວນຈະຖືກປະການໃນສະຖານນະມັສການຂອງອົງພຣະຜູ້ເປັນເຈົ້າຫລື 21 ຄົນຫນຸ່ມແລະຄົນແກ່ ນອນຢຽດຢູ່ຕາມພື້ນດິນໃນຖນົນ ສາວພົມມະຈາຣີ ແລະຊາຍຫນຸ່ມຂອງຂ້າພຣະອົງຖືກຄົມດາບຫວດລົ້ມລົງ ພຣະອົງໄດ້ຊົງປະຫານເຂົາໃນວັນເມື່ອພຣະອົງຊົງກິ້ວ ໄດ້ຊົງສັງຫານເຂົາເສັຽໂດຍປາສຈາກພຣະກະຣຸນາ 22 ພຣະອົງໄດ້ຊົງເຊີນເຫລົ່າສັດຕຣູຜູ້ທີ່ຂ້າພຣະອົງຢ້ານອ້ອມຮອບທຸກດ້ານມາ ຢ່າງໃນວັນເທສການ ພໍເຖິງວັນທີ່ພຣະອົງຊົງພຣະພິໂຣດກໍບໍ່ມີຈັກຄົນນຶ່ງຫນີເອົາຕົວລອດໄດ້ ຫລືຄົງເຫລືອຕົກຄ້າງລອດຕາຍຢູ່ ຜູ້ທີ່ຂ້າພຣະອົງໄດ້ອຸ້ມຊູແລະລ້ຽງດູມານັ້ນ ສັດຕຣູຂອງຂ້າພຣະອົງໄດ້ເຜົາຜານເສັຽຫມົດແລ້ວ
ຄວາມຫວັງທີ່ໄດ້ຮັບຄວາມບັນເທົາໂດຍພຣະກະຣຸນາຄຸນຂອງພຣະເຈົ້າ
1 ຂ້າພະເຈົ້າເປັນຄົນທີ່ໄດ້ເຫັນຄວາມທຸກໃຈ ໂດຍໄມ້ແສ້ແຫ່ງພຣະພິໂຣດຂອງພຣະອົງ 2 ພຣະອົງຊົງນຳ ແລະພາຂ້າພະເຈົ້າມາໃນຄວາມມືດແລະບໍ່ແມ່ນໃນຄວາມສວ່າງ 3 ແທ້ຈິງພຣະອົງຊົງພິກພຣະຫັດຂອງພຣະອົງ ຕໍ່ສູ້ຂ້າພະເຈົ້າຢູ່ຕລອດວັນ 4 ເນື້ອແລະຫນັງຂ້າພະເຈົ້າ ພຣະອົງຊົງກະທຳໃຫ້ຊູບຊີບລົງ ພຣະອົງຊົງຫັກກະດູກຂ້າພະເຈົ້າແລ້ວ 5 ພຣະອົງຊົງສ້າງຮົ້ວຂັງຂ້າພະເຈົ້າ ຊົງເອົາຄວາມຂົມຂື່ນແລະຄວາມທຸກຍາກລຳບາກລ້ອມຂ້າພະເຈົ້າໄວ້ 6 ພຣະອົງໄດ້ຊົງບັງຄັບຂ້າພະເຈົ້າໃຫ້ຢູ່ໃນທີ່ມືດ ດັ່ງຄົນທີ່ຕາຍນານແລ້ວ 7 ພຣະອົງຊົງກະທຳຮົ້ວລ້ອມຂ້າພະເຈົ້າໄວ້ເພື່ອຈະກັກຂັງບໍ່ໃຫ້ອອກໄປໄດ້ ພຣະອົງຊົງຕີໂຊ່ລ່າມຂ້າພະເຈົ້າໄວ້ 8 ເມື່ອຂ້າພະເຈົ້າຮ້ອງກາບທູນຂໍຄວາມຊ່ອຍເຫລືອ ພຣະອົງບໍ່ຊົງຟັງຄຳອ້ອນວອນຂອງຂ້າພະເຈົ້າ 9 ພຣະອົງຊົງລ້ອມຂ້າພະເຈົ້າດ້ວຍກ້ອນຫີນທີ່ສະກັດ ພຣະອົງຊົງກະທຳໃຫ້ຫົນທາງຂ້າພະເຈົ້າຄົດລ້ຽວໄປ 10 ທີ່ຂ້າພະເຈົ້າ ພຣະອົງຊົງທຳທ່າ ເຫມືອນຫມີຄອຍຕະຄຸບ ແລະດັ່ງສີງແອບຊຸ່ມຢູ່ໃນທີ່ລັບ 11 ພຣະອົງຊົງພາຂ້າພະເຈົ້າໄຫລໄປຈາກທາງຂອງຂ້າພະເຈົ້າ ແລະຈີກຂ້າພະເຈົ້າເປັນຕ່ອນໆ ພຣະອົງຊົງກະທຳໃຫ້ຂ້າພະເຈົ້າຖືກຖີ້ມໄວ້ 12 ພຣະອົງຊົງກົ່ງທະນູຂອງພຣະອົງ ແລະເອົາຂ້າພະເຈົ້າຕັ້ງເປັນເປົ້າສຳລັບລູກທະນູ 13 ພຣະອົງຊົງເອົາລູກທະນູໃນແຫລ່ງຂອງພຣະອົງ ຍິງເຂົ້າໃນຫົວໃຈຂອງຂ້າພະເຈົ້າແລ້ວ 14 ຂ້າພະເຈົ້າໄດ້ກາຍເປັນຂີ້ປາກໃຫ້ຊົນຊາດທັງຫລາຍຫົວເລາະເຍາະເຍີ້ຍ ເປັນເນື້ອເພງໃຫ້ເຂົາຮ້ອງຫລິ້ນຕລອດທັງວັນ 15 ພຣະອົງໃຫ້ຈິດໃຈຂອງຂ້າພະເຈົ້າເຕັມແຕ່ຄວາມຂົ່ມຂື່ນ ໃຫ້ໂສກເສົ້າເຫງົາຫງ່ອຍຕລອດເວລາ 16 ພຣະອົງກະທຳໃຫ້ແຂ້ວຂ້າພະເຈົ້າໄດ້ຫັກດ້ວຍຫີນແຮ່ ແລະຊົງຢຽດຂ້າພະເຈົ້າໃຫ້ຢູ່ໃນກອງຂີ້ເຖົ່າ 17 ຈິດວິນຍານຂອງຂ້າພະເຈົ້າຂາດຄວາມສງົບສຸກ ຈົນຂ້າພະເຈົ້າລືມຄວາມສຳຣານວ່າເປັນຢ່າງໃດ 18 ຂ້າພະເຈົ້າຈຶ່ງວ່າ, “ສັກສີຂອງຂ້າພະເຈົ້າສູນໄປແລ້ວ ແລະຄວາມຫວັງໃນພຣະເຈົ້າກໍດັບຫມົດ” 19 ຂໍຊົງຈຳຄວາມທຸກໃຈ ແລະຄວາມຖືກບີບຄັ້ນຂອງຂ້າພະເຈົ້າ ກໍເຕັມດ້ວຍຢາພິດອັນຂົມຂື່ນ 20 ຈິດວິນຍານຂອງຂ້າພະເຈົ້າຍັງນຶກເຖິງຢ່າງບໍ່ສິ້ນສຸດ ແລະຕ້ອງຄ້ອມລົງພາຍໃນຕົວຂ້າພະເຈົ້າ 21 ຂ້າພະເຈົ້າຫວນຄິດຂຶ້ນມາໄດ້ ຂ້າພະເຈົ້າມີຄວາມຫວັງຂຶ້ນເມື່ອຄິດໄດ້ວ່າ 22 ຄວາມຮັກຫມັ້ນຄົງຂອງພຣະເຈົ້າບໍ່ເຄີຍຢຸດຢັ້ງ ແລະພຣະເມດຕາຂອງພຣະເຈົ້າບໍ່ມີສິ້ນສຸດ 23 ເປັນຂອງໃຫມ່ຢູ່ທຸກເວລາເຊົ້າ ຄວາມທ່ຽງຕົງຂອງພຣະອົງຍິ່ງໃຫຍ່ນັກ 24 ຈິດໃຈຂອງຂ້າພະເຈົ້າວ່າ, “ພຣະເຈົ້າຊົງເປັນສ່ວນຂອງຂ້າພະເຈົ້າ ເຫດສັນນີ້ຂ້າພະເຈົ້າຈະຫວັງໃນພຣະອົງ” 25 ພຣະເຈົ້າຊົງດີຕໍ່ຄົນທັງປວງທ່ຄອຍຖ້າພຣະອົງຢູ່ ແລະຊົງດີຕໍ່ຄົນທີ່ສແວງຫາພຣະອົງ 26 ເປັນການດີທີ່ຈະຫວັງໃຈ ແລະລໍຄອຍຄວາມລອດຈາກພຣະຜູ້ເປັນເຈົ້າ 27 ເປັນການດີທີ່ຄົນເຮົາຈະແບກແອກໃນປະຖົມວັຍ 28 ໃຫ້ເຂົານັ່ງງຽບໆ ຢູ່ແຕ່ລຳພັງ ເພາະພຣະອົງຊົງວາງແອກນັ້ນເອງ 29 ໃຫ້ເຂົາເອົາປາກຈົດໄວ້ໃນຜົງຂີ້ດິນ (ຖ້າທຳດັ່ງນັ້ນຍັງຈະມີຫວັງ) 30 ໃຫ້ເຂົາອ່ຽງແກ້ມໃຫ້ຜູ້ທີ່ຕົບເຂົາ ໃຫ້ເຂົາຍອມຮັບຄວາມອັບອາຍຢ່າງເຕັມປ່ຽມເຖີດ 31 ດ້ວຍວ່າພຣະເຈົ້າຈະບໍ່ຊົງປະຖິ້ມເປັນນິດດອກ 32 ແຕ່ວ່າຖ້າພຣະອົງຊົງກະທຳໃຫ້ເກີດຄວາມເສົ້າໂສກ ພຣະອົງຈະຊົງພຣະກະຣຸນາຕາມຄວາມຮັກຫມັ້ນຄົງອັນລົ້ນເຫລືອຂອງພຣະອົງ 33 ເພາະພຣະອົງບໍ່ຊົງພໍພຣະທັຍທີ່ໄດ້ທຳໃຫ້ເກີດຄວາມທຸກໃຈ ຫລືລູກຫລານມະນຸດມີຄວາມໂສກ 34 ການຢຽບຢໍ່າ ບັນດາຊະເລີຍແຫ່ງແຜ່ນດິນໂລກໄວ້ໃຕ້ຕີນກໍດີ 35 ການຕັດສີດຂອງມະນຸດຜູ້ນຶ່ງຜູ້ໃດຕໍ່ພຣະພັກຜູ້ຍິ່ງໃຫຍ່ສູງສຸດກໍດີ 36 ຖ້າເຂົາທຳຜິດຕໍ່ຜູ້ນຶ່ງຜູ້ໃດໃນຄະດີແຫ່ງຕົນ ພຣະເຈົ້າບໍ່ຊົງພໍພຣະທັຍເລີຍ 37 ຜູ້ໃດຈະສັ່ງແລະໃຫ້ເປັນໄປໄດ້ນອກຈາກເມື່ອພຣະເຈົ້າຊົງສະຖາປະນາໃຫ້ເປັນໄປ 38 ນອກຈາກພຣະໂອດຂອງພຣະຜູ້ສູງສຸດນັ້ນບໍ່ແມ່ນມີມາທັງຮ້າຍແລະດີ ຍາກແລະສະບາຍຫລື 39 ມະນຸດເປັນໆຈະໄປຈົ່ມເອົາກັບໃຜ ຄືມະນຸດທີ່ຖືກທຳໂທດເພາະບາບຂອງຕົນ 40 ໃຫ້ພວກເຮົາທົດສອບ ແລະພິຈາຣະນາວິຖີຂອງພວກເຮົາ ແລະກັບມາຫາພຣະຜູ້ເປັນເຈົ້າເຖີດ 41 ໃຫ້ພວກເຣົາຍົກຈິດໃຈ ແລະມືຂອງພວກເຮົາຂຶ້ນຕໍ່ພຣະພຣະເຈົ້າໃນຟ້າສວັນທູນວ່າ, 42 “ພວກຂ້າພຣະອົງໄດ້ທໍຣະຍົດ ແລະໄດ້ກະບົດແລ້ວ ແລະພຣະອົງຍັງບໍ່ໄດ້ຊົງອະພັຍໂທດ” 43 “ພຣະອົງຊົງຫົ່ມຄວາມກີ້ວ ແລະໄລ່ຕາມພວກຂ້າພຣະອົງໄດ້ຊົງປະຫານຢ່າງບໍ່ສົງສານ 44 ພຣະອົງຊົງຄຸມພຣະອົງໄວ້ເສັຽດ້ວຍເມກ ເພື່ອວ່າການອ້ອນວອນຂອງພວກຂ້າພຣະອົງຈະບໍ່ທະລຸໄປເຖິງພຣະອົງໄດ້ 45 ພຣະອົງໄດ້ຊົງກະທຳໃຫ້ພວກຂ້າພຣະອົງເປັນເຫມືອນສິ່ງເສດເຫລືອແລະຂີ້ເຍື່ອທີ່ຖິ້ມຢູ່ໃນຖ້າມກາງຊົນຊາດທັງຫລາຍ 46 “ບັນດາສັດຕຣູຂອງພວກຂ້າພຣະອົງໄດ້ອ້າປາກຮ້ອງໃສ່ພວກຂ້າພຣະອົງ 47 ເຫດສະຍົດສຍອງແລະຫລຸມພາງມາເຖິງຂ້າພຣະອົງ ທັງຄວາມວ່າງເປົ່າແລະຄວາມພິນາດ 48 ນ້ຳຕາຂອງຂ້າພຣະອົງໄຫລເປັນແມ່ນ້ຳ ເນື່ອງດ້ວຍຄວາມພິນາດແຫ່ງທິດາຂອງຊົນຊາດຂອງຂ້າພຣະອົງ 49 “ນ້ຳຕາຂອງຂ້າພຣະອົງໄຫລລົງບໍ່ຢຸດ ແລະບໍ່ມີເວລາສ່າງເລີຍ 50 ຈົນກວ່າພຣະຜູ້ເປັນເຈົ້າຈະທອດພຣະເນດລົງແລດູຈາກສວັນ 51 ນັຍຕາຂອງຂ້າພຣະອົງທຳໃຫ້ລະທົມເພາະເຄາະກັມຂອງບັນດາບຸດຕຣີແຫ່ງກຸງຂ້າພຣະອົງ 52 “ພວກທີ່ຕັ້ງຕົນເປັນສັດຕຣູຕໍ່ຂ້າພຣະອົງໂດຍບໍ່ມີເຫດຜົນນັ້ນ ໄດ້ຂັບໄລ່ຂ້າພຣະອົງດັ່ງຂັບໄລ່ນົກ 53 ເຂົາທັງຫລາຍແກ່ວງຂ້າພຣະອົງລົງໃນບໍ່ໃຫ້ຕາຍ ແລະເອົາຫີນຖົມທັບຂ້າພຣະອົງເສັຽ 54 “ນ້ຳໄດ້ຖ້ວມຫົວຂອງຂ້າພຣະອົງ ຂ້າພຣະອົງວ່າ, “ຂ້າພະເຈົ້າສູນເສັຽແນ່ແລ້ວ” 55 “ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງໄດ້ຣ້ອງອອກພຣະນາມຂອງພຣະອົງຈາກທີ່ເລິກໃນບໍ່ 56 ພຣະອົງຊົງສະດັບສຽງຂ້າພຣະອົງທີ່ວ່າ, “ຂໍຢ່າຊົງບັງພຣະກັນຕໍ່ຄຳຂອງຂ້າພຣະອົງທີ່ຮ້ອງທູນຂໍໃຫ້ຊ່ອຍ” 57 ພຣະອົງຊົງເຂົ້າມາໃກ້ໃນວັນທີ່ຂ້າພຣະອົງຮ້ອງທູນພຣະອົງ ພຣະອົງຕຣັສວ່າ, “ບໍ່ຕ້ອງຢ້ານ” 58 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ຊົງເຂົ້າກັບຄະດີຂອງຂ້າພຣະອົງແລ້ວ ພຣະອົງຊົງໄຖ່ຊີວິດຂ້າພຣະອົງ 59 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງເຫັນທີ່ເຂົາຜິດຕໍ່ຂ້າພຣະອົງແລ້ວ ຂໍຊົງພິພາກສາຄະດີຂອງຂ້າພຣະອົງເຖີດ 60 ພຣະອົງໄດ້ຊົງເຫັນໃຈແກ້ແຄ້ນຂອງເຂົາແລະແຜນການທຳຮ້າຍຂ້າພຣະອົງແລ້ວ 61 “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງໄດ້ຍິນຄຳເຍາະເຍີ້ຍ ແລະແຜນການທຳຮ້າຍຂ້າພຣະອົງແລ້ວ 62 ຄືຮີມຝີປາກແລະຄວາມຄິດຂອງຜູ້ທີ່ໄດ້ຮຸກຮານຂ້າພຣະອົງ ກໍຕໍ່ສູ້ຂ້າພຣະອົງຢູ່ຕລອດວັນ 63 ເບິ່ງແມ໋, ບໍ່ວ່າເຂົາຈະນັ່ງຫລືລຸກ ຕົວຂ້າພຣະອົງກຳເປັນເນື້ອເພງໃຫ້ເຂົາຮ້ອງຫລິ້ນ 64 “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງສະຫນອງເຂົາທັງຫລາຍ ຕາມກັມແຫ່ງນ້ຳມືຂອງເຂົາ 65 ພຣະອົງຄົງຈະຊົງກະທຳໃຫ້ໃຈຂອງເຂົາທັງປວງມືດມົວໄປ ຄຳສາບຂອງພຣະອົງຄົງຕົກເຫນືອເຂົາ 66 ພຣະອົງຍັງຄົງໄລ່ຕິດເຂົາໄປດ້ວຍພຣະພິໂຣດແລະທຳລາຍເຂົາເສັຽ ຈາກໃຕ້ຟ້າສວັນຂອງພຣະຜູ້ເປັນເຈົ້າ”
ສໍາເຣັດການລົງໂທດຊີໂອນ
1 ນີ້ຢ່າງໃດຫນໍ ທອງຄຳຈຶ່ງມີສີສະຫລົວ ແລະທອງນົພຄຸນກໍປ່ຽນໄປ ເພັດພອຍສັກສິດກໍແຕກກະຈາຍຕາມທຸກທາງຖນົນ 2 ບຸດຊາຍຜູ້ປະເສີດຂອງກຸງຊີໂອນ ມີຄ່າປຽບໄດ້ກັບທອງນົພຄຸນນັ້ນ ຖືກຕີຣາຄາພຽງເທົ່າຫມໍ້ດິນທີ່ປັ້ນຂຶ້ນດ້ວຍມືຂອງຊ່າງຫມໍ້ເທົ່ານັ້ນຫນໍ 3 ແມ້ແຕ່ຫມາປ່າຍັງໄດ້ເອົານົມອອກໃຫ້ລູກຂອງມັນດູດ ແຕ່ທິດາແຫ່ງຊົນຊາດຂອງຂ້າພະເຈົ້າກໍໃຈຮ້າຍດັ່ງນົກກະຈອກເທດໃນຖິ່ນການດານ 4 ລີ້ນຂອງທາຣົກທີ່ຍັງບໍ່ຢ່ານົມກະຫາຍຈົນຕິດເພດານ ພວກເດັກໄດ້ຂໍອາຫານແຕ່ບໍ່ມີໃຜຍື່ນໃຫ້ເຂົາ 5 ຄົນທັງປວງທີ່ເຄີຍຮັບປະທານອາຫານຢ່າງວິເສດກັບຕ້ອງພິນາດຢູ່ຕາມຖນົນ ຄົນທັງຫລາຍທີ່ເຄີຍສວມເສື້ອສີມ່ວງກັບຕ້ອງນອນເທິງກອງຂີ້ເຍື່ອ 6 ເພາະໂທດຜິດຂອງທິດາແຫ່ງຊົນຊາດ ຂ້າພະເຈົ້ານັ້ນກໍຍິ່ງໃຫຍ່ກວ່າໂທດຂອງເມືອງໂຊໂດມ ທີ່ຕ້ອງຄວ່ຳທະລາຍລົງໃນພິບຕາດຽວໂດຍບໍ່ມີມືໃຜໄດ້ແຕະຕ້ອງເລີຍ 7 ພວກເຈົ້ານາຍນັ້ນບໍຣິສຸດກວ່າຫິມມະ ແລະຂາວກວ່ານ້ຳນົມ ຜິວພັນຂອງເຂົາເປັ່ງປັ່ງ່ຍິ່ງກວ່າຫີນແກ້ວພິລາ ເຂົາມີຮູບຮ່າງງາມດັ່ງໄພທູນ 8 ບັດນີ້ຜິວພັນຂອງເຂົາກໍມືດກວ່າສີດຳ ໃຜໆຕາມ ຖນົນກໍຈື່ເຂົາບໍ່ໄດ້ ຫນັງຂອງເຂົາຫ່ຽວຫຸ້ມກະດູກ ແລະຈ່ອຍຜອມສ່ຳກັບຟືນ 9 ຄົນທີ່ຕາຍດ້ວຍຄົມດາບຍັງດີກວ່າ ຄົນທີ່ຕ້ອງອົດຢາກຕາຍ ເພາະຄົນເຫລົ່ານີ້ຄ່ອຍຜອມຄ່ອຍຕາຍໄປ ເພາະຂາດຜົນຈາກທ້ອງນາ 10 ມືຂອງຍິງທີ່ໃຈອ່ອນກັບເອົາລູກຂອງຕົວຕົ້ມກິນ ລູກທີ່ຖືກຕົ້ມກິນເປັນອາຫານນັ້ນ ກິນກັນເມື່ອຍາມໄພວິບັດມາສູ່ທິດາແຫ່ງຊົນຊາດຂອງຂ້າພະເຈົ້າ 11 ພຣະຜູ້ເປັນເຈົ້າຊົງບັນດານໂທໂສອອກມາແລ້ວ ພຣະອົງຊົງເທພຣະພິໂຣດອັນກ້ຽວກາດຂອງພຣະອົງລົງແລ້ວ ແລະໄດ້ຊົງຈຸດໄຟຂຶ້ນໃນກຸງຊີໂອນ ຊຶ່ງເຜົາຜານແມ້ແຕ່ຮາກຂອງເມືອງນັ້ນ 12 ກະສັດທັງປວງແຫ່ງແຜ່ນດິນໂລກ ແລະບັນດາຊາວພິພົບພາກັນບໍ່ເຊື່ອວ່າ ສັດຕຣູຈະໄດ້ເຂົ້າໄປໃນປະຕູກຸງເຢຣູຊາເລັມໄດ້ 13 ເພາະຄວາມຜິດບາບຂອງພວກຜູ້ປະກາດພຣະທັມຂອງກຸງຊີໂອນ ແລະເພາະການບາບຂອງພວກປະໂຣຫິດຂອງກຸງນັ້ນ ທີ່ໄດ້ກະທຳໂລຫິດຂອງຜູ້ຊອບທັມໃຫ້ໄຫລອອກໃນຖ້າມກາງກຸງ 14 ເຂົາທັງຫລາຍຍ່າງເປະປະແລະຕາບອດໄປຕາມຖນົນ ທຳຕົວໃຫ້ມົນທິນດ້ວຍໂລຫິດ ຈົນຄົນຈະຈັບຕ້ອງບໍ່ໄດ້ທີ່ເສື້ອຜ້າຂອງເຂົາ 15 “ຫນີໄປສາ ຄົນມີມົນທິນ”ຄົນທັງຫລາຍຮ້ອງວ່າໃສ່ເຂົາ “ຫນີໄປ ຫນີໄປ ຢ່າມາແຕະຕ້ອງ” ສະນັ້ນເຂົາຈຶ່ງຫນີໄປເປັນຄົນພະເນຈອນ ພົລເມືອງຂອງ ປະຊາຊາດເວົ້າກັນວ່າ,”ເຂົາບໍ່ຄວນຢູ່ທີ່ນີ້ອີກຕໍ່ໄປ” 16 ພຣະຜູ້ເປັນເຈົ້າເອງຊົງກະທຳໃຫ້ເຂົາທັງປວງກະຈັດກະຈາຍໄປ ພຣະອົງຈະບໍ່ຊົງສົນພຣະທັຍໃນເຂົາອີກເລີຍ ຄົນທັງຫລາຍຈຶ່ງບໍ່ນັບຖືພວກປະໂຣຫິດ ບໍ່ໃຫ້ຄວາມນັບຖືຕໍ່ພວກຜູ້ນຳ 17 ນັຍຕາຂອງພວກເຮົາມອງຫາຄວາມຊ່ອຍເຫລືອ ການຊ່ອຍເຫລືອນັ້ນເປັນລົມເປັນແລ້ງ ສ່ວນການເຝົ້າລໍຄອຍພວກເຮົາໄດ້ຄອຍ ເມືອງທີ່ບໍ່ອາດຊ່ອຍເຮົາໄດ້ 18 ມີຄົນສະກົດຮອຍຕາມເຮົາ ຈົນພວກເຮົາຍ່າງທີ່ລານເມືອງຂອງພວກເຮົາບໍ່ໄດ້ ເບື້ອງປາຍຂອງພວກເຮົາກໍໃກ້ເຂົ້າມາແລ້ວ ວັນເດືອນທັງຫລາຍຂອງພວກເຣົາກໍຈະຈົມຢູ່ເພາະບັ້ນປາຍຂອງພວກເຮົາມາເຖິງ 19 ພວກທີ່ໄລ່ຕາມຈັບເຮົາກໍໄວກວ່ານົກອີນຊີໃນທ້ອງຟ້າ ເຂົາທັງຫລາຍແລ່ນກວາດພວກເຮົາເທິງພູ ເຂົາທັງຫລາຍຊຸ່ມຄອຍຈັບເຣົາໃນຖິ່ນກັນດານ 20 ເຈົ້າຊີວິດຂອງພວກຂ້າພະເຈົ້າ ຄືກະສັດທີ່ພຣະເຈົ້າຊົງເລືອກໄວ້ນັ້ນກໍຕົກຫລຸມພາງຂອງເຂົາທັງຫລາຍແລ້ວ ຄືພວກເຮົາກ່າວຂວັນເຖິງພຣະອົງທ່ານວ່າ,” ເຮົາຈະດຳຣົງຊີວິດຂອງເຣົາຖ້າມກາງປະຊາຊາດໄດ້ ກໍດ້ວຍອາໄສຮົ່ມເງົາຂອງພຣະອົງທ່ານ” 21 ໂອ ທິດາແຫ່ງເມືອງເອໂດມ ທີ່ອາໄສຢູ່ໃນປະເທດອູຊ ຈົ່ງຊົມຊື່ນຍິນດີເຖີດ ຂັນໃບນັ້ນຄົງຈະສົ່ງຜ່ານມາເຖິງເຈົ້າດ້ວຍເປັນແນ່ ເຈົ້າຈະຕ້ອງເມົາໄປ ແລະຈະຕ້ອງແກ້ຜ້າເປື່ອຍຕົວລ້ອນຈ້ອນ 22 ໂອ ທິດາແຫ່ງກຸງຊີໂອນເອີຍ ການລົງໂທດເພາະການອະທັມຂອງເຈົ້າກໍຄົບແລ້ວ ພຣະອົງຈະບໍ່ຊົງພາເຈົ້າອອກໄປໃຫ້ເປັນຊະເລີຍອີກຕໍ່ໄປ ໂອ ທິດາແຫ່ງເມືອງເອໂດມເອີຍ ພຣະອົງຈະຊົງລົງໂທດ ເພາະຄວາມບາບຜິດຂອງເຈົ້າ ພຣະອົງຈະຊົງເປີດເຜີຍບາບຂອງເຈົ້າ
ຄໍາອ້ອນວອນຂອງພຣະກະຣຸນາທິຄຸນ
1 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງລະຣຶກວ່າມີສິ່ງໃດຕົກເຖິງຂ້າພຣະອົງ ເບິ່ງແມ໋, ຂໍຊົງພິຈາຣະນາຄວາມອັບອາຍຂາຍຫນ້າຂອງຂ້າພຣະອົງ 2 ມໍຣະດົກຂອງພວກຂ້າພຣະອົງໄດ້ໄປຕົກຢູ່ກັບພວກຕ່າງປະເທດ ບ້ານເຮືອນຂອງພວກຂ້າພຣະອົງເປັນຂອງຄົນຕ່າງດ້າວ 3 ພວກຂ້າພຣະອົງເປັນຄົນກຳພ້າພໍ່ ແລະເຫລົ່າແມ່ຂອງຂ້າພຣະອົງເປັນດັ່ງຍິງຫມ້າຍ 4 ນ້ຳກໍຕ້ອງຊື້ເຂົາດື່ມ ຟືນກໍຕ້ອງຊື້ເຂົາໃຊ້ 5 ຜູ້ຂົ່ມຂີ່ໄດ້ຂີ່ຄໍພວກຂ້າພຣະອົງໄວ້ ພວກຂ້າພຣະອົງອ່ອນເພັຽ ແລະເຂົາບໍ່ໃຫ້ມີເວລາພັກເລີຍ 6 ພວກຂ້າພຣະອົງພະນົມມືໃຫ້ຄົນເອຢິບ ແລະຄົນອັສຊີເຣັຽ ເພື່ອຈະໄດ້ອາຫານກິນອີ່ມ 7 ບັນພະບຸຣຸດຂອງພວກຂ້າພຣະອົງໄດ້ກະທຳບາບ ແລະກໍຕາຍຫມົດແລ້ວ ພວກຂ້າພຣະອົງຕ້ອງຖືກໂທດເພາະບາບຂອງພວກເຂົາ 8 ທາດກັບປົກຄອງພວກຂ້າພຣະອົງ ບໍ່ມີຜູ້ໃດຊ່ອຍຂ້າພຣະອົງໃຫ້ພົ້ນມືຂອງເຂົາໄດ້ 9 ຂ້າພຣະອົງທັງຫລາຍໄດ້ອາຫານມາໂດຍເອົາຊີວິດເຂົ້າສ່ຽງ ເພາະດາບແຫ່ງຖິ່ນກັນດານ 10 ຜີວຫນັງຂອງພວກຂ້າພຣະອົງກໍຮ້ອນປານເຕົາອົບ ເພາະຄວາມເດືອດຮ້ອນເຮັດໃຫ້ເຈັບໄຂ້ 11 ເຂົາທັງຫລາຍຂືນໃຈພວກຜູ້ຍິງໃນກຸງຊີໂອນ ແລະຂົ່ມໃຈສາວພົມມະຈາຣີໃນຫົວເມືອງແຫ່ງຢູດາ 12 ພວກເຈົ້ານາຍຕ້ອງຖືກຜູກມືແຂວນບໍ່ມີໃຜນັບຖືພວກຜູ້ນຳ 13 ພວກຄົນຫນຸ່ມຖືກບັງຄັບໃຫ້ໂມ່ແປ້ງ ແລະພວກເດັກຕ້ອງແບກຟືນຫນັກລົ້ມລຸກຄຸກຄານ 14 ພວກຜູ້ໃຫຍ່ຫາຍຕົວໄປຈາກປະຕູເມືອງ ພວກຄົນຫນຸ່ມໄດ້ຢຸດດີດສີຕີເປົ່າແລ້ວ 15 ຄວາມສຸກຫາຍໄປສິ້ນຈາກໃຈຂອງພວກຂ້າພຣະອົງ ການເຕັ້ນຣຳຂອງພວກຂ້າພຣະອົງກາຍເປັນການໂສກເສົ້າ 16 ມົງກຸດໄດ້ຣ່ວງຫລົ່ນຈາກຫົວຂ້າພຣະອົງແລ້ວ ວິບັດແກ່ພວກຂ້າພຣະອົງເພາະພວກຂ້າພຣະອົງກະທຳບາບໄວ້ 17 ເຫດນີ້ເອງໃຈພວກຂ້າພຣະອົງຈຶ່ງເຈັບປວດ ເພາະການເຫລົ່ານີ້ເອງ ນັຍຕາຂ້າພຣະອົງຈຶ່ງມົວໄປ 18 ເຫດດ້ວຍພູຊີໂອນຊຶ່ງເກີດຮ້າງເປົ່າ ພວກຫມາຈອກມາຍ່າງເພ່ນພ່ານຢູ່ເທິງນັ້ນ 19 ຂ້າແດ່ພຣະຜູ້ເປັນເຈົ້າ ແຕ່ພຣະອົງຊົງຄອບຄອງຢູ່ເປັນນິດ ພຣະທີ່ນັ່ງຂອງພຣະອົງດຳຣົງຢູ່ທຸກຊົ່ວຊາດພັນ 20 ເຫດໃດພຣະອົງຊົງລືມພວກຂ້າພຣະອົງເສັຽເປັນນິດ ເຫດໃດໄດ້ຊົງປະຖິ້ມພວກຂ້າພຣະອົງເສັຽນານດັ່ງນີ້ 21 ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຊ່ອຍຂ້າພຣະອົງໃຫ້ກັບສູ່ພຣະອົງເຖີດ ແລ້ວພວກຂ້າພຣະອົງຈະກັບສູ່ພຣະອົງ ຂໍຊົງຟື້ນເດືອນປີຂອງຂ້າພຣະອົງໃຫ້ເຫມືອນດັ່ງກ່ອນ 22 ເວັ້ນເສັຽແຕ່ພຣະອົງຊົງປະຖິ້ມພວກຂ້າພຣະອົງເສັຽແລ້ວ ແລະພຣະອົງຊົງກີ້ວພວກຂ້າພຣະອົງຢ່າງລົ້ນເຫລືອ
ເອເຊກຽນເຫັນພຣະຣາຊບັນລັງຂອງພຣະເຈົ້າທາງນີມິດ
1 ເມື່ອວັນທີ່ຫ້າ ເດືອນສີ່ປີທີ່ສາມສິບ ຂນະທີ່ຂ້າພະເຈົ້າຢູ່ກັບພວກຊະເລີຍຊາວຢູດາ ທີ່ແມ່ນ້ຳເຄບາຣ໌ ໃນປະເທດບາບິໂລນ ທ້ອງຟ້າໄດ້ຍະອອກ ແລ້ວຂ້າພະເຈົ້າກໍເຫັນພຣະເຈົ້າທາງນີມິດ 2 ໃນເວລານັ້ນພໍດີກົງກັບເວລາທີ່ກະສັດເຢຮົວອາຄິນຖືກຈັບໄປເປັນຊະເລີຍໄດ້ຫ້າປີ 3 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຂ້າພະເຈົ້າຄື ເອເຊກຽນບຸດຂອງປະໂຣຫິດບູຊີ ຢູ່ແຄມແມ່ນ້ຳເຄບາຣ໌ໃນປະເທດບາບິໂລນ ໃນທີ່ນັ້ນຣິດທານຸພາບຂອງພຣະອົງໄດ້ຖືກຕ້ອງຕົວຂ້າພະເຈົ້າ 4 ຂ້າພະເຈົ້າໄດ້ເງີຍຫນ້າຂຶ້ນ ແລ້ວເຫັນລົມພະຍຸພັດມາແຕ່ທາງເຫນືອ ມີແສງສວ່າງສ່ອງຮຸ່ງເຮືອງອອກມາຈາກເມກກ້ອນໃຫຍ່ ແລະທ້ອງຟ້າກໍລຸກ ເປັນໄຟອ້ອມຮອບເມກນັ້ນ ຢູ່ທີ່ນັ້ນແສງສວ່າງສ່ອງແສງເຫລື້ອມເຫມືອນທອງສຳຣິດໃນຖ້າມກາງພະຍຸນັ້ນ 5 ຂ້າພະເຈົ້າໄດ້ເຫັນສິ່ງນຶ່ງເຫມືອນສັດສີ່ຕົວ ມັນມີຮູບຮ່າງເຫມືອນມະນຸດ 6 ແຕ່ລະຕົວມີສີ່ຫນ້າ ແລະສີ່ປີກ ຂາຂອງມັນຊື່ ແຕ່ຕີນຂອງມັນມີເລັບເຫມືອນເລັບງົວ 7 ສັດທັງສີ່ນັ້ນມີແສງເຫລື້ອມເຫມືອນທອງສຳຣິດ 8 ຢູ່ລຸ່ມປີກທັງສີ່ຂອງມັນ ຍັງມີມືສີ່ມືເຫມືອນມືມະນຸດ 9 ປີກທັງສອງຂອງແຕ່ລະຕົວ ໄດ້ພືອອກໄປຈຸກັນກັບປີກສັດຕົວອື່ນເປັນຮູບສີ່ຫລ່ຽມ ແລ້ວບິນໄປທາງດຽວກັນໂດຍບໍ່ຫັນເຫໄປຕ່າງທິດທາງກັນ 10 ຫນ້າທັງສີ່ຂອງສັດແຕ່ລະຕົວບໍ່ຄືກັນ ຄືຫນ້າຢູ່ຂ້າງຫນ້າເຫມືອນມະນຸດ ຫນ້າຂ້າງຂວາເຫມືອນຫນ້າສິງ ຫນ້າຂ້າງຊ້າຍເຫມືອນຫນ້າງົວ ແລະຫນ້າຂ້າງຫລັງເຫມືອນຫນ້ານົກອິນຊີ 11 ປີກທັງສອງຂອງສັດແຕ່ລະຕົວພືອອກໄປຈຸກັບປາຍປີກຂອງຕົວອື່ນ ແລະອີກປີກສອງປີກໄດ້ປົກຫຸ້ມຕົວມັນໄວ້ 12 ສັດທຸກຕົວໄດ້ປິ່ນຫນ້າໄປສູ່ທິດທັງສີ່ ເມື່ອມັນປະສົງຈະໄປທາງໃດ ກໍບິນໄປພ້ອມກັນບໍ່ປິ່ນຫນ້າໄປທາງອື່ນເລີຍ 13 ຢູ່ໃນສັດເຫລົ່ານັ້ນ ມີສິ່ງນຶ່ງເບິ່ງຄ້າຍຄື ໂຄມໄຟເຄື່ອນໄຫວຢູ່ເປັນນິດ ເປັນສຸກໃສ ແລະມີແສງຟ້າແມບເຫລື້ອມ 14 ສັດເຫລົ່ານັ້ນພຸ່ງໄປມາເຫມືອນຟ້າແມບເຫລື້ອມ 15 ຂນະທີ່ຂ້າພະເຈົ້າຫລຽວເບິ່ງສັດທັງສີ່ຕົວນັ້ນ ຂ້າພະເຈົ້າໄດ້ເຫັນກົງລໍ້ສີ່ອັນຢູ່ເທິງດິນແປະຢູ່ຂ້າງສັດແຕ່ລະຕົວ 16 ລໍ້ແຕ່ລະອັນສ່ອງແສງເຫມືອນເພັດເບິ່ງເຫມືອນກັນຫມົດທັງສີ່ລໍ້ ແຕ່ລະລໍ້ມີລໍ້ອີກອັນນຶ່ງຕັດຜ່ານທາງກາງ 17 ເພື່ອວ່າພວກມັນຈະຍ້າຍໄປໄດ້ໃນທຸກທີ່ທຸກທາງ 18 ແລະລໍ້ນັ້ນໃຫຍ່ເປັນຕາຢ້ານ ມີຫນ່ວຍຕາຕິດຢູ່ອ້ອມຮອບ 19 ເມື່ອໃດສັດເຫລົ່ານັ້ນຍ້າຍໄປ ລໍ້ກໍຍ້າຍໄປນຳ ເມື່ອສັດນັ້ນເຫາະຂຶ້ນຈາກພື້ນດິນ ລໍ້ກໍເຫາະຂຶ້ນນຳ 20 ເມື່ອສັດເຫລົ່ານັ້ນໄປທີ່ໃດ ລໍ້ກໍໄປນຳທັນທີ ເພາະວ່າສັດເປັນຜູ້ຄວບຄຸມລໍ້ 21 ທຸກໆເວລາທີ່ສັດນັ້ນເຄື່ອນຍ້າຍໄປ ເມື່ອຢຸດເຊົາຫລືເຫາະຂຶ້ນເທິງອາກາດ ລໍ້ກໍເຄື່ອນຍ້າຍໄປນຳທັນທີ 22 ຢູ່ເທິງຫົວຂອງສັດມີສິ່ງນຶ່ງເບິ່ງຄ້າຍຍອດຊໍ່ຟ້າແກ້ວຜະລຶກສີສຸກໃສຢູ່ລຸ່ມຍອດຊໍ່ຟ້ານັ້ນ 23 ສັດແຕ່ລະຕົວໄດ້ພືສອງປີກອອກໄປຈຸກັບປາຍປີກຕົວອື່ນ ແຕ່ອີກສອງປີກໄດ້ປົກຫຸ້ມຕົວມັນໄວ້ 24 ເມື່ອສັດເຫລົ່ານີ້ບິນໄປ ຂ້າພະເຈົ້າໄດ້ຍິນສຽງປີກຂອງມັນດັງເຫມືອນສຽງຄື້ນທະເລ ເຫມືອນສຽງກອງທັບໃຫຍ່ເດີນໄປ ແລະເຫມືອນພຣະສຸຣະສຽງຂອງພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ 25 ເມື່ອພວກມັນເຊົາບິນມັນກໍຫຸບປີກໄວ້ ແຕ່ຍັງມີສຽງອີກຢ່າງນຶ່ງດັງມາຈາກຍອດຊໍ່ຟ້າເຫນືອຫົວຂອງສັດນັ້ນ 26 ຢູ່ເທິງຍອດຊໍ່ຟ້າ ມີສິ່ງນຶ່ງເບິ່ງຄ້າຍບັນລັງແກ້ວມໍລະກົດ ແລະມີຮູບຮ່າງອັນນຶ່ງເບິ່ງຄືມະນຸດນັ່ງຢູ່ເທິງບັນລັງ 27 ເທິງແອວຂອງຮູບຮ່າງນັ້ນສ່ອງແສງເຫລື້ອມເຫມືອນທອງສຳຣິດຢູ່ໃນກາງກອງໄຟ ແລະລຸ່ມແອວລົງມາມັນສອ່ງແສງເຫລື້ອມເຫມືອນໄຟໄປທົ່ວທຸກແຫ່ງ 28 ລັກສະນະແສງສວ່າງນີ້ສ່ອງແສງເຫມືອນຮຸ້ງກິນນ້ຳຢູ່ໃນເມກເມື່ອຝົນຕົກ ລັກສະນະແຫ່ງພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າເປັນດັ່ງນີ້ແຫລະ ແລະເມື່ອຂ້າພະເຈົ້າເຫັນແລ້ວ ຂ້າພະເຈົ້າກໍກົ້ມຫນ້າລົງເຖິງດິນ ແລະຂ້າພະເຈົ້າໄດ້ຍິນສຽງທ່ານຜູ້ນຶ່ງກ່າວ
ການຊົງເອີ້ນເອເຊກຽນ
1 ພຣະອົງກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ຢືນຂຶ້ນ ເຮົາຈະເວົ້າກັບເຈົ້າ” 2 ແລະເມື່ອພຣະອົງກ່າວກັບຂ້າພະເຈົ້າພຣະວິນຍານໄດ້ເຂົ້າໄປໃນຂ້າພະເຈົ້າແລະຕັ້ງຂ້າພະເຈົ້າໃຫ້ຢືນຂຶ້ນ ແລະຂ້າພະເຈົ້າໄດ້ຍິນພຣະອົງນັ້ນຜູ້ກ່າວກັບຂ້າພະເຈົ້າ 3 ແລະພຣະອົງກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ, ເຮົາຈະສົ່ງເຈົ້າໄປຫາອິສຣາເອນ ຜູ້ເປັນກະບົດຕໍ່ສູ້ເຮົາ ພວກເຂົາຍັງເປັນກະບົດເຊັ່ນດຽວກັບບັນພະບຸຣຸດຂອງເຂົາເທົ່າທຸກວັນນີ້ 4 ພວກເຂົາເປັນຄົນຫົວດື້ ແລະບໍ່ເຄົາຣົບນັບຖືເຮົາ ເຮົາຈະສົ່ງເຈົ້າໄປບອກສິ່ງທີ່ເຮົາຈະເວົ້າກັບເຂົາ 5 ພວກເຂົາຈະຟັງຫລືບໍ່ຟັງກໍຕາມ ແຕ່ເຂົາກໍຈະຮູ້ວ່າ ມີຜູ້ປະກາດພຣະທັມຄົນນຶ່ງຢູ່ຖ້າມກາງເຂົາ 6 ແຕ່ເຈົ້າຜູ້ເປັນມະນຸດເອີຍ, ຢ່າຢ້ານເຂົາຫລືຢ້ານສິ່ງທີ່ເຂົາເວົ້າ ເຖິງແມ່ນເຂົາຈະເປັນເຫມືອນຫນາມປິດລ້ອມເຈົ້າ ແລະເປັນເຫມືອນແມງງອດຢູ່ອ້ອມຮອບເຈົ້າ ກໍຢ່າຢ້ານພວກກະບົດເຫລົ່ານັ້ນ ຫລືຢ້ານຄຳເວົ້າຂອງເຂົາເລີຍ 7 ຈົ່ງບອກເຂົາສິ່ງທີ່ເຮົາບອກ ຢ່າເປັນກະບົດເຫມືອນເຂົາ ຈົ່ງອ້າປາກແລ້ວກິນສິ່ງທີ່ເຮົາຈະໃຫ້ເຈົ້ານີ້” 8 “ບຸດແຫ່ງມະນຸດເອີຍ, ຈົ່ງຟັງສິ່ງທີ່ເຮົາບອກ ຢ່າເປັນກະບົດເຫມືອນພວກເຂົາ ຈົ່ງອ້າປາກແລ້ວກິນສິ່ງທີ່ເຮົາຈະໃຫ້ເຈົ້ານິ້” 9 ຕໍ່ມາ ຂ້າພະເຈົ້າໄດ້ເຫັນມືເບື້ອງນຶ່ງ ຖືຫນັງສືມ້ວນຢຽດອອກມາທາງຂ້າພະເຈົ້າ 10 ມືນັ້ນໄດ້ພືຫນັງສືມ້ວນ ແລ້ວຂ້າພະເຈົ້າກໍໄດ້ເຫັນຄຳຂຽນໄວ້ທັງສອງຫນ້າແລະອ່ານໄດ້ຄວາມວ່າ, “ມີບົດຄ່ຳຄວນ ຄຳໄວ້ທຸກ ແລະຄຳວິບັດຂຽນຢູ່ເທິງນັ້ນ”
1 ພຣະອົງຊົງກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງຮັບປະທານສິ່ງທີ່ເຈົ້າໄດ້ພົບ ຈົ່ງຮັບປະທານຫນັງສືມ້ວນນີ້ແລ້ວ ໄປເວົ້າກັບປະຊາຊົນອິສຣາເອນ” 2 ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ອ້າປາກກິນຫນັງສືມ້ວນ ທີ່ພຣະອົງຊົງຍື່ນໃຫ້ ພຣະອົງຊົງກ່າວອີກວ່າ, 3 “ບຸດແຫ່ງມະນຸດເອີຍ, ຈົ່ງກິນຫນັງສືມ້ວນທີ່ເຮົາໄດ້ໃຫ້ເຈົ້ານັ້ນໃຫ້ອີ່ມ” ຂ້າພະເຈົ້າກໍກິນຫນັງສືມ້ວນນັ້ນ ມັນມີຣົດຫວານເຫມືອນນ້ຳເຜີ້ງ 4 ຕໍ່ມາພຣະເຈົ້າຊົງກ່າວວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງໄປບອກສິ່ງທີ່ເຮົາບອກແກ່ເຈົ້າແກ່ປະຊາຊົນອິສຣາເອນ 5 ເຮົາຈະບໍ່ສົ່ງເຈົ້າໄປຫາຊົນຊາດທີ່ເວົ້າພາສາຕ່າງປະເທດແລະພາສາທີ່ຍາກ ແຕ່ຈະສົ່ງໄປຫາພວກອິສຣາເອນ 6 ຖ້າສົ່ງໄປຫາປະເທດໃຫຍ່ຊຶ່ງເວົ້າພາສາທີ່ຍາກ ໂດຍທີ່ເຈົ້າບໍ່ເຂົ້າໃຈຊົນຊາດນັ້ນອາດຟັງເຈົ້າຢູ່ 7 ແຕ່ຈະບໍ່ມີປະຊາຊົນອິສຣາເອນຄົນໃດມີນ້ຳໃຈຢາກຟັງເຈົ້າ ແມ່ນແຕ່ເຮົາເຂົາກໍຈະບໍ່ຟັງຄືກັນ ເພາະວ່າເຂົາເປັນຄົນຫົວດື້ແລະໃຈແຂງ 8 ບັດນີ້ ເຮົາຈະທຳໃຫ້ເຈົ້າເປັນຄົນຫົວດື້ແລະໃຈແຂງເຫມືອນເຂົາ ຈະທຳໃຫ້ແຂງກວ່າຫີນແລະເພັດ 9 ສະນັ້ນ ເຈົ້າຢ່າຢ້ານ ພວກກະບົດເຫລົ່ານີ້ເລີຍ 10 ພຣະເຈົ້າຊົງກ່າວຕໍ່ໄປວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງຈົດຈຳ ແລະເອົາໃຈໃສ່ຢ່າງແທ້ຈິງ ໃນສິ່ງທີ່ເຮົາໄດ້ບອກນັ້ນ 11 ແລ້ວໃຫ້ໄປຫາຊົນຊາດຂອງເຈົ້າທີ່ຕົກເປັນຊະເລີຍ ແລະໃຫ້ບອກເຂົາເຖິງສິ່ງທີ່ເຮົາຈະບອກເຈົ້າ ເຖິງເຂົາຈະຟັງຫລືບໍ່ຟັງກໍຕາມ” 12 ຕໍ່ມາ ພຣະວິນຍານຂອງພຣະເຈົ້າໄດ້ຍົກຂ້າພະເຈົ້າຂຶ້ນ ແລ້ວມີພຣະສຽງຢ່າງນຶ່ງດັງກ້ອງອອກມາເຫມືອນສຽງແຜ່ນດິນໄຫວ ຢູ່ທາງຫລັງຂ້າພະເຈົ້າສຽງນັ້ນ 13 ຂ້າພະເຈົ້າໄດ້ຍິນສຽງປີກສັດດັງໃນອາກາດ ແລະສຽງລໍ້ດັງກ້ອງເຫມືອນແຜ່ນດິນໄຫວ 14 ຂນະພຣະວິນຍານຂອງພຣະເຈົ້າຊົງຍົກຂ້າພະເຈົ້າຂຶ້ນນັ້ນ ຂ້າພະເຈົ້າຮູ້ສຶກຂົມຂື່ນ ແລະຄຽດແຄ້ນ ເພາະວ່າຣິດທານຸພາບຂອງພຣະອົງໄດ້ຊົງບັງຄັບຢູ່ 15 ຂ້າພະເຈົ້າໄດ້ໄປເຖິງບ່ອນພວກຊະເລີຍອາໄສຢູ່ທີ່ເມືອງເທນອາບິບ ແຄມແມ່ນ້ຳເຄບາຣ໌ທີ່ປະເທດບາບິໂລນ ແລະໄດ້ພັກຢູ່ທີ່ນັ້ນດ້ວຍຄວາມຕົກຕະລຶງເປັນເວລາເຈັດວັນ
ພຣະເຈົ້າຊົງແຕ່ງຕັ້ງເອເຊກຽນເປັນຄົນຍາມອິສຣາເອນ
16 ພໍຄົບເຈັດວັນແລ້ວ ພຣະຄຳຂອງພຣະຜູ້ເປັນເຈົ້າກໍມາເຖິງຂ້າພະເຈົ້າວ່າ, 17 “ບຸດແຫ່ງມະນຸດເອີຍ, ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຄົນຍາມຊົນຊາດອິສຣາເອນ ຈົ່ງຕັກເຕືອນເຂົາດ້ວຍຖ້ອຍຄຳທີ່ເຣົາໄດ້ບອກເຈົ້າ 18 ຖ້າເຮົາປະກາດວ່າ ຄົນຊົ່ວຜູ້ນຶ່ງຈະຕ້ອງຕາຍ ແຕ່ຖ້າເຈົ້າບໍ່ຕັກເຕືອນໃຫ້ເຂົາປ່ຽນທາງເພື່ອຊ່ອຍຊີວິດເຂົາໄວ້ ຄົນຊົ່ວຜູ້ນັ້ນກໍຈະຕາຍເສັຽຍ້ອນບາບຂອງຕົນເອງ ແລ້ວເຮົາຈະຖືວ່າການຕາຍຂອງຜູ້ນັ້ນເປັນຄວາມຜິດຂອງເຈົ້າ 19 ຖ້າວ່າເຈົ້າໄດ້ຕັກເຕືອນຄົນຊົ່ວຮ້າຍແລ້ວ ແຕ່ເຂົາບໍ່ເຊົາທຳບາບ ເຂົາກໍຈະຕາຍຍ້ອນບາບນັ້ນ ແຕ່ຊີວິດຂອງເຈົ້າຈະປອດພັຍ 20 ຖ້າຄົນດີມີສິນທັມຜູ້ນຶ່ງເລີ້ມທຳບາບ ເຮົາຈະທຳໃຫ້ເຂົາຕົກຢູ່ໃນອັນຕະຣາຍ ແລະຖ້າເຈົ້າບໍ່ເຕືອນເຂົາ ເຂົາກໍຈະຕາຍຍ້ອນການທຳບາບນັ້ນ ເຮົາຈະບໍ່ລະນຶກເຖິງຄຸນງາມຄວາມດີທີ່ເຂົາໄດ້ທຳມາ ແຕ່ຈະຖືວ່າເປັນຄວາມຜິດຂອງເຈົ້າ 21 ຖ້າເຈົ້າຫາກຕັກເຕືອນບໍ່ໃຫ້ເຂົາທຳບາບ ເຂົາກໍຈະເຊື່ອຟັງບໍ່ທຳບາບນັ້ນ ແລະຊີວິດຂອງເຈົ້າແລະຊີວິດຂອງເຂົາກໍຈະປອດພັຍ”
ເອເຊກຽນປາກບໍ່ໄດ້
22 ເມື່ອຕົກຢູ່ໃນອຳນາດຂອງພຣະຜູ້ເປັນເຈົ້ານັ້ນ ຂ້າພະເຈົ້າໄດ້ຍິນພຣະອົງຊົງກ່າວວ່າ, “ຈົ່ງລຸກຂຶ້ນ ແລ້ວອອກໄປຍັງຮ່ອມພູ ເຮົາຈະເວົ້າກັບເຈົ້າຢູ່ທີ່ນັ້ນ” 23 ດັ່ງນັ້ນ ຂ້າພະເຈົ້າຈຶ່ງອອກໄປໃນທີ່ນັ້ນ ຂ້າພະເຈົ້າໄດ້ເຫັນພຣະຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ ເປັນຢ່າງດຽວກັນກັບຄາວທີ່ເຫັນຢູ່ແຄມແມ່ນ້ຳເຄບາຣ໌ ແລະຂ້າພະເຈົ້າໄດ້ຫມູບລົງດິນ 24 ແຕ່ພຣະວິນຍານໄດ້ສະເດັດເຂົ້າສິງໃນຕົວຂ້າພະເຈົ້າແລະເຮັດໃຫ້ຢືນຂຶ້ນ ພຣະວິນຍານນັ້ນຊົງບອກຂ້າພະເຈົ້າວ່າ, “ຫລົບເມືອບ້ານສາ ແລ້ວລີ້ຢູ່ໃນເຮືອນຂອງເຈົ້າ 25 ເຈົ້າ ບຸດແຫ່ງມະນຸດເອີຍ, ເບິ່ງແມ໋, ເຈົ້າຈະຖືກມັດດ້ວຍເຊືອກໄປໃສບໍ່ໄດ້ 26 ແລະເຮົາຈະທຳໃຫ້ລີ້ນຂອງເຈົ້າແຂງຈົນປາກບໍ່ໄດ້ ເພື່ອບໍ່ໃຫ້ຕັກເຕືອນພວກກະບົດເຫລົ່ານັ້ນໄດ້ 27 ເມື່ອເຮົາຈະເວົ້າກັບເຈົ້າອີກ ເຮົາກໍຈຶ່ງຈະໃຫ້ເຈົ້າເວົ້າໄດ້ ແລ້ວເຈົ້າຈຶ່ງບອກເຂົາວ່າ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ “ພວກເຂົາບາງຄົນຈະເຊື່ອຟັງເຮົາ ແຕ່ບາງຄົນຈະບໍ່ເຊື່ອຟັງເຣົາ ເພາະວ່າພວກເຂົາເປັນຊົນຊາດກະບົດ”
ສະແດງພາບການລ້ອມກຸງເຢຣູຊາເລັມ
1 “ເຈົ້າ, ບຸດແຫ່ງມະນຸດເອີຍ, ເຈົ້າຈົ່ງເອົາກ້ອນຫີນມາວາງໄວ້ຂ້າງຫນ້າເຈົ້າ ແລະແກະຮູບເມືອງນຶ່ງໄວ້ເທິງນັ້ນຄືນະຄອນເຢຣູຊາເລັມ 2 ຈົ່ງລ້ອມນະຄອນນັ້ນໄວ້ ແລະກໍ່ກຳແພງລ້ອມໄວ້ຮອບນະຄອນນັ້ນດ້ວຍ ແລະຄູນດິນໄວ້ສູງສູ້ນະຄອນນັ້ນ ແລະຕັ້ງຄ້າຍຮອບນະຄອນໄວ້ ແລະຕັ້ງເຄື່ອງທະລວງກຳແພງໄວ້ຮອບນະຄອນ 3 ຈົ່ງຫາເຫລັກແຜ່ນມາ ແລະວາງເຫລັກແຜ່ນນັ້ນຕ່າງເປັນກຳແພງເຫລັກລະຫວ່າງເຈົ້າກັບນະຄອນນັ້ນ ແລະເຈົ້າຈົ່ງຫັນຫນ້າສູ່ນະຄອນນັ້ນ ໃຫ້ນະຄອນນັ້ນຖືກລ້ອມ ແລ້ວເຈົ້າເອງເປັນຜູ້ປິດລ້ອມເມືອງ ນີ້ເປັນຫມາຍສຳຄັນສຳລັບເຊື້ອສາຍອິສຣາເອນ 4 “ແລ້ວເຈົ້າຈົ່ງນອນຕະແຄງຂ້າງຊ້າຍ ແລະເຮົາຈະວາງການລົງທັນເຊື້ອສາຍອິສຣາເອນໄວ້ເຫນືອເຈົ້າ ເຈົ້ານອນທັບຢູ່ຈັກມື້ ເຈົ້າຈະແບກການລົງທັນຂອງນະຄອນນັ້ນເທົ່ານັ້ນມື້ 5 ເພາະເຣົາໄດ້ກຳນົດວັນໃຫ້ແກ່ເຈົ້າແລ້ວ ຄືສາມຮ້ອຍເກົ້າສິບວັນເທົ່າກັບຈຳນວນປີແຫ່ງການລົງທັນຂອງເຂົາ ເຈົ້າຈະຕ້ອງແບກການລົງທັນເຊື້ອສາຍອິສຣາເອນນານເທົ່ານັ້ນ 6 ແລະເມື່ອເຈົ້າກະທຳເຊັ່ນນີ້ຄົບວັນແລ້ວ ເຈົ້າຈະຕ້ອງນອນລົງເປັນຄັ້ງທີ່ສອງ ແຕ່ນອນຕະແຄງຂ້າງຂວາ ແລະແບກການລົງທັນເຊື້ອສາຍຂອງຢູດາ ເຮົາກຳນົດໃຫ້ເຈົ້າສີ່ສິບວັນ ວັນແທນປີ 7 ແລະເຈົ້າຕ້ອງຕັ້ງຫນ້າເຈົ້າສູ່ການລ້ອມເຢຣູຊາເລັມໄວ້ດ້ວຍແຂນເປືອຍເປົ່າ ແລະເຈົ້າຈົ່ງປະກາດພຣະທັມສູ້ນະຄອນນັ້ນ 8 ເບິ່ງແມ໋, ເຮົາຈະເອົາເຊືອກມັດເຈົ້າໄວ້ ເຈົ້າຈະພິກຈາກຂ້າງນີ້ໄປຂ້າງນັ້ນບໍ່ໄດ້ຈົນກວ່າເຈົ້າຈະຄົບການລ້ອມນະຄອນຕາມກຳນົດວັນຂອງເຈົ້າ 9 “ເຈົ້າຈົ່ງເອົາເຂົ້າເດື່ອຍ ເຂົ້າບເລ ຫມາກຖົ່ວຂຽວ ແລະຫມາກຖົ່ວແດງ ເຂົ້າຟາງ ແລະເຂົ້າບເລແຂງ ຈົ່ງປົນສິ່ງທັງຫມົດເຂົ້າກັນແລະເຮັດເຂົ້າຈີ່ໃຫ້ເຈົ້າ ລະຫວ່າງທີ່ເຈົ້ານອນຕະແຄງຕາມກຳນົດວັນສາມຮ້ອຍເກົ້າສິບວັນນັ້ນ ເຈົ້າຈົ່ງຮັບປະທານອາຫານນີ້ 10 ແລະອາຫານທີ່ເຈົ້າກິນຈະຕ້ອງຊັ່ງ ເປັນວັນລະຊາວເຊເກລ ເຈົ້າຈົ່ງຮັບປະທານຕາມເວລາກຳນົດ 11 ແລະນ້ຳເຈົ້າຕ້ອງຕວງດື່ມ ຄືນຶ່ງໃນຫົກຂອງຮິນນຶ່ງ ເຈົ້າຈົ່ງດື່ມນ້ຳຕາມເວລາກຳນົດ 12 ແລະເຈົ້າຈະຕ້ອງຣັບປະທານເຂົ້າຈີ່ ເຂົ້າບເລ ໂດຍໃຊ້ໄຟດັງດ້ວຍອາຈົມຂອງມະນຸດທີ່ແຫ້ງແລ້ວປີ້ງ ຕໍ່ຫນ້າຕໍ່ຕາເຂົາທັງຫລາຍ” 13 ແລະພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນອິສຣາເອນຈະຕ້ອງຮັບປະທານເຂົ້າຈີ່ຂອງເຂົາທີ່ເປັນມົນທິນຢ່າງນີ້ແຫລະໃນຖ້າມກາງປະຊາຊາດ ຊຶ່ງເຮົາຈະຂັບໄລ່ເຂົາໄປຢູ່” 14 ແລ້ວຂ້າພະເຈົ້າຈຶ່ງກ່າວວ່າ, “ພຣະເຈົ້າຂ້າ ອະນິຈາ ຂ້າພຣະອົງບໍ່ເຄີຍກະທຳຕົວໃຫ້ເປັນມົນທິນເລີຍ ຕັ້ງແຕ່ຍັງຫນຸ່ມມາຈົນບັດນີ້ ຂ້າພຣະອົງບໍ່ເຄີຍຮັບປະທານສິ່ງທີ່ຕາຍເອງ ຫລືທີ່ຖືກສັດຈີກກັດຕາຍ ບໍ່ມີຊີ້ນສັດມົນທິນເຂົ້າໄປໃນປາກຂອງຂ້າພຣະອົງ” 15 ແລ້ວພຣະອົງຈຶ່ງກ່າວກັບຂ້າພະເຈົ້າວ່າ, “ເອົາເຖີດ ເຮົາຈະຍອມໃຫ້ເຈົ້າໃຊ້ຂີ້ງົວແທນອາຈົມຊຶ່ງເຈົ້າຈະໃຊ້ຕຽມເຂົ້າຈີ່ຂອງເຈົ້າ” 16 ພຣະອົງກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ເບິ່ງແມ໋, ເຮົາຈະທຳລາຍອາຫານຫລັກໃນເຢຣູຊາເລັມເສັຽ ເຂົາຈະຕ້ອງຊັ່ງເຂົ້າຈີ່ຮັບປະທານ ທັງຮັບປະທານດ້ວຍຄວາມຢ້ານກົວ ແລະເຂົາຈະຕວງນ້ຳດື່ມ ທັງດື່ມດ້ວຍອາການອົກສັ່ນຂວັນຫາຍ 17 ເພື່ອໃຫ້ຂາດເຂົ້າຈີ່ແລະນ້ຳ ໃຫ້ຕ່າງຄົນຕ່າງອົກສັ່ນຂວັນຫາຍ ແລະຊູບຜອມໄປເພາະໂທດບາບຂອງເຂົາທັງຫລາຍ
1 “ເຈົ້າ, ບຸດແຫ່ງມະນຸດເອີຍ, ເຈົ້າຈົ່ງເອົາດາບຄົມເຫລັ້ມນຶ່ງ ຈົ່ງໃຊ້ດາບນັ້ນເຫມືອນດັ່ງມີດໂກນຂອງຊ່າງຕັດຜົມ ຈົ່ງແຖຫົວແລະແຖຫນວດຂອງເຈົ້າ ເອົາຕາຊັ່ງສຳລັບຊັ່ງມາແບ່ງຜົມນັ້ນອອກ 2 ເມື່ອວັນການລ້ອມຄົບຖ້ວນແລ້ວ ເຈົ້າຈົ່ງເຜົານຶ່ງໃນສາມສ່ວນເສັຽໃນໄຟທີ່ກາງເມືອງ ແລະເອົານຶ່ງໃນສາມສ່ວນນຶ່ງມາ ເອົາດາບຟັນໃຫ້ຮອບເມືອງ ແລະນຶ່ງໃນສາມອີກສ່ວນນຶ່ງນັ້ນ ເຈົ້າຈົ່ງໃຫ້ລົມພັດກະຈາຍໄປ ແລະເຮົາຈະຊັກດາບອອກຕາມໄປ 3 ແລະເຈົ້າຈົ່ງເອົາເສັ້ນຜົມນັ້ນມາຫນ້ອຍນຶ່ງມັດຕິດໄວ້ທີ່ເສື້ອຄຸມຂອງເຈົ້າ 4 ແລະເຈົ້າຈົ່ງເອົາຜົມເຫລົ່ານີ້ມາອີກຈົ່ງໂຍນເຂົ້າໄປໃນໄຟໃຫ້ໄຫມ້ເສັຽໃນໄຟນັ້ນ ຈາກທີ່ນັ້ນຈະມີໄຟເຂົ້າໄປໃນເຊື້ອສາຍອິສຣາເອນທັງຫມົດ 5 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ນີ້ຄືເຢຣູຊາເລັມ ເຮົາຕັ້ງນາງໄວ້ໃນຖ້າມກາງປະຊາຊາດທັງຫລາຍ ມີຫລາຍປະເທດຢູ່ອ້ອມຮອບ 6 ແລະເຢຣູຊາເລັມໄດ້ກະບົດຕໍ່ກົດຫມາຍຂອງເຮົາຢ່າງຮ້າຍກາດຍິ່ງກວ່າປະຊາຊາດໃດໆ ແລະກະບົດຕໍ່ກົດເກນຂອງເຮົາຫລາຍຍິ່ງກວ່າປະເທດທີ່ຢູ່ອ້ອມຮອບ ໂດຍປະຕິເສດບໍ່ຮັບກົດຫມາຍຂອງເຮົາ ແລະບໍ່ດຳເນີນຕາມກົດເກນຂອງເຮົາ 7 ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະເຫດວ່າເຈົ້າດື້ດ້ານຍິ່ງກວ່າປະຊາຊາດທີ່ຢູ່ຮອບເຈົ້າ ແລະບໍ່ໄດ້ດຳເນີນຕາມກົດເກນ ຫລືຮັກສາກົດຫມາຍຂອງເຮົາ ແຕ່ໄດ້ປະພຶດຕາມກົດຫມາຍຂອງປະຊາຊາດທີ່ຢູ່ຮອບເຈົ້າ 8 ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຣົາ ເຖິງວ່າເຮົານີ້ແຫລະເປັນປໍຣະປັກກັບເຈົ້າ ເຮົາຈະພິພາກສາລົງໂທດຖ້າມກາງເຈົ້າຕໍ່ຫນ້າປະຊາຊາດທັງຫລາຍ 9 ແລະເພາະສິ່ງຫນ້າກຽດຊັງທັງສິ້ນຂອງເຈົ້າ ເຮົາຈະກະທຳ ແລະເຮົາຈະກະທຳແກ່ເຈົ້າຢ່າງທີ່ເຮົາບໍ່ເຄີຍກະທຳ ແລະເຮົາຈະບໍ່ກະທຳຢ່າງນັ້ນຕໍ່ໄປອີກ 10 ເຫດສັນນັ້ນພໍ່ຈະກິນລູກຂອງຕົນຖ້າມກາງເຈົ້າທັງຫລາຍ ແລະບັນດາລູກຈະກິນບັນດາພໍ່ຂອງເຂົາທັງຫລາຍ ແລະເຮົາຈະພິພາກສາລົງໂທດເຈົ້າ ຜູ້ໃດໃນພວກເຈົ້າທີ່ເຫລືອຢູ່ ເຮົາຈະໃຫ້ກະຈັດກະຈາຍໄປຕາມລົມທຸກທິດ 11 ເຫດສັນນັ້ນພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ ເຮົາມີຊີວິດຢູ່ສັນໃດ ເພາະເຈົ້າໄດ້ກະທຳໃຫ້ສະຖານນະມັສການຂອງເຮົາເປັນມົນທິນໄປດ້ວຍສິ່ງທີ່ຫນ້າລັງກຽດທັງສິ້ນຂອງເຈົ້າ ແລະດ້ວຍສິ່ງທີ່ຫນ້າກຽດຊັງທັງສິ້ນຂອງເຈົ້າ ເຫດສັນນັ້ນເຮົາຈະຕັດເຈົ້າລົງ ນັຍຕາຂອງເຮົາຈະບໍ່ປານີ ເຮົາຈະບໍ່ສົງສານເຫມືອນກັນ 12 ພວກເຈົ້ານຶ່ງໃນສາມສ່ວນຈະລົ້ມຕາຍເພາະໂຣກລະບາດ ແລະຖືກຜານດ້ວຍຄວາມອຶດຢາກ ໃນຫມູ່ພວກເຈົ້າ ອີກນຶ່ງໃນສາມສ່ວນຈະລົ້ມຕາຍດ້ວຍດາບຢູ່ຮອບເຈົ້າ ແລະອີກນຶ່ງໃນສາມສ່ວນເຮົາຈະໃຫ້ກະຈັດກະຈາຍໄປຕາມລົມທຸກທິດແລະເຮົາຈະຊັກດາບອອກໄລ່ຕາມເຂົາທັງຫລາຍໄປ 13 “ເຊັ່ນນີ້ແຫລະ ຄວາມກິ້ວຂອງເຮົາຈະມອດລົງ ແລະເຮົາຈະລະບາຍຄວາມໂກດຂອງເຮົາຈົນຫມົດ ແລະພໍໃຈແລ້ວ ເຂົາທັງຫລາຍຈະໄດ້ຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າໄດ້ກ່າວເຊັ່ນນີ້ດ້ວຍຄວາມຫວງແຫນ ເມື່ອຄວາມໂກດຂອງເຮົາຕໍ່ເຂົາມອດລົງແລ້ວ 14 ເຮົາຈະກະທຳໃຫ້ເຈົ້າຮ້າງເປົ່າ ແລະເປັນທີ່ເຂົາປະນາມກັນຖ້າມກາງປະຊາຊາດທີ່ຢູ່ອ້ອມຮອບເຈົ້າແລະໃນສາຍຕາຂອງຜູ້ທີ່ຜ່ານໄປ 15 ເຈົ້າຈະເປັນທີ່ເຂົາປະນາມແລະເຍີ້ຍຫຍັນ ເປັນຄຳເຕືອນ ແລະເປັນທີ່ຫນ້າລັງກຽດແກ່ປະຊາຊາດທີ່ຢູ່ອ້ອມຮອບເຈົ້າ ເມື່ອເຮົາຈະພິພາກສາລົງໂທດເຈົ້າ ດ້ວຍຄວາມກິ້ວ ແລະຄວາມກ້ຽວກາດ ແລະການຕີສອນຢ່າງໂກດຮ້າຍຂອງເຮົາ ເຮົາພຣະຜູ້ເປັນເຈົ້າໄດ້ລັ່ນວາຈາເຊັ່ນນີ້ແລ້ວ 16 ເມື່ອເຮົາປ່ອຍລູກທະນູແຫ່ງຄວາມອຶດຢາກ ຄືລູກທະນູແຫ່ງການທຳລາຍໃນຖ້າມກາງເຈົ້າ ຊຶ່ງເຣົາຈະປ່ອຍໄປທຳລາຍເຈົ້າ ແລະເມື່ອເຮົາເພີ້ມຄວາມອຶດຢາກໃຫ້ເຈົ້າ ແລະທຳລາຍອາຫານຫລັກຂອງເຈົ້າເສັຽ 17 ເຮົາຈະສົ່ງຄວາມອຶດຢາກແລະສັດປ່າຮ້າຍມາສູ້ເຈົ້າ ແລະມັນຈະເອົາລູກຫລານຂອງເຈົ້າໄປເສັຽ ໂຣກລະບາດ ແລະໂລຫິດຈະຜ່ານເຈົ້າ ແລະເຮົາຈະນຳດາບມາເຫນືອເຈົ້າ ເຮົາຄືພຣະຜູ້ເປັນເຈົ້າໄດ້ລັ່ນວາຈາເຊັ່ນນີ້ແລ້ວ”
ພຣະຜູ້ເປັນເຈົ້າກ່າວໂທດບັນດາພູຂອງ ອິສຣາເອນ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ຈົ່ງມຸ່ງຫນ້າຂອງເຈົ້າຊື່ພູທັງຫລາຍຂອງອິສຣາເອນ ແລະຈົ່ງປະກາດພຣະທັມກ່າວໂທດພູນັ້ນ 3 ແລະກ່າວວ່າ, “ພູທັງຫລາຍຂອງອິສຣາເອນເອີຍ, ຈົ່ງຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແກ່ພູທັງຫລາຍ ແລະແກ່ເນີນພູ ແລະຫ້ວຍແລະຮ່ອມພູທັງຫລາຍວ່າ ເບິ່ງແມ໋, ເຣົາຈະນຳດາບມາເຫນືອເຈົ້າ ແລະເຮົາຈະທຳລາຍ ບ່ອນສູງຕ່າງໆທີ່ປະຊາຊົນຂາບໄຫວ້ເສັຽ 4 ແທ່ນບູຊາຂອງເຈົ້າຈະຮ້າງເປົ່າ ແລະແທ່ນບູຊາເຄື່ອງຫອມຂອງເຈົ້າຈະພັງທະລາຍ ແລະຄົນທີ່ຖືກຂ້າເທິງເຈົ້ານັ້ນ ເຮົາຈະແກວ່ງລົງຕໍ່ຫນ້າຮູບເຄົາຣົບຂອງເຈົ້າ 5 ເຮົາຈະວາງສົບຄົນອິສຣາເອນໄວ້ຫນ້າຮູບເຄົາຣົບຂອງເຂົາ ແລະເຮົາຈະກະຈາຍກະດູກຂອງເຈົ້າຮອບແທ່ນບູຊາຂອງເຈົ້າ 6 ເຈົ້າອາໄສຢູ່ທີ່ໃດ ເມືອງຂອງເຈົ້າຈະຮ້າງ ແລະບ່ອນສູງທັງຫລາຍຂອງເຈົ້າຈະພັງທະລາຍ ດັ່ງນັ້ນແຫລະ ແທ່ນບູຊາຂອງເຈົ້າຈະຮ້າງແລະຖືກທຳລາຍ ຮູບເຄົາຣົບຂອງເຈົ້າຈະຫັກແລະຖືກທຳລາຍ ແທ່ນບູຊາເຄື່ອງຫອມຂອງເຈົ້າຈະຖືກຕັດລົງ ແລະການງານຂອງເຈົ້າຈະຖືກກວາດຖິ້ມເສັຽສິ້ນ 7 ແລະຄົນທີ່ຖືກຂ້າຈະລົ້ມລົງຖ້າມກາງເຈົ້າ ແລະເຈົ້າຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ 8 “ແຕ່ເຮົາຈະໃຫ້ເຈົ້າເຫລືອຢູ່ບາງຄົນ ເມື່ອເຈົ້າມີບາງຄົນຖ້າມກາງປະຊາຊາດທີ່ຫນີພົ້ນດາບໄປ ແລະເມື່ອເຈົ້າກະຈາຍໄປຢູ່ໃນປະເທດຕ່າງໆ 9 ແລ້ວຄົນໃນພວກເຈົ້າທີ່ຫນີໄປໄດ້ນັ້ນ ຈະຣະລຶກເຖິງເຣົາຖ້າມກາງປະຊາຊາດ ຊຶ່ງເຂົາຖືກກວາດໄປເປັນຊະເລີຍນັ້ນ ເມື່ອເຮົາທຳລາຍໃຈຣິສຍາຊຶ່ງໄດ້ພາກຈາກເຮົາໄປນັ້ນແລ້ວ ແລະທຳລາຍຕາທີ່ມອງເບິ່ງຮູບເຄົາຣົບຢ່າງໃຈອິດສານັ້ນເສັຽ ແລະເຂົາຈະກຽດຕົວເອງ ເຫດດ້ວຍຄວາມຊົ່ວຊຶ່ງເຂົາໄດ້ກະທຳ ແລະສິ່ງທີ່ຫນ້າກຽດຫນ້າຊັງທັງສິ້ນຂອງເຂົາດ້ວຍ 10 ເຂົາຈະຊາບວ່າເຣົາຄືພຣະຜູ້ເປັນເຈົ້າ ເຣົາບໍ່ໄດ້ເວົ້າພ່ອຍໆວ່າ ເຮົາຈະກະທຳການຮ້າຍນີ້ແກ່ເຂົາ” 11 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ຈົ່ງຕົບມືແລະກະທືບຕີນຂອງເຈົ້າ ແລະກ່າວວ່າ ອະນິຈາເອີຍ ເພາະຄວາມຊົ່ວທີ່ຫນ້າກຽດຫນ້າຊັງແຫ່ງເຊື້ອສາຍອິສຣາເອນຫນໍ ເຫດວ່າເຂົາທັງຫລາຍຈະລົ້ມລົງດ້ວຍດາບ ດ້ວຍຄວາມອຶດຢາກແລະດ້ວຍໂຣກລະບາດ 12 ຜູ້ທີ່ຢູ່ຫ່າງໄກອອກໄປຈະຕາຍດ້ວຍໂຣກລະບາດ ຜູ້ທີ່ຢູ່ໃກ້ກໍຈະລົ້ມຕາຍດ້ວຍດາບ ແລະຜູ້ທີ່ເຫລືອຢູ່ຍັງບໍ່ຕາຍຈະຕາຍດ້ວຍຄວາມອຶດຢາກ ເຮົາຈະໃຫ້ຄວາມກ້ຽວກາດຂອງເຮົາມີເຫນືອເຂົາຈົນກວ່າຈະມອດລົງ ເຊັ່ນນີ້ແຫລະ 13 ແລະເຈົ້າຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ ເມື່ອຄົນທີ່ຖືກຂ້ານອນຢູ່ຖ້າມກາງຮູບເຄົາຣົບຂອງເຂົາຮອບແທ່ນບູຊາຂອງເຂົາເທິງເນີນພູສູງທຸກແຫ່ງເທິງຍອດພູທັງຫລາຍ ທີ່ໃຕ້ຕົ້ນໄມ້ຂຽວທຸກຕົ້ນ ແລະໃຕ້ຕົ້ນກໍ່ຫລວງໃບດົກທຸກຕົ້ນບໍ່ວ່າຢູ່ທີ່ໃດໆ ທີ່ເຂົາຖວາຍກິ່ນທີ່ພໍໃຈແກ່ຮູບເຄົາຣົບທັງສິ້ນຂອງເຂົາ 14 ແລະເຮົາຈະຍື່ນມືຂອງເຮົາອອກຕໍ່ສູ້ເຂົາ ແລະກະທຳໃຫ້ແຜ່ນດິນນັ້ນຮ້າງເປົ່າ ແລະຖິ້ມຮ້າງຕລອດທີ່ອາໄສທັງສິ້ນຂອງເຂົາ ຄືຕັ້ງແຕ່ຖິ່ນກັນດານເຖິງດິບລາ ແລ້ວເຂົາຈຶ່ງຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າ”
ທີ່ສຸດປາຍມາເຖິງ
1 ຖ້ອຍຄຳຂອງພຣະເຈົ້າມາເຖິງຂ້າພະເຈົ້າອີກວ່າ, 2 “ເຈົ້າ, ບຸດແຫ່ງມະນຸດເອີຍ, ພຣະເຈົ້າກ່າວກັບແຜ່ນດິນອິສຣາເອນດັ່ງນີ້ວ່າ ອາວະສານ ຄວາມສິ້ນສຸດໄດ້ມາເຖິງທັງສີ່ມຸມຂອງແຜ່ນດິນແລ້ວ 3 ບັດນີ້ຄວາມສິ້ນສຸດກໍມາເຖິງເຈົ້າ ແລະເຮົາຈະປ່ອຍໃຫ້ຄວາມກິ້ວຂອງເຮົາມາເຫນືອເຈົ້າທັງຫລາຍ ແລະຈະພິພາກສາເຈົ້າໃຫ້ສົມກັບທາງປະພືດຂອງເຈົ້າ ແລະເຮົາຈະລົງໂທດເຈົ້າເພາະຄວາມລາມົກທັງຫລາຍຂອງເຈົ້າ 4 ນັຍຕາຂອງເຮົາຈະບໍ່ປານີເຈົ້າ ແລະເຣົາກໍຈະບໍ່ສົງສານ ແຕ່ເຮົາຈະລົງທັນເຈົ້າໃຫ້ສົມກັບທາງປະພຶດຂອງເຈົ້າ ຂນະເມື່ອສິ່ງທີ່ຊົ່ວຮ້າຍຍັງຢູ່ຖ້າມກາງເຈົ້າ ແລ້ວເຈົ້າຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ 5 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ວິບັດແລ້ວ ວິບັດອີກ ເບິ່ງແມ໋, ວິບັດມາເຖິງແລ້ວ 6 ຄວາມສິ້ນສຸດມາເຖິງແລ້ວ ອາວະສານນັ້ນມາເຖິງ ມັນຕື່ນຂຶ້ນຕໍ່ສູ້ເຈົ້າ ເບິ່ງແມ໋, ວິບັດມາເຖິງແລ້ວ 7 ຊາວແຜ່ນດິນໂລກເອີຍ, ຊາຕາຮ້າຍຂອງເຈົ້າມາເຖິງແລ້ວ ເວລາມາເຖິງແລ້ວ ວັນກໍໃກ້ເຂົ້າມາ ຄືວັນແຫ່ງຄວາມໂກລາຫົນ ແລະບໍ່ແມ່ນສຽງໂຮ່ຮ້ອງຍິນດີທີ່ເທິງພູ 8 ບັດນີ້ ບໍ່ດົນເຮົາຈະລະບາຍຄວາມພິໂຣດຂອງເຮົາອອກເຫນືອເຈົ້າ ແລະປ່ອຍໃຫ້ຄວາມກິ້ວຂອງເຮົາມີຕໍ່ເຈົ້າຈົນມອດລົງ ແລະພິພາກສາເຈົ້າໃຫ້ສົມກັບການປະພຶດຂອງເຈົ້າ ແລະເຮົາຈະລົງໂທດເຈົ້າເພາະຄວາມຫນ້າກຽດຫນ້າຊັງທັງສິ້ນຂອງເຈົ້າ 9 ນັຍຕາຂອງເຮົາຈະບໍ່ປານີ ແລະເຮົາຈະບໍ່ສົງສານ ເຣົາຈະລົງໂທດເຈົ້າໃຫ້ສົມກັບການປະພຶດຂອງເຈົ້າ ຂນະເມື່ອສິ່ງຫນ້າກຽດຫນ້າຊັງຂອງເຈົ້າຍັງຢູ່ຖ້າມກາງເຈົ້າ ແລ້ວເຈົ້າຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າຜູ້ທຳໂທດ 10 “ວັນນັ້ນ ເບິ່ງແມ໋, ມາເຖິງແລ້ວ ຊາຕາຮ້າຍຂອງເຈົ້າອອກມາແລ້ວ ຄວາມຮຸນແຮງຈະເພີ້ມຂຶ້ນ ຄວາມເຍີ້ຍິ່ງກໍສູງຂຶ້ນສຸດຍອດ 11 ຄວາມທາຣຸນໄດ້ຈະເຣີນເປັນຄວາມຮຸນແຮງ ຈະບໍ່ມີຜູ້ໃດເຫລືອຢູ່ເລີຍ ຄວາມອຸດົມສົມບູນຂອງເຂົາກໍບໍ່ມີ ຄວາມມັ່ງຄັ່ງຂອງເຂົາກໍບໍ່ມີ ຄວາມເປັນຜູ້ໃຫຍ່ໃນພວກເຂົາກໍບໍ່ມີ 12 ເວລານັ້ນມາເຖິງແລ້ວ ວັນນັ້ນກໍໃກ້ເຂົ້າ ຢ່າໃຫ້ຜູ້ຊື້ດີໃຈ ຢ່າໃຫ້ຜູ້ຂາຍເສັຽໃຈ ເພາະພຣະພິໂຣດຢູ່ເຫນືອໄພ່ພົນຂອງນາງ 13 ເພາະວ່າຜູ້ຂາຍຈະບໍ່ໄດ້ກັບໄປຍັງສິ່ງທີ່ເຂົາໄດ້ຂາຍໄປ ຂນະເມື່ອເຂົາຍັງມີຊີວິດຢູ່ ເພາະວ່ານິມິດນັ້ນກໍກ່ຽວຂ້ອງກັບໄພ່ພົນທັງຫລາຍ ແລະຈະບໍ່ຫັນກັບ ແລະເພາະຄວາມບາບຜິດຂອງເຂົາ ຈຶ່ງບໍ່ມີຜູ້ໃດຮັກສາຊີວິດໄວ້ໄດ້ 14 “ເຂົາໄດ້ເປົ່າແກແລ້ວ ແລະໄດ້ຕຽມທຸກຢ່າງໄວ້ພ້ອມ ແຕ່ບໍ່ມີໃຜເຂົ້າສົງຄາມ ເພາະວ່າພຣະພິໂຣດຂອງເຮົາຢູ່ເຫນືອໄພ່ພົນຂອງນາງ 15 ດາບກໍຢູ່ຂ້າງນອກ ໂຣກລະບາດແລະຄວາມອຶດຢາກແລະໂຣກລະບາດກໍກິນເສັຽ 16 ແລະຖ້າມີຜູ້ນຶ່ງຜູ້ໃດລອດຕາຍຫນີໄປໄດ້ເຂົາຈະຢູ່ເທິງພູ ເຫມືອນນົກກາງແກແຫ່ງຮ່ອມພູ ທຸກຄົນກໍຮ້ອງຄ່ຳຄວນເພາະຄວາມບາບຜິດຂອງຕົນ 17 ມືທັງສິ້ນກໍອ່ອນແອ ແລະເຂົ່າທັງຫມົດກໍອ່ອນເປັ້ຽ 18 ເຂົາທັງຫລາຍຄາດແອວໄວ້ດ້ວຍຜ້າກະສອບ ແລະຄວາມສັ່ນສະທ້ານຄອບງຳເຂົາໄວ້ ຄວາມລະອາຍຢູ່ທີ່ໃບຫນ້າຂອງເຂົາທຸກຄົນ ແລະຫົວຂອງເຂົາກໍລ້ານຫມົດ 19 ເຂົາໂຍນເງິນຂອງເຂົາໄປໃນຖນົນ ແລະທອງຄຳຂອງເຂົາກໍເຫມືອນສິ່ງທີ່ມົນທິນ ເງິນແລະທອງຂອງເຂົາບໍ່ອາດທີ່ຈະຊ່ອຍກູ້ເຂົາໄວ້ໃນວັນແຫ່ງພຣະພິໂຣດຂອງພຣະຜູ້ເປັນເຈົ້າ ເຂົາຈະໃຫ້ເຊົາຫິວ ຫລືບັນຈຸໃຫ້ເຕັມທ້ອງດ້ວຍເງິນທອງກໍບໍ່ໄດ້ ເພາະວ່າເປັນສິ່ງທີ່ສະດຸດໃຫ້ເຂົາທຳບາບຜິດ 20 ຄວາມໂອ່ອ່າຂອງສິ່ງເຫລົ່ານັ້ນ ເຂົາໃຊ້ເພື່ອກຽດຈອມປອມ ເຂົາໃຊ້ສ້າງຮູບເຄົາຣົບອັນຫນ້າກຽດຫນ້າຊັງແລະຫນ້າລັງກຽດຂອງເຂົາ ເຫດສັນນັ້ນຈະກະທຳສິ່ງເຫລົ່ານັ້ນໃຫ້ເປັນສິ່ງທີ່ມົນທິນແກ່ເຂົາ 21 ແລະເຮົາຈະມອບສິ່ງເຫລົ່ານັ້ນໄວ້ໃນມືຂອງຊົນຕ່າງດ້າວໃຫ້ເປັນຂອງຍຶດ ແລະມອບຄົນອະທັມໃນແຜ່ນດິນໂລກໃຫ້ເປັນຂອງປຸ້ນໄດ້ ແລະເຂົາທັງຫລາຍຈະກະທຳໃຫ້ເປັນມົນທິນ 22 ເຮົາຈະຫັນຫນ້າຂອງເຮົາໄປເສັຽຈາກເຂົາດ້ວຍ ເຂົາຈຶ່ງຈະກະທຳສະຖານປະເສີດຂອງເຮົາໃຫ້ເປັນມົນທິນ ໂຈນຈະເຂົ້າມາກະທຳໃຫ້ເປັນມົນທິນ 23 ແລະທຳໃຫ້ເປັນທີ່ຮ້າງເປົ່າ “ເພາະວ່າແຜ່ນດິນນັ້ນເຕັມດ້ວຍຄະດີທີ່ເປິເປື້ອນດ້ວຍໂລຫິດ ແລະເມືອງກໍເຕັມດ້ວຍຄວາມທາຣຸນ 24 ສັນນັ້ນເຮົາຈະນຳປະຊາຊາດ ທີ່ຊົ່ວຮ້າຍທີ່ສຸດມາຖືກຳມະສິດບ້ານເຮືອນຂອງເຂົາ ແລະເຮົາຈະໃຫ້ທິຖິຂອງຄົນທີ່ແຂງແຮງນັ້ນສິ້ນສຸດລົງ ແລະສະຖານທີ່ບໍຣິສຸດຂອງເຂົາຈະເປັນມົນທິນ 25 ເມື່ອຄວາມວິຕົກມາເຖິງ ເຂົາຈະສແວງຫາສັນຕິພາບ ແຕ່ກໍບໍ່ມີເລີຍ 26 ວິບັດມາເຖິງແລ້ວ ວິບັດມາເຖິງອີກ ກິດຕິສັບເກີດຕາມກິດຕິສັບ ເຂົາສແວງຫານິມິດຈາກຜູ້ປະກາດພຣະທັມ ແຕ່ພຣະທັມກໍພິນາດໄປຈາກປະໂຣຫິດ ແລະບັນດາເຖົ້າແກ່ກໍຈະບໍ່ໃຫ້ຄຳປຶກສາຫຍັງ 27 ເຈົ້າຊີວິດກໍໄວ້ທຸກ ແລະເຈົ້ານາຍກໍຄຸມກາຍດ້ຍຄວາມທອດອາລັຍ ແລະມືຂອງຣາສດອນກໍສັ່ນເຊັນ ເຮົາຈະກະທຳເຂົາຕາມທາງຂອງເຂົາ ແລະເຣົາຈະພິພາກສາເຂົາຕາມຫລັກການພິພາກສາຂອງເຂົາ ແລະເຂົາຈະຊາບວ່າເຣົາຄືພຣະຜູ້ເປັນເຈົ້າ”
ນິມິດເຣື່ອງການຫນ້າກຽດຫນ້າຊັງໃນເຢຣູຊາເລັມທີ່ຜູ້ປະກາດພຣະທັມເຫັນ
1 ເມື່ອວັນທີ່ຫ້າເດືອນທີ່ຫົກ ໃນປີທີ່ຫົກ ຂນະທີ່ຂ້າພະເຈົ້ານັ່ງຢູ່ໃນເຮືອນຂອງຂ້າພະເຈົ້າ ແລະພວກຜູ້ໃຫຍ່ຂອງພວກຢູດານັ່ງຢູ່ຫນ້າຂ້າພະເຈົ້າ ພຣະຫັດຂອງພຣະເຈົ້າລົງມາເທິງຂ້າພະເຈົ້າໃນທີ່ນັ້ນ 2 ແລ້ວຂ້າພະເຈົ້າກໍມອງເບິ່ງ ແລະມີລັກສະນະດັ່ງຊາຍຄົນນຶ່ງ ເບື້ອງລຸ່ມຂອງສ່ວນທີ່ເຫດເປັນແອວນັ້ນ ເປັນໄຟ ເຫນືອຂຶ້ນໄປເປັນຄືແຈ້ງເຫລື້ອມຄືທອງສຳຣິດອັນເຫລື້ອມໃສ 3 ທ່ານຢຽດຮູບປະພັນມືນັ້ນອອກມາຈັບຜົມຂອງຂ້າພະເຈົ້າປອຍນຶ່ງ ແລະພຣະວິນຍານໄດ້ຍົກຂ້າພະເຈົ້າຂຶ້ນລະຫວ່າງພິພົບແລະສວັນ ແລະນຳຂ້າພະເຈົ້າມາເຖິງເຢຣູຊາເລັມໃນນິມິດຂອງພຣະເຈົ້າ ມາຍັງທາງເຂົ້າປະຕູດ້ານເຫນືອຂອງລານຊັ້ນໃນ ຊຶ່ງເປັນທີ່ຕັ້ງຮູບຂອງຄວາມຫວງແຫນ ຊຶ່ງກະທຳໃຫ້ບັງເກີດຄວາມຫວງແຫນ 4 ເບິ່ງແມ໋, ພຣະຣັສມີຂອງພຣະເຈົ້າຂອງອິສຣາເອນກໍຢູ່ທີ່ນັ້ນເຫມືອນດັ່ງນິມິດທີ່ຂ້າພະເຈົ້າໄດ້ໃນທີ່ຮ່ອມນັ້ນ 5 ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ບັດນີ້ຈົ່ງເງີຍຫນ້າຂຶ້ນໄປເບິ່ງທາງທິດເຫນືອ” ຂ້າພະເຈົ້າຈຶ່ງເງີຍຫນ້າຂຶ້ນມອງໄປເບິ່ງທາງທິດເຫນືອ ແລະເບິ່ງແມ໋, ທາງທິດເຫນືອຂອງປະຕູແທ່ນບູຊາໃນທາງເຂົ້າ ຮູບຄວາມຫວງແຫນນີ້ຢູ່ທີ່ນັ້ນ 6 ແລະພຣະອົງກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ເຈົ້າເຫັນຫລືບໍ່ວ່າເຂົາເຮັດຫຍັງຢູ່ ຄືການຫນ້າກຽດຫນ້າຊັງອັນໃຫຍ່ ຊຶ່ງເຊື້ອສາຍອິສຣາເອນກະທຳກັນຢູ່ທີ່ນີ້ອັນທີ່ຈະໃຫ້ເຣົາໄປໄກຈາກສະຖານນະມັສການຂອງເຮົາ ແຕ່ເຈົ້າຍັງຈະໄດ້ເຫັນການຫນ້າກຽດຫນ້າຊັງອັນໃຫຍ່ກວ່ານີ້ອີກ” 7 ແລະພຣະອົງຊົງນຳຂ້າພະເຈົ້າມາເຖິງປະຕູລານ ແລະເມື່ອຂ້າພະເຈົ້າມອງດູ ເບິ່ງແມ໋, ກໍເຫັນປ່ອງນຶ່ງຢູ່ໃນກຳແພງ 8 ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງເຈາະເຂົ້າໄປໃນກຳແພງ” ແລະເມື່ອຂ້າພະເຈົ້າໄດ້ເຈາະເຂົ້າໄປໃນກຳແພງແລ້ວ ມີປະຕູຢູ່ປະຕູນຶ່ງ 9 ແລະພຣະອົງກ່າວກັບຂ້າພະເຈົ້າວ່າ, “ເຂົ້າໄປເລີຍ ໄປເບິ່ງການຫນ້າກຽດຫນ້າຊັງຢ່າງຮ້າຍແຮງຊຶ່ງເຂົາກະທຳທີ່ນີ້” 10 ດັ່ງນັ້ນ ຂ້າພະເຈົ້າຈຶ່ງເຂົ້າໄປແລະໄດ້ເຫັນ ເບິ່ງແມ໋, ເປັນພາບເທິງຝາຜະນັງໂດຍຮອບ ມີສັດເລື້ອຍຄານທຸກຊະນິດ ແລະສັດທີ່ຫນ້າຂີ້ດຽດ ແລະຮູບເຄົາຣົບທັງສິ້ນຂອງເຊື້ອສາຍອິສຣາເອນ 11 ແລະມີພວກຜູ້ໃຫຍ່ແຫ່ງເຊື້ອສາຍອິສຣາເອນເຈັດສິບຄົນຢືນຢູ່ຂ້າງຫນ້າຮູບເຫລົ່ານັ້ນ ແລະມີຢາອັສອານິຢາບຸດຊາຟານຢືນຢູ່ໃນຫມູ່ພວກເຂົາທັງຫລາຍ ຕ່າງກໍມີຫມໍ້ຂາງໄຟຢູ່ໃນມື ແລະຄວັນຫອມແຫ່ງເຄື່ອງບູຊາກໍຂຶ້ນໄປຂ້າງເທິງ 12 ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ເຈົ້າໄດ້ເຫັນແລ້ວບໍ່ແມ່ນຫລືວ່າພວກຜູ້ໃຫຍ່ຂອງເຊື້ອສາຍອິສຣາເອນກະທຳສິ່ງໃດຢູ່ໃນທີ່ມືດທຸກຄົນຕ່າງກໍຢູ່ໃນຫ້ອງຮູບພາບຂອງຕົນ ເພາະເຂົາທັງຫລາຍເວົ້າວ່າ, “ພຣະຜູ້ເປັນເຈົ້າບໍ່ທອດພຣະເນດເຫັນເຮົາ ພຣະຜູ້ເປັນເຈົ້າຊົງປະຖິ້ມແຜ່ນດິນນີ້ເສັຽແລ້ວ” 13 ພຣະອົງກ່າວກັບຂ້າພະເຈົ້າດ້ວຍວ່າ “ເຈົ້າຍັງຈະເຫັນການຫນ້າກຽດຫນ້າຊັງຊຶ່ງເຂົາກະທຳຍິ່ງກວ່ານີ້ອີກ” 14 ແລ້ວພຣະອົງຊົງນຳຂ້າພະເຈົ້າມາເຖິງທາງເຂົ້າປະຕູພຣະວິຫານຂອງພຣະຜູ້ເປັນເຈົ້າດ້ານເຫນືອແລະ ເບິ່ງແມ໋, ທີ່ນັ້ນມີຜູ້ຍິງຫລາຍຄົນນັ່ງຮ້ອງໄຫ້ອາລັຍຍ້ອນທາມມູສ ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ, 15 “ບຸດແຫ່ງມະນຸດເອີຍ, ເຈົ້າເຫັນແລ້ວຫລື ເຈົ້າຍັງຈະເຫັນການຫນ້າກຽດຫນ້າຊັງອັນຍິ່ງໃຫຍ່ກວ່າສິ່ງເຫລົ່ານີ້ອີກ” 16 ແລ້ວພຣະອົງຊົງນຳຂ້າພະເຈົ້າເຂົ້າມາໃນລານຊັ້ນໃນແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ ເບິ່ງແມ໋, ທາງປະຕູພຣະວິຫານຂອງພຣະຜູ້ເປັນເຈົ້າ ລະຫວ່າງມຸກແລະແທ່ນບູຊາ ມີຜູ້ຊາຍປະມານຊາວຫ້າຄົນຫັນຫລັງໃຫ້ພຣະວິຫານແຫ່ງພຣະເຈົ້າ ຫນ້າຂອງເຂົາຫັນໄປທາງທິດຕາເວັນອອກ ກຳລັງນະມັສການພຣະອາທິດດ້ານຕາເວັນອອກນັ້ນ 17 ແລ້ວພຣະອົງຊົງກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ເຈົ້າເຫັນແລ້ວຫລືທີ່ເຊື້ອສາຍຢູດາກະທຳການຫນ້າກຽດຫນ້າຊັງຊຶ່ງເຂົາກະທຳຢູ່ທີ່ນີ້ ເປັນສິ່ງເລັກນ້ອຍຫລື ເຂົາຈຶ່ງກະທຳໃຫ້ແຜ່ນດິນເຕັມໄປດ້ວຍຄວາມທາຣຸນແລະກະທຳໃຫ້ເຮົາກິ້ວຍິ່ງຂຶ້ນ ເຂົາທັງຫລາຍເອົາກິ່ງໄມ້ມາແຕະດັງຂອງເຂົາ 18 ເຫດສັນນັ້ນ ເຮົາຈະກະທຳດ້ວຍຄວາມພິໂຣດ ນັຍຕາຂອງເຮົາຈະບໍ່ປານີ ແລະເຣົາຈະບໍ່ສົງສານ ເຖິງເຂົາຈະຮ້ອງດ້ວຍສຽງອັນດັງໃສ່ຫູຂອງເຮົາ ເຮົາຈະບໍ່ຟັງເຂົາ”
ເຣື່ອງການເຂັ່ນຂ້າຜູ້ມີບາບ
1 ແລ້ວພຣະອົງຊົງເປັ່ງພຣະສຸຣະສຽງດັງເຂົ້າຫູຂ້າພະເຈົ້າວ່າ, “ເຈົ້າທັງຫລາຍຜູ້ເປັນພະນັກງານທຳໂທດປະຈຳເມືອງ ຈົ່ງເຂົ້າມາໃກ້ ໃຫ້ຕ່າງຄົນຖືເຄື່ອງມືທຳລາຍມາດ້ວຍ” 2 ແລະເບິ່ງແມ໋, ມີຊາຍຫົກຄົນເຂົ້າມາຈາກປະຕູເທິງ ຊຶ່ງຫັນຫນ້າໄປທາງເຫນືອ ແຕລະຄົນຖືອາວຸດທຸກຄົນ ມີຊາຍຄົນນຶ່ງນຸ່ງຫົ່ມຜ້າປ່ານຖືເຄື່ອງຂຽນມາກັບຄົນເຫລົ່ານັ້ນດ້ວຍ ແລະເຂົາທັງຫລາຍເຂົ້າໄປຢືນຢູ່ທີ່ຂ້າງແທ່ນທອງສຳຣິດ 3 ພຣະຣັສມີຂອງພຣະເຈົ້າຂອງອິສຣາເອນໄດ້ເຫາະຂຶ້ນໄປຈາກເຊຣູບິມ ແລ້ວຊຶ່ງເປັນທີ່ເຄີຍສະຖິດ ໄປຍັງປະຕູພຣະວິຫານແລະພຣະອົງກ່າວເອີ້ນຊາຍຜູ້ທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຖືເຄື່ອງຂຽນ 4 ແລະພຣະຜູ້ເປັນເຈົ້າຊົງສັ່ງວ່າ, “ຈົ່ງໄປຕລອດນະຄອນຄືຕລອດເຢຣູຊາເລັມ ແລະທຳເຄື່ອງຫມາຍໄວ້ທີ່ຫນ້າຜາກ ຂອງປະຊາຊົນທີ່ຖອນຫາຍໃຈແລະຄ່ຳຄວນ ເພາະຄວາມຫນ້າກຽດຫນ້າຊັງທັງສິ້ນທີ່ກະທຳກັນໃນເມືອງ” 5 ແລະພຣະຜູ້ເປັນເຈົ້າກ່າວກັບຄົນອື່ນໆ ຊຶ່ງຂ້າພະເຈົ້າໄດ້ຍິນວ່າ, “ຈົ່ງຜ່ານໄປຕລອດນະຄອນຕາມຊາຍຄົນນັ້ນໄປ ແລະຂ້າຟັນເສັຽ ນັຍຕາຂອງເຈົ້າຢ່າໄດ້ປານີ ແລະເຈົ້າຢ່າສົງສານເລີຍ 6 ຈົ່ງຂ້າຄົນເຖົ້າແກ່ ຄົນຫນຸ່ມສາວ ທັງເດັກນ້ອຍແລະຜູ້ຍິງ ແຕ່ຢ່າແຕະຕ້ອງຜູ້ທີ່ມີເຄື່ອງຫມາຍ ແລະຈົ່ງເລີ້ມຕົ້ນທີ່ສຸດການນະມັສການຂອງເຮົາ” ດັ່ງນັ້ນເຂົາຈຶ່ງຕັ້ງຕົ້ນກັບພວກຄົນເຖົ້າຜູ້ຊຶ່ງຢູ່ຫນ້າພຣະວິຫານ 7 ແລ້ວພຣະອົງກ່າວກັບເຂົາວ່າ, “ຈົ່ງກະທຳໃຫ້ພຣະວິຫານເປັນມົນທິນ ຈົ່ງຖິ້ມຜູ້ທີ່ຖືກຂ້າໃຫ້ເຕັມລານ ຈົ່ງໄປເທີນ” ເຂົາທັງຫລາຍຈຶ່ງອອກໄປແລະຂ້າຟັນທີ່ໃນນະຄອນ 8 ຂນະທີ່ເຂົາກຳລັງຂ້າຟັນຢູ່ນັ້ນເຫລືອຂ້າພະເຈົ້າແຕ່ຜູ້ດຽວ ຂ້າພະເຈົ້າກໍຊົບຫນ້າລົງດິນຮ້ອງວ່າ, “ອະນິຈາ ພຣະຜູ້ເປັນເຈົ້າ ພຣະອົງຈະຊົງທຳລາຍຄົນອິສຣາເອນທີ່ເຫລືອຢູ່ນັ້ນທັງສິ້ນໃນການທີ່ພຣະອົງຊົງລະບາຍຄວາມກິ້ວຂອງພຣະອົງເຫນືອເຢຣູຊາເລັມຫລື” 9 ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ, “ບາບຂອງເຊື້ອສາຍອິສຣາເອນແລະຢູດາຍິ່ງໃຫຍ່ນັກ ແຜ່ນດິນກໍເຕັມໄປດ້ວຍໂລຫິດ ແລະຄວາມອະຍຸດຕິທັມກໍເຕັມນະຄອນ ເພາະເຂົາກ່າວວ່າ “ພຣະຜູ້ເປັນເຈົ້າຊົງປະຖິ້ມແຜ່ນດິນນີ້ແລ້ວ ແລະພຣະຜູ້ເປັນເຈົ້າບໍ່ທອດພຣະເນດອີກ” 10 ສຳລັບເຣົາ ນັຍຕາຂອງເຣົາຈະບໍ່ປານີ ແລະເຮົາຈະບໍ່ສົງສານ ແຕ່ເຮົາຈະລົງໂທດທັນຕາມການປະພຶດຂອງເຂົາເຫນືອຫົວຂອງເຂົາທັງຫລາຍ” 11 ແລະເບິ່ງແມ໋, ຊາຍຄົນທີ່ນຸ່ງຫົ່ມຜ້າປ່ານທີ່ຖືເຄື່ອງຂຽນນັ້ນ ໄດ້ນຳຖ້ອຍຄຳກັບມາກ່າວວ່າ, “ຂ້າພຣະອົງໄດ້ກະທຳຕາມທີ່ພຣະອົງຊົງສັ່ງຂ້າພຣະອົງໄວ້ນັ້ນແລ້ວ”
ພຣະສະງ່າຣາສີຂອງພຣະເຈົ້າຫນີຈາກພຣະວິຫານ
1 ແລ້ວຂ້າພະເຈົ້າກໍມອງດູ ເບິ່ງແມ໋, ທີ່ທ້ອງຟ້າຊຶ່ງຢູ່ເຫນືອຫົວຂອງເຫລົ່າເຊຣຸບບິມ ມີສິ່ງນຶ່ງປາກົດຂຶ້ນເຫນືອເຊຣຸບິມນັ້ນເຫມືອນໄພທູນ 2 ແລະພຣະອົງກ່າວກັບຊາຍທີ່ນຸ່ງຫົ່ມຜ້າປ່ານວ່າ, “ຈົ່ງເຂົ້າໄປຖ້າມກາງວົງລໍ້ຊຶ່ງຢູ່ພາຍໃຕ້ເຊຣູບິມ ຈົ່ງເອົາມືກອບເອົາຖ່ານຄຸຈາກຖ້າມກາງເຫລົ່າເຊຣູບິມ ນຳໄປໂຮຍເຫນືອນະຄອນນັ້ນ” ແລະຊາຍຄົນນັ້ນກໍເຂົ້າໄປຕໍ່ຫນ້າຕໍ່ຕາຂ້າພະເຈົ້າ 3 ຝ່າຍເຫລົ່າເຊຣູບິມນັ້ນຢືນທີ່ດ້ານໃຕ້ຂອງພຣະວິຫານ ຂນະເມື່ອຊາຍຄົນນັ້ນເຂົ້າໄປ ແລະເມກກໍຄຸມຢູ່ເຕັມລານຊັ້ນໃນ 4 ແລະພຣະຣັສມີຂອງພຣະຜູ້ເປັນເຈົ້າກໍຂຶ້ນຈາກເຊຣູບິມໄປຍັງປະຕູພຣະວິຫານ ແລະພຣະວິຫານກໍເຕັມໄປດ້ວຍຄວາມສຸກໃສແຫ່ງພຣະຣັສມີຂອງພຣະຜູ້ເປັນເຈົ້າ 5 ແລະສຽງປີກຂອງເຫລົ່າເຊຣູບິມກໍໄດ້ຍິນໄປເຖິງລານຊັ້ນນອກ ເຫມືອນພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ເມື່ອພຣະອົງຊົງກ່າວ 6 ແລະເມື່ອພຣະອົງມີພຣະບັນຊາສັ່ງຊາຍທີ່ນຸ່ງຫົ່ມຜ້າປ່ານວ່າ, “ຈົ່ງໄປເອົາໄຟມາຈາກກາງວົງລໍ້ ແລະຈາກກອງເຫລົ່າເຊຣູບິມ” ຊາຍຄົນນັ້ນກໍເຂົ້າໄປຢືນຢູ່ຂ້າງໆວົງລໍ້ອັນນຶ່ງ 7 ເຊຣູບິມຕົນນຶ່ງໄດ້ຢຽດມືຂອງຕົນອອກມາລະຫວ່າງເຫລົ່າເຊຣູບິມໄປຍັງໄຟຊຶ່ງຢູ່ລະຫວ່າງເຫລົ່າເຊຣູບິມ ຈັບໄຟຂຶ້ນມາ ແລະໃສ່ມືຂອງຊາຍທີ່ນຸ່ງຫົ່ມຜ້າປ່ານ ຊາຍນັ້ນກໍນຳໄຟອອກໄປ 8 ປາກົດວ່າໃນເຫລົ່າເຊຣູບິມນັ້ນມີຫຍັງຢູ່ໃຕ້ປີກເຫມືອນດັ່ງມືມະນຸດ 9 ແລະຂ້າພະເຈົ້າມອງເບິ່ງ ເບິ່ງແມ໋, ມີວົງລໍ້ຢູ່ສີ່ອັນຂ້າງໆເຫລົ່າເຊຣູບິມ ຢູ່ຂ້າງເຊຣູບິມຕົນລະນຶ່ງວົງລໍ້ ລັກສະນະຂອງວົງລໍ້ນັ້ນເຫມືອນແສງແກ້ວປະເສີດ 10 ລັກສະນະກົງຈັກວົງລໍ້ທັງສີ່ນັ້ນກໍເຫມືອນກັນ ເຫມືອນວົງລໍ້ຊ້ອນໃນວົງລໍ້ 11 ເມື່ອວົງລໍ້ນີ້ໄປ ກໍໄປໄດ້ຂ້າງນຶ່ງຂ້າງໃດໃນຂ້າງທັງສີ່ ໂດຍບໍ່ຕ້ອງຫັນເລີຍໃນເວລາໄປ ຖ້າອັນຫນ້າມຸ່ງຫນ້າໄປທາງໃດ ວົງລໍ້ອັນອື່ນກໍຕາມໄປໂດຍບໍ່ຕ້ອງຫັນໃນຂນະທີ່ໄປ 12 ແລະທັງຕົວ ດ້ານຫລັງ ມື ປີກ ແລະວົງລໍ້ມີຕາຢູ່ຮອບ ທັງສີ່ນັ້ນກໍມີວົງລໍ້ຂອງຕົວ 13 ວົງລໍ້ເຫລົ່ານັ້ນ ທີ່ຂ້າພະເຈົ້າໄດ້ຍິນກັບຫູເຂົາເອີ້ນວ່າ ກົງຈັກເອີຍ 14 ມີຫນ້າສີ່ຫນ້າ ຫນ້າແຣກເປັນຫນ້າເຊຣູບິມ ຫນ້າທີ່ສອງເປັນຫນ້າມະນຸດ ແລະຫນ້າທີ່ສາມເປັນຫນ້າສິງ ແລະຫນ້າທີ່ສີ່ເປັນຫນ້ານົກອິນຊີ 15 ແລະເຫລົ່າເຊຣູບິມກໍເຫາະຂຶ້ນ ເປັນສັດທີ່ຂ້າພະເຈົ້າເຄີຍເຫັນຢູ່ຮິມແມ່ນ້ຳເຄບາຣ໌ ເມື່ອເຫລົ່າເຊຣູບິມໄປ ວົງລໍ້ກໍຕາມຂ້າງໄປດ້ວຍ 16 ແລະເມື່ອເຫລົ່າເຊຣູບິມກາງປີກອອກເພື່ອບິນຂຶ້ນຈາກພິພົບ ວົງລໍ້ເຫລົ່ານັ້ນກໍບໍ່ຫັນໄປຈາກຂ້າງໆເຫລົ່າເຊຣູບິມເລີຍ 17 ເມື່ອເຫລົ່າເຊຣູບິມຢຸດຢູ່ເຫລົ່າວົງລໍ້ກໍເຊົາຢູ່ດ້ວຍ ເມື່ອເຫລົ່າເຊຣູບິມເຫາະຂຶ້ນ ເຫລົ່າວົງລໍ້ກໍເຫາະຂຶ້ນໄປດ້ວຍ ເພາະວ່າວິນຍານຂອງສັດນັ້ນຢູ່ໃນວົງລໍ້ 18 ແລ້ວພຣະຣັສມີຂອງພຣະຜູ້ເປັນເຈົ້າໄດ້ໄປຈາກປະຕູພຣະວິຫານ ສະຖິດເຫນືອເຫລົ່າເຊຣູບິມ 19 ເມື່ອເຫລົ່າເຊຣູບິມອອກໄປກໍກາງປີກອອກບິນຂຶ້ນໄປຈາກພິພົບຕໍ່ຫນ້າຕໍ່ຕາຂ້າພະເຈົ້າ ວົງລໍ້ກໍຕາມຂ້າງໄປດ້ວຍ ແລະໄປຢືນຢູ່ທີ່ທາງເຂົ້າປະຕູດ້ານຕາເວັນອອກຂອງພຣະວິຫານຂອງແຫ່ງພຣະເຈົ້າຂອງອິສຣາເອນກໍຢູ່ເຫນືອເຊຣູບິມເຫລົ່ານັ້ນ 20 ເຫລົ່ານີ້ເປັນສັດຊຶ່ງຂ້າພະເຈົ້າໄດ້ເຫັນພາຍໃຕ້ພຣະເຈົ້າແຫ່ງອິສຣາເອນທີ່ຮິມແມ່ນ້ຳເຄບາຣ໌ ແລະຂ້າພະເຈົ້າຊາບວ່າ ເປັນເຫລົ່າເຊຣູບິມ 21 ເຊຣູບິມທຸກຕົນມີສີ່ຫນ້າແລະສີ່ປີກ ແລະພາຍໃຕ້ປີກມີຮູບປະພັນມືມະນຸດ 22 ສ່ວນຮູບປະພັນຂອງຫນ້າເຫລົ່ານັ້ນ ເປັນຫນ້າທັງຮູບທັງຕົວ ຊຶ່ງຂ້າພະເຈົ້າໄດ້ເຫັນທີ່ຮິມແມ່ນ້ຳເຄບາຣ໌ ເຊຣູບິມທຸກຕົນອອກໄປຂ້າງຫນ້າຂອງຕົນ
ຊົງຂະຫນາບເຈົ້ານາຍທີ່ຊົ່ວ
1 ພຣະວິນຍານໄດ້ຍົກຂ້າພະເຈົ້າຂຶ້ນ ແລະນຳຂ້າພະເຈົ້າມາຍັງປະຕູດ້ານຕາເວັນອອກຂອງພຣະວິຫານແຫ່ງພຣະເຈົ້າຊຶ່ງຫັນຫນ້າໄປທິດຕາເວັນອອກ ເບິ່ງແມ໋, ທີ່ທາງເຂົ້າປະຕູມີຜູ້ຊາຍຢູ່ຊາວຫ້າຄົນ ແລະຖ້າມກາງນັ້ນຂ້າພະເຈົ້າເຫັນຢາອັສອານີຢາບຸດອັສຊູຣ໌ ແລະເປລາຕີຢາບຸດເບນານີຢາ ເຈົ້ານາຍແຫ່ງປະຊາຊົນ 2 ແລະພຣະອົງກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ຄົນເຫລົ່ານີ້ຄືຜູ້ທີ່ອອກອຸບາຍທຳຄວາມບາບຜິດ ແລະເປັນຜູ້ໃຫ້ຄຳປຶກສາທີ່ຊົ່ວຮ້າຍໃນນະຄອນນີ້ 3 ຜູ້ກ່າວວ່າ “ເວລາທີ່ຈະປຸກເຮືອນຍັງບໍ່ມາໃກ້ເລີຍ ນະຄອນນີ້ເປັນຫມໍ້ແລະເຣົາເປັນເນື້ອ” 4 ບຸດແຫ່ງມະນຸດເອີຍ, ເຫດສັນນັ້ນຈົ່ງປະກາດພຣະທັມກ່າວໂທດເຂົາ ຈົ່ງປະກາດເທີນ” 5 ພຣະວິນຍານຂອງພຣະຜູ້ເປັນເຈົ້າລົງມາປະທັບເທິງຂ້າພະເຈົ້າ ແລະພຣະອົງກ່າວກັບຂ້າພະເຈົ້າວ່າ, “ຈົ່ງກ່າວເຖີດວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຊື້ອສາຍອິສຣາເອນເອີຍ ເຈົ້າຄິດດັ່ງນັ້ນ ແລະເຮົາຮູ້ສິ່ງທີ່ເຂົ້າມາໃນໃຈຂອງເຈົ້າ 6 ເຈົ້າໄດ້ທະວີຄົນທີ່ເຈົ້າໄດ້ຂ້າໃນນະຄອນນີ້ ແລະຖິ້ມຄົນທີ່ຖືກຂ້າເຕັມຕາມຖນົນຫົນທາງໄປຫມົດ 7 ເຫດສັນນັ້ນພຣະຜູ້ເປັນເຈົ້າຈຶ່ງກ່າວດັ່ງນີ້ວ່າ ບັນດາຜູ້ທີ່ເຈົ້າໄດ້ຂ້າ ຊຶ່ງເຈົ້າໄດ້ຖິ້ມໄວ້ຖ້າມກາງນະຄອນນີ້ເຂົາທັງຫລາຍເປັນເນື້ອ ແລະນະຄອນນີ້ເປັນຫມໍ້ ແຕ່ເຈົ້າຈະຖືກນຳອອກມາຈາກຖ້າມກາງນັ້ນ 8 ພຣະຜູ້ເປັນເຈົ້າກ່າວວ່າ ເຈົ້າຢ້ານດາບ ແລະເຮົາຈະນຳດາບມາເຫນືອເຈົ້າ 9 ເຮົາຈະນຳເຈົ້າອອກມາຈາກຖ້າມກາງນັ້ນ ແລະມອບເຈົ້າໄວ້ໃນມືຂອງຄົນຕ່າງດ້າວ ແລະທຳການພິພາກສາລົງໂທດເຈົ້າ 10 ເຈົ້າຈະຖືກດາບລົ້ມລົງ ເຮົາຈະລົງໂທດເຈົ້າທີ່ເຂດແດນອິສຣາເອນ ແລະເຈົ້າຈະໄດ້ຊາບວ່າເຮົາຄືພຣະຜູ້ເປັນເຈົ້າ 11 ນະຄອນນີ້ຈະບໍ່ແມ່ນຫມໍ້ຂອງເຈົ້າ ທີ່ເຈົ້າຈະເປັນເນື້ອໃນຖ້າມກາງນັ້ນ ເຮົາຈະລົງໂທດເຈົ້າທີ່ເຂດແດນອິສຣາເອນ 12 ແລະເຈົ້າຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ ເພາະເຈົ້າບໍ່ໄດ້ດຳເນີນຕາມກົດເກນຂອງເຮົາ ຫລືປະຕິບັດຕາມກົດຫມາຍຂອງເຮົາ ແຕ່ໄດ້ປະພຶດຕາມກົດຫມາຍຂອງປະຊາຊາດທັງຫລາຍທີ່ຢູ່ຮອບເຈົ້າ” 13 ຢູ່ມາເມື່ອຂ້າພະເຈົ້າກຳລັງປະກາດພຣະທັມຢູ່ ເປລາຕີຢາບຸດເບນານີຢາກໍສິ້ນຊີວິດ ແລ້ວຂ້າພະເຈົ້າກໍກົ້ມຫນ້າລົງດິນຮ້ອງສຽງດັງວ່າ “ພຣະເຈົ້າ ເຈົ້າຂ້າ ພຣະອົງຊົງກະທຳໃຫ້ຄົນອິສຣາເອນທີ່ເຫລືອຢູ່ນັ້ນສິ້ນສຸດເລີຍຫລື ພຣະເຈົ້າຂ້າ”
ຄຳສັນຍາແຫ່ງການໃຫ້ສູ່ສະພາບເດີມແລະການຟື້ນຈິດໃຈ
14 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 15 “ບຸດແຫ່ງມະນຸດເອີຍ, ພີ່ນ້ອງຂອງເຈົ້າ ຄືຍາດທີ່ມີສິດໄຖ່ຄືນສິ້ນທັງເຊື້ອສາຍຂອງອິສຣາເອນຫມົດດ້ວຍກັນ ຄືບຸກຄົນທີ່ຊາວເຢຣູຊາເລັມໄດ້ກ່າວວ່າ “ເຂົາທັງຫລາຍໄດ້ຫ່າງເຫີນໄປຈາກພຣະຜູ້ເປັນເຈົ້າ ແຜ່ນດິນນີ້ຊົງມອບໄວ້ແກ່ເຣົາເປັນກຳມະສິດ” 16 ເຫດສັນນັ້ນຈົ່ງກ່າວວ່າ “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ແມ້ເຮົາຈະໄດ້ຍ້າຍເຂົາໃຫ້ຫ່າງອອກໄປຢູ່ຖ້າມກາງປະຊາຊາດທັງຫລາຍ ແມ້ເຮົາໄດ້ກະຈັດກະຈາຍເຂົາໄປຢູ່ຖ້າມກາງປະເທດທັງປວງ ເຮົາກໍຍັງເປັນສະຖານນະມັສການຂອງເຂົາຂນະນຶ່ງໃນປະເທດທີ່ເຂົາໄດ້ໄປຢູ່” 17 ເຫດສັນນັ້ນຈົ່ງກ່າວວ່າ “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາຈະຮວບຮວມເຈົ້າມາຈາກຊົນຊາດທັງຫລາຍ ແລະຊຸມນຸມເຈົ້າຈາກປະເທດທີ່ເຈົ້າກະຈັດກະຈາຍໄປຢູ່ນັ້ນ ແລະເຮົາຈະມອບແຜ່ນດິນອິສຣາເອນໃຫ້ແກ່ເຈົ້າ” 18 ແລະເມື່ອເຂົາມາຢູ່ທີ່ນັ້ນ ເຂົາຈະຮື້ສິ່ງທີ່ຫນ້າຂີ້ດຽດຂອງເມືອງນັ້ນທັງສິ້ນ ແລະສິ່ງທີ່ຫນ້າກຽດຫນ້າຊັງຂອງເມືອງນັ້ນທັງສິ້ນອອກໄປເສັຽຈາກທີ່ນັ້ນ 19 ແລະເຮົາຈະໃຫ້ຈິດໃຈດຽວແກ່ເຂົາ ແລະເຮົາຈະບັນຈຸຈິດວິນຍານໃຫມ່ໄວ້ໃນເຂົາ ເຮົາຈະນຳໃຈຫີນອອກໄປເສັຽຈາກເນື້ອາຂອງເຂົາ ແລະໃຫ້ໃຈເນື້ອແກ່ເຂົາ 20 ເພື່ອເຂົາຈະດຳເນີນຕາມກົດເກນຂອງເຮົາ ແລະຮັສາກົດຫມາຍຂອງເຮົາ ແລະກະທຳຕາມ ເຂົາທັງຫລາຍຈະເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງເຂົາທັງຫລາຍ 21 ແຕ່ບຸກຄົນເຫລົ່ານັ້ນທີ່ຈິດໃຈຂອງເຂົາດຳເນີນຕາມສິ່ງທີ່ຫນ້າຂີ້ດຽດແລະສິ່ງທີ່ຫນ້າກຽດຫນ້າຊັງຂອງເຂົາເຣົາຈະລົງໂທດທັນໃຫ້ສົມກັບການປະພຶດຂອງເຂົາເຫນືອຫົວຂອງເຂົາເອງ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” 22 ແລ້ວເຫລົ່າເຊຣູບິມກໍກາງປີກອອກວົງລໍ້ກໍຢູ່ຂ້າງໆ ແລະພຣະຣັສມີຂອງພຣະເຈົ້າຂອງອິສຣາເອນກໍຢູ່ເຫນືອສິ່ງເຫລົ່ານັ້ນ 23 ພຣະຣັສມີຂອງພຣະຜູ້ເປັນເຈົ້າຂຶ້ນໄປຈາກກາງນະຄອນ ໄປສະຖິດຢູ່ເທິງພູຊຶ່ງຢູ່ທາງດ້ານຕາເວັນອອກຂອງນະຄອນນັ້ນ 24 ແລະພຣະວິນຍານໄດ້ຍົກຂ້າພະເຈົ້າຂຶ້ນ ນຳຂ້າພະເຈົ້າມາດ້ວຍນິມິດໂດຍພຣະວິນຍານຂອງພຣະເຈົ້າເຖິງເມືອງຄັນເດອາ ມາສູ່ພວກທີ່ກວາດໄປເປັນຊະເລີຍ ແລ້ວນິມິດທີ່ຂ້າພະເຈົ້າໄດ້ເຫັນນັ້ນກໍຂຶ້ນໄປຈາກຂ້າພະເຈົ້າ 25 ຂ້າພະເຈົ້າຈຶ່ງບອກເຖິງບັນດາສິ່ງຕ່າງໆຊຶ່ງພຣະຜູ້ເປັນເຈົ້າຊົງສຳແດງແກ່ຂ້າພະເຈົ້າໃຫ້ພວກທີ່ຖືກກວາດໄປເປັນຊະເລີຍຮູ້
ເອເຊກຽນສະແດງພາບການຂົນຍ້າຍເຂົ້າໄປເປັນຊະເລີຍ
1 ຖ້ອຍຄຳຂອງພຣະເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ເຈົ້າອາໄສຢູ່ຖ້າມກາງເຊື້ອສາຍທີ່ມັນກະບົດ ຜູ້ມີຕາເພື່ອເບິ່ງແຕ່ເບິ່ງບໍ່ເຫັນ ຜູ້ມີຫູເພື່ອຟັງ ແຕ່ຟັງບໍ່ໄດ້ຍິນ ເພາະເຂົາທັງຫລາຍເປັນເຊື້ອສາຍທີ່ມັກກະບົດ 3 ເຫດສັນນັ້ນ ບຸດແຫ່ງມະນຸດເອີຍ, ເຈົ້າຈົ່ງຈັດຕຽມສິ່ງຂອງສຳລັບຕົນເພື່ອການຖືກກວາດໄປເປັນຊະເລີຍ ແລະຈົ່ງໄປເປັນຊະເລີຍໃນເວລາກາງເວັນຕໍ່ຫນ້າຕໍ່ຕາເຂົາ ເຈົ້າຈະຕ້ອງໄປເປັນຊະເລີຍຈາກສະຖານທີ່ຂອງເຈົາໄປຍັງອີກທີ່ນຶ່ງຕໍ່ຫນ້າຕໍ່ຕາເຂົາ ຕາມເຂົາຈະເຂົ້າໃຈແມ້ວ່າເຂົາເປັນເຊື້ອສາຍທີ່ມັກກະບົດ 4 ເຈົ້າຈົ່ງນຳສິ່ງຂອງຂອງເຈົ້າອອກມາກາງເວັນຕໍ່ຫນ້າຕໍ່ຕາເຂົາ ເຫມືອນສິ່ງຂອງເພື່ອການຖືກກວາດໄປເປັນຊະເລີຍ ໃນເວລາຄ່ຳເຈົ້າຈົ່ງອອກໄປຕໍ່ຫນ້າຕໍ່ຕາເຂົາ ອອກໄປຢ່າງຜູ້ຖືກກວາດໄປເປັນຊະເລີຍ 5 ຈົ່ງເຈາະກຳແພງຕໍ່ຫນ້າຕໍ່ຕາເຂົາ ແລ້ວອອກໄປຕາມຮູກຳແພງນັ້ນ 6 ຈົ່ງຍົກສິ່ງຂອງໃສ່ບ່າຂອງເຈົ້າຕໍ່ຫນ້າຕໍ່ຕາເຂົາ ແລ້ວແບກອອກໄປໃນເວລາມືດ ເຈົ້າຈົ່ງຄຸມຫນ້າເສັຽຢ່າໃຫ້ເຫັນແຜ່ນດິນ ເພາະເຣົາກະທຳໃຫ້ເຈົ້າເປັນຫມາຍສຳຄັນແກ່ເຊື້ອສາຍອິສຣາເອນ” 7 ຂ້າພະເຈົ້າກໍກະທຳຕາມທີ່ຂ້າພະເຈົ້າຮັບບັນຊາມາ ຂ້າພະເຈົ້ານຳສິ່ງຂອງອອກມາໃນເວລາກາງເວັນ ເຫມືອນສິ່ງຂອງເພື່ອການກວາດໄປເປັນຊະເລີຍ ໃນເວລາຄ່ຳຂ້າພະເຈົ້າກໍເຈາະກຳແພງດ້ວຍມືຂອງຂ້າພະເຈົ້າເອງ ຂ້າພະເຈົ້າອອກໄປໃນເວລາມືດ ແບກສັມພາຣະຂອງຂ້າພະເຈົ້າໄປຕໍ່ຫນ້າຕໍ່ຕາເຂົາ 8 ໃນຕອນເຊົ້າ ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 9 “ບຸດແຫ່ງມະນຸດເອີຍ, ເຊື້ອສາຍອິສຣາເອນຄືເຊື້ອສາຍທີ່ມັກກະບົດນັ້ນ ໄດ້ເວົ້າກັບເຈົ້າບໍ່ແມ່ນຫລືວ່າ “ເຈົ້າເຮັດຫຍັງ” 10 ຈົ່ງກ່າວແກ່ເຂົາວ່າ “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຖ້ອຍຄຳໂອວາດນີ້ກ່ຽວກັບເຈົ້ານາຍຄົນນັ້ນໃນເຢຣູຊາເລັມ ແລະເຊຶ້ອສາຍອິສຣາເອນທັງຫມົດຊຶ່ງຢູ່ໃນນະຄອນນັ້ນ” 11 ຈົ່ງກ່າວວ່າ “ຂ້າພະເຈົ້າເປັນຫມາຍສຳຄັນສຳລັບທ່ານ ທີ່ຂ້າພະເຈົ້າໄດ້ກະທຳແລ້ວນີ້ ເຂົາທັງຫລາຍຈະຖືກກະທຳຢ່າງດຽວກັນ ເຂົາຈະຖືກກວາດໄປເປັນຊະເລີຍ” 12 ແລະເຈົ້ານາຍຄົນນັ້ນຜູ້ຢູ່ຖ້າມກາງເຂົາ ຈະຍົກສິ່ງຂອງຂຶ້ນໃສ່ບ່າໃນເວລາມືດ ແລະອອກໄປ ເຂົາທັງຫລາຍຈະຄຸມຫນ້າຂອງທ່ານ ເພື່ອວ່າທ່ານຈະບໍ່ແລເຫັນແຜ່ນດິນດ້ວຍຕາຂອງທ່ານເອງ 13 ແລະເຮົາຈະກາງຂ່າຍຂອງເຮົາຄຸມທ່ານແລະທ່ານຈະຕິດກັບຂອງເຮົາ ແລະເຣົາຈະນຳທ່ານເຂົ້າໄປໃນບາບິໂລນແຜ່ນດິນຂອງຄົນຄັນເດອານ ເຖິງປານນັ້ນທ່ານກໍຍັງເບິ່ງບໍ່ເຫັນແຜ່ນດິນນັ້ນ ແລະທ່ານຈະຕ້ອງຕາຍທີ່ນັ້ນ 14 ບັນດາຜູ້ທີ່ຢູ່ຮອບທ່ານນັ້ນ ເຮົາຈະກະຈາຍເຂົາໄປຕາມລົມທຸກທິດທຸກທາງ ຮວມທັງຜູ້ຊ່ອຍແລະກອງທັບຂອງທ່ານດ້ວຍ ແລະເຮົາຈະຊັກດາບອອກໄລ່ຕາມເຂົາໄປ 15 ແລະເມື່ອເຣົາໃຫ້ເຂົາກະຈັດພັດພາກໄປຢູ່ຖ້າມກາງປະຊາຊາດ ແລະກະຈາຍາເຂົາໄປຕາມປະເທດຕ່າງໆເຂົາຈຶ່ງຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ 16 ແຕ່ເຣົາຈະໃຫ້ເຂົາບາງຄົນພົ້ນຈາກດາບ ຈາກການອຶດຢາກ ແລະຈາກໂຣກລະບາດ ເພື່ອເຂົາຈະໄດ້ເລົ່າການຫນ້າກຽດຫນ້າຊັງທັງສິ້ນຂອງເຂົາ ຖ້າມກາງປະຊາຊາດຊຶ່ງເຂົາຢູ່ນັ້ນ ແລະເຂົາຈະຮູ້ວ່າ ເຮົາ ຄືພຣະຜູ້ເປັນເຈົ້າ” 17 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າອີກວ່າ, 18 “ບຸດແຫ່ງມະນຸດເອີຍ, ຈົ່ງຮັບປະທານອາຫານຂອງເຈົ້າດ້ວຍຕົວສັ່ນ ແລະດື່ມນ້ຳດ້ວຍຄວາມສະທົກສະທ້ານແລະດ້ວຍຄວາມຢ້ານກົວ 19 ແລະກ່າວແກ່ປະຊາຊົນວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ກ່ຽວກັບຊາວເຢຣູຊາເລັມໃນແຜ່ນດິນອິສຣາເອນວ່າ ເຂົາຈະຮັບປະທານອາຫານຂອງເຂົາດ້ວຍຄວາມຢ້ານກົວ ແລະດື່ມນ້ຳດ້ວຍອົກສັ່ນຂວັນຫາຍ ເພາະວ່າສາຣະພັດທີ່ມີຢູ່ໃນແຜ່ນດິນຂອງເຂົາຈະຕ້ອງຖືກຍຶດໄປ ເນື່ອງດ້ວຍຄວາມທາຣຸນຂອງຄົນທັງປວງທີ່ຢູ່ໃນແຜ່ນດິນນັ້ນ 20 ແລະເມືອງທີ່ມີຄົນອາໄສຢູ່ຈະຮົກຮ້າງ ແລະແຜ່ນດິນນັ້ນກໍຈະຮ້າງເປົ່າ ແລະເຈົ້າຈະຮູ້ວ່າ ເຮົາ ຄືພຣະຜູ້ເປັນເຈົ້າ” 21 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 22 “ບຸດແຫ່ງມະນຸດເອີຍ, ສຸພາສິດຊຶ່ງເຈົ້າທັງຫລາຍມີທີ່ກ່າວເຖິງແຜ່ນດິນອິສຣາເອນວ່າ “ວັນນັ້ນກໍໄກອອກໄປ ແລະນິມິດທຸກເຣື່ອງບໍ່ກາຍເປັນຈິງຈັກເທື່ອ” ນັ້ນ ເຈົ້າຫມາຍວ່າຫຍັງ 23 ເຫດສັນນັ້ນຈົ່ງບອກເຂົາວ່າ “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາຈະໃຫ້ສຸພາສິດບົດນີ້ສິ້ນສຸດເສັຽທີ່ ເຂົາຈະບໍ່ໃຊ້ເປັນສຸພາສິດອີກໃນອິສຣາເອນ ແຕ່ຈົ່ງກ່າວແກ່ເຂົາວ່າ ວັນນັ້ນກໍໃກ້ແຄ່ຄືບ ແລະນິມິດທຸກເຣື່ອງກໍຈະສຳເຣັດ 24 ເພາະຈະບໍ່ມີນິມິດປອມຫລືຄຳທຳນວາຍປະຈົບປະແຈງໃນເຊື້ອສາຍອິສຣາເອນອີກເລີຍ 25 ແຕ່ເຮົາຄືພຣະຜູ້ເປັນເຈົ້າຈະເວົ້າຄຳທີ່ເຮົາຈະເວົ້າ ແລະຈະຕ້ອງເປັນໄປຕາມຄຳນັ້ນຈະບໍ່ລ້າຊ້າຕໍ່ໄປອີກ ແຕ່ພຣະຜູ້ເປັນເຈົ້າກ່າວວ່າເຊື້ອສາຍທີ່ມັກກະບົດເອີຍ ໃນສະໄຫມຂອງເຈົ້ານີ້ແຫລະ ເຣົາຈະລັ່ນວາຈາແລະກະທຳຕາມນັ້ນ” 26 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 27 “ເບິ່ງແມ໋, ບຸດແຫ່ງມະນຸດເອີຍ, ເຊື້ອສາຍຂອງອິສຣາເອນກ່າວວ່າ “ນິມິດທີ່ເຂົາເຫັນເປັນເຣື່ອງຂອງອີກຫລາຍວັນຂ້າງຫນ້າ ແລະເຂົາປະກາດພຣະທັມເຖິງເວລາທີ່ຫ່າງໄກພຸ້ນ” 28 ເຫດສັນນັ້ນຈົ່ງກ່າວແກ່ເຂົາວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ບັນດາຖ້ອຍຄຳຂອງເຮົາຈະບໍ່ລໍຊ້າອີກຕໍ່ໄປເລີຍ ແຕ່ວາຈາທີ່ເຮົາລັ່ນອອກມານັ້ນຈະຕ້ອງເປັນໄປຈິງ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ກ່າວໂທດຜູ້ປະກາດພຣະທັມເທັດ
1 ຖ້ອຍຄຳຂອງພຣະເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ເຈົ້າຈົ່ງປະກາດພຣະທັມກ່າວໂທດຜູ້ປະກາດພຣະທັມຂອງອິສຣາເອນ ຈົ່ງເຜີຍແລະກ່າວແກ່ຄົນເຫລົ່ານັ້ນທີ່ປະກາດພຣະທັມຕາມອຳເພີໃຈຂອງຕົນວ່າ, “ຈົ່ງຟັງພຣະວັຈນະຂອງພຣະເຈົ້າ” 3 ພຣະເຈົ້າຊົງກ່າວດັ່ງນີ້ວ່າ, “ວິບັດແກ່ຜູ້ປະກາດພຣະທັມໂງ່ ຜູ້ຕິດຕາມວິນຍານຂອງຕົນເອງແລະບໍ່ເຄີຍໄດ້ເຫັນສິ່ງໃດເລີຍ 4 ອິສຣາເອນເອີຍ ຜູ້ປະກາດພຣະທັມຂອງເຈົ້າເຫມືອນຫມາໄນຖ້າມກາງສິ່ງສລັກຫັກພັງ 5 ເຈົ້າບໍ່ໄດ້ຂຶ້ນໄປເຖິງກຳແພງຫລຸ ແລະບໍ່ໄດ້ສ້າງກຳແພງເພື່ອເຊື້ອສາຍອິສຣາເອນ ເພື່ອໃຫ້ຕັ້ງຢູ່ໄດ້ໃນສົງຄາມໃນວັນແຫ່ງພຣະຜູ້ເປັນເຈົ້າ 6 ເຂົາທັງຫລາຍເຫັນນິມິດບໍ່ຈິງ ແລະທຳນວາຍຕົວະ ເຂົາກ່າວວ່າ “ພຣະຜູ້ເປັນເຈົ້າກ່າວວ່າ ໃນເມື່ອພຣະຜູ້ເປັນເຈົ້າບໍ່ໄດ້ຊົງໃຊ້ເຂົາໄປ ເຖິງປານນັ້ນເຂົາກໍຍັງຫວັງທີ່ຈະໃຫ້ສຳເຣັດຕາມຖ້ອຍຄຳຂອງເຂົາ 7 ເຈົ້າໄດ້ເຄີຍເຫັນນິມິດບໍ່ຈິງ ແລະເຄີຍທຳນວາຍຕົວະບໍ່ແມ່ນຫລື ໃນເມື່ອເຈົ້າກ່າວວ່າ “ພຣະຜູ້ເປັນເຈົ້າກ່າວວ່າ ທັງທີ່ເຮົາບໍ່ໄດ້ເວົ້າເລີຍ” 8 ເຫດສັນນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເພາະເຈົ້າກ່າວບໍ່ຈິງແລະໄດ້ເຫັນນິມິດມຸສາ ພຣະຜູ້ເປັນເຈົ້າກ່າວວ່າ ເຫດສັນນັ້ນ ເຮົາເປັນປໍຣະປັກກັບເຈົ້າ 9 ມືຂອງເຮົາຈະຕໍ່ສູ້ຜູ້ປະກາດພຣະທັມຜູ້ເຫັນນິມິດບໍ່ຈິງແລະຜູ້ໃຫ້ຄຳທຳນວາຍຕົວະ ເຂົາຈະບໍ່ໄດ້ເຂົ້າໄປໃນສະພາແຫ່ງປະຊາຊົນຂອງເຮົາ ຫລືຂຶ້ນທະບຽນຢູ່ໃນທະບຽນຂອງເຊື້ອສາຍອິສຣາເອນ ແລະເຂົາຈະບໍ່ໄດ້ເຂົ້າໃນແຜ່ນດິນອິສຣາເອນ ແລະເຈົ້າຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າ 10 ເພາະວ່າເຂົາທັງຫລາຍໄດ້ນຳປະຊາຊົນຂອງເຮົາໃຫ້ຫລົງ ໂດຍກ່າວວ່າ “ສັນຕິພາບ” ເມື່ອບໍ່ມີສັນຕິພາບເລີຍ ແລະເພາະວ່າເມື່ອມີຄົນສ້າງກຳແພງ ຜູ້ປະກາດພຣະທັມນັ້ນກໍເອົາປູນຂາວທາໂອບ 11 ຈົ່ງກ່າວແກ່ຜູ້ທີ່ເອົາປູນຂາວທານັ້ນວ່າ ກຳແພງນັ້ນຈະພັງ ຈະມີຝົນຕົກຖ້ວມ ຫມາກເຫັບໃຫຍ່ຈະຕົກລົງມາ ແລະລົມພະຍຸຈະເກີດຂຶ້ນ 12 ເມື່ອກຳແພງພັງລົງ ເຂົາຈະບໍ່ເວົ້າກັບທ່ານຫລືວ່າ ປູນຂາວທີ່ເຈົ້າໄດ້ທານັ້ນຢູ່ໃສ 13 ເຫດສັນນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາຈະກະທຳໃຫ້ລົມພະຍຸເກີດຂຶ້ນດ້ວຍຄວາມກິ້ວຂອງເຮົາ ແລະດ້ວຍຄວາມໂກດຂອງເຮົາຈະມີຝົນຖ້ວມ ດ້ວຍຄວາມກິ້ວຂອງເຮົາ ຈະມີຫມາກເຫັບໃຫຍ່ທຳລາຍເສັຽ 14 ແລະເຮົາຈະພັງກຳແພງຊຶ່ງເຈົ້າທາດ້ວຍປູນຂາວນັ້ນ ແລະໃຫ້ພັງລົງເຖິງດິນ ຮາກກຳແພງນັ້ນຈຶ່ງຈະປາກົດ ເມື່ອກຳແພງພັງ ເຈົ້າທັງຫລາຍຈະພິນາດຢູ່ທີ່ກາງກຳແພງ ແລະເຈົ້າຈະຮູ້ວ່າເຣົາຄືພຣະຜູ້ເປັນເຈົ້າ 15 ເຮົາຈະໃຫ້ຄວາມພິໂຣດຂອງເຮົາສຳເຣັດເທິງກຳແພງແລະເທິງຄົນເຫລົ່ານັ້ນທີ່ທາກຳແພງດ້ວຍປູນຂາວ ແລະເຮົາຈະເວົ້າກັບເຈົ້າວ່າ ກຳແພງບໍ່ມີອີກແລ້ວ ຜູ້ທີ່ທາປູນຂາວກໍບໍ່ມີດ້ວຍ 16 ຄືຜູ້ປະກາດພຣະທັມ ອິສຣາເອນຜູ້ປະກາດພຣະທັມກ່ຽວເຖິງກຸງເຢຣູຊາເລັມ ແລະໄດ້ເຫັນນິມິດແຫ່ງສັນຕິພາບຂອງເມືອງນັ້ນ ໃນເມື່ອບໍ່ມີສັນຕິພາບ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 17 “ເຈົ້າ ບຸດແຫ່ງມະນຸດເອີຍ, ເຈົ້າຈົ່ງມຸ່ງຫນ້າຕໍ່ສູ້ບັນດາບຸດສາວແຫ່ງຊົນຊາດຂອງເຈົ້າ ຜູ້ປະກາດພຣະທັມຕາມຄວາມຄິດຂອງຕົນເອງ ຈົ່ງປະກາດພຣະທັມກ່າວໂທດເຂົາ 18 ແລະກ່າວວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ວິບັດແຫ່ງຍິງທີ່ຫຍິບຜ້າຍັນສຳລັບຂໍ້ມື ແລະເຮັດຜ້າຄຸມຫົວໃຫ້ຄົນທຸກຂະຫນາດ ເພື່ອລ່າວິນຍານອື່ນໆໃຫ້ຄົງຊີວິດຢູ່ເພື່ອຜົນກຳໄຣຂອງເຈົ້າຫລື 19 ເຈົ້າໄດ້ລຶບກຽດຂອງເຮົາຖ້າມກາງໄພ່ພົນຂອງເຮົາ ດ້ວຍເຫັນແກ່ເຂົ້າບເລເປັນກຳໆ ແລະປ່ຽງ ເຂົ້າຈີ່ເທົ່ານັ້ນ ຄົນທີ່ບໍ່ຄວນຈະຕາຍ ເຈົ້າກໍກະທຳໃຫ້ຕາຍເສັຽ ຄົນທີ່ບໍ່ຄວນໄວ້ຊີວິດ ເຈົ້າກໍໄວ້ຊີວິດ ໂດຍເຈົ້າເວົ້າຕົວະຕໍ່ໄພ່ພົນທີ່ຟັງຄຳຕົວະ 20 “ດ້ວຍເຫດນີ້ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຕໍ່ສູ້ຜ້າຍັນຂອງເຈົ້າ ຊຶ່ງເຈົ້າໃຊ້ລ່າວິນຍານເຫມືອນດັ່ງລ່ານົກ ແລະເຮົາຈະຈີກຜ້າຍັນນັ້ນເສັຽຈາກແຂນຂອງເຈົ້າທັງຫລາຍ ແລະເຮົາຈະປ່ອຍວິນຍານເຫລົ່ານັ້ນໄປ ຄືວິນຍານທີ່ເຈົ້າລ່າເຫມືອນດັ່ງລ່ານົກ 21 ຜ້າຄຸມຂອງເຈົ້າ ເຮົາກໍຈະຈີກເສັຽດ້ວຍ ແລະຊ່ອຍກູ້ໄພ່ພົນຂອງເຮົາໃຫ້ພົ້ນຈາກມືຂອງເຈົ້າ ແລະເຂົາຈະບໍ່ເປັນເຫຍື່ອໃນມືຂອງເຈົ້າຕໍ່ໄປ ແລະເຈົ້າຈະຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າ 22 ເພາະເຈົ້າໄດ້ກະທຳໃຫ້ຄົນຊອບທັມທໍ້ຖອຍໃຈດ້ວຍການຕົວະ ທັງທີ່ເຮົາບໍ່ໄດ້ກະທຳໃຫ້ເຂົາເສົ້າໃຈເລີຍ ແລະເຈົ້າໄດ້ຫນຸນໃຈຄົນອະທັມ ເພື່ອບໍ່ໃຫ້ເຂົາຫັນກັບຈາກທາງອະທັມຂອງເຂົາຈະໄດ້ຮັກສາຊີວິດຂອງເຂົາໄວ້ 23 ເຫດສັນນັ້ນເຈົ້າຈະໄດ້ເຫັນນິມິດທີ່ຫລອກລວງ ຫລືກະທຳການທຳນວາຍອີກ ເຮົາຈະຊ່ອຍກູ້ໄພ່ພົນຂອງເຮົາໃຫ້ພົ້ນຈາກມືຂອງເຈົ້າ ແລ້ວເຈົ້າຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າ”
ການພິພາກສາຄົນໄຫວ້ຮູບເຄົາຣົບ ຜູ້ປຶກສາຜູ້ປະກາດພຣະທັມເທັດ
1 ພວກຜູ້ໃຫຍ່ຂອງອິສຣາເອນບາງຄົນມາຫາຂ້າພະເຈົ້າ ແລະມານັ່ງຢູ່ຫນ້າຂ້າພະເຈົ້າ 2 ແລະຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 3 “ບຸດແຫ່ງມະນຸດເອີຍ, ຄົນເຫລົ່ານີ້ໄດ້ຍຶດເອົາຮູບເຄົາຣົບຂອງເຂົາໄວ້ໃນໃຈ ແລະວາງສິ່ງທີ່ສະດຸດໃຫ້ທຳບາບຜິດໄວ້ຂ້າງຫນ້າເຂົາ ຄວນທີ່ເຮົາຈະຍອມຕົວໃຫ້ເຂົາຖາມເຮົາຫລື 4 ເຫດສັນນັ້ນຈົ່ງເວົ້າກັບເຂົາ ແລະກ່າວແກ່ເຂົາວ່າ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ ຄົນໃດໃນເຊື້ອສາຍອິສຣາເອນເອົາຮູບເຄົາຣົບຂອງເຂົາໄວ້ໃນໃຈ ແລະວາງສິ່ງທີ່ສະດຸດໃຫ້ທຳບາບຜິດໄວ້ຂ້າງຫນ້າເຂົາ ແລະຍັງມາຫາຜູ້ປະກາດພຣະທັມ ເຣົາຄືພຣະຜູ້ເປັນເຈົ້າຈະຕອບເຂົາເອງໃນເຣື່ອງຮູບເຄົາຣົບຫລວງຫລາຍຂອງເຂົານັ້ນ 5 ເພື່ອເຮົາຈະໄດ້ຍຶດຈິດໃຈຂອງເຊື້ອສາຍອິສຣາເອນ ຜູ້ເຫີນຫ່າງໄປຈາກເຮົາທຸກຄົນດ້ວຍເຣື່ອງຮູບເຄົາຣົບຂອງເຂົາ 6 “ເຫດສັນນັ້ນຈົ່ງກ່າວແກ່ເຊື້ອສາຍອິສຣາເອນວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຈົ່ງກັບໃຈ ແລະຫັນກັບຈາກຮູບເຄົາຣົບຂອງເຈົ້າເສັຽ ແລະຈົ່ງຫັນຫນ້າຂອງເຈົ້າເສັຽຈາກສິ່ງຫນ້າກຽດຫນ້າຊັງຂອງເຈົ້າ 7 ເພາະວ່າຄົນໃດໃນເຊື້ອສາຍອິສຣເອນ ຫລືຄົນຕ່າງດ້າວຄົນໃດທີ່ອາໄສຢູ່ໃນອິສຣາເອນ ຜູ້ຊຶ່ງແຍກຕົວເຂົາຈາກເຮົາ ຍຶດເອົາຮູບເຄົາຣົບຂອງເຂົາໄວ້ໃນໃຈຂອງເຂົາ ແລະວາງສິ່ງທີ່ສະດຸດໃຫ້ທຳບາບຜິດໄວ້ຊື່ຫນ້າຂອງເຂົາ ແລ້ວຍັງຈະມາຫາຜູ້ປະກາດພຣະທັມເພື່ອຂໍຖາມຈາກເຮົາເພື່ອປໂຍດຂອງເຂົາ ເຮົາຄືພຣະຜູ້ເປັນເຈົ້າຈະຕອບເຂົາເອງ 8 ແລະເຮົາຈະມຸ່ງຫນ້າຂອງເຮົາຕໍ່ສູ້ຄົນນັ້ນ ເຮົາຈະທຳໃຫ້ເຂົາເປັນຫມາຍສຳຄັນແລະເປັນຂີ້ປາກ ແລະກຳຈັດເຂົາເສັຽຈາກຖ້າມກາງໄພ່ພົນຂອງເຮົາ ແລະເຈົ້າຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ 9 ຖ້າຜູ້ປະກາດພຣະທັມຖືກຫລອກລວງກ່າວຄຳນຶ່ງຄຳໃດ ເຮົາຄືພຣະຜູ້ເປັນເຈົ້າໄດ້ລວງຜູ້ປະກາດພຣະທັມຄົນນັ້ນ ແລະເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ເຂົາ ແລະຈະທຳລາຍເຂົາເສັຽຈາກຖ້າມກາງອິສຣາເອນໄພ່ພົນຂອງເຮົາ 10 ເຂົາທັງຫລາຍຈະຕ້ອງທົນຮັບໂທດຂອງເຂົາ (ໂທດຂອງຜູ້ປະກາດພຣະທັມ ແລະໂທດຂອງຜູ້ຂໍຖາມຈະເຫມືອນກັນ) 11 ເພື່ອວ່າເຊື້ອສາຍອິສຣາເອນຈະບໍ່ຫລົງຫນີໄປຈາກເຮົາອີກ ຫລືບໍ່ກະທຳຕົວໃຫ້ມົນທິນດ້ວຍການທໍຣະຍົດຂອງຕົນອີກ ແຕ່ເຂົາທັງຫລາຍຈະເປັນໄພ່ພົນຂອງເຮົາ ແລະເຮົາຈະເປັນພຣະຜູ້ເປັນເຈົ້າຂອງເຂົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ຄວາມຍຸດຕິທັມຂອງການທີ່ພຣະເຈົ້າຊົງລົງໂທດເຢຣູຊາເລັມ
12 ແລະຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 13 “ບຸດແຫ່ງມະນຸດເອີຍ, ເມື່ອແຜ່ນດິນກະທຳບາບຕໍ່ເຮົາໂດຍປະພືດທໍຣະຍົດ ແລະເຮົາຢຽດມືຂອງເຮົາອອກຕໍ່ສູ້ແຜ່ນດິນນັ້ນ ແລະທຳລາຍມະນຸດແລະສັດເສັຽຈາກແຜ່ນດິນນັ້ນ 14 ເຖິງແມ່ນວ່າມະນຸດທັງສາມນີ້ ຄື ໂນອາ ດານີເອນ ແລະໂຢບ ຢູ່ໃນແຜ່ນດິນນັ້ນ ເຂົາກໍຈະກູ້ເອົາແຕ່ຊີວິດຂອງຕົນເທົ່ານັ້ນ ອອກມາດ້ວຍຄວາມຊອບທັມຂອງເຂົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ 15 ຖ້າເຮົາກະທຳໃຫ້ສັດຮ້າຍຜ່ານເຂົ້າແຜ່ນດິນນັ້ນ ແລະສັດເຫລົ່ານັ້ນທຳໃຫ້ຄົນຫມົດໄປ ໃຫ້ເປັນທີ່ຮ້າງເປົ່າ ຈົນມະນຸດຜ່ານເຂົ້າໄປບໍ່ໄດ້ເພາະສັດປ່ານັ້ນ 16 ພຣະຜູ້ເປັນເຈົ້າຊົງກ່າວວ່າ ເຮົາມີຊີວິດຢູ່ສັນໃດ ເຖິງວ່າບຸຣຸດທັງສາມຢູ່ໃນແຜ່ນດິນນັ້ນ ເຂົາທັງຫລາຍຈະຊ່ອຍບຸດທັງຊາຍຍິງໃຫ້ລອດບໍ່ໄດ້ ສະເພາະຕົວເຂົາເອງຈະລອດໄປໄດ້ ແຕ່ແຜ່ນດິນນັ້ນຈະຮ້າງເປົ່າ 17 ຫລືຖ້າເຮົານໍາດາບມາຍັງແຜ່ນດິນນັ້ນ ແລະກ່າວວ່າ ໃຫ້ດາບຜ່ານຂ້າມແຜ່ນດິນນັ້ນ ເຮົາຈະທຳລາຍມະນຸດແລະສັດເສັຽຈາກແຜ່ນດິນນັ້ນ 18 ພຣະຜູ້ເປັນເຈົ້າກ່າວວ່າ ແມ້ບຸຣຸດທັງສາມຈະຢູ່ໃນນັ້ນ ເຮົາມີຊີວິດຢູ່ສັນໃດ ເຂົາທັງຫລາຍຈະຊ່ອຍບຸດທັງຊາຍຍິງໃຫ້ລອດບໍ່ໄດ້ ສະເພາະຕົວເຂົາເອງຈະລອດໄປໄດ້ 19 ຫລືຖ້າເຣົາສົ່ງໂຣກລະບາດເຂົ້າມາໃນແຜ່ນດິນນັ້ນ ແລະລະບາຍຄວາມກິ້ວຂອງເຮົາອອກເຫນືອເມືອງນັ້ນດ້ວຍໂລຫິດ ເພື່ອກຳຈັດມະນຸດແລະສັດຈາກແຜ່ນດິນນັ້ນເສັຽ 20 ເຖິງແມ່ນວ່າ ໂນອາ ດານີເອນ ແລະໂຢບຢູ່ໃນແຜ່ນດິນນັ້ນ ພຣະຜູ້ເປັນເຈົ້າກ່າວວ່າ ເຮົາມີຊີວິດຢູ່ສັນໃດ ເຂົາທັງຫລາຍຈະຊ່ອຍບຸດທັງຊາຍຍິງໃຫ້ລອດບໍ່ໄດ້ ເຂົາຈະຊ່ອຍສະເພາະຊີວິດຂອງເຂົາໄວ້ໄດ້ດ້ວຍຄວາມຊອບທັມຂອງເຂົາ 21 “ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຈະຮ້າຍແຮງຍິ່ງກວ່ານັ້ນສັກເທົ່າໃດ ເມື່ອເຮົາສົ່ງໄພແຫ່ງການພິພາກສາທັງສີ່ປະການຂອງເຮົາມາຫນືອເຢຣູຊາເລັມ ຄືດາບ ການອຶດຢາກ ສັດຮ້າຍແລະໂຣກລະບາດ ເພື່ອກຳຈັດມະນຸດແລະສັດເສັຽຈາກເມືອງນັ້ນ 22 ເບິ່ງແມ໋, ເຖິງຈະມີຄົນລອດຕາຍເຫລືອຢູ່ໃນນະຄອນນັ້ນ ນຳເອົາບຸດຊາຍແລະບຸດຍິງທັງຫລາຍຂອງເຂົາອອກມາ ເມື່ອເຂົາທັງຫລາຍອອກມາຫາເຈົ້າ ແລະເຈົ້າໄດ້ເຫັນທາງແລະການກະທຳຂອງເຂົາ ເຈົ້າຈະເບົາໃຈໃນເຣື່ອງການຮ້າຍ ຊຶ່ງເຮົາໄດ້ນຳມາເຫນືອເຢຣູຊາເລັມ ອັນໄດ້ນຳມາເຫນືອນະຄອນນັ້ນ 23 ຄົນເຫລົ່ານັ້ນຈະທຳໃຫ້ເຈົ້າເບົາໃຈ ເມື່ອເຈົ້າໄດ້ເຫັນທາງແລະການກະທຳທັງຫລາຍຂອງເຂົາແລ້ວ ແລະເຈົ້າຈະຊາບວ່າ ເຮົາບໍ່ໄດ້ກະທຳບັນດາສິ່ງທີ່ເຮົາໄດ້ກະທຳໄວ້ແລ້ວໃນນະຄອນນັ້ນດ້ວຍປາສຈາກເຫດຜົນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ເຢຣູຊາເລັມເຫມືອນເຄືອອະງຸ່ນທີ່ໃຊ້ບໍ່ໄດ້
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ໄມ້ຕົ້ນເຄືອອະງຸ່ນ ຄືໄມ້ກິ່ງອະງຸ່ນຊຶ່ງຢູ່ໃນຫມູ່ພວກໄມ້ປ່າ ວິເສດກວ່າໄມ້ຢ່າງອື່ນຫລື 3 ເຂົາເອົາໄມ້ຕົ້ນອະງຸ່ນເຣັດສິ່ງນຶ່ງສິ່ງໃດໄດ້ຫລື ຄົນເອົາໄປເຮັດຂໍສຳລັບແຂວນພາຊນະອັນໃດຫລື 4 ເບິ່ງແມ໋, ເຂົາໃຊ້ເປັນຟືນໃສ່ໄຟ ເມື່ອໄຟໄຫມ້ປາຍທັງສອງແລ້ວ ກາງກໍເປັນຖ່ານ ຈະໃຊ້ປໂຍດອັນໃດໄດ້ຫລື 5 ເບິ່ງແມ໋, ເມື່ອມັນຍັງດີຢູ່ກໍບໍ່ໄດ້ໃຊ້ປໂຍດຫຍັງ ເມື່ອຖືກໄຟໄຫມ້ເປັນຖ່ານແລ້ວແຮ່ງມີປໂຍດນ້ອຍລົງ ຈະໃຊ້ເຮັດການຫຍັງໄດ້ແດ່ 6 ເຫດສັນນັ້ນພຣະຜູ້ເປັນເຈົ້າຈຶ່ງກ່າວດັ່ງນີ້ວ່າ ໄມ້ຕົ້ນອະງຸ່ນຊຶ່ງຢູ່ຖ້າມກາງໄມ້ປ່າ ເຮົາຖິ້ມໃຫ້ມັນເປັນຟືນໃສ່ໄຟເສັຽສັນໃດ ເຣົາຈະຖິ້ມຊາວເຢຣູຊາເລັມສັນນັ້ນ 7 ເຮົາຈະມຸ່ງຫນ້າຂອງເຮົາຕໍ່ສູ້ເຂົາ ເຖິງວ່າເຂົາຈະຫນີອອກຈາກໄຟ ໄຟກໍຍັງຈະເຜົາຜານເຂົາ ແລະເມື່ອເຮົາມຸ່ງຫນ້າຂອງເຮົາຕໍ່ສູ້ເຂົາ ເຈົ້າຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ 8 ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຈະກະທຳໃຫ້ແຜ່ນດິນນັ້ນຮ້າງເປົ່າ ເພາະເຂົາໄດ້ປະພຶດທໍຣະຍົດ
ກຸງເຢຣູຊາເລັມບໍ່ຊື່ສັດ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າອີກວ່າ, 2 ບຸດແຫ່ງມະນຸດເອີຍ, ຈົ່ງໃຫ້ເຢຣູຊາເລັມຊາບເຖິງສິ່ງທີ່ຫນ້າກຽດຊັງຂອງຕົວ 3 ແລະກ່າວວ່າ ພຣະຜູ້ເປັນເຈົ້າກ່ວຢາງນີ້ແກ່ເຢຣູຊາເລັມວ່າ ຕົ້ນເດີມແລະກຳເນີດຂອງເຈົ້າເປັນແຜ່ນດິນຂອງຄົນການາອານ ພໍ່ຂອງເຈົ້າເປັນຄົນອາໂມຣິດ ແລະແມ່ຂອງເຈົ້າເປັນຄົນຮິດຕີ 4 ເວົ້າເຖິງກຳເນີດຂອງເຈົ້າ ໃນວັນທີ່ເຈົ້າເກີດມານັ້ນເຂົາບໍ່ໄດ້ຕັດສາຍສະບື ແລະເຂົາກໍບໍ່ໄດ້ລ້າງຊຳຣະເຈົ້າ ບໍ່ໄດ້ເອົາເກືອທາ ບໍ່ໄດ້ເອົາຜ້າພັນເຈົ້າໄວ້ 5 ບໍ່ມີຕາຈັກຫນວ່ຍໄດ້ສົງສານເຈົ້າ ທີ່ຈະເມດຕາເຈົ້າແລະກະທຳສິ່ງເຫລົ່ານີ້ໃຫ້ເຈົ້າ ເຈົ້າຖືກປະຖິ້ມໃນພື້ນທົ່ງ ເພາະໃນວັນທີ່ເຈົ້າເກີດນັ້ນເຈົ້າເປັນທີ່ຫນ້າລັງກຽດ 6 “ເມື່ອເຮົາຜ່ານເຈົ້າໄປ ເຫັນເຈົ້າດິ້ນຢູ່ໃນກອງໂລຫິດຂອງເຈົ້າ ເຮົາກໍເວົ້າກັບເຈົ້າໃນກອງໂລຫິດຂອງເຈົ້າວ່າ “ຈົ່ງມີຊີວິດຢູ່ 7 ແລະຈະເຣີນເຕີບໃຫຍ່ຂຶ້ນ ເຮົາຈະກະທຳໃຫ້ເຈົ້າເຫມືອນຢ່າງພືດໃນທ້ອງນາ” ເຈົ້າກໍໃຫຍ່ແລະສູງຂຶ້ນຈົນເປັນສາວເຕັມໂຕ ຫນ້າເອິກຂອງເຈົ້າກໍກໍ່ຮູບຂຶ້ນມາ ແລະຂົນຂອງເຈົ້າກໍງອກ ແຕ່ເຈົ້າພັດເປືອຍຕົວ 8 “ເມື່ອເຮົາຜ່ານເຈົ້າໄປອີກຄັ້ງນຶ່ງແລະມອງເບິ່ງເຈົ້າ ເບິ່ງແມ໋, ເຈົ້າມີອາຍຸຮູ້ຈັກຮັກແລ້ວ ເຮົາກໍຂະຫຍາຍຮົ່ມປີກຄຸມເຈົ້າໄວ້ ພຣະຜູ້ເປັນເຈົ້າກ່າວວ່າ ເຣົາກໍປະຕິຍານແລະກະທຳຄຳສັນຍາກັບເຈົ້າ ແລະເຈົ້າກໍເປັນຂອງເຮົາ 9 ເຣົາກໍເອົາເຈົ້າອາບນ້ຳ ລ້າງໂລຫິດເສັຽຈາກເຈົ້າ ແລະເຈີມເຈົ້າດ້ວຍນ້ຳນົມ 10 ເຮົາແຕ່ງຕົວເຈົ້າດ້ວຍເສື້ອປັກ ແລະເອົາເກີບຫນັງສວມໃຫ້ເຈົ້າ ເຮົາພັນເຈົ້າໄວ້ດ້ວຍຜ້າປ່ານເນື້ອລະອຽດແລະຄຸມເຈົ້າໄວ້ດ້ວຍຜ້າຣາຄາແພງ 11 ເຮົາແຕ່ງຕົວເຈົ້າດ້ວຍເຄື່ອງອາພອນ ສວມກຳໄລມືໃຫ້ເຈົ້າ ແລະສວມສ້ອຍຄຳໃຫ້ເຈົ້າ 12 ເຮົາເອົາແຫວນໃສ່ດັງເຈົ້າແລະໃສ່ຕຸ້ມຫູທີ່ຫູຂອງເຈົ້າ ແລະສວມມົງກຸດໄວ້ເທິງຫົວຂອງເຈົ້າ 13 ເຮົາກໍປະດັບເຈົ້າດ້ວຍທອງຄຳແລະເງິນ ແລະເຄື່ອງນຸ່ງຂອງເຈົ້າກໍເປັນຜ້າປ່ານເນື້ອລະອຽດ ຜ້າຣາຄາແພງແລະຜ້າປັກ ເຈົ້າກິນຍອດແປ້ງ ນ້ຳເຜິ້ງ ແລະນ້ຳມັນ ເຈົ້າງາມເລີດບາດຕາບາດໃຈ ແລະເຈົ້າຈະເຣີນຂຶ້ນເປັນຊັ້ນເຈົ້າ 14 ຊື່ສຽງຂອງເຈົ້າກໍລືໄປຖ້າມກາງປະຊາຊາດເພາະຄວາມງາມຂອງເຈົ້າ ດ້ວຍຄວາມງາມນັ້ນກໍສົມບູນ ເນື່ອງຈາກຄວາມສະງ່າງາມທີ່ເຮົາໄດ້ທຸ້ມເທໃຫ້ເຈົ້າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 15 “ແຕ່ເຈົ້າວາງໃຈໃນຄວາມງາມຂອງເຈົ້າ ແລະໄດ້ຫລິ້ນຊູ້ເພາະຊື່ສຽງຂອງເຈົ້າບໍ່ວ່າຜູ້ໃດຈະຜ່ານມາ ເຈົ້າກໍໃຫ້ຫລົງລະເລີງໄປດ້ວຍການຫລິ້ນຊູ້ຂອງເຈົ້າ 16 ເຈົ້າເອົາເຄື່ອງນຸ່ງຂອງເຈົ້າແດ່ ແລະເຈົ້າໄດ້ສ້າງບ່ອນສູງທັງຫລາຍທີ່ຕ່າງໆ ປະດັບຢ່າງຫຣູຫຣາ ແລ້ວກໍຫລິ້ນຊູ້ຢູ່ເທິງນັ້ນ ບໍ່ເຄີຍມີເຫມືອນຢ່າງນີ້ ຕໍ່ໄປກໍບໍ່ມີເຫມືອນ 17 ເຈົ້າຍັງເອົາເຄື່ອງຮູບເອ້ອັນງາມຂອງເຈົ້າ ຊຶ່ງເປັນທອງຄຳຂອງເຮົາ ແລະເງິນຂອງເຮົາ ຊຶ່ງເຮົາໄດ້ໃຫ້ແກ່ເຈົ້າ ແລ້ວເຈົ້າສ້າງເປັນຮູບຜູ້ຊາຍສຳລັບເຈົ້າ ແລະເຈົ້າກໍຫລິ້ນຊູ້ຢູ່ກັບຮູບເຫລົ່ານັ້ນ 18 ເຈົ້າເອົາເຄື່ອງແຕ່ງກາຍທີ່ປັກໄປຫົ່ມຮູບເຫລົ່ານັ້ນໄວ້ ແລະວາງນ້ຳມັນແລະເຄື່ອງຫອມຂອງເຮົາໄວ້ຂ້າງຫນ້າມັນ 19 ອາຫານທີ່ເຮົາໃຫ້ແກ່ເຈົ້າກໍເຫມືອນກັນ ຄືເຮົາລ້ຽງເຈົ້າດ້ວຍຍອດແປ້ງ ນ້ຳມັນ ແລະນ້ຳເຜິ້ງ ເຈົ້າກໍເອົາມາວາງຂ້າງຫນ້າມັນ ໃຫ້ເປັນກິ່ນຫອມທີ່ເພິ່ງພໍໃຈ ແລະກໍເປັນຢ່າງນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 20 ນອກຈາກນີ້ ເຈົ້າໄດ້ນຳບຸດຊາຍຂອງເຈົ້າແລະບຸດຍິງຂອງເຈົ້າ ຊຶ່ງເຈົ້າໄດ້ໃຫ້ບັງເກີດມາເພື່ອເຣົາ ແລະເຈົ້າກໍໄດ້ຖວາຍບູຊາແກ່ມັນເພື່ອໃຫ້ມັນເຜົາຜານ ການຫລິ້ນຊູ້ຂອງເຈົ້າເປັນສິ່ງເລັກນ້ອຍຫລື 21 ເຈົ້າຈຶ່ງໄດ້ຂ້າລູກຂອງເຮົາຖວາຍແກ່ຮູບເຫລົ່ານັ້ນໂດຍໃຫ້ລຸຍໄຟ 22 ຕລອດສິ່ງອັນຫນ້າກຽດຊັງຂອງເຈົ້າ ແລະການຫລິ້ນຊູ້ຂອງເຈົ້າ ເຈົ້າບໍ່ໄດ້ຈົດຈຳວັນທີ່ເຈົ້າຍັງນ້ອຍຢູ່ ເມື່ອເຈົ້າເປືອຍຕົວແລະດີ້ນກະແດ່ວໆຢູ່ໃນກອງເລືອດຂອງເຈົ້າ 23 “ພາຍຫລັງຈາກຄວາມຊົ່ວຮ້າຍທັງສິ້ນຂອງເຈົ້າ (ພຣະຜູ້ເປັນເຈົ້າກ່າວວ່າ ວິບັດ ວິບັດແກ່ເຈົ້າ) 24 ເຈົ້າໄດ້ສ້າງຫ້ອງຫລັງຄາໂຄ້ງສຳລັບຕົວ ລານເມືອງທຸກແຫ່ງເຈົ້າກໍສ້າງສະຖານນະມັສການທີ່ສູງສຳລັບຕົວ 25 ຫົວຖນົນທຸກແຫ່ງເຈົ້າໄດ້ກໍ່ສ້າງບ່ອນສູງຂອງເຈົ້າ ແລະເອົາຄວາມງາມຂອງເຈົ້າມາທຳສິ່ງທີ່ຫນ້າກຽດຊັງ ອ້າຂາຂອງເຈົ້າໃຫ້ຜູ້ທີ່ຜ່ານໄປມາບໍ່ວ່າໃຜ ແລະທະວີການຫລິ້ນຊູ້ຂອງເຈົ້າ 26 ເຈົ້າຢ່າຫລິ້ນຊູ້ກັບຄົນເອຢິບ ຊຶ່ງເປັນເພື່ອນບ້ານທີ່ມີຕັນຫາຫລາຍ ທະວີການຫລິ້ນຊູ້ຂອງເຈົ້າເພື່ອກະທຳໃຫ້ເຮົາກິ້ວ 27 ເບິ່ງແມ໋, ເຣົາຈຶ່ງຢຽດມືຂອງເຮົາອອກຕໍ່ສູ້ເຈົ້າ ແລະລົດອາຫານສ່ວນແບ່ງຂອງເຈົ້າລົງ ແລະມອບເຈົ້າໄວ້ໃຫ້ແກ່ສັດຕຣູຂອງເຈົ້າໃຫ້ເຂົາກະທຳຕາມໃຈຊອບ ຄືບັນດາບຸດສາວຄົນຟີລິສຕິນ ຜູ້ຊຶ່ງລະອາຍໃນຄວາມປະພຶດອັນແກ່ກາມຂອງເຈົ້າ 28 ເຈົ້າຍັງຫລິ້ນຊູ້ກັບຄົນອັສຊີເຣັຽດ້ວຍ ເພາະວ່າເຈົ້າບໍ່ຮູ້ຈັກອີ່ມ ເຈົ້າຫລິ້ນຊູ້ກັບເຂົາທັງຫລາຍ ເຖິງປານນັ້ນເຈົ້າກໍຍັງບໍ່ອີ່ມໃຈ 29 ເຈົ້າຍັງທະວີການຫລິ້ນຊູ້ຂອງເຈົ້າກັບແຜ່ນດິນນັກທຸຣະກິດຂອງຄົນຄັນເດອາ ເຖິງແມ່ນກັບແຜ່ນດິນນີ້ເຈົ້າກໍຍັງບໍ່ອີ່ມໃຈ 30 “ພຣະຜູ້ເປັນເຈົ້າກ່າວວ່າ ເຈົ້າໄດ້ເຮັດສິ່ງທັງຫມົດເຫລົ່ານັ້ນ ດັ່ງໂສເພນີທີ່ບໍ່ມີຢ່າງອາຍ 31 ຄືສ້າງຫ້ອງຫລັງຄາໂຄ້ງໄວ້ທີ່ຫົວຖນົນທຸກແຫ່ງ ແລະໄດ້ຕັ້ງບ່ອນສູງຂອງເຈົ້າໄວ້ຕາມລານເມືອງທຸກໆແຫ່ງ ເຖິງປານນັ້ນເຈົ້າກໍຍັງບໍ່ເຫມືອນຍິງໂສເພນີ ເພາະເຈົ້າດູຫມິ່ນສິນຈ້າງ 32 ເປັນເມັຽທີ່ໂສເພນີຈັດ ຍອມຕ້ອນຮັບແຂກແປກຫນ້າແທນທີ່ຈະຕ້ອນຮັບຜົວ 33 ຜູ້ຊາຍຍ່ອມໃຫ້ຂອງແກ່ຍິງໂສເພນີ ແຕ່ເຈົ້າກັບໃຫ້ສິ່ງຂອງແກ່ຄົນຮັກຂອງເຈົ້າ ໃຫ້ສິນບົນນຳໃຫ້ເຂົາເຂົ້າມາຈາກທຸກດ້ານເພື່ອການຫລິ້ນຊູ້ຂອງເຈົ້າ 34 ສະນັ້ນ ເຈົ້າຈຶ່ງຜິດກັບຍິງອື່ນໃນເຣື່ອງການຫລິ້ນຊູ້ ແລະເຈົ້າກັບໃຫ້ສິນຈ້າງ ຂນະເມື່ອບໍ່ມີຜູ້ໃດໃຫ້ສິນຈ້າງແກ່ເຈົ້າ ເພາະສະນັ້ນເຈົ້າຈຶ່ງແຕກຕ່າງກັນ 35 “ເຫດສັນນີ້ ຍິງແມ່ຈ້າງເອີຍ ຈົ່ງຟັງຖ້ອຍຄຳຂອງພຣະຜູ້ເປັນເຈົ້າ 36 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະຄວາມລະອາຍຂອງເຈົ້າກໍແຈ້ງປະຈັກ ແລະຕົວປະເປືອຍເຈົ້າໄດ້ປາກົດ ໃນການຫລິ້ນຊູ້ຂອງເຈົ້າກັບຄົນຮັກຂອງເຈົ້າ ແລະເພາະຮູບເຄົາຣົບອັນຫນ້າກຽດຊັງຂອງເຈົ້າທັງສິ້ນ ແລະເພາະໂລຫິດລູກຂອງເຈົ້າທີ່ເຈົ້າຖວາຍໃຫ້ແກ່ມັນ 37 ເຫດສັນນັ້ນ ເບິ່ງແມ໋, ເຣົາຈະຮວບຮວມຄົນຮັກຂອງເຈົ້າທັງສິ້ນ ຊຶ່ງເປັນຜູ້ທີ່ເຈົ້າເພີດເພີນດ້ວຍ ທຸກຄົນທີ່ເຈົ້າຮັກ ແລະທຸກຄົນທີ່ເຈົ້າກຽດ ເຮົາຈະຮວບຮວມເຂົາໃຫ້ມາຕໍ່ສູ້ເຈົ້າຈາກທຸກດ້ານ ແລະຈະເຜີຍຕົວປະເປືອຍຂອງເຈົ້າຕໍ່ຫນ້າເຂົາ ເພື່ອເຂົາຈະໄດ້ເຫັນຕົວປະເປືອຍທັງສິ້ນຂອງເຈົ້າ 38 ເຮົາຈະພິພາກສາເຈົ້າດັ່ງທີ່ເຂົາພິພາກສາຍິງທີ່ລ່ວງປະເວນີ ແລະກະທຳໃຫ້ໂລຫິດຕົກ ແລະເຮົາຈະນຳເອົາໂລຫິດແຫ່ງຄວາມກິ້ວແລະຄວາມຫວງແຫນມາເຫນືອເຈົ້າ 39 ແລະມອບເຈົ້າໄວ້ໃນມືຊູ້ຂອງເຈົ້າ ເຂົາຈະທຳລາຍຫ້ອງຫລັງຄາໂຄ້ງຂອງເຈົ້າລົງ ແລະທຳລາຍບ່ອນສູງທັງຫລາຍຂອງເຈົ້າ ເຂົາຈະປົດເອົາເຄື່ອງນຸ່ງຂອງເຈົ້າ ແລະເອົາເຄື່ອງຮູບເອ້ອັນງາມຂອງເຈົ້າໄປເສັຽ ແລະປ່ອຍໃຫ້ເຈົ້າເປືອຍກາຍ 40 ເຂົາທັງຫລາຍຈະນຳຝູງຄົນມາຕໍ່ສູ້ເຈົ້າ ແລະເຂົາຈະແກວ່ງກ້ອນຫີນໃສ່ເຈົ້າ ແລະຟັນເຈົ້າດ້ວຍດາບຂອງເຂົາ 41 ເຂົາຈະເອົາໄຟເຜົາບ້ານເຮືອນຂອງເຈົ້າແລະທຳການພິພາກສາລົງໂທດເຈົ້າ ຕໍ່ຫນ້າຜູ້ຍິງຈຳນວນຫລາຍ ເຮົາຈະກະທຳໃຫ້ເຈົ້າຢຸດການຫລິ້ນຊູ້ ແລະເຈົ້າຈະບໍ່ໃຫ້ສິນຈ້າງອີກຕໍ່ໄປ 42 ເຮົາຈະລະບາຍຄວາມກິ້ວຂອງເຮົາໃສ່ເຈົ້າໃຫ້ຫມົດ ຄວາມຫວງແຫນຈະພາກຈາກເຈົ້າໄປ ເຮົາຈະສງົບແລະບໍ່ກິ້ວອີກຕໍ່ໄປ 43 ເພາະວ່າເຈົ້າບໍ່ໄດ້ລະຣຶກເຖິງວັນເມື່ອເຈົ້າຍັງນ້ອຍ ແຕ່ໄດ້ກະທຳໃຫ້ເຣົາກິ້ວຈັດດ້ວຍສິ່ງເຫລົ່ານີ້ ພຣະຜູ້ເປັນເຈົ້າກ່າວວ່າ ເພາະສະນັ້ນ ເບິ່ງແມ໋, ເຮົາຈະລົງທັນຕາມທາງປະພຶດຂອງເຈົ້າເຫນືອຫົວເຈົ້າ “ເຈົ້າບໍ່ໄດ້ປະພຶດຕົວດ້ວຍຣາຄະເພີ້ມເຂົ້າກັບສິ່ງທີ່ຫນ້າກຽດຊັງທັງສິ້ນຂອງເຈົ້າດອກຫລື 44 ເບິ່ງແມ໋, ທຸກຄົນທີ່ໃຊ້ສຸພາສິດຈະໃຊ້ສຸພາສິດຕໍ່ໄປນີ້ໃນເຣື່ອງເຈົ້າ ຄື “ແມ່ເປັນຢ່າງໃດ ລູກສາວກໍເປັນຢ່າງນັ້ນ” 45 ເຈົ້າເປັນລູກສາວຂອງແມ່ຂອງເຈົ້າ ຜູ້ກຽດຜົວແລະບຸດຂອງຕົນ ເຈົ້າເປັນສາວຄົນກາງຂອງເອື້ອຍແລະນ້ອງສາວຂອງເຈົ້າ ຜູ້ກຽດຊັງຜົວແລະລູກຂອງຕົນ ແມ່ຂອງເຈົ້າເປັນຄົນຮິດຕີ ພໍ່ຂອງເຈົ້າເປັນຄົນອາໂມຣິດ 46 ແລະເອື້ອຍຂອງເຈົ້າ ຄືຊາມາເຣັຽຜູ້ຢູ່ກັບບຸດສາວເຫນືອເຈົ້າຂຶ້ນໄປ ແລະນ້ອງສາວຂອງເຈົ້າຜູ້ຢູ່ຂ້າງທິດໃຕ້ຂອງເຈົ້າຄື ໂຊໂດມກັບລູກສາວຂອງເຂົາ 47 ເຖິງປານນັ້ນ ເຈົ້າກໍຍັງບໍ່ພໍໃຈທີ່ຈະດຳເນີນໃນທາງທັງຫລາຍຂອງເຂົາ ຫລືກະທຳຕາມສິ່ງທີ່ຫນ້າກຽດຊັງຂອງເຂົາ ພາຍໃນເວລາອັນເລັກນ້ອຍເຈົ້າກໍຊົ່ວຊ້າກວ່າໃນບັນດາທາງທັງສິ້ນຂອງເຈົ້າ 48 ພຣະຜູ້ເປັນເຈົ້າກ່າວວ່າ ເຣົາມີຊີວິດຢູ່ສັນໃດ ໂຊໂດມນ້ອງສາວຂອງເຈົ້າກັບບຸດສາວຂອງເຂົາ ກໍບໍ່ໄດ້ກະທຳຢ່າງທີ່ເຈົ້າແລະລູກສາວຂອງເຈົ້າໄດ້ກະທຳ 49 ເບິ່ງແມ໋, ນີ້ແຫລະເປັນຄວາມຊົ່ວຂອງໂຊໂດມນ້ອງສາວຂອງເຈົ້າ ຄືຕົວເຂົາແລະລູກສາວຂອງເຂົາມີຄວາມຈອງຫອງ ມີອາຫານເຫລືອກິນ ແລະມີຄວາມສະບາຍເຫລືອເກີນ ບໍ່ຊ່ອຍເຫລືອຄົນຍາກຈົນ ແລະຄົນຂັດສົນ 50 ເຂົາເຍີ້ຍີ່ງ ແລະກະທຳສິ່ງທີ່ຫນ້າກຽດຊັງຕໍ່ຫນ້າເຮົາ ເຫດສັນນັ້ນ ເມື່ອເຮົາເຫັນແລ້ວ ເຮົາຈຶ່ງທໍາລາຍເຂົາເສັຽ 51 ຊາມາເຣັຽບໍ່ໄດ້ທຳບາບເຖິງເຄິ່ງນຶ່ງຂອງເຈົ້າ ເຈົ້າທຳສິ່ງທີ່ຫນ້າກຽດຊັງຍິ່ງກວ່າເຂົາທັງສອງ ແລະໂດຍຄວາມຫນ້າກຽດຊັງທັງສິ້ນທີ່ເຈົ້າທຳນັ້ນ ຈຶ່ງກະທຳໃຫ້ເອື້ອຍແລະນ້ອງສາວຂອງເຈົ້າເບິ່ງເຫມືອນຊອບທັມ 52 ເຈົ້າຈົ່ງທົນຮັບຄວາມອັບອາຍຂາຍຫນ້າດ້ວຍ ເພາະເຈົ້າໄດ້ກະທຳໃຫ້ ການພິພາກສາເອນອ່ຽງໄປທາງເອື້ອຍແລະນ້ອງສາວຂອງເຈົ້າ ເຂົາຖືກຫລາຍກວ່າເຈົ້າ ເພາະບາບຂອງເຈົ້າຊຶ່ງເຈົ້າໄດ້ທຳ ຫນ້າລັງກຽດຫລາຍກວ່າເຂົາໄປອີກ ເຈົ້າຈົ່ງລະອາຍດ້ວຍ ແລະຈົ່ງທົນຮັບຄວາມອັບອາຍຂາຍຫນ້າຂອງເຈົ້າ ເພາະເຈົ້າໄດ້ກະທຳໃຫ້ເອື້ອຍແລະນ້ອງສາວຂອງເຈົ້າເບິ່ງເຫມືອນຊອບທັມ 53 “ເຮົາຈະໃຫ້ເຂົາກັບສູ່ສະພາບເດີມທັງສະພາບເດີມຂອງໂຊໂດມແລະບຸດສາວ ແລະສະພາບເດີມຂອງຊາມາເຣັຽແລະບຸດສາວ ແລະເຮົາຈະໃຫ້ກັບສູ່ສະພາບເດີມຂອງເຈົ້າຖ້າມກາງເຂົາດ້ວຍ 54 ເພື່ອເຈົ້າຈະທົນຮັບຄວາມອັບອາຍຂາຍຫນ້າຂອງເຈົ້າ ແລະລະອາຍສິ່ງທີ່ເຈົ້າກະທຳແລ້ວທັງສິ້ນໃຫ້ເປັນການເລົ້າໂລມແກ່ເຂົາ 55 ສ່ວນເອື້ອຍແລະນ້ອງສາວຂອງເຂົາຈະໄດ້ກັບສູ່ພາວະເດີມຂອງຕົນ ແລະຊາມາເຣັຽກັບບຸດສາວຂອງຕົນຈະກັບສູ່ພາວະເດີມຂອງຕົນ ສ່ວນເຈົ້າແລະບຸດສາວຂອງເຈົ້າຈະກັບໄປຍັງພາວະເດີມຂອງເຈົ້າ 56 ໃນສະໄຫມທີ່ເຈົ້າເຍີ້ຍິ່ງນັ້ນ ໂຊໂດມນ້ອງສາວຂອງເຈົ້າເປັນຄວາມເຍີ້ຍຫຍັນໃນປາກຂອງເຈົ້າບໍ່ແມ່ນຫລື 57 ຄື່ກ່ອນຄວາມຊົ່ວຮ້າຍຂອງເຈົ້າຈະໄດ້ເຜີຍອອກ ບັດນີ້ເຈົ້າກາຍເປັນເຫມືອນເຂົາແລ້ວ ເປັນສິ່ງທີ່ຫນ້າຕຳຫນິແກ່ບຸດສາວຂອງໂຊໂດມ ແລະເພື່ອນບ້ານທັງສິ້ນຂອງເຂົາ ແລະແກ່ບຸດສາວຂອງຟີລິສຕີນ ຄືຜູ້ທີ່ຢູ່ອ້ອມຮອບຊຶ່ງດູຫມິ່ນເຈົ້າ 58 ເຈົ້າຕ້ອງຮັບໂທດຣາຄະຂອງເຈົ້າ ແລະສິ່ງທີ່ຫນ້າກຽດຊັງຂອງເຈົ້າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 59 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາຈະກະທຳແກ່ເຈົ້າຢ່າງທີ່ເຈົ້າໄດ້ກະທຳແລ້ວນັ້ນ ຜູ້ດູຫມິ່ນຄຳສາບານແລະຫັກຄຳສັນຍາ 60 ເຖິງປານນັ້ນເຣົາຈະລະນຶກເຖິງຄຳສັນຍາຂອງເຮົາ ຊຶ່ງເຮົາທຳໄວ້ກັບເຈົ້າໃນສະໄຫມເມື່ອເຈົ້າຍັງສາວຢູ່ ແລະເຮົາຈະສະຖາປະນາຄຳສັນຍານິຣັນໄວ້ກັບເຈົ້າ 61 ແລ້ວເຈົ້າຈະຣະລຶກເຖິງທາງຂອງເຈົ້າ ແລະມີຄວາມລະອາຍ ເມື່ອເຈົ້າຮັບທັງເອື້ອຍແລະນ້ອງສາວຂອງເຈົ້າ ແລະເຮົາມອບໃຫ້ແກ່ເຈົ້າເປັນບຸດສາວ ແຕ່ບໍ່ແມ່ນຕາມຄຳສັນຍາຊຶ່ງທຳໄວ້ກັບເຈົ້າ 62 ເຣົາຈະສະຖາປະນາຄຳສັນຍາຂອງເຮົາໄວ້ກັບເຈົ້າ ແລະເຈົ້າຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ 63 ເພື່ອເຈົ້າຈະຈື່ໄດ້ແລະສົນເທ່ ແລະເພາະຄວາມລະອາຍຂອງເຈົ້າ ເຈົ້າຈະບໍ່ອ້າປາກເວົ້າອີກ ເມື່ອເຮົາລົບມົນທິນບາບທຸກສິ່ງທີ່ເຈົ້າໄດ້ກະທຳມາແລ້ວ ພຣະຜູ້ເປັນເຈົ້າກ່າວດັ່ງນີ້”
ຄຳອຸປມາເຣື່ອງນົກອິນຊີແລະເຄືອອະງຸ່ນ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ຈົ່ງຍົກປິສນາແລະກ່າວເປັນຄຳອຸປມາແກ່ເຊື້ອສາຍອິສຣາເອນ 3 ວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ມີນົກອິນຊີໃຫຍ່ໂຕນຶ່ງ ປີກໃຫຍ່ແລະຂົນປີກກໍຍາວ ມີຂົນມາກມາຍຫລາຍສີ ມາຍັງເລບານອນແລະສັບຍອດຕົ້ນສົນ 4 ມັນຫັກຍອດກິ່ງອ່ອນແລ້ວກໍຄາບໄປຍັງແຜ່ນດິນທີ່ມີການຄ້າຂາຍ ແລະວາງໄວ້ໃນຫົວເມືອງຂອງພໍ່ຄ້າທັງຫລາຍ 5 ແລ້ວມັນກໍເອົາເມັດພືດແຫ່ງແຜ່ນດິນໂລກໄປປູກໄວ້ໃນທີ່ດິນອຸດົມ ມັນເອົາເມັດໄວ້ຂ້າງນ້ຳມາກຫລາຍ ຕັ້ງໄວ້ເຫມືອນກັບກິ່ງຕົ້ນໄມ້ຊະໂນ 6 ເມັດກໍປົ່ງຂຶ້ນມາ ແລະເບັ້ຽນັ້ນໄດ້ກາຍເປັນເຄືອເຕັ້ຽທີ່ລາມໄປແຕ່ວ່າບໍ່ຂຶ້ນສູງ ກິ່ງທັງຫລາຍແຕ່ເຄືອນັ້ນໄດ້ລາມໄປສູ່ນົກອິນຊີ ແລະຮາກກໍຍັງຢູ່ລຸ່ມມັນ ເມັດຈຶ່ງບັງເກີດເປັນເຄືອ ແຕກກິ່ງອອກແລະມີໃບແຕກອອກໄປ 7 “ແຕ່ວ່າມີນົກອິນຊີໂຕໃຫຍ່ອີກໂຕນຶ່ງ ມີປີກໃຫຍ່ແລະຂົນຫລາຍ ເບິ່ງແມ໋, ເຄືອອະງຸ່ນນັ້ນໄດ້ປົ່ງຮາກມາຫານົກອິນຊີໂຕນີ້ແລະແຕກກິ່ງລາມໄປຫານົກນີ້ ເພື່ອໃຫ້ມັນຫົດນ້ຳໃຫ້ ຈາກຮ່ອງທີ່ປູກຢູ່ນັ້ນ 8 ນົກໄດ້ຍ້າຍມັນໄປປູກໄວ້ໃນບ່ອນດິນດີໃຫ້ນ້ຳມາກຫລາຍ ເພື່ອໃຫ້ແຕກກິ່ງແລະບັງເກີດຜົນ ແລະເປັນເຄືອອະງຸ່ນທີ່ມີກຽດ 9 ຈົ່ງກ່າວວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຄືອນັ້ນຈະຈະເຣີນຂຶ້ນໄດ້ຫລື ນົກນັ້ນຈະບໍ່ຖອນຮາກມັນຂຶ້ນແລະເດັດຜົນເພື່ອໃຫ້ໃບອ່ອນຫ່ຽວແຫ້ງເສັຽຫລື ຈະບໍ່ຕ້ອງມີແຂນອັນໃຫຍ່ຫລືມີປະຊາຊົນຫລາຍຄົນ ເພື່ອຖອນເຄືອອອກຈາກຮາກ 10 ເບິ່ງແມ໋, ເມື່ອມັນຍ້າຍໄປປູກ ເຄືອນັ້ນກໍປົ່ງງາມດີຫລື ເມື່ອລົມທິດຕາເວັນອອກພັດຖືກມັນເຂົ້າ ມັນຈະບໍ່ຫ່ຽວແຫ້ງໄປຫລື ມັນຄົງຫ່ຽວແຫ້ງໄປເຖິງຮ່ອງທີ່ມັນເກີດມານັ້ນບໍ່ແມ່ນຫລື” 11 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາຍັງຂ້າພະເຈົ້າອີກວ່າ, 12 “ບັດນີ້ຈົ່ງກ່າວເຊື້ອສາຍທີ່ມັກກະບົດນັ້ນວ່າ ທ່ານທັງຫລາຍບໍ່ຊາບຫລືວ່າ ສິ່ງເຫລົ່ານີ້ມີຄວາມຫມາຍວ່າຢ່າງໃດ ຈົ່ງບອກເຂົາວ່າ ເບິ່ງແມ໋, ພຣະຣາຊາກຸງບາບິໂລນໄດ້ມາຍັງກຸງເຢຣູຊາເລັມ ແລະກວາດເອົາກະສັດແລະເຈົ້ານາຍທັງຫລາຍພາມາຍັງພຣະຣາຊາທີ່ກຸງບາບິໂລນ 13 ແລະພຣະອົງໄດ້ຊົງເອົາເຊື້ອພຣະວົງຜູ້ນຶ່ງແລະທຳຄຳສັນຍາກັບທ່ານຜູ້ນັ້ນໃຫ້ເຂົາສາບານຕົວ (ຄົນສຳຄັນໆຂອງແຜ່ນດິນ ພຣະອົງໄດ້ກວາດຕ້ອນເອົາໄປ 14 ເພື່ອວ່າຣາຊອານາຈັກນັ້ນຈະຕ່ຳຕ້ອຍຍົກຕົວຂຶ້ນອີກບໍ່ໄດ້ ແລະໃນການທີ່ຮັກສາຄຳສັນຍາຂອງພຣະອົງຈະຄົງຢັ້ງຍືນຢູ່ໄດ້) 15 ແຕ່ກະສັດໄດ້ກະບົດຕໍ່ພຣະອົງ ໂດຍສົ່ງຣາຊທູດໄປຍັງເອຢິບ ດ້ວຍຫວັງວ່າຈະໄດ້ມ້າແລະກອງທັບໃຫຍ່ໂຕ ກະສັດຈະກະທຳສຳເຣັດຫລື ຜູ້ທີ່ກະທຳເຊັ່ນນີ້ຈະຫນີໄປລອດຫລື ຖ້າທ່ານຫັກຄຳສັນຍາຍັງຈະລອດໄດ້ອີກຫລື 16 ພຣະຜູ້ເປັນເຈົ້າກ່າວວ່າ ເຣົາຜູ້ຊົງມີພຣະຊົນຢູ່ສັນໃດ ທ່ານຈະຕ້ອງຕາຍໃນບາບິໂລນ ໃນບ່ອນທີ່ພຣະຣາຊາອົງນັ້ນປະທັບຢູ່ ຄືພຣະຣາຊາຜູ້ໄດ້ຊົງຕັ້ງທ່ານໃຫ້ເປັນກະສັດ ແລະທ່ານໄດ້ດູຫມິ່ນຄໍາສາບານຕໍ່ພຣະອົງ ແລະໄດ້ຫັກຄຳສັນຍາທີ່ທຳໄວ້ກັບພຣະອົງ 17 ຟາຣາໂອປະກອບດ້ວຍກອງທັບອັນໃຫຍ່ໂຕ ແລະຜູ້ຄົນມາກມາຍຈະບໍ່ຊ່ອຍທ່ານຜູ້ນັ້ນ ໃນການສົງຄາມ ໃນເມື່ອເຂົາຈະຍົກກອງດິນສູງ ແລະກໍ່ກຳແພງລ້ອມ ເພື່ອຈະທຳລາຍຊີວິດເປັນອັນມາກເສັຽ 18 ເພາະເຫດທ່ານດູຫມິ່ນຄຳສາບານແລະຫັກຄຳສັນຍາ ແລະເພາະທ່ານປະຕິຍານຕົວແລະຍັງກະທຳສິ່ງເຫລົ່ານີ້ ທ່ານຈຶ່ງຈະຫນີໄປໃຫ້ພົ້ນບໍ່ໄດ້ 19 ເຫດສັນນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາມີພຣະຊົນຢູ່ສັນໃດເພາະຄຳປະຕິຍານຕໍ່ເຮົາທີ່ເຂົາດູຫມິ່ນແລະຄຳສັນຍາຂອງເຮົາທີ່ເຂົາຫັກເສັຽ ເຮົາຈະລົງໂທດທັນໃຫ້ຕົກເຫນືອຫົວຂອງທ່ານຜູ້ນັ້ນ 20 ເຣົາຈະກາງຕາຫນ່າງຂອງເຮົາຄຸມເຂົາແລະເຂົາຈະຕິດກັບຂອງເຮົາ ແລະເຮົາຈະນຳເຂົາເຂົ້າໄປໃນບາບິໂລນ ແລະພິຈາຣະນາພິພາກສາເຂົາທີ່ນັ້ນໃນເຣື່ອງທີ່ເຂົາໄດ້ທໍຣະຍົດເຣົາ 21 ແລະກອງທັບທີ່ເຂົາໄດ້ເລືອກສັນໄວ້ນັ້ນຈະລົ້ມລົງດ້ວຍດາບ ແລະຜູ້ທີ່ລອດຕາຍຈະພາກຈາກກັນໄປທົ່ວທີບ ແລະເຈົ້າຈະຮູ້ວ່າເຮົາ ຄືພຣະຜູ້ເປັນເຈົ້າທີ່ໄດ້ລັ່ນວາຈາໄວ້ແລ້ວ” 22 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເຮົາເອງຈະເອົາກິ່ງຈາກຍອດສູງຂອງຕົ້ນສົນ ແລະປູກໄວ້ ເຮົາຈະຫັກກິ່ງອ່ອນຂອງມັນອອກເສັຽ ແລະເຣົາເອງຈະປູກມັນໄວ້ເທິງພູຍອດສູງ 23 ເຮົາຈະປູກມັນໄວ້ເທິງພູສຸງຂອງອິສຣາເອນ ເພື່ອຈະແຕກກິ່ງແລະບັງເກີດຜົນ ແລະເປັນຕົ້ນສົນທີ່ມີກຽດ ແລະນົກທຸກຊະນິດຈະມາອາໄສຢູ່ທີ່ຮົ່ມກິ່ງຂອງມັນ 24 ແລະຕົ້ນໄມ້ທຸກຕົ້ນໃນທົ່ງຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າກະທຳຕົ້ນໄມ້ສູງໃຫ້ຕ່ຳລົງ ແລະກະທຳຕົ້ນຕ່ຳໃຫ້ສູງຂຶ້ນ ທຳຕົ້ນໄມ້ຂຽວໃຫ້ແຫ້ງໄປ ແລະທຳຕົ້ນໄມ້ແຫ້ງໃຫ້ງາມສົດຂຶ້ນ ເຮົາຄືພຣະຜູ້ເປັນເຈົ້າໄດ້ລັ່ນວາຈາແລ້ວ ເຮົາຈະກະທຳເຊັ່ນນັ້ນ”
ການຣັບຜິດຊອບຂອງແຕ່ລະຄົນ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າຊົງກ່າວຕໍ່ຂ້າພະເຈົ້າວ່າ, 2 “ເປັນຫຍັງປະຊາຊົນຈຶ່ງເວົ້າຄຳພັງເພີຍນີ້ໃນປະເທດອິສຣາເອນວ່າ ພໍ່ແມ່ກິນຫມາກອະງຸ່ນດິບ ແຕ່ພວກລູກຊ້ຳພັດເຂັດແຂ້ວ” 3 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໄປວ່າ ເຮົາເປັນພຣະຜູ້ເປັນເຈົ້າຜູ້ມີຊີວິດຢູ່ແນ່ນອນ ສະນັ້ນພວກເຈົ້າບໍ່ຕ້ອງເວົ້າຄຳພັງເພີຍຂ້າງເທິງນີ້ໃນອິສຣາເອນອີກ 4 ຊິວິດທັງສິ້ນເປັນຂອງເຮົາ ຊີວິດພໍ່ ຊີວິດລູກ ແລະຊີວິດຂອງທຸກໆຄົນເປັນຂອງເຮົາ ສະນັ້ນບຸກຄົນຜູ້ໃດເຮັດບາບບຸກຄົນນັ້ນກໍຕ້ອງຕາຍ 5 ສົມມຸດວ່າມີຄົນດີທີ່ຊື່ສັດແລະຊອບທັມແທ້ຈັກຄົນນຶ່ງ 6 ຖ້າຄົນນັ້ນບໍ່ຂາບໄຫວ້ຮູບເຄົາຣົບຂອງຊາວອິສຣາເອນ ຫລືບໍ່ກິນຂອງທີ່ເອົາບູຊາໃນສະຖານທີ່ເຮົາຫ້າມ ບໍ່ລໍ້ລວງຫລິ້ນເມັຽຂອງຄົນອື່ນ ບໍ່ຮ່ວມເພດກັບຍິງທີ່ກຳລັງເປັນລະດູ ບໍ່ສໍ້ໂກງຫລືບີບບີ້ຄົນນຶ່ງຄົນໃດ 7 ແຕ່ສົ່ງສິ່ງຂອງຈຳນຳຄືນໃຫ້ແກ່ລູກຫນີ້ ໃຫ້ອາຫານແກ່ຜູ້ທີ່ອຶດຢາກ ແລະໃຫ້ເສື້ອຜ້າແກ່ຜູ້ບໍ່ມີ 8 ບໍ່ໄດ້ໃຫ້ຄົນຢືມເງິນເພື່ອເອົາດອກເບັ້ຽ ປະຕິເສດບໍ່ຍອມເຣັດຄວາມຊົ່ວ ໃຫ້ຄວາມຍຸດຕິທັມແກ່ຜູ້ເປັນຄວາມ 9 ເຊື່ອຟັງຄຳສັ່ງແລະເຮັດຕາມພຣະທັມຂອງເຣົາດ້ວຍຄວາມເອົາໃຈໃສ່ ແລະຊື່ສັດສຸຈຣິດ ຜູ້ນັ້ນແຫລະຄືຄົນຊອບທັມ ເຂົາຈະມີຊີວິດຢູ່ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ແຫລະ 10 ອີກຢ່າງນຶ່ງສົມມຸດວ່າ ເຂົາຜູ້ນັ້ນມີລູກຊາຍຂີ້ລັກແລະຂ້າຄົນ 11 ເປັນຜູ້ກະທຳສິ່ງທີ່ພໍ່ຂອງຕົນບໍ່ເຄີຍກະທໍາມາກ່ອນ ເຂົາກິນຂອງທີ່ເອົາບູຊາໃນສະຖານທີ່ເຮົາຫ້າມ ລໍ້ລວງຫລິ້ນເມັຽຂອງຄົນອື່ນ 12 ບັງຄັບສໍ້ໂກງຄົນຍາກຈົນ ກະທຳໂຈຣະກຳ ບໍ່ຍອມຄືນຂອງໃຫ້ແກ່ຜູ້ເອົາມາຈຳນຳ ຂາບໄຫວ້ຮູບເຄົາຣົບ ເຣັດສິ່ງທີ່ຫນ້າຂີ້ດຽດລະອາຍ 13 ໃຫ້ຄົນຢືມເງິນເພື່ອເອົາດອກເບັ້ຽແລ້ວຄົນຜູ້ນີ້ຄວນຈະມີຊີວິດຢູ່ບໍ? ເຂົາຈະມີຊີວິດຢູ່ບໍ່ໄດ້ ເພາະວ່າເຂົາໄດ້ກະທຳໃນສິ່ງທີ່ຫນ້າຂີ້ດຽດແລະລະອາຍເຫລົ່ານີ້ມາແລ້ວ ເຂົາຈະຕ້ອງຕາຍຍ້ອນການກະທຳນັ້ນ ແລະຕ້ອງຮັບຜິດຊອບເອົາເອງໃນການຕາຍນັ້ນ 14 ບັດນີ້ ສົມມຸດວ່າຄົນຜູ້ນີ້ມີລູກຊາຍຢູ່ຜູ້ນຶ່ງ ລູກຊາຍຄົນນີ້ໄດ້ເຫັນພໍ່ທຳບາບທຸກຢ່າງແຕ່ບໍ່ໄດ້ເຮັດຕາມ 15 ບໍ່ໄດ້ຂາບໄຫວ້ຮູບເຄົາຣົບຂອງອິສຣາເອນ ບໍ່ກິນຂອງທີ່ເອົາບູຊາໃນສະຖານທີ່ເຮົາຫ້າມ ບໍ່ລໍ້ລວງຫລິ້ນເມັຽຂອງຄົນອື່ນ 16 ບໍ່ກົດຂີ່ຂົ່ມເຫັງຫລືໂລບເອົາຂອງຄົນນຶ່ງຄົນໃດ ເຂົາຄືນຂອງຈຳນຳໃຫ້ແກ່ລູກຫນີ້ ໃຫ້ອາຫານແກ່ຜູ້ທີ່ຫິວແລະໃສ່ເສື້ອຜ້າແກ່ຜູ້ທີ່ບໍ່ມີ 17 ບໍ່ຍອມເຮັດຊົ່ວ ບໍ່ໄດ້ໃຫ້ຄົນຢືມເງິນເພື່ອເອົາດອກເບັ້ຽ ເປັນຜູ້ປະພຶດຕາມພຣະທັມແລະຄຳສັ່ງຂອງເຮົາ ສະນັ້ນເຂົາຈະບໍ່ຕາຍຍ້ອນບາບທີ່ພໍ່ໄດ້ທຳ ແຕ່ຈະມີຊີວິດຢູ່ຢ່າງແນ່ນອນ 18 ສ່ວນພໍ່ຂອງເຂົານັ້ນສໍ້ໂກງ ໂຈຣະກຳ ແລະທຳຊົ່ວກັບຄົນທຸກຄົນສເມີ ດັ່ງນັ້ນເຂົາຈຶ່ງຕ້ອງຕາຍຍ້ອນບາບຂອງຕົນ 19 ແຕ່ເຈົ້າຖາມວ່າ ເປັນຫຍັງລູກຊາຍຈຶ່ງບໍ່ໄດ້ຮັບໂທດຍ້ອນບາບຂອງພໍ່ ຄຳຕອບກໍຄື ລູກຊາຍໄດ້ເຮັດດີແລະຊອບທັມ ໄດ້ຮັກສາພຣະທັມແລະໄດ້ປະພຶດຕາມດ້ວຍຄວາມເອົາໃຈໃສ່ ດັ່ງນັ້ນເຂົາຈຶ່ງຈະມີຊີວິດຢູ່ຢ່າງແນ່ນອນ 20 ຜູ້ໃດເຮັດບາບຜູ້ນັ້ນຈະຕ້ອງຕາຍ ບໍ່ແມ່ນວ່າລູກຊາຍຕ້ອງໄດ້ຮັບໂທດຍ້ອນບາບຂອງພໍ່ ຫລືພໍ່ຕ້ອງຮັບໂທດຍ້ອນບາບຂອງລູກດອກ ຄົນດີກໍຈະໄດ້ຮັບຜົນດີ ແລະຄົນຊົ່ວກໍຈະໄດ້ຮັບຜົນຊົ່ວ 21 ຖ້າຄົນຊົ່ວເຊົາເຮັດບາບ ແລະປະພຶດຕາມພຣະທັມຂອງເຮົາ ເຮັດແຕ່ສິ່ງທີ່ດີແລະຊອບທັມ ເຂົາກໍຈະບໍ່ຕາຍ ແຕ່ຈະມີຊີວິດຢູ່ຢ່າງແນ່ນອນ 22 ເຣົາຈະຊົງໃຫ້ອະພັຍບາບທັງປວງແກ່ເຂົາ ແລ້ວເຂົາຈະມີຊີວິດຢູ່ເພາະວ່າໄດ້ເຮັດຊອບທັມ” 23 ພຣະຜູ້ເປັນເຈົ້າຊົງຖາມວ່າ, “ເຈົ້າຄິດວ່າເຣົາດີໃຈທີ່ເຫັນຄົນຊົ່ວຕາຍຊັ້ນບໍ ບໍ່ແມ່ນຢ່າງນັ້ນດອກ ເຮົາຈະດີໃຈແຕ່ເມື່ອເຫັນຄົວຊົ່ວປ່ຽນໃຈ ແລະມີ ຊີວິດຢູ່ເທົ່ານັ້ນ 24 ແຕ່ຖ້າຄົນຊອບທັມເຊົາເຮັດດີ ເລີ້ມຕົ້ນເຮັດຊົ່ວຕ່າງໆ ກະທຳສິ່ງທີ່ຫນ້າຂີ້ດຽດລະອາຍເຊັ່ນດຽວກັນກັບຄົນຊົ່ວ ຄົນຜູ້ນັ້ນຄວນຈະມີຊີວິດຢູ່ບໍ ບໍ່ມີເລີຍ ຄວາມດີທີ່ເຂົາໄດ້ກະທຳມາຈະບໍ່ປາກົດ ເຂົາຈະຕ້ອງຕາຍຍ້ອນຄວາມບໍ່ສັດຊື່ ແລະຍ້ອນບາບຂອງເຂົາເອງ 25 ແຕ່ເຈົ້າຊ້ຳພັດເວົ້າວ່າ ພຣະຜູ້ເປັນເຈົ້າຊົງເຣັດບໍ່ຍຸດຕິທັມ ໂອ ອິສຣາເອນເອີຍ, ຈົ່ງຟັງເຮົາກ່ອນ ເຈົ້າຄິດວ່າວິທີການຂອງເຮົາບໍ່ຍຸດຕິທັມຊັ້ນບໍ ວິທີການຂອງພວກເຈົ້ານັ້ນແຫລະບໍ່ຍຸດຕິທັມ 26 ເມື່ອຄົນຊອບທັມເຊົາເຣັດດີ ແລະເລີ້ມຕົ້ນເຮັດຊົ່ວກໍຕ້ອງຕາຍໄປ ເຂົາຕາຍຍ້ອນຄວາມຊົ່ວທີ່ເຂົາເຮັດ 27 ເມື່ອຄົນຊົ່ວປ່ຽນໃຈຈາກການກະທຳບາບ ມາກະທຳສິ່ງທີ່ດີແລະຊອບທັມ ກໍເປັນການຊ່ອຍຊີວິດຂອງເຂົາເອງໄວ້ 28 ເພາະວ່າເຂົາຄິດຮູ້ເມືອໃນໃຈເຖິງສິ່ງທີ່ໄດ້ກະທຳມາ ແລ້ວປ່ຽນໃຈບໍ່ກະທຳອີກ ດັ່ງນັ້ນແຫລະ, ເຂົາຈຶ່ງຈະບໍ່ຕາຍຢ່າງແນ່ນອນ ແຕ່ຈະມີຊີວິດຢູ່ຕໍ່ໄປ 29 ອິສຣາເອນເອີຍ ພວກເຈົ້າເວົ້າວ່າ ພຣະຜູ້ເປັນເຈົ້າຊົງກະທຳບໍ່ຍຸດຕິທັມ ເຈົ້າຄິດວ່າ ວິທີການຂອງເຮົາບໍ່ຍຸດຕິທັມຊັ້ນບໍ? ວິທີການຂອງເຈົ້ານັ້ນແຫລະ ບໍ່ຍຸດຕິທັມ 30 ອິສຣາເອນເອີຍ, ບັດນີ້ ເຮົາພຣະຜູ້ເປັນເຈົ້າຈະບອກເຈົ້າວ່າ ເຮົາຈະພິພາກສາພວກເຈົ້າແຕ່ລະຄົນຕາມການກະທຳຂອງຕົນ ຈົ່ງຫລີກຫນີຈາກຄວາມຊົ່ວຮ້າຍທັງປວງທີ່ເຈົ້າກຳລັງເຮັດຢູ່ນັ້ນເສັຽ ຢ່າໃຫ້ບາບທຳລາຍເຈົ້າ ຈົ່ງຫລີກຫນີຈາກການທຳຊົ່ວທັງປວງ 31 ໃຫ້ປ່ຽນຄວາມຄິດ ແລະຈິດໃຈເສັຽໃຫມ່ ໂອ ອິສຣາເອນເອີຍ, ຫລືວ່າພວກເຈົ້າຢາກຕາຍຊັ້ນບໍ” 32 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໄປອີກວ່າ, “ເຣົາບໍ່ຢາກໃຫ້ຄົນນຶ່ງຄົນໃດຕາຍ ສະນັ້ນ ຈົ່ງເຊົາເຣັດບາບ ແລະມີຊີວິດຢູ່ເທີນ”
ບົດຄ່ຳຄວນເຣື່ອງເຈົ້ານາຍອິສຣາເອນ
1 ຝ່າຍເຈົ້າຈົ່ງເປັ່ງສຽງຮ້ອງບົດຄ່ຳຄວນເຣື່ອງເຈົ້ານາຍອິສຣາເອນ 2 ກ່າວວ່າ ແມ່ຂອງເຈົ້າເຫມືອນແມ່ສິງຖ້າມກາງຝູງສິງ ນາງນອນຢູ່ກາງສິງຫນຸ່ມລ້ຽງດູລູກຂອງນາງ 3 ນາງລ້ຽງລູກສິງໂຕນຶ່ງໃຫ້ເຕີບໃຫຍ່ຂຶ້ນ ກາຍເປັນສິງຫນຸ່ມ ມັນຝຶກຫັດຈັບເຫຍື່ອ ແລະມັກກິນຄົນ 4 ປະຊາຊາດໄດ້ຍິນເຣື່ອງຂອງມັນ ເຂົາກໍຈັບມັນໄດ້ໃນຫລຸມພາງຂອງເຂົາ ເຂົາເອົາຂໍກ່ຽວນຳມັນມາຍັງແຜ່ນດິນເອຢິບ 5 ເມື່ອແມ່ສິງເຫັນວ່ານາງຄອຍນານແລ້ວ ແລະຄວາມຫວັງຂອງນາງສູນໄປ ນາງກໍເອົາລູກມາອີກໂຕນຶ່ງລ້ຽງໃຫ້ເປັນສິງຫນຸ່ມ 6 ມັນໄປໆມາຖ້າມກາງສິງ ແລະກາຍເປັນສິງຫນຸ່ມ ແລະມັນຝຶກຫັດຈັບເຫຍື່ອ ມັນກິນຄົນ 7 ມັນປຸ້ນບັນດາປ້ອມປຣາການຂອງເຂົາ ແລະກະທຳໃຫ້ເມືອງທັງຫລາຍຂອງເຂົາຫວ່າງເປົ່າ ແຜ່ນດິນແລະຜູ້ທີ່ຢູ່ໃນແຜ່ນດິນນັ້ນກໍຕື່ນຕົກໃຈເມື່ອໄດ້ຍິນສຽງຄຳຣາມຂອງມັນ 8 ແລ້ວບັນດາປະຊາຊາດກໍລ້ອມຕໍ່ສູ້ມັນ ທຸກດ້ານຈາກແຂວງທັງປວງ ເຂົາທັງຫລາຍກາງຂ່າຍອອກຄຸມມັນ ມັນກໍຖືກຈັບຢູ່ໃນຫລຸມພາງຂອງເຂົາທັງຫລາຍ 9 ເຂົາເອົາຂໍກ່ຽວພາມາຂັງມັນໄວ້ໃນກົງ ແລະນຳມັນມາຍັງກະສັດບາບິໂລນ ເຂົາກໍຂັງມັນໄວ້ໃນທີ່ກຳບັງເຂັ້ມແຂງ ເພື່ອບໍ່ໃຫ້ໄດ້ຍິນສຽງຂອງມັນອີກທີ່ເທິງພູແຫ່ງອິສຣາເອນ 10 ມານດາຂອງເຈົ້າເຫມືອນເຄືອອະງຸ່ນທີ່ຢູ່ໃນສວນອະງຸ່ນ ເອົາມາປູກໄວ້ຮິມນ້ຳ ມີຫມາກດົກແລະມີກິ່ງມາກຫລາຍເຫດດ້ວຍນ້ຳບໍຣິບູນ 11 ກິ່ງທີ່ແຂງແຮງທີ່ສຸດກາຍເປັນໄມ້ຄ້ອນສຳລັບພວກຜູ້ປົກຄອງ ມັນຊູຂຶ້ນສູງຖ້າມກາງກິ່ງທີ່ຫນາຕຶບ ຜູ້ໃດກໍເຫັນສ່ວນສູງຂອງມັນ 12 ແຕ່ວ່າເຄືອອະງຸ່ນຖືກຖອນອອກດ້ວຍຄວາມຄຽດຮ້າຍ ຖືກຖິ້ມລົງຍັງພື້ນດິນ ລົມຕາເວັນອອກກະທຳໃຫ້ມັນຫ່ຽວໄປ ເຂົາເດັດຫມາກອອກໄປເສັຽຫມົດ ກິ່ງທີ່ແຂງແຮງກໍຫ່ຽວແຫ້ງໄປ ໄຟກໍໄຫມ້ເສັຽ 13 ຄາວນີ້ຖອນໄປປູກໄວ້ໃນຖິ່ນກັນດານ ໃນແຜ່ນດິນທີ່ແຫ້ງແລ້ງກັນດານນ້ຳ 14 ໄຟໄດ້ອອກມາຈາກກິ່ງໃຫຍ່ນັ້ນ ເຜົາຜານກິ່ງອື່ນແລະຫມາກເສັຽຫມົດ ຈຶ່ງບໍ່ມີກິ່ງແຂງແຮງເຫລືອຢູ່ໃນຕົ້ນອີກເລີຍ ບໍ່ມີໄມ້ຄ້ອນສຳລັບຜູ້ປົກຄອງ ນີ້ເປັນບົດເພງຄ່ຳຄວນ ແລະໃຊ້ເປັນບົດເພງຄ່ຳຄວນ
ການກະທຳຂອງພຣະເຈົ້າຕໍ່ອິສຣາເອນ
1 ຢູ່ມາວັນທີ່ສິບ ເດືອນທີ່ຫ້າໃນປີທີ່ເຈັດ ພວກຜູ້ໃຫຍ່ແຫ່ງອິສຣາເອນບາງຄົນໄດ້ມາທູນຖາມພຣະຜູ້ເປັນເຈົ້າ ແລະມານັ່ງຢູ່ຂ້າງຫນ້າຂ້າພະເຈົ້າ 2 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 3 “ບຸດແຫ່ງມະນຸດເອີຍ, ຈົ່ງເວົ້າກັບພວກຜູ້ໃຫຍ່ແຫ່ງອິສຣາເອນ ແລະກ່າວແກ່ເຂົາວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ທີ່ເຈົ້າມາກັນນີ້ຈະມາຖາມເຮົາຫລື ພຣະຜູ້ເປັນເຈົ້າກ່າວວ່າ ເຮົາມີຊີວິດຢູ່ສັນໃດ ເຮົາຈະບໍ່ຍອມໃຫ້ເຈົ້າມາຖາມເຮົາ 4 ບຸດແຫ່ງມະນຸດເອີຍ, ເຈົ້າຈະພິພາກສາເຂົາຫລື ເຈົ້າຈະພິພາກສາເຂົາຫລື ຈົ່ງໃຫ້ເຂົາທັງຫລາຍຊາບເຖິງສິ່ງທີ່ຫນ້າຂີ້ດຽດລະອາຍຂອງບັນພະບຸຣຸດຂອງເຂົາ 5 ແລະຈົ່ງກ່າວແກ່ເຂົາວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ໃນວັນນັ້ນເມື່ອເຮົາເລືອກສັນອິສຣາເອນໄວ້ ເຮົາປະຕິຍານຕໍ່ເຊື້ອສາຍແຫ່ງວົງຂອງຢາໂຄບ ໂດຍສຳແດງຕົວເຮົາໃຫ້ເຂົາຮູ້ຈັກໃນແຜ່ນດິນເອຢິບ ເຮົາປະຕິຍານກັບເຂົາວ່າ ເຮົາເປັນພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 6 ໃນວັນນັ້ນ ເຮົາປະຕິຍານຕໍ່ເຂົາວ່າ ເຮົາຈະນຳເຂົາອອກຈາກແຜ່ນດິນເອຢິບ ໄປຍັງແຜ່ນດິນທີ່ເຣົາຫາໃຫ້ເຂົາທັງຫລາຍເປັນແຜ່ນດິນທີ່ມີນ້ຳນົມແລະນ້ຳເຜິ້ງໄຫລບໍຣິບູນ ເປັນແຜ່ນດິນທີ່ມີສັກສີທີ່ສຸດໃນແຜ່ນດິນທັງຫລາຍ 7 ແລະເຮົາກ່າວແກ່ເຂົາວ່າ ເຈົ້າທຸກຄົນຈົ່ງຖິ້ມສິ່ງທີ່ຫນ້າຂີ້ດຽດຊຶ່ງນັຍຕາຂອງເຈົ້າທັງຫລາຍກຳລັງເພີດເພີນຢູ່ນັ້ນເສັຽ ຢ່າກະທຳຕົວຂອງເຈົ້າໃຫ້ມົນທິນໄປດ້ວຍຮູບເຄົາຣົບຂອງເອຢິບ ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 8 ແຕ່ເຂົາທັງຫລາຍໄດ້ກະບົດຕໍ່ເຮົາແລະບໍ່ຍອມຟັງເຣົາ ເຂົາທັງຫລາຍບໍ່ໄດ້ຖິ້ມສິ່ງທີ່ຫນ້າຂີ້ດຽດ ຊຶ່ງນັຍຕາຂອງເຂົາເພີດເພີນຢູ່ນັ້ນທຸກຄົນ ທັງເຂົາກໍບໍ່ໄດ້ຖິ້ມຮູບເຄົາຣົບຂອງເອຢິບ “ແລ້ວເຮົາກໍຄິດວ່າ ເຮົາຈະລະບາຍຄວາມກິ້ວຂອງເຮົາອອກເຫນືອເຂົາ ແລະໃຫ້ຄວາມໂກດຂອງເຮົາທີ່ມີຕໍ່ເຂົາໃນຖ້າມກາງແຜ່ນດິນເອຢິບຈົນມອດລົງ 9 ແຕ່ເຮົາກໍກະທຳໂດຍເຫັນແກ່ຊື່ຂອງເຮົາເອງ ເພື່ອບໍ່ໃຫ້ຊື່ນັ້ນມົນທິນໃນສາຍຕາຂອງປະຊາຊາດຊຶ່ງເຂົາອາໄສຢູ່ ເຮົາຈຶ່ງໄດ້ສຳແດງຕົວຂອງເຮົາຕໍ່ຫນ້າຕໍ່ຕາເຂົາໃຫ້ເຂົາຮູ້ຈັກ ໃນການທີ່ເຮົານະຄົນອິສຣາເອນອອກມາຈາກແຜ່ນດິນເອຢິບ 10 ດັ່ງນັ້ນ ເຮົາຈຶ່ງນຳເຂົາອອກຈາກແຜ່ນດິນເອຢິບ ແລະນຳເຂົາເຂົາມາໃນຖິ່ນກັນດານ 11 ເຣົາໃຫ້ກົດເກນຂອງເຮົາແກ່ເຂົາ ແລະສຳແດງກົດຫມາຍຂອງເຮົາໃຫ້ເຂົາຮູ້ ຊຶ່ງຖ້າມະນຸດໄດ້ຮັກສາໄວ້ກໍຈະດໍາຣົງຊີວິດຢູ່ໄດ້ 12 ນອກຈາກນີ້ອີກ ເຮົາໄດ້ໃຫ້ສະບາໂຕຂອງເຮົາແກ່ເຂົາ ເປັນຫມາຍສຳຄັນລະຫວ່າງເຣົາແລະເຂົາທັງຫລາຍ ເພື່ອເຂົາຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ ເປັນຜູ້ກະທຳໃຫ້ເຂົາບໍຣິສຸດ 13 ແຕ່ເຊື້ອສາຍອິສຣາເອນໄດ້ກະບົດຕໍ່ເຮົາໃນຖິ່ນກັນດານ ເຂົາບໍ່ໄດ້ດຳເນີນຕາມກົດເກນຂອງເຮົາ ແຕ່ໄດ້ປະຕິເສດບໍ່ຮັບກົດຫມາຍຂອງເຮົາ ຊຶ່ງຖ້າມະນຸດໄດ້ຮັກສາໄວ້ກໍຈະດຳຣົງຊີວິດຢູ່ໄດ້ ແລະເຂົາໄດ້ກະທຳໃຫ້ສະບາໂຕຂອງເຮົາເຂົາໄດ້ປມາດໄປຢ່າງຫນັກ “ແລ້ວເຣົາກໍຄິດວ່າເຮົາຈະລະບາຍຄວາມກິ້ວຂອງເຮົາອອກເຫນືອເຂົາໃນຖິ່ນກັນດານ ແລະທຳໃຫ້ເຂົາຈົບສິ້ນເສັຽທີ່ 14 ແຕ່ເຮົາກໍກະທຳໂດຍເຫັນແກ່ຊື່ຂອງເຮົາເອງ ເພື່ອບໍ່ໃຫ້ຊື່ນັ້ນມົນທິນໃນສາຍຕາຂອງປະຊາຊາດທັງຫລາຍ ຊຶ່ງເຮົາໄດ້ນຳຄົນອິສຣາເອນອອກມາຕໍ່ຫນ້າເຂົາ 15 ນອກຈາກນີ້ ເຮົາໄດ້ປະຕິຍານຕໍ່ເຂົາໃນຖິ່ນກັນດານວ່າ ເຮົາຈະບໍ່ນຳເຂົາເຂົ້າມາໃນແຜ່ນດິນຊຶ່ງເຮົາໄດ້ໃຫ້ແກ່ເຂົາ ເປັນແຜ່ນດິນທີ່ມີນ້ຳນົມແລະນ້ຳເຜິ້ງໄຫລບໍຣິບູນ ເປັນແຜ່ນດິນທີ່ມີສັກສີທີ່ສຸດໃນແຜ່ນດິນທັງຫລາຍ 16 ເພາະເຂົາປະຕິເສດບໍ່ຮັບກົດຫມາຍຂອງເຮົາ ແລະບໍ່ດຳເນີນຕາມກົດເກນຂອງເຮົາ ແລະໄດ້ກະທຳໃຫ້ສະບາໂຕຂອງເຣົາຖືກປມາດ ເພາະວ່າຈິດໃຈຂອງເຂົາໄປຕິດຕາມຮູບເຄົາຣົບຂອງເຂົາ 17 ເຖິງປານນັ້ນກໍດີ ນັຍຕາຂອງເຮົາກໍຍັງປານີເຂົາ ແລະເຣົາບໍ່ໄດ້ທຳລາຍເຂົາ ຫລືກະທຳໃຫ້ເຂົາຈົບສິ້ນລົງໃນຖິ່ນກັນດານນັ້ນ 18 “ແລະເຮົາເວົ້າກັບບຸດຫລານຂອງເຂົາໃນຖິ່ນກັນດານນັ້ນວ່າ ຢ່າດຳເນີນຕາມກົດເກນຂອງບັນພະບຸຣຸດຂອງເຈົ້າ ຫລືຮັກສາກົດຫມາຍຂອງເຂົາ ຫລືກະທຳຕົວເຈົ້າໃຫ້ມົນທິນໄປດ້ວຍຮູບເຄົາຣົບຂອງເຂົາ 19 ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ຈົ່ງດຳເນີນຕາມກົດເກນຂອງເຣົາ ແລະຈົ່ງຮັກສາກົດຫມາຍຂອງເຮົາ ແລະປະພຶດຕາມ 20 ແລະນັບຖືບັນດາສະບາໂຕຂອງເຮົາ ເພື່ອຈະເປັນຫມາຍສຳຄັນລະຫວ່າງເຮົາກັບເຈົ້າ ເພື່ອເຈົ້າຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ 21 ແຕ່ລູກຫລານເຫລົ່ານັ້ນກໍກະບົດຕໍ່ເຮົາ ເຂົາທັງຫລາຍບໍ່ໄດ້ດຳເນີນຕາມກົດເກນຂອງເຮົາ ແລະບໍ່ຮັກສາກົດຫມາຍຂອງເຮົາ ແລະບໍ່ປະພຶດຕາມ ຊຶ່ງຖ້າມະນຸດໄດ້ຮັກສາໄວ້ກໍຈະດຳຣົງຊີວິດຢູ່ໄດ້ ເຂົາໄດ້ກະທຳໃຫ້ບັນດາສະບາໂຕຂອງເຮົາຖືກປມາດ “ແລ້ວເຮົາກໍຄິດວ່າເຮົາຈະລະບາຍຄວາມກິ້ວອຂງເຮົາອອກເຫນືອເຂົາ ແລະໃຫ້ຄວາມໂກດຂອງເຮົາມີຕໍ່ເຂົາ ທີ່ໃນຖິ່ນກັນດານຈົນມອດລົງ 22 ແຕ່ເຮົາໄດ້ຫົດມືຂອງເຮົາໄວ້ ແລະກະທຳໂດຍເຫັນແກ່ຊື່ຂອງເຮົາໄວ້ ແລະກະທຳໂດຍເຫັນແກ່ຊື່ຂອງເຮົາເອງ ເພື່ອບໍ່ໃຫ້ຊື່ນັ້ນມົນທິນໃນສາຍຕາຂອງປະຊາຊາດທັງຫລາຍ ຊຶ່ງເຮົາໄດ້ນຳຊົນອິສຣາເອນອອກມາຕໍ່ຫນ້າເຂົາ 23 ນອກຈາກນີ້ ເຮົາໄດ້ປະຕິຍານຕໍ່ເຂົາທັງຫລາຍໃນຖິ່ນກັນດານວ່າ ເຮົາຈະໃຫ້ພັດພາກຈາກກັນໄປໃນຖ້າມກາງປະຊາຊາດແລະກະຈາຍເຂົາໄປຢູ່ຕາມປະເທດຕ່າງໆ 24 ເພາະວ່າເຂົາບໍ່ໄດ້ກະທຳຕາມກົດຫມາຍຂອງເຮົາ ແຕ່ໄດ້ປະຕິເສດບໍ່ຮັບກົດເກນຂອງເຮົາ ແລະກະທຳໃຫ້ບັນດາສະບາໂຕຂອງເຮົາຖືກປມາດ ແລະນັຍຕາຂອງເຂົາກໍຈັບຢູ່ທີ່ຮູບເຄົາຣົບແຫ່ງບັນພະບຸຣຸດຂອງເຂົາ 25 ນອກຈາກນີ້ ເຮົາໄດ້ໃຫ້ກົດເກນທີ່ບໍ່ດີແລະໃຫ້ກົດຫມາຍ ຊຶ່ງຕາມນັ້ນເຂົາຈະດຳຣົງຊີວິດບໍ່ໄດ້ 26 ແລະເຮົາກໍໄດ້ໃຫ້ເຂົາມົນທິນໄປດ້ວຍຂອງຖວາຍຂອງເຂົາເອງ ໂດຍໃຫ້ເຂົາຖວາຍບຸດຫົວປີໃຫ້ລຸຍໄຟ ເພື່ອເຮົາຈະກະທໍາໃຫ້ເຂົາຢ້ານກົວ ເພື່ອໃຫ້ເຂົາຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ 27 “ເຫດສັນນັ້ນ ບຸດແຫ່ງມະນຸດເອີຍ, ຈົ່ງເວົ້າກັບເຊື້ອສາຍອິສຣາເອນແລະກ່າວແກ່ເຂົາວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ໃນເຣື່ອງນີ້ບັນພະບຸຣຸດຂອງເຈົ້າໄດ້ຫມິ່ນປມາດເຮົາອີກ ໂດຍກະທຳແກ່ເຮົາຢ່າງທໍຣະຍົດ 28 ເພາະວ່າເມື່ອເຮົາໄດ້ນຳເຂົາເຂົ້າມາໃນແຜ່ນດິນທີ່ເຮົາໄດ້ສັນຍາວ່າຈະໃຫ້ເຂົານັ້ນແລ້ວ ເມື່ອເຂົາເຫັນເນີນເຂົາສູງໃນທີ່ໃດຫລືເຫັນຕົ້ນໄມ້ໃບດົກທີ່ໃດ ເຂົາກໍຖວາຍເຄື່ອງສັຕບູຊາຂອງເຂົາທີ່ນັ້ນ ແລະຖວາຍເຄື່ອງບູຊາອັນເປັນເຫດໃຫ້ເຣົາເຄືອງໃຈ ແລະເຂົາເທເຄື່ອງດື່ມບູຊາອອກທີ່ນັ້ນ 29 (ເຮົາໄດ້ຖາມເຂົາວ່າສະຖານທີ່ສູງຊຶ່ງເຈົ້າເຂົ້າໄປນັ້ນແມ່ນຫຍັງ ແລະເຂົາຈຶ່ງເອີ້ນຊື່ທີ່ນັ້ນວ່າ ບາມາສືບໆມາຈົນທຸກວັນນີ້) 30 ເຫດສັນນັ້ນຈົ່ງກ່າວແກ່ເຊື້ອສາຍອິສຣາເອນວ່າພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຈົ້າກະທຳຕົວໃຫ້ມົນທິນໄປຕາມຢ່າງບັນພະບຸຣຸດຂອງເຈົ້າ ແລະຫລິ້ນຊູ້ກັບສິ່ງທີ່ຫນ້າຂີ້ດຽດຂອງເຂົາຫລື 31 ເມື່ອເຈົ້າຖວາຍເຄື່ອງບູຊາແລະຖວາຍບຸດຊາຍໃຫ້ລຸຍໄຟ ເຈົ້າໄດ້ກະທຳຕົວໃຫ້ມົນທິນດ້ວຍຮູບເຄົາຣົບຂອງເຈົ້າຈົນທຸກວັນນີ້ ໂອ ເຊື້ອສາຍອິສຣາເອນເອີຍ, ເຣົາຈະໃຫ້ເຈົ້າມາຖາມເຮົາຫລື ພຣະຜູ້ເປັນເຈົ້າກ່າວວ່າ ເຮົາມີຊີວິດຢູ່ສັນໃດ ເຮົາຈະບໍ່ໃຫ້ເຈົ້າມາຖາມເຣົາສັນນັ້ນ 32 ສິ່ງໃດຢູ່ໃນໃຈຂອງເຈົ້າຈະບໍ່ບັງເກີດຂຶ້ນໄດ້ເລີຍ ຄືຄວາມຄຶດທີ່ວ່າ “ໃຫ້ເຮົາເປັນເຫມືອນປະຊາຊາດທັງຫລາຍໃຫ້ເປັນເຫມືອນເຜົ່າຕ່າງໆໃນປະເທດທົ່ວໄປ ຄືໃຫ້ເຣົາບົວລະບັດໄມ້ແລະສີລາ” 33 ພຣະຜູ້ເປັນເຈົ້າກ່າວວ່າ ເຮົາມີຊີວິດຢູ່ສັນໃດ ເຮົາຈະເປັນກະສັດເຫນືອເຈົ້າແນ່ນອນດ້ວຍມືທີ່ມີຣິດ ແລະດ້ວຍແຂນທີ່ຢຽດອອກ ແລະດ້ວຍຄວາມພິໂຣດທີ່ເທລົງມາ 34 ເຣົາຈະນຳເຈົ້າອອກມາຈາກຊົນຊາດທັງຫລາຍ ແລະຮວບຮວມເຈົ້າອອກມາຈາກປະເທດທັງປວງຊຶ່ງເຈົ້າຕ້ອງກະຈັດກະຈາຍກັນໄປຢູ່ນັ້ນ ດ້ວຍມືທີ່ມີຣິດແລະດ້ວຍແຂນທີ່ຢຽດອອກ ແລະດ້ວຍຄວາມພິໂຣດທີ່ເທລົງມາ 35 ແລະເຮົາຈະນຳເຈົ້າເຂົ້າໄປໃນຖິ່ນກັນດານແຫ່ງຊົນຊາດທັງຫລາຍ ແລະທີ່ນັ້ນເຮົາຈະເຂົ້າສູ່ການພິພາກສາກັບເຈົ້າ ຫນ້າຕໍ່ຫນ້າ 36 ເຣົາເຂົ້າສູ່ການພິພາກສາກັບບັນພະບຸຣຸດຂອງເຈົ້າໃນຖິ່ນກັນດານແຫ່ງແຜ່ນດິນເອຢິບຢ່າງໃດ ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຈະເຂົ້າສູ່ການພິພາກສາກັບເຈົ້າຢ່າງນັ້ນ 37 ເຮົາຈະນັບເຈົ້າໂດຍໃຫ້ລອດໄປໃຕ້ໄມ້ແສ້ ແລະເຮົາຈະໃຫ້ເຈົ້າເຂົ້າມາໃນເຄື່ອງຜູກຄຳສັນຍາ 38 ເຮົາຈະຊຳຮະພວກກະບົດເສັຽຈາກຖ້າມກາງເຈົ້າທັງຜູ້ທໍຣະຍົດຕໍ່ເຣົາ ເຮົາຈະນຳເຂົາອອກຈາກແຜ່ນດິນທີ່ເຂົາໄປອາໄສຢູ່ນັ້ນ ແຕ່ເຂົາຈະບໍ່ໄດ້ເຂົ້າໄປໃນແຜ່ນດິນອິສຣາເອນ” ແລ້ວເຈົ້າຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ 39 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ໂອ ເຊື້ອສາຍອິສຣາເອນເອີຍ, ຝ່າຍເຈົ້າທັງຫລາຍທຸກຄົນຈົ່ງໄປບົວລະບັດຮູບເຄົາຣົບຂອງເຈົ້າດຽວນີ້ ແລະຕໍ່ໄປຖ້າເຈົ້າບໍ່ຟັງເຣົາ ແຕ່ຊື່ອັນບໍຣິສຸດຂອງເຮົານັ້ນເຈົ້າຢ່າກະທຳໃຫ້ມົນທິນອີກດ້ວຍຂອງຖວາຍແລະດ້ວຍຮູບເຄົາຣົບຂອງເຈົ້າ 40 ພຣະຜູ້ເປັນເຈົ້າກ່າວວ່າ ດ້ວຍວ່າເທິງພູບໍຣິສຸດຂອງເຮົາ ຄືພູສູງຂອງອິສຣາເອນ ບັນດາເຊື້ອສາຍທັງຫມົດຂອງອິສຣາເອນຈະບົວລະບັດເຮົາໃນແຜ່ນດິນນັ້ນ ເຮົາຈະໂຜດເຂົາທີ່ນັ້ນ ໃນທີ່ນັ້ນເຮົາຈະເອີ້ນຂອງຖວາຍຂອງເຈົ້າ ແລະຂອງສັກກາຣະທີ່ຄັດເລືອກດີທີ່ສຸດນັ້ນ ກັບເຄື່ອງຖວາຍບູຊາອັນສັກສິດທັງສິ້ນຂອງເຈົ້າ 41 ເມື່ອເຮົານຳເຈົ້າອອກມາຈາກຊາດທັງຫລາຍ ແລະຮວບຮວມເຈົ້າອອກມາຈາກປະເທດທີ່ເຈົ້າກະຈັດກະຈາຍໄປຢູ່ນັ້ນ ເຮົາຈະໂຜດເຈົ້າດັ່ງເປັນກິ່ນທີ່ພໍໃຈຂອງເຮົາ ແລະເຮົາຈະສຳແດງຄວາມບໍຣິສຸດສັກສິດຂອງເຮົາຖ້າມກາງເຈົ້າຕໍ່ຫນ້າຕໍ່ຕາປະຊາຊາດທັງຫລາຍ 42 ແລະເຈົ້າຈະຮູ້ວ່າເຣົາຄືພຣະຜູ້ເປັນເຈົ້າ ໃນເມື່ອເຮົານຳເຈົ້າເຂົ້າໃນແຜ່ນດິນອິສຣາເອນ ອັນເປັນປະເທດຊຶ່ງເຣົາສັນຍາໄວ້ວ່າຈະໃຫ້ແກ່ບັນພະບຸຣຸດຂອງເຈົ້າ 43 ໃນທີ່ນັ້ນເຈົ້າຈະລະນຶກເຖິງທາງແລະການກະທຳທັງສິ້ນຂອງເຈົ້າ ຊຶ່ງເຈົ້າໄດ້ໃຊ້ກະທຳໃຫ້ຕົວຂອງເຈົ້າມົນທິນ ແລະເຈົ້າຈະກຽດຊັງຕົວຂອງເຈົ້າ ເພາະຄວາມຊົ່ວທັງຫລາຍຊຶ່ງເຈົ້າໄດ້ກະທຳນັ້ນ 44 ໂອ ເຊື້ອສາຍອິສຣາເອນເອີຍ, ເມື່ອເຮົາໄດ້ກະທຳກັບເຈົ້າດ້ວຍເຫັນແກ່ຊື່ຂອງເຮົາ ບໍ່ແມ່ນຕາມທາງອັນຊົ່ວຂອງເຈົ້າ ຫລືຕາມການກະທຳອັນຖ່ອຍຮ້າຍຂອງເຈົ້າ ແລ້ວເຈົ້າຈຶ່ງຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” 45 ແລະພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 46 “ບຸດແຫ່ງມະນຸດເອີຍ, ຈົ່ງມຸ່ງຫນ້າໄປທາງທິດໃຕ້ແລະເທສນາກ່າວໂທດພວກຖິ່ນໃຕ້ ຈົ່ງປະກາດພຣະທັມຕໍ່ແດນປ່າໄມ້ທີ່ໃນຖິ່ນໃຕ້ 47 ຈົ່ງກ່າວແກ່ປ່າໄມ້ແຫ່ງຖິ່ນໃຕ້ວ່າຈົ່ງຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຣົາຈະກໍ່ໄຟໄວ້ໃນເຈົ້າ ມັນຈະເຜົາຜານຕົ້ນໄມ້ຂຽວແລະຕົ້ນໄມ້ແຫ້ງທຸກຕົ້ນທີ່ຢູ່ໃນເຈົ້າເສັຽ ຈະດັບແປວໄຟອັນລຸກໂພງນັ້ນບໍ່ໄດ້ ແລະດວງຫນ້າທຸກຫນ້າຕັ້ງແຕ່ທິດໃຕ້ຈົນເຖິງທິດເຫນືອຈະຖືກໄຟລວກ 48 ມະນຸດທັງສິ້ນຈະເຫັນວ່າເຣົາຄືພຣະຜູ້ເປັນເຈົ້າຜູ້ໄດ້ກໍ່ໄຟນັ້ນ ຜູ້ໃດຈະດັບກໍບໍ່ໄດ້” 49 ແລ້ວຂ້າພະເຈົ້າຈຶ່ງກ່າວວ່າ, “ພຣະເຈົ້າ ເຈົ້າຂ້າ ເຂົາທັງຫລາຍກຳລັງກ່າວເຖິງຂ້າພຣະອົງວ່າ “ເຂົາບໍ່ແມ່ນເປັນຄົນສ້າງຄຳອຸປມາດອກຫລື”
ດາບອັນຄົມຂອງພຣະເຈົ້າ
1 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ຈົ່ງມຸ່ງຫນ້າຂອງເຈົ້າຕໍ່ສູ້ເຢຣູຊາເລັມ ແລະເທສນາກ່າວໂທດສະຖານສັກສິດທັງຫລາຍ ຈົ່ງເຜີຍພຣະທັມກ່າວໂທດແຜ່ນດິນອິສຣາເອນ 3 ແລະກ່າວແກ່ແຜ່ນດິນອິສຣາເອນວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຣົາເປັນປໍຣະປັກກັບເຈົ້າ ແລະເຣົາຈະຊັກດາບຂອງເຮົາອອກຈາກຝັກ ແລະເຣົາຈະທຳລາຍທັງຄົນຊອບທັມແລະຄົນອະທັມອອກຈາກເຈົ້າເສັຽ 4 ເພາະເຮົາຈະຕັດເອົາທັງຄົນຊອບທັມແລະຄົນອະທັມອອກຈາກເຈົ້າເສັຽ ເຫດສັນນັ້ນດາບຂອງເຮົາຈະອອກຈາກຝັກໄປຕໍ່ສູ້ມະນຸດທັງສິ້ນຈາກທິດໃຕ້ຈົນເຖິງທິດເຫນືອ 5 ແລະມະນຸດທັງສິ້ນຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າໄດ້ຊັກດາບຂອງເຮົາອອກຈາກຝັກແລ້ວ ແລະຈະບໍ່ເກັບໃສ່ຝັກອີກ 6 ບຸດແຫ່ງມະນຸດເອີຍ, ເຫດສັນນັ້ນຈົ່ງຖອນຫາຍໃຈ ຖອນຫາຍໃຈດ້ວຍຄວາມລະທົມໃຈແລະຄວາມຂົມຂື່ນຕໍ່ຫນ້າຕໍ່ຕາເຂົາທັງຫລາຍ 7 ແລະເມື່ອເຂົາທັງຫລາຍກ່າວແກ່ເຈົ້າວ່າ “ເປັນຫຍັງເຈົ້າຖອນຫາຍໃຈ” ເຈົ້າຈົ່ງກ່າວວ່າ “ເພາະເຣື່ອງຂ່າວນັ້ນ ເມື່ອຂ່າວນັ້ນມາເຖິງຫົວໃຈທຸກດວງຈະລະລາຍແລະມືທັງສິ້ນຈະອ່ອນເພັຽລົງ ແລະບັນດາຈິດວິນຍານຈະອ່ອນແອໄປ ແລະຫົວເຂົ່າທຸກເຂົ່າຈະອ່ອນເພັຽດັ່ງນ້ຳ ເບິ່ງແມ໋, ຂ່າວນັ້ນມາເຖິງແລະຈະສຳເຣັດ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 8 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 9 “ບຸດແຫ່ງມະນຸດເອີຍ, ຈົ່ງປະກາດພຣະທັມແລະກ່າວວ່າ ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ດາບເຫລັ້ມນຶ່ງຊຶ່ງເຂົາລັບໃຫ້ຄົມ ແລະຂັດມັນດ້ວຍ 10 ລັບໃຫ້ຄົມເພື່ອຈະເຂັ່ນຂ້າ ຂັດມັນໄວ້ເພື່ອຈະໃຫ້ວາວວັບເຫມືອນຟ້າແມບ ເຮົາຈະລ່າເຣີງຫລື ລູກຂອງເຮົາເອີຍ ເຈົ້າໄດ້ປມາດຄຳເຕືອນ ແລະໄມ້ແສ້ທຸກຢ່າງ 11 ເຫດສັນນັ້ນຈຶ່ງມອບດາບໃຫ້ຂັດມັນ ເພື່ອຈະຖືໄວ້ໄດ້ ດາບນັ້ນຄົມແລ້ວແລະຂັດມັນ ເພື່ອຈະມອບໄວ້ໃນມືຂອງຜູ້ຂ້າ 12 ບຸດແຫ່ງມະນຸດເອີຍ, ຈົ່ງຮ້ອງໄຫ້ແລະຄ່ຳຄວນເທີນ ເພາະເປັນເຣື່ອງຕໍ່ສູ້ກັບໄພ່ພົນຂອງເຮົາ ແລະຕໍ່ສູ້ກັບບັນດາເຈົ້ານາຍຂອງອິສຣາເອນ ເຂົາຖືກມອບໄວ້ແກ່ດາບພ້ອມກັບໄພ່ພົນຂອງເຣົາ ເຫດສັນນັ້ນຈົ່ງຕີທີ່ໂງ່ນຂາຂອງເຈົ້າເທີນ 13 ເພາະມີການທົດລອງເບິ່ງປະຊາຊົນຂອງເຮົາ ແລະຖ້າເຂົາບໍ່ກັບໃຈ ທຸກສິ່ງເຫລົ່ານີ້ກໍຈະເກີດຂຶ້ນ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 14 “ບຸດແຫ່ງມະນຸດເອີຍ, ເຫດສັນນັ້ນຈຶ່ງປະກາດພຣະທັມເຖີດ ຈົ່ງຕົບມືແລະປ່ອຍໃຫ້ດາບລົງມາສອງຄັ້ງ ສາມຄັ້ງ ຄືດາບສຳລັບຄົນເຫລົ່ານັ້ນທີ່ຈະຖືກຂ້າ ເປັນດາບແຫ່ງການາຄາຕກັມອັນໃຫຍ່ຫລວງຊຶ່ງລ້ອມຕົວພວກເຂົາທັງຫລາຍໄວ້ 15 ເພື່ອວ່າໃຈຂອງເຂົາຈະລະລາຍແລະເພື່ອການສະດຸດຈະທະວີຄູນທີ່ປະຕູເມືອງທັງຫມົດຂອງເຂົາ ເຮົາຈຶ່ງໄດ້ມອບດາບທີ່ແວບວາບນັ້ນແລ້ວ ທຳເສັຽເຫມືອນດັ່ງກັບຟ້າແມບ ເຂົາຂັດມັນເພື່ອຈະເຂັ່ນຂ້າ 16 ຮວມກັນເຂົ້າມາ ໄປທາງຂວາຣຽງແຖວ ແລ້ວໄປທາງຊ້າຍ ບໍ່ວ່າຫນ້າຂອງເຈົ້າມຸ່ງໄປທາງໃດ 17 ເຮົາຈະຕົບມືຂອງເຮົາດ້ວຍ ແລະເຮົາຈະລະບາຍຄວາມໂກດຂອງເຮົາຈົນຫມົດ ເຮົາຄືພຣະຜູ້ເປັນເຈົ້າໄດ້ລັ່ນວາຈາແລ້ວ” 18 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 19 “ບຸດແຫ່ງມະນຸດເອີຍ, ຈົ່ງຂີດທາງໄວ້ສອງທາງໃຫ້ດາບແຫ່ງກະສັດບາບິໂລນເຂົ້າມາ ທັງສອງທາງໃຫ້ອອກມາຈາກແຜ່ນດິນດຽວກັນ ແລະຈົ່ງທຳປ້າຍບອກທາງ ຈົ່ງທຳໄວ້ທີ່ຫົວຖນົນທີ່ເຂົ້າໄປຫາກຸງ 20 ທຳທາງນຶ່ງໃຫ້ດາບມາຍັງຣັບບາແຫ່ງຄົນອັມໂມນ ແລະມາຍັງຢູດາແລະມາຍັງເຢຣູຊາເລັມເມືອງທີ່ມີກຳແພງ 21 ເພາະວ່າກະສັດບາບິໂລນຢືນຢູ່ທີ່ທາງປ້າຍທີ່ຢູ່ຫົວຖນົນສອງຖນົນ ກຳນົດຫາຄຳທຳນວາຍ ທ່ານສັ່ນລູກທະນູ ແລະປຶກສາເຕຣາຟິມ ທ່ານມອງເບິ່ງທີ່ຕັບ 22 ໃນມືຂ້າງຂວາ ທ່ານມີສລາກເຢຣູຊາເລັມ ເພື່ອຕັ້ງເຄື່ອງທະລວງ ເພື່ອຈະໃຫ້ອ້າປາກໃນການຂ້າ ເພື່ອຈະສົ່ງສຽງຮ້ອງ ເພື່ອວາງເຄື່ອງທະລວງກຳແພງເຂົ້າທີ່ປະຕູເມືອງເພື່ອກໍ່ຄັນຄູຂຶ້ນ ແລະກໍ່ກຳແພງລ້ອມ 23 ສຳລັບຄົນເຫລົ່ານັ້ນເປັນເຫມືອນຄຳທຳນວາຍເທັດ ເຂົາທຳພິທີສາບານ ຟື້ນໃຫ້ລະນຶກເຖິງຄວາມຜິດ ເພື່ອເຂົາທັງຫລາຍຈະຖືກຈັບເອົາໄປ 24 “ເຫດສັນນັ້ນພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ ເພາະວ່າເຈົ້າໄດ້ກະທຳບາບຂອງເຈົ້າໃຫ້ເຮົາລະນຶກໄດ້ ໂດຍການທໍຣະຍົດຂອງເຈົ້າທີ່ເຜີຍອອກ ຈົນບາບຂອງເຈົ້າປາກົດໃນການກະທຳທັງສິ້ນຂອງເຈົ້າ ເພາະເຈົ້າໃຫ້ເຮົາລະນຶກຂຶ້ນໄດ້ ເຈົ້າຈຶ່ງຕ້ອງຖືກຈັບເອົາໄປໂດຍເຫລົ່າສັດຕຣູ 25 ແລະເຈົ້າ ໂອ ຜູ້ອະທັມທີ່ຂາດສິນທັມ ຄືເຈົ້ານາຍອິສຣາເອນເອີຍ, ຜູ້ທີ່ວັນກຳນົດມາເຖິງແລ້ວ ຄືເວລາແຫ່ງການລົງໂທດຄັ້ງສຸດທ້າຍ 26 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຈົ່ງແກ້ຜ້າຄຽນຫົວແລະຖອດມົງກຸດອອກເສັຽ ສິ່ງຕ່າງໆຈະບໍ່ຄົງຢູ່ຢ່າງທີ່ເຄີຍເປັນ ໃຫ້ຍົກຍ້ອງສິ່ງທີ່ຕ່ຳຂຶ້ນ ແລະໃຫ້ກົດສິ່ງທີ່ສູງລົງ 27 ເຣົາຈະກະທຳໃຫ້ເປັນທີ່ພັງທະລາຍ ພັງທະລາຍ ພັງທະລາຍ ແລະຈະບໍ່ມີເລີຍຈົນກວ່າຜູ້ມີສິດອັນຊອບທັມຈະມາເຖິງ ແລະເຮົາຈະປະທານໃຫ້ແກ່ທ່ານຜູ້ນັ້ນ 28 “ບຸດແຫ່ງມະນຸດເອີຍ, ແລະເຈົ້າຈົ່ງປະກາດພຣະຄຳແລະກ່າວວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ກ່າວກັບຄົນອັມໂມນ ແລະກ່ຽວກັບເຣື່ອງທີ່ຫນ້າຕຳຫນິຂອງເຂົາທັງຫລາຍວ່າ ດາບເຫລັ້ມນຶ່ງ ດາບເຫລັ້ມນຶ່ງຖືກຊັດອອກເພື່ອການເຂັ່ນຂ້າ ເຂົາຂັດເຫລື້ອມໃຫ້ດື່ມໂລຫິດ ແລະໃຫ້ວາວວັບເຫມືອນຟ້າແມບ 29 ຂນະເມື່ອເຂົາເຫັນນິມິດເທັດມາບອກທ່ານ ຂນະເມື່ອເຂົາໃຫ້ຄຳທຳນວາຍມຸສາແກ່ທ່ານ ເພື່ອຈະວາງທ່ານໄວ້ເທິງຄໍຂອງຜູ້ອະທັມທີ່ຊົ່ວຊ້າເວລາກຳນົດຂອງເຂົາມາເຖິງແລ້ວ ຄືເວລາແຫ່ງການລົງໂທດຄັ້ງສຸດທ້າຍ 30 ຈົ່ງໃຫ້ດາບກັບເຂົ້າຝັກ ເຮົາຈະພິພາກສາເຈົ້າໃນສະຖານທີ່ດັ້ງເດີມຂອງເຈົ້າໃນແຜ່ນດິນດັ້ງເດີມຂອງເຈົ້າ 31 ເຮົາຈະເທຄວາມກິ້ວຂອງເຮົາເຫນືອເຈົ້າ ແລະເຮົາຈະພົ່ນເຈົ້າດ້ວຍໄຟແຫ່ງຄວາມພິໂຣດຂອງເຮົາ ແລະເຮົາຈະມອບເຈົ້າໄວ້ໃນມືຂອງຄົນໃຈສັຕ ຜູ້ມີຝີມືໃນການທຳລາຍ 32 ເຈົ້າຈະເປັນຟືນໄວ້ໃສ່ໄຟ ໂລຫິດຂອງເຈົ້າຈະຢູ່ກາງແຜ່ນດິນ ຈະບໍ່ມີໃຜຈົດຈຳເຈົ້າໄວ້ອີກ ເພາະເຮົາຄືພຣະຜູ້ເປັນເຈົ້າໄດ້ລັ່ນວາຈາແລ້ວ”
ບາບຂອງເຢຣູຊາເລັມ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 ບຸດແຫ່ງມະນຸດເອີຍ, ຕົວເຈົ້າຈະພິພາກສາຫລື ເຈົ້າຈະພິພາກສາເມືອງທີ່ເປື້ອນດ້ວຍໂລຫິດນັ້ນຫລື ດັ່ງນັ້ນເຈົ້າຈົ່ງບອກເຖິງການກະທຳສິ່ງອັນຫນ້າຂີ້ດຽດຂອງເມືອງນັ້ນໃຫ້ເມືອງນັ້ນຟັງ 3 ເຈົ້າຈົ່ງກ່າວວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ນີ້ເປັນເມືອງທີ່ທຳໃຫ້ໂລຫິດຕົກຢູ່ທີ່ກາງຕົນເອງ ເພື່ອໃຫ້ເວລາກຳນົດຂອງຕົນມາເຖິງ ແລະເປັນເມືອງທີ່ທຳຮູບເຄົາຣົບໄວ້ໃຫ້ຕົວມົນທິນໄປ 4 ເຈົ້າມີກັມຊົ່ວດ້ວຍໂລຫິດທີ່ເຈົ້າກະທຳໃຫ້ຕົກນັ້ນ ແລະມົນທິນໄປດ້ວຍຮູບເຄົາຣົບທີ່ເຈົ້າກະທຳໄວ້ ແລະເຈົ້າໄດ້ນຳໃຫ້ເວລາຂອງເຈົ້າເຂົ້າມາໃກ້ ເວລາກຳນົດແຫ່ງປີຂອງເຈົ້າມາເຖິງແລ້ວ ເຫດສັນນັ້ນ ເຮົາຈຶ່ງກະທຳເຈົ້າໃຫ້ເປັນທີ່ປະນາມກັນຖ້າມກາງປະຊາຊາດ ແລະເປັນທີ່ເຍາະເຍີ້ຍແກ່ປະເທດທັງຫລາຍ 5 ຜູ້ທີ່ຢູ່ໃກ້ ແລະທີ່ທີ່ຢູ່ໄຫເຈົ້າ ຈະເຍາະເຍີ້ຍເຈົ້າ ຜູ້ເປັນເມືອງທີ່ເສັຽຊື່ ແລະເຕັມດ້ວຍຄວາມໂກລາຫົນ 6 “ເບິ່ງແມ໋, ເຈົ້ານາຍແຫ່ງອິສຣາເອນຊຶ່ງຢູ່ໃນເຈົ້າ ທຸກຄົນກໍນ້ອມໄປໃນທາງທີ່ທຳໃຫ້ໂລຫິດຕົກຕາມອຳນາດຂອງເຂົາ 7 ບິດາມານດາຖືກຢຽດຫຍາມຢູ່ໃນເຈົ້າ ຄົນຕ່າງດ້າວທີ່ອາໄສຢູ່ກໍຖືກບຽດບຽນຢູ່ຖ້າມກາງເຈົ້າ ລູກກຳພ້າແລະຍິງຫມ້າຍກໍຖືກຂົ່ມເຫັງຢູ່ໃນເຈົ້າ 8 ເຈົ້າໄດ້ດູຫມິ່ນສິ່ງບໍຣິສຸດຂອງເຮົາ ແລະເຈົ້າບໍ່ໄດ້ຍຶດຖືວັນສະບາໂຕ 9 ໃນເຈົ້າມີຄົນກ່າວຮ້າຍເພື່ອຈະທຳໃຫ້ໂລຫິດຕົກ ແລະມີຄົນໃນເຈົ້າທີ່ຮັບປະທານເທິງພູເຂົາ ເຂົາໄດ້ທຳການຫນ້າລະອາຍທັງຫລາຍ 10 ໃນເຈົ້າມີຊາຍລາງຄົນລ່ວງປະເວນີກັບພັຣຍາຂອງບິດາເຂົາ ໃນເຈົ້າມີຄົນທີ່ຂົ່ມຂືນຜູ້ຍິງທີ່ຍັງມີມົນທິນເພາະມີປະຈະເດືອນ 11 ຄົນນຶ່ງກະທຳການຫນ້າກຽດຊັງກັບພັຣຍາເພື່ອນບ້ານ ອີກຄົນນຶ່ງຂົ່ມຂືນລູກສະໃພ້ຂອງຕົນຢ່າງຫນ້າລະອາຍ ໃນເຈົ້າມີອີກຄົນນຶ່ງກະທຳນ້ອງສາວໃຫ້ເປັນມົນທິນ ຄືລູກສາວຂອງບິດາຂອງຕົນ 12 ໃນເຈົ້າມີຄົນຮັບສິນບົນ ເພື່ອກະທຳໃຫ້ໂລຫິດຕົກ ເຈົ້າເອົາດອກເບັ້ຽ ແລະເອົາເງິນເພີ້ມ ແລະທຳກຳໄລຈາກເພື່ອນບ້ານຂອງເຈົ້າໂດຍການບີບບັງຄັບ ແລະເຈົ້າໄດ້ລືມເຣົາເສັຽ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 13 “ເບິ່ງແມ໋, ເຫດສັນນັ້ນ ເຮົາຈະຍື່ນກຳປັ້ນເນື່ອງຈາກຜົນກຳໄລອະທັມທີ່ເຈົ້າໄດ້ ແລະເນື່ອງຈາກໂລຫິດທີ່ຢູ່ໃນຫມູ່ພວກເຈົ້າທັງຫລາຍ 14 ໃຈເຈົ້າຈະທົນໄດ້ຫລື ແລະມືຂອງເຈົ້າຈະແຂງແຮງຢູ່ຫລື ໃນວັນທີ່ເຮົາຈະເອົາເຣື່ອງກັບເຈົ້າ ເຮົາຄືພຣະຜູ້ເປັນເຈົ້າໄດ້ລັ່ນວາຈາແລ້ວ ແລະເຮົາຈະກະທຳ 15 ເຮົາຈະໃຫ້ເຈົ້າກະຈັດພັດພາກໄປໃນຫມູ່ປະຊາຊາດ ແລະກະຈາຍເຈົ້າໄປຕາມປະເທດຕ່າງໆ ແລະເຮົາຈະເຜົາເອົາຄວາມເປື້ອນເປິອອກຈາກເຈົ້າເສັຽ 16 ໃນສາຍຕາຂອງປະຊາຊາດເຈົ້າຈະເປັນມົນທິນໄປເພາະເຈົ້າເອງ ແລະເຈົ້າຈະຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າ” 17 ແລະພຣະຄຳຂອງພຣະອົງມາເຖິງຂ້າພະເຈົ້າວ່າ, 18 “ບຸດແຫ່ງມະນຸດເອີຍ, ສໍາລັບເຣົາເຊື້ອສາຍອິສຣາເອນກາຍເປັນຂີ້ໂລຫະ ເຂົາທັງສິ້ນເປັນທອງສຳຣິດ ກົວ ເຫລັກ ແລະຊື່ນໃນເຕົາຫລອມ ເຂົາເປັນຂີ້ໂລຫະເງິນໄປຫມົດ 19 ເຫດສັນນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະວ່າເຈົ້າເປັນຂີ້ໂລຫະໄປເສັຽທັງສິ້ນແລ້ວ ເຫດສັນນັ້ນ ເບິ່ງແມ໋, ເຮົາຈະຮວບຮວມເຈົ້າໄວ້ຖ້າມກາງເຢຣູຊາເລັມ 20 ເຫມືອນຄົນທີ່ຮວບຮວມເງິນ ທອງສຳຣິດ ແລະເຫລັກ ແລະຊື່ນ ແລະກົວໄວໃນເຕົາຫລອມ ເພື່ອເອົາໄຟພົ່ນໃສ່ໃຫ້ມັນລະລາຍ ດັ່ງນັ້ນເຮົາຈະຮວບຮວມເຈົ້າດ້ວຍຄວາມກິ້ວແລະດ້ວຍຄວາມພິໂຣດຂອງເຮົາ ແລະເຮົາຈະໃສ່ເຈົ້າຮວມໄວ້ໃຫ້ເຈົ້າລະລາຍ 21 ເຣົາຈະຮວບຮວມເຈົ້າ ແລະເອົາໄຟແຫ່ງຄວາມພິໂຣດຂອງເຮົາພົ່ນໃສ່ເຈົ້າ ແລະເຈົ້າຈະລະລາຍຢູ່ຖ້າມກາງນັ້ນ 22 ເງິນລະລາຍຢູ່ໃນເຕົາຫລອມສັນໃດ ເຈົ້າທັງຫລາຍຈະລະລາຍຢູ່ຖ້າມກາງໄຟສັນນັ້ນ ແລະເຈົ້າຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າໄດ້ລະບາຍຄວາມກິ້ວຂອງເຮົາອອກເຫນືອເຈົ້າ” 23 ແລະພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 24 “ບຸດແຫ່ງມະນຸດເອີຍ, ຈົ່ງເວົ້າກັບແຜ່ນດິນນັ້ນວ່າ ເຈົ້າເປັນແຜ່ນດິນທີ່ບໍ່ໄດ້ຮັບການຊຳຮະ ຫລືຝົນບໍ່ໄດ້ຕົກຮຳໃນວັນພິໂຣດ 25 ເຈົ້ານາຍຖ້າມກາງແຜ່ນດິນນັ້ນກໍເປັນເຫມືອນສິງຄຳຣາມຈີກເຫຍື່ອຢູ່ ເຂົາທັງຫລາຍກິນຊີວິດມະນຸດ ເຂົາຍຶດຊັບສົມບັດແລະສິ່ງປະເສີດໄປ ເຂົາໄດ້ກະທຳໃຫ້ເກີດຍິງຫມ້າຍມີຂຶ້ນຫລວງຫລາຍຖ້າມກາງແຜ່ນດິນນັ້ນ 26 ປະໂຣຫິດຂອງເຂົາໄດ້ລະເມີດທັມບັນຍັດຂອງເຣົາແລະໄດ້ກະທຳປວງສິ່ງບໍຣິສຸດຂອງເຮົາໃຫ້ມົນທິນໄປ ສິ່ງທີ່ບໍຣິສຸດແລະສິ່ງທີ່ຖ່ອຍຮ້າຍເຂົາຫໍບໍ່ແຍກໃຫ້ຕ່າງກັນ ເຂົາບໍ່ໄດ້ສອນຄວາມແຕກຕ່າງລະຫວ່າງຂອງທີ່ມົນທິນແລະຂອງສະອາດ ເຂົາບໍ່ນຳພາວັນສະບາໂຕຂອງເຮົາ ດັ່ງນັ້ນແຫລະ, ເຮົາຈຶ່ງຫມົດກຽດຖ້າມກາງເຂົາທັງຫລາຍ 27 ເຈົ້ານາຍໃນຖ້າມກາງແຜ່ນດິນເປັນເຫມືອນຫມາປ່າທີ່ກັດເຫຍື່ອ ທຳໃຫ້ໂລຫິດຕົກ ທຳລາຍຊີວິດເພື່ອຈະໄດ້ກຳໄລອັນບໍ່ສັດຊື່ 28 ແລະຜູ້ປະກາດພຣະທັມຂອງແຜ່ນດິນນັ້ນ ກໍທາດ້ວຍປູນຂາວໃຫ້ເຂົາເຫັນນິມິດເທັດ ແລະໃຫ້ຄຳທຳນວາຍຕົວະແກ່ເຂົາ ໂດຍກ່າວວ່າ “ພຣະຜູ້ເປັນເຈົ້າກ່າວດັ່ງນີ້” ໃນເມື່ອພຣະຜູ້ເປັນເຈົ້າບໍ່ໄດ້ກ່າວເລີຍ 29 ຣາສດອນກະທຳການບີບຄັ້ນແລະກະທຳໂຈຣະກັມ ເຂົາບີບບັງຄັບຄົນຍາກຈົນແລະຄົນຂັດສົນ ແລະບີບຄັ້ນຜູ້ທີ່ອາໄສຢູ່ຢ່າງຍຸດຕິທັມ 30 ແລະເຮົາກໍສແວງຫາຈັກຄົນນຶ່ງໃນພວກເຂົາຊຶ່ງຈະສ້າງກຳແພງແລະຢືນຢູ່ໃນຊ່ອງຫວ່າງຕໍ່ຫນ້າເຮົາເພື່ອແຜ່ນດິນນັ້ນ ເພື່ອເຮົາຈະບໍ່ໄດ້ທຳລາຍມັນເສັຽ ແຕ່ກໍຫາບໍ່ໄດ້ຈັກຄົນດຽວ 31 ສັນນັ້ນເຮົາຈຶ່ງເທຄວາມກິ້ວຂອງເຮົາລົງເຫນືອເຂົາ ເຮົາໄດ້ເຜົາຜານເຂົາດ້ວຍໄຟພິໂຣດຂອງເຮົາ ເຮົາຈະລົງທັນຕາມການປະພຶດຂອງເຂົາເຫນືອຫົວເຂົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ເອື້ອຍນ້ອງສອງສາວ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ ມີຜູ້ຍິງສອງຄົນເປັນບຸດສາວມານດາດຽວກັນ 3 ນາງຫລິ້ນຊູ້ໃນເອຢິບ ນາງຫລິ້ນຊູ້ຕັ້ງແຕ່ສາວໆ ໃນທີ່ນັ້ນນົມຂອງນາງຖືກບີບຄັ້ນ ແລະເອິກພົມມະຈາຣີຂອງນາງກໍຖືກຈັບຕ້ອງ 4 ຄົນເອື້ອຍຊື່ ໂອໂຮລາ ແລະນ້ອງສາວຊື່ ໂອໂຮລີບາ ທັງສອງມາເປັນຂອງເຣົາ ທັງສອງເກີດບຸດຊາຍຍິງ ເຣື່ອງຊື່ນັ້ນ ໂອໂຮລາ ຄືຊາມາເຣັຽ ແລະໂອໂຮລີບາ ຄືເຢຣູຊາເລັມ 5 “ໂອໂຮລາຫລິ້ນຊູ້ເມື່ອນາງເປັນຂອງເຮົາ ນາງລຸ່ມຫລົງອັສຊີເຣັຽພວກຄົນຮັກຂອງນາງ 6 ຊຶ່ງເປັນນັກຮົບແຕ່ງເຄື່ອງສີມ່ວງແລະເປັນເຈົ້າເມືອງແລະຜູ້ບັງຄັບບັນຊາ ທຸກຄົນເປັນຊາຍຫນຸ່ມທີ່ພຶງປາຖນາ ພົນມ້າຂີ່ມ້າ 7 ນາງຫລິ້ນຊູ້ກັບຄົນເຫລົ່ານີ້ ຊຶ່ງເປັນບຸກຄົນຊັ້ນຍອດຂອງອັສຊີເຣັຽທຸກຄົນ ແລະນາງກໍກະທຳຕົວໃຫ້ເປັນມົນທິນດ້ວຍຮູບເຄົາຣົບຂອງທຸກຄົນທີ່ນາງລຸ່ມຫລົງນັ້ນ 8 ນາງບໍ່ໄດ້ເລີກການຫລີ້ນຊູ້ຊຶ່ງນາງໄດ້ທຳຕັ້ງແຕ່ຄັ້ງຢູ່ໃນເອຢິບເພາະວ່າເມື່ອຍັງສາວຢູ່ ຄົນຫນຸ່ມກໍເຂົ້ານອນກັບນາງ ແລະຈັບຕ້ອງເອິກພົມມະຈາຣີຂອງນາງແລະຖອກການຫລີ້ນຊູ້ຂອງເຂົາໃຫ້ແກ່ນາງ 9 ເຫດສັນນັ້ນເຮົາຈຶ່ງມອບນາງໃຫ້ຕົກຢູ່ໃນມືພວກຄົນຮັກຂອງນາງ ຄືອັສຊີເຣັຽ ຊຶ່ງນາງຫລຸ່ມຫລົງນັ້ນ 10 ຜູ້ເຫລົ່ານີ້ເຜີຍຄວາມປະເປືອຍຕົວຂອງນາງ ເຂົາຈັບບຸດຊາຍຍິງຂອງນາງ ແລະຂ້ານາງເສັຽດ້ວຍດາບ ນາງຈຶ່ງເປັນຄຳເຍາະເຍີ້ຍຖ້າມກາງຜູ້ຍິງທັງຫລາຍ ໃນເມື່ອໄດ້ພິພາກສາລົງໂທດນາງແລ້ວ 11 “ໂອໂຮລີບານ້ອງສາວຂອງນາງເຫັນເຊັ່ນນັ້ນ ນາງກໍຖ່ອຍຮ້າຍຫລາຍກວ່າເອື້ອຍອີກດ້ວຍຣາຄະຕັນຫາ ແລະໃນການຫລີ້ນຊູ້ຫລາຍກວ່າເອື້ອຍ 12 ນາງຫລຸ່ມຫລົງອັສຊີເຣັຽ ເຈົ້າເມືອງແລະຜູ້ບັງຄັບບັນຊາ ນັກຮົບທີ່ນຸ່ງເຄື່ອງອັນລະອຽດ ພົນມ້າຂີ່ມ້າ ທຸກຄົນເປັນຊາຍຫນຸ່ມທີ່ພຶງປາຖນາ 13 ແລະເຣົາເຫັນວ່ານາງມີມົນທິນເສັຽແລ້ວ ນາງທັງສອງກໍເດີນທາງດຽວກັນ 14 ແຕ່ນາງຍັງຫລີ້ນຊູ້ຕື່ມອີກ ນາງເຫັນຮູບຄົນຢູ່ເທິງຝາ ເປັນຮູບຄົນຄັນເດອານຂຽນດ້ວຍສີແດງເຂັ້ມ 15 ມີສາຍແອວຂັດຄາດແອວ ມີຜ້າຄຽນຫົວທີ່ຢ່ອນລົງ ທຸກຄົນເປັນເຫມືອນນາຍທະຫານ ເປັນຮູບຊາວບາບິໂລນ ຊຶ່ງແຜ່ນດິນເດີມຂອງເຂົາຄືຄັນເດອານ 16 ເມື່ອນາງເຫັນຮູບນັ້ນກໍຫລຸ່ມຫລົງເຂົາເສັຽແລ້ວ ແລະສົ່ງຜູ້ນຳຂ່າວໄປຫາເຂົາທີ່ຄັນເດອານ 17 ຊາວບາບິໂລນກໍມາຫານາງເຖິງຕຽງຮັກ ແລະເຂົາກໍກະທຳໃຫ້ນາງເປັນມົນທິນດ້ວຍຣາຄະຂອງເຂົາ ຫລັງຈາກທີ່ນາງເປື້ອນເປິກັບເຂົາແລ້ວ ນາງກໍເບື່ອຫນ່າຍ 18 ເມື່ອນາງໄດ້ທຳການຫລີ້ນຊູ້ເສັຽຢ່າງເປີດເຜີຍ ແລະນາງສຳແດງຄວາມປະເປືອຍຕົວຂອງນາງ ເຮົາກໍເບື່ອຫນ່າຍເຫມືອນຢ່າງເຮົາເບື່ອຫນ່າຍເອື້ອຍຂອງນາງ 19 ເຖິງປານນັ້ນນາງຍັງທະວີການຫລີ້ນຊູ້ຂອງນາງຂຶ້ນອີກ ໂດຍຫວນລະນຶກເຖິງເມື່ອຄັ້ງຍັງສາວຢູ່ ເມື່ອນາງຫລີ້ນຊູ້ຢູ່ໃນແຜ່ນດິນເອຢິບ 20 ນາງຫລຸ່ມຫລົງຊູ້ຂອງນາງທີ່ນັ້ນ ລຳເນື້ອຂອງເຂົາກໍເຫມືອນຂອງລາ ແລະຂອງເຂົາກໍເຫມືອນຂອງມ້າ 21 ດັ່ງນີ້ແຫລະ, ເຈົ້າກໍອາລັຍໃນຣາຄະເມື່ອເຈົ້າຍັງສາວຢູ່ ເມື່ອຄົນເອຢິບຈັບຕ້ອງເອິກຂອງເຈົ້າ ແລະລູບຄຳຫົວນົມຂອງເຈົ້າ” 22 ເຫດສັນນັ້ນ ໂອໂຮລີບາເອີຍ, ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເບິ່ງແມ໋, ເຮົາຈະໃຫ້ຄົນຮັກທີ່ເຈົ້າເບື່ອຫນ່າຍແລ້ວນັ້ນໃຫ້ມາສູ້ເຈົ້າ ແລະເຮົາຈະນຳເຂົາມາສູ້ເຈົ້າຈາກທຸກດ້ານ 23 ມີຄົນບາບິໂລນແລະຄົນຄັນເດອານທັງສິ້ນ ເປໂກດ ແລະໂຊອາ ແລະໂກອາ ທັງຄົນອັສຊີເຣັຽທັງສິ້ນດ້ວຍ ເປັນຄົນຫນຸ່ມທີ່ເພິງປາຖນາ ເຈົ້າເມືອງ ຜູ້ບັງຄັບບັນຊາທັງສິ້ນ ເປັນນາຍທະຫານແລະນັກຮົບ ທຸກຄົນຂີ່ມ້າ 24 ເຂົາຈະມາຈາກທິດເຫນືອຕໍ່ສູ້ເຈົ້າ ມີຣົດຮົບ ກຽນ ແລະຊົນຊາດທັງຫລາຍເປັນອັນມາກ ເຂົາຈະຕັ້ງຕົນຕໍ່ສູ້ເຈົ້າທຸກດ້ານ ດ້ວຍໂລ່ໃຫຍ່ແລະໂລ່ນ້ອຍ ແລະຫມວກເຫລັກ ແລະເຮົາຈະມອບການພິພາກສາໃຫ້ເຂົາ ແລະເຂົາທັງຫລາຍຈະພິພາກສາເຈົ້າຕາມຫລັກການພິພາກສາຂອງເຂົາທັງຫລາຍ 25 ເຮົາຈະມຸ່ງຄວາມກິ້ວຂອງເຣົາຕໍ່ສູ້ເຈົ້າ ແລະເຂົາຈະກະທຳກັບເຈົ້າດ້ວຍຄວາມກ້ຽວກາດ ແລະເຂົາຈະຕັດດັງເຈົ້າແລະຕັດຫູຂອງເຈົ້າອອກເສັຽ ແລະຜູ້ທີ່ລອດຕາຍຈະລົ້ມລົງດ້ວຍດາບ ເຂົາຈະຈັບບຸດຊາຍແລະບຸດຍິງຂອງເຈົ້າ ແລະຄົນທີ່ລອດຕາຍຂອງເຈົ້າຈະຖືກເຜົາດ້ວຍໄຟ 26 ເຂົາຈະແກ້ເອົາເສື້ອຂອງເຈົ້າອອກ ແລະນຳເອົາເຄື່ອງຮູບປະພັນງາມໆຂອງເຈົ້າໄປເສັຽ 27 ເຮົາຈະໃຫ້ຣາຄະແລະການຫລີ້ນຊູ້ ຊຶ່ງເຈົ້ານຳມາຈາກແຜ່ນດິນເອຢິບສູນສິ້ນລົງ ເພື່ອເຈົ້າຈະບໍ່ໄດ້ເງີຍຫນ້າຂຶ້ນເບິ່ງຄົນເອຢິບແລະລະນຶກເຖິງເຂົາອີກຕໍ່ໄປ 28 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະມອບເຈົ້າໄວ້ໃນມືຂອງຜູ້ທີ່ເຈົ້າກຽດຊັງ ໃນມືຂອງຜູ້ເຫລົ່ານັ້ນທີ່ເຈົ້າເບື່ອຫນ່າຍ 29 ເຂົາທັງຫລາຍຈະກະທຳກັບເຈົ້າດ້ວຍຄວາມກຽດຊັງແລະຍຶດເອົາຜົນແຫ່ງການງານຂອງເຈົ້າໄປເສັຽ ແລະຖິ້ມເຈົ້າໄວ້ໃຫ້ຕົວປະເປືອຍຢູ່ບໍ່ມີຜ້າຫົ່ມການປະເປືອຍຢູ່ແລະການຫນ້າລະອາຍ ແລະການຫລີ້ນຊູ້ຂອງເຈົ້າຈະຕ້ອງປາກົດແຈ້ງ 30 ຣາຄະແລະການຫລີ້ນຊູ້ຂອງເຈົ້າໄດ້ນຳສິ່ງເຫລົ່ານີ້ມາເຫນືອເຈົ້າ ເພາະເຈົ້າຫລີ້ນຊູ້ກັບປະຊາຊາດທັງຫລາຍ ຍ້ອນເຈົ້າໄດ້ໃຫ້ຕົວຖືກຖ່ອຍຮ້າຍດ້ວຍຮູບເຄົາຣົບຂອງເຂົາທັງຫລາຍ 31 ເຈົ້າດຳເນີນຕາມທາງແຫ່ງເອື້ອຍຂອງເຈົ້າ ເຫດສັນນັ້ນເຣົາຈຶ່ງມອບຈອກຂອງນາງໃສ່ມືເຈົ້າ 32 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຈົ້າຈະຕ້ອງດື່ມຈາກຈອກຂອງເອື້ອຍເຈົ້າ ຊຶ່ງເລິກແລະກວ້າງເຈົ້າຈະຖືກຫົວເລາະຫົວຂວັນ ແລະຖືກສົບປມາດເພາະຈອກນັ້ນເຕັມຈົນວ່າມັນລົ້ນອອກ 33 ເຈົ້າຈະເຕັມໄປດ້ວຍຄວາມມືນເມົາແລະຄວາມໂສກ ຈອກຂອງຊາມາເຣັຽເອື້ອຍຂອງເຈົ້ານັ້ນເປັນຈອກແຫ່ງຄວາມຢ້ານກົວແລະຫນ້າສະຍົດສະຍອງ 34 ເຈົ້າຈະດື່ມແລະດື່ມຈົນກ້ຽງເຈົ້າຈະກັດຈອກນັ້ນເປັນປ່ຽງເສດ ແລະຈີກຫົວນົມຂອງເຈົ້າເສັຽ ເພາະເຮົາໄດ້ລັ່ນວາຈາແລ້ວ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 35 ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະເຈົ້າລືມເຣົາແລະແກ່ວງເຮົາໄປໄວ້ເບື້ອງຫລັງເຈົ້າເສັຽ ເພາະສະນັ້ນເຈົ້າຈົ່ງຮັບໂທດຣາຄະ ແລະການຫລີ້ນຊູ້ຂອງເຈົ້າເທີນ” 36 ພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ເຈົ້າຈະພິພາກສາໂອໂຮລາແລະໂອໂຮລີບາຫລື ແລ້ວຈົ່ງປະກາດການກະທຳທີ່ຫນ້າຂີ້ດຽດຂອງນາງໃຫ້ເຂົາຮູ້ 37 ເພາະວ່ານາງໄດ້ກະທຳການລ່ວງປະເວນີ ແລະໂລຫິດຢູ່ໃນມືຂອງນາງ ນາງກະທຳການລ່ວງປະເວນີກັບຮູບເຄົາຣົບຂອງນາງ ແລະນາງຍັງຖວາຍບຸດຊາຍຊຶ່ງນາງບັງເກີດໃຫ້ແກ່ເຮົານັ້ນໃຫ້ລຸຍໄຟເປັນອາຫານແຫ່ງຮູບເຄົາຣົບນັ້ນດ້ວຍ 38 ນອກຈາກນັ້ນນາງໄດ້ກະທຳເຊັ່ນນີ້ແກ່ເຮົາ ຄືນາງໄດ້ກະທຳໃຫ້ສະຖານສັກສິດຂອງເຮົາເປັນມົນທິນໃນວັນດຽວກັນ ແລະໄດ້ປມາດວັນສະບາໂຕທັງຫລາຍຂອງເຮົາ 39 ຄືຂນະເມື່ອນາງຂ້າລູກຂອງນາງເປັນເຄື່ອງບູຊາຮູບເຄົາຣົບ ໃນວັນນັ້ນນາງກໍເຂົ້າມາໃນສະຖານສັກສິດຂອງເຮົາ ແລະກະທຳສະຖານທີ່ນັ້ນໃຫ້ເປັນມົນທິນ ນາງກະທຳສິ່ງເຫລົ່ານີ້ໃນວິຫານຂອງເຮົາ 40 ນອກຈາກນີ້ນາງຍັງໄດ້ໃຫ້ໄປຫາຜູ້ຊາຍມາຈາກເມືອງໄກ ຄືນາງໃຊ້ຜູ້ນຳຂ່າວໄປຫາ ແລະເບິ່ງແມ໋, ເຂົາກໍມາ ເຈົ້າກໍຊໍາຮະຕົວຂອງເຈົ້າ ເຈົ້າທາຕາຂອງເຈົ້າ ແລະແຕ່ງກາຍຂອງເຈົ້າດ້ວຍເຄື່ອງປະດັບ ເພື່ອຄົນເຫລົ່ານັ້ນ 41 ເຈົ້ານັ່ງຢູ່ເທິງຕັ່ງອັນສູງສັກ ມີໂຕະວາງຢູ່ຂ້າງຫນ້າ ຊຶ່ງເປັນໂຕະທີ່ເຈົ້າໄດ້ວາງເຄື່ອງຫອມແລະນ້ຳມັນຂອງເຮົາ 42 ສຽງຂອງປະຊາຊົນທີ່ປ່ອຍຕົວກໍດັງຢູ່ກັບນາງ ພ້ອມກັບຄົນສາມັນເຂົານຳຄົນເມົາມາຈາກຖິ່ນກັນດານດ້ວຍ ແລະເຂົາເອົາກຳໄລມືສວມໃສ່ແຂນຂອງຜູ້ຍິງແລະສວມມົງກຸດງາມໆໃສ່ເທິງຫົວຂອງນາງທັງສອງ 43 “ເຮົາຈຶ່ງກ່າວເຣື່ອງນາງ ຜູ້ທີ່ຣ່ວງໂຣຍໂດຍການລ່ວງປະເວນີວ່າ ເຂົາຍັງຫລີ້ນຊູ້ກັບນາງຫລື 44 ເພາະຊາຍເຫລົ່ານັ້ນຍັງເຂົ້າຫານາງ ຢ່າງດຽວກັບຜູ້ຊາຍເຂົ້າຫາໂສເພນີ ດັ່ງນັ້ນເຂົາກໍເຂົ້າຫາໂອໂຮລາກັບໂອໂຮລີບາຊຶ່ງເປັນຍິງມີຣາຄະ 45 ແຕ່ຄົນຊອບທັມຈະພິພາກສານາງດ້ວຍຄຳພິພາກສາອັນຄວນຕົກແກ່ຍິງຜູ້ລ່ວງປະເວນີ ແລະດ້ວຍຄຳພິພາກສາອັນຄວນຕົກແກ່ຍິງຜູ້ກະທຳໃຫ້ໂລຫິດຕົກ ເພາະນາງເປັນຍິງລ່ວງປະເວນີ ແລະເພາະຄວາມຜິດທີ່ທຳໃຫ້ ນາງເຖິງຕາຍຢູ່ກັບນາງ” 46 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຈົ່ງນຳກອງທັບມາສູ້ກັບນາງທັງສອງນີ້ ແລະມອບນາງໄວ້ແກ່ຄວາມຢ້ານກົວແລະການຖືກຍຶດ 47 ແລະກອງທັບຈະເອົາຫີນຄວ່າງໃສ່ນາງແລະຂ້ານາງເສັຽດ້ວຍດາບ ເຂົາຂ້າບຸດຊາຍຍິງຂອງນາງ ແລະເຜົາເຮືອນທັງຫລາຍຂອງນາງເສັຽ 48 ດັ່ງນີ້ແຫລະ, ເຮົາຈະໃຫ້ຣາຄະໃນແຜ່ນດິນນັ້ນສູນສິ້ນໄປ ເພື່ອຜູ້ຍິງທັງຫລາຍຈະໄດ້ຮັບຄວາມຕັກເຕືອນແລະບໍ່ປະພຶດຣາຄະຢ່າງທີ່ເຈົ້າໄດ້ກະທຳແລ້ວນັ້ນ 49 ສ່ວນຣາຄະຂອງເຈົ້ານັ້ນເຈົ້າຈະຕ້ອງຣັບໂທດ ແລະເຈົ້າຈະຕ້ອງຮັບໂທດເຣື່ອງການບູຊາຮູບເຄົາຣົບຢ່າງບາບຫນາຂອງເຈົ້າ ແລະເຈົ້າຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ”
ຄຳອຸປມາເຣື່ອງຫມໍ້ເດືອດ
1 ເມື່ອວັນທີ່ສິບເດືອນທີ່ສິບປີທີ່ເກົ້າ ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ຈົ່ງຂຽນຊື່ຂອງວັນນີ້ໄວ້ ວັນນີ້ກະສັດບາບິໂລນລ້ອມເຢຣູຊາເລັມ ໃນວັນນີ້ເອງ 3 ແລະຈົ່ງກ່າວຄຳອຸປມາແກ່ເຊື້ອສາຍທີ່ມັກກະບົດ ແລະເວົ້າກັບເຂົາວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຈົ່ງຕັ້ງຫມໍ້ໄວ້ ຕັ້ງໄວ້ເດີ ເທນ້ຳໃສ່ຫມໍ້ນຳ 4 ໃສ່ຊີ້ນເຂົ້າໄປ ເອົາຊີ້ນດີໆ ຄືຊີ້ນໂຄ່ນຂາ ແລະຊີ້ນສັນຂາຫນ້າ ເລືອກກະດູກດີມາໃສ່ໃຫ້ເຕັມ 5 ຈົ່ງເລືອກແກະທີ່ດີທີ່ສຸດມາໂຕນຶ່ງ ກອງຟືນໄວ້ໃຕ້ນັ້ນ ຈົ່ງຕົ້ມໃຫ້ດີເພື່ອຄ້ຽວກະດູກທີ່ຢູ່ໃນນັ້ນດ້ວຍ 6 “ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ວິບັດແກ່ກຸງທີ່ຊຸ່ມໂລຫິດ ວິບັດແກ່ຫມໍ້ທີ່ມີຂີ້ໝ້ຽງຂ້າງໃນ ແລະຊຶ່ງຂີ້ໝ້ຽງບໍ່ໄດ້ຫລຸດອອກມາ ຈົ່ງເອົາເນື້ອອອກທີ່ລະຕ່ອນໆ ຢ່າຈັບສລາກເລີຍ 7 ເພາະວ່າໂລຫິດທີ່ນາງກະທຳໃຫ້ຕົກນັ້ນຍັງຢູ່ຖ້າມກາງນາງ ນາງວາງໄວ້ເທິງຫີນໂລ້ນ ນາງບໍ່ໄດ້ເທລົງໄວ້ເທິງຫີນໂລ້ນ ນາງບໍ່ໄດ້ເທລົງດິນເພື່ອເອົາຂີ້ຝຸ່ນດິນປົກປິດໄວ້ 8 ເຣົາໄດ້ວາງໂລຫິດທີ່ນາງທຳໃຫ້ຕົກນັ້ນໄວ້ເທິງກ້ອນຫີນ ເພື່ອບໍ່ໃຫ້ປິດໂລຫິດນັ້ນໄວ້ ເພື່ອເລົ້າຄວາມພິໂຣດ ແລະທຳການແກ້ແຄ້ນ 9 ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ວິບັດແກ່ກຸງທີ່ຊຸ່ມໂລຫິດ ເຮົາຈະກະທຳໃຫ້ກອງນັ້ນໃຫຍ່ຂຶ້ນດ້ວຍ 10 ຈົ່ງສຸມຟືນເຂົ້າໄປແລະກໍ່ໄຟຂຶ້ນ ຕົ້ມຊີ້ນໃຫ້ດີ ແລ້ວເທນ້ຳຕົ້ມຊີ້ນນັ້ນອອກເສັຽ ແລະປ່ອຍກະດູກໃຫ້ໄຫມ້ 11 ແລະວາງຫມໍ້ເປົ່າໄວ້ເທິງຖ່ານເພື່ອໃຫ້ຮ້ອນ ໃຫ້ທອງແດງໄຫມ້ ໃຫ້ຄວາມເປື້ອນເປິລະລາຍເສັຽໃນນັ້ນ ໃຫ້ຂີ້ໝ້ຽງຂອງມັນໄຫມ້ໄຟ 12 ເຮົາກະທຳຕົວຂອງເຣົາໃຫ້ເມື່ອຍໄປລ້າໆ ຂີ້ໝ້ຽງທີ່ຫນາຂອງມັນກໍບໍ່ຫລຸດອອກດ້ວຍໄຟ 13 ຂີ້ໝ້ຽງນັ້ນໄດ້ແກ່ຣາຄະອັນເປື້ອນເປິຂອງເຈົ້າ ເພາະວ່າເຮົາຈະຊຳຮະເຈົ້າແລ້ວ ແຕ່ເຈົ້າບໍ່ຊຳຮະຕົວຈາກຄວາມເປື້ອນເປິຂອງເຈົ້າ ເຈົ້າຈະບໍ່ຖືກຊຳຮະອີກຕໍ່ໄປ ຈົນກວ່າເຣົາຈະລະບາຍຄວາມກ້ຽວກາດຂອງເຮົາອອກເຫນືອເຈົ້າຈົນຫມົດ 14 ເຣົາຄືພຣະຜູ້ເປັນເຈົ້າໄດ້ລັ່ນວາຈາແລ້ວ ຈະເປັນໄປຢ່າງນັ້ນ ເຮົາຈະກະທຳເຊັ່ນນັ້ນ ເຮົາຈະບໍ່ຖອຍກັບ ເຮົາຈະບໍ່ສງວນໄວ້ ແລະເຮົາຈະບໍ່ປ່ຽນໃຈ ເຮົາຈະພິພາກສາເຈົ້າຕາມວິທີການແລະການກະທຳຂອງເຈົ້າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ຣະນະກັມຂອງພັຣຍາເອເຊກຽນ
15 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າອີກວ່າ, 16 “ບຸດແຫ່ງມະນຸດເອີຍ, ເບິ່ງແມ໋, ເຮົາຈະເອົາສິ່ງທີ່ພໍຕາຂອງເຈົ້າໄປເສັຽຈາກເຈົ້າດ້ວຍການປະຫານເສັຽແລ້ວ ເຖິງປານນັ້ນເຈົ້າກໍຢ່າຄ່ຳຄວນຫລືຮ້ອງໄຫ້ ຫລືໃຫ້ນ້ຳຕາຕົກ 17 ຖອນຫາຍໃຈເຖີດ ແຕ່ຢ່າໄຫ້ອອກສຽງ ຢ່າໄວ້ທຸກໃຫ້ຄົນທີ່ຕາຍ ຈົ່ງປົກຫົວຂອງເຈົ້າ ແລະໃສ່ເກີບຂອງເຈົ້າ ຢ່າປິດຫນວດຫລືຮັບປະທານອາຫານຂອງເຂົາ” 18 ດັ່ງນັ້ນ ຂ້າພະເຈົ້າຈຶ່ງເວົ້າກັບປະຊາຊົນຕອນເຊົ້າ ແລະພັຣຍາຂອງຂ້າພະເຈົ້າກໍສິ້ນຊີວິດຕອນຄ່ຳ ຮຸ່ງເຊົ້າຂຶ້ນຂ້າພະເຈົ້າກໍກະທຳຢ່າງທີ່ຂ້າພະເຈົ້າຮັບພຣະບັນຊາ 19 ປະຊາຊົນກໍຖາມຂ້າພະເຈົ້າວ່າ, “ທ່ານຈະບໍ່ບອກເຣົາທັງຫລາຍຫລືວ່າ ສິ່ງນີ້ມີຄວາມຫມາຍຫຍັງແກ່ເຣົາ ຊຶ່ງທ່ານກະທຳເຊັ່ນນີ້” 20 ແລ້ວຂ້າພະເຈົ້າກໍເວົ້າກັບເຂົາວ່າ “ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ 21 “ຈົ່ງກ່າວແກ່ເຊື້ອສາຍອິສຣາເອນວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະກະທຳສະຖານສັກສິດຂອງເຮົາອັນເປັນຄວາມພາກພູມໃຈໃນອຳນາດຂອງເຈົ້າ ແລະຄວາມປາຖນາແຫ່ງວິນຍານຈິດຂອງເຈົ້າ ໃຫ້ກາຍເປັນບ່ອນຖ່ອຍຮ້າຍ ບຸດຊາຍຍິງຂອງເຈົ້າຊຶ່ງເຈົ້າຖິ້ມໄວ້ເບຶ້ອງຫລັງຈະລົ້ມລົງດ້ວຍດາບ 22 ແລະເຈົ້າທັງຫລາຍຈະກະທຳຢ່າງທີ່ເຣົາກະທຳ ເຈົ້າຈະບໍ່ປິດຫນວດ ຫລືຮັບປະທານອາຫານຂອງເຂົາ 23 ຜ້າຄຽນຫົວຈະຢູ່ເທິງຫົວຂອງເຈົ້າ ແລະເກີບຈະຢູ່ທີ່ຕີນຂອງເຈົ້າ ເຈົ້າຈະບໍ່ໄວ້ທຸກຫລືຮ້ອງໄຫ້ ແຕ່ເຈົ້າຈະຈິບຫາຍໄປເພາະຄວາມບາບຊົ່ວຂອງເຈົ້າ ແລະຈະໂອດຄວນແກ່ກັນແລະກັນ 24 ເອເຊກຽນຈະເປັນເຄື່ອງຫມາຍສຳຄັນແກ່ເຈົ້າທັງຫລາຍດັ່ງນີ້ ເຂົາໄດ້ກະທຳສິ່ງໃດ ເຈົ້າຈະກະທຳຢ່າງນັ້ນ ເມື່ອເຫດການເຫລົ່ານີ້ມາເຖິງ ເຈົ້າຈະໄດ້ຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ 25 “ແລະເຈົ້າ ບຸດແຫ່ງມະນຸດເອີຍ, ໃນວັນທີ່ເຮົາເອົາທີ່ກຳບັງເຂັ້ມແຂງຂອງເຂົາທັງຫລາຍອອກໄປ ອັນເປັນຄວາມລ່າເຣິງ ແລະເປັນສັກສີຂອງເຂົາ ສິ່ງທີ່ພໍຕາຂອງເຂົາທັງຫລາຍ ແລະສິ່ງທີ່ໃຈຂອງເຂົາປາຖນາ ທັງບຸດຊາຍແລະບຸດຍິງຂອງເຂົາ 26 ໃນວັນນັ້ນ ຜູ້ຫນີພັຍຈະມາຫາເຈົ້າ ເພື່ອຈະຣາຍງານຂ່າວໃຫ້ເຈົ້າໄດ້ຍິນເອງ 27 ໃນວັນນັ້ນ ປາກຂອງເຈົ້າຈະຫາຍໃບ້ຕໍ່ຫນ້າຜູ້ຫນີພັຍ ແລະເຈົ້າຈະເວົ້າແລະຈະບໍ່ເປັນໃບ້ອີກຕໍ່ໄປ ດັ່ງນັ້ນເຈົ້າເປັນເຄື່ອງຫມາຍສຳລັບເຂົາ ແລະເຂົາທັງຫລາຍຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ”
ຄຳເຜີຍພຣະຄຳກ່າວໂທດຄົນອັມໂມນ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ມຸ່ງຫນ້າຂອງເຈົ້າໄປຍັງຄົນອັມໂມນ ແລະຈົ່ງປະກາດພຣະຄຳກ່າວໂທດເຂົາ 3 ຈົ່ງກ່າວແກ່ຄົນອັມໂມນວ່າ ຈົ່ງຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ອາຮາ” ເຫນືອສະຖານສັກສິດຂອງເຮົາເມື່ອທີ່ນັ້ນເປັນມົນທິນ ແລະເຫນືອແຜ່ນດິນອິສຣາເອນເມື່ອໄດ້ຖືກກະທຳໃຫ້ຮ້າງເປົ່າ ແລະເຫນືອເຊື້ອສາຍຢູດາເມື່ອຖືກກວາດໄປເປັນຊະເລີຍ 4 ເຫດສັນນັ້ນ ເບິ່ງແມ໋, ເຮົາຈະມອບເຈົ້າໃຫ້ແກ່ປະຊາຊົນທາງທິດຕາເວັນອອກໃຫ້ເປັນກຳມະສິດ ເຂົາຈະຕັ້ງຄ້າຍຢູ່ຖ້າມກາງເຈົ້າ ແລະສ້າງທີ່ຢູ່ຂອງເຂົາກາງພວກເຈົ້າ ເຂົາທັງຫລາຍຈະຮັບປະທານຫມາກໄມ້ຂອງເຈົ້າ ແລະຈະດື່ມນ້ຳນົມຂອງເຈົ້າ 5 ເຣົາຈະກະທຳໃຫ້ເມືອງຣັບບາເປັນທົ່ງຫຍ້າສຳລັບອູດ ແລະທຳໃຫ້ທີ່ຂອງຄົນອັມໂມນເປັນຄອກສຳລັບຝູງແກະແບ້ ແລ້ວເຈົ້າຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ 6 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະເຈົ້າໄດ້ຕົບມືແລະກະທືບຕີນແລະປິຕິດ້ວຍໃຈຄິດຮ້າຍຕໍ່ແຜ່ນດິນອິສຣາເອນ 7 ເຫດສັນນັ້ນ ເບິ່ງແມ໋, ເຮົາໄດ້ຍື່ນມືຂອງເຮົາອອກຕໍ່ສູ້ເຈົ້າ ແລະຈະມອບເຈົ້າໄວ້ແກ່ປະຊາຊົນທັງຫລາຍໃຫ້ເປັນຂອງຍຶດ ແລະເຮົາຈະຕັດເຈົ້າອອກເສັຽຈາກຊົນຊາດທັງຫລາຍ ແລະເຮົາຈະກະທຳໃຫ້ເຈົ້າພິນາດໄປຈາກປະເທດຕ່າງໆ ເຮົາຈະທຳລາຍເຈົ້າແລ້ວເຈົ້າຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ
ຄຳເຜີຍພຣະຄຳກ່າວໂທດໂມອາບ
8 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະໂມອາບແລະເຊອີຣ໌ກ່າວວ່າ ເບິ່ງແມ໋, ເຊື້ອສາຍຢູດາກໍເຫມືອນປະຊາຊາດອື່ນໆທັງສິ້ນ 9 ເຫດສັນນັ້ນ ເບິ່ງແມ໋, ເຮົາຈະເປີດໄຫລ່ໂມອາບ ຈົນບໍ່ມີເມືອງເຫລືອຄືເມືອງຂອງເຂົາຈາກດ້ານນັ້ນ ສັກສີຂອງປະເທດນັ້ນຄືເມືອງເບທເຢຊີໂມທ ເມືອງບາອານເມໂອນແລະເມືອງກີຣີອາທາອິມ 10 ເຮົາຈະມອບໃຫ້ແກ່ປະຊາຊົນທາງທິດຕາເວັນອອກ ພ້ອມກັບຄົນອັມໂມນໃຫ້ເປັນກໍາມະສິດແກ່ເຈົ້າ ເພື່ອວ່າຈະບໍ່ມີໃຜນຶກເຖິງຄົນອັມໂມນອີກໃນຖ້າມກາງປະຊາຊາດ 11 ແລະເຮົາຈະພິພາກສາລົງໂທດໂມອາບ ແລ້ວເຂົາທັງຫລາຍຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ
ຄຳເຜີຍພຣະຄຳກ່າວໂທດເອໂດມ
12 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະວ່າເອໂດມໄດ້ປະພຶດຢ່າງຄຽດແຄ້ນຕໍ່ເຊື້ອສາຍຢູດາ ແລະໄດ້ກະທຳກັມຊົ່ວນັກຫນາໃນການທີ່ແກ້ແຄ້ນເຂົາ 13 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈຶ່ງກ່າວດັ່ງນີ້ວ່າ ເຮົາຈະຍື່ນມືຂອງເຮົາອອກຕໍ່ສູ້ເອໂດມ ແລະຕັດຄົນແລະສັດອອກເສັຽຈາກເມືອງນັ້ນ ແລະເຮົາຈະກະທຳໃຫ້ເມືອງນັ້ນຮ້າງເປົ່າຕັ້ງແຕ່ເມືອງເຕມານເຖິງເມືອງເດດານ ເຂົາທັງຫລາຍກໍຈະລົ້ມລົງດ້ວຍດາບ 14 ແລະເຮົາຈະວາງການແກ້ແຄ້ນຂອງເຮົາລົງເຫນືອເມືອງເອໂດມດ້ວຍມືຂອງອິສຣາເອນໄພ່ພົນຂອງເຮົາ ແລະເຂົາຈະກະທຳຕາມຄວາມກິ້ວແລະຄວາມພິໂຣດຂອງເຮົາໃນເມືອງເອໂດມ ແລະເຂົາຈະຊາບເຖິງການແກ້ແຄ້ນຂອງເຮົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ
ຄຳເຜີຍພຣະຄຳກ່າວໂທດຄົນຟີລິສຕິນ
15 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະວ່າຄົນຟີລິສຕິນໄດ້ກະທຳຢ່າງຄຽດແຄ້ນແລະທຳການແກ້ແຄ້ນດ້ວຍໃຈຄິດຮ້າຍຫມາຍທຳລາຍ ໂດຍຄວາມເປັນສັດຕຣູອັນບໍ່ຮູ້ຈັກຈົບສິ້ນນັ້ນເສັຽ 16 ເຫດສັນນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະຍື່ນມືຂອງເຮົາອອກຕໍ່ສູ້ຄົນຟີລິສຕິນ ແລະເຣົາຈະຕັດຄົນເຄເຣທີອອກ ແລະທຳລາຍຄົນທີ່ເຫລືອຢູ່ຕາມຝັ່ງທະເລນັ້ນເສັຽ 17 ເຣົາຈະກະທຳການແກ້ແຄ້ນໃຫຍ່ຍິ່ງເຫນືອເຂົາດ້ວຍການຊຳຮະຢ່າງພິໂຣດຂອງເຮົາ ແລ້ວເຂົາຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ ເມື່ອເຮົາໄດ້ວາງການແກ້ແຄ້ນຂອງເຮົາໄວ້ເຫນືອເຂົາ”
ຄຳເຜີຍພຣະຄຳກ່າວໂທດເມືອງຕີເຣ
1 ຢູ່ມາໃນວັນຕົ້ນເດືອນປີທີ່ສິບເອັດ ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ເພາະວ່າເມືອງຕີເຣ ໄດ້ເວົ້າກ່ຽວພັນກັບເຢຣູຊາເລັມວ່າ “ປະຕູເມືອງຂອງຊົນຊາດທັງຫລາຍຫັກເສັຽແລ້ວ ມັນເປີດກວ້າງໄວ້ຮັບຂ້າ ມັນຮ້າງເປົ່າແລ້ວ ຂ້າຈະບໍຣິບູນຂຶ້ນ” 3 ເຫດສັນນັ້ນພຣະຜູ້ເປັນເຈົ້າກ່າວວ່າ ເບິ່ງແມ໋, ເມືອງຕີເຣເອີຍ, ເຮົາເປັນປໍຣະປັກກັບເຈົ້າ ແລະຈະນຳປະຊາຊາດເປັນອັນມາກມາຕໍ່ສູ້ເຈົ້າ ດັ່ງທະເລກະທຳໃຫ້ຄື້ນຂອງມັນຂຶ້ນມາ 4 ເຂົາທັງຫລາຍຈະທຳລາຍກຳແພງເມືອງຕີເຣ ແລະພັງທະລາຍຫໍຄອຍຂອງເມືອງນັ້ນເສັຽ ແລະເຮົາຈະຂຸດດິນເສັຽຈາກເມືອງນັ້ນ ກະທຳໃຫ້ເປັນຫີນໂລ້ນໆ 5 ເມືອງນັ້ນເປັນທີ່ສຳລັບຕາກມອງຢູ່ກາງທະເລ ເພາະເຣົາໄດ້ລັ່ນວາຈາແລ້ວ ພຣະຜູ້ເປັນເຈົ້າໄດ້ກ່າວ ແລະເມືອງນັ້ນຈະເປັນຂອງປຸ້ນແຫ່ງບັນດາປະຊາຊາດ 6 ແລະພວກທິດາຂອງເມືອງນີ້ຊຶ່ງຢູ່ເທິງແຜ່ນດິນໃຫຍ່ຈະຕ້ອງຖືກຂ້າເສັຽດ້ວຍດາບ ແລ້ວເຂົາທັງຫລາຍຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ 7 “ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຣົາຈະນຳເນບຸກາດເນສຊາຣ໌ກະສັດບາບິໂລນ ຜູ້ເປັນຈອມກະສັດມາຍັງເມືອງຕີເຣຈາກທິດເຫນືອ ພ້ອມທັງມ້າແລະຣົດຮົບກັບພົນມ້າແລະກອງທະຫານຫລວງຫລາຍ 8 ທ່ານຈະຂ້າທິດາຂອງເຈົ້າເທິງແຜ່ນດິນໃຫຍ່ເສັຽດ້ວຍດາບ ທ່ານຈະກໍ່ກຳແພງລ້ອມເຈົ້າໄວ້ ແລະສ້າງຄັນຄູຕໍ່ສູ້ກັບເຈົ້າ ແລະຈະຍົກຫລັງຄາເປັນໂລ່ຕໍ່ສູ້ກັບເຈົ້າ 9 ທ່ານຈະຕັ້ງເຄື່ອງທະລວງຕໍ່ສູ້ກັບກຳແພງຂອງເຈົ້າແລະທ່ານຈະເອົາຂວານຂອງທ່ານຟັນຫໍຄອຍຂອງເຈົ້າລົງ 10 ມ້າຂອງທ່ານຫລວງຫລາຍຈົນຂີ້ຝຸ່ນມ້າທີ່ຟົ້ງຂຶ້ນປົກຄຸມເຈົ້າໄວ້ ກຳແພງເມືອງຂອງເຈົ້າຈະສັ່ນສະເທືອນ ດ້ວຍສຽງພົນມ້າແລະກຽນແລະຣົດຮົບ ເມື່ອທ່ານຈະຍົກເຂົ້າປະຕູເມືອງຂອງເຈົ້າ ເຫມືອນຢ່າງຄົນເດີນເຂົ້າເມືອງ ເມື່ອເມືອງນັ້ນແຕກແລ້ວ 11 ທ່ານຈະຢຽບຢໍ່າທີ່ຖນົນຂອງເຈົ້າດ້ວຍກີບມ້າ ທ່ານຈະຂ້າຊົນຊາດຂອງເຈົ້າເສັຽດ້ວຍດາບ ແລະເສົາຫານອັນແຂງແຮງຂອງເຈົ້າຈະລົ້ມລົງເຖິງດິນ 12 ຊັບສົມບັດຂອງເຈົ້າ ທ່ານຈະເອົາມາເປັນຂອງປຸ້ນ ເຂົາທັງຫລາຍຈະພັງກຳແພງຂອງເຈົ້າລົງ ແລະຈະທຳລາຍບ້ານອັນສວຍງາມຂອງເຈົ້າເສັຽ ຫິນ ໄມ້ແລະດິນຂອງເຈົ້ານັ້ນເຂົາຈະໂຍນຖິ້ມເສັຽກາງນ້ຳ 13 ສຽງເພງຂອງເຈົ້ານັ້ນເຮົາກໍຈະໃຫ້ຢຸດ ແລະສຽງພິນເຂົາຄູ່ຂອງເຈົ້າຈະບໍ່ໄດ້ຍິນອີກ 14 ເຮົາຈະກະທຳເຈົ້າໃຫ້ເປັນສີລາໂລ້ນ ເຈົ້າຈະເປັນສະຖານທີ່ສຳລັບຕາກມອງ ຈະບໍ່ມີຜູ້ໃດສ້າງເຈົ້າຂຶ້ນໃຫມ່ເລີຍ ເພາະເຮົາຄືພຣະຜູ້ເປັນເຈົ້າໄດ້ລັ່ນວາຈາແລ້ວ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 15 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແກ່ເມືອງຕີເຣວ່າ ແຜ່ນດິນຊາຍທະເລຈະບໍ່ໄດ້ສັ່ນສະເທືອນດ້ວຍສຽງທີ່ເຈົ້າລົ້ມເມື່ອຜູ້ບາດເຈັບຮ້ອງຄວນຄາງ ເມື່ອການເຂັ່ນຂ້າໄດ້ເກີດຢູ່ຖ້າມກາງເຈົ້າຫລື 16 ແລ້ວເຈົ້ານາຍທັງສິ້ນທີ່ຈະກ້າວລົງມາຈາກບັນລັງແລະແກ້ເຄື່ອງທົງອອກ ແລະປົດເຄື່ອງແຕ່ງກາຍທີ່ປັກອອກເສັຽ ແລະຈະເອົາຄວາມສັ່ນກົວມາເປັນເຄື່ອງທົງ ຈະປະທັບຢູ່ເທິງພື້ນດິນແລະສັ່ນຢູ່ທຸກຂນະແລະຫວາດກົວເພາະເຈົ້າ ເມືອງຕີເຣ 17 ທ່ານເຫລົ່ານີ້ຈະເປັ່ງສຽງບົດຄ່ຳຄວນເຣື່ອງເຈົ້າ ແລະກ່າວແກ່ເຈົ້າວ່າ “ໂອ ເຈົ້າ ຜູ້ມີພົລເມືອງຫນາແຫນ້ນເອີຍ, ເຈົ້າສູນໄປຈາກທະເລເສັຽແລ້ວ ເຈົ້າເປັນເມືອງແຂງກ້າຢູ່ທີ່ທະເລ ທັງເຈົ້າແລະຊາວເມືອງຂອງເຈົ້າວ່າເຖິງຄົນທີ່ນັ້ນແລ້ວ ເຈົ້າໃຫ້ເຂົາຢ້ານ 18 ບັດນີ້ ເກາະທັງຫລາຍກໍສັ່ນສະເທືອນໃນວັນທີ່ເຈົ້າລົ້ມລົງ ບັນດາເກາະທີ່ຢູ່ໃນທະເລກໍຢ້ານເພາະເຈົ້າສິ້ນໄປເສັຽ” 19 “ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເມື່ອເຮົາກະທຳເຈົ້າໃຫ້ເປັນເມືອງຮ້າງເປົ່າເຫມືອນຢ່າງເມືອງທີ່ບໍ່ມີຄົນອາໄສ ເມື່ອເຮົານຳທະເລມາຖ້ວມເຈົ້າ ແລະນ້ຳມາກຫລາຍປົກຄຸມເຈົ້າໄວ້ 20 ແລ້ວເຮົາຈະຊຸກເຈົ້າລົງໄປພ້ອມກັບຄົນເຫລົ່ານັ້ນທີ່ລົງໄປຍັງປາກແດນຄົນຕາຍ ໄປຍັງຄົນສະໄຫມເກົ່າ ເຮົາຈະກະທຳເຈົ້າໃຫ້ອາໄສຢູ່ທີ່ໂລກບາດານຖ້າມກາງສິ່ງສລັກຫັກພັງໃນສະໄຫມດຶກດຳບັນ ພ້ອມກັບຜູ້ທີ່ລົງໄປຍັງປາກແດນຄົນຕາຍ ເພື່ອວ່າຈະບໍ່ມີຜູ້ໃດອາໄສຢູ່ໃນເຈົ້າ ແລະເຈົ້າຈະບໍ່ຕັ້ງຢູ່ໃນແຜ່ນດິນຂອງຜູ້ມີຊີວິດ 21 ເຮົາຈະກະທຳໃຫ້ເຈົ້າເປັນທີ່ຫນ້າຕົກໃຈ ຈະບໍ່ມີເຈົ້າອີກແລ້ວ ເຖິງຜູ້ໃດຈະມາຫາເຈົ້າ ເຂົາຈະມາຫາເຈົ້າບໍ່ພົບອີກຕໍ່ໄປເປັນນິດ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ບົດຄ່ຳຄວນເຣື່ອງເມືອງຕີເຣ
1 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 ເຈົ້າ ບຸດແຫ່ງມະນຸດເອີຍ, ຈົ່ງເປັ່ງສຽງບົດຄ່ຳຄວນເຣື່ອງເມືອງຕີເຣ 3 ແລະຈົ່ງກ່າວແກ່ເມືອງຕີເຣ ຜູ້ຢູ່ທາງເຂົ້າສູ່ທະເລ ເປັນພໍ່ຄ້າແຫ່ງຊົນຊາດທັງຫລາຍທີ່ຢູ່ຕາມແຜ່ນດິນຊາຍທະເລ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເມືອງຕີເຣເອີຍ, ເຈົ້າໄດ້ກ່າວວ່າ ຂ້ານີ້ມາພ້ອມຄວາມງາມອັນສົມບູນແບບ 4 ເຂດແດນຂອງເຈົ້າຢູ່ທີ່ກາງທະເລ ຜູ້ກໍ່ສ້າງໄດ້ກະທຳໃຫ້ຄວາມງົດງາມຂອງເຈົ້າເປັນດັ່ງເຮືອລຳງາມ 5 ເຂົາໄດ້ເອົາໄມ້ແປກມາຈາກເຊນີຣ໌ ເຂົາເອົາໄມ້ສົນມາຈາກເລບານອນທຳເປັນເສົາຄ້ຳທັງຫລາຍໃຫ້ເຈົ້າ 6 ເອົາໄມ້ກໍ່ແຫ່ງເມືອງບາຊານ ມາທຳເປັນໄມ້ພາຍຂອງເຈົ້າ ເຂົາທຳດາດຟ້າຂອງເຈົ້າດ້ວຍໄມ້ສົນ ໄດ້ມາຈາກຊາຍຝັ່ງເກາະໄຊປຣັສຝັງດ້ວຍງາຊ້າງ 7 ສ່ວນໃບຂອງເຈົ້ານັ້ນ ທຳດ້ວຍຜ້າປ່ານເນື້ອລະອຽດຈາກເອຢິບ ໃຊ້ຕາງທຸງຂອງເຈົ້າ ຜ້າສີຟ້າສີມ່ວງມາຈາກຝັ່ງເມືອງເອລີຊາກໍເປັນທັບອາໄສຂອງເຈົ້າ 8 ຊາວເມືອງຊີໂດນແລະເມືອງຊີໂດນແລະອາຣ໌ວັດ ເປັນພວກຊາວແຈວຂອງເຈົ້າ ໂອ ຕີເຣ ຊ່າງຝີມືທີ່ຢູ່ໃນກາງເຈົ້າ ກໍເປັນພວກນາຍທ້າຍຂອງເຈົ້າ 9 ຜູ້ໃຫຍ່ຂອງເມືອງເກບານແລະຊ່າງຝີມືຂອງເມືອງນີ້ກໍຢູ່ໃນເຈົ້າ ເປັນຊ່າງໄມ້ປະຈຳເຮືອໃຫ້ເຈົ້າ ບັນດາເຮືອທະເລທັງສິ້ນພ້ອມທີ່ນ້ຳທະເລກັບລູກສະເພົານັ້ນໄດ້ຢູ່ນຳເຈົ້າ ເພື່ອແລກປ່ຽນສິນຄ້າກັບເຈົ້າ 10 “ຊາວເປີເຊັຽ ລູດ ແລະພູທ ກໍຢູ່ໃນກອງທັບຂອງເຈົ້າ ເຂົາທັງຫລາຍເປັນທະຫານຂອງເຈົ້າ ເຂົາແຂວນໂລ່ແລະຫມວກເຫລັກໃນເຈົ້າ ເຂົາກະທຳໃຫ້ເຈົ້າມີສະງ່າ 11 ຊາວອາຣ໌ວັດແລະຊາວເຮເລກຢູ່ເທິງກຳແພງໂດຍຮອບ ຊາວກາມັດຢູ່ໃນຫໍຄອຍຂອງເຈົ້າ ເຂົາແຂວນໂລ່ໄວ້ຕາມກຳແພງຂອງເຈົ້າໂດຍຮອບ ເຂົາກະທຳໃຫ້ຄວາມງາມຂອງເຈົ້າດີທີ່ສຸດ 12 “ຕາຣ໌ຊິສໄປມາຄ້າຂາຍກັບເຈົ້າ ເພາະເຈົ້າມີຊັບພຍາກອນມາກມາຍຫລາຍຊະນິດ ເຂົາເອົາ ເງິນ ເຫລັກ ຊື່ນ ແລະກົ່ວມາແລກປ່ຽນກັບສິນຄ້າຂອງເຈົ້າ 13 ເມືອງຢາວານ ຕູບານ ແລະເມເຊກ ຄ້າຂາຍກັບເຈົ້າ ເຂົາແລກປ່ຽນຄົນແລະພາຊນະທອງສຳຣິດກັບສິນຄ້າຂອງເຈົ້າ 14 ເມືອງເບທໂຕກາຣ໌ມາ ເອົາຝູງມ້າກັບຄົນຂີ່ມ້າ ຝູງລໍມາແລກກັບສິນຄ້າຂອງເຈົ້າ 15 ຊາວເດດານທຳການຄ້າຂາຍກັບເຈົ້າ ແຜ່ນດິນຊາຍທະເລເປັນອັນມາກເປັນຕລາດປະຈຳຂອງເຈົ້າ ເຂົານຳງາຊ້າງແລະໄມ້ຍຸງມາເປັນຄ່າຂອງສິນຄ້າ 16 ເມືອງອາຣາມ ໄປມາຄ້າຂາຍກັບເຈົ້າ ເພາະເຈົ້າມີສິນຄ້າອຸດົມ ເຂົາເອົາມໍຣະກົດ ຜ້າສີມ່ວງ ຜ້າແສ່ວ ຜ້າປ່ານເນື້ອລະອຽດ ຫິນງອກ ແລະທັບທິມມາແລກກັບສິນຄ້າຂອງເຈົ້າ 17 ຢູດາແລະແຜ່ນດິນອິສຣາເອນກໍຄ້າຂາຍກັບເຈົ້າ ເຂົາເອົາເຂົ້າບເລເມືອງມິນນິທ ຫມາກກອກເທດແລະຫມາກເດື່ອຕົ້ນຣະດູ ນ້ຳເຜິ້ງ ນ້ຳມັນ ກຳຍານ ມາແລກກັບສິນຄ້າຂອງເຈົ້າ 18 ດາມັສກັສໄປມາຄ້າຂາຍກັບເຈົ້າ ເພາະເຈົ້າມີສິນຄ້າອຸດົມ ເພາະຊັບພຍາກອນມາກມາຍຫລາຍຊະນິດຂອງເຈົ້າ ມີເຫລົ້າອະງຸ່ນເຣນໂບນ ແລະຂົນແກະຂາວ 19 ເຂົາເອົາເຫລົ້າຈາກເມືອງອູຊານ ມາແລກກັບສິນຄ້າຂອງເຈົ້າ ເຂົາເອົາເຫລັກຫລໍ່ ແລະເຄື່ອງເທດຕ່າງໆມາແລກກັບສິນຄ້າຂອງເຈົ້າ 20 ເມືອງເດດານຄ້າຂາຍກັບເຈົ້າໃນເຣື່ອງຜ້າອານສຳລັບຂັບຂີ່ 21 ເມືອງອາຣະເບັຽແລະເຈົ້ານາຍທັງຫລາຍຂອງເມືອງເກດາຣ໌ ເປັນພໍ່ຄ້າຂາປະຈຳໃນເຣື່ອງລູກແກະ ແກະເຖິກ ແບ້ ເຂົາໄປມາຄ້າຂາຍກັບເຈົ້າໃນເຣື່ອງເຫລົ່ານີ້ 22 ພໍ່ຄ້າທັງຫລາຍຂອງເມືອງເຊບາ ແລະເມືອງຣາອາມາກໍຄ້າຂາຍກັບເຈົ້າ ເຂົາເອົາເຄື່ອງເທດຊະນິດດີໆທັງສິ້ນແລະເພັດພອຍທຸກຊະນິດ ແລະທອງຄຳມາແລກສິນຄ້າກັບເຈົ້າ 23 ເມືອງຮາຣານ ການເນ ແລະເອເດນ ພໍ່ຄ້າທັງຫລາຍຂອງເມືອງເຊບາ ອັສຊູຣ໌ ແລະຄິນມາດ ກໍຄ້າຂາຍກັບເຈົ້າ 24 ເມືອງເຫລົ່ານີ້ທຳການຄ້າຂາຍກັບເຈົ້າໃນຕລາດຂອງເຈົ້າໃນເຣື່ອງເຄື່ອງແຕ່ງກາຍຢ່າງດີວິເສດ ເສື້ອສີຟ້າ ແລະເສື້ອແສ່ວ ແລະພົມທຳດ້ວຍດ້າຍ
ສີຕ່າງໆມັດໄວ້ແຫນ້ນດ້ວຍດ້າຍຝັ້ນ
25 ກຳປັ່ນເຮືອທັງຫລາຍຂອງເມືອງຕາຣ໌ຊິສບັນທຸກສິນຄ້າຂອງເຈົ້າ “ດັ່ງນັ້ນ ເຈົ້າຈຶ່ງບໍຣິບູນແລະບັນທຸກໄວ້ຢ່າງຫນັກໃນທ້ອງທະເລ 26 ພວກພາຍເຮືອຂອງເຈົ້ານຳເຈົ້າອອກໄປທີ່ໃນທະເລເລິກ ລົມຕາເວັນອອກທຳໃຫ້ເຮືອເຈົ້າແຕກໃນທ້ອງທະເລ 27 ຊັບສິນຂອງເຈົ້າ ຂອງຂາຍຂອງເຈົ້າ ສິນຄ້າຂອງເຈົ້າ ລູກເຮືອຂອງເຈົ້າ ແລະນາຍທ້າຍຂອງເຈົ້າ ຊ່າງໄມ້ປະຈຳຂອງເຈົ້າ ຜູ້ຄ້າສິນຄ້າຂອງເຈົ້າ ນັກຮົບທັງສິ້ນຂອງເຈົ້າຜູ້ຢູ່ໃນເຈົ້າ ພ້ອມກັບພັກພວກທັງສິ້ນຂອງເຈົ້າທີ່ຢູ່ໃນຖ້າມກາງເຈົ້າຈົມລົງໃນທ້ອງທະເລ 28 ແຜ່ນດິນກໍສັ່ນສະເທືອນ ເມື່ອໄດ້ຍິນສຽງໂວຍວາຍຂອງພວກນາຍທ້າຍຂອງເຈົ້າ 29 ຜູ້ທີ່ຖືໄມ້ພາຍກໍລົງມາຈາກເຮືອຂອງເຂົາ ພວກລູກເຮືອແລະພວກນາຍທ້າຍມາຢືນຢູ່ເທິງຝັ່ງທັງຫມົດ 30 ເຂົາລ້ວນແຕ່ໄວ້ທຸກໃຫ້ເຈົ້າແລະຮ້ອງໄຫ້ຫນັກຫນາ ເຂົາເອົາຂີ້ຝຸ່ນດິນຊັດໃສ່ຫົວຂອງເຂົາ ແລະກິ້ງເກືອກຢູ່ທີ່ກອງຂີ້ເທົ່າ 31 ເຂົາແຖຜົມເພາະເຈົ້າ ແລະເອົາຜ້າກະສອບຄາດແອວໄວ້ ເຂົາຣ້ອງໄຫ້ເພາະເຈົ້າດ້ວຍຈິດໃຈອັນຂົມຂື່ນ ກັບໄວ້ທຸກຫນັກ 32 ໃນການຮ້ອງຮ່ຳໄຮນັ້ນ ເຂົາເປັ່ງສຽງບົດຄ່ຳຄວນເພື່ອເຈົ້າ ແລະໄດ້ຮ້ອງທຸກເພື່ອເຈົ້າວ່າ, “ມີຜູ້ໃດຫລືທີ່ຖືກທຳລາຍເຫມືອນເມືອງຕີເຣ ໃນຖ້າມກາງທະເລ 33 ເມື່ອສິນຄ້າຂອງເຈົ້າມາຈາກທະເລກໍກະທຳໃຫ້ຊົນຊາດທັງຫລາຍເປັນອັນມາກພໍໃຈ ເຈົ້າໄດ້ກະທຳໃຫ້ບັນດາກະສັດແຫ່ງໂລກມັ່ງຄັ່ງ ດ້ວຍສົມບັດແລະສິນຄ້າອັນອຸດົມຂອງເຈົ້າ 34 ບັດນີ້ ເຈົ້າອັບປາງເສັຽດ້ວຍທະເລໃນຮ້ວງນ້ຳເລິກ ສິນຄ້າຂອງເຈົ້າແລະລູກເຮືອຂອງເຈົ້າ ໄດ້ຈົມລົງພ້ອມກັບເຈົ້າ 35 ພວກຊາວແຜ່ນດິນຊາຍທະເລທັງສິ້ນ ກໍຕົກຕະລຶງເພາະເຈົ້າ ກະສັດທັງຫລາຍຂອງເມືອງນັ້ນກໍຢ້ານຍິ່ງນັກ ດວງຫນ້າກໍຂາວຊີດ 36 ພໍ່ຄ້າຖ້າມກາງຊົນຊາດທັງຫລາຍໂຣ່ເຈົ້າ ເຈົ້າສູນສີ້ນເປັນເຫດໃຫ້ຕົກໃຈ ແລະຈະບໍ່ດຳຣົງຢູ່ອີກຕໍ່ໄປເປັນນິດ
ຄຳທຳນວາຍກ່າວໂທດກະສັດແຫ່ງ ເມືອງຕີເຣ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງບຸດມະນຸດເອີຍ, ຈົ່ງກ່າວແກ່ເຈົ້າເມືອງຕີເຣວ່າພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເພາະໃຈຂອງເຈົ້າຜະຍອງຂຶ້ນ ແລະເຈົ້າໄດ້ກ່າວວ່າ ຂ້າເປັນພຣະເຈົ້າ ຂ້ານັ່ງຢູ່ໃນທີ່ນັ່ງແຫ່ງພຣະເຈົ້າໃນທ້ອງທະເລ” ແຕ່ເຈົ້າເປັນພຽງມະນຸດບໍ່ແມ່ນພຣະເຈົ້າ ແມ້ເຈົ້າຈະພິຈາຣະນາຕົນເອງວ່າສລາດຢ່າງພຣະເຈົ້າ 3 ເຈົ້າສລາດກວ່າດານີເອນຈິງ ບໍ່ມີຄວາມລັບອັນໃດທີ່ເຊື່ອງໃຫ້ພົ້ນເຈົ້າໄດ້ 4 ເຈົ້າຫາຊັບສົມບັດມາສຳລັບຕົນໂດຍສະຕິປັນຍາແລະຄວາມເຂົ້າໃຈຂອງເຈົ້າ ແລະໄດ້ຮວບຮວມທອງຄຳແລະເງິນມາໄວ້ໃນຄັງຂອງເຈົ້າ 5 ດ້ວຍສະຕິປັນຍາຍິ່ງໃຫຍ່ໃນການຄ້າຂອງເຈົ້າ ເຈົ້າໄດ້ທະວີຊັບສົມບັດຂອງເຈົ້າຂຶ້ນ ແລະຈິດໃຈຂອງເຈົ້າກໍຜະຍອງຂຶ້ນໃນຊັບສົມບັດຂອງເຈົ້າ 6 ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ເພາະເຈົ້າຖືຕົວເຈົ້າວ່າສລາດເຫມືອນຢ່າງພຣະເຈົ້າ 7 ເຫດສັນນັ້ນ ເບິ່ງແມ໋, ເຮົາຈະນຳຄົນຕ່າງດ້າວມາສູ້ເຈົ້າ ເປັນຊົນຊາດທີ່ທາຣຸນທີ່ສຸດໃນບັນດາປະຊາຊາດ ເຂົາທັງຫລາຍຈະຊັກດາບອອກຕໍ່ສູ້ກັບຄວາມງາມແຫ່ງສະຕິປັນຍາຂອງເຈົ້າ ແລະເຂົາຈະປມາດປະຈານຍົດສັກຂອງເຈົ້າ 8 ເຂົາທັງຫລາຍຈະດັນເຈົ້າລົງໄປທີ່ໃນປາກແດນຄົນຕາຍ ແລະເຈົ້າຈະຕາຍຢ່າງຄົນທີ່ຖືກຂ້າຂ້າໃນທ້ອງທະເລ 9 ເຈົ້າຍັງຈະກ່າວອີກຫລື ວ່າ “ຂ້າເປັນພຣະເຈົ້າ” ຕໍ່ຫນ້າຄົນທີ່ຂ້າເຈົ້າ ເຖິງເຈົ້າເປັນພຽງມະນຸດ ບໍ່ແມ່ນພຣະເຈົ້າຢູ່ໃນມືຂອງຄົນທີ່ໃຫ້ເຈົ້າບາດເຈັບ 10 ເຈົ້າຈະຕາຍຢ່າງຄົນທີ່ບໍ່ໄດ້ເຂົ້າພິທີຕັດຕາຍ ໂດຍມືຂອງຄົນຕ່າງດ້າວ ເພາະເຮົາໄດ້ລັ່ນວາຈາແລ້ວ ພຣະຜູ້ເປັນເຈົ້າຊົງກ່າວ” 11 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 12 “ບຸດແຫ່ງມະນຸດເອີຍ, ຈົ່ງເປັ່ງສຽງບົດຄ່ຳຄວນເພື່ອກະສັດເມືອງຕີເຣ ແລະຈົ່ງກ່າວແກ່ທ່ານວ່າ ພຣະຜູ້ເປັນເຈົ້າດັ່ງນີ້ວ່າ “ເຈົ້າເປັນຕາແຫ່ງຄວາມສົມບູນແບບເຕັມດ້ວຍສະຕິປັນຍາ ແລະມີຄວາມງາມຢ່າງຄົບບໍຣິບູນ 13 ເຈົ້າຢູ່ໃນເອເດນ ສວນຂອງພຣະຜູ້ເປັນເຈົ້າ ເພັດພອຍທຸກຢ່າງເປັນເສື້ອຂອງເຈົ້າ ຄືທັບທິມ ເພັດນິນຈິນດາ ພອຍເຫລືອງ ນິນ ມະນີໂຊດ ໂມລາ ນິນສີຄາມ ມໍຣະກົດ ແລະໂກເມນ ເພັດພອຍເຫລົ່ານີ້ຝັງໃນທອງຄຳ ແລະລວດລາຍແກະສລັກກໍເປັນທອງຄຳ ສິ່ງເຫລົ່ານັ້ນຈັດຕຽມໄວ້ໃນວັນທີ່ສ້າງເຈົ້າຂຶ້ນມາ 14 ເຮົາຕັ້ງເຈົ້າໃຫ້ຢູ່ກັບເຊຣູບິມ ຜູ້ພິທັກທີ່ໄດ້ເຈີມຕັ້ງໄວ້ ເຈົ້າຢູ່ເທິງພູອັນສັກສິດແຫ່ງພຣະເຈົ້າ ແລະເຈົ້າເດີນຢູ່ຖ້າມກາງສີລາໄຟ 15 ເຈົ້າກໍປາສຈາກຕຳຫນິໃນວິທີການທັງຫລາຍຂອງເຈົ້າ ຕັ້ງແຕ່ວັນທີ່ເຈົ້າໄດ້ຖືກສ້າງຂຶນມາຈົນພົບຄວາມບາບຊົ່ວໃນຕົວເຈົ້າ 16 ໃນຄວາມອຸດົມສົມບູນແຫ່ງການຄ້າຂອງເຈົ້ານັ້ນ ເຈົ້າກໍເຕັມໄປດ້ວຍການທາຣຸນ ເຈົ້າກະທຳບາບ ເຮົາຈະກຳຈັດເຈົ້າເສັຽຈາກພູແຫ່ງພຣະເຈົ້າ ແລະເຊຣູບິມຜູ້ພິທັກນັ້ນກໍຂັບເຈົ້າອອກໄປຈາກຖ້າມກາງສີລາໄຟ 17 ຈິດໃຈຂອງເຈົ້າຜະຍອງຂຶ້ນເພາະຄວາມງາມຂອງເຈົ້າ ເຈົ້າກະທຳໃຫ້ສະຕິປັນຍາຂອງເຈົ້າເສື່ອມເສັຽລົງ ເພາະເຫັນແກ່ຄວາມງາມຂອງເຈົ້າ ເຮົາຄວ່າງເຈົ້າລົງທີ່ດິນແລ້ວ ເຮົາຕີແຜ່ເຈົ້າຕໍ່ຫນ້າກະສັດທັງຫລາຍ ເພື່ອຕາຂອງທ່ານທັງຫລາຍເຫລົ່ານັ້ນຈະເພີນຢູ່ທີ່ເຈົ້າ 18 ເຈົ້າກະທຳໃຫ້ສະຖານນະມັສການຂອງເຈົ້າເສື່ອມເສັຽໂດຍຄວາມບາບຊົ່ວມາກມາຍຂອງເຈົ້າ ໃນການຄ້າອັນບໍ່ຊອບທັມຂອງເຈົ້າ ເຫດສັນນັ້ນເຣົາຈຶ່ງນຳໄຟລົງມາຈາກຫມູ່ພວກເຈົ້າ ໄຟກໍເຜົາຜານເຈົ້າ ເຮົາກະທຳໃຫ້ເຈົ້າກັບເປັນຂີ້ເທົ່າໄປເທິງພື້ນໂລກ ໃນສາຍຕາຂອງຄົນທັງປວງທີ່ເຫັນເຈົ້າ 19 ບັນດາຜູ້ທີ່ຮູ້ຈັກເຈົ້າຖ້າມກາງຊົນຊາດທັງຫລາຍ ເຂົາກໍຕົກຕະລຶງເພາະເຈົ້າ ເຈົ້າສິ້ນສູນລົງກາຍເປັນເຫດໃຫ້ສະດຸ້ງຕົກໃຈ ແລະຈະບໍ່ເປັນອີກຕລອດໄປເປັນນິດ”
ຄຳພຍາກອນກ່າວໂທດເມືອງຊີໂດນ
20 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 21 ບຸດແຫ່ງມະນຸດເອີຍ, ຈົ່ງມຸ່ງຫນ້າຕໍ່ສູ້ຊີໂດນ ແລະພຍາກອນກ່າວໂທດເມືອງນັ້ນ 22 ແລະກ່າວວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເບິ່ງແມ໋, ຊີໂດນ ເຮົາເປັນປໍຣະປັກກັບເຈົ້າ ເຣົາຈະສຳແດງພຣະສະງ່າຣາສີຂອງເຮົາຖ້າມກາງເຈົ້າ ແລະເຂົາທັງຫລາຍຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ ເມື່ອເຮົາທຳການພິພາກສາລົງໂທດໃນເມືອງນັ້ນ ແລະສຳແດງຄວາມບໍຣິສຸດຂອງເຮົາໃນເມືອງນັ້ນ 23 ເພາະເຮົາຈະສົ່ງໂຣກລະບາດເຂົ້າມາໃນເມືອງນັ້ນ ແລະສົ່ງໂລຫິດເຂົ້າມາໃນຖນົນຂອງເມືອງນັ້ນ ຄົນທີ່ຖືກຂ້າຕາຍຈະລົ້ມລົງຖ້າມກາງເມືອງນັ້ນ ລົ້ມລົງດ້ວຍດາບທີ່ຢູ່ຮອບເມືອງນັ້ນທຸກດ້ານ ແລ້ວເຂົາທັງຫລາຍຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ 24 “ສ່ວນເຊື້ອສາຍອິສຣາເອນນັ້ນ ຈະບໍ່ມີເຫລັກໄຫລທີ່ໃຫ້ເປັນບາດກັບຫນາມທີ່ໃຫ້ເຈັບຖ້າມກາງເພື່ອນບ້ານທັງປວງຊຶ່ງໄດ້ເຄີຍກະທຳແກ່ເຂົາດ້ວຍຄວາມດູຫມິ່ນ ແລ້ວເຂົາຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ 25 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເມື່ອເຮົາຮວບຮວມເຊື້ອສາຍອິສຣາເອນ ຈາກຊົນຊາດທັງຫລາຍ ຊຶ່ງເຂົາໄດ້ກະຈັດກະຈາຍໄປຢູ່ຖ້າມກາງນັ້ນ ແລະເມື່ອເຮົາສຳແດງຄວາມບໍຣິສຸດຂອງເຮົາຖ້າມກາງເຂົາຕໍ່ຫນ້າຕໍ່ຕາຂອງປະຊາຊາດທັງຫລາຍແລ້ວ ເຂົາທັງຫລາຍຈະໄດ້ອາໄສຢູ່ໃນແຜ່ນດິນຂອງເຂົາເອງ ຊຶ່ງເຮົາໄດ້ມອບໃຫ້ແກ່ຢາໂຄບຜູ້ຣັບໃຊ້ຂອງເຮົາ 26 ເຂົາທັງຫລາຍຈະອາໄສຢູ່ໃນທີ່ນັ້ນຢ່າງປອດພັຍ ເຂົາຈະສ້າງບ້ານເຮືອນແລະປູກສວນອະງຸ່ນ ເມື່ອເຮົາກະທຳການພິພາກສາລົງໂທດເພື່ອນບ້ານຂອງເຂົາທັງສິ້ນ ຜູ້ໄດ້ກະທຳຕໍ່ເຂົາດ້ວຍຄວາມດູຫມິ່ນນັ້ນ ເຂົາທັງຫລາຍຈະອາໄສຢູ່ຢ່າງປອດພັຍ ແລ້ວເຂົາທັງຫລາຍຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຂົາທັງຫລາຍ
ຄຳທຳນວາຍກ່າວໂທດເອຢິບ
1 ເມື່ອວັນທີ່ສິບສອງ ເດືອນສິບໃນປີທີ່ສິບ ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ຈົ່ງມຸ່ງຫນ້າຂອງເຈົ້າຕໍ່ສູ້ຟາຣາໂອກະສັດແຫ່ງເອຢິບ ທຳນວາຍກ່າວໂທດກະສັດແລະເອຢິບທັງສິ້ນ 3 ເວົ້າໄປເຖີດແລະກ່າວວ່າພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເບິ່ງແມ໋, ເຮົາເປັນປໍຣະປັກກັບເຈົ້າ ຟາຣາໂອກະສັດແຫ່ງເອຢິບ ຜູ້ຈະເປັນແຂ້ໂຕຮ້າຍກາດ ນອນຢູ່ກາງລຳທານທັງຫລາຍຂອງມັນ ຜູ້ກ່າວວ່າ “ແມ່ນ້ຳນີນຂອງຂ້າກໍເປັນຂອງຂ້າ ຂ້າສ້າງມັນຂຶ້ນ” 4 ເຮົາຈະເອົາເບັດເກາະຄາງຂອງເຈົ້າ ແລະກະທຳໃຫ້ປາໃນລຳທານທັງຫລາຍຂອງເຈົ້າຊຶ່ງຕິດຢູ່ກັບເກັດຂອງເຈົ້າ 5 ເຣົາຈະຄວ່າງເຈົ້າເຂົ້າໄປໃນຖິ່ນກັນດານທັງຕົວເຈົ້າແລະປາໃນລຳທານທັງຫລາຍຂອງເຈົ້າ ເຈົ້າຈະຕົກລົງທີ່ພື້ນທົ່ງບໍ່ມີຜູ້ໃດຮວບຮວມແລະຝັງເຈົ້າໄວ້ ເຮົາໄດ້ມອບເຈົ້າໄວ້ໃຫ້ເປັນອາຫານຂອງສັດປ່າດິນແລະຂອງນົກໃນອາກາດ 6 “ແລ້ວຄົນທີ່ຢູ່ໃນເອຢິບທັງສິ້ນຈະຮູ້ວ່າ ເຣົາຄືພຣະຜູ້ເປັນເຈົ້າ ເພາະເຈົ້າເປັນໄມ້ເທົ້າອໍ້ຂອງເຊື້ອສາຍອິສຣາເອນ 7 ເມື່ອເຂົາເອົາມືຈັບເຈົ້າ ເຈົ້າກໍຫັກແລະຈີກບ່າຂອງເຂົາທຸກຄົນ ແລະເມື່ອເຂົາອີງເຈົ້າ ເຈົ້າກໍຫັກແລະກະທຳໃຫ້ບັ້ນແອວຂອງເຂົາທຸກຄົນຫວັ່ນໄຫວໄປ 8 ດັ່ງນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຣົາຈະນຳດາບມາເຫນືອເຈົ້າ ແລະຕັດມະນຸດແລະສັດໃຫ້ຂາດຈາກເຈົ້າເສັຽ 9 ແຜ່ນດິນເອຢິບຈະເປັນທີ່ຮ້າງແລະທີ່ຫວ່າງເປົ່າ ແລ້ວເຂົາທັງຫລາຍຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ “ພຣະຜູ້ເປັນເຈົ້າກ່າວວ່າ “ແມ່ນ້ຳນິນເປັນຂອງຂ້າ ແລະຂ້າສ້າງມັນ” 10 ເຫດສັນນັ້ນ ເບິ່ງແມ໋, ເຣົາເປັນປໍຣະປັກກັບເຈົ້າ ແລະກັບລຳທານທັງຫລາຍຂອງເຈົ້າ ເຮົາຈະກະທຳໃຫ້ແຜ່ນດິນເອຢິບຫວ່າງເປົ່າແລະຮ້າງເສັຽ ຕັ້ງແຕ່ມິກໂດນເຖິງຊີເອເນໄກໄປຈົນເຖິງເຂດແດນເອທິໂອເປັຽ 11 ບໍ່ມີຕີນມະນຸດຂ້າມແຜ່ນດິນນັ້ນ ແລະບໍ່ມີຕີນສັດຂ້າມແຜ່ນດິນນັ້ນ ຈະບໍ່ມີຜູ້ໃດອາໄສຢູ່ເຖິງສີ່ສິບປີ 12 ເຣົາຈະກະທຳໃຫ້ແຜ່ນດິນເອຢິບເປັນທີ່ຮ້າງເປົ່າຖ້າມກາງປະເທດຮ້າງເປົ່າທັງຫລາຍ ແລະຫົວເມືອງຂອງເຈົ້າຈະຫວ່າງເປົ່າຢູ່ສີ່ສິບປີຖ້າມກາງຫົວເມືອງທີ່ຫວ່າງເປົ່າທັງຫລາຍ ເຮົາຈະໃຫ້ຄົນເອຢິບກະຈັດພັດພາກໄປຖ້າມກາງປະຊາຊາດ ແລະກະຈາຍເຂົາໄປຕາມປະເທດຕ່າງໆ 13 “ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເມື່ອສິ້ນສີ່ສິບປີແລ້ວ ເຮົາຈະຮວບຮວມຄົນເອຢິບຈາກຖ້າມກາງຊົນຊາດທັງຫລາຍ ຊຶ່ງເຂົາກະຈັດກະຈາຍໄປຢູ່ດ້ວຍກັນ 14 ເຣົາຈະໃຫ້ເອຢິບກັບສູ່ສະພາບເດີມ ແລະນຳຂເກັບມາຍັງແຜ່ນດິນປັທໂຣສ ຊຶ່ງເປັນແຜ່ນດິນດັ້ງເດີມຂອງເຂົາ ແລະເຂົາທັງຫລາຍຈະເປັນຣາຊອານາຈັກຕ່ຳຕ້ອຍທີ່ນັ້ນ 15 ຈະເປັນຣາຊອານາຈັກທີ່ຕ່ຳຕ້ອຍທີ່ສຸດໃນບັນດາຣາຊອານາຈັກທັງຫລາຍ ແລະຈະບໍ່ເຄີຍຍົກຕົນຂຶ້ນເຫນືອປະຊາຊາດທັງຫລາຍອີກເລີຍ ແລະເຣົາຈະທຳໃຫ້ເຂົາເປັນຣາຊອານາຈັກນ້ອຍຈົນບໍ່ສາມາດຈະປົກຄອງປະຊາຊາດອື່ນໄດ້ 16 ແລະຈະບໍ່ເປັນທີ່ວາງໃຈຂອງເຊື້ອສາຍອິສຣາເອນອີກ ອັນທຳໃຫ້ສຳນຶກເຖິງຄວາມບາບຊົ່ວຂອງເຂົາເມື່ອຫັນໄປເພິ່ງພາເອຢິບນີ້ ແລ້ວເຂົາຈະຊາບວ່າ ເຮົາຄືພຣະເຈົ້າ” 17 ເມື່ອວັນທີ່ນຶ່ງເດືອນທີ່ນຶ່ງໃນປີທີ່ຊາວເຈັດ ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 18 “ບຸດແຫ່ງມະນຸດເອີຍ, ເນບຸກາດເນສຊາຣ໌ ກະສັດແຫ່ງບາບິໂລນໄດ້ໃຫ້ກອງທັບມາສູ້ຮົບກັບເມືອງຕີເຣຢ່າງຫນັກຈົນຫົວທຸກຫົວໂລ້ນ ແລະບ່າທຸກບ່າກໍລອກ ເຖິງປານນັ້ນທ່ານເອງຫລືກອງທັບຂອງທ່ານກໍບໍ່ໄດ້ສິ່ງໃດໄປຈາກຕີເຣອັນເປັນຄ່າແຮງຊຶ່ງທ່ານໄດ້ກະທຳຕໍ່ເມືອງນັ້ນ 19 ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຣົາຈະມອບແຜ່ນດິນເອຢິບໄວ້ກັບເນບຸກາດເນສຊາຣ໌ກະສັດບາບິໂລນ ແລະທ່ານຈະຂົນເອົາຊັບສົມບັດໄປແລະຍຶດເຂົ້າຂອງໄປ ແລະປຸ້ນເອົາໄປເປັນຄ່າຈ້າງກອງທັບຂອງທ່ານ 20 ພຣະຜູ້ເປັນເຈົ້າກ່າວວ່າ ເຮົາໄດ້ມອບແຜ່ນດິນເອຢິບໃຫ້ໄວ້ແກ່ທ່ານເພື່ອເປັນຄ່າແຮງງານ ຊຶ່ງເຂົາທັງຫລາຍໄດ້ກະທຳເພື່ອເຣົາ 21 “ໃນວັນນັ້ນເຣົາຈະກະທຳໃຫ້ມີເຂົາງອກຂຶ້ນມາທີ່ເຊື້ອສາຍອິສຣາເອນ ແລະເຮົາຈະໃຫ້ເຈົ້າອ້າປາກເວົ້າຖ້າມກາງເຂົາທັງຫລາຍ ແລ້ວເຂົາຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ”
ຄວາມຮ້າງເປົ່າຂອງເມືອງເອຢິບ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ຈົ່ງທຳນວາຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຈົ່ງໂຮ່ຣ້ອງຂຶ້ນດ້ວຍຖ້ອຍຄຳເຫລົ່ານີ້ສາວ່າ ອະນິຈາຫນໍ ວັນນັ້ນ” 3 ເພາະວັນນັ້ນໃກ້ເຂົ້າມາແລ້ວ ວັນແຫ່ງພຣະເຈົ້າໃກ້ເຂົ້າມາ ຈະເປັນວັນມີເມກເປັນເວລາທີ່ກຳນົດຂອງປະຊາຊາດ 4 ດາບເຫລັ້ມນຶ່ງຈະມາເຫນືອເອຢິບ ແລະຄວາມແສນຣະທົມຈະຢູ່ໃນເອທິໂອເປັຽ ເມື່ອຄົນທີ່ຖືກຂ້າລົ້ມໃນເອຢິບ ແລະເຂົາຂົນເອົາຊັບສິນໄປເສັຽ ແລະຮາກຖານຂອງເມືອງນັ້ນກໍຖືກທະລາຍລົງ 5 ເອທິໂອເປັຽ ແລະພູທ ແລະລູດ ແລະອາຣະເບັຽ ແລະລິບຢາ ແລະປະຊາຊົນແຫ່ງແຜ່ນດິນນັ້ນທີ່ຢູ່ໃນປະເທດແຫ່ງຄຳສັນຍາຈະລົ້ມລົງດ້ວຍດາບດ້ວຍກັນກັບເຂົາ 6 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຜູ້ເຫລົ່ານັ້ນທີ່ສນັບສນຸນເອຢິບຈະຫລົ່ມຈົມ ແລະອານຸພາບອັນຜະຍອງຂອງມັນຈະລົງມາແລະຈາກມິກໂດນເຖິງຊີເອເນ ເຂົາຈະລົ້ມລົງພາຍໃນປະເທດນັ້ນດ້ວຍດາບ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 7 ມັນຈະຮ້າງເປົ່າຢູ່ຖ້າມກາງປະເທດທີ່ຮ້າງເປົ່າທັງຫລາຍ ແລະຫົວເມືອງຂອງມັນຈະຢູ່ຖ້າມກາງເມືອງທີ່ປະຮ້າງ 8 ເຂົາຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ ເມື່ອເຮົາວາງໄຟທີ່ເອຢິບ ແລະຜູ້ຊ່ອຍທັງຫມົດຂອງມັນກໍທະລາຍແລ້ວ 9 “ໃນວັນນັ້ນທູດຈະລົງເຮືອໄປຈາກເຮົາ ເພື່ອຈະກະທຳໃຫ້ຄົນເອທິໂອເປັຽທີ່ເລິ່ນເລີ່ຢູ່ນັ້ນມີຄວາມຢ້ານກົວແລະໃນວັນກຳນົດຂອງເອຢິບ ຄວາມແສນຣະທົມຈະມາເຖິງເຂົາເຫລົ່ານັ້ນ ເພາະວັນນັ້ນມາເຖິງອີ່ຫລີ 10 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາຈະກະທຳໃຫ້ຊັບສົມບັດຂອງເອຢິບສິ້ນສຸດລົງ ດ້ວຍມືຂອງເນບຸກາດເນສຊາຣ໌ກະສັດບາບິໂລນ 11 ຕົວທ່ານພ້ອມກັບຊົນຊາດຂອງທ່ານ ຄືຊົນຊາດທີ່ທາຣຸນທີ່ສຸດໃນບັນດາປະຊາຊາດຈະຖືກນຳເຂົ້າມາເພື່ອທຳລາຍແຜ່ນດິນນັ້ນ ແລະເຂົາຈະຊັກດາບອອກຕໍ່ສູ້ເອຢິບ ກະທຳໃຫ້ແຜ່ນດິນເຕັມໄປດ້ວຍຄົນທີ່ຖືກຂ້າ 12 ເຣົາຈະກະທຳໃຫ້ແມ່ນ້ຳນິນແຫ້ງໄປ ເຣົາຈະຂາຍແຜ່ນດິນນັ້ນໄວ້ໃນມືຂອງຄົນຊົ່ວ ກະທຳໃຫ້ແຜ່ນດິນແລະສາຣະພັດທີ່ຢູ່ເທິງແຜ່ນດິນນັ້ນຮ້າງເປົ່າ ໂດຍມືຂອງຄົນຕ່າງດ້າວ 13 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາຈະທຳລາຍຮູບເຄົາຣົບ ແລະກະທຳໃຫ້ຮູບທັງຫລາຍທີ່ໃນເມືອງເມມຟິສສິ້ນສຸດລົງ ແລະຈະບໍ່ມີເຈົ້າຈາກແຜ່ນດິນເອຢິບອີກ ດັ່ງນັ້ນເຮົາຈະໃສ່ຄວາມຢຳເກງໄວ້ໃນແຜ່ນດິນເອຢິບ 14 ເຣົາຈະກະທຳປັທໂຣສໃຫ້ເປັນທີ່ຮ້າງເປົ່າ ແລະວາງໄຟທີ່ໂຊອານ ແລະຈະກະທຳການພິພາກສາລົງໂທດເມືອງເທເບສ 15 ເຮົາຈະເທຄວາມວພິໂຣດຂອງເຮົາລົງເທິງເມືອງເປລູຊີອູມ ທີ່ກຳບັງເຂັ້ມແຂງຂອງເອຢິບ ແລະຕັດຫມູ່ທັງປວງອອກເສັຽຈາກເມືອງເທເບສ 16 ເຣົາຈະວາງໄຟໃນເອຢິບ ເມືອງເປລູຊີອູມຈະຢູ່ໃນຄວາມຂັດສົນຫລາຍ ເມືອງເທເບສຈະແຕກ ແລະເມືອງເມມຟິສຈະມີປໍຣະປັກໃນເວລາກາງເວັນ 17 ຊາຍສະກັນຂອງເມືອງໂອນແລະເມືອງປີເບເສທຈະລົ້ມລົງດ້ວຍດາບ ແລະເມືອງນັ້ນຈະຕົກໄປເປັນຊະເລີຍ 18 ທີ່ເມືອງເຕຮັຟກາງເວັນຈະມືດ ເມື່ອເຮົາທຳລາຍແອກຂອງເອຢິບ ແລະອານຸພາບອັນຜະຍອງຂອງເມືອງນັ້ນຈະສິ້ນສຸດລົງ ຈະມີເມກມາປົກຄຸມເມືອງນັ້ນໄວ້ ແລະເຫລົ່າທິດາຂອງເມືອງນັ້ນຈະຕົກໄປເປັນຊະເລີຍ 19 ເຣົາຈະກະທຳການພິພາກສາລົງໂທດເອຢິບດັ່ງນີ້ແຫລະ ແລ້ວເຂົາຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ” 20 ເມື່ອວັນທີ່ເຈັດ ເດືອນທີ່ນຶ່ງ ໃນປີທີ່ສິບເອັດ ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 21 “ບຸດແຫ່ງມະນຸດເອີຍ, ເຣົາໄດ້ກະທຳໃຫ້ແຂນຂອງຟາຣາໂອກະສັດແຫ່ງເອຢິບຫັກ ບໍ່ມີຜູ້ໃດພັນແຂນໃຫ້ ບໍ່ມີຜູ້ໃດເອົາຜ້າມາພັນແຂນເພື່ອຈະຮັກສາໃຫ້ຫາຍ ເພື່ອໃຫ້ເຂັ້ມແຂງທີ່ຈະແກວ່ງດາບໄດ້ອີກ 22 ເຫດສັນນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາເປັນປໍຣະປັກກັບຟາຣາໂອກະສັດແຫ່ງເອຢິບ ເຣົາຈະຫັກແຂນຂອງເຂົາ ທັງແຂນທີ່ຍັງແຂງແຮງແລະແຂນທີ່ຫັກແລ້ວນັ້ນ ເຮົາຈະກະທຳໃຫ້ດາບຫລຸດຈາກມືຂອງເຂົາ 23 ເຮົາຈະໃຫ້ຄົນເອຢິບກະຈັດພັດພາກໄປຢູ່ຖ້າມກາງປະຊາຊາດ ແລະກະຈາຍເຂົາໄປຕາມປະເທດຕ່າງໆ 24 ເຮົາຈະເສິມກຳລັງແຂນຂອງກະສັດບາບິໂລນ ແລະເອົາດາບຂອງເຣົາໃສ່ມືໃຫ້ ແຕ່ເຣົາຈະຫັກແຂນຂອງຟາຣາໂອ ແລະເຂົາຈະຄ່ຳຄວນຕໍ່ຫນ້າທ່ານຢ່າງຄົນຖືກບາດເຈັບເກືອບຈະຕາຍ 25 ເຮົາຈະເສີມກຳລັງແຂນຂອງກະສັດແຫ່ງບາບິໂລນ ແຕ່ແຂນຂອງຟາຣາໂອຈະຕົກ ແລ້ວເຂົາທັງຫລາຍຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ ເມື່ອເຮົາເອົາດາບຂອງເຮົາໃສ່ມືຂອງກະສັດແຫ່ງບາບິໂລນ ທ່ານຈະຍື່ນມັນອອກຕໍ່ສູ້ແຜ່ນດິນເອຢິບ 26 ແລະເຮົາຈະໃຫ້ຄົນກະຈັດພັດພາກໄປຢູ່ຖ້າມກາງປະຊາຊາດ ແລະກະຈາຍເຂົ້າໄປຕາມປະເທດຕ່າງໆແລ້ວເຂົາຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ”
ຊະຕາກັມຂອງຟາຣາໂອ ແລະຊົນຊາດຂອງ ພຣະອົງ
1 ແລະຢູ່ມາ ເມື່ອວັນທີ່ນຶ່ງ ເດືອນທີ່ສາມ ໃນປີທີ່ສິບເອັດ ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 ບຸດແຫ່ງມະນຸດເອີຍ, ຈົ່ງກ່າວແກ່ຟາຣາໂອກະສັດແຫ່ງເອຢິບແລະແກ່ຫມູ່ປະຊາຊົນຂອງທ່ານວ່າ ໃນຄວາມເປັນໃຫຍ່ເປັນໂຕຂອງທ່ານນັ້ນ ທ່ານເຫມືອນຜູ້ໃດ 3 ເບິ່ງແມ໋, ເຣົາຈະປຽບເຈົ້າກັບໄມ້ສົນໃນເລບານອນ ມີກິ່ງງາມແລະມີໃບຮົ່ມ ແລະສູງຫລາຍ ຍອດຢູ່ທີ່ຖ້າມກາງເມກ 4 ມີນ້ຳຫລໍ່ລ້ຽງ ນ້ຳບາດານທຳໃຫ້ມັນງອກສູງ ກະທຳໃຫ້ແມ່ນ້ຳຂອງບາດານໄຫລຮອບບ່ອນທີ່ປູກມັນໄວ້ ກະທຳໃຫ້ລຳທານຂອງບາດານແຕກແຍກອອກມາໄປທົ່ວຕົນໄມ້ໃນປ່າທັງສິ້ນ 5 ດັ່ງນັ້ນມັນຈຶ່ງສູງເຫນືອຕົ້ນໄມ້ໃນປ່າທັງຫລາຍ ກິ່ງໄມ້ກໍແຕກໃຫຍ່ ແລະກ້ານກໍຍາວ ເພາະນ້ຳມາກຫລໍ່ລ້ຽງຢ່າງດີ 6 ນົກໃນອາກາດທັງສິ້ນໄດ້ມາທຳຮັງຢູ່ໃນກິ່ງຂອງມັນ ສັດປ່າທົ່ງທັງສິ້ນເກີດລູກອອກມາຢູ່ໃຕ້ກ້ານ ປະຊາຊາດໃຫຍ່ໂຕທັງສິ້ນ ອາໄສຢູ່ໃຕ້ຮົ່ມຂອງມັນ 7 ມັນກໍງົດງາມດ້ວຍຄວາມຍິ່ງໃຫຍ່ຂອງມັນ ດ້ວຍຄວາມຍາວແຫ່ງກ້ານຂອງມັນເພາະຮາກຂອງມັນຢັ່ງເລິກລົງໄປຍັງນ້ຳອຸດົມ 8 ຕົ້ນສົນທີ່ຢູ່ໃນອຸທຍານຂອງພຣະເຈົ້າ ກໍຍັງສູ້ບໍ່ໄດ້ ຕົ້ນແປກກໍຍັງບໍ່ເທົ່າກິ່ງຂອງມັນ ຕົ້ນໂພກໍບໍ່ທໍ່ຖ້າປຽບກັບກິ່ງຂອງມັນ ບໍ່ມີໄມ້ຕົ້ນໃດໃນອຸທຍານຂອງພຣະເຈົ້າທີ່ມີຄວາມງາມເຫມືອນມັນ 9 ເຮົາໄດ້ກະທຳໃຫ້ມັນງາມດ້ວຍກິ່ງກ້ານມາກມາຍຂອງມັນ ຕົ້ນໄມ້ທັງສິ້ນໃນສວນເອເດນກໍອິດສາມັນ ຄືຕົ້ນໄມ້ຊຶ່ງຢູ່ໃນອຸທຍານຂອງພຣະເຈົ້າ 10 “ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະວ່າມັນສູງແລະຊູຍອດຂອງມັນຂຶ້ນຢູ່ຖ້າມກາງເມກ ແລະຈິດໃຈຂອງມັນກໍເຍີ້ຍິ່ງເພາະຄວາມສູງຂອງມັນ 11 ເຣົາຈະມອບມັນໄວ້ໃນມືຂອງຜູ້ນຶ່ງທີ່ຊົງອານຸພາບໃນບັນດາປະຊາຊາດ ທ່ານນັ້ນຈະກະທຳຕໍ່ມັນໃຫ້ສາສົມກັບຄວາມຊົ່ວຣ້າຍຂອງມັນເປັນແນ່ ເຮົາໄດ້ໄລ່ມັນອອກ 12 ຄົນຕ່າງດ້າວ ຄືຊົນຊາດທີ່ທາຣຸນທີ່ສຸດໃນບັນດາປະຊາຊາດ ຈະປ້ຳມັນລົງແລະຖິ້ມໄວ້ ກິ່ງຂອງມັນຈະຕົກລົງເທິງພູທັງຫລາຍແລະໃນຮ່ອມພູທັງສິ້ນ ແລະກ້ານຫັກຂອງມັນະຢູ່ໃນຫ້ວຍທັງສິ້ນຂອງແຜ່ນດິນ ແລະບັນດາປະຊົນຊາດທັງຫລາຍຂອງພິພົບຈະລົງໄປເສັຽຈາກຮົ່ມເງົາຂອງມັນແລະຖິ້ມມັນເສັຽ 13 ນົກໃນອາກາດທັງສິ້ນຈະອາໄສຢູ່ເທິງສິ່ງສລັກຫັກພັງຂອງມັນ ແລະສັດປ່າທົ່ງຈະຢູ່ເທິງກ້ານຂອງມັນ 14 ທີ່ເປັນເຊັ່ນນີ້ກໍເພື່ອຕົ້ນໄມ້ທີ່ຢູ່ຮິມນ້ຳຈະບໍ່ງອກຂຶ້ນສູງ ຫລືຊູຍອດຂຶ້ນຖ້າມກາງເມກ ແລະເພື່ອບໍ່ໃຫ້ຕົ້ນໄມ້ທີ່ດື່ມນ້ຳຂຶ້ນສູງຢ່າງນັ້ນໄດ້ ເພາະວ່າມັນທັງຫລາຍຕ້ອງມອບໃຫ້ແກ່ຄວາມຕາຍ ມອບໃຫ້ແກ່ຖິ່ນມັດຈຸຣາຊຖ້າມກາງບຸດແຫ່ງມະນຸດກັບຜູ້ທີ່ໄດ້ລົງໄປຍັງປາກແດນຄົນຕາຍ 15 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເມື່ອມັນລົງໄປຍັງແດນຄົນຕາຍ ເຮົາຈະກະທຳໃຫ້ບາດານຄຸມຕົວໄວ້ທຸກໃຫ້ມັນ ແລະຢັບຢັ້ງແມ່ນ້ຳຂອງມັນໄວ້ແລະນ້ຳເປັນອັນມາກຈະຢຸດຢັ້ງ ເຣົາຈະຄຸມເລບານອນໄວ້ໃຫ້ຮ້ອງໄຫ້ທຸກໂສກເພື່ອມັນ ແລະຕົ້ນໄມ້ໃນທົ່ງນາທັງສິ້ນຈະສລົບເພາະມັນ 16 ເຮົາຈະກະທໍາໃຫ້ປະຊາຊາດສັ່ນສະເທືອນດ້ວຍສຽງທີ່ມັນລົ້ມ ເມື່ອເຮົາແກວ່ງມັນລົງໄປທີ່ແດນຄົນຕາຍພ້ອມກັບບັນດາຜູ້ທີ່ລົງໄປຍັງປາກແດນ ແລະຕົ້ນໄມ້ທັງສິ້ນໃນເອເດນຕົ້ນໄມ້ທີ່ຄັດເລືອກແລ້ວແລະຕົ້ນໄມ້ທີ່ດີທີ່ສຸດຂອງເລບານອນ ຕົ້ນໄມ້ທີ່ດື່ມນ້ຳຈະໄດ້ຮັບຄວາມເລົ້າໂລມທີ່ໃນໂລກບາດານ 17 ປະຊາຊາດເຫລົ່ານີ້ຈະລົງໄປຍັງແດນຄົນຕາຍກັບເຂົາດ້ວຍ ໄປຢູ່ກັບບັນດາຜູ້ທີ່ຖືກຂ້າດ້ວຍດາບ ຄືບັນດາຜູ້ຊ່ອຍເຂົາທີ່ຢູ່ໃຕ້ຮົ່ມຂອງເຂົາຖ້າມກາງປະຊາຊາດ 18 ດັ່ງນີ້ ເຈົ້າເຫມືອນຜູ້ໃດໃນເຣື່ອງສັກສີ ແລະຄວາມເປັນໃຫຍ່ຖ້າມກາງຕົ້ນໄມ້ແຫ່ງເອເດນ ເຈົ້າຈະຖືກນຳລົງມາພ້ອມກັບຕົ້ນໄມ້ແຫ່ງເອເດນໄປຍັງໂລກບາດານ ເຈົ້າຈະນອນຢູ່ຖ້າມກາງຜູ້ທີ່ບໍ່ໄດ້ເຂົ້າພິທີຕັດ ພ້ອມກັບຜູ້ທີ່ຖືກຂ້າດ້ວຍດາບ ນີ້ຄືຟາຣາໂອແລະຄົນທັງຫລາຍທັງສິ້ນຂອງທ່ານ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ບົດຄ່ຳຄວນເຣື່ອງຟາຣາໂອ
1 ເມື່ອວັນທີ່ນຶ່ງ ເດືອນທີ່ສິບສອງ ໃນປີທີ່ສິບສອງ ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 ບຸດແຫ່ງມະນຸດເອີຍ, ຈົ່ງເປັ່ງສຽງບົດຄ່ຳຄວນເຣື່ອງຟາຣາໂອກະສັດແຫ່ງເອຢິບ ແລະກ່າວໃຫ້ທ່ານຟັງດັ່ງນີ້ວ່າ “ທ່ານຖືວ່າທ່ານເຫມືອນສິງຫນຸ່ມຖ້າມກາງປະຊາຊາດ ແຕ່ທ່ານເປັນເຫມືອນມັງກອນໃນທະເລທັງຫລາຍ ທ່ານໄດ້ອອກມາໃນແມ່ນ້ຳທັງຫລາຍ ເອົາຕີນຂອງທ່ານກວນນ້ຳ ແລະກະທຳແມ່ນ້ຳຂອງມັນໃຫ້ມົນທິນໄປ 3 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຮົາຈະກາງຂ່າຍຂອງເຮົາຄຸມທ່ານໂດຍກອງທັບຊົນຊາດທັງຫລາຍເປັນອັນມາກ ແລະເຂົາເຫລົ່ານັ້ນຈະລາກທ່ານຂຶ້ນມາດ້ວຍອວນຂອງເຮົາ 4 ແລະເຮົາຈະແກວ່ງທ່ານລົງເທິງດິນ ແລະເຮົາຈະຟາດທ່ານລົງເທິງພື້ນທົ່ງ ແລະຈະກະທຳໃຫ້ນົກທັງສິ້ນໃນອາກາດມາຈັບຢູ່ເທິງທ່ານ ແລະເຮົາຈະໃຫ້ທ່ານເປັນອາຫານອິ່ມຂອງສັດທົ່ວທັງໂລກ 5 ເຮົາຈະເອົາເນື້ອຂອງທ່ານມາວາງໄວ້ເທິງພູ ແລະຖົມຮ່ອມພູດ້ວຍສົບຂອງທ່ານ 6 ເຣົາຈະໃຫ້ແຜ່ນດິນແມ້ແຕ່ພູເຂົາຊຸ່ມໄປດ້ວຍເລືອດກຳລັງໄຫລຂອງທ່ານ ແລະຫ້ວຍຈະເຕັມໄປດ້ວຍທ່ານ 7 ເມື່ອເຮົາດັບທ່ານ ເຮົາຈະຄຸມຟ້າສວັນໄວ້ ແລະກະທຳໃຫ້ດວງດາວມືດໄປ ເຮົາຈະເອົາເມກບັງດວງອາທິດ ແລະດວງຈັນຈະບໍ່ສ່ອງແຈ້ງ 8 ດວງແຈ້ງທັງປວງທີ່ສ່ອງແຈ້ງແຫ່ງສວັນນັ້ນ ເຣົາຈະກະທຳໃຫ້ມືດຢູ່ເຫນືອທ່ານ ແລະວາງຄວາມມືດໄວ້ເຫນືອແຜ່ນດິນຂອງທ່ານ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 9 “ເມື່ອເຣົາທຳລາຍທ່ານຖ້າມກາງປະຊາຊາດໃນປະເທດຊຶ່ງທ່ານບໍ່ຮູ້ຈັກນັ້ນ ເຮົາຈະກະທຳໃຫ້ຈິດໃຈຂອງຊົນຊາດທັງຫລາຍເປັນອັນມາກລຳບາກ 10 ເມື່ອເຣົາແກວ່ງດາບຂອງເຮົາຕໍ່ຫນ້າເຂົາທັງຫລາຍ ເຮົາຈະກະທຳໃຫ້ຊົນຊາດທັງຫລາຍເປັນອັນມາກເບິ່ງຕະລຶງທີ່ທ່ານແລະກະສັດຂອງເຂົາທັງຫລາຍຈະສະທົກສະທ້ານເພາະທ່ານ ໃນວັນທີ່ທ່ານລົ້ມລົງນັ້ນເຂົາທັງຫລາຍຈະຕົວສັ່ນທຸກຂນະຈິດທົ່ວກັນເພາະຫ່ວງຊີວິດຂອງຕົນເອງ 11 ເພາະພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ດາບຂອງກະສັດແຫ່ງບາບິໂລນຈະມາເຫນືອທ່ານ 12 ເຣົາຈະທຳໃຫ້ຄົນທັງປວງຂອງທ່ານລົ້ມລົງດ້ວຍດາບຂອງຜູ້ມີກຳລັງ ທຸກຄົນກໍລ້ວນເປັນທີ່ທາຣຸນທີ່ສຸດໃນບັນດາປະຊາຊາດ “ເຂົາຈະນຳຄວາມທະເຍີທະຍານຂອງເອຢິບໃຫ້ມາເຖິງທີ່ສິ້ນສຸດ ແລະຄົນທັງຫລາຍທັງສິ້ນຂອງມັນຈະພິນາດ 13 ເຮົາຈະທຳລາຍສັດຂອງເມືອງນັ້ນທັງສິ້ນຈາກຂ້າງນ້ຳມາກຫລາຍ ແລະບໍ່ມີຕີນມະນຸດຄົນໃດ ກະທຳໃຫ້ນຳນັ້ນຂຸ່ນອີກ ກີບສັດກໍຈະບໍ່ກະທຳໃຫ້ນ້ຳນັ້ນຂຸ່ນອີກເຊັ່ນກັນ 14 ແລ້ວເຮົາຈະທຳໃຫ້ນ້ຳຂອງເຂົາທັງຫລາຍໃສ ແລະກະທຳໃຫ້ແມ່ນ້ຳທັງຫລາຍຂອງເຂົາໄຫລໄປເຫມືອນນ້ຳມັນໄຫລ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 15 ເມື່ອເຣົາກະທຳໃຫ້ແຜ່ນດິນເອຢິບຮ້າງເປົ່າ ແລະເມື່ອແຜ່ນດິນຖືກຍຶດເອົາເຂົ້າຂອງທີ່ມີຢູ່ໃນແຜ່ນດິນໄປຫມົດແລ້ວ ເມື່ອເຣົາທຳລາຍຜູ້ຄົນທີ່ອາໄສຢູ່ໃນເມືອງນັ້ນ ແລ້ວເຂົາທັງຫລາຍຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ 16 ນີ້ເປັນບົດຄ່ຳຄວນທີ່ຈະຮ້ອງຄ່ຳຄວນ ເຫລົ່າທິດາແຫ່ງປະຊາຊາດຈະຮ້ອງບົດນັ້ນ ເຂົາຈະຣ້ອງເຣື່ອງເອຢິບແລະຄົນທັງຫລາຍຂອງເອຢິບ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” 17 ເມື່ອວັນທີ່ສິບຫ້າ ເດືອນທີ່ນຶ່ງ ໃນປີທີ່ສິບສອງ ພຣະຄຳຂອງພຣະຜູ້ເປັນເຈົ້າໄດ້ມາເຖິງຂ້າພະເຈົ້າວ່າ, 18 “ບຸດແຫ່ງມະນຸດເອີຍ, ຈົ່ງຮ້ອງຄາງຢູ່ຍ້ອນຊາວເອຢິບທັງປວງ ແລະຈົ່ງສົ່ງເຂົາລົງໄປ ທັງຕົວເຂົາແລະເຫລົ່າທິດາແຫ່ງປະຊາຊາດທີ່ໂອ່ອ່າໄປຍັງຖິ່ນມັດຈຸຣາຊ ໄປຍັງບັນດາຄົນເຫລົ່ານັ້ນທີ່ໄປຍັງປາກແດນຄົນຕາຍແລ້ວ 19 ໃນເຣື່ອງຄວາມງາມ ທ່ານງາມເລີດກວ່າຜູ້ໃດໆຫລື ຈົ່ງລົງໄປ ໄປນອນກັບຜູ້ທີ່ບໍ່ໄດ້ເຂົ້າພິທີຕັດ” 20 ເຂົາທັງຫລາຍຈະລົ້ມລົງກາງບັນດາຜູ້ທີ່ຖືກຂ້າດ້ວຍດາບ ມີດາບກຳນົດໄວ້ແລ້ວຈົ່ງລາກເອຢິບໄປເສັຽພ້ອມກັບຊາວເອຢິບທັງສິ້ນຂອງເຂົາ 21 ເຫລົ່າຊາຍສະກັນໃນບັນດາຜູ້ທີ່ເກັ່ງກ້າຈະເວົ້າເຣື່ອງຂອງເຂົາກັບຜູ້ຊ່ອຍຂອງເຂົາຈາກກາງແດນຄົນຕາຍວ່າ “ເຂົາໄດ້ລົງມາແລ້ວ ເຂົານອນຢູ່ ຄືຄົນທີ່ບໍ່ໄດ້ເຂົ້າພິທີຕັດ ທີ່ຖືກຂ້າດ້ວຍດາບ” 22 ອັສຊີເຣັຽກໍຢູ່ທີ່ນັ້ນຮວມທັງຄນະມີຫລຸມສົບຢູ່ຮອບຕົວ ທຸກຄົນຖືກຂ້າແລະລົ້ມລົງດ້ວຍດາບ 23 ທີ່ຝັງສົບຂອງຄົນເຫລົ່ານີ້ຢູ່ທີ່ແດນມໍຣະນາສ່ວນທີ່ໄກທີ່ສຸດແລະຄນະຂອງນາງກໍຢູ່ຮອບຫລຸມຝັງສົບຂອງນາງ ທຸກຄົນຖືກຂ້າ ລົ້ມລົງດ້ວຍດາບເປັນພວກທີ່ໃຫ້ເກີດຄວາມສະດຸ້ງຕົກໃຈກົວໃນແຜ່ນດິນຂອງຜູ້ມີຊີວິດຢູ່ 24 “ເອລາມກໍຢູ່ທີ່ນັ້ນ ທັງຝູງຊົນແຫ່ງຕົນກໍຢູ່ຮອບຫລຸມສົບຂອງນາງ ທຸກຄົນຖືກຂ້າ ແລະລົ້ມລົງດ້ວຍດາບ ຜູ້ລົງໄປສູ່ໂລກບາດານໂດຍບໍ່ເຂົ້າພິທີຕັດ ເປັນພວກທີ່ໃຫ້ເກີດຄວາມສະດຸ້ງຕົກໃຈກົວໃນແຜ່ນດິນຂອງຜູ້ມີຊີວິດ ແລະເຂົາຕ້ອງທົນຮັບຄວາມອັບອາຍຂາຍຫນ້າກັບຜູ້ທີ່ລົງໄປປາກແດນຄົນຕາຍ 25 ເຂົາໄດ້ເຣັດບ່ອນໃຫ້ນາງນອນໃນຫມຸ່ພວກຜູ້ທີ່ຖືກຂ້າພ້ອມກັບຝູງຄົນທັງສິ້ນຂອງນາງ ມີຫລຸມສົບຢູ່ຮອບຕົວ ເປັນຜູ້ບໍ່ໄດ້ເຂົ້າພິທີຕັດທຸກຄົນ ຖືກຂ້າດ້ວຍດາບ ເພາະວ່າຄວາມສະດຸ້ງຕົກໃຈກົວເຂົາທັງຫລາຍນັ້ນໄດ້ກະຈາຍໄປໃນແຜ່ນດິນຂອງຜູ້ມີຊີວິດ ແລະເຂົາຕ້ອງທົນຮັບຄວາມອັບອາຍຂາຍຫນ້າກັບຜູ້ທີ່ລົງໄປຍັງປາກແດນຄົນຕາຍ ເຂົາມີທີ່ຢູ່ໃນຫມູ່ພວກຜູ້ຖືກຂ້າ 26 “ເມເຊກ ແລະຕູບານກໍຢູ່ທີ່ນັ້ນ ທັງຝູງຊົນທັງສິ້ນຂອງນາງ ຫລຸມສົບຂອງເຂົາທັງຫລາຍຢູ່ຮອບນາງທັງສອງ ເປັນຜູ້ທີ່ບໍ່ເຂົ້າພິທີຕັດທຸກຄົນ ຖືກຂ້າດ້ວຍດາບ ເພາະເຂົາໃຫ້ເກີດຄວາມສະດຸ້ງຕົກໃຈກົວລືໄປໃນແຜ່ນດິນຂອງຜູ້ມີຊີວິດ 27 ເຂົາທັງຫລາຍບໍ່ໄດ້ນອນຢູ່ກັບຜູ້ເກັ່ງກ້າໃນຈຳພວກທີ່ບໍ່ໄດ້ເຂົ້າພິທີຕັດທີ່ໄດ້ລົ້ມລົງ ລົງໄປຍັງແດນຄົນຕາຍພ້ອມກັບຍຸດໂທປະກອນຂອງເຂົາ ຜູ້ຊຶ່ງມີດາບວາງໄວ້ໃຕ້ຫົວຂອງເຂົາ ແລະເກາະກໍຢູ່ເທິງກະດູກຂອງເຂົາ ເພາະວ່າຄວາມສະດຸ້ງຕົກໃຈກົວລືໄປໃນແຜ່ນດິນຂອງຜູ້ມີຊີວິດ 28 ດັ່ງນັ້ນທ່ານຈະຕ້ອງຖືກຫັກແລະນອນຢູ່ໃນຫມູ່ພວກຜູ້ທີ່ບໍ່ໄດ້ເຂົ້າພິທີຕັດ ກັບຄົນເຫລົ່ານັ້ນທີ່ຖືກຂ້າດ້ວຍດາບ 29 “ເອໂດມກໍຢູ່ທີ່ນັ້ນ ຄືບັນດາກະສັດແລະບັນດາເຈົ້ານາຍທັງຫລາຍຂອງນາງ ແມ້ວ່າເຂົາທັງຫລາຍມີອານຸພາບເຂົາຍັງຖືກນຳມາວາງໄວ້ກັບບັນດາຄົນເຫລົ່ານັ້ນທີ່ຖືກຂ້າດ້ວຍດາບ ເຂົານອນຢູ່ກັບຜູ້ທີ່ບໍ່ໄດ້ເຂົ້າພິທີຕັດ ກັບບັນດາຄົນທີ່ໄດ້ລົງໄປຍັງປາກແດນຄົນຕາຍ 30 “ເຈົ້ານາຍຈາກທິດເຫນືອກໍຢູ່ທີ່ນັ້ນກັນຫມົດ ຄົນຊີໂດນທັງຫມົດ ຜູ້ທີ່ລົງໄປດ້ວຍຄວາມອາຍພ້ອມກັບຜູ້ທີ່ຖືກຂ້າເພາະເຫດຄວາມສະດຸ້ງຕົກໃຈກົວທັງສິ້ນຊຶ່ງເຂົາໄດ້ກະທຳຂົນດ້ວຍກຳລັງຂອງເຂົາ ເຂົານອນຢູ່ທີ່ນັ້ນບໍ່ເຂົ້າພິທີຕັດພ້ອມກັບຜູ້ທີ່ຖືກຂ້າດ້ວຍດາບ ແລະທົນຮັບຄວາມອັບອາຍຂາຍຫນ້າກັບບັນດາຜູ້ທີ່ລົງໄປຍັງປາກແດນຄົນຕາຍ 31 ພຣະຜູ້ເປັນເຈົ້າກ່າວວ່າ ເມື່ອຟາຣາໂອເຫັນພວກເຫລົ່ານັ້ນແລ້ວ ທ່ານກໍຈະເບົາໃຈໃນເຣື່ອງກອງທັບທັງສິ້ນຂອງທ່ານ ຟາຣາໂອແລະກອງທັບທັງສິ້ນຂອງທ່ານຖືກຂ້າດ້ວຍດາບ 32 ເພາະເຂົາໄດ້ໃຫ້ເກີດຄວາມສະດຸ້ງຕົກໃຈກົວລືໃນແຜ່ນດິນຂອງຜູ້ມີຊີວິດ ເຫດສັນນັ້ນເຂົາຈະຖືກວາງໄວ້ຖ້າມກາງຜູ້ບໍ່ເຂົ້າພິທີຕັດ ພ້ອມກັບ ຜູ້ເຫລົ່ານັ້ນທີ່ຖືກຂ້າດ້ວຍດາບ ທັງຟາຣາໂອແລະກອງທັບທັງສິ້ນຂອງທ່ານ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ຫນ້າທີ່ຂອງຍາມ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ຈົ່ງບອກປະຊາຊົນວ່າ ເມື່ອເຮົາເຮັດໃຫ້ສົງຄາມເກີດຂຶ້ນໃນປະເທດນຶ່ງ ປະຊາຊົນໃນປະເທດນັ້ນກໍຈະແຕ່ງຕັ້ງຄົນນຶ່ງເປັນຜູ້ຍາມ 3 ເມື່ອຄົນຍາມເຫັນສັດຕຣູເຂົ້າມາໃກ້ ເຂົາຈະເປົ່າແກປຸກເຕືອນທຸກໆຄົນ 4 ຖ້າຫາກຄົນນຶ່ງໄດ້ຍິນສຽງແກ ແຕ່ບໍ່ເອົາໃຈໃສໃນສຽງຕັກເຕືອນ ສັດຕຣູກໍຈະມາຂ້າຄົນນັ້ນເສັຽ ແລ້ວຄວາມຜິດຈະເປັນຂອງຜູ້ຕາຍເອງ 5 ເພາະວ່າບໍ່ເອົາໃຈໃສ່ໃນສຽງຕັກເຕືອນ ຖ້າເຂົາເອົາໃຈໃສ່ກໍຈະສາມາດຫນີໄປໄດ້ 6 ແຕ່ຖ້າຄົນເຝົ້າຍາມເຫັນສັດຕຣູມາ ແຕ່ບໍ່ເປົ່າແກປຸກເຕືອນ ສັດຕຣູກໍຈະມາຂ້າຄົນບາບທັງຫລາຍຖິ້ມ ແລ້ວເຮົາກໍຈະຖືວ່າ ການຕາຍຂອງພວກນັ້ນເປັນຄວາມຜິດຂອງຜູ້ເຝົ້າຍາມ 7 ສັນນີ້ແຫລະ ບຸດແຫ່ງມະນຸດເອີຍ, ເຮົາຈະແຕ່ງຕັ້ງໃຫ້ເຈົ້າເປັນຜູ້ເຝົ້າຍາມຊົນຊາດອິສຣາເອນທັງຫມົດ ຈົ່ງນຳຖ້ອຍຄຳທີ່ເຮົາບອກໃຫ້ໄປຕັກເຕືອນເຂົາ 8 ຖ້າເຮົາປະກາດວ່າ ມີຄົນຊົ່ວຜູ້ນຶ່ງກຳລັງຈະຕາຍ ແຕ່ເຈົ້າບໍ່ຕັກເຕືອນໃຫ້ເຂົາປ່ຽນຊີວິດໃຫມ່ ເຂົາກໍຈະຕາຍເສັຽຍ້ອນບາບຂອງຕົນເອງ ແລ້ວເຮົາກໍຈະຖືວ່າການຕາຍຂອງຜູ້ນັ້ນເປັນຄວາມຜິດຂອງເຈົ້າ 9 ຖ້າວ່າເຈົ້າຕັກເຕືອນເຂົາແລ້ວແຕ່ເຂົາຍັງບໍ່ເຊົາ ເຂົາກໍຈະຕາຍຍ້ອນບາບນັ້ນ ແຕ່ຊີວິດຂອງເຈົ້າຈະປອດພັຍ
ການຣັບຜິດຊອບຂອງແຕ່ລະບຸກຄົນ
10 “ເຈົ້າ ບຸດແຫ່ງມະນຸດເອີຍ, ເຈົ້າຈົ່ງກ່າວແກ່ເຊື້ອສາຍອິສຣາເອນ ພວກເຈົ້າເຄີຍກ່າວດັ່ງນີ້ວ່າ ຜົນຂອງການເຮັດບາບໄດ້ຕົກຖືກເຮົາແລ້ວ ພວກເຮົາກຳລັງເຊື່ອມເສັຽໄປ ສະນັ້ນ ເຮັດແນວໃດຈຶ່ງຈະມີຊີວິດຢູ່ໄດ້ 11 ຈົ່ງບອກເຂົາວ່າ ເຮົາເປັນພຣະຜູ້ເປັນເຈົ້າຜູ້ມີຊີວິດຢູ່ ສະນັ້ນ ເຮົາຈຶ່ງບໍ່ພໍໃຈທີ່ເຫັນຄົນບາບຕາຍ ແຕ່ຢາກຈະເຫັນເຂົາເຊົາທຳບາບແລະມີຊີວິດຢູ່ ອິສຣາເອນເອີຍ ເຈົ້າຈົ່ງເຊົາທຳບາບເສັຽ ຫລືວ່າພວກເຈົ້າຢາກຕາຍຊັ້ນບໍ 12 ບຸດແຫ່ງມະນຸດເອີຍ, ບັດນີ້ເຈົ້າຈົ່ງບອກພວກອິສຣາເອນວ່າ ເມື່ອຄົນຊອບທັມທຳບາບຄວາມດີທີ່ເຂົາເຄີຍທຳມານັ້ນຈະບໍ່ຊ່ອຍຫຍັງເຂົາເລີຍ ຖ້າຄົນຊົ່ວເຊົາທຳຊົ່ວ ເຂົາຈະບໍ່ໄດ້ຖືກລົງໂທດຍ້ອນຄວາມຊົ່ວນັ້ນ ແລະຖ້າຄົນຊອບທັມເລີ້ມຕົ້ນທຳບາບເຂົາກໍຈະມີຊີວິດຢູ່ບໍ່ໄດ້ 13 ຖ້າຫາກເຮົາສັນຍາວ່າ ຈະໃຫ້ຄົນຊອບທັມມີຊີວິດຢູ່ ແຕ່ເຂົາເຊື່ອຄວາມດີທີ່ຕົນໄດ້ກະທຳມາແລ້ວແຕ່ອະດີດ ແລ້ວເລີ້ມຕົ້ນທຳບາບ ເຮົາຈະບໍ່ລະນຶກເຖິງຄວາມດີໃດໆທີ່ຜູ້ນັ້ນໄດ້ກະທຳມາ ເຂົາຈະຕ້ອງຕາຍຍ້ອນບາບຂອງເຂົາເອງ 14 ຖ້າເຮົາເຕືອນຄົນຊົ່ວວ່າເຂົາຈະຕ້ອງຕາຍ ແຕ່ເຂົາເຊົາທຳບາບຂອງເຂົາເສັຽຫັນມາທຳສິ່ງທີ່ຖືກຕ້ອງແລະດີງາມ 15 ເຊັ່ນວ່າຄືນຂອງຈຳນຳໃຫ້ແກ່ລູກຫນີ້ສົ່ງຂອງທີ່ລັກມາຄືນໃຫ້ແກ່ເຈົ້າຂອງເຂົາ ຖ້າເຂົາເຊົາທຳບາບ ແລະປະພຶດຕາມພຣະທັມທີ່ໃຫ້ມີຊີວິດ ເຂົາກໍຈະບໍ່ຕາຍ ແຕ່ຈະມີຊີວິດຢູ່ຕໍ່ໄປ 16 ສ່ວນເຮົາຈະໃຫ້ອະພັຍບາບທີ່ໄດ້ເຄີຍກະທຳມາ ຍ້ອນການທຳດີແລະການທຳສິ່ງຖືກຕ້ອງນັ້ນ ເຂົາຈະມີຊີວິດຢູ່ຕໍ່ໄປ 17 ປະຊາຊົນຂອງເຈົ້າເວົ້າວ່າ ເຮົາທຳບໍ່ຍຸດຕິທັມ ບໍ່ແມ່ນຢ່າງນັ້ນດອກ ມັນແມ່ນພວກເຂົາຕ່າງຫາກບໍ່ຍຸດຕິທັມ 18 ເມື່ອຄົນຊອບທັມເຊົາທຳດີ ແລະເລີ້ມຕົ້ນທຳຊົ່ວ ເຂົາກໍຈະຕາຍຍ້ອນທຳຊົ່ວນັ້ນ 19 ເມື່ອຄົນຊົ່ວປ່ຽນໃຈບໍ່ທຳບາບ ຫັນມາທຳດີແລະຖືກຕ້ອງ ຊີວິດຂອງເຂົາກໍຈະປອດພັຍ 20 ໂອ ອິສຣາເອນເອີຍ ແຕ່ປານນັ້ນພວກເຈົ້າຍັງເວົ້າວ່າ ເຮົາທຳບໍ່ຍຸດຕິທັມຢູ່ ສະນັ້ນ ເຮົາຈະພິພາກສາໂທດຕາມທີ່ເຈົ້າໄດ້ກະທຳ”
ຂ່າວກຸງເຢຣູຊາເລັມແຕກ
21 ສິບສອງປີ ຫລັງຈາກພວກຂ້າພະເຈົ້າໄດ້ຫຖືກຈັບໄປເປັນຊະເລີຍ ເມື່ອວັນທີ່ຫ້າເດືອນສິບ ມີຊາຍຄົນນຶ່ງຫນີອອກມາຈາກກຸງເຢຣູຊາເລັມບອກຂ້າພະເຈົ້າວ່າ ກຸງເຢຣູຊາເລັມໄດ້ແຕກແລ້ວ 22 ໃນຕອນຄ່ຳກ່ອນຊາຍຜູ້ນັ້ນມາເຖິງ ຂ້າພະເຈົ້າໄດ້ຕົກຢູ່ໃນອຳນາດຂອງພຣະຜູ້ເປັນເຈົ້າຈົນເວົ້າບໍ່ໄດ້ ແລ້ວໃນຕອນເຊົ້າມື້ອື່ນ ເມື່ອຊາຍຄົນນັ້ນມາເຖິງ ພຣະຜູ້ເປັນເຈົ້າກໍຊົງໂຜດໃຫ້ຂ້າພະເຈົ້າເວົ້າໄດ້ 23 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາຍັງຂ້າພະເຈົ້າວ່າ, 24 “ບຸດແຫ່ງມະນຸດເອີຍ, ປະຊາຊົນທີ່ເຄີຍອາໄສຢູ່ຕາມຫົວເມືອງຮ້າງໃນປະເທດອິສຣາເອນເວົ້າວ່າ ແຕ່ກ່ອນມີແຕ່ອັບຣາຮາມຄົນດຽວ ສະນັ້ນ ທ່ານຈຶ່ງໄດ້ຮັບທີ່ດິນຈາກພຣະເຈົ້າແຕ່ຜູ້ດຽວ ມາບັດນີ້ພວກເຮົາມີຫລາຍຄົນ ທີ່ດິນນັ້ນຈຶ່ງເປັນຂອງພວກເຮົາທຸກໆຄົນ 25 ຈົ່ງບອກພວກເຂົາວ່າເຮົາເວົ້າດັ່ງນີ້ ພວກເຈົ້າກິນເລືອດພ້ອມກັບຊີ້ນ ຂາບໄຫວ້ຮູບເຄົາຣົບ ແລະຂ້າຄົນແລ້ວຍັງຈະຄິດວ່າແຜ່ນດິນນັ້ນເປັນຂອງພວກເຈົ້າຢູ່ບໍ 26 ພວກເຈົ້າໄດ້ວາງໃນໃນດາບຂອງຕົນ ການກະທຳກໍເປັນຫນ້າກຽດຊັງ ມີການລ່ວງເກີນຜົວເມັຽຄົນອື່ນ ສະນັ້ນ ເປັນຫຍັງຈຶ່ງຄິດວ່າທີ່ດິນນັ້ນເປັນຂອງພວກເຈົ້າ 27 ຈົ່ງບອກພວກເຂົາ ພຣະຜູ້ເປັນເຈົ້າຊົງເຕືອນດັ່ງນີ້ ເຣົາເປັນພຣະຜູ້ເປັນເຈົ້າທີ່ມີຊີວິດ ສະນັ້ນ ປະຊາຊົນທີ່ອາໄສຢູ່ໃນຫົວເມືອງຮ້າງຈະຖືກຂ້າຕາຍ ຜູ້ທີ່ຢູ່ນອກເມືອງຈະຖືກສັດປ່າກິນ ຜູ້ທີ່ລີ້ຢູ່ຕາມພູແລະຖ້ຳເຫວຈະເຈັບປ່ວຍລົ້ມຕາຍ 28 ເຮົາຈະທຳໃຫ້ປະເທດນັ້ນຮ້າງເປົ່າເສົ້າຫມອງ ອຳນາດທີ່ພວກເຂົາມີແລະພາກພູມໃຈຢູ່ນັ້ນຈະຫມົດສິ້ນລົງ ພູທັງຫລາຍໃນອິສຣາເອນຈະເປັນປ່າຮ້າງເປົ່າ ຈະບໍ່ມີຄົນອາໄສແລະເດີນຜ່ານໄປມາ 29 ເມື່ອເຮົາລົງໂທດປະຊາຊົນຍ້ອນເຂົາກະທຳບາບ ແລະທຳໃຫ້ປະເທດນັ້ນຮ້າງເປົ່າແລ້ວ ພວກເຂົາຈຶ່ງຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າ” 30 “ເຈົ້າ ບຸດແຫ່ງມະນຸດເອີຍ, ເມື່ອປະຊາຊົນຂອງເຈົ້າພົບກັນຢູ່ໃກ້ກຳແພງເມືອງ ຫລືຕາມປະຕູບ້ານເຮືອນນັ້ນ ພວກເຂົາກໍຊັກຊວນກັນໄປຟັງຖ້ອຍຄຳທີ່ມາຈາກພຣະຜູ້ເປັນເຈົ້າ 31 ດັ່ງນັ້ນໄພ່ພົນຂອງເຮົາຈຶ່ງຫລັ່ງໄຫລກັນມາຟັງ ແຕ່ພວກເຂົາບໍ່ໄດ້ທຳຕາມເຈົ້າບອກ ເພາະວ່າພວກເຂົາມັນເວົ້າຕົວະ ແລະມັກເງິນຄຳຫລາຍກວ່າ ພຣະທັມຂອງພຣະເຈົ້າ 32 ດ້ວຍວ່າ ພວກເຂົາມາຟັງຖ້ອຍຄຳທັງຫມົດຂອງເຈົ້າເຫມືອນມາຟັງຫມໍລຳ ຫລືການເປົ່າແຄນເທົ່ານັ້ນ ຈຶ່ງບໍ່ມີໃຜເຊື່ອຟັງເລີຍ 33 ສະນັ້ນ ເມື່ອຖ້ອຍຄຳທັງຫມົດຂອງເຈົ້າເປັນຈິງຂຶ້ນມາ ພວກເຂົາຈຶ່ງຈະຮູ້ວ່າຜູ້ປະກາດພຣະທັມມີຢູ່ໃນພວກເຂົາແທ້”
ຄຳທຳນວາຍກ່າວໂທດຜູ້ລ້ຽງແກະແຫ່ງ ອິສຣາເອນ
1 ຖ້ອຍຄຳຂອງພຣະເຈົ້າມາຍັງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ, ຈົ່ງທຳນວາຍກ່າວໂທດບັນດາຜູ້ລ້ຽງແກະແຫ່ງອິສຣາເອນ ຈົ່ງທຳນວາຍກ່າວໂທດວ່າແກ່ເຂົາ ຄືຜູ້ລ້ຽງແກະວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ວິບັດແກ່ຜູ້ລ້ຽງແກະແຫ່ງອິສຣາເອນຜູ້ລ້ຽງຕົວເອງ ຜູ້ລ້ຽງແກະຍອມລ້ຽງແກະບໍ່ແມ່ນຫລື 3 ເຈົ້າກິນໄຂມັນ ເຈົ້ານຸ່ງເຄື່ອງຂອງເຈົ້າທີ່ເຮັດດ້ວຍຂົນແກະ ແລະເຈົ້າຂ້າແກະໂຕອ້ວນໆ ແຕ່ບໍ່ໄດ້ລ້ຽງມັນ 4 ແລະບໍ່ໄດ້ເບິ່ງແຍງແກະໂຕທີ່ຈ່ອຍຜອມ ບໍ່ໄດ້ປິ່ນປົວໂຕທີ່ເຈັບໂຊ ບໍ່ໄດ້ພັນບາດແຜໃຫ້ໂຕທີ່ຖືກທຳຮ້າຍ ບໍ່ໄດ້ນຳໂຕທີ່ຫລົງຝູງກັບຄືນມາ ຫລືບໍ່ໄດ້ຊອກຫາໂຕທີ່ສູນເສັຽໄປ ມີແຕ່ເຮັດໂຫດຮ້າຍທາຣຸນຕໍ່ມັນເທົ່ານັ້ນ 5 ຈົນພວກມັນໄດ້ແຕກກະຈັດກະຈາຍໄປຍ້ອນບໍ່ມີຜູ້ລ້ຽງ ອັນເປັນເຫດໃຫ້ສັດປ່າມາກັດກິນມັນເສັຽ 6 ດັ່ງນັ້ນແກະຂອງເຮົາຈຶ່ງຊັດເຊພະເນຈອນໄປຕາມພູແລະເນີນເຂົາ ພວກມັນໄດ້ແຕກກະຈັດກະຈາຍໄປທົ່ວໂລກ ໂດຍບໍ່ມີໃຜຊອກຄົ້ນຫລືສແວງຫາມັນເລີຍ 7 ບັດນີ້ ພວກເຈົ້າຜູ້ລ້ຽງແກະເອີຍ ຈົ່ງຟັງສິ່ງທີ່ເຮົາຈະບອກ 8 ເຮົາເປັນພຣະເຈົ້າຜູ້ມີຊີວິດຢູ່ ສະນັ້ນ ຄວນຟັງເຮົາດີກວ່າ ແກະຂອງເຮົາໄດ້ຖືກຝູງສັດປ່າກັດກິນແລ້ວ ເພາະວ່າມັນບໍ່ມີຜູ້ລ້ຽງ ຜູ້ລ້ຽງຂອງເຮົາບໍ່ໄດ້ຊອກຫາມັນ ພວກເຂົາລ້ຽງຕົວເອງບໍ່ແມ່ນລ້ຽງແກະ 9 ດັ່ງນັ້ນ ຜູ້ລ້ຽງແກະຂອງເຮົາເອີຍ ຈົ່ງຟັງເຮົາເດີ 10 ເຮົາພຣະຜູ້ເປັນເຈົ້າຂໍປະກາດວ່າ ເຮົາຈະເປັນສັດຕຣູກັບພວກເຈົ້າ ຈະເອົາແກະຂອງເຮົາຫນີໄປຈາກເຈົ້າ ຈະບໍ່ໃຫ້ພວກເຈົ້າລ້ຽງມັນ ແລະລ້ຽງຕົວເອງຕໍ່ໄປອີກ ເຮົາຈະຊ່ອຍເອົາມັນຫນີໄປຈາກເຈົ້າ ຈະບໍ່ໃຫ້ມັນເປັນອາຫານຂອງພວກເຈົ້າອີກ
ຜູ້ລ້ຽງແກະທີ່ດີ
11 ເຮົາ ພຣະຜູ້ເປັນເຈົ້າບອກເຈົ້າວ່າ ເຮົາຈະຄົ້ນຫາແກະຂອງເຮົາ ແລະລ້ຽງດູມັນເອງ 12 ຜູ້ລ້ຽງຍ່ອມເຕົ້າໂຮມເອົາແກະໂຕທີ່ແຕກຝູງໄປເຂົ້າກັນອີກສັນໃດ ເຮົາກໍຈະນຳເອົາແກະໂຕທີ່ແຕກຝູງໄປໃນຍາມອັນຕະຣາຍ ແລະບ່ອນທີ່ມືດຕຶບກັບຄືນມາຈາກທຸກໆບ່ອນສັນນັ້ນ 13 ເຮົາຈະເອົາມັນອອກມາຈາກຕ່າງປະເທດແລະເຕົ້າໂຮມເຂົ້າກັນຈະນຳມາໄວ້ໃນປະເທດຂອງມັນເອງ ຈະລ້ຽງດູມັນຢູ່ເທິງພູອິສຣາເອນ ຢູ່ໃກ້ຫ້ວຍຮ່ອງ ແລະໃນທຸກບ່ອນທີ່ມີຄົນອາໄສຢູ່ 14 ຈະປ່ອຍມັນກິນຫຍ້າຢູ່ຕາມພູ ແລະທົ່ງຫຍ້າອັນຂຽວສົດໃນປະເທດອິສຣາເອນຢ່າງປອດພັຍ 15 ເຮົາເອງຈະເປັນຜູ້ລ້ຽງແກະຂອງເຮົາ ແລະຈະຊອກຫາບ່ອນໃຫ້ມັນພັກຜ່ອນ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 16 ເຣົາຈະຊອກຫາແກະໂຕທີ່ສູນເສັຽໄປ ຈະນຳໂຕທີ່ຫລົງທາງກັບມາ ຈະພັນແຜແລະປິ່ນປົວໂຕທີ່ບາດເຈັບໃຫ້ດີ ຈະປ່ອຍໂຕທີ່ຕຸ້ຍພີ ແລະແຂງແຮງຢູ່ຢ່າງສະບາຍ ເພາະວ່າເຮົາເປັນຜູ້ລ້ຽງຢ່າງຍຸດຕິທັມ 17 ຝູງແກະຂອງເຮົາເອີຍ ບັດນີ້ ເຮົາບອກເຈົ້າວ່າ ເຮົາຈະພິພາກສາພວກເຈົ້າທຸກໂຕ ຈະແຍກໂຕດີອອກຈາກໂຕບໍ່ດີ ແລະແຍກແກະອອກຈາກແບ້ 18 ມີບາງໂຕໃນພວກເຈົ້າບໍ່ພໍໃຈກິນຫຍ້າຢ່າງດີ ຈຶ່ງພາກັນຢຽບຢ່ຳຫຍ້າທີ່ຕົນບໍ່ກິນ ພວກເຈົ້າດື່ມນ້ຳໃສແລ້ວກໍກວນນ້ຳທີ່ຍັງເຫລືອໃຫ້ຂຸ່ນ 19 ແກະໂຕອື່ນໆອີກຂອງເຮົາຈຶ່ງຈຳເປັນຕ້ອງກິນຫຍ້າທີ່ພວກເຈົ້າຢຽບ ແລະຕ້ອງດື່ມນ້ຳທີ່ພວກເຈົ້າກວນ 20 ດັ່ງນັ້ນແຫລະ, ເຮົາຈຶ່ງບອກວ່າເຮົາຈະພິພາກສາເຈົ້າ ຄືແກະຕຸ້ຍແລະແກະຈ່ອຍ 21 ເພາະວ່າເຈົ້າໄດ້ຊົນແກະໂຕເຈັບໂຊໃຫ້ອອກຫນີຈາກຝູງ 22 ແຕ່ເຣົາຈະຊ່ອຍແກະຂອງເຮົາໃຫ້ພົ້ນພັຍ ຈະບໍ່ໃຫ້ມັນຖືກຂົ່ມເຫັງອີກຕໍ່ໄປ 23 ຈະແຕ່ງຕັ້ງໃຫ້ດາວິດຜູ້ຮັບໃຊ້ຂອງເຮົາເປັນຜູ້ລ້ຽງມັນ 24 ເຮົາຈະເປັນພຣະເຈົ້າຂອງພວກມັນ ສ່ວນດາວິດຜູ້ຮັບໃຊ້ຂອງເຮົາຈະເປັນນາຍຂອງມັນ ເຮົາໄດ້ ກ່າວດັ່ງນີ້ແຫລະ 25 ເຮົາຈະໃຫ້ຄຳຫມັ້ນສັນຍາແລະຮັບປະກັນຄວາມປອດພັຍໃຫ້ພວກມັນ ຈະກຳຈັດສັດຮ້າຍທັງຫມົດອອກຈາກແຜ່ນດິນ ເພື່ອວ່າແກະຂອງເຮົາຈະໄດ້ອາໄສຢູ່ໃນທົ່ງນາແລະນອນໃນປ່າຢ່າງປອດພັຍ 26 ເຮົາຈະອວຍພອນພວກມັນໃຫ້ອາໄສຢູ່ພູສັກສິດຂອງເຮົາ ຈະໃຫ້ຝົນຕົກລົງມາ ຕາມຄວາມຕ້ອງການຂອງມັນ 27 ເພື່ອກົກໄມ້ທັງຫລາຍຈະເກີດຫມາກ ທົ່ງນາຈະມີເຈົ້າ ແລະແກະທຸກໆໂຕຈະມີຊີວິດຢູ່ໃນປະເທດຂອງມັນເອງຢ່າງປອດພັຍ ເມື່ອໃດເຮົາປ່ອຍໃຫ້ໄພ່ພົນຂອງເຮົາພົ້ນຈາກການເປັນທາດ ແລະແກ້ໂສ້ອອກເປັນອິສຣະແລ້ວ ເມື່ອນັ້ນແຫລະ ພວກເຂົາຈຶ່ງຈະຮູ້ວ່າເຮົາຄື ພຣະຜູ້ເປັນເຈົ້າ 28 ພວກເຂົາຈະບໍ່ຖືກຊົນຊາດອື່ນມາຮົບກວນອີກຕໍ່ໄປ ຈະບໍ່ຖືກພວກສັດປ່າມາກັດກິນ ແຕ່ຈະມີຊີວິດຢູ່ຢ່າງປອດພັຍບໍ່ຢ້ານກົວຫຍັງ 29 ເຮົາຈະຍົກທົ່ງນາອັນອຸດົມສົມບູນໃຫ້ແກ່ພວກເຂົາ ຈະໃຫ້ຄວາມອຶດຢາກໃນແຜ່ນດິນນັ້ນສິ້ນສຸດລົງ ຊົນຊາດອື່ນຈະບໍ່ຫຍໍ້ຫຍັນພວກເຂົາອີກ 30 ແລ້ວຄົນທັງປວງຈະຮູ້ວ່າ ເຮົາເປັນຜູ້ຄຸ້ມຄອງອິສຣາເອນ ແລະຮູ້ວ່າພວກເຂົາເປັນໄພ່ພົນຂອງເຮົາ ເຮົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” 31 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ໄປວ່າ, “ຝູງແກະທີ່ເຮົາລ້ຽງເອີຍ, ພວກເຈົ້າເປັນໄພ່ພົນຂອງເຮົາ ແລະເຮົາເປັນພຣະເຈົ້າຂອງເຈົ້າ”
ຄຳທຳນວາຍກ່າວໂທດພູເຊອີຣ໌
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ ຈົ່ງມຸ່ງຫນ້າຂອງເຈົ້າຕໍ່ສູ້ພູເຊອີຣ໌ ແລະທຳນວາຍຕໍ່ມັນ 3 ແລະກ່າວແກ່ມັນວ່າພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ພູເຊອີຣ໌ເອີຍ, ເຮົາເປັນປໍຣະປັກກັບເຈົ້າ ແລະເຮົາຈະຢຽດມືຂອງເຮົາຕໍ່ສູ້ເຈົ້າ ແລະເຮົາຈະກະທຳໃຫ້ເຈົ້າຮ້າງເປົ່າແລະປະຮ້າງ 4 ເຮົາຈະໃຫ້ຫົວເມືອງຂອງເຈົ້າຖືກປະຖິ້ມ ແລະເຈົ້າຈະເປັນບ່ອນຮ້າງເປົ່າ ແລະເຈົ້າຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ 5 ເພາະເຫດເຈົ້າມີຄວາມກຽດຊັງອັນຕລອດໄປເປັນນິດ ແລະມອບປະຊາຊົນອິສຣາເອນໃຫ້ແກ່ອຳນາດດາບໃນເວລາໄພວິບັດຂອງເຂົາ ໃນເວລາແຫ່ງການລົງໂທດຄັ້ງສຸດທ້າຍ 6 ພຣະຜູ້ເປັນເຈົ້າກ່າວວ່າ ເຫດສັນນັ້ນ ເຮົາມີຊີວິດຢູ່ສັນໃດ ເຮົາຈະຕຽມເຈົ້າເພື່ອຮັບໂທດແຫ່ງການໃຫ້ໂລຫິດຕົກ ແລະໂລຫິດຈະໂລ່ຕາມເຈົ້າ ເພາະເຈົ້າມີກັມຊົ່ວເຣື່ອງໂລຫິດ ເຫດສັນນັ້ນໂລຫິດຈຶ່ງໄລ່ຕາມເຈົ້າໄປ 7 ເຮົາຈະກະທຳພູເຊອີຣ໌ໃຫ້ປະຮ້າງແລະຮ້າງເປົ່າ ແລະເຮົາຈະຕັດຜູ້ທີ່ໄປໆມາໆເສັຽຈາກມັນ 8 ພູຂອງເຈົ້ານັ້ນ ເຮົາຈະໃຫ້ມີຜູ້ທີ່ຖືກຂ້າເຕັມໄປຫມົດ ຜູ້ທີ່ຖືກຂ້າດ້ວຍດາບຈະລົ້ມລົງຕາມເນີນເຂົາຂອງເຈົ້າ ຕາມຮ່ອມພູຂອງເຈົ້າ ແລະໃນຫ້ວຍທັງສິ້ນຂອງເຈົ້າ 9 ເຣົາຈະກະທຳເຈົ້າໃຫ້ເປັນບ່ອນຮ້າງເປົ່າເປັນນິດ ແລະຕາມຫົວເມືອງຂອງເຈົ້າຈະບໍ່ມີຄົນອາໄສ ແລ້ວເຈົ້າຈະຊາບວ່າເຣົາ ຄືພຣະຜູ້ເປັນເຈົ້າ 10 “ເພາະພຣະຜູ້ເປັນເຈົ້າກ່າວວ່າ “ປະຊາຊາດທັງສອງນີ້ແລະປະເທດທັງສອງນີ້ຈະຕ້ອງເປັນຂອງເຮົາ ເຮົາຈະເອົາເຂົາມາເປັນກຳມະສິດ” ແມ້ວ່າພຣະຜູ້ເປັນເຈົ້າສະຖິດຢູ່ທີ່ນັ້ນ 11 ເຫດສັນນັ້ນພຣະຜູ້ເປັນເຈົ້າກ່າວວ່າ ເຮົາມີຊີວິດຢູ່ສັນໃດ ເຮົາຈະກະທຳຕໍ່ເຈົ້າຕາມຄວາມກິ້ວ ແລະຄວາມອິດສາຂອງເຈົ້າ ຊຶ່ງເຈົ້າສຳແດງເພາະຄວາມກຽດຊັງຂອງເຈົ້າຊຶ່ງມີຕໍ່ເຂົາ ເມື່ອເຮົາພິພາກສາເຈົ້າ ເຮົາຈຶ່ງຈະສຳແດງຕົວຂອງເຮົາໃນຫມູ່ພວກເຈົ້າໃຫ້ເຈົ້າຮູ້ຈັກ 12 ແລະເຈົ້າຈະຊາບວ່າ ເຮົາ ພຣະຜູ້ເປັນເຈົ້າ ໄດ້ຍິນຄຳຫຍາບຊ້າທັງປວງຂອງເຈົ້າ ຊຶ່ງເຈົ້າໄດ້ເວົ້າປັກປຳພູທັງຫລາຍແຫ່ງອິສຣາເອນວ່າ “ມັນຖືກປະໄວ້ໃຫ້ຮ້າງເປົ່າ ມັນຖືກມອບໄວ້ໃຫ້ເຣົາກິນ” 13 ດ້ວຍປາກຂອງເຈົ້າ ເຈົ້າໄດ້ຍົກຍໍຕົວເຈົ້າຂຶ້ນຕໍ່ສູ້ເຮົາ ແລະວ່າເຮົາອີກມາກຫລາຍເຣົາໄດ້ຍິນແລ້ວ 14 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພື່ອໃຫ້ພິພົບລ່າເຣີງ ເຮົາຈຶ່ງກະທຳເຈົ້າໃຫ້ຮ້າງເປົ່າ 15 ໃນເມື່ອມໍຣະດົກແຫ່ງເຊື້ອສາຍອິສຣາເອນນັ້ນຕ້ອງຖືກໃຫ້ຮ້າງເປົ່າໄປ ເຈົ້າລ່າເຣີງຍິນດີສັນໃດເຣົາຈຶ່ງຕ້ອງກະທຳແກ່ເຈົ້າສັນນັ້ນ ພູເຊອີຣ໌ເອີຍ ຮວມທັງເອໂດມທັງຫມົດ ທັງຫມົດເລີຍ ເຈົ້າຈະຕ້ອງເປັນບ່ອນຮ້າງເປົ່າ ແລ້ວເຂົາທັງຫລາຍຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ
ການໃຫ້ຊາດອິສຣາເອນຄືນສູ່ສະພາບເດີມໃນອານາຄົດ
1 “ເຈົ້າ ບຸດແຫ່ງມະນຸດເອີຍ, ຈົ່ງທຳນວາຍຕໍ່ສູ້ພູເຂົາທັງຫລາຍແຫ່ງອິສຣາເອນວ່າ ພູແຫ່ງອິສຣາເອນເອີຍ ຈົ່ງຟັງພຣະຄຳຂອງພຣະຜູ້ເປັນເຈົ້າ 2 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະສັດຕຣູກ່າວຂວັນເຖິງເຈົ້າວ່າ “ອ໋າຮາ” ແລະ”ບ່ອນສູງບູຮານເຫລົ່ານັ້ນໄດ້ຕົກເປັນກຳມະສິດຂອງເຮົາແລ້ວ” 3 ເຫດສັນນັ້ນຈົ່ງທຳນວາຍແລະກ່າວວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະວ່າເຂົາກະທຳໃຫ້ເຈົ້າຮ້າງເປົ່າ ແລະບີບເຈົ້າທຸກດ້ານຈົນເຈົ້າຕົກເປັນກຳມະສິດຂອງປະຊາຊົນທີ່ເຫລືອຢູ່ນັ້ນ ແລະເຈົ້າກາຍເປັນຂີ້ປາກເປັນທີ່ນິນທາຂອງປະຊາຊົນ 4 ພູແຫ່ງອິສຣາເອນເອີຍ, ເຫດສັນນັ້ນຈົ່ງຟັງພຣະຄຳຂອງພຣະເຈົ້າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແກ່ພູແລະເນີນເຂົາ ຫ້ວຍແລະຮ່ອມພູ ທີ່ປະຖິ້ມແລະຮ້າງເປົ່າ ແລະຫົວເມືອງທີ່ຄົນຫນີໄປຫມົດ ຊຶ່ງໄດ້ກາຍເປັນເຫຍື່ອແລະເປັນທີ່ຫຍໍ້ຫຍັນແກ່ປະຊາຊາດອ້ອມຮອບທີ່ເຫລືອຢູ່ 5 ເຫດສັນນັ້ນພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ດ້ວຍຄວາມຫວງແຫນຢ່າງເດືອດດານຂອງເຮົາ ເຮົາເວົ້າກ່າວໂທດປະຊາຊາດທີ່ເຫລືອຢູ່ ແລະແກ່ເອໂດມທັງສິ້ນ ຜູ້ທີ່ມອບແຜ່ນດິນຂອງເຮົາໃຫ້ແກ່ຕົນເອງໃຫ້ເປັນກໍາມະສິດ ດ້ວຍຄວາມລ່າເຣີງຢ່າງເຕັມໃຈ ແລະຄວາມຫມິ່ນປມາດຢ່າງທີ່ສຸດ ເພື່ອເຂົາຈະໄດ້ໄລ່ຄົນແຜ່ນດິນນັ້ນອອກໄປ ເພື່ອຈະໄດ້ປຸ້ນເອົາໄປເສັຽ 6 ເຫດສັນນັ້ນຈົ່ງກ່າວຄຳທຳນວາຍກ່ຽວກັບແຜ່ນດິນອິສຣາເອນ ແລະຈົ່ງກ່າວແກ່ພູແລະເນີນເຂົາ ແກ່ຫ້ວຍແລະຮ່ອມພູວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາເວົ້າດ້ວຍຄວາມຫວງແຫນ ແລະຄວາມພິໂຣດຂອງເຮົາ ເພາະເຈົ້າໄດ້ທົນຮັບຄວາມອັບອາຍຂາຍຫນ້າຈາກປະຊາຊາດ 7 ດັ່ງນັ້ນ ພຣະຜູ້ເປັນເຈົ້າກ່າວວ່າ ເຮົາປະຕິຍານວ່າປະຊາຊາດທີ່ຢູ່ຮອບເຈົ້ານັ້ນຈະທົນຮັບຄວາມອັບອາຍຂາຍຫນ້າ 8 “ພູທັງຫລາຍແຫ່ງອິສຣາເອນເອີຍ, ແຕ່ເຈົ້າຈະແຕກກິ່ງຂອງເຈົ້າອອກມາ ແລະອອກຜົນໃຫ້ແກ່ອິສຣາເອນໄພ່ພົນຂອງເຮົາ ເພາະບໍ່ເຫິງເຂົາຈະໄດ້ກັບມາ 9 ເພາະ ເບິ່ງແມ໋, ເຮົາຢູ່ຝ່າຍເຈົ້າ ເຮົາຈະຫັນມາຫາເຈົ້າ ແລະເຈົ້າຈະຖືກໄຖແລະຖືກຫວ່ານ 10 ແລະເຣົາຈະທະວີຄົນໃຫ້ແກ່ເຈົ້າ ຄືບັນດາເຊື້ອສາຍອິສຣາເອນທົ່ວຫມົດ ຫົວເມືອງຈະມີຄົນມາອາໄສຢູ່ ແລະສະຖານທີ່ຮ້າງເປົ່າຈະຖືກສ້າງຂຶ້ນໃຫມ່ 11 ເຮົາຈະທະວີທັງຄົນແລະສັດໃຫ້ແກ່ເຈົ້າ ຈະເພີ້ມຂຶ້ນແລະມີລູກດົກ ແລະເຮົາຈະກະທຳໃຫ້ເຈົ້າມີຄົນອາໄສຢູ່ຢ່າງໃນການກ່ອນ ແລະຈະເປັນປໂຍດແກ່ເຈົ້າຫລາຍກວ່າແຕ່ກ່ອນ ແລ້ວເຈົ້າຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າ 12 ເຣົາຈະໃຫ້ຄົນທຽວເທິງເຈົ້າ ຄືອິສຣາເອນໄພ່ພົນຂອງເຮົາດ້ວຍ ແລະເຂົາທັງຫລາຍຈະໄດ້ເຈົ້າເປັນກຳມະສິດ ແລະເຈົ້າຈະເປັນມໍຣະດົກຂອງເຮົາ ແລະເຈົ້າຈະບໍ່ເອົາລູກຂອງເຂົາໄປອີກ 13 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເພາະຄົນກ່າວແກ່ເຈົ້າວ່າ ເຈົ້າກິນຄົນ ແລະເຈົ້າໄດ້ເອົາລູກຂອງປະຊາຊາດຂອງເຈົ້າໄປ 14 ພຣະຜູ້ເປັນເຈົ້າກ່າວວ່າ ເຫດສະນັ້ນ ເຈົ້າຈະບໍ່ກິນຄົນ ແລະຈະບໍ່ເອົາລູກຂອງເຈົ້າຈາກປະຊາຊາດຂອງເຈົ້າໄປອີກເລີຍ 15 ເຣົາຈະບໍ່ໃຫ້ເຈົ້າໄດ້ຍິນຄຳປມາດຫມິ່ນຂອງປະຊາຊາດຕ່າງໆອີກ ແລະເຈົ້າບໍ່ຕ້ອງທົນຮັບຄວາມອັບອາຍຂາຍຫນ້າຂອງຊົນຊາດທັງຫລາຍອີກເລີຍ ແລະບໍ່ຕ້ອງກະທຳໃຫ້ປະຊາຊາດຂອງເຈົ້າສະດຸດອີກເລີຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ” 16 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາຍັງຂ້າພະເຈົ້າອີກວ່າ, 17 “ບຸດແຫ່ງມະນຸດເອີຍ, ເມື່ອເຊື້ອສາຍອິສຣາເອນໄດ້ມາອາໄສຢູ່ໃນແຜ່ນດິນຂອງຕົນ ເຂົາກະທຳໃຫ້ແຜ່ນດິນເປັນມົນທິນດ້ວຍວີຖີແລະການກະທຳຂອງເຂົາ ຄວາມປະພຶດຂອງເຂົາທີ່ມີຕໍ່ເຮົາກໍເຫມືອນມົນທິນອັນເກີດຈາກຣະດູ 18 ດັ່ງນັ້ນ ເຮົາຈຶ່ງລະບາຍຄວາມກິ້ວຂອງເຮົາອອກເຫນືອເຂົາດ້ວຍເຣື່ອງໂລຫິດ ດ້ວຍເຣື່ອງຮູບເຄົາຣົບຊຶ່ງເຂົາໄດ້ກະທຳໃຫ້ຕົກເທິງແຜ່ນດິນນັ້ນເປັນມົນທິນ 19 ເຣົາຈຶ່ງໃຫ້ເຂົາກະຈັດພັດພາຍໄປຖ້າມກາງປະຊາຊາດແລະເຂົາຖືກກະຈາຍໄປຕາມປະເທດຕ່າງໆ ເຮົາພິພາກສາເຂົາຕາມວິຖີແລະການກະທຳຂອງເຂົາ 20 ແຕ່ເມື່ອເຂົາມາຍັງບັນດາປະຊາຊາດ ເຂົາຈະມາທີ່ໃດກໍຕາມ ເຂົາໄດ້ກະທຳໃຫ້ນາມບໍຣິສຸດຂອງເຮົາຖືກປມາດຫມິ່ນ ຊຶ່ງຄົນກ່າວຂວັນເຖິງເຂົາວ່າ “ຄົນເຫລົ່ານີ້ເປັນໄພ່ພົນຂອງພຣະເຈົ້າ ເຖິງປານນັ້ນເຂົາຍັງຕ້ອງອອກໄປຈາກແຜ່ນດິນຂອງພຣະອົງ” 21 ແຕ່ເຮົາຍັງເປັນຫ່ວງນາມບໍຣິສຸດຂອງເຮົາ ຊຶ່ງເຊື້ອສາຍອິສຣາເອນກະທໍາໃຫ້ຫມິ່ນປມາດຖ້າມກາງປະຊາຊາດຊຶ່ງເຂົາຕົກໄປຢູ່ນັ້ນ 22 “ດັ່ງນັ້ນ ຈົ່ງກ່າວແກ່ເຊື້ອສາຍອິສຣາເອນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຊື້ອສາຍອິສຣາເອນເອີຍ ສິ່ງທີ່ເຮົາກຳລັງຈະທຳນີ້ ບໍ່ແມ່ນເຫັນແກ່ຊາວອິສຣາເອນ ແຕ່ເຫັນແກ່ພຣະນາມບໍຣິສຸດຂອງເຮົາ ຄືນາມທີ່ພວກເຈົ້າດູຫມິ່ນຢຽບຫຍາມຄາວຢູ່ໃນຕ່າງປະເທດນັ້ນ 23 ເມື່ອໃດເຣົາສະແດງໃຫ້ຊາດຕ່າງໆເຫັນຄວາມບໍຣິສຸດແຫ່ງນາມອັນຍິ່ງໃຫຍ່ຂອງເຮົາ ຄື ນາມທີ່ພວກເຈົ້າໄດ້ຫມິ່ນປມາດໃນຖ້າມກາງພວກເຂົາແລ້ວ ເມື່ອນັ້ນແຫລະ ພວກເຂົາຈຶ່ງຈະຮູ້ວ່າ ເຮົາຄື ພຣະຜູ້ເປັນເຈົ້າ ເຮົາບອກວ່າຈະເອົາພວກເຈົ້າເປັນຕົວຢ່າງສະແດງໃຫ້ຊາດຕ່າງໆເຫັນວ່າ ເຮົາ ຄືຜູ້ບໍຣິສຸດ 24 ຈະເອົາພວກເຈົ້າອອກຈາກຊົນຊາດ ແລະປະເທດຕ່າງໆ ແລ້ວນຳກັບຄືນມາໂຮມກັນຢູ່ໃນປະເທດຂອງເຈົ້າເອງ 25 ຈະເອົານ້ຳບໍຣິສຸດຫົດສົງເຈົ້າໃຫ້ພົ້ນຈາກບາບທີ່ຂາບໄຫວ້ຮູບເຄົາຣົບ ແລະພົ້ນຈາກທຸກໆສິ່ງທີ່ທຳໃຫ້ເຈົ້າມີມົນທິນ 26 ຈະໃຫ້ຈິດວິນຍານໃຫມ່ແກ່ເຈົ້າ ຈະເອົາໃຈແຂງເຫມືອນຫີນຂອງເຈົ້າອອກໄປແລະເອົາໃຈຄົນໃສ່ໃຫ້ໃຫມ່ 27 ເອົາຈິດວິນຍານຂອງເຮົາເອງໃສ່ໃຫ້ເຈົ້າ ທຳໃຫ້ເຈົ້າປະພຶດຕາມພຣະທັມ ແລະຂໍ້ຄຳສັ່ງທັງປວງທີ່ເຮົາໄດ້ບອກ 28 ແລ້ວເຈົ້າຈະໄດ້ອາໄສຢູ່ໃນແຜ່ນດິນທີ່ເຮົາໄດ້ມອບໃຫ້ແກ່ບັນພະບຸຣຸດຂອງເຈົ້າ ເຈົ້າຈະເປັນໄພ່ພົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງເຈົ້າ 29 ຈະຊ່ອຍໃຫ້ເຈົ້າພົ້ນຈາກການເປັນມົນທິນຍ້ອນສິ່ງທັງປວງ ຈະສັ່ງໃຫ້ມີເຂົ້າອຸດົມສົມບູນ ເພື່ອເຈົ້າຈະບໍ່ໄດ້ອຶດຢາກອີກຕໍ່ໄປ 30 ຈະໃຫ້ກົກໄມ້ແລະໄຮ່ນາເກີດຫມາກຜົນເພີ້ມພູນຂຶ້ນ ເພື່ອວ່າເຈົ້າຈະບໍ່ຖືກຊົນຊາດອື່ນຫມິ່ນປມາດຍ້ອນການອຶດຢາກອີກ 31 ແລ້ວເຈົ້າຈະຮູ້ເມື່ອຄວາມຊົ່ວແລະຄວາມຜິດທີ່ໄດ້ກະທຳມາ ຈະກຽດຊັງຕົວເອງຍ້ອນຄວາມບາບແລະຄວາມບໍ່ຍຸດຕິທັມນັ້ນ 32 ອິສຣາເອນເອີຍ, ເຮົາຢາກໃຫ້ເຈົ້າຮູ້ວ່າ ເຮົາຈະບໍ່ກະທຳສິ່ງທັງປວງນີ້ຍ້ອນເຫັນແກ່ເຈົ້າ ເພາະວ່າຢາກໃຫ້ເຈົ້າຮູ້ສຶກລະອາຍໃຈໃນການກະທຳນັ້ນ ເຮົາຄືພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນັ້ນແຫລະ 33 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເມື່ອເຮົາຊຳຮະບາບໃຫ້ຫມົດໄປຈາກເຈົ້າແລ້ວ ຈະໃຫ້ເຈົ້າອາໄສຢູ່ໃນຫົວເມືອງທັງຫລາຍອີກ ແລະຈະໃຫ້ສ້າງສາສິ່ງທີ່ເພພັງຂຶ້ນໃຫມ່ 34 ທົ່ງນາຂອງເຈົ້າທີ່ທຸກຄົນເຄີຍເຫັນມັນກມີຫຍ້າແລະເປັນປ່ານັ້ນ ເຣົາຈະໃຫ້ເຈົ້າຂຸດໄຖມັນອີກ 35 ຄົນທັງປວງຈະເວົ້າເຖິງດິນຕອນນີ້ວ່າ ແຕ່ກີ້ມັນເປັນປ່າ ແຕ່ດຽວນີ້ມັນເປັນເຫມືອນສວນເອເດັນ ແຕ່ກ່ອນຫົວເມືອງທັງຫລາຍໄດ້ເພພັງຮ້າງເປົ່າແລະຖືກທຳລາຍ ແຕ່ບັດນີ້ໄດ້ມີກຳແພງແລະມີຄົນອາໄສຢູ່ 36 ແລ້ວຊົນຊາດໃກ້ຄຽງທີ່ຍັງມີຊີວິດເຫລືອຢູ່ ຈະຮູ້ວ່າ ເຮົານີ້ແຫລະເປັນຜູ້ສ້າງຫົວເມືອງທີ່ເພພັງແລະປູກພືດໃສ່ດິນຮົກຮ້າງເຫລົ່ານີ້ ເຮົາຈະກະທຳຕາມທີ່ໄດ້ກ່າວມານີ້ແທ້” 37 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາຈະກະທຳຫລາຍກວ່ານັ້ນອີກ ຄືຈະໃຫ້ຊາວອິສຣາເອນຂໍຄວາມຊ່ອຍເຫລືອຈາກເຮົາ ເພື່ອທຳໃຫ້ເຂົາມີຄົນຫລວງຫລາຍເຫມືອນດັ່ງຝູງແກະຄືແຕ່ກ່ອນນັ້ນ 38 ຝູງແກະເຜົາບູຊາໃນວັນເທສການຢູ່ກຸງເຢຣູຊາເລັມມີຫລາຍສັນໃດ ຝູງຄົນໃນເມືອງຮ້າງເປົ່າເຫລົ່ານີ້ກໍຈະຫລາຍສັນນັ້ນ ແລ້ວເຂົາທັງຫລາຍຈະຮູ້ວ່າ ເຮົາ ຄືພຣະຜູ້ເປັນເຈົ້າ”
ຮ່ອມພູກະດູກຫລ້ອນ
1 ຂ້າພະເຈົ້າໄດ້ຕົກຢູ່ພາຍໃຕ້ຣິດເດດຂອງພຣະຜູ້ເປັນເຈົ້າ ພຣະວິນຍານຂອງພຣະອົງຊົງນຳຂ້າພະເຈົ້າອອກມາປ່ອຍໄວ້ໃນຮ່ອມພູແຫ່ງນຶ່ງ ຊຶ່ງມີກະດູກເຕັມໄປຫມົດຊົງນຳໄປທົ່ວບໍຣິເວນຮ່ອມພູນັ້ນ 2 ຂ້າພະເຈົ້າໄດ້ເຫັນກະດູກຢ່າງຫລວງຫລາຍຢູ່ໃນທີ່ນັ້ນ ເປັນກະດູກຫລ້ອນທັງຫມົດ 3 ພຣະອົງຊົງຖາມຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ກະດູກເຫລົ່ານີ້ຄືນມີຊີວິດອີກໄດ້ບໍ” ຂ້າພະເຈົ້າທູນຕອບວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງເທົ່ານັ້ນທີ່ຊົງຮູ້ເຣື່ອງນີ້“ 4 ແລ້ວພຣະອົງຊົງກ່າວວ່າ, “ຈົ່ງປະກາດພຣະທັມຕໍ່ກະດູກຫລ້ອນເຫລົ່ານີ້ ຈົ່ງບອກພວກມັນຟັງພຣະທັມຂອງພຣະຜູ້ເປັນເຈົ້າ 5 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແກ່ກະດູກເຫລົ່ານີ້ວ່າ ເບິ່ງແມ໋, ເຮົາຈະເອົາລົມຫາຍໃຈເຂົ້າໄປໃນພວກມັນ ຈະໃຫ້ມີຊີວິດ 6 ເຮົາຈະວາງເສັ້ນເອັນ ມີກ້າມຊີ້ນແລະມີຫນັງປົກຫຸ້ມອີກ ແລ້ວພວກມັນຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າ” 7 ດັ່ງນັ້ນ ຂ້າພະເຈົ້າຈຶ່ງປະກາດພຣະທັມຕາມທີ່ພຣະອົງຊົງບອກ ໃນຂນະທີ່ປ່າວປະກາດຢູ່ນັ້ນ ຂ້າພະເຈົ້າໄດ້ຍິນສຽງດັງກຸກກຶກ ແລ້ວກະດູກທັງຫລາຍກໍເລີ້ມເຊື່ອມເຂົ້າກັນ 8 ໃນຂນະທີ່ເຝົ້າເບິ່ງຢູ່ນັ້ນ ພວກເສັ້ນເອັນ ແລະກ້າມຊີ້ນໄດ້ຕິດກັບກະດູກ ແລະມີຫນັງຫຸ້ມຢູ່ຂ້າງນອກແຕ່ຍັງບໍ່ທັນມີລົມຫາຍໃຈເທື່ອ 9 ພຣະຜູ້ເປນັເຈົ້າຊົງກ່າວຕໍ່ຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງປະກາດພຣະທັມໃຫ້ລົມຟັງ ໃຫ້ບອກວ່າ ພຣະຜູ້ເປັນເຈົ້າຊົງສັ່ງໃຫ້ມັນມາຈາກທຸກທາງ ແລ້ວໃຫ້ເຂົ້າໄປເປັນລົມຫາຍໃຈຢູ່ໃນຊາກສົບເຫລົ່ານັ້ນ ເພື່ອໃຫ້ພວກເຂົາເລີ້ມມີຊີວິດຄືນມາໃຫມ່ອີກ” 10 ດັ່ງນັ້ນ ຂ້າພະເຈົ້າຈຶ່ງປະກາດພຣະທັມຕາມທີ່ພຣະອົງຊົງບອກ ລົມກໍເຂົ້າສູ່ຊາກສົບແລະເຣັດໃຫ້ມີລົມຫາຍໃຈຄືນມີຊີວິດອີກ ພວກເຂົາຈຶ່ງໄດ້ພ້ອມກັນຢືນຂຶ້ນ ເປັນຄົນຫລວງຫລາຍພໍທີ່ຈະປະກອບເປັນກອງທັບນຶ່ງໄດ້ 11 ພຣະເຈົ້າຊົງບອກຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ຄົນອິສຣາເອນເປັນເຫມືອນກະດູກເຫລົ່ານີ້ແຫລະ ພວກເຂົາເວົ້າວ່າ ເຂົາເອງຫ່ຽວແຫ້ງປາສຈາກຄວາມຫວັງແລະບໍ່ມີອະນາຄົດ 12 ເພາະສະນັ້ນ ຈົ່ງປະກາດພຣະທັມຕໍ່ອິສຣາເອນໄພ່ພົນຂອງເຮົາວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ເບິ່ງແມ໋, ໂອ ໄພ່ພົນຂອງເຮົາເອີຍ, ເຮົາຈະໄຂຂຸມຝັງສົບຂອງເຈົ້າ ແລະຈະນໍາເຈົ້າກັບມາຍັງແຜ່ນດິນອິສຣາເອນ 13 “ໂອ ໄພ່ພົນຂອງເຮົາເອີຍ ເຈົ້າຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ ແລະຍົກເຈົ້າອອກມາຈາກຫລຸມຝັງສົບຂອງເຈົ້າ 14 ເຮົາຈະບັນຈຸວິນຍານຂອງເຮົາໄວ້ໃນເຈົ້າ ແລະເຈົ້າຈະມີຊີວິດ ແລະເຮົາຈະວາງເຈົ້າໄວ້ໃນແຜ່ນດິນຂອງເຈົ້າ ແລ້ວເຈົ້າຈະຊາບວ່າເຮົາຄື ພຣະຜູ້ເປັນເຈົ້າໄດ້ລັ່ນວາຈາແລ້ວ ແລະເຮົາໄດ້ກະທຳ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ຢູດາແລະອິສຣາເອນຈະເປັນຣາຊອານາຈັກດຽວ
15 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 16 “ເຈົ້າ ບຸດແຫ່ງມະນຸດເອີຍ, ໃຫ້ເອົາໄມ້ລຳນຶ່ງມາແລ້ວຂຽນໃສ່ວ່າ “ສຳລັບຢູດາແລະສຳລັບຊົນອິສຣາເອນທີ່ສັງຄົມກັບຢູດາ” ຈົ່ງເອົາໄມ້ມາອີກລຳນຶ່ງແລ້ວຂຽນໃສ່ວ່າ “ສຳລັບໂຢເຊັບ (ໄມ້ຂອງເອຟຣາອິມ) ແລະເຊື້ອສາຍອິສຣາເອນທີ່ສັງຄົມກັບໂຢເຊັບ” 17 ແລ້ວໃຫ້ກຳໄມ້ທັງສອງນັ້ນໄວ້ໃນມືເພື່ອໃຫ້ເຫັນເປັນໄມ້ລຳດຽວ 18 ເມື່ອຊົນຊາດຂອງເຈົ້າຖາມເຈົ້າວ່າ “ທ່ານຈະບໍ່ສໍາແດງໃຫ້ເຮົາຮູ້ຫລືວ່າ ໄມ້ນີ້ຫມາຍຄວາມວ່າຢ່າງໃດ” 19 ຈົ່ງກ່າວແກ່ເຂົາວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະເອົາໄມ້ຂອງໂຢເຊັບ (ຊຶ່ງຢູ່ໃນມືຂອງເອຟຣາອິມ) ແລະເຜົ່າອິສຣາເອນທີ່ສົງຄົມກັບເຂົາ ແລະເຮົາຈະເອົາໄມ້ຂອງຢູດາມາຮວມເຂົ້າກັນ ແລະເຮັດໃຫ້ໄມ້ສອງລຳນີ້ເປັນອັນດຽວກັນແລະຈະຖືມັນໄວ້ໃນມືຂອງເຮົາ 20 ຕໍ່ໄປ ຈົ່ງຖືເອົາໄມ້ສອງລຳທີ່ເຈົ້າຂຽນໃສ່ນັ້ນໃຫ້ຄົນທັງຫລາຍເບິ່ງ 21 ແລ້ວຈົ່ງກ່າວແກ່ເຂົາວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ເຣົາຈະນຳຄົນອິສຣາເອນມາຈາກຖ້າມກາງປະຊາຊາດ ຊຶ່ງາເຂົາໄດ້ເຂົ້າໄປຢູ່ດ້ວຍນັ້ນ ແລະຈະຮວບຮວມເຂົາມາຈາກທຸກດ້ານ ແລະນຳເຂົາມາຍັງແຜ່ນດິນຂອງເຂົາເອງ 22 ຈະທຳໃຫ້ເປັນຊົນຊາດດຽວຢູ່ໃນພູທັງຫລາຍຂອງອິສຣາເອນ ຈະມີກະສັດອົງນຶ່ງຊົງເປັນປະມຸກ ແລະຈະບໍ່ຖືກແບ່ງອອກເປັນສອງຊາດ ຫລືສອງອານາຈັກອີກຕໍ່ໄປ 23 ພວກເຂົາຈະບໍ່ມີມົນທິນຍ້ອນຂາບໄຫວ້ຮູບເຄົາຣົບ ຫລືການເຮັດບາບອີກ ເຮົາຈະຊ່ອຍໃຫ້ເຂົາພົ້ນຈາກການທຳຊົ່ວ ແລະທໍຣະຍົດຕໍ່ເຮົາ ຈະທຳໃຫ້ສະອາດບໍຣິສຸດ ພວກເຂົາຈະເປັນໄພ່ພົນຂອງເຮົາ ແລະເຮົາກໍຈະເປັນພຣະຜູ້ເປັນເຈົ້າຂອງເຂົາ 24 ດາວິດຜູ້ຮັບໃຊ້ຂອງເຮົາຈະເປັນກະສັດເຫນືອເຂົາທັງຫລາຍ ພວກເຂົາທັງຫມົດຈະມີຜູ້ປົກຄອງຜູ້ດຽວ ແລະຈະປະພຶດຕາມກົດຫມາຍຂອງເຮົາແລະຮັກສາກົດເກນຂອງເຮົາ ແລະກະທຳຕາມພຣະທັຍຂອງເຮົາດ້ວຍຄວາມສັດຊື່ 25 ພວກເຂົາຈະອາໄສຢູ່ໃນແຜ່ນດິນທີ່ບັນພະບຸຣຸດຂອງພວກເຂົາໄດ້ອາໄສຢູ່ນັ້ນ ພວກເຂົາພ້ອມທັງລູກຫລານທັງຫມົດຈະຢູ່ທີ່ນັ້ນຕລອດໄປ ດາວິດຜູ້ຮັບໃຊ້ຂອງເຮົາກໍຈະປົກຄອງເຂົາຕລອດໄປ 26 ຈະໃຫ້ຄຳຫມັ້ນສັນຍາໃຫ້ເຂົາໄດ້ຢູ່ຢ່າງສງົບສຸກຕລອດໄປ ຈະເພີ້ມພົລເມືອງແລະທຳໃຫ້ພຣະວິຫານມີຢູ່ໃນແຜ່ນດິນຂອງເຂົາຕລອດໄປ 27 ເຮົາຈະຢູ່ທີ່ນັ້ນນຳພວກເຂົາ ຈະເປັນພຣະເຈົ້າຂອງເຂົາ ແລະເຂົາກໍຈະເປັນໄພ່ພົນຂອງເຮົາ 28 ເມື່ອເຮົາທຳໃຫ້ພຣະວິຫານຂອງເຮົາມີຢູ່ໃນປະເທດຂອງເຂົາແລ້ວ ຊົນຊາດທັງຫລາຍຈຶ່ງຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າຜູ້ກະທຳໃຫ້ອິສຣາເອນເປັນຊົນຊາດພິເສດຂອງເຮົາ”
ຄຳເຜີຍພຣະຄຳກ່າວໂທດໂກກ
1 ຖ້ອຍຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 2 “ບຸດແຫ່ງມະນຸດເອີຍ ຈົ່ງມຸ່ງຫນ້າຂອງເຈົ້າຕໍ່ສູ້ໂກກແຫ່ງແຜ່ນດິນມາໂກກ ເຈົ້າອົງສຳຄັນຂອງເມເຊກ ແລະທູບັນ ແລະຈົ່ງປະກາດພຣະທັມກ່າວໂທດເຂົາ 3 ຈົ່ງກ່າວວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ໂກກເອີຍ ເຮົາເປັນປໍຣະປັກກັບເຈົ້າຜູ້ເປັນເຈົ້າອົງສໍາຄັນແຫ່ງເມເຊກແລະຕູບານ 4 ເຮົາຈະໃຫ້ເຈົ້າຫັນກັບ ແລະເອົາເບັດເກາະທີ່ຄາງກະໄຕຂອງເຈົ້າ ແລະເຣົາຈະນຳເຈົ້າອອກມາພ້ອມທັງກອງທັບທັງສິ້ນຂອງເຈົ້າ ທັງມ້າແລະພົນມ້າ ສວມເຄື່ອງຮົບຄົບທຸກຄົນ ເປັນກອງທັບໃຫຍ່ ມີໂລ່ແລະດັ້ງ ຖືດາບທຸກຄົນ 5 ເປີເຊັຽ ກູຊ ແລະພູທຢູ່ກັບເຂົາດ້ວຍ ທຸກຄົນມີໄລ່ແລະຫມວກເຫລັກ 6 ໂກເມີ ແລະກອງທັບທັງສິ້ນຂອງເຂົາ ເບັດໂຕກາຣ໌ມາ ຈາກສ່ວນເຫນືອສຸດ ພ້ອມກັບກອງທັບທັງສິ້ນຂອງເຂົາ ມີຊົນຊາດທັງຫລາຍເປັນອັນມາກຢູ່ກັບເຈົ້າ 7 ເຈົ້າແລະບັນດາກອງທັບຊຶ່ງປະຊຸມຢູ່ກັບເຈົ້າ ຈົ່ງຕຽມຕົວພ້ອມແລະໃຫ້ພ້ອມໄວ້ສເມີ ແລະຈົ່ງເປັນຍາມເຝົ້າເຂົາທັງຫລາຍ 8 ເມື່ອລ່ວງໄປຫລາຍວັນແລ້ວ ເຈົ້າຈະຕ້ອງຖືກເອີ້ນຕົວ ໃນປີຫລັງໆເຈົ້າຈະຍົກເຂົ້າໄປຕໍ່ສູ້ກັບແຜ່ນດິນຊຶ່ງໄດ້ຄືນມາຈາກສົງຄາມ ເປັນແຜ່ນດິນທີ່ປະຊາຊົນຮວບຮວມກັນມາຈາກຊົນຊາດຫລາຍຊາດຢູ່ທີ່ເທິງພູອິສຣາເອນ ຊຶ່ງໄດ້ເຄີຍເປັນທີ່ຖິ້ມຮ້າງມານານແລ້ວ ປະຊາຊົນຂອງແຜ່ນດິນນັ້ນອອກມາຈາກຊົນຊາດອື່ນໆ ບັດນີ້ອາໄສຢູ່ຢ່າງປອດພັຍແລ້ວທັງສິ້ນ 9 ເຈົ້າຈະຮຸກອອກໄປ ມາເຫມືອນພະຍຸ ເຈົ້າຈະເປັນເຫມືອນເມກຄຸມແຜ່ນດິນທັງເຈົ້າແລະກອງທັບທັງສິ້ນຂອງເຈົ້າແລະຊົນຊາດທັງຫລາຍເປັນອັນມາກທີ່ຢູ່ກັບເຈົ້າ 10 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ໃນວັນນັ້ນ ຈະບັງເກີດຄວາມຄິດໃນໃຈຂອງເຈົ້າ ແລະເຈົ້າຈະຄິດແຜນການຊົ່ວ 11 ແລະກ່າວວ່າ “ເຮົາຈະຍົກກອງທັບໄປຍັງແຜ່ນດິນທີ່ຊົນນະບົດບໍ່ມີກຳແພງລ້ອມ ເຣົາຈະໂຈມຕີປະຊາຊົນທີ່ສງົບຊຶ່ງອາໄສຢູ່ຢ່າງປອດພັຍ ທຸກຄົນອາໄສຢູ່ໂດຍບໍ່ມີກຳແພງ ບໍ່ມີດານ ບໍ່ມີປະຕູ 12 ເພື່ອຊິງເຂົ້າຂອງປຸ້ນເອົາໄປເພື່ອຈະເຂົ້າຍຶດບ່ອນທີ່ຖິ້ມຮ້າງ ຊຶ່ງຂນະນີ້ມີຄົນອາໄສຢູ່ ແລະປະຊາຊົນຊຶ່ງຮວບຮວມຈາກບັນດາປະຊາຊາດ ຜູ້ທີ່ໄດ້ສັດແລະເຂົ້າຂອງຄືຜູ້ອາໄສຢູ່ໃນສູນກາງພິພົບໂລກ 13 ເຊບາແລະເດດານ ແລະບັນດາພໍ່ຄ້າແຫ່ງຕາຣ໌ຊິສ ແລະສິງຫນຸ່ມໃນເມືອງນັ້ນຈະກ່າວແກ່ເຈົ້າວ່າ “ທ່ານມາເພື່ອຈະຊິງເຂົ້າຂອງຫລື ທ່ານຊຸມນຸມກອງທັບເພື່ອຈະປຸ້ນ ເພື່ອຈະຂົນເອົາເງິນແລະທອງໄປ ຂົນເອົາສັດແລະເຄື່ອງຂອງໄປ ເພື່ອຈະຊິງຂອງຫລວງຫລາຍຫລື” 14 “ເຫດສັນນັ້ນ ບຸດແຫ່ງມະນຸດເອີຍ, ຈົ່ງປະກາດພຣະທັມແລະກ່າວກັບໂກກວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ໃນວັນນັ້ນເມື່ອອິສຣາເອນໄພ່ພົນຂອງເຮົາອາໄສຢູ່ຢ່າງປອດພັຍແລ້ວ ເຈົ້າຈະບໍ່ໄດ້ຮູ້ຫລື 15 ທ່ານຈະມາຈາກທີ່ຂອງເຈົ້າຊຶ່ງຢູ່ສ່ວນເຫນືອທີ່ສຸດ ທັງເຈົ້າແລະຊົນຊາດທັງຫລາຍເປັນອັນມາກທີ່ຢູ່ກັບເຈົ້າ ທຸກຄົນຂີ່ມ້າເປັນກອງທັບມະຫຶມາ ເປັນກອງທັບຊົງກຳລັງຍິ່ງນັກ 16 ເຈົ້າຈະມາຕໍ່ສູ້ອິສຣາເອນໄພ່ພົນຂອງເຮົາ ເຫມືອນຢ່າງເມກຄຸມແຜ່ນດິນໃນການພາຍຫນ້າ ເຮົາຈະນຳເຈົ້າມາຕໍ່ສູ້ກັບແຜ່ນດິນຂອງເຮົາ ເພື່ອປະຊາຊາດທັງຫລາຍຈະຮູ້ວ່າຈັກເຮົາ ໂກກເອີຍ, ໃນເມື່ອເຣົາສຳແດງຄວາມບໍຣິສຸດຂອງເຮົາຖ້າມກາງເຈົ້າຕໍ່ຫນ້າຕໍ່ຕາເຂົາ 17 “ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ ເຈົ້າເປັນຜູ້ນັ້ນຫລືຜູ້ທີ່ໃນສະໄຫມກ່ອນເຮົາໄດ້ເວົ້າເຖິງໂດຍຜູ້ປະກາດພຣະທັມຂອງອິສຣາເອນຜູ້ຮັບໃຊ້ຂອງເຮົາ ຜູ້ຊຶ່ງໃນສະໄຫມນັ້ນໄດ້ປະກາດພຣະທັມຢູ່ຫລາຍປີວ່າ ເຮົາຈະນຳເຈົ້າມາຕໍ່ສູ້ກັບເຂົາ 18 ພຣະຜູ້ເປັນເຈົ້າຊົງກ່າວວ່າ ແຕ່ໃນວັນນັ້ນເມື່ອໂກກຈະຍົກມາຕໍ່ສູ້ກັບແຜ່ນດິນອິສຣາເອນ ຄວາມພິໂຣດຂອງເຮົາຈະພຸ່ງຂຶ້ນ 19 ເພາະເຣົາຂໍປະກາດດ້ວຍຄວາມຫວງແຫນແລະດ້ວຍຄວາມພິໂຣດດັ່ງໄຟພຸ່ງຂອງເຮົາວ່າ ໃນວັນນັ້ນຈະມີການສັ່ນສະເທືອນໃຫຍ່ຍິ່ງໃນແຜ່ນດິນອິສຣາເອນ 20 ປາໃນທະເລແລະນົກໃນອາກາດ ແລະສັດປ່າທົ່ງນາແລະສັດເລື້ອຍຄານທີ່ຄານຢູ່ເທິງແຜ່ນດິນ ແລະປະຊາຊົນທັງສິ້ນຢູ່ເທິງພື້ນພິພົບຈະສັ່ນສະເທືອນຕໍ່ຫນ້າເຮົາ ພູຈະພັງທະລາຍລົງ ແລະຫນ້າຈະເຈື່ອນລົງ ແລະກຳແພງທຸກແຫ່ງຈະລົ້ມລົງທີ່ດິນ 21 ເຣົາຈະຮ້ອງເຖິງພູທັງຫລາຍຂອງເຮົາເອີ້ນດາບມາຕໍ່ສູ້ກັບໂກກ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ ແລະດາບຂອງທຸກຄົນຈະຕໍ່ສູ້ກັບພີ່ນ້ອງຂອງເຂົາ 22 ເຣົາຈະພິພາກສາລົງໂທດເຂົາດ້ວຍໂຣກລະບາດ ແລະໂລຫິດຕົກ ເຮົາຈະໃຫ້ຝົນຕົກຢ່າງນ້ຳໄຫລຊ່ຽວ ທັງລູກເຫັບແລະໄຟ ແລະໄຟມາດຕົກໃສ່ເຂົາແລະກອງທັບຂອງເຂົາແລະຊົນຊາດທັງຫລາຍເປັນອັນມາກທີ່ຢູ່ກັບເຂົາ 23 ດັ່ງນັ້ນ ເຣົາຈະສຳແດງຄວາມຍິ່ງໃຫຍ່ແລະຄວາມບໍຣິສຸດຂອງເຮົາ ແລະກະທຳຕົວໃຫ້ເປັນທີ່ຮູ້ຈັກໃນສາຍຕາຂອງປະຊາຊາດທັງຫລາຍ ແລ້ວເຂົາຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າ
1 “ເຈົ້າ ບຸດແຫ່ງມະນຸດເອີຍ, ຈົ່ງປະກາດພຣະທັມກ່າວໂທດໂກກ ແລະກ່າວວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເບິ່ງແມ໋, ໂກກເອີຍ, ເຮົາເປັນປໍຣະປັກກັບເຈົ້າ ຜູ້ເປັນເຈົ້າອົງສຳຄັນແຫ່ງເມເຊກແລະຕູບານ 2 ເຮົາຈະປິ່ນເຈົ້າໄປສູ່ທິດທາງໃຫມ່ ແລະໃຫ້ເຈົ້າຂຶ້ນມາຈາກສ່ວນເຫນືອທີ່ສຸດ ແລະໃຫ້ເຈົ້າເຂົ້າໄປຕໍ່ສູ້ພູທັງຫລາຍແຫ່ງອິສຣາເອນ 3 ແລ້ວເຮົາຈະຕີຄັນທະນູໃຫ້ຫລຸດຈາກມືຊ້າຍຂອງເຈົ້າ ແລະເຮົາຈະໃຫ້ລູກທະນູຕົກຈາກມືຂວາຂອງເຈົ້າ 4 ເຈົ້າຈະລົ້ມລົງເທິງພູແຫ່ງອິສຣາເອນ ທັງເຈົ້າແລະກອງທັບທັງສິ້ນຂອງເຈົ້າ ແລະຊົນຊາດທັງຫລາຍທີ່ຢູ່ກັບເຈົ້າ ເຮົາຈະມອບໃຫ້ເປັນອາຫານແກ່ແຮ້ງທຸກຊະນິດແລະແກ່ສັດປ່າໃນທົ່ງ 5 ພຣະຜູ້ເປັນເຈົ້າກ່າວວ່າ ເຈົ້າຈະລົ້ມລົງເທິງພື້ນທົ່ງນາ ເພາະເຮົາໄດ້ລັ່ນວາຈາແລ້ວ 6 ເຮົາຈະສົ່ງໄຟມາເຫນືອໂກກ ແລະເຫນືອຜູ້ທີ່ອາໄສຢູ່ຢ່າງປອດພັຍຕາມແຜ່ນດິນຊາຍທະເລ ແລະເຂົາທັງຫລາຍຈະຊາບວ່າເຣົາຄືພຣະຜູ້ເປັນເຈົ້າ 7 “ແລະເຮົາຈະກະທຳໃຫ້ນາມບໍຣິສຸດຂອງເຮົາເປັນທີ່ຣູ້ຈັກໃນຖ້າມກາງອິສຣາເອນໄພ່ພົນຂອງເຮົາ ເຮົາຈະບໍ່ຍອມໃຫ້ນາມບໍຣິສຸດຂອງເຮົາປມາດຫມິ່ນອີກຕໍ່ໄປ ແລະປະຊາຊາດທັງຫລາຍຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າ ອົງບໍຣິສຸດໃນອິສຣາເອນ 8 ພຣະຜູ້ເປັນເຈົ້າກ່າວວ່າ ເບິ່ງແມ໋, ມາແລ້ວ ແລະຈະເປັນຢ່າງນັ້ນ ຄືວັນນັ້ນຊຶ່ງເຮົາໄດ້ລັ່ນວາຈາໄວ້ 9 “ແລ້ວບັນດາຄົນເຫລົ່ານັ້ນທີ່ອາໄສຢູ່ໃນບັນດາຫົວເມືອງອິສຣາເອນຈະອອກໄປ ແລະເອົາໄຟສຸມເຄື່ອງອາວຸດເຜົາເສັຽຄືດັ້ງແລະໂລ່ ຄັນທະນູແລະລູກທະນູ ຫອກຍາວແລະຫອກຊັດ ແລະເຂົາຈະເອົາໄຟສຸມເປັນເວລາເຈັດປີ 10 ດັ່ງນັ້ນ ເຂົາບໍ່ຈຳເປັນຈະຕ້ອງເອົາຟືນມາຈາກທົ່ງນາຫລືຕັດຟືນມາຈາກປ່າ ເພາະເຂົາຈະກໍ່ໄຟດ້ວຍເຄື່ອງອາວຸດ ແລະເຂົາທັງຫລາຍຈະຍາດຊິງຜູ້ທີ່ຍາດຊິງເຂົາ ແລະຈະປຸ້ນຜູ້ທີ່ປຸ້ນເຂົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 11 “ໃນວັນນັ້ນ ເຣົາຈະໃຫ້ໂກກມີບ່ອນຝັງສົບຢູ່ໃນອິສຣາເອນ ຄືຮ່ອມພູຂອງຄົນເດີນຜ່ານໄປມາ ຊຶ່ງຢູ່ທາງທິດຕາເວັນອອກຂອງທະເລ ມັນຈະກີດຂວາງຄົນເດີນຜ່ານໄປມາ ເພາະວ່າໂກກແລະບັນດາຝູງຄົນທັງປວງຂອງທ່ານຈະຖືກຝັງໄວ້ທີ່ນັ້ນ ເຂົາຈະເອີ້ນກັນວ່າ ຮ່ອມພູ ຮາໂມນໂກກ 12 ເຊື້ອສາຍຂອງອິສຣາເອນຈະຝັງເຂົາທັງຫລາຍຢູ່ເຖິງເຈັດເດືອນ ເພື່ອຈະໃຫ້ແຜ່ນດິນນັ້ນສະອາດ 13 ພຣະຜູ້ເປັນເຈົ້າກ່າວວ່າ ຣາສດອນທຸກຄົນຈະຝັງເຂົາທັງຫລາຍ ໃນວັນນັ້ນເມື່ອເຮົາສຳແດງພຣະສະງ່າຣາສີຂອງເຮົາ ປະຊາຊົນນັ້ນຈະໄດ້ຮັບກຽດເພາະການຝັງສົບນັ້ນ 14 ເຂົາທັງຫລາຍຈະຕັ້ງຄົນໃຫ້ເດີນຜ່ານໄປມາໃນແຜ່ນດິນເລື້ອຍໄປ ໃຫ້ຝັງສົບຄົນເຫລົ່ານັ້ນທີ່ເຫລືອຢູ່ເທິງພື້ນແຜ່ນດິນ ເພື່ອຈະທຳແຜ່ນດິນໃຫ້ສະອາດ ເຂົາຈະອອກກວດຄົ້ນເມື່ອສິ້ນເຈັດເດືອນແລ້ວ 15 ເມື່ອຄົນເຫລົ່ານັ້ນຜ່ານໄປມາໃນແຜ່ນດິນ ຖ້າຜູ້ໃດເຫັນກະດູກຄົນເຂົ້າ ເຂົາຈະເອົາເຄື່ອງຫມາຍປັກໄວ້ຂ້າງກະດູກນັ້ນ ຈົນກວ່າຄົນຝັງຈະມາຝັງເຂົາໄວ້ໃນຮ່ອມພູຮາໂມນໂກກ 16 (ຫົວເມືອງນຶ່ງຊື່ ຮາໂມນາ ກໍຢູ່ທີ່ນັ້ນເຫມືອນກັນ) ເຂົາຈະທຳໃຫ້ແຜ່ນດິນສະອາດດັ່ງນີ້ແຫລະ 17 “ເຈົ້າ ບຸດແຫ່ງມະນຸດເອີຍ, ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຈົ່ງເວົ້າກັບນົກທຸກຊະນິດ ແລະເວົ້າກັບສັດປ່າທົ່ງວ່າ, “ຈົ່ງຊຸມນຸມແລະມາເຖິດ ຮວມກັນມາຈາກທຸກດ້ານມາຍັງການລ້ຽງສັກກາຣະບູຊາ ຊຶ່ງເຮົາກຳລັງຕຽມໄວ້ໃຫ້ເຈົ້າ ເປັນການລ້ຽງສັກກາຣະບູຊາໃຫຍ່ເທິງພູທັງຫລາຍແຫ່ງອິສຣາເອນ ແລະເຈົ້າຈະກິນຊີ້ນແລະດື່ມເລືອດ 18 ເຈົ້າຈະກິນຊີ້ນຂອງຜູ້ເກັ່ງກ້າ ແລະດື່ມເລືອດຂອງເຈົ້ານາຍແຫ່ງພິພົບ ດັ່ງຂອງແກະເຖິກ ຂອງລູກແກະ ແລະຂອງແບ້ກັບຂອງງົວເຖິກ ທັງສິ້ນເປັນສັດຕຸ້ຍພີແຫ່ງເມືອງບາຊານ 19 ແລະເຈົ້າຈະກິນໄຂມັນຈົນເຈົ້າອີ່ມ ແລະດື່ມເລືອດຈົນເມົາໃນການລ້ຽງສັກກາຣະບູຊາຊຶ່ງເຮົາໄດ້ຕຽມໄວ້ໃຫ້ແກ່ເຈົ້າ 20 ແລະເຈົ້າຈະອີ່ມທີ່ສຳລັບຂອງເຮົາດ້ວຍຊີ້ນມ້າແລະຜູ້ຂັບຂີ່ ທັງຊີ້ນຂອງຜູ້ເກັ່ງກ້າ ແລະຂອງນັກຮົບທຸກຊະນິດ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 21 “ແລະເຣົາຈະຕັ້ງພຣະຣັສມີຂອງເຮົາໄວ້ໃນຫມູ່ປະຊາຊາດທັງປວງຈະເຫັນການພິພາກສາລົງໂທດຂອງເຮົາຊຶ່ງເຣົາໄດ້ກະທຳ ແລະເຫັນມືຂອງເຮົາຊຶ່ງເຮົາວາງໄວ້ເທິງເຂົາທັງຫລາຍ 22 ຕັ້ງແຕ່ວັນນັ້ນເປັນຕົ້ນໄປ ເຊື້ອສາຍອິສຣາເອນຈະຊາບວ່າ ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາທັງຫລາຍ 23 ແລະປະຊາຊາດທັງຫລາຍກໍລົ້ມລົງດ້ວຍດາບສິ້ນທຸກຄົນ 24 ເຣົາໄດ້ກະທຳຕໍ່ເຂົາຕາມມົນທິນຂອງເຂົາ ແລະຕາມການທໍຣະຍົດຂອງເຂົາທັງຫລາຍ ແລະເຮົາລີ້ຊ່ອນຫນ້າຂອງເຮົາເສັຽຈາກເຂົາທັງຫລາຍ 25 “ເຫດສັນນັ້ນ ພຣະຜູ້ເປັນເຈົ້າກ່າວວ່າ ບັດນີ້ ເຣົາຈະໃຫ້ຢາໂຄບກັບສູ່ສະພາບເດີມ ແລະຈະມີຄວາມກະຣຸນາຕໍ່ເຊື້ອສາຍອິສຣາເອນທັງປວງ ແລະເຣົາຈະຫວງແຫນນາມບໍຣິສຸດຂອງເຮົາ 26 ເມື່ອເຂົາທັງຫລາຍມາອາໄສຢູ່ຢ່າງປອດພັຍໃນແຜ່ນດິນ ໂດຍບໍ່ມີຜູ້ໃດກະທຳໃຫ້ເຂົາຫວາດກົວ ເຂົາທັງຫລາຍຈະທົນຮັບຄວາມອັບອາຍຂາຍຫນ້າຂອງເຂົາ ທັງການທໍຣະຍົດຊຶ່ງເຂົາທັງຫລາຍໄດ້ເຄີຍປະພຶດຕໍ່ເຮົາ 27 ເມື່ອເຮົາໄດ້ນຳເຂົາກັບມາຈາກແຜ່ນດິນສັດຕຣູຂອງເຂົາ ແລະເມື່ອເຮົາສຳແດງຄວາມບໍຣິສຸດຂອງເຣົາຖ້າມກາງເຂົາທັງຫລາຍຕໍ່ຫນ້າຕໍ່ຕາປະຊາດຊາດທັງຫລາຍ 28 ແລ້ວເຂົາຈະຊາບວ່າເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາ ເພາະເຮົາໄດ້ສົ່ງໃຫ້ເຂົາຖືກກວາດໄປເປັນຊະເລີຍຢູ່ຖ້າມກາງບັນດາປະຊາຊາດ ແລ້ວກໍຮວບຮວມເຂົາເຂົ້າມາໃນແຜ່ນດິນຂອງເຂົາທັງຫລາຍ ເຣົາຈະບໍ່ປ່ອຍໃຫ້ຈັກຄົນນຶ່ງໃນພວກເຂົາເຫລືອຢູ່ຖ້າມກາງບັນດາປະຊາຊາດອີກເລີຍ 29 ແລະເຮົາຈະບໍ່ບັງຫນ້າຂອງເຮົາໄວ້ຈາກເຂົາທັງຫລາຍອີກເລີຍ ເມື່ອເຮົາເທວິນຍານຂອງເຮົາເຫນືອເຊື້ອສາຍອິສຣາເອນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ”
ນິມິດເຣື່ອງພຣະວິຫານ ທີ່ຜູ້ປະກາດພຣະທັມເຫັນ
1 ເມື່ອປີທີ່ຊາວຫ້າທີ່ເຮົາໄດ້ຖືກກວາດໄປເປັນຊະເລີຍນັ້ນ ໃນຕົ້ນປີເມື່ອວັນທີ່ສິບ ໃນປີທີ່ສິບສີ່ຫລັງຈາກທີ່ເຂົາຊະນະກຸງນັ້ນເມືອງຂອງເຮົາ ໃນວັນນັ້ນພຣະຫັດຂອງພຣະຜູ້ເປັນເຈົ້າມາຢູ່ເຫນືອຂ້າພະເຈົ້າ ແລະພຣະອົງຊົງນຳຂ້າພະເຈົ້າໄປທີ່ນັ້ນ 2 ແລະຊົງນຳຂ້າພະເຈົ້າມາໃນນິມິດແຫ່ງພຣະເຈົ້າມາເຖິງແຜ່ນດິນອິສຣາເອນ ແລະພຣະອົງຊົງວາງຂ້າພະເຈົ້າໄວ້ເທິງພູສູງທີ່ສຸດ ຊຶ່ງທີ່ນັ້ນທາງທິດໃຕ້ມີສິ່ງກໍ່ສ້າງເຫມືອນເມືອງນຶ່ງ 3 ເມື່ອພຣະອົງຊົງນຳຂ້າພະເຈົ້າມາໃນທີ່ນັ້ນ ເບິ່ງແມ໋, ມີຊາຍຄົນນຶ່ງ ປາກົດການຂອງເຂົາຄ້າຍທອງສຳຣິດ ມີເຊືອກປ່ານເສັ້ນນຶ່ງ ແລະໄມ້ແທກອັນນຶ່ງຢູ່ໃນມື ແລະທ່ານຢືນຢູ່ທີ່ຫໍປະຕູ 4 ຊາຍຄົນນັ້ນກ່າວແກ່ຂ້າພະເຈົ້າວ່າ, “ມະນຸດເອີຍ, ຈົ່ງມອງເບິ່ງດ້ວຍຕາເອງເຖີດ ແລະຈົ່ງຟັງດ້ວຍຫູຂອງເຈົ້າ ແລະຈົ່ງເອົາໃຈໃສ່ກັບສິ່ງທີ່ເຮົາຈະສຳແດງໃຫ້ແກ່ເຈົ້າ ເພາະວ່າທີ່ນຳເຈົ້າມາທີ່ນີ້ກໍເພື່ອຈະສຳແດງໃຫ້ແກ່ເຈົ້າ ສິ່ງທັງສິ້ນທີ່ເຈົ້າເຫັນນັ້ນ ຈົ່ງປະກາດແກ່ເຊື້ອສາຍອິສຣາເອນ” 5 ແລະເບິ່ງແມ໋, ມີກຳແພງອ້ອມຢູ່ຮອບບໍຣິເວນນອກຂອງພຣະວິຫານ ແລະໃນມືຂອງຊາຍຜູ້ນັ້ນມີໄມ້ແທກຍາວຫົກສອກ ແຕ່ລະສອກຍາວເທົ່າກັບສອກຄືບ ດັ່ງນັ້ນທ່ານຈຶ່ງແທກຄວາມຫນາຂອງກຳແພງໄດ້ນຶ່ງໄມ້ແທກ ແລະຄວາມສູງໄດ້ນຶ່ງໄມ້ແທກ 6 ແລ້ວທ່ານເຂົ້າໄປຕາມຫໍປະຕູຊຶ່ງຫັນຫນ້າໄປທິດຕາເວັນອອກ ຂຶ້ນໄປຕາມຂັ້ນໄດ ແລະທີ່ເທິງຈອມນັ້ນທ່ານແທກທາງເຂົ້າຫໍປະຕູໄດ້ເລິກນຶ່ງໄມ້ແທກ 7 ແລະຫ້ອງຍາມຍາວນຶ່ງໄມ້ແທກ ແລະກວ້າງນຶ່ງໄມ້ແທກ ແລະບ່ອນຫວ່າງລະຫວ່າງຫ້ອງຍາມເຫລົ່ານັ້ນຍາວຫ້າສອກ ແລະຫໍປະຕູທີ່ຢູ່ຮິມຫ້ອງໂຖງທີ່ຂໍປະຕູຕອນປາຍຊັ້ນໃນໄດ້ນຶ່ງໄມ້ແທກ 8 ແລ້ວທ່ານກໍແທກຫ້ອງໂຖງຂອງຫໍປະຕູໄດ້ແປດສອກ 9 ແລະເສົາຫ້ອງໂຖງນັ້ນສອງສອກ ແລະຫ້ອງໂຖງຂອງຫໍປະຕູຢູ້ທີ່ຕອນປາຍຂ້າງໃນ 10 ແຕ່ລະດ້ານຂອງຫໍປະຕໍຕາເວັນອອກມີຫ້ອງຍາມຢູ່ສາມຫ້ອງ ຫ້ອງທັງສາມມີຂະຫນາດດຽວກັນ ແລະເສົາທີ່ຢູ່ທັງສອງຂ້າງກໍມີຂະຫນາດດຽວກັນ 11 ແລ້ວທ່ານຈຶ່ງແທກຄວາມກວ້າງຂອງທາງເຂົ້າຫໍປະຕູໄດ້ສິບສອກ ແລະຄວາມຍາວຂອງຫໍປະຕູສິບສາມສອກ 12 ຫນ້າຫ້ອງຍາມນັ້ນມີເຄື່ອງກັ້ນດ້ານລະນຶ່ງສອກ ແລະຫ້ອງຍາມນັ້ນຍາວດ້ານລະຫົກສອກ 13 ແລ້ວທ່ານກໍແທກຫໍປະຕູຈາກຫລັງຄາຂອງຫ້ອງຍາມຫ້ອງນຶ່ງໄປຍັງຫລັງຄາຂອງຫ້ອງຍາມອີກຫ້ອງນຶ່ງ ໄດ້ກວ້າງຊາວຫ້າສອກ ຈາກທາງເຂົ້າຂ້າງນຶ່ງໄປຍັງອີກທາງເຂົ້າຂ້າງນຶ່ງ 14 ແລະທ່ານໄດ້ທຳເສົາທັງຫລາຍໄດ້ຫົກສິບສອກ ແລະຮອບຫໍປະຕູມີລານໄປເຖິງເສົາ 15 ແທກຈາກຂ້າງຫນ້າຫໍປະຕູຊື່ທາງເຂົ້າໄປຍັງປາຍຫ້ອງໂຖງຊັ້ນໃນຂອງຫໍປະຕູໄດ້ຫ້າສິບສອກ 16 ຕາມຫໍປະຕູນັ້ນມີປ່ອງຢ້ຽມຮອບ ຄອ່ຍໆແຄບເຂົ້າໄປຂ້າງໃນທັງໃນເສົາແລະໃນຫ້ອງຍາມ ແລະຫ້ອງໂຖງກໍມີປ່ອງຢ້ຽມຢູ່ຮອບຂ້າງໃນເຫມືອນກັນ ທີ່ເສົາມີຕົ້ນພລັມ 17 ແລ້ວທ່ານນຳຂ້າພະເຈົ້າອອກມາທີ່ລານຊັ້ນນອກ ແລະເບິ່ງແມ໋, ມີຫ້ອງຫລາຍຫ້ອງແລະມີພື້ນຫີນທຳໄວ້ຮອບລານ ມີຫ້ອງສາມສິບຫ້ອງຫັນຫນ້ເຂົ້າຫາພື້ນຫີນ 18 ແລະພື້ນຫີນນັ້ນມີຢູ່ຕາມດ້ານຂ້າງທາງເຂົ້າຫໍປະຕູ ເທົ່າກັບຄວາມຍາວຂອງຫໍປະຕູ ນີ້ເປັນພື້ນຫີນທາງຕ່ຳ 19 ແລ້ວທ່ານກໍແທກລະຍະຈາກຫນ້າຫໍປະຕູຂ້າງລຸ່ມໄປຍັງຫນ້າລານຂ້າງໃນດ້ານນອກໄດ້ນຶ່ງຮ້ອຍສອກ ຢູ່ທາງຕາເວັນອອກແລະທາງເຫນືອ 20 ສ່ວນຫໍປະຕູແຫ່ງລານນອກຫັນຫນ້າໄປທາງເຫນືອ ທ່ານກໍແທກຄວາມຍາວ ແລະຄວາມກວ້າງຂອງມັນ 21 ຫ້ອງຍາມດ້ານລະສາມຫ້ອງ ກັບເສົາແລະຫ້ອງໂຖງມີຂະຫນາດດຽວກັບຫໍປະຕູທຳອິດ ຍາວຫ້າສິບສອກກວ້າງຊາວຫ້າສອກ 22 ປ່ອງອ້ຽມ ມຸກ ຕົ້ນອິນພລັມຂອງຫໍປະຕູນີ້ມີຂະຫນາດດຽວກັບຂອງຫໍປະຕູ ຊຶ່ງຫັນຫນ້າໄປທາງທິດຕາເວັນອອກ ແລະມີຂັ້ນໄດເຈັດຂັ້ນນຳຂຶ້ນໄປເຖິງ ແລະມຸກນັ້ນຢູ່ຂ້າງໃນ 23 ກົງຂ້າມກັບປະຕູຊຶ່ງຢູ່ຂ້າງເຫນືອເຊັ່ນດຽວກັບປະຕູທີ່ຢູ່ຂ້າງຕາເວັນອອກມີປະຕູເປີດໄປສູ່ລານຊັ້ນໃນ ແລະທ່ານກໍແທກຈາກປະຕູນຶ່ງໄປຍັງອີກປະຕູນຶ່ງໄດ້ນຶ່ງຮ້ອຍສອກ 24 ແລະທ່ານໄດ້ນຳຂ້າພະເຈົ້າໄປຍັງທິດໃຕ້ ແລະເບິ່ງແມ໋, ມີຫໍປະຕູທາງທິດໃຕ້ນຶ່ງຫໍປະຕູ ທ່ານກໍແທກເສົາແລະແທກມຸກ ກໍມີຂະຫນາດດຽວກັບທີ່ອື່ນ 25 ມີປ່ອງອ້ຽມທີ່ຫໍປະຕູປລະມີມຸກໂດຍຮອບເຫມືອນປ່ອງອ້ຽມບ່ອນອື່ນ ຍາວຫ້າສິບສອກແລະກວ້າງຊາວຫ້າສອກ 26 ມີຂັ້ນໄດເຈັດຂັ້ນນຳຂຶ້ນໄປເຖິງ ແລະມຸກນັ້ນຢູ່ຂ້າງໃນມີຕົ້ນອັນພລັມຢູ່ທີ່ເສົາດ້ານລະຕົ້ນ 27 ແລະມີປະຕູນຶ່ງຢູ່ທທາງທິດໃຕ້ຂອງລານຊັ້ນໃນ ແລະທ່ານກໍແທກຈາກປະຕູນຶ່ງໄປຍັງອີກປະຕູນຶ່ງຕົງໄປທາງທິດໃຕ້ໄດ້ນຶ່ງຮອຍສອກ 28 ແລ້ວທ່ານນຳຂ້າພະເຈົ້າມາຍັງລານຊັ້ນໃນໂດຍປະຕູທິດໃຕ້ ແລະທ່ານກໍແທກປະຕູທິດໃຕ້ ມີຂະຫນາດຢ່າງດຽວກັບປະຕູອື່ນໆ 29 ຫ້ອງຍາມ ເສົາ ແລະມຸກຂອງຫໍປະຕູນີ້ມີຂະຫນາດດຽວກັບບ່ອນອື່ນ ມີປ່ອງອ້ຽມທີ່ຫໍປະຕູແລະທີ່ມຸກໂດຍຮອບ ຍາວຫ້າສິບສອກ ແລະກວ້າງຊາວຫ້າສອກ 30 ມີຫ້ອງໂຖງຢູ່ຮອບຍາວາຊາວຫ້າສອກ ກວ້າງຫ້າສິບສອກ 31 ຫ້ອງໂຖງນັ້ນຫັນຫນ້າສູ່ລານຊັ້ນນອກ ມີຕົ້ນພລັມຢູ່ທີ່ເສົາ ແລະຂັ້ນໄດນີ້ມີແປດຂັ້ນ 32 ແລ້ວທ່ານກໍພາຂ້າພະເຈົ້າມາທີ່ລານຊັ້ນໃນດ້ານຕາເວັນອອກ ແລະທ່ານກໍແທກຫໍປະຕູຂະຫນາດດຽວກັບຫໍປະຕູອື່ນ 33 ຫ້ອງຍາມ ເສົາ ແລະຫ້ອງໂຖງຂອງຫໍປະຕູນີ້ມີຂະຫນາດດຽວກັນກັບທີ່ອື່ນ ມີປ່ອງຢ້ຽມທີ່ຫໍປະຕູແລະທີ່ຫ້ອງໂຖງໂດຍຮອບ ຍາວຫ້າສິບສອກ ແລະກວ້າງຊາວຫ້າສອກ 34 ຫ້ອງໂຖງຂອງດ້ານນີ້ຫັນຫນ້າສູ່ລານຊັ້ນນອກ ແລະມີຕົ້ນພລັມຢູ່ທີ່ເສົາດ້ານລະຕົ້ນ ແລະຂັ້ນໄດນີ້ມີແປດຂັ້ນ 35 ແລ້ວທ່ານກໍນຳຂ້າພະເຈົ້າມາຍັງປະຕູເຫນືອ ແລ້ວທ່ານກໍແທກຫໍປະຕູນັ້ນມີຂະຫນາດດຽວກັບຫໍປະຕູອື່ນ 36 ຫ້ອງຍາມເສົາ ແລະຫ້ອງໂຖງຂອງຫໍປະຕູນີ້ມີຂະຫນາດດຽວກັນກັບທີ່ອື່ນ ມີປ່ອງຢ້ຽມໂດຍຮອບ ຍາວຫ້າສິບສອກແລະກວ້າງຊາວຫ້າສອກ 37 ຫ້ອງໂຖງຂອງດ້ານນີ້ຫັນຫນ້າສູ່ລານຊັ້ນນອກ ແລະມີຕົ້ນພລັມຢູ່ທີ່ເສົາດ້ານລະຕົ້ນ ແລະຂັ້ນໄດນີ້ມີແແປດຂັ້ນ 38 ມີຫ້ອງໆນຶ່ງມີທາງເຂົ້າຢູ່ທີ່ເສົາຂອງຫໍປະຕູ ເປັນບ່ອນລ້າງເຄື່ອງເຜົາບູຊາ 39 ແລະທີ່ຫ້ອງໂຖງຂອງຫໍປະຕູມີໂຕະດ້ານລະສອງໂຕະ ເທິງນີ້ສຳລັບຂ້າເຄື່ອງເຜົາບູຊາ ເຄື່ອງບູຊາໄຖ່ບາບ ແລະເຄື່ອງບູຊາໄຖ່ຄວາມຜິດ 40 ແລະທາງດ້ານນອກ ທາງທີ່ເຂົາຂຶ້ນໄປເຖິງທາງເຂົ້າຫໍປະຕູເຫນືອມີໂຕະສອງໂຕະ ອີກດ້ານນຶ່ງຂອງຫ້ອງໂຖງຂອງຫໍປະຕູມີໂຕະສອງໂຕະ 41 ມີໂຕະຢູ່ຂ້າງນີ້ສີ່ໂຕະ ແລະມີໂຕະຢູ່ຂ້າງນັ້ນຂ້າງໆຫໍປະຕູສີ່ໂຕະເປັນແປດໂຕະດ້ວຍກັນ ຊຶ່ງເຂົາໃຊ້ເປັນບ່ອນຂ້າເຄື່ອງສັຕບູຊາ 42 ມີໂຕະສີ່ໂຕະທຳດ້ວຍຫີນສະກັດສຳລັບເຄື່ອງເຜົາບູຊາຍາວນຶ່ງສອກຄືບແລະກວ້າງນຶ່ງສອກຄືບ ສູງນຶ່ງສອກ ສຳລັບວາງເຄື່ອງມືຊຶ່ງເຂົາໃຊ້ຂ້າເຄື່ອງເຜົາບູຊາແລະເຄື່ອງສັຕບູຊາ 43 ມີຊັ້ນຍາວຄືບນຶ່ງຕິດຢູ່ຂ້າງໃນໂດຍຮອບ ເທິງໂຕະນີ້ເຂົາວາງຊີ້ນຂອງເຄື່ອງບູຊາ 44 ແລ້ວທ່ານກໍນະຂ້າພະເຈົ້າຈາກຂ້າງນອກເຂົ້າໄປໃນລານຊັ້ນໃນ ແລະເບິ່ງແມ໋, ມີຫ້ອງສອງຫ້ອງໃນລານຊັ້ນໃນ ຫ້ອງນຶ່ງຢູ່ຂ້າງຫໍປະຕູເຫນືອຫັນຫນ້າໄປທິດໃຕ້ ອີກຫ້ອງນຶ່ງຢູ່ຂ້າງຫໍປະຕູໃຕ້ ຫັນຫນ້າໄປທິດເຫນືອ 45 ແລະທ່ານບອກຂ້າພະເຈົ້າວ່າ ຫ້ອງນີ້ຊຶ່ງຫັນຫນ້າໄປທາງທິດໃຕ້ ສຳລັບປະໂຣຫິດຜູ້ດູແລພຣະວິຫານ 46 ແລະຫ້ອງຊຶ່ງຫັນຫນ້າໄປທາງເຫນືອ ສຳລັບປະໂຣຫິດຜູ້ດູແລແທ່ນບູຊາ ປະໂຣຫິດເຫລົ່ານີ້ເປັນບຸດຊາຍຂອງຊາໂດກ ໃນບັນດາບຸດຂອງເລວີກໍມີພວກເຂົາເທົ່ານັ້ນທີ່ເຂົ້າມາໃກ້ພຣະຜູ້ເປັນເຈົ້າເພື່ອຈະບົວລະບັດພຣະອົງ 47 ແລະທ່ານກໍແທກລານ ໄດ້ຍາວນຶ່ງຮ້ອຍສອກ ແລະກວ້າງນຶ່ງຮ້ອຍສອກເປັນສີ່ຫລ່ຽມມົນທົນ ແລະແທ່ນບູຊາຢູ່ຂ້າງຫນ້າພຣະວິຫານ 48 ແລ້ວທ່ານນຳຂ້າພະເຈົ້າມາທີ່ຫ້ອງໂຖງຂອງພຣະວິຫານ ແລະແທກເສົາຂອງຫ້ອງໂຖງໄດ້ຫ້າສອກທັງສອງດ້ານ ແລະຫໍປະຕູກວ້າງສິບສີ່ສອກ ກຳແພງຂ້າງຫໍປະຕູນັ້ນມີດ້ານແລະສາມສອກ 49 ຫ້ອງໂຖງນັ້ນຍາວຊາວສອກ ແລະກວ້າງສິບສອງສອກ ຂັ້ນໄດສິບຂັ້ນນຳໄປເຖິງທີ່ນີ້ ແລະມີເສົາຫານຢູ່ຂ້າງເສົາທັງສອງຂ້າງ
1 ແລ້ວທ່ານນຳຂ້າພະເຈົ້າມາເຖິງຫ້ອງໂຖງ ແລະໄດ້ແທກເສົາ ກວ້າງດ້ານລະຫົກສອກ 2 ແລະສ່ວນກວ້າງຂອງທາງເຂົ້ານັ້ນສິບສອກ ແລະກຳແພງຂ້າງທາງເຂົ້າດ້ານລະຫ້າສອກ ແລະທ່ານກໍວັດຄວາມຍາວຂອງຫ້ອງໂຖງໄດ້ສີ່ສິບສອກ ກວ້າງຊາວສອກ 3 ແລ້ວທ່ານກໍເຂົ້າໄປໃນຫ້ອງຊັ້ນໃນ ແລະແທກເສົາຂອງທາງເຂົ້າໄດ້ສອງສອກ ທາງເຂົ້ານັ້ນກວ້າງຫົກສອກ ແລະກຳແພງຂ້າງທາງເຂົ້ານັ້ນເຈັດສອກ 4 ແລະທ່ານກໍແທກຄວາມຍາວຂອງຫ້ອງໄດ້ຊາວສອກ ກວ້າງຊາວສອກ ພົ້ນຫ້ອງໂຖງອອກໄປ ແລະທ່ານບອກຂ້າພະເຈົ້າວ່າ ນີ້ເປັນບ່ອນບໍຣິສຸດທີ່ສຸດ 5 ແລ້ວທ່ານກໍແທກກຳແພງພຣະວິຫານໄດ້ຫນາຫົກສອກ ຢູ່ຮອບພຣະວິຫານທຸກດ້ານ 6 ຫ້ອງທັງຫລາຍທີ່ຂ້າງວິຫານໄດ້ຢູ່ຊ້ອນກັນມີສາມຊັ້ນ ມີຊັ້ນລະສາມສິບຫ້ອງ ຫ້ອງທັງຫລາຍນັ້ນໄດ້ເຂົ້າໄປໃນກຳແພງວິຫານສຳລັບຫ້ອງທີ່ຂ້າງວິຫານທົ່ວຮອບ ເພື່ອຫ້ອງທັງຫລາຍນັ້ນຈະຕັ້ງຢູ່ທີ່ກຳແພງແຕ່ວ່າບໍ່ແມ່ນພາຍໃນກຳແພງວິຫານ 7 ຫ້ອງທັງຫລາຍນັ້ນຍິ່ງສູງຂຶ້ນກໍຍິ່ງກວ້າງອອກໄປ ຕາມສ່ວນຂະຫຍາຍຂອງທີ່ຕັ້ງຈາກຫ້ອງນຶ່ງຊ້ອນຢູ່ເທິງອີກຫ້ອງນຶ່ງໂດຍຮອບ ທີ່ຂ້າງພຣະວິຫານມີຂັ້ນໄດນຳຂຶ້ນຂ້າງເທິງ ດັ່ງນີ້ແຫລະຜູ້ໃດທີ່ຂຶ້ນໄປຈາກຫ້ອງຕ່ຳທີ່ສຸດເຖິງຫ້ອງເທິງກໍຕ້ອງລອດຜ່ານຫ້ອງກາງ 8 ຂ້າພະເຈົ້າຍັງເຫັນອີກວ່າ ພຣະວິຫານນັ້ນມີຍົກພື້ນຢູ່ໂດຍຮອບ ຖານຂອງຫ້ອງແທກໄດ້ນຶ່ງໄມ້ວັດເຕັມ ຍາວຫົກສອກ 9 ກຳແພງຫ້ອງທັງຫລາຍທີ່ຂ້າງວິຫານດ້ານນອກຂອງຫ້ອງຫນາຫ້າສອກແລະສ່ວນຂອງຍົກພື້ນທີ່ຫວ່າງນັ້ນຫ້າສອກລະຫວ່າງຍົກພື້ນຂອງພຣະວິຫານ 10 ກັບຫ້ອງທັງຫລາຍຮອບວິຫານກໍກວ້າງຊາວສອກທົ່ວຮອບ 11 ແລະທາງປະຕູຂອງຫ້ອງທັງຫລາຍນັ້ນເປີດເຂົ້າໄປທາງເຫນືອ ແລະອີກປະຕູນຶ່ງຫັນໄປທາງໃຕ້ ຄວາມກວ້າງຂອງສ່ວນທີ່ຫວ່າງນັ້ນຄືຫ້າສອກໂດຍຣອບ 12 ອາຄານທີ່ຫັນຫນ້າມາຍັງສນາມຂອງພຣະວິຫານທາງດ້ານຕາເວັນຕົກນັ້ນກວ້າງເຈັດສິບສອກ ແລະກຳແພງຂອງອາຄານຫນ້າຫ້າສອກແລະຍາວເກົ້າສິບສອກ 13 ແລ້ວທ່ານກໍແທກພຣະວິຫານໄດ້ຍາວນຶ່ງຮ້ອຍສອກ ສນາມແລະອາຄານພ້ອມກັບກຳແພງນຶ່ງຮ້ອຍສອກ 14 ຄວາມກວ້າງດ້ານຕາເວັນອອກຂອງດ້ານຫນ້າຂອງພຣະວິຫານທັງຂອງສນາມ ຍາວນຶ່ງຮ້ອຍສອກ 15 ແລ້ວທ່ານກໍແທກຄວາມຍາວຂອງອາຄານຊຶ່ງຫັນຫນ້າໄປສູ່ສນາມອັນຢູ່ທາງທິດຕາເວັນຕົກ ພ້ອມທັງກຳແພງຂ້າງໆຍາວນຶ່ງຮ້ອຍສອກ ຫ້ອງໂຖງຂອງພຣະວິຫານນັ້ນ ແລະຫ້ອງຊັ້ນໃນແລະຫ້ອງສັກສິດທີ່ສຸດ 16 ໄດ້ປູດ້ວຍໄມ້ແລະທັງສາມນັ້ນມີປ່ອງຢ້ຽມຣອບຊຶ່ງມີຂອບປະຕູຝັງເລິກ ກົງຂ້າມປະຕູທີ່ປູດ້ວຍໄມ້ໂດຍຮອບ ຕັ້ງແຕ່ພື້ນເຖິງປ່ອງຢ້ຽມ (ປ່ອງຢ້ຽມນີ້ມີຜ້າກັ້ງ) 17 ແລະຮອດປະຕູແລະເຖິງວີຫານພາຍໃນແລະທັງນອກ ແລະເທີງກຳແພງທັງສິ້ນທີ່ຫ້ອງຊັ້ນໃນແລະຫ້ອງໂຖງກໍມີຮູບສລັກ 18 ເປັນຮູບເຊຣູບິມ ຮູບຕົ້ນຕານ ແລະຮູບຕົ້ນຕານລະຫວ່າງເຊຣູບິມທຸກຮູບ ເຊຣູບິມທຸກຕົນມີສອງຫນ້າ 19 ຫນ້າຂອງຜູ້ຊາຍໄດ້ປິ່ນໄປທາງຕົ້ນຕານທີ່ຢູ່ດ້ານນຶ່ງແລະຫນ້າຂອງສິງຫນຸ່ມໄດ້ປິ່ນໄປທາງຕົ້ນຕານອີກດ້ານນຶ່ງ ມີຮູບຢ່າງນີ້ແກະໄວ້ຮອບພຣະວິຫານ 20 ຈາກພື້ນເຖິງທີ່ເຫນືອປະຕູ ມີຮູບເຊຣູບິມແລະຮູບຕົ້ນຕານສລັກຢູ່ທີ່ຝາ 21 ຝ່າຍເສົາປະຕູຂອງຫ້ອງໂຖງນັ້ນສີ່ຫລ່ຽມ ຕໍ່ຫນ້າທາງເຂົ້າບ່ອນສັກສິດນັ້ນມີສິ່ງນຶ່ງເຫມືອນກັບ 22 ແທ່ນບູຊາທຳດ້ວຍໄມ້ ສູງສາມສອກຍາວສອງສອກ ແລະກວ້າງສອງສອກ ທີ່ມຸມ ທີ່ຖານ ແລະທີ່ຝາທຳດ້ວຍໄມ້ ທ່ານບອກຂ້າພະເຈົ້າວ່າ “ນີ້ເປັນໂຕະຊຶ່ງຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ” 23 ຫ້ອງໂຖງຄືບ່ອນສັກສິດ ມີປະຕູຄູ່ແຫ່ງລະຄູ່ 24 ປະຕູນັ້ນມີສອງບານ ເປັນບານປະຕູຄູ່ທີ່ເປີດໄປມາໄດ້ທາງກາງ 25 ແລະເທິງປະຕູຂອງຫ້ອງໂຖງ ມີເຊຣູບິມແລະຕົ້ນຕານແກະໄວ້ ເຊັ່ນດຽວກັບທີ່ແກະໄວ້ເທິງຝາ ທາງຍ່າງໄປສູ່ຫ້ອງທາງເຂົ້ານັ້ນແມ່ນໄດ້ປູດ້ວຍໄມ້ທັງນັ້ນ 26 ມີປ່ອງຢ້ຽມທີ່ມີຂອບຝັງເລິກ ແລະມີຕົ້ນຕານຢູ່ທັງສອງຂ້າງທີ່ເທິງຝາດ້ານຂ້າງມຸກ ແລະທັງຫ້ອງລະບຽງພຣະວິຫານ
1 ແລ້ວທ່ານພາຂ້າພະເຈົ້າມາເຖິງລານຊັ້ນໃນ ຊື່ທິດເຫນືອ ແລະທ່ານນຳຂ້າພະເຈົ້າມາເຖິງຫ້ອງ ຊຶ່ງຢູ່ກົງຂ້າມກັບສະຫນາມແລະກົງຂ້າມກັບຕຶກທາງດ້ານທິດເຫນືອ 2 ຄວາມຍາວຂອງຕຶກທີ່ຢູ່ທາງດ້ານເຫນືອນັ້ນເປັນນຶ່ງຮ້ອຍສອກ ແລະກວ້າງຫ້າສິບສອກ 3 ຕິດຕໍ່ກັບສ່ວນຊາວສອກ ຊຶ່ງເປັນສ່ວນຂອງລານຊັ້ນໃນ ຫັນຫນ້າເຂົ້າສູ່ພື້ນຫີນຊຶ່ງເປັນສ່ວນຂອງລານຂ້າງນອກເປັນລະບຽງສາມຊັ້ນ 4 ແລະຂ້າງຫນ້າຫ້ອງມີທາງເຂົ້າຂ້າງໃນກວ້າງສິບສອກ ຍາວນຶ່ງຮ້ອຍສອກ ບັນດາປະຕູຫ້ອງເຫລົ່ານີ້ຢູ່ທາງດ້ານເຫນືອ 5 ຫ້ອງຂ້າງເທິງແຄບກວ່າ ເພາະລະບຽງກິນເນື້ອທີ່ໄປຫລາຍກວ່າລະບ່ຽງຫ້ອງຊັ້ນລຸ່ມ ແລະຊັ້ນກາງໃນຕຶກນັ້ນ 6 ເພາະວ່າເປັນຫ້ອງສາມຊັ້ນ ແລະບໍ່ມີເສົາອງເຫມືອນເສົາທີ່ລານຂ້າງນອກ ເຫດສັນນັ້ນຫ້ອງຊັ້ນເທິງຈຶ່ງຄັບແຄບກວ່າຫ້ອງທັງຫລາຍຊັ້ນລຸ່ມແລະຊັ້ນກາງ 7 ແລະມີຝາຂ້າງນອກລຽບກັບຫ້ອງໄປຍັງລານຂ້າງນອກກົງຂ້າມກັບຫ້ອງ ຍາວຫ້າສິບສອກ 8 ເພາະວ່າຫ້ອງທີ່ລານຂ້າງນອກຍາວຫ້າສິບສອກ ສ່ວນຫ້ອງເຫລົ່ານັ້ນທີ່ກົງຂ້າມກັບພຣະວິຫານຍາງນຶ່ງຮ້ອຍສອກ 9 ໃຕ້ຫ້ອງເຫລົ່ານັ້ນມີທາງເຂົ້າຢູ່ດ້ານຕາເວັນອອກ ຖ້າເຂົ້າໄປຈາກລານຂ້າງນອກ 10 ທີ່ຝາດ້ານນອກເລີ້ມຕົ້ນ ດ້ານໃຕ້ກໍເຊັ່ນດຽວກັນ ກົງຂ້າມກັບສນາມແລະກົງຂ້າມກັບຕຶກມີຫ້ອງຫລາຍຫ້ອງ 11 (ມີທາງເດີນຢູ່ຫນ້າຫ້ອງ) ເຫມືອນກັບຫ້ອງທາງທິດເຫນືອ ຍາງແລະກວ້າງຂະຫນາດດຽວກັນ ມີທາງອອກ ແຜນຜັງແລະປະຕູຢ່າງດຽວກັນ 12 ຂ້າງລຸ່ມຫ້ອງທິດໃຕ້ມີທາງເຂົ້າຢູ່ດ້ານຕາເວັນອອກບ່ອນທີ່ເຂົ້າມາຕາມທາງເດີນ ກົງຂ້າມມີຝາແບ່ງ 13 ແລ້ວທ່ານກ່າວແກ່ຂ້າພະເຈົ້າວ່າ “ຫ້ອງດ້ານເຫນືອແລະຫ້ອງດ້ານໃຕ້ກົງຂ້າມສນາມເປັນຫ້ອງບໍຣິສຸດທີ່ປະໂຣຫິດຜູ້ເຂົ້າໃກ້ພຣະຜູ້ເປັນເຈົ້າຈະຮັບປະທານຂອງຖວາຍອັນບໍຣິສຸດທີ່ສຸດ ເຂົາຈະວາງຂອງຖວາຍອັນບໍຣິສຸດທີ່ສຸດນັ້ນໄວ້ທີ່ນັ້ນ ຄືທັນຍາບູຊາ ເຄື່ອງບູຊາໄຖ່ບາບ ເຄື່ອງບູຊາໄຖ່ຄວາມຜິດ ເພາະວ່າທີ່ນັ້ນບໍຣິສຸດ 14 ເມື່ອປະໂຣຫິດເຂົ້າໄປໃນທີ່ບໍຣິສຸດ ເຂົາຈະບໍ່ອອກໄປຈາກຫ້ອງນີ້ເຂົ້າສູ່ລານຂ້າງນອກ ນອກຈາກຈະແກ້ເຄື່ອງແຕ່ງກາຍທີ່ເຂົາໃສ່ປະຕິບັດຫນ້າທີ່ວາງໄວ້ທີ່ນັ້ນ ເພາະສິ່ງເຫລົ່ານີ້ບໍຣິສຸດ ເຂົາຈະຕ້ອງນຸ່ງເຄື່ອງແຕ່ງກາຍອື່ນກ່ອນທີ່ເຂົາຈະເຂົ້າໄປສູ່ສ່ວນທີ່ມີໄວ້ສຳລັບປະຊາຊົນ” 15 ເມື່ອທ່ານໄດ້ແທກຂ້າງໃນບໍຣິເວນພຣະວິຫານເສັດແລ້ວ ທ່ານກໍນຳຂ້າພະເຈົ້າອອກມາທາງປະຕູ ຊຶ່ງປິ່ນຫນ້າໄປທາງທິດຕາເວັນອອກ ແລະແທກບໍຣິເວນພຣະວິຫານໂດຍຮອບ 16 ທ່ານແທກດ້ານຕາເວັນອອກດ້ວຍໄມ້ແທກໄດ້ຫ້າຮ້ອຍຕາມໄມ້ແທກ 17 ແລ້ວທ່ານກໍຫັນມາແທກທາງດ້ານເຫນືອໄດ້ຫ້າຮ້ອຍສອກຕາມໄມ້ແທກ 18 ແລ້ວທ່ານກໍຫັນມາແທກດ້ານໃຕ້ໄດ້ຫ້າຮ້ອຍສອກຕາມໄມ້ແທກ 19 ແລ້ວທ່ານໄດ້ຫັນມາດ້ານຕາເວັນຕົກແລ້ວແທກໄດ້ຫ້າຮ້ອຍສອກຕາມໄມ້ແທກ 20 ທ່ານແທກທັງສີ່ດ້ານມີກຳແພງລ້ອມຮອບຍາວຫ້າຮ້ອຍສອກ ກວ້າງຫ້າຮ້ອຍສອກ ເປັນທີ່ແບ່ງລະຫວ່າງທີ່ບໍຣິສຸດແລະທີ່ສາທາຣະນະ
ພຣະສະງ່າຣາສີຂອງພຣະເຈົ້າເຕັມພຣະວິຫານ
1 ພາຍຫລັງທ່ານນຳຂ້າພະເຈົ້າມາຍັງປະຕູ ຄືປະຕູທີ່ຫັນຫນ້າໄປທິດຕາເວັນອອກ 2 ແລະເບິ່ງແມ໋, ພຣະສະງ່າຣາສີຂອງພຣະເຈົ້າແຫ່ງອິສຣາເອນມາຈາກທິດຕາເວັນອອກ ແລະພຣະສຸຣະສຽງຂອງພຣະອົງກໍເຫມືອນສຽງນ້ຳມາກຫລາຍ ແລະພິພົບກໍຮຸ່ງໂຣດດ້ວຍພຣະສະງ່າຣາສີຂອງພຣະອົງ 3 ແລະນິມິດທີ່ຂ້າພະເຈົ້າເຫັນນັ້ນກໍເຫມືອນກັບນິມິດຊຶ່ງຂ້າພະເຈົ້າເຫັນເມື່ອພຣະອົງສະເດັດມາທຳລາຍເມືອງນັ້ນ ແລະເຫມືອນກັບນິມິດຊຶ່ງຂ້າພະເຈົ້າໄດ້ເຫັນທີ່ຮິມແມ່ນ້ຳເຄບາຣ໌ ແລະຂ້າພະເຈົ້າກໍຫມູບຫນ້າຂອງຂ້າພະເຈົ້າລົງເຖິງດິນ 4 ເມື່ອພຣະສະງ່າຣາສີຂອງພຣະເຈົ້າເຂົ້າໄປໃນພຣະວິຫານທາງປະຕູທີ່ຫັນໄປທາງທິດຕາເວັນອອກ 5 ພຣະວິນຍານກໍຍົກຂ້າພະເຈົ້າຂຶ້ນ ແລະນຳຂ້າພະເຈົ້າມາທີ່ລານຊັ້ນໃນ ແລະເບິ່ງແມ໋, ພຣະສະງ່າຣາສີຂອງພຣະຜູ້ເປັນເຈົ້າກໍເຕັມພຣະວິຫານ 6 ຂນະທີ່ຊາຍຄົນນັ້ນຍັງຢືນຢູ່ທີ່ຂ້າງຂ້າພະເຈົ້າ ຂ້າພະເຈົ້າໄດ້ຍິນພຣະອົງກ່າວກັບຂ້າພະເຈົ້າດັງອອກມາຈາກພຣະວິຫານ 7 ແລະພຣະອົງກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ບັນລັງຂອງເຮົາແລະສະຖານທີ່ວາງຕີນຂອງເຮົາຢູ່ທີ່ນີ້ ເປັນບ່ອນທີ່ເຮົາຈະຢູ່ຖ້າມກາງຊົນຊາດອິສຣາເອນເປັນນິດ ແລະເຊື້ອສາຍອິສຣາເອນຈະບໍ່ກະທຳໃຫ້ນາມບໍຣິສຸດຂອງເຮົາເປັນມົນທິນ ໂດຍຕົວຂອງເຂົາທັງຫລາຍເອງຫລືກະສັດຂອງເຂົາທັງຫລາຍ ດ້ວຍການຫລິ້ນຊູ້ຂອງເຂົາທັງຫລາຍແລະດ້ວຍຝັງສົບຂອງພຣະເຈົ້າແຜ່ນດິນຂອງເຂົາທັງຫລາຍເມື່ອສິ້ນພຣະຊົນ 8 ໂດຍການວາງຂອບປະຕູຂອງເຂົາທັງຫລາຍໄວ້ຂ້າງຂອບປະຕູຂອງເຮົາ ແລະໂດຍຕັ້ງເສົາປະຕູຂອງເຂົາທັງຫລາຍໄວ້ຂ້າງເສົາປະຕູຂອງເຮົາ ມີພຽງຝາກັ້ນໄວ້ລະຫວ່າງເຮົາກັບເຂົາທັງຫລາຍເທົ່ານັ້ນ ເຂົາໄດ້ກະທຳນາມບໍຣິສຸດຂອງເຮົາໃຫ້ເປັນມົນທິນໂດຍສິ່ງທີ່ຫນ້າກຽດຊັງຂອງເຂົາຊື່ງເຂົາທັງຫລາຍໄດ້ກະທຳ ດັ່ງນັ້ນເຣົາຈຶ່ງເຜົາຜານເຂົາເສັຽດ້ວຍຄວາມກິ້ວຂອງເຮົາ 9 ບັດນີ້ໃຫ້ເຂົາຖິ້ມການຫລິ້ນຊູ້ທັງຫລາຍຂອງເຂົາແລະສົບຂອງກະສັດທັງຫລາຍຂອງເຂົາໃຫ້ຫ່າງໄກຈາກເຣົາ ແລະເຮົາຈະຢູ່ຖ້າມກາງເຂົາທັງຫລາຍເປັນນິດ
ລະບຽບຂອງພຣະວິຫານແລະແທ່ນບູຊາ
10 “ເຈົ້າ ບຸດແຫ່ງມະນຸດເອີຍ, ເຈົ້າຈົ່ງບັນລະຍາຍແກ່ເຊື້ອສາຍອິສຣາເອນໃຫ້ຊາບເຖິງພຣະວິຫານແລະສັນຖານແລະແຜນຜັງ່ຂອງພຣະວິຫານນັ້ນ ເພື່ອວ່າເຂົາຈະໄດ້ລະອາຍໃນເຣື່ອງຄວາມບາບຊົ່ວຂອງເຂົາ 11 ແລະຖ້າເຂົາລະອາຍໃນສິ່ງທັງຫລາຍທີ່ເຂົາກະທຳມາແລ້ວ ຈົ່ງສຳແດງາພາບ ແຜນຜັງ ທາງອອກທາງເຂົ້າ ແລະລັກສະນະທັງສິ້ນຂອງພຣະວິຫານນັ້ ແລະຈົ່ງໃຫ້ເຂົາຊາບເຖິງກົດເກນແລະກົດທັງ ສິ້ນຂອງພຣະວິຫານ ຈົ່ງຂຽນລົງໄວ້ຕໍ່ຫນ້າຕໍ່ຕາຂອງເຂົາ ເພື່ອເຂົາຈະໄດ້ຮັກສາກົດແລະກົດເກນທັງສິ້ນຂອງພຣະວິຫານ ແລະປະພຶດຕາມ 12 ຕໍ່ໄປນີ້ເປັນກົດຂອງພຣະວິຫານ ຄືບໍຣິເວນໂດຍຮອບທີ່ຢູ່ເທິງຍອດພູຈະເປັນທີ່ບໍຣິສຸດທີ່ສຸດ ເບິ່ງແມ໋, ນີ້ເປັນກົດຂອງພຣະວິຫານ
ແທ່ນບູຊາ
13 ຕໍ່ໄປນີ້ເປັນຂະຫນາດຂອງແທ່ນບູຊາແທກເປັນສອກ (ສອກນຶ່ງຄືຄວາມຍາວນຶ່ງສອກກັບນຶ່ງຄືບ) ຕອນຖານສູງນຶ່ງສອກ ແລະກວ້າງນຶ່ງສອກ ແລະມີຂອບນອກສູງຄືບນຶ່ງ ແລະຄວາມສູງຂອງແທ່ນບູຊາເປັນດັ່ງນີ້ 14 ຈາກຕອນຖານທີ່ຢູ່ເທິງດິນມາເຖິງຂ້າງລຸ່ມສູງສອງສອກ ກວ້າງນຶ່ງສອກ ຈາກຂັ້ນນ້ອຍໄປເຖິງຂັ້ນໃຫຍ່ສູງສີ່ສອກ ກວ້າງນຶ່ງສອກ 15 ແລະເຕົາຂອງແທ່ນນັ້ນສີ່ສອກ ແລະຈາກເຕົາແທ່ນມີຍອດຍື່ນຂຶ້ນໄປສູງສອກນຶ່ງສິ່ຍອດ 16 ເຕົາແທ່ນນັ້ນເປັນສີ່ຫລ່ຽມມົນທົນຍາວສິບສອງສອກ ກວ້າງສິບສອງສອກ 17 ຂັ້ນຂ້າງເຕົາກໍສີ່ຫລ່ຽມມົນທົນເຫມືອນກັນ ຍາວສິບສີ່ສອກ ກວ້າງສິບສີ່ສອກ ຊຶ່ງແຕ່ລະຂ້າງກວ້າງເຄິ່ງສອກ ຖານກວ້າງສອກນຶ່ງໂດຍຮອບຂັ້ນໄດແທ່ນບູຊາປິ່ນຫນ້າໄປທາງທິດຕາເວັນອອກ” 18 ແລະທ່ານເວົ້າກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຕໍ່ໄປນີ້ເປັນກົດເກນຂອງແທ່ນບູຊາ ໃນວັນທີ່ສ້າງເສັດແລ້ວເພື່ອຈະຖວາຍເຄື່ອງເຜົາບູຊາ ແລະເພື່ອຈະຊິດດ້ວຍເລືອດ 19 ທ່ານຈົ່ງມອບງົວຫນຸ່ມໂຕນຶ່ງເປັນເຄື່ອງບູຊາໄຖ່ບາບແກ່ປະໂຣຫິດຄົນເລວີຄອບຄົວຊາໂດກ ຜູ້ທີ່ເຂົ້າມາໃກ້ເພື່ອປົນນິບັດເຣົາ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 20 ເຈົ້າຈົ່ງເອົາເລືອດງົວນັ້ນໃສ່ໄວ້ທີ່ຍອດທັງສີ່ຂອງແທ່ນ ແລະແຈທັງສີ່ຂອງຂັ້ນຂ້າງເຕົາ ແລະທີ່ອ້ອມຮອບທີ່ຂອບທັງຫມົດຂອງແທ່ນດ້ວຍ ທຳດັ່ງນີ້ແຫລະທ່ານຈະໄດ້ຊຳຮະແທ່ນແລະທຳການລົບມົນທິນຂອງແທ່ນນັ້ນໄວ້ 21 ທ່ານຈົ່ງເອົາງົວເຖິກຊຶ່ງເປັນເຄື່ອງບູຊາໄຖ່ບາບ ແລະທ່ານຈົ່ງເຜົາມັນເສັຽໃນບ່ອນທີ່ກຳນົດໄວ້ຊຶ່ງເປັນບ່ອນຂອງພຣະວິຫານພາຍນອກສະຖານນະມັສການ 22 ແລະໃນວັນທີ່ສອງທ່ານຈົ່ງຖວາຍແບ້ໂຕເຖິກທີ່ປາສຈາກຕຳຫນິເປັນເຄື່ອງບູຊາໄຖ່ບາບ ແລະຊຳຮະແທ່ນບູຊາ ເຫມືອນທີ່ຊຳຮະດ້ວຍງົວເຖິກ 23 ເມື່ອທ່ານໄດ້ຊຳຮະແທ່ນເສັດແລ້ວ ທ່ານຈົ່ງຖວາຍງົວຫນຸ່ມປາສຈາກຕຳຫນິແລະແກະເຖິກທີ່ປາສຈາກຕຳຫນິຈາກຝູງ 24 ທ່ານຈົ່ງນຳມາຖວາຍພຣະຜູ້ເປັນເຈົ້າ ແລະປະໂຣຫິດຈະເອົາເກືອຊິດລົງເທິງນັ້ນ ແລະຖວາຍເປັນເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ 25 ທ່ານຈົ່ງຖວາຍແບ້ໂຕນຶ່ງເປັນເຄື່ອງບູຊາໄຖ່ບາບທຸກວັນຈົນຄົບເຈັດວັນ ແລະຈົ່ງຖວາຍງົວຫນຸ່ມແລະແກະເຖິກທີ່ປາສຈາກຕຳຫນິຈາກຝູງດ້ວຍ 26 ເຂົາທັງຫລາຍຈະຕ້ອງທຳການລົບມົນທິນແທ່ນບູຊາຢູ່ເຈັດວັນຈຶ່ງຊຳຣະເສັດ ແລະຖວາຍໃຫ້ເປັນທີ່ສັກສິດ 27 ແລະເມື່ອເຂົາກະທຳຄົບຕາມກຳນົດເຫລົ່ານີ້ແລ້ວ ຕັ້ງແຕ່ວັນທີ່ແປດເປັນຕົ້ນໄປປະໂຣຫິດຈະຕ້ອງຖວາຍເຄື່ອງສານຕິບູຊາຂອງທ່ານທີ່ເທິງແທ່ນນັ້ນ ແລະເຮົາຈະພໍໃຈເຈົ້າທັງຫລາຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ
ງານບົວລະບັດໃນພຣະວິຫານ
1 ແລ້ວທ່ານກໍນຳຂ້າພະເຈົ້າກັບມາທີ່ປະຕູນອກຂອງສະຖານນະມັສການ ຊຶ່ງຫັນຫນ້າໄປທາງຕະເວັນອອກ ແລະປະຕູນັ້ນປິດຢູ່ 2 ພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ, “ປະຕູນີ້ຈະປິດຢູ່ເລື້ອຍໄປ ຢ່າໃຫ້ເປີດ ແລະບໍ່ໃຫ້ຜູ້ໃດເຂົ້າໄປທາງນີ້ ເພາະພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງອິສຣາເອນໄດ້ສະເດັດເຂົ້າໄປທາງນີ້ ເຫດສັນນັ້ນຈຶ່ງໃຫ້ປີດໄວ້ 3 ສະເພາະເຈົ້ານາຍເທົ່ານັ້ນທີ່ຈະປະທັບສະເວີຍພຣະກະຍາຫານຕໍ່ພຣະພັກພຣະຜູ້ເປັນເຈົ້າໃນປະຕູນີ້ໄດ້ ທ່ານຈະຕ້ອງເຂົ້າມາທາງມຸກຂອງຫໍປະຕູແລະຕ້ອງອອກໄປຕາມທາງດຽວກັນ” 4 ແລ້ວທ່ານກໍນຳຂ້າພະເຈົ້າມາຕາມທາງຂອງປະຕູເຫນືອມາທີ່ຂ້າງຫນ້າພຣະວິຫານ ແລະຂ້າພະເຈົ້າມອງດູ ແລະເບິ່ງແມ໋, ພຣະສະງ່າຣາສີຂອງພຣະຜູ້ເປັນເຈົ້າກໍເຕັມພຣະວິຫານຂອງພຣະເຈົ້າ ແລະຂ້າພະເຈົ້າກໍກົ້ມຫນ້າລົງເຖິງດິນ 5 ແລະພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ຈົ່ງຕັ້ງໃຈໃຫ້ດີ ທຸກສິ່ງທີ່ເຮົາຈະບອກເຈົ້າກ່ຽວກັບກົດເກນທັງສິ້ນຂອງພຣະວິຫານຂອງພຣະຜູ້ເປັນເຈົ້າແລະກົດທັງສິ້ນຂອງພຣະວິຫານນັ້ນ ຈົ່ງເບິ່ງດ້ວຍຕາຂອງເຈົ້າ ແລະຟັງດ້ວຍຫູຂອງເຈົ້າ ແລະຈົດຈຳເຣື່ອງທາງເຂົ້າພຣະວິຫານແລະທາງອອກຈາກສະຖານນະມັສການໄວ້ໃຫ້ດີ 6 ແລ້ວຈົ່ງບອກແກ່ເຊື້ອສາຍທີ່ມັກກະບົດ ຄືເຊື້ອສາຍອິສຣາເອນວ່າ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ໂອ ເຊື້ອສາຍອິສຣາເອນເອີຍ, ຂໍໃຫ້ການຖ່ອຍຮ້າຍຂອງເຈົ້າສິ້ນສຸດເຖີດ 7 ຄືການຍິນຍອມໃຫ້ຄົນຕ່າງດ້າວທີ່ບໍ່ໄດ້ເຂົ້າພິທີຕັດທາງຈິດໃຈແລະເນື້ອຫນັງເຂົ້າມາໃນສະຖານນະມັສການຂອງເຮົາ ກະທຳໃຫ້ສະຖານນັ້ນມົນທິນ ໃນເມື່ອເຈົ້າຖວາຍອາຫານຂອງເຮົາແກ່ເຣົາ ຄືໄຂມັນແລະເລືອດ ເຈົ້າໄດ້ທຳລາຍຄຳສັນຍາຂອງເຮົາດ້ວຍການຫນ້າກຽດຊັງທັງສິ້ນຂອງເຈົ້າ 8 ເຈົ້າບໍ່ໄດ້ດູແລຮັກສາສິ່ງບໍຣິສຸດຂອງເຮົາ ແຕ່ເຈົ້າໄດ້ຕັ້ງຄົນຕ່າງດ້າວໃຫ້ດູແລຮັກສາຢູ່ໃນສະຖານນະມັສການຂອງເຮົາ ເພື່ອປໂຍດແກ່ຕົວເຈົ້າເອງ 9 “ພຣະຜູ້ເປັນເຈົ້າຈຶ່ງກ່າວດັ່ງນີ້ວ່າ ຢ່າໃຫ້ຕ່າງດ້າວທີ່ບໍ່ໄດ້ເຂົ້າພິທີຕັດທາງຈິດໃຈຄົນແລະເນື້ອຫນັງ ຄືຊົນຕ່າງດ້າວທັງສິ້ນທີ່ຢູ່ຖ້າມກາງຊົນຊາດອິສຣາເອນເຂົ້າໄປໃນສະຖານນະມັສການຂອງເຮົາ 10 ແຕ່ຄົນເລວີຜູ້ທີ່ໄດ້ໄປໄກຈາກເຮົາ ຫລົງໄປຈາກເຮົາໄປຕິດຕາມຮູບເຄົາຣົບຂອງເຂົາເມື່ອຄົນອິສຣາເອນຫລົງໄປນັ້ນ ຈະຕ້ອງໄດ້ຮັບໂທດຂອງຕົນ 11 ເຂົາທັງຫລາຍຈະຕ້ອງປົນນິບັດຢູ່ໃນສະຖານນະມັສການຂອງເຣົາ ກວດກາເບິ່ງຢູ່ທີ່ປະຕູພຣະວິຫານ ແລະປະຕິບັດຢູ່ໃນພຣະວິຫານ ເຂົາຈະຂ້າເຄື່ອງເຜົາບູຊາແລະເຄື່ອງສັຕບູຊາໃຫ້ປະຊາຊົນ ແລະເຂົາຈະຕ້ອງຄອຍເຝົ້າປະຊາຊົນ ເພື່ອຈະຮັບໃຊ້ເຂົາທັງຫລາຍ 12 ເພາະເຂົາທັງຫລາຍໄດ້ປົນນິບັດປະຊາຊົນຢູ່ຫນ້າຮູບເຄົາຣົບຂອງເຂົາ ຈຶ່ງກາຍເປັນສິ່ງສະດຸດໃຫ້ທຳບາບຜິດແກ່ເຊື້ອສາຍອິສຣາເອນ ພຣະຜູ້ເປັນເຈົ້າກ່າວວ່າ ເຫດສັນນັ້ນເຣົາຈຶ່ງໄດ້ປະຕິຍານດ້ວຍເຣື່ອງເຂົາທັງຫລາຍວ່າ ເຂົາທັງຫລາຍຈະຕ້ອງໄດ້ຮັບໂທດຂອງເຂົາ 13 ຢ່າໃຫ້ເຂົາທັງຫລາຍເຂົ້າມາໃກ້ເຣົາ ເພື່ອຈະຮັບໃຊ້ເຮົາໃນຕຳແຫນ່ງປະໂຣຫິດ ຫລືເຂົ້າມາໃກ້ສິ່ງສັກສິດທັງຫລາຍຂອງເຣົາແລະສິ່ງຊຶ່ງສັກສິດທີ່ສຸດນັ້ນ ແຕ່ເຂົາຕ້ອງທົນຮັບຄວາມອັບອາຍຂາຍຫນ້າ ເພາະສິ່ງອັນຫນ້າກຽດຊັງຊຶ່ງເຂົາໄດ້ກະທຳນັ້ນ 14 ແຕ່ເຖິງປານນັ້ນເຂົາຈະກຳນົດໃຫ້ເຂົາເປັນຜູ້ດູແລພຣະວິຫານ ໃຫ້ກະທຳບໍຣິການທັງສິ້ນແລະກະທຳສິ່ງທີ່ຕ້ອງກະທຳໃນພຣະວິຫານນັ້ນທັງສິ້ນ 15 “ແຕ່ປະໂຣຫິດຄົນເລວີ ບັນດາບຸດຂອງຊາໂດກ ຜູ້ຍັງດູແລສະຖານນະມັສການຂອງເຮົາ ເມື່ອຄົນອິສຣາເອນຫລົງໄປຈາກເຮົານັ້ນ ພຣະຜູ້ເປັນເຈົ້າກ່າວວ່າ ໃຫ້ເຂົາເຂົ້າມາໃກ້ເຣົາເພື່ອບົວລະບັດເຣົາ ແລະໃຫ້ຄອຍຮັບໃຊ້ເຣົາທີ່ຈະຖວາຍໄຂມັນແລະເລືອດ 16 ເຂົາຈະເຂົ້າມາໃນສະຖານນະມັສການຂອງເຮົາໄດ້ ແລະໃຫ້ເຂົາເຂົ້າມາໃກ້ໂຕະຂອງເຮົາເພື່ອຈະບົວລະບັດເຣົາ ແລະໃຫ້ເຂົາຮັກສາຫນ້າທີ່ການທີ່ເຣົາຝາກກັບເຂົາ 17 ເມືອ່ເຂົາເຂົ້າປະຕູລານຊັ້ນໃນນັ້ນ ໃຫ້ເຂົາສວມເສື້ອຜ້າປ່ານເນື້ອລະອຽດ ຢ່າໃຫ້ເຂົາມີສິ່ງໃດທີ່ທຳດ້ວຍຂົນແກະເລີຍ ຂນະເມື່ອເຂົາທຳການບົວລະບັດຢູ່ທີ່ປະຕູລານຊັ້ນໃນ ແລະຢູ່ຂ້າງໃນ 18 ໃຫ້ເຂົາຄຽນຜ້າປ່ານໄວ້ຫນືອຫົວ ແລະໃສ່ສົ້ງຜ້າປ່ານພຽງແອວ ຢ່າໃຫ້ເຂົາຄາດຕົວດ້ວຍສິ່ງໃດທີ່ໃຫ້ມີເຫື່ອ 19 ແລະເມື່ອເຂົາອອກໄປຍັງລານນອກເພື່ອໄປຫາປະຊາຊົນ ໃຫ້ເຂົາແກ້ເສື້ອຜ້າຊຸດທີ່ບົວລະບັດງານນັ້ນອອກເສັຽ ແລະວາງໄວ້ເສັຽໃນຫ້ອງບໍຣິສຸດ ແລ້ວຈຶ່ງໃສ່ເສື້ອຜ້າອື່ນ ຢ້ານວ່າເຂົາຈະນຳຄວາມ ບໍຣິສຸດສັກສິດໄປຕິດຕໍ່ກັບປະຊາຊົນດ້ວຍເສື້ອຜ້າຂອງເຂົາ 20 ຢ່າໃຫ້ເຂົາແຖຫົວ ຫລືປ່ອຍຜົມຕົນໃຫ້ຍາວ ໃຫ້ເຂົາຮັກສາໄວ້ໃຫ້ຍາວພໍດີພໍງາມ 21 ເມື່ອປະໂຣຫິດເຂົ້າໄປໃນລານຊັ້ນໃນຈະດື່ມເຫລົ້າອະງຸ່ນບໍ່ໄດ້ 22 ຢ່າໃຫ້ປະໂຣຫິດແຕ່ງງານກັບຍິງຫມ້າຍຫລືຍິງທີ່ຖືກຢ່າຮ້າງແລ້ວ ແຕ່ໃຫ້ແຕ່ງງານກັບຍິງພົມມະຈາຣີເຊື້ອສາຍຄອບຄົວອິສຣາເອນ ຫລືຍິງຫມ້າຍຊຶ່ງເປັນຍິງຫມ້າຍຂອງປະໂຣຫິດ 23 ເຂົາທັງຫລາຍຈະຕ້ອງສັ່ງສອນໄພ່ພົນຂອງເຮົາເຖິງຄວາມແຕກຕ່າງລະຫວ່າງສິ່ງຂອງບໍຣິສຸດແລະສິ່ງຂອງຖ່ອຍຮ້າຍ ແລະສຳແດງໃຫ້ເຂົາສັງເກດໄດ້ວ່າສິ່ງໃດເປັນມົນທິນແລະສິ່ງໃດບໍ່ເປັນມົນທິນ 24 ຖ້າມີຄະດີ ເຂົາຈະຕ້ອງກະທຳຫນ້າທີ່ຜູ້ພິພາກສາ ແລະເຂົາຈະຕ້ອງພິພາກສາຕາມກົດຫມາຍຂອງເຣົາ ໃນງານາເທສການຕາມກຳນົດຂອງເຮົານັ້ນເຂົາຈະຕ້ອງຮັກສາກົດແລະກົດເກນຂອງເຮົາແລະເຂົາຈະຕ້ອງຮັກສາວັນສະບາໂຕຂອງເຮົາໃຫ້ບໍຣິສຸດ 25 ຢ່າໃຫ້ເຂົາກະທຳຕົວໃຫ້ເປັນມົນທິນດ້ວຍເຂົ້າໄປໃກ້ຜູ້ຕາຍເວັ້ນແຕ່ເປັນບິດາຫລືມານດາ ຫລືບຸດຊາຍຫລືບຸດຍິງ ຫລືພີ່ນ້ອງຜູ້ຊາຍ ຫລືພີ່ນ້ອງຜູ້ຍິງທີ່ບໍ່ມີສາມີ ກໍຈະກະທຳຕົວໃຫ້ເປັນມົນທິນໄດ້ 26 ຫລັງຈາກທີ່ເຂົາຮັບການຊຳຮະແລ້ວ ມີກຳນົດອີກເຈັດວັນ 27 ພຣະຜູ້ເປັນເຈົ້າກ່າວວ່າ ໃນວັນທີ່ເຂົາເຂົ້າໄປໃນທີ່ນະມັສການ ຄືທີ່ລານຊັ້ນໃນເພື່ອຈະບົວລະບັດຢູ່ໃນທີ່ນະມັສການ ເຂົາຈະຕ້ອງຖວາຍເຄື່ອງບູຊາໄຖ່ບາບເສັຽກ່ອນ 28 “ເຂົາຈະບໍ່ມີມໍຣະດົກຕົກທອດ ເຮົາເປັນມໍຣະດົກຂອງເຂົາ ແລະເຈົ້າບໍ່ຕ້ອງໃຫ້ເຂົາຖືກຳມະສິດໃດໆໃນອິສຣາເອນ ເຮົາເປັນກຳມະສິດຂອງເຂົາ 29 ໃຫ້ເຂົາຮັບປະທານເຄື່ອງທັນຍາບູຊາ ເຄື່ອງບູຊາໄຖ່ບາບ ແລະເຄື່ອງບູຊາໄຖ່ຄວາມຜິດ ແລະທຸກສິ່ງທີ່ຖວາຍໄວ້ໃນອິສຣາເອນເປັນຂອງເຂົາທັງຫລາຍ 30 ແລະຫມາກໄມ້ດີທີ່ສຸດຂອງຫມາກໄມ້ຣຸ່ນແຣກທຸກຊະນິດແລະຂອງຖວາຍທຸກຊະນິດຈາກເຄື່ອງຖວາຍບູຊາທັງສິ້ນຂອງເຈົ້າຈະເປັນຂອງບັນດາປະໂຣຫິດທັງຫລາຍ ເຈົ້າຈົ່ງມອບແປ້ງຜົນແຣກຂອງເຈົ້າໃຫ້ແກ່ປະໂຣຫິດ ເພື່ອວ່າພຣະພອນຈະມີຢູ່ເຫນືອຄົວເຮືອນຂອງເຈົ້າ 31 ປະໂຣຫິດຈະຕ້ອງບໍ່ຣັບປະທານສິ່ງໃດໆບໍ່ວ່າຈະເປັນນົກຫລືສັດທີ່ຕາຍເອງຫລືຖືກຈີກກັດຕາຍ
ການແບ່ງແຜ່ນດິນແລະເຄື່ອງຊັ່ງຕວງ ທີ່ທ່ຽງຕົງ
1 “ເມື່ອເຈົ້າແບ່ງແຜ່ນດິນໃຫ້ເປັນກຳມະສິດນັ້ນ ເຈົ້າຈົ່ງຖວາຍທີ່ດິນສ່ວນນຶ່ງໄວ້ເພື່ອພຣະຜູ້ເປັນເຈົ້າໃຫ້ເປັນເມືອງບໍຣິສຸດຍາວສອງຫມື່ນຫ້າພັນສອກ ແລະກວ້າງສອງຫມື່ນສອກ ຈະເປັນທີ່ບໍຣິສຸດຕລອດບໍຣິເວນນັ້ນ 2 ໃນບໍຣິເວນນີ້ໃຫ້ມີທີ່ສີ່ຫລ່ຽມຕອນນຶ່ງຍາວຫ້າຮ້ອຍ ກວ້າງຫ້າຮ້ອຍສອກສຳລັບສະຖານນະມັສການໃຫ້ມີບໍຣິເວນເປົ່າຫວ່າງໄວ້ໂດຍຮອບອີກຫ້າສິບສອກ 3 ໃນເມືອງບໍຣິສຸດນັ້ນ ເຈົ້າຈົ່ງແທກສ່ວນນຶ່ງອອກ ຍາວສອງຫມື່ນຫ້າພັນສອກ ກວ້າງນຶ່ງຫມື່ນສອກ ໃນບໍຣິເວນນີ້ໃຫ້ເປັນທີ່ຕັ້ງຂອງສະຖານນະມັສການ ຄືທີ່ບໍຣິສຸດທີ່ສຸດ 4 ໃຫ້ເປັນສ່ວນແຜ່ນດິນທີ່ບໍຣິສຸດ ໃຫ້ເປັນຂອງປະໂຣຫິດ ຜູ້ບົວລະບັດຢູ່ໃນສະຖານນະມັສການ ແລະເຂົ້າໃກ້ພຣະຜູ້ເປັນເຈົ້າເພື່ອຈະປົນນິບັດພຣະອົງ ໃຫ້ເປັນທີ່ສຳລັບປູກບ້ານເຮືອນຂອງເຂົາ ແລະເປັນທີ່ບໍຣິສຸດສຳລັບສະຖານນະມັສການ 5 ອີກສ່ວນນຶ່ງຊຶ່ງຍາວສອງຫມື່ນຫ້າພັນສອກແລະກວ້າງນຶ່ງຫມື່ອນສອກນັ້ນເປັນທີ່ຂອງຄົນເລວີຜູ້ບົວລະບັດຢູ່ທີ່ພຣະວິຫານໃຫ້ເປັນກຳມະສິດຂອງເຂົາ ທີ່ຈະສ້າງເມືອງເພື່ອອາໄສຢູ່ 6 “ໃກ້ໆກັບສ່ວນທີ່ຕັ້ງໄວ້ເປັນເມືອງບໍຣິສຸດນັ້ນ ເຈົ້າຈະຕ້ອງກຳນົດທີ່ດິນບ່ອນນຶ່ງກວ້າງຫ້າພັນສອກ ຍາວສອງຫມື່ອນຫ້າພັນສອກໃຫ້ເປັນກຳມະສິດຂອງເມືອງ ໃຫ້ເປັນຂອງເຊື້ອສາຍອິສຣາເອນທັງຫມົດ 7 “ແຜ່ນດິນທັງສອງຂ້າງຂອງເມືອງບໍຣິສຸດແລະສ່ວນຂອງເມືອງນັ້ນ ໃຫ້ຍົກເປັນທີ່ດິນຂອງເຈົ້ານາຍຄຽງຂ້າງກັບເມືອງບໍຣິສຸດ ແລະສ່ວນຂອງເມືອງດ້ານຕາເວັນຕົກແລະຕາເວັນອອກມີສ່ວນຍາວເທົ່າກັບສ່ວນທີ່ຍົກໃຫ້ຄົນເຜົ່ານຶ່ງ ຍາວອອກໄປຕາມທາງຕາເວັນຕົກແລະທາງຕາເວັນອອກຂອງເຂດແດນແຜ່ນດິນ 8 ໃຫ້ເປັນສ່ວນຂອງເຈົ້ານາຍໃນອິສຣາເອນ ແລະເຈົ້ານາຍຂອງເຮົາຈະບໍ່ບີບຄັ້ນປະຊາຊົນຂອງເຮົາອີກ ແຕ່ເຈົ້ານາຍເຫລົ່ານັ້ນຈະຍອມໃຫ້ເຊື້ອສາຍອິສຣາເອນໄດ້ແຜ່ນດິນຕາມສ່ວນເຜົ່າຂອງຕົນ 9 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ໂອ ບັນດາເຈົ້ານາຍແຫ່ງອິສຣາເອນເອີຍ, ພໍເຖີດ ຈົ່ງຖິ້ມການທາຣຸນແລະການບີບຄັ້ນເສັຽແລະກະທຳຄວາມຍຸດຕິທັມແລະຄວາມຊອບທັມ ພຣະຜູ້ເປັນເຈົ້າກ່າວ ຈົ່ງເລີກການຂັບໄລ່ປະຊາຊົນຂອງເຮົາໃຫ້ອອກຈາກທີ່ດິນອັນເປັນກຳມະສິດຂອງເຂົາເສັຽ 10 “ເຈົ້າຈົ່ງມີຕາຊັ່ງ ເອຟາແລະບັທທີ່ທ່ຽງຕົງ 11 ເອຟາແລະບັທນັ້ນໃຫ້ເປັນຂະຫນາດດຽວກັນ ນຶ່ງບັທເທົ່າກັບນຶ່ງໃນສິບຂອງໂຮເມີ ແລະເອຟາກໍເທົ່າກັບນຶ່ງໃນສິບຂອງໂຮເມີ ໃຫ້ໂຮເມີເປັນເຄື່ອງວັດມາຕຖານ 12 ເຊເກລນຶ່ງມີຊາວເກຣາ ນ້ຳຫນັກຫ້າເຊເກລກໍໃຫ້ເປັນຫ້າເຊເກລ ສິບເຊເກລກໍໃຫ້ເປັນສິບເຊເກລ ແລະມາເນຂອງເຈົ້າກໍໃຫ້ມີຫ້າສິບເຊເກລ
ບັນດາຂອງຖວາຍ
13 “ຕໍ່ໄປນີ້ເປັນກຳນົດຂອງຖວາຍທີ່ເຈົ້າທັງຫລາຍຈະຕ້ອງຖວາຍ ຄືເຂົ້າບເລໂຣເມີນຶ່ງໃຫ້ຖວາຍນຶ່ງໃນຫົກເອຟາ ເຂົ້າເດື່ອຍໂຮເມີນຶ່ງໃຫ້ຖວາຍນຶ່ງໃນຫົກຂອງເອຟາ 14 ແລະສ່ວນກຳນົດປະຈຳຂອງນ້ຳມັນ ນ້ຳມັນໂກຣ໌ ນຶ່ງຖວາຍນຶ່ງໃນສິບຂອງບັທ (ໂກຣ໌ກໍເຫມືອນໂຣເມີ ເທົ່າກັບສິບບັທ) 15 ແກະຝູງສອງຮ້ອຍໂຕກໍໃຫ້ຖວາຍໂຕນຶ່ງ ຈາກບັນດາຄອບຄົວອິສຣາເອນ ພຣະຜູ້ເປັນເຈົ້າກ່າວວ່າ ນີ້ແຫລະເປັນຂອງຖວາຍສຳລັບທັນຍາບູຊາ ເຄື່ອງເຜົາບູຊາ ແລະສານຕິບູຊາ ເພື່ອທຳການລົບມົນທິນໃຫ້ເຂົາທັງຫລາຍ 16 ໃຫ້ປະຊາຊົນທັງສິ້ນແຫ່ງແຜ່ນດິນນີ້ມອບຂອງຖວາຍເຫລົ່ານີ້ແກ່ເຈົ້ານາຍແຫ່ງອິສຣາເອນ 17 ໃຫ້ເປັນຫນ້າທີ່ຂອງເຈົ້ານາຍທີ່ຈະຈັດ ເຄື່ອງເຜົາບູຊາ ທັນຍາບູຊາ ເຄື່ອງດື່ມບູຊາ ໃນງານເທສການທັງຫລາຍໃນວັນຂຶ້ນຄ່ຳແລະສະບາໂຕ ໃນງານເທສການທີ່ກຳນົດໄວ້ຂອງເຊື້ອສາຍອິສຣາເອນທັງສິ້ນ ໃຫ້ເຂົາຈັດເຄື່ອງບູຊາໄຖ່ບາບ ທັນຍາບູຊາ ເຄື່ອງເຜົາບູຊາ ແລະສານຕິບູຊາ ເພື່ອກະທຳການລົບບາບໃຫ້ແກ່ເຊື້ອສາຍອິສຣາເອນ
ສລອງເທສການ
18 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ໃນວັນທີ່ນຶ່ງຂອງເດືອນທີ່ນຶ່ງ ເຈົ້າຈົ່ງເອົາງົວຫນຸ່ມທີ່ປາສຈາກຕຳຫນິໂຕນຶ່ງ ແລະເຈົ້າຈົ່ງຊຳຮະສະຖານນະມັສການເສັຽ 19 ໃຫ້ປະໂຣຫິດເອົາເລືອດຂອງເຄື່ອງບູຊາໄຖ່ບາບມາ ແລະຈົ່ງຊິດໃສ່ທີ່ເສົາປະຕູພຣະວິຫານ ທີ່ຂັ້ນສີ່ແຈຂອງແທ່ນບູຊາ ແລະເທິງເສົາປະຕູຂອງລານຊັ້ນໃນ 20 ໃນວັນທີ່ເຈັດຂອງເດືອນນັ້ນເຈົ້າຈົ່ງກະທຳເຊັ່ນດຽວກັນ ເພື່ອຜູ້ນຶ່ງຜູ້ໃດທີ່ກະທຳບາບດ້ວຍຄວາມເຜີພັ້ງຫລືຄວາມຮູ້ເທົ່າບໍ່ເຖິງການ ເພື່ອວ່າເຈົ້າຈະໄດ້ກະທຳການລົບມົນທິນພຣະວິຫານ 21 “ໃນວັນທີ່ສິບສີ່ຂອງເດືອນຕົ້ນ ເຈົ້າຈົ່ງສລອງເທສການປັສຄາ ຈົ່ງຮັບປະທານເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງຕລອດເທສການເຈັດວັນ 22 ໃນວັນນັ້ນໃຫ້ເຈົ້ານາຍຈັດຫາງົວຫນຸ່ມໂຕນຶ່ງສຳລັບຕົນເອງແລະປະຊາຊົນທັງສິ້ນ ເພື່ອເປັນເຄື່ອງບູຊາໄຖ່ບາບ 23 ແລະໃນເຈັດວັນທີ່ມີເທສການລ້ຽງໃຫ້ເຈົ້ານາຍຈັດຫາງົວຫນຸ່ມເຈັດໂຕກັບແກະເຖິກເຈັດໂຕທີ່ປາສຈາກຕຳຫນິ ໃຫ້ເປັນເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າທຸກໆວັນຕລອດເຈັດວັນນັ້ນແລະຈັດຫາແບ້ເຖິກໂຕນຶ່ງທຸກວັນໃຫ້ເປັນເຄື່ອງບູຊາໄຖ່ບາບ 24 ແລະໃຫ້ເຈົ້ານາຍຈັດຫາທັນຍາບູຊາເອຟານຶ່ງຄູ່ກັບງົວເຖິກນຶ່ງ ແລະເອຟານຶ່ງຄູ່ກັບແກະເຖິກນຶ່ງ ແລະນ້ຳມັນນຶ່ງຮິນຕໍ່ແປ້ງທຸກເອຟາ 25 ໃນວັນທີ່ສິບຫ້າຂອງເດືອນທີ່ເຈັດ ແລະໃນເທສການລ້ຽງທັງເຈັດວັນ ໃຫ້ທ່ານຈັດຫາຂອງເຊັ່ນດຽວກັນສຳລັບເປັນເຄື່ອງບູຊາໄຖ່ບາບ ເຄື່ອງເຜົາບູຊາ ທັນຍາບູຊາ ແລະເຄື່ອງນ້ຳມັນ
1 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ປະຕູລານຊັ້ນໃນທີ່ຫັນຫນ້າໄປທິດຕາເວັນອອກນັ້ນໃຫ້ປິດຢູ່ໃນວັນທຳງານຫົກວັນ ແຕ່ໃນວັນສະບາໂຕນັ້ນໃຫ້ເປີດ ແລະໃນວັນຂຶ້ນຄ່ຳນຶ່ງກໍໃຫ້ເປີດ 2 ຝ່າຍເຈົ້ານາຍນັ້ນໃຫ້ເຂົ້າມາຈາກຂ້າງນອກທາງຫ້ອງໂຖງຂອງຫໍປະຕູ ແລະໃຫ້ມາຢືນຢູ່ທີ່ເສົາປະຕູ ໃຫ້ປະໂຣຫິດຖວາຍເຄື່ອງເຜົາບູຊາ ແລະເຄື່ອງສານຕິບູຊາຂອງທ່ານ ແລະທ່ານຈະນະມັສການຢູ່ທີ່ປະຕູໃຫຍ່ ແລ້ວທ່ານຈະອອກໄປ ແຕ່ຢ່າປິດປະຕູນັ້ນຈົນກວ່າຈະເຖິງເວລາຄ່ຳ 3 ປະຊາຊົນຈະນະມັສການຕໍ່ພຣະຜູ້ເປັນເຈົ້າທີ່ທາງເຂົ້າປະຕູນັ້ນ ໃນວັນສະບາໂຕແລະໃນວັນຂຶ້ນຄ່ຳ 4 ເຄື່ອງເຜົາບູຊາທີ່ເຈົ້ານາຍຖວາຍແດ່ພຣະຜູ້ເປັນເຈົ້າໃນວັນສະບາໂຕນັ້ນ ຄືລູກແກະປາສຈາກຕຳຫນິຫົກໂຕ ແລະແກະເຖິກປາສຈາກຕຳຫນິໂຕນຶ່ງ 5 ແລະທັນຍາບູຊາທີ່ຄູ່ກັບແກະນັ້ນຄືແປ້ງເອຟານຶ່ງ ແລະທັນຍາບູຊາທີ່ຄູ່ກັບລູກແກະນັ້ນກໍສຸດແທ້ແຕ່ທີ່ທ່ານຈະສາມາດຈະຖວາຍໄດ້ ພ້ອມກັບນ້ຳມັນຮິນນຶ່ງຕໍ່ແປ້ງນຶ່ງເອຟາ 6 ໃນວັນຂຶ້ນຄ່ຳທ່ານຈະຖວາຍງົວຫນຸ່ມປາສຈາກຕຳຫນິໂຕນຶ່ງ ແລະລູກແກະຫົກໂຕກັບແກະເຖິກໂຕນຶ່ງ ຊຶ່ງຕ້ອງປາສຈາກຕຳຫນິ 7 ສ່ວນທັນຍາບູຊານັ້ນທ່ານຈະຈັດແປ້ງນຶ່ງເອຟາຄູ່ກັບງົວເຖິກໂຕນຶ່ງນັ້ນ ແລະນຶ່ງເອຟາຄູ່ກັບແກະເຖິກໂຕນຶ່ງ ແລະຄູ່ກັບລູກແກະທ່ານຈະຈັດຕາມທີ່ສາມາດຈັດໄດ້ ພ້ອມກັບນ້ຳມັນນຶ່ງຮິນຕໍ່ແປ້ງນຶ່ງເອຟາ 8 ເມື່ອເຈົ້ານາຍເຂົ້າມາທ່ານຈະເຂົ້າໄປທາງຫ້ອງໂຖງຂອງຫໍປະຕູແລະກັບອອກໄປຕາມທາງດຽວກັນນັ້ນ 9 “ເມື່ອປະຊາຊົນເຂົ້າມາຕໍ່ພຣະພັກພຣະຜູ້ເປັນເຈົ້າ ໃນເທສການລ້ຽງຕາມກຳນົດ ຜູ້ທີ່ເຂົ້າມາທາງປະຕູເຫນືອເພື່ອນະມັສການຈະຕ້ອງກັບອອກໄປທາງປະຕູໃຕ້ ແລະຜູ້ທີ່ເຂົ້າມາທາງປະຕູໃຕ້ ຈະຕ້ອງກັບອອກໄປທາງປະຕູເຫນືອ ຢ່າໃຫ້ໃຜກັບທາງປະຕູຕາມທີ່ເຂົາເຂົ້າມາ ແຕ່ໃຫ້ທຸກຄົນອອກຊື່ໄປຂ້າງຫນ້າ 10 ເມື່ອປະຊາຊົນເຂົ້າໄປ ເຈົ້ານາຍຈະເຂົ້າໄປພ້ອມກັນດ້ວຍ ແລະເມື່ອປະຊາຊົນອອກໄປ ເຈົ້ານາຍຈະອອກໄປດ້ວຍ 11 “ທັນຍາບູຊາທີ່ໃຊ້ໃນເທສການລ້ຽງແລະເທສການທີ່ກຳນົດນັ້ນ ໃຫ້ເປັນເອຟານຶ່ງຄູ່ກັບງົວຫນຸ່ມໂຕນຶ່ງ ແລະຄູ່ກັບແກະເຖິກກໍເອຟານຶ່ງ ແລະຄູ່ກັບລູກແກະກໍຕາມແຕ່ສາມາດຈະຖວາຍໄດ້ ພ້ອມກັບນ້ຳມັນຮິນນຶ່ງຕໍ່ແປ້ງນຶ່ງເອຟານຶ່ງ 12 ເມື່ອເຈົ້ານາຍຖວາຍເຄື່ອງບູຊາຕາມໃຈສມັກ ຈະເປັນເຄື່ອງເຜົາບູຊາ ຫລືສານຕິບູຊາ ເປັນເຄື່ອງບູຊາຕາມໃຈສມັກຖວາຍແດ່ພຣະຜູ້ເປັນເຈົ້າ ໃຫ້ເປີດປະຕູທີ່ປິ່ນຫນ້າໄປທາງທິດຕາເວັນອອກໃຫ້ທ່ານ ແລະທ່ານຈະຖວາຍເຄື່ອງເຜົາບູຊາ ຫລືສານຕິບູຊາຂອງທ່ານຢ່າງທີ່ທ່ານທຳໃນວັນສະບາໂຕແລ້ວທ່ານຈະອອກໄປ ເມື່ອທ່ານອອກໄປແລ້ວກໍໃຫ້ປິດປະຕູເສັຽ 13 “ທ່ານຈະຈັດການຫາລູກແກະໂຕນຶ່ງອາຍຸນຶ່ງປີປາສຈາກຕຳຫນິຖວາຍເປັນເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າເປັນປະຈຳວັນ ທ່ານຈະຈັດຫາທຸກໆເຊົ້າ 14 ແລະທ່ານຈະຈັດຫາເຄື່ອງທັນຍາບູຊາຄູ່ກັນທຸກໆເຊົ້ານຶ່ງໃນຫົກຂອງເອຟາ ແລະນ້ຳມັນນຶ່ງໃນສາມຂອງຮິນເພື່ອປົນແປ້ງໃຫ້ຊຸ່ມໃຫ້ເປັນທັນຍາບູຊາແດ່ພຣະຜູ້ເປັນເຈົ້າ ນີ້ເປັນລະບຽບຕລອດໄປເປັນນິດ 15 ດັ່ງນີ້ແຫລະຈະຕ້ອງຈັດຫາລູກແກະແລະເຄື່ອງທັນຍາບູຊາ ພ້ອມກັບນ້ຳມັນທຸກໆເຊົ້າ ເພື່ອເປັນເຄື່ອງເຜົາບູຊາຕລອດໄປເປັນນິດ 16 “ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ຖ້າເຈົ້ານາຍນຳເອົາສ່ວນນຶ່ງຂອງມໍຣະດົກຂອງທ່ານມາມອບໃຫ້ແກ່ບຸດຊາຍເປັນຂອງຂວັນ ກໍໃຫ້ຂອງນັ້ນຕົກເປັນຂອງບຸດຊາຍຂອງທ່ານໂດຍມໍຣະດົກນັ້ນເປັນຊັບສິນຂອງເຂົາຕາມມໍຣະດົກ 17 ແຕ່ຖ້າທ່ານນຳເອົາສ່ວນນຶ່ງຂອງມໍຣະດົກຂອງທານມາມອບໃຫ້ຄົນໃຊ້ຂອງທ່ານຄົນນຶ່ງເປັນຂອງຂວັນ ຂອງນັ້ນຈະເປັນຂອງຄົນໃຊ້ນັ້ນຈົນເຖິງປີອິສຣະພາບ ແລ້ວຂອງນັ້ນຈະກັບມາເປັນຂອງເຈົ້ານາຍ ສະເພາະບຸດຂອງທ່ານເທົ່ານັ້ນທີ່ຈະເກັບສ່ວນມໍຣະດົກຂອງທ່ານມາເປັນຂອງຂວັນໄດ້ 18 ນອກຈາກນັ້ນເຈົ້ານາຍຈະຍຶດສິ່ງໃດອັນເປັນມໍຣະດົກຂອງປະຊາຊົນບໍ່ໄດ້ໂດຍໄລ່ປະຊາຊົນອອກໄປ ຈາກຊັບສິນທີ່ດິນຂອງເຂົາ ທ່ານຈະຕ້ອງມອບຊັບສິນຂອງທ່ານເອງໃຫ້ເປັນມໍຣະດົກແກ່ບຸດຂອງທ່ານ ເພື່ອວ່າຈະບໍ່ມີໄພ່ພົນຂອງເຮົາຈັກຄົນນຶ່ງທີ່ຕ້ອງຖືກຂັບໄລ່ຈາກກຳມຳສິດຂອງຕົນ” 19 ແລ້ວທ່ານກໍນຳຂ້າພະເຈົ້າມາຕາມທາງເຂົ້າຊຶ່ງຢູ່ຂ້າງປະຕູ ມາຍັງຫ້ອງບໍຣິສຸດແຖວເຫນືອ ຊຶ່ງເປັນຂອງປະໂຣຫິດໃນທີ່ນັ້ນ ຂ້າພະເຈົ້າເຫັນບ່ອນນຶ່ງ ຢູ່ທາງສຸດປາຍທິດຕາເວັນຕົກ 20 ແລະທ່ານກ່າວແກ່ຂ້າພະເຈົ້າວ່າ, “ນີ້ເປັນສະຖານທີ່ຊຶ່ງປະໂຣຫິດຈະຕ້ອງຕົ້ມເຄື່ອງບູຊາໄຖ່ຄວາມຜິດແລະເຄື່ອງບູຊາໄຖ່ບາບ ແລະເປັນທີ່ຊຶ່ງເຂົາຈະປິ້ງທັນຍາບູຊາ ເພື່ອຈະບໍ່ຕ້ອງນຳອອກໄປໃນລານຊັ້ນນອກ ອັນເປັນການທີ່ຈະນຳຄວາມບໍຣິສຸດສັກສິດໄປເຖິງປະຊາຊົນ” 21 ແລ້ວທ່ານຈຶ່ງນຳຂ້າພະເຈົ້າອອກມາທີ່ລານຊັ້ນນອກ ແລະພາຂ້າພະເຈົ້າໄປທີ່ແຈມຸມທັງສີ່ຂອງລານນັ້ນ ແລະເບິ່ງແມ໋, ທີ່ແຈລານທຸກແຈກໍມີລານຢູ່ລານນຶ່ງ 22 ຄືທີ່ແຈທັງສີ່ຂອງລານ ມີລານນ້ອຍໆຍາວສີ່ສິບສອກກວ້າງສາມສິບສອກ ລານທັງສີ່ຂະຫນາດດຽວກັນ 23 ພາຍໃນຮອບລານທັງສີ່ນັ້ນມີສິ່ງທີ່ກໍ່ດ້ວຍປູນເປັນແຖວ ມີເຕົາຢູ່ທີ່ກົ້ນຂອງສິ່ງທີ່ກໍ່ນັ້ນໂດຍຮອບ 24 ແລ້ວທ່ານຈຶ່ງກ່າວແກ່ຂ້າພະເຈົ້າວ່າ, “ທີ່ເຫລົ່ານີ້ເປັນຄົວ ຊຶ່ງຜູ້ບົວລະບັດຢູ່ທີ່ພຣະວິຫານຈະຕົ້ມເຄື່ອງສັຕບູຊາຂອງປະຊາຊົນ”
ນ້ຳຈາກພຣະວິຫານຮັກສາໂຣກ
1 ແລ້ວທ່ານກໍນຳຂ້າພະເຈົ້າກັບມາທີ່ປະຕູພຣະວິຫານ ແລະເບິ່ງແມ໋, ມີນ້ຳໄຫລອອກມາຈາກໃຕ້ທໍຣະນີປະຕູພຣະວິຫານ ໄປສູ່ທາງທິດຕາເວັນອອກ (ເພາະພຣະວິຫານຫັນຫນ້າໄປທາງທິດຕາເວັນອອກ) ແລະນ້ຳໄຫລລົງມາຈາກຂ້າງລຸ່ມ ຜ່ານດ້ານໃຕ້ຂອງປະຕູພຣະວິຫານ ທິດໃຕ້ຂອງແທ່ນບູຊາ 2 ແລ້ວທ່ານຈຶ່ງນໍາຂ້າພະເຈົ້າອອກມາທາງປະຕູເຫນືອ ແລະນຳຂ້າພະເຈົ້າອ້ອມໄປພາຍນອກເຖິງປະຕູຊັ້ນນອກ ຊຶ່ງຫັນຫນ້າໄປທາງຕາເວັນອອກ ແລະນ້ຳນັ້ນອອກມາທາງດ້ານໃຕ້ 3 ຊາຍຜູ້ນັ້ນໄດ້ເດີນໄປທາງຕາເວັນອອກມີເຊືອກແທກຢູ່ໃນມື ທ່ານແທກໄດ້ນຶ່ງພັນສອກ ແລ້ວນຳຂ້າພະເຈົ້າລຸຍນ້ຳໄປ ແລະນ້ຳເລິກພຽງແຕ່ຂໍ້ຕີນ 4 ແລ້ວທ່ານກໍແທກໄດ້ອີກນຶ່ງພັນ ແລ້ວນຳຂ້າພະເຈົ້າລຸຍນ້ຳໄປແລະນ້ຳເລິກເຖິງເຂົ່າ ແລ້ວທ່ານກໍແທກໄດ້ອີກນຶ່ງພັນ ແລ້ວນຳຂ້າພະເຈົ້າລຸຍນ້ຳໄປ ນ້ຳນັ້ນເລິກພຽງແອວ 5 ແລ້ວທ່ານກໍແທກໄດ້ອີກນຶ່ງພັນ ແລະກາຍເປັນແມ່ນ້ຳທີ່ຂ້າພະເຈົ້າລຸຍຂ້າມບໍ່ໄດ້ ເພາະນ້ຳນັ້ນຂຶ້ນແລ້ວເລິກພໍທີ່ຈະລອຍໄດ້ ເປັນແມ່ນ້ຳທີ່ລຸຍຂ້າມບໍ່ໄດ້ 6 ແລະທ່ານເວົ້າກັບຂ້າພະເຈົ້າວ່າ, “ບຸດແຫ່ງມະນຸດເອີຍ, ເຈົ້າເຫັນສິ່ງນີ້ຫລື” ແລ້ວທ່ານກໍພາຂ້າພະເຈົ້າກັບມາຕາມຝັ່ງແມ່ນ້ຳ 7 ຂນະທີ່ຂ້າພະເຈົ້າກັບຄືນ ເບິ່ງແມ໋, ຂ້າພະເຈົ້າເຫັນຕົ້ນໄມ້ຫລວງຫລາຍຢູ່ທີ່ຝັ່ງແມ່ນ້ຳທັງສອງຟາກ 8 ແລະທ່ານເວົ້າກັບຂ້າພະເຈົ້າວ່າ, “ນ້ຳນີ້ໄຫລຊື່ຕົງໄປທາງທ້ອງຖິ່ນຕາເວັນອອກ ແລະໄຫລລົງໄປເຖິງອາຣາບາ ແລະເມື່ອນ້ຳໄຫລອອກມານັ້ນໄປເຖິງແມ່ນ້ຳທະເລ ນ້ຳນັ້ນກໍກັບຈືດດີ 9 ແມ່ນ້ຳນັ້ນໄປເຖິງທີ່ໃດ ສັດມີຊີວິດທີ່ຢູ່ກັນເປັນຝູງກໍຈະມີຊີວິດໄດ້ ແລະທີ່ນັ້ນມີປາຫລວງຫລາຍ ເພາະວ່ານ້ຳນີ້ໄປເຖິງທີ່ນັ້ນນ້ຳທະເລກໍຈືດ ເຫດສັນນັ້ນແມ່ນ້ຳໄປເຖິງທີ່ໃດ ທຸກສິ່ງກໍມີຊີວິດ 10 ຊາວຫາປາກໍຢືນຢູ່ທີ່ຂ້າງທະເລ ຈາກເອນເກດີເຖິງເອນເອກລາອິມ ຈະເປັນທີ່ສຳລັບກາງມອງຕາກໄວ້ ປາໃນທີ່ນັ້ນມີຫລາຍຊະນິດເຫມືອນປາໃນທະເລໃຫຍ່ 11 ແຕ່ທີ່ເປັນບຶງແລະຫນອງນ້ຳຈະບໍ່ຈືດ ຕ້ອງຖິ້ມໄວ້ໃຫ້ເປັນເກືອ 12 ຕາມຝັ່ງທັງສອງຟາກແມ່ນ້ຳ ມີຕົ້ນໄມ້ທຸກຊະນິດທີ່ໃຊ້ເປັນອາຫານ ໃບຂອງມັນຈະບໍ່ຫ່ຽວແລະຕົ້ນໄມ້ນັ້ນຈະບໍ່ຢຸດເກີດຫມາກຈັກເທື່ອ ແຕ່ຈະເກີດຫມາກໃຫມ່ທຸກເດືອນ ເພາະວ່ານ້ຳສຳລັບຕົ້ນໄມ້ນັ້ນໄຫລຈາກສະຖານນະມັສການ ຫມາກໄມ້ນັ້ນໃຊ້ເປັນອາຫານແລະໃບກໍໃຊ້ເປັນຢາ”
ເຂດແລະການແບ່ງແຜ່ນດິນ
13 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ, “ນີ້ເປັນເຂດແດນຊຶ່ງເຈົ້າຈະໃຊ້ແບ່ງແຜ່ນດິນສຳລັບມໍຣະດົກຖ້າມກາງອິສຣາເອນທັງສິບສອງເຜົ່າ ໂຢເຊັບໄດ້ສອງສ່ວນ 14 ແລະເຈົ້າຈົ່ງແບ່ງໃຫ້ເທົ່າໆກັນ ເຣົາປະຕິຍານທີ່ຈະມອບໃຫ້ແກ່ບັນພະບຸຣຸດຂອງເຈົ້າ ແລະແຜ່ນດິນນີ້ຈະຕົກແກ່ເຈົ້າເປັນມໍຣະດົກຂອງເຈົ້າ 15 “ຕໍ່ໄປນີ້ເປັນເຂດແດນຂອງແຜ່ນດິນນີ້ ດ້ານທິດເຫນືອຈາກທະເລໃຫຍ່ໄປຕາມທາງເມືອງເຮທໂລນ ເຖິງທາງເຂົ້າເມືອງເລໂບຮາມັທ ແລະຕໍ່ໄປເຖິງເມືອງເຊດາດ 16 ເມືອງເບໂຣທາ ເມືອງສິບຣາອິມ (ຊຶ່ງຢູ່ທີ່ເຂດແດນລະຫວ່າງເມືອງດາມັສກັສກັບເມືອງຮາມັທ) ຈົນເຖິງເມືອງຮາເຊີຮັດຕີໂກນ ຊຶ່ງຢູ່ທີ່ເຂດແດນເມືອງຮາອູຣານ (Hauran) 17 ດັ່ງນັ້ນ ເຂດແດນຕັ້ງແຕ່ຈາກທະເລເຖິງເມືອງຮາຊາເຣໂນນ ຊຶ່ງຢູ່ທີ່ເຂດແດນດ້ານເຫນືອຂອງເມືອງດາມັສກັສ ທາງທິດເຫນືອມີເຂດແດນຂອງເມືອງຮາມັທ ນີ້ເປັນແດນດ້ານເຫນືອ 18 “ທາງດ້ານຕາເວັນອອກ ເຂດແດນຕັ້ງແຕ່ຈາກເມືອງຮາຊາເຣໂນນ ລະຫວ່າງເມືອງຮາຣານແລະດາມັສກັສ ລະຫວ່າງກິເລອາດກັບແຜ່ນດິນອິສຣາເອນ ເລື້ອຍໄປຕາມແມ່ນ້ຳຈໍແດນ ໄປເຖິງທະເລດ້ານຕາເວັນອອກ ທ່ານທັງຫລາຍຈົ່ງແທກ ນີ້ເປັນເຂດດ້ານຕາເວັນອອກ 19 “ທາງດ້ານໃຕ້ເຂດແດນຕັ້ງແຕ່ຈາກຕາມາຣ໌ຈົນເຖິງແມ່ນ້ຳເມຣີບັທກາເດສ ແລ້ວອອກໄປຕາມລຳທານເອຢິບເຖິງທະເລໃຫຍ່ນີ້ເປັນເຂດດ້ານໃຕ້ 20 “ທາງດ້ານຕາເວັນຕົກ ທະເລໃຫຍ່ເປັນເຂດແດນຖັດໄປຈົນເຖິງເມືອງທີ່ຢູ່ກົງຂ້າມທາງເຂົ້າເມືອງຮາມັທ ນີ້ເປັນເຂດແດນດ້ານຕາເວັນຕົກ 21 “ດັ່ງນັ້ນ ເຈົ້າຈົ່ງແບ່ງແຜ່ນດິນນີ້ຖ້າມກາງເຈົ້າຕາມເຜົ່າອິສຣາເອນ 22 ເຈົ້າທັງຫລາຍຈົ່ງແບ່ງສ່ວນເປັນມໍຣະດົກຂອງຕົວເຈົ້າທັງຫລາຍ ແລະສຳລັບຄົນຕ່າງດ້າວຜູ້ອາໄສຢູ່ຖ້າມກາງເຈົ້າ ແລະບັງເກີດລູກຫລານຢູ່ຖ້າມກາງເຈົ້າ ເຂົາທັງຫລາຍຈະມີສັນຊາດອິສຣາເອນ ໃຫ້ເຂົາໄດ້ຮັບສ່ວນມໍຣະດົກຖ້າມກາງເຜົ່າອິສຣາເອນພ້ອມກັບເຈົ້າທັງຫລາຍ 23 ພຣະຜູ້ເປັນເຈົ້າກ່າວວ່າ ຄົນຕ່າງດ້າວຈະຢູ່ໃນເຂດຂອງຄົນເຜົ່າໃດກໍໄດ້ ເຈົ້າຈົ່ງກຳນົດທີ່ດິນໃຫ້ເປັນມໍຣະດົກຂອງເຂົາທີ່ນັ້ນ
1 ຕໍ່ໄປນີ້ເປັນຊື່ຂອງເຜົ່າຕ່າງໆ ຕັ້ງຕົ້ນທີ່ເຂດແດນດ້ານເຫນືອຈາກທະເລໄປຕາມທາງເຮທໂລນ ເຖີງທາງເຂົ້າເມືອງຮາມັທຈົນເຖິງຮາຊາເຣໂນນ (ຊຶ່ງຢູ່ທາງເຂດແດນດ້ານເຫນືອຂອງດາມັສກັສ ຕິດເມືອງຮາມັທ) ແລະທີ່ຕໍ່ອອກໄປຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າດານ 2 ຕິດກັບເຂດແດນຂອງດານຈາກທິດຕາເວັນອອກໄປເຖິງດ້ານທິດຕາເວັນຕົກ ເປັນສ່ວນຂອງເຜົ່າອາເຊີ 3 ຕິດກັບເຂດແດນຂອງອາເຊີຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າເນັຟທາລີ 4 ຕິດກັບເຂດແດນຂອງເນັຟທາລີຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າມານັສເຊ 5 ຕິດກັບເຂດແດນຂອງມານັສເຊຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າເອຟຣາອິມ 6 ຕິດກັບເຂດແດນເອຟຣາອິມຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າຣູເບນ 7 ຕິດກັບເຂດແດນຣູເບນຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າຢູດາ 8 “ຕິດກັບເຂດແດນຢູດາຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ຈະເປັນສ່ວນຊຶ່ງເຈົ້າຈະຕ້ອງແຍກໄວ້ຕ່າງຫາກກວ້າງສອງຫມື່ນຫ້າພັນສອກ ແລະຍາວເທົ່າກັບສ່ວນຂອງຄົນເຜົ່ານຶ່ງ ຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນທີ່ມີສະຖານນະມັສການຢູ່ກາງ 9 ສ່ວນຊຶ່ງເຈົ້າທັງຫລາຍຈະແບ່ງໄວ້ເພື່ອພຣະຜູ້ເປັນເຈົ້ານັ້ນ ໃຫ້ມີດ້ານາຍາວສອງຫມື່ນຫ້າພັນສອກ ແລະດ້ານກວ້າງສອງຫມື່ນ 10 ນີ້ຈະເປັນສ່ວນແບ່ງຂອງສ່ວນບໍຣິສຸດ ຄືປະໂຣຫິດຈະໄດ້ສ່ວນແບ່ງແທກຈາກທາງດ້ານເຫນືອໃຫ້ໄດ້ສອງຫມື່ນຫ້າພັນສອກ ທາງດ້ານຕາເວັນຕົກກວ້າງນຶ່ງຫມື່ນສອກ ທາງດ້ານຕາເວັນອອກກວ້າງນຶ່ງຫມື່ນສອກ ທາງດ້ານຕາເວັນອອກກວ້າງນຶ່ງຫມື່ນສອກ ທາງດ້ານໃຕ້ຍາວສອງຫມື່ນຫ້າພັນສອກ ມີສະຖານນະມັສການຂອງພຣະຜູ້ເປັນເຈົ້າຢູ່ກາງ 11 ສ່ວນນີ້ໃຫ້ເປັນສ່ວນຂອງປະໂຣຫິດທີ່ຊຳຮະໄວ້ໃຫ້ບໍຣິສຸດ ບຸດຂອງຊາໂດກ ຜູ້ໄດ້ຮັກສາຄຳສັ່ງຂອງເຮົາ ຜູ້ທີ່ບໍ່ໄດ້ຫລົງໄປເມື່ອປະຊາຊົນອິສຣາເອນຫລົງ ດັ່ງທີ່ຄົນເລວີກະທຳນັ້ນ 12 ແລະໃຫ້ທີ່ດິນນີ້ຕົກແກ່ເຂົາທັງຫລາຍເປັນສ່ວນນຶ່ງຈາກສ່ວນຖວາຍຂອງແຜ່ນດິນ ເປັນສະຖານທີ່ບໍຣິສຸດທີ່ສຸດ ຕິດກັບເຂດແດນຂອງຄົນເລວີ 13 ຄຽງຂ້າງກັບເຂດແດນຂອງປະໂຣຫິດນັ້ນໃຫ້ຄົນເລວີມີສ່ວນແບ່ງຍາວສອງຫມື່ນຫ້າພັນສອກ ກວ້າງນຶ່ງຫມື່ນສອກ ສ່ວນຍາວທັງສິ້ນຈະເປັນສອງຫມື່ນຫ້າພັນສອກ ແລະສ່ວນກວ້າງສອງຫມື່ນ 14 ຢ່າໃຫ້ເຂົາຂາຍຫລືແລກປ່ຽນສ່ວນນຶ່ງສ່ວນໃດເລີຍ ຢາໃຫ້ເຂົາປ່ຽນກຳມະສິດຂອງທີ່ດິນດີນີ້ ເພາະເປັນສ່ວນບໍຣິສຸດແດ່ພຣະຜູ້ເປັນເຈົ້າ 15 “ສ່ວນທີ່ເຫລືອຢູ່ຊຶ່ງກວ້າງຫ້າພັນສອກແລະຍາວສອງຫມື່ນຫ້າພັນສອກນັ້ນ ໃຫ້ເປັນທີ່ສາທາຣະນະປໂຍດຂອງເມືອງຄືໃຊ້ເປັນທີ່ຢູ່ອາໄສ ແລະໃຊ້ເປັນທົ່ງຫຍ້າ ໃຫ້ຕົວນະຄອນຢູ່ກາງ 16 ຕໍ່ໄປນີ້ເປັນຂະຫນາດຂອງດ້ານຕ່າງໆ ດ້ານເຫນືອສີ່ພັນຫ້າຮ້ອຍສອກ ດ້ານໃຕ້ສີ່ພັນຫ້າຮ້ອຍສອກ ດ້ານຕາເວັນອອກສີ່ພັນຫ້າຮ້ອຍ ແລະດ້ານຕາເວັນຕົກສີ່ພັນຫ້າຮ້ອຍ 17 ນະຄອນນັ້ນຈະຕ້ອງມີທົ່ງຫຍ້າ ທິດເຫນືອສອງຮ້ອຍຫ້າສິບສອກ ທິດໃຕ້ສອງຮ້ອຍຫ້າສິບ ແລະທິດຕາເວັນອອກສອງຮ້ອຍຫ້າສິບ ແລະທິດຕາເວັນຕົກສອງຮ້ອຍຫ້າສິບ 18 ດ້ານຍາວສ່ວນທີ່ເຫລືອຢູ່ຄຽງຂ້າງກັບສ່ວນບໍຣິສຸດນັ້ນ ທິດຕາເວັນອອກຍາວນຶ່ງຫມື່ນສອກ ແລະທິດຕາເວັນຕົກຍາວນຶ່ງຫມື່ນແລະໃຫ້ຢູ່ຄຽງຂ້າງກັບສ່ວນບໍຣິສຸດ ພືດຜົນທີ່ໄດ້ໃນສ່ວນນີ້ໃຫ້ເປັນອາຫານຂອງຄົນງານໃນນະຄອນນັ້ນ 19 ຄົນງານຂອງນະຄອນນັ້ນຊຶ່ງມາຈາກອິສຣາເອນທຸກເຜົ່າໃຫ້ເຂົາເປັນຄົນໄຖທີ່ດິນຕອນນີ້ 20 ສ່ວນເຕັນຊຶ່ງເຈົ້າຈະຕ້ອງແບ່ງອອກໄວ້ນັ້ນໃຫ້ເປັນສີ່ຫລ່ຽມດ້ານລະສອງຫມື່ນຫ້າພັນສອກ ນັ້ນຄືສ່ວນບໍຣິສຸດຮວມກັບສ່ວນຂອງຕົວນະຄອນ 21 “ສ່ວນທີ່ເຫລືອຢູ່ທັງສອງຂ້າງຂອງສ່ວນບໍຣິສຸດແລະສ່ວນຂອງຕົວນະຄອນ ໃຫ້ຕົກເປັນຂອງເຈົ້ານາຍ ຕໍ່ຈາກສ່ວນບໍຣິສຸດຊຶ່ງຍາວສອງຫມື່ນຫ້າພັນສອກໄປຍັງເຂດແດນຕາເວັນອອກ ແລະທາງດ້ານຕາເວັນຕົກຈາກສອງຫມື່ນຫ້າພັນສອກໄປຍັງເຂດແດນຕາເວັນຕົກ ລຽບໄປກັບສ່ວນຂອງເຜົ່າ ສ່ວນນີ້ໃຫ້ຕົກເປັນຂອງເຈົ້ານາຍ ສ່ວນບໍຣິສຸດພ້ອມກັບສະຖານນະມັສການຂອງພຣະວິຫານນັ້ນຢູ່ຖ້າມກາງ 22 ນອກຈາກສ່ວນທີ່ຕົກເປັນຂອງຄົນເລວີ ແລະສ່ວນຂອງນະຄອນນັ້ນ ຊຶ່ງຢູ່ກາງສ່ວນອັນຕົກເປັນຂອງເຈົ້ານາຍ ລະຫວ່າງເຂດແດນຢູດາແລະເຂດແດນເບັນຢາມິນ ໃຫ້ເປັນສ່ວນຂອງເຈົ້ານາຍທັງຫມົດ 23 ເຜົ່າຄົນທີ່ເຫລືອຢູ່ນັ້ນ ຈາກດ້ານຕາເວັນອອກໄປດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າເບັນຢາມິນ 24 ຕິດກັບເຂດແດນຂອງເບັນຢາມິນຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າຊີເມໂອນ 25 ຕິດກັບເຂດແດນຂອງຊີເມໂອນ ຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າອິສຊາຄາ 26 ຕິດກັບເຂດແດນຂອງອິສຊາຄາຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າເຊບູລຸນ 27 ຕິດກັບເຂດແດນຂອງເຊບູລຸນ ຈາກດ້ານຕາເວັນອອກໄປເຖິງດ້ານຕາເວັນຕົກ ເປັນສ່ວນຂອງເຜົ່າກາດ 28 ຕິດກັບເຂດແດນຂອງກາດທາງທິດໃຕ້ດເຂດແດນນັ້ນຈະຕໍ່ອອກຈາກເມືອງຕາມາຣ໌ ຈາກເຂດນ້ຳເມຣີບັທກາເດສ ແລ້ວເລີຍໄປຕາມລຳທານເອຢິບເຖິງທະເລໃຫຍ່ 29 ນີ້ເປັນບ່ອນຊຶ່ງເຈົ້າຈະແບ່ງໃຫ້ເປັນມໍຣະດົກຖ້າມກາງເຜົ່າຕ່າງໆຂອງອິສຣາເອນ ນີ້ເປັນສ່ວນຕ່າງໆຂອງເຂົາທັງຫລາຍ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 30 “ຕໍ່ໄປນີ້ເປັນທາງອອກຂອງນະຄອນທາງດ້ານເຫນືອຊຶ່ງແທກໄດ້ສີ່ພັນຫ້າຮ້ອຍສອກ 31 ມີປະຕູສາມປະຕູ ປະຕູຂອງຣູເບນ ປະຕູຂອງຢູດາ ປະຕູຂອງເລວີ ປະຕູນະຄອນນັ້ນຕັ້ງຊື່ຕາມຊື່ເຜົ່າຄົນອິສຣາເອນ 32 ທາງດ້ານຕາເວັນອອກຊຶ່ງຍາວສີ່ພັນຫ້າຮ້ອຍສອກ ມີປະຕູສາມປະຕູ ຄືປະຕູຂອງຊີເມໂອນ ປະຕູຂອງອິສຊາຄາ ປະຕູຂອງເຊບຸລູນ 33 ທາງດ້ານໃຕ້ຊຶ່ງແທກໄດ້ສີ່ພັນຫ້າຮ້ອຍສອກ ມີປະຕູສາມປະຕູ ຄືປະຕູຂອງຊີເມໂອນ ປະຕູຂອງອິສຊາຄາ ປະຕູຂອງເຊບູລູນ 34 ທາງດ້ານຕາເວັນຕົກຊຶ່ງຍາວສີ່ພັນຮ້ອຍສອກ ມີປະຕູສາມປະຕູ ຄື ປະຕູຂອງກາດ ປະຕູຂອງເນັຟທາລີ 35 ແທກຮອບນະຄອນນັ້ນໄດ້ນຶ່ງຫມື່ນແປດພັນສອກ ຕັ້ງແຕ່ນີ້ໄປນະຄອນມີຊື່ວ່າ ພຣະຜູ້ເປັນເຈົ້າສະຖິດທີ່ນັ້ນ”
ເຍົາວະຊົນອິສຣາເອນທີ່ຣາຊສຳນັກ ເນບຸກາດເນສຊາ
1 ໃນປີທີ່ສາມແຫ່ງຣາຊການເຢຮົວອາກີມ ກະສັດຣາຊອານາຈັກຢູດາ ເນບຸກາດເນສຊາກະສັດຣາຊອານາຈັກບາບິໂລນ ໄດ້ເຂົ້າໂຈມຕີກຸງເຢຣູຊາ ເລັມແລະໄດ້ລ້ອມເມືອງໄວ້ 2 ພຣະຜູ້ເປັນເຈົ້າໄດ້ຊົງໃຫ້ເນບຸກາດເນສຊາ ຈັບເອົາກະສັດເຢຮົວອາກິມ ແລະຍຶດເອົາສິ່ງຂອງບາງຢ່າງຈາກຄັງພຣະວິຫານ ແລ້ວເນບຸກາດເນສຊາໄດ້ເອົາພວກຊະເລີຍໄປຍັງບາບີໂລນ ແລະເອົາສິ່ງຂອງທີ່ຍຶດໄດ້ນັ້ນໄປເກັບມ້ຽນໄວ້ໃນພຣະຄັງ 3 ພຣະອົງໄດ້ຊົງສັ່ງໃຫ້ຫົວຫນ້າຂັນທີເລືອກເອົາພວກຊະເລີຍອິສຣາເອນທີ່ເປັນຄົນຫນຸ່ມບາງຄົນຊຶ່ງເປັນເຊື້ອສາຍພຣະວົງແລະເຊື້ອສາຍເຈົ້ານາຍ 4 ຄົນເຫລົ່ານີ້ຈະຕ້ອງເປັນຜູ້ງາມ ມີສຸຂະພາບສົມບູນ ມີຄວາມສລາດ ໄດ້ຮັບການຝຶກຫັດເປັນຢ່າງດີ ແລະມີປັນຍາສ້ຽມແຫລມ ເພື່ອວ່າພວກເຂົາຈະໄດ້ມີຄຸນສົມບັດເຂົ້າຮັບໃຊ້ໃນພຣະຣາຊສຳນັກ ອັສເປນັສຈະເປັນຜູ້ສອນໃຫ້ພວກເຂົາອ່ານ ແລະຂຽນພາສາບາບີໂລນໄດ້ 5 ພຣະຣາຊາຊົງສັ່ງໃຫ້ນຳອາຫານແລະເຫລົ້າອະງຸ່ນ ທີ່ພຣະອົງຊົງສເວີຍມາໃຫ້ພວກເຂົາກິນດື່ມທຸກມື້ ໃຫ້ລ້ຽງດູເຂົາຢູ່ເປັນເວລາສາມປີ ແລ້ວພວກເຂົາຈຶ່ງຈະຖືກນຳເຂົ້າເຝົ້າພຣະຣາຊາ 6 ໃນບັນດາຄົນທີ່ຖືກຄັດເລືອກເຫລົ່ານີ້ມີຊາວຢູດາດ້ວຍ ຄືດານີເອນ ຮານານີຢາ ມີຊາເອນ ແລະອາຊາຮີຢາ 7 ຫົວຫນ້າພະນັກງານໄດ້ເອີ້ນຊື່ພວກເຂົາໃຫມ່ດັ່ງນີ້ ດານີເອນເອີ້ນວ່າ ເບນເຕຊັສຊາ ຣານານີຢາເອີ້ນວ່າ ຊັດຣັຄ ມີຊາເອນເອີ້ນວ່າ ເມຊາກ ແລະອາຊາຣີຢາເອີ້ນວ່າ ອາເບດເນໂກ 8 ດານີເອນໄດ້ຕັດສິນໃນວ່າ ຈະບໍ່ເຮັດຜິດພຣະເຈົ້າຍ້ອນອາຫານແລະນ້ຳອະງຸ່ນຂອງພຣະຣາຊາ ເຂົາໄດ້ຂໍຮ້ອງຫົວຫນ້າຂັນທີໃຫ້ຊ່ອຍເຫລືອເຂົາ 9 ພຣະເຈົ້າຈຶ່ງຊົງເຣັດໃຫ້ຫົວຫນ້າຂັນທີມີເມດຕາຈິດແລະສົງສານດານີເອນ 10 ແຕ່ຫົວຫນ້າຂັນທີບອກດານີເອນວ່າ, “ຂ້າພະເຈົ້າຢ້ານພຣະຣາຊາ ພຣະອົງຊົງສັ່ງໃຫ້ເຈົ້າກິນແລະດື່ມຂອງເຫລົ່ານີ້ ຖ້າເຈົ້າບໍ່ຕຸ້ຍພີເຫມືອນຄົນຫນຸ່ມອື່ນໆ ພຣະອົງອາດຈະຊົງສັ່ງປະຫານຊີວິດຂ້າພະເຈົ້າກໍໄດ້” 11 ດັ່ງນັ້ນ ດານີເອນຈຶ່ງໄປຫາຄົນຍາມທີ່ຫົວຫນ້າຂັນທີແຕ່ງໃຫ້ດູແລດານີເອນ ຮານານີຢາ ມີຊາເອນ ແລະອາຊາຣີຢາ 12 ວ່າ, “ຂໍທ່ານຈົ່ງທົດລອງຜູ້ຮັບໃຊ້ຂອງທ່ານຈັກສິບມື້ ຂໍໃຫ້ເຂົານຳຜັກມາໃຫ້ເຣົາກິນ ແລະນ້ຳມາໃຫ້ເຮົາດື່ມ 13 ແລ້ວໃຫ້ທ່ານສັງເກດເບິ່ງພວກເຮົາກັບຄົນຫນຸ່ມທີ່ກິນອາຫານຂອງພຣະຣາຊາ ແລ້ວທ່ານຈຶ່ງຕັດສິນໃຈຕາມທີ່ເຫັນສົມຄວນ” 14 ຄົນຍາມໄດ້ຕົກລົງໃຫ້ພວກເຂົາທົດລອງເບິ່ງສິບມື້ ເມື່ອຫມົດກຳນົດສິບມື້ແລ້ວ 15 ກໍເຫັນວ່າພວກເຂົາມີສຸຂະພາບແຂງແຮງກວ່າພວກທີ່ກິນອາຫານຂອງພຣະຣາຊາ 16 ດັ່ງນັ້ນ ຄົນຍາມຈຶ່ງບໍ່ເອົາອາຫານແລະນ້ຳອະງຸ່ນຂອງພຣະຣາຊາໃຫ້ພວກເຂົາກິນ ໃຫ້ກິນແຕ່ຜັກກັບນ້ຳລ້າໆຕາມທີ່ເຂົາສເນີມາ 17 ພຣະເຈົ້າໄດ້ຊົງປະທານໃຫ້ພວກຄົນຫນຸ່ມສີ່ຄົນນີ້ມີຄວາມຮູ້ ມີຄວາມຊຳນິຊຳນານວັນນະຄະດີ ແລະປັນຍາເປັນຢ່າງດີ ພຣະອົງຊົງໂຜດໃຫ້ດານີເອນຊຳນານການແປນິມິດແລະແກ້ຄວາມຝັນ 18 ເມື່ອຖ້ວນກຳນົດສາມປີທີ່ພຣະຣາຊາຊົງກຳນົດໄວ້ ຫົວຫນ້າຂັນທີກໍນຳຄົນຫນຸ່ມທັງຫມົດເຂົ້າເຝົ້າກະສັດເນບຸກາດເນສຊາ 19 ພຣະອົງຊົງສົນທະນາກັບພວກເຂົາ ກໍຊົງເຫັນວ່າດານີເອນ ຮານານີຢາ ມີຊາເອນ ແລະອາຊາຣີຢາສລາດກວ່າຄົນອື່ນໆ ດັ່ງນັ້ນ ພວກເຂົາຈຶ່ງໄດ້ເຂົ້າຮັບຣາຊການໃນພຣະຣາຊສຳນັກ 20 ບັນຫາຫລືຄຳຖາມທີ່ພຣະຣາຊາຊົງຍົກຂຶ້ນມານັ້ນ ພວກເຂົາຮູ້ຫມົດ ພຣະອົງຈຶ່ງຊົງເຫັນວ່າທັງສີ່ຄົນນີ້ຕອບໄດ້ດີກວ່າພວກຫມໍດູ ຫລືຫມໍມົນໃນຣາຊອານາຈັກຂອງພຣະອົງເຖິງສິບເທົ່າ 21 ດານີເອນໄດ້ຮັບຣາຊການເລື້ອຍມາຈົນເຖິງສະໄຫມໄຊຣັສເປັນກະສັດຣາຊອານາຈັກບາບີໂລນ
ພຣະສຸບິນຂອງກະສັດເນບຸກາດເນສຊາ
1 ເມື່ອເນບຸກາດເນສຊາຊົງເປັນກະສັດໄດ້ສອງປີ ກໍຊົງຝັນເປັນທຸກໃນພຣະທັຍຈົນບັນທົມບໍ່ຫລັບ 2 ດັ່ງນັ້ນ ພຣະອົງຈຶ່ງຊົງຮັບສັ່ງໃຫ້ພວກຫມໍດູ ຫມໍມົນ ຫມໍຜີ ແລະຫມໍວິຊາອາຄົມມາທູນຄວາມຝັນນັ້ນແກ່ພຣະອົງ ເມື່ອພວກເຂົາໄດ້ເຂົ້າມາເຝົ້າພຣະຣາຊາແລ້ວ 3 ພຣະອົງຊົງກ່າວຕໍ່ພວກເຂົາວ່າ, “ເຮົາໄດ້ຝັນບໍ່ດີເປັນທຸກໃຈຫລາຍ ເຮົາຢາກຮູ້ວ່າຄວາມຝັນນັ້ນເປັນຢ່າງໃດ” 4 ພວກເຂົາໄດ້ກາບທູນພຣະຣາຊາເປັນພາສາອາຣາມວ່າ, “ຂໍພຣະອົງຊົງພຣະຈະເຣີນເທີນ ຂໍຊົງເລົ່າຄວາມຝັນຂອງພຣະອົງໃຫ້ພວກຂ້າພຣະອົງຟັງ ເພື່ອພວກຂ້າພຣະອົງຈະໄດ້ທູນຖວາຍຄວາມແກ້ແດ່ພຣະອົງ” 5 ພຣະຣາຊາຊົງກ່າວຕໍ່ພວກຫມໍວິຊາອາຄົມວ່າ, “ເຮົາໄດ້ຕັດສິນໃຈແລ້ວວ່າ ຖ້າພວກເຈົ້າບອກຄວາມຝັນ ແລະແກ້ຄວາມຝັນໃຫ້ເຮົາບໍ່ໄດ້ ເຮົາຈະຂ້າພວກເຈົ້າຢ່າງທາຣຸນ ແລະທຳລາຍບ້ານເຮືອນຂອງພວກເຈົ້າຖິ້ມ 6 ແຕ່ຖ້າພວກເຈົ້າບອກແລະແກ້ຄວາມຝັນໃຫ້ເຮົາໄດ້ ເຮົາຈະໃຫ້ລາງວັນແລະກຽດຕິຍົດອັນຍິ່ງໃຫຍ່ແກ່ພວກເຈົ້າ ດັ່ງນັ້ນ ຈົ່ງບອກຄວາມຝັນແລະແກ້ຄວາມຝັນໃຫ້ເຮົາເສັຽ” 7 ພວກເຂົາໄດ້ທູນພຣະຣາຊາອີກວ່າ, “ຖ້າພຣະອົງຊົງເລົ່າຄວາມຝັນໃຫ້ຂ້າພຣະອົງຮູ້ ພວກຂ້າພຣະອົງຈຶ່ງຈະແກ້ຄວາມຝັນນັ້ນໄດ້” 8 ແລ້ວພຣະຣາຊາຊົງກ່າວວ່າ, “ເຮົາຄິດແລ້ວວ່າພວກເຈົ້າພຍາຍາມທ່ວງດຶງເວລາໄວ້ ເພາະພວກເຈົ້າຮູ້ວ່າເຮົາເປັນຄົນຕັດສິນໃຈເດັດຂາດ 9 ຖ້າພວກເຈົ້າບໍ່ບອກຄວາມຝັນໃຫ້ເຮົາຮູ້ ພວກເຈົ້າກໍຈະໄດ້ຮັບໂທດຢ່າງດຽວກັນ ພວກເຈົ້າຕົກລົງກັນຕົວະຈົນເທົ່າເຮົາຈະປ່ຽນໃຈ ແຕ່ເຮົາຊິບໍ່ປ່ຽນ ຈົ່ງບອກຄວາມຝັນແກ່ເຮົາເສັຽ ເຮົາຈຶ່ງຈະຮູ້ວ່າພວກເຈົ້າແກ້ຄວາມຝັນນັ້ນໄດ້” 10 ພວກຫມໍວິຊາອາຄົມໄດ້ທູນພຣະຣາຊາວ່າ, “ບໍ່ມີຄົນໃດດອກໃນພື້ນພິພົບນີ້ທີ່ສາມາດບອກສິ່ງທີ່ພຣະອົງຢາກຮູ້ໄດ້ ບໍ່ມີພຣະຣາຊາອົງຍິ່ງໃຫຍ່ແລະຊົງຣິດອົງໃດໄຕ່ຖາມເຊັ່ນນີ້ກັບພວກຫມໍດູ ຫມໍມົນແລະຫມໍວິຊາອາຄົມ 11 ສິ່ງທີ່ພຣະຣາຊາຖາມມານັ້ນຍາກຫລາຍ ບໍ່ມີໃຜຈະຖວາຍຄຳຕອບແກ່ພຣະອົງໄດ້ ນອກຈາກພວກພຣະຊຶ່ງບໍ່ໄດ້ເປັນມະນຸດ” 12 ຍ້ອນການເວົ້າຢ່າງນີ້ພຣະຣາຊາຈຶ່ງຊົງພິໂຣດ ແລະຊົງຮັບສັ່ງໃຫ້ປະຫານຊີວິດພວກຫມໍຕ່າງໆຊຶ່ງເປັນທີ່ປຶກສາມະຫາກະສັດໃນກຸງບາບີໂລນ 13 ດັ່ງນັ້ນ ຈຶ່ງມີພຣະຣາຊອົງການປະກາດອອກໄປວ່າ ໃຫ້ຂ້າພວກຣາຊບັນດິດທັງຫມົດ ເຂົາຈຶ່ງຊອກຫາດານີເອນແລະເພື່ອນຝູງຂອງເຂົາເພື່ອຈະຂ້າເສັຽ 14 ຕໍ່ມາ ດານີເອນໄດ້ບອກຢ່າງມີພິກໄຫວແກ່ອາຣິໂອກ ຜູ້ບັນຊາການທະຫານປະຈຳພຣະຣາຊວັງ ຜູ້ຊຶ່ງໄດ້ຮັບຄຳສັ່ງໃຫ້ອອກໄປຂ້າທີ່ປຶກສາທັງຫລາຍ 15 ທ່ານຖາມອາຣິໂອກວ່າ, “ເປັນຫຍັງພຣະຣາຊາຈຶ່ງອອກຄຳສັ່ງຮຸນແຮງເຊັ່ນນີ້?” ອາຣິໂອກກໍເລົ່າເຣື່ອງທີ່ເກີດຂຶ້ນໃຫ້ດານີເອນຮູ້ 16 ດານີເອນໄດ້ເຂົ້າເຝົ້າພຣະຣາຊາໃນທັນທີ ແລະທູນຂໍໃຫ້ພຣະອົງເລື່ອນກຳນົດເວລາປະຫານ ເພື່ອວ່າທ່ານຈະໄດ້ຖວາຍຄຳແກ້ຄວາມຝັນແດ່ພຣະອົງ
ພຣະເຈົ້າຊົງບອກຄຳແກ້ຄວາມຝັນແກ່ດານີເອນ
17 ແລ້ວດານີເອນໄດ້ກັບຄືນເມືອເຮືອນຂອງຕົນ ແລະບອກເຣື່ອງທີ່ເກີດຂຶ້ນໃຫ້ ຮານານີຢາ ມີຊາເອນ ແລະອາຊາຣີຢາເພື່ອນຂອງຕົນຮູ້ 18 ແລະໄດ້ບອກໃຫ້ພວກເພື່ອນອ້ອນວອນ ຂໍໃຫ້ພຣະເຈົ້າທີ່ຢູ່ເທິງຟ້າສວັນຊົງໂຜດອະທິບາຍເຣື່ອງເລິກລັບນີ້ໃຫ້ແກ່ພວກເຂົາ ເພື່ອພວກເຂົາຈະບໍ່ຖືກຂ້າຕາຍເຫມືອນຢ່າງທີ່ປຶກສາຄົນອື່ນໆໃນກຸງບາບີໂລນ 19 ແລ້ວໃນຄືນນັ້ນ ພຣະເຈົ້າໄດ້ຊົງເຜີຍເຣື່ອງເລິກລັບນີ້ໃຫ້ດານີເອນຮູ້ທາງນີມິດ ດັ່ງນັ້ນ ດານີເອນຈຶ່ງສັຣເສີນພຣະເຈົ້າເທິງຟ້າສວັນວ່າ, 20 “ຂໍສັຣເສີນພຣະນາມຂອງພຣະເຈົ້າຕລອດໄປເປັນນິດ ພຣະອົງຊົງມີປັນຍາແລະມີເດຊານຸພາບ 21 ພຣະອົງຊົງບັງຄັບກາລເວລາ ຊົງແຕ່ງຕັ້ງແລະປົດພຣະຣາຊາ ຊົງປະທານປັນຍາແລະຄວາມຮູ້ຮອບດ້ານໃຫ້ມະນຸດ 22 ຊົງເປິດເຜີຍສິ່ງເລິກແລບແລະລັບລີ້ ຊົງຮູ້ສິ່ງທີ່ຢູ່ໃນຄວາມມືດ ແລະຊົງມີແສງສວ່າງຢູ່ອ້ອມຮອບ 23 ໂອ ພຣະເຈົ້າແຫ່ງບັນພະບຸຣຸດຂອງຂ້າພຣະອົງ ຂ້າພຣະອົງສັຣເສີນແລະຖວາຍພຣະກຽດແດ່ພຣະອົງ ພຣະອົງຊົງປະທານປັນຍາແລະກຳລັງໃຫ້ຂ້າພຣະອົງ ຊົງຕອບຄຳອ້ອນວອນຂອງຂ້າພຣະອົງ ແລະຊົງໃຫ້ພວກຂ້າພຣະອົງຮູ້ຈັກຕອບພຣະຣາຊາ
ດານີເອນບອກ ແລະແກ້ຄວາມຝັນໃຫ້ ພຣະຣາຊາ
24 ຕໍ່ມາ ດານີເອນໄດ້ເຂົ້າໄປຫາອາຣິໂອກ ຜູ້ທີ່ພຣະຣາຊາຊົງແຕ່ງຕັ້ງໃຫ້ຂ້ານັກປາດແຫ່ງກຸງບາບີໂລນ ທ່ານໄດ້ເຂົ້າໄປ ແລະກ່າວແກ່ອາຣີໂອກວ່າ, “ຂໍຢ່າຂ້າພວກນັກປາດທ້ອນ ໂຜດນຳຕົວຂ້າພະເຈົ້າເຂົ້າໄປເຝົ້າພຣະຣາຊາ ຂ້າພະເຈົ້າຈະແກ້ຄວາມຝັນຖວາຍພຣະອົງ” 25 ແລ້ວອາຣິໂອກກໍຟ້າວນຳຕົວດານີເອນເຂົ້າເຝົ້າພຣະຣາຊາ ແລະທູນພຣະອົງວ່າ, “ຂ້າພຣະອົງພົບຄົນຢູດາຜູ້ນຶ່ງໃນຫມູ່ພວກຊະເລີຍ ຊາຍຜູ້ນີ້ສາມາດແກ້ຄວາມຝັນຂອງພຣະອົງໄດ້” 26 ພຣະຣາຊາຊົງກ່າວກັບດານີເອນ (ຜູ້ມີຊື່ອີກຢ່າງນຶ່ງ ເບນເຕຊັສຊາ) ວ່າ, “ເຈົ້າສາມາດບອກ ແລະແກ້ຄວາມຝັນຂອງເຮົາໄດ້ບໍ່?” 27 ດານີເອນທູນພຣະຣາຊາວ່າ, “ຂ້າແດ່ພຣະຣາຊາ ບໍ່ມີຫມໍວິຊາອາຄົມ ຫມໍມົນ ຫມໍມໍ ຫລືຫມໍດູຣືກຍາມຄົນໃດດອກບອກພຣະອົງຢ່າງນັ້ນໄດ້ 28 ມີແຕ່ພຣະເຈົ້າເທິງຟ້າສວັນທີ່ຊົງສາມາດເຜີຍຄວາມເລິກລັບທັງຫລາຍໄດ້ ຂ້າແດ່ພຣະຣາຊາ ພຣະເຈົ້າໄດ້ຊົງບອກໃຫ້ພຣະອົງຮູ້ສິ່ງທີ່ຈະເກີດຂຶ້ນໃນອະນາຄົດ ຄວາມຝັນແລະນິມິດທີ່ເກີດຂຶ້ນໃນຂນະທີ່ພຣະອົງຊົງບັນທົມນັ້ນມີດັ່ງນີ້: 29 ຄືພຣະອົງຊົງຝັນເຖິງເຣື່ອງທີ່ຈະເກີດຂຶ້ນໃນອະນາຄົດ ເພາະພຣະເຈົ້າຜູ້ຊົງເຜີຍເຣື່ອງເລິກລັບໄດ້ສະແດງໃຫ້ພຣະອົງຮູ້ເຖິງສິ່ງທີ່ຈະເກີດຂຶ້ນ 30 ເຣື່ອງເລິກລັບນີ້ຊົງເຜີຍໃຫ້ຂ້າພຣະອົງຮູ້ ບໍ່ແມ່ນຍ້ອນຂ້າພຣະອົງເປັນຄົນສລາດກວ່າຄົນອື່ນໆດອກ ແຕ່ຍ້ອນພຣະເຈົ້າຢາກໃຫ້ພຣະຣາຊາຮູ້ຄຳແກ້ຄວາມຝັນ ແລະເຂົ້າໃຈພຣະດຳຣິໃນພຣະທັຍຂອງພຣະອົງເອງ 31 ຂ້າແດ່ພຣະຣາຊາ ໃນນີມິດຂອງພຣະອົງນັ້ນ ພຣະອົງໄດ້ທອດພຣະເນດເຫັນຮູບຂນາດໃຫຍ່ຢືນຢູ່ຊ້ອງພຣະພັກ ຮູບນີ້ສ່ອງແສງເຫລື້ອມແລະເປັນຕາຢ້ານ 32 ຫົວຂອງຮູບນີ້ເປັນຄຳຢ່າງດີທີ່ສຸດ ເອິກແລະແຂນເປັນເງິນ ແອວແລະກະໂພກເປັນທອງສຳລິດ 33 ຂາເປັນເຫລັກ ຕີນເປັນເຫລັກປົນດິນ 34 ຂນະພຣະອົງທອດພຣະເນດຢູ່ນັ້ນ ມີຫີນໃຫຍ່ກ້ອນນຶ່ງແຕກອອກມາເອງໂດຍບໍ່ມີໃຜເຮັດ ຫີນນີ້ໄດ້ກະທົບໃສ່ຕີນເຫລັກປົນດິນຂອງຮູບນັ້ນຈົນແຕກຫມຸ່ນໄປ 35 ແລ້ວໃນທັນໃດນັ້ນ ສ່ວນເປັນເຫລັກ ເປັນດິນ ເປັນທອງສຳລິດ ເປັນເງິນແລະຄຳກໍແຕກຫມຸ່ນໄປເຫມືອນເຂົ້າລີບໃນລານ ທີ່ລົມພັດປີວໄປໃນຍາມຮ້ອນ ໂດຍບໍ່ມີຮ່ອງຮອຍໃຫ້ພົບເຫັນເລີຍ ແຕ່ກ້ອນຫີນນັ້ນໄດ້ກາຍເປັນພູເຕັມພື້ນພິພົບ ຄວາມຝັນນັ້ນເປັນດັ່ງນີ້ແຫລະ 36 ຕໍ່ໄປ ຂ້າພຣະອົງຂໍແກ້ໃຫ້ພຣະອົງຊົງຊາບ ຂ້າແດ່ພຣະຣາຊາ ພຣະອົງຊົງເປັນຈອມພຣະຣາຊາທັງປວງ 37 ພຣະເຈົ້າເທິງຟ້າສວັນໄດ້ຊົງແຕ່ງຕັ້ງໃຫ້ພຣະອົງເປັນພຣະຣາຊາ ຊົງປະທານຣິດອຳນາດແລະກຽດຕິຍົດໃຫ້ພຣະອົງ 38 ພຣະເຈົ້າໄດ້ຊົງແຕ່ງຕັ້ງໃຫ້ພຣະອົງເປັນຜູ້ປົກຄອງຄົນຕລອດທັງສັດແລະນົກທັງປວງທີ່ອາໄສຢູ່ໃນໂລກ ຫົວຄຳນັ້ນແມ່ນພຣະອົງເອງ 39 ຕໍ່ຈາກພຣະອົງໄປຈະມີຣາຊອານາຈັກນຶ່ງອີກ ເປັນຣາຊອານາຈັກນ້ອຍກວ່າຂອງພຣະອົງ ແລະຫລັງຈາກນັ້ນແມ່ນຣາຊອານາຈັກທີ່ສາມ ເປັນ ຣາຊອານາຈັກທອງສໍາລິດ ຊຶ່ງຈະມີອຳນາດແຜ່ໄປທົ່ວໂລກ 40 ແລ້ວຈະມີຣາຊອານາຈັກທີ່ສີ່ ເປັນອານາຈັກທີ່ມີອຳນາດແລະແຂງດັ່ງເຫລັກ ຊຶ່ງສາມາດຕີສິ່ງທັງຫລາຍໃຫ້ຫັກແລະແຕກຫມຸ່ນໄດ້ ຣາຊອານາຈັກນີ້ຈະຫັກແລະທັບມ້າງຣາຊອານາຈັກກ່ອນໆທັງປວງ 41 ທີ່ພຣະອົງທອດພຣະເນດເຫັນຕີນແລະນີ້ວຕີນເປັນດີນປົນເຫລັກນັ້ນ ຫມາຍຄວາມວ່າຈະເປັນຣາຊອານາຈັກປະສົມ ມັນຈະມີຄວາມແຂງຂອງເຫລັກປົນຢູ່ດ້ວຍ ເພາະວ່າໄດ້ມີເຫລັກປະສົມຢູ່ກັບດິນຫນຽວ 42 ນີ້ວຕີນເປັນເຫລັກປົນດິນນັ້ນ ຫມາຍຄວາມວ່າຣາຊອານາຈັກນັ້ນຈະແຂງແຮງແຕ່ເສັຽຫາຍງ່າຍ 43 ທີ່ພຣະອົງທອດພຣະເນດເຫັນເຫລັກປະສົມດ້ວຍດິນຫນຽວນັ້ນ ພວກຜູ້ປົກຄອງຣາຊອານາຈັກນັ້ນ ຈະພຍາຍາມຮວບຮວມຄອບຄົວຂອງເຂົາເຂົ້າກັນດ້ວຍການແຕ່ງງານ ແຕ່ພວກເຂົາຈະເຮັດບໍ່ໄດ້ຢ່າງດຽວກັບເຫລັກທີ່ປະສົມເຂົ້າກັບດິນບໍ່ໄດ້ 44 ໃນສະໄຫມພຣະຣາຊາເຫລົ່ານັ້ນປົກຄອງຢູ່ ພຣະເຈົ້າເທິງຟ້າສວັນຈະຊົງຈັດຕັ້ງຣາຊອານາຈັກອັນນຶ່ງຂຶ້ນ ຊຶ່ງຈະບໍ່ຖືກທຳລາຍແລະຈະຕັ້ງຢູ່ຕລອດ ໄປ ຣາຊອານາຈັກນີ້ຈະບໍ່ປຣາໄຊແຕ່ຈະທຳລາຍຣາຊອານາຈັກອື່ນທັງປວງໃຫ້ຫມົດສິ້ນ 45 ທີ່ພຣະອົງທອດພຣະເນດເຫັນກ້ອນຫີນແຕກອອກຈາກພູເອງໂດຍບໍ່ມີໃຜເຮັດ ກ້ອນຫີນນັ້ນໄດ້ກະທົບກັບຮູບເຫລັກ ຮູບທອງສຳລິດ ຮູບດິນ ແລະຮູບເງິນແລະຄຳນັ້ນ ແມ່ນພຣະເຈົ້າອົງຍິ່ງໃຫຍ່ ໄດ້ຊົງບອກສິ່ງທີ່ຈະເກີດຂຶ້ນໃນອະນາຄົດໃຫ້ພຣະຣາຊາຊົງຊາບ ຂ້າພຣະອົງໄດ້ທູນຖວາຍຄວາມຝັນແລະຄຳແກ້ແດ່ພຣະອົງຢ່າງຖືກຕ້ອງແລະເປັນຈີງ
ກະສັດຊົງມອບຮາງວັນໃຫ້ດານີເອນ
46 ແລ້ວກະສັດເນບຸກາດເນສຊາໄດ້ຊົງຂາບລົງຕໍ່ຫນ້າດານີເອນ ຊົງສັ່ງໃຫ້ນຳເຄື່ອງເຜົາບູຊາ ແລະເຄື່ອງຫອມບູຊາມາມອບໃຫ້ດານີເອນ 47 ພຣະອົງຊົງກ່າວວ່າ, “ພຣະເຈົ້າຂອງທ່ານຊົງເປັນພຣະເຈົ້າຂອງພຣະ ແລະຂອງພຣະຣາຊາທັງປວງ ແລະຊົງເປັນຜູ້ເຜີຍຄວາມເລິກລັບ ເພາະວ່າທ່ານສາມາດອະທິບາຍຄວາມເລິກລັບນີ້ໄດ້” 48 ແລ້ວພຣະຣາຊາໄດ້ມອບຕຳແຫນ່ງສູງແລະສິ່ງຂອງອັນປະເສີດຫລາຍຢ່າງໃຫ້ແກ່ດານີເອນ ຄືຊົງແຕ່ງຕັ້ງໃຫ້ເປັນຜູ້ປົກຄອງແຂວງບາບີໂລນ 49 ແລະເປັນຫົວຫນ້າພວກທີ່ປຶກສາຊາວບາບີໂລນ ເພື່ອຕອບສນອງຄຳທູນຂໍຂອງດານີເອນ ພຣະຣາຊາຊົງແຕ່ງຕັ້ງໃຫ້ຊັດຣັຄ ເມຊາກ ແລະອາເບດເນໂກ ຮັບຣາຊການຢູ່ໃນແຂວງບາບີໂລນ ແລະຍັງຊົງໃຫ້ດານີເອນຮັບຕຳແຫນ່ງຢູ່ໃນພຣະຣາຊສຳນັກຕໍ່ໄປ
ກະສັດເນບຸກາດເນສຊາ ສັ່ງໃຫ້ທຸກຄົນຂາບໄຫວ້ຮູບຄຳ
1 ກະສັດເນບຸກາດເນສຊາໄດ້ຊົງສ້າງຮູບຄຳຮູບນຶ່ງ ສູງຫົກສິບສອກ ແລະກວ້າງຫົກສອກ ຊົງແຕ່ງໄວ້ໃນທີ່ຮາບພຽງດຸແລໃນແຂວງບາບີໂລນ 2 ແລ້ວພຣະອົງຊົງຮັບສັ່ງໃຫ້ບັນດາຂ້າຣາຊການຜູ້ໃຫຍ່ຂອງພຣະອົງ ຄືພວກເຈົ້າອຸປຣາຊ ເຈົ້າແຂວງ ຮອງເຈົ້າແຂວງ ຜູ້ປົກຄອງກຳແພງນະຄອນ ນາຍຄັງ ຜູ້ພິພາກສາ ຕຸລາການແລະບັນດາຂ້າຣາຊການຄົນອື່ນໆໃນແຂວງທັງຫມົດ ມາຮ່ວມໃນງານສລອງຮູບຄຳທີ່ພຣະອົງຊົງສ້າງຂຶ້ນ 3 ແລ້ວບັນດາຂ້າຣາຊການທັງຫມົດນີ້ໄດ້ມາສລອງພ້ອມກັນ ແລະໄດ້ຢືນຢູ່ຕໍ່ຫນ້າຮູບຄຳນັ້ນ 4 ໂຄສົກຜູ້ນຶ່ງໄດ້ປະກາດດ້ວຍສຽງອັນດັງວ່າ, “ຄົນທຸກໆປະເທດ ທຸກໆເຊື້ອຊາດແລະພາສາ 5 ຕໍ່ໄປນີ້ພວກທ່ານຈະໄດ້ຍິນສຽງເປົ່າແກຕິດຕາມດ້ວຍສຽງປີ່ ສຽງພິນ ສຽງກະຈັບປີ່ ແລະສຽງແຄນ ແລ້ວຈະມີສຽງດົນຕຣີອື່ນໆດັງຂຶ້ນ ພໍໄດ້ຍິນສຽງດົນຕຣີໃຫ້ທ່ານທັງຫລາຍຂາບໄຫວ້ຮູບຄຳທີ່ກະສັດເນບຸກາດເນສຊາຊົງສ້າງນີ້ 6 ຜູ້ໃດບໍ່ຂາບໄຫວ້ຈະຖືກໂຍນເຂົາໄປໃນເຕົາໄຟທັນທີ” 7 ດັ່ງນັ້ນ ພໍຄົນທັງຫລາຍໄດ້ຍິນສຽງດົນຕຣີດັງຂຶ້ນຄົນທຸກໆປະເທດ ທຸກໆເຊື້ອຊາດແລະພາສາກໍຂາບໄຫວ້ຮູບຄຳທີ່ກະສັດເນບຸກາດເນສຊາຊົງສ້າງນັ້ນ
ຄົນຢູດາສາມຄົນຖືກຟ້ອງຮ້ອງ
8 ມີຊາວບາບີໂລນບາງຄົນໄດ້ສວຍໂອກາດນີ້ ກ່າວຟ້ອງຄົນຢູດາ 9 ພວກເຂົາທູນກະສັດເນບຸກາດເນສຊາວ່າ, “ຂໍຊົງພຣະຈະເຣີນເທີນ, 10 ພຣະອົງຊົງອອກຄຳສັ່ງແລ້ວວ່າ ພໍສຽງດົນຕຣີເລີ້ມດັງຂຶ້ນ ທຸກໆຄົນຈະຕ້ອງຂາບໄຫວ້ຮູບຄຳ 11 ຜູ້ໃດບໍ່ຂາບໄຫວ້ຈະຕ້ອງຖືກໂຍນເຂົ້າເຕົາໄຟ 12 ມີຄົນຢູດາບາງຄົນທີ່ພຣະຣາຊາຊົງແຕ່ງຕັ້ງໃຫ້ຮັບຣາຊການຢູ່ໃນແຂວງບາບີໂລນ ຄື ຊັດຣັຄ ເມຊາກ ແລະອາເບດເນໂກ ສາມຄົນນີ້ບໍ່ເຊື່ອຟັງຄຳສັ່ງຂອງພຣະອົງ ພວກເຂົາບໍ່ນັບຖືພຣະຂອງພຣະອົງແລະບໍ່ຍອມຂາບໄຫວ້ຮູບທີ່ພຣະອົງຊົງສ້າງ” 13 ດ້ວຍເຫດນີ້ ພຣະຣາຊາຈຶ່ງຊົງພິໂຣດ ແລະຊົງສັ່ງໃຫ້ນຳຊາຍສາມຄົນນັ້ນມາເຝົ້າ 14 ແລ້ວຊົງຖາມພວກເຂົາວ່າ, “ຊັດຣັຄ ເມຊາກ ແລະອາເບດເນໂກ ພວກເຈົ້າບໍ່ຍອມນັບຖືພຣະຂອງເຮົາ ແລະບໍ່ຍອມຂາບໄຫວ້ຮູບຄຳທີ່ເຮົາໄດ້ສ້າງຂຶ້ນແມ່ນບໍ່? 15 ເອົາລະ ບັດນີ້ພໍພວກເຈົ້າໄດ້ຍິນສຽງແກສຽງປີ່ ສຽງພິນ ສຽງກະຈັບປີ່ ສຽງແຄນ ແລະສຽງດົນຕຣີອື່ນໆທັງຫມົດໃຫ້ພວກເຈົ້າຈົ່ງຂາບໄຫວ້ຮູບຄຳນັ້ນ ຖ້າພວກເຈົ້າບໍ່ຍອມຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນເຂົ້າເຕົາໄຟທັນທີ ຫລືພວກເຈົ້າຄິດວ່າມີພຣະອົງອື່ນທີ່ຈະຊ່ອຍພວກເຈົ້າໃຫ້ລອດພົ້ນຈາກອຳນາດຂອງເຮົາບໍ່? 16 ຊັດຣັຄ ເມຊາກ ແລະອາເບດເນໂກທູນພຣະຣາຊາວ່າ, “ຂ້າແດ່ພຣະຣາຊາ ພວກຂ້າພຣະອົງຈະບໍ່ຂໍປ້ອງກັນຕົວເອງໄວ້ 17 ຖ້າພຣະເຈົ້າອົງທີ່ພວກຂ້າພຣະອົງຮັບໃຊ້ຢູ່ຊົງພໍພຣະທັຍຈະຊ່ອຍພວກຂ້າພຣະອົງໃຫ້ພົ້ນຈາກເຕົາທີ່ໄຟລຸກຢູ່ ຂ້າແດ່ພຣະຣາຊາ ພຣະອົງກໍຈະຊົງຊ່ອຍກູ້ພວກຂ້າພຣະອົງໃຫ້ພົ້ນຈາກພຣະຣາຊອຳນາດຂອງພຣະຣາຊາ 18 ແຕ່ຖ້າບໍ່ເປັນເຊັ່ນນັ້ນ ຂ້າແດ່ພຣະຣາຊາ ຂໍພຣະອົງຊົງຊາບວ່າ ພວກຂ້າພຣະອົງຈະບໍ່ນັບຖືພຣະຂອງພຣະອົງ ແລະຈະບໍ່ຂາບໄຫວ້ຮູບຄຳທີ່ພຣະອົງຊົງສ້າງຂຶ້ນ”
ຄົນຢູດາຖືກໂຍນເຂົ້າເຕົາໄຟ
19 ແລ້ວກະສັດເນບຸກາດເນສຊາຊົງພິໂຣດ ຊັດຣັຄ ເມຊາກ ແລະອາເບດເນໂກຢ່າງສຸດຂີດຈົນຫນ້າດຳຕາແດງ ພຣະອົງຊົງສັ່ງໃຫ້ຄົນຂອງພຣະອົງໄປເຮັດໃຫ້ເຕົາໄຟຮ້ອນຂຶ້ນກວ່າເກົ່າເຖິງເຈັດເທົ່າ 20 ແລ້ວຊົງສັ່ງໃຫ້ຄົນຜູ້ເຂັ້ມແຂງທີ່ສຸດໃນກອງທັບຂອງພຣະອົງຜູກຊາຍສາມຄົນນີ້ 21 ດັ່ງນັ້ນ ພວກເຂົາທັງສາມຈຶ່ງຖືກມັດຄາເຄື່ອງນຸ່ງ ມີເສື້ອຊັ້ນໃນຊັ້ນນອກ ມີຫມວກແລະຂອງອື່ນໆ ແລ້ວໂຍນເຂົ້າໄປໃນເຕົາໄຟ 22 ເພາະວ່າຄຳສັ່ງຂອງພຣະຣາຊານັ້ນເດັດຂາດ ເຕົາໄຟນັ້ນກໍຮ້ອນທີ່ສຸດ ຈົນພວກຄົນທີ່ໂຍນພວກເຂົາເຂົ້າໄປໄດ້ຖືກໄຟໄຫມ້ຕາຍ 23 ຊັດຣັຄ ເມຊາກ ແລະອາເບດເນໂກກໍຕົກລົງກາງກອງໄຟທັງໆທີ່ຍັງມັດຢູ່ 24 ໃນເວລານັ້ນ ກະສັດເນບຸກາດເນສຊາ ໄດ້ຊົງລຸກຂຶ້ນໂດຍໄວຍ້ອນປະຫລາດພຣະທັຍ ແລະຊົງຖາມພວກທີ່ປຶກສາວ່າ, “ພວກເຮົາໄດ້ມັດຊາຍສາມຄົນນັ້ນໂຍນເຂົ້າໄປໃນເຕົາໄຟບໍ່ແມ່ນບໍ່?” ພວກເຂົາທູນວ່າ, “ຂ້າແດ່ພຣະຣາຊາ ຈິງພຣະເຈົ້າຂ້າ” 25 ພຣະອົງຊົງຖາມອີກວ່າ, “ແລ້ວເປັນຫຍັງເຮົາຈຶ່ງເຫັນຊາຍສີ່ຄົນກຳລັງຍ່າງຢູ່ໃນເຕົາໄຟ ພວກເຂົາບໍ່ໄດ້ມັດແລະບໍ່ເຫັນເປັນອັນຕະຣາຍຫຍັງເລີຍ ຄົນທີ່ສີ່ຊ້ຳພັດເບິ່ງຄ້າຍຄືກັນກັບເທວະດາ”
ຄົນຢູດາໄດ້ຮັບການປົດປ່ອຍແລະໄດ້ເລື່ອນຊັ້ນ
26 ແລ້ວກະສັດເນບຸກາດເນສຊາໄດ້ສະເດັດຂຶ້ນໄປເທິງປາກເຕົາໄຟ ແລະຊົງເອີ້ນວ່າ, “ຊັດຣັຄ ເມຊາກ ອາເບດເນໂກ ຜູ້ຮັບໃຊ້ຂອງພຣະເຈົ້າອົງສູງສຸດເອີຍ, ຈົ່ງອອກມາສາ” ພວກເຂົາຈຶ່ງໄດ້ອອກມາໃນທັນທີ 27 ຝ່າຍເຈົ້າອຸປຣາຊ ເຈົ້າແຂວງ ຮອງເຈົ້າແຂວງ ແລະພວກທີ່ປຶກສາທັງຫມົດໄດ້ພ້ອມກັນມາເບິ່ງຄົນເຫລົ່ານີ້ ຊຶ່ງບໍ່ໄດ້ຮັບອັນຕະຣາຍຫຍັງເລີຍ ຜົມແລະເຄື່ອງນຸ່ງກໍບໍ່ໄດ້ໄຫມ້ ແລະທັງບໍ່ມີກິ່ນຄວັນໄຟໃນຕົນຕົວຂອງເຂົາ 28 ພຣະຣາຊາຊົງກ່າວວ່າ, “ສາທຸການແດ່ພຣະເຈົ້າຂອງຊັດຣັຄ ຂອງເມຊາກ ແລະອາເບດເນໂກ ພຣະອົງຊົງໃຊ້ເທວະດາລົງມາຊ່ອຍຄົນເຫລົ່ານີ້ ຊຶ່ງໄດ້ຮັບໃຊ້ແລະໄວ້ວາງໃຈໃນພຣະອົງ ພວກເຂົາບໍ່ເຊື່ອຟັງຄຳສັ່ງຂອງເຮົາ ແລະຍ່ອມສ່ຽງຊີວິດຂອງເຂົາດີກວ່າທີ່ຈະຂາບໄຫວ້ພຣະໃດໆເວັ້ນໄວ້ແຕ່ພຣະເຈົ້າຂອງເຂົາເອງ 29 ບັດນີ້ ເຮົາອອກຄຳສັ່ງວ່າ ຖ້າຄົນໃດ ປະເທດໃດ ເຊື້ອຊາດໃດ ຫລືພາສາໃດເວົ້າຫມິ່ນປມາດພຣະເຈົ້າຂອງຊັດຣັຄ ຂອງເມຊາກ ແລະອາເບດເນໂກ ເຂົາຜູ້ນັ້ນຈະຖືກຂ້າຢ່າງທຳຣຸນ ແລະທຳລາຍເຮືອນຊານຖິ້ມ ເພາະວ່າບໍ່ມີພຣະອື່ນໃດທີ່ສາມາດຊ່ອຍໄດ້ເຫມືອນພຣະເຈົ້ານີ້” 30 ແລ້ວກະສັດເນບຸກາດເນສຊາ ໄດ້ພຣະຣາຊທານເລື່ອນຍົດໃຫ້ຊັດຣັຄ ໃຫ້ເມຊາກ ແລະອາເບດເນໂກໃນແຂວງບາບີໂລນ
ຄວາມຝັນເທື່ອທີ່ສອງຂອງກະສັດເນບຸກາດເນສຊາ
1 ກະສັດເນບຸກາດເນສຊາຊົງສົ່ງເອກກະສານທີ່ມີເນື້ອຄວາມຕໍ່ໄປນີ້ໄປຍັງປະຊາຊົນທຸກໆປະເທດ ທຸກໆເຊື້ອຊາດແລະພາສາທົ່ວໂລກວ່າ, “ຂໍຄວາມສຸກຄວາມຈະເຣີນຈົ່ງມີແດ່ທ່ານທັງຫລາຍ, 2 ຕໍ່ໄປນີ້ ເຮົາຈະບອກທ່ານທັງຫລາຍກ່ຽວກັບຫມາຍສຳຄັນ ແລະການອັດສະຈັນທີ່ພຣະເຈົ້າອົງສູງສຸດຊົງສະແດງຕໍ່ເຮົາ 3 ຫມາຍສຳຄັນທີ່ພຣະເຈົ້າຊົງສະແດງຕໍ່ເຮົາຍິ່ງໃຫຍ່ແທ້ໆ ການອັດສະຈັນທີ່ພຣະອົງຊົງກະທຳມີຣິດທານຸພາບຫລາຍ ພຣະເຈົ້າຊົງເປັນເຈົ້າຊິວິດຕລອດໄປເປັນນິດ ແລະຊົງປົກຄອງຕລອດໄປ 4 ເຮົາເນບຸກາດເນສຊາ ໄດ້ມີຊີວິດຢູ່ຢ່າງສງົບງຽບໃນວັງຂອງເຮົາ ມີຄວາມສຸກໃນຊັບສົມບັດອັນຫລວງຫລາຍ 5 ແຕ່ເຮົາຕື່ນຕົກໃຈໃນຄວາມຝັນ ແລະໄດ້ເຫັນນີມິດອັນຫນ້າຢ້ານໃນຂນະນອນຫລັບ 6 ເຮົາໄດ້ອອກຄໍາສັ່ງຮຽກນັກປາດທັງຫມົດປະຈຳກະສັດໃນກຸງບາບີໂລນໃຫ້ມາຫາເຮົາເພື່ອແກ້ຄວາມຝັນໃຫ້ແກ່ເຮົາ 7 ພວກຫມໍດູ ຫມໍມົນ ຫມໍວິຊາອາຄົມ ແລະຫມໍດູຣືກຍາມທັງຫມົດໃນກຸງບາບີໂລນມາແກ້ຄວາມຝັນໃຫ້ ພວກເຂົາກໍມາ ເຮົາຈີ່ງເລົ່າຄວາມຝັນໃຫ້ເຂົາຮູ້ ແຕ່ເຂົາບໍ່ສາມາດແກ້ໄດ້ 8 ຕໍ່ມາ ດານີເອນໄດ້ເຂົ້າມາ (ດານີເອນມີຊື່ອີກຢ່າງນຶ່ງວ່າ ເບນເຕຊັສຊາ ຕາມຊື່ພຣະຂອງເຮົາ) ວິນຍານຂອງພວກພຣະບໍຣິສຸດກໍສະຖິດຢູ່ນຳເຂົາ ເຮົາຈຶ່ງບອກຄວາມຝັນຂອງເຮົາໃຫ້ເຂົາຮູ້ 9 ເຣົາບອກວ່າ ເບນເຕຊັສຊາ ຫົວຫນ້າພວກຫມໍດູເອີຍ, ເຮົາຮູ້ວ່າວິນຍານຂອງພວກພຣະບໍຣິສຸດສະຖິດຢູ່ນຳເຈົ້າ ແລະຮູ້ວ່າເຈົ້າໄດ້ເຂົ້າໃຈຄວາມເລິກລັບທັງປວງ ຕໍ່ໄປນີ້ ແມ່ນຄວາມຝັນຂອງເຣົາຈົ່ງແກ້ໃຫ້ເຮົາແດ່ 10 ຄືໃນຂນະທີ່ເຮົານອນຫລັບຢູ່ ເຮົາໄດ້ເຫັນນີມິດອັນນຶ່ງເປັນຕົ້ນໄມ້ສູງຕັ້ງແຕ່ຖ້າມກາງໂລກ 11 ຕົ້ນໄມ້ນັ້ນສູງຂຶ້ນເລື້ອຍໆຈົນຍອດຈຸຟ້າ ຈົນທຸກໆຄົນທົ່ວໂລກສາມາດເຫັນໄດ້ 12 ໃບຂອງມັນງົດງາມ ມີຫມາກຫລາຍພໍທີ່ຄົນຫມົດໂລກຈະກິນອີ່ມ ສັດປ່າທັງຫລາຍໄດ້ອາໄສຢູ່ໃຕ້ຮົ່ມຂອງມັນ ຝູງນົກກໍເຮັດຮັງຢູ່ໃນງ່າ ທັງຄົນແລະສັດໄດ້ລ້ຽງຊີບດ້ວຍຫມາກມັນນັ້ນ 13 ຂນະທີ່ເຮົາຄິດເຖິງນິມີດນີ້ ເຮົາໄດ້ເຫັນອາຣັກຂາເທວະດາຕົນນຶ່ງລົງມາຈາກຟ້າສວັນ 14 ເທວະດາຕົນນີ້ໄດ້ປະກາດດ້ວຍສຽງດັງວ່າ ຈົ່ງບັກກົກໄມ້ນີ້ ຮານງ່າລິໃບຂອງມັນຖິ້ມ ເຮັດໃຫ້ພວກຂອງມັນກະຈັດກະຈາຍໄປ ແລ້ວສັດປ່າກໍຈະຫນີອອກຈາກຮົ່ມ ຝູງນົກກໍຈະຫນີອອກຈາກງ່າ 15 ແລະໃຫ້ເອົາເຫລັກກັບທອງສຳລິດມັດກ້ຽວຕໍມັນປະໄວ້ໃນທົ່ງຫຍ້າ ໃຫ້ນ້ຳຫມອກຕົກລົງມາຖືກຄົນຜູ້ນີ້ ໃຫ້ເຂົາລ້ຽງຊີບດ້ວຍສັດປ່າແລະພືດຜົນ 16 ເຂົາຈະບໍ່ມີຈິດໃຈມະນຸດເຫລືອຢູ່ອີກ ຈະມີຈິດໃຈສັດປ່າເປັນເວລາເຈັດປີ 17 ຄຳຕັດສິນຂອງອາຣັກຂາເທວະດາຕົນນັ້ນເປັນດັ່ງນີ້ແຫລະ, ດັ່ງນັ້ນ ຈົ່ງໃຫ້ຄົນທັງປວງທຸກທີ່ທຸກບ່ອນຮູ້ວ່າ ພຣະເຈົ້າອົງສູງສຸດຊົງມີເດຊານຸພາບເຫນືອຣາຊອານາຈັກຂອງມະນຸດ ພຣະອົງຊົງແຕ່ງຕັ້ງກະສັດຂອງຊາດໃດຊາດນຶ່ງຕາມພຣະປະສົງຂອງພຣະອົງ ເຖິງແມ່ນວ່າຈະເປັນຄົນຕ່ຳຕ້ອຍກໍຕາມ” 18 ກະສັດເນບຸກາດເນສຊາຊົງກ່າວວ່າ, “ຄວາມຝັນຂອງເຮົາເປັນດັ່ງນີ້ແຫລະ ເບນເຕຊັສຊາເອີຍ ບັດນີ້ ຈົ່ງແກ້ຄວາມຝັນນີ້ໃຫ້ເຮົາແດ່ ບໍ່ມີທີ່ປຶກສາຄົນໃດຂອງເຮົາແກ້ໄດ້ ແຕ່ເຈົ້ານັ້ນອາດສາມາດແກ້ໄດ້ ເພາະວ່າວິນຍານຂອງພຣະເຈົ້າຜູ້ບໍຣິສຸດໄດ້ສະຖິດຢູ່ນຳທ່ານ” 19 ແລ້ວດານີເອນ (ຜູ້ມີຊື່ອີກຢາງນຶ່ງວ່າ ເບນເຕຊັສຊາ) ກໍອຸກໃຈ ບໍ່ສາມາດຈະເວົ້າອັນໃດໄດ້ ພຣະຣາຊາຊົງກ່າວວ່າ, “ເບນເຕຊັສຊາເອີຍ ຢ່າໃຫ້ຄວາມຝັນແລະສິ່ງທີ່ຈະເກີດຂຶ້ນຕາມນັ້ນ ເຮັດໃຫ້ທ່ານຕົກໃຈເລີຍ” ເບນເຕຊັສຊາທູນຕອບວ່າ, “ຂ້າແດ່ພຣະຣາຊາ ຂໍໃຫ້ຄວາມຝັນແລະຄຳແກ້ຄວາມຝັນນັ້ນ ຕົກຖືກພວກສັດຕຣູຂອງພຣະອົງເສັຽ 20 ພຣະອົງຊົງຝັນເຫັນຕົ້ນໄມ້ໃຫຍ່ສູງຈົນຍອດຈຸຟ້າ ທຸກໆຄົນທົ່ວໂລກສາມາດເຫັນໄດ້ 21 ໃບຂອງມັນງົດງາມ ແລະຫມາກຂອງມັນກໍພໍທີ່ຄົນຫມົດໂລກຈະກິນອີ່ມໄດ້ ສັດປ່າທັງຫລາຍອາສັຍຢູ່ໃຕ້ຮົ່ມຂອງມັນ ແລະຝູງນົກກໍເຮັດຮັງຢູ່ຕາມກີ່ງກ້ານ 22 ຂ້າແດ່ພຣະຣາຊາ ຕົ້ນໄມ້ນັ້ນຫມາຍເຖິງພຣະອົງຜູ້ຊົງຍິ່ງໃຫຍ່ແລະເຂັ້ມແຂງ ຄວາມຍິ່ງໃຫຍ່ຂອງພຣະອົງສູງສົ່ງຈົນຈຸຟ້າ ແລະພຣະເດຊານຸພາບກໍແຜ່ກະຈາຍໄປທົ່ວໂລກ 23 ຂນະທີ່ພຣະຣາຊາຊົງເຝົ້າເບິ່ງ ມີເທວະດາຕົນນຶ່ງມາຈາກຟ້າສວັນ ແລະເວົ້າວ່າ ຈົ່ງບັກກົກໄມ້ນີ້ແລະທຳລາຍຖິ້ມໃຫ້ປະແຕ່ຕໍມັນໄວ້ໃນດິນ ແລ້ວໃຫ້ເອົາເຫລັກແລະທອງສຳຣິດມັດກ້ຽວມັນປະໄວ້ທີ່ນັ້ນໃນທົ່ງນາບ່ອນທີ່ມີຫຍ້າ ໃຫ້ນ້ຳຫມອກຕົກລົງມາຖືກໂຕມັນແລະໃຫ້ມັນຢູ່ທີ່ນັ້ນກັບສັດປ່າເປັນເວລາເຈັດປີ 24 ຂ້າແດ່ພຣະຣາຊາ ການນີ້ແມ່ນພຣະເຈົ້າອົງສູງສຸດຊົງປະກາດສິ່ງທີ່ຈະເກີດຂຶ້ນກັບພຣະອົງ 25 ຄືພຣະອົງຈະຖືກຂັບໄລ່ອອກຈາກສັງຄົມນຸດ ຈະຊົງມີຊີວິດຢູ່ກັບສັດປ່າ ຈະສເວີຍຫຍ້າແທນອາຫານເຫມືອນງົວ ແລະຈະຊົງບັນທົມຫລັບຢູ່ກາງປ່າເປັນເວລາເຈັດປີ ແລ້ວພຣະອົງຈະຊົງປ່ຽນໃຈຍອມຮັບວ່າ ພຣະເຈົ້າອົງສູງສຸດຊົງປົກຄອງຣາຊອານາຈັກຂອງມະນຸດ ແລະຊົງແຕ່ງຕັ້ງກະສັດທັງປວງຕາມທີ່ພຣະອົງຊົງພໍພຣະທັຍ 26 ທີ່ເທວະດາໄດ້ສັ່ງໃຫ້ຕໍຮາກເຫລືອໄວ້ໃນດິນນັ້ນ ຫມາຍຄວາມວ່າພຣະອົງຈະໄດ້ເປັນກະສັດອີກ ໃນເມື່ອພຣະອົງຊົງປ່ຽນໃຈຍອມຮັບວ່າພຣະເຈົ້າຊົງປົກຄອງໂລກ 27 ຂ້າແດ່ພຣະຣາຊາ ດ້ວຍເຫດນີ້ຂໍຊົງຮັບເອົາຄຳກາບທູນຂອງຂ້າພຣະອົງ ຂໍພຣະອົງເລີກເຮັດບາບ ແລະເຮັດແຕ່ຄວາມດີຈົ່ງເມດຕາສົງສານຄົນທຸກຍາກ ຍ້ອນການເຮັດດີຢ່າງນີ້ຈຶ່ງຈະກຳຈັດຄວາມຊົ່ວທີ່ພຣະອົງຊົງກະທຳມານັ້ນອອກໄດ້ ແລ້ວພຣະອົງຈະຈະເຣີນຮຸ່ງເຮືອງສືບຕໍ່ໄປ 28 ຫລັງຈາກນັ້ນມາໄດ້ສິບສອງເດືອນ ຄວາມຝັນທັງຫມົດນີ້ກໍໄດ້ກາຍເປັນຈິງຕໍ່ກະສັດເນບຸກາດເນສຊາ 29 ຄືເມື່ອພຣະອົງຊົງຍ່າງຢູ່ໃນສວນເທິງຫລັງຄາພຣະຣາຊວັງກຸງບາບີໂລນ 30 ພຣະອົງໄດ້ຊົງກ່າວວ່າ, “ກຸງບາບີໂລນນີ້ເປັນເມືອງໃຫຍ່ຫລາຍ ເຮົາໄດ້ສ້າງມັນມາໃຫ້ເປັນເມືອງຫລວງຂອງເຮົາ ເພື່ອສະແດງເຖິງອຳນາດວາສນາ ແລະກຽດຕິຍົດຊື່ສຽງຂອງເຮົາ” 31 ແລ້ວໃນຂນະທີ່ພຣະອົງຊົງກຳລັງຍ່າງຢູ່ນັ້ນ ໄດ້ມີພຣະສຸຣະສຽງດັງລົງມາຈາກຟ້າສວັນວ່າ, “ກະສັດເນບຸກາດເນສຊາເອີຍ, ຈົ່ງຟັງເຮົາເວົ້າ ບັດນີ້ຣາຊອານາຈັກຂອງເຈົ້າໄດ້ພາກຈາກເຈົ້າໄປແລ້ວ 32 ເຈົ້າຈະຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະຈະມີຊີວິດຢູ່ກັບພວກສັດປ່າ ຈະກິນຫຍ້າເຫມືອນງົວຢູ່ເປັນເວລາເຈັດປີ ແລ້ວເຈົ້າຈະປ່ຽນໃຈຍອມຮັບວ່າ ພຣະເຈົ້າອົງສູງສຸດຊົງມີຣິດອຳນາດເຫນືອຣາຊອານາຈັກຂອງມະນຸດ ແລະຍອມຮັບວ່າພຣະອົງຊົງແຕ່ງຕັ້ງກະສັດຂອງຊາດໃດຊາດນຶ່ງຕາມທີ່ພຣະອົງຊົງພໍພຣະທັຍ” 33 ເພາະຄຳນີ້ໄດ້ກາຍເປັນຈິງໃນທັນທີ ຄືກະສັດເນບຸກາດເນສຊາ ໄດ້ຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະໄດ້ກິນຫຍ້າເຫມືອນງົວ ນ້ຳຫມອກໄດ້ຕົກຖືກພຣະກາຍຂອງພຣະອົງ ຜົມກໍຍາວເຫມືອນຂົນນົກອີນຊີ ແລະເລັບພຣະຫັດຂອງພຣະອົງກໍຍາວເຫມືອນເລັບນົກ
ກະສັດເນບຸກາດເນສຊາສັຣເສີນພຣະເຈົ້າ
34 ເມື່ອຫມົດກຳນົດເວລານັ້ນແລ້ວ ເຮົາເນບຸກາດເນສຊາໄດ້ເງີຍຫນ້າຂຶ້ນທ້ອງຟ້າ ແລ້ວຈິດໃຈຂອງເຮົາກໍກັບກາຍເປັນປົກກະຕິ ເຮົາຈຶ່ງກ່າວສັຣເສີນພຣະເຈົ້າອົງສູງສຸດ ຖວາຍພຣະກຽດແລະຄວາມສະງ່າຣາສີແດ່ພຣະອົງຜູ້ຊົງພຣະຊົນຢູ່ເປັນນິດ ພຣະອົງຊົງຄອບຄອງຕລອດໄປ ຣາຊອານາຈັກຂອງພຣະອົງດຳຣົງຢູ່ເປັນນິດ 35 ພຣະອົງຊົງຖືວ່າພົນໂລກບໍ່ສຳຄັນຫຍັງ ເທວະດາຢູ່ເທິງຟ້າສວັນແລະມະນຸດໃນໂລກກໍຢູ່ໃຕ້ການປົກຄອງຂອງພຣະອົງ ບໍ່ມີໃຜຈະຂັດຂວາງນ້ຳພຣະທັຍຂອງພຣະອົງ ຫລືຄັດຄ້ານສິ່ງທີ່ພຣະອົງຊົງກະທຳໄດ້ 36 ເມື່ອຈິດໃຈຂອງເຮົາເປັນປົກກະຕິແລ້ວ ຄວາມສະງ່າຣາສີແຫ່ງຣາຊອານາຈັກຂອງເຮົາ ກຽດຕິຍົດແລະຄວາມຍິ່ງໃຫຍ່ຂອງເຮົາໄດ້ຖືກມອບໃຫ້ເຮົາອີກ ພວກທີ່ປຶກສາແລະເຈົ້ານາຍຊັ້ນຜູ້ໃຫຍ່ຂອງເຮົາກໍຍິນດີຕ້ອນຮັບເຮົາ ພຣະຣາຊອຳນາດຂອງເຮົາກໍໄດ້ຖືກມອບຄືນມາໃຫ້ເຮົາພ້ອມກັບກຽດຕິຍົດອັນຍິ່ງໃຫຍ່ກວ່າແຕ່ກ່ອນ 37 ບັດນີ້ ເຮົາເນບຸກາດເນສຊາ ຂໍສັຣເສີນຍ້ອງຍໍ ຖວາຍພຣະກຽດແລະຄວາມສະງ່າຣາສີແດ່ພຣະເຈົ້າເທິງຟ້າສວັນ ພຣະອົງຊົງກະທຳທຸກສິ່ງຖືກຕ້ອງ ການກະທຳຂອງພຣະອົງຍຸດຕິທັມດີສເມີແລະຊົງເຮັດໃຫ້ບຸກຄົນຜູ້ທະເຍີທະຍານຖ່ອມຕົວລົງ
ງານລ້ຽງຂອງເບນຊັສຊາ
1 ເມື່ອເບນຊັສຊາໄດ້ເປັນກະສັດ ພຣະອົງໄດ້ເຊີນເຈົ້ານາຍນຶ່ງພັນຄົນມາໃນງານລ້ຽງທີ່ຈັດຂຶ້ນຢ່າງໃຫຍ່ໂຕມະໂຫຣານ ແລະໄດ້ສເວີຍນ້ຳອະງຸ່ນກັບພວກເຫລົ່ານັ້ນ 2 ຂນະພິດເຫລົ້າພວມຂຶ້ນ ກະສັດເບນຊັສຊາໄດ້ຊົງສັ່ງໃຫ້ເອົາຈອກແລະຖ້ວຍທີ່ເຮັດດ້ວຍເງິນດ້ວຍຄຳມາໃຊ້ ຖ້ວຍເຫລົ່ານີ້ກະສັດເນບຸກາດເນສຊາ ພຣະຣາຊບິດາຂອງພຣະອົງໄດ້ເອົາມາຈາກວິຫານໃນນະຄອນເຢຣູຊາເລັມ ພຣະອົງໄດ້ຊົງໃຊ້ເຂົາໄປເອົາຈອກແລະຖ້ວຍເຫລົ່ານັ້ນມາກໍເພື່ອພຣະອົງພ້ອມທັງມະເຫສີ ກັບພວກເຈົ້ານາຍແລະນາງສນົມທັງຫລາຍຈະໄດ້ດື່ມຈາກພາຊນະເຫລົ່ານີ້ 3 ດັ່ງນັ້ນຈອກແລະຖ້ວຍຄຳຈຶ່ງຖືກນຳມາໃນທັນທີ ທຸກໆຄົນໄດ້ດື່ມຈາກຈອກເຫລົ່ານີ້ 4 ພວກເຂົາໄດ້ດື່ມເຫລົ້າອະງຸ່ນແລະສັຣເສີນຮູບພຣະທີ່ເຮັດດ້ວຍຄຳ ເງິນ ທອງສຳຣິດ ເຫລັກ ໄມ້ແລະຫີນ 5 ໃນທັນນັ້ນມີມືມະນຸດປາກົດໃຫ້ເຫັນ ມືນັ້ນໄດ້ຂຽນຝາພຣະຣາຊວັງບ່ອນມີໂຄມໄຟໄຕ້ຮຸ່ງຢູ່ ພຣະຣາຊາໄດ້ເຫັນຂນະກຳລັງຂຽນຢູ່ 6 ພຣະພັກຂອງພຣະອົງໄດ້ຂາວຊີດ ແລະຕົກພຣະທັຍຫລາຍຈົນຂາສັ່ນ 7 ພຣະອົງຈຶ່ງຊົງຮ້ອງບອກໃຫ້ຄົນນຳເອົາຫມໍມົນ ຫມໍວິຊາອາຄົມ ແລະຫມໍດູຣືກຍາມເຂົ້າມາເຝົ້າ ເມື່ອພວກເຂົາມາເຖິງພຣະອົງໄດ້ຊົງກ່າວກັບພວກເຂົາວ່າ, “ໃຜອ່ານແລະແປຄວາມຫມາຍທີ່ຂຽນນີ້ໄດ້ ຜູ້ນັ້ນຈະໄດ້ຫົ່ມເສື້ອສາມາດສີມ່ວງແຂວນສາຍສ້ອຍຄຳກຽດຕິຍົດ ແລະຈະຖືກແຕ່ງຕັ້ງໃຫ້ເປັນອຸປຣາຊຕຣີໃນຣາຊອານາຈັກ” 8 ພວກທີ່ປຶກສາທັງຫມົດຂອງພຣະຣາຊາຈຶ່ງໄດ້ເຂົ້າມາແຕ່ບໍ່ມີໃຜສາມາດອ່ານຄຳຂຽນຫລືບອກຄວາມຫມາຍໃຫ້ພຣະຣາຊາໄດ້ 9 ດ້ວຍເຫດນີ້ ພຣະຣາຊາຈຶ່ງເສັຽພຣະທັຍ ແລະມີພຣະພັກຂາວຊີດ ພວກເຈົ້ານາຍຊັ້ນສູງຂອງພຣະອົງກໍບໍ່ຣູ້ວ່າຈະເຮັດແນວໃດ 10 ເມື່ອພຣະຣາຊມານດາໄດ້ຍິນສຽງເວົ້າຂອງພຣະຣາຊາ ແລະພວກເຈົ້ານາຍ ພຣະນາງກໍສະເດັດເຂົ້າມາໃນຫ້ອງຈັດງານລ້ຽງແລ້ວຊົງກ່າວວ່າ, “ຂໍຈົ່ງພຣະຈະເຣີນເທີນ ຂໍພຣະອົງຢ່າຕົກໃຈຈົນຫນ້າຂາວຊີດເລີຍ 11 ເພາະວ່າໃນຣາຊອານາຈັກຂອງພຣະອົງ ຍັງມີຊາຍຜູ້ນຶ່ງມີວິນຍານຂອງພຣະເຈົ້າຜູ້ບໍຣິສຸດສະຖິດຢູ່ນຳ ຊາຍຜູ້ນີ້ເມື່ອຄາວບິດາຂອງພຣະອົງເປັນກະສັດ ເຂົາໄດ້ສະແດງຄວາມສລາດຫລັກແຫລມ ຄວາມຮອບຮູ້ແລະມີສະຕິປັນຍາດີເຫມືອນປັນຍາຂອງພວກພຣະ ກະສັດເນບຸກາດເນສຊາພຣະຣາຊບິດາຂອງຝ່າບາທໄດ້ແຕ່ງຕັ້ງໃຫ້ເຂົາເປັນຫົວຫນ້າພວກຫມໍດູ ຫມໍມົນ ຫມໍວິຊາອາຄົມ ແລະຫມໍດູຣືກຍາມ 12 ເຂົາມີຄວາມສາມາດທີ່ສຸດ ມີຄວາມສລາດແລະຊຳນິຊຳນານໃນການແກ້ຄວາມຝັນ ແກ້ບັນຫາແລະແກ້ຄວາມເລິກລັບທັງຫລາຍໄດ້ ດັ່ງນັ້ນ ຂໍຈົ່ງເອີ້ນເອົາດານີເອນຄົນນີ້ (ຜູ້ຊຶ່ງພຣະຣາຊາໄດ້ເອີ້ນເຂົາວ່າເບນເຕຊັສຊາ) ເຂົ້າມາເຝົ້າ ແລ້ວໃຫ້ເຂົາບອກຄວາມຫມາຍທັງຫມົດນີ້ໃຫ້ແກ່ຝ່າບາທ”
ດານີເອນແປຄຳທີ່ຂຽນ
13 ດານີເອນໄດ້ຖືກຮຽກຕົວນຳມາເຝົ້າພຣະຣາຊາທັນທີ ພຣະຣາຊາຊົງກ່າວຕໍ່ດານີເອນວ່າ, “ທ່ານແມ່ນດານີເອນບໍ່? ແລະເປັນຄົນນຶ່ງໃນບັນດາພວກຊະເລີຍທີ່ເປັນຊາວຢູດາ ຊຶ່ງພຣະຣາຊບິດາຂອງເຮົາໄດ້ນຳມາຈາກປະເທດຢູດາແມ່ນບໍ່? 14 ເຮົາໄດ້ຍິນວ່າວິນຍານຂອງພວກພຣະສະຖິດຢູ່ນຳທ່ານ ແລະວ່າທ່ານເປັນຜູ້ຊຳນານ ມີຄວາມຮູ້ແລະສະຕິປັນຍາຢ່າງແປກປລາດ 15 ພວກທີ່ປຶກສາແລະພວກຫມໍມົນໄດ້ເຂົ້າມາອ່ານແລະແປຄວາມຫມາຍຂໍ້ຂຽນນີ້ໃຫ້ເຮົາຮູ້ ແຕ່ເຂົາບໍ່ສາມາດຄົ້ນຄວ້າຫາຄວາມຫມາຍໄດ້ 16 ບັດນີ້ເຮົາໄດ້ຍິນວ່າທ່ານສາມາດຄົ້ນຫາຄວາມຫມາຍ ແລະອະທິບາຍຄວາມເລິກລັບໄດ້ ສະນັ້ນ ຖ້າທ່ານສາມາດອ່ານແລະບອກຄວາມຫມາຍຂໍ້ຂຽນນີ້ໃຫ້ເຮົາຮູ້ໄດ້ ທ່ານຈະໄດ້ຫົ່ມເສື້ອສາມາດສີມ່ວງ ແຂວນສາຍຄໍຄຳກຽດຕິຍົດ ແລະຈະໄດ້ເປັນອຸປຣາຊຕຣີໃນຣາຊອານາຈັກ” 17 ດານີເອນໄດ້ທູນຕອບວ່າ, “ຂ້າແດ່ພຣະຣາຊາ ຂໍພຣະອົງເກັບຂອງພຣະຣາຊານັ້ນໄວ້ ຈົ່ງພຣະຣາຊທານໃຫ້ຜູ້ອື່ນເສັຽ ສ່ວນຂ້າພຣະອົງຈະຂໍອ່ານ ແລະທູນຖວາຍຄວາມຫມາຍຂໍ້ຂຽນນີ້ໃຫ້ພຣະອົງລ້າໆ 18 ຄືພຣະເຈົ້າອົງສູງສຸດໄດ້ຊົງແຕ່ງຕັ້ງເນບຸກາດເນສຊາພຣະຣາຊບິດາຂອງພຣະອົງໃຫ້ເປັນມະຫາຣາຊາ ຊົງປະທານກຽດຕິຍົດແລະຊື່ສຽງໃຫ້ພຣະອົງ 19 ພຣະອົງຈຶ່ງຊົງຍິ່ງໃຫຍ່ຫລາຍຈົນຄົນທຸກປະເທດ ທຸກເຊື້ອຊາດແລະພາສາຢ້ານກົວຕົວສັ່ນ ຖ້າພຣະອົງປະສົງຈະປະຫານຊີວິດຜູ້ໃດກໍຊົງປະຫານໄດ້ໂລດ ຖ້າປະສົງຈະໃຫ້ໃຜມີຊີວິດຢູ່ກໍຊົງໂຜດໃຫ້ຜູ້ນັ້ນມີຊີວິດຢູ່ໄດ້ ຊົງປະທານຍົດ ແລະຖອດຍົດທຸກຄົນໄດ້ຕາມພຣະປະສົງ 20 ແຕ່ຍ້ອນພຣະອົງມີຄວາມທະເຍີທະຍານ ມີພຣະທັຍແຂງກະດ້າງແລະກະທຳການຊົ່ວຮ້າຍ ພຣະອົງຈຶ່ງຖືກປົດອອກຈາກພຣະຣາຊບັນລັງແລະສູນເສັຽກຽດຕິຍົດ 21 ຊົງຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະມີນ້ຳພຣະທັຍເຫມືອນດັ່ງໃຈສັດ ຊົງມີຊີວິດຢູ່ກັບຝູງລໍປ່າ ຊົງກິນຫຍ້າເຫມືອນງົວ ແລະຊົງບັນທົມຫລັບຢູ່ກາງປ່າຈົນເທົ່າຮອດມື້ພຣະອົງຊົງປ່ຽນໃຈຍອມຮັບວ່າ ພຣະເຈົ້າອົງສູງສຸດຊົງປົກຄອງຣາຊອານາຈັກຂອງມະນຸດ ແລະຊົງແຕ່ງຕັ້ງກະສັດທັງປວງຕາມທີ່ພຣະອົງຊົງພໍພຣະທັຍ 22 ຂ້າແດ່ພຣະຣາຊໂອຣົດຂອງກະສັດເນບຸກາດເນສຊາ ແຕ່ພຣະອົງນັ້ນເຖິງແມ່ນວ່າຊົງຊາບເຣື່ອງນີ້ແລ້ວກໍຕາມກໍບໍ່ໄດ້ຖ່ອມພຣະທັຍເລີຍ 23 ຄືພຣະອົງຊົງຖືຕົນວ່າຍິ່ງໃຫຍ່ເທົ່າກັບພຣະຜູ້ເປັນເຈົ້າເທິງຟ້າສວັນ ຊົງນຳເອົາຈອກແລະຖ້ວຍມາຈາກວິຫານຂອງພຣະຜູ້ເປັນເຈົ້າ ພຣະອົງພ້ອມດ້ວຍພວກເຈົ້ານາຍຊັ້ນສູງ ມະເຫສີແລະນາງສນົມທັງຫລາຍຂອງພຣະອົງໄດ້ດື່ມເຫລົ້າອະງຸ່ນຈາກຈອກເຫລົ່ານັ້ນ ແລ້ວກ່າວສັຣເສີນຮູບພຣະທີ່ເຮັດດ້ວຍຄຳ ດ້ວຍເງິນ ດ້ວຍທອງສຳຣິດ ດ້ວຍເຫລັກ ດ້ວຍໄມ້ແລະຫີນ ພຣະເຫລົ່ານີ້ບໍ່ສາມາດຮູ້ເຫັນແລະໄດ້ຍິນອັນໃດໄດ້ ແຕ່ພຣະອົງບໍ່ໄດ້ຖວາຍພຣະກຽດແດ່ພຣະເຈົ້າອົງປົກຄອງຊີວິດຂອງພຣະອົງ ແລະປົກຄອງທຸກໆສິ່ງທີ່ພຣະອົງຊົງກະທຳ 24 ດ້ວຍເຫດນີ້ແຫລະ ພຣະເຈົ້າຈຶ່ງສົ່ງມືມາຂຽນຂໍ້ຄວາມເຫລົ່ານີ້ 25 ຕໍ່ໄປນີ້ແມ່ນຂໍ້ຄວາມທີ່ຂຽນຄື: ເມເນ ເມເນ ເຕເກຣ ແລະປາຣສີນ 26 ຄວາມຫມາຍຂອງມັນມີດັ່ງນີ້ ຄຳວ່າ ເມເນ ແມ່ນພຣະເຈົ້າຊົງນັບຈຳນວນມື້ແຫ່ງຣາຊອານາຈັກຂອງພຣະອົງໄວ້ແລ້ວ ແລະຊົງເຮັດໃຫ້ຣາຊອານາຈັກນັ້ນສິ້ນສຸດລົງ 27 ຄຳວ່າ ເຕເກຣ ແມ່ນພຣະອົງຊົງຖືກຊັ່ງນ້ຳຫນັກໃນເຄື່ອງຊັ່ງ ແລະຊົງເຫັນວ່າຍັງເບົາຢູ່ຫລາຍ 28 ຄຳວ່າ ເປເຣສ ແມ່ນຣາຊອານາຈັກຂອງພຣະອົງຈະຖືກແບ່ງອອກໃຫ້ຄົນເມເດັຽ ແລະຄົນເປີເຊັຽ” 29 ແລ້ວກະສັດເບນຊັສຊາຊົງສັ່ງໃຫ້ເຂົາຫົ່ມເສື້ອສາມາດສີມ່ວງໃຫ້ດານີເອນທັນທີ ແລະໃຫ້ແຂວນສາຍຄໍຄຳກຽດຕິຍົດພ້ອມກັບຊົງແຕ່ງຕັ້ງໃຫ້ເປັນອຸປຣາຊຕຣີໃນຣາຊອານາຈັກ 30 ໃນຄືນມື້ນັ້ນເອງ ເບນຊັສຊາກະສັດບາບີໂລນກໍຖືກປະຫານຊີວິດ 31 ກະສັດດາຣິອຸສຄົນເມເດັຽ ຈຶ່ງຍຶດອຳນາດ ແລະໄດ້ປົກຄອງຣາຊອານາຈັກ (ເວລານັ້ນກະສັດດາຣິອຸສຊົງມີພຣະຊົນໄດ້ຫົກສິບສອງປີ)
ດານີເອນໃນຖ້ຳສິງ
1 ກະສັດດາຣິອຸສໄດ້ຊົງແຕ່ງຕັ້ງເຈົ້າແຂວງຮ້ອຍຊາວຄົນ ໃຫ້ປົກຄອງທົ່ວຣາຊອານາຈັກຂອງພຣະອົງ 2 ຄັນແລ້ວ ພຣະອົງຊົງເລືອກດານີເອນກັບອີກສອງຄົນເປັນຜູ້ກວດຣາຊການແຜ່ນດິນ ເພື່ອດູແລຮັກສາຜົນປໂຍດຂອງພຣະຣາຊາ 3 ໃນບໍ່ເຫິງດານີເອນກໍສະແດງໃຫ້ກະສັດດາຣິອຸສເຫັນວ່າ ທ່ານກະທຳການໄດ້ດີກວ່າຜູ້ກວດຣາຊການແລະເຈົ້າແຂວງຄົນອື່ນໆ ເພາະວິນຍານປະເສີດສະຖິດຢູ່ກັບທ່ານແລະພຣະຣາຊາຈຶ່ງຊົງພິຈາຣະນາແຕ່ງຕັ້ງທ່ານໃຫ້ເປັນຜູ້ຄອບຄອງທົ່ວຣາຊອານາຈັກ 4 ແລ້ວຜູ້ກວດກາແລະເຈົ້າແຂວງຄົນອື່ນໆ ໄດ້ພຍາຍາມຊອກຈັບເອົາຄວາມຜິດພາດໃນການບໍຣິຫານຣາຊການແຜ່ນດິນຂອງດານີເອນ ແຕ່ພວກເຂົາບໍ່ສາມາດພົບເຫັນຄວາມຜິດຫລືການທຸຈຣິດໃດໆໄດ້ ຍ້ອນວ່າດານີເອນທ່ານເປັນຄົນສັດຊື່ ແລະບໍ່ເຮັດສິ່ງທີ່ຜິດຫລືການເສື່ອມເສັຽໃດໆ 5 ພວກເຂົາຈຶ່ງເວົ້າຕໍ່ກັນແລະກັນວ່າ, “ເຮົາຈະຫາເຣື່ອງມາຟ້ອງຮ້ອງດານີເອນບໍ່ໄດ້ດອກ ນອກຈາກເຣື່ອງທີ່ກ່ຽວຂ້ອງກັບສາສນາຂອງເຂົາເທົ່ານັ້ນ” 6 ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປເຝົ້າກະສັດດາຣິອຸສແລ້ວກາບທູນວ່າ, “ຂ້າແດ່ພຣະຣາຊາ ຂໍຊົງພຣະຈະເຣີນເທີນ 7 ພວກຂ້າພຣະອົງທັງຫມົດຜູ້ບໍຣິຫານຣາຊການແຜ່ນດິນຂອງພຣະອົງ ຄືຜູ້ກວດຣາຊການແຜ່ນດິນ ເຈົ້າແຂວງ ຮອງເຈົ້າແຂວງ ແລະຜູ້ປຶກສາໄດ້ຕົກລົງເຫັນດີກັນວ່າ ພຣະຣາຊາສົມຄວນຈະຊົງອອກຄຳສັ່ງວ່າ ໃນສາມສິບວັນນີ້ບໍ່ໃຫ້ໃຜທູນຂໍສິ່ງນຶ່ງສິ່ງໃດຈາກພຣະຫລືຄົນໃດໆ ເວັ້ນໄວ້ແຕ່ທູນຂໍຈາກພຣະອົງ ຜູ້ໃດຝ່າຝືນຄຳສັ່ງນີ້ຈະຕ້ອງຖືກໂຍນເຂົ້າໄປໃນຖ້ຳສິງ 8 ດັ່ງນັ້ນ ຂໍພຣະອົງຊົງອອກຄຳສັ່ງນີ້ແລະລົງພຣະນາມໄວ້ ເພື່ອຈະໄດ້ນຳອອກໃຊ້ບັງຄັບເປັນກົດຫມາຍເມເດັຽແລະເປີເຊັຽ ຊຶ່ງເປັນກົດຫມາຍປ່ຽນແປງບໍ່ໄດ້” 9 ດ້ວຍເຫດນີ້ ກະສັດດາຣິອຸສຈຶ່ງຊົງລົງພຣະນາມໃນຫນັງສືຄຳສັ່ງ
ດານີເອນໃນຖ້ຳຂອງສິງ
10 ເມື່ອດານີເອນຮູ້ວ່າ ກະສັດຊົງລົງພຣະນາມໃນຫນັງສືຄຳສັ່ງນັ້ນແລ້ວ ທ່ານກໍໄປຍັງເຮືອນຂອງຕົນ ໃນເຮືອນນັ້ນມີປ່ອງຢ້ຽມຊັ້ນເທິງສາມປ່ອງຢູ່ເຊິ່ງນະຄອນເຢຣູຊາເລັມ ຢູ່ທີ່ນັ້ນທ່ານຄຸເຂົ່າລົງຕໍ່ຫນ້າປ່ອງຢ້ຽມທີ່ໄຂໄວ້ ແລ້ວອ້ອນວອນຕໍ່ພຣະເຈົ້າມື້ລະສາມເທື່ອເຫມືອນເຄີຍປະຕິບັດມາ 11 ຄົນເຫລົ່ານີ້ກໍໄດ້ສັງເກດເຫັນດານີເອນ ອ້ອນວອນຕໍ່ພຣະເຈົ້າ 12 ພວກເຂົາທັງຫມົດຈຶ່ງພາກັນໄປຟ້ອງດານີເອນຕໍ່ພຣະຣາຊາ ທູນວ່າ, “ຂ້າແດ່ພຣະຣາຊາ ພຣະອົງໄດ້ຊົງລົງພຣະນາມໃນຄຳສັ່ງທີ່ວ່າ ໃນສາມສິບມື້ຕໍ່ໄປນີ້ ຖ້າບຸກຄົນຜູ້ໃດທູນຂໍສິ່ງນຶ່ງສິ່ງໃດຈາກພຣະຫລືຄົນໃດໆຈະຕ້ອງຖືກໂຍນເຂົ້າໄປໃນຖ້ຳສິງ ເວັ້ນໄວ້ແຕ່ທູນຂໍຈາກພຣະອົງ” ພຣະຣາຊາຊົງກ່າວຕອບວ່າ, “ແມ່ນແລ້ວ ເປັນຄຳສັ່ງທີ່ເດັດຂາດຕາມກົດຫມາຍຂອງເມເດສແລະເປີເຊັຽ ຈະແກ້ໄຂປ່ຽນແປງບໍ່ໄດ້” 13 ແລ້ວພວກເຂົາໄດ້ກາບທູນອົງພຣະຣາຊາວ່າ, “ດານີເອນຜູ້ເປັນຊະເລີຍຄົນນຶ່ງທີ່ຖືກກວາດຕ້ອນມາຈາກຢູດາ ເຂົາບໍ່ໄດ້ເຄົາຣົບພຣະຣາຊາ ຫລືເຊື່ອຟັງຄຳສັ່ງທີ່ພຣະອົງຊົງປະກາດອອກໄປ ເຂົາໄດ້ອ້ອນວອນຕໍ່ພຣະເຈົ້າຂອງເຂົາມື້ລະສາມເທື່ອເປັນປະຈຳ” 14 ເມື່ອພຣະຣາຊາຊົງຊາບດັ່ງນັ້ນ ພຣະອົງກໍຊົງເປັນທຸກໃນພຣະທັຍ ຈຶ່ງຊົງຄິດຫາຊ່ອງທາງຊ່ອຍເຫລືອດານີເອນ ພຣະອົງຊົງພຍາຍາມຢູ່ຈົນຄ່ຳ 15 ແລ້ວຄົນເຫລົ່ານັ້ນກໍພາກັນກັບມາເຝົ້າພຣະຣາຊາແລະທູນວ່າ, “ພຣະຣາຊາຊົງຊາບແລ້ວວ່າ ຕາມກົດຫມາຍຂອງເມເດັຽ ແລະເປີເຊັຽນັ້ນ ບໍ່ມີຄຳສັ່ງໃດທີ່ພຣະຣາຊາຊົງປະກາດອອກໄປແລ້ວຈະປ່ຽນແປງໄດ້” 16 ຕໍ່ມາ ພຣະຣາຊາຊົງອອກຄຳສັ່ງໃຫ້ເອົາດານີເອນໂຍນເຂົ້າໄປໃນຖ້ຳສິງ ພຣະອົງຊົງກ່າວຕໍ່ດານີເອນວ່າ, “ຂໍພຣະເຈົ້າຂອງທ່ານ ຜູ້ທີ່ທ່ານໄດ້ຮັບໃຊ້ດ້ວຍຄວາມຈົ່ງຮັກພັກດີນັ້ນ ຈົ່ງຊ່ອຍເຫລືອທ່ານສາ” 17 ພວກເຂົາໄດ້ນຳກ້ອນຫີນມາອັດປາກຖ້ຳໄວ້ ພຣະຣາຊາໄດ້ຊົງປະທັບຕຣາຂອງພຣະອົງ ແລະຕຣາຂອງເຈົ້ານາຍຊັ້ນສູງໃສ່ໃນກ້ອນຫີນ ເພື່ອບໍ່ໃຫ້ໃຜຊ່ອຍດານີເອນໄດ້ 18 ແລ້ວພຣະອົງໄດ້ສະເດັດກັບຄືນພຣະຣາຊວັງ ໃນຄືນນັ້ນພຣະອົງບໍ່ໄດ້ສເວີຍອາຫານ ບໍ່ຍອມໃຫ້ມີການລື້ນເລີງມ່ວນຊື່ນ ແລະບັນທົມບໍ່ຫລັບຕລອດຄືນ
ດານີເອນປອດພັຍຈາກສິງ
19 ພຣະຣາຊາຊົງຕື່ນຈາກບັນທົມແຕ່ເດິກ ແລະຟ້າວສະເດັດໄປຍັງຖ້ຳສິງ 20 ເມື່ອພຣະອົງຊົງສະເດັດເຂົ້າມາໃກ້ຖ້ຳ ກໍຊົງຮ້ອງສຽງດັງດ້ວຍຄວາມກະວົນກະວາຍວ່າ, “ດານີເອນຜູ້ຮັບໃຊ້ຂອງພຣະເຈົ້າອົງຊົງພຣະຊົນຢູ່ເອີຍ ພຣະເຈົ້າອົງທີ່ທ່ານຮັບໃຊ້ດ້ວຍຄວາມຈົ່ງຮັກພັກດີ ໄດ້ຊ່ອຍທ່ານໃຫ້ພົ້ນຈາກສິງບໍ່” 21 ດານີເອນໄດ້ທູນຕອບວ່າ, “ຂໍຈົ່ງຊົງພຣະຈະເຣີນເທີນ 22 ພຣະເຈົ້າຊົງໃຊ້ເທວະດາຂອງພຣະອົງມາອັດປາກສິງໄວ້ ເພື່ອບໍ່ໃຫ້ມັນທຳຮ້າຍຂ້າພຣະອົງ ຂ້າແດ່ພຣະຣາຊາ ພຣະເຈົ້າຊົງເຮັດດັ່ງນີ້ຍ້ອນພຣະອົງຊົງຊາບວ່າ ຂ້າພຣະອົງບໍ່ມີຄວາມຜິດຫຍັງເລີຍ ແລະຍ້ອນຂ້າພຣະອົງບໍ່ໄດ້ເຮັດຜິດແນວໃດຕໍ່ພຣະຣາຊາ” 23 ພຣະຣາຊາໄດ້ຊົງຊົມຊື່ນຍິນດີທີ່ສຸດ ແລະມີຄຳສັ່ງໃຫ້ນຳດານີເອນຂຶ້ນມາຈາກຖ້ຳ ດັ່ງນັ້ນ ພວກເຂົາຈຶ່ງຊ່ອຍກັນເອົາດານີເອນຂຶ້ນມາ ແລະບໍ່ປາກົດວ່າທ່ານໄດ້ຖືກທຳຮ້າຍເລີຍ ຍ້ອນວ່າທ່ານໄດ້ໄວ້ວາງໃຈໃນພຣະເຈົ້າ 24 ແລ້ວພຣະຣາຊາຊົງອອກຄຳສັ່ງໃຫ້ໂຍນຄົນທັງປວງທີ່ຟ້ອງດານີເອນລົງໄປໃນຖ້ຳສິງ ພ້ອມດ້ວຍລູກເມັຽທັງຫລາຍ ກ່ອນທີ່ພວກເຂົາຈະຕົກລົງເຖິງພື້ນຖ້ຳ ສິງກໍໂດດສວບກິນຈົນຫມົດສິ້ນ 25 ຕໍ່ມາ ກະສັດດາຣິອຸສຊົງມີພຣະຣາຊສານໄປເຖິງປະຊາຊົນທຸກປະເທດ ທຸກເຊື້ອຊາດແລະພາສາໃນໂລກວ່າ, “ຂໍຄວາມສຸກຄວາມຈະເຣີນຈົ່ງມີແກ່ທ່ານທັງຫລາຍ 26 ເຮົາຂໍສັ່ງວ່າ ໃຫ້ທຸກຄົນທົ່ວຣາຊອານາຈັກຂອງເຮົາ ຈົ່ງຢຳເກງແລະເຄົາຣົບນັບຖືພຣະເຈົ້າຂອງດານີເອນ ພຣະອົງເປັນພຣະເຈົ້າຜູ້ຊົງພຣະຊົນຢູ່ ແລະຈະປົກຄອງຕລອດໄປ ຣາຊອານາຈັກຂອງພຣະອົງຈະບໍ່ຖືກທຳລາຍ ແລະພຣະຣາຊອຳນາດຂອງພຣະອົງຈະບໍ່ຫມົດສິ້ນຈັກເທື່ອ 27 ພຣະອົງຊົງຊ່ອຍຊີວິດໃຫ້ພົ້ນພັຍ ຊົງສະແດງຫມາຍສຳຄັນແລະການອັດສະຈັນໃນຟ້າສວັນແລະໃນແຜ່ນດິນ ພຣະອົງຊົງຊ່ອຍດານີເອນໃຫ້ພົ້ນຈາກແຂ້ວສິງ” 28 ດັ່ງນັ້ນ ດານີເອນກໍຈະເຣີນຮຸ່ງເຮືອງຢູ່ໃນຣາຊການຂອງກະສັດດາຣິອຸສ ແລະໃນຣາຊການຂອງກະສັດໄຊຣັສຄົນເປີເຊັຽ
ນີມິດເຣື່ອງສັດສີ່ຊະນິດ
1 ໃນປີທຳອິດແຫ່ງຣາຊການເບນຊັສຊາ ກະສັດບາບີໂລນ ຂ້າພະເຈົ້າດານີເອນໄດ້ຝັນເຫັນນີມິດໃນເວລາກາງຄືນ ແລ້ວໄດ້ບັນທຶກຄຳຝັນແລະສິ່ງທີ່ເຫັນໃນຄືນນັ້ນໄວ້ດັ່ງນີ້: 2 ດານີເອນກ່າວວ່າ, “ຂ້າພະເຈົ້າໄດ້ເຫັນນີມິດໃນເວລາກາງຄືນ ແລະເບິ່ງແມ໋, ມີລົມພັດມາຈາກທິດທັງສີ່ ມາຕີຫນ້ານ້ຳມະຫາສມຸດໃຫ້ເປັນຟອງ 3 ແລ້ວມີສັດໃຫຍ່ສີ່ໂຕຂຶ້ນມາຈາກມະຫາສມຸດ ສັດແຕ່ລະໂຕມີຮູບຮ່າງແຕກຕ່າງກັນ 4 ຕົວທຳອິດເບິ່ງຄ້າຍຄືສິງ ແລະມີປີກເຫມືອນນົກອີນຊີ ໃນຂນະທີ່ຂ້າພະເຈົ້າເຝົ້າເບິ່ງຢູ່ນັ້ນ ປີກຂອງມັນໄດ້ຖືກດຶງອອກ ສັດໂຕນັ້ນໄດ້ຖືກຍົກຂຶ້ນ ແລະໄດ້ຢືນຢູ່ເຫມືອນຄົນ ແລ້ວຈິດໃຈຂອງມະນຸດໄດ້ຖືກມອບໃຫ້ມັນ 5 ຂ້າພະເຈົ້າໄດ້ເຫັນສັດໂຕທີ່ສອງ ມັນມີຮູບຮ່າງເຫມືອນຫມີທີ່ກຳລັງຢືນຢູ່ດ້ວຍຂາຫລັງຂອງມັນ ມີກະດູກຂ້າງສາມອັນຢູ່ໃນປາກຂອງມັນ ແລະມີສຽງບອກມັນວ່າ, “ຈົ່ງໄປກິນຊີ້ນໃຫ້ຫລາຍໆ” 6 ຂ້າພະເຈົ້າໄດ້ຫລຽວເບິ່ງຕໍ່ໄປ ແລະໄດ້ເຫັນສັດອີກໂຕນຶ່ງເຫມືອນເສືອດາວ ທາງຫລັງຂອງມັນມີປີກເຫມືອນປີກນົກ ມີຫົວສີ່ຫົວແລະມີອຳນາດຫລາຍ 7 ຂນະທີ່ຂ້າພະເຈົ້າກຳລັງເຝົ້າເບິ່ງຢູ່ນັ້ນ ກໍໄດ້ເຫັນສັດໂຕທີ່ສີ່ ສັດໂຕນີ້ຫນ້າຢ້ານ ຮ້າຍກາດແລະແຂງແຮງທີ່ສຸດ ມັນມີແຂ້ວເຫລັກຂນາດໃຫຍ່ ກິນແລະທຳລາຍທຸກໆສິ່ງ ມັນມີສິບເຂົາແລະບໍ່ເຫມືອນກັບສັດໂຕອື່ນໆ 8 ຂນະທີ່ຊ່ອມເບິ່ງເຂົາເຫລົ່ານັ້ນ ມັນໄດ້ເຮັດໃຫ້ສາມເຂົາທຳອິດຫລ່ອນອອກ ເຂົາອັນນີ້ມີຕາແລະປາກເຫມືອນມະນຸດ ປາກຂອງມັນຄຸຍອວດເຣື່ອງໃຫຍ່ໂຕ
ດານີເອນເຫັນນິມິດກ່ຽວກັບພຣະເຈົ້າອົງຊົງພຣະຊົນຢູ່
9 ຂນະທີ່ຂ້າພະເຈົ້າກຳລັງຫລຽວເບິ່ງ ໄດ້ມີບັນລັງຫລາຍອັນຖືກນຳມາຕັ້ງໄວ້ເທິງບັນລັງແຕ່ລະອັນ ມີອົງຜູ້ຊົງພຣະຊົນຢູ່ເປັນນິດປະທັບຢູ່ ເຄື່ອງ ສລອງຂອງພຣະອົງຂາວເຫມືອນນວນຝ້າຍ ຜົມເຫມືອນຂົນແກະບໍຣິສຸດ ພຣະບັນລັງຂອງພຣະອົງເປັນແປວໄຟ ກົງຈັກຂອງບັນລັງນັ້ນເປັນໄຟລຸກຢູ່ ແລະແປວໄຟໄດ້ພຸ່ງອອກຈາກທີ່ນັ້ນ 10 ມີຄົນເປັນຈຳນວນລ້ານບົວຣະບັດພຣະອົງຢູ່ທີ່ນັ້ນ ແລະມີຄົນເປັນໂກດໆຢືນຢູ່ຊ້ອງພຣະພັກຂອງພຣະອົງ ພວກຜູ້ພິພາກສາກໍເລີ້ມພິພາກສາ ແລະເປີດຫນັງສືອອກມາອ່ານ 11 ຂນະທີ່ຂ້າພະເຈົ້າກຳລັງຫລຽວເບິ່ງ ກໍໄດ້ຍິນສຽງເຂົານ້ອຍນັ້ນເວົ້າໂອ້ອວດຂຶ້ ນ ແລະສັດໂຕທີ່ສີ່ໄດ້ຖືກຂ້າ ຊາກສົບຂອງມັນຖືກໂຍນໃສ່ໄຟເພື່ອທຳລາຍຖິ້ມ 12 ສ່ວນສັດໂຕອື່ນນັ້ນໄດ້ຖືກຖອດອຳນາດ ແຕ່ອະນຸຍາດໃຫ້ມັນມີຊີວິດຢູ່ຕໍ່ໄປໄດ້ຊົ່ວລະຍະນຶ່ງ 13 ລະຫວ່າງເກີດນີມິດນີ້ໃນເວລາກາງຄືນ ຂ້າພະເຈົ້າໄດ້ເຫັນຜູ້ນຶ່ງມີຮູບຮ່າງເຫມືອນມະນຸດ ທ່ານໄດ້ເຂົ້າມາໃກ້ໆອ້ອມຮອບດ້ວຍເມກ ແລະໄດ້ເຂົ້າເຝົ້າພຣະຜູ້ຊົງພຣະຊົນຢູ່ເປັນນິດ 14 ຢູ່ທີ່ນັ້ນ ທ່ານໄດ້ຮັບອຳນາດກຽດຕິຍົດແລະເດຊານຸພາບ ເພື່ອປະຊາຊົນທຸກປະເທດ ທຸກເຊື້ອຊາດ ແລະພາສາຈະຮັບໃຊ້ທ່ານ ເດຊານຸພາບຂອງທ່ານຈະມີຢູ່ຕລອດໄປ ແລະຣາຊອານາຈັກກໍຈະບໍ່ມີເວລາສິ້ນສຸດລົງ
ການແກ້ນິມິດ
15 ນິມິດທີ່ຂ້າພະເຈົ້າເຫັນນັ້ນ ໄດ້ເຮັດໃຫ້ຂ້າພະເຈົ້າຕື່ນຕົກໃຈແລະເປັນທຸກຢ່າງໃຫຍ່ຫລວງ 16 ຂ້າພະເຈົ້າຈຶ່ງຂຶ້ນໄປຫາທ່ານຜູ້ນຶ່ງທີ່ຢືນຢູ່ທີ່ນັ້ນ ເພື່ອຂໍຮ້ອງໃຫ້ທ່ານອະທິບາຍເຣື່ອງທັງຫມົດນີ້ ທ່ານຈຶ່ງບອກຄວາມຫມາຍແກ່ຂ້າພະເຈົ້າວ່າ, 17 “ສັດໃຫຍ່ທັງສີ່ໂຕນັ້ນ ແມ່ນຣາຊອານາຈັກທັງສີ່ຈະເກີດຂຶ້ນໃນໂລກ 18 ໄພ່ພົນຂອງພຣະເຈົ້າອົງສູງສຸດຈະໄດ້ຮັບພຣະຣາຊອຳນາດແລະຈະໄດ້ຄອບຄອງຣາຊອານາຈັກນັ້ນຕລອດໄປເປັນນິດ” 19 ແລ້ວຂ້າພະເຈົ້າໄດ້ສົນໃຈຢາກຮູ້ເຣື່ອງກ່ຽວກັບສັດໂຕທີ່ສີ່ ຊຶ່ງບໍ່ເຫມືອນກັບສັດຕົວອື່ນໆ ມັນເປັນສັດຫນ້າຢ້ານທີ່ສຸດ ມີແຂ້ວເຫລັກແລະເລັບຕີນທອງສຳລິດ ມັນກິນແລະທຳລາຍທຸກສິ່ງ 20 ຂ້າພະເຈົ້າໄດ້ສົນໃຈຢາກຮູ້ເຣື່ອງກ່ຽວກັບເຂົາສິບເຂົາຢູ່ເທິງຫົວຂອງມັນ ຄືມີເຂົາອັນນຶ່ງທີ່ປົ່ງຊອນອອກມາຕາມຫລັງ ໄດ້ເຮັດໃຫ້ເຂົາສາມເຂົາຫລ່ອນອອກ ເຂົານີ້ມີຕາແລະປາກທີ່ຄຸຍອວດເຣື່ອງໃຫຍ່ໂຕ ມັນຫນ້າເກງຂາມກວ່າເຂົາອື່ນໆ 21 ຂນະທີ່ຂ້າພະເຈົ້າກຳລັງຫລຽວເບິ່ງ ເຂົາອັນນັ້ນໄດ້ຮົບຊະນະໄພ່ພົນຂອງພຣະເຈົ້າ 22 ແລ້ວອົງຜູ້ຊົງພຣະຊົນຢູ່ເປັນນິດໄດ້ມາຕັດສິນເຂົ້າຂ້າງໄພ່ພົນຂອງພຣະເຈົ້າອົງສູງສຸດ ໄພ່ພົນຂອງພຣະເຈົ້າຈຶ່ງໄດ້ຮັບພຣະຣາຊອຳນາດ 23 ຕໍ່ໄປນີ້ແມ່ນຄຳແກ້ຄວາມຝັນທີ່ຂ້າພະເຈົ້າໄດ້ຮັບ ຄືສັດໂຕທີ່ສີ່ແມ່ນຣາຊອານາຈັກອັນທີ່ສີ່ຈະເກີດຂຶ້ນໃນໂລກ ຈະແຕກຕ່າງຈາກຣາຊອານາຈັກອື່ນໆທັງປວງ ມັນຈະກືນກິນໂລກທັງຫມົດ ຈະທຳລາຍແລະກຳຈັດເສັຽໃຫ້ຫມົດ 24 ເຂົາສິບເຂົານັ້ນແມ່ນກະສັດສິບອົງ ຊຶ່ງຈະເກີດຂຶ້ນໃນຣາຊອານາຈັກນັ້ນ ແລ້ວຈະມີກະສັດອີກອົງນຶ່ງເກີດຂຶ້ນ ກະສັດອົງນີ້ຈະແຕກຕ່າງຈາກກະສັດອົງກ່ອນໆ ແລະຈະໂຄ່ນລົ້ມກະສັດສາມອົງເສັຽ 25 ທ່ານຈະເວົ້າຕໍ່ສູ້ພຣະເຈົ້າອົງສູງສຸດ ຈະກົດຂີ່ໄພ່ພົນຂອງພຣະອົງ ຈະພຍາຍາມປ່ຽນແປງພຣະບັນຍັດແລະພິທີທາງສາສນາຂອງພວກເຂົາ ໄພ່ພົນຂອງພຣະເຈົ້າຈະຢູ່ໃຕ້ອຳນາດຂອງທ່ານ ຕລອດນຶ່ງວາຣະ ສອງວາຣະ ກັບເຄິ່ງວາຣະ 26 ແລ້ວສານກໍຈະເລີ້ມພິພາກສາ ຈະຕັດສິນຖອດຖອນພຣະຣາຊອຳນາດແລະທຳລາຍທ່ານຈົນຫມົດສິ້ນ 27 ອຳນາດແລະຄວາມຍິ່ງໃຫຍ່ແຫ່ງພຣະຣາຊອານາຈັກທັງປວງໃນໂລກ ຈະຖືກມອບໃຫ້ແກ່ໄພ່ພົນຂອງພຣະເຈົ້າອົງສູງສຸດ ພຣະຣາຊອຳນາດຂອງພວກເຂົານັ້ນຈະບໍ່ຫມົດສິ້ນໄປ ຜູ້ປົກຄອງທັງປວງໃນໂລກຈະຮັບໃຊ້ແລະເຊື່ອຟັງພວກເຂົາ 28 ເຣື່ອງຣາວໄດ້ສິ້ນສຸດລົງພຽງເທົ່ານີ້ ຂ້າພະເຈົ້າດານີເອນໄດ້ຕົກໃຈຫລາຍຈົນຫນ້າຂາວຊີດໄປ ແຕ່ກໍຍັງສາມາດຈື່ຈຳເຣື່ອງຣາວທັງຫມົດນີ້ໄວ້ໄດ້
ນິມິດເຣື່ອງແກະແລະແບ້
1 ໃນປີທີສາມແຫ່ງຣາຊການກະສັດເບນຊັສຊານັ້ນ ຂ້າພະເຈົ້າດານີເອນໄດ້ເຫັນນິມິດເປັນເທື່ອທີ່ສອງ 2 ໃນນິມິດນັ້ນ ຂ້າພະເຈົ້າເຫັນວ່າຕົວເອງຢູ່ທີ່ນະຄອນຊູຊາ ຊຶ່ງຢູ່ໃນແຂວງເມືອງເອລາມ ແລະຂ້າພະເຈົ້າໄດ້ຢືນຢູ່ໃກ້ແມ່ນ້ຳອູລັຍ 3 ຂ້າພະເຈົ້າໄດ້ເງີຍຫນ້າຂຶ້ນເຫັນແກະເຖິກຕົວນຶ່ງຢືນຢູ່ແຄມແມ່ນ້ຳນັ້ນ ມັນມີເຂົາໃຫຍ່ສອງເຂົາ ເຂົາທີ່ປົ່ງອອກມາພາຍຫລັງໃຫຍ່ກວ່າເຂົາທຳອິດ 4 ຂ້າພະເຈົ້າໄດ້ຊອມເບິ່ງແກະນັ້ນຊົນແກະຕົວທີ່ຢູ່ທາງຕາເວັນຕົກ ທາງເຫນືອແລະທາງໃຕ້ ບໍ່ມີສັດຕົວໃດຕ້ານທານຫລືຫນີລອດຈາກອຳນາດຂອງມັນໄດ້ ມັນເຮັດຕາມໃຈແລະມັກໃຫຍ່ໃຝ່ສູງ 5 ຂນະທີ່ຂ້າພະເຈົ້າພວມຄິດສົງໃສໃນສິ່ງນີ້ຢູ່ນັ້ນ ໄດ້ມີແບ້ຕົວນຶ່ງແລ່ນມາຈາກທາງຕາເວັນຕົກດ້ວຍຄວາມໄວເກືອບຕີນບໍ່ຕິດດິນ ມັນມີເຂົາສຳຄັນເຂົານຶ່ງຢູ່ລະຫວ່າງຕາສອງເບື້ອງ 6 ເມື່ອມັນມາເຖິງແກະຕົວທີ່ມີເຂົາສອງເຂົາຊຶ່ງຂ້າພະເຈົ້າໄດ້ເຫັນມັນຢືນຢູ່ແຄມແມ່ນ້ຳນັ້ນ ມັນໄດ້ແລ່ນເຂົ້າຊົນແກະຕົວນັ້ນຫມົດແຮງຂອງມັນ 7 ຂ້າພະເຈົ້າໄດ້ຊອມເບິ່ງມັນຊົນແກະຕົວນີ້ຢູ່ ມັນຕໍ່ສູ້ດ້ວຍຄວາມຄຽດຮ້າຍຫລາຍ ຈົນເຂົາສອງເຂົາຂອງມັນຫັກໄປ ຝ່າຍແກະບໍ່ມີແຮງຕ້ານທານມັນໄດ້ ຈຶ່ງຖືກແບ້ຊິດລົ້ມລົງດີນແລະຂຶ້ນຢຽບ ບໍ່ມີໃຜຊ່ອຍແກະໃຫ້ພົ້ນຈາກຄວາມຕາຍໄດ້ 8 ຝ່າຍແບ້ມີຄວາມເຍີ້ຍິ່ງຈອງຫອງຫລາຍ ແຕ່ໃນເວລາທີ່ມັນແຂງແຮງຫລາຍນັ້ນ ເຂົາຂອງມັນໄດ້ຫັກອອກ ແຕ່ມີເຂົາທີ່ສຳຄັນສີ່ເຂົາໄດ້ປົ່ງອອກມາແທນອີກ ເຂົາເຫລົ່ານີ້ໄດ້ຊີ້ໄປຕ່າງທິດທາງກັນ 9 ມີເຂົານ້ອຍອັນນຶ່ງປົ່ງອອກມາຈາກເຂົາອັນນຶ່ງໃນສີ່ເຂົານີ້ ມັນໄດ້ສະແດງອຳນາດຂອງມັນໄປໃນທາງທິດໃຕ້ ທິດຕາເວັນອອກ ແລະໄປຍັງແຜ່ນດິນທີ່ຊົງສັນຍາໄວ້ 10 ມັນແຂງແຮງພໍທີ່ຈະໂຈມຕີກອງທັບດວງດາວເທິງຟ້າສວັນ ມັນໄດ້ໂຍນດວງດາວບາງກຸ່ມເຫລົ່ານັ້ນລົງມາຍັງດິນແລ້ວຢຽບຖິ້ມ 11 ມັນຂັດຂືນກອງທັບແຫ່ງຟ້າສວັນ ໂດຍຫ້າມປາມບໍ່ໃຫ້ໃຜຂາບໄຫວ້ນະມັສການພຣະອົງຢູ່ໃນພຣະວິຫານ 12 ດັ່ງນັ້ນ ຈຶ່ງມີການເຮັດບາບແທນການເຜົາບູຊາປະຈຳວັນ ແລະປະຖິ້ມຄວາມຈິງ ເຂົາອັນນີ້ໄດ້ກະທຳທຸກໆສິ່ງເປັນຜົນສຳເຣັດ 13 ແລ້ວຂ້າພະເຈົ້າໄດ້ຍິນເທວະດາສອງຕົນຖາມກັນວ່າ, “ຍັງອີກເຫິງປານໃດ ສິ່ງທີ່ເກີດຂຶ້ນໃນນິມິດນີ້ຈຶ່ງຈະຫມົດໄປ ຄືການເຮັດບາບອັນຊົ່ວຮ້າຍແທນການເຜົາບູຊາປະຈຳວັນ ກັບກອງທັບສວັນແລະ ພຣະວິຫານຖືກທຳລາຍນັ້ນ” 14 ເທວະດາຕົນນຶ່ງໄດ້ຕອບວ່າ, “ຍັງເຫິງເທົ່າກັບ ເວລາເຜົາບູຊາທັງເຊົ້າແລະແລງຜ່ານໄປໄດ້ສອງພັນສາມຮ້ອຍເທື່ອ ແລ້ວພຣະວິຫານຈະຄືນສູ່ສະພາບເດີມ”
ເທວະດາຄັບຣີເອນອະທິບາຍເຣື່ອງນິມິດ
15 ຂ້າພະເຈົ້າດານີເອນ ເມື່ອໄດ້ເຫັນນິມິດນັ້ນກໍພຍາຍາມໃຫ້ເຂົ້າໃຈ ແຕ່ທັນໃດນັ້ນມີເທວະດາຕົນນຶ່ງຊຶ່ງມີຮູບຮ່າງເຫມືອນມະນຸດຢືນຢູ່ຕໍ່ຫນ້າຂ້າພະເຈົ້າ 16 ຂ້າພະເຈົ້າໄດ້ຍິນສຽງຄົນຮ້ອງມາແຕ່ແມ່ນ້ຳອູລັຍວ່າ, “ຄັບຣີເອນເອີຍ, ຈົ່ງອະທິບາຍຄວາມຫມາຍສິ່ງທີ່ເຂົາເຫັນນັ້ນໃຫ້ເຂົາຮູ້ແດ່” 17 ຄັບຣີເອນໄດ້ມາຢືນຢູ່ຂ້າງຂ້າພະເຈົ້າ ຂ້າພະເຈົ້າຕົກໃຈຫລາຍຈົນລົ້ມລົງດິນ ເທວະດາໄດ້ເວົ້າກັບຂ້າພະເຈົ້າວ່າ, “ມະນຸດເອີຍ ຈົ່ງເຂົ້າໃຈຄວາມຫມາຍເດີ ຄືນິມິດທີ່ເຈົ້າເຫັນນັ້ນເປັນຈຸດຊີ້ບອກເວລາອະວະສານ” 18 ຂນະທີ່ເທວະດາກຳລັງເວົ້າຢູ່ ຂ້າພະເຈົ້າໄດ້ຫມົດສະຕິແລະລົ້ມສະຫລົບລົງຢູ່ທີ່ນັ້ນ 19 ເທວະດາໄດ້ໂຊມຂ້າພະເຈົ້າຂຶ້ນ ແລ້ວເວົ້າວ່າ, “ຂ້າພະເຈົ້າຈະສະແດງໃຫ້ທ່ານເຫັນຜົນແຫ່ງຄວາມຄຽດຮ້າຍຂອງພຣະເຈົ້າ ນິມິດນັ້ນກ່ຽວກັບເຣື່ອງເວລາສຸດທ້າຍ 20 ແກະທີ່ມີເຂົາສອງເຂົາທີ່ທ່ານເຫັນນັ້ນ ສະແດງເຖິງຣາຊອານາຈັກເມເດັຽ ແລະເປີເຊັຽ 21 ແບ້ແມ່ນຣາຊອານາຈັກກຣິກ ແລະເຂົາສຳຄັນຢູ່ລະຫວ່າງຕາຂອງມັນແມ່ນກະສັດອົງທຳອິດ 22 ເຂົາສີ່ເຂົາທີ່ປົ່ງອອກມາແທນເຂົາທຳອິດທີ່ຫັກອອກນັ້ນ ແມ່ນຣາຊອານາຈັກທັງສີ່ທີ່ຈະເກີດຂຶ້ນຈາກຊົນຊາດນັ້ນ ແຕ່ຈະບໍ່ເຂັ້ມແຂງເຫມືອນຣາຊອານາຈັກທຳອີດ 23 ເມື່ອຣາຊອານາຈັກເຫລົ່ານີ້ໃກ້ຈະສິ້ນສຸດລົງ ຄວາມຊົ່ວຮ້າຍຈະມີຫລາຍທີ່ສຸດໃນຣາຊອານາຈັກນີ້ ແລ້ວຈະມີກະສັດຫົວດື້ ໂຫດຮ້າຍ ແລະສໍ້ໂກງອົງນຶ່ງເກີດຂຶ້ນ 24 ກະສັດອົງນີ້ຈະເຂັ້ມແຂງຂຶ້ນ ແຕ່ບໍ່ແມ່ນດ້ວຍອຳນາດຂອງພຣະອົງເອງ ພຣະອົງຈະເຮັດໃຫ້ເກີດຄວາມພິນາດຢ່າງຫນ້າຢ້ານ ຈະເຮັດທຸກສິ່ງໃຫ້ສຳເຣັດ ຈະທຳລາຍຄົນຜູ້ມີອຳນາດແລະໄພ່ພົນຂອງພຣະເຈົ້າ 25 ຍ້ອນວ່າພຣະອົງມີຄວາມສລາດ ຈຶ່ງສໍ້ໂກງສຳເຣັດແລະທະເຍີທະຍານ ປະຊາຊົນຈຳນວນຫລາຍຈະຖືກທໍາລາຍໂດຍບໍ່ທັນຮູ້ຕົວ ແມ່ນແຕ່ມະຫາກະສັດອົງຍິ່ງໃຫຍ່ພຣະອົງກໍຈະບໍ່ຢ້ານ ແຕ່ພາຍຫລັງພຣະອົງເອງຈະຖືກທຳລາຍດ້ວຍອຳນາດທີ່ບໍ່ແມ່ນມາຈາກມະນຸດ 26 ນິມິດແຫ່ງການຖວາຍບູຊາທັງເຊົ້າແລະແລງ ຊຶ່ງໄດ້ອະທິບາຍຕໍ່ທ່ານນີ້ເປັນຄວາມຈິງ ທ່ານຈົ່ງຮັກສາໄວ້ເປັນຄວາມລັບ ເພາະເວລາທີ່ນິມິດນີ້ຈະເປັນຈິງຂຶ້ນມາກໍຍັງຢູ່ເຫິງນານ” 27 ຂ້າພະເຈົ້າດານີເອນໄດ້ອ່ອນແຮງແລະເຈັບປ່ວຍຢູ່ເປັນເວລາຫລາຍມື້ ຈຶ່ງສາມາດລຸກໄປປະຕິບັດພາຣະກິດທີ່ພຣະຣາຊາຊົງມອບຫມາຍໃຫ້ໄດ້ ຂ້າພະເຈົ້າຈຶ່ງງຶດງໍ້ແລະບໍ່ເຂົ້າໃຈນິມິດນັ້ນເລີຍ
ດານີເອນອ້ອນວອນເພື່ອຊົນຊາດ
1 ດາຣິອຸສຣາຊໂອຣົດຂອງກະສັດອາຮາຊູເອຣູສ ຜູ້ຊຶ່ງເປັນຄົນເຊື້ອສາຍເມເດັຽໄດ້ປົກຄອງຣາຊອານາຈັກບາບີໂລນ 2 ໃນປີທຳອິດທີ່ພຣະອົງຊົງເປັນກະສັດນັ້ນ ຂ້າພະເຈົ້າດານີເອນໄດ້ຮ່ຳຮຽນພຣະຄັມພີ ແລະຄິດເຖິງເຣື່ອງເຈັດສິບປີທີ່ນະຄອນເຢຣູຊາເລັມຈະຖືກທຳລາຍຕາມພຣະຜູ້ເປັນເຈົ້າຊົງບອກເຢເຣມີຢາຜູ້ປະກາດພຣະທັມໄວ້ 3 ຂ້າພະເຈົ້າໄດ້ອ້ອນວອນດ້ວຍໃຈຮ້ອນຮົນຕໍ່ພຣະຜູ້ເປັນເຈົ້າໄດ້ຮ້ອງຂໍຕໍ່ພຣະອົງ ໄດ້ອົດອາຫານ ໄດ້ນຸ່ງເຄື່ອງໄວ້ທຸກແລະນັ່ງໃນຂີ້ເຖົ່າໄຟ 4 ຂ້າພະເຈົ້າໄດ້ອ້ອນວອນຕໍ່ພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ແລະຍອມຮັບສາຣະພາບສິ່ງທີ່ຊົນຊາດຂອງຂ້າພະເຈົ້າໄດ້ເຮັດບາບວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຍິ່ງໃຫຍ່ແລະຫນ້າຢຳເກງ ຊົງເຮັດຕາມຄຳຫມັ້ນສັນຍາຂອງພຣະອົງ ຊົງສະແດງຄວາມຮັກຫມັ້ນຄົງຕໍ່ຄົນທັງຫລາຍທີ່ຈົງຮັກພັກດີຕໍ່ພຣະອົງ ແລະທີ່ປະຕິບັດຕາມຄຳສັ່ງຂອງພຣະອົງ 5 ພວກຂ້າພຣະອົງໄດ້ເຮັດບາບ ໄດ້ເຮັດຊົ່ວແລະເຮັດຜິດ ບໍ່ເຮັດສິ່ງທີ່ພຣະອົງຊົງສັ່ງໃຫ້ເຮັດ ແລະໄດ້ປະຕິເສດສິ່ງທີ່ພຣະອົງຊົງບອກວ່າຖືກຕ້ອງ 6 ພວກຂ້າພຣະອົງບໍ່ເຄີຍເຊື່ອຟັງພວກຜູ້ປະກາດພຣະທັມຂອງພຣະອົງ ຜູ້ຮັບໃຊ້ຂອງພຣະອົງຜູ້ເວົ້າໃນພຣະນາມຂອງພຣະອົງຕໍ່ກະສັດ ຕໍ່ຜູ ປົກຄອງ ແລະບັນພະບຸຣຸດຂອງພວກຂ້າພຣະອົງ ແລະຕໍ່ຊົນຊາດທັງຫມົດ 7 ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຊົງຊອບທັມສເມີ ຂ້າພຣະອົງທັງຫລາຍ ພ້ອມທັງປະຊາຊົນຜູ້ຢູ່ໃນແຂວງຢູດາໃນນະຄອນເຢຣູຊາເລັມ ແລະຊາວອິສຣາເອນທີ່ພຣະອົງຊົງເຮັດໃຫ້ເຂົາແຕກໄປຢູ່ໃນປະເທດໃກ້ແລະໄກ ຍ້ອນພວກເຂົາບໍ່ເຊື່ອຟັງພຣະອົງນັ້ນໄດ້ກະທຳສິ່ງທີ່ຫນ້າອັບອາຍສເມີ 8 ຂ້າແດ່ພຣະຜູ້ເປັນເຈົ້າ ພວກກະສັດ ພວກຜູ້ປົກຄອງ ແລະບັນພະບຸຣຸດຂອງພວກຂ້າພຣະອົງໄດ້ກະທຳສິ່ງທີ່ຫນ້າອັບອາຍແລະສິ່ງທີ່ເປັນບາບຕໍ່ ສູ້ພຣະອົງ 9 ພຣະອົງຊົງເມດຕາແລະຊົງໃຫ້ອະພັຍ ແຕ່ພວກຂ້າພຣະອົງໄດ້ກະບົດຕໍ່ສູ້ພຣະອົງ 10 ຂ້າແດ່ພຣະຜູ້ເປັນເຈົ້າ ເມື່ອພຣະອົງຊົງບອກໃຫ້ພວກຂ້າພຣະອົງເຮັດຕາມພຣະບັນຍັດ ໂດຍຊົງບອກຜ່ານທາງພວກຜູ້ປະກາດພຣະທັມນັ້ນ ພວກຂ້າພຣະອົງກໍບໍ່ໄດ້ເຊື່ອຟັງພຣະອົງ 11 ຊາວອິສຣາເອນທັງປວງໄດ້ເຮັດຜິດພຣະບັນຍັດຂອງພຣະອົງ ແລະບໍ່ຍອມຟັງສິ່ງທີ່ພຣະອົງຊົງບອກ ພວກຂ້າພຣະອົງໄດ້ເຮັດບາບຕໍ່ສູ້ພຣະອົງ ພຣະອົງໄດ້ຊົງນຳເອົາຄຳປ້ອຍດ່າທີ່ຂຽນໄວ້ໃນບັນຍັດຂອງໂມເຊ ຜູ້ຮັບໃຊ້ຂອງພຣະອົງມາລົງໂທດພວກຂ້າພຣະອົງ 12 ຊົງເຮັດຕໍ່ພວກຂ້າພຣະອົງແລະພວກຜູ້ປົກຄອງຕາມທີ່ພຣະອົງຊົງກ່າວໄວ້ ຊົງລົງໂທດນະຄອນເຢຣູຊາເລັມແຮງກວ່ານະຄອນອື່ນໆໃນໂລກ 13 ພວກຂ້າພຣະອົງໄດ້ຮັບໂທດທຸກຢ່າງຕາມທີ່ກ່າວໄວ້ໃນບັນຍັດຂອງໂມເຊ ຂ້າແດ່ພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງ ແຕ່ຈົນດຽວນີ້ພວກຂ້າພຣະອົງກໍຍັງບໍ່ໄດ້ເຮັດໃຫ້ພຣະອົງຊົງພໍພຣະທັຍ ຄືຍັງເຮັດບາບ ຫລືປະພຶດບໍ່ສັດຊື່ຢູ່ 14 ຂ້າແດ່ພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງ ພຣະອົງໄດ້ຊົງຈັດຕຽມການລົງໂທດພວກຂ້າພຣະອົງ ແລະໄດ້ຊົງກະທຳການນັ້ນແລ້ວ ເພາະວ່າທຸກໆສິ່ງທີ່ພຣະອົງໄດ້ຊົງກະທຳລ້ວນແຕ່ຖືກຕ້ອງ ແຕ່ພວກຂ້າພຣະອົງບໍ່ໄດ້ເຊື່ອຟັງພຣະອົງ 15 ຂ້າແດ່ພຣະຜູ້ເປັນເຈົ້າຂອງພວກຂ້າພຣະອົງ ພຣະອົງຊົງສະແດງຣິດອຳນາດ ໂດຍສາມາດນຳເອົາໄພ່ພົນຂອງພຣະອົງອອກມາຈາກປະເທດເອຢິບ ພວກຂ້າພຣະອົງຍັງຈື່ຈຳຣິດອຳນາດຂອງພຣະອົງຢູ່ ແຕ່ປານນັ້ນພວກຂ້າພຣະອົງກໍຍັງເຮັດບາບແລະເຮັດຜິດຢູ່ 16 ພຣະອົງໄດ້ຊົງເຮັດການອັນຊອບທັມມາແລ້ວ ດັ່ງນັ້ນຂໍຢ່າຊົງຄຽດຮ້າຍນະຄອນເຢຣູຊາເລັມອີກຕໍ່ໄປທ້ອນ ເພາະວ່າມັນເປັນນະຄອນແລະເປັນພູສັກສິດຂອງພຣະອົງ ປະເທດເພື່ອນບ້ານທັງປວງຕ່າງກໍດູຫມິ່ນຢຽບຫຍາມນະຄອນເຢຣູຊາເລັມແລະໄພ່ພົນຂອງພຣະອົງ ຍ້ອນວ່າພວກຂ້າພຣະອົງໄດ້ເຮັດບາບ ແລະຍ້ອນການເຮັດຊົ່ວຂອງພວກບັນພະບຸຣຸດນັ້ນ 17 ຂ້າແດ່ພຣະຜູ້ເປັນເຈົ້າຕໍ່ໄປນີ້ຂໍຊົງໂຜດຮັບຟັງຄຳອ້ອນວອນ ຍອມສາລະພາບຜິດຂອງຂ້າພຣະເອົງແດ່ທ້ອນ ຂໍຊົງໂຜດໃຫ້ພຣະວິຫານຂອງພຣະອົງທີ່ຖືກທຳລາຍນັ້ນກັບຄືນເປັນຄືເກົ່າ ເພື່ອທຸກໆຄົນຈະໄດ້ຮູ້ວ່າພຣະອົງຊົງເປັນພຣະເຈົ້າ 18 ຂ້າແດ່ພຣະເຈົ້າ ຂໍຊົງຮັບຟັງສຽງພວກຂ້າພຣະອົງແດ່ທ້ອນ ຈົ່ງດູແລ ແລະທອດພຣະເນດເບິ່ງຄວາມທຸກຍາກທີ່ພວກຂ້າພຣະອົງປະສົບຢູ່ ພ້ອມທັງຄວາມທຸກຍາກໃນນະຄອນຂອງພຣະອົງ ພວກຂ້າພຣະອົງອ້ອນວອນພຣະອົງ ຍ້ອນວ່າພຣະອົງຊົງພຣະເມດຕາ ບໍ່ແມ່ນຍ້ອນພວກຂ້າພຣະອົງເປັນຄົນຊອບທັມ ຂ້າແດ່ພຣະຜູ້ເປັນເຈົ້າຂໍຊົງຮັບຟັງພວກຂ້າພຣະອົງແດ່ 19 ໂອ ພຣະຜູ້ເປັນເຈົ້າຂໍຊົງຍົກໂທດໃຫ້ພວກຂ້າພຣະອົງແດ່ທ້ອນ ຂໍຊົງຮັບຟັງພວກຂ້າພຣະອົງແລ້ວຊົງຮີບກະທຳ ເພື່ອໃຫ້ທຸກໆຄົນຮູ້ຈັກວ່າພຣະອົງຊົງເປັນພຣະເຈົ້າ ຂໍຢ່າຊົງລ້າຊ້າຢູ່ ເພາະວ່ານະຄອນແລະປະຊາຊົນນີ້ເປັນຂອງພຣະອົງ” ຄັບຣີເອນອະທິບາຍຄຳເວົ້າຂອງຜູ້ປະກາດພຣະທັມ 20 ຂ້າພະເຈົ້າໄດ້ອ້ອນວອນ ແລະສາລະພາບບາບຂອງຂ້າພະເຈົ້າພ້ອມທັງບາບຂອງອິສຣາເອນຊົນຊາດຂອງຂ້າພະເຈົ້າຕໍ່ໄປ ແລະໄດ້ຮ້ອງຂໍໃຫ້ພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ຊົງເຮັດໃຫ້ພຣະວິຫານອັນສັກສິດຂອງພຣະອົງກັບຄືນເປັນຄືເກົ່າ 21 ເມື່ອຂ້າພະເຈົ້າອ້ອນວອນຢູ່ມີເທວະດາຕົນນຶ່ງຊື່ຄັບຣີເອນ ຄືຕົນທີ່ຂ້າພະເຈົ້າໄດ້ເຫັນໃນນິມິດ ເທື່ອທຳອິດນັ້ນໄດ້ເຫາະລົງມາຍັງບ່ອນຂ້າພະເຈົ້າຢູ່ໃນເວລາຖວາຍເຄື່ອງບູຊາຕອນຄ່ຳ 22 ທ່ານໄດ້ອະທິບາຍວ່າ, “ດານີເອນເອີຍ, ເຮົາໄດ້ມາທີ່ນີ້ເພື່ອຊ່ອຍໃຫ້ເຈົ້າເຂົ້າໃຈຄຳເວົ້າຂອງຜູ້ປະກາດພຣະທັມ 23 ຄືເມື່ອເຈົ້າເລີ້ມຕົ້ນຮ້ອງຂໍຕໍ່ພຣະເຈົ້າ ພຣະອົງກໍຊົງຕອບເຈົ້າ ເຮົາຈຶ່ງມາອະທິບາຍຄຳຕອບນັ້ນໃຫ້ເຈົ້າຮູ້ ເພາະວ່າພຣະເຈົ້າຊົງຮັກເຈົ້າ ບັດນີ້ເຮົາຈະອະທິບາຍນິມິດນັ້ນ ຈົ່ງຕັ້ງໃຈຟັງໃຫ້ດີ 24 ມີເຈັດສິບສັປດາແຫ່ງປີກຳນົດໄວ້ສຳລັບຊົນຊາດແລະນະຄອນອັນສັກສິດຂອງທ່ານ ເພື່ອໃຫ້ສິ້ນສຸດການທໍຣະຍົດ ໃຫ້ບາບຈົບສິ້ນ ແລະໃຫ້ລົບມົນທິນ ເພື່ອນຳຄວາມຍຸດຕິທັມຕລອດໄປເປັນນິດເຂົ້າມາ ເພື່ອວ່ານິມີດແລະຄຳເວົ້າຂອງຜູ້ປະກາດພຣະທັມຈະໄດ້ສຳເຣັດເປັນຈິງ ແລະເພື່ອພຣະວິຫານອັນສັກສິດຈະໄດ້ເປັນທີ່ຖວາຍແດ່ພຣະເຈົ້າ 25 ຈົ່ງສັງເກດແລະເຂົ້າໃຈດັ່ງນີ້ ນັບຕັ້ງແຕ່ອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃຫມ່ ໄປຈົນເຖິງພວກຜູ້ນຳທີ່ພຣະເຈົ້າຊົງເລືອກໄດ້ມາຄອບຄອງຈະເປັນເວລາເຈັດອາທິດ ເຂົາຈະສ້າງນະຄອນເຢູຊາເລັມຂຶ້ນໃຫມ່ ຈະມີຖນົນຫົນທາງແລະປ້ອມປ້ອງກັນເມືອງຢ່າງເຂັ້ມແຂງ ແລ້ວເມືອງນີ້ຈະຫມັ້ນຄົງຢູ່ເປັນເວລາຫົກສິບສອງສັປຕະ ແຕ່ຈະເປັນສະໄຫມທີ່ມີຄວາມຫຍຸ້ງຍາກ 26 ຫລັງຈາກຫົກສິບສອງສັປຕະແລ້ວ ທ່ານຜູ້ນຶ່ງທີ່ພຣະເຈົ້າຊົງເລືອກໄວ້ຈະຖືກຕັດອອກແລະຈະບໍ່ມີຫຍັງສຳລັບທ່ານ ນະຄອນແລະພຣະວິຫານກໍຈະຖືກກອງທັບຂອງຜູ້ນຳທີ່ຍິ່ງໃຫຍ່ຄົນນຶ່ງບຸກລຸກທຳລາຍ ຄາວສິ້ນສຸດນີ້ຈະມາທຳລາຍເຫມືອນນ້ຳຖ້ວມ ຕອນສຸດທ້າຍຈະມີສົງຄາມແລະການທຳລາຍທີ່ພຣະເຈົ້າຊົງສັ່ງໃຫ້ເກີດຂຶ້ນ 27 ຜູ້ນຳຄົນນັ້ນຈະມີສຳພັນທະໄມຕຣີຢ່າງຫນຽວແຫນ້ນກັບຄົນຈຳນວນຫລາຍເປັນເວລານຶ່ງສັປຕະ ແລະພາຍໃນເຄິ່ງສັປຕະ ທ່ານຈະສັ່ງເລີກບໍ່ໃຫ້ມີເຄື່ອງເຜົາບູຊາແລະເຄື່ອງບູຊາ ເທິງທີ່ສູງສຸດຂອງພຣະວິຫານນັ້ນຈະມີຂອງແປກປລາດອັນຫນ້າຢ້ານຕັ້ງຢູ່ ຈະມີຢູ່ທີ່ນັ້ນຈົນຮອດເວລາທີ່ພຣະເຈົ້າຊົງເຮັດໃຫ້ຜູ້ຕັ້ງມັນໄວ້ໄດ້ພົບກັບຈຸດຈົບ”
ດານີເອນເຫັນນິມິດໃກ້ແມ່ນ້ຳຕີກຣິດ
1 ໃນປີທີ່ສາມແຫ່ງຣາຊການໄຊຣັສ ກະສັດເປີເຊັຽນັ້ນໄດ້ມີການເປີດເຜີຍຖ້ອຍຄຳໃຫ້ດານີເອນຮູ້ທາງນິມິດ (ດານີເອນມີຊື່ອື່ນເອີ້ນອີກວ່າ ເບນເຕຊັສຊາ) ຖ້ອຍຄຳນັ້ນເປັນຄວາມຈິງແຕ່ເຂົ້າໃຈຍາກທີ່ສຸດ 2 ໃນເວລານັ້ນຂ້າພະເຈົ້າດານີເອນໄດ້ເປັນທຸກຢູ່ສາມອາທິດ 3 ບໍ່ໄດ້ກິນຂອງແຊບຫລືຊີ້ນໃດໆ ບໍ່ໄດ້ດື່ມເຫລົ້າອະງຸ່ນ ບໍ່ໄດ້ຫວີຜົມຈົນຕລອດສາມອາທິດ 4 ໃນວັນທີ່ຊາວສີ່ຂອງເດືອນທຳອິດ ຂ້າພະເຈົ້າໄດ້ຢືນຢູ່ແຄມຕາຝັ່ງແມ່ນ້ຳໃຫຍ່ຕີກຣິດ 5 ແລະໄດ້ເງີຍຫນ້າຂຶ້ນເຫັນຊາຍຜູ້ນຶ່ງນຸ່ງຫົ່ມເຄື່ອງທີ່ສະງ່າງາມແລະຂັດສາຍແອວຄຳ 6 ຕົນຕົວຂອງທ່ານສອ່ງແສງເປັນປະກາຍເຫມືອນເພັດ ຫນ້າມີແສງເຫລື້ອມເຫມືອນຟ້າແມບເຫລື້ອມ ຕາມີແສງເຫມືອນໄຟ ແຂນຂາເຫລື້ອມເປັນເງົາເຫມືອນທອງສຳຣິດທີ່ຂັດສີແລ້ວ ແລະສຽງຮ້ອງຂອງທ່ານດັງເຫມືອນສຽງຮ້ອງຂອງຝູງຊົນຈຳນວນຫລາຍ 7 ຂ້າພະເຈົ້າຜູ້ດຽວເທົ່ານັ້ນທີ່ໄດ້ເຫັນນິມິດນີ້ ຄົນທັງຫລາຍທີ່ຢູ່ກັບຂ້າພະເຈົ້າບໍ່ໄດ້ເຫັນຫຍັງ ແຕ່ພວກເຂົາກໍຢ້ານແລະແລ່ນໄປລີ້ຢູ່ 8 ຂ້າພະເຈົ້າຜູ້ດຽວໄດ້ຢູ່ເບິ່ງນິມິດອັນແປກປລາດນີ້ ຂ້າພະເຈົ້າບໍ່ມີເຫື່ອແຮງເຫລືອຢູ່ເລີຍສີຫນ້າກໍປ່ຽນແປງໄປ 9 ເມື່ອໄດ້ຍິນທ່ານເວົ້າແລ້ວ ຂ້າພະເຈົ້າກໍລົ້ມລົງດິນຫມົດຄວາມຮູ້ສຶກແລະຫມູບຫນ້າຢູ່ທີ່ນັ້ນ 10 ແລ້ວມີມືອັນນຶ່ງມາໂຊມໃຫ້ລຸກຂຶ້ນ ໃຫ້ຫົວເຂົ່າແລະມືຄ້ຳດິນໄວ້ ແຕ່ຂ້າພະເຈົ້າກໍຍັງຕົວສັ່ນຢູ່ 11 ຄົນນັ້ນໄດ້ເວົ້າກັບຂ້າພະເຈົ້າວ່າ, “ດານີເອນເອີຍ, ພຣະເຈົ້າຊົງຮັກເຈົ້າ ຈົ່ງຢືນຂຶ້ນແລະຕັ້ງໃຈຟັງສິ່ງທີ່ເຮົາຈະເວົ້າ ພຣະເຈົ້າຊົງໃຊ້ໃຫ້ເຮົາມາຫາເຈົ້າ” ເມື່ອທ່ານເວົ້າດັ່ງນີ້ແລ້ວ ຂ້າພະເຈົ້າກໍຢືນຕົວສັ່ນຢູ່ 12 ຕໍ່ມາທ່ານໄດ້ເວົ້າວ່າ, “ດານີເອນເອີຍ, ຢ່າຢ້ານເດີ ມື້ທຳອິດທີ່ເຈົ້າຕັດສິນໃຈຖ່ອມຕົວລົງອ້ອນວອນເພື່ອໃຫ້ເຂົ້າໃຈນັ້ນ ພຣະເຈົ້າຊົງໄດ້ຮັບຟັງຄຳອ້ອນວອນຂອງເຈົ້າແລ້ວ ເຮົາໄດ້ມາຍ້ອນຄຳອ້ອນວອນຂອງເຈົ້ານັ້ນ 13 ເທວະດາຕົນປົກປັກຮັກສາຣາຊອານາຈັກເປີເຊັຽໄດ້ຂັດຂວາງເຮົາເປັນເວລາຊາວເອັດມື້ ແລ້ວມີຄາເອນເທວະດາຊັ້ນຫົວຫນ້າຕົນນຶ່ງໄດ້ມາຊ່ອຍເຮົາ ເພາະເຮົາຜູ້ດຽວທີ່ຍັງເຫລືອຢູ່ໃນຣາຊອານາຈັກເປີເຊັຽ 14 ເຮົາໄດ້ມາເຮັດໃຫ້ເຈົ້າເຂົ້າໃຈໃນສິ່ງທີ່ຈະເກີດຂຶ້ນກັບປະຊາຊົນຂອງເຈົ້າໃນອະນາຄົດ ອັນນີ້ແມ່ນນິມິດໃຫຍ່ກ່ຽວກັບອະນາຄົດ” 15 ເມື່ອທ່ານກ່າວດັ່ງນີ້ແລ້ວ ຂ້າພະເຈົ້າກໍກົ້ມຫນ້າບໍ່ເວົ້າຈາຫຍັງ 16 ແລ້ວເທວະດາຕົນນຶ່ງຊຶ່ງມີຮູບຮ່າງເຫມືອນມະນຸດ ເດ່ມືອອກມາບາຍຮີມສົບຂອງຂ້າພະເຈົ້າ ຂ້າພະເຈົ້າຈຶ່ງເວົ້າຕໍ່ທ່ານຊຶ່ງຢືນຢູ່ຂ້າງຫນ້າວ່າ, “ນາຍເອີຍ, ນິມິດນີ້ເຮັດໃຫ້ຂ້າພະເຈົ້າຫມົດແຮງຫລາຍຈົນຕົນຕົວຂ້າພະເຈົ້າສັ່ນ 17 ຂ້າພະເຈົ້າເປັນເຫມືອນຂ້ອຍທາດທີ່ຢືນຢູ່ຕໍ່ຫນ້ານາຍ ຈະເວົ້າກັບທ່ານໄດ້ຢ່າງໃດ ເພາະວ່າບໍ່ມີແຮງຫລືລົມຫາຍໃຈເຫລືອຢູ່ໃນຕົວເລີຍ” 18 ແລ້ວທ່ານໄດ້ຈັບບາຍຂ້າພະເຈົ້າອີກເທື່ອນຶ່ງ ຂ້າພະເຈົ້າຈຶ່ງຮູ້ສຶກມີແຮງຂຶ້ນ 19 ທ່ານໄດ້ເວົ້າວ່າ, “ພຣະເຈົ້າຊົງຮັກແພງເຈົ້າ ດັ່ງນັ້ນຢ່າອຸກໃຈຫລືຢ້ານເດີ ຈົ່ງກ້າຫານສາ” ເມື່ອທ່ານກ່າວດັ່ງນີ້ແລ້ວ ຂ້າພະເຈົ້າກໍຮູ້ສຶກມີແຮງແລະເວົ້າວ່າ, “ນາຍເອີຍ, ຈົ່ງບອກຂ້າພະເຈົ້າແດ່ສິ່ງທີ່ນາຍຈະເວົ້ານັ້ນ ທ່ານໄດ້ເຮັດໃຫ້ຂ້າພະເຈົ້າມີແຮງຂຶ້ນ” 20 ແລ້ວທ່ານເວົ້າວ່າ, “ທ່ານຮູ້ບໍ່ວ່າ ເປັນຫຍັງເຮົາຈຶ່ງມາຫາທ່ານ? ບັດນີ້ ເຮົາຈະຕ້ອງຄືນໄປຕໍ່ສູ້ກັບເທວະດາຕົນທີ່ປົກປັກຮັກສາປະເທດເປີເຊັຽ ຫລັງຈາກນັ້ນ ເທວະດາຕົນປົກປັກຮັກສາປະເທດກຣິກຈະມາປາກົດ 21 ເຮົາມາມື້ນີ້ເພື່ອເປີດເຜີຍສີ່ງທີ່ຂຽນໄວ້ໃນຫນັງສືສັຕຈະທັມ ບໍ່ມິໃຜຊ່ອຍເຫລືອເຮົາຕໍ່ສູ້ເຈົ້າເຫລົ່ານີ້ເລີຍ ນອກຈາກມີຄາເອນເທວະດາຕົນທີ່ປົກປັກຮັກສາປະເທດອິສຣາເອນ
1 ສ່ວນຕົວຂ້າພະເຈົ້ານັ້ນ ໃນປີຕົ້ນແຫ່ງຣັຊການດາຣີອຸສ ຄົນມີເດັຽ ຂ້າພະເຈົ້າເປັນຕົວຕັ້ງຕົວຕີທີ່ໃຫ້ກຳລັງກະສັດ
ຣາຊອານາຈັກເອຢິບແລະຊີເຣັຽ
2 “ແລະບັດນີ້ ຂ້າພະເຈົ້າຈະສຳແດງຄວາມຈິງໃຫ້ແກ່ທ່ານ ເບິ່ງແມ໋, ຈະມີກະສັດອີກສາມອົງປົກຄອງປະເທດເປີເຊັຽ ອົງທີ່ສີ່ຈະເປັນອົງສຸດທ້າຍ ກະສັດອົງນີ້ຈະມີຊັບສົມບັດຫລາຍກວ່າອົງອື່ນທັງຫມົດ ໃນເວລາພຣະອົງຊົງເຂັ້ມແຂງ ແລະມີຊັບສົມບັດຫລາຍ ພຣະອົງຈະທຳສົງຄາມກັບຣາຊອານາຈັກກຣິກ 3 ແລ້ວຈະມີກະສັດທີ່ກ້າຫານອົງນຶ່ງຄອບຄອງທົ່ວຣາຊອານາຈັກໃຫຍ່ ແລະຈະເຮັດທຸກສິ່ງຕາມພຣະປະສົງ 4 ແຕ່ໃນເວລາທີ່ພຣະອົງຊົງມີອຳນາດຍິ່ງໃຫຍ່ນັ້ນ ອານາຈັກຂອງພຣະອົງຈະແຕກແຍກ ແລະຖືກແບ່ງອອກເປັນສີ່ສ່ວນ ຣາຊວົງຂອງພຣະອົງຈະ ບໍ່ໄດ້ປົກຄອງ ຄົນອື່ນຈະເຂົ້າປົກຄອງແທນ ແຕ່ພວກເຂົາຈະບໍ່ມີອຳນາດເຫມືອນພຣະອົງ 5 ກະສັດເອຢິບກໍເປັນຜູ້ນຶ່ງໃນພວກນັ້ນຊື່ງມີອຳນາດ ແຕ່ຈະມີນາຍທະຫານອີກຜູ້ນຶ່ງຂອງພຣະອົງເຂັ້ມແຂງກວ່າ ແລະຈະປົກຄອງຣາຊອານາຈັກທີ່ຍິ່ງໃຫຍ່ກວ່າ 6 ຫລັງຈາກນັ້ນຫລາຍປີ ກະສັດເອຢິບຈະໃຫ້ພຣະຣາຊທິດາຂອງພຣະອົງສົມຣົດກັບກະສັດຊີເຣັຽ ເພື່ອຈະໄດ້ເປັນພັນທະມິດກັນ ແຕ່ພັນທະມິດນີ້ຈະມີຢູ່ບໍ່ເຫິງ ເພາະວ່າພຣະນາງກັບພວກຄົນໃຊ້ທີ່ໄປກັບພຣະນາງພ້ອມກັບໂອຣົດແລະພຣະຣາຊສາມີຂອງພຣະນາງຈະຖືກຂ້າທັງຫມົດ 7 ໃນບໍ່ດົນເຊື້ອພຣະວົງອົງນຶ່ງຂອງພຣະນາງກໍຈະໂຈມຕີກອງທັບຂອງກະສັດຊີເຣັຽ ຈະເຂົ້າໄປໂຈມຕີປ້ອມແລະຊະນະພວກເຂົາ 8 ແລ້ວຈະຂົນເອົາຮູບເຄົາຣົບຂອງພວກເຂົາ ພ້ອມດ້ວຍສິ່ງຂອງອັນມີຄ່າທີ່ທຳດ້ວຍເງິນຄຳທັງຫມົດໄປຍັງປະເທດເອຢິບ 9 ຫລັງຈາກນັ້ນຈະມີຄວາມສງົບສຸກຢູ່ຫລາຍປີ ແລ້ວກະສັດຊີເຣັຽຈະຍົກທັບເຂົ້າໂຈມຕີປະເທດເອຢິບ ແຕ່ຈະຖືກກອງທັບເອຢິບຕີໂຕ້ພ່າຍໄປ 10 ພຣະຣາຊໂອຣົດທັງຫລາຍຂອງກະສັດຊີເຣັຽຈະຕຽມຮົບ ແລະຮວບຮວມກຳລັງຮົບໄວ້ເປັນຈຳນວນຫລາຍ ພຣະໂອຣົດອົງນຶ່ງຈະມີໄຊຊະນະຢ່າງງ່າຍດາຍ ທ່ານຈະຜ່ານເຂົ້າໄປໂຈມຕີເອົາປ້ອມຂອງພຣະອົງຄືນມາ 11 ກະສັດເອຢິບຈະເຂົ້າສູ່ສົງຄາມຕໍ່ຕ້ານກະສັດຊີເຣັຽດ້ວຍຄວາມຄຽດແຄ້ນແລະຈະຈັບເອົາພົນຮົບອຂງພຣະອົງຈຳນວນຫລວງຫລາຍ 12 ພຣະອົງຈະພາກພູມພຣະທັຍໃນໄຊຊະນະແລະທີ່ໄດ້ຂ້າທະຫານຈຳນວນຫລວງຫລາຍ ແຕ່ພຣະອົງຈະບໍ່ມີໄຊຊະນະຕໍ່ໄປເລື້ອຍໆ 13 ຝ່າຍກະສັດຊີເຣັຽ ຈະກັບຄືນໄປຮວບຮວມພົນຮົບໃຫ້ໄດ້ຫລາຍກວ່າແຕ່ກ່ອນ ເມື່ອໄດ້ເວລາອັນເຫມາະສົມແລ້ວ ພຣະອົງກັບກອງທັບໃຫຍ່ທີ່ມີອາວຸດຢ່າງດີຈຶ່ງຈະກັບຄືນມາຕໍ່ສູ້ 14 ເມື່ອນັ້ນ ຈະມີຫລາຍຄົນລຸກຂຶ້ນຕໍ່ສູ້ກະສັດເອຢິບ ດານີເອນເອີຍ ຄົນທີ່ແຂງແຮງບາງຄົນຈາກຊົນຊາດຂອງເຈົ້າຈະເປັນກະບົດຍ້ອນນິມິດທີ່ພວກເຂົາໄດ້ເຫັນ ແຕ່ພວກເຂົາຈະຖືກປາບຜ່າຍແພ້ກະສັດຊີເຣັຽຈະລ້ອມເມືອງທີ່ມີກຳແພງອ້ອມຮອບ 15 ແລ້ວຍຶດເອົາເມືອງນັ້ນໄດ້ ພວກທະຫານຂອງເອຢິບຈະຕໍ່ສູ້ບໍ່ໄຫວ ແມ່ນແຕ່ທະຫານທີ່ເກັ່ງກ້າທີ່ສຸດກໍສູ້ບໍ່ໄດ້ 16 ພວກຊີເຣັຽຈະທຳທຸກຢ່າງຕາມຄວາມພໍໃຈໂດຍບໍ່ມີການຕໍ່ຕ້ານ ກະສັດຊີເຣັຽຈະຢູ່ໃນແຜ່ນດິນທີ່ຊົງສັນຍາໄວ້ ແລະຈະມີອຳນາດຢ່າງສົມບູນຢູ່ໃນແຜ່ນດິນນັ້ນ 17 ກະສັດຊີເຣັຽຄິດຈະໃຊ້ທະຫານທັງຫມົດໄປຕໍ່ສູ້ກະສັດເອຢິບ ແຕ່ຊົງປ່ຽນຄວາມຄິດນັ້ນເສັຽ ແລ້ວພຣະອົງຈະທຳສັນຍາມອບພຣະຣາຊທິດາໃຫ້ສົມຣົດກັບກະສັດເອຢິບ ເພື່ອໃຫ້ພຣະນາງພຍາຍາມທຳລາຍຝ່າຍສັດຕຣູ ແຕ່ພຣະອົງຈະທຳບໍ່ສຳເຣັດ 18 ຫລັງຈາກນັ້ນ ພຣະອົງຈະໂຈມຕີຊົນຊາດຕ່າງໆຕາມແຄມທະເລ ເພື່ອຈະຍຶດເອົາໃຫ້ໄດ້ເປັນຈຳນວນຫລາຍ ແຕ່ຈະມີຜູ້ນຳຊາວຕ່າງປະເທດຄົນນຶ່ງປາບພຣະອົງລົງ ແລະກຳຈັກຄວາມທະເຍີ້ທະຍານຂອງພຣະອົງໃຫ້ຫມົດໄປ 19 ກະສັດຊີເຣັຽຈະສະເດັດຄືນໄປຍັງປ້ອມໃນປະເທດຂອງພຣະອົງເອງ ແຕ່ພຣະອົງກໍຈະຖືກປາບໃຫ້ຫມົດສິ້ນລົງ 20 ຕໍ່ຈາກພຣະອົງມາຈະມີກະສັດອີກອົງນຶ່ງ ກະສັດອົງນີ້ຈະສົ່ງເຈົ້າພະນັກງານສ່ວຍສາອາກອນໄປຫາເກັບເອົາເງິນ ເພື່ອມາເພີ້ມລາຍໄດ້ໃຫ້ຣາຊອານາຈັກຂອງພຣະອົງ ໃນບໍ່ເຫິງກະສັດອົງນີ້ກໍຈະຖືກເຂົາຂ້າຖິ້ມ
ກະສັດໃຈໂຫດ
21 ກະສັດຊີເຣັຽຕໍ່ໄປຈະເປັນຄົນໃຈໂຫດຮ້າຍ ຊຶ່ງບໍ່ມີສິດຈະໄດ້ເປັນກະສັດ ແຕ່ພຣະອົງກໍຈະໄດ້ເປັນຢ່າງບໍ່ມີໃຜຄາດຄິດ ແລະຈະຍຶດເອົາອໍານາດດ້ວຍກົນອຸບາຍ 22 ເຫລົ່າທະຫານທີ່ຕໍ່ຕ້ານພຣະອົງ ແລະແມ່ນແຕ່ມະຫາປະໂຣຫິດຂອງພຣະເຈົ້າກໍຈະຖືກກວາດລ້າງແລະກຳຈັດໃຫ້ຫມົດໄປ 23 ພຣະອົງຈະລໍ້ລວງເອົາຊົນຊາດອື່ນມາເປັນພັນທະມິດ ເຖິງແມ່ນພຣະອົງໄດ້ປົກຄອງພຽງຊົນຊາດນ້ອຍໆເທົ່ານັ້ນ 24 ແຕ່ພຣະອົງກໍຈະເຂັ້ມແຂງ ຈະບຸກຮຸກເຂດແຂວງທີ່ອຸດົມສົມບູນແລະມີຄວາມສງົບສຸກ ຈະທຳສິ່ງທີ່ຣາຊວົງບໍ່ເຄີຍທຳມາກ່ອນ ແລ້ວພຣະອົງຈະແບ່ງຊັບສິ່ງຂອງທີ່ຍຶດມາໄດ້ໃນສົງຄາມໃຫ້ພັກພວກຂອງພຣະອົງ ແລະຈະວາງແຜນໂຈມຕີປ້ອມ ແຕ່ພຣະອົງຈະທຳໄປບໍ່ໄດ້ເຫິງນານ 25 ພຣະອົງຈະຍົກກອງທະຫານຈຳນວນຫລາຍໄປໂຈມຕີກະສັດເອຢິບຢ່າງກ້າຫານ ຝ່າຍກະສັດເອຢິບຈະຕຽມຕົວສູ້ກັບກອງທັບໃຫຍ່ທີ່ເຂັ້ມແຂງທີ່ສຸດ ແຕ່ພຣະອົງຈະທຳບໍ່ສຳເຣັດ ຍ້ອນວ່າຖືກຫລອກດ້ວຍກົນອຸບາຍ 26 ຄນະຜູ້ປຶກສາຄົນສນິດຂອງພຣະອົງຈະປອງຮ້າຍພຣະອົງ ພວກທະຫານຫລາຍຄົນຂອງພຣະອົງຈະຖືກຂ້າ ກອງທັບກໍຈະຖືກກຳຈັດໃຫ້ຫມົດໄປ 27 ແລ້ວກະສັດທັງສອງອົງນີ້ຈະນັ່ງຮ່ວມໂຕະດຽວກັນ ແຕ່ພຶດຕິການຂອງພວກເຂົາຈະເປັນໄປໃນທາງຊົ່ວຮ້າຍ ຈະເວົ້າຕົວະຊຶ່ງກັນແລະກັນ ສະນັ້ນຕ່າງຝ່າຍຈະບໍ່ໄດ້ອັນໃດຕາມທີ່ຫວັງໄວ້ ເພາະວ່າເວລາອັນເຫມາະສົມຍັງບໍ່ມາເຖິງ 28 ກະສັດຊີເຣັຽຈະກັບຄືນບ້ານເມືອງພ້ອມດ້ວຍສິ່ງຂອງທີ່ຍຶດໄດ້ທັງຫມົດ ຈະຊົງວາງແຜນທຳລາຍສາສນາແຫ່ງໄພ່ພົນຂອງພຣະເຈົ້າ ພຣະອົງຈະທຳຕາມຊອບພຣະທັຍແລ້ວກັບຄືນໄປບ້ານເມືອງຂອງຕົນເອງ 29 ໃນພາຍຫລັງ ພຣະອົງຈະບຸກຮຸກປະເທດເອຢິບອີກ ແຕ່ທຸກສິ່ງຈະບໍ່ເປັນໄປເຫມືອນແຕ່ກ່ອນ 30 ເພາະວ່າພວກໂຣມຈະຕາມມາທາງເຮືອເພື່ອຂັດຂວາງພຣະອົງ ພຣະອົງຈະຢ້ານກົວ ແລະພຣະອົງຈະກັບໄປດ້ວຍຄວາມຄຽດແຄ້ນ ຈະວາງແຜນທຳລາຍສາສນາແຫ່ງໄພ່ພົນຂອງພຣະເຈົ້າ ແລະຈະທຳຕາມຄຳແນະນຳຂອງພວກທີ່ປະຖິ້ມສາສນາແລ້ວນັ້ນ 31 ກອງທັບຂອງເຂົາຈະມາທຳສະຖານນະມັສການ ຄືປ້ອມປຣາການໃຫ້ເປັນມົນທິນ ແລະຈະໃຫ້ເລີກເຄື່ອງເຜົາບູຊາຕລອດໄປນັ້ນເສັຽ ແລະເຂົາທັງຫລາຍຈະຕັ້ງສິ່ງທີ່ຫນ້າກຽດຫນ້ຳຊັງຊຶ່ງກະທຳໃຫ້ເກີດຄວາມວິບັດຂຶ້ນ 32 ຝ່າຍກະສັດຈະໃຊ້ກົນອຸບາຍເອົາຊະນະຄົນອື່ນໆທີ່ປະຖີ້ມສາສນາຂອງຕົນແລ້ວ ແຕ່ພວກທີ່ບົວລະບັດພຣະເຈົ້າຈະເຂັ້ມແຂງແລະສຳເຣັດຜົນ 33 ຄົນພວກນີ້ເປັນຜູ້ທີ່ສລາດໃນຫມູ່ປະຊາຊົນ ພວກເຂົາຈະສິດສອນວິຊາຄວາມຮູ້ໃຫ້ແກ່ຄົນອື່ນຈຳນວນຫລວງຫລາຍ ແຕ່ໃນຊົ່ວເວລານຶ່ງ ພວກເຂົາບາງຄົນຈະຕາຍດ້ວຍດາບແລະໄຟ ບາງຄົນຈະຖືກປຸ້ນໄປ ແລະຖືກຈັບໄປເປັນຊະເລີຍ 34 ໃນຂນະທີ່ກຳລັງຖືກເຂັນຂ້າຢູ່ນັ້ນ ພວກເຂົາຈະໄດ້ຮັບຄວາມຊ່ອຍເຫລືອບາງເລັກນ້ອຍ ແຕ່ຈະມີຫລາຍຄົນມາຊ່ອຍເຫລືອພວກເຂົາ ຍ້ອນເຫັນແກ່ປໂຍດສ່ວນຕົວ 35 ຄົນຜູ້ສລາດບາງຄົນຈະຖືກຂ້າ ຈຸດປະສົງຂອງເຣື່ອງນີ້ກໍເພື່ອຢາກໃຫ້ປະຊາຊົນມີຈິດໃຈສະອາດບໍຣິສຸດໄປຈົນເຖິງເວລາສຸດທ້າຍທີ່ພຣະເຈົ້າຊົງກຳນົດໄວ້ 36 ກະສັດຊີເຣັຽຈະທຳຕາມຊອບພຣະທັຍ ຈະໂອ້ ອວດວ່າຕົນຍິ່ງໃຫຍ່ກວ່າພຣະໃດໆ ແລະອວດວ່າຕົນສູງສຸດກວ່າພຣະເຈົ້າອົງສູງສຸດ ພຣະອົງຈະທຳດັ່ງນີ້ໄປຈົນເຖິງເວລາພຣະເຈົ້າຊົງລົງໂທດ ພຣະອົງ ພຣະເຈົ້າຈະຊົງຕັດສິນພຣະທັຍກະທຳສິ່ງທັງຫລາຍ 37 ກະສັດຊີເຣັຽຈະບໍ່ເອົາໃຈໃສ່ກັບພຣະທີ່ພວກບັນພະບຸຣຸດຂອງຕົນເຄີຍບົວລະບັດມາ ແລະພຣະທີ່ພວກຜູ້ຍິງນັບຖື ແທ້ຈິງແລ້ວພຣະອົງບໍ່ໄດ້ເອົາໃຈໃສ່ກັບພຣະໃດໆເລີຍ ເພາະພຣະອົງຄິດວ່າຕົນຍິ່ງໃຫຍ່ກວ່າພຣະເຫລົ່ານັ້ນ 38 ພຣະອົງຈະໃຫ້ກຽດພຣະທີ່ຄຸ້ມຄອງປ້ອງກັນປ້ອມແທນພຣະເຫລົ່ານີ້ ຈະຖວາຍເງິນ ຄຳ ຖວາຍເພັດ ແລະຂອງມີຄ່າອື່ນໆແກ່ພຣະທີ່ຣາຊວົງຂອງທ່ານບໍ່ເຄີຍຂາບໄຫວ້ມາກ່ອນ 39 ຈະໃຊ້ຄົນທີ່ຂາບໄຫວ້ພຣະຕ່າງປະເທດປ້ອງກັນປ້ອມຂອງພຣະອົງ ຈະໃຫ້ກຽດຢ່າງສູງແກ່ພວກທີ່ຍອມຮັບເອົາພຣະອົງເປັນຜູ້ປົກຄອງ ຈະມອບຫມາຍຕຳແຫນ່ງອັນສູງທາງຣາຊການໃຫ້ ແລະມອບທີ່ດິນໃຫ້ເປັນສິ່ງຕອບແທນ
ເວລາສິ້ນສຸດ
40 ເມື່ອເວລາກຳນົດຂອງກະສັດຊີເຣັຽໃຫ້ຈະຫມົດລົງ ກະສັດເອຢິບຈະໂຈມຕີພຣະອົງ ແຕ່ພຣະອົງກໍຈະຕອບໂຕ້ດ້ວຍກຳລັງທັງຫມົດ ໂດຍຈະໃຊ້ຣົດຮົບ ພົນມ້າ ແລະເຮຶອຈຳນວນຫລາຍ ຈະບຸກໂຈມຕີປະເທດເອຢິບເຫມືອນນ້ຳໄຫລຖ້ວມ 41 ຈະໂຈມຕີແຜ່ນດິນທີ່ຊົງສັນຍາໄວ້ດ້ວຍ ຈະຂ້າຄົນຕາຍເປັນຫມື່ນໆ ສ່ວນປະເທດເອໂດມ ປະເທດໂມອາບ ແລະຄົນອັມໂມນທີ່ຍັງເຫລືອຈະຢູ່ລອດພົ້ນໄດ້ 42 ພຣະອົງຈະບຸກໂຈມຕີຫລາຍປະເທດ ແມ່ນແຕ່ປະເທດເອຢິບກໍຈະຖືກໂຈມຕີ 43 ຈະຂົນເອົາຂອງມີຄ່າທີ່ເປັນເງິນເປັນຄຳ ແລະຊັບສົມບັດມີຄ່າອື່ນໆອຂງປະເທດເອຢິບໄປ ຈະມີໄຊຊະນະປະເທດລີເບັຽ ແລະເອທິໂອເປັຽ 44 ແລ້ວຂ່າວທີ່ມາຈາກທິດຕາເວັນອອກ ແລະເຫນືອຈະທຳໃຫ້ພຣະອົງຕົກໃຈ ພຣະອົງຈະສູ້ຮົບຢ່າງຫ້ຽມໂຫດ ຈະຂ້າຄົນເປັນຈຳນວນຫລາຍ 45 ຈະກາງເຕັນຫລວງຂນາດໃຫຍ່ໄວ້ລະຫວ່າງທະເລກັບພູບ່ອນຕັ້ງພຣະວິຫານ ແຕ່ຈະສີ້ນຊີວິດໂດຍບໍ່ມີໃຜທີ່ນັ້ນຊ່ອຍພຣະອົງໄດ້
ເວລາສິ້ນສຸດ
1 ໃນເວລານັ້ນ ມີຄາເອນເທວະດາຕົນຍິ່ງໃຫຍ່ ຜູ້ຮັກສາປະຊາຊົນຂອງເຈົ້າຈະມາປາກົດ ແລ້ວຈະມີການທຸກຍາກລຳບາກຢ່າງທີ່ບໍ່ເຄີຍມີມາ ຕັ້ງແຕ່ຊາດທັງຫລາຍໄດ້ເກີດຂຶ້ນ ເມື່ອເຖິງເວລານັ້ນ ປະຊາຊົນທັງປວງຂອງເຈົ້າ ຊຶ່ງມີຊື່ຂຽນໄວ້ໃນຫນັງສືຂອງພຣະເຈົ້າຈະໄດ້ລອດພົ້ນ 2 ຫລາຍຄົນໃນພວກເຫລົ່ານີ້ທີ່ໄດ້ຕາຍໄປແລ້ວຈະມີຊີວິດຄືນມາອີກ ລາງຄົນຈະມີຊິວິດຕລອດໄປບາງຄົນຈະໄດ້ຮັບຄວາມອັບອາຍຂາຍຫນ້າຕລອດໄປ 3 ຄົນທັງຫລາຍທີ່ສລາດຈະຮຸ່ງເຮືອງ ເຫມືອນດວງດາວສວ່າງເທີງທ້ອງຟ້າ ແລະຜູ້ທີ່ສັ່ງສອນຄົນທັງຫລາຍໃຫ້ເປັນຜູ້ຊອບທັມ ຈະຮຸ່ງເຮືອງເຫມືອນດວງດາວຕລອດໄປ 4 ດານີເອນເອີຍ ບັດນີ້ເຈົ້າຈົ່ງຮໍາຫນັງສືມ້ວນນັ້ນໄວ້ ແລະຕີຕຣາປະທັບໄວ້ຈົນເຖິງເວລາສຸດທ້າຍ ໃນເວລານັ້ນ ຄົນຈຳນວນຫລາຍຈະແລ່ນເຕັ້ນຊອກຫາຄວາມເຂົ້າໃຈໃນສີ່ງທີ່ຈະເກີດຂຶ້ນ” 5 ຂ້າພະເຈົ້າດານີເອນ ໄດ້ເຫັນຄົນອື່ນອີກສອງຄົນຢືນຢູ່ ແຕ່ລະຄົນຢືນຢູ່ແຄມແມ່ນ້ຳຄົນລະເບື້ອງ 6 ຄົນນຶ່ງໄດ້ເວົ້າກັບຄົນທີ່ນຸ່ງຫົ່ມເຄື່ອງອັນສະງ່າງາມ ຊື່ງຢືນຢູ່ເຫນືອນ້ຳຂຶ້ນໄປວ່າ, “ຍັງອີກເຫິງປານໃດສິ່ງອັດສະຈັນເຫລົ່ານີ້ຈະຫມົດສິ້ນລົງ” 7 ຊາຍຜູ້ນຸ່ງເຄື່ອງອັນສະງ່າງາມ ໄດ້ຍົກມືຂວາແລະມືຊ້າຍທັງສອງຂຶ້ນເທິງຟ້າສວັນ ແລະໄດ້ສັນຍາຢ່າງຫນັກແຫນ້ນ ໃນພຣະນາມຂອງພຣະເຈົ້າອົງຊົງພຣະຊົນຢູ່ເປັນນິດ ຂ້າພະເຈົ້າໄດ້ຍິນທ່ານເວົ້າວ່າ, “ຍັງອີກວາຣະນຶ່ງ ສອງວາຣະ ແລະເຄິ່ງວາຣະ ແລະເມື່ອການປະຫັດປະຫານໄພ່ພົນຂອງພຣະເຈົ້າສິ້ນສຸດລົງແລ້ວ ສີ່ງທັງປວງເຫລົ່ານີ້ຈຶ່ງຈະສິ້ນສຸດລົງ” 8 ຂ້າພະເຈົ້າໄດ້ຍິນສິ່ງທີ່ທ່ານເວົ້າ ແຕ່ຂ້າພະເຈົ້າບໍ່ເຂົ້າໃຈ ດັ່ງນັ້ນຂ້າພະເຈົ້າຈຶ່ງຖາມວ່າ, “ນາຍເອີຍ ສິ່ງນີ້ຈະສິ້ນສຸດລົງໄດ້ຢ່າງໃດ” 9 ທ່ານໄດ້ຕອບວ່າ, “ດານີເອນເອີຍ ເຈົ້າຈົ່ງໄປເສັຽດຽວນີ້ ເພາະຄຳເວົ້າຈະຖືກປົກປິດໄວ້ເປັນຄວາມລັບ ຈົນເທົ່າຮອດເວລາສິ້ນສຸດນັ້ນໄດ້ມາເຖິງ 10 ປະຊາຊົນຈຳນວນຫລາຍຈະຂາວສະອາດບໍຣິສຸດ ຄົນທັງຫລາຍຈະບໍ່ເຂົ້າໃຈ ພວກເຂົາຈະຍັງເປັນຄົນຊົ່ວຢູ່ຕໍ່ໄປ ແຕ່ຄົນທັງຫລາຍທີ່ສລາດຈະເຂົ້າໃຈ 11 ຕັ້ງແຕ່ເວລາທີ່ພວກເຂົາເລີກເຄື່ອງເຜົາບູຊາປະຈຳວັນ ແລະຕັ້ງແຕ່ສິ່ງແປກປລາດອັນຫນ້າຢ້ານໄວ້ ໄປຈົນເຖິງເວລາສີ້ນສຸດຈະເປັນເວລານຶ່ງພັນສອງຮ້ອຍເກົ້າສິບມື້ 12 ແລ້ວຄວາມສຸກຈະມີກັບຄົນທັງຫລາຍທີ່ຍັງຕັ້ງຫມັ້ນຢູ່ໃນຄວາມເຊື່ອເປັນເວລານຶ່ງພັນສາມຮ້ອຍສາມສິບຫ້າມື້ 13 ດານີເອນເອີຍ ເຈົ້າຈົ່ງເຊື່ອໄປຈົນເທົ່າມື້ຕາຍ ແລ້ວເຈົ້າຈະໄດ້ເປັນຜູ້ລຸກຂຶ້ນມາຮັບເອົາຮາງວັນຂອງເຈົ້າ ໃນເວລາສິ້ນສຸດໂລກ”
1 ຫນັງສືສະບັບນິ້ບັນຈຸພຣະຄັມຊຶ່ງພຣະຜູ້ເປັນເຈົ້າໄດ້ປະທານແກ່ ໂຮເຊອາ ບຸດຊາຍຂອງເບເອຣີ ໃນເວລາ ອຸສຊີຢາ ໂຢທາມ ອາຮັສ ແລະເຣເຊກີຢາ ເປັນກະສັດຢູດາ ແລະໃນເວລາເຢໂຣໂບອາມ ບຸດຊາຍຂອງໂຢອັສເປັນກະສັດອິສຣາເອນ
ເມັຽແລະບຸດຂອງໂຮເຊອາ
2 ເມື່ອພຣະຜູ້ເປັນເຈົ້າຊົງກ່າວຕໍ່ອິສຣາເອນ ຜ່ານທາງໂຮເຊອາທຳອິດນັ້ນ ພຣະອົງຊົງກ່າວກັບທ່ານວ່າ, “ຈົ່ງໄປແຕ່ງງານກັບຍິງໂສເພນີ ແລ້ວເຮັດໃຫ້ນາງມີບຸດ ເພາະວ່າປະຊາຊົນຂອງປະເທດນິ້ບໍ່ສັດຊື່ຕໍ່ເຮົາ ແລະຂາບໄຫວ້ພຣະອື່ນ” 3 ດ້ວຍເຫດນິ້ ໂຮເຊອາຈຶ່ງແຕ່ງງານກັບນາງໂກເມີ ບຸດສາວຂອງດິບລາອິມ ແລ້ວນາງໄດ້ຖືພາແລະອອກບຸດມາເປັນຊາຍ 4 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈົ່ງຕັ້ງຊື່ໃຫ້ເຂົາວ່າ ຢິສເຣເອນ ເພາະວ່າຍັງອີກບໍ່ເຫີງ ເຮົາຈະລົງໂທດເຊື້ອສາຍຂອງເຢຮູ ເນື່ອງດ້ວຍເຣື່ອງໂລຫິດຂອງຢິສເຣເອນ ເຮົາຈະໃຫ້ຣາຊອານາຈັກຂອງເຊື້ອສາຍອິສຣາເອນສິ້ນສຸດລົງ 5 ແລະໃນເວລານັ້ນ ເຮົາຈະຫັກທະນູຂອງອິສຣາເອນໃນຮ່ອມພູຢິສເຣເອນ” 6 ຕໍ່ມາ ນາງໂກເມີໄດ້ຖືພາອີກ ແລະໄດ້ຄອດບຸດມາເປັນຍິງ ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວຕໍ່ໂຮເຊອາວ່າ, “ຈົ່ງຕັ້ງຊື່ໃຫ້ບຸດຍິງນັ້ນວ່າ ໂລຣຸຮາມາ ເພາະວ່າເຮົາຈະບໍ່ເມດຕາເຊື້ອສາຍອິສຣາເອນອີກຕໍ່ໄປ ເຮົາຈະອະພັຍໃຫ້ເຂົາອີກເລີຍ 7 ແຕ່ເຮົາຈະເມດຕາເຊຶ້ອສາຍຢູດາ ເຮົາຄືພຣະຜູ້ເປັນເຈົ້າຂອງພວກເຂົາຈະຊ່ອຍເຂົາໃຫ້ພົ້ນ ແຕ່ບໍ່ແມ່ນດ້ວຍສົງຄາມ ບໍ່ແມ່ນດ້ວຍດາບຫລືຫນ້າທະນູ ແລະບໍ່ແມ່ນດ້ວຍມ້າຫລືເຫລົ່າທະຫານມ້າ 8 ຫລັງຈາກນາງໂກເມີໄດ້ໃຫ້ນາງໂລຣຸຮາມາ ຢ່ານົມ ແລ້ວນາງກໍຖືພາແລະໄດ້ບຸດຊາຍອີກຜູ້ນຶ່ງ 9 ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ, “ຈົ່ງຕັ້ງຊື່ໃຫ້ເຂົາວ່າ ໂລອັມມີ ເພາະພວກເຈົ້າຊາວອິສຣາເອນບໍ່ແມ່ນໄພ່ພົນຂອງເຮົາ ແລະເຮົາກໍບໍ່ແມ່ນພຣະເຈົ້າຂອງພວກເຈົ້າ”
ການສ້າງອິສຣາເອນຂຶ້ນໃຫມ່
10 ປະຊາຊົນອິສຣາເອນຈະມາກຫລາຍເຫມືອນເມັດຊາຍແຄມທະເລຊຶ່ງເກີນທີ່ຈະນັບຫລືຕັກຕວງໄດ້ ດຽວນິ້ພຣະເຈົ້າຊົງກ່າວຕໍ່ພວກເຂົາວ່າ, “ພວກເຈົ້າບໍ່ແມ່ນໄພ່ພົນຂອງເຮົາ” ແຕ່ໃນມື້ນຶ່ງຈະຊົງກ່າວຕໍ່ພວກເຂົາວ່າ, “ພວກເຈົ້າເປັນບຸດຂອງພຣະເຈົ້າອົງຊົງພຣະຊົນຢູ່” 11 ປະຊາຊົນຢູດາ ແລະອິສຣາເອນຈະຮ່ວມເຂົ້າກັນໃຫມ່ ພວກເຂົາຈະເລືອກເອົາຜູ້ນຳຄົນນຶ່ງເປັນຜູ້ນຳຂອງຕົນ ພວກເຂົາຈະຮຸ່ງເຮືອງແລະອຸດົມສົມບູນອີກເທື່ອນຶ່ງ ສະໄຫມຂອງຢິສເຣເອນຈະຍິ່ງໃຫຍ່
1 ຈົ່ງເອີ້ນນ້ອງຊາຍຂອງເຈົ້າວ່າ, “ອາມມີ” ຈົ່ງເອີ້ນນ້ອງສາວຂອງເຈົ້າວ່າ, “ຣູຮາມາ”
ນາງໂກເມີແລະອິສຣາເອນບໍ່ສັດຊື່
2 ລູກເອີຍ, ຈົ່ງຮ້ອງຂໍຕໍ່ມານດາຂອງເຈົ້າ ເຖິງແມ່ນວ່ານາງບໍ່ເປັນເມັຽຂອງເຮົາອິກຕໍ່ໄປ ແລະເຮົາກໍບໍ່ເປັນຜົວຂອງນາງອີກກໍດີ ຈົ່ງຮ້ອງຂໍໃຫ້ນາງເຊົາຫລິ້ນຊູ້ແລະເປັນໂສເພນີເສັຽ 3 ຖ້ານາງບໍ່ເຊົາເຮົາຈະເປືອຍກາຍນາງໃຫ້ເຫມືອນກັບມື້ນາງເກີດ ຈະເຮັດໃຫ້ເປັນເຫມືອນດິນທີ່ແຫ້ງແລ້ງ ແລະກັນດານ ນາງຈະຫິວນ້ຳຕາຍ 4 ເຮົາຈະບໍ່ສົງສານບຸດຂອງນາງເພາະພວກເຂົາເປັນບຸດຂອງການຫລິ້ນຊູ້ 5 ນາງເປັນໂສເພນີທີ່ບໍ່ມີຄວາມອາຍ ແລະເວົ້າວ່າ, “ຂ້າພະເຈົ້າຈະຕິດຕາມຄົນຮັກຂອງຂ້າພະເຈົ້າໄປ ເພາະວ່າເຂົາໄດ້ເອົາອາຫານ ນ້ຳດື່ມ ເຄື່ອງຂົນແກະ ຜ້າໄຫມ ນ້ຳນົມ ແລະເຄື່ອງດື່ມໃຫ້ແກ່ຂ້າພະເຈົ້າ” 6 ດ້ວຍເຫດນັ້ນ ເຮົາຈະປິດກັ້ນນາງດ້ວຍຫນາມ ຈະສ້າງກຳແພງອ້ອມບໍ່ໃຫ້ນາງອອກໄປໄດ້ 7 ນາງຈະແລ່ນຕິດຕາມພວກຄົນຮັກໄປ ແຕ່ຈະບໍ່ທັນພວກເຂົາ ນາງຈະຊອກຫາພວກເຂົາແຕ່ຈະບໍ່ພົບ ແລ້ວນາງເວົ້າວ່າ, “ຂ້າພະເຈົ້າຈະກັບຄືນໄປຫາຜົວເກົ່າຂອງຂ້າພະເຈົ້າ ເພາະແຕ່ກ່ອນນັ້ນຂ້າພະເຈົ້າສຸກສະບາຍກວ່າດຽວນີ້” 8 ນາງບໍ່ຮູ້ເລີຍວ່າ ເຮົາເປັນຜູ້ທີ່ເອົາເຂົ້າ ເຫລົ້າອະງຸ່ນແລະນ້ຳມັນສົດໃຫ້ແກ່ນາງ ເຮົາໄດ້ໃຫ້ເງິນຄຳແກ່ນາງເປັນຈຳນວນຫລາຍ ແຕ່ນາງໄດ້ເອົາໄປໃຊ້ສຳລັບພຣະບາອານເສັຽ 9 ດັ່ງນັ້ນ ໃນເວລາເກັບກ່ຽວເຮົາຈະເອົາເຂົ້າແລະເຫລົ້າອະງຸ່ນທີ່ເຮົາໃຫ້ແກ່ນາງຄືນມາ ຈະເອົາຂົນແກະແລະຜ້າໄຫມທີ່ເຮົາໃຫ້ນາງນຸ່ງຫົ່ມຫນີໄປ 10 ແລ້ວຈະເປືອຍກາຍນາງຕໍ່ຫນ້າພວກຄົນຮັກຂອງນາງ ແລະຈະບໍ່ມີໃຜຊ່ອຍນາງໃຫ້ພົ້ນຈາກອຳນາດຂອງເຮົາ 11 ເຮົາຈະເຮັດໃຫ້ຄວາມມ່ວນຊື່ນທັງປວງ ເຮັດໃຫ້ງານກິນລ້ຽງ ວັນສັກສິດປະຈຳເດືອນງານສລອງປະຈຳສັປດາ ແລະງານຊຸມນຸມທາງສາສນາທັງປວງຂອງນາງສີ້ນສຸດລົງ 12 ຈະທຳລາຍກົກອະງຸ່ນແລະກົກເດື່ອເທດຂອງນາງ ຊຶ່ງນາງໄດ້ເວົ້າວ່າ ພວກຄົນຮັກໄດ້ໃຫ້ຂ້າພະເຈົ້າເພື່ອເປັນຄ່າຮັບໃຊ້ພວກເຂົາ ເຮົາຈະເອົາສວນອະງຸ່ນແລະເຮັດໃຫ້ສວນທັງຫລາຍຂອງນາງເປັນປ່າໃຫ້ພວກສັດປ່າທຳລາຍເສັຽ 13 ຍ້ອນນາງເຜົາເຄື່ອງຫອມບູຊາພຣະບາອານ ແລະໃສ່ເຄື່ອງເພັດຕິດຕາມຄົນຮັກໄປ ເຮົາຈຶ່ງຈະລົງໂທດນາງ ເພາະວ່ານາງໄດ້ລືມເຮົາໃນເວລານັ້ນ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນິ້ແຫລະ
ພຣະຜູ້ເປັນເຈົ້າຊົງຮັກໄພ່ພົນຂອງພຣະອົງ
14 ດ້ວຍເຫດນັ້ນ ເຮົາຈະເກັ້ຽກ່ອມນາງດ້ວຍຄຳອ່ອນຫວານ ແລ້ວຈະພານາງໄປຍັງຖິ່ນກັນດານອິກ ແລະຈະເວົ້າກັບນາງຢ່າງເປີດອົກວ່າ ເຮົາຈະຄືນສວນອະງຸ່ນໃຫ້ແກ່ນາງ 15 ແລະຈະເຮັດໃຫ້ຮ່ອມພູຍາກລຳບາກເປັນປະຕູແຫ່ງຄວາມຫວັງ ນາງຈະເຮັດຕອບແທນເຮົາຢູ່ທີ່ນັ້ນເຫມືອນຄາວຍັງສາວ ຄືເມື່ອຄາວຫນີອອກຈາກປະເທດເອຢິບນັ້ນ 16 ແລ້ວນາງຈະເອີ້ນເຮົາວ່າ ຜົວຂອງນາງອີກ ຈະບໍ່ເອີ້ນວ່າພຣະບາອານຂອງນາງຕໍ່ໄປ 17 ເຮົາຈະບໍ່ໃຫ້ນາງອອກປາກເວົ້າວ່າພຣະບາອານອິກເລີຍ 18 ໃນເວລານັ້ນ ເຮົາຈະທຳສັນຍາກັບສັດປ່າ ຝູງນົກທັງປວງແລະສັດເລືອຄານເທິງແຜ່ນດິນ ເພື່ອບໍ່ໃຫ້ມັນທຳຮ້າຍໄພ່ພົນຂອງເຮົາ ເຮົາຈະເອົາດາບແລະລູກທະນູທັງປວງຫນິຈາກແຜ່ນດິນໄປ ແລະບໍ່ໃຫ້ມີເສິກສົງຄາມອີກຕໍ່ໄປ ເພື່ອໃຫ້ໄພ່ພົນຂອງເຮົາມີຊີວິດຢູ່ຢ່າງສຸກສະບາຍ ແລະປອດພັຍ 19 ອິສຣາເອນເອີຍ, ເຮົາຈະຫມັ້ນເຈົ້າໄວ້ເປັນເຈົ້າສາວຂອງເຮົາ ເຮົາຈະຫມັ້ນເຈົ້າໄວ້ຢ່າງຖືກຕ້ອງແລະທ່ຽງທັມ ໂດຍຈະສະແດງຄວາມຮັກຫມັ້ນຄົງແລະຄວາມກະຣຸນາຕໍ່ເຈົ້າ ຈະໃຫ້ເຈົ້າເປັນຂອງເຮົາຕລອດໄປ 20 ເຮົາຈະຮັກສາຄຳຫມັ້ນສັນຍາຂອງເຮົາໄວ້ ແລະໃຫ້ເຈົ້າເປັນຂອງເຮົາ ເຈົ້າຈະຮູ້ຈັກພຣະຜູ້ເປັນເຈົ້າ 21 ພຣະເຈົ້າຊົງກ່າວວ່າ, “ໃນວັນນັ້ນ ເຮົາຈະຕອບຟ້າສວັນ ແລະຟ້າສວັນຈະຕອບແຜ່ນດິນໂລກ 22 ແລະແຜ່ນດິນໂລກຈະຕອບເຂົ້າ ຫມາກອະງຸ່ນ ແລະຫມາກກອກເທດ ສິ່ງເຫລົ່ານີ້ຈະຕອບຢິສເຣເອນ 23 ເຣົາຈະຫວ່ານເຂົາໄວ້ໃນແຜ່ນດິນສຳລັບເຮົາ ເຮົາຈະເມດຕາ ໂລຣູຮາມາ ແລະເຮົາຈະເວົ້າກັບ ໂລອາມມີວ່າ, “ເຈົ້າເປັນໄພ່ພົນຂອງເຮົາ” ແລະເຂົາຈະກ່າວວ່າ, “ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງ”
ໂຮເຊອາກັບຜູ້ຍິງທີ່ບໍ່ສັດຊື່
1 ພຣະຜູ້ເປັນເຈົ້າຊົງກ່າວຕໍ່ຂ້າພະເຈົ້າອິກວ່າ, “ຈົ່ງໄປຕິດຕໍ່ຮັກໄຄ່ກັບຍິງຫລິ້ນຊູ້ຄົນນຶ່ງ ຊຶ່ງມີຄູ່ຮັກຄົນນຶ່ງແລ້ວ ຈົ່ງຮັກນາງເຫມືອນຢ່າງເຮົາຮັກປະຊາຊົນອິສຣາເອນ ເພາະເຖິງແມ່ນວ່າເຂົາຄືນໄປຫາພຣະອື່ນ ແລະນິຍົມກັນຖວາຍຫມາກອະງຸ່ນແຫ້ງແກ່ຮູບເຄົາຣົບທັງຫລາຍກໍຕາມ ເຮົາກໍຍັງຮັກເຂົາຢູ່” 2 ດັ່ງນັ້ນແຫລະ ຂ້າພະເຈົ້າຈຶ່ງໄດ້ຊື້ເອົານາງມາເປັນເງິນສິບຫ້າເຊເກລ ກັບເຂົ້າບາລີນຶ່ງໂຮເມີ 3 ຂ້າພະເຈົ້າໄດ້ບອກນາງວ່າ ນາງຈະຕ້ອງບໍ່ເປັນໂສເພນີອີກຈະຕ້ອງບໍ່ສົມສູ່ຢູ່ຮ່ວມກັບຊາຍອື່ນ ຈະຕ້ອງຢູ່ກັບຂ້າພະເຈົ້າດົນໆແຕ່ຈະນອນນຳຂ້າພະເຈົ້າບໍ່ໄດ້ 4 ເຣື່ອງນິ້ຫມາຍຄວາມວ່າປະຊາຊົນອິສຣາເອນຈະຢູ່ຢ່າງບໍ່ມີກະສັດຫລືຜູ້ນຳເປັນເວລາເຫິງນານ ແລະຈະບໍ່ມີເຄື່ອງເຜົາບູຊາຫລືຫີນສັກສິດ ບໍ່ມີຮູບເຄົາຣົບ ຫລືຮູບບູຊາບອກເຣື່ອງອະນາຄົດ 5 ພາຍຫລັງເຊື້ອສາຍອິສຣາເອນຈະກັບຄືນມາ ແລະສແວງຫາພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຂົາແລະສແວງຫາດາວິດກະສັດຂອງເຂົາທັງຫລາຍ ແລະໃນການຕໍ່ໄປເຂົາຈະມີຄວາມຢຳເກງຕໍ່ພຣະຜູ້ເປັນເຈົ້າ ແລະສແວງຄວາມດີຂອງພຣະອົງ
ພຣະຜູ້ເປັນເຈົ້າຊົງກ່າວໂທດອິສຣາເອນ
1 ຊາວອິສຣາເອນເອີຍ, ຈົ່ງຟັງພຣະວັຈນະຂອງພຣະຜູ້ເປັນເຈົ້າ ເພາະວ່າພຣະເຈົ້າຊົງກ່າວໂທດປະຊາຊົນທີ່ອາໄສຢູ່ໃນປະເທດນິ້ວ່າ ບໍ່ມີຄວາມສັດຊື່ສຸດຈະຣິດ ຫລືຄວາມຮັກຄວາມເມດຕາ ຫລືຄວາມຮູ້ໃນເຣື່ອງພຣະເຈົ້າ 2 ເຂົາໄດ້ທຳສັນຍາໄວ້ແຕ່ເຂົາລະເມີດເອງ ພວກເຂົາຂີ້ຕົວະ ຄາດຕະກຳ ຂະໂມຍແລະລ່ວງເກີນຜົວເມັຽຜູ້ອື່ນ ມີອາດຊະຍາກອນເພີ້ມຂຶ້ນ ແລະຂ້າລ້າງຜານຊຶ່ງກັນແລະກັນສືບຕໍ່ໄປ 3 ດັ່ງນັ້ນ ປະເທດນິ້ຈຶ່ງແຫ້ງແລ້ງ ທຸກໆສິ່ງທີ່ມີຊີວິດຈະຕາຍຫມົດ ສັດແລະນົກທັງປວງແມ່ນກະທັ່ງແຕ່ປາກໍຈະຕາຍເສັຽ
ພຣະຜູ້ເປັນເຈົ້າຊົງກ່າວໂທດພວກປະໂຣຫິດ
4 ແຕ່ຢ່າໃຫ້ຜູ້ໃດໃສ່ຄວາມ ຫລືຢ່າໃຫ້ຜູ້ໃດຟ້ອງ ເພາະຄະດີຂອງເຮົາກໍຢູ່ກັບທ່ານເດີ ປະໂຣຫິດ 5 ເວລາກາງເວັນທ່ານຈະສະດຸດ ແລະຜູ້ເຜີຍພຣະວັຈນະຈະສະດຸດກັບທ່ານໃນເວລາກາງຄືນ ແລະ ເຮົາຈະທຳລາຍແມ່ຂອງທ່ານ 6 ໄພ່ພົນຂອງເຮົາຖືກທຳລາຍ ເພາະຂາດຄວາມຮູ້ ເພາະເຈົ້າປະຕິເສດບໍ່ຮັບຄວາມຮູ້ ເຮົາກໍປະຕິເສດເຈົ້າບໍ່ໃຫ້ຮັບເປັນປະໂຣຫິດຂອງເຣົາ ເພາະເຈົ້າຫລົງລືມພຣະບັນຍັດແຫ່ງພຣະເຈົ້າຂອງເຈົ້າ ເຮົາກໍຈະລືມເຊື້ອສາຍຂອງເຈົ້າເສັຽ 7 ຈຳນວນປະໂຣຫິດຫລາຍຂຶ້ນເທົ່າໃດ ການເຮັດບາບຕໍ່ສູ້ເຮົາກໍຫລາຍຂຶ້ນເທົ່ານັ້ນ ເຮົາຈະທຳລາຍຊື່ສຽງຂອງເຂົາໃຫ້ຫມົດໄປ 8 ພວກເຂົາຮັ່ງມີຂຶ້ນຍ້ອນໄພ່ພົນຂອງເຮົາກະທຳບາບ ແລະພວກເຂົາຢາກໃຫ້ໄພ່ພົນຂອງເຮົາເຮັດບາບຫລາຍຂຶ້ນອີກ 9 ປະໂຣຫິດໄດ້ຮັບໂທດຢ່າງໃດ ປະຊາຊົນກໍຈະໄດ້ຮັບໂທດຢ່າງນັ້ນ ເຮົາຈະລົງໂທດແລະຕອບແທນຄວາມຊົ່ວທີ່ພວກເຂົາໄດ້ກະທຳ ແມ່ນວ່າພວກເຂົາໄດ້ກິນແຕ່ກໍຍັງຢາກຢູ່ 10 ພວກເຂົາຂາບໄຫວ້ພຣະທີ່ໃຫ້ເກີດຄວາມອຸດົມສົມບູນແຕ່ກໍຍັງບໍ່ມີບຸດ ເພາະພວກເຂົາຫນີຈາກເຮົາໄປບົວຣະບັດພຣະອື່ນ” 11 ເຫລົ້າອະງຸ່ນໄດ້ເຣັດໃຫ້ໄພ່ພົນຂອງເຮົາລືມຕົວ ພວກເຂົາຂໍຣ້ອງໃຫ້ສິ່ງທີ່ເຮັດດ້ວຍໄມ້ຫລືໄມ້ເທົ້າເປີດເຜີຍໃຫ້ຮູ້
ພຣະຜູ້ເປັນເຈົ້າຊົງຕິຕຽນການຂາບໄຫວ້ພຣະຕ່າງໆ
12 ເຂົາໄດ້ປະຖິ້ມເຮົາແລະຖວາຍຕົວເອງແກ່ພຣະອື່ນເຫມືອນຜູ້ຍິງກາຍເປັນໂສເພນີ 13 ພວກເຂົາຖວາຍເຄື່ອງເຜົາບູຊາທີ່ສະຖານສັກສິດຢູ່ເທິງຈອມພູ ໄດ້ເຜົາເຄື່ອງຫອມບູຊາຢູ່ເທິງພູນ້ອຍແລະຢູ່ໃຕ້ກົກໄມ້ສູງເພາະມີຮົ່ມເຢັນດີ ດ້ວຍເຫດນິ້ແຫລະ, ພວກບຸດຍິງຂອງເຈົ້າຈຶ່ງເປັນໂສເພນີ ແລະພວກລູກສະໃພ້ກໍຫລິ້ນຊູ້ 14 ເຮົາຈະຍັງບໍ່ລົງໂທດພວກເຂົາຍ້ອນການເຣັດດັ່ງນິ້ ເພາະວ່າພວກເຈົ້າເອງກໍຫລົງໄປກັບຍິງໂສເພນີທີ່ມີຢູ່ໃນວິຫານຂອງພຣະບາອານ ແລະເຜົາເຄື່ອງບູຊາຖວາຍພຣະບາອານຮ່ວມກັບພວກເຂົາ ດັ່ງສຸພາສິດກ່າວວ່າ, “ປະຊາຊົນທີ່ຂາດປັນຍາຈະເຖິງຄວາມຈິບຫາຍ” 15 ເຖິງແມ່ນປະຊາຊົນອິສຣາເອນບໍ່ສັດຊື່ຕໍ່ເຮົາ ກໍຂໍໃຫ້ປະຊາຊົນຢູດາຢ່າເຮັດຜິດໃນສິ່ງດຽວກັນນັ້ນ ຢ່າໄປຂາບໄຫວ້ໃນເມືອງກິນການ ຫລືເບທາເວນ ແລະຢ່າທຳສັນຍາຢູ່ທີ່ນັ້ນໃນນາມຂອງພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນຢູ່ 16 ປະຊາຊົນອິສຣາເອນນັ້ນດື້ດຶງເຫມືອນລໍປ່າ ດັ່ງນັ້ນ ເຮົາຈະລ້ຽງພວກເຂົາເຫມືອນລ້ຽງແກະໃນທົ່ງຫຍ້າໄດ້ຢ່າງໃດ 17 ພວກເຂົາຢູ່ໃຕ້ອຳນາດຮູບເຄົາຣົບທັງຫລາຍ 18 ໄດ້ເຂົ້າຮ່ວມກັບກຸ່ມຄົນຂີ້ເມົາ ຍ່າງໄປກັບໂສເພນີ ແລະມັກເຮັດໃຫ້ເສັຽຊື່ສຽງຫລາຍກວ່າມີຊື່ສຽງ 19 ພວກເຂົາເຮັດໄປຍ້ອນໃຈຊົ່ວ ຄວາມຊົ່ວນັ້ນຈະກວາດເຂົາໄປເຫມືອນລົມພະຍຸ ແລະພຣະທີ່ພວກເຂົາຂາບໄຫວ້ຈະຊ່ອຍເຫລືອຫຍັງເຂົາບໍ່ໄດ້
1 ປະໂຣຫິດເອີຍ, ຈົ່ງຟັງຂໍ້ນີ້ປະຊາຊົນອິສຣາເອນເອີຍ, ຈົ່ງລະມັດລະວັງເດີ ພວກເຈົ້າຜູ້ເປັນເຊື້ອກະສັດຈົ່ງຟັງເດີ ພວກເຈົ້າຄວນເປັນຜູ້ໃຫ້ຄວາມຍຸດຕິທັມ ບັດນິ້ ພວກເຈົ້າເປັນເຫມືອນແຮ້ວທີ່ເມືອງມີສປາເປັນເຫມືອນຂ່າຍກາງຢູ່ເທິງພູຕາໂບຣ໌ 2 ແລະເປັນເຫມືອນຂຸມເລິກທີ່ເມືອງຊິດຕີມ ເຮົາຈະລົງໂທດພວກເຈົ້າທັງຫມົດ 3 ເຣົາຮູ້ວ່າເອຟຣາອິມແລະອິສຣາເອນກໍບໍ່ໄດ້ປິດບັງໄວ້ຈາກເຮົາ ໂອເອຟຣາອິມເອີຍ ເຈົ້າຫລິ້ນຊູ້ ອິສຣາເອນກໍເປັນມົນທິນ
ໂຮເຊອາຕຳຫນິການບູຊາຮູບເຄົາຣົບ
4 ຄວາມຊົ່ວທີ່ປະຊາຊົນກະທຳນັ້ນ ໄດ້ກີດກັ້ນບໍ່ໃຫ້ພວກເຂົາກັບຄືນໄປຫາພຣະເຈົ້າຂອງເຂົາ ພວກເຂົາຍອມຢູ່ໃຕ້ອຳນາດຮູບເຄົາຣົບ ເຂົາຈຶ່ງບໍ່ຮູ້ຈັກພຣະຜູ້ເປັນເຈົ້າ 5 ຄວາມອວດອ້າງຈອງຫອງຂອງອິສຣາເອນກໍປາກົດເປັນພຍານຕໍ່ຫນ້າເຂົາແລ້ວອິສຣາເອນແລະເອຟຣາອິມຈຶ່ງຈະສະດຸດເພາະຄວາມຜິດຂອງຕົນ ຢູດາກໍຈະລົ້ມລົງໄປກັບເຂົາທັງຫລາຍເຫມືອນກັນ 6 ຝູງແກະແລະງົວຄວາຍຈະຖືກເຂົານຳໄປເຜົາບູຊາແດ່ພຣະຜູ້ເປັນເຈົ້າ ແຕ່ພວກເຂົາຈະບໍ່ພົບພຣະອົງ ແລະບໍ່ໄດ້ປໂຍດຫຍັງ ເພາະວ່າພຣະອົງຊົງຫນີຫ່າງຈາກພວກເຂົາໄປແລ້ວ 7 ພວກເຂົາໄດ້ເຮັດບໍ່ສັດຊື່ ແລະທໍຣະຍົດຕໍ່ພຣະຜູ້ເປັນເຈົ້າ ລູກຂອງພວກເຂົາກໍບໍ່ເປັນຂອງພຣະອົງ ດັ່ງນັ້ນແຫລະ, ມໍຣະດົກຂອງພວກເຂົາແລະພວກເຂົາເອງຈຶ່ງຈະຖືກທຳລາຍ 8 ຊາວເບັນຢາມິນເອີຍ, ຈົ່ງເປົ່າແກເຕືອນບອກສົງຄາມທີ່ເມືອງກີເບອາ ແລະທີ່ເມືອງຮາມາດ້ວຍ ຈົ່ງຟັງສຽງສັນຍານໄພໃນສນາມຮົບທີ່ເບທາເວນ 9 ເມື່ອການພິພາກສາລົງໂທດມາເຖິງ ຊາວອິສຣາເອນຈະຈິບຫາຍໃນມື້ນັ້ນ ອິສຣາເອນເອີຍ, ສິ່ງນັ້ນຈະເກີດຂຶ້ນແນ່ນອນ” 10 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາຮ້າຍຍ້ອນວ່າພວກຜູ້ນຳຊາວຢູດາໄດ້ລັກໂລບເອົາຊາວອິສຣາເອນ ເຮົາຈະລົງໂທດພວກເຂົາເຫມືອນກັບນ້ຳຖ້ວມ 11 ເອຟຣາອິມຖືກບີບບັງຄັບ ແລະຖືກຕົກຢູ່ໃນຄວາມຍາກລຳບາກດ້ວຍການທຳໂທດ ເພາະເຂົາຕັ້ງຈິດຕັ້ງໃຈທີ່ຈະຕິດຕາມອະນິຈັງ 12 ດັ່ງນັ້ນ ເຮົາຈຶ່ງຈະນຳເອົາການທຳລາຍມາສູ່ ເອຟຣາອິມ ແລະເປັນເຫມືອນໄພພິບັດຕໍ່ເຊື້ອສາຍຢູດາ 13 ເມື່ອໃດເອຟຣາອິມເຫັນຄວາມເຈັບໄຂ້ຂອງຕົນ ແລະຢູດາເຫັນບາດແຜຂອງຕົນ ເມື່ອນັ້ນເອຟຣາອິມກໍໄປຍັງປະເທດອັສຊີເຣັຽ ເພື່ອຂໍໃຫ້ມະຫາກະສັດຊົງຊ່ອຍເຫລືອ ແຕ່ພຣະອົງຈະບໍ່ສາມາດຮັກສາຫລືປິ່ນປົວບາດແຜໃຫ້ດີໄດ້ 14 ເຮົາຈະໂຈມຕີປະຊາຊົນເອຟຣາອິມ ແລະຢູດາເຫມືອນສິງຕົວແຂງແຮງ ຈະຈີກເຂົາເປັນຕ່ອນໆແລ້ວແກ່ຫນີໄປ ຈະບໍ່ມີໃຜຊ່ອຍເຫລືອເຂົາໄດ້ 15 ເຮົາຈະຫນີຈາກໄພ່ພົນຂອງເຮົາໄປຈົນກວ່າພວກເຂົາໄດ້ທົນທຸກຍ້ອນບາບຂອງຕົນແລະສແວງຫາເຮົາ ແລ້ວບາງທີຍ້ອນຄວາມທຸກນັ້ນພວກເຂົາອາດຈະກັບຄືນມາຫາເຮົາ
ປະຊາຊົນເວົ້າເຖີງການກັບຄືນໄປຫາພຣະຜູ້ເປັນເຈົ້າ
1 ໃຫ້ພວກເຮົາກັບຄືນໄປຫາພຣະຜູ້ເປັນເຈົ້າເທາະ ພຣະອົງໄດ້ຊົງທຸບຕີພວກເຣົາ ແຕ່ຈະຊົງຮັກສາພວກເຮົາໃຫ້ດີ ຊົງເຮັດໃຫ້ພວກເຮົາມີບາດແຜ ແຕ່ຈະຊົງພັນບາດແຜໃຫ້ ຫລືວ່າພຣະອົງຈະບໍ່ກະທຳບໍ 2 ຫລັງຈາກນັ້ນສອງມື້ ພຣະອົງຈະຊົງໃຫ້ພວກເຮົາຄ່ອຍດີຂຶ້ນ ໃນມື້ທີ່ສາມຈະທຳໃຫ້ດີຢ່າງເດີມ ແລ້ວພວກເຮົາກໍຈະມີຊີວິດຢູ່ຊ້ອງພຣະພັກຂອງພຣະອົງ 3 ໃຫ້ພວກເຮົາພຍາຍາມຮູ້ຈັກພຣະຜູ້ເປັນເຈົ້າແນ່ນອນພຣະອົງຈະສະເດັດມາຫາເຮົາເຫມືອນຮຸ່ງອະລຸນ ຈະສະເດັດມາເຫມືອນດັ່ງຝົນຕົກແນ່ນອນເຫມືອນດັ່ງຫ່າຝົນທີ່ຕົກລົງໃສ່ແຜ່ນດິນ
ຄຳຕອບຂອງພຣະຜູ້ເປັນເຈົ້າ
4 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເອຟຣາອິມ ແລະຢູດາເອີຍ, ເຮົາຈະເຮັດແນວໃດຫນໍກັບພວກເຈົ້າ ຄວາມຮັກທີ່ພວກເຈົ້າມີຕໍ່ເຮົາກໍຈືດຈາງ ແລະເຫີນຫ່າງໄປເຫມືອນນ້ຳຫມອກໃນຍາມເຊົ້າເມື່ອຮຸ່ງອະລຸນ 5 ດັ່ງນັ້ນແຫລະ ເຮົາຈຶ່ງໃຊ້ຜູ້ປະກາດພຣະທັມຂອງເຮົານໍາເອົາຄຳພິພາກສາໂທດ ແລະການທຳລາຍຂອງເຮົາມາສູ່ພວກເຈົ້າ ການພິພາກສາຂອງເຮົາກໍສ່ອງອອກມາເຫມືອນແສງສວ່າງ 6 ສິ່ງທີ່ເຮົາຕ້ອງການຫລາຍທີ່ສຸດກໍຄືໃຫ້ພວກເຈົ້າມີຄວາມຮັກຫມັ້ນຄົງ ບໍ່ແມ່ນແຕ່ດ້ວຍການຖວາຍບູຊາ ແຕ່ຢາກໃຫ້ພວກເຈົ້າຮູ້ຈັກເຮົາຫລາຍກວ່າເຄື່ອງເຜົາບູຊານັ້ນອີກ 7 ແຕ່ເຂົາລະເມີດຄຳສັນຍາທີ່ດິນແດນ ອາດາມ ໃນທີ່ນັ້ນ ເຂົາທໍຣະຍົດຕໍ່ເຮົາ 8 ກີເລອາດເປັນນະຄອນທີ່ເຕັມໄປດ້ວຍຄົນທຳຄວາມຊົ່ວ ແລະອາດຊະຍາກອນ 9 ພວກປະໂຣຫິດກໍເຫມືອນກຸ່ມໂຈນທີ່ຄ່ອຍດັກທຳຮ້າຍຄົນ ແມ່ນແຕ່ຕາມຖນົນໄປຍັງສະຖານທີ່ສັກສິດທີ່ເຊເຄມກໍມີການຂ້າຄົນ 10 ເຮົາໄດ້ເຫັນສິ່ງທີ່ຫນ້າກຽດຊັງໃນວິຫານຂອງອິສຣາເອນ ການຫລິ້ນຊູ້ຂອງເອຟຣາອິມກໍຢູ່ທີ່ນັ້ນອິສຣາເອນເປັນມົນທິນ 11 ສຳລັບຊາວຢູດານັ້ນ ເຮົາໄດ້ກຳນົດເວລາສຳລັບລົງໂທດໄວ້ແລ້ວ ຍ້ອນວ່າພວກເຂົາໄດ້ເຮັດການຊົ່ວເຫມືອນກັນ
1 ເມື່ອເຮົາຈະຮັກສາອິສຣາເອນໃຫ້ດີຄືນເປັນປົກກະຕິ ແລະເກີດມັ່ງຄັ່ງສົມບູນອີກ ຄວາມເສື່ອມຊາມຂອງເອຟຣາອິມກໍເຜີຍອອກ ທັງການທຳທີ່ຊົ່ວຮ້າຍຂອງຊາມາເຣັຽກໍແດງຂຶ້ນ ເພາະວ່າເຂົາໄດ້ສໍ້ໂກງ ໄດ້ມ້າງເຮືອນເຂົ້າໄປລັກເອົາສິ່ງຂອງແລະລັກເອົາຄົນຕາມຖນົນໄປ 2 ພວກເຂົາບໍ່ເຄີຍຄິດວ່າເຮົາຈະຈົດຈຳຄວາມຊົ່ວທັງປວງທີ່ເຂົາທຳໄວ້ ບາບຂອງພວກເຂົາໄດ້ໂອບລ້ອມເຂົາຢູ່ ແລະຈະພົ້ນຈາກສາຍຕາຂອງເຮົາໄປບໍ່ໄດ້”
ພວກຄົນໃນພຣະຣາຊວັງຮວມກັນເປັນກະບົດ
3 ເຂົາກະທຳໃຫ້ກະສັດຊື່ນຊົມຍິນດີດ້ວຍຄວາມຊົ່ວຮ້າຍຂອງເຂົາ ກະທຳໃຫ້ຂ້າຣາຊການພໍໃຈດ້ວຍການອຸບາຍຊົ່ວຮ້າຍຂອງເຂົາ 4 ພວກເຂົາທັງຫມົດເປັນຄົນທໍຣະຍົດແລະບໍ່ສັດຊື່ ຄວາມຊົ່ວຂອງເຂົາເປັນເຫມືອນເຕົາອົບເຂົ້າຈີ່ທີ່ຫຸ້ມຄວາມຮ້ອນໄວ້ໂດຍບໍ່ຕ້ອງການຈຸໄຟຕື່ມອີກຈົນແປ້ງໂພງອອກ 5 ໃນງານພຣະຣາຊພິທີຂອງກະສັດນັ້ນ ພວກເຂົາໄດ້ເອົາເຫລົ້າອະງຸ່ນໃຫ້ກະສັດແລະຂ້າຣາຊການຂອງພຣະອົງດື່ມຈົນມືນເມົາແລະເສັຽສະຕິໄປ 6 ໃຈຂອງພວກເຂົາຮ້ອນຮົນດ້ວຍເລ່ຫລ່ຽມເຫມືອນເຕົາອົບ ຄວາມຮ້າຍໄດ້ມີຢູ່ໃນໃຈຂອງເຂົາຕລອດຄືນ ແລະໃນຕອນເຊົ້າກໍລຸກວາບຂຶ້ນດັ່ງແປວໄຟ 7 ພວກເຂົາໄດ້ຂ້າພວກຜູ້ປົກຄອງຂອງຕົນດ້ວຍຄວາມຄຽດແຄ້ນ ກະສັດທັງຫລາຍຂອງພວກເຂົາກໍຖືກລອບປົງພຣະຊົນຕິດຕໍ່ກັນໄປ ແຕ່ບໍ່ມີກະສັດອົງໃດອ້ອນວອນຂໍໃຫ້ເຮົາຊ່ອຍເຫລືອເລີຍ”
ອິສຣາເອນກັບຊົນຊາດທັງຫລາຍ
8 ເອຟຣາອິມເອົາຕົວເຂົ້າປົນກັບຊົນຊາດທັງຫລາຍ ເອຟຣາອິມເຫມືອນເຂົ້າຈີ່ປີ້ງທີ່ບໍ່ໄດ້ພິກກັບ 9 ດ້ວຍການໄວ້ເນື້ອເຊື່ອໃຈຂອງຊາວຕ່າງປະເທດນັ້ນ ພວກເຂົາຈຶ່ງໄດ້ສູນເສັຽເຫື່ອແຮງໄປໂດບໍ່ຮູ້ສຶກຕົວແມ່ນແຕ່ຜົມຂອງຕົນຫງອກ ແລະພວກເຂົາໃກ້ຈະຕາຍພວກເຂົາກໍບໍ່ຮູ້ຈັກ 10 ຄວາມອວດອ້າງຖືຕົວຂອງອິສຣາເອນໄດ້ຮ້ອງຕໍ່ສູ້ເຂົາ ເຖິງປານນັ້ນ ພວກເຂົາກໍບໍ່ກັບຄືນມາຫາເຮົາທີ່ເປັນພຣະຜູ້ເປັນເຈົ້າຂອງພວກເຂົາ 11 ເອຟຣາອິມເປັນເຫມືອນນົກກາງແກທີ່ໂງ່ງ່າວ ປະຊາຊົນອິສຣາເອນຮ້ອງຂໍຄວາມຊ່ອຍເຫລືອຈາກເອຢິບກ່ອນແລ້ວແລ່ນໄປຫາອັສຊີເຣັຽ 12 ເມື່ອເຂົາໄປ ເຮົາກໍຈະກາງຂ່າຍອອກຄຸບເອົາເຂົາເຫມືອນດັ່ງຄຸບນົກ ເຮົາຈະລົງໂທດພວກເຂົາ ຍ້ອນຄວາມຊົ່ວທີ່ເຂົາໄດ້ກະທຳນັ້ນ 13 ພວກເຂົາຖືກຕັດສິນລົງໂທດຍ້ອນປະຖິ້ມເຮົາ ແລະເປັນກະບົດຕໍ່ສູ້ເຮົາ ພວກເຂົາຈະຖືກທຳລາຍ ເຮົາຢາກຊ່ອຍພວກເຂົາໃຫ້ພົ້ນ ແຕ່ພວກເຂົາໄດ້ຂາບໄຫວ້ເຣົາຢ່າງບໍ່ຖືກຕ້ອງ 14 ບໍ່ໄດ້ອ້ອນວອນຣໍ່ເຮົາດ້ວຍຄວາມຈິງໃຈ ແຕ່ໄດ້ນອນລົງແລ້ວຮ້ອງໄຫ້ ເມື່ອອ້ອນວອນຂໍເຂົ້າແລະເຫລົ້າອະງຸ່ນກໍປາດຕົວເອງເຫມືອນຄົນນອກສາສນາ ພວກເຂົາເປັນກະບົດ 15 ເຖິງແມ່ນວ່າເຮົາໄດ້ອົບຮົມ ແລະເຮັດໃຫ້ເຂົາແຂງແຮງຂຶ້ນ ພວກເຂົາກໍຍັງຄິດກະບົດຕໍ່ສູ້ເຮົາຢູ່ ໄດ້ຫນີຈາກເຮົາໄປຫາພຣະອື່ນທີ່ບໍ່ມີຣິດເດດ 16 ຈະຝາກຄວາມໄວ້ໃຈໃນພວກເຂົາບໍ່ໄດ້ ເພາະເຂົາເປັນເຫມືອນລູກທະນູຄົດ ເພາະວ່າພວກຜູ້ນຳຂອງເຂົາຄຸຍອວດຢ່າງຈອງຫອງ ພວກເຂົາຈະຕາຍຢ່າງທາລຸນແລະຊາວເອຢິບຈະຫົວຂວັນເຂົາ”
ພຣະຜູ້ເປັນເຈົ້າຊົງລົງໂທດອິສຣາເອນ ຍ້ອນການຂາບໄຫວ້ຮູບ
1 “ຈົ່ງເປົ່າແກປຸກ ພວກສັດຕຣູກຳລັງເຕັ້ນເຂົ້າສວບເອົາແຜ່ນດິນຂອງເຮົາເຫມືອນນົກອິນຊີ ໄພ່ພົນຂອງເຮົາໄດ້ລະເມີດຄຳຫມັ້ນສັນຍາທີ່ເຮົາໄດ້ໃຫ້ໄວ້ກັບພວກເຂົາ ແລະໄດ້ຝ່າຝືນພຣະທັມບັນຍັດຂອງເຮົາ 2 ເຖິງແມ່ນວ່າພວກເຂົາເອີ້ນເຮົາວ່າເປັນເຈົ້າຂອງເຂົາ ແລະເວົ້າວ່າພວກເຂົາເປັນໄພ່ພົນຂອງເຮົາກໍຕາມ 3 ພວກເຂົາກໍປະຖິ້ມສິ່ງທີ່ດີງາມ ດ້ວຍເຫດນິ້ ສັດຕຣູຂອງພວກເຂົາຈຶ່ງຈະໄລ່ຕິດຕາມໄປ 4 ໄພ່ພົນຂອງເຮົາໄດ້ເລືອກເອົາພວກກະສັດ ກັບພວກຜູ້ນຳໂດຍປາສຈາກການເຫັນດີຈາກເຮົາ ພວກເຂົາໄດ້ສ້າງຮູບເຄົາຣົບດ້ວຍເງິນແລະຄຳເພື່ອທຳລາຍເຂົາເອງ 5 ເຮົາບໍ່ຍອມຮັບເອົາຮູບງົວຄຳທີ່ຊາວກຸງຊາມາເຮັຽຂາບໄຫວ້ ເຮົາຄຽດແຄ້ນພວກເຂົາ ສະນັ້ນ ເຂົາຍັງຈະຖືກໂທດຢູ່ເຫິງປານໃດຫນໍ 6 ນາຍຊ່າງອິສຣາເອນໄດ້ສ້າງຮູບເຄົາຣົບ ຮູບນັ້ນບໍ່ແມ່ນພຣະເຈົ້າ ຮູບລູກງົວຂອງຊາວຊາມາເຣັຽຂາບໄຫວ້ຈະຖືກດັບສູນຫມຸ່ນທະລາຍໄປ 7 ເມື່ອພວກເຂົາຫວ່ານລົມ ພວກເຂົາກໍເກັບກ່ຽວລົມພະຍຸ ກົກເຂົ້າທີ່ບໍ່ເກີດຮ່ວງກໍໃຫ້ແປ້ງຫລືເຂົ້າຈີ່ບໍ່ໄດ້ ແຕ່ຖ້າມັນມີຮວງແລະເຮັດເຂົ້າຈີ່ໄດ້ ຊາວຕ່າງປະເທດກໍຈະກິນເສັຽ 8 ຊາວອິສຣາເອນທັງຫມົດຈະຖືກເຂົາກືນກິນແລະທຳລາຍເສັຽ ບັດນີ້ ຊົນຊາດທັງຫລາຍຖືພວກເຂົາເປັນເຫມືອນໄຫແຕກທີ່ດື້ດ້ານເຫມືອນລໍປ່າແລະປະພຶດຕາມໃຈຂອງຕົນເອງ 9 ເຂົາທັງຫລາຍໄປຂໍຄວາມຊ່ອຍເຫລືອຈາກປະເທດອັສຊີເຣັຽ ດັ່ງລາປ່າທີ່ທ່ອງທ່ຽວຕາມລຳພັງ ເອຟຣາອິມໄດ້ຈ້າງຄົນຮັກມາ 10 ເຖິງແມ່ນວ່າເຂົາຈ້າງປະຊາຊາດອື່ນໃຫ້ເປັນພັນທະມິດ ບໍ່ນານເຮົາຈະຕ້ອນເຂົາໃຫ້ຮວມກັນ ເຂົາມີຄວາມຫວັງນ້ອຍຈາກຄຳຂອງກະສັດຈອມເຈົ້ານາຍ 11 ຊາວເອຟຣາອິມໄດ້ກໍ່ສ້າງ ແທ່ນບູຊາສຳລັບລ້າງບາບຕື່ມຂຶ້ນເທົ່າໃດ ສະຖານທີ່ເຮັດບາບກໍຈະມີຕື່ມຂຶ້ນເທົ່ານັ້ນ 12 ເຣົາໄດ້ຂຽນພຣະທັມບັນຍັດຫລາຍໆຂໍ້ໄວ້ຈົນນັບບໍ່ຖ້ວນສຳລັບປະຊາຊົນ ແຕ່ພວກເຂົາໄດ້ປະຖິ້ມເສັຽໂດຍຖືເປັນຂອງປະຫລາດແລະແປກປອມ 13 ພວກເຂົາມັກເຜົາສັຕຖວາຍບູຊາແລະກິນຊີ້ນນັ້ນ ແຕ່ເຮົາຄືພຣະຜູ້ເປັນເຈົ້າບໍ່ພໍໃຈໃນການກະທຳເຊັ່ນນັ້ນ ບັດນິ້ເຮົາຈະຈົດຈຳບາບລົງໂທດພວກເຂົາຍ້ອນການນິ້ ໂດຍຈະສົ່ງພວກເຂົາຄືນໄປຍັງປະເທດເອຢິບອີກ 14 ປະຊາຊົນອິສຣາເອນໄດ້ສ້າງພຣະຣາຊວັງທັງຫລາຍ ແຕ່ພວກເຂົາໄດ້ລືມຜູ້ສ້າງຕົນເອງ ປະຊາຊົນຢູດາກໍສ້າງນະຄອນທັງຫລາຍທີ່ມີກຳແພງປ້ອງກັນ ເຮົາຈະສົ່ງໄຟມາເຜົາຜານນະຄອນແລະທຳລາຍພຣະຣາຊວັງພວກເຂົາຖິ້ມ”
ໂຣເຊອາປະກາດລົງໂທດອິສຣາເອນ
1 ປະຊາຊົນອິສຣາເອນເອີຍ, ຈົ່ງເຊົາສເລີມສລອງງານມະຫໍຣະສົບຕ່າງໆເຫມືອນຄົນຕ່າງຊາດເຄີຍປະຕິບັດມາ ພວກເຈົ້າໄດ້ຫນີຈາກພຣະເຈົ້າຂອງຕົນ ເຮັດບໍ່ສັດຊື່ຕໍ່ພຣະອົງ ແລະໄດ້ຂາຍຕົວເອງໃຫ້ພຣະບາອານທົ່ວທັງປະເທດເຫມືອນຍິງໂສເພນີ ພວກເຈົ້າຮັກແພງເຂົ້າທີ່ເຂົາຈ່າຍໃຫ້ເປັນຄ່າຕອບແທນ 2 ແຕ່ພວກເຈົ້າຈະບໍ່ມີເຂົ້າພໍກິນ ບໍ່ມີນ້ຳມັນສົດແລະເຫລົ້າອະງຸ່ນ 3 ເຂົາທັງຫລາຍຈະບໍ່ເຫລືອຢູ່ໃນແຜ່ນດິນຂອງພຣະຜູ້ເປັນເຈົ້າ ແຕ່ເອຟຣາອິມຈະຕ້ອງກັບຄືນໄປຍັງປະເທດເອຢິບ ແລະຈະຕ້ອງໄດ້ກິນອາຫານທີ່ມີມົນທິນໃນປະເທດອັສຊີເຣັຽຢູ່ໃນດິນແດນຕ່າງປະເທດ 4 ພວກເຂົາຈະຖວາຍເຫລົ້າອະງຸ່ນຕໍ່ພຣະຜູ້ເປັນເຈົ້າບໍ່ໄດ້ ຫລືຈະບໍ່ສາມາດນຳເຄື່ອງເຜົາບູຊາໄປຖວາຍຕໍ່ພຣະອົງໄດ້ ຄົນທັງປວງທີ່ກິນອາຫານຂອງພວກເຂົາຈະມີມົນທິນ ຈະເປັນເຫມືອນກິນອາຫານໃນພິທີສົບ ອາຫານຂອງພວກເຂົາໃຊ້ສຳລັບກິນແກ້ຫີວເທົ່ານັ້ນຈະນໍາໄປຍັງພຣະວີຫານຂອງພຣະຜູ້ເປັນເຈົ້າບໍ່ໄດ້ 5 ສະນັ້ນເມື່ອເຖິງມື້ເທສການກິນລ້ຽງຖວາຍພຣະຜູ້ເປັນເຈົ້າ ພວກເຂົາຈະເຮັດແນວໃດເມື່ອໄພວິບັດມາເຖິງ 6 ປະຊາຊົນຈະແຕກກະຈັດກະຈາຍໄປຊາວເອຢິບຈະທ້ອນໂຮມພວກເຂົາຝັງໄວ້ໃນເມືອງເມມຟິສ ກໍ່ຫຍ້າແລະຟຸ່ມຫນາມຈະປົກຫຸ້ມຊັບສົມບັດແລະບ້ານເຮືອນຂອງພວກເຂົາ 7 ເມື່ອໃດເວລາລົງໂທດໄດ້ມາເຖິງ ເມື່ອນັ້ນປະຊາຊົນຈະໄດ້ສິ່ງທີ່ສົມຄວນຈະໄດ້ຮັບ ອິສຣາເອນຈະຮູ້ຈັກມັນເມື່ອສີ່ງນັ້ນເກີດຂື້ນ ເຈົ້າເວົ້າວ່າ,” ຜູ້ປະກາດພຣະທັມຄົນນິ້ໂງ່ ຄົນທີ່ມີວິນຍານກໍບ້າ” ພວກເຈົ້າກຽດຊັງເຮົາຫລາຍທີ່ສຸດກໍເພາະວ່າບາບຂອງພວກເຈົ້າມີຫລາຍທີ່ສຸດ 8 ພຣະເຈົ້າໄດ້ຊົງສັ່ງເຮົາມາໃນຖານະເປັນຜູ້ປະກາດພຣະທັມເຕືອນອິສຣາເອນໄພ່ພົນຂອງພຣະອົງ ແຕ່ບ່ອນໃດກໍຕາມທີ່ເຮົາໄປພວກເຈົ້າກໍພຍາຍາມດັກຈັບເຮົາເຫມືອນດັກຈັບນົກໃນແຜ່ນດິນຂອງພຣະເຈົ້າເອງ ປະຊາຊົນໄດ້ເປັນສັດຕຣູກັບຜູ້ປະກາດພຣະທັມ 9 ພວກເຂົາກະທຳຊົ່ວຮ້າຍຢ່າງຫມົດຫວັງເປັນຢ່າງດຽວກັນກັບທີ່ເມືອງກີເບອາ ພຣະເຈົ້າຈະຊົງຈົດຈຳບາບແລະລົງໂທດພວກເຂົາ
ບາບແລະຜົນບາບຂອງຊາວອິສຣາເອນ
10 “ເຮົາພົບເຫັນອິສຣາເອນທຳອິດ ເຂົາເປັນເຫມືອນເຄືອອະງຸ່ນທີ່ກຳລັງງອກຂຶ້ນໃນຖິ່ນກັນດານ ແລະເມື່ອເຫັນບັນພະບຸຣຸດທັງຫລາຍຂອງພວກເຈົ້າທຳອິດກໍເຫັນເຂົາເປັນເຫມືອນຫມາກເດື່ອເລີ້ມສຸກທຳອິດໃນຣະດູການ ແຕ່ເມື່ອພວກເຂົາມາເຖິງພູບາອານເປໂອຣ໌ ແລ້ວກໍເລີ້ມຂາບໄຫວ້ພຣະບາອານ ເຮົາກຽດຊັງພວກເຂົາເທົ່າກຽດຊັງຮູບພຣະທີ່ເຂົາຮັກ 11 ຄວາມຍິ່ງໃຫຍ່ຂອງເອຟຣາອິມຈະບີນຫນີເຫມືອນນົກ ຈະບໍ່ມີຜູ້ຍິງຖືພາແລະບໍ່ມີຜູ້ມາເກີດ 12 ຖ້າຫາກພວກເຂົາລ້ຽງລູກໄວ້ເຮົາກໍຈະເອົາຫນິເສັຽ ຈະບໍ່ປ່ອຍໃຫ້ຜູ້ໃດມີຊີວິດຢູ່ ເມື່ອເຮົາປະຖິ້ມປະຊາຊົນເຫລົ່ານິ້ສິ່ງທີ່ຫນ້າຢ້ານຈະເກີດຂຶ້ນກັບພວກເຂົາ 13 ເຊື້ອສາຍຂອງເອຟຣາອິມ ດັ່ງທີ່ ເຮົາເຫັນກໍຖືກກໍນົດໃຫ້ເປັນເຫຍື່ອ ເອຟຣາອິມຕ້ອງນຳເຊື້ອສາຍຂອງຕົນໄປມອບໃຫ້ຜູ້ຂ້າ” 14 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຈະທູນຂໍໃຫ້ພຣະອົງປະທານສິ່ງໃດຫນໍແກ່ປະຊາຊົນພວກນິ້ ຂໍພຣະອົງຊົງໂຜດໃຫ້ມົດລູກຂອງເຂົາຕັນ ແລະໃຫ້ຫົວນົມແຫ້ງ
ການພິພາກສາໂທດຂອງພຣະຜູ້ເປັນເຈົ້າໃນ ອິສຣາເອນ
15 “ການທຳຊົ່ວທັງປວງຂອງພວກເຂົາໄດ້ເລິ້ມຕົ້ນທີ່ເມືອງກິນການ ແມ່ນບ່ອນນັ້ນແຫລະທີ່ເຮົາເລິ້ມຕົ້ນກຽດຊັງພວກເຂົາ ຍ້ອນວ່າເຂົາກະທຳຊົ່ວ ເຮົາຈະຂັບໄລ່ພວກເຂົາອອກຈາກແຜ່ນດິນຂອງເຮົາ ຈະບໍ່ຮັກແພງພວກເຂົາອີກ ຜູ້ນຳທັງຫມົດຂອງພວກເຂົາໄດ້ກະບົດຕໍ່ສູ້ເຮົາ 16 ເອຟຣາອິມຖືກທຳລາຍເສັຽແລ້ວ ເປັນເຫມືອນຮາກພືດທີ່ຕາຍແລ້ວ ຊຶ່ງຈະບໍ່ເກີດຫມາກອີກ ພວກເຂົາຈະບໍ່ມີລູກຫລານ ແຕ່ຖ້າມີເຮົາກໍຈະຂ້າລູກຫລານທີ່ຮັກນັ້ນຖິ້ມເສັຽ”
ຜູ້ປະກາດພຣະທັມເວົ້າເຖິງອິສຣາເອນ
17 ພຣະເຈົ້າອົງທີ່ຂ້າພະເຈົ້າຮັບໃຊ້ຈະປະຖິ້ມໄພ່ພົນຂອງພຣະອົງ ເພາະວ່າພວກເຂົາບໍ່ເຊື່ອຟັງພຣະອົງ ແລະຈະກາຍເປັນຄົນພະເນຈອນຢູ່ໃນຖ້າມກາງຊົນຊາດທັງຫລາຍ
1 ປະຊາຊົນອິສຣາເອນເປັນເຫມືອນກົກອະງຸ່ນທີ່ມີຫມາກດົກ ພວກເຂົາຮັ່ງມີຫລາຍຂຶ້ນເທົ່າໃດກໍສ້າງແທ່ນບູຊາຫລາຍຂຶ້ນເທົ່ານັ້ນ ແຜ່ນດິນຂອງພວກເຂົາໄດ້ຜົນດີຂຶ້ນເທົ່າໃດກໍສ້າງເສົາສັກສິດສຳລັບຂາບໄຫວ້ໃຫ້ງາມຂຶ້ນເທົ່ານັ້ນ ໃຈຂອງພວກເຂົາຈຶ່ງເຕັມໄປດ້ວຍການສໍ້ໂກງ 2 ບັດນິ້ ພວກເຂົາຈະຕ້ອງໄດ້ຮັບທຸກຍ້ອນບາບຂອງຕົນ ພຣະເຈົ້າຈະຊົງມ້າງເພແທ່ນບູຊາແລະທຳລາຍເສົາສັກສິດຂອງພວກເຂົາຖິ້ມ 3 ອີກບໍ່ເຫິງປະຊາຊົນເຫລົ່ານິ້ຈະເວົ້າວ່າ, “ພວກເຮົາບໍ່ມີກະສັດ ເພາະວ່າພວກເຮົາບໍ່ຢຳເກງພຣະຜູ້ເປັນເຈົ້າ ແຕ່ຖ້າມີກະສັດ ທ່ານຈະເຮັດຫຍັງສຳລັບໃຫ້ພວກເຮົາໄດ້ແດ່? 4 ບໍ່ມີຫຍັງດອກນອກຈາກເວົ້າ ກັບການໃຫ້ສັນຍາເທັດແລະບໍ່ມີປໂຍດ ຄວາມຍຸດຕິທັມກໍກາຍເປັນອະຍຸດຕິທັມຊຶ່ງງອກງາມຂຶ້ນເຫມືອນພືດທີ່ມີພິດທົ່ວທັງປະເທດ” 5 ປະຊາຊົນທີ່ອາໄສຢູ່ໃນນະຄອນຊາມາເຣັຽ ຈະຢ້ານກົວເປັນທຸກຍ້ອນວ່າສູນເສັຽຮູບງົວຄຳທີ່ເມືອງເບທາເວນ ພວກເຂົາກັບພວກປະໂຣຫິດຜູ້ຮັບໃຊ້ຮຸບນັ້ນຈະໄວ້ທຸກແລະຮ້ອງຄາງ ຍ້ອນວ່າຮູບນັ້ນສູນເສັຽຄຸນນະພາບເພາະຄຳທີ່ຫຸ້ມຫໍ່ກໍຖືກລອກອອກ 6 ຮູບນັ້ນຈະຖືກນໍາໄປຍັງປະເທດອັສຊີເຣັຽ ເພື່ອເປັນເຄື່ອງບັນນາການແກ່ກະສັດອົງຍິ່ງໃຫຍ່ ເອຟຣາອິມຈະໄດ້ຮັບຄວາມເສື່ອມເສັຽ ແລະອັບອາຍຂາຍຫນ້າຍ້ອນແຜນການທີ່ເຂົາປະພຶດນັ້ນ 7 ກະສັດຂອງຊາມາເຣັຽຈະດັບສູນໄປ ເຫມືອນງ່າໄມ້ທີ່ຖືກນ້ຳພັດໄປບ່ອນທີ່ພວກອິສຣາເອນຂາບໄຫວ້ຮູບຈະຖືກທຳລາຍຖິ້ມ 8 ວິຫານສະຖານສູງຂອງເມືອງອາເວນ ອັນເປັນບາບຂອງອິສຣາເອນຈະຕ້ອງຖືກທຳລາຍຕົ້ນໄມ້ແລະພືດທີ່ມີຫນາມຈະປົ່ງຂຶ້ນມາປົກຫຸ້ມແທ່ນບູຊາຂອງເຂົາ ປະຊາຊົນຈະເວົ້າຕໍ່ພູທັງຫລາຍວ່າ, “ຈົ່ງປິດບັງເຮົາໄວ້” ແລະເວົ້າຕໍ່ພູນ້ອຍວ່າ, “ຈົ່ງລົ້ມທັບເຮົາເສັຽ” 9 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນອິສຣາເອນໄດ້ເຮັດບາບຕໍ່ສູ້ເຮົາຕັ້ງແຕ່ຄາວຢູ່ທີ່ເມືອງກີເບອາ ດັ່ງນັ້ນ ສົງຄາມຈຶ່ງຈະເກີດຂຶ້ນກັບພວກເຂົາທີ່ກີເບອາ 10 ເຮົາຈະໂຈມຕີແລະລົງໂທດຄົນບາບເຫລົ່ານິ້ ຊົນຊາດທັງຫລາຍຈະຮ່ວມກັນຕໍ່ສູ້ແລະລົງໂທດພວກເຂົາຍ້ອນຄວາມບາບຫນາສາໂຫດທີ່ພວກເຂົາໄດ້ກະທຳນັ້ນ 11 ເອຟຣາອິມເປັນເຫມືອນງົວນ້ອຍທີ່ຝຶກແອບດີແລ້ວ ແລະສາມາດຢຽບເຂົ້າໄດ້ດີ ແຕ່ເຮົາໄດ້ຕົກລົງໃຈເອົາແອກໃສ່ຄໍອັນງົດງາມຂອງມັນ ເພື່ອໃຫ້ເອຟຣາອິມເຂົ້າທຽມແອກ ຢູດາກໍຕ້ອງໄຖ ຢາໂຄບຕ້ອງດຶງຄາດສຳລັບຕົນເອງ 12 ຈົ່ງປູກຄວາມຊອບທັມໄວ້ສຳລັບຕົນ ແລ້ວຈົ່ງເກັບກ່ຽວຜົນຂອງຄວາມຮັກຫມັ້ນຄົງ ເຈົ້າຈົ່ງຂຸດກົ່ນເອົາດິນໃຫມ່ ເພາະມັນເຖິງເວລາທີ່ເຈົ້າຈະສແວງຫາພຣະຜູ້ເປັນເຈົ້າ ເພື່ອວ່າພຣະອົງຈະສະເດັດມາເທພຣະພອນລົງໃສ່ເຈົ້າ 13 ແຕ່ແທນທີ່ຈະເປັນດັ່ງນັ້ນ ພວກເຈົ້າກັບປູກຄວາມຊົ່ວ ແລະເກັບກ່ຽວຜົນຊົ່ວ ພວກເຈົ້າໄດ້ຢູ່ໄດ້ກິນຍ້ອນການຕົວະ ເພາະວ່າພວກເຈົ້າໄວ້ວາງໃຈໃນທາງປະພຶດ ແລະໃນຈຳພວກທະຫານອັນຫລວງຫລາຍຂອງພວກເຈົ້າ 14 ສົງຄາມຈຶ່ງຈະເກີດຂຶ້ນກັບປະຊາຊົນຂອງເຈົ້າ ປ້ອມທັງຫມົດຈະຖືກທຳລາຍ ມັນຈະເປັນຄືກັນກັບມື້ກະສັດຊັນມານຮົບແລະທຳລາຍນະຄອນເບທາເບນນັ້ນ ຈົນເປັນເຫດໃຫ້ພວກແມ່ຍິງແລະເດັກນ້ອຍຖືກບົດທຳລາຍໃຫ້ຫມົດກ້ຽງຕາຍຫມົດ 15 ຊາວເບັດເອນເອີຍ, ສິ່ງນິ້ແຫລະຈະເກີດຂຶ້ນກັບພວກເຈົ້າ ຍ້ອນຄວາມຊົ່ວອັນຮ້າຍແຮງທີ່ພວກເຈົ້າໄດ້ກະທຳ ພໍສົງຄາມເລີ້ມລະເບີດຂຶ້ນກະສັດອິສຣາເອນກໍຈະຖືກຕັດຂາກເສັຽຫມົດສິ້ນ”
ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ພວກກະບົດ
1 “ຄາວເມື່ອອິສຣາເອນຍັງເປັນເດັກນ້ອຍ ເຮົາກໍຮັກແພງເຂົາ ຕັ້ງແຕ່ຄາວເຮົານຳເຂົາອອກມາຈາກປະເທດເອຢິບ ເຮົາໄດ້ເອີ້ນເຂົາວ່າບຸດຊາຍຂອງເຮົາ 2 ແຕ່ເມື່ອເຮົາຍິ່ງເອີ້ນພວກເຂົາມາຫາເຮົາຫລາຍເທົ່າໃດ ເຂົາຍິ່ງຫນີຫ່າງຈາກເຮົາຫລາຍຂຶ້ນເທົ່ານັ້ນ ໄພ່ພົນຂອງເຮົາໄດ້ຖວາຍສັຕບູຊາແກ່ພຣະບາອານ ແລະໄດ້ເຜົ່າເຄື່ອງຫອມບູຊາຮູບເຄົາຣົບ 3 ເຮົານິ້ແຫລະ, ທີ່ສອນເອຟຣາອິມໃຫ້ຍ່າງ ແລະອຸ້ມພວກເຂົາ ແຕ່ພວກເຂົາບໍ່ຍອມຮັບຮູ້ວ່າເຮົາເປັນຜູ້ລ້ຽງດູເຂົາ 4 ເຮົາໄດ້ໃຊ້ຄວາມອ່ອນຫວານແລະຄວາມຮັກເປັນເຄື່ອງຊັກຈູງໃຫ້ເຂົາມາຫາເຮົາ ໄດ້ໂຊມເຂົາລຸກຂຶ້ນແລ້ວກອດແນບໃສ່ແກ້ມ ແລະໄດ້ຖ່ອມຕົວລົງມາລ້ຽງດູເຂົາ 5 ພວກເຂົາຈະບໍ່ກັບຄືນໄປຍັງປະເທດເອຢິບອີກ ແຕ່ວ່າກະສັດອັສຊີເຣັຽຈະປົກຄອງເຂົາ ເພາະວ່າເຂົາປະຕິເສດບໍ່ຍອມຄືນໄປຫາເຮົາ 6 ສົງຄາມຈະທຳລາຍຫົວເມືອງແລະໄລປະຕູເມືອງຖິ້ມ ມັນຈະລ້າງຜານໄພ່ພົນຂອງເຮົາດ້ວຍ ເພາະວ່າພວກເຂົາໄດ້ເຮັດຕາມແນວທາງຊົ່ວ 7 ພວກເຂົາໄດ້ຫນີຈາກເຮົາໄປ ເຫດສັນນັ້ນ ພວກເຂົາຈຶ່ງຫນີຈາກຜົນຂອງການກະທຳນັ້ນບໍ່ໄດ້ ເຂົາຈະຮ້ອງໄຫ້ຍ້ອນແອກໃນຄໍ ແລະຈະບໍ່ມີໃຜເອົາມັນອອກໃຫ້ເຂົາ 8 ໂອ ເອຟຣາອິມເອີຍ, ເຮັດແນວໃດເຮົາຈຶ່ງຈະເຊົາກ່ຽວຂ້ອງເຈົ້າໄດ້ ໂອ ອິສຣາເອນເອີຍ, ຈະປະຖິ້ມເຈົ້າໄດ້ດ້ວຍວີທີໃດ ຈະທຳລາຍເຈົ້າເຫມືອນເຮົາທຳລາຍເມືອງອັດມາໄດ້ບໍ ຫລືຈະກະທຳຕໍ່ເຈົ້າເຫມືອນເຮົາກະທຳກັບເມືອງເຊບົວອິມນັ້ນບໍ່ ເຮົາຈະບໍ່ເຮັດດັ່ງນັ້ນດອກ ຈິດໃຈເຮົາແສນກະວົນກະວາຍ ເພາະວ່າສົງສານພວກເຈົ້າ 9 ຈະບໍ່ລົງໂທດພວກເຈົ້າດ້ວຍຄວາມຄຽດແຄ້ນ ຈະບໍ່ທຳລາຍເອຟຣາອິມອິກ ເພາະວ່າເຮົາເປັນພຣະຜູ້ເປັນເຈົ້າບໍ່ແມ່ນມະນຸດ ເຮົາຄືຜູ້ບໍຣິສຸດທີ່ຢູ່ກັບເຈົ້າ ຈະບໍ່ມາຫາພວກເຈົ້າດ້ວຍຄວາມຄຽດແຄ້ນ 10 ເຮົາຈະຮ້ອງກຳຮາບເຫມືອນສິງໃສ່ສັດຕຣູຂອງພວກເຂົາ ໄພ່ພົນຂອງເຮົາຈະຕິດຕາມເຮົາໄປ ພວກເຂົາຈະຟ້າວມາຫາເຮົາຈາກທິດຕາເວັນຕົກ 11 ມາຈາກປະເທດເອຢິບວ່ອງໄວເຫມືອນນົກ ແລະມາຈາກອັສຊີເຣັຽເຫມືອນນົກເຂົາ ເຮົາຈະນຳພວກເຂົາໄປຍັງບ້ານເຮືອນອີກ ເຮົາຄືພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນິ້ແຫລະ”
ອິສຣາເອນແລະຢູດາຖືກລົງໂທດ
12 “ເອຟຣາອິມໄດ້ໃຊ້ການຕົວະແລະການຫລອກລວງປິດລອ້ມເຮົາ ແລະຊາວຢູດາກໍຍັງເປັນກະບົດຕໍ່ສູ້ເຮົາຢູ່ ຄືຕໍ່ສູ້ຜູ້ທ່ຽງທັມ ແລະບໍຣິສຸດ
1 ທຸກສິ່ງທີ່ເອຟຣາອິມໄດ້ກະທຳຕັ້ງແຕ່ເຊົ້າຈົນຮອດຄ່ຳນັ້ນລ້ວນແຕ່ບໍ່ມີປໂຍດ ແລະເສັຽຫາຍທັງນັ້ນ ການຕົວະ ແລະການກະທຳທີ່ຮຸນແຮງໄດ້ມີເພີ້ມຂຶ້ນໃນທ່າມກາງພວກເຂົາ ພວກເຂົາຜູກສຳພັນທະໄມຕຣິກັບອັສຊີເຣັຽ ແລະຕິດຕໍ່ຊື້ຂາຍກັບເອຢິບ” 2 ພຣະຜູ້ເປັນເຈົ້າຊົງຟ້ອງຮ້ອງປະຊາຊົນຢູດາ ພຣະອົງຊົງລົງໂທດຢາໂຄບຍ້ອນຄວາມປະພຶດຂອງເຂົານັ້ນດ້ວຍ ຈະຊົງຕອບແທນຜົນການກະທຳຂອງພວກເຂົາ 3 ເມື່ອຄາວຢາໂຄບບັນພະບຸຣຸດຂອງເຂົາຍັງຢູ່ໃນທ້ອງແມ່ ເຂົາຈັບສົ້ນຕີນອ້າຍຂອງຕົນ ເມື່ອເຂົາໃຫຍ່ແລ້ວກໍສູ້ກັບພຣະເຈົ້າ ແລະໄດ້ສູ້ກັບທູດຂອງພຣະເຈົ້າ 4 ເຂົາຕໍ່ສູ້ກັບທູດສວັນແລະມີໄຊຊະນະ ເຂົາໄດ້ຮ້ອງໄຫ້ແລະທູນຂໍພຣະພອນ ພຣະເຈົ້າຈຶ່ງສະເດັດມາຫາຢາໂຄບທີ່ເບັດເອນ ແລະຊົງກ່າວກັບເຂົາຢູ່ທີ່ນັ້ນ 5 ພຣະເຈົ້າແຫ່ງພົນໂຍທາ ພຣະຜູ້ເປັນເຈົ້າເປັນພຣະນາມຂອງພຣະອົງ 6 ໂດຍພຣະອະນຸເຄາະຂອງພຣະເຈົ້າ ເຈົ້າຈົ່ງກັບມາ ຍຶດຄວາມຮັກຫມັ້ນຄົງ ແລະຄວາມຍຸດຕິທັມໄວ້ໃຫ້ຫມັ້ນ ແລະຄອຍຖ້າພຣະເຈົ້າຂອງເຈົ້າດ້ວຍ ຄວາມອົດທົນ
ການພິພາກສາໂທດຄາວຕໍ່ໄປ
7 ເຂົາເປັນພໍ່ຄ້າ ໃນມືຂອງເຂົາມີຊີງປອມແລະມັກສໍ້ໂກງ ເຂົາຮັກທີ່ຈະບີບບັງຄັບ 8 ເອຟຣາອິມເວົ້າວ່າ, “ຂ້າພະເຈົ້າຮັ່ງມີ ເປັນຄົນໂຊກດີ ແລະບໍ່ມີໃຜສາມາດຟ້ອງຂ້າພະເຈົ້າທີ່ຮັ່ງມີຍ້ອນຄວາມບໍ່ສັດຊື່ໄດ້” ແຕ່ຊັບສົມບັດທັງຫມົດຂອງເຂົາບໍ່ພໍທີ່ຈະຊຳຮະຄວາມຜິດບາບທີເຂົາໄດ້ກະທຳໄວ້ແລ້ວນັ້ນ 9 ເຮົາເປັນພຣະຜູ້ເປັນເຈົ້າຂອງພວກເຈົ້າ ຜູ້ຊຶ່ງນຳພວກເຈົ້າອອກຈາກເອຢິບ ເຣົາຈະເຮັດໃຫ້ພວກເຈົ້າອາໄສຢູ່ໃນຕູບຜ້າເຕັນອີກເຫມືອນເຄີຍຢູ່ຄາວເຮົາມາຫາພວກເຈົ້າໃນຖິ່ນກັນດານນັ້ນ 10 ເຮົາໄດ້ເວົ້າກັບພວກຜູ້ປະກາດພຣະທັມ ແລະໄດ້ໃຫ້ເຂົາເຫັນນີມິດຫລາຍຢ່າງ ບັດນິ້ເຮົາຈະນຳໄພວິບັດຜ່ານມາທາງຜູ້ປະກາດພຣະທັມ 11 ມີຄວາມຊົ່ວໃນກີເລອາດຈິງ ເຂົາທັງຫລາຍກໍເປັນອະນິຈັງ ເຂົາເອົາງົວເຖິກຖວາຍບູຊາໃນກິນການ ດັ່ງນັ້ນແທ່ນບູຊາຂອງເຂົາຈະກາຍເປັນກອງຫີນຢູ່ໃນທົ່ງກວ້າງ” 12 (ຢາໂຄບຫນີໄປຍັງປະເທດອາຮາມ ອິສຣາເອນໄດ້ທຳງານເພື່ອຈະໄດ້ເມັຽທີ່ນັ້ນ ທ່ານລ້ຽງແກະເພື່ອໃຫ້ໄດ້ເມັຽ) 13 ພຣະຜູ້ເປັນເຈົ້າຊົງໃຊ້ຜູ້ປະກາດພຣະທັມຄົນນຶ່ງນຳຊາວອິສຣາເອນອອກຈາກຄວາມເປັນທາດໃນປະເທດເອຢິບ ຊົງໃຊ້ຜູ້ປະກາດພຣະທັມຄົນນຶ່ງລ້ຽງດູພວກເຂົາ 14 ເອຟຣາອິມໄດ້ເຮັດໃຫ້ພຣະຜູ້ເປັນເຈົ້າຊົງພຣະພິໂຣດຢ່າງຂົມຂື່ນ ພວກເຂົາສົມຄວນຕາຍຍ້ອນການທຳຊົ່ວນັ້ນ ພຣະເຈົ້າຈະບໍ່ຊົງໃຫ້ອະພັຍເຂົາ ຈະຊົງລົງໂທດທີ່ເຂົານຳຄວາມເສື່ອມເສັຽມາໃຫ້ພຣະອົງ
ການພິພາກສາອິສຣາເອນຄັ້ງສຸດທ້າຍ
1 ເມື່ອເອຟຣາອິມເວົ້າດ້ວຍຕົວສັ່ນ ພຣະອົງໄດ້ຊົງຮັບການຍົກຍ້ອງໃນອິສຣາເອນ ແຕ່ເມື່ອເອຟຣາອິມໄດ້ກະທຳຜິດຍ້ອນຂາບໄຫວ້ພຣະບາອານ ເຂົາຈະຕາຍຍ້ອນການກະທຳນິ້ 2 ເພາະວ່າເຂົາຍັງດຳເນີນຢູ່ໃນທາງບາບ ແລະຍັງຫລໍ່ຮູບດ້ວຍໂລຫະໄວ້ຂາບໄຫວ້ ຄືຫລໍ່ຮູບເງິນໄວ້ບູຊາຕາມຄວາມຄິດຂອງມະນຸດ ຮູບອັນນັ້ນເຮັດດ້ວຍມືຂອງມະນຸດ ແລ້ວພວກເຂົາກໍເວົ້າວ່າ, “ຈົ່ງຖວາຍເຄື່ອງເຜົາບູຊາແກ່ຮູບເຫລົ່ານິ້” ເບິ່ງແມ໋, ມະນຸດຈູບຮູບລູກງົວ 3 ດັ່ງນັ້ນ ປະຊາຊົນເຫລົ່ານິ້ຈຶ່ງເຫມືອນນ້ຳຫມອກໃນເວລາເຊົ້າ ຫລືເຫມືອນນ້ຳຄ້າງທີ່ຫາຍໄປຕັ້ງແຕ່ເຊົ້າ ພວກເຂົາຈະເປັນເຫມືອນເຂົ້າລີບທີ່ລົມພັດມາຈາກລານຟາດເຂົ້າ ແລະເຫມືອນຄວັນທີ່ອອກມາຈາກປ່ອງຢ້ຽມ 4 ເຮົາຄື ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຊຶ່ງໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ໃນເວລານັ້ນພວກເຈົ້າບໍ່ຮູ້ຈັກພຣະເຈົ້າອົງໃດນອກຈາກເຮົາ ເຮົາເປັນພຣະຜູ້ຊ່ອຍໃຫ້ພົ້ນອົງດຽວຂອງພວກເຈົ້າ 5 ໄດ້ລ້ຽງດູພວກເຈົ້າໃນປະເທດແຫ້ງແລ້ງແລະຖິ່ນກັນດານ 6 ແຕ່ເມື່ອພວກເຈົ້າໄດ້ເຂົ້າໄປຢູ່ໃນດິນດີໄດ້ກິນອີ່ມບໍຣິບູນແລ້ວ ພວກເຈົ້າກໍກາຍເປັນຄົນອວດດີຈອງຫອງ ແລະລືມເຮົາ 7 ດ້ວຍເຫດນັ້ນ ເຮົາຈຶ່ງຈະໂດດກັດພວກເຈົ້າເຫມືອນດັ່ງສິງ ເຮົາຈະນອນຄອຍຢູ່ຕາມທາງໄປຂອງເຈົ້າເຫມືອນເສືອດາວ 8 ຈະຄຸບພວກເຈົ້າເຫມືອນຫມີທີ່ສູນເສັຽລູກຂອງມັນ ຈະຈິກກິນພວກເຈົ້າທັນທີເຫມືອນສິງ ແລະຈະຈີກພວກເຈົ້າອອກເປັນຕ່ອນໆເຫມືອນສັດປ່າຈີກ 9 ໂອ ອິສຣາເອນເອີຍ, ເຮົາຈະທຳລາຍພວກເຈົ້າແລ້ວແມ່ນໃຜຈະຊ່ອຍພວກເຈົ້າໄດ້ 10 ພວກເຈົ້າໄດ້ຮ້ອງຂໍເອົາກະສັດ ແລະພວກຜູ້ນຳ ແຕ່ພວກເຂົາຈະຊ່ອຍພວກເຈົ້າໄດ້ຢ່າງໃດ 11 ເຮົາໄດ້ໃຫ້ພວກເຈົ້າມີກະສັດ ແລະເອົາຫນິໄປເສັຽ ກໍຍ້ອນຄວາມຮ້າຍຢ່າງຮຸນແຮງຂອງເຮົາ 12 ບາບແລະຄວາມຜິດຂອງເອຟຣາອິມໄດ້ບັນທຶກໄວ້ແລ້ວ ການບັນທຶກນິ້ໄດ້ເກັບໄວ້ເປັນຢ່າງດີ 13 ຄວາມເຈັບປວດຂອງຍິງພວກອອກລູກຈະມາເຖິງເຂົາ ແຕ່ເຂົາເປັນບຸດທີ່ໂງ່ຈ້າ ດ້ວຍວ່າເຖິງເວລາແລ້ວ ເຂົາກໍບໍ່ຍອມຄອດອອກມາ 14 ເຮົາຈະບໍ່ຊ່ອຍປະຊາຊົນນິ້ໃຫ້ພົ້ນຈາກພິພົບຄົນຕາຍ ຫລືຊ່ອຍພວກເຂົາໃຫ້ພົ້ນຈາກອຳນາດຂອງຄວາມຕາຍ ໂອ ຄວາມຕາຍເອີຍ, ຈົ່ງມາພ້ອມກັບໄພວິບັດຂອງເຈົ້າ ໂອ ພິພົບຄົນຕາຍເອີຍ, ຈົ່ງມາພ້ອມກັບການທຳລາຍຂອງເຈົ້າ ຄວາມເມດຕາເອັນດູໄດ້ຖືກປິດບັງໄວ້ພົ້ນສາຍຕາຂອງເຮົາແລ້ວ 15 ເຖິງແມ່ນເຂົາຈະອຸດົມສົມບູນຂຶ້ນເຫມືອນຫຍ້າ ເຮົາກໍຈະສົ່ງລົມຮ້ອນຈາກແສງຕາເວັນອອກພັດມາຈາກຖິ່ນກັນດານ ລົມນິ້ຈະເຮັດໃຫ້ນ້ຳສ້າງແລະນ້ຳພຸຂອງພວກເຂົາແຫ້ງຫມົດ ມັນຈະພັດເອົາຂອງມີຄ່າທຸກສິ່ງໄປ 16 ຊາມາເຣັຽຕ້ອງຮັບໂທດຍ້ອນຄວາມຜິດຂອງຕົນ ເພາະໄດ້ກະບົດຕໍ່ພຣະເຈົ້າຂອງເຂົາ ເຂົາທັງຫລາຍຈະລົ້ມລົງດ້ວຍດາບ ພວກເດັກນ້ອຍຈະຖືກໂຍນລົງດິນ ແລະພວກແມ່ມານກໍຈະຖືກຂ້າດ້ວຍການຜ່າທ້ອງ”
ໂຮເຊອາຂໍຮ້ອງອິສຣາເອນ
1 ປະຊາຊົນອິສຣາເອນເອີຍ, ຈົ່ງກັບຄືນມາຫາພຣະຜູ້ເປັນເຈົ້າຂອງເຈົ້າ ບາບຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າຕຳສະດຸດລົ້ມລົງ 2 ຈົ່ງນຳຖ້ອຍຄຳມານຳ ແລະກັບມາຫາພຣະເຈົ້າ ຈົ່ງທູນພຣະອົງວ່າ, “ຂໍຊົງໂຜດຍົກຄວາມຜິດບາບທັງຫມົດ ຂໍຊົງຮັບສິ່ງດີ ຂ້າພຣະອົງຈຶ່ງຈະນຳຜົນຮີມຝີປາກມາຖວາຍ 3 ອັສຊີເຣັຽບໍ່ເຄີຍຊ່ອຍພວກຂ້າພຣະອົງເລີຍ ຣົດຮົບກໍໃຫ້ຄວາມຄຸ້ມຄອງພວກຂ້າພຣະອົງບໍ່ໄດ້ ພວກຂ້າພຣະອົງຈະບໍ່ກ່າວຕໍ່ຮູບບູຊາຂອງພວກຂ້າ ພຣະອົງອີກວ່າ, “ພຣະອົງເປັນພຣະເຈົ້າຂອງພວກຂ້າພຣະອົງ” ພວກຂ້າພຣະອົງຂໍສາຣະພາບວ່າ ພວກຂ້າພຣະອົງເປັນເຫມືອນລູກກຳພ້າ ແຕ່ພຣະອົງຊົງເມດຕາຊ່ອຍເຫລືອພວກຂ້າພຣະອົງ
ພຣະຜູ້ເປັນເຈົ້າຊົງສັນຍາວ່າຈະໃຫ້ ອິສຣາເອນມີຊີວິດໃຫມ່
4 ເຮົາຈະນຳໄພ່ພົນຂອງເຮົາຄືນມາຫາເຮົາ ຈະຮັກພວກເຂົາດ້ວຍສຸດຈິດສຸດໃຈ ເພາະວ່າເຮົາເຊົາຮ້າຍພວກເຂົາແລ້ວ 5 ເຮົາຈະເປັນຄືຝົນທີ່ຕົກລົງມາຍັງດິນແຫ້ງຕໍ່ປະຊາຊົນອິສຣາເອນ ພວກເຂົາຈະເບີກບານເຫມືອນ ດອກໄມ້ ແລະຮາກຈະຢັ່ງລົງຢ່າງຫມັ້ນຄົງ ຫມືອນກົກໄມ້ໃນປະເທດເລບານອນ 6 ພວກເຂົາຈະມີຊີວິດຢູ່ໃນຄວາມຈະເຣີນໃຫມ່ຈະຈົບງາມເຫມືອນກົກຫມາກກອກເທດ ຈະມີກິ່ນຫອມເຫມືອນກົກສົນໃນປະເທດເລບານອນ 7 ຈະມີຊີວິດຢູ່ພາຍໄຕ້ຄວາມຄຸ້ມຄອງຂອງເຣົາອີກເທື່ອນຶ່ງ ຈະອຸດົມສົມບູນເຫມືອນສວນອຸທະຍານ ຈະມີຫມາກຫລາຍເຫມືອນກົກອະງຸ່ນ ແລະມີຊື່ສຽງເຫມືອນເຫລົ້າອະງຸ່ນຂອງປະເທດເລບານອນ 8 ເອຟຣາອິມຈະບໍ່ກ່ຽວຂ້ອງກັບຮູບບູຊາອີກ ເຮົາຈະຕອບສນອງຄຳອ້ອນວອນຂອງພວກເຂົາ ຈະດູແລຮັກສາພວກເຂົາ ຈະເປັນທີ່ກຳບັງແດດໃຫ້ພວກເຂົາເຫມືອນກົກໄມ້ທີ່ມີໃບຂຽວສົດ ເຮົາເປັນບໍ່ເກີດແຫ່ງພອນທັງຫລາຍຂອງພວກເຂົາ
ຂໍ້ຄວາມສຸດທ້າຍ
9 ຂໍໃຫ້ຜູ້ສລາດທັງຫລາຍເຂົ້າໃຈສິ່ງທີ່ຂຽນໄວ້ນິ້ ໃຫ້ນຳເຂົ້າເຖິງໃຈ ທາງຂອງພຣະຜູ້ເປັນເຈົ້ານັ້ນຖືກຕ້ອງ ຜູ້ຊອບທັມທັງຫລາຍຍອມດຳເນີນຊີວິດຢູ່ຕາມທາງນິ້ ສ່ວນຄົນບາບທັງຫລາຍຈະຕຳສະດຸດລົ້ມ ຍ້ອນວ່າເຂົາບໍ່ເຮັດຕາມທາງນິ້
ສຽງຮ້ອງໄຫ້ເນື່ອງຈາກຜົນລະປູກຖືກທຳລາຍ
1 ພຣະຄໍາຂອງພຣະຜູ້ເປັນເຈົ້າທີ່ຊົງກ່າວຕໍ່ໂຢເອນ ບຸດຊາຍຂອງເປທູເອນມີດັ່ງນີ້: 2 ພວກຜູ້ເຖົ້າທັງຫລາຍ ແລະທຸກຄົນໃນແຜ່ນດິນຢູດາຈົ່ງຟັງທ້ອນ ສິ່ງເຫລົ່ານິ້ເຄີຍເກີດຂຶ້ນໃນແຜ່ນດິນຂອງພວກເຈົ້າ ຫລືໃນສະໄຫມບັນພະບຸຣຸດຂອງພວກເຈົ້າບໍ່? 3 ຈົ່ງເລົ່າເຣື່ອງຕໍ່ໄປນິ້ໃຫ້ລູກຂອງພວກເຈົ້າຮູ້ ເພື່ອພວກເຂົາຈະບອກລູກຂອງເຂົາ ແລະລູກຂອງເຂົາກໍຈະເລົ່າຕໍ່ໄປໃນພາຍຫນ້າ 4 ພືດຜົນທີ່ເຫລືອຈາກຕັກແຕນກິນ ພວກແມງໄມ້ທັງຫລາຍກໍກິນຊ້ຳ 5 ພວກຂີ້ເຫລົ້າເອີຍ, ຈົ່ງຕື່ນຂຶ້ນຮ້ອງໄຫ້ ນັກດື່ມເຫລົ້າອະງຸ່ນເອີຍ, ຈົ່ງຮ້ອງຄາງເດີ ເພາະວ່າຫມາກອະງຸ່ນສຳລັບເຮັດເຫລົ້າຖືກທໍາລາຍຫມົດແລ້ວ 6 ດ້ວຍວ່າກອງທັບຕັກແຕນໄດ້ໂຈມຕີແຜ່ນດິນຂອງເຣົາ ພວກມັນມີກຳລັງຫລາຍແລະນັບຈຳນວນບໍ່ຖ້ວນ ແຂ້ວຂອງມັນກໍແຫລມຄົມເຫມືອນແຂ້ວສິງ 7 ມັນໄດ້ທຳລາຍກົກອະງຸ່ນແລະກົກເດື່ອຂອງເຮົາ ໄດ້ກັດກິນກາບຫມົດ ຈົນກິ່ງກ້ານຫລ້ອນແກກແຊກ 8 ປະຊາຊົນເອີຍ, ຈົ່ງຮ້ອງໄຫ້ເຫມືອນຍິງສາວຮ້ອງໄຫ້ ນຳການຕາຍຂອງຊາຍຜູ້ເປັນຜົວ 9 ຝ່າຍປະໂຣຫິດຜູ້ຖວາຍບູຊາແດ່ພຣະຜູ້ເປັນເຈົ້າ ຈົ່ງໂສກເສົ້າທ້ອນ ເພາະວ່າໃນວິຫານບໍ່ມີເຂົ້າ ຫລືເຫລົ້າອະງຸ່ນຖວາຍເລີຍ 10 ທົ່ງນາກໍແປນເປົ່າ ແຜ່ນດິນກໍງຽບເຫງົາ ເພາະວ່າເຂົາຖືກທຳລາຍ ກົກອະງຸ່ນແລະກົກຫມາກກອກເທດກໍຫ່ຽວແຫ້ງ 11 ຊາວນາທັງຫລາຍເອີຍ, ຈົ່ງໂສກເສົ້າທ້ອນ ຜູ້ເຝົ້າສວນອະງຸ່ນເອີຍ, ຈົ່ງຮ້ອງໄຫ້ເດີ ເພາະວ່າເຂົ້າບເລ ເຂົ້າເດື່ອຍ ແລະພືດຜົນທັງປວງຖຶກທຳລາຍຫມົດກ້ຽງ 12 ກົກອະງຸ່ນກໍຫ່ຽວຕາຍ ກົກເດື່ອກໍຮ່ວງໂຮຍ ກົກຫມາກພິລາ ກົກຫມາກພລັມ ກົກຫມາກໂປມ ແລະກົກໄມ້ທັງປວງໄດ້ຫ່ຽວແຫ້ງຕາຍໄປ ຄວາມມ່ວນຊື່ນຂອງຄົນທັງຫລາຍກໍສູນຫາຍໄປດ້ວຍ 13 ປະໂຣຫິດຜູ້ຖວາຍບູຊາ ແລະຮັບໃຊ້ເທິງແທ່ນຂອງພຣະຜູ້ເປັນເຈົ້າເອີຍ, ຈົ່ງນຸ່ງເຄື່ອງໄວ້ທຸກເຂົ້າໄປຮ້ອງໄຫ້ໃນວິຫານຕລອດຄືນ ໃນພຣະວິຫານແຫ່ງພຣະເຈົ້າຂອງເຈົ້າ ບໍ່ມີເຂົ້າແລະເຫລົ້າອະງຸ່ນຖວາຍເລີຍ 14 ຈົ່ງຈັດແຈ່ງທຳພິທີອົດອາຫານ ໃຫ້ເອີ້ນກັນມາຊຸມນຸມເພື່ອຂາບໄຫວ້ພຣະເຈົ້າ ຈົ່ງເຕົ້າໂຮມບັນດາຜູ້ນຳ ແລະຊາວຢູດາທັງປວງເຂົ້າໄປຍັງພຣະວິຫານແຫ່ງພຣະຜູ້ເປັນເຈົ້າຂອງເຈົ້າ ແລ້ວຮ້ອງຂໍຕໍ່ພຣະອົງທ້ອນ 15 ວັນຂອງພຣະຜູ້ເປັນເຈົ້າໃກ້ເຂົ້າມາແລ້ວ ຜູ້ຊົງຣິດທານຸພາບຈະມາທຳລາຍໃນວັນນັ້ນ ຈະເປັນວັນໂຫດຮ້າຍທີ່ສຸດ 16 ພືດຜົນລະປູກກໍຖືກທຳລາຍໄປຕໍ່ຫນ້າຕໍ່ຕາພວກເຮົາ ຄວາມມ່ວນຊື່ນບໍ່ມີເລີຍໃນວິຫານແຫ່ງພຣະເຈົ້າຂອງເຮົາ 17 ເມັດພືດກໍແຫ້ງຕາຍຢູ່ໃນດິນແກ່ນ ໃນຍຸ້ງສາງບໍ່ມີເຂົ້າເລີຍ ເລົ້າເປົ່າກໍຖືກທຳລາຍເສັຽຫາຍຫມົດ 18 ຝູງແກະກໍຫິວໂຫຍ ແລະງົວຄວາຍກໍຮ້ອງຄາງ ຝູງສັດລ້ຽງກໍສັບສົນວຸ້ນວາຍ ເພາະວ່າບໍ່ມີຫຍັງຈະກິນ ຝູງແກະກໍເປັນທຸກດ້ວຍ 19 ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຮ້ອງທູນພຣະອົງ ເພາະວ່າທົ່ງຫຍ້າແລະກົກໄມ້ໄດ້ຫ່ຽວແຫ້ງຕາຍໄປ ເປັນເຫມືອນກັບວ່າໄຟໄດ້ເຜົາຜານພວກມັນ 20 ແມ່ນແຕ່ສັດປ່າກໍຮ້ອງທູນພຣະອົງດ້ວຍ ເພາະວ່ານ້ຳໃນຫ້ວຍໄດ້ແຫ້ງຫມົດໄປ ແລະຫຍ້າໃນທົ່ງກໍຖືກໄຟໄຫມ້ຫມົດ
ຕັກແຕນເປັນລາງບອກໃຫ້ຮູ້ວັນຂອງພຣະຜູ້ເປັນເຈົ້າ
1 ຈົ່ງເປົ່າແກປຸກຢູ່ພູຊີໂອນ ເທິງຈອມພູສັກສິດຂອງພຣະເຈົ້າ ຊາວຢູດາທັງປວງຈະຢ້ານສັ່ນ ເພາະວ່າວັນຂອງພຣະຜູ້ເປັນເຈົ້າກຳລັງມາໃກ້ແລ້ວ 2 ວັນນີ້ຈະມືດແລະເປັນທຸກ ຈະມີເມກຫນາແລະດຳມືດ ຕັກແຕນໄດ້ບຸກໄປຂ້າງຫນ້າເຫມືອນກອງທັບໃຫຍ່ ເຫມືອນແສງຕາເວັນໃນຕອນເຊົ້າສ່ອງແສງໄປຕາມພູ ບໍ່ເຄີຍມີສິ່ງໃດເຫມືອນສິ່ງນີ້ມາກ່ອນ ແລະຈະບໍ່ມີຢ່າງນິ້ອີກຈັກເທື່ອ 3 ມັກກິນເຄື່ອງປູກຈົນກ້ຽງເຫມືອນໄປເຜົາຜານແຜ່ນດິນເບື້ອງຫນ້າຂອງມັນເປັນເຫມືອນສວນເອເດນ ແຕ່ເບື້ອງຫລັງເປັນດິນເປົ່າແປນ ບໍ່ມີຫຍັງຫນີພົ້ນມັນໄປໄດ້ 4 ຮູບຮ່າງຂອງມັນເຫມືອນມ້າ ມັນແລ່ນເຫມືອນມ້າຮົບແລ່ນ 5 ເມື່ອມັນທະຍານເຕັ້ນຢູ່ເທິງຈອມພູ ມີສຽງດັງເຫມືອນສຽງຣົດຮົບ ຫລືເຫມືອນສຽງໄຟໄຫມ້ຕໍເຟືອງໃນທົ່ງນາ ມັນມາເປັນແຖວເຫມືອນກອງທັບໃຫຍ່ຕຽມເຂົ້າສນາມຮົບ 6 ທຸກໆຄົນຢ້ານກົວຈົນຫນ້າຊີດ ເມື່ອມັນມາໃກ້ 7 ພວກມັນບຸກໂຈມຕີເຫມືອນນັກຮົບປີນກຳແພງເຫມືອນທະຫານ ຕ່າງກໍເດີນໄປເປັນຖັນແຖວ 8 ຫລືບໍ່ກີດກັນທາງເດີນຊຶ່ງກັນແລະກັນ ມັນບຸກຜ່ານແນວປ້ອງກັນບໍ່ມີການຢຸດຢັ້ງ 9 ມັນກະໂດດເຂົ້າໄປໂຈມຕີເມືອງແລ່ນຢູ່ເທິງກຳແພງ ປີນຂື້ນໄປເຮືອນຊານທັງຫລາຍ ແລະລອດປ່ອງຢ້ຽມເຂົາໄປເຫມືອນຂະໂມຍ 10 ແຜ່ນດິນແລະທ້ອງຟ້າສະທ້ານຫວັ່ນໄຫວຍ້ອນມັນ ດວງອາທິດ ແລະດວງຈັນດຳມືດ ດວງດາວທັງຫລາຍບໍ່ສ່ອງແສງອີກຕໍ່ໄປ 11 ພຣະຜູ້ເປັນເຈົ້າຊົງບັນຊາກອງທັບທີ່ເຊື່ອຟັງຂອງພຣະອົງ ກອງທັບນິ້ມີຣິດເດດແລະຈຳນວນຫລາຍ ວັນອັນຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າຫນ້າຢ້ານກົວຢ່າງນິ້ແຫລະ, ແມ່ນຜູ້ໃດຫນໍຈະທົນໄດ້
ພຣະເຈົ້າຊົງເອີ້ນໃຫ້ປ່ຽນໃຈໃຫມ່
12 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຖິງປານນັ້ນກໍດີ ຈົ່ງກັບໃຈເສັຽໃຫມ່ດ້ວຍຄວາມເຕັມໃຈ ໃຫ້ກັບມາຫາເຮົາ ແລ້ວອົດອາຫານ ຮ້ອງໄຫ້ແລະຮ້ອງຄາງ 13 ຢ່າສະແດງຄວາມເສັຽໃຈດ້ວຍການຈີກເສື້ອຜ້າຂອງຕົນ ແຕ່ຄວນໃຫ້ມີໃຈອຸກອັ່ງແທ້ ຈົ່ງກັບມາຫາພຣະຜູ້ເປັນເຈົ້າຂອງເຈົ້າ ພຣະອົງຊົງເຕັມປ່ຽມດ້ວຍຄວາມເມດຕາກະຣຸນາ ຊົງອົດທົນແລະປະຕິບັດຕາມຄຳຫມັ້ນສັນຍາຂອງພຣະອົງ ຊົງພ້ອມສເມີທີ່ຈະໃຫ້ອະພັຍບາບແລະຍົກໂທດ 14 ບາງທີ ພຣະຜູ້ເປັນເຈົ້າຂອງເຮົາອາດຈະຊົງປ່ຽນພຣະທັຍ ແລະຊົງອວຍພຣະພອນໃຫ້ເຮົາມີເຂົ້າປາອາຫານກິນຢ່າງສົມບູນ ແລ້ວເຮົາກໍຈະໄດ້ຖວາຍບູຊາເຂົ້າປາອາຫານ ແລະເຫລົ້າອະງຸ່ນແດ່ພຣະອົງ 15 ຈົ່ງເປົ່າແກເທິງພູຊີໂອນ ເພື່ອຕຽມຕົວອົດອາຫານແລະຮຽກຊຸມນຸມຂາບໄຫວ້ພຣະເຈົ້າ 16 ຈົ່ງເຕົ້າໂຮມບັນດາປະຊາຊົນ ໃຫ້ຈັດເອົາເຂົາເຂົ້າຮ່ວມການປະຊຸມອັນບໍຣິສຸດ ຈົ່ງນຳພວກເຖົ້າແກ່ມາໃຫ້ເຕົ້າໂຮມພວກເດັກນ້ອຍ ແລະເດັກອ່ອນດ້ວຍ ແມ່ນແຕ່ຜູ້ແຕ່ງງານໃຫມ່ກໍຕ້ອງໃຫ້ອອກຈາກຫ້ອງນອນມາ 17 ພວກປະໂຣຫິດຜູ້ຮັບໃຊ້ພຣະຜູ້ເປັນເຈົ້າຢູ່ໃນວິຫານລະຫວ່າງປະຕູ ແລະແທ່ນບູຊາ ຕ້ອງຮ້ອງໄຫ້ແລະອ້ອນວອນວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຈົ່ງສົງສານໄພ່ພົນຂອງພຣະອົງແດ່ທ້ອນ ຂໍຢ່າໃຫ້ຊົນຊາດອື່ນດູຖູກຢຽດຫຍາມພວກຂ້າພຣະອົງ ແລະເວົ້າເຍາະເຍີ້ຍພວກຂ້າພຣະອົງວ່າ ພຣະເຈົ້າຂອງເຈົ້າຢູ່ໃສ?
ພຣະເຈົ້າຊົງໂຜດໃຫ້ແຜ່ນດິນອຸດົມສົມບູນຄືເກົ່າ
18 ແລ້ວພຣະຜູ້ເປັນເຈົ້າຊົງສະແດງຄວາມເປັນຫ່ວງແຜ່ນດິນຂອງພຣະອົງ ແລະຊົງສົງສານໄພ່ພົນຂອງພຣະອົງ 19 ພຣະອົງຕອບພວກເຂົາວ່າ, “ບັດນິ້ ເຮົາຈະໃຫ້ພວກເຈົ້າມີເຂົ້າກິນ ມີເຫລົ້າອະງຸ່ນ ແລະນ້ຳມັນ ພວກເຈົ້າຈະໄດ້ອີ່ມຫນຳສຳຣານ ຊົນຊາດອື່ນຈະບໍ່ຫມິ່ນປມາດພວກເຈົ້າອີກຕໍ່ໄປ 20 ເຮົາຈະຂັບໄລ່ພວກທີ່ມາຈາກທາງເຫນືອອອກໄປຈາກເຈົ້າ ຈະຂັບໄລ່ພວກເຂົາບາງຄົນໄປຍັງຖິ່ນກັນດານ ຂະບວນຫນ້າຂອງພວກເຂົາຈະຖືກໄລ່ໄປທະເລດ້ານຕາເວັນອອກ ຂະບວນຫລັງຈະຕົກໄປທະເລດ້ານຕາເວັນຕົກ ຊາກສົບຂອງພວກເຂົາຈະເຫມັນເນົ່າ ເຮົາເຮັດດັ່ງນິ້ກໍເພາະພວກເຂົາໄດ້ເຮັດແກ່ເຈົ້າ 21 “ໂອ ແຜ່ນດີນເອີຍ, ຢ່າສູ່ຢ້ານເລີຍ ຈົ່ງມ່ວນຊື່ນແລະຍິນດີຖ້ອນ ເພາະວ່າພຣະຜູ້ເປັນເຈົ້າໄດ້ຊົງກະທຳການຍິ່ງໃຫຍ່ສຳລັບພວກເຈົ້າແລ້ວ 22 ສັດທັງຫລາຍເອີຍ ຢ່າສູ່ຢ້ານເລີຍ ເພາະວ່າຫຍ້າກໍຂຽວສົດແລ້ວ ກົກໄມ້ກໍເກີດຫມາກ ກົກເດື່ອແລະກົກອະງຸ່ນກໍມີບໍຣິບູນ 23 ຊາວຊີໂມນເອີຍ, ຈົ່ງຍີນດີໃນພຣະຜູ້ເປັນເຈົ້າຂອງເຈົ້າ ພຣະອົງຊົງໂຜດເທຝົນລົງມາໃຫ້ພວກເຈົ້າຖືກຕ້ອງຕາມຣະດູການ ຄືຝົນຕົ້ນຣະດູ ແລະປາຍຣະດູຢ່າງແຕ່ກ່ອນ 24 ໃນລານຈະມີເຂົ້າເຕັມບໍຣິບູນ ອ່າງຢູ່ຂ້າງເຄື່ອງບີບຈະເຕັມລົ້ນດ້ວຍນ້ຳອະງຸ່ນ ແລະນ້ຳມັນ 25 ສິ່ງທີ່ເຈົ້າສູນເສັຽໃນປີຕັກແຕນກິນເຄື່ອງປູກຂອງເຈົ້ານັ້ນ ເຮົາຈະທົດແທນໃຫ້ ແມ່ນເຮົາເອງທີ່ສົ່ງກອງທັບຕັກແຕນນິ້ມາທຳລາຍພວກເຈົ້າ 26 ບັດນິ້ ພວກເຈົ້າຈະມີອາຫານກິນອີ່ມຫນຳສຳຣານ ເຈົ້າຈົ່ງສັຣເສີນພຣະຜູ້ເປັນເຈົ້າຂອງເຈົ້າ ຜູ້ຊົງເຮັດການອັດສະຈັນສຳລັບພວກເຈົ້າ ໄພ່ພົນຂອງເຮົາຈະບໍ່ຖືກດູຖູກຢຽບຫຍາມອີກ 27 ອິສຣາເອນເອີຍ, ແລ້ວພວກເຈົ້າຈະຮູ້ວ່າເຮົາຢູ່ຖ້າມກາງພວກເຈົ້າແລະຮູ້ວ່າເຮົາຄືພຣະຜູ້ເປັນເຈົ້າຂອງພວກເຈົ້າ ບໍ່ມີພຣະເຈົ້າອື່ນອີກນອກຈາກເຮົາ ໄພ່ພົນຂອງເຮົາຈະບໍ່ຖືກດູຖູກຢຽບຫຍາມອີກ
ພຣະເຈົ້າຊົງປະທານພຣະວິນຍານ
28 ຫລັງຈາກນັ້ນ ເຮົາຈະໃຫ້ຄົນທັງປວງໄດ້ຮັບພຣະວິນຍານຂອງເຮົາ ບຸດຊາຍຍິງຂອງພວກເຈົ້າຈະປະກາດພຣະຄຳຂອງເຮົາ ພວກຄົນເຖົ້າກໍຈະຝັນ ແລະພວກຄົນຫນຸ່ມກໍຈະເຫັນນີມິດ 29 ໃນເວລານັ້ນ ຄົນໃຊ້ຊາຍຍິງທັງຫລາຍ ຈະໄດ້ຮັບພຣະວິນຍານຂອງເຮົາ
ຄຳຕັກເຕືອນກ່ຽວກັບວັນຂອງພຣະຜູ້ເປັນເຈົ້າ
30 ເຮົາຈະເຮັດການອັດສະຈັນໃນທ້ອງຟ້າແລະແຜ່ນດິນ ຄືຈະມີເລືອດ ມີໄຟ ແລະຄວັນເມກ 31 ດວງອາທິດຈະດຳມືດ ດວງຈັນຈະກາຍເປັນສີແດງເຫມືອນເລືອດ ກ່ອນວັນອັນຍິ່ງໃຫຍ່ ແລະຫນ້າຢ້ານຂອງພຣະຜູ້ເປັນເຈົ້າມາເຖິງ 32 ແຕ່ຄົນທັງປວງທີ່ຮ້ອງຂໍຄວາມຊ່ອຍເຫລືອຈາກພຣະຜູ້ເປັນເຈົ້າຈະປອດພັຍ ດັ່ງທີ່ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈະມີຜູ້ພົ້ນໄດ້ເທິງພູຊີໂອນ ແລະໃນກຸງເຢຣູຊາເລັມ ຄົນເຫລົ່ານິ້ທີ່ພຣະຜູ້ເປັນເຈົ້າຊົງເລືອກຈະລອດພົ້ນໄດ້”
ການຕັດສິນຊົນຊາດທັງຫລາຍ
1 ໃນເວລານັ້ນ ເຮົາຈະທຳໃຫ້ຊົນຊາດຢູດາ ແລະເຢຣູຊາເລັມອຸດົມສົມບູນ 2 ເຮົາຈະເຕົ້າໂຮມຊົນຊາດທັງປວງ ແລະນຳເຂົາໄປຍັງຮ່ອມພູເຢໂຣຊາຟັດ ເພື່ອພິພາກສາເຂົາໃນທີ່ນັ້ນ ເພາະວ່າເຂົາທັງປວງໄດ້ທຳຕໍ່ໄພ່ພົນຂອງເຮົາ ເຂົາໄດ້ທຳໃຫ້ຊາວອິສຣາເອນກະຈັດກະຈາຍໄປໃນຕ່າງປະເທດ ແລະໄດ້ແບ່ງແຜ່ນດິນອິສຣາເອນຂອງເຮົາ 3 ພວກເຂົາໄດ້ຈົກສະຫລາກເອົາພວກຊະເລີຍໄປຂາຍ ແລະຂາຍເດັກຊາຍຍິງໄປເປັນທາດ ເພື່ອເອົາເງິນມາກິນເຫລົ້າແລະຫລິ້ນສາວ 4 ເມືອງຕີເຣ ເມືອງຊີໂດນ ແລະທົ່ວປະເທດຟີລິສຕິນເອີຍ, ພວກເຈົ້າຢາກຈະເຮັດຫຍັງກັບເຮົາ ຢາກຈະແກ້ແຄ້ນເຮົາບໍ່? ຖ້າເຈົ້າຈະຄິດແກ້ແຄ້ນເຮົາ ເຮົາຈະຕອບແທນການກະທຳນັ້ນໃນທັນທີ 5 ເຈົ້າໄດ້ຂົນເອົາເງິນຄຳຂອງເຮົາໄປ ແລະເອົາຂອງມີຄ່າຂອງເຣົາໄປຍັງວິຫານທັງຫລາຍຂອງພວກເຈົ້າ 6 ໄດ້ເອົາປະຊາຊົນຢູດາ ແລະເຢຣູຊາເລັມໄປຈາກປະເທດຂອງເຮົາ ເພື່ອຂາຍເຂົາໃຫ້ແກ່ຊາວກຣິກ 7 ບັດນິ້ ເຮົາຈະນຳເຂົາອອກຈາກບ່ອນທີ່ເຈົ້າຂາຍເຂົາໄວ້ນັ້ນ ຈະທຳຕໍ່ເຈົ້າເຫມືອນເຈົ້າໄດ້ທຳຕໍ່ເຂົາ 8 ຈະຂາຍບຸດຊາຍຍິງຂອງພວກເຈົ້າໃຫ້ຊາວຢູດາ ແລ້ວຊາວຢູດາຈະຂາຍເຂົາຕໍ່ໄປໃຫ້ຊາວຊາເບອານທີ່ຢູ່ຫ່າງໄກ ພຣະຜູ້ເປັນເຈົ້າຊົງກ່າວດັ່ງນິ້ແຫລະ
ພິພາກສາໃນຮ່ອມພູຂອງເຢໂຮຊາຟັດ
9 ຈົ່ງປະກາດຂໍ້ຄວາມນິ້ໃຫ້ນາໆຊາດຮູ້ ຄືຈົ່ງຈັດຕຽມການຮົບແລະຮຽກລະດົມພົນໃຫ້ທະຫານທັງຫມົດມາໂຮມກັນ 10 ຈົ່ງຕີຫມາກສົບໄຖຂອງເຈົ້າໃຫ້ເປັນດາບ ກ່ຽວຂອງເຈົ້າກໍໃຫ້ຕີເປັນຫອກ ແມ່ນແຕ່ຄົນອ່ອນແອກໍຕ້ອງລຸກຂຶ້ນສູ້ 11 ຊົນຊາດທັງປວງທີ່ຢູ່ອ້ອມແອ້ມຈົ່ງມາໄວໆ ໃຫ້ເຕົ້າໂຮມກັນຢູ່ໃນຮ່ອມພູນັ້ນ ຂ້າແດ່ພຣະຜູ້ເປັນເຈົ້າ ຂໍໂຜດຊົງນຳທັບອັນເກັ່ງກ້າຂອງພຣະອົງລົງມາ 12 ຊົນຊາດທັງຫລາຍຕ້ອງຕຽມພ້ອມມາຍັງຮ່ອມພູເຢໂຮຊາຟັດ ຢູ່ທີ່ນັ້ນພຣະຜູ້ເປັນເຈົ້າຈະພິພາກສາຊົນຊາດທັງປວງທີ່ຢູ່ອ້ອມແອ້ມນັ້ນ 13 ພວກເຂົາຊົ່ວຮ້າຍຫລາຍ ໃຫ້ຕັດເຂົາເຫມືອນກັບກ່ຽວເຂົ້າ ຈົ່ງບີບເຂົາເຫມືອນເຄື່ອງບີບໆຫມາກ ອະງຸ່ນທີ່ໄດ້ທຳໃຫ້ນ້ຳໄຫລລົງຈົນລົ້ນອ່າງ 14 ມະຫາຊົນຈຳນວນຫລາຍ ຢູ່ໃນຮ່ອມພູແຫ່ງການພິພາກສາ ໃນທີ່ນັ້ນ ວັນຂອງພຣະຜູ້ເປັນເຈົ້າໃກ້ເຂົ້າມາແລ້ວ 15 ດວງຕາເວັນ ແລະດວງຈັນຈະມືດໄປ ດາວທັງຫລາຍກໍບໍ່ສ່ອງແສງອີກ
ພຣະເຈົ້າຊົງອວຍພອນຊາວຢູດາ
16 ພຣະຜູ້ເປັນເຈົ້າຊົງເປັ່ງພຣະສຸຣະສຽງຈາກພູຊີໂອນ ຊົງຮ້ອງສຽງດັງສະຫນັ່ນຈາກເຢຣູຊາເລັມ ຈົນແຜ່ນດິນແລະທ້ອງຟ້າສະທ້ານຫວັ່ນໄຫວ ແຕ່ພຣະອົງຈະເປັນກຳແພງປ້ອງກັນປະຊາຊົນອິສຣາເອນ 17 ອິສຣາເອນເອີຍ, ແລ້ວພວກເຈົ້າຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າຂອງເຈົ້າ ເຮົາຢູ່ເທິງພູຊີໂອນອັນສັກສິດຂອງເຮົາ ເຢຣູຊາເລັມຈະເປັນນະຄອນທີ່ສັກສິດ ຊາວຕ່າງປະເທດຈະບໍ່ຊະນະອີກ 18 ໃນເວລານັ້ນ ເທີງພູຈະເຕັມໄປດ້ວຍກົກອະງຸ່ນ ແລະສັດລ້ຽງທັງຫລາຍ ຊາວຢູດາຈະມີນ້ຳຢ່າງບໍຣິບູນ ແມ່ນ້ຳຈະໄຫລຈາກພຣະວິຫານຂອງພຣະຜູ້ເປັນເຈົ້າ ນ້ຳນັ້ນຈະໄຫລຜ່ານຮ່ອມພູກົກກະຖິນ 19 ປະເທດເອຢິບຈະກາຍເປັນຖິ່ນກັນດານ ເມືອງເອໂດມຈະຖືກທຳລາຍກ້ຽງ ເພາະວ່າເຂົາໂຈມຕີປະເທດຢູດາ ແລະຂ້າປະຊາຊົນຜູ້ບໍ່ມີຄວາມຜິດໃນເມືອງນັ້ນ 20 ຊາວຢູດາແລະເຢຣູຊາເລັມຈະອາໄສຢູ່ໃນທີ່ນັ້ນຕລອດໄປ 21 ເຮົາຈະແກ້ແຄ້ນແທນຜູ້ທີ່ຖືກຂ້າ ຈະບໍ່ປານີຜູ້ທີ່ທຳຜິດ ແລະພຣະຜູ້ເປັນເຈົ້າກໍຈະຊົງສະຖິດຢູ່ເທິງພູຊີໂອນນັ້ນ
1 ຕໍ່ໄປນີ້ແມ່ນຄຳເວົ້າຂອງອາໂມສ ຊຶ່ງເປັນຜູ້ລ້ຽງແກະຄົນນຶ່ງໃນເມືອງເຕໂກອາ ກ່ອນແຜ່ນດິນໄຫວສອງປີ ພຣະເຈົ້າໄດ້ນຳຂ່າວມາໃຫ້ອາໂມສທາງ ນິມິດ ຊຶ່ງເປັນຄາວອຸສຊີຢາເປັນເຈົ້າຊີວິດຂອງຊາວຢູດາ ແລະໃນຄາວທີ່ເຢໂຣໂບອາມບຸດຂອງໂຢອັສ ເປັນເຈົ້າຊີວິດຂອງຊາວອິສຣາເອນ
ພຣະເຈົ້າຊົງພິພາກສາປະເທດໃກ້ຄຽງຂອງ ອິສຣາເອນ ປະເທດຊີເຣັຽ
2 ອາໂມສໄດ້ເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງສົ່ງສຽງຮ້ອງມາຈາກພູຊີໂອນ ພຣະສຸຣະສຽງຂອງພຣະອົງຍັງດັງກ້ອງຈາກເມືອງເຢຣູຊາເລັມ ໃນເວລານັ້ນ ປ່າຫຍ້າທັງຫລາຍກໍຫ່ຽວແຫ້ງ ແລະຫຍ້າຂຽວສົດຢູ່ເທິງຈອມພູກາຣ໌ເມນກໍລ່າເຫລືອງລົງ 3 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຊາວດາມັສກັສໄດ້ທຳຜິດຕື່ມຂຶ້ນຢູ່ເລື້ອຍໆ ເຮົາຈະລົງໂທດພວກເຂົາຢ່າງແນ່ນອນ ກໍຍ້ອນວ່າພວກເຂົາໄດ້ທຳການໂຫດຮ້າຍຕໍ່ພວກກິເລອາດ 4 ດັ່ງນັ້ນ ເຮົາຈະທຳໃຫ້ໄຟໄຫມ້ຣາຊອານາຈັກຊີເຣັຽ (ຮາຊາເອນ) ແລະພຣະຣາຊວັງຂອງເຈົ້າຊີວິດເບນຮາດັດ 5 ເຮົາຈະທຳລາຍປະຕູເມືອງດາມັສກັສໃຫ້ແຕກທະລາຍລົງ ເຮົາຈະຂັບໄລ່ພວກຜູ້ປົກຄອງຮ່ອມພູອາເວນ ແລະເບດເອເດນອອກຫນີ ແລ້ວພວກຊີເຣັຽຈະຖືກກວາດລ້າງໄປເປັນຊະເລີຍຢູ່ໃນເມືອງ ກີຣ໌
ປະເທດຟີລິສຕິນ
6 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ພວກກາຊາໄດ້ທຳຜິດຕື່ມຂຶ້ນຢູ່ເລື້ອຍໆ ເຮົາຈະລົງໂທດພວກເຂົາຢ່າງແນ່ນອນ ກໍຍ້ອນວ່າພວກເຂົາຍາດເອົາຊົນຊາດອື່ນໆ 7 ແລ້ວມອບເຂົາໄວ້ໃນກຳມືຂອງຊາວເອໂດມ ດັ່ງນັ້ນ ເຣົາຈະທຳໃຫ້ກຳແພງເມືອງກາຊາ 8 ຮວມທັງພຣະຣາຊວັງຂອງເມືອງອັສໂດດ ແລະເມືອງອັສເກໂຣນອອກຫນີ ເຮົາຈະໃຊ້ກຳລັງຕໍ່ສູ້ເມືອງເອກໂຣນ ແລະຊາວຟີລິສຕິນທຸກຄົນທີ່ຍັງເຫລືອຢູ່ນັ້ນຕ້ອງຕາຍ”
ເມືອງຕີເຣ
9 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຊາວເມືອງຕີເຣໄດ້ທຳຜິດຕື່ມຂຶ້ນຢູ່ເລື້ອຍໆ ເຣົາຈະລົງໂທດພວກເຂົາຢ່າງແນ່ນອນ ເພາະວ່າພວກເຂົາໄດ້ຈັບປະຊາຊົນໄປເປັນຊະເລີຍທີ່ເມືອງເອໂດມ ພວກເຂົາບໍ່ໄດ້ຖືສັນຍາມິດຕະພາບທີ່ພວກເຂົາໄດ້ທຳເອົາໄວ້ກັບປະຊາຊົນເຫລົ່ານີ້ 10 ດັ່ງນັ້ນ ເຮົາຈະທຳໃຫ້ກຳແພງເມືອງຕີເຣ ຮວມທັງພຣະຣາຊວັງຂອງເມືອງນັ້ນຖືກເຜົາຜານທຳລາຍດ້ວຍໄຟອຸບາດ
ປະເທດເອໂດມ
11 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຊາວເອໂດມໄດ້ທຳຜິດຕື່ມຂຶ້ນຢູ່ເລື້ອຍໆ ເຮົາຈະລົງໂທດພວກເຂົາຢ່າງແນ່ນອນ ກໍຍ້ອນວ່າພກວເຂົາໄດ້ໄລ່ຕິດຕາມຂ້າຍາດຕິພີ່ນ້ອງຂອງເຂົາ ຄືອິສຣາເອນ ພວກເຂົາຂາດຄວາມເມດຕາຈິດ ແລະບໍ່ຍອມລະຖິ້ມຄວາມໂຫດຮ້າຍຂອງພວກເຂົາຈັກເທື່ອ 12 ດັ່ງນັ້ນ ເຮົາຈະທຳໃຫ້ໄຟໄຫມ້ ເຕມານ ແລະຈູດທຳລາຍພຣະຣາຊວັງຂອງເມືອງໂບຊຣາ
ຊາວອັມໂມນ
13 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຊາວອັມໂມນໄດ້ທຳຜິດຕື່ມຂຶ້ນຢູ່ເລື້ອຍໆ ເຣົາຈະລົງໂທດພວກເຂົາຢ່າງແນ່ນອນ ກໍຍ້ອນວ່າພວກເຂົາຜ່າຕັດທ້ອງຜູ້ຍິງແມ່ມານໃນເມືອງກີເລອາດ ແລະໂລບເອົາດິນແດນຂອງແຂວງນັ້ນ 14 ດັ່ງນັ້ນ ເຮົາຈະທຳໃຫ້ກຳແພງເມືອງຣັບບາ ຮວມທັງພຣະຣາຊວັງຂອງເມືອງນັ້ນຖືກເຜົາຜານທຳລາຍດ້ວຍໄຟອຸບາດ ໃນມື້ຂອງການສູ້ຮົບຈະມີສຽງໂຮ່ຮ້ອງກ້ອງສະຫນັ່ນ ແລະການສູ້ຮົບຈະດຸເດືອດດັ່ງລົມພະຍຸ 15 ຄັນແລ້ວເຈົ້າຊີວິດພ້ອມທັງນາຍທະຫານທັງຫມົດຂອງເຂົາ ກໍຈະກາຍໄປເປັນຊະເລີຍເສິກ”
ປະເທດໂມອາບ
1 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຊາວໂມອາບໄດ້ທຳຜິດຕື່ມຂຶ້ນຢູ່ເລື້ອຍໆ ເຮົາຈະລົງໂທດພວກເຂົາຢ່າງແນ່ນອນ ກໍຍ້ອນວ່າພວກເຂົາເຜົາກະດູກເຈົ້າຊີວິດປະເທດເອໂດມຈົນເປັນຝຸ່ນຄືປູນ 2 ເຮົາຈະທຳໃຫ້ໄຟໄຫມ້ພຣະຣາຊວັງຂອງເມືອງເກຣີໂອທປະເທດໂມອາບ ແລະຊາວໂມອາບຈະຕາຍໄປໃນຖ້າມກາງອຶກກະທຶກຄຶກໂຄມ ຂອງການສູ້ຮົບ ສ່ວນພວກທະຫານກໍໂຮ່ຮ້ອງໂວຍວາຍ ແລະສຽງແກດັ່ງສະຫນັ່ນຫວັ່ນໄຫວຂຶ້ນ 3 ແລ້ວເຮົາຈະຂ້າຜູ້ປົກຄອງປະເທດໂມອາບ ພ້ອມທັງຜູ້ນຳທຸກໆຄົນໃນປະເທດນັ້ນ
ປະເທດຢູດາ
4 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຊາວຢູດາໄດ້ທຳຜິດຕື່ມຂຶ້ນຢູ່ເລື້ອຍໆ ເຮົາຈະລົງໂທດພວກເຂົາຢ່າງແນ່ນອນ ກໍຍ້ອນວ່າພວກເຂົາປະຫມາດຂໍ້ບັນຍັດແລະບໍ່ຖືຮັກສາຄຳສັ່ງຂອງເຮົາ ພວກເຂົາຫລົງເດີນທາງຜິດ ຄືຕິດຕາມພຣະອື່ນທີ່ພວກບັນພະບຸຣຸດເຄີຍຖືມາ 5 ດັ່ງນັ້ນ ເຮົາຈະທຳໃຫ້ໄຟໄຫມ້ພຣະຣາຊວັງກຸງເຢຣູຊາເລັມ ໃນຣາຊອານາຈັກຢູດານີ້
ພຣະເຈົ້າຊົງຕັດສິນປະເທດອິສຣາເອນ
6 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ພວກອິສຣາເອນໄດ້ທຳຜິດຕື່ມຂຶ້ນຢູ່ເລື້ອຍໆ ເຮົາຈະລົງໂທດພວກເຂົາຢ່າງແນ່ນອນ ກໍຍ້ອນວ່າພວກເຂົາຂາຍຄົນຊອບທັມທີ່ພຽງແຕ່ເປັນຫນີ້ເຂົາເທົ່ານັ້ນ ແລະຂາຍຄົນທຸກຍາກໄປເປັນທາດ ເພາະວ່າເຂົາບໍ່ມີເງິນຄ່າເກີບພຽງຄູ່ດຽວ 7 ພວກເຂົາຢຽບຢໍ່າຜູ້ທີ່ອ່ອນແອ ແລະຜູ້ທີ່ສິ້ນເນື້ອປະດາຕົວ ພ້ອມທັງລັກໂລບເອົາທີ່ທຳມາຫາກິນຂອງຄົນທຸກຈົນ ສ່ວນພວກຄົນຫນຸ່ມແລະຄົນເຖົ້າແກ່ກໍພາກັນໄປພົບຍິງໂສເພນີທີ່ວິຫານ ຊຶ່ງເປັນການຫມິ່ນປມາດນາມຊື່ອັນບໍຣິສຸດຂອງເຮົາ 8 ໃນສະຖານທີ່ນະມັສການ ພວກເຂົາພາກັນນອນເຕັງເສື້ອຜ້າທີ່ຄົນມາຈຳນຳ ແລະໄດ້ໂລບເອົາເຫລົ້າອະງຸ່ນຈາກລູກຫນີ້ມາດື່ມພາຍໃນວິຫານ 9 ຍ້ອນພວກເຂົາເຫລົ່ານີ້ແຫລະ, ເຮົາຈຶ່ງໄດ້ທຳລາຍຊາວອາໂມຣິດທີ່ສູງດັ່ງຕົ້ນໄມ້ ແລະແຂງດັ່ງຕົ້ນກໍ່ໃຫ້ຫມົດສິ້ນໄປ 10 ປະຊາຊົນຂອງເຮົາເອີຍ, ເຣົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ໂດຍພາພວກເຈົ້າທ່ອງທ່ຽວໄປມາໃນຖິ່ນກັນດານເປັນເວລາສີ່ສິບປີ ແລ້ວເຮົາໄດ້ມອບແຜ່ນດິນຂອງຊາວອາໂມຣິດໃຫ້ເປັນກຳມະສິດຂອງພວກເຈົ້າ 11 ເຮົາໄດ້ເລືອກເອົາລູກຊາຍຂອງພວກເຈົ້າບາງຄົນໃຫ້ເປັນຜູ້ປະກາດພຣະທັມ ແລະໃຫ້ຊາຍຫນຸ່ມບາງຄົນໃນພວກເຈົ້າເປັນຄົນນາຊີຣີ ຊາວອິສຣາເອນເອີຍ, ສິ່ງນີ້ເປັນຄວາມຈິງຫລືບໍ? ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 12 ແຕ່ວ່າພວກເຈົ້າໃຫ້ຄົນນາຊີຣີດື່ມເຫລົ້າ ແລະຫ້າມປາມພວກຜູ້ປະກາດພຣະທັມບໍ່ໃຫ້ປະກາດຂ່າວຂອງເຮົາ 13 ແລະບັດນີ້ ເຮົາຈະບີບບັງຄັບພວກເຈົ້າດັ່ງກວຽນໃສ່ເຂົ້າຫນັກຢຽບເຕັງດິນ 14 ໃນມື້ນັ້ນ ພວກທີ່ແລ່ນວ່ອງໄວກໍບໍ່ສາມາດແລ່ນຫນີພົ້ນໄປໄດ້ ຜູ້ທີ່ແຂງແຮງກໍຈະສູນເສັຽກຳລັງ ແລະພວກທີ່ອົງອາດກ້າຫານກໍບໍ່ສາມາດຊ່ອຍຊີວິດຂອງຕົນເອງໃຫ້ພົ້ນພັຍໄດ້ 15 ສ່ວນຄົນຍິງທະນູກໍບໍ່ສາມາດຢືນຢູ່ໃນສະຖານທີ່ຂອງຕົນເອງໄດ້ ນັກແລ່ນໄວ້ກໍບໍ່ຫນີຫວິດໄປໄດ້ ແລະຄົນຂີ່ມ້າກໍບໍ່ສາມາດຫອບເອົາຊີວິດຂອງຕົນຫວິດໄປໄດ້ເຊັ່ນດຽວ 16 ແມ່ນແຕ່ທະຫານຜູ້ອົງອາດກ້າຫານທີ່ສຸດກໍຕ້ອງເປືອຍຕົວປົບຫນີໄປ” ພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ແຫລະ
1 ຊາວອິສຣາເອນທັງຫລາຍເອີຍ, ຈົ່ງຟັງຄຳທີ່ພຣະຜູ້ເປັນເຈົ້າຊົງກ່າວໄວ້ກ່ຽວກັບພວກເຈົ້າວ່າ, “ເຈົ້າເປັນຄອບຄົວຂອງເຣົາ ທີ່ເຮົາໄດ້ນຳອອກມາຈາກປະເທດເອຢິບໃນຈຳນວນຄອບຄົວທັງຫລາຍໃນໂລກນີ້ 2 ພວກເຈົ້າເປັນຄອບຄົວດຽວທີ່ເຮົາຮູ້ຈັກແລະໄດ້ປົກປັກຮັກສາມາ ສະນັ້ນເຮົາຈະລົງໂທດພວກເຈົ້າ ຍ້ອນຄວາມຜິດທັງຫລາຍທີ່ພວກເຈົ້າໄດ້ເຮັດ”
ວຽກງານຂອງຜູ້ປະກາດພຣະທັມ
3 ສອງຄົນທີ່ອອກເດີນທາງໄປນຳກັນໂດຍປາສຈາກການຕົກລົງກັນກ່ອນຈະໄດ້ຫລືບໍ? 4 ຖ້າສິງບໍ່ໄດ້ພົບເຫຍື່ອ ມັນຈະຮ້ອງບໍ? ສິງຫນຸ່ມຈະຮ້ອງຄາງໃນຖ້ຳຫລືບໍ ຖ້າມັນບໍ່ໄດ້ຈັບຄຸບສິ່ງໃດ? 5 ນົກຈະຖືກກັບດັກເທິງດິນໄດ້ບໍ ຖ້າບໍ່ມີເຫຍື່ອລໍ້ມັນ? ກັບດັກຈະລັ່ນບໍ ຖ້າວ່າບໍ່ມີສິ່ງໃດເຂົ້າໄປໃນກັບນັ້ນ? 6 ສຽງແກບຸກໂຈມຕີດັງຂຶ້ນໃນກາງເມືອງ ໂດຍບໍ່ໃຫ້ປະຊາຊົນຢ້ານກົວຈະເປັນໄປໄດ້ບໍ? ເຫດການອັນຫນ້າຢ້ານເກີດຂຶ້ນໃນເມືອງນຶ່ງ ໂດຍທີ່ພຣະຜູ້ເປັນເຈົ້າບໍ່ໄດ້ຊົງກະທຳຈະເປັນໄປໄດ້ບໍ? 7 ຕາມຈິງແລ້ວ ພຣະຜູ້ເປັນເຈົ້າບໍ່ໄດ້ກະທຳສິ່ງໃດ ໂດຍບໍ່ໄດ້ບອກແຜນການຂອງພຣະອົງໃຫ້ຜູ້ປະກາດພຣະທັມ ຊຶ່ງເປັນຜູ້ຮັບໃຊ້ຂອງພຣະອົງຮູ້ກ່ອນ 8 ເມື່ອໄດ້ຍິນສຽງສິງຮ້ອງຂຶ້ນ ແມ່ນໃຜຈະລະງັບຄວາມຢ້ານໄວ້ໄດ້? ເມື່ອພຣະຜູ້ເປັນເຈົ້າຊົງບອກແລ້ວ ໃຜຈະກ້າປະຕິເສດການປະກາດພຣະທັມຂອງພຣະອົງ?
ກຸງຊາມາເຣັຽຖືກພິນາດຈິບຫາຍ
9 ຈົ່ງຖະແຫລງຖ້ອຍຄຳໃຫ້ຜູ້ທີ່ຢູ່ໃນພຣະຣາຊວັງເມືອງອັສໂດດ ແລະປະເທດເອຢິບຊາບວ່າ, “ຈົ່ງພາກັນທ້ອນໂຮມຢູ່ກຸງຊາມາເຣັຽເສັຽກ່ອນ ເພື່ອພິຈາຣະນາເບິ່ງເຫດການວຸ້ນວາຍອັນຍິ່ງໃຫຍ່ຢູ່ທີ່ນັ້ນ ພ້ອມທັງການກົດຂີ່ຂົ່ມເຫັງທ່ມີຢູ່ໃນເມືອງນັ້ນ” 10 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນເຫລົ່ານີ້ໄດ້ຢູ່ໃນຫໍໂຮງຫລັງໃຫຍ່ທີ່ເຕັມໄປດ້ວຍເຄື່ອງຂອງທີ່ປຸ້ນແລະລັກເອົາມາ ພວກເຂົາບໍ່ຮູ້ຈັກປະພຶດຕົວຢ່າງສັດຊື່ເລີຍ 11 ເພາະສະນັ້ນ ພວກສັດຕຣູຈະມາອ້ອມປະເທດຂອງເຂົາ ແລະທຳລາຍກຳແພງປ້ອງກັນ ແລ້ວປຸ້ນເອົາສິ່ງຂອງໃນຫໍໂຮງຫລັງໃຫຍ່ນັ້ນໄປ” 12 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເມື່ອແກະຕົວນຶ່ງຖືກສິງກັດກິນ ຜູ້ລ້ຽງແກະຍາດເອົາພຽງແຕ່ຂາສອງເບື້ອງແລະຫູໃບນຶ່ງໄດ້ສັນໃດ ຝ່າຍພຣະເຈົ້າກໍຈະຊ່ອຍເຫລືອຊາວອິສຣາເອນພຽງແຕ່ສ່ວນນ້ອຍໆທີ່ອາໄສຢູ່ໃນກຸງຊາມາເຣັຽໃຫ້ພົ້ນພັຍໄດ້ສັນນັ້ນ” 13 ພຣະເຈົ້າແຫ່ງຈັກກະວານຊົງກ່າວວ່າ, “ບັດນີ້ຈົ່ງຟັງແລະບອກເຕືອນເຊື້ອສາຍຂອງຢາໂຄບວ່າ 14 ໃນມື້ທີ່ເຮົາລົງໂທດພວກອິສຣາເອນຍ້ອນຄວາມບາບຂອງເຂົາ ເຣົາຈະທຳລາຍແທ່ນບູຊາຂອງເມືອງເບັດເອນ ຄືທຳລາຍແຈທັງສີ່ຂອງແທ່ນນັ້ນ 15 ເຮົາຈະທຳລາຍເຮືອນພັກຣະດູຫນາວ ແລະເຮືອນພັກຣະດູຮ້ອນ ສ່ວນເຮືອນທີ່ຕົກແຕ່ງດ້ວຍງ່າຈະລົ້ມລົງເປັນເຮືອນຮ້າງ ແລະເຮືອນໃຫຍ່ທຸກໆຫລັງຈະຖືກທຳລາຍ”
1 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຍິງຊາວຊາມາເຣັຽເອີຍ ຈົ່ງຟັງເທີນ ພວກເຈົ້າໄດ້ອ້ວນພີເຫມືອນງົວທີ່ລ້ຽງໄວ້ຢ່າງດີ ພວກເຈົ້າຂົ່ມເຫັງຄົນອ່ອນແອ ຢຽບຢໍ່າຄົນຈົນ ແລະບອກຜົວໃຫ້ເອົາເຫລົ້າມາກິນ” 2 ຍ້ອນພຣະຜູ້ເປັນເຈົ້າຊົງບໍຣິສຸດ ພຣະອົງຈຶ່ງຊົງກ່າວຢ່າງເດັດຂາດວ່າ “ວັນທັງຫລາຍຈະມາເຖິງຢ່າງແນ່ນອນ ຄືພວກສັດຕຣູຈະເອົາຂໍເກາະລາກແກ່ພວກເຈົ້າໄປ ແຕ່ລະຄົນໃນພວກເຈົ້າຈະເປັນເຫມືອນປາຖືກເບັດ 3 ແລ້ວພວກເຈົ້າຈະຖືກໂຍນອອກໄປທາງບ່ອນກຳແພງທີ່ແຕກເພ ແລະຈະຖືກໂຍນຖິ້ມອອກນອກ” ນີ້ແຫລະ, ຄືຖ້ອຍຄຳທີ່ພຣະຜູ້ເປັນເຈົ້າຊົງກ່າວໄວ້
ພວກອິສຣາເອນບໍ່ເຂົ້າໃຈຄຳສອນຂອງພຣະຜູ້ເປັນເຈົ້າ
4 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຊາວອິສຣາເອນເອີຍ, ໃຫ້ພາກັນໄປເຣັດຜິດສາ ຄືເຮັດໃນສະຖານທີ່ສັກສິດທີ່ເມືອງເບັດເອນ ແລະໄປເຮັດຜິດທີ່ເມືອງກິນການຫລາຍກວ່າເກົ່າອີກ ໃຫ້ພວກເຈົ້ານຳເອົາສັດມາຖວາຍທຸກໆມື້ໃນຕອນເຊົ້າ ແລະທຸກໆສາມມື້ໃດໃຫ້ນຳເອົາສິ່ງຂອງນຶ່ງສ່ວນສິບຂອງເຈົ້າເຂົ້າມາຖວາຍຄືກັນ 5 ໃຫ້ເອົາເຂົ້າຈີ່ມາຖວາຍເປັນການຂອບພຣະຄຸນແລະໃຫ້ຖວາຍຕາມໃຈສມັກຂອງພວກເຈົ້າສາ ເພາະພວກເຈົ້າອວດຕົວ ແລະການເຮັດຢ່າງນີ້ມັນກໍຖືກໃຈພວກເຈົ້າ” 6 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ແມ່ນເຮົາຜູ້ດຽວເທົ່ານັ້ນທີ່ນຳເອົາຄວາມອຶດຢາກມາສູ່ເມືອງທັງຫລາຍຂອງພວກເຈົ້າ ເພື່ອວ່າບໍ່ໃຫ້ພວກເຈົ້າມີອາຫານກິນ ແຕ່ພວກເຈົ້າກໍບໍ່ຍອມກັບຄືນມາຫາເຮົາ 7 ເຮົາບໍ່ໄດ້ອະນຸຍາດໃຫ້ຝົນຕົກຕາມຕົ້ນເຂົ້າຕ້ອງການ ເຮົາໄດ້ເຮັດໃຫ້ຝົນຕົກລົງໃສ່ແຕ່ບາງເມືອງເທົ່ານັ້ນ ໂດຍບໍ່ໃຫ້ຕົກໃສ່ເມືອງອື່ນ ສ່ວນຕາມທົ່ງນາກໍຈະຖືກຝົນຕົກລົງເປັນບາງບ່ອນ ແຕ່ວ່າບ່ອນໃດທີ່ບໍ່ມີນ້ຳຝົນ ຜົນລະປູກກໍບໍ່ງອກງາມຂຶ້ນໄດ້ ຍ້ອນຂາດນ້ຳ 8 ປະຊາຊົນໃນສອງສາມຫົວເມືອງກໍພາກັນໄປຊອກຫາດື່ມນ້ຳໃນເມືອງໃກ້ຄຽງ ແຕ່ນ້ຳກໍບໍ່ມີພຽງພໍຈະກິນ ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຣົາ” 9 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາໄດ້ໃຫ້ພຍາດນາໆຊະນິດຂອງຕົ້ນໄມ້ ຄືເພັ້ຽດຳແລະເພັ້ຽແດງມາທຳລາຍຜົນລະປູກຂອງພວກເຈົ້າ ຝູງຕັກແຕນໄດ້ກິນຜັກແລະຕົ້ນອະງຸ່ນຂອງພວກເຈົ້າ ພ້ອມທັງຕົ້ນເດື່ອເທດ ຕົ້ນຫມາກກອກ ແຕ່ເຖິງປານນັ້ນພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ 10 ເຣົາໄດ້ທຳໃຫ້ໂຣກລະບາດຕົກຖ້າມກາງພວກເຈົ້າ ດັ່ງທີ່ເຮົາໄດ້ທຳກັບພວກເອຢິບມາຄັ້ງນຶ່ງແລ້ວ ເຮົາໄດ້ຂ້າຊາຍຫນຸ່ມຫລາຍຄົນໃນສນາມຮົບແລະຈັບເອົາມ້າຂອງພວກເຈົ້າ ພາຍໃນຄ້າຍພັກອາໄສຂອງພວກເຈົ້າ ເຮົາໄດ້ເຮັດໃຫ້ເກີດມີກິ່ນເຫມັນເພື່ອໃຫ້ພວກເຈົ້າດົມ ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ 11 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຣົາໄດ້ທຳລາຍບາງຄົນໃນພວກເຈົ້າ ດັ່ງທຳລາຍເມືອງໂຊໂດມແລະເມືອງໂກໂມຣາ ພວກເຈົ້າປຽບເຫມືອນດົ້ນຟືນທີ່ເອົາມາຈາກກອງໄຟກຳລັງໄຫມ້ຢູ່ ເຖິງປານນັ້ນພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ 12 ດັ່ງນັ້ນ ຊາວອິສຣາເອນເອີຍ, ເຮົາກຳລັງຈະກະທຳສິ່ງເຫລົ່ານີ້ກັບພວກເຈົ້າ ດ້ວຍເຫດນີ້ ພວກເຈົ້າຈຶ່ງຕຽມຕົວເຂົ້າເຝົ້າຊ້ອງພຣະພັກແຫ່ງການພິພາກສາຂອງພຣະເຈົ້າຂອງພວກເຈົ້າ” 13 ພຣະເຈົ້າເປັນພຣະຜູ້ສ້າງພູທັງຫລາຍແລະບັນດານໃຫ້ເກີດລົມ ພຣະອົງຊົງໃຫ້ມະນຸດຮູ້ຈັກຄວາມຄິດຂອງພຣະອົງ ຊົງປ່ຽນກາງເວັນໃຫ້ເປັນກາງຄືນ ຊົງເປັນມະຫາກະສັດປົກຄອງທົ່ວທັງໂລກນີ້ ພຣະນາມຂອງພຣະອົງແມ່ນພຣະຜູ້ເປັນເຈົ້າຈັກກະວານ
ພຣະຜູ້ເປັນເຈົ້າຮຽກຮ້ອງໃຫ້ອິສຣາເອນກັບໃຈ
1 ຊາວອິສຣາເອນເອີຍ, ຈົ່ງຟັງເພງໄວ້ອາໄລນີ້ເທີນ 2 “ອິສຣາເອນເຫມືອນຍິງສາວທີ່ລົ້ມແລ້ວຈະລຸກຂຶ້ນມາອີກບໍ່ໄດ້ ນາງນອນຢຽດຢູ່ເທິງດິນໂດຍບໍ່ມີຜູ້ໃດຊ່ອຍດຶງລຸກຂຶ້ນ” 3 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເມືອງນຶ່ງໃນອິສຣາເອນ ທ່ານໄດ້ສົ່ງທະຫານພັນຄົນອອກໄປ ແຕ່ມີພຽງຮ້ອຍຄົນເທົ່ານັ້ນທີ່ກັບຄືນມາ ແລະເມືອງອື່ນໆກໍສົ່ງທະຫານຮ້ອຍຄົນອອກໄປ ແຕ່ມີພຽງສິບຄົນເທົ່ານັ້ນທີ່ໄດ້ກັບຄືນມາ” 4 ພຣະຜູ້ເປັນເຈົ້າຊົງກ່າວວ່າຕໍ່ພວກອິສຣາເອນວ່າ, “ຈົ່ງມາຫາເຮົາ ແລະພວກເຈົ້າຈະມີຊີວິດຢູ່ 5 ຢ່າພາກັນໄປນະມັສການທີ່ເມືອງເບເອີເຊບາ ແລະຢ່າໄປຊອກຫາເຮົາທີ່ເບັດເອນ ເພາະວ່າເບັດເອນຈະບໍ່ມີ ຢ່າໄປເມືອງກິນການ ເພາະວ່າຄົນໃນເມືອງນັ້ນໄດ້ຖືກເນຣະເທດຫນີຫມົດແລ້ວ” 6 ຊາວໂຢເຊັບເອີຍ, ຈົ່ງໄປຫາພຣະຜູ້ເປັນເຈົ້າ ແລ້ວພວກເຈົ້າຈະມີຊີວິດຢູ່ ຖ້າວ່າພວກເຈົ້າບໍ່ຍອມໄປ ພຣະອົງຈະກຳຈັດພວກເຈົ້າເຫມືອນໄຟເຜົາຜານ ໄຟນັ້ນຈະລຸກໄຫມ້ຊາວເບັດເອນ ແລະບໍ່ມີໃຜຈະມອດມັນໄດ້ 7 ຄວາມທຸກລຳບາກຈະເກີດຂຶ້ນກັບພວກເຈົ້າ ຜູ້ທີ່ບໍ່ສັດຊື່ແລະຜູທີ່ເຮັດໃຫ້ຜູ້ຖືກກາຍເປັນຜູ້ຜິດ 8 ພຣະຜູ້ເປັນເຈົ້າຊົງສ້າງດວງດາວ ເປັນຕົ້ນວ່າດາວລູກໄກ່ ແລະດາວໄຖ ພຣະອົງຊົງໃຫ້ຄວາມມືດກັບກາຍເປັນຄວາມສວ່າງ ແລະໃຫ້ກາງເວັນກາຍເປັນກາງຄືນ ແລ້ວພຣະອົງຊົງເອີ້ນເອົານ້ຳຂຶ້ນມາຈາກທະເລ ແລະຊົງຖອກເທນ້ຳນັ້ນລົງເທິງແຜ່ນດິນໂລກ ພຣະອົງຊົງພຣະນາມວ່າພຣະຜູ້ເປັນເຈົ້າ 9 ພຣະອົງຊົງນຳເອົາການທຳລາຍມາສູ່ບ່ອນຍາມປ້ອງກັນ ແລະທີ່ຫມັ້ນອັນສຳຄັນ 10 ພວກເຈົ້າໄດ້ກຽດຊັງຜູ້ທີ່ຍຶດຫມັ້ນຢູ່ໃນຄວາມຊອບທັມ ແລະຜູ້ທີ່ໃຫ້ການຕາມຄວາມຈິງທຸກຢ່າງຢູ່ໃນສານ 11 ພວກເຈົ້າໄດ້ຂົ່ມເຫັງຄົນທຸກຍາກ ແລະລັກເອົາເຂົ້າຂອງພວກເຂົາ ດ້ວຍເຫດນີ້ ພວກເຈົ້າຈຶ່ງໄດ້ກໍ່ເຮືອນໄວ້ແຕ່ບໍ່ມີໂອກາດຈະໄດ້ຢູ່ ຫລືບໍ່ໄດ້ດື່ມນ້ຳອະງຸ່ນທີ່ມາຈາກສວນທີ່ພວກເຈົ້າປູກໄວ້ 12 ເພາະເຣົາຮູ້ຈັກວ່າຄວາມບາບຂອງພວກເຈົ້າ ຄືຄວາມຊົ່ວຊ້າທີ່ພວກເຈົ້າໄດ້ສ້າງຂຶ້ນມານັ້ນຮ້າຍແຮງຫລາຍທີ່ສຸດ ພວກເຈົ້າບຽດບຽນຄົນດີຮັບເງິນສິນບົນແລະບໍ່ໃຫ້ຄວາມຍຸດຕິທັມແກ່ຄົນທຸກຈົນຢູ່ໃນສານ 13 ສະໄຫມນີ້ເປັນສະໄຫມຊົ່ວຊ້າ ສະນັ້ນພວກທີ່ມີຄວາມສລາດຫລັກແຫລມຈຶ່ງຕ້ອງມິດງຽບຢູ່ 14 ເພື່ອພວກເຈົ້າຈະມີຊີວິດຢູ່ຕໍ່ໄປ ຈົ່ງພຍາຍາມເຮັດແຕ່ໃນສິ່ງທີ່ຖືກຕ້ອງ ແລະຢ່າສແວງຫາຄວາມຊົ່ວ ແລ້ວພຣະເຈົ້າແຫ່ງຈັກກະວານຈະຊົງສະຖິດຢູກັບພວກເຈົ້າ ຕາມທີ່ພວກເຈົ້າໄດ້ເວົ້າອ້າງເຖິງພຣະອົງ 15 ຈົ່ງກຽດຊັງຄວາມຊົ່ວແລະຮັກແຕ່ຄວາມດີ ແລ້ວໃຫ້ການຢ່າງສັດຊື່ຢູ່ໃນສານ ບາງທີພຣະເຈົ້າແຫ່ງຈັກກະວານຈະຊົງເມດຕາຕໍ່ເຊື້ອສາຍໂຢເຊັບທີ່ຍັງເຫລືອຢູ່ນີ້ 16 ດັ່ງນັ້ນພຣະຜູ້ເປັນເຈົ້າແຫ່ງຈັກກະວານຈຶ່ງຊົງກ່າວວ່າ, “ຕໍ່ໄປຕາມຖນົນຕ່າງໆໃນເມືອງຈະມີແຕ່ການຮ້ອງໄຫ້ ແລະຄວາມຄາງດ້ວຍຄວາມທຸກລຳບາກ ພວກເຂົາຈະເອີ້ນຄົນຕາມເຂດຊົນນະບົດ ມາຮ່ວມຮ້ອງໄຫ້ຄວນຄາງດ້ວຍກັນກັບຜູ້ທີ່ຮັບຈ້າງຮ້ອງໄຫ້ນັ້ນ 17 ແລ້ວການຮ້ອງໄຫ້ຄວນຄາງກໍຈະເກີດຂຶ້ນໃນສວນອະງຸ່ນທຸກໆແຫ່ງ ເພາະວ່າເຮົາຈະມາລົງໂທດພວກເຈົ້າ” ພຣະຜູ້ເປັນເຈົ້າຊົງກ່າວໄວ້ດັ່ງນີ້ 18 ໃນມື້ນັ້ນ ຄວາມທຸກລຳບາກຈະເກີດຂຶ້ນ ແກ່ຜູ້ທີ່ຄອຍຖ້າວັນຂອງພຣະຜູ້ເປັນເຈົ້າ ມື້ນັ້ນຈະມີຫຍັງດີສຳລັບພວກເຈົ້າ ເພາະວ່າມື້ນັ້ນຈະເປັນມື້ແຫ່ງຄວາມມືດມົນ ແລະບໍ່ແມ່ນມື້ແຫ່ງແສງສວ່າງ 19 ມື້ນັ້ນຈະເປັນເຫມືອນຄົນທີ່ແລ່ນປົບຫນີຈາກສິງແລວໄປພົບຫມີ ຫລືກັບຄືນເມືອເຮືອນແລ້ວເອົາມືຂົ່ມໃສ່ຝາເຮືອນຖືກງູກັດ 20 ມື້ຂອງພຣະຜູ້ເປັນເຈົ້າຈະນຳເອົາຄວາມມືດມົນມາ ບໍ່ແມ່ນນຳເອົາແສງສວ່າງ ມັນເປັນມື້ແຫ່ງຄວາມໂສກເສົ້າໂດຍບໍ່ມີແສງສວ່າງເກີດຂຶ້ນເລີຍ 21 ເຮົາກຽດຊັງງານສລອງສາສນາຂອງພວກເຈົ້າ ເຮົາບໍ່ພໍໃຈໃນການຢ່າງນີ້ 22 ເວລາເຈົ້ານຳເອົາເຄື່ອງເຜົາບູຊາແລະຜົນລະປູກມາຖວາຍໃຫ້ເຮົາ ເຮົາຈະບໍ່ຍອມຮັບເອົາ ແລະສົດໂຕຕຸ້ຍໆທີ່ພວກເຈົ້ານຳມາຖວາຍບູຊາຂອບພຣະຄຸນ ເຮົາກໍຈະບໍ່ຍອມຮັບເອົາ 23 ຈົ່ງເຊົາຮ້ອງເພງ ເຮົາບໍ່ຢາກຟັງເຄື່ອງເສບດົນຕຣີຂອງພວກເຈົ້າ 24 ຈົ່ງໃຫ້ຄວາມສັດຊື່ ແລະຄວາມຊອບທັມຫລັ່ງໄຫລໄປຢ່າງສະບາຍ ເຫມືອນດັ່ງສາຍລຳນ້ຳທີ່ບໍ່ມີວັນແຫ້ງຫມົດໄປ 25 ຊາວອິສຣາເອນເອີຍ, ໃນເວລາຢູ່ໃນຖິ່ນກັນດານສີ່ສິບປີນັ້ນ ພວກເຈົ້າບໍ່ໄດ້ນຳເອົາເຄື່ອງບູຊາຖວາຍແກ່ເຮົາແມ່ນບໍ? 26 ແຕ່ຕໍ່ໄປນີ້ພວກເຈົ້າຈະຖືເອົາຮູບເຄົາຣົບ ຄືຊັກກຸທ ແລະໄກວານ ຊຶ່ງພວກເຈົ້າໄດ້ສ້າງຂຶ້ນມາສຳລັບຕົນເອງ 27 ແລະເຮົາຈະເນຣະເທດພວກເຈົ້າອອກຫນີໄປກາຍເມືອງດາມັສກັສ” ພຣະຜູ້ເປັນເຈົ້າຜູ້ຊົງພຣະນາມວ່າ ພຣະເຈົ້າແຫ່ງຈັກກະວານໄດ້ຊົງກ່າວໄວ້ດັ່ງນີ້ແຫລະ
ພວກອິສຣາເອນຖືກທຳລາຍ
1 ພວກເຈົ້ານາຍໃນຣາຊອານາຈັກອັນຍິ່ງໃຫຍ່ຂອງອິສຣາເອນ ຄືຜູ້ທີ່ໃຊ້ຊີວິດຢ່າງສນຸກສະບາຍໃນເມືອງຊີໂອນ ຜູ້ທີ່ຢູ່ຢ່າງປອດພັຍທີ່ກຸງຊາມາເຣັຽ ແລະຜູ້ທີ່ປະຊາຊົນໄດ້ໄປຂໍຄວາມຊ່ອຍເຫລືອ ຈະໄດ້ຮັບຄວາມທຸກຍາກລຳບາກ ຈົ່ງໄປເບິ່ງເມືອງການເນແລະນະຄອນຮາມັທ 2 ແລ້ວລົງໄປເມືອງກາດ ຊຶ່ງເປັນເມືອງຂອງພວກຟີລິສຕິນ ບ່ອນເຫລົ່ານີ້ດີກວ່າຣາຊອານາຈັກຢູດາແລະອິສຣາເອນຫລືບໍ? ແລະເຂົາດິນແດນເຫລົ່ານີ້ໃຫຍ່ກວ່າເຂດແດນຂອງພວກເຈົ້າຫລືບໍ? 3 ພວກເຈົ້າພຍາຍາມຢັບຢັ້ງບໍ່ໃຫ້ຄວາມຫລົ້ມຈົມມາຮອດພວກເຈົ້າໄວ ແຕ່ພວກເຈົ້າກໍຍັງສນັບສນຸນຄົນເຮັດຊົ່ວຢູ່ 4 ຄວາມທຸກລຳບາກຈະເກີດແກ່ພວກເຈົ້າຜູ້ທີ່ນອນເທິງຕຽງທີ່ຕົກແຕ່ງດ້ວຍງາຊ້າງຢ່າງສຸກສະບາຍ ທີ່ນອນຢຽດຢ່າງມີຄວາມສຸກທີ່ເທິງເກົ້າອີ້ນວມ ແລະຈັດງານລ້ຽງດ້ວຍອາຫານຊັ້ນດີ ຄືຊີ້ນງົວແລະຊີ້ນແກະຊະນິດທີ່ນຶ່ງ 5 ພວກເຈົ້າມັກແຕ່ງເພງຮ້ອງຫລິ້ນດ້ວຍພິນດັ່ງດາວິດ ແລະປະດິດເຄື່ອງດົນຕຣີ 6 ດື່ມເຫລົ້າແລະທານ້ຳມັນຫອມຢ່າງດີ ບໍ່ໄດ້ເສົ້າເສັຽໃຈຕໍ່ການຮ້າງເປົ່າຂອງຣາຊອານາຈັກອິສຣາເອນເລີຍ 7 ດັ່ງນັ້ນພວກເຈົ້າຈະເປັນຜູ້ທໍາອິດທີ່ຖືກເນຣະເທດ ສ່ວນການກິນລ້ຽງຕ່າງໆຈະບໍ່ມີອີກຕໍ່ໄປ 8 ພຣະຜູ້ເປັນເຈົ້າຊົງສາບານໄວ້ຢ່າງຫນັກແຫນ້ນ ພຣະເຈົ້າແຫ່ງຈັກກະວານຊົງກ່າວວ່າ, “ເຮົາກຽດຊັງຄວາມຈອງຫອງຂອງພວກອິສຣາເອນ ແລະກຽດຊັງຫໍໂຮງໃຫຍ່ຂອງພວກເຂົາ ເຮົາຈະມອບເມືອງນີ້ກັບທຸກໆສິ່ງໃນເມືອງນີ້ໄວ້ໃນກຳມືຂອງສັດຕຣູ 9 ຖ້າຫາກວ່າໃນຄອບຄົວນຶ່ງມີຄົນຢູ່ສິບຄົນ ພວກເຂົາຈະຕ້ອງຕາຍຫມົດ 10 ເວລາທີ່ຍາດພີ່ນ້ອງຂອງຜູ້ຕາຍຜູ້ນຶ່ງມາເອົາສົບໄປຈູດ ເຂົາໄດ້ຮ້ອງຫາຜູ້ທີ່ກຳລັງລີ້ຢູ່ໃນແຈເຮືອນນັ້ນວ່າ, “ຢູ່ນີ້ມີຄົນຕາຍອີກບໍ?” ຜູ້ລີ້ນັ້ນກໍຕອບວ່າ “ບໍ່ມີດອກ” ແລະບອກຜູ້ຖາມອີກວ່າ “ຢ່າປາກເດີ ພວກເຮົາຕ້ອງລະວັງ ຢ່າໃຫ້ຜູ້ໃດອອກພຣະນາມຂອງພຣະຜູ້ເປັນເຈົ້າ” 11 ເມື່ອພຣະຜູ້ເປັນເຈົ້າຊົງອອກຄຳສັ່ງແລ້ວ ເຮືອນໃຫຍ່ແລະເຮືອນນ້ອຍທັງຫລາຍຈະຖືກເພພັງລົງເປັນທ່ອນໆ 12 ຝູງມ້າຈະແລ່ນຂຶ້ນຫນ້າຜາບໍ ແລະພວກຄົນຈະເອົາງົວໄປໄຖນ້ຳທະເລບໍ ແຕ່ພວກເຈົ້າກໍຍັງປ່ຽນຄວາມຍຸດຕິທັມເປັນຄວາມອະທັມ ແລະເຣັດໃຫ້ຄວາມຖືກຕ້ອງກາຍເປັນຄວາມຜິດ 13 ພວກເຈົ້າທັງຫລາຍຍິນດີຍ້ອນຍຶດເອົາເມືອງໂລເດບາຣ໌ໄດ້ ແລະຍັງເວົ້າວ່າ, “ພວກເຮົາມີກຳລັງພຽງພໍທີ່ຈະຍຶດເອົາເມືອງກາຣ໌ນາອິມອີກ” 14 ພຣະເຈົ້າແຫ່ງຈັກກະວານຊົງກ່າວຕອບວ່າ, “ຊາວອິສຣາເອນເອີຍ, ເຣົາກຳລັງຈະສົ່ງຊົນຊາດນຶ່ງມາຕໍ່ສູ້ພວກເຈົ້າ ພວກເຂົາຈະກົດຂີ່ຂົ່ມເຫັງພວກເຈົ້າຕັ້ງແຕ່ທາງຫວ່າງພູເລໂບຮາມັທຈົນເຖິງຮ່ອມພູອາຣາບາ
ພຣະເຈົ້າຊົງໃຫ້ອາໂມສເຫັນຕັກແຕນທາງນິມິດ
1 ພຣະຜູ້ເປັນເຈົ້າຊົງສະແດງໃຫ້ຂ້າພະເຈົ້າເຫັນນິມິດ ຄືຂ້າພະເຈົ້າໄດ້ເຫັນພຣະອົງຊົງບັນດານໃຫ້ຝູງຕັກແຕນກິນຫຍ້າທີ່ກໍາລັງປົ່ງໃຫມ່ 2 ຫລັງຈາກການເກັບກ່ຽວຖວາຍໃຫ້ເຈົ້າຊີວິດແລ້ວ ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນຝູງຕັກແຕນກິນຫມົດທຸກຢ່ງທີ່ມີສີຂຽວສົດຢູ່ໃນເຂດແດນນັ້ນ ຂ້າພະເຈົ້າຈຶ່ງເວົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍໂຜດອະພັຍໃຫ້ແກ່ໄພ່ພົນຂອງພຣະອົງເທີນ ພວກນີ້ຈະສືບຊີວິດຕໍ່ໄປໄດ້ຢ່າງໃດ ເພາະວ່າພວກເຂົາຍັງເປັນກຸ່ມນ້ອຍແລະກຸ່ມອ່ອນແອຢູ່” 3 ຕໍ່ມາ ພຣະຜູ້ເປັນເຈົ້າຊົງປ່ຽນພຣະທັຍແລະຊົງກ່າວວ່າ, “ສິ່ງທີ່ເຈົ້າໄດ້ເຫັນນັ້ນຈະບໍ່ບັງເກີດຂຶ້ນມາ”
ພຣະເຈົ້າຊົງໃຫ້ອາໂມສເຫັນໄຟທາງນິມິດ
4 ພຣະຜູ້ເປັນເຈົ້າຊົງສະແດງໃຫ້ຂ້າພະເຈົ້າເຫັນນິມິດຢ່າງນີ້ ຄືຂ້າພະເຈົ້າໄດ້ເຫັນພຣະອົງຊົງຈັດຕຽມການລົງໂທດໄພ່ພົນຂອງພຣະອົງ ໄຟໄດ້ລຸກໄຫມ້ມະຫາສະຫມຸດຢູ່ໃຕ້ພື້ນໂລກ ແລະເລີ້ມໄຫມ້ຜືນແຜ່ນດິນ 5 ຄັນແລ້ວຂ້າພະເຈົ້າໄດ້ເວົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງໂຜດໃຫ້ເຫດການນີ້ຍຸດຕິລົງເທີນ ພວກໄພ່ພົນຂອງພຣະອົງຈະສືບຊີວິດຕໍ່ໄປໄດ້ຢ່າງໃດ ເພາະວ່າພວກເຂົາຍັງເປັນກຸ່ມນ້ອຍແລະອ່ອນແອຢູ່” 6 ຝ່າຍພຣະຜູ້ເປັນເຈົ້າກໍຊົງປ່ຽນພຣະທັຍແລະກ່າວວ່າ, “ສິ່ງນີ້ຈະບໍ່ບັງເກີດຂຶ້ນມາອີກເຫມືອນກັນ”
ພຣະເຈົ້າຊົງໃຫ້ອາໂມສເຫັນສາຍເນັ່ງທາງນິມິດ
7 ພຣະຜູ້ເປັນເຈົ້າຊົງສະແດງໃຫ້ຂ້າພະເຈົ້າເຫັນນິມິດຢ່າງນີ້ ຄືຂ້າພະເຈົ້າໄດ້ເຫັນພຣະອົງຊົງຢືນຢູ່ເທິງກຳແພງທີ່ສ້າງຂຶ້ນດ້ວຍການໃຊ້ສາຍເນັ່ງ ແລະພຣະອົງກໍຊົງຖືສາຍເນັ່ງນັ້ນໄວ້ໃນພຣະຫັດ 8 ແລ້ວພຣະອົງຊົງຖາມຂ້າພະເຈົ້າວ່າ, “ອາໂມສເອີຍ, ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນສາຍເນັ່ງ” ແລ້ວພຣະອົງຊົງກ່າວວ່າ, “ຈົ່ງເບິ່ງນີ້ເທີນ ເຮົາກຳລັງໃຊ້ມັນເພື່ອສະແດງເຖິງຄວາມຜິດຂອງໄພ່ພົນທີ່ກະທຳມາ ເຮົາຈະປ່ຽນໃຈໃນການລົງໂທດພວກເຂົາ 9 ບ່ອນທີ່ເຊື້ອສາຍຂອງອີຊາກນະມັສການຈະຖືກທຳລາຍລົງ ແລະບ່ອນສັກສິດຂອງພວກອິສຣາເອນຈະຮ້າງເປົ່າ ເພາະວ່າເຣົາຈະໃຫ້ເສິກເກີດຂຶ້ນ ຕໍ່ສູ້ຄອບຄົວຂອງເຈົ້າຊີວິດເຢໂຣໂບອາມອາມາຊີຢາຣາຍງານຕໍ່ເຈົ້າຊີວິດ 10 ຄັນຕໍ່ມາ ອາມາຊີຢາປະໂຣຫິດຂອງເມືອງເບັດເອນ ໄດ້ຣາຍງານໃຫ້ເຢໂຣໂບອາມເຈົ້າຊີວິດຂອງຊາວອິສຣາເອນຊາບວ່າ ອາໂມສກຳລັງມີແຜນອຸບາຍກະບົດຕໍ່ສູ້ພຣະອົງຢູ່ໃນອິສຣາເອນ ຄວາມເວົ້າຂອງເຂົາຈະທຳລາຍປະເທດນີ້ 11 ເຂົາເວົ້າວ່າ, “ເຢໂຣໂບອາມຈະຕ້ອງຕາຍຢູ່ໃນສະຫນາມຮົບ ແລະພວກອິສຣາເອນຈະຕ້ອງຖືກເນຣະເທດອອກຈາກແຜ່ນດິນຂອງພວກເຂົາ” 12 ອາມາຊີຢາຈຶ່ງເວົ້າຕໍ່ອາໂມສວ່າ, “ຫມໍມໍເອີຍ, ຈົ່ງກັບຄືນເມືອຣາຊອານາຈັກຢູດາ ແລະຫາລ້ຽງຊີບດ້ວຍການປະກາດພຣະທັມຢູ່ທີ່ນັ້ນເທີນ ຢ່າປະກາດພຣະທັມຢູ່ທີ່ເມືອງເບັດເອນນີ້ເລີຍ 13 ເພາະວ່າເປັນບ່ອນເຈົ້າຊີວິດນະມັສການ ແລະເປັນວິຫານຂອງປະເທດຊາດ” 14 ອາໂມສຈຶ່ງຕອບວ່າ, “ຂ້າພະເຈົ້າບໍ່ແມ່ນຜູ້ປະກາດພຣະທັມ ແລະການປະກາດພຣະທັມນີ້ບໍ່ແມ່ນຫນ້າທີ່ຂອງຂ້າພະເຈົ້າ ຂ້າພະເຈົ້າເປັນຄົນລ້ຽງສັດແລະເປັນຜູ້ປູກຫມາກເດື່ອເທດເທົ່ານັ້ນ 15 ແຕ່ວ່າພຣະຜູ້ເປັນເຈົ້າໄດ້ໃຫ້ຂ້າພະເຈົ້າເຊົາລ້ຽງແກະຊຶ່ງເປັນວຽກຂອງຂ້າພະເຈົ້າ ແລະຊົງໃຫ້ຂ້າພະເຈົ້າໄປເປັນຜູ້ເວົ້າຕໍ່ພວກອິສຣາເອນໄພ່ພົນຂອງພຣະອົງຕາງພຣະອົງ 16 ດ້ວຍເຫດນີ້ ຈົ່ງຟັງຖ້ອຍຄຳຂອງພຣະຜູ້ເປັນເຈົ້າເທີນ ທ່ານບອກໃຫ້ຂ້າພະເຈົ້າເຊົາປະກາດພຣະທັມຕໍ່ສູ້ພວກອິສຣາເອນ ແລະບໍ່ໃຫ້ເວົ້າໂຈມຕີເຊື້ອສາຍອີຊາກ 17 ເພາະສະນັ້ນ ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເມັຽຂອງທ່ານຈະເປັນຍິງໂສເພນີໃນເມືອງນີ້ ບຸດຊາຍຍິງຂອງເຈົ້າຈະຖືກຂ້າຢູ່ໃນສົງຄາມ ແລະຜືນແຜ່ນດິນຂອງເຈົ້າຈະຖືກແບ່ງປັນໃຫ້ຄົນອື່ນ ແລ້ວເຈົ້າຈະຕາຍຢູ່ໃນດິນແດນຂອງຄົນນອກສາສນາ ຝ່າຍປະຊາຊົນອິສຣາເອນຈະຖືກເນຣະເທດອອກຈາກແຜ່ນດິນຂອງພວກເຂົາ”
ພຣະເຈົ້າຊົງໃຫ້ອາໂມສເຫັນກະຕ່າຫມາກໄມ້ທາງນິມິດ
1 ພຣະຜູ້ເປັນເຈົ້າຊົງສະແດງໃຫ້ຂ້າພະເຈົ້າເຫັນນິມິດດັ່ງນີ້ ຄືຂ້າພະເຈົ້າໄດ້ເຫັນກະຕ່າຫມາກໄມ້ 2 ພຣະຜູ້ເປັນເຈົ້າໄດ້ຊົງກ່າວວ່າ “ອາໂມສ ເຈົ້າໄດ້ເຫັນຫຍັງ?” ຂ້າພະເຈົ້າຕອບວ່າ, “ກະຕ່າຫມາກໄມ້” ພຣະຜູ້ເປັນເຈົ້າຊົງກ່າວກັບຂ້າພະເຈົ້າວ່າ “ມື້ສຸດທ້າຍຂອງອິສຣາເອນໄພ່ພົນຂອງເຮົາຫມຸນວຽນມາຮອດແລ້ວ ເຮົາຈະບໍ່ປ່ຽນພຣະທັຍໃນການລົງໂທດພວກເຂົາ 3 ໃນວັນນັ້ນສຽງຮ້ອງເພງໃນພຣະຣາຊວັງກໍຈະກາຍເປັນສຽງໂອ່ຍຄາງ ແລະຈະມີຊາກສົບຄົນຕາຍຢູ່ທຸກໆບ່ອນ ແຕ່ຈະບໍ່ມີຜູ້ໃດຈົ່ມເປັນທຸກເສັຽໃຈເລີຍ” 4 ຈົ່ງຟັງເດີ ພວກທີ່ຢຽບຢ່ຳຄົນຂັດສົນ ແລະພຍາຍາມທຳລາຍຄົນທຸກຍາກຢູ່ໃນປະເທດນີ້ 5 ພວກເຈົ້າເວົ້າກັບຕົວເອງວ່າ, “ເພື່ອຈະຂາຍເຂົ້າຂອງເຮົາ ພວກເຮົາເກືອບບໍ່ສາມາດລໍຄອຍຖ້າໃຫ້ຫມົດວັນພັກເຫລົ່ານີ້ໄດ້ ຍັງດົນປານໃດວັນພັກຈະຫມົດໄປ ເພາະວ່າພວກເຮົາຈະເອົາເຂົ້າບເລອອກໄປຂາຍ ແລ້ວພວກເຮົາຈະຕ້ອງໂກ່ງຣາຄາແພງໆ ແລະໃຊ້ເຄື່ອງຜອງແບບດັດແປງເອົາເອງເພື່ອສໍ້ໂກງຜູ້ມາຊື້ 6 ພວກເຮົາຈະຊື້ເອົາຄົນທຸກຍາກມາເປັນທາດໃນຣາຄາເທົ່າກັບເກີບຄູ່ດຽວ ແລະພວກເຮົາຈະຂາຍເຂົ້າບເລທີ່ບໍ່ດີໃນຣາຄາແພງໆ” 7 ພຣະຜູ້ເປັນເຈົ້າຂອງພວກອິສຣາເອນຊົງກ່າວຢ່າງເດັດຂາດວ່າ, “ເຮົາຈະບໍ່ລືມການກະທຳອັນຊົ່ວຊ້າຂອງພວກເຂົາ 8 ດັ່ງນັ້ນ ໂລກນີ້ຈະສະທ້ານຫວັ່ນໄຫວ ແຜ່ນດິນຈະພຸ່ງຂຶ້ນແລະເຈື່ອນລົງດັ່ງດຽວກັບແມ່ນ້ຳນິນ ທຸກໆຄົນໃນຜືນແຜ່ນດິນຈະຕ້ອງໂສກເສົ້າເສັຽໃຈ 9 ໃນວັນນັ້ນ ເຮົາຈະໃຫ້ຕາເວັນຕົກໃນເວລາທ່ຽງວັນ ແລະໂລກຈະມືດມົນ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ 10 ເຮົາຈະໃຫ້ງານສລອງຕ່າງໆກາຍເປັນງານແຫ່ສົບແລະຈະປ່ຽນແປງເພງສນຸກສນານໃຫ້ເປັນສຽງຮ້ອງໄຫ້ທີ່ໂສກເສົ້າເສັຽໃຈ ເຮົາຈະໃຫ້ພວກເຈົ້ານຸ່ງເຄື່ອງໄວ້ທຸກແລະແຖຜົມ ພວກເຈົ້າຈະເປັນເຫມືອນດັ່ງພໍ່ແມ່ທີ່ເສົ້າເສັຽໃຈນຳລູກຊາຍໂທນທີ່ຕາຍໄປ ໃນວັນນັ້ນຈະມີແຕ່ຄວາມຂົມຂື່ນຕລອດໄປ 11 ເວລາທີ່ເຮົາຈະໃຫ້ການອຶດຢາກເກີດຂຶ້ນໃນແຜ່ນດິນກໍເຂົ້າມາໃກ້ແລ້ວ ປະຊາຊົນຈະອຶດຢາກ ແຕ່ບໍ່ແມ່ນຫິວເຂົ້າຈີ່ຫລືນ້ຳ ແຕ່ພວກເຂົາຈະອຶດຫິວພຣະຄຳທີ່ມາຈາກພຣະເຈົ້າ ເຮົາພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ 12 ປະຊາຊົນຈະໄປທ່ອງທ່ຽວໄປມາຢ່າງອິດເມື່ອຍແຕ່ເຫນືອຕລອດໃຕ້ ຈາກທິດຕາເວັນອອກຈົນເຖິງທິດຕາເວັນຕົກ ຈົນເຖິງທຸກທີ່ທຸກບ່ອນ ເພື່ອຊອກຫາພຣະຄຳທີ່ມາຈາກພຣະຜູ້ເປັນເຈົ້າ 13 ແຕ່ພວກເຂົາຈະບໍ່ພົບ ໃນວັນນັ້ນຜູ້ສາວທີ່ສວຍງາມ ແລະຊາຍຫນຸ່ມທັງຫລາຍຈະລົ້ມສະຫລົບລົງຍ້ອນການຫິວນ້ຳ 14 ສ່ວນຜູ້ທີ່ສາບານດ້ວຍຮູບເຄົາຣົບຂອງກຸງຊາມາເຣັຽທີ່ວ່າ ໃນນາມພຣະເຈົ້າຂອງເມືອງດານ ຫລືໃນນາມພຣະເຈົ້າຂອງເມືອງເບເອີເຊບາ ປະຊາຊົນເຫລົ່ານີ້ຈະຈິບຫາຍຫມົດ”
ພຣະເຈົ້າຊົງຕັດສິນພວກອິສຣາເອນ
1 ຂ້າພະເຈົ້າໄດ້ເຫັນພຣະຜູ້ເປັນເຈົ້າຊົງຢືນຢູ່ຂ້າງແທ່ນບູຊາ ພຣະອົງຊົງສັ່ງວ່າ, “ຈົ່ງທຸບຕີຍອດເສົາວິຫານ ເພື່ອໃຫ້ທົ່ວທັງລະບຽງສະທ້ານຫວັ່ນໄຫວ ແລະໃຫ້ເສົາຫັກລົງເປັນທ່ອນໆທັບຫົວປະຊາຊົນ ສ່ວນເຮົາຈະຂ້າທຸກໆຄົນທີ່ເຫລືອນັ້ນໃນສະຫນາມຮົບ ໂດຍບໍ່ໃຫ້ຜູ້ນຶ່ງຜູ້ໃດແລ່ນປົບຫນີໄປໄດ້ ເຖິງວ່າພວກເຂົາຈະຂຸດຄົ້ນຊ່ອງທາງໄປສູ່ພິພົບຄົນຕາຍ 2 ເຣົາກໍຈະລັດຈັບເອົາພວກເຂົາຄືນມາ ຖ້າພວກເຂົາຂຶ້ນເມືອຟ້າສວັນເຮົາກໍຈະດຶງເຂົາລົງມາ 3 ຖ້າວ່າພວກເຂົາຈະລີ້ຢູ່ເທິງຍອດພູກາຣ໌ເມນ ເຮົາກໍຈະຄົ້ນຫາແລະຈັບເອົາເຂົາມາ ເຖິງຖ້າວ່າພວກເຂົາລີ້ເຣົາຢູ່ພື້ນນ້ຳທະເລ ເຮົາກໍຈະສັ່ງນາກໃນທະເລກັດກິນເຂົາ 4 ແລະຖ້າວ່າພວກເຂົາເປັນຊະເລີຍເສິກຂອງສັດຕຣູ ເຮົາກໍຈະອອກຄຳສັ່ງໃຫ້ສັດຕຣູຂ້າເຂົາ ເຣົາໄດ້ຕັດສິນໃຈທຳລາຍເຂົາ ແລະບໍ່ໄດ້ຊ່ອຍເຫລືອເຂົາ” 5 ພຣະເຈົ້າແຫ່ງຈັກກະວານໄດ້ແຕະຕ້ອງແຜ່ນດິນໂລກໃຫ້ເຈື່ອນເພພັງລົງ ແຜ່ນດິນຈະພຸ່ງຂຶ້ນ ແລະເຈື່ອນລົງດັ່ງດຽວກັບແມ່ນ້ຳນິນ ທຸກໆຄົນທີ່ອາໄສຢູ່ກໍໂສກເສົ້າເສັຽໃຈ 6 ພຣະຜູ້ເປັນເຈົ້າຊົງສ້າງພຣະຣາຊວັງຂອງພຣະອົງຢູ່ເທິງສວັນ ແລະໃຫ້ວົງໂຄ້ງຂອງທ້ອງຟ້າກວມໂລກຢູ່ ພຣະອົງຊົງເອີ້ນເອົານ້ຳຂຶ້ນທະເລ ແລະຊົງຖອກເທນ້ຳນັ້ນລົງເທິງແຜ່ນດິນໂລກ ພຣະອົງຊົງພຣະນາມວ່າ ພຣະຜູ້ເປັນເຈົ້າ 7 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຊາວອິສຣາເອນເອີຍ, ເຮົາໄດ້ປະຕິບັດຕໍ່ພວກເຈົ້າດັ່ງໄດ້ປະຕິບັດຕໍ່ພວກເອທິໂອເປັຽ ເຮົາໄດ້ພາພວກຟີລິສຕິນອອກຈາກເກາະຄັຟໂຕຣ໌ ແລະພາພວກຊີເຣັຽອອກຈາກເມືອງກີຣ໌ ດັ່ງດຽວກັນກັບທີ່ເຮົາໄດ້ນຳພາພວກເຈົ້າອອກຈາກປະເທດເອຢິບ 8 ເຮົາກຳລັງສັງເກດເບິ່ງຣາຊອານາຈັກອິສຣາເອນ ທີ່ເຕັມໄປດ້ວຍຄວາມບາບແລະຈະທຳລາຍມັນ ແຕ່ວ່າຈະບໍ່ທຳລາຍຫມົດຈາກແຜ່ນດິນໂລກນີ້” 9 ຍ້ອນຄຳສັ່ງຂອງເຮົາ ເຮົາຈະຮ່ອນພວກອິສຣາເອນໃຫ້ກະວົນກະວາຍຢູ່ຖ້າມກາງຊົນຊາດຕ່າງໆ ເຫມືອນຮ່ອນເຂົ້າຢູ່ໃນກະດົ້ງເຂິງ ເພື່ອແຍກຜູ້ທີ່ບໍ່ມີຄຸນຄ່າອອກ 10 ຜູ້ທີ່ເຮັດຜິດຢູ່ຖ້າມກາງປະຊາຊົນຂອງເຮົາ ທີ່ຍັງເວົ້າວ່າ “ພຣະເຈົ້າຈະບໍ່ໃຫ້ໄພອັນຕະຣາຍຢ່າງໃດມາໃກ້ພວກເຮົາ ຄົນເຫລົ່ານີ້ຈະຕ້ອງຖືກຂ້າ 11 ໃນວັນນັ້ນ ເຮົາຈະສ້າງຄອບຄົວດາວິດ ຊຶ່ງເປັນເຫມືອນເຮືອນທີ່ຮ້າງເພພັງຂຶ້ນໃຫມ່ ເຮົາຈະແປງຝາເຮືອນນັ້ນ ແລະສ້າງເຮືອນໃຫ້ມີສະພາບເຫມືອນແຕ່ກ່ອນ 12 ດັ່ງນັ້ນພວກອິສຣາເອນຈະໄດ້ຍຶດຄອງພວກທີ່ຍັງເຫລືອຢູ່ໃນປະເທດເອໂດມ ແລະຊົນຊາດອື່ນໆທີ່ເປັນຝ່າຍເຣົາມາກ່ອນ ພຣະຜູ້ເປັນເຈົ້າຜູ້ຊົງໃຫ້ສິ່ງນີ້ບັງເກີດຂຶ້ນມາໄດ້ກ່າວໄວ້ດັ່ງນີ້ແຫລະ 13 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ວັນນັ້ນກຳລັງມາ ເມື່ອຊາວນາໄຖນາໃນຂນະທີ່ຄົນພວກອື່ນຍັງກຳລັງເກັບກ່ຽວຢູ່ ແລະຜູ້ທີ່ບີບເອົານ້າອະງຸ່ນກໍກຳລັງບີບຢູ່ ໃນເວລາຜູ້ຫວ່ານເຂົ້າເລີ້ມຕົ້ນຫວ່ານໃຫມ່ ນ້ຳອະງຸ່ນຈະຍ້ອຍລົງຈາກພູເຂົາ ແລະຈະໄຫລລົງຈາກພູນ້ອຍ 14 ເຣົາຈະນຳເອົາປະຊາຊົນຂອງເຮົາກັບຄືນສູ່ແຜ່ນດິນຂອງພວກເຂົາ ພວກເຂົາຈະກໍ່ສ້າງເມືອງຮ້າງຂຶ້ນໃຫມ່ ແລະອາໄສຢູ່ທີ່ນັ້ນ ຈະເຮັດສວນອະງຸ່ນແລະດື່ມເຫລົ້າອະງຸ່ນ ຈະເຮັດສວນແລະກິນຜົນລະປູກນັ້ນ 15 ເຣົາຈະປູກພວກເຂົາໄວ້ໃນແຜ່ນດິນທີ່ເຮົາໃຫ້ແກ່ເຂົາ ແລະພວກເຂົາຈະບໍ່ຖືກຫລົກອອກອີກຈັກເທື່ອ ພຣະຜູ້ເປັນເຈົ້າຂອງພວກເຈົ້າຊົງກ່າວໄວ້ດັ່ງນີ້ແຫລະ
1 ນິມິດຂອງໂອບາດີ ພຣະເຈົ້າກ່າວດ້ວຍເຣື່ອງ ເອໂດມດັ່ງນີ້ວ່າ ເຮົາໄດ້ຍິນຂ່າວຈາກພຣະຜູ້ເປັນເຈົ້າ ທູດຄົນນຶ່ງຖືກສົ່ງໄປໃນຖ້າມກາງບັນດາປະຊາຊາດໃຫ້ເວົ້າວ່າ, “ຈົ່ງລຸກຂຶ້ນເຖີດ ໃຫ້ເຮົາລຸກໄປທຳສົງຄາມກັບເມືອງເອໂດມ” 2 ເບິ່ງແມ໋, ເຮົາຈະກະທຳເຈົ້າໃຫ້ນ້ອຍຖ້າມກາງບັນດາປະຊາຊາດ ໃຫ້ເຈົ້າເປັນທີ່ດູຫມິ່ນຢ່າງມາກ 3 ຄວາມອວດອົ່ງແຫ່ງໃຈຂອງເຈົ້າໄດ້ລໍ້ລວງເຈົ້າເອງ ເຈົ້າຜູ້ຊຶ່ງອາໄສຢູ່ໃນຊອກຫີນທີ່ອາໄສຂອງເຈົ້າຢູ່ສູງ ເຈົ້າຄິດຢູ່ໃນໃຈວ່າ, “ຜູ້ໃດຈະໃຫ້ເຮົາລົງມາຍັງພື້ນດິນ” 4 ເຖິງວ່າເຈົ້າເຫີນຂຶ້ນໄປສູງເຫມືອນນົກອິນຊີ ເຖິງວ່າຮັງຂອງເຈົ້າຢູ່ໃນຫມູ່ດວງດາວທັງຫລາຍ ເຮົາຈະດຶງເຈົ້າລົງມາຈາກທີ່ນັ້ນ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 5 ຖ້າຂະໂມຍເຂົ້າມາຫາເຈົ້າ ຖ້າພວກປຸ້ນເຂົ້າມາໃນເວລາກາງຄືນ (ເຈົ້າຖືກທຳລາຍຫມົດກ້ຽງແບບໃດ) ເຂົາຈະບໍ່ຂະໂມຍພຽງພໍແກ່ຕົວຂອງເຂົາເທົ່ານັ້ນຫລື ຖ້າຄົນເກັບອະງຸ່ນມາຫາເຈົ້າ ເຂົາຈະບໍ່ຖິ້ມອະງຸ່ນປະໄວ້ຫນ້ອຍດຽວຫລື? 6 ເອຊາວໄດ້ຖືກປຸ້ນຢ່າງຮ້າຍແຮງແລ້ວແບບໃດຫນໍ ຊັບສົມບັດກໍຖືກຄົ້ນໄປຫມົດ 7 ພັນທະມິດທັງຫມົດຂອງເຈົ້າໄດ້ລໍ້ລວງເຈົ້າ ເຂົາໄດ້ໄລ່ເຈົ້າໄປເຖິງເຂດແດນ ພວກເຂົາໄດ້ກັບສູ້ຊະນະເຈົ້າເສັຽແລ້ວ ມິດທີ່ກິນເຂົ້າຫມໍ້ດຽວກັນກັບເຈົ້າກໍຫ້າງແຮ້ວດັກຈັບເຈົ້າ ເຣື່ອງນີ້ບໍ່ມີໃຜເຂົ້າໃຈອັນໃດເລີຍ 8 ພຣະຜູ້ເປັນເຈົ້າຊົງກ່າວວ່າ, ໃນວັນນັ້ນ ເຮົາຈະບໍ່ທຳລາຍຄົນສລາດໃຫ້ສິ້ນໄປຈາກເອໂດມ ແລະທຳລາຍຄວາມເຂົ້າໃຈເສັຽຈາກພູເຂົາເອຊາວຫລື 9 ນັກຮົບຂອງເຕມານຈະສະທ້ານຢ້ານກົວ ດັ່ງນັ້ນແຫລະ ທຸກຄົນທີ່ມາຈາກພູເຂົາເອຊາວຈະຖືກຕັດຂາດເສັຽດ້ວຍການສັງຫານ 10 ຍ້ອນວ່າຄວາມທຳຣຸນທີ່ກະທຳແກ່ຢາໂຄບນ້ອງຊາຍຂອງເຈົ້າ ຄວາມອັບອາຍຈະຄຸມເຈົ້າໄວ້ ເຈົ້າຈະຕ້ອງຖືກຕັດຂາດອອກໄປເປັນນິດ 11 ໃນວັນທີ່ເຈົ້າຢືນຊື່ ໃນວັນທີ່ຄົນຕ່າງດ້າວເອົາຊັບສົມບັດຂອງເຂົາໄປ ແລະຄົນຕ່າງຊາດເຂົ້າມາທາງປະຕູເມືອງ ເຂົາຈັບສລາກເອົາກຸງເຢຣູຊາເລັມກັນ ເຈົ້າກໍເຫມືອນຄົນເຫລົ່ານັ້ນຄົນນຶ່ງ 12 ເຈົ້າບໍ່ຄວນຢືນຍີ້ມຢູ່ດ້ວຍຄວາມພໍໃຈ ໃນເມື່ອນ້ອງຊາຍຂອງເຈົ້າຮັບເຄາະໃນຄັ້ງນັ້ນ ເຈົ້າບໍ່ຄວນຍິນດີເຍີ້ຍປະຊາຊົນຢູດາ ໃນເມື່ອເຂົາທັງຫລາຍຖືກທຳລາຍເຈົ້າບໍ່ຄວນຈະໂອ້ອວດໃນວັນທີ່ເຂົາຕົກທຸກໄດ້ຍາກ 13 ເຈົ້າບໍ່ຄວນເຂົ້າປະຕູເມືອງແຫ່ງປະຊາຊົນຂອງເຮົາ ໃນວັນນັ້ນ ເມື່ອເຂົາຖືກທຳລາຍ ເຈົ້າບໍ່ຄວນຢືນຍິ້ມຢູ່ໃນເຣື່ອງໄພວິບັດຂອງເຂົາ ໃນວັນນັ້ນ ເມື່ອເຂົາຖືກທຳລາຍເຈົ້າບໍ່ຄວນຈະເຂົ້າຍຶດຊັບສິນຂອງເຂົາໄປ ໃນວັນນັ້ນເຂົາຖືກທຳລາຍ 14 ເຈົ້າບໍ່ຄວນຈະຢືນຕັນທາງແຍກຂອງເຂົາ ເພື່ອຈະດັກຈັບພວກຫລົບຫນີຂອງເຂົາ ເຈົ້າບໍ່ຄວນມອບຜູ້ທີ່ລອດມາໄດ້ໃຫ້ແກ່ສັດຕຣູຂອງເຂົາ ໃນວັນທີ່ເຂົາຕົກທຸກໄດ້ຍາກ 15 ເພາະວັນແຫ່ງພຣະຜູ້ເປັນເຈົ້າໃກ້ປະຊາຊາດທັງສິ້ນເຂົ້າມາແລ້ວ ເຈົ້າກະທຳແກ່ເຂົາຢ່າງໃດ ກໍຈະມີຜູ້ມາກະທຳແກ່ເຈົ້າຢ່າງນັ້ນ ການກະທຳຂອງເຈົ້າຈະກັບມາຕົກເທິງຫົວຂອງເຈົ້າເອງ 16 ເຈົ້າດື່ມຢູ່ເທິງພູເຂົາບໍຣິສຸດຂອງເຮົາສັນໃດ ປະຊາຊາດທີ່ຢູ່ລ້ອມຮອບທັງສິ້ນກໍຈະດື່ມສັນນັ້ນ ເຂົາຈະດື່ມແລ້ວກໍໂອນເອນໄປເຂົາຈະເປັນເຫມືອນຢ່າງທີ່ບໍ່ເຄີຍເກີດມາ 17 ແຕ່ຈະມີຄົນລອດພົ້ນໃນພູເຂົາຊີໂອນ ແລະທີ່ນັ້ນຈະບໍຣິສຸດ ແລະເຊື້ອສາຍຂອງຢາໂຄບຈະຖືກຳມະສິດທີ່ດີນອັນເປັນກຳມະສິດຂອງເຂົາ 18 ເຊື້ອສາຍຂອງຢາໂຄບຈະເປັນໄຟ ເຊື້ອສາຍຂອງໂຢເຊັບຈະເປັນແປວໄຟ ແລະເຊື້ອສາຍຂອງເອຊາວຈະເປັນຕໍເຂົ້າ ໄຟແລະແປວໄຟຈະໄຫມ້ແລະເຜົາຜານເສັຽ ເຊື້ອສາຍຂອງເອຊາວຈະບໍ່ມີໃຜລອດໄດ້ເລີຍ ເພາະວ່າພຣະຜູ້ເປັນເຈົ້າໄດ້ລັ່ນພຣະວາຈາແລ້ວ 19 ຄົນເຫລົ່ານັ້ນທີ່ຢູ່ໃນເນເກັບຈະໄດ້ພູເຂົາເອຊາວເປັນກຳມະສິດ ຄົນເຫລົ່ານັ້ນທີ່ຢູ່ໃນເນີນເຊເຟລາຈະໄດ້ແຜ່ນດິນຟີລິສຕິນ ເຂົາຈະໄດ້ແຜ່ນດິນເອ ຟຣາອິມ ແລະແຜ່ນດິນຊາມາເຣັຽເປັນກຳມະສິດ ແລະເບັນຢາມີນຈະໄດ້ກີເລອາດເປັນກຳມະສິດ 20 ຈາກທິດເຫນືອ ພົນໂຍທາຂອງອິສຣາເອນທີ່ເປັນຊະເລີຍຈະໄດ້ໂຟນີເຊັຽໄກໄປຈົນເຖິງຊາເຣຟັທເປັນກຳມະສິດ ສ່ວນພວກຊະເລີຍຊາວເຢຣູຊາເລັມທີ່ຢູ່ໃນເຊຟາຣາດຈະໄດ້ຫົວເມືອງເນເກັບເປັນກຳມະສິດ 21 ພວກກູ້ຊາດຈະຂຶ້ນໄປທີ່ພູເຂົາຊີໂອນເພື່ອປົກຄອງພູເຂົາເອຊາວ ແລະຣາຊອານາຈັກນັ້ນຈະຕົກເປັນຂອງພຣະຜູ້ເປັນເຈົ້າ
ໂຢນາບໍ່ເຊື່ອຟັງພຣະຜູ້ເປັນເຈົ້າ
1 ພຣະຜູ້ເປັນເຈົ້າຊົງບອກໂຢນາວ່າ, 2 “ຈົ່ງຕຽມຕົວໄປຍັງມະຫານະຄອນນິເນເວ ເພື່ອຕັກເຕືອນໃຫ້ຊາວນະຄອນນັ້ນຮູ້ວ່າ ເຮົາຮູ້ເຫັນຄວາມປະພຶດຊົ່ວຂອງເຂົາແລ້ວ” 3 ແຕ່ແທນທີ່ໂຢນາຈະປະຕິບັດຕາມພຣະດໍາຣັດນັ້ນ ທ່ານກັບຫນີໄປຍັງເມືອງຕາຣ໌ຊິດ ເພື່ອຈະໃຫ້ພົ້ນຈາກພຣະພັກພຣະຜູ້ເປັນເຈົ້າ ຄືທ່ານໄດ້ລົງໄປຍັງເມືອງໂຢບປາ ທີ່ນັ້ນທ່ານໄດ້ພົບເຮືອລຳນຶ່ງທີ່ຈະແລ່ນໄປຍັງເມືອງຕາຣ໌ຊິດ ທ່ານຈຶ່ງໄດ້ເສັຽຄ່າໂດຍສານແລະລົງໄປໃນເຮືອເດີນທາງໄປຍັງເມືອງຕາຣ໌ຊິດກັບພວກລູກເຮືອ 4 ແຕ່ພຣະຜູ້ເປັນເຈົ້າໄດ້ຊົງບັນດານໃຫ້ເກີດລົມພະຍຸໃຫຍ່ພັດຜ່ານທະເລ ຈົນເຮືອລຳນັ້ນເກືອບແຕກຈົມລົງ 5 ບັນດາພວກລູກເຮືອເກີດຄວາມຕົກໃຈ ຕ່າງຄົນຈຶ່ງຮ້ອງຂໍໃຫ້ຄຸນພຣະຄຸນເຈົ້າຂອງພວກເຂົາມາຊ່ອຍເຫລືອ ແລະຕ່າງຄົນກໍຂົນສິນຄ້າທີ່ບັນທຸກມານັ້ນຖິ້ມລົງທະເລ ເພື່ອໃຫ້ເຮືອເບົາລົງ ສ່ວນໂຢນາໄດ້ລົງໄປນອນຫລັບຢູ່ໃນທ້ອງເຮືອ 6 ນາຍເຮືອຈຶ່ງລົງໄປຫາທ່ານ ແລະເວົ້າວ່າ, “ເປັນຫຍັງເຈົ້າຈຶ່ງຍັງນອນຫລັບຢູ່? ຈົ່ງລຸກຂຶ້ນມາຮ້ອງຫາຄຸນພຣະຄຸນເຈົ້າຂອງເຈົ້າໃຫ້ຊ່ອຍ ບາງທີ່ພຣະເຈົ້າຈະຊົງພຣະກະຣຸນາ ແລະພວກເຮົາກໍຈະບໍ່ຕາຍ” 7 ຕໍ່ມາ ພວກລູກເຮືອໄດ້ຊັກຊວນກັນຈົກສະຫລາກ ເພື່ອຢາກຈະຮູ້ວ່າໃຜເປັນຕົ້ນເຫດໃຫ້ເກີດໄພອັນຕະຣາຍນີ້ ທຸກຄົນຈຶ່ງເຫັນດີ ເມື່ອຈົກສະຫລາກຂຶ້ນມາກໍຖືກຊື່ໂຢນາ 8 ພວກເຂົາຈຶ່ງຖາມໂຢນາວ່າ, “ບັດນິ້ ຂໍຈົ່ງບອກໃຫ້ພວກເຮົາຮູ້ວ່າ ແມ່ນໃຜເປັນຕົ້ນເຫດໃນການນິ້? ເຈົ້າມາຈາກໃສ? ເປັນຄົນຊາດໃດ? ປະເທດຂອງເຈົ້າຊື່ຫຍັງ? ແລະເຈົ້າມານິ້ເພື່ອມີກິດທຸຣະຫຍັງ? 9 ທ່ານໄດ້ຕອບວ່າ, “ຂ້າພະເຈົ້າເປັນຄົນຊາດເຮັບເຣິ ທີ່ນັບຖືພຣະຜູ້ເປັນເຈົ້າຜູ້ສະຖິດຢູ່ຟ້າສວັນ ຜູ້ຊົງທະເລແລະແຜ່ນດິນ” 10 ພໍໂຢນາເວົ້າດັ່ງນັ້ນ ພວກລູກເຮືອກໍຕົກໃຈຢ່າງໃຫຍ່ ຈຶ່ງເວົ້າໃສ່ທ່ານວ່າ, “ເປັນຫຍັງເຈົ້າຈຶ່ງເຮັດຜິດຢ່າງໃຫຍ່ຫລວງປານນິ້?” (ການທີ່ເວົ້າຢ່າງນີ້ກໍເພາະເຂົາຮູ້ແລ້ວ ເຣື່ອງທີ່ເຂົາໄດ້ຫນີຈາກພຣະພັກພຣະຜູ້ເປັນເຈົ້າ) 11 ເມື່ອລົມພະຍຸພັດແຮງຂຶ້ນເລື້ອຍໆ ພວກລູກເຮືອກໍຖາມໂຢນາວ່າ, “ເຮົາຈະເຮັດແນວໃດກັບເຈົ້າ ລົມພະຍຸຈຶ່ງຈະສງົບລົງ?” 12 ໂຢນາຕອບວ່າ, “ໃຫ້ຈັບຂ້າພະເຈົ້າຖີ້ມລົງທະເລເສັຽ ແລ້ວລົມພະຍຸກໍຈະສງົບລົງເພາະຂ້າພະເຈົ້າຮູ້ຢູ່ແລ້ວວ່າ ແມ່ນຂ້າພະເຈົ້າເອງເປັນຕົ້ນເຫດທີ່ພາໃຫ້ເກີດລົມຮ້າຍ” 13 ພວກລູກເຮືອໄດ້ພ້ອມກັນພາຍເຮືອເຂົ້າມາຝັ່ງຢ່າງເຕັມກຳລັງແຕ່ບໍ່ສຳເຣັດ ເພາະລົມພະຍຸຍິ່ງພັດແຮງຂຶ້ນເລື້ອຍໆ 14 ເມື່ອເປັນດັ່ງນັ້ນ ພວກລູກເຮືອກໍຮ້ອງໄຫວ້ວອນຕໍ່ພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ໃນການທີ່ຈະຂ້າຄົນຜູ້ນີ້ ຂໍພຣະອົງຢ່າລົງໂທດພວກຂ້າພຣະອົງເຖິງຕາຍທ້ອນ ດ້ວຍເຫດວ່າພຣະອົງເອງທີ່ສຳແດງໃຫ້ພວກຂ້າພຣະອົງເຮັດແນວນິ້” 15 ແລ້ວພວກເຂົາກໍຈັບໂຢນາຖິ້ມລົງນ້ຳທະເລ ຄວາມປັ່ນປ່ວນໃນນ້ຳທະເລກໍສງົບທັນທີ 16 ເມື່ອເຫັນດັ່ງນັ້ນ ພວກເຂົາກໍຢ້ານກົວພຣະຜູ້ເປັນເຈົ້າຫລາຍທີ່ສຸດ ຈຶ່ງພ້ອມກັນນ້ອມຖວາຍເຄື່ອງບູຊາ ແລະກ່າວວຄຳປະຕິຍານຕົນຕໍ່ພຣະອົງ 17 ຝ່າຍພຣະຜູ້ເປັນເຈົ້າຈຶ່ງຊົງສັ່ງປາໃຫຍ່ໃຫ້ກືນກິນໂຢນາ ເຂົາຈຶ່ງຢູ່ໃນທ້ອງປານັ້ນເປັນເວລາສາມວັນສາມຄືນ
ໂຢນາອ້ອນວອນຂອບພຣະຄຸນພຣະຜູ້ເປັນເຈົ້າ
1 ໃນຂນະທີ່ໂຢນາຢູ່ໃນທ້ອງປານັ້ນ ທ່ານໄດ້ກ່າວຂອບພຣະຄຸນພຣະຜູ້ເປັນເຈົ້າຂອງທ່ານວ່າ, 2 “ຂ້າແດ່ພຣະຜູ້ເປັນເຈົ້າ ໃນຄາວຂ້າພຣະອົງຖືກທໍຣະມານ ຂ້າພຣະອົງໄດ້ຮ້ອງຂໍໃຫ້ພຣະອົງຊ່ອຍ ແລະພຣະອົງກໍຊົງຕອບຂ້າພຣະອົງ ຂ້າພຣະອົງຂໍ ຄວາມຊ່ອຍເຫລືອຈາກບ່ອນເລິກໃນພິພົບຄົນຕາຍ ພຣະອົງຊົງໄດ້ຍິນສຽງຂອງຂ້າພຣະອົງ 3 ພຣະອົງຊົງໂຍນຂ້າພຣະອົງລົງໄປ ເຖິງພື້ນທະເລເລິກ ຢູ່ທີ່ນັ້ນນ້ຳໄດ້ຖ້ວມຂ້າພຣະອົງ ຄື້ນອັນຮ້າຍແຮງທັງປວງຂອງພຣະອົງໄດ້ຕີກະທົບຂ້າພຣະອົງແລ້ວ 4 ຂ້າພຣະອົງຈຶ່ງທູນວ່າ ຂ້າພຣະອົງຖືກປັດເຂັ່ຽອອກຈາກພຣະພັກຂອງພຣະອົງ ຂ້າພຣະອົງຈະບໍ່ເຫັນພຣະວິຫານສັກສິດຂອງພຣະອົງອີກ 5 ນ້ຳໄດ້ຖ້ວມຂ້າພຣະອົງແລະຂ້າພຣະອົງຫາຍໃຈບໍ່ໄດ້ ນ້ຳທະເລໄດ້ໂອບຕົວຂ້າພຣະອົງຫມົດສິ້ນແລະເທົາກໍພັນຫົວຂ້າພຣະອົງຢູ່ 6 ຂ້າພຣະອົງໄດ້ລົງເຖິງຕີນພູ ລົງໄປເຖິງດິນບ່ອນມີປະຕູອັດໄວ້ຕລອດໄປ ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ແຕ່ພຣະອົງຊົງນຳຂ້າພຣະອົງຂຶ້ນມາຈາກບ່ອນເລິກນັ້ນໂດຍຍັງມີຊີວິດຢູ່ 7 ຂ້າແດ່ພຣະຜູ້ເປັນເຈົ້າ ເມື່ອຊີວິດຂອງຂ້າພຣະອົງສະຫລົບໄປ ຂ້າພຣະອົງກໍລະນຶກເຖິງພຣະອົງ ແລະຄຳອ້ອນວອນຂອງຂ້າພຣະອົງກໍມາເຖິງພຣະອົງເຂົ້າສູ່ພຣະວິຫານສັກສິດຂອງພຣະອົງ 8 ຄົນທັງຫລາຍທີ່ຂາບໄຫວ້ຮູບພຣະອັນບໍ່ມີປໂຍດ ໄດ້ປະຖີ້ມຄວາມຈົ່ງຮັກພັກດີທີ່ມີຕໍ່ພຣະອົງເສັຽ 9 ແຕ່ຂ້າພຣະອົງຈະຮ້ອງເພງສັຣເສີນພຣະອົງ ຂ້າພຣະອົງຈະຖວາຍສັຕບູຊາແດ່ພຣະອົງ ຈະກະທຳຕາມສິ່ງທີ່ຂ້າພຣະອົງໄດ້ສັນຍາໄວ້ ຄວາມລອດພົ້ນມາຈາກພຣະຜູ້ເປັນເຈົ້າ” 10 ແລ້ວພຣະຜູ້ເປັນເຈົ້າຊົງສັ່ງໃຫ້ປາໃຫຍ່ໂຕນັ້ນຂຶ້ນມາຄາຍໂຢນາໄວ້ແຄມຫາດຊາຍ
ໂຢນາໃນນະຄອນນິເນເວ
1 ຕໍ່ມາ ພຣະຜູ້ເປັນເຈົ້າຊົງບອກໂຢນາອີກວ່າ, 2 “ຈົ່ງຕຽມຕົວໄປຍັງມະຫານະຄອນນິເນເວ ເພື່ອປະກາດໃຫ້ຊາວນະຄອນນັ້ນຮູ້ຖ້ອຍຄຳທີ່ເຮົາໄດ້ບອກເຈົ້າ” 3 ໃນເທື່ອນິ້ໂຢນາໄດ້ທຳຕາມພຣະຜູ້ເປັນເຈົ້າຊົງສັ່ງ ຄືໄດ້ຕຽມຕົວອອກເດີນທາງໄປຍັງມະຫານະຄອນນິເນເວທັນທີ ນະຄອນນິ້ເປັນເມືອງໃຫຍ່ຫລາຍ ຕ້ອງໃຊ້ເວລາຍ່າງເຖິງສາມວັນຈຶ່ງຈະພົ້ນຕົວເມືອງ 4 ໂຢນາໄດ້ຕັ້ງຕົ້ນຍ່າງເຂົ້າໄປໃນນະຄອນນັ້ນເປັນລະຍະທາງນຶ່ງວັນ ແລ້ວໄດ້ຮ້ອງປະກາດວ່າ, “ອີກສີ່ສິບວັນ ນະຄອນນິເນເວກໍຈະຖືກທຳລາຍ” 5 ປະຊາຊົນຊາວນະຄອນນິເນເວກໍເຊື່ອຟັງພຣະເຈົ້າ ພວກເຂົາໄດ້ປະກາດໃຫ້ທຸກໆຄົນທັງຄົນຊັ້ນສູງແລະຄົນຊັ້ນຕ່ຳ ອົດອາຫານແລະນຸ່ງຫົ່ມເຄື່ອງໄວ້ທຸກ ເພື່ອເປັນການສະແດງວ່າ ເຂົາທັງຫມົດໄດ້ເຊື່ອຟັງພຣະເຈົ້າແລ້ວ 6 ເມື່ອກະສັດນະຄອນນິເນເວຊົງຊາບເຫດການນິ້ ກໍຊົງລຸກຂຶ້ນຈາກບັນລັງ ຊົງແກ້ເຄື່ອງນຸ່ງອອກ ຊົງໃສ່ເຄື່ອງນຸ່ງໄວ້ທຸກແທນ ແລະຊົງນັ່ງເທິງຂີ້ເຖົ່າໄຟ 7 ແລ້ວພຣະອົງໄດ້ມີພຣະຣາຊດຳຣັດປະກາດໃຫ້ຊາວນະຄອນນິເນເວຊາບທົ່ວເຖິງກັນວ່າ, “ໃນນາມກະສັດແລະຄະນະຣາຊມົນຕຣີ ເຮົາຂໍປະກາດຫ້າມບໍ່ໃຫ້ປະຊາຊົນແລະສັດກິນ ຫລືດື່ມສິ່ງໃດໆທັງຫມົດ 8 ທັງຄົນແລະສັດຈະຕ້ອງໄວ້ທຸກ ໃຫ້ທຸກຄົນຕັ້ງຈິດຕັ້ງໃຈອ້ອນວອນພຣະເຈົ້າ ໃຫ້ເລີກປະພຶດຊົ່ວແລະອາດຈະຊົງເຊົາພຣະພິໂຣດອັນຮ້າຍແຮງ ແລ້ວພວກເຮົາກໍຈະບໍ່ຕາຍ” 9 ຕໍ່ມາ ພຣະເຈົ້າໄດ້ຊົງເຫັນຊາວນະຄອນນິເນເວເລີກປະພຶດຊົ່ວ ພຣະອົງຈຶ່ງຊົງປ່ຽນພຣະທັຍ ແລະບໍ່ຊົງລົງໂທດເຂົາຕາມທີ່ໄດ້ຊົງສັນຍາໄວ້
ໂຢນາຮ້າຍ ແຕ່ພຣະເຈົ້າຊົງເມດຕາ
1 ໂຢນາຄຽດ ແລະບໍ່ພໍໃຈທີ່ພຣະເຈົ້າຊົງປ່ຽນພຣະທັຍ 2 ທ່ານໄດ້ອ້ອນວອນຕໍ່ພຣະຜູ້ເປັນເຈົ້າວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຂ້າພຣະອົງຂໍທູນພຣະອົງວ່າ ເມື່ອຄາວຍັງຢູ່ໃນບ້ານເມືອງຕົນເອງ ຂ້າພຣະອົງໄດ້ເວົ້າແລ້ວແມ່ນບໍ່ວ່າພຣະອົງຈະປ່ຽນພຣະທັຍ? ສະນັ້ນຂ້າພຣະອົງຈຶ່ງຢາກຫນີໄປຍັງເມືອງຕາຣ໌ຊິດເສັຽ ເພາະຂ້າພຣະອົງຮູ້ດີວ່າ ພຣະອົງເປັນພຣະເຈົ້າຜູ້ປະກອບໄປດ້ວຍພຣະມະຫາກະຣຸນາທິຄຸນ ແລະເມດຕາປານີ ບໍ່ຄ່ອຍຊົງພິໂຣດຊົງພ້ອມຢູ່ສເມີທີ່ຈະປ່ຽນພຣະທັຍແລະບໍ່ລົງໂທດຜູ້ໃດ 3 ຂ້າແດ່ພຣະຜູ້ເປັນເຈົ້າ ບັດນິ້ຂໍພຣະອົງຊົງເອົາຊີວິດຂອງຂ້າພຣະອົງໄປເສັຽເທີນ ເພາະຂ້າພຣະອົງຢາກຈະຕາຍເສັຽດີກວ່າຈະມີຊີວິດຢູ່ຕໍ່ໄປ” 4 ພຣະຜູ້ເປັນເຈົ້າຊົງຕອບໂຢນາວ່າ, “ການທີ່ເຈົ້າຄຽດນັ້ນ ມັນຖືກຕ້ອງແລ້ວຫລື?” 5 ຄັນແລ້ວ ໂຢນາໄດ້ອອກໄປນັ່ງຢູ່ທາງທິດຕາເວັນອອກຂອງນະຄອນ ຢູ່ທີ່ນັ້ນ ທ່ານໄດ້ປຸກຕູບຂື້ນຫລັງນຶ່ງ ເພື່ອຢູ່ຄອຍເບິ່ງວ່າຈະມີເຫດການອັນໃດເກີດຂຶ້ນແກ່ມະຫານະຄອນນິ້ 6 ຝ່າຍພຣະຜູ້ເປັນເຈົ້າຊົງສັ່ງໃຫ້ກົກຫມາກຫຸ່ງເທດເກີດຂຶ້ນໃກ້ໆຕູບໂຢນາ ເພື່ອທ່ານຈະໄດ້ອາໄສຮົ່ມ ແລະເພື່ອບັນເທົາທຸກບໍ່ໃຫ້ອຸກໃຈ ທ່ານດີໃຈຫລາຍທີ່ສຸດນຳກົກຫມາກຫຸ່ງນິ້ 7 ແຕ່ໃນຕອນເຊົ້າວັນຕໍ່ມາ ພຣະເຈົ້າໄດ້ຊົງສັ່ງໃຫ້ດ້ວງມາກັດກົກຫມາກຫຸ່ງນັ້ນ ແລະມັນໄດ້ຫ່ຽວແຫ້ງຕາຍໄປ 8 ພໍຕາເວັນຂຶ້ນ ພຣະເຈົ້າກໍຊົງສັ່ງໃຫ້ລົມຮ້ອນພັດມາແຕ່ທາງຕາເວັນອອກ ຄວາມຮ້ອນຂອງແສງແດດໄດ້ແຜດເຜົາໂຢນາຈົນສະຫລົບໄປ ທ່ານຈຶ່ງເວົ້າວ່າ, “ຂ້າພຣະອົງຢາກຈະຕາຍເສັຽດີກວ່າຈະມີຊີວິດຢູ່” 9 ພຣະເຈົ້າຊົງຖາມໂຢນາວ່າ, “ການທີ່ເຈົ້າຄຽດຮ້າຍກົກຫມາກຫຸ່ງນັ້ນ ມັນຖືກຕ້ອງແລ້ວຫລື?” ໂຢນາໄດ້ທູນຕອບວ່າ, “ການທີ່ຂ້າພຣະອົງຄຽດຈົນກັບຢາກຕາຍນັ້ນກໍຖືກຕ້ອງແລ້ວ” 10 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ກົກຫມາກຫຸ່ງນິ້ ເຈົ້າບໍ່ໄດ້ລົງແຮງປູກ ມັນເກີດຂຶ້ນເອງໃນຄືນດຽວ ແລ້ວກໍຫ່ຽວແຫ້ງຕາຍໄປໃນຄືນດຽວ ເຈົ້າກໍຍັງຄຶດຮອດມັນຢູ່ 11 ເມື່ອເປັນດັ່ງນີ້ ເຮົາຈະບໍ່ສົງສານມະຫານະຄອນນິເນເວຫລື ຊຶ່ງມີເດັກນ້ອຍທີ່ບໍ່ຮູ້ດຽງສາກວ່າແສນສອງຫມື່ນຄົນ ແລະມີສັດລ້ຽງເປັນຈຳນວນຫລາຍອີກດ້ວຍ”
1 ພຣະທັມເຣື່ອງນີ້ ບັນຈຸຖ້ອຍຄຳທີ່ພຣະຜູ້ເປັນເຈົ້າສົ່ງເຖິງມີກາ ຊາວເມືອງໂມເຣເຊທ ໃນສະໄຫມຂອງໂຢທາມ ອາຮັສ ແລະເຮເຊກີຢາ ເປັນກະສັດຂອງຊາວຢູດາ ພຣະຜູ້ເປັນເຈົ້າໄດ້ຊົງສະແດງສິ່ງທີ່ຈະເວົ້າດັ່ງຕໍ່ລົງໄປນີ້ ທີ່ກ່ຽວກັບເມືອງຊາມາເຣັຽ ແລະເມືອງເຢຣູຊາເລັມຕໍ່ ມີກາ 2 ຈົ່ງຟັງເຣື່ອງນີ້ ຊົນຊາດທັງຫລາຍເອີຍ, ຈົ່ງຟັງເຣື່ອງນີ້ ປວງຊົນທີ່ອາໄສຢູ່ເທິງແຜ່ນດິນໂລກ ພຣະຜູ້ເປັນເຈົ້າຈະເປັນພຍານຕໍ່ສູ້ເຈົ້າ ຈົ່ງຟັງແມ໋, ສຽງຂອງພຣະອົງສົ່ງລົງມາຈາກພຣະວິຫານບ່ອນສັກສິດຂອງພຣະອົງ 3 ພຣະຜູ້ເປັນເຈົ້າກຳລັງສະເດັດມາແຕ່ເບື້ອງເທິງ ພຣະອົງຈະຊົງສະເດັດລົງມາຍ່າງເທິງຈອມພູທັງຫລາຍ 4 ແລ້ວພູທັງຫລາຍຈະເປື່ອຍລະລາຍໄປໃຕ້ພຣະບາດຂອງພຣະອົງ ເຫມືອນດັ່ງຂີ້ເຜິ້ງຖືກໄຟ ມັນຈະໄຫລລົງສູ່ຮ່ອມພູ ເຫມືອນດັ່ງນ້ຳໄຫລລົງມາແຕ່ພູ 5 ເຫດການທັງປວງນີ້ບັງເກີດຂຶ້ນ ກໍເພາະວ່າປະຊາຊົນອິສຣາເອນໄດ້ກະທຳບາບ ແລະກະບົດຕໍ່ສູ້ພຣະເຈົ້າ ເປັນຄວາມຜິດຂອງໃຜທີ່ອິສຣາເອນເປັນກະບົດ ແມ່ນປະຊາຊົນຊາມາເຣັຽຫັ້ນແລ້ວ ໃຜບູຊາຮູບເຄົາຣົບໃນປະເທດຢູດາ ແມ່ນປະຊາຊົນເຢຣູຊາເລັມຫັ້ນແລ້ວ 6 ສະນັ້ນ ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາຈະທຳໃຫ້ຊາມາເຣັຽເປັນກອງສິ່ງຫັກເພພັງຢູ່ໃນທົ່ງນາ ແລະໃຫ້ເປັນສ່ວນສຳລັບປູກຕົ້ນອະງຸ່ນ ເຮົາຈະເທກ້ອນຫີນທີ່ໃຊ້ສ້າງເມືອງນັ້ນລົງທີ່ຮ່ອມພູ ແລະຈະໃຫ້ເຫັນຮາກຖານຂອງເມືອງ 7 ຮູບເຄົາຣົບທັງຫມົດຈະຖືກທຸບໃຫ້ຫມຸ່ນ ແລະຖືກທຳລາຍດ້ວຍໄຟ ປະຊາຊົນໄດ້ຮູບເຄົາຣົບເຫລົ່ານັ້ນມາຢ່າງບໍ່ສັດຊື່ຕໍ່ພຣະເຈົ້າ ແລະບັດນີ້ ພວກເຂົາຈະໄດ້ໂທດຈາກການບໍ່ສັດຊື່ນັ້ນຢ່າງເຫມາະສົມ” 8 ແລ້ວມີກາເວົ້າຕໍ່ໄປວ່າ, “ກໍເພາະເຫດເຫລົ່ານີ້ແຫລະ, ຂ້າພະເຈົ້າຈຶ່ງເສົ້າໃຈແລະຄ່ຳຄວນ ຂ້າພະເຈົ້າຈະຍ່າງຕີນເປົ່າແລະເປືອຍກາຍ ເພື່ອສະແດງຄວາມເສົ້າຫມອງໃຈ ຂ້າພະເຈົ້າຈະຫອນເຫມືອນຫມາປ່າແລະອືດຄາງເຫມືອນນົກຈອກປ່າ 9 ເພາະວ່າບາດແຜຂອງເມືອງຊາມາເຣັຽຮັກສາໃຫ້ດີບໍ່ໄດ້ ເມືອງຢູດາກໍກຳລັງຈະເປັນບາດແຜຄືກັນ ເພາະການທຳລາຍໄດ້ມາຮອດປະຕູເມືອງເຢຣູຊາເລັມ ບ່ອນທີ່ປະຊາຊົນໄດ້ອາໄສຢູ່ແລ້ວ”
ສັດຕຣູມາໃກ້ເມືອງເຢຣູຊາເລັມ
10 ຢ່າໄດ້ບອກເຣື່ອງຜ່າຍແພ້ຂອງພວກເຮົາ ໃຫ້ຊາວເມືອງກາດຮູ້ ຢ່າໃຫ້ພວກເຂົາເຫັນການຮ້ອງໄຫ້ຂອງພວກເຮົາ ຈົ່ງກີ້ງເກືອກຢູ່ໃນຂີ້ຝຸ່ນດ້ວຍຄວາມສິ້ນຫວັງໃນເມືອງເບດເລອາຟຣາ 11 ຊາວເມືອງຊາຟີເອີຍ, ຈົ່ງຫນີໄປຕ່າງຖິ່ນຢ່າງສິ້ນເນື້ອປະດາຕົວ ແລະຢ່າງອັບອາຍຂາຍຫນ້າ ພວກທີ່ອາໄສຢູ່ໃນເມືອງຊາອານານ ຈະບໍ່ມີຊີວິດລອດອອກມາໄດ້ ເມື່ອພວກເຈົ້າໄດ້ຍິນຊ່າງເບເທເຊນ ຮ້ອງໄຫ້ຮໍ່າໄຮ ເຈົ້າຈົ່ງຮູ້ເສັຽວ່າ ບ່ອນນັ້ນບໍ່ແມ່ນບ່ອນລີ້ໄພເສັຽແລ້ວ 12 ຊາວເມືອງມາໂຣທເຈັບແສບຢ່າງສາຫັດ ພວກເຂົາຕ້ອງການຄວາມບັນເທົາ ກໍຍ້ອນວ່າພຣະຜູ້ເປັນເຈົ້າໄດ້ນຳຄວາມຫາຍຍະນະໃກ້ເມືອງເຢຣູຊາເລັມ 13 ພວກເຈົ້າທີ່ອາໄສຢູ່ໃນເມືອງລາຄິສ ຈົ່ງເອົາມ້າໃສ່ກວຽນຂອງເຈົ້າຕຽມໄວ້ ເຈົ້າເລີ້ມສ້າງບາບກັມໃຫ້ແກ່ບຸດຕຣີຂອງຊີໂອນ ເພາະໄດ້ພົບການທໍຣະຍົດຂອງອິສຣາເອນໃນເຈົ້າ 14 ເພາະສະນັ້ນ ເຈົ້າຈົ່ງສັ່ງລາເມືອງໂມເຣເຊທກາດ ພວກກະສັດອິສຣາເອນຈະບໍ່ໄດ້ຮັບການຊ່ອຍເຫລືອຈາກເມືອງອັຄຊິບເລີຍ 15 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຊາວເມືອງມາເຣຊາເອີຍ, ເຮົາຈະມອບເຈົ້າໃຫ້ສັດຕຣູທີ່ກຳລັງຈະຍຶດເອົາເມືອງຂອງພວກເຈົ້າ ສ່ວນກະສັດອິສຣາເອນກໍຈະປົບຫນີໄປລີ້ຢູ່ໃນຖ້ຳທີ່ອາດຸນລາມ 16 ຈົ່ງແຖຫົວຂອງພວກເຈົ້າ ເພື່ອໄວ້ທຸກໃຫ້ແກ່ບຸດທີ່ຮັກຂອງພວກເຈົ້າສາ ຈົ່ງແຖຫົວໃຫ້ໂລ້ນເຫມືອນແຮ້ງ ກໍເພາະວ່າ ພວກບຸດຂອງພວກເຈົ້າຈະຖືກເອົາຫນີໄປເລີຍ
ເຄາະກຳຂອງພວກທີ່ບີບບັງຄັບຄົນຈົນ
1 ຜູ້ທີ່ນອນຄິດວາງແຜນການກະທຳຄວາມຊົ່ວ ຈະໄດ້ຮັບຄວາມວິບັດຢ່າງຫນັກ ເມື່ອຮຸ່ງເຊົ້າຂຶ້ນ ພໍເຂົາໄດ້ໂອກາດພວກເຂົາກໍເຮັດຄວາມຊົ່ວທີ່ໄດ້ວາງແຜນໄວ້ນັ້ນ 2 ເມື່ອພວກເຂົາຕ້ອງການທົ່ງນາ ແລະບ້ານເຮືອນພວກເຂົາກໍຍຶດເອົາໄປ ພວກເຂົາໃຊ້ກຳລັງແລະເລ່ຫລ່ຽມຫລອກເອົາເຮືອນແລະທີ່ດິນຂອງເຈົ້າຊັບ 3 ເຫດສັນນັ້ນ ພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ, “ເຮົາກຳລັງວາງແຜນເອົາໄພວິບັດມາໃສ່ພວກເຈົ້າ ຊຶ່ງບໍ່ມີໃຜຈະຫລົບຫລີກໄດ້ ພວກເຈົ້າຈະຍ່າງໄປຢ່າງສະງ່າຜ່າເຜີຍຕໍ່ໄປບໍ່ໄດ້ອີກ ເພາະວ່າມັນເປັນຍາມເຄາະຮ້າຍສຳລັບພວກເຈົ້າ 4 ເວລາຍາມນັ້ນມາຮອດ ຈະມີຄົນເອົາເຣື່ອງຂອງພວກເຈົ້າມາກ່າວເປັນຄຳຂວັນ ໃນຄາວໄພວິບັດແລະຮ້ອງເພງອັນຂົ່ມຂື່ນນີ້ວ່າ, “ພວກເຮົາພິນາດໄປຈົນຫມົດກ້ຽງສາແລ້ວ ພຣະຜູ້ເປັນເຈົ້າໄດ້ຍຶດເອົາດິນຫມູ່ເຮົາໄປແລ້ວເອົາໄປມອບໃຫ້ສັດຕຣູ” 5 ດັ່ງນັ້ນ ບໍ່ມີໃຜໃນພວກເຈົ້າຈະໄດ້ຮັບດິນຕອນນຶ່ງຕອນໃດໃນມື້ທີ່ແບ່ງປັນດິນ ລະຫວ່າງໄພ່ພົນຂອງພຣະຜູ້ເປັນເຈົ້າ 6 ປະຊາຊົນເທສນາສັ່ງສອນຂ້າພະເຈົ້າວ່າ, “ຢ່າສັ່ງສອນພວກເຮົາກ່ຽວກັບເຣື່ອງເຫລົ່ານັ້ນເລີຍ ພຣະເຈົ້າຈະບໍ່ເຮັດໃຫ້ພວກເຮົາເຊື່ອມເສັຽດອກ ປະຊາຊົນອິສຣາເອນໄດ້ຖືກສາບແຊ່ງຊັ້ນບໍ່ 7 ພຣະຜູ້ເປັນເຈົ້າຫມົດຄວາມອົດທົນແລ້ວຫລື ພຣະອົງຈະກະທຳສິ່ງເຫລົ່ານັ້ນອີ່ຫລີຫວາ ພຣະອົງຈະບໍ່ກ່າວຢ່າງເປັນມິດຕໍ່ຜູ້ທີ່ປະພຶດຊອບທັມບໍ່ 8 ພຣະຜູ້ເປັນເຈົ້າຊົງຕອບວ່າ, “ພວກເຈົ້າເອງເປັນປໍຣະປັກຕໍ່ໄພ່ພົນຂອງເຮົາ ພວກເຈົ້າໄດ້ລັກເອົາແມ້ແຕ່ເສື້ອຂອງຄົນທີ່ຢູ່ຢາງສງົບ ຄືບັນດາຜູ້ທີ່ກັບຈາກສະຫນາມຮົບຊຶ່ງຄິດວ່າຕົນປອດພັຍແລ້ວ 9 ພວກເຈົ້າຂັບໄລ່ພວກຜູ້ຍິງໄພ່ພົນຂອງເຮົາອອກຈາກເຮືອນອັນຜາສຸກຂອງພວກເຂົາ ແລະຍັງໃຫ້ລູກຂອງພວກເຂົາບໍ່ໄດ້ຮັບພອນຂອງເຮົາຕລອດໄປ 10 ຈົ່ງຫນີໄປສາ ບ່ອນທີ່ບໍ່ມີທີ່ພັກພາອາໄສ ຍ້ອນຄວາມບາບພວກເຈົ້າຈຶ່ງຈະພົບກັບຄວາມພິນາດອັນຮ້າຍແຮງ 11 ບຸກຄົນຜູ້ນຶ່ງຊຶ່ງທ່ຽວໄປຕົວະ ແລະຫລອກລວງປະຊາຊົນໂດຍກ່າວວ່າ ນ້ຳອະງຸ່ນແລະສຸຣາຈະຫລັ່ງໄຫລມາສຳລັບພວກເຈົ້າ ອັນນີ້ ຄືການທຳນວາຍຢ່າງນຶ່ງທີ່ປະຊາຊົນມັກ 12 ແຕ່ເຮົາຈະທ້ອນໂຮມປະຊາຊົນອິສຣາເອນທັງຫມົດ ພ້ອມທັງພວກທີ່ເຫລືອຢູ່ ເຣົາຈະທ້ອນໂຮມພວກເຈົ້າໃຫ້ຢູ່ນຳກັນເຫມືອນຝູງແກະຢູ່ໃນຄອກ ແລະເຫມືອນຝູງສັດຢູ່ໃນທົ່ງຫຍ້າ ດິນແດນຂອງພວກເຈົ້າຈະເຕັມໄປດ້ວຍສຽງຂອງຝູງຊົນທັງຫລາຍ” 13 ພຣະເຈົ້າຈະໄຂຫົນທາງສຳລັບນຳພວກເຂົາອອກໄປ ພວກເຂົາຈະທະລຸອອກໄປທາງປະຕູເຂົ້າເມືອງແລະໄປຢ່າງມີອິສຣະ ພຣະຜູ້ເປັນເຈົ້າຜູ້ຈະເປັນເຈົ້າຊີວິດຂອງພວກເຂົາຈະນຳພາອອກໄປ
ມີກາກ່າວໂທດຜູ້ນຳອິສຣາເອນ
1 ບັນດາຜູ້ປົກຄອງອິສຣາເອນເອີຍ, ຈົ່ງຟັງພວກເຈົ້າຄວນຈະເປັນຜູ້ຮັກສາຄວາມຍຸດຕິທັມ 2 ແຕ່ພວກເຈົ້າກຽດຊັງຄວາມດີ ແລະຮັກຄວາມຊົ່ວ ພວກເຈົ້າຂູດຮີດ ແລະທໍຣະມານໄພ່ພົນຂອງເຮົາຢ່າງທາຣຸນຄື 3 ພວກເຈົ້າກັດກິນຊີ້ນ ແລະລອກຫນັງຂອງພວກເຂົາອອກ ຫັກກະດູກຂອງພວກເຂົາ ແລະຕັດໃຫ້ເປັນຕ່ອນໆເຫມືອນຊີ້ນຢູ່ໃນຫມໍ້ 4 ແລະຈະມີວັນນຶ່ງທີ່ພວກເຈົ້າຈະຮ້ອງຫາພຣະຜູ້ເປັນເຈົ້າ ແຕ່ພຣະອົງຈະບໍ່ຊົງຕອບພວກເຈົ້າ ພຣະອົງຈະບໍ່ຟັງການອ້ອນວອນຂອງພວກເຈົ້າ ກໍເພາະວ່າພວກເຈົ້າໄດ້ປະພຶດຊົ່ວ 5 ປະຊາຊົນໄດ້ຖືກຜູ້ປະກາດພຣະທັມຫລອກລວງ ຄືພວກສັນຍາໃຫ້ຄວາມສງົບແກ່ຜູ້ທີ່ລ້ຽງພວກເຂົາ ແຕ່ນາບຂູ່ເອົາເສິກສົງຄາມມາສູ່ຜູ້ທີ່ບໍ່ໄດ້ຍິນຍອມປະຕິບັດຕາມ ສຳລັບພວກຜູ້ປະກາດພຣະທັມເຫລົ່ານັ້ນ ພຣະຜູ້ເປັນເຈົ້າຊົງກ່າວແກ່ເຂົາວ່າ, 6 “ກໍຍ້ອນວ່າ ພວກເຈົ້າໄດ້ນຳໄພ່ພົນຂອງເຮົາໄປໃນທາງທີ່ຜິດ ພວກເຈົ້າຈະບໍ່ມີນີມິດອີກຕໍ່ໄປ ແລະພວກເຈົ້າຈະບໍ່ສາມາດທຳນວາຍເຣື່ອງໃດໆໄດ້ເລີຍ ພວກຜູ້ປະກາດພຣະທັມເອີຍ, ຄວາມສຳຄັນຂອງພວກເຈົ້າກໍໃກ້ຈະຫມົດແລ້ວ ດັ່ງຕາເວັນກໍາລັງຈະຕົກ 7 ຜູ້ທີ່ທຳນວາຍເຫດການໃນອະນາຄົດ ຈະໄດ້ຮັບຄວາມອັບອາຍຂາຍຫນ້າ ຈາກການລົ້ມເຫລວຂອງພວກເຂົາ ພວກເຂົາທຸກຄົນເສັຽໃຈກໍຍ້ອນວ່າ ພຣະເຈົ້າບໍ່ໄດ້ປະທານຄຳຕອບໃຫ້ແກ່ເຂົາ 8 ແຕ່ສຳລັບຂ້າພະເຈົ້າແລ້ວ ຂ້າພະເຈົ້າເຕັມໄປດ້ວຍພຣະວິນຍານຂອງພຣະຜູ້ເປັນເຈົ້າ ຄືດ້ວຍຣິດເດດ ດ້ວຍຄວາມຍຸດຕິທັມ ແລະດ້ວຍຄວາມກ້າຫານ ເພື່ອບອກປະຊາຊົນອິສຣາເອນໃຫ້ສຳນຶກເຖິງຄວາມບາບຂອງພວກເຂົາ 9 ບັນດາຜູ້ປົກຄອງອິສຣາເອນເອີຍ, ຈົ່ງຟັງຂ້າພະເຈົ້າເທີນ ພວກເຈົ້າກຽດຊັງຄວາມຍຸດຕິທັມ ແລະປ່ຽນຄວາມຊອບທັມມາເປັນຄວາມອະທັມ 10 ພວກເຈົ້າສ້າງເຢຣູຊາເລັມ ເມືອງຂອງພຣະເຈົ້າຂຶ້ນມາດ້ວຍການຄາດຕະກຳແລະດ້ວຍການອະທັມ 11 ບັນດາພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ບັນດາປະໂຣຫິດກໍໃຊ້ກົດຫມາຍເພື່ອເຫັນແກ່ສີນຈ້າງຮາງວັນ ບັນດາຜູ້ປະກາດພຣະທັມກໍຖວາຍດ້ວຍເຫັນແກ່ເງິນ ແລະພວກເຂົາທັງຫມົດຍັງອ້າງວ່າ ພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ກັບພວກເຂົາໂດຍເວົ້າວ່າ, “ພຣະຜູ້ເປັນເຈົ້າໄດ້ສະຖິດຢູ່ນຳເຮົາແມ່ນບ? ບໍ່ມີໄພອັນຕະຣາຍໃດໆຈະມາເຖິງພວກເຮົາດອກ” 12 ດ້ວຍເຫດນີ້ແຫລະ, ຍ້ອນພວກເຈົ້າເມືອງຊີໂອນຈະຖືກໄຖເຫມືອນດັ່ງໄຖນາ ເຢຣູຊາເລັມຈະກາຍເປັນກອງສິ່ງສລັກຫັກເພພັງແລະພູເຂົາວິຫານຈະເປັນປ່າ
ພຣະຜູ້ເປັນເຈົ້າແຫ່ງສາກົນນະໂລກປົກຄອງດ້ວຍສັນຕິສຸກ
1 ໃນຍຸກຕໍ່ມາ ຈະເປັນດັ່ງນີ້ຄື ພູເຂົາບ່ອນພຣະວິຫານຕັ້ງຢູ່ ຈະເປັນພູເຂົາທີ່ສູງສຸດ ໃນຈຳນວນພູທັງຫລາຍ ຫລາຍຊົນຊາດຈະຫລັ່ງໄຫລມາຫາທີ່ນັ້ນ 2 ແລະປະຊາຊົນຂອງຊົນຊາດເຫລົ່ານັ້ນຈະເວົ້າວ່າ, “ມາເທາະ, ເຮົາພາກັນໄປຍັງພູເຂົາຂອງພຣະຜູ້ເປັນເຈົ້າ ຂຶ້ນໄປຍັງພຣະວິຫານຂອງພຣະເຈົ້າອິສຣາເອນ ພວກເຮົາຈະໄດ້ຮູ້ສິ່ງທີ່ພຣະອົງຕ້ອງການໃຫ້ພວກເຮົາທຳ ພວກເຮົາຈະເດີນໄປໃນຫົນທາງທີ່ພຣະອົງຊົງໄດ້ເລືອກໄວ້” ພຣະທັມຂອງພຣະຜູ້ເປັນເຈົ້າມາຈາກເຢຣູຊາເລັມ ຈາກຊີໂອນບ່ອນທີ່ພຣະອົງຊົງເວົ້າກັບໄພ່ພົນຂອງພຣະອົງ 3 ພຣະອົງຈະຊົງໄກ່ເກັ່ຽການຜິດຖຽງກັນລະຫວ່າງຊົນຊາດແລະເປັນຜູ້ພິພາກສາຄະດີລະຫວ່າງມະຫາອຳນາດທັງຫລາຍທີ່ຢູ່ຫ່າງໄກຈາກອິສຣາເອນ ພວກເຂົາຈະຕີດາບໃຫ້ເປັນຫມາກສົບໄຖ ແລະຈະຕີຫອກໃຫ້ເປັນມີດຕັດກິ່ງໄມ້ ຊົນຊາດທັງຫລາຍຈະບໍ່ເຣັດເສິກຕໍ່ສູ້ກັນອີກຕໍ່ໄປ ຫລືຈະບໍ່ຈັດຕຽມເພື່ອເຮັດເສິກອີກ 4 ທຸກໆຄົນຢູ່ໃນຄວາມສງົບສຸກ ຢູ່ໃຕ້ຮົ່ມອະງຸ່ນ ແລະຕົ້ນຫມາກເດື່ອຂອງຕົນ ໂດຍບໍ່ມີໃຜເຮັດໃຫ້ເຂົາຢ້ານກົວ ພຣະຜູ້ເປັນເຈົ້າຜູ້ມີອຳນາດຍິ່ງໃຫຍ່ໄດ້ສັນຍາໄວ້ດັ່ງນີ້ 5 ແຕ່ລະຊົນຊາດນະມັສການ ແລະເຊື່ອຟັງພຣະເຈົ້າຂອງພວກຕົນແຕ່ພວກເຮົາຈະນະມັສການ ແລະເຊື່ອຟັງພຣະຜູ້ເປັນເຈົ້າຂອງພວກເຮົາຕລອດໄປເປັນນິດ
ອິສຣາເອນຈະກັບຄືນສູ່ປະເທດເດີມ
6 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເມື່ອຍາມຂອງເຮົາມາຮອດແລ້ວ ເຮົາຈະທ້ອນໂຮມໄພ່ພົນຂອງເຮົາ ຊຶ່ງແມ່ນພວກທີ່ເຮົາໄດ້ລົງໂທດ ແລະໄດ້ຮັບກຳຈາກການເນລະເທດ 7 ພວກເຂົາເປັນຄົນອ່ອນແຮງແລະຫ່າງໄກຈາກເຮືອນຊານບ້ານຊ່ອງ ແຕ່ເຮົາຈະໃຫ້ເຂົາຕັ້ງປະເທດໃຫມ່ ແລະຈະກາຍເປັນປະເທດທີ່ຍິ່ງໃຫຍ່ ເຮົາຈະປົກຄອງພວກເຂົາຕລອດກາລະນານຢູ່ເທິງພູຊີໂອນ 8 ເຢຣູຊາເລັມບ່ອນທີ່ພຣະເຈົ້າຊົງເຝົ້າເບິ່ງໄພ່ພົນຂອງພຣະອົງເອີຍ, ເຈົ້າຈະເປັນເມືອງເອກຂອງຣາຊອານາຈັກອິສຣາເອນອິກເທື່ອນຶ່ງ 9 ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້ສຽງດັງແທ້? ເປັນຫຍັງພວກເຈົ້າຈຶ່ງເຈັບປວດເຫມືອນຜູ້ຍິງອອກລູກ? ບໍ່ແມ່ນພວກເຈົ້າບໍ່ມີກະສັດປົກຄອງບໍ່? ແລະພວກ ທີ່ປຶກສາຂອງພວກເຈົ້າຕາຍຫມົດແລ້ວບໍ່? 10 ປະຊາຊົນອິສຣາເອນເອີຍ, ເຈົ້າເຈັບປວດ ແລະຮ້ອງຄາງເຫມືອນຍິງຄອດບຸດ ມາບັດນີ້ ພວກເຈົ້າຕ້ອງຫນີຈາກເມືອງນີ້ໄປຢູ່ໃນທົ່ງນາ ແລ້ວພວກເຈົ້າຕ້ອງໄປເມືອງບາບິໂລນ ເພາະວ່າໃນທີ່ນັ້ນ ພຣະຜູ້ເປັນເຈົ້າຈະຊົດຊ່ອຍພວກເຈົ້າໃຫ້ພົ້ນໄພຈາກອຳນາດຂອງສັດຕຣູ 11 ຫລາຍຊົນຊາດໄດ້ຮ່ວມມືກັນໂຈມຕີເຈົ້າ ພວກເຂົາເວົ້າວ່າ, “ຈົ່ງໃຫ້ມັນຫມົດຄວາມສັກສິດ ໃຫ້ຕາຂອງເຮົາເພ່ງເບິ່ງ ຊີໂອນ” 12 ແຕ່ຊົນຊາດເຫລົ່ານັ້ນບໍ່ຮູ້ຈັກພຣະດຳຣັດຂອງພຣະຜູ້ເປັນເຈົ້າ ພວກເຂົາບໍ່ຮູ້ຈັກວ່າ ພຣະອົງໄດ້ວາງແຜນການທ້ອນໂຮມພວກເຂົາ ເພື່ອເອົາມາລົງໂທດດັ່ງດຽວກັນກັບໂຮມເອົາມັດເຂົ້າມາຟາດໃນລານ 13 ໂອ ບຸດຕຣີ ຊີໂອນເອີຍ, ຈົ່ງລຸກຂຶ້ນແລະນວດເຖີດເອີຍ, ເຮົາຈະທຳໃຫ້ພວກເຈົ້າແຂງແຮງເຫມືອນດັ່ງງົວກະທິງທີ່ມີເຂົາເຫລັກ ແລະມີຕີນໂລຫະ ພວກເຈົ້າຈະຢຽບທຳລາຍຫລາຍປະເທດໃຫ້ມຸ່ນ ແລະຊັບສົມບັດຂອງພວກເຂົາຈະເປັນຂອງເຮົາ ສິ່ງເຫລົ່ານັ້ນຈະຖືກຖວາຍໃຫ້ແກ່ພຣະຜູ້ເປັນເຈົ້າແຫ່ງພິພົບທັງຫມົດ
1 ປະຊາຊົນອິສຣາເອນເອີຍ, ຈົ່ງຕຽມພົນໄວ້ຮົບເສິກ ເພາະສັດຕຣູລ້ອມເຮົາໄວ້ແລ້ວ ແລະຜູ້ນຳອິສຣາເອນກໍຖືກສັດຕຣູຕີຫນ້າແລ້ວ
ພຣະຜູ້ເປັນເຈົ້າຊົງສັນຍາຈະປະທານຜູ້ປົກຄອງຈາກເມືອງເບັດເລເຮັມ
2 ເບັດເລເຮັມ ເອຟຣາທາເອີຍ, ເຈົ້າເປັນເມືອງນ້ອຍເມືອງນຶ່ງໃນເຂດຢູດາ ແຕ່ວ່າ ເຮົາຈະແຕ່ງໃຫ້ມີຜູ້ນຶ່ງມາປົກຄອງພວກອິສຣາເອນຫນໍ່ເຊື້ອສາຍຂອງທ່ານຈະມາຈາກສະໄຫມເດີມ 3 ດັ່ງນັ້ນ ພຣະຜູ້ເປັນເຈົ້າ ຈະປະໄພ່ພົນຂອງພຣະອົງໃຫ້ສັດຕຣູ ຈົນເຖິງເວລາທີ່ຍິງຖືພາຄອດບຸດ ຄັນແລ້ວ ບັນດາພີ່ນ້ອງໃນເມືອງທີ່ຍັງຖືກເນລະເທດກໍຈະມາທ້ອນໂຮມກັນກັບປະຊາຊົນອິສຣາເອນ 4 ເວລາຜູ້ນັ້ນມາ ທ່ານຈະມາປົກຄອງປະຊາຊົນດ້ວຍອຳນາດມາແຕ່ພຣະຜູ້ເປັນເຈົ້າ ແລະດ້ວຍຄວາມສະງ່າຣາສີ ປະຊາຊົນຂອງທ່ານຈະຢູ່ຢ່າງປອດພັຍ ກໍຍ້ອນວ່າມະນຸດທຸກໆຄົນໃນໂລກ ຈະຮັບຮູ້ທ່ານ 5 ແລະທ່ານຈະເປັນຜູ້ນຳເອົາຄວາມສງົບສຸກມາ
ການຊ່ອຍໃຫ້ພົ້ນແລະການລົງໂທດ
ເມື່ອຊາວອັສຊີເຣັຽຢຽບຢ່ຳແລະບຸກລຸກຄຸກຄາມດິນແດນຂອງພວກເຮົາ ພວກເຮົາຈະສົ່ງພວກຜູ້ລ້ຽງແກະເຈັດຄົນແລະຜູ້ນຳ ແປດຄົນມາຕໍ່ສູ້ພວກເຂົາ 6 ພວກຜູ້ນຳຈະຍຶດເອົາດິນແດນຂອງອັສຊີເຣັຽມາປົກຄອງດ້ວຍກຳລັງ ເມື່ອຊາວອັສຊີເຣັຽບຸກລຸກຄຸກຄາມດິນແດນຂອງພວກເຮົາ ພວກຜູ້ນຳກໍຈະຊ່ອຍພວກເຮົາໃຫ້ພົ້ນໄພດ້ວຍວິທີຍຶດຄອງນັ້ນ 7 ປະຊາຊົນອິສຣາເອນຜູ້ຍັງມີຊີວິດເຫລືອຢູ່ກໍຈະເປັນເຫມືອນນ້ຳຄ້າງອັນສົດຊື່ນທີ່ພຣະຜູ້ເປັນເຈົ້າເທລົງມາສຳລັບຊົນຊາດແລະເຫມືອນຫ່າຝົນທີ່ຕົກເທີງຫຍ້າກຳລັງປົ່ງ ພວກເຂົາຈະອາໄສພຣະເຈົ້າບໍ່ແມ່ນອາໄສມະນຸດ 8 ປະຊາຊົນອິສຣາເອນບາງຄົນທີ່ຍັງເຫລືອຢູ່ຈະຢູ່ຖ້າມກາງຊົນຊາດຕ່າງໆ ພວກເຂົາຈະເປັນເຫມືອນໂຕສິງທີ່ກຳລັງຊອກຫາອາຫານໃນປ່າ ຫລືໃນທົ່ງຫຍ້າ ມັນຄຸບເອົາແກະໃນຝູງແລ້ວຈີກເປັນຕ່ອນໆ ແລະບໍ່ມີແກະຕົວໃດໃນທີ່ນັ້ນຈະລອດພົ້ນຈາກມັນໄປໄດ້ 9 ອິສຣາເອນຈະຜາບແພ້ສັດຕຣູ ແລະທຳລາຍພວກເຂົາທຸກຄົນຈົນຫມົດກ້ຽງ 10 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ໃນເວລານັ້ນ ເຮົາຈະເອົາມ້າຂອງພວກເຈົ້າຫນີໄປ ແລະຈະທຳລາຍລໍ້ຂອງພວກເຈົ້າ 11 ເຮົາຈະຢຽບຢ່ຳຄ້າຍປ້ອງກັນໃຫ້ຫມົດ ແລະທຳລາຍເມືອງທັງຫລາຍໃນດິນແດນຂອງເຈົ້າ 12 ເຮົາຈະທຳລາຍເຄື່ອງລາງຂອງດີທີ່ເຈົ້າໃຊ້ແລະບໍ່ໃຫ້ມີຫມໍມໍອີກຕໍ່ໄປ 13 ເຮົາຈະທຳລາຍຮູບເຄົາຣົບ ແລະເສົາສັກສິດທີ່ພວກເຈົ້າໄດ້ນະມັສການ ພວກເຈົ້າຈະບໍ່ໄດ້ນະມັສການສິ່ງທີ່ພວກເຈົ້າໄດ້ເຮັດນັ້ນອິກຕໍ່ໄປ 14 ເຮົາຈະຖອນຫລັກສັກສິດໃນປະເທດຂອງພວກເຈົ້າ ແລະທຳລາຍຫົວເມືອງຕ່າງໆຂອງພວກເຈົ້າ 15 ແລະດ້ວຍຄວາມຮ້າຍອັນໃຫຍ່ຂອງເຮົາ ເຮົາຈະແກ້ແຄ້ນຊົນຊາດທັງຫລາຍທີ່ບໍ່ເຊື່ອຟັງເຮົາ”
ພຣະຜູ້ເປັນເຈົ້າສູ້ຄວາມກັບອິສຣາເອນ
1 ຈົ່ງຟັງ ພຣະຜູ້ເປັນເຈົ້າສູ້ຄວາມກັບອິສຣາເອນ ພຣະຜູ້ເປັນເຈົ້າຈົ່ງລຸກຂຶ້ນແລ້ວຖະແຫລງຄະດີຂອງພຣະອົງຕໍ່ພູເຂົາ ເພື່ອເປັນພຍານຂໍໃຫ້ເນີນພູໄດ້ຍິນສິ່ງທີ່ພຣະອົງຊົງກ່າວ 2 ພູເຂົາທັງຫລາຍ ແລະຮາກຖານອັນຫມັ້ນຄົງຂອງພິພົບເອີຍ, ຈົ່ງຟັງຄະດີຂອງພຣະຜູ້ເປັນເຈົ້າແມ໋, ພຣະຜູ້ເປັນເຈົ້າກຳລັງສູ້ຄວາມກັບໄພ່ພົນຂອງພຣະອົງ ພຣະອົງກຳລັງກ່າວໂທດຕໍ່ປະຊາຊົນອິສຣາເອນ 3 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ໄພ່ພົນຂອງເຣົາເອີຍ, ເຮົາໄດ້ເຮັດຫຍັງແດ່ແກ່ເຈົ້າ ເຮົາໄດ້ເຮັດຫຍັງໃຫ້ເຈົ້າລຳບາກຍາກແຄ້ນແດ່ ຈົ່ງຕອບເຮົາມາເບິ່ງດູ ເຮົາໄດ້ນຳພວກເຈົ້າອອກຈາກປະເທດເອຢິບ 4 ເຮົາໄດ້ໄຖ່ພວກເຈົ້າອອກຈາກການເປັນຂ້າທາດ ເຮົາໄດ້ສົ່ງໂມເຊ ອາໂຣນ ແລະນາງມີຣິອານເພື່ອເປັນຜູ້ນຳພາພວກເຈົ້າ 5 ໄພ່ພົນຂອງເຮົາເອີຍ, ຈົ່ງລະນຶກເຖິງສິ່ງທີ່ລາບາກ ເຈົ້າຊີວິດແຫ່ງໂມອາບວາງແຜນຕໍ່ສູ້ເຈົ້າ ແລະຈົ່ງລະນຶກເຖິງຖ້ອຍຄຳທີ່ບາລາອາມ ບຸດຊາຍຂອງເບໂອຣ໌ຕອບກະສັດວ່າຢາງໃດ? ຂໍໃຫ້ລະນຶກເຖິງສິ່ງທັງຫລາຍທີ່ເກີດຂຶ້ນອີກໃນລະຫວ່າງທາງແຕ່ເມືອງຊິດຕິມຫາເມືອງກິນການ ເພື່ອວ່າເຈົ້າຈະໄດ້ສຳນຶກໃນສິ່ງທີ່ເຮົາໄດ້ທຳເພື່ອຊ່ອຍຊີວິດຂອງພວກເຈົ້າ”
ພຣະຜູ້ເປັນເຈົ້າຕ້ອງການຫຍັງຈາກມະນຸດ
6 ເມື່ອຂ້າພຣະອົງມານະມັສການພຣະຜູ້ເປັນເຈົ້າແຫ່ງສວັນ ຂ້າພຣະອົງຈະນຳເອົາສິ່ງໃດເຂົ້າມາເຝົ້າພຣະອົງ ຂ້າພຣະອົງຈະນຳເອົາລູກງົວຕົວຕຸ້ຍພີທີ່ສຸດມາເຜົາຖວາຍບູຊາພຣະອົງບໍ່? 7 ພຣະຜູ້ເປັນເຈົ້າຈະພໍພຣະທັຍບໍ່ ຖ້າຂ້າພຣະອົງນຳແກະພັນໂຕ ຫລືຖັງນ້ຳມັນສົດອັນບໍ່ຫມົດເປັນຈັກເທື່ອມາຖວາຍພຣະອົງ ຂ້າພຣະອົງຄວນຖວາຍບຸດຫົວປີໃຫ້ພຣະອົງ ເພື່ອໄຖ່ຄວາມບາບຂອງຂ້າພຣະອົງ 8 ມະນຸດເອີຍ, ພຣະຜູ້ເປັນເຈົ້າໄດ້ບອກພວກເຈົ້າແລ້ວວ່າແມ່ນຫຍັງດີ ສິ່ງທີ່ພຣະອົງປະສົງຈາກເຈົ້າກໍຄື ໃຫ້ກະທຳຄວາມຍຸດຕິທັມສະແດງຄວາມຮັກຫມັ້ນຄົງ ແລະເຊື່ອຟັງພຣະເຈົ້າຂອງເຈົ້າຢ່າງອ່ອນນ້ອມ 9 ການຢຳເກງພຣະຜູ້ເປັນເຈົ້າເປັນການສລາດແທ້ ພຣະອົງຊົງຮ້ອງໃສ່ເມືອງນຶ່ງວ່າ, “ຈົ່ງຟັງ ໄພ່ພົນທີ່ໄດ້ປະຊຸມກັນຢູ່ໃນເມືອງ 10 ໃນເຮືອນຂອງຄົນຊົ່ວມີຊັບສົມບັດ ຊຶ່ງພວກເຂົາໄດ້ມາດ້ວຍການທຸຈຣິດ ພວກເຂົາໃຊ້ຕາຊິງປອມຊຶ່ງເຮົາກຽດຊັງ 11 ເຮົາຈະຍົກໂທດມະນຸດຜູ້ໃຊ້ຕາຊັ່ງແລະຕາຊິງໂກງໄດ້ຫລື 12 ຄົນຮັ່ງມີໃນເມືອງຫາຜົນປໂຍດນຳຄົນທຸກຍາກ ປະຊາຊົນກໍຂີ້ຕົວະ 13 ມາບັດນີ້ ເຮົາໄດ້ລົງມືມ້າງເພແລະທຳລາຍແລ້ວ ກໍຍ້ອນຄວາມບາບຂອງພວກເຈົ້າ 14 ເຈົ້າຈະກິນແຕ່ບໍ່ຣູ້ອີ່ມ ເຈົ້າຈະຫິວເລື້ອຍໆໄປ ເມື່ອເຈົ້າສະສົມສິ່ງຂອງໄວ້ ເຮົາກໍຈະທຳລາຍສິ່ງເຫລົ່ານັ້ນດ້ວຍສົງຄາມເສັຽ 15 ເຈົ້າຈະຫວ່ານເມັດເຂົ້າແຕ່ຈະບໍ່ໄດ້ເກັບກ່ຽວ ເຈົ້າຈະອີ້ວນ້ຳມັນຈາກຫມາກກອກເທດ ແຕ່ເຈົ້າຈະບໍ່ໄດ້ໃຊ້ນ້ຳມັນນັ້ນ ເຈົ້າຈະເຮັດເຫລົ້າອະງຸ່ນ ແຕ່ເຈົ້າຈະບໍ່ໄດ້ດື່ມເຫລົ້ານັ້ນ 16 ເຈົ້າໄດ້ທຳຊົ່ວຕາມກະສັດອົມຣີ ແລະບຸດຊາຍຂອງພຣະອົງຄື ກະສັດອາຮາບ ໂດຍໄດ້ດຳເນີນຕາມກົນອຸບາຍຂອງພວກເຂົາ ດັ່ງນີ້ແຫລະ, ເຮົາຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ ແລະທຳໃຫ້ປະຊາຊົນທຸກຄົນຂອງພວກເຈົ້າຖືກຢຽບຫຍາມ ປະຊາຊົນທຸກບ່ອນຈະດູຫມິ່ນປມາດພວກເຈົ້າ
ສິນທັມຂອງອິສຣາເອນເສື່ອມລົງ
1 ສິ້ນຫວັງສາແລ້ວ ຂ້າພະເຈົ້າເປັນເຫມືອນຄົນຫິວຜູ້ນຶ່ງຊຶ່ງຫາຜົນລະໄມ້ແລະຜົນອະງຸ່ນໃນຕົ້ນບໍ່ໄດ້ ຫມາກອະງຸ່ນແລະຫມາກເດື່ອກໍຖືກເກັບໄປຫມົດແລ້ວ 2 ຢູ່ໃນປະເທດນີ້ບໍ່ມີຄົນສຸຈຣິດ ແລະຄົນຊື່ສັດຕໍ່ພຣະເຈົ້າສັກຄົນດຽວ ພວກເຂົາຕາຍຫມົດແລ້ວ ຕ່າງກໍຫາໂອກາດຂ້າຟັນລັນແທງຊຶ່ງກັນແລະກັນ ຕ່າງກໍຫ້າງແຮ້ວດັກຈັບພີ່ນ້ອງຂອງຕົນເອງ 3 ພວກເຂົາຊຳນິຊຳນານໃນການກະທຳຊົ່ວ ພວກເຈົ້າຫນ້າທີ່ແລະຜູ້ພິພາກສາຕ້ອງການສິນບົນ ຄົນທີ່ມີອິດທິພົນກໍເອີ່ຍເຖິງແຕ່ສິ່ງທີ່ເຂົາຕ້ອງການ ສະນັ້ນ ພວກເຂົາຈຶ່ງວາງອຸບາຍໃສ່ກັນແລະກັນ 4 ແມ່ນແຕ່ຄົນດີແລະຄົນສຸຈຣິດກວ່າຫມູ່ໃນພວກເຂົາກໍເປັນເຫມືອນຫນາມ ເມື່ອເວລານັ້ນມາເຖິງພຣະເຈົ້າກໍຈະລົງໂທດໄພ່ພົນຂອງພຣະອົງ ຕາມທີ່ຊົງເຕືອນເຂົາໄວ້ ບັດນີ້ ພວກເຂົາກຳລັງວຸ້ນວາຍ 5 ຢ່າເຊື່ອໃຈທາງຢ່າວາງໃຈຄົນ ຈົ່ງລະມັດລະວັງໃນສິ່ງທີ່ເຈົ້າເວົ້າແມ່ນແຕ່ກັບພັຣຍາກໍດີ 6 ໃນເວລານັ້ນ ບຸດຊາຍຈະປະພຶດຮ້າຍຕໍ່ບິດາ ແລະບຸດຕຣີຈະຕໍ່ສູ້ມານດາ ບຸດສະໃໄພ້ຈະຕໍ່ສູ້ແມ່ຍ່າ ແມ່ນແຕ່ສະມາຊິກໃນຄອບຄົວດຽວກໍກາຍເປັນສັດຕຣູກັນ 7 ແຕ່ຂ້າພະເຈົ້າຈະເຝົ້າແຍງເບິ່ງພຣະຜູ້ເປັນເຈົ້າ ຂ້າພະເຈົ້າຈະເຝົ້າຄອຍພຣະເຈົ້າດ້ວຍຄວາມຫວັງ ເພາະພຣະອົງຈະຊົດຊ່ອຍຂ້າພະເຈົ້າໃຫ້ພົ້ນພັຍ ພຣະເຈົ້າຈະຊົງຟັງຂ້າພະເຈົ້າ 8 ສັດຕຣູຂອງຂ້າເອີຍ, ຢ່າເຍາະເຍີ້ຍຂ້າເລີຍ ຂ້າລົ້ມລົງແຕ່ຂ້າຈະລຸກຂື້ນໃຫມ່ ເວລານີ້ຂ້າຢູ່ໃນຄວາມມືດ ແຕ່ພຣະຜູ້ເປັນເຈົ້າເປັນແສງສວ່າງຂອງຂ້າ ຂ້າໄດ້ເຄີຍທຳບາບຕໍ່ສູ້ພຣະເຈົ້າ 9 ເຫດສັນນັ້ນ ຂ້າພະເຈົ້າຈະຕ້ອງອົດທົນຕໍ່ພຣະພິໂຣດຂອງພຣະອົງຢູ່ຊົ່ວລະຍະນຶ່ງ ໃນທີ່ສຸດ ພຣະອົງຈະປົກປ້ອງຂ້າພະເຈົ້າ ແລະທຳໃຫ້ຜູ້ທີ່ກ່າວຜິດຕໍ່ຂ້າພະເຈົ້ານັ້ນຜ່າຍແພ້ຄະດີໄປ 10 ແລ້ວສັດຕຣູຂອງຂ້າພະເຈົ້າຈະເຫັນສິ່ງນັ້ນ ແລະກໍຈະໄດ້ຮັບຄວາມອັບອາຍຂາຍຫນ້າສັດຕຣູຜູ້ຊຶ່ງກ່າວທັບຖົມຂ້າພະເຈົ້າໄດ້ເວົ້າວ່າ, “ພຣະຜູ້ເປັນເຈົ້າຂອງເຈົ້າຢູ່ໃສ?” ຂ້າພະເຈົ້າກໍຈະເຫັນເຂົາຜ່າຍແພ້ໄປ ແລະຖືກຢຽບຢໍ່າລົງເຫມືອນຂີ້ຕົມໃນຖນົນ 11 ເວລາທີ່ຈະສ້າງກຳແພງເມືອງຂຶ້ນໃຫມ່ມາຮອດແລ້ວ ໃນເວລານັ້ນ ເຂດແດນຂອງພວກເຈົ້າຈະຂະຫຍາຍອອກໄປ 12 ປະຊາຊົນຂອງພວກເຈົ້າ ກໍຈະກັບຄືນຈາກທົ່ວທຸກບ່ອນຄືຈາກອັສຊີເຣັຽທາງທິດຕາເວັນອອກ ຈາກເອຢິບທາງທິດໃຕ້ ຈາກທະເລແລະພູທີ່ແສນໄກ 13 ແຕ່ທົ່ວໂລກຈະກາຍເປັນຖິ່ນກັນດານກໍຍ້ອນວ່າ ຄົນທີ່ອາໄສຢູ່ໃນໂລກນີ້ໄດ້ກະທຳຊົ່ວ 14 ໂອ ພຣະຜູ້ເປັນເຈົ້າ ຂໍຊົງເປັນຜູ້ລ້ຽງໄພ່ພົນຊຶ່ງພຣະອົງໄດ້ເລືອກໄວ້ແລ້ວທ້ອນ ດຽວນີ້ ພວກເຂົາກຳລັງຢູ່ໂດດດ່ຽວໃນປ່າ ຢູ່ເຂດອ້ອມແອ້ມເຂົາມີດິນດີສຳລັບການເພາະປູກຄື ດິນໃນທົ່ງຫຍ້າທີ່ບາຊານ ແລະກິເລອາດ ຂໍໃຫ້ພວກເຂົາໄປທຳມາຫາກິນໃນທີ່ນັ້ນທ້ອນ ດັ່ງທີ່ພວກເຂົາໄດ້ທຳມາຫາກິນມາແລ້ວແຕ່ບູຮານນະການທ້ອນ 15 ໂອ ພຣະຜູ້ເປັນເຈົ້າ ຂໍທຳການອັດສະຈັນສຳລັບພວກຂ້າພຣະອົງເຫມືອນຄາວທີ່ພຣະອົງຊົງເຮັດຍາມອອກຈາກປະເທດເອຢິບທ້ອນ 16 ຊົນຊາດທັງຫລາຍຈະເຫັນການກະທຳນັ້ນ ແລະຈະໄດ້ຮັບຄວາມອັບອາຍຂາຍຫນ້າ ແມ່ນວ່າພວກເຂົາຈະມີອຳນາດຫລາຍປານໃດກໍຕາມ ພວກເຂົາກໍຈະເວົ້າຫຍັງບໍ່ໄດ້ ແລະຟັງຫຍັງບໍ່ອອກ 17 ພວກເຂົາຈະລິເລືອໄປຕາມດິນເຫມືອນງູ ພວກເຂົາຢ້ານກົວຈົນຕົວສັ່ນ ແລະອອກມາຈາກບ່ອນລັບລີ້ເຫມືອນສັດເລືອຄານ ພວກເຂົາຈະກັບມາຫາພຣະຜູ້ເປັນເຈົ້າຂອງພວກເຂົາດ້ວຍຄວາມຢ້ານກົວ 18 ໂອ ພຣະຜູ້ເປັນເຈົ້າເອີຍ, ບໍ່ມີພຣະເຈົ້າອົງໃດເຫມືອນພຣະອົງເລີຍ ພຣະອົງຊົງຍົກໂທດຄວາມບາບຂອງໄພ່ພົນຜູ້ທີ່ຍັງເຫລືອຢູ່ ພຣະອົງຈະບໍ່ ພິໂຣດອີກຕໍ່ໄປ ແຕ່ຍິນດີຈະສະແດງຄວາມຮັກຫມັ້ນຄົງຕໍ່ພວກຂ້າພຣະອົງ 19 ພຣະອົງຍັງຈະເມດຕາຕໍ່ພວກຂ້າພຣະອົງອີກເທື່ອນຶ່ງຄື ພຣະອົງຈະຢຽບຄວາມຜິດຂອງພວກຂ້າພຣະອົງໄວ້ໃຕ້ພຣະບາດ ແລະໂຍນຄວາມບາບ ຂອງພວກຂ້າພຣະອົງລົງໃນທະເລເລິກ 20 ພຣະອົງຈະສະແດງຄວາມຊື່ສັຕສຸຈຣິດ ແລະຄວາມຮັກຫມັ້ນຄົງຕໍ່ພວກອິສຣາເອນໄພ່ພົນຂອງພຣະອົງ ຕໍ່ເຊື້ອສາຍຂອງອັບຣາຮາມດັ່ງທີ່ພຣະອົງໄດ້ຊົງສັນຍາຢ່າງຄັກແນ່ໄວ້ຕໍ່ປູ່ຍ່າຕາຍາຍຂອງພວກຂ້າພຣະອົງແຕ່ບູຮານນະການ
1 ຕໍ່ໄປນີ້ກ່ຽວຂ້ອງກັບນະຄອນນີເນເວ ຫນັງສືເຣື່ອງນິມິດຂອງນາຮູມຊາວເມືອງເອນໂກສ
ພຣະພິໂຣດຂອງພຣະເຈົ້າເພື່ອແກ້ແຄ້ນ
2 ພຣະເຈົ້າຊົງເປັນພຣະເຈົ້າຜູ້ຊົງຫວງແຫນແລະຊົງແກ້ແຄ້ນ ພຣະເຈົ້າຊົງແກ້ແຄ້ນແລະຊົງມີພຣະພິໂຣດ ພຣະເຈົ້າຊົງແກ້ແຄ້ນສັດຕຣູຂອງພຣະອົງ ແລະຊົງເກັບຄວາມໂກດໄວ້ໃຫ້ປັດຈາມິດຂອງພຣະອົງ 3 ພຣະຜູ້ເປັນເຈົ້າຊົງກີ້ວຊ້າ ຊົງຣິດທານຸພາບຍິ່ງໃຫຍ່ ພຣະຜູ້ເປັນເຈົ້າຈະບໍ່ຊົງງົດໂທດເລີຍ ພຣະມັນຄາຂອງພຣະອົງຢູ່ໃນລົມບ້າຫມູແລະພະຍຸ ແລະເມກເປັນຜົງຝຸ່ນດິນແຫ່ງພຣະບາດຂອງພຣະອົງ 4 ພຣະອົງຊົງຫ້າມທະເລ ຊົງກະທໍາໃຫ້ມັນແຫ້ງ ຊົງໃຫ້ແມ່ນ້ຳທັງຫລາຍແຫ້ງໄປ ບາຊານແລະກາເມນກໍຫ່ຽວ ແລະແຂນອ່ອນໆຂອງເລບານອນກໍແຫ້ງໄປ 5 ຕໍ່ເບື້ອງພຣະພັກພຣະອົງ ພູເຂົາກໍສັ່ນສະເທືອນ ແລະເນີນເຂົາກໍລະລາຍໄປ ແຜ່ນດິນກໍຫວັ່ນໄຫວຕໍ່ເບື້ອງພຣະພັກພຣະອົງ ທັງໂລກແລະສິ່ງທີ່ອາໄສຢູ່ໃນໂລກດ້ວຍ 6 ໃຜຈະຕ້ານທານພຣະພິໂຣດຂອງພຣະອົງໄດ້? ໃຜຈະທົນຕໍ່ຄວາມຮ້ອນແຮງແຫ່ງຄວາມກີ້ວຂອງພຣະອົງໄດ້? ພຣະພິໂຣດຂອງພຣະອົງພຸ່ງອອກມາຢ່າງກັບໄຟ ໂດຍພຣະອົງສີລາກໍແຕກ 7 ພຣະເຈົ້າປະເສີດ ຊົງເປັນທີ່ກຳບັງເຂັ້ມແຂງໃນວັນຍາກລຳບາກ ພຣະອົງຊົງຮູ້ຈັກຜູ້ທີ່ເຂົ້າມາລີ້ໄພຢູ່ໃນພຣະອົງ 8 ແຕ່ພຣະອົງຈະຊົງກະທຳໃຫ້ສັດຕຣູຂອງພຣະອົງສິ້ນສຸດລົງ ດ້ວຍນ້ຳຖ້ວມທີ່ໄຫລຖ້ວມທົ້ນ ແລະຈະຊົງໄລ່ໃຫ້ຜູ້ທີ່ແຂງຂໍ້ຂອງພຣະອົງເຂົ້າໄປໃນຄວາມມືດ 9 ເຈົ້າຄິດອຸບາຍອັນໃດຕໍ່ພຣະເຈົ້າ ພຣະອົງຈະຊົງທຳລາຍໃຫ້ສິ້ນໄປ ການບີບບັງຄັບຈະບໍ່ໂຜ່ຂຶ້ນເປັນຄຳຣົບທີ່ສອງ 10 ແມ້ວ່າເຂົາທັງຫລາຍເຫມືອນຫນາມໄກ່ໄຫ້ທີ່ກ່ຽວກັນຫຍຸ້ງ ແລະເມົາຕາມຂະຫນາດທີ່ເຂົາດື່ມ ເຂົາຈະຖືກເຜົາຜານສິ້ນເຫມືອນຕໍເຂົ້າທີ່ແຫ້ງແລ້ວ 11 ເຄີຍມີຜູ້ນຶ່ງມາຈາກພວກເຈົ້າ ທີ່ຄິດອຸບາຍຊົ່ວຮ້າຍຕໍ່ພຣະເຈົ້າ ແລະແນະນຳການອະທັມ 12 ພຣະເຈົ້າຊົງກ່າວດັ່ງນີ້ວ່າ, “ແມ້ວ່າ ພວກນັ້ນຈະແຂງແຮງແລະມີຈຳນວນມາກມາຍດ້ວຍ ເຂົາກໍຈະຖືກຕັດຂາດແລະສິ້ນໄປ ເຖິງແມ່ນວ່າເຮົາໃຫ້ເຈົ້າທຸກໃຈ ແຕ່ເຮົາຈະບໍ່ໃຫ້ເຈົ້າທຸກໃຈອີກຕໍ່ໄປ 13 ບັດນີ້ ເຮົາຈະຫັກແອກຂອງເຂົາເສັຽຈາກເຈົ້າ ແລະຈະລະເບີດເຄື່ອງຈຳຈອງຂອງເຈົ້າໃຫ້ສລາຍໄປ” 14 ພຣະເຈົ້າໄດ້ຊົງບັນຊາດ້ວຍເຣື່ອງເຈົ້າວ່າ, “ເຂົາຈະບໍ່ຫວ່ານຊື່ຂອງເຈົ້າໃຫ້ແຜ່ຫລາຍອີກຕໍ່ໄປ ເຮົາຈະກຳຈັດຮູບເຄົາຣົບທີ່ສລັກແລະຮູບເຄົາຣົບທີ່ຫລໍ່ອອກເສັຽຈາກວິຫານແຫ່ງພຣະຂອງເຂົາ ເຮົາຈະຂຸດຫລຸມສົບໃຫ້ເຈົ້າ ເພາະເຈົ້າຊົ່ວຫລາຍ”
ຂ່າວເຣື່ອງກຸງນີເນເວຫລົ່ມ
15 ເບິ່ງແມ໋, ຕີນຂອງຜູ້ນຳຂ່າວດີມາທີ່ເທິງພູເຂົາ ຜູ້ໂຄສະນາສັນຕິພາບ ໂອ ຢູດາເອີຍ ຈົ່ງຮັກສາປະເພນີການລ້ຽງຂອງເຈົ້າໄວ້ ຈົ່ງແກ້ບົນຂອງເຈົ້າເສັຽ ເພາະວ່າຄົນອະທັມຈະບໍ່ມາຫາເຈົ້າອີກ ເຂົາຖືກກຳຈັດເສັຽສິ້ນແລ້ວ
1 ຜູ້ໂຈມຕີໄດ້ຂຶ້ນມາຕໍ່ສູ້ກັບເຈົ້າແລ້ວ ຈົ່ງເຂົ້າປະຈຳປ້ອມ ຈົ່ງເຝົ້າທາງໄວ້ ຈົ່ງຄາດເອວໄວ້ ຈົ່ງຮວມກຳລັງໄວ້ໃຫ້ຫມົດ 2 (ເພາະວ່າພຣະຜູ້ເປັນເຈົ້າຊົງກະທຳໃຫ້ຄວາມໂອ່ອ່າຕະການຂອງຢາໂຄບກັບສູ່ສະພາບເດີມ ຢ່າງກັບຄວາມໂອ່ອ່າຕະການຂອງອິສຣາເອນ ເພາະວ່າພວກປຸ້ນໄດ້ປຸ້ນເອົາໄປ ແລະໄດ້ທຳລາຍກິ່ງກ້ານຂອງເຂົາໃຫ້ພິນາດ) 3 ໂລ່ຂອງທະຫານນັ້ນສີແດງ ແລະທະຫານຂອງເຂົາກໍແຕ່ງກາຍສີແດງເຂັ້ມໃນວັນຕຽມພ້ອມ ຣົດຮົບກໍແວວວັບເປັນແສງ ແລະມ້າເສິກກໍຜາດໂຜນໄປມາ 4 ຣົດຮົບແລ່ນໄປຕາມຖນົນ ມັນຮິບໄປຮີບມາທີ່ ກາງເມືອງສ່ອງແສງເຫມືອນໄຟ ແລະພຸ່ງໄປຢ່າງສາຍຟ້າແມບເຫລື້ອມ 5 ນາຍທະຫານຖືກເອີ້ນຕົວ ເຂົາກໍສະດຸດເມື່ອເຂົາຍ່າງໄປ ເຂົາຮີບກົງໄປທີ່ກຳແພງເມືອງມີໄຟກັບອາວຸດຕັ້ງຂຶ້ນ 6 ປະຕູທີ່ແມ່ນ້ຳເປີດແລ້ວ ທີ່ພຣະຣາຊວັງກໍອົນລະຫມ່ານ 7 ພຣະນາງຖືກປ່ຽນເຄື່ອງຊົງ ເຂົາຈັບພຣະນາງເອົາໄປ ບັນດາສາວໃຊ້ກໍໂອດຄວນສຽງນາງໂສກເສົ້າດັ່ງສຽງນົກເຂົາ ຕີເອິກຊົກໃຈຂອງຕົນ 8 ນີເນເວກໍເຫມືອນສະນ້ຳທີ່ນ້ຳໄຫລອອກມາ ເຂົາທັງຫລາຍຮ້ອງວ່າ, “ຢຸດ ຢຸດ” ແຕ່ບໍ່ມີໃຜຫັນກັບ 9 ປຸ້ນເອົາເງິນເຖີດ ປຸ້ນເອົາທອງຄຳ ມີຊັບສົມບັດມາກມາຍບໍ່ຮູ້ສິ້ນສຸດ ມີຂອງມີຄ່າທຸກຢ່າງເປັນຊັບມັ່ງຄັ່ງ 10 ວ່າງເປົ່າ ຄວາມເປົ່າປ່ຽວ ແລະຄວາມພິນາດ ຈິດໃຈກໍສະລາຍໄປແລະຫົວເຂົ່າກໍສັ່ນ ບັ້ນເອວກໍປວດຣ້າວໄປຫມົດ ໃບຫນ້າທຸກຄົນຊີດເຫລືອງ 11 ບ່ອນຂອງສິງຢູ່ທີ່ໃດ? ຄືຖ້ຳຂອງສິງຫນຸ່ມບ່ອນທີ່ສິງເຄີຍຍ່າງເຂົ້າໄປ ບ່ອນທີ່ລູກຂອງມັນເຄີຍຢູ່ບໍ່ມີຜູ້ໃດໄປຣົບກວນໄດ້ 12 ສິງນັ້ນໄດ້ຈີກອາຫານໃຫ້ລູກຂອງມັນພໍກິນ ແລະໄດ້ຄາບຄໍເຫຍື່ອມາໃຫ້ເຫລົ່າເມັຽຂອງມັນ ມັນສະສົມເຫຍື່ອເຕັມຖ້ຳ ແລະສະສົມຊີ້ນທີ່ມັນຂ້າມາໄດ້ 13 ພຣະຜູ້ເປັນເຈົ້າຈອມໂຍທາສັ່ງວ່າ, “ເບິ່ງແມ໋ ເຮົາຕໍ່ສູ້ເຈົ້າ ເຮົາຈະຜານຣົດຮົບຂອງເຈົ້າໃຫ້ເປັນຄວັນ ແລະດາບຈະສັງຫານສີງຫນຸ່ມຂອງເຈົ້າ ເຮົາຈະກຳຈັດເຫຍື່ອຂອງເຈົ້າເສັຽຈາກໂລກ ແລະຈະບໍ່ມີໃຜໄດ້ຍິນສຽງຜູ້ນຳຂ່າວຂອງເຈົ້າອີກ
1 ວີບັດແກ່ເມືອງທີ່ແປະເປື້ອນໄປດ້ວຍໂລຫີດ ເຕັມດ້ວຍການມຸສາ ແລະຂອງຍຶດທຳການປຸ້ນເຂົາຢ່າງບໍ່ຢຸດຢ່ອນເລີຍ 2 ສຽງຂອງໄມ້ແສ້ ແລະສຽງລໍ້ຣົດຫມູນໄປ ສຽງມ້າແລ່ນຫອບໄປ ແລະຣົດຮົບກະທົບກະແທກ 3 ພົນມ້າເຂົ້າປະຈັນບານ ດາບແວບວາບ ແລະຫອກແວວວາວ ຄົນຖືກຂ້າເປັນກ່າຍກອງ ຊາກສົບກອງຂຶ້ນ ຮ່າງຄົນຕາຍບໍ່ຮູ້ຈັກຈົບສິ້ນ ເຂົາຈະສະດຸດຮ່າງນັ້ນ 4 ທັງນີ້ເພາະການແພດສະຍາ ນັບບໍ່ຖ້ວນຂອງຍິງແພດສະຍານັ້ນ ຜູ້ມີສເນ່ແລະເປັນຈອມຍົ້ວຍວນ ນາງໄດ້ຂາຍປະຊາຊາດເສັຽດ້ວຍການແພດສະຍາຂອງນາງ ແລະຂາຍບັນດາຕະກູນມະນຸດດ້ວຍວີທະຍາຄົມຂອງນາງ 5 ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ເບິ່ງແມ໋, ເຮົາຕໍ່ສູ້ເຈົ້າ ແລະຈະຍົກກະໂປງຂອງເຈົ້າຄຸມຫນ້າເຈົ້າ ເຮົາຈະໃຫ້ບັນດາປະຊາຊາດມອງເບິ່ງຄວາມເປື່ອຍເປົ່າຂອງເຈົ້າ ແລະໃຫ້ຣາຊອານາຈັກທັງຫລາຍ ມອງເບິ່ງຄວາມອັບອາຍຂອງເຈົ້າ 6 ເຮົາຈະໂຍນສິ່ງໂສໂຄກໃສ່ເຈົ້າ ແລະຢຽດຫຍາມເຈົ້າ ແລະຈະປະຈານເຈົ້າ 7 ທຸກຄົນທີ່ແລເຫັນເຈົ້າຈະຫນີໄປຈາກເຈົ້າ ແລະກ່າວວ່າ ນີເນເວເປັນເມືອງຮ້າງເສັຽແລ້ວ ໃຜຈະສົງສານນາງ ຈະໄປຫາໃຜທີ່ໃດມາເລົ້າໂລມນາງໄດ້ 8 ເຈົ້າວີເສດກວ່າເມືອງເທເບສ ຊຶ່ງຕັ້ງຢູ່ຮິມແມ່ນ້ຳນິນຫລື ຊຶ່ງມີນ້ຳອ້ອມນະຄອນ ມີທະເລເປັນທີ່ກຳບັງ ມີຫ້ວງນ້ຳເປັນກຳແພງເມືອງ 9 ເອທີໂອເປັຽເປັນກຳລັງຂອງເມືອງນີ້ ທັງເອຢິບ ແລະກໍບໍ່ຈຳກັດເສັຽດ້ວຍ ພູທ ແລະລິເບັຽເປັນຜູ້ຊ່ອຍເມືອງນັ້ນ 10 ເຖິງປານນັ້ນເມືອງນັ້ນກໍຍັງຖືກກວາດໄປ ນາງຕົກໄປເປັນຊະເລີຍ ລູກໆຂອງນາງໄດ້ຖືກຕີຈົນຕາຍຕາມຖນົນຫົນທາງ ເຂົາຈັບສະຫລາກແບ່ງຜູ້ມີກຽດຂອງເມືອງນັ້ນ ແລະຄົນໃຫຍ່ຄົນໂຕທັງສິ້ນຂອງເມືອງນັ້ນກໍຖືກລ່າມໂຊ່ 11 ເຈົ້າຈະມືນເມົາໄປດ້ວຍ ເຈົ້າຈະງົງງວຍໄປ ເຈົ້າຈະຊອກຫາທີ່ລີ້ພັຍຈາກສັດຕຣູ 12 ປ້ອມປ້ອງກັນທັງຫມົດຂອງເຈົ້າ ຈະເປັນເຫມືອນຕົ້ນຫມາກເດື່ອ ມີຜົນຫມາກເດື່ອສຸກຣຸ່ນທຳອິດ ຖ້າສັ່ນຕົ້ນຂອງມັນກໍຈະຕົກລົງໄປໃນປາກຂອງຜູ້ກິນ 13 ເບິ່ງແມ໋, ກອງທັບຂອງເຈົ້າ ກໍເຫມືອນຜູ້ຍິງຢູ່ຖ້າມກາງເຈົ້າ ປະຕູເມືອງແຫ່ງແຜ່ນດິນຂອງເຈົ້າກໍເປີດກວ້າງໃຫ້ແກ່ສັດຕຣູຂອງເຈົ້າ ໄຟໄດ້ໄຫມ້ດານປະຕູຂອງເຈົ້າຫມົດແລ້ວ 14 ຈົ່ງຂົນນ້ຳຂຶ້ນໄວ້ເພາະຈະຖືກລ້ອມ ຈົ່ງເສີມກຳລັງປ້ອມປ້ອງກັນຂອງເຈົ້າ ຈົ່ງລົງໄປໃນບໍ່ດິນປຽກ ຍ່ຳປູນສໍໃຫ້ເຂົ້າກັນດີ ແລະໄປເອົາພີມອິດມາ 15 ໄຟກໍເຜົາເຈົ້າທີ່ນັ້ນ ດາບກໍຈະຟັນເຈົ້າ ມັນຈະກິນເຈົ້າເສັຽຢ່າງຕັກແຕນວັຍກະໂດດ ຈົ່ງເພີ້ມພວກເຈົ້າໃຫ້ຫລາຍຢ່າງຕັກແຕນວັຍກະໂດດ ຈົ່ງເພີ້ມໃຫ້ຫລາຍເຫມືອນຕັກແຕນວັຍບີນ 16 ເຈົ້າເພີ້ມພວກພໍ່ຄ້າໃຫ້ຫລາຍກວ່າດວງດາວໃນທ້ອງຟ້າ ຕັກແຕນວັຍກະໂດດນັ້ນລອກຄາບແລ້ວກໍບິນໄປເສັຽ 17 ເຈົ້ານາຍຂອງເຈົ້າກໍເຫມືອນຕັກແຕນວັຍບິນ ພວກຂ້າຣາຊການຂອງເຈົ້າກໍເຫມືອນກໍເປັນເຫມືອນຝູງຕັກແຕນທີ່ຈັບຢູ່ຮົ້ວໃນຍາມອາກາດເຢັນ ພໍດວງຕາເວັນຂຶ້ນມັນກໍບິນໄປຫມົດ ບໍ່ມີໃຜຮູ້ວ່າມັນໄປທີ່ໃດ? 18 ໂອ ກະສັດແຫ່ງອັສຊີເຣັຽເອີຍ ຜູ້ລ້ຽງແກະຂອງເຈົ້າຫລັບເສັຽແລ້ວ ເຈົ້ານາຍຂອງເຈົ້າກໍເຄີ້ມຫລັບໄປ ຊົນຊາດຂອງເຈົ້າກະຈັດກະຈາຍຢູ່ເທິງພູເຂົາ ບໍ່ມີຜູ້ໃດຮວບຮວມເອົາມາໄດ້ 19 ຄວາມເຈັບປວດຂອງເຈົ້າບໍ່ມີບັນເທົາ ບາດແຜຂອງເຈົ້າກໍສາຫັດ ທຸກຄົນໄດ້ຍິນຂ່າວຂອງເຈົ້າ ເຂົາກໍຕົບມືເຍາະເຍີ້ຍເຈົ້າ ມີໃຜແດ່ທີ່ບໍ່ໄດ້ຮັບໄພອັນຮ້າຍແຮງທີ່ບໍ່ມີສິ້ນສຸດຂອງເຈົ້າ
1 ຕໍ່ໄປນີ້ ແມ່ນຖ້ອຍຄຳທີ່ພຣະຜູ້ເປັນເຈົ້າ ຊົງສະແດງຕໍ່ຜູ້ປະກາດພຣະທັມ ຮາບາກກຸກ
ຮາບາກກຸກຮ້ອງຂໍຄວາມເປັນທຳ
2 ໂອ ພຣະຜູ້ເປັນເຈົ້າ ກ່ອນພຣະອົງຈະຊ່ອຍຂ້າພຣະອົງໃຫ້ພົ້ນຈາກການທຳລາຍ ຂ້າພຣະອົງຈະຕ້ອງຮ້ອງຂໍຄວາມຊ່ອຍເຫລືອຈາກພຣະອົງອີກດົນປານໃດ? ພຣະອົງຈຶ່ງຈະຮັບຟັງຂ້າພຣະອົງ 3 ເປັນຫຍັງພຣະອົງຈຶ່ງຊົງທຳໃຫ້ຂ້າພຣະອົງພົບພໍ້ກັບຄວາມທຸກຍາກລຳບາກ ແລະເຄາະເຂັນເຊັ່ນນິ້ ການທຳລາຍ ແລະການເຂັນຂ້າທາລຸນຢູ່ອ້ອມຮອບຂ້າພຣະອົງ ການສູ້ຮົບຕົບຕີ ແລະການທະເລາະວີວາດກັນມີຢູ່ທົ່ວທຸກຫົນທຸກແຫ່ງ 4 ກົດຫມາຍຂາດຄວາມສັກສິດ ແລະໄຣ້ປໂຍດ ຄວາມຍຸດຕີທັມບໍ່ເຄີຍມີເລີຍ ສະນັ້ນ ຄົນຊົ່ວຈຶ່ງໃຊ້ອຳນາດຂົ່ມເຫັງຄົນດີ ໂດຍບິດເບືອນຄວາມຍຸດຕິທັມ
ພຣະຜູ້ເປັນເຈົ້າຊົງຕອບຄວາມຮ້ອງທຸກ
5 ຕໍ່ມາ ພຣະຜູ້ເປັນເຈົ້າຊົງເວົ້າຕໍ່ໄພ່ພົນຂອງພຣະອົງວ່າ, “ຈົ່ງເບິ່ງ ຊົນຊາດທັງຫລາຍອ້ອມແອ້ມເຈົ້າ ແລະເຈົ້າຈະປລາດໃຈຕໍ່ສິ່ງທີ່ເຈົ້າເຫັນ ເພາະວ່າໃນສະໄຫມຂອງເຈົ້າ ເຮົາຈະໃຫ້ບາງສິ່ງເກີດຂຶ້ນ ແລະເມື່ອພວກເຈົ້າໄດ້ຍິນສິ່ງນັ້ນພວກເຈົ້າກໍຈະບໍ່ເຊື່ອ 6 ເຮົາພວມນຳຊາວບາບີໂລນຄື ພວກທີ່ໂຫດຮ້າຍແລະໃຈຮ້ອນມາໃຫ້ມີອຳນາດ ພວກມັນກຳລັງອອກໄປຍຶດ ແລະຄອບຄອງປະເທດທັງຫລາຍທົ່ວໂລກ 7 ສ້າງຄວາມຫວາດກົວ ແລະຄວາມອົນລະຫົນຂຶ້ນທົ່ວໄປ ໂດຍເປັນຜູ້ອອກກົດຫມາຍແລະໃຊ້ກົດຫມາຍເອງ 8 ມ້າຂອງພວກມັນແລ່ນໄວກວ່າເສືອດາວ ແລະຮ້າຍກາດກວ່າຫມາໄນທີ່ຫິວເຫຍື່ອ ທະຫານຂອງພວກມັນຂີ່ມ້າຫອບມາແຕ່ໄກໆໄວເຫມືອນແຫລວເຈີດໄປກິນເຫຍື່ອ 9 ກອງທັບຂອງພວກມັນບຸກເຂົ້າຄອບຄອງຢ່າງຮ້າຍກາດ ເມື່ອມັນບຸກເຂົ້າມາໃກ້ ທຸກໆຄົນກໍຢ້ານກົວຕົວສັ່ນຈົນຂວັນເສັຽ ຊະເລີຍທີ່ມັນຈັບໄດ້ມີຫລາຍເຫມືອນດັ່ງເມັດຊາຍ ຊຶ່ງບໍ່ສາມາດຄະນານັບໄດ້ 10 ພວກມັນດູຖູກບັນດາກະສັດ ແລະຫົວເຍາະເຍີ້ຍໃສ່ບັນດາມະຫາເສນາອາມາດ ບໍ່ມີປ້ອມປ້ອງກັນບ່ອນໃດສາມາດຕ້ານທານການບຸກລຸກຂອງພວກມັນໄດ້ ມັນໃຊ້ວິທີການຍຶດປ້ອມ ໂດຍກອງດິນຂຶ້ນໃຫ້ສູງເທົ່າປ້ອມແລ້ວກໍເຂົ້າຍຶດ 11 ເມື່ອຍຶດໄດ້ແລ້ວ ພວກມັນກໍກວາດເອົາສິ່ງຂອງໄປຫມົດເຫມືອນລົມພັດຜ່ານເອົາໄປ ຄົນພວກນິ້ບູຊາອຳນາດຂອງຕົນເອງ
ຮາບາກກຸກຮ້ອງທຸກຂໍຄວາມເປັນທຳ
12 ໂອ ພຣະຜູ້ເປັນເຈົ້າ ພຣະອົງເປັນພຣະເຈົ້າຕັ້ງແຕ່ໃດໆມາ ພຣະອົງເປັນພຣະເຈົ້າຂອງຂ້າພຣະອົງ ເປັນພຣະເຈົ້າອົງບໍຣິສຸດແລະອົງຊົງເປັນຢູ່ສືບໆໄປ ໂອ ພຣະຜູ້ເປັນເຈົ້າ ພຣະເຈົ້າອົງປົກປັກຮັກສາຂອງຂ້າພຣະອົງ ພຣະອົງໄດ້ເລືອກເອົາພວກບາບິໂລນ ແລະໄດ້ທຳໃຫ້ພວກມັນມີອຳນາດເພື່ອລົງໂທດພວກຂ້າພຣະອົງ 13 ແຕ່ເປັນຫຍັງພຣະອົງຈຶ່ງຊົງມິດງຽບຢູ່ໃນ ເມື່ອພວກມັນທຳຮ້າຍຄົນດີໆກວ່າພວກມັນ? 14 ດ້ວຍເຫດໃດ ພຣະອົງຈຶ່ງຖືປະຊາຊົນເຫມືອນປາ ແລະເຫມືອນສັດເລືອຄານ? 15 ຊາວບາບິໂລນໄດ້ຈັບປະຊາຊົນເຫມືອນຕຶກເບັດເອົາປາ ພວກເຂົາເອົາມອງກວາດເອົາປະຊາຊົນເຫມືອນລາກປາໃນມອງຂື້ນມາຈາກນ້ຳດ້ວຍສຽງໂຮ່ຮ້ອງຍິນດີ 16 ພວກເຂົາບູຊາມອງ ແລະຖວາຍເຄື່ອງບະບົນໃຫ້ມັນ ເພາະວ່າມອງພາໃຫ້ພວກເຂົາໄດ້ໃຊ້ຊີວິດຢູ່ຢ່າງຟູມເຟື່ອຍ 17 ພວກເຂົາຈະໃຊ້ດາບທຳຮ້າຍຊົນຊາດຕ່າງໆ ໄຮ້ຄວາມເມດຕາ ດັ່ງນີ້ຕລອດໄປຫລື?
ພຣະຜູ້ເປັນເຈົ້າຕອບຄຳຮ້ອງທຸກຂອງຮາ ບາກກຸກ
1 ຂ້າພະເຈົ້າຈະຂຶ້ນໄປຢືນທີ່ຫໍຄອຍ ແລະຖ້າຊອມເບິ່ງວ່າ ພຣະຜູ້ເປັນເຈົ້າຈະເວົ້າຫຍັງຕໍ່ຂ້າພະເຈົ້າ ແລະຂ້າພະເຈົ້າຈະໄດ້ຮັບຄຳຕອບຢ່າງໃດຈາກ ພຣະອົງກ່ຽວກັບການຮ້ອງທຸກນັ້ນ 2 ພຣະຜູ້ເປັນເຈົ້າໃຫ້ຄຳຕອບແກ່ຂ້າພະເຈົ້າວ່າ, “ຈົ່ງຂຽນເຣື່ອງທີ່ເຮົາບອກແກ່ເຈົ້າທາງນີມິດໃສ່ແຜ່ນປ້າຍ ໃຫ້ທຸກຄົນອ່ານເຂົ້າໃຈໄດ້ງ່າຍ 3 ຂຽນນີມິດນິ້ໄວ້ ກໍເພາະວ່າສິ່ງທີ່ເຮົາບອກມານັ້ນຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຈິງມາເທື່ອ ແຕ່ກຳນົດນັ້ນຈະມາເຖິງໃນໄວໆນິ້ ແລະສິ່ງທີ່ເຮົາໄດ້ບອກກັບເຈົ້າກໍຈະກາຍເປັນຈິງ ເຈົ້າອາດຈະຄິດວ່າມັນມາຊ້າແຕ່ໃຫ້ຄອຍເບິ່ງເທາະ ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ 4 ຍັງຈະບໍ່ດົນດອກ ຂໍ້ຄວາມທີ່ເຈົ້າຂຽນນັ້ນມີດັ່ງນິ້ຄື, “ຜູ້ທີ່ກະທຳຊົ່ວຈະບໍ່ມີຊີວິດ ແຕ່ຜູ້ທີ່ກະທຳດີຈະມີຊີວິດ ເພາະວ່າເຂົາເຊື່ອຟັງພຣະເຈົ້າ” 5 ຄວາມມັ່ງມີເປັນສິ່ງຫລອກລວງ ຄົນພາໂລຈອງຫອງ ແລະມີໃຈຢາກໄດ້ເຫມືອນຄວາມຢາກຕາຍທີ່ບໍ່ຮູ້ຈັກອີ່ມເລີຍ ດັ່ງນັ້ນແຫລະ, ພວກເຂົາຈຶ່ງ ເຂົ້າຄອບຄອງບັນດາຊົນຊາດທັງຫລາຍ ເພື່ອຜົນປໂຍດຂອງພວກເຂົາ
ເຄາະກຳຂອງຄົນຊົ່ວມາເຖິງ
6 ບັນດາປະຊາຊາດເຫລົ່ານັ້ນຈະບໍ່ຍົກຄຳເຍີ້ຍຫຍັນກ່າວຕໍ່ເຂົາຫລື ແລະຍົກສຸພາສິດກ່າວເຍາະເຍີ້ຍເຂົາວ່າ, “ວິບັດແກ່ຜູ້ທີ່ສະສົມສິ່ງຂອງທີ່ບໍ່ແມ່ນຂອງຕົນໄວ້ (ຈະທຳແບບນີ້ໄດ້ດົນປານໃດຫນໍ) ແລະບັນທຸກຂອງທີ່ຍຶດເປັນປະກັນໄວ້ເຕັມຕົວ 7 ກ່ອນພວກເຈົ້າຮູ້ເມືອ ພວກລູກຫນິ້ກໍຈະບຸກມາບີບບັງຄັບ ແລ້ວເອົາເຄື່ອງຄືນໄປ ສັດຕຣູຈະບຸກເຂົ້າມາທຳໃຫ້ພວກເຈົ້າຢ້ານຈົນຕົວສັ່ນຂວັນເສັຽ ພວກເຂົາຈະປຸ້ນເອົາຂອງພວກເຈົ້າ 8 ພວກເຈົ້າໄດ້ປຸ້ນປະຊາຊົນທັງຫລາຍຄື ໄດ້ຂ້າແລະໄດ້ກົດຂີ່ຂົ່ມເຫັງຊາວໂລກແລະທຳລາຍຫົວເມືອງຕ່າງໆ ບັດນິ້ ຜູ້ທີ່ຍັງມີຊີວິດຢູ່ກໍຈະປຸ້ນເຈົ້າຄືກັນ 9 ເຄາະກຳຂອງເຈົ້າມາເຖິງແລ້ວ ພວກເຈົ້າໄດ້ທຳໃຫ້ຄອບຄົວຮັ່ງມີເປັນດີຂຶ້ນຍ້ອນເຂັນຂ້າທາລຸນຄົນອື່ນ ແລ້ວພຍາຍາມທຳໃຫ້ຄອບຄົວຢູ່ຢ່າງສງົບສຸກແລະປອດພັຍ 10 ເລ່ກົນຂອງພວກເຈົ້າໄດ້ນຳຄວາມອັບອາຍມາສູ່ຄອບຄົວຂອງພວກເຈົ້າແລ້ວ ການທຳລາຍບັນດາຊົນຊາດຕ່າງໆນັ້ນມັນກໍເປັນແຕ່ພຽງການນຳເອົາຄວາມຈິບຫາຍມາສູ່ພວກເຈົ້າເອງ 11 ແມ່ນແຕ່ກ້ອນຫີນໃນກຳແພງກໍຈະຮ້ອງດ່າຕໍ່ສູ້ພວກເຈົ້າ ແລະໄມ້ກອນເຮືອນກໍຈະສົ່ງສຽງດັງກຶກກ້ອງອອກມາ 12 ເຄາະກຳຂອງພວກເຈົ້າມາເຖິງແລ້ວ ພວກເຈົ້າວາງຮາກຖານເມືອງດ້ວຍອາຊະຍາກຳ ແລະສ້າງເມືອງຂຶ້ນດ້ວຍຄາຕະກຳ 13 ບັນດາຊົນຊາດທັງຫລາຍທີ່ພວກເຈົ້າເຂົ້າຄອບຄອງເຮັດວຽກໄຮ້ປໂຍດຊື່ໆ ເພາະທຸກສິ່ງທີ່ພວກເຂົາສ້າງຂຶ້ນນັ້ນກໍຖືກໄຟໄຫມ້ຫມົດ ບໍ່ໄດ້ເປັນເຊັ່ນນີ້ເພາະພຣະຜູ້ເປັນເຈົ້າຈອມໂຍທາດອກຫລື? 14 ທະເລມີນ້ຳເຄັມຢູ່ສັນໃດ ຄວາມຮູ້ກ່ຽວກັບຣັສມີຄວາມຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າກໍຈະເຕັມຢູ່ໃນໂລກນິ້ສັນນັ້ນ 15 ເຄາະກຳຂອງພວກເຈົ້າມາເຖິງແລ້ວ ເວລາພວກເຈົ້າໂກດຮ້າຍຫຍໍ້ຫຍັນເພື່ອນບ້ານ ແລະທຳໃຫ້ພວກເຂົາເຊື່ອມເສັຽ ແລະໄດ້ຮັບຄວາມອັບອາຍຂາຍຫນ້າ 16 ພວກເຈົ້າຈະອັບອາຍຂາຍຫນ້າແທນທີ່ຈະໄດ້ຮັບກຽດຕິຍົດ ພຣະຜູ້ເປັນເຈົ້າຈະມອບຈອກຊຶ່ງເປັນການລົງໂທດນິ້ໃຫ້ພວກເຈົ້າດື່ມ ແລ້ວກຽດຕິຍົດຂອງພວກເຈົ້າກໍຈະເຊື່ອມເສັຽໄປ 17 ພວກເຈົ້າໄດ້ຂ້າສັດປ່າ ແລະບັດນິ້ສັດນັ້ນກໍຈະທຳໃຫ້ພວກເຈົ້າຢ້ານ ເຫດການເຫລົ່ານີ້ແຫລະ, ຈະເກິດຂຶ້ນກໍຍ້ອນວ່າ ພວກເຈົ້າໄດ້ຂ້າ ແລະກົດຂີ່ຂົ່ມເຫັງຊາວໂລກ ແລະທຳລາຍຫົວເມືອງຕ່າງໆ 18 ຮູບເຄົາຣົບໃຫ້ຜົນປໂຍດຫຍັງແດ່? ມັນເປັນພຽງແຕ່ຮູບທີ່ມະນຸດຜູ້ນຶ່ງໄດ້ເຮັດຂຶ້ນເທົ່ານັ້ນ ແລະກໍບໍ່ສາມາດບອກຄວາມຈິງຕໍ່ພວກເຈົ້າໄດ້ ມັນດີແນວໃດ? ຜູ້ສ້າງຮູບຈຶ່ງປົງໃຈໃນຮູບທີ່ປາກບໍ່ໄດ້ນັ້ນ 19 ເຄາະກຳພວກເຈົ້າມາເຖິງແລ້ວ ພວກເຈົ້າເວົ້າຕໍ່ຮູບໄມ້ວ່າ, “ລຸກຂຶ້ນແມ໋” ຫລືເວົ້າຕໍ່ກ້ອນຫີນວ່າ, “ຢືນຂື້ນແມ໋” ແຕ່ຮູບເຄົາຣົບນັ້ນສອນຫຍັງແດ່? ຮູບນັ້ນຈະໂອບດ້ວຍເງິນຫລືຄຳ ແຕ່ມັນກໍບໍ່ມີຊີວິດຈິດໃຈເລີຍ 20 ພຣະຜູ້ເປັນເຈົ້າຊົງປະທັບຢູ່ໃນວິຫານອັນສັກສິດ ມະນຸດທຸກຄົນໃນໂລກນິ້ຈົ່ງມິດງຽບຢູ່ຕໍ່ຫນ້າພຣະພັກພຣະຜູ້ເປັນເຈົ້າເທີນ
1 ຄຳອ້ອນວອນຂອງຜູ້ປະກາດພຣະທັມ ຮາບາກກຸກ
ຄຳອ້ອນວອນຂອງຮາບາກກຸກ
2 ໂອ ພຣະຜູ້ເປັນເຈົ້າ ຂ້າພຣະອົງໄດ້ຍິນກ່ຽວກັບສິ່ງທີ່ພຣະອົງໄດ້ທຳ ແລະຂ້າພຣະອົງໄດ້ເຕັມໄປດ້ວຍຄວາມເກງກົວ ບັດນິ້ ຂໍຊົງຮື້ຟື້ນພຣະຣາຊກິດຂອງພຣະອົງຂຶ້ນໃຫມ່ ໃນເວລາທີ່ພວກຂ້າພຣະອົງຍັງມີຊີວິດຢູ່ ຄືການກະທຳອັນຍິ່ງໃຫຍ່ທີ່ພຣະອົງໄດ້ເຄີຍທຳແຕ່ສະໄຫມກ່ອນ ແມ່ນວ່າຍາມພຣະອົງພຣະພິໂຣດ ຂໍຊົງເມດຕາແດ່ຖ້ອນ 3 ພຣະເຈົ້າຈະກັບມາຈາກເມືອງເອໂດມອີກ ພຣະເຈົ້າອົງບໍຣິສຸດຈະມາແຕ່ພູປາຣານ ຄວາມສະງ່າຣາສີຂອງພຣະອົງປົກຄຸມທົ່ວຟ້າສວັນ ທົ່ວໂລກກໍເຕັມໄປດ້ວຍການສັຣເສີນພຣະອົງ 4 ພຣະອົງສະເດັດມາພ້ອມແສງສວ່າງຂອງຟ້າແມບເຫລື້ອມ ພຣະຫັດຂອງພຣະອົງມີແສງເຫລື້ອມມາບໆ ຊຶ່ງຣິດທານຸພາບຂອງພຣະອົງໄດ້ເຊື່ອງໄວ້ໃນທີ່ນັ້ນ 5 ພຣະອົງໃຫ້ໂຣກລະບາດມາກ່ອນ ແລະໃຫ້ຄວາມຕາຍມາຕາມຫລັງ 6 ເມື່ອພຣະອົງຊົງຢຸດໂລກກໍເກີດຫວັ່ນໄຫວ ເມື່ອພຣະອົງຊົງທອດພຣະເນດບັນດາຊົນຊາດກໍຢ້ານຈົນຕົວສັ່ນຂວັນເສັຽ ບັນດາພູເຂົາທີ່ຫມັ້ນຄົງກໍແຕກສລາຍໄປ ແລະເນີນພູທີ່ຕັ້ງຢູ່ຕລອດການກໍຍຸບລົງ ຄືເນີນພູບ່ອນທີ່ພຣະອົງໄດ້ຍ່າງແຕ່ສະໄຫມດຶກດຳບັນ 7 ຂ້າພຣະອົງໄດ້ເຫັນພົນລະເມືອງກູຊານຢ້ານກົວ ແລະພົນລະເມືອງມີດີອານຕົວສັ່ນຂວັນເສັຽ 8 ຂ້າແດ່ພຣະຜູ້ເປັນເຈົ້າ ເມື່ອພຣະອົງສະເດັດຊົງຣົດມ້າທີ່ເປັນເຝື້ອຜ່ານໄປທ່າມທາງກ້ອນເມກ ເພື່ອນຳຊັຍຊະນະມາສູ່ໄພ່ພົນຂອງພຣະອົງ ພຣະອົງຊົງພຣະພິໂຣດແມ່ນ້ຳຫລື ຫລືວ່າຊົງກີ້ວໂກດນ້ຳທະເລ 9 ພຣະອົງຊົງພ້ອມທີ່ຈະໃຊ້ຫນ້າທະນູຂອງພຣະອົງທຸກເວລາ ລູກຫນ້າຂອງພຣະອົງກໍເຕັມບັ້ງຢູ່ສເມີ ຟ້າຜ່າແຍກແຜ່ນດິນໂລກອອກຈາກກັນໄດ້ 10 ເມື່ອພູເຂົາທັງຫລາຍໄດ້ເຫັນພຣະອົງກໍສັ່ນສະເທືອນ ແລ້ວຝົນກໍຫລັ່ງລົງຈາກທ້ອງຟ້າ ນ້ຳຢູ່ໃຕ້ພື້ນພິພົບກໍຊັດຂື້ນສຽງດັງສນັ່ນ ແລະຟອງຂອງມັນກໍຟົ້ງຂຶ້ນສູງ 11 ດວງຕາເວັນແລະດວງເດືອນຍັງຢູ່ກັບບ່ອນຂອງມັນ ເມື່ອແສງແວວວາບຂອງທະນູ ແລະແສງສະທ້ອນຂອງຫອກຂອງພຣະອົງພຸ້ງຜ່ານໄປ 12 ພຣະອົງສະເດັດເທິງໂລກດ້ວຍຄວາມພິໂຣດ ແລະຢຽບຢ່ຳຊົນຊາດທັງຫລາຍດ້ວຍຄວາມກິ້ວໂກດ 13 ພຣະອົງສະເດັດອອກໄປຊ່ອຍໄພ່ພົນ ແລະເຈົ້າຊີວິດທີ່ພຣະອົງຊົງເລືອກໄວ້ ພຣະອົງຊົງທຳລາຍຜູ້ນຳຂອງຄົນຊົ່ວ ແລະລ້າງຜານພັກພວກຂອງມັນຈົນຫມົດກ້ຽງ 14 ລູກຫນ້າທະນູຂອງພຣະອົງແທງຫົວຫນ້ານັກຮົບຂອງເຂົາ ຊຶ່ງບຸກເຂົ້າມາເຫມືອນລົມພະຍຸພັດ ແລະເຫມືອນຄົນມັກຂົ່ມເຫັງຄົນຍາກຈົນຢ່າງລັບໆ ເພື່ອທຳໃຫ້ພວກເຮົາແຕກກະຈັດກະຈາຍໄປ 15 ມ້າຂອງພຣະອົງຢຽບຢ່ຳນ້ຳທະເລ ນ້ຳເລິກແລະກວ້າງອັນມະຫາສານຟົດຟຸ້ງຂຶ້ນ 16 ເມື່ອຂ້າພຣະອົງໄດ້ຍິນເຣື່ອງເຫລົ່ານີ້ ຂ້າພຣະອົງກໍຢ້ານຈົນຕົວສັ່ນຂວັນເສັຽ ຮິມສົບຂອງຂ້າພຣະອົງກໍສັ່ນດ້ວຍຄວາມຢ້ານ ຕົນຕົວຂອງຂ້າພຣະອົງສັ່ນຄອນໄປ ແລະຕີນຂອງຂ້າພຣະອົງກໍເຕະສະດຸດ ຂ້າພຣະອົງຈະລໍຄອຍວັນແຫ່ງພຣະອົງຈະມາຢ່າງມິດໆ ວັນຊຶ່ງພຣະເຈົ້າຈະລົງໂທດຜູ້ທີ່ໂຈມຕິພວກຂ້າພຣະອົງ 17 ເຖິງແມ່ນວ່າຕົ້ນຫມາກເດື່ອບໍ່ມີຫມາກ ແລະຕົ້ນຫມາກອະງຸ່ນບໍ່ມີຮວງ ກົກຫມາກກອກເທດບໍ່ມີຜົນ ແລະທົ່ງນາບໍ່ມີເຂົ້າ ເຖິງແມ່ນວ່າ ແກະໃນຝູງຈະຕາຍຫມົດ ແລະຄອກງົວເປົ່າວ່າງ 18 ຂ້າພຣະອົງຍັງຈະຊົມຊື່ນປິຕິຍິນດີ ເພາະວ່າພຣະຜູ້ເປັນເຈົ້າເປັນພຣະຜູ້ຊ່ອຍຂອງຂ້າພຣະອົງ 19 ພຣະຜູ້ເປັນເຈົ້າຊົງປະທານເຫື່ອແຮງໃຫ້ຂ້າພຣະອົງ ພຣະອົງເຮັດໃຫ້ຂ້າພຣະອົງແລ່ນໄວເຫມືອນກວາງ ແລະໃຫ້ຂ້າພຣະອົງຍ່າງເທິງພູຢ່າງປອດພັຍ
1 ພຣະຄຳຂອງພຣະຜູ້ເປັນເຈົ້າຊຶ່ງມາເຖິງເຊຟັນຢາ ບຸດກູຊີ ຜູ້ເປັນບຸດຂອງເກດາລີຢາ ຜູ້ເປັນບຸດຂອງອາມາຣີຢາ ຜູ້ເປັນບຸດຂອງເຮເຊກີຢາ ໃນຣັຊການໂຢຊີຢາ ຣາຊໂອຣົດຂອງອາໂມນ ກະສັດຂອງຢູດາ
ວັນແຫ່ງພຣະພິໂຣດຂອງພຣະເຈົ້າ
2 ພຣະຜູ້ເປັນເຈົ້າສັ່ງວ່າ, “ເຣົາຈະກວາດທຸກສິ່ງທຸກຢ່າງໃຫ້ກ້ຽງຈາກພື້ນພິພົບ” 3 ພຣະຜູ້ເປັນເຈົ້າສັ່ງວ່າ, “ເຣົາຈະກວາດມະນຸດ ແລະສັດເດັຽຣະສານໄປເສັຽ ເຣົາຈະກວາດນົກໃນອາກາດໄປເສັຽ ທັງປາໃນທະເລດ້ວຍ ເຮົາຈະກວາດລ້າງຄົນອະທັມ ເຣົາຈະກຳຈັດມະນຸດຊາດເສັຽຈາກພື້ນພິພົບ 4 ເຣົາຈະຢຽດມືຂອງເຣົາອອກຕໍ່ສູ້ຢູດາ ແລະຕໍ່ຊາວເຢຣູຊາເລັມທັງມວນ ເຮົາຈະກຳຈັດເດນເຫລືອຂອງພຣະບາອານເສັຽຈາກສະຖານທີ່ນີ້ ແລະກຳຈັດຊື່ບັນດາປະໂຣຫິດຜູ້ຮັບໃຊ້ພຣະບາອານເສັຽ 5 ກຳຈັດຄົນເຫລົ່ານັ້ນທີ່ຂາບໄຫວ້ລົງເທິງດາດຟ້າຫລັງຄາຕຶກ ເພື່ອໄຫວ້ບໍຣິວານແຫ່ງຟ້າສວັນ ຄົນເຫລົ່ານັ້ນທີ່ຂາບລົງສາບານຕໍ່ພຣະຜູ້ເປັນເຈົ້າ ເຖິງປານນັ້ນກໍຍັງສາບານໂດຍພຣະມີນໂກມ 6 ຄົນເຫລົ່ານັ້ນທີ່ຫັນກັບຈາກການຕິດຕາມພຣະຜູ້ເປັນເຈົ້າ ຜູ້ບໍ່ໄດ້ສແວງຫາພຣະຜູ້ເປັນເຈົ້າຫລືທູນຖາມພຣະອົງ” 7 ຈົ່ງງຽບສງົບຢູ່ຕໍ່ເບື້ອງພຣະພັກພຣະຜູ້ເປັນເຈົ້າ ເພາະວ່າວັນແຫ່ງພຣະເຈົ້າມາໃກ້ແລ້ວ ພຣະຜູ້ເປັນເຈົ້າຊົງຕຽມເຄື່ອງບູຊາ ແລະຊົງກະທຳແຂກຂອງພຣະອົງໃຫ້ບໍຣິສຸດ 8 ແລະໃນວັນທີ່ພຣະຜູ້ເປັນເຈົ້າຊົງຂ້າບູຊານັ້ນ (ຄືພຣະອົງກ່າວວ່າ) “ເຮົາຈະລົງໂທດບັນດາເຈົ້ານາຍ ແລະໂອຣົດຂອງກະສັດ ແລະບັນດາຜູ້ທີ່ຕົກແຕ່ງຕົວດ້ວຍເຄື່ອງແຕ່ງກາຍຕ່າງດ້າວ 9 ໃນວັນນັ້ນ ເຮົາຈະລົງໂທດທຸກຄົນທີ່ກະໂດດຂ້າມປະຕູ ແລະບັນດາຜູ້ທີ່ກະທຳໃຫ້ເຮືອນຂອງນາຍເຕັມໄປດ້ວຍຄວາມທາຣຸນ ແລະການຄົດໂກງ” 10 ພຣະຜູ້ເປັນເຈົ້າກ່າວວ່າ, “ໃນວັນນັ້ນ ຈະໄດ້ຍິນສຽງຮ້ອງຈາກປະຕູປາ ແລະສຽງຮ້ອງໄຫ້ໃນເຂດສ້າງໃຫມ່ໃນຕົວເມືອງ ແລະສຽງໂຄມຄາມຈາກເນີນພູ 11 ໂອ ຊາວເມືອງທີ່ຢູ່ເຂດລຸ່ມ ຈົ່ງຮ້ອງໄຫ້ເຖີດ ເພາະພໍ່ຄ້າທັງປວງກໍບໍ່ມີເຫລືອແລ້ວ ຜູ້ທີ່ຊັ່ງເງິນຄ້າຂາຍກໍຖືກກຳຈັດເສັຽແລ້ວ 12 ໃນເວລານັ້ນເຣົາຈະເອົາຕະກຽງສ່ອງເບິ່ງເຢຣູຊາເລັມ ແລະເຮົາຈະລົງໂທດຄົນທີ່ສ້າງຄວາມອີ່ມອົກອີ່ມໃຈ ແລະເຊື່ອຫມັ້ນໃຈຕົນເອງ ຜູ້ທີ່ກ່າວໃນໃຈຂອງຕົນວ່າ, “ພຣະຜູ້ເປັນເຈົ້າຈະບໍ່ຊົງກະທຳການດີ ແລະພຣະອົງກໍຈະບໍ່ຊົງກະທຳການຊົ່ວ” 13 ຊັບສິ່ງຂອງຂອງເຂົາຈະຖືກປຸ້ນ ແລະເຮືອນຂອງເຂົາຈະຖືກທຳລາຍ ເຖິງເຂົາຈະສ້າງເຮືອນ ເຂົາກໍຈະບໍ່ໄດ້ຢູ່ໃນເຮືອນນັ້ນ ເຖິງເຂົາຈະທຳສວນອະງຸ່ນ ເຂົາຈະບໍ່ໄດ້ດື່ມເຫລົ້າອະງຸ່ນຈາກສວນນັ້ນ” 14 ວັນສຳຄັນຂອງພຣະຜູ້ເປັນເຈົ້າໃກ້ເຂົ້າມາ ໃກ້ເຂົ້າມາ ແລະມາໄວທີ່ສຸດ ສຽງແຫ່ງວັນຂອງພຣະຜູ້ເປັນເຈົ້າກໍຂົມຂື່ນ ທະຫານທີ່ເກັ່ງກ້າຈະຮ້ອງສຽງດັງທີ່ນັ້ນ 15 ວັນນັ້ນເປັນວັນແຫ່ງພຣະພິໂຣດ ເປັນວັນແຫ່ງຄວາມທຸກໃຈ ແລະເປັນວັນລະທົມ ເປັນວັນພິນາດ ແລະວັນທຳລາຍ ເປັນວັນແຫ່ງຄວາມມືດ ແລະຄວາມມືດຄຶ້ມ ເປັນວັນທີ່ມີເມກແລະຄວາມມືດຕຶບ 16 ເປັນວັນທີ່ມີສຽງເຂົາສັດ ແລະວັນໂຫ່ຮ້ອງຕໍ່ເມືອງທັງຫລາຍທີ່ມີປ້ອມປ້ອງກັນ ແລະຫໍຄອຍສູງ 17 ເຮົາຈະນຳທຸກໄພມາສູ່ມະນຸດ ເຂົາຈະໄດ້ເດີນໄປເຫມືອນຄົນຕາບອດ ເພາະເຂົາໄດ້ກະທຳບາບຕໍ່ພຣະຜູ້ເປັນເຈົ້າ ໂລຫິດຂອງເຂົາຈະຖືກເທອອກເຫມືອນຝຸ່ນ ແລະເນື້ອຂອງເຂົາຈະຖືກເທອອກເຫມືອນຊາກສົບທີ່ເນົ່າເປື່ອຍ 18 ເງິນຫລືທອງຄຳຂອງເຂົາກໍດີ ຈະບໍ່ສາມາດຊ່ອຍກູ້ເຂົາໄດ້ ໃນວັນແຫ່ງພຣະພິໂຣດຂອງພຣະຜູ້ເປັນເຈົ້າ ພິພົບທັງສິ້ນຈະຖືກເຜົາຜານໃນໄຟແຫ່ງຄວາມຫວງແຫນຂອງພຣະອົງ ພຣະອົງຈະຊົງກະທຳໃຫ້ຊາວພື້ນພິພົບທັງສິ້ນເຖິງທີ່ສິ້ນສຸດ ເຖິງທີ່ສິ້ນສຸດຢ່າງກະທັນຫັນ
ຄວາມພິນາດຂອງປະຊາຊາດທີ່ຢູ່ອ້ອມຮອບ
1 ໂອ ປະຊາຊາດທີ່ໄຮ້ຄວາມອາຍເອີຍ, ຈົ່ງມາກັນ ມາຊຸມນຸມກັນ 2 ກ່ອນທີ່ເຈົ້າຈະຖືກຂັບໄລ່ໄປດັ່ງແກບທີ່ປິວ ກ່ອນທີ່ພຣະພິໂຣດອັນຮ້າຍແຮງແຫ່ງພຣະຜູ້ເປັນເຈົ້າຈະລົງມາເຫນືອເຈົ້າ ກ່ອນທີ່ວັນແຫ່ງພຣະພິໂຣດຂອງພຣະຜູ້ເປັນເຈົ້າຈະລົງມາເຫນືອເຈົ້າ 3 ທຸກຄົນທີ່ໃຈຖ່ອມໃນແຜ່ນດິນນີ້ ຄືຜູ້ທີ່ກະທຳຕາມພຣະຄຳສັ່ງຂອງພຣະອົງ ຈົ່ງສແວງຫາພຣະຜູ້ເປັນເຈົ້າ ຈົ່ງສແວງຫາຄວາມຊອບທັມ ສແວງຫາຄວາມຖ່ອມໃຈ ຊຶ່ງເຈົ້າຈະໄດ້ຮັບການກຳບັງໃນວັນແຫ່ງພຣະພິໂຣດຂອງພຣະຜູ້ເປັນເຈົ້າ 4 ເພາະວ່າເມືອງກາຊາຈະຖືກປະຖິ້ມ ແລະເມືອງອັສເກໂລນຈະເປັນເມືອງຮ້າງ ຊາວເມືອງອັສໂດດຈະຖືກຂັບໄລ່ໃນເວລາທ່ຽງວັນ ແລະເມືອງເອກໂຣນຈະຖືກຖອນຮາກ 5 ວິບັດແກ່ເຈົ້າ ຊາວເມືອງຊາຍທະເລ ເຈົ້າຜູ້ເປັນປະຊາຊາດເຄເຣ ພຣະຄຳຂອງພຣະຜູ້ເປັນເຈົ້າມີມາກ່າວໂທດເຈົ້າ ໂອ ການາອານ ແຜ່ນດິນຂອງຄົນຟີລິສຕິນ ເຣົາຈະທຳລາຍເຈົ້າຈົນບໍ່ມີຊາວເມືອງເຫລືອ 6 ໂອ ຊາຍທະເລເອີຍ, ເຈົ້າຈະເປັນລານຫຍ້າ ເປັນທົ່ງຫຍ້າສຳລັບຜູ້ລ້ຽງແກະ ແລະເປັນຄອກສຳລັບຝູງແບ້ ແກະ 7 ຊາຍທະເລນັ້ນ ຈະເປັນກຳມະສິດຂອງເຊື້ອສາຍຢູດາທີ່ເຫລືອຢູ່ນັ້ນ ເຂົາຈະຫາກິນທີ່ນັ້ນພໍເຖິງເວລາຄ່ຳເຂົາຈະນອນລົງທີ່ໃນເຮືອນທັງຫລາຍຂອງອັສເກໂລນ ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາຈະເອົາພຣະທັຍໃສ່ເຂົາ ແລະໃຫ້ເຂົາກັບສູ່ສະພາບເດີມ 8 “ເຮົາໄດ້ຍິນຄຳດ່າຂອງໂມອາບ ແລະຄຳຫມິ່ນປມາດຂອງຄົນອັມໂມນແລ້ວ ຊຶ່ງເຂົາດ່າປະຊາຊົນຂອງເຣົາ ແລະອວດອ້າງເຣື່ອງເຂດແດນຂອງເຂົາທັງຫລາຍ 9 ພຣະຜູ້ເປັນເຈົ້າຈອມໂຍທາ ພຣະເຈົ້າຂອງອິສຣາເອນສັ່ງວ່າ, “ເຫດນີ້ເຮົາມີຊີວິດຢູ່ແນ່ແທ້ສັນໃດ ໂມອາບຈະກາຍເປັນເຫມືອນເມືອງໂຊໂດມ ແລະຄົນອັມໂມນຈະເຫມືອນເມືອງໂກໂມຣາ ຄືເປັນແຜ່ນດິນທີ່ມີຕົ້ນຫນາມແລະບໍ່ເກືອ ແລະເປັນທີ່ຮ້າງເປົ່າເປັນນິດ ຊົນຊາດຂອງເຮົາທີ່ເຫລືອຢູ່ຈະປຸ້ນເຂົາ ແລະຄົນໃນປະຊາຊົນຂອງເຮົາທີ່ລອດຕາຍຢູ່ຈະຍຶດເຂົາເປັນກຳມະສິດ” 10 ນີ້ຈະເປັນຜົນຕອບແທນຄວາມຈອງຫອງຂອງເຂົາ ເພາະເຂົາດ່າ ແລະໂອ້ອວດຕໍ່ປະຊາຊົນຂອງພຣະຜູ້ເປັນເຈົ້າຈອມໂຍທາ 11 ພຣະຜູ້ເປັນເຈົ້າຊົງເປັນທີ່ເກງກົວຂອງເຂົາທັງຫລາຍ ພຣະອົງຈະຊົງກະທຳໃຫ້ພຣະທັງຫລາຍຂອງໂລກຜ່າຍຜອມ ແລະແຜ່ນດິນແຫ່ງປະຊາຊາດທັງສິ້ນຈະກົ້ມລົງນະມັສການພຣະອົງຕ່າງຕາມທ້ອງຖິ່ນຂອງຕົນ 12 ໂອ ຄົນເອທີໂອເປັຽເອີຍ, ເຈົ້າດ້ວຍເຫມືອນກັນ ຈະຕ້ອງຖືກປະຫານເສັຽດ້ວຍດາບຂອງເຮົາ 13 ແລ້ວພຣະອົງຈະຍື່ນພຣະຫັດຂອງພຣະອົງຕໍ່ເມືອງທາງທິດເຫນືອ ແລະທຳລາຍອັສຊີເຣັຽ ແລະຈະກະທຳໃຫ້ເມືອງນີເນເວເປັນເມືອງຮ້າງ ເປັນທີ່ແຫ້ງແລ້ງເຫມືອນຖິ່ນກັນດານ 14 ບັນດາຝູງສັດຈະນອນຢູ່ໃນທີ່ນັ້ນ ສັດປ່າທັງສິ້ນ ນົກກະທຸງ ແລະກາ ຈະອາໄສຢູ່ທີ່ຫົວເສົາທັງຫລາຍຂອງເມືອງນັ້ນ ນົກເຄົ້າແມວຈະມາຮ້ອງຢູ່ທີ່ປ່ອງຢ້ຽມ ນົກກາຈະສົ່ງສຽງຢູ່ທີ່ຂັ້ນໄດປະຕູ ເພາະຝາເຮືອນທີ່ທຳດ້ວຍໄມ້ສົນສີດາຈະຕາກແດດຕາກຝົນ 15 ນີ້ເປັນເມືອງທີ່ສນຸກສນານທີ່ຢູ່ຢ່າງປອດໄພ ເປັນເມືອງທີ່ຄິດໃນໃຈຂອງຕົນວ່າ, “ຂ້ອຍນີ້ແຫລະ ແລະບໍ່ມີເມືອງອື່ນໃດອີກ” ມັນເປັນເມືອງຮ້າງເສັຽແລ້ວ ເປັນທີ່ອາໄສນອນຂອງສັດປ່າ ທຸກຄົນທີ່ຜ່ານເມືອງນີ້ໄປຈະເບະປາກແລະສັ່ນກຳປັ້ນຂອງເຂົາ
ບາບຂອງເຢຣູຊາເລັມແລະການໄຖ່
1 ວິບັດແກ່ເມືອງນີ້ທີ່ເປັນເມືອງກະບົດ ແລະເປັນມົນທິນ ເປັນເມືອງທີ່ບີບບັງຄັບເຂົາ 2 ເມືອງນີ້ບໍ່ຍອມຟັງສຽງໃດໆ ແລະບໍ່ຍອມຮັບການຕີສອນໃດໆ ເມືອງນີ້ບໍ່ວາງໃຈໃນພຣະຜູ້ເປັນເຈົ້າ ແລະບໍ່ຍອມເຂົ້າມາໃກ້ພຣະເຈົ້າ 3 ເຈົ້ານາຍທີ່ຢູ່ໃນເມືອງນີ້ກໍເຫມືອນສີງທີ່ຄຳຣາມ ຜູ້ພິພາກສາຂອງເມືອງກໍເຫມືອນຫມາປ່າຍາມຄ່ຳ ຊຶ່ງບໍ່ຍອມຖີ້ມສິ່ງໃດໄວ້ຈົນຮຸ່ງເຊົ້າ 4 ຜູ້ປະກາດພຣະທັມຂອງເມືອງນີ້ເປັນຄົນພານ ເປັນຄົນທໍຣະຍົດ ບັນດາປະໂຣຫິດຂອງເມືອງນີ້ກໍກະທຳສິ່ງສັກສິດໃຫ້ເປັນມົນທິນ ເຂົາຝ່າຝືນຕໍ່ທັມບັນຍັດ 5 ພຣະຜູ້ເປັນເຈົ້າຊົງດຳຣົງຢູ່ໃນເມືອງນັ້ນຊອບທັມ ພຣະອົງບໍ່ໄດ້ຊົງກະທຳຜິດເລີຍ ທຸກເຊົ້າພຣະອົງສຳແດງຄວາມຍຸດຕິທັມຂອງພຣະອົງ ທຸກຕອນເຊົ້າບໍ່ໄດ້ຂາດເລີຍ ແຕ່ຄົນອະຍຸດຕິທັມບໍ່ຮູ້ຈັກອາຍ 6 “ເຮົາໄດ້ກຳຈັດປະຊາຊາດທັງຫລາຍເສັຽ ກຳແພງເມືອງຂອງເຂົາພັງທະລາຍ ເຮົາກະທຳໃຫ້ຖນົນໃນເມືອງນັ້ນຮ້າງເປົ່າ ບໍ່ມີຜູ້ໃດຍ່າງໃນນັ້ນ ຫົວເມືອງຂອງເຂົາເປັນເມືອງຮ້າງບໍ່ມີຄົນ ບໍ່ມີຊາວເມືອງເຫລືອ 7 ເຣົາກ່າວວ່າ “ແທ້ຈິງ ເມືອງນັ້ນຄົງຈະຢຳເກງເຣົາ ເມືອງຈະຍອມຮັບການຕີສອນ ເມືອງຄົງຈະບໍ່ຖີ້ມສາຍຕາໄປເສັຽຈາກບັນດາສິ່ງຕ່າງໆທີ່ເຮົາກຳຊັບໄວ້” ແຕ່ເຂົາທັງຫລາຍຍິ່ງກັບຮ້ອນໃຈທີ່ຈະໃຫ້ການກະທຳຂອງເຂົາເສື່ອມຊາມ” 8 ພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ເຫດສັນນັ້ນຈົ່ງຄອຍເຮົາ ຄອຍວັນທີ່ເຮົາລຸກຂື້ນເປັນພຍານເພາະການຕົກລົງໃຈຂອງເຮົາກໍຄືຈະຮວມປະຊາຊາດໃຫ້ຣາຊອານາຈັກຊຸມນຸມກັນ ເພື່ອເທຄວາມກີ້ວຂອງເຣົາເທິງເຂົາທັງຫລາຍ ຄືຄວາມຮ້ອນແຮງແຫ່ງຄວາມໂກດຂອງເຮົາ ເພາະວ່າພິພົບທັງສິ້ນຖືກເຜົາຜານໃນໄຟແຫ່ງຄວາມຫວງແຫນຂອງເຣົາ 9 ໃນເວລານັ້ນ ເຮົາຈະປ່ຽນຮີມຝີປາກຂອງຊົນຊາດທັງຫລາຍໃຫ້ເປັນຮີມຝີປາກບໍຣິສຸດ ເພື່ອວ່າທຸກຄົນຈະຮ້ອງທູນອອກພຣະນາມພຣະຜູ້ເປັນເຈົ້າ ແລະບົວລະບັດພຣະອົງເປັນໃຈດຽວກັນ 10 ບຸກຄົນທີ່ທູນຂໍຕໍ່ເຮົາ ຄືຄົນຂອງເຮົາທີ່ຖືກກຳຈັດພັດພາກໄປ ຈະນຳເອົາເຄື່ອງບູຊາຂອງເຣົາມາຈາກຟາກຂ້າງນັ້ນຂອງແມ່ນ້ຳແຫ່ງເອທີໂອເປັຽ 11 “ໃນວັນນັ້ນ ເຈົ້າຈະບໍ່ຖືກກະທຳໃຫ້ອັບອາຍ ດ້ວນການກະທຳຊຶ່ງເຈົ້າໄດ້ກະບົດຕໍ່ເຮົາ ເພາະໃນເວລານັ້ນເຮົາຈະຄັດຜູ້ໂອ້ອວດຈອງຫອງນັ້ນອອກເສັຽຈາກຖ້າມກາງເຈົ້າ ເຈົ້າຈຶ່ງຈະບໍ່ເຍີ້ຍິ່ງຈອງຫອງໃນພູເຂົາບໍຣິສຸດຂອງເຮົາອີກຕໍ່ໄປ 12 ເພາະເຮົາຈະເຫລືອແຕ່ຄົນທີ່ຖ່ອມໃຈແລະຈຽມຕົວໄວ້ໃນຖ້າມກາງເຈົ້າ ເຂົາຈະສແວງຫາທີ່ລີ້ໄພໃນພຣະນາມແຫ່ງພຣະຜູ້ເປັນເຈົ້າ 13 ບັນດາຄົນທີ່ເຫລືອຢູ່ໃນອິສຣາເອນ ເຂົາຈະບໍ່ກະທຳຄວາມຜິດແລະບໍ່ກ່າວຄຳມຸສາ ແລະໃນປາກຂອງເຂົານັ້ນຈະຫາລີ້ນທີ່ລໍ້ລວງກໍບໍ່ມີ ເພາະເຂົາທັງຫລາຍຈະທ່ຽວຫາກີນແລະນອນລົງ ແລະບໍ່ມີຜູ້ໃດກະທຳໃຫ້ເຂົາກົວເກງ” 14 “ໂອ ບຸດຕຣີແຫ່ງຊີໂອນເອີຍ, ຈົ່ງຮ້ອງເພງສຽງດັງ ໂອ ອິສຣາເອນເອີຍ ຈົ່ງໂຮ່ຮ້ອງເຖີດ ຈົ່ງຊົມຊື່ນຍິນດີແລະລິງໂລດດ້ວຍເຕັມໃຈຂອງເຈົ້າ ໂອ ບຸດຕຣີແຫ່ງເຢຣູຊາເລັມ 15 ພຣະຜູ້ເປັນເຈົ້າຊົງລົ້ມເລີກການພິພາກສາລົງໂທດເຈົ້າແລ້ວ ພຣະອົງຊົງຂັບໄລ່ສັດຕຣູຂອງເຈົ້າອອກໄປແລ້ວ ກະສັດແຫ່ງອິສຣາເອນຄືພຣະຜູ້ເປັນເຈົ້າຊົງຢູ່ຖ້າມກາງເຈົ້າ ເຈົ້າຈະບໍ່ຢ້ານໄພວິບັດອີກຕໍ່ໄປ 16 ໃນວັນນັ້ນ ເຂົາຈະເວົ້າກັບເຢຣູຊາເລັມວ່າ “ໂອ ຊີໂອນເອີຍ, ຢ່າຢ້ານເລີຍ ຢ່າໃຫ້ມືຂອງເຈົ້າອ່ອນເພັຽໄປ 17 ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າຢູ່ຖ້າມກາງເຈົ້າ ເປັນນັກຮົບຜູ້ປະທານຄວາມມີຊັຍ ພຣະອົງຊົງຊົມຊື່ນເພາະເຈົ້າດ້ວຍຄວາມຍິນດີ ພຣະອົງຈະຊົງຮື້ຟື້ນເຈົ້າໃຫມ່ດ້ວຍຄວາມຮັກຂອງພຣະອົງ ພຣະອົງຈະຊົງເລີງໂລດເພາະເຈົ້າດ້ວຍຣ້ອງເພງສຽງດັງ 18 ດັ່ງໃນວັນທີ່ມີການລ້ຽງ ເຮົາຈະທຳໃຫ້ໄພວິບັດອອກເສັຽຈາກເຈົ້າ ເພື່ອເຈົ້າຈະບໍ່ຕ້ອງທົນຕໍ່ການເຍາະເຍີ້ຍເພາະເຣື່ອງນີ້ 19 ເບິ່ງແມ໋, ໃນເວລານັ້ນເຮົາຈະທຳໂທດຜູ້ທີ່ບີບບັງຄັບເຈົ້າທຸກຄົນ ເຮົາຈະຊ່ອຍຄົນຂາພິການແລະຮວບຮວມຄົນທີ່ກະຈັດກະຈາຍໄປ ແລະເຮົາຈະປ່ຽນຄວາມອັບອາຍຂອງເຂົາໃຫ້ເປັນຄວາມຫນ້າສັຣເສີນ ແລະໃຫ້ເປັນສຽງລືໄປໃນໂລກ 20 ໃນເວລານັ້ນ ເຮົາຈະນຳເຈົ້າກັບເຂົ້າມາ ຄືໃນເວລາທີ່ເຮົາຮວບຮວມພວກເຈົ້າເຂົ້າດ້ວຍກັນ ເຮົາຈະກະທຳໃຫ້ເຈົ້າມີຊື່ສຽງ ແລະເປັນທີ່ສັຣເສີນ ໃນຖ້າມກາງບັນດາຊົນຊາດທັງຫລາຍໃນໂລກ ຄືເມື່ອເຮົາໃຫ້ເຈົ້າກັບສູ່ສະພາບເດີມຕໍ່ຫນ້າຕໍ່ຕາເຈົ້າ” ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ແຫລະ
ເລັ່ງໃຫ້ປະຊາຊົນໃຫ້ສ້າງພຣະວິຫານ
1 ໃນວັນທີ່ນຶ່ງ ເດືອນທີ່ຫົກ ປີທີ່ສອງແຫ່ງຣັຊການກະສັດດາຣີອຸສ ພຣະຄຳຂອງພຣະຜູ້ເປັນເຈົ້າມາໂດຍທາງ ຮັກກັຍ ຜູ້ປະກາດພຣະທັມ ເຖິງເຊຣຸບບາເບນ ບຸດເຊອັນຕິເອນ ຜູ້ວ່າຣາຊການເມືອງຢູດາ ແລະເຖິງໂຢຊວຍ ບຸດເຢໂຮຊາດັກມະຫາປະໂຣຫິດວ່າ, 2 “ພຣະຜູ້ເປັນເຈົ້າຈອມໂຍທາໄດ້ສັ່ງດັ່ງນີ້ວ່າ ປະຊາຊົນເຫລົ່ານີ້ກ່າວວ່າ ເວລາທີ່ຈະສ້າງພຣະວິຫານຂອງພຣະຜູ້ເປັນເຈົ້ານັ້ນຍັງບໍ່ມາເຖິງ” 3 ແລ້ວພຣະຄຳຂອງພຣະຜູ້ເປັນເຈົ້າຈຶ່ງມາເຖິງໂດຍທາງຮັກກັຍຜູ້ປະກາດພຣະທັມວ່າ, 4 ເຖິງເວລາແລ້ວຫລືທີ່ຕົວເຈົ້າເອງອາໄສຢູ່ໃນບ້ານທີ່ມີໄມ້ບຸ ແຕ່ສ່ວນພຣະວິຫານນີ້ຖິ້ມພັງທະລາຍ 5 ເພາະສະນັ້ນ ບັດນີ້ພຣະຜູ້ເປັນເຈົ້າຈອມໂຍທາຈຶ່ງກ່າວວ່າ ຈົ່ງພິຈາຣະນາເບິ່ງວ່າເຈົ້າມີຄວາມເປັນຢູ່ຢ່າງໃດ? 6 ເຈົ້າຫວ່ານຫລາຍ ແຕ່ກ່ຽວຫນ້ອຍ ເຈົ້າຮັບປະທານ ແຕ່ບໍ່ເຄີຍອີ່ມ ເຈົ້າດື່ມ ແຕ່ກໍບໍ່ເຄີຍຫາຍຢາກ ເຈົ້ານຸ່ງຫົ່ມ ແຕ່ກໍບໍ່ມີໃຜອຸ່ນ ຜູ້ທີ່ໄດ້ຄ່າຈ້າງ ກໍໄດ້ຄ່າຈ້າງມາໃສ່ຖົງທີ່ມີຮູ 7 “ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ຈົ່ງພິຈາຣະນາເບິ່ງວ່າເຈົ້າມີຄວາມເປັນຢູ່ຢ່າງໃດ? 8 ພຣະຜູ້ເປັນເຈົ້າກ່າວວ່າ ຈົ່ງຂຶ້ນໄປທີ່ເນີນເຂົາ ແລະນຳໄມ້ມາສ້າງພຣະວິຫານນັ້ນ ແລະເຮົາຈະໄດ້ຮັບກຽດ 9 ເຈົ້າທັງຫລາຍຫວັງໄດ້ຫລາຍ ແຕ່ກໍໄດ້ຫນ້ອຍ ແລະເມື່ອເຈົ້ານຳຜົນມາບ້ານຂອງເຈົ້າ ເຮົາກໍເປົ່າມັນໄປເສັຽ ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ເປັນຫຍັງຈຶ່ງເປັນຢ່າງນັ້ນ ກໍເພາະວິຫານຂອງເຮົາພັງທະລາຍຢູ່ ຝ່າຍເຈົ້າຕ່າງກໍສາລະວົນຢູ່ກັບເຣື່ອງບ້ານຂອງຕົນ 10 ເພາະສະນັ້ນ ທ້ອງຟ້າທີ່ຢູ່ເຫນືອເຈົ້າຈຶ່ງຢັ້ງນ້ຳຄ້າງໄວ້ເສັຽ ແລະໂລກກໍຍຶດພຶດຜົນຂອງມັນໄວ້ເສັຽ 11 ແລະເຮົາກໍເອີ້ນຄວາມແຫ້ງແລ້ງມາສູ່ແຜ່ນດິນແລະເນີນເຂົາ ມາສູ່ເຂົ້າ ເຫລົ້າອະງຸ່ນ ແລະນ້ຳມັນມາສູ່ສິ່ງຕ່າງໆຊຶ່ງດິນອຳນວຍຜົນ ສູ່ມະນຸດແລະສັດ ແລະມາສູ່ຜົນງານຊຶ່ງມືກະທຳໄວ້” 12 ແລ້ວເຊຣູບບາເບນ ບຸດເຊອັນຕິເອນ ແລະໂຢຊວຍບຸດເຢໂຮຊາດັກມະຫາປະໂຣຫິດພ້ອມກັບປະຊາຊົນທັງປວງທີ່ເຫລືອຢູ່ໄດ້ເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາທັງຫລາຍ ແລະຖ້ອຍຄຳຂອງຮັກກັຍຜູ້ປະກາດພຣະທັມ ເພາະວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາທັງຫລາຍໄດ້ຊົງໃຊ້ທ່ານມາ ແລະປະຊາຊົນກໍເກງກົວພຣະຜູ້ເປັນເຈົ້າ 13 ແລ້ວຮັກກັຍ ທູດຂອງພຣະຜູ້ເປັນເຈົ້າຈຶ່ງກ່າວແກ່ປະຊາຊົນຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າວ່າ, “ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຢູ່ກັບເຈົ້າທັງຫລາຍ” 14 ແລະພຣະຜູ້ເປັນເຈົ້າຊົງເຣົ້າໃຈເຊຣຸບບາເບນບຸດເຊອັນຕິເອນ ຜູ້ວ່າຣາຊການເມືອງຢູດາ ແລະຊົງເຣົ້າໃຈຂອງໂຢຊວຍບຸດເຢໂຮຊາດັກ ມະຫາປະໂຣຫິດ ແລະເຣົ້າໃຈປະຊາຊົນທັງປວງທີ່ເຫລືອຢູ່ນັ້ນ ເຂົາທັງຫລາຍກໍມາສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າຈອມໂຍທາ ພຣະຜູ້ເປັນເຈົ້າຂອງເຂົາທັງຫລາຍ 15 ໃນວັນທີ່ຊາວສີ່ຂອງເດືອນນັ້ນໃນເດືອນທີ່ຫົກ
ສັກສີຂອງພຣະວິຫານຫລັງໃຫມ່
1 ໃນປີທີ່ສອງແຫ່ງຣັຊການກະສັດດາຣີອຸສ ໃນວັນທີ່ຊາວເອັດ ເດືອນທີ່ເຈັດ ພຣະຄຳຂອງພຣະຜູ້ເປັນເຈົ້າມາໂດຍຜ່ານທາງຮັກກັຍ ຜູ້ປະກາດພຣະທັມວ່າ 2 “ຈົ່ງກ່າວແກ່ເຊຣຸບບາເບນ ບຸດເຊອັນຕິເອນ ຜູ້ວ່າຣາຊການເມືອງຢູດາ ແລະແກ່ໂຢຊວຍບຸດເຢໂຮຊາດັກ ມະຫາປະໂຣຫິດ ແລະແກ່ປະຊາຊົນທີ່ເຫລືອຢູ່ເຖີດວ່າ 3 “ໃຜແດ່ທີ່ເຫລືອຢູ່ໃນຖ້າມກາງພວກທ່ານນີ້ ທີ່ເຫັນພຣະວິຫານນີ້ຄັ້ງເມື່ອມີສະງ່າຣາສີເດີມນັ້ນ ບັດນີ້ທ່ານເຫລົ່ານັ້ນເຫັນເປັນຢ່າງໃດ ເບິ່ງແມ໋, ແລ້ວປຽບກັນບໍ່ໄດ້ເລີຍແມ່ນບໍ່?” 4 ພຣະເຈົ້າກ່າວວ່າ ໂອ ເຊຣຸບບາເບນເອີຍ ຈົ່ງກ້າຫານເຖີດ ໂອ ໂຢຊວຍ ບຸດເຢໂຮຊາດັກ ມະຫາປະໂຣຫິດເອີຍ ຈົ່ງກ້າຫານເຖີດ ປະຊາຊົນທັງສິ້ນເອີຍ ຈົ່ງກ້າຫານເຖີດ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ຈົ່ງທຳງານເຖີດເພາະເຮົາຢູ່າກັບເຈົ້າ 5 ຕາມຄຳສັນຍາຊຶ່ງເຮົາກະທຳໄວ້ກັບເຈົ້າ ເມື່ອເຈົ້າທັງຫລາຍອອກຈາກປະເທດເອຢິບ ວິນຍານຂອງເຮົາຢູ່ຖ້າມກາງເຈົ້າ ຢ່າກົວເລີຍ 6 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ອີກຫນ້ອຍນຶ່ງເຮົາຈະສັ່ນທ້ອງຟ້າແລະໂລກ ທະເລແລະແຜ່ນດິນແຫ້ງ ອີກເທື່ອນຶ່ງ 7 ເຮົາຈະສັ່ນປະຊາຊາດທັງສິ້ນ ເພື່ອຊັບສົມບັດຂອງປະຊາຊາດທັງສິ້ນຈະໄດ້ເຂົ້າມາ ເຮົາຈະບັນຈຸວິຫານນີ້ໃຫ້ເຕັມດ້ວຍສະງ່າຣາສີ ພຣະເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ 8 ເງິນເປັນຂອງເຮົາ ແລະທອງຄຳເປັນຂອງເຮົາ ພຣະເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ 9 ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ແລະເຮົາຈະໃຫ້ເກີດຄວາມສົມບູນພູນສຸກໃນສະຖານທີ່ນີ້”
ຕຳຫນິຄວາມບໍ່ຊື່ສັດຂອງປະຊາຊົນ
10 ເມື່ອວັນທີ່ຊາວສີ່ ເດືອນທີ່ເກົ້າ ໃນປີທີ່ສອງຂອງຣັຊການດາຣິອຸສ ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຮັກກັຍຜູ້ປະກາດພຣະທັມວ່າ, 11 “ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ຈົ່ງຖາມບັນດາປະໂຣຫິດໃນທັມບັນຍັດເຖີດວ່າ 12 “ຖ້າຜູ້ໃດພັບຊາຍເສື້ອຄຸມທຳເປັນພົກຫໍ່ຊີ້ນບໍຣິສຸດໄປ ຫາກວ່າຊາຍເສື້ອໂຕນັ້ນໄປຖືກເຂົ້າຫນົມປັງ ຫລືແກງ ຫລືເຫລົ້າອະງຸ່ນ ຫລືນ້ຳມັນ ຫລືອາຫານໃດໆສິ່ງນັ້ນຈະບໍຣິສຸດໄປດ້ວຍຫລືບໍ?” ປະໂຣຫິດຕອບວ່າ, “ບໍ່ບໍຣິສຸດ” 13 ແລ້ວຮັກກັຍຈຶ່ງຖາມວ່າ, “ຖ້າຄົນນຶ່ງຄົນໃດທີ່ມົນທິນ ເພາະໄປຖືກສົບມາ ແລ້ວມາຖືກສິ່ງເຫລົ່ານີ້ເຂົ້າ ສິ່ງເຫລົ່ານີ້ຈະມົນທິນໄປດ້ວຍຫລືບໍ່?” ປະໂຣຫິດຕອບວ່າ, “ສິ່ງເຫລົ່ານີ້ກໍມົນທິນໄປດ້ວຍ” 14 ຮັກກັຍຈຶ່ງຕອບວ່າ, “ພຣະຜູ້ເປັນເຈົ້າວ່າ ໃນສາຍຕາຂອງເຮົາ ຊົນຊາດນີ້ເປັນຢ່າງນັ້ນ ແລະປະຊາຊາດນີ້ກໍເປັນຢ່າງນັ້ນ ຜົນງານທຸກຢ່າງທີ່ມືຂອງເຂົາກະທຳເປັນຢ່າງນັ້ນດ້ວຍ ແລະສິ່ງໃດໆທີ່ເຂົາຖວາຍບູຊາທີ່ນັ້ນ ກໍເປັນມົນທິນ 15 ບັດນີ້ ຈົ່ງພິຈາຣະນາເບິ່ງເຖີດວ່າ ຕັ້ງແຕ່ວັນນີ້ເປັນຕົ້ນໄປຈະເກີດເຫດໃດຂື້ນ ຄືກ່ອນທີ່ສີລາກ້ອນນຶ່ງຈະວາງຊ້ອນເທິງສີລາອີກກ້ອນນຶ່ງ ທີ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ 16 ກ່ອນສິ່ງເຫລົ່ານີ້ເກີດຂຶ້ນ ເມື່ອຜູ້ໃດມາຍັງກອງເຂົ້າຄິດວ່າຈະຕວງໄດ້ຊາວຖັງ ກໍມີແຕ່ສິບຖັງ ເມື່ອຜູ້ນຶ່ງມາເຖິງບໍ່ເກັບນ້ຳອະງຸ່ນ ເພື່ອຕັກເອົາຫ້າສິບຖັງ ກໍມີແຕ່ຊາວຖັງ 17 ພຣະຜູ້ເປັນເຈົ້າກ່າວວ່າ ເຣົາໄດ້ໂຈມຕີເຈົ້າ ແລະຜົນງານຂອງເຈົ້າດ້ວຍໃຫ້ເຂົ້າມ້ານ ແລະເປັນໂມະ ແລະດ້ວຍຫມາກເຫັບ ແຕ່ເຈົ້າທັງຫລາຍບໍ່ມາຫາເຮົາ 18 ເບິ່ງແມ໋, ຈົ່ງພິຈາຣະນາຕັ້ງແຕ່ວັນນີ້ເປັນຕົ້ນໄປ ຄືວັນທີ່ຊາວສີ່ ເດືອນທີ່ເກົ້າ ຄືຕັ້ງແຕ່ວັນທີ່ວາງຮາກຖານແຫ່ງພຣະວິຫານຂອງພຣະຜູ້ເປັນເຈົ້າ ຈົ່ງພິຈາຣະນາເບິ່ງ 19 ຍັງມີເຂົ້າຕົກຄ້າງຢູ່ໃນບຸງຫລື ເຄືອອະງຸ່ນ ຕົ້ນຫມາກເດື່ອ ແລະຕົ້ນພິລາ ກັບຕົ້ນຫມາກກອກເທດຍັງບໍ່ເກີດຫມາກຫລື? ຕັ້ງແຕ່ວັນນີ້ເປັນຕົ້ນໄປ ເຮົາຈະອວຍພອນແກ່ເຈົ້າ”
ພຣະສັນຍາຂອງພຣະເຈົ້າຊຶ່ງມີຕໍ່ເຊຣຸບບາເບນ
20 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຮັກກັຍເປັນຄັ້ງທີ່ສອງເມື່ອວັນທີ່ຊາວສີ່ຂອງເດືອນນັ້ນວ່າ, 21 ຈົ່ງເວົ້າກັບເຊຣູບບາເບນ ຜູ້ວ່າຣາຊການເມືອງຢູດາວ່າ ເຮົາກຳລັງຈະສັ່ນທ້ອງຟ້າ ແລະໂລກຢູ່ແລ້ວ 22 ແລະເຮົາກຳລັງຈະຄວ່ຳພຣະທີ່ນັ່ງຂອງບັນດາຣາຊອານາຈັກ ເຮົາກຳລັງຈະທຳລາຍເຫື່ອແຮງຂອງບັນດາຣາຊອານາຈັກແຫ່ງປະຊາຊາດຢູ່ແລ້ວ ແລະຄວ່ຳຣົດຮົບກັບຜູ້ຂັບຂີ່ມ້າ ແລະຜູ້ຂັບຂີ່ຈະຕ້ອງລົ້ມລົງ ຄືທຸກຄົນຈະຕ້ອງລົ້ມລົງດ້ວຍດາບແຫ່ງມິດສະຫາຍຂອງເຂົາ 23 ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ໃນວັນນັ້ນເຮົາຈະຮັບເຈົ້າ ໂອ ເຊຣຸບບາເບນ ບຸດເຊອັນຕິເອນ ຜູ້ຮັບໃຊ້ຂອງເຮົາເອີຍ ພຣະຜູ້ເປັນເຈົ້າກ່າວວ່າ ເຮົາຈະກະທຳເຈົ້າໃຫ້ເປັນດັ່ງແຫວນຕາ ເພາະເຮົາໄດ້ເລືອກເຈົ້າໄວ້ແລ້ວ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ
ເອີ້ນປະຊາຊົນໃຫ້ກັບຄືນ
1 ໃນເດືອນທີ່ແປດ ປີທີ່ສອງແຫ່ງຣັຊການດາຣີອຸສ ພຣະຄຳຂອງພຣະຜູ້ເປັນເຈົ້າຜ່ານມາທາງ ເຊຄາຣີຢາ ບຸດເບເຣຄີຢາຜູ້ເປັນບຸດອີດໂດ ຜູ້ປະກາດພຣະທັມວ່າ, 2 “ພຣະຜູ້ເປັນເຈົ້າຊົງກີ້ວຕໍ່ບັນພະບຸຣຸດຂອງເຈົ້າທັງຫລາຍເປັນຢ່າງຍິ່ງ 3 ເຫດສັນນັ້ນ ຈົ່ງກ່າວແກ່ເຂົາທັງຫລາຍວ່າ ພຣະຜູ້ເປັນເຈົ້າຈອມໂຍທາສັ່ງດັ່ງນີ້ວ່າ ຈັ່ງກັບຄືນມາຫາເຣົາ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ ເຮົາຈະກັບຄືນມາຫາເຈົ້າ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ 4 ຢ່າເປັນເຫມືອນປູ່ຍ່າຕາຍາຍຂອງເຈົ້າ ຊຶ່ງບັນດາຜູ້ປະກາດພຣະທັມຄົນກ່ອນໆຮ້ອງບອກເຂົາວ່າ “ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ຈົ່ງກັບຄືນເສັຽຈາກທາງຊົ່ວຂອງເຈົ້າ ແລະຈາກການກະທຳທີ່ຊົ່ວຂອງເຈົ້າເຖີດ” ພຣະຜູ້ເປັນເຈົ້າກ່າວວ່າ ແຕ່ເຂົາບໍ່ໄດ້ຍິນ ແລະບໍ່ໄດ້ຟັງເຣົາ 5 ບັນພະບຸຣຸດຂອງເຈົ້າ ເຂົາຢູ່ທີ່ໃດ ພວກຜູ້ປະກາດພຣະທັມ ເຂົາມີຊີວິດຢູ່ເປັນນິດຫລື 6 ແຕ່ຖ້ອຍຄຳຂອງເຣົາ ແລະກົດເກນຂອງເຮົາ ຊຶ່ງໄດ້ສັ່ງແກ່ຜູ້ປະກາດພຣະທັມຜູ້ຣັບໃຊ້ຂອງເຮົາກໍໄດ້ຕິດຕາມບັນພະບຸຣຸດຂອງເຈົ້າທັນບໍ່ແມ່ນຫລື?” ຈົນເຂົາກັບໃຈແລ້ວກ່າວວ່າ “ພຣະຜູ້ເປັນເຈົ້າຈອມໂຍທາຊົງດຳຣີວ່າຈະຊົງກະທຳແກ່ເຣົາປະການໃດ ໃນເຣື່ອງທາງແລະການກະທຳຂອງເຮົາ ພຣະອົງຊົງກະທຳແກ່ເຮົາຢ່າງນັ້ນ”
ນິມິດຂອງຜູ້ປະກາດພຣະທັມ ເຣື່ອງມ້າ
7 ເມື່ອວັນທີ່ຊາວສີ່ ເດືອນທີ່ສິບເອັດ ຊຶ່ງເປັນເດືອນເຊບັດ ໃນປີທີ່ສອງແຫ່ງຣັຊການດາຣີອຸສ ພຣະຄຳຂອງພຣະຜູ້ເປັນເຈົ້າຜ່ານມາທາງເຊຄາຣີຢາ ຜູ້ປະກາດພຣະທັມ ບຸດເບເຣຄີຢາຜູ້ເປັນບຸດບຸດໂດ ແລະເຊຄາຣີຢາກ່າວວ່າ, 8 “ໃນກາງຄືນວັນນຶ່ງ ຂ້າພະເຈົ້າໄດ້ມອງເບິ່ງ ແລະເບິ່ງແມ໋, ມີຊາຍຄົນນຶ່ງຂີ່ມ້າສີແດງ ຢືນຢູ່ຖ້າມກາງຕົ້ນນ້ຳມັນຂຽວທີ່ລານຫຸບເຂົາໃນເບື້ອງຫລັງທ່ານຜູ້ນັ້ນມີມ້າສີແດງ ສີແສດ ແລະສີຂາວ 9 ແລ້ວຂ້າພະເຈົ້າຈຶ່ງຖາມວ່າ “ນາຍເຈົ້າຂ້າ ເຫລົ່ານີ້ຄືຫຍັງ?” ທູດສວັນທີ່ສົນທະນາກັບຂ້າພະເຈົ້າບອກຂ້າພະເຈົ້າວ່າ “ເຮົາຈະສຳແດງໃຫ້ເຈົ້າຊາບວ່າ ເຫລົ່ານີ້ຄືຫຍັງ?” 10 ເຫດສັນນັ້ນ ຊາຍທີ່ຢືນຢູ່ຖ້າມກາງຕົ້ນນ້ຳມັນຂຽວຈຶ່ງບອກວ່າ “ເຫລົ່ານີ້ຄືຜູ້ທີ່ພຣະຜູ້ເປັນເຈົ້າຊົງໃຊ້ໃຫ້ໄປທ່ຽວກວດຕຣາໂລກ” 11 ແລະເຂົາເຫລົ່ານັ້ນໄດ້ຕອບທູດສວັນຂອງພຣະຜູ້ເປັນເຈົ້າທີ່ຢືນຢູ່ຖ້າມກາງຕົ້ນນ້ຳມັນຂຽວວ່າ “ເຮົາໄດ້ກວດຕຣາໂລກແລ້ວ ເບິ່ງແມ໋ ທັງໂລກກໍງຽບສງົບຢູ່” 12 ແລ້ວທູດສວັນຂອງພຣະຜູ້ເປັນເຈົ້າກ່າວວ່າ “ຂ້າແດ່ພຣະຜູ້ເປັນເຈົ້າຈອມໂຍທາ ອີກດົນປານໃດ ພຣະອົງຈະຊົງເມດຕາກຸງເຢຣູຊາເລັມ ແລະຫົວເມືອງຂອງຢູດາ ຊຶ່ງພຣະອົງກໍຊົງກີ້ວມາເຈັດສິບປີແລ້ວພຣະເຈົ້າຂ້າ?” 13 ແລະພຣະຜູ້ເປັນເຈົ້າຊົງຕອບທູດສວັນຜູ້ທີ່ສົນທະນາກັບຂ້າພະເຈົ້າ ເປັນຖ້ອຍຄຳທີ່ປະເສີດ ແລະເລົ້າໂລມໃຈ 14 ທູດສວັນຜູ້ທີ່ສົນທະນາຢູ່ກັບຂ້າພະເຈົ້າຈຶ່ງກ່າວແກ່ຂ້າພະເຈົ້າວ່າ “ຈົ່ງຮ້ອງວ່າ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ເຮົາມີຄວາມຫວງແຫນກຸງເຢຣູຊາເລັມ ຄືກຸງຊີໂອນເປັນຢ່າງຍິ່ງ 15 ເຮົາໂກດປະຊາຊາດຫລາຍທີ່ຢູ່ຢ່າງສະບາຍໆ ເພາະເມື່ອເຮົາໂກດແຕ່ນ້ອຍ ເຂົາກໍກໍ່ໄພວິບັດເກີນຂະຫນາດ 16 ພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ ເພາະສະນັ້ນ ເຮົາກັບມາຍັງກຸງເຢຣູຊາເລັມດ້ວຍຄວາມກະຣຸນາ ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ຈະຕ້ອງສ້າງພຣະວິຫານຂອງເຮົາຂື້ນໄວ້ໃນນັ້ນ ແລະຄືງເຊືອກວັດໄວ້ເຫນືອກຸງເຢຣູຊາເລັມ 17 ຈົ່ງຮ້ອງອີກວ່າ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ເມືອງຂອງເຮົາຈະຈະເຣີນຮຸ່ງເຮືອງຖ້ວມທົ້ນດ້ວຍຄວາມມັ່ງຄັ່ງອີກ ແລະພຣະເຈົ້າຈະເລົ້າໂລມຊີໂອນ ແລະເລືອກກຸງເຢຣູຊາເລັມໄວ້ອີກຄັ້ງນຶ່ງ”
ນີມິດຂອງຜູ້ປະກາດພຣະທັມ ເຣື່ອງສີງແລະຊ່າງເຫລັກ
18 ຂ້າພະເຈົ້າເງີຍຫນ້າຂື້ນແລເຫັນ ເບິ່ງແມ໋, ມີສີງສີ່ສີງ 19 ຂ້າພະເຈົ້າຈຶ່ງຖາມທູດສວັນທີ່ສົນທະນາກັບຂ້າພະເຈົ້າວ່າ, “ເຫລົ່ານີ້ຄືຫຍັງ?” ທ່ານຈຶ່ງຕອບຂ້າພະເຈົ້າວ່າ, “ເຫລົ່ານີ້ຄືສີງທີ່ທຳໃຫ້ຢູດາ ອິສຣາເອນ ແລະເຢຣູຊາເລັມ ໃຫ້ກະຈັດກະຈາຍໄປ” 20 ແລ້ວພຣະຜູ້ເປັນເຈົ້າຈຶ່ງຊົງສໍາແດງໃຫ້ຂ້າພະເຈົ້າເຫັນຊ່າງເຫລັກສີ່ຄົນ 21 ແລະຂ້າພະເຈົ້າຈຶ່ງຖາມວ່າ, “ຄົນເຫລົ່ານີ້ເຮັດຫຍັງກັນ?” ພຣະອົງຊົງຕອບວ່າ, “ສິ່ງເຫລົ່ານີ້ມາຂວິດໃຫ້ຢູດາກະຈັດກະຈາຍໄປ ຈົນບໍ່ມີຜູ້ໃດຍົກຫົວຂື້ນໄດ້ອີກ ແລະຊ່າງເຫລົ່ານີ້ມາກະທຳໃຫ້ສີງຫວາດກົວ ເພື່ອຈະແກວ່ງລົງຊຶ່ງສີງແຫ່ງປະຊາຊາດ ທີ່ຍົກສີງຂອງຕົນມາຂວິດແຜ່ນດິນຢູດາກະທຳໃຫ້ກະຈັດກະຈາຍໄປ”
ນິມິດຂອງຜູ້ປະກາດພຣະທັມ ເຣື່ອງຄົນທີ່ມີເຊືອກວັດ
1 ຂ້າພະເຈົ້າເງີຍຫນ້າຂື້ນແລເຫັນ ເບິ່ງແມ໋ ຊາຍຄົນນຶ່ງມີເຊືອກວັດຢູ່ໃນມື 2 ຂ້າພະເຈົ້າຈຶ່ງຖາມວ່າ, “ທ່ານຈະໄປໃສ?” ເຂົາຈຶ່ງບອກຂ້າພະເຈົ້າວ່າ “ຈະໄປວັດເຢຣູຊາເລັມເບິ່ງວ່າ ກວ້າງເທົ່າໃດ? ຍາວເທົ່າໃດ?” 3 ແລະເບິ່ງແມ໋ ທູດສວັນທີ່ໄດ້ສົນທະນາກັບຂ້າພະເຈົ້າກໍກ້າວອອກໄປ ແລະທູດສວັນອີກອົງນຶ່ງກໍກ້າວອອກໄປພົບກັບທ່ານ 4 ແລະບອກທ່ານວ່າ, “ຈົ່ງແລ່ນ ບອກຊາຍຫນຸ່ມຄົນນັ້ນວ່າ “ຈະມີຄົນມາອາໄສຢູ່ໃນເຢຣູຊາເລັມຢ່າງກັບຊົນນະບົດທີ່ບໍ່ມີກຳແພງລ້ອມ ເພາະວ່າປະຊາຊົນ ແລະສັດລ້ຽງໃນນັ້ນຈະມີຫລວງຫລາຍ 5 ເພາະວ່າເຮົາຈະເປັນເຫມືອນກຳແພງໄຟລ້ອມນະຄອນນີ້ໄວ້ ພຣະຜູ້ເປັນເຈົ້າກ່າວວ່າ ແລະເຮົາຈະເປັນສັກສີໃນເມືອງນັ້ນ” 6 ພຣະຜູ້ເປັນເຈົ້າກ່າວວ່າ “ຈົ່ງຫນີໄປໃຫ້ພົ້ນຈາກເມືອງເຫນືອ ພຣະຜູ້ເປັນເຈົ້າກ່າວວ່າ ເພາະເຮົາໄດ້ແຜ່ພວກເຈົ້າອອກດັ່ງລົມທັງສີ່ທິດຂອງທ້ອງຟ້າ 7 ເຈົ້າຜູ້ທີ່ຢູ່ກັບທິດາຂອງບາບີໂລນ ຈົ່ງຫນີໄປຍັງຊີໂອນ 8 ເມື່ອພຣະຣັສມີຂອງພຣະອົງໃຊ້ເຮົາໃຫ້ໄປຍັງປະຊາຊາດທີ່ປຸ້ນເຈົ້າ (ເພາະວ່າຜູ້ໃດໄດ້ແຕະຕ້ອງເຈົ້າ ກໍໄດ້ແຕະຕ້ອງແກ້ວພຣະເນດຂອງພຣະອົງ) ພຣະຜູ້ເປັນເຈົ້າຈອມໂຍທາຈຶ່ງກ່າວດັ່ງນີ້ວ່າ 9 “ເບິ່ງແມ໋, ເຮົາຈະສັ່ນມືຂອງເຣົາເຫນືອເຂົາ ແລະເຂົາຈະເປັນຂອງລູກປຸ້ນໃຫ້ແກ່ບຸກຄົນທີ່ໄດ້ບົວລະບັດເຂົາ” ແລ້ວເຈົ້າຈະໄດ້ຊາບວ່າພຣະຜູ້ເປັນເຈົ້າຈອມໂຍທາໃຊ້ຂ້າພະເຈົ້າມາ 10 “ໂອ ບຸດຕຣີແຫ່ງຊີໂອນເອີຍ, ຈົ່ງຮ້ອງເພງ ແລະລ່າເລີງເຖີດ ເພາະເຮົາມາ ແລະຈະຢູ່ຖ້າມກາງເຈົ້າທັງຫລາຍ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ 11 ແລະປະຊາຊາດທີ່ຫລວງຫລາຍຈະສົມທົບກັນເຂົ້າເປັນຝ່າຍພຣະຜູ້ເປັນເຈົ້າໃນວັນນັ້ນ ແລະຈະເປັນປະຊາຊົນຂອງເຮົາ ແລະເຮົາຈະຢູ່ຖ້າມກາງເຈົ້າທັງຫລາຍ ແລະເຈົ້າຈະຊາບວ່າພຣະຜູ້ເປັນເຈົ້າຈອມໂຍທາໄດ້ໃຊ້ເຮົາມາຫາເຈົ້າ 12 ແລະພຣະຜູ້ເປັນເຈົ້າຈະຊົງຮັບຢູດາເປັນມໍຣະດົກ ເປັນສ່ວນຂອງພຣະອົງໃນແຜ່ນດິນບໍຣິສຸດ ແລະຈະເລືອກເຢຣູຊາເລັມໄວ້ອີກຄັ້ງນຶ່ງ” 13 ບັນດາມະນຸດເອີຍ, ຈົ່ງງຽບສງົບຢູ່ຕໍ່ພຣະຜູ້ເປັນເຈົ້າ ເພາະວ່າພຣະອົງຊົງຕື່ນ ແລະສະເດັດຈາກທີ່ປະທັບອັນບໍຣິສຸດຂອງພຣະອົງແລ້ວ
ນິມິດຂອງຜູ້ປະກາດພຣະທັມ ເຣື່ອງໂຢຊວຍມະຫາປະໂຣຫິດ
1 ແລ້ວທ່ານໄດ້ສະແດງໃຫ້ຂ້າພະເຈົ້າເຫັນໂຢຊວຍມະຫາປະໂຣຫິດ ຊຶ່ງຢືນຢູ່ຫນ້າທູດສວັນຂອງພຣະຜູ້ເປັນເຈົ້າ ແລະຊາຕານຢືນຢູ່ຂ້າງຂວາມືຂອງທ່ານ ຈະຟ້ອງທ່ານ 2 ແລະພຣະຜູ້ເປັນເຈົ້າກ່າວກັບຊາຕານວ່າ, “ໂອ ຊາຕານ ພຣະຜູ້ເປັນເຈົ້າສັ່ງຫ້າມເຈົ້າເຖີດ ພຣະຜູ້ເປັນເຈົ້າຜູ້ຊົງເລືອກກຸງເຢຣູຊາເລັມໄວ້ ຊົງຫ້າມເຈົ້າເຖີດ ນີ້ບໍ່ແມ່ນດົ້ນຟືນທີ່ອອກມາຈາກໄຟດອກຫລື” 3 ຝ່າຍໂຢຊວຍນັ້ນນຸ່ງເຄື່ອງແຕ່ງກາຍເປື້ອນຢືນຢູ່ຫນ້າທູດສວັນ 4 ແລະທູດສວັນຈຶ່ງບອກຜູ້ທີ່ຢືນຢູ່ຂ້າງຫນ້າທ່ານວ່າ, “ຈົ່ງແກ້ເຄື່ອງແຕ່ງກາຍທີ່ເປື້ອນຈາກທ່ານເສັຽ” ແລະທູດສວັນເວົ້າກັບທ່ານວ່າ, “ເບິ່ງແມ໋ ເຣົາໄດ້ເອົາຄວາມຜິດບາບອອກໄປເສັຽຈາກເຈົ້າແລ້ວ ແລະເຮົາຈະປະດັບຕົວເຈົ້າດ້ວຍເສື້ອຜ້າອັນສະອາດ 5 ແລະຂ້າພະເຈົ້າວ່າ, “ຈົ່ງໃຫ້ເຂົາທັງຫລາຍເອົາຜ້າສະອາດມາປົກຫົງຂອງທ່ານ” ເຂົາຈຶ່ງປົກຜ້າສະອາດ ແລະນຸ່ງເຄື່ອງແຕ່ງກາຍໃຫ້ທ່ານ ແລະທູດສວັນຂອງພຣະຜູ້ເປັນເຈົ້າກໍຢືນຢູ່ 6 ແລະທູດສວັນຂອງພຣະຜູ້ເປັນເຈົ້າຈຶ່ງກ່າວແກ່ໂຢຊວຍວ່າ, 7 “ພຣະຜູ້ເປັນເຈົ້າຈອມໂຍທາສັ່ງດັ່ງນີ້ວ່າ, “ຖ້າເຈົ້າດຳເນີນໃນຫົນທາງຂອງເຣົາ ແລະຮັກສາຄຳກຳຊັບຂອງເຮົາ ເຈົ້າຈະໄດ້ປົກຄອງວິຫານຂອງເຮົາ ແລະດູແລບໍຣິເວນຂອງເຣົາ ແລະເຮົາຈະໃຫ້ເຈົ້າມີສິດທີ່ຈະເຂົ້າໄປຖ້າມກາງຜູ້ເຫລົ່ານັ້ນທີ່ຢືນຢູ່ທີ່ນີ້ 8 ໂອ ໂຢຊວຍມະຫາປະໂຣຫິດ ຈົ່ງຟັງເຖີດ ເຈົ້າແລະສະຫາຍຂອງເຈົ້າຜູ້ທີ່ນັ່ງຢູ່ຂ້າງຫນ້າເຈົ້າ ເພາະຄົນເຫລົ່ານີ້ເປັນລາງດີ ເຮົາຈະນຳຜູ້ຮັບໃຊ້ຂອງເຮົາມາ ຄື ກິ່ງ 9 ເພາະວ່າ ເບິ່ງແມ໋ ພຣະຜູ້ເປັນເຈົ້າຈອມໂຍທາສັ່ງວ່າ ເຮົາຈະສລັກເທິງສີລາຊຶ່ງເຮົາຕັ້ງໄວ້ຫນ້າໂຢຊວຍເປັນສີລາກ້ອນດຽວທີ່ມີເຈັດຫນ້າ ແລະເຮົາຈະຍົກຄວາມຜິດບາບຂອງເມືອງນີ້ອອກເສັຽໃນວັນດຽວ 10 ພຣະຜູ້ເປັນເຈົ້າຈອມໂຍທາສັ່ງວ່າ ໃນວັນນັ້ນເຈົ້າທຸກຄົນຈະເຊີນເພື່ອນບ້ານຂອງເຈົ້າ ໃຫ້ມາໃຕ້ເຄືອອະງຸ່ນ ແລະໃຕ້ຕົ້ນຫມາກເດື່ອ
ນິມິດເຣື່ອງ ເຄື່ອງຮອງຕະກຽງ ແລະຕົ້ນຫມາກກອກ
1 ແລະທູດສວັນທີ່ສົນທະນາກັບຂ້າພະເຈົ້າມາອີກ ແລະປຸກຂ້າພະເຈົ້າເຫມືອນຄົນທີ່ຫາກໍຕື່ນຈາກການນອນຂອງເຂົາ 2 ແລະທ່ານຖາມຂ້າພະເຈົ້າວ່າ, “ເຈົ້າເຫັນຫຍັງ?” ຂ້າພະເຈົ້າຕອບວ່າ, “ເບິ່ງແມ໋, ຂ້າພະເຈົ້າເຫັນເຄື່ອງຮອງຕະກຽງທຳດ້ວຍທອງຄຳລ້ວນອັນນຶ່ງມີຊາມຢູ່ທີ່ຍອດ ແລະມີຕະກຽງຢູ່ເທິງນັ້ນເຈັດດວງ ແລະມີທໍ່ເຈັດທໍ່ນຳໄປຍັງຕະກຽງ ຊຶ່ງຢູ່ເທິງຍອດນັ້ນດວງລະທໍ່ 3 ແລະມີຕົ້ນຫມາກກອກເທດສອງຕົ້ນຢູ່ຂ້າງໆ ຢູ່ຂ້າງຂວາຊາມນັ້ນຕົ້ນນຶ່ງ ຢູ່ຂ້າງຊ້າຍຊາມນັ້ນຕົ້ນນຶ່ງ 4 ແລະຂ້າພະເຈົ້າຖາມທູດສວັນຜູ້ທີ່ສົນທະນາກັບຂ້າພະເຈົ້າວ່າ, “ເຈົ້ານາຍເອີຍ ນີ້ຄືຫຍັງ?” 5 ທູດສວັນທີ່ສົນທະນາກັບຂ້າພະເຈົ້າຕອບຂ້າພະເຈົ້າວ່າ, “ນີ້ຄືຫຍັງເຈົ້າບໍ່ຮູ້ຫລື?” ຂ້າພະເຈົ້າຕອບວ່າ, “ນາຍເຈົ້າເອີຍ ຂ້າພະເຈົ້າບໍ່ຮູ້” 6 ແລ້ວທ່ານຈຶ່ງຕອບຂ້າພະເຈົ້າວ່າ, “ນີ້ເປັນພຣະທັມຂອງພຣະຜູ້ເປັນເຈົ້າທີ່ໃຫ້ໄວ້ກັບເຊຣຸບບາເບນວ່າ ບໍ່ແມ່ນດ້ວຍກຳລັງ ບໍ່ແມ່ນດ້ວຍຣິດທານຸພາບ ແຕ່ດ້ວຍວິນຍານຂອງເຣົາ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ແຫລະ 7 ໂອ ພູເຂົາໃຫຍ່ ເຈົ້າເປັນຫຍັງຫນໍຕໍ່ຫນ້າເຊຣຸບບາເບນ ເຈົ້າຈະເປັນທີ່ຮາບ ແລະທ່ານຈະນຳສີລາກ້ອນທີ່ຢູ່ຍອດອອກມາຖ້າມກາງການໂຫ່ຮ້ອງວ່າ “ງາມແທ້ ພຣະວິຫານ ງາມແທ້” 8 ຍິ່ງກວ່ານັ້ນ ພຣະທັມຂອງພຣະຜູ້ເປັນເຈົ້າມາຍັງຂ້າພະເຈົ້າກ່າວວ່າ, 9 “ມືຂອງເຊຣຸບບາເບນໄດ້ວາງຮາກຖານຂອງພຣະວິຫານນີ້ ແລະມືຂອງເຂົາຈະສ້າງໃຫ້ສຳເຣັດ” ແລ້ວເຈົ້າຈຶ່ງຈະຊາບວ່າ ພຣະຜູ້ເປັນເຈົ້າຈອມໂຍທາໄດ້ໃຊ້ຂ້າພະເຈົ້າມາຫາເຈົ້າທັງຫລາຍ 10 ເພາະວ່າຜູ້ໃດທີ່ດູຫມິ່ນວັນແຫ່ງການເລັກນ້ອຍເຮົາຈະຊົມຊື່ນຍິນດີ ແລະຈະໄດ້ເຫັນສາຍດິ່ງທີ່ຢູ່ໃນມືຂອງເຊຣຸບບາເບນ “ທັງເຈັດນີ້ຄືບັນດາພຣະເນດຂອງພຣະຜູ້ເປັນເຈົ້າຊຶ່ງມອງເບິ່ງທົ່ວພິພົບ” 11 ແລ້ວຂ້າພະເຈົ້າຈຶ່ງຖາມວ່າ, “ຕົ້ນຫມາກກອກເທດສອງຕົ້ນທີ່ຢູ່ຂ້າງຂວາແລະຂ້າງຊ້າຍຂອງເຄື່ອງຮອງນັ້ນຄືຫຍັງ?” 12 ແລະຂ້າພະເຈົ້າຖາມທ່ານເປັນຄັ້ງທີ່ສອງວ່າ, “ກິ່ງທັງສອງຂອງຕົ້ນຫມາກກອກເທດ ຊຶ່ງຢູ່ຂ້າງທໍ່ທອງຄຳທັງສອງ ຊຶ່ງເທນ້ຳມັນອອກນັ້ນຄືຫຍັງ?” 13 ທ່ານເວົ້າກັບຂ້າພະເຈົ້າວ່າ, “ເຈົ້າບໍ່ຮູ້ຫລື ເຫລົ່ານີ້ຄືຫຍັງ?” ຂ້າພະເຈົ້າຕອບວ່າ, “ເຈົ້ານາຍເອີຍ ຂ້າພະເຈົ້າບໍ່ຮູ້” 14 ແລ້ວທ່ານຈຶ່ງກ່າວວ່າ, “ທັງສອງນີ້ຄືຜູ້ທີ່ໄດ້ຮັບການເຈີມເປັນຜູ້ຢືນຢູ່ຂ້າງພຣະຜູ້ເປັນເຈົ້າແຫ່ງພິພົບທັງສີ້ນ”
ນິມິດເຣື່ອງ ຫນັງສືມ້ວນທີ່ເຫາະໄປ
1 ຂ້າພະເຈົ້າເງີຍຫນ້າຂື້ນອີກກໍແລເຫັນ ເບິ່ງແມ໋ ຫນັງສືມ້ວນນຶ່ງເຫາະຢູ່ນັ້ນ 2 ທ່ານຈຶ່ງຖາມຂ້າພະເຈົ້າວ່າ, “ເຈົ້າເຫັນຫຍັງ?” ຂ້າພະເຈົ້າຕອບວ່າ, “ຂ້າພະເຈົ້າແລເຫັນຫນັງສືມ້ວນນຶ່ງເຫາະຢູ່ ມັນຍາວຊາວສອກ ແລະກວ້າງສິບສອກ” 3 ແລ້ວທ່ານຈຶ່ງບອກຂ້າພະເຈົ້າວ່າ, “ນີ້ແຫລະ,ເປັນຄຳສາບແຊ່ງທີ່ແຜ່ອອກໄປທົ່ວພື້ນແຜ່ນດິນທັງສິ້ນ ຜູ້ທີ່ທຳການໂຈຣະກັມທຸກຄົນຕ້ອງຖືກກຳຈັດ ຕັ້ງແຕ່ນີ້ໄປຕາມຄວາມໃນຫນັງສືມ້ວນນັ້ນ ແລະທຸກຄົນທີ່ສາບານເທັດຈະຕ້ອງຖືກກຳຈັດຕັ້ງແຕ່ນີ້ໄປຕາມທີ່ກຳນົດໄວ້ 4 ພຣະຜູ້ເປັນເຈົ້າຈອມໂຍທາສັ່ງວ່າ ເຮົາສົ່ງຄຳສາບນັ້ນອອກໄປ ແລະຄຳນັ້ນຈະເຂົ້າໄປໃນເຮືອນຂອງໂຈນ ແລະໃນເຮືອນຂອງຄົນທີ່ສາບານເທັດໂດຍອອກນາມຂອງເຮົາ ແລະຄຳນີ້ຈະຄ້າງຄືນຢູ່ໃນເຮືອນ ຜານເຮືອນນັ້ນເສັຽທັງຕົວໄມ້ແລະສີລາ”
ຜູ້ຍິງໃນກະຕ່າ
5 ທູດສວັນຜູ້ທີ່ສົນທະນາກັບຂ້າພະເຈົ້າວ່າ, “ຈົ່ງເງີຍຫນ້າຂື້ນເບິ່ງວ່າ ສິ່ງທີ່ອອກໄປນັ້ນຄືຫຍັງ?” 6 ຂ້າພະເຈົ້າຈຶ່ງວ່າ, “ນັ້ນຄືຫຍັງ?” ທ່ານຈຶ່ງຕອບວ່າ, “ນີ້ຄື ກະຕ່າ ທີ່ອອກໄປ” ແລະທ່ານຈຶ່ງວ່າ, “ນີ້ຄືຄວາມຜິດໃນແຜ່ນດິນທັງສິ້ນ” 7 ແລະເບິ່ງແມ໋, ຝາກະຕ່າທີ່ທຳດ້ວຍຕະກົ່ວກໍຖືກຍົກຂື້ນ ແລະມີຜູ້ຍິງຄົນນຶ່ງນັ່ງຢູ່ໃນກະຕ່ານັ້ນ 8 ແລະເຂົາກ່າວວ່າ, “ນີ້ຄືຄວາມອະທັມ” ແລະທ່ານກໍຂົ່ມຫົວນາງນັ້ນເຂົ້າໄປໃນກະຕ່າ ແລ້ວກໍຂົ່ມຝາທີ່ທຳດ້ວຍຕະກົ່ວນັ້ນປິດປາກມັນໄວ້ 9 ແລ້ວຂ້າພະເຈົ້າກໍເງີຍຫນ້າຂື້ນແລເຫັນ ເບິ່ງແມ໋, ມີຜູ້ຍິງສອງຄົນເດີນອອກມານັ້ນ ມີລົມຢູ່ໃນປີກຂອງນາງ ນາງມີປີກເຫມືອນປີກຂອງນົກກະສາດຳ ແລະນາງກໍຍົກກະຕ່າຂື້ນລະຫວ່າງໂລກແລະຟ້າສວັນ 10 ແລ້ວຂ້າພະເຈົ້າຈຶ່ງເວົ້າກັບທູດສວັນຜູ້ທີ່ສົນທະນາກັບຂ້າພະເຈົ້າວ່າ, “ນາງເຫລົ່ານັ້ນຈະນຳກະຕ່າໄປທີ່ໃດ?” 11 ທ່ານຕອບຂ້າພະເຈົ້າວ່າ, “ໄປຍັງແຜ່ນດິນຊີນາຣ໌ ໄປສ້າງເຮືອນໃຫ້ກະຕ່າ ເມື່ອຕຽມຢ່າງນີ້ເສັດແລ້ວ ນາງເຫລົ່ານັ້ນຈະວາງກະຕ່າໄວ້ເທິງຖານຂອງມັນ”
ນິມິດເຣື່ອງ ຣົດຮົບສີ່ຄັນ
1 ແລະຂ້າພະເຈົ້າໄດ້ເງີຍຫນ້າຂື້ນອີກແລເຫັນ ເບິ່ງແມ໋ ມີຣົດຮົບສີ່ຄັນອອກມາລະຫວ່າງພູເຂົາສອງຫນ່ວຍ ພູເຂົາເຫລົ່ານັ້ນເປັນພູເຂົາທອງສຳຣິດ 2 ຣົດຮົບຄັນແຣກທຽມມ້າແດງ ຄັນທີ່ສອງມ້າດຳ 3 ຄັນທີ່ສາມມ້າຂາວ ຄັນທີ່ສີ່ມ້າດ່າງສີເທົາ 4 ແລ້ວຂ້າພະເຈົ້າຈຶ່ງຖາມທູດສວັນຜູ້ທີ່ສົນທະນາກັບຂ້າພະເຈົ້າວ່າ, “ເຈົ້ານາຍເອີຍ ເຫລົ່ານີ້ຄືຫຍັງ?” 5 ແລະທູດສວັນນັ້ນຕອບຂ້າພະເຈົ້າວ່າ, “ເຫລົ່ານີ້ອອກໄປຍັງລົມທັງສີ່ທິດຂອງຟ້າສວັນ ຫລັງຈາກໄດ້ເຂົ້າເຝົ້າພຣະຜູ້ເປັນເຈົ້າແຫ່ງພິພົບທັງສິ້ນແລ້ວ 6 ຣົດຮົບທີ່ທຽມມ້າດຳຕົງໄປຍັງປະເທດເຫນືອ ຕົວຂາວຕົງໄປຍັງປະເທດຕາເວັນຕົກ ແລະຕົວສີດ່າງຕົງໄປຍັງປະເທດໃຕ້” 7 ເມື່ອມ້າເຫລົ່ານີ້ອອກໄປ ມັນກໍຮ້ອນໃຈທີ່ຈະອອກໄປ ແລະກວດຕຣາພື້ນພິພົບ ແລະທ່ານກ່າວວ່າ, “ຈົ່ງໄປ ໄປກວດຕຣາພິພົບ” ດັ່ງນັ້ນມ້າເຫລົ່ານັ້ນຈຶ່ງກວດຕຣາພິພົບ 8 ແລ້ວທ່ານຈຶ່ງຮ້ອງບອກຂ້າພະເຈົ້າວ່າ, “ເບິ່ງແມ໋, ມ້າທີ່ໄປຍັງປະເທດເຫນືອນັ້ນໄດ້ກະທຳໃຫ້ຈີດວິນຍານຂອງເຣົາງຽບສງົບນິ່ງໃນປະເທດເຫນືອນັ້ນ”
ນິມິດເຣື່ອງ ການສວມມົງກຸດໃຫ້ໂຢຊວຍ ເປັນສັນຍາລັກ
9 ແລະພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, 10 “ຈົ່ງນຳເອົາ ເຮນດັຍ ໂຕບີຢາ ແລະເຢດັຍຢາ ໄປເສັຽຈາກບັນດາຊະເລີຍ ຜູ້ຊຶ່ງກັບມາຈາກບາບີໂລນ ໃນວັນດຽວກັນນັ້ນໄປຍັງເຮືອນຂອງໂຢຊີຢາ ບຸດເຊຟານີຢາ 11 ຈົ່ງເອົາເງິນແລະທອງຄຳທໍາເປັນມົງກຸດ ແລະສວມເທິງຫົວຂອງໂຢຊວຍ ບຸດເຢໂຮຊາດັກ ມະຫາປະໂຣຫິດ 12 ແລະກ່າວແກ່ເຂົາວ່າ, “ພຣະຜູ້ເປັນເຈົ້າຈອມໂຍທາສັ່ງດັ່ງນີ້ວ່າ “ເບິ່ງແມ໋ ຊາຍຜູ້ທີ່ມີຊື່ວ່າ ກິ່ງ ເພາະທ່ານຈະຈະເຣີນຮຸ່ງເຮືອງໃນສະຖານທີ່ຂອງທ່ານ ແລະຈະສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ 13 ທ່ານຜູ້ນີ້ແຫລະຈະເປັນຜູ້ສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະຈະຮັບກຽດຕິຍົດ ແລະຈະປະທັບ ແລະປົກຄອງຢູ່ເທິງຣາຊບັນລັງຂອງທ່ານ ແລະຈະມີປະໂຣຫິດຜູ້ນຶ່ງຢູ່ຂ້າງພຣະທີ່ນັ່ງຂອງທ່ານ ແລະການຫາລືກັນຢ່າງສັນຕິ ຈະມີຢູ່ລະຫວ່າງທ່ານທັງສອງ” 14 ແລະມົງກຸດນັ້ນຈະຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າ ເພື່ອໃຫ້ເປັນທີ່ຣະລຶກເຖີງເຮລດັຍ ໂທບີຢາ ເຢດັຍຢາ ແລະໂຢຊີຢາ ບຸດຂອງເຊຟານີຢາ 15 “ບັນດາຜູ້ທີ່ຢູ່ຫ່າງໄກຈະມາຊ່ອຍສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ ແລະທ່ານທັງຫລາຍຈະຊາບວ່າ ພຣະຜູ້ເປັນເຈົ້າຈອມໂຍທາຊົງໃຊ້ຂ້າພະເຈົ້າມາຍັງທ່ານ ຖ້າທ່ານທັງຫລາຍຈະເຊື່ອຟັງພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າພຣະເຈົ້າຂອງທ່ານຢ່າງເຄັ່ງຄັດ ສິ່ງນີ້ຈະເປັນໄປດັ່ງກ່າວນັ້ນ”
ຊົງດຳເນີນການອົດອາຫານຢ່າງບໍ່ຈິງໃຈ
1 ໃນປີທີ່ສີ່ຂອງຣັຊການກະສັດດາຣີອຸສ ພຣະທັມຂອງພຣະຜູ້ເປັນເຈົ້າມາຍັງເຊຄາຣີຢາໃນວັນທີ່ສີ່ເດືອນທີ່ເກົ້າ ຊຶ່ງເປັນເດືອນຄີສລີວ 2 ຝ່າຍເມືອງເບັດເອນໄດ້ໃຊ້ໃຫ້ຊາເຣເຊີ ແລະເຣເກມເມເລກ ພ້ອມກັບພັກພວກຂອງເຂົາໄປທູນຂໍພຣະກະຣຸນາຕໍ່ພຣະຜູ້ເປັນເຈົ້າ 3 ແລະຮ້ອງຂໍຕໍ່ບັນດາປະໂຣຫິດທີ່ພຣະວິຫານແຫ່ງພຣະຜູ້ເປັນເຈົ້າຈອມໂຍທາ ແລະຕໍ່ຜູ້ປະກາດພຣະທັມວ່າ, “ຄວນທີ່ຂ້າພະເຈົ້າຈະໄວ້ທຸກ ແລະອົດອາຫານໃນເດືອນທີ່ຫ້າ ຢ່າງທີ່ຂ້າພະເຈົ້າໄດ້ກະທຳມາແລ້ວເປັນຫລາຍປີນັ້ນຫລືບໍ?” 4 ແລ້ວພຣະຄຳຂອງພຣະຜູ້ເປັນເຈົ້າຈອມໂຍທາມາຍັງຂ້າພະເຈົ້າວ່າ, 5 “ຈົ່ງກ່າວແກ່ປະຊາຊົນທັງສິ້ນ ແລະແກ່ບັນດາປະໂຣຫິດວ່າ ເມື່ອເຈົ້າທັງຫລາຍອົດອາຫານ ແລະໄວ້ທຸກໃນເດືອນທີ່ຫ້າ ແລະໃນເດືອນທີ່ເຈັດ ຕັ້ງເຈັດສິບປີນັ້ນ ເຈົ້າໄດ້ອົດອາຫານເພື່ອເຮົາຄືເຣົາເອງຫລື 6 ແລະເມື່ອເຈົ້າຮັບປະທານ ແລະເມື່ອເຈົ້າດື່ມ ເຈົ້າກໍຮັບປະທານເພື່ອຕົວເຈົ້າເອງ ແລະດື່ມເພື່ອຕົວເຈົ້າເອງບໍ່ແມ່ນຫລື? 7 ໃນເມື່ອເຢຣູຊາເລັມມີຄົນຢູ່ ແລະມັ່ງຄັ່ງ ມີຫົວເມືອງລ້ອມຮອບເນເກັບແລະແດນເນີນເຊຟາລາກໍມີຄົນຢູ່ ຖ້ອຍຄຳເຫລົ່ານີ້ເປັນພຣະຄຳຊຶ່ງພຣະຜູ້ເປັນເຈົ້າຊົງປະກາດໂດຍຜູ້ປະກາດພຣະທັມຣຸ່ນກ່ອນໆບໍ່ແມ່ນຫລື?”
ຄວາມບໍ່ເຊື່ອຟັງເປັນສາເຫດຂອງການເປັນ ຊະເລີຍ
8 ແລະພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງເຊຄາຣີຢາວ່າ, 9 “ພຣະຜູ້ເປັນເຈົ້າຈອມໂຍທາສັ່ງດັ່ງນີ້ວ່າ ຈົ່ງພິພາກສາຕາມຄວາມຈິງ ຈົ່ງສະແດງຄວາມກະຣຸນາແລະຄວາມປານີຕໍ່ພີ່ນ້ອງຂອງຕົນ 10 ຢ່າບີບບັງຄັບຍິງຫມ້າຍ ລູກກໍາພ້າພໍ່ ຄົນຕ່າງດ້າວ ຫລືຄົນຍາກຈົນ ແລະຢ່າຄິດອຸບາຍຊົ່ວໃນໃຈຕໍ່ພີ່ນ້ອງຂອງຕົນ” 11 ແຕ່ເຂົາປະຕິເສດບໍ່ຍອມຟັງ ແລະຫັນບ່າດື້ເຂົ້າໃສ່ ແລະອຸດຫູຂອງເຂົາເສັຽເພື່ອເຂົາຈະບໍ່ໄດ້ຍິນ 12 ເຂົາໄດ້ກະທຳໃຈຂອງເຂົາໃຫ້ແຂງເຫມືອນເພັດ ຢ້ານວ່າເຂົາຈະໄດ້ຍິນພຣະທັມ ແລະພຣະຄຳ ຊຶ່ງພຣະຜູ້ເປັນເຈົ້າຈອມໂຍທາໄດ້ຊົງສົ່ງໄປທາງຜູ້ປະກາດພຣະທັມຣຸ່ນກ່ອນໂດຍວິນຍານຂອງພຣະອົງ ເຫດສະນັ້ນ ພຣະພິໂຣດອັນຍິ່ງໃຫຍ່ຈຶ່ງໄດ້ມາຈາກພຣະຜູ້ເປັນເຈົ້າຈອມໂຍທາ 13 ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ “ເມື່ອເຮົາຮ້ອງຮຽກ ເຂົາບໍ່ຟັງສັນໃດ ເມື່ອເຂົາຮ້ອງທູນ ເຮົາກໍບໍ່ຟັງສັນນັ້ນ 14 ແລະເຮົາກໍໃຫ້ເຂົາກະຈັດກະຈາຍໄປດ້ວຍລົມບ້າຫມູຖ້າມກາງປະຊາຊາດທັງສິ້ນຊຶ່ງເຂົາບໍ່ໄດ້ຮູ້ຈັກ ດັ່ງນັ້ນແຜ່ນດິນທີ່ເຂົາຖີ້ມໄປຈຶ່ງວ່າງເປົ່າບໍ່ມີໃຜເຂົ້າອອກ ແລະແຜ່ນດິນທີ່ສຸກສະບາຍກໍເປັນທີ່ຮ້າງເປົ່າ”
ຊົງສັນຍາຈະໃຫ້ກຸງເຢຣູຊາເລັມຄືນສູ່ ສະພາບເດີມ
1 ແລະພຣະຄຳຂອງພຣະຜູ້ເປັນເຈົ້າຈອມໂຍທາມາຍັງຂ້າພະເຈົ້າວ່າ, 2 “ພຣະຜູ້ເປັນເຈົ້າຈອມໂຍທາສັ່ງດັ່ງນີ້ວ່າ ເຮົາຫວງແຫນຊີໂອນດ້ວຍຄວາມຫວງແຫນອັນຍິ່ງໃຫຍ່ ແລະເຮົາຫວງແຫນນາງດ້ວຍຄວາມໂກດຫລາຍ 3 ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ ເຣົາຈະກັບໄປຍັງຊີໂອນ ແລະຢູ່ຖ້າມກາງເຢຣູຊາເລັມ ແລະເຂົາຈະເອີ້ນເຢຣູຊາເລັມວ່າ ເມືອງຊື່ສັດ ແລະເອີ້ນພູເຂົາຂອງພຣະຜູ້ເປັນເຈົ້າຈອມໂຍທາວ່າ ພູເຂົາບໍຣີສຸດ 4 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ “ຊາຍເຖົ້າຊະຣາແລະຍິງເຖົ້າຊະຣາຈະນັ່ງຢູ່ຕາມລານເມືອງເຢຣູຊາເລັມອີກ ຕ່າງກໍມີໄມ້ເທົ້າຢູ່ໃນມືເພາະມີອາຍຸຫລາຍ 5 ແລະໃນລານເມືອງນັ້ນກໍຈະມີເດັກນ້ອຍຜູ້ຊາຍແລະຜູ້ຍິງແລ່ນຢູ່ທົ່ວໄປ 6 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ຖ້າເຣື່ອງນີ້ເປັນເຣື່ອງປະຫລາດໃນສາຍຕາຂອງປະຊາຊົນທີ່ເຫລືອຢູ່ໃນສະໄຫມນີ້ແລ້ວ ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ກໍຄວນຈະປະຫລາດໃນສາຍຕາຂອງເຮົາດ້ວຍ 7 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ເບິ່ງແມ໋, ເຮົາຈະຊ່ອຍປະຊາຊົນຂອງເຮົາໃຫ້ພົ້ນຈາກປະເທດຕາເວັນອອກ ແລະຈາກປະເທດຕາເວັນຕົກ 8 ແລະເຮົາຈະພາເຂົາທັງຫລາຍໃຫ້ມາອາໄສຢູ່ຖ້າມກາງເຢຣູຊາເລັມ ແລະເຂົາທັງຫລາຍຈະເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງເຂົາທັງຫລາຍດ້ວຍຄວາມທ່ຽງຕົງແລະຊອບທັມ 9 ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ຈົ່ງໃຫ້ມືຂອງເຈົ້າທັງຫລາຍແຂງແຮງ ຄືເຈົ້າທັງຫລາຍຜູ້ໄດ້ຍິນຖ້ອຍຄຳເຫລົ່ານີ້ໃນການນີ້ ຊຶ່ງມາຈາກປາກບັນດາຜູ້ປະກາດພຣະທັມ ໃນວັນທີ່ໄດ້ວາງຮາກພຣະວິຫານຂອງພຣະຜູ້ເປັນເຈົ້າຈອມໂຍທາ ເພື່ອວ່າຈະໄດ້ກໍ່ສ້າງພຣະວິຫານນັ້ນຂື້ນ 10 ເພາະວ່າກ່ອນສະໄຫມນັ້ນບໍ່ມີຄ່າຈ້າງໃຫ້ແກ່ຄົນ ຫລືໃຫ້ແກ່ສັດ ທັງຜູ້ທີ່ເຂົ້າອອກກໍບໍ່ມີຄວາມປອດພັຍຈາກສັດຕຣູ ເພາະເຮົາປ່ອຍໃຫ້ຄົນທັງຫລາຍຕໍ່ສູ້ກັບເພື່ອນບ້ານຂອງຕົນ 11 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ບັດນີ້ເຮົາຈະບໍ່ກະທຳຕໍ່ປະຊາຊົນທີ່ເຫລືອຢູ່ນີ້ຢ່າງກັບສະໄຫມກ່ອນ 12 ເພາະວ່າຈະມີການວຫວ່ານຄວາມສົມບູນພູນສຸກ ເຄືອອະງຸ່ນຈະມີຫມາກແລະແຜ່ນດິນຈະໃຫ້ຜົນ ແລະທ້ອງຟ້າຈະໃຫ້ນ້ຳຄ້າງ ແລະເຮົາຈະກະທຳໃຫ້ປະຊາຊົນທີ່ເຫລືອຢູ່ນີ້ຖືກຳມະສິດສິ່ງເຫລົ່ານີ້ທັງຫມົດ 13 ໂອ ເຊື້ອສາຍຂອງຢູດາ ແລະເຊື້ອສາຍຂອງອິສຣາເອນເອີຍ, ເຈົ້າເຄີຍເປັນຂີ້ປາກຖ້າມກາງປະຊາຊາດທັງຫລາຍໃຫ້ເຂົາແຊ່ງສັນໃດ ເຣົາຈະຊ່ອຍເຈົ້າແລະເຈົ້າຈະໄດ້ເປັນແຫລ່ງພຣະພອນສັນນັ້ນ ຢ່າຢ້ານເລີຍ ແຕ່ຈົ່ງໃຫ້ມືຂອງເຈົ້າແຂງແຮງເຖີດ 14 “ເພາະພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ເມື່ອບັນພະບຸຣຸດຂອງເຈົ້າຍົວະເຍົ້າໃຫ້ເຮົາໂກດນັ້ນ ເຮົາກໍຕັ້ງໃຈວ່າຈະລົງໂທດເຈົ້າ ເຮົາບໍ່ໄດ້ຜ່ອນຄວາມຕັ້ງໃຈລົງ ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນິ້ແຫລະ 15 ດັ່ງນັ້ນ ໃນວັນນີ້ເຮົາຕັ້ງໃຈອີກວ່າ ເຮົາຈະກະທຳດີຕໍ່ເຢຣູຊາເລັມ ແລະຕໍ່ເຊື້ອສາຍຂອງຢູດາ ຢ່າຢ້ານເລີຍ 16 ຕໍ່ໄປນີ້ເປັນສິ່ງທີ່ເຈົ້າທັງຫລາຍຕ້ອງກະທຳ ຈົ່ງເວົ້າຄວາມຈິງແກ່ກັນແລະກັນ ຈົ່ງໃຫ້ການພິພາກສາທີ່ປະຕູເມືອງຂອງເຈົ້າທ່ຽງຕົງ ແລະກະທຳເພື່ອສັນຕິ 17 ຢ່າຄິດອຸບາຍຊົ່ວໃນໃຈຕໍ່ກັນແລະກັນ ຢ່າຮັກຄຳສາບານເທັດ ສິ່ງເຫລົ່ານີ້ເຮົາກຽດຊັງ” ພຣະຜູ້ເປັນເຈົ້າກ່າວດັ່ງນີ້ແຫລະ 18 ແລະພຣະຄຳຂອງພຣະຜູ້ເປັນເຈົ້າຈອມໂຍທາມາຍັງຂ້າພະເຈົ້າວ່າ, 19 “ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ການອົດອາຫານໃນເດືອນທີ່ສີ່ ການອົດອາຫານໃນເດືອນທີ່ຫ້າ ແລະການອົດອາຫານໃນເດືອນທີ່ເຈັດ ແລະການອົດອາຫານໃນເດືອນທີ່ສິບ ຈະເປັນທີ່ໃຫ້ຄວາມບັນເທີງ ແລະຄວາມຣ່າເຣີງ ແລະເປັນການລ້ຽງທີ່ໃຫ້ຊື່ນຊົມແກ່ເຊື້ອສາຍຢູດາ ເຫດສັນນັ້ນເຈົ້າຈົ່ງຮັກຄວາມທ່ຽງຕົງ ແລະສັນຕິພາບ 20 “ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ຊົນຊາດທັງຫລາຍຍັງຈະມາ ຄືປະຊາຊົນທີ່ຍັງອາໄສຢູ່ໃນຫົວເມືອງອັນຫລວງຫລາຍ 21 ຊາວເມືອງນີ້ຈະໄປຫາຊາວເມືອງອີກເມືອງນຶ່ງ ກ່າວວ່າ “ໃຫ້ເຮົາໄປກັນທັນທີ ໄປທູນຂໍພຣະກະຣຸນາຕໍ່ພຣະຜູ້ເປັນເຈົ້າ ແລະສແວງຫາພຣະຜູ້ເປັນເຈົ້າຈອມໂຍທາ ຂ້າພະເຈົ້າກໍຈະໄປ” 22 ຊົນຊາດທັງຫລາຍເປັນອັນມາກ ແລະບັນດາປະຊາຊາດທີ່ເຂັ້ມແຂງຈະມາສແວງຫາພຣະຜູ້ເປັນເຈົ້າຈອມໂຍທາໃນເຢຣູຊາເລັມ ແລະທູນຂໍພຣະກະຣຸນາຕໍ່ພຣະຜູ້ເປັນເຈົ້າ 23 ພຣະຜູ້ເປັນເຈົ້າຈອມໂຍທາກ່າວດັ່ງນີ້ວ່າ ໃນສະໄຫມນັ້ນສິບຄົນຈາກປະຊາຊາດທຸກໆພາສາ ຈະຍຶດຊາຍເສື້ອຄຸມຂອງຢິວຄົນນື່ງໄວ້ແລ້ວກ່າວວ່າ “ຂໍໃຫ້ເຮົາໄປກັບທ່ານທັງຫລາຍເຖີດ ເພາະເຮົາໄດ້ຍິນວ່າ ພຣະຜູ້ເປັນເຈົ້າຊົງສະຖິດກັບພວກທ່ານ”
ການພິພາກສາປະຊາຊາດເພື່ອນບ້ານ
1 ພຣະຄໍາຂອງພຣະຜູ້ເປັນເຈົ້າມີມາກ່າວໂທດເມືອງຮາດຣັກ ແລະຈະມາຢູ່ເຫນືອເມືອງດາມັສກັສ ດ້ວຍວ່າຫົວເມືອງອາຣາມເປັນຂອງພຣະຜູ້ເປັນເຈົ້າ ແມ້ແຕ່ອິສຣາເອນທຸກເຜົ່າດ້ວຍ 2 ເມືອງຮາມັທຊຶ່ງມີເຂດແດນຕິດກັນກໍຮວມຢູ່ດ້ວຍ ຕີເຣ ແລະຊີໂດນ ເຖິງຈະເປັນເມືອງສລາດກໍຕາມ 3 ຕີເຣສ້າງກຳແພງປ້ອມໄວ້ກັນເມືອງ ແລະສະສົມເງິນໄວ້ເປັນກອງຢ່າງກອງຝຸ່ນ ແລະທອງຄຳຢ່າງຂີ້ຝຸ່ນຕາມຖນົນ 4 ແຕ່ນີ້ແຫລະ ພຣະຜູ້ເປັນເຈົ້າຊົງຍົກເອົາເຂົ້າຂອງຂອງເມືອງນີ້ໄປເສັຽ ແລະແກວ່ງຊັບສິນຂອງເມືອງນີ້ລົງທະເລ ແລະເມືອງນີ້ຈະຖືກໄຟເຜົາຜານເສັຽ 5 ເມືອງອັສເກໂລນຈະເຫັນ ແລະຢ້ານ ເມືອງກາຊາຈະເຫັນ ແລະສັ່ນສະທ້ານຢ່າງຍິ່ງ ເມືອງເອກໂລນດ້ວຍເຫມືອນກັນ ເພາະຄວາມຫວັງຂອງເມືອງນີ້ຈະຫຍຸ້ງ ກະສັດຈະພິນາດຈາກເມືອງກາຊາ ເມືອງອັສເກໂລນຈະບໍ່ມີຄົນອາໄສຢູ່ 6 ຄົນເລືອດປະສົມຈະມາຢູ່ໃນເມືອງອັສໂດດ ເຮົາຈະກະທຳໃຫ້ຄວາມຍິ່ງຜະຍອງຂອງຟີລິສຕີນສູນສິ້ນໄປ 7 ເຮົາຈະເອົາໂລຫິດອອກໄປເສັຽຈາກປາກຂອງເຂົາ ແລະເອົາຂອງເປື້ອນເປິອອກໄປຈາກລະຫວ່າງແຂ້ວຂອງເຂົາເສັຽ ເມືອງນີ້ຈະເປັນຄົນທີ່ເຫລືອຢູ່ແກ່ພຣະຜູ້ເປັນເຈົ້າຂອງເຮົາດ້ວຍ ຈະເປັນເຫມືອນຕະກູນນຶ່ງໃນຢູດາ ແລະເອກໂລນຈະເຫມືອນຄົນເຢບຸສ 8 ແລະເຮົາຈະຕັ້ງຄ້າຍທີ່ວິຫານຂອງເຮົາເປັນກອງຍາມ ເພື່ອຈະບໍ່ໃຫ້ຜູ້ໃດເດີນທັບໄປມາໄດ້ ຈະບໍ່ມີຜູ້ບີບບັງຄັບມາຂົ່ມຂີ່ເຂົາໄດ້ ເພາະບັດນີ້ເຣົາເຫັນກັບຕາຂອງເຣົາເອງ
ກະສັດໃນອະນາຄົດຂອງຊີໂອນ
9 ທິດາແຫ່ງຊີໂອນເອີຍ ຈົ່ງລ່າເລີງຢ່າງຍິ່ງເຖີດ ໂອ ບຸດຕຣີແຫ່ງເຢຣູຊາເລັມເອີຍ ຈົ່ງໂຫ່ຮ້ອງ ເບິ່ງແມ໋, ກະສັດຂອງເຈົ້າສະເດັດມາຫາເຈົ້າ ຊົງຄວາມຍຸດຕິທັມ ແລະຄວາມລອດ ພຣະອົງຊົງອ່ອນສຸພາບແລະຊົງຖ່ອມຕົວລົງມານັ່ງເທິງຫລັງລໍ ແລະຂີ່ລໍນ້ອຍໂຕທີ່ເກີດມາຈາກລໍແມ່ 10 ເຮົາຈະກຳຈັດຣົດຮົບເສັຽຈາກເອຟຣາອິມ ແລະມ້າເສັຽຈາກເຢຣູຊາເລັມ ທະນູສົງຄາມຖືກກຳຈັດເສັຽດ້ວຍ ແລະທ່ານຈະບັນຊາສັນຕິໃຫ້ມີແດ່ປະຊາຊາດທັງຫລາຍ ອານາຈັກຂອງທ່ານຈະມີຈາກທະເລນີ້ໄປເຖິງທະເລນັ້ນ ແລະຈາກແມ່ນ້ຳນັ້ນໄປເຖິງສຸດປາຍພິພົບ
ການໃຫ້ຊີໂອນຄືນສູ່ສະພາບເດີມ
11 ສ່ວນເຈົ້າ ເພາະໂລຫິດແຫ່ງຄຳສັນຍາຂອງເຮົາຊຶ່ງມີຕໍ່ເຈົ້າ ເຮົາຈະປົດປ່ອຍຊະເລີຍໃນພວກເຈົ້າໃຫ້ເປັນອິສຣະຈາກບໍ່ແຫ້ງນັ້ນ 12 ໂອ ນັກໂທດທີ່ມີຄວາມຫວັງເອີຍ, ຈົ່ງກັບໄປຍັງທີ່ກຳບັງເຂັ້ມແຂງຂອງເຈົ້າ ວັນນີ້ເຮົາປະກາດວ່າ ເຮົາຈະຄືນແກ່ເຈົ້າສອງເທົ່າ 13 ເພາະເຮົາໄດ້ດັດຢູດາເຫມືອນໂຄ້ງຄັນທະນູ ເຮົາໄດ້ກະທຳເອຟຣາອິມໃຫ້ເປັນລູກທະນູ ໂອ ຊີໂອນເອີຍ ເຣົາຈະແກວ່ງບຸດທັງຫລາຍຂອງເຈົ້າເປັນອາວຸດຕໍ່ສູ້ບຸດທັງຫລາຍຂອງເຈົ້າເດີ ກຣີກເອີຍ ແລະແກວ່ງເຈົ້າຢ່າງດາບຂອງນັກຮົບ 14 ແລ້ວພຣະຜູ້ເປັນເຈົ້າຈະຊົງປາກົດເຫນືອເຂົາທັງຫລາຍ ແລະລູກທະນູຂອງພຣະອົງຈະອອກໄປເຫມືອນຟ້າແລບ ພຣະຜູ້ເປັນເຈົ້າຈະຊົງເປົ່າເຂົາສັດ ແລະສະເດັດໄປໃນລົມບ້າຫມູທິດໃຕ້ 15 ພຣະຜູ້ເປັນເຈົ້າຈອມໂຍທາຈະພິທັກຮັກສາເຂົາທັງຫລາຍໄວ້ ແລະເຂົາທັງຫລາຍຈະລ້າງຜານ ແລະຢຽບນັກຍິງສະລິ່ງລົງ ແລະຈະດື່ມໂລຫິດຂອງເຂົາຢ່າງເຫລົ້າອະງຸ່ນ ແລະຈະອີ່ມເຫມືອນຊາມປຽກເຫມືອນແຈແທ່ນບູຊາ 16 ໃນວັນນັ້ນ ພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາຈະຊົງຊ່ອຍເຂົາ ເພາະເຂົາທັງຫລາຍເປັນປະຊາຊົນຂອງພຣະອົງດັ່ງຝູງແກະ ເຂົາທັງຫລາຍຈະສ່ອງແສງໃນແຜ່ນດິນຂອງພຣະອົງ ຢ່າງກັບເພັດທີ່ຢູ່ໃນມົງກຸດ 17 ນັ້ນຊ່າງດີ ແລະງາມແທ້ໆ ເມັດເຂົ້າຈະກະທຳໃຫ້ຄົນຫນຸ່ມເຕີບໂຕ ແລະຫມາກອະງຸ່ນຈະກະທຳໃຫ້ຍີງສາວຈະເຣີນວັຍ
ພຣະຜູ້ເປັນເຈົ້າຊົງໄຖ່ຊົນຊາດຂອງພຣະອົງ
1 ຈົ່ງຂໍຝົນຈາກພຣະຜູ້ເປັນເຈົ້າ ໃນຣະດູຝົນຊຸກປາຍຣະດູ ຂໍຈາກພຣະຜູ້ເປັນເຈົ້າຜູ້ຊົງປັ້ນເມກພະຍຸ ຜູ້ຊົງປະທານຫ່າຝົນແກ່ມະນຸດ ແລະຜັກໃນທົ່ງນາແກ່ທຸກຄົນ 2 ເພາະວ່າຮູບເຄົາຣົບປະຈຳບ້ານເວົ້າບໍ່ໄດ້ເຣື່ອງ ແລະຜູ້ທຳນວາຍກໍເຫັນນິມິດເທັດ ຄົນຊ່າງຝັນເລົ່າຄວາມຝັນເທັດ ແລະໃຫ້ຄຳເລົ້າໂລມທີ່ເປົ່າປໂຍດ ເຫດສັນນັ້ນປະຊາຊົນຈຶ່ງຫລົງໄປຢ່າງແກະ ເຂົາທຸກໃຈເພາະຂາດຜູ້ນຳພາ 3 “ເຮົາໂກດຜູ້ນຳຢ່າງຮຸນແຮງ ແລະຈະລົງໂທດບັນດາແບ້ເຖິກ ເພາະພຣະຜູ້ເປັນເຈົ້າຈອມໂຍທາເອົາພຣະທັຍໃສ່ຝູງສັດຂອງພຣະອົງ ຄືເຊື້ອສາຍຢູດາ ແລະຈະຊົງກະທຳເຂົາໃຫ້ເປັນເຫມືອນມ້າເສິກຮຶກເຫີມໃນສົງຄາມ 4 ສີລາມຸມເອກຈະອອກມາຈາກເຂົາ ຫມຸດຄຶງເຕັນຈະອອກມາຈາກເຂົາ ຄັນທະນູຈະອອກມາຈາກເຂົາ ແລະຜູ້ປົກຄອງທຸກຄົນຈະອອກມາຈາກເຂົາ 5 ຮວມກັນເຂົ້າເຂົາຈະເປັນຢ່າງຊາຍສະກັນໃນສົງຄາມ ຢຽບຢ່ຳສັດຕຣູໄປໃນຂີ້ຕົມຕາມຖນົນ ເຂົາຈະຕໍ່ສູ້ເພາະພຣະຜູ້ເປັນເຈົ້າຊົງສະຖິດກັບເຂົາ ເຂົາຈະຜາບແພ້ແມ່ນແຕ່ຜູ້ທີ່ຢູ່ເທິງຫລັງມ້າ 6 “ເຮົາຈະຫນຸນກຳລັງເຊື້ອສາຍຂອງຢູດາ ແລະເຮົາຈະຊ່ອຍເຊື້ອສາຍຂອງໂຢເຊັບໃຫ້ລອດ ເຮົາຈະນຳເຂົາກັບມາເພາະເຮົາສົງສານເຂົາ ແລະເຂົາຈະເປັນເຫມືອນຢ່າງວ່າ ເຮົາບໍ່ໄດ້ປະຖີ້ມເຂົາ ເພາະເຣົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຂົາ ເຮົາຈະຕອບເຂົາ 7 ແລ້ວເອຟຣາອິມຈະເປັນເຫມືອນຊາຍສະກັນ ແລະຈິດໃຈຂອງເຂົາທັງຫລາຍຈະຊື່ນຊົມຍີນດີເຫມືອນໄດ້ດື່ມເຫລົ້າອະງຸ່ນ ລູກຫລານຂອງເຂົາຈະໄດ້ເຫັນແລະຊົມຊື່ນຍິນດີ ແລະຈິດໃຈຂອງເຂົາຈະຍິນດີເຫລືອລົ້ນໃນພຣະຜູ້ເປັນເຈົ້າ 8 “ເຮົາຈະຜີວປາກເອີ້ນເຂົາ ແລະຮວບຮວມເຂົາເຂົ້າມາ ເພາະເຣົາໄດ້ໄຖ່ເຂົາໄວ້ແລ້ວ ແລະເຂົາຈະມີມາກມາຍເຫມືອນການກ່ອນ 9 ເຖິງວ່າເຮົາໄດ້ຫວ່ານເຂົາໄປຖ້າມກາງຊົນຊາດທັງຫລາຍ ແຕ່ເຂົາຈະຣະລຶກເຖິງເຮົາໃນປະເທດ ທີ່ຫ່າງໄກນັ້ນ ເຂົາຈະດຳຣົງຊີວິດຢູ່ກັບບຸດຫລານຂອງເຂົາແລະກັບມາ 10 ເຮົາຈະນຳເຂົາກັບຈາກແຜ່ນດິນເອຢິບ ແລະຮວບຮວມເຂົາມາຈາກອັສຊີເຣັຽ ແລະເຮົາຈະນຳເຂົາມາຍັງແຜ່ນດິນກີເລອາດແລະເລບານອນຈົນຈະບໍ່ມີທີ່ໃຫ້ເຂົາຢູ່ 11 ພຣະອົງສະເດັດຜ່ານຂ້າມທະເລແຫ່ງຄວາມລະທົມ ແລະຈະຊົງທຸບຄື່ນທະເລ ແລະທີ່ເລິກທັງສິ້ນຂອງແມ່ນ້ຳນິນຈະແຫ້ງໄປ ຄວາມຈອງຫອງຂອງອັສຊີເຣັຽຈະຕົກຕ່ຳ ແລະກະບອງ (ຄະທາ) ຂອງເອຢິບຈະພາກໄປເສັຽ 12 ເຣົາຈະຊົງທຳໃຫ້ເຂົາທັງຫລາຍເຂັ້ມແຂງໃນພຣະຜູ້ເປັນເຈົ້າ ແລະເຂົາຈະອວດພຣະນາມຂອງພຣະຜູ້ເປັນເຈົ້າດັ່ງນີ້ແຫລະ
1 ໂອ ເລບານອນເອີຍ, ຈົ່ງເປີດບັນດາປະຕູຂອງເຈົ້າ ເພື່ອໄຟຈະໄດ້ເຜົາຜານໄມ້ສົນສີດາຂອງເຈົ້າເສັຽ 2 ໂອ ຕົ້ນແປກເອີຍ, ຈົ່ງຮ້ອງໄຫ້ເຖີດ ເພາະໄມ້ສົນສີດາລົ້ມເສັຽແລ້ວ ເພາະບັນດາໄມ້ທີ່ສະງ່າງາມພິນາດລົງໄປແລ້ວ ຕົ້ນກໍ່ເມືອງບາຊານເອີຍ ຈົ່ງຮ້ອງໄດ້ເຖີດ ເພາະປ່າທຶບຖືກປ້ຳລົງເສັຽແລ້ວ 3 ຟັງເດີ ສຽງຜູ້ປົກຄອງຮ້ອງຄວນຄາງ ເພາະສັກສີຂອງເຂົາທັງຫລາຍກໍຖືກທຳລາຍໄປແລ້ວ ຟັງເດີ ສຽງສີງຫນຸ່ມຄຳລາມ ເພາະວ່າດົງລຸ່ມແມ່ນ້ຳຈໍແດນໄດ້ຖືກທຳລາຍລົງ
ຄົນລ້ຽງແກະສອງຄົນ
4 ພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າສັ່ງດັ່ງນີ້ວ່າ, “ຈົ່ງລ້ຽງຝູງແບ້ ແກະທີ່ຕ້ອງຖືກຂ້າ 5 ບັນດາຜູ້ທີ່ຊື້ມັນໄປກໍຂ້າມັນເສັຽ ແລະບໍ່ຕ້ອງມີໂທດ ແລະບັນດາຄົນທີ່ຂາຍມັນກ່າວວ່າ, “ສາທຸການແດ່ພຣະຜູ້ເປັນເຈົ້າ ຂ້າພະເຈົ້າຮັ່ງມີແລ້ວ” ແລະຜູ້ລ້ຽງແກະຂອງມັນທັງຫລາຍບໍ່ສົງສານມັນເລີຍ 6 ພຣະຜູ້ເປັນເຈົ້າກ່າວວ່າ ເພາະເຮົາຈະບໍ່ສົງສານຊາວແຜ່ນດິນນີ້ອີກຕໍ່ໄປ ເຣົາກໍຈະກະທຳໃຫ້ເຂົາຕ່າງຄົນຕົກເຂົ້າໄປໃນມືຂອງຜູ້ລ້ຽງແກະຂອງເຂົາ ແລະຕ່າງກໍຕົກໄປໃນຫັດຂອງກະສັດຂອງເຂົາ ແລະທ່ານຈະບີບໂລກໃຫ້ແຫລກ ແລະເຣົາຈະບໍ່ຊ່ອຍເຫລືອຄົນນື່ງຄົນໃດໃຫ້ພົ້ນມືຂອງທ່ານທັງຫລາຍ” 7 ດັ່ງນັ້ນ ຂ້າພະເຈົ້າໄດ້ລ້ຽງດູຝູງແບ້ ແກະທີ່ຖືກຂ້າ ເພື່ອເຫັນແກ່ຜູ້ທີ່ຄ້າແກະ ຂ້າພະເຈົ້າຈຶ່ງເອົາໄມ້ເທົ້າສອງອັນ ອັນນຶ່ງໃຫ້ຊື່ວ່າ ພຣະຄຸນ ອີກອັນນຶ່ງໃຫ້ຊື່ວ່າ ນ້ຳນຶ່ງໃຈດຽວ ແລະຂ້າພະເຈົ້າກໍລ້ຽງດູແກະ 8 ໃນເດືອນດຽວຂ້າພະເຈົ້າທຳລາຍຜູ້ລ້ຽງແກະສາມຄົນນັ້ນເສັຽ ແຕ່ຂ້າພະເຈົ້າເບື່ອແກະເສັຽແລ້ວ ແລະແກະກໍກຽດຊັງຂ້າພະເຈົ້າດ້ວຍ 9 ຂ້າພະເຈົ້າຈຶ່ງວ່າ “ຂ້າຈະບໍ່ລ້ຽງດູເຈົ້າ ພວກທີ່ຕາຍໄປກໍໃຫ້ຕາຍໄປ ພວກທີ່ຈະຕ້ອງຖືກທຳລາຍກໍໃຫ້ຖືກທຳລາຍໄປ ແລະໃຫ້ບັນດາທີ່ເຫລືອຢູ່ນັ້ນກິນຊີ້ນຊຶ່ງກັນແລະກັນ 10 ຂ້າພະເຈົ້າກໍເອົາໄມ້ເທົ້າທີ່ຊື່ພຣະຄຸນນັ້ນມາຫັກ ລົ້ມເລີກພັນທະສັນຍາຊຶ່ງຂ້າພະເຈົ້າໄດ້ທຳໄວ້ກັບຊົນຊາດທັງຫລາຍເສັຽ 11 ຈຶ່ງເປັນອັນລົ້ມເລີກໃນວັນນັ້ນ ແລະບັນດານັກຄ້າແກະ ຜູ້ຊຶ່ງຄອຍເບິ່ງຂ້າພະເຈົ້າຢູ່ກໍຮູ້ວ່ານັ້ນເປັນພຣະຄຳຂອງພຣະຜູ້ເປັນເຈົ້າ 12 ແລ້ວຂ້າພະເຈົ້າຈຶ່ງເວົ້າກັບເຂົາວ່າ, “ຖ້າທ່ານເປັນຄວນກໍຂໍຄ່າຈ້າງແກ່ເຣົາ ຖ້າບໍ່ເຫັນຄວນກໍບໍ່ຕ້ອງໃຫ້” ແລ້ວເຂົາກໍຊັ່ງເງິນສາມສິບເຊເກລອອກໃຫ້ແກ່ຂ້າພະເຈົ້າເປັນຄ່າຈ້າງ 13 ແລ້ວພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ, “ຈົ່ງໂຍນເງິນນັ້ນເຂົ້າໄປໃນຄັງ” ຄືເງີນກ້ອນງາມທີ່ເຂົາຈ່າຍໃຫ້ຂ້າພະເຈົ້າ ດັ່ງນັ້ນຂ້າພະເຈົ້າຈຶ່ງເອົາເງິນສາມສິບເຊເກລໂຍນເຂົ້າໄປໃນພຣະຄັງໃນພຣະວິຫານຂອງພຣະຜູ້ເປັນເຈົ້າ 14 ແລ້ວຂ້າພະເຈົ້າກໍຫັກໄມ້ເທົ້າອັນທີ່ສອງທີ່ຊື່ວ່າ ນ້ຳນຶ່ງໃຈດຽວນັ້ນເສັຽ ຄວາມເປັນນ້ຳນຶ່ງໃຈດຽວຂອງຢູດາແລະອິສຣາເອນກໍຫັກສະບັ້ນລົງ 15 ແລ້ວພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ, “ຈົ່ງຫຍິບເຄື່ອງໃຊ້ຂອງຄົນລ້ຽງແກະທີ່ໄຮ້ຄ່າຂື້ນມາອີກຄັ້ງນຶ່ງ 16 ເພາະເຮົາກຳລັງຕັ້ງຄົນລ້ຽງແກະຜູ້ນຶ່ງໃນແຜ່ນດິນນີ້ ຜູ້ບໍ່ສົນໃຈຕົວທີ່ກຳລັງພິນາດ ຫລືສແວງຫາຕົວທີ່ຍັງຫນຸ່ມ ຫລືຮັກສາຕົວທີ່ກະດູກຫັກ ຫລືລ້ຽງດູຕົວທີ່ເປັນປົກກະຕິ ແຕ່ກິນຊີ້ນຂອງແກະອ້ວນທຸກໂຕ ຈີກກິນຈົນກະທັ່ງເຖິງກີບຂອງມັນ 17 ວິບັດແກ່ຄົນລ້ຽງແກະຜູ້ໄຮ້ຄ່າຂອງເຮົາ ຜູ້ທີ່ປະຖິ້ມຝູງແກະເສັຽ ຂໍໃຫ້ດາບຟັນແຂນຂອງເຂົາເຖີດ ແລະຟັນຕາຂວາຂອງເຂົາເຖີດ ຂໍໃຫ້ແຂນຂອງເຂົາລີບໄປເສັຽ ແລະໃຫ້ຕາຂວາຂອງເຂົາບອດທີ່ດຽວ”
ເຢຣູຊາເລັມຈະຖືກປົດປ່ອຍໃນອະນາຄົດ
1 ພຣະຄຳຂອງພຣະຜູ້ເປັນເຈົ້າກ່ຽວດ້ວຍເຣື່ອງອິສຣາເອນ ພຣະຜູ້ເປັນເຈົ້າຊົງຄຶງທ້ອງຟ້າອອກ ແລະວາງຮາກພິພົບ ແລະປັ້ນຈິດວິນຍານໃຫ້ມີຢູ່ໃນມະນຸດ ກ່າວວ່າ, 2 “ເບິ່ງແມ໋, ເຮົາກຳລັງຈະທຳກຸງເຢຣູຊາເລັມໃຫ້ເປັນຖ້ວຍນ້ຳເມົາສຳລັບບັນດາຊົນຊາດທັງຫລາຍທີ່ຢູ່ລ້ອມຮອບ ຖ້ວຍນັ້ນຈະຢູ່ເຫນືອຢູດາເມື່ອກຸງເຢຣູຊາເລັມຖືກລ້ອມ 3 ໃນວັນນັ້ນ ເຣົາຈະກະທຳໃຫ້ເຢຣູຊາເລັມເປັນສີລາຫນັກແກ່ບັນດາຊົນຊາດທັງຫລາຍ ຜູ້ໃດທີ່ພຍາຍາມຍົກຫີນນັ້ນຂື້ນຈະກະທຳໃຫ້ຕົວເຂົາເອງບາດເຈັບຢ່າງສາຫັດ ແລະປະຊາຊາດທັງຫລາຍໃນພິພົບຈະສົມທົບກັນສູ້ເຢຣູຊາເລັມ 4 ພຣະຜູ້ເປັນເຈົ້າກ່າວວ່າ, “ໃນວັນນັ້ນ ເຣົາຈະໃຫ້ມ້າທຸກໂຕວຸ້ນວາຍ ແລະກະທຳໃຫ້ຄົນຂີ່ບ້າຄັ່ງ ແຕ່ເຮົາຈະລືມຕາເບິ່ງເຊື້ອສາຍຢູດາ ແລະເຮົາກະທຳໃຫ້ມ້າທຸກໂຕຂອງຊົນຊາດທັງຫລາຍຕາບອດໄປ 5 ແລ້ວຫົວຫນ້າຕະກູນຢູດາຈະຣຳພຶງໃນໃຈວ່າ “ຊາວເຢຣູຊາເລັມເປັນກຳລັງຂອງເຣົາ ເນື່ອງຈາກພຣະຜູ້ເປັນເຈົ້າຈອມໂຍທາພຣະເຈົ້າຂອງເຂົາ” 6 “ໃນວັນນັ້ນ ເຮົາຈະກະທຳໃຫ້ຫົວຫນ້າຕະກູນຢູດາທັງຫລາຍເຫມືອນຫມໍ້ຮ້ອນແດງຢູ່ຖ້າມກາງກອງຟືນ ເຫມືອນດັ່ງກອງໄຟຢູ່ໃນປ່າແລະຢູ່ຕາມທົ່ງນາທີ່ມີເຂົ້າສຸກເຕັມຢູ່ ແລະຈະເຜົາຜານບັນດາຊົນຊາດທັງຫລາຍທີ່ຢູ່ລ້ອມຮອບໄປທາງຂວາແລະໄປທາງຊ້າຍເສັຽ ຝ່າຍເຢຣູຊາເລັມຈະມີຄົນອາໄສຢູ່ໃນທີ່ດິນນັ້ນເອງ ຄືເຢຣູຊາເລັມ 7 “ແລະພຣະຜູ້ເປັນເຈົ້າຈະປະທານໄຊຊະນະແກ່ເຕັນຂອງຢູດາກ່ອນ ເພື່ອວ່າສັກສີແຫ່ງຣາຊວົງດາວິດ ແລະສັກສີແຫ່ງຊາວເຢຣູຊາເລັມຈະບໍ່ໄດ້ເປັນທີ່ຍົກຍ້ອງເຫນືອກວ່າຂອງຢູດາ 8 ໃນວັນນັ້ນພຣະຜູ້ເປັນເຈົ້າຈະຊົງບັງຊາວເຢຣູຊາເລັມໄວ້ ເພື່ອວ່າຄົນທີ່ອ່ອນແອທີ່ສຸດຖ້າມກາງເຂົາ ໃນວັນນນັ້ນຈະເປັນເຫມືອນດາວິດ ແລະ ຣາຊວົງຂອງດາວິດຈະເປັນເຫມືອນພຣະຜູ້ເປັນເຈົ້າ ເຫມືອນທູດຂອງພຣະຜູ້ເປັນເຈົ້ານຳຫນ້າເຂົາທັງຫລາຍ 9 ໃນວັນນັ້ນ ເຮົາຈະສແວງທີ່ຈະທຳລາຍປະຊາຊາດທັງສິ້ນຊຶ່ງເຂົ້າມາຕໍ່ສູ້ເຢຣູຊາເລັມ 10 “ແລະເຣົາຈະເທວິນຍານແຫ່ງຄວາມເມດຕາເອັນດູ ແລະການອ້ອນວອນເທິງຣາຊວົງດາວິດ ແລະຊາວເຢຣູຊາເລັມ ດັ່ງນັ້ນເມື່ອເຂົາທັງຫລາຍມອງເບິ່ງເຮົາ ຜູ້ຊຶ່ງເຂົາເອງໄດ້ແທງ ເຂົາຈະໄວ້ທຸກເພື່ອບຸດຄົນດຽວຂອງຕົນ ແລະຮ້ອງໄຫ້ຢ່າງຂົ່ມຂື່ນເພື່ອທ່ານ ເຫມືອນຢ່າງຄົນຮ້ອງໄຫ້ເພື່ອບຸດຫົວປີຂອງຕົນ 11 ໃນວັນນັ້ນ ການໄວ້ທຸກໃນເຢຣູຊາເລັມຈະໃຫຍ່ໂຕຢ່າງການໄວ້ທຸກເພື່ອຮາດາດຣີມໂມນໃນທີ່ຮາບເມກິດໂດ 12 ແຜ່ນດິນຈະໄວ້ທຸກ ຕາມຄອບຄົວແຕ່ລະຄອບຄົວ ຄອບຄົວຣາຊວົງດາວິດຕ່າງຫາກ ແລະບັນດາພັຣຍາຂອງທ່ານຕ່າງຫາກ ຄອບຄົວຂອງວົງນາທານຕ່າງຫາກ ແລະບັນດາພັຣຍາຂອງເຂົາຕ່າງຫາກ 13 ຄອບຄົວຂອງວົງເລວີຕ່າງຫາກ ແລະພັຣຍາຂອງເຂົາຕ່າງຫາກ ຄອບຄົວຕະກູນຊີເມອີຕ່າງຫາກ ແລະພັຣຍາຂອງເຂົາຕ່າງຫາກ 14 ແລະທຸກຄອບຄົວທີ່ເຫລືອຢູ່ກໍໄວ້ທຸກຕ່າງຫາກ ແລະພັຣຍາຂອງເຂົາຕ່າງຫາກ
1 “ໃນວັນນັ້ນ ຈະມີນ້ຳພຸພຸ່ງຂື້ນສຳລັບຣາຊວົງຂອງດາວິດ ແລະຊາວເຢຣູຊາເລັມ ເພື່ອຈະຊຳຮະເຂົາໃຫ້ພົ້ນຈາກບາບແລະຄວາມບໍ່ສະອາດ 2 “ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ ໃນວັນນັ້ນ ເຮົາຈະກຳຈັດຊື່ຂອງຮູບເຄົາຣົບເສັຽຈາກແຜ່ນດິນ ເພື່ອວ່າເຂົາຈະຣະລຶກເຖິງອີກບໍ່ໄດ້ເລີຍ ແລະເຮົາຈະໄລ່ຜູ້ປະກາດພຣະທັມ ແລະວິນຍານທີ່ບໍ່ສະອາດໄປເສັຽຈາກແຜ່ນດິນ 3 ຖ້າມີຜູ້ໃດປາກົດຕົວເປັນຜູ້ປະກາດພຣະທັມອີກ ບິດາມານດາຜູ້ໃຫ້ເຂົາບັງເກີດມານັ້ນຈະເວົ້າກັບເຂົາວ່າ “ເຈົ້າຢ່າມີຊີວິດຢູ່ເລີຍ ເພາະເຈົ້າເວົ້າຕົວະໃນພຣະນາມຂອງພຣະຜູ້ເປັນເຈົ້າ” ເມື່ອເຂົາປະກາດພຣະທັມ ບິດາມານດາຜູ້ໃຫ້ເຂົາເກີດມາຈະແທງເຂົາໃຫ້ທະລຸ 4 ໃນວັນນັ້ນ ຜູ້ປະກາດພຣະທັມທຸກຄົນຈະມີຄວາມລະອາຍເພາະນິມິດຂອງເຂົາເມື່ອປະກາດພຣະທັມ ເຂົາຈະບໍ່ສວມຜ້າມີຂົນເພື່ອລໍ້ລວງອີກຕໍ່ໄປ 5 ແຕ່ເຂົາຈະກ່າວວ່າ “ຂ້າພະເຈົ້າບໍ່ແມ່ນຜູ້ປະກາດພຣະທັມ ຂ້າພະເຈົ້າເປັນຊາວນາ ເພາະວ່າພື້ນດິນເປັນກຳມະສິດຂອງຂ້າພະເຈົ້າ ຕັ້ງແຕ່ຂ້າພະເຈົ້າຍັງຫນຸ່ມ” 6 ແລະຖ້າຜູ້ໃດຈະຖາມເຂົາວ່າ, “ເປັນຫຍັງທ່ານມີແຜເປັນທີ່ຫລັງ?” ເຂົາຈະຕອບວ່າ, “ຂ້າພະເຈົ້າໄດ້ແຜເປັນນັ້ນໃນເຮືອນຂອງພວກເພື່ອນຂອງຂ້າພະເຈົ້າ”
ການຕີຄົນລ້ຽງແກະຂອງພຣະເຈົ້າ
7 ພຣະຜູ້ເປັນເຈົ້າຈອມໂຍທາສັ່ງວ່າ, “ດາບເອີຍ ຈົ່ງຕື່ນຂື້ນຕໍ່ສູ້ຄົນລ້ຽງແກະຂອງເຣົາ ຈົ່ງຕໍ່ສູ້ຄົນລ້ຽງແກະ ແລະຝູງແກະນັ້ນຈະກະຈັດກະຈາຍໄປ ເຣົາຈະກັບມືຂອງເຮົາຕໍ່ສູ້ກັບຕົວເລັກຕົວນ້ອຍ 8 ພຣະຜູ້ເປັນເຈົ້າກ່າວວ່າ ທົ່ວທັງແຜ່ນດິນຈະຕ້ອງກຳຈັດເສັຽໃຫ້ພິນາດສອງໃນສາມ ແລະເຫລືອໄວ້ນຶ່ງໃນສາມ 9 ເຮົາຈະເອົານຶ່ງໃນສາມນີ້ໃສ່ໃນໄຟ ແລະເຮົາຈະຫລໍ່ຫລອມເຂົາເຫມືອນຫລໍ່ຫລອມເງິນ ແລະລອງເບິ່ງເຂົາເຫມືອນທົດລອງທອງຄຳ ເຂົາຈະຮ້ອງທູນອອກພຣະນາມຂອງເຣົາ ແລະເຮົາຈະຕອບເຂົາ ເຮົາຈະກ່າວວ່າ “ເຂົາທັງຫລາຍເປັນຊົນຊາດຂອງເຣົາ” ແລະເຂົາຈະກ່າວວ່າ “ພຣະຜູ້ເປັນເຈົ້າຄືພຣະເຈົ້າຂອງຂ້າພະເຈົ້າ”
ເຢຣູຊາເລັມແລະປະຊາຊາດຕ່າງໆ
1 ເບິ່ງແມ໋ ວັນແຫ່ງພຣະຜູ້ເປັນເຈົ້າມາເຖິງແລ້ວ ເມື່ອຊັບສິນທີ່ເຂົາຍຶດໄປຈາກເຈົ້ານັ້ນ ເຂົາຈະແບ່ງກັນຖ້າມກາງເຈົ້າ 2 ເພາະເຮົາຈະຮວບຮວມປະຊາຊາດທັງຫລາຍໃຫ້ທຳເສິກກັບເຢຣູຊາເລັມ ເມືອງນັ້ນຈະຖືກຍຶດ ເຂົາຈະປຸ້ນເອົາຊັບໃນເຮືອນແລະຂົ່ມຂືນຜູ້ຍິງ ພົລເມືອງເຄິ່ງນຶ່ງຈະຕົກໄປເປັນຊະເລີຍ ປະຊາຊົນສ່ວນທີ່ເຫລືອຢູ່ຈະບໍ່ຖືກຕັດອອກເສັຽຈາກເມືອງ 3 ແລ້ວພຣະຜູ້ເປັນເຈົ້າຈະສະເດັດອອກໄປຕໍ່ສູ້ກັບປະຊາຊາດເຫລົ່ານັ້ນເຫມືອນເມື່ອພຣະອົງຊົງຕໍ່ສູ້ໃນວັນສົງຄາມ 4 ໃນວັນນັ້ນພຣະບາດຂອງພຣະອົງຈະຢືນຢູ່ທີ່ພູເຂົາຫມາກກອກເທດ ຊຶ່ງຢູ່ຫນ້າເມືອງເຢຣູຊາເລັມດ້ານຕາເວັນອອກ ແລະພູເຂົາຫມາກກອກເທດນັ້ນຈະແຍກອອກເປັນສອງສ່ວນຈາກທິດຕາເວັນອອກໄປທິດຕາເວັນຕົກ ໂດຍມີຫຸບເຂົາອັນກວ້າງຂວາງຢູ່ຫວ່າງກາງ ພູເຂົາເຄິ່ງນຶ່ງຈຶ່ງຈະເຄື່ອນໄປທາງເຫນືອ ແລະອີກເຄິ່ງນຶ່ງຈະເຄື່ອນໄປທາງໃຕ້ 5 ແລະຫຸບເຂົາແຫ່ງບັນດາພູເຂົາຂອງເຮົານັ້ນຈະຖືກກັ້ນເສັຽ ເພາະວ່າຫຸບເຂົາແຫ່ງບັນດາພູເຂົາຈະມາເຖິງອາຊານ ແລະທ່ານທັງຫລາຍຈະຕ້ອງຫນີໄປ ຢ່າງທີ່ຫນີຈາກແຜ່ນດິນໄຫວສະໄຫມອຸສຊີຢາກະສັດປະເທດຢູດາ ແລ້ວພຣະຜູ້ເປັນເຈົ້າພຣະເຈົ້າຂອງເຣົາຈະສະເດັດມາ ແລະຝູງທູດສວັນຈະມາກັບພຣະອົງ 6 ໃນວັນນັ້ນຈະບໍ່ມີຄວາມຫນາວແລະນ້ຳຄ້າງແຂງ 7 ຈະມີແຕ່ວັນ (ພຣະຜູ້ເປັນເຈົ້າຊົງຊາບ) ບໍ່ແມ່ນກາງວັນສລັບກາງຄືນ ແຕ່ເວລາຄ່ຳຈະມີແສງສວ່າງ 8 ໃນວັນນັ້ນນ້ຳພູຈະໄຫລອອກຈາກເຢຣູຊາເລັມ ເຄິ່ງນຶ່ງຈະໄຫລໄປສູ່ທະເລດ້ານຕາເວັນອອກ ແລະເຄິ່ງນຶ່ງຈະໄຫລໄປສູ່ທະເລດ້ານຕາເວັນຕົກ ໃນຣະດູຮ້ອນກໍຈະໄຫລເລື້ອຍໄປດັ່ງໃນຣະດູຫນາວ 9 ແລະພຣະຜູ້ເປັນເຈົ້າຈະຊົງເປັນກະສັດເຫນືອພິພົບທັງສິ້ນ ໃນວັນນັ້ນພຣະຜູ້ເປັນເຈົ້າຈະຊົງເປັນເອກ ແລະພຣະນາມຂອງພຣະອົງກໍເປັນເອກ 10 ແຜ່ນດີນທັງສິ້ນຈະກາຍເປັນທີ່ຮາບພຽງຈາກເກບາເຖິງຣີມໂມນໃຕ້ເຢຣູຊາເລັມ ແຕ່ເຢຣູຊາເລັມຈະດຳຣົງສູງເດັ່ນຢູ່ໃນທີ່ຕັ້ງຂອງເມືອງນັ້ນຈາກປະຕູເບັນຢາມິນເຖິງສະຖານທີ່ທີ່ເປັນປະຕູເກົ່າ ເຖິງປະຕູແຈ ແລະຈາກຫໍຄອຍຮານານເອນເຖິງບໍ່ຢ່ຳອະງຸ່ນຂອງກະສັດ 11 ແລະຈະມີຜູ້ຄົນອາໄສຢູ່ເພາະບໍມີຄຳສາບແຊ່ງອີກແລ້ວ ເຢຣູຊາເລັມຈະຢູ່ຢ່າງປອດພັຍ 12 ຕໍ່ໄປນີ້ເປັນໄພວິບັດຊຶ່ງພຣະຜູ້ເປັນເຈົ້າຈະຊົງໃຊ້ໂຈມຕີບັນດາຊົນຊາດທັງຫລາຍທີ່ທຳສົງຄາມກັບເຢຣູຊາເລັມ ຄືຊີ້ນຂອງເຂົາຈະເນົ່າໄປເມື່ອເຂົາຍັງຢືນຢູ່ໄດ້ ຕາຂອງເຂົາຈະເນົ່າຄາເບົ້າຕາ ແລະລີ້ນຂອງເຂົາຈະເນົ່າຄາປາກ 13 ໃນວັນນັ້ນ ການສັບສົນອົນລະຫມ່ານຢ່າງໃຫຍ່ໂຕຈາກພຣະຜູ້ເປັນເຈົ້າຈະຕົກລົງເຫນືອເຂົາທັງຫລາຍ ເພາະສະນັ້ນຄົນນຶ່ງຈະຈັບຄຸມເພື່ອນຂອງຕົນ ແລະເຂົາຈະຍົກມືຂື້ນຕໍ່ສູ້ກັນແລະກັນ 14 ແມ້ວ່າຢູດາກໍຈະຕໍ່ສູ້ກັນທີ່ເຢຣູຊາເລັມ ຊັບສົມບັດຂອງປະຊາຊົນທັງສິ້ນທີ່ຢູ່ລ້ອມຮອບຈະຖືກເກັບ ມີທອງຄຳ ເງິນ ແລະເສື້ອຜ້າຫລວງຫລາຍ 15 ແລະໄພວິບັດຢ່າງນຶ່ງທີ່ເຫມືອນໄພວິບັດຢ່າງນີ້ຈະບັງເກີດແກ່ມ້າ ລໍ ອູດ ແລະລາ ແລະບໍ່ວ່າສັດຊະນິດໃດຊຶ່ງມີຢູ່ໃນຄ້າຍເຫລົ່ານັ້ນ 16 ແລະຢູ່ມາບັນດາຄົນທີ່ເຫລືອຢູ່ໃນປະຊາຊາດທັງປວງຊຶ່ງຍົກຂື້ນມາສູ້ຮົບກັບເຢຣູຊາເລັມ ຈະຂື້ນໄປນະມັສການກະສັດປີແລ້ວປີເລົ່າ ຄືພຣະຜູ້ເປັນເຈົ້າຈອມໂຍທາ ແລະຈະຖືເທສການປຸກຕູບຢູ່ 17 ຖ້າຕະກູນໃດໃນພື້ນພິພົບບໍ່ຂື້ນໄປຍັງເຢຣູຊາເລັມ ເພື່ອນະມັສາການກະສັດຄືພຣະຜູ້ເປັນເຈົ້າຈອມໂຍທາ ຝົນກໍຈະບໍ່ຕົກເຫນືອເຂົາເຫລົ່ານັ້ນ 18 ແລະຖ້າຕະກູນເອຢິບບໍ່ຂື້ນມາປາກົດຕົວທີ່ນັ້ນ ເຂົາກໍຈະບັງເກີດໄພວິບັດບໍ່ເຫມືອນໄພວິບັດຊຶ່ງພຣະຜູ້ເປັນເຈົ້າຊົງໃຊ້ໂຈມຕີປະຊາຊາດອື່ນໆ ຊຶ່ງບໍ່ຂື້ນໄປຖືເທສການປຸກຕູບຢູ່ 19 ທີ່ກ່າວນີ້ຈະເປັນການລົງໂທດເອຢິບ ແລະປະຊາຊາດທັງສິ້ນ ຊຶ່ງບໍ່ຂື້ນໄປຖືເທສການປຸກຕູບຢູ່ 20 ແລະໃນວັນນັ້ນໂສ້ທີ່ຜູກມ້າຈະມີຄຳຈາຣຶກວ່າ “ບໍຣິສຸດແດ່ພຣະຜູ້ເປັນເຈົ້າ” ແລະຫມໍ້ຊຶ່ງຢູ່ໃນພຣະວິຫານຂອງພຣະຜູ້ເປັນເຈົ້າຈະເປັນເຫມືອນຊາມຊຶ່ງຢູ່ຫນ້າແທ່ນບູຊາ 21 ແລະຫມໍ້ທຸກຫນ່ວຍໃນເຢຣູຊາເລັມແລະຢູດາ ຈະເປັນຂອງບໍຣິສຸດແດ່ພຣະຜູ້ເປັນເຈົ້າຈອມໂຍທາ ເພື່ອວ່າທຸກຄົນທີ່ມາຖວາຍສັຕບູຊາຈະເອົາຫມໍ້ໄປ ແລະຈະຕົ້ມຊີ້ນໃນຫມໍ້ເຫລົ່ານັ້ນ ໃນວັນນັ້ນຈະບໍ່ມີພໍ່ຄ້າໃນພຣະວິຫານຂອງພຣະຜູ້ເປັນເຈົ້າຈອມໂຍທາອີກຕໍ່ໄປ
ພຣະເຈົ້າຊົງຮັກອິສຣາເອນ
1 ຕໍ່ໄປນິ້ ແມ່ນພຣະຄັມຂອງພຣະຜູ້ເປັນເຈົ້າທີ່ໃຫ້ມາລາກີ ບອກປະຊາຊົນອິສຣາເອນຄື 2 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາໄດ້ຮັກພວກເຈົ້າ ແຕ່ພວກເຈົ້າຊ້ຳຕອບວ່າ ພຣະອົງໄດ້ຮັກພວກຂ້າພຣະອົງຢ່າງໃດ?” ພຣະຜູ້ເປັນເຈົ້າຊົງຕອບວ່າ, “ເອຊາວ ແລະຢາໂຄບເປັນອ້າຍນ້ອງກັນ ແຕ່ເຮົາຮັກຢາໂຄບ ແລະເຊື້ອສາຍຂອງເຂົາ 3 ແຕ່ເຮົາຊັງເອຊາວພ້ອມທັງເຊື້ອສາຍຂອງເຂົາ ເຮົາໄດ້ທຳລາຍດິນແດນພູເຂົາຂອງເອຊາວ ແລະໃຫ້ດິນແດນນັ້ນເປັນຖິ່ນຂອງສັດປ່າ” 4 ຖ້າຫາກຊາວເອໂດມເຊື້ອສາຍຂອງເອຊາວເວົ້າວ່າ, “ເມືອງຂອງພວກເຮົາຖືກທຳລາຍ ແຕ່ພວກເຮົາຈະສ້າງມັນຂື້ນໃຫມ່” ພຣະຜູ້ເປັນເຈົ້າແຫ່ງຈັກກະວານກໍຊົງຕອບວ່າ, “ປ່ອຍໃຫ້ພວກເຂົາສ້າງຂຶ້ນໃຫມ່ເຮົາຈະທຳລາຍມັນລົງອີກ ປະຊາຊົນຈະເອີ້ນເມືອງນັ້ນວ່າ ເປັນເມືອງເຄາະຮ້າຍ ແລະເປັນຊົນຊາດທີ່ພຣະຜູ້ເປັນເຈົ້າຊົງພິໂຣດຢູ່ສືບໆໄປ 5 ພວກເຈົ້າຈະເຫັນສິ່ງເຫລົ່ານັ້ນ ດ້ວຍຕາຂອງພວກເຈົ້າເອງ ແລະພວກເຈົ້າຈະເວົ້າວ່າ ພຣະຜູ້ເປັນເຈົ້າຊົງຍິ່ງໃຫຍ່ ເຖິງແມ່ນຈະຢູ່ນອກເຂດແດນຂອງອິສຣາເອນກໍຕາມ”
ພຣະຜູ້ເປັນເຈົ້າຊົງຂະຫນາບພວກປະໂຣຫິດ
6 ພຣະຜູ້ເປັນເຈົ້າແຫ່ງຈັກກະວານ ຊົງກ່າວກັບຝ່າຍປະໂຣຫິດວ່າ, “ບຸດຍ່ອມນັບຖືບິດາມານດາ ແຫ່ງຕົນ ແລະຄົນໃຊ້ຍ່ອມນັບຖືນາຍແຫ່ງຕົນ ເຮົາເປັນພຣະບິດາຂອງເຈົ້າ ເປັນຫຍັງຈຶ່ງບໍ່ນັບຖືເຮົາ? ແລະຖ້າເຮົາເປັນນາຍ ເປັນຫຍັງເຈົ້າຈຶ່ງບໍ່ຢຳເກງເຮົາ? ເຈົ້າດູຫມິ່ນປມາດເຮົາ ແລະນອກໄປຈາກນິ້ເຈົ້າຍັງຖາມວ່າ ພວກຂ້າພຣະອົງດູຫມິ່ນປມາດພຣະອົງຢ່າງໃດ? 7 ຢ່າງນິ້ແຫລະ, ຄືນຳເອົາອາຫານທີ່ມີມົນທິນມາຖວາຍເທິງແທ່ນບູຊາຂອງເຮົາ ແລ້ວກໍຖາມວ່າ, “ພວກຂ້າພຣະອົງໄດ້ໃຫ້ຄວາມນັບຖືແດ່ພຣະອົງລົດຫນ້ອຍລົງຢ່າງໃດ? ເຮົາຈະບອກພວກເຈົ້າຄືວ່າ ເຈົ້າບໍ່ໄດ້ເຄົາຣົບນັບຖືແທ່ນບູຊາຂອງເຮົາ 8 ເມື່ອເຈົ້ານຳສັດຕາບອດ ສັດເສັຽຂາ ຫລືສັດເປັນພຍາດມາຖວາຍແກ່ເຮົາ ເຈົ້າຄິດວ່າເປັນການຖືກຕ້ອງແລ້ວຫລື? ຈົ່ງນຳສັດເຫລົ່ານັ້ນໄປໃຫ້ຜູ້ປົກຄອງຂອງເຈົ້າລອງເບິ່ງ ເຂົາຈະພໍໃຈເຈົ້າ ຫລືໃຫ້ຄວາມດີຄວາມຊອບເຈົ້າບໍ?” 9 ພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງກ່າວວ່າ, “ບັດນິ້ ປະໂຣຫິດທັງຫລາຍເອີຍ ລອງອ້ອນວອນທູນຂໍຕໍ່ພຣະເຈົ້າ ໃຫ້ພຣະອົງຊົງກະຣຸນາຕໍ່ພວກເຈົ້າເບິ່ງ ພຣະອົງຄົງຈະບໍ່ຕອບຄວາມອ້ອນວອນຂອງພວກເຈົ້າ ແລະຄົງຈະເປັນຍ້ອນຄວາມຜິດຂອງພວກເຈົ້າເອງ 10 ເຮົາຢາກໃຫ້ມີຈັກຄົນນຶ່ງໃນພວກເຈົ້າອັດປະຕູວິຫານ ເພື່ອບໍ່ໃຫ້ພວກເຈົ້າໄຕ້ໄຟເທິງແທ່ນບູຊາຂອງເຮົາຢ່າງໄຮ້ປໂຍດ ເຮົາບໍ່ພໍໃຈພວກເຈົ້າ ແລະກໍຈະບໍ່ຮັບເຄື່ອງບູຊາທີ່ພວກເຈົ້າໄດ້ນຳມາຖວາຍເຮົາ 11 ຊົນຊາດທົ່ວໂລກ ແຕ່ທິດຕາເວັນອອກຫາທິດຕາເວັນຕົກໃຫ້ກຽດແກ່ເຮົາ ໃນທຸກໆບ່ອນມີຄົນເຜົາເຄື່ອງຫອມ ແລະເຄື່ອງບູຊາອັນບໍຣິສຸດຖວາຍເຮົາ ຄົນທຸກຄົນກໍໃຫ້ກຽດເຮົາ 12 ແຕ່ພວກເຈົ້າດູຫມິ່ນປະຫມາດເຮົາ ເມື່ອເຈົ້າເວົ້າວ່າ, ແທ່ນບູຊາຂອງເຮົາຫນ້າຂີ້ດຽດ ແລະດູຫມິ່ນປມາດອາຫານທີ່ພວກເຈົ້າຖວາຍໃນທີ່ນັ້ນ 13 ພວກເຈົ້າເວົ້າວ່າ ຊ່າງອີດເມື່ອຍຕໍ່ການຖວາຍນິ້ແທ້ ແລະປິ່ນຫນ້າຫນິຈາກເຮົາ ພວກເຈົ້ານໍາສັດທີ່ລັກມາຖວາຍແກ່ເຮົາ ຫລືສັດເສັຽຂາ ແລະເປັນພຍາດ ເຈົ້າຄິດວ່າ ເຮົາຈະຮັບຫລື? 14 ຄຳສາບແຊ່ງຈະຕົກຖືກຄົນຂີ້ໂກງ ຜູ້ຊຶ່ງໄດ້ສັນຍາວ່າ ຈະຖວາຍສິ່ງທີ່ດີໃຫ້ແກ່ເຮົາ ແຕ່ແລ້ວ ເຂົາໄດ້ນຳເອົາສັດທີ່ມີມົນທິນມາເຜົາຖວາຍບູຊາແກ່ເຮົາ ໃນເມື່ອສັດໂຕດີໆຂອງເຂົາກໍຍັງມີເຕັມຢູ່ ເຮົາເປັນພຣະມະຫາກະສັດ ປະຊາຊົນທຸກຊົນຊາດຈຶ່ງຢຳເກງເຮົາ” ພຣະເຈົ້າແຫ່ງຈັກກະວານໄດ້ຊົງກ່າວດັ່ງນິ້
1 ພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງກ່າວວ່າ, “ບັດນິ້ ປະໂຣຫິດທັງຫລາຍເອີຍ ຕໍ່ໄປນີ້ຄືຄຳສັ່ງສຳລັບພວກເຈົ້າ 2 ເຈົ້າຕ້ອງຍົກຍໍໃຫ້ກຽດເຮົາດ້ວຍສິ່ງທີ່ເຈົ້າກະທຳ” ພຣະອົງຊົງກ່າວຕໍ່ໄປອີກວ່າ, “ພັກພວກເຈົ້າບໍ່ຟັງໃນສິ່ງທີ່ເຮົາເວົ້າ ແລະບໍ່ໃສ່ໃຈໃນສິ່ງນັ້ນຢ່າງຈິງໃຈ ເຮົາກໍຈະນໍາຄວາມສາບແຊ່ງມາສູ່ພວກເຈົ້າ ເຮົາຈະນຳເອົາຄວາມສາບແຊ່ງມາໃສ່ໃນຜົນດີທີ່ພວກເຈົ້າໄດ້ຮັບໃນຖານະເປັນປະໂຣຫິດ ອັນທີ່ຈິງ ຄວາມສາບແຊ່ງນັ້ນໄດ້ຕົກມາໃສ່ພວກເຈົ້າແລ້ວ ກໍຍ້ອນວ່າພວກເຈົ້າບໍ່ໄດ້ເອົາຈິດໃສ່ໃຈຊາໃນຄຳສັ່ງຂອງເຮົາຢ່າງຈິງຈັງ 3 ເຮົາຈະຂະຫນາບລູກຫລານຂອງພວກເຈົ້າ ແລະເອົາຫນ້າຂອງພວກເຈົ້າຖູໃສ່ເຄື່ອງໃນສັດ ທີ່ເອົາມາເຜົາຖວາຍບູຊາ ແລະເຮົາກໍຈະໂຍນພວກເຈົ້າອອກໄປກັບເຄື່ອງບູຊານັ້ນ 4 ພວກເຈົ້າຈະໄດ້ຮູ້ວ່າເຮົາໄດ້ໃຫ້ຄຳສັ່ງນິ້ແກ່ພວກເຈົ້າ ເພື່ອວ່າຄຳຫມັ້ນສັນຍາຂອງເຮົາທີ່ເຮັດໄວ້ກັບພວກປະໂຣຫິດ ຄືເຊື້ອສາຍຂອງເລວີນັ້ນຈະຄົງຢູ່” 5 ໃນຄຳຫມັ້ນສັນຍາຂອງເຮົານັ້ນ ເຮົາໄດ້ສັນຍາວ່າ ຈະໃຫ້ຊີວິດ ແລະການຢູ່ດີກິນດີແກ່ພວກເຂົາ ເຮົາໄດ້ໃຫ້ສິ່ງທັງປວງນິ້ ເພື່ອໃຫ້ພວກເຂົານັບຖືເຮົາ ແລະພວກເຂົາກໍໄດ້ນັບຖືແລະຢຳເກງເຮົາ 6 ພວກເຂົາໄດ້ສອນສິ່ງທີ່ຖືກ ແລະບໍ່ໄດ້ສອນສິ່ງທີ່ຜິດ ພວກເຂົາໄດ້ເດີນໄປກັບເຮົາຢ່າງຜາສຸກ ພວກເຂົາໄດ້ກະທຳສິ່ງທີ່ຖືກ ແລະໄດ້ຊ່ອຍຫລາຍຄົນໃຫ້ຫັນຫນິຈາກການທຳຊົ່ວ 7 ແມ່ນຫນ້າທີ່ຂອງປະໂຣຫິດທີ່ຈະສອນຄວາມຈິງຂອງພຣະເຈົ້າ ມະນຸດຈະໄປຫາເຂົາ ເພື່ອຮຽນຮູ້ຄວາມປະສົງຂອງເຮົາ ເພາະວ່າເຂົາເປັນຜູ້ສົ່ງຂ່າວຂອງພຣະຜູ້ເປັນເຈົ້າແຫ່ງຈັກກະວານ 8 ແຕ່ພວກເຈົ້າໄດ້ອວ່າຍຫນ້າຫນິຈາກທາງທີ່ຊອບທັມ ຄຳສອນຂອງພວກເຈົ້າໄດ້ພາໃຫ້ຫລາຍຄົນກະທຳຜິດ ເຈົ້າໄດ້ລະເມີດຄໍາຫມັ້ນສັນຍາທີ່ໄດ້ກະທຳໄວ້ກັບເຈົ້າ 9 ສະນັ້ນ ໃນເທື່ອນີ້ເຮົາຈະທຳໃຫ້ປະຊາຊົນອິສຣາເອນຫມິ່ນປມາດພວກເຈົ້າ ເພາະວ່າພວກເຈົ້າບໍ່ໄດ້ປະຕິບັດຕາມຄຳສັ່ງສອນຂອງເຮົາ ແລະເມື່ອພວກເຈົ້າສອນກ່ຽວກັບຄວາມປະສົງຂອງເຮົາ ພວກເຈົ້າເອງຊ້ຳພັດເຮັດບໍ່ສັດຊື່ຕໍ່ຄົນທັງຫລາຍ ພຣະຜູ້ເປັນເຈົ້າແຫ່ງຈັກກະວານໄດ້ກ່າວດັ່ງນິ້
ພວກອິສຣາເອນບໍ່ສັດຊື່
10 ພວກເຮົາທຸກຄົນບໍ່ໄດ້ມີບິດາຄົນດຽວກັນຫລື ພຣະເຈົ້າອົງດຽວທີ່ໄດ້ສ້າງພວກເຮົາບໍ່ແມ່ນຫລື? ແລ້ວດ້ວຍເຫດໃດ ພວກເຮົາຈຶ່ງຫມິ່ນປມາດຄຳຫມັ້ນສັນຍາຊຶ່ງພຣະເຈົ້າໄດ້ເຮັດໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຮົາ? 11 ປະຊາຊົນຢູດາໄດ້ລະເມີດຄຳສັນຍາທີ່ມີຕໍ່ພຣະເຈົ້າ ແລະໄດ້ເຮັດສິ່ງທີ່ຫນ້າກຽດຊັງໃນອິສຣາເອນ ແລະໃນກຸງເຢຣູຊາເລັມ ພວກເຂົາໄດ້ເຮັດໃຫ້ວິຫານທີ່ພຣະຜູ້ເປັນເຈົ້າຮັກເປິະເປື້ອນ ຜູ້ຊາຍໄດ້ແຕ່ງງານກັບຜູ້ຍິງທີ່ນັບຖືພຣະຂອງຊາດອື່ນ 12 ຂໍໃຫ້ພຣະຜູ້ເປັນເຈົ້າທຳລາຍຜູ້ທີ່ກະທຳເຊັ່ນນັ້ນ ແລະຢ່າຊົງອະນຸຍາດໃຫ້ເຂົ້າຮ່ວມໃນຊົນຊາດຂອງພວກເຮົາອີກຈັກເທື່ອ ຄືເຂົ້າຮ່ວມກັບປະຊາຊົນທີ່ນຳເຄື່ອງບູຊາມາຖວາຍພຣະເຈົ້າແຫ່ງຈັກກະວານ 13 ອີກສິ່ງນຶ່ງທີ່ເຈົ້າໄດ້ກະທຳ ຄືພວກເຈົ້າຮ້ອງໄຫ້ ແລະຄວນຄາງໃສ່ແທ່ນບູຊາຂອງພຣະຜູ້ເປັນເຈົ້າ ເພາະວ່າພຣະອົງບໍ່ຍອມຮັບແມ່ນແຕ່ຫລຽວເບິ່ງເຄື່ອງບູຊາທີ່ເຈົ້າເອົາມາຖວາຍນັ້ນອີກຕໍ່ໄປ 14 ແລະເຈົ້າຖາມວ່າ, “ເປັນດ້ວຍເຫດໃດພຣະອົງຈຶ່ງບໍ່ຮັບ?” ກໍເພາະວ່າພຣະອົງຊົງຮູ້ວ່າເຈົ້າໄດ້ລະເມີດຄຳສັນຍາທີ່ເຮັດໄວ້ກັບພັຣຍາຄາວແຕ່ງງານກັນທຳອີດ ນາງເປັນຄູ່ຄອງຂອງເຈົ້າ ແລະເຈົ້າໄດ້ລະເມີດຄຳສັນຍາທີ່ເຮັດໄວ້ກັບນາງ ເຖິງແມ່ນເຈົ້າໄດ້ສັນຍາຕໍ່ພຣະຜູ້ເປັນເຈົ້າວ່າຈະຊື່ສັດຕໍ່ນາງກໍດີ 15 ພຣະເຈົ້າຊົງທຳໃຫ້ເຈົ້າກັບນາງເປັນເນື້ອກາຍ ແລະຈິດໃຈອັນດຽວກັນບໍ່ແມ່ນຫລື ພຣະອົງມີເຈຕນາກ່ຽວກັບສິ່ງນິ້ເພາະຫຍັງ? ກໍເພາະຢາກໃຫ້ພວກເຮົາມີລູກຫລານທີ່ເປັນໄພ່ພົນຂອງພຣະເຈົ້າຢ່າງແທ້ຈິງ ສະນັ້ນ ຈົ່ງລະວັງຕົວໃຫ້ດີ ຢ່າໃຫ້ໃຜລະເມີດຄຳສັນຍາທີ່ໄດ້ເຮັດໄວ້ກັບພັຣຍາຄາວແຕ່ງງານກັນທຳອິດ 16 ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງອິສຣາເອນຊົງກ່າວວ່າ, “ເຮົາກຽດຊັງການຢ່າຮ້າງກັນ ເຮົາກຽດຊັງເມື່ອຜູ້ໃດໃນພວກເຈົ້າເຮັດຮຸນແຮງເຊັ່ນນັ້ນກັບເມັຽຂອງຕົນ ດັ່ງນັ້ນ ຈົ່ງລະວັງຕົວໃຫ້ດີ ຢ່າລະເມີດຄຳສັນຍາຂອງຕົນ ຈົ່ງສັດຊື່ຕໍ່ເມັຽຂອງເຈົ້າ”
ວັນຕັດສິນໃກ້ເຂົ້າມາແລ້ວ
17 ເຈົ້າໄດ້ທໍາໃຫ້ພຣະຜູ້ເປັນເຈົ້າເມື່ອຍດ້ວຍຄວາມເວົ້າຂອງເຈົ້າ ແຕ່ເຈົ້າຍັງກ້າເວົ້າວ່າ, “ເຮົາທັງຫລາຍໄດ້ທຳໃຫ້ພຣະອົງເມື່ອຍຢ່າງໃດ? ກໍດ້ວຍເວົ້າວ່າ, “ພຣະຜູ້ເປັນເຈົ້າຊົງຄິດເຫັນວ່າ ຜູ້ກະທຳຊົ່ວທຸກຄົນເປັນຄົນດີ ຕາມທີ່ຈີງແລ້ວ ພຣະອົງຊົງພໍພຣະທັຍຄົນເຫລົ່ານັ້ນ ຫລືດ້ວຍເວົ້າວ່າ ພຣະເຈົ້າຜູ້ຊົງຍຸດຕິທັມນັ້ນຢູ່ໃສ?
1 ພຣະຜູ້ເປັນເຈົ້າຈອມໂຍທາຊົງກ່າວດັ່ງນີ້ ເຮົາຈະສົ່ງຜູ້ສົ່ງຂ່າວໄປຈັດຕຽມຫົນທາງໄວ້ສຳລັບເຮົາ ແລ້ວໃນທັນໃດນັ້ນ ພຣະຜູ້ເປັນເຈົ້າອົງທີ່ເຈົ້າຊອກສແວງຫາກໍຈະສະເດັດມາໃນພຣະວິຫານຂອງພຣະອົງ ຜູ້ສົ່ງຂ່າວທີ່ພວກເຈົ້າຢາກເຫັນແຕ່ເຫີງນານ ກໍຈະມາປະກາດຄຳຫມັ້ນສັນຍາຂອງເຮົາ 2 ແຕ່ໃຜຈະທົນຕໍ່ມື້ທີ່ພຣະອົງຈະສະເດັດມາໄດ້? ໃຜຈະມີຊີວິດຢູ່ໄດ້ ເມື່ອພຣະອົງສະເດັດມາປາກົດຕົວ? ພຣະອົງຈະເປັນເຫມືອນໄຟທີ່ຫລອມໂລຫະ ແລະດັ່ງສະບູທີ່ມີພະລັງແຮງ 3 ພຣະອົງຈະມາຕັດສິນດັ່ງ ຜູ້ຫລອມເງິນແລະຄຳທີ່ຫລອມແລ້ວ ຄັນແລ້ວເຂົາຈະນຳເຄື່ອງບູຊາທີ່ຖືກຕ້ອງມາຖວາຍແດ່ພຣະເຈົ້າ 4 ແລ້ວເຄື່ອງບູຊາທີ່ຊາວຢູດາ ແລະຊາວເຢຣູຊາເລັມນຳມາຖວາຍພຣະຜູ້ເປັນເຈົ້າຈະເປັນທີ່ພໍພຣະທັຍພຣະອົງ ດັ່ງທີ່ເຂົາເຄີຍໄດ້ປະຕິບັດມາແຕ່ກ່ອນ” 5 ພຣະຜູ້ເປັນເຈົ້າຈອມໂຍທາກ່າວວ່າ, “ເຮົາຈະມາຫາເຈົ້າເພື່ອພິພາກສາ ແລະຈະເປັນພຍານຕໍ່ສູ້ຜູ້ປະຕິບັດເວດມົນຄາຖາໃນທັນທີ ຕໍ່ສູ້ຜູ້ລ່ວງປະເວນິ ຕໍ່ສູ້ຜູ້ທີ່ເປັນພຍານເທັດ ຕໍ່ສູ້ຜູ້ທີ່ໂກງຄ່າແຮງງານຂອງຄົນຮັບຈ້າງ ຕໍ່ສູ້ຜູ້ທີ່ລັກເອົາຜົນປໂຍດຂອງແມ່ຫມ້າຍ ເດັກກຳພ້າ ແລະຄົນຕ່າງດ້າວ ແລະຕໍ່ສູ້ຜູ້ທີ່ບໍ່ຢຳເກງເຮົາ”
ການຊຳຮະນຶ່ງສ່ວນສິບ
6 “ເພາະວ່າ ເຮົາຄືພຣະຜູ້ເປັນເຈົ້າ ເຮົາຈະບໍ່ປ່ຽນໃຈ ໂອ ເຊື້ອສາຍຂອງຢາໂຄບເອີຍ, ເຈົ້າຍັງບໍ່ທັນຖືກທຳລາຍຫມົດເທື່ອ 7 ພວກເຈົ້າໄດ້ຫັນຫນີຈາກກົດຂໍ້ບັງຄັບຂອງເຮົາ ແລະບໍ່ໄດ້ປະຕິບັດຕາມເຫມືອນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ ແຕ່ຈົ່ງກັບມາຫາເຮົາ ແລະເຮົາກໍຈະກັບມາຫາພວກເຈົ້າທັງຫລາຍ ພວກເຈົ້າຖາມວ່າ, “ພວກຂ້າພຣະອົງຈະເຮັດວິທີໃດຈຶ່ງຈະກັບມາຫາພຣະອົງອີກໄດ້?” 8 ເຮົາຖາມວ່າ, “ເປັນການຖືກຕ້ອງຫລື ທີ່ມະນຸດສໍ້ໂກງພຣະເຈົ້າ ບໍ່ຖືກຕ້ອງ ແຕ່ພວກເຈົ້າກໍໄດ້ສໍ້ໂກງເຮົາ ສໍ້ໂກງຢ່າງໃດ ກໍສໍ້ໂກງໃນເຣື່ອງນຶ່ງສ່ວນສິບ ແລະເຄື່ອງຖວາຍນັ້ນແຫລະ 9 ຄຳສາບແຊ່ງຈະຕົກຖືກພວກເຈົ້າທັງຫມົດ ກໍຍ້ອນວ່າຊົນຊາດທັງຫມົດສໍ້ໂກງເຮົາ 10 ຈົ່ງນຳເງິນເຕັມຈຳນວນນຶ່ງສ່ວນສິບມາທີ່ວິຫານ ເພື່ອວ່າຈະມີອາຫານໃນພຣະວິຫານ ຈົ່ງລອງເບິ່ງດູ ແລະພວກເຈົ້າເຫັນວ່າເຮົາຈະໄຂຟ້າສວັນ ແລ້ວຖອກເທພຣະພອນລົງມາຍັງພວກເຈົ້າຢ່າງຫລວງຫລາຍ 11 ເຮົາຈະບໍ່ປ່ອຍໃຫ້ແມງໄມ້ມາທຳລາຍຜົນລະປູກຂອງພວກເຈົ້າ ແລະຕົ້ນອະງຸ່ນກໍຈະມີຫມາກຫລາຍ 12 ຄັນແລ້ວ ປະຊາຊົນທັງຫລາຍກໍຈະເອີ້ນເຈົ້າວ່າ ຜູ້ມີຄວາມສຸກ ເພາະວ່າດິນແດນທີ່ພວກເຈົ້າອາໄສຢູ່ຈະເປັນບ່ອນທີ່ເຕັມໄປດ້ວຍຄວາມຜາສຸກທຸກປະການ”
ພຣະເຈົ້າຊົງສັນຍາວ່າຈະເມດຕາ
13 ພຣະຜູ້ເປັນເຈົ້າຊົງກ່າວວ່າ, “ພວກເຈົ້າໄດ້ເວົ້າໃສ່ຮ້າຍເຮົາ ແຕ່ພວກເຈົ້າເວົ້າວ່າ, “ພວກຂ້າພຣະອົງໄດ້ເວົ້າໃສ່ຮ້າຍຫຍັງແກ່ພຣະອົງ? 14 ພວກເຈົ້າໄດ້ເວົ້າວ່າ ຮັບໃຊ້ພຣະເຈົ້າເປັນການອັບປໂຍດ ມີປໂຍດຫຍັງທີ່ປະຕິບັດຕາມທີ່ພຣະອົງຊົງບອກ ຫລືພຍາຍາມສະແດງຕໍ່ພຣະຜູ້ເປັນເຈົ້າຈອມໂຍທາວ່າ ພວກເຮົາເສັຽໃຈໃນສິ່ງທີ່ພວກເຮົາໄດ້ເຮັດ 15 ດັ່ງເຮົາເຫັນຄົນອວດຕົວ ແມ່ນພວກນຶ່ງທີ່ມີຄວາມຍິນດີ ຄົນເຮັດຊົ່ວບໍ່ພຽງແຕ່ມັ່ງຄັ່ງເທົ່ານັ້ນ ແຕ່ພວກເຂົາຍັງທົດລອງພຣະເຈົ້າດ້ວຍການກະທຳຊົ່ວຂອງພວກເຂົາ ແລ້ວກໍບໍ່ໄດ້ຮັບໂທດຫຍັງ” 16 ຄັນແລ້ວ ຄົນຢຳເກງພຣະຜູ້ເປັນເຈົ້າກໍເວົ້າຕໍ່ກັນແລະກັນ ພຣະຜູ້ເປັນເຈົ້າກໍຊົງຟັງ ແລະໄດ້ຍິນສິ່ງທີ່ພວກເຂົາເວົ້າຕໍ່ພຣະພັກພຣະອົງ ມີປື້ມບັນທຶກຊື່ຜູ້ທີ່ຢຳເກງ ແລະນັບຖືພຣະຜູ້ເປັນເຈົ້າ 17 ພຣະຜູ້ເປັນເຈົ້າຈອມໂຍທາຊົງກ່າວວ່າ, “ພວກເຂົາຈະເປັນໄພ່ພົນຂອງເຮົາ ໃນມື້ທີ່ເຮົາປະກອບພາຣະກິດ ພວກເຂົາຈະເປັນກຳມະສິດຂອງເຮົາ ອີ່ຫລີ ເຮົາຈະກະຣຸນາພວກເຂົາເຫມືອນດັ່ງຊາຍທີ່ກະຣຸນາບຸດຂອງເຂົາຜູ້ທີ່ຮັບໃຊ້ເຂົາ 18 ພວກເຈົ້າຈະເຫັນຄວາມແຕກຕ່າງລະຫວ່າງຄົນຊອບທັມ ແລະຄົນອະທັມອີກ ລະຫວ່າງຄົນຜູ້ຮັບໃຊ້ເຮົາ ແລະຜູ້ທີ່ບໍ່ຮັບໃຊ້ເຮົາ”
ວັນສະເດັດມາຂອງພຣະຜູ້ເປັນເຈົ້າ
1 ພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງກ່າວວ່າ, “ຈົ່ງເບິ່ງ ເມື່ອວັນນັ້ນມາເຖິງ ຄົນອວດດີທຸກຄົນຕລອດຄົນຊົ່ວທຸກຄົນຈະຖືກເຜົາເຫມືອນເຜົາເຟືອງ ໃນວັນນັ້ນ ພວກເຂົາຈະຖືກໄຟເຜົາ ແລະຈະບໍ່ມີຫຍັງເຫລືອສຳລັບເຈົ້າຜູ້ຢຳເກງເຣົາ 2 ອຳນາດແຫ່ງຄວາມຊອບທັມຂອງເຮົາຈະເປັ່ງຣັສມີຂຶ້ນມາເຫມືອນດວງຕາເວັນ ເພື່ອຮັກສາບຳບັດ ແລະຊ່ອຍພວກເຈົ້າໃຫ້ພົ້ນໄພອັນຕະຣາຍ ພວກເຈົ້າຈະເປັນອິສຣະ ແລະມີຄວາມສຸກເຫມືອນລູກງົວທີ່ອອກຈາກຄອກ 3 ໃນວັນທີ່ເຮົາປະກອບພາຣະກິດ ເຈົ້າຈະຊະນະຄົນອະທັມ ແລະພວກເຂົາຈະເປັນເຫມືອນຂີ້ຝຸ່ນຢູ່ໃຕ້ພື້ນຕີນຂອງເຈົ້າ” ພຣະຜູ້ເປັນເຈົ້າຈອມໂຍທາຊົງກ່າວດັ່ງນິ້ແຫລະ 4 ຈົ່ງຈົດຈຳພຣະທັມຂອງໂມເຊ ຜູ້ຮັບໃຊ້ຂອງເຮົາພ້ອມທັງກົດຫມາຍ ແລະຄຳສັ່ງສອນຊຶ່ງເຮົາໄດ້ໃຫ້ແກ່ເຂົາທີ່ພູໂຮເຣັບ ເພື່ອໃຫ້ປະຊາຊົນອິສຣາເອນທຸກຄົນເຊື່ອຟັງ 5 ແຕ່ວ່າ ກ່ອນວັນຍິ່ງໃຫຍ່ ແລະວັນໂຫດຮ້າຍຂອງພຣະຜູ້ເປັນເຈົ້າຈະມາເຖິງ ເຮົາຈະສົ່ງເອລີຢາຜູ້ປະກາດພຣະທັມມາຫາພວກເຈົ້າ 6 ແລະທ່ານຜູ້ນັ້ນຈະກະທຳໃຫ້ຈິດໃຈຂອງພໍ່ຫັນໄປຫາລູກ ແລະຈິດໃຈຂອງລູກຫັນໄປຫາພໍ່ ບໍ່ດັ່ງນັ້ນ ເຮົາຈະສະເດັດມາ ແລະທຳລາຍປະເທດຂອງພວກເຈົ້າ”
The New Testament of our Lord and Saviour Jesus Christ
ລຳດັບເຊື້ອວົງຂອງພຣະເຢຊູຄຣິດ
1 ຫນັງສືລຳດັບເຊື້ອວົງຂອງພຣະເຢຊູຄຣິດ ຜູ້ເປັນເຊື້ອສາຍຂອງດາວິດ ຜູ້ສືບຕະກູນເນື່ອງມາຈາກອັບຣາຮາມ 2 ອັບຣາຮາມມີບຸດຊາຍຊື່ອີຊາກ ອີຊາກມີບຸດຊາຍຊື່ຢາໂຄບ ຢາໂຄບມີບຸດຊາຍຊື່ຢູດາ ແລະອ້າຍນ້ອງຂອງຕົນ 3 ຢູດາມີບຸດຊາຍຊື່ເປເຣັດ ແລະເຊຣາ ເກີດຈາກນາງທາມາ ເປເຣັດມີບຸດຊາຍຊື່ເຮສໂຣນ ເຮສໂຣນມີບຸດຊາຍຊື່ຣາມ 4 ຣາມມີບຸດຊາຍຊື່ອາມີນາດາບ ອາມີນາດາບມີບຸດຊາຍຊື່ນາໂຊນ ນາໂຊນມີບຸດຊາຍຊື່ຊັນໂມນ 5 ຊັນໂມນມີບຸດຊາຍຊື່ໂບອັດ ໂບອັດມີບຸດຊາຍຊື່ ໂອເບດ ເກີດຈາກນາງຣຸດ ໂອເບດມີບຸດຊາຍຊື່ເຈສຊີ 6 ເຈສຊີມີບຸດຊາຍຊື່ດາວິດ ຜູ້ຊົງເປັນກະສັດ ກະສັດດາວິດມີບຸດຊາຍຊື່ຊາໂລໂມນ ຊົງເກິດຈາກນາງຊຶ່ງແຕ່ກ່ອນເປັນເມັຽຂອງອູຣີຢາ 7 ກະສັດໂຊໂລໂມນຊົງມີບຸດຊາຍຊື່ ເຢໂຮໂບອາມ ເຢໂຮໂບອາມມີບຸດຊາຍຊື່ອະບີຢາ ອະບີຢາມີບຸດຊາຍຊື່ອາສາຟ 8 ອາສາຟມີບຸດຊາຍຊື່ຢາໂຮຊະຟາດ ຢາໂຮຊາຟັດມີບຸດຊາຍຊື່ໂຢຣາມ ໂຢຣາມມີບຸດຊາຍຊື່ອຸສຊິຢາ 9 ອຸສຊິຢາມີບຸດຊາຍຊື່ໂຢທາມ ໂຢທາມມີບຸດຊາຍຊື່ອາຮັສ ອາຣັສມີບຸດຊາຍຊື່ເຮເຊກີຢາ 10 ເຮເຊກິຢາມີບຸດຊາຍຊື່ມານັສເຊ ມານັສເຊມີບຸດຊາຍຊື່ອາໂມນ ອາໂມນມີບຸດຊາຍຊື່ໂຢຊີຢາ 11 ໂຢຊີຢາມີບຸດຊາຍຊື່ເຢໂຄນີຢາ ກັບພວກອ້າຍນ້ອງຂອງຕົນ ເກິດໃນເວລາຖືກກວາດໄປຍັງກຸງບາບິໂລນ 12 ຄັນຖືກກວາດໄປຍັງກຸງບາບິໂລນແລ້ວ ເຢໂຄນິຢາກໍມີບຸດຊາຍຊື່ຊາລາທິເອນ ຊາລາທິເອນມີບຸດຊາຍຊື່ເຊຣູບບາເບນ 13 ເຊຣູບບາເບນມີບຸດຊາຍຊື່ອາບິອຸດ ອາບິອຸດມີບຸດຊາຍຊື່ເອລີອາກິມ ເອລີອາກິມມີບຸດຊາຍຊື່ອາໂຊຣ໌ 14 ອາໂຊຣ໌ມີບຸດຊາຍຊື່ຊາໂດກ ຊາໂດກມີບຸດຊາຍຊື່ອາຄິມ ອາຄິມມີບຸດຊາຍຊື່ເອລີອຸດ 15 ເອລີອຸດມີບຸດຊາຍຊື່ເອເລອາຊາ ເອເລອາຊາມີບຸດຊາຍຊື່ມັດທານ ມັດທານມີບຸດຊາຍຊື່ຢາໂຄບ 16 ຢາໂຄບມີບຸດຊາຍຊື່ໂຢເຊບ ຜູ້ເປັນສາມີຂອງນາງມາຣິອາ ພຣະເຢຊູຜູ້ທີ່ເອີ້ນວ່າເປັນພຣະຄຣິດ ກໍຊົງບັງເກິດມາຈາກນາງມາຣິອາຜູ້ນີ້ 17 ດັ່ງນັ້ນນັບຕັ້ງແຕ່ອັບຣາຮາມລົງມາຈົນເຖິງກະສັດດາວິດຈຶ່ງເປັນສິບສີ່ຊົ່ວຄົນ ນັບຕັ້ງແຕ່ກະສັດດາວິດຈົນເຖິງຄາວກວາດໄປຍັງກຸງບາບິໂລນ ເປັນເວລາສິບສີ່ຊົ່ວຄົນ ແລະນັບຕັ້ງແຕ່ຄາວຖືກກວາດໄປຍັງກຸງບາບິໂລນຈົນເຖິງພຣະຄຣິດ ເປັນເວລາສິບສີ່ຊົ່ວຄົນ
ພຣະກຳເນີດຂອງພຣະເຢຊູຄຣິດ
18 ເຣື່ອງພຣະກຳເນິດຂອງພຣະເຢຊູຄຣິດເປັນດັ່ງນີ້: ຄືນາງມາຣິອາຜູ້ເປັນມານດາຂອງພຣະເຢຊູນັ້ນ ໄດ້ເປັນຄູ່ຫມັ້ນກັບໂຢເຊບແລ້ວ ກ່ອນເວລາເຂົາໄດ້ເປັນຄູ່ຜົວເມັຽກັນກໍປາກົດວ່າ ນາງມີທ້ອງແລ້ວດ້ວຍຣິດເດດພຣະວິນຍານບໍຣິສຸດ 19 ຝ່າຍໂຢເຊບຜູ້ເປັນຄູ່ຫມັ້ນຂອງນາງເປັນຄົນມີສິນທັມ ແຕ່ປານນັ້ນທ່ານບໍ່ຢາກໃຫ້ເຣື່ອງນີ້ເປັນທີ່ອັບອາຍຂາຍຫນ້າແກ່ນາງ ຈຶ່ງຕັດສິນໃຈວ່າຈະຖອນຫມັ້ນເສັຽຢ່າງລັບໆ 20 ແຕ່ເມື່ອໂຢເຊບຍັງຄຶດໃນເຣື່ອງນີ້ຢູ່ ກໍມີເທວະດາຕົນນຶ່ງຂອງພຣະຜູ້ເປັນເຈົ້າມາປາກົດແກ່ໂຢເຊບໃນຄວາມຝັນວ່າ, “ໂຢເຊບບຸດດາວິດເອີຍ, ຢ່າຊູ່ຢ້ານທີ່ຈະຮັບນາງມາຣິອາມາເປັນເມັຽຂອງເຈົ້າ ເພາະວ່າຜູ້ຊຶ່ງປະຕິສົນທິໃນທ້ອງຂອງນາງກໍເປັນໂດຍເດດພຣະວິນຍານບໍຣິສຸດ 21 ນາງຈະປະສູດບຸດ ແລ້ວເຈົ້າຈົ່ງຖວາຍນາມທ່ານວ່າ ເຢຊູ ເພາະວ່າທ່ານຜູ້ນີ້ແຫລະ, ຈະເປັນຜູ້ໂຜດໄພ່ພົນຂອງຕົນໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາ” 22 ການທັງປວງນີ້ເກິດຂຶ້ນເພື່ອຈະໃຫ້ສຳເຣັດ ຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທັມວ່າ, 23 “ເບິ່ງແມ໋, ຍິງພົມມະຈາຣິນັ້ນຈະມີທ້ອງແລະປະສູດບຸດຄົນນຶ່ງ ແລະເຂົາຈະເອີ້ນບຸດນັ້ນວ່າ ເອມານູເອນ” (ແປວ່າ “ພຣະເຈົ້າຊົງສະຖິດຢູ່ກັບເຮົາທັງຫລາຍ”) 24 ເມື່ອໂຢເຊບຕື່ນຂຶ້ນກໍເຮັດຕາມຄຳທີ່ເທວະດາຂອງພຣະຜູ້ເປັນເຈົ້າສັ່ງນັ້ນ ຄືຮັບເອົານາງມາຣິອາມາເປັນພັຣຍາຂອງຕົນ 25 ແຕ່ບໍ່ໄດ້ສົມສູ່ຢູ່ກັບນາງຈົນປະສູດບຸດຊາຍແລ້ວ ແລະໂຢເຊບໄດ້ເອີ້ນຊື່ບຸດນັ້ນວ່າ ເຢຊູ
ພວກໂຫຣາຈານມາຈາກທິດຕາເວັນອອກ
1 ເມື່ອພຣະເຢຊູຊົງປະສຸດຢູ່ບ້ານເບດເລເຮັມແຂວງຢູດາຍໃນສະໄຫມຂອງກະສັດເຮໂຣດ ເບິ່ງແມ໋, ມີພວກໂຫຣາຈານຈາກທິດຕາເວັນອອກມາຍັງກຸງເຢຣູຊາເລັມ, 2 ຖາມວ່າ, “ກຸມມານຜູ້ເກີດມາເປັນກະສັດຂອງຊາດຢິວນັ້ນຢູ່ທີ່ໃດ ເພາະເຮົາໄດ້ເຫັນດາວຂອງທ່ານປາກົດຂຶ້ນ ເຮົາຈຶ່ງມາເພື່ອຈະຂາບໄຫວ້ທ່ານ” 3 ຄັນກະສັດເຮໂຣດຊົງໄດ້ຍິນດັ່ງນີ້ແລ້ວກໍວຸ້ນວາຍພຣະທັຍ ທັງໄທກຸງເຢຣູຊາເລັມກໍພ້ອມກັນວຸ້ນວາຍດ້ວຍ 4 ເມື່ອກະສັດຊົງຮັບສັ່ງໃຫ້ປະຊຸມບັນດາປະໂຣຫິດຕົນໃຫຍ່ກັບພວກນັກທັມຂອງປະຊາຊົນ ພຣະອົງຈຶ່ງຊົງຖາມເຂົາວ່າ, “ຜູ້ເປັນພຣະຄຣິດນັ້ນຈະບັງເກິດຢູ່ທີ່ໃດ” 5 ເຂົາທູນຕອບວ່າ, “ໃນບ້ານເບດເລເຮັມແຂວງຢູດາຍ ເພາະຜູ້ປະກາດພຣະທັມໄດ້ຂຽນໄວ້ດັ່ງນີ້ວ່າ, 6 “ບ້ານເບດເລເຮັມໃນແຜ່ນດິນຢູດາຍເອີຍ ເຈົ້າກໍບໍ່ແມ່ນຜູ້ເລັກນ້ອຍທີ່ສຸດ ໃນຖ້າມກາງພວກເຈົ້ານາຍຂອງຢູດາຍ ເພາະວ່າເຈົ້ານາຍຜູ້ນຶ່ງຈະອອກມາຈາກເຈົ້າ ຜູ້ຊຶ່ງຈະປົກຄອງອິສຣາເອນໄພ່ພົນຂອງເຮົາ” 7 ແລ້ວເຮໂຣດໄດ້ຊົງເອີ້ນພວກໂຫຣາຈານເຂົ້າມາເປັນການລັບ ຊົງຖາມເຂົາໄດ້ຄວາມຖ້ວນຖີ່ເຖິງເວລາທີ່ດາວນັ້ນໄດ້ປາກົດຂຶ້ນ 8 ແລ້ວກະສັດໄດ້ຊົງໃຫ້ພວກໂຫຣາຈານໄປຍັງບ້ານເບດເລເຮັມສັ່ງວ່າ, “ຈົ່ງໄປຄົ້ນຫາກຸມມານນັ້ນດ້ວຍຄັກແນ່ ເມື່ອພົບແລ້ວຈົ່ງກັບມາບອກເຮົາເພື່ອເຮົາຈະໄດ້ໄປຂາບໄຫວ້ທ່ານເຫມືອນກັນ” 9 ເມື່ອພວກໂຫຣາຈານໄດ້ຍິນຄໍາສັ່ງດັ່ງນີ້ກໍພາກັນອອກໄປ ເບິ່ງແມ໋, ດາວທີ່ເຂົາໄດ້ເຫັນເມື່ອປາກົດຂຶ້ນນັ້ນກໍໄດ້ນຳຫນ້າເຂົາໄປ ຈົນມາຢຸດຢູ່ຊື່ສະຖານທີ່ກຸມມານຢູ່ນັ້ນ 10 ເມື່ອພວກໂຫຣາຈານໄດ້ເຫັນດາວນັ້ນແລ້ວກໍມີຄວາມຊົມຊື່ນຍິນດີອັນໃຫຍ່ 11 ຄັນເຂົ້າໄປໃນເຮືອນກໍພົບກຸມມານກັບນາງມາຣິອາມານດາຂອງທ່ານ ພວກເຂົາຈຶ່ງກົ້ມລົງຂາບໄຫວ້ກຸມມານນັ້ນ ແລ້ວໄຂຫີບເອົາຊັບຂອງເຂົາອອກມາຖວາຍແກ່ກຸມມານເປັນເຄື່ອງເຄົາຣົບ ຄື ຄຳ, ກຳຍານ, ແລະຢາງໄມ້ຫອມ 12 ພຣະເຈົ້າຊົງເຕືອນເຂົາທາງຄວາມຝັນບໍ່ໃຫ້ກັບໄປເຝົ້າເຮໂຣດ ດັ່ງນັ້ນເຂົາຈຶ່ງກັບໄປຍັງເມືອງຂອງຕົນໂດຍທາງອື່ນ
ໂຢເຊບພາກຸມມານໄປປະເທດເອຢິບ
13 ເມື່ອເຂົາໄປແລ້ວ ເບິ່ງແມ໋, ມີເທວະດາຕົນນຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊບທາງຄວາມຝັນແລ້ວກ່າວວ່າ, “ຈົ່ງລຸກຂຶ້ນພາກຸມມານແລະມານດາຫນີໄປຍັງປະເທດເອຢິບ ແລ້ວຄອຍຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ ເພາະວ່າເຮໂຣດຈະຊອກຫາກຸມມານເພື່ອຈະປະຫານເສັຽ” 14 ໂຢເຊບໄດ້ລຸກຂຶ້ນແລ້ວພາກຸມມານແລະມານດາຫນີໄປຍັງປະເທດເອຢິບໃນເວລາກາງຄືນ 15 ແລະໄດ້ຢູ່ທີ່ນັ້ນຈົນເຮໂຣດສິ້ນພຣະຊົນແລ້ວ ການທີ່ເກີດຂຶ້ນດັ່ງນີ້ກໍເພື່ອຈະໃຫ້ສຳເຣັດ ຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມວ່າ, “ເຮົາໄດ້ເອີ້ນບຸດຂອງເຮົາອອກມາຈາກປະເທດເອຢິບ”
ການປະຫານຊີວິດພວກເດັກນ້ອຍ
16 ຄັນເຮໂຣດຊົງເຫັນວ່າພວກໂຫຣາຈານຫລອກລວງຕົນກໍຊົງຮ້າຍຫລາຍ ຈຶ່ງໃຊ້ຄົນໄປຂ້າເດັກນ້ອຍຜູ້ຊາຍທັງຫມົດໃນບ້ານເບດເລເຮັມແລະທີ່ໃກ້ຄຽງທົ່ວໄປ ຕັ້ງແຕ່ອາຍຸສອງຂວບລົງມາ ຊຶ່ງພໍດີກັບເວລາທີ່ກະສັດຊົງຊາບຈາກພວກໂຫຣາຈານນັ້ນ 17 ເມື່ອນັ້ນກໍສຳເຣັດຕາມທີ່ຊົງກ່າວໄວ້ໂດຍເຢເຣມີຢາຜູ້ປະກາດພຣະທັມວ່າ, 18 “ໄດ້ຍິນສຽງໃນບ້ານຣາມາ ເປັນສຽງຮ້ອງໄຫ້ແລະໂອຍຮ່ຳໄຮ ຄືນາງຣາເຊນຮ້ອງໄຫ້ນຳລູກທັງຫລາຍຂອງຕົນ ນາງບໍ່ຮັບຟັງຄວາມເລົ້າໂລມເພາະລູກນັ້ນບໍ່ມີແລ້ວ”
ກັບຄືນຈາກເອຢິບ
19 ຄັນເຮໂຣດສິ້ນພຣະຊົນແລ້ວ ມີເທວະດາຕົນນຶ່ງຂອງພຣະຜູ້ເປັນເຈົ້າມາປາກົດແກ່ໂຢເຊບ ທາງຄວາມຝັນທີ່ປະເທດເອຢິບ, ສັ່ງວ່າ, 20 “ຈົ່ງລຸກຂຶ້ນພາກຸມມານກັບມານດາໄປຍັງແຜ່ນດິນອິສຣາເອນ ເພາະຜູ້ທີ່ຊອກຫາພຣະກຸມມານນັ້ນຕາຍແລ້ວ” 21 ໂຢເຊບຈຶ່ງລຸກຂຶ້ນພາກຸມມານກັບມານດາມາຍັງແຜ່ນດິນອິສຣາເອນ 22 ແຕ່ເມື່ອໄດ້ຍິນຂ່າວວ່າ ອາເຄລາວໄດ້ຂຶ້ນປົກຄອງແຂວງຢູດາຍແທນເຮໂຣດຜູ້ເປັນບິດາ, ໂຢເຊບກໍຢ້ານບໍ່ກ້າໄປທີ່ນັ້ນ ແລະເມື່ອໄດ້ຮັບຄຳເຕຶອນຈາກພຣະເຈົ້າທາງຄວາມຝັນ ໂຢເຊບກໍເລີຍໄປຍັງແຂວງຄາລີເລ, 23 ຈຶ່ງໄປອາໄສຢູ່ເມືອງນຶ່ງຊື່ນາຊາເຣັດ ເພື່ອຈະສຳເຣັດຕາມທີ່ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມວ່າ, “ທ່ານຈະຖືກເອີ້ນວ່າ ໄທນາຊາເຣັດ”
ການປະກາດຂອງໂຢຮັນບັບຕິສະໂຕ
1 ຄາວນັ້ນໂຢຮັນບັບຕິສະໂຕມາປະກາດໃນປ່າແຂວງຢູດາຍວ່າ, 2 “ຈົ່ງຖິ້ມໃຈເກົ່າເອົາໃຈໃຫມ່ ເພາະວ່າຣາຊອານາຈັກສວັນໄດ້ມາໃກ້ແລ້ວ” 3 ແມ່ນໂຢຮັນຜູ້ນີ້ແຫລະທີ່ເອຊາຢາຜູ້ປະກາດພຣະທັມໄດ້ກ່າວໄວ້ວ່າ, “ສຽງຂອງຜູ້ຮ້ອງໃນປ່າວ່າ ຈົ່ງຈັດແຈງທາງແຫ່ງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ” 4 ໂຢຮັນຜູ້ນີ້ນຸ່ງເສີ້ອຜ້າເຮັດດ້ວຍຂົນໂອດໂອ, ໃຊ້ສາຍຫນັງຮັດແອວ, ອາຫານຂອງທ່ານຄືຕັກແຕນແລະນ້ຳເຜິ້ງປ່າ 5 ຂນະນັ້ນໄທກຸງເຢຣູຊາເລັມແລະຄົນທົ່ວແຂວງຢູດາຍ ແລະຄົນທັງປວງທີ່ຢູ່ຕາມລຳນໍ້າຈໍແດນກໍອອກໄປຫາໂຢຮັນ 6 ພວກເຂົາໄດ້ສາຣະພາບຄວາມຜິດບາບຂອງຕົນ ແລະໄດ້ຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຈໍແດນ 7 ຄັນໂຢຮັນເຫັນພວກຟາຣິຊາຍແລະພວກຊາດູກາຍ ພາກັນມາຈຳນວນຫລວງຫລາຍເພື່ອຈະຮັບບັບຕິສະມາ ທ່ານຈຶ່ງກ່າວແກ່ເຂົາວ່າ, “ອ້າຍຊາດງູຮ້າຍເຮີຍ, ໃຜໄດ້ບອກສູໃຫ້ປົບຫນີຈາກພຣະພິໂຣດທີ່ຈວນຈະມາເຖິງນັ້ນ 8 ເຫດສັນນັ້ນຈົ່ງປະຕິບັດໃຫ້ໄດ້ຜົນສົມກັບການຖິ້ມໃຈເກົ່າເອົາໃຈໃຫມ່ 9 ແລະຢ່າຕັ້ງນຶກໃນໃຈວ່າ, “ພວກເຮົາມີອັບຣາຮາມເປັນບິດາເຄົ້າ” ເພາະເຮົາບອກພວກສູວ່າ ພຣະເຈົ້າຊົງຣິດອາດຈະບັນດານໃຫ້ລູກຫລານເກິດຂຶ້ນແກ່ອັບຣາຮາມຈາກກ້ອນຫີນເຫລົ່ານີ້ກໍໄດ້ 10 ບັດນີ້ຂວານວາງໄວ້ທີ່ເຫງົ້າຕົ້ນໄມ້ແລ້ວ ສັນນັ້ນໄມ້ທຸກຕົ້ນທີ່ບໍ່ເກິດຜົນດີຈະຖືກປ້ຳແລ້ວໂຍນຖິ້ມໃສ່ໄຟເສັຽ 11 “ຝ່າຍເຮົາ ເຮົາໃຫ້ພວກສູຮັບບັບຕິສະມາດ້ວຍນ້ຳ ຫມາຍເຖິງການຖິ້ມໃຈເກົ່າເອົາໃຈໃຫມ່ກໍແມ່ນ ແຕ່ຜູ້ທີ່ຈະມາພາຍຫລັງເຮົາກໍມີຣິດກວ່າເຮົາອີກ ຊຶ່ງເຮົາບໍ່ສົມຄວນຈະຈັບເກິບຂອງທ່ານໄປ ຝ່າຍຜູ້ນັ້ນຈະໃຫ້ພວກສູຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດແລະດ້ວຍໄຟ 12 ມືຂອງຜູ້ນັ້ນຖືດົ້ງຟັດເຂົ້າ ທ່ານຈະເຮັດລານເຂົ້າຂອງຕົນໃຫ້ກ້ຽງດີ ແລະຈະຮວບຮວມເຂົ້າເມັດດີຂອງຕົນມາໃສ່ໄວ້ໃນເລົ້າ ແຕ່ເຂົ້າລີບນັ້ນ ທ່ານຈະເຜົາເສັຽດ້ວຍໄຟທີ່ບໍ່ຮູ້ມອດ
ພຣະເຢຊູຊົງຮັບບັບຕິສະມາ
13 ແລ້ວພຣະເຢຊູໄດ້ສະເດັດຈາກແຂວງຄາລິເລມາຫາໂຢຮັນທີ່ແມ່ຈໍແດນ ເພື່ອຈະຮັບບັບຕິສະມາຈາກທ່ານ 14 ແຕ່ໂຢຮັນທູນຫ້າມພຣະອົງວ່າ, “ຂ້າພຣະອົງຕ້ອງການຈະຮັບບັບຕິສະມາຈາກພຣະອົງ ຄວນຫລືທີ່ພຣະອົງຈະສະເດັດມາຫາຂ້າພຣະອົງ” 15 ແຕ່ພຣະເຢຊູຊົງຕອບໂຢຮັນວ່າ, “ບັດນີ້ຈົ່ງຍອມເທີນ ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ຖືກກັບຄວາມຊອບທັມທຸກປະການ” ແລ້ວໂຢຮັນກໍຍອມ 16 ຄັນພຣະອົງຊົງຮັບບັບຕິສະມາ ແລ້ວກໍສະເດັດຂຶ້ນຈາກນ້ຳທັນທີ ແລ້ວເບິ່ງແມ໋, ທ້ອງຟ້າກໍໄຂອອກ (ແກ່ພຣະອົງ) ແລະພຣະອົງຊົງເຫັນພຣະວິນຍານຂອງພຣະເຈົ້າເຫມືອນດັ່ງນົກເຂົາສະເດັດລົງມາສະຖິດຢູ່ເທິງພຣະອົງ 17 ແລະເບິ່ງແມ໋, ມີພຣະສຸຣະສຽງຈາກຟ້າສວັນຊົງກ່າວວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫລາຍໃນທ່ານ”
ມານທົດລອງພຣະເຢຊູ
1 ຕໍ່ມາພຣະວິນຍານໄດ້ຊົງພາພຣະເຢຊູເຂົ້າໄປໃນປ່າ ເພື່ອພຍາມານຈະໄດ້ທົດລອງພຣະອົງ 2 ເມື່ອພຣະອົງຊົງອົດອາຫານເປັນເວລາສີ່ສິບວັນສີ່ສິບຄືນແລ້ວ ຫລັງຈາກນັ້ນພຣະອົງກໍຊົງຢາກອາຫານ 3 ສ່ວນຜູ້ທົດລອງມາຫາພຣະອົງທູນວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນອາຫານ” 4 ຝ່າຍພຣະອົງຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ “ມະນຸດຈະບໍ່ລ້ຽງຊິວິດດ້ວຍອາຫານສິ່ງດຽວ ແຕ່ລ້ຽງດ້ວຍພຣະທັມທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ” 5 ແລ້ວພຍາມານກໍພາພຣະອົງໄປຍັງນະຄອນອັນສັກສິດ ແລະໃຫ້ພຣະອົງປະທັບຢູ່ເທິງຫລັງຄາພຣະວິຫານ 6 ແລ້ວທູນພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂຕນລົງເບິ່ງດູ ເພາະມີຄຳຂຽນໄວ້ໃນພຣະຄັມດີວ່າ, “ພຣະເຈົ້າຈະຊົງຮັບສັ່ງພວກເທວະດາຂອງພຣະອົງກ່ຽວກັບເຣື່ອງທ່ານ” ແລະ “ມືຂອງເທວະດາເຫລົ່ານັ້ນຈະຮັບທ່ານໄວ້ ຢ້ານວ່າຕີນຂອງທ່ານຈະຕຳຫີນ” 7 ພຣະເຢຊູຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄັມພີອີກວ່າ “ຢ່າທົດລອງພຣະອົງຜູ້ເປັນພຣະເຈົ້າຂອງທ່ານ” 8 ອີກເທື່ອນຶ່ງພຍາມານໄດ້ພາພຣະອົງຂຶ້ນເມື່ອເທິງພູສູງໆ ແລະໄດ້ສະແດງບັນດາຣາຊແຜ່ນດິນໃນໂລກ ທັງສະງ່າຣາສີຂອງຣາຊແຜ່ນດິນເຫລົ່ານັ້ນຊີ້ໃຫ້ພຣະອົງເຫັນ, 9 ແລ້ວໄດ້ທູນພຣະອົງວ່າ, “ຖ້າທ່ານຈະຂາບລົງໄຫວ້ເຮົາ ເຮົາຈະເອົາສິ່ງເຫລົ່ານີ້ໃຫ້ແກ່ທ່ານ” 10 ພຣະເຢຊູຊົງຕອບມັນວ່າ, “ອ້າຍຊາຕານເຮິຍ, ຈົ່ງຫນີໄປເສັຽ ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ, “ຈົ່ງຂາບໄຫວ້ພຣະອົງຜູ້ເປັນພຣະເຈົ້າຂອງເຈົ້າ ແລະປະຕິບັດພຣະອົງແຕ່ຜູ້ດຽວ” 11 ແລ້ວພຍາມານຈຶ່ງຫນີຈາກພຣະອົງໄປ ແລະເບິ່ງແມ໋, ມີພວກເທວະດາມາປະຕິບັດຮັບໃຊ້ພຣະອົງ
ພຣະເຢຊູຕັ້ງຕົ້ນປ່າວປະກາດໃນແຂວງຄາລີເລ
12 ຄັນພຣະເຢຊູຊົງຊາບຂ່າວວ່າໂຢຮັນຖືກຈັບໄວ້ແລ້ວ ພຣະອົງກໍສະເດັດອອກໄປຍັງແຂວງຄາລີເລ 13 ແລ້ວຍ້າຍທີ່ປະທັບຈາກເມືອງນາຊາເຣັດໄປຢູ່ເມືອງກາເປນາອູມ ຊຶ່ງຢູ່ຮີມທະເລສາບໃນເຂດແດນເຊບູລູນ ແລະເນັຟທາລີ, 14 ເພື່ອພຣະທັມທີ່ຊົງກ່າວໄວ້ດ້ວຍເອຊາຢາຜູ້ປະກາດພຣະທັມຈະໄດ້ສຳເຣັດຄື, 15 “ແຂວງເຊບູລູນແລະແຂວງເນັຟທາລິ ຕາມທາງທະເລຟາກແມ່ນ້ຳຈໍແດນພຸ້ນ ຄືແຂວງຄາລີເລແຫ່ງບັນດາປະຊາຊາດ 16 ພົລເມືອງຜູ້ນັ່ງຢູ່ໃນຄວາມມືດ ໄດ້ເຫັນຄວາມສວ່າງອັນໃຫຍ່ ແລະຜູ້ທີ່ນັ່ງຢູ່ໃນແດນແລະເງົາແຫ່ງຄວາມຕາຍແສງສວ່າງກໍສ່ອງຂຶ້ນເທິງເຂົາແລ້ວ” 17 ຕັ້ງແຕ່ນັ້ນມາພຣະເຢຊູຊົງຕັ້ງຕົ້ນປ່າວປະກາດວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃຫມ່ ເພາະຣາຊອານາຈັກສວັນໄດ້ມາໃກ້ແລ້ວ”
ພຣະເຢຊູຊົງເອີ້ນເອົາສາວົກສີ່ຄົນ
18 ຂນະທີ່ພຣະອົງສະເດັດລຽບຕາມແຄມທະເລສາບຄາລິເລ ກໍຊົງທອດພຣະເນດເຫັນອ້າຍນ້ອງສອງຄົນ ຄືຊີໂມນທີ່ເອີ້ນວ່າເປໂຕກັບອັນເດອານ້ອງຊາຍຂອງຕົນ ກຳລັງຖິ້ມມອງລົງນ້ຳທະເລເພາະວ່າເຂົາເປັນຊາວຫາປາ 19 ພຣະອົງຊົງກ່າວກັບເຂົາວ່າ, “ຈົ່ງຕາມເຮົາມາແລະເຮົາຈະບັນດານໃຫ້ພວກເຈົ້າເປັນຜູ້ຫາຄົນ” 20 ໃນທັນໃດນັ້ນເຂົາກໍປະມອງແລ້ວຕາມພຣະອົງໄປ 21 ເມື່ອພຣະອົງສະເດັດຕໍ່ໄປກໍທອດພຣະເນດເຫັນອ້າຍນ້ອງອີກສອງຄົນ ຄືຢາໂກໂບບຸດເຊເບດາຍກັບໂຢຮັນນ້ອງຊາຍຂອງຕົນ ກຳລັງຝູງມອງຢູ່ໃນເຮືອກັບເຊເບດາຍພໍ່ຂອງເຂົາພຣະອົງໄດ້ຊົງເອີ້ນເອົາເຂົາ 22 ໃນທັນໃດນັ້ນເຂົາທັງສອງກໍປະເຮືອແລະລາພໍ່ຂອງເຂົາຕາມພຣະອົງໄປ
ພຣະເຢຊູຊົງໂຜດປວງຊົນໃຫ້ດີພຍາດ
23 ພຣະເຢຊູໄດ້ສະເດັດໄປທົ່ວແຂວງຄາລີເລ ຊົງສັ່ງສອນໃນໂຮງທັມມະເທສນາຂອງເຂົາ ຊົງປະກາດຂ່າວປະເສີດເຣື່ອງຣາຊອານາຈັກນັ້ນ ແລະຊົງໂຜດພົລເມືອງທີ່ເຈັບໄຂ້ໄດ້ພຍາດທຸກຢ່າງໃຫ້ດີຫມົດ 24 ກິດຕິສັບຂອງພຣະອົງກໍຊ່າລືໄປທົ່ວປະເທດຊີເຣັຽ ເຂົາຈຶ່ງພາຄົນປ່ວຍໄຂ້ໄດ້ພຍາດຕ່າງໆ, ຄົນທີ່ທົນທຸກທໍຣະມານ, ຄົນທີ່ຜິເຂົ້າສິງ, ຄົນບ້າຫມູແລະຄົນເປັນເປັ້ຽມາຫາພຣະອົງ ພຣະອົງກໍຊົງໂຜດໃຫ້ເຂົາດີທຸກຄົນ 25 ແລະມີຄົນຫມູ່ໃຫຍ່ມາຈາກແຂວງຄາລີເລ, ຈາກແຂວງເດກາໂປລີ, ຈາກກຸງເຢຣູຊາເລັມ, ແລະຢູເດັຽ ແລະຈາກແມ່ນ້ຳຈໍແດນຟາກນັ້ນຕິດຕາມພຣະອົງໄປ
ພຣະເຢຊູຊົງຕັ້ງຕົ້ນເທສນາຢູ່ຈ້າຍພູ ເຣື່ອງຄວາມສຸກ
1 ເມື່ອທອດພຣະເນດເຫັນຄົນຫລວງຫລາຍດັ່ງນັ້ນ ພຣະອົງກໍສະເດັດຂຶ້ນພູ ເມື່ອປະທັບລົງແລ້ວພວກສາວົກກໍເຂົ້າມາເຝົ້າ 2 ພຣະອົງຈຶ່ງຊົງໄຂພຣະໂອດ ຕັ້ງຕົ້ນສັ່ງສອນເຂົາວ່າ, 3 “ຜູ້ໃດທີ່ຍາກຈົນຝ່າຍຈິດວິນຍານກໍເປັນສຸກ ເພາະວ່າແຜ່ນດິນສວັນເປັນຂອງຜູ້ນັ້ນ 4 ຜູ້ໃດໂສກເສົ້າກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບການຊົງເລົ້າໂລມ 5 ຜູ້ໃດມີໃຈອ່ອນຫວານກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍຣະດົກ 6 ຜູ້ໃດອືດຫິວຄວາມຊອບທັມກໍເປັນສຸກ ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍຣິບູນ 7 ຜູ້ໃດມີໃຈກະຣຸນາກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບພຣະກະຣຸນາຕອບ 8 ຜູ້ໃດມີໃຈບໍຣິສຸດກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ 9 ຜູ້ໃດສ້າງຄວາມສງົບສຸກກໍເປັນສຸກ ເພາະພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າເປັນບຸດ 10 ຜູ້ໃດຖືກຂົ່ມເຫັງເພາະເຫັນແກ່ຄວາມຊອບທັມກໍເປັນສຸກ ເພາະວ່າແຜ່ນດິນສວັນເປັນຂອງຜູ້ນັ້ນ 11 ເມື່ອເຂົາຈະຕິຕຽນຂົ່ມເຫັງນິນທາວ່າຮ້າຍທ່ານທັງຫລາຍ ເປັນຄວາມບໍ່ຈິງທຸກຢ່າງ ເພາະເຫັນແກ່ເຮົາ ພວກທ່ານກໍເປັນສຸກ 12 ຈົ່ງຊົມຊື່ນຍິນດີ ເພາະວ່າບຳເຫນັດຂອງທ່ານທັງຫລາຍມີບໍຣິບູນໃນສວັນ ເຫມືອນດັ່ງນັ້ນແຫລະ, ເຂົາໄດ້ຂົ່ມເຫັງຜູ້ປະກາດພຣະທັມທີ່ຢູ່ກ່ອນທ່ານທັງຫລາຍ
ເຮື່ອງເກືອແລະຄວາມສວ່າງ
13 “ທ່ານທັງຫລາຍຄືເກືອສຳລັບໂລກ ແຕ່ຖ້າເກືອນັ້ນຈືດຈາງໄປແລ້ວ ຈະເຮັດໃຫ້ກັບເຄັມອີກໄດ້ຢ່າງໃດ ແຕ່ນັ້ນໄປກໍບໍ່ມີປໂຍດອັນໃດ ມີແຕ່ຈະຖິ້ມເສັຽໃຫ້ຄົນຢຽບເທົ່ານັ້ນ 14 “ພວກທ່ານຄືແສງສວ່າງສຳລັບໂລກ ເມືອງທີ່ຕັ້ງຢູ່ເທິງພູຈະບັງລັບໄວ້ບໍ່ໄດ້ 15 ບໍ່ຫ່ອນມີຜູ້ໃດເມື່ອໄຕ້ໂຄມແລ້ວເອົາບຸງມາກວບ ແຕ່ເຄີຍຕັ້ງໄວ້ເທິງຮອງຕິນໂຄມ ແລະມັນສ່ອງແຈ້ງໄປທົ່ວທຸກຄົນທີ່ຢູ່ໃນເຣືອນນັ້ນ 16 ເຫມືອນຢ່າງນັ້ນແຫລະ, ພວກທ່ານຈົ່ງສອ່ງແຈ້ງແກ່ຄົນທັງປວງ ເພື່ອວ່າ, ເມື່ອເຂົາເຫັນການດີທີ່ພວກທ່ານເຮັດເຂົາຈະໄດ້ສັຣເສິນພຣະບິດາຂອງພວກທ່ານຜູ້ຊົງສະຖິດຢູ່ໃນສວັນ
ເຣື່ອງພຣະບັນຍັດ
17 “ຢ່າຄຶດວ່າເຮົາມາລຶບລ້າງພຣະບັນຍັດ ແລະຖ້ອຍຄຳຂອງຜູ້ປະກາດພຣະທັມເສັຽ ເຮົາບໍ່ໄດ້ມາລຶບລ້າງ ແຕ່ມາເຮັດໃຫ້ສຳເຣັດຄົບຖ້ວນ 18 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຕາບໃດຟ້າແລະດິນຍັງຕັ້ງຢູ່ ແມ່ນແຕ່ຈຸດຫລືຂິດໃດໆ ກໍຈະບໍ່ສູນໄປຈາກພຣະບັນຍັດຈົນກ່ວາສິ່ງທັງປວງນັ້ນຈະເກິດຂຶ້ນຄົບຖ້ວນ 19 ເຫດສັນນັ້ນ ຜູ້ໃດໄດ້ເຮັດໃຫ້ຂໍ້ເລັກນ້ອຍທີ່ສຸດໃນບັນດາຄຳສັ່ງນີ້ເບົາບາງລົງ ທັງສອນຄົນອື່ນໃຫ້ເຮັດຢ່າງນັ້ນດ້ວຍ ພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າຜູ້ນ້ອຍທີ່ສຸດໃນແຜ່ນດິນສວັນ ແຕ່ຜູ້ໃດທີ່ປະຕິບັດແລະສອນຕາມພຣະບັນຍັດ ພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າຜູ້ໃຫຍ່ໃນແຜ່ນດິນສວັນ 20 ເພາະເຮົາບອກທ່ານທັງຫລາຍວ່າ ຖ້າການຖືສິນທັມຂອງທ່ານບໍ່ລື່ນກວ່າການຖືສິນທັມຂອງພວກນັກທັມແລະພວກຟາຣີຊາຍ ພວກທ່ານຈະເຂົ້າໄປໃນແຜ່ນດິນສວັນບໍ່ໄດ້ຈັກເທື່ອ
ເຣື່ອງຄວາມຄຽດຮ້າຍ
21 “ທ່ານທັງຫລາຍໄດ້ຍິນຄຳຊຶ່ງກ່າວໄວ້ແກ່ຄົນບູຮານວ່າ “ຢ່າຂ້າຄົນ ຖ້າຜູ້ໃດຂ້າຄົນ ຜູ້ນັ້ນຈະຕ້ອງຖືກໂທດ” 22 ແຕ່ຝ່າຍເຮົາ ເຮົາບອກພວກທ່ານວ່າ ຜູ້ໃດຮ້າຍອ້າຍນ້ອງຂອງຕົນ ຜູ້ນັ້ນຈະຕ້ອງຖືກລົງໂທດ ຜູ້ໃດຈະເວົ້າແກ່ອ້າຍນ້ອງຂອງຕົນວ່າ ‘ອ້າຍໂງ່’ ຜູ້ນັ້ນຈະຖືກພິພາກສາລົງໂທດຈາກສານສູງ ຜູ້ໃດຈະເວົ້າວ່າ ‘ອ້າຍບ້າ’ ຜູ້ນັ້ນຈະມີໂທດເຖິງໄຟນະຮົກ 23 ດັ່ງນັ້ນ, ເມື່ອທ່ານກຳລັງນຳເຄື່ອງຖວາຍບູຊາມາເຖິງແທ່ນບູຊາ ແລ້ວລະນຶກຂຶ້ນໄດ້ວ່າ ທ່ານມີຂໍ້ຂຸ່ນເຄືອງກັບອ້າຍນ້ອງຂອງຕົນດ້ວຍເຣື່ອງໃດເຣື່ອງນຶ່ງ 24 ຈົ່ງວາງເຄື່ອງບູຊາໄວ້ຕໍ່ຫນ້າແທ່ນນັ້ນກັບໄປຄືນດີກັບອ້າຍນ້ອງຜູ້ນັ້ນເສັຽກ່ອນ ແລ້ວຈຶ່ງມາຖວາຍເຄື່ອງບູຊາຂອງທ່ານ 25 ຈົ່ງຮີບປອງດອງກັບຄູ່ໂຈດຂອງຕົນ ໃນຂນະທີ່ຍັງຢູ່ກາງທາງນຳກັນ ຢ້ານວ່າໂຈດນັ້ນຈະມອບທ່ານໄວ້ກັບຕຸລາການ ແລະຕຸລາການຈະມອບ ທ່ານໄວ້ກັບທຳມະໂຮງ ແລ້ວທ່ານຈະຖືກຂັງໄວ້ໃນຄຸກ 26 ເຮົາບອກແກ່ທ່ານຕາມຄວາມຈິງວ່າ ທ່ານຈະອອກຈາກທີ່ນັ້ນບໍ່ໄດ້ກວ່າຈະໃຊ້ຫນີ້ຈົນຄົບທຸກອັດ
ເຣື່ອງການຫລິ້ນຊູ້
27 “ທ່ານທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ “ຢ່າຫລິ້ນຊູ້ສູ່ຜົວເມັຽທ່ານ” 28 ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຜູ້ໃດເບິ່ງແມ່ຍິງດ້ວຍໃຈກຳຫນັດໃນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ 29 ຖ້າຕາເບື້ອງຂວາຂອງທ່ານເຮັດໃຫ້ຕົວຫລົງຜິດ ຈົ່ງຄວັດອອກຖິ້ມເສັຽ ເພາະການທີ່ເສັຽອະວັຍວະສ່ວນນຶ່ງກໍດີກວ່າຫມົດທັງຕົວຈະຖືກຖິ້ມລົງໃນຫມໍ້ນະຮົກ 30 ແລະຖ້າມືເບື້ອງຂວາຂອງທ່ານເຮັດໃຫ້ຫລົງຜິດ ຈົ່ງຕັດຖິ້ມເສັຽ ເພາະການທີ່ມີອະວັຍວະສ່ວນນຶ່ງກໍດີກວ່າຫມົດທັງຕົວຈະຕ້ອງຕົກໃນຫມໍ້ນະຮົກ
ເຣື່ອງການຢ່າຮ້າງ
31 ຍັງມີຄຳກ່າວໄວ້ວ່າ “ຖ້າຜູ້ໃດຈະປະຮ້າງເມັຽຂອງຕົນ ກໍໃຫ້ເຮັດຫນັງສືຢ່າຮ້າງໃຫ້ເມັຽນັ້ນ” 32 ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຖ້າຜູ້ໃດຈະປະເມັຽຂອງຕົນເພາະເຫດອື່ນ ນອກຈາກການຜິດກັບຊາຍອື່ນ ກໍທໍ່ກັບວ່າຜູ້ນັ້ນເຮັດໃຫ້ຍິງນັ້ນຖືກຜິດໃນຖານຫລິ້ນຊູ້ ແລະຖ້າຜູ້ໃດຈະຮັບຍິງຊຶ່ງຢ່າຮ້າງຢ່າງນັ້ນມາເປັນເມັຽ ຜູ້ນັ້ນກໍຖືກຜິດໃນຖານຫລິ້ນຊູ້ເຫມືອນກັນ
ເຣື່ອງການສາບານ
33 ອີກປະການນຶ່ງ ທ່ານທັງໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນບູຮານວ່າ “ຢ່າເສັຽຄຳສັດສາບານ ຄຳສາບານທີ່ທ່ານຖວາຍຕໍ່ອົງພຣະຜູ້ເປັນເຈົ້າແລ້ວຕ້ອງຮັກສາໄວ້ໃຫ້ຫມັ້ນ” 34 ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຢ່າສາບານເລິຍ ໂດຍອ້າງເຖິງສວັນກໍດີ, ເພາະສວັນເປັນຣາຊບັນລັງຂອງພຣະເຈົ້າ 35 ຫລືໂດຍອ້າງເຖິງແຜ່ນດິນໂລກກໍດິ, ເພາະແຜ່ນດິນໂລກເປັນທີ່ຮອງພຣະບາດຂອງພຣະອົງ ຫລືໂດຍອ້າງເຖິງກຸງເຢຣູຊາເລັມກໍດີ, ເພາະກຸງເຢຣູຊາເລັມເປັນທີ່ປະທັບຂອງພຣະມະຫາກະສັດ 36 ຢ່າສາບານໂດຍອ້າງເຖິງຫົວຂອງຕົນ ເພາະທ່ານຈະໃຫ້ຜົມຂາວຫລືດຳຈັກເສັ້ນດຽວກໍບໍ່ໄດ້ 37 ແຕ່ຈົ່ງໃຫ້ຖ້ອຍຄໍາຂອງພວກທ່ານເປັນດັ່ງນີ້ “ແມ່ນ” ກໍວ່າ “ແມ່ນ” “ບໍ່ແມ່ນ” ກໍວ່າ “ບໍ່ແມ່ນ” ເພາະຄຳເວົ້າເກີນນີ້ໄປມາຈາກຄວາມຊົ່ວ
ເຣື່ອງການຕອບແທນແກ້ແຄ້ນ
38 “ພວກທ່ານໄດ້ຍິນຄຳທີ່ກ່າວໄວ້ວ່າ “ຕາແທນຕາ ແລະແຂ້ວແທນແຂ້ວ” 39 ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຢ່າຕໍ່ສູ້ກັບຄົນຊົ່ວ ແຕ່ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງທ່ານ ຈົ່ງປິ່ນແກ້ມເບື້ອງຊ້າຍໃຫ້ຜູ້ນັ້ນເຫມືອນກັນ 40 ຖ້າຜູ້ໃດຢາກຟ້ອງເອົາເສື້ອຊັ້ນໃນຂອງທ່ານໄປ ກໍຈົ່ງໃຫ້ເສື້ອຊັ້ນນອກແກ່ເຂົາເຫມືອນກັນ 41 ຖ້າຜູ້ໃດຈະເກນທ່ານໃຫ້ຍ່າງໄປນຶ່ງຫລັກ ກໍໃຫ້ທ່ານໄປກັບເຂົາເຖິງສອງຫລັກ 42 ຖ້າຜູ້ໃດຈະຂໍນຳທ່ານກໍຈົ່ງໃຫ້ ຢ່າປິ່ນຫລັງໃສ່ຜູ້ທີ່ຢາກຢືມຈາກທ່ານ
ເຣື່ອງຄວາມຮັກຕໍ່ສັດຕຣູ
43 ທ່ານທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ “ຈົ່ງຮັກເພື່ອນບ້ານແລະຊັງສັດຕຣູ” 44 ແຕ່ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຈົ່ງຮັກສັດຕຣູຂອງທ່ານ ຈົ່ງອ້ອນວອນສຳລັບຜູ້ທີ່ຂົ່ມເຫັງທ່ານ 45 ເພື່ອທ່ານທັງຫລາຍຈະເກິດເປັນບຸດຂອງພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນ ເພາະພຣະອົງຊົງບັນດານໃຫ້ດວງຕາເວັນຂອງພຣະອົງຂຶ້ນສ່ອງສວ່າງໃສ່ຄົນຊົ່ວແລະຄົນດີ ແລະຊົງໃຫ້ຝົນຕົກໃສ່ຄົນສິນທັມກັບຄົນບໍ່ມີສິນທັມສເມີກັນ 46 ຖ້າແມ່ນວ່າທ່ານຮັກຄົນທັງຫລາຍທີ່ຮັກທ່ານ ທ່ານຈະໄດ້ຮັບບຳເຫນັດອັນໃດ ເຖິງພວກເກັບພາສິກໍຍັງເຮັດຢ່າງນັ້ນບໍ່ແມ່ນຫລື 47 ຖ້າທ່ານຄໍານັບພີ່ນ້ອງຂອງຕົນແຕ່ຝ່າຍດຽວ ທ່ານໄດ້ເຮັດສິ່ງໃດລື່ນຄົນອື່ນທັງປວງ ເຖິງຄົນຕ່າງຊາດກໍຍັງເຮັດຢ່າງນັ້ນບໍ່ແມ່ນຫລື 48 ເຫດສັນນັ້ນ ທ່ານທັງຫລາຍຕ້ອງເປັນຄົນດີທີ່ສຸດ ເຫມືອນຢ່າງພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນຊົງເປັນຜູ້ດີທີ່ສຸດ
ເຣື່ອງການທານ
1 “ຈົ່ງລະວັງໃຫ້ດີ ຢ່າຖືສິນກິນທານເພື່ອອວດຄົນອື່ນ ເພາະຖ້າເຮັດຢ່າງນັ້ນ ທ່ານຈະບໍ່ໄດ້ຮັບບຳເຫນັດຈາກພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນ 2 ເຫດສັນນັ້ນ ເມື່ອທ່ານໃຫ້ທານ ຢ່າເປົ່າແກໄປກ່ອນຫນ້າທ່ານ ເຫມືອນດັ່ງຄົນຫນ້າຊື່ໃຈຄົດເຄິຍເຮັດໃນໂຮງທັມມະເທສນາແລະຕາມຖນົນ ເພື່ອໃຫ້ມະນຸດສັຣເສິນ ເຮົາບອກພວກທ່ານຕາມຄວາມຈິງວ່າ ເຂົາໄດ້ຮັບບຳເຫນັດແລ້ວ 3 ຝ່າຍພວກທ່ານ, ເມື່ອໃຫ້ທານຢ່າໃຫ້ມືຊ້າຍຮູ້ການທີ່ມືຂວາກຳລັງເຮັດນັ້ນ 4 ເພື່ອທານຂອງທ່ານຈະໄດ້ເປັນການລັບ ແລະພຣະບີດາຂອງພວກທ່ານຜູ້ຊົງເຫັນໃນທີ່ລັບລີ້ຈະຊົງໂຜດປະທານບຳເຫນັດແກ່ທ່ານ
ເຣື່ອງການອ້ອນວອນ
5 “ເມື່ອທ່ານທັງຫລາຍອ້ອນວອນຢ່າໃຫ້ເປັນເຫມືອນຄົນຫນ້າຊື່ໃຈຄົດ ເພາະເຂົາມັກຢືນອ້ອນວອນໃນໂຮງທັມມະເທສນາແລະຕາມແຈຖນົນ ເພື່ອຈະໃຫ້ມະນຸດເຫັນ ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳເຫນັດແລ້ວ 6 ແຕ່ຝ່າຍທ່ານ, ເມື່ອຈະອ້ອນວອນຈົ່ງເຂົ້າໄປໃນຫ້ອງ ຄັນອັດປະຕູແລ້ວຈົ່ງອ້ອນວອນພຣະບິດາຂອງທ່ານຜູ້ຊົງສະຖິດໃນທີ່ລັບລີ້ ແລ້ວພຣະບິດາຂອງທ່ານຜູ້ຊົງເຫັນໃນທີ່ລັບລີ້ ຈະຊົງໂຜດປະທານບຳເຫນັດແກ່ທ່ານ 7 “ແຕ່ເມື່ອທ່ານອ້ອນວອນຢູ່ ຢ່າເວົ້າຊ້ຳຄຳເກົ່າເຫມືອນຄົນຕ່າງຊາດເຄີຍເຮັດ ເພາະເຂົາຄຶດວ່າ ຖ້າເວົ້າຫລາຍຄຳພຣະຈຶ່ງຈະຊົງໂຜດຮັບຟັງ 8 ສັນນັ້ນ ຢ່າເຣັດຄືເຂົາ ເພາະວ່າສິ່ງໃດທີ່ທ່ານຕ້ອງການ ພຣະບິດາຂອງທ່ານກໍຊົງຊາບກ່ອນພວກທ່ານທູນຂໍ 9 ເຫດສັນນີ້ ພວກທ່ານຈົ່ງອ້ອນວອນຕາມຢ່າງນີ້ວ່າ, “ຂ້າແດ່ພຣະບິດາຂອງຂ້າພຣະອົງທັງຫລາຍ ຜູ້ຊົງສະຖິດໃນສວັນ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ 10 ຂໍໃຫ້ພຣະຣາຊອານາຈັກຂອງພຣະອົງມາຕັ້ງຢູ່ ຂໍໃຫ້ເປັນໄປຕາມນ້ຳພຣະທັຍຂອງພຣະອົງ ໃນສວັນເປັນຢ່າງໃດກໍໃຫ້ເປັນຢ່າງນັ້ນທີ່ແຜ່ນດິນໂລກ 11 ຂໍຊົງໂຜດປະທານອາຫານປະຈໍາວັນ ໃຫ້ແກ່ຂ້າພຣະອົງທັງຫລາຍໃນກາລະວັນນີ້ 12 ຂໍຊົງໂຜດຍົກໂທດໃຫ້ຂ້າພຣະອົງ ເຫມືອນຂ້າພຣະອົງຍົກໂທດໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້າພຣະອົງນັ້ນ 13 ແລະຂໍຢ່າພາຂ້າພຣະອົງເຂົ້າໄປໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກການຊົ່ວຮ້າຍ (ເຫດວ່າຣາຊອານາຈັກ, ຣິດອໍານາດ, ແລະພຣະຣັສມີກໍເປັນຂອງພຣະອົງສືບໆ ໄປເປັນນິດ ອາແມນ) 14 ເພາະວ່າຖ້າວ່າທ່ານຍົກຄວາມຜິດຂອງເພື່ອນມະນຸດ ພຣະບິດາຂອງທ່ານຜູ້ຊົງສະຖິດໃນສວັນຈະຊົງໂຜດຍົກຄວາມຜິດຂອງທ່ານດ້ວຍ 15 ແຕ່ຖ້າທ່ານບໍ່ຍົກຄວາມຜິດຂອງເພື່ອນມະນຸດ ພຣະບິດາຂອງທ່ານກໍຈະບໍ່ຊົງໂຜດຍົກຄວາມຜິດຂອງທ່ານເຫມືອນກັນ
ເຣື່ອງສິນອົດອາຫານ
16 “ເມື່ອທ່ານຖືສິນອົດອາຫານ ຢ່າເຮັດຫນ້າເສົ້າຫມອງເຫມືອນຄົນຫນ້າຊື່ໃຈຄົດ ດ້ວຍວ່າເຂົາເຮັດຫນ້າຫມອງເພື່ອຈະໃຫ້ມະນຸດເຫັນວ່າເຂົາຖືສິນອົດອາຫານ ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳເຫນັດແລ້ວ 17 ແຕ່ຝ່າຍທ່ານ, ເມື່ອຖືສິນອົດອາຫານ ຈົ່ງລ້າງຫນ້າແລະເອົານ້ຳມັນທາຫົວ 18 ເພື່ອຈະບໍ່ໃຫ້ມະນຸດເຫັນວ່າທ່ານຖືສິນອົດອາຫານ ແຕ່ໃຫ້ປາກົດແກ່ພຣະບິດາຂອງທ່ານຜູ້ຊົງສະຖິດໃນທີ່ລັບລີ້ ແລະພຣະບິດາຂອງທ່ານຜູ້ຊົງເຫັນໃນທີ່ລັບລີ້ ກໍຈະຊົງໂຜດປະທານບຳເຫນັດແກ່ທ່ານ
ເຣື່ອງຊັບສົມບັດໃນສວັນ
19 “ຢ່າຮີບໂຮມຊັບສົມບັດໄວ້ສຳລັບຕົນໃນໂລກ ຊຶ່ງເປັນບ່ອນມອດແລະຂີ້ຫມ້ຽງກັດກິນ ແລະເປັນບ່ອນທີ່ໂຈນເຈາະເຂົ້າລັກເອົາໄດ້ 20 ແຕ່ຈົ່ງຮີບໂຮມຊັບສົມບັດສຳລັບຕົນໄວ້ໃນສວັນ ບ່ອນມອດແລະຂີ້ຫມ້ຽງກັດກິນບໍ່ໄດ້ ແລະທັງໂຈນເຈາະ ແລະລັກເອົາບໍ່ໄດ້ 21 ເພາະວ່າຊັບສົມບັດຂອງທ່ານຢູ່ທີ່ໃດ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ
ເຣື່ອງຄວາມສວ່າງຂອງຮ່າງກາຍ
22 “ຕາເປັນດວງສວ່າງຂອງຮ່າງກາຍ ຖ້າຕາຂອງທ່ານປົກກະຕິດີ ຮ່າງກາຍທຸກສ່ວນກໍສວ່າງດີ 23 ແຕ່ຖ້າຕາຂອງທ່ານບໍ່ປົກກະຕິດີ ຮ່າງກາຍທຸກສ່ວນຂອງທ່ານກໍມືດໄປ ເຫດສັນນັ້ນ ຖ້າຄວາມສວ່າງທີ່ຢູ່ໃນຕົວຂອງທ່ານມືດໄປ ຄວາມມືດນັ້ນຈະຫນາທຶບພຽງໃດຫນໍ
ເຣື່ອງພຣະເຈົ້າແລະເງິນຄຳ
24 “ບໍ່ມີຜູ້ໃດສາມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຜູ້ນີ້ແລະໄປຮັກນາຍຜູ້ນັ້ນ ຫລືຈະຕິດພັນກັບນາຍຜູ້ນີ້ແລະປມາດຜູ້ນັ້ນ ທ່ານຈະເປັນຂ້ອຍໃຊ້ຂອງພຣະເຈົ້າແລະເປັນຂ້ອຍໃຊ້ຂອງເງິນຄຳພ້ອມກັນບໍ່ໄດ້
ເຣື່ອງຄວາມກະວົນກະວາຍ
25 “ດ້ວຍເຫດນັ້ນເຮົາຈຶ່ງບອກທ່ານທັງຫລາຍວ່າ ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າ ຈະກິນຫຍັງ, ຈະດື່ມຫຍັງ, ແລະຢ່າກະວົນກະວາຍເຖິງຮ່າງກາຍຂອງຕົນວ່າຈະນຸ່ງຫຍັງ ຊີວິດກໍລື່ນກວ່າອາຫານບໍ່ແມ່ນຫລື ແລະຮ່າງກາຍກໍລື່ນກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນຫລື 26 ຈົ່ງເບິ່ງນົກປ່າ ມັນບໍ່ໄດ້ຫວ່ານ, ບໍ່ໄດ້ກ່ຽວ, ບໍ່ໄດ້ເກັບໂຮມໃສ່ເລົ້າໄວ້ ແຕ່ພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນກໍຍັງຊົງລ້ຽງນົກນັ້ນ ພວກທ່ານກໍປະເສີດຫລາຍກວ່ານົກບໍ່ແມ່ນຫລື 27 ມີໃຜໃນພວກທ່ານໂດຍຄວາມກະວົນກະວາຍອາດຕໍ່ຊີວິດຂອງຕົນໃຫ້ຍາວອອກໄປອີກຈັກສອກນຶ່ງໄດ້ຫລື 28 ເປັນສັນໃດ ທ່ານທັງຫລາຍຈຶ່ງກະວົນກະວາຍເຖິງຄວາມນຸ່ງຫົ່ມ ຈົ່ງສັງເກດເບິ່ງດອກໄມ້ໃນທົ່ງວ່າ ມັນຈະເຣິນໃຫຍ່ຂຶ້ນຢ່າງໃດ ມັນບໍ່ໄດ້ເຮັດການ, ບໍ່ໄດ້ເຂັນຝ້າຍ 29 ແຕ່ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນກະສັດໂຊໂລໂມນ, ເມື່ອບໍຣິບູນດ້ວຍສະງ່າຣາສິ ກໍບໍ່ໄດ້ຊົງເຄື່ອງງາມທໍ່ດອກໄມ້ເຫລົ່ານີ້ດອກນຶ່ງ 30 ຖ້າພຣະເຈົ້າຊົງຕົກແຕ່ງຫຍ້າທີ່ທົ່ງຢ່າງນັ້ນ ຊຶ່ງເປັນມື້ນີ້ແລະມື້ຫນ້າຕ້ອງຖືກຖິ້ມໃສ່ເຕົາໄຟ ໂອ ຜູ້ມີຄວາມເຊື່ອນ້ອຍເອີຍ, ພຣະອົງຈະບໍ່ຊົງຕົກແຕ່ງທ່ານຫລາຍກວ່ານົກນັ້ນອີກຫລື 31 ເຫດສັນນັ້ນ ຢ່າກະວົນກະວາຍວ່າ “ພວກເຮົາຈະກິນຫຍັງ, ຈະດື່ມຫຍັງ, ຫລືຈະນຸ່ງຫົ່ມຫຍັງ” 32 ເພາະວ່າພວກຕ່າງຊາດສແວງຫາສິ່ງທັງປວງນີ້ ແຕ່ວ່າພຣະບິດາຂອງທ່ານທັງຫລາຍຜູ້ຊົງສະຖິດຢູ່ໃນສວັນ ຊົງຊາບແລ້ວວ່າພວກທ່ານຕ້ອງການສິ່ງທັງປວງເຫລົ່ານີ້ 33 ແຕ່ກ່ອນອື່ນ, ທ່ານທັງຫລາຍຈົ່ງສແວງຫາຣາຊອານາຈັກຂອງພຣະເຈົ້າ ແລະຄວາມຊອບທັມຂອງພຣະອົງ ແລະພຣະອົງຈະຊົງເພີ້ມເຕີມສິ່ງທັງປວງເຫລົ່ານີ້ໃຫ້ແກ່ທ່ານ 34 ເຫດສັນນັ້ນ ຢ່າກະວົນກະວາຍເຖິງມື້ອື່ນ ເພາະມື້ອື່ນຄົງມີການກະວົນກະວາຍສຳລັບມັນເອງຄວາມທຸກໃນວັນໃດກໍພໍແລ້ວໃນວັນນັ້ນ
ເຣື່ອງການກ່າວໂທດຜູ້ອື່ນ
1 “ຢ່າກ່າວໂທດໃສ່ເຂົາເພື່ອພຣະເຈົ້າຈະບໍ່ຊົງກ່າວໂທດໃສ່ທ່ານ 2 ເພາະວ່າທ່ານຈະກ່າວໂທດໃສ່ເຂົາຢ່າງໃດ ພຣະເຈົ້າຈະຊົງກ່າວໂທດໃສ່ທ່ານຢ່າງນັ້ນ ພວກທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າຈະຊົງຕວງໃຫ້ພວກທ່ານດ້ວຍເຄື່ອງຜອງອັນນັ້ນ 3 ເປັນຫຍັງທ່ານຈຶ່ງຫລຽວເຫັນຂີ້ເຫຍື້ອທີ່ຢູ່ໃນຕາພີ່ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່ຢູ່ໃນຕາຂອງຕົນທ່ານບໍ່ຮູ້ສຶກ 4 ຫລືເປັນສັນໃດ ທ່ານຈຶ່ງກ່າວແກ່ພີ່ນ້ອງຂອງທ່ານວ່າ “ໃຫ້ຂ້ອຍເຂັ່ຽຂີ້ເຫຍື້ອອອກຈາກຕາຂອງເຈົ້າ” ແຕ່ເບິ່ງແມ໋, ໄມ້ທັງທ່ອນມີຢູ່ໃນຕາຂອງທ່ານເອງ 5 ໂອ ຄົນຫນ້າຊື່ໃຈຄົດເຮີຍ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງທ່ານກ່ອນ ແລ້ວທ່ານຈະເຫັນໄດ້ຄັກ ຈຶ່ງຈະເຂັ່ຽຂີ້ເຫຍື້ອອອກຈາກຕາຂອງພີ່ນ້ອງຂອງຕົນໄດ້ 6 “ຢ່າເອົາຂອງປະເສີດໃຫ້ແກ່ຫມາ ຢ່າໂຍນໄຂ່ມຸກໃສ່ຕໍ່ຫນ້າຫມູ ຢ້ານວ່າມັນຈະຢຽບຢ່ຳເສັຽ ແລະຈະຕ່າວມາຂົບຈີກທ່ານດ້ວຍ
ເຣື່ອງການຂໍ, ການຊອກ, ແລະການເຄາະ
7 “ຈົ່ງຫມັ່ນຂໍແລ້ວຈະຊົງປະທານໃຫ້ ຈົ່ງຫມັ່ນຊອກແລ້ວຈະພົບ ຈົ່ງຫມັ່ນເຄາະແລ້ວຈະຊົງໄຂໃຫ້ 8 ເພາະວ່າທຸກຄົນທີ່ຫມັ່ນຂໍກໍໄດ້ຮັບ ທຸກຄົນທີ່ຫມັ່ນຊອກກໍພົບ ທຸກຄົນທີ່ຫມັ່ນເຄາະກໍຊົງໄຂໃຫ້ 9 ໃນພວກທ່ານມີຜູ້ໃດແດ່ ຖ້າລູກຂໍເຂົ້າປັ້ນນຶ່ງຈະບໍ່ໄດ້ເອົາກ້ອນຫີນໃຫ້ຕີ້ 10 ຫລືຖ້າລູກຂໍປາຈະບໍ່ໄດ້ເອົາງູໃຫ້ຕີ້ 11 ເຫດສັນນັ້ນ ຖ້າພວກທ່ານຜູ້ເປັນຄົນຊົ່ວ ຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນຈະຊົງປະທານຂອງດີແກ່ຜູ້ທີ່ຂໍຈາກພຣະອົງ 12 ດັ່ງນັ້ນສິ່ງໃດໆ ທີ່ທ່ານປາຖນາໃຫ້ເຂົາເຮັດແກ່ທ່ານ ທ່ານຈົ່ງເຮັດກັບເຂົາທຸກປະການເຫມືອນກັນ ເພາະອັນນັ້ນຄືພຣະບັນຍັດ ແລະຄຳສັ່ງສອນຂອງບັນດາຜູ້ປະກາດພຣະທັມ
ເຣື່ອງປະຕູຄັບແຄບ
13 “ຈົ່ງເຂົ້າໄປທາງປະຕູຄັບແຄບ ເພາະວ່າປະຕູກໍກວ້າງແລະທາງກໍກວ້າງຂວາງທີ່ນຳໄປເຖິງຄວາມຈິບຫາຍນັ້ນ ມີຫລາຍຄົນເຂົ້າໄປຕາມທາງນັ້ນ 14 ເພາະວ່າປະຕູທີ່ນຳໄປສູ່ຊີວິດກໍຄັບແຄບແລະທາງກໍແຄບ ບໍ່ມີຫລາຍຄົນພົບທາງນັ້ນ
ເຣື່ອງຮູ້ເຫດໄດ້ດ້ວຍຜົນ
15 “ພວກທ່ານຈົ່ງລະວັງຜູ້ປະກາດພຣະທັມບໍ່ຈິງ ທີ່ປອມຕົວຄືແກະມາຫາທ່ານ ແຕ່ພາຍໃນເຂົາເປັນຫມາໃນຕົວຮ້າຍ 16 ທ່ານຈະຮູ້ຈັກເຂົາໄດ້ດ້ວຍຜົນຂອງເຂົາ ເຂົາເຄີຍເກັບຫມາກອະງຸ່ນຈາກເຄືອມີຫນາມຫລື ແລະເຂົາເຄິຍເກັບຫມາກເດື່ອເທດຈາກຕົ້ນມີຫນາມຫລື 17 ດັ່ງນັ້ນໄມ້ດີທຸກຕົ້ນຍ່ອມເກີດຜົນດີ ແຕ່ຕົ້ນໄມ້ບໍ່ດີກໍເກີດຜົນບໍ່ດີ 18 ຕົ້ນໄມ້ດີຈະເກີດຜົນບໍ່ດີບໍ່ໄດ້ ຫລືຕົ້ນໄມ້ບໍ່ດີຈະເກີດຜົນດີກໍບໍ່ໄດ້ 19 ໄມ້ທຸກຕົ້ນທີ່ບໍ່ເກິດຜົນດີຕ້ອງຖືກປ້ຳຖິ້ມໃສ່ໄຟເສັຽ 20 ເຫດສັນນັ້ນ ພວກທ່ານຈະຮູ້ຈັກເຂົາໄດ້ດ້ວຍຜົນຂອງເຂົາ
ເຣື່ອງການຊົງປະຕິເສດ
21 “ບໍ່ແມ່ນຫມົດທຸກຄົນທີ່ກ່າວແກ່ເຮົາວ່າ, “ພຣະອົງເຈົ້າ, ພຣະອົງເຈົ້າ,” ຈະເຂົ້າໃນແຜ່ນດິນສວັນ ເຂົ້າໄດ້ແຕ່ຜູ້ທີ່ເຮັດຕາມນ້ຳພຣະທັຍພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສວັນ 22 ເມື່ອເຖິງວັນນັ້ນຈະມີຫລາຍຄົນຮ້ອງໃສ່ເຮົາວ່າ “ພຣະອົງເຈົ້າ, ພຣະອົງເຈົ້າ, ພວກຂ້າພຣະອົງໄດ້ປະກາດພຣະທັມໃນພຣະນາມຂອງພຣະອົງ ໄດ້ຂັບໄລ່ຜີອອກໃນພຣະນາມຂອງພຣະອົງ ແລະໄດ້ເຮັດການອິດທິຣິດຫລາຍປະການໃນພຣະນາມຂອງພຣະອົງບໍ່ແມ່ນຫລື” 23 ເມື່ອນັ້ນເຮົາຈະໄດ້ປະກາດແກ່ເຂົາວ່າ “ເຮົາບໍ່ຮູ້ຈັກພວກເຈົ້າຈັກເທື່ອ ເຈົ້າຜູ້ເຮັດການຊົ່ວເຮິຍ, ຈົ່ງຜ່າຍຫນີໃຫ້ພົ້ນຈາກເຮົາເສັຽ”
ເຣື່ອງຮາກຕຶກສອງຢ່າງ
24 “ເຫດສັນນັ້ນ ທຸກຄົນທີ່ຟັງຄຳເຫລົ່ານີ້ຂອງເຮົາແລະປະຕິບັດຕາມ ຄົນນັ້ນກໍປຽບເຫມືອນຄົນສລາດທີ່ກໍ່ສ້າງຕຶກຂອງຕົນເທິງດານຫີນ 25 ຝົນກໍຕົກ, ນ້ຳກໍນອງ, ລົມກໍພັດປະທະຕຶກນັ້ນ ແຕ່ຕຶກນັ້ນກໍບໍ່ພັງເພລົງ ເພາະຮາກມັນຕັ້ງຢູ່ເທິງຫີນ 26 ແຕ່ທຸກຄົນທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາແລະບໍ່ປະຕິບັດຕາມ ຄົນນັ້ນກໍປຽບເຫມືອນຄົນໂງ່ທີ່ກໍ່ສ້າງຕຶກຂອງຕົນເທິງຫາດຊາຍ 27 ຝົນກໍຕົກ, ນ້ຳກໍນອງ, ລົມກໍພັດປະທະຕຶກນັ້ນ ຕຶກນັ້ນກໍເພພັງລົງ ແລະການເພພັງຂອງມັນກໍເປັນການໃຫຍ່ຫລວງ”
ຊົງສັ່ງສອນດ້ວຍອຳນາດ
28 ຢູ່ມາເມື່ອພຣະເຢຊູຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວ ປະຊາຊົນທັງປວງກໍປລາດໃຈໃນການສັ່ງສອນຂອງພຣະອົງ 29 ເພາະວ່າພຣະອົງຊົງສັ່ງສອນເຂົາເຫມືອນຜູ້ມີຣິດອຳນາດ ແລະບໍ່ເຫມືອນພວກນັກທັມຂອງເຂົາ
ເຣື່ອງຄົນຂີ້ທູດຜູ້ນຶ່ງດີສະອາດ
1 ເມື່ອພຣະອົງສະເດັດລົງມາຈາກພູແລ້ວ ປະຊາຊົນຫລວງຫລາຍໄດ້ຕິດຕາມພຣະອົງ 2 ແລະເບິ່ງແມ໋, ມີຄົນຂີ້ທູດຜູ້ນຶ່ງເຂົ້າມາຂາບລົງທູນພຣະອົງວ່າ, “ນາຍເອີຍ, ຖ້າທ່ານພໍໃຈກໍອາດຈະເຮັດໃຫ້ຂ້າພຣະອົງດີສະອາດໄດ້” 3 ພຣະອົງຈຶ່ງຊົງຢຽດພຣະຫັດອອກຖືກຄົນນັ້ນແລະຊົງກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດເສັຽ” ແລ້ວພຍາດຂີ້ທູດຂອງຜູ້ນັ້ນກໍດີສະອາດທັນທີ 4 ຝ່າຍພຣະເຢຊູຊົງກ່າວແກ່ຜູ້ນັ້ນວ່າ, “ລະວັງຢ່າບອກໃຫ້ຜູ້ໃດຟັງ ແຕ່ຈົ່ງໄປສະແດງຕົວຕໍ່ປະໂຣຫິດ ແລະຖວາຍເຄື່ອງບູຊາຕາມໂມເຊໄດ້ສັ່ງໄວ້ເພື່ອເປັນຫລັກຖານຕໍ່ເຂົາ”
ຊົງໂຜດຄົນໃຊ້ຂອງນາຍຮ້ອຍ
5 ຂນະທີ່ພຣະອົງສະເດັດເຂົາໄປໃນເມືອງກາເປນາອູມ ມີນາຍຮ້ອຍທະຫານຜູ້ນຶ່ງມາອ້ອນວອນພຣະອົງ 6 ທູນວ່າ, “ນາຍເອີຍ, ຄົນໃຊ້ຂອງຂ້າພຣະອົງເປັນເປັ້ຽນອນຢູ່ເຮືອນທົນທຸກເວທະນາຫລາຍ” 7 ພຣະເຢຊູຊົງບອກກັບນາຍຮ້ອຍນັ້ນວ່າ, “ເຮົາຈະໄປຊ່ອຍໃຫ້ເຂົາດີ” 8 ແຕ່ຝ່າຍນາຍຮ້ອຍຜູ້ນັ້ນໄດ້ທູນຕອບວ່າ, “ຂ້າພຣະອົງເປັນຄົນບໍ່ສົມຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງຄາເຮືອນຂອງຂ້າພຣະອົງ ແຕ່ຂໍທ່ານກ່າວເທົ່ານັ້ນຄົນໃຊ້ຂອງຂ້າພຣະອົງກໍຈະດີພຍາດ 9 ເຫດວ່າຂ້າພຣະອົງເປັນຄົນຢູ່ໃຕ້ວິນັຍທະຫານ ແລະຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້າ ພຣະອົງອີກ ຂ້າພຣະອົງສັ່ງແກ່ຄົນນັ້ນວ່າ “ໄປ” ມັນກໍໄປ ແລະສັ່ງຄົນນີ້ວ່າ “ມາ” ມັນກໍມາ ແລະບອກແກ່ຄົນໃຊ້ຂອງຂ້າພຣະອົງວ່າ “ຈົ່ງເຮັດສິ່ງນີ້” ມັນກໍເຮັດ” 10 ເມື່ອພຣະເຢຊູຊົງໄດ້ຍິນດັ່ງນັ້ນກໍປລາດພຣະທັຍ ຈຶ່ງຊົງກ່າວກັບຄົນທັງຫລາຍທີ່ຕິດຕາມພຣະອົງມາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ແມ່ນໃນພວກອິສຣາເອນເຮົາກໍບໍ່ໄດ້ພົບຄວາມເຊື່ອໃຫຍ່ທໍ່ນີ້ 11 ເຮົາບອກທ່ານທັງຫລາຍວ່າ ຈະມີຫລາຍຄົນຈາກທິດຕາເວັນອອກແລະທິດຕາເວັນຕົກມານັ່ງຮ່ວມໂຕະກັບອັບຣາຮາມ, ອີຊາກ, ແລະຢາໂຄບໃນແຜ່ນດິນສວັນ 12 ແຕ່ຝ່າຍຊາວແຜ່ນດິນນັ້ນຈະຖືກຖິ້ມອອກໄປໃນທີ່ມືດພາຍນອກ ທີ່ນັ້ນຈະມີສຽງຮ້ອງໄຫ້ແລະຂົບແຂ້ວຢູ່” 13 ພຣະເຢຊູຊົງບອກແກ່ນາຍຮ້ອຍຜູ້ນັ້ນວ່າ, “ຈົ່ງກັບເມືອເສັຽ ທ່ານໄດ້ເຊື່ອຢ່າງໃດກໍໃຫ້ເປັນແກ່ທ່ານຢ່າງນັ້ນ” ແລ້ວໃນໂມງນັ້ນຄົນໃຊ້ຜູ້ນັ້ນກໍໄດ້ດີເປັນປົກກະຕິ
ຊົງໂຜດແມ່ເມັຽຂອງເປໂຕ
14 ເມື່ອພຣະເຢຊູໄດ້ສະເດັດເຂົ້າໄປໃນເຮືອນຂອງເປໂຕ ກໍຊົງເຫັນແມ່ເມັຽຂອງເປໂຕນອນໄຂ້ຢູ່ 15 ພຣະອົງຊົງບາຍມືນາງແລະຄວາມໄຂ້ກໍຫາຍ ນາງຈຶ່ງລຸກຂຶ້ນບົວລະບັດພຣະອົງ 16 ແລະເມື່ອຄ່ຳມາ ເຂົາໄດ້ພາຄົນທີ່ມີຜີຮ້າຍສິງຢູ່ຫລາຍຄົນມາຫາພຣະອົງ ພຣະອົງກໍຊົງຂັບໄລ່ຜີຮ້າຍເຫລົ່ານັ້ນອອກດ້ວຍຄຳສັ່ງຂອງພຣະອົງ ແລະບັນດາຄົນເຈັບປ່ວຍທັງຫລາຍນັ້ນ ພຣະອົງກໍໄດ້ຊົງໂຜດໃຫ້ດີ 17 ທັງນີ້ເພື່ອຈະໃຫ້ສຳເຣັດຕາມທີ່ຊົງກ່າວໄວ້ໂດຍເອຊາຢາຜູ້ປະກາດພຣະທັມວ່າ, “ທ່ານໄດ້ແບກຄວາມເຈັບໄຂ້ຂອງພວກເຮົາ ແລະຫອບເອົາພຍາດຂອງເຮົາໄປ”
ຜູ້ທີ່ສມັກຈະຕາມພຣະເຢຊູ
18 ຄັນພຣະເຢຊູຊົງເຫັນປະຊາຊົນຫລວງຫລາຍຢູ່ຮວມຕົນ ກໍໄດ້ຊົງສັ່ງໃຫ້ຂ້າມໄປຟາກນັ້ນ 19 ມີນັກທັມຜູ້ນຶ່ງມາຫາພຣະອົງທູນວ່າ, “ອາຈານເອີຍ, ທ່ານຈະໄປທີ່ໃດ ຂ້າພຣະອົງຈະຕິດຕາມທ່ານໄປທີ່ນັ້ນ” 20 ພຣະເຢຊູຊົງຕອບວ່າ, “ຫມາຈິກຈອກກໍມີຮູ ແລະນົກປ່າກໍຍັງມີຮັງ ແຕ່ບຸດມະນຸດບໍ່ມີບ່ອນຈະວາງຫົວລົງ” 21 ອີກຜູ້ນຶ່ງໃນພວກສິດຂອງພຣະອົງມາທູນພຣະອົງວ່າ, “ນາຍເອີຍ, ຂໍໂຜດອະນຸຍາດໃຫ້ຂ້າພຣະອົງໄປຝັງສົບບິດາຂອງຂ້າພຣະອົງເສັຽກ່ອນ” 22 ແຕ່ພຣະເຢຊູຊົງຕອບວ່າ, “ຈົ່ງຕິດຕາມເຮົາມາເສັຽ ແລະປະໃຫ້ຄົນຕາຍຝັງກັນເອງເທາະ”
ຊົງຫ້າມລົມແລະທະເລ
23 ເມື່ອພຣະອົງສະເດັດລົງເຮືອ ພວກສິດຂອງພຣະອົງກໍຕິດຕາມພຣະອົງໄປ 24 ແລະເບິ່ງແມ໋, ບັງເກິດມີການເຄື່ອນໄຫວອັນໃຫຍ່ທີ່ທະເລຈົນຟອງນ້ຳກຳລັງຊັດຖ້ວມເຮືອ ແຕ່ພຣະອົງຊົງບັນທົມຫລັບຢູ່ 25 ພວກສິດໄດ້ມາປຸກພຣະອົງທູນວ່າ, “ນາຍເອີຍ, ຂໍຈົ່ງຊ່ອຍທ້ອນ ພວກຂ້າພຣະອົງກຳລັງຈະຈິບຫາຍຢູ່ແລ້ວ” 26 ພຣະອົງຊົງກ່າວກັບເຂົາວ່າ, “ໂອ ຄົນມີຄວາມເຊື່ອນ້ອຍເອີຍ ເປັນຫຍັງພວກເຈົ້າຈຶ່ງຢ້ານ” ແລ້ວພຣະອົງຊົງລຸກຂຶ້ນຫ້າມລົມແລະທະເລ ລົມກໍເຊົາແລະຟອງນ້ຳກໍສງົບງຽບທົ່ວໄປ 27 ຄົນເຫລົ່ານັ້ນກໍພາກັນອັດສະຈັນໃຈຈຶ່ງເວົ້າກັນວ່າ, “ທ່ານຜູ້ນີ້ມາຈາກທີ່ໃດຫນໍ ຈົນວ່າລົມແລະທະເລກໍຍອມຟັງທ່ານ”
ຊົງໂຜດຊາວກາດາຣາຜູ້ມີຜີສິງ
28 ເມື່ອພຣະອົງສະເດັດຂ້າມຟາກໄປເຖິງເຂດແດນຊາວກາດາຣາ ມີສອງຄົນທີ່ມີຜິສິງຢູ່ອອກຈາກປ່າຊ້າມາພົບພຣະອົງ ເຂົາໂຫດຮ້າຍປານນັ້ນຈົນບໍ່ມີຜູ້ໃດອາດທຽວທາງນັ້ນໄດ້ 29 ເບິ່ງແມ໋, ເຂົາຮ້ອງໃສ່ພຣະອົງທູນວ່າ, “ໂອ ບຸດພຣະເຈົ້າເອີຍ, ທ່ານມາຫຍຸ້ງກ່ຽວກັບເຮົາດ້ວຍເຫດໃດ ຈະມາທໍຣະມານເຮົາກ່ອນເວລາກຳນົດຫລື” 30 ໄກຈາກທີ່ນັ້ນມີຫມູຝູງໃຫຍ່ກຳລັງຫາກິນຢູ່ 31 ຜີເຫລົ່ານັ້ນຈຶ່ງໄດ້ທູນຂໍພຣະອົງວ່າ, “ຖ້າທ່ານຂັບໄລ່ພວກເຮົາອອກ ກໍຂໍໃຫ້ພວກເຮົາ ເຂົ້າໄປສິງຢູ່ໃນຫມູຝູງນັ້ນທ້ອນ” 32 ພຣະອົງຊົງບອກຜີເຫລົ່ານັ້ນວ່າ, “ໄປເສັຽ” ຜີເຫລົ່ານັ້ນກໍອອກໄປເຂົ້າສິງຢູ່ໃນຝູງຫມູ ແລະ ເບິ່ງແມ໋, ຫມູທັງຝູງນັ້ນໄດ້ຟ້າວແລ່ນລົງຈາກຕາລິ່ງຊັນໂຕນໃສ່ທະເລຕາຍດຶກນ້ຳຫມົດ 33 ຝ່າຍຄົນລ້ຽງຫມູກໍພາກັນປົບຫນີເຂົ້າໄປໃນເມືອງ ເລົ່າບັນດາເຫດການຊຶ່ງເປັນໄປນັ້ນກັບເຫດທີ່ເກີດຂຶ້ນແກ່ຄົນທີ່ມີຜິສິງຢູ່ 34 ແລະເບິ່ງແມ໋, ຄົນທັງເມືອງກໍພາກັນອອກມາຫາພຣະເຢຊູ ເມື່ອພົບພຣະອົງແລ້ວ ເຂົາຈຶ່ງອ້ອນວອນທູນຂໍໃຫ້ພຣະອົງອອກໄປເສັຽຈາກເຂດແດນຂອງເຂົາ
ພຣະເຢຊູຊົງໂຜດຄົນເປັ້ຽ
1 ຝ່າຍພຣະເຢຊູໄດ້ສະເດັດລົງເຮືອຂ້າມຟາກໄປຍັງເມືອງຂອງຕົນ 2 ເບິ່ງແມ໋, ເຂົາຫາມຄົນເປັ້ຽຜູ້ນຶ່ງຊຶ່ງນອນຢູ່ເທິງທີ່ນອນມາຫາພຣະອົງ ເມື່ອພຣະເຢຊູຊົງເຫັນຄວາມເຊື່ອຂອງເຂົາ ຈຶ່ງຊົງກ່າວແກ່ຄົນເປັ້ຽນັ້ນວ່າ, “ລູກເອີຍ, ຈົ່ງຊື່ນໃຈເທີນ ຜີດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” 3 ແລະເບິ່ງແມ໋, ພວກນັກທັມບາງຄົນເວົ້າກັນວ່າ, “ຜູ້ນີ້ເວົ້າຫມິ່ນປມາດພຣະເຈົ້າ” 4 ຝ່າຍພຣະເຢຊູຊົງຊາບຄວາມຄຶດຂອງເຂົາຈຶ່ງຊົງກ່າວວ່າ, “ເຫດສັນໃດທ່ານທັງຫລາຍຈຶ່ງຄຶດຄວາມຊົ່ວໃນໃຈ 5 ທີ່ຈະວ່າ “ຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” ຫລືຈະວ່າ “ຈົ່ງລຸກຂຶ້ນແລະຍ່າງທຽວໄປ” ອັນໃດຈະງ່າຍກວ່າກັນ 6 ແຕ່ເພື່ອທ່ານທັງຫລາຍຈະໄດ້ຮູ້ວ່າ ບຸດມະນຸດມີສິດອຳນາດໃນໂລກໃຫ້ອະພັຍຄວາມຜິດບາບໄດ້” ພຣະອົງຈຶ່ງຊົງກ່າວກັບຄົນເປັ້ຽນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າໄປບ້ານເສັຽ” 7 ຄົນເປັ້ຽຈຶ່ງລຸກຂຶ້ນເມືອເຮືອນຂອງຕົນ 8 ເມື່ອປະຊາຊົນເຫັນດັ່ງນັ້ນກໍຢ້ານ ຈຶ່ງພາກັນສັຣເສິນພຣະເຈົ້າຜູ້ຊົງປະທານຣິດອຳນາດດັ່ງນັ້ນແກ່ມະນຸດ
ຊົງເອີ້ນເອົາມັດທາຍ
9 ເມື່ອພຣະເຢຊູກຳລັງສະເດັດຈາກບ່ອນນັ້ນໄປ ພຣະອົງຊົງເຫັນຊາຍຜູ້ນຶ່ງຊື່ ມັດທາຍນັ່ງຢູ່ດ່ານພາສີ ຈຶ່ງຊົງກ່າວແກ່ຜູ້ນັ້ນວ່າ, “ຈົ່ງຕາມເຮົາມາ” ເຂົາກໍລຸກຂຶ້ນຕາມພຣະອົງໄປ 10 ເມື່ອພຣະອົງປະທັບສເວີຍອາຫານຢູ່ໃນເຮືອນ ເບິ່ງແມ໋, ມີຄົນເກັບພາສີ ແລະຄົນນອກສິນທັມຫລາຍຄົນເຂົ້າມານັ່ງຮ່ວມໂຕະກັບພຣະເຢຊູ ແລະພວກສິດຂອງພຣະອົງ 11 ເມື່ອພວກຟາຣີຊາຍເຫັນດັ່ງນັ້ນກໍພາກັນຖາມພວກສິດຂອງພຣະອົງວ່າ, “ເປັນຫຍັງອາຈານຂອງພວກເຈົ້າຈຶ່ງຮັບປະທານອາຫານ ຮ່ວມກັບຄົນເກັບພາສິ ແລະຄົນນອກສິນທັມ” 12 ສ່ວນພຣະອົງ ເມື່ອຊົງໄດ້ຍິນດັ່ງນັ້ນແລ້ວຈຶ່ງຊົງກ່າວວ່າ, “ຄົນທີ່ສະບາຍບໍ່ຕ້ອງການຫມໍຢາ ແຕ່ຄົນເຈັບກໍຕ້ອງການຫມໍ 13 ແຕ່ທ່ານທັງຫລາຍຈົ່ງໄປຮຽນຂໍ້ນີ້ໃຫ້ເຂົ້າໃຈທີ່ວ່າ “ເຮົາປະສົງຄວາມເມດຕາແລະບໍ່ປະສົງເຄື່ອງບູຊາ” ດ້ວຍວ່າເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິນທັມ ແຕ່ມາເອີ້ນເອົາຄົນນອກສິນທັມ”
ບັນຫາເຣື່ອງການຖືສິນອົດອາຫານ
14 ເມື່ອນັ້ນພວກສິດຂອງໂຢຣັນມາຫາພຣະເຢຊູທູນວ່າ, “ເຫດສັນໃດພວກຂ້າພຣະອົງ ແລະພວກຟາຣິຊາຍເຄີຍຖືສິນອົດອາຫານຢູ່ເລື້ອຍ ແຕ່ພວກສິດຂອງທ່ານບໍ່ຖື” 15 ພຣະເຢຊູຊົງຕອບເຂົາວ່າ, “ເມື່ອເຈົ້າບ່າວຍັງຢູ່ກັບເຂົາ ເພື່ອນຂອງເຈົ້າບ່າວນັ້ນຈະໂສກເສົ້າບໍ່ໄດ້ຕີ້ ແຕ່ວັນນຶ່ງຈະມາເມື່ອເຈົ້າບ່າວຖືກຍົກຍ້າຍຈາກເຂົາໄປ ເມື່ອນັ້ນເຂົາຈະຖືສິນອົດອາຫານ 16 ບໍ່ຫ່ອນມີຜູ້ໃດເອົາຕ່ອນຜ້າໃຫມ່ມາຕາບເສື້ອເກົ່າ ເພາະເມື່ອຕ່ອນຜ້າໃຫມ່ຫົດກໍຈະຂາດອອກຈາກເສື້ອເກົ່າ ແລ້ວບ່ອນຂາດນັ້ນຈະກວ້າງອອກຕື່ມ 17 ແລະເຂົາບໍ່ເອົາເຫລົ້າແວງໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ ຖ້າເຮັດຢ່າງນັ້ນຖົງຫນັງຈະຂາດແລະເຫລົ້າແວງຈະຮົ່ວອອກ ທັງຖົງຫນັງກໍຈະເສັຽໄປເຫມືອນກັນ ແຕ່ເຂົາເອົາເຫລົ້າແວງໃຫມ່ໃສ່ໄວ້ໃນຖົງຫນັງໃຫມ່ ແລ້ວທັງສອງຢ່າງກໍຢູ່ດີດ້ວຍກັນ
ລູກສາວຂອງເຈົ້ານາຍແລະຍິງເລືອດຕົກ
18 ເມື່ອພຣະອົງກຳລັງຊົງກ່າວຄຳເຫລົ່ານີ້ແກ່ເຂົາຢູ່ ເບິ່ງແມ໋, ມີເຈົ້ານາຍຜູ້ນຶ່ງມາຂາບທູນພຣະອົງວ່າ, “ລູກສາວຂອງຂ້າພຣະອົງຫາກໍຕາຍ ແຕ່ຂໍເຊີນທ່ານໄປວາງມືໃສ່ເຂົາ ແລ້ວເຂົາຈະຄືນມີຊີວິດອີກ” 19 ແລ້ວພຣະເຢຊູຊົງລຸກຂຶ້ນສະເດັດຕາມນາຍຜູ້ນັ້ນໄປພ້ອມດ້ວຍພວກສິດຂອງພຣະອົງ 20 ແລະເບິ່ງແມ໋, ມີຜູ້ຍິງຄົນນຶ່ງເປັນພຍາດເລືອດຕົກໄດ້ສິບສອງປີມາແລ້ວ ນາງໄດ້ຫຍັບເຂົ້າມາເບື້ອງຫລັງແລ້ວບາຍແຄມເຄື່ອງທົງຂອງພຣະອົງ 21 ເພາະນາງຄຶດໃນໃຈວ່າ, “ຖ້າເຮົາໄດ້ບາຍແຕ່ເສື້ອຂອງທ່ານເທົ່ານັ້ນ ເຮົາກໍຈະດີພຍາດ” 22 ພຣະເຢຊູຊົງຫລຽວຫລັງທອດພຣະເນດເຫັນຍິງນັ້ນ ແລ້ວຊົງກ່າວວ່າ, “ລູກຍິງເອີຍ, ຈົ່ງຊື່ນໃຈເທີນ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ” ຕັ້ງແຕ່ຍາມນັ້ນນາງກໍດີປົກກະຕິ 23 ເມື່ອພຣະເຢຊູສະເດັດໄປເຖິງເຮືອນນາຍຜູ້ນັ້ນ ກໍຊົງເຫັນພວກຄົນເປົ່າປີ່ກັບຝູງຄົນອຶກກະທຶກກັນຢູ່ 24 ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ຈົ່ງຖອຍອອກໄປເສັຽ ດ້ວຍວ່າສາວນ້ອຍຄົນນີ້ບໍ່ໄດ້ຕາຍດອກ ແຕ່ຫລັບຢູ່ເທົ່ານັ້ນ” ແລ້ວເຂົາພາກັນຫົວຂວັນພຣະອົງ 25 ເມື່ອຝູງຄົນໄດ້ຖືກຂັບໄລ່ອອກຫມົດແລ້ວ ພຣະອົງໄດ້ສະເດັດເຂົ້າໄປຈັບມືສາວນ້ອຍແລະສາວນ້ອຍນັ້ນກໍລຸກຂຶ້ນ 26 ແລ້ວກິດຕິສັບກໍຊ່າລືໄປທົ່ວແຂວງນັ້ນ
ຊົງໂຜດຄົນຕາບອດສອງຄົນ
27 ເມື່ອພຣະເຢຊູສະເດັດຈາກບ່ອນນັ້ນໄປ ກໍມີຄົນຕາບອດສອງຄົນຕາມພຣະອົງໄປຮ້ອງຂຶ້ນວ່າ, “ບຸດດາວິດເອີຍ, ໂຜດເມດຕາພວກຂ້າພຣະອົງແດ່ທ້ອນ” 28 ເມື່ອພຣະອົງສະເດັດເຂົາໄປໃນເຮືອນແລ້ວ ຄົນຕາບອດສອງຄົນນັ້ນກໍເຂົ້າມາຫາພຣະອົງ ພຣະເຢຊູຊົງຖາມເຂົາວ່າ, “ພວກເຈົ້າເຊື່ອວ່າເຮົາອາດຈະເຮັດການນີ້ໄດ້ຫລື” ເຂົາກໍທູນພຣະອົງວ່າ, “ເຊື່ອຢູ່ທ່ານເອີຍ” 29 ແລ້ວພຣະອົງຊົງບາຍຕາຂອງເຂົາພ້ອມກັບຊົງກ່າວວ່າ, “ໃຫ້ເປັນໄປຕາມຄວາມເຊື່ອຂອງເຈົ້າ” 30 ແລະຕາຂອງເຂົາກໍກັບເຫັນຮຸ່ງ ແລ້ວພຣະເຢຊູຊົງສັ່ງຫ້າມເຂົາຢ່າງແຂງແຮງວ່າ, “ຈົ່ງລະວັງຢ່າໃຫ້ຜູ້ໃດຮູ້” 31 ແຕ່ເມື່ອເຂົາຈາກບ່ອນນັ້ນໄປ ເຂົາກໍປະກາດເຣື່ອງຂອງພຣະອົງໃຫ້ຊ່າລືທົ່ວໄປໃນແຂວງນັ້ນ
ຊົງໂຜດຄົນປາກກືກ
32 ໃນຂນະທີ່ເຂົາກໍາລັງອອກໄປ ມີຜູ້ພາຄົນປາກກືກຜູ້ນຶ່ງທີ່ມີຜີສິງຢູ່ມາຫາພຣະອົງ 33 ເມື່ອພຣະອົງຊົງຂັບໄລ່ຜີນັ້ນອອກແລ້ວ ຄົນປາກກືກກໍປາກໄດ້ ຝູງຄົນທັງຫລາຍກໍອັດສະຈັນໃຈເວົ້າກັນວ່າ, “ບໍ່ເຄີຍປາກົດເຫັນການດັ່ງນີ້ໃນປະເທດອີສຣາເອນຈັກເທື່ອ” 34 ແຕ່ພວກຟາຣິຊາຍເວົ້າວ່າ, “ຄົນນີ້ຂັບໄລ່ຜີອອກໄດ້ດ້ວຍຣິດຂອງນາຍຜິ”
ຊົງສົງສານປະຊາຊົນ
35 ພຣະເຢຊູໄດ້ສະເດັດໄປທົ່ວທຸກເມືອງທຸກບ້ານ ຊົງສັ່ງສອນໃນໂຮງທັມມະເທສນາຂອງເຂົາ ຊົງປະກາດຂ່າວປະເສີດເຣື່ອງພຣະຣາຊອານາຈັກນັ້ນ ແລະຊົງໂຜດຄົນມີພຍາດແລະຄວາມເຈັບໄຂ້ທຸກຢ່າງໃຫ້ດີຫມົດ 36 ແຕ່ເມື່ອພຣະອົງຊົງເຫັນປະຊາຊົນຫລວງຫລາຍກໍຊົງສົງສານເຂົາ ເພາະເຂົາຖືກຮົບກວນແລະອິດອ່ອນໂຮຍແຮງໄປເຫມືອນຝູງແກະທີ່ບໍ່ມີຜູ້ລ້ຽງ 37 ແລ້ວພຣະອົງຊົງກ່າວແກ່ພວກສິດຂອງພຣະອົງວ່າ, “ເຂົ້າທີ່ຈະກ່ຽວນັ້ນກໍຫລາຍແທ້ ແຕ່ຄົນງານມີຫນ້ອຍຢູ່ 38 ເພາະສັນນັ້ນ ພວກທ່ານຈົ່ງອ້ອນວອນຜູ້ເປັນເຈົ້າຂອງນາ ໃຫ້ຈຳຄົນງານມາໃນການກ່ຽວຂອງທ່ານເສັຽ”
ຊົງເອີ້ນເອົາສາວົກສິບສອງຄົນ
1 ເມື່ອພຣະອົງຊົງເອີ້ນສາວົກສິບສອງຄົນມາແລ້ວ ກໍຊົງປະທານໃຫ້ເຂົາມີຣິດອຳນາດເຫນືອຜີຖ່ອຍຮ້າຍ ເພື່ອຂັບໄລ່ມັນອອກໄດ້ ແລະເພື່ອໃຫ້ພຍາດທັງຄວາມເຈັບໄຂ້ທຸກຢ່າງດີໄດ້ 2 ພວກອັຄສາວົກສິບສອງຄົນມີຊື່ດັ່ງນີ້: ຜູ້ທຳອິດຊື່ຊີໂມນທີ່ເອີ້ນວ່າເປໂຕ ກັບອັນເດອານ້ອງຊາຍຂອງຕົນ, ຢາໂກໂບບຸດເຊເບດາຍ ກັບໂຢຮັນນ້ອງຊາຍຂອງຕົນ 3 ຟິລິບ ແລະບາຣະໂທໂລມາຍ, ໂທມາ ແລະມັດທາຍຜູ້ເກັບພາສີ, ຢາໂກໂບບຸດອາລະຟາຍ ແລະທາດາຍ, 4 ຊີໂມນພັກຊາດນິຍົມ ແລະຢູດາອີສະກາຣິອົດຜູ້ທີ່ທໍຣະຍົດຕໍ່ພຣະອົງ
ຊົງໃຊ້ສາວົກສິບສອງຄົນໄປ
5 ພວກສິບສອງຄົນນີ້ພຣະເຢຊູຊົງໃຊ້ໃຫ້ອອກໄປ ແລະຊົງສັ່ງເຂົາວ່າ, “ຢ່າໄດ້ເຂົ້າໄປໃນທາງຂອງພວກຕ່າງຊາດ ແລະຢ່າເຂົ້າໄປໃນເມືອງໃດຂອງຊາວຊາມາເຣັຽ 6 ແຕ່ຈົ່ງໄປຫາຝູງແກະທີ່ເສັຽແລ້ວ ຄືຕະກູນອິສຣາເອນນັ້ນດີກວ່າ 7 ໃນຂນະທີ່ພວກທ່ານໄປ ຈົ່ງປ່າວປະກາດວ່າ “ຣາຊອານາຈັກສວັນມາໃກ້ແລ້ວ” 8 ຄົນເຈັບໄຂ້ຈັ່ງເຮັດໃຫ້ດີ, ຄົນຕາຍແລ້ວຈົ່ງໃຫ້ເປັນຄືນມາ, ຄົນຂີ້ທູດຈົ່ງໃຫ້ດີສະອາດ, ແລະຈົ່ງຂັບໄລ່ຜີຮ້າຍອອກເສັຽ ທ່ານທັງຫລາຍໄດ້ຮັບລ້າໆ ຈົ່ງເຮັດໃຫ້ລ້າໆ 9 ຢ່າເອົາເງິນ, ຫລືຄຳ, ຫລືທອງແດງໃສ່ໄວ້ໃນກະເປົາສາຍຮັດແອວຂອງຕົນໄປ 10 ຢ່າເອົາຖົງໄປໃຊ້ຕາມທາງ, ຫລືເສື້ອສອງໂຕ, ຫລືເກີບ, ຫລືໄມ້ເທົ້າ ເພາະວ່າຄົນງານກໍສົມຄວນຈະໄດ້ຮັບອາຫານກິນ 11 ເມື່ອພວກທ່ານເຂົ້າໄປໃນບ້ານໃດຫລືເມືອງໃດຈົ່ງຖາມເບິ່ງວ່າ ຜູ້ໃດເປັນຜູ້ສົມຄວນ ແລ້ວໃຫ້ໄປອາໄສຢູ່ກັບຜູ້ນັ້ນຈົນກວ່າຈະອອກໄປ 12 ຂນະເມືອຂຶ້ນເຮືອນຈົ່ງຄຳນັບໄທເຮືອນນັ້ນ 13 ຖ້າຄົວເຮືອນນັ້ນສົມຄວນຮັບພອນກໍໃຫ້ ຄວາມສງົບສຸກຂອງທ່ານຢູ່ກັບເຮືອນນັ້ນ ແຕ່ຖ້າຄົວເຮືອນນັ້ນບໍ່ສົມຄວນຮັບພອນກໍໃຫ້ຄວາມສງົບສຸກນັ້ນກັບຄືນມາສູ່ທ່ານອີກ 14 ຖ້າຜູ້ໃດບໍ່ຕ້ອນຮັບພວກທ່ານຫລືບໍ່ຟັງຄຳຂອງທ່ານ ຈົ່ງອອກຈາກເຮືອນນັ້ນຫລືເມືອງນັ້ນ ແລະຈົ່ງສັ່ນຂີ້ຝຸ່ນທີ່ຕິດຕີນຂອງທ່ານອອກເສັຽ 15 ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນວັນພິພາກສາໂທດຂອງເມືອງໂຊໂດມ ແລະເມືອງໂກໂມຣາອາດຈະທົນງ່າຍກວ່າໂທດຂອງເມືອງນັ້ນ
ເຣື່ອງການຕໍ່ສູ້ທີ່ຕ້ອງເກິດຂຶ້ນ
16 “ດັ່ງນີ້ເຮົາໃຊ້ພວກທ່ານໄປເຫມືອນດັ່ງແກະຢູ່ຖ້າມກາງຝູງຫມາໄນ ສັນນັ້ນຈົ່ງສລາດເຫມືອນງູ ແລະອ່ອນສຸພາບເຫມືອນນົກເຂົາ 17 ແຕ່ຈົ່ງລະວັງຄົນທັງຫລາຍ ເພາະເຂົາຈະມອບທ່ານກັບສານສູງ ແລະຈະຂ້ຽນທ່ານໃນໂຮງທັມມະເທສນາຂອງເຂົາ 18 ເຂົາຈະພາພວກທ່ານໄປຫາເຈົ້າເມືອງແລະກະສັດເພາະເຫັນແກ່ເຮົາ ເພື່ອໃຫ້ເປັນພຍານແກ່ເຂົາແລະແກ່ຄົນຕ່າງຊາດເຫມືອນກັນ 19 ແຕ່ເມື່ອເຂົາຈະມອບທ່ານໄວ້ນັ້ນ ຢ່າຄຶດອຸກໃຈວ່າຈະເວົ້າຢ່າງໃດຫລືຈະກ່າວອັນໃດ ເພາະວ່າຄຳທີ່ທ່ານຈະກ່າວນັ້ນ ພຣະເຈົ້າຈະຊົງປະທານໃຫ້ແກ່ທ່ານໃນໂມງນັ້ນ 20 ເພາະບໍ່ແມ່ນພວກທ່ານເອງຈະເປັນຜູ້ກ່າວ ແຕ່ແມ່ນພຣະວິນຍານແຫ່ງພຣະບິດາຂອງພວກທ່ານຊົງເປັນຜູ້ກ່າວໃນທ່ານ 21 ອ້າຍກັບນ້ອງຕ່າງຄົນກໍຈະມອບກັນໄວ້ ພໍ່ຈະມອບລູກ ແລະລູກກໍຈະລຸກຂຶ້ນຕໍ່ສູ້ພໍ່ແມ່ໃຫ້ເຖິງແກ່ຄວາມຕາຍ 22 ຄົນທັງປວງຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ ແຕ່ຜູ້ໃດທີ່ທົນໄດ້ເຖິງທີ່ສຸດຜູ້ນັ້ນຈະໄດ້ລອດພົ້ນ 23 ເມື່ອເຂົາຂົ່ມເຫັງພວກທ່ານໃນເມືອງນຶ່ງ ຈົ່ງຫນີໄປຍັງເມືອງອື່ນ ເພາະເຮົາບອກພວກທ່ານຕາມຄວາມຈິງວ່າ ກ່ອນທີ່ພວກທ່ານຈະໄປທົ່ວເມືອງຕ່າງໆທັງຫມົດໃນປະເທດອີສຣາເອນ ບຸດມະນຸດຈະມາແລ້ວ 24 “ສິດບໍ່ໃຫຍ່ກວ່າຄຣູ ແລະຂ້ອຍໃຊ້ບໍ່ໃຫຍ່ກວ່ານາຍຂອງຕົນ, 25 ຖ້າສິດຈະສເມີຄຣູ ແລະຂ້ອຍໃຊ້ສເມີນາຍຂອງຕົນກໍພໍດີແລ້ວ ຖ້າເຂົາໄດ້ເອີ້ນເຈົ້າເຣືອນວ່າ ເບເອນເຊບູນ ເຂົາກໍຈະເອີ້ນໄທເຮືອນຫລາຍກວ່ານັ້ນອີກຫລາຍເທົ່າໃດຫນໍ
ຜູ້ທີ່ເຮົາຄວນຢ້ານ
26 “ເຫດສັນນັ້ນ ຢ່າຊູ່ຢ້ານເຂົາ ເພາະວ່າບໍ່ມີສິ່ງໃດປົກບັງໄວ້ທີ່ຈະບໍ່ເປິດເຜີຍ ຫລືສິ່ງລັບທີ່ບໍ່ປາກົດໃຫ້ຮູ້ 27 ສິ່ງທີ່ເຮົາກ່າວແກ່ພວກທ່ານໃນທີ່ມືດ ພວກທ່ານຈົ່ງກ່າວໃນທີ່ແຈ້ງ ແລະສິ່ງທີ່ພວກທ່ານໄດ້ຍິນຈາກສຽງຊິມ ຈົ່ງປ່າວປະກາດເທິງຫລັງຄາເຮືອນ 28 ຢ່າຊູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແຕ່ຈະຂ້າຈິດວິນຍານບໍ່ໄດ້ ແຕ່ຈົ່ງຢ້ານພຣະອົງຜູ້ຊົງຣິດທີ່ອາດໃຫ້ທັງຈິດວິນຍານແລະຮ່າງກາຍຈິບຫາຍໃນຫມໍ້ນະຮົກ 29 ນົກຈອກສອງໂຕເຂົາຂາຍລາຄາອັດນຶ່ງບໍ່ແມ່ນຫລື ແຕ່ຖ້າພຣະບິດາຂອງທ່ານບໍ່ຊົງເຫັນຊອບ ນົກນັ້ນແມ່ນແຕ່ໂຕດຽວຈະຕົກລົງດິນກໍບໍ່ໄດ້ 30 ເຖິງຜົມຂອງທ່ານກໍຊົງນັບໄວ້ແລ້ວຫມົດທຸກເສັ້ນ 31 ເຫດສັນນັ້ນຢ່າຊູ່ຢ້ານ ຝ່າຍພວກທ່ານກໍປະເສີດກວ່ານົກຈອກຫລາຍໂຕ
ການຮັບພຣະຄຣິດຕໍ່ຫນ້າມະນຸດ
32 “ດັ່ງນັ້ນທຸກຄົນທີ່ຈະຮັບເຮົາຕໍ່ຫນ້າມະນຸດ ຝ່າຍເຮົາຈະຮັບຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສວັນເຫມືອນກັນ 33 ແຕ່ຜູ້ທີ່ປະຕິເສດເຮົາຕໍ່ຫນ້າມະນຸດ ຝ່າຍເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສວັນເຫມືອນກັນ
ບໍ່ແມ່ນຊົງນຳຄວາມສງົບສຸກແຕ່ໃຊ້ດາບ
34 “ຢ່າຄືດວ່າເຮົາມາເພື່ອຈະນຳຄວາມສງົບສຸກມາສູ່ໂລກ ເຮົາບໍ່ໄດ້ມາເພື່ອນຳຄວາມສງົບສຸກມາໃຫ້ ແຕ່ເຮົາມາເພື່ອຈະໃຫ້ມີດາບ 35 ເພາະເຮົາມາເພື່ອເຮັດໃຫ້ລູກຊາຍບໍ່ຖືກກັນກັບພໍ່, ລູກຍິງບໍ່ຖືກກັນກັບແມ່, ແລະລູກໃພ້ບໍ່ຖືກກັບແມ່ຍ່າຂອງຕົນ 36 ແລະຜູ້ທີ່ຢູ່ຮ່ວມເຮືອນດຽວກັນກໍຈະເປັນສັດຕຣູກັນ 37 ຜູ້ໃດທີ່ຮັກພໍ່ແມ່ຫລາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມກັບເຮົາ ແລະຜູ້ໃດທີ່ຮັກລູກຊາຍຍິງຫລາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມກັບເຮົາ 38 ແລະຜູ້ໃດທີ່ບໍ່ຮັບເອົາໄມ້ກາງແຂນຂອງຕົນຕິດຕາມເຮົາມາ ຜູ້ນັ້ນກໍບໍ່ສົມກັບເຮົາ 39 ຜູ້ທີ່ຈະເອົາຊີວິດຂອງຕົນໄວ້ກໍຕ້ອງເສັຽຊີວິດນັ້ນ ແຕ່ຜູ້ທີ່ຍອມເສັຽຊີວິດຂອງຕົນເພາະເຫັນແກ່ເຮົາ ກໍຈະໄດ້ພົບຊີວິດ
ເຣື່ອງຄ່າບຳເຫນັດ
40 “ຜູ້ທີ່ຮັບຕ້ອນພວກທ່ານກໍຮັບຕ້ອນເຮົາ ຜູ້ທີ່ຮັບຕ້ອນເຮົາກໍຮັບຕ້ອນພຣະອົງຜູ້ຊົງໃຊ້ເຮົາມາ 41 ຜູ້ທີ່ຮັບຕ້ອນຜູ້ປະກາດພຣະທັມເພາະເປັນຜູ້ປະກາດພຣະທັມກໍຈະໄດ້ບຳເຫນັດເຫມືອນຜູ້ປະກາດພຣະທັມ ແລະຜູ້ທີ່ຮັບຕ້ອນຄົນສິນທັມເພາະເປັນຄົນສິນທັມ ກໍຈະໄດ້ບໍາເຫນັດເຫມືອນຄົນສິນທັມ 42 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດຈະເອົານ້ຳເຢັນແຕ່ຈອກດຽວ ໃຫ້ແກ່ຄົນເລັກນ້ອຍຜູ້ນຶ່ງໃນຈຳພວກນີ້ດື່ມເພາະເປັນສິດ ຜູ້ນັ້ນຈະບໍ່ຂາດບຳເຫນັດຂອງຕົນຈັກເທື່ອ”
ລູກສິດຂອງໂຢຮັນມາໄຫວ້ພຣະເຢຊູ
1 ເມື່ອພຣະເຢຊູຊົງສັ່ງພວກສາວົກສິບສອງຄົນຂອງຕົນແລ້ວ ພຣະອົງໄດ້ສະເດັດຈາກທີ່ນັ້ນໄປສັ່ງສອນແລະປ່າວປະກາດໃນເມືອງທັງຫລາຍຂອງເຂົາ 2 ຝ່າຍໂຢຮັນ, ເມື່ອຢູ່ໃນຄຸກ ໄດ້ຍິນຂ່າວກິຈການຂອງພຣະຄຣິດ ກໍໄດ້ໃຊ້ສິດໄປ 3 ທູນຖາມພຣະອົງວ່າ, “ທ່ານເປັນຜູ້ທີ່ຈະມານັ້ນຫລື ຫລືຈະຕ້ອງຄອງຖ້າຜູ້ອື່ນ” 4 ຝ່າຍພຣະເຢຊູຊົງຕອບເຂົາວ່າ, “ຈົ່ງໄປແຈ້ງແກ່ໂຢຮັນຕາມທີ່ທ່ານໄດ້ຍິນແລະໄດ້ເຫັນ 5 ຄືຄົນຕາບອດກໍເຫັນຮຸ່ງ, ຄົນຂາເສັ້ງກໍຍ່າງເປັນປົກກະຕິ, ຄົນຂີ້ທູດກໍດີສະອາດ, ຄົນຫູຫນວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍປະກາດແກ່ຄົນອະນາຖາ 6 ບຸກຄົນໃດບໍ່ສະດຸດສົງສັຍເພາະເຮົາ ຜູ້ນັ້ນກໍເປັນສຸກ” 7 ຄັນສິດເຫລົ່ານັ້ນກຳລັງອອກໄປ ພຣະເຢຊູຊົງຕັ້ງຕົ້ນກ່າວກັບປະຊາຊົນເຖິງເຣື່ອງໂຢຮັນວ່າ, “ທ່ານທັງຫລາຍໄດ້ອອກໄປໃນປ່າເພື່ອເບິ່ງຫຍັງ ໄປເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື 8 ແຕ່ທ່ານທັງຫລາຍອອກໄປເບິ່ງຫຍັງ ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະອຽດອ່ອນນວນຫລື ເບິ່ງແມ໋, ຄົນທີ່ນຸ່ງເຄື່ອງລະອຽດອ່ອນນວນກໍຢູ່ໃນພຣະຣາຊວັງ 9 ແຕ່ພວກທ່ານອອກໄປເບິ່ງຫຍັງ ໄປເບິ່ງຜູ້ປະກາດພຣະທັມຫລື ແມ່ນແລ້ວ, ເຮົາບອກທ່ານທັງຫລາຍວ່າ ທ່ານຜູ້ນັ້ນກໍໃຫຍ່ກວ່າເຮົາຜູ້ປະກາດພຣະທັມອີກ 10 ຄືໂຢຮັນຜູ້ນີ້ແຫລະ, ທີ່ພຣະຄັມພີຂຽນໄວ້ເຖິງວ່າ, “ເບິ່ງແມ໋, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ ຜູ້ຮັບໃຊ້ນັ້ນຈະຈັດແຈງຫົນທາງໄວ້ກ່ອນຫນ້າທ່ານ” 11 ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນບັນດາຜູ້ທີ່ເກິດຈາກແມ່ຍິງ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນບັບຕິສະໂຕ ແຕ່ຜູ້ນ້ອຍທີ່ສຸດໃນຣາຊອານາຈັກສວັນກໍໃຫຍ່ກວ່າໂຢຮັນອີກ 12 ຕັ້ງແຕ່ຄາວໂຢຮັນບັບຕິສະໂຕມາເຖິງທຸກວັນນີ້ ຣາຊອານາຈັກສວັນກໍເປັນທີ່ຍາດຊິງເອົາ ແລ້ວຜູ້ທີ່ມີໃຈຮຸນແຮງກໍເປັນຜູ້ທີ່ຍາດເອົາໄດ້ 13 ເພາະວ່າບັນດາຜູ້ປະກາດພຣະທັມກັບພຣະບັນຍັດໄດ້ທຳນວາຍມາຈົນເຖິງໂຢຮັນນີ້ 14 ຖ້າພວກທ່ານພໍໃຈຮັບເອົາຄຳນີ້ ກໍແມ່ນໂຢຮັນນີ້ແຫລະເປັນເອລິຢາທີ່ຈະມານັ້ນ 15 ຜູ້ໃດມີຫູ ຈົ່ງຟັງເອົາເທີນ 16 “ເຮົາຈະປຽບຄົນສະໄຫມນີ້ຄືກັບອັນໃດ ປຽບເຫມືອນກັບຫມູ່ເດັກນ້ອຍນັ່ງຢູ່ກາງຕລາດຮ້ອງໃສ່ກັນວ່າ, 17 “ຕູໄດ້ເປົ່າປີ່ໃຫ້ສູ ແຕ່ສູບໍ່ໄດ້ຟ້ອນລຳ ຕູໄດ້ຮ້ອງໄຫ້ຮ່ຳໄຮ ແຕ່ສູບໍ່ໄດ້ຕີເອີກຕ້ອນຮັບ” 18 ເພາະວ່າໂຢຮັນໄດ້ມາບໍ່ກິນບໍ່ດື່ມ ແລ້ວເຂົາເວົ້າວ່າ “ມີຜີສິງຢູ່” 19 ຝ່າຍບຸດມະນຸດໄດ້ມາທັງກິນແລະດື່ມ ເຂົາກໍເວົ້າວ່າ “ເບິ່ງແມ໋, ນີ້ເປັນຄົນກິນເກີນສ່ວນແລະມັກເມົາ ເປັນເພື່ອນຂອງຄົນເກັບພາສິແລະຄົນນອກສິນທັມ” ແຕ່ພຣະປັນຍາກໍປາກົດວ່າ ຖືກຕ້ອງແລ້ວດ້ວຍຜົນແຫ່ງພຣະປັນຍານັ້ນ”
ຊົງຕິຕຽນເມືອງຕ່າງໆ
20 ແລ້ວພຣະອົງກໍຊົງຕັ້ງຕົ້ນຕິຕຽນເມືອງຕ່າງໆ ຄືບ່ອນທີ່ພຣະອົງໄດ້ຊົງກະທຳການອິດທີຣິດເປັນສ່ວນຫລາຍນັ້ນ ເພາະເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ 21 “ວິບັດແກ່ເຈົ້າ, ເມືອງໂຄຣາຊິນ ວິບັດແກ່ເຈົ້າ, ເມືອງເບດຊາອີດາເຮິຍ ເພາະຖ້າການອີດທິຣິດທີ່ໄດ້ກະທຳໃນຖ້າມກາງພວກເຈົ້ານັ້ນ ໄດ້ກະທຳໃນເມືອງຕີເຣແລະເມືອງຊີໂດນ ຄົນໃນເມືອງທັງສອງຄົງໄດ້ຖິ້ມໃຈເກົ່າເອົາໃຈໃຫມ່, ນຸ່ງຫົ່ມຜ້າຫຍາບນັ່ງເທິງຂີ້ເຖົ່າແຕ່ດົນນານມາແລ້ວ 22 ແຕ່ເຮົາບອກພວກເຈົ້າວ່າ ໃນວັນພິພາກສາ ໂທດຂອງເມືອງຕີເຣແລະເມືອງຊີໂດນກໍຈະທົນງ່າຍກວ່າໂທດຂອງພວກເຈົ້າ 23 ແລະຝ່າຍເຈົ້າ, ເມືອງກາເປນາອູມເຮີຍ ເຈົ້າຈະຖືກຍົກຂຶ້ນພຽງຟ້າຫລື ແຕ່ເຈົ້າຈະຕ້ອງລົງໄປເຖິງແດນມໍຣະນາ ດ້ວຍວ່າການອິດທີຣິດທີ່ໄດ້ກະທຳໃນຖ້າມກາງເຈົ້ານັ້ນ ຖ້າໄດ້ກະທຳໃນເມືອງໂຊໂດມເມືອງນັ້ນຄົງໄດ້ຕັ້ງຢູ່ຈົນເຖິງທຸກວັນນີ້ 24 ເພາະເຫດນີ້ເຮົາບອກເຈົ້າວ່າໃນວັນພິພາກສາ ໂທດຂອງເມືອງໂຊໂດມຈະທົນງ່າຍກວ່າໂທດຂອງເຈົ້າ”
ຊົງເອີ້ນເອົາບັນດາຜູ້ເມື່ອຍແລະທົນການໜັກ
25 ໃນເວລານັ້ນພຣະເຢຊູໄດ້ກາບທູນວ່າ, “ຂ້າແດ່ພຣະບິດາຜູ້ເປັນເຈົ້າສວັນແລະແຜ່ນດິນໂລກ ຂ້າພຣະອົງສັຣເສິນພຣະອົງ ເພາະພຣະອົງຊົງປົກບັງສິ່ງເຫລົ່ານີ້ໄວ້ຈາກຜູ້ມີປັນຍາແລະຜູ້ສລາດ ແຕ່ໄດ້ຊົງສະແດງໃຫ້ເດັນນ້ອຍຮູ້ 26 ຂ້າແດ່ພຣະບິດາ, ພຣະອົງຊົງເຫັນຊອບດັ່ງນັ້ນ” 27 “ພຣະບິດາຂອງເຮົາໄດ້ຊົງມອບສິ່ງສາຣະພັດໃຫ້ແກ່ເຮົາ ແລະບໍ່ມີຜູ້ໃດຮູ້ຈັກພຣະບຸດນອກຈາກພຣະບິດາ ແລະບໍ່ມີຜູ້ໃດຮູ້ຈັກພຣະບິດານອກຈາກພຣະບຸດ ກັບຜູ້ທີ່ພຣະບຸດປະສົງຈະສະແດງໃຫ້ຮູ້ 28 “ບັນດາຜູ້ທີ່ເຮັກການຫນັກຫນ່ວງແລະແບກພາຣະຫນັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ພວກທ່ານໄດ້ຮັບຄວາມເຊົາເມື່ອຍ 29 ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບແລະຖ່ອມລົງ ແລ້ວຈິດໃຈຂອງທ່ານຈະໄດ້ພົບຄວາມເຊົາເມື່ອຍ 30 ດ້ວຍວ່າແອກຂອງເຮົາກໍພໍເຫມາະ ແລະພາຣະຂອງເຮົາກໍເບົາ”
ບັນຫາເຣື່ອງວັນສະບາໂຕ
1 ໃນເວລານັ້ນພຣະເຢຊູໄດ້ສະເດັດຜ່ານທົ່ງນາໄປໃນວັນສະບາໂຕ ສ່ວນພວກສິດຂອງພຣະອົງກໍຫິວເຂົ້າ ຈຶ່ງຕັ້ງຕົ້ນເດັດເອົາຮວງເຂົ້າມາເກັດກິນ 2 ເມື່ອພວກຟາຣີຊາຍເຫັນດັ່ງນັ້ນຈຶ່ງທູນພຣະອົງວ່າ, “ເບິ່ງແມ໋, ພວກສິດຂອງທ່ານເຮັດຜິດຕໍ່ກົດຂອງວັນສະບາໂຕ” 3 ພຣະອົງຊົງກ່າວແກ່ເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານຫລື ຊຶ່ງດາວິດໄດ້ເຮັດເມື່ອທ່ານແລະພັກພວກອຶດຫິວນັ້ນ 4 ຄືດາວິດໄດ້ເຂົາໄປໃນທີ່ສະຖິດຂອງພຣະເຈົ້າ ຮັບປະທານເຂົ້າຈີ່ທີ່ຕັ້ງຖວາຍຕໍ່ພຣະພັກ ຊຶ່ງທ່ານແລະພັກພວກບໍ່ມີສິດຈະຮັບປະທານ ຄວນແຕ່ປະໂຣຫິດພວກດຽວ 5 ພວກທ່ານບໍ່ໄດ້ອ່ານໃນພຣະບັນຍັດຫລືທີ່ວ່າ ທຸກວັນສະບາໂຕພວກປະໂຣຫິດເຄີຍລະເມີດຕໍ່ກົດວັນສະບາໂຕ ແຕ່ບໍ່ມີຄວາມຜິດ 6 ເຮົາບອກພວກທ່ານວ່າ ຢູ່ທີ່ນີ້ມີສິ່ງນຶ່ງໃຫຍ່ກວ່າພຣະວິຫານອີກ 7 ຖ້າພວກທ່ານໄດ້ເຂົ້າໃຈຄວາມຫມາຍຂອງພຣະຄັມພີທີ່ວ່າ “ເຮົາປະສົງຄວາມເມດຕາ ບໍ່ປະສົງເຄື່ອງບູຊາ” ທ່ານກໍຄົງຈະບໍ່ກ່າວໂທດໃສ່ຄົນທີ່ບໍ່ມີຄວາມຜິດ 8 ເພາະວ່າບຸດມະນຸດເປັນເຈົ້າຂອງວັນສະບາໂຕ”
ຊົງໂຜດຄົນມືລີບ
9 ແລ້ວພຣະອົງໄດ້ສະເດັດອອກຈາກທີ່ນັ້ນເຂົ້າໄປໃນໂຮງທັມມະເທສນາຂອງເຂົາ 10 ເບິ່ງແມ໋, ຢູ່ທີ່ນັ້ນມີຄົນມືລີບເບື້ອງນຶ່ງ ເຂົາຈຶ່ງທູນພຣະອົງວ່າ, “ຄວນຫລືຈະເຮັດໃຫ້ດີພຍາດໃນວັນສະບາໂຕ” ເພື່ອເຂົາຈະຟ້ອງພຣະອົງໄດ້ 11 ພຣະອົງຊົງຕອບເຂົາວ່າ, “ມີຜູ້ໃດໃນພວກທ່ານ ຖ້າມີແກະໂຕດຽວແລະແກະໂຕນັ້ນຕົກຂຸມໃນວັນສະບາໂຕ ຜູ້ນັ້ນຈະບໍ່ດຶງມັນຂຶ້ນຫລື 12 ມະນຸດຄົນນຶ່ງປະເສີດກວ່າໂຕແກະຫລາຍເທົ່າໃດຫນໍ ດ້ວຍເຫດນັ້ນຈຶ່ງອະນຸຍາດໃຫ້ເຮັດການດີໃນວັນສະບາໂຕ” 13 ແລ້ວພຣະອົງຊົງບອກຄົນມືລີບວ່າ, “ເຈົ້າຈົ່ງຢຽດມືອອກ” ຄົນນັ້ນກໍຢຽດອອກ ແລ້ວມືນັ້ນກໍດີປົກກະຕິເຫມືອນມືອີກເບື້ອງນຶ່ງ 14 ຝ່າຍພວກຟາຣີຊາຍຈຶ່ງອອກໄປປຶກສາກັນເຖິງເຣື່ອງພຣະອົງວ່າ ຈະເຮັດຢ່າງໃດຈຶ່ງຈະຂ້າພຣະອົງໄດ້
ຜູ້ຮັບໃຊ້ທີ່ຖືກຊົງເລືອກໄວ້
15 ແຕ່ພຣະເຢຊູຊົງຊາບ ຈຶ່ງສະເດັດອອກໄປຈາກທີ່ນັ້ນ ແລະປະຊາຊົນຫລວງຫລາຍກໍຕິດຕາມພຣະອົງໄປ ພຣະອົງກໍຊົງໂຜດໃຫ້ເຂົາດີພຍາດທຸກຄົນ 16 ແລ້ວພຣະອົງຊົງສັ່ງຫ້າມຢ່າງເດັດຂາດບໍ່ໃຫ້ເປິດເຜີຍພຣະນາມຂອງພຣະອົງ 17 ທັງນີ້ເພື່ອຈະໃຫ້ສຳເຣັດຕາມຄຳທີ່ເອຊາຢາຜູ້ປະກາດພຣະທັມໄດ້ກ່າວໄວ້ວ່າ, 18 “ເບິ່ງແມ໋, ຜູ້ຮັບໃຊ້ຂອງເຮົາທີ່ເຮົາໄດ້ເລືອກໄວ້ ຜູ້ເປັນທີ່ຮັກແລະຊອບໃຈຂອງເຮົາ ເຮົາຈະເອົາວິນຍານຂອງເຮົາສວມໃສ່ໄວ້ເທິງທ່ານ ເພື່ອຈະປະກາດຄວາມຍຸດຕິທັມແກ່ບັນດາປະຊາຊາດ 19 ທ່ານຈະບໍ່ກໍ່ການວິວາດຜິດຖຽງແລະບໍ່ຮ້ອງສຽງດັງ ບໍ່ມີໃຜຈະໄດ້ຍິນສຳນຽງສຽງຂອງທ່ານຕາມຖນົນ 20 ໄມ້ອໍ້ບວບແລ້ວທ່ານຈະບໍ່ຫັກ ໃສ້ຕະກຽງເປັນຄວັນຈວນຈະມອດ ທ່ານຈະບໍ່ມອດ ຈົນກວ່າທ່ານຈະໄດ້ນຳຄວາມຍຸດຕິທັມໃຫ້ມີຊັຍ ຊະນະ 21 ແລະບັນດາປະຊາຊາດຈະຝາກຄວາມຫວັງໄວ້ກັບນາມຂອງທ່ານ”
ພຣະເຢຊູກັບເບເອນເຊບູນ
22 ເມື່ອນັ້ນເຂົາໄດ້ພາຄົນຜູ້ນຶ່ງທີ່ມີຜີຮ້າຍເຂົ້າສິງຢູ່ ທັງຕາບອດແລະປາກກືກມາຫາພຣະອົງ ພຣະອົງຊົງໃຫ້ດີປົກກະຕິ ຄົນນັ້ນຈຶ່ງປາກໄດ້ເຫັນໄດ້ 23 ແລະປະຊາຊົນກໍອັດສະຈັນໃຈຖາມກັນວ່າ, “ຄົນນີ້ເປັນບຸດກະສັດດາວິດບໍ່ແມ່ນຫລື” 24 ແຕ່ພວກຟາຣິຊາຍ ເມື່ອໄດ້ຍິນດັ່ງນັ້ນກໍເວົ້າວ່າ, “ຜູ້ນີ້ຂັບໄລ່ຜິອອກໄດ້ໂດຍໃຊ້ອຳນາດເບເອນເຊບູນຄືນາຍຜີນັ້ນ” 25 ຝ່າຍພຣະເຢຊູຊົງຊາບຄວາມຄຶດຂອງເຂົາຈຶ່ງຊົງກ່າວແກ່ເຂົາວ່າ, “ອານາຈັກໃດໆ ທີ່ແຕກຈາກກັນແລ້ວກໍຄົງຈິບຫາຍ ເມືອງໃດຫລື ເຮືອນໃດໆ ທີ່ແຕກຈາກກັນແລ້ວຈະຕັ້ງຫມັ້ນຢູ່ບໍ່ໄດ້ 26 ແລະຖ້າຊາຕານຂັບໄລ່ຊາຕານອອກ ມັນກໍແຕກແຍກກັນໃນຕົວມັນເອງ ແລ້ວອານາຈັກຂອງມັນຈະຕັ້ງຫມັ້ນໄດ້ຢ່າງໃດ 27 ແລະຖ້າເຮົາຂັບໄລ່ຜີອອກດ້ວຍອຳນາດເບເອນເຊບູນ ພວກລູກຫລານຂອງທ່ານທັງຫລາຍເຄິຍຂັບມັນອອກດ້ວຍອຳນາດຂອງຜູ້ໃດ ດ້ວຍເຫດນີ້ແຫລະ, ເຂົາຈະເປັນຜູ້ຕັດສິນພວກທ່ານ 28 ແຕ່ຖ້າເຮົາຂັບໄລ່ຜີອອກດ້ວຍພຣະວິນຍານຂອງພຣະເຈົ້າ ດັ່ງນັ້ນຣາຊອານາຈັກຂອງພຣະເຈົ້າກໍມາເຖິງພວກທ່ານແລ້ວ 29 ຫລືໃຜຈະເຂົ້າໄປໃນເຮືອນຂອງຄົນແຂງແຮງ ແລະຈະປຸ້ນເອົາຊັບຂອງເຂົາໄດ້ຢ່າງໃດ ເວັ້ນໄວ້ແຕ່ຈະມັດຄົນແຂງແຮງນັ້ນໄວ້ເສັຽກ່ອນ ແລ້ວຈຶ່ງຈະປຸ້ນເອົາຊັບໃນເຮືອນຂອງເຂົາໄດ້ 30 ຜູ້ໃດບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ກັບເຮົາ ແລະຜູ້ໃດບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດແຕກກະຈາຍໄປ 31 ດ້ວຍເຫດນີ້ເຮົາບອກພວກທ່ານວ່າຄວາມຜິດບາບແລະຄວາມຫມິ່ນປມາດທຸກຢ່າງຈະຊົງໂຜດອະພັຍໃຫ້ມະນຸດໄດ້ ແຕ່ຄຳຫມິ່ນປມາດພຣະວິນຍານຈະຊົງໂຜດອະພັຍໃຫ້ບໍ່ໄດ້ 32 ຜູ້ໃດທີ່ເວົ້າຄຳຂັດຂວາງຕໍ່ບຸດມະນຸດ ກໍຈະຊົງໂຜດໃຫ້ອະພັຍແກ່ຜູ້ນັ້ນໄດ້ ແຕ່ຜູ້ໃດທີ່ເວົ້າຄຳຂັດຂວາງຕໍ່ພຣະວິນຍານບໍຣິສຸດ ກໍຈະຊົງໂຜດອະພັຍໃຫ້ແກ່ຜູ້ນັ້ນບໍ່ໄດ້ ທັງໃນໂລກນີ້ແລະໃນໂລກຫນ້າ
ຕົ້ນໄມ້ກັບຜົນມັນ
33 “ຕ້ອງມີຕົ້ນໄມ້ດີ ຫມາກມັນຈຶ່ງດີ ຖ້າຕົ້ນໄມ້ບໍ່ດີ ຫມາກນມັນບໍ່ດີ ເພາະວ່າຈະໄດ້ຮູ້ຈັກຕົ້ນໄມ້ດ້ວຍຫມາກຂອງມັນ 34 ໂອ ຊາດງູຮ້າຍເອີຍ, ພວກຜູ້ຊົ່ວແລ້ວ ຈະເວົ້າຄວາມດີໄດ້ຢ່າງໃດ ດ້ວຍວ່າໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າຕາມສິ່ງນັ້ນ 35 ຄົນດີກໍເອົາຂອງດີອອກມາຈາກຄັງແຫ່ງຄວາມດີຂອງຕົນ ຄົນຊົ່ວກໍເອົາຂອງຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ 36 ເຮົາບອກພວກທ່ານວ່າ ຖ້ອຍຄຳເປົ່າໆ ທຸກຄຳທີ່ມະນຸດເວົ້າ ເຂົາຈະຕ້ອງໃຫ້ການເພາະຄຳນັ້ນໃນວັນພິພາກສາ 37 ດ້ວຍເຫດວ່າທີ່ທ່ານຈະພົ້ນໂທດໄດ້ຫລືຈະຕ້ອງຖືກໂທດນັ້ນ ກໍເພາະດ້ວຍຖ້ອຍຄຳຂອງຕົນ”
ຄົນຊາດຊົ່ວຢາກເຫັນຫມາຍສຳຄັນ
38 ຄາວນັ້ນມີບາງຄົນໃນພວກນັກທັມແລະພວກຟາຣິຊາຍມາທູນພຣະອົງວ່າ, “ອາຈານເອີຍ, ພວກຂ້າພຣະອົງຢາກເຫັນຫມາຍສຳຄັນຈາກທ່ານ” 39 ພຣະອົງຊົງຕອບເຂົາວ່າ, “ຄົນສະໄຫມຊົ່ວແລະຄຶດທໍຣະຍົດຕໍ່ພຣະເຈົ້າສແວງຫາຫມາຍສຳຄັນ ແລະຈະບໍ່ຊົງໂຜດຫມາຍສຳຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳຄັນເຣື່ອງໂຢນາຜູ້ປະກາດພຣະທັມ 40 ດ້ວຍວ່າໂຢນາໄດ້ຢູ່ໃນທ້ອງປາໃຫຍ່ສາມວັນສາມຄືນສັນໃດ ບຸດມະນຸດຈະຢູ່ໃນທ້ອງແຜ່ນດິນສາມວັນສາມຄືນສັນນັ້ນ 41 ໄທເມືອງນິນາເວຈະຢືນຂຶ້ນໃນວັນພິພາກສາ ພ້ອມກັບຄົນສະໄຫມນີ້ກ່າວໂທດໃສ່ເຂົາ ດ້ວຍວ່າໄທເມືອງນິນາເວໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ເພາະຄຳປະກາດຂອງໂຢນາ ແລະເບິ່ງແມ໋, ຊຶ່ງໃຫຍ່ກວ່າໂຢນາກໍມີຢູ່ທີ່ນີ້ 42 ນາງກະສັດຝ່າຍທິດໃຕ້ຈະລຸກຂຶ້ນໃນວັນພິພາກສາພ້ອມກັບຄົນສະໄຫມນີ້ກ່າວໂທດໃສ່ເຂົາ ເພາະພຣະນາງໄດ້ສະເດັດມາແຕ່ທີ່ສຸດໂລກ ເພື່ອຈະຊົງຟັງພຣະສະຕິປັນຍາຂອງກະສັດໂຊໂລໂມນ ແລະເບິ່ງແມ໋, ຊຶ່ງໃຫຍ່ກວ່າກະສັດໂຊໂລໂມນກໍມີຢູ່ທີ່ນີ້
ຜີຮ້າຍກັບຄືນເຮືອນເກົ່າ
43 “ເມື່ອຜີຖ່ອຍຮ້າຍອອກມາຈາກຜູ້ໃດແລ້ວ ມັນກໍທຽວໄປໃນບ່ອນກັນດານເພື່ອສແວງຫາບ່ອນເຊົາເມື່ອຍ ແຕ່ມັນບໍ່ພົບ 44 ແລ້ວມັນເວົ້າວ່າ, “ເຮົາຈະຕ່າວຄືນໄປຍັງເຮືອນຂອງເຮົາທີ່ເຮົາໄດ້ອອກມານັ້ນ” ແລະເມື່ອມັນມາເຖິງກໍເຫັນວ່າເຮືອນນັ້ນເປົ່າຫວ່າງກວາດດີແລະຕົກແຕ່ງໄວ້ແລ້ວ 45 ເມື່ອນັ້ນມັນຈຶ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລ້ວກໍເຂົ້າໄປອາໄສຢູ່ທີ່ນັ້ນ ແລະສະພາບບັ້ນປາຍຂອງຄົນນັ້ນກໍຮ້າຍກວ່າບັ້ນຕົ້ນ ຄົນສະໄຫມຊົ່ວນີ້ກໍຈະເປັນຢ່າງນັ້ນແຫລະ”
ມານດາແລະພວກນ້ອງຂອງພຣະເຢຊູ
46 ຂນະທີ່ພຣະອົງກຳລັງຊົງກ່າວກັບປະຊາຊົນຢູ່ນັ້ນ ເບິ່ງແມ໋, ມານດາກັບພວກນ້ອງຊາຍຂອງພຣະອົງກໍຢືນຢູ່ຂ້າງນອກ ຫາໂອກາດຈະເວົ້າ ກັບພຣະອົງ 47 ມີຄົນນຶ່ງທູນພຣະອົງວ່າ, ເບິ່ງແມ໋, ມານດາກັບພວກນ້ອງຊາຍຂອງທ່ານຢືນຢູ່ຂ້າງນອກ ຫາໂອກາດຈະເວົ້າກັບທ່ານ” 48 ແຕ່ພຣະອົງຊົງກ່າວກັບຜູ້ທີ່ມາທູນນັ້ນວ່າ, “ໃຜເປັນມານດາແລະໃຜເປັນນ້ອງຊາຍຂອງເຮົາ” 49 ແລ້ວພຣະອົງຊົງຊິ້ໄປທາງພວກສິດຂອງຕົນ ແລະຊົງກ່າວວ່າ, ນີ້ແຫລະ, ຄືມານດາແລະນ້ອງຊາຍຂອງເຮົາ 50 ດ້ວຍວ່າຜູ້ໃດຈະເຮັດຕາມນ້ຳພຣະທັຍພຣະບິດາຂອງເຮົາຜູ້ຊົງສະຖິດໃນສວັນ ຜູ້ນັ້ນແຫລະ, ເປັນນ້ອງຊາຍ, ເປັນນ້ອງສາວ, ແລະເປັນມານດາຂອງເຮົາ”
ຄຳອຸປມາເຣື່ອງຜູ້ຫວ່ານ
1 ໃນວັນນັ້ນພຣະເຢຊູໄດ້ສະເດັດອອກຈາກເຮືອນໄປປະທັບຢູ່ແຄມຝັ່ງທະເລ 2 ມີຄົນຫລວງຫລາຍພາກັນມາຫາພຣະອົງ ເພາະເຫດນັ້ນພຣະອົງຈຶ່ງສະເດັດເຂົ້າປະທັບຢູ່ໃນເຮືອ ແລະຝູງຄົນເຫລົ່ານັ້ນກໍຢືນຢູ່ແຄມຝັ່ງ 3 ແລ້ວພຣະອົງຊົງກ່າວກັບເຂົາຫລາຍປະການເປັນຄໍາອຸປມາວ່າ, “ເບິ່ງແມ໋, ມີຄົນນຶ່ງອອກໄປຫວ່ານພືດ 4 ເມື່ອກຳລັງຫວ່ານຢູ່ນັ້ນລາງເມັດກໍຕົກຕາມທາງ ແລ້ວນົກກໍມາກິນເສັຽ 5 ລາງເມັດກໍຕົກໃສ່ບ່ອນຫີນຫລາຍດິນຫນ້ອຍ ຈຶ່ງງອກຂຶ້ນໂລດເພາະດິນບໍ່ເລິກ 6 ແຕ່ເມື່ອຕາເວັນອອກມາກໍແຫ້ມ ຈຶ່ງຫ່ຽວແຫ້ງໄປເພາະບໍ່ມີຮາກ 7 ລາງເມັດກໍຕົກກາງພຸ່ມຫນາມ ຫນາມກໍປົ່ງຂຶ້ນຫຸ້ມຮັດເສັຽ 8 ລາງເມັດກໍຕົກໃສ່ດິນດີແລ້ວກໍເກີດຜົນ ເມັດນຶ່ງຮ້ອຍຕໍ່, ເມັດນຶ່ງຫົກສິບຕໍ່, ເມັດນຶ່ງສາມສິບຕໍ່ 9 ຜູ້ໃດມີຫູ ຈົ່ງຟັງເອົາ
ຈຸດມຸ່ງຫມາຍຂອງຄຳອຸປມາ
10 ຝ່າຍພວກສາວົກຈຶ່ງມາທູນພຣະອົງວ່າ, “ເຫດສັນໃດທ່ານຈຶ່ງກ່າວກັບເຂົາເປັນຄຳອຸປມາ” 11 ພຣະອົງຊົງຕອບເຂົາວ່າ, “ຂໍ້ຄວາມເລິກລັບເຣື່ອງຣາຊອານາຈັກສວັນຊົງໂຜດໃຫ້ທ່ານທັງຫລາຍຮູ້ໄດ້ ແຕ່ຄົນເຫລົ່ານັ້ນບໍ່ຊົງໂຜດໃຫ້ຮູ້ 12 ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ້ມເຕີມໃຫ້ແກ່ຜູ້ນັ້ນອີກ ແລະຜູ້ນັ້ນຈະມີບໍຣິບູນ ແຕ່ຜູ້ທີ່ບໍ່ມີນັ້ນ ເຖິງແມ່ນສິ່ງທີ່ຕົນມີຢູ່ ກໍຈະຊົງຍົກເອົາໄປຈາກຜູ້ນັ້ນເສັຽ 13 ດ້ວຍເຫດນີ້ແຫລະ, ເຮົາຈຶ່ງກ່າວແກ່ເຂົາເປັນຄຳອຸປມາເພາະເມື່ອເຂົາເບິ່ງກໍບໍ່ໄດ້ເຫັນ, ເມື່ອເຂົາຟັງກໍບໍ່ໄດ້ຍິນ, ແລະບໍ່ເຂົ້າໃຈ 14 ຄຳທຳນວາຍຂອງເອຊາຢາກໍຖືກຕ້ອງກັບເຂົາ ຄືຄຳທີ່ວ່າ, “ເຈົ້າທັງຫລາຍຈະໄດ້ຍິນແທ້ ແຕ່ຈະບໍ່ເຂົ້າໃຈຈັກເທື່ອ ຈະໄດ້ເຫັນແທ້ ແຕ່ຈະບໍ່ໄດ້ສັງເກດຈັກເທື່ອ 15 ດ້ວຍວ່າໃຈຂອງພົລເມືອງນີ້ກໍປຶກຫນາ, ຫູກໍຫນັກ, ຕາຂອງເຂົາກໍຫລັບເສັຽ ຢ້ານວ່າເຂົາຈະສັງເກດດ້ວຍຕາ ແລະຈະໄດ້ຍິນດ້ວຍຫູ ແລະຈະຮູ້ດ້ວຍໃຈ ແລ້ວຈະຕ່າວກັບມາ ແລະເຮົາຈະເຮັດໃຫ້ເຂົາດີ” 16 ແຕ່ຕາຂອງພວກທ່ານກໍເປັນສຸກເພາະໄດ້ເຫັນ ແລະຫູຂອງພວກທ່ານກໍເປັນສຸກເພາະໄດ້ຍິນ 17 ເຮົາບອກພວກທ່ານຕາມຄວາມຈິງວ່າ ຜູ້ປະກາດພຣະທັມ ແລະຜູ້ມີສິນທັມຫລາຍຄົນ ໄດ້ປາຖນາເຫັນຊຶ່ງພວກທ່ານເຫັນຢູ່ນີ້ ແຕ່ເຂົາບໍ່ໄດ້ເຫັນ ເຂົາປາຖນາຢາກໄດ້ຍິນຊຶ່ງພວກທ່ານໄດ້ຍິນ ແຕ່ບໍ່ໄດ້ຍິນ
ຊົງອະທິບາຍເຣື່ອງຄຳອຸປມາເຣື່ອງຜູ້ຫວ່ານ
18 “ເຫດສັນນັ້ນທ່ານທັງຫລາຍ ຈົ່ງຟັງຄຳອຸປມາເຣື່ອງຜູ້ຫວ່ານພືດນັ້ນ 19 ເມື່ອຜູ້ໃດໄດ້ຍິນພຣະທັມເຣື່ອງຣາຊອານາຈັກນັ້ນ ແຕ່ບໍ່ເຂົ້າໃຈ ມານຮ້າຍມາຍາດເອົາເມັດທີ່ຫວ່ານໃນໃຈຄົນນັ້ນໄປເສັຽ ນັ້ນແຫລະ, ໄດ້ແກ່ເມັດທີ່ຫວ່ານລົງຕາມທາງ 20 ແລະເມັດທີ່ຫວ່ານຕົກໃນບ່ອນມີຫີນຫລາຍນັ້ນ ໄດ້ແກ່ບຸກຄົນທີ່ໄດ້ຍິນພຣະທັມ ແລ້ວກໍຮັບເອົາທັນທີດ້ວຍຄວາມຍິນດີ 21 ແຕ່ບໍ່ມີຮາກໃນຕົວເອງຈຶ່ງທົນຢູ່ຊົ່ວຄາວ ແລະເມື່ອເກິດຄວາມຍາກລຳບາກ ຫລືການຂົ່ມເຫັງເພາະພຣະທັມນັ້ນ ຕົນກໍທໍ້ຖອຍໃຈເສັຽທັນທີ 22 ແລະເມັດທີ່ຫວ່ານຕົກກາງພຸ່ມຫນາມ ໄດ້ແກ່ບຸກຄົນທີ່ໄດ້ຍິນພຣະທັມ ແລ້ວຄວາມກັງວົນຕາມທຳມະດາໂລກ ແລະຄວາມຫລອກຫລວງແຫ່ງຊັບສົມບັດ ກໍຫຸ້ມຮັດພຣະທັມນັ້ນເສັຽຈຶ່ງບໍ່ເກີດຜົນ 23 ສ່ວນເມັດທີ່ຫວ່ານຕົກລົງໃນດິນດີນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມ ແລະເຂົ້າໃຈ ຜູ້ນັ້ນກໍເກີດຜົນໄດ້ຮ້ອຍຕໍ່ແດ່,ຫົກສິບຕໍ່ແດ່, ແລະສາມສິບຕໍ່ແດ່”
ຄຳອຸປມາເຣື່ອງເຂົ້ານົກປົນເຂົ້າດີ
24 ພຣະອົງຊົງກ່າວຄຳອຸປມາອີກເຣື່ອງນຶ່ງໃຫ້ເຂົາທັງຫລາຍຟັງວ່າ, “ຣາຊອານາຈັກສວັນປຽບເຫມືອນຄົນຜູ້ນຶ່ງທີ່ຫວ່ານພືດເມັດດີໃນນາຂອງຕົນ 25 ແຕ່ເມື່ອຄົນທັງຫລາຍກຳລັງນອນຫລັບຢູ່ ສັດຕຣູຂອງຜູ້ນັ້ນມາຫວ່ານເຂົ້ານົກໃສ່ ຖ້າມກາງເຂົ້າດີ ແລ້ວກໍຫນີໄປ 26 ຄັນເຂົ້າດີນັ້ນງອກຂຶ້ນເປັນຮວງແລ້ວ ເຂົ້ານົກກໍປາກົດຂຶ້ນເຫມືອນກັນ 27 ພວກຂ້ອຍໃຊ້ຂອງເຈົ້າເຣືອນມາແຈ້ງຄວາມແກ່ນາຍວ່າ, “ນາຍເອີຍ, ທ່ານໄດ້ຫວ່ານເຂົ້າດີໃນນາຂອງທ່ານບໍ່ແມ່ນຫລື ແລ້ວເຂົ້ານົກມາແຕ່ໃສ” 28 ຝ່າຍນາຍກໍຕອບວ່າ, “ນີ້ແມ່ນການເຮັດຂອງສັດຕຣູ” ພວກຂ້ອຍໃຊ້ຈຶ່ງຖາມນາຍວ່າ, “ຖ້າຢ່າງນັ້ນນາຍຢາກໃຫ້ຫມູ່ຂ້ານ້ອຍໄປເກັບເຂົ້ານົກນັ້ນຫລື” 29 ນາຍຈຶ່ງຕອບວ່າ, “ຢ່າຊູ່ໄປ ເພາະເມື່ອພວກເຈົ້າຫລົກເຂົ້ານົກນັ້ນຢ້ານຈະຫລົກເຂົ້າດີດ້ວຍ 30 ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນດ້ວຍກັນຈົນເຖິງຣະດູກ່ຽວ ແລະໃນເວລາດຽວນັ້ນເຮົາຈະສັ່ງພວກກ່ຽວວ່າ: ຈົ່ງເກັບເຂົ້ານົກກ່ອນ, ມັດເປັນຟ່ອນເຜົາໄຟເສັຽ ສ່ວນເຂົ້າດີນັ້ນຈົ່ງໂຮມໄວ້ໃນເລົ້າຂອງເຮົາ”
ຄຳອຸປມາເຣື່ອງເມັດຜັກກາດ
31 ພຣະອົງຍັງຊົງກ່າວຄຳອຸປມາອີກເຣື່ອງນຶ່ງໃຫ້ເຂົາຟັງວ່າ, “ຣາຊອານາຈັກສວັນປຽບເຫມືອນແກ່ນຜັກກາດເມັດນຶ່ງ ທີ່ຄົນຜູ້ນຶ່ງເອົາໄປຫວ່ານໃນສວນຂອງຕົນ 32 ເມັດນັ້ນນ້ອຍກວ່າເມັດທັງປວງ ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກອື່ນ ແລະກາຍເປັນຕົ້ນໄມ້ຈົນກວ່ານົກປ່າໄດ້ມາເຮັດຄອນອາໄສຢູ່ຕາມກິ່ງກ້ານມັນ”
ຄຳອຸປມາເຣື່ອງເຊື້ອແປ້ງ
33 ພຣະອົງຊົງກ່າວຄຳອຸປມາອີກເຣື່ອງນຶ່ງໃຫ້ເຂົາຟັງວ່າ, “ຣາຊອານາຈັກສວັນປຽບເຫມືອນເຊື້ອແປ້ງ ທີ່ຜູ້ຍິງຄົນນຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ”
ການທີ່ພຣະເຢຊູຊົງໃຊ້ຄຳອຸປມາ
34 ຂໍ້ຄວາມເຫລົ່ານີ້ພຣະເຢຊູຊົງກ່າວແກ່ປວງຊົນເປັນຄຳອຸປມາທັງຫມົດ ແລະນອກຈາກຄຳອຸປມາພຣະອົງບໍ່ໄດ້ຊົງກ່າວກັບເຂົາຈັກປະການ 35 ທັງນີ້ເພື່ອຈະໃຫ້ສຳເຣັດຕາມທີ່ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທັມວ່າ, “ເຮົາຈະອ້າປາກເປັນຄຳອຸປມາ ເຮົາຈະບອກຂໍ້ຄວາມທີ່ປົກອຳໄວ້ ຕັ້ງແຕ່ແຣກສ້າງໂລກ”
ຊົງອະທິບາຍຄຳອຸປມາເຣື່ອງເຂົ້ານົກ
36 ແລ້ວພຣະເຢຊູໄດ້ສະເດັດໄປຈາກຄົນເຫລົ່ານັ້ນເຂົ້າໄປໃນເຮືອນ ພວກສາວົກມາເຝົ້າພຣະອົງທູນວ່າ, “ຂໍທ່ານໂຜດອະທິບາຍໃຫ້ພວກຂ້າພຣະອົງເຂົ້າໃຈຄຳອຸປມາເຣື່ອງເຂົ້ານົກໃນນານັ້ນແດ່” 37 ພຣະອົງຊົງຕອບເຂົາວ່າ, “ຜູ້ຫວ່ານເມັດດີນັ້ນຄືບຸດມະນຸດ 38 ແລະນານັ້ນຄືແຜ່ນດິນໂລກ ສ່ວນເມັດດີນັ້ນໄດ້ແກ່ພົລເມືອງແຫ່ງຣາຊອານາຈັກ ແຕ່ເຂົ້ານົກໄດ້ແກ່ ພົລເມືອງຂອງມານຮ້າຍ 39 ສັດຕຣູຜູ້ຫວ່ານເຂົ້ານົກຄືພຍາມານ ຣະດູກ່ຽວໄດ້ແກ່ຄາວສຸດໂລກ ແລະຜູ້ກ່ຽວນັ້ນຄືພວກເທວະດາ 40 ເຫດສັນນັ້ນເຂົາເກັບເຂົ້ານົກເຜົາໄຟເສັຽຢ່າງໃດ ຄາວສຸດໂລກກໍຈະເປັນຢ່າງນັ້ນ 41 ບຸດມະນຸດຈະໃຊ້ພວກເທວະດາຂອງທ່ານອອກໄປ ເຂົາຈະເກັບກວາດທຸກສິ່ງທີ່ເຮັດໃຫ້ຫລົງຜິດ ກັບບັນດາຜູ້ທີ່ເຮັດຊົ່ວອອກໄປຈາກຣາຊແຜ່ນດິນຂອງທ່ານ 42 ແລ້ວຈະເອົາໄປຖິ້ມໃສ່ເຕົາໄຟຮ້ອນກ້າ ທີ່ນັ້ນຈະມີການຮ້ອງໄຫ້ກັດແຂ້ວຄ້ຽວຟັນ 43 ຄາວນັ້ນພວກສິນທັມຈະຮຸ່ງເຮືອງໃນຣາຊແຜ່ນດິນພຣະບິດາຂອງເຂົາ ເຫມືອນດັ່ງດວງອາທິດ ຜູ້ໃດມີຫູ ຈົ່ງຟັງເອົາ
ຄຳອຸປມາເຣື່ອງຊັບທີ່ເຊື່ອງໄວ້
44 “ຣາຊອານາຈັກສວັນປຽບເຫມືອນຊັບທີ່ເຊື່ອງໄວ້ໃນທົ່ງນາ ຊຶ່ງມີຜູ້ນຶ່ງໄດ້ພົບແລ້ວຈຶ່ງເຊື່ອງໄວ້ອີກ ແລະເພາະຄວາມຍິນດີຈຶ່ງໄປຂາຍສິ່ງທັງປວງທີ່ຕົນມີຢູ່ແລ້ວໄປຊື້ນານັ້ນ”
ຄຳອຸປມາເຣື່ອງໄຂ່ມຸກທີ່ມີຄ່າແພງ
45 “ອີກປະການນຶ່ງຣາຊອານາຈັກສວັນປຽບເຫມືອນພໍ່ຄ້າຜູ້ນຶ່ງທີ່ຊອກຫາໄຂ່ມຸກຢ່າງດີ 46 ເມື່ອໄດ້ພົບໄຂ່ມຸກເມັດນຶ່ງທີ່ມີຄ່າຫລາຍ ກໍໄປຂາຍທຸກສິ່ງທີ່ຕົນມີຢູ່ແລ້ວໄປຊື້ໄຂ່ມຸກນັ້ນ”
ຄຳອຸປມາເຣື່ອງມອງ
47 “ອີກປະການນຶ່ງຣາຊອານາຈັກສວັນປຽບເຫມືອນມອງທີ່ຖິ້ມລົງໃນທະເລ ຮວມເອົາປາທຸກຊະນິດ 48 ເມື່ອເຕັມແລ້ວກໍດຶງຂຶ້ນເທິງຝັ່ງ ນັ່ງລົງເລືອກເອົາໂຕດີໃສ່ໃນກະຕ່າ ສ່ວນໂຕບໍ່ດີນັ້ນກໍຖິ້ມເສັຽ 49 ໃນຄາວສິ້ນຍຸກກໍຈະເປັນຢ່າງນັ້ນແຫລະ, ພວກເທວະດາຈະອອກມາແຍກຄົນຊົ່ວອອກຈາກຄົນສິນທັມ 50 ແລ້ວຈະເອົາໄປຖິ້ມໃສ່ເຕົາໄປຮ້ອນກ້າ ທີ່ນັ້ນຈະມີການຮ້ອງໄຫ້ກັດແຂ້ວຄ້ຽວຟັນ”
ຄຳອຸປມາເຣື່ອງຂອງໃຫມ່ແລະຂອງເກົ່າ
51 “ຂໍ້ຄວາມເຫລົ່ານີ້ພວກທ່ານເຂົ້າໃຈແລ້ວຫລື” ເຂົາທູນຕອບວ່າ, “ໂດຍ, ເຂົ້າໃຈແລ້ວ” 52 ຝ່າຍພຣະອົງຊົງກ່າວແກ່ເຂົາວ່າ, “ດ້ວຍເຫດນັ້ນນັກທັມທຸກຄົນທີ່ໄດ້ຮຽນຮູ້ເຖິງຣາຊອານາຈັກສວັນ ກໍເຫມືອນເຈົ້າເຮືອນທີ່ເອົາຂອງໃຫມ່ທັງຂອງເກົ່າອອກມາຈາກສາງຂອງຕົນ” 53 ເມື່ອພຣະເຢຊູຊົງກ່າວຄຳອຸປມາເຫລົ່ານີ້ສິ້ນສຸດລົງແລ້ວ ກໍສະເດັດໄປຈາກທີ່ນັ້ນ
ໄທນາຊາເຣັດມີໃຈຫນ່າຍພຣະອົງ
54 ເມື່ອສະເດັດມາເຖິງເມືອງເດີມຂອງພຣະອົງແລ້ວກໍຊົງສັ່ງສອນຄົນທັງຫລາຍໃນໂຮງທັມມະເທສນາຂອງເຂົາ ຈົນເຂົາງຶດປລາດໃຈແລ້ວເວົ້າກັນວ່າ, “ຜູ້ນີ້ໄດ້ສະຕິປັນຍາແລະການອິດທິຣິດຢ່າງນີ້ມາແຕ່ໃສ” 55 ຄົນຜູ້ນີ້ເປັນລູກຊ່າງໄມ້ນັ້ນບໍ່ແມ່ນຫລື ມານດາຂອງລາວຊື່ມາຣິອາບໍ່ແມ່ນຫລື? ແລະນ້ອງຊາຍຂອງລາວຊື່ຢາໂກໂບ ໂຢເຊບ ຊີໂມນ ແລະຢູດາບໍ່ແມ່ນຫລື? 56 ແລະນ້ອງສາວຂອງລາວກໍຢູ່ກັບຫມູ່ເຮົາບໍ່ແມ່ນຫລື ລາວຈຶ່ງໄດ້ສິ່ງທັງປວງເຫລົ່ານີ້ມາແຕ່ໃສ” 57 ເຂົາຈຶ່ງມີໃຈຫນ່າຍແຫນງພຣະອົງ ແຕ່ພຣະເຢຊູຊົງກ່າວກັບເຂົາວ່າ, “ຜູ້ປະກາດພຣະທັມຈະບໍ່ຂາດຄວາມນັບຖື ເວັ້ນໄວ້ແຕ່ໃນເມືອງເດີມ ແລະໃນຄົວເຮືອນຂອງຕົນ” 58 ໃນທີ່ນັ້ນ ພຣະອົງບໍ່ໄດ້ຊົງກະທໍາການອິດທິຣິດຫລາຍເພາະເຂົາບໍ່ມີຄວາມເຊື່ອ
ຄວາມມໍຣະນາພາບຂອງໂຢຮັນບັບຕິສະໂຕ
1 ໃນເວລານັ້ນ ເຮໂຣດຜູ້ປົກຄອງໄດ້ຍິນກິດຕິສັບຂອງພຣະເຢຊູ 2 ຈຶ່ງກ່າວແກ່ພວກຄົນໃຊ້ວ່າ, “ຜູ້ນີ້ແຫລະ, ແມ່ນໂຢຮັນບັບຕິສະໂຕ ທ່ານໄດ້ເປັນຄືນມາຈາກຄວາມຕາຍ ດ້ວຍເຫດນີ້ ຣິດອຳນາດນີ້ຈຶ່ງສະແດງອອກມາໃນຕົວທ່ານ” 3 ດ້ວຍວ່າເຮໂຣດໄດ້ຈັບໂຢຣັນຜູກມັດ ແລະຂັງຄຸກໄວ້ ເພາະເຫັນແກ່ນາງເຮໂຣເດັຽພັຣຍາຂອງຟິລິບນ້ອງຊາຍຂອງຕົນ 4 ເພາະໂຢຮັນເຄິຍທູນຕໍ່ເຮໂຣດວ່າ, “ທີ່ທ່ານຈະເອົານາງນັ້ນມາເປັນພັຣຍາກໍຜິດຕໍ່ກົດແລ້ວ” 5 ເຖິງແມ່ນເຮໂຣດມີໃຈຢາກຂ້າໂຢຮັນ ແຕ່ກໍຢ້ານປະຊາຊົນ ເພາະເຂົາຖືວ່່າໂຢຮັນເປັນຜູ້ປະກາດພຣະທັມ 6 ແຕ່ເມື່ອວັນສລອງວັນກຳເນິດຂອງເຮໂຣດມາເຖິງ ບຸດຍິງຂອງນາງເຮໂຣເດັຽໄດ້ຟ້ອນລຳຖ້າມກາງບັນດາແຂກເຮັດໃຫ້ເຮໂຣດຊອບໃຈ 7 ເຫດສັນນັ້ນເຮໂຣດຈຶ່ງສັນຍາດ້ວຍສາບານຕົນວ່າ, “ນາງຈະຂໍສິ່ງໃດກໍຈະໃຫ້ສິ່ງນັ້ນ” 8 ຍິງສາວຈຶ່ງທູນຕາມທີ່ມານດາແນະນຳໄວ້ວ່າ, “ຂໍຫົວໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້າພຣະອົງທີ່ນີ້” 9 ຝ່າຍເຮໂຣດຜູ້ປົກຄອງກໍທຸກໃຈ ແຕ່ເພາະເຫດທີ່ໄດ້ສາບານຕົນ ແລະເພາະເຫັນແກ່ຄົນທັງປວງທີ່ນັ່ງຮ່ວມຮັບປະທານຢູ່ນັ້ນ ຈຶ່ງອອກຄຳສັ່ງອະນຸຍາດໃຫ້ 10 ແລ້ວກໍໃຊ້ຄົນໄປຕັດເອົາຫົວໂຢຮັນໃນຄຸກ 11 ເຂົາຈຶ່ງເອົາຫົວໃສ່ຖາດມາໃຫ້ຍິງສາວນັ້ນ ແລະນາງກໍໄປສົ່ງໃຫ້ມານດາຂອງຕົນ 12 ຝ່າຍພວກສິດຂອງໂຢຮັນກໍພາກັນມາຮັບເອົາສົບໄປສົ່ງສະການແລ້ວກໍມາທູນພຣະເຢຊູໃຫ້ຊົງຊາບ
ການຊົງລ້ຽງຫ້າພັນຄົນ
13 ເມື່ອພຣະເຢຊູໄດ້ຊາບແລ້ວ ຈຶ່ງລົງເຮືອສະເດັດຈາກບ່ອນນັ້ນໄປຍັງປ່າສງັດຢູ່ຕ່າງຫາກ ເມື່ອປະຊາຊົນທັງປວງໄດ້ຍິນຂ່າວນັ້ນ ເຂົາກໍອອກຈາກເມືອງຕ່າງໆຍ່າງຕິດຕາມພຣະອົງໄປ 14 ເມື່ອພຣະເຢຊູສະເດັດອອກຈາກເຮືອແລ້ວກໍຊົງເຫັນປະຊາຊົນຫມູ່ໃຫຍ່ ພຣະອົງຊົງສົງສານເຂົາ ຈຶ່ງຊົງໂຜດຄົນປ່ວຍທັງຫລາຍໃນພວກເຂົາໃຫ້ດີ 15 ຄັນເວລາແລງມາພວກສາວົກໄດ້ມາທູນພຣະອົງວ່າ, “ບ່ອນນີ້ເປັນປ່າ ແລະບັດນີ້ຄ່ຳແລ້ວ ສັນນັ້ນຂໍທ່ານຈົ່ງໃຫ້ປະຊາຊົນເລິກໄປເສັຽ ເພື່ອເຂົາຈະໄດ້ໄປຊື້ອາຫານຮັບປະທານຕາມບ້ານຕ່າງໆ“ 16 ຝ່າຍພຣະເຢຊູຊົງຕອບເຂົາວ່າ, “ເຂົາບໍ່ຈຳເປັນຕ້ອງໄປ ພວກທ່ານຈົ່ງລ້ຽງເຂົາສາ” 17 ພວກສາວົກຈຶ່ງທູນພຣະອົງວ່າ, “ຢູ່ນີ້ພວກຂ້າພຣະອົງບໍ່ມີຫຍັງ ເວັ້ນແຕ່ເຂົ້າຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ” 18 ພຣະອົງຊົງບອກວ່າ, “ເອົາອັນນີ້ມາໃຫ້ເຮົາທີ່ນີ້” 19 ແລ້ວພຣະອົງຊົງສັ່ງໃຫ້ປະຊາຊົນນັ່ງລົງຕາມປ່າຫຍ້າ ເມື່ອຊົງຮັບເອົາເຂົ້າຈີ່ຫ້າກ້ອນແລະປາສອງໂຕນັ້ນແລ້ວ ກໍຊົງເງິຍພຣະພັກເບິ່ງຟ້າຂໍພຣະພອນ ເມື່ອຊົງຫັກເຂົ້າຈີ່ແລ້ວກໍຍື່ນໃຫ້ພວກສາວົກ ພວກສາວົກກໍແຈກໃຫ້ຄົນທັງປວງ 20 ເຂົາໄດ້ກິນອີ່ມທຸກຄົນ ສ່ວນຕ່ອນຫັກທີ່ເຫລືອນັ້ນເຂົາເກັບໄດ້ເຕັມສິບສອງບຸງ 21 ຝ່າຍຄົນທີ່ກິນນັ້ນມີຜູ້ຊາຍຫ້າພັນຄົນ ບໍ່ນັບແມ່ຍິງແລະເດັກນ້ອຍ
ພຣະອົງຊົງດຳເນິນເທິງນ້ຳ
22 ຫລັງຈາກນັ້ນພຣະອົງຊົງສັ່ງໃຫ້ພວກສາວົກລົງເຮືອຂ້າມຟາກໄປກ່ອນ ຂນະທີ່ພຣະອົງຊົງສັ່ງໃຫ້ປະຊາຊົນເລີກໄປ 23 ແລະເມື່ອຊົງໃຫ້ປະຊາຊົນເຫລົ່ານັ້ນເລີກໄປຫມົດແລ້ວ ພຣະອົງຈຶ່ງສະເດັດຂຶ້ນພູຢູ່ຕ່າງຫາກເພື່ອໄຫວ້ວອນ ແລະເມື່ອຄ່ຳມາແລ້ວພຣະອົງກໍຍັງຊົງຢູ່ທີ່ນັ້ນແຕ່ຜູ້ດຽວ 24 ສ່ວນເຮືອນັ້ນກໍຢູ່ໄກຈາກຝັ່ງຫລາຍຮ້ອຍວາແລະຖືກຟອງນ້ຳຕີໄປມາເພາະທວນລົມຕ້ານຢູ່ 25 ຄັນເຖິງຍາມສີ່ກາງຄືນ ພຣະອົງຊົງຍ່າງເທິງນ້ຳໄປຫາພວກສາວົກ 26 ແຕ່ເມື່ອສາວົກໄດ້ເຫັນພຣະອົງຊົງຍ່າງມາເທິງນ້ຳ ເຂົາກໍຕົກໃຈເວົ້າກັນວ່າ, “ຜີ” ເຂົາຈຶ່ງຮ້ອງຂຶ້ນເພາະຄວາມຢ້ານ 27 ໃນທັນໃດນັ້ນພຣະເຢຊູໄດ້ຊົງອອກພຣະໂອດກ່າວກັບເຂົາວ່າ, “ຢ່ານ້ອຍໃຈເທາະ, ແມ່ນເຮົາເອງ ຢ່າຢ້ານ” 28 ຝ່າຍເປໂຕຈຶ່ງທູນຕອບພຣະອົງວ່າ, “ນາຍເອີຍ, ຖ້າແມ່ນທ່ານແນ່ແລ້ວ ຂໍສັ່ງໃຫ້ຂ້າພຣະອົງຍ່າງເທິງນ້ຳໄປຫາທ່ານ” 29 ພຣະອົງຊົງບອກວ່າ, “ມາສາ” ເປໂຕຈຶ່ງອອກຈາກເຣືອຍ່າງເທິງນ້ຳໄປຫາພຣະເຢຊູ 30 ແຕ່ເມື່ອເຫັນລົມກໍຢ້ານແລະເມື່ອກຳລັງຈະຈົມກໍຮ້ອງວ່າ, “ນາຍເອີຍ, ຊ່ອຍຂ້າພຣະອົງໃຫ້ພົ້ນແດ່ທ້ອນ” 31 ໃນທັນໃດນັ້ນພຣະເຢຊູຊົງຢື້ພຣະຫັດຈັບເປໂຕໄວ້ແລ້ວຊົງກ່າວວ່າ, “ໂອ ຜູ້ມີຄວາມເຊື່ອນ້ອຍ ເປັນຫຍັງຈຶ່ງສົງສັຍ” 32 ເມື່ອພຣະອົງກັບເປໂຕຂຶ້ນເຮືອແລ້ວລົມກໍງຽບລົງ 33 ພວກທີ່ຢູ່ໃນເຮືອໄດ້ມາກົ້ມຂາບໃສ່ພຣະອົງແລ້ວທູນວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າຈິງແທ້”
ຊົງໂຜດໄທເຄນເນຊາເຣັດ
34 ເມື່ອຂ້າມຟາກໄປເຖິງແລ້ວກໍຈອດເຮືອທີ່ທາເມືອງເຄນເນຊາເຣັດ 35 ເມື່ອຄົນໃນເຂດນັ້ນໄດ້ຮູ້ຈັກພຣະອົງແລ້ວ ກໍໃຊ້ຄົນໄປບອກກ່າວທົ່ວຕລອດເຂດນັ້ນ ເຂົາຈຶ່ງພາບັນດາຄົນເຈັບປ່ວຍມາຫາພຣະອົງ 36 ທູນຂໍພຣະອົງຊົງໂຜດໃຫ້ຄົນເຈັບປ່ວຍ ພໍແຕ່ບາຍແຄມເຄື່ອງທົງຂອງພຣະອົງເທົ່ານັ້ນ ແລະຜູ້ໃດໄດ້ບາຍແລ້ວກໍຖືກຊົງໃຫ້ດີປົກກະຕິ
ເຣື່ອງຮິດຄອງທີ່ສືບທອດມາແຕ່ບູຮານ
1 ເມື່ອນັ້ນພວກຟາຣິຊາຍ ແລະນັກທັມອອກມາຈາກກຸງເຢຣູຊາເລັມ ຈຶ່ງທູນພຣະເຢຊູວ່າ, 2 “ເປັນຫຍັງພວກສິດຂອງທ່ານຈຶ່ງລະເມີດຕໍ່ຄຳສອນທີ່ຕົກທອດມາຈາກເຖົ້າເກົ່າບູຮານນັ້ນ ດ້ວຍວ່າເຂົາບໍ່ລ້າງມືກ່ອນຮັບປະທານອາຫານ” 3 ພຣະອົງຊົງຕອບເຂົາວ່າ, “ເຫດສັນໃດພວກທ່ານຈຶ່ງລະເມີດຕໍ່ຂໍ້ບັນຍັດຂອງພຣະເຈົ້າ ດ້ວຍເຫັນແກ່ຄຳສອນທີ່ຕົກທອດສືບຕໍ່ກັນມານັ້ນ 4 ເພາະພຣະເຈົ້າໄດ້ຊົງບັນຍັດໄວ້ວ່າ, “ຈົ່ງນັບຖືບິດາມານດາຂອງເຈົ້າ ແລະ ຜູ້ໃດຫມິ່ນປມາດບິດາມານດາ ຜູ້ນັ້ນຈະຕ້ອງມີໂທດເຖິງຕາຍ” 5 ແຕ່ຝ່າຍພວກທ່ານກັບເວົ້າວ່າ “ຜູ້ໃດທີ່ຈະເວົ້າກັບບິດາມານດາວ່າ, “ສິ່ງໃດຂອງຂ້ອຍທີ່ອາດຊ່ອຍເຫລືອເຈົ້າໄດ້ ສິ່ງນັ້ນກໍເປັນຂອງຖວາຍແດ່ພຣະ ເຈົ້າແລ້ວ” ຜູ້ນັ້ນຈຶ່ງບໍ່ຕ້ອງນັບຖືບິດາມານດາຂອງຕົນ” 6 ດັ່ງນັ້ນແຫລະ, ພວກທ່ານໄດ້ລຶບລ້າງພຣະທັມຂອງພຣະເຈົ້າ ເພາະເຫັນແກ່ຄຳສອນທີ່ຕົກທອດສືບຕໍ່ກັນມານັ້ນ 7 ໂອ ຄົນຫນ້າຊື່ໃຈຄົດເຮີຍ, ເອຊາຢາໄດ້ທຳນວາຍຄັກແນ່ເຖິງພວກທ່ານວ່າ, 8 “ພົລເມືອງເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ ສ່ວນໃຈຂອງເຂົາຫ່າງໄກຈາກເຮົາ 9 ເຂົານະມັສການເຮົາໂດຍອັບປໂຍດ ດ້ວຍເອົາບົດບັນຍັດຂອງມະນຸດມາຕູ່ວ່າເປັນພຣະໂອວາດ”
ສິ່ງທີ່ເຮັດໃຫ້ມະນຸດຊົ່ວມົວຫມອງ
10 ແລ້ວພຣະອົງຊົງເອີ້ນເອົາປະຊາຊົນແລະຊົງກ່າວກັບເຂົາວ່າ, “ຈົ່ງຟັງແລະເຂົ້າໃຈສາ 11 ບໍ່ແມ່ນສິ່ງທີ່ເຂົ້າໄປໃນປາກນັ້ນ ທີ່ເຮັດໃຫ້ມະນຸດຊົ່ວມົວຫມອງ ແຕ່ແມ່ນສິ່ງທີ່ອອກມາຈາກປາກນັ້ນແຫລະ, ທີ່ເຮັດມະນຸດຊົ່ວມົວຫມອງ” 12 ຂນະນັ້ນພວກສາວົກມາທູນຖາມພຣະອົງວ່າ, “ທ່ານຊາບແລ້ວຫລືວ່າ ເມື່ອພວກຟາຣີຊາຍໄດ້ຍິນຄຳກ່າວນັ້ນ ເຂົາກໍເສັຽໃຈ” 13 ພຣະອົງຊົງຕອບວ່າ, “ໄມ້ທຸກຕົ້ນທີ່ພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສວັນ ບໍ່ໄດ້ຊົງປູກໄວ້ຈະຕ້ອງຫລົກເສັຽ” 14 ຊ່າງເຂົາເທາະ ເຂົາເປັນຄົນນຳທາງຄົນຕາບອດ ຖ້າຄົນຕາບອດຈູງຄົນຕາບອດໄປ ເຂົາທັງສອງກໍຈະຕົກໃນຂຸມ” 15 ຝ່າຍເປໂຕຈຶ່ງທູນພຣະອົງວ່າ, “ຂໍໂຜດທ່ານແກ້ໄຂຄຳອຸປມານີ້ໃຫ້ພວກຂ້າພຣະອົງແດ່” 16 ພຣະອົງຊົງຕອບວ່າ, “ພວກທ່ານກໍຍັງຂາດຄວາມເຂົ້າໃຈເຫມືອນກັນຫລື 17 ພວກທ່ານບໍ່ໄດ້ສັງເກດຫລືວ່າ ສິ່ງທີ່ເຂົ້າໄປໃນປາກກໍລົງໃນທ້ອງແລ້ວກໍຖ່າຍອອກມາ 18 ແຕ່ສິ່ງທີ່ອອກຈາກປາກກໍອອກມາຈາກໃຈ ສິ່ງນັ້ນແຫລະ, ເຮັດໃຫ້ມະນຸດຊົ່ວມົວຫມອງ 19 ເພາະວ່າຄວາມຄຶດຊົ່ວຮ້າຍ, ການຂ້າຄົນ, ການຫລິ້ນຊູ້ຈາກຜົວເມັຽ, ການຜິດຊາຍຍິງ, ການລັກຊັບ, ການເປັນພຍານບໍ່ຈິງ, ແລະການນິນທາ ກໍອອກມາຈາກໃຈ 20 ສິ່ງເຫລົ່ານີ້ແຫລະ, ທີ່ເຮັດໃຫ້ມະນຸດຊົ່ວມົວຫມອງ ແຕ່ການຮັບປະທານອາຫານບໍ່ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະນຸດຊົ່ວມົວຫມອງ”
ຄວາມເຊື່ອຂອງຍິງຊາດການາອານ
21 ແລ້ວພຣະເຢຊູໄດ້ສະເດັດຈາກບ່ອນນັ້ນເຂົ້າໄປໃນເຂດເມືອງຕີເຣແລະເມືອງຊີໂດນ 22 ມີຍິງຊາວການາອານຄົນນຶ່ງມາຈາກເຂດນັ້ນຮ້ອງທູນພຣະອົງວ່າ, “ນາຍຜູ້ເປັນບຸດດາວິດເອີຍ, ຂໍໂຜດເມດຕາຂ້າພຣະອົງແດ່ທ້ອນ ລູກສາວຂອງຂ້າພຣະອົງມີຄວາມລຳບາກຫລາຍຍ້ອນຜິຮ້າຍບັງຄັບ” 23 ຝ່າຍພຣະອົງບໍ່ໄດ້ຊົງຕອບຍິງນັ້ນຈັກຄຳ ແລ້ວພວກສາວົກໄດ້ມາທູນພຣະອົງວ່າ, “ຂໍບອກໃຫ້ເຂົາເມືອເສັຽ ເພາະເຂົາຮ້ອງຕາມເຮົາມາ” 24 ພຣະອົງຊົງຕອບວ່າ, “ເຮົາບໍ່ໄດ້ຮັບໃຊ້ມາຫາຜູ້ໃດ ເວັ້ນແຕ່ຝູງແກະທີ່ເສັຽແລ້ວ ຄືຕະກູນອິສຣາເອນ” 25 ຝ່າຍຍິງນັ້ນໄດ້ມາຂາບທູນພຣະອົງວ່າ, “ນາຍເອີຍ, ຂໍໂຜດຊ່ອຍຂ້າພຣະອົງແດ່ທ້ອນ” 26 ພຣະອົງຊົງຕອບວ່າ,”ບໍ່ສົມຄວນຈະເອົາອາຫານຂອງລູກໂຍນໃຫ້ແກ່ຫມານ້ອຍ” 27 ຍິງນັ້ນທູນຕອບວ່າ, “ຈິງຢູ່ເຈົ້າຂ້າ ແຕ່ເຖິງແມ່ນຫມານ້ອຍກໍເຄີຍກິນເມັດທີ່ຕົກຈາກໂຕະນາຍຂອງມັນ” 28 ແລ້ວພຣະເຢຊູຊົງຕອບຍິງນັ້ນວ່າ, “ນາງເອີຍ, ຄວາມເຊື່ອຂອງເຈົ້າກໍໃຫຍ່ ໃຫ້ເປັນໄປຕາມຄວາມປະສົງຂອງເຈົ້າເທີນ” ລູກສາວຂອງຍິງນັ້ນກໍດີເປັນປົກກະຕິຕັ້ງແຕ່ໂມງນັ້ນ
ຊົງໂຜດຫລາຍຄົນໃຫ້ດີ
29 ພຣະເຢຊູໄດ້ສະເດັດອອກຈາກທີ່ນັ້ນລຽບຝັ່ງທະເລສາບຄາລິເລໄປ ແລ້ວສະເດັດຂຶ້ນພູຊົງປະທັບນັ່ງລົງທີ່ນັ້ນ 30 ແລະມີປະຊາຊົນຈຳນວນຫລາຍມາຫາພຣະອົງ ເຂົາພາຄົນຂາເສັ້ງ, ຄົນແຂນຂາພິການ, ຄົນຕາບອດ, ຄົນປາກກືກ, ແລະຄົນເຈັບອື່ນໆ ຫລາຍຄົນມາວາງໄວ້ແທບພຣະບາດຂອງ ພຣະເຢຊູ ແລ້ວ ພຣະອົງໄດ້ຊົງໂຜດໃຫ້ເຂົາດີ 31 ຈົນຝູງຄົນເຫລົ່ານັ້ນງຶດອັດສະຈັນໃຈ ເມື່ອເຫັນຄົນປາກກືກປາກໄດ້, ຄົນແຂນຂາພິການດີປົກກະຕິ, ຄົນຂາເສັ້ງຍ່າງໄປໄດ້, ແລະຄົນຕາບອດເຫັນໄດ້ ແລ້ວເຂົາຈຶ່ງສັຣເສິນພຣະເຈົ້າຂອງຊາດອິສຣາເອນ
ຊົງລ້ຽງຄົນສີ່ພັນ
32 ຝ່າຍພຣະເຢຊູຊົງເອີ້ນພວກສາວົກຂອງຕົນມາ ແລ້ວຊົງກ່າວວ່າ, “ເຮົາສົງສານຄົນເຫລົ່ານີ້ ເພາະເຂົາຄ້າງຢູ່ກັບເຮົາໄດ້ສາມວັນແລ້ວ ແລະບໍ່ມີອາຫານກິນ ເຮົາບໍ່ຢາກໃຫ້ເຂົາກັບໄປໃນຂນະທີ່ຍັງຫິວຢູ່ ເພາະຢ້ານວ່າເຂົາຈະເມື່ອຍອິດອ່ອນຕາມທາງ” 33 ພວກສາວົກທູນຖາມພຣະອົງວ່າ, “ໃນປ່າຢ່າງນີ້ພວກຂ້າພຣະອົງຈະຊອກອາຫານທີ່ໃດພໍລ້ຽງຄົນເຫລົ່ານີ້ໃຫ້ອີ່ມໄດ້” 34 ພຣະເຢຊູຊົງຖາມເຂົາວ່າ, “ພວກທ່ານມີເຂົ້າຈີ່ຈັກກ້ອນ” ເຂົາທູນຕອບວ່າ, “ມີເຈັດກ້ອນກັບປານ້ອຍສອງສາມໂຕ” 35 ພຣະອົງຈຶ່ງຊົງສັ່ງໃຫ້ປະຊາຊົນນັ່ງລົງຕາມດິນ 36 ແລ້ວຊົງຮັບເຂົ້າຈີ່ເຈັດກ້ອນກັບປາເຫລົ່ານັ້ນມາໂມທະນາພຣະຄຸນ ຈຶ່ງຊົງຫັກຍື່ນໃຫ້ພວກສາວົກຂອງຕົນ ພວກສາວົກກໍໄດ້ແຈກຢາຍໃຫ້ປະຊາຊົນ 37 ແລະຄົນທັງປວງໄດ້ກິນອີ່ມຫມົດທຸກຄົນ ຕ່ອນຫັກທີ່ເຫລືອນັ້ນເຂົາເກັບໄດ້ເຕັມເຈັດບຸງ 38 ສ່ວນຄົນທີ່ໄດ້ກິນນັ້ນມີຜູ້ຊາຍເຖິງສີ່ພັນຄົນ ບໍ່ນັບແມ່ຍິງກັບເດັກນ້ອຍ 39 ເມື່ອຊົງສັ່ງໃຫ້ເຂົາເລີກໄປແລ້ວ ພຣະອົງກໍສະເດັດລົງເຮືອໄປຍັງເຂດເມືອງມາຄາດານ
ຂໍໃຫ້ຊົງສະແດງຫມາຍສຳຄັນ
1 ພວກຟາຣິຊາຍກັບພວກຊາດູກາຍໄດ້ມາທົດລອງພຣະອົງ ໂດຍຂໍໃຫ້ພຣະອົງຊົງສະແດງຫມາຍສຳຄັນຢ່າງນຶ່ງຈາກສວັນໃຫ້ເຂົາເຫັນ 2 ພຣະອົງຊົງຕອບເຂົາວ່າ, “ເມື່ອຄ່ຳມາພວກທ່ານເຄິຍເວົ້າວ່າ “ອາກາດຈະດີເພາະຟ້າສິແດງ” 3 ແລະເວລາເຊົ້າພວກທ່ານກໍເວົ້າວ່າ, “ມື້ນີ້ຈະເກິດພະຍຸເພາະຟ້າສິແດງແລະມືດມົວ” ທ້ອງຟ້ານັ້ນພວກທ່ານຍັງຊ່າງສັງເກດຮູ້ ແຕ່ຫມາຍສຳຄັນແຫ່ງສະໄຫມຕ່າງໆ ພວກທ່ານບໍ່ອາດສັງເກດໄດ້” 4 ຄົນສະໄຫມຊົ່ວຄຶດຄົດທໍຣະຍົດຕໍ່ພຣະເຈົ້າສແວງຫາຫມາຍສຳຄັນ ແຕ່ຈະບໍ່ຊົງໂຜດຫມາຍສຳຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳຄັນເຣື່ອງໂຢນາ” ແລ້ວພຣະອົງກໍສະເດັດຈາກເຂົາໄປ
ເຊື້ອແປ້ງຂອງພວກຟາຣີຊາຍແລະຊາດູກາຍ
5 ຝ່າຍພວກສາວົກເມື່ອຂ້າມໄປຟາກນັ້ນກໍໄດ້ລືມເອົາເຂົ້າຈີ່ໄປນຳ 6 ພຣະເຢຊູຊົງບອກເຂົາວ່າ, “ຈົ່ງສັງເກດແລະລະວັງເຊື້ອແປ້ງຂອງພວກຟາຣິຊາຍແລະພວກຊາດູກາຍໃຫ້ດີ” 7 ພວກສາວົກກໍເວົ້າກັນຢູ່ວ່າ,”ເຫັນຈະເປັນເພາະຫມູ່ເຮົາບໍ່ໄດ້ເອົາເຂົ້າຈີ່ມານຳ” 8 ແຕ່ພຣະເຢຊູຊົງຊາບຈຶ່ງຊົງກ່າວວ່າ, “ໂອ ຜູ້ມີຄວາມເຊື່ອນ້ອຍ ເຫດໃດພວກທ່ານຈຶ່ງເວົ້າກັນແລະກັນເຖິງເຣື່ອງບໍ່ໄດ້ເອົາເຂົ້າຈີ່ມານຳ 9 ພວກທ່ານຍັງບໍ່ທັນສັງເກດແລະຈື່ບໍ່ໄດ້ຫລື ເຣື່ອງເຂົ້າຈີ່ຫ້າກ້ອນສຳລັບຄົນຫ້າພັນນັ້ນ ພວກທ່ານເກັບໄດ້ຈັກບຸງ 10 ຫລືເຣື່ອງເຂົ້າຈີ່ເຈັດກ້ອນສຳລັບຄົນສີ່ພັນນັ້ນ ພວກທ່ານເກັບໄດ້ຈັກບຸງ 11 ເປັນສັນໃດພວກທ່ານຈຶ່ງບໍ່ສັງເກດຮູ້ວ່າ ເຮົາບໍ່ໄດ້ເວົ້າກັບພວກທ່ານດ້ວຍເຣື່ອງເຂົ້າຈີ່ ແຕ່ໃຫ້ລະວັງເຊື້ອແປ້ງຂອງພວກຟາຣິຊາຍແລະພວກຊາດູກາຍ” 12 ແລ້ວພວກສາວົກກໍເຂົ້າໃຈວ່າ ພຣະອົງບໍ່ໄດ້ຊົງສັ່ງເຂົາໃຫ້ລະວັງເຊື້ອແປ້ງນັ້ນ ແຕ່ໃຫ້ລະວັງຄຳສອນຂອງພວກຟາຣິຊາຍແລະພວກຊາດູກາຍ
ເປໂຕຍອມຮັບວ່າພຣະເຢຊູຊົງເປັນພຣະຄຣິດ
13 ຄັນພຣະເຢຊູສະເດັດເຂົ້າໄປໃນເຂດເມືອງກາຍຊາເຣັຽຟິລິບປອຍ ພຣະອົງຊົງຖາມພວກສາວົກຂອງຕົນວ່າ, “ຄົນທັງຫລາຍເວົ້າກັນວ່າບຸດມະນຸດແມ່ນຜູ້ໃດ” 14 ເຂົາທູນຕອບວ່າ, “ຜູ້ລາງຄົນວ່າເປັນໂຢຮັນບັບຕິສະໂຕ ແລະຄົນອື່ນວ່າເປັນເອລິຢາ ແຕ່ຄົນອື່ນອີກວ່າເປັນເຢເຣມີຢາ ຫລືເປັນຄົນນຶ່ງໃນພວກຜູ້ປະກາດພຣະທັມ” 15 ພຣະອົງຊົງຖາມເຂົາວ່າ, “ແລ້ວຝ່າຍພວກທ່ານເດ, ວ່າເຮົາເປັນໃຜ” 16 ຊີໂມນເປໂຕທູນຕອບວ່າ, “ທ່ານເປັນພຣະຄຣິດ ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່” 17 ພຣະເຢຊູຊົງກ່າວກັບເປໂຕວ່າ, “ຊີໂມນ ລູກໂຢນາເອີຍ, ທ່ານກໍເປັນສຸກ ເພາະວ່າບໍ່ແມ່ນມະນຸດທີ່ໄດ້ສະແດງຄຳນີ້ແກ່ທ່ານ ແຕ່ແມ່ນພຣະບິດາຂອງເຮົາຜູ້ຊົງສະຖິດໃນສວັນຊົງໃຫ້ຊາບ 18 ຝ່າຍເຮົາ, ເຮົາບອກທ່ານວ່າທ່ານຄືເປໂຕ ເທິງສີລາກ້ອນນີ້ ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະປະຕູແຫ່ງແດນມໍຣະນາຈະມີຊັຍຕໍ່ຄຣິສຕະຈັກນັ້ນບໍ່ໄດ້ 19 ເຮົາຈະມອບຂໍກະແຈແຫ່ງແຜ່ນດິນສວັນໄວ້ໃຫ້ທ່ານ ທ່ານຈະຜູກມັດສິ່ງໃດໄວ້ໃນໂລກ ສິ່ງນັ້ນກໍຈະຊົງຜູກມັດໄວ້ແລ້ວໃນສວັນ ທ່ານຈະແກ້ສິ່ງໃດໃນໂລກ ສິ່ງນັ້ນກໍຈະຊົງແກ້ໃຫ້ຫລຸດແລ້ວໃນສວັນ” 20 ແລ້ວພຣະອົງຊົງຫ້າມສາວົກ ບໍ່ໃຫ້ບອກຜູ້ໃດວ່າຕົນຊົງເປັນພຣະຄຣິດ
ພຣະເຢຊູຊົງທຳນວາຍເຖິງມໍຣະນາພາບຂອງ ພຣະອົງ
21 ຕັ້ງແຕ່ເວລານັ້ນມາພຣະເຢຊູຊົງຕັ້ງຕົ້ນສະແດງແກ່ພວກສາວົກຂອງຕົນວ່າ ພຣະອົງຈະຕ້ອງສະເດັດໄປກຸງເຢຣູຊາເລັມ ແລະຈະຕ້ອງທົນທຸກທໍຣະມານຫລາຍປະການຈາກພວກເຖົ້າແກ່, ຈາກພວກປະໂຣຫິດຕົນໃຫຍ່, ແລະຈາກພວກນັກທັມເຂົາຈະໄດ້ຂ້າພຣະອົງເສັຽ ແລະໃນວັນຖ້ວນສາມພຣະອົງຈະຖືກຊົງບັນດານໃຫ້ເປັນຄືນມາ 22 ຝ່າຍເປໂຕໄດ້ພາພຣະອົງໄປຕ່າງຫາກ ແລ້ວຕັ້ງຕົ້ນທູນຫ້າມພຣະອົງຢ່າງແຂງແຮງວ່າ, “ນາຍເອີຍ, ຂໍທ່ານຈົ່ງໄດ້ຮັບຄວາມເມດຕາ ການນີ້ຈະບໍ່ເກິດມີແກ່ທ່ານຈັກເທື່ອ” 23 ພຣະອົງຊົງຫັນພຣະພັກໄປຫາເປໂຕແລ້ວຊົງກ່າວວ່າ, “ອ້າຍຊາຕານເຮິຍ, ຈົ່ງຖອຍຫນີຈາກເຮົາເສັຽ ເຈົ້າເປັນສິ່ງກິດຂວາງເຮົາ ເພາະເຈົ້າຄຶດຢ່າງມະນຸດ ບໍ່ຄຶດຢ່າງພຣະເຈົ້າ” 24 ຂນະນັ້ນພຣະເຢຊູຊົງບອກພວກສາວົກຂອງຕົນວ່າ, “ຖ້າຜູ້ໃດຢາກຕາມເຮົາມາໃຫ້ຜູ້ນັ້ນຕັດສິດຂອງຕົນເສັຽ ແລະຮັບແບກໄມ້ກາງແຂນຂອງຕົນ ແລ້ວຕິດຕາມເຮົາມາ 25 ເພາະວ່າຜູ້ໃດຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນຈະເສັຽຊີວິດ ແຕ່ຜູ້ໃດຈະເສັຽຊີວິດເພາະເຫັນແກ່ເຮົາ ຜູ້ນັ້ນກໍຈະພົ້ນຊິວິດ 26 ເຫດວ່າຖ້າຜູ້ໃດຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕ້ອງເສັຽຊີວິດອັນແທ້ຂອງຕົນ ຜູ້ນັ້ນຈະໄດ້ປໂຍດອັນໃດ ຫລືຜູ້ນັ້ນຈະນຳເອົາສິ່ງໃດໄປແລກເອົາຊີວິດອັນແທ້ຂອງຕົນກັບຄືນມາ 27 ເພາະບຸດມະນຸດຈະມາດ້ວຍສະງ່າຣາສິແຫ່ງພຣະບິດາຂອງຕົນ ແລະພ້ອມດ້ວຍພວກເທວະດາຂອງພຣະອົງ ເມື່ອນັ້ນພຣະອົງຈະຊົງປະທານບຳເຫນັດໃຫ້ແກ່ທຸກຄົນຕາມການທີ່ເຂົາເຮັດນັ້ນ 28 ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນພວກຄົນທີ່ຢືນຢູ່ນີ້ມີລາງຄົນທີ່ຈະບໍ່ຮູ້ຣົດຄວາມຕາຍ ຈົນກວ່າຈະໄດ້ເຫັນບຸດມະນຸດສະເດັດມາດ້ວຍຣາຊອຳນາດຂອງພຣະອົງ”
ຊົງປ່ຽນລັກສນະພຣະກາຍ
1 ຄັນລ່ວງໄປໄດ້ຫົກວັນແລ້ວ ພຣະເຢຊູຊົງພາເປໂຕ ຢາໂກໂບ ແລະໂຢຮັນນ້ອງຊາຍຂອງຢາໂກໂບ ຂຶ້ນພູສູງຢູ່ຕ່າງຫາກ 2 ແລ້ວລັກສະນະພຣະກາຍຂອງພຣະອົງກໍປ່ຽນໄປຕໍ່ຫນ້າເຂົາ ພຣະພັກຂອງພຣະອົງກໍເຫມືອນແສງອາທິດສ່ອງແລະເຄື່ອງທົງຂອງພຣະອົງກໍຂາວຜ່ອງເຫມືອນດັ່ງແສງສວ່າງ 3 ແລະເບິ່ງແມ໋, ໂມເຊ ແລະເອລີຢາກໍມາປາກົດແກ່ສາວົກເຫລົ່ານັ້ນ ເຝົ້າສົນທະນາຢູ່ກັບພຣະອົງ 4 ຝ່າຍເປໂຕທູນພຣະເຢຊູວ່າ, “ນາຍເອີຍ, ຊຶ່ງພວກຂ້າພຣະອົງຢູ່ທີ່ນີ້ກໍດີຢູ່ ຖ້າທ່ານປະສົງ, ຂ້າພຣະອົງຈະປຸກຕູບສາມຫລັງຂຶ້ນທີ່ນີ້ ສຳລັບທ່ານຫລັງນຶ່ງ, ສຳລັບໂມເຊຫລັງນຶ່ງ, ແລະຫລັງນຶ່ງສຳລັບເອລິຢາ” 5 ເມື່ອເປໂຕທູນຍັງບໍ່ທັນຂາດຄຳ ເບິ່ງແມ໋, ມີເມກສຸກໃສມາປົກຫຸ້ມເຂົາໄວ້ ແລະເບິ່ງແມ໋, ມີພຣະສຸຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ, ເປັນບຸດທີ່ຮັກຂອງເຮົາ ຊຶ່ງເຮົາຊອບໃຈຫລາຍ ພວກເຈົ້າຈົ່ງເຊື່ອຟັງທ່ານ” 6 ຝ່າຍພວກສາວົກເມື່ອໄດ້ຍິນດັ່ງນັ້ນກໍກົ້ມຂາບລົງແລະຢ້ານຫລາຍ 7 ພຣະເຢຊູຈຶ່ງສະເດັດມາຖືກຕ້ອງເຂົາໂດຍຊົງກ່າວວ່າ, “ຈົ່ງລຸກຂຶ້ນ ຢ່າຊູ່ຢ້ານ” 8 ເມື່ອເງີຍຫນ້າຂຶ້ນແລ້ວເຂົາກໍບໍ່ເຫັນຜູ້ໃດ ເຫັນແຕ່ພຣະເຢຊູຜູ້ດຽວ 9 ເມື່ອເຂົາກຳລັງລົງມາຈາກພູນັ້ນພຣະເຢຊູຊົງສັ່ງເຂົາໄວ້ວ່າ, “ນິມິດຊຶ່ງພວກທ່ານໄດ້ເຫັນນັ້ນ ຢ່າໄດ້ບອກແກ່ຜູ້ໃດ ຈົນກວ່າບຸດມະນຸດຈະໄດ້ເປັນຄືນມາຈາກຕາຍ” 10 ພວກສາວົກກໍທູນຖາມພຣະອົງວ່າ, “ຖ້າຢ່າງນັ້ນ ເຫດສັນໃດພວກນັກທັມເຄິຍເວົ້າວ່າ ເອລິຢາຈະຕ້ອງມາກ່ອນ” 11 ພຣະອົງທູນຕອບວ່າ, “ຈິງຢູ່ ເອລິຢາຈະມາກ່ອນ ແລະເຮັດໃຫ້ສິ່ງທັງປວງຄືນສູ່ສະພາບເດີມ 12 ແຕ່ເຮົາບອກພວກທ່ານວ່າ ເອລິຢານັ້ນໄດ້ມາແລ້ວ ແລະເຂົາບໍ່ຮູ້ຈັກທ່ານ ແຕ່ເຂົາໄດ້ເຮັດແກ່ທ່ານຕາມໃຈຊອບ ສ່ວນບຸດມະນຸດກໍຈະຕ້ອງທົນທຸກທໍຣະມານດ້ວຍມືຂອງເຂົາເຫມືອນກັນ” 13 ແລ້ວພວກສາວົກຈຶ່ງເຂົ້າໃຈວ່າ ພຣະອົງຊົງກ່າວກັບເຂົາເຖິງເຣື່ອງໂຢຮັນບັບຕິສະໂຕ
ຊົງໂຜດເດັກນ້ອຍຜູ້ມີຜິສິງ
14 ເມື່ອພຣະເຢຊູສະເດັດພ້ອມກັບສາວົກສາມຄົນມາເຖິງປະຊາຊົນທັງຫລາຍແລ້ວ ມີຊາຍຄົນນຶ່ງມາຫາພຣະອົງຄຸເຂົ່າລົງ 15 ທູນວ່າ, “ນາຍເອີຍ, ຂໍໂຜດເມດຕາບຸດຂອງຂ້າພຣະອົງແດ່ທ້ອນ ດ້ວຍວ່າເຂົາເປັນບ້າຫມູ ມີຄວາມທຸກລຳບາກຫລາຍເພາະມັນຕົກໃສ່ໄຟໃສ່ນ້ຳຫລາຍເທື່ອ 16 ຂ້າພຣະອົງໄດ້ພາບຸດມາຫາພວກສິດຂອງທ່ານແລ້ວ ແຕ່ເຂົາເຮັດໃຫ້ເຂົາດີບໍ່ໄດ້” 17 ພຣະເຢຊູຊົງຕອບວ່າ, “ໂອ ຄົນໃນສະໄຫມທີ່ຂາດຄວາມເຊື່ອແລະຊົ່ວຊ້າເຮິຍ ເຮົາຈະຕ້ອງຢູ່ກັບພວກເຈົ້າເຫິງປານໃດ ເຮົາຈະຕ້ອງອົດທົນກັບພວກເຈົ້ານານປານໃດ ຈົ່ງພາເຂົາມາຫາເຮົາທີ່ນີ້ສາ” 18 ພຣະເຢຊູຊົງກ່າວຊຳຮະຜິຮ້າຍນັ້ນ ແລ້ວມັນໄດ້ອອກຫນີໄປ ຕັ້ງແຕ່ໂມງນັ້ນໄປເດັກນ້ອຍນັ້ນກໍດີປົກກະຕິ 19 ຕໍ່ມາພວກສາວົກໄດ້ເຂົ້າມາຫາພຣະເຢຊູຕ່າງຫາກທູນຖາມວ່າ, “ເພາະເຫດໃດພວກຂ້າພຣະອົງຈຶ່ງຂັບໄລ່ຜີນັ້ນອອກບໍ່ໄດ້” 20 ພຣະເຢຊູຊົງຕອບເຂົາວ່າ, “ເພາະເຫດພວກທ່ານມີຄວາມເຊື່ອນ້ອຍ ດ້ວຍເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານມີຄວາມເຊື່ອທໍ່ເມັດຜັກກາດເມັດນຶ່ງ ພວກທ່ານຈະສັ່ງພູຫນ່ວຍນີ້ວ່າ “ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ” ມັນກໍຈະເຄື່ອນໄປ ບໍ່ມີສິ່ງໃດທີ່ທ່ານເຮັດບໍ່ໄດ້ 21 (ແຕ່ຜິແນວນີ້ບໍ່ເຄີຍຖືກຂັບອອກ ເວັ້ນແຕ່ດ້ວຍການອ້ອນວອນແລະການຖືສິນອົດອາຫານ)
ຊົງທຳນວາຍເຖິງມໍຣະນາພາບຂອງພຣະອົງ
22 ຄັນພຣະເຢຊູຊົງປະຊຸມກັບພວກສາວົກໃນແຂວງຄາລີເລ ພຣະອົງຊົງບອກເຂົາວ່າ, “ບຸດມະນຸດຈະຕ້ອງຖືກມອບໄວ້ໃນມືມະນຸດ 23 ເຂົາຈະຂ້າທ່ານເສັຽ ໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ເປັນຄືນມາ” ພວກສາວົກກໍມີຄວາມທຸກຫນັກໃຈ
ການເສັຽຄ່າບຳຣຸງພຣະວິຫານ
24 ເມື່ອມາເຖິງເມືອງກາເປນາອູມແລ້ວ ມີພວກເກັບຄ່າບຳຣຸງພຣະວິຫານມາຫາເປໂຕຖາມວ່າ, “ອາຈານຂອງພວກທ່ານບໍ່ເສັຽເງິນບຳຣຸງພຣະວິຫານຫລື” 25 ເປໂຕຕອບວ່າ, “ເສັຽ” ເມື່ອເປໂຕເຂົ້າໄປໃນເຮືອນ ພຣະເຢຊູຊົງກ່າວຂຶ້ນກ່ອນຖາມວ່າ, “ຊີໂມນເອີຍ, ທ່ານຄຶດຢ່າງໃດ ພວກເຈົ້າແຜ່ນດິນເຄີຍເກັບພາສິແລະເງິນສ່ວຍຈາກຜູ້ໃດ ຈາກໂອຣົດຫລືຈາກຜູ້ອື່ນ” 26 ເປໂຕທູນຕອບວ່າ, “ເຄີຍເກັບຈາກຜູ້ອື່ນ” ພຣະເຢຊູຊົງກ່າວວ່າ, “ຖ້າຢ່າງນັ້ນ ໂອຣົດກໍບໍ່ຕ້ອງເສັຽ” 27 ແຕ່ເພື່ອບໍ່ໃຫ້ເຂົາເສັຽໃຈ ທ່ານຈົ່ງໄປຕຶກເບັດທີ່ທະເລ ເມື່ອໄດ້ປາໂຕແຣກຂຶ້ນມາໃຫ້ງະປາກມັນ ແລ້ວທ່ານຈະພົບເງິນຫລຽນນຶ່ງ ຈົ່ງເອົາເງິນນັ້ນໄປເສັຽຄ່າບຳຣຸງພຣະວິຫານສຳລັບເຮົາກັບທ່ານ”
ໃຜເປັນໃຫຍ່ໃນສວັນ
1 ໃນເວລານັ້ນພວກສາວົກມາຫາພຣະເຢຊູທູນວ່າ, “ໃຜເປັນໃຫຍ່ໃນຣາຊອານາຈັກສວັນ” 2 ພຣະເຢຊູຊົງເອີ້ນເອົາເດັກນ້ອຍຄົນນຶ່ງມາໃຫ້ຢືນຖ້າມກາງເຂົາ 3 ແລ້ວຊົງກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານບໍ່ກັບໃຈ ແລະກາຍເປັນເຫມືອນເດັກນ້ອຍ ທ່ານຈະເຂົ້າໃນຣາຊແຜ່ນດິນສວັນບໍ່ໄດ້ຈັກເທື່ອ 4 ເຫດສັນນັ້ນຖ້າຜູ້ໃດຖ່ອມຕົວລົງເຫມືອນເດັກນ້ອຍຜູ້ນີ້ ຜູ້ນັ້ນແຫລະ, ເປັນໃຫຍ່ໃນຣາຊອານາຈັກສວັນ 5 ຖ້າຜູ້ໃດຈະຮັບເດັກນ້ອຍຜູ້ນຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍໄດ້ຮັບເຮົາ”
ເຫດໃຫ້ຫລົງຜິດ
6 “ຖ້າຜູ້ໃດເຮັດໃຫ້ຄົນນຶ່ງໃນຫມູ່ເດັກນ້ອຍເຫລົ່ານີ້ທີ່ເຊື່ອໃນເຮົາຫລົງຜິດ ຖ້າເອົາຫີນໂມ້ກ້ອນໃຫຍ່ຜູກຄໍຜູ້ນັ້ນຈົມລົງນ້ຳທະເລເລິກເສັຽກໍດີກວ່າ 7 ວິບັດແກ່ໂລກນີ້ ເພາະເຫດທີ່ໃຫ້ເກິດການຫລົງຜິດ ເພາະວ່າຈຳເປັນຕ້ອງມີເຫດໃຫ້ຫລົງຜິດ ແຕ່ວິບັດແກ່ຜູ້ທີ່ກໍ່ເຫດໃຫ້ເກິດການຫລົງຜິດນັ້ນ 8 ຖ້າມືຫລືຕີນຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຕັດຖິ້ມເສັຽ ທີ່ຈະເຂົ້າໃນຊີວິດດ້ວຍມືແລະຕີນກຸດຫລືພິການ ຍັງດີກວ່າມີມືແລະຕິນສອງເບື້ອງ ແຕ່ຕ້ອງຖືກຖິ້ມໃສ່ໄຟທີ່ໄຫມ້ຢູ່ເປັນນິດ 9 ຖ້າຕາຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຄວັດອອກຖິ້ມເສັຽ ທີ່ຈະເຂົ້າໃນຊີວິດດ້ວຍຕາເບື້ອງດຽວ ຍັງດີກວ່າມີຕາສອງເບື້ອງ ແຕ່ຕ້ອງຖືກຖິ້ມໃສ່ໄຟນະຮົກ“
ແກະທີ່ເສັຽ
10 “ຈົ່ງລະວັງໃຫ້ດີ ຢ່າຄຶດດູຫມິ່ນເດັກນ້ອຍຫມູ່ນີ້ຈັກຄົນນຶ່ງ ດ້ວຍເຮົາບອກພວກທ່ານວ່າ ເທວະດາປະຈຳຂອງເຂົາໃນສວັນເຝົ້າສເມີ ຕໍ່ພຣະພັກພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສວັນ 11 ດ້ວຍວ່າບຸດມະນຸດໄດ້ມາໂຜດເອົາອັນທີ່ຫລົງເສັຽໄປນັ້ນໃຫ້ພົ້ນ 12 ພວກທ່ານຄຶດເຫັນຢ່າງໃດ ຖ້າຜູ້ນຶ່ງມີແກະຢູ່ຮ້ອຍໂຕ ແລະໂຕນຶ່ງຫລົງເສັຽໄປຈາກຝູງ ຜູ້ນັ້ນຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ຢູ່ພູ ແລ້ວໄປຊອກຫາໂຕທີ່ຫລົງເສັຽໄປນັ້ນຫລື 13 ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພົບແກະໂຕທີ່ເສັຽ ຜູ້ນັ້ນຄົງຊົມຊື່ນຍິນດີໃນແກະໂຕນັ້ນ ຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ຫລົງເສັຽໄປ 14 ດັ່ງນັ້ນແຫລະ, ພຣະບິດາຂອງພວກທ່ານຜູ້ຊົງສະຖິດຢູ່ໃນສວັນ ຈຶ່ງບໍ່ຊົງປາຖນາໃຫ້ຜູ້ນ້ອຍເຫລົ່ານີ້ຈິບຫາຍແມ່ນແຕ່ຜູ້ດຽວ”
ພີ່ນ້ອງຜູ້ເຮັດຜິດຕໍ່ທ່ານ
15 “ຖ້າພີ່ນ້ອງຂອງທ່ານເຮັດຜິດບາບ (ຕໍ່ທ່ານ) ຈົ່ງໄປແຈ້ງຄວາມຜິດນັ້ນແກ່ເຂົາສອງຕໍ່ສອງເທົ່ານັ້ນ ຖ້າເຂົາຍອມຟັງ ທ່ານກໍໄດ້ພີ່ນ້ອງຄືນມາ 16 ແຕ່ຖ້າເຂົາບໍ່ຍອມຟັງ ທ່ານຈົ່ງເອົາຄົນນຶ່ງຫລືສອງຄົນໄປນຳໃຫ້ເປັນພຍານສອງສາມປາກ ເພື່ອທຸກຄຳຈະຖືເປັນຫລັກຖານໄດ້ 17 ຖ້າເຂົາບໍ່ຍອມຟັງຄົນເຫລົ່ານັ້ນ ຈົ່ງໄປແຈ້ງຄວາມຕໍ່ຄຣິສຕະຈັກ ແລະຖ້າເຂົາບໍ່ຍອມຟັງຄຣິສຕະຈັກອີກກໍໃຫ້ຖືເສັຽວ່າເຂົາເປັນເຫມືອນຄົນນອກສາສນາແລະຄົນເກັບພາສິ 18 ເຮົາບອກພວກທ່ານຕາມຄວາມຈິງວ່າ ສິ່ງໃດໆທີ່ພວກທ່ານຈະຜູກມັດໄວ້ໃນໂລກ ກໍຈະຊົງຜູກມັດໄວ້ແລ້ວໃນສວັນ ແລະສິ່ງໃດໆທີ່ພວກທ່ານຈະແກ້ໃນໂລກ ກໍຈະຊົງແກ້ໃຫ້ຫລຸດເສັຽແລ້ວໃນສວັນເຫມືອນກັນ 19 ເຮົາບອກແກ່ພວກທ່ານອີກວ່າ ຖ້າໃນພວກທ່ານທີ່ຢູ່ໃນໂລກສອງຄົນຈະຮ່ວມການຂໍສິ່ງນຶ່ງສິ່ງໃດ ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສວັນກໍຈະຊົງກະທຳໃຫ້ 20 ດ້ວຍວ່າມີສອງຫລືສາມຄົນປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ຖ້າມກາງເຂົາບ່ອນນັ້ນແຫລະ”
ຄຳອຸປມາເຣື່ອງການອະພັຍໂທດໃຫ້ກັນແລະກັນ
21 ເມື່ອນັ້ນເປໂຕໄດ້ມາທູນຖາມພຣະອົງວ່າ, “ນາຍເອີຍ, ຖ້າພີ່ນ້ອງຂອງຂ້າພຣະອົງເຮັດຜິດຕໍ່ຂ້າ ພຣະອົງຫລາຍເທື່ອ ຂ້າພຣະອົງຕ້ອງຍົກຜິດໃຫ້ເຂົາເຖິງຈັກເທື່ອ ເຖິງເຈັດເທື່ອຫລື” 22 ພຣະເຢຊູຊົງຕອບວ່າ, “ເຮົາບໍ່ໄດ້ບອກພຽງເຈັດເທື່ອເທົ່ານັ້ນ ແຕ່ເຖິງເຈັດສິບເທື່ອຄູນກັບເຈັດ 23 ເຫດສັນນັ້ນຣາຊອານາຈັກສວັນປຽບເຫມືອນເຈົ້າກະສັດອົງນຶ່ງ ຊົງປະສົງຢາກຄິດບັນຊິເງິນທີ່ພວກຂ້າໃຊ້ເປັນຫນີ້ 24 ເມື່ອຊົງຕັ້ງຕົ້ນຄິດບັນຊິຢູ່ນັ້ນ ເຂົາພາຄົນຜູ້ນຶ່ງທີ່ເປັນຫນີ້ຫມື່ນຕາລັນຕົນມາເຝົ້າ 25 ເມື່ອຜູ້ນັ້ນບໍ່ມີສິ່ງໃດຈະໃຊ້ ທ່ານຈຶ່ງສັ່ງໃຫ້ຂາຍຕົວກັບທັງເມັຽແລະລູກ ແລະບັນດາສິ່ງຂອງທີ່ເຂົາມີຢູ່ເອົາມາໃຊ້ຫນີ້ເສັຽ 26 ຄົນໃຊ້ຜູ້ນັ້ນຈຶ່ງຂາບລົງວອນຕໍ່ທ່ານວ່າ, “ໂອຍທ່ານເອີຍ, ຂໍຊົງໂຜດຜ່ອນຜັນຂ້າພະເຈົ້າກ່ອນ ແລ້ວຂ້າພະເຈົ້າຈະຫາໃຊ້ແທນໃຫ້ຫມົດ” 27 ເຈົ້າອົງນັ້ນມີພຣະທັຍເມດຕາ ຈຶ່ງປ່ອຍຕົວມັນໄປແລະຍົກຫນີ້ໃຫ້ດ້ວຍ 28 ແຕ່ເມື່ອຂ້າໃຊ້ຜູ້ນັ້ນອອກໄປ ກໍພົບເພື່ອນຜູ້ນຶ່ງທີ່ເປັນຂ້າໃຊ້ດ້ວຍກັນຊຶ່ງເປັນຫນີ້ຕົນນຶ່ງຮ້ອຍເດນາຣິອົນ ມັນຈຶ່ງຈັບເພື່ອນຄົນນັ້ນບີບຄໍວ່າ, “ເງິນທີ່ມຶງເປັນຫນີ້ກູນັ້ນເອົາມາແທນເສັຽແມ໋” 29 ເພື່ອນຄົນນັ້ນຈຶ່ງຂາບລົງອ້ອນວອນວ່າ, “ຂໍຜ່ອນຜັນໃຫ້ເຮົາເສັຽກ່ອນທ້ອນ ແລ້ວເຮົາຈະໃຊ້ໃຫ້ທັງຫມົດ” 30 ແຕ່ມັນບໍ່ຍອມຈຶ່ງຈັບລູກຫນີ້ຜູ້ນັ້ນຂັງໄວ້ຈົນກວ່າຈະໃຊ້ຫນີ້ນັ້ນ 31 ຝ່າຍພວກເພື່ອນຂ້າໃຊ້ດ້ວຍກັນ ເມື່ອໄດ້ເຫັນເຫດການຢ່າງນັ້ນກໍພາກັນທຸກໃຈຫລາຍ ຈຶ່ງນຳເຫດການທັງປວງໄປກາບທູນຕໍ່ເຈົ້າອົງນັ້ນ 32 ທ່ານຈຶ່ງເອີ້ນຂ້າໃຊ້ຜູ້ນັ້ນມາເຝົ້າແລ້ວຊົງກ່າວວ່າ, “ອ້າຍຂີ້ຂ້າຊາດຊົ່ວເຮິຍ, ກູໄດ້ຍົກຫນີ້ໃຫ້ມຶງທັງຫມົດເພາະມຶງໄດ້ອ້ອນວອນຂໍນຳກູ 33 ມຶງຄວນຈະສົງສານເພື່ອນຂອງມຶງເຫມືອນດັ່ງກູໄດ້ສົງສານມຶງ ບໍ່ແມ່ນຫລື” 34 ແລ້ວເຈົ້າອົງນັ້ນກໍຮ້າຍ ຈຶ່ງມອບເຂົາໄວ້ແກ່ເຈົ້າຫນ້າທີ່ໃຫ້ທໍຣະມານຈົນກວ່າຈະໃຊ້ຫນີ້ໃຫ້ຫມົດ 35 ຢ່າງນັ້ນແຫລະ, ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສວັນ ກໍຈະເຮັດດັ່ງນັ້ນແກ່ພວກທ່ານທຸກຄົນ ຖ້າພວກທ່ານບໍ່ຍົກຄວາມຜິດໃຫ້ພີ່ນ້ອງຂອງຕົນດ້ວຍສຸດໃຈ”
ຊົງສອນເຣື່ອງລັກສະນະຜົວເມັຽ
1 ເມື່ອພຣະເຢຊູຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວພຣະອົງໄດ້ໄດ້ສະເດັດຈາກແຂວງຄາລີເລ ເຂົ້າໄປໃນເຂດແດນແຂວງຢູດາຍຟາກແມ່ນ້ຳຈໍແດນເບື້ອງນັ້ນ 2 ມີປະຊາຊົນຫລວງຫລາຍຕິດຕາມພຣະອົງໄປ ແລ້ວພຣະອົງໄດ້ຊົງໂຜດໃຫ້ເຂົາດີພຍາດໃນທີ່ນັ້ນ 3 ຝ່າຍພວກຟາຣິຊາຍໄດ້ເຂົ້າມາທົດລອງພຣະອົງທູນວ່າ, “ທີ່ຜູ້ຊາຍຈະຢ່າຮ້າງກັບເມັຽເພາະເຫດໃດກໍຕາມ ຈະຖືກຕ້ອງຕາມກົດບັນຍັດຫລື” 4 ພຣະອົງຊົງຕອບເຂົາວ່າ, “ພວກທ່ານບໍ່ໄດ້ອ່ານຫລືວ່າ “ພຣະຜູ້ຊົງສ້າງມະນຸດແຕ່ເດີມໄດ້ຊົງສ້າງໃຫ້ເປັນຊາຍແລະຍິງ” 5 ໂດຍຊົງກ່າວວ່າ, “ດ້ວຍເຫດນັ້ນຜູ້ຊາຍຈຶ່ງລະບິດາມານດາຂອງຕົນໄປຜູກພັນຢູ່ກັບເມັຽ ແລະເຂົາທັງສອງຈະເປັນກາຍອັນດຽວກັນ 6 ເຂົາຈຶ່ງບໍ່ເປັນສອງຕໍ່ໄປແຕ່ເປັນກາຍອັນດຽວ” ເຫດສັນນັ້ນຊຶ່ງພຣະເຈົ້າໄດ້ຊົງໃຫ້ເຂົ້າຮ່ວມແອກກັນແລ້ວນັ້ນ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ” 7 ເຂົາຈຶ່ງຍ້ອນຖາມພຣະອົງວ່າ, “ຖ້າຢ່າງນັ້ນເປັນຫຍັງໂມເຊຈຶ່ງສັ່ງໃຫ້ເຮັດຫນັງສືຢ່າຮ້າງ ແລ້ວໃຫ້ປະໄດ້” 8 ພຣະອົງຊົງຕອບເຂົາວ່າ, “ທີ່ໂມເຊໄດ້ອະນຸຍາດໃຫ້ພວກທ່ານປະເມັຽຂອງຕົນໄດ້ ກໍເພາະໃຈຂອງພວກທ່ານແຂງກະດ້າງ ແຕ່ເມື່ອເດີມບໍ່ເປັນຢ່າງນັ້ນ 9 ຝ່າຍເຮົາບອກພວກທ່ານວ່າ ຜູ້ໃດຈະປະເມັຽຂອງຕົນໂດຍເມັຽບໍ່ເປັນຊູ້ກັບຊາຍອື່ນແລ້ວໄປເອົາເມັຽໃຫມ່ ຜູ້ນັ້ນມີຜິດໃນຖານຫລິ້ນຊູ້ ແລະຜູ້ໃດຈະເອົາແມ່ຮ້າງນັ້ນມາເປັນເມັຽ ກໍຜິດໃນຖານຫລິ້ນຊູ້ເຫມືອນກັນ” 10 ພວກສາວົກຈຶ່ງທູນພຣະອົງວ່າ, “ຖ້າລັກສະນະຜົວເມັຽເປັນຢ່າງນັ້ນ ການເອົາຜົວເມັຽກໍບໍ່ເປັນປໂຍດ” 11 ພຣະອົງຊົງຕອບເຂົາວ່າ, “ບໍ່ແມ່ນຫມົດທຸກຄົນທີ່ຈະຮັບປະຕິບັດຕາມຂໍ້ນີ້ໄດ້ ເວັ້ນແຕ່ຜູ້ທີ່ຊົງໂຜດເທົ່ານັ້ນ 12 ດ້ວຍຜູ້ທີ່ເປັນເທືອຍແຕ່ກຳເນິດກໍມີ ຜູ້ທີ່ມະນຸດເຮັດໃຫ້ເປັນເທືອຍກໍມີ ຜູ້ທີ່ເຮັດໃຫ້ຕົນເອງເປັນເທືອຍເພາະເຫັນແກ່ຣາຊອານາຈັກກໍມີ ໃຜຮັບປະຕິບັດໄດ້ກໍໃຫ້ຮັບເອົາ”
ຊົງອວຍພອນເດັກນ້ອຍ
13 ຂນະນັ້ນເຂົາໄດ້ພາພວກເດັກນ້ອຍມາຫາພຣະອົງ ເພື່ອຈະໃຫ້ພຣະອົງຊົງວາງພຣະຫັດ ແລະອ້ອນວອນເພື່ອເຂົາ ແຕ່ພວກສາວົກໄດ້ຫ້າມປາມໄວ້ 14 ຝ່າຍພຣະເຢຊູຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ຢ່າຊູ່ຫ້າມເຂົາ ເພາະຣາຊແຜ່ນດິນເປັນຂອງຄົນທີ່ເຫມືອນເດັກນ້ອຍເຫລົ່ານີ້ແຫລະ” 15 ເມື່ອພຣະອົງຊົງວາງພຣະຫັດໃສ່ພວກເດັກນ້ອຍແລ້ວ ກໍໄດ້ສະເດັດໄປຈາກບ່ອນນັ້ນ
ເຣື່ອງເສດຖີຫນຸ່ມ
16 ແລະເບິ່ງແມ໋, ມີຄົນນຶ່ງເຂົ້າມາທູນພຣະອົງວ່າ, “ພຣະອາຈານເອີຍ, ຂ້າພຣະອົງຈະຕ້ອງເຮັດດີປະການໃດຈຶ່ງຈະໄດ້ຊີວິດອັນຕລອດໄປເປັນນິດ” 17 ພຣະອົງຊົງຕອບວ່າ, “ເປັນຫຍັງທ່ານຖາມເຮົາເຖິງສິ່ງທີ່ດີ ຜູ້ດີມີພຽງຜູ້ດຽວ ຖ້າທ່ານປາຖນາຈະເຂົ້າໃນຊີວິດ ໃຫ້ຖືຮັກສາຂໍ້ບັນຍັດທັງຫລາຍໄວ້” 18 ຜູ້ນັ້ນທູນຖາມວ່າ, “ພຣະບັນຍັດຂໍ້ໃດ?” ພຣະເຢຊູຊົງຕອບວ່າ, “ຄືຂໍ້ທີ່ວ່າ ຢ່າຂ້າຄົນ ຢ່າມິດສາຈານຈາກຜົວຈາກເມັຽ ຢ່າລັກຊັບ ຢ່າເປັນພຍານບໍ່ຈິງ 19 ຈົ່ງນັບຖືບິດາມານດາຂອງຕົນ ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” 20 ຄົນຫນຸ່ມນັ້ນທູນຖາມພຣະອົງອີກວ່າ, “ຂໍ້ເຫລົ່ານັ້ນຂ້າພຣະອົງໄດ້ຖືຮັກສາມາແລ້ວ ຂ້າພຣະອົງຍັງຂາດສິ່ງໃດອີກ” 21 ພຣະເຢຊູຊົງຕອບວ່າ, “ຖ້າທ່ານປາຖນາຢາກເປັນຜູ້ດີຄົບຖ້ວນ ຈົ່ງໄປຂາຍບັນດາສິ່ງຂອງຊຶ່ງທ່ານມີຢູ່ ແຈກທານແກ່ຄົນອານາຖາ ແລ້ວທ່ານຈະມີຊົບສົມບັດໃນສວັນ ແລະຈົ່ງຕາມເຮົາມາເສັຽ” 22 ເມື່ອຄົນຫນຸ່ມໄດ້ຍິນດັ່ງນັ້ນກໍອອກໄປເປັນທຸກຫນັກໃຈເພາະຕົນມີຊັບສິ່ງຂອງຈຳນວນຫລາຍ 23 ພຣະເຢຊູຊົງກ່າວກັບພວກສາວົກຂອງຕົນວ່າ, “ເຮົາບອກທ່ານຕາມຄວາມຈິງວ່າ ຄົນຮັ່ງມີຈະ ເຂົ້າໄປໃນຣາຊແຜ່ນດິນສວັນກໍຍາກ 24 ເຮົາບອກພວກທ່ານອີກວ່າ ໂຕໂອດໂອຈະລອດຮູເຂັມກໍງ່າຍກວ່າຄົນຮັ່ງມີຈະເຂົ້າໄປໃນແຜ່ນດິນຂອງພຣະເຈົ້າ” 25 ເມື່ອພວກສາວົກໄດ້ຍິນດັ່ງນັ້ນກໍປລາດໃຈຫລາຍ ຈຶ່ງເວົ້າວ່າ, “ຖ້າຢ່າງນັ້ນໃຜຈະລອດພົ້ນໄດ້” 26 ພຣະເຢຊູທອດພຣະເນດພວກສາວົກແລ້ວຊົງກ່າວວ່າ, “ຝ່າຍມະນຸດກໍເຫລືອກຳລັງທີ່ຈະເຮັດໄດ້ ແຕ່ຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ” 27 ແລ້ວເປໂຕທູນຕອບວ່າ, “ເບິ່ງແມ໋, ຂ້າພຣະອົງທັງຫລາຍໄດ້ສລະຫມົດທຸກສິ່ງແລ້ວ ແລະໄດ້ຕິດຕາມທ່ານມາ ພວກຂ້າພຣະອົງຈະໄດ້ຫຍັງແດ່” 28 ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນໂລກໃຫມ່ ຄາວເມື່ອບຸດມະນຸດຈະນັ່ງເທິງພຣະທີ່ນັ່ງອັນຮຸ່ງເຮືອງຂອງຕົນນັ້ນ ຝ່າຍພວກທ່ານທີ່ຕິດຕາມເຮົາມາກໍຈະໄດ້ນັ່ງເທິງບັນລັງສິບສອງບ່ອນພິພາກສາອິສຣາເອນ ສິບສອງຕະກູນເຫມືອນກັນ 29 ຜູ້ໃດສະລະເຮືອນ ຫລືອ້າຍເອື້ອຍນ້ອງ ຫລືບິດາມານດາ ຫລືລູກ ຫລືໄຮ່ນາ ເພາະເຫັນແກ່ນາມຂອງເຮົາ ຜູ້ນັ້ນຈະໄດ້ຮັບຜົນຕອບແທນຮ້ອຍທໍ່ ແລະຈະໄດ້ຮັບມໍຣະດົກຄືຊີວິດອັນຕລອດໄປເປັນນິດ 30 ແຕ່ມີຫລາຍຄົນທີ່ເປັນຕົ້ນຈະກັບເປັນປາຍ ແລະຜູ້ທີ່ເປັນປາຍຈະກັບເປັນຕົ້ນ”
ຄົນທຳງານໃນສວນອະງຸ່ນ
1 “ເພາະໃນຣາຊອານາຈັກສວັນປຽບເຫມືອນພໍ່ເຮືອນຜູ້ນຶ່ງທີ່ອອກໄປແຕ່ເຊົ້າໆ ເພື່ອຈ້າງຄົນມາທຳງານໃນສວນອະງຸ່ນຂອງຕົນ 2 ຄັນຕົກລົງກັບລູກຈ້າງວັນລະນຶ່ງເດນາຣິອົນແລ້ວ ຈຶ່ງໃຊ້ໃຫ້ໄປທຳງານໃນສວນຂອງຕົນ 3 ພໍສາມໂມງເຊົ້າ ເຈົ້າຂອງສວນກໍອອກໄປອີກແລະພົບຄົນອື່ນຢືນຢູ່ລ້າໆ ກາງຕລາດ 4 ທ່ານຈຶ່ງເວົ້າກັບເຂົາວ່າ “ພວກເຈົ້າຈົ່ງໄປທຳງານໃນສວນອະງຸ່ນຂອງຂ້ອຍເຫມືອນກັນ ແລະຂ້ອຍຈະໃຫ້ຄ່າຈ້າງແກ່ພວກເຈົ້າຕາມສົມຄວນ” ແລ້ວເຂົາກໍພາກັນໄປ 5 ພໍເວລາຫົກໂມງ ແລະເວລາເກົ້າໂມງ ທ່ານກໍອອກໄປອີກເຮັດເຫມືອນແຕ່ກ່ອນ 6 ປະມານສິບເອັດໂມງ ທ່ານກໍອອກໄປອີກເທື່ອນຶ່ງ ພົບອີກພວກນື່ງຢືນຢູ່ຈຶ່ງຖາມເຂົາວ່າ “ເປັນຫຍັງພວກເຈົ້າຈຶ່ງຢືນຢູ່ຫມົດມື້ລ້າໆ “ 7 ເຂົາຕອບວ່າ “ເພາະບໍ່ມີຜູ້ໃດຈ້າງ” ທ່ານຈຶ່ງບອກເຂົາວ່າ, “ພວກເຈົ້າຈົ່ງໄປທຳງານໃນສວນອະງຸ່ນເຫມືອນກັນ” 8 ຄັນເຖິງເວລາຄ່ຳແລ້ວ ເຈົ້າຂອງສວນຈຶ່ງບອກເຈົ້າພະນັກງານວ່າ “ຈົ່ງເອີ້ນພວກຄົນງານມາ ແລ້ວໃຫ້ຄ່າຈ້າງແກ່ເຂົາຕັ້ງແຕ່ຜູ້ທຳງານສຸດທ້າຍຈົນເຖິງຜູ້ມາກ່ອນ” 9 ເມື່ອພວກທີ່ເຂົ້າການແຕ່ສິບເອັດໂມງນັ້ນໄດ້ມາແລ້ວ ເຂົາກໍໄດ້ຮັບຄົນລະນຶ່ງເດນາຣິອົນ 10 ສວ່ນພວກທີ່ເຂົ້າການກ່ອນ ເມື່ອມາແລ້ວກໍນຶກວ່າຄົງຈະໄດ້ຮັບຫລາຍກວ່ານັ້ນ ແຕ່ກໍໄດ້ຮັບຄົນລະນຶ່ງເດນາຣິອົນເຫມືອນກັນ 11 ເມື່ອໄດ້ຮັບເງິນແລ້ວເຂົາກໍຈົ່ມຕໍ່ພໍ່ເຮືອນ 12 ວ່າ “ພວກທີ່ເຂົ້າການສຸດທ້າຍໄດ້ເຮັດວຽກແຕ່ຊົ່ວໂມງດຽວ ແລະທ່ານໄດ້ໃຫ້ເຂົາທໍ່ກັນກັບພວກຂ້ານ້ອຍ ທີ່ອົດທຳງານຫນັກຕາກແດດຮ້ອນຕລອດວັນ” 13 ທ່ານຈຶ່ງຕອບຜູ້ນຶ່ງໃນຫມູ່ນັ້ນວ່າ, “ສະຫາຍເອີຍ, ຂ້ອຍບໍ່ໄດ້ເຮັດຜິດຕໍ່ເຈົ້າດອກ ເຈົ້າໄດ້ຕົກລົງກັນແລ້ວກັບຂ້ອຍວັນລະນຶ່ງເດນາຣິອົນ ບໍ່ແມ່ນຫລື 14 ສວ່ນທີ່ຕົກເປັນຂອງເຈົ້າຈົ່ງເອົາໄປເສັຽ ຂ້ອຍພໍໃຈຈະໃຫ້ຄົນທີ່ເຂົ້າການສຸດທ້າຍນີ້ທໍ່ກັນກັບເຈົ້າ 15 ຂ້ອຍມີສິດທີ່ຈະໃຊ້ເງິນຄຳຂອງຂ້ອຍຕາມໃຈຂອງຂ້ອຍບໍ່ຄວນຫລື ເປັນຫຍັງເຈົ້າອິດສາເມື່ອເຫັນຂ້ອຍໃຈດີ” 16 ຢ່າງນັ້ນແຫລະ, ຜູ້ທີ່ເປັນປາຍຈະກັບເປັນຕົ້ນ ແລະຜູ້ເປັນຕົ້ນຈະກັບເປັນປາຍ”
ຊົງທຳນວາຍເຖິງມໍຣະນາພາບຂອງພຣະອົງເປັນຄັ້ງທີ່ສາມ
17 ເມື່ອພຣະເຢຊູກຳລັງສະເດັດຂຶ້ນເມືອກຸງເຢຣູຊາເລັມ ກໍຊົງພາພວກສາວົກສິບສອງຄົນໄປເປັນຫມຸ່ຕ່າງຫາກ ຕາມທາງນັ້ນພຣະອົງຊົງບອກພວກເຂົາວ່າ, 18 “ເບິ່ງແມ໋, ພວກເຮົາກໍາລັງຂຶ້ນເມືອກຸງເຢຣູຊາເລັມ ແລະເຂົາຈະມອບບຸດມະນຸດໄວ້ກັບພວກປະໂຣຫິດຕົນໃຫຍ່ແລະພວກນັກທັມ ພວກເຫລົ່ານີ້ຈະລົງໂທດປະຫານຊີວິດທ່ານ 19 ແລ້ວຈະມອບໄວ້ກັບຄົນຕ່າງຊາດ ໃຫ້ເຍາະເຍີ້ຍຂ້ຽນຕີແລະຕອກຕິດແຂນໄວ້ທີ່ໄມ້ກາງແຂນ ແລ້ວໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ເປັນຄືນມາໃຫມ່”
ຄຳທູນຂໍຕຳແຫນ່ງຂອງມານດາ ຢາໂກໂບແລະໂຢຮັນ
20 ຂນະນັ້ນມານດາຂອງບຸດຊາຍເຊເບດີ ພາບຸດທັງສອງຂອງຕົນມາຫາພຣະອົງຂາບໄຫວ້ທູນຂໍສິ່ງນຶ່ງຈາກພຣະອົງ 21 ພຣະອົງຈຶ່ງຊົງຖາມນາງວ່າ, “ນາງປາຖນາສິ່ງໃດ” ນາງທູນຕອບວ່າ, “ຂໍທ່ານຮັບສັ່ງໃຫ້ບຸດຂອງຂ້າພຣະອົງສອງຄົນນີ້ນັ່ງໃນອານາຈັກຂອງທ່ານ ເບື້ອງຂວາຜູ້ນຶ່ງ ເບື້ອງຊ້າຍຜູ້ນຶ່ງ” 22 ພຣະເຢຊູຊົງຕອບວ່າ, “ທີ່ພວກທ່ານຂໍນັ້ນພວກທ່ານບໍ່ເຂົ້າໃຈ ຈອກທີ່ເຮົາຈວນຈະດື່ມນັ້ນ ທ່ານຈະດື່ມໄດ້ຫລື” ເຂົາທູນຕອບວ່າ, “ໄດ້ຢູ່ຂ້ານ້ອຍ” 23 ພຣະອົງຊົງກ່າວກັບເຂົາວ່າ, “ພວກທ່ານຈະດື່ມຈອກຂອງເຮົາກໍຈິງຢູ່ ແຕ່ທີ່ຈະນັ່ງເບື້ອງຂວາແລະເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນຫນ້າທີ່ຂອງເຮົາຈະຈັດໃຫ້ ແຕ່ພຣະບິດາຂອງເຮົາຊົງຈັດແຈ່ງໄວ້ສຳລັບຜູ້ໃດກໍເປັນຂອງຜູ້ນັ້ນ” 24 ເມື່ອພວກສາວົກສິບຄົນໄດ້ຍິນດັ່ງນັ້ນແລ້ວ ກໍມີຄວາມເຄືອງໃຈເພາະອ້າຍນ້ອງສອງຄົນນັ້ນ 25 ພຣະເຢຊູຊົງເອີ້ນເຂົາມາແລ້ວກ່າວວ່າ, “ພວກທ່ານຮູ້ຢູ່ວ່າພວກຜູ້ຄຸ້ມຄອງຄົນຕ່າງຊາດກໍບັງຄັບບັນຊາເຂົາ ແລະພວກຜູ້ໃຫຍ່ກໍໃຊ້ອຳນາດເຫນືອເຂົາ 26 ແຕ່ໃນລະຫວ່າງພວກທ່ານບໍ່ເປັນດັ່ງນັ້ນ ຖ້າຜູ້ໃດຢາກເກິດເປັນໃຫຍ່ໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຜູ້ຮັບໃຊ້ທ່ານທັງຫລາຍ 27 ແລະຖ້າຜູ້ໃດຢາກເປັນເອກເປັນຕົ້ນໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຂ້ອຍໃຊ້ຂອງພວກທ່ານ 28 ເຫມືອນຢ່າງບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນບົວລະບັດຕົນ ແຕ່ໄດ້ມາເພື່ອຈະບົວລະບັດເຂົາ ແລະປະທານຊີວິດຂອງຕົນໃຫ້ເປັນຄ່າໄຖ່ຄົນຈຳນວນຫລາຍ”
ຊົງໂຜດສອງຄົນຕາບອດ
29 ເມື່ອພຣະອົງກຳລັງສະເດັດພ້ອມດ້ວຍພວກສາວົກອອກໄປຈາກເມືອງເຢຣີໂກ ມີປະຊາຊົນຈຳນວນຫລາຍໄດ້ຕາມພຣະອົງໄປ 30 ແລະເບິ່ງແມ໋, ມີຄົນຕາບອດສອງຄົນນັ່ງຢູ່ແຄມທາງ ເມື່ອໄດ້ຍິນວ່າພຣະເຢຊູສະເດັດກາຍມາເຂົາຈຶ່ງຮ້ອງຂຶ້ນວ່າ, “ທ່ານຜູ້ເປັນບຸດດາວິດເອີຍ, ຂໍຈົ່ງເມດຕາພວກຂ້າພຣະອົງແດ່ທ້ອນ” 31 ຝ່າຍປະຊາຊົນກໍຫ້າມເຂົາໃຫ້ມິດຢູ່ ແຕ່ເຂົາແຮ່ງຊ້ຳຮ້ອງດັງຂຶ້ນວ່າ, “ທ່ານຜູ້ເປັນບຸດດາວິດເອີຍ, ຂໍຈົ່ງເມດຕາພວກຂ້າພຣະອົງແດ່ທ້ອນ” 32 ພຣະເຢຊູຊົງຢຸດຢູ່ ແລະເອີ້ນເຂົາມາ ແລ້ວຊົງຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາເຮັດຫຍັງເພື່ອເຈົ້າ” 33 ເຂົາຈຶ່ງທູນຕອບວ່າ, “ທ່ານເອີຍ, ຂໍໂຜດເຮັດໃຫ້ຕາຂອງພວກຂ້າພຣະອົງມືນເຫັນຮຸ່ງແດ່ທ້ອນ” 34 ພຣະເຢຊູຊົງມີພຣະທັຍຄຶດສົງສານ ຈຶ່ງຊົງບາຍຕາຂອງເຂົາ ໃນທັນໃດນັ້ນເຂົາກໍເຫັນຮຸ່ງ ຈຶ່ງໄດ້ຕິດຕາມພຣະອົງໄປ
ສະເດັດເຂົ້າກຸງເຢຣູຊາເລັມຢ່າງມີຊັຍ
1 ເມື່ອພຣະອົງສະເດັດພ້ອມດ້ວຍພວກສາວົກມາໃກ້ກຸງເຢຣູຊາເລັມ ເຖິງບ້ານເບັດຟາເກທີ່ພູຫມາກ ກອກເທດ ພຣະເຢຊູໄດ້ຊົງໃຊ້ສາວົກສອງຄົນໄປ 2 ໂດຍຊົງສັ່ງເຂົາວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ຫນ້າທ່ານ ແລະບັດນັ້ນທ່ານຈະພົບລໍແມ່ໂຕນຶ່ງຜູກຢູ່ກັບລູກມັນ ຈົ່ງແກ້ຈູງມາໃຫ້ເຮົາ 3 ຖ້າມີໃຜເວົ້າອັນໃດແກ່ທ່ານຈົ່ງຕອບເຂົາວ່າ “ນາຍຕ້ອງການ” ແລ້ວເຂົາຈະປ່ອຍໃຫ້ມາໂລດ” 4 ເຫດການນີ້ເກີດຂຶ້ນເພື່ອຈະສຳເຣັດຕາມທີ່ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມວ່າ, 5 “ຈົ່ງບອກແກ່ລູກສາວຂອງເມືອງຊີໂອນວ່າ “ເບິ່ງແມ໋, ກະສັດຂອງທ່ານສະເດັດມາຫາທ່ານໂດຍພຣະທັຍອ່ອນສຸພາບ ປະທັບເທິງຫລັງລໍ ຄືລໍນ້ອຍລູກສັດໃຊ້ໂຕນຶ່ງ” 6 ສາວົກສອງຄົນນັ້ນກໍໄປເຮັດຕາມທີ່ພຣະເຢຊູສັ່ງ 7 ຈຶ່ງຈູງລໍແມ່ກັບລູກມັນມາ ແລະເອົາເສື້ອຜ້າຂອງຕົນປູເທິງຫລັງມັນ ແລ້ວພຣະອົງໄດ້ຊົງຂຶ້ນປະທັບ 8 ແລະປະຊາຊົນສ່ວນຫລາຍໄດ້ເອົາເສື້ອຜ້າຂອງຕົນປູຕາມຫົນທາງ ບາງຄົນກໍຕັດຟົດໄມ້ມາປູຕາມທາງ 9 ຝ່າຍຝູງຄົນທີ່ຍ່າງໄປກ່ອນກັບຜູ້ທີ່ມາຕາມຫລັງໄດ້ໂຮ່ຮ້ອງວ່າ, “ໂຮຊັນນາແກ່ພຣະຣາຊບຸດຂອງດາວິດ ຂໍໃຫ້ທ່ານຜູ້ທີ່ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າຈົ່ງຊົງພຣະຈະເຣິນ ໂຮຊັນນາໃນທີ່ສູງສຸດ” 10 ເມື່ອພຣະອົງສະເດັດເຂົ້າໄປໃນກຸງເຢຣູຊາເລັມແລ້ວ ປະຊາຊົນທົ່ວທັງກຸງກໍພາກັນແຕກຕື່ນຖາມກັນວ່າ, “ຄົນນີ້ແມ່ນຜູ້ໃດ” 11 ຝູງຊົນກໍຕອບວ່າ, “ນີ້ຄືເຢຊູ ຜູ້ປະກາດພຣະທັມ ຊຶ່ງມາຈາກນາຊາເຣັດແຂວງຄາລີເລ”
ຊົງຊຳຮະພຣະວິຫານ
12 ເມື່ອນັ້ນພຣະເຢຊູໄດ້ສະເດັດເຂົ້າໄປໃນບໍຣິເວນພຣະວິຫານ ຊົງຂັບໄລ່ບັນດາຜູ້ຊື້ຂາຍໃນບໍຣິເວນພຣະວິຫານນັ້ນອອກເສັຽ ແລະຂວ້ຳໂຕະຜູ້ແລກເງິນກັບທັງບ່ອນນັ່ງຂອງຜູ້ຂາຍນົກ ເຂົາເສັຽ 13 ແລ້ວພຣະອົງຊົງບອກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ “ວິຫານຂອງເຮົາ ເຂົາຈະເອີ້ນວ່າເປັນສະຖານທີ່ໄຫວ້ວອນ” ແຕ່ຝ່າຍພວກເຈົ້າໄດ້ເຮັດໃຫ້ເປັນ “ຖ້ຳຂອງໂຈນ“ 14 ພວກຄົນຕາບອດແລະຄົນຂາເສັ້ງກໍໄດ້ພາກັນມາຫາພຣະອົງໃນບໍຣິເວນພຣະວິຫານ ພຣະອົງໄດ້ຊົງໂຜດໃຫ້ເຂົາດີຫມົດ 15 ແຕ່ເມື່ອພວກປະໂຣຫິດຕົນໃຫຍ່ ແລະພວກນັກທັມໄດ້ເຫັນການອັດສະຈັນທີ່ພຣະອົງຊົງເຮັດນັ້ນ ທັງໄດ້ຍິນພວກເດັກນ້ອຍຮ້ອງຂຶ້ນໃນບໍຣິເວນພຣະວິຫານວ່າ, “ໂຮຊັນນາແກ່ພຣະຣາຊບຸດຂອງດາວິດ” ເຂົາກໍພາກັນເຄືອງໃຈ 16 ເຂົາຈຶ່ງທູນຖາມພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຄຳທີ່ເຂົາຮ້ອງຢູ່ຫລື” ພຣະເຢຊູຊົງຕອບວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ໄດ້ອ່ານຈັກເທື່ອຫລືຄຳທີ່ວ່າ, “ພຣະອົງຊົງຈັດໃຫ້ຄຳສັຣເສີນອັນແທ້ຈິງ ອອກມາຈາກປາກຂອງເດັກນ້ອຍອ່ອນແລະຜູ້ທີ່ຍັງກິນນົມຢູ່” 17 ເມື່ອພຣະອົງຊົງລະຈາກເຂົາແລ້ວ ກໍສະເດັດອອກຈາກກຸງໄປປະທັບຢູ່ບ້ານເບັດທາເນັຽ
ຊົງປ້ອຍຕົ້ນເດື່ອເທດ
18 ຄັນຕອນເຊົ້າ ຂນະທີ່ພຣະອົງສະເດັດຄືນໄປຍັງກຸງ ພຣະອົງຊົງຫິວອາຫານ 19 ເມື່ອທອດພຣະເນດເຫັນຕົ້ນເດື່ອເທດຕົ້ນນຶ່ງຢູ່ແຄມທາງ ພຣະອົງກໍສະເດັດເຂົ້າໄປໃກ້ ເມື່ອຊົງເຫັນບໍ່ມີຫມາກມີແຕ່ໃບເທົ່ານັ້ນ ພຣະອົງຈຶ່ງຊົງກ່າວແກ່ຕົ້ນນັ້ນວ່າ, “ມຶງຢ່າໄດ້ເກິດຫມາກຕໍ່ໄປຈັກເທື່ອ” ໃນທັນໃດນັ້ນຕົນເດື່ອເທດກໍຫ່ຽວແຫ້ງລົງ 20 ເມື່ອສາວົກເຫັນດັ່ງນັ້ນກໍປລາດໃຈ ເວົ້າກັນວ່າ, “ເປັນຢ່າງໃດຫນໍ ຕົ້ນເດື່ອນັ້ນຈຶ່ງຫ່ຽວແຫ້ງໄປໃນທັນທີ” 21 ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານຫາກມີຄວາມເຊື່ອແລະບໍ່ສົງສັຍ ທ່ານຈະເຮັດໄດ້ຢ່າງທີ່ເຮົາໄດ້ເຮັດແກ່ຕົ້ນເດື່ອນີ້ ແລະບໍ່ພຽງເທົ່ານັ້ນ ແຕ່ວ່າທ່ານຈະບອກພູນີ້ວ່າ “ຈົ່ງຍ້າຍໄປຕົກລົງນ້ຳທະເລເສັຽ” ກໍຈະເປັນດັ່ງນັ້ນ 22 ສິ່ງສາຣະພັດທີ່ພວກທ່ານທູນຂໍໃນການອ້ອນວອນ ຖ້າມີຄວາມເຊື່ອທ່ານກໍຈະໄດ້ສິ່ງນັ້ນ”
ບັນຫາເຣື່ອງສິດອຳນາດຂອງພຣະເຢຊູ
23 ເມື່ອພຣະອົງສະເດັດເຂົ້າໄປໃນບໍຣິເວນພຣະວິຫານ ໃນເວລາທີ່ຊົງສັ່ງສອນຢູ່ນັ້ນ ພວກປະໂຣຫິດຕົນໃຫຍ່ແລະພວກເຖົ້າແກ່ແຫ່ງພົລເມືອງໄດ້ມາທູນຖາມພຣະອົງວ່າ, “ເຈົ້າມີສິດອັນໃດຈຶ່ງໄດ້ເຮັດການເຫລົ່ານີ້ ໃຜໃຫ້ສິດນີ້ແກ່ເຈົ້າ” 24 ພຣະເຢຊູຊົງຕອບເຂົາວ່າ, “ຝ່າຍເຮົາຈະຖາມພວກທ່ານຈັກຂໍ້ນຶ່ງເຫມືອນກັນ ຖ້າທ່ານຕອບໄດ້ ຝ່າຍເຮົາຈະບອກພວກທ່ານວ່າ ເຮົາເຮັດການນີ້ດ້ວຍສິດອັນໃດ 25 ຄືບັບຕິສະມາຂອງໂຢຮັນນັ້ນມາຈາກໃສ ມາຈາກ ສວັນຫລືມາຈາກມະນຸດ” ເຂົາໄດ້ປຶກສາກັນວ່າ, “ຖ້າເຮົາຈະຕອບວ່າ “ມາຈາກສວັນ” ເຂົາຄົງຈະຖາມເຮົາວ່າ “ດ້ວຍເຫດໃດ ພວກທ່ານບໍ່ເຊື່ອໂຢຮັນ” 26 ແຕ່ຖ້າເຮົາຈະວ່າ “ມາຈາກມະນຸດ” ກໍຢ້ານປະຊາຊົນ ເພາະປະຊາຊົນທັງປວງຖືວ່າໂຢຮັນເປັນຜູ້ປະກາດພຣະທັມ” 27 ເຂົາຈຶ່ງທູນຕອບພຣະເຢຊູວ່າ, “ພວກເຮົາບໍ່ຮູ້” ພຣະອົງຈຶ່ງຊົງບອກເຂົາວ່າ, “ຝ່າຍເຮົາຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາເຮັດການນີ້ດ້ວຍສິດອັນໃດ”
ຄຳອຸປມາເຣື່ອງລູກຊາຍສອງຄົນ
28 “ແຕ່ທ່ານທັງຫລາຍຄຶດເຫັນຢ່າງໃດ ຜູ້ນຶ່ງມີລູກຊາຍສອງຄົນ ພໍ່ໄປຫາລູກກົກບອກວ່າ, “ລູກເອີຍ, ຈົ່ງໄປເຮັດວຽກໃນສວນອະງຸ່ນມື້ນີ້ເນິ” 29 ລູກຜູ້ນັ້ນຕອບວ່າ “ບໍ່ໄປ” ພາຍລຸນມາໄດ້ປ່ຽນໃຈແລ້ວກໍໄປ 30 ພໍ່ຈຶ່ງໄປຫາລູກຜູ້ທີ່ສອງເວົ້າຢ່າງດຽວກັນ ລູກຜູ້ນີ້ຕອບວ່າ “ຂ້ານ້ອຍຈະໄປ” ແຕ່ບໍ່ໄປ 31 ໃນລູກຊາຍສອງຄົນນີ້ແມ່ນຜູ້ໃດເຮັດຕາມໃຈຂອງພໍ່” ເຂົາທູນຕອບວ່າ, “ແມ່ນລູກກົກນັ້ນ” ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ພວກເກັບພາສິແລະຍິງແມ່ຈ້າງກໍກຳລັງເຂົ້າໃນຣາຊແຜ່ນດິນຂອງພຣະເຈົ້າກ່ອນພວກທ່ານ 32 ເພາະວ່າໂຢຮັນໄດ້ມາຫາພວກທ່ານສອນທາງສິນທັມ ແຕ່ພວກທ່ານບໍ່ໄດ້ເຊື່ອ ສ່ວນພວກເກັບພາສິແລະຍິງແມ່ຈ້າງໄດ້ເຊື່ອທ່ານ ຝ່າຍພວກທ່ານ ເຖິງແມ່ນໄດ້ເຫັນດັ່ງນັ້ນແລ້ວ ພາຍຫລັງກໍບໍ່ໄດ້ຫລົບໃຈເຊື່ອທ່ານ”
ຄຳອຸປມາເຣື່ອງສວນອະງຸ່ນແລະຄົນເຊົ່າ
33 “ຈົ່ງຟັງຄຳອຸປມາເຣື່ອງນຶ່ງອີກ ຄືມີພໍ່ເຮືອນຜູ້ນຶ່ງໄດ້ເຮັດສວນອະງຸ່ນ ແລ້ວລ້ອມຮົ້ວໄວ້ ທ່ານໄດ້ສະກັດອ່າງຢຽບຫມາກອະງຸ່ນເອົານ້ຳ ແລະສ້າງຫໍເຝົ້າໃຫ້ຊາວສວນເຊົ່າ ແລ້ວຕົນກໍອອກໄປຕ່າງປະເທດ 34 ຄັນເຖິງຣະດູຫມາກອະງຸ່ນ ທ່ານຈຶ່ງໃຊ້ຂ້ອຍໃຊ້ແຫ່ງຕົນມາຫາພວກເຊົ່າສວນນັ້ນ ເພື່ອຈະຮັບຜົນຂອງຕົນ 35 ແຕ່ຝ່າຍຄົນເຊົ່າສວນນັ້ນໄດ້ຈັບຂ້ອຍໃຊ້ຂອງທ່ານຂ້ຽນຜູ້ທີ່ນຶ່ງ ຂ້າເສັຽຜູ້ນຶ່ງ ແລະເອົາຫີນຄວ່າງໃສ່ຜູ້ນຶ່ງ 36 ເຈົ້າຂອງສວນໄດ້ໃຊ້ຂ້ອຍໃຊ້ອີກຫລາຍກວ່າເທື່ອກ່ອນ ແຕ່ຊາວສວນໄດ້ເຮັດແກ່ເຂົາຢ່່າງດຽວກັນ 37 ພາຍຫລັງນັ້ນເຈົ້າຂອງສວນໄດ້ໃຊ້ລູກຊາຍຂອງຕົນມາ ໂດຍຄຶດວ່າ “ເຂົາຄົງຈະນັບຖືລູກຂອງກູ” 38 ແຕ່ເມື່ອພວກເຊົ່າສວນເຫັນລູກຊາຍຂອງທ່ານມາກໍເວົ້າກັນວ່າ, “ຜູ້ນີ້ແຫລະ, ເປັນເຈົ້າມໍຣະດົກພວກເຮົາຈົ່ງຂ້າມັນເສັຽ ແລ້ວຍຶດເອົາມໍຣະດົກຂອງມັນ” 39 ເຂົາຈຶ່ງພາກັນຈັບເອົາລູກນັ້ນຖິ້ມອອກນອກສວນແລ້ວຂ້າເສັຽ 40 ເຫດສັນນັ້ນເມື່ອເຈົ້າຂອງສວນມາ ທ່ານຈະເຮັດຢ່າງໃດແກ່ຄົນເຊົ່າສວນເຫລົ່ານັ້ນ” 41 ເຂົາທູນຕອບພຣະອົງວ່າ, “ທ່ານຈະລົງໂທດຢ່າງຮ້າຍແຮງໃສ່ຄົນຊົ່ວເຫລົ່ານັ້ນດ້ວຍຂ້າເຂົາເສັຽ ແລ້ວຈະເອົາສວນອະງຸ່ນນັ້ນໃຫ້ຜູ້ອື່ນເຊົ່າ ຊຶ່ງຈະນໍາຜົນມາສົ່ງໃຫ້ທ່ານຕາມຣະດູຕໍ່ໄປ”
ຫີນເສົາເອກ
42 ພຣະເຢຊູຊົງກ່າວກັບເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານໃນພຣະຄັມພີຫລືທີ່ວ່າ, “ຫີນທີ່ນາຍຊ່າງໄດ້ຖອດຖິ້ມເສັຽ ຫີນນັ້ນແຫລະ, ໄດ້ກາຍເປັນຫີນເສົາເອກແລ້ວ ການນີ້ເປັນມາຈາກອົງພຣະຜູ້ເປັນເຈົ້າ ເປັນການປລາດແກ່ຕາຂອງເຮົາ” 43 ເຫດສັນນັ້ນເຮົາບອກພວກທ່ານວ່າ ຣາຊແຜ່ນດິນຂອງພຣະເຈົ້າຈະຊົງຍົກເອົາໄປຈາກພວກທ່ານ ແລ້ວຊົງປະທານແກ່ຊົນຊາດນຶ່ງທີ່ຈະໃຫ້ຜົນຈະເຣິນສົມກັບແຜ່ນດິນນັ້ນ” 44 (ຜູ້ໃດລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກຫັກໄປ ແຕ່ຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກຫມຸ່ນໄປ)” 45 ເມື່ອພວກປະໂຣຫິດຕົນໃຫຍ່ກັບພວກຟາຣິຊາຍ ໄດ້ຍິນຄຳອຸປມາຂອງພຣະອົງແລ້ວ ເຂົາກໍຮູ້ວ່າພຣະອົງຊົງກ່າວເຖິງເຂົາ 46 ແມ່ນວ່າເຂົາພຍາຍາມຈະຈັບພຣະອົງແຕ່ກໍຢ້ານປະຊາຊົນ ເພາະປະຊາຊົນຖືວ່າພຣະອົງເປັນຜູ້ປະກາດພຣະທັມ
ຄຳອຸປມາເຣື່ອງພິທີອະພິເສກ
1 ພຣະເຢຊູຊົງກ່າວກັບເຂົາເປັນຄຳອຸປມາອີກວ່າ, 2 “ຣາຊອານາຈັກສວັນປຽບເຫມືອນກະສັດອົງນຶ່ງໄດ້ຊົງຈັດການລ້ຽງ ເນື່ອງໃນພິທີອະພິເສກມະເຫສີໃຫ້ຣາຊບຸດຂອງຕົນ 3 ພຣະອົງຊົງໃຊ້ພວກຂ້າໃຊ້ໄປເອີ້ນຜູ້ທີ່ຮັບເຊີນໃນງານນີ້ ແຕ່ເຂົາບໍ່ຢາກມາ 4 ພຣະອົງຈຶ່ງຊົງໃຊ້ຂ້າໃຊ້ໄປຕື່ມອີກ ສັ່ງເຂົາວ່າ “ຈົ່ງບອກພວກຮັບເຊີນນັ້ນວ່າ “ເບິ່ງແມ໋, ເຮົາໄດ້ຈັດການລ້ຽງໄວ້ແລ້ວ ງົວແລະສັດອ້ວນພີກໍໄດ້ຂ້າໄວ້ແລ້ວ ສິ່ງສາຣະພັດກໍຕຽມໄວ້ພ້ອມແລ້ວ ຈົ່ງມາໃນງານອະພິເສກນີ້ເທີນ” 5 ແຕ່ເຂົາກໍເພີກເສີຍແລະຫນີເສັຽ ຜູ້ນຶ່ງໄປໄຮ່ໄປນາ ແລະຜູ້ນຶ່ງໄປຄ້າຂາຍ 6 ສ່ວນພວກອື່ນນັ້ນກໍຈັບພວກຂ້າໃຊ້ເຮັດການຫຍາບຊ້າແລ້ວຂ້າເຂົາເສັຽ 7 ກະສັດອົງນັ້ນກໍຊົງພຣະພິໂຣດ ຈຶ່ງຊົງຮັບສັ່ງໃຫ້ກອງທະຫານໄປປະຫານຊີວິດຄາຕະກອນເຫລົ່ານັ້ນ ແລະໃຫ້ເຜົາບ້ານເມືອງຂອງເຂົາເສັຽ 8 ແລ້ວພຣະອົງຈຶ່ງຊົງຮັບສັ່ງຂ້າໃຊ້ວ່າ, “ງານສົມຣົດກໍພ້ອມຢູ່ແລ້ວ ແຕ່ຜູ້ຖືກເຊີນນັ້ນບໍ່ສົມກັບງານ 9 ເຫດສັນນີ້ ຈົ່ງອອກໄປທີ່ທາງຄົບ ເມື່ອພົບຄົນໃດກໍໃຫ້ເຊີນມາໃນງານນີ້” 10 ພວກຂ້າໃຊ້ນັ້ນຈຶ່ງອອກໄປຕາມຖນົນຫົນທາງ ພາຄົນທັງປວງທັງດີແລະຊົ່ວທີ່ເຂົາໄດ້ພົບໃຫ້ເຂົ້າມາໃນງານນີ້ ຈົນຫ້ອງພິທີສົມຣົດເຕັມດ້ວຍແຂກ 11 “ແຕ່ເມື່ອກະສັດອົງນັ້ນສະເດັດເຂົ້າມາທອດພຣະເນດແຂກ ກໍຊົງເຫັນຜູ້ນຶ່ງຢູ່ທີ່ນັ້ນບໍ່ໄດ້ນຸ່ງເຄື່ອງສຳລັບງານ 12 ພຣະອົງຊົງຖາມຜູ້ນັ້ນວ່າ, “ສະຫາຍເອີຍ, ເຫດໃດທ່ານຈຶ່ງອາດເຂົ້າມາທີ່ນີ້ໂດຍບໍ່ນຸ່ງເຄື່ອງສຳລັບງານສົມຣົດ” ສ່ວນຄົນນັ້ນກໍມິດຢູ່ປາກບໍ່ອອກ 13 ກະສັດຈຶ່ງຊົງສັ່ງແກ່ພວກຂ້າໃຊ້ວ່າ “ຈົ່ງມັດຕີນມັດມືຄົນນີ້ເອົາໄປຖິ້ມເສັຽບ່ອນມືດພາຍນອກ ທີ່ນັ້ນມີການຮ້ອງໄຫ້ແລະຂົບແຂ້ວຢູ່ 14 ດ້ວຍວ່າ ຜູ້ຮັບເຊີນກໍມີຫລາຍ ແຕ່ຜູ້ທີ່ຊົງເລືອກໄວ້ກໍມີຫນ້ອຍ”
ບັນຫາເຣື່ອງການເສັຽສ່ວຍ
15 ເມື່ອນັ້ນພວກຟາຣີຊາຍໄປປຶກສາກັນ ເພື່ອຈະຈັບຜິດໃນຖ້ອຍຄຳຂອງພຣະອົງໃຫ້ໄດ້ 16 ເຂົາຈຶ່ງໃຊ້ພວກສິດຂອງຕົນກັບພວກເຮໂຣດໄປທູນພຣະອົງວ່າ, “ອາຈານເອີຍ, ພວກຂ້າພະເຈົ້າຊາບຢູ່ວ່າທ່ານເປັນຜູ້ສັດຊື່ ໄດ້ສັ່ງສອນໃນທາງຂອງພຣະເຈົ້າຢ່າງສັດຊື່ໂດຍບໍ່ໄດ້ເອົາໃຈຜູ້ໃດ ເພາະທ່ານບໍ່ເຫັນແກ່ຫນ້າຜູ້ໃດ 17 ເຫດສັນນັ້ນຂໍໂຜດໃຫ້ພວກຂ້າພະເຈົ້າຊາບແດ່ວ່າ ທ່ານຄຶດເຫັນຢ່າງໃດ ການທີ່ເສັຽສ່ວຍໃຫ້ແກ່ກາຍຊານັ້ນສົມຄວນຫລືບໍ່” 18 ຝ່າຍພຣະເຢຊູຊົງຊາບເຈຕນາຮ້າຍຂອງເຂົາ ຈຶ່ງຊົງກ່າວວ່າ, “ໂອ ຄົນຫນ້າຊື່ໃຈຄົດເຮີຍ, ຈະມາທົດລອງເຮົາເຮັດຫຍັງ 19 ຈົ່ງເອົາເງິນທີ່ຈະເສັຽສ່ວຍນັ້ນໃຫ້ເຮົາເບິ່ງ” ເຂົາຈຶ່ງເອົາເງິນນຶ່ງເດນາຣິອົນມາໃຫ້ພຣະອົງ 20 ພຣະເຢຊູຈຶ່ງຊົງຖາມເຂົາວ່າ, “ຮູບແລະຄຳຈາຣຶກນີ້ເປັນຂອງໃຜ” 21 ເຂົາທູນວ່າ, “ເປັນຂອງກາຍຊາ” ແລ້ວພຣະອົງຊົງກ່າວກັບເຂົາວ່າ, “ເຫດສັນນັ້ນສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ” 22 ເມື່ອເຂົາໄດ້ຍິນດັ່ງນີ້ກໍມີຄວາມປລາດໃຈຈຶ່ງພາກັນຫນີຈາກພຣະອົງໄປ
ບັນຫາເຣື່ອງການຄືນມາຈາກຕາຍ
23 ໃນວັນດຽວກັນນັ້ນມີພວກຊາດູກາຍມາຫາພຣະອົງ ພວກນີ້ເຄີຍເວົ້າວ່າ ບໍ່ມີການຄືນມາຈາກຕາຍ ເຂົາທູນຖາມພຣະອົງວ່າ, 24 “ອາຈານເອີຍ, ໂມເຊໄດ້ສັ່ງໄວ້ວ່າ “ຖ້າຜູ້ໃດຕາຍໃນເມືອຍັງບໍ່ມີລູກ ກໍໃຫ້ນ້ອງຊາຍຂອງຜູ້ນັ້ນເອົາເອື້ອຍໃພ້ໄວ້ເປັນພັຣຍາ ເພື່ອສືບເຊື້ອສາຍອ້າຍຂອງຕົນ” 25 ໃນພວກເຮົາມີເຈັດຊາຍອ້າຍນ້ອງນຳກັນ ອ້າຍກົກເອົາເມັຽແລ້ວໄດ້ຕາຍໄປເມື່ອຍັງບໍ່ມີລູກ ກໍປະເມັຽໄວ້ໃຫ້ແກ່ນ້ອງຊາຍ 26 ສ່ວນນ້ອງຜູ້ຖ້ວນສອງແລະຖ້ວນສາມກໍຢ່າງດຽວກັນ ຈົນເຖິງຜູ້ຖ້ວນເຈັດ 27 ພາຍຫລັງເຂົາທັງເຈັດ ຍິງນັ້ນກໍຕາຍ 28 ສັນນັ້ນໃນວັນຄືນມາຈາກຕາຍ ຍິງນັ້ນຈະເປັນເມັຽຜູ້ໃດໃນເຈັດຄົນນັ້ນ ດ້ວຍວ່ານາງໄດ້ເປັນຂອງຊາຍທັງເຈັດຄົນແລ້ວ” 29 ພຣະເຢຊູຊົງຕອບເຂົາວ່າ, “ພວກທ່ານຫລົງຜິດແລ້ວ ເພາະບໍ່ຮູ້ຈັກພຣະຄັມພີ ຫລືຣິດເດດຂອງພຣະເຈົ້າ 30 ເພາະເມື່ອມະນຸດເປັນຄືນມານັ້ນຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມັຽກັນອີກ ແຕ່ເຂົາຈະເປັນເຫມືອນເທວະດາໃນສວັນ 31 ແຕ່ເຣື່ອງຄົນຕາຍເປັນຄືນມານັ້ນ ທ່ານທັງຫລາຍຍັງບໍ່ໄດ້ອ່ານຫລື ຊຶ່ງພຣະເຈົ້າໄດ້ຊົງກ່າວໄວ້ກັບພວກທ່ານວ່າ, 32 “ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ” ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ” 33 ເມື່ອຄົນທັງປວງໄດ້ຍິນດັ່ງນີ້ກໍປລາດໃຈດ້ວຍຄຳສັ່ງສອນຂອງພຣະອົງ
ພຣະບັນຍັດຂໍ້ໃຫຍ່
34 ຝ່າຍພວກຟາຣິຊາຍ ເມື່ອໄດ້ຍິນວ່າພຣະອົງຊົງເຮັດໃຫ້ພວກຊາດູກາຍມິດຢູ່ເຂົາຈຶ່ງປະຊຸມກັນ 35 ໃນຈຳພວກເຂົາມີທັມບັນດິດຜູ້ນຶ່ງທົດລອງຖາມພຣະອົງວ່າ, 36 “ອາຈານເອີຍ, ໃນພຣະບັນຍັດຂໍ້ໃດເປັນຂໍ້ໃຫຍ່” 37 ພຣະເຢຊູຊົງຕອບວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ແລະດ້ວຍສຸດຄວາມຄຶດຂອງເຈົ້າ” 38 ນັ້ນແຫລະ, ເປັນພຣະບັນຍັດຂໍ້ໃຫຍ່ແລະຂໍ້ຕົ້ນ 39 ຂໍ້ທີ່ສອງກໍເຫມືອນກັນຄື “ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” 40 ພຣະບັນຍັດແລະຖ້ອຍຄຳຂອງຜູ້ປະກາດພຣະທັມທັງຫມົດ ກໍຂຶ້ນຢູ່ກັບພຣະບັນຍັດສອງຂໍ້ນີ້”
ບັນຫາເຣື່ອງບຸດດາວິດ
41 ເມື່ອພວກຟາຣິຊາຍຍັງປະຊຸມກັນຢູ່ ພຣະເຢຊູຊົງຖາມເຂົາ 42 ວ່າ, “ພວກທ່ານຄຶດເຫັນຢ່າງໃດດ້ວຍເຣື່ອງພຣະຄຣິດ ທ່ານເປັນເຊື້ອສາຍຂອງຜູ້ໃດ” ເຂົາທູນຕອບວ່າ, “ເປັນເຊື້ອສາຍຂອງດາວິດ” 43 ພຣະອົງຈຶ່ງຊົງຖາມເຂົາວ່າ, “ຖ້າຢ່າງນັ້ນເຫດສັນໃດດາວິດ ໂດຍເດດພຣະວິນຍານຈຶ່ງໄດ້ເອີ້ນພຣະອົງວ່າ “ອົງພຣະຜູ້ເປັນເຈົ້າ” ດ້ວຍໄດ້ກ່າວວ່າ, 44 “ພຣະຜູ້ເປັນເຈົ້າໄດ້ຊົງບອກຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງວ່າ “ຈົ່ງນັ່ງເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ” 45 ເຫດສັນນີ້ ຖ້າດາວິດເອີ້ນພຣະຄຣິດວ່າ “ອົງພຣະຜູ້ເປັນເຈົ້າ” ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ” 46 ບໍ່ມີຜູ້ໃດອາດຈະຕອບພຣະອົງໄດ້ຈັກຄຳ ຕັ້ງແຕ່ວັນນັ້ນມາບໍ່ມີຜູ້ໃດກ້າຖາມພຣະອົງອີກ
ຊົງປະນາມພວກນັກທັມແລະພວກຟາຣິຊາຍ
1 ເມື່ອນັ້ນພຣະເຢຊູຊົງກ່າວກັບປະຊາຊົນແລະພວກສາວົກຂອງພຣະອົງວ່າ, 2 “ພວກນັກທັມແລະພວກຟາຣິຊາຍເຄິຍນັ່ງບ່ອນນັ່ງຂອງໂມເຊ 3 ເຫດສັນນັ້ນທຸກສິ່ງທີ່ເຂົາບອກພວກທ່ານ ຈົ່ງເຮັດຕາມ ແຕ່ຢ່າໄດ້ເຮັດຕາມກິຈການຂອງເຂົາ ເພາະເຂົາບອກໄວ້ແຕ່ບໍ່ໄດ້ເຮັດຕາມ 4 ເຂົາມັດຂອງຫນັກມາວາງໃສ່ບ່າມະນຸດ ສ່ວນເຂົາເອງ ແມ່ນແຕ່ນີ້ວມືດຽວກໍບໍ່ຍອມຈັບຍົກໄປ 5 ການເຮັດຂອງເຂົາກໍເພື່ອໃຫ້ມະນຸດເຫັນ ແອບບັນຈຸຂໍ້ພຣະທັມປະຈຳຕົວ ເຂົາກໍເຮັດໃຫ້ໃຫຍ່ ແລະຍອຍເສື້ອຂອງເຂົາໆ ກໍໃຫ້ຍາວອອກໄປ 6 ເຂົາຊອບບ່ອນນັ່ງອັນມີກຽດໃນງານລ້ຽງຕ່າງໆ ແລະໃນໂຮງທັມມະເທສນາ 7 ເຂົາມັກໃຫ້ຄົນຄຳນັບໃນທີ່ປະຊຸມຊົນ ແລະມັກໃຫ້ມະນຸດເອີ້ນເຂົາວ່າ “ພຣະອາຈານ” 8 ແຕ່ຝ່າຍພວກທ່ານ ຢ່າໃຫ້ໃຜເອີ້ນວ່າ “ພຣະອາຈານ” ເພາະວ່າພວກທ່ານມີແຕ່ພຣະອາຈານຜູ້ດຽວ ແລະພວກທ່ານເປັນພີ່ນ້ອງກັນທັງຫມົດ 9 ແລະຢ່າເອີ້ນຜູ້ໃດໃນໂລກວ່າ “ບິດາ” ເພາະພວກທ່ານມີພຣະບິດາແຕ່ຜູ້ດຽວ ຄືຜູ້ທີ່ຊົງສະຖິດຢູ່ໃນສວັນ 10 ຢ່າໃຫ້ຜູ້ໃດເອີ້ນພວກທ່ານວ່າ “ນາຍ“ເພາະວ່ານາຍຂອງພວກທ່ານມີແຕ່ຜູ້ດຽວ ຄືພຣະຄຣິດ 11 ຜູ້ໃດທີ່ເປັນໃຫຍ່ທີ່ສຸດໃນພວກທ່ານ ຜູ້ນັ້ນຕ້ອງຮັບໃຊ້ຫມູ່ 12 ຜູ້ໃດຍົກຕົວຂຶ້ນ ຜູ້ນັ້ນຈະຖືກຖອຍລົງ ຜູ້ໃດຖ່ອມຕົວລົງ ຜູ້ນັ້ນຈະຖືກຍົກຂຶ້ນ 13 “ວິບັດແກ່ເຈົ້າພວກນັກທັມແລະພວກຟາຣິຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ເພາະພວກເຈົ້າອັດປະຕູຣາຊແຜ່ນດິນສວັນຕັນທາງມະນຸດ ດ້ວຍວ່າພວກເຈົ້າເອງກໍບໍ່ເຂົ້າໄປ ແລະເມື່ອຄົນອື່ນຈະເຂົ້າໄປ ພວກເຈົ້າກໍບໍ່ໃຫ້ເຂົ້າໄປ 14 (ວິບັດແກ່ເຈົ້າພວກນັກທັມແລະພວກຟາຣິຊາຍ ຄົນຫນ້າຊື່ໃຈຄົດເຮີຍ, ດ້ວຍວ່າພວກເຈົ້າກືນກິນຄອບຄົວຂອງແມ່ຫມ້າຍ ແລະແກ້ງໄຫວ້ວອນໃຫ້ຍືດຍາວ ເພາະເຫດນັ້ນພວກເຈົ້າຈະໄດ້ຮັບໂທດຫລາຍຂຶ້ນ) 15 ວິບັດແກ່ເຈົ້າພວກນັກທັມແລະພວກຟາຣິຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ດ້ວຍວ່າພວກເຈົ້າທຽວໄປທາງນໍ້າແລະທາງບົກທົ່ວໄປ ເພື່ອຈະໃຫ້ແມ່ນແຕ່ຄົນດຽວເຂົ້າສາສນາ ແຕ່ເມື່ອໄດ້ເຂົ້າແລ້ວ ພວກເຈົ້າກໍເຮັດໃຫ້ຄົນນັ້ນສົມກັບນະຮົກຫລາຍກວ່າເຈົ້າເອງເຖິງສອງທໍ່ 16 “ວິບັດແກ່ເຈົ້າ, ນາຍທາງຕາບອດທີ່ສອນວ່າ “ຖ້າຜູ້ໃດຈະສາບານອ້າງໃສ່ພຣະວິຫານ ຄຳສາບານນັ້ນກໍບໍ່ມີຂໍ້ຜູກມັດ ແຕ່ຖ້າຜູ້ໃດສາບານອ້າງໃສ່ທອງຄຳຂອງພຣະວິຫານ ຜູ້ນັ້ນຈະຕ້ອງເຮັດຕາມຄຳທີ່ຕົນໄດ້ສາບານ” 17 ໂອ ຄົນໂງ່ຕາບອດເຮີຍ, ສິ່ງໃດຈະສຳຄັນກວ່າກັນ ທອງຄຳຫລືພຣະວິຫານ ທີ່ເຮັດໃຫ້ທອງຄຳນັ້ນສັກສິດ 18 ແລະສອນວ່າ, “ຖ້າຜູ້ໃດຈະສາບານອ້າງໃສ່ແທ່ນບູຊາ ຄຳສາບານນັ້ນກໍບໍ່ມີຂໍ້ຜູກມັດ ແຕ່ຖ້າຜູ້ໃດຈະສາບານອ້າງໃສ່ເຄື່ອງຖວາຍເທີງແທ່ນບູຊາ ຜູ້ນັ້ນຈະຕ້ອງເຮັດຕາມຄໍາທີ່ຕົນໄດ້ສາບານ” 19 ພວກຄົນຕາບອດເຮິຍ, ສິ່ງໃດຈະສຳຄັນກວ່າກັນ ເຄື່ອງຖວາຍຫລືແທ່ນບູຊາທີ່ເຮັດໃຫ້ເຄື່ອງຖວາຍນັ້ນສັກສິດ 20 ເຫດສັນນີ້ ຜູ້ໃດຈະສາບານອ້າງໃສ່ແທ່ນບູຊາ ກໍສາບານອ້າງໃສ່ເຄື່ອງຖວາຍທັງປວງທີ່ຢູ່ເທິງແທ່ນນັ້ນເຫມືອນກັນ 21 ຜູ້ໃດສາບານອ້າງໃສ່ພຣະວິຫານ ກໍອ້າງໃສ່ພຣະອົງຜູ້ຊົງສະຖິດຢູ່ໃນພຣະວິຫານນັ້ນເຫມືອນກັນ 22 ແລະຜູ້ໃດຈະສາບານອ້າງໃສ່ສວັນ ກໍອ້າງໃສ່ພຣະທີ່ນັ່ງແລະອ້າງໃສ່ພຣະອົງຜູ້ປະທັບເທິງພຣະທີ່ນັ່ງນັ້ນເຫມືອນກັນ 23 “ວິບັດແກ່ເຈົ້າພວກນັກທັມແລະພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ດ້ວຍວ່າພວກເຈົ້າແບ່ງຜັກກ້ານກໍ່າ ຜັກຊີ ແລະຂີ້ຫມິ້ນເປັນສິບສ່ວນ ເອົາສ່ວນນຶ່ງເປັນຂອງຖວາຍ ແຕ່ສ່ວນຂໍ້ສຳຄັນຂອງພຣະບັນຍັດ ຄືຄວາມຍຸດຕິທັມ ຄວາມເມດຕາ ຄວາມສັດຊື່ນັ້ນໄດ້ປະເສັຽ ແມ່ນສິ່ງເຫລົ່ານີ້ແຫລະ, ທີ່ພວກເຈົ້າຄວນໄດ້ປະຕິບັດຢູ່ໂດຍບໍ່ຕ້ອງປະຖິ້ມສິ່ງອື່ນນັ້ນ 24 ໂອ ພວກນາຍທາງຕາບອດເຮິຍ, ເຈົ້າຕອງແມງມີ່ອອກເສັຽ ແຕ່ກືນໂອດໂອທັງໂຕ 25 “ວິບັດແກ່ເຈົ້າພວກນັກທັມແລະພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ເຫດວ່າພວກເຈົ້າເຄິຍລ້າງຖ້ວຍຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຖ້ວຍຊາມນັ້ນເຕັມໄປດ້ວຍການລູ່ຊີງເອົາແລະການເຫັນແກ່ຕົວ 26 ໂອ ຟາຣິຊາຍຕາບອດເຮິຍ, ຈົ່ງຊຳຮະຖ້ວຍຊາມຂ້າງໃນເສັຽກ່ອນ ເພື່ອຂ້າງນອກຈະສະອາດເຫມືອນກັນ 27 “ວິບັດແກ່ເຈົ້າພວກນັກທັມແລະພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ດ້ວຍວ່າພວກເຈົ້າເປັນເຫມືອນອຸບໂມງຝັງສົບ ທາດ້ວຍປູນຂາວຂ້າງນອກເບີ່ງງົດງາມ ແຕ່ຂ້າງໃນເຕັມໄປດ້ວຍກະດູກຄົນຕາຍແລະສາຣະພັດຂີ້ດຽດ 28 ພວກເຈົ້າກໍເປັນຢ່າງນັ້ນແຫລະ, ພາຍນອກປາກົດຕໍ່ມະນຸດວ່າເປັນຄົນສິນທັມ ແຕ່ພາຍໃນເຕັມໄປດ້ວຍການຫນ້າຊື່ໃຈຄົດແລະການອະທັມ 29 ວິບັດແກ່ເຈົ້າພວກນັກທັມແລະພວກຟາຣິຊາຍ ຄົນຫນ້າຊື່ໃຈຄົດເຮິຍ, ດ້ວຍວ່າພວກເຈົ້າສ້າງອຸບໂມງຂອງພວກຜູ້ປະກາດພຣະທັມ ແລະຕົກແຕ່ງທາດຂອງຄົນສິນທັມໃຫ້ງົດງາມ 30 ໂດຍກ່າວວ່າ “ຖ້າພວກເຮົາໄດ້ຢູ່ໃນສະໄຫມບັນພະບຸຣຸດຂອງເຮົານັ້ນກໍຈະບໍ່ມີສ່ວນກັບເຂົາໃນການຂ້າພວກຜູ້ປະກາດພຣະທັມນັ້ນ 31 ດັ່ງນັ້ນພວກເຈົ້າຈຶ່ງເປັນພຍານຕໍ່ສູ້ຕົນເອງວ່າ ເປັນລູກຂອງຜູ້ທີ່ໄດ້ຂ້າພວກຜູ້ປະກາດພຣະທັມເຫລົ່ານັ້ນ 32 ຝ່າຍເຈົ້າທັງຫລາຍ, ຈົ່ງເຮັດຕາມທີ່ບັນພະບຸຣຸດໄດ້ເຮັດນັ້ນໃຫ້ຄົບຖ້ວນສາ 33 ໂອ ພວກງູແນວງູຮ້າຍເຮີຍ, ພວກເຈົ້າຈະຫນີພົ້ນໂທດນະຣົກໄດ້ຢ່າງໃດ 34 ເຫດສັນນັ້ນແຫລະ, ເຮົາໃຊ້ຜູ້ປະກາດພຣະທັມ ນັກປາດ ແລະນັກທັມຕ່າງໆ ມາຫາພວກເຈົ້າ ເຈົ້າກໍຈະຂ້າບາງຄົນເສັຽແດ່ ຄຶງໄວ້ທີ່ໄມ້ກາງແຂນບາງຄົນແດ່ ຂ້ຽນຕິບາງຄົນໃນໂຮງທັມມະເທສນາຂອງເຈົ້າແດ່ ແລະຂົ່ມເຫັງໄລ່ເຂົາອອກຈາກເມືອງນີ້ໄປເມືອງນັ້ນແດ່ 35 ດັ່ງນັ້ນເລືອດອັນບໍ່ມີຜິດທັງຫມົດທີ່ຕົກໃສ່ແຜ່ນດິນ ຕັ້ງແຕ່ເລືອດຂອງອາເບນຜູ້ບໍ່ມີຜິດ ຈົນເຖິງເລືອດຂອງເຊຄາຣີຢາລູກຊາຍຂອງບາຣາຄີຢາ ທີ່ພວກເຈົ້າໄດ້ຂ້າໃນລະຫວ່າງພຣະວິຫານກັບແທ່ນບູຊາ ໂທດເລືອດນັ້ນແຫລະ, ຄົງຈະຕົກໃສ່ພວກເຈົ້າ 36 ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເຫດເຫລົ່ານີ້ຈະຕົກໃສ່ຄົນສະໄຫມນີ້”
ຊົງເສັຽພຣະທັຍຍ້ອນກຸງເຢຣູຊາເລັມ
37 ໂອ ເຢຣູຊາເລັມ ເຢຣູຊາເລັມເອີຍ, ເຈົ້າທີ່ໄດ້ຂ້າບັນດາຜູ້ປະກາດພຣະທັມ ແລະເອົາຫີນຄວ່າງໃສ່ພວກທີ່ຮັບໃຊ້ມາຫາເຈົ້າ, ເຮົາປາຖນາຈັກເທື່ອແລ້ວຫນໍ ວ່າຈະຮວບຮວມເອົາລູກຂອງເຈົ້າໄວ້ ເຫມືອນດັ່ງແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນແຕ່ພວກເຈົ້າບໍ່ຍິນຍອມ 38 ເບິ່ງແມ໋, ເຮືອນຂອງເຈົ້າກໍຈະຖືກປະຮ້າງໄວ້ໃຫ້ຢູ່ວ່າງເປົ່າແກ່ເຈົ້າ 39 ເພາະວ່າເຮົາບອກພວກເຈົ້າວ່າ ຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຈະບໍ່ເຫັນເຮົາອີກ ຈົນກວ່າພວກເຈົ້າ ຈະອອກປາກກ່າວວ່າ “ຂໍໃຫ້ທ່ານຜູ້ສະເດັດ ມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເຣິນ”
ພຣະວິຫານຈະຖືກທຳລາຍ
1 ຝ່າຍພຣະເຢຊູສະເດັດອອກຈາກບໍຣິເວນພຣະວິຫານ ເມື່ອກຳລັງສະເດັດໄປນັ້ນພວກສາວົກຂອງພຣະອົງໄດ້ມາຊີ້ຕຶກທັງຫລາຍໃນບໍຣິເວນພຣະວິຫານ ໃຫ້ພຣະອົງທອດພຣະເນດ 2 ພຣະອົງຈຶ່ງຊົງຕອບເຂົາວ່າ, “ສິ່ງທັງປວງເຫລົ່ານີ້ພວກທ່ານເຫັນແລ້ວບໍ່ແມ່ນຫລື ເຮົາບອກພວກທ່ານຕາມຄວາມຈິງວ່າ ກ້ອນຫີນທີ່ຊ້ອນທັບກັນຢູ່ທີ່ນີ້ຈະຖືກທຳລາຍລົງຈົນບໍ່ເຫລືອຈັກກ້ອນດຽວ”
ເບື້ອງຕົ້ນຂອງຄວາມທຸກຍາກລໍາບາກ
3 ເມື່ອພຣະອົງປະທັບຢູ່ພູຫມາກກອກເທດ ພວກສາວົກມາເຝົ້າພຣະອົງຕ່າງຫາກກາບທູນວ່າ, “ຂໍໂຜດໃຫ້ພວກຂ້າພຣະອົງຊາບແດ່ວ່າ ເຫດການເຫລົ່ານີ້ຈະເກີດຂຶ້ນເວລາໃດ ສິ່ງໃດເປັນຫມາຍສຳຄັນວ່າ ທ່ານຈະມາແລະສະໄຫມເກົ່າຈະສິ້ນສຸດລົງ” 4 ພຣະເຢຊູຊົງຕອບເຂົາວ່າ, “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ 5 ດ້ວຍວ່າຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ “ເຮົານີ້ແຫລະ, ເປັນພຣະຄຣິດ” ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ 6 ພວກທ່ານຈະໄດ້ຍິນເຖິງເຣື່ອງການເສິກ ແລະຂ່າວເລົ່າລືເຖິງເຣື່ອງການເສິກສົງຄາມ ຈົ່ງລະວັງ ຢ່າຕົກໃຈ ດ້ວຍວ່າເຫດການເຫລົ່ານີ້ຈຳເປັນຕ້ອງເກິດຂຶ້ນ ແຕ່ວ່າທີ່ສຸດປາຍຍັງບໍ່ມາເຖິງ 7 ດ້ວຍວ່າປະເທດຕໍ່ປະເທດ ແລະອານາຈັກຕໍ່ອານາຈັກຈະສູ້ຮົບກັນ ທັງຈະເກິດການອຶດຢາກແລະແຜ່ນດິນໄຫວໃນບ່ອນຕ່າໆ 8 ເຫດການທັງປວງນີ້ເປັນເຫມືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກິດລູກ 9 “ເມື່ອນັ້ນເຂົາຈະມອບພວກທ່ານໄວ້ໃຫ້ທົນທຸກລຳບາກແລະຂ້າທ່ານເສັຽ ຄົນທຸກຊາດຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ 10 ຄາວນັ້ນຈະມີຫລາຍຄົນສະດຸດໃຈ ຈະຫັກຫລັງກັນແລະກັນ ແລະຈະກຽດຊັງເຊິ່ງກັນແລະກັນ 11 ຫມໍທຳນວາຍຂີ້ໂລບຫລາຍຄົນຈະເກິດຂຶ້ນ ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ 12 ຄວາມຮັກຂອງຄົນສ່ວນຫລາຍຈະເຢັນລົງ ເພາະຄວາມອະທັມແຜ່ກວ້າງອອກໄປ 13 ແຕ່ຜູ້ໃດອົດທົນຈົນເຖິງທີ່ສຸດ ຜູ້ນັ້ນແຫລະ, ຈະໄດ້ລອດພົ້ນ 14 ຂ່າວປະເສີດເຣື່ອງຣາຊອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກ ເພື່ອເປັນຄຳພຍານແກ່ທຸກໆ ຊາດແລ້ວທີ່ສຸດປາຍຈະມາເຖິງ
ຄວາມທຸກລຳບາກອັນໃຫຍ່
15 “ເຫດສັນນັ້ນ ເມື່ອໃດທ່ານທັງຫລາຍເຫັນສິ່ງທີ່ຫນ້າກຽດຫນ້າຊັງ ທີ່ເຮັດໃຫ້ເກິດວິບັດຕັ້ງຢູ່ໃນສະຖານທີ່ສັກສິດ ຕາມພຣະທັມທີ່ຊົງກ່າວໄວ້ດ້ວຍດານິເອນຜູ້ປະກາດພຣະທັມນັ້ນ (ໃຫ້ຜູ້ອ່ານເຂົ້າໃຈເອົາ) 16 ເມື່ອນັ້ນໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍປົບຫນີໄປຍັງພູ 17 ຜູ້ທີ່ຢູ່ເທິງຫລັງຄາເຮືອນ ຢ່າໃຫ້ລົງມາເກັບເອົາສິ່ງຂອງທີ່ຢູ່ໃນເຮືອນຂອງຕົນອອກໄປ 18 ສ່ວນຜູ້ທີ່ຢູ່ຕາມທົ່ງນາກໍຢ່າຕ່າວຄືນມາເອົາເສື້ອຜ້າຂອງຕົນ 19 ແຕ່ໃນວັນເຫລົ່ານັ້ນເປັນຫນ້າເວທນາເຕັມທີຕໍ່ຜູ້ຍິງທີ່ມີທ້ອງແລະມີລູກອ່ອນກິນນົມຢູ່ 20 ຈົ່ງອ້ອນວອນຂໍ ເພື່ອການທີ່ທ່ານຕ້ອງຫນີນັ້ນຈະບໍ່ຕົກໃນຣະດູຫນາວຫລືໃນວັນສະບາໂຕ 21 ດ້ວຍວ່າໃນຄາວນັ້ນຈະມີຄວາມທຸກລຳບາກອັນໃຫຍ່ຫລວງຢ່າງບໍ່ເຄີຍເກີດມີມາຕັ້ງແຕ່ຕົ້ນເດີມໂລກຈົນເຖິງບັດນີ້ ແລະເມື່ອຫນ້າຈະບໍ່ມີຕໍ່ໄປອີກຈັກເທື່ອ 22 ແລະຖ້າວັນທັງຫລາຍນັ້ນບໍ່ໄດ້ຊົງບັນດານໃຫ້ສັ້ນເຂົ້າ ຈະບໍ່ມີມະນຸດຄົນໃດລອດພົ້ນໄດ້ ແຕ່ເພາະເຫັນແກ່ພວກທີ່ຊົງເລືອກໄວ້ນັ້ນ ວັນເຫລົ່ານັ້ນຈຶ່ງໄດ້ຊົງບັນດານໃຫ້ສັ້ນເຂົ້າ 23 ໃນເວລານັ້ນຖ້າຜູ້ໃດຈະບອກພວກທ່ານວ່າ “ເບິ່ງແມ໋, ອົງພຣະຄຣິດຢູ່ທີ່ນີ້” ຫລື “ຢູ່ທີ່ນັ້ນ” ຢ່າຊູ່ເຊື່ອ 24 ດ້ວຍວ່າຈະມີພຣະຄຣິດທຽມ ແລະຫມໍທຳນວາຍຂີ້ໂລບຫລາຍຄົນເກີດຂຶ້ນ ສະແດງຫມາຍສຳຄັນອັນໃຫຍ່ແລະການອັດສະຈັນຕ່າງໆ ເພື່ອຖ້າເປັນໄດ້ ຈະຫລອກລວງຜູ້ທີ່ພຣະເຈົ້າຊົງເລືອກໄວ້ໃຫ້ຫລົງ 25 ນີ້ແຫລະ, ເຮົາໄດ້ບອກພວກທ່ານໃຫ້ຮູ້ໄວ້ກ່ອນ 26 ດັ່ງນັ້ນຖ້າເຂົາບອກພວກທ່ານວ່າ “ເບິ່ງແມ໋, ທ່ານຜູ້ນັ້ນຢູ່ໃນປ່າ” ພວກທ່ານຢ່າໄດ້ອອກໄປ ຫລືຖ້າເຂົາບອກວ່າ “ເບິ່ງແມ໋, ເພິ່ນຢູ່ໃນຫ້ອງ” ກໍຢ່າຊູ່ເຊື່ອ 27 ດ້ວຍວ່າຟ້າແມບເຫລື້ອມອອກມາແຕ່ທິດຕາເວັນອອກ ສ່ອງໄປເຖິງທິດຕາເວັນຕົກຢ່າງໃດ ການທີ່ບຸດມະນຸດຈະສະເດັດມາກໍຈະເປັນຢ່າງນັ້ນ 28 ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມບ່ອນນັ້ນ
ການສະເດັດມາຂອງບຸດມະນຸດ
29 “ພໍຫມົດຄວາມທຸກລຳບາກຂອງວັນເຫລົ່ານັ້ນແລ້ວ, “ດວງອາທິດຈະມືດໄປ ແລະດວງຈັນຈະບໍ່ສ່ອງແສງ ດວງດາວທັງປວງຈະຕົກລົງຈາກຟ້າ ແລະບັນດາສິ່ງທີ່ມີອຳນາດໃນທ້ອງຟ້າຈະສະທ້ານຫວັ່ນໄຫວ” 30 ເມື່ອນັ້ນຫມາຍສຳຄັນຂອງບຸດມະນຸດຈະປາກົດຂຶ້ນໃນທ້ອງຟ້າ ມະນຸດທຸກຊາດທົ່ວໂລກຈະຕີເອີກຮ້ອງໄຫ້ ແລ້ວຈະເຫັນບຸດມະນຸດກຳລັງສະເດັດມາເທິງເມກໃນທ້ອງຟ້າດ້ວຍຣິດທານຸພາບແລະສະງ່າຣາສິອັນໃຫຍ່ 31 ພຣະອົງຈະໃຊ້ພວກເທວະດາຂອງຕົນໄປດ້ວຍສຽງແກອັນດັງ ໃຫ້ຮວບຮວມເອົາຄົນທັງປວງທີ່ພຣະອົງຊົງເລືອກໄວ້ແລ້ວຈາກທິດທັງສີ່ ຕັ້ງແຕ່ທີ່ສຸດຟ້າເບື້ອງນີ້ຈົນເຖິງທີ່ສຸດຟ້າເບື້ອງນັ້ນ”
ຄຳອຸປມາເຣື່ອງຕົ້ນເດື່ອເທດ
32 “ຈົ່ງຮຽນຄຳອຸປມາຈາກຕົ້ນເດື່ອເທດ ເມື່ອກິ່ງກ້ານມັນແຕກໃບອ່ອນອອກພວກທ່ານກໍຮູ້ວ່າຣະດູຮ້ອນໃກ້ຈະເຖິງແລ້ວ 33 ຢ່າງນີ້ແຫລະ, ພວກທ່ານກໍເຫມືອນກັນ ເມື່ອເຫັນເຫດການເຫລົ່ານັ້ນ ຈົ່ງຮູ້ວ່າພຣະອົງສະເດັດມາໃກ້ຈະເຖິງປະຕູແລ້ວ 34 ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນໃນສະໄຫມນີ້ຈະບໍ່ລ່ວງຫລັບໄປກ່ອນເຫດການທັງປວງນີ້ບັງເກິດຂຶ້ນ 35 ຟ້າແລະດິນກໍຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ”
ເຣື່ອງວັນແລະໂມງທີ່ບໍ່ມີໃຜຮູ້
36 “ແຕ່ເຣື່ອງວັນແລະໂມງນັ້ນບໍ່ມີໃຜຮູ້ ແມ່ນເທວະດາໃນສວັນຫລືພຣະບຸດກໍບໍ່ຮູ້ ຮູ້ແຕ່ພຣະບິດາອົງດຽວ 37 ດ້ວຍວ່າສະໄຫມຂອງໂນເອໄດ້ເປັນຢ່າງໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນ 38 ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມ ໄດ້ແຕ່ງງານແລະຍົກໃຫ້ເປັນຜົວເມັຽກັນ ຈົນເຖິງວັນທີ່ໂນເອໄດ້ເຂົ້າໄປໃນນາວາ 39 ແລະນໍ້າໄດ້ມາຖ້ວມກວາດເຂົາໄປໂດຍບໍ່ທັນຮູ້ຕົວຢ່າງໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນ 40 ເມື່ອນັ້ນຈະມີຊາຍສອງຄົນຢູ່ທີ່ທົ່ງນາ ຈະຊົງຮັບຄົນນຶ່ງໄປ ຈະຊົງປະຄົນນຶ່ງໄວ້ 41 ຈະມີຍິງສອງຄົນກຳລັງໂມ້ແປ້ງຢູ່ທີ່ໂຮງໂມ້ ຈະຊົງຮັບຄົນນຶ່ງໄປ ຈະຊົງປະຄົນນຶ່ງໄວ້ 42 ເຫດສັນນັ້ນພວກທ່ານຈົ່ງເຝົ້າລະວັງຢູ່ ເພາະພວກທ່ານບໍ່ຮູ້ວ່າ ອົງພຣະຜູ້ເປັນເຈົ້າຂອງພວກທ່ານຈະສະເດັດມາເວລາໃດ 43 ແຕ່ຈົ່ງເຂົ້າໃຈຢ່າງນີ້ວ່າ ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາຍາມໃດ ຕົນຈະເຝົ້າລະວັງບໍ່ໃຫ້ໂຈນເຈາະເຂົ້າເຮືອນໄດ້ 44 ເຫດສັນນັ້ນພວກທ່ານກໍເຫມືອນກັນ ຈົ່ງຕຽມຕົວໄວ້ໃຫ້ພ້ອມ ເພາະໃນໂມງທີ່ພວກທ່ານບໍ່ທັນຄຶດນັ້ນ ບຸດມະນຸດຈະສະເດັດມາ”
ເຣື່ອງຂ້າໃຊ້ສັດຊື່ແລະຂ້າໃຊ້ຊົ່ວ
45 “ເຫດສັນນັ້ນ ຜູ້ໃດເປັນຂ້າໃຊ້ສັດຊື່ແລະສລາດ ທີ່ນາຍໄດ້ຕັ້ງໄວ້ໃຫ້ເປັນໃຫຍ່ເຫນືອພວກຄົນໃຊ້ໃນເຮືອນຂອງຕົນ ເພື່ອແຈກອາຫານໃຫ້ເຂົາຕາມເວລາ 46 ເມື່ອນາຍມາພົບຂ້າໃຊ້ຜູ້ນັ້ນກຳລັງເຮັດຢ່າງນັ້ນຢູ່ ເຂົາກໍເປັນສຸກ 47 ເຮົາບອກທ່ານຕາມຄວາມຈິງວ່າ ນາຍຈະຕັ້ງຜູ້ນັ້ນໄວ້ເຫນືອບັນດາເຂົ້າຂອງໆ ຕົນ 48 ແຕ່ຖ້າຂ້າໃຊ້ຜູ້ນັ້ນຊົ່ວແລະຄຶດວ່າ “ນາຍຂອງເຮົາມາຊັກຊ້າດອກ” 49 ແລ້ວຈຶ່ງຕັ້ງຕົນທຸບຕີເພື່ອນຂ້າໃຊ້ດ້ວຍກັນ ທັງກິນແລະດື່ມນຳຄົນຂີ້ເຫລົ້າ 50 ນາຍຂອງຂ້າໃຊ້ຜູ້ນັ້ນຈະມາໃນວັນທີ່ມັນບໍ່ຄຶດ ແລະໃນໂມງທີ່ມັນບໍ່ຮູ້ 51 ແລະຈະຜ່າມັນໃຫ້ເປັນສອງຕ່ອນ ທັງຈະໃຫ້ເຂົ້າສ່ວນກັບຄົນຫນ້າຊື່ໃຈຄົດ ບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່”
ຄຳອຸປມາເຣື່ອງສາວປອດສິບຄົນ
1 “ເມື່ອນັ້ນຣາຊອານາຈັກສວັນປຽບເຫມືອນສາວປອດສິບຄົນ ທີ່ຖືໂຄມຂອງຕົນອອກໄປຮັບເຈົ້າບ່າວ 2 ເປັນຄົນໂງ່ຫ້າຄົນແລະຄົນສລາດຫ້າຄົນ 3 ຝ່າຍຄົນໂງ່ນັ້ນເອົາໂຄມຂອງຕົນໄປ ແຕ່ບໍ່ໄດ້ເອົານ້ຳມັນໄປນຳ 4 ແຕ່ຄົນສລາດນັ້ນໄດ້ເອົານ້ຳມັນໃສ່ກວດກັບທັງໂຄມຂອງຕົນໄປດ້ວຍ 5 ເມື່ອເຈົ້າບ່າວຍັງຊ້າຢູ່ ເຂົາກໍພາກັນເຫງົານອນແລະຫລັບໄປ 6 ຄັນເວລາທ່ຽງຄືນກໍມີສຽງຮ້ອງມາວ່າ “ເບິ່ງແມ໋, ເຈົ້າບ່າວມາແລ້ວ ຈົ່ງອອກມາຮັບທ່ານສາ” 7 ພວກສາວປອດທຸກຄົນກໍຕື່ນຂຶ້ນຈັດແຈ່ງໂຄມຂອງຕົນ 8 ພວກໂງ່ນັ້ນຈຶ່ງເວົ້າກັບພວກສລາດວ່າ “ຈົ່ງປັນນ້ຳມັນຂອງເຈົ້າໃຫ້ພວກເຮົາແດ່ ເພາະວ່າໂຄມຂອງເຮົາກຳລັງຈະມອດ 9 ຝ່າຍພວກສລາດຈຶ່ງຕອບວ່າ “ຫນ້າຢ້ານວ່ານ້ຳມັນຈະບໍ່ພໍສຳລັບເຮົາແລະເຈົ້າ ຈົ່ງໄປຫາຜູ້ຂາຍແລ້ວຊື້ເອົາສຳລັບຕົນກໍດີກວ່າ” 10 ເມື່ອເຂົາກຳລັງໄປນັ້ນ ເຈົ້າບ່າວກໍມາເຖິງ ແລະຜູ້ທີ່ພ້ອມຢູ່ແລ້ວກໍເຂົ້າໄປນຳເຈົ້າບ່າວໃນການລ້ຽງເນື່ອງໃນງານສົມຣົດແລ້ວປະຕູກໍອັດເສັຽ 11 ຫລັງຈາກນັ້ນຍິງສາວປອດພວກອື່ນນັ້ນມາຮ້ອງວ່າ “ນາຍເອີຍ, ນາຍເອິຍ, ຂໍໄຂປະຕູໃຫ້ຫມູ່ຂ້າພຣະອົງແດ່” 12 ແຕ່ທ່ານໄດ້ຕອບວ່າ “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຮົາບໍ່ຮູ້ຈັກພວກທ່ານ” 13 ເຫດສັນນັ້ນຈົ່ງເຝົ້າລະວັງຢູ່ ເພາະທ່ານທັງຫລາຍບໍ່ຮູ້ຈັກວັນຫລືໂມງນັ້ນ”
ຄຳອຸປມາເຣື່ອງເງິນຕາລັນຕົນ
14 “ແລະຍັງປຽບເຫມືອນຊາຍຜູ້ນຶ່ງກຳລັງຈະອອກເດີນທາງໄປ ຈຶ່ງເອີ້ນພວກຂ້ອຍໃຊ້ຂອງຕົນມາຝາກຊັບສົມບັດໄວ້ກັບເຂົາ 15 ຄົນນຶ່ງທ່ານໃຫ້ເງິນຫ້າຕາລັນຕົນ ຄົນນຶ່ງສອງຕາລັນຕົນ ແລະອີກຄົນນຶ່ງໃຫ້ຕາລັນຕົນດຽວ ຕາມຄວາມສາມາດຂອງແຕ່ລະຄົນ ແລ້ວກໍອອກເດີນທາງໄປ 16 ຜູ້ທີ່ໄດ້ຮັບຫ້າຕາລັນຕົນກໍເອົາເງິນນັ້ນໄປຄ້າຂາຍທັນທິ ໄດ້ກຳໄຣເທົ່າຕົວ 17 ຄົນທີ່ຮັບສອງຕາລັນຕົນກໍໄດ້ກຳໄຣເທົ່າຕົວເຫມືອນກັນ 18 ແຕ່ຜູ້ທີ່ໄດ້ຮັບຕາລັນຕົນດຽວ ກໍໄດ້ໄປຂຸດຂຸມແລ້ວເຊື່ອງເງິນນາຍໄວ້ 19 ຢູ່ດົນນານຕໍ່ມານາຍຂອງຂ້ອຍໃຊ້ເຫລົ່ານັ້ນກໍກັບມາຄິດບັນຊີກັບເຂົາ 20 ຜູ້ທີ່ໄດ້ຮັບເງິນຫ້າຕາລັນຕົນ ກໍເອົາເງິນກຳໄຣຫ້າຕາລັນຕົນມາແຈ້ງນາຍວ່າ “ນາຍເອີຍ, ນາຍໄດ້ຝາກເງິນຫ້າຕາລັນຕົນໄວ້ນຳຂ້າພະເຈົ້າ ນີ້ແຫລະ, ຂ້າພະເຈົ້າໄດ້ກຳໄຣຕື່ມອີກຫ້າຕາລັນຕົນ” 21 ຝ່າຍນາຍກໍຕອບວ່າ “ດີແລ້ວ, ຂ້ອຍໃຊ້ຜູ້ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງແຍງຂອງຫລາຍຢ່າງ ຈົ່ງເຂົ້າຮ່ວມຄວາມຍິນດີກັບນາຍເຈົ້າເທີນ” 22 ຜູ້ທີ່ໄດ້ຮັບສອງຕາລັນຕົນນັ້ນໄດ້ເຂົ້າມາເຫມືອນກັນແຈ້ງວ່າ “ນາຍເອີຍ, ນາຍໄດ້ຝາກເງິນສອງຕາລັນຕົນໄວ້ນຳຂ້າພະເຈົ້າ ນີ້ແຫລະ, ຂ້າພະເຈົ້າໄດ້ກຳໄຣອີກສອງຕາລັນຕົນ” 23 ຝ່າຍນາຍກໍຕອບວ່າ “ດີແລ້ວ, ຂ້ອຍໃຊ້ຜູ້ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງແຍງຂອງຫລາຍຢ່າງ ຈົ່ງເຂົ້າຮ່ວມຄວາມຍິນດີກັບນາຍເຈົ້າເທີນ” 24 ສ່ວນຜູ້ທີ່ໄດ້ຮັບຕາລັນຕົນດຽວນັ້ນກໍໄດ້ເຂົ້າມາເຫມືອນກັນແຈ້ງວ່າ “ນາຍເອີຍ, ຂ້າພະເຈົ້າຮູ້ຈັກທ່ານແລ້ວວ່າທ່ານເປັນຄົນໃຈແຂງ ເຄີຍກ່ຽວຜົນບ່ອນຕົນບໍ່ໄດ້ຫວ່ານ ແລະຮີບໂຮມເອົາບ່ອນຕົນບໍ່ໄດ້ຝັດ 25 ຂ້າພະເຈົ້າຢ້ານຈຶ່ງໄດ້ເອົາເງິນຕາລັນຕົນຂອງທ່ານໄປເຊື່ອງໄວ້ໃຕ້ພື້ນດິນ ນີ້ແຫລະ, ສິ່ງທີ່ເປັນຂອງທ່ານກໍໄດ້ແລ້ວ” 26 ນາຍຈຶ່ງຕອບວ່າ “ອ້າຍຂ້ອຍໃຊ້ຊົ່ວແລະຂີ້ຄ້ານເຮີຍ ໂຕຮູ້ຫລືວ່າເຮົາເຄີຍເກັບຜົນບ່ອນເຮົາບໍ່ໄດ້ຫວ່ານ ແລະຮິບໂຮມເອົາບ່ອນເຮົາບໍ່ໄດ້ຝັດ 27 ຖ້າຢ່າງນັ້ນ, ໂຕຄວນຈະເອົາເງິນຂອງເຮົາໄປຝາກໄວ້ກັບນາຍທະນາຄານ ແລະເມື່ອເຮົາກັບມາກໍຈະໄດ້ຮັບສິ່ງທີ່ເປັນຂອງເຮົາກັບທັງດອກເບັ້ຽ 28 ສັນນັ້ນຈົ່ງຍົກເງິນຕາລັນຕົນດຽວນັ້ນໄປຈາກມັນເສັຽ ເອົາໃຫ້ແກ່ຜູ້ທີ່ມີສີບຕາລັນຕົນ 29 ເພາະທຸກຄົນທີ່ມີຢູ່ແລ້ວຈະຊົງເພີ້ມເຕີມໃຫ້ຜູ້ນັ້ນອີກ ຈົນມີບໍຣິບູນ ແຕ່ຜູ້ທີ່ບໍ່ມີ ແມ່ນວ່າສິ່ງທີ່ຕົນມີຢູ່ນັ້ນກໍຈະຊົງຍົກໄປຈາກຕົນເສັຽ 30 ເອົາອ້າຍຂ້າໃຊ້ຜູ້ບໍ່ມີປໂຍດໄປຖິ້ມເສັຽບ່ອນມືດພາຍນອກບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່”
ການຊົງພິພາກສາບັນດາປະຊາຊາດ
31 “ເມື່ອບຸດມະນຸດຊົງພຣະຣັສມີສະເດັດມາພ້ອມດ້ວຍຝູງເທວະດາ ເມື່ອນັ້ນພຣະອົງຈະຊົງປະທັບເທິງພຣະທີ່ນັ່ງອັນຮຸ່ງເຮືອງຂອງພຣະອົງ 32 ບັນດາປະຊາຊາດຕ່າງໆ ຈະຖືກຊົງໂຮມກັນຕໍ່ພຣະພັກຂອງພຣະອົງ ແລະພຣະອົງຈະຊົງແຍກເຂົາອອກຈາກກັນ ເຫມືອນຜູ້ລ້ຽງສັດແຍກຝູງແກະອອກຈາກຝູງແບ້ 33 ຝູງແກະນັ້ນຈະຊົງຈັດໃຫ້ຢູ່ເບື້ອງຂວາພຣະຫັດຂອງພຣະອົງ ແຕ່ຝູງແບ້ນັ້ນຈະຊົງຈັດໃຫ້ຢູ່ເບື້ອງຊ້າຍ 34 ເມື່ອນັ້ນພຣະມະຫາກະສັດຈະຊົງກ່າວແກ່ບັນດາຜູ້ທີ່ຢູ່ທາງພຣະຫັດຂວາຂອງພຣະອົງວ່າ “ພວກທ່ານທີ່ໄດ້ຮັບພຣະພອນຈາກພຣະບິດາຂອງເຮົາເອີຍ ຈົ່ງມາຮັບເອົາຣາຊອານາຈັກ ຊຶ່ງໄດ້ຊົງຈັດຕຽມໄວ້ສຳລັບທ່ານຕັ້ງແຕ່ຕົ້ນເດີມໂລກ 35 ເພາະວ່າເມື່ອເຮົາຢາກເຂົ້າ ພວກທ່ານກໍໃຫ້ເຮົາກິນ ເຮົາຫິວນ້ຳ ພວກທ່ານກໍໃຫ້ເຮົາດື່ມ ເຮົາເປັນແຂກບ້ານ ພວກທ່ານກໍໄດ້ຕ້ອນຮັບເຮົາໄວ້ 36 ເຮົາເປືອຍຕົວ ພວກທ່ານກໍໄດ້ເອົາເຄື່ອງມາໃຫ້ເຮົານຸ່ງຫົ່ມ ເຮົາເຈັບປ່ວຍ ພວກທ່ານກໍມາຢ້ຽມຢາມເຮົາ ເຮົາຢູ່ໃນຄຸກພວກທ່ານກໍໄດ້ມາຫາ” 37 ເມື່ອນັ້ນບັນດາພວກສິນທັມຈະທູນວ່າ, “ພຣະອົງເຈົ້າເອີຍ, ພວກຂ້າພຣະອົງໄດ້ເຫັນພຣະອົງຊົງຢາກເຂົ້າຫລືຫິວນ້ຳ ແລ້ວໄດ້ຈັດມາຖວາຍພຣະອົງເມື່ອໃດ 38 ພວກຂ້າພຣະອົງໄດ້ເຫັນພຣະອົງຊົງເປັນແຂກບ້ານ ແລະໄດ້ຕ້ອນຮັບໄວ້ ຫລືຊົງເປືອຍພຣະກາຍແລ້ວໄດ້ເອົາເຄື່ອງມາໃຫ້ທົງເມື່ອໃດ 39 ພວກຂ້າພຣະອົງໄດ້ເຫັນພຣະອົງຊົງປະຊວນຢູ່ ຫລືຢູ່ໃນຄຸກ ແລະໄດ້ມາເຝົ້າພຣະອົງເມື່ອໃດ” 40 ຝ່າຍພຣະມະຫາກະສັດຈະຊົງຕອບວ່າ “ເຮົາບອກພວກທ່ານຕາມຄວາມຈິງວ່າ ທີ່ພວກທ່ານໄດ້ເຮັດການເຫລົ່ານີ້ແກ່ຜູ້ຕ່ຳຕ້ອຍທີ່ສຸດຄົນນຶ່ງໃນພວກພີ່ນ້ອງເຮົານີ້ ກໍໄດ້ເຮັດໃຫ້ເຮົາເຫມືອນກັນ” 41 ເມື່ອນັ້ນພຣະອົງຈະຊົງກ່າວກັບບັນດາຜູ້ທີ່ຢູ່ເບື້ອງ ພຣະຫັດຊ້າຍຂອງພຣະອົງວ່າ “ສູທັງຫລາຍຜູ້ຖືກປ້ອຍເວນ, ຈົ່ງຖອຍຫນີຈາກເຮົາເຂົ້າໄປໃນໄຟທີ່ໄຫມ້ຢູ່ເປັນນິດຊຶ່ງຊົງຈັດຕຽມໄວ້ສຳລັບ ພຍາມານກັບບໍຣິວານຂອງມັນ 42 ເພາະວ່າເຮົາຢາກເຂົ້າ ສູບໍ່ໄດ້ໃຫ້ເຮົາກິນ ເຮົາຫິວນໍ້າສູບໍ່ໄດ້ໃຫ້ເຮົາດື່ມ 43 ເຮົາເປັນແຂກບ້ານມາ ສູບໍ່ໄດ້ພາເຮົາເຂົ້າໄປ ເຮົາເປືອຍຕົວ ແຕ່ສູບໍ່ໄດ້ເອົາເຄື່ອງມາໃຫ້ນຸ່ງ ເຮົາເຈັບປ່ວຍແລະຢູ່ໃນຄຸກ ແຕ່ສູບໍ່ໄດ້ມາຢ້ຽມຢາມເຮົາ” 44 ເຂົາຈະທູນຕອບວ່າ “ພຣະອົງເຈົ້າເອີຍ, ພວກຂ້າພຣະອົງໄດ້ເຫັນພຣະອົງຊົງຢາກເຂົ້າ ຫລືຊົງຫິວນ້ຳ ຊົງເປັນແຂກມາ ຊົງເປືອຍພຣະກາຍ ຊົງປະຊວນຫລືຊົງຢູ່ໃນຄຸກ ແລະພວກຂ້າພຣະອົງບໍ່ໄດ້ປະຕິບັດພຣະອົງຍາມໃດ” 45 ເມື່ອນັ້ນພຣະອົງຈະຊົງຕອບແກ່ເຂົາວ່າ “ເຮົາບອກສູທັງຫລາຍຕາມຄວາມຈິງວ່າ ທີ່ສູບໍ່ໄດ້ເຮັດການເຫລົ່ານັ້ນແກ່ຜູ້ຕ່ຳຕ້ອຍທີ່ສຸດໃນພວກນີ້ ພວກສູກໍບໍ່ໄດ້ເຮັດແກ່ເຮົາເຫມືອນກັນ” 46 ແລ້ວພວກເຫລົ່ານີ້ຈະອອກໄປສູ່ໂທດອັນຕລອດໄປເປັນນິດ ແຕ່ພວກສິນທັມກໍເຂົ້າສູ່ຊີວິດອັນຕລອດໄປເປັນນິດ”
ພວກຫົວຫນ້າປອງຮ້າຍພຣະເຢຊູ
1 ເມື່ອພຣະເຢຊູຊົງກ່າວຖ້ອຍຄຳເຫລົ່ານີ້ສິ້ນສຸດລົງແລ້ວ ພຣະອົງຊົງບອກພວກສາວົກຂອງຕົນວ່າ, 2 “ທ່ານທັງຫລາຍຮູ້ຢູ່ວ່າອີກສອງວັນກໍຈະເຖິງເທສການປັສຄາ ແລະບຸດມະນຸດຈະຖືກມອບໄວ້ໃຫ້ເຂົາຕອກຄືງໄວ້ທີ່ໄມ້ກາງແຂນ” 3 ໃນເວລານັ້ນພວກປະໂຣຫິດຕົນໃຫຍ່ກັບພວກເຖົ້າແກ່ຂອງພົລເມືອງໄດ້ປະຊຸມກັນຢູ່ທີ່ສຳນັກຂອງ ມະຫາປະໂຣຫິດຊື່ກາຢະຟາສ 4 ເຂົາປຶກສາກັນເພື່ອຈະໄດ້ຈັບພຣະເຢຊູດ້ວຍກົນອຸບາຍເອົາໄປຂ້າເສັຽ 5 ແຕ່ເຂົາເວົ້າກັນວ່າ, “ຢ່າໄດ້ເຮັດການນັ້ນໃນລະຫວ່າງວັນເທສການ ຢ້ານພົລເມືອງຈະເກິດວຸ້ນວາຍ”
ການຖອກນ້ຳມັນຫອມໃສ່ພຣະສຽນທີ່ບ້ານເບັດທາເນັຽ
6 ເມື່ອພຣະເຢຊູປະທັບຢູ່ບ້ານເບັດທານີ ໃນເຮືອນຂອງຊີໂມນຄົນຂີ້ທູດ 7 ມີຍິງຜູ້ນຶ່ງຖືກະອອມຫີນຂາວເຕັມດ້ວຍນ້ຳມັນຫອມທີ່ມີຣາຄາແພງເຂົ້າມາເຝົ້າພຣະອົງ ຂນະເມື່ອພຣະອົງຊົງນັ່ງຮັບປະທານອາຫານຢູ່ ນາງໄດ້ຖອກນ້ຳຫອມໃສ່ພຣະສຽນຂອງພຣະອົງ 8 ແຕ່ເມື່ອພວກສາວົກເຫັນດັ່ງນັ້ນກໍມີເຄືອງໃຈ ຈຶ່ງເວົ້າວ່າ, “ເຫດໃດຈຶ່ງເຮັດໃຫ້ເສັຽຂອງລ້າໆ ຢ່າງນີ້ 9 ເພາະຖ້າຂາຍຂອງນີ້ກໍຄົງໄດ້ເງິນຈຳນວນຫລາຍ ແລ້ວຈະແຈກໃຫ້ຄົນຍາກຈົນກໍໄດ້” 10 ແຕ່ພຣະເຢຊູຊົງຊາບຈຶ່ງກ່າວແກ່ເຂົາວ່າ, “ພວກທ່ານກວນໃຈຍິງນີ້ເຮັດຫຍັງ ນາງໄດ້ເຮັດການດີແກ່ເຮົາແລ້ວ 11 ດ້ວຍວ່າຄົນຍາກຈົນມີຢູ່ກັບພວກທ່ານສເມີ ແຕ່ຝ່າຍເຮົາບໍ່ຢູ່ກັບທ່ານສເມີ 12 ຊຶ່ງຍິງນີ້ໄດ້ຖອກນ້ຳມັນຫອມໃສ່ກາຍຂອງເຮົາ ກໍໄດ້ເຮັດເພື່ອການປົງສົບຂອງເຮົາ 13 ເຮົາບອກພວກທ່ານຕາມຄວາມຈິງວ່າ ຂ່າວປະເສີດນີ້ຈະປະກາດໄປເຖິງບ່ອນໃດໃນທົ່ວພິພົບ ການທີ່ຍິງຜູ້ນີ້ໄດ້ເຮັດກໍຈະເຣື່ອງລືໄປເຖິງບ່ອນນັ້ນເປັນທີ່ລະນຶກເຖິງນາງ”
ຢູດາອິສະກາຣິອົດຕົກລົງຈະມອບພຣະເຢຊູໄວ້
14 ເມື່ອນັ້ນຜູ້ນຶ່ງໃນພວກສິບສອງຄົນນັ້ນຊື່ຢູດາອີສະກາຣິອົດ ໄດ້ໄປຫາພວກປະໂຣຫິດຕົນໃຫຍ່ 15 ຖາມວ່າ, “ພວກທ່ານຈະຍອມໃຫ້ອັນໃດແກ່ຂ້າພະເຈົ້າ ສ່ວນຂ້າພະເຈົ້າຈະມອບພຣະອົງໃຫ້ແກ່ພວກທ່ານ” ເຂົາຈຶ່ງເອົາເງິນສາມສິບຫລຽນໃຫ້ແກ່ຢູດາ 16 ຕັ້ງແຕ່ນັ້ນມາຢູດາໄດ້ຊອກຫາໂອກາດເພື່ອຈະມອບພຣະອົງໄວ້
ຊົງຮັບປະທານປັສຄາພ້ອມກັບສາວົກ
17 ເມື່ອວັນຕົ້ນເທສການກິນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ ພວກສາວົກໄດ້ມາທູນຖາມພຣະອົງວ່າ, “ທ່ານປະສົງຈະໃຫ້ພວກຂ້າພຣະອົງຈັດແຈ່ງປັສຄາໃຫ້ທ່ານຮັບປະທານບ່ອນໃດ” 18 ພຣະອົງຊົງຕອບວ່າ, “ຈົ່ງເຂົ້າໄປຫາຄົນນຶ່ງໃນກຸງບອກວ່າ “ອາຈານກ່າວວ່າ ເວລາກຳນົດຂອງເຮົາມາໃກ້ແລ້ວ ເຮົາຈະຖືສິນປັສຄາທີ່ເຮືອນຂອງທ່ານພ້ອມກັບພວກສາວົກຂອງເຮົາ” 19 ແລ້ວພວກສາວົກຈຶ່ງໄດ້ເຮັດຕາມທີ່ພຣະເຢຊູຊົງສັ່ງ ແລ້ວເຂົາໄດ້ຈັດແຈ່ງປັສຄາໄວ້ພ້ອມ 20 ຄັນເຖິງເວລາຄ່ຳແລ້ວພຣະອົງຊົງປະທັບຮ່ວມໂຕະກັບພວກສາວົກສິບສອງຄົນ 21 ເມື່ອກຳລັງຮັບປະທານອາຫານຢູ່ ພຣະອົງຊົງກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນນຶ່ງໃນພວກທ່ານຈະທໍຣະຍົດຕໍ່ເຮົາ” 22 ຝ່າຍສາວົກກໍມີຄວາມທຸກໃຈຫລາຍ ທຸກຄົນຕ່າງກໍຕັ້ງຕົ້ນທູນພຣະອົງວ່າ, “ບໍ່ອາດຈະແມ່ນຂ້າພຣະອົງຕີ້, ນາຍເອີຍ” 23 ພຣະອົງຊົງຕອບວ່າ, “ຜູ້ທີ່ໄດ້ຈ້ຳຮ່ວມຊາມດຽວກັບເຮົາ ຜູ້ນັ້ນແຫລະ, ຈະທໍຣະຍົດຕໍ່ເຮົາ 24 ບຸດມະນຸດຈະສະເດັດໄປຕາມທີ່ໄດ້ຂຽນໄວ້ໃນພຣະຄັມດີເຖິງເຣື່ອງທ່ານ ແຕ່ວິບັດແກ່ຜູ້ທີ່ຈະທໍຣະຍົດຕໍ່ບຸດມະນຸດ ຖ້າຜູ້ນັ້ນບໍ່ເກິດມາກໍດີກວ່າ” 25 ຢູດາຜູ້ທີ່ທໍຣະຍົດຕໍ່ພຣະອົງທູນຖາມວ່າ, “ບໍ່ອາດຈະແມ່ນຂ້າພຣະອົງຕີ້, ອາຈານເອີຍ” ພຣະອົງຊົງຕອບວ່າ, “ແມ່ນທ່ານນັ້ນແລ້ວ”
ຊົງຕັ້ງສິນມະຫາສນິດ
26 ລະຫວ່າງອາຫານມື້ນັ້ນ ພຣະເຢຊູຊົງຈັບເຂົ້າຈີ່ມາ ແລະເມື່ອຂໍພຣະພອນແລ້ວ ຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກສາວົກ ໂດຍຊົງກ່າວວ່າ, “ຈົ່ງຮັບກິນສາ ນີ້ແຫລະ, ຄືກາຍຂອງເຮົາ” 27 ແລ້ວພຣະອົງຊົງຈັບເອົາຈອກມາໂມທະນາພຣະຄຸນແລະຍື່ນໃຫ້ເຂົາໂດຍຊົງກ່າວວ່າ, “ຈົ່ງດື່ມແຕ່ຈອກນີ້ທຸກຄົນ 28 ເພາະວ່ານີ້ແຫລະຄືເລືອດຂອງເຮົາ ແມ່ນເລືອດອັນກ່ຽວກັບພຣະສັນຍາ ທີ່ຖອກອອກເພື່ອຍົກຜິດບາບຄົນຈຳນວນຫລາຍ 29 ເຮົາບອກທ່ານທັງຫລາຍວ່າ ເຮົາຈະບໍ່ດື່ມນ້ຳຜົນອະງຸ່ນຕໍ່ໄປອີກຈົນກວ່າວັນນັ້ນຈະມາເຖິງ ຄືວັນທີ່ຈະດື່ມອັນໃຫມ່ກັບພວກທ່ານໃນຣາຊແຜ່ນດິນພຣະບິດາຂອງເຮົາ” 30 ເມື່ອຮ້ອງເພງສັຣເສິນແລ້ວ ເຂົາກໍພາກັນອອກໄປຍັງພູຫມາກກອກເທດ
ຊົງທໍານາຍວ່າເປໂຕຈະເປຕິເສດພຣະອົງ
31 ເມື່ອນັ້ນພຣະເຢຊູຊົງກ່າວກັບພວກສາວົກວ່າ, “ໃນຄືນວັນນີ້ທ່ານທຸກຄົນຈະສະດຸດໃຈເພາະເຮົາ ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ “ເຮົາຈະປະຫານຜູ້ລ້ຽງແກະ ແລະແກະຝູງນັ້ນຈະແຕກຊະກັນໄປ” 32 ແຕ່ເມື່ອເຮົາຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍແລ້ວ ເຮົາຈະໄປເຖິງແຂວງຄາລິເລກ່ອນຫນ້າພວກທ່ານ” 33 ຝ່າຍເປໂຕຈຶ່ງທູນຕອບພຣະອົງວ່າ, “ຖ້າຄົນທັງປວງຈະສະດຸດໃຈເພາະທ່ານ ຝ່າຍຂ້າພຣະອົງຈະບໍ່ສະດຸດໃຈຈັກເທື່ອ” 34 ພຣະເຢຊູຊົງຕອບເປໂຕວ່າ, “ໃນຄືນວັນນີ້ກ່ອນໄກ່ຈະຂັນ ທ່ານຈະປະຕິເສດເຮົາເຖິງສາມເທື່ອ” 35 ເປໂຕທູນພຣະອົງວ່າ, “ເຖິງແມ່ນຂ້າພຣະອົງຈະຕ້ອງຕາຍກັບທ່ານ ຂ້າພຣະອົງຈະບໍ່ປະຕິເສດທ່ານຈັກເທື່ອ” ຝ່າຍພວກສາວົກກໍທູນຢ່າງນັ້ນເຫມືອນກັນທຸກຄົນ
ຊົງອ້ອນວອນທີ່ເຄັດເຊມາເນ
36 ແລ້ວພຣະເຢຊູກໍສະເດັດພ້ອມກັບພວກສາວົກ ໄປເຖິງບ່ອນນຶ່ງຊື່ເຄັດເຊມາເນ ຈຶ່ງຊົງກ່າວກັບເຂົາວ່າ, “ຈົ່ງນັ່ງຢູ່ທີ່ນີ້ ໃນເວລາເຮົາຈະໄປອ້ອນວອນຢູ່ທີ່ນັ້ນ” 37 ພຣະອົງຊົງພາເປໂຕກັບບຸດຊາຍທັງສອງຂອງເຊເບດີໄປນຳ ແລ້ວຊົງເກີດມີຄວາມໂສກເສົ້າແລະຫນັກພຣະທັຍຫລາຍ 38 ພຣະອົງຊົງກ່າວກັບເຂົາວ່າ, “ຈິດໃຈຂອງເຮົາທຸກຫນັກແທບຈະຕາຍຢູ່ແລ້ວ ຈົ່ງຄອຍຢູ່ທີ່ນີ້ ເຝົ້າຢູ່ກັບເຮົາເທີນ” 39 ແລ້ວສະເດັດໄປອີກຫນ້ອຍນຶ່ງ ຈຶ່ງຊົງຫມູບພຣະພັກລົງເຖິງດິນອ້ອນວອນວ່າ, ໂອ ບິດາເອີຍ, ຖ້າເປັນໄປໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ແຕ່ຢ່າງໃດກໍດີ, ຂໍຢ່າໃຫ້ເປັນໄປຕາມໃຈປາຖນາຂອງລູກ ແຕ່ໃຫ້ເປັນໄປຕາມພຣະທັຍຂອງພຣະອົງເທີນ” 40 ແລ້ວພຣະອົງໄດ້ສະເດັດກັບມາຫາສາວົກເຫລົ່ານັ້ນ ຊົງເຫັນເຂົານອນຫລັບຢູ່ ແລະຊົງກ່າວແກ່ເປໂຕວ່າ, ຢ່າງນັ້ນພວກທ່ານບໍ່ສາມາດຈະຄອຍເຝົ້າຢູ່ກັບເຮົາຈັກທຸ່ມດຽວຫລື 41 ຈົ່ງເຝົ້າລະວັງແລະອ້ອນວອນຢູ່ເພື່ອພວກທ່ານຈະບໍ່ຕົກໃນການທົດລອງ ຈິດໃຈພ້ອມຢູ່ແລ້ວກໍຈິງ ແຕ່ກາຍກໍອ່ອນກຳລັງ” 42 ພຣະອົງໄດ້ສະເດັດອອກໄປອີກເປັນເທື່ອທີ່ສອງ ຊົງອ້ອນວອນວ່າ, “ຂ້າແດ່ພຣະບິດາຂອງຂ້າພຣະອົງເອີຍ, ຖ້າຈອກນີ້ເລື່ອນພົ້ນໄປບໍ່ໄດ້ເວັ້ນແຕ່ຂ້າພຣະອົງຈຳເປັນຕ້ອງດື່ມ ກໍໃຫ້ເປັນຕາມນ້ຳພຣະທັຍຂອງພຣະອົງ” 43 ຄັນສະເດັດກັບຄືນມາກໍຊົງເຫັນພວກສາວົກນອນຫລັບຢູ່ເພາະຕາຂອງເຂົາມືນບໍ່ຂຶ້ນ 44 ຈຶ່ງຊົງປະເຂົາໄວ້ສະເດັດໄປອ້ອນວອນເປັນເທື່ອທີ່ສາມ ໂດຍຊົງກ່າວຄຳເກົ່ານັ້ນອີກ 45 ແລ້ວພຣະອົງໄດ້ສະເດັດມາຍັງພວກສາວົກຊົງກ່າວວ່າ, “ພວກທ່ານຍັງນອນຫລັບເຊົາເມື່ອຍຢູ່ຫລື ເບິ່ງແມ໋, ເວລາມາໃກ້ແລ້ວ ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຄົນນອກສິນທັມ 46 ຈົ່ງລຸກຂຶ້ນພາກັນໄປເທາະ ເບິ່ງແມ໋, ຜູ້ທີ່ຈະມອບເຮົານັ້ນມາໃກ້ແລ້ວ”
ຊົງຖືກມອບໄວ້ແລະຈັບໄປ
47 ເມື່ອພຣະອົງຍັງຊົງກ່າວບໍ່ທັນຂາດຄຳ ເບິ່ງແມ໋, ຜູ້ນຶ່ງໃນຈຳພວກສິບສອງຄົນນັ້ນຄືຢູດາ ໄດ້ເຂົ້າມາພ້ອມດ້ວຍປະຊາຊົນຈຳນວນຫລາຍ ຖືດາບຖືໄມ້ຄ້ອນ ມາຈາກພວກປະໂຣຫິດຕົນໃຫຍ່ກັບພວກຜູ້ເຖົ້າແກ່ຂອງພົລເມືອງ 48 ຜູ້ທີ່ຈະມອບພຣະອົງນັ້ນໄດ້ນັດຫມາຍສຳຄັນໃຫ້ແກ່ເຂົາວ່າ, “ເຮົາຈະຈູບຄຳນັບຜູ້ໃດກໍແມ່ນຜູ້ນັ້ນແຫລະ ຈົ່ງຈັບເອົາໄວ້” 49 ຢູດາເຂົ້າມາຫາພຣະເຢຊູທັນທີທູນວ່າ, “ສະບາຍດີ, ພຣະອາຈານ” ແລ້ວຈູບພຣະອົງຢ່າງຮັກແພງ 50 ຝ່າຍພຣະເຢຊູຊົງກ່າວແກ່ຢູດາວ່າ, “ສະຫາຍເອີຍ, ມາທີ່ນີ້ເຮັດຫຍັງ” ແລ້ວຄົນເຫລົ່ານັ້ນເຂົາມາລົງມືຈັບພຣະເຢຊູໄວ້ 51 ຂນະນັ້ນ ເບິ່ງແມ໋, ມີຜູ້ນຶ່ງທີ່ຢູ່ກັບພຣະເຢຊູ ຊັກດາບອອກຟັນຂ້ອຍໃຊ້ຄົນນຶ່ງຂອງມະຫາປະໂຣຫິດ ຖືກຫູຂາດເບື້ອງນຶ່ງ 52 ພຣະເຢຊູຊົງບອກຜູ້ນັ້ນວ່າ, “ຈົ່ງເອົາດາບຂອງທ່ານມ້ຽນໄວ້ບ່ອນມັນ ເພາະວ່າບັນດາຜູ້ທີ່ຖືດາບກໍຈະຖືກທຳລາຍດ້ວຍດາບ 53 ທ່ານຄຶດວ່າເຮົາຈະຂໍຄວາມຊອ່ຍເຫລືອຈາກພຣະບິດາຂອງເຮົາບໍ່ໄດ້ຫລື ແລະໃນທັນທີພຣະອົງຈະໃຊ້ເທວະດາມາຫາເຮົາກວ່າສິບສອງກອງ 54 ແຕ່ຖ້າຢ່າງນັ້ນພຣະຄັມພີທີ່ວ່າຈຳຕ້ອງເປັນຢ່າງນັ້ນ ຈະສຳເຣັດໄດ້ຢ່າງໃດ” 55 ໃນເວລານັ້ນພຣະເຢຊູໄດ້ຊົງກ່າວກັບປວງຊົນວ່າ, “ທ່ານທັງຫລາຍຖືດາບຖືໄມ້ຄ້ອນອອກມາຈັບເຮົາເຫມືອນຈັບໂຈນຫລື ເຮົາໄດ້ນັ່ງສັ່ງສອນໃນບໍຣິເວນພຣະວິຫານທຸກໆ ວັນແຕ່ພວກທ່ານບໍ່ໄດ້ຈັບເຮົາ 56 ແຕ່ເຫດການທັງປວງນີ້ໄດ້ບັງເກີດຂຶ້ນເພື່ອຈະສຳເຣັດຕາມທີ່ຜູ້ປະກາດພຣະທັມໄດ້ຂຽນໄວ້” ເມື່ອນັ້ນພວກສາວົກທັງຫມົດໄດ້ປະພຣະອົງພາກັນຫນີໄປ
ພຣະເຢຊູຊົງຢູ່ຕໍ່ຫນ້າສານສູງສຸດ
57 ພວກທີ່ຈັບພຣະເຢຊູໄດ້ພາພຣະອົງໄປຫາມະຫາປະໂຣຫິດຊື່ກາຢະຟາສ ບ່ອນທີ່ພວກນັກທັມແລະພວກເຖົ້າແກ່ໄດ້ມາປະຊຸມກັນນັ້ນ 58 ຝ່າຍເປໂຕໄດ້ຕາມພຣະອົງໄປໃນລະຍະຫ່າງໄກ ຈົນມາເຖິງເດີ່ນບ້ານຂອງມະຫາປະໂຣຫິດ ແລ້ວເຂົ້າໄປນັ່ງຢູ່ກາງເດີ່ນບ້ານກັບພວກຍາມ ເພື່ອຊອມເບິ່ງວ່າທີ່ສຸດຂອງເຣື່ອງນັ້ນຈະເປັນຢ່າງໃດ 59 ພວກປະໂຣຫິດຕົນໃຫຍ່ກັບບັນດາສະມາຊິກສານ ຈຶ່ງຫາພຍານຕົວະມາເບີກຕໍ່ສູ້ພຣະເຢຊູ ເພື່ອຂ້າພຣະອົງເສັຽ 60 ເຖິງແມ່ນວ່າມີພຍານຕົວະຫລາຍປາກມາໃຫ້ການກໍດີ ແຕ່ກໍຫາຫລັກຖານບໍ່ໄດ້ ໃນທີ່ສຸດສອງຄົນໄດ້ມາໃຫ້ການ 61 ວ່າ, “ຜູ້ນີ້ແຫລະ, ໄດ້ກ່າວວ່າ “ເຮົາສາມາດຈະມ້າງພຣະວິຫານຂອງພຣະເຈົ້າ ແລະຈະສ້າງຂຶ້ນໃຫມ່ພາຍໃນສາມວັນ” 62 ມະຫາປະໂຣຫິດໄດ້ຢືນຂຶ້ນຖາມພຣະອົງວ່າ, “ເຈົ້າບໍ່ຕອບຫຍັງຫລື ຄຳພຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າເປັນແນວໃດ” 63 ແຕ່ພຣະເຢຊູຊົງມິດຢູ່ ແລ້ວມະຫາປະໂຣຫິດຈຶ່ງກ່າວວ່າ, “ເຮົາໃຫ້ເຈົ້າສາບານໂດຍອ້າງພຣະເຈົ້າຜູ້ຊົງພຣະຊົນຢູ່ ໃຫ້ເຈົ້າບອກເຮົາວ່າເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າຫລືບໍ່” 64 ພຣະເຢຊູຊົງຕອບວ່າ, “ທ່ານເວົ້ານັ້ນແລ້ວ ແລະຫລາຍກວ່ານັ້ນອີກ, ເຮົາບອກພວກທ່ານວ່າ ໃນເວລາຕໍ່ໄປພວກທ່ານຈະເຫັນບຸດມະນຸດນັ່ງຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບ ແລະກຳລັງສະເດັດມາເທິງເມກໃນທ້ອງຟ້າ” 65 ເມື່ອນັ້ນມະຫາປະໂຣຫິດໄດ້ຈິກເສື້ອຜ້າຂອງຕົນແລ້ວກ່າວວ່າ, “ມັນໄດ້ເວົ້າຫມິ່ນປມາດພຣະເຈົ້າແລ້ວ ພວກເຮົາຍັງຈະຕ້ອງການພຍານອັນໃດອີກ ນີ້ແຫລະ, ທ່ານໄດ້ຍິນຄຳປມາດນັ້ນແລ້ວ 66 ພວກທ່ານຄຶດເຫັນຢ່າງໃດ” ເຂົາຕອບວ່າ, “ຄວນຖືກໂທດປະຫານຊີວິດ” 67 ແລ້ວເຂົາໄດ້ຖົ່ມນ້ຳລາຍໃສ່ພຣະພັກທັງທຸບຕີພຣະອົງ ແລະລາງຄົນໄດ້ເອົາມືຕົບພຣະອົງ 68 ແລ້ວເວົ້າວ່າ, “ເຈົ້າ ພຣະຄຣິດ, ແມ່ນໃຜຕິມຶງ ທວາຍໃຫ້ພວກເຮົາຟັງແມ໋”
ເປໂຕປະຕິເສດພຣະເຢຊູ
69 ຝ່າຍເປໂຕນັ່ງຢູ່ນອກກາງເດີ່ນບ້ານ ມີຍິງໃຊ້ຄົນນຶ່ງມາຫາກ່າວວ່າ, “ໂຕເຄີຍຢູ່ກັບໄທຄາລີເລ ຄືເຢຊູນັ້ນເຫມືອນກັນ” 70 ແຕ່ເປໂຕຕອບປະຕິເສດຕໍ່ຫນ້າຄົນທັງປວງວ່າ, “ທີ່ເຈົ້າເວົ້ານັ້ນ, ຂ້ອຍບໍ່ຮູ້ເຣື່ອງ” 71 ເມື່ອເປໂຕອອກໄປທີ່ປະຕູບ້ານມີຍິງໃຊ້ອີກຄົນນຶ່ງແລເຫັນ ຈຶ່ງກ່າວແກ່ຄົນທັງຫລາຍທີ່ຢູ່ຫັ້ນວ່າ, “ຄົນນີ້ແຫລະ, ເຄີຍຢູ່ກັບເຢຊູໄທນາຊາເຣັດ” 72 ເປໂຕໄດ້ປະຕິເສດທັງສາບານວ່າ, “ຂ້ອຍບໍ່ຮູ້ຈັກຄົນນັ້ນ” 73 ພາຍຫລັງນັ້ນຫນ້ອຍນຶ່ງຄົນທັງຫລາຍທີ່ຢືນຢູ່ຫັ້ນໄດ້ມາເວົ້າກັບເປໂຕວ່າ, “ໂຕເປັນພັກພວກກັບເຂົາເຫລົ່ານັ້ນແທ້ ດ້ວຍວ່າສຳນຽງຂອງໂຕກໍສໍ້ໃຫ້ຮູ້ໂຕເອງ” 74 ເມື່ອນັ້ນເປໂຕກໍຕັ້ງຕົ້ນປ້ອຍດ່າ ທັງສະບົດສາບານວ່າ, “ຄົນນັ້ນກູບໍ່ຮູ້ຈັກ” ໃນທັນໃດນັ້ນໄກ່ກໍຂັນ 75 ແລ້ວເປໂຕຈຶ່ງລະນຶກເຖິງຄຳທີ່ພຣະເຢຊູຊົງກ່າວໄວ້ວ່າ, “ກ່ອນໄກ່ຂັນທ່ານຈະປະຕິເສດເຮົາເຖິງສາມເທື່ອ” ແລ້ວເປໂຕກໍອອກໄປຂ້າງນອກຮ້ອງໄຫ້ເປັນທຸກຫນັກໃຈ
ຊົງຖືກພາໄປຕໍ່ຫນ້າປີລາດ
1 ເມື່ອຮຸ່ງເຊົ້າພວກປະໂຣຫິດຕົນໃຫຍ່ທັງຫມົດແລະພວກເຖົ້າແກ່ຂອງພົລເມືອງ ໄດ້ປຶກສາກັນຕໍ່ສູ້ພຣະເຢຊູເພື່ອຈະປະຫານຊີວິດພຣະອົງເສັຽ 2 ເຂົາໄດ້ມັດພຣະອົງພາໄປມອບໃຫ້ປີລາດຜູ້ປົກຄອງ
ຄວາມຕາຍຂອງຢູດາອິສະກາຣິອົດ
3 ຝ່າຍຢູດາຜູ້ທໍຣະຍົດຕໍ່ພຣະອົງນັ້ນ ເມື່ອເຫັນວ່າພຣະອົງຕ້ອງຖືກໂທດກໍກິນແຫນງຈຶ່ງນຳເອົາເງິນສາມສິບຫລຽນນັ້ນມາສົ່ງຄືນໃຫ້ແກ່ພວກປະໂຣຫິດຕົນໃຫຍ່ແລະພວກເຖົ້າແກ່ 4 ໂດຍເວົ້າວ່າ, “ຂ້າພະເຈົ້າຜິດແລ້ວ ເພາະໄດ້ມອບຜູ້ທີ່ບໍ່ມີຜິດໃຫ້ເຖິງຄວາມຕາຍ” ຄົນເຫລົ່ານັ້ນຕອບວ່າ, “ການນັ້ນແມ່ນທຸຣະອັນໃດກັບພວກເຮົາ ໃຫ້ເປັນທຸຣະຂອງເຈົ້າເອງ” 5 ຢູດາຈຶ່ງຖິ້ມເງິນນັ້ນໄວ້ໃນພຣະວິຫານແລະຈາກໄປແລ້ວອອກໄປຜູກຄໍຕາຍເສັຽ 6 ພວກປະໂຣຫິດຕົນໃຫຍ່ໄດ້ເກັບເງິນນັ້ນໄວ້ແລ້ວເວົ້າວ່າ, “ເປັນການຜິດກົດບັນຍັດທີ່ຈະເກັບເງິນນັ້ນໄວ້ໃນຄັງພຣະວິຫານ ເພາະເປັນຄ່າຕັດຊີວິດ” 7 ເຂົາໄດ້ປຶກສາຕົກລົງກັນແລ້ວຈຶ່ງໄດ້ເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນຫມໍ້ ເພື່ອໃຫ້ເປັນບ່ອນຝັງສົບຄົນຕ່າງດ້າວ 8 ເພາະສັນນັ້ນເຂົາຈຶ່ງເອີ້ນທີ່ດິນນັ້ນວ່າ ດິນເລືອດຈົນເຖິງທຸກວັນນີ້ 9 ເມື່ອນັ້ນກໍສຳເຣັດຕາມພຣະທັມທີ່ຊົງບອກໄວ້ດ້ວຍເຢເຣມີຢາຜູ້ປະກາດພຣະທັມ ທີ່ວ່າ, “ເຂົາໄດ້ຮັບເງິນສາມສິບຫລຽນ ຊຶ່ງເປັນຣາຄາຜູ້ທີ່ເຂົາຄາດຣາຄາໄວ້ ຄືຜູ້ທີ່ເຜົ່າພັນຂອງອິສຣາເອນບາງຄົນໄດ້ຕີຣາຄານັ້ນ 10 ແລ້ວເຂົາໄດ້ເອົາເງິນນັ້ນໃຫ້ເປັນຄ່າສຳລັບນາຂອງຊ່າງປັ້ນຫມໍ້ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງສັ່ງຂ້າພະເຈົ້າໄວ້”
ປີລາດໄຕ່ຖາມພຣະເຢຊູ
11 ເມື່ອພຣະເຢຊູຊົງຢືນຢູ່ຕໍ່ຫນ້າຜູ້ປົກຄອງ ຜູ້ປົກຄອງຈຶ່ງຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາດຢິວຫລື” ພຣະເຢຊູຊົງຕອບວ່າ, “ທ່ານເວົ້ານັ້ນແລ້ວ” 12 ເມື່ອພວກປະໂຣຫິດຕົນໃຫຍ່ແລະພວກເຖົ້າແກ່ໄດ້ກ່າວໂທດໃສ່ພຣະອົງ ພຣະອົງກໍບໍ່ໄດ້ຊົງຕອບປະການໃດ 13 ປີລາດຈຶ່ງກ່າວແກ່ພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຫລື ເຂົາເບີກພຍານຕໍ່ສູ້ເຈົ້າຫລາຍປະການເທົ່າໃດ” 14 ແຕ່ພຣະເຢຊູບໍ່ໄດ້ຊົງຕອບຈັກຄຳ ຈົນຜູ້ປົກຄອງປລາດໃຈຫລາຍ
ພຣະເຢຊູຖືກພິພາກສາເຖິງສິ້ນພຣະຊົນ
15 ໃນຄາວເທສການນັ້ນຜູ້ປົກຄອງເຄິຍປ່ອຍນັກໂທດຄົນນື່ງ ໃຫ້ແກ່ປະຊາຊົນຕາມທີ່ເຂົາຮ້ອງຂໍ 16 ຄາວນັ້ນມີນັກໂທດຄົນນຶ່ງຜູ້ທີ່ເຂົາຮູ້ຈັກທົ່ວໄປ ຊື່ເຢຊູບາຣັບບັສ 17 ເມື່ອປະຊາຊົນມາປະຊຸມກັນແລ້ວປີລາດໄດ້ຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ ປ່ອຍເຢຊູບາຣັບບັສ ຫລືເຢຊູທີ່ເອີ້ນວ່າພຣະຄຣິດ” 18 ເພາະປີລາດຮູ້ຢູ່ວ່າເຂົາໄດ້ມອບພຣະອົງໄວ້ດ້ວຍຄວາມອິດສາ 19 ຂນະທີ່ປີລາດນັ່ງຢູ່ບ່ອນພີພາກສານັ້ນ ພັຣຍາຂອງທ່ານໄດ້ໃຊ້ຄົນມາຮຽນວ່າ, “ຢ່າໄດ້ພົວພັນກັບເຣື່ອງຄົນທີ່ບໍ່ມີຄວາມຜິດນັ້ນ ດ້ວຍວ່າວັນນີ້ຂ້ານ້ອຍມີຄວາມທຸກໃຈຫລາຍຍ້ອນຄວາມຝັນກ່ຽວກັບຜູ້ນັ້ນ” 20 ຝ່າຍປະໂຣຫິດຕົນໃຫຍ່ກັບພວກເຖົ້າແກ່ໄດ້ຍົວະຍົງປະຊາຊົນ ໃຫ້ຂໍປ່ອຍບາຣັບບັສ ແລະໃຫ້ຂ້າພຣະເຢຊູເສັຽ 21 ຜູ້ປົກຄອງຈຶ່ງຖາມເຂົາອີກວ່າ, “ໃນສອງຄົນນີ້ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ” ເຂົາຕອບວ່າ, “ບາຣັບບັສ” 22 ແລ້ວປີລາດຈຶ່ງກ່າວກັບເຂົາວ່າ, “ຖ້າຢ່າງນັ້ນ, ເຮົາຈະເຮັດຢ່າງໃດແກ່ເຢຊູຜູ້ເອີ້ນວ່າພຣະຄຣິດ” ເຂົາພາກັນຕອບວ່າ, “ໃຫ້ຄຶງເສັຽທີ່ໄມ້ກາງແຂນ” 23 ຜູ້ປົກຄອງຈຶ່ງເວົ້າວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຜິດອັນໃດ” ເຂົາແຮ່ງພາກັນຮ້ອງຂຶ້ນວ່າ, “ໃຫ້ຄຶງເສັຽທີ່ໄມ້ກາງແຂນ” 24 ເມື່ອປີລາດເຫັນວ່າບໍ່ໄດ້ຜົນ ມີແຕ່ການວຸ້ນວາຍກຳລັງເກິດຂຶ້ນ ຈຶ່ງໄດ້ເອົານ້ຳມາລ້າງມືຕໍ່ຫນ້າປະຊາຊົນ ໂດຍກ່າວວ່າ, “ເຮົາບໍ່ມີຜິດດ້ວຍເຣື່ອງຄວາມຕາຍຂອງຜູ້ນີ້ ໃຫ້ເປັນທຸຣະຂອງພວກເຈົ້າເອງ” 25 ແລະປະຊາຊົນພາກັນຕອບວ່າ, “ໃຫ້ໂທດເຣື່ອງຄວາມຕາຍຂອງມັນຕົກໃສ່ພວກເຮົາກັບທັງລູກຫລານຂອງເຮົາ” 26 ປີລາດຈຶ່ງປ່ອຍບາຣັບບັສໃຫ້ເຂົາ ແລະເມື່ອໃຫ້ຂ້ຽນພຣະເຢຊູແລ້ວ ກໍມອບໃຫ້ຄຶງໄວ້ທີ່ໄມ້ກາງແຂນ
ພວກທະຫານຫົວລໍ້ພຣະເຢຊູ
27 ເມື່ອນັ້ນ ພວກທະຫານຂອງຜູ້ປົກຄອງໄດ້ພາພຣະເຢຊູເຂົ້າໄປໃນປະໄຣໂຕຣຽນ ແລ້ວໄດ້ຮວບຮວມທະຫານທັງກອງມາອ້ອມພຣະອົງໄວ້ 28 ເຂົາໄດ້ເລິກເຄື່ອງທົງຂອງພຣະອົງອອກ ແລ້ວເອົາເສື້ອສີແດງມານຸ່ງໃຫ້ 29 ເຂົາໄດ້ເອົາເຄືອຫນາມຖັກເປັນໂຄ້ງແທນພວງມາລັຍສຸບໃສ່ພຣະສຽນຂອງພຣະອົງ ແລ້ວເອົາໄມ້ອໍ້ໃຫ້ພຣະອົງຖືໄວ້ໃນພຣະຫັດເບື້ອງຂວາ ແລະຄຸເຂົ່າລົງຕໍ່ພຣະພັກພຣະອົງ ກ່າວຄຳເຍາະເຍີ້ຍຫົວລໍ້ພຣະອົງວ່າ, “ກະສັດຂອງຊາດຢິວເຮິຍ, ຈົ່ງຊົງພຣະຈະເຣິນເທີນ” 30 ເຂົາໄດ້ຖົ່ມນ້ຳລາຍໃສ່ພຣະອົງ ແລະໄດ້ເອົາໄມ້ອໍ້ນັ້ນຕິພຣະສຽນພຣະອົງ 31 ເມື່ອເຍາະເຍີ້ຍພຣະອົງແລ້ວເຂົາໄດ້ຖອດເສື້ອນັ້ນອອກ ແລ້ວເອົາເຄື່ອງທົງຂອງພຣະອົງມານຸ່ງໃຫ້ ຈຶ່ງພາພຣະອົງອອກໄປເພື່ອຄຶງໄວ້ທີ່ໄມ້ກາງແຂນ
ການຄຶງທີ່ໄມ້ກາງແຂນ
32 ເມື່ອກຳລັງອອກໄປນັ້ນເຂົາໄດ້ພົບໄທກິຣິເນຄົນນຶ່ງຊື່ ຊິໂມນ ຈຶ່ງເກນຄົນນັ້ນໃຫ້ແບກໄມ້ກາງແຂນຂອງພຣະອົງໄປ 33 ເມື່ອມາເຖິງບ່ອນນຶ່ງເອີ້ນວ່າໂຄລະໂຄທາ (ທີ່ແປວ່າ ບ່ອນກະໂຫລກຫົວ) 34 ເຂົາໄດ້ເອົາເຫລົ້າແວງປະສົມກັບນ້ຳບີມາໃຫ້ພຣະອົງສເວິຍ ແຕ່ເມື່ອຊົງຊີມແລ້ວ ພຣະອົງບໍ່ຊົງຍອມສເວິຍ 35 ເມື່ອໄດ້ຄຶງພຣະອົງທີ່ໄມ້ກາງແຂນແລ້ວ ເຂົາກໍເອົາເຄື່ອງທົງຂອງພຣະອົງມາຈົກສລາກແບ່ງປັນກັນ 36 ແລ້ວກໍພາກັນນັ່ງເຝົ້າພຣະອົງຢູ່ທີ່ນັ້ນ 37 ເຂົາໄດ້ເອົາຂໍ້ຄວາມກ່າວໂທດຕິດໄວ້ເຫນືອພຣະສຽນຂອງພຣະອົງ ຊຶ່ງອ່ານວ່າ, “ຜູ້ນີ້ຄື ເຢຊູກະສັດຂອງຊາດຢິວ” 38 ເວລານັ້ນເຂົາໄດ້ເອົາໂຈນສອງຄົນຄຶງໄວ້ກັບພຣະອົງ ເບື້ອງຂວາຄົນນຶ່ງເບື້ອງຊ້າຍຄົນນຶ່ງ 39 ຝ່າຍຄົນທັງປວງທີ່ຍ່າງຜ່ານໄປມານັ້ນ ກໍຫມິ່ນປມາດພຣະອົງແລະສັ່ນຫົວ 40 ໂດຍກ່າວວ່າ, “ເຈົ້າຜູ້ມ້າງພຣະວິຫານແລະສ້າງຂຶ້ນໃຫມ່ໃນສາມວັນເຮິຍ, ຈົ່ງຊ່ອຍຕົວເອງໃຫ້ພົ້ນ ຖ້າເຈົ້າເປັນບຸດຂອງພຣະເຈົ້າ ແລະຈົ່ງລົງມາຈາກໄມ້ກາງແຂນແມ໋” 41 ໃນທຳນອງດຽວກັນນັ້ນພວກປະໂຣຫິດຕົນໃຫຍ່ ກັບພວກນັກທັມແລະພວກເຖົ້າແກ່ກໍໄດ້ເຍາະເຍີ້ຍພຣະອົງວ່າ, 42 “ເຂົາຊ່ອຍຄົນອື່ນໃຫ້ພົ້ນໄດ້ ແຕ່ຊ່ອຍຕົນເອງບໍ່ໄດ້ ເຂົາເປັນກະສັດອີສຣາເອນ ໃຫ້ເຂົາລົງມາຈາກໄມ້ກາງແຂນດຽວນີ້ເທາະ ແລ້ວພວກເຮົາຈະໄດ້ເຊື່ອຖືເຂົາ 43 “ທ່ານໄດ້ວາງໃຈໃນພຣະເຈົ້າ ຖ້າພຣະເຈົ້າຊົງພໍ ພຣະທັຍໃນທ່ານ ກໍໃຫ້ພຣະເຈົ້າຊົງໂຜດໃຫ້ທ່ານພົ້ນໄດ້ໃນບັດນີ້” ເພາະເຂົາໄດ້ເວົ້າວ່າ “ເຮົາເປັນບຸດຂອງພຣະເຈົ້າ” 44 ຢ່າງດຽວກັນນັ້ນ ພວກໂຈນຜູ້ຖືກຄຶງໄວ້ພ້ອມກັນກັບພຣະອົງກໍໄດ້ກ່າວຄຳຫຍາບຊ້າຕໍ່ພຣະອົງເຫມືອນກັນ
ຊົງສິ້ນພຣະຊົນ
45 ແລ້ວໄດ້ເກິດການມືດມົວທົ່ວແຜ່ນດິນຕັ້ງແຕ່ຫົກໂມງຈົນເຖິງເກົ້າໂມງ 46 ຄັນປະມານເກົ້າໂມງພຣະເຢຊູຊົງຮ້ອງສຽງດັງວ່າ, “ເອລີ ໆ ແລມາ ຊາບັກທານີ” (ແປວ່າ, “ພຣະເຈົ້າຂອງຂ້າພຣະອົງ, ພຣະເຈົ້າຂອງຂ້າພຣະອົງເອີຍ, ເຫດສັນໃດຈຶ່ງຊົງປະຖິ້ມຂ້າພຣະອົງເສັຽ”) 47 ບາງຄົນທີ່ຢືນຢູ່ນັ້ນເມື່ອໄດ້ຍິນກໍເວົ້າວ່າ, “ຄົນຜູ້ນີ້ເອີ້ນຫາເອລີຢາ” 48 ໃນທັນໃດນັ້ນມີຜູ້ນຶ່ງໃນພວກເຂົາແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າແວງສົ້ມໃຫ້ເຕັມ ແລ້ວສຽບໃສ່ປາຍໄມ້ອໍ້ຍື່ນໃຫ້ພຣະອົງສເວິຍ 49 ແຕ່ຄົນອື່ນເວົ້າວ່າ, “ຟ້າວເທື່ອ, ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ອຍເຂົາໃຫ້ພົ້ນຫລືບໍ່” 50 ສ່ວນພຣະເຢຊູກໍຊົງຮ້ອງສຽງດັງຂຶ້ນອີກ ແລ້ວຊົງປ່ອຍຈິດວິນຍານໄປ 51 ແລະເບິ່ງແມ໋, ຜ້າກັ້ງໃນພຣະວິຫານກໍຖືກຊົງຈີກເປັນສອງຕ່ອນ ຕັ້ງແຕ່ເທິງລົງເຖິງລຸ່ມ ແຜ່ນດິນກໍສະທ້ານຫວັ່ນໄຫວ ສິລາກໍແຕກອອກຈາກກັນ 52 ອຸບໂມງຝັງສົບກໍໄຂອອກ ສົບພວກໄພ່ພົນຂອງພຣະເຈົ້າຫລາຍຄົນທີ່ລ່ວງຫລັບໄປແລ້ວກໍເປັນຄືນມາ 53 ເຂົາທັງຫລາຍຈຶ່ງພາກັນອອກຈາກອຸບໂມງ ແລະເມື່ອພຣະເຢຊູຊົງເປັນຄືນມາແລ້ວວກໍໄດ້ເຂົາໄປໃນນະຄອນສັກສິດ ປາກົດຕົວໃຫ້ຫລາຍຄົນເຫັນ 54 ສ່ວນນາຍຮ້ອຍແລະທະຫານທີ່ເຝົ້າພຣະສົບພຣະເຢຊູຢູ່ນຳກັນ ເມື່ອໄດ້ເຫັນແຜ່ນດິນຫວັ່ນໄຫວແລະເຫດການທັງປວງທີ່ເກິດຂຶ້ນນັ້ນ ກໍພາກັນຢ້ານຫລາຍຈຶ່ງເວົ້າກັນວ່າ, “ຈິງແທ້ແລ້ວ, ທ່ານຜູ້ນີ້ແມ່ນພຣະບຸດຂອງພຣະເຈົ້າ” 55 ຢູ່ທີ່ນັ້ນມີຜູ້ຍິງຫລາຍຄົນຄອຍເບິ່ງແຕ່ຫ່າງໄກ ຄືພວກຜູ້ຍິງທີ່ໄດ້ຕິດຕາມແລະບົວຣະບັດພຣະເຢຊູຕັ້ງແຕ່ແຂວງຄາລີເລມາ 56 ໃນພວກນັ້ນມີມາຣິອາໄທມັກດາລາ, ມາຣິອາມານດາຂອງຢາໂກໂບແລະໂຢເຊບ ກັບມານດາຂອງບຸດຊາຍຂອງເຊເບດີ
ການວາງພຣະສົບໃສ່ອຸບໂມງ
57 ເມື່ອຄ່ຳມາແລ້ວມີເສດຖີຄົນນຶ່ງຊື່ໂຢເຊບ ເປັນໄທບ້ານອາຣິມາທາຍ ຊຶ່ງໄດ້ເຂົ້າເປັນສິດຂອງພຣະເຢຊູເຫມືອນກັນ 58 ທ່ານຜູ້ນີ້ໄດ້ໄປຫາປິລາດຂໍເອົາພຣະສົບພຣະເຢຊູ ປີລາດຈຶ່ງສັ່ງໃຫ້ມອບພຣະສົບນັ້ນແກ່ທ່ານ 59 ໂຢເຊບກໍອັນເຊີນເອົາພຣະສົບ ແລ້ວເອົາຜ້າປ່ານສະອາດຫຸ້ມຫໍ່ໄວ້ 60 ແລະອັນເຊີນພຣະສົບໄປບັນຈຸວາງໄວ້ໃນອຸບໂມງໃຫມ່ຂອງຕົນ ຊຶ່ງທ່ານໄດ້ສະກັດໄວ້ໃນຫີນ ແລ້ວກຶ່ງຫີນໃຫຍ່ກ້ອນນຶ່ງອັດປາກອຸບໂມງໄວ້ຈຶ່ງຫນີໄປ 61 ຝ່າຍມາຣິອາໄທມັກດາລາກັບມາຣິອາຄົນນຶ່ງນັ້ນ ກໍນັ່ງຢູ່ຕໍ່ຫນ້າອຸບໂມງ
ທະຫານຍາມເຝົ້າທີ່ອຸບໂມງ
62 ວັນຫນ້າມາ ຄືວັນຖັດຈາກວັນຈັດແຈງ ພວກປະໂຣຫິດຕົນໃຫຍ່ກັບພວກຟາຣີຊາຍໄດ້ພາກັນໄປຫາປີລາດ 63 ຮຽນວ່າ, “ທ່ານທີ່ນັບຖື, ພວກອາຕະມາຈື່ຈຳໄດ້ວ່າຄົນຫລອກລວງຜູ້ນັ້ນ ເມື່ອຍັງມີຊີວິດຢູ່ ເຂົາໄດ້ເວົ້າວ່າ, “ພາຍຫລັງສາມວັນແລ້ວເຮົາຈະເປັນຄືນມາ” 64 ດ້ວຍເຫດນັ້ນຂໍທ່ານບັນຊາສັ່ງໃຫ້ເຝົ້າອຸບໂມງໄວ້ຢ່າງແຂງແຮງຈົນເຖິງວັນຖ້ວນສາມ ຢ້ານວ່າພວກສາວົກຂອງມັນຈະມາລັກເອົາສົບໄປແລ້ວຈະກ່າວຕໍ່ພົລເມືອງວ່າ “ທ່ານເປັນຄືນມາຈາກຕາຍແລ້ວ” ການຫລອກລວງຄັ້ງສຸດທ້າຍນີ້ຈະຮ້າຍແຮງກວ່າຄັ້ງກ່ອນ” 65 ປີລາດໄດ້ບອກເຂົາວ່າ, “ພວກທ່ານມີທະຫານຍາມ ຈົ່ງໄປເຝົ້າ ໃຫ້ແຂງແຮງຕາມຄວາມເຫັນຂອງພວກທ່ານ” 66 ແລະເຂົາກໍໄດ້ພາກັນໄປເຮັດໃຫ້ອຸບໂມງນັ້ນຫມັ້ນຄົງ ໂດຍປະທັບຕາໃສ່ຫີນໄວ້ແລະຕັ້ງທະຫານຍາມໃຫ້ເຝົ້າຢູ່
ການຊົງຄືນພຣະຊົນ
1 ພາຍຫລັງວັນສະບາໂຕນັ້ນເວລາໃກ້ຮຸ່ງເຊົ້າວັນຕົ້ນສັປດາ ມາຣິອາໄທມັກດາລາ ກັບມາຣິອາອີກຄົນນຶ່ງນັ້ນໄດ້ພາກັນໄປເບິ່ງອຸບໂມງ 2 ເບິ່ງແມ໋, ເກິດແຜ່ນດິນຫວັ່ນໄຫວຢ່າງຫນັກ ເພາະເທວະດາຕົນນຶ່ງຂອງອົງພຣະຜູ້ເປັນເຈົ້າລົງມາຈາກສວັນ ໄດ້ກຶ່ງກ້ອນຫີນອອກຈາກອຸບໂມງແລ້ວກໍນັ່ງເທິງຫີນນັ້ນ 3 ລັກສະນະຂອງເທວະດາຕົນນັ້ນເຫມືອນແສງຟ້າແມບ ເຄື່ອງນຸ່ງກໍຂາວເຫມືອນຫີມະ 4 ພວກຄົນຍາມທີ່ເຝົ້າຢູ່ກໍຢ້ານເທວະດານັ້ນ ແລະກາຍເປັນເຫມືອນຄົນຕາຍ 5 ຝ່າຍເທວະດາຕົນນັ້ນໄດ້ກ່າວແກ່ພວກຜູ້ຍິງວ່າ, “ພວກເຈົ້າຢ່າຊູ່ຢ້ານ ເຮົາກໍຮູ້ແລ້ວວ່າພວກເຈົ້າມາຊອກຫາພຣະເຢຊູ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ 6 ພຣະອົງບໍ່ປະທັບຢູ່ທີ່ນີ້ ເພາະຖືກຊົງບັນດານໃຫ້ເປັນຄືນມາ ຕາມທີ່ພຣະອົງໄດ້ຊົງກ່າວແລ້ວ ຈົ່ງມາເບິ່ງບ່ອນທີ່ພຣະອົງໄດ້ບັນທົມຢູ່ນັ້ນ 7 ແລ້ວຈົ່ງຮິບໄປບອກພວກສາວົກຂອງພຣະອົງວ່າ “ພຣະອົງຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍແລ້ວ ແລະເບິ່ງແມ໋, ພຣະອົງສະເດັດໄປຍັງແຂວງຄາລິເລກ່ອນທ່ານທັງຫລາຍ ພວກທ່ານຈະໄດ້ເຫັນພຣະອົງຢູ່ທີ່ນັ້ນ” ນີ້ແຫລະ, ເຮົາໄດ້ບອກພວກເຈົ້າແລ້ວ” 8 ຍິງເຫລົ່ານັ້ນກໍຮິບອອກໄປຈາກອຸບໂມງທັງຢ້ານທັງຍິນດີຫລາຍ ແລ່ນໄປບອກພວກສາວົກຂອງພຣະອົງ 9 ແລະເບິ່ງແມ໋, ພຣະເຢຊູໄດ້ສະເດັດມາພົບເຂົາແລະຊົງກ່າວວ່າ, “ຈົ່ງຈະເຣິນເທີນ” ຍິງເຫລົ່ານັ້ນກໍເຂົ້າມາພຣະບາດນະມັສການພຣະອົງ 10 ພຣະເຢຊູຊົງກ່າວວ່າ, “ຢ່າຊູ່ຢ້ານ ຈົ່ງໄປບອກພວກພີ່ນ້ອງຂອງເຮົາ ໃຫ້ໄປຍັງແຂວງຄາລີເລ ເຂົາຈະໄດ້ເຫັນເຮົາທີ່ນັ້ນ”
ຣາຍງານຂອງທະຫານຍາມ
11 ເມື່ອຍິງເຫລົ່ານັ້ນກຳລັງໄປ ມີຜູ້ເຝົ້າຍາມລາງຄົນໄດ້ເຂົ້າໄປໃນເມືອງ ເລົ່າເຫດການທັງປວງທີ່ເກິດຂຶ້ນນັ້ນໃຫ້ພວກປະໂຣຫິດຕົນໃຫຍ່ຟັງ 12 ເມື່ອພວກປະໂຣຫິດຕົນໃຫຍ່ໄດ້ປະຊຸມປຶກສາກັນກັບພວກເຖົ້າແກ່ແລ້ວ ກໍເອົາເງິນຈໍາ ນວນຫລາຍແຈກໃຫ້ພວກທະຫານ 13 ສັ່ງວ່າ, “ໃຫ້ພວກເຈົ້າເວົ້າວ່າ “ພວກສາວົກຂອງເຂົາໄດ້ມາໃນເວລາກາງຄືນ ລັກເອົາສົບໄປເວລາຫມູ່ເຮົານອນຫລັບຢູ່” 14 ຖ້າຄວາມນີ້ຊາບເຖິງຜູ້ປົກຄອງ ພວກເຮົາຈະຊັກຊວນເອົາໃຈທ່ານ ຈຶ່ງໃຫ້ພວກເຈົ້າພົ້ນຄວາມທຸກຮ້ອນໃຈ” 15 ເຂົາໄດ້ຮັບເງິນແລ້ວກໍພາກັນເຮັດຕາມຄຳແນະນຳນັ້ນ ຄວາມນີ້ໄດ້ຊ່າລືໄປໃນບັນດາພວກຢິວຈົນເຖິງທຸກວັນນີ້
ພຣະເຢຊູຊົງສັ່ງສາວົກ
16 ແຕ່ພວກສາວົກສິບເອັດຄົນນັ້ນໄດ້ໄປຍັງແຂວງຄາລີເລ ເຖິງພູທີ່ພຣະເຢຊູໄດ້ຊົງກຳນົດໄວ້ກັບເຂົາ 17 ເມື່ອເຂົາເຫັນພຣະອົງແລ້ວຈຶ່ງຂາບໄຫວ້ນະມັສການ ແຕ່ລາງຄົນຍັງສົງສັຍຢູ່ 18 ພຣະເຢຊູຈຶ່ງສະເດັດມາໃກ້ແລ້ວຊົງກ່າວກັບເຂົາວ່າ, “ອຳນາດທັງຫມົດໃນສວັນແລະທີ່ແຜ່ນດິນໂລກກໍດີ ຊົງມອບໃຫ້ແກ່ເຮົາແລ້ວ 19 ເຫດສັນນັ້ນພວກທ່ານຈົ່ງໄປ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ ໃຫ້ເຂົາຣັບບັບຕິສະມາໃນພຣະນາມແຫ່ງພຣະບິດາ ພຣະບຸດ ແລະພຣະວິນຍານບໍຣິສຸດ 20 ສັ່ງສອນເຂົາໃຫ້ຖືຮັກສາສາຣະພັດຊຶ່ງເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫລະ, ເຮົາຢູ່ກັບທ່ານທັງຫລາຍທຸກໆ ວັນຈົນຫມົດກັບ”
ການເທສນາຂອງໂຢຮັນບັບຕິສະໂຕ
1 ຕົ້ນເດີມຂ່າວປະເສີດເຣື່ອງພຣະເຢຊູຄຣິດ (ພຣະບຸດຂອງພຣະເຈົ້າ) 2 ກໍແມ່ນຕາມທີ່ໄດ້ຂຽນໄວ້ໃນຫນັງສືຂອງເອຊາຢາຜູ້ປະກາດພຣະທັມວ່າ, “ຈົ່ງເບິ່ງ, ເຮົາໄດ້ໃຊ້ຜູ້ຮັບໃຊ້ຂອງເຮົາໄປລ່ວງຫນ້າທ່ານ ຜູ້ນັ້ນຈະຈັດແຈງທາງຂອງທ່ານໄວ້” 3 “ແມ່ນສຽງຂອງຜູ້ຮ້ອງໃນປ່າວ່າ “ຈົ່ງຈັດແຈງທາງແຫ່ງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ” 4 ໂຢຮັນບັບຕິສະໂຕໄດ້ປາກົດຕົວໃນປ່າ ແລະໄດ້ປະກາດສິນບັບຕິສະມາກ່ຽວເຣື່ອງການຖິ້ມໃຈເກົ່າເອົາໃຈໃຫມ່ສຳລັບການຍົກບາບໂທດເສັຽ 5 ຄົນທົ່ວແຂວງຢູດາຍກັບຊາວກຸງເຢຣູຊາເລັມທັງຫມົດ ໄດ້ພາກັນອອກໄປຫາໂຢຮັນ ສາລະພາບຄວາມຜິດບາບຂອງຕົນ ແລ້ວໄດ້ຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຈໍແດນ 6 ໂຢຮັນແຕ່ງກາຍດ້ວຍຜ້າຂົນໂອດໂອ ໃຊ້ສາຍຫນັງຮັດແອວ ແລະກິນຕັກແຕນກັບນ້ຳເຜິ້ງປ່າເປັນອາຫານ 7 ທ່ານໄດ້ປ່າວປະກາດວ່າ, “ຈະມີຜູ້ມີຣິດກວ່າເຮົາຜູ້ນຶ່ງມາພາຍຫລັງເຮົາ ຊຶ່ງເຮົາບໍ່ສົມຄວນຈະກົ້ມລົງແກ້ສາຍຮັດເກິບຂອງທ່ານ 8 ຝ່າຍເຮົາໃຫ້ເຈົ້າທັງຫລາຍຮັບບັບຕິສະມາດ້ວຍນ້ຳ ແຕ່ສ່ວນທ່ານຜູ້ນັ້ນຈະໃຫ້ເຈົ້າທັງຫລາຍຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດ”
ພຣະເຢຊູຊົງຮັບບັບຕິສະມາ
9 ຕໍ່ມາພຣະເຢຊູສະເດັດມາຈາກນາຊາເຣັດແຂວງຄາລີເລ ແລະໄດ້ຊົງຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຈໍແດນ 10 ພໍພຣະອົງສະເດັດຂຶ້ນຈາກນ້ຳ ໃນທັນໃດນັ້ນກໍຊົງເຫັນທ້ອງຟ້າກຳລັງແຫວກອອກ ແລະພຣະວິນຍານເຫມືອນດັ່ງນົກເຂົາສະເດັດລົງມາສູ່ພຣະອົງ 11 ແລ້ວມີພຣະສຸຣະສຽງມາຈາກຟ້າສວັນວ່າ, “ທ່ານເອີຍ, ທ່ານເປັນບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫລາຍໃນທ່ານ”
ມານທົດລອງພຣະເຢຊູ
12 ໃນທັນໃດນັ້ນພຣະວິນຍານໄດ້ຊົງບັງຄັບພຣະອົງໃຫ້ສະເດັດເຂົ້າໄປໃນປ່າກັນດານ 13 ທີ່ນັ້ນຊາຕານໄດ້ທົດລອງພຣະອົງເຖິງສີ່ສິບວັນ ພຣະອົງຊົງຢູ່ຖ້າມກາງສັດປ່າ ແລະມີພວກເທວະດາມາບົວລະບັດພຣະອົງ
ພຣະເຢຊູຊົງຕັ້ງຕົ້ນປ່າວປະກາດແຂວງຄາລີເລ
14 ຄັນໂຢຮັນຖືກຈັບແລ້ວ ພຣະເຢຊູໄດ້ສະເດັດໄປຍັງແຂວງຄາລີເລ ຊົງປະກາດຂ່າວປະເສີດເຣື່ອງພຣະເຈົ້າ 15 ແລະຊົງບອກວ່າ, “ເວລາກຳນົດມາເຖິງແລ້ວ ຣາຊອານາຈັກຂອງພຣະເຈົ້າໄດ້ມາໃກ້ແລ້ວ ຈົ່ງຖີ້ມໃຈເກົ່າເອົາໃຈໃຫມ່ແລະເຊື່ອໃນຂ່າວປະເສີດ”
ພຣະເຢຊູຊົງເອີ້ນສາວົກສີ່ຄົນ
16 ເມື່ອພຣະອົງສະເດັດໄປຕາມແຄມທະເລສາບຄາລີເລ ກໍທອດພຣະເນດເຫັນຊີໂມນແລະອັນເດອານ້ອງຊາຍຂອງຊີໂມນກຳລັງຖີ້ມມອງລົງນ້ຳເພາະວ່າເຂົາເປັນຊາວຫາປາ 17 ພຣະເຢຊູຊົງບອກເຂົາວ່າ, “ຈົ່ງຕາມເຮົາມາແລະເຮົາຈະບັນດານໃຫ້ເຈົ້າກາຍເກິດເປັນຜູ້ຫາຄົນ” 18 ທັນທີນັ້ນເຂົາກໍປະມອງຂອງເຂົາຕາມພຣະອົງໄປ 19 ເມື່ອສະເດັດໄປອີກຫນ້ອຍນຶ່ງ ພຣະອົງກໍທອດພຣະເນດເຫັນຢາໂກໂບລູກຊາຍຂອງເຊເບດາຍ ກັບໂຢຮັນນ້ອງຊາຍຂອງເຂົາກຳລັງຝູງມອງຢູ່ໃນເຮືອ 20 ໃນທັນໃດນັ້ນພຣະອົງໄດ້ເອີ້ນເອົາເຂົາ ເຂົາຈຶ່ງປະເຊເບດາຍພໍ່ຂອງເຂົາກັບລູກຈ້າງໄວ້ໃນເຮືອແລະຕາມພຣະອົງໄປ
ຊາຍທີ່ມີຜີຖ່ອຍຮ້າຍສິງ
21 ພຣະອົງໄດ້ສະເດັດເຂົ້າໄປໃນເມືອງກາເປນາອູມ ພ້ອມກັບພວກຂອງພຣະອົງ ແລະເມື່ອເຖິງວັນສະບາໂຕ ພຣະອົງໄດ້ສະເດັດເຂົ້າໄປສັ່ງສອນໃນໂຮງທັມມະເທສນາ 22 ຄົນທັງຫລາຍກໍປລາດໃຈໃນການສອນຂອງພຣະອົງ ເພາະວ່າພຣະອົງຊົງສັ່ງສອນເຂົາເຫມືອນຜູ້ມີສິດອຳນາດ ບໍ່ເຫມືອນພວກນັກທັມ 23 ຂນະນັ້ນໃນໂຮງທັມມີຄົນທີ່ມີຜິຖ່ອຍຮ້າຍສິງຢູ່ 24 ແລະໄດ້ຮ້ອງຂຶ້ນວ່າ, “ເຢຊູໄທນາຊາເຣັດເອີຍ, ທ່ານມາຫຍຸ້ງກ່ຽວກັບພວກເຮົາເຮັດຫຍັງ ທ່ານມາທຳລາຍພວກເຮົາຫລື ທ່ານແມ່ນຜູ້ໃດພວກເຮົາກໍຮູ້ແລ້ວ ທ່ານຄືຜູ້ບໍຣິສຸດຂອງພຣະເຈົ້າ” 25 ພຣະເຢຊູຊົງຫ້າມມັນວ່າ, “ມິດແມ໋, ອອກຈາກຄົນນີ້ເສັຽ” 26 ແລະເມື່ອຜີຖ່ອຍຮ້າຍເຮັດໃຫ້ຄົນນັ້ນຊັກແລະຮ້ອງສຽງດັງແລ້ວ ມັນກໍອອກຈາກເຂົາໄປ 27 ຄົນທັງປວງກໍງຶດປລາດໃຈຫລາຍ ຈຶ່ງຖາມກັນວ່າ, “ການນີ້ເປັນຢ່າງໃດຫນໍ ຄົງເປັນຄວາມສັ່ງສອນໃຫມ່ແທ້ ທ່ານສັ່ງຜີຖ່ອຍຮ້າຍດ້ວຍຣິດອຳນາດແລະມັນກໍຍອມຟັງ“ 28 ເມື່ອນັ້ນກິຕິສັບຂອງພຣະອົງກໍຊ່າອອກໄປທົ່ວເຂດທີ່ອ້ອມແຂວງຄາລີເລນັ້ນ
ພຣະເຢຊູຊົງໂຜດຫລາຍຄົນໃຫ້ດີພຍາດ
29 ເມື່ອສະເດັດອອກຈາກໂຮງທັມແລ້ວ ພຣະອົງກັບພວກຂອງພຣະອົງຈຶ່ງເຂົ້າໄປໃນເຮືອນຂອງຊີໂມນແລະອັນເດອາ ພ້ອມກັບຢາໂກໂບແລະໂຢຮັນ 30 ແມ່ເມັຽຂອງຊີໂມນນອນໄຂ້ຢູ່ ໃນທັນໃດນັ້ນເຂົາຈຶ່ງມາທູນພຣະອົງໃຫ້ຊາບດ້ວຍເຣື່ອງຂອງນາງ 31 ແລ້ວພຣະອົງກໍສະເດັດໄປຈັບມືນາງໃຫ້ລຸກຂຶ້ນ ແລະອາການໄຂ້ກໍຫາຍ ນາງຈຶ່ງບົວລະບັດພຣະອົງພ້ອມທັງພວກຂອງພຣະອົງ 32 ແລະພໍຕາເວັນຕົກ ເມື່ອຄ່ຳແລ້ວເຂົາໄດ້ພາບັນດາຄົນເຈັບປ່ວຍແລະທີ່ມີຜິຮ້າຍສິງມາຫາພຣະອົງ 33 ແລະຄົນທັງເມືອງກໍພາກັນມາອັ່ງອໍຢູ່ຫນ້າປະຕູ 34 ພຣະອົງຈຶ່ງຊົງໂຜດຄົນທີ່ເຈັບປ່ວຍດ້ວຍພຍາດຕ່າງໆ ໃຫ້ດີຫລາຍຄົນ ແລະຊົງຂັບໄລ່ຜີຮ້າຍຫລາຍໂຕອອກເສັຽ ສ່ວນຜິຮ້າຍເຫລົ່ານັ້ນພຣະອົງບໍ່ຊົງອະນຸຍາດໃຫ້ປາກເພາະວ່າມັນຮູ້ຈັກພຣະອົງ
ພຣະເຢຊູສະເດັດອອກໄປປະກາດ
35 ກ່ອນຮຸ່ງເຊົ້າເວລາຍັງມືດຢູ່ ພຣະອົງໄດ້ຊົງລຸກຂຶ້ນສະເດັດອອກໄປຍັງປ່າບ່ອນສງັດ ແລະຊົງອ້ອນວອນຢູ່ທີ່ນັ້ນ 36 ຝ່າຍຊີໂມນແລະພວກທີ່ຢູ່ດ້ວຍກັນກໍຕາມຫາພຣະອົງ 37 ເມື່ອພົບແລ້ວເຂົາຈຶ່ງທູນວ່າ, “ຄົນທັງຫລາຍກໍຊອກຫາທ່ານຢູ່” 38 ພຣະອົງຊົງຕອບວ່າ, “ໃຫ້ເຮົາທັງຫລາຍໄປໃນເຂດບ້ານເມືອງໃກ້ຄຽງ ເພື່ອເຮົາຈະປະກາດທີ່ນັ້ນດ້ວຍ ເພາະເຫດການນີ້ແຫລະ, ເຮົາຈຶ່ງໄດ້ອອກມາ” 39 ພຣະອົງໄດ້ສະເດັດໄປປະກາດໃນໂຮງທັມຂອງເຂົາຕລອດທົ່ວແຂວງຄາລີເລ ແລະໄດ້ຂັບໄລ່ຜີຫລາຍໂຕອອກເສັຽ
ພຣະເຢຊູຊົງໂຜດຄົນຂີ້ທູດໃຫ້ດີສະອາດ
40 ຄົນຂີ້ທູດຜູ້ນຶ່ງໄດ້ມາຫາພຣະອົງຂໍໃຫ້ພຣະອົງຊົງໂຜດຊ່ອຍ ເຂົາໄດ້ຄຸເຂົ່າລົງທູນວ່າ, “ຖ້າທ່ານພໍໃຈກໍອາດຈະເຣັດໃຫ້ຂ້ານ້ອຍດີສະອາດໄດ້” 41 ພຣະເຢຊູຈຶ່ງຊົງມີພຣະທັຍສົງສານຄົນນັ້ນ ແລ້ວຊົງຢຽດພຣະຫັດອອກຖືກເຂົາຊົງກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດເສັຽ” 42 ແລະໃນທັນໃດນັ້ນພຍາດຂີ້ທູດກໍຫາຍແລະຄົນນັ້ນກໍສະອາດ 43 ແລ້ວພຣະອົງໄດ້ຊົງສັ່ງຄົນນັ້ນຢ່າງເຂັ້ມແຂງ ໃຫ້ຫນີໄປທັນທີ 44 ໂດຍຊົງກ່າວວ່າ, “ເຈົ້າຈົ່ງລະວັງ, ຢ່າບອກສິ່ງໃດໃຫ້ຜູ້ໃດຟັງ ແຕ່ຈົ່ງໄປສະແດງຕົວຕໍ່ປະໂຣຫີດ ແລະຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ເພື່ອເປັນຫລັກຖານຕໍ່ເຂົາວ່າເຈົ້າດີສະອາດແລ້ວ” 45 ແຕ່ຄົນນັ້ນ ເມື່ອອອກໄປແລ້ວກໍຕັ້ງຕົ້ນປ່າວຮ້ອງຢ່າງຫລວງຫລາຍໃຫ້ເຣື່ອງນັ້ນຊ່າລືໄປ ຈົນພຣະອົງຈະສະເດັດເຂົ້າໄປໃນເມືອງໂດຍເປີດເຜີຍຕໍ່ໄປບໍ່ໄດ້ ແຕ່ປະທັບຢູ່ພາຍນອກໃນບ່ອນສງັດຕ່າງໆ ແລະມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ
ພຣະເຢຊູຊົງໂຜດຄົນເປັ້ຽໃຫ້ຄືນດີປົກກະຕິ
1 ຄັນລ່ວງໄປບໍ່ເຫິງ ພຣະອົງໄດ້ສະເດັດມາໃນເມືອງກາເປນາອູມອີກ ແລະຄົນທັງຫລາຍໄດ້ຍິນຂ່າວວ່າພຣະອົງຊົງປະທັບຢູ່ເຮືອນ 2 ຂນະນັ້ນມີຄົນຫລວງຫລາຍມາໂຮມກັນຈົນບໍ່ມີບ່ອນຢູ່ ແມ່ນຈະເຂົ້າໄປໃກ້ປະຕູກໍບໍ່ໄດ້ ແລ້ວ
ພຣະອົງຊົງກ່າວພຣະທັມໃຫ້ເຂົາຟັງ
3 ສ່ວນຄົນຈຳພວກນຶ່ງໄດ້ນຳຄົນເປັ້ຽຜູ້ນຶ່ງມາຫາພຣະອົງ ມີສີ່ຄົນຫາມ 4 ເມື່ອເຂົາເຂົ້າໄປເຖິງພຣະອົງບໍ່ໄດ້ເພາະຄົນຫລາຍ ເຂົາຈຶ່ງຮື້ຫລັງຄາຊື່ບ່ອນພຣະອົງປະທັບນັ້ນ ເມື່ອຮື້ເປັນປ່ອງແລ້ວ ເຂົາກໍຢ່ອນບ່ອນນອນທີ່ຄົນເປັ້ຽນອນຢູ່ນັ້ນລົງ 5 ເມື່ອພຣະເຢຊູເຫັນຄວາມເຊື່ອຂອງເຂົາ ກໍຊົງກ່າວແກ່ຄົນເປັ້ຽນັ້ນວ່າ, “ລູກເອີຍ, ຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” 6 ແຕ່ມີພວກນັກທັມບາງຄົນນັ່ງຢູ່ທີ່ນັ້ນໄດ້ຄຶດໃນໃຈວ່າ, 7 “ເປັນຫຍັງຄົນນີ້ຈຶ່ງເວົ້າແນວນັ້ນ ເປັນການຫມິ່ນປມາດພຣະເຈົ້າແທ້ ໃຜຈະຍົກຄວາມຜິດບາບໄດ້ ເວັ້ນແຕ່ພຣະເຈົ້າເທົ່ານັ້ນ” 8 ແລະໃນທັນໃດນັ້ນ ເມື່ອພຣະເຢຊູຊົງຊາບໃນພຣະທັຍວ່າ ເຂົາກຳລັງຄຶດໃນໃຈຢ່າງນັ້ນ ຈຶ່ງຊົງກ່າວແກ່ເຂົາວ່າ, “ເຫດສັນໃດ ທ່ານທັງຫລາຍຈຶ່ງຄຶດໃນໃຈຢ່າງນີ້ 9 ຈະບອກແກ່ຄົນເປັ້ຽນັ້ນວ່າ “ຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” ຫລືຈະບອກວ່າ “ຈົ່ງລຸກຂຶ້ນເອົາບ່ອນນອນຂອງເຈົ້າຍ່າງໄປ” ອັນໃດຈະງ່າຍກວ່າກັນ 10 ແຕ່ເພື່ອທ່ານທັງຫລາຍຈະໄດ້ຮູ້ວ່າ ບຸດມະນຸດມີສິດອຳນາດໃນໂລກ ໃຫ້ອະພັຍຄວາມຜິດບາບໄດ້” ພຣະອົງຈຶ່ງກ່າວແກ່ຄົນເປັ້ຽນັ້ນວ່າ, 11 “ເຮົາສັ່ງເຈົ້າ ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າໄປບ້ານເສັຽ” 12 ຄົນເປັ້ຽກໍລຸກຂຶ້ນຍົກເອົາບ່ອນນອນຂອງຕົນອອກໄປຕໍ່ຫນ້າຄົນທັງປວງທັນທີ ເຂົາທັງປວງກໍງຶດປລາດໃຈຫລາຍຈຶ່ງສັຣເສີນພຣະເຈົ້າ ແລະເວົ້າວ່າ, “ເຮົາບໍ່ເຄີຍເຫັນຢ່າງນີ້ຈັກເທື່ອ”
ພຣະເຢຊູຊົງເອີ້ນເລວີ
13 ຝ່າຍພຣະອົງໄດ້ສະເດັດອອກໄປຕາມແຄມທະເລສາບອີກ ປະຊາຊົນທັງຫລາຍກໍມາຫາພຣະອົງ ພຣະອົງໄດ້ຊົງສັ່ງສອນເຂົາ 14 ເມື່ອພຣະອົງກຳລັງສະເດັດໄປນັ້ນ ກໍຊົງເຫັນເລວີລູກອາລາຟາຍນັ່ງຢູ່ດ່ານພາສີ ພຣະອົງຈຶ່ງຊົງກ່າວແກ່ທ່ານວ່າ, “ຈົ່ງຕາມເຮົາມາ” ເຂົາກໍລຸກຂຶ້ນຕາມພຣະອົງໄປ 15 ເມື່ອພຣະອົງໄປປະທັບສເວີຍອາຫານຢູ່ໃນເຮືອນຂອງເລວີ ມີຄົນເກັບພາສີແລະຄົນນອກສິນທັມຫລາຍຄົນນັ່ງຮ່ວມໂຕະກັບພຣະເຢຊູແລະພວກສິດຂອງພຣະອົງ ເພາະມີຄົນຕິດຕາມພຣະອົງໄປຫລາຍ 16 ແລະມີພວກນັກທັມຝ່າຍຟາຣີຊາຍ ເມື່ອເຫັນພຣະອົງຊົງສເວີຍອາຫານກັບຄົນນອກສິນທັມແລະຄົນເກັບພາສີ ໄດ້ທ້ວງຖາມພວກສິດຂອງພຣະອົງວ່າ, “ເປັນຫຍັງຫນໍ ທ່ານຈຶ່ງຍອມຮັບປະທານຮ່ວມກັບຄົນນອກສິນທັມແລະຄົນເກັບພາສີ” 17 ຄັນພຣະເຢຊູໄດ້ຍິນດັ່ງນັ້ນ ກໍຊົງກ່າວແກ່ເຂົາວ່າ, “ຄົນທີ່ສະບາຍບໍ່ຕ້ອງການຫມໍຢາ ແຕ່ຄົນເຈັບຕ້ອງການຫມໍ ເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິນທັມ ແຕ່ມາເອີ້ນເອົາຄົນນອກສິນທັມ”
ບັນຫາການຖືສິນອົດອາຫານ
18 ມີພວກສິດຂອງໂຢຮັນແລະພວກຟາຣີຊາຍກຳລັງຖືສິນອົດອາຫານ ແລ້ວມີບາງຄົນມາທູນພຣະອົງວ່າ, “ເຫດສັນໃດພວກສິດຂອງໂຢຮັນແລະສິດຂອງຟາຣີຊາຍເຄີຍຖືສິນອົດອາຫານ ແຕ່ພວກສິດຂອງທ່ານບໍ່ຖື” 19 ພຣະເຢຊູຊົງຕອບເຂົາວ່າ, “ເມື່ອເຈົ້າບ່າວຍັງຢູ່ນຳເຂົາ ພວກເພື່ອນຂອງເຈົ້າບ່າວນັ້ນຈະຖືສິນອົດອາຫານຢູ່ບໍ່ໄດ້ຕີ້ ເຈົ້າບ່າວຢູ່ນຳເຂົານານເທົ່າໃດ ເຂົາຈະຖືສິນອົດອາຫານນານເທົ່ານັ້ນບໍ່ໄດ້ 20 ແຕ່ຈະມີວັນນຶ່ງເຈົ້າບ່າວຕ້ອງຖືກຍົກຍ້າຍຈາກເຂົາໄປ ເມື່ອນັ້ນແຫລະ, ເຂົາຈຶ່ງຈະຖືສິນອົດອາຫານ 21 “ບໍ່ຫ່ອນມີຜູ້ໃດເອົາຕ່ອນຜ້າໃຫມ່ມາຕາບເສື້ອເກົ່າ ຖ້າເຣັດຢ່າງນັ້ນ ເມື່ອຕ່ອນຜ້າໃຫມ່ຫົດກໍຈະເຣັດໃຫ້ເສື້ອເກົ່ານັ້ນຂາດ ແລະບ່ອນຂາດນັ້ນກໍຈະກວ້າງອອກອີກ 22 ແລະບໍ່ມີຜູ້ໃດເອົາເຫລົ້າແວງໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ ຖ້າເຮັດຢ່າງນັ້ນເຫລົ້າແວງໃຫມ່ກໍຈະເຮັດໃຫ້ຖົງຫນັງນັ້ນຂາດໄປ ທັງເຫລົ້າແວງແລະຖົງຫນັງກໍຈະເສັຽໄປນຳກັນ ແຕ່ເຫລົ້າແວງໃຫມ່ຕ້ອງໃສ່ໄວ້ໃນຖົງຫນັງໃຫມ່”
ບັນຫາເຣື່ອງວັນສະບາໂຕ
23 ຢູ່ມາໃນວັນສະບາໂຕວັນນຶ່ງ ພຣະອົງກໍາລັງສະເດັດຜ່ານທົ່ງນາໄປ ແລະເມື່ອພວກສິດຂອງພຣະອົງຍ່າງຕິດຕາມໄປ ກໍຕັ້ງຕົ້ນເດັດຮວງເຂົ້າໄປນຳ 24 ຝ່າຍພວກຟາຣີຊາຍຈີ່ງທູນພຣະອົງວ່າ, “ເບິ່ງແມ໋, ເປັນແນວໃດພວກສິດຂອງທ່ານຈຶ່ງເຮັດຜິດຕໍ່ກົດຂອງວັນສະບາໂຕ” 25 ພຣະອົງຊົງຕອບເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານຈັກເທື່ອຫລື ຊຶ່ງດາວິດໄດ້ເຮັດເມື່ອອຶດຢາກຂາດອາຫານ ທັງທ່ານແລະພັກພວກຂອງຕົນ 26 ຄືຄາວເມື່ອອະບີອາທາເປັນມະຫາປະໂຣຫິດ ດາວິດໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າ ແລະຮັບປະທານເຂົ້າຈີ່ທີ່ຕັ້ງຖວາຍຕໍ່ພຣະພັກ ທີ່ພຣະບັນຍັດຫ້າມບໍ່ໃຫ້ໃຜກິນ ເວັ້ນແຕ່ພວກປະໂຣຫິດເທົ່ານັ້ນ ແລະຊ້ຳຍັງຍື່ນໃຫ້ພັກພວກຮັບປະທານເຫມືອນກັນ” 27 ພຣະອົງຊົງກ່າວແກ່ເຂົາວ່າ, “ວັນສະບາໂຕຊົງຕັ້ງໄວ້ເພື່ອມະນຸດ ບໍ່ແມ່ນຊົງສ້າງມະນຸດໄວ້ສຳລັບວັນສະບາໂຕ 28 ເພາະເຫດນັ້ນບຸດມະນຸດຈຶ່ງເປັນເຈົ້າຂອງວັນສະບາໂຕເຫມືອນກັນ”
ຊາຍມືລີບເບື້ອງນຶ່ງ
1 ແລ້ວພຣະອົງໄດ້ສະເດັດກັບເຂົ້າໂຮງທັມມະເທສນາອີກ ແລະທີ່ນັ້ນມີຄົນນຶ່ງມືເບື້ອງນຶ່ງລີບ 2 ເຂົາຊອມເບິ່ງວ່າພຣະອົງຈະຊົງໂຜດໃຫ້ຄົນນັ້ນດີໃນວັນສະບາໂຕ ຫລືເພື່ອເຂົາຈະຟ້ອງພຣະອົງໄດ້ 3 ສ່ວນພຣະອົງຊົງກ່າວແກ່ຄົນມືລີບວ່າ, “ຈົ່ງລຸກຂຶ້ນມາຢືນຂ້າງຫນ້າສາ” 4 ແລ້ວພຣະອົງຊົງຖາມເຂົາວ່າ, “ໃນວັນສະບາໂຕຄວນຈະເຮັດການດີ ຫລືຄວນຈະເຮັດການຮ້າຍ ຈະເອົາຊີວິດໄວ້ຫລືຈະຕັດຊີວິດເສັຽ” ແຕ່ເຂົາກໍມິດຢູ່ 5 ເມື່ອທອດພຣະເນດເບິ່ງອ້ອມເຂົາດ້ວຍຄວາມເຄືອງພຣະທັຍ ພຣະອົງກໍຊົງເປັນທຸກພຣະທັຍເພາະໃຈເຂົາແຂງກະດ້າງປຶກຕັນ ແລ້ວພຣະອົງຊົງກ່າວແກ່ຄົນມືລີບນັ້ນວ່າ, “ຈົ່ງຢຽດມືອອກ” ຄົນນັ້ນກໍຢຽດມືອອກ ແລະມືຂອງຕົນກໍດີເປັນປົກກະຕິ 6 ຝ່າຍພວກຟາຣີຊາຍຈຶ່ງໄດ້ອອກໄປ ແລະໃນທັນໃດນັ້ນເຂົາໄດ້ປຶກສາກັນກັບພັກພວກຂອງເຮໂຣດເຣື່ອງພຣະອົງວ່າຈະເຮັດຢ່າງໃດຈຶ່ງຈະຂ້າພຣະອົງໄດ້
ປະຊາຊົນທັງຫລາຍແຄມຝັ່ງທະເລສາບ
7 ຝ່າຍພຣະເຢຊູສະເດັດອອກມາທີ່ນັ້ນໄປສູ່ທະເລສາບ ພ້ອມກັບພວກສິດຂອງພຣະອົງ ແລະຄົນເປັນຈຳນວນຫລາຍຈາກແຂວງຄາລີເລໄດ້ຕາມໄປ ທັງຈາກແຂວງຢູດາຍ 8 ຈາກກຸງເຢຣູຊາເລັມ ຈາກເມືອງອີດູເມອາ ຈາກແມ່ນ້ຳຈໍແດນຟາກຕາເວັນອອກ ແລະຈາກອ້ອມແອ້ມເມືອງຕີເຣ ກັບຊີໂດນ ພວກເຫລົ່ານີ້ໄດ້ມາຫາພຣະອົງ ເພາະເຂົາໄດ້ຍິນເຖິງສິ່ງທີ່ພຣະອົງຊົງກະທໍາຢູ່ນັ້ນ 9 ພຣະອົງຈຶ່ງຊົງສັ່ງພວກສິດໃຫ້ເອົາເຮືອນ້ອຍມາຄອຍຮັບພຣະອົງ ເພື່ອບໍ່ໃຫ້ປວງຊົນບຽດພຣະອົງ 10 ເພາະວ່າພຣະອົງໄດ້ຊົງໂຜດຫລາຍຄົນໃຫ້ດີພຍາດ ຈົນບັນດາຜູ້ມີພຍາດຕ່າງໆໄດ້ບຽດກັນເຂົ້າຫາພຣະອົງເພື່ອຈະຈັບບາຍພຣະອົງ 11 ແລະຜີຖ່ອຍຮ້າຍທີ່ສິງຢູ່ໃນຄົນຫລາຍຄົນ ເມື່ອໄດ້ເຫັນພຣະອົງກໍໄດ້ຫມູບລົງຂາບພຣະອົງແລ້ວຮ້ອງຂຶ້ນວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ” 12 ຝ່າຍພຣະອົງຈຶ່ງຊົງສັ່ງຫ້າມຢ່າງເດັດຂາດ ບໍ່ໃຫ້ມັນປະກາດພຣະນາມຂອງພຣະອົງ
ພຣະເຢຊູຊົງເລືອກຕັ້ງສາວົກສິບສອງຄົນ
13 ແລ້ວພຣະອົງໄດ້ສະເດັດຂຶ້ນພູເຂົາ ແລະພໍພຣະທັຍຈະເອີ້ນຜູ້ໃດມາພຣະອົງກໍຊົງເອີ້ນຜູ້ນັ້ນ ແລ້ວເຂົາກໍໄດ້ມາຫາພຣະອົງ 14 ພຣະອົງຊົງຕັ້ງສິດສິບສອງຄົນໄວ້ (ຈຶ່ງຊົງເອີ້ນເຂົາວ່າອັຄສາວົກ) ໃຫ້ຢູ່ກັບພຣະອົງເພື່ອຊົງໃຊ້ເຂົາໄປປະກາດ 15 ແລະຊົງໃຫ້ມີອຳນາດຂັບໄລ່ອອກໄດ້ 16 (ສິບສອງຄົນນີ້ພຣະອົງໄດ້ຊົງຕັ້ງໄວ້) ຄືຊີໂມນທີ່ພຣະອົງຊົງປະທານຊື່ອີກວ່າເປໂຕ 17 ແລະຢາໂກໂບລູກເຊເບດາຍ ກັບໂຢຮັນນ້ອງຊາຍຂອງເຂົາ (ທັງສອງຄົນນີ້ ພຣະອົງຊົງປະທານຊື່ອີກວ່າໂບອະເນເຄ ແປວ່າຄົນໃຈຮຸນແຮງ) 18 ອັນເດອາ ຟີລິບ ບາຣະໂທໂລມາຍ ມັດທາຍ ໂທມາ ຢາໂກໂບລູກອາລາຟາຍ ທາດາຍ ຊີໂມນ ພັກຊາດນິຍົມ 19 ແລະຢູດາອິສະກາຣີອົດ ຜູ້ໄດ້ທໍຣະຍົດຕໍ່ພຣະອົງນັ້ນ
ພຣະເຢຊູກັບເບເອນເຊບູນ
ແລ້ວພຣະອົງໄດ້ສະເດັດກັບຄືນທີ່ຢູ່ 20 ແລະປະຊາຊົນກໍມາອັ່ງອໍກັນ ຈົນພຣະເຢຊູກັບພວກສາວົກຂອງພຣະອົງຮັບປະທານອາຫານບໍ່ໄດ້ 21 ເມື່ອຍາດມິດຂອງພຣະອົງໄດ້ຍິນເຫດການນັ້ນ ເຂົາກໍອອກໄປເພື່ອຈະຈັບພຣະອົງໄວ້ ເພາະເຂົາຄຶດວ່າ ທ່ານເສັຽຈິດແລ້ວ 22 ພວກນັກທັມຊຶ່ງລົງມາຈາກກຸງເຢຣູຊາເລັມໄດ້ກ່າວວ່າ, “ຜູ້ນີ້ມີຜີເບເອນເຊບູນສິງຢູ່ ແລະທີ່ທ່ານຂັບໄລ່ຜີອອກໄດ້ກໍເພາະໃຊ້ອຳນາດນາຍຜີນັ້ນ” 23 ຝ່າຍພຣະອົງຈຶ່ງຊົງເອີ້ນຄົນເຫລົ່ານັ້ນມາກ່າວແກ່ເຂົາເປັນຄຳອຸປມາວ່າ, “ຊາຕານຈະຂັບໄລ່ຕົວມັນເອງໃຫ້ອອກໄດ້ຢ່າງໃດ 24 ຖ້າອານາຈັກໃດເກີດແຕກແຍກຈາກກັນ ອານາຈັກນັ້ນຈະຕັ້ງຫມັ້ນຄົງຢູ່ບໍ່ໄດ້ 25 ຖ້າຄົວເຮືອນໃດເກີດແຕກແຍກຈາກກັນ ຄົວເຮືອນນັ້ນຈະຕັ້ງຫມັ້ນຢູ່ບໍ່ໄດ້ 26 ແລະຖ້າຊາຕານຈະຕໍ່ສູ້ກັບຕົວມັນເອງ ແລະແຕກແຍກກັນ ມັນຈະຕັ້ງຢູ່ບໍ່ໄດ້ ມີແຕ່ຈະສູນຫາຍໄປ 27 ບໍ່ມີຜູ້ໃດອາດເຂົ້າໄປໃນເຮືອນຂອງຄົນແຂງແຮງ ແລະປຸ້ນເອົາຊັບໄດ້ ເວັ້ນແຕ່ຈະມັດຄົນແຂງແຮງນັ້ນໄວ້ເສັຽກ່ອນ ແລ້ວຈຶ່ງຈະປຸ້ນເຮືອນນັ້ນໄດ້ 28 “ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ຄວາມຜິດບາບທຸກຢ່າງກັບຄຳຫມິ່ນປມາດທີ່ເຂົາກ່າວນັ້ນ ຈະຊົງໂຜດໃຫ້ອະພັຍແກ່ມະນຸດໄດ້ 29 ແຕ່ຖ້າຜູ້ໃດຈະກ່າວຄຳຫມິ່ນປມາດຕໍ່ພຣະວິນຍານບໍຣິສຸດ ຈະຊົງໂຜດໃຫ້ອະພັຍແກ່ຜູ້ນັ້ນບໍ່ໄດ້ຈັກເທື່ອ ແຕ່ຜູ້ນັ້ນຈະມີໂທດຕລອດໄປເປັນນິດ” 30 ທີ່ຊົງກ່າວຢ່າງນັ້ນກໍເພາະເຂົາກ່າວວ່າ, “ທ່ານມີຜີຮ້າຍສິງຢູ່”
ມານດາແລະພວກນ້ອງຊາຍຂອງພຣະເຢຊູ
31 ເວລານັ້ນມານດາແລະພວກນ້ອງຊາຍຂອງພຣະອົງມາຢືນຢູ່ຂ້າງນອກ ແລ້ວໃຊ້ຄົນເຂົ້າໄປທູນເຊີນພຣະອົງ 32 ແລະປະຊາຊົນກໍນັ່ງອ້ອມພຣະອົງ ເຂົາຈຶ່ງທູນພຣະອົງວ່າ, “ເບິ່ງແມ໋, ມານດາແລະພວກນ້ອງຊາຍຂອງທ່ານມາຫາທ່ານ ຄອຍຢູ່ຂ້າງນອກ” 33 ພຣະອົງຊົງຕອບເຂົາວ່າ, “ໃຜເປັນມານດາແລະເປັນນ້ອງຊາຍຂອງເຮົາ” 34 ພຣະອົງທອດພຣະເນດຄົນທັງປວງທີ່ນັ່ງຢູ່ອ້ອມ ແລ້ວຊົງກ່າວວ່າ, “ນີ້ຄືມານດາແລະນ້ອງຊາຍຂອງເຮົາ 35 ດ້ວຍວ່າຜູ້ໃດຈະເຮັດຕາມນ້ຳພຣະທັຍພຣະເຈົ້າ ຜູ້ນັ້ນແຫລະ ເປັນນ້ອງຊາຍ ນ້ອງສາວ ແລະເປັນມານດາຂອງເຮົາ”
ຄຳອຸປມາເຣື່ອງຜູ້ຫວ່ານພືດ
1 ແລ້ວພຣະອົງຊົງຕັ້ງຕົ້ນສັ່ງສອນຢູ່ແຄມທະເລອີກ ປະຊາຊົນຫລວງຫລາຍໄດ້ພາກັນມາຫາພຣະອົງ ຈົນພຣະອົງໄດ້ສະເດັດເຂົ້າປະທັບໃນເຮືອທີ່ທະເລ ແລະປະຊາຊົນຢູ່ບົກແຄມຝັ່ງ 2 ພຣະອົງໄດ້ຊົງສອນເຂົາຫລາຍປະການເປັນຄຳອຸປມາ ແລະໃນການສອນນັ້ນພຣະອົງຊົງກ່າວແກ່ເຂົາວ່າ, 3 “ຈົ່ງຟັງເທີນ ມີຄົນນຶ່ງອອກໄປຫວ່ານພືດ 4 ແລະເມື່ອກຳລັງຫວ່ານຢູ່ນັ້ນ ລາງເມັດກໍຕົກຕາມທາງແລ້ວນົກກໍມາກິນເສັຽ 5 ກໍຕົກໃສ່ບ່ອນຫີນຫລາຍດິນຫນ້ອຍຈຶ່ງງອກຂຶ້ນໂລດເພາະດິນບໍ່ເລິກ 6 ເມື່ອຕາເວັນອອກມາກໍແຫ້ມ ຈຶ່ງຫ່ຽວແຫ້ງໄປເພາະບໍ່ມີຮາກ 7 ລາງເມັດກໍຕົກກາງພຸ່ມຫນາມ ຫນາມກໍປົ່ງຂຶ້ນຫຸ້ມຮັດເສັຽ ຈຶ່ງບໍ່ເກີດຜົນ 8 ລາງເມັດກໍຕົກໃສ່ດິນດີ ແລ້ວງອກງາມຈະເຣີນຂຶ້ນ ເກີດຜົນໄດ້ສາມສິບຕໍ່ ຫົກສິບຕໍ່ ແລະຮ້ອຍຕໍ່ 9 ແລ້ວພຣະອົງຊົງກ່າວແກ່ເຂົາວ່າ, “ຜູ້ໃດມີຫູຢາກຟັງ ຈົ່ງຟັງເອົາ”
ຈຸດປະສົງຂອງຄຳອຸປມາ
10 ເມື່ອຫວ້າງຄົນແລ້ວ ພວກທີ່ຕິດຕາມພຣະອົງພ້ອມດ້ວຍສາວົກສິບສອງຄົນ ໄດ້ທູນຖາມພຣະອົງເຖິງເຣື່ອງຄຳອຸປມາ 11 ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ຂໍ້ຄວາມລັບເລິກເຣື່ອງຣາຊອານາຈັກຂອງພຣະເຈົ້າ ຊົງໂຜດໃຫ້ທ່ານທັງຫລາຍຮູ້ໄດ້ ແຕ່ຝ່າຍຄົນນອກນັ້ນ ບັນດາຂໍ້ຄວາມເຫລົ່ານີ້ຈະແຈ້ງໃຫ້ຮູ້ດ້ວຍຄຳອຸປມາທັງຫມົດ 12 ເພື່ອ “ເຂົາເບິ່ງແລ້ວເບິ່ງອີກ ແຕ່ຈະບໍ່ໄດ້ເຫັນແລະຟັງແລ້ວຟັງອີກ ແຕ່ບໍ່ເຂົ້າໃຈ ຢ້ານວ່າເຂົາຈະຫັນກັບມາຫາພຣະເຈົ້າ ແລະຈະຮັບການຊົງອະພັຍ”
ພຣະເຢຊູຊົງອະທິບາຍຄຳອຸປມາເຣື່ອງ ຄົນຫວ່ານພືດ
13 ພຣະອົງຊົງກ່າວແກ່ເຂົາວ່າ, “ຄຳອຸປມານັ້ນພວກທ່ານຍັງບໍ່ເຂົ້າໃຈຫລື ແລ້ວພວກທ່ານຈະເຂົ້າໃຈຄຳອຸປມາທັງປວງນັ້ນໄດ້ຢ່າງໃດ 14 ຜູ້ຫວ່ານນັ້ນກໍຫວ່ານພຣະທັມ 15 ເມັດທີ່ຕົກຕາມທາງນັ້ນໄດ້ແກ່ພຣະທັມທີ່ຫວ່ານແລ້ວ ແລະເມື່ອບຸກຄົນໃດຟັງແລ້ວ ໃນທັນໃດນັ້ນຊາຕານກໍມາຊິງເອົາພຣະທັມທີ່ຫວ່ານໃນໃຈເຂົານັ້ນໄປເສັຽ 16 ແລະເມັດທີ່ຕົກບ່ອນມີຫີນຫລາຍນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມກໍຮັບເອົາທັນທີດ້ວຍຄວາມຍິນດີ 17 ແຕ່ບໍ່ມີຮາກໃນຕົວເອງຈຶ່ງທົນຢູ່ຊົ່ວຄາວ ແລະເມື່ອເກີດຄວາມຍາກລຳບາກຫລືການຂົ່ມເຫັງເພາະພຣະທັມນັ້ນ ຕົນກໍທໍ້ຖອຍໃຈທັນທີ 18 ແລະເມັດທີ່ຕົກກາງພຸ່ມຫນາມໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມ 19 ແລ້ວຄວາມກັງວົນຕາມທຳມະດາໂລກ ແລະຄວາມຫລອກລວງແຫ່ງຊັບສົມບັດກັບຄວາມໂລບໃນສິ່ງອື່ນໆໄດ້ເຂົ້າມາຫຸ້ມຮັດພຣະທັມນັ້ນເສັຽ ຈຶ່ງບໍ່ເກີດຜົນ 20 ສ່ວນເມັດທີ່ຕົກໃນດິນດີນັ້ນ ໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມແລະຮັບໄວ້ ຈຶ່ງເກີດຜົນໄດ້ສາມສິບຕໍ່ ຫົກສິບຕໍ່ ແລະຮ້ອຍຕໍ່”
ຄຳອຸປມາເຣື່ອງໂຄມໄຟ
21 ແລ້ວພຣະອົງຊົງກ່າວແກ່ເຂົາວ່າ, “ເຂົາບໍ່ຫ່ອນເອົາໂຄມໄຟມາເພື່ອຕັ້ງໄວ້ລຸ່ມບຸງ ຫລືລຸ່ມຕຽງນອນຕີ້ ບໍ່ແມ່ນເພື່ອຕັ້ງໄວ້ເທິງເຄື່ອງຮອງຕີນໂຄມຫລື 22 ເພາະວ່າທຸກສິ່ງທີ່ເຊື່ອງໄວ້ຈະຕ້ອງປາກົດແຈ້ງ ແລະທຸກສິ່ງທີ່ປິດບັງໄວ້ຈະຕ້ອງເປີດເຜີຍອອກ 23 ຖ້າໃຜມີຫູຢາກຟັງ ໃຫ້ຟັງເອົາສາ” 24 ພຣະອົງຊົງກ່າວແກ່ເຂົາວ່າ, “ຈົ່ງເອົາໃຈໃສ່ໃນສິ່ງທີ່ຕົນໄດ້ຟັງ ທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ຈະຊົງຕວງທ່ານດ້ວຍເຄື່ອງຜອງອັນນັ້ນ ທັງຈະຊົງເພີ້ມເຕີມໃຫ້ອີກ ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ້ມເຕັມໃຫ້ຜູ້ນັ້ນອີກ 25 ແຕ່ຜູ້ໃດບໍ່ມີເຖິງແມ່ນສິ່ງທີ່ຕົນມີຢູ່ນັ້ນຈະຊົງຍົກເອົາໄປຈາກຜູ້ນັ້ນເສັຽ”
ຄຳອຸປມາເຣື່ອງເມັດທີ່ຈະເຣີນຂຶ້ນ
26 ພຣະອົງຊົງກ່າວວ່າ, “ຣາຊອານາຈັກຂອງພຣະເຈົ້າປຽບເຫມືອນຄົນນຶ່ງທີ່ຫວ່ານກ້າລົງໃນດີນ 27 ແລ້ວກາງຄືນກໍນອນຫລັບ ກາງເວັນກໍຕື່ນຂຶ້ນ ຝ່າຍກ້ານັ້ນມັນງອກຈະເຣີນຂຶ້ນຢ່າງໃດເຂົາກໍບໍ່ຮູ້ຈັກ 28 ເພາະຂີ້ດິນເອງເຮັດໃຫ້ເກີດຜົນຄືເປັນລຳຕົ້ນກ່ອນ ພາຍຫລັງກໍອອກຮວງ ແລ້ວກໍມີເມັດເຕັມຮວງ 29 ຄັນສຸກແລ້ວເຂົາກໍໃຊ້ຄົນໄປກ່ຽວທັນທີ ເພາະວ່າເຖິງຣະດູກ່ຽວແລ້ວ”
ຄຳອຸປມາເຣື່ອງແກ່ນຜັກກາດ
30 ພຣະອົງຊົງກ່າວວ່າ, “ຣາຊອານາຈັກຂອງພຣະເຈົ້າຈະປຽບເຫມືອນສິ່ງໃດ ຫລືຈະສະແດງດ້ວຍຄຳອຸປມາຢ່າງໃດ 31 ກໍປຽບເຫມືອນແກ່ນຜັກກາດເມັດນຶ່ງ ເມື່ອຫວ່ານເມັດລົງໃນດິນກໍນ້ອຍກວ່າເມັດທັງປວງທົ່ວໂລກ 32 ແຕ່ເມື່ອຫວ່ານແລ້ວກໍງອກຈະເຣີນໃຫຍ່ຂຶ້ນກວ່າຜັກທັງປວງ ແລະແຕ່ກິ່ງກ້ານໃຫຍ່ຈົນນົກປ່າມາເຮັດຄອນຢູ່ໃນຮົ່ມນັ້ນໄດ້”
ການໃຊ້ຄຳອຸປມາ
33 ພຣະອົງໄດ້ຊົງກ່າວພຣະທັມເປັນຄຳອຸປມາຢ່າງນັ້ນຫລາຍປະການໃຫ້ເຂົາຟັງຕາມທີ່ຈະສາມາດເຂົ້າໃຈໄດ້ 34 ແລະນອກຈາກຄຳອຸປມາ ພຣະອົງບໍ່ໄດ້ຊົງກ່າວກັບເຂົາ ແຕ່ເມື່ອຫວ້າງຄົນແລ້ວ ຈຶ່ງຊົງອະທິບາຍສິ່ງສາຣະພັດນັ້ນໃຫ້ແກ່ພວກສິດຟັງແຕ່ຈຳເພາະ
ພຣະເຢຊູຊົງຫ້າມລົມພະຍຸ
35 ໃນເວລາແລງມື້ນັ້ນ ພຣະອົງຊົງກ່າວແກ່ເຂົາວ່າ, “ເຮົາຈົ່ງພາກັນຂ້າມໄປຟາກນັ້ນເທາະ” 36 ເມື່ອລາປະຊາຊົນແລ້ວ ເຂົາຈຶ່ງເຊີນພຣະອົງສະເດັດໄປໃນເຮືອທີ່ພຣະອົງຊົງປະທັບຢູ່ນັ້ນ ແລະມີເຮືອອື່ນຫລາຍລຳໄປພ້ອມ 37 ແລ້ວລົມພະຍຸໃຫຍ່ໄດ້ບັງເກີດຂຶ້ນ ແລະຟອງນ້ຳໄດ້ຊັດເຂົ້າຈົນເຮືອຈວນຈະເຕັມ 38 ຝ່າຍພຣະອົງຊົງບັນທົມຫມູບຫມອນຫລັບຢູ່ທ້າຍເຮືອ ພວກສິດຈຶ່ງມາປຸກພຣະອົງທູນວ່າ, “ອາຈານເອີຍ, ທ່ານບໍ່ເປັນຫ່ວງດອກຫລື ພວກຂ້ານ້ອຍກຳລັງຈະຈິບຫາຍຢູ່ແລ້ວ” 39 ພຣະອົງຈຶ່ງຊົງຕື່ນຂຶ້ນຫ້າມລົມ ແລະຊົງກ່າວແກ່ທະເລວ່າ, “ມິດສງົບແມ໋” ແລ້ວລົມກໍເຊົາ ຟອງນ້ຳກໍສງົບງຽບທົ່ວໄປ 40 ແລ້ວພຣະອົງຊົງຖາມເຂົາວ່າ, “ເປັນຫຍັງພວກທ່ານຈຶ່ງຢ້ານ ພວກທ່ານຍັງບໍ່ມີຄວາມເຊື່ອຫລື” 41 ຝ່າຍເຂົາກໍຕົກໃຈຫລາຍແລະເວົ້າຕໍ່ກັນວ່າ, “ທ່ານຜູ້ນີ້ແມ່ນຜູ້ໃດຫນໍ ຈົນວ່າລົມແລະທະເລກໍຍອມຟັງທ່ານ”
ຄົນທີ່ຜີຮ້າຍສິງ ຢູ່ເຂດແດນຊາວເຄຣະຊາຄີນ ຄືນດີປົກກະຕິ
1 ຝ່າຍພຣະອົງກັບພວກສິດໄດ້ຂ້າມທະເລໄປເຖິງເຂດແດນຊາວເຄຣະຊາຄີນ 2 ພໍພຣະອົງສະເດັດຂຶ້ນຈາກເຮືອ ກໍມີຄົນນຶ່ງທີ່ມີຜີຖ່ອຍຣ້າຍສິງຢູ່ໄດ້ອອກຈາກປ່າຊ້າມາພົບພຣະອົງ 3 ຄົນນັ້ນເຄີຍອາໄສຢູ່ຕາມປ່າຊ້າ ແລະບໍ່ມີຜູ້ໃດສາມາດມັດມັນໄວ້ໄດ້ ແມ່ນຈະເອົາໃສ່ໂສ້ລ່າມມັນໄວ້ກໍບໍ່ຢູ່ 4 ເພາະວ່າໄດ້ໃສ່ຊີກໃສ່ໂສ້ລ່າມມັນໄວ້ຫລາຍເທື່ອແລ້ວ ແຕ່ໂສ້ນັ້ນມັນກໍເຮັດຂາດ ແລະຊີກກໍເຮັດຫັກຫມຸ່ນໄປ ບໍ່ມີຜູ້ໃດມີແຮງພໍທີ່ຈະບັງຄັບມັນໄວ້ 5 ມັນກໍຮ້ອງຢູ່ເລື້ອຍຕາມປ່າຊ້າແລະທີ່ພູເຂົາທັງກາງເວັນແລະກາງຄືນ ແລະເອົາຫມາກຫີນປາດຕົວເອງ 6 ຄັນມັນເຫັນພຣະເຢຊູແຕ່ໄກກໍແລ່ນເຂົ້າມາຂາບໄຫວ້ພຣະອົງ 7 ແລ້ວຮ້ອງສຽງດັງຂຶ້ນທູນວ່າ, “ເຢຊູບຸດຂອງພຣະເຈົ້າຜູ້ສູງສຸດເອີຍ, ທ່ານມາຫຍຸ້ງກ່ຽວກັບເຮົາດ້ວຍເຫດໃດ ຂໍໃຫ້ທ່ານສາບານໃນພຣະນາມຂອງພຣະເຈົ້າວ່າຈະບໍ່ທໍຣະມານເຮົາ” 8 ມັນເວົ້າດັ່ງນັ້ນກໍເພາະພຣະອົງຊົງບອກມັນວ່າ, “ອ້າຍຜີຖ່ອຍຮ້າຍອອກມາຈາກຄົນນີ້ແມ໋” 9 ແລ້ວພຣະອົງຊົງຖາມວ່າ, “ມຶງຊື່ຫຍັງ” ມັນຕອບວ່າ, “ຊື່ກອງທັບເພາະພວກເຮົາມີຫລາຍຕົວນຳກັນ” 10 ມັນຈຶ່ງຫນ່ວງຫນ່ຽວອ້ອນວອນພຣະອົງບໍ່ໃຫ້ຂັບໄລ່ມັນອອກຈາກເຂດແດນເມືອງນັ້ນ 11 ມີຫມູຝູງໃຫຍ່ກຳລັງຫາກິນຢູ່ຕາມຈ້າຍພູນັ້ນ 12 ຜີເຫລົ່ານັ້ນໄດ້ທູນຂໍພຣະອົງວ່າ, “ຂໍໂຜດໃຫ້ພວກເຮົາເຂົ້າສິງຢູ່ໃນຫມູຝູງນີ້ທ້ອນ” 13 ພຣະອົງກໍຊົງອະນຸຍາດໃຫ້ ແລ້ວຜີຖ່ອຍຮ້າຍເຫລົ່ານັ້ນຈຶ່ງອອກໄປເຂົ້າສິງຢູ່ໃນຝູງຫມູ ຫມູທັງຝູງປະມານສອງພັນໂຕ ກໍຟ້າວແລ່ນລົງຈາກຕາລິ່ງຊັນໂຕນໃສ່ທະເລຈົມນ້ຳຕາຍທັນທີ 14 ຝ່າຍຄົນລ້ຽງຫມູນັ້ນຕ່າງຄົນຕ່າງຫນີໄປ ເລົ່າເຣື່ອງທັງໃນເມືອງແລະນອກເມືອງ ແລ້ວຄົນທັງປວງກໍອອກມາເບິ່ງເຫດການທີ່ເກີດຂຶ້ນນັ້ນ 15 ເມື່ອເຂົາມາເຖິງພຣະເຢຊູກໍເຫັນຄົນທີ່ຜີທັງກອງທັບສິງຢູ່ນັ້ນ ນຸ່ງຫົ່ມເສື້ອຜ້າມີສະຕິອາຣົມດີ ເຂົາຈຶ່ງມີໃຈຢ້ານ 16 ແລະພວກຄົນທີ່ໄດ້ເຫັນກໍເລົ່າເຫດການຊຶ່ງບັງເກີດແກ່ຄົນທີ່ມີຜີສິງຢູ່ນັ້ນ ກັບເຫດການຊຶ່ງບັງເກີດແກ່ຝູງຫມູໃຫ້ເຂົາຟັງ 17 ຄົນທັງຫລາຍກໍຕັ້ງຕົ້ນອ້ອນວອນທູນຂໍໃຫ້ພຣະອົງອອກໄປເສັຽຈາກເຂດແດນຂອງເຂົາ 18 ເມື່ອພຣະອົງກຳລັງສະເດັດລົງເຮືອ ຄົນທີ່ຜີສິງຢູ່ແຕ່ກ່ອນນັ້ນໄດ້ອ້ອນວອນຂໍຢູ່ກັບພຣະອົງ 19 ພຣະອົງບໍ່ໄດ້ຊົງອະນຸຍາດ ແຕ່ຊົງກ່າວແກ່ເຂົາວ່າ, “ໃຫ້ເຈົ້າເມືອບ້ານຫາຍາດພີ່ນ້ອງ ແລ້ວບອກເຂົາເຖິງເຣື່ອງເຫດການອັນໃຫຍ່ຊຶ່ງພຣະເຈົ້າໄດ້ຊົງໂຜດແກ່ເຈົ້າ ແລະຊົງພຣະເມດຕາແກ່ເຈົ້າແລ້ວ” 20 ຝ່າຍຄົນນັ້ນກໍທູນລາ ແລ້ວຕັ້ງຕົ້ນປະກາດໃນແຂວງເດກາໂປລີ ເຖິງເຫດການທີ່ພຣະເຢຊູໄດ້ຊົງໂຜດແກ່ຕົນ ແລະຄົນທັງປວງກໍງຶດປລາດໃຈຫລາຍ
ລູກສາວຂອງຢາອີໂຣແລະຍິງຜູ້ຢື້ຈັບເຄື່ອງທົງຂອງພຣະເຢຊູ
21 ຄັນພຣະເຢຊູສະເດັດລົງເຮືອຂ້າມຟາກກັບໄປແລ້ວ ມີຄົນຫລວງຫລາຍມາຫາພຣະອົງ ຝ່າຍພຣະອົງຍັງຊົງປະທັບຢູ່ແຄມທະເລ 22 ມີນາຍໂຮງທັມມະເທສນາຜູ້ຊຶ່ງຊື່ ຢາອີໂຣຍ່າງມາ ແລະເມື່ອທ່ານເຫັນພຣະເຢຊູກໍຂາບລົງທີ່ພຣະບາດຂອງພຣະອົງ 23 ແລ້ວທູນອ້ອນວອນຫນ່ວງຫນ່ຽວພຣະອົງວ່າ, “ລູກສາວນ້ອຍຂອງຂ້າພະເຈົ້າເຈັບຈວນຈະຕາຍແລ້ວ ຂໍເຊີນທ່ານໄປຢຽດມືວາງລົງໃສ່ມັນ ເພື່ອມັນຈະໄດ້ພົ້ນຕາຍມີຊີວິດຢູ່” 24 ຝ່າຍພຣະອົງກໍສະເດັດໄປກັບຄົນນັ້ນ ມີຄົນຫລວງຫລາຍຕາມໄປແລະບຽດພຣະອົງ 25 ມີຍິງຄົນນຶ່ງເປັນພຍາດເລືອດຕົກໄດ້ສິບສອງປີມາແລ້ວ 26 ນາງໄດ້ທົນທຸກລຳບາກຫລາຍເຕັມທີ ເຖິງມີຫມໍຫລາຍຄົນໄດ້ປິ່ນປົວແລະໄດ້ເສັຽຊັບທັງຫມົດພຍາດນັ້ນກໍບໍ່ໄດ້ທຸເລົາລົງແຕ່ແຮ່ງກຳເລີບຂຶ້ນ 27 ເມື່ອຍິງນັ້ນໄດ້ຍິນເຖິງເຣື່ອງພຣະເຢຊູ ນາງກໍຍ່າງເຂົ້າປົນກັບປະຊາຊົນທີ່ເບື້ອງຫລັງພຣະອົງ ແລ້ວບາຍເຄື່ອງທົງຂອງພຣະອົງ 28 ເພາະນາງເວົ້າວ່າ, “ຖ້າເຮົາໄດ້ບາຍເສື້ອຂອງທ່ານແຕ່ເທົ່ານັ້ນເຮົາກໍຈະດີພຍາດ” 29 ໃນທັນໃດນັ້ນເລືອດທີ່ຕົກນັ້ນກໍຢຸດແຫ້ງໄປ ແລະຍິງຄົນນັ້ນກໍຮູ້ສຶກຕົວວ່າໄດ້ດີພຍາດແລ້ວ 30 ບັດດຽວນັ້ນພຣະເຢຊູຊົງຮູ້ສຶກວ່າຣິດໄດ້ອອກຈາກພຣະອົງແລ້ວ ຈຶ່ງທອດພຣະເນດທາງປະຊາຊົນຖາມວ່າ, “ແມ່ນໃຜໄດ້ບາຍເສື້ອຂອງເຮົາ” 31 ຝ່າຍພວກສິດກໍທູນວ່າ, “ທ່ານເຫັນແລ້ວປະຊາຊົນກຳລັງບຽດທ່ານຢູ່ ແລະຍັງຈະຖາມອີກຫລືວ່າ ໃຜໄດ້ບາຍເຮົາ” 32 ແລະພຣະເຢຊູໄດ້ທອດພຣະເນດເບິ່ງອ້ອມ ປະສົງຈະເຫັນຜູ້ທີ່ໄດ້ເຮັດການນັ້ນ 33 ຝ່າຍຜູ້ຍິງນັ້ນກໍຢ້ານຈົນຕົວສັ່ນ ເພາະຮູ້ເຣື່ອງທີ່ເກີດແກ່ຕົນ ຈຶ່ງມາຂາບລົງທູນຕໍ່ພຣະອົງຕາມຄວາມຈິງທັງສິ້ນ 34 ພຣະອົງຈຶ່ງຊົງກ່າວແກ່ຍິງນັ້ນວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ ຈົ່ງໄປເປັນສຸກແລະດີພຍາດເທີນ” 35 ໃນຂນະທີ່ພຣະເຢຊູຍັງຊົງກ່າວຢູ່ນັ້ນ ມີບາງຄົນມາຈາກເຮືອນນາຍໂຮງທັມບອກວ່າ, “ລູກສາວຂອງທ່ານຕາຍເສັຽແລ້ວ ຍັງຈະຮົບກວນອາຈານອີກເຮັດຫຍັງ” 36 ຝ່າຍພຣະເຢຊູບໍ່ໄດ້ຊົງຟັງຄວາມເຂົາເວົ້ານັ້ນ ຈຶ່ງຊົງກ່າວແກ່ນາຍໂຮງທັມວ່າ, “ຢ່າວິຕົກເທາະ ຈົ່ງເຊື່ອເທົ່ານັ້ນ” 37 ພຣະອົງບໍ່ໄດ້ຊົງອະນຸຍາດໃຫ້ຜູ້ໃດໄປນຳ ເວັ້ນແຕ່ເປໂຕ ຢາໂກໂບ ແລະໂຢຮັນນ້ອງຊາຍຂອງຢາໂກໂບ 38 ຄັນພຣະອົງສະເດັດພ້ອມກັບຄົນເຫລົ່ານັ້ນໄປເຖິງເຮືອນນາຍໂຮງທັມແລ້ວ ກໍຊົງເຫັນການວຸ້ນວາຍທັງຄົນຮ້ອງໄຫ້ແຜດສຽງຮ່ຳໄຮຫລາຍຢູ່ 39 ແລະເມື່ອພຣະອົງສະເດັດເຂົ້າໄປເຖິງແລ້ວກໍຊົງຖາມວ່າ, “ພວກເຈົ້າພາກກັນວຸ້ນວາຍຮ້ອງໄຫ້ເຮັດຫຍັງ ເດັກນ້ອຍນັ້ນບໍ່ຕາຍດອກແຕ່ຫລັບຢູ່ເທົ່ານັ້ນ” 40 ເຂົາກໍພາກັນຫົວຂວັນພຣະອົງ ແຕ່ເມື່ອພຣະອົງຊົງໄລ່ຄົນທັງປວງອອກແລ້ວ ຈຶ່ງພາພໍ່ແມ່ກັບສິດທັງສາມທີ່ຕາມພຣະອົງມານັ້ນເຂົ້າໄປໃນບ່ອນເດັກນ້ອຍຢູ່ 41 ພຣະອົງຊົງຈັບມືເດັກນ້ອຍນັ້ນແລ້ວຊົງກ່າວວ່າ, “ຕາລີທາກຸມ” ແປວ່າ “ຍິງນ້ອຍເອີຍ, ເຮົາບອກເຈົ້າຈົ່ງລຸກຂຶ້ນແມ໋” 42 ໃນທັນໃດນັ້ນເດັກນ້ອຍນັ້ນກໍລຸກຂຶ້ນຍ່າງໄປມາ ເພາະວ່າອາຍຸເຂົາໄດ້ສິບສອງປີແລ້ວ ໃນບັດດຽວນັ້ນຄົນທັງປວງກໍງຶດປລາດໃຈຫລາຍ 43 ພຣະອົງກໍຊົງສັ່ງຫ້າມເຂົາຢ່າງເດັດຂາດ ບໍ່ໃຫ້ຜູ້ໃດບອກຮູ້ເຫດການນີ້ແລ້ວຈຶ່ງຊົງສັ່ງເຂົາໃຫ້ເອົາອາຫານມາໃຫ້ເດັກນ້ອຍນັ້ນກິນ
ຊາວນາຊາເຣັດບໍ່ຮັບພຣະເຢຊູ
1 ຝ່າຍພຣະເຢຊູໄດ້ສະເດັດຈາກທີ່ນັ້ນໄປຍັງເມືອງເດີມຂອງພຣະອົງ ແລະພວກສິດກໍຕາມພຣະອົງໄປ 2 ເມື່ອເຖິງວັນສະບາໂຕແລ້ວ ພຣະອົງຊົງສັ່ງສອນໃນໂຮງທັມ ແລະຫລາຍໆຄົນທີ່ໄດ້ຍິນພຣະອົງກໍງຶດປລາດໃຈຈຶ່ງເວົ້າກັນວ່າ, “ຄົນນີ້ໄດ້ສິ່ງເຫລົ່ານີ້ມາແຕ່ໃສ ສະຕິປັນຍາທີ່ໄດ້ປະທານແກ່ຄົນນີ້ແມ່ນປັນຍາຢ່າງໃດ ເພາະວ່າການອິດທິຣິດຢ່າງນີ້ກໍຍັງສຳເຣັດໄດ້ດ້ວຍມືຂອງເຂົາເອງ 3 ຄົນນີ້ເປັນຊ່າງໄມ້ລູກນາງມາຣິອາບໍ່ແມ່ນຫລື ຢາໂກໂບ, ໂຢເຊ, ຢູດາ ແລະຊີໂມນ ເປັນນ້ອງຊາຍຂອງເຂົາບໍ່ແມ່ນຫລື ພວກນ້ອງສາວຂອງເຂົາກໍຢູ່ທີ່ນີ້ກັບພວກເຮົາບໍ່ແມ່ນຫລື” ເຂົາຈຶ່ງມີໃຈຫນ່າຍແຫນ່ງພຣະອົງ 4 ຝ່າຍພຣະເຢຊູຊົງກ່າວແກ່ເຂົາວ່າ, “ຜູ້ປະກາດພຣະທັມຈະບໍ່ຂາດຄວາມນັບຖື ເວັ້ນແຕ່ໃນເມືອງເດີມຂອງຕົນ ຖ້າມກາງຍາດພີ່ນ້ອງ ແລະໃນຄົວເຮືອນຂອງຕົນ” 5 ພຣະອົງຈະກະທຳການອິດທິຣິດທີ່ນັ້ນບໍ່ໄດ້ ເວັ້ນແຕ່ໄດ້ຊົງວາງພຣະຫັດເທິງຄົນເຈັບປ່ວຍບາງຄົນໃຫ້ດີພຍາດ 6 ພຣະອົງກໍປລາດພຣະທັຍເພາະເຂົາບໍ່ມີຄວາມເຊື່ອ
ຊົງໃຊ້ສາວົກສິບສອງຄົນໄປ
ແລ້ວພຣະອົງໄດ້ສະເດັດໄປສັ່ງສອນທົ່ວທຸກບ້ານຮອບເຂດນັ້ນ 7 ພຣະອົງໄດ້ຊົງເອີ້ນສິບສອງຄົນນັ້ນມາ ແລ້ວຊົງຕັ້ງຕົ້ນໃຊ້ເຂົາໃຫ້ອອກໄປເປັນຄູ່ໆແລະຊົງປະທານໃຫ້ເຂົາມີອຳນາດເຫນືອຜີຖ່ອຍຮ້າຍ 8 ແລ້ວຊົງສັ່ງເຂົາບໍ່ໃຫ້ເອົາສິ່ງໃດໄປໃຊ້ຕາມທາງ ເວັ້ນແຕ່ໄມ້ເທົ້າສິ່ງດຽວ ຫ້າມບໍ່ໃຫ້ເອົາອາຫານຫລືຖົງ ຫລືເອົາເງິນໃສ່ກະເປົາສາຍຮັດແອວໄປ 9 ໃຫ້ໃສ່ເກີບ ແຕ່ບໍ່ໃຫ້ໃສ່ເສື້ອສອງໂຕ 10 ແລ້ວພຣະອົງຊົງສັ່ງເຂົາວ່າ, “ຖ້າໄປບ່ອນໃດ ເມື່ອເຂົ້າອາໄສໃນເຮືອນຫລັງໃດ ກໍໃຫ້ອາໄສຢູ່ໃນເຮືອນຫລັງນັ້ນກວ່າຈະຈາກບ່ອນນັ້ນໄປ 11 ແລະຖ້າບ່ອນໃດບໍ່ຕ້ອນຮັບຫລືບໍ່ຟັງທ່ານທັງຫລາຍ ຈົ່ງອອກຈາກບ່ອນນັ້ນໄປ ແລະຈົ່ງສັ່ນ ຂີ້ຝຸ່ນທີ່ຕິດຝາຕີນຂອງພວກທ່ານອອກເສັຽ ເພື່ອເປັນພຍານຕໍ່ເຂົາ” 12 ຝ່າຍພວກສິດກໍພາກັນອອກໄປປະກາດໃຫ້ຄົນທັງຫລາຍຖິ້ມໃຈເກົ່າເອົາໃຈໃຫມ່ 13 ເຂົາໄດ້ຂັບໄລ່ຜີຮ້າຍອອກເສັຽຫລາຍໂຕ ແລະເອົານ້ຳມັນທາຄົນເຈັບປ່ວຍຫລາຍຄົນໃຫ້ດີພຍາດ
ຄວາມມໍຣະນາພາບຂອງໂຢຮັນບັບຕິສະໂຕ
14 ຝ່າຍກະສັດເຮໂຣດຊົງຊາບເຣື່ອງຂອງພຣະເຢຊູ ເພາະວ່າພຣະນາມຂອງພຣະອົງໄດ້ຊ່າລືໄປ ມີບາງຄົນເວົ້າກັນວ່າ, “ໂຢຮັນບັບຕິສະໂຕເປັນຄືນມາຈາກຕາຍແລ້ວ ດ້ວຍເຫດນີ້ຣິດອຳນາດນີ້ຈຶ່ງສະແດງອອກມາໃນທ່ານ” 15 ແຕ່ຄົນອື່ນວ່າ, “ເປັນເອລີຢາ” ແລະຄົນອື່ນໆວ່າ, “ເປັນຜູ້ປະກາດພຣະທັມເຫມືອນຄົນນຶ່ງໃນພວກຜູ້ປະກາດພຣະທັມແຕ່ກ່ອນ” 16 ຝ່າຍກະສັດເຮໂຣດ ເມື່ອຊາບແລ້ວກໍຊົງກ່າວວ່າ, “ແມ່ນໂຢຮັນຜູ້ເຮົາໄດ້ຕັດຫົວ ຜູ້ນັ້ນແຫລະ, ໄດ້ຄືນມາແລ້ວ” 17 ເພາະແມ່ນເຮໂຣດນີ້ເອງໄດ້ຊົງໃຊ້ຄົນໄປຈັບໂຢຮັນຜູກມັດຂອງຄຸກໄວ້ ເພາະເຫັນແກ່ນາງເຮໂຣເດັຽ ພັຣຍາຂອງຟີລິບນ້ອງຊາຍຕົນ ດ້ວຍວ່າເຮໂຣດໄດ້ຮັບເອົານາງນັ້ນມາເປັນພັຣຍາຂອງຕົນ 18 ເພາະໂຢຮັນເຄີຍທູນເຮໂຣດວ່າ, “ທີ່ທ່ານຈະເອົາພັຣຍາຂອງນ້ອງມາເປັນພັຣຍາຂອງຕົນນັ້ນກໍຜິດຕໍ່ກົດ” 19 ແລະນາງເຮໂຣເດັຽກໍຜູກພຍາບາດໂຢຮັນ ມີໃຈຢາກຂ້າທ່ານເສັຽ ແຕ່ຂ້າບໍ່ໄດ້ 20 ເພາະເຮໂຣດຊົງຢຳເກງໂຢຮັນ ດ້ວຍຊາບວ່າໂຢຮັນເປັນຄົນບໍຣິສຸດແລະສັດຊື່ ເຮໂຣດຈຶ່ງຊົງປ້ອງກັນໂຢຮັນໄວ້ ເມື່ອເຮໂຣດໄດ້ຍິນຄຳສັ່ງສອນຂອງທ່ານ ກໍຊົງລັ່ງເລພຣະທັຍຢ່າງນັກ ແຕ່ກໍຍັງຍອມຟັງດ້ວຍຄວາມຍິນດີ 21 ຄັນຢູ່ມາວັນນຶ່ງເປັນໂອກາດດີ ຄືເປັນວັນສລອງວັນກຳເນີດຂອງເຮໂຣດ ເຮໂຣດໄດ້ຊົງຈັດການກິນລ້ຽງພວກເສນາບໍດີກັບນາຍທະຫານຊັ້ນຜູ້ໃຫຍ່ ແລະບັນດາຄົນສຳຄັນໃນແຂວງຄາລີເລ 22 ເມື່ອບຸດຍິງຂອງນາງເຮໂຣເດັຽຜູ້ນັ້ນເຂົ້າມາຟ້ອນລຳກໍເຮັດໃຫ້ກະສັດເຮໂຣດຊອບພຣະທັຍ ແລະແຂກທີ່ມາຮ່ວມຊອບໃຈເຫມືອນກັນ ກະສັດຈຶ່ງຊົງກ່າວແກ່ຍິງສາວນັ້ນວ່າ, “ເຈົ້າຈະຂໍສິ່ງໃດກໍຈະໃຫ້ສິ່ງນັ້ນ” 23 ແລະກະສັດຈຶ່ງຊົງສາບານປະຕິຍານຕົວວ່າ, “ເຈົ້າຈະຂໍສິ່ງໃດ ເຮົາຈະໃຫ້ສິ່ງນັ້ນ ຈົນເຖິງເຄິ່ງຣາຊສົມບັດຂອງເຮົາ” 24 ຍິງສາວນັ້ນຈຶ່ງອອກໄປຖາມມານດາວ່າ, “ລູກຈະຂໍສິ່ງໃດຈຶ່ງຈະດີ” ມານດາຈຶ່ງຕອບວ່າ, “ຂໍຫົວໂຢຮັນບັບຕິສະໂຕສາ” 25 ໃນທັນໃດນັ້ນຍິງສາວກໍຮີບເຂົ້າໄປເຝົ້າກະສັດທູນວ່າ, “ທ່ານໂທດທານຊີວິດ ຂໍປະທານຫົວໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍດຽວນີ້ເທີນ” 26 ພຣະອົງຊົງທຸກພຣະທັຍຢ່າງນັກ ແຕ່ເພາະເຫດໄດ້ຊົງສາບານຕົວໄວ້ ແລະເພາະເຫັນແກ່ຫນ້າແຂກທີ່ມາຮ່ວມກໍບໍ່ຢາກຂັດຂືນນາງ 27 ໃນຂນະນັ້ນກະສັດຈຶ່ງຊົງຮັບສັ່ງທະຫານຮັກສາພຣະອົງຜູ້ນຶ່ງ ໃຫ້ໄປເອົາຫົວໂຢຮັນມາ ທະຫານຜູ້ນັ້ນຈຶ່ງໄປຕັດເອົາຫົວໂຢຮັນໃນຄຸກ 28 ໃສ່ຖາດມາໃຫ້ແກ່ຍິງສາວນັ້ນ ແລະນາງກໍສົ່ງໃຫ້ມານດາຂອງຕົນ 29 ເມື່ອພວກສິດຂອງໂຢຮັນຮູ້ເຫດການນັ້ນແລ້ວ ກໍມາຮັບເອົາສົບຂອງທ່ານໄປວາງໄວ້ໃນອຸບໂມງ
ພຣະເຢຊູຊົງລ້ຽງຫ້າພັນຄົນ
30 ຝ່າຍອັຄສາວົກໄດ້ພາກັນມາເຝົ້າພຣະເຢຊູ ທູນຣາຍງານທັງຫມົດທີ່ເຂົາໄດ້ເຣັດ ແລະໄດ້ສັ່ງສອນໃຫ້ພຣະອົງຊົງຊາບ 31 ແລ້ວພຣະອົງຊົງກ່າວແກ່ເຂົາວ່າ, “ພວກເຮົາຈົ່ງພາກັນໄປໃນບ່ອນສງັດ ໃຫ້ພວກທ່ານພັກເຊົາເມື່ອຍຈັກຫນ້ອຍນຶ່ງ” ເພາະມີຄົນຫລວງຫລາຍທຽວໄປມາ ຈົນບໍ່ມີເວລາຫວ້າງພໍຈະຮັບປະທານອາຫານໄດ້ 32 ພຣະອົງຈຶ່ງສະເດັດລົງເຮືອພ້ອມກັບສາວົກໄປຍັງບ່ອນສງັດຢູ່ຕ່າງຫາກ 33 ຫລາຍຄົນໄດ້ເຫັນພຣະອົງກັບພວກສາວົກພວມໄປ ເຂົາກໍສັງເກດຮູ້ຈຶ່ງຮີບພາກັນອອກຈາກທຸກບ້ານທຸກເມືອງຍ່າງໄປເຖິງທີ່ນັ້ນກ່ອນ 34 ຄັນພຣະເຢຊູສະເດັດຂຶ້ນຈາກເຮືອນແລ້ວ ກໍຊົງເຫັນປະຊາຊົນຫມູ່ໃຫຍ່ ແລະຊົງສົງສານເຂົາ ເພາະວ່າເຂົາເປັນເຫມືອນຝູງແກະບໍ່ມີຜູ້ລ້ຽງ ພຣະອົງຈຶ່ງຊົງຕັ້ງຕົ້ນສັ່ງສອນເຂົາເປັນຫລາຍຂໍ້ຫລາຍປະການ 35 ເມື່ອຄ້າຍຄ່ຳມາແລ້ວ ພວກສາວົກມາທູນພຣະອົງວ່າ, “ບ່ອນນີ້ແມ່ນປ່າ ແລະບັດນີ້ກໍຄ້າຍຄ່ຳແລ້ວ 36 ຂໍທ່ານຈົ່ງໃຫ້ເຂົາເລີກໄປເສັຽ ເພື່ອເຂົາຈະໄດ້ໄປຊື້ອາຫານຮັບປະທານຕາມບ້ານໄຮ່ບ້ານນາແຖບນີ້” 37 ພຣະອົງຊົງຕອບເຂົາວ່າ, “ພວກທ່ານຈົ່ງລ້ຽງເຂົາສາ” ເຂົາຈຶ່ງທູນພຣະອົງວ່າ, “ຈະໃຫ້ພວກຂ້ານ້ອຍໄປຊື້ອາຫານເຖິງສອງຮ້ອຍຫລຽນເດນາຣິອົນໃຫ້ເຂົາກິນຫລື” 38 ພຣະອົງຊົງກ່າວວ່າ, “ພວກທ່ານມີເຂົ້າຈີ່ຈັກກ້ອນ ຈົ່ງໄປເບິ່ງດູ” ແລະເມື່ອຮູ້ແລ້ວ ເຂົາຈຶ່ງທູນວ່າ, “ມີເຂົ້າຈີ່ຫ້າກ້ອນແລະປາສອງໂຕ” 39 ພຣະອົງຈຶ່ງຊົງສັ່ງພວກສາວົກໃຫ້ຈັດຄົນທັງປວງນັ່ງຮ່ວມກັນທີ່ປ່າຫຍ້າສົດເປັນຫມູ່ໆ 40 ແລະປະຊາຊົນໄດ້ນັ່ງລົງເປັນແຖວ ແຖວລະຮ້ອຍຄົນແລະແຖວລະຫ້າສິບຄົນ 41 ເມື່ອພຣະອົງຊົງຮັບເຂົ້າຈີ່ຫ້າກ້ອນແລະປາສອງໂຕນັ້ນແລ້ວ ກໍຊົງເງີຍພຣະພັກເບິ່ງຟ້າສວັນ ຂໍພຣະພອນ ແລ້ວຊົງຫັກເຂົ້າຈີ່ຍຶ່ນໃຫ້ພວກສາວົກໄປແຈກແກ່ຄົນທັງປວງ ແລະປາສອງໂຕນັ້ນກໍຊົງແບ່ງໃຫ້ທົ່ວເຖິງກັນເຫມືອນກັນ 42 ເຂົາໄດ້ກິນອີ່ມທຸກຄົນ 43 ສ່ວນຕ່ອນຫັກແລະປາທີ່ເຫລືອນັ້ນ ເຂົາເກັບໄດ້ເຕັມສິບສອງບຸງ 44 ໃນຈຳນວນຄົນທີ່ໄດ້ຮັບປະທານເຂົ້າຈີ່ນັ້ນ ມີຜູ້ຊາຍຫ້າພັນຄົນ
ພຣະເຢຊູຊົງດຳເນີນເທິງນ້ຳ
45 ໃນທັນໃດນັ້ນພຣະອົງຊົງສັ່ງໃຫ້ພວກສາວົກລົງເຮືອຂ້າມຟາກໄປຍັງເມືອງເບັດຊາອີດາກ່ອນ ຂນະທີ່ພຣະອົງຊົງສັ່ງໃຫ້ປະຊາຊົນເລີກໄປ 46 ເມື່ອຊົງລາຈາກເຂົາແລ້ວ ພຣະອົງໄດ້ສະເດັດຂຶ້ນເມືອພູເພື່ອໄຫວ້ວອນ 47 ເມື່ອຄ່ຳມາແລ້ວເຮືອນັ້ນກໍຢູ່ກາງທະເລ ສ່ວນພຣະອົງຊົງຢູ່ບົກແຕ່ຕົນດຽວ 48 ແລະພຣະອົງທອດພຣະເນດເຫັນພວກສາວົກກຳລັງແຊວເຣືອດ້ວຍຄວາມລຳບາກຫລາຍ ເພາະເຮືອຕ້ານທວນລົມຢູ່ ຄັນປະມານຍາມສີ່ກາງຄືນ ພຣະອົງຈຶ່ງຊົງຍ່າງເທິງນ້ຳໄປຫາພວກສາວົກ ແລະພຣະອົງຊົງຍ່າງດັ່ງຈະກາຍເຂົາໄປ 49 ແຕ່ເມື່ອພວກສາວົກໄດ້ເຫັນພຣະອົງຊົງຍ່າງເທິງນ້ຳ ເຂົາກໍຄຶດວ່າແມ່ນຜີ ແລ້ວຈຶ່ງພາກັນຮ້ອງຂຶ້ນ 50 ເພາະວ່າທຸກຄົນເຫັນແລ້ວກໍຕົກໃຈ ໃນທັນໃດນັ້ນພຣະອົງຊົງອອກພຣະໂອດກ່າວແກ່ເຂົາວ່າ, “ຢ່ານ້ອຍໃຈເທາະ ແມ່ນເຮົາເອງ ຢ່າຊູ່ຢ້ານ” 51 ພຣະອົງຈຶ່ງສະເດັດຂຶ້ນໄປຫາເຂົາເທິງເຮືອ ແລ້ວລົມກໍງຽບລົງ ພວກສາວົກກໍປລາດອັດສະຈັນໃຈເຫລືອເກີນ 52 ເພາະວ່າເຣື່ອງເຂົ້າຈີ່ນັ້ນເຂົາຍັງບໍ່ໄດ້ເຂົ້າໃຈ ແຕ່ໃຈຂອງເຂົາຍັງແຂງກະດ້າງປຶກຕັນຢູ່
ພຣະເຢຊູຊົງໂຜດຄົນເຈັບປ່ວຍໃນເຄນເນຊາເຣັດ
53 ຄັນຂ້າມຟາກໄປເຖິງແລ້ວ ເຂົາກໍຈອດທີ່ທ່າເມືອງເຄນເນຊາເຣັດ 54 ເມື່ອພຣະເຢຊູສະເດັດຂຶ້ນຈາກເຮືອພ້ອມດ້ວຍສາວົກແລ້ວ ຄົນທັງປວງກໍຈຳພຣະອົງໄດ້ທັນທີ 55 ແລະເຂົາຮີບໄປທົ່ວຂົງເຂດນັ້ນ ຕັ້ງຕົ້ນເອົາຄົນເຈັບປ່ວຍໃສ່ບ່ອນນອນຫາມມາຍັງບ່ອນທີ່ເຂົາໄດ້ຍິນຂ່າວວ່າພຣະອົງປະທັບຢູ່ 56 ເມື່ອພຣະອົງສະເດັດໄປທີ່ໃດໃນເມືອງຫລື ບ້ານນອກບ້ານນາກໍດີ ເຂົາກໍເອົາຄົນເຈັບປ່ວຍມາວາງໄວ້ຕາມແຄມທາງບ່ອນຊຸມຊົນ ແລ້ວທູນຂໍພຣະອົງຊົງໂຜດໃຫ້ຄົນເຈັບປ່ວຍໄດ້ບາຍແຕ່ແຄມເຄື່ອງທົງຂອງພຣະອົງແລະຜູ້ໃດໄດ້ບາຍແລ້ວກໍຖືກຊົງໂຜດໃຫ້ດີພຍາດທຸກຄົນ
ຄຳສອນທີ່ຕົກທອດມາຈາກເຖົ້າເກົ່າບູຮານ
1 ເມື່ອນັ້ນພວກຟາຣີຊາຍແລະນັກທັມບາງຄົນຊຶ່ງມາຈາກກຸງເຢຣູຊາເລັມ ພາກັນມາຫາພຣະອົງ 2 ເຂົາໄດ້ເຫັນສາວົກຂອງພຣະອົງລາງຄົນຮັບປະທານອາຫານດ້ວຍມືບໍ່ສະອາດ ຄືບໍ່ລ້າງມືຕາມພິທີກ່ອນ 3 ເພາະວ່າພວກຟາຣີຊາຍກັບຊາວຢິວທັງຫມົດ ເຄີຍຖືຕາມຄຳສອນທີ່ຕົກທອດມາຈາກເຖົ້າເກົ່າບູຮານວ່າ ຖ້າບໍ່ໄດ້ລ້າງມືຕາມພິທີຄືແຕ່ມືເຖິງຄໍ່ ເຂົາກໍບໍ່ຮັບປະທານອາຫານ 4 ແລະເມື່ອເຂົາມາຈາກຕລາດ ຖ້າບໍ່ໄດ້ທຳພິທີຊຳຮະຕົວກ່ອນ ເຂົາກໍບໍ່ຮັບປະທານອາຫານ ແລະເຂົາຍັງຖືທັມນຽມອື່ນໆອີກຫລາຍຢ່າງ ຄືການລ້າງຖ້ວຍຊາມ ລ້າງພາຊນະທອງແດງທອງເຫລືອງ (ແລະຕຽງນອນ) 5 ພວກຟາຣີຊາຍກັບພວກນັກທັມຈຶ່ງທູນຖາມພຣະອົງວ່າ, “ເປັນຫຍັງພວກສິດຂອງທ່ານຈຶ່ງບໍ່ຕິດຕາມຄຳສອນທີ່ຕົກທອດມາຈາກເຖົ້າເກົ່າບູຮານ ແຕ່ຍັງຮັບປະທານອາຫານດ້ວຍມືບໍ່ສະອາດ” 6 ພຣະອົງຊົງຕອບເຂົາວ່າ, “ເອຊາຢາໄດ້ທຳນວາຍຄັກແນ່ເຖິງພວກເຈົ້າ ຜູ້ເປັນຄົນຫນ້າຊື່ໃຈຄົດ ຕາມທີ່ຂຽນໄວ້ວ່າ, “ພົລເມືອງເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ ສ່ວນໃຈຂອງເຂົາຫ່າງໄກຈາກເຮົາ 7 ເຂົານະມັສການເຮົາໂດຍອັປໂຍດ ດ້ວຍເອົາບົດບັນຍັດຂອງມະນຸດມາຕູ່ວ່າ ເປັນພຣະໂອວາດ” 8 ເຈົ້າທັງຫລາຍປະລະພຣະບັນຍັດຂອງພຣະເຈົ້າ ແລະກັບໄປຍຶດຖືຕາມຄຳສອນທີ່ຕົກທອດມາຈາກມະນຸດ” 9 ພຣະອົງຊົງກ່າວແກ່ເຂົາອີກວ່າ, “ເກີນວ່າດີແທ້ຫນໍ ທີ່ເຈົ້າທັງຫລາຍໄດ້ລະຖິ້ມພຣະບັນຍັດຂອງພຣະເຈົ້າ ໄປຖືຕາມຄຳສອນທີ່ສືບຕໍ່ມາຈາກເຖົ້າເກົ່າບູຮານ 10 ເພາະວ່າໂມເຊໄດ້ສັ່ງໄວ້ວ່າ “ຈົ່ງນັບຖືບິດາມານດາຂອງເຈົ້າ” ແລະ “ຜູ້ໃດຫມິ່ນປມາດບິດາມານດາຈະຕ້ອງມີໂທດເຖິງຕາຍ” 11 ແຕ່ຝ່າຍພວກເຈົ້າກັບເວົ້າວ່າ “ຖ້າຜູ້ໃດຈະເວົ້າກັບບິດາມານດາວ່າ ສິ່ງໃດຂອງຂ້ອຍທີ່ອາດຊ່ອຍເຫລືອເຈົ້າໄດ້ ສິ່ງນັ້ນເປັນໂກຣະບານ” (ຄືເປັນຂອງຖວາຍແດ່ພຣະເຈົ້າແລ້ວ) 12 ເຈົ້າທັງຫລາຍກໍບໍ່ອະນຸຍາດໃຫ້ຜູ້ນັ້ນເຮັດສິ່ງໃດຕໍ່ໄປ ເພື່ອຊ່ອຍບຳຣຸງບິດາມານດາຂອງຕົນ 13 ເຈົ້າທັງຫລາຍຈຶ່ງລຶບລ້າງພຣະທັມຂອງພຣະເຈົ້າດ້ວຍຄຳສອນທີ່ຕົກທອດສືບຕໍ່ກັນມາ ແລະສອນຕໍ່ໆກັນໄປ ແລະການອື່ນໆແນວນີ້ອີກຫລາຍຢ່າງເຈົ້າທັງຫລາຍກໍເຮັດຢູ່”
ສິ່ງທີ່ເຮັດໃຫ້ມະນຸດຊົ່ວມົວຫມອງ
14 ແລ້ວພຣະອົງຊົງເອີ້ນປະຊາຊົນມາອີກ ຊົງກ່າວແກ່ເຂົາວ່າ, “ທ່ານທັງຫລາຍຈົ່ງຟັງເຮົາແລະເຂົ້າໃຈສາ 15 ບໍ່ມີສິ່ງໃດທີ່ຢູ່ພາຍນອກ ເມື່ອເຂົ້າໄປພາຍໃນມະນຸດຈະເຮັດໃຫ້ມະນຸດຊົ່ວມົວຫມອງໄດ້ ແຕ່ສິ່ງຊຶ່ງອອກມາຈາກພາຍໃນມະນຸດນັ້ນແຫລະ, ເຮັດໃຫ້ມະນຸດຊົ່ວມົວຫມອງ 16 (ຖ້າຜູ້ໃດມີຫູຈົ່ງຢາກຟັງ ໃຫ້ຟັງເອົາສາ)” 17 ຄັນພຣະອົງໄດ້ສະເດັດຈາກປະຊາຊົນເຂົ້າໄປໃນເຮືອນແລ້ວ ພວກສາວົກໄດ້ທູນຖາມພຣະອົງເຖິງຄຳອຸປມານັ້ນ 18 ພຣະອົງຊົງຕອບເຂົາວ່າ, “ເຖິງພວກທ່ານກໍຍັງຂາດຄວາມເຂົ້າໃຈເຫມືອນກັນຫລື ພວກທ່ານບໍ່ໄດ້ສັງເກດຫລືວ່າ ສິ່ງໃດແຕ່ພາຍນອກທີ່ເຂົ້າໄປພາຍໃນມະນຸດ ຈະເຮັດໃຫ້ມະນຸດເປັນຊົ່ວມົວຫມອງບໍ່ໄດ້ 19 ເພາະວ່າສິ່ງນັ້ນບໍ່ໄດ້ເຂົ້າໄປໃນໃຈ ແຕ່ລົງທ້ອງແລ້ວກໍຖ່າຍອອກ” (ທີ່ຊົງສອນຢ່າງນີ້ກໍເປັນການປະກາດວ່າ ອາຫານທຸກຢ່າງເປັນຂອງສະອາດ) 20 ພຣະອົງຊົງກ່າວວ່າ, “ສິ່ງທີ່ອອກມາຈາກພາຍໃນມະນຸດນັ້ນແຫລະ, ເຮັດໃຫ້ມະນຸດຊົ່ວມົວຫມອງ 21 ເພາະວ່າຈາກພາຍໃນ ຄືຈາກຈິດໃຈມະນຸດມີຄວາມຄຶດຊົ່ວບໍ່ດີ ການຜິດຊາຍຍິງ ການລັກຊັບ ການຂ້າຄົນ 22 ການຫລິ້ນຊູ້ຈາກຜົວເມັຽ ການໂລບ ການອະທັມ ການລໍ້ລວງ ຣາຄະຕັນຫາ ການອິດສາ ການນິນທາ ຄວາມຈອງຫອງ ຄວາມໂງ່ທີ່ປ່ອຍຕົວໄປຕາມລຳພັງໃຈ 23 ສາຣະພັດການຊົ່ວເຫລົ່ານີ້ເກີດມາຈາກພາຍໃນ ແລະເຮັດໃຫ້ມະນຸດຊົ່ວມົວຫມອງ
ຄວາມເຊື່ອຂອງຍິງຊີເຣັຽຟອຍນິເກ
24 ພຣະອົງຊົງລຸກຂຶ້ນຈາກທີ່ນັ້ນ ສະເດັດໄປຍັງເຂດແດນເມືອງຕີເຣ ແລ້ວເຂົ້າໄປໃນເຮືອນຫລັງນຶ່ງໂດຍມີພຣະປະສົງວ່າຈະບໍ່ໃຫ້ຜູ້ໃດຮູ້ ແຕ່ຊົງລີ້ຢູ່ບໍ່ໄດ້ 25 ໃນທັນໃດນັ້ນຍິງຄົນນຶ່ງຊຶ່ງມີລູກສາວທີ່ຜີຖ່ອຍຮ້າຍເຂົ້າສິງ ເມື່ອນາງໄດ້ຍິນຂ່າວເຖິງເຣື່ອງພຣະອົງ ກໍມາຂາບລົງທີ່ພຣະບາດຂອງພຣະອົງ 26 ຍິງຄົນນັ້ນເປັນຊາວກຣີກ ເກີດໃນແຂວງຊີເຣັຽຟອຍນິເກ ນາງໄດ້ທູນອ້ອນວອນຂໍໃຫ້ພຣະອົງຂັບໄລ່ຜີອອກຈາກລູກສາວຂອງຕົນ 27 ຝ່າຍພຣະເຢຊູຊົງກ່າວແກ່ນາງນັ້ນວ່າ, “ໃຫ້ລູກກິນອີ່ມເສັຽກ່ອນ ເພາະວ່າບໍ່ສົມຄວນຈະເອົາອາຫານຂອງລູກໂຍນໃຫ້ຫມານ້ອຍ” 28 ແຕ່ນາງທູນຕອບວ່າ, “ຈິງຢູ່ຂ້ານ້ອຍ ແຕ່ເຖິງແມ່ນຫມານ້ອຍທີ່ຢູ່ໃຕ້ໂຕະ ກໍເຄີຍກິນເສດອາຫານຂອງເດັກນ້ອຍນັ້ນ” 29 ແລ້ວພຣະອົງຊົງກ່າວແກ່ນາງວ່າ, “ເພາະເຫດຄຳເວົ້າຂອງເຈົ້ານີ້ ຈົ່ງກັບເມືອສາ ຜີຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ” 30 ຝ່າຍຍິງນັ້ນໄດ້ກັບເມືອເຮືອນຂອງຕົນ ກໍເຫັນລູກນອນຢູ່ເທິງຕຽງແລະຜີຮ້າຍນັ້ນກໍໄດ້ອອກແລ້ວ
ພຣະເຢຊູຊົງໂຜດຄົນຫູຫນວກປາກກືກ
31 ຕໍ່ມາພຣະອົງໄດ້ສະເດັດຈາກເຂດເມືອງຕີເຣແລະຜ່ານຊີໂດນ ດຳເນີນໄປຕາມແຂວງເດກາໂປລີມາຍັງທະເລຄາລີເລ 32 ມີຄົນໄດ້ພາຊາຍຫູຫນວກປາກກືກຄົນນຶ່ງມາຫາພຣະອົງ ແລ້ວຂໍໃຫ້ພຣະອົງຊົງໂຜດວາງພຣະຫັດເທິງຄົນນັ້ນ 33 ພຣະອົງຈຶ່ງຊົງພາກຄົນນັ້ນອອກຈາກປະຊາຊົນໄປຢູ່ຕ່າງຫາກ ຊົງເອົານີ້ວພຣະຫັດແຍ່ຫູຊາຍຄົນນັ້ນທັງສອງກ້ຳ ແລະຊົງບ້ວນນ້ຳລາຍໃສ່ນີ້ວພຣະຫັດແປະລີ້ນຄົນນັ້ນ 34 ແລ້ວພຣະອົງຊົງແຫງນພຣະພັກສູ່ຟ້າ ຊົງຖອນພຣະທັຍກ່າວແກ່ຄົນນັ້ນວ່າ, “ເອບຟາທາ” ແປວ່າ “ຈົ່ງໄຂອອກ” 35 ແລ້ວຫູຄົນນັ້ນກໍໄຂອອກ ແລະສິ່ງທີ່ຂັດລີ້ນກໍຫລຸດ ແລະເຂົາກໍປາກໄດ້ຄັກ 36 ພຣະອົງຊົງຫ້າມຄົນທັງຫລາຍບໍ່ໃຫ້ແຈ້ງຄວາມນີ້ແກ່ຜູ້ໃດ ແຕ່ພຣະອົງຊົງຫ້າມເທົ່າໃດ ເຂົາກໍແຮ່ງເລົ່າລືໄປຫລາຍ 37 ແລະຄົນທັງປວງກໍງຶດປລາດໃຈເຫລືອເກີນ ຈຶ່ງເວົ້າກັນວ່າ, “ທ່ານຜູ້ນີ້ໄດ້ເຮັດລ້ວນແຕ່ເປັນການດີ ເຖິງແມ່ນຄົນຫູຫນວກກໍເຣັດໃຫ້ໄດ້ຍິນ ແລະຄົນປາກກືກກໍເຣັດໃຫ້ປາກໄດ້”
ຊົງລ້ຽງຄົນສີ່ພັນ
1 ຄາວນັ້ນ ເມື່ອປະຊາຊົນຫລວງຫລາຍພາກັນມາອີກ ກໍບໍ່ມີອາຫານກິນ ພຣະເຢຊູຈຶ່ງເອີ້ນພວກສາວົກຊົງກ່າວແກ່ເຂົາວ່າ, 2 “ເຮົາສົງສານຄົນເຫລົ່ານີ້ ເພາະເຂົາຄ້າງຢູ່ກັບເຮົາໄດ້ສາມວັນແລ້ວ ແລະບໍ່ມີອາຫານກິນ 3 ຖ້າເຮົາຈະໃຫ້ເຂົາກັບເມືອບ້ານເມືອງຍັງຫິວຢູ່ ເຂົາຄົງຈະເມື່ອຍອິດອ່ອນຕາມທາງ ເພາະບາງຄົນມາແຕ່ໄກ” 4 ພວກສາວົກຈຶ່ງທູນຕອບພຣະອົງວ່າ, “ໃນປ່າຢ່າງນີ້ຈະເອົາອາຫານມາແຕ່ໃສພໍຈະໃຫ້ເຂົາກິນອີ່ມໄດ້” 5 ພຣະອົງຊົງຖາມເຂົາວ່າ, “ພວກທ່ານມີເຂົ້າຈີ່ຈັກກ້ອນ” ເຂົາທູນຕອບວ່າ, “ມີເຈັດກ້ອນຂ້ານ້ອຍ” 6 ພຣະອົງຈຶ່ງຊົງສັ່ງປະຊາຊົນໃຫ້ນັ່ງລົງຕາມຫນ້າດິນ ເມື່ອຊົງຮັບເຂົ້າຈີ່ເຈັດກ້ອນມາໂມທະນາພຣະຄຸນແລ້ວ ກໍຊົງຫັກຍື່ນໃຫ້ພວກສາວົກໄປແຈກ ພວກສາວົກຈຶ່ງເອົາໄປແຈກໃຫ້ປະຊາຊົນ 7 ແລະເຂົາມີປານ້ອຍບາງໂຕ ພຣະອົງຈຶ່ງຊົງຂໍພຣະພອນ ແລ້ວຊົງສັ່ງພວກສາວົກໃຫ້ເອົາປານັ້ນໄປແຈກເຫມືອນກັນ ຄົນທັງປວງໄດ້ກິນຈົນອີ່ມ 8 ສ່ວນຕ່ອນຫັກທີ່ເຫລືອນັ້ນ ເຂົາເກັບໄດ້ເຕັມເຈັດບຸງ 9 ຄົນທີ່ໄດ້ກິນນັ້ນມີປະມານສີ່ພັນຄົນ ແລ້ວພຣະອົງຊົງສັ່ງເຂົາໃຫ້ເລີກໄປ 10 ໃນທັນໃດນັ້ນພຣະອົງກໍສະເດັດລົງເຮືອກັບພວກສາວົກຂອງພຣະອົງ ມາເຖິງເຂດເມືອງດານມານຸທາ
ຂໍໃຫ້ຊົງສະແດງຫມາຍສຳຄັນ
11 ພວກຟາຣີຊາຍໄດ້ອອກມາຕັ້ງຕົ້ນໂຕ້ຖຽງກັບພຣະອົງ ຂໍໃຫ້ພຣະອົງຊົງສແວງຫມາຍສຳຄັນຢ່າງນຶ່ງຈາກສວັນ ເພື່ອຢາກທົດລອງພຣະອົງ 12 ພຣະອົງຊົງຖອນພຣະທັຍແລ້ວກ່າວວ່າ, “ເປັນຫຍັງຄົນສະໄຫມນີ້ຈຶ່ງສແວງຫາຫມາຍສຳຄັນ ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ຈະບໍ່ຊົງໂຜດຫມາຍສຳຄັນແກ່ຄົນສະໄຫມນີ້” 13 ແລ້ວພຣະອົງສະເດັດຈາກເຂົາລົງເຮືອຂ້າມຟາກໄປອີກ
ເຊື້ອແປ້ງຂອງພວກຟາຣີຊາຍ ແລະຂອງພວກ ເຮໂຣດ
14 ຝ່າຍພວກສາວົກໄດ້ລືມເອົາເຂົ້າຈີ່ໄປ ແລະໃນເຮືອເຂົາມີເຂົ້າຈີ່ຢູ່ກ້ອນດຽວເທົ່ານັ້ນ 15 ພຣະອົງຊົງຕັກເຕືອນເຂົາວ່າ, “ຈົ່ງສັງເກດ ແລະລະວັງເຊື້ອແປ້ງຂອງພວກຟາຣີຊາຍແລະຂອງເຮໂຣດໃຫ້ດີ” 16 ພວກສາວົກຈຶ່ງເວົ້າກັນຢູ່ວ່າ, “ເຫັນຈະເປັນເພາະເຮົາບໍ່ມີເຂົ້າຈີ່” 17 ພຣະເຢຊູຊົງຊາຍເຣື່ອງນັ້ນຈຶ່ງຊົງຖາມເຂົາວ່າ, “ເຫດສັນໃດພວກທ່ານຈຶ່ງເວົ້າກັນເຖິງເຣື່ອງບໍ່ມີເຂົ້າຈີ່ ພວກທ່ານຍັງບໍ່ສັງເກດ ແລະບໍ່ເຂົ້າໃຈຫລື ໃຈຂອງພວກທ່ານຍັງປຶກຕັນຢູ່ຫລື 18 ມີຕາແລ້ວຍັງບໍ່ເຫັນຫລື ມີຫູແລ້ວຍັງບໍ່ໄດ້ຍິນຫລື ພວກທ່ານຈື່ຈຳບໍ່ໄດ້ຫລື 19 ເມື່ອເຮົາຫັກເຂົ້າຈີ່ຫ້າກ້ອນໃຫ້ແກ່ຫ້າພັນຄົນນັ້ນ ພວກທ່ານເກັບສ່ວນທີ່ເຫລືອນັ້ນໄດ້ເຕັມຈັກບຸງ?” ເຂົາທູນຕອບວ່າ, “ໄດ້ສິບສອງບຸງຂ້ານ້ອຍ” 20 “ເມື່ອເຮົາໄດ້ຫັກເຂົ້າຈີ່ເຈັດກ້ອນໃຫ້ແກ່ຄົນສີ່ພັນຄົນ ພວກທ່ານເກັບສ່ວນທີ່ເຫລືອນັ້ນໄດ້ເຕັມຈັກບຸງ?” ເຂົາທູນຕອບວ່າ, “ໄດ້ເຈັດບຸງຂ້ານ້ອຍ” 21 ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ພວກທ່ານຍັງບໍ່ເຂົ້າໃຈຫລື”
ພຣະເຢຊູຊົງໂຜດຄົນຕາບອດທີ່ເມືອງ ເບັດຊະອີດາ
22 ພຣະອົງໄດ້ສະເດັດໄປຍັງເມືອງເບັດຊະອີດາກັບພວກສາວົກ ຊາວເມືອງນັ້ນພາຄົນຕາບອດຄົນນຶ່ງມາຫາພຣະອົງ ທູນອ້ອນວອນຂໍໃຫ້ພຣະອົງຊົງບາຍຄົນນັ້ນ 23 ພຣະອົງໄດ້ຊົງກຳມືຄົນຕາບອດຈູງເຂົາອອກໄປນອກເມືອງ ເມື່ອຊົງຖົ່ມນ້ຳລາຍໃສ່ຄົນນັ້ນແລະຢຽດພຣະຫັດໃສ່ເຂົາແລ້ວຊົງຖາມວ່າ, “ເຈົ້າເຫັນຫຍັງແດ່ບໍ່” 24 ຄົນນັ້ນເງີຍຫນ້າເບິ່ງແລ້ວທູນຕອບວ່າ, “ຂ້ານ້ອຍເຫັນຄົນຍ່າງໄປມາ ແຕ່ເບິ່ງເຫມືອນຕົ້ນໄມ້” 25 ພຣະອົງຊົງຢຽດພຣະຫັດໃສ່ຕາເຂົາອີກ ເຂົາກໍມືນຕາເຕັມຫນ່ວຍ ແລະຕາເຂົາກໍດີປົກກະຕິ ຈົ່ງເຫັນທຸກສິ່ງໄດ້ຄັກ 26 ພຣະອົງຈຶ່ງຊົງໃຫ້ເຂົາກັບເມືອເຮືອນຂອງຕົນ ແລ້ວຊົງສັ່ງວ່າ, “ຢ່າໄດ້ເຂົ້າໄປໃນເມືອງເນີ”
ເປໂຕຮັບວ່າພຣະເຢຊູຊົງເປັນພຣະຄຣິດ
27 ພຣະເຢຊູໄດ້ສະເດັດພ້ອມດ້ວຍພວກສາວົກ ອອກໄປຍັງບ້ານທັງຫລາຍເຂດເມືອງກາຍຊາເຣັຽຟີລິບປອຍ ເມື່ອຢູ່ຕາມທາງນັ້ນ ພຣະອົງຊົງຖາມພວກສາວົກວ່າ, “ຄົນທັງຫລາຍເວົາກັນວ່າເຮົາແມ່ນຜູ້ໃດ” 28 ເຂົາທູນຕອບວ່າ, “ຜູ້ລາງຄົນວ່າແມ່ນໂຢຮັນບັບຕິສະໂຕ ແຕ່ຄົນອື່ນວ່າແມ່ນເອລີຢາ ແລະຄົນອື່ນອີກວ່າແມ່ນຜູ້ນຶ່ງໃນພວກຜູ້ປະກາດພຣະທັມ” 29 ພຣະອົງຊົງຖາມເຂົາວ່າ, “ພວກທ່ານເດ ວ່າເຮົາແມ່ນໃຜ” ເປໂຕທູນຕອບວ່າ, “ທ່ານແມ່ນພຣະຄຣິດ” 30 ແລ້ວພຣະອົງຊົງສັ່ງຫ້າມພວກສາວົກດ້ວຍເດັດຂາດ ບໍ່ໃຫ້ເຂົາບອກເຣື່ອງນີ້ແກ່ຜູ້ໃດ
ພຣະເຢຊູຊົງທຳນວາຍເຖິງມໍຣະນາພາບຂອງ ພຣະອົງ
31 ແລ້ວພຣະອົງຊົງຕັ້ງຕົ້ນກ່າວສອນພວກສາວົກວ່າ, “ບຸດມະນຸດຈະຕ້ອງທົນທຸກທໍຣະມານຫລາຍປະການ ພວກເຖົ້າແກ່ ພວກປະໂຣຫິດຕົນໃຫຍ່ ແລະພວກນັກທັມຈະບໍ່ຍອມຮັບ ເຂົາຈະໄດ້ຂ້າທ່ານເສັຽ ແລະໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ເປັນຄືນມາ” 32 ຄຳເຫລົ່ານີ້ພຣະອົງຊົງກ່າວໂດຍເປີດເຜີຍ ຝ່າຍເປໂຕໄດ້ພາພຣະອົງໄປຕ່າງຫາກ ແລ້ວຕັ້ງຕົ້ນທູນຫ້າມພຣະອົງຢ່າງແຂງແຮງ 33 ເມື່ອພຣະອົງຊົງຫັນພຣະພັກເຫັນພວກສາວົກ ກໍຊົງຕີເປໂຕຢ່າງແຂງແຮງວ່າ, “ອ້າຍຊາຕານເຮີຍ, ຈົ່ງຖອຍຫນີຈາກເຮົາເສັຽ ເພາະເຈົ້າຄຶດຢ່າງມະນຸດ ບໍ່ຄຶດຢ່າງພຣະເຈົ້າ” 34 ພຣະອົງຈຶ່ງຊົງເອີ້ນປະຊາຊົນກັບພວກສາວົກເຂົ້າມາ ແລ້ວຊົງກ່າວແກ່ເຂົາວ່າ, “ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນເສັຽ ແລະຮັບແບກໄມ້ກາງແຂນຂອງຕົນຕິດຕາມເຮົາມາ 35 ເພາະວ່າຜູ້ໃດຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນຈະເສັຽຊີວິດແຕ່ຜູ້ໃດຈະເສັຽຊີວິດຂອງຕົນເພາະເຫັນແກ່ເຮົາ ແລະເຫັນແກ່ຂ່າວປະເສີດ ຜູ້ນັ້ນກໍຈະຊ່ອຍຊີວິດໃຫ້ພົ້ນ 36 ເພາະຖ້າຜູ້ໃດຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕ້ອງເສັຽຊີວິດອັນແທ້ຂອງຕົນ ຜູ້ນັ້ນຈະໄດ້ປໂຍດອັນໃດ 37 ຫລືຜູ້ນັ້ນຈະນຳເອົາສິ່ງໃດໄປແລກເອົາຊີວິດອັນແທ້ຂອງຕົນກັບຄືນມາ 38 ດ້ວຍວ່າຖ້າຜູ້ໃດມີຄວາມອາຍເພາະເຮົາ ແລະຖ້ອຍຄຳຂອງເຮົາໃນຊົ່ວຊີວິດນີ້ ຊຶ່ງປະກອບດ້ວຍການບໍ່ສັດຊື່ແລະຊົ່ວຮ້າຍ ບຸດມະນຸດກໍຈະມີຄວາມອາຍເພາະຜູ້ນັ້ນ ໃນເມື່ອທ່ານມາດ້ວຍສະງ່າຣາສີແຫ່ງພຣະບິດາແລະດ້ວຍຝູງເທວະດາຕົນບໍຣິສຸດ”
1 ພຣະອົງຍັງຊົງກ່າວແກ່ເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ໃນພວກຄົນທີ່ຢືນຢູ່ທີ່ນີ້ມີລາງຄົນທີ່ຈະບໍ່ຮູ້ຣົດຄວາມຕາຍ ຈົນກວ່າຈະໄດ້ເຫັນຣາຊອານາຈັກຂອງພຣະເຈົ້າມາດ້ວຍຣິດເດດ”
ຊົງປ່ຽນລັກສະນະພຣະກາຍ
2 ຄັນລ່ວງໄປໄດ້ຫົກວັນແລ້ວ ພຣະເຢຊູຊົງພາເປໂຕ ຢາໂກໂບ ແລະໂຢຮັນ ຂຶ້ນພູສູງຈຳເພາະແຕ່ຫມູ່ດຽວ ແລ້ວລັກສະນະພຣະກາຍຂອງພຣະອົງກໍປ່ຽນໄປຕໍ່ຫນ້າເຂົາ 3 ແລະເຄື່ອງທົງຂອງພຣະອົງກໍເກີດຮຸ່ງເຮືອງຂາວເຫລື້ອມຍັບໆຈະຫາຊ່າງຟອກຜ້າທົ່ວແຜ່ນດິນໂລກຟອກໃຫ້ຂາວຢ່າງນັ້ນກໍບໍ່ໄດ້ 4 ແລ້ວເອລີຢາກັບໂມເຊກໍປາກົດແກ່ສາວົກພວກນັ້ນ ແລະເຝົ້າສົນທະນາຢູ່ກັບພຣະເຢຊູ 5 ຝ່າຍເປໂຕທູນພຣະເຢຊູວ່າ, “ພຣະອາຈານເອີຍ, ຊຶ່ງພວກຂ້ານ້ອຍຢູ່ນີ້ກໍດີຢູ່ ໃຫ້ພວກຂ້ານ້ອຍພາກັນປຸກຕູບສາມຫລັງ ສຳລັບທ່ານຫລັງນຶ່ງ ສຳລັບໂມເຊຫລັງນຶ່ງ ແລະຫລັງນຶ່ງສຳລັບເອລີຢາ” 6 ທີ່ເປໂຕເວົ້າຢ່າງນັ້ນກໍເພາະບໍ່ຮູ້ຈະວ່າຢ່າງໃດ ດ້ວຍວ່າພວກເຂົາເກີດມີຄວາມຢ້ານເຕັມທີ 7 ແລ້ວມີເມກມາປົກຫຸ້ມເຂົາໄວ້ ແລະມີພຣະສຸຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ, ເປັນບຸດທີ່ຮັກຂອງເຮົາ ພວກເຈົ້າຈົ່ງເຊື່ອຟັງທ່ານ” 8 ໃນບັດດຽວນັ້ນ ເມື່ອເຂົາຫລຽວເບິ່ງອ້ອມກໍບໍ່ເຫັນຜູ້ໃດ ເຫັນແຕ່ພຣະເຢຊູຜູ້ດຽວຊົງຢູ່ກັບເຂົາ
ການກັບມາຂອງເອລີຢາ
9 ເມື່ອເຂົາກຳລັງລົງມາຈາກພູນັ້ນ ພຣະອົງຊົງຫ້າມພວກສາວົກບໍ່ໃຫ້ນຳສິ່ງທີ່ເຂົາໄດ້ເຫັນນັ້ນໄປບອກແກ່ຜູ້ໃດ ຈົນກວ່າບຸດມະນຸດຈະໄດ້ເປັນຄືນມາຈາກຕາຍ 10 ຂໍ້ຄວາມສັ່ງນັ້ນພວກສາວົກກໍຖືຮັກສາໄວ້ ແຕ່ລະຫວ່າງເຂົາມີການຊັກຖາມກັນວ່າທີ່ຊົງກ່າວວ່າ, “ຈະເປັນຄືນມາຈາກຕາຍ” ນັ້ນຈະຫມາຍຄວາມວ່າຢ່າງໃດ 11 ເຂົາຈຶ່ງທູນຖາມພຣະອົງວ່າ, “ເຫດສັນໃດພວກນັກທັມເຄີຍເວົ້າວ່າ ເອລີຢາຈະຕ້ອງມາກ່ອນ” 12 ພຣະອົງຊົງຕອບເຂົາວ່າ, “ຈິງຢູ່ ເອລີຢາຈະມາກ່ອນ ແລະເຣັດໃຫ້ສິ່ງທັງປວງຄືນສູ່ສະພາບເດີມ ແລະເປັນແນວໃດມີຄຳຂຽນໄວ້ເຖິງບຸດມະນຸດນັ້ນວ່າ ທ່ານຈະຕ້ອງທົນທຸກທໍຣະມານຫລາຍປະການແລະຖືກການຫມິ່ນປມາດ 13 ແຕ່ເຮົາບອກພວກທ່ານວ່າ ເອລີຢານັ້ນໄດ້ມາແລ້ວ ແລະເຂົາເຮັດແກ່ທ່ານຕາມໃຈຊອບ ຕາມທີ່ມີຄຳຂຽນໄວ້ເຖິງທ່ານ”
ຊົງໂຜດເດັກນ້ອຍຜູ້ມີຜີສິງ
14 ເມື່ອພຣະອົງສະເດັດມາພ້ອມກັບສາວົກສາມຄົນນັ້ນ ກໍມາເຖິງພວກສາວົກທັງຫລາຍ ຈຶ່ງເຫັນປະຊາຊົນຈຳນວນຫລາຍອ້ອມຮອບເຂົາຢູ່ ແລະພວກນັກທັມກໍກຳລັງໂຕ້ຖຽງກັບເຂົາ 15 ໃນທັນໃດນັ້ນເມື່ອປະຊາຊົນເຫັນພຣະອົງກໍງຶດປລາດໃຈຫລາຍ ຈຶ່ງແລ່ນເຂົ້າມາໂດຍໂຄຣົບພຣະອົງ 16 ພຣະອົງຈຶ່ງຊົງຖາມເຂົາວ່າ, “ພວກເຈົ້າໂຕ້ຖຽງກັນເຖິງເຣື່ອງອັນໃດ” 17 ມີຄົນນຶ່ງໃນຫມູ່ປະຊາຊົນທູນຕອບພຣະອົງວ່າ, “ອາຈານເອີຍ, ຂ້ານ້ອຍໄດ້ພາລູກຊາຍມາຫາທ່ານ ເພາະຜີປາກກືກເຂົ້າສິງມັນ 18 ລູກນັ້ຈະຢູ່ບ່ອນໃດກໍຕາມ ເມື່ອຜີສະແດງກໍເຣັດໃຫ້ມັນລົ້ມຊັກດີ້ນໄປ ມີອາການນ້ຳລາຍຟູມປາກແລະຂົບແຂ້ວ ແລ້ວຕົວແຂງໄປ ຂ້ານ້ອຍໄດ້ຂໍໃຫ້ພວກສາວົກຂອງທ່ານຂັບໄລ່ຜີນັ້ນອອກເສັຽແຕ່ເຂົາບໍ່ສາມາດ” 19 ພຣະອົງຊົງກ່າວແກ່ເຂົາວ່າ, “ໂອ ຄົນໃນສະໄຫມທີ່ຂາດຄວາມເຊື່ອເອີຍ, ເຮົາຈະຕ້ອງຢູ່ກັບພວກເຈົ້າເຫິງປານໃດ ເຮົາຈະຕ້ອງອົດທົນນຳພວກເຈົ້ານານປານໃດ ຈົ່ງພາມັນມາຫາເຮົາສາ” 20 ເຂົາກໍພາເດັກນ້ອຍນັ້ນມາຫາພຣະອົງ ເມື່ອຜີເຫັນພຣະອົງແລ້ວ ໃນທັນໃດນັ້ນມັນກໍເຮັດໃຫ້ເດັກນ້ອຍລົ້ມລົງກີ້ງເກືອກແລະມີນ້ຳລາຍຟູມປາກ 21 ພຣະອົງຈຶ່ງຊົງຖາມພໍ່ນັ້ນວ່າ, “ມັນເປັນຢ່າງນີ້ໄດ້ເຫິງປານໃດແລ້ວ” ພໍ່ທູນຕອບວ່າ, “ຕັ້ງແຕ່ນ້ອຍພຸ້ນມາຂ້ານ້ອຍ” 22 ແລະຜີນັ້ນໄດ້ຊຸກມັນໃສ່ໄຟ ແລະໃສ່ນ້ຳຫລາຍເທື່ອຫມາຍຈະຂ້າມັນເສັຽ ແຕ່ຖ້າທ່ານສາມາດຊ່ອຍໄດ້ ຂໍໂຜດສົງສານຊ່ອຍພວກຂ້ານ້ອຍແດ່ທ້ອນ” 23 ພຣະເຢຊູຊົງກ່າວແກ່ພໍ່ນັ້ນວ່າ, “ຖ້າຊ່ອຍໄດ້” ຢາກເວົ້າດັ່ງນັ້ນຫລື ທຸກໆສິ່ງກໍເປັນໄປໄດ້ສຳລັບຜູ້ທີ່ເຊື່ອ” 24 ໃນທັນໃດນັ້ນພໍ່ຂອງເດັກນ້ອຍກໍຮ້ອງທູນຂຶ້ນວ່າ, “ເຊື່ອແລ້ວຂ້ານ້ອຍ ທີ່ຂ້ານ້ອຍຍັງຂາດຄວາມເຊື່ອນັ້ນ ຂໍໂຜດຊ່ອຍຂ້ານ້ອຍແດ່ທ້ອນ” 25 ເມື່ອພຣະເຢຊູຊົງເຫັນປະຊາຊົນກຳລັງແລ່ນເຂົ້າມາ ພຣະອົງຊົງກ່າວຊຳຮະຜີຖ່ອຍຮ້າຍນັ້ນວ່າ, “ອ້າຍຜີປາກກືກຫູຫນວກເຮີຍ, ເຮົາສັ່ງວ່າ ໃຫ້ອອກຈາກມັນເສັຽ ຢ່າໄດ້ກັບເຂົ້າມາອີກຈັກເທື່ອ” 26 ຜີນັ້ນໄດ້ຮ້ອງແຜດສຽງຂຶ້ນ ເຮັດໃຫ້ເດັກນ້ອຍຊັກດີ້ນເຕັມກຳລັງແລ້ວກໍອອກຫນີ ເດັກນ້ອຍນັ້ນກໍກາຍເປັນເຫມືອນຄົນຕາຍ ຈົນຄົນສ່ວນຫລາຍເວົ້າວ່າ, “ມັນຕາຍແລ້ວ” 27 ແຕ່ພຣະເຢຊູຊົງຈັບມືເດັກນ້ອນັ້ນດຶງຂຶ້ນແລ້ວມັນກໍລຸກຢືນຂຶ້ນ 28 ເມື່ອພຣະອົງສະເດັດກັບເຂົ້າໄປໃນເຮືອນແລ້ວ ພວກສາວົກຂອງພຣະອົງໄດ້ທູນຖາມເປັນສ່ວນຕົວວ່າ, “ເຫດສັນໃດພວກຂ້ານ້ອຍຈຶ່ງຂັບໄລ່ຜີນັ້ນອອກບໍ່ໄດ້” 29 ພຣະອົງຊົງຕອບເຂົາວ່າ, “ຜີແນວນີ້ຈະຂັບໄລ່ອອກດ້ວຍວິທີອື່ນບໍ່ໄດ້ ເວັ້ນແຕ່ດ້ວຍການອ້ອນວອນ”
ພຣະເຢຊູຊົງກ່າວລ່ວງຫນ້າອີກວ່າຈະຖືກຂ້າ
30 ພຣະອົງສະເດັດອອກຈາກທີ່ນັ້ນພ້ອມດ້ວຍພວກສາວົກ ດຳເນີນຜ່ານແຂວງຄາລີເລໄປແຕ່ພຣະອົງບໍ່ຊົງປະສົງໃຫ້ຜູ້ໃດຮູ້ 31 ເພາະພຣະອົງຊົງສັ່ງສອນພວກສາວົກຢູ່ ຄືຊົງບອກເຂົາວ່າ, “ບຸດມະນຸດຈະຖືກມອບໄວ້ໃນມືມະນຸດ ເຂົາຈະຂ້າທ່ານເສັຽ ເມື່ອຂ້າແລ້ວໄດ້ສາມວັນ ທ່ານກໍຈະຖືຊົງບັນດານໃຫ້ເປັນຄືນມາ“ 32 ແຕ່ຖ້ອຍຄຳນີ້ພວກສາວົກບໍ່ໄດ້ເຂົ້າໃຈ ແຕ່ບໍ່ກ້າຈະທູນຖາມພຣະອົງ
ຜູ້ໃດເປັນໃຫຍ່ກວ່າຫມູ່
33 ພຣະອົງຈຶ່ງສະເດັດມາຍັງເມືອງກາເປນາອຸມພ້ອມກັບພວກສາວົກ ເມື່ອເຂົ້າໄປໃນເຮືອນແລ້ວ ພຣະອົງໄດ້ຊົງຖາມພວກສາວົກວ່າ, “ເມື່ອມາຕາມທາງນັ້ນ ພວກທ່ານໄດ້ຖົກຖຽງກັນເຖິງເຣື່ອງອັນໃດ” ແຕ່ພວກສາວົກກໍມິດຢູ່ 34 ເພາະເມື່ອມາຕາມທາງນັ້ນເຂົາໄດ້ຖົກຖຽງກັນວ່າ ແມ່ນໃຜຈະເປັນໃຫຍ່ກວ່າຫມູ່ 35 ພຣະເຢຊູໄດ້ປະທັບນັ່ງລົງ ແລ້ວຊົງເອີ້ນພວກສາວົກສິບສອງຄົນນັ້ນມາ ຊົງກ່າວວ່າ, “ຖ້າຜູ້ໃດຢາກເປັນຕົ້ນ ກໍໃຫ້ຜູ້ນັ້ນເປັນຜູ້ປາຍແລະເປັນຜູ້ຮັບໃຊ້ຂອງຄົນທັງປວງ” 36 ແລະພຣະອົງຊົງເອົາເດັກນ້ອຍຄົນນຶ່ງມາໃຫ້ຢືນຢູ່ຖ້າມກາງເຂົາ ແລ້ວຊົງອູ້ມເອົາເດັກນ້ອຍຜູ້ນັ້ນໄວ້ ຊົງກ່າວຕໍ່ພວກສາວົກວ່າ, 37 “ຖ້າຜູ້ໃດຈະຮັບເດັກນ້ອຍຜູ້ນຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍໄດ້ຮັບເຮົາ ແລະຜູ້ໃດຮັບເຮົາ ຜູ້ນັ້ນກໍບໍ່ແມ່ນແຕ່ຮັບເອົາຜູ້ດຽວ ແຕ່ຮັບພຣະອົງຜູ້ຊົງໃຊ້ເຮົາມາ”
ເຣື່ອງຄ່າບຳເຫນັດ
38 ໂຢຮັນຈຶ່ງທູນພຣະອົງວ່າ, “ອາຈານເອີຍ, ພວກຂ້ານ້ອຍໄດ້ເຫັນຄົນຜູ້ນຶ່ງຂັບໄລ່ຜີຮ້າຍອອກໃນນາມຂອງທ່ານ ແລະພວກຂ້ານ້ອຍໄດ້ຫ້າມຄົນນັ້ນເສັຽ ເພາະເຂົາບໍ່ໄດ້ຕິດຕາມພວກຂ້ານ້ອຍ” 39 ພຣະເຢຊູຊົງຕອບວ່າ, “ຢ່າຫ້າມເທາະ ເພາະວ່າບໍ່ມີຜູ້ໃດຈະເຮັດການອິດທິຣິດໃນນາມຂອງເຮົາ ແລະພາຍຫລັງມາຈະກັບເວົ້າຫມິ່ນປມາດເຮົາ 40 ເພາະຜູ້ໃດບໍ່ຕໍ່ສູ້ພວກເຮົາກໍເປັນຝ່າຍເຮົາແລ້ວ 41 ເຮົາບອກທ່ານຕາມຈິງວ່າ ຖ້າຜູ້ໃດຈະເອົານ້ຳຈອກນຶ່ງໃຫ້ທ່ານດື່ມເພາະທ່ານເປັນຝ່າຍພຣະ ຄຣິດ ຜູ້ນັ້ນຈະບໍ່ຂາດບຳເຫນັດຂອງຕົນຈັກເທື່ອ
ການເຮັດໃຫ້ຫລົງຜິດ
42 “ຖ້າຜູ້ໃດຈະເຮັດໃຫ້ຄົນນຶ່ງໃນຫມູ່ເດັກນ້ອຍເຫລົ່າ ນີ້ທີ່ເຊື່ອ (ໃນເຮົາ) ຫລົງຜິດ ຖ້າຈະເອົາຫີນໂມ້ກ້ອນໃຫຍ່ຜູກຄໍຜູ້ນັ້ນຖິ້ມລົງນ້ຳທະເລເສັຽກໍດີກວ່າ 43 ຖ້າມືຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຕັດຖິ້ມເສັຽ ທີ່ຈະເຂົ້າໃນຊີວິດດ້ວຍເສັຽອົງຄະກໍດີກວ່າມີມືສອງເບື້ອງແລະຕ້ອງຕົກຫມໍ້ນະຮົກໃນໄຟທີ່ບໍ່ຮູ້ມອດ 44 (ໃນທີ່ນັ້ນ ໂຕຫນອນກໍບໍ່ຮູ້ຕາຍ ແລະໄຟກໍບໍ່ຮູ້ມອດ) 45 ຖ້າຕີນຂອງທ່ານເຣັດໃຫ້ຕົນຫລົງຜິດຈົ່ງຕັດຖິ້ມເສັຽ ທີ່ຈະເຂົ້າໃນຊີວິດດ້ວຍຕີນກຸດເບື້ອງນຶ່ງ ກໍດີກວ່າມີຕີນສອງເບຶ້ອງແລະຕ້ອງຖືກຖິ້ມລົງໃນຫມໍ້ນະຮົກ 46 (ໃນທີ່ນັ້ນ ໂຕຫນອນກໍບໍ່ຮູ້ຕາຍ ແລະໄຟກໍບໍ່ຮູ້ມອດ) 47 ຖ້າຕາຂອງທ່ານເຮັດໃຫ້ຕົນຫລົງຜິດຈົ່ງຄວັດອອກເສັຽ ທີ່ຈະເຂົ້າໃນຣາຊອານາຈັກຂອງພຣະເຈົ້າດ້ວຍຕາເບື້ອງດຽວ ກໍດີກວ່າຕາສອງເບື້ອງແລະຕ້ອງຖືກຖິ້ມລົງໃນຫມໍ້ນະຮົກ 48 ໃນທີ່ນັ້ນ “ໂຕຫນອນກໍບໍ່ຮູ້ຕາຍ ແລະໄຟກໍບໍ່ຮູ້ມອດ) 49 “ດ້ວຍວ່າທຸກຄົນຈະຕ້ອງຖືກເອືອບເກືອ ແລະຊຳຮະດ້ວຍໄຟ 50 ເກືອເປັນຂອງດີ ແຕ່ຖ້າເກືອຫມົດຣົດເຄັມແລ້ວຈະເຮັດໃຫ້ກັບເຄັມອີກໄດ້ຢ່າງໃດ ທ່ານທັງຫລາຍຈົ່ງມີເກືອໃນຕົວ ແລະຈົ່ງໃຫ້ມີຄວາມຖືກຕ້ອງປອງດອງກັນເທີນ”
ພຣະເຢຊູຊົງສັ່ງສອນເຣື່ອງການຢ່າຮ້າງ
1 ຝ່າຍພຣະເຢຊູໄດ້ຊົງລຸກຈາກທີ່ນັ້ນສະເດັດເຂົ້າໄປໃນເຂດແຂວງຢູດາຍແລະຟາກແມ່ນ້ຳຈໍແດນເບື້ອງນັ້ນ ແລະປະຊາຊົນພາກັນມາໄຫວ້ພຣະອົງອີກ ພຣະອົງຈຶ່ງຊົງສັ່ງສອນເຂົາຕາມເຄີຍ 2 ພວກຟາຣີຊາຍໄດ້ມາທູນຖາມເພື່ອທົດລອງພຣະອົງວ່າ, “ຜູ້ຊາຍຈະຢ່າຮ້າງເມັຽຂອງຕົນເປັນການຖືກຕ້ອງຕາມກົດບັນຍັດຫລື” 3 ພຣະອົງຊົງຍ້ອນຖາມເຂົາວ່າ, “ໂມເຊໄດ້ບັນຍັດໄວ້ຢ່າງໃດ?” 4 ເຂົາທູນຕອບວ່າ, “ໂມເຊໄດ້ອະນຸຍາດໃຫ້ເຮັດຫນັງສືຢ່າຮ້າງແລ້ວໃຫ້ປະໄດ້” 5 ພຣະເຢຊູຊົງຕອບເຂົາວ່າ, “ທີ່ໂມເຊໄດ້ບັນຍັດໄວ້ຢ່າງນັ້ນກໍເພາະໃຈຂອງພວກທ່ານແຂງກະດ້າງ 6 ແຕ່ວ່າຕັ້ງແຕ່ເດີມສ້າງໂລກ ພຣະອົງໄດ້ຊົງສ້າງມະນຸດໃຫ້ເປັນຊາຍແລະຍິງ” 7 “ດ້ວຍເຫດນັ້ນຜູ້ຊາຍຈຶ່ງລະພໍ່ແມ່ຂອງຕົນ (ໄປຜູກພັນຢູ່ກັບເມັຽ) 8 ແລະເຂົາທັງສອງຈະເປັນກາຍອັນດຽວ” ເຂົາຈຶ່ງບໍ່ເປັນສອງຕໍ່ໄປແຕ່ເປັນກາຍອັນດຽວ 9 ເຫດສັນນັ້ນຊຶ່ງພຣະເຈົ້າໄດ້ຊົງໃຫ້ເຂົ້າຮ່ວມແອກກັນແລ້ວ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນ” 10 ເມື່ອເຂົ້າໄປໃນເຮືອນແລ້ວ ພວກສາວົກໄດ້ທູນຖາມພຣະອົງເຖິງເຣື່ອງນີ້ອີກ 11 ພຣະອົງຊົງຕອບວ່າ, “ຖ້າຜູ້ໃດປະເມັຽຂອງຕົນແລ້ວໄປເອົາເມັຽໃຫມ່ ຜູ້ນັ້ນກໍຜິດໃນຖານຫລິ້ນຊູ້ 12 ແລະຖ້າຍິງໃດປະຜົວຂອງຕົນແລ້ວໄປເອົາຜົວໃຫມ່ ຍິງນັ້ນກໍຜິດໃນຖານຫລິ້ນຊູ້ເຫມືອນກັນ
ພຣະເຢຊູຊົງອວຍພຣະພອນເດັກນ້ອຍ
13 ແລະເຂົາໄດ້ອູ້ມເດັກນ້ອຍມາຫາພຣະອົງ ເພື່ອຈະໃຫ້ພຣະອົງຊົງຢຽດພຣະຫັດໃສ່ເຂົາ ແຕ່ພວກສາວົກໄດ້ຫ້າມປາມເຂົາໄວ້ 14 ເມື່ອພຣະເຢຊູຊົງເຫັນດັ່ງນັ້ນກໍເຄືອງພຣະທັຍ ຈຶ່ງຊົງກ່າວແກ່ພວກສາວົກວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍເຂົ້າມາຫາເຮົາ ຢ່າຫ້າມເຂົາ ເພາະວ່າຣາຊແຜ່ນດິນຂອງພຣະເຈົ້າເປັນຂອງຄົນຢ່າງນີ້ແຫລະ 15 ເຮົາບອກທ່ານທັງຫລາຍຕາມຈິງວ່າ ຖ້າຜູ້ໃດບໍ່ຣັບຣາຊແຜ່ນດິນຂອງພຣະເຈົ້າເຫມືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໃນຣາຊແຜ່ນດິນນັ້ນບໍ່ໄດ້ຈັກເທື່ອ” 16 ແລ້ວພຣະອົງຊົງອູ້ມເດັກນ້ອຍເຫລົ່ານັ້ນຢຽດພຣະຫັດໃສ່ ແລະອວຍພອນໃຫ້ເຂົາ
ເຣື່ອງເສດຖີຫນຸ່ມ
17 ເມື່ອພຣະອົງສະເດັດອອກໄປກາງທາງ ມີຄົນນຶ່ງແລ່ນມາຫາພຣະອົງຄຸເຂົ່າລົງທູນຖາມພຣະອົງວ່າ, “ພຣະອາຈານຜູ້ປະເສີດເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດຈຶງຈະໄດ້ຮັບຊີວິດອັນຕລອດໄປເປັນນິດມາເປັນມໍຣະດົກ” 18 ພຣະເຢຊູຊົງຕອບວ່າ, “ເປັນຫຍັງທ່ານຈຶ່ງເອີ້ນເຮົາວ່າຜູ້ປະເສີດ ບໍ່ມີໃຜປະເສີດ ເວັ້ນແຕ່ພຣະເຈົ້າອົງດຽວເທົ່ານັ້ນ 19 ທ່ານຮູ້ຈັກຂໍ້ບັນຍັດແລ້ວວ່າ ຢ່າຂ້າຄົນ ຢ່າມິດສາຈານຈາກຜົວຈາກເມັຽ ຢ່າລັບຊັບ ຢ່າເປັນພຍານບໍ່ຈິງ ຢ່າສໍ້ໂກງ ຈົ່ງນັບຖືບິດາມານດາຂອງຕົນ” 20 ຄົນນັ້ນໄດ້ທູນຕອບວ່າ, “ອາຈານເອີຍ, ຂໍ້ເຫລົ່ານັ້ນຂ້ານ້ອຍໄດ້ຮັກສາໄວ້ຕັ້ງແຕ່ເປັນເດັກນ້ອຍມາ” 21 ພຣະເຢຊູເພ່ງເບິ່ງຜູ້ນັ້ນກໍຊົງຮັກທ່ານແລ້ວ ຊົງກ່າວວ່າ, “ທ່ານຍັງຂາດຢູ່ສິ່ງນຶ່ງ ຄືຈົ່ງໄປຂາຍບັນດາສິ່ງຂອງຊຶ່ງທ່ານມີຢູ່ແຈກທານແກ່ຄົນອະນາຖາ ແລ້ວທ່ານຈະມີຊັບສົມບັດໃນສວັນ ແລະຈົ່ງຕາມເຮົາມາເສັຽ” 22 ເມື່ອໄດ້ຍິນຄຳນັ້ນຫນ້າຂອງທ່ານກໍເສົ້າລົງ ຄົນນັ້ນກໍອອກໄປເປັນທຸກຫນັກໃຈເພາະຕົນມີຊັບສິ່ງຂອງຈຳນວນຫລາຍ 23 ພຣະເຢຊູທອດພຣະເນດທົ່ວຮອບ ແລ້ວຊົງກ່າວແກ່ພວກສາວົກວ່າ, “ທີ່ຄົນຮັ່ງມີຈະເຂົ້າໃນຣາຊແຜ່ນດິນຂອງພຣະເຈົ້າກໍຍາກແທ້ຫນໍ” 24 ພວກສາວົກກໍປລາດໃຈໃນຖ້ອຍຄຳຂອງພຣະອົງ ແຕ່ພຣະເຢຊູຊົງກ່າວແກ່ເຂົາອີກວ່າ, “ລູກເອີຍ, ທີ່ຈະເຂົ້າໃນຣາຊແຜ່ນດິນຂອງພຣະເຈົ້າກໍຍາກແທ້ຫນໍ 25 ຕົວໂອດໂອຈະລອດຮູເຂັມກໍງ່າຍກວ່າຄົນຮັ່ງມີຈະເຂົ້າໄປໃນຣາຊແຜ່ນດິນຂອງພຣະເຈົ້າ” 26 ພວກສາວົກແຮ່ງປລາດໃຈຫລາຍ ຈຶ່ງເວົ້າກັນວ່າ, “ຖ້າຢ່າງນັ້ນໃຜຈະລອດພົ້ນໄດ້” 27 ພຣະເຢຊູທອດພຣະເນດເຂົາແລ້ວຊົງກ່າວວ່າ, “ຝ່າຍມະນຸດກໍເຫລືອກຳລັງທີ່ຈະເຮັດໄດ້ ແຕ່ບໍ່ເຫລືອກຳລັງຂອງພຣະເຈົ້າ ເພາະຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ” 28 ຝ່າຍເປໂຕຈຶ່ງຕັ້ງຕົ້ນທູນພຣະອົງວ່າ, “ເບິ່ງແມ໋, ຂ້ານ້ອຍທັງຫລາຍໄດ້ສລະຫມົດທຸກສິ່ງແລ້ວ ແລະໄດ້ຕາມທ່ານມາ” 29 ພຣະເຢຊູຊົງຕອບວ່າ, “ເຮົາບອກທ່ານທັງຫລາຍຕາມຈິງວ່າ ຖ້າຜູ້ໃດໄດ້ສລະເຮືອນ ຫລືອ້າຍເອື້ອຍນ້ອງ ຫລືພໍ່ແມ່ ຫລືລູກ ຫລືໄຮ່ນາ ເພາະເຫັນແກ່ເຮົາແລະເຫັນແກ່ຂ່າວປະເສີດ 30 ໃນໂລກນີ້ຜູ້ນັ້ນຈະໄດ້ຮັບຕອບແທນຮ້ອຍທໍ່ ຄືເຮືອນ ອ້າຍເອື້ອຍນ້ອງ ພໍ່ແມ່ ລູກແລະໄຮ່ນາ ທັງຈະຖືກການຂົ່ມເຫັງດ້ວຍ ແລະໃນໂລກຫນ້າຈະໄດ້ຊີວິດອັນຕລອດໄປເປັນນິດ 31 ແຕ່ມີຫລາຍຄົນທີ່ເປັນຜູ້ຕົ້ນຈະກັບເປັນປາຍ ແລະຜູ້ທີ່ເປັນປາຍຈະກັບເປັນຕົ້ນ
ພຣະເຢຊູຊົງກ່າວລ່ວງຫນ້າເປັນຄັ້ງທີ່ສາມວ່າຈະຖືກຂ້າ
32 ເມື່ອກຳລັງເດີນທາງຂຶ້ນເມືອກຸງເຢຣູຊາເລັມ ພຣະເຢຊູໄດ້ສະເດັດນຳຫນ້າເຂົາ ຝ່າຍພວກສາວົກກໍພາກັນຄຶດປລາດໃຈ ແລະພວກທີ່ເດີນມາຕາມຫລັງກໍມີຄວາມຢ້ານ ພຣະອົງຈຶ່ງຊົງເອີ້ນພວກສາວົກສິບສອງຄົນມາໃກ້ພຣະອົງອີກ ແລ້ວຊົງຕັ້ງຕົ້ນສະແດງເຫດການທີ່ຈຳເປັນຕ້ອງເກີດຂຶ້ນແກ່ພຣະອົງໃຫ້ເຂົາຊາບ, 33 ວ່າ, “ເບິ່ງແມ໋, ພວກເຮົາກຳລັງຂຶ້ນເມືອກຸງເຢຣູຊາເລັມ ເຂົາຈະມອບບຸດມະນຸດໄວ້ກັບພວກປະໂຣຫິດຕົນໃຫຍ່ແລະພວກນັກທັມ ພວກເຫລົ່ານີ້ຈະລົງໂທດປະຫານຊີວິດທ່ານ ແລະຈະມອບທ່ານໄວ້ກັບຄົນຕ່າງຊາດ 34 ຄົນຕ່າງຊາດນັ້ນຈະເຍາະເຍີ້ຍທ່ານ ຈະຖົ່ມນ້ຳລາຍໃສ່ທ່ານ ຈະຂ້ຽນຕີທ່ານ ແລະຈະຂ້າທ່ານເສັຽ ແລ້ວໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ເປັນຄືນມາໃຫມ່”
ຄຳທູນຂໍຂອງຢາໂກໂບແລະໂຢຣັນ
35 ຝ່າຍຢາໂກໂບກັບໂຢຮັນລູກຂອງເຊເບດາຍໄດ້ເຂົ້າມາທູນພຣະອົງວ່າ, “ອາຈານເອີຍ, ຂ້ານ້ອຍທັງສອງປາຖນາຈະຂໍໃຫ້ທ່ານໂຜດຕາມຄຳຂໍຂອງພວກຂ້ານ້ອຍ” 36 ພຣະອົງຊົງຖາມວ່າ, “ທ່ານທັງສອງປາຖນາໃຫ້ເຮົາເຮັດສິ່ງໃດໃຫ້” 37 ເຂົາຈຶ່ງທູນວ່າ, “ເມື່ອທ່ານຈະຢູ່ໃນສະງ່າຣາສີນັ້ນ ຂໍໂຜດໃຫ້ຂ້ານ້ອຍນັ່ງທີ່ເບື້ອງຂວາທ່ານຄົນນຶ່ງແລະເບື້ອງຊ້າຍຄົນນຶ່ງ” 38 ພຣະເຢຊູຊົງຕອບເຂົາວ່າ, “ທີ່ພວກທ່ານຂໍນັ້ນທ່ານບໍ່ເຂົ້າໃຈ ຈອກທີ່ເຮົາດື່ມນັ້ນ ທ່ານຈະດື່ມໄດ້ຫລື ແລະບັບຕິສະມາທີ່ເຮົາຮັບທ່ານກໍຮັບແທ້ 39 ແຕ່ທີ່ຈະນັ່ງເບື້ອງຂວາຫລືເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນຫນ້າທີ່ຂອງເຮົາຈະຈັດໃຫ້ ແຕ່ພຣະເຈົ້າໄດ້ຊົງຈັດໄວ້ສຳລັບຜູໃດກໍເປັນຂອງຜູ້ນັ້ນ” 40 ເມື່ອສາວົກສິບຄົນໄດ້ຍິນແລ້ວ ກໍຕັ້ງຕົ້ນເຄືອງໃຈເພາະຢາໂກໂບແລະໂຢຮັນ 41 ພຣະເຢຊູຊົງເອີ້ນເຂົາມາ ຈຶ່ງຊົງກ່າວວ່າ, “ 42 ທ່ານທັງຫລາຍຮູ້ຢູ່ວ່າ ຜູ້ທີ່ນັບວ່າເປັນຜູ້ປົກຄອງຄົນຕ່າງຊາດກໍບັງຄັບບັນຊາເຂົາ ແລະພວກຜູ້ໃຫຍ່ກໍໃຊ້ອຳນາດເຫນືອເຂົາແຕ່ໃນລະຫວ່າງພວກທ່ານບໍ່ເປັນຢ່າງນັ້ນ 43 ຖ້າຜູ້ໃດຢາກເກີດເປັນໃຫຍ່ໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຜູ້ຮັບໃຊ້ທ່ານທັງຫລາຍ 44 ແລະຖ້າຜູ້ໃດຢາກເປັນເອກເປັນຕົ້ນໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຂ້ອຍໃຊ້ຂອງທ່ານທັງຫມົດ 45 ເພາະບຸດມະນຸດນັ້ນບໍ່ໄດ້ມາໃຫ້ຄົນອື່ນປະຕິບັດຕົນ ແຕ່ມາເພື່ອປະຕິບັດເຂົາ ແລະປະທານຊີວິດຂອງຕົນໃຫ້ເປັນຄ່າໄຖ່ຄົນຈຳນວນຫລາຍ
ພຣະເຢຊູຊົງໂຜດຄົນຕາບອດ
46 ຝ່າຍພຣະເຢຊູກໍສະເດັດມາຍັງເມືອງເຢຣີໂກພ້ອມດ້ວຍພວກສາວົກ ເມື່ອພຣະອົງກຳລັງສະເດັດອອກຈາກເມືອງເຢຣີໂກ ພ້ອມກັບພວກສາວົກແລະປະຊາຊົນຈຳນວນຫລາຍ ມີຄົນຕາບອດຄົນນຶ່ງຊື່ບາຣະຕີມາຍ ຊຶ່ງເປັນລູກຂອງຕີມາຍນັ່ງຂໍທານຢູ່ແຄມທາງ 47 ເມື່ອຄົນນັ້ນໄດ້ຍິນວ່າແມ່ນພຣະເຢຊູໄທນາຊາເຣັດສະເດັດມາ ກໍຕັ້ງຕົ້ນຮ້ອງຂຶ້ນວ່າ, “ທ່ານເຢຊູບຸດດາວິດເອີຍ, ຂໍຈົ່ງເມດຕາຂ້ານ້ອຍແດ່ທ້ອນ” 48 ມີຫລາຍຄົນໄດ້ຫ້າມໃຫ້ມິດຢູ່ ແຕ່ຜູ້ນັ້ນແຮ່ງຮ້ອງດັງຂຶ້ນວ່າ, “ບຸດດາວິດເອີຍ, ຂໍຈົ່ງເມດຕາຂ້ານ້ອຍແດ່ທ້ອນ” 49 ພຣະເຢຊູໄດ້ຊົງຢຸດຢືນຢູ່ ແລ້ວຊົງສັ່ງວ່າ, “ຈົ່ງເອີ້ນຄົນນັ້ນມາ” ເຂົາຈຶ່ງເອີ້ນຄົນຕາບອດນັ້ນວ່າ, “ຈົ່ງຊຶ່ນໃຈແລະລຸກຂຶ້ນເທາະ ທ່ານກຳລັງເອີ້ນເຈົ້າ” 50 ຄົນຕາບອດນັ້ນກໍຖິ້ມຜ້າຫົ່ມເສັຽ ແລ້ວຮີບລຸກຂຶ້ນມາຫາພຣະເຢຊູ 51 ພຣະເຢຊູຊົງຖາມຜູ້ນັ້ນວ່າ, “ເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ເຈົ້າ” ຄົນຕາບອດນັ້ນໄດ້ທູນພຣະອົງວ່າ, “ພຣະອາຈານເອີຍ, ຂໍໂຜດໃຫ້ຂ້ານ້ອຍເຫັນຮຸ່ງແດ່ທ້ອນ” 52 ພຣະເຢຊູຊົງບອກຜູ້ນັ້ນວ່າ, “ຈົ່ງໄປເສັຽ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ” ໃນທັນໃດນັ້ນຄົນຕາບອດກໍເຫັນຮຸ່ງແລະໄດ້ເດີນທາງຕາມພຣະອົງໄປ
ການສະເດັດເຂົ້າກຸງຢ່າງມີຊັຍ
1 ເມື່ອພຣະອົງສະເດັດພ້ອມດ້ວຍພວກສາວົກມາໃຫ້ກຸງເຢຣູຊາເລັມ ເຖິງບ້ານເບັດຟາເຄ ແລະບ້ານເບັດທາເນັຽທີ່ພູຫມາກກອກເທດ ພຣະອົງໄດ້ຊົງໃຊ້ສາວົກສອງຄົນໄປ 2 ໂດຍຊົງສັ່ງເຂົາວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ຫນ້າພວກທ່ານນັ້ນ ຄັນເຂົ້າໄປແລ້ວ ໃນທັນໃດນັ້ນຈະພົບລໍໂຕນຶ່ງຜູກຢູ່ ທີ່ຍັງບໍ່ມີໃຜຂຶ້ນຂີ່ຈັກເທື່ອ ຈົ່ງແກ້ມັນຈູງມັນມາທີ່ນີ້ 3 ຖ້າມີໃຜຖາມວ່າ “ເປັນຫຍັງຈຶ່ງເຮັດດັ່ງນັ້ນ” ຈົ່ງຕອບວ່າ “ນາຍຕ້ອງການ ແລະບຶດດຽວຈະສົ່ງມັນກັບຄືນມາໃຫ້ທີ່ນີ້” 4 ແລ້ວສາວົກສອງຄົນນັ້ນກໍໄປ ແລະໄດ້ພົບລໍນ້ອຍໂຕນຶ່ງຜູກຢູ່ນອກປະຕູໃນຖນົນ ເຂົາຈຶ່ງແກ້ມັນ 5 ຜູ້ລາງຄົນທີ່ຢືນຢູ່ຫັ້ນໄດ້ຖາມເຂົາວ່າ, “ພວກທ່ານແກ້ລໍນ້ອຍເຮັດຫຍັງ?” 6 ສາວົກສອງຄົນນັ້ນກໍຕອບຕາມທີ່ພຣະເຢຊູຊົງສັ່ງເຂົາ ແລ້ວຄົນເຫລົ່ານັ້ນກໍຍອມໃຫ້ເຂົາໄປ 7 ສາວົກຈຶ່ງຈູງລໍນັ້ນມາໃຫ້ພຣະເຢຊູ ເຂົາໄດ້ເອົາເສື້ອຜ້າຂອງຕົນປູຫລັງມັນ ແລ້ວພຣະອົງໄດ້ຊົງຂຶ້ນປະທັບ 8 ມີຫລາຍຄົນໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງ ແລະມີລາງຄົນໄດ້ຕັດຟົດໄມ້ມາປູ 9 ຝ່າຍຄົນທີ່ຍ່າງໄປກ່ອນກັບຜູ້ທີ່ມາຕາມຫລັງໄດ້ໂຮ່ຣ້ອງວ່າ, “ໂຮຊັນນາ ຂໍໃຫ້ທ່ານຜູ້ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າຈົ່ງຊົງພຣະຈະເຣີນ 10 ຄວາມສຸກສວັດດີຈົ່ງມີແກ່ຣາຊອານາຈັກຂອງດາວິດບັນພະບຸຣຸດຂອງພວກເຮົາທີ່ຈະມາ ໂຮຊັນນາໃນທີ່ສູງສຸດ” 11 ພຣະເຢຊູໄດ້ສະເດັດເຂົ້າກຸງເຢຣູຊາເລັມ ແລະເຂົ້າໄປໃນບໍຣິເວນພຣະວິຫານ ເມື່ອຊົງທອດພຣະເນດສິ່ງທັງປວງທົ່ວແລ້ວ ເວລາກໍໃກ້ຄ່ຳ ພຣະອົງຈຶ່ງສະເດັດອອກໄປຍັງບ້ານເບັດທາເນັຽກັບພວກສາວົກສິບສອງຄົນນັ້ນ
ຊົງປ້ອຍຕົ້ນເດື່ອເທດ
12 ໃນວັນຕໍ່ໄປ ເມື່ອພຣະອົງສະເດັດຈາກບ້ານເບັດທາເນັຽພ້ອມກັບພວກສາວົກກໍຊົງຫິວອາຫານ 13 ພໍພຣະເນດເຫັນຕົ້ນເດື່ອເທດຕົ້ນນຶ່ງມີໃປຢູ່ແຕ່ໄກ ພຣະອົງກໍສະເດັດເຂົ້າໄປເບິ່ງວ່າຈະມີຫມາກຫລືບໍ ຄັນມາເຖິງແລ້ວ ບໍ່ເຫັນມີຫມາກມີແຕ່ໃບ ເພາະວ່າຍັງບໍ່ເຖິງຣະດູຫມາກ 14 ພຣະອົງຈຶ່ງຊົງເວົ້າໃສ່ຕົ້ນໄມ້ນັ້ນວ່າ, “ຕັ້ງແຕ່ນີ້ຕໍ່ໄປຢ່າໃຫ້ມີຜູ້ໃດໄດ້ກິນຫມາກຈາກມຶງຈັກເທື່ອ” ພວກສາວົກກໍໄດ້ຍິນຄຳຊຶ່ງພຣະອົງຊົງກ່າວນັ້ນ
ຊົງຊຳຮະພຣະວິຫານ
15 ເມື່ອມາເຖິງກຸງເຢຣູຊາເລັມແລ້ວ ພຣະອົງໄດ້ສະເດັດໄປໃນບໍຣິເວນພຣະວິຫານ ຊົງຕັ້ງຕົ້ນຂັບໄລ່ບັນດາຜູ້ຊື້ຂາຍໃນບໍຣິເວນພຣະວິຫານນັ້ນ ພຣະອົງຊົງຂວ້ຳໂຕະຂອງຜູ້ແລກເງິນກັບບ່ອນນັ່ງຂອງຜູ້ຂາຍນົກເຂົາເສັຽ 16 ແລະຊົງຫ້າມບໍ່ໃຫ້ຜູ້ໃດຂົນສິ່ງໃດຜ່ານບໍຣິເວນພຣະວິຫານ 17 ພຣະອົງຊົງບອກສອນເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄັມພີບໍ່ແມ່ນຫລືວ່າ “ວິຫານຂອງເຮົາຈະເອີ້ນວ່າ ເປັນສະຖານທີ່ໄຫວ້ວອນຂອງຄົນທຸກຊາດ” ແຕ່ຝ່າຍພວກເຈົ້າໄດ້ເຮັດໃຫ້ເປັນ “ຖ້ຳຂອງໂຈນ” 18 ເມື່ອປະໂຣຫິດຕົນໃຫຍ່ແລະພວກນັກທັມໄດ້ຍິນດັ່ງນັ້ນ ກໍພາກັນພຍາຍາມຈະຂ້າພຣະອົງເສັຽ ເພາະເຂົາຢ້ານພຣະອົງ ເຫດວ່າປະຊາຊົນທັງຫມົດປລາດໃຈດ້ວຍຄຳສັ່ງສອນຂອງພຣະອົງ 19 ເມື່ອໃກ້ຈະເຖິງຍາມຄ່ຳພຣະອົງກໍສະເດັດອອກຈາກກຸງ
ຄຳສອນຈາກຕົ້ນເດື່ອທີ່ຫ່ຽວແຫ້ງໄປ
20 ໃນເວລາເຊົ້າ ເມື່ອພຣະອົງສະເດັດຜ່ານທີ່ນັ້ນໄປພ້ອມກັບພວກສາວົກ ເຂົາໄດ້ເຫັນຕົ້ນເດື່ອເທດນັ້ນຫ່ຽວແຫ້ງໄປຈົນເຖິງຮາກ 21 ຝ່າຍເປໂຕກໍໄດ້ຈື່ຈຳເຫດການຈຶ່ງທູນພຣະອົງວ່າ, “ພຣະອາຈານເອີຍ, ເບິ່ງແມ໋, ຕົ້ນເດື່ອເທດທີ່ທ່ານໄດ້ປ້ອຍນັ້ນກໍຫ່ຽວແຫ້ງໄປແລ້ວ” 22 ພຣະເຢຊູຊົງກ່າວແກ່ເຂົາວ່າ, “ຕ້ອງມີຄວາມເຊື່ອໃນພຣະເຈົ້າ 23 ເຮົາບອກພວກທ່ານຕາມຈິງວ່າ ຖ້າຜູ້ໃດຈະສັ່ງພູນີ້ວ່າ “ຈົ່ງຍ້າຍໄປຕົກລົງນ້ຳທະເລເສັຽ” ແລະບໍ່ໄດ້ສົງໄສໃນໃຈ ແຕ່ເຊື່ອວ່າຈະເປັນໄປຕາມຄຳສັ່ງນັ້ນແລ້ວກໍຈະເປັນໄປຕາມນັ້ນ 24 ເຫດສັນນັ້ນເຮົາບອກທ່ານທັງຫລາຍວ່າ ສິ່ງໃດທີ່ພວກທ່ານອ້ອນວອນທູນຂໍນັ້ນ ຈົ່ງເຊື່ອວ່າໄດ້ຮັບແລ້ວແລະກໍຄົງຈະເປັນແກ່ທ່ານ 25 ເມື່ອທ່ານຢືນອ້ອນວອນຢູ່ ຖ້າມີເຫດກັບຜູ້ນຶ່ງຜູ້ໃດ ຈົ່ງນຶກອະພັຍໂທດໃຫ້ຜູ້ນັ້ນເສັຽ ເພື່ອພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນ ຈະຊົງຍົກຄວາມຜິດຂອງທ່ານດ້ວຍ 26 (ແຕ່ຖ້າທານບໍ່ຍົກໂທດນັ້ນ ພຣະບິດາຂອງທ່ານຜູ້ຊົງສະຖິດຢູ່ໃນສວັນກໍຈະບໍ່ຍົກຄວາມຜິດຂອງທ່ານເຫມືອນກັນ)”
ບັນຫາເຣື່ອງສິດອຳນາດຂອງພຣະເຢຊູ
27 ພຣະອົງໄດ້ສະເດັດກັບເຂົ້າກຸງເຢຣູຊາເລັມອີກພ້ອມດ້ວຍພວກສາວົກ ເມື່ອພຣະອົງກຳລັງຈະສະເດັດໄປມາໃນບໍຣິເວນພຣະວິຫານ ມີພວກປະໂຣຫິດຕົນໃຫຍ່ ພວກນັກທັມ ແລະພວກເຖົ້າແກ່ເຂົ້າມາຫາພຣະອົງ 28 ທູນຖາມວ່າ, “ເຈົ້າມີສິດອັນໃດເຣັດການເຫລົ່ານີ້ ໃຜໃຫ້ສິດນີ້ແກ່ເຈົ້າ” 29 ພຣະເຢຊູຈຶ່ງຊົງຕອບເຂົາວ່າ, “ເຮົາຈະຖາມພວກທ່ານຈັກຂໍ້ນຶ່ງ ຈົ່ງຕອບເຮົາ ແລ້ວເຮົາຈະບອກພວກທ່ານວ່າ ເຮົາເຮັດການນີ້ດ້ວຍສິດອັນໃດ 30 ຄືບັບຕິສະມາຂອງໂຢຮັນນັ້ນມາຈາກສວັນ ຫລືມາຈາກມະນຸດ” 31 ເຂົາຈຶ່ງປຶກສາກັນວ່າ, “ຖ້າເຮົາຈະວ່າ ‘ມາຈາກສວັນ’ ມັນຄົງຈະຖາມເຮົາວ່າ ‘ດ້ວຍເຫດໃດຈຶ່ງບໍ່ເຊື່ອໂຢຮັນນັ້ນ’ 32 ແຕ່ຖ້າເຮົາຈະວ່າ ‘ມາຈາກມະນຸດ’” ເຂົາກໍຢ້ານປະຊາຊົນ ເພາະຄົນທັງປວງຖືວ່າໂຢຮັນເປັນຜູ້ປະກາດພຣະທັມແທ້ໆ 33 ເຂົາຈຶ່ງທູນຕອບພຣະເຢຊູວ່າ, “ພວກເຮົາບໍ່ຮູ້” ແລ້ວພຣະເຢຊູຊົງກ່າວແກ່ເຂົາວ່າ, “ຝ່າຍເຮົາຈະບໍ່ບອກທ່ານທັງຫລາຍເຫມືອນກັນວ່າ ເຮົາເຮັດການເຫລົ່ານີ້ດ້ວຍສິດອັນໃດ”
ຄຳອຸປມາເຣື່ອງສວນອະງຸ່ນແລະຄົນເຊົ່າ
1 ພຣະອົງຈຶ່ງຕັ້ງຕົ້ນຊົງກ່າວແກ່ເຂົາເປັນຄໍາອຸປມາວ່າ, “ມີຊາຍຄົນນຶ່ງໄດ້ເຮັດສວນອະງຸ່ນແລ້ວລ້ອມຮົ້ວໄວ້ ໄດ້ສະກັດອ່າງຢຽບເອົານ້ຳອະງຸ່ນນ ແລະສ້າງຫໍເຝົ້າໃຫ້ຊາວສວນເຊົ່າ ແລ້ວຕົນກໍອອກໄປຕ່າງປະເທດ 2 ຄັນເຖິງຣະດູຫມາກອະງຸ່ນທ່ານຈຶ່ງໃຫ້ຂ້ອຍໃຊ້ຄົນນຶ່ງມາຫາພວກເຊົ່າສວນນັ້ນ ເພື່ອຈະໄດ້ຮັບຜົນຈາກສວນຂອງຕົນ 3 ແຕ່ຝ່າຍຄົນເຫລົ່ານັ້ນໄດ້ຈັບຂ້ອຍໃຊ້ຄົນນັ້ນຂ້ຽນຕີ ແລ້ວໄລ່ໃຫ້ກັບໄປມືເປົ່າ 4 ອີກເທື່ອນຶ່ງເຈົ້າຂອງສວນໄດ້ໃຫ້ຂ້ອຍອີກຄົນນຶ່ງມາຫາຄົນເຊົ່າສວນ ຄົນເຊົ່າສວນນັ້ນກໍທຸບຕີຂ້ອຍໃຊ້ນັ້ນຈົນຫົວແຕກ ແລຍັງເຮັດໃຫ້ມັນໄດ້ຖືກອັບອາຍຂາຍຫນ້າອີກ 5 ແລ້ວເຈົ້າຂອງສວນຍັງໄດ້ໃຫ້ຂ້ອຍໃຊ້ມາອີກຄົນນຶ່ງ ເຂົາກໍຂ້າຂ້ອຍໃຊ້ນັ້ນເສັຽ ແລ້ວທ່ານຍັງໃຫ້ຂ້ອຍໃຊ້ມາອີກຫລາຍຄົນ ບາງຄົນເຂົາກໍຂ້ຽນຕີ ບາງຄົນເຂົາກໍຂ້າເສັຽ 6 ເຈົ້າຂອງສວນຍັງມີອີກຜູ້ນຶ່ງ ຄືລູກຊາຍທີ່ຕົນຮັກ ທ່ານຈຶ່ງໃຫ້ລູກຄົນນັ້ນມາເປັນເທື່ອສຸດທ້າຍ ໂດຍທ່ານນຶກວ່າ ເຂົາຄົງຈະນັບຖືລູກຂອງກູ” 7 ແຕ່ຄົນເຊົ່າສວນເວົ້າກັນວ່າ “ຄົນນີ້ແຫລະ, ເປັນເຈົ້າມໍຣະດົກ ພວກເຮົາຈົ່ງຂ້າມັນເສັຽ ແລ້ວມໍຣະດົກນັ້ນຈະຕົກເປັນຂອງເຮົາ” 8 ເຂົາຈຶ່ງພາກັນຈັບລູກນັ້ນຂ້າເສັຽແລ້ວເອົາສົບຖິ້ມນອກສວນ 9 ເຈົ້າຂອງສວນຈະເຮັດແນວໃດ ທ່ານກໍຈະມາຂ້າຄົນເຊົ່າສວນເຫລົ່ານັ້ນເສັຽ ແລ້ວຈະເອົາສວນອະງຸ່ນນັ້ນໃຫ້ຜູ້ອື່ນເຊົ່າ 10 ພວກທ່ານບໍ່ໄດ້ອ່ານພຣະຄຳຕອນນີ້ຫລືທີ່ວ່າ, “ຫີນທີ່ນາຍຊ່າງໄດ້ຖອດຖິ້ມເສັຽ ຫີນນັ້ນແຫລະ, ໄດ້ກາຍເປັນຫີນເສົາເອກແລ້ວ 11 ການນີ້ເປັນມາຈາກອົງພຣະຜູ້ເປັນເຈົ້າ ເປັນການອັນອັດສະຈັນໃຈຕໍ່ຕາຂອງເຮົາ” 12 ຝ່າຍເຂົາຈຶ່ງພຍາຍາມຈະຈັບພຣະອົງ ແຕ່ວ່າເຂົາຢ້ານປະຊາຊົນ ດ້ວຍເຂົາຮູ້ຢູ່ວ່າພຣະອົງໄດ້ຊົງກ່າວຄຳອຸປມານີ້ຕໍ່ສູ້ເຂົາເອງ ແລ້ວເຂົາກໍພາກັນຫນີຈາກພຣະອົງເສັຽ
ການເສັຽສ່ວຍໃຫ້ແກ່ກາຍຊາ
13 ເຂົາຈຶ່ງໃຊ້ບາງຄົນໃນພວກຟາຣີຊາຍແລະພວກເຮໂຣດໄປຫາພຣະອົງ ເພື່ອຄອຍຈັບຄວາມຜິດໃນຖ້ອຍຄຳຂອງພຣະອົງ 14 ເມື່ອເຂົາມາເຖິງແລ້ວກໍທູນຖາມພຣະອົງວ່າ, “ອາຈານເອີຍ, ພວກຂ້າພະເຈົ້າຊາບຢູ່ວ່າ ທ່ານເປັນຜູ້ສັດຊື່ແລະບໍ່ໄດ້ເອົາໃຈຜູ້ໃດ ເພາະທ່ານບໍ່ເຫັນແກ່ຫນ້າຜູ້ໃດ ແຕ່ສັ່ງສອນໃນທາງຂອງພຣະເຈົ້າຢ່າງສັດຊື່ ການທີ່ເສັຽສ່ວຍໃຫ້ແກ່ກາຍຊານັ້ນສົມຄວນຫລືບໍ່ ພວກຂ້າພະເຈົ້າຄວນເສັຽຫລືບໍ່ເສັຽ” 15 ຝ່າຍພຣະອົງຊົງຊາບກົນອຸບາຍຂອງເຂົາຈຶ່ງຊົງກ່າວວ່າ, “ພວກເຈົ້າມາທົດລອງເຮົາເຮັດຫຍັງ ຈົ່ງເອົາເງິນເດນາຣິອົນຫລຽນນຶ່ງມາໃຫ້ເຮົາເບິ່ງດູ” 16 ເຂົາກໍເອົາມາໃຫ້ ພຣະອົງຈຶ່ງຊົງຖາມເຂົາວ່າ, “ຮູບແລະຄຳຈາຣຶກນີ້ແມ່ນຂອງໃຜ” ເຂົາທູນຕອບວ່າ, “ເປັນຂອງກາຍຊາ” 17 ພຣະເຢຊູຈຶ່ງຊົງກ່າວແກ່ເຂົາວ່າ, “ສິ່ງທີ່ເປັນຂອງກາຍຊາ ຈຶ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປນັຂອງພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ” ຝ່າຍເຂົາກໍງຶດປລາດໃຈໃນພຣະອົງເຕັມທີ
ບັນຫາເຣື່ອງການຄືນມາຈາກຕາຍ
18 ວັນນຶ່ງມີພວກຊາດູກາຍມາຫາພຣະອົງ ພວກນີ້ເຄີຍເວົ້າວ່າການຄືນມາຈາກຕາຍນັ້ນບໍ່ມີ ເຂົາທູນຖາມພຣະອົງວ່າ, 19 “ອາຈານເອີຍ, ໂມເຊໄດ້ຂຽນສັ່ງພວກເຮົາໄວ້ວ່າ “ຖ້າອ້າຍຂອງຄົນໃດຕາຍແລະພັຣຍາຍັງຢູ່ແຕ່ບໍ່ມີລູກ ກໍໃຫ້ນ້ອງຊາຍຮັບເອື້ອຍໃພ້ເປັນພັຣຍາໄວ້ ເພື່ອສືບເຊື້ອສາຍອ້າຍຂອງຕົນ” 20 ຍັງມີເຈັດຊາຍອ້າຍນ້ອງນຳກັນ ອ້າຍກົກເອົາເມັຽແລ້ວໄດ້ຕາຍໄປເມື່ອຍັງບໍ່ມີລູກ 21 ນ້ອງຜູ້ຖ້ວນນຶ່ງກໍຮັບເອົາຍິງນັ້ນເປັນເມັຽກໍຕາຍຍັງບໍ່ມີລູກ ແລະນ້ອງຜູ້ຖ້ວນສອງກໍຮັບເອົາເຫມືອນກັນແຕ່ກໍຕາຍບໍ່ມີລູກ 22 ອ້າຍນ້ອງທັງເຈັດຄົນນີ້ກໍໄດ້ເອົາຍິງນັ້ນເປັນເມັຽແລະບໍ່ມີລູກ ທີ່ສຸດຜູ້ຍິງນັ້ນກໍຕາຍເຫມືອນກັນ 23 ສັນນັ້ນໃນວັນຄືນມາຈາກຕາຍ (ເມື່ອຄົນທັງປວງຈະຖືກຊົງບັນດານໃຫ້ເປັນຄືນມາ) ຍິງນັ້ນຈະເປັນເມັຽຂອງຜູ້ໃດ ດ້ວຍວ່ານາງໄດ້ເປັນເມັຽຂອງຊາຍທັງເຈັດຄົນແລ້ວ” 24 ພຣະເຢຊູຊົງຕອບເຂົາວ່າ, “ເພາະຂໍ້ນີ້ແຫລະ, ພວກທ່ານຫລົງຜິດແລ້ວ ບໍ່ແມ່ນຫລື ຄືພວກທ່ານບໍ່ຮູ້ຈັກພຣະຄັມພີແລະຣິດເດດຂອງພຣະເຈົ້າ 25 ເພາະເມື່ອມະນຸດຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍນັ້ນ ຈະບໍ່ມີການແຕ່ງງານຫລືຍົກໃຫ້ເປັນຜົວເມັຽກັນອີກ ແຕ່ເຂົາຈະເປັນເຫມືອນເທວະດາໃນສວັນ 26 ແຕ່ເຣື່ອງຄົນທີ່ຕາຍແລ້ວ ທີ່ເຂົາຈະຖືກຊົງບັນດານໃຫ້ເປັນຄືນມາອີກນັ້ນ ພວກທ່ານບໍ່ດ້ອ່ານໃນຄັມພີຂອງໂມເຊຈັກເທື່ອຫລື ຕອນເຣື່ອງພຸ່ມໄມ້ນັ້ນຊຶ່ງພຣະເຈົ້າຊົງກ່າວແກ່ໂມເຊວ່າ “ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ” 27 ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ ພວກທ່ານຫລົງຜິດໄປຫລາຍ
ພຣະບັນຍັດຂໍ້ໃຫຍ່
28 ມີນັກທັມຄົນນຶ່ງເມື່ອເຂົ້າມາເຖິງໄດ້ຍິນເຂົາໄຕ່ຖາມກັນຢູ່ ແລະທັງເຫັນວ່າພຣະອົງຊົງຕອບເຂົາໄດ້ດີ ຈຶ່ງທູນຖາມພຣະອົງວ່າ, “ພຣະບັນຍັດຂໍ້ໃດເປັນເອກເປັນໃຫຍ່ກວ່າຂໍ້ບັນຍັດທັງປວງ” 29 ພຣະເຢຊູຊົງຕອບວ່າ, “ພຣະບັນຍັດຂໍ້ເອກນັ້ນຄືດັ່ງນີ້ “ຊາວອິສຣາເອນເອີຍ, ຈົ່ງຟັງເທີນ ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍຊົງເປັນພຣະເຈົ້າອົງດຽວ 30 ແລະພວກເຈົ້າຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດຄວາມຄຶດ ແລະດ້ວຍສຸດກຳລັງຂອງເຈົ້າ” 31 ພຣະບັນຍັດຂໍ້ທີ່ສອງນັ້ນຄື “ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” ພຣະບັນຍັດຂໍ້ອື່ນທີ່ໃຫຍ່ກວ່າພຣະບັນຍັດສອງຂໍ້ນີ້ບໍ່ມີ” 32 ຝ່າຍນັກທັມຄົນນັ້ນທູນວ່າ, “ດີແລ້ວ, ອາຈານເອີຍ ທ່ານກ່າວຖືກແລ້ວວ່າພຣະອົງນັ້ນແມ່ນພຣະເຈົ້າອົງດຽວ ແລະນອກຈາກພຣະອົງນັ້ນບໍມີພຣະເຈົ້າອົງອື່ນ 33 ແລະທີ່ຈະຮັກພຣະອົງດ້ວຍສຸດໃຈ ດ້ວຍສຸດຄວາມເຂົ້າໃຈ ແລະດ້ວຍສຸດກຳລັງ ທັງຈະຣັກເພື່ອນບ້ານເຫມືອນຮັກຕົນເອງນັ້ນ ກໍປະເສີດກວ່າເຄື່ອງເຜົາບູຊາແລະຂອງຖວາຍທັງປວງ” 34 ເມື່ອພຣະເຢຊູຊົງເຫັນວ່າຜູ້ນັ້ນຕອບດ້ວຍຄວາມສລາດ ຈຶ່ງຊົງກ່າວແກ່ທ່ານວ່າ, “ທ່ານບໍ່ໄກຈາກແຜ່ນດິນຂອງພຣະເຈົ້າ” ຕັ້ງແຕ່ນັ້ນບໍ່ມີຜູ້ໃດກ້າຖາມພຣະອົງຕໍ່ໄປອີກ
ບັນຫາເຣື່ອງເຊື້ອສາຍຂອງດາວິດ
35 ເມື່ອພຣະເຢຊູຊົງສັ່ງສອນຢູ່ໃນບໍຣິເວນພຣະວິຫານໄດ້ຊົງຖາມວ່າ, “ທີ່ພວກນັກທັມເວົ້າວ່າ ພຣະຄຣິດຊົງເປັນເຊື້ອສາຍຂອງດາວິດນັ້ນເປັນໄດ້ຢ່າງໃດ 36 ດ້ວຍວ່າດາວິດເອງກ່າວໂດຍເດດພຣະວິນຍານບໍຣິສຸດວ່າ, “ພຣະຜູ້ເປັນເຈົ້າໄດ້ຊົງກ່າວແກ່ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງວ່າ “ຈົ່ງນັ່ງເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ” 37 ເມື່ອກະສັດດາວິດເອງຍັງເອີ້ນພຣະຄຣິດວ່າ “ອົງພຣະຜູ້ເປັນເຈົ້າ” ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ” ພຣະເຢຊູຊົງປະນາມພວກນັກທັມ 38 ຝ່າຍປະຊາຊົນຫລວງຫລາຍໄດ້ຟັງພຣະອົງດ້ວຍຄວາມຍິນດີ ເມື່ອພຣະອົງກຳລັງຊົງສັ່ງສອນຈຶ່ງກ່າວວ່າ, “ຈົ່ງລະວັງໃຫ້ດີຈາກພວກນັກທັມ ຜູ້ຊອບນຸ່ງເສື້ອຍາວຍ່າງໄປມາແລະຊອບໃຫ້ຄົນຄຳນັບໃນທີ່ປະຊຸມຊົນ 39 ທັງຊອບບ່ອນນັ່ງອັນມີກຽດໃນໂຮງທັມມະເທສນາແລະໃນການກິນລ້ຽງ 40 ເຂົາມັນກືນກິນຄອບຄົວແມ່ຫມ້າຍແລະແກ້ງໄຫວ້ວອນໃຫ້ຍືນຍາວ ຄົນເຫລົ່ານີ້ຈະຕ້ອງມີໂທດຫລາຍຂຶ້ນ” ເງິນຖວາຍຂອງຍິງຫມ້າຍ 41 ພຣະເຢຊູປະທັບຢູ່ຕໍ່ຫນ້າຕູ້ເກັບເງິນຖວາຍ ຈຶ່ງຊົງສັງເກດປະຊາຊົນທີ່ປ່ອນເງິນລົງໃນຕູ້ນັ້ນ ແລະຄົນຮັ່ງມີຫລາຍຄົນໄດ້ເອົາເງິນຈຳນວນຫລາຍມາປ່ອນລົງ 42 ມີແມ່ຫມ້າຍຄົນນຶ່ງເປັນຄົນຍາກຈົນ ໄດ້ເອົາຫລຽນທອງແດງສອງຫລຽນ ຄືນຶ່ງກັດຣານມາປ່ອນລົງເຫມືອນກັນ 43 ພຣະອົງຈຶ່ງຊົງເອີ້ນພວກສາວົກມາ ແລ້ວຊົງກ່າວແກ່ເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຈິງວ່າ ແມ່ຫມ້າຍຍາກຈົນຜູ້ນີ້ໄດ້ໃສ່ເງິນໃນຕູ້ຫລາຍກວ່າຄົນອື່ນທັງຫມົດທີ່ປ່ອນໃສ່ນັ້ນ 44 ເພາະວ່າຄົນທັງປວງນັ້ນໄດ້ເອົາຈາກເງິນເຫລືອໃຊ້ຂອງເຂົາມາປ່ອນລົງ ແຕ່ຍິງຄົນນີ້ຂັດສົນທີ່ສຸດ ຍັງໄດ້ເອົາເງິນທີ່ມີຢູ່ສຳລັບລ້ຽງຊີວິດຂອງຕົນມາໃສ່ຈົນຫມົດ
ພຣະເຢຊູຊົງກ່າວລ່ວງຫນ້າໄວ້ເຖິງການທຳລາຍພຣະວິຫານ
1 ເມື່ອພຣະເຢຊູກຳລັງສະເດັດອອກຈາກບໍຣິເວນພຣະວິຫານ ມີສາວົກຂອງພຣະອົງຜູ້ນຶ່ງທູນວ່າ, “ເບິ່ງດູ, ອາຈານເອີຍ, ກ້ອນຫີນແລະຕຶກເຫລົ່ານີ້ເກີນວ່າງົດງາມ” 2 ພຣະເຢຊູຊົງກ່າວແກ່ສາວົກຜູ້ນັ້ນວ່າ, “ທ່ານເຫັນຕຶກໃຫຍ່ເຫລົ່ານີ້ຫລືກ້ອນຫີນທີ່ຊ້ອນທັບກັນຢູ່ນີ້ຈະຖືກທຳລາຍລົງຈົນບໍ່ເຫລືອຈັກກ້ອນດຽວ” 3 ເມື່ອພຣະອົງປະທັບຢູ່ພູເຂົາຫມາກກອກເທດຕໍ່ຫນ້າພຣະວິຫານ ເປໂຕ ຢາໂກໂບ ໂຢຮັນ ແລະອັນເດອາ ມາທູນຖາມພຣະອົງຕ່າງຫາກວ່າ, 4 “ຂໍໂຜດໃຫ້ພວກຂ້ານ້ອຍຊາບແດ່ວ່າ ເຫດການເຫລົ່ານີ້ຈະບັງເກີດຂຶ້ນເມື່ອໃດ ແລະສິ່ງໃດຈະເປັນຫມາຍສຳຄັນວ່າ ການທັງປວງນີ້ໃກ້ຈະສຳເຣັດແລ້ວ” 5 ພຣະເຢຊູຊົງຕອບເຂົາວ່າ, “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ 6 ດ້ວຍວ່າຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ “ເຮົານີ້ແຫລະ, ເປັນຜູ້ນັ້ນ” ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ 7 ເມື່ອທ່ານທັງຫລາຍໄດ້ຍິນເຣື່ອງການເສິກແລະຂ່າວເລົ່າລືເຣື່ອງການເສິກສົງຄາມນັ້ນ ຢ່າຕົກໃຈ ດ້ວຍວ່າເຫດການເຫລົ່ານີ້ຈຳເປັນຕ້ອງເກີດຂຶ້ນ ແຕ່ວັນສຸດທ້າຍຍັງບໍ່ມາເຖິງ 8 ດ້ວຍວ່າປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກ ຈະສູ້ຮົບກັນ ທັງຈະເກີດແຜ່ນດິນໄຫວໃນບ່ອນຕ່າງໆແລະຈະເກີດຄວາມອຶດຢາກ ເຫດການເຫລົ່ານີ້ເປັນເຫມືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກ
ຂັ້ນຕົ້ນຂອງຄວາມທຸກລຳບາກ
9 “ແຕ່ຈົ່ງລະວັງໃຫ້ດີ ເພາະເຂົາຈະຈັບຕົວພວກທ່ານຂຶ້ນສານ ແລະຈະຂ້ຽນພວກທ່ານໃນໂຮງທັມມະເທສນາ ທັງຈະເອົາພວກທ່ານໄປຢືນຢູ່ຕໍ່ຫນ້າຜູ້ປົກຄອງແລະກະສັດເພາະເຫັນແກ່ເຮົາ ເພື່ອຈະໄດ້ເປັນພຍານແກ່ເຂົາ 10 ຂ່າວປະເສີດຈະຕ້ອງປະກາດທົ່ວປະຊາຊາດທັງປວງກ່ອນ 11 ແຕ່ເມື່ອເຂົາມອບທ່ານໄວ້ນັ້ນ ຢ່າເປັນທຸກຮ້ອນໃຈກ່ອນວ່າຈະເວົ້າຢ່າງໃດ ແຕ່ຈົ່ງເວົ້າຕາມທີ່ພຣະເຈົ້າຊົງໂຜດໃຫ້ທ່ານເວົ້າ ເພາະວ່າບໍ່ແມ່ນທ່ານເປັນຜູ້ເວົ້າ ແຕ່ແມ່ນພຣະວິນຍານບໍຣິສຸດຊົງເປັນຜູ້ເວົ້າ 12 ອ້າຍກັບນ້ອງຕ່າງຄົນກໍຈະມອບກັນໄວ້ ພໍ່ຈະມອບລູກ ແລະລູກຈະລຸກຂຶ້ນຕໍ່ສູ້ພໍ່ແມ່ເຖິງແກ່ຄວາມຕາຍ 13 ຄົນທັງປວງຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ ແຕ່ຜູ້ໃດອົດທົນເຖິງທີ່ສຸດ ຜູ້ນັ້ນແຫລະ, ຈະໄດ້ລອດພົ້ນ
ຄວາມທຸກລຳບາກອັນໃຫຍ່
14 “ແຕ່ເມື່ອໃດທ່ານທັງຫລາຍເຫັນສິ່ງທີ່ຫນ້າກຽດຊັງ ຕັ້ງຢູ່ໃນບ່ອນບໍ່ສົມຄວນຈະຕັ້ງ (ໃຫ້ຜູ້ອ່ານເຂົ້າໃຈເອົາ) ເມື່ອນັ້ນໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍປົບຫນີໄປຍັງພູ 15 ຜູ້ທີ່ເທິງຫລັງຄາເຮືອນ ຢ່າລົງມາໃນເຮືອນຂອງຕົນເກັບເອົາສິ່ງໃດອອກໄປ 16 ສ່ວນຜູ້ທີ່ຢູ່ຕາມທົ່ງນາ ກໍຢ່າຕ່າວຄືນມາເອົາເສື້ອຜ້າຂອງຕົນ 17 ໃນວັນເຫລົ່ານັ້ນເປັນຫນ້າເວທະນາເຕັມທີ ຕໍ່ຜູ້ຍິງທີ່ມີທ້ອງແລະມີລູກອ່ອນກິນນົມຢູ່ 18 ຈົ່ງອ້ອນວອນຂໍເພື່ອເຫດການເຫລົ່ານີ້ຈະບໍ່ເກີດຂຶ້ນໃນຣະດູຫນາວ 19 ດ້ວຍວ່າໃນຄາວນັ້ນຈະມີຄວາມທຸກລຳບາກ ່ຢາງບໍ່ເຄີຍເກີດມາຕັ້ງແຕ່ພຣະເຈົ້າຊົງຕັ້ງຕົ້ນສ້າງໂລກຈົນເຖິງບັດນີ້ ແລະເມື່ອຫນ້າຈະບໍ່ມີອີກຕໍ່ໄປຈັກເທື່ອ 20 ແລະຖ້າອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງບັນດານໃຫ້ວັນເຫລົ່ານັ້ນສັ້ນເຂົ້າ ກໍຈະບໍ່ມີມະນຸດຄົນໃດລອດພົ້ນໄດ້ ແຕ່ເພາະຊົງເຫັນແກ່ພວກທີ່ພຣະອົງໄດ້ຊົງເລືອກໄວ້ແລ້ວນັ້ນ ພຣະອົງຈຶ່ງຊົງບັນດານໃຫ້ວັນເຫລົ່ານັ້ນສັ້ນເຂົ້າ 21 ໃນເວລານັ້ນຖ້າຜູ້ໃດມາບອກພວກທ່ານວ່າ “ເບິ່ງດູ, ອົງພຣະຄຣິດຢູ່ທີ່ນີ້” ຫລືວ່າ “ເບິ່ງດູ, ທ່ານຢູ່ທີ່ຫັ້ນ” ຢ່າຊູ່ເຊື່ອ 22 ດ້ວຍວ່າຈະມີພຣະຄຣິດທຽມແລະຫມໍທຳນວາຍຂີ້ໂລບຫລາຍຄົນເກີດຂຶ້ນ ສະແດງຫມາຍສຳຄັນແລະການອັດສະຈັນຕ່າງໆ ເພື່ອຖ້າເປັນໄດ້ຈະຫລອກລວງຜູ້ທີ່ພຣະເຈົ້າຊົງເລືອກໄວ້ໃຫ້ຫລົງ 23 ແຕ່ທ່ານທັງຫລາຍຈົ່ງລະວັງໃຫ້ດີ ເພາະເຮົາໄດ້ບອກທຸກສິ່ງໃຫ້ທ່ານຮູ້ໄວ້ກ່ອນແລ້ວ
ເມື່ອບຸດມະນຸດສະເດັດມາ
24 “ໃນວັນເຫລົ່ານັ້ນເມື່ອຄາວທຸກຍາກລຳບາກຜ່ານພົ້ນໄປແລ້ວ ດວງອາທິດຈະມືດໄປ ແລະດວງຈັນຈະບໍ່ສ່ອງແສງ 25 ດວງດາວທັງປວງຈະຕົກລົງຈາກຟ້າ ແລະບັນດາສິ່ງທີ່ມີອໍານາດໃນທ້ອງຟ້າຈະສະທ້ານຫວັ່ນໄຫວ” 26 ເມື່ອນັ້ນເຂົາຈະເຫັນ “ບຸດມະນຸດສະເດັດມາໃນເມກ” ດ້ວຍຣິດທານຸພາບອັນໃຫຍ່ແລະສະງ່າຣາສີອັນຮຸ່ງເຮືອງ 27 ເມື່ອນັ້ນພຣະອົງຈະຊົງໃຊ້ພວກເທວະດາໃຫ້ຮວບຮວມຄົນທັງປວງທີ່ພຣະອົງຊົງເລືອກໄດ້ແລ້ວຈາກທິດທັງສີ່ ຕັ້ງແຕ່ທີ່ສຸດປາຍແຜ່ນດິນຈົນເຖິງທີ່ສຸດຂອບຟ້າ
ບົດຮຽນຈາກຕົ້ນເດື່ອເທດ
28 “ຈົ່ງຮຽນຄຳອຸປມາຈາກຕົ້ນເດື່ອເທດ ເມື່ອກິ່ງມັນແຕກໃບອ່ອນອອກ ພວກທ່ານກໍຮູ້ວ່າຣະດູຮ້ອນໃກ້ຈະເຖິງແລ້ວ 29 ຢ່າງນັ້ນແຫລະ, ພວກທ່ານກໍເຫມືອນກັນ ເມື່ອເຫັນເຫດການເຫລົ່ານັ້ນກຳລັງເກີດຂຶ້ນ ຈຶ່ງຮູ້ວ່າພຣະອົງສະເດັດມາໃກ້ຈະເຖິງປະຕູແລ້ວ 30 ເຮົາບອກພວກທ່ານຕາມຈິງວ່າ ຄົນໃນສະໄຫມນີ້ຈະບໍ່ລ່ວງຫລັບໄປກ່ອນເຫດການທັງປວງນີ້ບັງເກີດຂຶ້ນ 31 ຟ້າແລະດິນຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ
ບໍ່ມີໃຜຮູ້ວັນແລະເວລານັ້ນ
32 “ແຕ່ເຣື່ອງວັນຫລືໂມງນັ້ນບໍ່ມີໃຜຮູ້ ແມ່ນເທວະດາໃນສວັນຫລືພຣະບຸດກໍບໍ່ຮູ້ ຮູ້ແຕ່ພຣະບິດາອົງດຽວ 33 ຈົ່ງເຝົ້າລະວັງຢູ່ ເພາະພວກທ່ານບໍ່ຮູ້ວ່າເວລາກຳນົດນັ້ນຈະມາເຖິງເມື່ອໃດ 34 ປຽບເຫມືອນຊາຍຄົນນຶ່ງທີ່ອອກຈາກເຮືອນເດີນທາງໄປ ໄດ້ມອບອຳນາດໃຫ້ຂ້ອຍທຸກຄົນໃຫ້ຮັບຮູ້ການງານຂອງໃຜລາວ ແລະສັ່ງຄົນຍາມໃຫ້ເຝົ້າປະຕູຢູ່ 35 ເຫດສັນນັ້ນທ່ານທັງຫລາຍຈົ່ງເຝົ້າລະວັງຢູ່ ເພາະພວກທ່ານບໍ່ຮູ້ວ່າເຈົ້າເຮືອນຈະມາຍາມໃດ ຈະມາຫົວຄ່ຳ ຫລືທ່ຽງຄືນ ຫລືເວລາໄກ່ຂັນ ຫລືຮຸ່ງເຊົ້າ 36 ຢ້ານວ່າຈະມາໃນທັນທີ ແລະພົບພວກທ່ານນອນຫລັບຢູ່ 37 ຊຶ່ງເຮົາບອກພວກທ່ານ ເຮົາກໍບອກຄົນທັງປວງເຫມືອນກັນ ຈົ່ງເຝົ້າລະວັງຢູ່”
ພວກຫົວຫນ້າປອງຮ້າຍພຣະເຢຊູ
1 ຍັງອີກສອງວັນຈະເຖິງເທສການປັສຄາແລະເທດສການກິນເຂົ້າຈີ່ບໍ່ມີເຊື້ອ ພວກປະໂຣຫິດຕົນໃຫຍ່ແລະພວກນັກທັມກໍຊອກຊ່ອງທາງຈະຈັບພຣະອົງ ດ້ວຍອຸບາຍຈຶ່ງຂ້າເສັຽ 2 ຄືເຂົາເວົ້າກັນວ່າ, “ຢ່າເຮັດການນັ້ນໃນລະຫວ່າງວັນເທສການ ຢ້ານວ່າພົລເມືອງຈະເກີດ ວຸ້ນວາຍ
ພຣະເຢຊູຊົງຮັບການຫົດສົງທີ່ເບັດທານີ
3 ໃນເວລາທີ່ພຣະອົງປະທັບຢູ່ບ້ານເບັດທານີ ໃນເຮືອນຂອງຊີໂມນຄົນຂີ້ທູດ ເມື່ອຊົງນັ່ງຮັບປະທານອາຫານຢູ່ ມີຍິງຄົນນຶ່ງຖືອອມຫີນຂາວເຕັມດ້ວຍນ້ຳມັນຫອມນາຣະດາແທ້ທີ່ມີຄ່າແພງຫລາຍ ເຂົ້າມາເຝົ້າພຣະອົງ ເມື່ອຫັກຄໍອອມແລ້ວຖອກນ້ຳມັນລົງໃສ່ພຣະສຽນຂອງພຣະອົງ 4 ແຕ່ມີບາງຄົນເຄືອງໃຈຈຶ່ງເວົ້າກັນວ່າ, “ເຫດໃດຈຶ່ງເຮັດໃຫ້ນ້ຳມັນນີ້ເສັຽລ້າໆ 5 ເພາະຖ້າຂາຍນ້ຳມັນນີ້ກໍຄົງໄດ້ເງິນກວ່າສາມຮ້ອຍເດນາຣິອົນ ແລ້ວຈະແຈກໃຫ້ຄົນຈົນກໍໄດ້” ແລະເຂົາຈຶ່ງຈົ່ມຕິຕຽນຍິງນັ້ນ 6 ຝ່າຍພຣະເຢຊູຊົງກ່າວແກ່ເຂົາວ່າ, “ຊ່າງເທາະ ກວນໃຈນາງເຮັດຫຍັງ ນາງໄດ້ເຮັດການດີແກ່ເຮົາແລ້ວ 7 ດ້ວຍວ່າຄົນຍາກຈົນມີຢູ່ກັບພວກທ່ານສເມີ ພວກທ່ານຢາກເຮັດການດີແກ່ເຂົາຍາມໃດກໍໄດ້ ແຕ່ຝ່າຍເຮົາບໍ່ຢູ່ກັບທ່ານສເມີໄປ 8 ຊຶ່ງຍິງຜູ້ນີ້ໄດ້ເຮັດກໍເປັນການສຸດຄວາມສາມາດຂອງນາງ ນາງມາຫົດສົງກາຍຂອງເຮົາກ່ອນ ເພື່ອການປົງສົບຂອງເຮົາ 9 ເຮົາບອກພວກທ່ານຕາມຈິງວ່າຂ່າວປະເສີດນີ້ຈະປ່າວປະກາດໄປເຖິງບ່ອນໃດໃນທົ່ວພິພົບ ການທີ່ຍິງຜູ້ນີ້ໄດ້ເຮັດກໍຈະເລື່ອງລືໄປເຖິງບ່ອນນັ້ນເປັນທີ່ລະນຶກເຖິງນາງ”
ຢູດາຕົກລົງຈະມອບພຣະເຢຊູໄວ້
10 ຝ່າຍຢູດາອິສກາຣິອົດ ເປັນຜູ້ນຶ່ງໃນພວກສິບສອງຄົນນັ້ນ ໄດ້ໄປຫາພວກປະໂຣຫິດຕົນໃຫຍ່ເພື່ອຈະມອບພຣະອົງໃຫ້ເຂົາ 11 ເມື່ອເຂົາໄດ້ຍິນດັ່ງນັ້ນກໍດີໃຈ ແລະສັນຍາວ່າຈະເອົາເງິນໃຫ້ ແລ້ວຢູດາກໍຊອກຫາໂອກາດທີ່ຈະມອບພຣະອົງໃຫ້ເຂົາ
ຊົງຮັບປະທານປັສຄາພ້ອມກັບສາວົກ
12 ເມື່ອວັນຕົ້ນເທສການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເຖິງເວລາເຂົາເຄີຍຂ້າລູກແກະສຳລັບປັສຄານັ້ນ ພວກສາວົກມາທູນຖາມພຣະອົງວ່າ, “ຈະໃຫ້ພວກຂ້ານ້ອຍໄປຈັດແຈງປັສຄາໃຫ້ທ່ານຮັບປະທານບ່ອນໃດ” 13 ພຣະອົງຈຶ່ງຊົງໃຊ້ສາວົກສອງຄົນໄປ ໂດຍສັ່ງເຂົາວ່າ, “ຈົ່ງເຂົ້າໄປໃນກຸງ ແລະຈະມີຊາຍຄົນນຶ່ງທູນຫມໍ້ມາພົບພວກທ່ານຈົ່ງຕາມຜູ້ນັ້ນໄປ 14 ເຂົາຈະເຂົ້າໄປໃນເຮືອນຫລັງໃດ ຈົ່ງບອກເຈົ້າເຮືອນນັ້ນວ່າ “ອາຈານຖາມວ່າ ຫ້ອງຮັບແຂກສຳລັບເຮົາທີ່ເຮົາຈະກິນປັສຄາກັບພວກສາວົກຂອງເຮົາໄດ້ນັ້ນຢູ່ທີ່ໃດ 15 ເຈົ້າຂອງເຮືອນຈະຊີ້ໃຫ້ພວກທ່ານເຫັນຫ້ອງໃຫຍ່ຊັ້ນເທິງທີ່ຕົກແຕ່ງພ້ອມໄວ້ແລ້ວ ທີ່ນັ້ນແຫລະ, ຈົ່ງຈັດແຈງໄວ້ສຳລັບພວກເຮົາ” 16 ສາວົກສອງຄົນນັ້ນຈຶ່ງໄດ້ອອກໄປ ແລ້ວເຂົ້າໃນກຸງກໍໄດ້ພົບເຫມືອນດັ່ງພຣະອົງຊົງກ່າວແກ່ເຂົາ ແລ້ວເຂົາໄດ້ຈັດແຈງປັສຄາໄວ້ 17 ຄັນເຖິງເວລາຄ່ຳແລ້ວພຣະອົງກໍສະເດັດມາກັບສາວົກສິບສອງຄົນນັ້ນ 18 ເມື່ອເຂົາກຳລັງນັ່ງຮັບປະທານອາຫານຢູ່ ພຣະເຢຊູຊົງກ່າວແກ່ເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຈິງວ່າ ຄົນນຶ່ງໃນພວກທ່ານຈະທໍຣະຍົດຕໍ່ເຮົາ ແມ່ນຜູ້ນຶ່ງທີ່ກຳລັງຣັບປະທານອາຫານຢູ່ກັບເຮົານີ້ແຫລະ” 19 ຝ່າຍເຂົາກໍພາກັນທຸກໃຈ ແລະທູນຖາມພຣະອົງເທື່ອລະຄົນວ່າ, “ບໍ່ແມ່ນຂ້ານ້ອຍຕີ້” 20 ພຣະອົງຊົງຕອບເຂົາວ່າ, “ເປັນຜູ້ນຶ່ງໃນສິບສອງຄົນນີ້ ຄືຜູ້ທີ່ກຳລັງຈ້ຳຮ່ວມຊາມດຽວກັບເຮົາ 21 ດ້ວຍວ່າບຸດມະນຸດຈະສະເດັດໄປຕາມທີ່ໄດ້ຂຽນໄວ້ໃນພຣະຄັມພີເຖິງເຣື່ອງທ່ານ ແຕ່ວິບັດແກ່ຜູ້ທີ່ທໍຣະຍົດຕໍ່ບຸດມະນຸດ ຖ້າຜູ້ນັ້ນບໍ່ເກີດມາກໍດີກວ່າ”
ພຣະເຢຊູຊົງຕັ້ງສິນມະຫາສະນິດ
22 ລະຫວ່າງອາຫານມື້ນັ້ນ ພຣະເຢຊູຊົງຈັບເຂົ້າຈີ່ມາຂໍພຣະພອນແລ້ວຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ແກ່ພວກສາວົກໂດຍຊົງກ່າວວ່າ, “ຈົ່ງຮັບເທີນ ນີ້ແຫລະ, ຄືກາຍຂອງເຮົາ” 23 ແລ້ວພຣະອົງຊົງຈັບເອົາຈອກມາໂມທະນາພຣະຄຸນແລະຊົງຍື່ນໃຫ້ເຂົາ ແລະເຂົາກໍຣັບດື່ມທຸກຄົນ 24 ພຣະອົງໄດ້ຊົງກ່າວແກ່ເຂົາວ່າ, “ນີ້ແຫລະ, ຄືເລືອດຂອງເຮົາ ແມ່ນເລືອດກ່ຽວກັບພຣະສັນຍາທີ່ຫລັ່ງອອກເພື່ອຄົນຫລາຍຄົນ 25 ເຮົາບອກທ່ານທັງຫລາຍຕາມຈິງວ່າ ເຮົາຈະບໍ່ດື່ມນ້ຳຜົນອະງຸ່ນຕໍ່ໄປອີກຈົນກວ່າວັນນັ້ນມາເຖິງ ຄືວັນທີ່ເຮົາຈະດື່ມອັນໃຫມ່ໃນຣາຊແຜ່ນດິນຂອງພຣະເຈົ້າ”
ຊົງກ່າວລ່ວງຫນ້າໄວ້ວ່າເປໂຕຈະປະຕິເສດ
26 ເມື່ອຮ້ອງເພງສັຣເສີນແລ້ວ ເຂົາກໍພາກັນອອກໄປຍັງພູຫມາກກອກເທດ 27 ພຣະເຢຊູຊົງກ່າວແກ່ພວກສາວົກວ່າ, “ພວກທ່ານທຸກຄົນຈະສະດຸດໃຈ ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ “ເຮົາຈະປະຫານຜູ້ລ້ຽງແກະ ແລະແກະຝູງນັ້ນຈະແຕກຊະກັນໄປ” 28 ແຕ່ເມື່ອຖືກຊົງບັນດານໃຫ້ເປັນຄືນມາແລ້ວ ເຮົາຈະໄປເຖິງແຂວງຄາລີເລກ່ອນຫນ້າພວກທ່ານ” 29 ເປໂຕໄດ້ທູນພຣະອົງວ່າ, “ເຖິງແມ່ນວ່າທຸກຄົນຈະສະດຸດໃຈ ສ່ວນຂ້ານ້ອຍບໍ່ສະດຸດໃຈ” 30 ພຣະເຢຊູຊົງຕອບເປໂຕວ່າ, “ເຮົາບອກທ່ານຕາມຈິງວ່າ ໃນຄືນວັນນີ້ແຫລະ, ກ່ອນໄກ່ຈະຂັນສອງເທື່ອ ທ່ານຈະປະຕິເສດເຮົາເຖິງສາມຄັ້ງ” 31 ແຕ່ເປໂຕທູນຕອບຢ່າງແຂງແຮງວ່າ, “ເຖິງແມ່ນວ່າຂ້ານ້ອຍຈະຕ້ອງຕາຍກັບທ່ານ ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ” ຝ່າຍພວກສາວົກກໍທູນຢ່າງນັ້ນເຫມືອນກັນທຸກຄົນ
ຊົງອ້ອນວອນໃນສວນເຄັດເຊມາເນ
32 ພຣະເຢຊູໄດ້ສະເດັດພ້ອມກັບພວກສາວົກໄປບ່ອນນຶ່ງຊື່ ເຄັດເຊມາເນ ພຣະອົງຊົງກ່າວກັບເຂົາວ່າ, “ຈົ່ງນັ່ງຢູ່ທີ່ນີ້ ເມື່ອເຮົາໄປອ້ອນວອນ” 33 ພຣະອົງໄດ້ຊົງພາເປໂຕ ຢາໂກໂບ ແລະໂຢຣັນໄປນຳ ແລ້ວຊົງເກີດວິຕົກແລະຫນັກພຣະທັຍຫລາຍ 34 ຈຶ່ງຊົງກ່າວກັບເຂົາວ່າ, “ຈິດໃຈຂອງເຮົາກໍທຸກຫນັກແທບຈະຕາຍຢູ່ແລ້ວ ຈົ່ງຄອຍເຝົ້າຢູ່ທີ່ນີ້ເທີນ” 35 ເມື່ອໄດ້ສະເດັດໄປອີກຫນ້ອຍນຶ່ງ ພຣະອົງຊົງຫມູບພຣະກາຍລົງແລະອ້ອນວອນວ່າ, “ຖ້າເປັນໄປໄດ້ຂໍໃຫ້ໂມງນັ້ນລ່ວງພົ້ນໄປຈາກພຣະອົງ 36 ພຣະອົງຊົງທູນວ່າ, “ອັບບາບິດາເອີຍ, ພຣະອົງອາດຊົງກະທຳສິ່ງທັງປວງໄດ້ ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ແຕ່ຂໍຢ່າໃຫ້ເປັນໄປຕາມໃຈປາຖນາຂອງລູກ ແຕ່ໃຫ້ເປັນໄປຕາມນ້ຳພຣະທັຍຂອງພຣະອົງເທີນ” 37 ພຣະອົງຈຶ່ງສະເດັດກັບຄືນມາຊົງເຫັນເຂົານອນຫລັບຢູ່ ແລະຊົງກ່າວແກ່ເປໂຕວ່າ, “ຊີໂມນເອີຍ, ທ່ານນອນຫລັບຫລື ທ່ານບໍ່ສາມາດຈະຄອຍຢູ່ຈັກທຸ່ມດຽວຫລື 38 ຈົ່ງເຝົ້າລະວັງແລະອ້ອນວອນຢູ່ເພື່ອຈະບໍ່ຕົກໃນການທົດລອງ ຈິດໃຈພ້ອມຢູ່ແລ້ວກໍຈິງ ແຕ່ກາຍກໍອ່ອນກຳລັງ” 39 ພຣະອົງຈຶ່ງສະເດັດໄປອ້ອນວອນອີກເທື່ອນຶ່ງ ຊົງກ່າວຄຳເຫມືອນເທື່ອກ່ອນ 40 ຄັນສະເດັດກັບຄືນມາກໍຊົງເຫັນສາວົກນອນຫລັບຢູ່ ເພາະຕາຂອງເຂົາມືນບໍ່ຂຶ້ນ ແລະເຂົາບໍ່ຮູ້ວ່າຈະທູນປະການໃດ 41 ເມື່ອສະເດັດກັບມາເທື່ອທີ່ສາມ ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ພວກທ່ານຍັງນອນຫລັບເຊົາເມື່ອຍຢູ່ຫລື ພໍເທາະ ເວລາມາເຖິງແລ້ວ ເບິ່ງແມ໋, ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຂອງຄົນບາບ 42 ຈົ່ງລຸກຂຶ້ນພາກັນໄປເທາະ ເບິ່ງແມ໋, ຜູ້ທີ່ມອບເຮົານັ້ນມາໃກ້ແລ້ວ”
ການມອບແລະການຈັບພຣະເຢຊູໄປ
43 ເມື່ອພຣະອົງຍັງຊົງກ່າວບໍ່ທັນຂາດຄຳ ໃນທັນໃດນັ້ນຢູດາທີ່ເປັນຜູ້ນຶ່ງໃນພວກສິບສອງຄົນນັ້ນພ້ອມກັບປະຊາຊົນຖືດາບແລະຖືໄມ້ຄ້ອນ ໄດ້ມາຈາກພວກປະໂຣຫິດຕົນໃຫຍ່ ພວກນັກທັມແລະພວກເຖົ້າແກ່ 44 ຜູ້ທີ່ຈະມອບພຣະອົງນັ້ນໄດ້ໃຫ້ສັນຍານແກ່ເຂົາວ່າ, “ເຮົາຈະຈູບຄຳນັບຜູ້ໃດ ກໍແມ່ນຜູ້ນັ້ນແຫລະ, ຈົ່ງຈັບກຸມເອົາໄປຮັກສາໄວ້ໃຫ້ດີ” 45 ພໍຢູດາມາເຖິງກໍເຂົ້າມາຫາພຣະອົງທັນທີທູນວ່າ, “ພຣະອາຈານເອີຍ” ແລ້ວຈູບຄຳນັບພຣະອົງຢ່າງຮັກແພງ 46 ຝ່າຍຄົນເຫລົ່ານັ້ນກໍລົງມືຈັບພຣະອົງໄວ້ 47 ແຕ່ຜູ້ນຶ່ງທີ່ຢືນຢູ່ຫັ້ນຊັກດາບອອກ ຟັນຂ້ອຍໃຊ້ຄົນນຶ່ງຂອງມະຫາປະໂຣຫິດ ຖືກຫູຂາດເບື້ອງນຶ່ງ 48 ພຣະເຢຊູຊົງຖາມພວກເຫລົ່ານັ້ນວ່າ, “ທ່ານທັງຫລາຍຖືດາບຖືໄມ້ຄ້ອນອອກມາຈັບເຮົາເຫມືອນຈັບໂຈນຫລື 49 ເຮົາໄດ້ຢູ່ກັບທ່ານທັງຫລາຍທຸກໆວັນສັ່ງສອນໃນບໍຣິເວນພຣະວິຫານ ແຕ່ພວກທ່ານບໍ່ໄດ້ຈັບເຮົາ ແຕ່ຂໍໃຫ້ພຣະຄັມພີທີ່ຂຽນໄວ້ກ່ຽວກັບເຣື່ອງນີ້ສຳເຣັດເສັຽທ້ອນ” 50 ແລ້ວສາວົກທັງຫມົດໄດ້ປະຖິ້ມພຣະອົງພາກັນຫນີໄປ 51 ມີຊາຍຫນຸ່ມຄົນນຶ່ງຫົ່ມຜ້າປ່ານຜືນດຽວຕາມພຣະອົງໄປ ເຂົາກໍຈັບຊາຍຫນຸ່ມນັ້ນ 52 ຊາຍນັ້ນໄດ້ແກ້ຜ້າປ່ານຜືນນັ້ນຖິ້ມແລ່ນຫນີໄປດ້ວຍຕົວເປົ່າ
ພຣະເຢຊູຊົງຢູ່ຕໍ່ຫນ້າສານສູງສຸດ
53 ເຂົາໄດ້ພາພຣະເຢຊູໄປຫາມະຫາປະໂຣຫິດ ແລະມີພວກປະໂຣຫິດຕົນໃຫຍ່ ພວກເຖົ້າແກ່ ກັບພວກນັກທັມໄດ້ຊຸມນຸມພ້ອມກັນຢູ່ທີ່ນັ້ນ 54 ສ່ວນເປໂຕໄດ້ຕາມພຣະເຢຊູໄປໃນລະຍະຫ່າງໄກ ຈົນເຂົ້າໄປເຖິງເດີ່ນບ້ານຂອງມະຫາປະໂຣຫິດແລ້ວນັ່ງຝີງໄຟຢູ່ກັບພວກຍາມ 55 ພວກປະໂຣຫິດຕົນໃຫຍ່ກັບບັນດາສະມາຊິກສະພາຈຶ່ງຫາພຍານມາເບີກຕໍ່ສູ້ພຣະເຢຊູເພື່ອຈະຂ້າພຣະອົງເສັຽ ແຕ່ຫາຫລັກຖານບໍ່ໄດ້ 56 ດ້ວຍວ່າມີຫລາຍຄົນເບີກພຍານຕົວະຕໍ່ສູ້ພຣະອົງ ແຕ່ຂອງເຂົາແຕກຕ່າງກັນ 57 ມີລາງຄົນຢືນຂຶ້ນເບີກພຍານຕົວະຕໍ່ສູ້ພຣະອົງວ່າ, 58 “ຂ້າພະເຈົ້າໄດ້ຍິນຄົນນີ້ເວົ້າວ່າ “ຝ່າຍເຮົາຈະມ້າງພຣະວິຫານຫລັງນີ້ທີ່ສ້າງດ້ວຍມືມະນຸດ ແລະພາຍໃນສາມວັນຈະສ້າງຂຶ້ນອີກຫລັງນຶ່ງທີ່ບໍ່ໄດ້ເຮັດດ້ວຍມືມະນຸດ” 59 ເຖິງປານນັ້ນຄຳພຍານຂອງເຂົາກໍບໍ່ຖືກຕ້ອງກັນ 60 ມະຫາປະໂຣຫິດໄດ້ຢືນຂຶ້ນຖ້າມກາງທີ່ປະຊຸມ ຖາມພຣະເຢຊູວ່າ, “ເຈົ້າບໍ່ຕອບຫຍັງຫລື ຄຳ
ພຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າເປັນແນວໃດ?”
61 ແຕ່ພຣະອົງຊົງມິດຢູ່ ບໍ່ໄດ້ຕອບປະການໃດ ມະຫາປະໂຣຫິດຈຶ່ງຖາມພຣະອົງອີກວ່າ, “ເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າຜູ້ຊົງຄວາມສຸກຫລື” 62 ພຣະເຢຊູຊົງຕອບວ່າ, “ເຮົາເປັນຜູ້ນັ້ນແຫລະ, ແລະພວກທ່ານຈະໄດ້ເຫັນບຸດມະນຸດນັ່ງຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບ ແລະກຳລັງສະເດັດມາໃນເມກແຫ່ງຟ້າສວັນ” 63 ມະຫາປະໂຣຫິດຜູ້ນັ້ນໄດ້ຈີກເສື້ອຂອງຕົນແລ້ວກ່າວວ່າ, “ພວກເຮົາຍັງຕ້ອງການພຍານອັນໃດອີກ 64 ທ່ານທັງຫລາຍໄດ້ຍິນຄຳຫມິ່ນປມາດພຣະເຈົ້າແລ້ວ ພວກທ່ານຄຶດເຫັນຢ່າງໃດ” ຂາປະຊຸມທັງຫມົດຈຶ່ງເຫັນວ່າພຣະອົງຄວນຖືກໂທດປະຫານຊີວິດ 65 ມີລາງຄົນຕັ້ງຕົ້ນຖົ່ມນ້ຳລາຍໃສ່ພຣະອົງ ເອົາຜ້າມັດພຣະພັກຂອງພຣະອົງ ທຸບຕີພຣະອົງດ້ວຍເວົ້າແກ່ພຣະອົງວ່າ, “ທວາຍເບິ່ງແມ໋” ພວກຄົນໃຊ້ກໍໄດ້ຮັບເອົາພຣະອົງໄປຕົບຕີ
ເປໂຕປະຕິເສດພຣະເຢຊູ
66 ເມື່ອເປໂຕຍັງຢູ່ທາງລຸມກາງເດີ່ນບ້ານ ມີຍິງໃຊ້ຄົນນຶ່ງຂອງມະຫາປະໂຣຫິດຍ່າງມາ 67 ເມື່ອນາງເຫັນເປໂຕນັ່ງຝີງໄຟຢູ່ ນາງກໍຫລຽວເພ່ງເບິ່ງແລ້ວເວົ້າວ່າ, “ໂຕເຄີຍຢູ່ກັບໄທນາຊາເຣັດ ຄືເຢຊູນັ້ນເຫມືອນກັນ” 68 ແຕ່ເປໂຕຕອບປະຕິເສດວ່າ, “ທີ່ເຈົ້າເວົ້ານັ້ນຂ້ອຍບໍ່ຮູ້ເຣື່ອງ ແລະບໍ່ເຂົ້າໃຈ“ເປໂຕຈຶ່ງອອກໄປທີ່ປະຕູບ້ານແລ້ວໄກ່ກໍຂັນ 69 ເມື່ອຍິງໃຊ້ຄົນນັ້ນເຫັນເປໂຕກໍຕັ້ງຕົ້ນບອກກັບຄົນທີ່ຢູ່ຫັ້ນອີກວ່າ, “ຄົນນີ້ແຫລະ, ເປັນພັກພວກກັບເຂົາເຫລົ່ານັ້ນ” 70 ແຕ່ເປໂຕໄດ້ປະຕິເສດອີກ ຫລັງຈາກນັ້ນຫນ້ອຍນຶ່ງ ພວກຄົນທີ່ຢືນຢູ່ຫັ້ນໄດ້ເວົ້າກັບເປໂຕອີກວ່າ, “ໂຕເປັນພັກພວກກັບເຂົາເຫລົ່ານັ້ນແທ້ ເພາະໂຕເປັນໄທຄາລີເລເຫມືອນກັນ” 71 ແຕ່ເປໂຕຕັ້ງຕົ້ນສະບົດສາບານວ່າ, “ຄົນຜູ້ທີ່ມຶງເວົ້ານັ້ນກູບໍ່ຮູ້ຈັກ” 72 ໃນທັນໃດນັ້ນໄກ່ກໍຂັນເປັນເທື່ອທີ່ສອງ ເປໂຕຈຶ່ງລະນຶກເຖິງຄຳທີ່ພຣະເຢຊູຊົງບອກກັບຕົນວ່າ, “ກ່ອນໄກ່ຂັນສອງເທື່ອ ທ່ານຈະປະຕິເສດບໍ່ຮັບຮູ້ເຮົາເຖິງສາມຄັ້ງ” ເມື່ອຫວນຄຶດຂຶ້ນໄດ້ເປໂຕກໍຮ້ອງໄຫ້
ພຣະເຢຊູຕໍ່ຫນ້າປີລາດເຈົ້າເມືອງ
1 ພໍຮຸ່ງເຊົ້າພວກປະໂຣຫິດຕົນໃຫຍ່ ພວກເຖົ້າແກ່ ພວກນັກທັມ ແລະບັນດາສະມາຊິກສະພາໄດ້ປຶກສາກັນ ແລ້ວຈຶ່ງມັດພຣະເຢຊູພາກໄປມອບໃຫ້ປີລາດ 2 ປີລາດຈຶ່ງຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາດຢິວຫລື” ພຣະອົງຊົງຕອບວ່າ, “ທ່ານເວົ້ານັ້ນຖືກຕ້ອງແລ້ວ” 3 ຝ່າຍພວກປະໂຣຫິດຕົນໃຫຍ່ໄດ້ກ່າວໂທດໃສ່ພຣະອົງຫລາຍປະການ 4 ປີລາດຈຶ່ງຖາມພຣະອົງອີກວ່າ, “ເຈົ້າບໍ່ຕອບປະການໃດຫລື ເບິ່ງແມ໋, ເຂົາຟ້ອງເຈົ້າຫລາຍປະການປານນັ້ນ” 5 ແຕ່ພຣະເຢຊູບໍ່ໄດ້ຊົງຕອບປະການໃດອີກ ຈົນປີລາດປລາດໃຈ
ພຣະເຢຊູຖືກພິພາກສາເຖິງສິ້ນພຣະຊົນ
6 ໃນຄາວເທສການນັ້ນປີລາດເຄີຍປ່ອຍນັກໂທດຄົນນຶ່ງໃຫ້ເຂົາຕາມທີ່ເຂົາຮ້ອງຂໍ 7 ມີຄົນນຶ່ງຊື່ບາຣາບາທີ່ຖືກຂັງຢູ່ໃນພວກຄົນກະບົດ ທີ່ໄດ້ຂ້າຄົນໃນການກະບົດນັ້ນ 8 ປະຊາຊົນໄດ້ຂຶ້ນໄປຫາປີລາດ ຕັ້ງຕົ້ນຂໍໃຫ້ທ່ານເຮັດຕາມທີ່ເຄີຍເຮັດໃຫ້ເຂົານັ້ນ 9 ປີລາດໄດ້ຖາມເຂົາວ່າ, “ເຈົ້າທັງຫລາຍຢາກໃຫ້ເຮົາປ່ອຍກະສັດຂອງຊາດຢິວໃຫ້ພວກເຈົ້າຫລື” 10 ເພາະທ່ານກຳລັງຮູ້ວ່າພວກປະໂຣຫິດຕົນໃຫຍ່ໄດ້ມອບພຣະອົງໄວ້ດ້ວຍຄວາມອິດສາ 11 ແຕ່ພວກປະໂຣຫິດຕົນໃຫຍ່ໄດ້ຍົວະຍົງປະຊາຊົນ ໃຫ້ຂໍປີລາດປ່ອຍບາຣາບາແທນພຣະເຢຊູ 12 ປີລາດຈຶ່ງຖາມເຂົາອີກວ່າ, “ຖ້າຢ່າງນັ້ນຢາກໃຫ້ເຮົາເຣັດຢ່າງໃດແກ່ຜູ້ທີ່ພວກເຈົ້າເອີ້ນວ່າກະສັດຂອງຊາດຢິວ” 13 ເຂົາຮ້ອງຂຶ້ນອີກວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ” 14 ປີລາດຈຶ່ງຖາມເຂົາວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຜິດອັນໃດ” ແຕ່ປະຊາຊົນແຮ່ງຮ້ອງຂຶ້ນອີກວ່າ, “ຄຶງໄວ້ທີ່ໄມ້ກາງແຂນ” 15 ປີລາດປາຖນາຈະເອົາໃຈປະຊາຊົນຈຶ່ງປ່ອຍບາຣາບາໃຫ້ເຂົາ ເມື່ອໃຫ້ຂ້ຽນພຣະເຢຊູແລ້ວ ກໍມອບໃຫ້ຄຶງໄວ້ທີ່ໄມ້ກາງແຂນ
ພວກທະຫານເຍາະເຍີ້ຍພຣະເຢຊູ
16 ພວກທະຫານຈຶ່ງນຳພຣະອົງໄປໃນບໍຣິເວນທີ່ເອີ້ນວ່າປະໄຣໂຕຣຽນ ແລ້ວໄດ້ເອີ້ນພວກທະຫານທັງກອງໃຫ້ມາໂຮມກັນທີ່ນັ້ນ 17 ເຂົາໄດ້ເອົາເສື້ອສີມ່ວງອ່ອນມານຸ່ງໃຫ້ພຣະອົງ ແລ້ວເອົາເຄືອຫນາມຖັກໂຄ້ງແທນພວງມາລັຍສຸບໃສ່ພຣະສຽນຂອງພຣະອົງ 18 ແລະຕັ້ງຕົ້ນຄຳນັບພຣະອົງທູນວ່າ, “ກະສັດຂອງຊາດຢິວເອີຍ, ຈົ່ງຊົງພຣະຈະເຣີນເທີນ” 19 ເຂົາໄດ້ເອົາໄມ້ອໍ້ຕີພຣະສຽນພຣະອົງ ຖົ່ມນ້ຳລາຍໃສ່ພຣະອົງ ແລະຄຸເຂົ່າລົງຄຳນັບພຣະອົງ 20 ເມື່ອໄດ້ເຍາະເຍີ້ຍພຣະອົງແລ້ວ ເຂົາໄດ້ຖອດເສື້ອສີມ່ວງອ່ອນໂຕນັ້ນອອກ ແລ້ວເອົາເຄື່ອງທົງຂອງພຣະອົງມານຸ່ງໃຫ້ ແລະນຳພຣະອົງອອກໄປເພື່ອຕອກຕິດໄວ້ທີ່ໄມ້ກາງແຂນ
ການຄຶງໄວ້ທີ່ໄມ້ກາງແຂນ
21 ມີຄົນນຶ່ງຊື່ຊີໂມນໄທເມືອງກິເຣເນເປັນພໍ່ຂອງອາເລັກຊັນໂດແລະຣູໂຟ ກຳລັງມາຈາກບ້ານນອກຕາມທາງນັ້ນ ເຂົາກໍເກນເອົາຊີໂມນຜູ້ນັ້ນໃຫ້ແບກໄມ້ກາງແຂນຂອງພຣະອົງໄປ 22 ເຂົາພາພຣະອົງມາເຖິງບ່ອນນຶ່ງຊື່ ໂຄຣະໂຄທາ (ແປວ່າບ່ອນກະໂຫລກຫົວ) 23 ເຂົາໄດ້ເອົາເຫລົ້າແວງປົນກັບຢ່າງໄມ້ຫອມມາຖວາຍພຣະອົງແຕ່ພຣະອົງບໍ່ຊົງຮັບ 24 ຄັນໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນແລ້ວ ເຂົາກໍເອົາເຄື່ອງທົງຂອງພຣະອົງມາຈົກສລາກແບ່ງປັນກັນ ເພື່ອຮູ້ວ່າໃຜຈະໄດ້ອັນໃດ 25 ເມື່ອເຂົາຄຶງພຣະອົງໄວ້ນັ້ນເປັນເວລາສາມໂມງເຊົ້າ 26 ເຂົາໄດ້ຂຽນຂໍ້ຫາລົງໂທດໃສ່ພຣະອົງໄວ້ດັ່ງນີ້ວ່າ, “ກະສັດຂອງຊາດຢິວ” 27 ເຂົາໄດ້ເອົາໂຈນສອງຄົນຄຶງໄວ້ພ້ອມກັບພຣະອົງ ເບື້ອງຂວາຄົນນຶ່ງ ເບື້ອງຊ້າຍຄົນນຶ່ງ 28 (ຕ້ອງສຳເຣັດຕາມພຣະຄັມພີທີ່ຂຽນໄວ້ວ່າ, “ທ່ານຖືກນັບເຂົ້າກັບຄົນລ່ວງລະເມີດ”) 29 ຝ່າຍຄົນທັງປວງທີ່ຍ່າງຜ່ານໄປມານັ້ນ ກໍຫມິ່ນປມາດພຣະອົງແລະສັ່ນຫົວໂດຍກ່າວວ່າ, “ເຮີຍ, ເຈົ້າຜູ້ມ້າງພຣະວິຫານແລະສ້າງຂຶ້ນໃຫມ່ໃນສາມວັນ 30 ຈົ່ງຊ່ອຍຕົວເອງໃຫ້ພົ້ນດ້ວຍລົງມາຈາກໄມ້ກາງແຂນເສັຽ” 31 ໃນທຳນອງດຽວກັນນັ້ນ ພວກປະໂຣຫິດຕົນໃຫຍ່ກັບພວກນັກທັມກໍພາກັນເຍາະເຍີ້ຍໃນລະຫວ່າງພວກເຂົາເອງເຫມືອນກັນວ່າ, “ມັນຊ່ອຍຄົນອື່ນໃຫ້ພົ້ນໄດ້ ແຕ່ຊ່ອຍຕົນເອງບໍ່ໄດ້ 32 ໃຫ້ພຣະຄຣິດກະສັດແຫ່ງຊາດອິສຣາເອນລົງມາຈາກໄມ້ກາງແຂນດຽວນີ້ເທາະ ເພື່ອພວກເຮົາຈະໄດ້ເຫັນແລະເຊື່ອ” ແລະສອງຄົນນັ້ນຜູ້ຖືກຄຶງໄວ້ພ້ອມກັນກັບພຣະອົງ ກໍໄດ້ກ່າວຄຳຫຍາບຊ້າຕໍ່ພຣະອົງເຫມືອນກັນ
ການສິ້ນພຣະຊົນຂອງພຣະເຢຊູ
33 ຄັນເຖິງເວລາຫົກໂມງກໍບັງເກີດມືດມົວທົ່ວແຜ່ນດິນຈົນເຖິງເກົ້າໂມງ 34 ພໍເກົ້າໂມງແລ້ວພຣະເຢຊູຊົງຮ້ອງສຽງດັງວ່າ, “ເອໂລອີ, ເອໂລອີ ແລມາ ຊະບັກທານີ” (ແປວ່າ “ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພຣະອົງ ເພາະເຫດໃດພຣະອົງຈຶ່ງປະຖິ້ມຂ້າພຣະອົງເສັຽ”) 35 ບາງຄົນທີ່ຢືນຢູ່ຫັ້ນເມື່ອໄດ້ຍິນກໍເວົ້າວ່າ, “ເບິ່ງແມ໋, ມັນຮ້ອງຫາເອລີຢາ” 36 ມີຄົນນຶ່ງແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າແວງສົ້ມໃຫ້ເຕັມ ຈຶ່ງສຽບໃສ່ປາຍໄມ້ອໍ້ຍື່ນໃຫ້ພຣະອົງສເວີຍໂດຍເວົ້າວ່າ, “ຟ້າວເທື່ອ ຖ້າເບິ່ງກ່ອນວ່າເອລີຢາຈະມາປົດມັນລົງຫລືບໍ” 37 ຝ່າຍພຣະເຢຊູຊົງຮ້ອງສຽງດັງແລ້ວກໍສິ້ນພຣະຊົນ 38 ຂນະນັ້ນຜ້າກັ້ງໃນພຣະວິຫານກໍຖືກຊົງຈີກເປັນສອງຕ່ອນຕັ້ງແຕ່ເທິງຈົນເຖິງລຸ່ມ 39 ສ່ວນນາຍຮ້ອຍທະຫານທີ່ຢືນຢູ່ຕໍ່ພຣະພັກພຣະອົງ ເມື່ອເຫັນວ່າພຣະອົງສິ້ນພຣະຊົນຢ່າງນັ້ນແລ້ວຈຶ່ງເວົ້າວ່າ, “ຈິງແທ້ແລ້ວ ທ່ານຜູ້ນີ້ແມ່ນພຣະບຸດຂອງພຣະເຈົ້າ” 40 ແລະຍັງມີພວກແມ່ຍິງທີ່ກຳລັງມອງເບິ່ງແຕ່ໄກ ໃນພວກນັ້ນມີມາຣິອາໄທມັກດາລາ ມາຣິອາແມ່ຂອງຢາໂກໂບນ້ອຍ ແລະຂອງໂຢເຊ ກັບນາງຊາໂລເມ 41 ຜູ້ຍິງເຫລົ່ານັ້ນໄດ້ຕິດຕາມແລະປະຕິບັດພຣະອົງເມື່ອຊົງຢູ່ໃນແຂວງຄາລີເລ ແລະແມ່ຍິງອື່ນອີກຫລາຍຄົນທີ່ໄດ້ຂຶ້ນມາຍັງກຸງເຢຣູຊາເລັມກັບພຣະອົງໄດ້ຢູ່ທີ່ນັ້ນເຫມືອນກັນ
ການບັນຈຸພຣະສົບຂອງພຣະເຢຊູ
42 ຄັນເຖິງເວລາຄ່ຳແລ້ວ ເນື່ອງໃນວັນນັ້ນເປັນວັນຈັດຕຽມຄືວັນກ່ອນວັນສະບາໂຕ 43 ໂຢເຊບໄທບ້ານອາຣີມາທາຍຜູ້ເປັນສະມາຊິກແຫ່ງສານສູງສຸດທີມີກຽດຄົນນຶ່ງ ແລະເປັນຜູ້ທີ່ຄອງຫາຣາຊແຜ່ນດິນຂອງພຣະເຈົ້າ ໄດ້ກ້າເຂົ້າໄປຫາປີລາດຂໍເອົາພຣະສົບພຣະເຢຊູ 44 ປີລາດປລາດໃຈທີ່ພຣະເຢຊູສິ້ນພຣະຊົນແລ້ວ ຈຶ່ງເອີ້ນນາຍຮ້ອຍມາຖາມວ່າຕາຍເຫິງແລ້ວຫລື 45 ເມື່ອໄດ້ຮູ້ເຣື່ອງຈາກນາຍຮ້ອຍແລ້ວປີລາດຈຶ່ງມອບພຣະສົບໃຫ້ແກ່ໂຢເຊບ 46 ຝ່າຍໂຢເຊບໄດ້ຊື້ຜ້າປ່ານ ແລະເມື່ອອັນເຊີນພຣະສົບລົງມາຈາກໄມ້ກາງແຂນແລ້ວ ກໍເອົາຜ້າປ່ານນັ້ນຫຸ້ມຫໍ່ໄວ້ ແລ້ວອັນເຊີນພຣະສົບໄປບັນຈຸວາງໄວ້ໃນອຸບໂມງ ທີ່ສະກັດໄວ້ໃນຫີນແລະກຶ່ງກ້ອນຫີນອັດປາກອຸບໂມງໄວ້ 47 ຝ່າຍມາຣິອາໄທມັກດາລາແລະມາຣິອາແມ່ຂອງໂຢເຊ ກໍໄດ້ເຫັນບ່ອນທີ່ໂຢເຊບບັນຈຸພຣະສົບໄວ້ນັ້ນ
ການຄືນພຣະຊົນ
1 ເມື່ອວັນສະບາໂຕລ່ວງໄປແລ້ວມາຣິອາໄທມັກດາລາ ມາຣິອາແມ່ຂອງຢາໂກໂບ ແລະນາງຊາໂລເມ ໄດ້ຊື້ເຄື່ອງຫອມເພື່ອຈະເອົາໄປຫົດສົງພຣະສົບຂອງພຣະອົງ 2 ເວລາຮຸ່ງເຊົ້າໃນວັນຕົ້ນສັປດາ ພໍຕາເວັນອອກເຂົາກໍມາເຖິງອຸບໂມງ 3 ແລະເຂົາເວົ້າກັນຢູ່ວ່າ, “ໃຜຫນໍຈະກຶ່ງກ້ອນຫີນອອກຈາກປາກອຸບໂມງໃຫ້ເຮົາ” 4 ເມື່ອເຂົາເບິ່ງກໍເຫັນວ່າກ້ອນຫີນນັ້ນກຶ່ງອອກແລ້ວ (ເພາະເປັນຫີນກ້ອນໃຫຍ່ເຕັມທີ) 5 ເມື່ອເຂົ້າໄປໃນອຸບໂມງແລ້ວ ເຂົາໄດ້ເຫັນຄົນຫນຸ່ມຄົນນຶ່ງນັ່ງຢູ່ເບື້ອງຂວານຸ່ງເສື້ອຍາວສີຂາວພວກຍິງນັ້ນກໍສະທ້ານຕົກໃຈ 6 ຝ່າຍຄົນຫນຸ່ມນັ້ນໄດ້ບອກເຂົາວ່າ, “ຢ່າຕົກໃຈເທາະ ພວກນາງມາຊອກຫາພຣະເຢຊູໄທນາຊາເຣັດ ຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນ ພຣະອົງຊົງຖືກບັນດານໃຫ້ເປັນຄືນມາແລ້ວ ພຣະອົງບໍ່ໄດ້ປະທັບຢູ່ທີ່ນີ້ ນີ້ແຫລະ, ບ່ອນທີ່ເຂົາໄດ້ວາງພຣະສົບຂອງພຣະອົງໄວ້ 7 ແຕ່ຈົ່ງໄປບອກພວກສາວົກຂອງພຣະອົງທັງເປໂຕວ່າ “ພຣະອົງສະເດັດໄປຍັງແຂວງຄາລີເລກ່ອນເຈົ້າທັງຫລາຍ ແລະເຈົ້າທັງຫລາຍຈະເຫັນພຣະອົງຢູ່ທີ່ນັ້ນ ເຫມືອນພຣະອົງຊົງບອກໄວ້ແກ່ເຈົ້າທັງຫລາຍແລ້ວ” 8 ຍິງເຫລົ່ານັ້ນກໍອອກຈາກອຸບໂມງປົບຫນີໄປ ເພາະຄວາມວຸ້ນວາຍຢ້ານກົວຕົວສັ່ນໄດ້ຕົກໃສ່ເຂົາ ແລະບໍ່ໄດ້ເວົ້າຫຍັງໃຫ້ຜູ້ໃດຟັງເພາະເຂົາຢ້ານ
ພຣະເຢຊູຊົງປາກົດຕົນໃຫ້ມາຣິອາມັກດາລາເຫັນ
9 (ຄັນຮຸ່ງເຊົ້າວັນຕົ້ນສັປດາ ເມື່ອພຣະອົງຊົງເປັນຄືນມາແລ້ວ ພຣະອົງໄດ້ຊົງປາກົດຕົນໃຫ້ນາງມາຣິອາໄທມັນດາລາເຫັນກ່ອນ ຄືມາຣິອາຄົນທີ່ພຣະອົງຊົງຂັບໄລ່ຜີອອກເຈັດໂຕນັ້ນ 10 ມາຣິອາຈຶ່ງໄປບອກພວກຄົນທີ່ເຄີຍຢູ່ກັບພຣະອົງແຕ່ກ່ອນ ຄົນເຫລົ່ານັ້ນກຳລັງເປັນທຸກແລະຮ້ອງໄຫ້ຢູ່ 11 ເມື່ອເຂົາໄດ້ຍິນວ່າພຣະອົງຊົງພຣະຊົນຢູ່ ແລະທັງໄດ້ຍິນວ່ານາງມາຣິອາໄດ້ເຫັນພຣະອົງແລ້ວ ເຂົາກໍບໍ່ເຊື່ອ
ພຣະເຢຊູຊົງປາກົດພຣະກາຍໃຫ້ສິດສອງຄົນເຫັນ
12 ພາຍລຸນມາ, ພຣະອົງໄດ້ຊົງປາກົດພຣະກາຍອີກຮູບນຶ່ງໃຫ້ສິດສອງຄົນເຫັນ ໃນຂນະທີ່ເຂົາກຳລັງເດີນທາງອອກໄປບ້ານນອກ 13 ສິດສອງຄົນນັ້ນຈຶ່ງກັບຄືນມາບອກສິດອື່ນໆ ແຕ່ເຂົາກໍບໍ່ເຊື່ອ
ພຣະເຢຊູຊົງສັ່ງສາວົກ
14 ພາຍຫລັງ, ພຣະອົງຊົງປາກົດແກ່ສາວົກສິບເອັດຄົນນັ້ນ ເມື່ອເຂົານັ່ງຮັບປະທານອາຫານຢູ່ ພຣະອົງຊົງຕິຕຽນເຂົາ ເພາະເຂົາສົງໄສແລະມີໃຈແຂງກະດ້າງ ດ້ວຍເຫດທີ່ເຂົາບໍ່ໄດ້ເຊື່ອພວກຄົນທີ່ໄດ້ເຫັນພຣະອົງເມື່ອພຣະອົງຊົງເປັນຄືນມາແລ້ວ 15 ຝ່າຍພຣະອົງຊົງສັ່ງພວກສາວົກວ່າ, “ທ່ານທັງຫລາຍຈົ່ງໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸສໂລກທັງຫມົດ 16 ຜູ້ທີ່ເຊື່ອ ແລະຮັບບັບຕິສະມາແລ້ວຈະໄດ້ພົ້ນ ແຕ່ຜູ້ທີ່ບໍ່ເຊື່ອຈະຖືກໂທດ 17 ຫມາຍສຳຄັນເຫລົ່ານີ້ຈະເກີດມີແກ່ຄົນທີ່ເຊື່ອຄື ເຂົາຈະຂັບໄລ່ຜີອອກໄດ້ດ້ວຍນາມຂອງເຮົາ ເຂົາຈະເວົ້າພາສາແປກໆໄດ້ 18 ເຂົາຈະຈັບງູໄດ້ ຖ້າເຂົາດື່ມຂອງມີພິດຢ່າງໃດຈະບໍ່ເປັນອັນຕະຣາຍແກ່ເຂົາ ເມື່ອເຂົາວາງມືໃສ່ຄົນເຈັບປ່ວຍແລ້ວຄົນນັ້ນຈະດີເປັນປົກກະຕິ
ການສະເດັດຂຶ້ນສູ່ຟ້າສວັນ
19 ຄັນພຣະເຢຊູເຈົ້າໄດ້ຊົງກ່າວແກ່ເຂົາແລ້ວ ພຣະເຈົ້າກໍຊົງຮັບພຣະອົງໃຫ້ຂຶ້ນສູ່ຟ້າສວັນປະທັບເບື້ອງຂວາພຣະຫັດຂອງພຣະເຈົ້າ 20 ພວກສາວົກເຫລົ່ານັ້ນຈື່ງອອກໄປປະກາດທຸກບ່ອນທຸກທີ່ ແລະອົງພຣະຜູ້ເປັນເຈົ້າຊົງຮ່ວມງານກັບເຂົາ ແລະຊົງເຣັດໃຫ້ຄຳປະກາດຂອງເຂົາຢືນຢັນໂດຍຫມາຍສຳຄັນທີ່ເກີດຂຶ້ນພ້ອມນັ້ນ
ຄຳຄຳນັບແກ່ເທໂອຟີໂລ
1 ມີຫລາຍຄົນໄດ້ລົງມືຮຽບຮຽງເຣື່ອງເຫດການເຫລົ່ານັ້ນ ຊຶ່ງສຳເຣັດແລ້ວໃນຖ້າມກາງເຮົາທັງຫລາຍ 2 ຕາມທີ່ເຂົາຜູ້ໄດ້ເຫັນກັບຕາເອງຕັ້ງແຕ່ຕົ້ນແລະເປັນຜູ້ປະກາດພຣະທັມນັ້ນ ຈຶ່ງໄດ້ສົ່ງສືບຕໍ່ມາໃຫ້ຫມູ່ເຮົາຮູ້ 3 ເຫດສັນນັ້ນທ່ານເທໂອຟິໂລທີ່ນັບຖືເອີຍ ເນື່ອງຈາກຂ້າພະເຈົ້າເອງໄດ້ສືບສວນຖ້ວນຖີ່ຕັ້ງແຕ່ຕົ້ນມາໃນສິ່ງເຫລົ່ານັ້ນ ຈຶ່ງເຫັນດີຈະຮຽບຮຽງເຣື່ອງຕາມລຳດັບເພື່ອປໂຍດແດ່ທ່ານ 4 ເພື່ອທ່ານຈະໄດ້ຮູ້ຢ່າງຄັກແນ່ໃນຄວາມອັນເປັນແກ່ນເປັນສານຂອງເຣື່ອງເຫລົ່ານັ້ນ ຊຶ່ງມີຜູ້ແຈ້ງໃຫ້ທ່ານຊາບ
ທຳນວາຍເຣື່ອງກຳເນີດຂອງໂຢຮັນບັບຕິສະໂຕ
5 ໃນຣັຊການຂອງເຮໂຣດກະສັດເມືອງຢູດາຍ ມີປະໂຣຫິດຕົນນຶ່ງຊື່ ເຊຄາຣີຢາ ຢູ່ໃນຜຽນຂອງອາບີຢາ ພັຣຍາຂອງເຊຄາຣີຢາຢູ່ໃນເຊື້ອສາຍອາໂຣນຊື່ວ່າເອລີຊາເບັດ 6 ເຂົາທັງສອງເປັນຄົນຊອບທັມຕໍ່ພຣະພັກພຣະຜູ້ເປັນເຈົ້າ ບໍ່ມີບ່ອນຕິເລີຍ 7 ເຂົາບໍ່ມີລູກເພາະເອລີຊາເບັດເປັນຍິງຫມັນ ແລະເຂົາທັງສອງກໍແກ່ຊະຣາແລ້ວ 8 ເມື່ອເຊຄາຣີຢາຖືກຜຽນ ກຳລັງປະຕິບັດຕາມຫນ້າທີ່ປະໂຣຫິດຕໍ່ພຣະພັກພຣະເຈົ້າ 9 ສລາກໄດ້ຕົກໃສ່ຕາມທັມນຽມປະໂຣຫິດ ໃຫ້ທ່ານເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າເພື່ອເຜົາເຄື່ອງຫອມບູຊາ 10 ສ່ວນພົລເມືອງກໍໄຫວ້ວອນຢູ່ຂ້າງນອກໃນເວລາເຜົາເຄື່ອງຫອມນັ້ນ 11 ແລ້ວມີເທວະດາຕົນນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ເຊຄາຣີຢາ ຢືນຢູ່ເບື້ອງຂວາແທ່ນເຜົາເຄື່ອງຫອມບູຊານັ້ນ 12 ເມື່ອເຊຄາຣີຢາໄດ້ເຫັນກໍຢ້ານແລະຕົກໃຈ 13 ແຕ່ເທວະດາຕົນນັ້ນໄດ້ບອກວ່າ, “ເຊຄາຣີຢາເອີຍ, ຢ່າຊູ່ຢ້ານ ເພາະຄຳອ້ອນວອນຂອງທ່ານໄດ້ຊົງຟັງແລ້ວ ນາງເອລີຊາເບັດພັຣຍາຂອງທ່ານຈະປະສູດບຸດຊາຍໃຫ້ທ່ານ ແລ້ວທ່ານຈົ່ງໃສ່ຊື່ບຸດນັ້ນວ່າ ໂຢຮັນ 14 ທ່ານຈະມີຄວາມຊົມຊື່ນຍິນດີ ແລະຫລາຍຄົນຈະຍິນດີເພາະບຸດນັ້ນເກີດມາ 15 “ເພາະວ່າບຸດນັ້ນຈະໄດ້ເປັນໃຫຍ່ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ ທ່ານຈະບໍ່ດື່ມເຫລົ້າແວງແລະເຫລົ້າປຸກຢ່າງໃດ ແລະຈະເຕັມໄປດ້ວຍພຣະວິນຍານບໍຣິສຸດ ຕັ້ງແຕ່ຈາກທ້ອງມານດາມາ 16 ທ່ານຈະນຳລູກຫລານຂອງອິສຣາເອນຫລາຍຄົນຫລົບຄືນມາຫາພຣະຜູ້ເປັນເຈົ້າຂອງເຂົາ 17 ທ່ານຈະອອກກ່ອນຫນ້າຂອງພຣະອົງ ໂດຍສະແດງອາຣົມແລະຣິດເດດຂອງເອລີຢາ ຈະໃຫ້ບັນດາພໍ່ກັບຄືນດີກັບລູກ ແລະໃຫ້ບັນດາຄົນທີ່ດື້ດ້ານກັບມາຫາປັນຍາຂອງຄົນສິນທັມ ເພື່ອຈັດຕຽມພົລເມືອງໄວ້ພ້ອມສຳລັບອົງພຣະຜູ້ເປັນເຈົ້າ” 18 ເຊຄາຣີຢາທູນເທວະດາຕົນນັ້ນວ່າ, “ຂ້ານ້ອຍຈະຮູ້ເຫດການນີ້ໄດ້ຢ່າງໃດ ເພາະຂ້ານ້ອຍກໍເຖົ້າແລ້ວ ແລະພັຣຍາຂອງຂ້ານ້ອຍກໍອາຍຸສູງຫລາຍແລ້ວ” 19 ຝ່າຍເທວະດາຕົນນັ້ນຈຶ່ງຕອບວ່າ, “ເຮົາແມ່ນຄັບຣີເອນຊຶ່ງຢືນຢູ່ຕໍ່ພຣະພັກພຣະເຈົ້າ ແລະຊົງໃຊ້ໃຫ້ມາກ່າວກັບທ່ານແລະນຳຂ່າວດີນີ້ມາບອກແກ່ທ່ານ 20 ເບິ່ງແມ໋, ທ່ານຈະເປັນຄົນໃບ້ແລະປາກບໍ່ໄດ້ ຈົນເຖິງວັນທີ່ເຫດການເຫລົ່ານັ້ນຈະເກີດຂຶ້ນ ເພາະທ່ານບໍ່ໄດ້ເຊື່ອຖ້ອຍຄຳຂອງເຮົາທີ່ຈະສຳເຣັດຕາມກຳນົດ” 21 ຝ່າຍພົລເມືອງກໍຄອຍຖ້າເຊຄາຣີຢາດ້ວຍຄວາມປລາດໃຈ ເພາະທ່ານຊັກຊ້າຢູ່ໃນພຣະວິຫານ 22 ເມື່ອທ່ານອອກມາແລ້ວກໍປາກນຳເຂົາບໍ່ໄດ້ ເຂົາຈຶ່ງສັງເກດຮູ້ວ່າທ່ານໄດ້ເຫັນນິມິດໃນພຣະວິຫານ ທ່ານໄດ້ສະແດງທ່າທີພາສາໃບ້ຕໍ່ເຂົາແລະຍັງເປັນໃບ້ຢູ່ 23 ເມື່ອຫມົດຜຽນຂອງທ່ານແລ້ວທ່ານກໍກັບບ້ານ 24 ພາຍລຸນມາເອລີຊາເບັດພັຣຍາຂອງທ່ານກໍມີທ້ອງ ແລ້ວຈຶ່ງໄປລີ້ຕົວຢູ່ໃນລະຫວ່າງຫ້າເດືອນຈຶ່ງເວົ້າວ່າ, 25 “ອົງພຣະຜູ້ເປັນເຈົ້າໄດ້ຊົງເຣັດຢ່າງນີ້ແກ່ຂ້ານ້ອຍ ໃນວັນທີ່ພຣະອົງໄດ້ທອດພຣະເນດຂ້ານ້ອຍ ເພື່ອຊົງຍົກຄວາມນິນທາຂອງຂ້ານ້ອຍທີ່ມີຢູ່ຖ້າມກາງຄົນທັງຫລາຍອອກເສັຽ” 26 ເມື່ອເຖິງເດືອນຖ້ວນຫົກເທວະດາຄັບຣີເອນໄດ້ຣັບໃຊ້ຈາກພຣະເຈົ້າ ມາຍັງເມືອງນຶ່ງໃນແຂວງຄາລີເລຊື່ນາຊາເຣັດ 27 ມາຫາຍິງພົມຈາຣີຄົນນຶ່ງ ຊຶ່ງເປັນຄູ່ຫມັ້ນຂອງຊາຍຄົນນຶ່ງຊື່ໂຢເຊບ ຜູ້ເປັນເຊື້ອສາຍຂອງກະສັດດາວິດ ນາງນັ້ນຊື່ມາຣິອາ 28 ເມື່ອເທວະດາມາເຖິງນາງແລ້ວຈຶ່ງເວົ້າວ່າ, “ຈົ່ງຈະເຣີນເທີນ, ເຈົ້າຜູ້ທີ່ຊົງໂຜດພຣະກະຣຸນາປານີຫລາຍ ອົງພຣະຜູ້ເປັນເຈົ້າກໍຊົງສະຖິດຢູ່ກັບເຈົ້າ” 29 ຝ່າຍມາຣິອາກໍຕົກສະທ້ານໃຈເພາະຖ້ອຍຄຳຂອງເທວະດານັ້ນ ຈຶ່ງຣຳພຶງວ່າຄຳທັກທາຍນີ້ຈະຫມາຍຄວາມວ່າຢ່າງໃດ 30 ແລ້ວເທວະດາໄດ້ກ່າວກັບນາງວ່າ, “ມາຣິອາເອີຍ, ຢ່າຊູ່ຢ້ານ ເພາະວ່າເຈົ້າເປັນທີ່ຊົງພຣະກະຣຸນາໂຜດແລ້ວ 31 ເບິ່ງແມ໋, ເຈົ້າຈະມີທ້ອງແລະປະສູດບຸດຊາຍ ຈົ່ງຕັ້ງຊື່ບຸດນັ້ນວ່າ ເຢຊູ 32 ບຸດນັ້ນຈະໄດ້ເປັນໃຫຍ່ ແລະຈະຊົງເອີ້ນວ່າພຣະບຸດຂອງຜູ້ສູງສຸດ ອົງພຣະຜູ້ເປັນເຈົ້າຊົງປະທານພຣະທີ່ນັ່ງຂອງກະສັດດາວິດ ຜູ້ເປັນບັນພະບຸຣຸດຂອງທ່ານ ໃຫ້ແກ່ທ່ານ 33 ແລະທ່ານຈະສເວີຍຣາຊຄຸ້ມຄອງເຊື້ອສາຍຂອງຢາໂຄບສືບໆໄປເປັນນິດ ແລະຣາຊອານາຈັກຂອງທ່ານຈະບໍ່ຮູ້ສິ້ນສຸດ” 34 ຝ່າຍມາຣິອາຈຶ່ງທູນເທວະດານັ້ນວ່າ, “ເຫດການນີ້ຈະເປັນໄປໄດ້ຢ່າງໃດ ເພາະຂ້ານ້ອຍຍັງບໍ່ທັນໄດ້ຮ່ວມຮູ້ກັບຊາຍຈັກເທື່ອ” 35 ເທວະດາໄດ້ຕອບນາງວ່າ, “ພຣະວິນຍານບໍຣິສຸດຈະສະເດັດລົງມາເຖິງເຈົ້າ ແລະຣິດເດດຂອງຜູ້ສູງສຸດຈະປົກຄຸມເຈົ້າໄວ້ ເຫດສັນນີ້ບຸດທີ່ຈະເກີດມານັ້ນຈະໄດ້ເອີ້ນວ່າບໍຣິສຸດ ຄືພຣະບຸດຂອງພຣະເຈົ້າ 36 ເບິ່ງແມ໋, ເຖິງນາງເອລີຊາເບັດພີ່ນ້ອງຂອງເຈົ້າຜູ້ແກ່ຊະຣາແລ້ວ ກໍຍັງມີທ້ອງຈະເກີດບຸດຊາຍເຫມືອນກັນ ບັດນີ້ນາງທີ່ເຂົາຖືວ່າເປັນຍິງຫມັນກໍມີທ້ອງໄດ້ຫົກເດືອນແລ້ວ 37 ເພາະວ່າຝ່າຍພຣະເຈົ້າບໍ່ມີສິ່ງໃດທີ່ເຫລືອພຣະກຳລັງ” 38 ສ່ວນມາຣິອາກໍທູນວ່າ, “ຂ້ານ້ອຍນີ້ແຫລະ, ເປັນຂ້ອຍຍິງຂອງອົງພຣະຜູ້ເປັນເຈົ້າ ຂໍໃຫ້ບັງເກີດແກ່ຂ້ານ້ອຍຕາມຄຳຂອງເຈົ້າກູເທີນ” ແລ້ວເທວະດາຕົນນັ້ນໄດ້ຈາກນາງໄປ
ມາຣິອາໄປຢ້ຽມຢາມເອລີຊາເບັດ
39 ຄາວນັ້ນມາຣິອາໄດ້ລຸກຂຶ້ນແລ້ວຮີບໄປຍັງເຂດພູເຂົາ ຄືໄປເຖິງເມືອງນຶ່ງໃນແຂວງຢູດາຍ 40 ນາງໄດ້ເຂົ້າໄປໃນເຮືອນຂອງເຊຄາຣີຢາທັກທາຍນາງເອລີຊາເບັດ 41 ພໍເມື່ອເອລີຊາເບັດໄດ້ຍິນຄຳທັກທາຍຂອງມາຣິອາ ບຸດໃນທ້ອງຂອງຕົນກໍດີ້ນ ແລະເອລີຊາເບັດກໍເຕັມໄປດ້ວຍພຣະວິນຍານບໍຣິສຸດ 42 ຈຶ່ງຮ້ອງຂຶ້ນດ້ວຍສຽງອັນດັງວ່າ, “ນາງໄດ້ຮັບພຣະພອນໃນລະຫວ່າງພວກຜູ້ຍິງ ແລະບຸດໃນທ້ອງຂອງນາງໄດ້ຮັບພຣະພອນດ້ວຍ 43 ເປັນສັນໃດຂ້ານ້ອຍຈຶ່ງໄດ້ຮັບຄວາມເມດຕາຢ່າງນີ້ ຄືມານດາຂອງອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄດ້ມາຫາຂ້ານ້ອຍ 44 ເພາະວ່າ ເບິ່ງແມ໋, ພໍສຽງທັກທາຍຂອງນາງເຂົ້າຫູຂ້ານ້ອຍ ລູກໃນທ້ອງຂອງຂ້ານ້ອຍໄດ້ດີ້ນດ້ວຍຄວາມຍິນດີ 45 ຄວາມສຸກມີແກ່ນາງທີ່ໄດ້ເຊື່ອວ່າ ຈະສຳເຣັດຕາມພຣະຄັມທີ່ນາງໄດ້ຮັບຈາກອົງພຣະຜູ້ເປັນເຈົ້າ“
ເພງສັຣເສີນຂອງມາຣິອາ
46 ສ່ວນມາຣິອາກໍກ່າວວ່າ, “ຈິດໃຈຂອງຂ້າພະເຈົ້າສັຣເສີນຍ້ອງຍໍອົງພຣະຜູ້ເປັນເຈົ້າ 47 ແລະຈິດວິນຍານຂອງຂ້າພະເຈົ້າກໍເກີດຄວາມຍິນດີໃນພຣະເຈົ້າຜູ້ຊົງໂຜດໃຫ້ຂ້າພະເຈົ້າພົ້ນ 48 ເພາະພຣະອົງຊົງທອດພຣະເນດຖານະອັນຍາກຕ່ຳຕ້ອຍແຫ່ງຂ້ອຍຍິງຂອງພຣະອົງ ເບິ່ງແມ໋, ຕັ້ງແຕ່ນີ້ໄປຄົນທຸກສະໄຫມຈະເອີ້ນຂ້າພະເຈົ້າວ່າຜາສຸກ 49 ເພາະວ່າຜູ້ຊົງຣິດໄດ້ຊົງກະທຳການໃຫຍ່ແກ່ຂ້າພະເຈົ້າ ພຣະນາມຂອງພຣະອົງກໍບໍຣິສຸດ 50 ພຣະກະຣຸນາຂອງພຣະອົງກໍມີແກ່ບັນດາຜູ້ຢຳເກງພຣະອົງ ທັງຊົ່ວນີ້ແລະຊົ່ວຫນ້າສືບໆໄປ 51 ພຣະອົງຊົງສະແດງຣິດດ້ວຍພຣະກອນຂອງພຣະອົງ ພຣະອົງຊົງກະທຳໃຫ້ຄົນທີ່ມີໃຈຄຶດຈອງຫອງພັດພາກຈາກກັນ 52 ພຣະອົງຊົງຖອດເຈົ້ານາຍລົງຈາກພຣະທີ່ນັ່ງ ແລະໄດ້ຊົງຍົກຜູ້ຍາກຕ່ຳຂຶ້ນ 53 ພຣະອົງຊົງໂຜດໃຫ້ຄົນອຶດຢາກອີ່ມດ້ວຍຂອງດີ ແລະຊົງກະທຳໃຫ້ຄົນຮັ່ງມີຫນີໄປມືເປົ່າ 54 ພຣະອົງຊົງຊ່ອຍອິສຣາເອນຜູ້ຮັບໃຊ້ຂອງພຣະອົງ ຄືພຣະອົງຊົງຈື່ຈຳພຣະເມດຕາຂອງພຣະອົງ 55 ທີ່ມີຕໍ່ອັບຣາຮາມແລະຕໍ່ເຊື້ອສາຍຂອງທ່ານເປັນນິດ ຕາມທີ່ພຣະອົງໄດ້ຊົງບອກໄວ້ກັບບັນພະບຸຣຸດຂອງພວກເຮົາ” 56 ແລ້ວມາຣິອາໄດ້ອາໄສຢູ່ກັບນາງເອລີຍຊາເບັດປະມານສາມເດືອນ ຈຶ່ງໄດ້ກັບຄືນໄປເຮືອນຂອງຕົນ
ເຣື່ອງກຳເນີດຂອງໂຢຮັນບັບຕິສະໂຕ
57 ຄັນຖ້ວນວັນເວລາທີ່ນາງເອລີຊາເບັດຈະໄດ້ລູກແລ້ວ ນາງກໍໄດ້ປະສູດລູກເປັນຜູ້ຊາຍ 58 ເມື່ອເພື່ອນບ້ານແລະພວກຍາດຕິພີ່ນ້ອງໄດ້ຍິນຂ່າວວ່າ ພຣະເຈົ້າໄດ້ຊົງສະແດງພຣະມະຫາ
ກະຣຸນາແກ່ນາງ ເຂົາກໍພາກັນຊົມຊື່ນຍິນດີຮ່ວມກັນກັບນາງ
59 ຄັນເຖິງວັນຖ້ວນແປດເຂົາກໍພາກັນມາໃຫ້ເດັກນ້ອຍນັ້ນຮັບພິທີຕັດ ແລະເຂົາຈະໃສ່ຊື່ເດັກນ້ອຍວ່າເຊຄາຣິຢາ ຕາມຊື່ຂອງບິດາ 60 ຝ່າຍມານດາຈຶ່ງຕອບວ່າ, “ບໍ່ແມ່ນ ແຕ່ຕ້ອງໃສ່ຊື່ວ່າ ໂຢຮັນ” 61 ເຂົາພາກັນກ່າວແກ່ນາງວ່າ, “ໃນພວກພີ່ນ້ອງຂອງເຈົ້າບໍ່ມີໃຜທີ່ມີຊື່ຢ່າງນັ້ນ” 62 ແລ້ວເຂົາຈຶ່ງສະແດງທ່າທີພາສາໃບ້ຖາມບິດາວ່າ, “ຢາກໃສ່ຊື່ເດັກນ້ອຍນັ້ນວ່າຢ່າງໃດ” 63 ທ່ານຈຶ່ງຂໍເອົາກະດານມາຂຽນວ່າ, “ຊື່ຂອງເດັກນ້ອຍນັ້ນຄື ໂຢຮັນ” ຄົນທັງປວງກໍປລາດໃຈ 64 ໃນທັນໃດນັ້ນທ່ານອອກສຽງໄດ້ ແລະລີ້ນກໍອ່ອນ ແລ້ວທ່ານໄດ້ກ່າວສັຣເສີນພຣະເຈົ້າ 65 ເພື່ອນບ້ານທັງປວງກໍເກີດຄວາມຢ້ານ ແລະເຫດການທັງປວງນັ້ນກໍຊ່າລືໄປທົ່ວເຂດພູແຂວງຢູດາຍ 66 ບັນດາຄົນທີ່ໄດ້ຍິນຂ່າວເຫລົ່ານີ້ກໍເກັບໄວ້ໃນໃຈແລະເວົ້າວ່າ, “ລູກນ້ອຍນັ້ນຈະເປັນຢ່າງໃດຫນໍ” ດ້ວຍວ່າພຣະຫັດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ນຳເດັກນ້ອຍນັ້ນ
ຄຳທຳນວາຍຂອງເຊຄາຣີຢາ
67 ຝ່າຍເຊຄາຣິຢາຜູ້ເປັນບິດາກໍເຕັມໄປດ້ວຍພຣະວິນຍານບໍຣິສຸດ ຈຶ່ງໄດ້ທຳນວາຍວ່າ, 68 “ຈົ່ງສັຣເສີນຜູ້ຊົງເປັນພຣະເຈົ້າຂອງອິສຣາເອນ ດ້ວຍພຣະອົງໄດ້ຊົງຢ້ຽມຢາມແລະໄດ້ຊົງໄຖ່ເອົາພົລເມືອງຂອງພຣະອົງ 69 ແລະໄດ້ຊົງໃຫ້ຜູ້ຊົງຣິດຜູ້ນຶ່ງເກີດຂຶ້ນ ໃນວົງສາຂອງດາວິດຜູ້ຮັບໃຊ້ຂອງພຣະອົງ ເພື່ອເປັນຜູ້ຊົງໂຜດໃຫ້ພົ້ນຂອງພວກເຮົາ 70 ຕາມທີ່ພຣະອົງໄດ້ຊົງກ່າວໄວ້ຕັ້ງແຕ່ບູຮານ ໂດຍປາກຂອງຜູ້ປະກາດພຣະທັມບໍຣິສຸດຂອງພຣະອົງ 71 ຄືຊົງໃຫ້ພົ້ນຈາກສັດຕຣູທັງຫລາຍຂອງພວກເຮົາ ແລະພົ້ນຈາກມືຄົນທັງປວງທີ່ຊັງເຮົາ 72 ດັ່ງນັ້ນຈຶ່ງສະແດງພຣະກະຣຸນາ ຊຶ່ງຊົງສັນຍາແກ່ບັນພະບຸຣຸດຂອງພວກເຮົາ ແລະຊົງລະນຶກເຖິງພຣະສັນຍາອັນບໍຣິສຸດຂອງພຣະອົງ 73 ຄືຄຳສາບານຊຶ່ງພຣະອົງໄດ້ຊົງສາບານໄວ້ກັບອັບຣາຮາມບັນພະບຸຣຸດຂອງເຮົາວ່າ, 74 “ເມື່ອເຮົາໄດ້ພົ້ນຈາກມືສັດຕຣູທັງຫລາຍຂອງເຮົາແລ້ວ ຈະຊົງໂຜດໃຫ້ເຮົາໄດ້ບົວລະບັດພຣະອົງ ໂດຍປາສຈາກຄວາມຢ້ານ 75 ດ້ວຍໃຈສັດຊື່ແລະດ້ວຍຄວາມຊອບທັມ ຕໍ່ພຣະພັກພຣະອົງຕລອດຊີວິດຂອງພວກເຮົາ 76 ຝ່າຍເຈົ້າລູກນ້ອຍເອີຍ, ເຂົາຈະເອີ້ນເຈົ້າວ່າ ຜູ້ປະກາດພຣະທັມຂອງຜູ້ສູງສຸດ ເພາະວ່າເຈົ້າຈະໄປກ່ອນຫນ້າອົງພຣະຜູ້ເປັນເຈົ້າ ແລະຈັດແຈງບັນດາທາງຂອງພຣະອົງ 77 ເພື່ອຈະໃຫ້ພົລເມືອງຂອງພຣະອົງຮູ້ເຖິງຄວາມພົ້ນ ໂດຍການຊົງໂຜດຍົກຄວາມຜິດບາບຂອງເຂົາ 78 ດ້ວຍພຣະທັຍເມດຕາກະຣຸນາແຫ່ງພຣະເຈົ້າຂອງພວກເຮົາ ແສງສວ່າງໃນຍາມຮຸ່ງເຊົ້າຈາກທີ່ສູງໄດ້ມາຢ້ຽມຢາມພວກເຮົາ 79 ເພື່ອຈະສອ່ງສວ່າງແກ່ຄົນທັງຫລາຍທີ່ຢູ່ໃນບ່ອນມືດ ແລະຢູ່ໃນເງົາຂອງຄວາມຕາຍ ເພື່ອຈະນຳພາຕີນຂອງເຮົາໄປໃນທາງສງົບສຸກ” 80 ຝ່າຍລູກນ້ອຍນັ້ນກໍໃຫຍ່ຂຶ້ນແລະຈິດວິນຍານກໍມີກຳລັງທະວີຂຶ້ນ ທ່ານໄດ້ອາໄສຢູ່ໃນປ່າຈົນເຖິງວັນທີ່ຈະໄດ້ມາປາກົດແກ່ພວກອິສຣາເອນ
ພຣະກຳເນີດຂອງພຣະເຢຊູ
1 ຢູ່ມາໃນຄາວນັ້ນມີຄຳສັ່ງຈາກກາຍຊາໂອຄຸໂຕໃຫ້ຈົດທະບຽນສຳມະໂນຄົວທົ່ວແຜ່ນດິນ 2 ການຈົດທະບຽນສຳມະໂນຄົວເທື່ອຕົ້ນນີ້ ເກີດຂຶ້ນເມື່ອເວລາກິເຣນີໂອເປັນຜູ້ປົກຄອງເມືອງຊີເຣັຽ 3 ຄົນທັງປວງຕ່າງຄົນກໍຕ່າງໄປຂຶ້ນທະບຽນຍັງເມືອງຂອງຕົນ 4 ຝ່າຍໂຢເຊບກໍຂຶ້ນໄປຈາກເມືອງນາຊາເຣັດແຂວງຄາລີເລ ເຖິງເມືອງຂອງດາວິດຊື່ ເບັດເລເຮັມແຂວງຢູດາຍ ເພາະທ່ານເປັນເຊື້ອສາຍແລະວົງຕະກູນດຽວກັນກັບດາວິດ 5 ເພື່ອຈະຂຶ້ນທະບຽນສໍາມະໂນຄົວພ້ອມກັບນາງມາຣິອາຄູ່ຫມັ້ນຂອງຕົນ ສ່ວນມາຣິອາກໍກຳລັງມີທ້ອງຢູ່ 6 ເມື່ອເຂົາທັງສອງຍັງຢູ່ທີ່ນັ້ນກໍເຖິງເວລາທີ່ມາຣິອາຈະປະສູດບຸດ 7 ນາງຈຶ່ງໄດ້ປະສູດບຸດຜູ້ກົກ ເອົາຜ້າອ້ອມພັນແລະວາງໄວ້ໃນຮາງຫຍ້າ ເພາະບໍ່ມີບ່ອນຫວ້າງສຳລັບເຂົາໃນໂຮງແຮມ
ເທວະດາປາກົດແກ່ບັນດາຜູ້ລ້ຽງແກະ
8 ໃນແຖບນັ້ນມີພວກລ້ຽງແກະທີ່ນອນເຝົ້າຝູງແກະຂອງເຂົາຢູ່ທົ່ງໃນເວລາກາງຄືນ 9 ແລະມີເທວະດາຕົນນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ເຂົາ ແລະຣັສມີຂອງອົງພຣະຜູ້ເປັນເຈົ້າໄດ້ສ່ອງຮອບເຂົາ ແລະເຂົາໄດ້ຕົກສະທ້ານໃຈຫລາຍ 10 ຝ່າຍເທວະດາຕົນນັ້ນກໍກ່າວແກ່ຕໍ່ເຂົາວ່າ, “ຢ່າຊູ່ຢ້ານ ເພາະນີ້ແຫລະ, ເຮົານຳເອົາຂ່າວດີມາປະກາດໃຫ້ພວກເຈົ້າຮູ້ ຊຶ່ງເປັນທີ່ຊື່ນຊົມຍິນດີອັນໃຫຍ່ແກ່ພົລເມືອງທັງຫມົດ 11 ເພາະວ່າໃນວັນນີ້ພຣະຜູ້ຊົງໂຜດໃຫ້ພົ້ນອົງນຶ່ງ ຄືພຣະຄຣິດເຈົ້າ ມາບັງເກີດໃນເມືອງດາວິດສຳລັບເຈົ້າທັງຫລາຍ 12 ອັນນີ້ຈະເປັນຫມາຍສຳຄັນແກ່ເຈົ້າທັງຫລາຍ ຄືພວກເຈົ້າຈະໄດ້ພົບພຣະກຸມມານຕົນນຶ່ງພັນຜ້າອ້ອມນອນຢູ່ໃນຮາງຫຍ້າ” 13 ໃນທັນໃດນັ້ນມີກອງທັບສວັນຫມູ່ໃຫຍ່ມາຢູ່ກັບເທວະດາຕົນນັ້ນ ຮ່ວມສັຣເສີນພຣະເຈົ້າວ່າ, 14 “ພຣະຣັສມີຈົ່ງມີແດ່ພຣະເຈົ້າໃນທີ່ສູງສຸດ ແລະທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ ແກ່ມະນຸດທັງປວງທີ່ພຣະອົງຊົງຊອບພຣະທັຍນັ້ນ” 15 ເມື່ອເທວະດາເຫລົ່ານັ້ນໄປຈາກເຂົາຂຶ້ນສູ່ສວັນແລ້ວ ພວກລ້ຽງແກະໄດ້ເວົ້າກັນວ່າ, “ເຮົາພາກັນໄປເມືອງເບັດເລເຮັມເທາະ ໄປເບິ່ງເຫດການທີ່ເກີດຂຶ້ນ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ຊົງແຈ້ງແກ່ເຮົານັ້ນ” 16 ເຂົາກໍຮີບໄປແລ້ວພົບມາຣິອາກັບໂຢເຊບ ແລະເຫັນພຣະກຸມມານນັ້ນນອນຢູ່ໃນຮາງຫຍ້າ 17 ເມື່ອເຂົາໄດ້ເຫັນແລ້ວກໍເລົ່າເຣື່ອງທີ່ເຂົາໄດ້ຍິນເຖິງພຣະກຸມມານນັ້ນ 18 ຄົນທັງປວງທີ່ໄດ້ຍິນກໍປລາດໃຈດ້ວຍຖ້ອຍຄໍາທີ່ພວກລ້ຽງແກະໄດ້ບອກແກ່ເຂົາ 19 ຝ່າຍມາຣິອາກໍເກັບບັນດາສິ່ງເຫລົ່ານີ້ໄວ້ໃນໃຈ ແລະຄຶດຮ່ຳເພິງຢູ່ 20 ພວກລ້ຽງແກະຈຶ່ງກັບໄປຍ້ອງຍໍສໍຣະເສີນພຣະເຈົ້າ ເພາະເຫດການທັງປວງທີ່ເຂົາໄດ້ຍິນແລະໄດ້ເຫັນ ຕາມທີ່ໄດ້ບອກໄວ້ກັບເຂົານັ້ນ 21 ເມື່ອຄົບແປດວັນແລ້ວ ເປັນວັນໃຫ້ພຣະກຸມມານນັ້ນຮັບພິທີຕັດ ເຂົາຈຶ່ງໃສ່ຊື່ພຣະກຸມມານນັ້ນວ່າເຢຊູ ຕາມທີ່ເທວະດາໄດ້ບອກໄວ້ກ່ອນ ເມື່ອພຣະກຸມມານນັ້ນຍັງບໍ່ໄດ້ປະຕິສົນທິໃນທ້ອງ
ການຖວາຍພຣະກຸມມານເຢຊູໃນພຣະວິຫານ
22 ເມື່ອເຖິງເວລາທີ່ຈະທຳພິທີຊຳຮະຕົວໃຫ້ສະອາດ ເຂົາຈຶ່ງເອົາພຣະກຸມມານໄປຍັງກຸງເຢຣູຊາເລັມ ເພື່ອຖວາຍແດ່ອົງພຣະຜູ້ເປັນເຈົ້າ 23 (ຕາມທີ່ຂຽນໄວ້ແລ້ວໃນພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນຈະໄດ້ເອີ້ນວ່າ ເປັນລູກທີ່ຖວາຍແດ່ອົງພຣະຜູ້ເປັນເຈົ້າ”) 24 ແລະເພື່ອຖວາຍຂອງບູຊາຕາມທີ່ຊົງກ່າວໄວ້ແລ້ວໃນພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າ ຄື “ນົກເຂົາຄູ່ນຶ່ງຫລືນົກກາງແກຫນຸ່ມສອງໂຕ” 25 ນີ້ແຫລະ, ມີຊາຍຄົນນຶ່ງໃນກຸງເຢຣູຊາເລັມຊື່ ຊີເມໂອນ ເປັນຄົນສິນທັມແລະຢຳເກງພຣະເຈົ້າ ທ່ານໄດ້ຄອຍຖ້າວັນທີ່ພວກອິສຣາເອນຈະໄດ້ຣັບຄວາມບັນເທົາທຸກ ແລະພຣະວິນຍານບໍຣິສຸດຊົງສະຖິດຢູ່ກັບທ່ານ 26 ພຣະວິນຍານບໍຣິສຸດໄດ້ຊົງສະແດງແກ່ທ່ານແລ້ວວ່າ ທ່ານຈະບໍ່ຕາຍຈົນກວ່າຈະໄດ້ເຫັນພຣະຄຣິດຜູ້ມາຈາກອົງພຣະຜູ້ເປັນເຈົ້າ 27 ຊີເມໂອນໄດ້ເຂົ້າໄປໃນບໍຣິເວນພຣະວິຫານໂດຍພຣະວິນຍານຊົງນຳ ແລະເມື່ອບິດາມານດາໄດ້ນຳເອົາພຣະກຸມມານເຢຊູເຂົ້າໄປ ເພື່ອຈະກະທຳແກ່ພຣະກຸມມານຕາມກົດລະບຽບແຫ່ງພຣະບັນຍັດ 28 ຊີເມໂອນຈົ່ງອຸ້ມເອົາພຣະກຸມມານ ແລະສັຣເສີນພຣະເຈົ້າວ່າ, 29 “ຂ້າແດ່ພຣະອົງເຈົ້າ ບັດນີ້ພຣະອົງໄດ້ຊົງໃຫ້ຂ້ອຍໃຊ້ຂອງພຣະອົງໄປເປັນສຸກ ຕາມພຣະທັມຂອງພຣະອົງ 30 ເພາະວ່າຕາຂ້າພຣະອົງໄດ້ເຫັນຄວາມພົ້ນທີ່ມາຈາກພຣະອົງແລ້ວ 31 ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້ຕໍ່ຫນ້າໄພ່ພົນທັງຫລາຍ 32 ເປັນຄວາມສວ່າງສ່ອງແສງແກ່ບັນດາປະຊາຊາດ ແລະເປັນສະງ່າຣາສີແກ່ພວກອິສຣາເອນພົລເມືອງຂອງພຣະອົງ” 33 ຝ່າຍບິດາມານດາຂອງພຣະກຸມມານກໍປລາດໃຈ ດ້ວຍຖ້ອຍຄຳທີ່ຊີເມໂອນໄດ້ກ່າວເຖິງພຣະກຸມມານນັ້ນ 34 ຊີເມໂອນໄດ້ອວຍພອນແກ່ເຂົາ ແລ້ວກ່າວແກ່ມາຣິອາມານດາພຣະກຸມມານນັ້ນວ່າ, “ເບິ່ງແມ໋, ພຣະກຸມມານນີ້ຊົງຕັ້ງໄວ້ເປັນເຫດໃຫ້ຫລາຍຄົນໃນພວກອິສຣາເອນລົ້ມລົງແລະລຸກຂຶ້ນໃຫມ່ ແລະເປັນຫມາຍສຳຄັນທີ່ເຂົາຈະກ່າວຕໍ່ສູ້ 35 ເພື່ອຄວາມຄຶດໃນໃຈຂອງຄົນຈຳນວນຫລາຍຈະໄດ້ປາກົດແຈ້ງ ສ່ວນນາງ ດາບຈະແທງຫົວໃຈຂອງນາງເອງໃຫ້ຊອດ” 36 ຍັງມີຫມໍທຳນວາຍຍິງຄົນນຶ່ງຊື່ອານາ ເປັນລູກຂອງຟານູເອນໃນຕະກູນອາເຊີ ນາງເປັນຄົນແກ່ຊະຣາຫລາຍແຫລ້ວ ມີຜົວຕັ້ງແຕ່ເປັນສາວຫນຸ່ມ ແລະຢູ່ນຳຜົວໄດ້ເຈັດປີ 37 ແລ້ວກໍເປັນຫມ້າຍຢູ່ລະຫວ່າງແປດສິບສີ່ປີ ນາງບໍ່ຫນີຈາກບໍຣິເວນພຣະວິຫານ ແຕ່ໄດ້ຢູ່ປະຕິບັດພຣະເຈົ້າ ຮັກສາສິນດ້ວຍອົດອາຫານແລະໄຫວ້ວອນທັງກາງເວັນແລະກາງຄືນ 38 ໃນຂນະນັ້ນນາງໄດ້ເຂົ້າມາໂມທະນາພຣະຄຸນ ພຣະເຈົ້າ ແລະກ່າວເຖິງພຣະກຸມມານໃຫ້ຄົນທັງປວງໃນກຸງເຢຣູຊາເລັມຟັງ ຊຶ່ງເຂົາກຳລັງຄອຍຖ້າການຊົງໄຖ່ໃຫ້ພົ້ນນັ້ນ
ການກັບເມືອນາຊາເຣັດ
39 ຄັນໂຢເຊບກັບມາຣິອາໄດ້ເຮັດທຸກສິ່ງຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າແລ້ວກໍໄດ້ກັບເມືອຍັງເມືອງຂອງຕົນ ຄືນາຊາເຣັດແຂວງຄາລີເລ 40 ພຣະກຸມມານນັ້ນກໍໃຫຍ່ຂຶ້ນແລະແຂງແຮງ ເຕັມໄປດ້ວຍສະຕິປັນຍາ ແລະພຣະຄຸນຂອງພຣະເຈົ້າກໍສະຖິດຢູ່ນຳ ພຣະກຸມມານເຢຊູໃນພຣະວິຫານ 41 ຝ່າຍບິດາມານດາຂອງພຣະກຸມມານ ເຄີຍຂຶ້ນເມືອກຸງເຢຣູຊາເລັມໃນເທສການປັສຄາທຸກປີ 42 ເມື່ອພຣະກຸມມານມີພຣະຊົນສິບສອງພັນສາ ເຂົາກໍຂຶ້ນເມືອຕາມທັມນຽມເທສການນັ້ນ 43 ເມື່ອຄົບກຳນົດວັນປັສຄານັ້ນແລ້ວ ຂນະທີ່ເຂົາກຳລັງກັບເມືອ ພຣະກຸມມານເຢຊູກໍຍັງຄ້າງຢູ່ໃນກຸງເຢຣູຊາເລັມ ຝ່າຍບິດາມານດາກໍບໍ່ຮູ້ຈັກ 44 ເພາະເຂົາທັງສອງຄຶດວ່າພຣະກຸມມານນັ້ນຢູ່ນຳຄົນທີ່ມາດ້ວຍກັນ ເຂົາຈຶ່ງເດີນທາງໄປໄດ້ມື້ນຶ່ງ ຈຶ່ງຕັ້ງຊອກຫາພຣະກຸມມານໃນຫມູ່ພີ່ນ້ອງແລະຄົນທີ່ຮູ້ຈັກກັນ 45 ເມື່ອບໍ່ພົບຈຶ່ງກັບຄືນໄປຊອກຫາທີ່ກຸງເຢຣູຊາເລັມ 46 ຄັນຊອກຫາໄດ້ສາມວັນແລ້ວ ຈຶ່ງພົບພຣະກຸມມານນັ່ງຢູ່ໃນບໍຣິເວນພຣະວິຫານຖ້າມກາງພວກອາຈານ ກຳລັງຟັງແລະໄຕ່ຖາມພວກອາຈານເຫລົ່ານັ້ນຢູ່ 47 ຄົນທັງປວງທີ່ໄດ້ຍິນກໍປລາດໃຈໃນສະຕິປັນຍາແລະຄຳຕອບຂອງພຣະກຸມມານນັ້ນ 48 ຝ່າຍບິດາມານດາເມື່ອໄດ້ເຫັນແລ້ວກໍອັດສະຈັນໃຈ ມານດາຈຶ່ງກ່າວວ່າ, “ລູກເອີຍ, ເປັນຫຍັງເຈົ້າຈຶ່ງເຮັດຢ່າງນີ້ແກ່ເຮົາ ເບິ່ງແມ໋, ພໍ່ກັບແມ່ໄດ້ຊອກຫາເຈົ້າເປັນທຸກໃຈຫລາຍ” 49 ຝ່າຍພຣະກຸມມານຕອບວ່າ, “ເຈົ້າທັງສອງຊອກຫາເຮົາເຣັດຫຍັງ ຍັງບໍ່ຮູ້ຫລືວ່າເຮົາຈະຕ້ອງຢູ່ໃນທີ່ສະຖິດແຫ່ງພຣະບິດາຂອງເຮົາ” 50 ແຕ່ບິດາມານດາກໍບໍ່ໄດ້ເຂົ້າໃຈຄຳຕອບຂອງພຣະກຸມມານນັ້ນ 51 ແລ້ວພຣະກຸມມານກໍລົງໄປກັບເຂົາໄປຍັງເມືອງນາຊາເຣັດແລະຍອມຢູ່ໃຕ້ບັງຄັບບັນຊາຂອງເຂົາ ສ່ວນມານດາກໍເກັບຂໍ້ຄວາມທັງຫລາຍນີ້ໄວ້ໃນໃຈ 52 ພຣະເຢຊູກໍໄດ້ຈະເຣີນຂຶ້ນໃນດ້ານສະຕິປັນຍາ ໃນດ້ານຮ່າງກາຍ ເປັນທີ່ຊອບຕໍ່ພຣະເຈົ້າແລະຕໍ່ມະນຸດເຫມືອນກັນ
ການປະກາດຂອງໂຢຮັນບັບຕິສະໂຕ
1 ເມື່ອປີທີ່ສິບຫ້າໃນຣັຊການກາຊາຕີເບຣີໂອ ຄາວເມື່ອປົນອີໂອປີລາດເປັນຜູ້ຄຸ້ມຄອງແຂວງຢູດາຍ ເຮໂຣດເປັນຜູ້ຄຸ້ມຄອງແຂວງຄາລີເລ ຟິລິບນ້ອງຊາຍຂອງເຮໂຣດເປັນຜູ້ຄຸ້ມຄອງແຂວງອີຕູຣາຍກັບອານາເຂດທາໂຄນິດ ລິຊາເນັຽເປັນຜູ້ຄຸ້ມຄອງແຂວງອາບິເລນ 2 ແລະອັນນາກັບກາຢະຟາເປັນມະຫາປະໂຣຫິດ ຄາວນັ້ນພຣະທັມຂອງພຣະເຈົ້າໄດ້ມາເຖິງໂຢຮັນບຸດຊາຄາຣິຢາໃນກາງປ່າ 3 ແລ້ວໂຢຮັນໄດ້ໄປທົ່ວເຂດອ້ອມແອ້ມແມ່ນ້ຳຈໍແດນ ປະກາດບັບຕິສະມາກ່ຽວກັບການຖິ້ມໃຈເກົ່າເອົາໃຈໃຫມ່ ເພື່ອພຣະເຈົ້າຈະຊົງຍົກຄວາມຜິດບາບເສັຽ 4 ຕາມທີ່ຂຽນໄວ້ແລ້ວໃນຫນັງສືຖ້ອຍຄຳຂອງເອຊາຢາຜູ້ປະກາດພຣະທັມວ່າ, “ສຽງຜູ້ທີ່ຮ້ອງໃນປ່າວ່າ ຈົ່ງຈັດແຈງທາງຂອງອົງພຣະຜູ້ເປັນເຈົ້າ ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ 5 ຮ່ອມທຸກຮ່ອມຈະໄດ້ຖົມໃຫ້ເຕັມ ພູແລະໂນນທຸກຫນ່ວຍຈະເຮັດໃຫ້ຕ່ຳລົງ ທາງຄົດຈະເຮັດໃຫ້ຊື່ ແລະທາງມີຕໍກໍຈະເຮັດໃຫ້ກ້ຽງ 6 ມະນຸດທັງປວງຈະເຫັນການທີ່ພຣະເຈົ້າຊົງໂຜດໃຫ້ພົ້ນ” 7 ໂຢຮັນຈຶ່ງກ່າວແກ່ປະຊາຊົນທີ່ອອກມາຮັບບັບຕິສະມາຈາກຕົນວ່າ, “ອ້າຍຊາດງູຮ້າຍເຮີຍ, ໃຜໄດ້ບອກສູໃຫ້ປົບຫນີຈາກພຣະພິໂຣດທີ່ຈະມາເຖິງນັ້ນ 8 ເຫດສັນນັ້ນ ຈົ່ງປະຕິບັດໃຫ້ໄດ້ຜົນສົມກັບການຖິ້ມໃຈເກົ່າເອົາໃຈໃຫມ່ ແລະຢ່າຕັ້ງນຶກໃນໃຈວ່າ “ພວກເຮົາມີອັບຣາຮາມເປັນພໍ່ເຄົ້າ” ເພາະເຮົາບອກເຈົ້າທັງຫລາຍວ່າພຣະເຈົ້າຊົງຣິດອາດຈະບັນດານໃຫ້ລູກຫລານເກີດແກ່ອັບຣາຮາມຈາກກ້ອນຫີນເຫລົ່ານີ້ກໍໄດ້ 9 ບັດນີ້ຂວານວາງໄວ້ທີ່ເຫງົ້າຕົ້ນໄມ້ແລ້ວ ສັນນັ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີກໍຈະຖືກປ້ຳແລ້ວໂຍນຖິ້ມໃສ່ໄຟເສັຽ” 10 ຝ່າຍປະຊາຊົນຈຶ່ງຖາມໂຢຮັນວ່າ, “ຖ້າຢ່າງນັ້ນພວກເຮົາຈະເຣັດແນວໃດ” 11 ທ່ານໄດ້ຕອບເຂົາວ່າ, “ຜູ້ໃດທີ່ມີເສື້ອສອງໂຕຈົ່ງປັນໃຫ້ຜູ້ບໍ່ມີແລະຜູ້ທີ່ມີອາຫານຈົ່ງປັນໃຫ້ເຫມືອນກັນ” 12 ແລະພວກເກັບພາສີກໍໄດ້ມາຮັບບັບຕິສະມາເຫມືອນກັນ ແລ້ວຖາມທ່ານວ່າ, “ອາຈານເອີຍ, ພວກຂ້ານ້ອຍຄວນຈະເຮັດແນວໃດ” 13 ທ່ານຈຶ່ງຕອບວ່າ, “ຢ່າໄດ້ເກັບພາສີເກີນອັດຕຣາ” 14 ພວກທະຫານກໍຖາມທ່ານເຫມືອນກັນວ່າ, “ພວກຂ້ານ້ອຍເດ ຈະເຣັດແນວໃດ” ທ່ານຈຶ່ງຕອບເຂົາວ່າ, “ຢ່າຂົ່ມເຫັງຫລືຢ່າຫາຄວາມບໍ່ຈິງໃສ່ໃຜເພື່ອເອົາເງິນ ແຕ່ຈົ່ງພໍໃຈໃນຄ່າຈ້າງຂອງຕົນ” 15 ເມື່ອພົລເມືອງຫວັງຖ້າພຣະຄຣິດຢູ່ ເຂົາທຸກຄົນກໍຄຶດໄຕ່ຕອງເຖິງໂຢຣັນວ່າ, “ຜູ້ນີ້ອາດຈະແມ່ນພຣະຄຣິດຫລື” 16 ໂຢຮັນຈຶ່ງຕອບເຂົາວ່າ, “ຝ່າຍເຮົາ, ເຮົາໃຫ້ເຈົ້າທັງຫລາຍຮັບບັບຕິສະມາດ້ວຍນ້ຳ ແຕ່ມີທ່ານຜູ້ນຶ່ງຈະມາເປັນຜູ້ມີຣິດກວ່າເຮົາອີກ ຊຶ່ງເຮົາບໍ່ສົມຄວນຈະແກ້ສາຍຮັດເກີບຂອງທ່ານ ຝ່າຍທ່ານຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດແລະດ້ວຍໄຟ 17 ມືຂອງທ່ານຖືດົ້ງຝັດເຂົ້າ ເພື່ອຈະເຮັດລານເຂົ້າຂອງຕົນໃຫ້ກ້ຽງດີ ແລະເພື່ອຮວບຮວມເຂົ້າເມັດດີໃສ່ໄວ້ໃນເລົ້າຂອງຕົນ ແຕ່ເຂົ້າລີບນັ້ນທ່ານຈະເຜົາເສັຽດ້ວຍໄຟທີ່ບໍ່ຮູ້ມອດ” 18 ດ້ວຍເຫດນີ້ໂຢຮັນຈຶ່ງປະກາດຂ່າວປະເສີດແກ່ພົລເມືອງດ້ວຍຄຳເຕືອນສະຕິຕ່າງໆຫລາຍຂໍ້ 19 ຝ່າຍເຮໂຣດຜູ້ປົກຄອງເມືອງ ເມື່ອຖືກໂຢຮັນກ່າວຕິຕຽນເພາະເຣື່ອງນາງເຮໂຣເດັຽພັຣຍານ້ອງຊາຍຂອງຕົນ ແລະເພາະການຊົ່ວທັງຫລາຍທີ່ເຮໂຣດໄດ້ເຮັດນັ້ນ 20 ເຣໂຣດຍັງເຮັດການຊົ່ວນີ້ເພີ້ມກັບການທີ່ຕົນໄດ້ເຮັດມາແລ້ວ ຄືໄດ້ຈັບໂຢຮັນຂັງໄວ້ໃນຄຸກ
ພຣະເຢຊູຊົງຮັບບັບຕິສະມາ
21 ຢູ່ມາເມື່ອຄົນທັງປວງໄດ້ຮັບບັບຕິສະມາ ແລະພຣະເຢຊູກໍຊົງຮັບບັບຕິສະມາເຫມືອນກັນ ຂນະເມື່ອພຣະອົງຊົງໄຫວ້ວອນຢູ່ ທ້ອງຟ້າກໍໄຂອອກ 22 ແລະພຣະວິນຍານບໍຣິສຸດຊົງຮູບເຫມືອນນົກເຂົາໄດ້ສະເດັດລົງມາສະຖິດຢູ່ເທິງພຣະອົງ ແລະມີພຣະສຸຣະສຽງອອກມາຈາກຟ້າສວັນວ່າ, “ທ່ານເອີຍ, ທ່ານເປັນບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫລາຍໃນທ່ານ”
ລຳດັບວົງຂອງພຣະເຢຊູຄຣິດ
23 ເມື່ອພຣະເຢຊູຊົງຕັ້ງຕົ້ນປະຕິບັດຫນ້າທີ່ ພຣະອົງມີພຣະຊົນມາຍຸປະມານສາມສິບພັນສາ (ຕາມຄວາມຄາດຫມາຍຂອງຄົນທັງຫລາຍເຂົ້າໃຈວ່າ) ເປັນບຸດຂອງໂຢເຊບ ຊຶ່ງເປັນບຸດຂອງເຮລີ 24 ເຮລີເປັນບຸດຂອງມັດທາດ ມັດທາດເປັນບຸດຂອງເລວີ ເລວີເປັນບຸດຂອງເມນຄີ ເມນຄີເປັນບຸດຂອງຢານນັຍ ຢານນັຍເປັນບຸດຂອງໂຢເຊບ 25 ໂຢເຊບເປັນບຸດຂອງມັດຕາທີອັສ ມັດຕາທີອັສເປັນບຸດຂອງອາໂມສ ອາໂມສເປັນບຸດຂອງນາຮູມ ນາຮູມເປັນບຸດຂອງເອສລີ ເອສລີເປັນບຸດຂອງນາກຄັຍ 26 ນາກຄັຍເປັນບຸດຂອງມາອາທ ມາອາທເປັນບຸດຂອງມັດຕາທີອັສ ມັດຕາທີອັສເປັນບຸດຂອງເຊເມອິນ ເຊເມອິນເປັນບຸດຂອງໂຢເຊກ ໂຢເຊກເປັນບຸດຂອງໂຢດາ 27 ໂຢດາເປັນບຸດຂອງໂຢອານານ ໂຢອານານເປັນບຸດຂອງເຣຊາ ເຣຊາເປັນບຸດຂອງເຊຣຸບບາເບນ ເຊຣຸບບາເບນເປັນບຸດຂອງເຊອັນຕີເອນ ເຊອັນຕີເອນເປັນບຸດຂອງເນຣີ 28 ເນຣີເປັນບຸດຂອງເມນຄີ ເມນຄີເປັນບຸດຂອງອັດດີ ອັດດີເປັນບຸດຂອງໂກຊາມ ໂກຊາມເປັນບຸດຂອງເອນມາດາມ ເອນມາດາມເປັນບຸດຂອງເອຣ໌ 29 ເອຣ໌ເປັນບຸດຂອງໂຢຊວຍ ໂຢຊວຍເປັນບຸດຂອງເອລີເອເຊີ ເອລີເອເຊີເປັນບຸດຂອງໂຢຣິມ ໂຢຣິມເປັນບຸດຂອງມັດທາດ ມັດທາດເປັນບຸດຂອງເລວີ 30 ເລວີເປັນບຸດຂອງຊີເມໂອນ ຊີເມໂອນເປັນບຸດຂອງຢູດາ ຢູດາເປັນບຸດຂອງໂຢເຊບ ໂຢເຊບເປັນບຸດຂອງໂຢນາມ ໂຢນາມເປັນບຸດຂອງເອລີອາກິມ 31 ເອລີອາກິມເປັນບຸດຂອງເມເລອາ ເມເລອາເປັນບຸດຂອງເມນນາ ເມນນາເປັນບຸດຂອງມັດຕາທາ ມັດຕາທາເປັນບຸດນາທານ ນາທານເປັນບຸດຂອງດາວິດ 32 ດາວິດເປັນບຸດຂອງເຈສຊີ ເຈສຊີເປັນບຸດຂອງໂອເບດ ໂອເບດເປັນບຸດຂອງໂບອັສ ໂບອັສເປັນບຸດຂອງຊາລາ ຊາລາເປັນບຸດຂອງນາໂຊນ 33 ນາໂຊນເປັນບຸດຂອງອັມມີນາດາບ ອັມມີນາດາບເປັນບຸດຂອງອັດມິນ ອັດມິນເປັນບຸດຂອງອາຣ໌ນີ ອາຣ໌ນີເປັນບຸດຂອງເຮສໂຣນ ເຮສໂຣນເປັນບຸດຂອງເປເຣສ ເປເຣສເປັນບຸດຂອງຢູດາ 34 ຢູດາເປັນບຸດຂອງຢາໂຄບ ຢາໂຄບເປັນບຸດຂອງອີຊາກ ອີຊາກເປັນບຸດຂອງອັບຣາຮາມ ອັບຣາຮາມເປັນບຸດຂອງເຕຣາ ເຕຣາເປັນບຸດຂອງນາໂຮຣ໌ 35 ນາໂຮຣ໌ເປັນບຸດຂອງເຊຣູກ ເຊຣູກເປັນບຸດຂອງເຣອູ ເຣອູເປັນບຸດຂອງເປເລກ ເປເລກເປັນບຸດຂອງເອເບີ ເອເບີເປັນບຸດຂອງເຊລາ 36 ເຊລາເປັນບຸດຂອງກັຍນານ ກັຍນານເປັນບຸດຂອງອາຣ໌ຟາຊັດ ອາຣ໌ຟາຊັດເປັນບຸດຂອງເຊມ ເຊມເປັນບຸດຂອງໂນອາ ໂນອາເປັນບຸດລາເມກ 37 ລາເມກເປັນບຸດຂອງເມທູເຊລາ ເມທູເຊລາເປັນບຸດຂອງເອໂນກ ເອໂນກເປັນບຸດຂອງຢາເຣດ ຢາເຣດເປັນບຸດຂອງມາຮາລາເລເອນ ມາຮາລາເລເອນເປັນບຸດຂອງກັຍນານ 38 ກັຍນານເປັນບຸດຂອງເອໂນສ ເອໂນສເປັນບຸດຂອງເຊດ ເຊດເປັນບຸດຂອງອາດາມ ອາດາມເປັນບຸດຂອງພຣະເຈົ້າ
ມານທົດລອງພຣະເຢຊູ
1 ພຣະເຢຊູເຕັມໄປດ້ວຍພຣະວິນຍານບໍຣິສຸດ ໄດ້ສະເດັດກັບຈາກແມ່ນ້ຳຈໍແດນແລະພຣະວິນຍານໄດ້ຊົງນຳພຣະອົງໄປໃນປ່າ 2 ພຍາມານໄດ້ທົດລອງພຣະອົງເປັນເວລາສີ່ສິບວັນ ໃນວັນເຫລົ່ານັ້ນພຣະອົງບໍ່ໄດ້ຊົງສເວີຍອາຫານສິ່ງໃດ ແລະເມື່ອສິ້ນສີ່ສິບວັນແລ້ວ ພຣະອົງຊົງຢາກອາຫານ 3 ພຍາມານໄດ້ທູນພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງຫີນກ້ອນນີ້ໃຫ້ກາຍເປັນອາຫານເບິ່ງດູ” 4 ພຣະເຢຊູຕອບມັນວ່າ, “ມີພຣະຄັມພີຂຽນໄວ້ວ່າ ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານສິ່ງດຽວ” 5 ແລ້ວມານໄດ້ນຳພຣະອົງຂຶ້ນເມືອສະແດງບັນດາຣາຊແຜ່ນດິນທົ່ວພິພົບໃນບັດດຽວຊີ້ໃຫ້ພຣະອົງເຫັນ 6 ແລະມານໄດ້ທູນພຣະອົງວ່າ, “ອຳນາດທັງຫມົດນີ້ ສະງ່າຣາສີຂອງຣາຊແຜ່ນດິນນັ້ນ ເຮົາຈະຍົກໃຫ້ແກ່ທ່ານ ເພາະວ່າຊົງມອບເປັນສິດໄວ້ແກ່ເຮົາແລ້ວ ແລະເຮົາປາຖນາຈະໃຫ້ແກ່ຜູ້ໃດກໍໃຫ້ແກ່ຜູ້ນັ້ນ 7 ເຫດສັນນີ້ຖ້າທ່ານຂາບໄຫວ້ເຮົາ ສັພສິ່ງນັ້ນຈະເປັນຂອງທ່ານຫມົດ” 8 ຝ່າຍພຣະເຢຊູຊົງຕອບມານວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ, “ຈົ່ງຂາບໄຫວ້ພຣະອົງຜູ້ເປັນເຈົ້າຂອງເຈົ້າ ແລະປະຕິບັດພຣະອົງແຕ່ຜູ້ດຽວ” 9 ແລ້ວພຍາມານໄດ້ນຳພຣະອົງໄປຍັງກຸງເຢຣູຊາເລັມ ໃຫ້ພຣະອົງປະທັບຢູ່ເທິງຫລັງຄາພຣະວິຫານ ແລະທູນພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂຕນລົງຈາກທີ່ນີ້ເບິ່ງດູ 10 ເພາະວ່າມີຄຳຂຽນໄວ້ໃນພຣະຄັມພີວ່າ, “ພຣະເຈົ້າຈະຊົງຮັບສັ່ງພວກເທວະດາຂອງພຣະອົງກ່ຽວກັບເຣື່ອງທ່ານເພື່ອໃຫ້ເຂົາເອົາໃຈໃສ່ຮັກສາທ່ານໄວ້” 11 ແລະ “ມືຂອງເທວະດາເຫລົ່ານັ້ນຈະຮັບທ່ານໄວ້ ຢ້ານວ່າຕີນຂອງທ່ານຈະຕຳຫີນ” 12 ພຣະເຢຊູຊົງຕອບມານວ່າ, ”ມີຄຳກ່າວໄວ້ວ່າ “ຢ່າທົດລອງໃຈພຣະຜູ້ເປັນເຈົ້າຂອງເຈົ້າ” 13 ເມື່ອມານໄດ້ທົດລອງພຣະອົງທຸກປະການແລ້ວ ມັນກໍຫນີຈາກພຣະອົງໄປຈົນເຖິງເວລາທີ່ມີໂອກາດອີກ
ພຣະເຢຊູຕັ້ງຕົ້ນເທສນາໃນແຂວງຄາລີເລ
14 ແລ້ວພຣະເຢຊູໄດ້ສະເດັດກັບຄືນແຂວງຄາລີເລດ້ວຍຣິດແຫ່ງພຣະວິນຍານ ແລະກິຕິສັບຂອງພຣະອົງໄດ້ຊ່າລືໄປທົ່ວອ້ອມເຂດນັ້ນ 15 ພຣະອົງຊົງສັ່ງສອນໃນໂຮງທັມມະເທສນາຂອງເຂົາ ແລະໄດ້ຊົງຮັບຄວາມສັຣເສີນຈາກຄົນທັງປວງ
ໄທນາຊາເຣັດບໍ່ຕ້ອນຮັບພຣະເຢຊູ
16 ແລະພຣະອົງໄດ້ສະເດັດມາຍັງເມືອງນາຊາເຣັດ ຄືບ່ອນທີ່ພຣະອົງຊົງຈະເຣີນໃຫຍ່ຂຶ້ນ ແລ້ວພຣະອົງໄດ້ສະເດັດ່ເຂົ້າໄປໃນໂຮງທັມໃນວັນສະບາໂຕຕາມເຄີຍ ແລະຊົງຢືນຂຶ້ນເພື່ອຈະອ່ານພຣະທັມໃຫ້ທີ່ປະຊຸມຟັງ 17 ແລ້ວເຂົາໄດ້ຍື່ນພຣະຄັມພີຂອງເອຊາຢາຜູ້ປະກາດພຣະທັມໃຫ້ແກ່ພຣະອົງ ເມື່ອຊົງພືຫນັງສືພຣະທັມອອກກໍພົບຂໍ້ທີ່ຂຽນໄວ້ວ່າ, 18 “ພຣະວິນຍານແຫ່ງອົງພຣະຜູ້ເປັນເຈົ້າຊົງສະຖິດຢູ່ເທິງຂ້າພະເຈົ້າ ເພາະວ່າພຣະອົງໄດ້ຫົດສົງຕັ້ງຂ້າພະເຈົ້າໄວ້ ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ ພຣະອົງໄດ້ຊົງໃຊ້ຂ້າພະເຈົ້າປະກາດອິສຣະພາບແກ່ບັນດາຊະເລີຍ ໃຫ້ປະກາດແກ່ຄົນຕາບອດວ່າຈະໄດ້ເຫັນຮຸ່ງອີກ ໃຫ້ປ່ອຍຜູ້ຖືກບີບບັງຄັບເປັນອິສຣະ 19 ແລະໃຫ້ປະກາດປີທີ່ອົງພຣະຜູ້ເປັນເຈົ້າຈະຊົງເມດຕານັ້ນ” 20 ແລ້ວພຣະອົງຊົງຮຳຫນັງສືນັ້ນສົ່ງຄືນໃຫ້ເຈົ້າຫນ້າທີ່ ແລະຊົງນັ່ງລົງ ຕາຂອງຄົນທັງປວງໃນໂຮງທັມມະເທສນາກໍເພ່ງເບິ່ງພຣະອົງ 21 ພຣະອົງຈຶ່ງຊົງຕັ້ງຕົນກ່າວກັບເຂົາວ່າ, “ພຣະຄັມພີຕອນນີ້ກໍສຳເຣັດໃນວັນນີ້ ຄືເມື່ອຫູຂອງທ່ານກຳລັງໄດ້ຍິນຢູ່ນີ້” 22 ຄົນທັງປວງກໍກ່າວຊົມເຊີຍພຣະອົງ ແລະປລາດໃຈໃນຖ້ອຍຄຳອ່ອນຫວານຊຶ່ງອອກມາຈາກພຣະໂອດຂອງພຣະອົງ ເຂົາຈຶ່ງເວົ້າກັນວ່າ, “ຄົນຜູ້ນີ້ເປັນລູກຂອງໂຢເຊບບໍ່ແມ່ນຫລື” 23 ພຣະອົງຊົງກ່າວແກ່ເຂົາວ່າ, “ທ່ານທັງຫລາຍຄົງຈະກ່າວຄຳສຸພາສິດຂໍ້ນີ້ຕໍ່ເຮົາເປັນແນ່ ຄືວ່າ “ນາຍຫມໍເອີຍ, ຈົ່ງປົວຕົວເອງໃຫ້ດີ” ຄື “ບັນດາການຊຶ່ງພວກເຮົາໄດ້ຍິນວ່າ ທ່ານໄດ້ກະທຳໃນເມືອງກາເປນາອູມ ຈົ່ງເຮັດໃນເມືອງຂອງຕົນທີ່ນີ້ເຫມືອນກັນ” 24 ພຣະອົງຊົງກ່າວອີກວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ບໍ່ມີຜູ້ປະກາດພຣະທັມຄົນໃດໄດ້ຮັບຄວາມນັບຖືໃນບ້ານເມືອງຂອງຕົນ 25 ແຕ່ເຮົາບອກພວກທ່ານຕາມຄວາມຈິງວ່າ ມີແມ່ຫມ້າຍຫລາຍຄົນໃນພວກອິສຣາເອນໃນຄາວເອລີຢາ ເມື່ອຊົງອັດທ້ອງຟ້າເສັຽເຖິງສາມປີກັບຫົກເດືອນ ກໍເກີດການອຶດຢາກຫນັກຫລາຍທົ່ວແຜ່ນດິນ 26 ແຕ່ເອລີຢາກໍບໍ່ໄດ້ຮັບໃຊ້ໃຫ້ໄປຫາແມ່ຫມ້າຍຄົນໃດ ເວັ້ນແຕ່ແມ່ຫມ້າຍຄົນນຶ່ງໃນເມືອງຊາເຣຟາທແຂວງຊີໂດນ 27 ແລະໃນຄາວຂອງເອລີຊາຜູ້ປະກາດພຣະທັມ ໄດ້ມີຄົນຂີ້ທູດຫລາຍຄົນໃນພວກອິສຣາເອນ ແຕ່ບໍ່ມີຄົນໃດໄດ້ຮັບການຊົງຊຳຮະໃຫ້ດີສະອາດ ເວັ້ນແຕ່ນາອາມາຊາວຊີເຣັຽ” 28 ເມື່ອຄົນທັງປວງໃນໂຮງທັມໄດ້ຍິນດັ່ງນັ້ນກໍເຕັມໄປດ້ວຍຄວາມຄຽດ 29 ເຂົາຈຶ່ງພາກັນລຸກຂຶ້ນຊຸກພຣະອົງອອກຈາກເມືອງ ແລະນຳພຣະອົງໄປຍັງແງ່ຜາຊັນບ່ອນໂນນເມືອງເຂົາຕັ້ງຢູ່ນັ້ນ ເພື່ອຫມາຍຈະຊຸກພຣະອົງລົງ 30 ແຕ່ພຣະອົງຊົງຍ່າງຜ່ານຖ້າມກາງເຂົາພົ້ນໄປ
ຊາຍທີ່ມີຜີຮ້າຍສິງ
31 ພຣະອົງໄດ້ສະເດັດລົງໄປເຖິງເມືອງກາເປນາອູມແຂວງຄາລີເລ ແລະໄດ້ຊົງສັ່ງສອນເຂົາທັງຫລາຍໃນວັນສະບາໂຕ 32 ເຂົາກໍປລາດໃຈດ້ວຍການສັ່ງສອນຂອງພຣະອົງ ເພາະຖ້ອຍຄຳຂອງພຣະອົງປະກອບດ້ວຍອຳນາດ 33 ໃນໂຮງທັມມະເທສນານັ້ນມີຄົນນຶ່ງມີຜີຖ່ອຍຮ້າຍເຂົ້າສິງຢູ່ແລະໄດ້ຮ້ອງສຽງດັງວ່າ, 34 “ເຢຊູໄທນາຊາເຣັດເຮີຍ, ທ່ານມາຫຍັງ ຫຍຸ້ງກ່ຽວກັບພວກເຮົາເຮັດຫຍັງ ທ່ານມາທຳລາຍພວກເຮົາຫລື ທ່ານແມ່ນຜູ້ໃດພວກເຮົາກໍຮູ້ແລ້ວ ທ່ານຄືຜູ້ບໍຣິສຸດຂອງພຣະເຈົ້າ” 35 ພຣະເຢຊູຊົງຫ້າມມັນວ່າ, “ມິດແມ໋, ອອກຈາກຄົນນີ້ເສັຽ ແລະເມື່ອຜີໄດ້ເຮັດໃຫ້ຄົນນັ້ນລົ້ມລົງຖ້າມກາງປະຊາຊົນແລ້ວກໍອອກມາໂດຍບໍ່ໄດ້ເຮັດອັນຕະຣາຍແກ່ຄົນນັ້ນແຕ່ຢ່າງໃດ 36 ຄົນທັງປວງກໍປລາດໃຈຈຶ່ງເວົ້າກັນວ່າ, “ຄຳເວົ້ານີ້ເປັນຢ່າງໃດຫນໍ ເພາະວ່າທ່ານໄດ້ສັ່ງຜີຖ່ອຍຮ້າຍດ້ວຍອຳນາດແລະຣິດເດດ ມັນກໍອອກມາ” 37 ແລະກິຕິສັບຂອງພຣະອົງໄດ້ຊ່າລືໄປທຸກບ່ອນທົ່ວຂົງເຂດນັ້ນ
ຊົງໂຜດແມ່ເມັຽຂອງເປໂຕໃຫ້ດີໄຂ້
38 ຝ່າຍພຣະອົງຊົງລຸກຂຶ້ນອອກຈາກໂຮງທັມສະເດັດໄປໃນເຮືອນຂອງຊີໂມນ ແລະແມ່ເມັຽຂອງຊີໂມນລຳບາກເປັນໄຂ້ແຮງຫລາຍ ເຂົາໄດ້ອ້ອນວອນພຣະອົງສຳລັບຍິງນັ້ນ 39 ພຣະອົງຊົງຢືນຢູ່ຂ້າງຄົນເຈັບ ຊົງຫ້າມໄຂ້ ແລະໄຂ້ກໍເຊົາ ໃນທັນໃດນັ້ນນາງກໍລຸກຂຶ້ນບົວລະບັດພຣະອົງກັບທັງພວກຂອງພຣະອົງ 40 ເມື່ອເວລາຕາເວັນຕົກ ຜູ້ໃດມີຄົນເຈັບເປັນພຍາດຕ່າງໆກໍພາມາຫາພຣະອົງ ພຣະອົງກໍຊົງວາງພຣະຫັດໃສ່ເຂົາທຸກຄົນ ໂຜດໃຫ້ເຂົາດີ 41 ຜີກໍໄດ້ອອກມາຈາກຄົນຫລາຍຄົນເຫມືອນກັນ ໂດຍຮ້ອງວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ” ແຕ່ພຣະອົງຊົງຫ້າມບໍ່ໃຫ້ເຂົາປາກ ເພາະເຂົາຮູ້ແລ້ວວ່າພຣະອົງຊົງເປັນພຣະຄຣິດ
ພຣະເຢຊູຊົງອອກໄປປະກາດ
42 ຄັນຮຸ່ງເຊົ້າພຣະອົງສະເດັດໄປຍັງປ່າບ່ອນສງັດ ປະຊາຊົນກໍຊອກຫາພຣະອົງ ເມື່ອພົບແລ້ວກໍຫນ່ວງຫນ່ຽວພຣະອົງໄວ້ບໍ່ໃຫ້ໄປຈາກເຂົາ 43 ແຕ່ພຣະອົງຊົງກ່າວແກ່າເຂົາວ່າ, “ເຮົາຕ້ອງປະກາດຂ່າວປະເສີດເຣື່ອງຣາຊອານາຈັກຂອງພຣະເຈົ້າແກ່ເມືອງອື່ນໆເຫມືອນກັນ ເພາະວ່າທີ່ເຮົາໄດ້ຮັບໃຊ້ມາກໍເພາະເຫດການນີ້” 44 ແລ້ວພຣະອົງໄດ້ຊົງປະກາດໃນໂຮງທັມມະເທສນາທີ່ແຂວງຢູດາຍ
ຈັບປາໄດ້ຫລາຍ
1 ຢູ່ມາເມື່ອປະຊາຊົນກຳລັງບຸບຽດກັນເຂົ້າມາ ເພື່ອຈະໄດ້ຟັງພຣະທັມຂອງພຣະເຈົ້າ ພຣະເຢຊູຊົງຢືນຢູ່ແຄມທະເລສາບເຄນເນຊາເຣັດ 2 ຊົງເຫັນເຮືອສອງລຳຈອດຢູ່ຮິມຝັ່ງທະເລສາບນັ້ນ ສ່ວນພວກຫາປາໄດ້ອອກໄປຈາກເຮືອນັ້ນແລ້ວ ເຂົາກຳລັງລ້າງມອງຢູ່ 3 ພຣະອົງໄດ້ສະເດັດເຂົ້າໄປໃນເຮືອລຳນຶ່ງ ຄືເຮືອຂອງຊີໂມນ ແລ້ວຊົງຂໍໃຫ້ຖອຍເຮືອອອກໄປຈາກຝັ່ງຫນ້ອຍນຶ່ງ ຈຶ່ງປະທັບລົງສັ່ງສອນປະຊາຊົນຈາກເຮືອນັ້ນ 4 ເມື່ອຊົງຢຸດສອນແລ້ວພຣະອົງຊົງກ່າວຕໍ່ຊີໂມນວ່າ, “ຈົ່ງພາຍອອກໄປບ່ອນເລິກ ແລ້ວຢ່ອນມອງຂອງພວກທ່ານລົງຈັບປາ” 5 ຊີໂມນຕອບວ່າ, “ອາຈານເອີຍ, ພວກຂ້ານ້ອຍໄດ້ຫາຈົນອິດເມື່ອຍຫມົດຄືນກໍບໍ່ໄດ້ຫຍັງ ແຕ່ຂ້ານ້ອຍຈະຢ່ອນມອງລົງຕາມຄຳຂອງນາຍ” 6 ເມື່ອຢ່ອນລົງແລ້ວມອງຂອງເຂົາກໍຖືກປາຫລາຍເຕັມທີ ຈົນມອງຂອງເຂົາພວມຂາດໄປ 7 ເຂົາຈຶ່ງກວັກມືເອົາຫມູ່ທີ່ຢູ່ເຮືອລຳອື່ນໃຫ້ມາຊ່ອຍ ເມື່ອເຂົາມາຊ່ອຍແລ້ວ ກໍໄດ້ປາເຕັມເຮືອທັງສອງລຳ ຈົນເຮືອເຂົາແຊມເກືອບຫລົ້ມ 8 ເມື່ອຊີໂມນເປໂຕໄດ້ເຫັນດັ່ງນັ້ນກໍຂາບລົງທີ່ພຣະຊານຸຂອງພຣະເຢຊູທູນວ່າ, “ນາຍເອີຍ, ຂໍເຊີນໄປໃຫ້ຫ່າງຈາກຂ້ານ້ອຍທ້ອນ ເພາະຂ້ານ້ອຍເປັນຄົນບາບ” 9 ເພາະເປໂຕກັບຫມູ່ທັງຫມົດທີ່ຢູ່ນຳກັນນັ້ນ ໄດ້ງຶດປລາດໃຈດ້ວຍປາຫລາຍທີ່ເຂົາຈັບໄດ້ນັ້ນ 10 ຢາໂກໂບແລະໂຢຮັນລູກຊາຍຂອງເຊເບດາຍ ທີ່ເປັນຫມູ່ຮ່ວມງານກັບຊີໂມນກໍປລາດໃຈເຫມືອນກັນ ພຣະເຢຊູຊົງກ່າວແກ່ຊີໂມນວ່າ, “ຢ່າຊູ່ຢ້ານ ຕັ້ງແຕ່ນີ້ໄປທ່ານຈະເປັນຜູ້ຫາຄົນ” 11 ເມື່ອໄດ້ນຳເຮືອມາເຖິງຝັ່ງແລ້ວ ເຂົາກໍສລະສິ່ງສາຣະພັດແລ້ວຕາມພຣະອົງໄປ
ຊົງໂຜດຄົນຂີ້ທູດໃຫ້ດີສະອາດ
12 ເມື່ອພຣະເຢຊູຊົງຢູ່ໃນເມືອງນຶ່ງ ເບິ່ງແມ໋, ມີຄົນຜູ້ນຶ່ງເປັນຂີ້ທູດເຕັມຕົວ ເມື່ອຄົນນັ້ນໄດ້ເຫັນພຣະເຢຊູກໍກົ້ມຊາບລົງອ້ອນວອນທູນພຣະອົງວ່າ, “ນາຍເອີຍ, ຖ້າທ່ານພໍໃຈກໍອາດຈະເຣັດໃຫ້ຂ້ານ້ອຍດີສະອາດໄດ້” 13 ພຣະອົງຈຶ່ງຊົງຢຽດພຣະຫັດອອກຖືກຄົນນັ້ນແລ້ວຊົງກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດເສັຽ” ໃນທັນໃດພຍາດຂີ້ທູດກໍຫາຍໄປຈາກຄົນນັ້ນ 14 ພຣະອົງຈຶ່ງຊົງສັ່ງຫ້າມຜູ້ນັ້ນບໍ່ໃຫ້ບອກຜູ້ໃດໂດຍຊົງກ່າວວ່າ, “ຈົ່ງໄປສະແດງຕົວຕໍ່ປະໂຣຫິດແລະຖວາຍເຄື່ອງບູຊາ ຕາມທີ່ໂມເຊໄດ້ສັ່ງໄວ້ເພື່ອເປັນຫລັກຖານຕໍ່ເຂົາວ່າ ເຈົ້າດີສະອາດແລ້ວ” 15 ແຕ່ກິຕິສັບຂອງພຣະອົງແຮ່ງຊ່າລືໄປອີກ ແລະປະຊາຊົນຈໍານວນຫລາຍໄດ້ຊຸມນຸມກັນເພື່ອຟັງພຣະອົງ ແລະເພື່ອຊົງເຣັດໃຫ້ພຍາດຕ່າງໆຂອງເຂົາດີ 16 ແຕ່ພຣະອົງໄດ້ສະເດັດອອກໄປກາງປ່າແລະໄຫວ້ວອນຢູ່
ຊົງໂຜດຄົນເປັ້ຽໃຫ້ດີ
17 ຢູ່ມາວັນນຶ່ງເມື່ອພຣະອົງຊົງສັ່ງສອນຢູ່ ມີພວກຟາຣີຊາຍແລະພວກຄຣູບາອາຈາກນັ່ງຢູ່ຫັ້ນດ້ວຍ ຄົນເຫລົ່ານີ້ໄດ້ມາຈາກທຸກໆບ້ານໃນແຂວງຄາລີເລ ແຂວງຢູດາຍ ແລະຈາກກຸງເຢຣູຊາເລັມ ແລະຣິດເດດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ກັບພຣະອົງ ເພື່ອພຣະອົງຈະຊົງເຮັດໃຫ້ເຂົາດີພຍາດ 18 ແລະເບິ່ງແມ໋, ມີຜູ້ຫາມຄົນເປັ້ຽຜູ້ນຶ່ງນອນເທິງບ່ອນນອນ ແລະເຂົາພຍາຍາມຈະຫາມຄົນເປັ້ຽນັ້ນເຂົ້າມາວາງຕໍ່ພຣະພັກຂອງພຣະອົງ 19 ເມື່ອເຂົາຫາທາງເຂົ້າບໍ່ໄດ້ເພາະມີຄົນຫລາຍເຂົາຈຶ່ງຂຶ້ນຫລັງຄາເຮືອນ ແລະຢ່ອນຄົນເປັ້ຽກັບທັງບ່ອນນອນລົງມາຕາມປ່ອງດິນຂໍຫວ່າງກາງຫມູ່ຄົນຕໍ່ພຣະພັກພຣະເຢຊູ 20 ເມື່ອພຣະອົງຊົງເຫັນຄວາມເຊື່ອຂອງເຂົາແລ້ວກໍຊົງກ່າວກັບຄົນເປັ້ຽນັ້ນວ່າ, “ຊາຍເອີຍ, ຄວາມຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” 21 ຝ່າຍພວກນັກທັມແລະພວກຟາຣີຊາຍກໍຕັ້ງຕົ້ນຄຶດໃນໃຈວ່າ, “ຜູ້ນີ້ທີ່ເວົ້າຫມິ່ນປມາດພຣະເຈົ້າ ແມ່ນໃຜ ໃຜຈະຍົກຄວາມຜິດບາບໄດ້ເວັ້ນແຕ່ພຣະເຈົ້າເທົ່ານັ້ນ” 22 ແຕ່ເມື່ອພຣະເຢຊູຊົງຊາບຄວາມຄຶດຂອງເຂົາ ພຣະອົງຈຶ່ງຊົງກ່າວວ່າ, “ເຫດສັນໃດທ່ານທັງຫລາຍຈຶ່ງຄຶດພິຈາຣະນາໃນໃຈ 23 ທີ່ຈະວ່າ “ຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ” ຫລືຈະວ່າ “ຈົ່ງລຸກຂຶ້ນແລະຍ່າງທຽວໄປ” ອັນໃດຈະງ່າຍກວ່າກັນ 24 ແຕ່ເພື່ອທ່ານທັງຫລາຍຈະໄດ້ຮູ້ວ່າ ບຸດມະນຸດມີສິດອຳນາດໃນໂລກໃຫ້ອະພັຍຄວາມຜິດບາບໄດ້” (ພຣະອົງຊົງກ່າວແກ່ຄົນເປັ້ຽວ່າ) “ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າໄປບ້ານເສັຽ” 25 ໃນທັນໃດນັ້ນຄົນເປັ້ຽໄດ້ລຸກຂຶ້ນຕໍ່ຫນ້າຄົນທັງປວງ ຍົກເອົາບ່ອນນອນຊຶ່ງຕົນໄດ້ນອນນັ້ນກັບໄປບ້ານ ໂດຍຮ້ອງສັຣເສີນພຣະເຈົ້າ 26 ແລະຄົນທັງປວງກໍອັດສະຈັນໃຈຫລາຍ ແລະພາກັນສັຣເສີນພຣະເຈົ້າ ແລະເຕັມໄປດ້ວຍຄວາມຢ້ານຈຶ່ງເວົ້າກັນວ່າ, “ວັນນີ້ພວກເຮົາໄດ້ເຫັນສິ່ງທີ່ເຫລືອເຊື່ອ”
ຊົງເອີ້ນເອົາເລວີ
27 ພາຍຫລັງເຫດການເຫລົ່ານັ້ນ ພຣະອົງໄດ້ສະເດັດອອກໄປ ແລະຊົງເຫັນຄົນເກັບພາສີຜູ້ນຶ່ງຊື່ ເລວີນັ່ງຢູ່ດ່ານພາສີ ພຣະອົງຈຶ່ງຊົງບອກທ່ານວ່າ, “ຈົ່ງຕາມເຮົາມາ” 28 ແລ້ວເລວີກໍສລະຖິ້ມຫມົດທຸກສິ່ງ ລຸກຂຶ້ນຕາມພຣະອົງໄປ 29 ເລວີໄດ້ຈັດໃຫ້ມີງານກິນລ້ຽງອັນໃຫຍ່ຂຶ້ນໃນເຮືອນຂອງຕົນ ເພື່ອເປັນກຽດແກ່ພຣະອົງ ມີຫລາຍຄົນຄືຄົນເກັບພາສີແລະຄົນອື່ນໆໄດ້ເຂົ້າຮ່ວມນຳ 30 ຝ່າຍພວກຟາຣີຊາຍແລະພວກນັກທັມຂອງຝ່າຍເຂົາໄດ້ຈົ່ມຕິຕຽນພວກສິດຂອງພຣະອົງວ່າ, “ເປັນຫຍັງພວກເຈົ້າຈຶ່ງກິນແລະດື່ມດ້ວຍກັນກັບພວກເກັບພາສີແລະພວກນອກສິນທັມ” 31 ພຣະເຢຊູຊົງຕອບເຂົາວ່າ, “ຄົນປົກກະຕິບໍ່ຕ້ອງການຫມໍຢາ ແຕ່ຄົນເຈັບຕ້ອງການຫມໍ 32 ເຮົາບໍ່ໄດ້ມາເພື່ອຈະເອີ້ນຄົນສິນທັມ ແຕ່ມາເອີ້ນເອົາຄົນນອກສິນທັມໃຫ້ຖິ້ມໃຈເກົ່າເອົາໃຈໃຫມ່”
ບັນຫາເຣື່ອງສິນອົດອາຫານ
33 ເຂົາໄດ້ທູນພຣະອົງວ່າ, “ພວກສິດຂອງໂຢຮັນຖືສິນອົດອາຫານຢູ່ເລື້ອຍ ແລະທຳພິທີອ້ອນວອນ ແລະສິດຂອງພວກຟາຣີຊາຍກໍເຮັດເຫມືອນກັນ ແຕ່ສິດຂອງທ່ານກິນແລະດື່ມ” 34 ຝ່າຍພຣະເຢຊູຊົງຕອບເຂົາວ່າ, “ທ່ານຈະໃຫ້ສະຫາຍຂອງເຈົ້າບ່າວອົດອາຫານ ເມື່ອເຈົ້າບ່າວຍັງຢູ່ກັບເຂົາບໍ່ໄດ້ຕີ້ 35 ແຕ່ຈະມີວັນນຶ່ງເມື່ອເຈົ້າບ່າວຖືກຍົກຍ້າຍຈາກເຂົາໄປ ເມື່ອນັ້ນແຫລະ, ເຂົາຈະຖືສິນອົດອາຫານ” 36 ພຣະອົງຍັງຊົງກ່າວຄຳອຸປມາຂໍ້ນຶ່ງແກ່ເຂົາວ່າ, “ບໍ່ຫ່ອນມີຜູ້ໃດຈີກເອົາຜ້າຈາກເສື້ອໃຫມ່ມາຕາບເສື້ອເກົ່າ ຖ້າເຮັດດັ່ງນັ້ນເສື້ອໃຫມ່ກໍຂາດເສັຽໄປ ແລະຜ້າທີ່ເອົາມາຈາກເສື້ອໃຫມ່ກໍຈະບໍ່ສົມກັບເສື້ອເກົ່າເຫມືອນກັນ 37 ແລະບໍ່ມີຜູ້ໃດເອົາເຫລົ້າແວງໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ ຖ້າເຮັດດັ່ງນັ້ນເຫລົ້າແວງໃຫມ່ຈະເຮັດໃຫ້ຖົງຫນັງນັ້ນຂາດໄປ ເຫລົ້າແວງຈະໄຫລອອກ ແລະຖົງຫນັງກໍຈະເສັຽໄປເຫມືອນກັນ 38 ແຕ່ເຫລົ້າແວງໃຫມ່ຕ້ອງໃສ່ໄວ້ໃນຖົງຫນັງໃຫມ່ 39 ແລະບໍ່ມີຜູ້ໃດເມື່ອກິນເຫລົ້າແວງເກົ່າແລ້ວ ຈະຢາກໄດ້ເຫລົ້າແວງໃຫມ່ ເພາະທ່ານຍອມເວົ້າວ່າ “ອັນເກົ່ານັ້ນແຫລະ, ດີ”
ບັນຫາເຣື່ອງວັນສະບາໂຕ
1 ຢູ່ມາໃນວັນສະຊາໂຕວັນນຶ່ງ ພຣະເຢຊູກຳລັງສະເດັດຜ່ານທົ່ງນາໄປ ສ່ວນພວກສິດຂອງພຣະອົງໄດ້ເດັດເອົາຮວງເຂົ້າມາຍ່ອງກິນ 2 ມີພວກຟາຣີຊາຍບາງຄົນທູນຖາມວ່າ, “ເປັນຫຍັງພວກທ່ານຈຶ່ງຜິດຕໍ່ກົດຂອງວັນສະບາໂຕ” 3 ພຣະເຢຊູຊົງຕອບເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານເຖິງເຣື່ອງທີ່ດາວິດໄດ້ເຮັດຫລື ເມື່ອທ່ານກັບພັກພວກຂອງທ່ານໄດ້ອຶດຢາກ 4 ຄືທ່ານໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າເອົາເຂົ້າຈີ່ທີ່ຕັ້ງຖວາຍຕໍ່ພຣະພັກມາຮັບປະທານ ແລະປັນໃຫ້ພັກພວກຂອງຕົນເຫມືອນກັນ ຊຶ່ງພຣະບັນຍັດຫ້າມບໍ່ໃຫ້ໃຜກິນ ເວັ້ນແຕ່ປະໂຣຫິດເທົ່ານັ້ນ” 5 ແລ້ວພຣະອົງຊົງບອກເຂົາວ່າ, “ບຸດມະນຸດເປັນເຈົ້າຂອງວັນສະບາໂຕເຫມືອນກັນ” 6 ໃນວັນສະບາໂຕອີກວັນນຶ່ງ ພຣະອົງໄດ້ສະເດັດເຂົ້າໄປໃນໂຮງທັມມະເທສນາແລະສັ່ງສອນ ທີ່ນັ້ນມີຄົນຜູ້ນຶ່ງມືເບື້ອງຂວາລີບ
ຊົງໂຜດຄົນມືລີບ
7 ຝ່າຍພວກນັກທັມແລະພວກຟາຣີຊາຍຊອມເບິ່ງວ່າ ພຣະອົງຈະຊົງໂຜດໃຫ້ດີໃນວັນສະບາໂຕຫລື ເພື່ອພວກເຂົາຈະຫາເຫດຟ້ອງພຣະອົງໄດ້ 8 ແຕ່ພຣະອົງຊົງຊາບຄວາມຄຶດຂອງເຂົາ ຈຶ່ງຊົງບອກຄົນມືລີບນັ້ນວ່າ, “ຈົ່ງລຸກຂຶ້ນມາຢືນຢູ່ຂ້າງຫນ້າສາ” ຄົນນັ້ນກໍລຸກຢືນຂຶ້ນຢູ່ 9 ແລ້ວພຣະເຢຊູຊົງກ່າວແກ່າເຂົາວ່າ, “ເຮົາຈະຖາມພວກທ່ານວ່າ ໃນວັນສະບາໂຕຄວນຈະເຮັດດີ ຫລືຄວນຈະເຮັດຊົ່ວ ຈະເອົາຊີວິດໄວ້ ຫລືຈະເຣັດໃຫ້ຊີວິດດັບເສັຽ” 10 ພຣະອົງຈຶ່ງທອດພຣະເນດເບິ່ງອ້ອມເຂົາທຸກຄົນ ແລະຊົງກ່າວແກ່ຄົນມືລີບນັ້ນວ່າ, “ເຈົ້າຈົ່ງຢຽດມືອອກ” ຄົນນັ້ນກໍເຣັດຕາມ ແລະມືຂອງເຂົາກໍດີເປັນປົກກະຕິ 11 ຝ່າຍຄົນເຫລົ່ານັ້ນກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະໄດ້ປຶກສາກັນວ່າຈະເຣັດຢ່າງໃດກັບພຣະເຢຊູໄດ້
ຊົງເອີ້ນເອົາສາວົກສິບສອງຄົນ
12 ໃນຄາວນັ້ນພຣະອົງໄດ້ສະເດັດຂຶ້ນພູເພື່ອຈະໄຫວ້ວອນ ແລະຊົງໄຫວ້ວອນພຣະເຈົ້າຢູ່ຕລອດຄືນ 13 ຄັນຮຸ່ງເຊົ້າແລ້ວພຣະອົງໄດ້ຊົງເອີ້ນເອົາພວກສິດຂອງຕົນມາ ຈາກພວກສິດນັ້ນພຣະອົງຊົງເລືອກເອົາສິບສອງຄົນ ແລ້ວຊົງຕັ້ງຊື່ວ່າ ອັຄສາວົກ 14 ຄືຊີໂມນທີ່ພຣະອົງຊົງຕັ້ງຊື່ອີກວ່າ ເປໂຕ ອັນເດອານ້ອງຊາຍຂອງເປໂຕ ຢາໂກໂບແລະໂຢຣັນ ຟີລິບແລະບາຣະໂທໂລມາຍ 15 ມັດທາຍແລະໂທມາ ຢາໂກໂບລູກຂອງອາລະຟາຍ ຊີໂມນ ທີ່ເອີ້ນວ່າເຊໂລເຕ 16 ຢູດາລູກຊາຍຂອງຢາໂກໂບລ ແລະຢູດາອິສະກາຣີອົດ ທີ່ກາຍເປັນຜູ້ທໍຣະຍົດຕໍ່ນາຍຂອງຕົນ
ຊົງໂຜດປວງຊົນໃຫ້ດີພຍາດ
17 ແລ້ວພຣະອົງໄດ້ສະເດັດພ້ອມກັບພວກສາວົກ ລົງມາຢືນຢູ່ທີ່ຮາບພຽງບ່ອນນຶ່ງ ບ່ອນນັ້ນມີສິດຂອງພຣະອົງຫລາຍຄົນກັບປະຊາຊົນຈຳນວນຫລວງຫລາຍ ທີ່ມາຈາກທົ່ວແຂວງຢູດາຍ ຈາກກຸງເຢຣູຊາເລັມ ແລະຈາກຝັ່ງທະເລເຂດເມືອງຕີເຣກັບເມືອງຊີໂດນ ເຂົາໄດ້ມາເພື່ອຟັງພຣະອົງ ແລະເພື່ອໃຫ້ດີພຍາດຕ່າງໆຂອງເຂົາ 18 ແລະບັນດາຄົນທີ່ມີຜີຖ່ອຍຮ້າຍກຸກກວນກໍຊົງໂຜດໃຫ້ດີເຫມືອນກັນ 19 ປະຊາຊົນໄດ້ພຍາຍາມຈະຖືກຕ້ອງພຣະອົງ ເຫດວ່າມີຣິດກຳລັງອອກມາຈາກພຣະອົງ ເຣັດໃຫ້ເຂົາດີພຍາດທຸກຄົນ
ຄວາມສຸກແລະວິບັດ
20 ພຣະອົງທອດພຣະເນດຫລຽວເບິ່ງພວກສາວົກແລ້ວຊົງກ່າວວ່າ, “ທ່ານທັງຫລາຍທີ່ຍາກຈົນກໍເປັນສຸກ ເພາະແຜ່ນດິນຂອງພຣະເຈົ້າເປັນຂອງພວກທ່ານ 21 ທ່ານທັງຫລາຍທີ່ອຶດຢາກດຽວນີ້ກໍເປັນສຸກ ເພາະວ່າພຣະເຈົ້າຈະຊົງໂຜດໃຫ້ພວກທ່ານອີ່ມເຕັມ ທ່ານທັງຫລາຍທີ່ຮ້ອງໄຫ້ດຽວນີ້ກໍເປັນສຸກ ເພາະວ່າພວກທ່ານຈະໄດ້ຫົວ” 22 “ເມື່ອໃດຄົນທັງຫລາຍກຽດພວກທ່ານ ຕັດພວກທ່ານຖິ້ມເສັຽ ຕິຕຽນນິນທາ ແລະປະຕິເສດຊື່ຂອງພວກທ່ານວ່າຊົ່ວ ເພາະພວກທ່ານເຫັນແກ່ບຸດມະນຸດ ເມື່ອນັ້ນແຫລະ, ພວກທ່ານກໍເປັນສຸກ 23 ໃນວັນນັ້ນພວກທ່ານຈົ່ງຊື່ນຊົມຍິນດີແລະຕື່ນເຕັ້ນດ້ວຍຄວາມຍິນດີ ເພາະເບິ່ງແມ໋, ບຳເຫນັດຂອງພວກທ່ານມີບໍຣິບູນຢູ່ໃນສວັນ ເພາະວ່າບັນພະບຸຣຸດຂອງເຂົາໄດ້ເຮັດຢ່າງນັ້ນແກ່ຜູ້ປະກາດພຣະທັມເຫມືອນກັນ 24 “ແຕ່ວິບັດແກ່ທ່ານທັງຫລາຍຜູ້ເປັນຄົນຮັ່ງມີ ເພາະວ່າພວກທ່ານໄດ້ຮັບຄວາມສຸກຢູ່ແລ້ວ 25 ວິບັດແກ່ທ່ານທັງຫລາຍທີ່ອີ່ມເຕັມດຽວນີ້ ເພາະວ່າພວກທ່ານຈະອຶດຢາກ ວິບັດແກ່ທ່ານທັງຫລາຍທີ່ຫົວດຽວນີ້ ເພາະວ່າພວກທ່ານຈະທຸກໂສກແລະຮ້ອງໄຫ້” 26 “ເມື່ອໃດຄົນທັງຫລາຍຍ້ອງຍໍວ່າພວກທ່ານດີ ເມື່ອນັ້ນແຫລະ, ວິບັດຈະມີແກ່ພວກທ່ານ ເພາະບັນພະບຸຣຸດຂອງເຂົາໄດ້ເຣັດຢ່າງນັ້ນແກ່ຜູ້ປະກາດພຣະທັມຂີ້ໂລບເຫມືອນກັນ”
ຄວາມຮັກຕໍ່ສັດຕຣູ
27 ແຕ່ເຮົາບອກທ່ານທັງຫລາຍຜູ້ກຳລັງຟັງຢູ່ວ່າ ຈົ່ງຮັກສັດຕຣູຂອງພວກທ່ານ ຈົ່ງເຮັດດີແກ່ຜູ້ກຽດຊັງພວກທ່ານ 28 ຈົ່ງອວຍພອນແກ່ຜູ້ທີ່ປ້ອຍດ່າພວກທ່ານ ຈົ່ງອ້ອນວອນເພື່ອຜູ້ທີ່ກ່າວຫຍາບຊ້າຕໍ່ພວກທ່ານ 29 ຖ້າຜູ້ໃດຕົບແກ້ມຂອງທ່ານເບື້ອງນຶ່ງ ຈົ່ງປິ່ນອີກເບື້ອງນຶ່ງໃຫ້ເຂົາ ແລະຖ້າຜູ້ໃດຍາດເອົາເສື້ອຊັ້ນນອກຂອງທ່ານໄປ ຖ້າເຂົາຈະເອົາເສື້ອໃນກໍຢ່າຫວງຫ້າມ 30 ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກທ່ານ ຖ້າຜູ້ໃດເອົາວິ່ງຂອງຂອງທ່ານໄປ ຢ່າຊູ່ທວງເອົາຄືນ 31 ທ່ານຢາກໃຫ້ເຂົາເຣັດຢ່າງໃດແກ່ທ່ານ ຈົ່ງເຮັດຢ່າງນັ້ນແກ່ເຂົາເຫມືອນກັນ 32 “ຖ້າແມ່ນທ່ານຮັກຄົນທັງຫລາຍທີ່ຮັກທ່ານ ຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ ເພາະເຖິງແມ່ນຄົນນອກສິນທັມກໍຍັງຮັກຄົນທີ່ຮັກເຂົາເຫມືອນກັນ 33 ຖ້າທ່ານເຮັດດີກັບຄົນທີ່ເຮັດດີຕໍ່ທ່ານ ຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ ເພາະຄົນນອກສິນທັມກໍຍັງເຮັດຢ່າງດຽວກັນ 34 ຖ້າທ່ານທັງຫລາຍໃຫ້ຢືມແກ່ຜູ້ທີ່ທ່ານຫວັງວ່າຈະໄດ້ຮັບຄືນ ກໍຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ ເຖິງແມ່ນຄົນບາບກໍຍັງໃຫ້ຄົນບາບຢືມໂດຍຫວັງວ່າຈະໄດ້ຮັບຄືນທໍ່ກັນ 35 ແຕ່ຈົ່ງຮັກສັດຕຣູຂອງທ່ານທັງຫລາຍແລະຈົ່ງເຮັດດີຕໍ່ເຂົາ ຈົ່ງໃຫ້ເຂົາຢືມໂດຍບໍ່ຫວັງຈະໄດ້ຮັບຄືນອີກ ບຳເຫນັດຂອງທ່ານທັງຫລາຍຈຶ່ງຈະມີບໍຣະບູນ ແລະທ່ານທັງຫລາຍຈະເປັນບຸດຂອງພຣະຜູ້ສູງສຸດ ເພາະວ່າພຣະອົງຍັງຊົງໂຜດແກ່ຄົນທີ່ເນຣະຄຸນແລະຄົນຊົ່ວ 36 ທ່ານທັງຫລາຍຈົ່ງມີຄວາມເມດຕາກະຣຸນາ ເຫມືອນຢ່າງພຣະບິດາຂອງທ່ານຊົງມີພຣະທັຍເມດຕາກະຣຸນາ
ການກ່າວໂທດຜູ້ອື່ນ
37 “ຢ່າກ່າວໂທດໃສ່ເຂົາແລະພຣະເຈົ້າຈະບໍ່ຊົງກ່າວໂທດໃສ່ທ່ານ ຢ່າທຳໂທດເຂົາແລະພຣະເຈົ້າຈະບໍ່ຊົງທຳໂທດທ່ານ ຈົ່ງຍົກໂທດໃຫ້ເຂົາແລະພຣະເຈົ້າຈະຊົງຍົກໂທດໃຫ້ທ່ານ 38 ຈົ່ງໃຫ້ເຂົາແລະພຣະເຈົ້າຈະຊົງໃຫ້ທ່ານ ແລະໃນຕັກຂອງທ່ານຈະໄດ້ຮັບຕວງດ້ວຍເຄື່ອງຜອງຍັດສັ່ນລົງແຫນ້ນເຕັມລົ້ນ ເພາະວ່າພວກທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າຈະຕວງໃຫ້ພວກທ່ານດ້ວຍເຄື່ອງຜອງອັນນັ້ນ” 39 ແລ້ວພຣະອົງຊົງກ່າວແກ່ເຂົາເປັນຄຳອຸປມາວ່າ, ຄົນຕາບອດຈະຈູງຄົນຕາບອດໄປບໍ່ໄດ້ຕີ້ ເຂົາທັງສອງຈະບໍ່ຕົກໃນຂຸມຫລື 40 ສິດບໍ່ຫ່ອນໃຫຍ່ກ່ວ່າຄຣູ ແຕ່ສິດທຸກຄົນທີ່ຮັບການຝຶກສອນຄົບແລ້ວ ກໍຈະເປັນເຫມືອນຄຣູຂອງຕົນ 41 ເປັນຫຍັງທ່ານຫລຽວເຫັນຂີ້ເຫຍື່ອທີ່ຢູ່ໃນຕາພີ່ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່ຢູ່ໃນຕາຕົນເອງທ່ານບໍ່ຮູ້ສຶກ 42 ເປັນສັນໃດທ່ານຈຶ່ງຈະເວົ້າກັບພີ່ນ້ອງຂອງຕົນໄດ້ວ່າ “ພີ່ນ້ອງເອີຍ, ໃຫ້ຂ້ອຍເຂັ່ຽຂີ້ເຫຍື່ອອອກຈາກຕາຂອງເຈົ້າ” ແຕ່ທ່ານເອງໄມ້ທັງທ່ອນທີ່ຢູ່ໃນຕາຂອງຕົນກໍຍັງບໍ່ເຫັນ ໂອ ຄົນຫນ້າຊື່ໃຈຄົນເອີຍ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນກ່ອນ ແລ້ວທ່ານຈະເຫັນໄດ້ຄັກ ຈຶ່ງຈະເຂັ່ຽຂີ້ເຫຍື່ອອອກຈາກຕາພີ່ນ້ອງຂອງທ່ານໄດ້
ການສັງເກດຮູ້ໄດ້ດ້ວຍຜົນ
43 “ດ້ວຍວ່າຕົ້ນໄມ້ດີບໍ່ຫ່ອນເກີດຜົນບໍ່ດີ ແລະຕົ້ນບໍ່ດີບໍ່ຫ່ອນເກີດຜົນດີ 44 ເພາະວ່າຈະຮູ້ຈັກຕົ້ນໄມ້ທຸກຕົ້ນກໍເພາະຜົນຂອງມັນ ເຫດວ່າເຂົາບໍ່ຫ່ອນເກັບຫມາກເດື່ອເທດຈາກຕົ້ນມີຫນາມ ແລະບໍ່ຫ່ອນເກັບຫມາກອະງຸ່ນຈາກພຸ່ມມີຫນາມ 45 ຄົນດີຍ່ອມເອົາຂອງດີອອກມາຈາກຄັງດີແຫ່ງໃຈຂອງຕົນ ແລະຄົນຊົ່ວກໍຍ່ອມເອົາຂອງຊົ່ວອອກມາຈາກຄັງຊົ່ວແຫ່ງໃຈຂອງຕົນ ເພາະວ່າໃຈເຕັມລົ້ນດ້ວຍອັນໃດ ປາກກໍເວົ້າອອກມາຢ່າງນັ້ນ
ຮາກຖານສອງຢ່າງ
46 “ເຫດສັນໃດທ່ານທັງຫລາຍຈຶ່ງເອີ້ນເຮົາວ່າ, “ນາຍ, ນາຍ” ແຕ່ບໍ່ໄດ້ເຮັດຕາມສິ່ງທີ່ເຮົາບອກນັ້ນ 47 ທຸກຄົນທີ່ມາຫາເຮົາ ແລະຟັງຄຳຂອງເຮົາ ແລະປະຕິບັດຕາມ ເຮົາຈະແຈ້ງໃຫ້ທ່ານຮູ້ວ່າຄົນນັ້ນປຽບເຫມືອນຜູ້ໃດ 48 ກໍປຽບເຫມືອນຜູ້ນຶ່ງທີ່ກໍ່ສ້າງຕຶກ ຜູ້ນັ້ນຂຸດດິນລົງເລິກແລ້ວຕັ້ງຮາກເທິງດານຫີນ ແລະເມື່ອນ້ຳມາຖ້ວມແລ້ວແປວນ້ຳໄຫລຖັ່ງໃສ່ ແຕ່ບໍ່ອາດຈະເຮັດໃຫ້ຕຶກນັ້ນຫວັ່ນໄຫວເພາະວ່າໄດ້ສ້າງດີແລ້ວ 49 ສ່ວນຄົນທີ່ໄດ້ຍິນຄຳນັ້ນແລະບໍ່ປະຕິບັດຕາມ ກໍປຽບເຫມືອນຄົນນຶ່ງທີ່ໄດ້ກໍ່ສ້າງຕຶກເທິງດິນດ້ວຍບໍ່ກໍ່ຮາກ ເມື່ອແປວນ້ຳໄຫລຖັ່ງໃສ່ຕຶກນັ້ນມັນກໍເຈື່ອນລົງທັນທີ ແລະຄວາມຈິບຫາຍຂອງຕຶກນັ້ນກໍເປັນການໃຫຍ່ຫລາຍ
ຊົງໂຜດຂ້ອຍໃຊ້ຂອງນາຍຮ້ອຍໃຫ້ດີ
1 ເມື່ອພຣະເຢຊູຊົງກ່າວຄຳເຫລົ່ານັ້ນໃຫ້ພົລເມືອງຟັງຫມົດແລ້ວ ພຣະອົງກໍສະເດັດເຂົ້າໄປໃນເມືອງກາເປນາອູມ 2 ມີຂ້ອຍໃຊ້ຂອງນາຍທະຫານຄົນນຶ່ງທີ່ນາຍຮັກຫລາຍ ປ່ວຍຢູ່ໃກ້ຈະຕາຍແລ້ວ 3 ເມື່ອນາຍຮ້ອຍຜູ້ນັ້ນໄດ້ຍິນເຖິງພຣະເຢຊູ ຈຶ່ງໄດ້ໃຊ້ເຖົ້າແກ່ບາງຄົນຂອງພວກຢິວ ໃຫ້ໄປອ້ອນວອນເຊີນພຣະອົງສະເດັດມາໂຜດຂ້ອຍໃຊ້ຂອງຕົນໃຫ້ດີ 4 ເມື່ອຄົນເຫລົ່ານັ້ນມາເຖິງພຣະເຢຊູແລ້ວ ເຂົາກໍອ້ອນວອນພຣະອົງດ້ວຍໃຈຮ້ອນຮົນວ່າ, “ນາຍຮ້ອຍຜູ້ນັ້ນສົມຄວນທີ່ພຣະອົງຈະເຣັດການນີ້ໃຫ້ທ່ານ 5 ເພາະວ່າທ່ານຮັກປະເທດຊາດຂອງເຮົາ ແລະແມ່ນຜູ້ນີ້ແຫລະ, ໄດ້ສ້າງໂຮງທັມມະເທສນາໃຫ້ພວກເຮົາ” 6 ແລະພຣະເຢຊູຈຶ່ງສະເດັດໄປກັບເຂົາ ເມື່ອສະເດັດເກືອບຈະເຖິງເຮືອນແລ້ວ ນາຍຮ້ອຍທະຫານໄດ້ໃຊ້ຫມູ່ສະຫາຍໄປຫາພຣະອົງທູນວ່າ, “ນາຍເອີຍ, ຢ່າຊູ່ລຳບາກທ້ອນ ເພາະວ່າຂ້ານ້ອຍເປັນຄົນບໍ່ສົມຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງຄາເຮືອນຂອງຂ້ານ້ອຍ 7 ເພາະເຫດນັ້ນຂ້ານ້ອຍຈຶ່ງຖືວ່າເປັນຜູ້ບໍ່ສົມຄວນທີ່ຈະໄປຫາທ່ານ ແຕ່ຂໍທ່ານຈົ່ກ່າວພຽງຄຳດຽວ ແລະຄົນໃຊ້ຂອງຂ້ານ້ອຍຄົງຈະດີພຍາດ 8 ເຫດວ່າຂ້ານ້ອຍເປັນຄົນທີ່ຢູ່ໃຕ້ວິນັຍທະຫານ ແລະຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍອີກ ຄືຂ້ານ້ອຍສັ່ງຄົນນີ້ວ່າ “ໄປ” ມັນກໍໄປ ສັ່ງອີກຄົນນຶ່ງວ່າ “ມາ” ມັນກໍມາ ແລະບອກແກ່ຂ້ອຍໃຊ້ຂອງຂ້ານ້ອຍວ່າ “ຈົ່ງເຣັດສິ່ງນີ້” ມັນກໍເຣັດ” 9 ເມື່ອພຣະເຢຊູຊົງໄດ້ຍິນຄຳເຫລົ່ານັ້ນແລ້ວກໍປລາດພຣະທັຍດ້ວຍນາຍນັ້ນ ຈຶ່ງຊົງຫລຽວຫລັງກ່າວກັບປະຊາຊົນທີ່ຕາມມາວ່າ, “ເຮົາບອກທ່ານທັງຫລາຍວ່າ ແມ່ນໃນພວກອິສຣາເອນເຮົາກໍບໍ່ໄດ້ພົບຄວາມເຊື່ອໃຫຍ່ເທົ່ານີ້” 10 ຝ່າຍພວກທີ່ຮັບໃຊ້ມານັ້ນ ເມື່ອກັບໄປເຖິງເຮືອນກໍໄດ້ພົບຂ້ອຍໃຊ້ຜູ້ນັ້ນດີພຍາດແລ້ວ
ຊົງບັນດານໃຫ້ລູກຊາຍແມ່ຫມ້າຍເປັນຄືນມາ
11 ຫລັງຈາກນັ້ນຫນ້ອຍນຶ່ງພຣະອົງກໍສະເດັດໄປຍັງເມືອງນຶ່ງຊື່ ນາອິນ ພວກສາວົກຂອງພຣະອົງກັບປະຊາຊົນຫລວງຫລາຍໄດ້ຕາມພຣະອົງໄປ 12 ເມື່ອສະເດັດມາໃກ້ປະຕູເມືອງນັ້ນ ເບິ່ງແມ໋, ມີຄົນກຳລັງຫາມສົບຊາຍຫນຸ່ມຜູ້ນຶ່ງອອກມາ ເປັນລູກຊາຍຄົນດຽວຂອງແມ່ ແລະນາງກໍເປັນຫມ້າຍ ມີຊາວເມືອງຫລາຍສົມຄວນອອກມານຳຍິງນັ້ນ 13 ເມື່ອຊົງເຫັນຍິງນັ້ນ ພຣະອົງກໍຊົງເມດຕາແລ້ວຊົງກ່າວວ່າ, “ຢ່າຮ້ອງໄຫ້” 14 ແລ້ວພຣະອົງສະເດັດເຂົ້າໄປໃກ້ບາຍໂລງ ພວກຫາມສົບນັ້ນກໍຢຸດຢືນຢູ່ ພຣະອົງຈຶ່ງຊົງສັ່ງວ່າ, “ຊາຍຫນຸ່ມເອີຍ, ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນ” 15 ແລ້ວຄົນທີ່ຕາຍນັ້ນກໍລຸກຂຶ້ນນັ່ງຕັ້ງຕົ້ນເວົ້າ ພຣະອົງຈຶ່ງຊົງມອບຊາຍນັ້ນໃຫ້ແມ່ເຂົາ 16 ຄວາມຢ້ານສະດຸ້ງຕົກໃຈກໍຕົກໃສ່ເຂົາທັງປວງ ເຂົາຈຶ່ງສັຣເສີນພຣະເຈົ້າວ່າ, “ທ່ານຜູ້ປະກາດພຣະທັມຜູ້ໃຫຍ່ໄດ້ເກີດຂຶ້ນຖ້າມກາງພວກເຮົາແລ້ວ ແລະພຣະເຈົ້າໄດ້ສະເດັດມາຢ້ຽມຢາມພົລເມືອງຂອງພຣະອົງແລ້ວ” 17 ເຣື່ອງຂອງພຣະອົງໄດ້ຊ່າລືໄປທົ່ວແຂວງຢູດາຍແລະທົ່ວຂົງເຂດທີ່ຢູ່ລ້ອມຮອບນັ້ນ
ລູກສິດໂຢຮັນບັບຕິສະໂຕມາໄຫວ້ພຣະເຢຊູ
18 ຝ່າຍພວກສິດຂອງໂຢຮັນກໍໄດ້ເລົ່າເຫດການທັງປວງນັ້ນໃຫ້ທ່ານຟັງ 19 ໂຢຮັນຈຶ່ງເອີ້ນສິດຂອງຕົນສອງຄົນ ໃຊ້ເຂົາໄປຫາພຣະຜູ້ເປັນເຈົ້າທູນຖາມວ່າ, “ທ່ານເປັນຜູ້ທີ່ຈະມານັ້ນຫລື ຫລືຈະຕ້ອງຄອຍຖ້າຜູ້ອື່ນ” 20 ເມື່ອເຂົາທັງສອງມາເຖິງພຣະອົງກໍທູນວ່າ, “ໂຢຮັນບັບຕິສະໂຕໄດ້ໃຊ້ພວກຂ້ານ້ອຍມາຖາມວ່າ “ທ່ານເປັນຜູ້ທີ່ຈະມານັ້ນຫລື ຫລືຈະຕ້ອງຄອຍຜູ້ອື່ນ” 21 ໃນເວລານັ້ນພຣະອົງໄດ້ຊົງໂຜດໃຫ້ຫລາຍຄົນດີພຍາດໂຣຄາຕ່າງໆແລະໃຫ້ພົ້ນຈາກຜີຮ້າຍ ແລະໄດ້ຊົງໂຜດໃຫ້ຄົນຕາບອດຫລາຍຄົນໃຫ້ເຫັນຮຸ່ງ 22 ແລ້ວພຣະອົງຊົງຕອບສິດທັງສອງນັ້ນວ່າ, “ຈົ່ງໄປແຈ້ງແກ່ໂຢຣັນ ຕາມທີ່ທ່ານໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາບອດກໍເຫັນຮຸ່ງ ຄົນຂາເສັ້ງກໍຍ່າງເປັນປົກກະຕິ ຄົນຂີ້ທູດກໍດີສະອາດ ຄົນຫູຫນວກກໍໄດ້ຍິນ ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍປະກາດແກ່ຄົນອະນາຖາ 23 ບຸກຄົນໃດບໍ່ສະດຸດສົງສັຍເພາະເຮົາ ຜູ້ນັ້ນກໍເປັນສຸກ” 24 ເມື່ອພວກຮັບໃຊ້ຂອງໂຢຮັນໄປແລ້ວ ພຣະອົງກໍຊົງຕັ້ງຕົ້ນກ່າວກັບປະຊາຊົນເຖິງເຣື່ອງໂຢຮັນວ່າ, “ທ່ານທັງຫລາຍໄດ້ອອກໄປໃນປ່າເພື່ອເບິ່ງຫຍັງ ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື 25 ແຕ່ທ່ານທັງຫລາຍອອກໄປເບິ່ງຫຍັງ ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະອຽດອ່ອນນວນຫລື ເບິ່ງແມ໋, ຄົນທີ່ນຸ່ງຫົ່ມເຄື່ອງອັນງົດງາມແລະຢູ່ກິນດ້ວຍຂອງປະນີດຍ່ອມຢູ່ໃນພຣະຣາຊວັງ 26 ແຕ່ພວກທ່ານອອກໄປເບິ່ງຫຍັງ ເບິ່ງຜູ້ປະກາດພຣະທັມຫລື ແມ່ນແລ້ວເຮົາບອກພວກທ່ານວ່າ ທ່ານຜູ້ນັ້ນກໍໃຫຍ່ກວ່າຜູ້ປະກາດພຣະທັມອີກ 27 ຄືໂຢຣັນຜູ້ນີ້ແຫລະ, ທີ່ພຣະຄັມພີກ່າວຂຽນໄວ້ເຖິງທ່ານວ່າ, “ເບິ່ງແມ໋, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ ຜູ້ຮັບໃຊ້ນັ້ນຈະຈັດແຈງຫົນທາງຂອງທ່ານໄວ້ກ່ອນຫນ້າທ່ານ” 28 ເຮົາບອກພວກທ່ານວ່າ ໃນບັນດາຜູ້ທີ່ເກີດຈາກຜູ້ຍິງນັ້ນບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນ ແຕ່ຜູ້ນ້ອຍທີ່ສຸດໃນຣາຊແຜ່ນດິນຂອງພຣະເຈົ້າກໍໃຫຍ່ກວ່າໂຢຣັນອີກ” 29 “ຝ່າຍຄົນທັງປວງທີ່ໄດ້ຍິນພ້ອມທັງພວກເກັບພາສີກໍໄດ້ຍອມຮັບວ່າພຣະເຈົ້າຍຸດຕິທັມໂດຍທີ່ເຂົາໄດ້ຮັບບັບຕິສະມາຂອງໂຢຮັນແລ້ວ 30 ແຕ່ພວກຟາຣີຊາຍແລະພວກທັມບັນດິດໄດ້ຂັດຂວາງພຣະປະສົງຂອງພຣະເຈົ້າສຳລັບເຂົາ ໂດຍທີ່ເຂົາບໍ່ໄດ້ຮັບບັບຕິສະມາຈາກໂຢຮັນ) 31 “ເຫດສັນນັ້ນເຮົາຈະປຽບຄົນສະໄຫມນີ້ກັບອັນໃດ ແລະເຂົາເປັນເຫມືອນກັບອັນໃດ 32 ປຽບເຫມືອນກັບຫມູ່ເດັກນ້ອຍທີ່ນັ່ງຢູ່ກາງຕລາດຮ້ອງໃສ່ກັນວ່າ, “ຕູໄດ້ເປົ່າປີ່ໃຫ້ສູ ແຕ່ສູບໍ່ໄດ້ຟ້ອນລຳ ຕູໄດ້ຮ້ອງໄຫ້ຮ່ຳໄຮ ແຕ່ສູບໍ່ໄດ້ຕີອົກຕ້ອນຮັບ” 33 ເພາະວ່າໂຢຣັນບັບຕິສະໂຕໄດ້ມາ ກໍບໍ່ກິນເຂົ້າຫລືດື່ມເຫລົ້າແວງ ແລະພວກທ່ານເວົ້າວ່າ “ມີຜີສິງຢູ່” 34 ສ່ວນບຸດມະນຸດໄດ້ມາທັງກິນແລະດື່ມ ແລະພວກທ່ານເວົ້າວ່າ, “ເບິ່ງແມ໋, ນີ້ເປັນຄົນກິນເກີນສ່ວນແລະມັກເມົາ ເປັນເພື່ອນຂອງຄົນເກັບພາສີແລະຄົນນອກສິນທັມ” 35 ແຕ່ພຣະປັນຍາກໍປາກົດວ່າຖືກຕ້ອງແລ້ວໂດຍບັນດາຜົນຂອງພຣະປັນຍານັ້ນ”
ພຣະເຢຊູໃນເຮືອນຂອງຊີໂມນຟາຣີຊາຍ
36 ມີຄົນນຶ່ງໃນພວກຟາຣີຊາຍ ໄດ້ເຊີນພຣະອົງໄປສເວີຍອາຫານໃນເຮືອນຂອງຕົນ ພຣະອົງຈຶ່ງສະເດັດເຂົ້າໄປໃນເຮືອນຂອງຟາຣີຊາຍຜູ້ນັ້ນແລ້ວຊົງປະທັບລົງ 37 ແລະເບິ່ງແມ໋, ມີຍິງຊົ່ວຄົນນຶ່ງໃນເມືອງນັ້ນ ເມື່ອຮູ້ວ່າພຣະອົງຊົງນັ່ງສເວີຍອາຫານໃນເຮືອນຂອງຟາຣີຊາຍ ຍິງຜູ້ນັ້ນໄດ້ຖືກະອອມຫີນຂາວມີນ້ຳມັນຫອມ 38 ມາຢືນຂ້າງຫລັງໃກ້ພຣະບາດຂອງພຣະອົງຮ້ອງໄຫ້ ນ້ຳຕາໄຫລຈົນປຽກພຣະບາດ ນາງຈຶ່ງເອົາຜົມເຊັດທັງຈູບພຣະບາດຂອງພຣະອົງແລະເອົານ້ຳມັນຫອມນັ້ນສົງ 39 ຝ່າຍຄົນຟາຣີຊາຍຜູ້ເຊີນພຣະອົງມາ ເມື່ອເຫັນດັ່ງນັ້ນແລ້ວກໍນຶກໃນໃຈວ່າ “ຖ້າຜູ້ນີ້ແມ່ນຜູ້ປະກາດພຣະທັມ ທ່ານຄົງຈະໄດ້ຮູ້ວ່າຍິງຜູ້ຖືກຕ້ອງກາຍຂອງທ່ານເປັນຜູ້ໃດ ແລະເປັນຄົນແນວໃດ ເພາະມັນເປັນຄົນຊົ່ວ” 40 ພຣະເຢຊູຊົງຕອບທ່ານວ່າ, “ຊີໂມນເອີຍ, ເຮົາມີສິ່ງນຶ່ງຈະເວົ້າກັບທ່ານ” ຊີໂມນທູນຕອບວ່າ, “ອາຈານເອີຍ, ເຊີນເວົ້າໂລດ” 41 ພຣະອົງຊົງກ່າວວ່າ, “ເຈົ້າຫນີ້ຜູ້ນຶ່ງມີລູກຫນີ້ສອງຄົນ ຄົນນຶ່ງເປັນຫນີ້ເງິນຫ້າຣ້ອຍຫລຽນເດນາຣິອົນ ອີກຄົນນຶ່ງເປັນຫນີ້ຫ້າສິບຫລຽນ 42 ເມື່ອເຂົາບໍ່ມີອັນໃດຈະໃຊ້ຫນີ້ແລ້ວ ເຈົ້າຫນີ້ຈຶ່ງໂຜດຍົກຫນີ້ໃຫ້ເຂົາທັງສອງ ໃນສອງຄົນນັ້ນຄົນໃດຈະຮັກເຈົ້າຫນີ້ຫລາຍກວ່າກັນ” 43 ຊີໂມນທູນຕອບວ່າ, “ຂ້ານ້ອຍຄຶດວ່າຄົນທີ່ທ່ານໄດ້ໂຜດຍົກຫນີ້ໃຫ້ຫລາຍນັ້ນເປັນຜູ້ຮັກຫລາຍ” ພຣະອົງຊົງຕອບວ່າ, “ທ່ານຄຶດຖືກແລ້ວ” 44 ແລ້ວພຣະອົງຊົງຫລຽວໄປຫາຍິງນັ້ນ ແລະຊົງກ່າວກັບຊີໂມນວ່າ, “ທ່ານເຫັນຍິງຜູ້ນີ້ບໍ ເຮົາໄດ້ເຂົ້າມາໃນເຮືອນຂອງທ່ານ ທ່ານບໍ່ໄດ້ໃຫ້ນ້ຳລ້າງຕີນຂອງເຮົາ ແຕ່ຍິງຜູ້ນີ້ໄດ້ເອົານ້ຳຕາລ້າງຕີນຂອງເຮົາ ແລະໄດ້ເອົາຜົມຂອງຕົນເຊັດ 45 ທ່ານບໍ່ໄດ້ຈູບເຮົາ ແຕ່ຜູ້ຍິງນີ້ ຕັ້ງແຕ່ເຮົາເຂົ້າມາເຂົາບໍ່ໄດ້ເຊົາຈູບຕີນຂອງເຮົາ 46 ທ່ານບໍ່ໄດ້ເອົານ້ຳມັນຫົດຫົວຂອງເຮົາ ແຕ່ຍິງຜູ້ນີ້ໄດ້ເອົານ້ຳມັນຫອມຫົດຕີນຂອງເຮົາ 47 ເຫດສັນນັ້ນເຮົາບອກທ່ານວ່າ ຄວາມຜິດບາບຂອງຍິງນີ້ຊຶ່ງມີຫລາຍນັ້ນໄດ້ໂຜດຍົກເສັຽແລ້ວ ເພາະເຂົາຮັກຫລາຍ ແຕ່ຜູ້ທີ່ໄດ້ຮັບການຍົກໂທດຫນ້ອຍກໍຮັກຫນ້ອຍ” 48 ພຣະອົງຊົງກ່າວແກ່ຍິງນັ້ນວ່າ, “ຄວາມຜິດບາບຂອງເຈົ້າໂຜດຍົກເສັຽແລ້ວ” 49 ຝ່າຍຄົນທັງຫລາຍທີ່ນັ່ງຮັບປະທານກັບພຣະອົງ ກໍຕັ້ງຄຶດໃນໃຈວ່າ, “ຜູ້ນີ້ແມ່ນໃຜ ຈຶ່ງໃຫ້ອະພັຍຄວາມຜິດບາບດັ່ງນັ້ນ” 50 ພຣະອົງຊົງກ່າວກັບຍິງນັ້ນວ່າ, “ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າພົ້ນ ຈົ່ງໄປເປັນສຸກເທີນ”
ແມ່ຍິງບາງຄົນໄປກັບພຣະອົງ
1 ຕໍ່ມາພຣະອົງໄດ້ສະເດັດໄປຕາມບ້ານຕາມເມືອງ ຊົງປະກາດຂ່າວປະເສີດເຣື່ອງຣາຊອານາຈັກຂອງພຣະເຈົ້າ ສາວົກສິບສອງຄົນນັ້ນກໍຢູ່ກັບພຣະອົງ 2 ພ້ອມກັບແມ່ຍິງບາງຄົນທີ່ພົ້ນຈາກຜີຮ້າຍແລ້ວ ແລະພົ້ນຈາກພຍາດຕ່າງໆ ຄືມາຣິອາຜູ້ມີຊື່ອີກວ່າມັກດາລາ ຜູ້ທີ່ພຣະອົງຊົງຂັບໄລ່ຜີເຈັດໂຕອອກ 3 ແລະໂຢອັນນາພັຣຍາຂອງຈູຊາ ຜູ້ເປັນກົມວັງຂອງເຮໂຣດ ແລະນາງຊູຊັນນາ ກັບຍິງອື່ນອີກຫລາຍຄົນທີ່ເຄີຍສລະຊັບຂອງເຂົາບົວລະບັດພຣະອົງແລະພວກຂອງພຣະອົງເຫມືອນກັນ
ຄຳອຸປມາເຣື່ອງຜູ້ຫວ່ານ
4 ເມື່ອປະຊາຊົນຈຳນວນຫລວງຫລາຍໄດ້ມາຊຸມນຸມກັນຢູ່ ແລະມີຄົນກຳລັງມາຫາພຣະອົງຈາກເມືອງນັ້ນເມືອງນີ້ ພຣະອົງຈຶ່ງຊົງກ່າວກັບເຂົາເປັນຄຳອຸປມາວ່າ, 5 “ມີຄົນນຶ່ງອອກໄປຫວ່ານພືດຂອງຕົນ ເມື່ອກຳລັງຫວ່ານຢູ່ນັ້ນ ລາງເມັດກໍຕົກຕາມທາງກໍຖືກຢຽບຢ່ຳ ແລະນົກປ່າມາກິນເສັຽ 6 ລາງເມັດກໍຕົກໃສ່ບ່ອນມີຫີນ ແລະເມື່ອງອກຂຶ້ນແລ້ວກໍຫ່ຽວແຫ້ງລົງເພາະບ່ອນບໍ່ຊຸ່ມ 7 ລາງເມັດກໍຕົກກາງພຸ່ມຫນາມ ຫນາມກໍປົ່ງຂຶ້ນມານຳ ແລ້ວປົກຫຸ້ມຮັດເສັຽ 8 ລາງເມັດກໍຕົກກາງໃສ່ດິນດີ ຈື່ງງອກຂຶ້ນເກີດຜົນຮ້ອຍຕໍ່” ເມື່ອພຣະອົງຊົງກ່າວດັ່ງນີ້ແລ້ວ ຈຶ່ງຊົງຮ້ອງຂຶ້ນວ່າ, “ຜູ້ໃດມີຫູຢາກຟັງ ຈົ່ງຟັງເອົາ”
ຈຸດມຸ່ງຫມາຍຂອງຄຳອຸປມາ
9 ພວກສາວົກຈຶ່ງທູນຖາມພຣະອົງວ່າ, “ຄຳອຸປມານີ້ຫມາຍຄວາມວ່າຢ່າງໃດ” 10 ພຣະອົງຊົງກ່າວວ່າ, “ຂໍ້ຄວາມລັບເລິກແຫ່ງຣາຊອານາຈັກຂອງພຣະເຈົ້າ ຊົງໂຜດໃຫ້ທ່ານທັງຫລາຍຮູ້ໄດ້ ແຕ່ສຳລັບຄົນອື່ນນັ້ນໄດ້ບອກໃຫ້ເປັນຄຳອຸປມາ ເພື່ອເມື່ອເຂົາເບິ່ງຈະບໍ່ເຫັນ ແລະເມື່ອເຂົາຟັງຈະບໍ່ເຂົ້າໃຈ
ຊົງອະທິບາຍເຣື່ອງຜູ້ຫວ່ານ
11 “ຄຳອຸປມານັ້ນກໍເປັນດັ່ງນີ້ ຄືເມັດພືດນັ້ນໄດ້ແກ່ພຣະທັມຂອງພຣະເຈົ້າ 12 ເມັດທີ່ຕົກກາງທາງໄດ້ແກ່ພວກຄົນທີ່ໄດ້ຍິນ ແລ້ວພຍາມານມາຍາດເອົາພຣະທັມໄປຈາກໃຈຂອງເຂົາ ເພື່ອບໍ່ໃຫ້ເຊື່ອແລະພົ້ນໄດ້ 13 ເມັດທີ່ຕົກບ່ອນມີຫີນໄດ້ແກ່ຜູ້ທີ່ໄດ້ຍິນ ແລ້ວກໍຮັບພຣະທັມນັ້ນດ້ວຍຄວາມຍິນດີແຕ່ບໍ່ມີຮາກ ເຊື່ອຢູ່ແຕ່ຊົ່ວຄາວ ເມື່ອຖືກທົດລອງເຂົາເລີກເສັຽ 14 ເມັດທີ່ຕົກກາງພຸ່ມຫນາມນັ້ນໄດ້ແກ່ພວກຄົນທີ່ໄດ້ຍິນ ແລ້ວອອກໄປຕາມທາງ ແລະຄວາມກັງວົນ ກັບຊັບສົມບັດ ທັງຄວາມສນຸກຂອງຊີວິດນີ້ໄດ້ເຂົ້າມາຫຸ້ມຮັດພຣະທັມນັ້ນເສັຽ ແລ້ວຜົນຂອງເຂົາຈຶ່ງບໍ່ທັນສຸກ 15 ເມັດທີ່ຕົກໃສ່ດິນດີນັ້ນໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມດ້ວຍໃຈເຫລື້ອມໃສ ສັດທາ ແລ້ວກໍຈົດຈຳໄວ້ ຈຶ່ງເກີດຜົນໂດຍຄວາມພຽນ”
ຄຳອຸປມາເຣື່ອງໂຄມໄຟ
16 “ບໍ່ມີຜູ້ໃດ ເມື່ອໄຕ້ໂຄມແລ້ວຈະເອົາພາຊນະປົກບັງໄວ້ ຫລືວາງໄວ້ໃຕ້ຕຽງນອນແຕ່ຕັ້ງໄວ້ເທິງເຄື່ອງຮອງຕີນໂຄມ ເພື່ອຄົນທັງຫລາຍທີ່ເຂົ້າມາຈະໄດ້ເຫັນແສງສວ່າງ 17 ດ້ວຍວ່າບໍ່ມີສິ່ງໃດທີ່ເຊື່ອງໄວ້ ຊຶ່ງຈະບໍ່ປາກົດແຈ້ງ ແລະບໍ່ມີສິ່ງໃດທີ່ປົກບັງໄວ້ຊຶ່ງຈະບໍ່ຮູ້ແລະບໍ່ເປີດເຜີຍ 18 ເຫດສັນນັ້ນທ່ານທັງຫລາຍໄດ້ຍິນຢ່າງໃດ ກໍຈົ່ງລະວັງໃຫ້ດີ ດ້ວຍວ່າຜູ້ໃດມີຢູ່ແລ້ວ ຈະຊົງເພີ້ມເຕີມໃຫ້ແກ່ຜູ້ນັ້ນອີກ ແຕ່ຜູ້ໃດບໍ່ມີ ເຖິງແມ່ນວ່າສິ່ງທີ່ຕົນຄຶດວ່າມີຢູ່ນັ້ນ ຈະຊົງຍົກເອົາໄປຈາກຜູ້ນັ້ນເສັຽ”
ມານດາແລະພວກນ້ອງຊາຍຂອງພຣະເຢຊູ
19 ເມື່ອນັ້ນມານດາແລະພວກນ້ອງຊາຍຂອງພຣະອົງໄດ້ມາຫາ ແຕ່ເຂົ້າໄປເຖິງພຣະອົງບໍ່ໄດ້ເພາະຄົນຫລາຍ 20 ມີຄົນນຳຂ່າວມາທູນພຣະອົງວ່າ, “ມານດາແລະພວກນ້ອງຊາຍທ່ານຢືນຢູ່ຂ້າງນອກຢາກມາຫາ” 21 ແຕ່ພຣະອົງຊົງຕອບເຂົາວ່າ, “ມານດາແລະນ້ອງຂອງເຮົານັ້ນ ຄືຄົນທີ່ໄດ້ຍິນພຣະທັມຂອງພຣະເຈົ້າແລະເຮັດຕາມ
ພຣະເຢຊູຊົງຫ້າມລົມພະຍຸ
22 ຢູ່ມາວັນນຶ່ງ ພຣະອົງໄດ້ສະເດັດລົງເຮືອ ແລ້ວຊົງກ່າວກັບເຂົາວ່າ, “ເຮົາຈົ່ງພາກັນຂ້າມທະເລສາບໄປຟາກນັ້ນເທາະ” ແລ້ວເຂົາກໍຖອຍເຮືອອອກໄປ 23 ເມື່ອກຳລັງຂ້າມໄປພຣະອົງບັນທົມຫລັບ ແລະເກີດມີລົມພະຍຸພັດລົງມາກາງທະເລ ນ້ຳກໍເຂົ້າເຮືອຢູ່ ຫນ້າຢ້ານຈະເປັນອັນຕະຣາຍ 24 ພວກສາວົກຈຶ່ງມາປຸກພຣະອົງທູນວ່າ, “ອາຈານ, ອາຈານເອີຍ, ພວກຂ້ານ້ອຍກຳລັງຈະຈິບຫາຍຢູ່ແລ້ວ” ພຣະອົງຈຶ່ງຊົງຕື່ນຂຶ້ນຫ້າມລົມແລະຟອງນ້ຳ ລົມແລະຟອງນ້ຳກໍຢຸດສງົບງຽບທົ່ວໄປທັນທີ 25 ພຣະອົງຊົງກ່າວກັບເຂົາວ່າ, “ຄວາມເຊື່ອຂອງພວກທ່ານຢູ່ໃສ” ເຂົາກໍຢ້ານ ແລະປລາດໃຈຈຶ່ງເວົ້າກັນວ່າ, “ທ່ານຜູ້ນີ້ແມ່ນຜູ້ໃດຫນໍ ຈຶ່ງຫ້າມທັງລົມແລະນ້ຳ ແລະລົມກັບນ້ຳກໍຍອມຟັງທ່ານ”
ຊົງໂຜດຄົນຜີສິງທີ່ເຂດແດນເຄຣາເຊັນ
26 ແລ້ວເຂົາໄດ້ໄປຈອດທີ່ເຂດແດນຂອງຊາວເຄຣາເຊັນ ຊຶ່ງຢູ່ກົງກັນຂ້າມກັບແຂວງຄາລີເລ 27 ເມື່ອພຣະອົງສະເດັດຂຶ້ນບົກແລ້ວມີຊາຍຄົນນຶ່ງແຕ່ເມືອງນັ້ນມາພົບພຣະອົງ ຄົນນັ້ນມີຜີຮ້າຍຫລາຍໂຕສິງຢູ່ ເຂົາບໍ່ໄດ້ນຸ່ງເຄື່ອງແລະບໍ່ໄດ້ຢູ່ໃນເຮືອນເປັນເວລາເຫິງນານແລ້ວ ແຕ່ຢູ່ຕາມອຸບໂມງຝັງສົບ 28 ເມື່ອຄົນນັ້ນໄດ້ເຫັນພຣະເຢຊູກໍຮ້ອງຂຶ້ນ ແລ້ວຂາບລົງຕໍ່ພຣະພັກພຣະອົງອອກສຽງດັງທູນວ່າ, “ເຢຊູບຸດຂອງພຣະເຈົ້າຜູ້ສູງສຸດເອີຍ, ທ່ານມາຫຍຸ້ງກ່ຽວກັບເຮົາດ້ວຍເຫດໃດ ຂໍຢ່າໄດ້ທໍຣະມານເຮົາທ້ອນ” 29 ມັນເວົ້າດັ່ງນັ້ນກໍເພາະພຣະອົງໄດ້ຊົງສັ່ງຜີຖ່ອຍຮ້າຍໃຫ້ອອກຈາກຄົນນັ້ນ (ດ້ວຍວ່າຜີນັ້ນໄດ້ມາກຸມເອົາຄົນນັ້ນໄປຫລາຍເທື່ອຫລາຍທີ່ ແລະເຄີຍມັດດ້ວຍຊີກແລະຖືກລ່າມໂສ້ຂັງໄວ້ ແຕ່ມັນກໍຫັກເຄື່ອງມັດນັ້ນເສັຽແລ້ວໄດ້ບັງຄັບໃຫ້ເຂົ້າໄປໃນປ່າ) 30 ຝ່າຍພຣະເຢຊູຊົງຖາມມັນວ່າ, “ມຶງຊື່ຫຍັງ” ມັນທູນຕອບວ່າ, “ຊື່ກອງທັບ” ດ້ວຍວ່າຜີທີ່ເຂົ້າສິງຢູ່ໃນຄົນນັ້ນມີຫລາຍໂຕ 31 ແລະຜີນັ້ນໄດ້ອ້ອນວອນຂໍນຳພຣະອົງບໍ່ໃຫ້ບັງຄັບມັນຫນີໄປໃນພື້ນເຫວເລິກ 32 ທີ່ນັ້ນມີຝູງຫມູຝູງໃຫຍ່ກຳລັງຫາກິນຢູ່ຕາມພູ ຜີເຫລົ່ານັ້ນໄດ້ທູນຂໍພຣະອົງຊົງອະນຸຍາດໃຫ້ພວກມັນເຂົ້າສິງຢູ່ໃນຫມູຝູງນັ້ນ ພຣະອົງກໍຊົງອະນຸຍາດໃຫ້ 33 ຜີເຫລົ່ານັ້ນຈຶ່ງໄດ້ອອກມາຈາກຄົນນັ້ນແລ້ວເຂົ້າໄປສິງຢູ່ໃນຝູງຫມູ ຫມູທັງປວງກໍຟ້າວແລ່ນລົງຈາກຕາລິ່ງຊັນໂຕນໃສ່ທະເລສາບຈົມນ້ຳຕາຍທັນທີ 34 ຝ່າຍຄົນລ້ຽງເມື່ອເຫັນເຫດການທີ່ເກີດຂຶ້ນນັ້ນ ຕ່າງຄົນຕ່າງຫນີໄປເລົ່າເຣື່ອງນັ້ນທັງໃນເມືອງແລະນອກເມືອງ 35 ແລ້ວຄົນທັງປວງກໍອອກມາເບິ່ງເຫດການທີ່ເກີດຂຶ້ນນັ້ນ ແລະເມື່ອມາເຖິງພຣະເຢຊູ ເຂົາໄດ້ເຫັນຄົນທີ່ຜີຮ້າຍອອກຈາກຕົວນຸ່ງຫົ່ມເສື້ອຜ້າມີສະຕິອາຣົມດີ ນັ່ງຢູ່ໃກ້ພຣະບາດພຣະເຢຊູ ເຂົາຈຶ່ງມີໃຈຢ້ານ 36 ຝ່າຍຄົນທີ່ເຫັນເຫດການນັ້ນ ກໍໄດ້ເລົ່າໃຫ້ເຂົາຟັງເຖິງເຣື່ອງຄົນທີ່ຜີຮ້າຍເຂົ້າສິງນັ້ນໄດ້ດີປົກກະຕິຢ່າງໃດ 37 ຊາວເມືອງເຄຣາເຊັນກັບປະຊາຊົນທັງປວງໃນທົ່ວຮອບເຂດນັ້ນໄດ້ອ້ອນວອນຂໍໃຫ້ພຣະອົງຫນີໄປຈາກເຂົາເສັຽ ເພາະຄວາມຢ້ານອັນໃຫຍ່ໄດ້ຕົກໃສ່ເຂົາ ພຣະອົງຈຶ່ງສະເດັດລົງເຮືອກັບຄືນໄປ 38 ຄົນທີ່ມີຜີຮ້າຍອອກຈາກຕົວນັ້ນໄດ້ອ້ອນວອນຂໍຢູ່ນຳພຣະອົງ ແຕ່ພຣະອົງຊົງບອກໃຫ້ໄປໂດຍຊົງສັ່ງວ່າ, 39 “ຈົ່ງກັບໄປບ້ານເຮືອນຂອງເຈົ້າ ແລະເລົ່າເຣື່ອງການໃຫຍ່ທີ່ພຣະເຈົ້າໄດ້ຊົງກະທຳແກ່ເຈົ້ານັ້ນ” ແລ້ວຄົນນັ້ນກໍກັບໄປປະກາດແກ່ຄົນທັງປວງ ເຖິງເຫດການທຸກສິ່ງທີ່ພຣະເຢຊູໄດ້ຊົງກະທຳແກ່ຕົນ
ເຣື່ອງລູກສາວເຈົ້ານາຍແລະຍິງເລືອດຕົກ
40 ເມື່ອພຣະເຢຊູສະເດັດກັບມາແລ້ວປະຊາຊົນກໍໄດ້ຕ້ອນຮັບພຣະອົງ ເພາະເຂົາທັງຫລາຍຄອຍຖ້າພຣະອົງຢູ່ 41 ແລະເບິ່ງແມ໋, ມີຊາຍຄົນນຶ່ງຊື່ຢາອີໂຣ ເປັນນາຍໂຮງທັມມະເທສນາມາຂາບລົງທີ່ພຣະບາດຂອງພຣະເຢຊູ ອ້ອນວອນຂໍໃຫ້ພຣະອົງສະເດັດເຂົ້າໄປໃນເຮືອນຂອງຕົນ 42 ເພາະວ່າທ່ານມີລູກສາວຄົນດຽວອາຍຸປະມານສິບສອງປີ ລູກນັ້ນກຳລັງຈະຕາຍໄປ ໃນຂນະທີ່ພຣະອົງສະເດັດໄປນັ້ນ ປະຊາຊົນໄດ້ກີດຂວາງພຣະອົງ 43 ມີຍິງຄົນນຶ່ງເປັນພຍາດເລືອດຕົກໄດ້ສິບສອງປີມາແລ້ວ ນາງໄດ້ຈ່າຍຊັບຂອງຕົນໃຫ້ພວກຫມໍຈົນຫມົດແຕ່ບໍ່ມີຫມໍຄົນໃດອາດໃຫ້ດີພຍາດໄດ້ 44 ນາງໄດ້ຫຍັບເຂົ້າມາເບື້ອງຫລັງພຣະເຢຊູແລະບາຍແຄມເຄື່ອງທົງຂອງພຣະອົງ ໃນທັນໃດນັ້ນເລືອດທີ່ໄຫລກໍຕຸດ 45 ພຣະເຢຊູຊົງຖາມວ່າ, “ແມ່ນໃຜໄດ້ບາຍເຮົາ” ເມື່ອຄົນທັງປວງໄດ້ຕອບປະຕິເສດ ເປໂຕກັບພວກຄົນທີ່ຢູ່ນຳກັນໄດ້ທູນວ່າ, “ອາຈານເຈົ້າເອີຍ, ກໍແມ່ນປະຊາຊົນທີ່ກຳລັງກີດຂວາງແລະບຽດທ່ານຢູ່” 46 ແຕ່ພຣະເຢຊູຊົງຕອບວ່າ, “ມີຜູ້ນຶ່ງໄດ້ບາຍເຮົາ ເພາະເຮົາຮູ້ສຶກວ່າຣິດໄດ້ສວ່ານອອກຈາກເຮົາໄປ” 47 ເມື່ອເຫັນວ່າຈະເຊື່ອງຕົວບໍ່ໄດ້ແລ້ວ ນາງກໍເຂົ້າມາດ້ວຍຕົວສັ່ນຂາບລົງຕໍ່ພຣະພັກຂອງພຣະອົງຕໍ່ຫນ້າຄົນທັງປວງ ທູນເຖິງເຫດທີ່ຕົນໄດ້ບາຍພຣະອົງ ແລະບອກເຖິງເຣື່ອງທີ່ຕົນໄດ້ດີພຍາດທັນທີນັ້ນເຫມືອນກັນ 48 ພຣະອົງຊົງກ່າວກັບນາງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ ຈົ່ງໄປເປັນສຸກເທີນ” 49 ໃນຂນະທີ່ພຣະອົງຊົງກ່າວຢູ່ນັ້ນ ມີຄົນນຶ່ງມາແຕ່ເຮືອນຂອງນາຍໂຮງທັມບອກວ່າ, “ລູກຂອງນາຍຕາຍແລ້ວ ຂໍຢ່າໄດ້ຮົບກວນອາຈານຕໍ່ໄປ” 50 ຝ່າຍພຣະເຢຊູ ເມື່ອໄດ້ຍິນກໍຊົງກ່າວແກ່ນາຍນັ້ນວ່າ, “ຢ່າວິຕົກເທາະ ຈົ່ງເຊື່ອເທົ່ານັ້ນ ແລະລູກຈະໄດ້ລອດພົ້ນ” 51 ເມື່ອສະເດັດເຖິງເຮືອນແລ້ວ ພຣະອົງບໍ່ໄດ້ຊົງອະນຸຍາດໃຫ້ຜູ້ໃດເຂົ້າໄປນຳ ເວັ້ນແຕ່ເປໂຕ ໂຢຮັນ ຢາໂກໂບ ແລະພໍ່ແມ່ຂອງເດັກນ້ອຍນັ້ນ 52 ຄົນທັງຫລາຍກໍຕີອົກຮ້ອງໄຫ້ຮ່ຳໄຮເພາະເດັກນ້ອຍນັ້ນ ແຕ່ພຣະອົງຊົງບອກວ່າ, “ຢ່າຮ້ອງໄຫ້ເທາະ ເດັກນ້ອຍນັ້ນບໍ່ຕາຍດອກ ແຕ່ຫລັບຢູ່ເທົ່ານັ້ນ” 53 ແລ້ວເຂົາພາກັນຫົວຂວັນພຣະອົງ ເພາະເຂົາຮູ້ວ່າເດັກນ້ອຍນັ້ນຕາຍແລ້ວ 54 ຝ່າຍພຣະອົງຊົງຈັບມືເດັກນ້ອຍນັ້ນ ແລ້ວຊົງຮ້ອງວ່າ, “ລູກເອີຍ, ຈົ່ງລຸກຂຶ້ນແມ໋” 55 ແລະຈິດວິນຍານກໍກັບເຂົ້າໃນຕົວເດັກນ້ອຍນັ້ນ ມັນໄດ້ລຸກຂຶ້ນທັນທີ ພຣະອົງຈຶ່ງຊົງສັ່ງໃຫ້ເອົາອາຫານມາໃຫ້ມັນກິນ 56 ຝ່າຍພໍ່ແມ່ຂອງເດັກນ້ອຍນັ້ນກໍງຶດອັດສະຈັນໃຈຫລາຍ ແຕ່ພຣະອົງຊົງຫ້າມເຂົາບໍ່ໃຫ້ບອກຜູ້ໃດຮູ້ເຫດການຊຶ່ງເປັນມານັ້ນ
ຊົງໃຊ້ສາວົກສິບສອງຄົນອອກໄປປະກາດ
1 ເມື່ອພຣະອົງຊົງເອີ້ນພວກສິບສອງຄົນນັ້ນມາພ້ອມກັນແລ້ວ ກໍຊົງປະທານໃຫ້ເຂົາມີຣິດແລະມີອຳນາດເຫນືອຜີຮ້າຍທັງປວງ ແລະເພື່ອຈະໄດ້ເຣັດໃຫ້ດີພຍາດຕ່າງໆ 2 ແລ້ວພຣະອົງຊົງໃຊ້ເຂົາໃຫ້ອອກໄປປະກາດຣາຊອານາຈັກຂອງພຣະເຈົ້າ ແລະເຮັດໃຫ້ຄົນເຈັບປ່ວຍດີພຍາດ 3 ພຣະອົງຈຶ່ງຊົງສັ່ງເຂົາວ່າ, “ຢ່າເອົາສິ່ງໃດໄປໃຊ້ຕາມທາງ ຄືຢ່າເອົາໄມ້ຄ້ອນເທົ້າ ຫລືຖົງ ຫລືອາຫານ ຫລືເງິນ ຫລືເສື້ອສອງໂຕ 4 ແລະຖ້າເຂົ້າໄປໃນເຮືອນຫລັງໃດ ກໍໃຫ້ອາສັຍຢູ່ໃນເຮືອນຫລັງນັ້ນຈົນກວ່າຈະຈາກໄປ 5 ຖ້າຜູ້ໃດບໍ່ຕ້ອນຮັບພວກທ່ານ ຈົ່ງອອກຈາກເມືອງນັ້ນໄປ ແລະຈົ່ງສັ່ນຂີ້ຝຸ່ນທີ່ຕິດຕີນຂອງພວກທ່ານອອກເສັຽ ເພື່ອເປັນພຍານຕໍ່ເຂົາ” 6 ແລ້ວພວກສາວົກກໍພາກັນອອກໄປປະກາດຂ່າວປະເສີດຕາມບ້ານເມືອງຕ່າງໆ ແລະໄດ້ເຣັດໃຫ້ຄົນເຈັບປ່ວຍທົ່ວທຸກບ່ອນດີພຍາດ
ຄວາມສົງສັຍຂອງເຮໂຣດ
7 ຝ່າຍເຣໂຣດຜູ້ປົກຄອງໄດ້ຍິນເຣື່ອງເຫດການທັງປວງຊຶ່ງເກີດຂຶ້ນນັ້ນ ຈຶ່ງຫຍຸ້ງໃຈ ສົງສັຍຫລາຍ ເພາະລາງຄົນເວົ້າວ່າ, “ໂຢຣັນເປັນຄືນມາຈາກຕາຍແລ້ວ” 8 ລາງຄົນວ່າ, “ເປັນເອລີຢາມາປາກົດ” ຄົນອື່ນກໍວ່າ, “ເປັນຜູ້ປະກາດພຣະທັມແຕ່ເຊັ່ນບູຮານກັບເປັນຄືນມາອີກ” 9 ເຮໂຣດຈຶ່ງກ່າວວ່າ, “ໂຢຮັນນັ້ນເຮົາໄດ້ຕັດຫົວແລ້ວ ແຕ່ຄົນຜູ້ທີເຮົາໄດ້ຍິນຂ່າວນີ້ແມ່ນຜູ້ໃດຫນໍ” ແລ້ວເຮໂຣດໄດ້ຫາໂອກາດທີ່ຈະພົບພຣະອົງ
ຊົງລ້ຽງຫ້າພັນຄົນ
10 ເມື່ອອັຄສາວົກກັບຄືນມາແລ້ວ ເຂົາກໍທູນພຣະອົງເຖິງບັນດາການທີ່ເຂົາໄດ້ເຮັດນັ້ນ ແລະພຣະອົງຊົງພາເຂົາແຕ່ຫມູ່ດຽວອອກໄປເຖິງເມືອງນຶ່ງ ຊື່ເບັດຊາອີດາ 11 ແຕ່ເມື່ອປະຊາຊົນຮູ້ຈັກ ເຂົາກໍຕາມໄປຫາພຣະອົງ ສ່ວນພຣະອົງກໍຊົງຕ້ອນຣັບເຂົາ ແລະຊົງບອກເຂົາເຖິງຣາຊແຜ່ນດິນຂອງພຣະເຈົ້າ ແລະທຸກຄົນທີ່ຕ້ອງການຢາກດີພຍາດພຣະອົງກໍຊົງໂຜດໃຫ້ດີ 12 ຄັນຕາເວັນກຳລັງຈະຕົກ ພວກສິບສອງຄົນນັ້ນໄດ້ມາທູນພຣະອົງວ່າ, “ຂໍໃຫ້ປະຊາຊົນເລີກໄປຕາມບ້ານໄຮ່ບ້ານນາໃນແຖບນີ້ ເພື່ອຫາບ່ອນພັກນອນແລະຊີ້ອາຫານກິນ ເພາະບ່ອນນີ້ຢູ່ກາງປ່າ” 13 ແຕ່ພຣະອົງຊົງຕອບເຂົາວ່າ, “ພວກທ່ານຈົ່ງລ້ຽງເຂົາສາ” ພວກສາວົກຈຶ່ງທູນວ່າ, “ພວກຂ້ານ້ອຍບໍ່ມີຫຍັງນອກຈາກເຂົ້າຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ ເວັ້ນແຕ່ພວກຂ້ານ້ອຍຈະໄປຊື້ອາຫານສຳລັບຄົນທັງປວງນີ້” 14 ເພາະວ່າຄົນເຫລົ່ານັ້ນແຕ່ຜູ້ຊາຍມີປະມານຫ້າພັນຄົນ ແລ້ວພຣະອົງຊົງສັ່ງພວກສາວົກວ່າ, “ຈົ່ງໃຫ້ຄົນທັງປວງນັ່ງລົງເປັນຫມູ່ ຫມູ່ລະຫ້າສິບຄົນ” 15 ເຂົາກໍເຮັດຕາມ ຄືໄດ້ໃຫ້ຄົນທັງປວງນັ່ງລົງ 16 ເມື່ອພຣະອົງຊົງຮັບເອົາເຂົ້າຈີ່ຫ້າກ້ອນແລະປາສອງໂຕນັ້ນແລ້ວ ກໍຊົງເງີຍພຣະພັກເບິ່ງຟ້າຂໍພຣະພອນ ແລະຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກສາວົກເພື່ອແຈກໃຫ້ແກ່ຄົນທັງປວງ 17 ເຂົາກໍກິນອີ່ມທຸກຄົນ ສ່ວນຕອນຫັກທີ່ເຫລືອນັ້ນກໍເກັບໄດ້ສິບສອງກະບຸງ
ເປໂຕກ່າວວ່າພຣະເຢຊູຊົງເປັນພຣະຄຣິດ
18 ຢູ່ມາເມື່ອພຣະອົງກຳລັງໄຫວ້ວອນຢູ່ໃນບ່ອນຕ່າງຫາກ ມີແຕ່ພວກສາວົກຢູ່ນຳພຣະອົງຊົງຖາມເຂົາວ່າ, “ປະຊາຊົນເວົ້າກັນວ່າເຮົາແມ່ນຜູ້ໃດ” 19 ພວກສາວົກທູນຕອບວ່າ, “ເຂົາວ່າແມ່ນໂຢຮັນບັບຕິສະໂຕ ລາງຄົນວ່າແມ່ນເອລີຢາ ແຕ່ຄົນອື່ນວ່າ ແມ່ນຜູ້ປະກາດພຣະທັມແຕ່ເຊັ່ນບູຮານກັບເປັນຄືນມາອີກ” 20 ແລ້ວພຣະອົງຊົງຖາມເຂົາວ່າ, “ຝ່າຍພວກທ່ານເດ ວ່າເຮົາແມ່ນຜູ້ໃດ” ເປໂຕທູນຕອບວ່າ, “ແມ່ນພຣະຄຣິດມາແຕ່ພຣະເຈົ້າ”
ຊົງທຳນວາຍເຖິງມໍຣະນະພາບຂອງພຣະອົງ
21 ພຣະອົງຈຶ່ງຊົງສັ່ງຫ້າມເຂົາຢ່າງແຂງແຮງ ບໍ່ໃຫ້ບອກຄວາມນີ້ແກ່ຜູ້ໃດ 22 ແລ້ວຊົງກ່າວວ່າ, “ບຸດມະນຸດຈະຕ້ອງທົນທຸກທໍຣະມານຫລາຍປະການ ພວກເຖົ້າແກ່ກັບພວກປະໂຣຫິດຕົນໃຫຍ່ ແລະພວກນັກທັມຈະບໍ່ຍອມຮັບທ່ານ ເຂົາຈະໄດ້ຂ້າທ່ານເສັຽ ແລ້ວໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ຄືນມາອີກ” 23 ແລ້ວພຣະອົງຊົງກ່າວກັບເຂົາທັງຫລາຍວ່າ, “ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນເສັຽແລະຮັບແບກໄມ້ກາງແຂນຂອງຕົນທຸກວັນແລ້ວຕິດຕາມເຮົາມາ 24 ເພາະວ່າຜູ້ໃດຢາກຊ່ອຍຊີວິດຂອງຕົນເພາະເຫັນແກ່ເຮົາ ຜູ້ນັ້ນກໍຈະມີຊີວິດພົ້ນ 25 ເຫດວ່າ ຖ້າຜູ້ໃດຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຈະເຣັດໃຫ້ຕົວເອງຈິບຫາຍຫລືເສັຽໄປ ຜູ້ນັ້ນຈະໄດ້ປໂຍດອັນໃດ 26 ດ້ວຍວ່າຖ້າຜູ້ໃດມີຄວາມລະອາຍເພາະເຮົາ ແລະເພາະຖ້ອຍຄຳຂອງເຮົາ ບຸດມະນຸດກໍຈະມີຄວາມລະອາຍເພາະຜູ້ນັ້ນ ເມື່ອທ່ານມາດ້ວຍສະງ່າຣາສີຂອງຕົນ ຂອງພຣະບິດາ ແລະຂອງພວກເທວະດາບໍຣິສຸດ 27 ແຕ່ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ມີລາງຄົນທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ຣົດຄວາມຕາຍຈົນກວ່າຈະໄດ້ເຫັນຣາຊອານາຈັກຂອງພຣະເຈົ້າ”
ຊົງປ່ຽນລັກສະນະ
28 ພາຍຫລັງພຣະອົງຊົງກ່າວຄໍາເຫລົ່ານີ້ແລ້ວປະມານແປດວັນ ພຣະອົງໄດ້ຊົງພາເປໂຕ ໂຢຮັນ ແລະຢາໂກໂບຂຶ້ນໄປເທິງພູເພື່ອໄຫວ້ວອນ 29 ເມື່ອພຣະອົງກຳລັງຊົງໄຫວ້ວອນຢູ່ນັ້ນ ວັນນະພຣະພັກຂອງພຣະອົງກໍປ່ຽນໄປ ແລະເຄື່ອງທົງຂອງພຣະອົງກໍຂາວເຫລື້ອມ 30 ແລະເບິ່ງແມ໋, ມີສອງຄົນເຝົ້າສົນທະນາຢູ່ກັບພຣະອົງ ຄືໂມເຊ ແລະເອລີຢາ 31 ຜູ້ມາປາກົດດ້ວຍຣັສມີ ແລະກ່າວເຖິງການທີ່ພຣະອົງຈະສະເດັດຈາກໂລກໄປ ຊຶ່ງຈະສຳເຣັດໃນກຸງເຢຣູຊາເລັມ 32 ຝ່າຍເປໂຕກັບຫມູ່ຂອງຕົນກໍເຫງົານອນ ແລະເມື່ອຕາຂອງເຂົາສວ່າງຂຶ້ນແລ້ວ ເຂົາກໍໄດ້ເຫັນພຣະຣັສມີຂອງພຣະອົງ ແລະເຫັນສອງຄົນນັ້ນທີ່ຢືນຢູ່ກັບພຣະອົງ 33 ເມື່ອສອງຄົນນັ້ນກຳລັງຈາກພຣະອົງໄປ ເປໂຕໄດ້ທູນພຣະເຢຊູວ່າ, “ອາຈານເຈົ້າເອີຍ, ຊຶ່ງພວກຂ້ານ້ອຍຢູ່ທີ່ນີ້ກໍດີຢູ່ ໃຫ້ພວກຂ້ານ້ອຍພາກັນປຸກຕູບສາມຫລັງ ສຳລັບທ່ານຫລັງນຶ່ງ ສຳລັບໂມເຊຫລັງນຶ່ງ ແລະຫລັງນຶ່ງສຳລັບເອລີຢາ” ເປໂຕບໍ່ຮູ້ສຶກຕົວວ່າຕົນກຳລັງເວົ້າຫຍັງ 34 ເມື່ອເປໂຕຍັງກ່າວຄຳເຫລົ່ານີ້ຢູ່ ມີເມກມາປົກຫຸ້ມເຂົາໄວ້ ເມື່ອຢູ່ໃນເມກນັ້ນເຂົາກໍຢ້ານ 35 ແລະມີພຣະສຸຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ,ເປັນບຸດຂອງເຮົາທີ່ເຮົາເລືອກໄວ້ ຈົ່ງເຊື່ອຟັງທ່ານ” 36 ເມື່ອພຣະສຸຣະສຽງນັ້ນສງົບແລ້ວ ກໍມີແຕ່ພຣະເຢຊູຜູ້ດຽວຊົງສະຖິດຢູ່ຫັ້ນ ສ່ວນເຂົາທັງສາມກໍມິດຢູ່ ໃນຄາວນັ້ນເຂົາບໍ່ໄດ້ບອກເຫດການທີ່ເຂົາໄດ້ເຫັນນັ້ນຈັກຢ່າງໃຫ້ຜູ້ໃດຟັງ
ຊົງໂຜດເດັກນ້ອຍຜູ້ມີຜີສິງ
37 ວັນຫນ້າມາ, ເມື່ອພຣະອົງສະເດັດພ້ອມກັບພວກສາວົກລົງມາຈາກພູແລ້ວ ປະຊາຊົນຈຳນວນຫລາຍໄດ້ມາພົບພຣະອົງ 38 ແລະດັ່ງນີ້ ມີຊາຍຄົນນຶ່ງໃນຫມູ່ປະຊາຊົນນັ້ນຮ້ອງຂຶ້ນວ່າ, “ອາຈານເອີຍ, ຂໍໂຜດເບິ່ງລູກຊາຍຂ້ານ້ອຍແດ່ທ້ອນ ເພາະຂ້ານ້ອຍມີແຕ່ລູກຄົນດຽວ 39 ເບິ່ງແມ໋, ມີຜີຮ້າຍກຸມຕົວເດັກນ້ອຍ ມັນກໍຮ້ອງຂຶ້ນທັນທີ ເຮັດໃຫ້ເດັກນ້ອຍຊັກດີ້ນ ນ້ຳລາຍຟູມປາກ ແລະໃຫ້ຕົວເດັກນ້ອຍຟົກຊ້ຳໄປ ແລ້ວອອກມາຈາກມັນບໍ່ໄດ້ງ່າຍ 40 ຂ້ານ້ອຍໄດ້ຂໍໃຫ້ພວກສາວົກຂອງທ່ານຂັບໄລ່ຜີນັ້ນອອກເສັຽ ແຕ່ເຂົາເຮັດບໍ່ໄດ້” 41 ພຣະເຢຊູຊົງຕອບວ່າ, “ໂອ ຄົນໃນສະໄຫມທີ່ຂາດຄວາມເຊື່ອ ແລະຊົ່ວຊ້າເຮີຍ, ເຮົາຈະຕ້ອງຢູ່ກັບເຈົ້າທັງຫລາຍແລະອົດທົນກັບພວກເຈົ້າເຫິງປານໃດ ຈົ່ງພາລູກຂອງທ່ານມານີ້ສາ” 42 ເມື່ອເດັກນ້ອຍນັ້ນກຳລັງມາ ຜີໄດ້ເຮັດໃຫ້ມັນລົ້ມກີ້ງເກືອກໄປມາ ແຕ່ພຣະເຢຊູຊົງກ່າວຊຳຮະຜີຖ່ອຍຮ້າຍນັ້ນ ແລະຊົງເຮັດໃຫ້ເດັກນ້ອຍດີແລ້ວສົ່ງຄືນໃຫ້ພໍ່ມັນ 43 ແລະຄົນທັງປວງກໍງຶດປລາດໃນດ້ວຍອານຸພາບອັນໃຫຍ່ຂອງພຣະເຈົ້າ
ຊົງທຳນວາຍອີກເຖິງມໍຣະນະພາບຂອງພຣະອົງ
ແຕ່ເມື່ອເຂົາທັງຫລາຍຍັງປລາດໃຈຢູ່ດ້ວຍເຫດການທັງປວງທີ່ພຣະເຢຊູຊົງກະທຳນັ້ນ ພຣະອົງຈຶ່ງຊົງກ່າວກັບພວກສາວົກຂອງຕົນວ່າ, 44 ທ່ານທັງຫລາຍຈົ່ງໃຫ້ຄຳເຫລົ່ານີ້ເຂົ້າໃນຫູຂອງທ່ານ ເພາະວ່າບຸດມະນຸດຈະຕ້ອງຖືກມອບໄວ້ໃນມືມະນຸດ” 45 ແຕ່ຖ້ອຍຄຳເຫລົ່ານັ້ນພວກສາວົກບໍ່ໄດ້ເຂົ້າໃຈ ເພາະຖືກຊົງບັງໄວ້ຈາກເຂົາ ເພື່ອເຂົາຈະບໍ່ສັງເກດຮູ້ໄດ້ ແລະເຂົາບໍ່ກ້າຖາມພຣະອົງເຖິງຄຳນັ້ນ
ໃຜເປັນໃຫຍ່
46 ແລ້ວໄດ້ເກີດການຖົກຖຽງກັນຂຶ້ນໃນລະຫວ່າງພວກສາວົກ ວ່າໃຜຈະເປັນໃຫຍ່ກວ່າຫມູ່ 47 ຝ່າຍພຣະເຢຊູຊົງຊາບຄວາມຄຶດໃນໃຈຂອງເຂົາ ຈຶ່ງຊົງໃຫ້ເດັກນ້ອຍຄົນນຶ່ງມາຢືນຢູ່ໃກ້ພຣະອົງ 48 ແລ້ວຊົງກ່າວກັບເຂົາວ່າ, “ຖ້າຜູ້ໃດຈະຮັບເອົາເດັກນ້ອຍຄົນນີ້ໃນນາມຂອງເຮົາ ຜູ້ນັ້ນກໍໄດ້ຮັບເຮົາ ແລະຜູ້ໃດຮັບເຮົາ ຜູ້ນັ້ນກໍຮັບພຣະອົງຜູ້ຊົງໃຊ້ເຮົາມາ ເພາະວ່າໃນພວກທ່ານ ຜູ້ໃດເປັນນ້ອຍກວ່າຫມູ່ ຜູ້ນັ້ນແຫລະ, ເປັນຜູ້ໃຫຍ່”
ຜູ້ໃດບໍ່ຕໍ່ສູ້ທ່ານກໍເປັນຝ່າຍທ່ານ
49 ຝ່າຍໂຢຣັນທູນພຣະອົງວ່າ, “ອາຈານເຈົ້າເອີຍ, ພວກຂ້ານ້ອຍໄດ້ເຫັນຄົນຜູ້ນຶ່ງຂັບໄລ່ຜີອອກໃນນາມຂອງທ່ານ ແລະພວກຂ້ານ້ອຍໄດ້ຫ້າມຄົນນັ້ນເສັຽ ເພາະວ່າເຂົາບໍ່ຮ່ວມຕິດຕາມພຣະອົງກັບພວກຂ້ານ້ອຍ” 50 ພຣະເຢຊູຊົງຕອບໂຢຮັນວ່າ, “ຢ່າຫ້າມເທາະ ເພາະວ່າຜູ້ໃດບໍ່ຕໍ່ສູ້ພວກທ່ານກໍເປັນຝ່າຍທ່ານແລ້ວ”
ຊາວຊາມາເຣັຽບ້ານນຶ່ງບໍ່ຍອມຕ້ອນຮັບພຣະເຢຊູ
51 ຄັນຈວນເວລາທີ່ພຣະອົງຈະຊົງຖືກຮັບຂຶ້ນເມືອນັ້ນ ພຣະອົງຊົງຕັ້ງພຣະທັຍແນ້ວແນ່ຈະໄປສູ່ກຸງເຢຣູຊາເລັມ 52 ແລະພຣະອົງໄດ້ຊົງໃຊ້ຜູ້ຮັບໃຊ້ໄປກ່ອນຫນ້າພຣະອົງ ເມື່ອຜູ້ຮັບໃຊ້ນັ້ນໄປແລ້ວ ເຂົາກໍເຂົ້າໄປໃນບ້ານນຶ່ງຂອງຊາວຊາມາເຣັຽ ເພື່ອຈັດແຈງໄວ້ສຳລັບພຣະອົງ 53 ແຕ່ຊາວບ້ານນັ້ນບໍ່ໄດ້ຕ້ອນຮັບພຣະອົງ ເພາະພຣະອົງຊົງຕັ້ງພຣະພັກຈະໄປສູ່ກຸງເຢຣູຊາເລັມ 54 ເມື່ອພວກສາວົກຂອງພຣະອົງຄື ຢາໂກໂບ ແລະໂຢຮັນໄດ້ເຫັນດັ່ງນັ້ນ ເຂົາຈຶ່ງທູນວ່າ, “ນາຍເອີຍ, ທ່ານປະສົງຢາກໃຫ້ຂ້ານ້ອຍບອກໃຫ້ໄຟລົງມາຈາກສວັນ ເພື່ອເຜົາຜານເຂົາເສັຽຫລື” 55 ແຕ່ພຣະອົງຊົງຫລຽວໄປຫ້າມປາມເຂົາທັງສອງ (ແລະຊົງກ່າວວ່າ, “ທ່ານບໍ່ຮູ້ວ່າທ່ານມີຈິດໃຈແນວໃດ ເພາະວ່າບຸດມະນຸດບໍ່ໄດ້ມາເພື່ອທຳລາຍຊີວິດມະນຸດ ແຕ່ມາເພື່ອໂຜດໃຫ້ເຂົາພົ້ນ”) 56 ແລະພຣະອົງໄດ້ສະເດັດພ້ອມກັບພວກສາວົກເຂົ້າໄປສູ່ບ້ານອື່ນ
ຜູ້ສມັກຈະຕາມພຣະອົງໄປ
57 ຂນະທີ່ພຣະອົງກຳລັງສະເດັດໄປຕາມທາງພ້ອມກັບພວກສາວົກ ມີຄົນນຶ່ງມາທູນວ່າ, “ທ່ານຈະໄປທີ່ໃດຂ້ານ້ອຍຈະຕິດຕາມທ່ານໄປທີ່ນັ້ນ” 58 ພຣະເຢຊູຊົງຕອບຜູ້ນັ້ນວ່າ, “ຫມາຈິກຈອກກໍມີຮູແລະນົກປ່າກໍຍັງມີຮັງ ແຕ່ບຸດມະນຸດບໍ່ມີບ່ອນຈະວາງຫົວລົງ” 59 ພຣະອົງຊົງກ່າວກັບຄົນນຶ່ງອີກວ່າ, “ຈົ່ງຕາມເຮົາມາ” ຄົນນັ້ນທູນຕອບວ່າ, “(ນາຍເອີຍ,) ຂໍໂຜດອະນຸຍາດໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍເສັຽກ່ອນ” 60 ພຣະອົງຊົງຕອບຜູ້ນັ້ນວ່າ, “ຈົ່ງປະໃຫ້ຄົນຕາຍຝັງກັນເອງເທາະ ແຕ່ສ່ວນທ່ານ, ຈົ່ງໄປປະກາດຣາຊອານາຈັກຂອງພຣະເຈົ້າ” 61 ອີກຄົນນຶ່ງທູນວ່າ, “ນາຍເອີຍ, ຂ້ານ້ອຍຈະຕາມທ່ານໄປ ແຕ່ຂໍອະນຸຍາດໃຫ້ຂ້ານ້ອຍໄປລາໄທເຮືອນຂອງຂ້ານ້ອຍກ່ອນ” 62 ພຣະເຢຊູຊົງຕອບຜູ້ນັ້ນວ່າ, “ຜູ້ໃດເອົາມືຈັບງ່ອນໄຖແລ້ວຫລຽວຄືນຫລັງ ຜູ້ນັ້ນບໍ່ສົມຄວນກັບຣາຊອານາຈັກຂອງພຣະເຈົ້າ”
ພວກເຈັດສິບຄົນອອກໄປປະກາດ
1 ພາຍຫລັງເຫດການເຫລົ່ານັ້ນ ອົງພຣະຜູ້ເປັນເຈົ້າໄດ້ຊົງແຕ່ງຕັ້ງພວກອື່ນໄວ້ອີກເຈັດສິບ(ສອງ)ຄົນ ແລະຊົງໃຊ້ເຂົາອອກໄປລ່ວງຫນ້າພຣະອົງເປັນຫມູ່ລະສອງຄົນ ໃຫ້ເຂົາເຂົ້າໄປໃນທຸກເມືອງທຸກບ້ານບ່ອນພຣະອົງເອງຈວນຈະສະເດັດໄປນັ້ນ 2 ພຣະອົງຊົງກ່າວກັບເຂົາວ່າ, “ເຂົ້າທີ່ຈະກ່ຽວກໍມີຫລາຍແທ້ ແຕ່ຄົນທຳງານມັນຫນ້ອຍຢູ່ ເພາະສັນນັ້ນພວກທ່ານຈົ່ງອ້ອນວອນຕໍ່ຜູ້ເປັນເຈົ້າຂອງນາ ໃຫ້ຈຳຄົນງານມາໃນການເກັບກ່ຽວຂອງຕົນເສັຽ 3 ຈົ່ງໄປເທາະ ແລະເບິ່ງແມ໋, ເຮົາໄດ້ໃຊ້ພວກທ່ານໄປເຫມືອນດັ່ງແກະນ້ອຍຢູ່ຖ້າມກາງຝູງຫມາໄນ 4 ຢ່າຖືກະເປົາເງິນ ຫລືຖືຖົງ ຫລືຖືເກີບໄປ ແລະຢ່າຄຳນັບຜູ້ໃດຕາມທາງ 5 ຖ້າຈະເຂົ້າໄປໃນເຮືອນຫລັງໃດ ຈົ່ງເວົ້າກ່ອນວ່າ “ຄວາມສງົບສຸກຈົ່ງມີແກ່ເຮືອນນີ້ເທີນ” 6 ຖ້າມີຄົນຊອບຄວາມສງົບສຸກຢູ່ໃນເຮືອນນັ້ນ ຄວາມສງົບສຸກຂອງທ່ານຈະສະຖິດຢູ່ໃນທີ່ນັ້ນ ຖ້າຫາກບໍ່ມີ ຄວາມສງົບຂອງທ່ານຈະກັບຄືນມາຫາທ່ານອີກ 7 ຈົ່ງອາໄສຢູ່ໃນເຮືອນນັ້ນ ກິນແລະດື່ມຕາມທີ່ເຂົາມີຢູ່ ດ້ວຍວ່າຜູ້ທຳງານກໍຄວນຈະໄດ້ຮັບຄ່າຈ້າງຂອງຕົນ ຢ່າອອກຫນີຈາກເຮືອນນີ້ເຂົ້າໄປຢູ່ເຮືອນອື່ນ 8 ຖ້າທ່ານຈະເຂົ້າໄປໃນເມືອງໃດໆແລະເຂົາຕ້ອນຮັບທ່ານໄວ້ ຈົ່ງກິນຂອງທີ່ເຂົາຕັ້ງໃຫ້ 9 ຈົ່ງເຣັດໃຫ້ຄົນເຈັບປ່ວຍຢູ່ໃນເມືອງນັ້ນດີພຍາດ ແລະແຈ້ງແກ່ເຂົາວ່າ “ຣາຊອານາຈັກຂອງພຣະເຈົ້າໄດ້ມາໃກ້ທ່ານທັງຫລາຍແລ້ວ” 10 ຖ້າທ່ານຈະເຂົ້າໃນເມືອງໃດໆແລະເຂົາບໍ່ຕ້ອນຮັບທ່ານໄວ້ ຈົ່ງອອກໄປກາງຖນົນຂອງເມືອງນັ້ນໂດຍກ່າວວ່າ, 11 “ເຖິງແມ່ນວ່າຝຸ່ນດິນໃນເມືອງຂອງເຈົ້າທັງຫລາຍທີ່ຕິດຕີນຂອງພວກເຮົາ ເຮົາກໍຈະປັດອອກຕໍ່ສູ້ພວກເຈົ້າ ແຕ່ຈົ່ງເຂົ້າໃຈຂໍ້ນີ້ວ່າ ຣາຊອານາຈັກຂອງພຣະເຈົ້າໄດ້ມາໃກ້ເຈົ້າທັງຫລາຍແລ້ວ” 12 ເຮົາບອກພວກທ່ານວ່າ ໂທດຂອງເມືອງໂຊໂດມໃນວັນນັ້ນຈະທົນງ່າຍກວ່າໂທດຂອງເມືອງນີ້”
ຊົງຕິຕຽນເມືອງຕ່າງໆ
13 “ວິບັດແກ່ເຈົ້າ ເມືອງໂຄຣາຊິນ ວິບັດແກ່ເຈົ້າ ເມືອງເບັດຊັຍດາ ເພາະຖ້າການອິດທິຣິດທີ່ໄດ້ກະທຳໃນຖ້າມກາງພວກເຈົ້ານັ້ນ ໄດ້ຖືກກະທຳໃນຖ້າມກາງເມືອງຕີເຣແລະເມືອງຊີໂດນ ຄົນໃນເມືອງທັງສອງຄົງໄດ້ຖິ້ມໃນເກົ່າເອົາໃຈໃຫມ່ ນຸ່ງຫົ່ມຜ້າຫຍາບ ນັ່ງເທິງຂີ້ເຖົ່າແຕ່ດົນນານມາແລ້ວ 14 ແຕ່ໃນວັນພິພາກສາໂທດຂອງເມືອງຕີເຣແລະເມືອງຊີໂດນກໍຈະທົນງ່າຍກວ່າໂທດຂອງພວກເຈົ້າ 15 ຝ່າຍເຈົ້າ ເມືອງກາເປນາອູມເອີຍ, ເຈົ້າຈະຖືກຍົກຂຶ້ນພຽງຟ້າຫລື ແຕ່ເຈົ້າຈະຕ້ອງລົງໄປເຖິງແດນມໍຣະນາ 16 “ຜູ້ທີ່ຟັງທ່ານທັງຫລາຍກໍໄດ້ຟັງເຮົາ ຜູ້ທີ່ບໍ່ຍອມຮັບທ່ານທັງຫລາຍກໍບໍ່ຍອມຮັບເຮົາ ແລະຜູ້ທີ່ບໍ່ຍອມຮັບເຮົາກໍບໍ່ຍອມຮັບຜູ້ຊົງໃຊ້ເຮົາມາ”
ພວກເຈັດສິບຄົນກັບມາ
17 ຝ່າຍພວກເຈັດສິບ(ສອງ)ຄົນນັ້ນໄດ້ກັບຄືນມາທູນວ່າ, “ນາຍເອີຍ, ເຖິງແມ່ນຜີຮ້າຍກໍຍອມຟັງຄວາມຂອງພວກຂ້ານ້ອຍ ເພາະເຫັນແກ່ນາມຊື່ຂອງທ່ານ” 18 ພຣະອົງຊົງກ່າວກັບເຂົາວ່າ, “ເຮົາໄດ້ເຫັນຊາຕານຕົກຈາກຟ້າເຫມືອນດັ່ງຟ້າແມບ 19 ແລະເບິ່ງແມ໋, ເຮົາໄດ້ໃຫ້ພວກທ່ານມີອຳນາດຢຽບງູແລະແມງງອດ ແລະໃຫ້ມີອຳນາດເຫນືອກຳລັງຂອງສັດຕຣູ ແລະບໍ່ມີສິ່ງໃດເຣັດອັນຕະຣາຍແກ່ພວກທ່ານໄດ້ 20 ແຕ່ວ່າທ່ານທັງຫລາຍຢ່າໄດ້ຍິນດີຢູ່ໃນສິ່ງນີ້ ຄືເພາະຜີທັງຫລາຍຍອມຟັງຄວາມຂອງທ່ານ ແຕ່ຈົ່ງຊົມຊື່ນຍິນດີເພາະຊື່ຂອງພວກທ່ານໄດ້ຈົດໄວ້ໃນສວັນແລ້ວ”
ຊົງຊົມຊື່ນຍິນດີ
21 ໃນເວລາໂມງນັ້ນພຣະເຢຊູຊົງມີຄວາມຊື່ນຊົມຍິນດີດ້ວຍພຣະວິນຍານບໍຣິສຸດ ຈຶ່ງຊົງກ່າວວ່າ, “ຂ້າແດ່ພຣະບິດາ ຜູ້ເປັນເຈົ້າສວັນແລະແຜ່ນດິນໂລກ ຂ້າພຣະອົງສັຣເສີນພຣະອົງເພາະພຣະອົງຊົງໄດ້ປົກບັງສິ່ງເຫລົ່ານີ້ຈາກຜູ້ມີປັນຍາແລະຜູ້ສລາດ ແຕ່ໄດ້ຊົງສະແດງໃຫ້ພວກເດັກນ້ອຍຮູ້ ຈ້າແດ່ພຣະບິດາ ພຣະອົງຊົງເຫັນຊອບດັ່ງນັ້ນ” 22 “ພຣະບິດາຂອງເຮົາໄດ້ຊົງມອບສິ່ງສາຣະພັດໃຫ້ແກ່ເຮົາ ແລະບໍ່ມີໃຜຮູ້ວ່າພຣະບຸດແມ່ນໃຜ ເວັ້ນໄວ້ແຕ່ພຣະບິດາ ແລະບໍ່ມີໃຜຮູ້ວ່າພຣະບິດາແມ່ນຜູ້ໃດ ເວັ້ນໄວ້ແຕ່ພຣະບຸດກັບຜູ້ທີ່ພຣະບຸດປະສົງຈະສະແດງໃຫ້ຮູ້” 23 ແລ້ວພຣະອົງຊົງຫລຽວຫລັງໄປຫາພວກສາວົກ ຊົງກ່າວແກ່ເຂົາໂດຍຈຳເພາະວ່າ, “ຕາທັງຫລາຍທີ່ໄດ້ເຫັນການຊຶ່ງພວກທ່ານໄດ້ເຫັນກໍເປັນສຸກ 24 ເພາະເຮົາບອກທ່ານທັງຫລາຍວ່າ ຜູ້ປະກາດພຣະທັມຫລາຍຄົນ ແລະກະສັດຫລາຍອົງປາຖນາເຫັນຊຶ່ງພວກທ່ານເຫັນຢູ່ນີ້ ແຕ່ເຂົາບໍ່ໄດ້ເຫັນ ແລະປາຖນາຢາກໄດ້ຍິນຊຶ່ງພວກທ່ານໄດ້ຍິນ ແຕ່ເຂົາບໍ່ໄດ້ຍິນ”
ໄທຊາມາເຣັຽຜູ້ໃຈດີ
25 ແລະເບິ່ງແມ໋, ມີທັມບັນດິດຄົນນຶ່ງຢືນຂຶ້ນ ທົດລອງພຣະອົງທູນຖາມວ່າ, “ອາຈານເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດຈຶ່ງຈະໄດ້ຊີວິດອັນຕລອດໄປເປັນນິດ” 26 ພຣະອົງຊົງຕອບວ່າ, “ໃນພຣະບັນຍັດມີຄຳຂຽນໄວ້ຢ່າງໃດ ທ່ານໄດ້ອ່ານເຂົ້າໃຈຢ່າງໃດ” 27 ທ່ານທູນຕອບວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າ ຜູ້ເປັນພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດກຳລັງ ແລະດ້ວຍສຸດຄວາມຄຶດຂອງເຈົ້າ ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” 28 ພຣະອົງຊົງຕອບທ່ານວ່າ, “ທ່ານຕອບຖືກແລ້ວ ຕໍ່ໄປຈົ່ງເຮັດຢ່າງນັ້ນແລ້ວທ່ານຈະໄດ້ຊີວິດ” 29 ແຕ່ຜູ້ນັ້ນປາຖນາຈະສະແດງວ່າຕົວເປັນຄົນສິນທັມ ຈຶ່ງທູນພຣະເຢຊູວ່າ, “ແມ່ນໃຜເປັນເພື່ອນບ້ານຂອງຂ້ານ້ອຍ” 30 ພຣະເຢຊູຊົງຕອບວ່າ, “ມີຊາຍຄົນນຶ່ງລົງມາຈາກກຸງເຢຣູຊາເລັມຈະໄປເມືອງເຢຣີໂກ ແລະຕົກໃນມືພວກປຸ້ນ ພວກປຸ້ນນັ້ນໄດ້ແກ້ເອົາເຄື່ອງນຸ່ງຜູ້ນັ້ນໄປ ທັງທຸບຕີແລ້ວປະຖິ້ມໄວ້ເກືອບຕາຍ 31 ບັງເອີນມີປະໂຣຫິດຕົນນຶ່ງໄດ້ລົງໄປທາງນັ້ນ ເມື່ອເຫັນຄົນນັ້ນກໍເວັ້ນໄປຟາກອື່ນເສັຽ 32 ມີຄົນນຶ່ງໃນພວກເລວີກໍເຮັດເຫມືອນກັນ ເມື່ອມາເຖິງບ່ອນນັ້ນແລະເຫັນແລ້ວ ກໍເວັ້ນກາຍໄປຟາກອື່ນເສັຽ 33 ແຕ່ໄທຊາມາເຣັຽຄົນນຶ່ງໄດ້ເດີນທາງມາເຖິງຄົນນັ້ນ ຄັນເຫັນແລ້ວກໍມີໃຈເມດຕາ 34 ແລ້ວເຂົ້າໄປເອົາຜ້າພັນບາດໃຫ້ ແລະເອົານ້ຳມັນກັບເຫລົ້າແວງຖອກໃສ່ບາດນັ້ນ ຈຶ່ງໂຈມຂຶ້ນຂີ່ສັດຂອງຕົນເອງພາໄປເຖິງໂຮງແຮມບ່ອນນຶ່ງ ແລ້ວເອົາໃຈໃສ່ບົວລະບັດເຂົາ 35 ເຖິງວັນຫນ້າມາທ່ານໄດ້ອອກເງິນສອງເດນາຣິອົນໃຫ້ເຈົ້າຂອງໂຮງແຮມ ບອກວ່າ, “ຈົ່ງເອົາໃຈໃສ່ບົວລະບັດຄົນນີ້ເນີ ຖ້າທ່ານຈ່າຍເກີນນີ້ໄປເທົ່າໃດ ເມື່ອເຮົາກັບມາກໍຈະໃຊ້ໃຫ້” 36 ໃນສາມຄົນນີ້ທ່ານເຫັນວ່າຄົນໃດເປັນເພື່ອນບ້ານຂອງຄົນທີ່ຕົກໃນມືພວກປຸ້ນນັ້ນ” 37 ທັມບັນດິດຜູ້ນັ້ນທູນຕອບວ່າ, “ຄືຄົນທີ່ໄດ້ສະແດງຄວາມເມດຕາຕໍ່ຜູ້ນັ້ນແຫລະ” ແລ້ວພຣະເຢຊູຊົງບອກວ່າ, “ທ່ານຈົ່ງໄປເຮັດຢ່າງນັ້ນເຫມືອນກັນ”
ຊົງຢ້ຽມຢາມມາທາກັບມາຣິອາ
38 ເມື່ອພຣະອົງກຳລັງສະເດັດໄປພ້ອມກັບພວກສາວົກ ພຣະອົງໄດ້ຊົງເຂົ້າໄປໃນບ້ານນຶ່ງ ມີຍິງຄົນນຶ່ງຊື່ ມາທາໄດ້ຕ້ອນຮັບພຣະອົງໄວ້ໃນເຮືອນຂອງຕົນ 39 ມາທາມີນ້ອງສາວຊື່ ມາຣິອາ ແລະມາຣິອາກໍມານັ່ງໃກ້ພຣະບາດຂອງພຣະຜູ້ເປັນເຈົ້າ ຟັງຖ້ອຍຄຳຂອງພຣະອົງ 40 ແຕ່ມາທາໄດ້ມົວເມົາຢູ່ໃນການປະຕິບັດຫລາຍຢ່າງຈຶ່ງມາທູນພຣະອົງວ່າ, “ນາຍເອີຍ, ທ່ານບໍ່ສົນໃຈຫລື ຊຶ່ງນ້ອງສາວຂອງຂ້ານ້ອຍປະໃຫ້ຂ້ານ້ອຍປະຕິບັດແຕ່ຜູ້ດຽວ ຂໍທ່ານບອກນ້ອງໃຫ້ມາຊ່ອຍຂ້ານ້ອຍແດ່” 41 ຝ່າຍອົງພຣະຜູ້ເປັນເຈົ້າຊົງຕອບວ່າ, “ມາທາ, ມາທາເອີຍ, ນາງຮ້ອນໃຈເປັນຫ່ວງກະວົນກະວາຍໃນຫລາຍສິ່ງແທ້ຫນໍ 42 ສິ່ງຊຶ່ງຕ້ອງການນັ້ນມີແຕ່ສິ່ງດຽວ ມາຣິອາໄດ້ເລືອກເອົາສ່ວນດີນັ້ນ ທີ່ຈະບໍ່ຍົກເອົາໄປຈາກນາງເສັຽ
ຊົງສັ່ງສອນເຣື່ອງການອ້ອນວອນ
1 ຢູ່ມາ ເມື່ອພຣະເຢຊູຊົງອ້ອນວອນຢູ່ໃນບ່ອນນຶ່ງ ພໍສິ້ນສຸດລົງສາວົກຂອງພຣະອົງຄົນນຶ່ງທູນວ່າ, “ນາຍເອີຍ, ຂໍສອນຂ້ານ້ອຍໃຫ້ອ້ອນວອນເຫມືອນໂຢຮັນໄດ້ສອນພວກສິດຂອງຕົນ” 2 ພຣະອົງຊົງກ່າວກັບເຂົາວ່າ, “ເມື່ອພວກທ່ານອ້ອນວອນຈົ່ງກ່າວວ່າ, “ຂ້າແດ່ພຣະບິດາ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ ຂໍໃຫ້ພຣະຣາຊອານາຈັກຂອງພຣະອົງມາຕັ້ງຢູ່ 3 ຂໍຊົງໂຜດປະທານອາຫານປະຈຳວັນ ໃຫ້ຂ້າພຣະອົງທັງຫລາຍທຸກໆວັນ 4 ຂໍຊົງໂຜດຍົກຜິດບາບຂອງຂ້າພຣະອົງທັງຫລາຍ ດ້ວຍວ່າຂ້າພຣະອົງຍົກຄວາມຜິດບາບຂອງທຸກຄົນທີ່ເຮັດຜິດຕໍ່ຂ້າພຣະອົງນັ້ນ ຂໍຢ່າຊົງພາກຂ້າພຣະອົງທັງຫລາຍ ເຂົ້າໄປໃນການທົດລອງ” 5 ພຣະອົງຊົງກ່າວກັບເຂົາວ່າ, “ຜູ້ໃດໃນພວກທ່ານມີມິດສະຫາຍຄົນນຶ່ງ ແລະຈະໄປຫາມິດສະຫາຍນັ້ນໃນເວລາທ່ຽງຄືນເວົ້າວ່າ “ສະຫາຍເອີຍ, ຂໍໃຫ້ຂ້ອຍຢືມເຂົ້າຈີ່ຈັກສາມກ້ອນແດ່ 6 ເພາະເພື່ອນຄົນນຶ່ງຂອງຂ້ອຍເດີນທາງມາແຫວ່ຂ້ອຍ ແລະຂ້ອຍບໍ່ມີອັນໃດຈະສູ່ທ່ານກິນ” 7 ຝ່າຍມິດສະຫາຍທີ່ຢູ່ຂ້າງໃນຈະຕອບອອກມາວ່າ, “ຢ່າຮົບກວນເຮົາເທາະ ປະຕູກໍອັດແລ້ວ ພວກລູກຂອງເຮົາກໍນອນຢູ່ກັບເຮົາຫມົດແລ້ວ ເຮົາລຸກຂຶ້ນເອົາໃຫ້ເຈົ້າບໍ່ໄດ້” 8 ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນວ່າຜູ້ນັ້ນຈະບໍ່ລຸກຂຶ້ນເອົາໃຫ້ສະຫາຍນັ້ນ ເພາະການເປັນສະຫາຍກັນກໍຕາມ ແຕ່ເພາະເຫັນແກ່ການດື້ຂໍຂອງສະຫາຍນັ້ນ ທ່ານກໍຈະລຸກຂຶ້ນເອົາໃຫ້ຕາມຄວາມຕ້ອງການ 9 ຝ່າຍເຮົາ, ເຮົາບອກທ່ານທັງຫລາຍວ່າ ຈົ່ງຫມັ່ນຂໍແລ້ວຈະຊົງປະທານໃຫ້ ຈົ່ງຫມັ່ນຊອກແລ້ວຈະພົບ ຈົ່ງຫມັ່ນເຄາະແລ້ວຈະຊົງໄຂໃຫ້ 10 ເພາະວ່າທຸກຄົນທີ່ຫມັ່ນຂໍກໍໄດ້ຮັບ ທຸກຄົນທີ່ຫມັ່ນຊອກຫາກໍໄດ້ພົບ ແລະທຸກຄົນທີ່ຫມັ່ນເຄາະກໍຊົງໄຂໃຫ້ 11 ຜູ້ໃດໃນພວກທ່ານທີ່ເປັນພໍ່ ຖ້າລູກຂໍປາຈະບໍ່ເອົາງູຕ່າງປາໃຫ້ແກ່ລູກຕີ້ 12 ຖ້າຂໍໄຂ່ຈະບໍ່ໄດ້ເອົາແມງງອດໃຫ້ຕີ້ 13 ເຫດສັນນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຜູ້ຊົງສະຖິດຢູ່ໃນສວັນຈະຊົງປະທານພຣະວິນຍານບໍຣິສຸດແກ່ຜູ້ທີ່ຂໍຈາກພຣະອົງ”
ພຣະເຢຊູແລະເບເອນເຊບູນ
14 ພຣະອົງກຳລັງຊົງຂັບໄລ່ຜີໃບ້ໂຕນຶ່ງອອກເສັຽ ແລະຢູ່ມາ, ເມື່ອຜີນັ້ນອອກແລ້ວຄົນໃບ້ກໍໄດ້ປາກ ແລະປະຊາຊົນກໍປລາດໃຈ 15 ແຕ່ບາງຄົນໃນຫມູ່ນັ້ນໄດ້ເວົ້າວ່າ, “ຜູ້ນີ້ຂັບໄລ່ຜີອອກໄດ້ໂດຍໃຊ້ອຳນາດເບເອນເຊບູນ ຄືນາຍຜີນັ້ນ” 16 ສ່ວນຄົນອື່ນໄດ້ທົດລອງຂໍນຳພຣະອົງໃຫ້ເຫັນຫມາຍສຳຄັນຈາກຟ້າສວັນ 17 ແຕ່ພຣະອົງຊົງຊາບຄວາມຄຶດຂອງເຂົາຈຶ່ງຊົງກ່າວວ່າ, “ອານາຈັກໃດໆທີ່ແຕກແຍກກັນແລ້ວກໍຄົງຈິບຫາຍ ແລະເຮືອນທຸກຫລັງກໍລົ້ມທັບກັນລົງ 18 ແລະຖ້າຊາຕານແຕກແຍກກັນເອງ ອານາຈັກຂອງມັນຈະຕັ້ງຫມັ້ນຢູ່ໄດ້ຢ່າງໃດ ເພາະທ່ານທັງຫລາຍເວົ້າວ່າເຮົາຂັບໄລ່ຜີອອກໂດຍເບເອນເຊບູນ 19 ຖ້າເຮົາຂັບໄລ່ຜີອອກໂດຍເບເອນເຊບູນນັ້ນ ພວກລູກຫລານຂອງທ່ານທັງຫລາຍເຄີຍຂັບມັນອອກດ້ວຍອຳນາດຂອງຜູ້ໃດ ດ້ວຍເຫດນີ້ແຫລະ, ເຂົາຈະເປັນຜູ້ຕັດສິນພວກທ່ານ 20 ແຕ່ຖ້າເຮົາຂັບໄລ່ຜີອອກດ້ວຍນີ້ວພຣະຫັດຂອງ ພຣະເຈົ້າ ດັ່ງນັ້ນຣາຊອານາຈັກຂອງພຣະເຈົ້າກໍມາເຖິງພວກທ່ານແລ້ວ 21 ເມື່ອຄົນແຂງແຮງຖືອາວຸດຄົບຖ້ວນເຝົ້າເຮືອນຂອງຕົນຢູ່ສິ່ງຂອງຂອງຕົນກໍຢູ່ໃນຄວາມປອດພັຍ 22 ແຕ່ເມື່ອມີຄົນແຂງແຮງກວ່າມາຕໍ່ສູ້ແລະຊະນະໄປ ຄົນນັ້ນຈະຍາດເອົາເຄື່ອງອາວຸດທີ່ຕົນໄວ້ວາງໃຈນັ້ນໄປເສັຽ ແລ້ວແບ່ງປັນສິ່ງຂອງທີ່ຍາດເອົາໄປນັ້ນ 23 ຜູ້ໃດບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ເກັບເຮົາ ແລະຜູ້ໃດບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ
ຜີຮ້າຍກັບເຂົ້າໃຫມ່
24 “ເມື່ອຜີຖ່ອຍຮ້າຍອອກມາຈາກຜູ້ໃດແລ້ວ ມັນກໍທຽວໄປໃນບ່ອນກັນດານເພື່ອສແວງຫາບ່ອນເຊົາເມື່ອຍ ແຕ່ເມື່ອບໍ່ພົບມັນຈຶ່ງເວົ້າວ່າ “ເຮົາຈະກັບຄືນໄປຍັງເຮືອນຂອງເຮົາທີ່ເຮົາໄດ້ອອກມານັ້ນ” 25 ເມື່ອນັ້ນມາເຖິງກໍເຫັນວ່າເຮືອນນັ້ນກວາດດີແລະຕົກແຕ່ງໄວ້ແລ້ວ 26 ເມື່ອນັ້ນມັນຈຶ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລ້ວກໍເຂົ້າໄປອາໄສຢູ່ທີ່ນັ້ນ ແລ້ວສະພາບບັ້ນປາຍຂອງຄົນນັ້ນກໍຮ້າຍກວ່າບັ້ນຕົ້ນ”
ຜູ້ທີ່ເປັນສຸກແທ້
27 ຢູ່ມາເມື່ອພຣະອົງຊົງກ່າວຄຳເຫລົ່ານັ້ນຢູ່ ມີຍິງຄົນນຶ່ງໃນຫມູ່ປະຊາຊົນຮ້ອງທູນພຣະອົງວ່າ, “ທ້ອງທີ່ປະຕິສົນທິທ່ານແລະຫົວນົມທີ່ທ່ານດູດນັ້ນກໍເປັນສຸກ” 28 ແຕ່ພຣະອົງຊົງຕອບວ່າ, “ຄົນທັງຫລາຍທີ່ຟັງພຣະທັມຂອງພຣະເຈົ້າ ແລະຖືກຮັກສາພຣະທັມນັ້ນກໍເປັນສຸກຫລາຍກວ່ານັ້ນອີກ”
ຄົນຊາດຊົ່ວຢາກເຫັນຫມາຍສຳຄັນ
29 ເມື່ອປະຊາຊົນໂຮມກັນຫນາແຫນ້ນຂຶ້ນ ພຣະອົງຊົງຕັ້ງຕົ້ນກ່າວວ່າ, “ສະໄຫມນີ້ເປັນສະໄຫມຄົນຊົ່ວທີ່ສແວງຫາຫມາຍສຳຄັນ ແລະຈະບໍ່ຊົງໂຜດຫມາຍສຳຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳຄັນເຣື່ອງໂຢນາ 30 ດ້ວຍວ່າໂຢນາໄດ້ເປັນຫມາຍສຳຄັນແກ່ຊາວນີເນເວຢ່າງໃດ ບຸດມະນຸດກໍເປັນຫມາຍສໍາຄັນແກ່ຄົນສະໄຫມນີ້ຢ່າງນັ້ນ 31 ນາງກະສັດຝ່າຍທິດໃຕ້ຈະລຸກຂຶ້ນໃນວັນພິພາກສາພ້ອມກັບຄົນສະໄຫມນີ້ ຊົງກ່າວໂທດໃສ່ເຂົາ ເພາະພຣະນາງນັ້ນໄດ້ສະເດັດມາແຕ່ທີ່ສຸດໂລກ ເພື່ອຈະຊົງຟັງພຣະສະຕິປັນຍາຂອງກະສັດໂຊໂລໂມນ ແລະເບິ່ງແມ໋, ຊຶ່ງໃຫຍ່ກວ່າກະສັດໂຊໂລໂມນກໍຢູ່ທີ່ນີ້ 32 ໄທເມືອງນີເນເວຈະຢືນຂຶ້ນໃນວັນພິພາກສາພ້ອມກັບຄົນສະໄຫມນີ້ ກ່າວໂທດໃສ່ເຂົາ ດ້ວຍວ່າໄທເມືອງນີເນເວໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ເພາະຄຳປະກາດຂອງໂຢນາ ແລະເບິ່ງແມ໋, ຊຶ່ງໃຫຍ່ກວ່າໂຢນາກໍມີຢູ່ທີ່ນີ້
ຄວາມສວ່າງຂອງຮ່າງກາຍ
33 “ບໍ່ຫ່ອນມີຜູ້ໃດ ເມື່ອໄຕ້ໂຄມແລ້ວຈະຕັ້ງໄວ້ໃນບ່ອນລັບບັງ ຫລືເອົາບຸງມາກວບໄວ້ ແຕ່ເຄີຍຕັ້ງໄວ້ເທິງເຄື່ອງຮອງຕີນໂຄມ ເພື່ອຄົນທັງຫລາຍທີ່ເຂົ້າມາຈະເຫັນແສງສວ່າງໄດ້ 34 ຕາຂອງທ່ານເປັນດວງສວ່າງຂອງຮ່າງກາຍ ເມື່ອຕາຂອງທ່ານປົກກະຕິ ຣ່າງກາຍທຸກສ່ວນກໍສວ່າງໄປເຫມືອນກັນ ແຕ່ເມື່ອຕານັ້ນບໍ່ປົກກະຕິ ຮ່າງກາຍຂອງທ່ານກໍມືດໄປເຫມືອນກັນ 35 ເຫດສັນນັ້ນຈົ່ງລະວັງໃຫ້ດີຢ້ານວ່າຄວາມສວ່າງທີ່ມີຢູ່ໃນທ່ານນັ້ນມືດໄປ 36 ເຫດສັນນັ້ນຖ້າກາຍຂອງທ່ານທຸກສ່ວນເຕັມດ້ວຍຄວາມສວ່າງ ບໍ່ມີມືດຈັກບ່ອນກໍຈະສວ່າງທົ່ວໄປເຫມືອນດັ່ງເວລາແສງໂຄມສ່ອງມາໃຫ້ທ່ານ”
ຊົງປະນາມພວກຟາຣີຊາຍແລະທັມບັນດິດ
37 ເມື່ອພຣະອົງຍັງຊົງກ່າວຢູ່ ມີຟາຣີຊາຍຜູ້ນຶ່ງໄດ້ທູນເຊີນພຣະອົງໄປສເວີຍອາຫານທີ່ເຮືອນຂອງຕົນ ພຣະອົງຈຶ່ງສະເດັດເຂົ້າໄປແລະຊົງນັ່ງໂຕະ 38 ຝ່າຍຟາຣີຊາຍຜູ້ນັ້ນເມື່ອເຫັນວ່າພຣະອົງບໍ່ໄດ້ຊົງລ້າງຕາມພິທີກ່ອນສເວີຍກໍປລາດໃຈ 39 ອົງພຣະຜູ້ເປັນເຈົ້າຈຶ່ງຊົງກ່າວກັບທ່ານວ່າ, “ເຈົ້າພວກຟາຣີຊາຍເອີຍ, ເຈົ້າເຄີຍລ້າງຖ້ວຍຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຂອງເຈົ້າເຕັມໄປດ້ວຍການລູ່ຊິງເອົາແລະຄວາມຊົ່ວຮ້າຍ 40 ໂອ ຄົນໂງ່ເອີຍ, ຜູ້ທີ່ໄດ້ສ້າງຂ້າງນອກກໍໄດ້ສ້າງຂ້າງໃນເຫມືອນກັນ ບໍ່ແມ່ນຫລື 41 ແຕ່ຈົ່ງໃຫ້ເຈົ້າບໍຣິຈາກໃຫ້ຕາມທີ່ມີຢູ່ຂ້າງໃນ ດັ່ງນີ້ສິ່ງສາຣະພັດກໍສະອາດແກ່ພວກເຈົ້າ 42 “ແຕ່ວິບັດແກ່ເຈົ້າ, ພວກຟາຣີຊາຍເອີຍ, ເພາະວ່າພວກເຈົ້າແບ່ງຜັກເສີມ ຜັກແພວ ແລະຜັກອື່ນທຸກຢ່າງເປັນສິບສ່ວນ ເອົານຶ່ງສ່ວນເປັນຂອງຖວາຍ ແຕ່ໄດ້ຫລີກເວັ້ນຄວາມຍຸດຕິທັມແລະຄວາມຮັກພຣະເຈົ້າ ແມ່ນສິ່ງເຫລົ່ານີ້ແຫລະ, ທີ່ພວກເຈົ້າຄວນໄດ້ປະຕິບັດຢູ່ ໂດຍບໍ່ຕ້ອງລະເວັ້ນສິ່ງອື່ນນັ້ນ 43 ວິບັດແກ່ເຈົ້າ, ພວກຟາຣີຊາຍເອີຍ, ດ້ວຍພວກເຈົ້າຊອບບ່ອນນັ່ງອັນມີກຽດໃນໂຮງທັມມະເທສນາ ແລະຊອບໃຫ້ຄົນຄຳນັບໃນທີ່ປະຊຸມຊົນ 44 ວິບັດແກ່ພວກເຈົ້າ, ດ້ວຍວ່າພວກເຈົ້າເປັນເຫມືອນບ່ອນຝັງສົບທີ່ບໍ່ປາກົດເຫັນ ແລະຄົນທັງຫລາຍກໍທຽວຢຽບບ່ອນນັ້ນໂດຍບໍ່ຮູ້ວ່າມີຫຍັງ” 45 ທັມບັນດິດຄົນນຶ່ງທູນພຣະອົງວ່າ, “ອາຈານເອີຍ, ທີ່ທ່ານກ່າວຢ່າງນັ້ນທ່ານກໍປມາດພວກເຮົາເຫມືອນກັນ” 46 ພຣະອົງຊົງຕອບວ່າ, “ວິບັດຈະມີແກ່ເຈົ້າເຫມືອນກັນ ພວກທັມບັນດິດເອີຍ, ເພາະວ່າພວກເຈົ້າເອົາຂອງຫນັກທີ່ແບກຍາກມາວາງໃສ່ບ່າມະນຸດ ສ່ວນພວກເຈົ້າເອງ ແມ່ນແຕ່ນີ້ວມືດຽວກໍບໍ່ຈັບ 47 ວິບັດແກ່ພວກເຈົ້າ ເພາະພວກເຈົ້າໄດ້ສ້າງອຸບໂມງຂອງພວກຜູ້ປະກາດພຣະທັມ ຄືພວກນັ້ນແຫລະ, ທີ່ພວກບັນພະບຸຣຸດຂອງເຈົ້າເອງໄດ້ຂ້າເສັຽ 48 ດັ່ງນັ້ນພວກເຈົ້າເປັນພຍານແລະຍອມເຫັນດີໃນການເຣັດຂອງບັນພະບຸຣຸດຂອງເຈົ້າ ດ້ວຍວ່າເຂົາໄດ້ຂ້າພວກຜູ້ປະກາດພຣະທັມ ແລ້ວພວກເຈົ້າໄດ້ສ້າງອຸບໂມງໃຫ້ 49 ເຫດສັນນັ້ນພຣະປັນຍາຂອງພຣະເຈົ້າຈຶ່ງຊົງກ່າວວ່າ, “ເຮົາຈະໃຊ້ພວກຜູ້ປະກາດພຣະທັມແລະອັຄສາວົກໄປຫາເຂົາ ແລະເຂົາຈະຂ້າລາງຄົນ ແລະກົດຂີ່ຂົ່ມເຫັງລາງຄົນເສັຽ 50 ເພື່ອຄົນສະໄຫມນີ້ຈະໄດ້ຖືກແກ້ແຄ້ນຍ້ອນເລືອດຂອງບັນດາຜູ້ປະກາດພຣະທັມ ທີ່ໄຫລອອກຕັ້ງແຕ່ແຣກສ້າງໂລກ 51 ຄືຕັ້ງແຕ່ເລືອກຂອງອາເບນຈົນເຖິງເລືອດຂອງເຊຄາຣີຢາ ທີ່ຖືກຂ້າລະຫວ່າງແທ່ນບູຊາກັບພຣະວິຫານນັ້ນ ແມ່ນແລ້ວ, ເຮົາບອກເຈົ້າທັງຫລາຍວ່າຄົນສະໄຫມນີ້ຈະຕ້ອງຮັບຜິດຊອບໃນເລືອດນັ້ນ 52 ວິບັດແກ່ພວກເຈົ້າ, ທັມບັນດິດເອີຍ, ເພາະວ່າພວກເຈົ້າໄດ້ເອົາຂໍກະແຈແຫ່ງຄວາມຮູ້ໄປເສັຽ ພວກເຈົ້າເອງກໍບໍ່ເຂົ້າໄປ ແລະຄົນທີ່ກຳລັງເຂົ້າໄປນັ້ນພວກເຈົ້າກໍໄດ້ຂັດຂວາງໄວ້” 53 ເມື່ອພຣະອົງສະເດັດອອກຈາກທີ່ນັ້ນແລ້ວ ພວກນັກທັມແລະພວກຟາຣີຊາຍຕັ້ງຕົ້ນໂຈມຕີແລະຍົວະເຍົ້າພຣະອົງ ຫມາຍຈະໃຫ້ພຣະອົງກ່າວຫລາຍຢ່າງຕໍ່ໄປ 54 ໂດຍຫວັງຄອຍຈັບຜິດໃນຄຳໃດຄຳນຶ່ງທີ່ອອກມາຈາກພຣະໂອດຂອງພຣະອົງ
ຊົງເຕືອນໃຫ້ລະວັງຄວາມຫນ້າຊື່ໃຈຄົດ
1 ໃນເວລານັ້ນປະຊາຊົນເຕົ້າໂຮມກັນເປັນຫມື່ນໆຈົນບຽດຢຽບກັນ ພຣະອົງຊົງຕັ້ງຕົ້ນກ່າວກັບພວກສາວົກວ່າ, “ຈົ່ງລະວັງຕົວກ່ຽວກັບເຊື້ອແປ້ງຂອງພວກຟາຣີຊາຍ ຄືຄວາມຫນ້າຊື່ໃຈຄົດຂອງເຂົາ 2 ແຕ່ບໍ່ມີສິ່ງໃດປົກບັງໄວ້ທີ່ຈະບໍ່ເປີດເຜີຍ ຫລືສິ່ງລັບທີ່ບໍ່ປາກົດໃຫ້ຮູ້ 3 ເຫດສັນນັ້ນສິ່ງນຶ່ງສິ່ງໃດທີ່ທ່ານເວົ້າໃນບ່ອນມືດ ກໍໄດ້ຍິນໃນບ່ອນແຈ້ງ ແລະສິ່ງທີ່ພວກທ່ານຊັບໃສ່ຫູໃນຫ້ອງສ່ວນຕົວ ຈະຕ້ອງປະກາດເທິງຫລັງຄາເຮືອນ
ຜູ້ທີ່ເຮົາຄວນຢ້ານ
4 “ມິດສະຫາຍເອີຍ, ເຮົາບອກທ່ານທັງຫລາຍວ່າ ຢ່າຊູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແລະພາຍຫລັງຈະເຮັດສິ່ງໃດບໍ່ໄດ້ອີກ 5 ແຕ່ເຮົາຈະເຕືອນໃຫ້ພວກທ່ານຮູ້ວ່າຄວນຢ້ານຜູ້ໃດ ຈົ່ງຢ້ານພຣະອົງຜູ້ຊົງຂ້າ ແລ້ວກໍຊົງຍັງມີອຳນາດທີ່ຈະຖິ້ມລົງໃນນະຮົກໄດ້ ແມ່ນແທ້, ເຮົາບອກພວກທ່ານວ່າ ຈົ່ງຢ້ານພຣະອົງນັ້ນແຫລະ 6 ນົກຈອກຫ້າໂຕເຂົາຂາຍສອງອັດ ບໍ່ແມ່ນຫລື ແລະນົກນັ້ນ ແມ່ນແຕ່ໂຕດຽວກໍບໍ່ຢູ່ນອກສາຍພຣະເນດຂອງພຣະເຈົ້າ 7 ເຖິງຜົມຂອງພວກທ່ານກໍຊົງນັບໄວ້ແລ້ວທຸກເສັ້ນ ເຫດສັນນັ້ນຢ່າຊູ່ຢ້ານ ພວກທ່ານກໍປະເສີດກວ່ານົກຈອກຫລາຍໂຕ
ການຮັບພຣະຄຣິດຕໍ່ຫນ້າມະນຸດ
8 “ເຮົາບອກທ່ານທັງຫລາຍວ່າ ທຸກຄົນທີ່ຈະຮັບເຮົາຕໍ່ຫນ້າມະນຸດ ບຸດມະນຸດກໍຈະຮັບຜູ້ນັ້ນຕໍ່ຫນ້າພວກເທວະດາຂອງພຣະເຈົ້າເຫມືອນກັນ 9 ແຕ່ຜູ້ໃດຈະປະຕິເສດເຮົາຕໍ່ຫນ້າມະນຸດ ຜູ້ນັ້ນຈະຖືກປະຕິເສດຕໍ່ຫນ້າພວກເທວະດາຂອງພຣະເຈົ້າ 10 ຜູ້ໃດທີ່ຈະກ່າວຄຳນຶ່ງຄຳໃດຕໍ່ສູ້ບຸດມະນຸດຈະຊົງໂຜດອະພັຍໃຫ້ແກ່ຜູ້ນັ້ນໄດ້ ແຕ່ຖ້າຜູ້ໃດຈະກ່າວຫມິ່ນປມາດຕໍ່ພຣະວິນຍານບໍຣິສຸດ ຈະຊົງໂຜດໃຫ້ອະພັຍແກ່ຜູ້ນັ້ນບໍ່ໄດ້ 11 ເມື່ອເຂົາຈະພາພວກທ່ານໄປຕໍ່ຫນ້າທີ່ປະຊຸມໃນໂຮງທັມມະເທສນາ ຫລືຕໍ່ຫນ້າຜູ້ປົກຄອງແລະຜູ້ມີອຳນາດ ຢ່າຄຶດອຸກໃຈວ່າຈະແກ້ຕົວຢ່າງໃດ ຫລືຈະເວົ້າຢ່າງໃດ 12 ເພາະໃນໂມງນັ້ນພຣະວິນຍານບໍຣິສຸດຈະຊົງໂຜດສອນທ່ານວ່າຄວນຈະເວົ້າອັນໃດ”
ຄຳອຸປມາເຣື່ອງເສດຖີໂງ່
13 ມີຄົນນຶ່ງໃນຫມູ່ປະຊາຊົນໄດ້ທູນພຣະອົງວ່າ, “ອາຈານເອີຍ, ຂໍທ່ານສັ່ງອ້າຍຂອງຂ້ານ້ອຍແບ່ງມໍຣະດົກໃຫ້ຂ້ານ້ອຍແດ່” 14 ແຕ່ພຣະອົງຊົງຕອບວ່າ, “ຊາຍເອີຍ, ໃຜໄດ້ຕັ້ງເຮົາໃຫ້ເປັນຕຸລາການຫລືເປັນຜູ້ແບ່ງກໍຣະດົກໃຫ້ທ່ານ” 15 ແລ້ວພຣະອົງຊົງບອກເຂົາວ່າ, “ຈົ່ງລະວັງ ແລະຮັກສາໄວ້ຈາກການໂລບທຸກຢ່າງ ເພາະຊີວິດຂອງມະນຸດບໍ່ຂຶ້ນຢູ່ກັບເຂົ້າຂອງອັນບໍຣິສຸດທີ່ຕົນມີນັ້ນ” 16 ພຣະອົງຈຶ່ງຊົງບອກຄຳອຸປມາຂໍ້ນຶ່ງໃຫ້ເຂົາຟັງວ່າ, “ທີ່ດິນຂອງເສດຖີຄົນນຶ່ງໄດ້ເກີດຜົນບໍຣິບູນ 17 ເສດຖີຄົນນັ້ນຈຶ່ງຄຶດໃນໃຈວ່າ “ເຮົາຈະເຮັດແນວໃດຫນໍ ເພາະບໍ່ມີບ່ອນຈະເກັບຜົລປູກຂອງເຮົາໄວ້” 18 ທ່ານຈຶ່ງເວົ້າວ່າ “ເຮົາຈະເຮັດດັ່ງນີ້ ຄືຈະມ້າງເລົ້າທັງຫລາຍຂອງເຮົາເສັຽ ແລະຈະສ້າງຂຶ້ນໃຫ້ໃຫຍ່ກວ່າເກົ່າ ແລ້ວເຮົາຈະຮວບຮວມເຂົ້າກັບສິ່ງຂອງທັງຫມົດຂອງເຮົາໄວ້ທີ່ນັ້ນ 19 ແລ້ວເຮົາຈະເວົ້າແກ່ຈິດໃຈຂອງເຮົາວ່າ “ຈິດໃຈເອີຍ, ເຈົ້າມີເຂົ້າຂອງເກັບໄວ້ພໍຫລາຍປີ ຈົ່ງຢູ່ສະບາຍ ກິນແລະດື່ມດ້ວຍຄວາມປິຕິຍິນດີເທາະ” 20 ແຕ່ພຣະເຈົ້າຊົງກ່າວຕໍ່ຜູ້ນັ້ນວ່າ, “ໂອ ຄົນໂງ່ເອີຍ, ໃນຄືນວັນນີ້ເຂົາຈະເອີ້ນເອົາຈິດໃຈຂອງເຈົ້າໄປຈາກເຈົ້າ ແລ້ວສິ່ງຂອງທັງຫລາຍທີ່ເຈົ້າຈັດແຈງໄວ້ນັ້ນຈະຕົກເປັນຂອງໃຜ” 21 ຄົນທີ່ທ້ອນໂຮມຊັບສົມບັດໄວ້ສຳລັບຕົນແລະບໍ່ຮັ່ງມີຕໍ່ພຣະເຈົ້າ ກໍເປັນຢ່າງນັ້ນແຫລະ”
ເຣື່ອງຄວາມກະວົນກະວາຍ
22 ແລ້ວພຣະອົງຊົງກ່າວກັບພວກສາວົກວ່າ, “ດ້ວຍເຫດນັ້ນເຮົາບອກທ່ານທັງຫລາຍວ່າ ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າຈະກິນຫຍັງ ແລະເຖິງຮ່າງກາຍຂອງຕົນວ່າຈະນຸ່ງຫົ່ມຫຍັງ 23 ເພາະວ່າຊີວິດກໍລື່ນກວ່າອາຫານ ແລະຮ່າງກາຍກໍລື່ນກວ່າເຄື່ອງນຸ່ງຫົ່ມ 24 ຈົ່ງພິຈາຣະນາເບິ່ງຝູງກາ ມັນບໍ່ໄດ້ຫວ່ານ ບໍ່ໄດ້ກ່ຽວ ບໍ່ມີເລົ້າ ແລະບໍ່ມີບ່ອນເກັບຂອບໄວ້ ແຕ່ພຣະເຈົ້າຍັງຊົງລ້ຽງມັນໄວ້ ທ່ານທັງຫລາຍປະເສີດກວ່ານົກຫລາຍປານໃດ 25 ມີໃຜໃນພວກທ່ານໂດຍຄວາມກະວົນກະວາຍ ອາດຕໍ່ຊີວິດໃຫ້ຍາວອອກໄປຈັກສອກນຶ່ງໄດ້ຫລື 26 ເຫດສັນນັ້ນຖ້າສິ່ງເລັກນ້ອຍຍັງເຮັດບໍ່ໄດ້ ທ່ານຍັງກະວົນກະວາຍເຖິງສິ່ງອື່ນອີກເຣັດຫຍັງ 27 ຈົ່ງພິຈາຣະນາເບິ່ງດອກໄມ້ວ່າມັນປົ່ງຂຶ້ນຢ່າງໃດ ມັນບໍ່ໄດ້ເຮັດການ ມັນບໍ່ໄດ້ເຂັນຝ້າຍ ແຕ່ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນກະສັດໂຊໂລໂມນເມື່ອບໍຣິບູນດ້ວຍສະງ່າຣາສີ ກໍບໍ່ໄດ້ທົງເຄື່ອງງາມທໍ່ດອກໄມ້ນີ້ດອກນຶ່ງ 28 ຖ້າພຣະເຈົ້າຊົງຕົກແຕ່ງຫຍ້າທີ່ທົ່ງນາຢ່າງນັ້ນ ຊຶ່ງເປັນຢູ່ວັນນີ້ແລະວັນຫນ້າຕ້ອງຖິ້ມໃສ່ເຕົາໄຟເສັຽ ໂອ ຄົນທີ່ມີຄວາມເຊື່ອນ້ອຍເອີຍ, ພຣະອົງຈະຊົງຕົກແຕ່ງພວກທ່ານຫລາຍກວ່ານັ້ນເທົ່າໃດ 29 ທ່ານທັງຫລາຍຢ່າຊອກຫາວ່າຈະກິນຫຍັງ ຫລືຈະດື່ມຫຍັງ ແລະຢ່າກະວົນກະວາຍ 30 ເພາະຄົນນອກສາສນາທົ່ວໂລກຊອກຫາສິ່ງຂອງທັງປວງນີ້ ແຕ່ພຣະບິດາຂອງພວກທ່ານຊົງຊາບແລ້ວວ່າທ່ານຕ້ອງການສິ່ງເຫລົ່ານີ້ 31 ແຕ່ຈົ່ງຊອກຫາຣາຊອານາຈັກຂອງພຣະອົງ ແລ້ວສິ່ງເຫລົ່ານີ້ຈະຊົງເພີ້ມເຕີມໃຫ້
ເຣື່ອງຊັບສົມບັດໄວ້ໃນສວັນ
32 “ແກະຝູງນ້ອຍເອີຍ, ຢ່າຊູ່ຢ້ານ ເພາະພຣະບິດາຂອງພວກທ່ານຊົງຊອບພຣະທັຍຈະປະທານຣາຊອານາຈັກໃຫ້ແກ່ພວກທ່ານ 33 ຈົ່ງຂາຍສິ່ງຂອງທີ່ພວກທ່ານມີຢູ່ໃຫ້ເປັນທານ ຈົ່ງເຮັດຖົງເງິນອັນບໍ່ຮູ້ເກົ່າໄວ້ສຳລັບຕົນ ຄືໃຫ້ມີຊັບສົມບັດໄວ້ໃນສວັນຊຶ່ງບໍ່ຮູ້ຫມົດ ທີ່ຂະໂມຍເຂົ້າໄປໃກ້ບໍ່ໄດ້ ແລະທີ່ມອດທຳລາຍບໍ່ໄດ້ 34 ເພາະວ່າຊັບສົມບັດຂອງທ່ານຢູ່ທີ່ໃດ ໃຈຂອງທ່ານກໍຢູ່ທີ່ນັ້ນແຫລະ”
ຂ້ອຍໃຊ້ທີ່ຕຽມຕົວໄວ້ພ້ອມແລ້ວ
35 “ທ່ານທັງຫລາຍຈົ່ງຮັດແອວໄວ້ແລະໄຕ້ໂຄມຂອງທ່ານຢູ່ 36 ພວກທ່ານຈົ່ງເປັນເຫມືອນຄົນທີ່ຄອຍຮັບນາຍຂອງຕົນ ເມື່ອນາຍຈະກັບມາຈາກການແຕ່ງງານ ເພື່ອເວລານາຍມາເຄາະປະຕູແລ້ວ ເຂົາຈະໄຂໃຫ້ໂລດ 37 ພວກຂ້ອຍໃຊ້ທີ່ນາຍມາພົບເມື່ອກຳລັງຄອຍຖ້າຢູ່ກໍເປັນສຸກ ເຮົາບອກພວກທ່ານຕາມຄວາມຈິງວ່າ ນາຍນັ້ນຈະຮັດແອວໄວ້ແລະໃຫ້ພວກຂ້ອຍໃຊ້ນັ້ນນັ່ງໂຕະ ແລ້ວທ່ານຈະມາບົວລະບັດເຂົາ 38 ຖ້ານາຍມາຍາມສອງຫລືຍາມສາມໃນເວລາກາງຄືນ ແລະພົບຂ້ອຍໃຊ້ເຝົ້າຢູ່ຢ່າງນັ້ນ ເຂົາກໍເປັນສຸກ 39 ໃຫ້ທ່ານທັງຫລາຍເຂົ້າໃຈຢ່າງນີ້ວ່າ ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາໃນໂມງໃດ ຕົນຈະບໍ່ປະໃຫ້ໂຈນເຈາະເຂົ້າເຮືອນໄດ້ 40 ທ່ານທັງຫລາຍກໍເຫມືອນກັນ ຈົ່ງຕຽມຕົວໄວ້ໃຫ້ພ້ອມ ເພາະໃນໂມງທີ່ພວກທ່ານບໍ່ຄຶດບໍ່ຝັນນັ້ນ ບຸດມະນຸດຈະສະເດັດມາ”
ເຣື່ອງຂ້າໃຊ້ສັດຊື່ແລະຂ້າໃຊ້ຊົ່ວ
41 ຝ່າຍເປໂຕຈຶ່ງທູນພຣະອົງວ່າ, “ນາຍເອີຍ, ທ່ານໄດ້ບອກຄຳອຸປມານີ້ແກ່ພວກຂ້ານ້ອຍ ຫລືບອກແກ່ຄົນທັງປວງ” 42 ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ໃຜເປັນຜູ້ຈັດການທີ່ສັດຊື່ແລະສລາດ ຊຶ່ງນາຍໄດ້ຕັ້ງໃຫ້ເປັນໃຫ້ເປັນໃຫຍ່ເຫນືອຄົນໃຊ້ທັງຫລາຍຂອງຕົນ ເພື່ອແຈກອາຫານຕາມເວລາ 43 ເມື່ອນາຍມາພົບຂ້າໃຊ້ຜູ້ກຳລັງເຣັດຢ່າງນັ້ນຢູ່ມັນກໍເປັນສຸກ 44 ເຮົາບອກພວກທ່ານຕາມຄວາມຈິງວ່າ ນາຍຈະຕັ້ງຜູ້ນັ້ນໄວ້ເຫນືອບັນດາເຂົ້າຂອງຂອງຕົນ 45 ແຕ່ຖ້າຜູ້ນັ້ນຄຶດວ່າ “ນາຍຂອງເຮົາຈະນານມາດອກ” ແລ້ວກໍຕັ້ງຕົ້ນທຸບຕີພວກຄົນໃຊ້ຊາຍຍິງ ທັງກິນແລະດື່ມຈົນເມົາໄປ 46 ນາຍຂອງຂ້ອຍໃຊ້ນັ້ນຈະມາໃນວັນທີ່ມັນບໍ່ລໍຄອຍ ແລະໃນໂມງທີ່ມັນບໍ່ຮູ້ ນາຍຈອຜ່າມັນໃຫ້ເປັນສອງຕ່ອນ ທັງຈະໃຫ້ເຂົ້າສ່ວນກັບຄົນບໍ່ເຊື່ອຟັງ 47 ຂ້ອຍໃຊ້ທີ່ຮັກຈັກໃຈນາຍແຕ່ບໍ່ໄດ້ຈັດຕຽມຕົວໄວ້ແລະບໍ່ໄດ້ເຮັດຕາມໃຈນາຍ ຈະຕ້ອງຖືກຂ້ຽນຫລາຍບາດ 48 ແຕ່ຜູ້ທີ່ບໍ່ຮູ້ຈັກ ແລ້ວໄດ້ເຮັດສິ່ງທີ່ສົມຄວນຖືກຂ້ຽນ ກໍຈະຖືກຂ້ຽນຫນ້ອຍ ຜູ້ໃດໄດ້ຮັບຫລາຍກໍຈະທວງເອົາຈາກຜູ້ນັ້ນຫລາຍ ແລະຜູ້ທີ່ໄດ້ຮັບຝາກໄວ້ຫລາຍເຂົາກໍຈະທວງເອົາຈາກຜູ້ນັ້ນຫລາຍ”
ຊົງເປັນເຫດຂອງການແຕກແຍກ
49 “ເຮົາໄດ້ເອົາໄຟນີ້ແຫລະ, ມາຄວ່າງໃສ່ແຜ່ນດິນໂລກ ແລະຖ້າໄຟນີ້ລຸກແລ້ວກໍສົມຄວນປາຖນາ 50 ເຮົາຈະຕ້ອງຮັບບັບຕິສະມາຢ່າງນຶ່ງ ເຮົາເປັນທຸກຫລາຍເທົ່າໃດຫນໍຈົນກວ່າການນັ້ນຈະສຳເຣັດ 51 ພວກທ່ານຄຶດວ່າເຮົາມາເພື່ອໃຫ້ເກີດຄວາມສງົບສຸກໃນໂລກຫລື ເຮົາບອກພວກທ່ານວ່າ ບໍ່ແມ່ນດອກ ແຕ່ຈະເຮັດໃຫ້ແຕກແຍກກັນ 52 ດ້ວຍວ່າຕັ້ງແຕ່ນີ້ຕໍ່ໄປ ຫ້າຄົນໃນເຮືອນດຽວຈະແຕກແຍກກັນ ຄືສາມຕໍ່ສອງແລະສອງຕໍ່ສາມ 53 ເຂົາຈະແຕກແຍກກັນ ຄືພໍ່ຈາກລູກຊາຍ ແລະລູກຊາຍຈາກພໍ່ ແມ່ຈາກລູກຍິງແລະລູກຍິງຈາກແມ່ ແມ່ຍ່າຈາກລູກໃພ້ ແລະລູກໃພ້ຈາກແມ່ຍ່າ”
ສັງເກດຄວາມເປັນໄປຂອງສະໄຫມ
54 ພຣະອົງຊົງກ່າວກັບປະຊາຊົນອີກວ່າ, “ເມື່ອທ່ານທັງຫລາຍເຫັນເມກເກີດຂຶ້ນໃນທິດຕາເວັນຕົກ ພວກທ່ານກໍເວົ້າທັນທີວ່າຈະມີລົມ ແລະຝົນຕົກ ແລ້ວກໍເປັນຢ່າງນັ້ນແທ້ 55 ເມື່ອພວກທ່ານເຫັນລົມພັດມາແຕ່ທິດໃຕ້ ພວກທ່ານເວົ້າວ່າຈະຮ້ອນເອົ້າ ແລ້ວກໍເປັນຢ່າງນັ້ນ 56 ໂອ ຄົນຫນ້າຊື່ໃຈຄົດເອີຍ, ເຈົ້າທັງຫລາຍຮູ້ຈັກສັງເກດຄວາມເປັນໄປຂອງແຜ່ນດິນແລະທ້ອງຟ້າ ແຕ່ເພາະເຫດໃດພວກເຈົ້າຈຶ່ງສັງເກດຄວາມເປັນໄປຂອງສະໄຫມນີ້ບໍ່ໄດ້
ຄວາມປອງດອງກັນກັບໂຈດຂອງຕົນ
57 ເຫດສັນໃດເຈົ້າທັງຫລາຍບໍ່ຕັດສິນເອົາເອງວ່າ ສິ່ງໃດເປັນສິ່ງຖືກຕ້ອງ 58 ເພາະວ່າເມື່ອເຈົ້າກັບໂຈດພາກັນໄປຫາຜູ້ປົກຄອງ ຈົ່ງພຍາຍາມຫາຊ່ອງທາງປອງດອງກັນ ເມື່ອຍັງຢູ່ກາງທາງ ຢ້ານວ່າໂຈດຈະລາກເຈົ້າເຂົ້າໄປຫາຕຸລາການ ແລະຕຸລາການຈະມອບເຈົ້າໃຫ້ແກ່ຜູ້ຄຸມແລ້ວຈະຂັງເຈົ້າໄວ້ໃນຄຸກ 59 ເຮົາບອກເຈົ້າວ່າ ເຈົ້າຈະອອກຈາກທີ່ນັ້ນບໍ່ໄດ້ກວ່າຈະໄດ້ໃຊ້ຫນີ້ໃຫ້ຈົນຄົບທຸກອັດ”
ຖ້າບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ຕ້ອງຈິບຫາຍ
1 ໃນຂນະນັ້ນມີລາງຄົນຢູ່ທີ່ນັ້ນ ໄດ້ເລົ່າເຣື່ອງຊາວຄາລີເລທີ່ປີລາດໄດ້ຂ້າ ເອົາເລືອດຂອງເຂົາປົນກັບເຄື່ອງບູຊາທີ່ເຂົາກຳລັງຖວາຍນັ້ນໃຫ້ພຣະອົງຟັງ 2 ພຣະອົງຊົງຕອບເຂົາວ່າ, “ພວກທ່ານຄຶດວ່າຊາວຄາລີເລຫມູ່ນັ້ນເປັນຄົນບາບລື່ນກວ່າຊາວຄາລີເລຫມູ່ອື່ນທັງຫມົດ ເພາະເຂົາໄດ້ຖືກຄວາມທຸກລຳບາກຢ່າງນັ້ນຫລື 3 ເຮົາບອກທ່ານທັງຫລາຍວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານຫມົດທຸກຄົນບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ ກໍຈະຈິບຫາຍໄປເຫມືອນກັນ 4 ຫລືສິບແປດຄົນນັ້ນຊຶ່ງປ້ອມໃນຊີໂລອາມໄດ້ເຈື່ອນທັບເຂົາຕາຍເສັຽນັ້ນ ທ່ານທັງຫລາຍຄຶດວ່າເຂົາເປັນຄົນຜິດລື່ນກວ່າຄົນທັງປວງທີ່ອາສັຍຢູ່ໃນກຸງເຢຣູຊາເລັມຫລື 5 ເຮົາບອກທ່ານທັງຫລາຍວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານຫມົດທຸກຄົນບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ ກໍຈະຈິບຫາຍໄປເຫມືອນກັນ”
ຄໍາອຸປມາເຣື່ອງຕົ້ນເດື່ອເທດບໍ່ເກີດຜົນ
6 ພຣະອົງຊົງກ່າວຄຳອຸປມາຕໍ່ໄປນີ້ວ່າ, “ຄົນຜູ້ນຶ່ງມີຕົ້ນເດື່ອເທດຕົ້ນນຶ່ງໃນສວນອະງຸ່ນຂອງຕົນ ເມື່ອມາຊອກຫາຫມາກເດື່ອໃນຕົນນັ້ນກໍບໍ່ພົບ 7 ທ່ານຈຶ່ງບອກກັບຄົນງານໃນສວນອະງຸ່ນນັ້ນວ່າ, “ເບິ່ງແມ໋, ເຮົາມາຊອກຫາຫມາກເດື່ອໃນຕົ້ນນີ້ໄດ້ສາມປີແລ້ວກໍບໍ່ພົບ ຈົ່ງປ້ຳຖິ້ມເສັຽ ຈະເອົາໄວ້ຣົກດິນລ້າໆເຣັດຫຍັງ” 8 ແຕ່ຄົນງານຕອບວ່າ, “ນາຍເອີຍ, ຂໍປະມັນໄວ້ປີນີ້ກ່ອນ ຈົນກວ່າຂ້ານ້ອຍຈະຂຸດດິນອ້ອມເອົາຝຸ່ນໃສ່ 9 ຖ້າເມືອຫນ້າມັນເກີດຫມາກກໍດີຢູ່ ຖ້າບໍ່ເກີດຫມາກ ພາຍຫລັງທ່ານຈົ່ງປ້ຳມັນຖິ້ມເສັຽ”
ຊົງໂຜດຍິງຫລັງກົ່ງໃນວັນສະບາໂຕ
10 ພຣະອົງຊົງສັ່ງສອນຢູ່ໃນໂຣງທັມມະເທສນາບ່ອນນຶ່ງໃນວັນສະບາໂຕ 11 ແລະເບິ່ງແມ໋, ມີຍິງຄົນນຶ່ງຊຶ່ງຜີເຂົ້າສິງຢູ່ເຮັດໃຫ້ອ່ອນແຮງໄດ້ສິບແປດປີມາແລ້ວ ເປັນຫລັງກົ່ງຢືນຊື່ບໍ່ໄດ້ 12 ເມື່ອພຣະເຢຊູຊົງເຫັນຈຶ່ງເອີ້ນນາງມາຊົງບອກວ່າ, “ນາງເອີຍ, ນາງໄດ້ພົ້ນຈາກພຍາດແລ້ວ” 13 ແລະພຣະອົງຊົງຢຽດພຣະຫັດວາງໃສ່ຍິງນັ້ນ ໃນທັນໃດນັ້ນຕົວຂອງນາງກໍຢຽດຊື່ ແລະນາງກໍສັຣເສີນພຣະເຈົ້າ 14 ແຕ່ນາຍໂຮງທັມກໍເຄືອງໃຈ ເພາະພຣະເຢຊູໄດ້ຊົງໂຜດໃຫ້ດີພຍາດໃນວັນສະບາໂຕ ຈຶ່ງກ່າວແກ່ປະຊາຊົນວ່າ, “ມີຫົກວັນທີ່ຄວນຈະເຮັດການ ໃນຫົກວັນນີ້ຈົ່ງມາໃຫ້ດີພຍາດ ແຕ່ວ່າຢ່າໄດ້ມາໃນວັນສະບາໂຕ” 15 ແລ້ວອົງພຣະຜູ້ເປັນເຈົ້າຊົງຕອບນາຍໂຮງທັມ ໂດຍຊົງກ່າວວ່າ, “ພວກຄົນຫນ້າຊື່ໃຈຄົດເຮີຍ, ພວກເຈົ້າບໍ່ໄດ້ແກ້ງົວ ຫລືລໍຂອງຕົນ ຈູງອອກຈາກຄອກໄປກິນນ້ຳໃນວັນສະບາໂຕຫລື 16 ສ່ວນຍິງຄົນນີ້ເປັນລູກຫລານຂອງອັບຣາຮາມ ຊຶ່ງຊາຕານຜູກມັດໄວ້ໄດ້ສິບແປດປີແລ້ວ ບໍ່ສົມຄວນຫລືທີ່ຈະໃຫ້ນາງພົ້ນຈາກເຄື່ອງຜູກມັດນີ້ໃນວັນສະບາໂຕ” 17 ເມື່ອພຣະອົງຊົງກ່າວຄຳເຫລົ່ານີ້ແລ້ວ ບັນດາຄົນທີ່ຕໍ່ສູ້ພຣະອົງກໍມີຄວາມລະອາຍ ແລະປະຊາຊົນໄດ້ຊົມຊື່ນຍິນດີໃນກິຈການທັງປວງອັນຮຸ່ງເຮືອງທີ່ກຳລັງເກີດຂຶ້ນດ້ວຍພຣະອົງ
ຄຳອຸປມາເຣື່ອງແກ່ນຜັກກາດ
18 ພຣະອົງຊົງກ່າວອີກວ່າ, “ຣາຊອານາຈັກຂອງພຣະເຈົ້າເຫມືອນສິ່ງໃດ ແລະເຮົາຈະປຽບຣາຊອານາຈັກນັ້ນກັບສິ່ງໃດ 19 ກໍເຫມືອນແກ່ນຜັກກາດເມັດນຶ່ງ ທີ່ຄົນຜູ້ນຶ່ງເອົາໄປຫວ່ານໃນສວນຂອງຕົນ ມັນກໍງອກຂຶ້ນເປັນກົກ ແລະນົກປ່າກໍມາເຮັດຄອນອາສັຍຢູ່ຕາມກິ່ງກ້ານມັນ”
ຄຳອຸປມາເຣື່ອງເຊື້ອແປ້ງ
20 ພຣະອົງຊົງກ່າວຕໍ່ອີກວ່າ, “ເຮົາຈະປຽບຣາຊອານາຈັກຂອງພຣະເຈົ້າກັບສິ່ງໃດ 21 ກໍປຽບເຫມືອນເຊື້ອແປ້ງທີ່ຜູ້ຍິງຄົນນຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ”
ເຣື່ອງປະຕູຄັບແຄບ
22 ພຣະອົງໄດ້ສະເດັດໄປຕາມບ້ານຕາມເມືອງຕ່າງໆ ຊົງສັ່ງສອນແລະເດີນທາງຕໍ່ໄປຍັງກຸງເຢຣູຊາເລັມ 23 ມີຄົນຜູ້ນຶ່ງທູນພຣະອົງວ່າ, “ນາຍເອີຍ, ຜູ້ທີ່ຈະພົ້ນນັ້ນມີແຕ່ຫນ້ອຍຄົນຫລື” ພຣະອົງຊົງຕອບເຂົາວ່າ, 24 “ຈົ່ງເອົາໃຈໃສ່ແຂ່ງກັນເຂົ້າທາງປະຕູຄັບແຄບ ເພາະເຮົາບອກທ່ານທັງຫລາຍວ່າ ຫລາຍຄົນຈະພຍາຍາມເຂົ້າໄປ ແຕ່ບໍ່ສາມາດເຂົ້າໄດ້ 25 ເມື່ອໃດເຈົ້າຂອງເຮືອນລຸກຂຶ້ນອັດປະຕູແລ້ວ ແລະທ່ານທັງຫລາຍຢືນຢູ່ຂ້າງນອກຕັ້ງຕົ້ນເຄາະປະຕູວ່າ “ນາຍເອີຍ, ຂໍໄຂໃຫ້ພວກຂ້ານ້ອຍແດ່ທ້ອນ” ເມື່ອນັ້ນເຈົ້າເຮືອນຈະຕອບພວກທ່ານວ່າ “ເຮົາບໍ່ຮູ້ຈັກວ່າເຈົ້າມາແຕ່ໃສ” 26 ຂນະນັ້ນພວກທ່ານຈະເວົ້າວ່າ “ພວກຂ້ານ້ອຍໄດ້ກິນໄດ້ດື່ມກັບທ່ານ ແລະທ່ານໄດ້ສັ່ງສອນຕາມຖນົນຫົນທາງບ້ານເມືອງຂອງພວກຂ້ານ້ອຍ” 27 ຝ່າຍເຈົ້າເຮືອນນັ້ນຈະເວົ້າວ່າ “ເຮົາບອກເຈົ້າທັງຫລາຍວ່າ ເຮົາບໍ່ຮູ້ຈັກວ່າເຈົ້າມາແຕ່ໃສ ສູເຈົ້າທັງຫມົດ ຜູ້ເຮັດການບໍ່ຊອບທັມເຮີຍ, ຈົ່ງຖອຍໄປຈາກເຮົາເສັຽ” 28 ເມື່ອທ່ານທັງຫລາຍຈະເຫັນອັບຣາຮາມ ອີຊາກ ແລະຢາໂຄບ ກັບບັນດາຜູ້ປະກາດພຣະທັມຢູ່ໃນຣາຊແຜ່ນດິນຂອງພຣະເຈົ້າ ແຕ່ຝ່າຍພວກເຈົ້າຖືກຊັດຖິ້ມອອກໄປພາຍນອກເສັຽ ທີ່ນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່ 29 ຈະມີຄົນມາຈາກທິດຕາເວັນອອກ ທິດຕາເວັນຕົກ ທິດເຫນືອ ທິດໃຕ້ ມານັ່ງຮ່ວມໂຕະໃນຣາຊແຜ່ນດິນຂອງພຣະເຈົ້າ 30 ແລະເບິ່ງແມ໋, ຜູ້ທີ່ເປັນປາຍຈະກັບເປັນຕົ້ນ ແລະຜູ້ທີ່ເປັນຕົ້ນຈະກັບເປັນປາຍ”
ຊົງເສັຽພຣະທັຍຍ້ອນກຸງເຢຣູຊາເລັມ
31 ໃນໂມງນັ້ນມີພວກຟາຣີຊາຍລາງຄົນມາທູນພຣະອົງວ່າ, “ໃຫ້ທ່ານອອກຫນີໄປຈາກທີ່ນີ້ເສັຽ ເພາະກະສັດເຮໂຣດຊົງຢາກປະຫານຊີວິດທ່ານເສັຽ” 32 ພຣະອົງຊົງຕອບເຂົາວ່າ, “ຈົ່ງໄປບອກຫມາຈິກຈອກໂຕນັ້ນວ່າ “ເບິ່ງແມ໋, ມື້ນີ້ກັບມື້ອື່ນເຮົາກຳລັງຂັບໄລ່ຜີອອກແລະເຮັດໃຫ້ດີພຍາດ ແລ້ວວັນທີ່ສາມເຮົາຈະເຖິງທີ່ສຳເຣັດ 33 ແຕ່ຢ່າງໃດກໍດີ, ເຮົາຈະຕ້ອງເດີນທາງໄປມື້ນີ້ ມື້ອື່ນ ແລະມື້ຮື ເພາະວ່າຜູ້ປະກາດພຣະທັມບໍ່ຫ່ອນຖືກຂ້າຢູ່ນອກກຸງເຢຣູຊາເລັມ 34 ໂອ ເຢຣູຊາເລັມ, ເຢຣູຊາເລັມເອີຍ, ເຈົ້າທີ່ໄດ້ຂ້າບັນດາຜູ້ປະກາດພຣະທັມ ແລະເອົາຫີນຄວ່າງໃສ່ພວກທີ່ຮັບໃຊ້ມາຫາເຈົ້າ ເຮົາປາຖນາຈັກເທື່ອແລ້ວຫນໍ ວ່າຈະຮວບຮວມລູກຂອງເຈົ້າໄວ້ ເຫມືອນດັ່ງແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນ ແຕ່ພວກເຈົ້າບໍ່ຍິນຍອມ 35 ເບິ່ງແມ໋, ເຮືອນຂອງເຈົ້າຈະຖືກປະຖິ້ມແລະຮ້າງເປົ່າ ເຮົາບອກພວກເຈົ້າວ່າ ເຈົ້າຈະບໍ່ເຫັນເຮົາອີກຈົນກວ່າເຈົ້າຈະອອກປາກກ່າວວ່າ “ຂໍໃຫ້ທ່ານຜູ້ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເຣີນ”
ຊົງໂຜດຄົນເປັນພຍາດທ້ອງມານໃຫ້ດີ
1 ເມື່ອພຣະອົງສະເດັດເຂົ້າໄປໃນເຮືອນຜູ້ໃຫຍ່ຜູ້ນຶ່ງຝ່າຍພວກຟາຣີຊາຍ ເພື່ອຮັບປະທານອາຫານໃນວັນສະບາໂຕ ເຂົາກໍຜົກເບິ່ງພຣະອົງຢູ່ 2 ແລະເບິ່ງແມ໋, ມີຊາຍຄົນນຶ່ງເປັນພຍາດທ້ອງມານຢູ່ຕໍ່ພຣະພັກພຣະອົງ 3 ພຣະເຢຊູຊົງຖາມພວກບັນດິດແລະພວກຟາຣີຊາຍວ່າ, “ຖ້າເຮົາໃຫ້ດີພຍາດໃນວັນສະບາໂຕ ຈະຜິດພຣະບັນຍັດຫລືບໍ່” 4 ເຂົາກໍມິດຢູ່ ພຣະອົງຈຶ່ງຊົງຮັບເອົາຄົນນັ້ນແລະເຣັດໃຫ້ດີພຍາດແລ້ວກໍປ່ອຍໄປ 5 ພຣະອົງຊົງກ່າວກັບເຂົາວ່າ, “ຖ້າຄົນໃດໃນພວກທ່ານມີລູກຫລືງົວຕົກນ້ຳສ້າງ ຈະບໍ່ຮີບດຶງອອກໃນວັນສະບາໂຕຫລື” 6 ແລະເຂົາບໍ່ສາມາດຈະຕອບພຣະອົງໃນເຣື່ອງນີ້ໄດ້
ຊົງສອນເຣື່ອງແຂກແລະເຈົ້າພາບ
7 ຝ່າຍພຣະອົງ, ເມື່ອຊົງເຫັນພວກທີ່ຮັບເຊີນມານັ້ນກຳລັງເລືອກເອົາບ່ອນນັ່ງອັນມີກຽດ ພຣະອົງຈຶ່ງຊົງກ່າວຄຳອຸປມາແກ່ເຂົາວ່າ, 8 “ເມື່ອຜູ້ໃດເຊີນທ່ານໄປໃນການກິນລ້ຽງສົມຣົດ ຢ່າຊູ່ນັ່ງບ່ອນມີກຽດ ຢ້ານວ່າເຂົາໄດ້ເຊີນຜູ້ມີກຽດຫລາຍກວ່າທ່ານອີກ 9 ແລະເຈົ້າພາບທີ່ໄດ້ເຊີນທ່ານທັງສອງນັ້ນ ຈະມາເວົ້າກັບທ່ານວ່າ, “ບ່ອນນັ່ງຂອງທ່ານຈົ່ງໃຫ້ແກ່ຜູ້ນີ້” ແລ້ວທ່ານກໍຈະຍ້າຍໄປນັ່ງບ່ອນຕ່ຳທີ່ສຸດດ້ວຍຄວາມລະອາຍ 10 ແຕ່ເມື່ອທ່ານໄດ້ຮັບເຊີນແລ້ວຈົ່ງໄປນັ່ງບ່ອນຕ່ຳທີ່ສຸດ ເພື່ອວ່າເມື່ອທ່ານເຈົ້າພາບມາເວົ້າກັບທ່ານວ່າ “ສະຫາຍເອີຍ, ເຊີນຂຶ້ນໄປນັ່ງບ່ອນສູງກວ່າ” ແລ້ວທ່ານຈະໄດ້ກຽດຕໍ່ຫນ້າຄົນທັງຫລາຍທີ່ນັ່ງຮ່ວມໂຕະນຳກັນນັ້ນ 11 ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຕ້ອງຖືກຖອຍລົງ ແລະຜູ້ທີ່ຖອຍລົງຈະໄດ້ຮັບການຍົກຂຶ້ນ” 12 ແລ້ວພຣະອົງຊົງກ່າວກັບຜູ້ທີ່ເຊີນພຣະອົງວ່າ, “ເມື່ອທ່ານຈັດການກິນລ້ຽງຂຶ້ນນ້ອຍຫລືໃຫຍ່ກໍຕາມ ຢ່າເຊີນຈຳເພາະບັນດາມິດສະຫາຍ ຫລືອ້າຍນ້ອງຍາດພີ່ນ້ອງ ເພື່ອນບ້ານຜູ້ຮັ່ງມີ ຢ້ານວ່າເຂົາຈະເຊີນທ່ານອີກເປັນການຕອບແທນ 13 ແຕ່ເມື່ອທ່ານຈັດການກິນລ້ຽງຂຶ້ນ ຈົ່ງເຊີນຄົນຍາກຈົນ ຄົນພິການ ຄົນຂາເສັ້ງ ຄົນຕາບອດ 14 ແລ້ວທ່ານຈະເປັນສຸກ ເພາະວ່າເຂົາບໍ່ມີອັນໃດຈະຕອບແທນທ່ານ ດ້ວຍວ່າພຣະເຈົ້າຈະຊົງຕອບແທນທ່ານ ເມື່ອຄົນຊອບທັມເປັນຄືນມາຈາກຕາຍແລ້ວ”
ຄຳອຸປມາເຣື່ອງການກິນລ້ຽງໃຫຍ່
15 ສ່ວນຄົນນຶ່ງທີ່ນັ່ງຮ່ວມໂຕະ, ເມື່ອໄດ້ຍິນດັ່ງນັ້ນຈຶ່ງທູນພຣະອົງວ່າ, “ຜູ້ທີ່ຈະຮັບປະທານອາຫານໃນແຜ່ນດິນຂອງພຣະເຈົ້າກໍເປັນສຸກ” 16 ພຣະອົງຊົງຕອບຜູ້ນັ້ນວ່າ, “ຍັງມີຄົນນຶ່ງຈັດງານກິນລ້ຽງໃຫຍ່ແລະໄດ້ເຊີນຫລາຍຄົນມາ 17 ເມື່ອໂມງກິນລ້ຽງເຖິງແລ້ວ ທ່ານໄດ້ໃຊ້ຂ້ອຍຂອງຕົນໄປບອກຜູ້ທີ່ຮັບເຊີນນັ້ນວ່າ “ເຊີນມາ, ຂ້ານ້ອຍເທີນ, ເພາະສິ່ງສາຣະພັດຕຽມພ້ອມຮຽບຮ້ອຍແລ້ວ” 18 ບັນດາຄົນເຫລົ່ານັ້ນກໍພາກັນຕັ້ງຕົ້ນແກ້ຕົວ ຜູ້ທຳອິດເວົ້າວ່າ ເຮົາໄດ້ຊື້ນາໄວ້ ເຮົາຈຳເປັນຕ້ອງໄປເບິ່ງນານັ້ນ ເຮົາຂໍນຳກ່ອນ” 19 ອີກຄົນນຶ່ງເວົ້າວ່າ “ເຮົາໄດ້ຊື້ງົວໄວ້ຫ້າຄູ່ແລະກຳລັງຈະໄປລອງເບິ່ງງົວນັ້ນ ເຮົາຂໍນຳກ່ອນ” 20 ສ່ວນຄົນນຶ່ງອີກເວົ້າວ່າ “ເຮົາໄດ້ແຕ່ງງານ ເພາະສັນນັ້ນເຮົາໄປບໍ່ໄດ້” 21 ຂ້ອຍໃຊ້ນັ້ນໄດ້ກັບມາເລົ່າເຣື່ອງນີ້ໃຫ້ນາຍຟັງ ເຈົ້າເຮືອນກໍໃຈຮ້າຍຫລາຍ ຈຶ່ງສັ່ງຂ້ອຍໃຊ້ນັ້ນວ່າ “ຈົ່ງຮີບອອກໄປຕາມຖນົນໃຫຍ່ຮ່ອມນ້ອຍໃນເມືອງ ແລະພາຄົນຍາກຈົນ ຄົນພິການ ຄົນຕາບອດ ແລະຄົນຂາເສັ້ງເຂົ້າມາທີ່ນີ້” 22 ແລ້ວຂ້ອຍໃຊ້ຈຶ່ງມາບອກວ່າ, “ນາຍເອີຍ, ອັນທີ່ທ່ານສັ່ງຂ້ານ້ອຍກໍເຮັດແລ້ວ ແຕ່ຍັງມີບ່ອນຫວ້າງເປົ່າຢູ່” 23 ແລະນາຍໄດ້ບອກຂ້ອຍໃຊ້ນັ້ນວ່າ, “ຈົ່ງອອກໄປຕາມທາງຫລວງ ແລະທາງນ້ອຍນອກເມືອງ ນຳຕົວເຂົາໃຫ້ເຂົ້າມາເພື່ອເຮືອນຂອງເຮົາຈະເຕັມ” 24 ເພາະເຮົາບອກທ່ານທັງຫລາຍວ່າ ໃນພວກຄົນທີ່ໄດ້ຮັບເຊີນໄວ້ນັ້ນ ບໍ່ມີຜູ້ໃດຈະໄດ້ຊິມເຄື່ອງກິນລ້ຽງຂອງເຮົາຈັກຄົນ”
ຄວາມເສັຽສລະໃນການເປັນສິດ
25 ມີປະຊາຊົນຈຳນວນຫລວງຫລາຍໄດ້ໄປກັບພຣະອົງ ພຣະອົງຊົງຫລຽວຫລັງຊົງກ່າວກັບເຂົາວ່າ, 26 “ຖ້າຜູ້ໃດມາຫາເຮົາແລະບໍ່ຊັງພໍ່ແມ່ ລູກເມັຽ ອ້າຍນ້ອງຊາຍຍິງ ກັບທັງຊີວິດຂອງຕົນເອງ ຜູ້ນັ້ນຈະເປັນສິດຂອງເຮົາບໍ່ໄດ້ 27 ຜູ້ໃດບໍ່ໄດ້ແບກໄມ້ກາງແຂນຂອງຕົນຕາມເຮົາມາ ຜູ້ນັ້ນຈະເປັນສິດຂອງເຮົາບໍ່ໄດ້ 28 ດ້ວຍວ່າໃນພວກທ່ານມີຜູ້ໃດ ເມື່ອຈະສ້າງປ້ອມຈະບໍ່ນັ່ງລົງຄິດຣາຄາເສັຽກ່ອນ ວ່າຈະມີພໍສ້າງໃຫ້ແລ້ວໄດ້ຫລືບໍ່ 29 ຢ້ານວ່າເມື່ອໄດ້ວາງຮາກລົງແລ້ວແລະເຮັດໃຫ້ສຳເຣັດບໍ່ໄດ້ ຄົນທັງປວງທີ່ເຫັນກໍຈະກ່າວເຍາະເຍີ້ຍວ່າ, 30 “ຄົນນີ້ຕັ້ງຕົ້ນກໍ່ແຕ່ເຮັດໃຫ້ສຳເຣັດບໍ່ໄດ້” 31 ຫລືມີກະສັດອົງໃດ ເມື່ອຈະຍົກກອງທັບໄປຕໍ່ສູ້ກັບກະສັດອົງອື່ນ ຈະບໍ່ໄດ້ນັ່ງຄຶດເບິ່ງກ່ອນວ່າ ທີ່ຕົນມີພົນທະຫານຫມື່ນນຶ່ງຈະສູ້ກັບຜູ້ທີ່ຍົກກອງທັບສອງຫມື່ນມາຮົບໄດ້ຫລືບໍ່ 32 ຖ້າສູ້ບໍ່ໄດ້ ເມື່ອຍັງຢູ່ຫ່າງກັນ ທ່ານຈະໃຊ້ທູດໄປຖາມເງື່ອນໄຂຂອງຄວາມສງົບ 33 ຢ່າງນັ້ນແຫລະ, ທຸກຄົນໃນພວກທ່ານທີ່ບໍ່ໄດ້ສລະສິ່ງສາຣະພັດທີ່ຕົນມີຢູ່ ຈະເປັນສິດຂອງເຮົາບໍ່ໄດ້”
ເຣື່ອງເກືອທີ່ຫມົດຣົດເຄັມ
34 “ເກືອເປັນຂອງດີ ແຕ່ຖ້າເກືອນັ້ນຫມົດຣົດເຄັມໄປແລ້ວ ຈະເຣັດໃຫ້ກັບເຄັມອີກໄດ້ຢ່າງໃດ 35 ຈະໃຊ້ເປັນຝຸ່ນໃສ່ດິນກໍບໍ່ໄດ້ ຈະປະສົມກັບກອງຝຸ່ນສັດເພື່ອເຣັດຝຸ່ນກໍບໍ່ໄດ້ ເຂົາກໍເອົາໄປຖິ້ມເສັຽ ຜູ້ໃດມີຫູ ຈົ່ງຟັງເອົາເທີນ”
ຄຳອຸປມາເຣື່ອງແກະທີ່ເສັຽ
1 ຕໍ່ມາບັນດາຄົນເກັບພາສີແລະພວກນອກສິນທັມເຂົ້າມາໃກ້ເພື່ອຈະຟັງພຣະອົງ 2 ຝ່າຍພວກຟາຣີຊາຍແລະພວກນັກທັມກໍຈົ່ມວ່າ, “ຜູ້ນີ້ຕ້ອນຮັບຄົນນອກສິນທັມແລະຢູ່ກິນຮ່ວມກັນກັບເຂົາ” 3 ພຣະອົງຈຶ່ງຊົງກ່າວຄຳອຸປມາຂໍ້ນີ້ໃຫ້ເຂົາຟັງວ່າ, 4 “ໃນພວກທ່ານມີຄົນໃດທີ່ມີແກະຮ້ອຍໂຕ ເມື່ອໂຕນຶ່ງເສັຽໄປ ທ່ານຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນກາງປ່າ ແລະໄປຊອກຫາໂຕທີ່ເສັຽໄປນັ້ນຈົນກວ່າຈະໄດ້ພົບຫລື 5 ເມື່ອພົບແລ້ວທ່ານກໍຍົກຂຶ້ນໃສ່ບ່າແບກມາດ້ວຍຄວາມຊົມຊື່ນຍິນດີ 6 ເມື່ອມາເຖິງບ້ານແລ້ວ ທ່ານຈຶ່ງເຊີນບັນດາມິດສະຫາຍແລະເພື່ອນບ້ານຂອງຕົນ ໃຫ້ມາພ້ອມພຽງກັນ ແລ້ວຈຶ່ງກ່າວກັບເຂົາວ່າ “ຈົ່ງຊົມຊື່ນຍິນດີກັບເຮົາເທີນ ເພາະວ່າເຮົາໄດ້ພົບແກະຂອງເຮົາໂຕທີ່ເສັຽໄປແລ້ວນັ້ນ” 7 ດັ່ງນັ້ນແຫລະ, ເຮົາບອກທ່ານທັງຫລາຍວ່າ ຈະມີຄວາມປິຕິຍິນດີໃນສວັນ ເພາະເຫັນແກ່ຄົນນອກສິນທັມຄົນດຽວທີ່ຖິ້ມໃຈເກົ່າເອົາໃຈໃຫມ່ ຫລາຍ ກວ່າຈະຍິນດີກັບຄົນສິນທັມເກົ້າສິບເກົ້າຄົນທີ່ບໍ່ຕ້ອງການຖິ້ມໃຈເກົ່າເອົາໃຈໃຫມ່
ຄຳອຸປມາເຣື່ອງເງິນທີ່ເສັຽ
8 “ຍິງຄົນໃດທີ່ມີເງິນຢູ່ສິບຫລຽນ ເມື່ອເສັຽຫລຽນນຶ່ງຈະບໍ່ໄຕ້ໂຄມກວາດເຮືອນຄົ້ນຫາຖ້ວນຖີ່ຈົນກວ່າຈະພົບຫລື 9 ເມື່ອພົບແລ້ວຈຶ່ງເອີ້ນພວກສະຫາຍແລະບັນດາເພື່ອນບ້ານຂອງຕົນມາພ້ອມພຽງກັນ ແລ້ວຈຶ່ງກ່າວແກ່ເຂົາວ່າ “ຈົ່ງມາຊື່ນຊົມຍິນດີກັບເຮົາເທີນ ເພາະເຮົາໄດ້ພົບເງິນຫລຽນນຶ່ງຂອງເຮົາທີ່ເສັຽໄປແລ້ວນັ້ນ” 10 ດັ່ງນັ້ນແຫລະ, ເຮົາບອກທ່ານທັງຫລາຍວ່າ ຈະມີຄວາມປິຕິຍີນດີໃນຖ້າມກາງພວກເທວະດາຂອງພຣະເຈົ້າ ເພາະເຫັນແກ່ຄົນນອກສິນທັມຄົນດຽວ ທີ່ຖິ້ມໃຈເກົ່າເອົາໃຈໃຫມ່”
ຄຳອຸປມາເຣື່ອງລູກທີ່ເສັຽ
11 ພຣະອົງຊົງກ່າວວ່າ, “ຜູ້ນຶ່ງມີລູກຊາຍສອງຄົນ 12 ຜູ້ນ້ອງເວົ້າກັບພໍ່ວ່າ, “ພໍ່ເອີຍ, ສ່ວນຊັບທີ່ຕົກເປັນຂອງຂ້ອຍນັ້ນ ຂໍພໍ່ແບ່ງໃຫ້ຂ້ອຍເສັຽເທາະ” ແລ້ວພໍ່ຈຶ່ງໄດ້ແບ່ງຊັບໃຫ້ລູກທັງສອງຄົນ 13 ຕໍ່ມາບໍ່ຫລາຍວັນຜູ້ນ້ອງກໍໄດ້ຮວບຮວມເອົາຊັບທັງຫມົດ ແລ້ວອອກຫນີໄປທ່ຽວເມືອງໄກ ແລະໄດ້ຜານຊັບຂອງຕົນໃນທີ່ນັ້ນດ້ວຍການໂອ້ໂຖງ 14 ເມື່ອໄດ້ໃຊ້ຈ່າຍຊັບເຫລົ່ານັ້ນຫມົດແລ້ວ ກໍເລີຍເກີດການອຶດຢາກອັນໃຫຍ່ໃນເມືອງນັ້ນ ແລ້ວເຂົາກໍຕົກຢູ່ໃນຄວາມຂັດສົນ 15 ເຂົາຈຶ່ງໄປຂໍອາສັຍຢູ່ກັບຄົນຜູ້ນຶ່ງໃນເມືອງນັ້ນ ແລ້ວຜູ້ນັ້ນໄດ້ໃຊ້ເຂົາໄປລ້ຽງຫມູທີ່ທົ່ງນາ 16 ເຂົາຄຶດຢາກກິນໃຫ້ອີ່ມທ້ອງດ້ວຍຝັກຖົ່ວທີ່ຫມູກິນ ແຕ່ບໍ່ມີໃຜເອົາໃຫ້ເຂົາກິນ 17 ເມື່ອເຂົາຮູ້ເມື່ອຄີງແລ້ວຈຶ່ງເວົ້າວ່າ “ລູກຈ້າງຂອງພໍ່ເຮົາມີຫລາຍຄົນ ເຂົາຍັງມີອາຫານກິນອີ່ມຈົນເຫລືອ ສ່ວນເຮົາຈະມາຕາຍອຶດຢາກຢູ່ທີ່ນີ້ 18 ຈຳເປັນເຮົາຈະຕ້ອງລຸກກັບຄືນໄປຫາພໍ່ຂອງເຮົາ ແລ້ວຈະເວົ້ານຳເພິ່ນວ່າ, “ພໍ່ເອີຍ, ລູກໄດ້ເຣັດຜິດຕໍ່ສວັນແລະຕໍ່ພໍ່ແລ້ວ 19 ແລະບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ອີກຕໍ່ໄປ ແຕ່ຂໍໃຫ້ລູກເປັນເຫມືອນລູກຈ້າງຂອງພໍ່ຄົນນຶ່ງທ້ອນ” 20 ແລ້ວເຂົາກໍລຸກຂຶ້ນຄືນເມືອຫາພໍ່ຂອງຕົນ ແຕ່ເມື່ອເຂົາຍັງຢູ່ໄກ ພໍໄດ້ແລເຫັນເຂົາກໍມີຄວາມເມດຕາ ຈຶ່ງແລ່ນອອກໄປກອດຄໍຈູບເຂົາດ້ວຍຄວາມຮັກແພງ 21 ຝ່າຍລູກນັ້ນໄດ້ເອີ່ຍຂຶ້ນຕໍ່ພໍ່ວ່າ, “ພໍ່ເອີຍ, ລູກໄດ້ເຣັດຜິດຕໍ່ສວັນແລະຕໍ່ພໍ່ແລ້ວ ບໍ່ສົມຄວນທີ່ຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ຕໍ່ໄປ” 22 ແຕ່ພໍ່ໄດ້ເອີ້ນບອກພວກຂ້ອຍໃຊ້ຂອງຕົນວ່າ, “ຈົ່ງຮີບເອົາເຄື່ອງນຸ່ງຢ່າງດີທີ່ສຸດອອກມານຸ່ງໃຫ້ລູກຂອງເຮົາ ແລະເອົາແຫວນມາສວມໃສ່ມືກັບເອົາເກີບມາສຸບໃສ່ຕີນ 23 ແລ້ວຈົ່ງເອົາງົວຫນຸ່ມໂຕອ້ວນພີມາຂ້າລ້ຽງກັນເພື່ອຊື່ນຊົມຍິນດີ 24 ເພາະລູກຂອງເຮົາຄົນນີ້ຕາຍແລ້ວກໍໄດ້ຄືນມາ ເສັຽໄປແລ້ວກໍໄດ້ພົບກັນອີກ” ແລະເຂົາທັງຫລາຍກໍຕັ້ງຕົ້ນມີຄວາມຊົມຊື່ນຍິນດີ 25 “ຝ່າຍລູກຜູ້ກົກຍັງຢູ່ທີ່ທົ່ງນາ ເມື່ອກຳລັງມາໃກ້ຈະເຖິງເຮືອນແລ້ວ ເຂົາກໍໄດ້ຍິນສຽງເສບແລະການເຕັ້ນລຳ 26 ເຂົາຈຶ່ງເອີ້ນເອົາຄົນໃຊ້ຜູ້ນຶ່ງອອກມາຖາມວ່າ, “ນັ້ນແມ່ນການຫຍັງ” 27 ຄົນໃຊ້ຈຶ່ງບອກເຂົາວ່າ, “ນ້ອງຂອງທ່ານໄດ້ກັບມາແລ້ວແລະພໍ່ຂອງທ່ານໄດ້ຈັດງົວຫນຸ່ມໂຕອ້ວນພີ ຕ້ອນຮັບລູກທີ່ກັບມາດ້ວຍຄວາມສວັດດີພາບ” 28 “ຝ່າຍຜູ້ອ້າຍກໍຄຽດເລີຍບໍ່ຍອມເຂົ້າມາເຮືອນ ທາງພໍ່ກໍໄດ້ອອກໄປອອຍໃຈຊວນເຂົ້າມາ 29 ແຕ່ເຂົາໄດ້ຕອບພໍ່ວ່າ, “ເບິ່ງເທາະພໍ່, ລູກໄດ້ປະຕິບັດພໍ່ເຫມືອນເປັນຂ້ອຍໃຊ້ໄດ້ຈັກປີມາແລ້ວ ໂດຍບໍ່ໄດ້ລະເມີດຕໍ່ຄຳສັ່ງຂອງພໍ່ຈັກເທື່ອ ແຕ່ພໍ່ຍັງບໍ່ໃຫ້ລູກແກະແມ່ນແຕ່ໂຕດຽວ ເພື່ອຈະຈັດການລ້ຽງໃຫ້ມິດສະຫາຍຂອງລູກມາຮ່ວມຊົມຊື່ນຍິນດີນຳ 30 ແຕ່ເມື່ອລູກຂອງພໍ່ຜູ້ນີ້ ທີ່ເປັນຜູ້ຜານສົມບັດສິ່ງຂອງຂອງພໍ່ດ້ວຍການຄົບກັບພວກຍິງແມ່ຈ້າງນັ້ນໄດ້ມາແລ້ວ ພໍ່ກໍຍັງໄດ້ຂ້າງົວຫນຸ່ມໂຕອ້ວນພີຈັດການລ້ຽງມັນ” 31 ແຕ່ພໍ່ໄດ້ຕອບລູກນັ້ນວ່າ, “ລູກເອີຍ, ຝ່າຍເຈົ້າໄດ້ຢູ່ນຳພໍ່ເລື້ອຍສິ່ງຂອງທັງຫມົດຂອງພໍ່ກໍເປັນຂອງເຈົ້າ 32 ແຕ່ສົມຄວນທີ່ພໍ່ຕ້ອງມີຄວາມຊົມຊື່ນຍິນດີ ເພາະນ້ອງຂອງເຈົ້າຄົນນີ້ຕາຍແລ້ວ ແຕ່ມັນໄດ້ກັບຄືນມາອີກ ມັນເສັຽແລ້ວ ແຕ່ຍັງໄດ້ພົບອີກ”
ຄຳອຸປມາເຣື່ອງພະນັກງານບໍ່ສັດຊື່
1 ພຣະອົງຊົງກ່າວກັບພວກສາວົກຂອງພຣະອົງວ່າ, “ຍັງມີເສດຖີທີ່ມີເຈົ້າພະນັກງານຄົນນຶ່ງ ແລະມີຄົນຟ້ອງຕໍ່ເສດຖີວ່າ ພະນັກງານຄົນນັ້ນໄດ້ຜານຊັບຂອງທ່ານເສັຽ 2 ເສດຖີຈຶ່ງເອີ້ນພະນັກງານຄົນນັ້ນມາເວົ້າວ່າ “ເຣື່ອງທີ່ເຮົາໄດ້ຍິນກ່ຽວກັບເຈົ້ານັ້ນເປັນຢ່າງໃດ ຈົ່ງຣາຍງານກ່ຽວກັບຫນ້າທີ່ຂອງເຈົ້າເສັຽ ເພາະເຈົ້າຈະເປັນພະນັກງານຕໍ່ໄປອີກບໍ່ໄດ້” 3 ເຈົ້າພະນັກງານນັ້ນຈຶ່ງຄຶດໃນໃຈວ່າ “ເຮົາຈະເຮັດແນວໃດຫນໍ ເພາະນາຍຈະຖອດເຮົາອອກເສັຽຈາກຫນ້າທີ່ພະນັກງານ ແລ້ວເຮົາຈະຂຸດດິນກໍບໍ່ມີແຮງ ຈະຂໍທານກໍອາຍເຂົາ 4 ເຮົາຮູ້ແລ້ວວ່າຈະເຮັດຢ່າງໃດດີ ເພື່ອເວລາເຮົາຖືກຖອດຈາກຫນ້າທີ່ພະນັກງານແລ້ວ ເຂົາຈະຮັບເຮົາໄວ້ໃນເຮືອນຂອງເຂົາໄດ້” 5 ເຂົາຈຶ່ງເອີ້ນລູກຫນີ້ຂອງນາຍມາທຸກຄົນ ແລ້ວຖາມຜູ້ທຳອິດວ່າ “ເຈົ້າເປັນຫນີ້ນາຍຂອງເຮົາເທົ່າໃດ” 6 ຜູ້ນັ້ນກໍຕອບວ່າ, “ເປັນຫນີ້ນ້ຳມັນຮ້ອຍຖັງ” ເຈົ້າພະນັກງານນັ້ນຈຶ່ງບອກວ່າ, “ເອົາບັນຊີຂອງເຈົ້າ ນັ່ງລົງແລ້ວຈົດໃສ່ຫ້າສິບຖັງໄວໆເສັຽ” 7 ແລ້ວກໍຖາມອີກຄົນນຶ່ງວ່າ, “ເຈົ້າເດ, ເຈົ້າເປັນຫນີ້ເທົ່າໃດ” ຜູ້ນີ້ຕອບວ່າ, “ເປັນຫນີ້ເຂົ້າປຽກຮ້ອຍກຽນ” ເຈົ້າພະນັກງານຈຶ່ງບອກວ່າ, “ຈົ່ງເອົາບັນຊີຂອງເຈົ້າມາຈົດໃສ່ແປດສິບກຽນເສັຽ” 8 ແລ້ວເຈົ້ານາຍກໍສັຣເສີນເຈົ້າພະນັກງານຜູ້ບໍ່ສັດຊື່ວ່າ “ທ່ານໄດ້ເຮັດດ້ວຍຄວາມສລາດ ດ້ວຍວ່າຄົນຝ່າຍໂລກນີ້ໃນສະໄຫມຂອງເຂົາ ເຂົາໃຊ້ສະຕິປັນຍາສລາດກວ່າຄົນຝ່າຍຄວາມສວ່າງອີກ” 9 ຝ່າຍເຮົາ ເຮົາບອກທ່ານທັງຫລາຍວ່າ ຈົ່ງເຮັດໃຫ້ຕົນມີມິດສະຫາຍດ້ວຍຊັບສົມບັດອັນບໍ່ຍຸດຕິທັມ ເພື່ອເວລາຊັບນັ້ນເສັຽໄປແລ້ວ ເຂົາຈະໄດ້ຕ້ອນຮັບພວກທ່ານໄວ້ໃນບ່ອນອາສັຍອັນຖາວອນເປັນນິດ 10 “ຄົນສັດຊື່ໃນຂອງເລັກນ້ອຍກໍສັດຊື່ໃນຂອງຫລາຍ ແລະຄົນທີ່ບໍ່ສັດຊື່ໃນຂອງເລັກນ້ອຍກໍບໍ່ສັດຊື່ໃນຂອງຫລາຍເຫມືອນກັນ 11 ເຫດສັນນັ້ນຖ້າພວກທ່ານບໍ່ໄດ້ສະແດງຕົວເປັນຄົນສັດຊື່ໃນຊັບສົມບັດອັນບໍ່ຍຸດຕິທັມ ໃຜຈະມອບຊັບສົມບັດອັນທ່ຽງແທ້ໃຫ້ພວກທ່ານ 12 ແລະຖ້າພວກທ່ານບໍ່ໄດ້ສະແດງຕົວເປັນຄົນສັດຊື່ໃນສິ່ງຂອງຄົນອື່ນ ໃຜຈະມາມອບສິ່ງຂອງຂອງທ່ານໃຫ້ແກ່ທ່ານ 13 ບໍ່ມີຜູ້ໃດສາມາດເປັນຂ້ອຍສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຜູ້ນີ້ ແລ້ວໄປຮັກນາຍຜູ້ນັ້ນ ຫລືຈະຕິດພັນກັບນາຍຜູ້ນີ້ ແລະປມາດນາຍຜູ້ນັ້ນ ທ່ານຈະເປັນຂ້ອຍໃຊ້ຂອງພຣະເຈົ້າແລະເປັນຂ້ອຍໃຊ້ຂອງເງິນຄຳພ້ອມກັນບໍ່ໄດ້”
ເຣື່ອງພຣະບັນຍັດແລະຣາຊອານາຈັກຂອງພຣະເຈົ້າ
14 ຝ່າຍພວກຟາຣີຊາຍທີ່ມີໃຈຮັກຊັບ ເມື່ອໄດ້ຍິນຄຳເຫລົ່ານັ້ນແລ້ວກໍກ່າວເຍາະເຍີ້ຍພຣະອົງ 15 ແຕ່ພຣະອົງກ່າວຕໍ່ເຂົາວ່າ, “ທ່ານທັງຫລາຍອ້າງຕົວວ່າເປັນຄົນຊອບທັມຕໍ່ຫນ້າມະນຸດ ແຕ່ພຣະເຈົ້າຊົງຊາບໃຈພວກທ່ານ ດ້ວຍວ່າຊຶ່ງທ່ານເປັນທີ່ນັບຫນ້າຖືຕາໃນຖ້າມກາງມະນຸດ ກໍເປັນທີ່ກຽດຊັງຈຳເພາະພຣະພັກພຣະເຈົ້າ 16 “ມີພຣະບັນຍັດແລະຜູ້ປະກາດພຣະທັມຈົນເຖິງສະໄຫມໂຢຮັນ ຕັ້ງແຕ່ນັ້ນມາ ເຂົາກໍປະກາດຂ່າວປະເສີດເຣື່ອງຣາຊແຜ່ນດິນຂອງພຣະເຈົ້າ ແລະຄົນທັງປວງກໍຍາດກັນເຂົ້າໃນຣາຊແຜ່ນດິນນັ້ນ 17 ຟ້າແລະດິນຈະລ່ວງໄປ ກໍງ່າຍກວ່າທີ່ພຣະບັນຍັດແຕ່ຈຸດດຽວຈະເປັນໂມຄະ”
ຊົງສອນເຣື່ອງການຢ່າຮ້າງ
18 “ທຸກຄົນທີ່ຢ່າຮ້າງເມັຽຂອງຕົນ ແລ້ວໄປເອົາເມັຽໃຫມ່ກໍຜິດຖານຫລິ້ນຊູ້ ແລະທຸກຄົນທີ່ເອົາຍິງແມ່ຮ້າງມາເປັນເມັຽກໍຜິດຖານຫລິ້ນຊູ້ເຫມືອນກັນ”
ເຣື່ອງເສດຖີກັບລາຊະໂຣ
19 “ຍັງມີເສດຖີຄົນນຶ່ງນຸ່ງຫົ່ມເສື້ອສີມ່ວງອ່ອນແລະຜ້າປ່ານເນື້ອລະອຽດ ປິຕິຍິນດີດ້ວຍອາຫານການກິນຢ່າງປະນີດທຸກໆວັນ 20 ແລະມີຄົນຍາກຈົນຜູ້ນຶ່ງຊື່ ລາຊະໂຣເປັນບາດເຕັມຕົວ ທີ່ເຂົາຫາມມາຖິ້ມໄວ້ທີ່ປະຕູບ້ານເສດຖີ 21 ລາຊະໂຣຢາກກິນຂອງທີ່ຕົກຈາກໂຕະຂອງເສດຖີນັ້ນໃຫ້ອີ່ມ ແລະຫລາຍກວ່ານັ້ນຫມາກໍຍັງມາເລັຽບາດຂອງເຂົາ 22 ຢູ່ມາຄົນຍາກຈົນຜູ້ນັ້ນກໍຕາຍ ແລະຝູງເທວະດາໄດ້ຮັບເອົາໄປໄວ້ໃນເອິກຂອງອັບຣາຮາມ ຝ່າຍເສດຖີນັ້ນກໍຕາຍເຫມືອນກັນ ແລ້ວເຂົາກໍຝັງໄວ້ 23 ເມື່ອຢູ່ໃນແດນມໍຣະນາກໍເປັນທຸກເວທະນາຫລາຍ ເສດຖີນັ້ນຈຶ່ງເງີຍຕາຂຶ້ນເຫັນອັບຣາຮາມຢູ່ໄກ ແລະເຫັນລາຊະໂຣຢູ່ໃນເອິກຂອງທ່ານ 24 ແລ້ວເສດຖີຈຶ່ງຮ້ອງວ່າ, “ອັບຣາຮາມ ບິດາເອີຍ, ຂໍເອັນດູຂ້ານ້ອຍແດ່ທ້ອນ ຂໍຈົ່ງໃຊ້ລາຊະໂຣມາເພື່ອຈະໄດ້ເອົາປາຍນີ້ວມືຈຸ່ມນ້ຳມາແປະໃສ່ລີ້ນຂ້ານ້ອຍໃຫ້ຊຸ່ມເຢັນ ດ້ວຍວ່າຂ້ານ້ອຍກຳລັງທົນທຸກທໍຣະມານຢູ່ໃນແປວໄຟນີ້” 25 ແຕ່ອັບຣາຮາມຕອບວ່າ, “ລູກເອີຍ, ເຈົ້າຈົ່ງລະນຶກວ່າເມື່ອເຈົ້າຍັງມີຊີວິດຢູ່ ເຈົ້າໄດ້ຮັບຂອງດີສຳລັບຕົວແລະລາຊະໂຣໄດ້ຮັບຂອງບໍ່ດີ ຢ່າງດຽວກັນນັ້ນແຫລະ, ບັດນີ້ລາຊະໂຣໄດ້ຮັບຄວາມເລົ້າໂລມຢູ່ທີ່ນີ້ ແລະເຈົ້າໄດ້ຮັບຄວາມທຸກທໍຣະມານ 26 ນອກນັ້ນອີກ, ລະຫວ່າງພວກເຮົາກັບພວກເຈົ້າຍັງມີເຫວອັນໃຫຍ່ຊຶ່ງຊົງຕັ້ງຂວາງຢູ່ ເພື່ອວ່າຖ້າຜູ້ໃດທີ່ປາຖນາຈະຂ້າມທີ່ນີ້ໄປເຖິງພວກເຈົ້າກໍບໍ່ໄດ້ ຫລືບໍ່ໃຫ້ເຂົາຂ້າມຈາກທີ່ນັ້ນມາເຖິງພວກເຮົາ” 27 ເສດຖີນັ້ນຈຶ່ງເວົ້າວ່າ, “ບິດາເອີຍ, ຖ້າຢ່າງນັ້ນ ຂໍທ່ານໃຊ້ລາຊະໂຣໄປຍັງເຮືອນພໍ່ຂອງຂ້ານ້ອຍ 28 ເພາະວ່າຂ້ານ້ອຍມີອ້າຍນ້ອງຫ້າຄົນ ເພື່ອໃຫ້ລາຊະໂຣໄປຕັກເຕືອນເຂົາ ເພາະຢ້ານວ່າເຂົາຈະເຂົ້າມາໃນບ່ອນທໍຣະມານນີ້ເຫມືອນກັນ” 29 ແຕ່ອັບຣາຮາມຕອບວ່າ, “ເຂົາມີໂມເຊ ແລະພວກຜູ້ປະກາດພຣະທັມແລ້ວ ໃຫ້ເຂົາຟັງຄົນເຫລົ່ານັ້ນສາ” 30 ເສດຖີຈຶ່ງຕອບວ່າ, “ອັບຣາຮາມ ບິດາເອີຍ, ບໍ່ແມ່ນຢ່າງນັ້ນດອກ ແຕ່ຖ້າຄົນນຶ່ງຈາກຫມູ່ຄົນຕາຍໄປຫາເຂົາ ເຂົາຄົງຈະຖິ້ມໃຈເກົ່າເອົາໃຈໃຫມ່” 31 ອັບຣາຮາມຈຶ່ງຕອບວ່າ, “ຖ້າເຂົາບໍ່ຟັງໂມເຊ ແລະພວກຜູ້ປະກາດພຣະທັມ ເຖິງຈະມີຄົນນຶ່ງຄືນມາຈາກຕາຍ ເຂົາກໍຈະບໍ່ຍອມເຊື່ອເຫມືອນກັນ”
ເຫດໃຫ້ຫລົງຜິດ
1 ພຣະອົງຊົງກ່າວກັບພວກສາວົກຂອງພຣະອົງວ່າ, “ຈຳເປັນຕ້ອງມີເຫດໃຫ້ເກີດການຫລົງຜິດນັ້ນ ແຕ່ວິບັດແກ່ຜູ້ທີ່ກໍ່ເຫດໃຫ້ເກີດການຫລົງຜິດນັ້ນ 2 ຖ້າຈະເອົາຫີນໂມ້ກ້ອນໃຫຍ່ຜູກຄໍຄົນນັ້ນຈົມນ້ຳທະເລເສັຽ ກໍດີກວ່າທີ່ຈະເຮັດໃຫ້ຄົນນຶ່ງໃນຫມູ່ເລັກນ້ອຍເຫລົ່ານີ້ເກີດການຫລົງຜິດ 3 ຈົ່ງລະວັງໃຫ້ດີ “ຖ້າພີ່ນ້ອງເຮັດຜິດບາບ ຈົ່ງຕິຕຽນເຂົາ ຖ້າເຂົາຫລົບຕັ້ງໃຈໃຫມ່ ຈົ່ງຍົກໂທດໃຫ້ເຂົາ 4 ຖ້າແມ່ນເຂົາເຣັດຜິດຕໍ່ທ່ານວັນລະເຈັດເທື່ອ ແລະກັບມາຫາທ່ານທັງເຈັດເທື່ອນັ້ນ ແລ້ວເວົ້າວ່າ, “ເຮົາກິນແຫນງຕັ້ງໃຈໃຫມ່ແລ້ວ” ຈົ່ງຍົກໂທດໃຫ້ເຂົາ” 5 ຝ່າຍອັຄສາວົກໄດ້ທູນຕໍ່ອົງພຣະຜູ້ເປັນເຈົ້າວ່າ, “ຂໍໂຜດຕື່ມໃຫ້ພວກຂ້ານ້ອຍມີຄວາມເຊື່ອຫລາຍກວ່າອີກ” 6 ອົງພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ, “ຖ້າພວກທ່ານມີຄວາມເຊື່ອທໍ່ແກ່ນເມັດຜັກກາດເມັດນຶ່ງ ທ່ານຈະບອກກົກມອນກົກນີ້ໄດ້ວ່າ “ຈົ່ງຖອນຂຶ້ນອອກໄປປັກຢູ່ໃນທະເລ” ມັນກໍຈະຟັງຄວາມທ່ານ
ຫນ້າທີ່ຂອງຄົນໃຊ້
7 ໃນພວກທ່ານທີ່ມີຂ້ອຍໃຊ້ໄຖນາຫລືລ້ຽງແກະ ເມື່ອຂ້ອຍໃຊ້ນັ້ນກັບມາແຕ່ທົ່ງ ໃຜຈະກ່າວແກ່ຂ້ອຍໃຊ້ນັ້ນວ່າ, “ຈົ່ງເຂົ້າມານັ່ງໂຕະໂລດ” 8 ຈະບໍ່ບອກຂ້ອຍໃຊ້ນັ້ນຫລືວ່າ “ຈົ່ງຈັດແຈງໃຫ້ເຮົາກິນແລງແລະຄາດແອວໄວ້ປະຕິບັດເຮົາ ຈົນເຖິງເຮົາກິນແລະດື່ມອີ່ມແລ້ວ ແລະພາຍຫລັງເຈົ້າຈຶ່ງຄອຍກິນແລະດື່ມ” 9 ນາຍບໍ່ຕ້ອງຂອບໃຈຕໍ່ຂ້ອຍໃຊ້ນັ້ນດອກຕີ້ ເພາະມັນໄດ້ເຮັດຕາມຄຳສັ່ງ 10 ສຳລັບພວກທ່ານກໍເຫມືອນກັນນັ້ນແຫລະ, ຄືເມື່ອພວກທ່ານໄດ້ເຮັດຕາມທຸກສິ່ງທີ່ຊົງສັ່ງໄວ້ນັ້ນ ພວກທ່ານຈົ່ງເວົ້າວ່າ “ພວກຂ້ານ້ອຍເປັນຂ້ອຍໃຊ້ທີ່ບໍ່ມີປໂຍດ ພວກຂ້ານ້ອຍພຽງແຕ່ໄດ້ເຮັດຕາມຫນ້າທີ່ຂອງພວກຂ້ານ້ອຍເທົ່ານັ້ນ”
ຊົງໂຜດຄົນຂີ້ທູດສິບຄົນໃຫ້ດີສະອາດ
11 ເມື່ອພຣະອົງກຳລັງສະເດັດຂຶ້ນເມືອກຸງເຢຣູຊາເລັມ ພຣະອົງໄດ້ສະເດັດຜ່ານແຂວງຊາມາເຣັຽແລະແຂວງຄາລີເລ 12 ເມື່ອພຣະອົງສະເດັດເຂົ້າໄປໃນບ້ານນຶ່ງ ມີຊາຍຂີ້ທູດສິບຄົນມາພົບພຣະອົງຢືນຢູ່ແຕ່ໄກ 13 ເຂົາໄດ້ຮ້ອງຂຶ້ນວ່າ, “ເຢຊູ ຜູ້ເປັນອາຈານເຈົ້າເອີຍ, ຂໍເມດຕາພວກຂ້ານ້ອຍແດ່ທ້ອນ” 14 ເມື່ອພຣະອົງຊົງເຫັນແລ້ວຈຶ່ງກ່າວແກ່ເຂົາວ່າ, “ຈົ່ງໄປສະແດງຕົວຕໍ່ພວກປະໂຣຫິດ” ເມື່ອກຳລັງ ອອກຈາກບ່ອນນັ້ນໄປເຂົາກໍດີພຍາດແລ້ວ 15 ສ່ວນຄົນນຶ່ງໃນພວກນັ້ນ ເມື່ອເຫັນວ່າຕົວດີພຍາດແລ້ວ ກໍກັບມາກ່າວສັຣເສີນພຣະເຈົ້າດ້ວຍສຽງອັນດັງ 16 ແລະຂາບລົງທີ່ພຣະບາດຂອງພຣະເຢຊູ ໂມທະນາພຣະຄຸນຂອງພຣະອົງ ຄົນນັ້ນເປັນໄທຊາມາເຣັຽ 17 ພຣະເຢຊູຊົງຖາມຜູ້ນັ້ນວ່າ, “ມີສິບຄົນທີ່ດີສະອາດ ບໍ່ແມ່ນຫລື ແຕ່ເກົ້າຄົນນັ້ນຢູ່ໃສ 18 ບໍ່ເຫັນຜູ້ໃດກັບມາຖວາຍພຣະກຽດແດ່ພຣະເຈົ້າ ເວັ້ນໄວ້ແຕ່ຄົນຕ່າງຊາດຜູ້ນີ້” 19 ແລ້ວພຣະອົງຊົງບອກຜູ້ນັ້ນວ່າ, “ຈົ່ງລຸກຂຶ້ນໄປເທີນ ຄວາມເຊື່ອຂອງເຈົ້າໄດ້ຊ່ອຍໃຫ້ເຈົ້າດີແລ້ວ”
ການປາກົດແຫ່ງຣາຊອານາຈັກຂອງພຣະເຈົ້າ
20 ເມື່ອພວກຟາຣີຊາຍໄດ້ທູນຖາມພຣະອົງວ່າ, “ຣາຊອານາຈັກຂອງພຣະເຈົ້າຈະມາເຖິງເມື່ອໃດ” ພຣະອົງຊົງຕອບວ່າ, “ຣາຊອານາຈັກຂອງພຣະເຈົ້າບໍ່ມາປາກົດໃຫ້ເຫັນຢ່າງສັງເກດໄດ້ 21 ແລະເຂົາຈະບໍ່ເວົ້າວ່າ “ເບິ່ງແມ໋, ຢູ່ທີ່ນີ້ ຫລືຢູ່ທີ່ນັ້ນ” ເພາະເບິ່ງແມ໋, ຣາຊອານາຈັກຂອງພຣະເຈົ້າຢູ່ຖ້າມກາງທ່ານທັງຫລາຍ” 22 ພຣະອົງຊົງກ່າວກັບພວກສາວົກວ່າ, “ຄົງຈະມີເວລານຶ່ງ ທີ່ທ່ານທັງຫລາຍຈະປາຖນາເຫັນວັນຂອງບຸດມະນຸດຈັກວັນນຶ່ງ ແຕ່ຈະບໍ່ເຫັນ 23 ເຂົາຈະເວົ້າກັບທ່ານທັງຫລາຍວ່າ “ມາເບິ່ງນີ້ແມ໋” ຫລື “ໄປເບິ່ງພຸ້ນແມ໋” ແຕ່ຢ່າອອກໄປ ຢ່າຕິດຕາມເຂົາ 24 ດ້ວຍວ່າປຽບເຫມືອນຟ້າແມບ ເມື່ອແມບອອກຈາກຟ້າເບື້ອງນຶ່ງ ກໍສ່ອງສວ່າງໄປເຖິງອີກເບື້ອງນຶ່ງ ບຸດມະນຸດກໍຈະເປັນຢ່າງນັ້ນແຫລະ, ໃນວັນຂອງຕົນ 25 ກ່ອນນັ້ນຈຳເປັນທີ່ພຣະອົງຈະຕ້ອງທົນທຸກທໍຣະມານຫລາຍປະການ ແລະຄົນສະໄຫມນີ້ຈະບໍ່ຍອມຮັບພຣະອົງ 26 ເຫດການໃນສະໄຫມຂອງໂນອາເປັນມາແລ້ວຢ່າງໃດ ໃນສະໄຫມຂອງບຸດມະນຸດກໍຈະເປັນຢ່າງນັ້ນແຫລະ 27 ເຂົາໄດ້ກິນໄດ້ດື່ມ ໄດ້ແຕ່ງງານແລະຍົກໃຫ້ເປັນຜົວເມັຽກັນ ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນນາວາ ແລະນ້ຳໄດ້ມາຖ້ວມລ້າງຜານໃຫ້ເຂົາຈິບຫາຍໄປຫມົດ 28 ໃນສະໄຫມຂອງໂລດກໍເຫມືອນກັນ ເຂົາໄດ້ກິນໄດ້ດື່ມ ໄດ້ຊື້ໄດ້ຂາຍ ໄດ້ປູກຝັງໄດ້ກໍ່ສ້າງ 29 ແຕ່ໃນວັນທີ່ໂລດໄດ້ອອກໄປຈາກເມືອງໂຊໂດມ ໄຟແລະມາດໄດ້ຕົກຈາກຟ້າມາເຜົາຜານໃຫ້ເຂົາຈິບຫາຍໄປຫມົດ 30 ໃນວັນທີ່ບຸດມະນຸດຈະມາປາກົດກໍຈະເປັນຢ່າງນັ້ນ 31 ໃນວັນນັ້ນຄົນທີ່ຢູ່ເທິງຫລັງຄາເຮືອນແລະມີສິ່ງຂອງຢູ່ໃນເຮືອນ ກໍຢ່າລົງມາເພື່ອເກັບເອົາສິ່ງຂອງເຫລົ່ານັ້ນ ແລະຄົນທີ່ຢູ່ທົ່ງນາກໍຢ່າຕ່າວຄືນມາເຫມືອນກັນ 32 ຈົ່ງລະນຶກເຖິງພັຣຍາຂອງໂລດເທີນ 33 ຜູ້ໃດພຍາຍາມຮັກສາຊີວິດສຳລັບຕົນເອງ ຜູ້ນັ້ນຈະເສັຽຊີວິດ ແຕ່ຜູ້ໃດຍອມເສັຽຊີວິດ ຜູ້ນັ້ນຮັກສາຊີວິດໃຫ້ພົ້ນ 34 ເຮົາບອກທ່ານທັງຫລາຍວ່າ ໃນຄືນວັນນັ້ນຈະມີຊາຍສອງຄົນນອນຢູ່ຕຽງດຽວ ຈະຊົງຮັບຄົນນຶ່ງໄປ ຈະຊົງປະຄົນນຶ່ງໄວ້ 35 ຈະມີຊາຍສອງຄົນຢູ່ທົ່ງນາ ຈະຊົງຮັບຄົນນຶ່ງໄປ ຈະຊົງປະຄົນນຶ່ງໄວ້” 36 ແລ້ວເຂົາຈຶ່ງທູນພຣະອົງວ່າ, “ຈະເກີດຂຶ້ນຢູ່ບ່ອນໃດ, ນາຍເອີຍ” ພຣະອົງຊົງຕອບວ່າ, “ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມຢູ່ບ່ອນນັ້ນ”
ຄຳອຸປມາເຣື່ອງຍິງແມ່ຫມ້າຍແລະຕຸລາການ
1 ພຣະອົງຊົງກ່າວຄຳອຸປມາເຣື່ອງນຶ່ງໃຫ້ເຂົາຟັງ ເພື່ອສອນເຂົາວ່າຄວນໄຫວ້ວອນຢູ່ສເມີ ບໍ່ໃຫ້ອ່ອນກຳລັງໃຈ 2 ພຣະອົງຊົງກ່າວວ່າ, “ໃນເມືອງນຶ່ງມີຕຸລາການຜູ້ນຶ່ງທີ່ບໍ່ຢໍາເກງພຣະເຈົ້າແລະບໍ່ນັບຖືມະນຸດ 3 ໃນເມືອງນັ້ນມີແມ່ຫມ້າຍຜູ້ນຶ່ງຫມັ່ນມາຫາຕຸລາການຜູ້ນັ້ນ ໂດຍເລົ່າວ່າ “ຂໍຕັດສິນດ້ວຍຍຸດຕິທັມ ໃຫ້ຂ້ານ້ອຍພົ້ນຈາກຄູ່ຄວາມຂອງຂ້ານ້ອຍແດ່ທ້ອນ” 4 ຝ່າຍຕຸລາການຜູ້ນັ້ນ, ເມື່ອຫົວທີກໍບໍ່ຍອມເຮັດຕາມ ແຕ່ພາຍລຸນມາທ່ານກໍນຶກໃນໃຈວ່າ “ແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າແລະບໍ່ນັບຖືມະນຸດກໍດີ 5 ແຕ່ເພາະແມ່ຫມ້າຍຄົນນີ້ມາກວນໃຈເຮົາ ເຮົາຈະໃຫ້ຄວາມຍຸດຕິທັມແກ່ນາງ ຢ້ານວ່ານາງຈະມາຢູ່ເລື້ອຍ ເຣັດໃຫ້ເຮົາເສັຽກຳລັງໃຈ” 6 ແລ້ວອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ຈົ່ງຟັງຄຳທີ່ຕຸລາການຜູ້ບໍ່ຍຸດຕິທັມຄົນນີ້ໄດ້ເວົ້າ 7 ຝ່າຍຄົນທັງຫລາຍທີ່ພຣະເຈົ້າໄດ້ຊົງເລືອກໄວ້ ຊຶ່ງຮ້ອງຫາພຣະອົງທັງກາງເວັນແລະກາງຄືນນັ້ນ ເຖິງແມ່ນວ່າພຣະອົງຈະຊົງຊ້ານານໃນການຂອງເຂົາກໍຕາມ ພຣະອົງຈະບໍ່ຊົງໂຜດຄວາມຍຸດຕິທັມແກ່ເຂົາຫລື 8 ເຮົາບອກທ່ານທັງຫລາຍວ່າ ພຣະອົງຈະຊົງໂຜດຄວາມຍຸດຕິທັມໃຫ້ແກ່ເຂົາໂດຍໄວ ແຕ່ເຖິງປານນັ້ນ ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອຢູ່ໃນໂລກຫລື
ຄຳອຸປມາເຣື່ອງຄົນຟາຣີຊາຍແລະຄົນເກັບພາສີ
9 ສຳລັບລາງຄົນທີ່ໄວ້ໃຈໃນຕົນເອງວ່າເປັນຄົນຊອບທັມ ແລະຫມິ່ນປມາດຄົນອື່ນນັ້ນ ພຣະອົງຊົງກ່າວຄຳອຸປມາຂໍ້ນີ້ວ່າ, 10 “ມີຊາຍສອງຄົນຂຶ້ນໄປໄຫວ້ວອນໃນບໍຣິເວນພຣະວິຫານ ຜູ້ນຶ່ງເປັນຝ່າຍຟາຣີຊາຍແລະຄົນນຶ່ງເປັນຄົນເກັບພາສີ 11 ຟາຣີຊາຍຄົນນັ້ນຢືນນຶກໃນໃຈຂອງຕົນໄຫວ້ວອນວ່າ, “ຂ້າແດ່ພຣະເຈົ້າ, ຂ້າພຣະອົງຂໍໂມທະນາຂອບພຣະຄຸນພຣະອົງ ທີ່ຂ້າພຣະອົງບໍ່ເຫມືອນຄົນອື່ນ ຊຶ່ງເປັນຄົນໂລບ ຄົນບໍ່ຍຸດຕິທັມ ຄົນຫລິ້ນຊູ້ສູ່ຜົວເມັຽ ແລະບໍ່ເຫມືອນຄົນເກັບພາສີຜູ້ນີ້ 12 ໃນລະຫວ່າງອາທິດນຶ່ງຂ້າພຣະອົງຖືສິນອົດອາຫານສອງເທື່ອ ຂອງທຸກສິ່ງທີ່ຂ້າພຣະອົງຫາມາໄດ້ ຂ້າພຣະອົງແບ່ງເປັນສິບສ່ວນ ຖວາຍນຶ່ງສ່ວນ” 13 ສ່ວນຄົນເກັບພາສີຜູ້ນັ້ນຢືນຢູ່ແຕ່ໄກ ບໍ່ຫານເງີຍຫນ້າເບິ່ງຟ້າ ແຕ່ຕີເອິກຂອງຕົນກ່າວວ່າ, “ຂ້າແດ່ພຣະເຈົ້າ ຂໍຊົງໂຜດພຣະເມດຕາແກ່ຂ້າພຣະອົງ ຜູ້ເປັນຄົນບາບແດ່ທ້ອນ” 14 ເຮົາບອກທ່ານທັງຫລາຍວ່າ ຄົນນີ້ແຫລະ, ເມື່ອກັບລົງໄປຍັງເຮືອນຂອງຕົນ ກໍຊົງນັບວ່າຊອບທັມຫລາຍກວ່າຄົນອື່ນນັ້ນ ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຖືກຖອນລົງ ແຕ່ຜູ້ທີ່ໄດ້ຖ່ອມຕົວລົງຈະຖືກຍົກຂຶ້ນ”
ຊົງອວຍພຣະພອນແກ່ເດັກນ້ອຍ
15 ແລ້ວເຖິງແມ່ນພວກລູກອ່ອນນ້ອຍເຂົາກໍໄດ້ອູ້ມມາຫາພຣະອົງ ເພື່ອຈະໃຫ້ພຣະອົງຊົງຢຽດພຣະຫັດໃສ່ເຂົາ ແຕ່ເມື່ອພວກສາວົກເຫັນກໍຫ້າມໄວ້ 16 ແຕ່ພຣະເຢຊູຊົງເອີ້ນເຂົາມາຫາ ແລ້ວຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ຢ່າຊູ່ຫ້າມເຂົາ ເພາະວ່າຣາຊແຜ່ນດິນຂອງພຣະເຈົ້າເປັນຂອງຄົນທີ່ເຫມືອນເດັກນ້ອຍນີ້ແຫລະ 17 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດບໍ່ຮັບເອົາຣາຊແຜ່ນດິນຂອງພຣະເຈົ້າເຫມືອນດັ່ງເດັກນ້ອຍ ຜູ້ນັ້ນຈະເຂົ້າໃນຣາຊແຜ່ນດິນນັ້ນບໍ່ໄດ້ຈັກເທື່ອ”
ເຣື່ອງເສດຖີຫນຸ່ມ
18 ມີເຈົ້ານາຍຜູ້ນຶ່ງທູນຖາມພຣະອົງວ່າ, “ພຣະອາຈານຜູ້ປະເສີດເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດ ຈຶ່ງຈະໄດ້ຮັບຊີວິດອັນຕລອດໄປເປັນນິດມາເປັນມໍຣະດົກ” 19 ພຣະເຢຊູຊົງຕອບວ່າ, “ເປັນຫຍັງທ່ານຈຶ່ງເອີ້ນເຮົາວ່າຜູ້ປະເສີດ ບໍ່ມີໃຜປະເສີດ ເວັ້ນແຕ່ພຣະເຈົ້າອົງດຽວເທົ່ານັ້ນ 20 ທ່ານຮູ້ຈັກຂໍ້ບັນຍັດແລ້ວຊຶ່ງວ່າ “ຢ່າມິດສາຈານຈາກຜົວເມັຽ ຢ່າຂ້າຄົນ ຢ່າລັກຊັບ ຢ່າເປັນພຍານບໍ່ຈິງ ຈົ່ງນັບຖືບິດາມານດາຂອງຕົນ” 21 ຄົນນັ້ນທູນຕອບວ່າ, “ຂໍ້ເຫລົ່ານີ້ຂ້ານ້ອຍໄດ້ຖືຮັກສາໄວ້ຕັ້ງແຕ່ເປັນເດັກນ້ອຍມາ” 22 ເມື່ອພຣະເຢຊູຊົງໄດ້ຍິນດັ່ງນັ້ນຈຶ່ງຊົງກ່າວແກ່ຄົນນັ້ນວ່າ, “ທ່ານຍັງຂາດສິ່ງນຶ່ງ ຄືຈົ່ງໄປຂາຍບັນດາສິ່ງຂອງຊຶ່ງທ່ານມີຢູ່ແຈກທານແກ່ຄົນອະນາຖາ ແລ້ວທ່ານຈະມີຊັບສົມບັດໃນສວັນ ແລະຈົ່ງຕາມເຮົາມາເສັຽ” 23 ແຕ່ເມື່ອໄດ້ຍິນດັ່ງນັ້ນ, ຄົນນັ້ນກໍທຸກຫນັກໃຈຫລາຍ ເພາະວ່າຕົນເປັນຄົນຮັ່ງມີຫລາຍ 24 ເມື່ອພຣະເຢຊູຊົງເຫັນຄົນນັ້ນມີອາການດັ່ງກ່າວ ພຣະອົງຈຶ່ງຊົງກ່າວວ່າ, “ທີ່ຄົນຮັ່ງມີຈະເຂົ້າໃນຣາຊແຜ່ນດິນຂອງພຣະເຈົ້າກໍຍາກແທ້ຫນໍ 25 ເພາະວ່າໂຕໂອດໂອຈະລອດຮູເຂັມ ກໍງ່າຍກວ່າຄົນຮັ່ງມີຈະເຂົ້າໄປໃນຣາຊແຜ່ນດິນຂອງພຣະເຈົ້າ” 26 ຝ່າຍຄົນທັງຫລາຍທີ່ໄດ້ຍິນຈຶ່ງເວົ້າວ່າ, “ຖ້າດັ່ງນັ້ນໃຜຈະລອດພົ້ນໄດ້” 27 ແຕ່ພຣະອົງຊົງຕອບວ່າ, “ສິ່ງທີ່ມະນຸດເຮັດບໍ່ໄດ້ ຝ່າຍພຣະເຈົ້າຊົງເຮັດໄດ້” 28 ເປໂຕຈຶ່ງທູນວ່າ, “ເບິ່ງແມ໋, ຂ້ານ້ອຍທັງຫລາຍໄດ້ສລະຢ້າວເຮືອນຂອງພວກຂ້ານ້ອຍຕິດຕາມທ່ານມາ” 29 ພຣະອົງຊົງກ່າວກັບເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດໄດ້ສລະຢ້າວເຮືອນ ເມັຽ ອ້າຍນ້ອງ ພໍ່ແມ່ ຫລືລູກເຕົ້າ ເພາະເຫັນແກ່ຣາຊແຜ່ນດິນຂອງພຣະເຈົ້າແລ້ວ 30 ໃນໂລກນີ້ຜູ້ນັ້ນຈະໄດ້ຮັບຕອບແທນຫລາຍທໍ່ ແລະໃນໂລກຫນ້າຈະໄດ້ຊີວິດອັນຕລອດໄປເປັນນິດ”
ຊົງທຳນວາຍເຖິງການສິ້ນພຣະຊົນຂອງພຣະອົງເປັນຄັ້ງທີ່ສາມ
31 ພຣະອົງຊົງພາພວກສິບສອງຄົນໄປ ແລ້ວຊົງກ່າວແກ່ເຂົາວ່າ, “ເບິ່ງແມ໋, ພວກເຮົາກຳລັງຂຶ້ນເມືອກຸງເຢຣູຊາເລັມ ແລະສິ່ງສາຣະພັດຊຶ່ງພວກຜູ້ປະກາດພຣະທັມໄດ້ຂຽນໄວ້ເຖິງບຸດມະນຸດຈະສຳເຣັດ 32 ດ້ວຍວ່າເຂົາຈະມອບບຸດມະນຸດໄວ້ກັບຄົນຕ່າງຊາດ ແລະເຂົາຈະເຍາະເຍີ້ຍທ່ານ ຈະກ່າວຄວາມຫຍາບຊ້າແລະຖົ່ມນ້ຳລາຍໃສ່ທ່ານ 33 ເຂົາຈະຂ້ຽນຕີແລະຂ້າທ່ານເສັຽ ແລ້ວໃນວັນຖ້ວນສາມທ່ານຈະຖືກຊົງບັນດານໃຫ້ເປັນຄືນມາໃຫມ່” 34 ຝ່າຍພວກສາວົກບໍ່ໄດ້ເຂົ້າໃຈສິ່ງເຫລົ່ານັ້ນຈັກຂໍ້ ແລະຄຳນັ້ນກໍຖືກຊົງອັດບັງໄວ້ຈາກເຂົາ ແລະເຂົາຈຶ່ງບໍ່ຮູ້ເນື້ອຄວາມທີ່ຊົງກ່າວນັ້ນ
ຊົງໂຜດຄົນຕາບອດໃກ້ເມືອງເຢຣີໂກ
35 ເມື່ອພຣະອົງສະເດັດມາໃກ້ເມືອງເຢຣີໂກ ມີຄົນຕາບອດຜູ້ນຶ່ງນັ່ງຂໍທານຢູ່ແຄມທາງ 36 ເມື່ອຜູ້ນັ້ນໄດ້ຍິນສຽງປະຊາຊົນຍ່າງກາຍໄປ ກໍຖາມວ່າແມ່ນເຣື່ອງອັນໃດ 37 ເຂົາຈຶ່ງບອກວ່າ ແມ່ນເຢຊູໄທນາຊາເຣັດຜ່ານກາຍໄປ 38 ຄົນຕາບອດນັ້ນໄດ້ຮ້ອງຂຶ້ນວ່າ, “ເຢຊູບຸດດາວິດເອີຍ, ຂໍຈົ່ງເມດຕາຂ້ານ້ອຍແດ່ທ້ອນ” 39 ຄົນທີ່ຍ່າງໄປກ່ອນຈຶ່ງຫ້າມໃຫ້ມິດຢູ່ ແຕ່ຜູ້ນັ້ນຊ້ຳຮ້ອງແຮງຂຶ້ນວ່າ, “ບຸດດາວິດເອີຍ, ຂໍຈົ່ງເມດຕາຂ້ານ້ອຍແດ່ທ້ອນ” 40 ພຣະເຢຊູຊົງຢຸດຢູ່ສັ່ງເຂົາໃຫ້ພາກຄົນຕາບອດມາຫາພຣະອົງ ແລະເມື່ອເຂົ້າມາໃກ້ ພຣະອົງຊົງຖາມຜູ້ນັ້ນວ່າ, 41 “ເຈົ້າຢາກໃຫ້ເຮົາເຣັດຫຍັງໃຫ້ເຈົ້າ” ຜູ້ນັ້ນທູນຕອບວ່າ, “ທ່ານເອີຍ, ຂໍໂຜດໃຫ້ຂ້ານ້ອຍເຫັນຮຸ່ງແດ່ທ້ອນ” 42 ພຣະເຢຊູຊົງກ່າວແກ່ຄົນຕາບອດນັ້ນວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງເຈົ້າໄດ້ຊ່ອຍໃຫ້ເຈົ້າດີປົກກະຕິແລ້ວ” 43 ໃນທັນໃດນັ້ນຜູ້ນັ້ນກໍໄດ້ເຫັນຮຸ່ງ ຈຶ່ງໄດ້ຕິດຕາມພຣະອົງໄປ ແລະຖວາຍສາທຸການແດ່ພຣະເຈົ້າ ເມື່ອຄົນທັງປວງໄດ້ເຫັນຢ່າງນັ້ນກໍພາກັນສັຣເສີນພຣະເຈົ້າ
ພຣະເຢຊູກັບຊັກຂ່າຍ
1 ຝ່າຍພຣະເຢຊູສະເດັດເຂົ້າໄປໃນເມືອງເຢຣີໂກ ແລະຊົງຜ່ານເມືອງນັ້ນໄປ 2 ແລະເບິ່ງແມ໋, ມີຊາຍຄົນນຶ່ງຊື່ ຊັກຂາຍ ເປັນນາຍດ່ານພາສີແລະເປັນຄົນຮັ່ງມີ 3 ຊັກຂາຍພຍາຍາມຈະໄດ້ເຫັນພຣະເຢຊູວ່າເປັນຄົນແນວໃດ ແຕ່ເຫັນບໍ່ໄດ້ເພາະຄົນຫນາແຫນ້ນ ດ້ວຍວ່າຕົນເປັນຄົນເຕັ້ຽ 4 ຊັກຂາຍຈຶ່ງແລ່ນລັດຫນ້າໄປຂຶ້ນຕົ້ນຊຸກະໂມຣເພື່ອຈະໄດ້ເຫັນພຣະອົງ ເພາະພຣະອົງກຳລັງຈະສະເດັດໄປທາງນັ້ນ 5 ເມື່ອພຣະເຢຊູສະເດັດມາເຖິງບ່ອນນັ້ນ ພຣະອົງຊົງແຫງນພຣະພັກເບິ່ງຊັກຂາຍ ຈຶ່ງຊົງກ່າວວ່າ, “ຊັກຂາຍເອີຍ, ຈົ່ງຮີບລົງມາ ເພາະວ່າວັນນີ້ເຮົາຈະຕ້ອງພັກຢູ່ໃນເຮືອນຂອງທ່ານ” 6 ຊັກຂາຍກໍຮີບລົງມາແລະຕ້ອນຮັບພຣະອົງດ້ວຍຄວາມຍິນດີ 7 ເມື່ອຄົນທັງປວງໄດ້ເຫັນດັ່ງນັ້ນກໍພາກັນຈົ່ມວ່າ, “ເປັນຫຍັງຫນໍ, ທ່ານຜູ້ນີ້ຈຶ່ງເຂົ້າໄປພັກຢູ່ກັບຄົນນອກສິນທັມ” 8 ສ່ວນຊັກຂາຍກໍຢືນຂຶ້ນທູນພຣະອົງວ່າ, “ເບິ່ງແມ໋ ນາຍເອີຍ, ເຂົ້າຂອງຂອງຂ້ານ້ອຍ ຂ້ານ້ອຍກໍຍອມສົ່ງຄືນໃຫ້ແກ່ຄົນຍາກຈົນເຄິ່ງນຶ່ງ ແລະຖ້າຂ້ານ້ອຍໄດ້ສໍ້ໂກງເອົາຂອງຂອງຜູ້ໃດ ຂ້ານ້ອຍກໍຍອມສົ່ງຄືນໃຫ້ສີ່ທໍ່” 9 ພຣະເຢຊູຊົງກ່າວວ່າ, “ວັນນີ້ຄວາມພົ້ນໄດ້ມາເຖິງເຮືອນຫລັງນີ້ ເພາະຄົນນີ້ເປັນລູກຫລານຂອງອັບຣາຮາມເຫມືອນກັນ 10 ດ້ວຍວ່າບຸດມະນຸດໄດ້ມາເພື່ອຈະຊອກຫາແລະໂຜດເອົາຜູ້ທີ່ຫລົງເສັຽໄປແລ້ວນັ້ນໃຫ້ລອດພົ້ນ”
ຄຳອຸປມາເຣື່ອງເງິນມະນາ
11 ເມື່ອຄົນທັງປວງໄດ້ຍິນດັ່ງນັ້ນ ພຣະອົງຊົງກ່າວຄຳອຸປມາໃຫ້ເຂົາຟັງຕື່ມຂໍ້ນຶ່ງ ເພາະພຣະອົງສະເດັດມາໃກ້ກຸງເຢຣູຊາເລັມແລ້ວ ແລະເພາະເຂົາຄຶດວ່າຣາຊອານາຈັກຂອງພຣະເຈົ້າຈະປາກົດໃນໄວໆນັ້ນ 12 ເຫດສັນນັ້ນພຣະອົງຊົງກ່າວວ່າ, “ມີເຈົ້ານາຍຜູ້ນຶ່ງອອກໄປປະເທດໄກ ເພື່ອໄປຮັບເອົາຣາຊແຜ່ນດິນອັນນຶ່ງສຳລັບຕົນ ແລ້ວຈຶ່ງກັບຄືນມາ 13 ກ່ອນອອກໄປທ່ານໄດ້ເອີ້ນຂ້ອຍໃຊ້ຂອງຕົນສິບຄົນມາຫາ ແລ້ວມອບເງິນສິບມະນາໃຫ້ເຂົາແລະສັ່ງວ່າ “ຈົ່ງເອົາເງິນນີ້ໄປເປັນທຶນຄ້າຂາຍຈົນກວ່າເຮົາຈະກັບມາ” 14 ແຕ່ພົລເມືອງຊັງທ່ານຜູ້ນັ້ນຈຶ່ງໃຊ້ຄນະທູດຕາມໄປທູນວ່າ, “ເຮົາບໍ່ຢາກໃຫ້ທ່ານຜູ້ນີ້ປົກຄອງພວກເຮົາ” 15 ເມື່ອທ່ານໄດ້ຮັບອຳນາດຄອງແຜ່ນດິນກັບມາແລ້ວ ທ່ານຈຶ່ງເອີ້ນພວກຂ້ອຍໃຊ້ທີ່ທ່ານໄດ້ໃຫ້ເງິນໄວ້ນັ້ນມາ ເພື່ອຈະໄດ້ຮູ້ວ່າເຂົາທຸກຄົນຄ້າໄດ້ກຳໄລຫລາຍນ້ອຍເທົ່າໃດ 16 ຜູ້ທີ່ນຶ່ງເຂົ້າມາທູນວ່າ, “ນາຍເອີຍ, ເງິນມະນານຶ່ງຂອງທ່ານໄດ້ກຳໄລສິບມະນາ” 17 ທ່ານຈຶ່ງກ່າວກັບຜູ້ນັ້ນວ່າ, “ດີແລ້ວ, ເຈົ້າເປັນຂ້ອຍໃຊ້ທີ່ດີ ເພາະເຈົ້າສັດຊື່ໃນຂອງເລັກນ້ອຍ ເຈົ້າຈຶ່ງມີອຳນາດປົກຄອງໄດ້ສິບຫົວເມືອງ” 18 ຜູ້ທີ່ສອງມາທູນວ່າ, “ນາຍເອີຍ, ເງິນມະນານຶ່ງຂອງທ່ານໄດ້ກຳໄລຫ້າຫົວເມືອງ” 19 ທ່ານໄດ້ເວົ້າກັບຜູ້ນັ້ນເຫມືອນກັນວ່າ, “ເຈົ້າຈົ່ງປົກຄອງໄດ້ຫ້າຫົວເມືອງ” 20 ອີກຄົນນຶ່ງມາທູນວ່າ, “ນາຍເອີຍ, ນີ້ແຫລະ, ເງິນມະນານຶ່ງຂອງທ່ານ ຂ້ານ້ອຍໄດ້ເອົາຜ້າຫໍ່ມ້ຽນໄວ້ 21 ເພາະຂ້ານ້ອຍຢ້ານທ່ານ ດ້ວຍວ່າທ່ານເປັນຄົນເຄັ່ງຄັດ ທ່ານເຄີຍເກັບເອົາອັນທີ່ທ່ານບໍ່ວາງລົງ ແລະເຄີຍກ່ຽວອັນທີ່ທ່ານບໍ່ໄດ້ຫວ່ານ” 22 ທ່ານຈຶ່ງຕອບຜູ້ນັ້ນວ່າ, “ອ້າຍຂ້ອຍໃຊ້ຜູ້ຊົ່ວເຮີຍ, ເຮົາຈະລົງໂທດດ້ວຍຄຳປາກຂອງໂຕເອງ ໂຕຮູ້ຫລືວ່າ ເຮົາເປັນຜູ້ເຄັ່ງຄັດ ເຄີຍເກັບເອົາອັນທີ່ເຮົາບໍ່ໄດ້ວາງລົງ ແລະກ່ຽວອັນທີ່ເຮົາບໍ່ໄດ້ຫວ່ານ 23 ແຕ່ເປັນເພາະດ້ວຍເຫດໃດໂຕຈຶ່ງບໍ່ຝາກເງິນຂອງເຮົາໄວ້ທີ່ທະນາຄານ ແລະເມື່ອເຮົາກັບມາແລ້ວຈະໄດ້ຖອນເງິນຂອງເຮົາຄືນພ້ອມກັບດອກເບັ້ຽ” 24 ແລ້ວທ່ານໄດ້ສັ່ງຄົນທີ່ຢືນຢູ່ຫັ້ນວ່າ “ຈົ່ງຍົກເງິນມະນານຶ່ງນັ້ນໄປຈາກມັນເສັຽ ເອົາໃຫ້ແກ່ຜູ້ທີ່ມີສິບມະນາ” 25 (ຄົນເຫລົ່ານັ້ນຕອບວ່າ, “ນາຍເອີຍ, ຜູ້ນັ້ນມີສິບມະນາແລ້ວ) 26 ເຮົາບອກທ່ານທັງຫລາຍວ່າ ທຸກຄົນທີ່ມີຢູ່ແລ້ວຈະຊົງເພີ້ມເຕີມໃຫ້ຜູ້ນັ້ນອີກ ແຕ່ຜູ້ທີ່ບໍ່ມີເຖິງແມ່ນວ່າສິ່ງທີ່ຕົນມີຢູ່ນັ້ນ ຈະຊົງຍົກໄປຈາກຕົນເສັຽ 27 ຝ່າຍພວກສັດຕຣູຂອງເຮົາທີ່ບໍ່ຢາກໃຫ້ເຮົາປົກຄອງເຂົານັ້ນ ຈົ່ງພາເຂົາມາທີ່ນີ້ແລະຂ້າເຂົາເສັຽຕໍ່ຫນ້າເຮົາ”
ສະເດັດເຂົ້າກຸງຢ່າງມີຊັຍ
28 ເມື່ອຊົງກ່າວຄຳເຫລົ່ານີ້ແລ້ວ ພຣະອົງໄດ້ສະເດັດໄປກ່ອນຫນ້າເຂົາ ຂຶ້ນເມືອກຸງເຢຣູຊາເລັມ 29 ເມື່ອພຣະອົງສະເດັດມາໃກ້ບ້ານເບັດຟາເຄແລະບ້ານເບັດທາເນັຽ ເຖິງພູທີ່ເອີ້ນວ່າພູຫມາກກອກເທດ ພຣະອົງໄດ້ຊົງໃຊ້ສາວົກສອງຄົນໄປ 30 ໂດຍຊົງສັ່ງວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ຫນ້າ ເມື່ອເຂົ້າໄປເຖິງແລ້ວຈະພົບລໍນ້ອຍໂຕນຶ່ງຜູກຢູ່ທີ່ຍັງບໍ່ມີໃຜຂຶ້ນຂີ່ຈັກເທື່ອ ຈົ່ງແກ້ມັນຈູງມາທີ່ນີ້ 31 ຖ້າມີໃຜຖາມວ່າ “ແກ້ມັນເຮັດຫຍັງ” ຈົ່ງຕອບຢ່າງນີ້ວ່າ “ນາຍຕ້ອງການ” 32 ສາວົກທີ່ຖືກຮັບໃຊ້ໄປນັ້ນ ໄດ້ພົບເຫມືອນກັບພຣະອົງໄດ້ຊົງກ່າວແກ່ເຂົາແລ້ວ 33 ເມື່ອເຂົາກຳລັງແກ້ລໍນ້ອຍນັ້ນ ພວກເຈົ້າຂອງໄດ້ຖາມວ່າ, “ເປັນຫຍັງຈຶ່ງແກ້ລໍນັ້ນ” 34 ເຂົາຕອບວ່າ, “ນາຍຕ້ອງການ” 35 ແລ້ວເຂົາໄດ້ຈູງລໍນັ້ນມາເຖິງພຣະເຢຊູ ແລະເອົາເສື້ອຜ້າຂອງເຂົາປູຫລັງມັນ ຈຶ່ງອັນເຊີນພຣະອົງຂຶ້ນປະທັບ 36 ເມື່ອພຣະອົງກຳລັງສະເດັດໄປ ເຂົາໄດ້ເອົາເສື້ອຜ້າປູລົງຕາມຫົນທາງ 37 ເມື່ອພຣະອົງສະເດັດມາໃກ້ບ່ອນຈະລົງຈາກພູຫມາກກອກເທດ ພວກລູກສິດທັງຫມົດກໍຕັ້ງຕົ້ນຊົມຊື່ນຍິນດີສັຣເສີນພຣະເຈົ້າດ້ວຍສຽງດັງ ເພາະການອິດທິຣິດທັງປວງທີ່ເຂົາໄດ້ເຫັນນັ້ນ 38 ໂດຍເວົ້າວ່າ, “ຂໍໃຫ້ພຣະມະຫາກະສັດຜູ້ທີ່ສະເດັດມາ ໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງຊົງພຣະຈະເຣີນ ຈົ່ງມີສັນຕິສຸກໃນສວັນ ແລະມີພຣະຣັສມີໃນທີ່ສູງສຸດ” 39 ຝ່າຍພວກຟາຣີຊາຍໃນຫມູ່ປະຊາຊົນນັ້ນໄດ້ທູນພຣະອົງວ່າ, “ອາຈານເອີຍ, ຈົ່ງຫ້າມພວກສາວົກຂອງທ່ານແດ່” 40 ພຣະອົງຊົງຕອບເຂົາວ່າ, “ເຮົາບອກທ່ານທັງຫລາຍວ່າ ຖ້າຄົນເຫລົ່ານີ້ມິດເສັຽ ກ້ອນຫີນທັງຫລາຍກໍຈະຮ້ອງຂຶ້ນ” 41 ເມື່ອພຣະອົງສະເດັດມາໃກ້ແລະເຫັນກຸງແລ້ວ ກໍຊົງພຣະກັນແສງເພາະສົງສານກຸງນັ້ນ 42 ໂດຍຊົງກ່າວວ່າ, “ໂອ ເຢຣູຊາເລັມ, ໃນວັນນີ້ ຖ້າເຈົ້າເອງໄດ້ຮູ້ເຖິງການທີ່ກ່ຽວຂ້ອງກັບສັນຕິສຸກ ແຕ່ວ່າບັດນີ້ສິ່ງເຫລົ່ານັ້ນໄດ້ບັງລັບໄວ້ຈາກຕາເຈົ້າແລ້ວ 43 ດ້ວຍວ່າເວລາຈະມາເຖິງເຈົ້າ ເມື່ອສັດຕຣູຂອງເຈົ້າຈະຂຸດຄູອ້ອມເຈົ້າແລະຈະຕັນເຈົ້າໄວ້ທຸກດ້ານ 44 ແລ້ວເຂົາຈະທຳລາຍເຈົ້າກັບບັນດາລູກທັງຫລາຍທີ່ຢູ່ນຳເຈົ້າໃຫ້ລົງພຽງດິນ ແລະເຂົາຈະປະໃຫ້ກ້ອນຫີນຊ້ອນທັບກັນໄວ້ພາຍໃນເຈົ້າ ເພາະເຈົ້າບໍ່ໄດ້ຮູ້ເວລາຂອງການຊົງຢ້ຽມຢາມເຈົ້າ”
ຊົງຊຳຮະບໍຣິເວນພຣະວິຫານ
45 ຝ່າຍພຣະອົງໄດ້ສະເດັດເຂົ້າໄປໃນບໍຣິເວນພຣະວິຫານ ແລ້ວຊົງຕັ້ງຕົ້ນຂັບໄລ່ບັນດາຜູ້ຊື້ຂາຍຢູ່ທີ່ນັ້ນ 46 ໂດຍຊົງບອກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ “ວິຫານຂອງເຮົາຈະເປັນສະຖານທີ່ໄຫວ້ວອນ” ແຕ່ຝ່າຍພວກເຈົ້າມາເຮັດໃຫ້ເປັນ “ຖ້ຳຂອງໂຈນ” 47 ແລະພຣະອົງຊົງສັ່ງສອນຢູ່ໃນບໍຣິເວນພຣະວິຫານທຸກວັນໆ ແຕ່ພວກປະໂຣຫິດຕົນໃຫຍ່ແລະພວກນັກທັມ ກັບທັງພົລເມືອງຜູ້ສຳຄັນໄດ້ພຍາຍາມຈະຂ້າພຣະອົງເສັຽ 48 ແຕ່ເຂົາບໍ່ໄດ້ພົບຊ່ອງທາງທີ່ຈະເຮັດໄດ້ ເພາະບັນດາພົລເມືອງກໍຕິດພັນກັບພຣະອົງແລະເອົາໃຈໃສ່ຟັງຄຳສອນຂອງພຣະອົງ
ບັນຫາເຣື່ອງສິດອຳນາດຂອງພຣະເຢຊູ
1 ວັນນຶ່ງ, ເມື່ອພຣະເຢຊູກຳລັງຊົງສັ່ງສອນພົລເມືອງແລະປະກາດຂ່າວປະເສີດໃນບໍຣິເວນ ພຣະວິຫານ ມີພວກປະໂຣຫິດຕົນໃຫຍ່ ກັບພວກນັກທັມ ແລະພວກເຖົ້າແກ່ໄດ້ມາຫາພຣະອົງ 2 ທູນວ່າ, “ຈົ່ງບອກພວກເຮົາວ່າ ເຈົ້າມີສິດອັນໃດຈຶ່ງໄດ້ເຮັດການເຫລົ່ານີ້ ແມ່ນໃຜໃຫ້ສິດນີ້ແກ່ເຈົ້າ” 3 ພຣະອົງຊົງຕອບເຂົາວ່າ, “ຝ່າຍເຮົາຈະຖາມທ່ານທັງຫລາຍຈັກຂໍ້ນຶ່ງເຫມືອນກັນ ຈົ່ງບອກເຮົາເທາະວ່າ 4 “ບັບຕິສະມາຂອງໂຢຮັນນັ້ນມາຈາກສວັນຫລືມາຈາກມະນຸດ” 5 ເຂົາຈຶ່ງປຶກສາກັນວ່າ, “ຖ້າພວກເຮົາຈະຕອບວ່າ “ມາຈາກສວັນ” ມັນຄົງຈະຖາມເຮົາວ່າ “ດ້ວຍເຫດໃດພວກທ່ານບໍ່ເຊື່ອໂຢຮັນນັ້ນ” 6 ແລະຖ້າພວກເຮົາຈະວ່າ “ມາຈາກມະນຸດ” ຄົນທັງປວງກໍຈະຄວ່າງກ້ອນຫີນໃສ່ພວກເຮົາ ເພາະເຂົາທັງຫລາຍເຊື່ອຫມັ້ນວ່າ ໂຢຮັນເປັນຜູ້ປະກາດພຣະທັມ” 7 ເຂົາຈຶ່ງທູນຕອບວ່າ, “ບໍ່ຮູ້ຈັກວ່າມາຈາກໃສ” 8 ພຣະເຢຊູຊົງຕອບເຂົາວ່າ, “ຝ່າຍເຮົາຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາເຮັດການນີ້ດ້ວຍສິດອັນໃດ”
ຄຳອຸປມາເຣື່ອງສວນອະງຸ່ນແລະຄົນເຊົ່າ
9 ຝ່າຍພຣະອົງຕັ້ງຕົ້ນຊົງກ່າວຄຳອຸປມາໃຫ້ພົລເມືອງຟັງວ່າ, “ມີຊາຍຄົນນຶ່ງໄດ້ເຮັດສວນອະງຸ່ນແລໃຫ້ຊາວສວນເຊົ່າແລ້ວກໍອອກໄປຕ່າງປະເທດເປັນເວລາຊ້ານານ 10 ເມື່ອເຖິງເວລາກຳນົດແລ້ວທ່ານຈຶ່ງໃຊ້ຂ້ອຍຜູ້ນຶ່ງມາຫາພວກເຊົ່າສວນນັ້ນ ເພື່ອເຂົາຈະໄດ້ເອົາຜົນອະງຸ່ນສ່ວນນຶ່ງໃຫ້ແກ່ຂ້ອຍໃຊ້ນັ້ນ ແຕ່ຝ່າຍພວກເຊົ່າສວນນັ້ນໄດ້ຂ້ຽນຕີຂ້ອຍໃຊ້ຄົນນັ້ນແລະໄລ່ໃຫ້ກັບໄປມືເປົ່າ 11 ແລ້ວເຈົ້າຂອງສວນຈຶ່ງໃຫ້ຂ້ອຍໃຊ້ຜູ້ນຶ່ງໄປອີກ ແຕ່ພວກເຊົ່າສວນໄດ້ຂ້ຽນຕີຂ້ອຍໃຊ້ຜູ້ນັ້ນ ແລະເຮັດໃຫ້ມັນຖືກການອັບອາຍຂາຍຫນ້າ ແລ້ວໄລ່ໃຫ້ມັນໄປມືເປົ່າ 12 ແລ້ວເຈົ້າຂອງສວນໄດ້ໃຊ້ຄົນທີ່ສາມໄປແລະພວກເຊົ່າສວນກໍໄດ້ທຸບຕີຈົນບາດເຈັບແລ້ວໂຍນຖິ້ມນອກສວນ 13 ຝ່າຍເຈົ້າຂອງສວນອະງຸ່ນຈຶ່ງເວົ້າວ່າ “ເຮົາຈະເຮັດແນວໃດຫນໍ ເຮົາຈະໃຊ້ລູກທີ່ຮັກຂອງເຮົາໄປ ເມື່ອພວກເຊົ່າສວນເຫັນບາງທີ່ເຂົາຈະນັບຖື” 14 ແຕ່ເມື່ອພວກເຊົ່າສວນເຫັນລູກນັ້ນເຂົາກໍປຶກສາກັນວ່າ “ຜູ້ນີ້ແຫລະ, ເປັນເຈົ້າມໍຣະດົກ ຈົ່ງຂ້າມັນເສັຽເພື່ອມໍຣະດົກຈະຕົກມາເປັນຂອງເຮົາ” 15 ເຂົາຈຶ່ງພາກັນຖິ້ມລູກນັ້ນອອກນອກສວນແລະຂ້າເສັຽ ເຫດສັນນັ້ນເຈົ້າຂອງສວນຈະເຮັດຢ່າງໃດກັບຄົນເຫລົ່ານັ້ນ 16 ທ່ານຈະມາຂ້າຄົນເຊົ່າສວນເຫລົ່ານັ້ນເສັຽ ແລະຈະເອົາສວນອະງຸ່ນນັ້ນໃຫ້ຜູ້ອື່ນເຊົ່າ” ເມື່ອເຂົາທັງຫລາຍໄດ້ຍິນດັ່ງນັ້ນແລ້ວກໍເວົ້າວ່າ, “ຢ່າໃຫ້ເກີດເປັນຢ່າງນັ້ນເທາະ” 17 ຝ່າຍພຣະອົງຊົງເພ່ງເບິ່ງເຂົາແລ້ວຊົງກ່າວວ່າ,“ເຫດສັນນັ້ນຄຳທີ່ຂຽນໄວ້ໃນພຣະຄັມພີຈະຫມາຍຄວາມວ່າຢ່າງໃດ ຊຶ່ງວ່າ, “ຫີນທີ່ນາຍຊ່າງໄດ້ຖອດຖິ້ມເສັຽ ຫີນນັ້ນແຫລະ, ໄດ້ກາຍເປັນຫີນເສົາເອກແລ້ວ” 18 ຜູ້ໃດລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກຫັກໄປ ແຕ່ຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກຫມຸ່ນໄປ” 19 ຝ່າຍພວກນັກທັມແລະພວກປະໂຣຫິດຕົນໃຫຍ່ຮູ້ຢູ່ວ່າ ພຣະອົງຊົງກ່າວຄຳອຸປມານັ້ນຕໍ່ສູ້ພວກເຂົາ ເຂົາຈຶ່ງພຍາຍາມຈະຈັບພຣະອົງໃນເວລານັ້ນ ແຕ່ເຂົາກໍຢ້ານພົລເມືອງ
ບັນຫາເຣື່ອງການເສັຽສ່ວຍ
20 ເຂົາຈຶ່ງຕິດຕາມເບິ່ງພຣະອົງ ແລະໃຊ້ຄົນສອດແນມໃຫ້ປອມຕົວເຫມືອນເປັນຄົນສັດຊື່ ເພື່ອຫວັງຈະຈັບຜິດໃນຖ້ອຍຄຳຂອງພຣະອົງ ເພື່ອຈະມອບພຣະອົງໄວ້ໃນອຳນາດແລະອາດຍາສິດຂອງຜູ້ປົກຄອງ 21 ຄົນພວກນັ້ນຈຶ່ງທູນພຣະອົງວ່າ, “ອາຈານເອີຍ, ພວກຂ້າພະເຈົ້າຮູ້ຢູ່ວ່າ ທ່ານກ່າວແລະສັ່ງສອນລ້ວນແຕ່ຄວາມຈິງ ແລະບໍ່ເລືອກຫນ້າຜູ້ໃດ ແຕ່ໄດ້ສັ່ງສອນໃນທາງຂອງພຣະເຈົ້າຢ່າງສັດຊື່ 22 ການທີ່ພວກຂ້າພະເຈົ້າຈະເສັຽສ່ວຍໃຫ້ແກ່ກາຍຊານັ້ນສົມຄວນຫລືບໍ່” 23 ຝ່າຍພຣະອົງຊົງຊອດຮູ້ກົນອຸບາຍຂອງເຂົາຈຶ່ງຊົງກ່າວວ່າ, 24 “ຈົ່ງເອົາເງິນຫລຽນເດນາຣິອົນນຶ່ງມາໃຫ້ເຮົາເບິ່ງ ຮູບແລະຄຳຈາຣຶກນີ້ເປັນຂອງໃຜ” ເຂົາທູນຕອບວ່າ, “ເປັນຂອງກາຍຊາ” 25 ແລ້ວພຣະອົງຊົງກ່າວກັບເຂົາວ່າ, “ສັນນັ້ນສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແດ່ພຣະເຈົ້າ” 26 ຄົນເຫລົ່ານັ້ນຈັບຜິດໃນຖ້ອຍຄຳຂອງພຣະອົງຕໍ່ຫນ້າພົລເມືອງບໍ່ໄດ້ ແລະເຂົາກໍປລາດໃຈໃນຄຳຕອບຂອງພຣະອົງ ຈຶ່ງພາກັນມິດຢູ່
ບັນຫາເຣື່ອງການຄືນມາຈາກຕາຍ
27 ຍັງມີລາງຄົນໃນພວກຊາດູກາຍມາຫາພຣະອົງ ແມ່ນພວກນີ້ທີ່ຖືວ່າບໍ່ມີການຄືນມາຈາກຕາຍ 28 ເຂົາທູນຖາມພຣະອົງວ່າ, “ອາຈານເອີຍ, ໂມເຊໄດ້ຂຽນສັ່ງພວກເຮົາໄວ້ວ່າ “ຖ້າອ້າຍຂອງຊາຍຜູ້ນຶ່ງຕາຍ ປະພັຣຍາໄວ້ແຕ່ບໍ່ມີລູກ ກໍໃຫ້ຜູ້ນັ້ນຮັບເອົາເອື້ອຍໃພ້ໄວ້ເປັນພັຣຍາ ເພື່ອສືບເຊື້ອສາຍອ້າຍຂອງຕົນ” 29 ອັນນຶ່ງ, ມີເຈັດຊາຍອ້າຍນ້ອງນຳກັນ ອ້າຍກົກເອົາເມັຽ ແລ້ວຕາຍໄປເມື່ອຍັງບໍ່ມີລູກ 30 ແລະຜູ້ຖ້ວນສອງ 31 ກັບທັງຜູ້ຖ້ວນສາມໄດ້ເອົາຍິງນັ້ນ ທັງເຈັດຄົນກໍເຫມືອນກັນໄດ້ຕາຍໄປເມື່ອຍັງບໍ່ມີລູກ 32 ພາຍຫລັງຍິງນັ້ນກໍຕາຍເຫມືອນກັນ 33 ສັນນັ້ນໃນວັນຄືນມາຈາກຕາຍ ຍິງນັ້ນຈະເປັນເມັຽຂອງຜູ້ໃດ ດ້ວຍວ່ານາງໄດ້ເປັນເມັຽຂອງຊາຍທັງເຈັດຄົນແລ້ວ” 34 ພຣະເຢຊູຊົງກ່າວກັບເຂົາວ່າ, “ຄົນຝ່າຍໂລກນີ້ເຄີຍແຕ່ງງານແລະຍົກໃຫ້ເປັນຜົວເມັຽກັນ 35 ແຕ່ຄົນເຫລົ່ານັ້ນທີ່ຊົງຖືວ່າສົມຄວນຈະເຖິງໂລກຫນ້າ ແລະຈະເຖິງການຄືນມາຈາກຕາຍ ບໍ່ມີການແຕ່ງງານຫລືການຍົກໃຫ້ເປັນຜົວເມັຽກັນ 36 ດ້ວຍວ່າເຂົາຈະຕາຍບໍ່ໄດ້ອີກ ເພາະເຂົາສເມີເທວະດາແລະເປັນບຸດຂອງພຣະເຈົ້າ ເປັນຄົນສົມກັບການຄືນມາຈາກຕາຍ 37 ແຕ່ທີ່ຄົນຕາຍຈະຖືກຊົງບັນດານໃຫ້ເປັນຄືນມານັ້ນ ໂມເຊກໍຍັງໄດ້ສະແດງໃນເຣື່ອງພຸ່ມໄມ້ ຄືໄດ້ເອີ້ນອົງພຣະຜູ້ເປັນເຈົ້າວ່າຊົງເປັນ “ພຣະເຈົ້າຂອງອັບຣາຮາມ ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ” 38 ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ ດ້ວຍວ່າຈຳເພາະພຣະເຈົ້າຄົນທຸກຄົນຍັງເປັນຢູ່” 39 ນັກທັມລາງຄົນຈຶ່ງທູນພຣະອົງວ່າ, “ອາຈານເອີຍ, ທ່ານເວົ້າຖືກແລ້ວ” 40 ເພາະເຂົາບໍ່ກ້າຖາມອັນໃດກັບພຣະອົງຕໍ່ໄປອີກ
ບັນຫາເຣື່ອງບຸດຂອງດາວິດ
41 ພຣະອົງຈຶ່ງຊົງຖາມເຂົາວ່າ, “ທີ່ຄົນທັງຫລາຍເວົ້າວ່າ ພຣະຄຣິດຊົງເປັນເຊື້ອສາຍຂອງດາວິດນັ້ນເປັນໄດ້ຢ່າງໃດ 42 ດ້ວຍວ່າກະສັດດາວິດເອງໄດ້ຊົງກ່າວໄວ້ໃນພຣະທັມເພງສັຣເສີນວ່າ “ພຣະຜູ້ເປັນເຈົ້າຊົງກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງວ່າ “ຈົ່ງນັ່ງເບື້ອງຂວາມືຂອງເຮົາ 43 ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ” 44 ເມື່ອກະສັດດາວິດຍັງເອີ້ນພຣະຄຣິດວ່າ “ພຣະຜູ້ເປັນເຈົ້າ” ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ”
ຊົງປະນາມພວກນັກທັມ
45 ເມື່ອຄົນທັງຫລາຍກຳລັງຟັງຢູ່ນັ້ນ ພຣະອົງຊົງກ່າວແກ່ພວກສາວົກວ່າ, 46 “ຈົ່ງລະວັງໃຫ້ດີຈາກພວກນັກທັມ ຜູ້ຊອບນຸ່ງເສື້ອຍາວຍ່າງໄປມາ ຊອບໃຫ້ຄົນຄຳນັບຕົວໃນທີ່ປະຊຸມຊົນ ທັງຊອບບ່ອນນັ່ງອັນມີກຽດໃນໂຮງທັມມະເທສນາແລະໃນການລ້ຽງ 47 ເຂົາກືນກິນຄອບຄົວຂອງແມ່ຫມ້າຍ ແລະແກ້ງໄຫວ້ວອນໃຫ້ຍືດຍາວ ຄົນເຫລົ່ານີ້ຈະຕ້ອງຮັບໂທດຫລາຍຂຶ້ນ”
ເງິນຖວາຍຂອງຍິງຫມ້າຍ
1 ເມື່ອພຣະອົງຊົງເງີຍພຣະພັກຂຶ້ນ ກໍຊົງເຫັນພວກຄົນຮັ່ງມີກຳລັງປ່ອນເງິນລົງໃນຕູ້ເກັບເງິນຖວາຍ 2 ແລະພຣະອົງຊົງເຫັນແມ່ຫມ້າຍທຸກຍາກຈົນຄົນນຶ່ງ ເອົາຫລຽນທອງແດງສອງອັດປ່ອນລົງໃນຕູ້ນັ້ນ 3 ພຣະອົງຈຶ່ງຊົງກ່າວວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ແມ່ຫມ້າຍຍາກຈົນຄົນນີ້ໄດ້ໃສ່ຫລາຍກວ່າຄົນທັງປວງນັ້ນ 4 ເພາະວ່າຝ່າຍຄົນທັງປວງນັ້ນ ໄດ້ເອົາເງິນຈາການເຫລືອໃຊ້ຂອງເຂົາມາປ່ອນລົງ ແຕ່ຍິງຄົນນີ້ໄດ້ເອົາເງິນສຳລັບລ້ຽງຊີວິດຂອງຕົນ ຈາກຄວາມຂັດສົນທີ່ສຸດໃສ່ຈົນຫມົດ”
ພຣະວິຫານຈະຖືກທຳລາຍ
5 ມີລາງຄົນກ່າວຊົມເຊີຍພຣະວິຫານວ່າ ໄດ້ຕົກແຕ່ງດ້ວຍຫີນງາມແລະເຄື່ອງຖວາຍ ພຣະອົງຊົງກ່າວວ່າ, 6 “ສິ່ງເຫລົ່ານີ້ທີ່ທ່ານທັງຫລາຍເຫັນ ໃນຄາວທີ່ຈະມາຈະຖືກທຳລາຍລົງ ຈົນຫີນທີ່ຊ້ອນທັບກັນຢູ່ນີ້ບໍ່ເຫລືອຈັກກ້ອນດຽວ”
ຫມາຍສຳຄັນແລະການຂົ່ມເຫັງ
7 ເຂົາຈຶ່ງທູນຖາມພຣະອົງວ່າ, “ອາຈານເອີຍ, ເຫດການເຫລົ່ານີ້ຈະເກີດຂຶ້ນເມື່ອໃດ ສິ່ງໃດຈະເປັນຫມາຍສຳຄັນວ່າ ການທັງປວງນີ້ຈວນຈະບັງເກີດຂຶ້ນ” 8 ພຣະອົງຊົງຕອບເຂົາວ່າ, “ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ ດ້ວຍວ່າຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ “ເຮົານີ້ແຫລະ, ເປັນຜູ້ນັ້ນ” ແລະວ່າ “ເວລາກຳນົດໃກ້ເຂົ້າມາແລ້ວ” ພວກທ່ານຢ່າຕາມເຂົາໄປ 9 ເມື່ອພວກທ່ານໄດ້ຍິນເຣື່ອງການເສິກສົງຄາມແລະການປັ່ນປ່ວນວຸ້ນວາຍ ຢ່າຕົກໃຈ ເພາະວ່າເຫດການເຫລົ່ານີ້ຕ້ອງເກີດຂຶ້ນກ່ອນ ແຕ່ທີ່ສຸດປາຍນັ້ນຈະບໍ່ມາເຖິງທັນທີ” 10 ແລ້ວພຣະອົງຊົງກ່າວແກ່ເຂົາວ່າ, “ປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ 11 ແລະຈະເກີດການອຶດຢາກກັບພຍາດຮ້າຍແຮງໃນບ່ອນຕ່າງໆ ຈະເກີດການຫນ້າຢ້ານອັນພິລຶກເພິງກົວ ແລະມີຫມາຍສຳຄັນຈາກທ້ອງຟ້າ 12 ແຕ່ກ່ອນເຫດການທັງຫລາຍນີ້ເກີດຂຶ້ນ ເຂົາຈະຈັບພວກທ່ານໄວ້ ຈະຂົ່ມເຫັງພວກທ່ານ ຈະມອບພວກທ່ານໄວ້ໃນໂຮງທັມແລະໃນຄຸກ ແລະຈະພາພວກທ່ານໄປຕໍ່ຫນ້າກະສັດແລະຜູ້ປົກຄອງ ເພາະພວກທ່ານເຫັນແກ່ນາມຂອງເຮົາ 13 ການນັ້ນຈະເກີດແກ່ທ່ານເພື່ອທ່ານຈະໄດ້ເປັນພຍານ 14 ເຫດສັນນັ້ນ ພວກທ່ານຕ້ອງປົງໃຈໄວ້ວ່າ ຈະບໍ່ຄຶດລ່ວງຫນ້າໄວ້ກ່ອນວ່າຈະແກ້ຕົວຢ່າງໃດ 15 ດ້ວຍວ່າຝ່າຍເຮົາຈະປະທານໃຫ້ທ່ານມີຖ້ອຍຄຳ ແລະສະຕິປັນຍາ ຊຶ່ງສັດຕຣູທັງຫລາຍຂອງພວກທ່ານຈະຕໍ່ຕ້ານແລະຄັດຄ້ານບໍ່ໄດ້ 16 ເຖິງແມ່ນພໍ່ແມ່ຍາດຕິພີ່ນ້ອງແລະມິດສະຫາຍກໍຈະມອບພວກທ່ານໄວ້ ແລະເຂົາຈະໃຫ້ລາງຄົນໃນພວກທ່ານເຖິງແກ່ຄວາມຕາຍ 17 ຄົນທັງປວງຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ 18 ແມ່ນແຕ່ຜົມຈັກເສັ້ນດຽວຈະບໍ່ເສັຽໄປຈາກຫົວຂອງພວກທ່ານ 19 ທ່ານທັງຫລາຍຈະຣັກສາຊີວິດຈິດໃຈຂອງທ່ານໄວ້ດ້ວຍຄວາມອົດຄວາມພຽນຂອງທ່ານ
ຊົງທໍານວາຍວ່າກຸງເຢຣູຊາເລັມຈະຖືກທຳລາຍ
20 “ເມື່ອໃດທ່ານເຫັນກອງທັບມາຕັ້ງອ້ອມຮອບກຸງເຢຣູຊາເລັມ ເມື່ອນັ້ນທ່ານຈົ່ງຮູ້ວ່າຄວາມຈິບຫາຍຂອງກຸງນັ້ນເຂົ້າມາໃກ້ແລ້ວ 21 ເມື່ອນັ້ນໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍປົບຫນີໄປຍັງພູເຂົາ ແລະໃຫ້ຜູ້ທີ່ຢູ່ໃນກຸງອອກໄປ ຄົນທີ່ຢູ່ບ້ານນອກຢ່າໃຫ້ເຂົ້າມາໃນກຸງ 22 ເພາະວ່າເວລານັ້ນເປັນວັນລົງໂທດ ເພື່ອຈະໃຫ້ສິ່ງສາຣະພັດທີ່ຂຽນໃນພຣະຄັມພີສຳເຣັດ 23 ໃນວັນເຫລົ່ານັ້ນເປັນຫນ້າເວທນາເຕັມທີ່ຕໍ່ຜູ້ຍິງທີ່ມີທ້ອງແລະມີລູກອ່ອນກິນນົມຢູ່ ເພາະວ່າຈະມີຄວາມທຸກຮ້ອນອັນໃຫຍ່ຫລວງເທິງແຜ່ນດິນ ແລະຈະຊົງພຣະພິໂຣດແກ່ພົລເມືອງນີ້ 24 ເຂົາຈະລົ້ມລົງເສັຽດ້ວຍຄົມດາບ ແລະຕ້ອງຖືກກວາດເອົາໄປເປັນຊະເລີຍໃນທົ່ວປະເທດ ແລະຄົນຕ່າງຊາດຈະຢຽບຢ່ຳກຸງເຢຣູຊາເລັມ ຈົນກວ່າເວລາກຳນົດຂອງຄົນຕ່າງຊາດນັ້ນຈະຄົບຖ້ວນ
ການສະເດັດມາຂອງບຸດມະນຸດ
25 “ຈະມີຫມາຍສຳຄັນໃນດວງອາທິດ ໃນດວງຈັນ ແລະໃນດວງດາວທັງປວງ ແລະຈະມີຄວາມທຸກຮ້ອນເທິງແຜ່ນດິນໂລກຕາມປະເທດຕ່າງໆຊຶ່ງມີຄວາມສງົນສົນເທເພາະສຽງກ້ອງອັນໃຫຍ່ຫລວງຂອງທະເລແລະຟອງນ້ຳ 26 ມະນຸດຈະສລົບລືມຄີງໄປເພາະຄວາມຢ້ານ ເພາະການຄອຍຖ້າເບິ່ງເຫດການທັງຫລາຍທີ່ຈະເກີດຂຶ້ນໃນໂລກ ດ້ວຍວ່າ “ບັນດາສິ່ງທີ່ມີອຳນາດໃນທ້ອງຟ້າຈະສະທ້ານຫວັ່ນໄຫວ” 27 ເມື່ອນັ້ນເຂົາຈະເຫັນບຸດມະນຸດສະເດັດມາໃນເມກ ດ້ວຍຣິດທານຸພາບແລະສະງ່າຣາສີອັນຍິ່ງໃຫຍ່ 28 ເມື່ອເຫດການເຫລົ່ານີ້ຕັ້ງຕົ້ນບັງເກີດຂຶ້ນນັ້ນ ທ່ານທັງຫລາຍຈົ່ງຍຶດຕົວແລະເງີຍຫນ້າຂຶ້ນ ດ້ວຍວ່າການຊົງໄຖ່ທ່ານໃຫ້ພົ້ນກໍໃກ້ຈະເຖິງແລ້ວ”
ຄຳອຸປມາເຣື່ອງຕົ້ນເດື່ອເທດ
29 ພຣະອົງຊົງກ່າວຄຳອຸປມາແກ່ເຂົາວ່າ, “ຈົ່ງເບິ່ງຕົ້ນເດື່ອເທດແລະຕົ້ນໄມ້ທັງປວງດູ 30 ເມື່ອມັນປົ່ງໃບອອກແລ້ວທ່ານທັງຫລາຍກໍເຫັນແລະຮູ້ຢູ່ເອງວ່າຣະດູຮ້ອນໃກ້ຈະເຖິງແລ້ວ 31 ຢ່າງນັ້ນແຫລະ, ພວກທ່ານກໍເຫມືອນກັນ ເມື່ອເຫັນເຫດການເຫລົ່ານັ້ນກຳລັງເກີດຂຶ້ນ ຈົ່ງຮູ້ວ່າຣາຊອານາຈັກຂອງພຣະເຈົ້າໃກ້ຈະເຖິງແລ້ວ 32 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຄົນໃນສະໄຫມນີ້ຈະບໍ່ລ່ວງຫລັບໄປກ່ອນ ຈົນກວ່າເຫດການທັງປວງນີ້ເກີດຂຶ້ນ 33 ຟ້າແລະດິນຈະລ່ວງພົ້ນໄປ ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ
ຊົງເຕືອນໃຫ້ລະວັງ
34 “ແຕ່ຈົ່ງລະວັງໃຫ້ດີ ຢ້ານວ່າໃຈຂອງພວກທ່ານຈະຫນັກໄປໃນການດື່ມເຫລົ້າ ແລະມົວເມົາ ແລະວິຕົກກັງວົນເຖິງຊີວິດນີ້ ແລ້ວເວລານັ້ນຈະມາເຖິງພວກທ່ານໃນທັນທີ 35 ເພາະວ່າວັນນັ້ນຈະຫລອນມາຕົກໃສ່ຄົນທັງປວງທົ່ວຫນ້າແຜ່ນດິນໂລກເຫມືອນຄວ່າງແຫໃສ່ປາ 36 ເຫດສັນນັ້ນຈົ່ງເຝົ້າລະວັງແລະໄຫວ້ວອນຢູ່ທຸກເວລາ ເພື່ອທ່ານຈະມີກຳລັງພົ້ນຈາກເຫດການທີ່ຈະບັງເກີດມານັ້ນ ແລະຈະຢືນຢູ່ຕໍ່ຫນ້າບຸດມະນຸດໄດ້” 37 ກາງເວັນພຣະອົງຊົງສັ່ງສອນໃນບໍຣິເວນພຣະວິຫານທຸກວັນ ແລະກາງຄືນກໍສະເດັດອອກໄປປະທັບຢູ່ທີ່ພູ ຊຶ່ງເຂົາເອີ້ນວ່າພູຫມາກກອກເທດ 38 ເມື່ອຮຸ່ງເຊົ້າ ຄົນທັງປວງໄດ້ມາຫາພຣະອົງໃນບໍຣິເວນພຣະວິຫານເພື່ອຈະຟັງພຣະອົງ
ການປອງຮ້າຍພຣະເຢຊູ
1 ເທສການກິນເຂົ້າຈີ່ບໍ່ມີເຊື້ອແປ້ງທີ່ເອີ້ນວ່າປັສຄານັ້ນກໍມາໃກ້ແລ້ວ 2 ພວກປະໂຣຫິດຕົນໃຫຍ່ກັບພວກນັກທັມ ຈະຂ້າພຣະອົງກໍຊອກຊ່ອງທາງ ເພາະເຂົາຢ້ານພົລເມືອງ 3 ອັນນຶ່ງ, ຊາຕານໄດ້ເຂົ້າສູນໃຈຢູດາຜູ້ມີຊື່ວ່າອິສະກາຣິອົດ ຜູ້ຊຶ່ງເປັນຄົນນຶ່ງໃນພວກສິບສອງຄົນນັ້ນ 4 ຢູດາໄດ້ອອກໄປປຶກສາກັບພວກປະໂຣຫິດຕົນໃຫຍ່ແລະພວກນາຍທະຫານຮັກສາພຣະວິຫານ ວາຈະມອບພຣະອົງໃຫ້ເຂົາດ້ວຍວິທີໃດ 5 ຄົນເຫລົ່ານັ້ນດີໃຈແລະຕົກລົງກັບຢູດາວ່າຈະເອົາເງິນໃຫ້ 6 ສ່ວນຢູດາກໍຍອມຮັບຈຶ່ງຊອກຫາໂອກາດທີ່ຈະມອບພຣະອົງໃຫ້ເຂົາເມື່ອຫວ້າງຄົນ
ພຣະເຢຊູສເວີຍປັສຄາກັບສາວົກ
7 ພໍເຖິງວັນທີ່ເຂົາກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເປັນວັນທີ່ເຂົາຕ້ອງຂ້າລູກແກະສຳລັບປັສຄາ 8 ພຣະເຢຊູຈຶ່ງຊົງໃຊ້ເປໂຕແລະໂຢຮັນໂດຍຊົງສັ່ງເຂົາວ່າ, “ຈົ່ງໄປຈັດແຈງປັສຄາໄວ້ເພື່ອເຮົາທັງຫລາຍຈະໄດ້ກິນ” 9 ເຂົາທູນຖາມພຣະອົງວ່າ, “ຈະໃຫ້ພວກຂ້ານ້ອຍໄປຈັດແຈງບ່ອນໃດ” 10 ພຣະອົງຊົງຕອບເຂົາວ່າ, “ດັ່ງນີ້, ເມື່ອທ່ານທັງສອງຈະເຂົ້າໄປໃນກຸງ ກໍຈະມີຊາຍຄົນນຶ່ງແບກຫມໍ້ນ້ຳມາພົບ ຈົ່ງຕາມເຂົ້າໄປໃນເຮືອນທີ່ຜູ້ນັ້ນຈະເຂົ້າໄປ 11 ຈົ່ງເວົ້າກັບເຈົ້າເຮືອນນັ້ນວ່າ “ອາຈານໃຫ້ຖາມທ່ານວ່າ, ຫ້ອງຮັບແຂກທີ່ເຮົາຈະກິນປັສຄາກັບພວກສາວົກຂອງເຮົາໄດ້ນັ້ນຢູ່ທີ່ໃດ” 12 ເຈົ້າຂອງເຣືອນຈະຊີ້ໃຫ້ທ່ານເຫັນຫ້ອງໃຫຍ່ຊັ້ນເທິງທີ່ຕົກແຕ່ງໄວ້ແລ້ວ ທີ່ນັ້ນແຫລະ, ຈົ່ງຈັດແຈງໄວ້” 13 ເຂົາທັງສອງຈຶ່ງໄປແລະພົບເຫມືອນດັ່ງພຣະອົງຊົງກ່າວແກ່ເຂົາ ແລ້ວເຂົາໄດ້ຈັດແຈງປັສຄາໄວ້
ຊົງຕັ້ງພິທີມະຫາສນິດ
14 ເມື່ອເຖິງໂມງມາແລ້ວ ພຣະອົງປະທັບຮ່ວມໂຕະກັບພວກອັຄສາວົກ 15 ພຣະອົງຊົງກ່າວກັບເຂົາວ່າ, “ເຮົາມີຄວາມປາຖນາດ້ວຍເຕັມໃຈທີ່ຈະກິນປັສຄານີ້ກັບພວກທ່ານ ກ່ອນເຮົາຈະທົນທຸກທໍຣະມານ 16 ດ້ວຍເຮົາບອກທ່ານທັງຫລາຍວ່າ ເຮົາຈະບໍ່ກິນປັສຄານີ້ອີກຈັກເທື່ອ ຈົນກວ່າຈະສຳເຣັດຄວາມຫມາຍຂອງປັສຄານັ້ນໃນຣາຊແຜ່ນດິນຂອງພຣະເຈົ້າ” 17 ພຣະອົງຊົງຈັບເອົາຈອກໂມທະນາພຣະຄຸນແລ້ວຊົງກ່າວວ່າ, “ຈົ່ງຮັບເອົາຈອກນີ້ຢາຍໃຫ້ກັນດື່ມ 18 ເພາະເຮົາບອກທ່ານທັງຫລາຍວ່າເຮົາຈະບໍ່ດື່ມນ້ຳຜົນອະງຸ່ນນີ້ຕໍ່ໄປອີກ ຈົນກວ່າຣາຊອານາຈັກຂອງພຣະເຈົ້າຈະມາຕັ້ງຢູ່” 19 ພຣະອົງຊົງຈັບເຂົ້າຈີ່ມາໂມທະນາພຣະຄຸນແລ້ວຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ແກ່ເຂົາ ໂດຍຊົງກ່າວວ່າ, “ນີ້ແຫລະ, ຄືກາຍຂອງເຮົາ ຊຶ່ງໄດ້ປະທານສຳລັບທ່ານທັງຫລາຍ (ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ” 20 ເມື່ອຮັບປະທານເຂົ້າແລງແລ້ວ ຈຶ່ງຊົງຈັບເອົາຈອກມາຢ່າງດຽວກັນ ໂດຍຊົງກ່າວວ່າ, “ຈອກນີ້ເປັນຄຳສັນຍາໃຫມ່ໃນເລືອດຂອງເຮົາ ທີ່ຖອກອອກສຳລັບທ່ານທັງຫລາຍ) 21 ແຕ່ເບິ່ງແມ໋, ມືຂອງຜູ້ທີ່ທໍຣະຍົດຕໍ່ເຮົາກໍຢູ່ກັບເຮົາເທິງໂຕະນີ້ 22 ເພາະບຸດມະນຸດຈະສະເດັດໄປເຫມືອນໄດ້ຊົງກໍານົດໄວ້ແລ້ວ ແຕ່ວິບັດແກ່ຜູ້ນັ້ນທີ່ຈະທໍຣະຍົດຕໍ່ບຸດມະນຸດ” 23 ພວກສາວົກຕັ້ງຕົ້ນຖາມກັນວ່າ ແມ່ນໃຜໃນຫມູ່ເຂົາທີ່ຈະເຮັດການນັ້ນ
ເຣື່ອງການຊິງກັນເປັນໃຫຍ່
24 ແລະເກີດມີການຖຽງກັນຂຶນໃນລະຫວ່າງເຂົາວ່າ ຈະຖືວ່າໃຜເປັນຜູ້ໃຫຍ່ກວ່າຫມູ່ 25 ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ກະສັດຂອງຄົນຕ່າງຊາດຍ່ອມເປັນເຈົ້າເຫນືອເຂົາ ແລະຜູ້ທີ່ມີອຳນາດເຫນືອເຂົານັ້ນ ເຂົາເອີ້ນວ່າເຈົ້າບຸນເຈົ້າຄຸນ 26 ແຕ່ໃນພວກທ່ານບໍ່ເປັນຢ່າງນັ້ນ ແຕ່ຜູ້ໃດໃນພວກທ່ານເປັນອ້າຍໃຫ້ເປັນເຫມືອນນ້ອງ ແລະຜູ້ໃດເປັນນາຍໃຫ້ຜູ້ນັ້ນເປັນເຫມືອນຄົນຮັບໃຊ້ 27 ດ້ວຍວ່າໃຜເປັນຜູ້ໃຫຍ່ ແມ່ນຜູ້ທີ່ນັ່ງຢູ່ໂຕະຫລືຜູ້ທີ່ຮັບໃຊ້ ບໍ່ແມ່ນຜູ້ນັ່ງຢູ່ໂຕະຫລື ແຕ່ຝ່າຍເຮົາ, ເຮົາຢູ່ຖ້າມກາງພວກທ່ານເປັນເຫມືອນຜູ້ຮັບໃຊ້ 28 “ຝ່າຍພວກທ່ານເປັນຜູ້ຮັບທີ່ຕິດຫມັ້ນຢູ່ກັບເຮົາໃນເວລາຖືກທົດລອງ 29 ພຣະບິດາໄດ້ຊົງຈັດແຈງແຜ່ນດິນໃຫ້ແກ່ເຮົາຢ່າງໃດ ເຮົາກໍຈັດແຈງແຜ່ນດິນນຶ່ງໄວ້ສຳລັບທ່ານທັງຫລາຍເຫມືອນກັນ 30 ເພື່ອພວກທ່ານຈະກິນແລະດື່ມທີ່ໂຕະຂອງເຮົາໃນຣາຊແຜ່ນດິນຂອງເຮົາ ແລະເພື່ອພວກທ່ານຈະນັ່ງເທິງບັນລັງພິພາກສາພວກອິສຣາເອນທັງສິບສອງຕະກູນນັ້ນ
ຊົງທຳນວາຍວ່າເປໂຕຈະປະຕິເສດພຣະອົງ
31 “ຊີໂມນ, ຊີໂມນເອີຍ, ເບິ່ງແມ໋, ຊາຕານໄດ້ຂໍເອົາພວກທ່ານໄວ້ ເພື່ອຈະຝັດຮ່ອນພວກທ່ານເຫມືອນຝັດເຂົ້າເປືອກ 32 ແຕ່ເຮົາໄດ້ໄຫວ້ວອນສຳລັບທ່ານເພື່ອຄວາມເຊື່ອຂອງທ່ານຈະບໍ່ຂາດ ຝ່າຍທ່ານ, ເມື່ອໄດ້ກັບຄືນມາແລ້ວ ຈົ່ງຊູແຮງພີ່ນ້ອງຂອງທ່ານໄວ້” 33 ຝ່າຍຊີໂມນຈຶ່ງທູນພຣະອົງວ່າ, “ນາຍເອີຍ, ຂ້ານ້ອຍພ້ອມແລ້ວທີ່ຈະໄປກັບທ່ານ ເຖິງຈະຕ້ອງຕິດຄຸກຫລືເຖິງຕາຍກໍດີ” 34 ພຣະອົງຊົງກ່າວວ່າ, “ເປໂຕເອີຍ, ເຮົາບອກທ່ານວ່າວັນນີ້ແຫລະ ກ່ອນໄກ່ຂັນທ່ານຈະໄດ້ປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ”
ເຣື່ອງກະເປົາເງິນ ຖົງ ແລະດາບ
35 ພຣະອົງໄດ້ຊົງຖາມເຂົາວ່າ, “ເມື່ອເຮົາໄດ້ໃຊ້ທ່ານທັງຫລາຍອອກໄປ ໂດຍບໍ່ມີກະເປົາເງິນ ບໍ່ມີຖົງ ຫລືບໍ່ມີເກີບນັ້ນ ພວກທ່ານໄດ້ຂາດເຂີນສິ່ງໃດແດ່”ເຂົາທູນຕອບວ່າ, “ບໍ່ໄດ້ຂາດເຂີນສິ່ງໃດ” 36 ພຣະອົງຊົງກ່າວກັບເຂົາວ່າ, “ແຕ່ດຽວນີ້ໃຜມີກະເປົາເງິນກໍໃຫ້ຖືໄປ ແລະຖົງກໍໃຫ້ຖືໄປເຫມືອນກັນ ສ່ວນຜູ້ບໍ່ມີດາບກໍໃຫ້ຂາຍເສື້ອໃຫຍ່ຂອງຕົນ ເພື່ອຊື້ດາບດວງນຶ່ງ 37 ດ້ວຍເຮົາບອກທ່ານທັງຫລາຍວ່າ ຄຳທີ່ຂຽນໃນພຣະຄັມພີນັ້ນຈະຕ້ອງສຳເຣັດໃນເຮົາ ຄືຄຳທີ່ວ່າ “ທ່ານຖືກນັບເຂົ້າກັບຄົນອະທັມ” ເພາະຄຳທີ່ຂຽນໄວ້ກ່ຽວກັບເຮົານັ້ນກໍຈະສຳເຣັດ” 38 ແລະເຂົາທູນວ່າ, “ນາຍເອີຍ, ເບິ່ງດາບສອງດວງນີ້ແມ໋” ພຣະອົງຊົງຕອບເຂົາວ່າ, “ພໍແລ້ວ”
ຊົງອ້ອນວອນທີ່ເຄັດເຊມາເນ
39 ແລ້ວພຣະອົງໄດ້ສະເດັດອອກໄປຍັງພູຫມາກກອກເທດຕາມເຄີຍ ແລະພວກສາວົກໄດ້ຕາມພຣະອົງໄປ 40 ເມື່ອມາເຖິງບ່ອນນັ້ນແລ້ວ ພຣະອົງຊົງກ່າວກັບເຂົາວ່າ, “ຈົ່ງອ້ອນວອນຢູ່ເພື່ອຈະບໍ່ໄດ້ເຂົ້າໄປໃນການທົດລອງ” 41 ແລ້ວພຣະອົງໄດ້ສະເດັດອອກຈາກເຂົາໄກປະມານຄວ່າງກ້ອນຫີນເຖິງ ແລະຊົງຄຸເຂົ່າລົງອ້ອນວອນວ່າ, 42 “ພຣະບິດາເອີຍ, ຖ້າພໍພຣະທັຍຂໍໃຫ້ຈອກນີ້ເຄື່ອນຍ້າຍໄປຈາກລູກທ້ອນ ແຕ່ຢ່າງໃດກໍດີ, ຂໍຢ່າໃຫ້ເປັນໄປຕາມຄວາມປາຖນາຂອງລູກ ແຕ່ໃຫ້ເປັນໄປຕາມພຣະປະສົງຂອງພຣະອົງເທີນ” 43 ແລ້ວມີເທວະດາຕົນນຶ່ງຈາກສວັນມາປາກົດແກ່ພຣະອົງ ຊູກຳລັງພຣະອົງຂຶ້ນ 44 ເມື່ອຊົງເກີດເປັນທຸກວຸ້ນວາຍຫລາຍຂຶ້ນ ພຣະອົງກໍຊົງຕັ້ງພຣະທັຍອ້ອນວອນຫລາຍ ເຫື່ອຂອງພຣະອົງເກີດເປັນເຫມືອນເລືອດໄຫລຢາດລົງດິນເປັນເມັດໃຫຍ່ 45 ເມື່ອຊົງລຸກຂຶ້ນຈາກການອ້ອນວອນແລ້ວ ພຣະອົງໄດ້ສະເດັດມາຫາພວກສາວົກ ແລະຊົງພົບເຂົາກຳລັງນອນຫລັບຢູ່ດ້ວຍຄວາມທຸກໂສກ 46 ພຣະອົງຈຶ່ງຊົງກ່າວກັບເຂົາວ່າ, “ເປັນຫຍັງຈຶ່ງນອນຫລັບຢູ່ ລຸກຂຶ້ນອ້ອນວອນເພື່ອພວກທ່ານຈະບໍ່ຕົກໃນການທົດລອງ”
ຊົງຖືກມອບໄວ້ແລະຈັບໄປ
47 ເມື່ອພຣະອົງຍັງຊົງກ່າວບໍ່ທັນຂາດຄຳ ເບິ່ງແມ໋, ມີຄົນຈຳນວນຫລາຍ ແລະຜູ້ທີ່ຊື່ວ່າຢູດາ ຊຶ່ງເປັນຜູ້ນຶ່ງໃນພວກສິບສອງຄົນນັ້ນໄດ້ນຳຫນ້າເຂົາມາ ຢູດາໄດ້ຫຍັບເຂົ້າມາໃກ້ພຣະເຢຊູເພື່ອຈະຈູບພຣະອົງ 48 ແຕ່ພຣະເຢຊູຊົງຖາມວ່າ, “ຢູດາເອີຍ, ທ່ານຈະມອບບຸດມະນຸດດ້ວຍການຈູບຫລື” 49 ເມື່ອຄົນທີ່ຢູ່ນຳພຣະອົງເຫັນເຫດການທີ່ຈະບັງເກີດຂຶ້ນນັ້ນ ຈຶ່ງທູນພຣະອົງວ່າ, “ນາຍເອີຍ, ຈະໃຫ້ພວກຂ້ານ້ອຍເອົາດາບມາຟັນຫລື” 50 ມີຜູ້ນຶ່ງໃນພວກສາວົກໄດ້ຟັນຂ້ອຍໃຊ້ຄົນນຶ່ງຂອງມະຫາປະໂຣຫິດ ຖືກຫູເບື້ອງຂວາຂາດ 51 ແຕ່ພຣະເຢຊູຊົງກ່າວວ່າ, “ເຊົາເສັຽເທາະ” ແລ້ວພຣະອົງຊົງບາຍຫູຄົນນັ້ນເຣັດໃຫ້ດີເປັນປົກກະຕິ 52 ຝ່າຍພຣະເຢຊູຊົງກ່າວແກ່ພວກປະໂຣຫິດຕົນໃຫຍ່ ກັບພວກນາຍທະຫານທີ່ຣັກສາພຣະວິຫານແລະພວກເຖົ້າແກ່ທີ່ອອກມາຕໍ່ສູ້ພຣະອົງນັ້ນວ່າ, “ທ່ານທັງຫລາຍຖືດາບ ຖືຄ້ອນອອກມາເຫມືອນຕໍ່ສູ້ໂຈນຫລື 53 ເມື່ອເຮົາຢູ່ກັບທ່ານທັງຫລາຍໃນບໍຣິເວນພຣະວິຫານທຸກໆວັນນັ້ນ ພວກທ່ານບໍ່ໄດ້ຍື່ນມືຕໍ່ສູ້ເຮົາ ແຕ່ບັດນີ້ເປັນເວລາຂອງພວກທ່ານແລະເປັນເວລາຂອງອຳນາດແຫ່ງຄວາມມືດ”
ເປໂຕປະຕິເສດພຣະເຢຊູ
54 ເມື່ອໄດ້ຈັບພຣະອົງແລ້ວເຂົາໄດ້ພາໄປ ແລະຄຸມພຣະອົງເຂົ້າໄປໃນສຳນັກຂອງມະຫາປະໂຣຫິດ ຝ່າຍເປໂຕໄດ້ຕາມໄປໃນລະຍະຫ່າງໄກ 55 ເມື່ອເຂົາໄດ້ດັງໄຟໃນກາງເດີ່ນບ້ານແລະພາກັນນັ່ງລົງ ເປໂຕກໍເຂົ້າໄປນັ່ງກັບເຂົາ 56 ມີຍິງໃຊ້ຄົນນຶ່ງເຫັນເປໂຕນັ່ງຢູ່ບ່ອນແສງໄຟສ່ອງ ກໍເພ່ງເບິ່ງແລ້ວເວົ້າວ່າ, “ຄົນຜູ້ນີ້ແຫລະ, ເຄີຍຢູ່ກັບຄົນນັ້ນ” 57 ແຕ່ເປໂຕຕອບປະຕິເສດວ່າ, “ຍິງເອີຍ, ຄົນຜູ້ນັ້ນຂ້ອຍບໍ່ຮູ້ຈັກ” 58 ອີກຫນ້ອຍນຶ່ງມີຄົນນຶ່ງເຫັນເປໂຕກໍເວົ້າວ່າ, “ໂຕເປັນຄົນໃນພວກນັ້ນເຫມືອນກັນ” ເປໂຕຈຶ່ງຕອບວ່າ, “ຊາຍເອີຍ, ບໍ່ແມ່ນດອກ” 59 ຢູ່ມາປະມານຊົ່ວໂມງນຶ່ງມີອີກຄົນນຶ່ງຢືນຢັນຢ່າງແຂງແຮງວ່າ, “ຄັກແທ້ແລ້ວ ຜູ້ນີ້ແຫລະ, ເຄີຍຢູ່ກັບຄົນນັ້ນ ເພາະເປັນໄທຄາລີເລເຫມືອນກັນ” 60 ແຕ່ເປໂຕໄດ້ຕອບວ່າ, “ຊາຍເອີຍ, ເຣື່ອງທີ່ມຶງເວົ້ານັ້ນກູບໍ່ຮູ້ຈັກ” ໃນທັນໃດ ເມື່ອເປໂຕເວົ້າຍັງບໍ່ທັນຂາດຄຳໄກ່ກໍຂັນ 61 ແລະອົງພຣະຜູ້ເປັນເຈົ້າໄດ້ຊົງຫລຽວເບິ່ງເປໂຕ ແລ້ວເປໂຕກໍລະນຶກເຖິງຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວແກ່ຕົນວ່າ, “ວັນນີ້ກ່ອນໄກ່ຂັນທ່ານຈະປະຕິເສດເຮົາເຖິງສາມເທື່ອ” 62 ແລ້ວເປໂຕກໍອອກໄປຂ້າງນອກຮ້ອງໄຫ້ເປັນທຸກຫນັກໃຈ
ການເຍາະເຍີ້ຍທຸບຕີພຣະເຢຊູ
63 ຝ່າຍຄົນທັງຫລາຍທີ່ໄດ້ຄຸມພຣະເຢຊູ ກໍໄດ້ເຍາະເຍີ້ຍແລະທຸບຕີພຣະອົງ 64 ແລະເມື່ອເຂົາໄດ້ເອົາຜ້າມັດພຣະເນດພຣະອົງແລ້ວ ເຂົາກໍຖາມວ່າ, “ແມ່ນໃຜຕີມຶງ ທວາຍເບິ່ງແມ໋” 65 ເຂົາໄດ້ເວົ້າຄຳຫຍາບຊ້າຕໍ່ພຣະອົງອີກຫລາຍປະການ
ພຣະເຢຊູຕໍ່ຫນ້າສານສູງສຸດ
66 ຄັນຮຸ່ງເຊົ້າມາແລ້ວພວກເຖົ້າແກ່ຂອງພົລເມືອງ ກັບພວກປະໂຣຫິດຕົນໃຫຍ່ ແລະພວກນັກທັມໄດ້ມາປະຊຸມກັນ ແລະເຂົາໄດ້ພາພຣະອົງເຂົ້າໄປໃນສານສູງສຸດຂອງເຂົາ 67 ຈຶ່ງເວົ້າວ່າ, “ຖ້າເຈົ້າເປັນພຣະຄຣິດ ຈົ່ງບອກເຮົາເສັຽ” ແຕ່ພຣະອົງຊົງຕອບເຂົາວ່າ, “ເຖິງເຮົາຈະບອກພວກທ່ານ ທ່ານກໍຈະບໍ່ເຊື່ອເຮົາດອກ 68 ແລະເຖິງເຮົາຈະຖາມພວກທ່ານ ທ່ານກໍຈະບໍ່ຕອບເຮົາຈັກຄໍາ 69 ແຕ່ວ່າຕັ້ງແຕ່ນີ້ໄປບຸດມະນຸດຈະນັ່ງເບື້ອງຂວາຂອງພຣະເຈົ້າຜູ້ຊົງຣິດທານຸພາບ” 70 ເຂົາທຸກຄົນຈຶ່ງຖາມວ່າ, “ຖ້າຢ່າງນັ້ນເຈົ້າເປັນພຣະບຸດຂອງພຣະເຈົ້າຫລື” ພຣະອົງຊົງຕອບເຂົາວ່າ, “ທ່ານທັງຫລາຍເອງວ່າເຮົາເປັນຢ່າງນັ້ນແຫລະ” 71 ແລະເຂົາໄດ້ເວົ້າວ່າ, “ພວກເຮົາຍັງຈະຕ້ອງການພຍານອັນໃດອີກ ເພາະຝ່າຍພວກເຮົາໄດ້ຍິນຈາກປາກຂອງມັນເອງແລ້ວ”
ພຣະເຢຊູຕໍ່ຫນ້າປີລາດ
1 ແລ້ວຂາປະຊຸມທັງຫມົດໄດ້ລຸກຂຶ້ນພາພຣະເຢຊູໄປຫາປີລາດ 2 ແລະເຂົາໄດ້ຕັ້ງຕົ້ນຟ້ອງພຣະອົງວ່າ, “ພວກເຮົາໄດ້ພົບຄົນນີ້ກຳລັງຊັກຊວນຊົນຊາດຂອງເຮົາໃຫ້ເຮັດຜິດ ຄືຫ້າມບໍ່ໃຫ້ເສັຽສ່ວຍແກ່ກາຍຊາ ແລະຍັງເວົ້າວ່າຕົວເອງເປັນພຣະຄຣິດ ຄືກະສັດອົງນຶ່ງ” 3 ປີລາດຈຶ່ງຖາມພຣະເຢຊູວ່າ, “ເຈົ້າເປັນກະສັດຂອງຊາດຢິວຫລື” ພຣະອົງຊົງຕອບວ່າ, “ທ່ານເວົ້ານັ້ນແລ້ວ” 4 ປີລາດຈຶ່ງເວົ້າກັບພວກປະໂຣຫິດຕົນໃຫຍ່ແລະປະຊາຊົນວ່າ, “ເຮົາບໍ່ເຫັນຜິດໃນຜູ້ນີ້ຈັກປະການ” 5 ແລະເຂົາແຮ່ງກ່າວຄຳແຂງຂຶ້ນວ່າ, “ຄົນຜູ້ນີ້ໄດ້ຍົວະຍົງພົລເມືອງໃຫ້ຕື່ນຂຶ້ນ ແລະສັ່ງສອນທົ່ວແຂວງຢູດາຍຕັ້ງແຕ່ແຂວງຄາລີເລຈົນເຖິງທີ່ນີ້”
ພຣະເຢຊູຕໍ່ຫນ້າເຮໂຣດ
6 ເມື່ອປີລາດໄດ້ຍິນເຂົາອອກຊື່ຄາລີເລຈຶ່ງຖາມວ່າ, “ຄົນນີ້ເປັນໄທຄາລີເລຫລື” 7 ເມື່ອຊາບວ່າພຣະອົງຊົງເປັນຄົນຢູ່ໃນຂອບເຂດປົກຄອງຂອງເຮໂຣດ ປີລາດຈຶ່ງສົ່ງພຣະອົງໄປຫາເຮໂຣດ ຜູ້ກຳລັງພັກຢູ່ໃນກຸງເຢຣູຊາເລັມໃນເວລານັ້ນ 8 ເມື່ອເຮໂຣດໄດ້ເຫັນພຣະເຢຊູກໍມີຄວາມຍິນດີຫລາຍ ດ້ວຍວ່າທ່ານຢາກພົບພຣະອົງແຕ່ເຫິງແລ້ວ ເພາະໄດ້ຍິນເຖິງເຣື່ອງພຣະອົງ ແລະຫວັງວ່າຈະເຫັນພຣະອົງຊົງເຣັດການອັດສະຈັນບາງປະການ 9 ທ່ານຈຶ່ງຖາມພຣະອົງຫລາຍຂໍ້ ແຕ່ພຣະອົງບໍ່ໄດ້ຊົງຕອບຈັກຢ່າງ 10 ຝ່າຍພວກປະໂຣຫິດຕົນໃຫຍ່ແລະພວກນັກທັມກໍຢືນຂຶ້ນຟ້ອງພຣະອົງຢ່າງແຂງແຮງ 11 ແລະເຮໂຣດກັບພວກທະຫານຂອງທ່ານໄດ້ດູຫມິ່ນເຍາະເຍີ້ຍພຣະອົງ ແລະເອົາເສື້ອໂຕງົດງາມມາຫົ່ມໃຫ້ພຣະອົງ ແລ້ວສົ່ງພຣະອົງຄືນໄປຫາປີລາດ 12 ຝ່າຍປີລາດກັບເຮໂຣດໄດ້ຄືນດີກັນໃນວັນນັ້ນ ດ້ວຍວ່າແຕ່ກ່ອນເປັນສັດຕຣູກັນ
ພຣະເຢຊູຊົງຖືກພິພາກສາໃຫ້ເຖິງສິ້ນພຣະຊົນ
13 ປີລາດຈຶ່ງສັ່ງພວກປະໂຣຫິດຕົນໃຫຍ່ ພວກເຈົ້ານາຍ ກັບຣາສດອນໃຫ້ມາປະຊຸມກັນ 14 ແລ້ວກ່າວແກ່ເຂົາວ່າ, “ທ່ານທັງຫລາຍໄດ້ພາຄົນນີ້ມາຫາເຮົາຟ້ອງວ່າເປັນຄົນຊັກຊວນຣາສດອນໃຫ້ຫລົງຜິດໄປ ແລະເບິ່ງແມ໋, ເຮົາໄດ້ສືບສວນຕໍ່ຫນ້າພວກທ່ານ ແລະບໍ່ເຫັນວ່າຄົນນີ້ມີຄວາມຜິດໃນຂໍ້ທີ່ທ່ານທັງຫລາຍຟ້ອງນັ້ນ 15 ແລະເຮໂຣດກໍບໍ່ເຫັນມີຄວາມຜິດເຫມືອນກັນ ເພາະວ່າທ່ານໄດ້ສົ່ງຕົວຄົນນີ້ກັບມາຫາເຮົາອີກແລ້ວ ເບິ່ງແມ໋, ຄົນຜູ້ນີ້ບໍ່ໄດ້ເຣັດຜິດອັນໃດທີ່ສົມຄວນຈະຖືກໂທດເຖິງຕາຍ 16 ເຫດສັນນັ້ນເມື່ອເຮົາຂ້ຽນຜູ້ນີ້ແລ້ວກໍຈະປ່ອຍໄປ” 17 (ດ້ວຍວ່າໃນງານເທສການນັ້ນທ່ານຕ້ອງປ່ອຍຄົນນຶ່ງໃຫ້ເຂົາ) 18 ແຕ່ຄົນທັງປວງຮ້ອງຂຶ້ນພ້ອມກັນວ່າ, “ເອົາມັນໄປຂ້າເສັຽ ແລ້ວຈົ່ງປ່ອຍບາຣາບາໃຫ້ພວກເຮົາ” 19 ສ່ວນບາຣາບານັ້ນກໍຕິດຄຸກຢູ່ ເພາະການຈະລາຈົນທີ່ເກີດຂຶ້ນໃນເມືອງແລະການຂ້າຄົນ 20 ສ່ວນປີລາດຍັງມີນ້ຳໃຈຢາກປ່ອຍພຣະເຢຊູຈຶ່ງກ່າວກັບເຂົາອີກ 21 ແຕ່ເຂົາໄດ້ຮ້ອງດັງຂຶ້ນວ່າ, “ຄຶງໄວ້, ຄຶງມັນໄວ້ທີ່ໄມ້ກາງແຂນ” 22 ປີລາດຈຶ່ງກ່າວກັບເຂົາເປັນເທື່ອທີ່ສາມວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຜິດອັນໃດ ເຮົາບໍ່ໄດ້ເຫັນມີຜິດອັນໃດທີ່ສົມຄວນຈະໃຫ້ຖືກໂທດເຖິງຕາຍ ເຫດສັນນັ້ນເມື່ອເຮົາຂ້ຽນແລ້ວກໍຈະປ່ອຍເສັຽ” 23 ຝ່າຍຄົນທັງປວງກໍພ້ອມກັນຮ້ອງສຽງດັງ ເພື່ອຈະໃຫ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະສຽງຂອງເຂົາກໍຊະນະ 24 ແລ້ວປີລາດຈຶ່ງຕັດສິນໃຫ້ເປັນໄປຕາມຄວາມຂໍຮ້ອງຂອງເຂົາ 25 ທ່ານຈຶ່ງປ່ອຍຄົນທີ່ເຂົາຂໍນັ້ນ ຄືຜູ້ທີ່ຕິດຄຸກຢູ່ເພາະການຈະລາຈົນແລະການຂ້າຄົນ ແຕ່ໄດ້ມອບພຣະເຢຊູໄວ້ຕາມຄວາມຕ້ອງການຂອງເຂົາ
ການຄຶງໄວ້ທີ່ໄມ້ກາງແຂນ
26 ເມື່ອເຂົາພາພຣະອົງອອກໄປ ເຂົາໄດ້ຈັບຊີໂມນໄທກີເຣເນທີ່ກຳລັງມາຈາກບ້ານນອກ ແລ້ວເອົາໄມ້ກາງແຂນວາງໃສ່ໃຫ້ແບກຕາມພຣະເຢຊູໄປ 27 ປະຊາຊົນຈຳນວນຫລວງຫລາຍໄດ້ຕາມພຣະອົງໄປ ທັງພວກແມ່ຍິງທີ່ຕີເອິກຮ້ອງໄຫ້ເພາະພຣະອົງ 28 ພຣະເຢຊູຊົງຫລຽວຫລັງຫາເຂົາແລ້ວຊົງກ່າວວ່າ, “ລູກສາວເຢຣູຊາເລັມເອີຍ, ຢ່າຊູຮ້ອງໄຫ້ສົງສານເຮົາ ແຕ່ຈົ່ງຮ້ອງໄຫ້ສົງສານຕົນເອງ ແລະສົງສານລູກທັງຫລາຍຂອງຕົນ 29 ດ້ວຍວ່າ ເບິ່ງແມ໋, ຈະມີເວລານຶ່ງທີ່ເຂົາຈະເວົ້າວ່າ, “ແມ່ຍິງເຫລົ່ານັ້ນທີ່ເປັນຫມັນ ທ້ອງທີ່ບໍ່ເກີດລູກ ແລະຫົວນົມທີ່ລູກບໍ່ໄດ້ດູດຈັກເທື່ອກໍເປັນສຸກ” 30 ໃນເວລານັ້ນເຂົາຈະຕັ້ງຕົ້ນກ່າວກັບພູທັງຫລາຍວ່າ, “ຂໍຈົ່ງເຈື່ອນລົງມາທັບເຮົາ” ແລະກ່າວກັບໂນນທັງຫລາຍວ່າ, “ຈົ່ງປົກບັງເຮົາໄວ້” 31 ເພາະວ່າຖ້າເຂົາເຮັດການຢ່າງນີ້ແກ່ຕົ້ນໄມ້ສົດ ເຂົາຈະເຮັດຢ່າງໃດຫນໍແກ່ຕົ້ນໄມ້ທີ່ແຫ້ງແລ້ວ” 32 ມີອີກສອງຄົນທີ່ເປັນຜູ້ຮ້າຍ ຊຶ່ງເຂົາໄດ້ຄຸມມາເຫມືອນກັນເພື່ອຂ້າເສັຽພ້ອມກັບພຣະອົງ 33 ເມື່ອມາເຖິງບ່ອນນຶ່ງທີ່ເອີ້ນວ່າກະໂຫລກຫົວ ເຂົາກໍຄຶງພຣະອົງໄວ້ບ່ອນນັ້ນທີ່ໄມ້ກາງແຂນ ພ້ອມກັບຜູ້ຮ້າຍສອງຄົນ ເບື້ອງຂວາຄົນນຶ່ງ ເບື້ອງຊ້າຍຄົນນຶ່ງ 34 ຝ່າຍພຣະເຢຊູຈຶ່ງຊົງອ້ອນວອນວ່າ, “ໂອ ພຣະບິດາເຈົ້າ, ຂໍໂຜດອະພັຍໂທດເຂົາ ເພາະວ່າເຂົາບໍ່ຮູ້ຈັກວ່າເຂົາກຳລັງເຮັດອັນໃດ” ແລ້ວເຂົາໄດ້ເອົາເຄື່ອງທົງຂອງພຣະອົງໄປຈົກສລາກແບ່ງປັນກັນ 35 ຝ່າຍປະຊາຊົນກໍຢືນເບິ່ງ ແລະພວກເຈົ້ານາຍໄດ້ເຍາະເຍີ້ຍພຣະອົງວ່າ, “ມັນໄດ້ຊ່ອຍຄົນອື່ນໃຫ້ລອດພົ້ນ ຖ້າຄົນນີ້ເປັນພຣະຄຣິດທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນໃຫ້ມັນຊ່ອຍຕົນເອງເສັຽ” 36 ພວກທະຫານໄດ້ເຍາະເຍີ້ຍພຣະອົງເຫມືອນກັນ ເຂົາໄດ້ເຂົ້າມາເອົາເຫລົ້າແວງສົ້ມຖວາຍພຣະອົງ 37 ໂດຍເວົ້າວ່າ, “ຖ້າເຈົ້າເປັນກະສັດຊາດຢິວ ຈົ່ງຊ່ອຍຕົວເອງໃຫ້ພົ້ນເສັຽ” 38 ແລະມີຄຳຂຽນໄວ້ເທິງພຣະອົງວ່າ, “ຜູ້ນີ້ຄືກະສັດຂອງຊາດຢິວ” 39 ຝ່າຍຄົນນຶ່ງໃນຜູ້ຮ້າຍທີ່ຖືກຄຶງໄວ້ ໄດ້ເວົ້າຫມິ່ນປມາດຕໍ່ພຣະອົງວ່າ, “ເຈົ້າເປັນພຣະຄຣິດ ບໍ່ແມ່ນຫລື ຈົ່ງຊ່ອຍຕົວເອງກັບຊ່ອຍເຮົາໃຫ້ພົ້ນເສັຽ” 40 ແຕ່ຄົນນຶ່ງໄດ້ຫ້າມວ່າ, “ໂຕບໍ່ຢ້ານພຣະເຈົ້າຫລື ເພາະໂຕກໍຖືກໂທດເຫມືອນກັນ 41 ຝ່າຍເຮົາກໍສົມກັບໂທດນັ້ນແທ້ ເພາະເຮົາກຳລັງໄດ້ຮັບສົມກັບການທີ່ເຮົາເຮັດນັ້ນ ແຕ່ຜູ້ນີ້ບໍ່ໄດ້ເຣັດຜິດອັນໃດ” 42 ແລ້ວຄົນນັ້ນຈຶ່ງທູນວ່າ, “ພຣະເຢຊູເອີຍ, ເມື່ອໃດທ່ານມາໃນແຜ່ນດິນຂອງທ່ານ ຂໍຈົ່ງລະນຶກເຖິງຂ້ານ້ອຍແດ່” 43 ຝ່າຍພຣະອົງຊົງຕອບວ່າ, “ເຮົາບອກທ່ານຕາມຈິງວ່າ ວັນນີ້ທ່ານຈະຢູ່ກັບເຮົາໃນທີ່ສຸຂເສີມ”
ຊົງສິ້ນພຣະຊົນ
44 ເວລານັ້ນພໍປະມານຫົກໂມງ ກໍບັງເກີດມືດມົວທົ່ວແຜ່ນດິນຈົນເຖິງເກົ້າໂມງ 45 ແສງຕາເວັນກໍມືດໄປ ແລະຜ້າກັ້ງໃນພຣະວິຫານກໍຖືກຊົງຈີກເຄິ່ງກາງ 46 ແລ້ວພຣະເຢຊູຊົງຮ້ອງສຽງດັງກ່າວວ່າ, “ພຣະບິດາເອີຍ, ຂ້ານ້ອຍຂໍຝາກຈິດວິນຍານຂອງຂ້ານ້ອຍໄວ້ໃນພຣະຫັດຂອງພຣະອົງ” ເມື່ອຊົງກ່າວຢ່າງນັ້ນແລ້ວກໍສິ້ນພຣະຊົນ 47 ເມື່ອນາຍຮ້ອຍທະຫານໄດ້ເຫັນການທີ່ເກີດຂຶ້ນນັ້ນ ຈຶ່ງສັຣເສີນພຣະເຈົ້າວ່າ, “ຈິງແທ້ແລ້ວ, ທ່ານຜູ້ນີ້ບໍ່ມີຄວາມຜິດ” 48 ຄົນທັງປວງທີ່ມາຊຸມນຸມເບິ່ງການແປກປລາດນັ້ນ ເມື່ອໄດ້ເຫັນເຫດການທີ່ເກີດຂຶ້ນນັ້ນ ກໍພາກັນຕີເອິກກັບຄືນໄປ 49 ຄົນທັງຫລາຍທີ່ຮູ້ຈັກພຣະອົງກັບພວກແມ່ຍິງທີ່ໄດ້ຕາມມາພ້ອມພຣະອົງແຕ່ແຂວງຄາລີເລ ກໍຢືນເບິ່ງການທັງຫລາຍນີ້ຢູ່ແຕ່ໄກ
ການປົງພຣະສົບຂອງພຣະເຢຊູ
50 ແລະເບິ່ງແມ໋, ມີຊາຍຄົນນຶ່ງຊື່ ໂຢເຊບ ເປັນສະມາຊິກແຫ່ງສານສູງສຸດ ທ່ານເປັນຄົນດີແລະຄົນສັດຊື່ 51 ທ່ານຜູ້ນີ້ບໍ່ໄດ້ເຫັນດີຕາມມະຕິແລະການເຮັດຂອງເຂົານັ້ນ ທ່ານເປັນໄທບ້ານອາຣີມາທາຍຊຶ່ງເປັນບ້ານຂອງຊາດຢິວ ທັງເປັນຜູ້ຄອຍຖ້າຣາຊອານາຈັກຂອງພຣະເຈົ້າ 52 ທ່ານຜູ້ນີ້ໄດ້ເຂົ້າໄປຫາປີລາດຂໍເອົາພຣະສົບພຣະເຢຊູ 53 ແລະເມື່ອໄດ້ອັນເຊີນພຣະສົບລົງແລ້ວ ທ່ານກໍເອົາຜ້າປ່ານຫໍ່ຫຸ້ມໄວ້ ແລ້ວອັນເຊີນພຣະສົບໄປບັນຈຸໄວ້ໃນອຸບໂມງ ທີ່ສະກັດໄວ້ໃນຫີນຊຶ່ງຍັງບໍ່ໄດ້ວາງສົບໃຜຈັກເທື່ອ 54 ວັນນັ້ນເປັນວັນຈັດຕຽມ ແລະວັນສະບາໂຕກໍເກືອບຈະເຖິງແລ້ວ 55 ຝ່າຍພວກແມ່ຍິງທີ່ຕາມພຣະອົງມາຈາກແຂວງຄາລີເລກໍໄດ້ຕາມໄປ ແລະໄດ້ເຫັນອຸບໂມງ ກັບໄດ້ເຫັນເຂົາບັນຈຸວາງພຣະສົບຂອງພຣະອົງໄວ້ຢ່າງໃດ 56 ແລ້ວເຂົາກໍໄດ້ກັບໄປຈັດແຈງເຄື່ອງແລະນ້ຳມັນຫອມໃນວັນສະບາໂຕນັ້ນເຂົາກໍໄດ້ພັກການຕາມພຣະບັນຍັດ
ການຊົງຄືນພຣະຊົນ
1 ແຕ່ຮຸ່ງເຊົ້າວັນຕົ້ນສັປດາ ຜູ້ຍິງເຫລົ່ານັ້ນໄດ້ນຳເອົາເຄື່ອງຫອມທີ່ຈັດໄວ້ນັ້ນມາເຖິງອຸບໂມງ 2 ແລະເຂົາໄດ້ເຫັນກ້ອນຫີນນັ້ນກຶ່ງອອກຈາກປາກອຸບໂມງແລ້ວລ 3 ເມື່ອເຂົ້າໄປທັງໃນແລ້ວເຂົາກໍບໍ່ເຫັນພຣະສົບ 4 ເມື່ອເຂົາກຳລັງຄຶດສງົນສົນເທດ້ວຍເຫດການນັ້ນ ເບິ່ງແມ໋, ມີຊາຍສອງຄົນຢືນຢູ່ໃກ້ເຂົາ ນຸ່ງເຄື່ອງອັນງົດງາມຈົນເຫລື້ອມຕາ 5 ຝ່າຍແມ່ຍິງເຫລົ່ານັ້ນກໍຢ້ານແລະກົ້ມຫນ້າລົງເຖິງດິນ ສອງຄົນນັ້ນໄດ້ຖາມເຂົາວ່າ, “ພວກນາງຊອກຄົນເປັນໃນຫມູ່ຄົນຕາຍເຮັດຫຍັງ 6 (ພຣະອົງບໍ່ປະທັບຢູ່ທີ່ນີ້ ແຕ່ຖືກຊົງບັນດານໃຫ້ເປັນຄືນມາແລ້ວ) ຈົ່ງລະນຶກເຖິງຄຳທີ່ພຣະອົງຊົງກ່າວກັບທ່ານທັງຫລາຍ ເມື່ອພຣະອົງຍັງຢູ່ໃນແຂວງຄາລີເລນັ້ນ 7 ວ່າບຸດມະນຸດຈະຕ້ອງຖືກມອບໄວ້ໃນມືຄົນບາບ ຈະຖືກຄຶງໄວ້ທີ່ໄມ້ກາງແຂນ ແລໃນວັນຖ້ວນສາມກໍຈະຄືນມາອີກ” 8 ແມ່ຍິງເຫລົ່ານັ້ນໄດ້ລະນຶກເຖິງຖ້ອຍຄຳຂອງພຣະອົງ 9 ແລະເມື່ອໄດ້ກັບໄປຈາກອຸບໂມງແລ້ວ ເຂົາໄດ້ບອກເຫດການທັງປວງນັ້ນແກ່ພວກສິບເອັດຄົນນັ້ນແລະຄົນອື່ນໆເຫມືອນກັນ 10 ຜູ້ທີ່ໄດ້ບອກເຫດການນັ້ນແກ່ພວກອັຄສາວົກ ຄືມາຣິອາມັກດາລາ ໂຢຮັນນາ ມາຣິອາແມ່ຂອງຢາໂກໂບ ພ້ອມດ້ວຍຜູ້ອື່ນໆທີ່ຢູ່ກັບເຂົາ 11 ຝ່າຍພວກອັຄສາວົກບໍ່ເຊື່ອຄຳເວົ້າຂອງພວກຜູ້ຍິງ ເພາະຖືວ່າເປັນຄຳເວົ້າເປົ່າໆ 12 (ແຕ່ເປໂຕໄດ້ລຸກຂຶ້ນແລ່ນມາຍັງອຸບໂມງ ເມື່ອກົ້ມລົງກໍເຫັນແຕ່ຜ້າຫໍ່ເທົ່ານັ້ນ ຈຶ່ງກັບໄປດ້ວຍຄຶດປລາດໃຈເຖິງເຫດການຊຶ່ງເກີດຂຶ້ນນັ້ນ)
ການເດີນທາງໄປເອມມາອູດ
13 ແລະເບິ່ງແມ໋, ໃນວັນດຽວກັນນັ້ນຍັງມີສາວົກສອງຄົນກຳລັງໄປບ້ານເອມມາອູດ ຊຶ່ງໄກຈາກກຸງເຢຣູຊາເລັມປະມານຫົກພັນວາ 14 ເຂົາທັງສອງໄດ້ສົນທະນາກັນເຖິງເຫດການທີ່ເກີດຂຶ້ນນັ້ນ 15 ເມື່ອເຂົາກຳລັງສົນທະນາໄຕ່ຖາມກັນຢູ່ ພຣະເຢຊູກໍສະເດັດເຂົ້າມາໃກ້ເຂົາ ແລ້ວໄດ້ສະເດັດຮ່ວມທາງກັບເຂົາໄປ 16 ແຕ່ຕາຂອງເຂົາໄດ້ຖືກຊົງບັງລັບໄວ້ ເພື່ອບໍ່ໃຫ້ເຂົາຮູ້ຈັກພຣະອົງ 17 ພຣະອົງຊົງຖາມເຂົາວ່າ, “ເມື່ອມາຕາມທາງພວກທ່ານໄຕ່ຖາມກັນເຖິງເຣື່ອງໃດ” ແລະເຂົາໄດ້ຢຸດຢືນຢູ່ດ້ວຍຫນ້າໂສກເສົ້າ 18 ແລ້ວຄົນນຶ່ງຊື່ກະໂລປາ ໄດ້ທູນຖາມພຣະອົງວ່າ, “ໃນບັນດາແຂກເມືອງທີ່ມາອາສັຍຢູ່ໃນກຸງເຢຣູຊາເລັມ ມີແຕ່ທ່ານຜູ້ດຽວຫລື ທີ່ບໍ່ຮູ້ເຫດການຊຶ່ງເກີດຂຶ້ນທີ່ນັ້ນລະຫວ່າງວັນເຫລົ່ານີ້” 19 ພຣະອົງຊົງຖາມເຂົາວ່າ, “ເຫດການອັນໃດ” ເຂົາທູນຕອບວ່າ, “ເຣື່ອງເຢຊູໄທນາຊາເຣັດທີ່ສະແດງຕົວເປັນຜູ້ປະກາດພຣະທັມປະກອບດ້ວຍຣິດເດດ ໃນກິຈການແລະໃນຖ້ອຍຄຳຕໍ່ພຣະພັກພຣະເຈົ້າແລະຕໍ່ຫນ້າພົລເມືອງທັງຫມົດ 20 ຄືຜູ້ທີ່ພວກປະໂຣຫິດຕົນໃຫຍ່ແລະພວກເຈົ້ານາຍຂອງເຮົາ ໄດ້ມອບທ່ານໄວ້ໃຫ້ຕັດສິນລົງໂທດເຖິງຕາຍ ແລະໄດ້ຄຶງໄວ້ທີ່ໄມ້ກາງແຂນ 21 ແຕ່ເຮົາທັງຫລາຍຫວັງໃຈວ່າ ຈະແມ່ນທ່ານຜູ້ນີ້ແຫລະ, ທີ່ຈະໄຖ່ຊົນຊາດອິສຣາເອນໃຫ້ພົ້ນ ຫລາຍກວ່ານັ້ນອີກ, ວັນນີ້ເປັນວັນຖ້ວນສາມຕັ້ງແຕ່ເຫດການນັ້ນເກີດຂຶ້ນ 22 ມີແມ່ຍິງລາງຄົນໃນພວກເຮົາໄດ້ໄປເຖິງອຸບໂມງແຕ່ຮຸ່ງເຊົ້າ ເຂົາໄດ້ເຮັດໃຫ້ພວກເຮົາປລາດໃຈຫລາຍ 23 ຄືເຂົາບໍ່ໄດ້ເຫັນສົບຂອງທ່ານ ຈຶ່ງມາບອກວ່າໄດ້ເຫັນນິມິດເປັນເທວະດາ ແລະເທວະດາໄດ້ບອກວ່າທ່ານມີຊີວິດຢູ່ 24 ບາງຄົນທີ່ຢູ່ກັບພວກເຮົາກໍໄດ້ໄປເຖິງອຸບໂມງ ແລະໄດ້ພົບເຫມືອນພວກແມ່ຍິງນັ້ນໄດ້ບອກ ແຕ່ທ່ານຜູ້ນັ້ນເຂົາບໍ່ໄດ້ເຫັນ” 25 ພຣະເຢຊູຊົງກ່າວແກ່ສອງຄົນນັ້ນວ່າ, “ໂອ ຄົນໂງ່, ຜູ້ມີໃຈເສີຍຊ້າໃນກາຍເຊື່ອບັນດາຖ້ອຍຄຳ ຊຶ່ງພວກຜູ້ປະກາດພຣະທັມໄດ້ກ່າວໄວ້ນັ້ນ 26 ຈຳເປັນທີ່ພຣະຄຣິດຈະຕ້ອງທົນທຸກທໍຣະມານຢ່າງນັ້ນ ແລ້ວເຂົ້າໄປໃນໃນຣັສມີຂອງພຣະອົງ ບໍ່ແມ່ນຫລື” 27 ພຣະອົງຈຶ່ງຊົງອະທິບາຍພຣະຄັມພີທັງຫມົດທີ່ກ່ຽວກັບພຣະອົງເອງໃຫ້ເຂົາຟັງ ຕັ້ງແຕ່ໂມເຊແລະບັນດາຜູ້ປະກາດພຣະທັມ 28 ເມື່ອເຂົາມາໃຫ້ບ້ານທີ່ຈະໄປນັ້ນ ພຣະອົງຊົງເຮັດເຫມືອນກັບວ່າຈະສະເດັດເລີຍໄປ 29 ແຕ່ເຂົາທັງສອງໄດ້ຫນ່ວງຫນ່ຽວທູນພຣະອົງວ່າ, “ເຊີນທ່ານມາພັກເຊົາຢູ່ກັບເຮົາ ເພາະວ່າເວລາກໍຈວນຈະຄ່ຳແລ້ວ ແລະວັນກໍລ່ວງໄປຫລາຍແລ້ວ” 30 ຢູ່ມາເມື່ອຊົງນັ່ງໂຕະຮ່ວມເຂົາ ພຣະອົງຊົງຈັບເອົາເຂົ້າຈີ່ມາໂມທະນາພຣະຄຸນ ແລ້ວຊົງຫັກຍື່ນໃຫ້ເຂົາ 31 ແລະຕາຂອງເຂົາກໍຖືກຊົງປືດອອກ ແລ້ວພຣະອົງກໍຊົງຫາຍໄປຈາກເຂົາເສັຽ 32 ເຂົາຈຶ່ງເວົ້າກັນວ່າ, “ເມື່ອພຣະອົງຊົງເວົ້ານຳເຮົາຕາມທາງ ແລະໄດ້ຊົງອະທິບາຍພຣະຄັມພີໃຫ້ເຮົາຟັງນັ້ນ ໃຈຂອງເຮົາກໍຮ້ອນຮົນເຫມືອນໄຟພາຍໃນເຮົາ ບໍ່ແມ່ນຫລື” 33 ໃນໂມງນັ້ນເຂົາທັງສອງກໍລຸກຂຶ້ນກັບໄປຍັງກຸງເຢຣູຊາເລັມ ແລະໄດ້ພົບສິບເອັດຄົນນັ້ນຊຸມນຸມກັນຢູ່ພ້ອມກັບພັກພວກ 34 ກຳລັງເວົ້າກັນວ່າ, “ແມ່ນອົງພຣະຜູ້ເປັນເຈົ້າຊົງເປັນຄືນມາແນ່ແທ້ ແລະໄດ້ຊົງປາກົດແກ່ຊີໂມນ” 35 ຝ່າຍສອງຄົນນັ້ນໄດ້ເລົ່າຍັງເຫດການທີ່ໄດ້ເກີດຂຶ້ນຕາມທາງ ແລະການທີ່ພຣະອົງໄດ້ຊົງເຣັດໃຫ້ເຂົາຮູ້ຈັກພຣະອົງເອງໂດຍການຊົງຫັກເຂົ້າຈີ່ນັ້ນ”
ພຣະເຢຊູຊົງປາກົດແກ່ພວກສາວົກ
36 ເມື່ອເຂົາທັງສອງກຳລັງເລົ່າເຫດການທັງປວງນັ້ນຢູ່ ອົງພຣະເຢຊູໄດ້ຊົງຢືນຢູ່ຖ້າມກາງເຂົາ (ໂດຍຊົງກ່າວວ່າ, “ສັນຕິສຸກຈົ່ງມີແກ່ທ່ານທັງຫລາຍ”) 37 ຝ່າຍເຂົາກໍຢ້ານສະດຸ້ງຕົກໃຈໂດຍຄຶດວ່າເຫັນຜີ 38 ພຣະອົງຈຶ່ງຊົງກ່າວແກ່ເຂົາວ່າ, “ທ່ານທັງຫລາຍວຸ້ນວາຍເຮັດຫຍັງ ດ້ວຍເຫດໃດຄວາມຄຶດສະງົນສົນເທຈຶ່ງເກີດຂຶ້ນໃນໃຈຂອງພວກທ່ານ 39 ຈົ່ງເບິ່ງມືແລະຕີນຂອງເຮົາວ່າແມ່ນເຮົາເອງ ຈົ່ງຄຳເບິ່ງຕົວເຮົາ ເພາະວ່າຜີບໍ່ມີເນື້ອບໍ່ມີດູກເຫມືອນກັບທ່ານເຫັນເຮົາມີຢູ່ນີ້” 40 ເມື່ອຊົງກ່າວດັ່ງນັ້ນແລ້ວ ພຣະອົງກໍຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ 41 ເມື່ອເຂົາຍັງບໍ່ວາງໃຈເຊື່ອເພາະຄວາມຍິນດີແລະປລາດໃຈຢູ່ ພຣະອົງຈຶ່ງຊົງຖາມເຂົາວ່າ, “ທີ່ນີ້ພວກທ່ານມີຫຍັງກິນແດ່ຫລື” 42 ແລະເຂົາກໍເອົາປາປິ້ງຕ່ອນນຶ່ງມາຖວາຍພຣະອົງ 43 ພຣະອົງຊົງຮັບມາສເວີຍຕໍ່ຫນ້າເຂົາ 44 ພຣະອົງຊົງກ່າວແກ່ເຂົາວ່າ, “ນີ້ແຫລະ, ຄືຖ້ອຍຄຳຂອງເຮົາ ຊຶ່ງເຮົາໄດ້ບອກໄວ້ແກ່ທ່ານທັງຫລາຍ ເມື່ອເຮົາຍັງຢູ່ກັບພວກທ່ານວ່າບັນດາຄຳທີ່ຂຽນໄວ້ເຖິງເຮົາໃນບັນຍັດຂອງໂມເຊ ໃນຄັມພີຂອງພວກຜູ້ປະກາດພຣະທັມ ແລະໃນຄັມພີເພງສັຣເສີນນັ້ນຈຳເປັນຈະຕ້ອງສຳເຣັດ” 45 ເມື່ອນັ້ນພຣະອົງໄດ້ຊົງບັນດົນຈິດໃຈຂອງເຂົາ ເພື່ອໃຫ້ເຂົາເຂົ້າໃຈພຣະຄັມພີ 46 ພຣະອົງຊົງກ່າວແກ່ເຂົາວ່າ, “ມີຄຳຂຽນໄວ້ຢ່າງນີ້ ພຣະຄຣິດຈະຕ້ອງຊົງທົນທຸກທໍຣະມານ ແລະຊົງເປັນຄືນມາຈາກຕາຍໃນວັນຖ້ວນສາມ 47 ແລະຈະຕ້ອງປະກາດທົ່ວທຸກປະເທດໃນພຣະນາມຂອງພຣະອົງໃຫ້ຖິ້ມໃຈເກົ່າເອົາໃຈໃຫມ່ຣັບການຍົກບາບໂທດ ຕັ້ງແຕ່ກຸງເຢຣູຊາເລັມໄປ 48 ຝ່າຍທ່ານທັງຫລາຍເປັນພຍານໃນການທັງຫລາຍນັ້ນ 49 ແລະເບິ່ງແມ໋, ອັນທີ່ພຣະບິດາຂອງເຮົາໄດ້ຊົງສັນຍາໄວ້ນັ້ນ ເຮົາກໍໃຊ້ມາເທິງທ່ານທັງຫລາຍ ແຕ່ຝ່າຍພວກທ່ານຈົ່ງຄອຍຢູ່ໃນກຸງ ຈົນກວ່າພວກທ່ານຈະໄດ້ປະກອບດ້ວຍຣິດເດດທີ່ມາຈາກເບື້ອງເທິງ”
ການສະເດັດສູ່ສວັນ
50 ພຣະອົງຈຶ່ງຊົງພາເຂົາອອກໄປເຖິງບ້ານເບັດທາເນັຽ ແລະຊົງຍົກພຣະຫັດອວຍພອນເຂົາ 51 ເມື່ອຊົງອວຍພອນຢູ່ນັ້ນ ພຣະອົງໄດ້ສະເດັດຈາກເຂົາໄປ (ແລະຊົງຖືກຮັບຂຶ້ນໄປສູ່ສວັນ) 52 ສ່ວນເຂົາ (ເມື່ອຂາບລົງນະມັສການພຣະອົງແລ້ວ) ກໍກັບໄປຍັງກຸງເຢຣູຊາເລັມດ້ວຍຄວາມຍິນດີຫລາຍ 53 ແລະທຸກໆວັນເຂົາທັງຫລາຍໄດ້ຢູ່ໃນບໍຣິເວນພຣະວິຫານ ສັຣເສີນໂມທະນາພຣະຄຸນຂອງພຣະເຈົ້າ
ພຣະທັມບັງເກີດເປັນມະນຸດ
1 ເມື່ອຕົ້ນເດີມນັ້ນພຣະທັມຊົງເປັນຢູ່ແລ້ວ ພຣະທັມນັ້ນຊົງສະຖິດຢູ່ກັບພຣະເຈົ້າ ພຣະທັມນັ້ນແຫລະ, ຊົງເປັນພຣະເຈົ້າ 2 ເມື່ອຕົ້ນເດີມນັ້ນພຣະທັມຊົງສະຖິດຢູ່ກັບພຣະເຈົ້າ 3 ພຣະເຈົ້າຊົງສ້າງສິ່ງທັງປວງຂຶ້ນມາໂດຍພຣະທັມ ໃນບັນດາສິ່ງທີ່ເປັນມານັ້ນ ບໍ່ມີຈັກສິ່ງທີ່ເປັນມາໂດຍນອກຈາກພຣະທັມ 4 ພຣະທັມນັ້ນຊົງມີຊີວິດຢູ່ໃນພຣະອົງເອງ ແລະຊີວິດນັ້ນເປັນຄວາມສວ່າງຂອງມະນຸສໂລກ 5 ຄວາມສວ່າງກໍສ່ອງເຂົ້າມາໃນມືດ ແລະຄວາມມືດນັ້ນບໍ່ໄດ້ຊະນະຕໍ່ຄວາມສວ່າງ 6 ແລະເກີດມີຊາຍຄົນນຶ່ງທີ່ພຣະເຈົ້າຊົງໃຊ້ມາ ຊື່ວ່າ ໂຢຮັນ 7 ທ່ານໄດ້ມາເປັນພຍານ ເພື່ອອ້າງຄວາມພຍານເຣື່ອງຄວາມສວ່າງນັ້ນ ເພື່ອຄົນທັງປວງຈະໄດ້ເຊື່ອໃນດ້ວຍທ່ານ 8 ທ່ານບໍ່ແມ່ນຄວາມສວ່າງ ແຕ່ມາເປັນພຍານກ່ຽວເຣື່ອງຄວາມສວ່າງນັ້ນ 9 ອັນນີ້ຄືຄວາມສວ່າງອັນແທ້ຈິງ ທີ່ຂນະນັ້ນກຳລັງເຂົ້າມາໃນໂລກແລະສ່ອງເຖິງຄົນທັງປວງ 10 ພຣະອົງຊົງສະຖິດຢູ່ໃນໂລກຊຶ່ງພຣະເຈົ້າຊົງສ້າງຂຶ້ນດ້ວຍພຣະອົງນັ້ນ ແຕ່ໂລກບໍ່ໄດ້ຮູ້ຈັກພຣະອົງ 11 ພຣະອົງໄດ້ສະເດັດມາຍັງບ້ານເມືອງຂອງພຣະອົງ ແລະຊາວບ້ານຊາວເມືອງຂອງພຣະອົງບໍ່ໄດ້ຕ້ອນຮັບພຣະອົງ 12 ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ຄືຜູ້ທີ່ເຊື່ອໃນພຣະນາມຂອງພຣະອົງ ພຣະອົງຊົງປະທານສິດໃຫ້ກາຍເປັນບຸດຂອງພຣະເຈົ້າ 13 ຊຶ່ງບໍ່ໄດ້ເກີດຈາກເລືອດເນື້ອ ຫລືກາມ ຫລືຄວາມປະສົງຂອງມະນຸດ ແຕ່ເກີດຈາກພຣະເຈົ້າ 14 ພຣະທັມໄດ້ຊົງບັງເກີດເປັນມະນຸດ ແລະຊົງອາໄສຢູ່ຖ້າມກາງເຮົາທັງຫລາຍບໍຣິບູນດ້ວຍພຣະຄຸນແລະຄວາມຈິງ ເຮົາທັງຫລາຍໄດ້ເຫັນສະງ່າຣາສີຂອງພຣະອົງ ຄືສະງ່າຣາສີອັນສົມກັບພຣະບຸດອົງດຽວຂອງພຣະອົງ 15 ໂຢຮັນໄດ້ເປັນພຍານໃຫ້ແກ່ພຣະອົງແລະຮ້ອງປະກາດວ່າ, “ຜູ້ນີ້ແຫລະ, ຄືຜູ້ທີ່ເຮົາໄດ້ກ່າວເຖິງວ່າ “ຜູ້ທີ່ມາພາຍຫລັງເຮົາກໍຈະອອກກ່ອນຫນ້າເຮົາ ເພາະທ່ານເປັນຢູ່ກ່ອນເຮົາ” 16 ແລະເຮົາທຸກຄົນໄດ້ຮັບຈາກຄວາມຄົບບໍຣິບູນຂອງພຣະອົງ ເປັນພຣະຄຸນຊ້ອນພຣະຄຸນ 17 ເພາະວ່າພຣະເຈົ້າໄດ້ຊົງປະທານພຣະບັນຍັດນັ້ນດ້ວຍໂມເຊ ສ່ວນພຣະຄຸນແລະຄວາມຈິງມາດ້ວຍພຣະເຢຊູຄຣິດ 18 ບໍ່ມີໃຜໄດ້ເຫັນພຣະເຈົ້າຈັກເທື່ອ ແຕ່ພຣະບຸດອົງດຽວ ຜູ້ຊົງເປັນພຣະເຈົ້າຊຶ່ງຊົງສະຖິດຢູ່ໃນພຣະຊວງຂອງພຣະບິດາ ພຣະອົງນັ້ນແຫລະ, ໄດ້ຊົງສະແດງໃຫ້ຮູ້
ຄຳພຍານຂອງໂຢຮັນບັບຕິສະໂຕ
19 ນີ້ເປັນຄຳພຍານຂອງໂຢຮັນ ຄືເມື່ອພວກຢິວໄດ້ໃຊ້ພວກປະໂຣຫິດແລະພວກເລວີຈາກກຸງເຢຣູຊາເລັມໄປຖາມທ່ານວ່າ, “ທ່ານຄືຜູ້ໃດ” 20 ທ່ານກໍຍອມບໍ່ໄດ້ປະຕິເສດ ຄືໄດ້ຍອມຮັບວ່າ “ເຮົາບໍ່ແມ່ນພຣະຄຣິດ” 21 ເຂົາຈຶ່ງຖາມວ່າ, “ຖ້າຢ່າງນັ້ນທ່ານຄືຜູ້ໃດ ທ່ານແມ່ນເອລີຢາຫລື” ທ່ານຕອບວ່າ, “ເຮົາບໍ່ແມ່ນເອລີຢາ” ທ່ານຄືຜູ້ປະກາດພຣະທັມຫລື” ທ່ານຕອບວ່າ, “ບໍ່ແມ່ນ” 22 ເຂົາຈຶ່ງຖາມອີກວ່າ, “ທ່ານຄືໃຜ ເພື່ອເຮົາຈະໄດ້ເອົາຄຳຕອບໄປບອກຄົນທີ່ໄດ້ໃຊ້ເຮົາມານັ້ນ ຝ່າຍທ່ານ ທ່ານເວົ້າຢ່າງໃດ” 23 ທ່ານຕອບວ່າ, “ຝ່າຍເຮົາເປັນສຽງຂອງຜູ້ທີ່ຮ້ອງປະກາດໃນປ່າວ່າ “ຈົ່ງເຮັດຫົນທາງຂອງອົງພຣະຜູ້ເປັນເຈົ້າໃຫ້ຊື່ໄປ” ຕາມທີ່ເອຊາຢາຜູ້ປະກາດພຣະທັມໄດ້ກ່າວໄວ້ 24 ຝ່າຍພວກທີ່ຮັບໃຊ້ມານັ້ນແມ່ນແຕ່ພັກພວກຟາຣີຊາຍ 25 ເຂົາຈຶ່ງຖາມໂຢຮັນວ່າ, “ຖ້າທ່ານບໍ່ແມ່ນພຣະຄຣິດ ບໍ່ແມ່ນເອລີຢາ ຫລືບໍ່ແມ່ນຜູ້ປະກາດພຣະທັມນັ້ນ ເປັນຫຍັງທ່ານຈຶ່ງໃຫ້ຮັບບັບຕິສະມາ” 26 ໂຢຮັນໄດ້ຕອບເຂົາວ່າ, “ຝ່າຍເຮົານີ້ໃຫ້ຮັບບັບຕິສະມາດ້ວຍນ້ຳ ແຕ່ມີຜູ້ນຶ່ງທີ່ຢືນຢູ່ຖ້າມກາງພວກທ່ານ ຊຶ່ງພວກທ່ານບໍ່ຮູ້ຈັກ 27 ຜູ້ນັ້ນແຫລະ, ມາພາຍຫລັງເຮົາ ເຖິງແມ່ນແຕ່ສາຍຮັດເກີບຂອງທ່ານ ເຮົາກໍບໍ່ສົມຄວນຈະແກ້” 28 ເຫດການເຫລົ່ານີ້ໄດ້ບັງເກີດຂຶ້ນທີ່ບ້ານເບັດທາເນັຽ ຟາກແມ່ນ້ຳຈໍແດນທາງທິດຕາເວັນອອກ ເປັນບ່ອນທີ່ໂຢຮັນກຳລັງໃຫ້ຮັບບັບຕິສະມາຢູ່
ພຣະເມສານ້ອຍຂອງພຣະເຈົ້າ
29 ລ່ວງໄປວັນນຶ່ງໂຢຮັນໄດ້ເຫັນພຣະເຢຊູກຳລັງສະເດັດມາຫາ ທ່ານຈຶ່ງກ່າວວ່າ, “ເບິ່ງແມ໋, ພຣະເມສານ້ອຍຂອງພຣະເຈົ້າ ຜູ້ຊົງຮັບເອົາຄວາມຜິດບາບຂອງມະນຸສໂລກໄປເສັຽ 30 ຜູ້ນີ້ແຫລະ, ທີ່ເຮົາກ່າວວ່າຈະມີຜູ້ນຶ່ງມາພາຍຫລັງເຮົາ ຈະອອກກ່ອນຫນ້າເຮົາເພາະວ່າທ່ານເປັນຢູ່ກ່ອນເຮົາ 31 ເຮົາເອງກໍບໍ່ໄດ້ຮູ້ຈັກທ່ານ ແຕ່ເພື່ອໃຫ້ທ່ານເປັນທີ່ປາກົດແຈ້ງແກ່ພວກອິສຣາເອນ ເຮົາຈຶ່ງໄດ້ໃຫ້ຮັບບັບຕິສະມາໃນນ້ຳ” 32 ແລະໂຢຮັນກ່າວເປັນພຍານວ່າ, “ເຮົາໄດ້ເຫັນພຣະວິນຍານເຫມືອນດັ່ງນົກເຂົາ ສະເດັດລົງມາຈາກຟ້າສວັນແລະຊົງສະຖິດຢູ່ເທິງທ່ານ 33 ເຮົາເອງບໍ່ໄດ້ຮູ້ຈັກທ່ານ ແຕ່ພຣະອົງຜູ້ຊົງໃຊ້ເຮົາມາໃຫ້ຮັບບັບຕິສະມາດ້ວຍນ້ຳນັ້ນ ໄດ້ຊົງກ່າວກັບເຮົາວ່າ “ເຈົ້າຈະເຫັນພຣະວິນຍານລົງມາສະຖິດຢູ່ເທິງຜູ້ໃດ ຜູ້ນັ້ນແຫລະ, ເປັນຜູ້ໃຫ້ຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດ” 34 ແລະເຮົາໄດ້ເຫັນແລ້ວ ຈຶ່ງເປັນພຍານວ່າທ່ານຜູ້ນີ້ແຫລະ, ເປັນພຣະບຸດຂອງພຣະເຈົ້າ
ສາວົກຫມວດທຳອິດ
35 ລ່ວງໄປອີກວັນນຶ່ງໂຢຮັນກຳລັງຢືນຢູ່ກັບລູກສິດຂອງຕົນສອງຄົນ 36 ແລະທ່ານໄດ້ເພ່ງເບິ່ງພຣະເຢຊູກຳລັງສະເດັດກາຍໄປ ຈຶ່ງກ່າວວ່າ, “ເບິ່ງແມ໋, ພຣະເມສານ້ອຍຂອງພຣະເຈົ້າ” 37 ລູກສິດສອງຄົນໄດ້ຍິນໂຢຮັນເວົ້າດັ່ງນັ້ນ ເຂົາຈຶ່ງຕິດຕາມພຣະເຢຊູໄປ 38 ຝ່າຍພຣະເຢຊູຊົງຫລຽວຫລັງເຫັນເຂົາທັງສອງຕິດຕາມມາ ຈຶ່ງຊົງຖາມເຂົາວ່າ, “ພວກທ່ານຊອກຫາຫຍັງ” ເຂົາທູນພຣະອົງວ່າ, “ຮັບບີ (ຊຶ່ງແປວ່າ ອາຈານ) ທ່ານອາໄສຢູ່ທີ່ໃດ” 39 ພຣະອົງຊົງຕອບເຂົາວ່າ, “ຈົ່ງມາເບິ່ງ” ເຂົາກໍໄປແລະເຫັນບ່ອນຊຶ່ງພຣະອົງຊົງອາໄສ ວັນນັ້ນເຂົາກໍໄດ້ພັກຢູ່ກັບພຣະອົງ ເພາະເປັນເວລາປະມານສີ່ໂມງແລງແລ້ວ 40 ໃນສອງຄົນທີ່ໄດ້ຍິນໂຢຮັນເວົ້າ ແລະຕິດຕາມພຣະເຢຊູໄປນັ້ນ ຜູ້ນຶ່ງຄື ອັນເດອານ້ອງຊາຍຂອງຊີໂມນເປໂຕ 41 ອັນເດອາກໍໄປຫາຊີໂມນອ້າຍຂອງຕົນກ່ອນແລະໄດ້ບອກວ່າ, “ຫມູ່ເຮົາໄດ້ພົບເມຊີອາແລ້ວ” (ທີ່ແປວ່າ ພຣະຄຣິດ) 42 ອັນເດອາຈຶ່ງພາຊີໂມນໄປເຝົ້າພຣະເຢຊູ ເມື່ອຊົງທອດພຣະເນດແລ້ວພຣະອົງຈຶ່ງຊົງກ່າວວ່າ, “ທ່ານຄືຊີໂມນລູກຂອງໂຢຮັນ ທ່ານຈະໄດ້ຊຶ່ໃຫມ່ວ່າ ເກຟາ” (ທີ່ແປວ່າ ເປໂຕ ຄືຫີນ)
ຊົງເອີ້ນເອົາຟີລິບແລະນະທານາເອນ
43 ລ່ວງໄປວັນນຶ່ງພຣະເຢຊູຊົງຕັ້ງພຣະທັຍຈະສະເດັດໄປແຂວງຄາລີເລ ພຣະອົງຊົງພົບຟີລິບຈຶ່ງຊົງກ່າວວ່າ, “ຈົ່ງຕາມເຮົາມາ” 44 ຟີລິບມາຈາກເບັດຊາອີດາເມືອງຂອງອັນເດອາ ແລະເປໂຕ 45 ຟີລິບໄດ້ໄປຫານະທານາເອນບອກວ່າ, “ເຮົາໄດ້ພົບຜູ້ທີ່ໂມເຊໄດ້ກ່າວເຖິງໃນຫນັງສືພຣະບັນຍັດ ແລະທີ່ພວກຜູ້ປະກາດພຣະທັມໄດ້ກ່າວເຖິງເຫມືອນກັນ ຄືເຢຊູລູກຂອງໂຢເຊັບໄທນາຊາເຣັດ” 46 ນະທານາເອນຖາມຟີລິບວ່າ, “ສິ່ງດີອັນໃດຈະມາຈາກນາຊາເຣັດໄດ້ຫລື” ຟີລິບຕອບວ່າ, “ມາເບິ່ງເອົາ“ 47 ພຣະເຢຊູຊົງເຫັນນະທານາເອນມາຫາພຣະອົງ ກໍຊົງກ່າວເຖິງເຣື່ອງຂອງທ່ານວ່າ, “ເບິ່ງແມ໋, ຜູ້ນີ້ຄືຊົນຊາດອິສຣາເອນແທ້ ໃນຕົວທ່ານບໍ່ມີອຸບາຍ” 48 ນະທານາເອນໄດ້ທູນຖາມພຣະອົງວ່າ, “ທ່ານຮູ້ຈັກຂ້ານ້ອຍໄດ້ຢ່າງໃດ” ພຣະເຢຊູຊົງຕອບວ່າ, “ເຮົາໄດ້ເຫັນທ່ານແລ້ວ ເມື່ອທ່ານຢູ່ໃຕ້ຕົ້ນເດື່ອເທດ ກ່ອນທີ່ຟີລິບໄດ້ເອີ້ນທ່ານນັ້ນ” 49 ນະທານາເອນທູນຕອບພຣະອົງວ່າ, “ພຣະອາຈານເອີຍ, ທ່ານເປັນພຣະບຸດຂອງພຣະເຈົ້າ ທ່ານເປັນກະສັດຂອງຊາດອິສຣາເອນ” 50 ພຣະເຢຊູຊົງຕອບວ່າ, “ທ່ານເຊື່ອເຮົາເພາະເຮົາໄດ້ບອກວ່າເຮົາໄດ້ເຫັນທ່ານຢູ່ໃຕ້ຕົ້ນເດື່ອເທດນັ້ນຫລື ທ່ານຍັງຈະເຫັນເຫດການໃຫຍ່າກວ່ານັ້ນອີກ” 51 ພຣະອົງຊົງກ່າວແກ່ທ່ານວ່າ, “ເຮົາບອກທ່ານຕາມຄວາມຈິງແກ່ທ່ານທັງຫລາຍວ່າ ພວກທ່ານຈະໄດ້ເຫັນທ້ອງຟ້າແຫວກອອກ ແລະບັນດາເທວະດາຂອງພຣະເຈົ້າຂຶ້ນແລະລົງຢູ່ເທິງບຸດມະນຸດ”
ງານສົມຣົດທີ່ບ້ານການາ
1 ວັນຖ້ວນສາມມີງານພິທີສົມຣົດທີ່ບ້ານການາແຂວງຄາລີເລ ແລະມານດາຂອງພຣະເຢຊູກໍຢູ່ຫັ້ນ 2 ພຣະເຢຊູກັບພວກສາວົກໄດ້ຮັບເຊີນໄປໃນງານນັ້ນເຫມືອນກັນ 3 ເມື່ອເຫລົ້າແວງຫມົດແລ້ວ ມານດາຂອງພຣະເຢຊູຈຶ່ງທູນພຣະອົງວ່າ, “ເຫລົ້າແວງເຂົາບໍ່ມີແລ້ວ” 4 ພຣະເຢຊູຊົງຕອບມານດາວ່າ, “ນາງເອີຍ, ປະໃຫ້ເປັນທຸຣະຂອງເຮົາເສັຽ ເພາະເວລາຂອງເຮົາຍັງບໍ່ທັນມາເຖິງ” 5 ມານດາຂອງພຣະອົງຈຶ່ງບອກຕໍ່ຄົນໃຊ້ວ່າ, “ເມື່ອທ່ານບອກພວກເຈົ້າໃຫ້ເຮັດອັນໃດ ຈົ່ງເຮັດຕາມເນີ” 6 ທີ່ນັ້ນມີອ່າງຫີນຫົກຫນ່ວຍຕົ້ງຢູ່ ເພື່ອໃຊ້ຊຳຮະລ້າງຕາມທັມນຽມຂອງພວກຢິວ ອ່າງຫນ່ວຍໃດກໍໃສ່ນ້ຳໄດ້ສີ່ຫລືຫ້າກະໂລ່ງ 7 ພຣະເຢຊູຊົງບອກຕໍ່ເຂົາວ່າ, “ຈົ່ງຕັກນ້ຳໃສ່ອ່າງໃຫ້ເຕັມ” ແລະເຂົາໄດ້ຕັກນ້ຳໃສ່ອ່າງເຫລົ່ານັ້ນເຕັມພຽງປາກ 8 ແລ້ວພຣະອົງຊົງບອກເຂົາວ່າ, “ບັດນີ້ຈົ່ງຕັກສົ່ງໄປໃຫ້ພະນັກງານເນີ” ເຂົາກໍຕັກສົ່ງໃຫ້ 9 ເມື່ອພະນັກງານຊີມນ້ຳທີ່ກາຍເປັນເຫລົ້າແວງນັ້ນແລ້ວ ແລະບໍ່ຮູ້ວ່າມາແຕ່ໃສ (ແຕ່ຄົນໃຊ້ທີ່ຕັກນ້ຳກໍຮູ້) ພະນັກງານຈຶ່ງເອີ້ນເຈົ້າບ່າວມາ, 10 ແລະກ່າວວ່າ, “ທຸກຄົນເຄີຍເອົາເຫລົ້າແວງອັນດີມາໃຫ້ກ່ອນ ແລະເມື່ອເຂົາດື່ມຫາຍແລ້ວຈຶ່ງເອົາອັນບໍ່ດີມາ ແຕ່ຝ່າຍທ່ານໄດ້ກັກເຫລົ້າແວງອັນດີໄວ້ຈົນເຖິງບັດນີ້” 11 ການຫມາຍສຳຄັນເທື່ອຕົ້ນນີ້ພຣະເຢຊູຊົງເຮັດທີ່ບ້ານການາແຂວງຄາລີເລ ພຣະອົງໄດ້ຊົງສະແດງສະງ່າຣາສີຂອງພຣະອົງໃຫ້ປາກົດ ຝ່າຍພວກສາວົກກໍໄດ້ເຊື່ອໃນພຣະອົງ 12 ພາຍຫລັງນັ້ນມາພຣະອົງໄດ້ສະເດັດລົງໄປຍັງເມືອງກາເປນາອູມ ກັບມານດາພ້ອມທັງພວກນ້ອງຊາຍແລະສາວົກຂອງພຣະອົງ ກໍຊົງອາໄສຢູ່ທີ່ນັ້ນບໍ່ຫລາຍວັນ
ພຣະເຢຊູຊຳຮະພຣະວິຫານ
13 ແລະເທສການປັສຄາຂອງພວກຢິວໃກ້ເຂົ້າມາແລ້ວ ພຣະເຢຊູສະເດັດຂຶ້ນເມືອຍັງກຸງເຢຣູຊາເລັມ 14 ຢູ່ໃນບໍຣິເວນພຣະວິຫານຂອງພຣະອົງໄດ້ພົບຄົນຂາຍງົວ ຂາຍແກະ ແລະຂາຍນົກເຂົາ ກັບທັງພວກຄົນແລກເງິນທີ່ນັ່ງຢູ່ຫັ້ນ 15 ພຣະອົງຊົງເອົາເຊືອກເຮັດແສ້ ໄລ່ຄົນເຫລົ່ານັ້ນພ້ອມກັບແກະແລະງົວອອກໄປຈາກບໍຣິເວນພຣະວິຫານ ຊົງຖອກເງິນແລະຂວ້ຳໂຕະຂອງຄົນແລກເງິນ 16 ແລ້ວພຣະອົງຊົງກ່າວແກ່ບັນດາຄົນທີ່ຂາຍນົກເຂົາວ່າ, “ຈົ່ງເອົາຂອງເຫລົ່ານີ້ອອກໄປເສັຽ ຢ່າເຮັດໃຫ້ທີ່ສະຖິດພຣະບິດາຂອງເຮົາເປັນບ່ອນຄ້າຂາຍ” 17 ພວກສາວົກຂອງພຣະອົງໄດ້ລະນຶກເຖິງຄຳທີ່ຂຽນໄວ້ວ່າ, “ຄວາມຮ້ອນໃຈສຳລັບພຣະວິຫານຂອງພຣະອົງກໍໄຫມ້ຢູ່ພາຍໃນຂ້າພຣະອົງເສັຽ” 18 ພວກຢິວຈຶ່ງທູນພຣະອົງວ່າ, “ເຈົ້າຈະສະແດງການສຳຄັນອັນໃດໃຫ້ພວກເຮົາເຫັນວ່າ ເຈົ້າມີສິດເຮັດການຢ່າງນີ້” 19 ພຣະເຢຊູຊົງຕອບເຂົາວ່າ, “ຖ້າມ້າງວິຫານນີ້ລົງເສັຽ ເຮົາຈະສ້າງຂຶ້ນໃຫມ່ໃນສາມວັນ” 20 ພວກຢິວຈຶ່ງທູນວ່າ, “ພຣະວິຫານນີ້ເຂົາໄດ້ສ້າງຂຶ້ນເຖິງສີ່ສິບຫົກປີຈຶ່ງສຳເຣັດ ຝ່າຍເຈົ້າຈະສ້າງຂຶ້ນໃຫມ່ໃນສາມວັນຫລື” 21 ແຕ່ພຣະວິຫານທີ່ພຣະອົງຊົງກ່າວເຖິງນັ້ນ ຄືພຣະກາຍຂອງພຣະອົງ 22 ເຫດສັນນັ້ນເມື່ອພຣະອົງຖືກຊົງບັນດານໃຫ້ເປັນຄືນມາແລ້ວ ພວກສາວົກກໍລະນຶກໄດ້ວ່າພຣະອົງຊົງກ່າວດັ່ງນີ້ ແລະເຂົາກໍເຊື່ອພຣະຄັມພີກັບທັງພຣະທັມທີ່ພຣະເຢຊູໄດ້ຊົງກ່າວແລ້ວນັ້ນ 23 ເມື່ອພຣະອົງປະທັບຢູ່ໃນກຸງເຢຣູຊາເລັມເວລາເທສການປັສຄານັ້ນ ມີຫລາຍໄດ້ເຊື່ອໃນພຣະນາມຂອງພຣະອົງ ເພາະເຂົາໄດ້ເຫັນການສຳຄັນທີ່ພຣະອົງໄດ້ຊົງກະທຳຂຶ້ນ
ພຣະເຢຊູຊົງຮູ້ຈັກມະນຸດທຸກຄົນ
24 ແຕ່ພຣະເຢຊູບໍ່ໄດ້ຊົງວາງພຣະທັຍໃນຄົນເຫລົ່ານັ້ນ ເພາະພຣະອົງຊົງຮູ້ຈັກມະນຸດທຸກຄົນແລ້ວ 25 ແລະພຣະອົງບໍ່ຊົງມີຄວາມຈຳເປັນທີ່ຈະມີພຍານໃນເຣື່ອງມະນຸດ ດ້ວຍພຣະອົງເອງຊົງຊາບວ່າ ອັນໃດມີຢູ່ໃນມະນຸດ
ພຣະເຢຊູກັບນິໂກເດມ
1 ມີຊາຍຄົນນຶ່ງໃນພວກຟາຣີຊາຍຊື່ ນິໂກເດມ ເປັນເຈົ້ານາຍຂອງພວກຢິວ 2 ຜູ້ນີ້ໄດ້ມາຫາພຣະເຢຊູໃນເວລາກາງຄືນທູນພຣະອົງວ່າ, “ພຣະອາຈານເອີຍ, ພວກຂ້ານ້ອຍຊາບຢູ່ວ່າທ່ານເປັນຄຣູທີ່ມາຈາກພຣະເຈົ້າ ເພາະບໍ່ມີຜູ້ໃດອາດເຮັດຫມາຍສຳຄັນທີ່ທ່ານເຮັດຢູ່ນັ້ນ ເວັ້ນແຕ່ພຣະເຈົ້າຊົງສະຖິດຢູ່ນຳ” 3 ພຣະເຢຊູຊົງຕອບວ່າ, “ເຮົາບອກທ່ານຕາມຄວາມຈິງວ່າ ຖ້າຜູ້ໃດບໍ່ບັງເກີດມາໃຫມ່ ຜູ້ນັ້ນຈະເຫັນຣາຊແຜ່ນດິນຂອງພຣະເຈົ້າບໍ່ໄດ້” 4 ນິໂກເດມທູນພຣະອົງວ່າ, “ຄົນເຖົ້າແລ້ວຈະບັງເກີດໄດ້ຢ່າງໃດ ຈະເຂົ້າໃນທ້ອງແມ່ຂອງຕົນເທື່ອທີ່ສອງແລ້ວເກີດມາໄດ້ຫລື” 5 ພຣະເຢຊູຊົງຕອບວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດບໍ່ໄດ້ບັງເກີດມາຈາກນ້ຳແລະຈາກພຣະວິນຍານ ຜູ້ນັ້ນຈະເຂົ້າໃນຣາຊແຜ່ນດິນຂອງພຣະເຈົ້າບໍ່ໄດ້ 6 ຊຶ່ງບັງເກີດຈາກເນື້ອກາຍກໍເປັນເນື້ອກາຍ ແລະຊຶ່ງບັງເກີດມາຈາກພຣະວິນຍານກໍເປັນວິນຍານ 7 ຢ່າປລາດໃຈທີ່ເຮົາບອກທ່ານວ່າ ທ່ານທັງຫລາຍຈຳເປັນຕ້ອງບັງເກີດມາໃຫມ່ 8 ລົມຢາກພັດໄປທິດໃດກໍພັດໄປທິດນັ້ນ ແລະທ່ານໄດ້ຍິນສຽງມັນ ແຕ່ທ່ານບໍ່ຮູ້ວ່າມັນມາແຕ່ໃສຫລືໄປໃສ ທຸກຄົນທີ່ບັງເກີດຈາກພຣະວິນຍານກໍເປັນດັ່ງນັ້ນແຫລະ” 9 ນິໂກເດມທູນພຣະອົງວ່າ, “ເຫດການເຫລົ່ານີ້ຈະບັງເກີດຂຶ້ນໄດ້ຢ່າງໃດ” 10 ພຣະເຢຊູຊົງຕອບວ່າ, “ທ່ານເປັນອາຈານຂອງພວກອິສຣາເອນ ແລະຍັງບໍ່ຮູ້ຈັກສິ່ງເຫລົ່ານີ້ຫລື 11 ເຮົາບອກຄວາມຈິງແກ່ທ່ານວ່າ ພວກເຮົາເວົ້າສິ່ງທີ່ເຮົາຮູ້ ແລະເປັນພຍານເຖິງສິ່ງທີ່ພວກເຮົາໄດ້ເຫັນ ແຕ່ທ່ານທັງຫລາຍບໍ່ໄດ້ຮັບຄຳພຍານຂອງເຮົາ 12 ຖ້າເຮົາບອກທ່ານທັງຫລາຍເຖິງສິ່ງຝ່າຍໂລກ ແລະທ່ານບໍ່ເຊື່ອ ຖ້າເຮົາບອກທ່ານທັງຫລາຍເຖິງສິ່ງຝ່າຍສວັນ ພວກທ່ານຈະເຊື່ອໄດ້ຢ່າງໃດ 13 ບໍ່ມີຜູ້ໃດຂຶ້ນໄປສູ່ສວັນ ນອກຈາກຜູ້ທີ່ລົງມາຈາກສວັນຄື ບຸດມະນຸດ” 14 ໂມເຊໄດ້ຍົກງູຂຶ້ນໃນປ່າສັນໃດ ບຸດມະນຸດຈະຕ້ອງຖືກຍົກຂຶ້ນສັນນັ້ນ 15 ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະອົງຈະມີຊີວິດອັນຕລອດໄປເປັນນິດ 16 ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕລອດໄປເປັນນິດ 17 ເພາະວ່າພຣະເຈົ້າໄດ້ຊົງໃຊ້ພຣະບຸດຂອງພຣະອົງເຂົ້າມາໃນໂລກ ບໍ່ແມ່ນຈະຕັດສິນລົງໂທດມະນຸສໂລກ ແຕ່ເພື່ອມະນຸສໂລກຈະພົ້ນໄດ້ດ້ວຍພຣະບຸດນັ້ນ 18 ຜູ້ທີ່ວາງໃຈໃນພຣະບຸດກໍບໍ່ຖືກຕັດສິນລົງໂທດ ແຕ່ຜູ້ທີ່ບໍ່ວາງໃຈກໍໄດ້ຖືກຕັດສິນລົງໂທດແລ້ວ ເພາະບໍ່ໄດ້ເຊື່ອໃນພຣະນາມຂອງພຣະບຸດອົງດຽວຂອງພຣະເຈົ້າ 19 ນີ້ແຫລະ, ແມ່ນການຕັດສິນລົງໂທດ ຄືວ່າຄວາມສວ່າງໄດ້ເຂົ້າມາໃນໂລກ ແຕ່ມະນຸດໄດ້ຮັບຄວາມມືດຫລາຍກວ່າຮັກຄວາມສວ່າງເພາະກິຈການຂອງເຂົາຊົ່ວ 20 ດ້ວຍວ່າທຸກຄົນທີ່ເຮັດຊົ່ວກໍຊັງຄວາມສວ່າງ ແລະບໍ່ມາເຖິງຄວາມສວ່າງ ເພາະຢ້ານວ່າການເຮັດຂອງຕົນຈະເປີດເຜີຍ 21 ແຕ່ບຸກຄົນທີ່ເຮັດຕາມຄວາມຈິງກໍມາຫາຄວາມສວ່າງ ເພື່ອໃຫ້ການຂອງຕົນປາກົດວ່າໄດ້ເຮັດດ້ວຍອາໄສພຣະເຈົ້າ
ພຣະເຢຊູກັບໂຢຮັນບັບຕິສະໂຕ
22 ຫລັງຈາກນັ້ນພຣະເຢຊູໄດ້ສະເດັດໄປຍັງແຂວງຢູດາຍພ້ອມກັບພວກສາວົກຂອງພຣະອົງ ແລະປະທັບຢູ່ກັບເຂົາທີ່ນັ້ນ ແລະຊົງໃຫ້ຮັບບັບຕິສະມາ 23 ຝ່າຍໂຢຮັນກໍໃຫ້ຮັບບັບຕິສະມາຢູ່ບ້ານໄອນົນໃກ້ບ້ານຊາລິມເຫມືອນກັນ ເພາະທີ່ນັ້ນມີນ້ຳຫລາຍ ແລະຝູງຄົນກໍພາກັນມາຮັບບັບຕິສະມາ 24 ດ້ວຍວ່າເວລານັ້ນໂຢຮັນຍັງບໍ່ທັນໄດ້ຕິດຄຸກ 25 ເກີດການໂຕ້ຖຽງກັນຂຶ້ນລະຫວ່າງລູກສິດຂອງໂຢຮັນກັບຢິວຄົນນຶ່ງ ເຣື່ອງການຊຳຮະລ້າງ 26 ລູກສິດນັ້ນຈຶ່ງໄປຫາໂຢຣັນແລະເວົ້າວ່າ, “ອາຈານເອີຍ, ຜູ້ທີ່ຢູ່ນຳອາຈານທີ່ຟາກແມ່ນ້ຳຈໍແດນພຸ້ນ ຄືຜູ້ທີ່ອາຈານເປັນພຍານເຖິງນັ້ນ ເບິ່ງແມ໋, ຜູ້ນ້ຳກຳລັງໃຫ້ຮັບບັບຕິສະມາ ແລະຄົນທັງປວງກໍພາກັນໄປຫາທ່ານ” 27 ໂຢຮັນຕອບວ່າ, “ມະນຸດຈະຮັບສິ່ງໃດບໍ່ໄດ້ ເວັ້ນໄວ້ແຕ່ທີ່ຊົງໂຜດປະທານຈາກສວັນໃຫ້ເຂົາ 28 ທ່ານທັງຫລາຍກໍເປັນພຍານຝ່າຍເຮົາວ່າເຮົາໄດ້ກ່າວແລ້ວວ່າ “ເຮົາບໍ່ເປັນພຣະຄຣິດ ແຕ່ເປັນຜູ້ຮັບໃຊ້ມາກ່ອນຫນ້າພຣະອົງ” 29 ຜູ້ທີ່ມີເຈົ້າສາວກໍແມ່ນເຈົ້າບ່າວນັ້ນແຫລະ ແຕ່ສະຫາຍຂອງເຈົ້າບ່າວທີ່ຢືນຟັງເຈົ້າບ່າວຢູ່ ກໍມີຄວາມຍິນດີຫລາຍເພາະໄດ້ຍິນສຽງຂອງເຈົ້າບ່າວນັ້ນ ຢ່າງນັ້ນແຫລະ, ຄວາມຍິນດີຂອງເຮົາກໍຄົບຖ້ວນແລ້ວ 30 ພຣະອົງນັ້ນຕ້ອງຊົງໃຫຍ່ຂຶ້ນ ແຕ່ເຮົາຈະຕ້ອງນ້ອຍລົງ
ຜູ້ຊົງສະເດັດມາຈາກສວັນ
31 ພຣະອົງຜູ້ສະເດັດມາຈາກທາງເທິງຊົງຢູ່ເຫນືອທຸກສິ່ງ ຜູ້ທີ່ເປັນແຕ່ແຜ່ນດິນໂລກກໍເປັນຝ່າຍໂລກ ແລະຍອມກ່າວຝ່າຍໂລກ ພຣະອົງຜູ້ສະເດັດຈາກສວັນຊົງຢູ່ເຫນືອທຸກສິ່ງ 32 ສິ່ງທີ່ພຣະອົງໄດ້ຊົງເຫັນແລະໄດ້ຍິນ ພຣະອົງກໍຊົງເປັນພຍານຕໍ່ສິ່ງນັ້ນ ແຕ່ບໍ່ມີຜູ້ໃດໄດ້ຮັບຄຳພຍານຂອງພຣະອົງ 33 ຜູ້ທີ່ຮັບຄຳພຍານຂອງພຣະອົງກໍປະທັບຕາລົງວ່າພຣະເຈົ້າຊົງສັດຈິງ 34 ເພາະພຣະອົງຜູ້ທີ່ພຣະເຈົ້າຊົງໃຊ້ມານັ້ນຊົງກ່າວພຣະທັມຂອງພຣະເຈົ້າ ເພາະພຣະເຈົ້າບໍ່ໄດ້ປະທານພຣະວິນຍານໃຫ້ໂດຍຈຳກັດ 35 ພຣະບິດາຊົງຮັກພຣະບຸດ ແລະຊົງມອບທຸກສິ່ງໄວ້ໃນພຣະຫັດຂອງພຣະອົງ 36 ຜູ້ທີ່ວາງໃຈໃນພຣະບຸດກໍມີຊີວິດຕລອດໄປເປັນນິດ ຜູ້ທີ່ບໍ່ເຊື່ອຟັງພຣະບຸດກໍຈະບໍ່ໄດ້ເຫັນຊີວິດ ແຕ່ພຣະພິໂຣດຂອງພຣະເຈົ້າປົກຄຸມຢູ່ເທິງຜູ້ນັ້ນ
ພຣະເຢຊູກັບຍິງຊາວຊາມາເຣັຽ
1 ເມື່ອພຣະເຢຊູຊົງຊາບວ່າພວກຟາຣີຊາຍໄດ້ຍິນຂ່າວວ່າ ພຣະອົງຊົງມີສາວົກ ແລະຊົງໃຫ້ບັບຕິສະມາຫລາຍກວ່າໂຢຮັນ 2 (ຄວາມຈິງພຣະເຢຊູບໍ່ໄດ້ຊົງໃຫ້ບັບຕິສະມາເອງ ແຕ່ພວກສາວົກຂອງພຣະອົງເປັນຜູ້ໃຫ້) 3 ພຣະອົງຈຶ່ງສະເດັດອອກຈາກແຂວງຢູດາຍແລະກັບໄປຍັງແຂວງຄາລີເລອີກ 4 ແລະພຣະອົງຕ້ອງສະເດັດຜ່ານແຂວງຊາມາເຣັຽໄປ 5 ພຣະອົງຈຶ່ງສະເດັດໄປເຖິງເມືອງນຶ່ງຊື່ຊີຂາ ໃນແຂວງຊາມາເຣັຽ ໃຫ້ທີ່ດິນຊຶ່ງຢາໂຄບໃຫ້ແກ່ໂຢເຊັບລູກຊາຍຂອງຕົນ 6 ນ້ຳສ້າງຂອງຢາໂຄບກໍຢູ່ທີ່ນັ້ນ ພຣະເຢຊູຊົງເດີນທາງເມື່ອຍຈຶ່ງປະທັບລົງແຄມນ້ຳສ້າງເປັນເວລາປະມານທ່ຽງວັນ 7 ມີຍິງຊາວຊາມາເຣັຽຄົນນຶ່ງມາຕັກນ້ຳ ພຣະເຢຊູຊົງກ່າວກັບນາງວ່າ, “ຂໍໃຫ້ເຮົາດື່ມນ້ຳແດ່” 8 (ຂນະນັ້ນພວກສາວົກຂອງພຣະອົງເຂົ້າໄປຊື້ອາຫານໃນເມືອງ) 9 ຍິງຊາວຊາມາເຣັຽທູນພຣະອົງວ່າ, “ດ້ວຍເຫດໃດທ່ານຜູ້ເປັນຊາດຢິວຈຶ່ງຂໍດື່ມນ້ຳນຳຂ້ານ້ອຍຜູ້ເປັນຊາດຊາມາເຣັຽ” (ເພາະພວກຢິວກັບພວກຊາມາເຣັຽບໍ່ເຄີຍມີການກ່ຽວຂ້ອງກັນ) 10 ພຣະເຢຊູຊົງຕອບນາງວ່າ, “ຖ້າເຈົ້າໄດ້ຮູ້ຈັກຂອງທີ່ພຣະເຈົ້າຊົງປະທານ ແລະຮູ້ຈັກຜູ້ທີ່ກຳລັງເວົ້າກັບເຈົ້າວ່າ “ຂໍໃຫ້ເຮົາດື່ມນ້ຳແດ່” ເຈົ້າກໍຄົງຈະຂໍຈາກທ່ານ ແລະຜູ້ນັ້ນກໍຄົວຈະໃຫ້ນ້ຳອັນປະກອບດ້ວຍຊີວິດໃຫ້ແກ່ເຈົ້າ” 11 ນາງທູນຕອບພຣະອົງວ່າ, “ນາຍເອີຍ, ນາຍບໍ່ມີຫຍັງຕັກແລະນ້ຳສ້າງນີ້ກໍເລິກ ນາຍຈະໄດ້ນ້ຳປະກອບດ້ວຍຊີວິດນັ້ນມາແຕ່ໃສ 12 ນາຍໃຫຍ່ກວ່າຢາໂຄບບັນພະບຸຣຸດຂອງເຮົາ ຜູ້ໄດ້ໃຫ້ນ້ຳສ້າງນີ້ແກ່ເຮົາຫລື ແລະຢາໂຄບເອງກໍໄດ້ດື່ມແຕ່ນ້ຳສ້າງນີ້ຮວມທັງລູກຊາຍແລະຝູງສັດຂອງທ່ານ” 13 ພຣະເຢຊູຊົງຕອບນາງວ່າ, “ທຸກຄົນທີ່ດື່ມນ້ຳນີ້ກໍຍັງຈະຢາກອີກ 14 ແຕ່ຜູ້ທີ່ດື່ມນ້ຳຊຶ່ງເຮົາຈະປະທານໃຫ້ນັ້ນຈະກາຍເປັນນ້ຳພຸໃນຕົວຜູ້ນັ້ນ ແລະຈະພຸ່ງຂຶ້ນເຖິງຊີວິດອັນຕລອດໄປເປັນນິດ” 15 ນາງທູນພຣະອົງວ່າ, “ນາຍເອີຍ, ຂໍປະທານນ້ຳນັ້ນໃຫ້ຂ້ານ້ອຍ ເພື່ອຂ້ານ້ອຍຈະບໍ່ຢາກແລະຈະບໍ່ໄດ້ມາຕັກທີ່ນີ້ອີກ” 16 ພຣະເຢຊູຊົງບອກນາງວ່າ, “ຈົ່ງໄປເອີ້ນເອົາຜົວຂອງເຈົ້າມາທີ່ນີ້” 17 ນາງທູນວ່າ, “ຂ້ານ້ອຍບໍ່ມີຜົວ” ພຣະເຢຊູຊົງກ່າວວ່າ, “ເຈົ້າເວົ້າຖືກແລ້ວວ່າເຈົ້າບໍ່ມີຜົວ 18 ເພາະເຈົ້າມີຜົວຫ້າຄົນແລ້ວ ແລະຜູ້ທີ່ເຈົ້າມີຢູ່ດຽວນີ້ກໍບໍ່ແມ່ນຜົວຂອງເຈົ້າ ທີ່ເຈົ້າເວົ້ານັ້ນເປັນຄວາມຈິງ” 19 ນາງທູນພຣະອົງວ່າ, “ນາຍເອີຍ, ຂ້ານ້ອຍເຫັນຈິງແລ້ວວ່ານາຍເປັນຫມໍທຳນວາຍ 20 ບັນພະບຸຣຸດຂອງພວກຂ້ານ້ອຍກໍນະມັສການທີ່ພູນີ້ ແຕ່ພວກທ່ານວ່າສະຖານທີ່ນະມັສການ ກໍຄືກຸງເຢຣູຊາເລັມນັ້ນແຫລະ” 21 ພຣະເຢຊູຊົງກ່າວກັບນາງວ່າ, “ຍິງເອີຍ, ເຊື່ອເຮົາເທາະ ຄົງມີວັນນຶ່ງທີ່ພວກເຈົ້າຈະບໍ່ໄດ້ນະມັສການທີ່ພູນີ້ຫລືທີ່ກຸງເຢຣູຊາເລັມ 22 ຊຶ່ງພວກເຈົ້ານະມັສການນັ້ນເຈົ້າບໍ່ຮູ້ຈັກ ແຕ່ຝ່າຍພວກເຮົາ ຊຶ່ງເຮົານະມັສການນັ້ນເຮົາກໍຮູ້ຈັກ ເພາະຄວາມລອດພົ້ນນັ້ນມາຈາກຊາດຢິວ 23 ແຕ່ເວລານັ້ນໃກ້ເຂົ້າມາ ແລະບັດນີ້ກໍມາເຖິງແລ້ວ ຄືເມື່ອຜູ້ທີ່ນະມັສການຢ່າງຖືກຕ້ອງຈະນະມັສການພຣະບິດາດ້ວຍຈິດວິນຍານແລະຄວາມຈິງ ເພາະວ່າພຣະບິດາຊົງສແວງຫາຄົນແນວນັ້ນນະມັສການພຣະອົງ 24 ພຣະເຈົ້າຊົງເປັນພຣະວິນຍານ ແລະຜູ້ທີ່ນະມັສການພຣະອົງຕ້ອງນະມັສການດ້ວຍຈິດວິນຍານແລະຄວາມຈິງ” 25 ນາງທູນພຣະອົງວ່າ, “ຂ້ານ້ອຍຊາບພຣະເມຊີອາ (ທີ່ເອີ້ນວ່າພຣະຄຣິດ) ຈະສະເດັດມາ ເມື່ອພຣະອົງສະເດັດມາແລ້ວພຣະອົງຈະຊົງຊີ້ແຈງທຸກສິ່ງແກ່ພວກຂ້ານ້ອຍ” 26 ພຣະເຢຊູຊົງກ່າວກັບນາງວ່າ, “ເຮົາຜູ້ທີ່ເວົ້າກັບເຈົ້າຢູ່ນີ້ແຫລະ, ຄືທ່ານຜູ້ນັ້ນ” 27 ໃນຂນະນັ້ນພວກສາວົກຂອງພຣະອົງກໍມາເຖິງ ເຂົາກໍປລາດໃຈເພາະພຣະອົງຊົງສົນທະນາກັບຜູ້ຍິງ ເຖິງປານນັ້ນກໍບໍ່ມີໃຜຖາມວ່າ, “ທ່ານປະສົງອັນໃດ” ຫລື “ເຫດໃດທ່ານຈຶ່ງສົນທະນາກັບນາງ” 28 ຍິງນັ້ນຈຶ່ງປະຫມໍ້ນ້ຳຂອງຕົນໄວ້ ແລະເຂົ້າໄປໃນເມືອງບອກຄົນທັງປວງວ່າ, 29 “ຈົ່ງມາເບິ່ງຊາຍຜູ້ນຶ່ງທີ່ບອກຂ້ອຍເຖິງສິ່ງສາຣະພັດທີ່ຂ້ອຍເຮັດມາແລ້ວ ຜູ້ນີ້ບໍ່ແມ່ນພຣະຄຣິດຫລື” 30 ແລະຄົນທັງຫລາຍກໍພາກັນອອກຈາກເມືອງໄປຫາພຣະອົງ 31 ໃນລະຫວ່າງນັ້ນພວກສາວົກທູນພຣະອົງວ່າ, “ພຣະອາຈານເອີຍ, ເຊີນຮັບປະທານອາຫານ” 32 ແຕ່ພຣະອົງຊົງຕອບເຂົາວ່າ, “ເຮົາມີອາຫານກິນທີ່ທ່ານທັງຫລາຍບໍ່ຮູ້” 33 ພວກສາວົກຈຶ່ງຕັ້ງເວົ້າກັນວ່າ, “ບໍ່ມີໃຜເອົາມາໃຫ້ທ່ານຮັບປະທານດອກຕີ້” 34 ພຣະເຢຊູຊົງກ່າວກັບເຂົາວ່າ, “ອາຫານຂອງເຮົາຄືການເຮັດຕາມນ້ຳພຣະທັຍຂອງພຣະອົງຜູ້ຊົງໃຊ້ເຮົາມາ ແລະເຮັດໃຫ້ງານຂອງພຣະອົງສຳເຣັດ 35 ທ່ານທັງຫລາຍເວົ້າວ່າອີກສີ່ເດືອນຈະເຖິງຣະດູກ່ຽວເຂົ້າບໍ່ແມ່ນຫລື ນີ້ແຫລະ, ເຮົາບອກທ່ານທັງຫລາຍວ່າ ຈົ່ງເງີຍຫນ້າເບິ່ງທົ່ງນາເພາະເຂົ້າກໍເຫລືອງພໍກ່ຽວແລ້ວ 36 ຜູ້ກ່ຽວກໍກຳລັງໄດ້ຮັບຄ່າຈ້າງ ແລະກຳລັງຮີບໂຮມຜົນໄວ້ສຳລັບຊີວິດອັນຕລອດໄປເພື່ອທັງຜູ້ຫວ່ານແລະຜູ້ກ່ຽວຈະຊົມຊື່ນຍິນດີພ້ອມກັນ 37 ເພາະເຫດນີ້ແຫລະ, ຄຳທີ່ວ່າ “ຄົນນຶ່ງຫວ່ານແລະຄົນນຶ່ງກ່ຽວ” ຈຶ່ງເປັນຄຳຈິງ 38 ເຮົາໃຊ້ທ່ານທັງຫລາຍໄປກ່ຽວອັນທີ່ທ່ານບໍ່ໄດ້ລົງແຮງເຮັດ ຄົນອື່ນໄດ້ລົງແຮງເຣັດແລະພວກທ່ານໄດ້ຮັບປໂຍດຈາກງານຂອງເຂົາ” 39 ຊາວຊາມາເຣັຽຈຳນວນຫລວງຫລາຍທີ່ມາຈາກເມືອງນັ້ນໄດ້ເຊື່ອໃນພຣະອົງ ເພາະຖ້ອຍຄຳຂອງຍິງຜູ້ນັ້ນກ່າວເປັນພຍານວ່າ, “ທ່ານໄດ້ບອກຂ້ອຍເຖິງສິ່ງສາຣະພັດທີ່ຂ້ອຍໄດ້ເຣັດມາແລ້ວ” 40 ດັ່ງນັ້ນເມື່ອຊາວຊາມາເຣັຽມາເຖິງພຣະອົງ ເຂົາຈຶ່ງທູນເຊີນພຣະອົງໃຫ້ປະທັບຢູ່ກັບເຂົາ ແລະພຣະອົງກໍປະທັບຢູ່ທີ່ນັ້ນສອງວັນ 41 ແລະຄົນອື່ນອີກຈຳນວນຫລວງຫລາຍໄດ້ເຊື່ອດ້ວຍພຣະທັມຂອງພຣະອົງ 42 ຄົນເຫລົ່ານັ້ນໄດ້ກ່າວຕໍ່ຍິງນັ້ນວ່າ, “ຕັ້ງແຕ່ນີ້ໄປທີ່ເຮົາເຊື່ອນັ້ນບໍ່ແມ່ນເພາະຄຳຂອງເຈົ້າ ແຕ່ເພາະເຮົາໄດ້ຍິນເອງ ແລະເຮົາຮູ້ວ່າທ່ານຜູ້ນີ້ແທ້ເປັນພຣະຜູ້ໂຜດມະນຸສໂລກໃຫ້ພົ້ນ”
ພຣະເຢຊູຊົງໂຜດລູກຊາຍເຈົ້ານາຍຄົນນຶ່ງໃຫ້ດີ
43 ຄັນສອງວັນນັ້ນລ່ວງໄປແລ້ວພຣະເຢຊູສະເດັດອອກຈາກທີ່ນັ້ນໄປຍັງແຂວງຄາລີເລ 44 ເພາະພຣະເຢຊູເອງຊົງເປັນພຍານວ່າ ຜູ້ປະກາດພຣະທັມບໍ່ໄດ້ຮັບກຽດໃນບ້ານເມືອງຂອງຕົນ 45 ເມື່ອພຣະອົງສະເດັດໄປເຖິງແຂວງຄາລີເລ ຊາວຄາລີເລໄດ້ຕ້ອນຮັບພຣະອົງ ເພາະເຂົາໄດ້ເຫັນສິ່ງສາຣະພັດທີ່ພຣະອົງຊົງກະທຳໃນເທສການທີ່ກຸງເຢຣູຊາເລັມ ດ້ວຍວ່າເຂົາໄດ້ໄປໃນເທສການເຫມືອນກັນ 46 ແລ້ວພຣະອົງໄດ້ສະເດັດໄປຍັງບ້ານການາໃນແຂວງຄາລີເລ ຄືບ່ອນທີ່ພຣະອົງຊົງເຮັດໃຫ້ນ້ຳກາຍເປັນເຫລົ້າແວງນັ້ນ ມີເສນາບໍດີຄົນນຶ່ງໃນເມືອງກາເປນາອຸມ ຊຶ່ງລູກຊາຍຂອງທ່ານກໍປ່ວຍຢູ່ 47 ເມື່ອທ່ານໄດ້ຍິນຂ່າວວ່າພຣະເຢຊູໄດ້ສະເດັດຈາກແຂວງຢູດາຍມາເຖິງແຂວງຄາລີເລແລ້ວ ທ່ານຈຶ່ງໄປທູນອ້ອນວອນພຣະອົງໃຫ້ສະເດັດລົງໄປໂຜດລູກຂອງຕົນໃຫ້ດີ ເພາະລູກນັ້ນໃກ້ຈະຕາຍແລ້ວ 48 ພຣະເຢຊູຊົງກ່າວກັບທ່ານວ່າ, “ຖ້າທ່ານທັງຫລາຍບໍ່ເຫັນຫມາຍສຳຄັນແລະການອັດສະຈັນທ່ານຈະບໍ່ເຊື່ອ” 49 ເສນາບໍດີຜູ້ນັ້ນຈຶ່ງທູນພຣະອົງວ່າ, “ນາຍເອີຍ, ຂໍເຊີນທ່ານລົງໄປກ່ອນທີ່ລູກຂ້ານ້ອຍຈະຕາຍ” 50 ພຣະເຢຊູຊົງກ່າວກັບທ່ານວ່າ ຈົ່ງກັບເມືອສາ ລູກຂອງທ່ານຈະບໍ່ຕາຍ” ແລະທ່ານໄດ້ເຊື່ອພຣະທັມທີ່ພຣະເຢຊູຊົງກ່າວແກ່ທ່ານ ແລ້ວກໍທູນລາກັບເມືອ 51 ໃນຂນະທີ່ທ່ານກຳລັງກັບເມືອ ພວກຂ້ອຍໃຊ້ໄດ້ມາຕ້ອນຮັບ ບອກຂ່າວວ່າລູກຂອງທ່ານພົ້ນຊີວິດແລ້ວ 52 ທ່ານຈຶ່ງຖາມເຖິງເວລາທີ່ລູກຕັ້ງຕົ້ນມີແຮງມາ ຄົນເຫລົ່ານັ້ນຕອບວ່າ, “ໃຂ້ກໍຫາຍຈາກລາວວານນີ້ເວລາບ່າຍໂມງນຶ່ງ” 53 ບິດາຈຶ່ງຮູ້ວ່າຊົ່ວໂມງນັ້ນແຫລະ, ເປັນເວລາທີ່ພຣະເຢຊູໄດ້ກ່າວກັບຕົນວ່າ, “ລູກຂອງທ່ານຈະບໍ່ຕາຍ” ແລະທ່ານເອງກໍເຊື່ອພ້ອມທັງຄົວເຣືອນຂອງຕົນ 54 ນີ້ເປັນຫມາຍສຳຄັນທີ່ສອງທີ່ພຣະເຢຊູຊົງກະທຳ ເມື່ອພຣະອົງສະເດັດຈາກແຂວງຢູດາຍໄປຍັງແຂວງຄາລີເລ
ຊົງໂຜດຄົນນຶ່ງຢູ່ແຄມສະໃຫ້ດີພຍາດ
1 ຫລັງຈາກນັ້ນກໍເຖິງເທສການຂອງຊາດຢິວ ແລະພຣະເຢຊູກໍສະເດັດຂຶ້ນເມືອຍັງກຸງເຢຣູຊາເລັມ 2 ໃນກຸງເຢຣູຊາເລັມທີ່ຮິມປະຕູແກະມີສະຫນ່ວຍນຶ່ງ ພາສາເຮັບເຣີເອີ້ນສະນັ້ນວ່າ ເບັດຊະທາ ມີສາລາອ້ອມຢູ່ຫ້າຫລັງ 3 ໃນສາລາເຫລົ່ານັ້ນມີຄົນປ່ວຍເປັນຈຳນວນຫລາຍ ຄືຄົນຕາບອດ ຄົນຂາເສັ້ງ ແລະຄົນອົງຄະລີບນອນຢູ່ (ຄອຍຖ້ານ້ຳເຟືອນ 4 ດ້ວຍວ່າມີເທວະດາຄົນນຶ່ງຂອງພຣະຜູ້ເປັນເຈົ້າລົງມາກວນນ້ຳສະນັ້ນເປັນຍາມໆ ແລະເມື່ອນ້ຳເຟືອນຜູ້ໃດລົງໄປໃນນ້ຳກ່ອນກໍຫາຍຈາກພຍາດທີ່ຕົນເປັນຢູ່ນັ້ນ) 5 ທີ່ນັ້ນມີຊາຍຄົນນຶ່ງປ່ວຍຢູ່ໄດ້ສາມສິບແປດປີມາແລ້ວ 6 ເມື່ອພຣະເຢຊູຊົງເຫັນຄົນນັ້ນນອນຢູ່ ແລະຊົງຊາບວ່າເຂົາເປັນຢູ່ຢ່າງນັ້ນເຫິງແລ້ວ ພຣະອົງຈຶ່ງຊົງຖາມວ່າ, “ເຈົ້າຢາກດີຫລື” 7 ຄົນປ່ວຍນັ້ນຈຶ່ງທູນວ່າ, “ນາຍເອີຍ, ເວລານ້ຳເຟືອນຂຶ້ນບໍ່ມີໃຜຈະເອົາຂ້ານ້ອຍລົງໄປໃນສະ ແລະເມື່ອຂ້ານ້ອຍກຳລັງລົງໄປຄົນອື່ນກໍລົງໄປກ່ອນແລ້ວ” 8 ພຣະເຢຊູຊົງບອກຄົນນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າຍ່າງໄປ” 9 ໃນທັນໃດນັ້ນຊາຍຄົນນັ້ນກໍດີພຍາດ ຈຶ່ງຍົກເອົາບ່ອນນອນຂອງຕົນແລ້ວຍ່າງໄປ 10 ວັນນັ້ນເປັນວັນສະບາໂຕ ດັ່ງນັ້ນພວກຢິວຈຶ່ງເວົ້າກັບຄົນທີ່ຖືກຊົງບັນດານໃຫ້ດີພຍາດນັ້ນວ່າ, “ວັນນີ້ເປັນວັນສະບາໂຕ ທີ່ເຈົ້າຈະຍົກເອົາບ່ອນນອນຂອງເຈົ້າໄປກໍຜິດພຣະບັນຍັດ” 11 ຄົນນັ້ນຈຶ່ງຕອບເຂົາວ່າ, “ຜູ້ທີ່ໃຫ້ຂ້ານ້ອຍດີພຍາດນັ້ນໄດ້ບອກຂ້ານ້ອຍວ່າ “ຈົ່ງຍົກເອົາບ່ອນນອນຂອງເຈົ້າຍ່າງໄປ” 12 ເຂົາຈຶ່ງຖາມຄົນນັ້ນວ່າ, “ແມ່ນໃຜທີ່ບອກເຈົ້າວ່າ “ຈົ່ງຍົກເອົາບ່ອນນອນຍ່າງໄປ” 13 ແຕ່ວ່າຄົນທີ່ໄດ້ດີພຍາດນັ້ນບໍ່ຮູ້ວ່າແມ່ນໃຜ ດ້ວຍວ່າພຣະເຢຊູໄດ້ສະເດັດຫລົບໄປແລ້ວ ເພາະວ່າຢູ່ທີ່ນັ້ນມີຫລາຍຄົນ 14 ພາຍຫລັງນັ້ນພຣະເຢຊູໄດ້ຊົງພົບຄົນນັ້ນໃນບໍຣິເວນພຣະວິຫານ ແລ້ວຊົງບອກວ່າ, “ນີ້ແຫລະ, ເຈົ້າດີພຍາດແລ້ວ ຢ່າເຮັດບາບຕໍ່ໄປ ຢ້ານວ່າເຫດຮ້າຍກວ່ານັ້ນຈະເກີດກັບເຈົ້າອີກ” 15 ຊາຍຜູ້ນັ້ນກໍໄດ້ໄປບອກພວກຢິວວ່າ ຜູ້ທີ່ໄດ້ເຮັດໃຫ້ຕົວດີພຍາດນັ້ນຄືພຣະເຢຊູ 16 ເຫດສັນນັ້ນພວກຢິວຈຶ່ງໄດ້ຂົ່ມເຫັງພຣະເຢຊູ ເພາະພຣະອົງຊົງເຣັດການນັ້ນໃນວັນສະບາໂຕ 17 ແຕ່ພຣະເຢຊູຊົງຕອບເຂົາວ່າ, “ພຣະບິດາຂອງເຮົາຍັງຊົງກະທຳກິຈການມາຈົນເຖິງບັດນີ້ ແລະຝ່າຍເຮົາກໍເຮັດຢູ່ເຫມືອນກັນ” 18 ເຫດສັນນັ້ນ ພວກຢິວແຮ່ງຊອກໂອກາດຈະຂ້າພຣະອົງເສັຽ ບໍ່ແມ່ນຍ້ອນພຣະອົງລ່ວງກົດວັນສະບາໂຕເທົ່ານັ້ນ ແຕ່ຍັງໄດ້ຊົງເອີ້ນພຣະເຈົ້າວ່າພຣະບິດາຂອງຕົນ ຊຶ່ງເປັນການເຮັດໃຫ້ຕົນສເມີກັນກັບພຣະເຈົ້າ
ອຳນາດຫນ້າທີ່ຂອງພຣະບຸດ
19 ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າພຣະບຸດຈະກະທຳສິ່ງໃດຕາມໃຈບໍ່ໄດ້ ນອກຈາກທີ່ໄດ້ເຫັນພຣະບິດາຊົງກະທຳ ເພາະວ່າສິ່ງໃດທີ່ພຣະບິດາຊົງກະທຳ ສິ່ງນັ້ນແຫລະ, ພຣະບຸດຈຶ່ງຊົງກະທຳເຫມືອນກັນເພາະວ່າພຣະບິດາຊົງຮັກພຣະບຸດ 20 ແລະຊົງສະແດງໃຫ້ພຣະບຸດເຫັນທຸກສິ່ງທີ່ພຣະອົງເອງຊົງກະທຳ ແລ້ວພຣະອົງຈະຊົງສະແດງໃຫ້ພຣະບຸດເຫັນການໃຫຍ່ກວ່ານັ້ນອີກ ຊຶ່ງທ່ານທັງຫລາຍຈະອັດສະຈັນໃຈ 21 ເພາະພຣະບິດາຊົງບັນດານໃຫ້ຄົນທີ່ຕາຍແລ້ວຄືນມີຊີວິດສັນໃດ ຖ້າພຣະບຸດປາຖນາຈະບັນດານໃຫ້ຜູ້ໃດມີຊີວິດກໍຈະເຮັດສັນນັ້ນເຫມືອນກັນ 22 ເພາະວ່າພຣະບິດາບໍ່ໄດ້ຊົງພິພາກສາຜູ້ໃດ ແຕ່ພຣະອົງໄດ້ຊົງມອບການພິພາກສາທັງສິ້ນໄວ້ກັບພຣະບຸດ 23 ເພື່ອຄົນທັງປວງຈະໄດ້ຖວາຍກຽດແດ່ພຣະບຸດເຫມືອນທີ່ເຂົາຖວາຍກຽດແດ່ພຣະບິດາ ຜູ້ໃດບໍ່ຖວາຍກຽດແດ່ພຣະບຸດ ຜູ້ນັ້ນກໍບໍ່ຖວາຍກຽດແດ່ພຣະບິດາຜູ້ຊົງໃຊ້ພຣະບຸດມາ 24 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າຜູ້ໃດຟັງຄຳຂອງເຮົາແລະວາງໃຈໃນພຣະອົງຜູ້ຊົງໃຊ້ເຮົາມາ ຜູ້ນັ້ນກໍມີຊີວິດອັນຕລອດໄປເປັນນິດ ແລະບໍ່ເຂົ້າໃນການພິພາກສາແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ 25 “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າເວລານັ້ນໃກ້ຈະເຖິງ ແລະບັດນີ້ມາເຖິງແລ້ວ ຄືເມື່ອຜູ້ຕາຍແລ້ວຈະໄດ້ຍິນພຣະສຸຣະສຽງແຫ່ງພຣະບຸດຂອງພຣະເຈົ້າ ແລະບັນດາຜູ້ທີ່ໄດ້ຍິນຈະມີຊີວິດ 26 ເພາະວ່າພຣະບິດາຊົງພຣະຊົນໃນພຣະອົງເອງຢ່າງໃດ ພຣະອົງກໍໄດ້ຊົງປະທານໃຫ້ພຣະບຸດຊົງພຣະຊົນໃນພຣະອົງເອງຢ່າງນັ້ນ 27 ຊ້ຳໄດ້ຊົງປະທານໃຫ້ພຣະອົງມີສິດອຳນາດທີ່ຈະພິພາກສາ ເພາະພຣະອົງຊົງເປັນບຸດມະນຸດ 28 ຢ່າປລາດໃຈໃນຂໍ້ນີ້ ເພາະໃກ້ຈະເຖິງເວລາທີ່ບັນດາຜູ້ທີ່ຢູ່ໃນຂຸມຝັງສົບຈະໄດ້ຍິນພຣະສຸຣະສຽງຂອງພຣະອົງ 29 ແລະຈະໄດ້ອອກມາ ບັນດາຜູ້ທີ່ໄດ້ເຮັດການດີກໍຄືນສູ່ຊີວິດ ແລະບັນດາຜູ້ເຮັດການຊົ່ວກໍຄືນສູ່ການພິພາກສາ
ບັນດາພຍານຝ່າຍພຣະເຢຊູ
30 “ເຮົາຈະເຮັດສິ່ງໃດຕາມລຳພັງໃຈບໍ່ໄດ້ ເຮົາໄດ້ຍິນຢ່າງໃດເຮົາກໍພິພາກສາຢ່າງນັ້ນ ແລະການພິພາກສາຂອງເຮົາກໍຍຸດຕິທັມ ເພາະວ່າເຮົາບໍ່ໄດ້ພຍາຍາມເຣັດຕາມນ້ຳໃຈຂອງເຮົາ ແຕ່ຕາມນ້ຳພຣະທັຍຂອງພຣະອົງຜູ້ຊົງໃຊ້ເຮົາມາ 31 ຖ້າເຮົາເປັນພຍານໃຫ້ຕົວເຮົາເອງ ຄຳພຍານຂອງເຮົາກໍບໍ່ຈິງ 32 ມີອີກຜູ້ນຶ່ງທີ່ເປັນພຍານໃຫ້ແກ່ເຮົາ ແລະເຮົາຮູ້ວ່າຄຳພຍານທີ່ຜູ້ນັ້ນເປັນພຍານໃຫ້ແກ່ເຮົາເປັນຄວາມຈິງ 33 ທ່ານທັງຫລາຍໄດ້ໃຊ້ຄົນໄປຫາໂຢຮັນ ແລະໂຢຣັນກໍໄດ້ເປັນພຍານໃນເຣື່ອງຄວາມຈິງ 34 ແຕ່ຝ່າຍເຮົາ ເຮົາບໍ່ໄດ້ຮັບຄຳພຍານຈາກມະນຸດ ແຕ່ເຮົາກ່າວສິ່ງເຫລົ່ານີ້ເພື່ອທ່ານທັງຫລາຍຈະໄດ້ລອດພົ້ນ 35 ໂຢຣັນເປັນໂຄມທີ່ໄຕ້ສ່ອງສວ່າງຢູ່ ທ່ານທັງຫລາຍກໍພໍໃຈທີ່ຈະຍິນດີໃນຄວາມສວ່າງຂອງທ່ານຊົ່ວຂນະນຶ່ງ 36 ແຕ່ເຮົາມີຄໍາພຍານສຳຄັນກວ່າຄຳພຍານຂອງໂຢຮັນອີກ ເພາະວ່າການງານທີ່ພຣະບິດາຊົງມອບໃຫ້ເຮົາເຣັດໃຫ້ສຳເຣັດ ຄືງານທີ່ເຮົາກຳລັງເຮັດຢູ່ນີ້ແຫລະ, ກໍເປັນພຍານໃຫ້ແກ່ເຮົາວ່າພຣະບິດາຊົງໃຊ້ເຮົາມາ 37 ພຣະບິດາຜູ້ຊົງໃຊ້ເຮົາມາ ພຣະອົງເອງໄດ້ຊົງເປັນພຍານໃຫ້ແກ່ເຮົາ ທ່ານທັງຫລາຍບໍ່ໄດ້ຍິນພຣະສຸຣະສຽງຂອງພຣະອົງ ແລະບໍ່ເຫັນຮູບຮ່າງຂອງພຣະອົງຈັກເທື່ອ 38 ທ່ານທັງຫລາຍບໍ່ມີຄຳໂອວາດຂອງພຣະອົງຢູ່ໃນໃຈ ເພາະວ່າທ່ານທັງຫລາຍບໍ່ໄດ້ວາງໃຈໃນພຣະອົງຜູ້ທີ່ພຣະບິດາຊົງໃຊ້ມານັ້ນ 39 ທ່ານທັງຫລາຍຄົ້ນຫາໃນພຣະທັມຄັມພີ ເພາະພວກທ່ານຄຶດວ່າໃນພຣະທັມຄັມພີນັ້ນມີຊີວິດອັນຕລອດໄປເປັນນິດ ແມ່ນພຣະຄັມພີນັ້ນແຫລະ, ເປັນພຍານໃຫ້ແກ່ເຮົາ 40 ແຕ່ທ່ານທັງຫລາຍຍັງບໍ່ມີໃຈຢາກມາຫາເຮົາເພື່ອຈະໄດ້ຊີວິດ 41 ເຮົາບໍ່ຮັບເອົາຍົດສັກຈາກມະນຸດ 42 ແຕ່ເຮົາໄດ້ສັງເກດຮູ້ທ່ານທັງຫລາຍວ່າບໍ່ມີຄວາມຮັກພຣະເຈົ້າໃນໃຈຂອງພວກທ່ານ 43 ເຮົາໄດ້ມາໃນພຣະນາມພຣະບິດາຂອງເຮົາ ແລະທ່ານທັງຫລາຍລບໍ່ໄດ້ຮັບເຮົາ ຖ້າຜູ້ອື່ນມາໃນນາມຂອງຕົນເອງພວກທ່ານກໍຈະຮັບຜູ້ນັ້ນ 44 ທ່ານທັງຫລາຍທີ່ຣັບຍົດສັກຈາກກັນແລະກັນ ແລະບໍ່ສແວງຫາຍົດສັກຊຶ່ງມາຈາກພຣະອົງຜູ້ຊົງເປັນພຣະເຈົ້າແຕ່ອົງດຽວ ພວກທ່ານຈະເຊື່ອໄດ້ຢ່າງໃດ 45 ຢ່າຄຶດວ່າເຮົາຈະຟ້ອງທ່ານທັງຫລາຍຕໍ່ພຣະບິດາ ມີຜູ້ຟ້ອງພວກທ່ານແລ້ວ ຄືໂມເຊຜູ້ຊຶ່ງພວກທ່ານຫວັງໃຈຢູ່ 46 ຖ້າທ່ານທັງຫລາຍເຊື່ອໂມເຊ ພວກທ່ານກໍຄົງຈະເຊື່ອເຮົາເຫມືອນກັນ ເພາະໂມເຊໄດ້ຂຽນເຖິງເຣື່ອງເຮົາ 47 ແຕ່ຖ້າທ່ານທັງຫລາຍບໍ່ເຊື່ອເຣື່ອງທີ່ໂມເຊຂຽນແລ້ວ ພວກທ່ານຈະເຊື່ອຖ້ອຍຄຳຂອງເຮົາໄດ້ຢ່າງໃດ”
ຊົງລ້ຽງຫ້າພັນຄົນ
1 ຫລັງຈາກນັ້ນພຣະເຢຊູໄດ້ສະເດັດຂ້າມທະເລສາບຄາລີເລ ຄືທະເລຕີເບເຣັຽ 2 ປະຊາຊົນເປັນຈຳນວນຫລວງຫລາຍຕິດຕາມພຣະອົງໄປ ເພາະເຂົາໄດ້ເຫັນຫມາຍສຳຄັນທີ່ພຣະອົງຊົງເຮັດໃຫ້ແກ່ຄົນເຈັບປ່ວຍ 3 ພຣະເຢຊູໄດ້ສະເດັດຂຶ້ນໄປຍັງພູແລະປະທັບນັ່ງລົງທີ່ນັ້ນກັບພວກສາວົກຂອງພຣະອົງ 4 ຂນະນັ້ນໃກ້ຈະເຖິງປັສຄາຊຶ່ງເປັນເທສການຂອງຊາດຢິວແລ້ວ 5 ຝ່າຍພຣະເຢຊູຊົງເງີຍພຣະພັກເຫັນຄົນຈຳນວນຫລວງຫລາຍມາຫາ ພຣະອົງຊົງກ່າວກັບຟີລິບວ່າ, “ພວກເຮົາຈະຊື້ອາຫານທີ່ໃດໃຫ້ຄົນເຫລົ່ານີ້ກິນ” 6 ທີ່ພຣະອົງຊົງກ່າວຢາງນັ້ນກໍເພື່ອຈະລອງໃຈຟີລິບ ເພາະພຣະອົງຊົງຊາບແລ້ວວ່າຈະຊົງເຮັດປະການໃດ 7 ຟີລິບທູນຕອບພຣະອົງວ່າ, “ອາຫານຣາຄາສອງຮ້ອຍເດນາຣິອົນກໍບໍ່ພໍໃຫ້ທຸກຄົນກິນຜູ້ລະເລັກລະຫນ້ອຍດອກ” 8 ສາວົກຜູ້ນຶ່ງຄືອັນເດອານ້ອງຊາຍຂອງຊີໂມນເປໂຕ ໄດ້ທູນພຣະອົງວ່າ, 9 “ຢູ່ທີ່ນີ້ມີເດັກນ້ອຍຄົນນຶ່ງມີເຂົ້າຈີ່ເຣັດດ້ວຍເຂົ້າຝ້າງຫ້າກ້ອນກັບປາສອງໂຕ ແຕ່ສິ່ງນີ້ຈະພໍໄດ້ຢ່າງໃດກັບຄົນຫລວງຫລາຍປານນີ້” 10 ພຣະເຢຊູຊົງສັ່ງວ່າ, “ຈົ່ງໃຫ້ຄົນທັງຫລາຍນັ່ງລົງເສັຽ” ທີ່ນັ້ນມີຫຍ້າຫລາຍ ຄົນຫລົ່ານັ້ນຈຶ່ງນັ່ງລົງ ນັບແຕ່ຜູ້ຊາຍມີປະມານຫ້າພັນຄົນ 11 ແລ້ວພຣະເຢຊູຊົງຈັບເຂົ້າຈີ່ນັ້ນ ເມື່ອໂມທະນາພຣະຄຸນແລ້ວກໍຊົງແຈກແກ່ບັນດາຄົນທີ່ນັ່ງຢູ່ນັ້ນ ສ່ວນປາກໍຊົງໃຫ້ເຫມືອນກັນຕາມທີ່ເຂົາຕ້ອງການ 12 ເມື່ອເຂົາກິນອີ່ມແລ້ວພຣະເຢຊູຊົງບອກພວກສາວົກວ່າ, “ຈົ່ງເກັບເອົາຕ່ອນຫັກທີ່ເຫລືອນັ້ນເພື່ອບໍ່ໃຫ້ອັນໃດເສັຽ” 13 ເຂົາໄດ້ເກັບເອົາຕ່ອນຫັກທີ່ເຫລືອຈາກເຂົ້າຈີ່ທີ່ເຮັດດ້ວຍເຂົ້າຝ້າງຫ້າກ້ອນ ຊຶ່ງຄົນທັງຫລາຍໄດ້ກິນນັ້ນ ໄດ້ເຕັມສິບສອງກະບຸງ 14 ເມື່ອຄົນທັງຫລາຍໄດ້ເຫັນຫມາຍສຳຄັນທີ່ພຣະອົງໄດ້ຊົງເຣັດນັ້ນ ເຂົາກໍເວົ້າກັນວ່າ, “ຈິງແທ້ທ່ານຜູ້ນີ້ເປັນຜູ້ປະກາດພຣະທັມນັ້ນທີ່ຊົງກຳນົດວ່າຈະມາໃນໂລກ” 15 ເມື່ອພຣະເຢຊູຊົງຊາບວ່າ ເຂົາຈະມາຈັບເອົາໄປແຕ່ງຕັ້ງໃຫ້ພຣະອົງເປັນເຈົ້າແຜ່ນດິນ ພຣະອົງຈຶ່ງສະເດັດອອກໄປຍັງພູເຂົາອີກແຕ່ອົງດຽວ
ພຣະເຢຊູຊົງດຳເນີນເທິງນໍ້າ
16 ເມື່ອຄ່ຳມາແລ້ວພວກສາວົກຂອງພຣະອົງໄດ້ລົງໄປເຖິງທະເລ 17 ແລ້ວລົງເຮືອຂ້າມຟາກໄປຍັງເມືອງກາເປນາອຸມ ເມື່ອມືດແລ້ວພຣະເຢຊູກໍຍັງບໍ່ໄດ້ສະເດັດໄປເຖິງເຂົາ 18 ອັນນຶ່ງນ້ຳທະເລກໍກຳເຣີບຂຶ້ນເພາະລົມແດງພັດ 19 ເມື່ອເຂົາແຊວເຮືອໄປໄດ້ປະມານສອງພັນຫ້າຫລືສາມພັນວາ ເຂົາກໍເຫັນພຣະເຢຊູຊົງຍ່າງເທິງນ້ຳມາໃກ້ເຮືອ ເຂົາຈຶ່ງຕົກໃຈ 20 ແຕ່ພຣະເຢຊູຊົງບອກເຂົາວ່າ, “ແມ່ນເຮົາເອງ ຢ່າຊູ່ຢ້ານ” 21 ດັ່ງນັ້ນເຂົາຈຶ່ງພໍໃຈໃຫ້ພຣະອົງຂຶ້ນເຮືອ ແລ້ວທັນໃດນັ້ນ ເຮືອກໍເຖິງຝັ່ງບ່ອນເຂົາຈະໄປນັ້ນ
ປະຊາຊົນຕາມຊອກຫາພຣະອົງ
22 ມື້ຫນ້ານັ້ນປະຊາຊົນທີ່ເຫລືອຢູ່ທະເລຟາກນັ້ນ ເຫັນວ່າກ່ອນນັ້ນມີເຮືອຢູ່ທີ່ນັ້ນພຽງແຕ່ລຳດຽວ ແລະເຫັນວ່າພຣະເຢຊູບໍ່ໄດ້ສະເດັດລົງເຮືອລຳນັ້ນໄປກັບພວກສາວົກ ມີແຕ່ພວກສາວົກຂອງພຣະອົງໄປເທົ່ານັ້ນ 23 ແຕ່ກໍມີເຮືອລຳອື່ນຈາກເມືອງຕີເບເຣັຽມາຈອດໃຫ້ບ່ອນທີ່ເຂົາໄດ້ກິນເຂົ້າຈີ່ ຫລັງຈາກທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງຂອບພຣະຄຸນແລ້ວ 24 ເຫດສັນນັ້ນເມື່ອປະຊາຊົນເຫັນວ່າພຣະເຢຊູແລະພວກສາວົກບໍ່ຢູ່ທີ່ນັ້ນ ເຂົາຈຶ່ງພາກັນລົງໄປຕາມຫາພຣະເຢຊູທີ່ເມືອງກາເປນາອຸມ
ພຣະເຢຊູຄືອາຫານແຫ່ງຊີວິດ
25 ເມື່ອເຂົາໄດ້ພົບພຣະອົງຟາກທະເລສາບເບື້ອງນັ້ນແລ້ວ ເຂົາໄດ້ທູນພຣະອົງວ່າ, “ພຣະອາຈານເອີຍ, ທ່ານມາທີ່ນີ້ເມື່ອໃດ?” 26 ພຣະເຢຊູຊົງຕອບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າພວກທ່ານຊອກຫາເຮົາ ບໍ່ແມ່ນຍ້ອນໄດ້ເຫັນຫມາຍສຳຄັນນັ້ນແຕ່ເພາະໄດ້ກິນເຂົ້າຈີ່ອີ່ມ 27 ຢ່າພຍາຍາມຫາອາຫານທີ່ສູນສິ້ນໄປ ແຕ່ຈົ່ງຫາອາຫານທີ່ຕັ້ງຫມັ້ນຢູ່ ຄືອາຫານສຳລັບຊີວິດອັນຕລອດໄປເປັນນິດ ຊຶ່ງບຸດມະນຸດຈະໃຫ້ແກ່ພວກທ່ານ ເພາະແມ່ນພຣະອົງນີ້ແຫລະ, ທີ່ພຣະເຈົ້າຄືພຣະບິດາໄດ້ຊົງປະທັບຕາຫມາຍໄວ້ແລ້ວ” 28 ແລ້ວເຂົາຈຶ່ງທູນພຣະອົງວ່າ, “ພວກຂ້ານ້ອຍຈະຕ້ອງເຮັດປະການໃດ ຈຶ່ງຈະເຮັດກິຈການຂອງພຣະອົງໄດ້” 29 ພຣະເຢຊູຊົງຕອບເຂົາວ່າ, “ນີ້ແຫລະ, ແມ່ນກິຈການຂອງພຣະເຈົ້າ ຄືການທີ່ທ່ານທັງຫລາຍວາງໃຈໃນທ່ານທີ່ພຣະອົງຊົງໃຊ້ມາ” 30 ແລ້ວເຂົາຈຶ່ງທູນພຣະອົງວ່າ, “ດັ່ງນັ້ນທ່ານຈະເຮັດຫມາຍສຳຄັນອັນໃດ ເພື່ອພວກຂ້ານ້ອຍຈະໄດ້ເຫັນແລະວາງໃຈໃນທ່ານ ມີການອັນໃດທີ່ທ່ານຈະເຮັດແດ່ 31 ບັນພະບຸຣຸດຂອງພວກຂ້ານ້ອຍໄດ້ກິນມານາໃນປ່າ ດັ່ງຄຳທີ່ຂຽນໄວ້ວ່າ, “ພຣະອົງຊົງປະທານອາຫານຈາກສວັນໃຫ້ເຂົາກິນ” 32 ພຣະເຢຊູຊົງຕອບວ່າ, “ເຮົາບອກພວກທ່ານຕາມຈິງວ່າ ອາຫານທີ່ມາຈາກສວັນນັ້ນບໍ່ແມ່ນໂມເຊເອົາໃຫ້ພວກທ່ານ ແຕ່ພຣະບິດາຂອງເຮົາຊົງເປັນຜູ້ປະທານອາຫານອັນແທ້ ຊຶ່ງມາຈາກສວັນໃຫ້ແກ່ທ່ານທັງຫລາຍ 33 ເພາະວ່າອາຫານທີ່ພຣະເຈົ້າຊົງປະທານນັ້ນ ຄືທ່ານທີ່ລົງມາຈາກສວັນແລະປະທານຊີວິດໃຫ້ແກ່ໂລກ” 34 ເຂົາຈຶ່ງທູນພຣະອົງວ່າ, “ນາຍເຈົ້າເອີຍ, ຈົ່ງປະທານອາຫານນັ້ນໃຫ້ພວກຂ້ານ້ອຍມີຢູ່ສເມີ” 35 ພຣະເຢຊູຊົງຕອບເຂົາວ່າ, “ເຮົາເປັນອາຫານທິບແຫ່ງຊີວິດ ຜູ້ທີ່ມາຫາເຮົາຈະບໍ່ຢາກເຂົ້າ ແລະຜູ້ທີ່ວາງໃຈໃນເຮົາຈະບໍ່ຫິວນ້ຳຈັກເທື່ອ 36 ແຕ່ເຮົາບອກທ່ານທັງຫລາຍວ່າ ພວກທ່ານໄດ້ເຫັນເຮົາແລ້ວແຕ່ກໍຍັງບໍ່ເຊື່ອ 37 ສາຣະພັດທີ່ພຣະບິດາຊົງປະທານໃຫ້ແກ່ເຮົາຈະມາຫາເຮົາ ແລະຜູ້ທີ່ມາຫາເຮົາ ເຮົາຈະບໍ່ຖິ້ມອອກໄປພາຍນອກຈັກເທື່ອ 38 ເພາະວ່າເຮົາໄດ້ລົງມາຈາກສວັນ ບໍ່ແມ່ນເພື່ອຈະເຮັດຕາມໃຈຂອງເຮົາເອງ ແຕ່ເພື່ອເຮັດຕາມພຣະທັຍຂອງພຣະອົງຜູ້ຊົງໃຊ້ເຮົາມາ 39 ອັນນີ້ແຫລະ, ແມ່ນນ້ຳພຣະທັຍຂອງຜູ້ຊົງໃຊ້ເຮົາມາ ຄືໃຫ້ເຮົາຮັກສາທຸກສິ່ງທີ່ພຣະອົງຊົງມອບໄວ້ກັບເຮົານັ້ນ ບໍ່ໃຫ້ສິ່ງໃດສູນຫາຍໄປແຕ່ໃຫ້ເປັນຄືນມາໃນວັນສຸດທ້າຍ 40 ເພາະນີ້ແຫລະ, ເປັນນ້ຳພຣະທັຍພຣະບິດາ ຄືໃຫ້ທຸກຄົນທີ່ເຫັນພຣະບຸດແລະວາງໃຈໃນພຣະບຸດນັ້ນ ໄດ້ມີຊີວິດອັນຕລອດໄປເປັນນິດ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ” 41 ດັ່ງນັ້ນ ພວກຢິວຈຶ່ງພາກັນຈົ່ມໃຫ້ພຣະອົງເພາະພຣະອົງຊົງກ່າວວ່າ, “ເຮົາເປັນອາຫານທິບທີ່ລົງມາຈາກສວັນ” 42 ເຂົາໄດ້ກ່າວວ່າ, “ຄົນນີ້ບໍ່ແມ່ນລູກຂອງໂຢເຊບຫລື ພໍ່ແມ່ຂອງເຂົາເຮົາກໍຮູ້ຈັກ ເຫດສັນໃດຄົນນີ້ຈຶ່ງເວົ້າວ່າ “ເຮົາໄດ້ລົງມາຈາກສວັນ” 43 ພຣະເຢຊູຊົງຕອບເຂົາວ່າ, “ຢ່າໄດ້ຈົ່ມເທາະ 44 ບໍ່ມີຜູ້ໃດມາຫາເຮົາໄດ້ ເວັ້ນໄວ້ແຕ່ພຣະບິດາຜູ້ຊົງໃຊ້ເຮົາມານັ້ນຈະຊົງຊັກນຳໃຫ້ເຂົາມາ ແລະຝ່າຍເຮົາ, ເຮົາຈະໃຫ້ຜູ້ນັ້ນຄືນມາໃນວັນສຸດທ້າຍ 45 ມີຄຳຂຽນໄວ້ໃນຄັມພີຜູ້ປະກາດພຣະທັມວ່າ “ຄົນທັງຫລາຍຈະຮັບຄວາມສອນຈາກພຣະເຈົ້າ” ທຸກຄົນທີ່ໄດ້ຍິນໄດ້ຟັງແລະໄດ້ຮຽນຮູ້ຈາກພຣະເຈົ້າກໍມາຫາເຮົາ 46 ບໍ່ມີຜູ້ໃດໄດ້ເຫັນພຣະບິດານອກຈາກຜູ້ທີ່ມາຈາກພຣະເຈົ້າ ຜູ້ນັ້ນແຫລະ, ໄດ້ເຫັນພຣະບິດາແລ້ວ 47 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຜູ້ທີ່ວາງໃຈໃນເຮົາກໍມີຊີວິດອັນຕລອດໄປເປັນນິດ 48 ເຮົາເປັນອາຫານທິບຂອງຊີວິດ 49 ບັນພະບຸຣຸດຂອງທ່ານທັງຫລາຍໄດ້ກິນມານາໃນປ່າ ແລະເຂົາໄດ້ຕາຍໄປ 50 ນີ້ແຫລະ, ເປັນອາຫານທີ່ລົງມາຈາກສວັນເພື່ອຜູ້ທີ່ກິນແລ້ວຈະບໍ່ຕາຍ 51 ເຮົາເປັນອາຫານທີ່ມີຊີວິດຊຶ່ງລົງມາຈາກສວັນ ຖ້າຜູ້ໃດກິນອາຫານນີ້ແລ້ວ ຜູ້ນັ້ນຈະມີຊີວິດສືບໆໄປເປັນນິດ ແລະອາຫານຝ່າຍເຮົາຈະໃຫ້ເພື່ອເປັນຊີວິດຂອງໂລກນັ້ນ ກໍຄືເນື້ອກາຍຂອງເຮົາ” 52 ເຫດສັນນີ້ພວກຢິວຈຶ່ງຖາມກັນວ່າ, “ຜູ້ນີ້ຈະເອົາເນື້ອຕົວຂອງຕົນໃຫ້ເຮົາກິນໄດ້ຢ່າງໃດ” 53 ພຣະເຢຊູຈຶ່ງຊົງກ່າວກັບເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ “ຖ້າພວກທ່ານບໍ່ກິນເນື້ອຕົວແລະບໍ່ດື່ມເລືອດຂອງບຸດມະນຸດ ທ່ານກໍບໍ່ມີຊີວິດໃນຕົວທ່ານ 54 ຜູ້ທີ່ກິນເນື້ອຕົວແລະດື່ມເລືອດຂອງເຮົາກໍມີຊີວິດອັນຕລອດໄປເປັນນິດ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ 55 ເພາະວ່າເນື້ອຕົວຂອງເຮົາເປັນອາຫານອັນແທ້ ແລະເລືອດຂອງເຮົາກໍເປັນຂອງດື່ມອັນແທ້ 56 ຜູ້ທີ່ກິນເນື້ອຕົວແລະດື່ມເລືອດຂອງເຮົາ ຜູ້ນັ້ນກໍຕັ້ງຢູ່ໃນເຮົາແລະເຮົາຕັ້ງຢູ່ໃນຜູ້ນັ້ນ 57 ພຣະບິດາຜູ້ຊົງພຣະຊົນຢູ່ໄດ້ໃຊ້ເຮົາມາ ແລະເຮົາມີຊີວິດຢູ່ເພາະພຣະບິດາສັນໃດ ຜູ້ທີ່ຈະກິນເຮົາກໍຈະມີຊີວິດເພາະເຮົາສັນນັ້ນ 58 ນີ້ແຫລະ, ເປັນອາຫານຊຶ່ງລົງມາຈາກສວັນ ບໍ່ເຫມືອນກັບອາຫານທີ່ພວກບັນພະບຸຣຸດຂອງທ່ານທັງຫລາຍໄດ້ກິນແລ້ວຕາຍໄປ ຜູ້ທີ່ກິນອາຫານນີ້ຈະມີຊີວິດສືບໆໄປເປັນນິດ” 59 ຂໍ້ຄວາມເຫລົ່ານີ້ພຣະອົງຊົງກ່າວໃນໂຮງທັມມະເທສນາ ຂນະທີ່ພຣະອົງຊົງສັ່ງສອນຢູ່ເມືອງກາເປນາອຸມ
ຖ້ອຍຄຳທີ່ໃຫ້ມີຊີວິດອັນຕລອດໄປເປັນນິດ
60 ເມື່ອໄດ້ຍິນດັ່ງນັ້ນພວກສາວົກຂອງພຣະອົງຫລາຍຄົນຈຶ່ງເວົ້າວ່າ, “ຖ້ອຍຄຳນີ້ແຂງແຮງ ໃຜຈະຟັງໄດ້” 61 ແຕ່ພຣະເຢຊູຊົງຊາບດ້ວຍພຣະອົງເອງວ່າພວກສາວົກໄດ້ຈົ່ມເຖິງເຣື່ອງນັ້ນ ຈຶ່ງຊົງຖາມເຂົາວ່າ, “ເຣື່ອງນີ້ເຣັດໃຫ້ພວກທ່ານສະດຸດໃຈຫລື 62 ຖ້າທ່ານທັງຫລາຍຈະເຫັນບຸດມະນຸດຂຶ້ນເມືອຍັງບ່ອນທີ່ທ່ານຢູ່ແຕ່ກ່ອນນັ້ນ ພວກທ່ານຈະວ່າຢ່າງໃດ 63 ພຣະວິນຍານຊົງເຮັດໃຫ້ມີຊີວິດ ສ່ວນເນື້ອກາຍບໍ່ມີປໂຍດອັນໃດ ຖ້ອຍຄຳທີ່ເຮົາໄດ້ກ່າວຕໍ່ທ່ານທັງຫລາຍນັ້ນເປັນວິນຍານແລະຊີວິດ 64 ແຕ່ມີບາງຄົນໃນພວກທ່ານຍັງບໍ່ເຊື່ອຢູ່” (ເພາະພຣະເຢຊູຊົງຊາບແຕ່ເດີມແລ້ວວ່າຜູ້ທີ່ເຊື່ອນັ້ນແມ່ນຜູ້ໃດ ແລະແມ່ນຜູ້ໃດທີ່ຈະທໍຣະຍົດຕໍ່ພຣະອົງ) 65 ແລະພຣະອົງຊົງກ່າວວ່າ, “ດ້ວຍເຫດນີ້ແຫລະ, ເຮົາຈຶ່ງໄດ້ບອກທ່ານທັງຫລາຍວ່າບໍ່ມີຜູ້ໃດຈະມາເຖິງເຮົາໄດ້ ນອກຈາກພຣະບິດາຈະຊົງໂຜດຜູ້ນັ້ນ” 66 ດ້ວຍເຫດນັ້ນພວກລູກສິດຂອງພຣະອົງຫລາຍຄົນຈຶ່ງທໍ້ຖອຍ ບໍ່ຕິດຕາມພຣະອົງຕໍ່ໄປອີກ 67 ດັ່ງນັ້ນພຣະເຢຊູຊົງກ່າວກັບສິດສອງຄົນນັ້ນວ່າ, “ພວກທ່ານເດ ຢາກຖອຍຫນີເຫມືອນກັນຫລື” 68 ຝ່າຍຊີໂມນທູນຕອບພຣະອົງວ່າ, “ນາຍເຈົ້າເອີຍ, ພວກຂ້ານ້ອຍຈະຫນີໄປຫາຜູ້ໃດ ທ່ານມີຖ້ອຍຄຳຊຶ່ງໃຫ້ມີຊີວິດອັນຕລອດໄປເປັນນິດ 69 ພວກຂ້ານ້ອຍເຊື່ອແລ້ວແລະຊາບວ່າທ່ານເປັນຜູ້ບໍຣິສຸດມາຈາກພຣະເຈົ້າ” 70 ພຣະເຢຊູຊົງຕອບເຂົາວ່າ, “ເຮົານີ້ແຫລະ, ໄດ້ເລືອກພວກທ່ານສິບສອງຄົນໄວ້ບໍ່ແມ່ນຫລື ແລະຄົນນຶ່ງໃນພວກທ່ານກໍເປັນມານຮ້າຍ” 71 ພຣະອົງຊົງກ່າວເຖິງຢູດາລູກຊາຍຂອງຊີໂມນອິສະກາຣິອົດ ເພາະແມ່ນຜູ້ທີ່ຈະທໍຣະຍົດຕໍ່ພຣະອົງ ຄືຄົນນຶ່ງໃນພວກສິບສອງຄົນນັ້ນ
ພວກນ້ອງຊາຍຂອງພຣະເຢຊູບໍ່ວາງໃຈໃນພຣະອົງ
1 ຫລັງຈາກນັ້ນພຣະເຢຊູໄດ້ສະເດັດທອ່ງທ່ຽວໄປຕາມແຂວງຄາລີເລ ບໍ່ຊົງປະສົງສະເດັດໄປໃນແຂວງຢູດາຍ ເພາະພວກຢິວຫາໂອກາດທີ່ຈະຂ້າພຣະອົງເສັຽ 2 ຂນະນັ້ນໃກ້ຈະເຖິງເທສການຕັ້ງທັບອາໄສຂອງຊາດຢິວແລ້ວ 3 ພວກນ້ອງຊາຍຂອງພຣະອົງໄດ້ທູນພຣະອົງວ່າ, “ເຈົ້າຈົ່ງອອກຈາກທີ່ນີ້ໄປຍັງແຂວງຢູດາຍ ເພື່ອພວກສາວົກຂອງເຈົ້າຈະໄດ້ເຫັນກິຈການທີ່ເຈົ້າເຮັດຢູ່ນັ້ນ” 4 ເພາະວ່າບໍ່ຫ່ອນມີຜູ້ໃດເຮັດອັນໃດໃນທີ່ລັບ ເມື່ອຜູ້ນັ້ນຢາກໃຫ້ຕົວປາກົດ ຖ້າເຈົ້າເຮັດການເຫລົ່ານີ້ຈົ່ງສະແດງຕົວໃຫ້ປາກົດແກ່ໂລກເສັຽ” 5 (ເພາະວ່າເຖິງແມ່ນພວກນ້ອງຊາຍຂອງພຣະອົງກໍບໍ່ເຊື່ອໃນພຣະອົງ) 6 ພຣະເຢຊູຊົງບອກເຂົາວ່າ, “ເວລາກຳນົດຂອງເຮົາຍັງບໍ່ເຖິງເທື່ອ ແຕ່ເວລາຂອງພວກເຈົ້າກໍມີຢູ່ສເມີ 7 ໂລກຈະກຽດຊັງພວກເຈົ້າບໍ່ໄດ້ແຕ່ວ່າມັນຊັງເຮົາ ເພາະເຮົາເປັນພຍານວ່າກິຈການຂອງໂລກນັ້ນຊົ່ວຮ້າຍ 8 ພວກເຈົ້າຈົ່ງຂຶ້ນໄປໃນເທສການນັ້ນເສັຽ ຝ່າຍເຮົາຍັງບໍ່ຂຶ້ນໄປໃນເທສການນັ້ນເພາະວ່າຍັງບໍ່ເຖິງກຳນົດເວລາຂອງເຮົາ” 9 ເມື່ອຊົງກ່າວດັ່ງນັ້ນແລ້ວພຣະອົງກໍຍັງປະທັບຢູ່ໃນແຂວງຄາລີເລຕໍ່ໄປ
ພຣະເຢຊູໃນເທສການຕັ້ງທັບອາໄສ
10 ແຕ່ເມື່ອພວກນ້ອງຂອງພຣະອົງຂຶ້ນໄປໃນງານເທສການນັ້ນແລ້ວ ພຣະອົງກໍສະເດັດຕາມຂຶ້ນໄປເຫມືອນກັນ ແຕ່ສະເດັດໄປທາງລັບບໍ່ເປີດເຜີຍ 11 ເຫດສັນນັ້ນ ພວກຢິວໄດ້ຊອກຫາພຣະອົງໃນເທສການນັ້ນແລະຖາມວ່າ, “ຄົນຜູ້ນັ້ນຢູ່ໃສ” 12 ສ່ວນປະຊາຊົນກໍຊິ່ມກັນຫລາຍເວົ້າເຖິງເຣື່ອງພຣະອົງ ລາງຄົນເວົ້າວ່າ, “ເປັນຄົນດີ” ແຕ່ຄົນອື່ນວ່າ, “ບໍ່ແມ່ນ, ແຕ່ທ່ານເຮັດໃຫ້ປະຊາຊົນຫລົງຜິດໄປ” 13 ແຕ່ເຖິງປານນັ້ນບໍ່ມີໃຜກ້າເວົ້າເຖິງພຣະອົງຢ່າງເປີດເຜີຍເພາະຢ້ານພວກຢິວ 14 ຄັນເຖິງເຄິ່ງເທສການນັ້ນແລ້ວ ພຣະເຢຊູໄດ້ສະເດັດຂຶ້ນໄປຍັງບໍຣິເວນພຣະວິຫານແລະຊົງສັ່ງສອນ 15 ພວກຢິວພາກັນປລາດໃຈເວົ້າກັນວ່າ, “ຄົນຜູ້ນີ້ມີຄວາມຮູ້ມາແຕ່ໃສເມື່ອບໍ່ໄດ້ຮໍ່າຮຽນ” 16 ພຣະເຢຊູຊົງຕອບເຂົາວ່າ, “ຄຳສອນຂອງເຮົາບໍ່ແມ່ນຂອງເຮົາເອງ ແຕ່ເປັນຂອງພຣະອົງຜູ້ຊົງໃຊ້ເຮົາມາ 17 ຖ້າຜູ້ໃດເຕັມໃຈຍອມເຮັດຕາມພຣະທັຍຂອງພຣະອົງ ຜູ້ນັ້ນກໍຈະຮູ້ວ່າຄຳສອນນັ້ນມາຈາກພຣະເຈົ້າ ຫລືວ່າເຮົາປາກຕາມໃຈຊອບຂອງເຮົາເອງ 18 ຜູ້ໃດປາກຕາມໃຈຊອບຂອງຕົນເອງ ຜູ້ນັ້ນກໍສແວງກຽດສຳລັບຕົນເອງ ແຕ່ຜູ້ທີ່ສແວງກຽດໃຫ້ພຣະອົງຜູ້ຊົງໃຊ້ຕົນມາ ຜູ້ນັ້ນແຫລະ, ເປັນຄົນຈິງແລະບໍ່ມີອະທັມໃນຕົວ 19 ໂມເຊໄດ້ໃຫ້ພຣະບັນຍັດແກ່ທ່ານທັງຫລາຍບໍ່ແມ່ນຫລື ແລະໃນພວກທ່ານບໍ່ມີຜູ້ໃດຈັກຄົນເຮັດຕາມພຣະບັນຍັດນັ້ນ ທ່ານທັງຫລາຍຊອກຫາຈະຂ້າເຮົາເຮັດຫຍັງ” 20 ປະຊາຊົນຕອບວ່າ, “ເຈົ້າມີຜີສິງຢູ່ ແມ່ນໃຜຊອກຫາຈະຂ້າເຈົ້າ” 21 ພຣະເຢຊູຊົງຕອບເຂົາວ່າ, “ເຮົາໄດ້ເຮັດກິຈການອັນນຶ່ງ ແລະພວກທ່ານກໍປລາດໃຈເພາະເຫດການນັ້ນ 22 ໂມເຊໄດ້ຕັ້ງພິທີຕັດໃຫ້ທ່ານທັງຫລາຍ (ບໍ່ແມ່ນໄດ້ມາຈາກໂມເຊແຕ່ມາຈາກບັນພະບຸຣຸດ) ແລະໃນວັນສະບາໂຕ ເພື່ອບໍ່ໃຫ້ລ່ວງລະເມີດພຣະບັນຍັດຂອງໂມເຊ ທ່ານທັງຫລາຍຈະຄຽດເຮົາເພາະເຮົາໄດ້ໃຫ້ຄົນນຶ່ງດີເປັນປົກກະຕິໃນວັນສະບາໂຕຫລື 23 ຢ່າຕັດສິນຕາມທີ່ເຫັນພາຍນອກ ແຕ່ຈົ່ງຕັດສິນຕາມທາງຍຸດຕິທັມ” 24 ຊາວກຸງເຢຣູຊາເລັມລາງຄົນຈຶ່ງເວົ້າວ່າ, “ຄົນຜູ້ນີ້ແຫລະ, ທີ່ເຂົາຊອກຫາຈະຂ້າເສັຽບໍ່ແມ່ນຫລື
ນີ້ຫລືພຣະຄຣິດ
25 ເບິ່ງແມ໋, ທ່ານກ່າວດ້ວຍເປີດເຜີຍ ແລະເຂົາບໍ່ໄດ້ເວົ້າຫຍັງ ພວກເຈົ້ານາຍຮູ້ຄັກບໍ່ວ່າຄົນນີ້ແມ່ນພຣະຄຣິດ 26 ເຮົາຮູ້ແລ້ວວ່າຄົນນີ້ມາແຕ່ໃສ 27 ແຕ່ຝ່າຍພຣະຄຣິດ, ເມື່ອພຣະອົງສະເດັດມາບໍ່ມີໃຜຮູ້ວ່າມາແຕ່ໃສ” 28 ເຫດສັນນີ້ ພຣະເຢຊູຈຶ່ງຊົງສັ່ງສອນດ້ວຍສຽງອັນດັງໃນບໍຣິເວນພຣະວິຫານວ່າ, “ສ່ວນເຮົາທ່ານທັງຫລາຍກໍຮູ້ຈັກ ທັງຮູ້ວ່າເຮົາມາແຕ່ໃສ ເຮົາບໍ່ໄດ້ມາໂດຍລຳພັງຂອງເຮົາເອງ ແຕ່ພຣະອົງຜູ້ຊົງໃຊ້ເຮົາມານັ້ນກໍສັດຈິງ ພຣະອົງນັ້ນພວກທ່ານກໍບໍ່ຮູ້ຈັກ 29 ຝ່າຍເຮົາກໍຮູ້ຈັກພຣະອົງ ເພາະເຮົາມາຈາກພຣະອົງ ແລະແມ່ນພຣະອົງນັ້ນແຫລະ, ໄດ້ຊົງໃຊ້ເຮົາມາ” 30 ດັ່ງນັ້ນເຂົາຈຶ່ງຊອກຫາຈະຈັບພຣະອົງ ແຕ່ບໍ່ມີຜູ້ໃດຍື່ນມືຈັບເພາະຍັງບໍ່ເຖິງກຳນົດເວລາຂອງພຣະອົງເທື່ອ 31 ແຕ່ມີຫລາຍຄົນໃນຫມູ່ປະຊາຊົນໄດ້ວາງໃຈໃນພຣະອົງແລະເວົ້າວ່າ, “ເມື່ອພຣະຄຣິດສະເດັດມານັ້ນ ພຣະອົງຈະເຮັດຫມາຍສຳຄັນຫລາຍກວ່າຜູ້ນີ້ຫລື”
ໃຊ້ເຈົ້າຫນ້າທີ່ໄປຈັບພຣະເຢຊູ
32 ເມື່ອພວກຟາຣີຊາຍໄດ້ຍິນປະຊາຊົນຊິ່ມກັນເວົ້າເຖິງເຣື່ອງພຣະອົງຢ່າງນັ້ນ ພວກປະໂຣຫິດຕົນໃຫຍ່ກັບພວກຟາຣິຊາຍຈຶ່ງໃຊ້ເຈົ້າຫນ້າທີ່ໄປຈັບພຣະອົງ 33 ພຣະເຢຊູຈຶ່ງຊົງກ່າວວ່າ, “ເຮົາຈະຢູ່ກັບທ່ານທັງຫລາຍຕໍ່ໄປອີກຫນ້ອຍນຶ່ງ ແລ້ວຈະກັບໄປຫາພຣະອົງຜູ້ຊົງໃຊ້ເຮົາມາ 34 ທ່ານທັງຫລາຍຈະຊອກຫາເຮົາແຕ່ຈະບໍ່ພົບເຮົາ ແລະບ່ອນເຮົາຢູ່ນັ້ນພວກທ່ານຈະເຂົາໄປບໍ່ໄດ້” 35 ພວກຢິວຈຶ່ງເວົ້າກັນວ່າ, “ຄົນນີ້ຈວນຈະໄປໃສທີ່ເຮົາຈະຫາບໍ່ພົບ ທ່ານຈະໄປຫາພວກຄົນທີ່ແຕກກະຈັດກະຈາຍໄປຢູ່ຖ້າມກາງຄົນຕ່າງຊາດ ແລະສັ່ງສອນຄົນຕ່າງຊາດນັ້ນຫລື 36 ຄຳນີ້ເປັນຢ່າງໃດຫນໍທີ່ທ່ານກ່າວວ່າ “ທ່ານທັງຫລາຍຈະຊອກຫາເຮົາແຕ່ຈະບໍ່ພົບເຮົາ ແລະບ່ອນເຮົາຢູ່ນັ້ນທ່ານຈະເຂົ້າໄປບໍ່ໄດ້”
ແມ່ນ້ຳອັນມີຊີວິດ
37 ໃນວັນສຸດທ້າຍຂອງງານເທສການຊຶ່ງເປັນວັນໃຫຍ່ນັ້ນ ພຣະເຢຊູຊົງຢືນແລະຮ້ອງຂຶ້ນວ່າ, “ຖ້າຜູ້ໃດຫິວ ຜູ້ນັ້ນຈົ່ງມາຫາເຮົາແລະດື່ມ 38 ຜູ້ທີ່ວາງໃຈໃນເຮົາແມ່ນ້ຳອັນມີຊີວິດຈະໄຫລອອກຈາກພາຍໃນຜູ້ນັ້ນ ຕາມທີ່ພຣະຄັມພີກ່າວໄວ້ແລ້ວ” 39 ສິ່ງທີ່ພຣະເຢຊູຊົງກ່າວນັ້ນຫມາຍເຖິງພຣະວິນຍານ ຊຶ່ງຜູ້ທີ່ວາງໃຈໃນພຣະອົງຈະໄດ້ຮັບ ເຫດວ່າຍັງບໍ່ໄດ້ຊົງປະທານພຣະວິນຍານໃຫ້ ເພາະພຣະເຢຊູຍັງບໍ່ໄດ້ຊົງຮັບສະງ່າຣາສີ
ຄວາມເຫັນແຕກແຍກກັນໃນຫມູ່ປະຊາຊົນ
40 ເມື່ອປະຊາຊົນໄດ້ຍິນດັ່ງນັ້ນລາງຄົນໄດ້ເວົ້າກັນວ່າ, “ຜູ້ນີ້ເປັນຜູ້ປະກາດພຣະທັມນັ້ນແທ້” 41 ຄົນອື່ນເວົ້າວ່າ, “ຜູ້ນີ້ແຫລະ, ແມ່ນພຣະຄຣິດ” ແຕ່ຄົນອື່ນອີກເວົ້າວ່າ, “ພຣະຄຣິດຈະມາຈາກຄາລີເລຫລື 42 ພຣະຄັມພີກ່າວໄວ້ບໍ່ແມ່ນຫລື ວ່າພຣະຄຣິດຈະມາຈາກເຊື້ອວົງຂອງດາວິດ ແລະມາຈາກບ້ານເບັດເລເຮັມຊຶ່ງດາວິດຢູ່ນັ້ນ 43 ເຫດສັນນັ້ນ ປະຊາຊົນຈຶ່ງມີຄວາມເຫັນແຕກແຍກກັນໃນເຣື່ອງພຣະອົງ 44 ລາງຄົນໃນຫມູ່ເຂົານັ້ນມີໃຈຢາກຈັບພຣະອົງ ແຕ່ບໍ່ມີໃຜຍື່ນມືຈັບເອົາ 45 ເຈົ້າຫນ້າທີ່ຈຶ່ງກັບໄປຫາພວກປະໂຣຫິດຕົນໃຫຍ່ແລະພວກຟາຣີຊາຍ ແລະພວກນັ້ນໄດ້ຖາມເຈົ້າຫນ້າທີ່ວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ຈັບມັນມາ” 46 ເຈົ້າຫນ້າທີ່ຕອບວ່າ, “ບໍ່ເຄີຍມີຜູ້ໃດເວົ້າເຫມືອນຄົນນັ້ນຈັກເທື່ອ” 47 ພວກຟາຣີຊາຍຕອບເຂົາວ່າ, “ພວກເຈົ້າຖືກຊັກຈູງໃຫ້ຫລົງໄປເຫມືອນກັນຫລື 48 ມີຄົນໃດແດ່ໃນພວກເຈົ້ານາຍຫລືພວກຟາຣີຊາຍເຊື່ອຖືຄົນນັ້ນ 49 ແຕ່ປະຊາຊົນຫມູ່ນີ້ທີ່ບໍ່ຮູ້ຈັກພຣະບັນຍັດກໍຖືກຊົງປ້ອຍຢູ່ແລ້ວ” 50 ນິໂກເດມຜູ້ໄດ້ມາຫາພຣະອົງຄາວກ່ອນນັ້ນ ແລະເປັນຄົນນຶ່ງໃນພວກເຂົາ ໄດ້ກ່າວກັບເຂົາວ່າ, 51 “ກົດຫມາຍຂອງເຮົາບໍ່ຕັດສິນຄົນໃດໂດຍທີ່ຍັງບໍ່ໄດ້ຟັງເຂົາກ່ອນ ແລະຮູ້ວ່າເຂົາໄດ້ເຮັດອັນໃດແດ່” 52 ເຂົາກໍຕອບນິໂກເດມວ່າ, “ທ່ານມາຈາກຄາລີເລເຫມືອນກັນຫລື ຈົ່ງຄົ້ນຫາເບິ່ງ ແລ້ວທ່ານຈະເຫັນວ່າບໍ່ມີຜູ້ປະກາດພຣະທັມຈັກຄົນເກີດມາຈາກຄາລີເລ” 53 ແລ້ວຕ່າງຄົນກໍຕ່າງກັນໄປເຮືອນຂອງຕົນ
ຜູ້ຍິງຄົນນຶ່ງຖືກຈັບຖານຫລິ້ນຊູ້
1 ແຕ່ພຣະເຢຊູໄດ້ສະເດັດໄປຍັງພູຫມາກກອກເທດ 2 ເມື່ອຮຸ່ງເຊົ້າພຣະອົງໄດ້ສະເດັດເຂົ້າໄປໃນບໍຣິເວນພຣະວິຫານອີກ ພົລເມືອງທັງຫມົດກໍພາກັນມາຫາພຣະອົງ ພຣະອົງກໍປະທັບນັ່ງຕັ້ງຕົ້ນສັ່ງສອນເຂົາ 3 ພວກນັກທັມແລະພວກຟາຣີຊາຍໄດ້ພາຜູ້ຍິງຄົນນຶ່ງມາ ຍິງຄົນນີ້ເຂົາໄດ້ຈັບໃນຖານຫລິ້ນຊູ້ ແລະເຂົາໄດ້ໃຫ້ຍິງນັ້ນຢືນຢູ່ຖ້າມກາງຝູງຊົນ 4 ເຂົາທູນພຣະອົງວ່າ, “ອາຈານເອີຍ, ຍິງຄົນນີ້ເຂົາຈັບໄດ້ເມື່ອກຳລັງຫລິ້ນຊູ້ຢູ່ 5 ໂມເຊໄດ້ສັ່ງໄວ້ໃນພຣະບັນຍັດວ່າ ໃຫ້ເອົາຫີນຄວ່າງໃສ່ຄົນຢ່າງນີ້ໃຫ້ຕາຍ ສ່ວນທ່ານເດ, ຈະວ່າຢ່າງໃດ” 6 ເຂົາເວົ້າຢ່າງນີ້ເພື່ອທົດລອງ ຫວັງຈະຫາເຫດຟ້ອງພຣະອົງໄດ້ ແຕ່ພຣະເຢຊູຊົງນ້ອມພຣະກາຍລົງໃຊ້ນີ້ວພຣະຫັດຂຽນທີ່ດິນ 7 ເມື່ອເຂົາຍັງຖາມຕໍ່ໄປຢູ່ ພຣະອົງຊົງຢືນຂຶ້ນກ່າວແກ່ເຂົາວ່າ, “ຜູ້ໃດໃນພວກເຈົ້າທີ່ບໍ່ມີຜິດບາບ ກໍໃຫ້ຜູ້ນັ້ນເອົາຫີນຄວ່າງໃສ່ຍິງນີ້ກ່ອນຫມູ່” 8 ແລ້ວພຣະອົງກໍຊົງນ້ອມພຣະກາຍລົງຂຽນທີ່ດິນອີກ 9 ແຕ່ເມື່ອເຂົາໄດ້ຍິນດັ່ງນັ້ນກໍອອກໄປເທື່ອລະຄົນຈົນຫມົດ ເລີ້ມຕັ້ງແຕ່ຄົນແກ່ໄປຍັງເຫລືອຢູ່ແຕ່ພຣະເຢຊູກັບຍິງນັ້ນທີ່ຢືນຢູ່ຖ້າມກາງນັ້ນ 10 ເມື່ອພຣະເຢຊູຊົງເງີຍຂຶ້ນກໍຊົງຖາມຍິງນັ້ນວ່າ, “ນາງເອີຍ, ພວກເຂົາໄປໃສຫມົດ ບໍ່ມີໃຜລົງໂທດເຈົ້າຫລື” 11 ນາງທູນຕອບວ່າ, “ບໍ່ມີໃຜ, ນາຍເອີຍ” ພຣະເຢຊູຊົງກ່າວຕໍ່ນາງວ່າ, “ເຮົາກໍບໍ່ລົງໂທດເຈົ້າເຫມືອນກັນ ຈົ່ງໄປເສັຽ ຕໍ່ໄປຢ່າເຮັດຜິດອີກ”
ພຣະເຢຊູຊົງເປັນຄວາມສວ່າງຂອງໂລກ
12 ອີກເທື່ອນຶ່ງພຣະເຢຊູຊົງກ່າວຕໍ່ເຂົາວ່າ, “ເຮົານີ້ແຫລະ, ເປັນຄວາມສວ່າງຂອງໂລກ ຜູ້ທີ່ຕາມເຮົາມາຈະບໍ່ທຽວໄປໃນທີ່ມືດ ແຕ່ຈະມີຄວາມສວ່າງແຫ່ງຊີວິດ” 13 ແລ້ວພວກຟາຣີຊາຍກ່າວຕໍ່ພຣະອົງວ່າ, “ທ່ານເປັນພຍານໃຫ້ແກ່ຕົວທ່ານເອງ ຄຳພຍານຂອງທ່ານກໍບໍ່ຈິງ” 14 ພຣະເຢຊູຊົງຕອບເຂົາວ່າ, “ເຖິງວ່າເຮົາເປັນພຍານໃຫ້ແກ່ຕົວເຮົາເອງ ຄຳພຍານຂອງເຮົາກໍເປັນຄວາມຈິງ ເພາະເຮົາຮູ້ວ່າເຮົາມາແຕ່ໃສແລະຈະໄປໃສ ແຕ່ຝ່າຍທ່ານທັງຫລາຍກໍບໍ່ຮູ້ວ່າເຮົາມາແຕ່ໃສແລະຈະໄປໃສ 15 ທ່ານທັງຫລາຍຕັດສິນຕາມທຳມະດາມະນຸດ ຝ່າຍເຮົາກໍບໍ່ຕັດສິນໃຜ 16 ແຕ່ເຖິງແມ່ນເຮົາຈະຕັດສິນ ການຕັດສິນຂອງເຮົາກໍຖືກ ເພາະເຮົາບໍ່ໄດ້ຕັດສິນໂດຍລຳພັງເຮົາຜູ້ດຽວ ແຕ່ເຮົາຕັດສິນຮ່ວມກັບພຣະບິດາຜູ້ຊົງໃຊ້ເຮົາມາ 17 ໃນພຣະບັນຍັດຂອງທ່ານທັງຫລາຍມີຄຳຂຽນໄວ້ວ່າ ຄຳພຍານຂອງສອງຄົນກໍເປັນຄວາມຈິງ 18 ຝ່າຍເຮົາເປັນພຍານໃຫ້ແກ່ຕົວເຮົາເອງ ແລະພຣະບິດາຜູ້ຊົງໃຊ້ເຮົາມາກໍເປັນພຍານໃຫ້ແກ່ເຮົາເຫມືອນກັນ” 19 ເຫດສັນນັ້ນເຂົາຈຶ່ງທູນພຣະອົງວ່າ, “ພຣະບິດາຂອງທ່ານຢູ່ໃສ” ພຣະເຢຊູຊົງຕອບວ່າ, “ຕົວເຮົາກໍດີ ພຣະບິດາຂອງເຮົາກໍດີ ທ່ານທັງຫລາຍກໍບໍ່ຮູ້ຈັກ ຖ້າພວກທ່ານຮູ້ຈັກເຮົາກໍຄົງຮູ້ຈັກພຣະບິດາຂອງເຮົາເຫມືອນກັນ 20 ພຣະເຢຊູຊົງກ່າວຄຳເຫລົ່ານີ້ໃນບ່ອນຕັ້ງຕູ້ຖວາຍຊັບ ຂນະທີ່ຊົງສັ່ງສອນໃນບໍຣິເວນພຣະວີຫານ ແຕ່ບໍ່ມີຜູ້ໃດຈັບພຣະອົງເພາະຍັງບໍ່ເຖິງກຳນົດເວລາຂອງພຣະອົງ
ພຣະອົງບໍ່ຊົງເປັນຝ່າຍໂລກ
21 ພຣະອົງຊົງກ່າວກັບເຂົາອີກວ່າ, “ເຮົາຈະຈາກໄປແລະທ່ານທັງຫລາຍຈະຊອກຫາເຮົາ ແລະຈະຕາຍໃນຄວາມຜິດບາບຂອງທ່ານ ບ່ອນທີ່ເຮົາຈະໄປນັ້ນພວກທ່ານຈະໄປບໍ່ໄດ້” 22 ພວກຢິວຈຶ່ງເວົ້າກັນວ່າ, “ເຂົາຈະຂ້າຕົວຕາຍຫລື ເພາະເຂົາກ່າວວ່າ “ບ່ອນທີ່ເຮົາຈະໄປນັ້ນພວກທ່ານໄປບໍ່ໄດ້” 23 ພຣະອົງຊົງກ່າວຕໍ່ເຂົາວ່າ, “ທ່ານທັງຫລາຍເປັນຂອງເບື້ອງລຸ່ມ ຝ່າຍເຮົາເປັນຂອງເບື້ອງເທິງ ພວກທ່ານເປັນຝ່າຍໂລກນີ້ ເຮົາບໍ່ເປັນຝ່າຍໂລກນີ້ 24 ດ້ວຍເຫດນີ້ເຮົາຈຶ່ງບອກທ່ານທັງຫລາຍວ່າ ພວກທ່ານຈະຕາຍໃນຄວາມຜິດບາບຂອງທ່ານ ເພາະວ່າຖ້າທ່ານບໍ່ໄດ້ເຊື່ອວ່າ ເຮົານີ້ແຫລະ, ເປັນຜູ້ນັ້ນ ພວກທ່ານຈະຕ້ອງຕາຍໃນບາບຂອງຕົນ” 25 ເຂົາທູນຖາມພຣະອົງວ່າ, “ຝ່າຍທ່ານ, ທ່ານແມ່ນໃຜ” ພຣະເຢຊູຊົງຕອບວ່າ, “ເຮົາເປັນເຫມືອນທີ່ເຮົາໄດ້ບອກພວກທ່ານຕັ້ງແຕ່ຕົ້ນນັ້ນ 26 ເຮົາມີຂໍ້ຄວາມຫລາຍປະການທີ່ຈະກ່າວແລະຕັດສິນພວກທ່ານ ແຕ່ພຣະອົງຜູ້ຊົງໃຊ້ເຮົາມານັ້ນຊົງເປັນສັດຈິງ ແລະສິ່ງທີ່ເຮົາໄດ້ຍິນຈາກພຣະອົງນັ້ນແຫລະ, ເຮົາກໍກ່າວແກ່ໂລກ” 27 ເຂົາບໍ່ໄດ້ເຂົ້າໃຈວ່າພຣະອົງຊົງກ່າວກັບເຂົາເຖິງເຣື່ອງພຣະບິດາ 28 ດັ່ງນັ້ນພຣະເຢຊູຈຶ່ງຊົງກ່າວແກ່ເຂົາວ່າ, “ເມື່ອທ່ານທັງຫລາຍຈະໄດ້ຍົກບຸດມະນຸດຂຶ້ນແລ້ວ ເມື່ອນັ້ນພວກທ່ານຈະຮູ້ວ່າເຮົານີ້ແຫລະ, ຄືຜູ້ນັ້ນ ແລະຮູ້ວ່າເຮົາບໍ່ໄດ້ເຮັດສິ່ງໃດຕາມໃຈຊອບ ແຕ່ພຣະບິດາໄດ້ຊົງສອນເຮົາຢ່າງໃດ ເຮົາຈຶ່ງກ່າວຢ່າງນັ້ນ 29 ພຣະອົງຜູ້ຊົງໃຊ້ເຮົາມາກໍຊົງສະຖິດຢູ່ກັບເຮົາ ພຣະອົງບໍ່ໄດ້ຊົງປະເຮົາໄວ້ໃຫ້ຢູ່ຜູ້ດຽວ ເພາະວ່າເຮົາເຮັດຕາມຊອບພຣະທັຍຂອງພຣະອົງຢູ່ສເມີ” 30 ເມື່ອພຣະອົງຊົງກ່າວຄຳເຫລົ່ານັ້ນມີຫລາຍຄົນໄດ້ເຊື່ອໃນພຣະອົງ
ຄວາມຈິງຈະເຮັດໃຫ້ເປັນອິສຣະ
31 ພຣະເຢຊູຊົງກ່າວຕໍ່ພວກຢິວທີ່ເຊື່ອຖືໃນພຣະອົງວ່າ, “ຖ້າທ່ານທັງຫລາຍຕັ້ງຫມັ້ນຄົງຢູ່ໃນຖ້ອຍຄຳຂອງເຮົາ ພວກທ່ານກໍເປັນສາວົກແທ້ຂອງເຮົາ 32 ແລ້ວພວກທ່ານຈະຮູ້ຈັກຄວາມຈິງ ແລະຄວາມຈິງນັ້ນຈະເຮັດໃຫ້ພວກທ່ານເປັນອິສຣະ” 33 ເຂົາທູນຕອບພຣະອົງວ່າ, “ພວກເຮົາເປັນເຊື້ອສາຍຂອງອັບຣາຮາມ ແລະບໍ່ໄດ້ເປັນຂ້ອຍຂ້າຂອງຜູ້ໃດຈັກເທື່ອ ເປັນຫຍັງທ່ານຈຶ່ງເວົ້າວ່າ “ພວກທ່ານຈະເປັນອິສຣະ” 34 ພຣະເຢຊູຊົງຕອບເຂົາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ທຸກຄົນທີ່ເຄີຍເຮັດການຜິດບາບກໍເປັນຂ້ອຍຂ້າຂອງຄວາມບາບ 35 ຂ້ອຍຂ້າບໍ່ຕັ້ງຢູ່ໃນຄົວເຮືອນຕລອດໄປ ແຕ່ບຸດກໍຕັ້ງຢູ່ຕລອດໄປ 36 ເຫດສັນນັ້ນຖ້າພຣະບຸດຈະເຮັດໃຫ້ທ່ານທັງຫລາຍເປັນອິສຣະ ພວກທ່ານກໍຈະເປັນອິສຣະແທ້ຈິງ 37 ເຮົາຮູ້ຢູ່ວ່າທ່ານທັງຫລາຍເປັນເຊື້ອສາຍຂອງອັບຣາຮາມ ແຕ່ພວກທ່ານຊອກຫາຈະຂ້າເຮົາເສັຽ ເພາະວ່າຄຳສອນຂອງເຮົາບໍ່ເຂົ້າສູ່ໃຈຂອງພວກທ່ານ 38 ເຮົາເວົ້າເຖິງສິ່ງທີ່ເຮົາໄດ້ເຫັນເມື່ອຢູ່ກັບພຣະບິດາຂອງເຮົາ ຝ່າຍພວກທ່ານໄດ້ເຮັດຕາມສິ່ງທີ່ທ່ານໄດ້ຍິນຈາກພໍ່ຂອງທ່ານ”
ພຣະເຢຊູ ແລະອັບຣາຮາມ
39 ເຂົາທູນຕອບພຣະອົງວ່າ, “ອັບຣາຮາມເປັນພໍ່ຂອງພວກເຮົາ” ພຣະເຢຊູຊົງກ່າວກັບເຂົາວ່າ, “ຖ້າທ່ານທັງຫລາຍເປັນລູກຂອງອັບຣາຮາມແລ້ວ ທ່ານກໍຈະເຮັດສິ່ງທີ່ອັບຣາຮາມໄດ້ເຮັດ 40 ແຕ່ບັດນີ້ທ່ານທັງຫລາຍຫາໂອກາດຈະຂ້າເຮົາ ຜູ້ໄດ້ບອກເຖິງຄວາມຈິງທີ່ເຮົາໄດ້ຍິນມາຈາກພຣະເຈົ້າ ການຢ່າງນີ້ອັບຣາຮາມບໍ່ໄດ້ເຮັດ 41 ທ່ານທັງຫລາຍເຮັດຕາມສິ່ງທີ່ພໍ່ຂອງພວກທ່ານເຮັດ” ເຂົາຈຶ່ງທູນຕອບວ່າ, “ພວກເຮົາບໍ່ໄດ້ເກີດມາຈາກການຫລີ້ນຊູ້ ພວກເຮົາມີບິດາອົງດຽວຄືພຣະເຈົ້າ” 42 ພຣະເຢຊູຊົງກ່າວຕໍ່ເຂົາວ່າ, “ຖ້າພຣະເຈົ້າເປັນພຣະບິດາຂອງພວກທ່ານແລ້ວ ທ່ານກໍຈະຮັກເຮົາ ເພາະເຮົາມາຈາກພຣະເຈົ້າແລະມາເຖິງທີ່ນີ້ ເຮົາບໍ່ໄດ້ມາຕາມໃຈຊອບຂອງເຮົາເອງ ແຕ່ພຣະອົງໄດ້ຊົງໃຊ້ເຮົາມາ 43 ເຫດສັນໃດພວກທ່ານຈຶ່ງບໍ່ເຂົ້າໃຈຄຳເວົ້າຂອງເຮົາ ນັ້ນເປັນເພາະພວກທ່ານທົນຟັງຖ້ອຍຄໍາຂອງເຮົາບໍ່ໄດ້ 44 ທ່ານທັງຫລາຍມາຈາກພໍ່ຂອງທ່ານຄືມານ ພວກທ່ານມີໃຈຢາກເຮັດຕາມຄວາມປາຖນາຂອງພໍ່ທ່ານ ມັນເປັນຜູ້ຂ້າຄົນຕັ້ງແຕ່ເດີມມາແລ້ວ ແລະບໍ່ໄດ້ຕັ້ງຢູ່ໃນຄວາມຈິງ ເພາະໃນຕົວມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງ ເພາະເປັນຜູ້ຕົວະແລະເປັນພໍ່ຂອງການຕົວະ 45 ແຕ່ທ່ານທັງຫລາຍບໍ່ໄດ້ເຊື່ອເຮົາ ເພາະຝ່າຍເຮົາກໍກ່າວຄວາມຈິງ 46 ໃນພວກທ່ານມີຜູ້ໃດແດ່ທີ່ຢືນຢັນໄດ້ວ່າເຮົາໄດ້ເຮັດຜິດ ຖ້າເຮົາເວົ້າຄວາມຈິງ ເປັນຫຍັງທ່ານຈຶ່ງບໍ່ເຊື່ອເຮົາ 47 ຜູ້ທີ່ມາຈາກພຣະເຈົ້າກໍຍອມຟັງພຣະທັມຂອງພຣະເຈົ້າ ທ່ານທັງຫລາຍບໍ່ໄດ້ມາຈາກພຣະເຈົ້າ ເຫດສັນນັ້ນພວກທ່ານຈຶ່ງບໍ່ຟັງ”
ພຣະເຢຊູຊົງເປັນຢູ່ກ່ອນອັບຣາຮາມ
48 ພວກຢິວທູນຕອບພຣະອົງວ່າ, “ທີ່ພວກເຮົາເວົ້າວ່າ ຕົວເປັນໄທຊາມາເຣັຽແລະມີຜີສິງຢູ່ນັ້ນບໍ່ຈິງຫລື” 49 ພຣະເຢຊູຊົງຕອບເຂົາວ່າ, “ເຮົາບໍ່ມີຜີສິງ ແຕ່ເຮົາຖວາຍພຣະກຽດແດ່ພຣະບິດາຂອງເຮົາ ແຕ່ຝ່າຍພວກທ່ານຫມິ່ນປມາດເຮົາ 50 ສ່ວນເຮົາບໍ່ໄດ້ຊອກຫາກຽດສຳລັບເຮົາເອງ ແຕ່ມີຜູ້ຫາໃຫ້ ແລະພຣະອົງນັ້ນກໍຊົງພິພາກສາ 51 ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າຜູ້ໃດຖືຮັກສາຄຳສອນຂອງເຮົາ ຜູ້ນັ້ນຈະບໍ່ເຫັນຄວາມຕາຍຈັກເທື່ອ” 52 ພວກຢິວທູນພຣະອົງວ່າ, “ດຽວນີ້ເຮົາຣູ້ແລ້ວວ່າຕົວມີຜີສິງຢູ່ ອັບຣາຣາມກໍຕາຍໄປແລ້ວ ແລະພວກຜູ້ປະກາດພຣະທັມກໍຕາຍໄປແລ້ວເຫມືອນກັນ ແລະຕົວເວົ້າວ່າ “ຖ້າຜູ້ໃດຖືຮັກສາຄຳສອນຂອງເຮົາຈະບໍ່ຮູ້ຣົດຄວາມຕາຍຈັກເທື່ອ” 53 ຕົວໃຫຍ່ກວ່າອັບຣາຮາມບິດາຂອງພວກເຮົາ ຜູ້ຕາຍໄປແລ້ວນັ້ນຫລື ພວກຜູ້ປະກາດພຣະທັມກໍຕາຍໄປແລ້ວເຫມືອນກັນ ຕົວອວດອ້າງວ່າຕົວເປັນຜູ້ໃດອີກ” 54 ພຣະເຢຊູຊົງຕອບວ່າ, “ຖ້າເຮົາໃຫ້ກຽດແກ່ຕົວເຮົາເອງ ກຽດຂອງເຮົາກໍບໍ່ມີຄວາມຫມາຍ ພຣະອົງຜູ້ຊົງໃຫ້ກຽດແກ່ເຮົານັ້ນຄືພຣະບິດາຂອງເຮົາ ຜູ້ຊຶ່ງພວກທ່ານກ່າວວ່າຊົງເປັນພຣະເຈົ້າຂອງພວກທ່ານ 55 ພວກທ່ານຍັງບໍ່ຮູ້ຈັກພຣະອົງ ແຕ່ຝ່າຍເຮົາ, ເຮົາຮູ້ຈັກພຣະອົງ ຖ້າເຮົາເວົ້າວ່າເຮົາບໍ່ຮູ້ຈັກພຣະອົງ ເຮົາກໍເປັນຄົນຕົວະເຫມືອນພວກທ່ານ ແລະເຮົາຮູ້ຈັກພຣະອົງແລະຖືຮັກສາພຣະທັມຂອງພຣະອົງ 56 ອັບຣາຮາມພໍ່ຂອງພວກທ່ານ ມີຄວາມຊົມຊື່ນຍິນດີຈະໄດ້ເຫັນວັນຂອງເຮົາ ທ່ານໄດ້ເຫັນແລ້ວແລະຊົມຊື່ນຍິນດີ” 57 ພວກຢິວທູນພຣະອົງວ່າ, “ອາຍຸຕົວຍັງບໍ່ເຖິງຫ້າສິບປີ ຕົວໄດ້ເຫັນອັບຣາຮາມແລ້ວຫລື” 58 ພຣະເຢຊູຊົງຕອບເຂົາວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ກ່ອນອັບຣາຮາມເກີດ ເຮົານີ້ກໍເປັນຢູ່ແລ້ວ” 59 ເຫດສັນນັ້ນເຂົາຈຶ່ງຈັບກ້ອນຫີນຈະຄວ່າງໃສ່ພຣະອົງ ແຕ່ພຣະເຢຊູຖືກຊົງບັງໄວ້ ແລ້ວສະເດັດອອກຈາກບໍຣິເວນພຣະວິຫານ
ພຣະເຢຊູຊົງໂຜດຄົນນຶ່ງຊຶ່ງຕາບອດແຕ່ກຳເນີດ
1 ເມື່ອພຣະເຢຊູກຳລັງສະເດັດໄປຊົງເຫັນຊາຍຄົນນຶ່ງຕາບອດແຕ່ກຳເນີດ 2 ພວກສາວົກຂອງພຣະອົງທູນຖາມພຣະອົງວ່າ, “ພຣະອາຈານເອີຍ, ຜູ້ໃດໄດ້ເຮັດຜິດບາບ ຄົນນີ້ຫລືພໍ່ແມ່ຂອງຕົນ ເຂົາຈຶ່ງເກີດມາຕາບອດ” 3 ພຣະເຢຊູຊົງຕອບວ່າ, “ບໍ່ແມ່ນຄົນນີ້ຫລືພໍ່ແມ່ຂອງຕົນໄດ້ເຮັດບາບ ແຕ່ເກີດມາເພື່ອໃຫ້ພຣະຣາຊກິຈຂອງພຣະເຈົ້າປາກົດໃນຕົວຄົນນີ້ 4 ເມື່ອຍັງເວັນຢູ່ເຮົາທັງຫລາຍຕ້ອງເຮັດພຣະຣາຊກິຈຂອງພຣະອົງຜູ້ຊົງໃຊ້ເຮົາມາ ເວລາກາງຄືນກໍຈະໄດ້ມາເຖິງ ຄືເວລາທີ່ບໍ່ມີຜູ້ໃດອາດເຮັດການໄດ້ 5 ຕາບໃດເຮົາຍັງຢູ່ໃນໂລກເຮົາກໍເປັນຄວາມສວ່າງຂອງໂລກ” 6 ເມື່ອຊົງກ່າວດັ່ງນັ້ນແລ້ວພຣະອົງຊົງຖົ່ມນ້ຳລາຍລົງດິນ ແລະຊົງເຮັດໃຫ້ດິນເປັນຕົມດ້ວຍນ້ຳລາຍນັ້ນ ແລ້ວຊົງເອົາຕົມນັ້ນທາຕາຂອງຄົນຕາບອດ 7 ກັບທັງຊົງກ່າວຕໍ່ຄົນນັ້ນວ່າ, “ຈົ່ງໄປລ້າງເສັຽທີ່ສະຊີໂລອາມ (ຊຶ່ງແປວ່າໃຊ້ໄປ) ເຂົາຈຶ່ງໄປລ້າງແລ້ວກັບມາກໍເຫັນຮຸ່ງໄດ້ 8 ເຫັນສັນນັ້ນພວກຄົນໃກ້ຄຽງ ແລະຄົນທີ່ເຄີຍເຫັນເຂົາເປັນຄົນຂໍທານຢູ່ແຕ່ກ່ອນ ຈຶ່ງເວົ້າກັນວ່າ, “ຜູ້ນີ້ບໍ່ແມ່ນຄົນທີ່ເຄີຍນັ່ງຂໍທານນັ້ນຫລື” 9 ບາງຄົນຕອບວ່າ, “ແມ່ນຄົນນັ້ນແຫລະ” ແຕ່ຄົນອື່ນກໍວ່າ, “ບໍ່ແມ່ນ ແຕ່ເຂົາເຫມືອນຄົນນັ້ນ” ສ່ວນຄົນນັ້ນເອງກໍບອກວ່າ, “ເຮົານີ້ແມ່ນຄົນນັ້ນແຫລະ” 10 ເຂົາຈຶ່ງຖາມເຂົາວ່າ, “ເປັນຢ່າງໃດຕາຂອງເຈົ້າຈຶ່ງມືນອອກໄດ້” 11 ຄົນນັ້ນໄດ້ຕອບວ່າ, “ຊາຍຄົນນຶ່ງຊື່ວ່າເຢຊູໄດ້ເຣັດຂີ້ຕົມທາຕາຂອງເຮົາ ແລ້ວບອກເຮົາວ່າ “ຈົ່ງໄປລ້າງທີ່ສະຊີໂລອາມ” ເຮົາຈຶ່ງໄປລ້າງແລ້ວກໍໄດ້ເຫັນຮຸ່ງມາ” 12 ເຂົາຈຶ່ງຖາມວ່າ, “ຜູ້ນັ້ນຢູ່ໃສ” ເຂົາຕອບວ່າ, “ເຮົາບໍ່ຮູ້”
ພວກຟາຣີຊາຍສອບຖາມເຣື່ອງການຊົງໂຜດຄົນຕາບອດ
13 ເຂົາຈຶ່ງພາຄົນທີ່ຕາບອດແຕ່ກ່ອນນັ້ນໄປຫາພວກຟາຣີຊາຍ 14 ອັນນຶ່ງ, ວັນທີ່ພຣະເຢຊູຊົງເຮັດຕົມເປີດຕາຄົນນີ້ແມ່ນວັນສະບາໂຕ 15 ເຫດສັນນັ້ນພວກຟາຣີຊາຍຈຶ່ງໄດ້ຖາມຜູ້ນັ້ນເຫມືອນກັນວ່າ ເຮັດແນວໃດຈຶ່ງເຫັນຮຸ່ງໄດ້ ສ່ວນຜູ້ນັ້ນໄດ້ບອກເຂົາວ່າ, “ທ່ານໄດ້ເອົາຂີ້ຕົມທາຕາຂອງຂ້ານ້ອຍ ແລ້ວຂ້ານ້ອຍໄດ້ໄປລ້າງຈຶ່ງເຫັນຮຸ່ງໄດ້” 16 ເຫດສັນນັ້ນພວກຟາຣີຊາຍລາງຄົນເວົ້າວ່າ, “ຄົນນັ້ນບໍ່ໄດ້ມາຈາກພຣະເຈົ້າເພາະທ່ານບໍ່ຖືຮັກສາວັນສະບາໂຕ” ແຕ່ຄົນອື່ນເວົ້າວ່າ, “ຄົນບາບຈະເຣັດຫມາຍສຳຄັນແນວນີ້ໄດ້ຢ່າງໃດ” ແລະເຂົາກໍແຕກແຍກບໍ່ຖືກຕ້ອງກັນ 17 ເຂົາຈຶ່ງຖາມຄົນຕາບອດອີກວ່າ, “ເຈົ້າເດ, ເຈົ້າເວົ້າຢ່າງໃດເຣື່ອງຄົນນັ້ນໃນການທີ່ທ່ານໄດ້ເປີດຕາຂອງເຈົ້າ” ຜູ້ນັ້ນຕອບວ່າ, “ທ່ານເປັນຜູ້ປະກາດພຣະທັມ” 18 ຝ່າຍພວກຢິວບໍ່ເຊື່ອວ່າຊາຍຄົນນັ້ນເປັນຕາບອດແລະກັບເຫັນຮຸ່ງໄດ້ ຈົນເຂົາໄດ້ເອີ້ນພໍ່ແມ່ຂອງຜູ້ນັ້ນມາ 19 ແລ້ວຖາມວ່າ, “ຊາຍຄົນນີ້ເປັນລູກຂອງຫມູ່ເຈົ້າຫລື ທີ່ຫມູ່ເຈົ້າເວົ້າວ່າເປັນຄົນຕາບອດແຕ່ກໍາເນີດມາ ເປັນຢ່າງໃດດຽວນີ້ເຂົາຈຶ່ງເຫັນໄດ້” 20 ພໍ່ແມ່ຂອງຜູ້ນັ້ນຕອບວ່າ, “ພວກຂ້ານ້ອຍຮູ້ວ່າຜູ້ນີ້ເປັນລູກຂອງຂ້ານ້ອຍແລະຮູ້ວ່າເຂົາເປັນຕາບອດແຕ່ກຳເນີດ 21 ແຕ່ທີ່ເຂົາເຫັນຮຸ່ງໄດ້ດຽວນີ້ນັ້ນ ພວກຂ້ານ້ອຍກໍບໍ່ຮູ້ ແລະບໍ່ຮູ້ວ່າແມ່ນຜູ້ໃດໄດ້ເປີດຕາຂອງເຂົາ ຈົ່ງຖາມເຂົາເອງ ອາຍຸເຂົາກໍພົ້ນກະສຽນແລ້ວ ເຂົາຄົງເວົ້າເຣື່ອງຕົນເອງໄດ້” 22 ທີ່ພໍ່ແມ່ຂອງຜູ້ນັ້ນເວົ້າດັ່ງນີ້ກໍເພາະເຂົາຢ້ານພວກຢິວ ດ້ວຍວ່າພວກຢິວຕົກລົງກັນແລ້ວວ່າ ຖ້າຜູ້ໃດຍອມຮັບຜູ້ນັ້ນເປັນພຣະຄຣິດ ຈະຕ້ອງຖືກໄລ່ອອກຈາກໂຮງທັມມະເທສນາ 23 ເພາະສັນນັ້ນພໍ່ແມ່ຂອງເຂົາຈຶ່ງເວົ້າວ່າ “ຈົ່ງຖາມເຂົາເອງເພາະອາຍຸເຂົາກໍພົ້ນກະສຽນແລ້ວ” 24 ເຫດສັນນັ້ນເຂົາຈຶ່ງເອີ້ນຄົນທີ່ໄດ້ເປັນຕາບອດນັ້ນມາເປັນເທື່ອທີ່ສອງ ແລະບອກເຂົາວ່າ, “ຈົ່ງສັຣເສີນພຣະເຈົ້າ ພວກເຮົາຮູ້ຢູ່ວ່າຊາຍຄົນນັ້ນເປັນຄົນບາບ” 25 ເຂົາຕອບວ່າ, “ທ່ານເປັນຄົນບາບ ຫລືບໍ່ເປັນຂ້ານ້ອຍກໍບໍ່ຮູ້ ຂ້ານ້ອຍຮູ້ແຕ່ສິ່ງດຽວວ່າ ຄືແຕ່ກ່ອນຂ້ານ້ອຍເປັນຄົນຕາບອດ ແຕ່ດຽວນີ້ຂ້ານ້ອຍເຫັນໄດ້ແລ້ວ” 26 ເຂົາຈຶ່ງຖາມອີກວ່າ, “ຜູ້ນັ້ນໄດ້ເຮັດຢ່າງໃດໃຫ້ເຈົ້າແດ່ ແລະໄດ້ເປີດຕາຂອງເຈົ້າຢ່າງໃດ” 27 ຊາຍຄົນນັ້ນຕອບວ່າ, “ຂ້ານ້ອຍໄດ້ບອກພວກທ່ານແລ້ວ ແລະທ່ານບໍ່ຟັງ ເປັນຫຍັງພວກທ່ານຈຶ່ງມີໃຈຢາກຟັງອີກ ຢາກເປັນສິດຂອງທ່ານເຫມືອນກັນຫລື” 28 ເຂົາຈຶ່ງເຍີ້ຍຄົນນັ້ນວ່າ, “ມຶງນັ້ນແຫລະ, ເປັນສິດຂອງມັນ ແຕ່ພວກເຮົານີ້ເປັນສິດຂອງໂມເຊ 29 ຝ່າຍພວກເຮົາຮູ້ຢູ່ວ່າພຣະເຈົ້າໄດ້ຊົງກ່າວຕໍ່ໂມເຊ ແຕ່ຄົນນັ້ນພວກເຮົາບໍ່ຮູ້ວ່າມັນມາແຕ່ໃສ” 30 ຊາຍຄົນນັ້ນຕອບເຂົາວ່າ, “ນີ້ກໍເປັນຫນ້າປລາດແທ້ ທີ່ພວກທ່ານບໍ່ຮູ້ວ່າທ່ານຜູ້ນັ້ນມາແຕ່ໃສ ແຕ່ທ່ານຍັງໄດ້ເປີດຕາຂອງຂ້ານ້ອຍ 31 ພວກເຮົາຮູ້ຢູ່ວ່າພຣະເຈົ້າບໍ່ຊົງຟັງຄົນບາບ ແຕ່ຖ້າຜູ້ໃດຢຳເກງພຣະເຈົ້າແລະເຮັດໄປຕາມນ້ຳພຣະທັຍຂອງພຣະອົງ ພຣະອົງກໍຊົງຟັງຜູ້ນັ້ນ 32 ຕັ້ງແຕ່ເດີມມີໂລກມາ ບໍ່ຫ່ອນໄດ້ຍິນວ່າມີຜູ້ໃດໄດ້ເປີດຕາຂອງຄົນທີ່ເປັນຕາບອດແຕ່ກຳເນີດ 33 ຖ້າທ່ານຜູ້ນັ້ນບໍ່ໄດ້ມາຈາກພຣະເຈົ້າແລ້ວ ກໍບໍ່ສາມາດຈະເຮັດສິ່ງໃດໄດ້” 34 ເຂົາໄດ້ກ່າວຕອບຄົນນັ້ນວ່າ, “ມຶງເກີດມາໃນການບາບທັງນັ້ນ ແລະມຶງຈະມາສອນພວກເຮົາຫລື”
ຄວາມບອດຂອງວິນຍານຈິດ
35 ແລ້ວເຂົາຈຶ່ງໄລ່ຄົນນັ້ນອອກເສັຽ ພຣະເຢຊູຊົງໄດ້ຍິນວ່າເຂົາໄດ້ໄລ່ຄົນນັ້ນອອກແລ້ວ ແລະເມື່ອພຣະອົງຊົງພົບເຂົາ ຈຶ່ງຊົງຖາມເຂົາວ່າ, “ເຈົ້າໄດ້ວາງໃຈໃນບຸດມະນຸດຫລື” 36 ຊາຍຄົນນັ້ນທູນຕອບພຣະອົງວ່າ, “ນາຍເອີຍ, ບຸດມະນຸດນັ້ນຄືຜູ້ໃດ ເພື່ອຂ້ານ້ອຍຈະວາງໃຈໃນທ່ານ” 37 ພຣະເຢຊູຊົງກ່າວກັບເຂົາວ່າ, “ເຈົ້າໄດ້ເຫັນທ່ານແລ້ວ ຄືຜູ້ນັ້ນແຫລະ, ທີ່ກຳລັງເວົ້າຢູ່ກັບເຈົ້າ” 38 ເຂົາຈຶ່ງທູນວ່າ, “ນາຍເຈົ້າເອີຍ, ຂ້ານ້ອຍວາງໃຈເຊື່ອແລ້ວ” ເຂົາຈຶ່ງຂາບລົງໄຫວ້ພຣະອົງ 39 ພຣະເຢຊູຊົງກ່າວວ່າ, “ເຮົາໄດ້ມາໃນໂລກນີ້ສຳລັບການພິພາກສາ ເພື່ອຄົນທັງຫລາຍທີ່ບໍ່ເຫັນຈະໄດ້ເຫັນ ແລະເພື່ອຄົນທັງຫລາຍທີ່ເຫັນແລ້ວຈະກາຍເປັນຕາບອດ” 40 ແລະເມື່ອພວກຟາຣີຊາຍບາງຄົນທີ່ຢູ່ໃກ້ພຣະອົງໄດ້ຍິນດັ່ງນັ້ນ ຈຶ່ງທູນຖາມວ່າ, “ຝ່າຍພວກເຮົາເດ, ກໍເປັນຕາບອດເຫມືອນກັນຫລື” 41 ພຣະເຢຊູຊົງຕອບເຂົາວ່າ, “ຖ້າພວກທ່ານເປັນຄົນຕາບອດພວກທ່ານຈະບໍ່ມີຄວາມຜິດບາບ ແຕ່ບັດນີ້ພວກທ່ານເວົ້າວ່າ “ເຮົາເຫັນຢູ່” ເຫັນສັນນັ້ນຄວາມຜິດບາບຂອງພວກທ່ານຈຶ່ງຍັງມີຢູ່”
ຄຳອຸປມາເຣື່ອງຄອກແກະ
1 “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຜູ້ທີ່ບໍ່ໄດ້ເຂົ້າໄປໃນຄອກແກະທາງປະຕູ ແຕ່ປີນເຂົ້າໄປທາງອື່ນ ຜູ້ນັ້ນກໍເປັນຂະໂມຍແລະໂຈນ 2 ແຕ່ຜູ້ທີ່ເຂົ້າທາງປະຕູກໍເປັນຜູ້ລ້ຽງແກະ 3 ນາຍປະຕູກໍໄຂປະຕູໃຫ້ແກ່ຜູ້ນັ້ນ ແລະຝູງແກະກໍຍອມຟັງສຽງຂອງທ່ານ ແລະທ່ານເອີ້ນແກະຂອງຕົນຕາມຊື່ແລະພາເຂົາອອກໄປ 4 ເມື່ອທ່ານໃຫ້ແກະຂອງຕົນອອກໄປຫມົດແລ້ວ ທ່ານກໍນຳຫນ້າເຂົາໄປ ແລະຝູງແກະກໍຕາມທ່ານໄປເພາະເຂົາຮູ້ຈັກສຽງຂອງທ່ານ 5 ສ່ວນຄົນຕ່າງຫນ້າ, ຝູງແກະຈະບໍ່ຕາມໄປ ມີແຕ່ຈະຫນີຈາກຄົນນັ້ນເພາະເຂົາບໍ່ຮູ້ຈັກສຽງຂອງຄົນຕ່າງຫນ້ານັ້ນ” 6 ຄຳປຽບທຽບນີ້ພຣະເຢຊູຊົງກ່າວຕໍ່ເຂົາ ແຕ່ເຂົາບໍ່ໄດ້ເຂົ້າໃຈວ່າຄຳທີ່ພຣະອົງຊົງກ່າວນັ້ນມີຄວາມຫມາຍຢ່າງໃດ
ພຣະເຢຊູຊົງເປັນຜູ້ລ້ຽງທີ່ດີ
7 ພຣະເຢຊູຊົງກ່າວອີກວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຮົານີ້ແຫລະ, ເປັນປະຕູຂອງແກະທັງຫລາຍ 8 ບັນດາຜູ້ທີ່ມາກ່ອນເຮົານັ້ນກໍເປັນຂະໂມຍແລະໂຈນ ແຕ່ຝູງແກະບໍ່ໄດ້ຟັງເຂົາ 9 ເຮົານີ້ແຫລະ, ເປັນປະຕູ ຖ້າຜູ້ໃດເຂົາທາງເຮົາຜູ້ນັ້ນຈະພົ້ນ ແລ້ວຈະເຂົ້າອອກທັງຈະພົບອາຫານ 10 ຂະໂມຍມາກໍພຽງແຕ່ຈະລັກ ຈະຂ້າ ແລະທຳລາຍເທົ່ານັ້ນ ຝ່າຍເຮົາໄດ້ມາເພື່ອເຂົາຈະໄດ້ຊີວິດ ແລະຈະໄດ້ຢ່າງຄົບບໍຣິບູນ 11 ເຮົານີ້ແຫລະ, ເປັນຜູ້ລ້ຽງແກະທີ່ດີ ຜູ້ລ້ຽງທີ່ດີນັ້ນຍອມສລະຊີວິດຂອງຕົນເພື່ອຝູງແກະ 12 ຜູ້ທີ່ຮັບຈ້າງບໍ່ເປັນຜູ້ລ້ຽງແກະ ແລະຝູງແກະບໍ່ແມ່ນຂອງຕົນ ເມື່ອເຫັນຫມາໄນຜູ້ນັ້ນກໍປະຖິ້ມຝູງແກະປົບຫນີໄປ ຫມາໄນກໍຄາບຍາດເອົາແກະໄປເສັຽ ແລະເຮັດໃຫ້ຝູງແກະແຕກຊະກັນໄປ 13 ຄົນນັ້ນຫນີກໍເພາະເປັນຜູ້ຮັບຈ້າງ ແລະບໍ່ເປັນຫ່ວງນຳຝູງແກະ 14 ເຮົານີ້ແຫລະ, ເປັນຜູ້ລ້ຽງທີ່ດີ ເຮົາຮູ້ຈັກແກະຂອງເຮົາ ແລະແກະຂອງເຮົາກໍຮູ້ຈັກເຮົາ 15 ເຫມືອນດັ່ງພຣະບິດາຊົງຮູ້ຈັກເຮົາ ແລະເຮົາຮູ້ຈັກພຣະບິດາ ແລະຊີວິດຂອງເຮົາ ເຮົາກໍສລະເພື່ອແກະ 16 ແກະອື່ນອີກທີ່ບໍ່ແມ່ນແຕ່ຄອກນີ້ເຮົາກໍມີຢູ່ ແກະເຫລົ່ານັ້ນເຮົາຕ້ອງພາມາເຫມືອນກັນ ແລະເຂົາຈະຟັງສຽງຂອງເຮົາ ແລ້ວຈະຮວມເປັນຝູງດຽວ ແລະມີຜູ້ລ້ຽງພຽງຜູ້ດຽວ 17 ດ້ວຍເຫດນີ້ພຣະບິດາຈຶ່ງຊົງຮັກເຮົາ ເພາະເຮົາສລະຊີວິດຂອງເຮົາເພື່ອຈະຮັບຊີວິດນັ້ນຄືນອີກ 18 ບໍ່ມີຜູ້ຍາດເອົາຊີວິດໄປຈາກເຮົາ ແຕ່ເຮົາສລະຊີວິດດ້ວຍໃຈສມັກຂອງເຮົາເອງ ເຮົາມີສິດທີ່ຈະສລະຊີວິດນັ້ນແລະມີສິດທີ່ຈະຮັບຄືນອີກ ຄຳສັ່ງນີ້ເຮົາໄດ້ຮັບຈາກພຣະບິດາຂອງເຮົາ” 19 ເພາະດ້ວຍຂໍ້ຄວາມນີ້ພວກຢິວຈຶ່ງເກີດແຕກແຍກບໍ່ຖືກຕ້ອງກັນອີກ 20 ມີຫລາຍຄົນໃນພວກນັ້ນເວົ້າວ່າ, “ມັນມີຜີສິງຢູ່ແລະເປັນບ້າແລ້ວ ຟັງມັນເຮັດຫຍັງ” 21 ພວກອື່ນກໍເວົ້າວ່າ, “ຄຳນີ້ບໍ່ແມ່ນຄຳເວົ້າຂອງຄົນທີ່ມີຜີສິງ ຜີຈະເປີດຕາຂອງຄົນຕາບອດໄດ້ຫລື”
ພວກຢິວປະຕິເສດບໍ່ຍອມຮັບພຣະເຢຊູ
22 ເວລານັ້ນເປັນເທສການສລອງພຣະວິຫານໃນກຸງເຢຣູຊາເລັມ 23 ເປັນຣະດູຫນາວ ສ່ວນພຣະເຢຊູກຳລັງສະເດັໄປມາໃນບໍຣິເວນພຣະວິຫານທີ່ລະບຽງຂອງໂຊໂລໂມນ 24 ພວກຢິວກໍພາກັນມາລ້ອມພຣະອົງແລ້ວທູນວ່າ, “ຈະໃຫ້ພວກເຮົາສົງໄສຢູ່ເຫິງປານໃດ ຖ້າທ່ານເປັນພຣະຄຣິດຈົ່ງບອກໃຫ້ພວກເຮົາຮູ້ຄັກເສັຽ” 25 ພຣະເຢຊູຊົງຕອບເຂົາວ່າ, “ເຮົາໄດ້ບອກທ່ານທັງຫລາຍແລ້ວ ແລະພວກທ່ານບໍ່ເຊື່ອ ກິຈການທີ່ເຮົານີ້ເຮັດໃນພຣະນາມພຣະບິດາຂອງເຮົາກໍເປັນພຍານຝ່າຍເຮົາ 26 ແຕ່ພວກທ່ານບໍ່ເຊື່ອເພາະພວກທ່ານບໍ່ເປັນແຕ່ຝູງແກະຂອງເຮົາ 27 ແກະຂອງເຮົາບໍ່ຟັງສຽງຂອງເຮົາ ແລະເຮົາກໍຮູ້ຈັກຝູງແກະນັ້ນແລະເຂົາຕາມເຮົາໄປ 28 ຝ່າຍເຮົາກໍປະທານຊີວິດອັນຕລອດໄປເປັນນິດໃຫ້ແກ່ແກະນັ້ນ ແລະເຂົາຈະບໍ່ຈິບຫາຍຈັກເທື່ອ ບໍ່ມີຜູ້ໃດຈະຍາດເຂົາອອກຈາກມືຂອງເຮົາໄດ້ 29 ອັນທີ່ພຣະບິດາຂອງເຮົາໄດ້ຊົງປະທານໃຫ້ເຮົານັ້ນກໍໃຫຍ່ກວ່າສັພທຸກສິ່ງ ແລະບໍ່ມີຜູ້ໃດຈະອາດຍາດອັນນັ້ນອອກຈາກພຣະຫັດພຣະບິດາຂອງເຮົາໄດ້” 30 ເຮົາກັບພຣະບິດາກໍເປັນອັນນຶ່ງອັນດຽວກັນ” 31 ພວກຢິວກໍຍົກເອົາກ້ອນຫີນມາອີກຈະຄວ່າງໃສ່ພຣະອົງ 32 ພຣະເຢຊູຊົງກ່າວຕໍ່ເຂົາວ່າ, “ເຮົາໄດ້ສະແດງໃຫ້ທ່ານທັງຫລາຍເຫັນການດີຫລາຍປະການທີ່ມາຈາກພຣະບິດາຂອງເຮົາ ເພາະເຫດຂໍ້ໃດໃນການດີທັງຫລາຍນັ້ນພວກທ່ານຈຶ່ງຈະຄວ່າງກ້ອນຫີນໃສ່ເຮົາ” 33 ພວກຢິວທູນພຣະອົງວ່າ, “ທີ່ພວກເຮົາຈະຄວ່າງກ້ອນຫີນໃສ່ເຈົ້ານັ້ນບໍ່ແມ່ນຍ້ອນການດີ ແຕ່ເພາະຄວາມຫມິ່ນປມາດພຣະເຈົ້າ ເພາະເຈົ້າເປັນພຽງແຕ່ມະນຸດແຕ່ຕັ້ງຕົວເປັນພຣະເຈົ້າ” 34 ພຣະເຢຊູຊົງຕອບເຂົາວ່າ, “ໃນພຣະບັນຍັດຂອງທ່ານທັງຫລາຍມີຄຳຂຽນໄວ້ແລ້ວບໍ່ແມ່ນຫລືວ່າ “ຝ່າຍເຮົາໄດ້ກ່າວວ່າ ທ່ານທັງຫລາຍເປັນພຣະ” 35 ຖ້າພຣະອົງຊົງເອີ້ນຜູ້ຮັບພຣະທັມຂອງພຣະເຈົ້າວ່າເຂົາເປັນພຣະ (ພຣະຄັມພີນັ້ນຈະຖືກລົບລ້າງເສັຽບໍ່ໄດ້) 36 ທ່ານທັງຫລາຍຈະກ່າວຫາທ່ານ ຜູ້ທີ່ພຣະບິດາຊົງຕັ້ງໄວ້ແລະຊົງໃຊ້ເຂົ້າມາໃນໂລກວ່າ “ເຈົ້າກ່າວຫມິ່ນປມາດພຣະເຈົ້າ” ເພາະເຮົາໄດ້ກ່າວວ່າ “ເຮົາເປັນບຸດຂອງພຣະເຈົ້າ” ຢ່າງນັ້ນຫລື 37 ຖ້າເຮົາບໍ່ເຮັດພຣະຣາຊກິຈພຣະບິດາຂອງເຮົາກໍຢ່າໄດ້ເຊື່ອເຮົາ 38 ແຕ່ຖ້າເຮົາເຣັດພຣະຣາຊກິຈນັ້ນ ເຖິງວ່າທ່ານທັງຫລາຍບໍ່ເຊື່ອເຮົາກໍຈົ່ງເຊື່ອພຣະຣາຊກິຈນັ້ນ ເພື່ອພວກທ່ານຈະໄດ້ຮູ້ແລະເຂົ້າໃຈວ່າ ພຣະບິດາຊົງຢູ່ໃນເຮົາແລະເຮົາຢູ່ໃນພຣະບິດາ” 39 ເຫດສັນນີ້ເຂົາຈຶ່ງພຍາຍາມຈັບພຣະອົງອີກ ແຕ່ພຣະອົງກໍສະເດັດຫນີພົ້ນຈາກມືຂອງເຂົາໄປໄດ້ 40 ແລ້ວພຣະອົງໄດ້ສະເດັດຂ້າມແມ່ນໍ້າຈໍແດນອີກ ໄປເຖິງບ່ອນໂຢຮັນໃຫ້ຮັບບັບຕິສະມາແຕ່ກ່ອນນັ້ນ ແລະພຣະອົງກໍປະທັບຢູ່ທີ່ນັ້ນ 41 ມີຫລາຍຄົນໄດ້ພາກັນມາຫາພຣະອົງແລະກ່າວວ່າ, “ໂຢຮັນບໍ່ໄດ້ເຮັດຫມາຍສຳຄັນຈັກຢ່າງ ແຕ່ທຸກສິ່ງທີ່ໂຢຮັນກ່າວເຖິງທ່ານຜູ້ນີ້ກໍເປັນຄວາມຈິງທັງຫມົດ” 42 ໃນທີ່ນັ້ນມີຫລາຍຄົນໄດ້ເຊື່ອໃນພຣະອົງ
ລາຊະໂຣສິ້ນຊີວິດ
1 ມີຊາຍຄົນນຶ່ງຊື່ ລາຊະໂຣກຳລັງປ່ວຍຢູ່ທີ່ບ້ານເບັດທາເນັຽ ຄືບ້ານຂອງນາງມາຣິອາແລະມາທາສອງເອື້ອຍນ້ອງ 2 ແມ່ນນາງມາຣິອາຜູ້ນີ້ທີ່ໄດ້ເອົານ້ຳມັນຫອມສົງອົງພຣະຜູ້ເປັນເຈົ້າ ແລະໃຊ້ຜົມຂອງຕົນເຊັດພຣະບາດຂອງພຣະອົງ ລາຊະໂຣຜູ້ທີ່ປ່ວຍຢູ່ນັ້ນກໍເປັນນ້ອງຊາຍຂອງຍິງຜູ້ນີ້ 3 ເອື້ອຍທັງສອງໄດ້ໃຊ້ຄົນໄປເຝົ້າພຣະເຢຊູທູນວ່າ, “ນາຍເຈົ້າເອີຍ, ເບິ່ງແມ໋, ຜູ້ທີ່ທ່ານຮັກແພງນັ້ນກໍກຳລັງປ່ວຍຢູ່” 4 ເມື່ອພຣະເຢຊູຊົງໄດ້ຍິນດັ່ງນັ້ນແລ້ວກໍຊົງກ່າວວ່າ, “ການປ່ວຍນີ້ບໍ່ເຖິງແກ່ຄວາມຕາຍດອກ ແຕ່ເກີດຂຶ້ນເພື່ອກຽດຕິຍົດຂອງພຣະເຈົ້າ ເພື່ອໃຫ້ພຣະບຸດຂອງພຣະເຈົ້າຊົງໄດ້ຮັບກຽດຕິຍົດເພາະການປ່ວຍນີ້” 5 ສ່ວນພຣະເຢຊູກໍຊົງຮັກມາທາແລະນ້ອງສາວຂອງນາງກັບລາຊະໂຣ 6 ຄັນພຣະອົງຊົງໄດ້ຍິນວ່າລາຊະໂຣປ່ວຍຢູ່ ພຣະອົງຈຶ່ງຊົງພັກຢູ່ໃນບ່ອນພຣະອົງຊົງຢູ່ນັ້ນອີກສອງວັນ 7 ຫລັງຈາກນັ້ນພຣະອົງຊົງກ່າວກັບພວກສາວົກວ່າ, “ພວກເຮົາພາກັນເຂົ້າໄປໃນແຂວງຢູດາຍອີກເທາະ” 8 ພວກສາວົກໄດ້ທູນພຣະອົງວ່າ, “ພຣະອາຈານເອີຍ, ເມື່ອບໍ່ເຫິງນີ້ພວກຢິວຫາໂອກາດເອົາຫີນຄວ່າງໃສ່ທ່ານໃຫ້ຕາຍ ແລ້ວທ່ານຍັງຈະກັບໄປທີ່ນັ້ນອີກຫລື” 9 ພຣະເຢຊູຊົງຕອບວ່າ, “ວັນນຶ່ງມີສິບສອງຊົ່ວໂມງບໍ່ແມ່ນຫລື ຖ້າຄົນໃດຫາກຍ່າງໄປໃນເວລາກາງເວັນກໍຈະບໍ່ຊຸນສະດຸດ ເພາະວ່າທ່ານເຫັນຄວາມສວ່າງຂອງໂລກນີ້ 10 ແຕ່ຖ້າຜູ້ໃດຫາກຍ່າງໄປໃນເວລາກາງຄືນກໍຈະຊຸນສະດຸດ ເພາະວ່າທ່ານບໍ່ມີຄວາມສວ່າງໃນຕົວ” 11 ເມື່ອພຣະອົງຊົງກ່າວດັ່ງນີ້ແລ້ວກໍຊົງບອກພວກສາວົກວ່າ, “ລາຊະໂຣເພື່ອນຂອງເຮົາກໍຫລັບໄປແລ້ວ ແຕ່ເຮົາໄປເພື່ອຈະປຸກເຂົາໃຫ້ຕື່ນ” 12 ພວກສາວົກຈຶ່ງທູນພຣະອົງວ່າ, “ນາຍເຈົ້າເອີຍ, “ຖ້າຜູ້ປ່ວຍນອນຫລັບ ເຂົາກໍຄົງຈະດີປ່ວຍ” 13 ສ່ວນພຣະເຢຊູກໍໄດ້ຊົງກ່າວເຖິງການຕາຍຂອງລາຊະໂຣ ແຕ່ພວກສາວົກຄຶດວ່າພຣະອົງຊົງກ່າວເຖິງການນອນຫລັບໃຫ້ຫາຍເມື່ອຍ 14 ເຫດສັນນີ້ພຣະເຢຊູຈຶ່ງຊົງບອກເຂົາໂດຍແຈ່ມແຈ້ງວ່າ, “ລາຊະໂຣຕາຍແລ້ວ 15 ເຮົາຍິນດີທີ່ເຮົາບໍ່ໄດ້ຢູ່ທີ່ນັ້ນ ເພາະເຫັນແກ່ທ່ານທັງຫລາຍ ເພື່ອທ່ານທັງຫລາຍຈະໄດ້ເຊື່ອ ພວກເຮົາພາກັນໄປຫາເຂົາເທາະ” 16 ໂທມາທີ່ເອີ້ນວ່າແຝດ ໄດ້ເວົ້າກັບເພື່ອນສາວົກວ່າ, “ພວກເຮົາພາກັນໄປເຫມືອນກັນ ເພື່ອຈະໄດ້ຕາຍດ້ວຍກັນກັບພຣະອົງ“
ພຣະເຢຊູຊົງເປັນເຫດໃຫ້ຄືນມາທັງຊົງເປັນຊີວິດ
17 ເມື່ອພຣະເຢຊູສະເດັດມາເຖິງກໍຊົງເຫັນວ່າ ລາຊະໂຣຢູ່ໃນອຸບໂມງຝັງສົບໄດ້ສີ່ວັນແລ້ວ 18 ອັນນຶ່ງ, ບ້ານເບັດທາເນັຽນັ້ນຢູ່ໄກຈາກກຸງເຢຣູຊາເລັມປະມານພັນຫ້າຮ້ອຍວາ 19 ພວກຢິວຫລາຍຄົນໄດ້ມາຫານາງມາທາ ແລະມາຣິອາ ເພື່ອເລົ້າໂລມໃຈເຂົາເນື່ອງດ້ວຍນ້ອງຊາຍຂອງເຂົາ 20 ເມື່ອມາທາໄດ້ຍິນວ່າພຣະເຢຊູກຳລັງສະເດັດມາ ນາງກໍອອກໄປຕ້ອນຮັບພຣະອົງ ແຕ່ສ່ວນມາຣິອານັ້ນນັ່ງຢູ່ໃນເຮືອນ 21 ນາງມາທາທູນພຣະເຢຊູວ່າ, “ນາຍເຈົ້າເອີຍ, ຖ້າທ່ານຢູ່ທີ່ນີ້ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ 22 ແຕ່ບັດນີ້ກໍດີ, ຂ້ານ້ອຍຊາບວ່າສິ່ງໃດໆທີ່ທ່ານຈະທູນຂໍຈາກພຣະເຈົ້າ ພຣະເຈົ້າຈະຊົງໂຜດປະທານແກ່ທ່ານ 23 ພຣະເຢຊູຊົງກ່າວຕໍ່ນາງວ່າ, “ນ້ອງຊາຍຂອງເຈົ້າຈະຄືນມາອີກ” 24 ນາງມາທາທູນວ່າ, “ຂ້ານ້ອຍກໍຊາບແລ້ວວ່າ ເຂົາຈະເປັນຄືນມາອີກໃນເວລາຄືນມາ ເມື່ອວັນສຸດທ້າຍນັ້ນ” 25 ພຣະເຢຊູຊົງກ່າວຕໍ່ນາງວ່າ, “ເຮົານີ້ແຫລະ, ເປັນເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ ຜູ້ທີ່ວາງໃຈເຊື່ອໃນເຮົາ ເຖິງແມ່ນວ່າຕາຍໄປແລ້ວກໍຍັງຈະມີຊີວິດຢູ່ 26 ແລະທຸກຄົນທີ່ຍັງມີຊີວິດຢູ່ແລະວາງໃຈເຊື່ອຢູ່ໃນເຮົາກໍຈະບໍ່ຕາຍຈັກເທື່ອ ເຈົ້າເຊື່ອຂໍ້ນີ້ຫລື” 27 ມາທາຈຶ່ງທູນພຣະອົງວ່າ, “ເຊື່ອຢູ່ແລ້ວ ນາຍເຈົ້າເອີຍ, ຂ້ານ້ອຍເຊື່ອວ່າທ່ານເປັນພຣະຄຣິດ ຄືພຣະບຸດຂອງພຣະເຈົ້າທີ່ຕ້ອງສະເດັດມາໃນໂລກ”
ພຣະເຢຊູຊົງພຣະກັນແສງ
28 ເມື່ອທູນດັ່ງນັ້ນແລ້ວນາງຈຶ່ງກັບໄປເອີ້ນມາຣິອານ້ອງສາວຂອງຕົນໂດຍເວົ້າຄ່ອຍໆວ່າ, “ອາຈານມາແລ້ວແລະເອີ້ນຫາເຈົ້າ” 29 ຄັນມາຣິອາໄດ້ຍິນແລ້ວນາງກໍລຸກຂຶ້ນໂລດໄປເຝົ້າພຣະອົງ 30 ສ່ວນພຣະເຢຊູບໍ່ໄດ້ສະເດັດເຂົ້າໄປໃນບ້ານ ແຕ່ຍັງປະທັບຢູ່ບ່ອນທີ່ມາທາໄດ້ພົບພຣະອົງນັ້ນ 31 ເມື່ອພວກຢິວທີ່ຢູ່ໃນເຮືອນກັບມາຣິອາກຳລັງເລົ້າໂລມນາງຢູ່ ໄດ້ເຫັນມາຣິອາຟ້າວລຸກຂຶ້ນອອກໄປ ເຂົາຈຶ່ງຕາມໄປນຶກວ່ານາງຈະໄປຍັງອຸບໂມງເພື່ອຣ້ອງໄຫ້ຢູ່ທີ່ນັ້ນ 32 ຄັນນາງມາເຖິງບ່ອນທີ່ພຣະເຢຊູປະທັບຢູ່ແລະເຫັນພຣະອົງແລ້ວ ຈຶ່ງຂາບລົງທີ່ພຣະບາດຂອງພຣະອົງທູນວ່າ, “ນາຍເຈົ້າເອີຍ, ຖ້າທ່ານຢູ່ທີ່ນີ້ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ” 33 ເມື່ອພຣະເຢຊູຊົງເຫັນນາງຮ້ອງໄຫ້ ແລະພວກຢິວທີ່ມາກັບນາງກຳລັງຮ້ອງໄຫ້ເຫມືອນກັນ ພຣະອົງກໍຊົງວຸ້ນວາຍແລະຊົງສະເທືອນພຣະທັຍ 34 ພຣະອົງຈຶ່ງຊົງຖາມວ່າ, “ໄດ້ເອົາສົບໄປໄວ້ທີ່ໃດ” ເຂົາທູນຕອບວ່າ, “ນາຍເຈົ້າເອີຍ, ເຊີນມາເບິ່ງແມ໋” 35 ສ່ວນພຣະເຢຊູຊົງພຣະກັນແສງ 36 ພວກຢິວຈຶ່ງເວົ້າກັນວ່າ, “ເບິ່ງດູ, ທ່ານຮັກລາວພຽງໃດຫນໍ” 37 ແຕ່ລາງຄົນເວົ້າວ່າ, “ຜູ້ນີ້ໄດ້ເປີດຕາຂອງຄົນຕາບອດນັ້ນ ແລ້ວຈະເຣັດໃຫ້ຄົນນີ້ບໍ່ຕາຍບໍ່ໄດ້ຫລື”
ຊົງບັນດານໃຫ້ລາຊະໂຣເປັນຄືນມາ
38 ພຣະເຢຊູຊົງສະເທືອນພຣະທັຍອີກຈຶ່ງສະເດັດມາເຖິງອຸບໂມງຝັງສົບ ອຸບໂມງນັ້ນເປັນຖ້ຳມີຫີນກ້ອນນຶ່ງວາງອັດປາກໄວ້ 39 ພຣະເຢຊູຊົງກ່າວວ່າ, “ຈົ່ງຍົກຫີນອອກເສັຽ” ມາທາເອື້ອຍຂອງຜູ້ຕາຍນັ້ນທູນວ່າ, “ນາຍເຈົ້າເອີຍ, ປານນີ້ສົບມີກິ່ນເຫມັນແລ້ວ ເພາະເຂົາຕາຍໄດ້ສີ່ວັນແລ້ວ” 40 ພຣະເຢຊູຊົງຕອບນາງວ່າ, “ເຮົາໄດ້ບອກເຈົ້າແລ້ວບໍ່ແມ່ນຫລືວ່າ ຖ້າເຈົ້າເຊື່ອຄົງຈະໄດ້ເຫັນ ສະງ່າຣາສີຂອງພຣະເຈົ້າ” 41 ດັ່ງນັ້ນເຂົາຈຶ່ງຍົກຫີນອອກ ຝ່າຍພຣະເຢຊູຊົງເງີຍພຣະພັກຂຶ້ນໂດຍຊົງກ່າວວ່າ, “ໂອ ພຣະບິດາເອີຍ, ຂ້າພຣະອົງຂອບພຣະຄຸນພຣະອົງເພາະພຣະອົງຊົງໂຜດຟັງຂ້າພຣະອົງ 42 ຂ້າພຣະອົງຊາບວ່າພຣະອົງຊົງຟັງຂ້າພຣະອົງຢູ່ສເມີ ແຕ່ທີ່ຂ້າພຣະອົງເວົ້າຢ່າງນີ້ກໍເພາະເຫັນແກ່ຄົນທັງຫລາຍທີ່ຢືນອ້ອມຢູ່ນີ້ ເພື່ອເຂົາຈະໄດ້ເຊື່ອວ່າແມ່ນພຣະອົງແຫລະ, ທີ່ຊົງໃຊ້ຂ້າພຣະອົງມາ” 43 ເມື່ອຊົງກ່າວຢ່າງນັ້ນແລ້ວພຣະອົງຊົງເປັ່ງພຣະສຸຣະສຽງວ່າ, “ລາຊະໂຣເອີຍ, ຈົ່ງອອກມາເສັຽ” 44 ຜູ້ຕາຍນັ້ນກໍໄດ້ອອກມາ ມີຜ້າພັນຕີນແລະມື ແລະມີຜ້າປົກຫນ້າໄວ້ ແລ້ວພຣະເຢຊູຈຶ່ງຊົງບອກເຂົາວ່າ, “ຈົ່ງແກ້ປ່ອຍໃຫ້ເຂົາໄປເສັຽ”
ການປອງຮ້າຍພຣະເຢຊູ
45 ເຫດສັນນັ້ນພວກຢິວຫລາຍທີ່ໄດ້ມາຫາມາຣິອາແລະໄດ້ເຫັນການທີ່ພຣະເຢຊູຊົງເຣັດນັ້ນ ກໍວາງໃຈເຊື່ອໃນພຣະອົງ 46 ແຕ່ລາງຄົນໃນພວກເຂົານັ້ນໄດ້ໄປຫາພວກຟາຣີຊາຍ ເລົ່າເຣື່ອງການທີ່ພຣະເຢຊູໄດ້ຊົງເຮັດນັ້ນໃຫ້ເຂົາຟັງ 47 ດັ່ງນັ້ນພວກປະໂຣຫິດຕົນໃຫຍ່ກັບພວກຟາຣີຊາຍ ຈຶ່ງເອີ້ນສະມາຊິກສະພາມາປະຊຸມໂດຍກ່າວວ່າ, “ພວກເຮົາຈະເຣັດແນວໃດ ເພາະວ່າຊາຍຜູ້ນີ້ໄດ້ເຮັດຫມາຍສຳຄັນຫລາຍປະການ 48 ຖ້າເຮົາປະປ່ອຍໃຫ້ເຂົາເຮັດຢູ່ຢ່າງນີ້ ຄົນທັງຫລາຍກໍຈະເຊື່ອຖືເຂົາ ແລ້ວພວກໂຣມກໍຈະມາທຳລາຍພຣະວິຫານທັງປະເທດຊາດຂອງເຮົາ” 49 ແຕ່ມີຜູ້ນຶ່ງໃນພວກເຂົາຊື່ກາຢະຟາ ເປັນມະຫາປະໂຣຫິດປະຈຳການໃນປີນັ້ນ ໄດ້ກ່າວແກ່ເຂົາວ່າ, “ພວກທ່ານບໍ່ຮູ້ຈັກຫຍັງ 50 ແລະບໍ່ຄຶດເຫັນວ່າມັນຈະເປັນປໂຍດແກ່ທ່ານທັງຫລາຍ ຖ້າຈະໃຫ້ຄົນຜູ້ດຽວຕາຍ ແທນທີ່ຈະໃຫ້ທັງປະເທດຊາດຈິບຫາຍ” 51 ທີ່ທ່ານໄດ້ກ່າວຄຳນັ້ນກໍບໍ່ແມ່ນດ້ວຍລຳພັງຂອງຕົນເອງ ແຕ່ເພາະທ່ານເປັນມະຫາປະໂຣຫິດໃນປີນັ້ນ ຈຶ່ງທຳນວາຍໄວ້ກ່ອນວ່າພຣະເຢຊູຈະສິ້ນພຣະຊົນຕາງປະເທດຊາດ 52 ແລະບໍ່ແມ່ນແທນປະເທດຊາດຢ່າງດຽວເທົ່ານັ້ນ ແຕ່ເພື່ອຮວບຮວມບຸດທັງຫລາຍຂອງພຣະເຈົ້າທີ່ແຕກຊະກັນໄປແລ້ວນັ້ນ ໃຫ້ເຂົ້າເປັນພວກດຽວກັນ 53 ຕັ້ງແຕ່ວັນນັ້ນມາເຂົາໄດ້ວາງແຜນການຈະຂ້າພຣະອົງເສັຽ 54 ເພາະເຫດນັ້ນພຣະເຢຊູບໍ່ໄດ້ສະເດັດໄປມາໃນຖ້າມກາງພວກຢິວໂດຍເປີດເຜີຍອີກ ແຕ່ໄດ້ສະເດັດຈາກທີ່ນັ້ນໄປຍັງທ້ອງຖິ່ນຢູ່ໃກ້ປ່າເຖິງເມືອງນຶ່ງຊື່ເອຟຣາອິມ ແລະປະທັບຢູ່ທີ່ນັ້ນກັບພວກສາວົກ 55 ອັນນຶ່ງ, ໃກ້ຈະເຖິງເທສການປັສຄາຂອງຊາດຢິວແລ້ວ ຫລາຍຄົນໄດ້ອອກຈາກບ້ານເມືອງທົ່ວປະເທດ ຂຶ້ນເມືອຍັງກຸງເຢຣູຊາເລັມກ່ອນປັສຄາເພື່ອຈະຊຳຮະຕົວ 56 ເຂົາກຳລັງຕິດຕາມຊອກຫາພຣະເຢຊູ ແລະເມື່ອເຂົາຢືນຢູ່ໃນບໍຣິເວນພຣະວິຫານຈຶ່ງເວົ້າກັນວ່າ, “ທ່ານຄຶດເຫັນຢ່າງໃດ ທ່ານຈະບໍ່ມາໃນງານເທສການນີ້ຕີ້” 57 ຝ່າຍພວກປະໂຣຫິດຕົນໃຫຍ່ແລະພວກຟາຣີຊາຍ ໄດ້ອອກຄຳສັ່ງໄວ້ວ່າ ຖ້າຜູ້ໃດຮູ້ວ່າພຣະອົງຢູ່ໃສ ໃຫ້ມາບອກເຂົາເພື່ອຈະໄດ້ໄປຈັບພຣະອົງ
ມາຣິອາເອົານ້ຳມັນຫອມສົງພຣະບາດທີ່ເບັດທາເນັຽ
1 ກ່ອນເທສການປັສຄາຫົກວັນ ພຣະເຢຊູສະເດັດມາເຖິງບ້ານເບັດທາເນັຽ ຊຶ່ງເປັນທີ່ຢູ່ຂອງລາຊະໂຣ ຜູ້ທີ່ພຣະອົງຊົງບັນດານໃຫ້ເປັນຄືນມາຈາກຕາຍ 2 ທີ່ນັ້ນເຂົາໄດ້ຈັດງານລ້ຽງເພື່ອພຣະອົງ ມາທາເປັນຜູ້ຮັບໃຊ້ໃນໂຕະອາຫານ ຝ່າຍລາຊະໂຣກໍເປັນຜູ້ນຶ່ງທີ່ຮ່ວມຮັບປະທານກັບພຣະອົງ 3 ນາງມາຣິອາໄດ້ເອົານ້ຳມັນຫອມລິຕຣານຶ່ງຊຶ່ງມີຣາຄາແພງມາສົງພຣະບາດພຣະເຢຊູ ແລ້ວໃຊ້ຜົມຂອງຕົນເຊັດພຣະບາດຂອງພຣະອົງ ຈົນທົ່ວເຮືອນນັ້ນຫອມກຸ້ມດ້ວຍກິ່ນນ້ຳມັນນັ້ນ 4 ແຕ່ສາວົກຄົນນຶ່ງຂອງພຣະອົງຊຶ່ ຢູດາອິສະກາຣິອົດ (ຄືຜູ້ທີ່ຈະທໍຣະຍົດພຣະອົງ) ໄດ້ກ່າວວ່າ, 5 “ເຫດໃດຈຶ່ງບໍ່ຂາຍນ້ຳມັນນີ້ຕໍ່ຣາຄາສາມຮ້ອຍເດນາຣິອົນ ແລ້ວແຈກໃຫ້ຄົນຍາກຈົນ” 6 ເຂົາເວົ້າຢ່າງນັ້ນບໍ່ແມ່ນເພາະເຂົາເອົາໃຈໃສ່ຕໍ່ຄົນຍາກຈົນ ແຕ່ເພາະເຂົາເປັນຂະໂມຍແລະເປັນຜູ້ຖືຖົງເງິນ ແລະເຄີຍບຽດບັງເອົາເງິນທີ່ຢູ່ໃນຖົງນັ້ນ 7 ພຣະເຢຊູຊົງກ່າວວ່າ, “ຊ່າງນາງເທາະ ໃຫ້ນາງຮັກສາສິ່ງນີ້ໄວ້ສຳລັບວັນຝັງສົບຂອງເຮົາ 8 ດ້ວຍວ່າຄົນຍາກຈົນມີຢູ່ກັບພວກທ່ານສເມີ ແຕ່ຝ່າຍເຮົາ, ບໍ່ຢູ່ກັບທ່ານສເມີ”
ການປອງຮ້າຍລາຊະໂຣ
9 ຝ່າຍພວກຢິວຈຳນວນຫລາຍໄດ້ຮູ້ວ່າພຣະອົງປະທັບຢູ່ທີ່ນັ້ນ ເຂົາໄດ້ພາກັນມາບໍ່ແມ່ນເພາະເຫັນແກ່ພຣະເຢຊູເທົ່ານັ້ນ ແຕ່ປະການນຶ່ງ, ຢາກເຫັນລາຊະໂຣ ຜູ້ຊຶ່ງພຣະອົງໄດ້ຊົງບັນດານໃຫ້ເປັນຄືນມາຈາກຕາຍນັ້ນ 10 ດັ່ງນັ້ນພວກປະໂຣຫິດຕົນໃຫຍ່ຈຶ່ງປຶກສາກັນເພື່ອຈະຂ້າລາຊະໂຣເຫມືອນກັນ 11 ເພາະລາຊະໂຣເປັນຕົ້ນເຫດເຮັດໃຫ້ຄົນຢິວຫລາຍຄົນອອກຈາກພວກເຂົາໄປເຊື່ອຖືພຣະເຢຊູ
ສະເດັດເຂົ້າກຸງຢ່າງມີຊັຍ
12 ວັນຫນ້າມາປະຊາຊົນຫລວງຫລາຍທີ່ໄດ້ມາໃນງານເທສການນັ້ນ ໄດ້ຍິນວ່າພຣະເຢຊູສະເດັດເຂົ້າກຸງເຢຣູຊາເລັມ 13 ເຂົາກໍພາກັນຖືກ້ານຕານອອກໄປຕ້ອນຮັບພຣະອົງ ໂຮ່ຣ້ອງວ່າ, “ໂຮຊັນນາ, ຂໍໃຫ້ທ່ານຜູ້ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຄືພຣະມະຫາກະສັດຂອງຊາດອິສຣາເອນ ຊົງພຣະຈະເຣີນ“ 14 ເມື່ອພຣະເຢຊູຊົງພົບລໍນ້ອຍໂຕນຶ່ງພຣະອົງຈຶ່ງຊົງຂຶ້ນປະທັບລໍນັ້ນ ເຫມືອນດັ່ງມີຄຳຂຽນໄວ້ວ່າ, 15 “ບຸດຍິງຂອງຊີໂອນເອີຍ, ຢ່າຊູ່ຢ້ານເທາະ ນີ້ແຫລະ, ມະຫາກະສັດຂອງທ່ານກໍປະທັບລໍນ້ອຍສະເດັດມາ” 16 ແຕ່ຫົວທີພວກສາວົກຂອງພຣະອົງບໍ່ໄດ້ເຂົ້າໃຈເຫດການເຫລົ່ານັ້ນ ແຕ່ວ່າເມື່ອພຣະເຢຊູໄດ້ຊົງຮັບກຽດຕິຍົດແລ້ວເຂົາຈຶ່ງລະນຶກໄດ້ວ່າ ມີຄຳຢ່າງນັ້ນຂຽນໄວ້ເຖິງເຣື່ອງພຣະອົງ ທັງມີຄົນໄດ້ເຮັດຢ່າງນັ້ນຖວາຍພຣະອົງ 17 ຄົນທັງປວງທີ່ໄດ້ຢູ່ກັບພຣະອົງ ເມື່ອພຣະອົງໄດ້ຊົງເອີ້ນລາຊະໂຣໃຫ້ອອກມາຈາກອຸບໂມງຝັງສົບ ແລະຊົງບັນດານໃຫ້ເຂົາເປັນຄືນມາຈາກຕາຍນັ້ນ ກໍເປັນພຍານເຣື່ອງການເຫລົ່ານັ້ນ 18 ເພາະເຫດນີ້ແຫລະ, ປະຊາຊົນທັງຫລາຍພາກັນອອກໄປຫາພຣະອົງ ກໍເພາະໄດ້ຍິນວ່າພຣະອົງຊົງເຮັດຫມາຍສຳຄັນນັ້ນ 19 ຝ່າຍພວກຟາຣີຊາຍຈຶ່ງເວົ້າກັນວ່າ, “ທ່ານທັງຫລາຍບໍ່ເຫັນຫລືວ່າ ພວກທ່ານເຣັດອັນໃດກໍບໍ່ໄດ້ປໂຍດຈັກຢ່າງ ເບິ່ງແມ໋, ຫມົດທັງໂລກກໍຕິດຕາມມັນໄປ”
ຊາວກຣີກລາງຄົນສແວງຫາພຣະເຢຊູ
20 ໃນຫມູ່ຄົນທັງຫລາຍທີ່ຂຶ້ນໄປນະມັສການໃນງານເທສການນັ້ນມີຊາວກຣີກແດ່ 21 ຊາວກຣີກເຫລົ່ານີ້ໄດ້ໄປຫາຟີລິບ ຊຶ່ງມາຈາກບ້ານເບັດຊາອີດາແຂວງຄາລີເລ ຈຶ່ງກ່າວກັບທ່ານວ່າ, “ນາຍເອີຍ, ພວກຂ້ານ້ອຍຢາກເຫັນທ່ານເຢຊູແທ້” 22 ຟີລິບຈຶ່ງໄປບອກອັນເດອາ ແລ້ວອັນເດອາກັບຟີລິບໄດ້ໄປທູນພຣະເຢຊູ 23 ຝ່າຍພຣະເຢຊູຊົງຕອບເຂົາວ່າ, “ເວລາທີ່ບຸດມະນຸດຕ້ອງຮັບກຽດນັ້ນກໍມາເຖິງແລ້ວ 24 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຖ້າເມັດເຂົ້າບໍ່ຕົກລົງໃນດິນ ແລະບໍ່ຕາຍໄປກໍຄົງຈະເປັນຢູ່ແຕ່ເມັດດຽວ ແຕ່ຖ້າມັນຕາຍໄປກໍຈະເກີດຜົນຫລາຍ 25 ຜູ້ທີ່ຮັກຊີວິດຂອງຕົນກໍຕ້ອງເສັຽຊີວິດ ແລະຜູ້ທີ່ຊັງຊີວິດຂອງຕົນໃນໂລກນີ້ ກໍຈະຮັກສາຊີວິດນັ້ນໄວ້ສຳລັບຊີວິດອັນຕລອດໄປເປັນນິດ 26 ຖ້າຜູ້ໃດປະຕິບັດເຮົາ ໃຫ້ຜູ້ນັ້ນຕິດຕາມເຮົາມາ ແລະເຮົາຢູ່ທີ່ໃດ ຜູ້ປະຕິບັດເຮົາຈະຢູ່ທີ່ນັ້ນເຫມືອນກັນ ຖ້າຜູ້ໃດປະຕິບັດເຮົາ ພຣະບິດາຈະຊົງປະທານກຽດຕິຍົດແກ່ຜູ້ນັ້ນ
ບຸດມະນຸດຈະຕ້ອງຖືກຍົກຂຶ້ນຈາກແຜ່ນດິນ
27 “ບັດນີ້ຈິດໃຈຂອງເຮົາວຸ້ນວາຍແລະເຮົາຈະວ່າຢ່າງໃດ ຈະວ່າ “ໂອ ພຣະບິດາເອີຍ, ຂໍໃຫ້ຂ້າພຣະອົງລອດພົ້ນຈາກຍາມນີ້ທ້ອນ” ຢ່າງນັ້ນຫລື ກໍວ່າບໍ່ໄດ້ ທີ່ເຮົາໄດ້ມາເຖິງຍາມນີ້ກໍເພື່ອການນີ້ແຫລະ 28 ໂອ ພຣະບິດາເອີຍ, ຂໍໃຫ້ພຣະນາມຂອງພຣະອົງຈົ່ງໄດ້ຮັບກຽດ” ແລ້ວກໍມີພຣະສຸຣະສຽງດັງມາຈາກຟ້າວ່າ, “ເຮົາໄດ້ໃຫ້ຮັບກຽດແລ້ວ ແລະເຮົາຈະໃຫ້ຮັບກຽດອີກ” 29 ຄົນທັງຫລາຍທີ່ຢືນຢູ່ຫັ້ນໄດ້ຍິນສຽງນີ້ແລະເວົ້າວ່າ, “ສຽງຟ້າຮ້ອງ” ຄົນອື່ນໆກໍເວົ້າວ່າ, “ເທວະດາຕົນນຶ່ງໄດ້ສົນທະນາກັບທ່ານ” 30 ພຣະເຢຊູຊົງຕອບວ່າ, “ສຽງທີ່ເກີດຂຶ້ນນັ້ນບໍ່ແມ່ນສຳລັບເຮົາ ແຕ່ສຳລັບທ່ານທັງຫລາຍນັ້ນແຫລະ 31 ບັດນີ້ເຖິງເວລາພິພາກສາໂລກນີ້ ບັດນີ້ຜູ້ປົກຄອງໂລກຈະຖືກກຳຈັດອອກເສັຽ 32 ຝ່າຍເຮົາ, ເມື່ອຖືກຍົກຂຶ້ນຈາກແຜ່ນດິນໂລກແລ້ວ ເຮົາກໍຈະຊັກນຳຄົນທັງຫລາຍມາຫາເຮົາ” 33 (ພຣະອົງຊົງກ່າວດັ່ງນີ້ກໍເພື່ອສະແດງວ່າພຣະອົງຈະສິ້ນພຣະຊົນຢ່າງໃດ) 34 ຄົນທັງຫລາຍຈຶ່ງທູນພຣະອົງວ່າ, “ພວກເຮົາໄດ້ຍິນຈາກພຣະບັນຍັດວ່າພຣະຄຣິດຊົງຕັ້ງຢູ່ຕລອດໄປເປັນນິດ ແລ້ວເຫດໃດທ່ານຈຶ່ງກ່າວວ່າບຸດມະນຸດຕ້ອງຖືກຍົກຂຶ້ນ ບຸດມະນຸດນັ້ນຄືຜູ້ໃດ” 35 ພຣະເຢຊູຊົງຕອບເຂົາວ່າ, “ຄວາມສວ່າງຈະຍັງຢູ່ກັບທ່ານທັງຫລາຍອີກຫນ້ອຍນຶ່ງ ເມື່ອຍັງມີຄວາມສວ່າງຢູ່ກໍຈົ່ງຍ່າງໄປເທາະ ເພາະຢ້ານວ່າຄວາມມືດຈະຕາມມາທັນພວກທ່ານ ຜູ້ທີ່ທຽວໄປມາໃນຄວາມມືດກໍບໍ່ຮູ້ວ່າຕົນກຳລັງໄປໃສ 36 ເມື່ອທ່ານທັງຫລາຍຍັງມີຄວາມສວ່າງຢູ່ ຈົ່ງວາງໃຈເຊື່ອໃນຄວາມສວ່າງນັ້ນ ເພື່ອຈະໄດ້ເປັນຄົນຝ່າຍຄວາມສວ່າງ”
ຄວາມບໍ່ເຊື່ອຖືຂອງພວກຢິວ
ເມື່ອພຣະເຢຊູຊົງກ່າວດັ່ງນັ້ນແລ້ວ ພຣະອົງກໍສະເດັດອອກຈາກເຂົາໄປລີ້ຕົນເສັຽ 37 ເຖິງແມ່ນວ່າພຣະອົງໄດ້ຊົງເຣັດຫມາຍສຳຄັນຫລາຍປະການຕໍ່ຫນ້າເຂົາ ເຂົາກໍຍັງບໍ່ວາງໃຈເຊື່ອໃນພຣະອົງ 38 ທັງນີ້ເພື່ອໃຫ້ສຳເຣັດຕາມຄຳຂອງເອຊາຢາຜູ້ປະກາດພຣະທັມ ຊຶ່ງວ່າ, “ພຣະອົງເຈົ້າເອີຍ, ຜູ້ໃດໄດ້ເຊື່ອສິ່ງທີ່ຂ້າພຣະອົງໄດ້ປະກາດ ແລະພຣະກອນຂອງພຣະອົງໄດ້ຊົງສະແດງແກ່ຜູ້ໃດ” 39 ສັນນັ້ນເຂົາຈຶ່ງເຊື່ອບໍ່ໄດ້ ເພາະເອຊາຢາໄດ້ກ່າວໄວ້ອີກວ່າ, 40 “ພຣະອົງໄດ້ຊົງເຮັດໃຫ້ຕາຂອງເຂົາບອດໄປ ແລະໃຫ້ຈິດໃຈຂອງເຂົາແຂງກະດ້າງ ຢ້ານວ່າເຂົາຈະເຫັນດ້ວຍຕາແລະສັງເກດຮູ້ດ້ວຍໃຈ ແລ້ວຈະກັບໃຈໃຫມ່ແລ້ວເຮົາຈະໂຜດໃຫ້ເຂົາດີ” 41 ເອຊາຢາໄດ້ກ່າວດັ່ງນີ້ກໍເພາະທ່ານໄດ້ເຫັນສະງ່າຣາສີຂອງພຣະອົງ ແລະໄດ້ກ່າວເຖິງເຣື່ອງພຣະອົງ 42 ເຖິງປານນັ້ນກໍດີຍັງມີເຈົ້ານາຍຫລາຍຄົນໄດ້ເຊື່ອໃນພຣະອົງ ແຕ່ເຂົາບໍ່ໄດ້ເປີດເຜີຍເພາະຢ້ານພວກຟາຣີຊາຍຈະຂັບໄລ່ເຂົາອອກຈາກໂຮງທັມມະເທສນາ 43 ດ້ວຍວ່າເຂົາຣັກກຽດຕິຍົດຈາກມະນຸດຫລາຍກວ່າກຽດຕິຍົດຈາກພຣະເຈົ້າ
ຖ້ອຍຄຳຂອງພຣະເຢຊູເປັນຫລັກພິພາກສາ
44 ພຣະເຢຊູຊົງເປັ່ງສຽງກ່າວວ່າ, “ຜູ້ທີ່ເຊື່ອໃນເຮົາກໍບໍ່ແມ່ນເຊື່ອໃນເຮົາ ແຕ່ເຊື່ອໃນພຣະອົງຜູ້ຊົງໃຊ້ເຮົາມາ 45 ແລະຜູ້ທີ່ເຫັນເຮົາກໍເຫັນພຣະອົງຜູ້ຊົງໃຊ້ເຮົາມາ 46 ເຮົານີ້ຄືຄວາມສວ່າງໄດ້ເຂົ້າມາໃນໂລກ ເພື່ອທຸກຄົນທີ່ເຊື່ອໃນເຮົາຈະບໍ່ຕັ້ງຢູ່ໃນຄວາມມືດ 47 ຖ້າຜູ້ໃດໄດ້ຍິນຖ້ອຍຄຳຂອງເຮົາ ແລະບໍ່ໄດ້ຖືຮັກສາຖ້ອຍຄຳເຫລົ່ານັ້ນ ຝ່າຍເຮົາກໍບໍ່ພິພາກສາຜູ້ນັ້ນ ເພາະວ່າເຮົາບໍ່ໄດ້ມາເພື່ອພິພາກສາໂລກ ແຕ່ມາເພື່ອໂຜດເອົາໂລກໃຫ້ພົ້ນ 48 ຜູ້ທີ່ຖິ້ມເຮົາ ແລະບໍ່ຮັບເອົາຖ້ອຍຄຳຂອງເຮົາກໍມີສິ່ງທີ່ພິພາກສາຕົນແລ້ວ ຖ້ອຍຄຳທີ່ເຮົາໄດ້ກ່າວແລ້ວນັ້ນແຫລະ, ຈະພິພາກສາຜູ້ນັ້ນໃນວັນສຸດທ້າຍ 49 ເພາະເຮົາບໍ່ໄດ້ກ່າວຕາມລຳພັງໃຈຂອງເຮົາເອງ ແຕ່ຊຶ່ງເຮົາກ່າວແລະເວົ້ານັ້ນ ພຣະບິດາຜູ້ຊົງໃຊ້ເຮົາມາ, ພຣະອົງນັ້ນເອງໄດ້ບັນຊາໃຫ້ແກ່ເຮົາ 50 ແລະເຮົາຮູ້ວ່າພຣະບັນຊາຂອງພຣະອົງນັ້ນເປັນຊີວິດອັນຕລອດໄປເປັນນິດ ເຫດສັນນັ້ນສິ່ງທີ່ເຮົາເວົ້າ ເຮົາກໍເວົ້າຕາມທີ່ພຣະບິດາຊົງບັນຊາໄວ້ແກ່ເຮົາ”
ພຣະເຢຊູຊົງລ້າງຕີນຂອງພວກສາວົກ
1 ກ່ອນເຖິງເວລາເທສການປັສຄາ ພຣະເຢຊູຊົງຊາບວ່າຍາມຂອງຕົນທີ່ຈະສະເດັດຈາກໂລກນີ້ເມືອຫາພຣະບິດາເຖິງແລ້ວ ພຣະອົງໄດ້ຊົງຮັກພວກຂອງພຣະອົງທີ່ຢູ່ໃນໂລກນີ້ ພຣະອົງຊົງຮັກຈົນເຖິງທີ່ສຸດ 2 ຂນະເມື່ອຮັບປະທານອາຫານຢູ່ນັ້ນ (ມານໄດ້ເຂົ້າດົນໃຈຢູດາອິສະກາຣິອົດລູກຂອງຊີໂມນ ໃຫ້ທໍຣະຍົດຕໍ່ພຣະອົງ) 3 ພຣະເຢຊູຊົງຊາບວ່າພຣະບິດາໄດ້ຊົງປະທານສິ່ງທັງປວງໃຫ້ຢູ່ໃນພຣະຫັດຂອງພຣະອົງ ແລະຊົງຊາບວ່າພຣະອົງສະເດັດມາຈາກພຣະເຈົ້າ ແລະຈະສະເດັດເມືອຫາພຣະເຈົ້າ 4 ພຣະອົງຊົງລຸກຂຶ້ນຈາກການຮັບປະທານອາຫານ ຊົງຖອດເຄື່ອງທົງຊັ້ນນອກອອກວາງໄວ້ ແລະຊົງເອົາຜ້າເຊັດຕົວມາຮັດແອວຂອງພຣະອົງ 5 ພຣະອົງຊົງຖອກນ້ຳໃສ່ອ່າງແລ້ວຊົງຕັ້ງຕົ້ນລ້າງຕີນຂອງພວກສາວົກ ແລະເຊັດດ້ວຍຜ້າຮັດແອວນັ້ນ 6 ພຣະອົງໄດ້ສະເດັດມາເຖິງຊີໂມນເປໂຕ ແລ້ວເຂົາໄດ້ທູນພຣະອົງວ່າ, “ນາຍເຈົ້າເອີຍ, ທ່ານຈະລ້າງຕີນຂອງຂ້ານ້ອຍຫລື” 7 ພຣະເຢຊູຊົງຕອບເຂົາວ່າ, “ສິ່ງທີ່ເຮົາເຮັດໃນເວລານີ້ທ່ານຍັງບໍ່ຮູ້ເຣື່ອງ ແຕ່ພາຍຫລັງທ່ານຈະເຂົ້າໃຈ” 8 ເປໂຕຈຶ່ງທູນວ່າ, “ທ່ານຈະລ້າງຕີນຂອງຂ້ານ້ອຍບໍ່ໄດ້ຈັກເທື່ອ” ພຣະເຢຊູຊົງຕອບວ່າ, “ຖ້າເຮົາບໍ່ລ້າງທ່ານ ທ່ານຈະມີສ່ວນໃນເຮົາບໍ່ໄດ້” 9 ຊີໂມນເປໂຕທູນວ່າ, “ນາຍເຈົ້າເອີຍ, ບໍ່ແມ່ນແຕ່ຕີນເທົ່ານັ້ນ ແຕ່ຂໍລ້າງມືແລະຫົວຂອງຂ້ານ້ອຍເຫມືອນກັນ” 10 ພຣະເຢຊູຊົງກ່າວຕໍ່ເປໂຕວ່າ, “ຜູ້ທີ່ອາບນ້ຳແລ້ວບໍ່ຈຳເປັນຕ້ອງລ້າງຕົວອີກ ລ້າງແຕ່ຕີນເທົ່ານັ້ນ ເພາະສະອາດຫມົດທັງຕົວແລ້ວ ພວກທ່ານກໍສະອາດແລ້ວແຕ່ບໍ່ແມ່ນທຸກຄົນ” 11 ເພາະພຣະອົງຊົງຮູ້ແລ້ວວ່າໃຜຈະທໍຣະຍົດຕໍ່ພຣະອົງ ເພາະເຫດນັ້ນພຣະອົງຈຶ່ງຊົງກ່າວວ່າ, “ທ່ານທັງຫລາຍບໍ່ສະອາດທຸກຄົນ” 12 ເຫດສັນນີ້ເມື່ອພຣະອົງຊົງລ້າງຕີນຂອງເຂົາແລ້ວ ພຣະອົງກໍຊົງໃສ່ເຄື່ອງທົງຊັ້ນນອກຂອງຕົນອີກ ແລ້ວປະທັບລົງຈຶ່ງຊົງຖາມເຂົາວ່າ, “ທ່ານທັງຫລາຍເຂົ້າໃຈໃນສິ່ງທີ່ເຮົາໄດ້ເຮັດຕໍ່ພວກທ່ານແລ້ວຫລື 13 ທ່ານທັງຫລາຍເອີ້ນເຮົາວ່າອາຈານ ແລະນາຍເຈົ້າ ພວກທ່ານເອີ້ນຖືກຕ້ອງແລ້ວ ເພາະເຮົາເປັນຢ່າງນັ້ນ 14 ເຫດສັນນັ້ນເຮົາຜູ້ເປັນນາຍແລະອາຈານຂອງພວກທ່ານໄດ້ລ້າງຕີນຂອງທ່ານ ພວກທ່ານກໍຄວນລ້າງຕີນຂອງກັນແລະກັນເຫມືອນກັນ 15 ດ້ວຍວ່າເຮົາໄດ້ວາງແບບຢ່າງໃຫ້ພວກທ່ານແລ້ວ ເພື່ອທ່ານຈະໄດ້ເຮັດເຫມືອນດັ່ງເຮົາໄດ້ເຮັດຕໍ່ພວກທ່ານແລ້ວ 16 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ຜູ້ທີ່ຖືກໃຊ້ໄປບໍ່ຫ່ອນໃຫຍ່ກວ່າຜູ້ໃຊ້ຕົນໄປນັ້ນ 17 ຖ້າທ່ານທັງຫລາຍຮູ້ສິ່ງເຫລົ່ານີ້ແລະເຣັດຕາມ ທ່ານກໍເປັນສຸກ 18 ເຮົາບໍ່ເວົ້າເຖິງພວກທ່ານທຸກຄົນ ຝ່າຍເຮົາກໍຮູ້ຈັກຜູ້ທີ່ເຮົາໄດ້ເລືອກໄວ້ແລ້ວ ແຕ່ຕ້ອງເປັນຈິງຕາມຂໍ້ພຣະຄັມພີທີ່ວ່າ “ຜູ້ທີ່ຮັບປະທານອາຫານຂອງເຮົາກໍຍົກສົ້ນຕີນໃສ່ເຮົາ” 19 ແຕ່ເວລາບັດນີ້ເຮົາບອກທ່ານທັງຫລາຍກ່ອນການນັ້ນເກີດຂຶ້ນ ເພື່ອວ່າເມື່ອມັນເກີດຂຶ້ນແລ້ວພວກທ່ານຈະໄດ້ເຊື່ອວ່າ ເຮົານີ້ແຫລະ, ແມ່ນຜູ້ນັ້ນ 20 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຜູ້ໃດຮັບຕ້ອນຜູ້ທີ່ເຮົາໃຊ້ໄປກໍຮັບຕ້ອນເຮົາເຫມືອນກັນ ແລະຜູ້ທີ່ຮັບຕ້ອນເຮົາກໍຮັບຕ້ອນພຣະອົງຜູ້ຊົງໃຊ້ເຮົາມາ”
ຊົງທຳນວາຍວ່າຢູດາຈະມອບພຣະອົງໄວ້
21 ເມື່ອພຣະເຢຊູຊົງກ່າວດັ່ງນັ້ນແລ້ວພຣະອົງກໍຊົງວຸ້ນວາຍໃນພຣະທັຍ ແລະຊົງກ່າວເປັນພຍານວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນນຶ່ງໃນພວກທ່ານຈະທໍຣະຍົດຕໍ່ເຮົາ” 22 ພວກສາວົກກໍມອງເບິ່ງຫນ້າກັນແລະສົງໄສວ່າ ຄົນທີ່ພຣະອົງກ່າວເຖິງນັ້ນຄືຜູ້ໃດ 23 ມີສາວົກຄົນນຶ່ງທີ່ພຣະເຢຊູຊົງຮັກ ໄດ້ເນີ້ງກາຍລົງອີງພຣະຊວງຂອງພຣະອົງ 24 ຊີໂມນເປໂຕຈຶ່ງຍິກຫນ້າໃສ່ສາວົກຜູ້ນັ້ນກ່າວວ່າ, “ຈົ່ງຖາມວ່າຄົນທີ່ທ່ານເວົ້ານັ້ນແມ່ນຜູ້ໃດ” 25 ຂນະທີ່ຍັງອີງພຣະຊວງຂອງພຣະອົງ ສາວົກຜູ້ນັ້ນກໍທູນຖາມວ່າ, “ນາຍເຈົ້າເອີຍ, ແມ່ນຜູ້ໃດ” 26 ພຣະເຢຊູຊົງຕອບວ່າ, “ເຮົາຈະເອົາອາຫານຄຳນີ້ຈ້ຳແລ້ວຍື່ນໃຫ້ຜູ້ໃດ ກໍແມ່ນຜູ້ນັ້ນແຫລະ” ເມື່ອຊົງຈ້ຳອາຫານຄຳນັ້ນແລ້ວ ພຣະອົງຊົງຍື່ນໃຫ້ແກ່ຢູດາລູກຊີໂມນອິສະກາຣິອົດ 27 ຫລັງຈາກຢູດາໄດ້ກິນອາຫານຄຳນັ້ນແລ້ວ ຊາຕານຈຶ່ງເຂົ້າຢູ່ໃນໃຈຂອງເຂົາ ພຣະເຢຊູຈຶ່ງຊົງ ບອກຢູດາວ່າ, “ອັນທີ່ທ່ານຈະເຣັດນັ້ນກໍຈົ່ງເຮັດໄວໆແມ໋” 28 ໃນບັນດາຜູ້ທີ່ນັ່ງຮ່ວມໂຕະຢູ່ນັ້ນບໍ່ມີຜູ້ໃດໄດ້ເຂົ້າໃຈວ່າ ດ້ວຍເຫດໃດພຣະອົງຈຶ່ງຊົງກ່າວແກ່ເຂົາຢ່າງນັ້ນ 29 ດັ່ງນັ້ນລາງຄົນກໍຄຶດວ່າເປັນເພາະຢູດາຖືຖົງເງິນ ພຣະເຢຊູຈຶ່ງຊົງກ່າວກັບເຂົາວ່າ, “ຈົ່ງຊື້ສິ່ງຂອງທີ່ພວກເຮົາຕ້ອງການສຳລັບງານເທສການນີ້” ຫລື ເພື່ອຈະໃຫ້ເຂົາທານແກ່ຄົນຍາກຈົນ 30 ພາຍຫລັງທີ່ຢູດາໄດ້ຮັບອາຫານຄຳນັ້ນແລ້ວເຂົາກໍອອກໄປທັນທີ ໃນຂນະນັ້ນເປັນເວລາກາງຄືນ
ພຣະບັນຍັດຂໍ້ໃຫມ່
31 ເມື່ອຢູດາອອກໄປແລ້ວພຣະເຢຊູຊົງກ່າວວ່າ, “ບັດນີ້ບຸດມະນຸດໄດ້ຮັບກຽດຕິຍົດແລ້ວ ແລະພຣະເຈົ້າກໍຊົງຮັບກຽດຕິຍົດເພາະບຸດມະນຸດ 32 ຖ້າພຣະເຈົ້າຊົງຮັບກຽດຕິຍົດເພາະບຸດມະນຸດ ພຣະເຈົ້າຈະຊົງປະທານໃຫ້ບຸດມະນຸດມີກຽດຕິຍົດຮ່ວມກັບພຣະອົງ ແລະຈະຊົງໃຫ້ມີກຽດຕິຍົດໃນບັດນີ້ 33 ລູກນ້ອຍທັງຫລາຍເອີຍ, ເຮົາຍັງຈະຢູ່ກັບພວກເຈົ້າອີກຫນ້ອຍນຶ່ງ ພວກເຈົ້າຈະຊອກຫາເຮົາ ແລະເຫມືອນກັບເຮົາໄດ້ບອກພວກຢິວແລ້ວວ່າ “ບ່ອນເຮົາຈະໄປນັ້ນພວກເຈົ້າໄປບໍ່ໄດ້” ບັດນີ້ເຮົາກໍບອກພວກເຈົ້າເຫມືອນກັນ 34 ເຮົາໃຫ້ບັນຍັດໃຫມ່ໄວ້ແກ່ເຈົ້າທັງຫລາຍ ຄືໃຫ້ພວກເຈົ້າຮັກກັນແລະກັນ ເຮົາຮັກເຈົ້າທັງຫລາຍມາແລ້ວຢ່າງໃດ ພວກເຈົ້າຈົ່ງຮັກກັນແລະກັນດ້ວຍຢ່າງນັ້ນ 35 ຖ້າເຈົ້າທັງຫລາຍມີຄວາມຮັກຊຶ່ງກັນແລະກັນ ດັ່ງນີ້ແຫລະ, ຄົນທັງປວງກໍຈະໄດ້ຮູ້ວ່າເຈົ້າທັງຫລາຍເປັນສາວົກຂອງເຮົາ”
ຊົງທຳນວາຍວ່າເປໂຕຈະປະຕິເສດພຣະອົງ
36 ຝ່າຍຊີໂມນເປໂຕໄດ້ທູນພຣະອົງວ່າ, “ນາຍເຈົ້າເອີຍ, ທ່ານຈະໄປໃສ” ພຣະເຢຊູຊົງຕອບວ່າ, “ບ່ອນທີ່ເຮົາຈະໄປນັ້ນ ທ່ານຈະຕາມເຮົາໄປດຽວນີ້ບໍ່ໄດ້ ແຕ່ພາຍຫລັງທ່ານຈະຕາມໄປ” 37 ເປໂຕທູນພຣະອົງວ່າ, “ນາຍເຈົ້າເອີຍ, ເປັນຫຍັງຂ້ານ້ອຍຈຶ່ງຕາມທ່ານໄປດຽວນີ້ບໍ່ໄດ້ ຂ້ານ້ອຍຈະສລະຊີວິດເພື່ອທ່ານ” 38 ພຣະເຢຊູຊົງຕອບວ່າ, “ທ່ານຈະສລະຊີວິດຂອງທ່ານເພື່ອເຮົາຫລື ເຮົາບອກທ່ານຕາມຄວາມຈິງວ່າກ່ອນໄກ່ຈະຂັນທ່ານຈະປະຕິເສດເຮົາເຖິງສາມຄັ້ງ”
ພຣະເຢຊູຊົງເປັນທາງໄປສູ່ພຣະບິດາ
1 “ຢ່າໃຫ້ໃຈຂອງທ່ານທັງຫລາຍວຸ້ນວາຍໄປ ຈົ່ງວາງໃຈໃນພຣະເຈົ້າແລະໄວ້ວາງໃຈໃນເຮົາເຫມືອນກັນ 2 ໃນຜາສາດພຣະບິດາຂອງເຮົາມີທີ່ຢູ່ຫລາຍບ່ອນ ຖ້າບໍ່ມີເຮົາຄົງໄດ້ບອກພວກທ່ານແລ້ວ ເພາະເຮົາໄປຈັດແຈງບ່ອນໄວ້ສຳລັບທ່ານທັງຫລາຍ 3 ເມື່ອເຮົາໄປຈັດແຈງບ່ອນໄວ້ສຳລັບພວກທ່ານແລ້ວ ເຮົາຈະກັບມາອີກຮັບທ່ານໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດພວກທ່ານຈະຢູ່ທີ່ນັ້ນເຫມືອນກັນ 4 ແລະທ່ານຮູ້ຈັກທາງທີ່ເຮົາຈະໄປນັ້ນ” 5 ໂທມາທູນພຣະອົງວ່າ, “ນາຍເຈົ້າເອີຍ, ພວກຂ້ານ້ອຍບໍ່ຮູ້ວ່າທ່ານຈະໄປໃສ ພວກຂ້ານ້ອຍຈະຮູ້ຈັກທາງນັ້ນດ້ວຍຢ່າງໃດ” 6 ພຣະເຢຊູຊົງຕອບເຂົາວ່າ, “ເຮົານີ້ແຫລະ, ເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກຈະມາທາງເຮົາ 7 ຖ້າທ່ານທັງຫລາຍຮູ້ຈັກເຮົາແລ້ວ ທ່ານກໍຄົງຮູ້ຈັກພຣະບິດາຂອງເຮົາເຫມືອນກັນ ຕັ້ງແຕ່ນີ້ໄປທ່ານທັງຫລາຍກໍຮູ້ຈັກພຣະອົງແລະໄດ້ເຫັນພຣະອົງ” 8 ຟີລິບທູນພຣະອົງວ່າ, “ນາຍເຈົ້າເອີຍ, ຂໍສະແດງພຣະບິດາໃຫ້ຂ້ານ້ອຍທັງຫລາຍໄດ້ເຫັນ ພວກຂ້ານ້ອຍກໍຈະພໍໃຈແລ້ວ” 9 ພຣະເຢຊູຊົງຕອບວ່າ, “ຟີລິບເອີຍ, ເຮົາໄດ້ຢູ່ກັບພວກທ່ານເຫິງມາເຖິງພຽງນີ້ ແລະພວກທ່ານຍັງບໍ່ຮູ້ຈັກເຮົາອີກຫລື ຜູ້ທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາ ເປັນສັນໃດທ່ານຈຶ່ງກ່າວວ່າ “ຂໍສະແດງພຣະບິດາໃຫ້ພວກຂ້ານ້ອຍເຫັນ” 10 ທ່ານບໍ່ເຊື່ອຫລືວ່າເຮົານີ້ຢູ່ໃນພຣະບິດາແລະພຣະບິດາຊົງຢູ່ໃນເຮົາ ຖ້ອຍຄຳທີ່ເຮົາກ່າວແກ່ທ່ານທັງຫລາຍນັ້ນ ເຮົາບໍ່ໄດ້ກ່າວໂດຍລຳພັງເຮົາເອງ ແຕ່ພຣະບິດາຜູ້ຊົງສະຖິດຢູ່ໃນເຮົາໄດ້ຊົງກະທຳພຣະຣາຊກິຈຂອງພຣະອົງ 11 ຈົ່ງເຊື່ອເຮົາວ່າເຮົາຢູ່ໃນພຣະບິດາ ແລະພຣະບິດາຊົງຢູ່ໃນເຮົາ ຖ້າບໍ່ດັ່ງນັ້ນກໍຈົ່ງເຊື່ອເພາະກິຈການເຫລົ່ານັ້ນ 12 “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ຜູ້ທີ່ເຊື່ອໃນເຮົາກໍຈະເຮັດກິຈການທີ່ເຮົາເຮັດຢູ່ນັ້ນເຫມືອນກັນ ແລະຜູ້ນັ້ນຈະເຮັດການໃຫຍ່ກວ່ານັ້ນອີກ ເພາະວ່າຝ່າຍເຮົາໄປເຖິງພຣະບິດາ 13 ສິ່ງໃດທີ່ທ່ານທັງຫລາຍຈະຂໍໃນນາມຂອງເຮົາ ເຮົາກໍຈະເຣັດສິ່ງນັ້ນເພື່ອວ່າພຣະບິດາຈະຊົງຮັບກຽດຕິຍົດດ້ວຍພຣະບຸດ 14 ຖ້າທ່ານທັງຫລາຍຂໍສິ່ງໃດກັບເຮົາໃນນາມຂອງເຮົາ ຝ່າຍເຮົາກໍຈະເຣັດສິ່ງນັ້ນ
ຊົງສັນຍາຈະປະທານພຣະວິນຍານບໍຣິສຸດ
15 ຖ້າທ່ານທັງຫລາຍຮັກເຮົາ ທ່ານກໍຈະຖືຮັກສາຂໍ້ບັນຍັດຂອງເຮົາ 16 ຝ່າຍເຮົາຈະທູນຂໍພຣະບິດາ ແລະພຣະອົງຈະຊົງປະທານຜູ້ຊ່ອຍອີກຜູ້ນຶ່ງໃຫ້ແກ່ພວກທ່ານ ເພື່ອຈະຢູ່ກັບພວກທ່ານຕລອດໄປເປັນນິດ 17 ຄືພຣະວິນຍານແຫ່ງຄວາມຈິງ ຊຶ່ງໂລກບໍ່ອາດຈະຮັບໄດ້ເພາະໂລກບໍ່ເຫັນແລະບໍ່ຮູ້ຈັກພຣະອົງ ແຕ່ທ່ານທັງຫລາຍຮູ້ຈັກພຣະອົງ ເພາະພຣະອົງຊົງສະຖິດຢູ່ກັບພວກທ່ານ ແລະຈະປະທັບຢູ່ໃນພວກທ່ານ 18 “ເຮົາຈະບໍ່ປະຖິ້ມທ່ານທັງຫລາຍໄວ້ໃຫ້ເປັນກຳພ້າ ເຮົາຈະມາຫາພວກທ່ານອີກຫນ້ອຍນຶ່ງໂລກຈະບໍ່ເຫັນເຮົາ ແຕ່ພວກທ່ານຈະເຫັນເຮົາ 19 ເພາະເຮົາເປັນຢູ່ທ່ານທັງຫລາຍກໍຈະເປັນຢູ່ເຫມືອນກັນ 20 ໃນວັນນັ້ນທ່ານຈະຮູ້ວ່າເຮົາຢູ່ໃນພຣະບິດາຂອງເຮົາ ແລະພວກທ່ານຢູ່ໃນເຮົາ ແລະເຮົາຢູ່ໃນພວກທ່ານ 21 ຜູ້ທີ່ມີຂໍ້ບັນຍັດຂອງເຮົາແລະຖືຂໍ້ບັນຍັດນັ້ນ ຜູ້ນັ້ນແຫລະ, ເປັນຜູ້ທີ່ຮັກເຮົາ ແລ້ວຜູ້ທີ່ຮັກເຮົາພຣະບິດາຂອງເຮົາຈະຊົງຮັກຜູ້ນັ້ນ ແລະຝ່າຍເຮົາຈະຮັກຜູ້ນັ້ນ ພ້ອມທັງຈະສະແດງຕົວເຮົາໃຫ້ແກ່ຜູ້ນັ້ນ” 22 ຢູດາ (ບໍ່ແມ່ນອິສະກາຣິອົດ) ທູນພຣະອົງວ່າ, “ນາຍເຈົ້າເອີຍ, ເປັນດ້ວຍເຫດໃດທ່ານຈຶ່ງສະແດງຕົວໃຫ້ປາກົດແກ່ພວກຂ້ານ້ອຍ ແຕ່ບໍ່ໃຫ້ປາກົດແກ່ໂລກ” 23 ພຣະເຢຊູຊົງຕອບວ່າ, “ຖ້າຜູ້ໃດຮັກເຮົາ ຜູ້ນັ້ນຈະຖືຮັກສາພຣະທັມຂອງເຮົາ ແລະພຣະບິດາຂອງເຮົາຈະຊົງຮັກຜູ້ນັ້ນ ແລ້ວເຮົາທັງສອງຈະມາຫາຜູ້ນັ້ນແລະຈະຕັ້ງຢູ່ກັບຜູ້ນັ້ນ 24 ຜູ້ທີ່ບໍ່ຮັກເຮົາກໍບໍ່ຖືຮັກສາຖ້ອຍຄຳທັງຫລາຍຂອງເຮົາ ພຣະທັມທີ່ທ່ານທັງຫລາຍໄດ້ຍິນນັ້ນບໍ່ແມ່ນຂອງເຮົາ ແຕ່ແມ່ນຂອງພຣະບິດາຜູ້ຊົງໃຊ້ເຮົາມາ 25 “ຂໍ້ຄວາມເຫລົ່ານີ້ເຮົາໄດ້ກ່າວຕໍ່ທ່ານທັງຫລາຍ ເມື່ອເຮົາຍັງຢູ່ກັບພວກທ່ານ 26 ແຕ່ພຣະຜູ້ຊ່ອຍຄືພຣະວິນຍານບໍຣິສຸດ ທີ່ພຣະບິດາຈະຊົງໃຊ້ມາໃນນາມຂອງເຮົາ ອົງນັ້ນແຫລະ, ຈະຊົງສອນທ່ານທັງຫລາຍທຸກໆສິ່ງ ແລະຈະເຕືອນພວກທ່ານໃຫ້ລະນຶກເຖິງທຸກສິ່ງທີ່ເຮົານີ້ໄດ້ກ່າວແກ່ພວກທ່ານແລ້ວນັ້ນ 27 ເຮົາມອບຄວາມສງົບສຸກໄວ້ກັບທ່ານທັງຫລາຍ ຝ່າຍເຮົາໃຫ້ແກ່ພວກທ່ານບໍ່ເຫມືອນໂລກໃຫ້ນັ້ນ ຢ່າໃຫ້ໃຈຂອງພວກທ່ານວຸ້ນວາຍໄປແລະຢ່າຊູ່ຢ້ານ 28 ທ່ານທັງຫລາຍໄດ້ຍິນເຮົາກ່າວແກ່ພວກທ່ານແລ້ວວ່າ “ເຮົາຈະຈາກໄປແລະຈະກັບມາຫາພວກທ່ານ” ຖ້າພວກທ່ານຮັກເຮົາ ພວກທ່ານກໍຈະຊົມຊື່ນຍິນດີທີ່ເຮົາໄປຫາພຣະບິດາ ເພາະພຣະບິດາຊົງເປັນໃຫຍ່ກວ່າເຮົາ 29 ບັດນີ້ເຮົາໄດ້ບອກທ່ານທັງຫລາຍກ່ອນເຫດການນັ້ນຈະເກີດຂຶ້ນ ເພື່ອວ່າເມື່ອເຫດການນັ້ນເກີດຂຶ້ນແລ້ວພວກທ່ານຈະໄດ້ເຊື່ອ 30 ຕັ້ງແຕ່ນີ້ໄປເຮົາຈະບໍ່ສົນທະນາຫລາຍຄຳກັບພວກທ່ານ ເພາະວ່າຜູ້ປົກຄອງໂລກຈະມາ ແລະຜູ້ນັ້ນບໍ່ມີສິດອັນໃດກ່ຽວກັບເຮົາ 31 ແຕ່ເຮົາໄດ້ເຮັດຕາມທີ່ພຣະບິດາໄດ້ຊົງບັນຊາ ເພື່ອໂລກຈະໄດ້ຣູ້ວ່າເຮົາຮັກພຣະບິດາ ຈົ່ງລຸກຂຶ້ນ, ເຮົາທັງຫລາຍພາກັນຈາກທີ່ນັ້ນໄປເທາະ”
ພຣະເຢຊູຄືເຄືອອະງຸ່ນອັນແທ້ຈິງ
1 “ເຮົາເປັນເຄືອອະງຸ່ນອັນແທ້ຈິງ ພຣະບິດາຂອງເຮົາຊົງເປັນຜູ້ບົວລະບັດ 2 ກິ່ງທຸກກິ່ງໃນເຮົາທີ່ບໍ່ເກີດຜົນ ພຣະອົງຊົງລິເສັຽ ແລະກິ່ງທຸກກິ່ງທີ່ເກີດຜົນ ພຣະອົງຊົງຕອນເພື່ອໃຫ້ເກີດຜົນຫລາຍຂຶ້ນ 3 ບັດນີ້ທ່ານທັງຫລາຍກໍຕອນແລ້ວດ້ວຍພຣະທັມທີ່ເຮົາໄດ້ກ່າວຕໍ່ພວກທ່ານ 4 ຈົ່ງເຂົ້າສນິດຢູ່ໃນເຮົາແລະເຮົາເຂົ້າສນິດຢູ່ໃນພວກທ່ານ ກິ່ງຈະເກີດຜົນເອງບໍ່ໄດ້ນອກຈາກຈະຕິດຢູ່ກັບເຄືອສັນໃດ ທ່ານທັງຫລາຍກໍຈະເກີດຜົນບໍ່ໄດ້ນອກຈາກຈະເຂົ້າສນິດຢູ່ໃນເຮົາສັນນັ້ນ 5 ເຮົາເປັນເຄືອອະງຸ່ນ ທ່ານທັງຫລາຍເປັນກິ່ງ ຜູ້ທີ່ເຂົາສນິດຢູ່ໃນເຮົາ ແລະເຮົາເຂົ້າສນິດຢູ່ໃນຜູ້ນັ້ນ ແມ່ນຜູ້ນັ້ນແຫລະ, ຈະເກີດຜົນຫລາຍເພາະຖ້າແຍກຈາກເຮົາແລ້ວພວກທ່ານບໍ່ອາດເຣັດສິ່ງໃດໄດ້ 6 ຖ້າຜູ້ໃດບໍ່ເຂົ້າສນິດຢູ່ໃນເຮົາ ຜູ້ນັ້ນກໍຕ້ອງຖືກຕັດຖິ້ມເສັຽເຫມືອນກິ່ງ ແລ້ວກໍຫ່ຽວແຫ້ງໄປແລະຖືກເກັບເອົາໄປເຜົາໄຟເສັຽ 7 ຖ້າທ່ານທັງຫລາຍເຂົ້າສນິດຢູ່ໃນເຮົາ ແລະຖ້ອຍຄຳຂອງເຮົາຝັງຢູ່ໃນທ່ານທັງຫລາຍແລ້ວ ພວກທ່ານຈະປາຖນາສິ່ງໃດຈົ່ງຂໍ ແລ້ວສິ່ງນັ້ນຈະເກີດມີແກ່ພວກທ່ານ 8 ໃນການນີ້ແຫລະ, ພຣະບິດາຂອງເຮົາໄດ້ຊົງຮັບກຽດຕິຍົດ ຄືເມື່ອພວກທ່ານເກີດຜົນຫລາຍ ພວກທ່ານຈຶ່ງເກີດເປັນສາວົກອຂງເຮົາ 9 ພຣະບິດາໄດ້ຊົງຮັກເຮົາຢ່າງໃດ ຝ່າຍເຮົາໄດ້ຮັກພວກທ່ານຢ່າງນັ້ນເຫມືອນກັນ ຈົ່ງຕັ້ງຢູ່ໃນຄວາມຮັກຂອງເຮົາ 10 ຖ້າພວກທ່ານຖືຮັກສາຂໍ້ບັນຍັດຂອງເຮົາ ທ່ານກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເຫມືອນດັ່ງເຮົາໄດ້ຖືຮັກສາບັນຍັດພຣະບິດາຂອງເຮົາ ເຮົາຈຶ່ງຕັ້ງຢູ່ໃນຄວາມຮັກຂອງພຣະອົງ 11 ຂໍ້ຄວາມເຫລົ່ານີ້ເຮົາໄດ້ບອກທ່ານທັງຫລາຍແລ້ວ ເພື່ອຄວາມຍິນດີຂອງເຮົາຈະຢູ່ໃນທ່ານ ແລະຄວາມຍິນດີຂອງທ່ານຈະຄົບບໍຣິບູນ 12 “ນີ້ແຫລະ, ເປັນຂໍ້ບັນຍັດຂອງເຮົາ ຄືໃຫ້ທ່ານທັງຫລາຍຮັກກັນແລະກັນ ຫມືອນດັ່ງເຮົາໄດ້ຮັກພວກທ່ານ 13 ບໍ່ມີຜູ້ໃດມີຄວາມຮັກໃຫຍ່ກວ່ານີ້ ຄືການທີ່ຜູ້ນຶ່ງຈະໄດ້ສລະຊີວິດຕາງມິດສະຫາຍຂອງຕົນ 14 ຖ້າທ່ານທັງຫລາຍເຮັດຂໍ້ທີ່ເຮົາໄດ້ບັນຍັດໄວ້ ພວກທ່ານກໍເປັນມິດສະຫາຍຂອງເຮົາ 15 ຕໍ່ໄປເຮົາບໍ່ເອີ້ນທ່ານທັງຫລາຍວ່າຂ້ອຍໃຊ້ ເພາະຂ້ອຍໃຊ້ບໍ່ຮູ້ວ່ານາຍຂອງຕົນກຳລັງເຮັດອັນໃດ ແຕ່ເຮົາເອີ້ນພວກທ່ານວ່າມິດສະຫາຍ ເພາະວ່າທຸກສິ່ງທີ່ເຮົາໄດ້ຍິນຈາກພຣະບິດາຂອງເຮົາ ເຮົາກໍໄດ້ສະແດງໃຫ້ແກ່ພວກທ່ານຊາບແລ້ວ 16 ບໍ່ແມ່ນທ່ານທັງຫລາຍໄດ້ເລືອກເອົາເຮົາ ແຕ່ຝ່າຍເຮົາໄດ້ເລືອກເອົາພວກທ່ານແລະໄດ້ແຕ່ງຕັ້ງທ່ານທັງຫລາຍ ເພື່ອໃຫ້ໄປເກີດຜົນ ແລະເພື່ອຜົນຂອງພວກທ່ານຈະຕັ້ງຢູ່ຖາວອນ ເພື່ອວ່າ, ເມື່ອທ່ານທັງຫລາຍຈະທູນຂໍສິ່ງໃດຈາກພຣະບິດາໃນນາມຂອງເຮົາ ພຣະອົງກໍຈະຊົງປະທານສິ່ງນັ້ນແກ່ພວກທ່ານ 17 ຂໍ້ຄວາມເຫລົ່ານີ້ເຮົາກໍບັນຍັດໄວ້ແກ່ທ່ານທັງຫລາຍ ເພື່ອພວກທ່ານຈະຮັກກັນແລະກັນ
ຄວາມກຽດຊັງຂອງໂລກ
18 “ຖ້າໂລກຫາກກຽດຊັງທ່ານທັງຫລາຍ ກໍຈົ່ງຮູ້ວ່ມັນໄດ້ກຽດຊັງເຮົາກ່ອນແລ້ວ 19 ຖ້າທ່ານທັງຫລາຍເປັນຂອງຝ່າຍໂລກ ໂລກກໍຈະຮັກແພງສິ່ງທີ່ເປັນຂອງມັນ ແຕ່ເພາະທ່ານທັງຫລາຍບໍ່ເປັນຂອງຝ່າຍໂລກ ແລະຝ່າຍເຮົາໄດ້ເລືອກເອົາພວກທ່ານອອກຈາກໂລກ ສັນນັ້ນໂລກຈຶ່ງກຽດຊັງພວກທ່ານ 20 ຈົ່ງລະນຶກເຖິງຄຳທີ່ເຮົາໄດ້ກ່າວແກ່ທ່ານທັງຫລາຍວ່າ ຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ ຖ້າເຂົາຂົ່ມເຫັງເຮົາ ເຂົາກໍຂົ່ມເຫັງທ່ານທັງຫລາຍເຫມືອນກັນ ຖ້າເຂົາຖືຮັກສາຂໍ້ຄວາມຂອງເຮົາ ເຂົາກໍຈະຖືຮັກສາຂໍ້ຄວາມຂອງພວກທ່ານເຫມືອນກັນ 21 ແຕ່ສິ່ງທັງປວງນີ້ເຂົາກໍຈະເຮັດຕໍ່ທ່ານທັງຫລາຍເພາະເຫັນແກ່ນາມຂອງເຮົາ ເພາະວ່າເຂົາບໍ່ຮູ້ຈັກພຣະອົງຜູ້ຊົງໃຊ້ເຮົາມາ 22 ຖ້າເຮົາບໍ່ໄດ້ມາກ່າວແກ່ເຂົາ ເຂົາກໍບໍ່ມີຜິດບາບ ແຕ່ບັດນີ້ເຂົາບໍ່ມີຂໍ້ແກ້ຕົວໃນເຣື່ອງຜິດບາບຂອງຕົນ 23 ຜູ້ທີ່ກຽດຊັງເຮົາກໍກຽດຊັງພຣະບິດາຂອງເຮົາເຫມືອນກັນ 24 ຖ້າເຮົາບໍ່ໄດ້ເຮັດກິຈການຖ້າມກາງເຂົາ ອັນບໍ່ມີຜູ້ອື່ນໄດ້ເຮັດນັ້ນ ເຂົາກໍຄົງບໍ່ມີຜິດບາບ ແຕ່ບັດນີ້ເຂົາໄດ້ເຫັນແລະໄດ້ກຽດຊັງທັງເຮົາແລະພຣະບິດາຂອງເຮົາເຫມືອນກັນ 25 ທັງນີ້ກໍເພື່ອຈະໄດ້ເປັນຈິງ ຕາມທີ່ຂຽນໄວ້ໃນພຣະບັນຍັດຂອງເຂົາທີ່ວ່າ “ເຂົາໄດ້ກຽດຊັງເຮົາໂດຍບໍ່ມີເຫດ” 26 ແຕ່ເມື່ອອົງພຣະຜູ້ຊ່ອຍຜູ້ທີ່ເຮົານີ້ຈະໃຊ້ມາຈາກພຣະບິດາຫາທ່ານທັງຫລາຍ ຄືພຣະວິນຍານແຫ່ງຄວາມຈິງຊຶ່ງອອກຈາກພຣະບິດາ ໄດ້ສະເດັດມາແລ້ວ ພຣະອົງນັ້ນແຫລະ, ຈະຊົງເປັນພຍານໃຫ້ແກ່ເຮົາ 27 ສ່ວນທ່ານທັງຫລາຍກໍເປັນພຍານເຫມືອນກັນ ເພາະວ່າພວກທ່ານຢູ່ກັບເຮົາຕັ້ງແຕ່ຕົ້ນມາແລ້ວ
1 “ຂໍ້ຄວາມເຫລົ່ານີ້ເຮົາໄດ້ບອກທ່ານທັງຫລາຍແລ້ວ ເພື່ອບໍ່ໃຫ້ພວກທ່ານເກີດຄວາມສະດຸດໃຈ 2 ເຂົາຈະໄລ່ທ່ານທັງຫລາຍອອກຈາກໂຮງທັມມະເທສນາຈະມີເວລານຶ່ງເມື່ອບຸກຄົນທີ່ຂ້າພວກທ່ານເສັຽ ຈະຄຶດວ່າຕົນເຮັດການນັ້ນເພື່ອບູຊາຕໍ່ພຣະເຈົ້າ 3 ເຂົາຈະເຮັດດັ່ງນັ້ນ ເພາະເຂົາບໍ່ໄດ້ຮູ້ຈັກພຣະບິດາແລະບໍ່ໄດ້ຮູ້ຈັກເຮົາ 4 ແຕ່ທີ່ເຮົາໄດ້ບອກສິ່ງເຫລົ່ານີ້ໃຫ້ທ່ານທັງຫລາຍ ກໍເພື່ອວ່າ, ເມື່ອເວລາຂອງເຂົາມາເຖິງແລ້ວ ພວກທ່ານຈະໄດ້ລະນຶກວ່າຝ່າຍເຮົາໄດ້ບອກພວກທ່ານໄວ້ແລ້ວ
ງານຂອງພຣະວິນຍານບໍຣິສຸດ
“ເຮົາບໍ່ໄດ້ບອກສິ່ງເຫລົ່ານີ້ແກ່ທ່ານທັງຫລາຍຕັ້ງແຕ່ຕົ້ນມາ ເພາະວ່າເຮົາຍັງຢູ່ກັບພວກທ່ານ 5 ແຕ່ບັດນີ້ເຮົາຈວນຈະໄປຫາພຣະອົງຜູ້ຊົງໃຊ້ເຮົາມາ ແລະບໍ່ມີຜູ້ໃດໃນພວກທ່ານຖາມເຮົາວ່າ, “ທ່ານຈະໄປໃສ” 6 ແຕ່ເພາະເຮົາໄດ້ບອກສິ່ງເຫລົ່ານີ້ຕໍ່ພວກທ່ານ ໃຈຂອງພວກທ່ານຈຶ່ງເຕັມໄປດ້ວຍຄວາມທຸກ 7 ຢ່າງໃດກໍຕາມ ເຮົາກໍບອກຄວາມຈິງຕໍ່ທ່ານທັງຫລາຍວ່າ ການທີ່ເຮົາຈາກໄປນັ້ນເປັນປໂຍດແກ່ພວກທ່ານ ເພາະຖ້າເຮົາບໍ່ໄປ ອົງພຣະຜູ້ຊ່ອຍນັ້ນຈະບໍ່ໄດ້ສະເດັດມາຫາພວກທ່ານ ແຕ່ຖ້າເຮົາໄປແລ້ວ ເຮົາກໍຈະໃຊ້ພຣະອົງນັ້ນມາຫາພວກທ່ານ 8 ເມື່ອພຣະອົງສະເດັດມາແລ້ວ ພຣະອົງນັ້ນແຫລະ, ຈະຊົງບັນດົນໃຫ້ໂລກຮູ້ແຈ້ງໃນເຣື່ອງຄວາມຜິດບາບ ຄວາມຊອບທັມ ແລະການພິພາກສາ 9 ໃນເຣື່ອງຄວາມຜິດບາບນັ້ນ ຄືເພາະເຂົາບໍ່ວາງໃຈເຊື່ອໃນເຮົາ 10 ໃນເຣື່ອງຄວາມຊອບທັມນັ້ນ ຄືເພາະເຮົາໄປຫາພຣະບິດາແລະພວກທ່ານຈະບໍ່ເຫັນເຮົາອີກ 11 ສ່ວນເຣື່ອງການພິພາກສານັ້ນ ຄືເພາະຜູ້ປົກຄອງໂລກນີ້ໄດ້ຖືກພິພາກສາແລ້ວ 12 “ເຮົາຍັງມີອີກຫລາຍສິ່ງທີ່ຈະບອກແກ່ທ່ານທັງຫລາຍ ແຕ່ດຽວນີ້ພວກທ່ານບໍ່ອາດຈະທົນໄດ້ 13 ແຕ່ເມື່ອພຣະອົງນັ້ນ ຄືພຣະວິນຍານແຫ່ງຄວາມຈິງຈະສະເດັດມາແລ້ວ ພຣະອົງຈະນໍາທ່ານທັງຫລາຍໄປສູ່ຄວາມຈິງທັງຫມົດ ເພາະພຣະອົງຈະບໍ່ກ່າວແຕ່ລຳພັງຂອງພຣະອົງເອງ ແຕ່ພຣະອົງຊົງໄດ້ຍິນສິ່ງໃດກໍຈະຊົງກ່າວສິ່ງນັ້ນ ແລະຈະຊົງປະກາດໃຫ້ທ່ານທັງຫລາຍຮູ້ເຖິງສິ່ງເຫລົ່ານີ້ທີ່ຈະເກີດຂຶ້ນ 14 ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາປະກາດແກ່ທ່ານທັງຫລາຍ 15 ທຸກໆສິ່ງທີ່ພຣະບິດາຊົງມີຢູ່ນັ້ນກໍເປັນຂອງເຮົາ ເຫດສັນນັ້ນເຮົາຈຶ່ງກ່າວວ່າ ພຣະວິນຍານຊົງເອົາສິ່ງຊຶ່ງເປັນຂອງເຮົານັ້ນມາປະກາດແກ່ທ່ານທັງຫລາຍ
ຄວາມທຸກໂສກຈະກາຍເປັນຄວາມຊົມຊື່ນຍິນດີ
16 “ຍັງຫນ້ອຍນຶ່ງທ່ານທັງຫລາຍຈະບໍ່ເຫັນເຮົາຕໍ່ໄປ ແລະຍັງອີກຫນ້ອຍນຶ່ງພວກທ່ານກໍຈະເຫັນເຮົາ” 17 ສາວົກຂອງພຣະອົງລາງຄົນຈຶ່ງຖາມກັນວ່າ, “ທີ່ທ່ານໄດ້ກ່າວຕໍ່ພວກເຮົາວ່າ “ຍັງຫນ້ອຍນຶ່ງທ່ານທັງຫລາຍຈະບໍ່ເຫັນເຮົາ ແລະຍັງອີກຫນ້ອຍນຶ່ງພວກທ່ານກໍຈະເຫັນເຮົາ” ແລະ “ເພາະເຮົາໄປຫາພຣະບິດາ” ນີ້ຫມາຍຄວາມຢ່າງໃດ” 18 ເຂົາຈຶ່ງເວົ້າກັນວ່າ, “ຍັງຫນ້ອຍນຶ່ງ” ນັ້ນຫມາຍຄວາມວ່າຢ່າງໃດ ພວກເຮົາບໍ່ເຂົ້າໃຈວ່າທ່ານກຳລັງເວົ້າຫຍັງ” 19 ພຣະເຢຊູຊົງຊາຍວ່າເຂົາຢາກທູນຖາມພຣະອົງ ພຣະອົງຈຶ່ງຊົງກ່າວກັບເຂົາວ່າ, “ທ່ານທັງຫລາຍຖາມກັນໃນເຣື່ອງທີ່ເຮົາກ່າວນັ້ນຫລືວ່າ “ຍັງຫນ້ອຍນຶ່ງທ່ານທັງຫລາຍຈະບໍ່ເຫັນເຮົາ” ແລະ “ຍັງອີກຫນ້ອຍນຶ່ງພວກທ່ານກໍຈະເຫັນເຮົາ” 20 ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ທ່ານທັງຫລາຍຈະຮ້ອງໄຫ້ຮ່ຳໄຮ ແຕ່ໂລກນີ້ຈະຊົມຊື່ນຍິນດີ ສ່ວນພວກທ່ານຈະມີຄວາມທຸກໂສກ ແຕ່ຄວາມທຸກໂສກຂອງພວກທ່ານນັ້ນຈະກັບກາຍເປັນຄວາມຍິນດີ 21 ເມື່ອຜູ້ຍິງຈະເກີດລູກ ນາງກໍມີຄວາມທຸກເພາະເຖິງກຳນົດແລ້ວ ແຕ່ເມື່ອເກີດລູກແລ້ວນາງກໍບໍ່ຄຶດເຖິງຄວາມເຈັບປວດນັ້ນອີກ ເພາະມີຄວາມຊົມຊື່ນຍິນດີທີ່ຄົນຜູ້ນຶ່ງເກີດມາໃນໂລກ 22 ດັ່ງນັ້ນໃນບັດນີ້ທ່ານທັງຫລາຍກໍມີຄວາມທຸກໂສກ ແຕ່ເຮົາຈະເຫັນພວກທ່ານອີກແລະໃຈຂອງພວກທ່ານຈະຊົມຊື່ນຍິນດີ ແລະບໍ່ມີຜູ້ໃດຈະເອົາຄວາມຍິນດີນັ້ນອອກໄປຈາກພວກທ່ານໄດ້ 23 ໃນວັນນັ້ນທ່ານທັງຫລາຍຈະບໍ່ຖາມເຮົາເຖິງສິ່ງໃດ ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານຈະຂໍສິ່ງໃດຈາກພຣະບິດາໃນນາມຂອງເຮົາ ພຣະອົງຈະຊົງໂຜດປະທານສິ່ງນັ້ນໃຫ້ແກ່ທ່ານ 24 ມາເຖິງບັດນີ້ທ່ານທັງຫລາຍບໍ່ໄດ້ຂໍສິ່ງໃນນາມຂອງເຮົາ ຈົ່ງຂໍແລ້ວພວກທ່ານຈະໄດ້ຮັບ ເພື່ອຄວາມຍິນດີຂອງພວກທ່ານຈະເຕັມບໍຣິບູນ
ເຮົາໄດ້ຊະນະໂລກແລ້ວ
25 “ສິ່ງເຫລົ່ານີ້ເຮົາໄດ້ກ່າວຕໍ່ທ່ານທັງຫລາຍເປັນຄຳປຽບທຽບ ເມື່ອເຖິງເວລານຶ່ງເຮົາຈະບໍ່ກ່າວເປັນຄຳປຽບທຽບຕໍ່ພວກທ່ານອີກ ແຕ່ຈະບອກໃຫ້ພວກທ່ານຮູ້ເຣື່ອງພຣະບິດາໂດຍແຈ່ມແຈ້ງ 26 ໃນວັນນັ້ນທ່ານທັງຫລາຍຈະທູນຂໍໃນນາມຂອງເຮົາ ແລະເຮົາຈະບໍ່ບອກພວກທ່ານວ່າ ເຮົາຈະອ້ອນວອນພຣະບິດາເພື່ອພວກທ່ານ 27 ດ້ວຍວ່າພຣະບິດາເອງກໍຊົງຮັກແພງທ່ານທັງຫລາຍ ເພາະວ່າພວກທ່ານໄດ້ຮັກແພງເຮົາ ແລະໄດ້ເຊື່ອວ່າເຮົາອອກມາຈາກພຣະເຈົ້າ 28 ເຮົາໄດ້ອອກມາຈາກພຣະບິດາແລະໄດ້ມາໃນໂລກ ແລ້ວເຮົາຈະຈາກໂລກໄປຫາພຣະບິດາອີກ” 29 ພວກສາວົກຂອງພຣະອົງໄດ້ທູນວ່າ, “ນີ້ແຫລະ, ບັດນີ້ທ່ານກ່າວໂດຍແຈ່ມແຈ້ງ ບໍ່ໄດ້ກ່າວເປັນຄຳປຽບທຽບ 30 ບັດນີ້ພວກຂ້ານ້ອຍຮູ້ແລ້ວວ່າທ່ານຮູ້ຈັກສັພທຸກສິ່ງ ແລະບໍ່ຈຳເປັນທີ່ຜູ້ໃດຈະຖາມທ່ານອີກ ດ້ວຍເຫດນີ້ພວກຂ້ານ້ອຍຈຶ່ງເຊື່ອວ່າທ່ານມາຈາກພຣະເຈົ້າ” 31 ພຣະເຢຊູຊົງຕອບເຂົາວ່າ, “ດຽວນີ້ທ່ານທັງຫລາຍເຊື່ອແລ້ວຫລື 32 ເບິ່ງແມ໋, ເວລາຈະມາແລະເວລານັ້ນກໍເຖິງແລ້ວ ທີ່ທ່ານທັງຫລາຍຈະຕ້ອງແຕກຊະກັນໄປບ້ານໃຜເຮືອນມັນ ແລະຈະປະເຮົາໄວ້ຜູ້ດຽວ ແຕ່ຫາກວ່າເຮົາບໍ່ໄດ້ຢູ່ຜູ້ດຽວເພາະພຣະບິດາຊົງສະຖິດຢູ່ກັບເຮົາ 33 ເຮົາໄດ້ບອກເຣື່ອງນີ້ແກ່ທ່ານທັງຫລາຍ ເພື່ອພວກທ່ານຈະມີຄວາມສງົບສຸກໃນເຮົາ ໃນໂລກນີ້ພວກທ່ານຈະມີຄວາມທຸກລຳບາກ ແຕ່ຈົ່ງຊື່ນໃຈເທາະ ຝ່າຍເຮົາໄດ້ຊະນະໂລກແລ້ວ”
ພຣະເຢຊູຊົງອ້ອນວອນເພື່ອພວກສາວົກ
1 ເມື່ອພຣະເຢຊູຊົງກ່າວຖ້ອຍຄຳເຫລົ່ານີ້ແລ້ວ ພຣະອົງຊົງເງີຍພຣະພັກຂຶ້ນເບິ່ງຟ້າໂດຍຊົງກ່າວວ່າ, “ພຣະບິດາເອີຍ, ເຖິງເວລາແລ້ວ ຂໍຊົງໂຜດໃຫ້ ພຣະບຸດຂອງພຣະອົງໄດ້ຮັບກຽດຕິຍົດ ເພື່ອພຣະບຸດຈະໄດ້ຖວາຍກຽດຕິຍົດແດ່ພຣະອົງ 2 ເຫມືອນດັ່ງພຣະອົງໄດ້ຊົງປະທານໃຫ້ພຣະບຸດມີສິດອຳນາດເຫນືອມະນຸດທັງປວງ ເພື່ອໃຫ້ປະທານຊີວິດອັນຕລອດໄປເປັນນິດແກ່ທຸກຄົນທີ່ພຣະອົງໄດ້ຊົງມອບໃຫ້ແກ່ພຣະບຸດນັ້ນ 3 ນີ້ແຫລະ, ແມ່ນຊີວິດອັນຕລອດໄປເປັນນິດ ຄືທີ່ເຂົາຮູ້ຈັກພຣະອົງຜູ້ຊົງເປັນພຣະເຈົ້າທ່ຽງແທ້ອົງດຽວ ແລະຮູ້ຈັກພຣະເຢຊູຄຣິດທີ່ພຣະອົງຊົງໃຊ້ມາ 4 ຂ້າພຣະອົງໄດ້ຖວາຍກຽດຕິຍົດແດ່ພຣະອົງໃນໂລກ ຂ້າພຣະອົງໄດ້ເຮັດກິຈການທີ່ພຣະອົງຊົງໃຫ້ຂ້າພຣະອົງເຮັດນັ້ນສຳເຣັດແລ້ວ 5 ບັດນີ້ພຣະບິດາເອີຍ, ຂໍຊົງໂຜດໃຫ້ຂ້າພຣະອົງມີກຽດຕິຍົດຕໍ່ພຣະພັກຂອງພຣະອົງເອງ ຄືກຽດຕິຍົດທີ່ຂ້າພຣະອົງມີກັບພຣະອົງກ່ອນໂລກບໍ່ທັນມີນັ້ນ 6 “ຂ້າພຣະອົງໄດ້ສະແດງພຣະນາມຂອງພຣະອົງ ແກ່ຄົນທັງຫລາຍທີ່ພຣະອົງໄດ້ຊົງປະທານໃຫ້ແກ່ຂ້າພຣະອົງຈາກມະນຸສໂລກ ຄົນເຫລົ່ານັ້ນເປັນຂອງພຣະອົງແລ້ວ ແລະພຣະອົງໄດ້ຊົງປະທານເຂົາໃຫ້ແກ່ຂ້າພຣະອົງ ແລະເຂົາໄດ້ຖືຮັກສາພຣະທັມຂອງພຣະອົງແລ້ວ 7 ບັດນີ້ເຂົາຊາບແລ້ວວ່າ ທຸກສິ່ງທີ່ພຣະອົງຊົງປະທານໃຫ້ແກ່ຂ້າພຣະອົງນັ້ນມາຈາກພຣະອົງ 8 ເພາະວ່າຖ້ອຍຄຳທັງຫລາຍທີ່ພຣະອົງຊົງປະທານໃຫ້ແກ່ຂ້າພຣະອົງນັ້ນ ຂ້າພຣະອົງໄດ້ໃຫ້ເຂົາແລ້ວ ແລະເຂົາໄດ້ຮັບໄວ້ ແລະເຂົາຮູ້ແນ່ວ່າຂ້າພຣະອົງມາຈາກພຣະອົງ ທັງເຊື່ອວ່າພຣະອົງໄດ້ຊົງໃຊ້ຂ້າພຣະອົງມາ 9 ຂ້າພຣະອົງອ້ອນວອນເພື່ອເຂົາ ຂ້າພຣະອົງບໍ່ໄດ້ອ້ອນວອນເພື່ອໂລກ ແຕ່ເພື່ອຄົນເຫລົ່ານັ້ນທີ່ພຣະອົງໄດ້ຊົງປະທານແກ່ຂ້າພຣະອົງ ເພາະວ່າເຂົາເປັນຂອງພຣະອົງ 10 ທຸກສິ່ງຊຶ່ງເປັນຂອງຂ້າພຣະອົງກໍເປັນຂອງພຣະອົງ ແລະທຸກສິ່ງຊຶ່ງເປັນຂອງພຣະອົງກໍເປັນຂອງຂ້າພຣະອົງ ແລະຂ້າພຣະອົງມີກຽດຕິຍົດໃນສິ່ງເຫລົ່ານັ້ນ 11 ບັດນີ້ຂ້າພຣະອົງຈະບໍ່ຢູ່ໃນໂລກນີ້ອີກ ແຕ່ເຂົາຍັງຢູ່ໃນໂລກນີ້ ຝ່າຍຂ້າພຣະອົງກຳລັງຈະເມືອຫາພຣະອົງ ໂອ ພຣະບິດາຜູ້ບໍຣິສຸດ ຂໍພຣະອົງຊົງໂຜດພິທັກຮັກສາເຂົາໄວ້ໂດຍພຣະນາມຂອງພຣະອົງ ທີ່ພຣະອົງໄດ້ຊົງປະທານແກ່ຂ້າພຣະອົງນັ້ນ ເພື່ອເຂົາຈະເປັນອັນນຶ່ງອັນດຽວກັນເຫມືອນດັ່ງເຮົາທັງສອງ 12 ເມື່ອຂ້າພຣະອົງຍັງຢູ່ກັບເຂົາ ຂ້າພຣະອົງກໍໄດ້ພິທັກຮັກສາເຂົາໄວ້ ໂດຍພຣະນາມຂອງພຣະອົງທີ່ພຣະອົງໄດ້ຊົງປະທານແກ່ຂ້າພຣະອົງ ຂ້າພຣະອົງໄດ້ປົກປັກຮັກສາເຂົາໄວ້ແລະບໍ່ມີຜູ້ໃດໄດ້ເສັຽໄປ ເວັ້ນໄວ້ແຕ່ຜູ້ຖືກຊົງຫມາຍໄວ້ສຳລັບຄວາມຈິບຫາຍ ເພື່ອໃຫ້ສຳເຣັດໄປຕາມຂໍ້ພຣະທັມ 13 ບັດນີ້ຂ້າພຣະອົງກຳລັງຈະເມືອຫາພຣະອົງ ຂ້າພຣະອົງກ່າວເຖິງສິ່ງເຫລົ່ານີ້ໃນໂລກ ເພື່ອເຂົາຈະໄດ້ຮັບຄວາມຊົມຊື່ນຍິນດີຂອງຂ້າພຣະອົງຢ່າງບໍຣິບູນ 14 ຝ່າຍຂ້າພຣະອົງໄດ້ມອບພຣະທັມຂອງພຣະອົງໃຫ້ແກ່ເຂົາແລ້ວ ແລະໂລກນີ້ໄດ້ກຽດຊັງເຂົາເພາະເຂົາບໍ່ຢູ່ຝ່າຍໂລກ ຫມືອນຂ້າພຣະອົງບໍ່ຢູ່ຝ່າຍໂລກນັ້ນ 15 ຂ້າພຣະອົງບໍ່ໄດ້ຂໍພຣະອົງເອົາເຂົາອອກຈາກໂລກນີ້ ແຕ່ໄດ້ຂໍຮັກສາເຂົາໄວ້ໃຫ້ພົ້ນຈາກມານຮ້າຍ 16 ເຂົາບໍ່ຢູ່ຝ່າຍໂລກເຫມືອນດັ່ງຂ້າພຣະອົງນີ້ບໍ່ຢູ່ຝ່າຍໂລກ 17 ຂໍຊົງໂຜດຊຳຮະເຂົາໃຫ້ບໍຣິສຸດດ້ວຍຄວາມຈິງ ພຣະທັມຂອງພຣະອົງນັ້ນເປັນຄວາມຈິງ 18 ພຣະອົງຊົງໃຊ້ຂ້າພຣະອົງມາໃນໂລກສັນໃດ ຂ້າພຣະອົງກໍໃຊ້ເຂົາໄປໃນໂລກສັນນັ້ນ 19 ຂ້າພຣະອົງຊຳຮະຕົວຖວາຍເພາະເຫັນແກ່ເຂົາ ເພື່ອໃຫ້ເຂົາຮັບການຊົງຊຳຮະແຕ່ງຕັ້ງໄວ້ດ້ວຍຄວາມຈິງເຫມືອນກັນ 20 “ຂ້າພຣະອົງບໍ່ໄດ້ອ້ອນວອນເພື່ອຄົນເຫລົ່ານີ້ພວກດຽວ ແຕ່ເພື່ອຄົນທັງປວງທີ່ວາງໃຈໃນຂ້າພຣະອົງ ເພາະຖ້ອຍຄຳຂອງເຂົາ 21 ເພື່ອເຂົາທັງຫມົດຈະເປັນອັນນຶ່ງອັນດຽວກັນ ດັ່ງທີ່ພຣະອົງຄືພຣະບິດາຊົງສະຖິດໃນຂ້າພຣະອົງ ແລະຂ້າພຣະອົງໃນພຣະອົງ ເພື່ອໃຫ້ເຂົາຢູ່ໃນເຮົາທັງສອງເຫມືອນກັນ ເພື່ອໂລກຈະໄດ້ເຊື່ອວ່າແມ່ນພຣະອົງແຫລະ, ຊົງໃຊ້ຂ້າພຣະອົງມາ 22 ແລະກຽດຕິຍົດທີ່ພຣະອົງຊົງປະທານໃຫ້ແກ່ຂ້າພຣະອົງນັ້ນ ຂ້າພຣະອົງກໍໄດ້ໃຫ້ແກ່ເຂົາ ເພື່ອເຂົາຈະເປັນອັນນຶ່ງອັນດຽວກັນ ເຫມືອນດັ່ງເຮົາທັງສອງເປັນອັນນຶ່ງອັນດຽວກັນນັ້ນ 23 ຂ້າພຣະອົງຢູ່ໃນເຂົາແລະພຣະອົງຊົງຢູ່ໃນຂ້າພຣະອົງ ເພື່ອເຂົາຈະເປັນອັນນຶ່ງອັນດຽວກັນຢ່າງສົມບູນ ເພື່ອໂລກຈະໄດ້ຮູ້ວ່າແມ່ນພຣະອົງແຫລະ, ຊົງໃຊ້ຂ້າພຣະອົງມາ ແລະພຣະອົງຊົງຮັກເຂົາເຫມືອນດັ່ງທີ່ພຣະອົງຊົງຣັກຂ້າພຣະອົງ 24 “ໂອ ພຣະບິດາເອີຍ, ຊຶ່ງພຣະອົງຊົງປະທານໃຫ້ແກ່ຂ້າພຣະອົງນັ້ນ ຂ້າພຣະອົງກໍປາຖນາຢາກໃຫ້ເຂົາຢູ່ກັບຂ້າພຣະອົງ ໃນບ່ອນຊຶ່ງຂ້າພຣະອົງຢູ່ນັ້ນເຫມືອນກັນ ເພື່ອເຂົາຈະໄດ້ເຫັນສະງ່າຣາສີຂອງຂ້າພຣະອົງ ຊຶ່ງພຣະອົງຊົງປະທານໃຫ້ແກ່ຂ້າພຣະອົງ ເພາະພຣະອົງຊົງຮັກຂ້າພຣະອົງກ່ອນຊົງສ້າງໂລກ 25 ໂອ ພຣະບິດາຜູ້ຍຸດຕິທັມ ໂລກນີ້ບໍ່ໄດ້ຮູ້ຈັກພຣະອົງແຕ່ຝ່າຍຂ້າພຣະອົງໄດ້ຮູ້ຈັກພຣະອົງ ແລະຄົນເຫລົ່ານີ້ໄດ້ຮູ້ວ່າແມ່ນພຣະອົງແຫລະ, ຊົງໃຊ້ຂ້າພຣະອົງມາ 26 ຂ້າພຣະອົງໄດ້ເຮັດໃຫ້ເຂົາຮູ້ຈັກພຣະນາມຂອງພຣະອົງ ແລະຈະເຮັດໃຫ້ເຂົາຮູ້ອີກ ເພື່ອຄວາມຮັກທີ່ພຣະອົງໄດ້ຊົງຮັກຂ້າພຣະອົງຈະຢູ່ໃນເຂົາ ແລະຝ່າຍຂ້າພຣະອົງກໍຢູ່ໃນເຂົາ”
ການມອບແລະການຈັບກຸມພຣະເຢຊູ
1 ເມື່ອພຣະເຢຊູຊົງກ່າວຖ້ອຍຄຳເຫລົ່ານີ້ແລ້ວ ພຣະອົງໄດ້ສະເດັດອອກໄປກັບພວກສາວົກຂອງພຣະອົງ ຂ້າມຫ້ວຍກິດໂຣນບ່ອນມີສວນ ພຣະອົງສະເດັດເຂົ້າໄປໃນສວນນັ້ນກັບພວກສາວົກ 2 ຝ່າຍຢູດາຜູ້ທີ່ທໍຣະຍົດຕໍ່ພຣະອົງກໍຮູ້ຈັກບ່ອນນັ້ນເຫມືອນກັນ ເພາະວ່າທີ່ນັ້ນພຣະເຢຊູໄດ້ຊົງປະຊຸມກັນກັບພວກສາວົກຫລາຍເທື່ອແລ້ວ 3 ດັ່ງນັ້ນຢູດາໄດ້ພາພວກທະຫານກັບເຈົ້າຫນ້າທີ່ ມາຈາກພວກປະໂຣຫິດຕົນໃຫຍ່ແລະພວກຟາຣີຊາຍ ຖືໂຄມ ຖືກະບອງ ແລະເຄື່ອງອາວຸດເຂົາໄປໃນທີ່ນັ້ນ 4 ຝ່າຍພຣະເຢຊູຊົງຊາບທຸກສິ່ງທີ່ຈະເກີດຂຶ້ນກັບພຣະອົງ ຈຶ່ງສະເດັດອອກໄປຊົງຖາມເຂົາວ່າ, “ທ່ານທັງຫລາຍຊອກຫາໃຜ” 5 ເຂົາທູນຕອບພຣະອົງວ່າ, “ມາຫາເຢຊູໄທນາຊາເຣັດ” ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົານີ້ແຫລະ, ຄືຜູ້ນັ້ນ” ຢູດາຜູ້ທໍຣະຍົດຕໍ່ພຣະອົງກໍຢືນຢູ່ກັບຄົນເຫລົ່ານັ້ນ 6 ເມື່ອພຣະອົງຊົງກ່າວຕໍ່ເຂົາວ່າ, “ເຮົານີ້ແຫລະ, ຄືຜູ້ນັ້ນ” ເຂົາໄດ້ຖອຍຫລັງລົ້ມລົງເທິງດິນ 7 ພຣະອົງຈຶ່ງຊົງຖາມເຂົາອີກວ່າ, “ທ່ານທັງຫລາຍຊອກຫາໃຜ” ເຂົາທູນຕອບວ່າ, “ມາຫາເຢຊູໄທນາຊາເຣັດ” 8 ພຣະເຢຊູຊົງຕອບວ່າ, “ເຮົາໄດ້ບອກພວກທ່ານແລ້ວວ່າແມ່ນ ເຮົານີ້ແຫລະ, ເຫດສັນນັ້ນຖ້າພວກທ່ານຊອກຫາເຮົາ ຈົ່ງປະໃຫ້ຄົນເຫລົ່ານີ້ໄປເສັຽ” 9 ທັງນີ້ກໍເພື່ອໃຫ້ສຳເຣັດຕາມຖ້ອຍຄຳທີ່ພຣະອົງກ່າວວ່າ, “ຄົນເຫລົ່ານັ້ນທີ່ພຣະອົງຊົງປະທານໃຫ້ແກ່ຂ້າພຣະອົງ ບໍ່ໄດ້ສູນເສັຽໄປແມ່ນແຕ່ຄົນດຽວ” 10 ຊີໂມນເປໂຕມີດາບຈຶ່ງຖອດອອກຟັນຂ້ອຍໃຊ້ຄົນນຶ່ງຂອງມະຫາປະໂຣຫິດ ຖືກຫູເບື້ອງຂວາຂາດຂ້າໃຊ້ຜູ້ນັ້ນຊື່ວ່າມາລະໂຂ 11 ພຣະເຢຊູຊົງກ່າວຕໍ່ເປໂຕວ່າ, “ຈົ່ງເອົາດາບໃສ່ຝັກໄວ້ເສັຽ ຈອກທີ່ພຣະບິດາຊົງປະທານໃຫ້ແກ່ເຮົາ ເຮົາຈະບໍ່ດື່ມຫລື”
ພຣະເຢຊູຊົງຖືກນຳໄປຫາມະຫາປະໂຣຫິດ
12 ກອງທະຫານກັບນາຍພັນພ້ອມດ້ວຍເຈົ້າຫນ້າທີ່ຂອງພວກຢິວ ໄດ້ຫຸ້ມຈັບພຣະເຢຊູມັດໄວ້ 13 ແລ້ວເຂົາໄດ້ພາພຣະອົງໄປຫາອັນນາກ່ອນ ເພາະອັນນາເປັນພໍ່ເມັຽຂອງກາຢະຟາ ຜູ້ຊຶ່ງເປັນມະຫາປະໂຣຫິດປະຈະການໃນປີນັ້ນ 14 ກາຢະຟາຜູ້ນີ້ແຫລະ, ທີ່ແນະນຳພວກຢິວວ່າ ຄວນໃຫ້ຄົນນຶ່ງຕາຍແທນພົລເມືອງທັງຫມົດ
ເປໂຕປະຕິເສດພຣະເຢຊູ
15 ຊີໂມນເປໂຕກັບສາວົກອີກຄົນນຶ່ງໄດ້ຕາມພຣະເຢຊູໄປ າວົກຄົນນັ້ນຮູ້ຈັກກັບມະຫາປະໂຣຫິດ ເຂົາໄດ້ເຂົ້າໄປກັບພຣະເຢຊູເຖິງເດີ່ນບ້ານຂອງມະຫາປະໂຣຫິດ 16 ຝ່າຍເປໂຕຢືນຢູ່ຮີມປະຕູຂ້າງນອກ ສາວົກຄົນນັ້ນທີ່ຮູ້ຈັກກັນກັບມະຫາປະໂຣຫິດໄດ້ອອກໄປເວົ້າກັບຜູ້ຍິງທີ່ເຝົ້າປະຕູ ແລ້ວກໍພາເປໂຕເຂົ້າໄປ 17 ມີຍິງໃຊ້ເຝົ້າປະຕູໄດ້ຖາມເປໂຕວ່າ, “ໂຕກໍເປັນສາວົກຂອງຄົນຜູ້ນັ້ນເຫມືອນກັນຕີ້” ເປໂຕຕອບວ່າ, “ບໍ່ແມ່ນດອກ” 18 ພວກຂ້ອຍໃຊ້ກັບພວກຍາມກໍຢືນຢູ່ທີ່ນັ້ນ ເອົາຖ່ານມາດັງໄຟເພາະອາກາດຫນາວ ຈຶ່ງພາກັນຢືນຝີງໄຟຢູ່ ແລະເປໂຕກໍຢືນຝີງໄຟນຳເຂົາເຫມືອນກັນ
ມະຫາປະໂຣຫິດສອບຖາມພຣະເຢຊູ
19 ຝ່າຍມະຫາປະໂຣຫິດຈຶ່ງທູນຖາມພຣະເຢຊູເຖິງພວກສາວົກຂອງພຣະອົງ ແລະເຖິງຄຳສັ່ງສອນຂອງພຣະອົງ 20 ພຣະເຢຊູຊົງຕອບທ່ານວ່າ, “ເຮົານີ້ໄດ້ກ່າວໃຫ້ໂລກຟັງໂດຍເປີດເຜີຍ ເຮົາໄດ້ສັ່ງສອນສເມີໃນໂຮງທັມມະເທສນາແລະໃນບໍຣິເວນພຣະວິຫານ ທີ່ພວກຢິວທັງຫມົດຊຸມນຸມກັນ ເຮົາບໍ່ໄດ້ກ່າວສິ່ງໃດໃນທີ່ລັບລີ້ 21 ທ່ານຖາມເຮົາເຮັດຫຍັງ ຈົ່ງຖາມຄົນທັງຫລາຍທີ່ໄດ້ຟັງເຮົາວ່າ ເຮົາໄດ້ເວົ້າອັນໃດກັບເຂົາ ຄົນເຫລົ່ານີ້ແຫລະ, ໄດ້ຮູ້ຈັກອັນທີ່ເຮົາໄດ້ເວົ້ານັ້ນ” 22 ເມື່ອພຣະອົງຊົງກ່າວດັ່ງນັ້ນແລ້ວ ເຈົ້າຫນ້າທີ່ຄົນນຶ່ງທີ່ຢືນຢູ່ທີ່ນັ້ນໄດ້ຕົບພຣະພັກພຣະເຢຊູແລ້ວກ່າວວ່າ, “ເຈົ້າຕອບມະຫາປະໂຣຫິດຢ່າງນັ້ນຫລື” 23 ພຣະເຢຊູຊົງຕອບວ່າ, “ຖ້າເຮົາເວົ້າຜິດ ຈົ່ງເປັນພຍານໃນການຜິດນັ້ນ ແຕ່ຖ້າເຮົາເວົ້າຖືກ ທ່ານຕົບເຮົາເຣັດຫຍັງ” 24 ອັນນາຈຶ່ງໃຫ້ພາພຣະເຢຊູທີ່ຊົງຖືກມັດຢູ່ນັ້ນໄປຫາກາຢະຟາຜູ້ເປັນມະຫາປະໂຣຫິດປະຈຳການ
ເປໂຕປະຕິເສດພຣະເຢຊູອີກ
25 ຂນະນັ້ນຊີໂມນເປໂຕກຳລັງຢືນຝີງໄຟຢູ່ ຄົນເຫລົ່ານັ້ນຖາມເປໂຕວ່າ, “ໂຕກໍເປັນສາວົກຂອງຄົນນັ້ນເຫມືອນກັນ ບໍ່ແມ່ນຫລື” ເປໂຕຕອບປະຕິເສດວ່າ, “ບໍ່ແມ່ນດອກ” 26 ຂ້ອຍໃຊ້ຄົນນຶ່ງຂອງມະຫາປະໂຣຫິດ ຊຶ່ງເປັນພີ່ນ້ອງກັບຄົນທີ່ເປໂຕຟັນຫູຂາດນັ້ນ ກໍໄດ້ຖາມວ່າ, “ຂ້ອຍໄດ້ເຫັນເຈົ້າກັບຄົນນັ້ນໃນສວນ ບໍ່ແມ່ນຫລື” 27 ເປໂຕຈຶ່ງຕອບປະຕິເສດອີກ ແລະໃນທັນໃດນັ້ນໄກ່ກໍຂັນພຣະເຢຊູຖືກນຳໄປຫາປີລາດ
ພຣະເຢຊູຖືນນໍາໄປຫາປີລາດ
28 ເຂົາກໍໄດ້ພາພຣະເຢຊູອອກຈາກເຣືອນຂອງກາຢະຟາໄປຍັງສານປະໄຣໂຕຣຽນເປັນເວລາແຕ່ເຊົ້າ ສ່ວນພວກຢິວບໍ່ໄດ້ເຂົ້າໄປໃນສານນັ້ນ ເພາະຢ້ານວ່າຈະບໍ່ສະອາດ ເພື່ອຈະກິນປັສຄາໄດ້ 29 ດັ່ງນັ້ນປີລາດຈຶ່ງອອກມາຫາເຂົາແລະຖາມວ່າ, “ພວກທ່ານມີເຣື່ອງອັນໃດມາຟ້ອງຄົນນີ້” 30 ເຂົາຕອບວ່າ, “ຖ້າຄົນນີ້ບໍ່ເປັນຜູ້ຮ້າຍ ພວກຂ້ານ້ອຍກໍຈະບໍ່ໄດ້ມອບໃຫ້ທ່ານ” 31 ປີລາດຈຶ່ງກ່າວແກ່ເຂົາວ່າ, “ພວກທ່ານຈົ່ງເອົາຄົນນີ້ໄປຊຳຮະຕັດສິນຕາມກົດຫມາຍຂອງພວກທ່ານເສັຽ” ພວກຢິວຈຶ່ງຮຽນວ່າ, “ຕາມກົດຫມາຍພວກຂ້ານ້ອຍບໍ່ມີສິດຈະປະຫານຊີວິດຜູ້ໃດຜູ້ນຶ່ງ” 32 ທັງນີ້ເພື່ອໃຫ້ສຳເຣັດຕາມຖ້ອຍຄຳຂອງພຣະເຢຊູ ຊຶ່ງຊົງກ່າວໄວ້ເພື່ອສະແດງວ່າພຣະອົງຈະຊົງສິ້ນພຣະຊົນດ້ວຍວິທີໃດ 33 ປີລາດຈຶ່ງເຂົ້າໄປໃນສານປະໄຣໂຕຣຽນອີກແລະເອີ້ນພຣະເຢຊູມາ ແລ້ວຖາມວ່າ, “ເຈົ້າເປັນກະສັດຂອງຊາດຢິວຫລື” 34 ພຣະເຢຊູຊົງຕອບວ່າ, “ທ່ານຖາມຢ່າງນັ້ນແຕ່ລໍາພັງຂອງທ່ານເອງຫລື ຫລືວ່າຄົນອື່ນບອກທ່ານເຖິງເຣື່ອງເຮົາ” 35 ປີລາດທູນຕອບວ່າ, “ສ່ວນຂ້ອຍບໍ່ແມ່ນຊາດຢິວຕີ້ ຊົນຊາດຂອງເຈົ້າເອງແລະພວກປະໂຣຫິດຕົນໃຫຍ່ໄດ້ມອບເຈົ້າໄວ້ໃຫ້ຂ້ອຍ ເຈົ້າໄດ້ເຣັດອັນໃດ” 36 ພຣະເຢຊູຊົງຕອບວ່າ, “ຣາຊອຳນາດຂອງເຮົາບໍ່ເປັນແຕ່ໂລກນີ້ ຖ້າຣາຊອຳນາດຂອງເຮົາເປັນແຕ່ໂລກນີ້ ຜູ້ຮັບໃຊ້ຂອງເຮົາຄົງຈະໄດ້ຕໍ່ສູ້ ບໍ່ໃຫ້ເຮົາຖືກມອບໄວ້ແກ່ພວກຢິວ ແຕ່ບັດນີ້ຣາຊອຳນາດຂອງເຮົາບໍ່ເປັນແຕ່ໂລກນີ້” 37 ປີລາດຈຶ່ງທູນພຣະອົງວ່າ, “ຖ້າດັ່ງນັ້ນເຈົ້າເປັນກະສັດຕີ້” ພຣະເຢຊູຊົງຕອບວ່າ, “ທ່ານເວົ້າແລ້ວວ່າເຮົາເປັນກະສັດ ຝ່າຍເຮົາເກີດມາແລະເຂົ້າມາໃນໂລກນີ້ກໍເພາະເຫດນີ້ແຫລະ ຄືເພື່ອຈະເປັນພຍານເຖິງຄວາມຈິງ ທຸກໆຄົນທີ່ຢູ່ຝ່າຍຄວາມຈິງຍອມຟັງສຽງຂອງເຮົາ” 38 ປີລາດທູນຖາມວ່າ, “ຄວາມຈິງນັ້ນຄືອັນໃດ”
ພຣະເຢຊູຊົງຖືກພິພາກສາໃຫ້ສິ້ນພຣະຊົນ
ເມື່ອປີລາດຖາມດັ່ງນີ້ແລ້ວທ່ານກໍອອກໄປຫາພວກຢິວອີກ ແລະບອກເຂົາວ່າ, “ຝ່າຍເຮົາບໍ່ເຫັນຜິດໃນຜູ້ນີ້ຈັກປະການ 39 ແຕ່ພວກທ່ານມີທັມນຽມໃຫ້ເຮົາປ່ອຍຄົນນຶ່ງໃຫ້ພວກທ່ານໃນເທສການປັສຄາ ພວກທ່ານຢາກໃຫ້ເຮົາປ່ອຍກະສັດຂອງຊາດຢິວໃຫ້ແກ່ພວກທ່ານຫລື” 40 ຄົນທັງຫລາຍຈຶ່ງຮ້ອງຂຶ້ນອີກວ່າ, “ຢ່າປ່ອຍຄົນນີ້ແຕ່ຈົ່ງປ່ອຍບາຣາບາ” ສ່ວນບາຣາບານັ້ນເປັນໂຈນ
1 ແລ້ວປີລາດຈຶ່ງເອົາພຣະເຢຊູໄປໃຫ້ເຂົາຂ້ຽນ 2 ແລະພວກທະຫານໄດ້ເອົາເຄືອຫນາມມາຖັກເປັນໂຄ້ງແທນພວງມາລັຍສຸບໃສ່ພຣະສຽນຂອງພຣະອົງ ພ້ອມທັງເອົາເສື້ອສີມ່ວງອ່ອນມານຸ່ງໃຫ້ພຣະອົງ 3 ແລະເຂົາໄດ້ຫຍັບເຂົ້າມາຫາພຣະອົງທູນວ່າ, “ກະສັດຂອງຊາດຢິວເອີຍ, ຈົ່ງຊົງພຣະຈະເຣີນເທີນ” ແລະເຂົາກໍຕົບພຣະພັກພຣະອົງ 4 ປີລາດໄດ້ອອກໄປອີກແລະກ່າວຕໍ່ເຂົາວ່າ, “ເບິ່ງແມ໋, ເຮົາພາຄົນນີ້ອອກມາຫາທ່ານທັງຫລາຍ ເພື່ອໃຫ້ພວກທ່ານຮູ້ວ່າເຮົາບໍ່ເຫັນຄວາມຜິດໃນຜູ້ນີ້ຈັກປະການ” 5 ພຣະເຢຊູຈຶ່ງສະເດັດອອກມາຊົງພວງມາລັຍທີ່ເຣັດດ້ວຍເຄືອຫນາມນັ້ນ ແລະຊົງເສື້ອຄຸມສີມ່ວງອ່ອນ ປີລາດຈຶ່ງກ່າວແກ່ເຂົາວ່າ, “ເບິ່ງຄົນນີ້ແມ໋” 6 ເມື່ອພວກປະໂຣຫິດຕົນໃຫຍ່ແລະພວກເຈົ້າຫນ້າທີ່ໄດ້ເຫັນພຣະອົງ ເຂົາກໍຮ້ອງຂຶ້ນວ່າ, “ຄຶງໄວ້ທີ່ໄມ້ກາງແຂນ ຄຶງໄວ້ທີ່ໄມ້ກາງແຂນ” ປີລາດຈຶ່ງກ່າວຕໍ່ເຂົາວ່າ, “ພວກເຈົ້າຈົ່ງເອົາໄປຄຶງໄວ້ ເພາະຝ່າຍເຮົາບໍ່ເຫັນຄວາມຜິດໃນຜູ້ນີ້” 7 ພວກຢິວໄດ້ຕອບວ່າ, “ພວກເຮົາມີກົດຫມາຍ ແລະຕາມກົດຫມາຍນັ້ນຄົນນີ້ຄວນຕາຍ ເພາະມັນຕັ້ງຕົວເປັນພຣະບຸດຂອງພຣະເຈົ້າ” 8 ເມື່ອປີລາດໄດ້ຍິນດັ່ງນັ້ນແລ້ວ ທ່ານກໍຕົກໃຈຫລາຍຂຶ້ນ 9 ທ່ານຈຶ່ງເຂົ້າໄປໃນສານປະໄຣໂຕຣຽນອີກ ແລ້ວທູນຖາມພຣະເຢຊູວ່າ, “ເຈົ້າມາແຕ່ໃສ” ແຕ່ພຣະເຢຊູບໍ່ໄດ້ຕອບປະການໃດ 10 ປີລາດຈຶ່ງທູນພຣະອົງວ່າ, “ເຈົ້າບໍ່ເວົ້າກັບເຮົາຫລື ເຈົ້າບໍ່ຮູ້ຫລືວ່າເຮົາມີສິດອຳນາດຈະປ່ອຍເຈົ້າ ແລະມີສິດອຳນາດຄຶງເຈົ້າໄວ້ທີ່ໄມ້ກາງແຂນ” 11 ພຣະເຢຊູຊົງຕອບທ່ານວ່າ, “ທ່ານຈະບໍ່ມີສິດອຳນາດເຫນືອເຮົາຈັກປະການ ເວັ້ນແຕ່ອຳນາດນັ້ນຈະຊົງປະທານແຕ່ທັງເທິງໃຫ້ແກ່ທ່ານ ເຫດສັນນັ້ນຜູ້ທີ່ມອບເຮົາໄວ້ກັບທ່ານກໍມີຄວາມຜິດບາບຫລາຍກວ່າທ່ານ” 12 ເນື່ອງຈາກຂໍ້ນີ້ປີລາດຈຶ່ງຊອກຫາໂອກາດທີ່ຈະປ່ອຍພຣະອົງເສັຽ ແຕ່ພວກຢິວຮ້ອງສຽງດັງຂຶ້ນວ່າ, “ຖ້າທ່ານປ່ອຍຄົນນີ້ທ່ານກໍບໍ່ເປັນມິດຂອງກາຍຊາ ທຸກຄົນທີ່ຕັ້ງຕົວເປັນກະສັດກໍປະກາດຕົວຕໍ່ສູ້ກາຍຊາ” 13 ເມື່ອປີລາດໄດ້ຍິນດັ່ງນັ້ນທ່ານຈຶ່ງພາພຣະເຢຊູອອກມາ ແລ້ວນັ່ງບັນລັງພິພາກສາໃນບ່ອນທີ່ເອີ້ນວ່າເດີ່ນປູຫີນ ພາສາເຮັບເຣີເອີ້ນວ່າ ຄັບບາທາ 14 ວັນນັ້ນເປັນວັນຈັດແຈງປັສຄາ ເວລາປະມານທ່ຽງວັນ ທ່ານໄດ້ກ່າວກັບພວກຢິວວ່າ, “ນີ້ຄື ກະສັດຂອງພວກທ່ານ” 15 ຝ່າຍເຂົາໄດ້ຮ້ອງສຽງດັງຂຶ້ນວ່າ, “ເອົາມັນໄປເສັຽ ເອົາມັນໄປເສັຽ ຄຶງມັນໄວ້ທີ່ໄມ້ກາງແຂນເສັຽ” ປີລາດຈຶ່ງຖາມເຂົາວ່າ, “ພວກທ່ານຈະໃຫ້ເຮົາຄຶງກະສັດຂອງພວກທ່ານທີ່ໄມ້ກາງແຂນຫລື” ພວກປະໂຣຫິດຕົນໃຫຍ່ຕອບວ່າ, “ເວັ້ນແຕ່ກາຍຊາແລ້ວພວກເຮົາບໍ່ມີກະສັດ” 16 ແລ້ວປີລາດຈຶ່ງມອບພຣະອົງໃຫ້ເຂົາ ເພື່ອເອົາໄປຄຶງໄວ້ທີ່ໄມ້ກາງແຂນ
ການຄຶງທີ່ໄມ້ກາງແຂນ
ເຂົາຈຶ່ງຄຸມເອົາພຣະເຢຊູອອກໄປ 17 ແລະພຣະອົງຊົງແບກເອົາໄມ້ກາງແຂນຂອງພຣະອົງ ສະເດັດໄປເຖິງບ່ອນທີ່ເອີ້ນວ່າກະໂຫລກຫົວ (ພາສາເຮັບເຣີເອີ້ນວ່າ ໂຄລະໂຄທາ) 18 ທີ່ນັ້ນເຂົາໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນກັບອີກສອງຄົນ ຄົນລະຂ້າງແລະພຣະເຢຊູຊົງຢູ່ກາງ 19 ປີລາດໃຫ້ຂຽນປ້າຍຕິດໄວ້ທີ່ໄມ້ກາງແຂນອ່ານວ່າ, “ເຢຊູໄທນາຊາເຣັດ ກະສັດຂອງຊາດຢິວ” 20 ຄົນຢິວຫລາຍຄົນໄດ້ອ່ານປ້າຍນັ້ນ ເພາະບ່ອນທີ່ເຂົາຄຶງພຣະເຢຊູນັ້ນຢູ່ໃກ້ກຸງ ແລະປ້າຍນັ້ນເຂົາໄດ້ຂຽນເປັນພາສາເຮັບເຣີ ພາສາໂຣມ ແລະພາສາກຣີກ 21 ແລ້ວພວກມະຫາປະໂຣຫິດຕົນໃຫຍ່ຂອງຊາດຢິວຈຶ່ງຮຽນປີລາດວ່າ, “ຂໍຢ່າຂຽນວ່າ ກະສັດຂອງຊາດຢິວ” ແຕ່ຂຽນວ່າ “ຄົນນີ້ບອກວ່າ ເຮົາເປັນກະສັດຂອງຊາດຢິວ” 22 ປີລາດຕອບວ່າ, “ສິ່ງທີ່ເຮົາຂຽນແລ້ວກໍແລ້ວໄປ” 23 ເມື່ອພວກທະຫານໄດ້ຄຶງພຣະເຢຊູໄວ້ແລ້ວ ເຂົາໄດ້ເອົາເຄື່ອງທົງຂອງພຣະອົງມາແບ່ງເປັນສີ່ພູດ ແລ້ວກໍປັນກັນຜູ້ລະພູດ ແລະຍັງເອົາສລອງຊັ້ນໃນຂອງພຣະອົງຊຶ່ງບໍ່ມີດູກ ແຕ່ແລ້ວດ້ວຍຜ້າທີ່ຕ່ຳທັງຜືນ 24 ເຂົາຈຶ່ງເວົ້າກັນວ່າ, “ພວກເຮົາຢ່າຈີກປັນກັນເທາະ ແຕ່ໃຫ້ຈົກສລາກເອົາ ເພື່ອຈະໄດ້ຮູ້ວ່າເປັນຂອງຜູ້ໃດ” ທັງນີ້ເພື່ອໃຫ້ສຳເຣັດຕາມພຣະຄັມພີທີ່ຂຽນໄວ້ວ່າ, “ເສື້ອຜ້າຂອງຂ້າພຣະອົງເຂົາໄດ້ແບ່ງປັນກັນ ສ່ວນເສື້ອຂອງພຣະອົງນັ້ນເຂົາກໍຈົກສລາກກັນ” 25 ພວກທະຫານໄດ້ເຮັດດັ່ງນັ້ນ ຝ່າຍມານດາແລະນ້າສາວຂອງພຣະອົງ ກັບນາງມາຣິອາເມັຽຂອງກະໂລປາແລະນາງມາຣິອາໄທມັກດາລາ ກໍຢືນຢູ່ໃກ້ໄມ້ກາງແຂນຂອງພຣະເຢຊູ 26 ເມື່ອພຣະເຢຊູຊົງເຫັນມານດາຂອງພຣະອົງແລະສາວົກທີ່ພຣະອົງຊົງຣັກຢືນຢູ່ໃກ້ ພຣະອົງຈຶ່ງຊົງກ່າວກັບມານດາວ່າ, “ນາງເອີຍ, ນີ້ແຫລະ, ລູກຊາຍຂອງນາງ” 27 ແລ້ວພຣະອົງຊົງກ່າວກັບສາວົກຜູ້ນັ້ນວ່າ, “ນີ້ແຫລະ, ມານດາຂອງທ່ານ” ຕັ້ງແຕ່ນັ້ນມາສາວົກຄົນນັ້ນກໍຮັບເອົານາງມາຢູ່ໃນເຮືອນຂອງຕົນ
ພຣະເຢຊູຊົງສິ້ນພຣະຊົນ
28 ຫລັງຈາກນັ້ນພຣະເຢຊູຊົງຊາບວ່າທຸກສິ່ງສຳເຣັດແລ້ວ ເພື່ອໃຫ້ສຳເຣັດຕາມພຣະຄັມພີພຣະອົງຈຶ່ງຊົງກ່າວວ່າ, “ເຮົາຢາກນ້ຳ” 29 ທີ່ນັ້ນມີອ່າງເຕັມເຫລົ້າແວງສົ້ມ ພວກທະຫານຈຶ່ງເອົາຟອງນ້ຳຈຸ່ມເອົາເຫລົ້າແວງສົ້ມ ສຽບໃສ່ປາຍໄມ້ຫູສົບຍື່ນໃສ່ພຣະໂອດຂອງພຣະອົງ 30 ເມື່ອພຣະເຢຊູຊົງຮັບເຫລົ້າແວງສົ້ມແລ້ວ ພຣະອົງກໍຊົງກ່າວວ່າ, “ສຳເຣັດແລ້ວ” ແລະເມື່ອຊົງກົ້ມພຣະສຽນລົງ ພຣະອົງຊົງມອບຈິດວິນຍານໄວ້
ເຂົາແທງທີ່ຂ້າງຂອງພຣະເຢຊູ
31 ສັນນັ້ນພວກຢິວຈຶ່ງຂໍນຳປີລາດໃຫ້ຫັກກະດູກຂາຂອງຜູ້ທີ່ຖືກຄຶງໄວ້ນັ້ນ ແລະໃຫ້ເອົາສົບໄປເສັຽ ທັງນີ້ກໍເພາະເປັນວັນຈັດແຈງແລະເຂົາບໍ່ຢາກໃຫ້ສົບນັ້ນຄ້າງຢູ່ທີ່ໄມ້ກາງແຂນໃນວັນສະບາໂຕ (ເພາະວັນສະບາໂຕນັ້ນເປັນວັນໃຫຍ່) 32 ດັ່ງນັ້ນພວກທະຫານຈຶ່ງທຸບຂາຜູ້ທີ່ນຶ່ງແລະຜູ້ທີ່ສອງຊຶ່ງຖືກຄຶງໄວ້ພ້ອມ 33 ແຕ່ເມື່ອເຂົາມາເຖິງພຣະເຢຊູ ແລະເຫັນວ່າພຣະອົງສິ້ນພຣະຊົນແລ້ວ ເຂົາຈຶ່ງບໍ່ໄດ້ທຸບພຣະອຸຣຸຂອງພຣະອົງ 34 ສ່ວນທະຫານຄົນນຶ່ງໄດ້ເອົາຫອກແທງທີ່ຂ້າງຂອງພຣະອົງ ແລະໂລຫິດກັບນ້ຳກໍໄຫລອອກທັນທີ 35 ຜູ້ທີ່ໄດ້ເຫັນກໍເປັນພຍານ ຄໍາພຍານຂອງຜູ້ນັ້ນກໍເປັນຈິງ (ແລະພຣະອົງນັ້ນຊົງຊາບວ່າຜູ້ນັ້ນເວົ້າຄວາມຈິງ) ເພື່ອທ່ານທັງຫລາຍຈະໄດ້ເຊື່ອເຫມືອນກັນ 36 ເພາະສິ່ງເຫລົ່ານີ້ເກີດຂຶ້ນເພື່ອໃຫ້ສຳເຣັດຕາມຂໍ້ພຣະຄັມພີທີ່ວ່າ, “ກະດູກຂອງທ່ານຈະບໍ່ຖືກຫັກເສັຽຈັກເຫລັ້ມ” 37 ແລະມີຂໍ້ພຣະຄັມພີອີກຂໍນຶ່ງທີ່ວ່າ, “ເຂົາຈະມອງເບິ່ງທ່ານຜູ້ທີ່ເຂົາໄດ້ແທງ”
ການວາງພຣະສົບໃສ່ອຸບໂມງ
38 ຫລັງຈາກນີ້ໂຢເຊບໄທບ້ານອາຣີມາທາຍ ຊຶ່ງເປັນລູກສິດລັບໆຂອງພຣະເຢຊູເພາະທ່ານຢ້ານພວກຢິວ ກໍໄດ້ຂໍພຣະສົບພຣະເຢຊູຈາກປີລາດ ແລະປີລາດກໍຍອມໃຫ້ ໂຢເຊບຈຶ່ງມາອັນເຊີນພຣະສົບຂອງພຣະອົງໄປ 39 ຝ່າຍນິໂກເດມຜູ້ໄດ້ມາຫາພຣະເຢຊູເວລາກາງຄືນແຕ່ຫົວທີນັ້ນ ກໍມາເຫມືອນກັນ ທ່ານໄດ້ເອົາເຄື່ອງຫອມປະສົມນຳມາ ຄືຢ່າງໄມ້ກັບອາໂລເອຫນັກປະມານຮ້ອຍລິຕຣາ 40 ເມື່ອອັນເຊີນພຣະສົບຂອງພຣະເຢຊູລົງມາ ເຂົາເອົາຜ້າປ່ານກັບເຄື່ອງຫອມພັນພຣະສົບນັ້ນຕາມທັມນຽມມ້ຽນສົບຂອງຊາດຢິວ 41 ອັນນຶ່ງໃນບ່ອນພຣະອົງຊົງຖືກຄຶງໄວ້ນັ້ນມີສວນນຶ່ງ ໃນສວນນັ້ນມີອຸບໂມງໃຫມ່ທີ່ຍັງບໍ່ໄດ້ວາງສົບຜູ້ໃດຈັກເທື່ອ 42 ດັ່ງນັ້ນເນື່ອງຈາກວ່າວັນນັ້ນເປັນວັນຈັດແຈງຂອງຊາດຢິວ ແລເນື່ອງຈາກອຸບໂມງນັ້ນຢູ່ໃກ້ ເຂົາຈຶ່ງບັນຈຸພຣະສົບຂອງພຣະເຢຊູໄວ້ທີ່ນັ້ນ
ການຄືນພຣະຊົນ
1 ວັນຕົ້ນສັປດານັ້ນເວລາເຊົ້າຍັງມືດຢູ່ ມາຣິອາໄທມັກດາລາໄດ້ມາເຖິງອຸບໂມງ ແລະນາງໄດ້ເຫັນກ້ອນຫີນຖືກຍ້າຍອອກຈາກປາກອຸບໂມງແລ້ວ 2 ນາງຈຶ່ງແລ່ນໄປຫາຊີໂມນແລະສາວົກຜູ້ອື່ນທີ່ພຣະເຢຊູຊົງຮັກແພງນັ້ນ ແລ້ວເວົ້າກັບເຂົາວ່າ, “ເຂົາໄດ້ເອົາສົບຂອງພຣະອາຈານອອກຈາກອຸບໂມງແລ້ວ ແລະພວກເຮົາບໍ່ຮູ້ຈັກວ່າເຂົາເອົາໄປໄວ້ທີ່ໃດ?” 3 ເປໂຕກັບສາວົກຄົນອື່ນນັ້ນຈຶ່ງພາກັນອອກມາເຖິງອຸບໂມງ 4 ເຂົາທັງສອງພ້ອມກັນແລ່ນມາ ແຕ່ສາວົກອື່ນນັ້ນໄດ້ແລ່ນໄວກວ່າເປໂຕຈຶ່ງມາເຖິງອຸບໂມງກ່ອນ 5 ເມື່ອກົ້ມລົງທ່ານໄດ້ເຫັນຜ້າປ່ານກອງຢູ່ແຕ່ບໍ່ໄດ້ເຂົ້າທາງໃນ 6 ສ່ວນຊີໂມນເປໂຕທີ່ຕາມຫລັງມານັ້ນ ກໍຮອດເຫມືອນກັນ ແລ້ວໄດ້ເຂົ້າໄປໃນອຸບໂມງ ແລະໄດ້ເຫັນຜ້າປ່ານກອງຢູ່ 7 ແລະຜ້າປົກພຣະສຽນຂອງພຣະອົງບໍ່ໄດ້ກອງຢູ່ກັບຜ້າອື່ນ ແຕ່ພັບໄວ້ຕ່າງຫາກ 8 ແລ້ວສາວົກຜູ້ອື່ນທີ່ມາເຖິງກ່ອນນັ້ນກໍໄດ້ເຂົ້າໄປເຫມືອນກັນ ກໍໄດ້ເຫັນແລະເຊື່ອ 9 ເພາະວ່າຂນະນັ້ນເຂົາຍັງບໍ່ໄດ້ເຂົ້າໃຈຂໍ້ພຣະຄັມພີທີ່ຂຽນໄວ້ວ່າ ພຣະອົງຈະຕ້ອງຄືນມາຈາກຄວາມຕາຍ 10 ແລ້ວສາວົກທັງສອງນັ້ນກໍກັບໄປຍັງບ້ານຂອງຕົນ
ພຣະເຢຊູຊົງປາກົດແກ່ມາຣິອາມັກດາລາ
11 ຝ່າຍມາຣິອາຢືນຮ້ອງໄຫ້ຢູ່ນອກອຸບໂມງ ຂນະທີ່ຍັງຮ້ອງໄຫ້ຢູ່ນາງໄດ້ກົ້ມຫລຽວໄປທາງອຸບໂມງ 12 ແລະນາງໄດ້ເຫັນເທວະດາສອງຕົນນັ່ງຢູ່ບ່ອນທີ່ເຂົາວາງພຣະສົບຂອງພຣະເຢຊູ ຕົນນຶ່ງຢູ່ເບື້ອງພຣະສຽນ ຕົນນຶ່ງຢູ່ເບື້ອງພຣະບາດ 13 ເທວະດາທັງສອງນັ້ນໄດ້ຖາມນາງວ່າ, “ນາງເອີຍ, ເຈົ້າຮ້ອງໄຫ້ເຮັດຫຍັງ” ນາງຈຶ່ງຕອບວ່າ, “ເພາະເຂົາໄດ້ເອົາສົບພຣະອາຈານຂອງຂ້ານ້ອຍໄປແລ້ວ ແລະຂ້ານ້ອຍບໍ່ຮູ້ວ່າເຂົາເອົາໄປວາງໄວ້ທີ່ໃດ” 14 ເມື່ອເວົ້າດັ່ງນັ້ນແລ້ວນາງໄດ້ຫລຽວຫລັງມາເຫັນພຣະເຢຊູຢືນຢູ່ ແຕ່ບໍ່ຮູ້ວ່າແມ່ນອົງພຣະເຢຊູ 15 ພຣະເຢຊູຊົງຖາມນາງວ່າ, “ນາງເອີຍ, ເຈົ້າຮ້ອງໄຫ້ເຮັດຫຍັງ ເຈົ້າຊອກຫາໃຜ” ນາງຄຶດວ່າແມ່ນຄົນເຝົ້າສວນຈຶ່ງຕອບວ່າ, “ນາຍເອີຍ, ຖ້າແມ່ນທ່ານໄດ້ເອົາສົບທ່ານໄປ ຂໍບອກຂ້ານ້ອຍວ່າທ່ານໄດ້ເອົາໄປວາງໄວ້ທີ່ໃດ ແລະຂ້ານ້ອຍຈະໄປຍົກເອົາເສັຽ” 16 ພຣະເຢຊູຊົງກ່າວກັບນາງວ່າ, “ມາຣິອາເອີຍ” ມາຣິອາກໍຕ່າວຫນ້າມາທູນພຣະອົງເປັນພາສາເຮັບເຣີວ່າ, “ຮັບໂບນີ” (ທີ່ແປວ່າ “ພຣະອາຈານເອີຍ”) 17 ພຣະເຢຊູຊົງກ່າວກັບມາຣິອາວ່າ, “ຢ່າຊູ່ຫນ່ວງດຶງເຮົາ ເພາະເຮົາຍັງບໍ່ໄດ້ຂຶ້ນເມືອຫາພຣະບິດາຂອງເຮົາ ແຕ່ເຈົ້າຈົ່ງໄປຫາພວກພີ່ນ້ອງຂອງເຮົາແລະບອກເຂົາວ່າ “ເຮົາຈະຂຶ້ນເມືອຫາພຣະບິດາຂອງເຮົາ ແລະພຣະບິດາຂອງພວກທ່ານ ຈະເມືອຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງທ່ານ” 18 ນາງມາຣິອາມັກດາລາຈຶ່ງໄປບອກຂ່າວນີ້ກັບພວກສາວົກວ່າ, “ຂ້ານ້ອຍໄດ້ເຫັນອົງພຣະຜູ້ເປັນເຈົ້າແລ້ວ” ແລະໄດ້ບອກເຂົາວ່າພຣະອົງຊົງກ່າວຄຳເຫລົ່ານີ້ແກ່ຕົນ
ພຣະເຢຊູຊົງປາກົດແກ່ພວກສາວົກ
19 ຄ່ຳວັນນັ້ນເປັນວັນຕົ້ນສັປດາ ເມື່ອສາວົກອັດປະຕູຫ້ອງທີ່ເຂົາຢູ່ນັ້ນເພາະຢ້ານພວກຢິວ ພຣະເຢຊູໄດ້ສະເດັດເຂົ້າມາຊົງຢືນຢູ່ຖ້າມກາງເຂົາ ແລ້ວຊົງກ່າວວ່າ, “ສັນຕິສຸກຈົ່ງມີແກ່ເຈົ້າທັງຫລາຍ” 20 ເມື່ອພຣະອົງຊົງກ່າວຢ່າງນັ້ນແລ້ວ ພຣະອົງກໍຊົງສະແດງພຣະຫັດແລະຂ້າງຂອງພຣະອົງໃຫ້ເຂົາເບິ່ງ ເມື່ອພວກສາວົກໄດ້ເຫັນອົງພຣະຜູ້ເປັນເຈົ້າແລ້ວກໍເກີດຄວາມຊົມຊື່ນຍິນດີ 21 ພຣະເຢຊູຊົງກ່າວກັບເຂົາອີກວ່າ, “ສັນຕິສຸກຈົ່ງມີຢູ່ກັບທ່ານທັງຫລາຍ ພຣະບິດາໄດ້ຊົງໃຊ້ເຮົາມາຢ່າງໃດ ຝ່າຍເຮົາກໍໃຊ້ທ່ານທັງຫລາຍໄປຢ່າງນັ້ນ” 22 ເມື່ອຊົງກ່າວຢ່າງນັ້ນແລ້ວພຣະອົງຊົງລະບາຍລົມອອກຈາກພຣະໂອດໃສ່ເຂົາ ໂດຍບອກວ່າ, “ທ່ານທັງຫລາຍຈົ່ງຮັບເອົາພຣະວິນຍານບໍຣິສຸດ 23 ຖ້າທ່ານທັງຫລາຍຈະຍົກຄວາມຜິດບາບຂອງຜູ້ໃດ ຄວາມຜິດບາບຂອງຜູ້ນັ້ນພຣະເຈົ້າໄດ້ຊົງຍົກເສັຽແລ້ວ ແລະຖ້າທ່ານທັງຫລາຍກັກຄວາມຜິດບາບໃຫ້ຢູ່ກັບຜູ້ໃດ ພຣະເຈົ້າໄດ້ຊົງກັກຄວາມຜິດບາບໃຫ້ຢູ່ກັບຜູ້ນັ້ນແລ້ວ”
ໂທມາບໍ່ເຊື່ອ
24 ຝ່າຍໂທມາທີ່ເອີ້ນວ່າແຝດ ຊຶ່ງເປັນສາວົກຜູ້ນຶ່ງໃນສິບສອງຄົນນັ້ນ ບໍ່ໄດ້ຢູ່ກັບເຂົາເມື່ອພຣະເຢຊູສະເດັດມານັ້ນ 25 ສາວົກອື່ນໆຈຶ່ງບອກໂທມາວ່າ, “ເຮົາໄດ້ເຫັນອົງພຣະຜູ້ເປັນເຈົ້າແລ້ວ” ແຕ່ໂທມາຕອບເຂົາເຫລົ່ານັ້ນວ່າ, “ຖ້າຂ້ອຍບໍ່ເຫັນຮອຍຕະປູທີ່ຝ່າພຣະຫັດ ແລະບໍ່ໄດ້ເອົານີ້ວມືຂອງຂ້ອຍແປະໃສ່ຮອຍຕະປູນັ້ນ ແລະບໍ່ໄດ້ເອົາມືຂອງຂ້ອຍແປະໃສ່ຂ້າງຂອງທ່ານແລ້ວ ຂ້ອຍຈະບໍ່ເຊື່ອ 26 ຄັນລ່ວງໄປໄດ້ແປດວັນແລ້ວພວກສາວົກຂອງພຣະອົງກໍຢູ່ພ້ອມກັນທີ່ເຮືອນນັ້ນອີກ ແລະໂທມາກໍຢູ່ກັບເຂົາ ສ່ວນປະຕູກໍອັດໄວ້ ແຕ່ພຣະເຢຊູກໍໄດ້ສະເດັດເຂົ້າມາຢືນຢູ່ຖ້າມກາງເຂົາ ແລ້ວຊົງກ່າວວ່າ,”ສັນຕິສຸກຈົ່ງມີຢູ່ກັບທ່ານທັງຫລາຍ” 27 ແລະພຣະອົງຊົງກ່າວແກ່ໂທມາວ່າ, “ຈົ່ງເດ່ນີ້ວມືຂອງທ່ານມາລູບເບິ່ງຝ່າມືຂອງເຮົາ ຈົ່ງເດ່ມືຂອງທ່ານມາໃສ່ຂ້າງຂອງເຮົາ ຢ່າຂາດຄວາມເຊື່ອແຕ່ຈົ່ງເຊື່ອ” 28 ໂທມາທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າຂອງຂ້າພຣະອົງ ແລະພຣະເຈົ້າຂອງຂ້າພຣະອົງ” 29 ພຣະເຢຊູຊົງກ່າວກັບໂທມາວ່າ, “ເພາະໄດ້ເຫັນເຮົາທ່ານຈຶ່ງເຊື່ອຫລື ຜູ້ທີ່ບໍ່ເຫັນເຮົາແຕ່ບໍ່ໄດ້ເຊື່ອກໍເປັນສຸກ”
ຈຸດປະສົງຂອງຫນັງສືນີ້
30 ອັນນຶ່ງພຣະເຢຊູໄດ້ຊົງເຣັດຫມາຍສຳຄັນອື່ນໆ ອີກຫລາຍປະການຕໍ່ຫນ້າພວກສາວົກເຫລົ່ານັ້ນ ຊຶ່ງບໍ່ໄດ້ຈົດໄວ້ໃນຫນັງສືເຫລັ້ມນີ້ 31 ແຕ່ທີ່ໄດ້ຈົດເຫດການເຫລົ່ານີ້ໄວ້ ກໍເພື່ອທ່ານທັງຫລາຍຈະໄດ້ເຊື່ອວ່າພຣະເຢຊູຊົງເປັນພຣະຄຣິດ ພຣະບຸດຂອງພຣະເຈົ້າ ແລະເມື່ອມີຄວາມເຊື່ອແລ້ວທ່ານກໍຈະມີຊີວິດໂດຍພຣະນາມຂອງພຣະອົງ
ພຣະເຢຊູຊົງປາກົດແກ່ສາວົກເຈັດຄົນ
1 ຕໍ່ມາ ພຣະເຢຊູໄດ້ຊົງສະແດງພຣະອົງແກ່ພວກສາວົກອີກທີ່ທະເລຕີເບເຣັຽ ພຣະອົງຊົງສະແດງພຣະອົງຢ່າງນີ້ຄື 2 ພວກທີ່ຢູ່ພ້ອມກັນມີຊີໂມນເປໂຕ ໂທມາທີ່ເອີ້ນວ່າແຝດ ນະທານາເອນໄທບ້ານການາແຂວງຄາລີເລ ລູກຊາຍທັງສອງຂອງເຊເບດາຍ ແລະສາວົກຂອງພຣະອົງອີກສອງຄົນ 3 ຊີໂມນເປໂຕບອກເຂົາວ່າ, “ຂ້ອຍຈະໄປຫາປາ” ຝ່າຍເຂົາຈຶ່ງຕອບວ່າ, “ພວກເຮົາຈະໄປນໍາເຈົ້າດ້ວຍ” ແລ້ວເຂົາກໍອອກໄປລົງເຮືອ ແຕ່ໃນຄືນນັ້ນເຂົາບໍ່ໄດ້ປາຈັກໂຕ 4 ເມື່ອກຳລັງຮຸ່ງເຊົ້າພຣະເຢຊູປະທັບຢືນຢູ່ທີ່ຝັ່ງ ແຕ່ພວກສາວົກບໍ່ຮູ້ວ່າແມ່ນ ພຣະເຢຊູ 5 ພຣະອົງຊົງຖາມເຂົາວ່າ, “ລູກເອີຍ, ພວກເຈົ້າມີຂອງກິນບໍ” ເຂົາທູນຕອບວ່າ, “ບໍ່ມີ” 6 ພຣະອົງຊົງກ່າວກັບເຂົາວ່າ, “ຈົ່ງຖິ້ມມອງລົງເບື້ອງຂວາເຮືອແລ້ວຈະໄດ້ປາ” ເຂົາຈຶ່ງຖິ້ມມອງລົງແລະຖືກປາຫລາຍ ຈົນດຶງຂຶ້ນບໍ່ໄດ້ເພາະເຫລືອແຮງ 7 ສາວົກທີ່ພຣະເຢຊູຊົງຮັກໄດ້ບອກເປໂຕວ່າ, “ແມ່ນອົງພຣະຜູ້ເປັນເຈົ້າແຫລະ” ເມື່ອຊີໂມນເປໂຕໄດ້ຍິນວ່າເປັນອົງພຣະຜູ້ເປັນເຈົ້າທ່ານໄດ້ຈັບເອົາເສື້ອມານຸ່ງເພາະເປືອຍໂຕຢູ່ ແລ້ວກໍໂຕນລົງນ້ຳ 8 ແຕ່ພວກສາວົກອື່ນໆນັ້ນໄດ້ເອົາເຮືອນ້ອຍລາກມອງທີ່ຖືກປາມາ ເພາະເຂົາບໍ່ຢູ່ໄກຈາກຝັ່ງ ໄກປະມານສອງຮ້ອຍສອກເທົ່ານັ້ນ 9 ເມື່ອເຂົາຂຶ້ນຕະຝັ່ງແລ້ວກໍເຫັນຖ່ານຕິດໄຟຢູ່ ພ້ອມທັງມີປາແລະເຂົ້າຈີ່ຂາງຢູ່ 10 ພຣະເຢຊູຊົງບອກເຂົາວ່າ, “ປາທີ່ພວກເຈົ້າຫາໄດ້ມື້ກີ້ນີ້ຈົ່ງເອົາມາບາງໂຕ” 11 ຊີໂມນເປໂຕຈຶ່ງເຂົ້າໄປໃນເຮືອດຶງມອງຂຶ້ນຝັ່ງ ແລະມີປາໃຫຍ່ເຕັມຢູ່ຈຳນວນນຶ່ງຮ້ອຍຫ້າສິບສາມໂຕ ເຖິງວ່າມີປາຫລາຍປານນັ້ນມອງກໍບໍ່ຂາດ 12 ພຣະເຢຊູຊົງບອກເຂົາວ່າ, “ພາກັນມາປັ້ນເຂົ້າເທາະ” ໃນພວກສາວົກບໍ່ມີໃຜກ້າຖາມພຣະອົງວ່າ, “ທ່ານຄືໃຜ” ເພາະເຂົາຮູ້ຢູ່ວ່າຜູ້ນີ້ແຫລະ, ເປັນອົງພຣະຜູ້ເປັນເຈົ້າ 13 ພຣະເຢຊູຊົງເຂົ້າມາຈັບເອົາເຂົ້າຈີ່ແຈກໃຫ້ເຂົາ ແລະເອົາປາແຈກໃຫ້ເຫມືອນກັນ 14 ນີ້ເປັນເທື່ອທີ່ສາມທີ່ພຣະເຢຊູຊົງສະແດງພຣະອົງແກ່ພວກສາວົກ ຫລັງຈາກທີ່ພຣະອົງຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍແລ້ວ
ຈົ່ງລ້ຽງແກະຂອງເຮົາ
15 ເມື່ອເຂົາປັ້ນເຂົ້າແລ້ວພຣະເຢຊູຊົບງກ່າວກັບຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາຫລາຍກວ່າເຫລົ່ານີ້ຫລື” ເປໂຕທູນວ່າ, “ໂດຍພຣະອົງເຈົ້າເອີຍ, ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ” ພຣະອົງຊົງສັ່ງເປໂຕວ່າ, “ຈົ່ງລ້ຽງແກະຫນຸ່ມຂອງເຮົາເນີ” 16 ພຣະອົງຊົງກ່າວກັບເປໂຕເປັນເທື່ອທີ່ສອງວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາຫລື” ເປໂຕທູນຕອບວ່າ, “ໂດຍ ພຣະອົງເຈົ້າເອີຍ, ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ” ພຣະອົງຊົງສັ່ງທ່ານວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເນີ” 17 ພຣະອົງຊົງກ່າວກັບເປໂຕເປັນເທື່ອທີ່ສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກແພງເຮົາຫລື” ເປໂຕກໍເປັນທຸກໃຈທີ່ພຣະອົງຊົງຖາມທ່ານເທື່ອທີ່ສາມວ່າ, “ເຈົ້າຮັກແພງເຮົາຫລື” ເປໂຕຈຶ່ງທູນຕອບວ່າ, “ພຣະອົງເຈົ້າເອີຍ, ພຣະອົງຊົງຊາບທຸກສິ່ງ ພຣະອົງຊົງຊາບວ່າຂ້າພຣະອົງຮັກແພງພຣະອົງ” ພຣະເຢຊູຊົງສັ່ງທ່ານວ່າ, “ຈົ່ງລ້ຽງແກະຂອງເຮົາເນີ” 18 ເຮົາບອກແກ່ເຈົ້າຕາມຄວາມຈິງວ່າເມື່ອເຈົ້າຍັງຫນຸ່ມເຈົ້າເຄີຍຄາດແອວຂອງເຈົ້າເອງ ແລະທຽວໄປມາໃສໄດ້ຕາມໃຈເຈົ້າມັກ ແຕ່ເມື່ອເຈົ້າເຖົ້າແລ້ວ ເຈົ້າຈະຢຽດມືຂອງເຈົ້າອອກ ແລະຄົນອື່ນຈະຄາດແອວໃຫ້ແລະພາໄປບ່ອນເຈົ້າບໍ່ຢາກໄປ” 19 (ທີ່ພຣະອົງກ່າວດັ່ງນີ້ກໍຫມາຍຄວາມວ່າ ເປໂຕຈະຖວາຍກຽດຕິຍົດແດ່ພຣະເຈົ້າດ້ວຍການຕາຍຢ່າງໃດ) ຄັນພຣະອົງຊົງກ່າວດັ່ງນີ້ແລ້ວຈຶ່ງຊົງສັ່ງເປໂຕວ່າ, “ຈົ່ງຕາມເຮົາມາ”
ສາວົກທີ່ພຣະອົງຊົງຮັກ
20 ເປໂຕຫລຽວຫລັງເຫັນສາວົກຜູ້ທີ່ພຣະເຢຊູຊົງຮັກກຳລັງຕາມມາ ຄືຜູ້ທີ່ເນີ້ງກາຍລົງອີງພຣະຊວງຂອງພຣະອົງເມື່ອຮັບປະທານອາຫານແລງນັ້ນ ແລະທູນຖາມວ່າ, “ນາຍເຈົ້າເອີຍ, ຜູ້ທີ່ຈະມອບທ່ານໄວ້ຄືຜູ້ໃດ” 21 ເມື່ອເປໂຕເຫັນສາວົກຜູ້ນັ້ນແລ້ວຈຶ່ງທູນຖາມພຣະເຢຊູວ່າ, “ພຣະອົງເຈົ້າເອີຍ, ຜູ້ນີ້ເດ, ຈະເປັນຢ່າງໃດ” 22 ພຣະເຢຊູຊົງຕອບວ່າ, “ຖ້າເຮົາມີໃຈຢາກໃຫ້ຜູ້ນີ້ຢືນຢູ່ຈົນເຖິງເຮົາມານັ້ນ ຈະເປັນທຸຣະອັນໃດກັບເຈົ້າຫນໍ ສ່ວນເຈົ້າຈົ່ງຕາມເຮົາມາ” 23 ເຫດສັນນັ້ນຄຳທີ່ວ່າສາວົກຜູ້ນັ້ນຈະບໍ່ຕາຍ ຈຶ່ງຊ່າລືໄປໃນຖ້າມກາງຂອງພວກພີ່ນ້ອງ ແຕ່ພຣະເຢຊູບໍ່ໄດ້ຊົງກ່າວວ່າສາວົກຜູ້ນັ້ນຈະບໍ່ຕາຍ ແຕ່ຊົງກ່າວວ່າ, ຖ້າເຮົາມີຢາກໃຫ້ຜູ້ນີ້ຢືນຢູ່ຈົນເຖິງເຮົາມານັ້ນ ຈະເປັນທຸຣະອັນໃດກັບເຈົ້າຫນໍ” 24 ແມ່ນສາວົກຜູ້ນີ້ແຫລະ, ທີ່ເປັນພຍານເຖິງເຫດການເຫລົ່ານີ້ ແລະເປັນຜູ້ທີ່ບັນທຶກສິ່ງເຫລົ່ານີ້ໄວ້ ແລະພວກເຮົາຊາບວ່າຄຳພຍານຂອງຜູ້ນີ້ເປັນຄວາມຈິງ 25 ຍັງມີອີກຫລາຍສິ່ງທີ່ພຣະເຢຊູຊົງກະທຳ ຖ້າຈະຂຽນໄວ້ຕາມລຳດັບທຸກປະການ ຂ້າພະເຈົ້າຄາດວ່າຫມົດທັງໂລກກໍບໍ່ມີບ່ອນພໍໄວ້ຫນັງສືທີ່ຈະຂຽນນັ້ນ
ສັນຍາຈະຊົງປະທານພຣະວິນຍານບໍຣິສຸດ
1 ທ່ານເທໂອຟີໂລເອີຍ, ໃນຫນັງສືເຫລັ້ມຕົ້ນ ຂ້າພະເຈົ້າໄດ້ກ່າວກ່ຽວກັບສິ່ງທັງປວງທີ່ພຣະເຢຊູໄດ້ຊົງຕັ້ງຕົ້ນກະທຳແລະສັ່ງສອນ 2 ຈົນເຖິງວັນທີ່ພຣະເຈົ້າຊົງຮັບພຣະອົງຂຶ້ນເມືອ ຄືພາຍຫລັງທີ່ພຣະອົງຊົງສັ່ງໂດຍເດດພຣະວິນຍານບໍຣິສຸດແກ່ພວກອັຄສາວົກທີ່ຊົງເລືອກໄວ້ນັ້ນ 3 ຄັນພຣະອົງຊົງທົນທຸກທໍຣະມານ ແລ້ວໄດ້ຊົງສະແດງພຣະອົງແກ່ຄົນພວກນັ້ນດ້ວຍຫລັກຖານຫລາຍຢ່າງ ພິສູດວ່າພຣະອົງຊົງພຣະຊົນຢູ່ ແລະໄດ້ຊົງປາກົດແກ່ເຂົາລະຫວ່າງສີ່ສິບວັນ ແລະໄດ້ຊົງສົນທະນາກັບເຂົາເຖິງເຣື່ອງຣາຊອານາຈັກຂອງພຣະເຈົ້າ 4 ໃນເວລາທີ່ພຣະອົງຊົງຮ່ວມປະຊຸມຢູ່ກັບເຂົາ ຈຶ່ງຊົງສັ່ງເຂົາບໍ່ໃຫ້ອອກໄປຈາກກຸງເຢຣູຊາເລັມ ແຕ່ໃຫ້ຄອຍຮັບຕາມພຣະສັນຍາຂອງພຣະບິດາ ຄືພຣະອົງໄດ້ຊົງບອກວ່າ, “ຕາມທີ່ທ່ານທັງຫລາຍໄດ້ຍິນຈາກເຮົານັ້ນແຫລະ 5 ເພາະວ່າໂຢຮັນໃຫ້ບັບຕິສະມາດ້ວຍນ້ຳກໍແມ່ນ ແຕ່ຕໍ່ໄປອີກບໍ່ເຫິງທ່ານທັງຫລາຍຈະໄດ້ຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດ”
ການສະເດັດສູ່ສວັນ
6 ເມື່ອເຂົາໄດ້ປະຊຸມພ້ອມກັນ ເຂົາຈຶ່ງທູນຖາມພຣະອົງວ່າ, “ຂ້າແຕ່ອົງພຣະຜູ້ເປັນເຈົ້າ, ພຣະອົງຈະຊົງຕັ້ງຣາຊອານາຈັກຄືນໃຫມ່ໃຫ້ແກ່ພວກອິສຣາເອນໃນບັດນີ້ຫລື” 7 ພຣະອົງຊົງຕອບເຂົາວ່າ, “ບໍ່ແມ່ນຫນ້າທີ່ຂອງພວກທ່ານທີ່ຈະຮູ້ເວລາຫລືຍາມກຳນົດ ຊຶ່ງພຣະບິດາໄດ້ຊົງຕັ້ງໄວ້ດ້ວຍສິດຂອງພຣະອົງເອງ 8 ແຕ່ທ່ານທັງຫລາຍຈະໄດ້ຣັບພຣະຣາຊທານຣິດເດດ ເມື່ອພຣະວິນຍານບໍຣິສຸດຈະສະເດັດມາເຖິງພວກທ່ານ ແລະພວກທ່ານຈະເປັນພຍານຝ່າຍເຮົາໃນກຸງເຢຣູຊາເລັມ, ຕລອດທົ່ວແຂວງຢູດາຍ, ກັບແຂວງຊາມາເຣັຽ, ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ” 9 ເມື່ອພຣະອົງຊົງກ່າວດັ່ງນັ້ນແລ້ວ ພຣະເຈົ້າຊົງຮັບພຣະອົງຂຶ້ນເມືອ ຂນະທີ່ເຂົາກຳລັງເບິ່ງຢູ່ ແລະມີເມກມາຮັບພຣະອົງໃຫ້ພົ້ນຈາກສາຍຕາຂອງເຂົາ 10 ເມື່ອເຂົາກຳລັງແນມເບິ່ງຟ້າ ຂນະທີ່ພຣະອົງສະເດັດຂຶ້ນເມືອນັ້ນ ເບິ່ງແມ໋, ມີສອງຄົນນຸ່ງເຄື່ອງຂາວມາປາກົດຢືນຢູ່ໃກ້ເຂົາ 11 ສອງຄົນນັ້ນຈຶ່ງກ່າວວ່າ, “ຊາວຄາລີເລເອີຍ, ເປັນຫຍັງພວກທ່ານຈຶ່ງຢືນເບິ່ງທ້ອງຟ້າ ພຣະເຢຊູອົງນີ້ຊຶ່ງຊົງຮັບໄປຈາກພວກທ່ານຂຶ້ນເມືອສວັນແລ້ວ ຈະສະເດັດມາອີກເຫມືອນຢ່າງທີ່ພວກທ່ານໄດ້ເຫັນພຣະອົງຂຶ້ນເມືອຍັງສວັນນັ້ນ”
ເລືອກຄົນນຶ່ງແທນຢູດາອິສະກາຣິອົດ
12 ແລ້ວພວກອັຄສາວົກໄດ້ລົງມາຈາກພູທີ່ຊື່ວ່າເອລາຍອົນ ກັບຄືນໄປຍັງກຸງເຢຣູຊາເລັມ ຊຶ່ງຢູ່ໄກຈາກກັນທໍ່ກັບລະຍະທາງທີ່ກຳນົດໃຫ້ທຽວໃນວັນສະບາໂຕ 13 ເມື່ອເຂົ້າກຸງແລ້ວເຂົາເຫລົ່ານັ້ນຈຶ່ງຂຶ້ນເມືອຍັງຫ້ອງຊັ້ນເທິງທີ່ເຄີຍພັກຢູ່ນັ້ນ ມີເປໂຕ, ໂຢຮັນ, ຢາໂກໂບກັບອັນເດອາ, ຟີລິບກັບໂທມາ, ບາຣະໂທໂລມາຍກັບມັດທາຍ, ຢາໂກໂບລູກຂອງອາລະຟາຍ, ຊີໂມນພັກຊາດນິຍົມ, ແລະຢູດາລູກຂອງຢາໂກໂບ 14 ເຂົາເຫລົ່ານີ້ໄດ້ຮ່ວມໃຈກັນໄຫວ້ວອນດ້ວຍຄວາມຫມັ້ນໃຈ ພ້ອມກັບພວກແມ່ຍິງແລະນາງມາຣິອາມານດາຂອງພຣະເຢຊູ ທັງພວກນ້ອງຊາຍຂອງພຣະອົງ 15 ໃນຄາວນັ້ນເປໂຕໄດ້ຢືນຂຶ້ນຖ້າມກາງພີ່ນ້ອງທັງຫລາຍ ຊຶ່ງປະຊຸມກັນຢູ່ຮ່ວມທັງຫມົດມີປະມານຮ້ອຍຊາວຄົນ ແລະກ່າວວ່າ, 16 “ພີ່ນ້ອງທັງຫລາຍເອີຍ, ຂໍ້ພຣະຄັມພີທີ່ພຣະວິນຍານບໍຣິສຸດຊົງກ່າວລ່ວງຫນ້າໄວ້ໂດຍພຣະໂອດຂອງກະສັດດາວິດ ຈະເປັນຕ້ອງສຳເຣັດ ຄຳນັ້ນທີ່ເວົ້າເຖິງຢູດາຊຶ່ງກາຍເປັນຜູ້ນຳຄົນທັງຫລາຍທີ່ໄປຈັບພຣະເຢຊູ 17 ເພາະຢູດານັ້ນກໍນັບເຂົ້າໃນຈຳນວນພວກເຮົາ ແລະໄດ້ຮັບສ່ວນໃນການງານນີ້ເຫມືອນກັນ 18 ຝ່າຍຜູ້ນີ້ໄດ້ເອົາຄ່າບໍາເຫນັດແຫ່ງການຊົ່ວຂອງຕົນໄປຊື້ດິນຕອນນຶ່ງ ແລະກໍລົ້ມລົງແຕກກາງຕົວຈົນໃສ້ໄຫລອອກທັງຫມົດ 19 ເຫດການນີ້ກໍປາກົດແກ່ຊາວກຸງເຢຣູຊາເລັມທັງຫມົດ ເຂົາຈຶ່ງເອີ້ນດິນຕອນນີ້ຕາມພາສາຂອງເຂົາວ່າຮາເກນດາມາ ຄືດິນເລືອດ 20 ດ້ວຍມີຄຳຂຽນໄວ້ໃນພຣະທັມເພງສັຣເສີນວ່າ, “ທີ່ຢູ່ຂອງມັນໃຫ້ກາຍເປັນບ່ອນຮ້າງເປົ່າ ຢ່າໃຫ້ມີຜູ້ໃດອາໄສຢູ່ໃນທີ່ນັ້ນ” ແລະ “ສ່ວນຫນ້າທີ່ຂອງມັນໃຫ້ຄົນອື່ນຮັບແທນ” 21 ເຫດສັນນັ້ນໃນບັນດາຜູ້ທີ່ເປັນພວກດຽວກັບເຮົາ ຕລອດເວລາທີ່ພຣະອົງເຈົ້າເຢຊູສະເດັດເຂົ້າອອກກັບພວກເຮົາ 22 ຄືຕັ້ງແຕ່ບັບຕິສະມາຂອງໂຢຮັນຈົນເຖິງວັນທີ່ພຣະເຈົ້າຊົງຮັບພຣະອົງຂຶ້ນເມືອຈາກພວກເຮົາ ຄົນນຶ່ງໃນພວກນີ້ຈະຕ້ອງກາຍເປັນພຍານກັບພວກເຮົາວ່າ ພຣະອົງໄດ້ຊົງຄືນພຣະຊົນແລ້ວ” 23 ແລ້ວເຂົາໄດ້ສເນີຊື່ສອງຄົນ ຄືໂຢເຊບທີ່ເອີ້ນວ່າບາຣະຊາບາ ມີນາມສະກຸນວ່າຢູສະໂຕ ແລະມັດເທັຽ 24 ເຂົາຈຶ່ງພາກັນອ້ອນວອນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຜູ້ຊົງຢັ່ງຮູ້ຈິດໃຈຂອງຄົນທັງປວງ ຂໍພຣະອົງຊົງຊີ້ບອກວ່າໃນສອງຄົນນີ້ພຣະອົງຊົງເລືອກເອົາຄົນໃດ 25 ເພື່ອເຂົ້າຮັບສ່ວນໃນການປະຕິບັດນີ້ ແລະຮັບຕຳແຫນ່ງເປັນອັຄສາວົກ ຊຶ່ງຢູດາໄດ້ປະຖິ້ມແລ້ວໄປສູ່ບ່ອນຂອງຕົນ” 26 ເຂົາຈຶ່ງໄດ້ຈົກສລາກກັນ ແລະສລາກນີ້ໄດ້ຕົກໃສ່ມັດເທັຽ ມັດເທັຽຈຶ່ງຖືກນັບເຂົ້າໃນພວກອັຄສາວົກສິບເອັດຄົນນັ້ນ
ພຣະວິນຍານບໍຣິສຸດສະເດັດມາສະຖິດ
1 ເມື່ອຄົບຮອບວັນເທສການເພັນເຕຄອສ ເຂົາທັງຫມົດໄດ້ພ້ອມກັນຢູ່ໃນບ່ອນດຽວ 2 ໃນທັນໃດນັ້ນເກີດມີສຽງມາຈາກຟ້າສວັນເຫມືອນສຽງລົມພະຍຸກ້າ ກ້ອງສນັ່ນທົ່ວເຮືອນທີ່ເຂົານັ່ງຢູ່ນັ້ນ 3 ມີລີ້ນເປັນຮູບເຫມືອນແປວໄຟໄດ້ປາກົດໃຫ້ເຂົາເຫັນແລະລີ້ນນັ້ນແຕກກະຈາຍອອກໄປຢູ່ເທິງເຂົາທຸກຄົນຜູ້ລະລີ້ນ 4 ເຂົາເຫລົ່ານັ້ນກໍເຕັມໄປດ້ວຍພຣະວິນຍານບໍຣິສຸດ ແລະຕັ້ງຕົ້ນປາກພາສາຕ່າງໆຕາມທີ່ພຣະວິນຍານຊົງໂຜດໃຫ້ເຂົາເວົ້ານັ້ນ 5 ຂນະນັ້ນມີຊາວຢິວທີ່ຢຳເກງພຣະເຈົ້າມາຈາກທຸກປະເທດທົ່ວໃຕ້ຟ້າ ເຂົ້າມາພັກເຊົາຢູ່ໃນກຸງເຢຣູຊາເລັມ 6 ເມື່ອສຽງນັ້ນໄດ້ເກີດຂຶ້ນ ຝູງຄົນຫລວງຫລາຍໄດ້ມາໂຮມກັນ ແລ້ວສງົນສົນເທເພາະຕ່າງຄົນກໍຕ່າງໄດ້ຍິນພວກເຫລົ່ານັ້ນເວົ້າພາສາຂອງໃຜລາວ 7 ຄົນທັງປວງຈຶ່ງປລາດແລະງຶດອັດສະຈັນໃຈເວົ້າກັນວ່າ, “ເບິ່ງແມ໋, ຄົນທັງຫລາຍທີ່ເວົ້າກັນຢູ່ນັ້ນແມ່ນຊາວຄາລີເລທັງຫມົດ ບໍ່ແມ່ນຫລື 8 ເປັນແນວໃດພວກເຮົາທຸກຄົນຈຶ່ງໄດ້ຍິນເຂົາເວົ້າພາສາບ້ານເກີດເມືອງນອນຂອງພວກເຂົາ 9 ຄືຊາວປາເທັຽ ຊາວເມເດັຽ ຊາວເອລາມ ແລະຄົນທີ່ຢູ່ໃນປະເທດເມໂຊໂປຕາເມັຽ 10 ແຂວງຢູດາຍ, ແລະປະເທດກັປປາໂດເກັຽ ໃນແຂວງປົນໂຕ ແລະອາເຊັຽ 11 ທັງຊາດຢິວແລະຄົນທີ່ນັບຖືລັດທິຢິວ ຊາວເກາະກະເຣເຕແລະຊາຍວປະເທດອາຣະເບັຽ ພວກເຮົາໄດ້ຍິນເຂົາກ່າວເຖິງມະຫາຣາຊກິດຂອງພຣະເຈົ້າໃນພາສາຂອງເຮົາເອງ” 12 ເຂົາທັງຫລາຍຈຶ່ງອັດສະຈັນໃຈແລະສງົນສົນເທເວົ້າກັນວ່າ, “ການນີ້ອາດຈະເປັນຢ່າງໃດຫນໍ” 13 ແຕ່ລາງຄົນເວົ້າເຍາະເຍີ້ຍວ່າ, “ຄົນເຫລົ່ານັ້ນເຕັມໄປດ້ວຍເຫລົ້າອະງຸ່ນໃຫມ່”
ຄຳປາສັຍຂອງເປໂຕໃນວັນເພັນຕາຄອສ
14 ແລ້ວເປໂຕໄດ້ຢືນຂຶ້ນກັບອັຄສາວົກສິບເອັດຄົນນັ້ນ ແລະໄດ້ກ່າວຄຳປາສັຍດ້ວຍສຽງດັງໃຫ້ເຂົາຟັງວ່າ, “ທ່ານຊາວຢິວ ແລະບັນດາຄົນທີ່ຢູ່ໃນກຸງເຢຣູຊາເລັມເອີຍ, ຈົ່ງຊາບເຣື່ອງນີ້ແລະຕັ້ງຫູຟັງຖ້ອຍຄຳຂອງຂ້າພະເຈົ້າ 15 ດ້ວຍວ່າຄົນເຫລົ່ານີ້ບໍ່ໄດ້ເມົາເຫລົ້າເຫມືອນດັ່ງພວກທ່ານຄຶດນັ້ນ ເພາະຍັງເປັນເວລາສາມໂມງເຊົ້າຢູ່ 16 ແຕ່ການນີ້ແຫລະ, ແມ່ນຕາມທີ່ໄດ້ຊົງກ່າວດ້ວຍໂຢເອນຜູ້ປະກາດພຣະທັມວ່າ, 17 “ພຣະເຈົ້າຊົງກ່າວວ່າ ໃນຄາວສຸດທ້າຍເຮົາຈະຖອກວິນຍານຂອງເຮົາປະທານລົງໃສ່ມະນຸດທັງປວງ ລູກຊາຍແລະລູກຍິງຂອງພວກທ່ານຈະທຳນວາຍ ຊາຍຫນຸ່ມຂອງພວກທ່ານຈະຝັນເຫັນ 18 ຝ່າຍເຮົາໃນຄາວນັ້ນເຮົາຈະຖອກວິນຍານຂອງເຮົາປະທານລົງໃສ່ຂ້າໃຊ້ຊາຍຍິງຂອງເຮົາ ແລະເຂົາຈະທໍານວາຍ 19 ເຮົາຈະສະແດງການອັສຈັນໃນອາກາດເບື້ອງເທິງ ແລະຫມາຍສຳຄັນທີ່ແຜ່ນດິນໂລກເບື້ອງລຸ່ມ ຄືເລືອດແລະໄຟກັບອາຍຄວັນ 20 ກ່ອນວັນອັນໃຫຍ່ແລະຮຸ່ງເຮືອງຂອງພຣະອົງເຈົ້າຈະມາເຖິງ ດວງອາທິດຈະເກີດມືດມົວ ດວງຈັນຈະກາຍເປັນເລືອດ 21 ແລ້ວກໍຈະເປັນດັ່ງນີ້ ຄືບຸກຄົນໃດທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າກໍຈະລອດພົ້ນ” 22 ຊາວອິສຣາເອນທັງຫລາຍເອີຍ, ຈົ່ງຟັງຖ້ອຍຄຳເຫລົ່ານີ້ ຄືເຢຊູໄທນາຊາເຣັດເປັນຜູ້ທີ່ພຣະເຈົ້າຊົງຊີ້ແຈງໃຫ້ພວກເຮົາຮູ້ ດ້ວຍການອິດທິຣິດ, ການອັສຈັນ ແລະຫມາຍສຳຄັນຕ່າງໆ ຊຶ່ງພຣະເຈົ້າໄດ້ຊົງກະທຳໃນຖ້າມກາງພວກທ່ານດ້ວຍ ທ່ານຜູ້ນັ້ນ ດັ່ງທີ່ພວກທ່ານຮູ້ຢູ່ແລ້ວ 23 ທ່ານຜູ້ນີ້ໄດ້ຖືກມອບໄວ້ ຕາມທີ່ພຣະເຈົ້າໄດ້ຊົງກຳນົດຄາດຫມາຍແລະຊົງຮູ້ໄວ້ລ່ວງຫນ້າກ່ອນນັ້ນ ພວກທ່ານໄດ້ໃຫ້ຄົນນອກສາສນາຄຶງພຣະອົງໄວ້ທີ່ໄມ້ກາງແຂນແລະປະຫານຊີວິດເສັຽ 24 ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຄືນມາ ດ້ວຍຊົງປັດພຣະອົງໃຫ້ອອກຈາກຄວາມເຈັບປວດແຫ່ງຄວາມຕາຍ ເພາະຄວາມຕາຍສະກັດຈ່ອງພຣະອົງໄວ້ບໍ່ໄດ້ 25 ເພາະກະສັດດາວິດໄດ້ຊົງກ່າວເຖິງພຣະອົງວ່າ, “ຂ້າພະເຈົ້າໄດ້ແນມເບິ່ງອົງພຣະຜູ້ເປັນເຈົ້າຢູ່ສເມີ ເພາະວ່າພຣະອົງປະທັບຢູ່ກ້ຳຂວາຂອງຂ້າພະເຈົ້າ ເພື່ອຂ້າພະເຈົ້າຈະບໍ່ສະທ້ານຫວັ່ນໄຫວ 26 ເພາະເຫດນີ້ຈິດໃຈຂອງຂ້າພະເຈົ້າຈຶ່ງປິຕິຍິນດີ ແລະລີ້ນຂອງຂ້າພະເຈົ້າຈຶ່ງຮ້ອງຊົມຊື່ນຍິນດີ ອີກປະການນຶ່ງ ເນື້ອຕົວຂອງຂ້າພະເຈົ້າຈະພັກຜ່ອນຢູ່ໃນຄວາມໄວ້ໃຈ 27 ເພາະພຣະອົງເຈົ້າຈະບໍ່ຊົງປະຖິ້ມ ຈິດວິນຍານຂອງຂ້າພຣະອົງໄວ້ໃນແດນມໍຣະນາ ທັງຈະບໍ່ໃຫ້ຜູ້ບໍຣິສຸດຂອງພຣະອົງເປື່ອຍເນົ່າໄປ 28 ພຣະອົງໄດ້ຊົງໂຜດໃຫ້ຂ້າພຣະອົງຮູ້ທາງແຫ່ງຊີວິດ ພຣະອົງຈະຊົງໂຜດໃຫ້ຂ້າພຣະອົງເຕັມບໍຣິບູນດ້ວຍຄວາມຍິນດີເພາະຢູ່ຕໍ່ພຣະພັກພຣະອົງ” 29 “ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າມີສິດທີ່ຈະກ່າວຢ່າງເຊື່ອຫມັ້ນ ໃຫ້ທ່ານທັງຫລາຍຟັງເຖິງເຣື່ອງກະສັດດາວິດບັນພະບຸຣຸດຂອງເຮົານັ້ນວ່າ ທ່ານສິ້ນຊີວິດແລະຖືກບັນຈຸໄວ້ແລ້ວ ແລະອຸບໂມງຂອງທ່ານຍັງຢູ່ຖ້າມກາງພວກເຮົາຈົນເຖິງທຸກວັນນີ້ 30 ທ່ານເປັນຜູ້ທຳນວາຍ ແລະຊາບວ່າພຣະເຈົ້າໄດ້ຊົງສັນຍາແກ່ທ່ານດ້ວຍຄຳສາບານວ່າ ຈະປະທານຜູ້ນຶ່ງໃນວົງຕະກູນຂອງທ່ານໃຫ້ປະທັບເທິງພຣະທີ່ນັ່ງຂອງທ່ານ 31 ກະສັດດາວິດກໍຊົງລ່ວງຮູ້ເຫດການນີ້ໄວ້ກ່ອນ ຈຶ່ງຊົງກ່າວເຖິງການຄືນພຣະຊົນຂອງອົງພຣະຄຣິດວ່າ, “ພຣະເຈົ້າບໍ່ໄດ້ຊົງປະຖິ້ມທ່ານໄວ້ໃນແດນມໍຣະນາທັງເນື້ອຕົວຂອງທ່ານກໍຈະບໍ່ເປື່ອຍເນົ່າໄປ” 32 ພຣະເຢຊູນີ້ແຫລະ, ທີ່ພຣະເຈົ້າໄດ້ຊົງບັນດານໃຫ້ຄືນພຣະຊົນແລ້ວ ຝ່າຍຂ້າພະເຈົ້າທັງຫລາຍເປັນພຍານເຖິງເຣື່ອງນີ້ 33 ເມື່ອຊົງຖືກຍົກຂຶ້ນຢູ່ທີ່ພຣະຫັດກ້ຳຂວາຂອງພຣະເຈົ້າ ແລະໄດ້ຊົງຮັບພຣະວິນຍານບໍຣິສຸດຈາກພຣະບິດາຕາມພຣະສັນຍາ ພຣະອົງໄດ້ຊົງຖອກພຣະວິນຍານນັນລົງມາດັ່ງພວກທ່ານໄດ້ເຫັນແລະໄດ້ຍິນແລ້ວນັ້ນ 34 ເຫດວ່າກະສັດດາວິດບໍ່ຂຶ້ນໄປຍັງສວັນ ແລະທ່ານເອງໄດ້ຊົງກ່າວວ່າ, “ພຣະເຈົ້າຊົງກ່າວແດ່ອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າວ່າ ຈົ່ງນັ່ງທີ່ຂວາມືຂອງເຮົາ, 35 ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ” 36 ເຫດສັນນັ້ນໃຫ້ຍາດວົງອິສຣາເອນຮູ້ຄັກແນ່ວ່າ ພຣະເຈົ້າໄດ້ຊົງຍົກພຣະເຢຊູນີ້ ຊຶ່ງທ່ານທັງຫລາຍໄດ້ຕອກຕິດໄວ້ທີ່ໄມ້ກາງແຂນນັ້ນ ຊົງແຕ່ງຕັ້ງໃຫ້ເປັນທັງອົງພຣະຜູ້ເປັນເຈົ້າແລະເປັນພຣະຄຣິດ 37 ເມື່ອຄົນທັງຫລາຍໄດ້ຍິນດັ່ງນັ້ນແລ້ວກໍຮູ້ສຶກເຈັບຊ້ຳກິນແຫນງໃຈ ຈຶ່ງກ່າວແກ່ເປໂຕແລະອັຄສາວົກວ່າ, “ພີ່ນ້ອງເອີຍ, ພວກເຮົາຈະເຮັດຢ່າງໃດ?” 38 ຝ່າຍເປໂຕຈຶ່ງກ່າວແກ່ເຂົາວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃຫມ່ ແລະຣັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູຄຣິດທຸກຄົນ ເພື່ອການຊົງຍົກບາບໂທດຂອງພວກທ່ານ ແລ້ວພວກທ່ານຈະໄດ້ຮັບຂອງພຣະຣາຊທານ ຄືພຣະວິນຍານບໍຣິສຸດ 39 ດ້ວຍວ່າພຣະສັນຍານັ້ນກໍມີໄວ້ແກ່ທ່ານທັງຫລາຍ, ກັບລູກຫລານຂອງພວກທ່ານ ແລະແກ່ຄົນທັງປວງທີ່ຢູ່ຫ່າງໄກ ຄືແກ່ທູກຄົນທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາຊົງເອີ້ນມາເຝົ້າພຣະອົງນັ້ນ” 40 ແລະເປໂຕໄດ້ກ່າວສັ່ງເຂົາຫລາຍປະການອີກ ແລະເຕືອນສະຕິເຂົາວ່າ, “ຈົ່ງເອົາຕົວລອດພົ້ນຈາກເຊື້ອຊາດອັນຄົດລ້ຽວນີ້ເສັຽ” 41 ຝ່າຍຄົນທັງຫລາຍທີ່ໄດ້ເຊື່ອຮັບຟັງຖ້ອຍຄຳຂອງເປໂຕກໍໄດ້ຮັບບັບຕິສະມາໃນວັນນັ້ນມີຄົນຕື່ມເຂົ້າເປັນລູກສິດປະມານສາມພັນຄົນ 42 ແລະເຂົາໄດ້ຫມັ້ນຄົງຢູ່ໃນຄຳສອນຂອງພວກອັຄສາວົກ, ໃນການຮ່ວມໃຈກັນ, ໃນການຫັກເຂົ້າຈີ່ ແລະໃນການໄຫວ້ວອນ
ຊີວິດການເປັນຢູ່ຂອງພວກສິດ
43 ທຸກຄົນເກີດມີຄວາມຢ້ານຢຳນັບຖື ສ່ວນພວກອັຄສາວົກກໍໄດ້ເຮັດການອັດສະຈັນແລະຫມາຍສຳຄັນຫລາຍປະການ 44 ບັນດາຜູ້ທີ່ເຊື່ອຖືນັ້ນກໍໄດ້ຢູ່ຮ່ວມກັນ ແລະຊັບສິ່ງຂອງຂອງເຂົາເຫລົ່ານັ້ນເຂົາກໍຖືເປັນຂອງສ່ວນຮວມ 45 ແລະເຂົາໄດ້ຂາຍທີ່ດິນແລະຊັບສິ່ງຂອງ ມາແຈກຢາຍໃຫ້ຄົນທັງປວງຕາມທີ່ທຸກຄົນຕ້ອງການ 46 ເຂົາໄດ້ຫມັ່ນຮ່ວມປະຊຸມໃນບໍຣິເວນພຣະວິຫານທຸກວັນ ແລະຫັກເຂົ້າຈີ່ ຕາມເຮືອນຂອງເຂົາ ຮ່ວມຮັບປະທານອາຫານດ້ວຍຄວາມຊື່ນຊົມຍິນດີແລະໃຈສັດຊື່ 47 ທັງໄດ້ສັຣເສີນພຣະເຈົ້າ ແລະພົລເມືອງທັງຫມົດກໍຊອບໃຈນຳ ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຄົນທັງຫລາຍຊຶ່ງກຳລັງຈະລອດພົ້ນນັ້ນມາເຂົ້າກັບພວກສິດທຸກໆວັນ
ຄົນງ່ອຍຜູ້ນຶ່ງດີພຍາດທີ່ປະຕູງາມ
1 ຝ່າຍເປໂຕກັບໂຢຮັນກຳລັງຂຶ້ນໄປຈະເຂົ້າບໍຣິເວນພຣະວິຫານ ເປັນຍາມອ້ອນວອນຄືເວລາເກົ້າໂມງ 2 ມີຊາຍຄົນນຶ່ງເປັນງ່ອຍຕັ້ງແຕ່ຢູ່ໃນທ້ອງແມ່ ຊຶ່ງເຂົາເຄີຍຫາມມາວາງໄວ້ທຸກວັນທີ່ຮີມປະຕູບໍຣິເວນພຣະວິຫານ ຊຶ່ງມີຊື່ວ່າປະຕູງາມ ເພື່ອໃຫ້ຂໍທານຈາກຄົນທີ່ເຂົ້າໄປໃນບໍຣິເວນພຣະວິຫານນັ້ນ 3 ເມື່ອຄົນນັ້ນເຫັນເປໂຕກັບໂຢຮັນຈະເຂົ້າໄປໃນບໍຣິເວນພຣະວິຫານກໍຂໍທານ 4 ຝ່າຍເປໂຕກັບໂຢຮັນກໍເພ່ງເບິ່ງຄົນນັ້ນບອກວ່າ, “ຈົ່ງເບິ່ງພວກເຮົາ” 5 ແລະຄົນນັ້ນໄດ້ລໍເບິ່ງ ນຶກວ່າຈະໄດ້ຮັບສິ່ງນຶ່ງຈາກທ່ານ 6 ແຕ່ເປໂຕໄດ້ກ່າວວ່າ, “ເງິນແລະຄຳເຮົາບໍ່ມີ ແຕ່ອັນທີ່ເຮົາມີຢູ່ນັ້ນເຮົາຈະໃຫ້ແກ່ເຈົ້າ ຄືໃນພຣະນາມແຫ່ງພຣະເຢຊູໄທນາຊາເຣັດຈົ່ງຍ່າງໄປ” 7 ແລ້ວເປໂຕຈັບມືເບື້ອງຂວາຜູ້ນັ້ນດຶງຂຶ້ນ ໃນທັນໃດນັ້ນຕີນແລະຂໍ່ຕີນຂອງເຂົາກໍມີແຮງມາ 8 ເຂົາໄດ້ໂດດຢືນຂຶ້ນຍ່າງໄປມາ ແລ້ວເຂົ້າໄປໃນບໍຣິເວນພຣະວິຫານພ້ອມກັນກັບທ່ານທັງສອງ ຍ່າງແລະເຕັ້ນພ້ອມສັຣເສີນພຣະເຈົ້າໄປ 9 ພົລເມືອງທັງຫລາຍໄດ້ເຫັນຜູ້ນັ້ນຍ່າງໄປມາສັຣເສີນພຣະເຈົ້າ 10 ຈຶ່ງຮູ້ວ່າເປັນຄົນນັ້ນທີ່ເຄີຍນັ່ງຂໍທານຢູ່ທີ່ປະຕູງາມແຫ່ງບໍຣິເວນພຣະວິຫານ ເຂົາຈຶ່ງພາກັນເຕັມໄປດ້ວຍຄວາມງຶດງໍ້ອັສຈັນໃຈເພາະເຫດການທີ່ເກີດຂຶ້ນແກ່ຄົນນັ້ນ
ຄຳປາສັຍຂອງເປໂຕທີ່ລະບຽງຂອງໂຊໂລໂມນ
11 ເມື່ອຄົນນັ້ນຍັງຈັບຫນ່ວງເປໂຕແລະໂຢຮັນຢູ່ ພົລເມືອງທັງປວງກໍອັດສະຈັນໃຈ ຈຶ່ງແລ່ນມາຫາເຂົາທີ່ລະບຽງຊຶ່ງມີຊື່ວ່າລະບຽງໂຊໂລໂມນ 12 ເມື່ອເປໂຕໄດ້ເຫັນດັ່ງນັ້ນກໍກ່າວແກ່ພົລເມືອງວ່າ, “ຊາວອິສຣາເອນເອີຍ, ເປັນຫຍັງພວກທ່ານພາກັນປລາດໃຈດ້ວຍເຣື່ອງຂອງຄົນນີ້ ແລະເພ່ງເບິ່ງພວກເຮົາເຫມືອນກັບວ່າ ພວກເຮົາໄດ້ເຮັດໃຫ້ຄົນນີ້ຍ່າງໄດ້ໂດຍອຳນາດຂອງເຮົາເອງ ຫລືດ້ວຍການທີ່ພວກເຮົານັບຖືພຣະເຈົ້າຢ່າງຖືກຕ້ອງ 13 ພຣະເຈົ້າຂອງອັບຣາຮາມ ພຣະເຈົ້າຂອງອີຊາກ ແລະຂອງຢາໂຄບ ຄືພຣະເຈົ້າຂອງບັນພະບຸຣຸດຂອງພວກເຮົາ ໄດ້ຊົງໂຜດປະທານພຣະກຽດແດ່ຜູ້ຣັບໃຊ້ຂອງພຣະອົງຄື ພຣະເຢຊູ ຊຶ່ງທ່ານທັງຫລາຍໄດ້ທໍຣະຍົດຕໍ່ພຣະອົງແລະໄດ້ປະຕິເສດພຣະອົງ 14 ຊຶ່ງເປັນອົງບໍຣິສຸດແລະຊອບທັມ ແລະໄດ້ຂໍທ່ານປ່ອຍຜູ້ຂ້າຄົນໃຫ້ແກ່ທ່ານທັງຫລາຍ 15 ຈຶ່ງຂ້າພຣະອົງຜູ້ຊົງເປັນເຈົ້າຊີວິດເສັຽ ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ ຝ່າຍພວກເຮົາເປັນພຍານໃນເຣື່ອງນີ້ 16 ໂດຍຄວາມເຊື່ອໃນພຣະນາມຂອງພຣະອົງ ພຣະນາມນັ້ນຈຶ່ງເຮັດໃຫ້ຄົນນີ້ມີແຮງຂຶ້ນ ຄືຜູ້ຊຶ່ງທ່ານທັງຫລາຍເຫັນ ແລະຮູ້ຈັກນີ້ກໍແມ່ນຄວາມເຊື່ອຊຶ່ງເກີດດ້ວຍພຣະອົງນັ້ນທີ່ໄດ້ເຮັດໃຫ້ຄົນນີ້ດີເປັນປົກກະຕິຕໍ່ຫນ້າທ່ານທັງຫລາຍ 17 “ພີ່ນ້ອງທັງຫລາຍເອີຍ, ບັດນີ້ຂ້າພະເຈົ້າຮູ້ແລ້ວວ່າ ທ່ານທັງຫລາຍໄດ້ເຮັດໄປຕາມຄວາມບໍ່ຮູ້ ທັງພວກເຈົ້ານາຍຂອງທ່ານກໍເຮັດເຫມືອນກັນ 18 ແຕ່ເຫດເຫລົ່ານັ້ນທີ່ພຣະເຈົ້າໄດ້ຊົງປະກາດໄວ້ລ່ວງຫນ້າ ໂດຍປາກຂອງພວກຜູ້ທຳນວາຍທັງຫມົດວ່າ ພຣະຄຣິດຂອງພຣະອົງຕ້ອງທົນທຸກທໍຣະມານ ພຣະອົງຈຶ່ງຊົງໃຫ້ສຳເຣັດດັ່ງນີ້ 19 ເຫດສັນນັ້ນທ່ານທັງຫລາຍຈົ່ງຖິ້ມໃຈເກົ່າເອົາໃຈໃຫມ່ແລ້ວຫລົບລ່າວຕ່າວຄືນ ເພື່ອພຣະເຈົ້າຈະຊົງລົບລ້າງຄວາມຜິດບາບຂອງພວກທ່ານເສັຽ 20 ເພື່ອເວລາແຫ່ງຄວາມພັກຜ່ອນຢ່ອນໃຈ ຈະໄດ້ມາຈາກພຣະພັກຂອງອົງພຣະຜູ້ເປັນເຈົ້າ ເພື່ອພຣະອົງຈະໄດ້ຊົງໃຊ້ພຣະຄຣິດຊຶ່ງຊົງກຳນົດໄວ້ແລ້ວນັ້ນມາເພື່ອທ່ານທັງຫລາຍ ຄືພຣະເຢຊູ 21 ພຣະອົງນັ້ນຟ້າສວັນຈະຕ້ອງຮັບໄວ້ຈົນເຖິງເວລາເມື່ອສິ່ງສາຣະພັດຈະຕັ້ງຂຶ້ນໃຫມ່ ຕາມທີ່ພຣະເຈົ້າໄດ້ຊົງກ່າວໄວ້ໂດຍປາກຂອງພວກຜູ້ປະກາດພຣະທັມບໍຣິສຸດຂອງພຣະອົງ ຕັ້ງແຕ່ຄາວບູຮານມາ 22 ສ່ວນໂມເຊໄດ້ກ່າວໄວ້ວ່າ, “ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງທ່ານທັງຫລາຍຈະຊົງໃຫ້ຜູ້ປະກາດພຣະທັມຜູ້ນຶ່ງ ເກີດຂຶ້ນຈາກຈຳພວກພີ່ນ້ອງຂອງພວກທ່ານເຫມືອນຢ່າງເຮົາ ພວກທ່ານຈະຕ້ອງເຊື່ອຟັງທຸກສິ່ງທີ່ທ່ານຈະບອກແກ່ພວກທ່ານ 23 ແລ້ວກໍຈະໄດ້ເປັນມາດັ່ງນີ້ວ່າ ທຸກຄົນທີ່ບໍ່ເຊື່ອຟັງຜູ້ປະກາດພຣະທັມຜູ້ນັ້ນ ຄົນນັ້ນຈະຖືກຕັດຂາດໃຫ້ຈິບຫາຍໄປຈາກພົລເມືອງ” 24 ບັນດາຜູ້ປະກາດພຣະທັມທີ່ໄດ້ກ່າວໄວ້ ນັບຕັ້ງແຕ່ຊາມູເອນເປັນລຳດັບມາ ກໍໄດ້ປະກາດເຖິງຄາວນີ້ເຫມືອນກັນ 25 ທ່ານທັງຫລາຍເປັນລູກຫລານຂອງຜູ້ປະກາດພຣະທັມ ແລະຂອງພຣະສັນຍາທີ່ພຣະເຈົ້າໄດ້ຊົງສັນໄວ້ແກ່ບັນພະບຸຣຸດຂອງພວກທ່ານ ຄືໄດ້ຊົງກ່າວກັບອັບຣາຮາມວ່າ “ຄອບຄົວທັງຫມົດທົ່ວແຜ່ນດິນໂລກຈະໄດ້ພອນເພາະເຊື້ອສາຍຂອງເຈົ້າ” 26 ເມື່ອພຣະເຈົ້າໄດ້ຊົງບັນດານໃຫ້ອົງຜູ້ຮັບໃຊ້ຂອງພຣະອົງເປັນຄືນມາແລ້ວ ກໍຊົງໃຊ້ພຣະອົງມາຍັງທ່ານທັງຫລາຍກ່ອນ ເພື່ອອວຍພຣະພອນແກ່ພວກທ່ານ ໂດຍໃຫ້ທຸກຄົນກັບຈາກການຊົ່ວຮ້າຍຂອງຕົນ”
ເປໂຕແລະໂຢຮັນຕໍ່ຫນ້າສານສູງສຸດ
1 ຂນະທີ່ເປໂຕກັບໂຢຮັນຍັງກ່າວກັບພົລເມືອງ ພວກປະໂຣຫິດ ກັບນາຍທະຫານຮັກສາພຣະວິຫານ ແລະພວກຊາດູກາຍເຂົ້າມາຫາທ່ານທັງສອງ 2 ເຂົາຂັດໃຈໃນການທີ່ທ່ານທັງສອງໄດ້ສັ່ງສອນ ແລະປະກາດແກ່ພົລເມືອງເຖິງເຣື່ອງການຄືນມາຈາກຕາຍ ໂດຍອ້າງວ່າພຣະເຢຊູຄືນພຣະຊົນແລ້ວ 3 ເຂົາຈຶ່ງຈັບທ່ານທັງສອງໄປຂັງໄວ້ໃນຄຸກຈົນເຖິງມື້ຫນ້າ ເພາະເປັນເວລາຄ່ຳແລ້ວ 4 ສ່ວນຄົນທີ່ໄດ້ຍິນຄຳສອນນັ້ນມີຫລາຍຄົນໄດ້ເຊື່ອ ຈຳນວນຜູ້ຊາຍຕື່ມຂຶ້ນຈົນນັບໄດ້ປະມານຫ້າພັນຄົນ 5 ຕົກມື້ຫນ້າມາມີການປະຊຸມກັນຢູ່ກຸງເຢຣູຊາເລັມລະຫວ່າງພວກເຈົ້ານາຍ ພວກເຖົ້າແກ່ ແລະພວກນັກທັມ 6 ທັງອັນນາ ມະຫາປະໂຣຫິດ ແລະກາຢະຟາ ໂຢຮັນ ອາເລັກຊັນໂດກັບຄົນອື່ນໆ ທີ່ເປັນຍາດຂອງມະຫາປະໂຣຫິດນັ້ນ 7 ເພື່ອເຂົາໄດ້ໃຫ້ເປໂຕແລະໂຢຮັນຢືນຢູ່ຖ້າມກາງພວກເຂົາແລ້ວ ຈຶ່ງໂຈດຖາມວ່າ, “ທ່ານທັງສອງໄດ້ເຮັດການນີ້ໂດຍຣິດອັນໃດຫລືໂດຍນາມອັນໃດ” 8 ຂນະນັ້ນເປໂຕເຕັມໄປດ້ວຍພຣະວິນຍານບໍຣິສຸດ ຈຶ່ງຕອບວ່າ, “ພວກທ່ານຜູ້ປົກຄອງພົລເມືອງແລະເຖົ້າແກ່ທັງຫລາຍເອີຍ, 9 ວັນນີ້ຖ້າທ່ານທັງຫລາຍຈະໂຈດຖາມຂ້າພະເຈົ້າທັງສອງ ເຖິງຄຸນຄວາມດີທີ່ໄດ້ເຮັດແກ່ຄົນພິການຜູ້ນັ້ນວ່າ ເຂົາໄດ້ດີປົກກະຕິດ້ວຍຢ່າງໃດ 10 ກໍໃຫ້ທ່ານທັງຫລາຍກັບບັນດາພົລເມືອງອິສຣາເອນຊາບວ່າ ໂດຍພຣະນາມຂອງພຣະເຢຊູຄຣິດໄທນາຊາເຣັດ ທີ່ທ່ານທັງຫລາຍໄດ້ຕອກຄຶງໄວ້ທີ່ໄມ້ກາງແຂນ ທີ່ພຣະເຈົ້າໄດ້ຊົງບັນດານໃຫ້ຄືນພຣະຊົນ ດ້ວຍພຣະອົງນັ້ນແຫລະ, ຄົນຜູ້ນີ້ຈຶ່ງດີປົກກະຕິຢືນຢູ່ຕໍ່ຫນ້າພວກທ່ານ 11 ພຣະອົງນັ້ນແຫລະ, “ເປັນຫີນທີ່ພວກທ່ານຜູ້ເປັນພວກຊ່າງກໍ່ໄດ້ປະຖິ້ມບໍ່ຍອມໃຊ້ ຊຶ່ງໄດ້ກາຍເປັນຫີນເສົາເອກແລ້ວ” 12 ໃນຜູ້ອື່ນຄວາມລອດພົ້ນບໍ່ມີ ດ້ວຍວ່າບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າ ທີ່ຊົງປະທານແກ່ມະນຸດ ເພື່ອໃຫ້ເຮົາທັງຫລາຍຕ້ອງໄດ້ພົ້ນ” 13 ເມື່ອເຂົາໄດ້ເຫັນຄວາມກ້າຫານຂອງເປໂຕກັບໂຢຮັນ ແລະສັງເກດວ່າທ່ານທັງສອງຂາດການສຶກສາ ແລະເປັນຄົນທຳມະດາສາມັນ ກໍປລາດໃຈ ແລ້ວສຳນຶກໄດ້ວ່າຄົນທັງສອງເຄີຍຢູ່ກັບພຣະເຢຊູ 14 ເມື່ອເຂົາເຫັນຄົນທີ່ດີພຍາດນັ້ນຢືນຢູ່ກັບເປໂຕແລະໂຢຮັນ ເຂົາຈຶ່ງບໍ່ມີຂໍ້ທີ່ຈະປະຕິເສດໄດ້ 15 ແຕ່ເມື່ອສັ່ງໃຫ້ເປໂຕກັບໂຢຮັນອອກໄປຈາກທີ່ປະຊຸມແລ້ວ ເຂົາຈຶ່ງປຶກສາກັນ 16 ວ່າ, “ພວກເຮົາຈະເຮັດແນວໃດກັບຄົນທັງສອງນີ້ຫນໍ ເພາະການທີ່ເຂົາໄດ້ເຮັດຫມາຍສຳຄັນ ກໍຊ່າລືປາກົດແກ່ຄົນທັງປວງທີ່ຢູ່ໃນກຸງເຢຣູຊາເລັມແລ້ວ ແລະພວກເຮົາກໍປະຕິເສດບໍ່ໄດ້ 17 ແຕ່ເພື່ອບໍ່ໃຫ້ເຣື່ອງນີ້ແຜ່ກວ້າງອອກໄປໃນຖ້າມກາງພົລເມືອງ ໃຫ້ພວກເຮົາຫ້າມຂູ່ເຂົາບໍ່ໃຫ້ອ້າງອອກນາມຊື່ນັ້ນແກ່ຜູ້ໃດຈັກເທື່ອ” 18 ເຂົາຈຶ່ງເອີ້ນເປໂຕແລະໂຢຮັນມາ ແລ້ວຫ້າມເດັດຂາດບໍ່ໃຫ້ກ່າວຫລືສອນຢ່າງນຶ່ງຢ່າງໃດໃນນາມຂອງພຣະເຢຊູນັ້ນ 19 ຝ່າຍເປໂຕກັບໂຢຮັນໄດ້ຕອບເຂົາວ່າ, “ທີ່ຈະຟັງຄຳຂອງພວກທ່ານຫລາຍກວ່າຈະຟັງຄຳຂອງພຣະເຈົ້າ ຈະເປັນການຊອບທັມຕໍ່ພຣະພັກພຣະເຈົ້າຫລື ຂໍພວກທ່ານຈົ່ງພິຈາຣະນາເບິ່ງ 20 ເພາະວ່າຈະເປັນໄປບໍ່ໄດ້ ທີ່ຈະໃຫ້ພວກຂ້າພະເຈົ້າອຳໄວ້ໃນສິ່ງທີ່ໄດ້ເຫັນແລະໄດ້ຍິນແລ້ວ” 21 ແລະເມື່ອຂູ່ເຂົາທັງສອງອີກແລ້ວກໍປ່ອຍໄປ ບໍ່ເຫັນມີເຫດທີ່ຈະໃສ່ໂທດຢ່າງໃດ ເພາະເຫັນແກ່ພົລເມືອງ ດ້ວຍວ່າຄົນທັງປວງພາກັນສັຣເສີນພຣະເຈົ້າ ເນື່ອງດ້ວຍເຫດການທີ່ເກີດຂຶ້ນນັ້ນ 22 ເພາະວ່າຄົນທີ່ດີພຍາດດ້ວຍຫມາຍສຳຄັນນັນມີອາຍຸເກີນກວ່າສີ່ສິບປີແລ້ວ
ພວກສິດອ້ອນວອນຂໍຄວາມກ້າຫານ
23 ເມື່ອຖືກປ່ອຍແລ້ວທ່ານທັງສອງກໍໄປຫາເພື່ອນຝູງຂອງຕົນ ແລະເລົ່າເຣື່ອງທັງຫມົດທີ່ພວກປະໂຣຫິດຕົນໃຫຍ່ແລະພວກເຖົ້າແກ່ໄດ້ເວົ້າແກ່ຕົນນັ້ນ 24 ເມື່ອເຂົາທັງຫລາຍໄດ້ຍິນແລ້ວ ກໍພ້ອມໃຈກັນຍົກສຽງຂຶ້ນທູນພຣະເຈົ້າວ່າ, “ຂ້າແດ່ພຣະເຈົ້າຕົນມະຫາຣາຊ ພຣະອົງໄດ້ຊົງສ້າງຟ້າສວັນ ແຜ່ນດິນໂລກ ນ້ຳທະເລກັບສັພສິ່ງທີ່ຢູ່ໃນບ່ອນເຫລົ່ານັ້ນ 25 ພຣະອົງຊົງກ່າວໄວດ້ໂດຍພຣະວິນຍານບໍຣິສຸດ ດ້ວຍປາກດາວິດບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ ຄືຜູ້ຮັບໃຊ້ຂອງພຣະອົງວ່າ, “ດ້ວຍເຫດໃດຊົນຕ່າງຊາດຈຶ່ງຮ້າຍແຮງຂຶ້ນ ແລະຊົນຊາດທັງຫລາຍຈຶ່ງຄຶດປອງຮ້າຍເປັນການເປົ່າໆ 26 ບັນດາກະສັດແຫ່ງແຜ່ນດິນໂລກຕັ້ງຕົວຂຶ້ນ ແລະຜູ້ປົກຄອງໄດ້ຊຸມນຸມກັນຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະຕໍ່ສູ້ຜູ້ທີ່ພຣະອົງຊົງຫົດສົງ” 27 ຈິງແທ້ໃນເມືອງນີ້ ທັງເຮໂຣດແລະປົນຕີອຸສປີລາດ ກັບຄົນຕ່າງຊາດ ແລະຊາວອິສຣາເອນ ໄດ້ປະຊຸມກັນຕໍ່ສູ້ພຣະເຢຊູຜູ້ຮັບໃຊ້ບໍຣິສຸດຂອງພຣະອົງ ທີ່ຊົງຫົດສົງໄວ້ແລ້ວ 28 ເພື່ອໃຫ້ສິ່ງສາຣະພັດຕາມທີ່ພຣະຫັດແລະພຣະທັຍຂອງພຣະອົງຊົງກຳນົດ ຕັ້ງແຕ່ກ່ອນມາແລ້ວນັ້ນເກີດຂຶ້ນ 29 ຂ້າແຕ່ອົງພຣະຜູ້ເປັນເຈົ້າ ບັດນີ້ ຂໍໂຜດທອດພຣະເນດການຂູ່ເຂັນຂອງເຂົາ ແລະຂໍໂຜດໃຫ້ຜູ້ຮັບໃຊ້ຂອງພຣະອົງກ່າວພຣະທັມຂອງພຣະອົງດ້ວຍໃຈກ້າ 30 ໂດຍການຊົງຢຽດພຣະຫັດຂອງພຣະອົງອອກ ເພື່ອເຮັດໃຫ້ດີພຍາດແລະໂຜດໃຫ້ຫມາຍສຳຄັນກັບການອັສຈັນບັງເກີດຂຶ້ນ ໂດຍພຣະນາມຂອງພຣະເຢຊູຜູ້ຮັບໃຊ້ບໍຣິສຸດຂອງພຣະອົງ” 31 ເມື່ອເຂົາອ້ອນວອນຈົບລົງແລ້ວ ບ່ອນທີ່ເຂົາປະຊຸມກັນນັ້ນກໍສະທ້ານຫວັ່ນໄຫວ ແລະຄົນເຫລົ່ານັ້ນໄດ້ເຕັມໄປດ້ວຍພຣະວິນຍານບໍຣິສຸດທຸກຄົນ ຈຶ່ງພາກັນກ່າວພຣະທັມຂອງພຣະເຈົ້າດ້ວຍໃຈກ້າຫານ
ທຸກສິ່ງເປັນຂອງກາງ
32 ອັນນຶ່ງຄົນທັງປວງທີ່ເຊື່ອນັ້ນກໍເປັນນ້ຳນຶ່ງໃຈດຽວກັນ ແລະບໍ່ມີຈັກຄົນອ້າງວ່າສິ່ງຂອງທີ່ຈົນມີຢູ່ນັ້ນເປັນຂອງສ່ວນຕົວ ແຕ່ຖືວ່າສິ່ງຂອງທັງຫມົດເປັນຂອງກາງ 33 ຝ່າຍພວກອັຄສາວົກກໍເຕັມໄປດ້ວຍຣິດເດດອັນໃຫຍ່ ແລະເປັນພຍານວ່າພຣະເຢຊູເຈົ້າໄດ້ຊົງຄືນພຣະຊົນແລ້ວ ແລະພຣະຄຸນອັນໃຫຍ່ໄດ້ຢູ່ກັບເຂົາທຸກຄົນ 34 ເພາະວ່າໃນພວກເຂົານັ້ນບໍ່ມີຜູ້ໃດຂັດສົນ ດ້ວຍວ່າບຸກຄົນໃດມີໄຮ່ນາຫລືຢ້າວເຮືອນກໍໄດ້ຂາຍເສັຽ ແລະນຳເງິນຄ່າຂອງທີ່ຂາຍໄດ້ນັ້ນ 35 ມາມອບໄວ້ໃນມືຂອງພວກອັຄສາວົກ ແລ້ວຈຶ່ງມີການແຈກຢາຍໃຫ້ທຸກຄົນຕາມທີ່ຕ້ອງການ 36 ຝ່າຍໂຢເຊຟທີ່ອັຄສາວົກເອີ້ນວ່າບາຣ໌ນາບັສ (ແປວ່າ ຜູ້ມີໃຈອຸດຫນູນ) ເປັນພວກເລວີໄທເກາະໄຊປຣັສ 37 ກໍໄດ້ຂາຍນາຂອງຕົນທົ່ງນຶ່ງ ແລ້ວນຳເງິນຈຳນວນນັ້ນມາມອບໃຫ້ແກ່ພວກອັຄສາວົກ
ອານາເນັຽກັບຊະຟີຣາ
1 ແຕ່ມີຊາຍຄົນນຶ່ງຊື່ອານາເນັຽ ພ້ອມກັບພັຣຍາຊື່ຊະຟີຣາ ໄດ້ຂາຍທີ່ດິນຂອງຕົນ 2 ສ່ວນເງິນຈຳນວນນັ້ນອານາເນັຽໄດ້ມ້ຽນໄວ້ສ່ວນນຶ່ງ ແລະພັຣຍາຂອງຕົນກໍຮູ້ນຳ ແລ້ວສ່ວນນຶ່ງອານາເນັຽໄດ້ນຳມາມອບໄວ້ແກ່ພວກອັຄສາວົກ 3 ຝ່າຍເປໂຕຈຶ່ງຖາມວ່າ, “ອານາເນັຽເອີຍ, ດ້ວຍເຫດໃດໃຈຂອງເຈົ້າເຕັມໄປດ້ວຍຊາຕານ ເຈົ້າຈຶ່ງຕົວະຕໍ່ພຣະວິນຍານບໍຣິສຸດ ແລະໄດ້ມ້ຽນຄ່າທີ່ດິນນັ້ນໄວ້ສ່ວນນຶ່ງ 4 ເມື່ອດິນນັ້ນບໍ່ທັນໄດ້ຂາຍກໍເປັນຂອງເຈົ້າ ບໍ່ແມ່ນຫລື ແລະເມື່ອຂາຍແລ້ວເງິນນັ້ນກໍຢູ່ໃນອຳນາດຂອງເຈົ້າ ບໍ່ແມ່ນຫລື ມີເຫດໃດເກີດຂຶ້ນຈຶ່ງເຮັດໃຫ້ເຈົ້າຄຶດດັ່ງນີ້ໃນໃຈ ທີ່ເຈົ້າໄດ້ຕົວະນັ້ນບໍ່ແມ່ນຕົວະມະນຸດແຕ່ຕົວະພຣະເຈົ້າ” 5 ເມື່ອອານາເນັຽໄດ້ຍິນຖ້ອຍຄຳເຫລົ່ານັ້ນກໍລົ້ມລົງຕາຍເສັຽ ຄັນຄົນທັງປວງໄດ້ຍິນເຣື່ອງນັ້ນກໍເກີດມີຄວາມສະດຸ້ງຕົກໃຈ 6 ຝ່າຍພວກຊາຍຫນຸ່ມໄດ້ລຸກຂຶ້ນຫໍ່ສົບເຂົາໄວ້ ແລ້ວຫາມອອກໄປຝັງເສັຽ 7 ຫລັງຈາກນັ້ນປະມານສາມຊົ່ວໂມງພັຣຍາຂອງເຂົາເຂົ້າມາ ໂດຍຍັງບໍ່ຮູ້ເຖິງເຣື່ອງທີ່ເກີດຂຶ້ນນັ້ນ 8 ຝ່າຍເປໂຕໄດ້ຖາມນາງວ່າ, “ຈົ່ງບອກເຮົາດູ ເຈົ້າທັງສອງຂາຍທີ່ດິນໄດ້ຣາຄາເທົ່ານັ້ນຫລື” ນາງໄດ້ຕອບວ່າ, “ໂດຍ, ໄດ້ເທົ່ານັ້ນແລ້ວ” 9 ເປໂຕຈຶ່ງຖາມນາງວ່າ, “ເປັນດ້ວຍເຫດໃດ ເຈົ້າທັງສອງຈຶ່ງພ້ອມໃຈກັນທົດລອງພຣະວິນຍານຂອງພຣະຜູ້ເປັນເຈົ້າ ເບິ່ງແມ໋, ຕີນຂອງພວກທີ່ໄປຝັງສົບຜົວຂອງເຈົ້າກໍມາເຖິງປະຕູແລ້ວ ເຂົາຈະຫາມສົບຂອງເຈົ້າອອກໄປເຫມືອນກັນ” 10 ໃນທັນໃດນັ້ນນາງກໍລົ້ມລົງຕາຍແຄມຕີນຂອງເປໂຕ ເມື່ອພວກຊາຍຫນຸ່ມເຂົ້າມາກໍເຫັນວ່ານາງຕາຍແລ້ວ ເຂາຈຶ່ງຫາມສົບນັ້ນອອກໄປຝັງໄວ້ຂ້າງສົບສາມີຂອງນາງ 11 ຝ່າຍຄຣິສຕະຈັກທັງຫມົດ ແລະຄົນທັງປວງທີ່ໄດ້ຍິນເຫດການນີ້ ກໍເກີດມີຄວາມສະດຸ້ງຕົກໃຈ
ຫມາຍສຳຄັນແລະການອັດສະຈັນຫລາຍຢ່າງເກີດຂຶ້ນ
12 ມີຫມາຍສຳຄັນແລະການອັດສະຈັນຫລາຍຢ່າງທີ່ເກີດຂຶ້ນດ້ວຍມືຂອງພວກອັຄສາວົກໃນຖ້າມກາງພົລເມືອງ,,,,,,, (ພວກສາວົກທັງຫມົດໄດ້ພ້ອມກັນຢູ່ໃນລະບຽງຂອງໂຊໂລໂມນ 13 ສ່ວນຄົນອື່ນໆນັ້ນບໍ່ມີໃຜກ້າເຂົ້າມາຕິດພັນຢູ່ນຳ ແຕ່ພົລເມືອງສັຣເສີນຍ້ອງຍໍເຂົາຢູ່ 14 ແລະມີຊາຍແລະຍິງຈຳນວນຫລວງຫລາຍທີ່ເຊື່ອໃນພຣະຜູ້ເປັນເຈົ້າຕື່ມເຂົ້າມາຫລາຍກວ່າເກົ່າອີກ),,,,,,,, 15 ຈົນວ່າເຂົາໄດ້ເອົາຄົນເຈັບປ່ວຍໃສ່ບ່ອນນອນນ້ອຍໃຫຍ່ ຫາມອອກໄປວາງໄວ້ຕາມຫົນທາງ ເພື່ອວ່າເມື່ອເປໂຕຍ່າງຜ່ານໄປນັ້ນ ຢ່າງຫນ້ອຍເງົາຂອງທ່ານຈະໄດ້ຖືກບາງຄົນ 16 ແລະມີຄົນຈຳນວນຫລາຍໄດ້ອອກມາຈາກເມືອງຕ່າງໆ ທີ່ຢູ່ລ້ອມຮອບກຸງເຢຣູຊາເລັມນຳຄົນເຈັບປ່ວຍມາ ແລະຄົນທີ່ຖືກຜີຖ່ອຍຮ້າຍບຽດບຽນ ແລະທຸກຄົນກໍດີເປັນປົກກະຕິ
ພວກອັຄສາວົກຖືກຂົ່ມເຫັງ
17 ຝ່າຍມະຫາປະໂຣຫິດກັບພັກພວກທັງຫມົດຂອງຕົນ ຄືພວກຊາດູກາຍກໍລຸກຂຶ້ນ ແລະເຕັມໄປດ້ວຍຄວາມເຫິງສາ 18 ຈຶ່ງໄດ້ຈັບເອົາພວກອັຄສາວົກໄປຂັງໄວ້ໃນຄຸກຕລາງ 19 ແຕ່ໃນເວລາກາງຄືນ ມີເທວະດາຕົນນຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາໄຂປະຕູຄຸກ ແລະນຳພວກອັຄສາວົກອອກໄປໂດຍບອກວ່າ, 20 “ຈົ່ງໄປຢືນຢູ່ໃນບໍຣິເວນພຣະວິຫານ ປະກາດບັນດາຖ້ອຍຄຳເຣື່ອງຊີວິດນີ້ໃຫ້ພົລເມືອງຟັງ” 21 ເມື່ອອັຄສາວົກໄດ້ຍິນຢ່າງນັ້ນແລ້ວ ພໍຮຸ່ງເຊົ້າກໍເຂົ້າໄປຕັ້ງຕົ້ນສັ່ງສອນໃນບໍຣິເວນພຣະວິຫານ ຝ່າຍມະຫາປະໂຣຫິດກັບພັກພວກຂອງຕົນ ກໍໄດ້ເອີ້ນສະມາຊິກແຫ່ງສານສູງສຸດ ຄືພວກເຖົ້າແກ່ຂອງຊົນຊາດອິສຣາເອນໃຫ້ມາປະຊຸມ ແລ້ວໃຊ້ຄົນໄປຍັງຄຸກໃຫ້ພາພວກອັຄສາວົກອອກມາ 22 ແຕ່ພໍພວກນັ້ນໄປເຖິງກໍບໍ່ເຫັນພວກອັຄສາວົກຢູ່ໃນຄຸກນັ້ນ ຈຶ່ງກັບຄືນມາຣາຍງານ 23 ໂດຍກ່າວວ່າ, “ພວກຂ້ານ້ອຍໄດ້ເຫັນປະຕູຄຸກອັດແຫນ້ນຫມັ້ນຄົງ ແລະຄົນເຝົ້າຍາມກໍຢືນຢູ່ຫນ້າປະຕູນັ້ນ ແຕ່ເມື່ອໄຂເຂົ້າໄປຂ້າງໃນກໍບໍ່ເຫັນຜູ້ໃດ” 24 ເມື່ອນາຍທະຫານຮັກສາພຣະວິຫານກັບພວກປະໂຣຫິດຕົນໃຫຍ່ໄດ້ຍິນດັ່ງນັ້ນ ກໍສະງົນສົນເທໃນເຣື່ອງຂອງອັຄສາວົກວ່າຈະເປັນຢ່າງໃດຕໍ່ໄປ 25 ແລ້ວມີຜູ້ນຶ່ງມາແຈ້ງຄວາມຕໍ່ເຂົາວ່າ, “ຄົນນັ້ນທີ່ທ່ານທັງຫລາຍໄດ້ຂັງໄວ້ໃນຄຸກນັ້ນ ກຳລັງຢືນສັ່ງສອນພົລເມືອງຢູ່ໃນບໍຣິເວນພຣະວິຫານ” 26 ແລ້ວພວກທະຫານຮັກສາພຣະວິຫານກັບພວກເຈົ້າພະນັກງານ ໄດ້ໄປນຳພວກອັຄສາວົກມາໂດຍດີ ເພາະຢ້ານວ່າພົລເມືອງຈະຄວ່າງຫີນໃສ່ 27 ເມື່ອເຂົາໄດ້ນຳພວກອັຄສາວົກມາແລ້ວ ກໍໃຫ້ຢືນຢູ່ຕໍ່ຫນ້າທີ່ປະຊຸມ ແລ້ວມະຫາປະໂຣຫິດຈຶ່ງໂຈດຖາມເຂົາໂດຍກ່າວວ່າ, 28 “ພວກເຮົາໄດ້ສັ່ງຫ້າມຫມູ່ເຈົ້າຢ່າງແຂງແຮງບໍ່ໃຫ້ສອນອອກນາມຊື່ນີ້ ແຕ່ເບິ່ງແມ໋, ຫມູ່ເຈົ້າໄດ້ໃຫ້ຄຳສອນນັ້ນແຜ່ໄປທົ່ວກຸງເຢຣູຊາເລັມ ແລະປາຖນາໃຫ້ຄວາມຜິດກ່ຽວກັບຄວາມຕາຍຂອງຜູ້ນັ້ນຕົກໃສ່ພວກເຮົາ” 29 ຝ່າຍເປໂຕກັບອັຄສາວົກອື່ນໆຕອບວ່າ, “ພວກຂ້ານ້ອຍຈຳຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າເຊື່ອຟັງມະນຸດ 30 ພຣະເຢຊູຊຶ່ງທ່ານທັງຫລາຍໄດ້ຂ້າເສັຽໂດຍແຂວນໄວ້ທີ່ຕົ້ນໄມ້ນັ້ນ ພຣະເຈົ້າແຫ່ງບັນພະບຸຣຸດຂອງເຮົາໄດ້ຊົງບັນດານໃຫ້ເປັນຄືນມາໃຫມ່ 31 ພຣະອົງນັ້ນແຫລະ, ພຣະເຈົ້າໄດ້ຊົງຍົກຕັ້ງໄວ້ທີ່ພຣະຫັດກ້ຳຂວາຂອງພຣະອົງ ໃຫ້ເປັນອົງພຣະຜູ້ນຳແລະອົງພຣະຜູ້ໂຜດໃຫ້ພົ້ນ ເພື່ອຈະໃຫ້ຊົນອິສຣາເອນກັບໃຈໃຫມ່ ແລ້ວຈະຊົງໂຜດຍົກຄວາມຜິດບາບຂອງເຂົາ 32 ເຮົາທັງຫລາຍຈຶ່ງເປັນພຍານເຖິງຣື່ອງເຫລົ່ານີ້ ແລະພຣະວິນຍານບໍຣິສຸດຊຶ່ງພຣະເຈົ້າໄດ້ຊົງປະທານໃຫ້ທຸກຄົນທີ່ເຊື່ອຟັງພຣະອົງນັ້ນ ກໍຊົງເປັນພຍານເຫມືອນກັນ” 33 ເມື່ອທີ່ປະຊຸມໄດ້ຍິນດັ່ງນັ້ນກໍພາກັນເຈັບແຄ້ນແຫນ້ນໃຈຄຶດຢາກຂ້າເຂົາເສັຽ 34 ແຕ່ມີຟາຣີຊາຍຜູ້ນຶ່ງຊື່ຄາມາລີເອນ ເປັນຄຣູບາອາຈານທີ່ນັບຖືຂອງພົລເມືອງທັງຫມົດ ໄດ້ຢືນຂຶ້ນໃນທີ່ປະຊຸມ ແລ້ວສັ່ງໃຫ້ພາພວກອັຄສາວົກອອກໄປຈັກຫນ້ອຍນຶ່ງ 35 ທ່ານຈຶ່ງໄດ້ກ່າວແກ່ທີ່ປະຊຸມວ່າ, “ຊາວອິສຣາເອນເອີຍ, ຈົ່ງລະວັງຕົວໃຫ້ດີໃນສິ່ງທີ່ພວກທ່ານກຳລັງຈະເຮັດແກ່ຄົນເຫລົ່ານີ້ 36 ເມື່ອຄາວກ່ອນມີຄົນນຶ່ງຊື່ ທູດາໄດ້ລຸກຂຶ້ນອວດວ່າຕົວເປັນຜູ້ສຳຄັນ ມີຄົນທີ່ຕິດຕາມຮ່ວມໄປປະມານສີ່ຮ້ອຍຄົນ ແຕ່ທູດານັ້ນໄດ້ຖືກຂ້າເສັຽ ແລະພັກພວກເຫລົ່ານັ້ນກໍກະຈັດກະຈາຍສູນຫາຍໄປ 37 ພາຍຫລັງຜູ້ນີ້ມີອີກຄົນນຶ່ງຊື່ ຢູດາ ເປັນໄທຄາລີເລໄດ້ປາກົດຂຶ້ນໃນຄາວຈົດບັນຊີສຳມະໂນຄົວ ແລະໄດ້ຊັກຈູງພົລເມືອງໃຫ້ຕິດຕາມຕົວໄປ ຄົນຜູ້ນັ້ນກໍຈິບຫາຍໄປເຫມືອນກັນ ແລະຄົນທັງປວງທີ່ເຊື່ອຟັງຜູ້ນັ້ນກໍກະຈັດກະຈາຍໄປ 38 ໃນເຣື່ອງນີ້ຂ້າພະເຈົ້າຈຶ່ງບອກທ່ານທັງຫລາຍວ່າ ຢ່າກ່ຽວກັບຄົນພວກນີ້ເທາະ ປ່ອຍເຂົາເສັຽ ເພາະວ່າຖ້າແຜນການຫລືກິຈການນີ້ມາຈາກມະນຸດ ມັນກໍຈະເສື່ອມສູນໄປເອງ 39 ແຕ່ຖ້າມາຈາກພຣະເຈົ້າທ່ານທັງຫລາຍຈະບໍ່ສາມາດທຳລາຍເຂົາໄດ້ ຢ້ານວ່າພວກທ່ານຈະກັບເປັນຜູ້ສູ້ຮົບຕໍ່ພຣະເຈົ້າ” ແລ້ວເຂົາກໍຍອມຟັງຄາມາລີເອນ 40 ແລະເມື່ອໄດ້ເອີ້ນພວກອັຄສາວົກເຂົ້າມາແລ້ວ ຈຶ່ງຂ້ຽນ ແລະສັ່ງຫ້າມບໍ່ໃຫ້ອອກພຣະນາມຂອງພຣະເຢຊູ ແລ້ວກໍປ່ອຍໄປ 41 ພວກອັຄສາວົກຈຶ່ງອອກໄປຈາກທີ່ປະຊຸມດ້ວຍຄວາມຍິນດີ ທີ່ຊົງຖືວ່າຕົນສົມຄວນໄດ້ຖືກປມາດນິນທາເພາະເຫັນແກ່ພຣະນາມນັ້ນ 42 ແລະທຸກໆວັນໃນບໍຣິເວນພຣະວິຫານແລະຕາມບ້ານເຮືອນ ພວກອັຄສາວົກໄດ້ສັ່ງສອນແລະປະກາດຂ່າວປະເສີດບໍ່ໄດ້ຂາດ ວ່າພຣະເຢຊູຊົງເປັນພຣະຄຣິດ
ການເລືອກຕັ້ງຄນະເຈັດຄົນ
1 ໃນຄາວນັ້ນເມື່ອຈຳນວນພວກສິດກຳລັງທະວີຫລາຍຂຶ້ນ ພວກທີ່ປາກພາສາກຣີກໄດ້ຈົ່ມຕໍ່ພວກທີ່ປາກພາສາເຮັບເຣີວ່າ ໃນການແຈກທານທຸກໆວັນນັ້ນເຂົາເວັ້ນບໍ່ໄດ້ແຈກໃຫ້ພວກແມ່ຫມ້າຍຊາວກຣີກ 2 ຝ່າຍອັຄສາວົກສິບສອງຄົນຈຶ່ງເອີ້ນບັນດາພວກສິດໃຫ້ປະຊຸມກັນ ແລ້ວກ່າວວ່າ, “ຊຶ່ງພວກເຮົາຈະປະພຣະທັມຂອງພຣະເຈົ້າໄປ ເພື່ອໄປຮັບໃຊ້ການກິນການດື່ມກໍບໍ່ສົມຄວນ 3 ເຫດສັນນີ້ພີ່ນ້ອງທັງຫລາຍເອີຍ, ຈົ່ງຊອກຫາເຈັດຄົນໃນຖ້າມກາງພວກທ່ານທີ່ມີຊຶ່ສຽງດີ ຜູ້ເຕັມໄປດ້ວຍພຣະວິນຍານບໍຣິສຸດແລະສະຕິປັນຍາ ເຮົາຈະຕັ້ງເຂົາໃຫ້ດູແລການງານນີ້ 4 ສ່ວນພວກເຮົາກໍຈະເອົາໃຈໃສ່ໃນການອ້ອນວອນແລະການສັ່ງສອນພຣະທັມ” 5 ຄົນທັງຫມົດໄດ້ມີຄວາມເຫັນຊອບກັບຄຳສເນີນີ້ ຈຶ່ງເລືອກເອົາຊະເຕຟາໂນ ຜູ້ເຕັມໄປດ້ວຍຄວາມເຊື່ອແລະພຣະວິນຍານບໍຣິສຸດ ກັບຟີລິບ ໂປໂຄໂຣ ນີກາໂນ ຕີໂມນ ປາເມນາ ແລະນີໂກລາໂອ ໄທເມືອງອັນຕີໂອເຂັຽຜູ້ເຂົ້າຝ່າຍສາສນາຢິວ 6 ຄົນທັງເຈັດນີ້ເຂົາໄດ້ນຳມາສເນີຕໍ່ພວກອັຄສາວົກ ເມື່ອພວກອັຄສາວົກໄດ້ອ້ອນວອນແລ້ວກໍວາງມືໃສ່ເຂົາ 7 ພຣະທັມຂອງພຣະເຈົ້າໄດ້ຈະເຣີນຂຶ້ນແລະຈຳນວນພວກສິດກໍທະວີຫລາຍຂຶ້ນໃນກຸງເຢຣູຊາເລັມ ແລະມີພວກປະໂຣຫິດຈຳນວນຫລາຍໄດ້ຍອມເຊື່ອໃນພຣະສາສນາເຫມືອນກັນ
ຊະເຕຟາໂນຖືກຈັບ
8 ຝ່າຍຊະເຕຟາໂນເຕັມໄປດ້ວຍພຣະຄຸນແລະຣິດເດດ ຈຶ່ງເຮັດການອັດສະຈັນແລະຫມາຍສຳຄັນອັນໃຫຍ່ຖ້າມກາງພົລເມືອງ 9 ແຕ່ມີບາງຄົນມາຈາກໂຮງທັມມະເທສນານີ້ເອີ້ນວ່າ “ໂຮງທັມທາດອິສຣະ” ມີທັງຊາວກິເຣເນ ຊາວອາເລັກຊັນເດັຽ ກັບບາງຄົນຈາກກີລີເກັຽແລະອາເຊັຽ ໄດ້ລຸກຂຶ້ນພາກັນມາໄລ່ລຽງກັບຊະເຕຟາໂນ 10 ຄົນເຫລົ່ານັ້ນຕໍ່ສູ້ຄຳທີ່ທ່ານກ່າວດ້ວຍສະຕິປັນຍາ ແລະດ້ວຍພຣະວິນຍານບໍ່ໄດ້ 11 ເຂົາຈຶ່ງຍົວະຍົງເອົາຊາຍບາງຄົນມາກ່າວຫາວ່າ, “ເຮົາໄດ້ຍິນຄົນຜູ້ນີ້ກ່າວຄຳຫຍາບຊ້າຕໍ່ໂມເຊແລະຕໍ່ພຣະເຈົ້າ” 12 ສັນນັ້ນເຂົາໄດ້ຍົວະຍົງພົລເມືອງກັບພວກເຖົ້າແກ່ແລະພວກນັກທັມ ແລ້ວໂດດຈັບຊະເຕຟາໂນນຳໄປຫາສານສູງສຸດ 13 ໃຫ້ພຍານບໍ່ຈິງມາກ່າວວ່າ, “ຄົນຜູ້ນີ້ບໍ່ໄດ້ເຊົາໃນການກ່າວຕໍ່ສູ້ບ່ອນສັກສິດນີ້ແລະຕໍ່ສູ້ພຣະບັນຍັດ 14 ເພາະຫມູ່ເຮົາໄດ້ຍິນຄົນນີ້ເວົ້າວ່າ ເຢຊູໄທນາຊາເຣັດນັ້ນແຫລະ, ຈະທຳລາຍສະຖານທີ່ນີ້ ແລະຈະປ່ຽນທັມນຽມທີ່ໂມເຊໃຫ້ໄວ້ແກ່ພວກເຮົາ” 15 ແລະບັນດາຄົນທີ່ນັ່ງຢູ່ໃນທີ່ປະຊຸມໄດ້ແນມເບິ່ງຊະເຕຟາໂນ ກໍເຫັນວ່າຫນ້າຂອງທ່ານຄືຫນ້າເທວະດາ
ຊາເຕຟາໂນກ່າວແກ້ຕົວ
1 ແລ້ວມະຫາປະໂຣຫິດຈຶ່ງຖາມວ່າ, “ການນີ້ມີດັ່ງນັ້ນແທ້ຫລື” 2 ຝ່າຍຊະເຕຟາໂນໄດ້ຕອບວ່າ, “ພີ່ນ້ອງແລະຍາພໍ່ທັງຫລາຍເອີຍ, ຈົ່ງຟັງເອົາເທີນ ພຣະເຈົ້າຜູ້ຊົງສະງ່າຣາສີ ໄດ້ຊົງປາກົດແກ່ອັບຣາຮາມບັນພະບຸຣຸດຂອງພວກເຮົາແລ້ວ ເມື່ອທ່ານຍັງຢູ່ໃນປະເທດເມໂຊໂປຕາເມັຽ ກ່ອນທີ່ໄປອາໄສຢູ່ໃນເມືອງຮາຣານ 3 ໂດຍຊົງກ່າວກັບທ່ານວ່າ, “ເຈົ້າຈົ່ງອອກຈາກເມືອງແລະຍາດພີ່ນ້ອງຂອງເຈົ້າໄປຍັງແຜ່ນດິນທີ່ເຮົາຈະສະແດງໃຫ້ເຈົ້າ” 4 ອັບຣາຮາມຈຶ່ງອອກຈາກແຜ່ນດິນຂອງຊາວຄັນເດອານໄປອາໄສຢູ່ທີ່ເມືອງຮາຣານ ຫລັງຈາກທີ່ບິດາຂອງທ່ານສິ້ນຊີວິດແລ້ວ ພຣະອົງຊົງໃຫ້ທ່ານອອກຈາກທີ່ນັ້ນມາຢູ່ໃນແຜ່ນດິນທີ່ພວກທ່ານອາໄສຢູ່ທຸກວັນນີ້ 5 ແຕ່ພຣະອົງບໍ່ໄດ້ຊົງໂຜດໃຫ້ທ່ານມີມໍຣະດົກໃນແຜ່ນດິນນີ້ແມ່ນແຕ່ທໍ່ຮອຍຕີນ ແຕ່ຂນະເມື່ອທ່ານຍັງບໍ່ມີລູກ ພຣະອົງຊົງສັນຍາໄວ້ວ່າ ຈະປະທານແຜ່ນດິນນີ້ໃຫ້ເປັນກຳມະສິດແກ່ທ່ານ ແລະແກ່ເຊື້ອສາຍຂອງທ່ານດ້ວຍ 6 ພຣະເຈົ້າໄດ້ຊົງກ່າວໄວ້ດັ່ງນີ້ວ່າ ເຊື້ອສາຍຂອງທ່ານຈະໄປອາໄສເປັນແຂກຢູ່ໃນຕ່າງປະເທດແລະຊາວປະເທດນັ້ນຈະເອົາເຂົາເປັນຂ້ອຍຂ້າ ແລະຈະຂົ່ມເຫັງເຂົາເປັນເວລາສີ່ຮ້ອຍປີ 7 ແລ້ວພຣະອົງຊົງກ່າວອີກວ່າ, “ຝ່າຍເຮົາຈະພິພາກສາລົງໂທດປະເທດທີ່ເຂົາຮັບໃຊ້ເປັນຂ້ອຍຂ້ານັ້ນ ຫລັງຈາກນັ້ນແລ້ວເຂົາຈະອອກມາບົວຣະບັດຂາບໄຫວ້ເຮົາໃນທີ່ນີ້ 8 ພຣະເຈົ້າຈຶ່ງຊົງປະທານຄຳສັນຍາອັນກ່ຽວກັບພິທີຕັດໃຫ້ແກ່ອັບຣາຮາມ ດັ່ງນັ້ນເມື່ອອັບຣາຮາມມີລູກຊື່ອີຊາກ ຈຶ່ງໃຫ້ຮັບພິທີຕັດໃນວັນຖ້ວນແປດ ຝ່າຍອີຊາກກໍໃຫ້ຢາໂຄບຮັບພິທີຕັດ ແລະຢາໂຄບກໍໃຫ້ບັນພະບຸຣຸດສິບສອງຄົນນັ້ນຮັບພິທີຕັດເຫມືອນກັນ 9 ອັນນຶ່ງ, ບັນພະບຸຣຸດເຫລົ່ານັ້ນຄຶດອິດສາໂຢເຊັບ ຈຶ່ງຂາຍທ່ານໄປຍັງປະເທດເອຢິບ ແຕ່ຝ່າຍພຣະເຈົ້າສະຖິດຢູ່ກັບທ່ານ 10 ຊົງໂຜດຊ່ອຍໃຫ້ພົ້ນຈາກຄວາມທຸກລຳບາກທັງສິ້ນ ຊົງໂຜດໃຫ້ມີຄວາມຊອບແລະສະຕິປັນຍາຕໍ່ພຣະພັກຟາຣາໂອກະສັດຂອງປະເທດເອຢິບ ກະສັດຈຶ່ງຊົງຕັ້ງໂຢເຊັບເປັນຜູ້ຄອບຄອງປະເທດເອຢິບກັບທັງພຣະຣາຊວັງ 11 ຕໍ່ມາເລີຍເກີດມີການອຶດເຂົ້າປາອາຫານທົ່ວປະເທດເອຢິບແລະປະເທດການາອານ ແລະມີຄວາມທຸກລຳບາກຢ່າງໃຫຍ່ຫລວງ ບັນພະບຸຣຸດຂອງພວກເຮົາຈຶ່ງຫາອາຫານມາລ້ຽງຊີບບໍ່ໄດ້ 12 ຝ່າຍຢາໂຄບເມື່ອໄດ້ຍິນຂ່າວວ່າມີເຂົ້າຢູ່ໃນປະເທດເອຢິບ ຈຶ່ງໃຊ້ບັນພະບຸຣຸດຂອງພວກເຮົາໄປທີ່ນັ້ນເປັນເທື່ອທຳອິດ 13 ເທື່ອທີ່ສອງໂຢເຊັບໄດ້ສະແດງຕົວໃຫ້ອ້າຍນ້ອງຮູ້ຈັກ ແລະໄດ້ແຈ້ງໃຫ້ຟາຣາໂອຮູ້ຈັກຍາດວົງຂອງທ່ານເຫມືອນກັນ 14 ຝ່າຍໂຢເຊັບໄດ້ໃຊ້ຄົນໄປເຊີນຢາໂຄບຜູ້ເປັນບິດາກັບບັນດາຍາດພີ່ນ້ອງຂອງທ່ານເຈັດສິບຫ້າຄົນໃຫ້ມາຫາ 15 ຢາໂຄບໄດ້ລົງໄປຍັງປະເທດເອຢິບ ແລ້ວທ່ານກັບພວກບັນພະບຸຣຸດຂອງເຮົາໄດ້ຕາຍໄປ 16 ເຂົາໄດ້ນຳເອົາສົບລມາເຖິງເມືອງຊີເຄມ ຈຶ່ງມ້ຽນໄວ້ໃນອຸບໂມງທີ່ອັບຣາຮາມເອົາເງິນຈຳນວນນຶ່ງຊື້ຈາກຕະກູນຮາໂມຣ໌ໃນເມືອງຊີເຄມ 17 ອັນນຶ່ງ, ເມື່ອກຳນົດແຫ່ງພຣະສັນຍາ ຊຶ່ງພຣະເຈົ້າໄດ້ຊົງກ່າວໄວ້ກັບອັບຣາຮາມໃກ້ຈະເຖິງແລ້ວ ຊົນຊາດອິສຣາເອນໃນປະເທດເອຢິບໄດ້ເພີ້ມທະວີຫລາຍຂຶ້ນ 18 ຈົນເຖິງກະສັດອີກອົງນຶ່ງຊຶ່ງບໍ່ຮູ້ຈັກຢາໂຄບຂຶ້ນສເວີຍຣາຊໃນປະເທດເອຢິບ 19 ກະສັດອົງນີ້ໄດ້ໃຊ້ກົນອຸບາຍຂົ່ມເຫັງເຊື້ອຊາດແລະບັນພະບຸຣຸດຂອງພວກເຮົາ ໂດຍບັງຄັບໃຫ້ເອົາລູກອ່ອນໄປຖິ້ມເສັຽເພື່ອບໍ່ໃຫ້ມີຊີວິດເຫລືອຢູ່ໄດ້ 20 ໃນຄາວນັ້ນໂມເຊໄດ້ເກີດມາມີຮູບຮ່າງງົດງາມປານພຣະເຈົ້າ ເຂົາຈຶ່ງລ້ຽງໄວ້ໃນເຮືອນພໍ່ລະຫວ່າງສາມເດືອນ 21 ເມື່ອເຂົາໄດ້ເອົາເດັກນ້ອຍນັ້ນໄປຖິ້ມນອກເຮືອນ ຣາຊທິດາຂອງຟາຣາໂອໄດ້ຮັບເອົາໄປລ້ຽງໄວ້ເປັນລູກຂອງຕົນ 22 ຝ່າຍໂມເຊຈຶ່ງໄດ້ຮັບການສອນໃນວິຊາການທຸກຢ່າງຂອງຊາວເອຢິບ ມີຄວາມສາມາດໃນການກ່າວແລະໃນກິຈການຕ່າງໆ 23 ແຕ່ເມື່ອໂມເຊມີອາຍຸໄດ້ສີ່ສິບປີ ກໍຄຶດຢາກໄປຢ້ຽມຢາມພວກພີ່ນ້ອງຂອງຕົນ ຄືຊົນຊາດອິສຣາເອນ 24 ແລະເມື່ອທ່ານໄດ້ເຫັນຜູ້ນຶ່ງໃນພວກພີ່ນ້ອງຖືກຂົ່ມເຫັງກໍເຂົ້າໄປກັ້ນກາງເອົາໄວ້ ຈຶ່ງຂ້າຊາວເອຢິບຜູ້ຂົ່ມເຫັງນັ້ນເສັຽເພື່ອເປັນການແກ້ແຄ້ນ 25 ທ່ານໄດ້ຄຶດວ່າຍາດພີ່ນ້ອງຄົງຈະໄດ້ເຂົ້າໃຈວ່າ ພຣະເຈົ້າຈະຊົງໂຜດໃຫ້ເຂົາລອດພົ້ນດ້ວຍມືຂອງຕົນ ແຕ່ເຂົາບໍ່ໄດ້ເຂົ້າໃຈດັ່ງນັ້ນ 26 ໃນວັນຫນ້ານັ້ນໂມເຊໄດ້ອອກໄປພົບເຂົາກຳລັງວິວາດກັນຢູ່ ກໍພຍາຍາມໃຫ້ເຂົາຄືນດີກັນ ຈຶ່ງບອກເຂົາວ່າ “ຊາຍເອີຍ, ຫມູ່ເຈົ້າເປັນພີ່ນ້ອງກັນ ເປັນຫຍັງຈຶ່ງເຮັດຮ້າຍຕໍ່ກັນ” 27 ຝ່າຍຄົນທີ່ກຳລັງເຮັດຮ້າຍຕໍ່ເພື່ອນຂອງຕົນນັ້ນໄດ້ຊຸກໂມເຊອອກ ແລະກ່າວວ່າ, “ໃຜໄດ້ຕັ້ງເຈົ້າໃຫ້ເປັນຜູ້ປົກຄອງແລະຕັດສີນພວກເຮົາ” 28 ບໍ່ແມ່ນເຈົ້າຢາກຂ້າຂ້ອຍເຫມືອນເຈົ້າຂ້າຊາວເອຢິບມື້ວານນັ້ນຫລື” 29 ເມື່ອໂມເຊໄດ້ຍິນຄຳນັ້ນຈຶ່ງປົບຫນີໄປອາໄສເປັນຄົນຕ່າງດ້າວຢູ່ໃນປະເທດມີດີອານ ແລະທີ່ນັ້ນທ່ານມີລູກຊາຍສອງຄົນ 30 “ຄັນລ່ວງໄປໄດ້ສີ່ສິບປີແລ້ວ ມີເທວະດາອົງນຶ່ງໄດ້ມາປາກົດແກ່ທ່ານໃນແປວໄຟທີ່ພຸ່ມຫນາມໃນປ່າຊີນາອີ 31 ເມື່ອໂມເຊໄດ້ເຫັນກໍປລາດໃຈດ້ວຍເຣື່ອງນິມິດນັ້ນ ເມື່ອກຳລັງເຂົ້າໄປເບິ່ງໃກ້ໆກໍມີພຣະສຸຣະສຽງຂອງພຣະຜູ້ເປັນເຈົ້າຊົງກ່າວວ່າ, 32 “ຝ່າຍເຮົາເປັນພຣະເຈົ້າແຫ່ງບັນພະບຸຣຸດຂອງເຈົ້າ ຄືພຣະເຈົ້າຂອງອັບຣາຮາມ ຂອງອີຊາກ, ແລະຂອງຢາໂຄບ” ໂມເຊຈຶ່ງຢ້ານຈົນຕົວສັ່ນບໍ່ກ້າຫລຽວເບິ່ງ 33 ອົງພຣະຜູ້ເປັນເຈົ້າຊົງກ່າວຕໍ່ໂມເຊວ່າ, “ຈົ່ງຖອດເກີບອອກເສັຽ ເພາະບ່ອນທີ່ເຈົ້າຢືນຢູ່ນີ້ເປັນບ່ອນສັກສິດ 34 ແທ້ຈິງ ເຮົາໄດ້ຍິນສຽງໂອ່ຍຄາງຂອງເຂົາແລ້ວ ເຮົາຈຶ່ງລົງມາເພື່ອຈະຊ່ອຍເຂົາໃຫ້ພົ້ນ ບັດນີ້ມາແມ໋, ເຮົາຈະໃຊ້ເຈົ້າໄປຍັງປະເທດເອຢິບ” 35 “ໂມເຊຜູ້ນີ້ແຫລະ, ທີ່ຖືກເຂົາປະຕິເສດໂດຍກ່າວວ່າ “ແມ່ນໃຜໄດ້ຕັ້ງເຈົ້າໃຫ້ເປັນທັງຜູ້ປົກຄອງ ແລະຜູ້ຕັດສີນພວກເຮົາ” ແມ່ນທ່ານຜູ້ນີ້ທີ່ພຣະເຈົ້າໄດ້ຊົງໃຊ້ໄປເປັນທັງຜູ້ປົກຄອງເປັນຜູ້ຊ່ອຍໃຫ້ພົ້ນ ໂດຍມືຂອງເທວະດາອົງທີ່ໄດ້ມາປາກົດແກ່ທ່ານທີ່ພຸ່ມຫນາມນັ້ນ 36 ແມ່ນໂມເຊຜູ້ນີ້ເປັນຜູ້ນຳເອົາພວກອິສຣາເອນອອກມາ ໂດຍເຮັດການອັສຈັນແລະຫມາຍສຳຄັນໃນປະເທດເອຢິບ ທີ່ທະເລແດງ ແລະໃນປ່າລະຫວ່າງສີ່ສິບປີ 37 ແມ່ນທ່ານຜູ້ນີ້ແຫລະ, ທີ່ໄດ້ກ່າວຕໍ່ຊົນຊາດອິສຣາເອນວ່າ, “ພຣະເຈົ້າຈະຊົງປະທານຜູ້ປະກາດພຣະທັມຜູ້ນຶ່ງໃຫ້ເກີດມາເພື່ອທ່ານ ຈາກພວກພີ່ນ້ອງຂອງທ່ານເຫມືອນຢ່າງທີ່ໄດ້ຊົງໃຫ້ຂ້າພະເຈົ້າເກີດມາ” 38 ແມ່ນໂມເຊຜູ້ນີ້ແຫລະ, ທີ່ຮ່ວມຢູ່ໃນຊຸມນຸມຊົນໃນປ່າພ້ອມກັບເທວະດາຕົນນັ້ນ ຊຶ່ງໄດ້ເວົ້າກັບທ່ານຢູ່ພູຊີນາອີ ແລະຢູ່ກັບບັນພະບຸຣຸດຂອງພວກເຮົາ ທີ່ໄດ້ຣັບພຣະທັມອັນມີຊີວິດຖາວອນມາໃຫ້ແກ່ພວກເຮົາ 39 ແຕ່ບັນພະບຸຣຸດຂອງພວກເຮົາບໍ່ມີໃຈເຊື່ອຟັງທ່ານຜູ້ນີ້ ແຕ່ໄດ້ປັດຊຸກທ່ານອອກເສັຽ ເພາະເຂົາມີໃຈປາຖນາຈະກັບໄປຍັງປະເທດເອຢິບ 40 ເຂົາຈຶ່ງກ່າວກັບອາໂຣນວ່າ, “ຂໍຈົ່ງສ້າງພຣະໃຫ້ພວກຂ້າພະເຈົ້າ ເພື່ອຈະນຳຫນ້າພວກຂ້າພະເຈົ້າໄປ ສ່ວນໂມເຊຜູ້ນີ້ທີ່ໄດ້ນຳພວກຂ້າພະເຈົ້າອອກຈາກປະເທດເອຢິບ ພວກຂ້າພະເຈົ້າບໍ່ຮູ້ວ່າມີເຫດອັນໃດໄດ້ບັງເກີດແກ່ທ່ານແລ້ວ” 41 ໃນຄາວນັ້ນ ເຂົາໄດ້ສ້າງຮູບງົວນ້ອຍຕົວນຶ່ງຂຶ້ນ ແລະໄດ້ເອົາເຄື່ອງບູຊາມາຖວາຍແກ່ຮູບນັ້ນ ແລະເຂົາໄດ້ຈັດພິທີມ່ວນຊື່ນສລອງສິ່ງທີ່ສ້າງຂຶ້ນດ້ວຍມືຂອງຕົນເອງນັ້ນ 42 ແຕ່ພຣະເຈົ້າໄດ້ຊົງຫັນພຣະພັກໄປເສັຽ ແລະປະໃຫ້ເຂົາບົວຣະບັດຂາບໄຫວ້ຝູງກອງທັບໃນທ້ອງຟ້າ ຕາມທີ່ມີຄຳຂຽນໄວ້ໃນພຣະຄັມພີຂອງຜູ້ປະກາດພຣະທັມວ່າ “ຍາດວົງອິສຣາເອນເອີຍ, ສັດທີ່ຈະຂ້າຖວາຍແລະເຄື່ອງບູຊານັ້ນ ພວກເຈົ້າບໍ່ໄດ້ເອົາມາຖວາຍແກ່ເຮົາໃນປ່າລະຫວ່າງສີ່ສິບປີຕີ້ 43 ພວກເຈົ້າໄດ້ຂົນເອົາສໍານັກຜ້າຂອງພຣະໂມລົກ ແລະດວງດາວຂອງພຣະເຣຟານ ຄືຮູບທີ່ພວກເຈົ້າສ້າງຂຶ້ນເພື່ອນະມັສການຂາບໄຫວ້ ເຮົາຈຶ່ງຈະກວາດພວກເຈົ້າໃຫ້ກາຍເມືອງບາບິໂລນໄປພຸ້ນ” 44 “ບັນພະບຸຣຸດຂອງພວກເຮົາເມື່ອຢູ່ໃນປ່າ ກໍມີສຳນັກແຫ່ງຄຳພຍານທີ່ເຮັດດ້ວຍຜ້າຕາມທີ່ພຣະອົງຊົງບັນຍັດໄວ້ ເມື່ອຊົງກ່າວກັບໂມເຊໃຫ້ສ້າງສຳນັກຕາມແບບຢ່າງທີ່ທ່ານໄດ້ເຫັນ 45 ຝ່າຍບັນພະບຸຣຸດຂອງພວກເຮົາເມື່ອໄດ້ຮັບສຳນັກນັ້ນຈຶ່ງຂົນຕາມໂຢຊວຍໄປ ເມື່ອໄດ້ເຂົ້າຍຶດເອົາແຜ່ນດິນຂອງບັນດາປະຊາຊາດ ຊຶ່ງພຣະເຈົ້າໄດ້ຊົງຂັບໄລ່ໃຫ້ຫນີໄປຕໍ່ຫນ້າບັນພະບຸຣຸດຂອງພວກເຮົາ ສຳນັກນັ້ນກໍມີສືບມາຈົນເຖິງສະໄຫມຂອງກະສັດດາວິດ 46 ຄືຜູ້ທີ່ຊອບຕໍ່ພຣະພັກພຣະເຈົ້າ ໄດ້ທູນຂໍອະນຸຍາດຊອກຫາພຣະວິຫານ ສຳລັບເຊື້ອສາຍຂອງຢາໂຄບ 47 ແຕ່ວ່າແມ່ນກະສັດໂຊໂລໂມນເປັນຜູ້ຊົງສ້າງພຣະວິຫານສຳລັບພຣະອົງ 48 ເຖິງປານນັ້ນອົງຜູ້ສູງສຸດກໍບໍ່ໄດ້ປະທັບໃນບ່ອນທີ່ສ້າງຂຶ້ນດ້ວຍມືມະນຸດ ຕາມທີ່ຜູ້ປະກາດພຣະທັມໄດ້ກ່າວໄວ້ວ່າ, 49 “ຟ້າສວັນເປັນບັນລັງຂອງເຮົາ ແລະແຜ່ນດິນໂລກເປັນທີ່ຮອງຕີນຂອງເຮົາ” ອົງພຣະຜູ້ເປັນເຈົ້າຊົງຖາມວ່າ “ເຈົ້າທັງຫລາຍຈະສ້າງທີ່ສະຖິດຢ່າງໃດສຳລັບເຮົາ ຫລືບ່ອນໃດເປັນທີ່ພັກອາໄສຂອງເຮົາ 50 ສິ່ງເຫລົ່ານີ້ມືຂອງເຮົາໄດ້ສ້າງໄວ້ທັງສິ້ນບໍ່ແມ່ນຫລື” 51 “ໂອ ຄົນຊາດຄໍແຂງເອີຍ, ທີ່ບໍ່ໄດ້ຮັບພິທີຕັດໃນໃຈແລະໃນຫູ ທ່ານທັງຫລາຍຂັດຂວາງພຣະວິນຍານບໍຣິສຸດຢູ່ສເມີ ບັນພະບຸຣຸດຂອງພວກທ່ານເປັນຢ່າງໃດ ທ່ານທັງຫລາຍກໍເປັນຢ່າງນັ້ນເຫມືອນກັນ 52 ມີໃຜແດ່ໃນບັນດາຜູ້ປະກາດພຣະທັມທີ່ບັນພະບຸຣຸດຂອງພວກທ່ານບໍ່ໄດ້ຂົ່ມເຫັງ ເຂົາໄດ້ຂ້າບັນດາຜູ້ປະກາດລ່ວງຫນ້າເຖິງເຣື່ອງການສະເດັດມາຂອງອົງຜູ້ຊອບທັມ ບັດນີ້ທ່ານທັງຫລາຍໄດ້ເກີດເປັນຜູ້ມອບພຣະອົງໄວ້ແລະຂ້າເສັຽ 53 ຄືທ່ານທັງຫລາຍຜູ້ທີ່ໄດ້ຮັບພຣະບັນຍັດຈາກພວກເທວະດາ ແຕ່ບໍ່ໄດ້ຖືຮັກສາພຣະບັນຍັດນັ້ນ”
ການຄວ່າງຫີນໃສ່ຊະເຕຟາໂນໃຫ້ຕາຍ
54 ເມື່ອເຂົາທັງຫລາຍກຳລັງໄດ້ຍິນດັ່ງນັ້ນ ເຂົາກໍເຈັບແຄ້ນແຫນ້ນໃຈ ແລ້ວຕັ້ງຕົ້ນຂົບແຂ້ວຄ້ຽວຟັນໃສ່ຊະເຕຟາໂນ 55 ຝ່າຍຊະເຕຟາໂນເຕັມໄປດ້ວຍພຣະວິນຍານບໍຣິສຸດ ໄດ້ເງີຍຫນ້າຂຶ້ນເພ່ງເບິ່ງສວັນ ຈຶ່ງເຫັນຣັສມີຂອງພຣະເຈົ້າ ແລະເຫັນພຣະເຢຊູຊົງຢືນຢູ່ກ້ຳຂວາພຣະຫັດຂອງພຣະອົງ 56 ແລ້ວທ່ານໄດ້ເວົ້າວ່າ, “ເບິ່ງແມ໋, ຂ້າພະເຈົ້າເຫັນທ້ອງຟ້າແຫວກອອກ ແລະເຫັນບຸດມະນຸດຊົງຢືນຢູ່ກ້ຳຂວາພຣະຫັດຂອງພຣະເຈົ້າ” 57 ແຕ່ເຂົາໄດ້ຮ້ອງສຽງດັງຂຶ້ນອັດຫູຕົນເສັຽ ພາກັນຫລູບໃສ່ຊະເຕຟາໂນ 58 ແລ້ວເຂົາໄດ້ຊຸກທ່ານອອກໄປຈາກກຸງ ແລະຄວ່າງກ້ອນຫີນໃສ່ ຝ່າຍຄົນທັງຫລາຍທີ່ເປັນພຍານຕໍ່ຊະເຕຟາໂນກໍປົດເສື້ອຂອງຕົນໄວ້ໃກ້ຕີນຂອງຊາຍຫນຸ່ມຜູ້ນຶ່ງຊື່ໂຊໂລ 59 ເຂົາຈຶ່ງເອົາກ້ອນຫີນຄວ່າງໃສ່ຊະເຕຟາໂນ ເມື່ອທ່ານກຳລັງອ້ອນວອນທູນວ່າ, “ຂ້າແດ່ພຣະເຢຊູເຈົ້າ, ຂໍຊົງໂຜດຮັບເອົາຈິດວິນຍານຂອງຂ້າພຣະອົງໄວ້ເທີນ” 60 ຊະເຕຟາໂນໄດ້ຄຸເຂົ່າລົງແລ້ວຮ້ອງສຽງດັງຂຶ້ນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍໂຜດຢ່າຊົງຖືໂທດເຂົາເພາະບາບນີ້” ເມື່ອກ່າວດັ່ງນັ້ນແລ້ວທ່ານກໍລ່ວງລັບໄປ
1 ຝ່າຍໂຊໂລກໍເຫັນດີໃນການທີ່ເຂົາຂ້າຊະເຕຟາໂນເສັຽ ໂຊໂລຂົ່ມເຫັງຄຣິສຕະຈັກ
ໂຊໂລຂົ່ມເຫງຄຣິສຕະຈັກ
ໃນວັນນັ້ນເກີດມີການຂົ່ມເຫັງອັນໃຫຍ່ຕໍ່ຄຣິສຕະຈັກທີ່ຢູ່ໃນກຸງເຢຣູຊາເລັມ ພວກລູກສິດທັງຫມົດ ເວັ້ນແຕ່ພວກອັຄສາວົກ ກໍໄດ້ແຕກກະຈັດກະຈາຍໄປທົ່ວແຂວງຢູດາຍແລະແຂວງຊາມາເຣັຽ 2 ແຕ່ມີຊາຍບາງຄົນຜູ້ຢຳເກງພຣະເຈົ້າໄດ້ເອົາສົບຂອງຊະເຕຟາໂນໄປຝັງໄວ້ ແລະມີການໂສກເສົ້າຮ້ອງໄຫ້ອັນໃຫຍ່ເພາະທ່ານ 3 ຝ່າຍໂຊໂລພຍາຍາມທຳລາຍຄຣິສຕະຈັກຢ່າງຮຸນແຮງ ໂດຍເຂົ້າໄປຕາມຢ້າວເຮືອນລາກເຂົາທັງຍິງແລະຊາຍໄປຂັງໄວ້ໃນຄຸກ
ການປະກາດຂ່າວປະເສີດໃນແຂວງຊາມາເຣັຽ
4 ຝ່າຍສິດທັງຫລາຍທີ່ແຕກກະຈັດກະຈາຍໄປນັ້ນ ກໍພາກັນໄປປະກາດຂ່າວປະເສີດແຫ່ງພຣະທັມຕາມບ່ອນຕ່າງໆ 5 ສ່ວນຟີລິບໄດ້ລົງໄປຍັງເມືອງນຶ່ງທີ່ແຂວງຊາມາເຣັຽ ປະກາດເຣື່ອງພຣະຄຣິດໃຫ້ໄທເມືອງນັ້ນຟັງ 6 ເມື່ອຄົນທັງຫລາຍໄດ້ຍິນແລະໄດ້ເຫັນຫມາຍສຳຄັນທີ່ທ່ານກຳລັງເຮັດຢູ່ນັ້ນ ເຂົາກໍພ້ອມໃຈກັນຟັງຖ້ອຍຄຳປະກາດຂອງທ່ານ 7 ດ້ວຍວ່າຜີຖ້ອຍຮ້າຍທີ່ສິງຢູ່ໃນຫລາຍຄົນໄດ້ຮ້ອງດ້ວຍສຽງດັງແລະອອກມາຈາກຄົນເຫລົ່ານັ້ນ ຄົນທີ່ເປັນງ່ອຍແລະຂາເສັ້ງຫລາຍຄົນກໍໄດ້ດີເປັນປົກກະຕິ 8 ຈຶ່ງບັງເກີດມີຄວາມຍິນດີອັນໃຫຍ່ໃນເມືອງນັ້ນ 9 ມີຊາຍຜູ້ນຶ່ງຊື່ ຊີໂມນຢູ່ໃນເມືອງນັ້ນແຕ່ກ່ອນມາ ເປັນຫມໍເວດມົນ ເຄີຍເຮັດໃຫ້ໄທເມືອງຊາມາເຣັຽງຶດງໍ້ອັດສະຈັນໃຈ ແລະອວດອ້າງວ່າຕົນເປັນຜູ້ສຳຄັນ 10 ຝ່າຍຄົນທັງປວງທັງຜູ້ນ້ອຍແລະຜູ້ໃຫຍ່ກໍສົນໃຈຟັງຄົນນັ້ນ ແລ້ວເວົ້າວ່າ, “ຜູ້ນີ້ແຫລະ, ເປັນອານຸພາບຂອງພຣະເຈົ້າຊຶ່ງເອີ້ນວ່າມະຫິດທິຣິດ” 11 ຄົນທັງຫລາຍໄດ້ສົນໃຈຟັງຜູ້ນັ້ນ ເພາະເຂົາໄດ້ສະແດງເວດມົນໃຫ້ຄົນທັງຫລາຍງຶດງໍ້ອັສຈັນຕັ້ງແຕ່ເຫິງມາແລ້ວ 12 ແຕ່ເມື່ອເຂົາໄດ້ຮັບເຊື່ອຊຶ່ງຟີລິບໄດ້ປະກາດ ເປັນຂ່າວປະເສີດເຣື່ອງຣາຊອານາຈັກຂອງພຣະເຈົ້າແລະພຣະນາມແຫ່ງພຣະເຢຊູຄຣິດແລ້ວ ເຂົາຈຶ່ງໄດ້ຮັບບັບຕິສະມາທັງຊາຍແລະຍິງ 13 ຝ່າຍຊີໂມນເອງກໍເຊື່ອເຫມືອນກັນ ເມື່ອຮັບບັບຕິສະມາແລ້ວກໍຕິດຢູ່ກັບຟີລິບ ແລະປລາດໃຈທີ່ໄດ້ເຫັນຫມາຍສຳຄັນແລະການອິດທິຣິດອັນໃຫຍ່ທີ່ໄດ້ບັງເກີດມານັ້ນ 14 ເມື່ອພວກອັຄສາວົກທີ່ຢູ່ໃນກຸງເຢຣູຊາເລັມໄດ້ຍິນຂ່າວວ່າ ໄທຊາມາເຣັຽໄດ້ຮັບເອົາພຣະທັມຂອງພຣະເຈົ້າແລ້ວ ຈຶ່ງໄດ້ໃຊ້ເປໂຕກັບໂຢຮັນໄປຫາເຂົາ 15 ທ່ານທັງສອງໄດ້ລົງໄປອ້ອນວອນສຳລັບເຂົາເພື່ອໃຫ້ເຂົາໄດ້ຮັບພຣະວິນຍານບໍຣິສຸດ 16 ເພາະພຣະວິນຍານບໍຣິສຸດຍັງບໍ່ທັນໄດ້ລົງມາເທິງເຂົາຈັກຄົນ ມີແຕ່ເຂົາໄດ້ຮັບບັບຕິສະມາໃນພຣະນາມແຫ່ງພຣະເຢຊູເຈົ້າເທົ່ານັ້ນ 17 ເປໂຕກັບໂຢຮັນຈຶ່ງວາງມືໃສ່ເຂົາ ແລ້ວເຂົາກໍໄດ້ຮັບພຣະວິນຍານບໍຣິສຸດ 18 ຝ່າຍຊີໂມນ, ເມື່ອໄດ້ເຫັນວ່າພຣະວິນຍານເປັນທີ່ຊົງປະທານດ້ວຍການວາງມືຂອງພວກອັຄສາວົກ ກໍໄດ້ນຳເງິນມາຈະໃຫ້ພວກທ່ານ 19 ໂດຍເວົ້າວ່າ, “ຂໍໃຫ້ຂ້ານ້ອຍມີຣິດອຳນາດຢ່າງນີ້ເຫມືອນກັນເພື່ອວ່າ ເມື່ອຂ້ານ້ອຍຫາກວາງມືໃສ່ຜູ້ໃດ ຜູ້ນັ້ນຈະໄດ້ຮັບພຣະວິນຍານບໍຣິສຸດ” 20 ແຕ່ເປໂຕໄດ້ຕອບຊີໂມນວ່າ, “ຈົ່ງໃຫ້ເງິນຂອງເຈົ້າຈິບຫາຍໄປກັບເຈົ້າ ເພາະເຈົ້າຄຶດວ່າຈະຊື້ຂອງປະທານແຫ່ງພຣະເຈົ້າດ້ວຍເງິນ 21 ເຈົ້າບໍ່ມີຫຸ້ນບໍ່ມີສ່ວນໃນການນີ້ ເພາະໃຈຂອງເຈົ້າບໍ່ສັດຊື່ຕໍ່ພຣະເຈົ້າ 22 ເຫດສັນນັ້ນຈົ່ງຫລົບຕັ້ງໃຈໃຫມ່ຈາກການຊົ່ວຂອງເຈົ້ານີ້ ແລະອ້ອນວອນຂໍອົງພຣະຜູ້ເປັນເຈົ້າ ເພື່ອຫວັງວ່າພຣະອົງຈະຊົງຍົກຄວາມຜິດບາບທີ່ເຈົ້າຄຶດໃນໃຈນັ້ນເສັຽ 23 ເພາະເຮົາເຫັນວ່າເຈົ້າເຕັມໄປດ້ວຍຄວາມອິດສາອັນຂົ່ມຂື່ນ ແລະຖືກລ່າມໄວ້ດ້ວຍໂສ້ຂອງຄວາມອະທັມ” 24 ຝ່າຍຊີໂມນໄດ້ຕອບວ່າ, “ຂໍທ່ານທັງສອງອ້ອນວອນອົງພຣະຜູ້ເປັນເຈົ້າເພື່ອຂ້ານ້ອຍແດ່ ເພື່ອການທີ່ທ່ານໄດ້ກ່າວແລ້ວນັ້ນຈະບໍ່ຕົກໃສ່ຂ້ານ້ອຍຈັກປະການ” 25 ສ່ວນທ່ານທັງສອງເມື່ອໄດ້ເປັນພຍານແລະປະກາດພຣະທັມແຫ່ງອົງພຣະຜູ້ເປັນເຈົ້າແລ້ວກໍກັບມາຍັງກຸງເຢຣູຊາເລັມ ແລະໄດ້ປະກາດຂ່າວປະເສີດຕາມທາງໃນບ້ານຊາວຊາມາເຣັຽຫລາຍແຫ່ງ
ຟີລິບແລະຊາວເອທິໂອເປັຽຜູ້ນຶ່ງ
26 ແລະເທວະດາຕົນນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງຟີລິບວ່າ, “ຈົ່ງລຸກຂຶ້ນໄປທາງທິດໃຕ້ ຕາມທາງລົງຈາກກຸງເຢຣູຊາເລັມໄປເຖິງເມືອງກາຊາ” (ທີ່ເປັນທາງປ່າດິນຊາຍ) 27 ທ່ານຈຶ່ງລຸກຂຶ້ນເດີນທາງໄປ ແລະເບິ່ງແມ໋, ມີໄທເອທິໂອເປັຽຄົນນຶ່ງເປັນເທືອຍ ເປັນຂ້າຣາຊການຊັ້ນສູງຂອງກັນດາເກ ຄືພຣະຣາຊີນີຂອງຊາວເອທິໂອເປັຽ ເປັນນາຍຄັງທັງຫມົດຂອງພຣະຣາຊີນີນັ້ນ ທ່ານໄດ້ມາທີ່ກຸງເຢຣູຊາເລັມເພື່ອນະມັສການ 28 ຂນະທີ່ນັ່ງຣົດກຳລັງກັບເມືອ ທ່ານໄດ້ອ່ານຫນັງສືຂອງເອຊາຢາຜູ້ປະກາດພຣະທັມຢູ່ 29 ຝ່າຍພຣະວິນຍານຊົງສັ່ງຟີລິບວ່າ, “ຈົ່ງເຂົ້າຕິດກັບຣົດນີ້ໄປ” 30 ຟີລິບຈຶ່ງແລ່ນເຂົ້າໄປແລະໄດ້ຍິນທ່ານກຳລັງອ່ານຫນັງສືເອຊາຢາຜູ້ປະກາດພຣະທັມຢູ່ ຈຶ່ງຖາມວ່າ, “ຊຶ່ງທ່ານອ່ານນັ້ນທ່ານເຂົ້າໃຈຫລື” 31 ທ່ານຈຶ່ງຕອບວ່າ, “ຖ້າບໍ່ມີຜູ້ໃດແນະນຳໃຫ້ ຈະເຂົ້າໃຈໄດ້ຢ່າງໃດ” ແລ້ວທ່ານຈຶ່ງເຊີນຟີລິບຂຶ້ນນັ່ງຣົດນຳ 32 ພຣະຄັມພີຕອນທີ່ທ່ານອ່ານຢູ່ນັ້ນຄືຂໍ້ເຫລົ່ານີ້, “ເຂົາໄດ້ນຳທ່ານໄປເຫມືອນນຳເອົາແກະໄປຂ້າ ແລະເຫມືອນແກະນ້ອຍມິດຢູ່ຕໍ່ຫນ້າຜູ້ຕັດຂົນມັນ ທ່ານກໍບໍ່ອອກປາກເຫມືອນກັນ 33 ໃນຄາວທ່ານຕົກຕ່ຳຕ້ອຍ ທ່ານບໍ່ໄດ້ຮັບຄວາມຍຸດຕິທັມ ໃຜຈະເລົ່າເຖິງເຊື້ອສາຍຂອງທ່ານໄດ້ ເພາະວ່າຊີວິດຂອງທ່ານໄດ້ຖືກຕັດເສັຽ” 34 ຄົນເທືອຍໄດ້ກ່າວແກ່ຟີລິບວ່າ, “ຂໍທ່ານບອກໃຫ້ຂ້າພະເຈົ້າຮູ້ວ່າ ຜູ້ປະກາດພຣະທັມໄດ້ກ່າວຢ່າງນີ້ເລົ່າເຖິງຜູ້ໃດ ເຖິງຕົນເອງຫລືເຖິງຜູ້ອື່ນ” 35 ແລ້ວຟີລິບຈຶ່ງອອກປາກຕັ້ງຕົ້ນເລົ່າແຕ່ພຣະຄັມຕອນນັ້ນ ຈຶ່ງປະກາດຂ່າວປະເສີດເຣື່ອງພຣະເຢຊູໃຫ້ທ່ານຟັງ 36 ເມື່ອເຂົາກຳລັງເດີນທາງໄປກໍມາເຖິງບ່ອນມີນ້ຳບ່ອນນຶ່ງ ຄົນເທືອຍຈຶ່ງເວົ້າວ່າ, “ເບິ່ງແມ໋, ນ້ຳມີຢູ່ທີ່ນີ້ ມີອັນຂັດຂ້ອງບໍ່ໃຫ້ຂ້າພະເຈົ້າຮັບບັບຕິສະມາ” 37 (ຝ່າຍຟີລິບຈຶ່ງຕອບວ່າ, “ຖ້າທ່ານເຕັມໃຈເຊື່ອກໍຮັບໄດ້” ຄົນເທືອຍຈຶ່ງຕອບວ່າ, “ເຮົາເຊື່ອວ່າພຣະເຢຊູຄຣິດຊົງເປັນພຣະບຸດຂອງພຣະເຈົ້າ”) 38 ແລ້ວທ່ານໄດ້ສັ່ງໃຫ້ຢຸດຣົດ ຟີລິບກັບຄົນເທືອຍໄດ້ພ້ອມກັນລົງໄປໃນນ້ຳ ຟີລິບຈຶ່ງໃຫ້ທ່ານຮັບບັບຕິສະມາ 39 ເມື່ອທ່ານທັງສອງຂຶ້ນຈາກນ້ຳແລ້ວ ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າໄດ້ຊົງຮັບເອົາຟີລິບໄປເສັຽ ສ່ວນຄົນເທືອຍນັ້ນກໍບໍ່ໄດ້ເຫັນຟີລິບຕໍ່ໄປອີກ ທ່ານຈຶ່ງເດີນທາງຕໍ່ໄປດ້ວຍຄວາມຊົມຊື່ນຍິນດີ 40 ແຕ່ມີຜູ້ພົບຟີລິບທີ່ເມືອງອາໂຊໂຕ ທ່ານໄດ້ອອກໄປປະກາດຂ່າວປະເສີດທົ່ວທຸກເມືອງຈົນມາເຖິງເມືອງກາຍຊາເຣັຽ
ໂຊໂລຫລົບຕັ້ງໃຈໃຫມ່
1 ຝ່າຍໂຊໂລຍັງຂູ່ເຂັນວ່າຈະຂ້າພວກສິດຂອງອົງພຣະຜູ້ເປັນເຈົ້າເສັຽ ຈຶ່ງໄປຫາມະຫາປະໂຣຫິດ 2 ຂໍຫນັງສືກຳກັບຕົວໄປຍັງໂຮງທັມມະເທສນາໃນເມືອງດາມັສກັສເພື່ອວ່າຖ້າພົບຄົນໃດຖືທາງນັ້ນບໍ່ວ່າຊາຍຫລືຍິງຈະໄດ້ຈັບມັດພາມາຍັງກຸງເຢຣູຊາເລັມ 3 ເມື່ອໂຊໂລກຳລັງເດີນທາງໃກ້ຈະເຖິງເມືອງດາມັສກັສ ໃນທັນໃດນັ້ນມີແສງສວ່າງມາບມາຈາກຟ້າອ້ອມຮອບຕົວທ່ານ 4 ໂຊໂລຈຶ່ງລົ້ມລົງເທິງດິນ ແລະໄດ້ຍິນພຣະສຸຣະສຽງອັນນຶ່ງດັງມາວ່າ, “ໂຊໂລ, ໂຊໂລເອີຍ, ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?” 5 ໂຊໂລໄດ້ທູນຖາມວ່າ, “ທ່ານເອີຍ, ທ່ານແມ່ນໃຜ” ພຣະອົງຊົງຕອບວ່າ, “ເຮົານີ້ແມ່ນ ເຢຊູ ຜູ້ເຈົ້າຂົ່ມເຫັງນັ້ນແຫລະ 6 ເຈົ້າຈົ່ງລຸກຂຶ້ນເຂົ້າໄປໃນເມືອງ ຈະມີຜູ້ບອກໃຫ້ຮູ້ວ່າເຈົ້າຈຳເປັນຕ້ອງເຮັດອັນໃດ” 7 ຊາຍທັງຫລາຍທີ່ເດີນທາງໄປພ້ອມກັນກໍຢືນໜິ້ງຢູ່ ປາກບໍ່ອອກ ເຂົາໄດ້ຍິນສຽງນັ້ນແຕ່ບໍ່ເຫັນຜູ້ໃດ 8 ຝ່າຍໂຊໂລໄດ້ລຸກຂຶ້ນຈາກດິນ ເມື່ອມືນຕາແລ້ວກໍບໍ່ເຫັນສິ່ງໃດ ຄົນເຫລົ່ານັ້ນຈຶ່ງຈູງທ່ານເຂົ້າໄປໃນເມືອງດາມັສກັສ 9 ໃນລະຫວ່າງສາມວັນທ່ານບໍ່ໄດ້ເຫັນສິ່ງໃດ ທັງບໍ່ໄດ້ກິນບໍ່ໄດ້ດື່ມ 10 ອັນນຶ່ງ, ໃນເມືອງດາມັສກັສມີສິດຜູ້ນຶ່ງຊື່ອານາເນັຽ ອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວກັບຜູ້ນັ້ນໂດຍນິມິດວ່າ, “ອານາເນັຽເອີຍ” ອານາເນັຽຈຶ່ງທູນຕອບວ່າ, “ພຣະອົງເຈົ້າຂ້າ, ຂ້າພຣະອົງຢູ່ທີ່ນີ້” 11 ອົງພຣະຜູ້ເປັນເຈົ້າຊົງບອກທ່ານວ່າ, “ຈົ່ງລຸກຂຶ້ນໄປເຖິງຖນົນສາຍທີ່ຊື່ວ່າຖນົນຊື່ ແລ້ວຈົ່ງຖາມຫາຜູ້ນຶ່ງທີ່ຢູ່ໃນເຮືອນຂອງຢູດາ ຊື່ວ່າໂຊໂລໄທເມືອງຕາໂຊ ເພາະເບິ່ງແມ໋, ເຂົາກຳລັງໄຫວ້ວອນຢູ່ 12 ແລະເຂົາໄດ້ເຫັນ (ໃນນິມິດ) ວ່າມີຊາຍຜູ້ນຶ່ງຊື່ອານາເນັຽ ໄດ້ເຂົ້າມາວາງມືໃສ່ເພື່ອໃຫ້ເຂົາໄດ້ເຫັນຮຸ່ງອີກ” 13 ແຕ່ອານາເນັຽໄດ້ທູນຕອບວ່າ, “ພຣະອົງເຈົ້າຂ້າ, ຂ້າພຣະອົງໄດ້ຍິນຫລາຍຄົນເວົ້າເຖິງເຣື່ອງຄົນນັ້ນ ວ່າທ່ານໄດ້ເຮັດການຮ້າຍຂາດຕໍ່ໄພ່ພົນຂອງພຣະອົງໃນກຸງເຢຣູຊາເລັມຫລາຍມາແລ້ວ 14 ແລະໃນທີ່ນີ້ທ່ານໄດ້ຖືອຳນາດຈາກພວກປະໂຣຫິດຕົນໃຫຍ່ ມາມັດເອົາຄົນທັງຫມົດຜູ້ຮ້ອງອອກພຣະນາມຂອງພຣະອົງ” 15 ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວວ່າ, “ເຈົ້າຈົ່ງໄປ ເພາະວ່າຄົນນັ້ນເປັນພາຊນະທີ່ເຮົາໄດ້ເລືອກໄວ້ ເພື່ອຈະນຳນາມຂອງເຮົາໄປຍັງບັນດາປະຊາຊາດ ໄປຍັງກະສັດທັງຫລາຍ ແລະໄປຍັງຊົນຊາດອິສຣາເອນ 16 ເພາະວ່າຝ່າຍເຮົາຈະສະແດງໃຫ້ເຂົາເຫັນວ່າ ເຂົາຕ້ອງທົນທຸກລຳບາກຫລາຍເທົ່າໃດເພາະນາມຂອງເຮົາ” 17 ແລ້ວອານາເນັຽກໍໄປ ແລະເຂົ້າໃນເຮືອນນັ້ນວາງມືໃສ່ໂຊໂລເວົ້າວ່າ, “ອ້າຍໂຊໂລເອີຍ, ອົງພຣະຜູ້ເປັນເຈົ້າຄືພຣະເຢຊູຊຶ່ງໄດ້ຊົງປາກົດແກ່ເຈົ້າຕາມທາງທີ່ເຈົ້າກຳລັງມານັ້ນ ໄດ້ຊົງໃຊ້ເຮົາມາເພື່ອເຈົ້າຈະໄດ້ເຫັນຮຸ່ງອີກ ແລະເພື່ອຈະໄດ້ເຕັມໄປດ້ວຍພຣະວິນຍານບໍຣິສຸດ” 18 ໃນທັນໃດນັ້ນມີສິ່ງນຶ່ງເຫມືອນເກັດຕົກຈາກຕາຂອງໂຊໂລ ແລ້ວທ່ານໄດ້ເຫັນເປັນປົກກະຕິ ຈຶ່ງລຸກຂຶ້ນຮັບບັບຕິສະມາ 19 ເມື່ອຮັບປະທານອາຫານແລ້ວ ທ່ານກໍມີເຫື່ອແຮງຂຶ້ນ
ໂຊໂລປ່າວປະກາດທີ່ເມືອງດາມັສກັສ
20 ອັນນຶ່ງ,ໂຊໂລໄດ້ພັກຢູ່ກັບພວກສິດໃນເມືອງດາມັສກັສເປັນເວລາຫລາຍວັນ ໃນບັດດຽວນັ້ນທ່ານໄດ້ປະກາດເຣື່ອງພຣະເຢຊູໃນໂຮງທັມມະເທສນາ ວ່າພຣະອົງນີ້ແຫລະ, ຊົງເປັນພຣະບຸດຂອງພຣະເຈົ້າ 21 ເມື່ອຄົນທັງຫລາຍໄດ້ຍິນກໍພາກັນງຶດງໍ້ອັດສະຈັນໃຈ ແລ້ວເວົ້າວ່າ, “ແມ່ນຜູ້ນີ້ແຫລະ, ທີ່ໄດ້ທຳຮ້າຍຄົນທັງຫລາຍໃນກຸງເຢຣູຊາເລັມທີ່ຮ້ອງອອກນາມຊື່ນີ້ ບໍ່ແມ່ນຫລື ທ່ານໄດ້ມາທີ່ນີ້ຫວັງຈະຜູກມັດເອົາພວກນັ້ນສົ່ງໃຫ້ພວກປະໂຣຫິດຕົນໃຫຍ່” 22 ແຕ່ການປະກາດຂອງໂຊໂລກໍມີອຳນາດທະວີຂຶ້ນ ເຮັດໃຫ້ພວກຢິວທີ່ຢູ່ໃນເມືອງດາມັສກັສອັດອັ້ນຕັນໃຈ ໂດຍພິສູດໃຫ້ເຂົາເຫັນຄັກວ່າພຣະເຢຊູນີ້ແຫລະ, ຊົງເປັນພຣະຄຣິດ
ໂຊໂລຫນີພົ້ນຈາກພວກຢິວ
23 ຄັນຕໍ່ມາອີກຫລາຍວັນ ພວກຢິວໄດ້ປຶກສາກັນເພື່ອຈະຂ້າໂຊໂລເສັຽ 24 ແຕ່ມີຄົນບອກໃຫ້ໂຊໂລຮູ້ເຖິງການປອງຮ້າຍຂອງເຂົາ ສ່ວນເຂົາໄດ້ເຝົ້າປະຕູເມືອງທັງກາງເວັນແລະກາງຄືນເພື່ອຄອຍຂ້າໂຊໂລ 25 ແຕ່ເວລາກາງຄືນພວກລູກສິດຂອງທ່ານໄດ້ເອົາທ່ານໃສ່ກວຍຢ່ອນລົງຕາມປ່ອງກຳແພງ
ໂຊໂລທີ່ກຸງເຢຣູຊາເລັມ
26 ເມື່ອໂຊໂລມາຮອດກຸງເຢຣູຊາເລັມແລ້ວ ກໍພຍາຍາມຈະເຂົ້າສນິດສນົມກັບພວກລູກສິດ ແຕ່ພວກເຫລົ່ານັ້ນຍັງຢ້ານທ່ານຢູ່ ເພາະບໍ່ເຊື່ອວ່າທ່ານເປັນລູກສິດ 27 ແຕ່ບາຣ໌ນາບັສໄດ້ພາທ່ານໄປຫາພວກອັຄສາວົກ ແລະເລົ່າເຣື່ອງໃຫ້ເຂົາຟັງວ່າ ໂຊໂລໄດ້ເຫັນອົງພຣະຜູ້ເປັນເຈົ້າໃນກາງທາງນັ້ນຢ່າງໃດ ແລະພຣະອົງໄດ້ຊົງກ່າວກັບທ່ານ ແລະທ່ານໄດ້ປະກາດອອກພຣະນາມພຣະເຢຊູໃນເມືອງດາມັສກັສດ້ວຍໃຈກ້າ 28 ໂຊໂລໄດ້ເຂົ້ານອກອອກໃນຢູ່ກັບເຂົາໃນກຸງເຢຣູຊາເລັມ ປະກາດອອກພຣະນາມຂອງອົງພຣະຜູ້ເປັນເຈົ້າດ້ວຍໃຈກ້າຫານ 29 ແລະທ່ານເຄີຍສົນທະນາໄລ່ລຽງກັບພວກທີ່ປາກພາສາກຣີກ ແຕ່ເຂົາພຍາຍາມຈະຂ້າທ່ານເສັຽ 30 ເມື່ອພວກພີ່ນ້ອງໄດ້ຊາບຂ່າວດັ່ງນີ້ກໍໄດ້ພາທ່ານລົງໄປທີ່ເມືອງກາຍຊາເຣັຽ ແລະໃຫ້ທ່ານຫນີໄປຍັງເມືອງຕາໂຊ 31 ສັນນັ້ນຄຣິສຕະຈັກຕລອດແຂວງຢູດາຍ ແຂວງຄາລີເລ ແລະແຂວງຊາມາເຣັຽຈຶ່ງມີຄວາມສງົບສຸກແລະຈະເຣີນຂຶ້ນ ດຳເນີນໄປໃນຄວາມຢຳເກງອົງພຣະຜູ້ເປັນເຈົ້າ ສ່ວນຄຣິສຕະສະມາຊິກກໍທະວີຫລາຍຂຶ້ນດ້ວຍໄດ້ຮັບຄວາມສົ່ງເສີມຈາກພຣະວິນຍານບໍຣິສຸດ
ໄອເນດີພຍາດ
32 ອັນນຶ່ງ, ເມື່ອເປໂຕກຳລັງທຽວໄປມາຕລອດທຸກບ່ອນ ກໍໄດ້ລົງໄປຫາພວກໄພ່ພົນຂອງພຣະເຈົ້າທີ່ອາໄສຢູ່ໃນເມືອງລິດດາເຫມືອນກັນ 33 ໃນທີ່ນັ້ນເປໂຕໄດ້ພົບຊາຍຄົນນຶ່ງຊື່ ໄອເນ ເປັນເປັ້ຽນອນຢູ່ໄດ້ແປດປີແລ້ວ 34 ເປໂຕໄດ້ບອກກັບຊາຍນັ້ນວ່າ, “ໄອນາເອີຍ, ພຣະເຢຊູຄຣິດຊົງໂຜດໃຫ້ເຈົ້າດີພຍາດ ຈົ່ງລຸກຂຶ້ນມ້ຽນບ່ອນນອນຂອງເຈົ້າໄວ້ເສັຽ” ໄອເນກໍໄດ້ລຸກຂຶ້ນໃນທັນທີ 35 ບັນດາຄົນທັງຫລາຍທີ່ຢູ່ໃນເມືອງລິດດາ ແລະຮາບຊາໂຣນກໍໄດ້ເຫັນດັ່ງນັ້ນ ຈຶ່ງພາກັນກັບໃຈຕ່າວເຂົ້າມາຫາອົງພຣະຜູ້ເປັນເຈົ້າ
ໂດຣະກາເປັນຄືນມາ
36 ໃນເມືອງຢົບປາມີສິດຄົນນຶ່ງຊື່ ຕາບີທາ ທີ່ແປວ່າໂດຣະກາ ນາງນີ້ເຄີຍເຮັດແຕ່ຄຸນງາມຄວາມດີ ແລະເຄີຍໃຫ້ທານມາແລ້ວ 37 ລະຫວ່າງນັ້ນນາງກໍປ່ວຍລົງເຖິງແກ່ຄວາມຕາຍ ເມື່ອເຂົາໄດ້ອາບນ້ຳໃຫ້ສົບແລ້ວກໍເອົາຂຶ້ນວາງໄວ້ຫ້ອງຊັ້ນເທິງ 38 ເມືອງລິດດາຢູ່ໃກ້ກັບເມືອງຢົບປາ ເມື່ອໄດ້ຍິນຂ່າວວ່າເປໂຕຢູ່ໃນເມືອງນັ້ນ ພວກສິດຈຶ່ງໃຊ້ຊາຍສອງຄົນໄປຫາທ່ານ ອ້ອນວອນວ່າ, “ເຊີນມາຫາພວກເຮົາ ຢ່າໄດ້ຊ້າ” 39 ຝ່າຍເປໂຕກໍລຸກຂຶ້ນໄປກັບເຂົາ ເມື່ອມາເຖິງແລ້ວເຂົາກໍພາທ່ານຂຶ້ນໄປຍັງຫ້ອງຊັ້ນເທິງ ບັນດາແມ່ຫມ້າຍໄດ້ຢືນຢູ່ກັບທ່ານພາກັນຮ້ອງໄຫ້ ແລະຊີ້ໃຫ້ທ່ານເບິ່ງເສື້ອຜ້າຕ່າງໆທີ່ໂດຣະກາໄດ້ເຮັດເມື່ອຍັງຢູ່ນຳເຂົາ 40 ແຕ່ເປໂຕໄດ້ໃຫ້ຄົນທັງຫມົດອອກໄປຂ້າງນອກ ທ່ານຈຶ່ງຄຸເຂົ່າລົງອ້ອນວອນ ແລ້ວຫັນຫນ້າໄປຫາສົບກ່າວວ່າ, “ຕາບີທາເອີຍ, ຈົ່ງລຸກຂຶ້ນ” ຕາບີທາກໍມືນຕາ ແລະເມື່ອເຫັນເປໂຕກໍລຸກຂຶ້ນນັ່ງ 41 ແລະເປໂຕໄດ້ຍື່ນມືຊູນາງຂຶ້ນ ແລະເມື່ອໄດ້ເອີ້ນພວກໄພ່ພົນກັບບັນດາແມ່ຫມ້າຍເຂົ້າມາແລ້ວ ຈຶ່ງໄດ້ສເນີນາງຜູ້ເປັນຄືນມານັ້ນແກ່ເຂົາ 42 ເຫດການນັ້ນໄດ້ເປັນທີ່ຮູ້ທົ່ວກັນໃນເມືອງຢົບປາ ມີຄົນຈຳນວນຫລາຍໄດ້ເຊື່ອວາງໃຈໃນອົງພຣະຜູ້ເປັນເຈົ້າ 43 ຝ່າຍເປໂຕກໍໄດ້ອາໄສຢູ່ໃນເມືອງຢົບປາຫລາຍວັນ ຢູ່ກັບຜູ້ນຶ່ງຊື່ວ່າ ຊີໂມນ ເປັນຊ່າງຟອກຫນັງ
ເປໂຕແລະໂກເນລີໂອ
1 ອັນນຶ່ງ, ທີ່ເມືອງກາຍຊາເຣັຽມີຊາຍຄົນນຶ່ງຊື່ ໂກເນລີໂອ ເປັນນາຍຮ້ອຍ ເປັນນາຍຮ້ອຍຢູ່ໃນກອງທະຫານທີ່ເອີ້ນວ່າກອງອີຕາເລັຽ 2 ທ່ານເປັນຜູ້ຖືສາສນາຢ່າງຖືກຕ້ອງແລະຢຳເກງພຣະເຈົ້າພ້ອມກັບຄົວເຮືອນຂອງຕົນ ທ່ານເຄີຍໃຫ້ທານແກ່ປະຊາຊົນຢ່າງຫລວງຫລາຍ ແລະໄຫວ້ວອນພຣະເຈົ້າຢູ່ສເມີ 3 ຢູ່ມາວັນນຶ່ງປະມານເກົ້າໂມງ ທ່ານໄດ້ເຫັນນິມິດຄັກ ຄືເຫັນເທວະດາຕົນຶ່ງຂອງພຣະເຈົ້າເຂົ້າມາຫາຕົນກ່າວວ່າ, “ໂກເນລີໂອເອີຍ” 4 ແຕ່ເມື່ອໂກເນລີໂອເພ່ງເບິ່ງເທວະດາຕົນນັ້ນກໍເກີດສະດຸ້ງຕົກໃຈ ຈຶ່ງຖາມວ່າ, “ໂອຍ ເຈົ້າກູເອີຍ, ແມ່ນຫຍັງຫນໍ” ເທວະດາໄດ້ຕອບວ່າ, “ຄຳໄຫວ້ວອນ ແລະການໃຫ້ທານຂອງທ່ານໄດ້ຂຶ້ນໄປ ເປັນເຫດໃຫ້ພຣະເຈົ້າລະນຶກເຖິງແລ້ວ 5 ບັດນີ້ຈົ່ງໃຊ້ຄົນໄປເມືອງຢົບປາ ເຊີນເອົາຜູ້ນຶ່ງມາຄື ຊີໂມນຜູ້ມີຊື່ວ່າ ເປໂຕ 6 ທ່ານອາໄສເປັນແຂກຢູ່ກັບຊີໂມນຊ່າງຟອກຫນັງ ທີ່ມີເຮືອນຢູ່ແຄມທະເລ” 7 ຄັນເທວະດາຕົນທີ່ເວົ້າກັບໂກເນລີໂອນັ້ນຈາກໄປແລ້ວ ທ່ານໄດ້ເອີ້ນຄົນໃຊ້ປະຈຳເຮືອນສອງຄົນເຂົ້າມາຫາ ກັບທະຫານຜູ້ນຶ່ງທີ່ຖືສາສນາຢ່າງຖືກຕ້ອງ ເປັນຜູ້ນຶ່ງໃນຈຳພວກທະຫານທີ່ເຄີຍຮັບໃຊ້ຕົນ 8 ເມື່ອໄດ້ເລົ່າເຫດການທັງຫມົດໃຫ້ເຂົາຟັງແລ້ວ ທ່ານໄດ້ໃຊ້ເຂົາໄປຍັງເມືອງຢົບປາ 9 ຕົກມື້ຫນ້າມາ, ເມື່ອເຂົາກຳລັງເດີນທາງໄປໃກ້ຈະເຖິງເມືອງຢົບປານັ້ນ ຝ່າຍເປໂຕໄດ້ຂຶ້ນເມືອເທິງຫລັງຄາຕຶກເພື່ອໄຫວ້ວອນ ເປັນເວລາປະມານຫົກໂມງ 10 ທ່ານກໍເກີດຫິວຢາກຮັບປະທານອາຫານ ແຕ່ໃນລະຫວ່າງທີ່ເຂົາກຳລັງຈັດອາຫານຢູ່ນັ້ນ ເປໂຕກໍລືມຄີງໄປ 11 ແລະໄດ້ເຫັນທ້ອງຟ້າໄຂອອກ ມີສິ່ງນຶ່ງກຳລັງລົງມາເຫມືອນຜ້າຜືນໃຫຍ່ຜູກໄວ້ທາງສີ່ແຈ ຢ່ອນລົງມາເຖິງດິນ 12 ໃນສິ່ງນັ້ນມີສັດທຸກຊະນິດ ຄືສັດສີ່ຕີນ, ສັດໄຕ່ສັດຄານທີ່ຢູ່ຕາມຫນ້າດິນ, ແລະນົກທີ່ມີປີກບິນໄປໃນອາກາດ 13 ແລະເກີດມີພຣະສຸຣະສຽງມາວ່າ, “ເປໂຕເອີຍ, ຈົ່ງລຸກຂຶ້ນ ຂ້າກິນເສັຽ” 14 ຝ່າຍເປໂຕຈຶ່ງທູນວ່າ, “ບໍ່ໄດ້ແທ້ ພຣະອົງເຈົ້າເອີຍ, ເພາະວ່າສິ່ງທີ່ເປັນຂອງຕ້ອງຫ້າມ ຫລືສິ່ງທີ່ບໍ່ທັນຊຳຮະໃຫ້ສະອາດ ຂ້າພຣະອົງບໍ່ໄດ້ຮັບປະທານຈັກເທື່ອ” 15 ແລ້ວມີພຣະສຸຣະສຽງອີກເປັນເທື່ອທີ່ສອງວ່າ, “ສິ່ງທີ່ພຣະເຈົ້າຊົງຊຳຮະແລ້ວ ຝ່າຍທ່ານຢ່າຖືເປັນຂອງຕ້ອງຫ້າມ” 16 ການນັ້ນເກີດມາເຖິງສາມເທື່ອ ແລ້ວສິ່ງນັ້ນກໍຖືກຮັບຂຶ້ນໄປໃນທ້ອງຟ້າທັນທີ 17 ເມື່ອເປໂຕຍັງຄຶດບໍ່ອອກວ່າ ນິມິດທີ່ຕົນໄດ້ເຫັນນັ້ຣມີຄວາມຫມາຍຢ່າງໃດ ເບິ່ງແມ໋, ພວກຊາຍທີ່ໂກເນລີໂອໄດ້ໃຊ້ມານັ້ນ ເມື່ອສືບຖາມຫາຕຶກຂອງຊີໂມນແລ້ວ ກໍໄດ້ມາຢືນຢູ່ຫນ້າປະຕູບ້ານ 18 ຮ້ອງຖາມວ່າ, “ຊີໂມນທີ່ເອີ້ນວ່າເປໂຕພັກຢູ່ຫັ້ນຫລືບໍ?” 19 ຂນະທີ່ເປໂຕກຳລັງຄຶດຕຶກຕອງເຖິງນິມິດນັ້ນ ພຣະວິນຍານຊົງກ່າວກັບທ່ານວ່າ, “ເບິ່ງແມ໋, ມີພວກຊາຍ (ສອງຄົນ) ມາຖາມຫາທ່ານ 20 ຈົ່ງລຸກຂຶ້ນລົງໄປຂ້າງລຸ່ມແລ້ວໄປກັບເຂົາ ຢ່າລັ່ງເລໃຈ ເພາະເຮົານີ້ແຫລະ, ໄດ້ໃຊ້ເຂົາມາຫາ” 21 ເປໂຕຈຶ່ງລົງໄປຫາຄົນເຫລົ່ານັ້ນແລະບອກເຂົາວ່າ, “ເຮົານີ້ແຫລະ, ແມ່ນຜູ້ທີ່ພວກທ່ານກຳລັງຊອກຫານັ້ນ ທ່ານມາມີທຸຣະອັນໃດ” 22 ເຂົາຈຶ່ງຕອບວ່າ, “ນາຍຮ້ອຍໂກເນລີໂອເປັນຄົນສັດຊື່ ແລະຢໍາເກງພຣະເຈົ້າ ທັງເປັນຜູ້ມີຊື່ສຽງດີໃນຖ້າມກາງບັນດາຊາວຢິວ ທ່ານຜູ້ນັ້ນໄດ້ຮັບຄຳສັ່ງຈາກເທວະດາບໍຣິສຸດຕົນນຶ່ງ ໃຫ້ມາເຊີນທ່ານໄປຍັງເຮືອນຂອງຕົນ ເພື່ອຈະໄດ້ຟັງຖ້ອຍຄຳຈາກທ່ານ” 23 ເປໂຕຈຶ່ງເຊີນເຂົາເຂົ້າມາພັກນຳຕົນ ຕົກມື້ຫນ້າມາທ່ານໄດ້ລຸກຂຶ້ນອອກໄປກັບເຂົາ ແລະພີ່ນ້ອງລາງຄົນທີ່ເມືອງຢົບປາກໍໄປນຳ 24 ວັນຕໍ່ມາທ່ານໄດ້ມາເຖິງເມືອງກາຍຊາເຣັຽ ຝ່າຍໂກເນລີໂອກຳລັງຄອຍຕ້ອນຣັບຢູ່ ໂດຍໄດ້ເຊີນເອົາພວກພີ່ນ້ອງແລະມິດສະຫາຍຂອງຕົນໃຫ້ມາປະຊຸມກັນຢູ່ແລ້ວ 25 ເມື່ອເປໂຕເຂົ້າໄປໂກເນລີໂອກໍມາຕ້ອນຮັບ ແລະຫມູບລົງທີ່ຕີນຂາບໄຫວ້ທ່ານ 26 ແຕ່ເປໂຕໄດ້ດຶງໃຫ້ໂກເນລີໂອລຸກຂຶ້ນ ໂດຍເວົ້າວ່າ, “ຈົ່ງຢືນຂຶ້ນ ຝ່າຍເຮົາກໍເປັນແຕ່ມະນຸດເຫມືອນກັນ” 27 ເມື່ອກຳລັງສົນທະນາກັນຢູ່ເປໂຕກໍເຂົ້າໄປ ແລະເຫັນມີຫລາຍຄົນຊຸມນຸມກັນຢູ່ 28 ທ່ານໄດ້ກ່າວກັບຄົນເຫລົ່ານັ້ນວ່າ, “ທ່ານທັງຫລາຍຊາບດີແລ້ວວ່າ ທີ່ຄົນຊາວຢິວຈະເຂົ້າຮ່ວມສະມາຄົມກັບຄົນຕ່າງຊາດ ຫລືເຂົ້າຫາເຂົາກໍເປັນການຕ້ອງຫ້າມ ແຕ່ຝ່າຍເຮົາພຣະເຈົ້າໄດ້ຊົງສະແດງວ່າ ບໍ່ຄວນຖືຄົນນຶ່ງຄົນໃດວ່າເປັນຄົນຕ້ອງຫ້າມຫລືບໍ່ສະອາດ 29 ດັ່ງນັ້ນ ເມື່ອພວກທ່ານໄດ້ໃຊ້ຄົນໄປເຊີນເຮົາ ເຮົາກໍມາໂດຍບໍ່ຂັດ ດ້ວຍເຫດນີ້ເຮົາຈຶ່ງຂໍຖາມພວກທ່ານວ່າ ເປັນດ້ວຍປະການໃດທ່ານຈຶ່ງໄດ້ໃຊ້ຄົນໄປຫາເຮົາ” 30 ໂກເນລີໂອໄດ້ຕອບວ່າ, “ໄດ້ສີ່ວັນມາແລ້ວ ຂ້ານ້ອຍກຳລັງໄຫວ້ວອນຢູ່ໃນເຮືອນຂອງຂ້ານ້ອຍປະມານເວລານີ້ ຄືເວລາເກົ້າໂມງ ດັ່ງນີ້ມີຊາຍຜູ້ນຶ່ງນຸ່ງເຄື່ອງເຫລື້ອມໃສມາຢືນຢູ່ຕໍ່ຫນ້າຂ້ານ້ອຍ 31 ແລ້ວເວົ້າວ່າ, “ໂກເນລີໂອເອີຍ, ຄຳໄຫວ້ວອນຂອງທ່ານ ພຣະເຈົ້າຊົງສະດັບຟັງ ແລະການໃຫ້ທານຂອງທ່ານກໍເປັນເຫດໃຫ້ພຣະເຈົ້າຊົງລະນຶກເຖິງ 32 ເຫດສັນນັ້ນຈົ່ງໃຊ້ຄົນໄປເມືອງຢົບປາ ເຊີນເອົາຊີໂມນຜູ້ຊື່ວ່າເປໂຕມາ ທ່ານເປັນແຂກອາໄສຢູ່ໃນເຮືອນຂອງຊີໂມນຊ່າງຟອກຫນັງຢູ່ແຄມທະເລ” 33 ໃນທັນທີນັ້ນຂ້ານ້ອຍໄດ້ໃຊ້ຄົນໄປຫາທ່ານ ທີ່ທ່ານໄດ້ກະຣຸນາກໍເປັນການດີແທ້ ບັດນີ້ຂ້ານ້ອຍທັງຫລາຍຢູ່ພ້ອມກັນຕໍ່ພຣະພັກພຣະເຈົ້າ ເພື່ອຈະຟັງສິ່ງສາຣະພັດຊຶ່ງອົງພຣະຜູ້ເປັນເຈົ້າໄດ້ຊົງສັ່ງໄວ້ແກ່ທ່ານ”
ເປໂຕກ່າວຄຳປາສັຍທີ່ເຮືອນຂອງໂກເນລີໂອ
34 ສ່ວນເປໂຕຈຶ່ງອອກປາກວ່າ, “ຂ້າພະເຈົ້າສັງເກດຮູ້ຄັກແນ່ວ່າ ພຣະເຈົ້າບໍ່ຊົງເລືອກຫນ້າຜູ້ໃດ 35 ແຕ່ໃນທຸກຊາດຜູ້ໃດທີ່ຢຳເກງພຣະອົງແລະປະຕິບັດຖືກຕາມສິນທັມກໍເປັນທີ່ຊອບພຣະທັຍພຣະອົງ 36 ເຣື່ອງທີ່ພຣະອົງໄດ້ຊົງສົ່ງມາໃຫ້ພວກອິສຣາເອນ ໂດຍປະກາດຂ່າວປະເສີດເຣື່ອງສັນຕິສຸກດ້ວຍພຣະເຢຊູຄຣິດ (ຜູ້ຊົງເປັນອົງພຣະຜູ້ເປັນເຈົ້າຂອງມະນຸສໂລກ) 37 ເຣື່ອງນັ້ນທ່ານທັງຫລາຍກໍຮູ້ແລ້ວ ຄືເຣື່ອງທີ່ເກີດມີມາຕັ້ງຕົ້ນແຕ່ແຂວງຄາລີເລໄປຈົນຕລອດທົ່ວແຂວງຢູດາຍ ເມື່ອພາຍຫລັງບັບຕິສະມາທີ່ໂຢຮັນໄດ້ປະກາດນັ້ນ 38 ຄືເຣື່ອງທີ່ພຣະເຈົ້າໄດ້ຊົງຫົດສົງເຢຊູໄທນາຊາເຣັດດ້ວຍພຣະວິນຍານບໍຣິສຸດແລະດ້ວຍຣິດທານຸພາບ ພຣະອົງຈຶ່ງສະເດັດໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ ແລະຊົງໂຜດບັນດາຜູ້ຖືກມານບຽດບຽນໃຫ້ດີ ເພາະວ່າພຣະເຈົ້າຊົງສະຖິດຢູ່ກັບພຣະອົງ 39 ຝ່າຍຂ້າພະເຈົ້າທັງຫລາຍກໍເປັນພຍານ ເຖິງການທັງປວງທີ່ພຣະອົງໄດ້ຊົງກະທຳໃນບ້ານເມືອງຂອງຊາວຢິວແລະໃນກຸງເຢຣູຊາເລັມ ພຣະອົງນັ້ນເຂົາໄດ້ຂ້າເສັຽດ້ວຍແຂວນໄວ້ທີ່ເສົາໄມ້ 40 ພຣະອົງນັ້ນແຫລະ, ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຄືນມາໃນວັນຖ້ວນສາມ ແລະຊົງບັນດານໃຫ້ພຣະອົງປາກົດແຈ້ງ 41 ບໍ່ໄດ້ຊົງໃຫ້ປາກົດແກ່ພົລເມືອງທົ່ວໄປ ແຕ່ຊົງປາກົດແກ່ພວກພຍານຊຶ່ງພຣະເຈົ້າຊົງກຳນົດໄວ້ລ່ວງຫນ້າ ຄືຊົງປາກົດແກ່ພວກຂ້າພະເຈົ້າ ຜູ້ໄດ້ກິນແລະດື່ມດ້ວຍກັນກັບພຣະອົງພາຍຫລັງທີ່ພຣະອົງໄດ້ຊົງຄືນພຣະຊົນ 42 ພຣະອົງຊົງສັ່ງໃຫ້ຂ້າພະເຈົ້າທັງຫລາຍປະກາດແກ່ພົລເມືອງ ແລະໃຫ້ເປັນພຍານວ່າ ແມ່ນພຣະອົງນີ້ແຫລະ, ທີ່ພຣະເຈົ້າໄດ້ຊົງຕັ້ງໄວ້ໃຫ້ເປັນຜູ້ພິພາກສາທັງຄົນເປັນແລະຄົນຕາຍ 43 ແມ່ນເຖິງເຣື່ອງພຣະອົງນີ້ແຫລະ, ຜູ້ປະກາດພຣະທັມທັງຫລາຍໄດ້ເປັນພຍານວ່າ ທຸກໆຄົນທີ່ເຊື່ອວາງໃຈໃນພຣະອົງນັ້ນຈະໄດ້ຮັບຄວາມຍົກຜິດບາບ ເພາະພຣະນາມຂອງພຣະອົງ
ພວກຄົນຕ່າງຊາດໄດ້ຮັບພຣະວິນຍານບໍຣິສຸດ
44 ຂນະທີ່ເປໂຕຍັງກ່າວດັ່ງນີ້ຢູ່ ພຣະວິນຍານບໍຣິສຸດໄດ້ສະເດັດລົງມາເທິງຄົນທັງປວງທີ່ກຳລັງຟັງພຣະທັມນັ້ນ 45 ສ່ວນພວກລູກສິດທີ່ເປັນຝ່າຍພິທີຕັດ ທີ່ໄດ້ມາກັບເປໂຕກໍງຶດງໍ້ອັສຈັນ ເພາະວ່າພຣະເຈົ້າໄດ້ຊົງປະທານພຣະວິນຍານບໍຣິສຸດໃຫ້ລົງມາເທິງຄົນຕ່າງຊາດເຫມືອນກັນ 46 ເພາະວ່າເຂົາໄດ້ຍິນຄົນເຫລົ່ານັ້ນປາກພາສາແປກໆ ແລະຍົກຍໍສໍຣະເສີນພຣະເຈົ້າ 47 ຝ່າຍເປໂຕໄດ້ກ່າວວ່າ, “ຄົນເຫລົ່ານີ້ໄດ້ຣັບພຣະວິນຍານບໍຣິສຸດຢ່າງດຽວກັນກັບພວກເຮົາ ສັນນັ້ນບໍ່ມີໃຜຕີ້ ຈະຫ້າມເຂົາບໍ່ໃຫ້ຮັບບັບຕິສະມາດ້ວຍນ້ຳ” 48 ເປໂຕຈຶ່ງສັ່ງໃຫ້ເຂົາຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດ ແລະເຂົາຍັງໄດ້ຂໍໃຫ້ທ່ານພັກຢູ່ກັບເຂົາອີກສອງສາມວັນ
ເປໂຕຣາຍງານຕໍ່ຄຣິສຕະຈັກທີ່ກຸງເຢຣູຊາເລັມ
1 ອັນນຶ່ງພວກອັຄສາວົກແລະພີ່ນ້ອງທັງຫລາຍທີ່ຢູ່ໃນແຂວງຢູດາຍ ໄດ້ຊາບຂ່າວວ່າພວກຕ່າງຊາດໄດ້ຮັບເອົາພຣະທັມຂອງພຣະເຈົ້າເຫມືອນກັນ 2 ດັ່ງນັ້ນເມື່ອເປໂຕໄດ້ຂຶ້ນເມືອຍັງກຸງເຢຣູຊາເລັມແລ້ວ ພວກທີ່ເປັນຝ່າຍພິທີຕັດຈຶ່ງຕິຕຽນທ່ານ 3 ໂດຍກ່າວວ່າ, “ທ່ານໄດ້ເຂົ້າໄປຫາຄົນພວກບໍ່ໄດ້ຮັບພິທີຕັດ ແລ້ວຮັບປະທານອາຫານກັບເຂົາ” 4 ແຕ່ເປໂຕໄດ້ຕັ້ງຕົ້ນອະທິບາຍໃຫ້ເຂົາຟັງເປັນລຳດັບມາວ່າ, 5 “ຝ່າຍຂ້າພະເຈົ້າເມື່ອຢູ່ເມືອງຢົບປາກຳລັງໄຫວ້ວອນຢູ່ ກໍລືມຄີງໄປແລະໄດ້ເຫັນນິມິດ ມີສິ່ງນຶ່ງກຳລັງລົງມາເຫມືອນຜ້າຜືນໃຫຍ່ຜູກໄວ້ທັງສີ່ແຈ ຢ່ອນລົງມາເຖິງຂ້າພະເຈົ້າ 6 ເມື່ອຂ້າພະເຈົ້າເພ່ງເບິ່ງກໍສັງເກດເຫັນສັດສີ່ຕີນຂອງແຜ່ນດິນໂລກ ກັບສັດປ່າ ສັດໄຕ່ສັດຄານ ແລະນົກທີ່ບິນໃນອາກາດ 7 ແລ້ວຂ້າພະເຈົ້າໄດ້ຍິນພຣະສຸຣະສຽງບອກຂ້າພະເຈົ້າວ່າ “ເປໂຕເອີຍ, ຈົ່ງລຸກຂຶ້ນແລະຂ້າກິນເສັຽ” 8 ແຕ່ຂ້າພະເຈົ້າໄດ້ທູນວ່າ, “ບໍ່ໄດ້ແທ້ ພຣະອົງເຈົ້າເອີຍ ດ້ວຍວ່າສິ່ງຊຶ່ງເປັນຂອງຕ້ອງຫ້າມ ຫລືສິ່ງຂອງທີ່ບໍ່ທັນຊຳຮະໃຫ້ສະອາດ ບໍ່ໄດ້ເຂົ້າໄປໃນປາກຂອງຂ້າພຣະອົງຈັກເທື່ອ” 9 ແຕ່ມີພຣະສຸຣະສຽງຕອບຈາກຟ້າເທື່ອທີ່ສອງວ່າ, “ສິ່ງທີ່ພຣະເຈົ້າຊົງຊໍາຮະແລ້ວ ຝ່າຍທ່ານຢ່າຖືເປັນຂອງຕ້ອງຫ້າມ” 10 ການນັ້ນເກີດມາເຖິງສາມເທື່ອ ແລ້ວສິ່ງທັງຫມົດກໍຖືກຮັບຄືນເມືອຟ້າອີກ 11 ເບິ່ງແມ໋, ໃນທັນໃດນັ້ນມີຊາຍສາມຄົນມາຢືນຢູ່ຫນ້າຕຶກທີ່ພວກຂ້າພະເຈົ້າຢູ່ນັ້ນ ຮັບໃຊ້ມາຈາກເມືອງກາຍຊາເຣັຽມາຫາຂ້າພະເຈົ້າ 12 ແລ້ວພຣະວິນຍານໄດ້ຊົງສັ່ງຂ້າພະເຈົ້າໃຫ້ໄປກັບເຂົາໂດຍບໍ່ລັ່ງເລໃຈ ແລະພີ່ນ້ອງທັງຫົກຄົນນີ້ໄດ້ໄປກັບຂ້າພະເຈົ້າ ພວກຂ້າພະເຈົ້າຈຶ່ງໄດ້ເຂົ້າໄປໃນເຮືອນຂອງທ່ານຜູ້ນັ້ນ 13 ຜູ້ນັ້ນໄດ້ເລົ່າໃຫ້ພວກຂ້າພະເຈົ້າຟັງວ່າ ທ່ານໄດ້ເຫັນເທວະດາຕົນນຶ່ງຢືນຢູ່ໃນເຮືອນຂອງຕົນສັ່ງວ່າ, “ຈົ່ງໃຊ້ຄົນໄປເມືອງຢົບປາ ເຊີນເອົາຊີໂມນຜູ້ມີຊື່ວ່າເປໂຕມາ 14 ເປໂຕນັ້ນຈະກ່າວໃຫ້ທ່ານຟັງເປັນຖ້ອຍຄຳ ຊຶ່ງຈະໃຫ້ທ່ານທັງຄອບຄົວໄດ້ລອດພົ້ນ” 15 ເມື່ອຂ້າພະເຈົ້າຕັ້ງຕົ້ນກ່າວຂໍ້ຄວາມນັ້ນ ພຣະວິນຍານບໍຣິສຸດກໍສະເດັດລົງມາເທິງເຂົາ ເຫມືອນໄດ້ສະເດັດລົງມາເທິງພວກເຮົາໃນຕອນຕົ້ນນັ້ນ 16 ແລ້ວຂ້າພະເຈົ້າໄດ້ລະນຶກເຖິງພຣະທັມຂອງພຣະຜູ້ເປັນເຈົ້າທີ່ຊົງກ່າວໄວ້ວ່າ, “ໂຢຮັນໃຫ້ຮັບບັບຕິສະມາດ້ວຍນ້ຳກໍແມ່ນ ແຕ່ຝ່າຍທ່ານທັງຫລາຍຈະຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດ” 17 ເຫດສັນນັ້ນຖ້າພຣະເຈົ້າໄດ້ຊົງໂຜດ ໃຫ້ເຂົາໄດ້ຮັບຂອງພຣະຣາຊທານອັນດຽວກັນກັບພວກເຮົາ ເມື່ອພວກເຮົາໄດ້ເຊື່ອໃນພຣະເຢຊູຄຣິດເຈົ້າ ຝ່າຍຂ້າພະເຈົ້າເປັນຜູ້ໃດທີ່ຈະສາມາດຂັດຂວາງພຣະເຈົ້າໄດ້” 18 ສ່ວນເຂົາໄດ້ຍິນຖ້ອຍຄຳນັ້ນກໍພາກັນອ່ອນຍອມແລ້ວໄດ້ສັຣເສີນພຣະເຈົ້າວ່າ, “ຖ້າເປັນດັ່ງນັ້ນກໍແມ່ນພຣະເຈົ້າໄດ້ຊົງໂຜດແກ່ຄົນຕ່າງ ໃຫ້ຖິ້ມໃຈເກົ່າແລະເອົາໃຈໃຫມ່ເພື່ອເຂົາຈະໄດ້ຊີວິດເຫມືອນກັນ”
ຄຣິສຕະຈັກທີ່ເມືອງອັນຕີໂອກ
19 ຝ່າຍຄົນທັງຫລາຍທີ່ແຕກກະຈັດກະຈາຍໄປເພາະການທຸກລຳບາກເນື່ອງຈາກຊະເຕຟາໂນ ກໍພາກັນໄປຍັງເມືອງຟອຍນີເກ ເກາະໄຊປຣັສ ແລະເມືອງອັນຕິໂອກ ເຂົາບໍ່ໄດ້ກ່າວພຣະທັມແກ່ຜູ້ໃດນອກຈາກພວກຢິວຝ່າຍດຽວ 20 ແຕ່ໃນພວກເຂົາມີບາງຄົນເປັນຊາວໄຊປຣັສ ແລະຊາວກີເຣເນ ເມື່ອມາເຖິງເມືອງອັນຕິໂອກນັ້ນກໍໄດ້ກ່າວກັບຊາວກຣີກເຫມືອນກັນ ໂດຍໄດ້ປະກາດຂ່າວປະເສີດເຣື່ອງພຣະເຢຊູເຈົ້າ 21 ແລະຣິດອຳນາດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ກັບເຂົາ ຄົນເປັນຈຳນວນຫລາຍທີ່ເຊື່ອກໍໄດ້ກັບໃຈຕ່າວຄືນມາຫາອົງພຣະຜູ້ເປັນເຈົ້າ 22 ຂ່າວນັ້ນກໍໄດ້ເລົ່າລືໄປເຖິງຫູຄຣິສຕະຈັກໃນກຸງເຢຣູຊາເລັມ ເຂົາຈຶ່ງໃຊ້ບາຣ໌ນາບັສໄປຍັງເມືອງອັນຕິໂອກ 23 ເມື່ອທ່ານໄດ້ມາເຖິງແລ້ວກໍໄດ້ເຫັນພຣະຄຸນທີ່ພຣະເຈົ້າຊົງໂຜດ ກໍປິຕິຍິນດີຈຶ່ງໄດ້ຕັກເຕືອນຄົນເຫລົ່ານັ້ນ ໃຫ້ຕັ້ງໃຈຫມັ້ນຄົງຕິດສນິດຢູ່ກັບອົງພຣະຜູ້ເປັນເຈົ້າ 24 ເພາະທ່ານຜູ້ນີ້ເປັນຄົນດີ ເຕັມໄປດ້ວຍພຣະວິນຍານບໍຣິສຸດແລະຄວາມເຊື່ອ ແລະມີຄົນຈຳນວນຫລາຍສົມຄວນໄດ້ເພີ້ມເຕີມເຂົ້າມາຢູ່ຝ່າຍອົງພຣະຜູ້ເປັນເຈົ້າ 25 ຝ່າຍບາຣະນາບາຈຶ່ງໄປເມືອງຕາໂຊເພື່ອຊອກຫາໂຊໂລ ເມື່ອພົບແລ້ວກໍພາມາຍັງເມືອງອັນຕິໂອກ 26 ທ່ານທັງສອງໄດ້ເຄີຍປະຊຸມກັນກັບຄຣິສຕະຈັກຕລອດປີນຶ່ງ ຈຶ່ງໄດ້ສັ່ງສອນຫລາຍຄົນສົມຄວນ ໃນເມືອງອັນຕິໂອກນີ້ພວກລູກສິດໄດ້ຖືກເອີ້ນວ່າຄຣິສຕຽນເປັນເທື່ອທຳອິດ 27 ຄາວນັ້ນມີພວກຜູ້ປະກາດພຣະທັມລົງໄປຈາກກຸງເຢຣູຊາເລັມ ມາຍັງເມືອງອັນຕິໂອກ 28 ມີຜູ້ນຶ່ງໃນພວກນັ້ນຊື່ ອາຄະໂບ ໄດ້ຢືນຂຶ້ນສະແດງໂດຍພຣະວິນຍານວ່າ ໃກ້ຈະບັງເກີດການອຶດຢາກຢ່າງໃຫຍ່ທົ່ວແຜ່ນດິນໂລກ ການອຶດຢາກນັ້ນໄດ້ບັງເກີດຂຶ້ນໃນຣັຊສະໄຫມຈັກກະພັດກລາວດີໂອ 29 ສ່ວນພວກສິດທຸກຄົນມີເຈຕະນາບໍຣິຈາກຕາມກຳລັງ ຝາກໄປຊ່ອຍບັນເທົາທຸກພວກພີ່ນ້ອງທີ່ຢູ່ໃນແຂວງຢູດາຍ 30 ເຂົາໄດ້ເຮັດດັ່ງນັ້ນ ແລະໄດ້ໃຫ້ບາຣະນາບາກັບໂຊໂລນຳໄປໃຫ້ພວກເຖົ້າແກ່
ຢາໂກໂບຖືກຂ້າ ເປໂຕຖືກຄຸກ
1 ໃນລະຫວ່າງນັ້ນກະສັດເຮໂຣດໄດ້ຢຽດພຣະຫັດອອກທຳຮ້າຍລາງຄົນໃນຄຣິສຕະຈັກ 2 ທ່ານໄດ້ຂ້າຢາໂກໂບອ້າຍຂອງໂຢຮັນດ້ວຍດາບ 3 ເມື່ອທ່ານເຫັນວ່າການນີ້ເປັນທີ່ຊອບໃຈພວກຢິວ ທ່ານກໍເລີຍຈັບເປໂຕເຫມືອນກັນ (ຄາວນັ້ນແມ່ນເທສການກິນເຂົ້າຈີ່ບໍ່ມີເຊື້ອ) 4 ເມື່ອຈັບເປໂຕແລ້ວກໍຂັງຄຸກໄວ້ ມອບໃຫ້ທະຫານສີ່ຫມູ່ ຫມູ່ລະສີ່ຄົນ ຄຸມຮັກສາຢູ່ໃນ ໂດຍຫມາຍໃຈວ່າ ເມື່ອສິ້ນເທສການປັສຄາແລ້ວຈະໄດ້ນຳອອກໃຫ້ພົລເມືອງ 5 ເຫດສັນນັ້ນ ເປໂຕຈຶ່ງຖືກຂັງຄຸກຢູ່ ແຕ່ຝ່າຍຄຣິສຕະຈັກໄດ້ອ້ອນວອນຕໍ່ພຣະເຈົ້າເພື່ອທ່ານດ້ວຍໃຈຮ້ອນຮົນ
ຊົງຊ່ອຍເປໂຕໃຫ້ພົ້ນຈາກຄຸກ
6 ໃນກາງຄືນນັ້ນກ່ອນວັນທີ່ກະສັດເຮໂຣດຈະນຳເປໂຕອອກມາ ເປໂຕກໍນອນຫລັບຢູ່ຫວ່າງກາງທະຫານສອງຄົນ ມີໂສ້ສອງເສັ້ນລ່າມໄວ້ ແລະຕໍ່ຫນ້າປະຕູມີທະຫານຍາມເຝົ້າຄຸກຢູ່ 7 ເບິ່ງແມ໋, ມີເທວະດາຕົນນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດຢືນຢູ່ ແລະມີແສງສວ່າງເຂົ້າໃນຫ້ອງຄຸກ ເທວະດານັ້ນໄດ້ຕົບທີ່ຂ້າງຂອງເປໂຕໃຫ້ຕື່ນແລ້ວເວົ້າວ່າ, “ລຸກຂຶ້ນໄວໆ” ແລະໂສ້ກໍໄດ້ຫລຸດອອກຈາກມືຂອງທ່ານ 8 ເທວະດາຈຶ່ງບອກເປໂຕວ່າ, “ຈົ່ງຮັດແອວແລະໃສ່ເກີບ” ແລະເປໂຕກໍເຮັດຕາມ ເທວະດາຈຶ່ງບອກອີກວ່າ, “ຈົ່ງຫົ່ມເສື້ອແລະຕາມເຮົາໄປ” 9 ທ່ານຈຶ່ງຕາມອອກໄປ ແລະບໍ່ຮູ້ວ່າການທີ່ເທວະດາເຮັດນັ້ນເປັນຄວາມຈິງ ແຕ່ຄຶດວ່າຕົນກຳລັງເຫັນນິມິດ 10 ເມື່ອໄດ້ອອກໄປພົ້ນທະຫານຍາມຊັ້ນທີ່ນຶ່ງແລະທີ່ສອງແລ້ວ ເຂົາກໍມາເຖິງປະຕູເຫລັກທີ່ເຂົ້າໄປໃນເມືອງ ປະຕູນັ້ນກໍໄຂເອງໃຫ້ເຂົາ ເຂົາຈຶ່ງອອກຍ່າງຕາມຖນົນເສັ້ນນຶ່ງ ແລະໃນທັນໃດນັ້ນເທວະດາກໍໄດ້ຈາກເປໂຕໄປ 11 ຄັນເປໂຕຮູ້ສຶກຕົວແລ້ວຈຶ່ງເວົ້າວ່າ, “ດຽວນີ້ເຮົາຮູ້ແນ່ວ່າອົງພຣະຜູ້ເປັນເຈົ້າໄດ້ຊົງໃຊ້ເທວະດາຂອງພຣະອົງ ມາຊ່ອຍເຮົາໃຫ້ພົ້ນຈາກມືຂອງເຮໂຣດ ແລະພົ້ນຈາກການມຸ່ງຮ້າຍຂອງພວກຢິວ” 12 ເມື່ອເປໂຕຄຶດດັ່ງນີ້ແລ້ວກໍໄປເຖິງເຮືອນຂອງມາຣິອາແມ່ຂອງໂຢຮັນ ຜູ້ມີຊື່ອີກວ່າ ມາຣະໂກ ທີ່ນັ້ນມີຫລາຍຄົນໄດ້ຊຸມນຸມກັນອ້ອນວອນຢູ່ 13 ເມື່ອເປໂຕເຄາະປະຕູເຮືອນ ມີຍິງຄົນໃຊ້ຊື່ ໂຣດາໄດ້ມາຟັງ 14 ເມື່ອຈື່ໄດ້ວ່າເປັນສຽງຂອງເປໂຕ ຍິງນັ້ນກໍຍັງບໍ່ໄຂປະຕູໃຫ້ເພາະຄວາມຍິນດີ ແຕ່ໄດ້ແລ່ນເຂົ້າໄປບອກຂ່າວວ່າເປໂຕຢືນຢູ່ຫນ້າປະຕູເຮືອນ 15 ເຂົາໄດ້ຕອບວ່າ, “ມຶງເປັນບ້າ” ແຕ່ຍິງນັ້ນຢືນຢັນວ່າເປັນຢ່າງນັ້ນແທ້ ແລ້ວເຂົາຈຶ່ງວ່າ, “ຈະແມ່ນເທວະດາປະຈຳຕົວເປໂຕ” 16 ແຕ່ເປໂຕຍັງເຄາະປະຕູຢູ່ ເມື່ອເຂົາໄຂແລ້ວກໍເຫັນທ່ານຈຶ່ງງຶດງໍ້ອັສຈັນໃຈ 17 ແຕ່ເປໂຕໄດ້ກວັກມືໃຫ້ເຂົາມິດ ແລ້ວໄດ້ເລົ່າໃຫ້ເຂົາຟັງເຖິງເຣື່ອງທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງພາກຕົນອອກຈາກຄຸກຢ່າງໃດ ແລ້ວທ່ານໄດ້ສັ່ງວ່າ, “ຈົ່ງບອກເຣື່ອງນີ້ແກ່ຢາໂກໂບກັບພວກພີ່ນ້ອງໃຫ້ຊາບ” ເປໂຕຈຶ່ງອອກໄປບ່ອນອື່ນເສັຽ 18 ຄັນຮຸ່ງເຊົ້າມາກໍເກີດການສັບສົນວຸ້ນວາຍບໍ່ນ້ອຍໃນຖ້າມກາງພວກທະຫານວ່າ, “ເກີດເປັນຢ່າງໃດຫນໍກັບເປໂຕ” 19 ເມື່ອເຮໂຣດຊອກຫາຕົວເປໂຕບໍ່ພົບ ຈຶ່ງໄດ້ໄຕ່ຖາມພວກທະຫານຈຶ່ງສັ່ງໃຫ້ເອົາເຂົາໄປຂ້າເສັຽ ແລ້ວເຮໂຣດໄດ້ຈາກແຂວງຢູດາຍລົງໄປອາໄສຢູ່ເມືອງກາຍຊາເຣັຽ
ເຮໂຣດເຖິງມໍຣະນະກັມ
20 ອັນນຶ່ງເຮໂຣດມີຄວາມເຄືອງຄຽດຕໍ່ຊາວຕີເຣແລະຊາວຊີໂດນ ແຕ່ຊາວເມືອງນັ້ນໄດ້ພ້ອມກັນມາເຝົ້າທ່ານ ເມື່ອເຂົາຕິດຕໍ່ເອົາໃຈ ລາຊະໂຕກົມມະວັງຂອງກະສັດໄດ້ແລ້ວ ເຂົາກໍພາກັນໄປຂໍເປັນໄມຕຣີກັບກະສັດ ເພາະວ່າເມືອງຂອງເຂົາຕ້ອງອາໄສອາຫານລ້ຽງຊີບຈາກແຜ່ນດິນຂອງກະສັດ 21 ເມື່ອເຖິງວັນນັດເຮໂຣດຊົງເຄືອງກະສັດ ຈຶ່ງປະທັບຣາຊບັນລັງ ແລ້ວມີພຣະຣາຊດຳຣັດແກ່ເຂົາ 22 ຝ່າຍປະຊາຊົນກໍຮ້ອງຂຶ້ນວ່າ, “ເປັນສຽງຂອງພຣະ ບໍ່ແມ່ນສຽງມະນຸດ” 23 ໃນທັນໃດນັ້ນມີເທວະດາຕົນນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ບັນດານໃຫ້ທ່ານໄດ້ເກີດພຍາດຮ້າຍເພາະທ່ານບໍ່ໄດ້ຖວາຍພຣະກຽດແດ່ພຣະເຈົ້າ ແລ້ວເກີດມີຕົວຫນອນກັດກິນຮ່າງກາຍຂອງທ່ານຈົນສິ້ນພຣະຊົນ 24 ສ່ວນພຣະທັມຂອງພຣະເຈົ້າກໍແຜ່ຈະເຣີນທະວີຂຶ້ນ 25 ຝ່າຍບາຣະນາບາກັບໂຊໂລ ເມື່ອສຳເຣັດການປະຕິບັດຂອງຕົນແລ້ວ ຈຶ່ງໄດ້ຈາກກຸງເຢຣູຊາເລັມກັບເມືອ ພາເອົາໂຢຮັນຜູ້ມີຊື່ອີກວ່າ ມາຣະໂກໄປນຳ
ເຣື່ອງບາຣະນາບາ ແລະໂຊໂລ
1 ຄາວນັ້ນໃນຄຣິສຕະຈັກທີ່ຢູ່ໃນເມືອງອັນຕີໂອກ ມີລາງຄົນເປັນຜູ້ປະກາດພຣະທັມແລະອາຈານ ຄືບາຣະນາບາ ຊີເມໂອນຜູ້ເອີ້ນວ່າ ນີເຄັນ ກັບລູກີໂອໄທເມືອງກີເຣເນ ມານາເອນຜູ້ເປັນເພື່ອນສນິດ ກັບເຮໂຣດຜູ້ເປັນເຈົ້າເມືອງ ແລະໂຊໂລ 2 ເມື່ອເຂົາກຳລັງປະຕິບັດນະມັສການອົງພຣະຜູ້ເປັນເຈົ້າ ແລະຖືສິນອົດອາຫານຢູ່ ພຣະວິນຍານບໍຣິສຸດໄດ້ຊົງສັ່ງວ່າ, “ຈົ່ງຄັດເອົາບາຣະນາບາກັບໂຊໂລຕັ້ງໄວ້ໃຫ້ເຮົາ ສຳລັບການທີ່ເຮົາເອີ້ນໃຫ້ເຂົາເຮັດນັ້ນ” 3 ເມື່ອຖືສິນອົດອາຫານແລະໄຫວ້ວອນແລ້ວ ກໍໄດ້ວາງມືໃສ່ບາຣ໌ນາບັສແລະໂຊໂລ ຈຶ່ງໃຫ້ເຂົາອອກໄປ
ການປະກາດທີ່ເກາະໄຊປຣັສ
4 ເຫດສັນນັ້ນທ່ານທັງສອງຜູ້ໄດ້ຮັບໃຊ້ໄປຈາກພຣະວິນຍານບໍຣິສຸດ ກໍໄດ້ລົງໄປເຖິງເມືອງເຊລູເກັຽ ແລະຈາກທີ່ນັ້ນກໍໄດ້ລົງເຮືອສະເພົາເດີນທາງໄປເຖິງເກາະໄຊປຣັສ 5 ຄັນມາເຖິງເມືອງຊາຣາມິສແລ້ວ ທ່ານທັງສອງໄດ້ປະກາດພຣະທັມຂອງພຣະເຈົ້າໃນໂຮງທັມມະເທສນາຂອງຊາວຢິວ ແລະເຂົາມີໂຢຮັນເປັນຜູ້ປະຕິບັດ 6 ເມື່ອໄດ້ຜ່ານຕລອດທົ່ວເກາະນັ້ນໄປເຖິງເມືອງປາໂຟແລ້ວ ກໍໄດ້ມາພົບຊາຍຄົນນຶ່ງເປັນຫມໍເວດມົນ ເປັນຫມໍທຳນວາຍປອມ ເປັນຄົນຊາດຢິວຊື່ ບາຣະເຢຊູ 7 ຄົນນີ້ຢູ່ກັບຜູ້ປົກຄອງຊື່ ເຊຄີໂອໂປໂລ ເປັນຜູ້ສລຽວສລາດ ທ່ານຜູ້ນັ້ນໄດ້ເອີ້ນເອົາບາຣະນາບາກັບໂຊໂລ ແລະປາຖນາຈະຟັງພຣະທັມຂອງພຣະເຈົ້າ 8 ແຕ່ເອລີມາຫມໍເວດມົນນັ້ນ (ຊື່ຂອງທ່ານມີຄວາມຫມາຍດັ່ງນັ້ນ) ໄດ້ຕໍ່ຕ້ານບາຣະນາບາແລະໂຊໂລ ໂດຍພຍາຍາມຈະແຍກຜູ້ປົກຄອງນັ້ນໃຫ້ຫນີຈາກຄວາມເຊື່ອ 9 ແຕ່ໂຊໂລຜູ້ມີຊື່ອີກວ່າ ໂປໂລ ເຕັມໄປດ້ວຍພຣະວິນຍານບໍຣິສຸດໄດ້ເພ່ງເບິ່ງເອລີມາ 10 ແລ້ວເວົ້າວ່າ, “ໂອ ລູກພຍາມານເອີຍ, ຜູ້ເປັນສັດຕຣູຂອງບັນດາຄວາມຊອບທັມ ຕົວເຕັມໄປດ້ວຍອຸບາຍແລະການຊົ່ວຊ້າທຸກຢ່າງ ຕົວຈະບໍ່ເຊົາພຍາຍາມເຮັດຫົນທາງຊື່ຂອງພຣະຜູ້ເປັນເຈົ້າໄດ້ຄົດໂຄ້ງໄປຫລື 11 ເບິ່ງແມ໋, ບັດນີ້ພຣະຫັດຂອງອົງພຣະຜູ້ເປັນເຈົ້າກໍລົງຢູ່ເທິງຕົວ ຕົວຈະຕາບອດບໍ່ເຫັນຕາເວັນຈົນເຖິງເວລາກຳນົດ” ໃນທັນໃດນັ້ນຄວາມມືດມົວໄດ້ຕົກໃສ່ເອລີມັສ ເອລີມັສກໍຍ່າງງົມໄປມາຊອກຫາຄົນເພື່ອຈູງມືຕົນ 12 ເມື່ອຜູ້ປົກຄອງໄດ້ເຫັນເຫດການທີ່ເກີດຂຶ້ນນັ້ນກໍໄດ້ເຊື່ອ ແລະອັດສະຈັນເພາະໂອວາດຄຳສອນຂອງອົງພຣະຜູ້ເປັນເຈົ້າ
ການປະກາດທີ່ເມືອງອັນຕິໂອກໃນປີຊີເດັຽ
13 ຝ່າຍໂປໂລກັບພວກຂອງທ່ານໄດ້ລົງເຮືອສະເພົາເດີນທາງຈາກເມືອງຢາໂຟໄປຍັງເມືອງເປກາໃນແຂວງປາຟີເລັຽ ສ່ວນໂຢຮັນໄດ້ປະເຂົາໄວ້ແລ້ວກັບເມືອຍັງກຸງເຢຣູຊາເລັມ 14 ແຕ່ພວກນັ້ນໄດ້ເດີນທາງຕໍ່ໄປຈາກເມືອງເປກາມາເຖິງເມືອງອັນຕິໂອກໃນແຂວງປີຊີເດັຽ ແລະໃນວັນສະບາໂຕເຂົາໄດ້ເຂົ້າໄປໃນໂຮງທັມມະເທສນາແລະນັ່ງລົງ 15 ເມື່ອອ່ານພຣະບັນຍັດແລະຫນັງສືຂອງຜູ້ປະກາດພຣະທັມແລ້ວ ພວກຜູ້ປົກຄອງໂຮງທັມໄດ້ໃຊ້ຄົນໄປບອກບາຣະນາບາແລະໂປໂລວ່າ, “ພີນ້ອງເອີຍ, ຖ້າພວກທ່ານມີຄຳເຕືອນສະຕິປະການໃດສຳລັບພົລເມືອງ ເຊີນກ່າວໄປ” 16 ຝ່າຍໂປໂລໄດ້ຢືນຂຶ້ນກວັກມືແລ້ວກ່າວວ່າ, “ພວກທ່ານທີ່ເປັນຊົນຊາດອິສຣາເອນ ແລະທ່ານທັງຫລາຍທີ່ຢຳເກງພຣະເຈົ້າເອີຍ, ເຊີນຟັງເທີນ, 17 ພຣະເຈົ້າຂອງພົລເມືອງອິສຣາເອນນີ້ໄດ້ຊົງເລືອກບັນພະບຸຣຸດຂອງເຮົາໄວ້ ແລະໄດ້ໃຫ້ເຂົາຈະເຣີນມີກຽດຂຶ້ນ ເມື່ອຍັງເປັນແຂກເມືອງຢູ່ແຜ່ນດິນເອຢິບ ແລ້ວໄດ້ຊົງນຳເຂົາອອກຈາກແຜ່ນດິນນັ້ນ ດ້ວຍພຣະຫັດອັນຊົງຣິດອັນສູງ 18 ແລ້ວພຣະເຈົ້າໄດ້ຊົງອົດທົນຕໍ່ການປະຕິບັດຂອງເຂົາໃນປ່າປະມານສີ່ສິບປີ 19 ເມື່ອພຣະອົງໄດ້ຊົງລ້າງຜານຊົນເຈັດຊາດໃນແຜ່ນດິນການາອານ ແລ້ວກໍຊົງຍົກແຜ່ນດິນຂອງຊາດເຫລົ່ານັ້ນໃຫ້ເປັນມໍຣະດົກແກ່ບັນພະບຸຣຸດຂອງເຮົາ 20 ປະມານສີ່ຣ້ອຍຫ້າສິບປີພາຍຫລັງນັ້ນ ພຣະອົງໄດ້ຊົງປະທານພວກຜູ້ຕັດສີນໃຫ້ປົກຄອງເຂົາ ຈົນເຖິງຄາວຂອງຊາມູເອນຜູ້ປະກາດພຣະທັມ 21 ຄາວນັ້ນເຂົາໄດ້ຂໍໃຫ້ມີກະສັດ ພຣະເຈົ້າຈຶ່ງຊົງປະທານຊາອູນບຸດຂອງຄິສຈາກຕະກູນເບັນຢາມິນໃຫ້ເປັນກະສັດຂອງເຂົາຄົບສີ່ສິບປີ 22 ເມື່ອຊົງຖອດຊາອູນແລ້ວ ພຣະອົງໄດ້ຊົງຕັ້ງດາວິດຂຶ້ນເປັນກະສັດຂອງເຂົາ ແລະຊົງເປັນພຍານກ່າວເຖິງເຣື່ອງດາວິດນີ້ວ່າ “ເຮົາໄດ້ພົບດາວິດບຸດຂອງເຈສຊີ ເປັນຄົນທີ່ຖືກໃຈເຮົາ ເປັນຜູ້ທີ່ຈະເຮັດຕາມຄວາມປະສົງຂອງເຮົາທຸກປະການ” 23 ພຣະເຈົ້າໄດ້ຊົງນຳເອົາພຣະຜູ້ໂຜດໃຫ້ພົ້ນ ຄືພຣະເຢຊູອອກມາຈາກເຊື້ອສາຍຂອງດາວິດນີ້ ໃຫ້ແກ່ຊົນຊາດອິສຣາເອນຕາມພຣະສັນຍາຂອງພຣະອົງ 24 ກ່ອນທີ່ພຣະເຢຊູສະເດັດມາປາກົດ ໂຢຮັນໄດ້ປະກາດບັບຕິສະມາອັນກ່ຽວກັບການຖິ້ມໃຈເກົ່າເອົາໃຈໃຫມ່ ໃຫ້ແກ່ພົລເມືອງອິສຣາເອນທົ່ວໄປ 25 ເມື່ອໂຢຮັນປະຕິບັດຫນ້າທີ່ຂອງຕົນໃກ້ຈະສຳເຣັດ ທ່ານໄດ້ກ່າວວ່າ, “ທ່ານທັງຫລາຍຄຶດເຫັນວ່າເຮົາຄືຜູ້ໃດ ເຮົາບໍ່ແມ່ນຕົນນັ້ນແທ້ ແຕ່ເບິ່ງແມ໋, ພາຍຫລັງເຮົາຈະມີຄົນນຶ່ງມາ ຊຶ່ງເຮົາຈະແກ້ເກີບຈາກຕີນຂອງທ່ານກໍບໍ່ສົມຄວນ” 26 “ທ່ານແລະພີ່ນ້ອງທັງຫລາຍຜູ້ເປັນເຊື້ອສາຍຂອງອັບຣາຮາມ ແລະຄົນທັງຫລາຍໃນພວກທ່ານທີ່ຢໍາເກງພຣະເຈົ້າເອີຍ ຂ່າວສານເຣື່ອງຄວາມລອດພົ້ນນີ້ໄດ້ຊົງຝາກມາເຖິງພວກເຮົານີ້ເອງ 27 ຝ່າຍຊາວກຸງເຢຣູຊາເລັມດກັບພວກຜູ້ປົກຄອງບໍ່ໄດ້ຮູ້ຈັກພຣະອົງ ແລະບໍ່ໄດ້ເຂົ້າໃຈຖ້ອຍຄຳຂອງພວກຜູ້ປະກາດພຣະທັມ ທີ່ເຂົາເຄີຍໄດ້ອ່ານທຸກວັນສະບາໂຕ ຈຶ່ງເຮັດໃຫ້ສຳເຣັດຕາມຖ້ອຍຄຳເຫລົ່ານັ້ນດ້ວຍການພິພາກສາລົງໂທດພຣະອົງ 28 ເຖິງແມ່ນເຂົາບໍ່ໄດ້ພົບຄວາມຜິດປະການໃດໃນພຣະອົງທີ່ຄວນຈະໃຫ້ຕາຍ ເຂົາຍັງຂໍປີລາດໃຫ້ຂ້າພຣະອົງເສັຽ 29 ເມື່ອໄດ້ເຮັດທຸກຢ່າງໃຫ້ສຳເຣັດຕາມພຣະຄັມພີຂຽນໄວ້ເຖິງເຣື່ອງພຣະອົງແລ້ວ ເຂົາໄດ້ອັນເຊີນພຣະສົບຂອງພຣະອົງລົງຈາກເສົາໄມ້ນັ້ນ ໄປບັນຈຸໄວ້ໃນອຸບໂມງ 30 ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງຊົງຄືນພຣະຊົນ 31 ໃນລະຫວ່າງຫລາຍວັນພຣະອົງໄດ້ຊົງປາກົດແກ່ຄົນທັງຫລາຍທີ່ຕາມພຣະອົງມາຈາກແຂວງຄາລີເລຂຶ້ນມາຍັງກຸງເຢຣູຊາເລັມ ບັດນີ້ຄົນນັ້ນແຫລະ, ເປັນພຍານຝ່າຍພຣະອົງໃຫ້ແກ່ພົລເມືອງ 32 ຝ່າຍພວກເຮົາໄດ້ນຳຂ່າວປະເສີດນີ້ມາແຈ້ງແກ່ທ່ານທັງຫລາຍວ່າ ພຣະສັນຍາຊຶ່ງຊົງປະທານແກ່ບັນພະບຸຣຸດຂອງພວກເຮົາ 33 ພຣະເຈົ້າໄດ້ຊົງບັນດານໃຫ້ພຣະສັນຍານັ້ນສຳເຣັດແລ້ວແກ່ເຮົາຜູ້ເປັນລູກຫລານຂອງເຂົາ ຄືໃນການທີ່ພຣະອົງຊົງບັນດານໃຫ້ພຣະເຢຊູຊົງຄືນພຣະຊົນ ເຫມືອນມີຄຳຂຽນໄວ້ໃນພຣະທັມເພງສັຣເສີນບົດທີ່ສອງວ່າ, “ທ່ານເປັນບຸດຂອງເຮົາ ຝ່າຍເຮົາໃນວັນນີ້ເຮົາໃຫ້ກຳເນີດທ່ານ” 34 ດ້ວຍການນີ້ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງຊົງຄືນພຣະຊົນ ບໍ່ໃຫ້ຫລົບສູ່ຄວາມເນົ່າເປື່ອຍອີກຈັກເທື່ອນັ້ນ ພຣະອົງໄດ້ຊົງກ່າວດັ່ງນີ້ວ່າ, “ເຮົາຈະໃຫ້ສິ່ງບໍຣິສຸດຫມັ້ນຄົງແກ່ທ່ານທັງຫລາຍ ຊຶ່ງໄດ້ສັນຍາໄວ້ກັບດາວິດແລ້ວ 35 ເຫດສັນນັ້ນພຣະອົງໄດ້ຊົງກ່າວໄວ້ໃນບົດອື່ນເຫມືອນກັນວ່າ, “ພຣະອົງຈະບໍ່ໃຫ້ຜູ້ບໍຣິສຸດຂອງພຣະອົງປະສົບຄວາມເນົ່າເປື່ອຍ” 36 ຝ່າຍດາວິດ, ເມື່ອໄດ້ປະຕິບັດໃນຄາວອາຍຸຂອງທ່ານຕາມພຣະປະສົງຂອງພຣະເຈົ້າ ແລ້ວໄດ້ລ່ວງລັບໄປຮ່ວມຢູ່ກັບບັນພະບຸຣຸດຂອງທ່ານ ກໍໄດ້ປະສົບຄວາມເນົ່າເປື່ອຍ 37 ແຕ່ພຣະອົງຜູ້ຊຶ່ງພຣະເຈົ້າໄດ້ຊົງບັນດານໃຫ້ຄືນພຣະຊົນນັ້ນ ກໍບໍ່ໄດ້ປະສົບຄວາມເນົ່າເປື່ອຍ 38 ເຫດສັນນີ້ພີ່ນ້ອງທັງຫລາຍເອີຍ, ຈົ່ງເຂົ້າໃຈວ່າ ໂດຍພຣະອົງນັ້ນແຫລະ, ຈຶ່ງໄດ້ປະກາດການຍົກຜິດບາບແກ່ທ່ານທັງຫລາຍ 39 ແລະໂດຍພຣະອົງນັ້ນທຸກຄົນທີ່ເຊື່ອຈະໄດ້ຖືກຊົງຊຳຮະທຸກຢ່າງ ຊຶ່ງຈະຊຳຮະບໍ່ໄດ້ຕາມພຣະບັນຍັດຂອງໂມເຊ 40 ເຫດສັນນັ້ນຈົ່ງລະວັງໃຫ້ດີ ຢ້ານວ່າຄຳທີ່ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທັມນັ້ນ ຈະໄດ້ມາຖືກພວກທ່ານ 41 ຄືວ່າ, “ເບິ່ງແມ໋, ສູຜູ້ຫມິ່ນປມາດເຮີຍ ຈົ່ງປລາດໃຈແລະຈິບຫາຍເສັຽ ດ້ວຍວ່າຝ່າຍເຮົາໄດ້ກະທຳການໃນສະໄຫມຂອງສູ ເປັນການທີ່ສູຈະບໍ່ເຊື່ອເປັນແນ່ ແມ່ນວ່າມີຜູ້ມາເລົ່າໃຫ້ຟັງແລ້ວກໍຕາມ” 42 ເມື່ອທ່ານທັງສອງກຳລັງຍ່າງອອກໄປ ເຂົາກໍອ້ອນວອນຂໍໃຫ້ທ່ານເລົ່າຂໍ້ຄວາມທັງຫລາຍນີ້ໃຫ້ເຂົາຟັງອີກໃນວັນສະບາໂຕຫນ້າ 43 ເມື່ອທີ່ປະຊຸມເລີກແລ້ວມີຄົນຢິວ ແລະຄົນທີ່ເຂົ້າຮີດຄອງຢິວຜູ້ຢຳເກງພຣະເຈົ້າ ໄດ້ຕິດຕາມໂປໂລແລະບາຣະນາບາໄປ ທ່ານທັງສອງຈຶ່ງກ່າວຕັກເຕືອນໃຫ້ເຂົາຕັ້ງຫມັ້ນຄົງຢູ່ໃນພຣະຄຸນຂອງພຣະເຈົ້າ 44 ຄັນເຖິງວັນສະບາໂຕຫນ້າ ຄົນເກືອບຫມົດທັງເມືອງໄດ້ມາປະຊຸມກັນຟັງພຣະທັມຂອງພຣະເຈົ້າ 45 ແຕ່ເມື່ອພວກຢິວເຫັນຄົນຫລວງຫລາຍດັ່ງນັ້ນ ກໍເຕັມໄປດ້ວຍຄວາມເຫິງສາ ຈຶ່ງຄັດຄ້ານຕໍ່ຄຳກ່າວຂອງໂປໂລແລະຫມິ່ນປມາດທ່ານ 46 ຝ່າຍໂປໂລກັບບາຣະນາບາມີໃຈກ້າໄດ້ກ່າວວ່າ, “ຈຳເປັນທີ່ຈະຕ້ອງກ່າວພຣະທັມຂອງພຣະເຈົ້າໃຫ້ທ່ານທັງຫລາຍຟັງກ່ອນ ແຕ່ຍ້ອນທ່ານທັງຫລາຍປັດຖິ້ມພຣະທັມນັ້ນ ແລະຖືວ່າຕົວບໍ່ສົມຄວນກັບຊີວິດອັນຕລອດໄປເປັນນິດ ດັ່ງນີ້ເຮົາກໍປິ່ນຫນ້າໄປຫາພວກຕ່າງຊາດ 47 ເພາະຢ່າງນີ້ແຫລະ, ອົງພຣະຜູ້ເປັນເຈົ້າໄດ້ຊົງສັ່ງເຮົາວ່າ, “ເຮົາໄດ້ຕັ້ງທ່ານໄວ້ ໃຫ້ເປັນແສງສວ່າງຂອງຄົນຕ່າງຊາດ ເພື່ອທ່ານຈະເປັນເຫດໃຫ້ພົ້ນ ເຖິງທີ່ສຸດປາຍແຜ່ນດິນໂລກ” 48 ຝ່າຍຄົນຕ່າງຊາດເມື່ອໄດ້ຍິນດັ່ງນັ້ນແລ້ວກໍມີຄວາມຍິນດີ ແລະໄດ້ສັຣເສີນພຣະທັມຂອງພຣະເຈົ້າ ແລະຄົນທັງຫລາຍທີ່ຊົງຫມາຍໄວ້ແລ້ວເພື່ອໃຫ້ໄດ້ຊີວິດອັນຕລອດໄປເປັນນິດກໍໄດ້ວາງໃຈເຊື່ອ 49 ແລະພຣະທັມຂອງອົງພຣະຜູ້ເປັນເຈົ້າໄດ້ແຜ່ໄປທົ່ວຂອບເຂດນັ້ນ 50 ແຕ່ພວກຢິວໄດ້ຍົວະຍົງພວກຜູ້ຍິງທີ່ມີກຽດຕິຍົດ ຊຶ່ງຢຳເກງພຣະເຈົ້າກັບທັງຜູ້ຊາຍທີ່ເປັນໃຫຍ່ໃນເມືອງນັ້ນ ໄດ້ກໍ່ການຂົ່ມເຫັງໂປໂລແລະບາຣະນາບາ ຈຶ່ງຂັບໄລ່ທ່ານທັງສອງອອກຈາກເຂດແດນຂອງເຂົາ 51 ຝ່າຍໂປໂລກັບບາຣະນາບາກໍຕັດສຳພັນ ດ້ວຍສັ່ນຂີ້ຝຸ່ນທີ່ຕິດຕີນອອກ ແລ້ວກໍໄປຍັງເມືອງອີໂກນິອຸມ 52 ແຕ່ພວກສິດກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະດ້ວຍພຣະວິນຍານບໍຣິສຸດ
ໂປໂລກັບບາຣະນາບາທີ່ເມືອງອີໂກນີອຸມ
1 ອັນນຶ່ງໃນເມືອງອີໂກນີອຸມກໍເຫມືອນກັນ ທ່ານທັງສອງໄດ້ພາກັນເຂົ້າໄປກ່າວໃນໂຮງທັມມະເທສນາຂອງຊາວຢິວ ຈົນຊາວຢິວແລະຊາວກຣີກຈຳນວນຫລວງຫລາຍໄດ້ວາງໃຈເຊື່ອ 2 ແຕ່ພວກຢິວທີ່ບໍ່ຍອມເຊື່ອກໍໄດ້ຍົວະຍົງຄົນຕ່າງຊາດໃຫ້ຄຶດປອງຮ້າຍຕໍ່ພວກພີ່ນ້ອງ 3 ຝ່າຍທ່ານທັງສອງໄດ້ອາໄສຢູ່ທີ່ນັ້ນເຫິງສົມຄວນ ມີໃຈກ້າກ່າວດ້ວຍຄວາມວາງໃຈໃນອົງພຣະຜູ້ເປັນເຈົ້າ ແລະພຣະອົງໄດ້ຊົງເປັນພຍານເຣື່ອງພຣະຄຸນຂອງພຣະອົງ ໂດຍຊົງໂຜດໃດ້ທ່ານທັງສອງເຮັດຫມາຍສຳຄັນ ແລະການອັດສະຈັນໄດ້ 4 ແຕ່ພົລເມືອງສ່ວນໃຫຍ່ແຕກເປັນສອງພວກ ພວກນຶ່ງຢູ່ຝ່າຍພວກຢິວ ແລະອີກພວກນຶ່ງຢູ່ຝ່າຍພວກອັຄສາວົກ 5 ເມື່ອຄົນຕ່າງຊາດກັບພວກຢິວແລະພວກຜູ້ປົກຄອງຂອງເຂົາໄດ້ພ້ອມກັນຈະເຮັດການຫຍາບຊ້າ ແລະເອົາກ້ອນຫີນຄວ່າງໃສ່ໂປໂລກັບບາຣະນາບາ 6 ທ່ານທັງສອງກໍຮູ້ເຣື່ອງ ຈຶ່ງຫນີໄປຍັງເມືອງທີ່ຢູ່ໃນແຂວງລີກາໂອເນັຽ ຄືເມືອງລິຊະທາ ເມືອງເດຣະເບ ກັບເຂດອ້ອມຣອບນັ້ນ 7 ຢູ່ທີ່ນັ້ນທ່ານທັງສອງກໍປະກາດຂ່າວປະເສີດ
ໂປໂລຖືກເຂົາຄວ່າງກ້ອນຫີນໃສ່ທີ່ເມືອງລິສຕຣາ
8 ອັນນຶ່ງທີ່ເມືອງລິຊະທາມີຊາຍຄົນນຶ່ງນັ່ງຢູ່ໃຊ້ຕີນບໍ່ໄດ້ ເປັນງ່ອຍຕັ້ງແຕ່ເກີດມາ ແລະບໍ່ໄດ້ຍ່າງຈັກເທື່ອ 9 ຄົນຜູ້ນີ້ກໍຟັງໂປໂລເວົ້າຢູ່ ເມື່ອໂປໂລເພ່ງເບິ່ງກໍເຫັນຄົນນັ້ນມີຄວາມເຊື່ອພໍຈະດີພຍາດໄດ້ 10 ຈຶ່ງຮ້ອງສັ່ງດ້ວຍສຽງອັນດັງວ່າ, “ຈົ່ງລຸກຢືນຂຶ້ນຊື່” ຄົນງ່ອຍນັ້ນກໍໂດດຂຶ້ນແລ້ວຍ່າງໄປມາ 11 ເມື່ອປະຊາຊົນເຫັນເຫດການທີ່ໂປໂລເຮັດນັ້ນ ກໍພາກັນຮ້ອງຂຶ້ນເປັນພາສາລີກາໂອເນັຽວ່າ, “ພວກພຣະແປງກາຍເປັນມະນຸດລົງມາຫາພວກເຮົາແລ້ວ” 12 ແລະເຂົາໄດ້ເອີ້ນບາຣ໌ນາບັສວ່າ ພຣະເຊອຸສ ແລະເອີ້ນໂປໂລວ່າ ພຣະເຮຣະເມສ ເພາະທ່ານເປັນຜູ້ເວົ້າ 13 ສ່ວນປະໂຣຫິດປະຈຳຮູບພຣະເຊອຸສ ຊຶ່ງຕັ້ງຢູ່ຫນ້າເມືອງ ໄດ້ຈູງງົວເຖິກແລະຖືພວງດອກໄມ້ມາເຖິງປະຕູເມືອງພ້ອມດ້ວຍປະຊາຊົນ ຫມາຍໃຈວ່າຈະຖວາຍເຄື່ອງບູຊາ 14 ແຕ່ເມື່ອອັຄສາວົກບາຣະນາບາກັບໂປໂລໄດ້ຍິນດັ່ງນັ້ນ ກໍຈີກເສື້ອຜ້າຂອງຕົນເສັຽ ແລ້ວແລ່ນເຂົ້າໄປຖ້າມກາງປະຊາຊົນຮ້ອງວ່າ, 15 “ທ່ານທັງຫລາຍເອີຍ, ເຫດສັນໃດຈຶ່ງເຮັດການຢ່າງນັ້ນ ເຮົາທັງສອງເປັນມະນຸດທຳມະດາຢ່າງດຽວກັນກັບທ່ານທັງຫລາຍ ແລະມາປະກາດຂ່າວປະເສີດໃຫ້ພວກທ່ານກັບຈາກສິ່ງອັນບໍ່ມີປໂຍດເຫລົ່ານີ້ ໃຫ້ພວກທ່ານມາຫາພຣະເຈົ້າຜູ້ຊົງພຣະຊົນຢູ່ ຜູ້ໄດ້ຊົງສ້າງຟ້າສວັນ ແຜ່ນດິນໂລກ ນ້ຳທະເລ ແລະສັພສິ່ງທີ່ຢູ່ໃນທີ່ນັ້ນ 16 ໃນຄາວທີ່ລ່ວງໄປແລ້ວພຣະອົງໄດ້ຊົງປ່ອຍບັນດາປະຊາຊາດໃຫ້ເຮັດຕາມຮີດຄອງຂອງເຂົາ 17 ເຖິງປານນັ້ນພຣະອົງບໍ່ໄດ້ຊົງໃຫ້ຂາດພຍານເຖິງເຣື່ອງພຣະອົງ ເພາະພຣະອົງໄດ້ຊົງເຮັດການດີ ຄືໄດ້ບັນດານໃຫ້ຝົນຕົກຈາກຟ້າສວັນແລະໃຫ້ມີຣະດູເກີດຜົນ ຈຶ່ງຊົງໂຜດໃຫ້ພວກທ່ານອີ່ມເຕັມໃຈດ້ວຍອາຫານການກິນ ແລະດ້ວຍຄວາມຊົມຊື່ນຍິນດີ” 18 ເຖິງແມ່ນໄດ້ກ່າວຄຳເຫລົ່ານັ້ນກໍດີ ອັຄສາວົກທັສອງຍັງຫ້າມປະຊາຊົນບໍ່ໃຫ້ຖວາຍເຄື່ອງບູຊາແກ່ຕົນໄດ້ໂດຍຍາກຈົນເກືອບບໍ່ແພ້ 19 ແຕ່ມີພວກຢິວມາຈາກເມືອງອັນຕີໂອກ ແລະເມືອງອີໂກນີອຸມ ເມື່ອໄດ້ຊັກຊວນປະຊາຊົນແລ້ວ ເຂົາໄດ້ເອົາກ້ອນຫີນຄວ່າງໃສ່ໂປໂລ ແລະລາກທ່ານອອກໄປນອກເມືອງ ຄຶດວ່າທ່ານຕາຍແລ້ວ 20 ແຕ່ເມື່ອພວກສິດໄດ້ມາອ້ອມທ່ານໄວ້ແລ້ວ ທ່ານໄດ້ລຸກຂຶ້ນເຂົ້າໄປໃນເມືອງ ເຖິງວັນຫນ້າທ່ານໄດ້ອອກໄປຍັງເມືອງເດຣະເບພ້ອມກັບທ່ານບາຣະນາບາ
ກັບມາຍັງເມືອງອັນຕິໂອກແຂວງຊີເຣັຽ
21 ທ່ານທັງສອງໄດ້ປະກາດຂ່າວປະເສີດໃນເມືອງນັ້ນ ແລະເມື່ອໄດ້ລູກສິດຫລາຍຄົນສົມຄວນ ກໍໄດ້ກັບຄືນເມືອງລິຊະທາ ເມືອງອີໂກນີອຸມ ແລະເມືອງອັນຕີໂອກ 22 ໄດ້ເຮັດໃຫ້ໃຈລູກສິດທັງຫລາຍຕັ້ງຫມັ້ນຄົງຢູ່ ຕັກເຕືອນເຂົາໃຫ້ດຳຣົງຢູ່ໃນພຣະສາສນາ ແລະກ່າວວ່າ, “ເພື່ອຈະເຂົ້າໃນແຜ່ນດິນຂອງພຣະເຈົ້າ ເຮົາທັງຫລາຍຈຳເປັນຕ້ອງຜ່ານຄວາມທຸກລຳບາກຫລາຍປະການ 23 ເມື່ອໄດ້ເລືອກຕັ້ງເຖົ້າແກ່ໃຫ້ສາວົກໄວ້ໃນທຸກຄຣິສຕະຈັກ ທັງໄດ້ອ້ອນວອນແລະຖືສິນອົດອາຫານ ແລ້ວທ່ານທັງສອງໄດ້ມອບເຂົາໄວ້ກັບອົງພຣະຜູ້ເປັນເຈົ້າທີ່ເຂົາວາງໃຈເຊື່ອນັ້ນ 24 ເມື່ອທ່ານທັງສອງໄດ້ຜ່ານແຂວງປີຊີເດັຽ ກໍໄດ້ມາເຖິງແຂວງປາມຟີເລັຽ 25 ແລະເມື່ອໄດ້ກ່າວພຣະທັມໃນເມືອງເປຣ໌ກາແລ້ວ ກໍລົງໄປຍັງເມືອງອາຕາເລັຽ 26 ຈາກທີ່ນັ້ນທ່ານທັງສອງໄດ້ລົງເຮືອສະເພົາເດີນທາງອອກໄປຍັງເມືອງອັນຕີໂອກ ຄືເມືອງທີ່ເຂົາໄດ້ຮັບມອບໄວ້ແກ່ພຣະຄຸນຂອງພຣະເຈົ້າ ໃຫ້ເຮັດຫນ້າທີ່ນັ້ນຊຶ່ງທ່ານທັງສອງໄດ້ເຮັດໃຫ້ສຳເຣັດແລ້ວ 27 ເມື່ອມາເຖິງແລ້ວທ່ານທັງສອງໄດ້ເອີ້ນໃຫ້ຄຣິສຕະຈັກມາປະຊຸມ ແລ້ວໄດ້ເລົ່າໃຫ້ເຂົາຟັງເຖິງການທັງປວງ ຊຶ່ງພຣະເຈົ້າຜູ້ຊົງສະຖິດກັບເຂົາໄດ້ຊົງກະທຳ ກັບການທີ່ພຣະອົງໄດ້ຊົງໄຂປະຕູແຫ່ງຄວາມເຊື່ອໃຫ້ຄົນຊາດເຂົ້າມາ 28 ແລ້ວທ່ານທັງສອງໄດ້ອາໄສຢູ່ກັບພວກສິດຫລາຍວັນ
ການປະຊຸມໃນກຸງເຢຣູຊາເລັມ
1 ມີລາງຄົນລົງມາຈາກແຂວງຢູດາຍໄດ້ຕັ້ງຕົ້ນສັ່ງສອນພວກພີ່ນ້ອງວ່າ, “ຖ້າທ່ານທັງຫລາຍບໍ່ຮັບພິທີຕັດຕາມຮີດຄອງຂອງໂມເຊ ພວກທ່ານຈະພົ້ນບໍ່ໄດ້” 2 ເມື່ອເກີດການໂຕ້ແຍ້ງຜິດຖຽງກັນຫລາຍ ລະຫວ່າງໂປໂລແລະບາຣະນາບາກັບຄົນເຫລົ່ານັ້ນ ເຂົາກໍໄດ້ຕົກລົງໃຫ້ໂປໂລແລະບາຣະນາບາກັບຄົນອື່ນໆໃນພວກນັ້ນຂຶ້ນເມືອຫາລືກັນກັບອັຄສາວົກແລະພວກເຖົ້າແກ່ໃນກຸງເຢຣູຊາເລັມ ດ້ວຍເຣື່ອງຜິດຖຽງກັນນັ້ນ 3 ດັ່ງນັ້ນຄຣິສຕະຈັກໄດ້ຈັດສົ່ງທ່ານເຫລົ່ານັ້ນໄປ ແລະຂນະທີ່ເຂົາກຳລັງຜ່ານແຂວງຟອຍນີເກແລະແຂວງຊາມາເຣັຽ ເຂົາໄດ້ເລົ່າເຖິງເຣື່ອງການກັບໃຈໃຫມ່ຂອງຄົນຕ່າງຊາດ ຈຶ່ງເຮັດໃຫ້ພີ່ນ້ອງທັງປວງມີຄວາມຍິນດີຫລາຍ 4 ເມື່ອມາເຖິງກຸງເຢຣູຊາເລັມ ຄຣິສຕະຈັກ ພວກອັຄສາວົກ ແລະພວກເຖົ້າແກ່ໄດ້ຕ້ອນຮັບທ່ານເຫລົ່ານັ້ນ ແລ້ວພວກທ່ານໄດ້ເລົ່າເຖິງການທັງປວງທີ່ພຣະເຈົ້າຊົງສະຖິດຢູ່ນຳເຂົາໄດ້ຊົງກະທຳ 5 ແຕ່ມີບາງຄົນໃນພວກຟາຣີຊາຍທີ່ເຊື່ອແລ້ວ ໄດ້ຢືນຂຶ້ນກ່າວວ່າ, “ຄົນຕ່າງຊາດນັ້ນຕ້ອງໃຫ້ເຂົາຮັບພິທີຕັດ ແລະສັ່ງໃຫ້ເຂົາຖືຮັກສາພຣະບັນຍັດຂອງໂມເຊ” 6 ຝ່າຍອັຄສາວົກກັບພວກເຖົ້າແກ່ໄດ້ປະຊຸມກັນພິຈາຣະນາບັນຫາເຣື່ອງນີ້ 7 ເມື່ອເກີດການໂຕ້ຖຽງກັນຫລາຍວັນ ເປໂຕໄດ້ລຸກຂຶ້ນກ່າວວ່າ, “ພີ່ນ້ອງທັງຫລາຍເອີຍ, ເຈົ້າທັງຫລາຍຮູ້ຢູ່ວ່າ ເມື່ອຫົວທີນັ້ນພຣະເຈົ້າໄດ້ຊົງຄັດເລືອກເອົາເຮົາຈາກພວກເຈົ້າ ເພື່ອວ່າດ້ວຍປາກຂອງເຮົາຄົນຕ່າງຊາດຈະໄດ້ຍິນພຣະທັມເຣື່ອງຂ່າວປະເສີດ ແລະຈະໄດ້ເຊື່ອ 8 ພຣະເຈົ້າຜູ້ຊົງຢັ່ງຮູ້ຈິດໃຈໄດ້ຊົງສະແດງການຕ້ອນຮັບເຂົາ ໂດຍຊົງປະທານພຣະວິນຍານບໍຣິສຸດໃຫ້ເຂົາເຫມືອນໄດ້ຊົງປະທານແກ່ພວກເຮົາແລ້ວ 9 ພຣະອົງບໍ່ໄດ້ຊົງຖືວ່າເຂົາແຕກຕ່າງກັບພວກເຮົາ ເພາະພຣະອົງໄດ້ຊົງຊຳຮະຈິດໃຈຂອງເຂົາໃຫ້ສະອາດດ້ວຍຄວາມເຊື່ອ 10 ຖ້າຢ່າງນັ້ນ ບັດນີ້ເປັນຫຍັງເຈົ້າທັງຫລາຍຈຶ່ງທົດລອງພຣະເຈົ້າ ໂດຍເອົາແອກວາງໃສ່ຄໍພວກສິດ ຊຶ່ງແອກນັ້ນບັນພະບຸຣຸດຂອງເຮົາຫລືຕົວເຮົາເອງກໍແບກບໍ່ໄຫວ 11 ແຕ່ພວກເຮົາເຊື່ອວ່າເຮົາຈະໄດ້ພົ້ນໂດຍພຣະຄຸນຂອງພຣະອົງເຈົ້າເຢຊູເຫມືອນຢ່າງເຂົາ” 12 ຝ່າຍຄົນທັງປວງກໍມິດງຽບຢູ່ ຟັງບາຣະນາບາກັບໂປໂລເລົ່າເຣື່ອງຫມາຍສຳຄັນແລະການອັດສະຈັນຕ່າງໆທີ່ພຣະເຈົ້າໄດ້ຊົງກະທຳໂດຍເຂົາໃນຫມູ່ຄົນຕ່າງຊາດ 13 ເມື່ອການກ່າວນັ້ນຈົບລົງແລ້ວ ຢາໂກໂບໄດ້ກ່າວຂຶ້ນວ່າ, “ຈົ່ງຟັງເຮົາກ່ອນ, ພີ່ນ້ອງທັງຫລາຍເອີຍ 14 ຊີເມໂອນໄດ້ເລົ່າໃຫ້ຟັງແລ້ວວ່າ ພຣະເຈົ້າໄດ້ຊົງຢ້ຽມຢາມຄົນຕ່າງຊາດເທື່ອທຳອິດ ເພື່ອຊົງເລືອກເອົາພົລເມືອງກຸ່ມນຶ່ງອອກຈາກເຂົາ ໃຫ້ເປັນຂອງພຣະອົງ 15 ຄຳຂອງຜູ້ປະກາດພຣະທັມກໍຖືກຕ້ອງກັບເຣື່ອງນີ້ຕາມທີ່ໄດ້ຂຽນໄວ້ແລ້ວວ່າ, 16 “ພາຍຫລັງເຫດການນັ້ນເຮົາຈະກັບຄືນມາ ເຮົາຈະສ້າງຜາສາດຂອງດາວິດທີ່ເພພັງລົງແລ້ວຂຶ້ນໃຫມ່ ສິ່ງທີ່ເພພັງນັ້ນເຮົາຈະສ້າງຂຶ້ນໃຫມ່ແລະຈະຕັ້ງຂຶ້ນອີກ 17 ເພື່ອຄົນອື່ນໆຈະໄດ້ສແວງຫາອົງພຣະຜູ້ເປັນເຈົ້າ ຄືບັນດາຄົນຕ່າງຊາດທີ່ເຮົາໄດ້ເອີ້ນມາເປັນພົລເມືອງຂອງເຮົາ 18 ອົງພຣະຜູ້ເປັນເຈົ້າຜູ້ຊົງແຈ້ງເຫດການເຫລົ່ານີ້ໃຫ້ຊາບແຕ່ບູຮານການໄດ້ຊົງກ່າວໄວ້ດັ່ງນີ້” 19 ເຫດສັນນີ້ຕາມຄວາມເຫັນຂອງເຮົາວ່າ ຢ່າຣົບກວນຄົນຕ່າງຊາດທີ່ກຳລັງຫລົບມາຫາພຣະເຈົ້າ 20 ແຕ່ເຮົາຈົ່ງສັ່ງເຂົາເປັນລາຍລັກອັກສອນ ໃຫ້ເວັ້ນເສັຽຈາກສິ່ງຊົ່ວມົວຫມອງເນື່ອງດ້ວຍພຣະທຽມ ຈາກການຫລີ້ນຊູ້ ຈາກການກິນສັດຕາຍຮັດຄຳ ແລະຈາກການກິນເລືອດ 21 ເພາະວ່າຕັ້ງແຕ່ເຊັ່ນບູຮານມາໃນທຸກເມືອງມີຜູ້ປະກາດເຣື່ອງຂອງໂມເຊ ເພາະເຂົາໄດ້ອ່ານພຣະບັນຍັດຂອງທ່ານໃນໂຮງທັມມະເທສນາທຸກວັນສະບາໂຕ”
ຄວາມເຫັນຂອງທີ່ປະຊຸມ
22 ຂນະນັ້ນພວກອັຄສາວົກ ແລະພວກເຖົ້າແກ່ກັບຄຣິສຕະຈັກທັງຫມົດ ກໍເຫັນດີເລືອກເອົາຊາຍບາງຄົນໃນພວກເຂົາ ໃຫ້ໄປຍັງເມືອງອັນຕີໂອກພ້ອມດ້ວຍໂປໂລແລະບາຣະນາບາຄືຢູດາຜູ້ມີຊື່ອີກວ່າບາຣະຊາບາ ກັບຊີລາ ຊາຍທັງສອງນີ້ເປັນຄົນສຳຄັນໃນພວກພີ່ນ້ອງ 23 ເຂົາໄດ້ຂຽນຈົດຫມາຍມອບໃຫ້ທ່ານທັງສອງຖືໄປວ່າ, “ອັຄສາວົກແລະພວກເຖົ້າແກ່ຜູ້ເປັນພີ່ນ້ອງຂອງພວກທ່ານ ຄຳນັບມາຍັງທ່ານທັງຫລາຍຜູ້ເປັນພີ່ນ້ອງ ຊຶ່ງເປັນຄົນຕ່າງຊາດທີ່ຢູ່ໃນເມືອງອັນຕີໂອກແຂວງຊີເຣັຽ ແລະແຂວງກີລີເກັຽຊາບ 24 “ດ້ວຍພວກເຮົາໄດ້ຍິນຂ່າວວ່າມີລາງຄົນໃນພວກເຮົາ ໄດ້ໄປຮົບກວນ ແລະເຮັດໃຫ້ໃຈຂອງພວກທ່ານປັ່ນປ່ວນໄປ ດ້ວຍຖ້ອຍຄຳທີ່ເຮົາບໍ່ໄດ້ສັ່ງເຂົາ 25 ພວກເຮົາຈຶ່ງພ້ອມກັນເຫັນດີທີ່ຈະເລືອກເອົາຊາຍບາງຄົນ ໃຫ້ໄປຫາພວກທ່ານພ້ອມດ້ວຍບາຣ໌ນາບັສແລະໂປໂລ ຜູ້ເປັນທີ່ຮັກຂອງພວກເຮົາ 26 ຄືຜູ້ທີ່ຍອມສລະຊີວິດຂອງຕົນເພາະເຫັນແກ່ພຣະນາມຂອງພຣະເຢຊູຄຣິດ ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ 27 ເຫດສັນນັ້ນພວກເຮົາຈຶ່ງໃຊ້ຢູດາກັບຊີລັສມາ ເປັນຜູ້ທີ່ຈະເລົ່າຂໍ້ຄວາມອັນດຽວກັນນີ້ດ້ວຍປາກຂອງເຂົາ 28 ດ້ວຍວ່າພຣະວິນຍານບໍຣິສຸດຊົງເຫັນດີພ້ອມດ້ວຍພວກເຮົາວ່າ ຈະບໍ່ວາງພາຣະຫນັກໃດໆໃສ່ພວກທ່ານ ນອກຈາກສິ່ງເຫລົ່ານີ້ທີ່ຈຳເປັນຄື 29 ໃຫ້ທ່ານທັງຫລາຍງົດຈາກການກິນສິ່ງຂອງທີ່ເຂົາບູຊາແກ່ພຣະທຽມ ຈາກການກິນເລືອດ ຈາກການກິນສັດຮັດຄໍຕາຍ ແລະຈາກການຫລິ້ນຊູ້ ຖ້າທ່ານທັງຫລາຍງົດຈາກການເຫລົ່ານີ້ ທ່ານກໍຢູ່ເຢັນເປັນສຸກ ຈົ່ງຈະເຣີນເທີນ” 30 ເມື່ອຖືກໃຊ້ໄປແລ້ວທ່ານເຫລົ່ານັ້ນກໍລົງໄປເຖິງເມືອງອັນຕີໂອກ ເມື່ອໄດ້ເອີ້ນຄົນທັງປວງມາປະຊຸມກັນແລ້ວ ຈຶ່ງມອບຈົດຫມາຍສະບັບນັ້ນໃຫ້ 31 ເມື່ອອ່ານແລ້ວກໍມີຄວາມຍິນດີໃນຄຳຫນຸນໃຈນັ້ນ 32 ຝ່າຍຢູດາກັບຊີລັສເປັນຜູ້ປະກາດພຣະທັມເຫມືອນກັນໄດ້ກ່າວເຕືອນສະຕິຫນຸນໃຈພວກພີ່ນ້ອງເປັນການຍືດຍາວໃຫ້ມີກຳລັງຂຶ້ນ 33 ຄັນພັກຢູ່ເປັນເວລາພໍສົມຄວນແລ້ວ ທ່ານທັງສອງກໍຖືກໃຫ້ກັບຄືນດ້ວຍຄວາມສຸກ ເມືອຫາຜູ້ທີ່ໃຊ້ຕົນມານັ້ນ 34 “ຝ່າຍຊີລາກໍເຫັນດີຍັງຈະພັກຢູ່ທີ່ນັ້ນ) 35 ແຕ່ໂປໂລກັບບາຣະນາບາກໍຍັງຢູ່ເມືອງອັນຕີໂອກຕໍ່ໄປ ທ່ານທັງສອງພ້ອມດ້ວຍຄົນອື່ນອີກຫລາຍຄົນ ໄດ້ສັ່ງສອນແລະປະກາດຂ່າວປະເສີດ ຄືພຣະທັມຂອງພຣະຜູ້ເປັນເຈົ້າ
ໂປໂລກັບບາຣ໌ນາບັສແຍກຈາກກັນ
36 ຄັນລ່ວງໄປໄດ້ຫລາຍວັນແລ້ວໂປໂລຈຶ່ງເວົ້າກັບບາຣະນາບາວ່າ, “ໃຫ້ເຮົາພາກັນກັບໄປຢ້ຽມຢາມພວກພີ່ນ້ອງ ໃນທຸກເມືອງທີ່ເຮົາໄດ້ປະກາດພຣະທັມຂອງອົງພຣະຜູ້ເປັນເຈົ້າແລ້ວນັ້ນ ເພື່ອຮູ້ວ່າເຂົາເປັນຢ່າງໃດ” 37 ສ່ວນບາຣະນາບາມີນ້ຳໃຈຢາກເອົາໂຢຮັນ ຜູ້ມີຊື່ວ່າມາຣະໂກໄປນຳ 38 ແຕ່ໂປໂລບໍ່ເຫັນຄວນທີ່ຈະເອົາໂຢຮັນໄປນັ້ນ ດ້ວຍໂຢຮັນໄດ້ປະທ່ານທັງສອງໄວ້ທີ່ແຂວງປຳຟີເລັຽ ແລະບໍ່ໄດ້ໄປນຳເຂົາ 39 ແລ້ວໄດ້ເກີດການຖົກຖຽງກັນຢ່າງແຂງແຮງຈົນແຍກຈາກກັນ ບາຣະນາບາຈຶ່ງເອົາມາຣະໂກລົງເຮືອສະເພົາເດີນທາງໄປຍັງເກາະໄຊປຣັສ 40 ແຕ່ໂປໂລໄດ້ເລືອກເອົາຊີລາ ແລະເມື່ອພວກພີ່ນ້ອງໄດ້ຝາກທ່ານທັງສອງໄວ້ໃນພຣະຄຸນຂອງພຣະຜູ້ເປັນເຈົ້າແລ້ວ ກໍໄດ້ອອກໄປ 41 ແລ້ວທ່ານໄດ້ຜ່ານແຂວງຊີເຣັຽ ກັບແຂວງກີລີເກັຽຫນຸນໃຈຄຣິສຕະຈັກໃຫ້ມີກຳລັງຂຶ້ນ
ຕີໂມທຽວຮ່ວມທາງກັບໂປໂລແລະຊີລັສ
1 ຝ່າຍໂປໂລກໍໄດ້ໄປຍັງເມືອງເດຣະເບແລະເມືອງລິຊະທາ ແລະເບິ່ງແມ໋, ທີ່ນັ້ນມີລູກສິດຜູ້ນຶ່ງຊື່ຕີໂມທຽວ ເປັນລູກຊາຍຂອງຍິງຊາວຢິວຄົນນຶ່ງຜູ້ເຊື່ອຖື ແຕ່ພໍ່ເປັນຊາວກຣີກ 2 ຕີໂມທຽວເປັນຄົນທີ່ມີຊື່ສຽງດີໃນຖ້າມກາງພວກພີ່ນ້ອງທີ່ຢູ່ໃນເມືອງລິຊະທາ ແລະເມືອງອີໂກນີອຸມ 3 ໂປໂລມີໃຈຢາກເອົາຕີໂມທຽວໄປນຳ ຈຶ່ງໄດ້ໃຫ້ຮັບພິທີຕັດເພາະເຫັນແກ່ຊາວຢິວທີ່ຢູ່ໃນເຂດນັ້ນ ເພາະຄົນເຫລົ່ານັ້ນທຸກຄົນຮູ້ວ່າພໍ່ຂອງທ່ານເປັນຊາວກຣີກ 4 ເມື່ອທ່ານເຫລົ່ານັ້ນກຳລັງຜ່ານໄປຕາມເມືອງຕ່າງໆກໍໄດ້ມອບຂໍ້ບັງຄັບທີ່ພວກອັຄສາວົກແລະພວກເຖົ້າແກ່ທີ່ຢູ່ໃນກຸງເຢຣູຊາເລັມໄດ້ຕົກລົງກັນນັ້ນໃຫ້ເຂົາຖືຮັກສາ 5 ດ້ວຍເຫດນີ້ຄຣິສຕະຈັກທັງຫລາຍຈຶ່ງເຂັ້ມແຂງຂຶ້ນໃນຄວາມເຊື່ອ ແລະຈຳນວນຄຣິສຕະສະມາຊິກກໍທະວິຂຶ້ນທຸກໆວັນ
ໂປໂລເຫັນນິມິດທີ່ເມືອງໂທອາດ
6 ເມື່ອພຣະວິນຍານບໍຣິສຸດຊົງຫ້າມບໍ່ໃຫ້ກ່າວພຣະທັມໃນແຂວງອາເຊັຽ ທ່ານທັງສອງໄດ້ທຽວໄປທົ່ວເຂດແດນເມືອງຟີເຄັຽແລະເມືອງຄາລາເຕັຽ 7 ເມື່ອເມາເຖິງເຂດມີເຊັຽແລ້ວກໍພຍາຍາມຈະເຂົ້າໃນເຂດແດນເມືອງບີທີເນັຽ ແຕ່ພຣະວິນຍານຂອງພຣະເຢຊູບໍ່ຊົງອະນຸຍາດ 8 ເມື່ອທ່ານເຫລົ່ານັ້ນໄດ້ເດີນທາງລຽບເມືອງມີເຊັຽໄປກໍລົງໄປເຖິງເມືອງໂທອາດ 9 ໃນກາງຄືນໂປໂລໄດ້ເຫັນໃນນິມິດ ມີຊາຍຊາວມາເກໂດເນັຽຄົນນຶ່ງຢືນຢູ່ອ້ອນວອນວ່າ, “ຂໍຂ້າມມາເຖິງເມືອງມາເກໂດເນັຽພີ້ ເພື່ອຊ່ອຍພວກຂ້ານ້ອຍແດ່ທ້ອນ” 10 ເມື່ອທ່ານໄດ້ເຫັນນິມິດດັ່ງນັ້ນແລ້ວ ພວກເຮົາຈຶ່ງພຍາຍາມທັນທີທີ່ຈະອອກໄປເຖິງເມືອງມາເກໂດເນັຽ ດ້ວຍເຫັນແນ່ວ່າພຣະເຈົ້າໄດ້ຊົງເອີ້ນພວກເຮົາໃຫ້ໄປປະກາດຂ່າວປະເສີດແກ່ຊາວເມືອງນັ້ນ
ນາງລີເດັຽຮັບເຊື່ອ
11 ເຫດສັນນັ້ນເມື່ອຈາກເມືອງໂທອາດທາງເຮືອສະເພົາ ພວກເຮົາໄດ້ໄປທາງຊື່ເຖິງເມືອງຊາໂມທາເກ ຕົກວັນຫນ້າກໍມາເຖິງເມືອງເນອາໂປລີ 12 ເມື່ອອອກຈາກທີ່ນັ້ນແລ້ວກໍມາເຖິງເມືອງຟີລິບປອຍ ທີ່ເປັນເມືອງເອກໃນເຂດມາເກໂດເນັຽ ທັງເປັນເມືອງຂຶ້ນຂອງຊາວໂຣມ ຝ່າຍພວກເຮົາໄດ້ພັກຢູ່ທີ່ນັ້ນຫລາຍວັນສົມຄວນ 13 ອັນນຶ່ງໃນວັນສະບາໂຕ ພວກເຮົາໄດ້ອອກໄປນອກປະຕູເມືອງເຖິງຝັ່ງແມ່ນ້ຳ ທີ່ເຮົາຄຶດວ່າມີບ່ອນສຳລັບໄຫວ້ວອນ ຈຶ່ງໄດ້ນັ່ງລົງສົນທະນາກັບພວກຜູ້ຍິງທີ່ມາໂຮມກັນ 14 ແລະມີຍິງຄົນນຶ່ງຊື່ ລີເດັຽມາຈາກເມືອງທົວເຕຣາ ເປັນຄົນຂາຍຜ້າສີມ່ວງອ່ອນ ນາງມີໃຈຢຳເກງພຣະເຈົ້າ ເມື່ອນາງຟັງເຮົາຢູ່ພຣະເຈົ້າໄດ້ຊົງໄຂຈິດໃຈຂອງນາງ ໃຫ້ເອົາໃຈໃສ່ໃນຖ້ອຍຄຳທີ່ໂປໂລກຳລັງກ່າວນັ້ນ 15 ເມື່ອນາງພ້ອມກັບໄທເຮືອນຂອງຕົນໄດ້ຮັບບັບຕິສະມາແລ້ວ ກໍໄດ້ເຊີນພວກເຮົາວ່າ, “ຖ້າພວກທ່ານເຫັນວ່າ ຂ້ານ້ອຍເປັນຜູ້ເຊື່ອໃນອົງພຣະຜູ້ເປັນເຈົ້າ ເຊີນເຂົ້າມາພັກອາໄສໃນເຮືອນຂອງຂ້ານ້ອຍ” ແລະນາງໄດ້ວອນຂໍຈົນເຮົາຂັດບໍ່ໄດ້
ການຖືກຂັງຄຸກທີ່ເມືອງຟີລິບປອຍ
16 ຢູ່ມາເມື່ອພວກເຮົາກຳລັງອອກໄປຍັງບ່ອນໄຫວ້ວອນ ມີຍິງຄົນໃຊ້ຄົນນຶ່ງຊຶ່ງມີຜີຫມໍດູເຂົ້າສິງຢູ່ ໄດ້ມາພົບພວກເຮົາ ຍິງນັ້ນເຄີຍໃຊ້ວິຊາຫມໍດູຫາເງິນໃຫ້ນາຍຂອງຕົນໄດ້ເປັນຈຳນວນຫລາຍ 17 ຍິງນີ້ໄດ້ຕິດຕາມໂປໂລແລະພວກເຮົາໄປ ຫມັ່ນຮ້ອງຂຶ້ນວ່າ, “ຄົນເຫລົ່ານີ້ແມ່ນຂ້ອຍໃຊ້ຂອງພຣະເຈົ້າສູງສຸດໄດ້ມາປະກາດເຣື່ອງທາງພົ້ນໃຫ້ແກ່ທ່ານທັງຫລາຍ” 18 ນາງໄດ້ເຮັດດັ່ງນີ້ເປັນເວລາຫລາຍວັນ ຝ່າຍໂປໂລກໍເຫລືອໃຈຈຶ່ງຫລຽວຫນ້າໄປສັ່ງຜີນັ້ນວ່າ, “ໃນພຣະນາມແຫ່ງພຣະເຢຊູຄຣິດ ກູສັ່ງມຶງຈົ່ງອອກຈາກຍິງນັ້ນເສັຽ” ມັນກໍອອກມາໃນເວລານັ້ນ 19 ແຕ່ເມື່ອພວກນາຍຂອງຍິງນັ້ນເຫັນວ່າພວກຕົນຫມົດຫວັງທີ່ຈະໄດ້ເງິນແລ້ວ ກໍໄດ້ຈັບໂປໂລແລະຊີລາລາກໄປຫາພວກຜູ້ປົກຄອງໃນບ່ອນຊຸມນຸມ 20 ເມື່ອໄດ້ພາກທ່ານທັງສອງມາເຖິງພວກຜູ້ປົກຄອງແລ້ວ ກໍເວົ້າວ່າ, “ສອງຄົນນີ້ແຫລະ, ໄດ້ກໍ່ການວຸ້ນວາຍຂຶ້ນໃນເມືອງຂອງເຮົາ 21 ເຂົາເປັນຊາວຢິວ ປະກາດຍັງຮີດຄອງປະເພນີອັນຜິດກົດ ທີ່ພວກເຮົາຊາວໂຣມຈະຮັບເອົາຫລືຂັບຕາມບໍ່ໄດ້” 22 ປະຊາຊົນກໍລຸກຮືຂຶ້ນຕໍ່ສູ້ໂປໂລແລະຊີລາ ສ່ວນຜູ້ປົກຄອງກໍໄດ້ຈີກເຄື່ອງນຸ່ງຂອງທ່ານທັງສອງເສັຽ ແລ້ວສັ່ງໃຫ້ເອົາໄມ້ແສ້ຂ້ຽນ 23 ເມື່ອຂ້ຽນທ່ານທັງສອງຫລາຍບາດແລ້ວ ກໍເອົາໄປຍັດໃສ່ຄຸກ ແລະສັ່ງທັມມະໂຮງໃຫ້ຮັກສາເຂົາໄວ້ໃຫ້ດີ 24 ເມື່ອໄດ້ຮັບຄຳສັ່ງຢ່າງນີ້ແລ້ວ ທັມມະໂຮງກໍໄດ້ຍັດທ່ານທັງສອງໄວ້ໃນຫ້ອງຊັ້ນໃນ ແລະເອົາຕີນໃສ່ຂື່ໄວ້ໃຫ້ແຫນ້ນ 25 ແຕ່ພໍປະມານທ່ຽງຄືນໂປໂລກັບຊີລາກໍພາກັນອ້ອນວອນແລະຮ້ອງເພງສັຣເສີນພຣະເຈົ້າ ພວກນັກໂທດກໍຟັງຢູ່ 26 ໃນປັດຈຸບັນນັ້ນກໍເກີດແຜ່ນດິນຫວັ່ນໄຫວໃຫຍ່ ຈົນຮາກຄຸກສະທ້ານສະເທືອນ ແລະໃນທັນໃດນັ້ນປະຕູຄຸກກໍໄຂອອກທຸກບານ ແລະເຄື່ອງຜູກມັດທຸກຄົນກໍຫລຸດເສັຽ 27 ເມື່ອທັມມະໂຮງຕື່ນຂຶ້ນກໍເຫັນປະຕູຄຸກໄຂ ຈຶ່ງຄຶດວ່ານັກໂທດຫນີໄປຫມົດແລ້ວ ເລີຍຊັກດາບອອກຈວນຈະຂ້າຕົວເສັຽ 28 ແຕ່ໂປໂລໄດ້ຮ້ອງສຽງດັງວ່າ, “ຢ່າເຮັດຮ້າຍອັນໃດແກ່ຕົວເທາະ ພວກເຮົາຍັງຢູ່ທີ່ນີ້ທຸກຄົນ” 29 ເມື່ອທັມມະໂຮງໄດ້ເອີ້ນໃຫ້ເອົາໄຟມາແລ້ວ ກໍແລ່ນໂດດເຂົ້າໄປດ້ວຍຕົວສັ່ນ ຂາບລົງທີ່ຕີນຂອງໂປໂລແລະຊີລາ 30 ແລະໄດ້ພາທ່ານສອງອອກມາຖາມວ່າ, “ທ່ານເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດຕໍ່ໄປຈຶ່ງຈະພົ້ນໄດ້” 31 ໂປໂລກັບຊີລາຕອບວ່າ, “ຈົ່ງເຊື່ອວາງໃຈໃນພຣະເຢຊູເຈົ້າແລ້ວທ່ານຈະໄດ້ພົ້ນ ທັງຄົວເຮືອນຂອງທ່ານດ້ວຍ” 32 ທ່ານທັງສອງຈຶ່ງໄດ້ກ່າວພຣະທັມຂອງພຣະຜູ້ເປັນເຈົ້າ ໃຫ້ທັມມະໂຮງກັບຄົວເຮືອນທຸກຄົນຂອງທ່ານຟັງ 33 ໃນກາງຄືນຊົ່ວໂມງດຽວກັນນັ້ນທັມມະໂຮງໄດ້ພາໂປໂລກັບຊີລາໄປລ້າງບາດ ແລະໃນທັນໃດນັ້ນທັມມະໂຮງໄດ້ຮັບບັບຕິສະມາກັບທັງຄົວເຮືອນຂອງຕົນ 34 ແລ້ວໄດ້ພາທ່ານທັງສອງຂຶ້ນໄປໃນເຮືອນຂອງຕົນ ຈັດໂຕະລ້ຽງດ້ວຍຄວາມຊົມຊື່ນຍິນດີພ້ອມດ້ວຍຄົວເຮືອນທັງຫມົດ ເພາະໄດ້ວາງໃຈເຊື່ອໃນພຣະເຈົ້າແລ້ວ 35 ຄັນຮຸ່ງເຊົ້າມາພວກຜູ້ປົກຄອງໄດ້ໃຊ້ຕຳຣວດໄປບອກທັມມະໂຮງວ່າ ໃຫ້ປ່ອຍສອງຄົນນັ້ນເສັຽ 36 ທັມມະໂຮງຈຶ່ງແຈ້ງຄວາມນັ້ນຕໍ່ໂປໂລວ່າ, “ຜູ້ປົກຄອງໄດ້ໃຊ້ຄົນມາບອກວ່າ ໃຫ້ປ່ອຍທ່ານທັງສອງ ເຫດສັນນັ້ນ, ບັດນີ້ເຊີນອອກໄປດ້ວຍຄວາມສງົບສຸກ” 37 ແຕ່ໂປໂລໄດ້ກ່າວແກ່ພວກຕຳຣວດວ່າ, “ເຂົາໄດ້ຂ້ຽນເຮົາຜູ້ເປັນສັນຊາດໂຣມຕໍ່ຫນ້າຄົນທັງຫລາຍກ່ອນຕັດສີນຄວາມ ແລະໄດ້ຍັດໃສ່ຄຸກໄວ້ ມາບັດນີ້ເຂົາຈະເສືອກໄສໃຫ້ເຮົາອອກໄປເປັນການລັບຫລື ເຣັດຢ່າງນັ້ນບໍ່ໄດ້ ໃຫ້ເຂົາເອງມາພາພວກເຮົາອອກໄປ” 38 ພວກຕຳຣວດໄດ້ນຳຄວາມນີ້ໄປແຈ້ງຕໍ່ພວກຜູ້ປົກຄອງ ເມື່ອຜູ້ປົກຄອງໄດ້ຍິນວ່າໂປໂລກັບຊີລາເປັນຄົນສັນຊາດໂຣມເຂົາກໍຕົກໃຈ 39 ຈຶ່ງພ້ອມກັນມາຂໍອະພັຍໂທດນຳທ່ານທັງສອງ ຄັນພາອອກໄປແລ້ວຈຶ່ງຂໍໃຫ້ໂປໂລກັບຊີລາອອກໄປຈາກເມືອງເສັຽ 40 ເມື່ອໄດ້ອອກຈາກຄຸກແລ້ວ ທ່ານທັງສອງໄດ້ເຂົ້າໄປໃນເຮືອນນາງລີເດັຽ ເມື່ອພົບພວກພີ່ນ້ອງກໍໄດ້ກ່າວຄວາມຫນຸນໃຈແລ້ວຈຶ່ງລາຈາກໄປ
ເກີດການອົລຫົນວຸ້ນວາຍທີ່ເມືອງເທຊະໂລນິກ
1 ເມື່ອທ່ານທັງສອງໄດ້ຜ່ານເມືອງອາໂປໂລເນັຽ ກໍມາເຖິງເມືອງເທຊະໂລນິກ ທີ່ນັ້ນມີໂຮງທັມມະເທສນາຂອງຊາວຢິວ 2 ໂປໂລໄດ້ເຂົ້າໄປຫາເຂົາໃນໂຮງທັມຕາມເຄີຍ ແລະໄດ້ອ້າງຂໍ້ຄວາມໃນພຣະຄັມພີໂຕ້ຕອບກັບເຂົາໄດ້ສາມວັນສະບາໂຕ 3 ແລະໄຂຂໍ້ຄວາມຊີ້ແຈງໃຫ້ເຫັນວ່າ ຈຳເປັນທີ່ອົງພຣະຄຣິດຕ້ອງຊົງທົນທຸກທໍຣະມານ ແລະຖືກຊົງບັນດານໃຫ້ເປັນຄືນມາ ແລະກ່າວຕໍ່ໄປວ່າ, “ພຣະເຢຊູຜູ້ທີ່ເຮົາປະກາດແກ່ທ່ານທັງຫລາຍ ຜູ້ນີ້ແຫລະ, ເປັນພຣະຄຣິດ 4 ບາງຄົນໃນພວກເຂົາໄດ້ຍອມເຊື່ອຈຶ່ງສມັກເຂົ້າເປັນພັກພວກຂອງໂປໂລກັບຊີລາ ຮວມທັງຊາດກຣີກຜູ້ຢຳເກງພຣະເຈົ້າ ແລະຍິ່ງຜູ້ສຳຄັນບໍ່ໃຊ່ຫນ້ອຍຄົນ 5 ແຕ່ພວກຢິວໄດ້ຄຶດເຫິງສາ ໄປຄົບຄິດກັບຄົນພານຕາມຕລາດ ຮວບຮວມກັນມາຢ່າງຫລວງຫລາຍກໍ່ການອົລຫົນວຸ້ນວາຍຂຶ້ນໃນເມືອງ ແລ້ວເຂົ້າບຸກຣຸກເຮືອນຂອງຢາໂຊນພຍາຍາມຈະນຳເອົາທັງສອງອອກມາໃຫ້ປະຊາຊົນ 6 ເມື່ອບໍ່ພົບເຂົາຈຶ່ງລາກເອົາຢາໂຊນກັບພີ່ນ້ອງລາງຄົນໄປຫາຜູ້ປົກຄອງເມືອງນັ້ນແລະຮ້ອງຂຶ້ນວ່າ, “ຄົນເຫລົ່ານີ້ເປັນພວກຂວ້ຳໂລກມະນຸດໄດ້ມາທີ່ນີ້ 7 ແລ້ວຢາໂຊນໄດ້ຮັບຕ້ອນເຂົາໄວ້ ແລະບັນດາຄົນເຫລົ່ານີ້ໄດ້ເຣັດຜິດຕໍ່ຂໍ້ດຳຣັດຂອງກາຍຊາ ໂດຍກ່າວວ່າ ມີກະສັດອີກອົງນຶ່ງຄື ເຢຊູ” 8 ດ້ວຍຂໍ້ຄວາມນັ້ນພວກຢິວໄດ້ເຮັດໃຫ້ປະຊາຊົນກັບພວກຜູ້ປົກຄອງຮ້ອນໃຈຂຶ້ນ 9 ແລະເມື່ອມີຜູ້ຮັບປະກັນຕົວຂອງຢາໂຊນແລະຄົນອື່ນໆ ແລ້ວກໍປ່ອຍເຂົາໄປ
ໂປໂລແລະຊີລາທີ່ເມືອງເບຣອຍອາ
10 ໃນບັດດຽວນັ້ນພວກພີ່ນ້ອງຈຶ່ງໃຫ້ໂປໂລກັບຊີລາອອກໄປຍັງເມືອງເບຣອຍອາໃນເວລາກາງຄືນ ເມື່ອເຖິງແລ້ວທ່ານທັງສອງໄດ້ເຂົ້າໄປໃນໂຮງທັມມະເທສນາຂອງຊາວຢິວ 11 ພວກຢິວເຫລົ່ານີ້ມີຈິດໃຈສູງສົ່ງກວ່າຊາວເມືອງເທຊະໂລນິກ ເພາະເຂົາມີໃຈເຫລື້ອມໃສຮັບເອົາພຣະທັມແລະຄົ້ນເບິ່ງພຣະຄັມພີທຸກວັນ ເພື່ອຢາກຮູ້ວ່າຂໍ້ຄວາມນັ້ນເປັນຈິງດັ່ງກ່າວຫລືບໍ່ 12 ເຫດສັນນັ້ນໃນພວກເຂົາມີຫລາຍຄົນໄດ້ຮັບເຊື່ອ ແລະພວກຜູ້ຍິງທີ່ມີກຽດຕິຍົດແລະຜູ້ຊາຍຊາວກຣີກບໍ່ໃຊ່ຫນ້ອຍຄົນໄດ້ຣັບເຊື່ອເຫມືອນກັນ 13 ແຕ່ເມື່ອພວກຢິວໃນເມືອງເທຊະໂລນິກຊາບຂ່າວວ່າ ໂປໂລໄດ້ປະກາດພຣະທັມໃນເມືອງເບຣອຍອາເຫມືອນກັນ ເຂົາກໍພາກັນມາທີ່ນັ້ນຍົວະຍົງປະຊາຊົນໃຫ້ວຸ້ນວາຍຂຶ້ນ 14 ໃນທັນໃດນັ້ນພວກພີ່ນ້ອງໄດ້ໃຫ້ໂປໂລອອກໄປເຖິງແຄມທະເລ ສ່ວນຊີລາກັບຕີໂມທຽວຍັງພັກຢູ່ທີ່ນັ້ນ 15 ຄົນທີ່ໄດ້ສົ່ງໂປໂລໄປນັ້ນກໍໄດ້ນຳທ່ານໄປເຖິງກຸງອາແຖນ ແລະເມື່ອໄດ້ຮັບຄໍາສັ່ງຈາກທ່ານໃຫ້ບອກຊີລາກັບຕີໂມທຽວໃຫ້ມາຫາທ່ານໄວທີ່ສຸດເທົ່າທີ່ຈະໄວໄດ້ ເຂົາກໍຈາກໄປ
ໂປໂລທີ່ກຸງອາແຖນ
16 ຂນະທີ່ໂປໂລຍັງລໍຖ້າຊີລາກັບຕີໂມທຽວຢູ່ກຸງອາແຖນນັ້ນ ທ່ານກໍມີຄວາມເດືອດຮ້ອນເຄືອງໃຈ ເພາະໄດ້ເຫັນເມືອງນັ້ນເຕັມໄປດ້ວຍພຣະທຽມ 17 ເຫດສັນນັ້ນທ່ານຈຶ່ງໂຕ້ຖຽງກັບພວກຢິວ ແລະຜູ້ທີ່ຢຳເກງພຣະເຈົ້າໃນໂຮງທັມ ແລະກັບທຸກຄົນທີ່ພົບໃນບ່ອນປະຊຸມຊົນທຸກວັນ 18 ມີນັກປາດລາງຄົນໃນພວກເອປີກູຣຽວ ແລະໃນພວກຊະໂຕອິໂກຟີໂລໂຊເຟີໄດ້ມາພົບທ່ານ ລາງຄົນກ່າວວ່າ, “ຄົນເກັບເລັມຄວາມຮູ້ຜູ້ນີ້ຢາກເວົ້າອັນໃດ” ລາງຄົນກ່າວວ່າ, “ເຫມືອນເປັນຜູ້ປະກາດພຣະຕ່າງດ້າວ” ເພາະໂປໂລປະກາດຂ່າວປະເສີດເຣື່ອງພຣະເຢຊູແລະການຄືນມາຈາກຕາຍ 19 ດັ່ງນັ້ນເຂົາຈຶ່ງຈັບໂປໂລພາໄປຍັງສະພາອາເຣໂອປາໂຄ ແລ້ວຖາມວ່າ, “ເຮົາຂໍຮູ້ໄດ້ຫລືບໍ່ວ່າຄວາມສອນອັນໃຫມ່ທີ່ທ່ານກ່າວນັ້ນເປັນຢ່າງໃດ 20 ດ້ວຍວ່າທ່ານນຳເຣື່ອງແປກປລາດມາເຖິງຫູຂອງພວກເຮົາ ເຫດສັນນັ້ນພວກເຮົາຢາກຊາບວ່າເຣື່ອງເຫລົ່ານີ້ມີຄວາມຫມາຍຢ່າງໃດ” 21 ເພາະຊາວອາແຖນທັງປວງກັບພວກຕ່າງປະເທດຊຶ່ງອາໄສຢູ່ທີ່ນັ້ນ ບໍ່ເຄີຍເສັຽເວລາກ່ຽວກັບສິ່ງອື່ນໆ ນອກຈາກຈະກ່າວຫລືຟັງສິ່ງໃຫມ່ໆ 22 ຝ່າຍໂປໂລຈຶ່ງຢືນຂຶ້ນຖ້າມກາງສະພາອາເຣໂອປາໂຄ ແລ້ວກ່າວວ່າ, “ທ່ານຊາວກຸງອາແຖນເອີຍ, ໃນທຸກສິ່ງທຸກປະການຂ້າພະເຈົ້າເຫັນວ່າພວກທ່ານເປັນຜູ້ປະຕິບັດພຣະຕ່າງໆຢ່າງເຄັ່ງຄັດ 23 ເພາະວ່າເມື່ອຂ້າພະເຈົ້າຜ່ານມາສັງເກດເບິ່ງສິ່ງທັງປວງທີ່ພວກທ່ານນະມັສການ ກໍໄດ້ເຫັນແທ່ນອັນນຶ່ງມີຄຳຈາຣຶກໄວ້ວ່າ “ແດ່ພຣະເຈົ້າທີ່ເຮົາບໍ່ຮູ້ຈັກ” ເຫດສັນນັ້ນພຣະທີ່ທ່ານທັງຫລາຍນະມັສການເມື່ອຍັງບໍ່ຮູ້ຈັກ ພຣະເຈົ້າອົງນີ້ແຫລະ, ຂ້າພະເຈົ້າມາປະກາດແກ່ພວກທ່ານ 24 ພຣະເຈົ້າຜູ້ຊົງສ້າງໂລກກັບສິ່ງທັງປວງທີ່ຢູ່ໃນໂລກນັ້ນ ຄືຜູ້ຊົງເປັນເຈົ້າສວັນແລະແຜ່ນດິນໂລກ ພຣະອົງນັ້ນແຫລະ, ບໍ່ໄດ້ຊົງສະຖິດຢູ່ໃນວິຫານທີ່ມືມະນຸດສ້າງໄວ້ 25 ພຣະອົງບໍ່ຈຳເປັນໃຫ້ມະນຸດປະຕິບັດພຣະອົງ ເຫມືອນວ່າຊົງມີພຣະປະສົງສິ່ງນຶ່ງສິ່ງໃດ ເພາະພຣະອົງນີ້ແຫລະ, ຊົງເປັນຜູ້ປະທານຊີວິດ, ລົມຫັນໃຈ, ແລະສິ່ງສາຣະພັດແກ່ຄົນທັງປວງ 26 ພຣະອົງໄດ້ຊົງສ້າງມະນຸດທຸກຊາດ ໃຫ້ເກີດມາຈາກມະນຸດຄົນດຽວ ແລະໃຫ້ເຂົາຢູ່ທົ່ວພິພົບໂລກ ພຣະອົງໄດ້ຊົງກຳນົດເວລາແລະກຳນົດເຂດທີ່ເຂົາຢູ່ນັ້ນ 27 ເພື່ອເຂົາຈະໄດ້ສແວງຫາພຣະເຈົ້າ ຫວັງວ່າເຂົາຈະງົມຫາຈົນພົບພຣະອົງ ແຕ່ທີ່ຈິງພຣະອົງບໍ່ຊົງຢູ່ໄກຈາກເຮົາທຸກຄົນ 28 ເພາະວ່າ “ໃນພຣະອົງນັ້ນພວກເຮົາມີຊີວິດ, ເຄື່ອນໄຫວໄປມາ, ແລະເປັນຢູ່” ດັ່ງນັກແຕ່ງກາບກອນໃນພວກທ່ານລາງຄົນໄດ້ກ່າວວ່າ “ພວກເຮົາເປັນເຊື້ອສາຍຂອງພຣະອົງເຫມືອນກັນ” 29 ເຫດສັນນັ້ນເມື່ອເຮົາເປັນເຊື້ອສາຍຂອງພຣະເຈົ້າ ແລ້ວພວກເຮົາກໍບໍ່ຄວນຖືວ່າພຣະເຈົ້າຊົງເປັນເຫມືອນຄຳ, ເງິນ, ຫລືຫີນ ທີ່ສລັກຄວັດຫລືແຕ້ມດ້ວຍສິລປະແລະຄວາມນຶກຄິດຂອງມະນຸດ 30 ໃນສະໄຫມທີ່ມະນຸດຍັງໂງ່ບໍ່ຮູ້ຈັກພຣະເຈົ້າ ພຣະອົງກໍບໍ່ຊົງຖືໂທດ ແຕ່ບັດນີ້ພຣະອົງຊົງສັ່ງແກ່ມະນຸດທັງປວງໃນທົ່ວທຸກບ່ອນ ໃຫ້ຖິ້ມໃຈເກົ່າເອົາໃຈໃຫມ່ 31 ເພາະວ່າພຣະອົງໄດ້ຊົງກຳນົດວັນນຶ່ງໄວ້ ໃນວັນນັ້ນພຣະອົງຈະຊົງພິພາກສາໂລກຕາມຄວາມຍຸດຕິທັມ ໂດຍມະນຸດຜູ້ນຶ່ງຊຶ່ງພຣະອົງໄດ້ຊົງຕັ້ງໄວ້ ແລະພຣະເຈົ້າໄດ້ຊົງໂຜດໃຫ້ຄົນທັງປວງມີຄວາມແນ່ໃຈໃນເຣື່ອງນີ້ ໂດຍຊົງບັນດານໃຫ້ມະນຸດຜູ້ນັ້ນຄືນມາຈາກຕາຍ” 32 ເມື່ອເຂົາໄດ້ຍິນຄຳຊຶ່ງວ່າ “ເປັນຄືນມາຈາກຕາຍ” ລາງຄົນກໍເຍາະເຍີ້ຍແຕ່ລາງຄົນເວົ້າວ່າ, “ພວກເຮົາຈະຄອຍຟັງທ່ານກ່າວເຣື່ອງນີ້ອີກ” 33 ດັ່ງນັ້ນໂປໂລຈຶ່ງໄດ້ອອກຈາກຖ້າມກາງເຂົາໄປ 34 ແຕ່ມີຊາຍລາງຄົນໄດ້ຕິດພັນຢູ່ກັບໂປໂລແລະໄດ້ຮັບເຊື່ອ ໃນຄົນເຫລົ່ານັ້ນມີ ດີໂອນີຊີໂອ ຜູ້ເປັນສະມາຊິກສະພາອາເຣໂອປາໂຄ ກັບຍິງຄົນນຶ່ງຊື່ ດາມາຣີ ແລະຄົນອື່ນໆດ້ວຍ
ໂປໂລທີ່ເມືອງໂກຣິນໂທ
1 ຫລັງຈາກນັ້ນໂປໂລໄດ້ອອກຈາກກຸງອາແຖນໄປຍັງເມືອງໂກຣິນໂທ 2 ຈຶ່ງພົບຄົນຢິວຄົນນຶ່ງຊື່ ອາກິລາ ຊຶ່ງເກີດຢູ່ເມືອງປົນໂຕແຕ່ຫາກໍມາຈາກປະເທດອີຕາລີກັບພັຣຍາຊື່ ປິຊະກິລາ ເພາະຈັກກະພັດກລາວດີໂອໄດ້ອອກດຳຣັດສັ່ງໃຫ້ຊາວຢິວທັງປວງອອກຫນີຈາກກຸງໂຣມ ສ່ວນໂປໂລກໍໄປຫາເຂົາທັງສອງ 3 ເພາະມີອາຊີບຢ່າງດຽວກັນ ໂປໂລຈຶ່ງໄດ້ໄປອາໄສຢູ່ກັບເຂົາທັງສອງຝ່າຍເປັນຊ່າງເຮັດຜ້າເຕັນ ເຂົາຈຶ່ງເຮັດການຮ່ວມກັນ 4 ທຸກວັນສະບາໂຕເຄີຍໂຈດຖຽງກັນໃນໂຮງທັມມະເທສນາ ຊັກຊວນພວກຢິວທັງພວກກຣີກໃຫ້ເຊື່ອ 5 ແຕ່ເມື່ອຊີລາກັບຕີໂມທຽວລົງມາຈາກແຂວງມາເກໂດເນັຽແລ້ວ ໂປໂລໄດ້ຕັ້ງຕົ້ນສລະເວລາທັງຫມົດປະກາດພຣະທັມ ແລະເປັນພຍານແກ່ພວກຢິວວ່າພຣະເຢຊູແມ່ນພຣະຄຣິດ 6 ແຕ່ເມື່ອພວກເຫລົ່ານັ້ນຂັດຂວາງແລະກ່າວຄຳຫຍາບຊ້າ ໂປໂລຈຶ່ງສັ່ນເສື້ອຜ້າຕໍ່ເຂົາ ແລ້ວເວົ້າວ່າ, “ໃຫ້ໂທດຂອງພວກທ່ານຕົກໃສ່ຫົວຂອງພວກທ່ານເອງ ຝ່າຍເຮົາ, ເຮົາບໍ່ມີໂທດ ຕັ້ງແຕ່ນີ້ໄປເຮົາຈະໄປຫາພວກຕ່າງຊາດ” 7 ທ່ານຈຶ່ງອອກຈາກທີ່ນັ້ນແລ້ວເຂົາໄປໃນເຮືອນຂອງຊາຍຜູ້ນຶ່ງຊື່ ຕີຕີໂຢຢູຊະໂຕເປັນຄົນນັບຖືພຣະເຈົ້າ ເຮືອນຂອງທ່ານຢູ່ຖັດໂຮງທັມ 8 ຝ່າຍກິສະໂປນາຍໂຮງທັມກັບທັງຄົວເຮືອນຂອງຕົນ ໄດ້ຮັບເຊື່ອໃນອົງພຣະຜູ້ເປັນເຈົ້າແລະຊາວໂກຣິນໂທຫລາຍຄົນ ເມື່ອໄດ້ຟັງແລ້ວກໍໄດ້ເຊື່ອແລະຣັບບັບຕິສະມາ 9 ແລະອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວກັບໂປໂລທາງນິມິດໃນກາງຄືນວ່າ, “ຢ່າຊູ່ຢ້ານ ແຕ່ຈົ່ງປະກາດຕໍ່ໄປ ຢ່າມິດຢູ່ 10 ເພາະວ່າຝ່າຍເຮົາ ເຮົາຢູ່ກັບເຈົ້າ ແລະຈະບໍ່ມີຜູ້ນຶ່ງຜູ້ໃດໂຈມຕີທຳຮ້າຍເຈົ້າ ດ້ວຍວ່າພົລເມືອງຂອງເຮົາໃນນະຄອນນີ້ກໍມີຫລາຍ” 11 ຝ່າຍໂປໂລໄດ້ອາໄສຢູ່ປີນຶ່ງກັບຫົກເດືອນ ສັ່ງສອນພຣະທັມຂອງພຣະເຈົ້າຖ້າມກາງເຂົາ 12 ແຕ່ຄາວເມື່ອຄາລິໂອນເປັນຜູ້ປົກຄອງແຂວງອາຂາຢາ ພວກຢິວໄດ້ພາກັນລຸກຮືຂຶ້ນຕໍ່ສູ້ໂປໂລ ແລະພາທ່ານໄປສານ 13 ຟ້ອງວ່າ, “ຄົນນີ້ຊັກຊວນຄົນທັງຫລາຍໃຫ້ນະມັສການພຣະເຈົ້າຕາມທາງຜິດກົດຫມາຍ” 14 ເມື່ອໂປໂລກຳລັງຈະອອກປາກ ຝ່າຍຄາລີໂອນກໍກ່າວແກ່ພວກຢິວວ່າ, “ໂອ ຊາວຢິວທັງຫລາຍ, ຖ້າເປັນເຣື່ອງການຜິດຫລືການຊົ່ວຊ້າປະການໃດປະການນຶ່ງ ສົມຄວນເຮົາຈະອົດຟັງພວກທ່ານ 15 ແຕ່ຖ້າເປັນການໂຕ້ຖຽງກັນເຖິງເຣື່ອງຖ້ອຍຄວາມກັບຊື່ຕ່າງໆ ແລະພຣະບັນຍັດຂອງພວກທ່ານແລ້ວ ກໍໃຫ້ເປັນທຸຣະຂອງພວກທ່ານເອງ ຝ່າຍເຮົາບໍ່ຢາກເປັນຜູ້ຕັດສີນໃນເຣື່ອງຢ່າງນັ້ນ” 16 ທ່ານຈຶ່ງໄລ່ພວກນັ້ນອອກໄປຈາກສານ 17 ແລ້ວເຂົາພາກັນຈັບໂຊຊະເທເນສແທນນາຍໂຮງທັມໄປຂ້ຽນຕີຕໍ່ຫນ້າສານ ສ່ວນຄາລີໂອນກໍບໍ່ເຂົ້າຫຍຸ້ງກ່ຽວກັບການນັ້ນຈັກຢ່າງ
ໂປໂລກັບຄືນເມືອງອັນຕີໂອກ
18 ສ່ວນໂປໂລເມື່ອໄດ້ພັກຢູ່ກັບພວກພີ່ນ້ອງອີກຫລາຍວັນສົມຄວນ ກໍໄດ້ລາຈາກ ເຂົາຈຶ່ງລົງເຮືອສະເພົາເດີນທາງໄປສູ່ແຂວງຊີເຣັຽ ແລະປີຊະກີລາກັບອາກີລາກໍໄປນຳຢູ່ທີ່ເມືອງເກັນເຂໄອ ທ່ານໄດ້ແຖຫົວເພາະບະບົນຕົວໄວ້ 19 ເມື່ອເຂົາມາເຖິງເມືອງເອເຟໂຊ ໂປໂລໄດ້ປະປີຊະກີລາກັບອາກີລາໄວ້ທີ່ນັ້ນ ແຕ່ທ່ານເອງໄດ້ເຂົ້າໄປໂຈດຖຽງກັບພວກຢິວໃນໂຮງທັມ 20 ເມື່ອຄົນເຫລົ່ານັ້ນຂໍໃຫ້ທ່ານຢູ່ຕໍ່ໄປທ່ານກໍບໍ່ຍອມ 21 ແຕ່ໄດ້ລາເຂົາໄປໂດຍເວົ້າວ່າ, “ຖ້າພຣະເຈົ້າຊົງເຫັນຊອບເຮົາຈະກັບມາຫາພວກທ່ານອີກ” ແລ້ວທ່ານໄດ້ຈາກເມືອງເອເຟໂຊໄປທາງເຮືອສະເພົາ 22 ເມື່ອຈອດທີ່ເມືອງກາຍຊາເຣັຽແລ້ວທ່ານໄດ້ຂຶ້ນເມືອຄຳນັບຄຣິສຕະຈັກ ຈຶ່ງໄດ້ລົງໄປຍັງເມືອງອັນຕີໂອກ 23 ເມື່ອພັກຢູ່ທີ່ນັ້ນຈັກຫວ່າງນຶ່ງແລ້ວ ທ່ານໄດ້ອອກໄປຜ່ານແຂວງຄາລາເຕັຽ ແລະຟີເຄັຽຕາມລຳດັບ ເພື່ອຊ່ອຍຊູກຳລັງພວກສິດ
ອາໂປໂລທີ່ເມືອງເອເຟໂຊ
24 ມີຄົນຢິວຜູ້ນຶ່ງຊື່ ອາໂປໂລ ເກີດໃນເມືອງອາເລັກຊັນເດັຽ ເປັນຄົນມີໂວຫານດີ ແລະຊຳນານຫລາຍໃນທາງພຣະຄັມພີ ທ່ານຜູ້ນີ້ມາຍັງເມືອງເອເຟໂຊ 25 ອາໂປໂລນີ້ໄດ້ຮັບການອົບຮົມໃນທາງຂອງອົງພຣະຜູ້ເປັນເຈົ້າ ແລະມີໃຈຮ້ອນຮົນກ່າວສັ່ງສອນເຖິງເຣື່ອງພຣະເຢຊູຢ່າງຖືກຕ້ອງ ເຖິງປານນັ້ນທ່ານກໍຮູ້ແຕ່ບັບຕິສະມາຂອງໂຢຣັນເທົ່ານັ້ນ 26 ທ່ານຜູ້ນີ້ໄດ້ກ່າວສັ່ງສອນດ້ວຍໃຈກ້າໃນໂຮງທັມ ແຕ່ເມື່ອປີຊະກີລາແລະອາກີລາໄດ້ຟັງທ່ານແລ້ວ ເຂົາຈຶ່ງຕ້ອນຮັບທ່ານມາອະທິບາຍໃຫ້ຮູ້ທາງຂອງພຣະເຈົ້າຢ່າງຖືກຕ້ອງຫລາຍຂຶ້ນ 27 ເມື່ອທ່ານຕັດສີນໃຈຈະຂ້າມໄປຍັງແຂວງອາຂາຢາ ພວກພີ່ນ້ອງໄດ້ຫນຸນໃຈທ່ານ ແລະຂຽນຈົດຫມາຍຝາກໄປເຖິງພວກສິດທີ່ນັ້ນໃຫ້ຕ້ອນຮັບທ່ານໄວ້ ຄັນທ່ານໄປເຖິງແລ້ວ ທ່ານກໍຊ່ອຍເຫລືອຄົນທັງຫລາຍທີ່ໄດ້ເຊື່ອຍ້ອນພຣະຄຸນຂອງພຣະເຈົ້າຢ່າງຫລວງຫລາຍ 28 ເພາະທ່ານໄດ້ໂຕ້ຖຽງກັບພວກຢິວຢ່າງແຂງແຮງຕໍ່ຫນ້າຄົນທັງຫລາຍ ແລະຊີ້ຍົກຫລັກໃນພຣະຄັມພີອ້າງໃຫ້ເຫັນວ່າພຣະເຢຊູແມ່ນພຣະຄຣິດ
ໂປໂລທີ່ເມືອງເອເຟໂຊ
1 ຂນະທີ່ໂປໂລຍັງຢູ່ເມືອງໂກຣິນໂທ ໂປໂລໄດ້ເດີນທາງຜ່ານເຂດພາກເຫນືອແລະກໍມາເຖິງເມືອງເອເຟໂຊ ທີ່ນັ້ນທ່ານໄດ້ພົບລູກສິດລາງຄົນ 2 ຈຶ່ງຖາມເຂົາວ່າ, “ເມື່ອທ່ານທັງຫລາຍເຊື່ອນັ້ນ ພວກທ່ານໄດ້ຮັບພຣະວິນຍານບໍຣິສຸດຫລືບໍ” ເຂົາຕອບວ່າ, “ບໍ່ ທີ່ວ່າມີພຣະວິນຍານບໍຣິສຸດນັ້ນກໍບໍ່ເຄີຍໄດ້ຍິນ” 3 ໂປໂລຈຶ່ງຖາມເຂົາວ່າ, “ຖ້າຢ່າງນັ້ນພວກທ່ານໄດ້ຮັບບັບຕິສະມາແນວໃດ” ເຂົາຕອບວ່າ, “ບັບຕິສະມາຂອງໂຢຮັນ” 4 ແລ້ວໂປໂລຈຶ່ງບອກວ່າ, “ໂຢຮັນໃຫ້ຮັບບັບຕິສະມາກ່ຽວເຣື່ອງການຖິ້ມໃຈເກົ່າເອົາໃຈໃຫມ່ ໂດຍ ບອກແກ່ພົລເມືອງໃຫ້ເຊື່ຜູ້ທີ່ຈະມາພາຍຫລັງຕົນ ຄືເຊື່ອໃນພຣະເຢຊູ” 5 ເມື່ອໄດ້ຍິນດັ່ງນັ້ນເຂົາຈຶ່ງຮັບບັບຕິສະມາໃນພຣະນາມຂອງພຣະເຢຊູເຈົ້າ 6 ເມື່ອໂປໂລໄດ້ວາງມືໃສ່ເຂົາແລ້ວ ພຣະວິນຍານບໍຣິສຸດກໍສະເດັດມາເທິງເຂົາ ເຂົາຈຶ່ງຕັ້ງຕົ້ນປາກພາສາແປກໆແລະໄດ້ທຳນວາຍ 7 ຊາວເຫລົ່ານັ້ນມີປະມານສິບສອງຄົນ 8 ຝ່າຍໂປໂລໄດ້ເຂົ້າໄປກ່າວສົນທະນາໃນໂຮງທັມດ້ວຍໃຈກ້າໃນລະຫວ່າງສາມເດືອນໂຈດຖຽງແລະຊັກຊວນໃຫ້ເຊື່ອໃນສິ່ງທີ່ກ່າວເຖິງຣາຊແຜ່ນດິນຂອງພຣະເຈົ້າ 9 ແຕ່ລາງຄົນມີໃຈແຂງກະດ້າງບໍ່ຍອມເຊື່ອ ແລະກ່າວຫຍາບຊ້າເຣື່ອງທາງນັ້ນຕໍ່ຫນ້າຄົນທັງຫລາຍ ໂປໂລຈຶ່ງແຍກອອກຈາກເຂົາແລະຄັດເອົາພວກລູກສິດໄປນຳ ແລະທ່ານໄດ້ໂຕ້ຖຽງໃນຫ້ອງປະຊຸມຂອງທ່ານຕີຣັນນັສທຸກໆວັນ 10 ການນີ້ມີຢູ່ເປັນເວລາສອງປີ ຈົນວ່າຄົນທັງຫລາຍທີ່ອາໄສຢູ່ໃນແຂວງອາເຊັຽ ທັງພວກຢິວແລະພວກກຣີກໄດ້ຍິນພຣະທັມຂອງອົງພຣະຜູ້ເປັນເຈົ້າ
ລູກຊາຍຂອງຊະເກວາ
11 ພຣະເຈົ້າໄດ້ຊົງບັນດານໃຫ້ໂປໂລເຮັດການອິດທິຣິດອັນແປກປລາດ 12 ຈົນເຂົາໄດ້ນຳເອົາຜ້າເຊັດເຫື່ອກັບຜ້າກັ້ນເປື້ອນຈາກຕົວຂອງໂປໂລໄປວາງໃສ່ຄົນປ່ວຍໄຂ້ພຍາດຕ່າງໆກໍຫາຍແລະຜີຮ້າຍກໍອອກໄປ 13 ແຕ່ພວກຢິວບາງຄົນທີ່ທຽວໄປເປັນຫມໍໄລ່ຜີ ພຍາຍາມໃຊ້ພຣະນາມຂອງພຣະເຢຊູເຈົ້າຂັບໄລ່ຜີວ່າ, “ກູບັງຄັບສູໂດຍພຣະເຢຊູຊຶ່ງໂປໂລປະກາດນັ້ນ 14 ອັນນຶ່ງມີຢິວຜູ້ນຶ່ງຊື່ ຊະເກວາ ເປັນປະໂຣຫິດຕົນໃຫຍ່ ມີລູກຊາຍເຈັດຄົນທີ່ເຮັດການຢ່າງນັ້ນ 15 ສ່ວນຜີຮ້າຍໄດ້ຕອບເຂົາວ່າ, “ພຣະເຢຊູເຮົາກໍລື້ງເຄີຍ ໂປໂລເຮົາກໍຮູ້ຈັກ ແຕ່ພວກເຈົ້າເປັນຜູ້ໃດ” 16 ຄົນທີ່ມີຜີສິງຢູ່ນັ້ນໄດ້ໂດດໃສ່ເຂົາແລະໃຊ້ອຳນາດຊະນະເຂົາໄດ້ ຈົນເຂົາປົບຫນີອອກຈາກເຮືອນຕົວເປົ່າແລະເປັນບາດ 17 ເຣື່ອງນີ້ກໍໄດ້ລືກັນໄປເຖິງຫູຄົນທັງປວງທີ່ຢູ່ໃນເມືອງເອເຟໂຊ ທັງພວກຢິວແລະພວກກຣີກ ແລະຄົນທັງປວງກໍພາກັນມີຄວາມຢ້ານກົວ ແລະພຣະນາມຂອງພຣະເຢຊູເຈົ້າກໍເປັນທີ່ຍົກຍໍສໍຣະເສີນ 18 ມີຫລາຍຄົນທີ່ເຊື່ອແລ້ວໄດ້ມາສາຣະພາບແລະເປີດເຜີຍການທີ່ເຂົາເຄີຍເຮັດ 19 ມີຫລາຍຄົນທີ່ໃຊ້ເວດມົນຄາຖາໄດ້ເອົາຕຳຣາຂອງຕົນມາເຜົາໄຟເສັຽຕໍ່ຫນ້າຄົນທັງປວງ ຕຳຣາເຫລົ່ານັ້ນຄິດຣາຄາເປັນເງິນຫ້າຫມື່ນຫລຽນ 20 ດັ່ງນີ້ແຫລະ, ພຣະທັມຂອງອົງພຣະຜູ້ເປັນເຈົ້າຈຶ່ງບັງເກີດຜົນຈະເຣີນຂຶ້ນ ແລະມີຊັຍຊະນະຢູ່ດ້ວຍຣິດ 21 ພາຍຫລັງເຫດການເຫລົ່ານີ້ໂປໂລຕັດສີນໃຈ ວ່າຈະໄປຍັງກຸງເຢຣູຊາເລັມ ໂດຍຜ່ານແຂວງມາເກໂດເນັຽ ແລະແຂວງອາຂາຢາ ໂດຍເວົ້າວ່າ, “ເມື່ອໃດໄປທາງນັ້ນຈະຕ້ອງເຫັນກຸງໂຣມເຫມືອນກັນ” 22 ທ່ານຈຶ່ງໃຊ້ຜູ້ຊ່ອຍຂອງຕົນສອງຄົນ ຄືຕີໂມທຽວກັບເອຣັສຕຸສ ໄປຍັງແຂວງມາເກໂດເນັຽ ຝ່າຍທ່ານເອງກໍຍັງພັກຢູ່ຫວ່າງນຶ່ງທີ່ແຂວງອາເຊັຽ
ການໂອລຫົນຫວຸ້ນວາຍທີ່ເມືອງເອເຟໂຊ
23 ໃນຄາວນັ້ນໄດ້ເກີດການວຸ້ນວາຍອັນໃຫຍ່ກ່ຽວເຣື່ອງທາງນັ້ນ 24 ດ້ວຍມີຄົນນຶ່ງຊື່ ເດເມທິໂອ ເປັນຊ່າງເງິນ ໄດ້ເອົາເຮັດຮູບວິຫານຂອງພຣະອາຣ໌ເຕມິສ ເປັນເຫດໃຫ້ພວກຊ່າງໄດ້ມີງານຫລວງຫລາຍ 25 ດັ່ງນັ້ນເດເມທິໂອຈຶ່ງເອີ້ນບັນດານາຍຊ່າງ ແລະຄົນທີ່ເຮັດການຄ້າຍຄືກັນມາປະຊຸມ ແລ້ວກ່າວວ່າ, “ທ່ານທັງຫລາຍເອີຍ, ພວກທ່ານຊາບຢູ່ວ່າ ພວກເຮົາໄດ້ຊັບສີນເງິນທອງມາກໍເພາະເຮັດການນີ້ 26 ແລະທ່ານທັງຫລາຍໄດ້ຮູ້ເຫັນຢູ່ວ່າບໍ່ແມ່ນແຕ່ຈຳເພາະໃນເມືອງເອເຟໂຊເມືອງດຽວ ແຕ່ເກືອບທົ່ວແຂວງອາເຊັຽ ໂປໂລຜູ້ນີ້ໄດ້ຊັກຊວນຄົນຫລາຍສົມຄວນໃຫ້ຫລົງໄປ ໂດຍກ່າວວ່າ “ພຣະທີ່ສ້າງຂຶ້ນດ້ວຍມືມະນຸດນັ້ນ ບໍ່ແມ່ນພຣະເຈົ້າແທ້ໆ” 27 ເປັນຫນ້າຢ້ານວ່າບໍ່ແມ່ນແຕ່ອາຊີບຂອງພວກເຮົາຈະເສັຽຊື່ສຽງຢ່າງດຽວ ແຕ່ພຣະວິຫານກັບສະຖານທີ່ນະມັສການຂອງພຣະມະຫາອາເຕມັສຈະຖືກຫມິ່ນປມາດເຫມືອນກັນ ແລະນາງພຣະນັ້ນຊຶ່ງເປັນທີ່ນັບຖືຂອງບັນດາຊາວອາເຊັຽກັບຫມົດທັງໂລກຈະຕົກຕ່ຳຈະສິ້ນສະງ່າຣາສີ” 28 ຄັນຄົນທັງຫລາຍໄດ້ຍິນດັ່ງນັ້ນກໍພາກັນຄຽດແຄ້ນແລະຮ້ອງຂຶ້ນວ່າ, “ພຣະອາເຕມັສຂອງຊາວເອເຟໂຊເປັນໃຫຍ່” 29 ແລ້ວໄດ້ເກີດອົລຫົນວຸ້ນວາຍຂຶ້ນທົ່ວທັງເມືອງເຂົາໄດ້ຈັບເອົາຄາໂຢກັບອາຣິສຕາໂຂຊາວເມເກໂດເນັຽ ຜູ້ເປັນເພື່ອນເດີນທາງຮ່ວມກັບໂປໂລດຶງລາກແລ່ນເຂົ້າໄປໃນສນາມລະຄອນ 30 ຝ່າຍໂປໂລມີໃຈຢາກເຂົ້າໄປໃນຖ້າມກາງປະຊາຊົນ ແຕ່ພວກລູກສິດບໍ່ຍອມໃຫ້ໄປ 31 ມີລາງຄົນໃນພວກຜູ້ປົກຄອງແຂວງອາເຊັຽເຫມືອນກັນ ຊຶ່ງເປັນສະຫາຍຂອງໂປໂລໄດ້ໃຊ້ຄົນໄປອ້ອນວອນ ຂໍຫ້າມບໍ່ໃຫ້ໂປໂລເຂົ້າໄປໃນສນາມລະຄອນ 32 ອັນນຶ່ງ, ຄົນທັງຫລາຍຕ່າງຄົນຕ່າງຮ້ອງຂຶ້ນ ເພາະວ່າທີ່ປະຊຸມວຸ້ນວາຍຫລາຍ ແລະຄົນສ່ວນຫລາຍບໍ່ໄດ້ຮູ້ວ່າເຂົາມາປະຊຸມກັນດ້ວຍເຣື່ອງໃດ 33 ມີລາງຄົນໃນພວກເຫລົ່ານັ້ນໄດ້ແນະນຳອາເລັກຊັນໂດຊຶ່ງເປັນຄົນທີ່ພວກຢິວໃຫ້ອອກໄປຂ້າງຫນ້າ ອາເລັກຊັນໂດຈຶ່ງກວັກມືຫມາຍຈະແກ້ແທນຕໍ່ຫນ້າປະຊາຊົນ 34 ແຕ່ເມື່ອເຂົາສັງເກດຮູ້ວ່າທ່ານເປັນຄົນຢິວ ເຂົາທັງປວງຈຶ່ງຮ້ອງເປັນສຽງດຽວກັນຢູ່ປະມານສອງຊົ່ວໂມງວ່າ, “ພຣະອາເຕມັສຂອງຊາວເອເຟໂຊເປັນໃຫຍ່” 35 ເມື່ອເລຂາທິການເທສບານໄດ້ໃຫ້ປະຊາຊົນງຽບລົງແລ້ວຈຶ່ງກ່າວວ່າ, “ຊາວເອເຟໂຊທັງຫລາຍເອີຍ, ມີຜູ້ໃດຫນໍທີ່ບໍ່ຮູ້ວ່າຊາວເອເຟໂຊນີ້ເປັນຜູ້ຮັກສາດູແລວິຫານຂອງນາງພຣະມະຫາອາເຕມັສ ແລະສິ່ງສັກສິດທີ່ຈັກມາຈາກຟ້າ 36 ບັດນີ້ດ້ວຍການທັງຫລາຍອັນຖຽງບໍ່ໄດ້ນີ້ ທ່ານທັງຫລາຍຄວນສງົບລົງ ຢ່າເຮັດອັນໃດດ້ວຍຮີບຮ້ອນ 37 ດ້ວຍວ່າພວກທ່ານໄດ້ນຳເອົາຄົນເຫລົ່ານີ້ມາ ກໍບໍ່ແມ່ນເຂົາເປັນຄົນປຸ້ນວິຫານ ຫລືຫມິ່ນປມາດນາງພຣະຂອງພວກເຮົາ 38 ເຫດສັນນີ້ຖ້າແມ່ນເດເມທິໂອກັບພວກຊ່າງທີ່ມີອາຊີບຢ່າງດຽວກັນເປັນຄວາມກັບຜູ້ໃດ ວັນກຳນົດທີ່ຈະວ່າຄວາມກໍມີ ຜູ້ປົກຄອງບ້ານເມືອງກໍມີ ໃຫ້ເຂົາມາຟ້ອງກັນສາ 39 ແຕ່ຖ້າພວກທ່ານມີຂໍ້ຫາອັນໃດອີກ ກໍໃຫ້ຊຳຮະກັນໃນທີ່ປະຊຸມສາມັນ 40 ເພາະຫນ້າຢ້ານວ່າພວກເຮົາຈະຖືກຟ້ອງວ່າເປັນຜູ້ກໍ່ການວຸ້ນວາຍຂຶ້ນໃນວັນນີ້ ເພາະພວກເຮົາບໍ່ອາດຍົກຂໍ້ໃດມາອ້າງເປັນສາຍເຫດພໍແກ່ການວຸ້ນວາຍນີ້ໄດ້” 41 ເມື່ອກ່າວດັ່ງນີ້ແລ້ວທ່ານກໍສັ່ງໃຫ້ເລີກປະຊຸມ
ໂປໂລໄປຍັງແຂວງມາເກໂດເນັຽແລະປະເທດກຣີກ
1 ເມື່ອການວຸ້ນວາຍສງົບລົງແລ້ວໂປໂລໄດ້ເອີ້ນພວກສິດມາ ຈຶ່ງກ່າວຫນຸນນ້ຳໃຈເຂົາ ແລ້ວລາອອກເດີນທາງໄປຍັງແຂວງມາເກໂດເນັຽ 2 ເມື່ອຜ່ານເຂດນັ້ນໄປທ່ານໄດ້ກ່າວຫນຸນນ້ຳໃຈເຂົາຫລາຍຢ່າງ ແລ້ວກໍມາເຖິງປະເທດກຣີກ 3 ທ່ານໄດ້ພັກຢູ່ທີ່ນັ້ນສາມເດືອນ ເມື່ອທ່ານຈວນຈະລົງເຮືອໄປຍັງແຂວງຊີເຣັຽ ພວກຢິວໄດ້ຄຶດປອງຮ້າຍໃສ່ທ່ານ ແລ້ວທ່ານຈຶ່ງໄດ້ຕັ້ງໃຈຈະກັບຄືນໄປທາງຜ່ານແຂວງມາເກໂດເນັຽ 4 ຄົນທີ່ໄປກັບໂປໂລຄືໂຊປາໂທລູກຊາຍຂອງປີໂຣໄທເມືອງເບຣອຍອາ ອາຣິດຕາໂຂກັບຊະກຸນໂດໄທເມືອງເທຊະໂລນິກ ຄາໂຍໄທເມືອງເດຣະເບ ແລະຕີໂມທຽວ ຕີຂີໂກກັບໂທຟີໂມຊາວແຂວງອາເຊັຽ 5 ຄົນເຫລົ່ານີ້ໄດ້ລ່ວງຫນ້າໄປກ່ອນແລະຄອຍຖ້າພວກເຮົາຢູ່ເມືອງໂທອາດ 6 ເມື່ອວັນເທສການເຂົ້າຈີ່ບໍ່ມີເຊື້ອລ່ວງໄປແລ້ວ ຝ່າຍພວກເຮົາໄດ້ອອກຈາກເມືອງຟີລິບປອຍໄປທາງເຮືອສະເພົາ ໃນລະຫວ່າງຫ້າວັນກໍມາເຖິງຄົນເຫລົ່ານັ້ນທີ່ເມືອງໂທອາດແລະໄດ້ພັກຢູ່ທີ່ນັ້ນເຈັດວັນ
ໂປໂລຢ້ຽມຢາມເມືອງໂທອາດເປັນເທື່ອສຸດທ້າຍ
7 ໃນວັນຕົ້ນສັປດາພວກເຮົາໄດ້ປະຊຸມກັນທຳພິທີຫັກເຂົ້າຈີ່ ໂປໂລໄດ້ສົນທະນາປາສັຍກັບເຂົາ ເພາະວ່າວັນຫນ້ານັ້ນຫມາຍໃຈຈະລາເຂົາໄປ ທ່ານໄດ້ກ່າວຍືດຍາວໄປຈົນເຖິງທ່ຽງຄືນ 8 ໃນຫ້ອງຊັ້ນເທິງທີ່ພວກເຮົາປະຊຸມກັນນັ້ນມີໂຄມໄຟຫລາຍຫນ່ວຍ 9 ແລະມີຊາຍຫນຸ່ມຜູ້ນຶ່ງຊື່ ຢູຕີໂຂ ນັ່ງຢູ່ທີ່ປ່ອງຢ້ຽມເຫງົານອນເຕັມທີ ແລະເນື່ອງຈາກໂປໂລກ່າວດົນນານໄປຄົນນັ້ນທົນຕໍ່ຄວາມເຫງົານອນບໍ່ໄດ້ ຈຶ່ງຫລັບໄປເລີຍຕົກລົງຈາກຊັ້ນທີ່ສາມ ເມື່ອເຂົາຍົກຂຶ້ນກໍເຫັນວ່າເຂົາຕາຍເສັຽແລ້ວ 10 ຝ່າຍໂປໂລໄດ້ລົງໄປກົ້ມຕົວກອດຜູ້ນັ້ນແລ້ວເວົ້າວ່າ, “ຢ່າວຸ້ນວາຍໃຈເພາະຊີວິດຍັງຢູ່ໃນຕົວເຂົາ” 11 ຄັນໂປໂລຂຶ້ນເມືອແລະຫັກເຂົ້າຈີ່ຮັບປະທານແລ້ວ ກໍສົນທະນາກັບເຂົາຕໍ່ໄປອີກກົນນານສົມຄວນຈົນເຖິງຮຸ່ງເຊົ້າ ແລ້ວທ່ານໄດ້ຈາກເຂົາໄປ 12 ແລ້ວເຂົາໄດ້ນຳເອົາຊາຍຫນຸ່ມຜູ້ຍັງເປັນຢູ່ນັ້ນໄປ ໂດຍມີຄວາມຍິນດີບໍ່ໃຊ່ນ້ອຍ
ໂປໂລເດີນທາງຈາກເມືອງໂທອາດໄປເຖິງເມືອງມີເລໂຕ
13 ຝ່າຍພວກເຮົາໄດ້ລົງເຮືອກ່ອນຈຶ່ງເດີນທາງນ້ຳໄປເຖິງເມືອງອາໂຊ ຫມາຍໃຈວ່າຈະຮັບໂປໂລຂຶ້ນເຮືອທີ່ນັ້ນ ດ້ວຍວ່າທ່ານເອງໄດ້ຈັດໄວ້ຢ່າງນັ້ນ ເພາະທ່ານຫມາຍໃຈວ່າຈະໄປທາງບົກ 14 ຄັນທ່ານພົບພວກເຮົາທີ່ເມືອງອາໂຊແລ້ວ ພວກເຮົາກໍຮັບທ່ານຂຶ້ນເຮືອມາຍັງເມືອງມີເຕເລເນ 15 ຄັນອອກຈາກທີ່ນັ້ນວັນນຶ່ງແລ້ວ ກໍມາເຖິງບ່ອນທີ່ຢູ່ຊື່ກັບເກາະຂີໂອ ວັນທີ່ສອງກໍມາຈອດທີ່ເກາະຊາໂມ ແລະອີກວັນນຶ່ງກໍມາເຖິງເມືອງມີເລໂຕ 16 ດ້ວຍໂປໂລໄດ້ຕັ້ງໃຈວ່າຈະກາຍເມືອງເອເຟໂຊໄປເພື່ອບໍ່ໃຫ້ຄ້າງຢູ່ເຫິງໃນແຂວງອາເຊັຽ ເພາະທ່ານຟ້າວຢາກໃຫ້ເຖິງກຸງເຢຣູຊາເລັມຖ້າເປັນໄດ້, ກໍໃຫ້ທັນວັນເທສການເພັນເຕຄອສ
ໂປໂລກ່າວຄໍາປາສັຍເປັນເທື່ອສຸດທ້າຍຕໍ່ພວກເຖົ້າແກ່ທີ່ເມືອງເອເຟໂຊ
17 ໂປໂລຈຶ່ງໃຊ້ຄົນຈາເມືອງມີເລໂຕໄປຍັງເມືອງເອເຟໂຊ ເຊີນເອົາພວກເຖົ້າແກ່ໃນຄຣິສຕະຈັກນັ້ນມາ 18 ເມື່ອເຂົາມາເຖິງໂປໂລຈຶ່ງກ່າວວ່າ, “ຝ່າຍທ່ານທັງຫລາຍກໍຊາບຢູ່ແລ້ວວ່າ ຕັ້ງແຕ່ວັນທຳອິດທີ່ເຮົາຍ່າງເຂົ້າມາໃນແຂວງອາເຊັຽ ທຸກເວລາທີ່ເຮົາຢູ່ກັບພວກທ່ານເຮົາໄດ້ເຮັດແນວໃດ 19 ເຮົາໄດ້ຮັບໃຊ້ພຣະຜູ້ເປັນເຈົ້າດ້ວຍການຖ່ອມໃຈທຸກຢ່າງ ດ້ວຍນ້ຳຕາໄຫລ ແລະດ້ວຍບການຖືກທົດລອງທີ່ບັງເກີດແກ່ເຮົາ ດ້ວຍພວກຢິວຄຶດປອງຮ້າຍຕໍ່ເຮົາ 20 ສິ່ງນຶ່ງສິ່ງໃດອັນເປັນຄຸນປໂຍດແກ່ພວກທ່ານ ເຮົາບໍ່ໄດ້ທໍ້ຖອຍຈາການປະກາດແລະສັ່ງສອນພວກທ່ານ ໃນທີ່ປະຊຸມແລະຕາມບ້ານຕາມເຮືອນ 21 ທັງເຕືອນສະຕິຢ່າງຫນັກແຫນ້ນໃຫ້ພວກຢິວແລະພວກກຣີກ ເຖິງເຣື່ອງການຖິ້ມໃຈເກົ່າເອົາໃຈໃຫມ່ຈຳເພາະພຣະເຈົ້າ ແລະຄວາມເຊື່ອຈຳເພາະພຣະເຢຊູເຈົ້າຂອງພວກເຮົາ 22 ແລະເບິ່ງແມ໋, ບັດນີ້ພຣະວິນຍານຜູກພັນເຮົາ ຈຶ່ງຈຳເປັນຈະຕ້ອງຂຶ້ນເມືອກຸງເຢຣູຊາເລັມ ແລະບໍ່ຮູ້ວ່າຈະມີອັນໃດບັງເກີດແກ່ເຮົາທີ່ນັ້ນ 23 ເວັ້ນໄວ້ແຕ່ພຣະວິນຍານບໍຣິສຸດຊົງເຕືອນສະຕິເຮົາໃນທຸກໆບ້ານທຸກເມືອງວ່າ ເຄື່ອງຜູກມັດແລະຄວາມທຸກລຳບາກຄອຍຖ້າເຮົາຢູ່ 24 ແຕ່ເຮົາບໍ່ໄດ້ຖືວ່າຊີວິດອຂງເຮົາເປັນຂອງມີຄ່າແກ່ເຮົາຢ່າງໃດເພື່ອເຮົາຈະເຮັດຫນ້າທີ່ຂອງເຮົາ ແລະຈະໄດ້ປະຕິບັດງານທີ່ໄດ້ຮັບມອບຫມາຍຈາກອົງພຣະຜູ້ເປັນເຈົ້າໃຫ້ສຳເຣັດ ຄືທີ່ຈະເປັນພຍານຢ່າງຄົບຖ້ວນເຖິງເຣື່ອງຂ່າວປະເສີດກ່ຽວກັບພຣະຄຸນຂອງພຣະເຈົ້ານັ້ນ 25 ແລະເບິ່ງແມ໋, ເຮົາຜູ້ທີ່ທຽວໄປປະກາດເຣື່ອງຣາຊອານາຈັກຂອງພຣະເຈົ້າໃນຖ້າມກາງທ່ານທັງຫລາຍນັ້ນ ບັດນີ້ເຮົາຊາບຢູ່ວ່າຝ່າຍພວກທ່ານຈະບໍ່ເຫັນຫນ້າເຮົາອີກຕໍ່ໄປ 26 ເຫດສັນນັ້ນວັນນີ້ເຮົາຢືນຢັນຕໍ່ທ່ານທັງຫລາຍ ເຮົາບໍ່ມີໂທດໃນຊາຕາກັມຂອງທ່ານທຸກຄົນ 27 ດ້ວຍວ່າເຮົາບໍ່ໄດ້ທໍ້ຖອຍຈາກການປະກາດພຣະປະສົງຂອງພຣະເຈົ້າ ໃຫ້ພວກທ່ານຮູ້ 28 ທ່ານທັງຫລາຍຈົ່ງລະວັງຕົວເອງໃຫ້ດີ ແລະລະວັງຮັກສາຝູງແກະທີ່ພຣະວິນຍານບໍຣິສຸດໄດ້ຊົງຕັ້ງພວກທ່ານໄວ້ໃຫ້ເປັນຜູ້ດູແລ ເພື່ອບຳຣຸງລ້ຽງຄຣິສຕະຈັກຂອງພຣະເຈົ້າທີ່ພຣະອົງຊົງໄຖ່ມາດ້ວຍພຣະໂລຫິດຂອງພຣະອົງເອງ 29 ເຮົາຮູ້ຢູ່ວ່າເມື່ອເຮົາຈາກໄປແລ້ວ ຈະມີຫມາໄນຕົວຮ້າຍເຂົ້າມາໃນຖ້າມກາງພວກທ່ານ ມັນຈະບໍ່ເວັ້ນຊີວິດຂອງຝູງແກະ 30 ຈະມີຊາຍລາງຄົນເກີດມາຈາກພວກທ່ານເອງກ່າວປີ້ນຄວາມຈິງ ເພື່ອຊັກຊວນພວກສິດໃຫ້ຫລົງຕາມເຂົາໄປ 31 ເຫດສັນນັ້ນຈົ່ງເຝົ້າລະວັງແລະຈື່ຈຳໄວ້ວ່າ ໃນລະຫວ່າງສາມປີທັງກາງເວັນແລະກາງຄືນ ເຮົາບໍ່ໄດ້ຢຸດຢ່ອນໃນການເຕືອນສະຕິທ່ານທຸກຄົນດ້ວນນ້ຳຕາໄຫລ 32 ເຫດສັນນັ້ນ, ບັດນີ້ເຮົາຝາກທ່ານທັງຫລາຍໄວ້ກັບພຣະເຈົ້າ ແລະກັບພຣະທັມອັນປະກອບດ້ວຍພຣະຄຸນຂອງພຣະອົງ ຊຶ່ງມີຣິດອາດສາມາດສ້າງພວກທ່ານຂຶ້ນໄດ້ ແລະໃຫ້ພວກທ່ານໄດ້ຮັບມໍຣະດົກດ້ວຍກັນກັບບັນດາຜູ້ຖືກຊົງຊຳຮະໃຫ້ບໍຣິສຸດ 33 ເຮົາບໍ່ໄດ້ໂລບເອົາເງິນ ເອົາຄຳ ຫລືເສື້ອຜ້າຂອງຜູ້ໃດ 34 ຝ່າຍທ່ານທັງຫລາຍກໍຊາບຢູ່ແລ້ວວ່າ ມືທັງສອງຂອງເຮົານີ້ແຫລະ, ໄດ້ຮັບໃຊ້ຈັດຫາສິ່ງທີ່ເຮົາຕ້ອງການກັບພວກທີ່ຢູ່ນຳເຮົານັ້ນ 35 ໃນການທຸກສິ່ງທຸກຢ່າງເຮົາໄດ້ສະແດງໃຫ້ພວກທ່ານເຫັນວ່າຄວນຈະຊ່ອຍຄົນທີ່ມີແຮງນ້ອຍ ດ້ວຍເຮັດການຫນັກຫນ່ວງດັ່ງນີ້ ໂດຍລະນຶກເຖິງພຣະທັມຂອງພຣະເຢຊູເຈົ້າ ທີ່ຊົງກ່າວແລ້ວວ່າ “ການໃຫ້ເປັນເຫດໃຫ້ມີຄວາມສຸກຫລາຍກວ່າການຮັບ” 36 ເມື່ອໂປໂລກ່າວດັ່ງນັ້ນແລ້ວທ່ານກໍຄຸເຂົ່າລົງໄຫວ້ວອນກັບຄົນເຫລົ່ານັ້ນ 37 ເຂົາທຸກຄົນຈຶ່ງຮ້ອງໄຫ້ຫລາຍ ແລະພາກັນກອດຄໍທ່ານຈູບຊົມຢ່າງຮັກແພງ 38 ເຂົາມີຄວາມທຸກໃຈຫລາຍຍ້ອນຄຳນີ້ຫລາຍກວ່າຂໍ້ອື່ນໆ ຄືຄຳທີ່ທ່ານກ່າວວ່າເຂົາຈະບໍ່ເຫັນຫນ້າທ່ານອີກ ແລ້ວເຂົາໄດ້ພາກັນໄປສົ່ງທ່ານເຖິງເຮືອ
ໂປໂລເດີນທາງເມືອກຸງເຢຣູຊາເລັມ
1 ເມື່ອເຮົາໄດ້ລາພັດພາກຈາກເຂົາໄປແລ້ວ ກໍໄດ້ລົງເຮືອສະເພົາໄປເຖິງເກາະໂກດຕາມທາງກົງ ອີກວັນນຶ່ງກຳມາເຖິງເກາະໂຣໂດ ເມື່ອອອກຈາກທີ່ນັ້ນກໍມາເຖິງເມືອງປາຕາຣາ 2 ເມື່ອໄດ້ພົບເຮືອລຳນຶ່ງທີ່ຈະຂ້າມໄປແຂວງຟອຍນິເກ ພວກເຮົາຈຶ່ງລົງເຮືອລຳນັ້ນຕໍ່ໄປ 3 ເມື່ອຫລຽວເຫັນເກາະໄຊປຣັສແລ້ວ ພວກເຮົາເວັ້ນເກາະນັ້ນຂ້າງຊ້າຍ ແລ້ວໄປເຖິງແຂວງຊີເຣັຽ ແລະຈອດເຮືອທີ່ທ່າເມືອງຕີເຣເພາະຈະເອົາຂອງບັນທຸກຂຶ້ນທີ່ນັ້ນ 4 ເມື່ອໄດ້ພົບພວກສິດແລ້ວ ພວກເຮົາໄດ້ພັກຢູ່ທີ່ນັ້ນເຈັດວັນ ສິດເຫລົ່ານັ້ນໄດ້ບອກໂປໂລໂດຍພຣະວິນຍານບໍ່ໃຫ້ທ່ານຂຶ້ນເມືອຍັງກຸງເຢຣູຊາເລັມ 5 ແຕ່ເມື່ອຄົບເຈັດວັນແລ້ວ ພວກເຮົາໄດ້ອອກເດີນທາງຕໍ່ໄປ ພວກສິດທັງຫມົດພ້ອມທັງເມັຽແລະລູກໄດ້ໄປສົ່ງພວກເຮົານອກເມືອງ ແລ້ວເຮົາທັງຫລາຍໄດ້ພາກັນຄຸເຂົ່າລົງໄຫວ້ວອນທີ່ຫາດຊາຍ 6 ແລະຄຳນັບລາຊຶ່ງກັນແລະກັນ ພວກເຮົາກໍລົງເຮືອ ສ່ວນເຂົາກໍພາກັນກັບບ້ານ 7 ເມື່ອສຸດການເດີນທາງຈາກເມືອງຕີເຣ ກໍມາເຖິງເມືອງປະໂຕເລມາຍ ພວກເຮົາໄດ້ຄຳນັບພວກພີ່ນ້ອງແລະພັກຢູ່ກັບເຂົາວັນນຶ່ງ 8 ຕົກມື້ຫນ້າມາພວກເຮົາໄດ້ອອກໄປຈຶ່ງມາເຖິງເມືອງກາຍຊາເຣັຽ ແລະເຂົ້າໄປໃນເຮືອນຂອງຟີລິບຜູ້ປະກາດຂ່າວປະເສີດ ຊຶ່ງເປັນຜູ້ນຶ່ງໃນຈຳພວກເຈັດຄົນນັ້ນ ພວກເຮົາກໍພັກຢູ່ກັບທ່ານ 9 ອັນນຶ່ງ, ທ່ານຜູ້ນີ້ມີລູກສາວສີ່ຄົນ ຊຶ່ງເປັນຜູ້ປະກາດພຣະທັມແລະຍັງເປັນສາວປອດຢູ່ 10 ເມື່ອພວກເຮົາໄດ້ພັກຢູ່ຫັ້ນຫລາຍວັນແລ້ວ ມີຫມໍທຳນວາຍຜູ້ນຶ່ງລົງມາຈາກແຂວງຢູດາຍຊື່ ອາຄະໂບ 11 ເມື່ອມາເຖິງພວກເຮົາແລ້ວ ອາຄະໂບໄດ້ເອົາສາຍຮັດແອວຂອງໂປໂລມັດຕີນມັດມືຂອງຕົນ ແລ້ວກ່າວວ່າ, “ພຣະວິນຍານບໍຣິສຸດຊົງກ່າວດັ່ງນີ້ວ່າ “ຢ່າງດຽວກັນນີ້ແຫລະ, ພວກຢິວທີ່ກຸງເຢຣູຊາເລັມຈະມັດຜູ້ເປັນເຈົ້າຂອງສາຍຮັດແອວນີ້ໄວ້ ແລ້ວຈະມອບທ່ານໄວ້ໃນມືຂອງຄົນຕ່າງຊາດ” 12 ເມື່ອໄດ້ຍິນດັ່ງນີ້ແລ້ວ ຝ່າຍພວກເຮົາກັບຄົນທັງຫລາຍທີ່ຢູ່ຫັ້ນ ໄດ້ອ້ອນວອນໂປໂລບໍ່ໃຫ້ຂຶ້ນເມືອຍັງກຸງເຢຣູຊາເລັມ 13 ຝ່າຍໂປໂລຕອບວ່າ, “ເຫດສັນໃດທ່ານທັງຫລາຍຈຶ່ງຮ້ອງໄຫ້ແລະເຮັດໃຫ້ເຮົາຊ້ຳໃຈ ດ້ວຍເຮົາເຕັມໃຈພ້ອມແລ້ວບໍ່ໃຊ່ທີ່ຈະໃຫ້ເຂົາຜູກມັດເຮົາໄວ້ເທົ່ານັ້ນ ແຕ່ເຮົາພ້ອມແລ້ວທີ່ຈະຕາຍຢູ່ກຸງເຢຣູຊາເລັມ ເພາະເຫັນແກ່ພຣະນາມຂອງພຣະເຢຊູເຈົ້າ” 14 ເມື່ອທ່ານບໍ່ຍອມຟັງຕາມຄຳຊັກຊວນພວກເຮົາກໍບໍ່ຊັກຊວນອີກ ມີແຕ່ກ່າວວ່າ, “ຂໍໃຫ້ເປັນໄປຕາມພຣະທັຍຂອງອົງພຣະຜູ້ເປັນເຈົ້າເທີນ” 15 ຫລັງຈາກນັ້ນພວກເຮົາໄດ້ຈັດແຈງເອົາສິ່ງຂອງ ແລ້ວຂຶ້ນເມືອຍັງກຸງເຢຣູຊາເລັມ 16 ມີລູກສິດລາງຄົນທີ່ມາຈາກເມືອງກາຍຊາເຣັຽໄດ້ໄປນຳພວກເຮົາ ເຂົາໄດ້ພາພວກເຮົາໄປຫາຜູ້ນຶ່ງຊື່ ມະນາໂນໄທເກາະກຸບໂຣເປັນລູກສິດເກົ່າແກ່ ຊຶ່ງເຮົາຈະພັກອາໄສຢູ່ກັບຜູ້ນັ້ນ
ໂປໂລຢ້ຽມຢາມຢາໂກໂບ
17 ເມື່ອພວກເຮົາມາເຖິງກຸງເຢຣູຊາເລັມແລ້ວ ພວກພີ່ນ້ອງກໍຕ້ອນຮັບດ້ວຍຄວາມຍິນດີ 18 ຕົກມື້ຫນ້າມາໂປໂລກັບເຮົາທັງຫລາຍໄດ້ເຂົ້າໄປຫາຢາໂກໂບ ແລະພວກເຖົ້າແກ່ທັງປວງກໍຢູ່ພ້ອມກັນທີ່ນັ້ນ 19 ເມື່ອໂປໂລໄດ້ຄຳນັບທ່ານເຫລົ່ານັ້ນແລ້ວ ຈຶ່ງໄດ້ກ່າວເຖິງເຫດການທັງປວງຕາມລຳດັບ ຊຶ່ງພຣະເຈົ້າຊົງໂຜດກະທຳໃນຫມູ່ຄົນຕ່າງຊາດໂດຍການປະຕິບັດຂອງຕົນ 20 ເມື່ອໄດ້ຍິນດັ່ງນັ້ນແລ້ວເຂົາໄດ້ສັຣເສີນພຣະເຈົ້າແລະເວົ້າຕໍ່ໂປໂລວ່າ, “ອ້າຍເອີຍ, ເຈົ້າເຫັນວ່າມີພວກຢິວເປັນຈຳນວນຫລາຍຫມື່ນໄດ້ວາງໃຈເຊື່ອ ເຂົາທັງປວງມີຮ້ອນຮົນຝ່າຍການຖືພຣະບັນຍັດ 21 ເຂົາໄດ້ຍິນຂ່າວເຖິງເຈົ້າວ່າ ເຈົ້າເຄີຍສັ່ງສອນພວກຢິວທັງປວງທີ່ຢູ່ໃນຫມູ່ຊົນຕ່າງຊາດ ໃຫ້ຖິ້ມໂມເຊເສັຽແລ້ວກ່າວວ່າບໍ່ໃຫ້ລູກຂອງເຂົາຮັບພິທີຕັດ ຫລືທຽວໄປຕາມຮີດຄອງເກົ່າ 22 ເຣື່ອງນີ້ຈະເປັນຢ່າງໃດ ຄົນທັງປວງຊາບວ່າເຈົ້າໄດ້ມາແລ້ວ 23 ເຫດສັນນັ້ນຈົ່ງເຮັດຢ່າງນີ້ ຕາມທີ່ເຮົາຈະບອກເຈົ້າ ຄືວ່າເຮົາມີຊາຍສີ່ຄົນທີ່ໄປບະບົນຕົວໄວ້ 24 ເຈົ້າຈົ່ງພາຄົນເຫລົ່ານີ້ໄປຊຳຮະຕົວດ້ວຍກັນກັບເຂົາ ແລະເສັຽເງິນແທນເຂົາ ເພື່ອເຂົາຈະແຖຫົວ ແລ້ວຄົນທັງຫລາຍຈຶ່ງຈະຮູ້ວ່າຄວາມທີ່ເຂົາໄດ້ຍິນເຖິງເຈົ້ານັ້ນບໍ່ເປັນຄວາມຈິງຈັກຂໍ້ ແຕ່ເຈົ້າເອງເປັນຜູ້ຍຶດຖືແລະປະຕິບັດຕາມພຣະບັນຍັດຢູ່ 25 ແຕ່ສ່ວນຄົນຕ່າງຊາດທີ່ເຊື່ອແລ້ວນັ້ນ ຝ່າຍພວກເຮົາໄດ້ແຈ້ງຄວາມໃຫ້ເຂົາຊາບວ່າ ເຮົາໄດ້ລົງຄວາມເຫັນໃຫ້ເຂົາເວັ້ນເສັຽຈາກການກິນຂອງຖວາຍແກ່ພຣະທຽມ ຈາກການກິນເລືອດ ຈາກການກິນສັດຕາຍຮັດຄໍ ແລະຈາກການຜິດຊາຍຍິງ” 26 ໂປໂລຈຶ່ງພາສີ່ຄົນໄປ ແລະໃນວັນຫນ້ານັ້ນໄດ້ຊຳຮະຕົວດ້ວຍກັນກັບເຂົາ ແລ້ວຈຶ່ງເຂົ້າໄປໃນບໍຣິເວນພຣະວິຫານ ປະກາດວັນທີ່ການຊຳຮະນັ້ນສຳເຣັດ ຄືວັນທີ່ຈະນຳເຄື່ອງບູຊາມາຖວາຍເພື່ອຄົນເຫລົ່ານັ້ນທຸກຄົນ
ໂປໂລຖືກຈັບໃນບໍຣິເວນພຣະວິຫານ
27 ຄັນເກືອບຈະສິ້ນສຸດເຈັດວັນນັ້ນແລ້ວ ພວກຢິວທີ່ມາຈາກແຂວງອາເຊັຽ ເມື່ອເຫັນໂປໂລໃນບໍຣິເວນພຣະວິຫານ ຈຶ່ງຍົວະຍົງປະຊາຊົນແລ້ວລົງມືຈັບໂປໂລ 28 ໂດຍຮ້ອງຂຶ້ນວ່າ, “ຊາວອິສຣາເອນເອີຍ, ຈົ່ງມາຊ່ອຍກັນ ຄົນນີ້ແຫລະ, ເປັນຜູ້ທີ່ສັ່ງສອນຄົນທັງປວງທຸກທີ່ທຸກບ່ອນໃຫ້ເປັນສັດຕຣູຕໍ່ຊົນຊາດຂອງເຮົາ ຕໍ່ພຣະບັນຍັດ ແລະຕໍ່ສະຖານທີ່ນີ້ແລະຫລາຍກວ່ານັ້ນອີກ ເຖິງແມ່ນເປັນຄົນກຣີກກໍຕາມ ມັນກໍຍັງພາກເຂົາເຂົ້າມາໃນບໍຣິເວນພຣະວິຫານ ຈຶ່ງເຮັດໃຫ້ສະຖານທີ່ອັນສັກສິດນີ້ຊົ່ວມົວຫມອງໄປ” 29 ເພາະແຕ່ກ່ອນຄົນເຫລົ່ານັ້ນໄດ້ເຫັນໂທຟີໂມໄທເອເຟໂຊ ຢູ່ກັບໂປໂລໃນເມືອງ ເຂົາຈຶ່ງນຶກວ່າໂປໂລໄດ້ພາກຄົນນັ້ນເຂົ້າໄປໃນບໍຣິເວນພຣະວິຫານ 30 ແລ້ວຄົນທັງເມືອງກໍຮືກັນຂຶ້ນ ພົລເມືອງກໍແລ່ນເຂົ້າໄປຮ່ວມກັນ ແລະຈັບໂປໂລລາກອອກຈາກບໍຣິເວນພຣະວິຫານ ແລະກໍອັດປະຕູເສັຽທັນທີ 31 ຂນະທີ່ເຂົາພຍາຍາມຈະຂ້າໂປໂລຢູ່ ຂ່າວນັ້ນໄດ້ລືໄປຍັງຜູ້ຍັງຄັບກອງພັນ ວ່າກຸງເຢຣູຊາເລັມທັງຫມົດເກີດການວຸ້ນວາຍຂຶ້ນ 32 ໃນທັນໃດນັ້ນນາຍພັນຈຶ່ງນຳເອົາພົນທະຫານກັບນາຍຮ້ອຍແລ່ນລົງໄປຍັງຝູງຄົນ ສ່ວນຄົນເຫລົ່ານັ້ນເມື່ອໄດ້ເຫັນນາຍພັນແລະພວກທະຫານມາຈຶ່ງຢຸດຕີໂປໂລ 33 ນາຍພັນຈຶ່ງເຂົ້າໄປໃກ້ແລະຈັບໂປໂລ ໂດຍສັ່ງເອົາໂສ້ສອງເສັ້ນມາຜູກມັດທ່ານໄວ້ ແລ້ວຖາມວ່າ, “ທ່ານແມ່ນໃຜ ແລະໄດ້ເຣັດຫຍັງແດ່” 34 ໃນຫມູ່ຄົນເຫລົ່ານັ້ນຕ່າງຄົນຕ່າງຮ້ອງຂຶ້ນ ເມື່ອນາຍພັນເອົາຄວາມແນ່ນອນອັນໃດບໍ່ໄດ້ເພາະວຸ້ນວາຍຫລາຍຈຶ່ງສັ່ງໃຫ້ພາໂປໂລເຂົ້າໄປໃນຄ້າຍທະຫານ 35 ຄັນມາເຖິງຂັ້ນໄດແລ້ວພວກທະຫານໄດ້ຍົກໂປໂລຂຶ້ນ ເພາະປະຊາຊົນສະແດງຄວາມຮຸນແຮງ 36 ເພາະຝູງຄົນເຫລົ່ານັ້ນຕາມໄປຮ້ອງວ່າ, “ຈົ່ງເອົາມັນໄປຂ້າເສັຽ” 37 ເມື່ອພວກທະຫານຈວນຈະນຳໂປໂລເຂົາໄປໃນຄ້າຍ ໂປໂລຈຶ່ງກ່າວແກ່ນາຍພັນວ່າ, “ຂ້າພະເຈົ້າຂໍເວົ້າກັບທ່ານຈັກນ້ອຍໄດ້ບໍ” ນາຍພັນຈຶ່ງຕອບວ່າ, “ເຈົ້າຮູ້ຈັກພາສາກຣີກບໍ? 38 ເຈົ້າເປັນຄົນເອຢິບທີ່ກໍ່ການກະບົດໃນຄາວກ່ອນນັ້ນ ແລະໄດ້ນຳພາພວກກໍ່ການຮ້າຍສີ່ພັນຄົນເຂົ້າໄປໃນປ່າບໍ່ແມ່ນຫລື” 39 ແຕ່ໂປໂລຕອບວ່າ, “ຂ້າພະເຈົ້ານີ້ເປັນຄົນຢິວ ໄທເມືອງຕາໂຊແຂວງກີລີເນັຽ ບໍ່ໃຊ່ເປັນພົລເມືອງຂອງເມືອງບໍ່ສຳຄັນ ຂໍທ່ານໄດ້ອະນຸຍາດໃຫ້ຂ້າພະເຈົ້າເວົ້ານຳປະຊາຊົນແດ່ທ້ອນ” 40 ຄັນນາຍພັນອະນຸຍາດແລ້ວໂປໂລກໍຢືນຂຶ້ນທີ່ຂັ້ນໄດ ກວັກມືໃສ່ຄົນທັງປວງ ເມື່ອເຂົາມິດງຽບລົງແລ້ວທ່ານຈຶ່ງກ່າວຄຳປາສັຍເປັນພາສາເຮັບເຣີວ່າ,
1 “ພີ່ນ້ອງແລະທ່ານຜູ້ອາວຸໂສທັງຫລາຍເອີຍ, ຂໍຟັງຄຳໃຫ້ການທີ່ຂ້າພະເຈົ້າຈະແກ້ຕົວຕໍ່ຫນ້າທ່ານທັງຫລາຍໃນບັດນີ້” 2 ເມື່ອເຂົາໄດ້ຍິນທ່ານກ່າວເປັນພາສາເຮັບເຣີ ເຂົາກໍມິດງຽບລົງກວ່າເກົ່າ ໂປໂລຈຶ່ງກ່າວວ່າ, 3 “ຂ້າພະເຈົ້ານີ້ເປັນຄົນຢິວ ເກີດໃນເມືອງຕາໂຊແຂວງກີລີເກັຽ ໄດ້ໃຫຍ່ຂຶ້ນໃນເມືອງນີ້ ແລະໄດ້ສຶກສາຮ່ຳຮຽນນຳອາຈາກຄາມາລີເອນ ຕາມພຣະບັນຍັດແຫ່ງບັນພະບຸຣຸດຂອງພວກເຮົາຢ່າງເຄັ່ງຄັດ ດ້ວຍມີໃຈຮ້ອນຮົນໃນການປະຕິບັດພຣະເຈົ້າເຫມືອນຢ່າງທ່ານທັງຫລາຍທຸກວັນນີ້ 4 ຂ້າພະເຈົ້າໄດ້ຂົ່ມເຫັງຄົນທັງຫລາຍທີ່ຖືໃນທາງນີ້ໃຫ້ເຂົາເຖິງຄວາມຕາຍ ແລະໄດ້ຜູກມັດເອົາຊາຍແລະຍິງຂັງໄວ້ໃນຄຸກ 5 ເຣື່ອງນີ້ມະຫາປະໂຣຫິດກັບພວກເຖົ້າແກ່ສະມາຊິກສະພາ ຄົງເປັນພຍານຝ່າຍຂ້າພະເຈົ້າແລ້ວ ເພາະຂ້າພະເຈົ້າໄດ້ຖືຫນັງສືຈາກທ່ານເຫລົ່ານັ້ນເອງໄປຍັງພວກພີ່ນ້ອງ ແລະຂ້າພະເຈົ້າຈຶ່ງເດີນທາງໄປຍັງເມືອງດາມັສກັສ ເພື່ອມັດຄົນທີ່ຢູ່ຫັ້ນນຳມາຍັງກຸງເຢຣູຊາເລັມໃຫ້ລົງໂທດເຂົາເສັຽ
ໂປໂລເລົ່າເຣື່ອງການກັບໃຈຂອງຕົນ
6 “ເມື່ອຂ້າພະເຈົ້າກຳລັງເດີນທາງໄປໃກ້ຈະເຖິງເມືອງດາມັສກັສປະມານເວລາທ່ຽງ ໃນທັນໃດນັ້ນມີແສງສວ່າງກ້າສອ່ງມາບລົງມາຈາກຟ້າລ້ອມຂ້າພະເຈົ້າໄວ້ 7 ຂ້າພະເຈົ້າໄດ້ລົ້ມລົງເຖິງດິນ ແລະໄດ້ຍິນພຣະສຸຣະສຽງຖາມຂ້າພະເຈົ້າວ່າ “ໂຊໂລ ໂຊໂລເອີຍ, ເຈົ້າຂົ່ມເຫັງເຮົາເຮັດຫຍັງ” 8 ຝ່າຍຂ້າພະເຈົ້າກໍທູນຕອບວ່າ, “ທ່ານແມ່ນຜູ້ໃດ” ແລ້ວພຣະອົງຊົງກ່າວກັບຂ້າພະເຈົ້າວ່າ “ເຮົານີ້ຄືເຢຊູໄທນາຊາເຣັດທີ່ເຈົ້າຂົ່ມເຫັງນັ້ນ” 9 ສ່ວນຄົນທັງຫລາຍທີ່ຢູ່ກັບຂ້າພະເຈົ້າໄດ້ເຫັນແສງສວ່າງນັ້ນ ແຕ່ພຣະສຸຣະສຽງທີ່ຊົງກ່າວກັບຂ້າພະເຈົ້າເຂົາບໍ່ໄດ້ຍິນຄັກ 10 ຂ້າພະເຈົ້າຈຶ່ງທູນຖາມວ່າ “ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂ້າພຣະອົງຈະຕ້ອງເຮັດແນວໃດ” ພຣະອົງຊົງບອກຂ້າພະເຈົ້າວ່າ “ຈົ່ງລຸກຂຶ້ນເຂົ້າໄປໃນເມືອງດາມັສກັສ ທີ່ນັ້ນເຂົາຈະບອກເຈົ້າໃຫ້ຮູ້ເຖິງເຣື່ອງການທຸກສິ່ງທີ່ໄດ້ກໍານົດໄວ້ໃຫ້ເຈົ້າເຮັດນັ້ນ” 11 ເມື່ອຂ້າພະເຈົ້າເຫັນສິ່ງໃດບໍ່ໄດ້ ເນື່ອງຈາກແສງສວ່າງອັນກ້ານັ້ນ ຄົນທີ່ມາກັບຂ້າພະເຈົ້າໄດ້ຈູງມືຂ້າພະເຈົ້າພາເຂົ້າໄປໃນເມືອງດາມັສກັສ 12 “ມີຊາຍຜູ້ນຶ່ງຊື່ອານາເນັຽ ເປັນຄົນຢຳເກງພຣະເຈົ້າຕາມພຣະບັນຍັດ ແລະມີຊື່ສຽງດີໃນຖ້າມກາງພວກຢິວທີ່ອາໄສຢູ່ໃນທີ່ນັ້ນ 13 ທ່ານໄດ້ມາຫາແລະຢືນຢູ່ໃກ້ຂ້າພະເຈົ້າກ່າວວ່າ “ໂຊໂລ ນ້ອງຂອງເຮົາເອີຍ, ຈົ່ງເຫັນຮຸ່ງອີກເສັຽ” ໃນທັນໃດນັ້ນຂ້າພະເຈົ້າໄດ້ເງີຍຫນ້າຂຶ້ນ ຈຶ່ງໄດ້ເຫັນທ່ານ 14 ແລ້ວທ່ານໄດ້ກ່າວວ່າ “ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຮົາໄດ້ຊົງເລືອກເຈົ້າໄວ້ ໃຫ້ຣູ້ຈັກນ້ຳພຣະທັຍພຣະອົງ ໃຫ້ເຫັນພຣະອົງຜູ້ຊອບທັມນັນ ແລະໃຫ້ໄດ້ຍິນພຣະສຸຣະສຽງຈາກພຣະໂອດຂອງພຣະອົງ 15 ດ້ວຍວ່າເຈົ້າຈະເປັນພຍານຝ່າຍພຣະອົງ ໃຫ້ຄົນທັງຫລາຍຮູ້ເຖິງເຣື່ອງເຫດການຊຶ່ງເຈົ້າໄດ້ເຫັນແລະໄດ້ຍິນນັ້ນ 16 ບັດນີ້ເຈົ້າຍັງລໍຊ້າຢູ່ເຮັດຫຍັງ ຈົ່ງລຸກຂຶ້ນຮັບບັບຕິສະມາ ແລະຊຳຮະລ້າງຄວາມຜິດບາບຂອງເຈົ້າເສັຽດ້ວຍຮ້ອງອອກພຣະນາມຂອງພຣະອົງ”
ພຣະເຈົ້າຊົງເອີ້ນໂປໂລໃຫ້ໄປຫາຄົນຕ່າງຊາດ
17 “ເມື່ອຂ້າພະເຈົ້າກັບມາຍັງກຸງເຢຣູຊາເລັມ ແລະກຳລັງໄຫວ້ວອນຢູ່ໃນບໍຣິເວນພຣະວິຫານ ກໍລືມຄີງໄປ 18 ຂ້າພະເຈົ້າໄດ້ເຫັນພຣະອົງຜູ້ຊົງກ່າວກັບຂ້າພະເຈົ້າວ່າ “ຈົ່ງຮີບອອກໄປຈາກກຸງເຢຣູຊາເລັມໄວໆດ້ວຍວ່າເຂົາບໍ່ຮັບຄຳຂອງເຈົ້າຊຶ່ງອ້າງພຍານເຖິງເຮົາ” 19 ຂ້າພະເຈົ້າໄດ້ທູນວ່າ “ຂ້າແຕ່ພຣະຜູ້ເປັນເຈົ້າ, ຄົນເຫລົ່ານັ້ນໄດ້ຊາບຢູ່ວ່າ ຂ້າພຣະອົງນີ້ເປັນຜູ້ທີ່ຈັບຄົນທັງຫລາຍທີ່ເຊື່ອໃນພຣະອົງໃສ່ຄຸກ ແລະຂ້ຽນຕີຕາມໂຮງທັມທົ່ວໄປ 20 ແລະເມື່ອເຂົາໄດ້ເຮັດໃຫ້ເລືອດຂອງຊະເຕຟາໂນຜູ້ເປັນພຍານຝ່າຍພຣະອົງໄຫລອອກນັ້ນ ຂ້າພຣະອົງນີ້ເອງກໍຢືນຢູ່ໃກ້ແລະເຫັນດີໃນການນັ້ນ ຂ້າພຣະອົງເປັນຜູ້ເຝົ້າເສື້ອຜ້າຂອງຄົນທີ່ຂ້າຊະເຕຟາໂນນັ້ນ” 21 ແລ້ວພຣະອົງໄດ້ຊົງກ່າວກັບຂ້າພະເຈົ້າວ່າ “ຈົ່ງໄປເສັຽ ເພາະຝ່າຍເຮົາຈະໃຊ້ໃຫ້ເຈົ້າໄປໄກໆໄປຫາຄົນຕ່າງຊາດ”
ນາຍພັນຄຸມຕົວໂປໂລໄວ້
22 ຄົນທັງຫລາຍໄດ້ຟັງໂປໂລກ່າວຈົນເຖິງຄຳນີ້ ແລ້ວກໍຮ້ອງສຽງດັງຂຶ້ນວ່າ, “ຄົນຢ່າງນີ້ຢູ່ຫນັກແຜ່ນດິນ ເອົາມັນໄປເສັຽ ບໍ່ຄວນຈະໃຫ້ມັນມີຊີວິດຢູ່” 23 ເມື່ອເຂົາກຳລັງໂຫ່ຮ້ອງທັງແກ້ເສື້ອໂຍນໄປມາ ແລະກຳຂີ້ຝຸ່ນຊັດຂຶ້ນໃນອາກາດ 24 ນາຍພັນຈຶ່ງສັ່ງໃຫ້ພາໂປໂລເຂົ້າໄປໃນຄ້າຍທະຫານ ແລະສັ່ງໃຫ້ໄຕ່ສວນດ້ວນການຂ້ຽນ ເພື່ອຈະໄດ້ຮູ້ວ່າເປັນຫຍັງເຂົາຈຶ່ງຮ້ອງຂຶ້ນໃສ່ໂປໂລຢ່າງນີ້ 25 ເມື່ອເຂົາເອົາເຊືອກຫນັງມັດຄຶງໂປໂລໄວ້ ທ່ານຈຶ່ງຖາມນາຍຮ້ອຍທີ່ຢືນຢູ່ຫັ້ນວ່າ, “ການທີ່ຈະຂ້ຽນຄົນສັນຊາດໂຣມກ່ອນພິພາກສາລົງໂທດນັ້ນ ຖືກຕ້ອງຕາມກົດຫມາຍຫລື” 26 ເມື່ອນາຍຮ້ອຍໄດ້ຍິນແລ້ວຈຶ່ງໄປແຈ້ງຄວາມໃຫ້ນາຍພັນວ່າ, “ທ່ານກຳລັງຈະເຮັດອັນໃດ ເພາະຜູ້ນັ້ນເປັນຄົນສັນຊາດໂຣມ” 27 ຝ່າຍນາຍພັນຈຶ່ງໄປຫາໂປໂລຖາມວ່າ, “ເຈົ້າເປັນຄົນສັນຊາດໂຣມຫລື ຈົ່ງບອກເຮົາແມ໋” ສ່ວນໂປໂລກໍຕອບວ່າ, “ແມ່ນແລ້ວ” 28 ນາຍພັນເລີຍເວົ້າວ່າ, “ຝ່າຍເຮົາ, ກ່ອນຈະໄດ້ເປັນສັນຊາດໂຣມນັ້ນ ເຮົາຕ້ອງເສັຽເງິນຫລາຍ” ໂປໂລຈຶ່ງຕອບວ່າ, “ແຕ່ຝ່າຍເຮົານີ້ກໍເປັນຄົນສັນຊາດໂຣມໂດຍກຳເນີດ” 29 ເຫດສັນນັ້ນພວກຄົນທີ່ກຳລັງຈະໄຕ່ສວນໂປໂລຈຶ່ງຖອຍອອກໄປຈາກທ່ານທັນທີ ແລະນາຍພັນ, ເມື່ອຮູ້ວ່າໂປໂລເປັນຄົນສັນຊາດໂຣມ ກໍຢ້ານແລະຕົກໃຈເຫມືອນກັນ ເພາະຕົນໄດ້ມັດທ່ານໄວ້
ໂປໂລຢູ່ຕໍ່ຫນ້າສານສູງສຸດ
30 ຕົກມື້ຫນ້າມານາຍພັນຢາກຮູ້ວ່າພວກຢິວໄດ້ກ່າວຫາໂປໂລດ້ວຍເຫດໃດ ຈຶ່ງໄດ້ແກ້ໂສ້ອອກຈາກໂປໂລເສັຽ ແລະສັ່ງໃຫ້ພວກປະໂຣຫິດຕົນໃຫຍ່ ກັບບັນດາສະມາຊິກສານສູງສຸດມາປະຊຸມກັນ ແລ້ວພາໂປໂລລົງໄປໃຫ້ຢືນຢູ່ໃນທີ່ປະຊຸມ
1 ຝ່າຍໂປໂລຈຶ່ງຫລຽວເບິ່ງພວກຂາປະຊຸມແລ້ວກ່າວວ່າ, “ພີ່ນ້ອງທັງຫລາຍເອີຍ, ເຮົານີ້ໄດ້ດຳເນີນຊີວິດຕໍ່ພຣະພັກພຣະເຈົ້າ ລ້ວນແຕ່ຕາມທີ່ໃຈສຳນຶກຜິດແລະຊອບວ່າດີຈົນເຖິງທຸກວັນນີ້ 2 ອານາເນັຽຜູ້ເປັນມະຫາປະໂຣຫິດ ຈຶ່ງສັ່ງພວກທີ່ຢືນຢູ່ໃກ້ນັ້ນໃຫ້ຕົກປາກໂປໂລ 3 ໂປໂລຈຶ່ງກ່າວແກ່ທ່ານວ່າ, “ພຣະເຈົ້າຈະຊົງຕົບເຈົ້າ ຜູ້ເປັນຝາທີ່ທາດ້ວຍປູນຂາວ ເຈົ້ານັ່ງພິພາກສາເຮົາຕາມພຣະບັນຍັດ ແລະຍັງສັ່ງໃຫ້ເຂົາຕົບເຮົາ ຊຶ່ງເປັນການລ່ວງພຣະບັນຍັດຫລື” 4 ຄົນທັງຫລາຍທີ່ຢືນຢູ່ຫັ້ນຈຶ່ງຖາມໂປໂລວ່າ, “ເຈົ້າກ່າວຫມິ່ນປມາດຕໍ່ມະຫາປະໂຣຫິດຂອງພຣະເຈົ້າຫລື” 5 ໂປໂລຈຶ່ງຕອບວ່າ, “ພີ່ນ້ອງທັງຫລາຍເອີຍ, ເຮົາບໍ່ຮູ້ວ່າທ່ານເປັນມະຫາປະໂຣຫິດ ເພາະພຣະຄັມພີຂຽນໄວ້ວ່າ “ຢ່າກ່າວຄຳຊົ່ວຮ້າຍຕໍ່ຜູ້ປົກຄອງພົລເມືອງ” 6 ຄັນໂປໂລສັງເກດເຫັນວ່າ ໃນທີ່ປະຊຸມນັ້ນສ່ວນນຶ່ງເປັນພວກຊາດູກາຍແລະສ່ວນນຶ່ງເປັນພວກຟາຣີຊາຍ ທ່ານຈຶ່ງຮ້ອງຂຶ້ນຕໍ່ຫນ້າທີ່ປະຊຸມວ່າ, “ພີ່ນ້ອງທັງຫລາຍເອີຍ, ເຮົານີ້ເປັນຟາຣີຊາຍແລະເປັນລູກຂອງຟາຣີຊາຍ ທີ່ເຮົາຖືກພິຈາຣະນາພິພາກສານີ້ກໍເພາະເຣື່ອງຄວາມຫວງວ່າມີການຄືນມາຈາກຕາຍ” 7 ເມື່ອໂປໂລກ່າວຢ່າງນັ້ນແລ້ວ ພວກຟາຣີຊາຍແລະພວກຊາດູກາຍກໍເກີດການຖຽງກັນຂຶ້ນ ແລະທີ່ປະຊຸມກໍແຕກເປັນສອງພວກ 8 ດ້ວຍວ່າພວກຊາດູກາຍເວົ້າວ່າການເປັນຄືນມາຈາກຕາຍບໍ່ມີ ເທວະດາຫລືວິນຍານກໍບໍ່ມີ ແຕ່ພວກຟາຣີຊາຍຖືວ່າມີທັງສອງຢ່າງ 9 ແລ້ວເລີຍເກີດອຶກກະທຶກກັນຂຶ້ນຢ່າງໃຫຍ່ ແລະມີນັກທັມບາງຄົນຝ່າຍພວກຟາຣີຊາຍໄດ້ຢືນຂຶ້ນຄັດຄ້ານວ່າ, “ເຮົາບໍ່ເຫັນຜິດອັນໃດໃນຄົນຜູ້ນີ້ ຖ້າວິນຍານ ຫລືເທວະດາໄດ້ກ່າວແກ່ທ່ານເດ ຈະວ່າຢ່າງໃດ” 10 ເມື່ອການໂຕ້ຖຽງກັນຮຸນແຮງຂຶ້ນນາຍພັນກໍຢ້ານວ່າເຂົາຈະຍາດແຍ່ງຈັບໂປໂລຈີກຂາດເສັຽ ທ່ນຈຶ່ງສັ່ງໃຫ້ພວກທະຫານລົງໄປຍາດເອົາໂປໂລອອກຈາກຖ້າມກາງພວກນັ້ນ ພາກເຂົ້າໄປໄວ້ໃນຄ້າຍ 11 ໃນຄືນວັນນັ້ນອົງພຣະຜູ້ເປັນເຈົ້າຊົງຢືນຢູ່ໃກ້ໂປໂລ ຊົງກ່າວວ່າ, “ຈົ່ງມີໃຈກ້າ ເພາະວ່າເຈົ້າໄດ້ເປັນພຍານຝ່າຍເຮົາໃນກຸງເຢຣູຊາເລັມຢ່າງໃດ ເຈົ້າຈະຕ້ອງເປັນພຍານໃນກຸງໂຣມຢ່າງນັ້ນເຫມືອນກັນ
ການຮ່ວມຄຶດປອງຮ້າຍຕໍ່ຊີວິດໂປໂລ
12 ຄັນເວລາຮຸ່ງເຊົ້າແລ້ວພວກຢິວໄດ້ສົມທົບກັນສາບານຕົວວ່າ ຈະບໍ່ກິນບໍ່ດື່ມຈົນກວ່າຈະໄດ້ຂ້າໂປໂລເສັຽ 13 ຄົນທີ່ຮ່ວມກັນຄຶດປອງຮ້າຍນັນມີກວ່າສີ່ສິບຄົນ 14 ເຂົາຈຶ່ງໄປຫາພວກປະໂຣຫິດຕົນໃຫຍ່ກັບພວກເຖົ້າແກ່ກ່າວວ່າ, “ພວກເຮົາໄດ້ສາບານຕົວແຂງແຮງວ່າຈະບໍ່ຊີມອັນໃດ ກວ່າຈະໄດ້ຂ້າໂປໂລເສັຽ” 15 ເຫດສັນນັ້ນ, ບັດນີ້ພວກທ່ານພ້ອມດ້ວຍພວກຂາປະຊຸມ ຈົ່ງໄປເວົ້າໃຫ້ນາຍພັນເຂົ້າໃຈວ່າ ພວກທ່ານຕ້ອງການໃຫ້ພາໂປໂລລົງມາຫາ ເຫມືອນດັ່ງຫມາຍໃຈຈະໂຈດຖາມໃນເຣື່ອງມັນຢ່າງຄັກແນ່ກວ່າເກົ່າ ຝ່າຍພວກເຮົາຈະຕຽມຕົວໄວ້ພ້ອມຈະຂ້າມັນເສັຽ ເມື່ອມັນຍັງບໍ່ທັນມາເຖິງ” 16 ແຕ່ລູກຊາຍຂອງນ້ອງສາວໂປໂລໄດ້ຍິນເຣື່ອງທີ່ເຂົາຄອຍປອງຮ້າຍນັ້ນ ຈຶ່ງເຂົ້າໄປໃນຄ້າຍບອກໃຫ້ໂປໂລຮູ້ 17 ໂປໂລຈຶ່ງເອີ້ນນາຍຮ້ອຍຜູ້ນຶ່ງມາບອກວ່າ, “ຈົ່ງພາຊາຍຫນຸ່ມຜູ້ນີ້ໄປຫານາຍພັນເພາະເຂົາມີເຣື່ອງທີ່ຈະແຈ້ງໃຫ້ທ່ານຟັງ” 18 ເຫດສັນນັ້ນ, ນາຍຮ້ອຍຈຶ່ງຮັບຕົວຊາຍຫນຸ່ມຜູ້ນັ້ນ ແລ້ວພາໄປຫານາຍພັນ ແລະກ່າວແກ່ທ່ານວ່າ, “ໂປໂລຜູ້ຖືກຂັງຢູ່ນັ້ນໄດ້ເອີ້ນຂ້ານ້ອຍ ຂໍໃຫ້ພາຊາຍຫນຸ່ມຜູ້ນີ້ມາຫາທ່ານເພາະເຂົາມີເຣື່ອງທີ່ຈະແຈ້ງໃຫ້ທ່ານຟັງ” 19 ນາຍພັນຈຶ່ງຈູງມືຊາຍນັ້ນໄປຕ່າງຫາກແລ້ວຖາມເປັນການສ່ວນຕົວວ່າ, “ເຈົ້າມີເຣື່ອງໃດຈະແຈ້ງໃຫ້ເຮົາຮູ້” 20 ຊາຍຫນຸ່ມຜູ້ນັ້ນຕອບວ່າ, “ພວກຢິວໄດ້ຕົກລົງກັນວ່າຈະຮ້ອງຂໍໃຫ້ນຳເອົາໂປໂລລົງໄປໃນທີ່ປະຊຸມມື້ອື່ນນີ້ ເຫມືອນດັ່ງຈະໄຕ່ສວນໃນເຣື່ອງທ່ານໃຫ້ຄັກແນ່ກວ່າເກົ່າ 21 ເພາະສັນນັ້ນ ທ່ານຢ່າໄດ້ຟັງເຂົາ ເພາະໃນພວກເຂົານັ້ນມີຊາຍສີ່ສິບກວ່າຄົນກຳລັງຄອຍປອງຮ້າຍຕໍ່ໂປໂລ ເຂົາໄດ້ສາບານຕົວວ່າເຂົາຈະບໍ່ກິນບໍ່ດື່ມຈົນກວ່າຈະໄດ້ຂ້າທ່ານເສັຽ ແລະດຽວນີ້ເຂົາພ້ອມແລ້ວກຳລັງຄອຍຮັບຄວາມເຫັນຈາກທ່ານຢູ່” 22 ແລ້ວນາຍພັນໄດ້ໃຫ້ຊາຍຫນຸ່ມນັ້ນໄປໂດຍສັ່ງວ່າ, “ຢ່າບອກໃຫ້ຜູ້ໃດຮູ້ວ່າເຈົ້າໄດ້ມາແຈ້ງເຣື່ອງນີ້ແກ່ເຮົາ”
ເຂົາສົ່ງໂປໂລໄປຫາເຟລິກຜູ້ປົກຄອງ
23 ຝ່າຍນາຍພັນຈຶ່ງເອີ້ນນາຍຮ້ອຍສອງຄົນມາສັ່ງວ່າ, “ຈົ່ງຈັດພົນທະຫານສອງຮ້ອຍກັບທະຫານມ້າເຈັດສິບຄົນ ແລະທະຫານຫອກສອງຮ້ອຍ ໃຫ້ພ້ອມໃນເວລາເກົ້າໂມງແລງ ເພື່ອຈະໄປຍັງເມືອງກາຍຊາເຣັຽ 24 ຈົ່ງຈັດຫາສັດໃຫ້ໂປໂລຂີ່ເພື່ອຈະສົ່ງດ້ວຍຄວາມປອດພັຍໄປຍັງເຟລິກຜູ້ປົກຄອງ” 25 ແລ້ວນາຍພັນຈຶ່ງຂຽນຈົດຫມາຍນຶ່ງສະບັບ ມີໃຈຄວາມດັ່ງຕໍ່ໄປນີ້, 26 “ຂ້າພະເຈົ້າ, ກລາວດີໂອລີເຊັຽ ກາບຮຽນພນະທ່ານເຟລິກຜູ້ປົກຄອງຊາບ 27 ພວກຢິວໄດ້ຈັບຊາຍຄົນນີ້ແລະເກືອບຈະຂ້າທ່ານເສັຽ ແຕ່ຂ້າພະເຈົ້າພາພວກທະຫານໄປຊ່ອຍໄວ້ໄດ້ ດ້ວຍຂ້າພະເຈົ້າໄດ້ຍິນວ່າຜູ້ນີ້ເປັນຄົນສັນຊາດໂຣມ 28 ຂ້າພະເຈົ້າຢາກຮູ້ຄັກແນ່ເຖິງເຫດທີ່ພວກຢິວຟ້ອງທ່ານ ຂ້າພະເຈົ້າຈຶ່ງພາທ່ານໄປຍັງສານສູງສຸດຂອງເຂົາ 29 ຂ້າພະເຈົ້າເຫັນວ່າທ່ານຖືກຟ້ອງໃນເຣື່ອງການຖຽງກັນອັນກ່ຽວກັບບົດບັນຍັດຂອງພວກຢິວ ແຕ່ບໍ່ມີຂໍ້ຫາອັນໃດທີ່ທ່ານຄວນຈະຕາຍຫລືຖືກຂັງໄວ້ກໍດີ 30 ເມື່ອຂ້າພະເຈົ້າຊາບວ່າມີການປອງຮ້າຍຕໍ່ຊາຍຄົນນີ້ ຂ້າພະເຈົ້າຈຶ່ງສົ່ງທ່ານມາຫາພນະທ່ານທັນທີ ພ້ອມທັງໄດ້ສັ່ງຝ່າຍໂຈດໃຫ້ໄປວ່າຄວາມກັບທ່ານຕໍ່ຫນ້າພນະທ່ານເຫມືອນກັນ” 31 ດັ່ງນັ້ນ ໃນເວລາກາງຄືນພວກທະຫານໄດ້ຮັບເອົາໂປໂລພາໄປເຖິງເມືອງອັນຕີປາຕິຕາມຄຳສັ່ງ 32 ມື້ຫນ້າມາເຂົາດ້ປະໃຫ້ທະຫານມ້າໄປສົ່ງໂປໂລ ແລ້ວເຂົາກໍກັບໄປຍັງຄ້າຍ 33 ສ່ວນພວກທະຫານມ້າເມື່ອໄປເຖິງເມືອງກາຍຊາເຣັຽແລ້ວ ຈຶ່ງສົ່ງຈົດຫມາຍໃຫ້ຜູ້ປົກຄອງແລະມອບໂປໂລໄວ້ໃຫ້ທ່ານ 34 ເມື່ອຜູ້ປົກຄອງໄດ້ອ່ານຈົດຫມາຍແລ້ວ ຈຶ່ງຖາມໂປໂລມາຈາກແຂວງໃດ ຄັນຊາບວ່າມາຈາກແຂວງກີລີເກັຽ 35 ທ່ານຈຶ່ງກ່າວວ່າ, “ເມື່ອໂຈດມາພ້ອມກັນແລ້ວເຮົາຈະຟັງຄຳໃຫ້ການເຈົ້າ” ທ່ານຈຶ່ງສັ່ງໃຫ້ຄຸມຕົວໂປໂລໄວ້ໃນປະໄຣໂຕຣຽນຂອງເຮໂຣດ
ເຂົາຟ້ອງໂປໂລຕໍ່ຫນ້າຜູ້ປົກຄອງ
1 ຄັນລ່ວງໄປໄດ້ຫ້າວັນແລ້ວ ອານາເນັຽມະຫາປະໂຣຫິດໄດ້ລົງໄປ ກັບພວກເຖົ້າແກ່ລາງຄົນແລະທະນາຍຄວາມຄົນນຶ່ງຊື່ ເຕຕູໂລ ພວກເຫລົ່ານີ້ໄດ້ສເນີຄະດີອຂງໂປໂລຕໍ່ຫນ້າຜູ້ປົກຄອງ 2 ຄັນເອີ້ນໂປໂລເຂົ້າມາແລ້ວ ເຕຕູໂລ ຈຶ່ງຕັ້ງຕົ້ນຟ້ອງຂຶ້ນວ່າ, “ຮຽນພນະທ່ານເຟລິກທີ່ນັບຖື ຂ້າພະເຈົ້າທັງຫລາຍໄດ້ມີຄວາມສງົບສຸກຫລາຍເພາະທ່ານ ແລະມີການປັບປຸງອັນມີປໂຍດແກ່ປະເທດຊາດ ກໍເພາະຄວາມຫລິງເຫັນພາຍຫນ້າຂອງທ່ານ 3 ພວກຂ້າພະເຈົ້າຮັບຄຸນປໂຍດທັງຫລາຍນີ້ຢູ່ທຸກປະການແລະທຸກບ່ອນ ດ້ວຍໃຈຂອບຄຸນທ່ານທຸກຢ່າງ 4 ແຕ່ເພື່ອບໍ່ໃຫ້ທ່ານເສັຽເວລາເກີນໄປ ຂ້າພະເຈົ້າຂໍຄວາມກະຣຸນາຈາກທ່ານໂຜດຟັງຂ້າພະເຈົ້າຈັກຫນ້ອຍນຶ່ງ 5 ດ້ວຍພວກຂ້າພະເຈົ້າເຫັນຄົນນີ້ເປັນພັຍອັນຕະຣາຍແກ່ບ້ານເມືອງ ທີ່ຍົວະຍົງພວກຢິວໃຫ້ເກີດການວຸ້ນວາຍທົ່ວພິພົບ ແລະເປັນຕົວການຂອງພວກນາຊາເຣັດນັ້ນ 6 ອີກປະການນຶ່ງ, ຜູ້ນີ້ໄດ້ພຍາຍາມເຮັດໃຫ້ບໍຣິເວນພຣະວິຫານຂາດຄວາມສັກສິດ ພວກຂ້າພະເຈົ້າຈຶ່ງຈັບເຂົາໄວ້ (ແລະວ່າຈະພິພາກສາເຂົາຕາມກົດຫມາຍຂອງພວກຂ້າພະເຈົ້າ 7 ແຕ່ນາຍພັນລີເຊັຽໄດ້ມາໃຊ້ອຳນາດຍາດຕົວເຂົາຈາກມືຂອງພວກຂ້າພະເຈົ້າ 8 ແລະສັ່ງໃຫ້ໂຈດມາຟ້ອງເຂົາຕໍ່ຫນ້າທ່ານ) ຖ້າທ່ານເອງຈະໄຕ່ຖາມເຂົາ ທ່ານອາດຈະຊາບໄດ້ຄັກແນ່ຈາກເຂົານັ້ນແຫລະ, ໃນເຣື່ອງທີ່ພວກຂ້າພະເຈົ້າຟ້ອງນັ້ນ” 9 ຝ່າຍພວກຢິວຈຶ່ງສນັບສນຸນຄຳກ່າວຫານັ້ນ ແລະຢືນຢັນວ່າເປັນຄວາມຈິງຢ່າງນັ້ນແທ້
ໂປໂລແກ້ຕົວຕໍ່ໜ້າເຟລິກ
10 ເມື່ອຜູ້ປົກຄອງໄດ້ສັນຍານໃຫ້ໂປໂລເວົ້າ ທ່ານຈຶ່ງຮຽນວ່າ, “ເນື່ອງຈາກທີ່ຂ້າພະເຈົ້າໄດ້ຊາບວ່າ ທ່ານເປັນຜູ້ພິພາກສາປະເທດນີ້ແຕ່ຫລາຍປີມາແລ້ວ ຂ້າພະເຈົ້າກໍຈະແກ້ຄະດີຂອງຂ້າພະເຈົ້າດ້ວຍຄວາມເບົາໃຈ 11 ທ່ານຄົງສືບຊາບໄດ້ວ່າ ຕັ້ງແຕ່ຂ້າພະເຈົ້າຂຶ້ນເມືອນະມັສການໃນກຸງເຢຣູຊາເລັມນັ້ນ ຍັງບໍ່ເກີນສິບສອງວັນ 12 ເຂົາບໍ່ໄດ້ເຫັນຂ້າພະເຈົ້າຜິດຖຽງກັນກັບຜູ້ນຶ່ງຜູ້ໃດໃນບໍຣິເວນພຣະວິຫານ ຫລືຍົວະຍົງປະຊາຊົນໃຫ້ວຸ້ນວາຍ ບໍ່ວ່າໃນໂຮງທັມມະເທສນາຫລືໃນເມືອງ 13 ເຫດການທັງປວງທີ່ເຂົາກຳລັງຟ້ອງຂ້າພະເຈົ້າໃນບັດນີ້ ເຂົາພິສູດບໍ່ໄດ້ 14 ແຕ່ຂ້າພະເຈົ້າຂໍຮັບຕໍ່ຫນ້າທ່ານຢ່າງນຶ່ງ ຄືຕາມທາງນັ້ນທີ່ເຂົາຖືວ່າເປັນລັດທິນອກຮີດ ຂ້າພະເຈົ້າປະຕິບັດພຣະເຈົ້າແຫ່ງບັນພະບຸຣຸດຂອງພວກຂ້າພະເຈົ້າ ໂດຍໄດ້ເຊື່ອຖືບັນດາຖ້ອຍຄຳທັງປວງທີ່ຂຽນໄວ້ໃນພຣະບັນຍັດ ແລະໃນພຣະຄັມພີຂອງຜູ້ປະກາດພຣະທັມນັ້ນ 15 ຂ້າພະເຈົ້າມີຄວາມຫວັງໃຈໃນພຣະເຈົ້າ ຕາມຊຶ່ງເຂົາເອງກໍມີຄວາມຫວັງໃຈເຫມືອນກັນ ຄືຫວັງໃຈວ່າຄົນທັງປວງທັງຜູ້ຊອບທັມແລະຜູ້ບໍ່ຊອບທັມ ຈະຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍ 16 ໃນຂໍ້ນີ້ຂ້າພະເຈົ້າເອງເຫມືອນກັນ ຈຶ່ງອົດສາພຍາຍາມໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສຕໍ່ພຣະພັກພຣະເຈົ້າແລະຕໍ່ມະນຸດຢູ່ສເມີ 17 ຄັນລ່ວງມາຫລາຍປີແລ້ວຂ້າພະເຈົ້າໄດ້ນຳເອົາອຂງທານມາສູ່ຊົນຊາດຂອງຂ້າພະເຈົ້າ ແລະໄດ້ຖວາຍເຄື່ອງບູຊາ 18 ໃນລະຫວ່າງນັ້ນເມື່ອຂ້າພະເຈົ້າຊຳຮະຕົວແລ້ວ ເຂົາໄດ້ພົບຂ້າພະເຈົ້າຢູ່ໃນບໍຣິເວນພຣະວິຫານກໍບໍ່ໄດ້ພົບຂ້າພະເຈົ້າຢູ່ກັບຫລາຍຄົນ ຫລືກຳລັງກໍ່ຄວາມວຸ້ນວາຍ 19 ແຕ່ກໍມີພວກຢິວລາງຄົນມາຈາກແຂວງອາເຊັຽ ຖ້າຄົນເຫລົ່ານັ້ນມີເຣື່ອງອັນໃດຕໍ່ສູ້ຂ້າພະເຈົ້າ ເຂົາຄວນຈະມາສເນີຕົວທີ່ນີ້ຟ້ອງຂ້າພະເຈົ້າຕໍ່ຫນ້າທ່ານ 20 ຫລືໃຫ້ຄົນເຫລົ່ານີ້ເອງກ່າວເຣື່ອງຄວາມຜິດທີ່ເຂົາໄດ້ເຫັນ ເມື່ອຂ້າພະເຈົ້າຢືນຢູ່ຕໍ່ຫນ້າສານສູງສຸດນັ້ນ 21 ເວັ້ນໄວ້ແຕ່ຂໍ້ດຽວທີ່ຂ້າພະເຈົ້າໄດ້ຮ້ອງຂຶ້ນໃນຖ້າມກາງພວກເຂົາວ່າ “ທີ່ຂ້າພະເຈົ້ານີ້ຖືກພິຈາຣະນາພິພາກສາຕໍ່ຫນ້າທ່ານທັງຫລາຍໃນວັນນີ້ ກໍເພາະກ່ຽວກັບເຣື່ອງການເປັນຄືນມາຈາກຕາຍ”
ໂປໂລຖືກຄຸມຕົວ
22 ແຕ່ເຟລິກຮູ້ເຣື່ອງທາງນັ້ນຄັກແນ່ສົມຄວນ ຈຶ່ງໄດ້ເລື່ອນການພິຈາຣະນາຂອງເຂົາໄປ ໂດຍກ່າວວ່າ, “ເມື່ອໃດນາຍພັນລີເຊັຽລົງມາແລ້ວ ເຮົາຈະໄດ້ພິຈາຣະນາຄວາມຂອງພວກເຈົ້າ” 23 ແລ້ວເຟລິກໄດ້ສັ່ງໃຫ້ນາຍຮ້ອຍຄຸມຕົວໂປໂລໄວ້ ແຕ່ໄດ້ຜ່ານພົ້ນຄວາມເຄັ່ງຄັດ ແລະບໍ່ໃຫ້ຫ້າມຜູ້ນຶ່ງຜູ້ໃດທີ່ເປັນເພື່ອນຂອງທ່ານທີ່ຢາກເຂົ້າມາບົວລະບັດ 24 ເມື່ອລ່ວງມາສອງສາມວັນແລ້ວເຟລິກກັບພັຣຍາຊື່ ດຣູຊີນລາ ຜູ້ເປັນຊາດຢິວໄດ້ມາທານໃຫ້ເອີ້ນໂປໂລມາ ແລ້ວໄດ້ຟັງໂປໂລກ່າວເຣື່ອງຄວາມເຊື່ອຖືໃນພຣະເຢຊູຄຣິດ 25 ຂນະທີ່ໂປໂລອ້າງເຖິງຄວາມຍຸດຕິທັມ ການບັງຄັບໃຈ ແລະການພິພາກສາທີ່ຈະມາພາຍຫນ້ານັນ ເຟລິກກໍສະດຸ້ງຕົກໃຈ ຈຶ່ງກ່າວວ່າ, “ບັດນີ້ຈົ່ງໄປກ່ອນເທາະ ເມື່ອມີໂອກາດເຮົາຈະເອີ້ນທ່ານມາອີກ” 26 ໃນເວລານັ້ນເຟລິກຫວັງໃຈວ່າໂປໂລຈະໃຫ້ເງິນສິນບົນແກ່ຕົນ ເຫດສັນນັ້ນທ່ານຈຶ່ງເອີ້ນໂປໂລມາສົນທະນາຫລາຍເທື່ອ 27 ແຕ່ເມື່ອສອງປີລ່ວງໄປແລ້ວ ໂປກີໂອເຟຊະໂຕໄດ້ມາຮັບຣາຊການແທນເຟລິກ ຝ່າຍເຟລິກຢາກໄດ້ຄວາມຊອບຈາກພວກຢິວ ຈຶ່ງຂັງໂປໂລປະໄວ້ໃນຄຸກ
ໂປໂລອຸທອນໄປເຖິງກາຍຊາ
1 ອັນນຶ່ງເມື່ອເຟຊະໂຕໄດ້ມາໃນແຂວງນັ້ນໄດ້ສາມວັນແລ້ວ ທ່ານຈຶ່ງອອກຈາກເມືອງກາຍຊາເຣັຽຂຶ້ນໄປຍັງກຸງເຢຣູຊາເລັມ 2 ພວກປະໂຣຫິດຕົນໃຫຍ່ແລະບັນດາຄົນສຳຄັນໃນພວກຢິວໄດ້ມາສເນີຄະດີຂອງໂປໂລຕໍ່ທ່ານ 3 ແລະໄດ້ອ້ອນວອນຂໍທ່ານໂຜດຊ່ອຍເຂົາໃນການຕໍ່ສູ້ໂປໂລ ຄືໃຫ້ທ່ານໄດ້ສົ່ງໂປໂລມາທີ່ກຸງເຢຣູຊາເລັມ ເພາະເຂົາມີແຜນການຈະລັດຂ້າໂປໂລຢູ່ກາງທາງເສັຽ 4 ຝ່າຍເຟຊະໂຕຈຶ່ງຕອບວ່າ, “ໂປໂລນັ້ນຖືກຄຸມຂັງຢູ່ເມືອງກາຍຊາເຣັຽ ແລະອີກຫນ້ອຍນຶ່ງທ່ານເອງກໍຈະກັບໄປຍັງເມືອງນັ້ນ 5 ທ່ານໄດ້ເວົ້າວ່າ, “ເຫດສັນນັ້ນ ໃຫ້ບັນດາຜູ້ມີອຳນາດໃນພວກທ່ານລົງໄປພ້ອມກັນກັບເຮົາ ຖ້າວ່າໂປໂລມີຜິດອັນໃດຈົ່ງໃຫ້ເຂົາຟ້ອງສາ” 6 ເມື່ອທ່ານພັກຢູ່ນຳບໍ່ເກີນແປດຫລືສິບວັນແລ້ວ ກໍໄດ້ລົງໄປຍັງເມືອງກາຍຊາເຣັຽ ແລະມື້ຫນ້ານັ້ນທ່ານໄດ້ນັ່ງໃນສານຕັດສີນ ແລະໄດ້ສັ່ງໃຫ້ພາຕົວໂປໂລເຂົ້າມາ 7 ເມື່ອໂປໂລເຂົ້າມາແລ້ວ ພວກຢິວທີ່ລົງມາຈາກກຸງເຢຣູຊາເລັມກໍຢືນອ້ອມທ່ານໄວ້ ແລະກ່າວຄໍາຟ້ອງອັນຫນັກຫລາຍປະການໃສ່ ຊຶ່ງເຂົາບໍ່ສາມາດຫາຫລັກຖານໄດ້ 8 ຝ່າຍໂປໂລຈຶ່ງກ່າວແກ້ຄະດີວ່າ, “ຂ້າພະເຈົ້າບໍ່ໄດ້ເຮັດຜິດອັນໃດຕໍ່ກົດຫມາຍຂອງພວກຢິວ ຫລືຜິດຕໍ່ພຣະວິຫານ ຫລືຕໍ່ກາຍຊາກໍດີ” 9 ຝ່າຍເຟສຕຸສຢາກໄດ້ຄວາມຊອບຈາກພວກຢິວ ຈຶ່ງຖາມໂປໂລວ່າ, “ເຈົ້າຢາກຂຶ້ນໄປຍັງກຸງເຢຣູຊາເລັມ ເພື່ອຊຳຮະຄວາມເຣື່ອງນີ້ຕໍ່ຫນ້າເຮົາທີ່ນັ້ນຫລື” 10 ແຕ່ໂປໂລໄດ້ຕອບວ່າ, “ຂ້າພະເຈົ້າກຳລັງຢືນຢູ່ຕໍ່ຫນ້າສານຕັດສີນຂອງກາຍຊາຢູ່ແລ້ວ ກໍສົມຄວນຈະພິພາກສາຂ້າພະເຈົ້າເສັຽທີ່ນີ້ ຂ້າພະເຈົ້າບໍ່ໄດ້ເຮັດຜິດອັນໃດຕໍ່ພວກຢິວເຫມືອນດັ່ງທ່ານຮູ້ຄັກແລ້ວ 11 ຖ້າຂ້າພະເຈົ້າໄດ້ເຮັດຜິດ ຫລືໄດ້ເຮັດອັນໃດຄວນຈະມີໂທດເຖິງຕາຍ ຂ້າພະເຈົ້າກໍຍອມຕາຍດ້ວຍບໍ່ຂັດຂືນ ແຕ່ຖ້າເຣື່ອງທີ່ເຂົາຟ້ອງຂ້າພະເຈົ້ານັ້ນບໍ່ຈິງແລ້ວ ບໍ່ມີຜູ້ໃດມີອຳນາດຈະມອບຂ້າພະເຈົ້າໃຫ້ເຂົາດ້ ຂ້າພະເຈົ້າຂໍອຸທອນໄປເຖິງກາຍຊາ” 12 ຝ່າຍເຟຊະໂຕ, ເມື່ອໄດ້ຫາລືກັນກັບທີ່ປຶກສາແລ້ວ ຈຶ່ງຕອບວ່າ, “ເຈົ້າໄດ້ຂໍອຸທອນໄປເຖິງກາຍຊາ ເຈົ້າກໍຈະໄດ້ໄປເຝົ້າກາຍຊາ”
ໂປໂລຢູ່ຕໍ່ຫນ້າກະສັດອາຄຣິປາ
13 ແລະເມື່ອລ່ວງໄປຫລາຍວັນແລ້ວ ກະສັດອາຄຣິປາ ແລະພຣະນ້ອງນາງເບນິເກກໍສະເດັດມາຢ້ຽມຄຳນັບເຟຊະໂຕທີ່ເມືອງກາຍຊາເຣັຽ 14 ໃນເວລາທີ່ກະສັດປະທັບຢູ່ທີ່ນັ້ນຫລາຍວັນ ເຟຊະໂຕກໍເລົ່າຄະດີຂອງໂປໂລໃຫ້ພຣະອົງຟັງວ່າ, “ມີຊາຍຄົນນຶ່ງຊຶ່ງເຟລິກໄດ້ປະໄວ້ໃນຄຸກ 15 ຂນະທີ່ຂ້າພະເຈົ້າຢູ່ກຸງເຢຣູຊາເລັມນັ້ນ ພວກປະໂຣຫິດຕົນໃຫຍ່ກັບພວກເຖົ້າແກ່ຂອງພວກຢິວໄດ້ມາສເນີຄະດີເຣື່ອງຄົນນີ້ຂໍໃຫ້ຂ້າພະເຈົ້າຕັດສີນລົງໂທດໃສ່ 16 ຂ້າພະເຈົ້າຈຶ່ງຕອບວ່າ ບໍ່ແມ່ນທັມນຽມຂອງຊາວໂຣມທີ່ຈະມອບຕົວຈຳເລີຍ ກ່ອນທີ່ໂຈດກັບຈຳເລີຍມາພ້ອມຫນ້າກັນ ເພື່ອໃຫ້ຈຳເລີຍມີໂອກາດແກ້ຄະດີໃນຂໍ້ຫານັ້ນ 17 ດັ່ງນັ້ນຄັນພວກໂຈດໄດ້ມາພ້ອມກັນທີ່ນີ້ແລ້ວ ຂ້າພະເຈົ້າກໍບໍ່ໄດ້ລໍຖ້າ ໃນວັນຫນ້ານັ້ນຂ້າພະເຈົ້າໄດ້ນັ່ງໃນສານຕັດສີນແລະໄດ້ສັ່ງໃຫ້ພາຊາຍຄົນນັ້ນເຂົ້າມາ 18 ເມື່ອພວກໂຈດຢືນຂຶ້ນແລ້ວ ເຂົາບໍ່ໄດ້ກ່າວຫາການຊົ່ວຮ້າຍໃສ່ຈຳເລີຍເຫມືອນທີ່ຂ້າພະເຈົ້າໄດ້ຄາດໄວ້ແລ້ວ 19 ເປັນແຕ່ພຽງບັນຫາຖຽງກັນດ້ວຍເຣື່ອງລັດທິສາສນາຂອງເຂົາເອງ ແລະດ້ວຍຄົນຜູ້ນຶ່ງຊື່ ເຢຊູທີ່ຕາຍໄປແລ້ວ ແຕ່ຝ່າຍໂປໂລຢືນຢັນວ່າຍັງເປັນຢູ່ 20 ສ່ວນຂ້າພະເຈົ້າກໍຈົນປັນຍາວ່າຈະພິຈາຣະນາບັນຫານີ້ຢ່າງໃດ ຈຶ່ງຖາມໂປໂລວ່າຢາກຂຶ້ນໄປຍັງກຸງເຢຣູຊາເລັມໃຫ້ຊຳຮະຄວາມທີ່ນັ້ນຫລືບໍ 21 ແຕ່ເມື່ອໂປໂລໄດ້ອຸທອນຂໍໃຫ້ຮັກສາຕົວໄວ້ໃຫ້ມະຫາກະສັດຊົງເປັນຜູ້ຊຳຮະຕັດສີນ ຂ້າພະເຈົ້າຈຶ່ງສັ່ງໃຫ້ຂັງຮັກສາຄົນນີ້ໄວ້ຈົນກວ່າຈະໄດ້ສົ່ງຕົວໄປເຖິງກາຍຊາ” 22 ຝ່າຍອາຄຣິປາກໍຊົງກ່າວກັບເຟສຕຸສວ່າ, “ເຮົາກໍມີໃຈຢາກຟັງຄຳຂອງຄົນນັ້ນເຫມືອນກັນ” ເຟຊະໂຕຈຶ່ງທູນວ່າ, “ມື້ອື່ນທ່ານຈະໄດ້ຟັງ” 23 ມື້ຫນ້ານັ້ນກະສັດອາຄຣິປາກັບພຣະນາງເບນິເກສະເດັດມາພ້ອມດ້ວຍບໍຣິວານຢ່າງສະງ່າຜ່າເຜີຍ ເຂົ້າໄປໃນຫໍຊັຍພ້ອມດ້ວຍນາຍພັນແລະຄົນສຳຄັນທັງຫລາຍໃນນະຄອນນັ້ນ ແລ້ວເຟຊະໂຕໄດ້ສັ່ງໃຫ້ພາໂປໂລເຂົ້າມາ 24 ເຟຊະໂຕຈຶ່ງທູນວ່າ, “ຂ້າແດ່ກະສັດອາຄຣິປາ ແລະຮຽນທ່ານທັງຫລາຍທີ່ຢູ່ດ້ວຍກັນກັບພວກຂ້າພະເຈົ້າ ທ່ານທັງຫລາຍໄດ້ເຫັນຄົນຜູ້ນີ້ ຄືຜູ້ທີ່ບັນດາພວກຢິວໄດ້ອ້ອນວອນຂ້າພະເຈົ້າທັງໃນກຸງເຢຣູຊາເລັມແລະທີ່ນີ້ກໍດີ ດ້ວຍຮ້ອງວ່າຜູ້ນີ້ບໍ່ຄວນຈະມີຊີວິດຢູ່ຕໍ່ໄປ 25 ສ່ວນຂ້າພະເຈົ້າໄດ້ສັງເກດຮູ້ວ່າຄົນນີ້ບໍ່ໄດ້ເຮັດອັນໃດທີ່ຄວນຈະຕ້ອງຕາຍ ແຕ່ເພາະຕົນນີ້ເອງໄດ້ອຸທອນໄປເຖິງມະຫາກະສັດ ແລ້ວຂ້າພະເຈົ້າຕັ້ງໃຈຈະສົ່ງເຂົາໄປ 26 ກ່ຽວກັບເຣື່ອງຄົນນີ້ຂ້າພະເຈົ້າບໍ່ມີຣາຍງານອັນໃດຢ່າງຄັກແນ່ ພໍທີ່ຈະຖວາຍແດ່ມະຫາກະສັດເຈົ້າ ເພາະສັນນັ້ນຂ້າພະເຈົ້າຈຶ່ງພາຄົນນີ້ອອກມາຕໍ່ຫນ້າທ່ານທັງຫລາຍແລະຕໍ່ພຣະພັກກະສັດອາຄຣິປາເປັນຕົ້ນ ຫວັງວ່າເມື່ອໄຕ່ສວນແລ້ວຈະມີເຣື່ອງພໍຈະຖວາຍຣາຍງານໄປໄດ້ 27 ເພາະຂ້າພະເຈົ້າເຫັນວ່າ ທີ່ຈະສົ່ງຄົນໂທດໄປດ້ວຍບໍ່ໄດ້ສົ່ງຂໍ້ກ່າວຫາໄປພ້ອມ ກໍເປັນການບໍ່ເຫມາະສົມ”
ໂປໂລແກ້ຄະດີຕໍ່ພຣະພັກອາຄຣິປາ
1 ຝ່າຍກະສັດອາຄຣິປາຈຶ່ງຊົງກ່າວແກ່ໂປໂລວ່າ, “ເຮົາອະນຸຍາດໃຫ້ເຈົ້າແກ້ຕົວໄດ້” ດັ່ງນັ້ນ ໂປໂລຈຶ່ງຍື່ນມືອອກກ່າວແກ້ຄະດີວ່າ, 2 “ຂ້າແດ່ກະສັດອາຄຣິປາ, ຂ້າພຣະບາດຖືວ່າເປັນໂຊກດີທີ່ໄດ້ມີໂອກາດແກ້ຄະດີຕໍ່ພຣະພັກຝ່າພຣະບາດໃນວັນນີ້ ໃນເຣື່ອງຂໍ້ຄະດີທັງປວງຊຶ່ງພວກຢິວກ່າວຫາຂ້າພຣະບາດນັ້ນ 3 ເພາະເປັນຕົ້ນ, ຝ່າພຣະບາດຊົງມີຄວາມຮູ້ຊຳນານໃນບັນດາຂນົບທັມນຽມແລະບັນຫາຕ່າງໆຂອງພວກຢິວແລ້ວ ເຫດສັນນັ້ນຂໍຝ່າພຣະບາດໄດ້ໂຜດຊົງທົນຟັງຂ້າພຣະບາດ 4 “ພວກຢິວທັງປວງກໍຮູ້ຈັກຄວາມເປັນຢູ່ຂອງຂ້າ ພຣະບາດຕັ້ງແຕ່ຫນຸ່ມນ້ອຍມາຄືໃນຫົວທີຂ້າພຣະບາດໄດ້ຢູ່ຖ້າມກາງຊົນຊາດຂອງຂ້າພຣະບາດ ແລະໃນກຸງເຢຣູຊາເລັມ 5 ເຂົາກໍຮູ້ຈັກຂ້າພຣະບາດແຕ່ເດີມມາ ຖ້າເຂົາຈະຍອມເປັນພຍານກໍເປັນໄດ້ ວ່າຂ້າພຣະບາດໄດ້ດຳເນີນຊີວິດຕາມພວກທີ່ຖືສາສນາຂອງພວກຂ້າພຣະບາດຢ່າງເຄັ່ງຄັດທີ່ສຸດ ຄືເປັນພວກຟາຣີຊາຍ 6 ບັດນີ້ທີ່ຂ້າພຣະບາດມາຢືນຢູ່ເພື່ອຖືກຊຳຮະຕັດສີນ ກໍເນື່ອງດ້ວຍເຣື່ອງມີຄວາມຫວັງໃນພຣະສັນຍາ ຊຶ່ງພຣະເຈົ້າໄດ້ຊົງປະຕິຍານໄວ້ແກ່ບັນພະບຸຣຸດຂອງພວກຂ້າພຣະບາດນັ້ນ 7 ພວກຂ້າພຣະບາດທັງສິບສອງຕະກູນໄດ້ອົດສາປະຕິບັດທັງກາງເວັນແລະກາງຄືນ ດ້ວຍຫວັງວ່າຈະບັນລຸເຖິງຄວາມສຳເຣັດຕາມພຣະສັນຍານັ້ນ ຂ້າແດ່ກະສັດຜູ້ເປັນເຈົ້າ, ທີ່ພວກຢິວຟ້ອງຂ້າພຣະບາດກໍຍ້ອນຄວາມຫວັງໃຈອັນນີ້ແຫລະ, 8 ເຫດສັນໃດທ່ານທັງຫລາຍຈຶ່ງພາກັນຖືວ່າ ການທີ່ພຣະເຈົ້າຊົງບັນດານໃຫ້ຄົນຕາຍເປັນຄືນມານັ້ນເປັນການເຫລືອເຊື່ອ 9 “ຝ່າຍຂ້າພຣະບາດເອງກໍເຄີຍຄຶດໃນໃຈວ່າ “ຈຳເປັນຕ້ອງເຮັດຫລາຍຢ່າງເປັນການຂັດຂວາງພຣະນາມຂອງພຣະເຢຊູໄທນາຊາເຣັດນັ້ນ 10 ສິ່ງເຫລົ່ານັ້ນຂ້າພຣະບາດໄດ້ເຮັດໃນກຸງເຢຣູຊາເລັມ ເມື່ອຂ້າພຣະບາດໄດ້ຮັບອຳນາດຈາກພວກປະໂຣຫິດຕົນໃຫຍ່ແລ້ວ ຂ້າພຣະບາດເອງໄດ້ຈັບໄພ່ພົນຂອງພຣະອົງຫລາຍຄົນໄປຂັງໄວ້ ແລະຄັນເຂົາຖືກລົງໂທດເຖິງຕາຍຂ້າພຣະບາດກໍລົງຄວາມເຫັນດີດ້ວຍ 11 ຂ້າພຣະບາດໄດ້ລົງໂທດເຂົາຫລາຍເທື່ອໃນໂຮງທັມມະເທສນາທົ່ວໄປ ແລະໄດ້ພຍາຍາມບັງຄັບເຂົາໃຫ້ກ່າວຄຳຫມິ່ນປມາດຕໍ່ພຣະເຈົ້າ ແລະເພາຂ້າພຣະບາດຄຽດແຄ້ນເຂົາຫລາຍ ເຖິງຈະແມ່ນໃນຫົວເມືອງຕ່ງປະເທດ ຂ້າພຣະບາດກໍໄດ້ຕິດຕາມໄປຂົ່ມເຫັງເຂົາ
ໂປໂລເລົ່າເຣື່ອງການກັບໃຈຂອງຕົນ
12 “ດັ່ງນັ້ນຂ້າພຣະບາດໄດ້ເດີນທາງໄປຍັງເມືອງດາມັສກັສ ໄດ້ຖືອຳນາດແລະຮັບຄຳສັ່ງຈາກປະໂຣຫິດຕົນໃຫຍ່ 13 ຂ້າແດ່ກະສັດຜູ້ເປັນເຈົ້າ, ໃນເວລາທ່ຽງວັນເມື່ອກຳລັງເດີນທາງໄປ ຂ້າພຣະບາດໄດ້ເຫັນແສງສວ່າງກ້າກວ່າແສງພຣະອາທິດສ່ອງລົງມາຈາກຟ້າອ້ອມຮອບຂ້າພຣະບາດກັບຄົນທັງຫລາຍທີ່ໄປນຳ 14 ເມື່ອພວກຂ້າພຣະບາດທຸກຄົນລົ້ມລົງເທິງດິນ ຂ້າພຣະບາດໄດ້ຍິນພຣະສຸຣະສຽງກ່າວມາເປັນພາສາເຮັບເຣີ ຖາມຂ້າພຣະບາດວ່າ “ໂຊໂລ, ໂຊໂລເອີຍ, ເຈົ້າຂົ່ມເຫັງເຮົາເຮັດຫຍັງ? ທີ່ເຈົ້າຖີບເຫລັກກະຕັກນັ້ນກໍເປັນການເຈັບແກ່ຕົວເອງ” 15 ຂ້າພຣະບາດຈຶ່ງທູນຖາມວ່າ, “ທ່ານເອີຍ, ທ່ານແມ່ນໃຜ?” ຝ່າຍອົງພຣະຜູ້ເປັນເຈົ້າຊົງຕອບວ່າ “ເຮົາຄືເຢຊູທີ່ເຈົ້າຂົ່ມເຫັງນັ້ນແຫລະ 16 ແຕ່ຈົ່ງລຸກຂຶ້ນແລະຢືນຢູ່ ເພາະເພື່ອການນີ້ແຫລະ, ເຮົາໄດ້ປາກົດແກ່ເຈົ້າ ຄືເພື່ອຈະຕັ້ງເຈົ້າໄວ້ໃຫ້ເປັນຜູ້ຣັບໃຊ້ແລະເປັນພຍານເຖິງເຫດການທີ່ເຈົ້າໄດ້ເຫັນແລ້ວ ກັບທັງເຫດການທີ່ເຮົາຈະປາກົດແກ່ເຈົ້າໃນພາຍຫນ້າ 17 ເຮົາຈະໂຜດເຈົ້າໃຫ້ພົ້ນຈາກພົລເມືອງນີ້ ແລະຈາກຄົນຕ່າງຊາດທີ່ເຮົາຈະໃຊ້ເຈົ້າໄປຫານັ້ນ 18 ເພື່ອຈະໃຫ້ເຈົ້າໄຂຕາເຂົາ ເພື່ອເຂົາຈະກັບຈາກຄວາມມືດມຣາເຖິງຄວາມສວ່າງ ແລະຈາກອຳນາດຂອງຊາຕານມາເຖິງພຣະເຈົ້າ
ໂປໂລຮັບເປັນພຍານຕໍ່ຄົນຢິວແລະຄົນຕ່າງຊາດ
19 ຂ້າແດ່ກະສັດອາກຣິບປາ, ເມື່ອເປັນດັ່ງນັ້ນແລ້ວຂ້າພຣະບາດບໍ່ໄດ້ຂັດຂືນນິມິດຊຶ່ງມາຈາກຟ້າສວັນນັ້ນ 20 ແຕ່ຂ້າພຣະບາດໄດ້ປະກາດແກ່ຄົນທັງຫລາຍຕັ້ງຕົ້ນແຕ່ເມືອງດາມັສກັສ, ແລະໃນກຸງເຢຣູຊາເລັມ, ແລະແກ່ຊາວຕ່າງປະເທດໃຫ້ເຂົາຖິ້ມໃຈເກົ່າເອົາໃຈໃຫມ່ຕ່າວຄືນມາຫາພຣະເຈົ້າ ແລະເຣັດການຊຶ່ງສົມກັບການກັບໃຈໃຫມ່ແລ້ວ 21 ເພາະເຫດນີ້ແຫລະ, ພວກຢິວຈຶ່ງໄດ້ຈັບຂ້າພຣະບາດໃນບໍຣິເວນພຣະວິຫານ ແລະພຍາຍາມຈະຂ້າຂ້າພຣະບາດເສັຽ 22 ຂ້າພຣະບາດໄດ້ຮັບຄວາມຊົດຊ່ອຍຊຶ່ງມາຈາກພຣະເຈົ້າເຖິງທຸກວັນນີ້ ດັ່ງນັ້ນຂ້າພຣະບາດຈຶ່ງຢືນຢູ່ເປັນພຍານຕໍ່ຜູ້ໃຫຍ່ແລະຜູ້ນ້ອຍ ຂ້າພຣະບາດບໍ່ເວົ້າເຣື່ອງອື່ນ ນອກຈາກເຣື່ອງຊຶ່ງບັນດາຜູ້ປະກາດພຣະທັມກັບໂມເຊໄດ້ກ່າວໄວ້ວ່າຈະເກີດຂຶ້ນນັ້ນ 23 ຄືວ່າຖ້າພຣະຄຣິດຕ້ອງທົນທຸກທໍຣະມານແລະຊົງເປັນຜູ້ຕົ້ນໃນການຄືນພຣະຊົນແລ້ວພຣະອົງຈະຊົງເປັນຜູ້ນຳຄວາມສວ່າງມາສະແດງແກ່ພົລເມືອງແລະແກ່ຄົນຕ່າງຊາດ”
ໂປໂລທູກຊັກຊວນອາຄຣີປາໃຫ້ຊົງຮັບເຊື່ອ
24 ເມື່ອໂປໂລກຳລັງແກ້ຄະດີຢ່າງນັ້ນ ເຟຊະໂຕຈຶ່ງຮ້ອງສຽງດັງຂຶ້ນວ່າ, “ໂປໂລເອີຍ, ເຈົ້າເປັນບ້າໄປແລ້ວ ການຮຽນຮູ້ຫລາຍຂອງເຈົ້າກຳລັງເຣັດໃຫ້ເຈົ້າເປັນບ້າໄປເສັຽ” 25 ແຕ່ໂປໂລໄດ້ຕອບວ່າ, “ໂອ, ພນະທ່ານເຟຊະໂຕທີ່ນັບຖື ຂ້າພະເຈົ້າບໍ່ໄດ້ເປັນບ້າ ແຕ່ກ່າວຕາມສັດຈິງແລະສະຕິອັນປົກກະຕິ 26 ດ້ວຍວ່າທ່ານກະສັດຊົງຊາບຂໍ້ຄວາມເຫລົ່ານີ້ດີແລ້ວຂ້າພະເຈົ້າຈຶ່ງກ້າທູນຕໍ່ພຣະອົງ ເພາະຂ້າພະເຈົ້າເຊື່ອແນ່ວ່າ ບໍ່ມີຈັກຢ່າງໃນບັນດາເຫດການເຫລົ່ານີ້ທີ່ພົ້ນຈາກພຣະເນດຂອງພຣະອົງໄປ ເພາະເຫດເຫລົ່ານີ້ບໍ່ໄດ້ເຮັດໃນບ່ອນລັບລີ້ 27 ຂ້າແດ່ກະສັດອາຄຣິປາ, ຝ່າພຣະບາດເຊື່ອພຣະຄັມພີຜູ້ປະກາດພຣະທັມຫລືບໍ ຂ້າພຣະບາດຊາບວ່າຝ່າພຣະບາດຊົງເຊື່ອຢູ່” 28 ກະສັດອາຄຣິປາຈຶ່ງຊົງກ່າວກັບໂປໂລວ່າ, “ເຈົ້າຢາກຊວນເຮົາໃຫ້ເປັນຄຣິສະຕຽນດ້ວຍຄຳຊັກຊວນພຽງເລັກນ້ອຍຢ່າງນັ້ນບໍ” 29 ໂປໂລຈຶ່ງທູນວ່າ, “ຈຳເພາະພຣະພັກພຣະເຈົ້າ ຂ້າພຣະບາດປາຖນາບໍ່ວ່າຄຳຊັກຊວນຫນ້ອຍຫລືຫລາຍ ຈະອ້ອນວອນຂໍເພື່ອວ່າບໍ່ແມ່ນແຕ່ຝ່າພຣະບາດອົງດຽວ ແຕ່ຄົນທັງປວງທີ່ຟັງຂ້າພຣະບາດໃນວັນນີ້ເຫມືອນກັນ ຈະກາຍເປັນເຫມືອນ່ຢາງຂ້າພຣະບາດເວັ້ນໄວ້ແຕ່ເຄື່ອງຜູກມັດນີ້” 30 ແລ້ວກະສັດກໍຊົງລຸກຂຶ້ນກັບຜູ້ປົກຄອງ ແລະພຣະນ້ອງນາງເບນີເກ ແລະຄົນທັງປວງທີ່ນັ່ງຢູ່ດ້ວຍກັນນັ້ນ 31 ເມື່ອອອກໄປແລ້ວກໍພາກັນເວົ້າວ່າ, “ຄົນຜູ້ນີ້ບໍ່ເຮັດສິ່ງໃດທີ່ສົມຄວນຈະຖືກໂທດເຖິງຕາຍ ຫລືຖືກຜູກມັດໄວ້ກໍດີ” 32 ກະສັດອາຄຣິປາໄດ້ຊົງເວົ້າກັບເຟຊະໂຕວ່າ, “ຖ້າຜູ້ນີ້ບໍ່ໄດ້ອຸທອນໄປເຖິງກາຍຊາຈະປ່ອຍເສັຽກໍໄດ້”
ໂປໂລລົງສະເພົາໄປສູ່ໂຣມ
1 ເມື່ອຕັ້ງໃຈວ່າຈະໃຫ້ພວກເຮົາເດີນທາງເຮືອສະເພົາໄປຍັງປະເທດອີຕາລີ ເຂົາຈຶ່ງມອບໂປໂລກັບນັກໂທດອື່ນລາງຄົນໄວ້ກັບນາຍຮ້ອຍຄົນນຶ່ງຊື່ ຢູລີໂອ ເປັນນາຍທະຫານໃນກອງທັບຂອງມະຫາກະສັດ 2 ເຂົາທັງຫລາຍຈຶ່ງລົງເຮືອລຳນຶ່ງທີ່ມາຈາກເມືອງ ອັດຣະມິດ ທີ່ກຳລັງຈະອອກໄປຍັງທ່າຕ່າງໆຕາມແຂວງອາເຊັຽ ແລ້ວເຮືອນັ້ນກໍອອກໄປ ມີຊາຍຄົນນຶ່ງຊຶ່ ອາຣິດຕາໂຂ ໄທເມືອງເທຊະໂລນິກແຂວງມາເກໂດເນັຽ ໄດ້ໄປພ້ອມກັບພວກເຮົາ 3 ຕົກມື້ຫນ້າພວກເຮົາໄດ້ຈອດທີ່ເມືອງຊີໂດນ ຝ່າຍຢູລີໂອມີໃຈເມດຕາຕໍ່ໂປໂລຈຶ່ງອະນຸຍາດໃຫ້ໄປຫາມິດສະຫາຍເພື່ອໃຫ້ເຂົາບົວລະບັດທ່ານ 4 ຄັນເຮືອອອກຈາກທີ່ນີ້ແລ້ວ ພວກເຮົາໄດ້ລຽບເກາະໄຊປຣັສໄປທາງຫລີກທວນລົມ ເພາະຖືກລົມຂັດຂວາງ 5 ເມື່ອຂ້າມທະເລທີ່ຊື່ກັບແຂວງກີລີເກັຽແລະແຂວງປັມຟີເລັຽນັ້ນກໍມາເຖິງເມືອງມີຣາໃນແຂວງລີເຊັຽ 6 ທີ່ນັ້ນນາຍຮ້ອຍໄດ້ພົບເຮືອລຳນຶ່ງທີ່ມາຈາກເມືອງອາເລັກຊັນເດັຽ ທີ່ຈະໄປຍັງປະເທດອີຕາລີ ທ່ານຈຶ່ງໃຫ້ພວກເຮົາລົງເຮືອລຳນັ້ນ 7 ພວກເຮົາໄດ້ໄປຊ້າໆເປັນເວລາຫລາຍວັນສົມຄວນ ແລະໄດ້ມາເຖິງເມືອງກະນີໂດດ້ວຍຄວາມຍາກລຳບາກ ເມື່ອມີລົມຂັດຂວາງ ພວກເຮົາຈຶ່ງລຽບເກາະກະເຣເຕໄປທາງຫລີກທວນລົມ ຊື່ກັບແຫລມຊັນໂມເນ 8 ເມື່ອໄດ້ລຽບເກາະນັ້ນໄປດ້ວຍຄວາມຍາກລຳບາກ ພວກເຮົາຈຶ່ງມາເຖິງບ່ອນນຶ່ງຊື່ວ່າທ່າງາມທ່ານີ້ຢູ່ໃກ້ເມືອງລາເຊອາ 9 ຄັນເສັຽເວລາໄປຫລາຍສົມຄວນແລ້ວ ແລະການເດີນເຮືອກໍອາດເປັນອັນຕະຣາຍ ເພາະຍາມເທສການອົດອາຫານນັ້ນຜ່ານໄປແລ້ວ ໂປໂລຈຶ່ງເຕືອນສະຕິ 10 ໂດຍກ່າວແກ່ເຂົາວ່າ, “ທ່ານທັງຫລາຍເອີຍ, ເຮົາເຫັນວ່າການເດີນທາງຄາວນີ້ຈະມີການອັນຕະຣາຍແລະຄວາມເສັຽຫາຍຫລາຍ ບໍ່ແມ່ນແຕ່ຂອງບັນທຸກກັບເຮືອເທົ່ານັ້ນ ແຕ່ຊີວິດຂອງເຮົາທັງຫລາຍດ້ວຍ” 11 ແຕ່ນາຍຮ້ອຍເຊື່ອຄຳນາຍທ້າຍແລະເຈົ້າຂອງເຮືອ ຫລາຍກວ່າເຊື່ອຄຳທີ່ໂປໂລເວົ້ານັ້ນ 12 ແລະເພາະວ່າທ່າງາມນັ້ນບໍ່ເຫມາະພໍກັບການຈອດໃນຣະດູຫນາວ ຄົນສ່ວນຫລາຍຈຶ່ງເຫັນດີໃຫ້ອອກໄປຈາກທີ່ນັ້ນ ເພື່ອຖ້າເປັນໄດ້ຈະໄປເຖິງເມືອງຟອຍນິກ ແລ້ວຈະຈອດຢູ່ທີ່ນັ້ນຕລອດຣະດູຫນາວ ເມືອງຟອຍນິກນັ້ນເປັນທ່າເຮືອຂອງເກາະກະເຣເຕ ຢູ່ເບື້ອງທິດຕາເວັນຕົກສຽງໃຕ້ກັບສຽງເຫນືອ
ເກີດລົມພະຍຸທີ່ທະເລ
13 ເມື່ອລົມທິດໃຕ້ພັດມາຄ່ອຍໆ ເຂົາກໍຄຶດວ່າໄດ້ສົມຄວາມມຸ່ງຫມາຍແລ້ວ ຈຶ່ງພາກັນຖອນສມໍຂຶ້ນ ແລ້ວເດີນລຽບຕາມເກາະກະເຣເຕໄປ 14 ແຕ່ເມື່ອໄປບໍ່ເຫິງປານໃດ ເຮືອກໍຖືກລົມພະຍຸກ້າຊື່ວ່າ ລົມຕາເວັນອອກສຽງເຫນືອພັດມາຈາກເກາະນັ້ນ 15 ຄັນເຮືອຖືກລົມພະຍຸຕ້ານລົມບໍ່ໄຫວ ພວກເຮົາຈຶ່ງປ່ອຍມັນໄປຕາມລົມ 16 ເມື່ອລຽບໄປທາງຫລີກທວນລົມທາງເກາະນ້ອຍແຫ່ງນຶ່ງຊື່ ກາວດາ ພວກເຮົາໄດ້ມັດເຮືອນ້ອຍໄວ້ໂດຍຍາກ 17 ເມື່ອຍົກເຮືອນ້ອຍຂຶ້ນແລ້ວ ພວກເຮົາກໍເອົາເຊືອກມັດໂອບເຮືອສະເພົາ ແລະເພາະຢ້ານວ່າຈະຄຸງຫາດຊາຍຊື່ ຊີຣະຕີ ເຂົາຈຶ່ງລົດໃບເຮືອລົງເສັຽແລ້ວຖືກໄຫລໄປຕາມລົມ 18 ຄັນຕົກມື້ຫນ້າມາເຂົາກໍຕັ້ງຕົ້ນຂົນຂອງບັນທຸກຖິ້ມເພາະຖືກພັດໄປມາຢ່າງເຕັມທີ່ດ້ວຍລົມພະຍຸໃຫຍ່ 19 ແລະໃນວັນຖ້ວນສາມເຂົາໄດ້ເອົາເຄື່ອງໃຊ້ໃນເຮືອນຖິ້ມເສັຽດ້ວຍມືຂອງເຂົາເອງ 20 ເມື່ອຕາເວັນແລະດາວບໍ່ໄດ້ສ່ອງແສງຫລາຍວັນແລ້ວ ແລະພວກເຮົາຍັງຖືກລົມພະຍຸໃຫຍ່ຢູ່ ຄວາມຫວັງທີ່ພວກເຮົາຈະລອດພົ້ນໄດ້ນັ້ນກໍຫມົດໄປ 21 ເມື່ອເຂົາອົດອາຫານມາເຫິງແລ້ວ ໂປໂລຈຶ່ງຢືນຂຶ້ນຖ້າມກາງພວກເຂົາເວົ້າວ່າ, “ທ່ານທັງຫລາຍເອີຍ, ພວກທ່ານຄວນໄດ້ຟັງເຮົາ ແລະບໍ່ຄວນອອກຈາກເກາະກະເຣເຕແລ້ວຈະໄດ້ພົ້ນຈາກອັນຕະຣາຍແລະຈາກການເສັຽສິ່ງຂອງຢ່າງນີ້ 22 ບັດນີ້ເຮົາກໍເຕືອນສະຕິທ່ານທັງຫລາຍໃຫ້ຊື່ນໃຈເທາະ ດ້ວຍວ່າໃນພວກທ່ານຈະບໍ່ມີຜູ້ໃດເສັຽຊີວິດ ຈະເສັຽກໍແຕ່ເຮືອເທົ່ານັ້ນ 23 ເພາະວ່າໃນຄືນນີ້ເອງມີເທວະດາຕົນນຶ່ງຂອງພຣະຜູ້ເປັນເຈົ້າຂອງເຮົາ ທີ່ເຮົາບົວລະບັດນັ້ນໄດ້ມາຢືນຢູ່ໃກ້ເຮົາ 24 ແລ້ວກ່າວວ່າ, “ໂປໂລເອີຍ, ຢ່າຊູ່ຢ້ານ ເຈົ້າຈະຕ້ອງເຂົ້າເຝົ້າກາຍຊາ ສ່ວນຄົນທັງປວງທີ່ຢູ່ໃນເຮືອກັບເຈົ້ານັ້ນ ພຣະເຈົ້າຈະຊົງໂຜດໃຫ້ພົ້ນຕາຍເພາະເຫັນແກ່ເຈົ້າ 25 ເພາະສັນນັ້ນທ່ານທັງຫລາຍເອີຍ, ຈົ່ງຊື່ນໃຈເທາະ ເພາະເຮົາໄວ້ວາງໃຈໃນພຣະເຈົ້າ ວ່າຈະເປັນໄປເຫມືອນຢ່າງທີ່ຊົງກ່າວໄວ້ແກ່ເຮົານັ້ນ 26 ແຕ່ພວກເຮົາກໍຈະຕ້ອງຄຸງເກາະບ່ອນນຶ່ງ” 27 ເມື່ອຖ້ວນຄືນທີ່ສິບສີ່ພວກເຮົາກໍຍັງຖືກພັດມາໃນທະເລອາດຣິອາ ປະມານທ່ຽງຄືນພວກລູກເຮືອຄາດວ່າມາໃກ້ບົກແລ້ວ 28 ຄັນຢັ່ງເບິ່ງນ້ຳກໍເຫັນວ່າເລິກຊາວວາ ແລະເມື່ອໄປຕື່ມຫນ້ອຍນຶ່ງກໍຢັ່ງເບິ່ງອີກ ເຫັນວ່າເລິກສິບຫ້າວາ 29 ເຂົາກໍຢ້ານວ່າພວກເຮົາຈະຕຳຝັ່ງບ່ອນມີຫີນຈຶ່ງຖິ້ມສມໍທາງທ້າຍສີ່ອັນ ແລ້ວພາກັນອ້ອນວອນຂໍໃຫ້ແຈ້ງງ່າຍ 30 ເມື່ອພວກລູກເຮືອພຍາຍາມຈະອອກຫນີຈາກເຮືອ ເຂົາໄດ້ຢ່ອນເຮືອນ້ອຍລົງນ້ຳຕັງຕິຈະຖິ້ມສມໍລົງທາງຫົວເຮືອ 31 ໂປໂລຈຶ່ງກ່າວແກ່ນາຍຮ້ອຍແລະພວກທະຫານວ່າ, “ຖ້າຄົນເຫລົ່ານີ້ບໍ່ຢູ່ໃນເຮືອແລ້ວ ທ່ານທັງຫລາຍຈະພົ້ນບໍ່ໄດ້” 32 ແລ້ວພວກທະຫານຈຶ່ງຕັດເຊືອກທີ່ຜູກເຮືອນ້ອຍໃຫ້ຕົກນ້ຳໄຫລໄປເສັຽ 33 ເມື່ອໃກ້ຈະຮຸ່ງແຈ້ງ ໂປໂລໄດ້ເຊີນຊວນຄົນທັງປວງໃຫ້ຮັບປະທານອາຫານແລະກ່າວວ່າ, “ວັນນີ້ໄດ້ຄົບສິບສີ່ວັນແລ້ວ ທີ່ທ່ານທັງຫລາຍລໍຄອຍຢູ່ ແລະອົດຢາກບໍ່ໄດ້ຮັບປະທານອາຫານອັນໃດຕລອດມາ 34 ສັນນັ້ນເຮົາເຊີນຊວນທ່ານທັງຫລາຍໃຫ້ຮັບປະທານອາຫານເສັຽ ເພາະການນີ້ເປັນທີ່ຮັກສາຊີວິດຂອງທ່ານໃຫ້ພົ້ນ ດ້ວຍວ່າເສັ້ນຜົມຂອງຜູ້ນຶ່ງຜູ້ໃດໃນພວກທ່ານຈະບໍ່ເສັຽໄປຈັກເສັ້ນດຽວ” 35 ຄັນກ່າວຢ່າງນັ້ນແລ້ວໂປໂລຈຶ່ງຢິບເອົາເຂົ້າຈີ່, ຂອບພຣະຄຸນພຣະເຈົ້າຕໍ່ຫນ້າຄົນທັງປວງ ແລ້ວຫັກຕັ້ງຕົ້ນຮັບປະທານ 36 ສ່ວນຄົນທັງປວງກໍຊື່ນໃຈຂຶ້ນ ຈຶ່ງຮັບປະທານອາຫານດ້ວຍ 37 ອັນນຶ່ງເຮົາທັງຫລາຍທີ່ຢູ່ໃນເຮືອນັ້ນ ຮວມທັງຫມົດສອງຮ້ອຍເຈັດສິບຫົກຄົນ 38 ເມື່ອຮັບປະທານອາຫານອີ່ມແລ້ວ ເຂົາໄດ້ຂົນເຂົ້າເປືອກຖິ້ມລົງທະເລເສັຽເພື່ອໃຫ້ເຮືອເບົາຂຶ້ນ
ເຮືອແຕກເສັຽ
39 ເມື່ອແຈ້ງແລ້ວເຂົາກໍບໍ່ຮູ້ວ່າເປັນແຜ່ນດິນອັນໃດ ແຕ່ເຂົາຫລຽວເຫັນອ່າວບ່ອນນຶ່ງທີ່ມີຫາດຈຶ່ງຕົກລົງກັນວ່າ ຖ້າເປັນໄດ້ຈະໃຫ້ເຮືອເຂົ້າຄຸງຫາດນັ້ນ 40 ເຂົາຈຶ່ງຕັດສາຍສມໍຖິ້ມເສັຽໃນທະເລ ແລ້ວກໍແກ້ເຊືອກທີ່ມັດໂທມ ແລະຊັກໃບຫົວເຮືອຂຶ້ນໃຫ້ຖືກລົມແລ່ນຊື່ເຂົ້າໄປຫາຝັ່ງ 41 ແຕ່ຄັນມາເຖິງຄອນບ່ອນນຶ່ງເຂົາກໍໃຫ້ເຮືອຄຸງດິນເສັຽ ຫົວເຮືອກໍຕິດແຫນ້ນອອກບໍ່ໄດ້ ແຕ່ທ້າຍເຮືອ ກໍແຕກອອກດ້ວຍກຳລັງຂອງຟອງນ້ຳ 42 ພວກທະຫານປຶກສາກັນວ່າຈະຂ້ານັກໂທດທັງຫລາຍເສັຽ ເພາະຢ້ານວ່າຈະມີຜູ້ໃດລອຍນ້ຳຫນີໄປໄດ້ 43 ແຕ່ນາຍມີໃຈຢາກໃຫ້ໂປໂລພົ້ນຊີວິດ ຈຶ່ງຫ້າມພວກທະຫານບໍ່ໃຫ້ເຮັດຕາມຄວາມຄຶດນັ້ນ ແລ້ວສັ່ງຄັນທັງຫລາຍທີ່ລອຍນ້ຳເປັນໂຕນລົງນ້ຳກ່ອນຈຶ່ງໄປຫາຝັ່ງ 44 ຝ່າຍຄົນທັງຫລາຍທີ່ເຫລືອນັ້ນ ລາງຄົນກໍລອຍເຟືອໄມ້ແປ້ນ ລາງຄົນກໍລອຍເຟືອທ່ອນໄມ້ທີ່ຫັກຈາກເຮືອ ດັ່ງນັ້ນຄົນທັງຫລາຍກໍລອດພົ້ນເຖິງຝັ່ງທຸກຄົນ
ໂປໂລເຖິງເກາະເມລີເຕ
1 ຄັນພົ້ນພັຍແລ້ວພວກເຮົາຈຶ່ງຮູ້ຈັກວ່າເກາະນັ້ນຊື່ ເມລີເຕ 2 ຝ່າຍຊາວປ່າທີ່ເກາະນັ້ນໄດ້ສະແດງຄວາມເມດຕາຕໍ່ພວກເຮົາຢ່າງຜິດທຳມະດາ ຄືເຂົາໄດ້ດັງໄຟຕ້ອນຮັບພວກເຮົາ ເພາະຝົນຕົກແລະຫນາວຫລາຍ 3 ເມື່ອໂປໂລເກັບຫລົວມັດນຶ່ງວາງໃສ່ໄຟ ງູພິດໂຕນຶ່ງອອກມາດ້ວຍຄວາມຮ້ອນ ຈຶ່ງຂົບມືໂປໂລຫ້ອຍຢູ່ 4 ເມື່ອຊາວປ່າໄດ້ເຫັນສັດສາຣະພິດຫ້ອຍຕິດຢູ່ໃນມືຂອງໂປໂລ ເຂົາກໍເວົ້າກັນວ່າ, “ຄົນຜູ້ນີ້ຄົງເປັນຜູ້ຂ້າຄົນແທ້ ເຖິງແມ່ນວ່າເຂົາພົ້ນຈາກທະເລແລ້ວ ແຕ່ເວນກັມຍັງບໍ່ຍອມໃຫ້ພົ້ນຕາຍ” 5 ແຕ່ບັດນັ້ນໂປໂລໄດ້ສັ່ນສັດນັ້ນໃຫ້ຕົກໃສ່ໄຟ ສ່ວນທ່ານເອງບໍ່ມີອັນຕະຣາຍຢ່າງໃດ 6 ຝ່າຍເຂົາພວກນັ້ນກໍຄອຍເບິ່ງຄຶດວ່າຈະເຫັນທ່ານໃຂ້ຂຶ້ນ ຫລືລົ້ມຕາຍໃນທັນທີ ເມື່ອຄອຍເບິ່ງເຫິງແລ້ວເລີຍບໍ່ເຫັນອັນໃດຜິດທຳມະດາຈັກຢ່າງເກີດຂຶ້ນແກ່ທ່ານ ເຂົາຈຶ່ງປ່ຽນໃຈເວົ້າວ່າທ່ານເປັນພຣະ 7 ອັນນຶ່ງຢູ່ໃກ້ບ່ອນນັ້ນມີທີ່ດິນຊຶ່ງເປັນຂອງປົບລີໂອ ຜູ້ໃຫຍ່ໃນເກາະນັ້ນ ທ່ານຜູ້ນີ້ໄດ້ຕ້ອນຮັບພວກເຮົາແລະລ້ຽງໄວ້ເປັນແຂກຢ່າງດີຕລອດສາມວັນ 8 ສ່ວນບິດາຂອງປົບລີໂອນອນຢູ່ເປັນໃຂ້ແລະເປັນທ້ອງບິດ ໂປໂລຈຶ່ງເຂົ້າໄປຫາ ແລະເມື່ອໄຫວ້ວອນແລ້ວກໍວາງມືໃສ່ທ່ານແລະເຮັດໃຫ້ດີພຍາດ 9 ຄັນເກີດມີມາຢ່າງນັ້ນແລ້ວ ຄົນອື່ນໆທີ່ເກາະນັ້ນຊຶ່ງມີພຍາດຕ່າງໆກໍມາຫາ ແລະເຂົາກໍດີເຫມືອນກັນ 10 ເຂົາໄດ້ໃຫ້ກຽດພວກເຮົາຫລາຍຢ່າງ ເມື່ອພວກເຮົາລາອອກໄປຈາກທີ່ນັ້ນ ເຂົາຈຶ່ງເອົາສິ່ງຂອງທີ່ພວກເຮົາຕ້ອງການມາໃສ່ເຮືອ
ໂປໂລເຖິງກຸງໂຣມ
11 ຄັນລ່ວງໄປໄດ້ສາມເດືອນແລ້ວ ພວກເຮົາຈຶ່ງລົງເຮືອລຳນຶ່ງ ຊຶ່ງມາຈາກເມືອງອາເລັກຊັນເດັຽທີ່ຄ້າງຢູ່ເກາະນັ້ນຕລອດຣະດູຫນາວ ມີຮູບ(ມິຖຸນ) “ຝາແຝດ” ເປັນເຄື່ອງຫມາຍ 12 ພວກເຮົາໄດ້ແວ່ທີ່ເມືອງຊີຣາກຸເຊ ຈອດຢູ່ທີ່ນັ້ນສາມວັນ 13 ຈາກທີ່ນັ້ນພວກເຮົາໄດ້ອ້ອມໄປເຖິງເມືອງເຣຄີອຸມ ມື້ຫນ້ານັ້ນລົມທິດໃຕ້ກໍພັດມາ ແລະວັນຖ້ວນສອງພວກເຮົາໄດ້ມາເຖິງເມືອງໂປຕີໂອລອຍ 14 ທີ່ນັ້ນເຮົາພົບພວກພີ່ນ້ອງ ແລະຖືກເຊີນໃຫ້ພັກຢູ່ກັບເຂົາເປັນເວລາເຈັດວັນ ແລ້ວພວກເຮົາກໍໄປເຖິງກຸງໂຣມ 15 ຄັນພວກພີ່ນ້ອງໃນກຸງໂຣມໄດ້ຍິນຂ່າວເຖິງພວກເຮົາ ເຂົາຈຶ່ງອອກມາຫາພວກເຮົາທີ່ຕລາດອັບປີໂອທີ່ສາລາສາມຫລັງ ເມື່ອໂປໂລໄດ້ເຫັນເຂົາແລ້ວຈຶ່ງຂອບພຣະຄຸນພຣະເຈົ້າ ແລະມີໃຈຊື່ນບານຂຶ້ນ 16 ຄັນພວກເຮົາເຂົ້າໃນກຸງໂຣມແລ້ວ ເຂົາໄດ້ອະນຸຍາດໃຫ້ໂປໂລຢູ່ຄົນດຽວຕ່າງຫາກ ໂດຍໃຫ້ມີທະຫານຄົນນຶ່ງຍາມຮັກສາໄວ້
ໂປໂລປະກາດໃນກຸງໂຣມ
17 ຄັນລ່ວງໄປໄດ້ສາມວັນແລ້ວ ໂປໂລໄດ້ເຊີນພວກຜູ້ໃຫຍ່ໃນພວກຢິວມາປະຊຸມກັນ ເມື່ອມາພ້ອມຫນ້າກັນແລ້ວທ່ານຈຶ່ງກ່າວແກ່ເຂົາວ່າ, “ພີ່ນ້ອງທັງຫລາຍເອີຍ, ເຖິງແມ່ນວ່າເຮົານີ້ບໍ່ໄດ້ເຮັດຜິດສິ່ງໃດຕໍ່ພົລເມືອງ ຫລືຜິດຕໍ່ທັມນຽມຂອງບັນພະບຸຣຸດ ເຮົາກໍຍັງຕ້ອງຖືກເປັນນັກໂທດມາຈາກກຸງເຢຣູຊາເລັມ ແລະຖືກມອບໃຫ້ຢູ່ໃນມືຂອງຊາວໂຣມ 18 ຄັນພວກນັ້ນໄດ້ໄຕ່ສວນເຮົາແລ້ວກໍຢາກປ່ອຍເຮົາເສັຽ ເພາະບໍ່ມີເຫດອັນທີ່ເຮົາຄວນຈະຕາຍ 19 ແຕ່ເມື່ອພວກຢິວເວົ້າຄັດຄ້ານ ເຮົາກໍຈຳເປັນຕ້ອງອຸທອນເຖິງກາຍຊາ ແຕ່ບໍ່ແມ່ນວ່າເຮົາມີອັນໃດຈະຟ້ອງຊົນຮ່ວມຊາດຂອງເຮົາ 20 ດ້ວຍເຫດນີ້ແຫລະ, ເຮົາຈຶ່ງເຊີນທ່ານທັງຫລາຍມາເພື່ອຈະໄດ້ເຫັນຫນ້າ ແລະເວົ້າກັບພວກທ່ານ ເພາະທີ່ເຮົາຖືກລ່າມໂສ້ນີ້ກໍເນື່ອງດ້ວຍຄວາມຫວັງຂອງຊົນຊາດອິສຣາເອນ” 21 ເຂົາຈຶ່ງຕອບທ່ານວ່າ, “ຝ່າຍພວກເຮົາບໍ່ໄດ້ຮັບຈົດຫມາຍຈາກແຂວງຢູດາຍກ່າວເຖິງທ່ານ ແລະບໍ່ມີພີ່ນ້ອງຜູ້ນຶ່ງຜູ້ໃດມາຣາຍງານຫລືກ່າວສິ່ງບໍ່ດີກ່ຽວກັບທ່ານ 22 ແຕ່ເຮົາທັງຫລາຍເຫັນສົມຄວນຟັງທ່ານ ວ່າທ່ານຄຶດເຫັນຢ່າງໃດເພາະຝ່າຍນິກາຍນີ້ ພວກເຮົາຮູ້ວ່າຖືກຂັດຂວາງທຸກທີ່ທຸກບ່ອນ” 23 ເມື່ອເຂົານັດພົບກັບທ່ານ ຄົນຈຳນວນຫລາຍກວ່າ ເກົ່າໄດ້ມາຫາທີ່ບ່ອນພັກຂອງທ່ານ ທ່ານຈຶ່ງກ່າວອະທິບາຍແກ່ເຂົາຕັ້ງແຕ່ເຊົ້າຈົນຄ່ຳ ເປັນພຍານເຖິງຣາຊອານາຈັກຂອງພຣະເຈົ້າຢ່າງຄົບຖ້ວນ ແລະຊັກຊວນໃຫ້ເຂົາຮັບເຊື່ອໃນພຣະເຢຊູ ໂດຍໃຊ້ຂໍ້ຄວາມຈາກພຣະບັນຍັດຂອງໂມເຊ ແລະຈາກພຣະຄັມພີຂອງຜູ້ປະກາດພຣະທັມເປັນຫລັກ 24 ລາງຄົນກໍຍອມຄຳທີ່ທ່ານກ່າວນັ້ນ ແຕ່ລາງຄົນກໍບໍ່ເຊື່ອ 25 ເມື່ອຄວາມເຫັນບໍ່ລົງລອຍກັນເຂົາຈຶ່ງລາຈາກກັນໄປ ຫລັງຈາກໂປໂລໄດ້ກ່າວຄຳນຶ່ງຕື່ມອີກວ່າ, “ພຣະວິນຍານບໍຣິສຸດໄດ້ຊົງກ່າວກັບບັນພະບຸຣຸດຂອງທ່ານທັງຫລາຍດ້ວຍເອຊາຢາຜູ້ປະກາດພຣະທັມຢ່າງຖືກຕ້ອງດີແລ້ວ 26 ວ່າ, “ຈົ່ງໄປຫາພົລເມືອງນີ້ແລະກ່າວວ່າ ເຈົ້າທັງຫລາຍຈະໄດ້ຍິນແທ້ ແຕ່ຈະບໍ່ເຂົ້າໃຈຈັກເທື່ອ ຈະໄດ້ເຫັນແທ້ ແຕ່ຈະບໍ່ໄດ້ສັງເກດຈັກເທື່ອ 27 ດ້ວຍວ່າໃຈຂອງພົລເມືອງນີ້ກໍປຶກຫນາ ຫູກໍຫນັກ, ຕາຂອງເຂົາກໍຫລັບເສັຽ ຢ້ານວ່າເຂົາຈະສັງເກດດ້ວຍຕາ ແລະຈະໄດ້ຍິນດ້ວຍບຫູ ແລະຈະຮູ້ດ້ວຍ ໃຈ ແລ້ວຈະຕ່າວກັບມາ ແລະເຮົາຈະເຮັດໃຫ້ເຂົາດີ” 28 ເຫດສັນນີ້ທ່ານທັງຫລາຍຈົ່ງຮູ້ວ່າ ການທີ່ພຣະເຈົ້າຊົງໂຜດໃຫ້ພົ້ນນັ້ນກໍຖືກນຳໄປເຖິງຄົນຕ່າງຊາດແລ້ວ ເຂົານັ້ນແຫລະ, ຈະຣັບຟັງ” 29 (ເມື່ອໂປໂລກ່າວຄຳເຫລົ່ານີ້ແລ້ວ ພວກຢິວກໍຈາກໄປ ແລະກຳລັງຖຽງກັນເອງຢູ່) 30 ໂປໂລໄດ້ອາໄສຢູ່ໃນເຮືອນທີ່ຕົນເຊົ່າເອງ ແລະໄດ້ຕ້ອນຮັບຄົນທັງປວງທີ່ມາຫາ 31 ທັງປະກາດຣາຊອານາຈັກຂອງພຣະເຈົ້າ ແລະສັ່ງສອນເຣື່ອງອັນກ່ຽວກັບພຣະອົງເຈົ້າເຢຊູຄຣິດຢ່າງເປີດເຜີຍ ໂດຍບໍ່ມີການຂັດຂວາງ
ຕົ້ນເຫດທີ່ພຣະເຈົ້າຊົງເອີ້ນໂປໂລເຂົ້າຮັບໃຊ້ປະກາດຂ່າວປະເສີດ
1 ໂປໂລ ຜູ້ຣັບໃຊ້ຂອງພຣະຄຣິດຄືພຣະເຢຊູ ຜູ້ທີ່ພຣະອົງຊົງເອີ້ນໃຫ້ເປັນອັຄສາວົກ ແລະໄດ້ຊົງຄັດອອກຕັ້ງໄວ້ໃຫ້ປະກາດຂ່າວປະເສີດຂອງພຣະເຈົ້າ 2 ຄືຂ່າວປະເສີດທີ່ພຣະອົງໄດ້ຊົງສັນຍາໄວ້ລ່ວງຫນ້າ ໂດຍທາງຜູ້ປະກາດພຣະທັມຂອງພຣະອົງໃນພຣະຄັມພີອັນສັກສິດ 3 ຂ່າວປະເສີດນັ້ນກ່ຽວກັບພຣະຣາຊບຸດຂອງພຣະອົງຄືພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ຊົງບັງເກີດໃນເຊື້ອວົງຂອງດາວິດຝ່າຍເນື້ອກາຍ 4 ແຕ່ຝ່າຍພຣະວິນຍານແຫ່ງຄວາມບໍຣິສຸດນັ້ນ ຊົງບົ່ງໄວ້ດ້ວຍຣິດທານຸພາບ ຄືໂດຍການທີ່ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຂຶ້ນມາຈາກຕາຍ ວ່າເປັນພຣະບຸດຂອງພຣະເຈົ້າ 5 ໂດຍທາງພຣະອົງນີ້ແຫລະ, ເຮົາໄດ້ຮັບພຣະຄຸນແລະຕຳແຫນ່ງເປັນອັຄສາວົກເພື່ອເຫັນແກ່ພຣະນາມຂອງພຣະອົງ ໃຫ້ໄປປະກາດຖ້າມກາງຊົນຊາດຕ່າງໆໃຫ້ເຂົາເຊື່ອຟັງ 6 ຮ່ວມທັງພວກເຈົ້າທີ່ພຣະເຈົ້າຊົງເອີ້ນໃຫ້ເປັນໄພ່ພົນຂອງພຣະເຢຊູຄຣິດເຫມືອນກັນ 7 ເຖິງ ບັນດາຄົນທັງຫລາຍທີ່ຢູ່ໃນກຸງໂຣມ ຜູ້ຊຶ່ງພຣະເຈົ້າຊົງຮັກແລະຊົງເອີ້ນໃຫ້ເປັນໄພ່ພົນຂອງພຣະອົງ ຂໍໃຫ້ພຣະຄຸນແລະສັນຕິສຸກຊຶ່ງມາຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ແລະຈາກພຣະເຢຊູຄຣິດເຈົ້າຈົ່ງມີຢູ່ກັບເຈົ້າທັງຫລາຍເທີນ
ຂອບພຣະຄຸນໂດຍທາງການອ້ອນວອນ
8 ກ່ອນອື່ນເຮົາຂໍຂອບພຣະຄຸນພຣະເຈົ້າຂອງເຮົາໂດຍທາງພຣະເຢຊູຄຣິດເພາະພວກເຈົ້າ ດ້ວຍວ່າຄວາມເຊື່ອຂອງພວກເຈົ້າກຳລັງຊ່າລືໄປທົ່ວໂລກ 9 ເພາະພຣະເຈົ້າຜູ້ທີ່ເຮົາຮັບໃຊ້ດ້ວຍຊີວິດຈິດໃຈ ໃນການປະກາດຂ່າວປະເສີດເຣື່ອງພຣະບຸດຂອງພຣະອົງນັ້ນ ພຣະອົງຊົງເປັນພຍານຝ່າຍເຮົາວ່າ ເມື່ອເຮົາອ້ອນວອນນັ້ນເຮົາກໍລະນຶກເຖິງພວກເຈົ້າຢູ່ສເມີບໍ່ຂາດ 10 ເຮົາທູນຂໍວ່າຖ້າເປັນທີ່ຊອບພຣະທັຍພຣະເຈົ້າແລ້ວ ໃຫ້ເຮົາໄດ້ມີໂອກາດທີ່ສຸດນີ້ໄປຢາມພວກເຈົ້າໄດ້ດ້ວຍວິທີນຶ່ງວິທີໃດ 11 ດ້ວຍວ່າເຮົາປາຖນາຢາກເຫັນເຈົ້າທັງຫລາຍ ເພື່ອຈະໄດ້ນຳຂອງປະທານຝ່າຍຈິດວິນຍານບາງຢ່າງມາໃຫ້ພວກເຈົ້າ ເພື່ອເສີມກຳລັງໃຈຂອງພວກເຂົາ 12 ຄືວ່າດ້ວຍຄວາມເຊື່ອຂອງເຮົາທັງສອງຝ່າຍນັ້ນຈະໄດ້ຫນຸນໃຈກັນແລະກັນ 13 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າ ເຮົາໄດ້ຕັ້ງໃຈຫລາຍເທື່ອແລ້ວວ່າຈະມາຢາມພວກເຈົ້າ ເພື່ອຈະໄດ້ຮັບຜົນບາງຢ່າງໃນຖ້າມກາງພວກເຈົ້າ ເຫມືອນດັ່ງໄດ້ຮັບຜົນໃນຖ້າມກາງຊາດຕ່າງປະເທດແລ້ວ ແຕ່ຈົນເຖິງບັດນີ້ກໍຍັງມີເຫດຂັດຂວາງຢູ່ 14 ເຮົາເປັນຫນີ້ພວກທີ່ສີວິໄລແລະພວກຕ່ຳຊ້າ ເປັນຫນີ້ທັງພວກນັກປາດແລະພວກຄົນໂງ່ດ້ວຍ 15 ເພາະເຫດນັ້ນ, ເຮົາຮີບຮ້ອນທີ່ຈະປະກາດຂ່າວປະເສີດແກ່ເຈົ້າທັງຫລາຍທີ່ຢູ່ໃນກຸງໂຣມເຫມືອນກັນ
ຣິດເດດຂອງຂ່າວປະເສີດ
16 ເພາະວ່າເຮົາບໍ່ມີຄວາມລະອາຍໃນຂ່າວປະເສີດ ດ້ວຍວ່າຂ່າວປະເສີດນັ້ນເປັນຣິດເດດຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອໄດ້ຮັບຄວາມພົ້ນ ພວກຢິວກ່ອນແລະພວກຕ່າງຊາດດ້ວຍ 17 ເພາະໃນຂ່າວປະເສີດນັ້ນພຣະເຈົ້າໄດ້ຊົງສະແດງໃຫ້ມີຄວາມຊອບທັມດ້ວຍອາໄສຄວາມເຊື່ອແຕ່ສິ່ງດຽວ ເຫມືອນມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ຜູ້ທີ່ຊົງຖືວ່າເປັນຄົນຊອບທັມເພາະດ້ວຍຄວາມເຊື່ອ ຜູ້ນັ້ນແຫລະ, ຈະໄດ້ຊີວິດ”
ໂທດຂອງມະນຸດຊາດ
18 ດ້ວຍວ່າພຣະພິໂຣດຂອງພຣະເຈົ້າກໍປາກົດມາຈາກສວັນ ຕໍ່ສູ້ບັນດາຄວາມຫມິ່ນປມາດພຣະອົງແລະຄວາມຊົ່ວຮ້າຍທຸກຢ່າງຂອງມະນຸດ ຄືມະນຸດພວກນັ້ນທີ່ເອົາຊົ່ວຮ້າຍມາຂັດຂວາງຄວາມຈິງ 19 ເຫດວ່າທີ່ຈະຮູ້ຈັກພຣະເຈົ້າໄດ້ເທົ່າໃດນັ້ນກໍໄດ້ປາກົດແຈ້ງຄັກໃນໃຈເຂົາ ດ້ວຍວ່າພຣະເຈົ້າໄດ້ຊົງໂຜດສະແດງໃຫ້ເຂົາຮູ້ແລ້ວ 20 ຕັ້ງແຕ່ແຣກສ້າງໂລກມາສະພາບທີ່ບໍ່ປາກົດຂອງພຣະເຈົ້າ ຄືຣິດທານຸພາບອັນຖາວອນແລະຄວາມເປັນພຣະຂອງພຣະອົງ ກໍໄດ້ປາກົດແຈ້ງໃນສັພສິ່ງທີ່ພຣະອົງໄດ້ຊົງສ້າງ ສັນນັ້ນເຂົາທັງຫລາຍຈຶ່ງບໍ່ມີຂໍ້ແກ້ຕົວໄດ້ 21 ເພາະເຖິງແມ່ນວ່າເຂົາທັງຫລາຍໄດ້ຮຼ້ຈັກພຣະເຈົ້າແລ້ວ ເຂົາກໍບໍ່ໄດ້ຖວາຍພຣະກຽດແກ່ພຣະອົງໃຫ້ສົມກັບການຊົງເປັນພຣະເຈົ້າ ທັງບໍ່ໄດ້ໂມທະນາພຣະຄຸນ ແຕ່ວ່າຄວາມຄຶດຂອງເຂົາກາຍເປັນສິ່ງທີ່ເສັຽປໂຍດ ແລະໃຈຂອງເຂົາກໍມືດມົວໄປ 22 ເຂົາອ້າງຕົວວ່າເປັນຄົນສລາດ ເຂົາຈຶ່ງກາຍເປັນຄົນໂງ່ໄປ 23 ເຂົາໄດ້ຮັບມະນຸດຜູ້ຕາຍເປັນກັບຮູບນົກຮູບສັດສີ່ຕີນ ແລະສັດເລືອຄານມາປ່ຽນແທນສະງ່າຣາສີຂອງພຣະເຈົ້າຜູ້ຊົງຕາຍບໍ່ເປັນ 24 ເພາະສັນນັ້ນ, ພຣະເຈົ້າຈຶ່ງຊົງປ່ອຍເຂົາໃຫ້ເຮັດການຊົ່ວຊ້າ ຕາມຣາຄະຕັນຫາໃນໃຈຂອງເຂົາ ເຂົາຈຶ່ງເຮັດສິ່ງຫນ້າອັບອາຍທາງຮ່າງກາຍຕໍ່ກັນ 25 ເຂົາໄດ້ເອົາຄວາມຈິງເຣື່ອງພຣະເຈົ້າມາປ່ຽນເປັນຄວາມບໍ່ຈິງ ແລະໄດ້ນະມັສການທັງບົວຣະບັດສິ່ງທີ່ຊົງສ້າງໄວ້ນັນແທນພຣະອົງຜູ້ຊົງສ້າງ ຄືຜູ້ທີ່ສົມຄວນຈະໄດ້ຮັບຄວາມສັຣເສີນເປັນນິດ ອາແມນ 26 ເພາະເຫດນັ້ນ, ພຣະເຈົ້າຈຶ່ງຊົງປ່ອຍເຂົາໃຫ້ມີຣາຄະຕັນຫາອັນຫນ້າອັບອາຍ ພວກຜູ້ຍິງຂອງເຂົາກໍປ່ຽນການສັມພັນຕາມທຳມະຊາດໃຫ້ຜິດທຳມະຊາດໄປ 27 ຝ່າຍຜູ້ຊາຍກໍເຫມືອນກັນ ໄດ້ເລີກການສັມພັນກັບຜູ້ຍິງຕາມທຳມະຊາດ ແລະຮີບຮ້ອນດ້ວຍໄຟແຫ່ງຣາຄະຕັນຫາທີ່ມີຕໍ່ກັນ ຜູ້ຊາຍກັບຜູ້ຊາຍພາກັນເຣັດການຊົ່ວຫນ້າອັບອາຍຕໍ່ກັນ ເຂົາຈຶ່ງໄດ້ຮັບຜົນກັມອັນສົມຄວນກັບຄວາມຜິດຂອງເຂົາໃນຕົວເຂົາເອງ 28 ເຂົາບໍ່ເຫັນດີທີ່ຈະຮັບຮູ້ພຣະເຈົ້າ ພຣະອົງຈຶ່ງຊົງປ່ອຍໃຫ້ເຂົາມີໃຈຊົ່ວແລະເຮັດສິ່ງທີ່ບໍ່ສົມຄວນ 29 ພວກເຂົາເຕັມໄປດ້ວຍການອະທັມທຸກຢ່າງ ການຊົ່ວຮ້າຍ ຄວາມໂລບ ຄວາມປອງຮ້າຍ ເຕັມໄປດ້ວຍຄວາມເຫິງສາ ການຂ້າຟັນ ການວິວາດ ການລໍ້ລວງ ການຜູກພຍາບາດ ການສັບສໍ່ 30 ການເວົ້ານິນທາ ການກຽດຊັງພຣະເຈົ້າ ຂີ້ອົ່ງຫມິ່ນປມາດ ຈອງຫອງ ອວດຕົວ ປະດິດຄຶດແຕ່ງການຊົ່ວຂຶ້ນ ບໍ່ຟັງຄວາມພໍ່ແມ່ 31 ໃຈບໍ່ສັງເກດການດີແລະຊົ່ວ ບໍ່ຖືຄຳຫມັ້ນສັນຍາ ຂາດຄວາມຮັກທຳມະດາ ບໍ່ມີຄວາມເມດຕາເອັນດູ 32 ເຖິງແມ່ນວ່າເຂົາຮູ້ຈັກຂໍ້ບັນຍັດຂອງພຣະເຈົ້າຄັກ ທີ່ກ່າວວ່າຄົນທັງປວງທີ່ເຮັດຢ່າງນັ້ນກໍສົມຄວນຈະຕາຍ ເຖິງປານນັ້ນເຂົາກໍຍັງເຮັດຢູ່ ແລະທັງເຫັນພ້ອມກັບຄົນທີ່ເຮັດຢ່າງນັ້ນດ້ວຍ
ການຊົງພິພາກສາອັນຍຸດຕິທັມ
1 ເຫດສັນນັ້ນມະນຸດເອີຍ, ບໍ່ວ່າເຈົ້າຈະແມ່ນໃຜ ເມື່ອເຈົ້າກ່າວໂທດໃສ່ຜູ້ອື່ນ ເຈົ້າບໍ່ມີຂໍ້ທີ່ຈະແກ້ຕົວໄດ້ ເພາະໃນເມື່ອເຈົ້າກ່າວໂທດໃສ່ຜູ້ອື່ນນັ້ນ ເຈົ້າກໍກ່າວໂທດໃສ່ຕົນເອງ ເພາະວ່າເຈົ້າທີ່ກ່າວໂທດໃສ່ເຂົາກໍຍັງເຮັດຢູ່ຢ່າງດຽວກັນກັບເຂົາ 2 ເຮົາທັງຫລາຍຮູ້ຢູ່ວ່າ ການທີ່ພຣະເຈົ້າຊົງພິພາກສາລົງໂທດຄົນທັງຫລາຍທີ່ເຮັດການຢ່າງນັ້ນ ກໍຖືກຕ້ອງຢູ່ແລ້ວ 3 ແຕ່ມະນຸດເອີຍ, ເຈົ້າຜູ້ກ່າວໂທດຄົນທີ່ເຮັດຢ່າງນັ້ນ ແຕ່ເຈົ້າເອງຍັງເຮັດຢ່າງດຽວກັນກັບເຂົາ ເຈົ້າຄຶດຫລືວ່າຈະພົ້ນຈາກການຊົງພິພາກສາລົງໂທດຂອງພຣະເຈົ້າໄດ້ 4 ຫລືວ່າເຈົ້າປມາດພຣະກະຣຸນາຄຸນອັນສົມບູນ ແລະຄວາມອົດກັ້ນພຣະທັຍກັບຄວາມອົດທົນຂອງພຣະອົງ ເຈົ້າບໍ່ຮູ້ຫລືວ່າພຣະກະຣຸນາຄຸນຂອງພຣະເຈົ້ານັ້ນ ຊົງປະສົງຈະນຳເຈົ້າໃຫ້ກັບໃຈເສັຽໃຫມ່ 5 ແຕ່ໃຈຂອງເຈົ້າແຂງກະດ້າງແລະບໍ່ຍອມກັບຕົວ ເຈົ້າຈຶ່ງກຳລັງສ້າງສົມພຣະພິໂຣດໄວ້ໃຫ້ຕົວເອງໃນວັນຂອງຄວາມຮ້າຍຂາດນັ້ນ ຄືວັນທີ່ພຣະເຈົ້າຈະຊົງພິພາກສາລົງໂທດຢ່າງຍຸດຕິທັມໃຫ້ປາກົດແຈ້ງນັ້ນ 6 ເພາະພຣະອົງຈະຊົງປະທານຕອບແທນຕາມການເຮັດຂອງເຂົາທຸກຄົນ 7 ສຳລັບຄົນທີ່ມີຄວາມພຽນພຍາຍາມເຮັດການດີ ສແວງຫາສະງ່າຣາສີ ຍົດສັກ ແລະຄວາມບໍ່ຮູ້ຕາຍນັ້ນ ພຣະອົງຈະຊົງປະທານຊີວິດອັນຕລອດໄປເປັນນິດໃຫ້ແກ່ເຂົາ 8 ແຕ່ພຣະອົງຈະຊົງສະແດງພຣະພິໂຣດອັນເຜັດຮ້ອນແກ່ຄົນທັງຫລາຍທີ່ຄຶດໃຫຍ່ໄຝ່ສູງ ແລະແກ່ຜູ້ທີ່ເຊື່ອຟັງຄວາມຈິງແຕ່ຍອມເຮັດຕາມຄວາມຊົ່ວ 9 ຄວາມທຸກຂະເວທະນາຈະເກີດມີແກ່ມະນຸດທຸກຄົນທີ່ເຮັດການຊົ່ວ ຄືເກດີແກ່ຊາດຢິວກ່ອນ ແລະແກ່ຄົນຕ່າງຊາດດ້ວຍ 10 ແຕ່ສະງ່າຣາສີແລະຍັດສັກກັບຄວາມສຸກສຳຣານຈະເກີດມີແກ່ທຸກຄົນທີ່ເຮັດການດີ ຄືແກ່ຊາດຢິວກ່ອນແລະແກ່ຄົນຕ່າງຊາດດ້ວຍ 11 ເພາະວ່າພຣະເຈົ້າບໍ່ຊົງເຫັນແກ່ຫນ້າຜູ້ໃດເລີຍ 12 ຄົນທັງຫລາຍທີ່ບໍ່ມີພຣະບັນຍັດແລະເຮັດຜິດບາບ ຈະຕ້ອງຈິບຫາຍໄປໂດຍບໍ່ອ້າງພຣະບັນຍັດ ແຕ່ຄົນທັງຫລາຍທີ່ມີພຣະບັນຍັດແລະເຮັດຜິດບາບ ກໍຈະຕ້ອງຖືກໂທດຕາມພຣະບັນຍັດນັ້ນ 13 ດ້ວຍວ່າບໍ່ແມ່ນພວກຄົນທີ່ຟັງພຣະບັນຍັດຈະເປັນຜູ້ຊອບທັມຕໍ່ພຣະພັກພຣະເຈົ້າ ແຕ່ແມ່ນຜູ້ທີ່ໄດ້ຂັບຕາມພຣະບັນຍັດເທົ່ານັ້ນທີ່ຈະໄດ້ຊົງຖືວ່າຊອບທັມ 14 ເມື່ອພວກຕ່າງຊາດຜູ້ບໍ່ມີພຣະບັນຍັດຫາກໄດ້ປະຕິບັດຕາມພຣະບັນຍັດໄປ ໂດຍນິສັຍປົກກະຕິ ຄົນເຫລົ່ານັ້ນ ເຖິງແມ່ນເຂົາບໍ່ມີພຣະບັນຍັດ ແຕ່ກໍຍັງເປັນພຣະບັນຍັດໃນຕົວເຂົາເອງ 15 ເຂົາສະແດງໃຫ້ເຫັນວ່າຫລັກການປະຕິບັດຕາມພຣະບັນຍັດນັ້ນ ກໍຈາຣຶກໄວ້ໃນໃຈຂອງເຂົາແລ້ວ ແລະໃຈສຳນຶກຜິດແລະຊອບຂອງເຂົາກໍເປັນພຍານເຫມືອນກັນ ແມ່ນຄວາມຄຶດຂອງເຂົານັ້ນແຫລະ, ທີ່ກ່າວໂທດຕົວເຂົາ ຫລືອາດຈະແກ້ຕົວໃຫ້ເຂົາ 16 ໃນວັນທີ່ພຣະເຈົ້າຈະຊົງໃຫ້ພຣະເຢຊູຄຣີດ ພິພາກສາຄວາມເລິກລັບຂອງມະນຸດທັງຫລາຍ ຕາມຂ່າວປະເສີດທີ່ເຮົາໄດ້ປະກາດແລ້ວນັ້ນ
ພວກຢິວ ແລະ ພຣະບັນຍັດ
17 ແຕ່ຖ້າເຈົ້າໄດ້ຊື່ວ່າເປັນຊາດຢິວ ຈຶ່ງເພິ່ງພາອາໄສພຣະບັນຍັດ, ແລະອວດວ່າມີພຣະເຈົ້າ 18 ແລະຮູ້ຈັກນ້ຳພຣະທັຍຂອງພຣະອົງ ທັງເຫັນຊອບໃນສິ່ງປະເສີດເພາະເຈົ້າໄດ້ຮຽນຮູ້ໃນພຣະບັນຍັດ 19 ແລະຖ້າເຈົ້າຖືຫມັ້ນວ່າຕົວເປັນຜູ້ນຳຄົນຕາບອດ ເປັນແສງສວ່າງແກ່ຄົນທັງຫລາຍທີ່ຢູ່ໃນຄວາມມືດ 20 ເປັນຜູ້ອົບຮົມຄົນໂງ່ ເປັນຄຣູສອນເດັກນ້ອຍ ເປັນຜູ້ມີແບບແຜນອັນສົມບູນຂອງຄວາມຮູ້ແລະຄວາມຈິງໃນພຣະບັນຍັດ, 21 ສັນນັ້ນເຈົ້າຊຶ່ງເປັນຜູ້ສອນຄົນອື່ນຈະບໍ່ສອນຕົວເອງຫລື ເຈົ້າຜູ້ທີ່ປະກາດວ່າ, “ຢ່າລັກຊັບ” ເຈົ້າເອງລັກຢູ່ຫລືບໍ່ 22 ເຈົ້າຜູ້ທີ່ໄດ້ບອກວ່າ, “ຢ່າຫລິ້ນຊູ້” ເຈົ້າເອງຍັງຫລິ້ນຢູ່ຫລືບໍ່ ເຈົ້າຜູ້ກຽດຊັງພຣະທຽມ ຕົວຍັງຍັງລັກປົ້ນວິຫານຫລືບໍ່ 23 ເຈົ້າຜູ້ອວດອ້າງໃນພຣະບັນຍັດ ຕົວເຈົ້າຍັງຫລູ່ກຽດແກ່ພຣະເຈົ້າໂດຍເຮັດຜິດຕໍ່ພຣະບັນຍັດຫລືບໍ່ 24 ເພາະພຣະຄັມພີຂຽນໄວ້ວ່າ, “ພຣະນາມຂອງພຣະເຈົ້າຖືກຫມິ່ນປມາດໃນຖ້າມກາງຄົນຕ່າງຊາດ ກໍເພາະເຈົ້າທັງຫລາຍ” 25 ຖ້າເຈົ້າເຮັດຕາມພຣະບັນຍັດ ພິທີຕັດນັ້ນເປັນປໂຍດແທ້ ແຕ່ຖ້າເຈົ້າລ່ວງລະເມີດພຣະບັນຍັດ ການທີ່ເຈົ້າຮັບພິທີຕັດກໍເຫມືອນບໍ່ໄດ້ຮັບ 26 ສັນນັ້ນຖ້າໄດ້ຊົງຖືເຫມືອນກັບວ່າ ຜູ້ນັ້ນໄດ້ຮັບພິທີຕັດແລ້ວບໍ່ແມ່ນຫລື 27 ເຖິງແມ່ນວ່າເຈົ້າທັງຫລາຍມີພຣະບັນຍັດທີ່ຈາຣຶກໄວ້ ແລະໄດ້ຮັບພິທີຕັດແລ້ວ ກໍຍັງລ່ວງລະເມີດຕໍ່ພຣະບັນຍັດນັ້ນ ຝ່າຍຄົນທຳມະດາສາມັນທີ່ບໍ່ໄດ້ຮັບພິທີຕັດ ເຂົາກໍຍັງຖືຮັກສາພຣະບັນຍັດຢູ່ ເຂົາພວກນັ້ນແຫລະ, ຈະກ່າວໂທດໃສ່ເຈົ້າ 28 ເພາະວ່າຄົນຢິວແທ້ບໍ່ແມ່ນຄົນທີ່ເປັນຢິວແຕ່ພາຍນອກເທົ່ານັ້ນ ແລະການຮັບພິທີຕັດແທ້ກໍບໍ່ແມ່ນອັນທີ່ປາກົດໃນເນື້ອກາຍເທົ່ານັ້ນ 29 ແຕ່ວ່າຄົນທີ່ເປັນຊາດຢິວແທ້ ຄືຄົນທີ່ເປັນຊາດຢິວພາຍໃນ ແລະການຮັບພິທີຕັດແທ້ນັ້ນ ຄືການຮັບທາງຈິດໃຈຊຶ່ງເປັນໄປຕາມພຣະວິນຍານ ບໍ່ແມ່ນເປັນໄປຕາມບົດບັນຍັດ ຄົນຢ່າງນັ້ນພຣະເຈົ້າຊົງສັຣເສີນ ບໍ່ແມ່ນມະນຸດສັຣເສີນ
1 ຖ້າຢ່າງນັ້ນຄົນຢິວຈະໄດ້ປຽບກວ່າຄົນອື່ນຢ່າງໃດ ຫລືການຮັບພິທີຕັດຈະມີປໂຍດອັນໃດ 2 ກໍມີປໂຍດຫລາຍໃນທຸກສິ່ງ ເປັນຕົ້ນວ່າ ພຣະເຈົ້າໄດ້ຊົງມອບພຣະທັມໂອວາດໃຫ້ພວກຢິວຮັກສາ 3 ເຖິງແມ່ນມີບາງຄົນບໍ່ສັດຊື່ ຄວາມບໍ່ສັດຊື່ຂອງເຂົານັ້ນຈະເຮັດໃຫ້ຄວາມສັດຊື່ຂອງພຣະເຈົ້າເສັຽປໂຍດຫລື 4 ບໍ່ແມ່ນຢ່າງນັ້ນດອກ ເຖິງແມ່ນວ່າທຸກຄົນເປັນຄົນຕົວະກໍຕາມ ຂໍໃຫ້ພຣະເຈົ້າຊົງສັດຊື່ທ່ຽງທັມ ຕາມຂຽນໄວ້ໃນພຣະຄັມພີວ່າ, “ເພື່ອພຣະອົງຈະໄດ້ປາກົດວ່າຊົງເປັນຜູ້ທ່ຽງທັມ ໃນຖ້ອຍຄຳທັງຫລາຍຂອງພຣະອົງ ແລະຊົງມີໄຊເມື່ອເຂົາກ່າວໂທດໃສ່ພຣະອົງ” 5 ແຕ່ຖ້າວ່າຄວາມອະທັມຂອງພວກເຮົາ ເປັນເຫດໃຫ້ເຫັນຄວາມຍຸດຕິທັມຂອງພຣະເຈົ້າແລ້ວ ພວກເຮົາຈະວ່າຢ່າງໃດ ຈະວ່າພຣະເຈົ້າຊົງລົງໂທດໂດຍບໍ່ຍຸດຕິທັມຢ່າງນັ້ນຫລື (ເຮົາເວົ້າຢ່າງມະນຸດ) 6 ບໍ່ແມ່ນຢ່າງນັ້ນດອກ ຖ້າແມ່ນຢ່າງນັ້ນແລ້ວພຣະເຈົ້າຈະຊົງພິພາກສາໂລກໄດ້ຢ່າງໃດ 7 ແຕ່ຖ້າວ່າຄວາມຕົວະລ່າຍຂອງເຮົາເປັນເຫດໃຫ້ຄວາມທ່ຽງທັມຂອງພຣະເຈົ້າໄດ້ປາກົດແຈ້ງຄັກ ແລະເປັນທີ່ໃຫ້ເກີດກຽດຕິຍົດແກ່ພຣະອົງ ເປັນຫຍັງເຮົາຈຶ່ງຍັງຖືກຊົງລົງໂທດເຫມືອນເປັນຄົນຜິດບາບ 8 ແລະເປັນຫຍັງເຮົາຈຶ່ງບໍ່ເຮັດຊົ່ວເພື່ອຄວາມດີຈະເກີດຂຶ້ນຈາກຄວາມຊົ່ວນັ້ນ ຕາມທີ່ບາງຄົນເລົ່າລືແລະນິນທາຫາວ່າເຮົາໄດ້ກ່າວຢ່າງນັ້ນແລ້ວ ການລົງໂທດຄົນຢ່າງນັ້ນກໍຍຸດຕິທັມແລ້ວ
ບໍ່ມີຄົນຊອບທັມ
9 ຖ້າດັ່ງນັ້ນແລ້ວຈະເປັນຢ່າງໃດ ເຮົາຄົນຢິວຈະໄດ້ປຽບກວ່າຫລືບໍ່ ບໍ່ແມ່ນຢ່າງນັ້ນດອກ ດ້ວຍວ່າເຮົາໄດ້ຟ້ອງແລ້ວວ່າ ທັງຄົນຢິວແລະຄົນຕ່າງຊາດກໍຢູ່ໃຕ້ອຳນາດຂອງຄວາມຜິດບາບທຸກຄົນ 10 ດັ່ງມີຄຳຂຽນໄວ້ໃນພຣະຄັມພີວ່າ, “ບໍ່ມີຄົນຊອບທັມຈັກຄົນນຶ່ງຄົນດຽວ 11 ບໍ່ມີຄົນທີ່ເຂົ້າໃຈ ບໍ່ມີຄົນທີ່ສແວງຫາພຣະເຈົ້າ 12 ທຸກຄົນໄດ້ຫລົງເວັ້ນໄປ ເຂົາພາກັນເປັນຄົນຊົ່ວໄປຫມົດ ຜູ້ເຮັດການດີບໍ່ມີຈັກຄົນດຽວ 13 ລຳຄໍຂອງເຂົາຄືຂຸມຝັງຊາກສົບທີ່ໄຂຢູ່ ເຂົາໃຊ້ລີ້ນຂອງເຂົາໃນການລໍ້ລວງ ມີພິດງູຮ້າຍຢູ່ໃຕ້ຮີມປາກຂອງເຂົາ 14 ປາກຂອງເຂົາເຕັມໄປດ້ວຍຄຳປ້ອຍດ່າແລະຄຳຂົມຂື່ນ 15 ຕີນຂອງເຂົາວ່ອງໄວໃນການເຮັດໃຫ້ນອງເລືອດ 16 ເຂົາຍ່ອມຖິ້ມຄວາມເສັຽຫາຍແລະຄວາມທຸກໄວ້ໃນທາງທີ່ເຂົາເດີນໄປ 17 ແລະເຂົາບໍ່ໄດ້ຮູ້ຈັກຫົນທາງແຫ່ງຄວາມສງົບສຸກ 18 ເຂົາບໍ່ເຄີຍຄຶດທີ່ຈະຢຳເກງພຣະເຈົ້າ” 19 ແຕ່ເຮົາທັງຫລາຍຮູ້ຢູ່ວ່າພຣະບັນຍັດທຸກຂໍ້ທີ່ໄດ້ກ່າວນັ້ນ ກໍກ່າວແກ່ຄົນເຫລົ່ານັ້ນທີ່ຢູ່ໃຕ້ພຣະບັນຍັດເພື່ອອັດປາກທຸກຄົນ ແລະເພື່ອໃຫ້ມະນຸດທຸກຄົນໃນໂລກຢູ່ໃຕ້ການພິພາກສາຂອງພຣະເຈົ້າ 20 ເພາະວ່າໃນສາຍພຣະເນດຂອງພຣະເຈົ້າບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນຜູ້ຊອບທັມດ້ວຍການເຮັດຕາມພຣະບັນຍັດ ເພາະວ່າພຣະບັນຍັດໄດ້ເຮັດໃຫ້ສັງເກດຮູ້ຈັກຄວາມບາບ
ຄວາມຊອບທັມໂດຍທາງຄວາມເຊື່ອ
21 ແຕ່ບັດນີ້ຄວາມຊອບທັມຊຶ່ງມາຈາກພຣະເຈົ້າ ໄດ້ປາກົດນອກຈາກພຣະບັນຍັດ (ມີພຣະບັນຍັດແລະຜູ້ປະກາດພຣະທັມເປັນພຍານຢູ່) 22 ຄືຄວາມຊອບທັມທີ່ມາຈາກພຣະເຈົ້າ ຊຶ່ງຊົງປະທານແກ່ຜູ້ທີ່ເຊື່ອທຸກຄົນ ດ້ວຍອາໄສຄວາມເຊື່ອໃນພຣະເຢຊູຄຣິດ ເພາະວ່າຄົນທັງຫລາຍສເມີກັນທຸກຄົນ 23 ດ້ວຍວ່າທຸກຄົນໄດ້ເຮັດຜິດບາບ ແລະຂາດຈາກພຣະຣັສມີຂອງພຣະເຈົ້າ 24 ແຕ່ພຣະເຈົ້າຊົງຖືວ່າເຂົາເປັນຄົນຊອບທັມ ດ້ວຍພຣະກະຣຸນາຄຸນຂອງພຣະອົງທີ່ບໍ່ຄິດຄ່າ ຄືດ້ວຍການຊົງໄຖ່ໄວ້ຊຶ່ງມີຢູ່ໃນພຣະເຢຊູຄຣິດ 25 ທີ່ພຣະເຈົ້າໄດ້ຊົງໃຫ້ປາກົດ ເພື່ອໃຫ້ເປັນຜູ້ໄຖ່ໂທດແທນບາບໂດຍຄວາມເຊື່ອໃນພຣະໂລຫິດຂອງພຣອົງ ອັນນີ້ກໍເພື່ອສະແດງໃຫ້ເຫັນຄວາມຍຸດຕິທັມຂອງພຣະເຈົ້າ ໃນການທີ່ພຣະອົງໄດ້ຊົງອົດກັ້ນພຣະທັຍໄວ້ ແລະບໍ່ໄດ້ຊົງລົງໂທດມະນຸດທີ່ເຮັດຜິດບາບໄປແລ້ວນັ້ນ 26 ແລະເພື່ອຊົງສະແດງໃນປັດຈຸບັນວ່າພຣະອົງຊົງເປັນຜູ້ຍຸດຕິທັມ ແລະຊົງໂຜດຜູ້ທີ່ເຊື່ອໃນພຣະເຢຊູເປັນຜູ້ຊອບທັມດ້ວຍ 27 ເມື່ອເປັນຢ່າງນັ້ນແລ້ວເຮົາຈະເອົາອັນໃດມາອວດ ກໍຫມົດຫົນທາງ ຈະອ້າງຫລັກອັນໃດວ່າຫມົດຫົນທາງ ຈະອ້າງຫລັກການປະຕິບັດຕາມພຣະບັນຍັດຫລື ບໍ່ແມ່ນດອກ ແຕ່ຕ້ອງອ້າງເອົາຫລັກຂອງຄວາມເຊື່ອ 28 ດ້ວຍວ່າພວກເຮົາເຫັນວ່າຄົນນຶ່ງຄົນໃດຈະຊົງຖືວ່າຊອບທັມໄດ້ ກໍໂດຍອາໄສຄວາມເຊື່ອນອກຈາກການປະຕິບັດຕາມພຣະບັນຍັດ 29 ຫລືວ່າພຣະເຈົ້ານັ້ນຊົງເປັນພຣະເຈົ້າຂອງຊາດຢິວຊາດດຽວເທົ່ານັ້ນຫລື ພຣະອົງບໍ່ຊົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍຫລື ແມ່ນແລ້ວ ພຣະອົງຊົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍ 30 ເຫດວ່າພຣະອົງຊົງເປັນພຣະເຈົ້າແຕ່ອົງດຽວ ແລະພຣະອົງຊົງໂຜດຖືວ່າຄົນທີ່ບໍ່ຮັບພິທີນັ້ນເປັນຄົນຊອບທັມດ້ວຍຄວາມເຊື່ອເຫມືອນກັນ 31 ຖ້າຢ່າງນັ້ນພວກເຮົາຈະລຶບລ້າງພຣະບັນຍັດດ້ວຍຄວາມເຊື່ອຫລື ບໍ່ແມ່ນຢ່າງນັ້ນດອກ ແຕ່ພວກເຮົາຍັງເປັນຜູ້ສນັບສນຸນພຣະບັນຍັດອີກ
ອັບຣາຮາມເປັນແບບຢ່າງ
1 ຖ້າຢ່າງນັ້ນພວກເຮົາຈະວ່າຢ່າງໃດເຖິງເຣື່ອງອັບຣາຮາມບັນພະບຸຣຸດຂອງພວກເຮົາຕາມສາຍເລືອດ 2 ຖ້າພຣະເຈົ້າຊົງຖືວ່າອັບຣາຮາມເປັນຄົນຊອບທັມດ້ວຍການປະຕິບັດ ທ່ານກໍມີທາງທີ່ຈະອວດໄດ້ ແຕ່ຕໍ່ພຣະພັກພຣະເຈົ້າທ່ານບໍ່ມີທາງຢ່າງນັ້ນ 3 ພຣະຄັມພີໄດ້ກ່າວໄວ້ຢ່າງໃດ ກໍກ່າວວ່າ, “ອັບຣາຮາມໄດ້ເຊື່ອພຣະເຈົ້າ ແລະຄວາມເຊື່ອນັ້ນພຣະເຈົ້າຊົງຖືວ່າເປັນຄວາມຊອບທັມແກ່ທ່ານ” 4 ຝ່າຍຄົນທີ່ເຮັດການກໍບໍ່ຖືວ່າຄ່າຈ້າງທີ່ຕົນໄດ້ຮັບນັ້ນເປັນບຳເຫນັດ ແຕ່ຖືວ່າເປັນຄ່າແຮງງານທີ່ຕົນເຮັດ 5 ສ່ວນຄົນທີ່ບໍ່ອາໄສການປະຕິບັດ ແຕ່ໄດ້ໄວ້ວາງໃຈໃນພຣະອົງຜູ້ຊົງໂຜດຄົນຜິດໃຫ້ເປັນຄົນຊອບທັມ ຄວາມເຊື່ອຂອງຄົນນັ້ນກໍຊົງຖືວ່າເປັນຄວາມຊອບທັມ 6 ດັ່ງດາວິດໄດ້ກ່າວເຖິງຄວາມສຸກຂອງຄົນທີ່ພຣະເຈົ້າໄດ້ຊົງໂຜດຖືວ່າເປັນຄົນຊອບທັມ ໂດຍບໍ່ໄດ້ອາໄສການປະຕິບັດ, 7 ວ່າ, “ຜູ້ຊຶ່ງໄດ້ຮັບຄວາມອະພັຍແກ່ການລ່ວງລະເມີດຂອງຕົນ ແລະການຜິດບາບຂອງຕົນໄດ້ຊົງໂຜດປົກບັງໄວ້ແລ້ວ ຜູ້ນັ້ນແຫລະ, ເປັນສຸກ 8 ບຸກຄົນທີ່ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງຖືໂທດ ກໍເປັນສຸກ” 9 ຖ້າເປັນດັ່ງນັ້ນ, ຄວາມສຸກມີແກ່ຄົນທີ່ໄດ້ຮັບພິທີຕັດແຕ່ພວກດຽວຫລື ຫລືວ່າມີແກ່ຄົນທີ່ບໍ່ດ້ຮັບພິທີຕັດດ້ວຍ ເພາະເຮົາກ່າວວ່າ, “ອັບຣາຮາມໄດ້ເຊື່ອພຣະເຈົ້າແລະເພາະຄວາມເຊື່ອນັ້ນພຣະເຈົ້າຈຶ່ງຊົງຖືວ່າທ່ານເປັນຄົນຊອບທັມ” 10 ແຕ່ພຣະເຈົ້າຊົງຖືເມື່ອໃດ ເມື່ອທ່ານຮັບພິທີຕັດແລ້ວຫລື ຫລືວ່າເມື່ອຍັງບໍ່ທັນໄດ້ຮັບເທື່ອ ບໍ່ແມ່ນເມື່ອຮັບແລ້ວ ແຕ່ເມື່ອຍັງບໍ່ທັນໄດ້ຮັບພິທີຕັດເທື່ອ 11 ແລະທ່ານໄດ້ຮັບພິທີຕັດນັ້ນເປັນເຄື່ອງຫມາຍສຳຄັນ ຄືເປັນກາປະທັບຂອງຄວາມຊອບທັມຊຶ່ງເກີດດ້ວຍຄວາມເຊື່ອທີ່ທ່ານໄດ້ມີຢູ່ ເມື່ອທ່ານຍັງບໍ່ທັນໄດ້ຮັບພິທີຕັດເທື່ອນັ້ນ ເພື່ອທ່ານຈະໄດ້ເປັນບິດາຂອງຄົນທັງປວງທີ່ເຊື່ອ ຊຶ່ງພຣະເຈົ້າຊົງຖືວ່າເປັນຄົນຊອບທັມ ເຖິງແມ່ນວ່າຍັງບໍ່ໄດ້ຮັບພິທີຕັດກໍຕາມ 12 ແລະເພື່ອທ່ານຈະເປັນບິດາຂອງຄົນທັງປວງທີ່ຮັບພິທີຕັດ ແລະບໍ່ພຽງແຕ່ຮັບພິທີຕັດເທົ່ານັ້ນ ແຕ່ມີຄວາມເຊື່ອຕາມແບບຂອງອັບຣາຮາມບິດາຂອງເຮົາທັງຫລາຍ ຊຶ່ງທ່ານມີຄວາມເຊື່ອເມື່ອຍັງບໍ່ທັນໄດ້ຮັບພິທີຕັດນັ້ນ
ໂດຍຄວາມເຊື່ອພຣະສັນຍາຈຶ່ງເກີດຜົນ
13 ດ້ວຍວ່າພຣະສັນຍາທີ່ຊົງປະທານແກ່ອັບຣາຮາມແລະຜູ້ສືບເຊື້ອສາຍຂອງທ່ານທີ່ວ່າຈະໄດ້ທັງພິພົບໂລກເປັນມໍຣະດົກນັ້ນ ກໍບໍ່ໄດ້ມາທາງພຣະບັນຍັດ ແຕ່ໄດ້ມາທາງຄວາມຊອບທັມທີ່ເກີດຈາກຄວາມເຊື່ອງ 14 ຖ້າຄົນທີ່ຖືຕາມພຣະບັນຍັດນັ້ນຈະເປັນເຈົ້າຂອງມໍຣະດົກ ແລ້ວຄວາມເຊື່ອກໍບໍ່ມີປໂຍດອັນໃດ ແລະພຣະສັນຍາກໍເສັຽປໂຍດເຫມືອນກັນ 15 ເພາະວ່າພຣະບັນຍັດເປັນເຫດໃຫ້ມີການຊົງພຣະພິໂຣດ ແຕ່ບ່ອນໃດບໍ່ມີພຣະບັນຍັດ ບ່ອນນັ້ນກໍບໍ່ມີການລ່ວງລະເມີດພຣະບັນຍັດ 16 ເພາະເຫດນັ້ນແຫລະ, ການທີ່ໄດ້ຮັບມໍຣະດົກຈຶ່ງຂຶ້ນຢູ່ກັບຄວາມເຊື່ອ ເພື່ອຈະໄດ້ເປັນຕາມພຣະຄຸນ ເພື່ອພຣະສັນຍານັ້ນຈະເປັນທີ່ໄວ້ວາງໃຈແກ່ຜູ້ສືບເຊື້ອສາຍຂອງທ່ານທຸກຄົນ ບໍ່ໃຊ່ແກ່ຜູ້ທີ່ສືບເຊື້ອສາຍທີ່ຖືພຣະບັນຍັດພວກດຽວ ແຕ່ແກ່ບັນດາຄົນທີ່ມີຄວາມເຊື່ອຢ່າງດຽວກັນກັບອັບຣາຮາມ ຜູ້ເປັນບິດາຂອງເຮົາທັງຫມົດ 17 ຕາມທີ່ມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ເຮົາໄດ້ຕັ້ງໃຫ້ເຈົ້າເປັນບິດາຂອງມວນປະຊາຊາດ” ຕັ້ງໄວ້ຈຳເພາະພຣະພັກພຣະເຈົ້າທີ່ທ່ານໄດ້ເຊື່ອນັ້ນ ຄືພຣະເຈົ້າຜູ້ຊົງບັນດານໃຫ້ຄົນທີ່ຕາຍແລ້ວມີຊີວິດຄືນມາ ແລະຊົງເອີ້ນສິ່ງຂອງທີ່ບໍ່ມີໃຫ້ມີຂຶ້ນ 18 ຝ່າຍອັບຣາຮາມນັ້ນເມື່ອບໍ່ມີຫວັງທີ່ຫນ້າໄວ້ວາງໃຈແລ້ວ ກໍຍັງເຊື່ອໄວ້ວາງໃຈ ມີຄວາມຫວັງວ່າຈະເປັນ “ບິດາຂອງມວນປະຊາຊາດ” ຕາມຄຳທີ່ຊົງກ່າວໄວ້ແລ້ວວ່າ, “ເຊື້ອສາຍຂອງເຈົ້າຈະເປັນຢ່າງນັ້ນແຫລະ” 19 ຄວາມເຊື່ອຂອງທ່ານບໍ່ໄດ້ລົດນ້ອຍຖອຍລົງເລີຍ ເຖິງແມ່ນວ່າອາຍຸສັງຂານຂອງຕົນໄດ້ປະມານຮ້ອຍປີແລ້ວກໍຕາມ ທ່ານກໍບໍ່ໄດ້ຄຶດວ່າຮ່າງກາຍຂອງຕົນປຽບເຫມືອນກັບຕາຍແລ້ວ ແລະບໍ່ໄດ້ຄຶດວ່າທ້ອງຂອງນາງຊາຣາເປັນຫມັນ 20 ທ່ານບໍ່ໄດ້ສົງສັຍໃນພຣະສັນຍາຂອງພຣະເຈົ້າ ແຕ່ຄວາມເຊື່ອຂອງທ່ານໄດ້ເພີ້ມກຳລັງໃຫ້ແຂງແຮງຂຶ້ນ ທ່ານຈຶ່ງໄດ້ຖວາຍກຽດຕິຍົດແກ່ພຣະເຈົ້າ 21 ທ່ານເຊື່ອຫມັ້ນວ່າພຣະເຈົ້າຊົງຣິດອຳນາດ ອາດເຮັດໃຫ້ສຳເຣັດໄດ້ຕາມທີ່ຊົງສັນຍາໄວ້ແລ້ວ 22 ດ້ວຍເຫດນີ້ແຫລະ, ຄວາມເຊື່ອນັ້ນ “ຊົງຖືວ່າເປັນຄວາມຊອບທັມແກ່ທ່ານ” 23 ແຕ່ຄຳວ່າ, “ຊົງຖືວາເປັນຄວາມຊອບທັມແກ່ທ່ານ” ນັ້ນ ກໍບໍ່ໄດ້ຂຽນໄວ້ສຳລັບທ່ານຜູ້ດຽວ 24 ແຕ່ສຳລັບເຮົາທັງຫລາຍດ້ວຍ ຄືຈະຊົງຖືວ່າເປັນຄວາມຊອບທັມແກ່ພວກເຮົາ ຄືເຮົາທີ່ເຊື່ອໃນພຣະອົງ ຜູ້ຊົງບັນດານໃຫ້ພຣະເຢຊູເຈົ້າຂອງພວກເຮົາຄືນຂຶ້ນມາຈາກຕາຍ 25 ຄືພຣະເຢຊູຜູ້ຊົງຖືກມອບໄວ້ໃຫ້ເຖິງສິ້ນພຣະຊົນແລ້ວ ເພາະການເຮັດຜິດຂອງເຮົາທັງຫລາຍແລະໄດ້ຖືກຊົງບັນດານໃຫ້ຄືນພຣະຊົນ ເພື່ອໃຫ້ເຮົາໄດ້ຊົງຖືວ່າເປັນຄົນຊອບທັມ
ການຊົງຖືວ່າເປັນຄົນຊອບທັມ
1 ເຫດສັນນັ້ນເມື່ອເຮົາທັງຫລາຍໄດ້ຊົງຖືວ່າເປັນຄົນຊອບທັມເພາະຄວາມເຊື່ອແລ້ວ ພວກເຮົາຈຶ່ງມີສັນຕິສຸກກັບພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າຂອງພວກເຮົາ 2 ໂດຍທາງພຣະອົງເຮົາທັງຫລາຍຈຶ່ງໄດ້ຮັບຄວາມແນະນຳເຂົ້າໄປໃນຮົ່ມພຣະຄຸນ ທີ່ພວກເຮົາຢືນຢູ່ດ້ວຍຄວາມເຊື່ອ ແລະພວກເຮົາຊົມຊື່ນຍິນດີ ໃນຄວາມຫວັງວ່າຈະໄດ້ມີສ່ວນໃນສະງ່າຣາສີຂອງພຣະເຈົ້າ 3 ຫລາຍກວ່ານັ້ນອີກພວກເຮົາກໍຊົມຊື່ນຍິນດີໃນຄວາມຍາກລຳບາກດ້ວຍ ເພາະຮູ້ແລ້ວວ່າຄວາມຍາກລຳບາກນັ້ນເຮັດໃຫ້ເກີດມີຄວາມອົດທົນ 4 ແລະຄວາມອົດທົນນັ້ນເຣັດໃຫ້ເຮົາເປັນຄົນທີ່ພຣະເຈົ້າຊົງເຫັນຊອບ ແລະການທີ່ຊົງເຫັນຊອບນັ້ນເຮັດໃຫ້ມີຄວາມໄວ້ວາງໃຈ 5 ແລະຄວາມໄວ້ວາງໃຈບໍ່ຫ່ອນເຮັດໃຫ້ມີຄວາມເສັຽໃຈເພາະຜິດຫວັງ ເພາະພຣະເຈົ້າໄດ້ຊົງເປັ່ງຄວາມຮັກຂອງພຣະຣອົງເຂົ້າໃນໃຈຂອງພວກເຮົາ ດ້ວຍທາງພຣະວິນຍານບໍຣິສຸດ ຊຶ່ງພຣະອົງໄດ້ຊົງປະທານໃຫ້ແກ່ເຮົາທັງຫລາຍແລ້ວ 6 ຂນະທີ່ເຮົາທັງຫລາຍຍັງຂາດກຳລັງ ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອແທນຄວາມຊົ່ວອະທັມຕາມເວລາອັນເຫມາະສົມ 7 ດ້ວຍວ່າບໍ່ສູ້ຈະມີໃຜຍອມຕາຍແທນຄົນຊອບທັມ ແຕ່ບາງທີ່ອາດຈະມີຄົນກ້າຕາຍແທນຄົນດີກໍໄດ້ 8 ແຕ່ຝ່າຍພຣະເຈົ້າຊົງສະແດງຄວາມຮັກຂອງພຣະອົງແກ່ເຮົາທັງຫລາຍ ຄືຂນະທີ່ພວກເຮົາຍັງເປັນຄົນຜິດບາບຢູ່ນັ້ນ ພຣະຄຣິດໄດ້ຊົງຍອມສິ້ນພຣະຊົນແທນເຮົາທັງຫລາຍ 9 ເຫດສັນນັ້ນເມື່ອພວກເຮົາໄດ້ຊົງຖືວ່າ ເປັນຄົນຊອບທັມແລ້ວດ້ວຍພຣະໂລຫິດຂອງພຣະອົງ ຫລາຍກວ່ານັ້ນອີກເຮົາທັງຫລາຍຈະພົ້ນຈາກພຣະພິໂຣດຂອງພຣະເຈົ້າໂດຍພຣະອົງ 10 ດ້ວຍວ່າຖ້າເມື່ອເຮົາທັງຫລາຍຍັງເປັນສັດຕຣູຕໍ່ພຣະເຈົ້າ ພຣະເຈົ້າໄດ້ຊົງໂຜດໃຫ້ພວກເຮົາໄດ້ກັບຄືນດີກັບພຣະອົງ ໂດຍທີ່ພຣະບຸດຂອງພຣະອົງຊົງສິ້ນພຣະຊົນແລ້ວ ຫລາຍກວ່ານັ້ນອີກ ເມື່ອເຮົາທັງຫລາຍໄດ້ກັບຄືນດີແລ້ວພວກເຮົາກໍຈະໄດ້ພົ້ນດ້ວຍການຊົງຄືນພຣະຊົນຂອງພຣະອົງ 11 ບໍ່ພຽງແຕ່ເທົ່ານັ້ນ ເຮົາທັງຫລາຍຍັງຊົມຊື່ນຍິນດີໃນພຣະເຈົ້າ ໂດຍທາງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຜູ້ຊົງເປັນເຫດໃຫ້ເຮົາທັງຫລາຍໄດ້ກັບຄືນດີກັບພຣະເຈົ້າ
ອາດາມກັບພຣະຄຣິດ
12 ເຫດສັນນັ້ນຄວາມຜິດບາບໄດ້ເຂົ້າມາໃນໂລກເພາະດ້ວຍມະນຸດຄົນດຽວ ແລະຄວາມຕາຍກໍໄດ້ເກີດມາຍ້ອນຄວາມຜິດບາບນັ້ນ ຢ່າງນັ້ນແຫລະ, ຄວາມຕາຍຈຶ່ງໄດ້ລາມໄປເຖິງມະນຸດທຸກຄົນ ເພາະວ່າທຸກຄົນໄດ້ເຮັດບາບແລ້ວ 13 ທີ່ຈິງ, ຄວາມຜິດບາບໄດ້ມີຢູ່ໃນໂລກແລ້ວກ່ອນມີພຣະບັນຍັດ ແຕ່ວ່າເມື່ອບໍ່ມີພຣະບັນຍັດກໍບໍ່ຖືວ່າມີຜິດ 14 ເຖິງຢ່າງໃດກໍດີ, ຄວາມຕາຍກໍໄດ້ຄອບງວຳຕລອດມາ ຕັ້ງແຕ່ອາດາມຈົນເຖິງໂມເຊ ເຖິງແມ່ນວ່າເຂົາບໍ່ໄດ້ເຮັດຜິດບາບເຫມືອນຢ່າງການລະເມີດຂອງອາດາມ ຜູ້ຊຶ່ງເປັນແບບຫມາຍເຖິງພຣະຜູ້ທີ່ຈະສະເດັດມາພາຍຫລັງນັ້ນ 15 ແຕ່ວ່າຂອງປະທານທີ່ມາດ້ວຍພຣະຄຸນນັ້ນບໍ່ເຫມືອນຢ່າງການລະເມີດ ເພາະຖ້າຄົນຈໍານວນຫລາຍຕ້ອງຕາຍເພາະການລະເມີດຂອງມະນຸດຄົນດຽວ ຫລາຍກວ່ານັ້ນອີກພຣະຄຸນຂອງພຣະເຈົ້າແລະຂອງປະທານທີ່ມາດ້ວຍພຣະຄຸນຂອງພຣະອົງຜູ້ດຽວ ຄືພຣະເຢຊູຄຣິດ ກໍມີບໍຣິບູນແກ່ຄົນຈຳນວນຫລາຍດ້ວຍ 16 ແລະຂອງປະທານນັ້ນກໍບໍ່ເຫມືອນກັບຜົນທີ່ເກີດຈາກຄວາມຜິດບາບຂອງຄົນນັ້ນຜູ້ດຽວ ເພາະວ່າການຊົງພິພາກສາທີ່ເກີດຂຶ້ນເນື່ອງຈາກການລະ ເມີດພຽງເທື່ອດຽວ ໄດ້ນຳໄປສູ່ການລົງໂທດ ແຕ່ຂອງປະທານນັ້ນໄດ້ມີຂຶ້ນພາຍຫລັງການລະເມີດຫລາຍເທື່ອນັ້ນນໍາໄປສູ່ການປົດປ່ອຍ 17 ເພາະຖ້າການລະເມີດຂອງມະນຸດຄົນດຽວເປັນເຫດໃຫ້ຄວາມຕາຍຄອບງວຳເພາະຄົນຜູ້ດຽວນັ້ນ ຫລາຍກວ່ານັ້ນຄົນຈຳນວນຫລາຍທີ່ຮັບ ພຣະຄຸນອັນບໍຣິບູນ ແລະຣັບຄວາມຊອບທັມຊຶ່ງເປັນຂອງປະທານ ກໍຈະຄຸ້ມຄອງຢູ່ໃນຊີວິດໂດຍພຣະອົງຜູ້ດຽວ ຄືພຣະເຢຊູຄຣິດ 18 ເຫດດັ່ງນີ້ການຊົງພິພາກສາລົງໂທດໄດ້ມາເຖິງຄົນທັງປວງ ເພາະການລະເມີດເທື່ອດຽວສັນໃດ ການຊົງກະທຳອັນຊອບທັມເທື່ອດຽວກໍນຳການປົດປ່ອຍແລະຊີວິດມາເຖິງຄົນທັງປວງສັນນັ້ນ 19 ດ້ວຍວ່າຄົນຈຳນວນຫລາຍຕົກເປັນຄົນຜິດບາບເພາະມະນຸດຄົນດຽວທີ່ບໍ່ເຊື່ອຟັງສັນໃດ ຄົນຈຳນວນຫລາຍກໍຈະໄດ້ຊົງຖືວ່າເປັນຄົນຊອບທັມ ເພາະພຣະອົງຜູ້ດຽວທີ່ໄດ້ຊົງເຊື່ອຟັງສັນນັ້ນ 20 ພຣະບັນຍັດໄດ້ມີຂຶ້ນກໍເພື່ອຄວາມຜິດຈະໄດ້ປາກົດຫລາຍຂຶ້ນ ແຕ່ທີ່ໃດມີຄວາມຜິດບາບປາກົດຫລາຍຂຶ້ນ ພຣະກະຣຸນາຄຸນກໍຈະມີຫລາຍລື່ນຂຶ້ນໃນທີ່ນັ້ນ 21 ເພື່ອວ່າຄວາມຜິດບາບໄດ້ຄອບງວຳໃຫ້ເຖິງ ຄວາມຕາຍສັນໃດ ພຣະກະຣຸນາຄຸນກໍຈະໄດ້ຄອບງວຳດ້ວຍຄວາມຊອບທັມ ໃຫ້ເຖິງຊີວິດອັນຕລອດໄປເປັນນິດ ໂດຍທາງພຣະເຢຊູຄຣິດອົງ ພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍສັນນັ້ນ
ການຕາຍແກ່ຄວາມຜິດບາບແຕ່ດຳເນີນຊີວິດໃນພຣະຄຣິດ
1 ຖ້າຢ່າງນັ້ນແລ້ວພວກເຮົາຈະວ່າຢ່າງໃດ ຄວນທີ່ເຮົາທັງຫລາຍຈະຢູ່ໃນຄວາມຜິດບາບຕໍ່ໄປ ເພື່ອໃຫ້ພຣະຄຸນມີຫລາຍຂຶ້ນຫລື 2 ບໍ່ເປັນຢ່າງນັ້ນດອກ ພວກເຮົາຜູ້ຕາຍຕໍ່ຄວາມຜິດບາບແລ້ວ ຈະດຳເນີນຊີວິດໃນຄວາມຜິດບາບຕໍ່ໄປໄດ້ຢ່າງໃດ 3 ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ພວກເຮົາທຸກຄົນທີ່ໄດ້ຮັບບັບຕິສະມາເຂົ້າໃນພຣະເຢຊູຄຣິດ ກໍໄດ້ຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງ 4 ເຫດສັນນັ້ນພວກເຮົາຈຶ່ງໄດ້ຖືກຝັງໄວ້ກັບພຣະອົງ ໂດຍການຮັບບັບຕິສະມາເຂົ້າສ່ວນໃນການສິ້ນພຣະຊົນນັ້ນ ເພື່ອວ່າພຣະຄຣິດໄດ້ຖືກຊົງບັນດານໃຫ້ຄືນພຣະຊົນ ໂດຍຣິດເດດອັນຮຸ່ງເຮືອງຂອງພຣະບິດາສັນໃດ ເຮົາທັງຫລາຍກໍຈະໄດ້ດຳເນີນຕາມຊີວິດໃຫມ່ເຫມືອນກັນສັນນັ້ນ 5 ເພາະວ່າຖ້າເຮົາທັງຫລາຍເຂົ້າຕິດສນິດກັບພຣະອົງແລ້ວໃນການຕາຍຢ່າງພຣະອົງ ເຮົາກໍຈະເຂົ້າສນິດກັບພຣະອົງໃນການຖືກຊົງບັນດານໃຫ້ເປັນຄືນມາ ຢ່າງພຣະອົງໄດ້ຖືກຊົງບັນດານໃຫ້ຄືນພຣະຊົນ 6 ເຮົາທັງຫລາຍຮູ້ສິ່ງນີ້ແລ້ວວ່າ ເພດຄົນເກົ່າຂອງພວກເຮົານັ້ນໄດ້ຖືກຄຶງໄວ້ກັບພຣະອົງແລ້ວ ເພື່ອເພດຄົນເກົ່າຊຶ່ງເປັນທີ່ຢູ່ຂອງຄວາມຜິດບາບນັ້ນ ຈະໄດ້ຖືກທຳລາຍເສັຽ ແລະພວກເຮົາຈຶ່ງຈະບໍ່ໄດ້ເປັນຂ້ອຍຂ້າຂອງຄວາມຜິດບາບອີກຕໍ່ໄປ 7 ດ້ວຍວ່າຜູ້ທີ່ຕາຍໄປແລ້ວກໍພົ້ນຈາກຄວາມຜິດບາບ 8 ແຕ່ຖ້າເຮົາທັງຫລາຍຕາຍແລ້ວກັບພຣະຄຣິດ ພວກເຮົາເຊື່ອວ່າເຮົາຈະມີຊີວິດຢູ່ດ້ວຍກັນກັບພຣະອົງ 9 ເຮົາທັງຫລາຍຮູ້ຢູ່ວ່າພຣະຄຣິດທີ່ຖືກຊົງບັນດານໃຫ້ຄືນພຣະຊົນແລ້ວນັ້ນ ຈະບໍ່ມີການສິ້ນພຣະຊົນອີກ ຄວາມຕາຍກໍຈະບໍ່ມີອຳນາດບັງຄັບພຣະອົງຕໍ່ໄປ 10 ດ້ວຍວ່າທີ່ພຣະອົງໄດ້ຊົງສິ້ນພຣະຊົນກໍສິ້ນພຣະຊົນຕໍ່ຄວາມຜິດບາບແຕ່ເທື່ອດຽວ ແຕ່ທີ່ພຣະອົງຊົງມີພຣະຊົນຢູ່ນັ້ນພຣະອົງກໍຊົງມີພຣະຊົນຢູ່ເພື່ອພຣະເຈົ້າ 11 ເຫມືອນກັນນັ້ນແຫລະ, ເຈົ້າທັງຫລາຍຈົ່ງຖືວ່າພວກເຈົ້າໄດ້ຕາຍຕໍ່ຄວາມຜິດບາບແລ້ວ ແລະມີຊີວິດເພື່ອພຣະເຈົ້າໃນພຣະເຢຊູຄຣິດ 12 ເຫດສັນນັ້ນ, ຕໍ່ໄປຢ່າໃຫ້ຄວາມຜິດບາບປົກຄອງຮ່າງກາຍທີ່ຕ້ອງຕາຍຂອງເຈົ້າທັງຫລາຍ ຊຶ່ງເຮັດໃຫ້ຕ້ອງເຊື່ອຟັງຕັນຫາຂອງກາຍນັ້ນ 13 ຢ່າມອບອະວັຍວະຂອງພວກເຈົ້າໃຫ້ແກ່ຄວາມຜິດບາບຕໍ່ໄປ ເພື່ອໃຫ້ເປັນເຄື່ອງໃຊ້ໃນການອະທັມ ແຕ່ຈົ່ງມອບຕົວຂອງເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເຫມືອນກັບບຸກຄົນທີ່ເປັນຂຶ້ນມາຈາກຄວາມຕາຍແລ້ວ ແລະຈົ່ງມອບອະວັຍວະຂອງເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເພື່ອເປັນເຄື່ອງໃຊ້ໃນການຊອບທັມຕໍ່ໄປ 14 ດ້ວຍວ່າຕໍ່ໄປຄວາມຜິດບາບຈະບໍ່ບັງຄັບພວກເຈົ້າອີກ ເພາະວ່າເຈົ້າທັງຫລາຍບໍ່ໄດ້ຢູ່ໃຕ້ພຣະບັນຍັດແຕ່ຢູ່ໃຕ້ພຣະຄຸນ
ຂ້ອຍຂ້າຂອງຄວາມຊອບທັມ
15 ຖ້າດັ່ງນັ້ນແລ້ວ, ຈະເປັນຢ່າງໃດຕໍ່ໄປ ພວກເຈົາຈະພາກັນເຮັດຜິດບາບ ເພາະບໍ່ຢູ່ໃຕ້ພຣະບັນຍັດແຕ່ຢູ່ໃຕ້ພຣະຄຸນຢ່າງນັ້ນຫລື ບໍ່ແມ່ນຢ່າງນັ້ນດອກ 16 ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ຖ້າພວກເຈົ້າເຄີຍມອບຕົວເຈົ້າຮັບໃຊ້ເຊື່ອຟັງຜູ້ໃດເຈົ້າກໍເປັນຂ້ອຍຂອງ ຜູ້ທີ່ເຈົ້າເຊື່ອຟັງນັ້ນ ຄືເປັນຂ້ອຍຂອງຄວາມຜິດບາບທີ່ນໍາໄປສູ່ຄວາມຕາຍ ຫລືເປັນຂ້ອຍຂ້າຂອງການເຊື່ອຟັງຈົນໄດ້ຊົງຖືວ່າເປັນຄົນຊອບທັມກໍດີ 17 ແຕ່ວ່າຈົ່ງໂມທະນາພຣະຄຸນຕໍ່ພຣະເຈົ້າ ເພາະເມື່ອກ່ອນນັ້ນເຈົ້າທັງຫລາຍເຄີຍເປັນຂ້ອຍຂ້າຂອງຄວາມຜິດບາບ ແຕ່ບັດນີ້ພວກເຈົ້າມີໃຈເຊື່ອຟັງຫລັກຄຳສອນນັ້ນ ຊຶ່ງຊົງໃຫ້ຄຸ້ມຄອງພວກເຈົ້າ 18 ເມື່ອພວກເຈົາຖືກຊົງໂຜດໃຫ້ພົ້ນຈາກຄວາມຜິດບາບແລ້ວ ພວກເຈົ້າໄດ້ກັບມາເປັນຂ້ອຍຂ້າຂອງຄວາມຊອບທັມ 19 (ເຮົາຍົກເອົາຕົວຢ່າງມະນຸດມາກ່າວ ເພາະເຫດຄວາມບົກພ່ອງຢ່າງມະນຸດທຳມະດາຂອງພວກເຈົ້າ) ເພາະເຈົ້າເຄີຍມອບອະວັຍວະຂອງພວກເຈົ້າ ເປັນຂ້ອຍຂ້າຂອງຄວາມຊົ່ວມົວຫມອງແລະການອະທັມ ເພື່ອເຮັດການອະທັມສັນໃດ ບັດນີ້ເຈົ້າທັງຫລາຍຈົ່ງມອບອະວັຍວະຂອງພວກເຈົ້າໃຫ້ເປັນຂ້ອຍຂ້າຂອງຄວາມຊອບທັມເປັນການສິ້ນສຸດ ເພື່ອໃຫ້ເຖິງການຊຳຮະໃຫ້ບໍຣິສຸດສັນນັ້ນ 20 ເມື່ອເຈົ້າທັງຫລາຍເປັນຂ້ອຍຂ້າຂອງຄວາມຜິດບາບຢູ່ນັ້ນ ຄວາມຊອບທັມກໍບໍ່ໄດ້ຄຸ້ມຄອງພວກເຈົ້າ 21 ຂນະນັ້ນພວກເຈົ້າໄດ້ປໂຍດອັນໃດໃນການເຫລົ່ານັ້ນຊຶ່ງບັດນີ້ພວກເຈົ້າກໍລະອາຍ ດ້ວຍວ່າຜົນສຸດທ້າຍຂອງການເຫລົ່ານັ້ນກໍຄືຄວາມຕາຍ 22 ແຕ່ບັດນີ້ເຈົ້າທັງຫລາຍ ໄດ້ຖືກຊົງໂຜດໃຫ້ພົ້ນຈາກການເປັນຂ້ອຍຂ້າຂອງຄວາມຜິດບາບ ແລະກັບມາເປັນຂ້ອຍຂ້າຂອງພຣະເຈົ້າແລ້ວ ຜົນຕອບແທນທີ່ພວກເຈົ້າໄດ້ຮັບນັ້ນຄືໃຈບໍຣິສຸດ ແລະຜົນສຸດທ້າຍກໍຄືຊີວິດອັນຕລອດໄປເປັນນິດ 23 ດ້ວຍວ່າຄ່າຈ້າງຂອງຄວາມຜິດບາບກໍຄືຄວາມຕາຍ ແຕ່ຂອງພຣະຣາຊທານອັນໂຜດມາແຕ່ພຣະເຈົ້າ ກໍຄືຊີວິດອັນຕລອດໄປເປັນນິດໃນພຣະຄຣິດ ຄືພຣະເຢຊູເຈົ້າຂອງພວກເຮົາ
ຍົກເຣື່ອງການແຕ່ງງານມາເປັນຂໍ້ປຽບທຽບ
1 ພວກພີ່ນ້ອງທັງຫລາຍເອີຍ, ພວກເຈົ້າບໍ່ຮູ້ຫລື (ເຮົາກຳລັງເວົ້າກັບຄົນທີ່ຮູ້ຈັກກົດລະບຽບແລ້ວ) ວ່າກົດຫມາຍອັນໃດມີອຳນາດເຫນືອມະນຸດ ກໍໃນຂນະທີ່ເຂົາຍັງມີຊີວິດຢູ່ເທົ່ານັ້ນ 2 ເປັນຕົ້ນວ່າຜູ້ຍິງທີ່ຜົວຍັງມີຊີວິດຢູ່ນັ້ນຕ້ອງຢູ່ໃນກົດລະບຽບຜົວເມັຽ ແຕ່ຖ້າຜົວຕາຍຍິງນັ້ນກໍພົ້ນຈາກກົດອັນນັ້ນ 3 ສັນນັ້ນຖ້າຍິງນັ້ນຍອມເປັນຂອງຊາຍອື່ນໃນເມື່ອຜົວຍັງມີຊີວິດຢູ່ ຍິງນັ້ນກໍໄດ້ຊື່ວ່າເປັນຍິງຫລິ້ນຊູ້ ແຕ່ຖ້າຜົວຕາຍແລ້ວຍິງນັ້ນກໍພົ້ນຈາກກົດລະບຽບຜົວເມັຽ ຖ້າແມ່ນຍິງນັ້ນໄປເປັນຂອງຊາຍອື່ນກໍບໍ່ມີຜິດໃນຖານຫລິ້ນຊູ້ 4 ຢ່າງນັ້ນແຫລະ, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າໄດ້ຕາຍຈາກພຣະບັນຍັດເຫມືອນກັນ ໂດຍທາງພຣະກາຍຂອງພຣະຄຣິດ ເພື່ອເຈົ້າຈະຕົກເປັນຂອງຜູ້ອື່ນ ຄືຂອງພຣະອົງຜູ້ຖືກຊົງບັນດານໃຫ້ຄືນພຣະຊົນແລ້ວ ເພື່ອພວກເຮົາຈະໄດ້ເກີດຜົນຖວາຍແກ່ພຣະເຈົ້າ 5 ເພາະວ່າເມື່ອພວກເຮົາດຳເນີນຊີວິດຢູ່ຕາມຢ່າງມະນຸດ ຕັນຫາຊົ່ວທີ່ປາກົດໂດຍທາງພຣະບັນຍັດນັ້ນໄດ້ເຮັດໃຫ້ອະວັຍວະຂອງເຮົາເກີດຜົນນຳໄປສູ່ຄວາມຕາຍ 6 ແຕ່ວ່າບັນນີ້ເຮົາທັງຫລາຍໄດ້ພົ້ນຈາກພຣະບັນຍັດແລ້ວ ຄືໄດ້ຕາຍຈາກສິ່ງທີ່ເຄີຍຜູກມັດເຮົາໄວ້ເມື່ອກ່ອນນັ້ນ ເພື່ອເຮົາທັງຫລາຍຈະບໍ່ໄດ້ບົວລະບັດຕາມຢ່າງເກົ່າ ຄືຕາມຕົວອັກສອນໃນພຣະບັນຍັດ ແຕາຈະໄດ້ບົວລະບັດຕາມຢ່າງໃຫມ່ ຄືຕາມລັກສະນະພຣະວິນຍານ
ເຣື່ອງພຣະບັນຍັດແລະຄວາມຜິດບາບ
7 ຖ້າຢ່າງນັ້ນແລ້ວເຮົາຈະວ່າຢ່າງໃດ ພຣະບັນຍັດນັ້ນຄືບາບຫລື ບໍ່ແມ່ນຢ່າງນັ້ນດອກ ແຕ່ຖ້າພຣະບັນຍັດບໍ່ໄດ້ບົ່ງໄວ້ ເຮົາກໍຄົງບໍ່ໄດ້ຮູ້ວ່າອັນໃດເປັນຄວາມຜິດບາບ ເພາະວ່າຖ້າພຣະບັນຍັດບໍ່ໄດ້ຫ້າມວ່າ, “ຢ່າໂລບ” ເຮົາກໍຄົງບໍ່ຮູ້ວ່າຄວາມໂລບນັ້ນຄືອັນໃດ 8 ແຕ່ວ່າຄວາມຜິດບາບໄດ້ຖືເອົາຂໍ້ພຣະບັນຍັດເປັນຊ່ອງທາງເຮັດໃຫ້ຕັນຫາຊົ່ວທຸກຢ່າງເກີດຂຶ້ນໃນຕົວເຮົາ ເພາະວ່າຖ້າບໍ່ມີພຣະບັນຍັດ ຄວາມຜິດບາບກໍຕາຍເສັຽແລ້ວ 9 ເມື່ອກ່ອນນັ້ນເຮົາກໍດຳເນີນຊີວິດຢູ່ໂດຍບໍ່ມີພຣະບັນຍັດ ແຕ່ເມື່ອມີພຣະບັນຍັດແລ້ວຄວາມຜິດບາບກໍເກີດຂຶ້ນ 10 ແລະເຮົາກໍຕາຍ ພຣະບັນຍັດຊຶ່ງຊົງປະທານເພື່ອໃຫ້ມີຊີວິດນັ້ນ ກໍປາກົດແລ້ວວ່າເປັນເຫດໃຫ້ເຮົາຕ້ອງຕາຍ 11 ເພາະວ່າຄວາມຜິດບາບໄດ້ຖືເອົາພຣະບັນບັດເປັນຊ່ອງທາງລໍ້ລວງເຮົາ ແລະຂ້າໃຫ້ເຮົາຕາຍດ້ວຍພຣະບັນຍັດນັ້ນ 12 ດ້ວຍເຫດນັ້ນພຣະບັນຍັດຈຶ່ງເປັນສິ່ງສັກສິດ ແລະຂໍ້ບັນຍັດກໍສັກສິດທັງຍຸດຕິທັມແລະດີງາມ 13 ຖ້າຢ່າງນັ້ນແລ້ວສິ່ງອັນດີໄດ້ນຳຄວາມຕາຍມາໃຫ້ເຮົາຫລື ບໍ່ແມ່ນຢ່າງນັ້ນດອກ ແມ່ນຄວາມຜິດບາບນັ້ນແຫລະ, ຄືບາບທີ່ອາໄສສິ່ງດີໄດ້ນຳຄວາມຕາຍມາໃຫ້ເຮົາ ເພື່ອໃຫ້ປາກົດວ່າຄວາມຜິດບາບນັ້ນເປັນຜິດບາບອັນແທ້ຈິງ ແລະດ້ວຍອາໄສພຣະບັນຍັດນັ້ນຄວາມຜິດບາບຈຶ່ງໄດ້ປາກົດວ່າຊົ່ວຮ້າຍເຫລືອເກີນ
ເຣື່ອງທຳມະດາສອງຢ່າງຂອງມະນຸດ
14 ພວກເຮົາຮູ້ແລ້ວວ່າພຣະບັນຍັດນັ້ນເປັນມາໂດຍຝ່າຍພຣະວິນຍານ ແຕ່ວ່າເຮົານີ້ເປັນແຕ່ມະນຸດທຳມະດາຊຶ່ງຖືກຂາຍໄວ້ໃຫ້ຢູ່ໃຕ້ຄວາມຜິດບາບ 15 ເຮົາບໍ່ເຂົ້າໃຈການທີ່ເຮົາເຄີຍເຮັດຢູ່ ເພາະວ່າເຮົາບໍ່ເຮັດຕາມສິ່ງທີ່ເຮົາປາຖນາ ແຕ່ເຮົາກັບໄປເຮັດສິ່ງທີ່ເຮົາກຽດຊັງນັ້ນ 16 ບັດນີ້ຖ້າເຮົາເຮັດສິ່ງທີ່ເຮົາບໍ່ປາຖນານັ້ນ ເຮົາຍອມຮັບວ່າພຣະບັນຍັດນັ້ນດີ 17 ສັນນັ້ນຈຶ່ງບໍ່ແມ່ນເຮົາເປັນຜູ້ເຮັດ ແຕ່ແມ່ນຄວາມຜິດບາບທີ່ອາໄສຢູ່ໃນຕົວເຮົາເປັນຜູ້ເຮັດ 18 ເພາະເຮົາຮູ້ວ່າໃນຕົວເຮົາກໍມີຢູ່ ແຕ່ທີ່ຈະເຮັດການດີນັ້ນເຮົາບໍ່ໄດ້ເຮັດ 19 ດ້ວຍວ່າການດີຊຶ່ງເຮົາປາຖນານັ້ນ ເຮົາບໍ່ໄດ້ເຮັດ ແຕ່ການຊົ່ວທີ່ເຮົາບໍ່ປາຖນາເຮັດ ເຮົາກໍຍັງເຮັດຢູ່ 20 ຖ້າແມ່ນເຮົາຍັງເຮັດສິ່ງທີ່ເຮົາບໍ່ປາຖນາຈະເຮັດນັ້ນ ກໍບໍ່ແມ່ນຕົວເຮົາເປັນຜູ້ເຮັດ ແຕ່ແມ່ນຄວາມຜິດບາບທີ່ອາໄສຢູ່ໃນຕົວເຮົານັ້ນເປັນຜູ້ເຮັດ 21 ດັ່ງນັ້ນເຮົາຈຶ່ງເຫັນວ່າເປັນກົດທຳມະດາຢ່າງນຶ່ງ ຄືເມື່ອໃດເຮົາຕັ້ງໃຈຈະເຮັດການດີຄວາມຊົ່ວກໍມາຕັນເຮົາ 22 ເພາະວ່າສ່ວນເລິກໃນໃຈຂອງເຮົານັ້ນ ກໍປິຕິຍິນດີໃນພຣະບັນຍັດຂອງພຣະເຈົ້າ 23 ແຕ່ເຮົາເຫັນກົດອີກຢ່າງນຶ່ງມີຢູ່ໃນອະວັຍວະຂອງເຮົາຊຶ່ງຕໍ່ສູ້ກັບກົດແຫ່ງຈິດໃຈຂອງເຮົາ ແລະຜູກເຮົາໄວ້ໃຕ້ບັງຄັບກົດແຫ່ງຄວາມຜິດບາບຊຶ່ງຢູ່ໃນອະວັຍວະຂອງເຮົາ 24 ໂອ, ເຮົານີ້ຊ່າງເປັນຄົນທຸກຍາກເຂັນໃຈແທ້ຫນໍ ໃຜແດ່ຈະຊ່ອຍເຮົາໃຫ້ພົ້ນຈາກຮ່າງກາຍທີ່ຕ້ອງຕາຍນີ້ 25 ເຮົາຂອບພຣະຄຸນພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ເຫດດັ່ງນີ້ທາງດ້ານຈິດໃຈເຮົາກໍຍອມຮັບໃຊ້ຕາມຂໍ້ບັນຍັດຂອງພຣະເຈົ້າ ແຕ່ດ້ານຮ່າງກາຍຂອງເຮົາກໍເປັນຂ້ອຍຂ້າຢູ່ໃຕ້ກົດແຫ່ງຄວາມຜິດບາບ
ຊີວິດຝ່າຍພຣະວິນຍານ
1 ບັດນີ້ການລົງໂທດຈຶ່ງບໍ່ແມ່ແກ່ຄົນທັງຫລາຍທີ່ຢູ່ໃນພຣະເຢຊູຄຣິດ 2 ເພາະວ່າກົດຂອງພຣະວິນຍານອັນເຮັດໃຫ້ມີຊີວິດໃນພຣະເຢຊູຄຣິດນັ້ນ ໄດ້ເຮັດໃຫ້ເຮົາພົ້ນຈາກກົດຂອງຄວາມຜິດບາບແລະຄວາມຕາຍ 3 ດ້ວຍວ່າສິ່ງທີ່ພຣະບັນຍັດເຮັດບໍ່ໄດ້ເພາະເນື້ອກາຍເຮັດໃຫ້ອ່ອນກຳລັງເສັຽ ພຣະເຈົ້າກໍຊົງເຮັດແລ້ວ ໂດຍໄດ້ຊົງໃຊ້ພຣະບຸດຂອງພຣະອົງມາໃນສະພາບເຫມືອນເນື້ອກາຍທີ່ຜິດບາບ ແລະເພື່ອຊົງໄຖ່ຄວາມຜິດບາບ ພຣະອົງຈຶ່ງໄດ້ຊົງລົງໂທດບາບໃນເນື້ອກາຍນັ້ນ 4 ເພື່ອໃຫ້ຂໍ້ຄຳສັ່ງອັນຍຸດຕິທັມຂອງພຣະບັນຍັດສຳເຣັດໃນຕົວພວກເຮົາ ທີ່ບໍ່ດຳເນີນຊີວິດຕາມຢ່າງມະນຸດແຕ່ຕາມຝ່າຍພຣະວິນຍານ 5 ເພາະວ່າຄົນທັງຫລາຍທີ່ຢູ່ຝ່າຍມະນຸດກໍໃສ່ໃຈໃນສິ່ງທີ່ເປັນຝ່າຍມະນຸດ ແຕ່ຄົນທັງຫລາຍທີ່ຢູ່ຝ່າຍພຣະວິນຍານກໍໃສ່ໃຈໃນສິ່ງທີ່ເປັນຝ່າຍພຣະວິນຍານ 6 ດ້ວຍວ່າການໃສ່ໃຈຢູ່ກັບຝ່າຍມະນຸດນັ້ນກໍຄືຄວາມຕາຍ ແລະການໃສ່ໃຈກັບຝ່າຍພຣະວິນຍານນັ້ນກໍຄືຊີວິດແລະສັນຕິສຸກ 7 ເຫດວ່າກນທີ່ໃສ່ໃຈກັບຝ່າຍມະນຸດນັ້ນກໍເປັນສັດຕຣູຕໍ່ພຣະເຈົ້າ ເພາະບໍ່ຍອມຢູ່ໃຕ້ບັງຄັບພຣະບັນຍັດຂອງພຣະເຈົ້າ ແລະທີ່ຈິງ, ຈະຢູ່ໃຕ້ບັງຄັບພຣະບັນຍັດນັ້ນກໍບໍ່ໄດ້ 8 ແລະຄົນທັງຫລາຍທີ່ຢູ່ຝ່າຍມະນຸດຈະເປັນຊອບພຣະທັຍພຣະເຈົ້າກໍບໍ່ໄດ້ 9 ອັນນຶ່ງ, ຖ້າແມ່ນພຣະວິນຍານຂອງພຣະເຈົ້າຊົງສະຖິດຢູ່ໃນເຈົ້າທັງຫລາຍຢ່າງແທ້ຈິງແລ້ວ ພວກເຈົ້າກໍບໍ່ຢູ່ຝ່າຍມະນຸດແຕ່ຢູ່ຝ່າຍພຣະວິນຍານ ແຕ່ຖ້າຜູ້ໃດບໍ່ມີພຣະວິນຍານຂອງພຣະ
ຄຣິດ ຜູ້ນັ້ນກໍບໍ່ເປັນຂອງພຣະອົງ
10 ແຕ່ຖ້າພຣະຄຣິດຊົງຢູ່ໃນເຈົ້າທັງຫລາຍແລ້ວ ເຖິງແມ່ນວ່າເນື້ອຕົວຂອງພວກເຈົ້າຕາຍແລ້ວເພາະຄວາມຜິດບາບ ແຕ່ວິນຍານຂອງເຈົ້າກໍມີຊີວິດຢູ່ເພາະຄວາມຊອບທັມ 11 ຖ້າພຣະວິນຍານຂອງພຣະອົງ ຜູ້ຊົງບັນດານໃຫ້ພຣະເຢຊູຊົງຄືນພຣະຊົນນັ້ນ ຊົງສະຖິດຢູ່ໃນພວກເຈົ້າ ພຣະອົງຜູ້ຊົງບັນດານໃຫ້ພຣະເຢຊູຄຣິດຊົງຄືນພຣະຊົນແລ້ວນັ້ນ ກໍຈະຊົງບັນດານໃຫ້ກາຍທີ່ຕ້ອງຕາຍຂອງພວກເຈົ້າຄືນມີຊີວິດໃຫມ່ ດ້ວຍຣິດແຫ່ງພຣະວິນຍານຂອງພຣະອົງທີ່ຊົງສະຖິດຢູ່ໃນພວກເຈົ້າ 12 ເຫດດັ່ງນັ້ນພີ່ນ້ອງທັງຫລາຍອີຍ, ພວກເຮົາໄດ້ເປັນຫນີ້ ແຕ່ບໍ່ແມ່ນຫນີ້ໃນທາງເນື້ອກາຍຊຶ່ງດຳເນີນຊີວິດຕາມຢ່າງມະນຸດນັ້ນ 13 ເພາະຖ້າເຈົ້າທັງຫລາຍດຳເນີນຊີວິດຕາມຝ່າຍເນື້ອກາຍ ພວກເຈົ້າຄົງຈະຕາຍ ແຕ່ຖ້າໂດຍຣິດພຣະວິນຍານພວກເຈົ້າໄດ້ທຳລາຍການຂອງຝ່າຍເນື້ອກາຍເສັຽ ເຈົ້າຄົງຈະມີຊີວິດຢູ່ 14 ເພາະວ່າພຣະວິນຍານຂອງພຣະເຈົ້າຊົງນຳພາຜູ້ໃດ ຜູ້ນັ້ນແຫລະ, ເປັນບຸດຂອງພຣະເຈົ້າ 15 ເຫດວ່າເຈົ້າທັງຫລາຍບໍ່ໄດ້ຮັບວິນຍານທີ່ໃຫ້ມີນິສັຍຢ່າງຂ້ອຍຂ້າ ຊຶ່ງນຳເຖິງຄວາມຢ້ານກົວອີກ ແຕ່ພວກເຈົ້າໄດ້ຮັບພຣະວິນຍານຜູ້ຊົງໃຫ້ເປັນບຸດຂອງພຣະເຈົ້າ ທີ່ໃຫ້ເຮົາທັງຫລາຍຮ້ອງເອີ້ນພຣະເຈົ້າວ່າ, “ອັບບາ” ຄືພຣະບິດາ 16 ຝ່າຍພຣະວິນຍານນັ້ນຊົງຮ່ວມເປັນພຍານກັບວິນຍານຂອງເຮົາທັງຫລາຍວ່າ ພວກເຮົາເປັນບຸດຂອງພຣະເຈົ້າ 17 ແລະຖ້າເຮົາທັງຫລາຍເປັນບຸດແລ້ວ ເຮົາກໍເປັນຜູ້ຮັບມໍຣະດົກດ້ວຍ ຄືເປັນຜູ້ຮັບມໍຣະດົກຈາກພຣະເຈົ້າ ແລະເປັນຜູ້ຮ່ວມຮັບມໍຣະດົກກັບພຣະຄຣິດ ຖ້າແມ່ນເຮົາທັງຫລາຍໄດ້ທົນທຸກທໍຣະມານດ້ວຍກັນກັບພຣະອົງນັ້ນ ພວກເຮົາກໍຈະໄດ້ຮັບສະງ່າຣາສີກັບພຣະອົງເຫມືອນກັນ
ຄວາມສະງ່າຣາສີທີ່ຈະມີມາໃນພາຍໜ້າ
18 ເພາະເຮົາເຫັນວ່າຄວາມທຸກລຳບາກໃນສະໄຫມປັດຈຸບັນ ບໍ່ສົມຄວນທີ່ຈະເອົາປຽບກັບສະງ່າຣາສີທີ່ຈະເຜີຍໃຫ້ເຮົາທັງຫລາຍເຫັນ 19 ດ້ວຍວ່າສັພສິ່ງທີ່ຊົງສ້າງແລ້ວ ມີຄວາມພຽນຄອຍຖ້າປາຖນາໃຫ້ບຸດທັງຫລາຍຂອງພຣະເຈົ້າປາກົດ 20 ເພາະວ່າສັພສິ່ງເຫລົ່ານັ້ນໄດ້ຕົກຢູ່ໃຕ້ອຳນາດຂອງອະນິດຈັງ ບໍ່ໃຊ່ຕາມໃຈຊອບຂອງມັນເອງ ແຕ່ວ່າເປັນໄປຕາມທີ່ພຣະເຈົ້າຊົງໃຫ້ມັນຕົກຢູ່ນັ້ນ ດ້ວຍມີຄວາມຫວັງໃຈວ່າ, 21 “ສັພສິ່ງເຫລົ່ານັ້ນຈະໄດ້ພົ້ນຈາກອຳນາດຂອງຄວາມເສື່ອມສູນ ແລະຈະໄດ້ເຂົ້າໃນເສຣີພາບອັນຮຸ່ງເຮືອງແຫ່ງບຸດທັງຫລາຍຂອງພຣະເຈົ້າ 22 ເຮົາທັງຫລາຍຮູ້ຢູ່ວ່າສັພສິ່ງທີ່ຊົງສ້າງມານັ້ນ ກໍກຳລັງໂອ່ຍຄາງແລະເປັນທຸກເຈັບປວດດ້ວຍກັນມາຈົນທຸກວັນນີ້ 23 ແລະບໍ່ໃຊ່ແຕ່ເທົ່ານັ້ນ ແຕ່ພວກເຮົາຜູ້ໄດ້ຮັບພຣະວິນຍານເປັນຜົນຫົວທີ ຕົວເຮົາເອງກໍເຫມືອນກັນ ຍັງໂອ່ຍຄາງຄອຍຖ້າການທີ່ພຣະເຈົ້າຊົງຮັບເປັນບຸດ ຄືທີ່ຈະຊົງໃຫ້ເນື້ອກາຍຂອງພວກເຮົາພົ້ນຈາກຕາຍ 24 ເຫດວ່າເຮົາທັງຫລາຍໄດ້ພົ້ນກໍເພາະດ້ວຍຄວາມຫວັງນີ້ ແຕ່ຄວາມຫວັງໃນສິ່ງທີ່ຕາເຫັນຢູ່ກໍບໍ່ແມ່ນຄວາມຫວັງ ດ້ວຍວ່າໃຜແດ່ຈະຍັງຫວັງໃນສິ່ງທີ່ຈົນເຫັນແລ້ວ 25 ແຕ່ຖ້າເຮົາທັງຫລາຍຄອຍຫວັງໃນສິ່ງທີ່ເຮົາຍັງບໍ່ໄດ້ເຫັນ ເຮົາຈຶ່ງມີຄວາມພາກພຽນຄອຍຖ້າສິ່ງນັ້ນ 26 ໃນທຳນອງດຽວກັນນັ້ນແຫລະ, ພຣະວິນຍານຊົງຊ່ອຍຊູເຮົາທັງຫລາຍເມື່ອພວກເຮົາອ່ອນກຳລັງລົງ ເພາະເຮົາທັງຫລາຍບໍ່ຮູ້ວ່າພວກເຮົາຄວນຈະອ້ອນວອນຂໍສິ່ງໃດ ແຕ່ອົງພຣະວິນຍານຊົງຊ່ອຍຂໍແທນພວກເຮົາ ດ້ວຍການຖອດຫຸ່ນຢ່າງຫາຄຳເວົ້າບໍ່ໄດ້ 27 ແລະພຣະອົງຜູ້ຊົງສອດສ່ອງຮູ້ໃຈມະນຸດ ກໍຊົງຊາບຄວາມນຶກຄຶດຂອງພຣະວິນຍານ ເພາະວ່າ ພຣະວິນຍານຊົງອ້ອນວອນຂໍສຳລັບພວກໄພ່ພົນຂອງພຣະເຈົ້າຕາມນ້ຳພຣະທັຍພຣະອົງ 28 ພວກເຮົາຮູ້ແລ້ວວ່າພຣະເຈົ້າຊົງຮ່ວມກັບຄົນທັງຫລາຍທີ່ຮັກພຣະອົງ ເພື່ອໃຫ້ເກີດຜົນດີໃນທຸກສິ່ງ ຄືຄົນທັງປວງທີ່ພຣະອົງໄດ້ຊົງເອີ້ນໄວ້ຕາມພຣະປະສົງຂອງພຣະອົງ 29 ດ້ວຍວ່າຄົນທັງຫລາຍທີ່ພຣະອົງໄດ້ຊົງສັງເກດຮູ້ລ່ວງຫນ້າແລ້ວນັ້ນ ພຣະອົງກໍໄດ້ຊົງກຳນົດໄວ້ກ່ອນ ເພື່ອໃຫ້ເປັນຕາມແບບລັກສະນະແຫ່ງພຣະບຸດຂອງພຣະອົງເພື່ອພຣະບຸດນັ້ນຈະໄດ້ເປັນບຸດກົກໃນຖ້າມກາງພວກນ້ອງຫລາຍຄົນ 30 ແລະບັນດາຜູ້ທີ່ພຣະອົງໄດ້ຊົງກຳນົດໄວ້ລ່ວງຫນ້າແລ້ວນັ້ນ ພຣະອົງກໍໄດ້ຊົງເອີ້ນມາດ້ວຍ ແລະຜູ້ທີ່ພຣະອົງຊົງເອີ້ນມານັ້ນ ພຣະອົງກໍຊົງຖືເປັນຄົນຊອບທັມ ແລະຜູ້ທີ່ພຣະອົງຊົງຖືວ່າເປັນຄົນຊອບທັມນັ້ນ ພຣະອົງກໍຊົງໂຜດໃຫ້ມີສະງ່າຣາສີດ້ວຍ
ຄວາມຮັກຂອງພຣະເຈົ້າທີ່ຢູ່ໃນພຣະເຢຊູຄຣິດ
31 ຖ້າເປັນຢ່າງນັ້ນເຮົາທັງຫລາຍຈະວ່າຢ່າງໃດກ່ຽວກັບເຣື່ອງນີ້ ຖ້າພຣະເຈົ້າຊົງຢູ່ຝ່າຍພວກເຮົາໃຜຈະຕໍ່ສູ້ເຮົາ 32 ພຣະອົງຜູ້ບໍ່ໄດ້ຊົງຫວງພຣະບຸດຂອງພຣະອົງເອງ ແຕ່ໄດ້ຊົງປະທານພຣະບຸດນັ້ນໄວ້ເພື່ອ ປໂຍດແກ່ເຮົາທັງຫລາຍ ຖ້າເປັນດັ່ງນັ້ນພຣະອົງຈະບໍ່ຊົງໂຜດປະທານສິ່ງສາຣະພັດໃຫ້ພວກເຮົາດ້ວຍກັນກັບພຣະບຸດນັ້ນຫລື 33 ໃຜອາດຈະຟ້ອງຄົນທັງຫລາຍທີ່ພຣະເຈົ້າຊົງເລືອກໄວ້ແລ້ວ ພຣະເຈົ້າໄດ້ຊົງປົດປ່ອຍເຂົາແລ້ວ 34 ໃຜຈະເປັນຜູ້ລົງໂທດອີກ ພຣະເຢຊູຄຣິດໄດ້ຊົງສິ້ນພຣະຊົນແລ້ວ ແລະຫລາຍກວ່ານັ້ນອີກໄດ້ຊົງຄືນພຣະຊົນແລ້ວ ພຣະອົງຊົງສະຖິດຢູ່ກ້ຳຂວາພຣະຫັດຂອງພຣະເຈົ້າ ພຣະອົງນັ້ນແຫລະ, ຊົງອ້ອນວອນເພື່ອເຮົາທັງຫລາຍດ້ວຍ 35 ໃຜຈະໃຫ້ພວກເຮົາຂາດຈາກຄວາມຮັກຂອງພຣະຄຣິດໄດ້ ຈະເປັນຄວາມທຸກລຳບາກ ຫລືຄວາມທໍຣະມານຈິດໃຈ ຫລືການຂົ່ມເຫັງ ຫລືການອຶດຢາກ ຫລືການເປືອຍກາຍ ຫລືການຖືກໂພຍພັຍ ຫລືການຖືກຄົມດາບຫລື 36 ຕາມທີ່ຂຽນໄວ້ໃນພຣະຄັມພີແລ້ວວ່າ, “ເພາະເຫັນແກ່ພຣະອົງພວກຂ້າພຣະອົງຈຶ່ງຖືກຂ້າຫມົດມື້ຈົນຄ່ຳ ແລະຖືວ່າເປັນຢ່າງໂຕແກະສຳລັບເອົາໄປຂ້າ” 37 ແຕ່ວ່າໃນເຫດການທັງປວງເຫລົ່ານີ້ພວກເຮົາກໍມີຊັຍຊະນະຢູ່ຢ່າງເຫລືອລົ້ນ ດ້ວຍພຣະອົງຜູ້ຊົງຮັກເຮົາທັງຫລາຍນັ້ນ 38 ເຫດວ່າເຮົາເຊື່ອຢ່າງຫມັ້ນຄົງວ່າ ຄວາມຕາຍຫລືຊີວິດກໍດີ ເທວະດາຫລືຜູ້ປົກຄອງກໍດີ ສິ່ງທີ່ມີຢູ່ດຽວນີ້ຫລືສິ່ງຈະມີມາໃນພາຍຫນ້າກໍດີ ຫລືຣິດເດດທັງຫລາຍ 39 ຄວາມສູງ ຫລືຄວາມເລິກກໍດີ ຫລືສິ່ງອື່ນໃດທີ່ໄດ້ຊົງສ້າງແລ້ວນັ້ນກໍດີ ກໍຈະບໍ່ສາມາດເຮັດໃຫ້ພວກເຮົາຂາດຈາກຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍນັ້ນ
ພຣະເຈົ້າຊົງເລືອກຕັ້ງຊົນຊາດອິສຣເອນເປັນໄພ່ພົນຂອງພຣະອົງ
1 ເຮົາຢູ່ໃນພຣະຄຣິດ ເຮົາເວົ້າຄວາມຈິງ ເຮົາບໍ່ໄດ້ເວົ້າມຸສາ ໃຈສຳນຶກຜິດແລະຊອບຂອງເຮົາກໍເປັນພຍານຝ່າຍເຮົາດ້ວຍພຣະວິນຍານບໍຣິສຸດ 2 ວ່າເຮົາມີຄວາມທຸກໂສກຫນັກແລະມີຄວາມເຈັບຮ້ອນໃຈບໍ່ຂາດ 3 ເພາະຖ້າເປັນປໂຍດເຮົາປາຖນາຢາກໃຫ້ເຮົາເອງຖືກຊົງສາບ ແລະຖືກຊົງຕັດຂາດຈາກພຣະຄຣິດເພາະເຫັນແກ່ພີ່ນ້ອງຂອງເຮົາ ຄືຍາດຂອງເຮົາຕາມເຊື້ອຊາດ 4 ເພາະເຂົາເປັນຊົນຊາດອິສຣາເອນ ໄດ້ຮັບການຊົງແຕ່ງຕັ້ງໃຫ້ເປັນບຸດຂອງພຣະເຈົ້າ ແລະຄວາມສະງ່າຣາສີຂອງພຣະເຈົ້າໄດ້ປາກົດແກ່ເຂົາ ເຂົາໄດ້ຮັບບັນດາພຣະສັນຍາ ແລະການຊົງປະທານພຣະບັນຍັດ ກັບພິທີນະມັສການພຣະເຈົ້າ ແລະຄຳປະຕິຍານທັງຫລາຍ 5 ພວກບັນພະບຸຣຸດກໍເປັນຂອງເຮົາ ແລະພຣະຄຣິດໄດ້ຊົງບັງເກີດເປັນມະນຸດໃນເຊື້ອຊາດຂອງເຂົາ ຂໍໃຫ້ພຣະເຈົ້າຜູ້ຊົງເປັນໃຫຍ່ເຫນືອສິ່ງສາຣະພັດຈົ່ງໄດ້ຮັບພຣະກຽດເປັນນິດເທີນ ອາແມນ 6 ແຕ່ບໍ່ໃຊ່ພຣະທັມຂອງພຣະເຈົ້າໄດ້ລົ້ມເຫລວໄປ ເພາະວ່າເຂົາທັງຫລາຍທີ່ເກີດມາຈາກອິສຣາເອນນັ້ນກໍບໍ່ແມ່ນວ່າເປັນຊາດອິສຣາເອນແທ້ທຸກຄົນ 7 ແລະບໍ່ແມ່ນວ່າທຸກຄົນທີ່ເກີດແຕ່ເຊື້ອສາຍຂອງອັບຣາຮາມເປັນລູກແທ້ຂອງທ່ານ ແຕ່ (ພຣະເຈົ້າໄດ້ຊົງກ່າວແກ່ອັບຣາຮາມວ່າ) “ເຂົາຈະເອີ້ນເຊື້ອສາຍຂອງເຈົ້າທາງສາຍອີຊາກ” 8 ຫມາຍຄວາມວ່າຄົນທີ່ເປັນບຸດຂອງພຣະເຈົ້ານັ້ນ ບໍ່ໃຊ່ຜູ້ທີ່ເກີດຕາມທຳມະຊາດ ແຕ່ແມ່ນຜູ້ທີ່ເກີດຕາມພຣະສັນຍາຈຶ່ງຖືວ່າເປັນຜູ້ສືບເຊື້ອສາຍໄດ້ 9 ເພາະວ່າພຣະສັນຍາໄດ້ກ່າວໄວ້ດັ່ງນີ້ວ່າ, “ເຮົາຈະມາໃນຍາມນີ້ ແລະນາງຊາຣາຈະມີລູກຊາຍ” 10 ແລະບໍ່ແມ່ນແຕ່ເທົ່ານັ້ນ ແຕ່ວ່ານາງເຣເບກາກໍໄດ້ມີທ້ອງກັບຊາຍຜູ້ນຶ່ງດ້ວຍຄືກັບອີກຊາກບັນພະບຸຣຸດຂອງພວກເຮົາ 11 ແລະເພື່ອພຣະປະສົງໃນການຊົງເລືອກຜູ້ນຶ່ງໄວ້ນັ້ນຈະຕັ້ງຫມັ້ນຢູ່ ພຣະອົງຈຶ່ງຊົງກ່າວແກ່ນາງວ່າ, “ອ້າຍຈະຮັບໃຊ້ນ້ອງ” ພຣະອົງຊົງກ່າວໄວ້ດັ່ງນັ້ນເມື່ອລູກທັງສອງນັ້ນຍັງບໍ່ທັນເກີດມາ ທັງບໍ່ໄດ້ເຮັດການດີຫລືຊົ່ວ 12 ເພື່ອການຊົງເລືອກນັ້ນບໍ່ໄດ້ເປັນໄປຕາມການປະຕິບັດ ແຕ່ເປັນໄປຕາມພຣະອົງຊົງເອີ້ນ 13 ຕາມທີ່ມີຄຳຂຽນໄວ້ໃນພຣະຄັມພີວ່າ, “ຢາໂຄບນັ້ນເຮົາໄດ້ຮັກ ແລະເອຊາວເຮົາໄດ້ຊັງ” 14 ຖ້າຢ່າງນັ້ນແລ້ວພວກເຮົາຈະວ່າຢ່າງໃດ ຝ່າຍພຣະເຈົ້າບໍ່ຊົງຍຸດຕິທັມຫລື ບໍ່ແມ່ນຢ່າງນັ້ນດອກ 15 ເພາະພຣະອົງຊົງກ່າວແກ່ໂມເຊວ່າ, “ເຮົາປະສົງຈະກະຣຸນາຜູ້ໃດ ກໍຈະກະຣຸນາຜູ້ນັ້ນ ແລະເຮົາຢາກເມດຕາຜູ້ໃດ ກໍຈະເມດຕາສັງເວດຜູ້ນັ້ນ” 16 ເພາະສັນນັ້ນຈຶ່ງບໍ່ຂຶ້ນຢູ່ກັບຄວາມຕັ້ງໃຈຫລືການພຍາຍາມ ແຕ່ຂຶ້ນຢູ່ກັບພຣະກະຣຸນາຂອງພຣະເຈົ້າ 17 ເພາະມີຂໍ້ໃນພຣະຄັມພີບອກແກ່ຟາຣາໂອວ່າ, “ເພາະເຫດນີ້ແຫລະ, ເຮົາຈຶ່ງໄດ້ຍົກເຈົ້າຂຶ້ນ ເພື່ອເຮົາຈະໄດ້ສະແດງຣິດຂອງເຮົາໃຫ້ປາກົດທາງຕົວເຈົ້າ ແລະເພື່ອໃຫ້ນາມຂອງເຮົາປະກາດກ່າວໄປທົ່ວໂລກ” 18 ເຫດດັ່ງນັ້ນພຣະອົງຊົງມີພຣະປະສົງຈະກະຣຸນາຜູ້ໃດ ກໍຈະຊົງກະຣຸນາແກ່ຜູ້ນັ້ນ ແລະພຣະອົງຊົງປະສົງຈະໃຫ້ຜູ້ໃດມີໃຈແຂງກະດ້າງ ກໍຈະຊົງໃຫ້ຜູ້ນັ້ນມີໃຈແຂງກະດ້າງ
ພຣະພິໂຣດແລະພຣະເມດຕາຂອງພຣະເຈົ້າ
19 ແລ້ວເຈົ້າຈະກ່າວແກ່ເຮົາວ່າ, “ຖ້າເປັນດັ່ງນັ້ນເປັນຫຍັງພຣະອົງຈຶ່ງຍັງຊົງຕິຕຽນ ເພາະວ່າຜູ້ໃດຈະຂັດຂືນນ້ຳພຣະທັຍຂອງພຣະອົງໄດ້” 20 ແຕ່ວ່າມະນຸດເອີຍ, ເຈົ້າແມ່ນຜູ້ໃດຫນໍ ຈຶ່ງຈະກ່າວໂຕ້ຕອບກັບພຣະເຈົ້າໄດ້ ສິ່ງທີ່ຖືກປັ້ນຈະກັບກ່າວແກ່ຜູ້ປັ້ນໄດ້ຫລືວ່າ, “ເປັນຫຍັງເຈົ້າຈຶ່ງປັ້ນຂ້ອຍຢ່າງນີ້” 21 ຝ່າຍຊ່າງປັ້ນຫມໍ້ບໍ່ມີສິດທີ່ຈະເອົາດິນກ້ອນດຽວກັນມາປັ້ນເປັນພາຊນະທີ່ສວຍງາມອັນນຶ່ງ ແລະເປັນພາຊນະທຳມະດາອັນນຶ່ງຫລື 22 ດັ່ງນັ້ນພຣະເຈົ້າຊົງມີພຣະປະສົງຈະສະແດງພຣະພິໂຣດແລະຊົງໃຫ້ຣິດເດດຂອງພຣະອົງປາກົດ ຈຶ່ງຊົງອົດກັ້ນພຣະທັຍໄວ້ດົນນານຕໍ່ພວກເຫລົ່ານັ້ນທີ່ເປັນພາຊນະອັນສົມຄວນແກ່ພຣະພິໂຣດ ຊຶ່ງຈັດຕຽມໄວ້ສຳລັບຄວາມຈິບຫາຍ 23 ແລະເພື່ອຈະໄດ້ຊົງສະແດງຄວາມສະງ່າຣາສີອັນອຸດົມຂອງພຣະອົງ ແກ່ບັນດາຜູ້ທີ່ເປັນພາຊນະແຫ່ງຄວາມເມດຕາ ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້ກ່ອນໃຫ້ສົມກັບພຣະສະງ່າຣາສີນັ້ນ 24 ຄືເຮົາທັງຫລາຍທີ່ພຣະອົງໄດ້ຊົງເອີ້ນມາແລ້ວ ບໍ່ໃຊ່ຊົງເອີ້ນຈາກພວກຢິວພວກດຽວ ແຕ່ຈາກພວກຕ່າງຊາດດ້ວຍ 25 ດັ່ງທີ່ພຣະອົງໄດ້ຊົງກ່າວໄວ້ໃນພຣະທັມໂຮເຊອາວ່າ, “ເຮົາຈະເອີ້ນເຂົາເຫລົ່ານັ້ນວ່າພົລເມືອງຂອງເຮົາ ຊຶ່ງເມື່ອກ່ອນບໍ່ໄດ້ເປັນພົລເມືອງຂອງເຮົາ ແລະເຮົາຈະເອີ້ນວ່າເປັນທີ່ຮັກ ຊຶ່ງເມື່ອກ່ອນບໍ່ໄດ້ເປັນທີ່ຮັກ 26 ແລະໃນບ່ອນທີ່ຊົງກ່າວແກ່ເຂົາວ່າ “ເຈົ້າທັງຫລາຍບໍ່ແມ່ນພົລເມືອງຂອງເຮົາ” ໃນບ່ອນນັ້ນແຫລະ, ເຂົາຈະໄດ້ຊື່ວ່າເປັນບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່” 27 ແລະເອຊາຢາໄດ້ຮ້ອງປະກາດເຣື່ອງພວກອິສຣາເອນວ່າ, “ເຖິງແມ່ນວ່າຈຳນວນພວກລູກຂອງອິສຣາເອນຈະມີຫລາຍເຫມືອນເມັດຊາຍທີ່ທະເລ ແຕ່ຜູ້ທີ່ລອດພົ້ນນັ້ນຈະມີຈຳນວນຫນ້ອຍ 28 ດ້ວຍວ່າອົງພຣະຜູ້ເປັນເຈົ້າຈະຊົງບັນດານໃຫ້ເປັນໄປເທິງແຜ່ນດິນໂລກ ຕາມຄຳຕັັດສິນຂອງພຣະອົງໂດຍໄວແລະຄົບຖ້ວນ” 29 ແລະຕາມທີ່ເອຊາຢາໄດ້ກ່າວໄວ້ລ່ວງຫນ້າວ່າ, “ຖ້າພຣະເຈົ້າຜູ້ຊົງເປັນຈອມພົນ ບໍ່ໄດ້ຊົງໂຜດໃຫ້ພວກເຮົາມີເຊື້ອສາຍເຫລືອຢູ່ ເຮົາທັງຫລາຍກໍຈະກາຍເປັນເຫມືອນເມືອງໂຊໂດມ ແລະຈະເປັນເຫມືອນເມືອງໂກໂມຣາແລ້ວ”
ຊົນຊາດອິສຣາເອນ ແລະຂ່າວປະເສີດ
30 ຖ້າເປັນດັ່ງນັ້ນແລ້ວພວກເຮົາຈະວ່າຢ່າງໃດ ຈະວ່າພວກຕ່າງຊາດບາງຄົນທີ່ບໍ່ໄດ້ດສແວງຫາຄວາມຊອບທັມກໍຍັງໄດ້ຮັບຄວາມຊອບທັມ ຄືຄວາມຊອບທັມທີ່ເກີດຂຶ້ນໂດຍຄວາມເຊື່ອ 31 ແຕ່ພວກອິສຣາເອນທີ່ໄດ້ສແວງຫາຄວາມຊອບທັມຕາມບັນຍັດ ກໍບໍ່ໄດ້ບັນລຸຕາມກົດບັນຍັດນັ້ນ 32 ເປັນເພາະເຫດໃດ ເພາະເຫດວ່າເຂົາບໍ່ໄດ້ສແວງຫາດ້ວຍຄວາມເຊື່ອ ແຕ່ໄດ້ສແວງຫາດ້ວຍການປະຕິບັດ ເຂົາຈຶ່ງຕຳສະດຸດກ້ອນຫີນທີ່ໃຫ້ສະດຸດນັ້ນ 33 ດັ່ງມີຄຳຂຽນໄວ້ໃນພຣະຄັມພີວ່າ, “ນີ້ແຫລະ, ເຮົາໄດ້ວາງຫີນກ້ອນນຶ່ງໄວ້ໃນເມືອງຊີໂອນ ເປັນກ້ອນຫີນທີ່ໃຫ້ຕຳສະດຸດ ຄືກ້ອນຫີນທີ່ໃຫ້ລົ້ມລົງ ແຕ່ຜູ້ທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບ ຄວາມອັບອາຍ”
1 ພີ່ນ້ອງທັງຫລາຍເອີຍ, ຄວາມປາຖນາໃນຈິດໃຈຂອງເຮົາ ແລະຄຳອ້ອນວອນຕໍ່ພຣະເຈົ້າເພື່ອຊາດອິສຣາເອນນັ້ນ ຄືຂໍເພື່ອໃຫ້ເຂົາພົ້ນ 2 ເຮົາເປັນພຍານໃຫ້ເຂົາວ່າ ເຂົາມີໃຈຮ້ອນຮົນທີ່ຈະປະຕິບັດພຣະເຈົ້າ ແຕ່ບໍ່ເປັນໄປຕາມຄວາມຮູ້ແລະສະຕິປັນຍາ 3 ດ້ວຍວ່າບໍ່ຮູ້ຈັກຄວາມຊອບທັມທີ່ພຣະເຈົ້າຊົງປະທານໃຫ້ ແຕ່ໄດ້ພຍາຍາມຕັ້ງຄວາມຊອບທັມຂອງຕົວເອງຂຶ້ນ ເຂົາຈຶ່ງບໍ່ຍອມຕົວຢູ່ໃຕ້ຄວາມຊອບທັມທີ່ມາຈາກພຣະເຈົ້າ 4 ເພາະວ່າພຣະຄຣິດຊົງເປັນຜູ້ເຮັດໃຫ້ພຣະບັນຍັດຖືກຍົກເລີກ ເພື່ອໃຫ້ທຸກຄົນທີ່ເຊື່ອໄດ້ຊົງຖືວ່າເປັນຄົນຊອບທັມ
ມີຄວາມພົ້ນສໍາລັບມະນຸດ
5 ໂມເຊໄດ້ຂຽນເຣື່ອງຄວາມຊອບທັມຊຶ່ງມີພຣະບັນຍັດເປັນຫລັກວ່າ, “ຄົນໃດທີ່ປະຕິບັດຕາມກໍຈະໄດ້ຊີວິດດ້ວຍການປະຕິບັດນັ້ນ” 6 ແຕ່ຄວາມຊອບທັມຊຶ່ງມີຄວາມເຊື່ອເປັນຫລັກກໍກ່າວໄວ້ຢ່າງນີ້ວ່າ, “ຢ່ານຶກໃນໃຈຂອງຕົວວ່າ ໃຜຈະຂຶ້ນເມືອຟ້າສວັນ” (ຄືຈະນຳພຣະຄຣິດລົງມາ) 7 “ຫລື ໃຜຈະບົວໄປໃນເຫວເລິກ” (ຄືຈະນຳພຣະຄຣິດຂຶ້ນມາຈາກຕາຍ) 8 ແຕ່ຄວາມຊອບທັມນັ້ນໄດ້ກ່າວວ່າຢ່າງໃດ ໄດ້ກ່າວວ່າ, “ຖ້ອຍຄຳນັ້ນຢູ່ໃກ້ເຈົ້າ ຢູ່ໃນປາກແລະຢູ່ໃນໃຈຂອງເຈົ້າ” (ຄືຖ້ອຍຄຳທີ່ກ່າວດ້ວຍຄວາມເຊື່ອ ທີ່ພວກເຮົາປະກາດຢູ່ນັ້ນ) 9 ຄືວ່າຖ້າເຈົ້າຈະຮັບດ້ວຍປາກຂອງເຈົ້າວ່າ, “ພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ” ແລະເຊື່ອໃນຈິດໃຈວ່າ ພຣະເຈົ້າໄດ້ຊົງໂຜດບັນດານໃຫ້ພຣະອົງຊົງຄືນຂຶ້ນມາຈາກຕາຍແລ້ວເຈົ້າກໍຈະໄດ້ພົ້ນ 10 ເຫດວ່າທີ່ມະນຸດໄດ້ເຊື່ອກໍເຊື່ອດ້ວຍໃຈຂອງຕົນ ຈຶ່ງໄດ້ຊົງຖືວ່າເປັນຄົນຊອບທັມ ແລະທີ່ໄດ້ຍອມຮັບກໍຍອມຮັບດ້ວຍປາກ ຈຶ່ງຖືກຊົງໂຜດໃຫ້ພົ້ນ 11 ເພາະຂໍ້ພຣະທັມຄັມພີກ່າວໄວ້ວ່າ, “ບຸກຄົນໃດທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍ” 12 ເຫດວ່າພວກຢິວແລະພວກຕ່າງຊາດນັ້ນ ພຣະເຈົ້າບໍ່ຊົງຖືວ່າຕ່າງກັນ ດ້ວຍວ່າອົງພຣະຜູ້ເປັນເຈົ້າອົງດຽວຊົງເປັນອົງພຣະຜູ້ເປັນເຈົ້າຂອງຄົນທັງປວງ ແລະຊົງໂຜດຢ່າງບໍຣິບູນແກ່ຄົນທັງປວງທີ່ທູນຂໍຕໍ່ພຣະອົງ 13 ເພາະວ່າ, “ທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າກໍຈະພົ້ນ” 14 ແຕ່ຜູ້ທີ່ຍັງບໍ່ໄດ້ເຊື່ອໃນພຣະອົງນັ້ນ ເຂົາຈະທູນຂໍຕໍ່ພຣະອົງໄດ້ຢ່າງໃດ ແລະຜູ້ທີ່ຍັງບໍ່ໄດ້ຍິນເຖິງເຣື່ອງພຣະອົງນັ້ນ ຈະເຊື່ອໃນພຣະອົງອົງໄດ້ຢ່າງໃດ ແລະເມື່ອບໍ່ມີຜູ້ໃດປະກາດໃຫ້ເຂົາຟັງ ເຂົາຈະໄດ້ຍິນເຖິງເຣື່ອງພຣະອົງໄດ້ຢ່າງໃດ 15 ແລະຖ້າບໍ່ມີໃຜໃຊ້ເຂົາໄປ ເຂົາຈະປະກາດໄດ້ຢ່າງໃດ ດັ່ງມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ຕີນຂອງພວກຄົນທີ່ນຳຂ່າວດີມາກໍງົດງາມປານໃດຫນໍ” 16 ແຕ່ບໍ່ແມ່ນທຸກຄົນໄດ້ເຊື່ອຟັງຂ່າວປະເສີດນັ້ນ ເພາະເອຊາຢາໄດ້ກ່າວໄວ້ວ່າ, “ພຣະອົງເຈົ້າເອີຍ,, ມີໃຜແດ່ຫນໍໄດ້ເຊື່ອຟັງຕາມທີ່ເຂົາໄດ້ຍິນຈາກພວກເຮົານັ້ນ” 17 ດັ່ງນັ້ນຄວາມເຊື່ອເກີດຂຶ້ນໄດ້ກໍເພາະການໄດ້ຍິນ ແລະການໄດ້ຍິນເກີດຂຶ້ນໄດ້ກໍເພາະການປະກາດເຣື່ອງພຣະຄຣິດ 18 ແຕ່ເຮົາຖາມວ່າ, “ເຂົາບໍ່ໄດ້ຍີນຫລື” ແທ້ຈິງເຂົາໄດ້ຍິນແລ້ວ ແລະຖ້ອຍຄໍາຂອງເຂົາກໍເຖິງທີ່ສຸດພິພົບໂລກ” 19 ຝ່າຍເຮົາຖາມອີກວ່າ, “ພວກອິສຣາເອນບໍ່ໄດ້ຮູ້ຫລື” ຕອນຕົ້ນ ໂມເຊໄດ້ກ່າວວ່າ, “ເຮົາຈະຍົວະໃຫ້ເຈົ້າທັງຫລາຍອິດສາຊົນຊາດທີ່ຍັງບໍ່ເປັນປະເທດ ເຮົາຈະຍົວະໃຫ້ເຈົ້າເຄືອງແຄ້ນປະເທດທີ່ເປັນຊົນຊາດໂງ່” 20 ແລ້ວເອຊາຢາກ້າກ່າວວ່າ, “ຄົນເຫລົ່ານັ້ນທີ່ບໍ່ໄດ້ສແວງຫາເຮົາໄດ້ພົບເຮົາ ແລະເຮົາໄດ້ປາກົດແກ່ຄົນທີ່ບໍ່ໄດ້ຖາມຫາເຮົາ” ແຕ່ທ່ານກ່າວເຖິງພວກອິສຣາເອນວ່າ, “ເຮົາໄດ້ຍື່ນມືຂອງເຮົາອອກຕລອດມື້ຄອຍຮັບໄພ່ພົນຈຳພວກນຶ່ງທີ່ບໍ່ເຊື່ອຟັງແລະດື້ດ້ານ”
ພຣະເຈົ້າຊົງພຣະເມດຕາພວກອິສຣາເອນ
1 ເມື່ອເປັນດັ່ງນັ້ນແລ້ວເຮົາຈຶ່ງຖາມວ່າ, “ພຣະເຈົ້າໄດ້ຊົງປະຖິ້ມໄພ່ພົນຂອງພຣະອົງແລ້ວຫລື” ບໍ່ແມ່ນຢ່າງນັ້ນດອກ ເພາະເຮົາເອງກໍເປັນຊົນຊາດອິສຣາເອນ, ເປັນເຊື້ອສາຍຂອງອັບຣາຮາມໃນຕະກູນເບັນຢາມິນ 2 ພຣະເຈົ້າບໍ່ໄດ້ຊົງລະຖິ້ມໄພ່ພົນຂອງພຣະອົງທີ່ພຣະອົງໄດ້ຊົງຮັບຮູ້ໄວ້ກ່ອນແລ້ວ ເຈົ້າທັງຫລາຍບໍ່ຮູ້ເຣື່ອງຊຶ່ງຂຽນໄວ້ໃນພຣະຄັມພີທີ່ກ່າວເຖິງເອລີຢານັ້ນຫລື ທ່ານໄດ້ກາບທູນກ່າວໂທດຂອງພວກອິສຣາເອນຕໍ່ພຣະເຈົ້າວ່າ, 3 “ພຣະອົງເຈົ້າເອີຍ, ເຂົາໄດ້ຂ້າພວກຜູ້ປະກາດພຣະທັມຂອງພຣະອົງ ແທ່ນບູຊາຂອງພຣະອົງເຂົາກໍໄດ້ຂຸດທຳລາຍລົງເສັຽແລ້ວເຫລືອຢູ່ແຕ່ຂ້າພຣະອົງຜູ້ດຽວ ແລະເຂົາກຳລັງຊອກຫາຊ່ອງທາງທີ່ຈະປະຫານຊີວິດຂອງຂ້າພຣະອົງ” 4 ແລ້ວພຣະເຈົ້າຊົງຕອບທ່ານວ່າຢ່າງໃດ ກໍຊົງຕອບວ່າຢ່າງນີ້ວ່າ, “ເຮົາຍັງມີຄົນເຫລືອຢູ່ສຳ ລັບເຮົາເຈັດພັນຄົນ ທີ່ບໍ່ໄດ້ຄຸເຂົ່າລົງໄຫວ້ຮູບບາອານ” 5 ດັ່ງນັ້ນແຫລະ, ບັດນີ້ກໍຍັງມີພວກທີ່ເຫລືອຢູ່ຕາມທີ່ພຣະເຈົ້າໄດ້ຊົງເລືອກໄວ້ດ້ວຍພຣະຄຸນ 6 ແຕ່ຖ້າເປັນທາງພຣະຄຸນກໍບໍ່ເປັນທາງການປະຕິບັດຕໍ່ໄປ ຖ້າເປັນທາງການປະຕິບັດພຣະຄຸນກໍບໍ່ເປັນພຣະຄຸນອີກຕໍ່ໄປ 7 ຖ້າດັ່ງນັ້ນແລ້ວຈະເປັນຢ່າງໃດ ພວກອິສຣາເອນບໍ່ໄດ້ພົບສິ່ງທີ່ເຂົາຊອກຫານັ້ນ ແຕ່ຜູ້ທີ່ພຣະເຈົ້າຊົງເລືອກໄວ້ນັ້ນເປັນຜູ້ໄດ້ພົບ ແລະນອກນັ້ນກໍແມ່ນຄົນທີ່ຊົງໃຫ້ເກີດໃຈແຂງກະດ້າງໄປ 8 ຕາມທີ່ມີຄຳຂຽນໄວ້ໃນພຣະຄັມພີວ່າ, “ພຣະເຈົ້າໄດ້ຊົງປະທານໃຈທີ່ເຫງົາຫລັບ ປະທານຕາທີ່ເບິ່ງບໍ່ເຫັນ ແລະຫູທີ່ຟັງບໍ່ໄດ້ຍິນໃຫ້ແກ່ເຂົາຈົນເຖິງທຸກວັນນີ້” 9 ກະສັດດາວິດຊົງກ່າວວ່າ, “ຂໍຊົງໃຫ້ໂຕະອາຫານຂອງເຂົາເກີດເປັນບ້ວງແຮ້ວແລະເຄື່ອງຈັບເຂົາເອງ ເປັນສິ່ງໃຫ້ສະດຸດໃຈແລະເປັນສິ່ງນຳຈ່ອງເວນແກ່ເຂົາ 10 ຂໍຊົງໃຫ້ຕາຂອງເຂົາມືດມົວໄປເພື່ອເຂົາຈະເບິ່ງບໍ່ເຫັນ ແລະໃຫ້ຫລັງຂອງເຂົາກ່ອມລົງຢູ່ສເມີ” 11 ເຮົາຈຶ່ງຖາມວ່າ, “ເມື່ອພວກອິສຣາເອນໄດ້ຕຳສະດຸດນັ້ນ ເຂົາໄດ້ລົ້ມລົງເສັຽໄປຫລື” ບໍ່ແມ່ນຢ່າງນັ້ນດອກ ແຕ່ດ້ວຍການພລາດລົ້ມຂອງເຂົານັ້ນ ຄວາມພົ້ນຈຶ່ງມາເຖິງພວກຕ່າງຊາດ ເພື່ອຈະໃຫ້ພວກອິສຣາເອນມີໃຈຫຶງຫວງຂຶ້ນ 12 ແຕ່ຖ້າການພລາດລົ້ມຂອງເຂົານັ້ນເປັນເຫດໃຫ້ທັງໂລກເກີດຄວາມສົມບູນຂຶ້ນ ແລະຖ້າຄວາມບົກພ່ອງຂອງເຂົາເປັນເຫດໃຫ້ຄົນຕ່າງຊາດເກີດຄວາມສົມບູນຂຶ້ນ ຫາກໄດ້ເຂົາເພີ້ມເຂົ້າມາດ້ວຍຈະດີກວ່າເທົ່າໃດຫນໍ
ຄວາມພົ້ນສຳລັບຄົນຕ່າງຊາດ
13 ແຕ່ເຮົາກ່າວແກ່ພວກເຈົ້າທີ່ເປັນຄົນຕ່າງຊາດ ເພາະເຮົາເປັນອັຄສາວົກທີ່ມາຍັງຊາວຕ່າງຊາດ ເຮົາຈຶ່ງຍົກຍ້ອງຫນ້າທີ່ຂອງເຮົາ 14 ເພື່ອເຮົາຈະໄດ້ຊວນເພື່ອນຮ່ວມຊາດຂອງເຮົາ ຈະເປັນພິທີໃດກໍຕາມ ສຸດແລ້ວແຕ່ຈະໃຫ້ເຂົາເກີດຄວາມຫຶງຫວງ ເພື່ອບາງຄົນຈະພົ້ນໄດ້ 15 ເພາະວ່າຖ້າການທີ່ເພື່ອນຮ່ວມຊາດຂອງເຮົາຖືກພຣະເຈົ້າຊົງປະຖິ້ມ ເປັນເຫດໃຫ້ຄົນທັງໂລກກັບຄືນເປັນໄມຕຣີກັບພຣະອົງ ການທີ່ພຣະອົງຊົງຮັບເຂົາກັບຄືນມາອີກນັ້ນ ກໍເປັນເຫມືອນກັບວ່າເຂົາໄດ້ຕາຍໄປແລ້ວ ແລະກັບຄືນມາໃຫມ່ 16 ຖ້າເຂົ້າຈີ່ກ້ອນແຣກຖືກຖວາຍແກ່ພຣະເຈົ້າ ແປ້ງນວດແລ້ວທັງອ່າງກໍເປັນຂອງພຣະອົງ ແລະຖ້າຮາກຖືກຖວາຍແກ່ພຣະອົງ ກິ່ງກ້ານທັງຫມົດກໍເປັນຂອງພຣະອົງດ້ວຍ 17 ແຕ່ຖ້າພຣະເຈົ້າຊົງຫັກບາງກິ່ງອອກເສັຽແລ້ວ, ແລະໄດ້ຊົງໂຜດນຳເຈົ້າຜູ້ເປັນກິ່ງຕົ້ນກອກເທດປ່າມາຕໍ່ແທນກິ່ງເຫລົ່ານັ້ນ ແລະໃຫ້ເຂົ້າຮ່ວມປະສານຮັບນ້ຳລ້ຽງອັນບໍຣິບູນຈາກຮາກຕົ້ນກອກນັ້ນ 18 ແລ້ວເຈົ້າກໍຢ່າອວດດີຕໍ່ກິ່ງເຫລົ່ານັ້ນ ຖ້າເຈົ້າອວດດີ ກໍບໍ່ແມ່ນວ່າເຈົ້າເປັນຜູ້ລ້ຽງຮາກ ແຕ່ແມ່ນຮາກທີ່ລ້ຽງເຈົ້າ 19 ເຈົ້າຄົງຈະເວົ້າວ່າ, “ກິ່ງເຫລົ່ານັ້ນໄດ້ຊົງຫັກອອກເສັຽ ກໍເພື່ອຈະໄດ້ຊົງຕໍ່ຂ້ອຍໄວ້” 20 ກໍຖືກແລ້ວທີ່ເຂົາຖືກຊົງຫັກອອກກໍເພາະເຂົາບໍ່ເຊື່ອ ແຕ່ທີ່ເຈົ້າຢູ່ໄດ້ກໍເພາະດ້ວຍຄວາມເຊື່ອຂອງເຈົ້າເທົ່ານັ້ນ ດັ່ງນັ້ນຢ່າສູ່ຈອງຫອງແຕ່ຈົ່ງເປັນຜູ້ຢຳເກງ 21 ເພາະວ່າເມື່ອພຣະເຈົ້າບໍ່ໄດ້ຊົງໂຜດກິ່ງເດີມເຫລົ່ານັ້ນ ພຣະອົງຈະບໍ່ຊົງໂຜດເຈົ້າເຫມືອນກັນ 22 ດ້ວຍເຫດນັ້ນຈົ່ງພິຈາຣະນາເບິ່ງພຣະເມດຕາແລະຄວາມເຄັ່ງຄັດຂອງພຣະເຈົ້າ ຄືພຣະອົງຊົງເຄັ່ງຄັດກັບຄົນເຫລົ່ານັ້ນທີ່ຫລົງຜິດໄປ ແຕ່ພຣະອົງຊົງພຣະເມດຕາເຈົ້າ ຖ້າວ່າເຈົ້າຕັ້ງຫມັ້ນຢູ່ໃນຄວາມເມດຕານັ້ນຕໍ່ໄປ ບໍ່ດັ່ງນັ້ນພຣະເຈົ້າກໍຈະຊົງຫັກເຈົ້າອອກເຫມືອນກັນ 23 ສ່ວນເຂົາທັງຫລາຍນັ້ນ ຖ້າເຂົາບໍ່ດື້ດ້ານຢູ່ໃນຄວາມບໍ່ເຊື່ອຕໍ່ໄປ ເຂົາກໍຈະໄດ້ຮບັການຊົງຕໍ່ກິ່ງເຂົ້າໄດ້ໃຫມ່ ເພາະວ່າພຣະເຈົ້າຊົງຣິດອາດທີ່ຈະຊົງໂຜດໃຫ້ເຂົາຕໍ່ກິ່ງເຂົ້າອີກໄດ້ 24 ດ້ວຍວ່າຖ້າພຣະເຈົ້າຊົງຕັດເຈົ້າອອກຈາກຕົ້ນກອກປ່າທີ່ເປັນໄມ້ປ່າຕາມທຳມະຊາດ ແລະຊົງນຳມາຕໍ່ເຂົ້າກັບຕົ້ນກອກພັນດີ ຊຶ່ງຜິດທຳມະຊາດຂອງມັນແລ້ວ ການທີ່ຈະເອົາກິ່ງເຫລົ່ານັ້ນທີ່ເປັນກິ່ງເດີມມາຕໍ່ເຂົ້າກັບຕົ້ນມັນເອງກໍຈະງ່າຍກວ່ານັ້ນຫລາຍເທົ່າໃດຫນໍ 25 ພີ່ນ້ອງທັງຫລາຍເອີຍ, ເຮົາຢ້ານວ່າພວກເຈົ້າຈະຖືຕົວເປັນຜູ້ສລາດຮູ້ ຈຶ່ງຢາກໃຫ້ເຂົ້າໃຈຂໍ້ຄວາມອັນເລິກລັບນີ້ ຄືເຣື່ອງທີ່ບາງຄົນໃນພວກອິສຣາເອນມີໃຈແຂງກະດ້າງໄປພໍປານນຶ່ງຈົນເຮັດໃຫ້ພວກຕ່າງຊາດມາຄົບຈຳນວນແລ້ວ 26 ແລະດັ່ງນັ້ນພວກອິສຣາເອນທັງຫມົດຈຶ່ງຈະໄດ້ພົ້ນ ດັ່ງມີຄຳຂຽນໄວ້ໃນພຣະຄັມພີວ່າ, “ພຣະຜູ້ຊົງໂຜດໃຫ້ພົ້ນຈະສະເດັດມາຈາກເມືອງຊີໂອນພຣະອົງຈະຊົງລຶບລ້າງສິ່ງອະທັມໃຫ້ຫມົດໄປຈາກຢາໂຄບ 27 ແລະອັນນີ້ແຫລະ, ຈະເປັນຄຳສັນຍາຂອງເຮົາກັບເຂົາ ເມື່ອເຮົາຍົກຄວາມຜິດບາບຂອງເຂົາແລ້ວ” 28 ຖ້າຈະວ່າຕາມຂ່າວປະເສີດ ເຂົາເຫລົ່ານັ້ນກໍເປັນສັດຕຣູຂອງພຣະເຈົ້າ ເພື່ອປໂຍດຂອງພວກເຈົ້າ ແຕ່ຖ້າຈະວ່າຕາມການຊົງເລືອກໄວ້ນັ້ນ ເຂົາກໍເປັນທີ່ຊົງຮັກເນື່ອງຈາກບັນພະບຸຣຸດຂອງເຂົາ 29 ເພາະວ່າພຣະເຈົ້າບໍ່ໄດ້ຊົງຫລົບພຣະທັຍ ໃນການທີ່ໄດ້ຊົງໃຫ້ຂອງພຣະຣາຊທານແລະຊົງເລືອກໄວ້ 30 ເຈົ້າທັງຫລາຍກໍເຫມືອນກັນ ເມື່ອກ່ອນບໍ່ໄດ້ເຊື່ອຟັງພຣະເຈົ້າ ແຕ່ບັດນີ້ໄດ້ຮັບພຣະເມດຕາ ເພາະຄວາມບໍ່ເຊື່ອຟັງຂອງເຂົາເຫລົ່ານັ້ນສັນໃດ 31 ບັດນີ້ເຂົາເຫລົ່ານັ້ນກໍບໍ່ໄດ້ເຊື່ອຟັງ ເພື່ອວ່າເຂົາຈະໄດ້ຮັບພຣະກະຣຸນາດ້ວຍພຣະຄຸນທີ່ໄດ້ຊົງໂຜດແກ່ເຈົ້າທັງຫລາຍສັນນັ້ນ 32 ເພາະພຣະເຈົ້າໄດ້ຊົງຮວບຮວມຄົນທັງປວງໃຫ້ຢູ່ໃນຄວາມບໍ່ເຊື່ອຟັງ ເພື່ອຈະໄດ້ຊົງເມດຕາແກ່ເຂົາທຸກຄົນ
ຄຳສັຣເສີນຕໍ່ພຣະເຈົ້າ
33 ໂອ, ຊັບສົມບັດຂອງພຣະເຈົ້າມີຫລວງຫລາຍປານໃດຫນໍ ພຣະປັນຍາທັງຄວາມຮອບຮູ້ຂອງພຣະອົງກໍເລິກລັບເທົ່າໃດ ຂໍ້ຕັດສິນຂອງພຣະອົງນັ້ນກໍເຫລືອທີ່ຈະຢັ່ງຮູ້ໄດ້ ແລະວິທີທາງຂອງພຣະອົງກໍເຫລືອວິສັຍທີ່ຈະຄົ້ນຄວ້າໄດ້ 34 “ເພາະວ່າໃຜຫນໍໄດ້ຮູ້ຈັກພຣະທັຍຂອງພຣະເຈົ້າ ຫລືໃຜຫນໍເປັນທີ່ປຶກສາຂອງພຣະອົງ 35 ຫລືໃຜຫນໍໄດ້ຖວາຍສິ່ງນຶ່ງສິ່ງໃດແກ່ພຣະອົງກ່ອນທີ່ພຣະອົງຈະຊົງປະທານຕອບແທນແກ່ຕົນ” 36 ດ້ວຍວ່າສິ່ງສາຣະພັດກໍເປັນມາຈາກພຣະອົງ ດ້ວຍພຣະອົງ ແລະເພື່ອພຣະອົງຂໍພຣະກຽດຕິຍົດຈົ່ງມີແກ່ພຣະອົງສືບໆໄປເປັນນິດ ອາແມນ
ດຳເນີນຊີວິດຕາມແບບການປະຕິບັດພຣະເຈົ້າ
1 ເຫດສັນນັ້ນພີນ້ອງທັງຫລາຍເອີຍ, ໂດຍເຫັນແກ່ພຣະເມດຕາກະຣຸນາຂອງພຣະເຈົ້າ ເຮົາຈຶ່ງຊັກຊວນພວກເຈົ້າໃຫ້ຖວາຍຕົວແກ່ພຣະອົງ ເພື່ອເປັນເຄື່ອງບູຊາທີ່ມີຊີວິດ, ເປັນອັນບໍຣິສຸດ, ແລະເປັນທີ່ຊອບພຣະທັຍພຣະເຈົ້າ ຊຶ່ງເປັນການນະ
ມັສການທີ່ສົມກັບຝ່າຍວິນຍານຂອງເຈົ້າທັງຫລາຍ
2 ຢ່າດຳເນີນຊີວິດເຫມືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງປ່ຽນແປງຈິດໃຈ ແລ້ວອຸປນິສັຍຂອງພວກເຈົ້າຈຶ່ງຈະປ່ຽນໃຫມ່ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ນ້ຳພຣະທັຍຂອງພຣະເຈົ້າ ຈະໄດ້ຮູ້ວ່າອັນໃດດີ ອັນໃດເປັນທີ່ຊອບພຣະທັຍ ແລະອັນໃດດີທີ່ສຸດ 3 ເຮົາກ່າວແກ່ເຈົ້າທັງຫລາຍທຸກຄົນໂດຍພຣະຄຸນທີ່ຊົງປະທານແກ່ເຮົາແລ້ວວ່າ ຢ່າຄຶດຖືຕົວເກີນທີ່ຕົນຄວນຈະຄຶດນັ້ນ ແຕ່ຈົ່ງຄຶດໃຫ້ພໍສົມກັບຂະຫນາດແຫ່ງຄວາມເຊື່ອທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ທຸກຄົນ 4 ເພາະວ່າໃນຮ່າງກາຍອັນດຽວນັ້ນເຮົາມີອະວັຍວະຫລາຍຢ່າງ ແລະອະວັຍວະເຫລົ່ານັ້ນບໍ່ມີຫນ້າທີ່ຢ່າງດຽວກັນສັນໃດ 5 ພວກເຮົາຜູ້ເປັນຫລາຍຄົນກໍຍັງເປັນຮ່າງກາຍອັນດຽວໃນພຣະຄຣິດ ແລະເປັນອະວັຍວະແກ່ກັນແລະກັນສັນນັ້ນ 6 ແລະເຮົາທຸກຄົນໄດ້ຮັບຂອງພຣະຣາຊທານຕ່າງໆກັນ ຕາມພຣະຄຸນທີ່ໄດ້ຊົງໂຜດປະທານແກ່ພວກເຮົາ ຄືຖ້າເປັນການປະກາດພຣະທັມ ກໍຈົ່ງປະກາດຕາມຂະຫນາດແຫ່ງຄວາມເຊື່ອ 7 ຖ້າເປັນການປະຕິບັດກໍຈົ່ງປະຕິບັດ ຖ້າເປັນການສັ່ງສອນກໍຈົ່ງສັ່ງສອນ 8 ຖ້າເປັນການເຕືອນສະຕິກໍຈົ່ງເຕືອນສະຕິ ຖ້າເປັນການບໍຣິຈາກກໍຈົ່ງບໍຣິຈາກດ້ວຍບໃຈກວ້າງຂວາງ ຜູ້ຄຸ້ມຄອງກໍຈົ່ງຄຸ້ມຄອງດ້ວຍເອົາໃຈໃສ່
ຜູ້ທີ່ສະແດງຄວາມເມດຕາກໍຈົ່ງສະແດງດ້ວຍໃຈຍິນດີ
9 ຈົ່ງຣັກດ້ວຍໃຈຈິງ ຈົ່ງກຽດຊັງສິ່ງຊົ່ວ ຈົ່ງຍຶດຫມັ້ນໃນສິ່ງທີ່ດີ 10 ຈົ່ງຮັກກັນເຫມືອນສັນພີ່ນ້ອງ ສ່ວນການທີ່ໃຫ້ກຽດແກ່ກັນແລະກັນນັ້ນຈົ່ງຖືວ່າຜູ້ອື່ນດີກວ່າຕົນ 11 ຢ່າຂີ້ຄ້ານ ແຕ່ຈົ່ງເອົາໃຈໃສ່ ຈົ່ງມີຈິດໃຈຮ້ອນຮົນດ້ວຍພຣະວິນຍານ ຈົ່ງບົວຣະບັດອົງພຣະຜູ້ເປັນເຈົ້າ 12 ຈົ່ງຊົມຊື່ນຍິນດີໃນຄວາມໄວ້ວາງໃຈ ຈົ່ງອົດທົນຕໍ່ຄວາມຍາກລຳບາກ ຈົ່ງຫມັ່ນເອົາໃຈໃສ່ໃນການໄຫວ້ວອນ 13 ຈົ່ງຊ່ອຍໄພ່ພົນຂອງພຣະເຈົ້າເມື່ອເຂົາຂັດສົນ ຈົ່ງຕ້ອນຮັບແຂກດ້ວຍໃຈເຫລື້ອມໃສ 14 ຈົ່ງອວຍພອນແກ່ຄົນທີ່ຂົ່ມເຫັງເຈົ້າ ຈົ່ງໃຫ້ພອນ ຢ່າປ້ອຍດ່າ 15 ຈົ່ງຊົມຊື່ນຍິນດີກັບຜູ້ທີ່ມີຄວາມຊົມຊື່ນຍິນດີ ຈົ່ງຮ້ອງໄຫ້ກັບຜູ້ທີ່ຮ້ອງໄຫ້ 16 ຈົ່ງເປັນນ້ຳນຶ່ງໃຈດຽວກັນ ຢ່າຄຶດໃຫຍ່ໄຝ່ສູງ ແຕ່ຈົ່ງຮັບຮູ້ຄົນສາມັນຕ່ຳຕ້ອຍ ຢ່າຖືຕົວວ່າເປັນຜູ້ສລາດ 17 ຢ່າເຮັດຊົ່ວຕອບແທນການຊົ່ວແກ່ຜູ້ນຶ່ງຜູ້ໃດ ແຕ່ຈົ່ງພຍາຍາມເຮັດແຕ່ສິ່ງທີ່ທຸກຄົນເຫັນວ່າດີ 18 ຖ້າເປັນໄດ້ໃນເຣື່ອງທີ່ຂຶ້ນຢູ່ກັບພວກເຈົ້ານັ້ນ ຈົ່ງຢູ່ຢ່າງສງົບສຸກກັບຄົນທັງປວງ 19 ພວກທີ່ຮັກຂອງເຮົາເອີຍ, ຢ່າແກ້ແຄ້ນ ແຕ່ຈົ່ງມອບການນັ້ນໄວ້ແກ່ພຣະພິໂຣດ ດ້ວຍວ່າມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, ການແກ້ແຄ້ນເປັນທຸຣະຂອງເຮົາ ເຮົາເອງຈະເປັນຜູ້ຕອບແທນ” 20 ແຕ່ “ຖ້າສັດຕຣູຂອງເຈົ້າຢາກເຂົ້າ ຈົ່ງໃຫ້ເຂົາກິນ ຖ້າເຂົາຢາກນ້ຳ ຈົ່ງໃຫ້ເຂົາດື່ມ ເພາະວ່າຖ້າເຮັດດັ່ງນັ້ນ ເປັນການກອງຖ່ານໄຟແດງໃສ່ໄວ້ເທິງຫົວຂອງເຂົາ” 21 ຢ່າໃຫ້ຄວາມຊົ່ວໄດ້ຊະນະເຈົ້າ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ
ຕ້ອງຍອມຢູ່ໃຕ້ອຳນາດຂອງຜູ້ປົກຄອງ
1 ທຸກຄົນຈົ່ງຍອມຢູ່ໃຕ້ບັງຄັບຜູ້ມີອຳນາດປົກຄອງ ດ້ວຍວ່າບໍ່ມີອຳນາດອັນໃດທີ່ບໍ່ໄດ້ມາຈາກພຣະເຈົ້າ ແລະຜູ້ທີ່ມີອຳນາດນັ້ນກໍແມ່ນພຣະເຈົ້າຊົງແຕ່ງຕັ້ງຂຶ້ນ 2 ເຫດສັນນັ້ນຜູ້ທີ່ຂັດຂືນອຳນາດນັ້ນ ກໍຂັດຂືນຜູ້ຊຶ່ງພຣະເຈົ້າຊົງແຕ່ງຕັ້ງຂຶ້ນ ແລະຜູ້ທີ່ຂັດຂືນນັ້ນຈະຕ້ອງຖືກພິພາກສາລົງໂທດ 3 ເພາະວ່າຜູ້ປົກຄອງນັ້ນບໍ່ເປັນຫນ້າຢ້ານສຳລັບຄົນທີ່ເຮັດການດີ ແຕ່ເປັນຫນ້າຢ້ານສຳລັບຄົນທີ່ເຮັດການຊົ່ວ ເຈົ້າບໍ່ຢາກຢ້ານຜູ້ມີອຳນາດຫລື ຖ້າດັ່ງນັ້ນຈົ່ງເຮັດແຕ່ການດີ ແລ້ວເຈົ້າກໍຈະໄດ້ເປັນທີ່ພໍໃຈຂອງຜູ້ມີອຳນາດນັ້ນ 4 ເພາະວ່າຜູ້ປົກຄອງນັ້ນເປັນຜູ້ຮັບໃຊ້ຂອງພຣະເຈົ້າເພື່ອໃຫ້ປໂຍດແກ່ເຈົ້າ ແຕ່ວ່າຖ້າເຈົ້າເຮັດການຊົ່ວຈົ່ງຢ້ານ ເພາະວ່າຜູ້ປົກຄອງນັ້ນບໍ່ໄດ້ ຖືດາບໄວ້ຊື່ໆ ທ່ານເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເປັນຜູ້ໃຊ້ຄວາມຮ້າຍຂາດແທນພຣະເຈົ້າແກ່ທຸກຄົນທີ່ເຮັດການຊົ່ວ 5 ເຫດສັນນັ້ນເຈົ້າຈະຕ້ອງຢູ່ໃຕ້ບັງຄັບບັນຊາ ບໍ່ໃຊ່ເພາະເຫັນແກ່ຄວາມຮ້າຍຂາດແຕ່ສິ່ງດຽວ ແຕ່ເພາະໃຈສຳນຶກຜິດແລະຊອບດ້ວຍ 6 ເພາະເຫດຜົນຢ່າງດຽວກັນນັ້ນເຈົ້າຈຶ່ງໄດ້ເສັຽສ່ວຍສາອາກອນ ດ້ວຍວ່າຜູ້ມີອຳນາດນັ້ນເປັນຜູ້ຮັບໃຊ້ຂອງພຣະເຈົ້າແລະປະຕິບັດຫນ້າທີ່ນີ້ຢູ່ 7 ເຈົ້າຈົ່ງໃຫ້ແກ່ທຸກຄົນຕາມທີ່ເຂົາຄວນໄດ້ຮັບ ສ່ວຍສາອາກອນຄວນໃຫ້ຜູ້ໃດຈົ່ງໃຫ້ແກ່ຜູ້ນັ້ນ ພາສີຄວນເສັຽໃຫ້ຜູ້ໃດຈົ່ງໃຫ້ແກ່ຜູ້ນັ້ນ ຄວາມຢໍາເກງຄວນມີແກ່ຜູ້ໃດຈົ່ງໃຫ້ແກ່ຜູ້ນັ້ນ ກຽດຕິຍົດຄວນມີແກ່ຜູ້ໃດຈົ່ງໃຫ້ແກ່ຜູ້ນັ້ນ
ການປະຕິບັດເຊິ່ງກັນແລະກັນ
8 ຢ່າເປັນຫນີ້ສິ່ງໃດແກ່ໃຜນອກຈາກຄວາມຮັກຊຶ່ງກັນແລະກັນ ເພາະວ່າຜູ້ທີ່ຮັກເພື່ອນມະນຸດກໍປະຕິບັດຕາມພຣະບັນຍັດຢ່າງຄົບຖ້ວນແລ້ວ 9 ເພາະວ່າຂໍ້ບັນຍັດທີ່ກ່າວວ່າ, “ຢ່າຫລິ້ນຊູ້ ຢ່າຂ້າຄົນ ຢ່າລັກຊັບ ຢ່າໂລບ” ທັງບັນຍັດຂໍ້ອື່ນໆກໍຮວມຢູ່ໃນຂໍ້ນີ້ ຄື, “ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” 10 ຄວາມຮັກບໍ່ເຮັດອັນຕະຣາຍແກ່ເພື່ອນບ້ານ ເຫດສັນນັ້ນຄວາມຮັກຈຶ່ງເປັນການປະຕິບັດຕາມຂໍ້ບັນຍັດຢ່າງຄົບຖ້ວນ 11 ທີ່ຄວນຈະເຮັດດັ່ງນີ້ກໍເພາະພວກເຈົ້າໄດ້ຮູ້ຈັກກາລະເວລາແລ້ວວ່າ ບັດນີ້ເປັນເວລາທີ່ເຈົ້າຄວນຈະຕື່ນຈາກຫລັບແລ້ວ ດ້ວຍວ່າເວລາທີ່ພວກເຮົາຈະພົ້ນນັ້ນໃກ້ກວ່າເວລ່ທີ່ເຮົາຫາກໍເຊື່ອນັ້ນ 12 ກາງຄືນກໍລ່ວງໄປຫລາຍແລ້ວ ແລະຮຸ່ງເຊົ້າກໍໃກ້ເຂົ້າມາ ເຫດສັນນັ້ນພວກເຮົາຈົ່ງເລີກເຮັດການຝ່າຍຄວາມມືດ ແລະຈົ່ງປະກອບຕົວດ້ວຍອາວຸດແຫ່ງຄວາມສວ່າງ 13 ພວກເຮົາຈົ່ງປະຕິບັດຕົວໃຫ້ເຫມາະສົມກັບເວລາກາງເວັນ ບໍ່ແມ່ນໃນການລ້ຽງດ້ວຍເສບສຸຣາຢາເມົາ ບໍ່ແມ່ນໃນການວິວາດເຫິງສາກັນ 14 ແຕ່ຈົ່ງປະຕິບັດຕົວດ້ວຍພຣະເຢຊູຄຣິດເຈົ້າ ແລະຢ່າຈັດຫາອັນໃດເພື່ອບຳຣຸງຕັນຫາຂອງເນື້ອກາຍ
ຢ່າກ່າວໂທດໃສ່ພີ່ນ້ອງ
1 ສ່ວນຄົນທີ່ອ່ອນໃນຄວາມເຊື່ອນັ້ນ ຈົ່ງຮັບເຂົາໄວ້ ແຕ່ບໍ່ໃຊ່ເພື່ອຖົກຖຽງກັນໃນເຣື່ອງຄວາມເຊື່ອທີ່ແຕກຕ່າງກັນ 2 ຄົນນຶ່ງຖືວ່າຈະກິນອັນໃດກໍໄດ້ຫມົດ ແຕ່ຄົນທີ່ຍັງອ່ອນໃນຄວາມເຊື່ອກໍກິນແຕ່ຜັກເທົ່ານັ້ນ 3 ຢ່າໃຫ້ຄົນທີ່ກິນັ້ນຫມິ່ນປມາດຄົນທີ່ບໍ່ກິນ ແລະຢ່າໃຫ້ຄົນທີ່ບໍ່ກິນກ່າວໂທດຄົນທີ່ກິນ ດ້ວຍວ່າພຣະເຈົ້າໄດ້ຊົງໂຜດຮັບເອົາຜູ້ນັ້ນແລ້ວ 4 ເຈົ້ານັ້ນແມ່ນໃຜຈຶ່ງກ່າວໂທດໃສ່ບ່າວຂອງຜູ້ອື່ນ ບ່າວນັ້ນຈະຕັ້ງຫມັ້ນຢູ່ຫລືລົ້ມລົງກໍສຸດແລ້ວແຕ່ນາຍຂອງຕົນ ແລະເຂົາຄົງຈະຕັ້ງຫມັ້ນຢູ່ເປັນແນ່ ດ້ວຍວ່າອົງພຣະຜູ້ເປັນເຈົ້າຊົງຣິດອາດໃຫ້ຜູ້ນັ້ນຕັ້ງຫມັ້ນຢູ່ໄດ້ 5 ຄົນນຶ່ງຖືວ່າວັນນຶ່ງດີກວ່າອີກວັນນຶ່ງ ແຕ່ອີກຄົນນຶ່ງຖືວ່າທຸກວັນຫມືອນກັນ ຄວນໃຫ້ທຸກຄົນມີຄວາມແນ່ໃຈໃນຄວາມຄຶດເຫັນຂອງຕົນເອງ 6 ຜູ້ທີ່ຖືວັນກໍຖືດ້ວຍເຫັນອົງພຣະຜູ້ເປັນເຈົ້າ ຜູ້ທີ່ກິນກໍກິນດ້ວຍເຫັນແກ່ອົງພຣະຜູ້ເປັນເຈົ້າ ເພາະວ່າທ່ານໄດ້ຂອບພຣະຄຸນພຣະເຈົ້າ ແລະຜູ້ທີ່ບໍ່ໄດ້ກິນຈຶ່ງບໍ່ໄດ້ກິນດ້ວຍເຫັນແກ່ອົງພຣະຜູ້ເປັນເຈົ້າ ແລະຍັງຂອບພຣະຄຸນພຣະອົງ 7 ໃນພວກເຮົາບໍ່ມີຜູ້ໃດມີຊີວິດຢູ່ເພື່ອຕົນເອງຝ່າຍດຽວ ແລະບໍ່ມີຜູ້ໃດຕາຍເພື່ອຕົນເອງຝ່າຍດຽວ ດ້ວຍວ່າຖ້າເຮົາທັງຫລາຍມີຊີວິດຢູ່ກໍເພື່ອອົງພຣະຜູ້ເປັນເຈົ້າ 8 ແລະຖ້າເຮົາຕາຍກໍຕາຍເພື່ອອົງພຣະຜູ້ເປັນເຈົ້າ ເຫດສັນນັ້ນຖ້າເຮົາທັງຫລາຍມີຊີວິດຫລືຕາຍກໍດີ ເຮົາກໍເປັນຄົນຂອງອົງພຣະຜູ້ເປັນເຈົ້າ 9 ເພາະເຫດນີ້ແຫລະ, ພຣະຄຣິດຈຶ່ງໄດ້ສິ້ນພຣະຊົນແລະໄດ້ຊົງຄືນພຣະຊົນອີກ ເພື່ອຈະໄດ້ຊົງເປັນອົງພຣະຜູ້ເປັນເຈົ້າຂອງຄົນຕາຍແລະຂອງຄົນເປັນ 10 ແຕ່ຕົວເຈົ້າເດ່, ເຫດໃດເຈົ້າຈຶ່ງກ່າວໂທດໃສ່ພີ່ນ້ອງຂອງຕົນ ຫລືເຈົ້າຜູ້ເປັນອີກຝ່າຍນຶ່ງ ເຫດໃດຈຶ່ງຫມິ່ນປມາດພີ່ນ້ອງຂອງຕົນ ດ້ວຍວ່າເຮົາທຸກຄົນຕ້ອງຢືນຢູ່ຫນ້າບັນລັງພິພາກສາຂອງພຣະເຈົ້າ 11 ເພາະມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ວ່າ ເຮົາມີຊີວິດຢູ່ທ່ຽງແທ້ສັນໃດ ທຸກຄົນຈະຄຸເຂົ່າລົງຂາບໄຫວ້ເຮົາ ແລະທຸກສິ່ງຈະສັຣເສີນພຣະເຈົ້າ” 12 ດັ່ງນັ້ນເຮົາທຸກຄົນຈະຕ້ອງກາບທູນເຣື່ອງຣາວຂອງຕົນເອງຕໍ່ພຣະເຈົ້າ
ຢ່າໃຫ້ພີ່ນ້ອງຂອງຕົນຊູນສະດຸດ
13 ເຫດສັນນັ້ນພວກເຮົາຢ່າກ່າວໂທດໃສ່ກັນແລະກັນອີກຕໍ່ໄປ ແຕ່ວ່າຈົ່ງຕັ້ງໃຈເຮັດດັ່ງນີ້ດີກວ່າ ຄື ຢ່າໄດ້ເອົາສິ່ງໃດເປັນເຫດໃຫ້ຊຸນສະດຸດຫລືລົ້ມລົງມາຂວາງທາງຂອງພີ່ນ້ອງ 14 ເຮົາຮູ້ແລະເຊື່ອແນ່ໃຈໃນພຣະເຢຊູເຈົ້າວ່າ ບໍ່ມີສິ່ງນຶ່ງສິ່ງໃດທີ່ເປັນຂອງຕ້ອງຫ້າມໃນຕົວມັນເອງ ແຕ່ຖ້າຜູ້ນຶ່ງຜູ້ໃດຖືວ່າສິ່ງໃດເປັນຂອງຕ້ອງຫ້າມ ມັນກໍເປັນຂອງຕ້ອງຫ້າມສຳລັບຜູ້ນັ້ນແທ້ 15 ຖ້າພີ່ນ້ອງຂອງເຈົ້າເປັນທຸກໃຈເພາະອາຫານທີ່ເຈົ້າກິນ ເຈົ້າກໍບໍ່ໄດ້ປະຕິບັດໄປຕາມທາງແຫ່ງຄວາມຮັກເສັຽແລ້ວ ພຣະຄຣິດຊົງສິ້ນພຣະຊົນເພື່ອຜູ້ໃດ ກໍຢ່າໃຫ້ຜູ້ນັ້ນຈິບຫາຍເພາະອາຫານທີ່ເຈົ້າກິນນັ້ນ 16 ສັນນັ້ນຢ່າໃຫ້ການທີ່ເຈົ້າຖືວ່າດີນັ້ນ ເປັນຂໍ້ທີ່ຄົນອື່ນຕິຕຽນໄດ້ ເພາະວ່າຣາຊອານາຈັກຂອງພຣະເຈົ້າບໍ່ແມ່ນຫມາຍເຖິງການກິນແລະການດື່ມ, 17 ແຕ່ຫມາຍເຖິງຄວາມຊອບທັມແລະສັນຕິທັມ ກັບຄວາມຊົມຊື່ນຍິນດີທີ່ມາຈາກພຣະວິນຍານບໍຣິສຸດ 18 ຜູ້ທີ່ບົວຣະບັດພຣະຄຣິດໃນການເຫລົ່ານັ້ນ ກໍເປັນທີ່ພໍພຣະທັຍພຣະເຈົ້າ ແລະເປັນທີ່ຊອບໃຈມະນຸດດ້ວຍ 19 ເຫດດັ່ງນີ້ພວກເຮົາຈົ່ງສແວງຫາສິ່ງທັງຫລາຍທີ່ເຮັດໃຫ້ເກີດຄວາມສງົບສຸກ ແລະເຮັດໃຫ້ເກີດຄວາມຈະເຣີນແກ່ກັນແລະກັນ 20 ຢ່າທຳລາຍງານຂອງພຣະເຈົ້າຍ້ອນເຣື່ອງອາຫານ ອາຫານທຸກຢ່າງບໍ່ແມ່ນຂອງຕ້ອງຫ້າມກໍຈິງ ແຕ່ຄົນໃດທີ່ກິນອາຫານຊຶ່ງເປັນເຫດໃຫ້ຜູ້ອື່ນສະດຸດໃຈກໍມີຄວາມຜິດ 21 ທີ່ຈະບໍ່ກິນຊີ້ນ ຫລືດື່ມເຫລົ້າແວງ ຫລືເຮັດສິ່ງໃດໆທີ່ເປັນເຫດໃຫ້ພີ່ນ້ອງສະດຸດໃຈກໍເປັນການດີຢູ່ແລ້ວ 22 ຄວາມເຊື່ອທີ່ເຈົ້າມີຢູ່ນັ້ນຈົ່ງຍຶດຖືໄວ້ໃຫ້ຫມັ້ນລະຫວ່າງຕົວເຈົ້າກັບພຣະເຈົ້າ ຜູ້ໃດບໍ່ມີເຫດທີ່ຈະຕິຕຽນຕົນເອງໃນສິ່ງທີ່ຕົນເຫັນຊອບແລ້ວນັ້ນກໍເປັນສຸກ 23 ແຕ່ຜູ້ທີ່ມີຄວາມສົງສັຍ ຖ້າຍັງກິນກໍຖືວ່າມີຜິດ ເພາະຜູ້ນັ້ນບໍ່ໄດ້ກິນຕາມທີ່ຕົນເຊື່ອ ທັງນີ້ກໍເພາະການກະທຳທີ່ບໍ່ໄດ້ເກີດຈາກຄວາມເຊື່ອຫມັ້ນກໍເປັນບາບທັງຫມົດ
ຈົ່ງໃຫ້ເປັນທີ່ພໍໃຈຂອງຄົນອື່ນບໍ່ໃຊ່ຂອງຕົນເອງ
1 ຝ່າຍເຮົາທັງຫລາຍທີ່ມີຄວາມເຊື່ອເຂັ້ມແຂງ ຄວນອົດທົນຕໍ່ຄົນທີ່ມີຄວາມເຊື່ອຢຸດໆຢ່ອນໆ ແລະບໍ່ຄວນເຮັດຕາມຄວາມຊອບໃຈຂອງຕົນເອງ 2 ເຮົາທຸກຄົນຈົ່ງເຮັດໃຫ້ເພື່ອນບ້ານຊອບໃຈ ເພື່ອນຳປໂຍດແລະຄວາມຈະເຣີນມາສູ່ເຂົາ 3 ເພາະວ່າພຣະຄຣິດບໍ່ດ້ເຮັດສິ່ງທີ່ຊອບພຣະທັຍ ພຣະອົງ ຕາມທີ່ມີຄຳຂຽນໄວ້ໃນພຣະຄັມພີວ່າ, “ຄຳຫຍາບຊ້າຂອງພວກຄົນທີ່ນິນທາພຣະອົງເຈົ້າ ກໍໄດ້ຕົກຖືກຂ້າພຣະອົງ” 4 ດ້ວຍວ່າທຸກສິ່ງທີ່ຂຽນໄວ້ໃນສະໄຫມກ່ອນນັ້ນ ກໍຂຽນໄວ້ເພື່ອສັ່ງສອນພວກເຮົາ ເພື່ອເຮົາຈະໄດ້ມີຄວາມຫວັງໂດຍຄວາມພຽນແລະຄວາມຊ່ອຍຊູດ້ວຍທາງພຣະຄັມພີນັ້ນ 5 ຂໍໃຫ້ພຣະເຈົ້າຜູ້ຊົງປະທານຄວາມພຽນແລະຄວາມຊ່ອຍຊູໃຈນັ້ນ ຊົງໂຜດປະທານໃຫ້ເຈົ້າທັງຫລາຍມີນ້ຳນຶ່ງໃຈດຽວກັນຕາມຢ່າງພຣະເຢຊູຄຣິດ 6 ເພື່ອພວກເຈົ້າຈະໄດ້ພ້ອມໃຈກັນສັຣເສີນພຣະເຈົ້າ ຜູ້ຊົງເປັນພຣະບິດາຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
ຂ່າວປະເສີດທີ່ໄປເຖິງຄົນຕ່າງຊາດ
7 ເຫດສັນນັ້ນຈົ່ງຕ້ອນຣັບຊຶ່ງກັນແລະກັນ ເຫມືອນຢ່າງພຣະຄຣິດໄດ້ຊົງຕ້ອນຮັບພວກເຈົ້າ ເພື່ອເປັນພຣະກຽດຕິຍົດແກ່ພຣະເຈົ້າ 8 ເພາະເຮົາຖືວ່າພຣະຄຣິດໄດ້ຊົງເກີດເປັນຜູ້ຮັບໃຊ້ພວກທີ່ຖືພິທີຕັດ ເພື່ອສະແດງຄວາມສັດຈິງຂອງພຣະເຈົ້າ, ເພື່ອຈະໃຫ້ຂໍ້ຄວາມທີ່ຊົງສັນຍາໄວ້ແກ່ພວກບັນພະບຸຣຸດນັ້ນ ຢັ້ງຢືນຫມັ້ນຄົງຢູ່ 9 ແລະເພື່ອຄົນຕ່າງຊາດຈະໄດ້ຖວາຍພຣະກຽດແກ່ພຣະເຈົ້າ ເພາະພຣະເມດຕາຂອງພຣະອົງ ຕາມທີ່ມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ເພາະເຫດນີ້ຂ້າພຣະອົງຈຶ່ງຈະສັຣເສີນພຣະອົງ ໃນຖ້າມກາງປະຊາຊາດທັງຫລາຍ ແລະຈະຮ້ອງເພງສັຣເສີນພຣະນາມຂອງພຣະອົງ” 10 ແລະມີຄຳກ່າວອີກວ່າ, “ປະຊາຊາດທັງປວງເອີຍ, ຈົ່ງຊົມຊື່ນຍິນດີດ້ວຍກັນກັບໄພ່ພົນຂອງ ພຣະອົງ” 11 ແລະຍັງຄຳກ່າວອີກວ່າ, “ປະຊາຊາດທັງປວງເອີຍ, ຈົ່ງສັຣເສີນອົງພຣະຜູ້ເປັນເຈົ້າ ແລະໃຫ້ບັນດາໄພ່ພົນທັງຫລາຍຍ້ອງຍໍສໍຣະເສີນພຣະອົງ” 12 ແລະເອຊາຢາກໍກ່າວອີກວ່າ, “ຈະມີຫນໍ່ແນວອອກມາຈາກ ເຈສຊີ ຄື ຜູ້ຈະຊົງບັງເກີດມາຄຸ້ມຄອງປະຊາຊາດທັງຫລາຍ ປະຊາຊາດທັງຫລາຍຈະໄວ້ວາງໃຈໃນພຣະອົງ” 13 ຂໍພຣະເຈົ້າຜູ້ຊົງປະທານຄວາມໄວ້ວາງໃຈ ຊົງໂຜດໃຫ້ເຈົ້າທັງຫລາຍບໍຣິບູນດ້ວຍຄວາມຊົມຊື່ນຍິນດີແລະຄວາມສຸກໃນຄວາມເຊື່ອ ເພື່ອເຈົ້າຈະໄດ້ເຕັມລົ້ນດ້ວຍຄວາມໄວ້ວາງໃຈ ໂດຍຣິດເດດຂອງພຣະວິນຍານບໍຣິສຸດ
ເຫດຜົນທີ່ກ້າແຕ່ງຈົດຫມາຍ
14 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເຮົາເຊື່ອແນ່ວ່າພວກເຈົ້າບໍຣິບູນດ້ວຍຄວາມດີ ແລະພ້ອມດ້ວຍຄວາມຮູ້ທຸກຢ່າງ ສາມາດຈະເຕືອນສະຕິກັນແລະກັນໄດ້ 15 ແຕ່ທີ່ເຮົາຂຽນບາງຢ່າງມາເຖິງພວກເຈົ້າ ເພື່ອເຕືອນຄວາມຈື່ຈຳຂອງພວກເຈົ້າ ກໍເພາະເຫດຂອງພຣະຣາຊທານດ້ວຍພຣະຄຸນຂອງພຣະເຈົ້າ ຊຶ່ງໄດ້ຊົງໂຜດປະທານແກ່ເຮົາ 16 ເພື່ອໃຫ້ເຮົາເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດໄປຍັງຄົນຕ່າງຊາດ ໃນຫນ້າທີ່ເປັນປະໂຣຫິດຝ່າຍຂ່າວປະເສີດຂອງພຣະເຈົ້າ ເພື່ອການຖວາຍພວກຕ່າງຊາດທັງຫລາຍນັນຈະເປັນທີ່ຊອບພຣະທັຍ ຄືເປັນທີ່ຊຳຮະໄວ້ດ້ວຍພຣະວິນຍານບໍຣິສຸດ 17 ເຫດສັນນັ້ນໃນພຣະເຢຊູຄຣິດເຮົາຈຶ່ງມີສິ່ງທີ່ຈະອວດອ້າງໄດ້ ຝ່າຍການປະຕິບັດພຣະເຈົ້າ 18 ດ້ວຍວ່າເຮົາບໍ່ອາດຈະອ້າງສິ່ງໃດນອກຈາກສິ່ງຊຶ່ງພຣະຄຣິດໄດ້ຊົງກະທຳ ໂດຍຊົງໃຊ້ເຮົາທາງຄຳສອນແລະກິຈການເພື່ອຈະໃຫ້ຄົນຕ່າງຊາດເຊື່ອຟັງ 19 ຄືດ້ວຍອິດທິຣິດແຫ່ງຫມາຍສຳຄັນແລະການອັດສະຈັນ ໂດຍຣິດເດດຂອງພຣະວິນຍານ ຈົນເຮົາໄດ້ປະກາດຂ່າວປະເສີດເຣື່ອງພຣະຄຣິດຢ່າງຄົບຖ້ວນ ຕັ້ງແຕ່ກຸງເຢຣູຊາເລັມອ້ອມໄປຍັງແຂວງອິນລີຣີກົນ 20 ສັນນັ້ນເຮົາຈຶ່ງຕັ້ງເປົ້າຫມາຍໄວ້ຢ່າງນີ້ວ່າ ຈະປະກາດຂ່າວປະເສີດໃນບ່ອນທີ່ຍັງບໍ່ມີຜູ້ໃດເຄີຍໄດ້ອອກພຣະນາມຂອງພຣະຄຣິດ ເພື່ອເຮົາຈະບໍ່ໄດ້ກໍ່ຂຶ້ນເທິງຮາກຖານທີ່ຄົນອື່ນໄດ້ວາງໄວ້ກ່ອນແລ້ວ 21 ຕາມທີ່ມີຄຳຂຽນໄວ້ໃນພຣະຄັມພີວ່າ, “ຄົນທີ່ບໍ່ເຄີຍໄດ້ຮັບຄຳບອກເຖິງເຣື່ອງພຣະອົງກໍຈະໄດ້ເຫັນ ແລະຄົນທີ່ບໍ່ເຄີຍໄດ້ຟັງກໍຈະໄດ້ເຂົ້າໃຈ”ໂປໂລຕັ້ງໃຈຈະໄປກຸງໂຣມ
ໂປໂລຕັ້ງໃຈຈະໄປກຸງໂຣມ
22 ນີ້ຄືເຫດທີ່ຂັດຂວາງເຮົາຫລາຍເທື່ອຫ້າມບໍ່ໃຫ້ເຮົາມາຫາເຈົ້າທັງຫລາຍ 23 ແຕ່ດຽວນີ້ບໍ່ມີກິດທຸຣະທີ່ຈະຕ້ອງຢູ່ໃນເຂດເຫລົ່ານີ້ຕໍ່ໄປ ເຮົາມີຄວາມປາຖນາຫລາຍປີມາແລ້ວທີ່ຈະມາຫາພວກເຈົ້າ 24 ເມື່ອເຮົາຈະໄປປະເທດສະເປນ ເພາະເຮົາຫວັງວ່າຂນະທີ່ໄປຕາມທາງນັ້ນຈະໄດ້ພົບພວກເຈົ້າ ແລະເມື່ອໄດ້ຣັບຄວາມຊື່ນໃຈກັບພວກເຈົ້າຈັກຫວ່າງແລ້ວກໍຫວັງວ່າພວກເຈົ້າຈະຊ່ອຍຈັດສົ່ງໃຫ້ເຮົາເດີນທາງຕໍ່ໄປ 25 ແຕ່ປັດຈຸບັນນີ້ເຮົາກຳລັງຂຶ້ນເມືອກຸງເຢຣູຊາເລັມ ເພື່ອຊ່ອຍສົງເຄາະພວກໄພ່ພົນຂອງພຣະເຈົ້າ 26 ດ້ວຍວ່າພວກສິດໃນແຂວງມາເກໂດເນັຽ ແລະແຂວງອະຂາຢາໄດ້ເຫັນຊອບຈະເຂົ້າສ່ວນບໍຣິຈາກຊັບ ເພື່ອຈັດຝາກໄປຊ່ອຍພວກໄພ່ພົນທີ່ທຸກຍາກໃນກຸງເຢຣູຊາເລັມ 27 ພວກສິດເຫລົ່ານັ້ນກໍພໍໃຈທີ່ຈະເຮັດຢ່າງນັ້ນ ແລະທີ່ຈິງພວກເຂົາກໍເປັນຫນີ້ພວກໄພ່ພົນເຫລົ່ານັ້ນດ້ວຍ ເພາະວ່າຖ້າເຂົາໄດ້ຮັບຄົນຕ່າງຊາດເຂົ້າສ່ວນໃນການຝ່າຍວິນຍານຈິດ ກໍເປັນການສົມຄວນທີ່ພວກຕ່າງຊາດນັ້ນຈະໄດ້ຊ່ອຍອຸປະຖັມສິດເຫລົ່ານັ້ນດ້ວຍສິ່ງຂອງຝ່າຍເນື້ອກາຍ 28 ສັນນັ້ນເມື່ອເຮົາສຳເຣັດການມອບຜົນທານນີ້ໃຫ້ແກ່ເຂົາແລ້ຍວ ເຮົາກໍຈະໄປປະເທດສະເປນໂດຍຜ່ານເຂດທີ່ພວກເຈົ້າຢູ່ນັ້ນ 29 ແລະເຮົາຮູ້ແນ່ວ່າ ເມື່ອເຮົາມາຫາທັງຫລາຍນັ້ນ ເຮົາຈະມາພ້ອມດ້ວຍພຣະພອນອັນບໍຣິບູນຂອງພຣະຄຣິດ 30 ພີ່ນ້ອງທັງຫລາຍເອີຍ, ດ້ວຍເຫັນແກ່ພຣະເຢຊູຄຣິດເຈົ້າຂອງພວກເຮົາ, ແລະດ້ວຍເຫັນແກ່ຄວາມຮັກອັນຊົງນຳມາດ້ວຍພຣະວິນຍານ ເຮົາອ້ອນວອນຂໍໃຫ້ພວກເຈົ້າຊ່ອຍໄຫວ້ວອນພຣະເຈົ້າດ້ວຍການຕໍ່ສູ້ເພື່ອເຮົາ 31 ເພື່ອໃຫ້ເຮົາພົ້ນຈາກມືຂອພວກຄົນທີ່ບໍ່ເຊື່ອໃນແຂວງຢູດາຍ ແລະເພື່ອໃຫ້ການປະຕິບັດເນື່ອງດ້ວຍຜົນທານຊຶ່ງເຮົານຳໄປຍັງກຸງເຢຣູຊາເລັມນັ້ນຈະເປັນທີ່ພໍໃຈແກ່ພວກໄພ່ພົນຂອງພຣະເຈົ້າ 32 ທັງເພື່ອເຮົາຈະໄດ້ມາຫາພວກເຈົ້າ ຕາມຊອບພຣະທັຍພຣະເຈົ້າ ດ້ວຍຄວາມຊົມຊື່ນຍິນດີ ແລະຈະມີຄວາມເບີກບານສຳຣານໃຈ ເມື່ອໄດ້ພົບພວກເຈົ້າ 33 ຂໍພຣະເຈົ້າຜູ້ຊົງໂຜດສັນຕິສຸກ ຈົ່ງສະຖິດຢູ່ກັບເຈົ້າທັງຫລາຍເທີນ ອາແມນ
ຄຳສະແດງຄວາມນັບຖືສ່ວນຕົວ
1 ເຮົາຂໍຝາກນ້ອງສາວຂອງເຮົາໄວ້ກັບພວກເຈົ້າ ຄືຟອຍເບ ຜູ້ຮັບໃຊ້ບົວຣະບັດຄຣິສຕະຈັກທີ່ຢຢູ່ເມືອງເກັນເຂໄອ 2 ຂໍພວກເຈົ້າຈົ່ງຮັບນາງໄວ້ໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ຕາມສົມຄວນແກ່ໄພ່ພົນຂອງພຣະເຈົ້າ ແລະຂໍໃຫ້ພວກເຈົ້າຊ່ອຍນາງໃນທຸກສິ່ງທີ່ນາງຕ້ອງການ ເພາະນາງໄດ້ຊ່ອຍສົງເຄາະຫລາຍຄົນຮວມທັງເຮົາດ້ວຍ 3 ຂໍຝາກຄວາມຄຶດເຖິງມາຍັງນາງປຣິສກາແລະທ່ານອາກີລາ ຜູ້ຮ່ວມງານກັບເຮົາໃນພຣະຣາຊກິດຂອງພຣະເຢຊູຄຣິດ 4 ຊຶ່ງໄດ້ສ່ຽງຊີວິດຂອງເຂົາເພື່ອປ້ອງກັນຊີວິດຂອງເຮົາ ເຮົາຂໍຂອບຄຸນເຂົາທັງສອງ ແລະບໍ່ໃຊ່ແຕ່ເຮົາຜູ້ດຽວ ແຕ່ຄຣິສຕະຈັກທຸກບ່ອນຂອງພວກຕ່າງຊາດກໍຂອບຄຸນເຂົາດ້ວຍ 5 ຂໍຝາກຄວາມຄຶດເຖິງມາຍັງຄຣິສຕະຈັກທີ່ຮ່ວມປະຊຸມໃນເຮືອນຂອງເຂົາເຫມືອນກັນ ຂໍຝາກຄວາມຄຶດເຖິງມາຍັງທ່ານເອປາຍເນດເພື່ອນທີ່ຮັກຂອງເຮົາ ຜູ້ເປັນຜົນແຣກຝ່າຍພຣະຄຣິດໃນເຂດແຂວງອາເຊັຽ 6 ຂໍຝາກຄວາມຄຶດເຖິງມາຍັງນາງມາຣິອາ ຜູ້ໄດ້ເຮັດການຍາກຫນັກຫລາຍປະການສຳລັບພວກເຈົ້າ 7 ຂໍຝາກຄວາມຄຶດເຖິງມາຍັງທ່ານອັນດາໂຣນິໂກກັບນາງຢູເນັຽ ເພື່ອນຮ່ວມຊາດຂອງເຮົາ ແລະໄດ້ຖືກກັກຂັງດ້ວຍກັນກັບເຮົາ ເຂົາເປັນຄົນມີຊື່ສຽງດີໃນຖ້າມກາງພວກອັຄສາວົກ ທັງໄດ້ຢູ່ໃນພຣະຄຣິດກ່ອນເຮົາດ້ວຍ 8 ຂໍຝາກຄວາມຄຶດເຖິງມາຍັງທ່ານອຳເປັຽ ເພື່ອນທີ່ຮັກຂອງເຮົາໃນອົງພຣະຜູ້ເປັນເຈົ້າ 9 ຂໍຝາກຄວາມຄຶດເຖິງມາຍັງທ່ານອູຣະບານຜູ້ຮ່ວມງານກັບພວກເຮົາໃນພຣະຣາຊກິດຂອງພຣະຄຣິດ ແລະຂໍຝາກຄວາມຄຶດເຖິງມາຍັງທ່ານຊະຕາຂີ ເພື່ອນທີ່ຮັກຂອງເຮົາ 10 ຂໍຝາກຄວາມຄຶດເຖິງມາຍັງທ່ານອະເປເລ ຜູ້ເປັນທີ່ພໍພຣະທັຍຂອງພຣະຄຣິດ ຂໍຝາກຄວາມຄຶດເຖິງມາຍັງໄທເຮືອນທ່ານອາຣິດໂຕບູໂລ 11 ຂໍຝາກຄວາມຄຶດເຖິງມາຍັງທ່ານເໜໂນດຣໂອນເພື່ອນຮ່ວມຊາດກັບເຮົາ ແລະຂໍຝາກຄວາມຄຶດເຖິງມາຍັງໄທເຮືອນຂອງທ່ານນາຣະກິດທີ່ຢູ່ໃນອົງພຣະຜູ້ເປັນເຈົ້າ 12 ຂໍຝາກຄວາມຄຶດເຖິງມາຍັງນາງທີຝາຍນາ ແລະນາງທີໂຟຊາ ຜູ້ໄດ້ເຣັດການຍາກຫນັກຝ່າຍອົງພຣະຜູ້ເປັນເຈົ້າ ຂໍຝາກຄວາມຄຶດເຖິງມາຍັງນາງເປຊີດາ ເພື່ອນທີ່ຮັກຜູ້ໄດ້ເຮັດການຍາກຫນັກຫລາຍໃນຝ່າຍອົງພຣະຜູ້ເປັນເຈົ້າ 13 ຂໍຝາກຄວາມຄຶດເຖິງມາຍັງທ່ານຣູໂຟ ຜູ້ດີເລີດໃນອົງພຣະຜູ້ເປັນເຈົ້າ ແລະມານດາຂອງທ່ານຊຶ່ງເປັນເຫມືອນມານດາຂອງເຮົາດ້ວຍ 14 ຂໍຝາກຄວາມຄຶດເຖິງມາຍັງທ່ານອາຊິນກຣີດ ທ່ານຟະເລໂຄນ ທ່ານເຮລະເມ ທ່ານປະໂຕບາ ທ່ານເຮລະມາ ແລະບັນດາພີ່ນ້ອງທີ່ຢູ່ກັບເຂົາເຫລົ່ານັ້ນ 15 ຂໍຝາກຄວາມຄຶດເຖິງມາຍັງທ່ານຟີໂລໂລກ ແລະນາງຢູເລັຽ ທ່ານເນເຣກັບນ້ອງສາວຂອງທ່ານ ແລະທ່ານໂອລິມປາກັບບັນດາໄພ່ພົນຂອງພຣະອົງທີ່ຢູ່ກັບຄົນເຫລົ່ານັ້ນ 16 ຈົ່ງຄຳນັບກັນແລະກັນດ້ວຍທັມນຽມຈູບອັນບໍຣິສຸດ ບັນດາຄຣິສຕະຈັກຂອງພຣະຄຣິດກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍດ້ວຍ
ຄຳເຕືອນສະຕິສຸດທ້າຍ
17 ບັດນີ້ພວກພີ່ນ້ອງທັງຫລາຍເອີຍ, ເຮົາອ້ອນວອນຂໍໃຫ້ເຈົ້າທັງຫລາຍສັງເກດເບິ່ງຄົນເຫລົ່ານັ້ນ ທີ່ກໍ່ເຫດວິວາດແລະເຣັດໃຫ້ຄົນອື່ນຫລົງ ຊຶ່ງເປັນການຜິດຄຳສອນທີ່ພວກເຈົ້າໄດ້ຮຽນມາແລ້ວ ຈົ່ງປິ່ນຫນ້າຫນີຈາກຄົນພວກນັ້ນເສັຽ 18 ດ້ວຍວ່າຄົນຢ່າງນັ້ນກໍບໍ່ໄດ້ບົວຣະບັດພຣະຄຣິດເຈົ້າຂອງເຮົາທັງຫລາຍ ແຕ່ໄດ້ບົວຣະບັດປໂຍດສ່ວນຕົວ ແລະໄດ້ຫລອກລໍ້ຄົນຊື່ໃຫ້ຫລົງດ້ວຍຄຳທະເລາະອ່ອນຫວານ 19 ການທີ່ເຈົ້າທັງຫລາຍໄດ້ເຊື່ອຟັງນັ້ນກໍຊ່າລືໄປເຖິງຫູຄົນທັງປວງແລ້ວ ເຮົາຈຶ່ງມີຄວາມຍິນດີເພາະເຈົ້າທັງຫລາຍ ແຕ່ຢາກໃຫ້ພວກເຈົ້າສລຽວສລາດຝ່າຍການດີ ແລະໃຫ້ເປັນຄົນໂງ່ຝ່າຍການຊົ່ວ 20 ຍັງບໍ່ຊ້າບໍ່ນານພຣະເຈົ້າຜູ້ຊົງໂຜດປະທານສັນຕິສຸກຈະຊົງປາບຊາຕານໃຫ້ຫມຸ່ນລົງໃຕ້ພື້ນຕີນຂອງເຈົ້າທັງຫລາຍ ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າເທີນ 21 ທ່ານຕີໂມທຽວເພື່ອຮ່ວມງານກັບເຮົາ ແລະທ່ານລູກີໂອ ທ່ານຢາໂຊນ ທ່ານໂຊຊີປາໂທ ເພື່ອນຮ່ວມຊາດຂອງເຮົາ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍດ້ວຍ 22 (ຂ້າພະເຈົ້າ ຄື ເຕຣະຕຽວຜູ້ຂຽນຈົດຫມາຍສະບັບນີ້ ຂໍຝາກຄວາມຄຶດເຖິງມາຍັງພວກທ່ານໃນອົງພຣະຜູ້ເປັນເຈົ້າ) 23 ທ່ານຄາໂຍເຈົ້າຂອງບ້ານ ຜູ້ຮັບລ້ຽງເຮົາແລະຜູ້ບຳຣຸງຄຣິສຕະຈັກຫນ່ວຍນີ້ ຂໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ ເອຣາຊະໂຕພະນັກງານຄັງຂອງເມືອງ ແລະກູອາໂຕຜູ້ເປັນພີ່ນ້ອງຂອງເຮົາ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍດ້ວຍ 24 (ຂໍໃຫ້ພຣະຄຸນແຫ່ງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍທຸກຄົນເທີນ ອາແມນ)
ຄຳຖວາຍພຣະກຽດຕອນຈົບ
25 ຈົ່ງຖວາຍພຣະກຽດແກ່ພຣະຜູ້ຊົງຣິດອາດໃຫ້ເຈົ້າທັງຫລາຍຕັ້ງຫມັ້ນຄົງຢູ່ ຕາມຂ່າວປະເສີດຊື່ງເຮົາປະກາດນັ້ນ ຕາມທີ່ໄດ້ປະກາດເຖິງເຣື່ອງພຣະເຢຊູຄຣິດ ຕາມການເປີດເຜີຍຂໍ້ຄວາມອັນເລິກລັບ ຊຶ່ງໄດ້ປົກບັງໄວ້ຕັ້ງແຕ່ອະດີຕການພຸ້ນ 26 ແຕ່ບັດນີ້ໄດ້ເປີດເຜີຍໃຫ້ປາກົດແລ້ວ ແລະໂດຍຄັມພີຂອງພວກຜູ້ປະກາດພຣະທັມຕາມຊຶ່ງພຣະເຈົ້າຜູ້ຊົງຕັ້ງຢູ່ຖາວອນໄດ້ຊົງບັນຍັດໄວ້ ກໍໄດ້ເປີດເຜີຍອອກໃຫ້ປະຊາຊາດທັງປວງເຫັນແຈ້ງເພື່ອເຂົາຈະໄດ້ເຊື່ອຟັງ 27 ໂດຍພຣະເຢຊູຄຣິດ ພຣະກຽດຕິຍົດ ຈົ່ງມີແກ່ພຣະເຈົ້າຜູ້ຊົງພຣະປັນຍາແຕ່ອົງດຽວສືບໆໄປເປັນນິດ ອາແມນ
1 ໂປໂລ ຜູ້ທີ່ພຣະເຈົ້າຊົງເອີ້ນໄວ້ເປັນອັຄສາວົກຂອງພຣະເຢຊູຄຣິດ ຕານໍ້າພຣະທັຍຂອງພຣະອົງ ກັບໂຊຊະເທນຜູ້ເປັນນ້ອງ 2 ເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ເມືອງໂກຣິນໂທ ຜູ້ໄດ້ຮັບການຊົງຊຳຮະໃຫ້ບໍຣິສຸດໃນພຣະເຢຊູຄຣິດ ຊຶ່ງພຣະອົງໄດ້ຊົງເອີ້ນໃຫ້ເປັນໄພ່ພົນດ້ວຍກັນກັບຄົນທັງປວງທຸກບ່ອນ ທີ່ຮ້ອງອອກພຣະນາມຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຄືພຣະຜູ້ເປັນເຈົ້າຂອງເຂົາແລະຂອງພວກເຮົາດ້ວຍ 3 ຂໍພຣະຄຸນແລະສັນຕິສຸກຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ແລະຈາກພຣະເຢຊູຄຣິດເຈົ້າ ຈົ່ງມີແກ່ເຈົ້າທັງຫລາຍເທີນ
ພຣະພອນທີ່ມາໂດຍທາງພຣະຄຣິດ
4 ເຮົາໂມທະນາພຣະຄຸນພຣະເຈົ້າຂອງເຮົາໃນເຣື່ອງເຈົ້າທັງຫລາຍຢູ່ສເມີ ເພາະພຣະຄຸນຂອງພຣະເຈົ້າຊຶ່ງຊົງປະທານແກ່ພວກເຈົ້າໃນພຣະເຢຊູຄຣິດ 5 ເພາະໃນພຣະອົງນັ້ນເຈົ້າທັງຫລາຍໄດ້ຄົບເຕັມບໍຣິບູນດ້ວຍທຸກສິ່ງ ທັງຝ່າຍວາຈາແລະຄວາມຮູ້ທຸກຢ່າງ 6 ດ້ວຍວ່າຄຳພຍານເຣື່ອງພຣະຄຣິດນັ້ນເປັນທີ່ຮັບຮອງແນ່ນອນໃນຖ້າມກາງພວກເຈົ້າດ້ວຍ 7 ຈົນເຈົ້າທັງຫລາຍບໍ່ໄດ້ຂາດເຂີນຂອງພຣະຣາຊທານຈັກຢ່າງ ໃນຂນະທີ່ເຈົ້າທັງຫລາຍຄອຍຖ້າການສະເດັດມາປາກົດຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາ 8 ພຣະອົງຈະຊົງບັນດານໃຫ້ເຈົ້າທັງຫລາຍຕັ້ງຫມັ້ນຄົງຢູ່ຈົນເຖິງທີ່ສຸດ ເພື່ອໃຫ້ພວກເຈົ້າພົ້ນຈາກການຖືກຕີ ໃນວັນຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ 9 ພຣະເຈົ້າຜູ້ຊົງທ່ຽງທັມ ພຣະອົງໄດ້ຊົງເອີ້ນພວກເຈົ້າໃຫ້ເຂົ້າສຳພັນສນິດກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ
ການແບ່ງແຍກໃນຄຣິສຕະຈັກ
10 ພີ່ນ້ອງທັງຫລາຍເອີຍ, ເຮົາອ້ອນວອນເຈົ້າທັງຫລາຍໃນພຣະນາມພຣະເຢຊູຄຣິດ ເຈົ້າຂອງເຮົາທັງຫລາຍ ຂໍໃຫ້ພວກເຈົ້າໃຊ້ຄວາມເວົ້າຢ່າງຖືກຕ້ອງປອງດອງກັນ ຢ່າຖືພັກຖືພວກ ແຕ່ໃຫ້ເຈົ້າທັງຫລາຍຮ່ວມເຂົ້າສນິດກັນເປັນນ້ຳນຶ່ງໃຈດຽວ ມີຈຸດປະສົງອັນດຽວກັນ 11 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເຫດວ່າມີບາງຄົນທີ່ມາຈາກນາງຂະໂລເອ ໄດ້ເລົ່າເຣື່ອງຂອງເຈົ້າທັງຫລາຍໃຫ້ເຮົາຟັງວ່າ ເກີດມີການຜິດຖຽງກັນໃນຖ້າມກາງພວກເຈົ້າ 12 ດັ່ງນີ້ເຮົາຫມາຍຄວາມວ່າ ຄືພວກເຈົ້າຕ່າງຄົນກໍຕ່າງກ່າວວ່າ, “ຂ້ອຍເປັນຝ່າຍໂປໂລ” ຫລື “ຂ້ອຍເປັນຝ່າຍອາໂປໂລ” ຫລື “ຂ້ອຍເປັນຝ່າຍເກຟາ” ຫລື “ຂ້ອຍເປັນຝ່າຍພຣະຄຣິດ” 13 ພຣະຄຣິດແບ່ງອອກເປັນຫລາຍອົງແລ້ວຫລື ໂປໂລໄດ້ຖືກຄຶງໄວ້ເພື່ອພວກເຈົ້າຫລື ເຈົ້າໄດ້ຮັບບັບຕິສະມາໃນນາມຂອງໂປໂລຫລື 14 ເຮົາຂອບພຣະຄຸນພຣະເຈົ້າທີ່ເຮົາບໍ່ໄດ້ທຳພິທີບັບຕິສະມາໃຫ້ຜູ້ໃດໃນພວກເຈົ້າ ເວັ້ນແຕ່ທ່ານກີສະໂປກັບທ່ານຄາໂຍ 15 ດັ່ງນັ້ນຈຶ່ງບໍ່ມີຜູ້ໃດຈະເວົ້າໄດ້ວ່າ ພວກເຈົ້າໄດ້ຮັບບັບຕິສະມາໃນນາມຂອງເຮົາ 16 (ເຮົາໄດ້ໃຫ້ບັບຕິສະມາແກ່ຄອບຄົວຂອງສະເຕຟານາດ້ວຍ ນອກຈາກຄົນເຫລົ່ານັ້ນແລ້ວ ເຮົາກໍບໍ່ຮູ້ວ່າ ເຮົາໄດ້ໃຫ້ບັບຕິສະມາແກ່ຜູ້ໃດອີກ) 17 ເພາະວ່າພຣະຄຣິດບໍ່ໄດ້ຊົງໃຊ້ເຮົາໄປເພື່ອທຳພິທີບັບຕິສະມາ ແຕ່ຊົງໃຊ້ໄປເພື່ອປະກາດຂ່າວປະເສີດ ແຕ່ບໍ່ແມ່ນອາໄສຄວາມເວົ້າອັນສລາດສລຽວ ເພາະຢ້ານວ່າໄມ້ກາງແຂນຂອງພຣະຄຣິດຈະເສັຽປໂຍດ
ພຣະຄຣິດຄືຣິດອຳນາດແລະພຣະປັນຍາຂອງພຣະເຈົ້າ
18 ຝ່າຍຄົນທັງຫລາຍທີ່ກຳລັງຈິບຫາຍນັ້ນ ເຂົາເຫັນວ່າເຣື່ອງໄມ້ກາງແຂນເປັນເຣື່ອງໂງ່ ແຕ່ສຳລັບເຮົາທັງຫລາຍທີ່ກຳລັງຊົງໂຜດໃຫ້ພົ້ນ ກໍເຫັນວ່າເປັນຣິດອຳນາດຂອງພຣະເຈົ້າ 19 ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ, “ເຮົາຈະທຳລາຍປັນຍາຂອງຄົນມີປັນຍາ ແລະຈະໃຫ້ຄວາມສລາດຂອງຄົນສລາດສູນເສັຽໄປ” 20 ຄົນມີປັນຍາຢູ່ໃສ ນັກທັມຢູ່ໃສ ນັກໂຕ້ຕອບບັນຫາສະໄຫມນີ້ຢູ່ໃສ ພຣະເຈົ້າບໍ່ໄດ້ຊົງກະທຳໃຫປັນຍາຂອງໂລກກາຍເປັນຄວາມໂງ່ຫລື 21 ເພາະຕາມພຣະສະຕິປັນຍາຂອງພຣະເຈົ້າຊົງເຫັນວ່າ ມະນຸດບໍ່ສາມາດຮູ້ຈັກພຣະເຈົ້າໄດ້ດ້ວຍປັນຍາຂອງຕົນ ພຣະເຈົ້າຈຶ່ງຊອບພຣະທັຍຊົງໂຜດຄົນທັງຫລາຍທີ່ເຊື່ອນັ້ນ ໃຫ້ພົ້ນດ້ວຍຄຳເທສນາເຣື່ອງທີ່ເຂົາຖືວ່າໂງ່ 22 ຝ່າຍພວກຢິວກໍຂໍເຫັນການສຳຄັນ ແລະພວກຕ່າງຊາດກໍຊອກຫາປັນຍາ 23 ແຕ່ພວກເຮົາປະກາດເຣື່ອງພຣະຄຣິດຜູ້ຊົງຄຶງໄວ້ທີ່ໄມ້ກາງແຂນນັ້ນ ອັນເປັນສິ່ງທີ່ໃຫ້ພວກຢິວຊູນສະດຸດ ແລະເປັນເຣື່ອງທີ່ພວກຕ່າງຊາດຖືວ່າໂງ່ 24 ແຕ່ຄົນທັງຫລາຍທີ່ພຣະເຈົ້າຊົງເອີ້ນໄວ້ແລ້ວນັ້ນ ທັງຄົນຢິວກັບຄົນຕ່າງຊາດ ກໍຖືວ່າພຣະຄຣິດເປັນຣິດອຳນາດແລະພຣະສະຕິປັນຍາຂອງພຣະເຈົ້າ 25 ດ້ວຍວ່າຄວາມໂງ່ຂອງພຣະເຈົ້າກໍຍັງສລາດກວ່າປັນຍາຂອງມະນຸດ ແລະຄວາມອ່ອນແຮງຂອງພຣະເຈົ້າກໍເຂັ້ມແຂງກວ່າກຳລັງຂອງມະນຸດ 26 ພີ່ນ້ອງທັງຫລາຍເອີຍ, ຈົ່ງພິຈາຣະນາເບິ່ງວ່າ ພວກເຈົ້າທີ່ພຣະເຈົ້າໄດ້ຊົງໂຜດເອີ້ນມານັ້ນເປັນຄົນຢ່າງໃດ ຄືຄົນທີ່ມະນຸດຖືວ່າສລາດກໍມີຫນ້ອຍຄົນ ຄົນທີ່ມີອຳນາດກໍມີຫນ້ອຍຄົນ ຄົນທີ່ມີຖານະສູງກໍມີຫນ້ອຍຄົນ 27 ແຕ່ພຣະເຈົ້າໄດ້ຊົງເລືອກສິ່ງທີ່ມະນຸດຖືວ່າໂງ່ນັ້ນ ເພື່ອຈະໃຫ້ຄົນສລາດຖືກອັບອາຍ ແລະໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າອ່ອນກຳລັງ ເພື່ອໃຫ້ຄົນທີ່ມີກຳລັງຖືກອັບອາຍ 28 ພຣະເຈົ້າໄດ້ຊົງເລືອກເອົາສິ່ງທີ່ມະນຸດຖືວ່າຕ່ຳຕ້ອຍແລະດູຫມິ່ນ ແລະເຫັນວ່າບໍ່ສຳຄັນ ເພື່ອທຳລາຍສິ່ງທີ່ມະນຸດເຫັນວ່າສຳຄັນ 29 ເພື່ອບໍ່ໃຫ້ມະນຸດຈັກຄົນອວດຕົວໄດ້ຕໍ່ພຣະພັກພຣະເຈົ້າ 30 ໂດຍພຣະອົງນັ້ນເຈົ້າທັງຫລາຍຈຶ່ງຢູ່ໃນພຣະຄຣິດ ເພາະພຣະເຈົ້າໄດ້ຊົງຕັ້ງພຣະອົງໃຫ້ເປັນສະຕິປັນຍາແລະຄວາມຊອບທັມຂອງເຮົາ ແລະເປັນຜູ້ຊົງຕັ້ງເຮົາໄວ້ເປັນໄພ່ພົນຂອງພຣະເຈົ້າ ແລະຊົງໄຖ່ເຮົາໃຫ້ພົ້ນ 31 ເພື່ອໃຫ້ເປັນໄປຕາມຄຳທີ່ຂຽນໄວ້ໃນພຣະຄັມພີແລ້ວວ່າ, “ຜູ້ອວດອ້າງນັ້ນຈົ່ງເອົາພຣະອົງເຈົ້າມາອວດອ້າງ”
ຄຳປະກາດເຣື່ອງພຣະຄຣິດທີ່ຊົງຖືກຄຶງໄວ້
1 ພີ່ນ້ອງທັງຫລາຍເອີຍ, ເມື່ອເຮົາໄດ້ມາຫາເຈົ້າທັງຫລາຍ ເຮົາບໍ່ໄດ້ມາເພື່ອປະກາດຄຳພຍານເຣື່ອງພຣະເຈົ້າແກ່ພວກເຈົ້າ ດ້ວຍຖ້ອຍຄຳອັນຫນ້າຟັງ ຫລືດ້ວຍສະຕິປັນຍາ 2 ເພາະວ່າເຮົາຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເຣື່ອງໃດໆໃນຖ້າມກາງພວກເຈົ້າ ເວັ້ນແຕ່ເຣື່ອງພຣະເຢຊູຄຣິດ ແລະການທີ່ພຣະອົງຊົງຖືກຄຶງໄວ້ທີ່ໄມ້ກາງແຂນນັ້ນ 3 ແລະເມື່ອເຮົາຢູ່ກັບພວກເຈົ້າທັງຫລາຍ ເຮົາກໍອ່ອນກຳລັງ ແລະມີຄວາມຢ້ານຫລາຍຈົນຕົວສັ່ນ 4 ຄຳເວົ້າແລະຄຳເທສນາຂອງເຮົາບໍ່ແມ່ນຄຳທີ່ສລາດສລຽວກ່ອມໃຈ ແຕ່ເປັນຄຳຊຶ່ງສະແດງພຣະວິນຍານແລະຣິດອຳນາດ 5 ເພື່ອຄວາມເຊື່ອຂອງເຈົ້າທັງຫລາຍຈະບໍ່ໄດ້ອາໄສສະຕິປັນຍາຂອງມະນຸດ ແຕ່ອາໄສຣິດອຳນາດຂອງພຣະເຈົ້າ
ການສະແດງທາງພຣະວິນຍານຂອງພຣະເຈົ້າ
6 ເຖິງປານນັ້ນເຮົາກໍເຄີຍກ່າວດ້ວຍສະຕິປັນຍາໃນຖ້າມກາງຄົນທີ່ແກ່ແລ້ວ ແຕ່ບໍ່ແມ່ນດ້ວຍປັນຍາຂອງຄົນສະໄຫມນີ້ ຫລືດ້ວຍປັນຍາຂອງພວກຜູ້ປົກຄອງໃນສະໄຫມນີ້ຊຶ່ງກຳລັງເສື່ອມສູນໄປ 7 ແຕ່ເຮົາກ່າວດ້ວຍພຣະປັນຍາຂອງພຣະເຈົ້າຊຶ່ງເປັນຂໍ້ລັບເລິກ ຄືພຣະສະຕິປັນຍາທີ່ຊົງເຊື່ອງໄວ້ນັ້ນ ແລະທີ່ພຣະເຈົ້າໄດ້ຫຫຊົງກຳນົດໄວ້ກ່ອນປະຖົມມະການ ເພື່ອເປັນສະງ່າຣາສີແດ່ພວກເຮົາ 8 ບໍ່ມີຜູ້ປົກຄອງຄົນໃດໃນສະໄຫມນີ້ໄດ້ຮູ້ເຖິງພຣະປັນຍານັ້ນ ເພາະວ່າຖ້າຮູ້ແລ້ວ ເຂົາຄົງຈະບໍ່ໄດ້ເອົາອົງພຣະຜູ້ເປັນເຈົ້າຜູ້ຊົງຣັສມີຄຶງໄວ້ທີ່ໄມ້ກາງແຂນ 9 ແຕ່ເຫມືອນມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ສິ່ງທີ່ຕາບໍ່ໄດ້ເຫັນ, ຫູບໍ່ໄດ້ຍິນ, ແລະສິ່ງທີ່ມະນຸດຄຶດບໍ່ອອກ ຄືສິ່ງນັ້ນທີ່ພຣະເຈົ້າໄດ້ຊົງຈັດແຈງໄວ້ສຳລັບຄົນທີ່ຮັກພຣະອົງ” 10 ແຕ່ພຣະເຈົ້າໄດ້ຊົງສະແດງສິ່ງເຫລົ່ານັ້ນແກ່ເຮົາທັງຫລາຍທາງພຣະວິນຍານ ເພາະວ່າພຣະວິນຍານຊົງຢັ່ງຮູ້ທຸກສິ່ງ ແມ່ນເປັນຄວາມເລິກລັບຂອງພຣະເຈົ້າ 11 ດ້ວຍວ່າໃຜຫນໍ, ອາດຮູ້ຄວາມຄຶດຂອງມະນຸດໄດ້ ເວັ້ນແຕ່ຈິດວິນຍານພາຍໃນມະນຸດຜູ້ນັ້ນເອງ ດັ່ງນັ້ນແຫລະ, ພຣະທັຍຂອງພຣະເຈົ້າບໍ່ມີຜູ້ໃດຮູ້ໄດ້ ເວັ້ນແຕ່ພຣະວິນຍານຂອງພຣະເຈົ້າເທົ່ານັ້ນ 12 ເຮົາທັງຫລາຍບໍ່ໄດ້ຮັບວິນຍານຂອງໂລກ ແຕ່ໄດ້ຮັບພຣະວິນຍານຊຶ່ງມາຈາກພຣະເຈົ້າ ເພື່ອເຮົາທັງຫລາຍຈະໄດ້ຮູ້ເຖິງສິ່ງຕ່າງໆທີ່ພຣະເຈົ້າໄດ້ຊົງໂຜດປະທານແກ່ພວກເຮົານັ້ນ 13 ເຮົາບໍ່ໄດ້ກ່າວສິ່ງເຫລົ່ານີ້ດ້ວຍຖ້ອຍຄຳຊຶ່ງປັນຍາຂອງມະນຸດສອນໄວ້ ແຕ່ດ້ວຍຖ້ອຍຄຳຊຶ່ງພຣະວິນຍານໄດ້ຊົງສັ່ງສອນ ຄືເຮົາໄດ້ອະທິບາຍຄວາມຫມາຍຂອງເຣື່ອງຝ່າຍວິນຍານໃຫ້ຄົນທີ່ມີພຣະວິນຍານຟັງ 14 ແຕ່ມະນຸດທີ່ມີຈິດໃຈທຳມະດາຈະຮັບສິ່ງເຫລົ່ານີ້ນັ້ນ ຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະວ່າທີ່ຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງອາໄສພຣະວິນຍານ 15 ແຕ່ຜູ້ທີ່ຢູ່ຝ່າຍພຣະວິນຍານກໍສັງເກດຮູ້ສິ່ງສາຣະພັດໄດ້ ແຕ່ບໍ່ມີໃຜສັງເກດຮູ້ໃຈຜູ້ນັ້ນໄດ້ 16 “ດ້ວຍວ່າຜູ້ໃດຫນໍ ໄດ້ຮູ້ຈັກພຣະທັຍຂອງອົງພຣະຜູ້ເປັນເຈົ້າ ຈຶ່ງຈະສັ່ງສອນພຣະອົງໄດ້” ແຕ່ຝ່າຍເຮົາທັງຫລາຍກໍມີພຣະທັຍຂອງພຣະຄຣິດ
ເພື່ອນຮ່ວມງານເພື່ອພຣະເຈົ້າ
1 ພີ່ນ້ອງທັງຫລາຍເອີຍ, ຝ່າຍເຮົາຈະເວົ້າກັບເຈົ້າທັງຫລາຍເຫມືອນກັບເວົ້າກັບຜູ້ທີ່ຢູ່ຝ່າຍພຣະວິນຍານແລ້ວບໍ່ໄດ້ ແຕ່ຕ້ອງເວົ້າກັບເຈົ້າເຫມືອນເວົ້າກັບຄົນທີ່ຢູ່ຝ່າຍມະນຸດທຳມະດາ ເຫມືອນກັບພວກເຈົ້າເປັນເດັກອ່ອນໃນພຣະຄຣິດ 2 ເຮົາໄດ້ລ້ຽງພວກເຈົ້າດ້ວຍນຳນົມບໍ່ໃຊ້ດ້ວຍອາຫານແຂງ ເຫດວ່າເມື່ອກ່ອນນັ້ນເຈົ້າຍັງບໍ່ສາມາດຮັບໄດ້ ແລະເຖິງດຽວນີ້ກໍຍັງບໍ່ສາມາດ 3 ເພາະວ່າເຈົ້າທັງຫລາຍຍັງຢູ່ຝ່າຍມະນຸດທຳມະດາ ດ້ວຍວ່າເມື່ອພວກເຈົ້າຍັງອິດສາກັນແລະຜິດຖຽງກັນ ເຈົ້າທັງຫລາຍບໍ່ໄດ້ຢູ່ຝ່າຍມະນຸດທຳມະດາ ແລະບໍ່ໄດ້ດຳເນີນຊີວິດຕາມມະນຸດທຳມະດາດອກຫລື 4 ເພາະເມື່ອຜູ້ນຶ່ງກ່າວວ່າ, “ຂ້ອຍເປັນຝ່າຍໂປໂລ” ແລະອີກຜູ້ນຶ່ງກ່າວວ່າ, “ຂ້ອຍເປັນຝ່າຍອາໂປໂລ” ເຈົ້າທັງຫລາຍບໍ່ໄດ້ພຽງແຕ່ມະນຸດທຳມະດາຫລື” 5 ຖ້າດັ່ງນັ້ນ, ອາໂປໂລແມ່ນໃຜ? ໂປໂລແມ່ນໃຜ? ກໍແມ່ນຜູ້ຮັບໃຊ້ຊຶ່ງໄດ້ສອນພວກເຈົ້າໃຫ້ເຊື່ອ ເຮົາແຕ່ລະຄົນໄດ້ຮັບໃຊ້ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງກຳນົດໃຫ້ 6 ເຮົາເປັນຜູ້ປູກ ອາໂປໂລເປັນຜູ້ຫົດນ້ຳ ແຕ່ພຣະເຈົ້າຊົງບັນດານໃຫ້ໃຫຍ່ຂຶ້ນ 7 ເພາະສັນນັ້ນຜູ້ປູກຫລືຜູ້ຫົດນ້ຳຈຶ່ງບໍ່ສຳຄັນອັນໃດ ແຕ່ພຣະເຈົ້າຜູ້ຊົງບັນດານໃຫ້ໃຫຍ່ຂຶ້ນນັ້ນກໍສຳຄັນ 8 ຜູ້ປູກກັບຜູ້ຫົດນ້ຳກໍສເມີກັນ ແຕ່ທຸກຄົນກໍຈະໄດ້ຮັບຮາງວັນຕາມການຂອງຕົນ 9 ເພາະວ່າເຮົາທັງຫລາຍເປັນຜູ້ຮ່ວມກັນທຳງານຂອງພຣະເຈົ້າ ພວກເຈົ້າເປັນໄຣ່ນາຂອງພຣະເຈົ້າ 10 ເຈົ້າທັງຫລາຍເປັນຕຶກຂອງພຣະອົງ ໂດຍພຣະຄຸນຂອງພຣະເຈົ້າທີ່ຊົງໂຜດປະທານແກ່ເຮົາແລ້ວ ເຮົາໄດ້ວາງຮາກລົງເຫມືອນນາຍຊ່າງຜູ້ຊຳນານ ແລະຄົນອື່ນກໍມາກໍ່ຂຶ້ນ ແຕ່ທຸກຄົນຈົ່ງລະວັງໃຫ້ດີວ່າຈະກໍ່ຂຶ້ນຢ່າງໃດ 11 ເພາະວ່າຜູ້ໃດຈະວາງຮາກອື່ນອີກບໍ່ໄດ້ ນອກຈາກຮາກທີ່ຊົງວາງໄວ້ແລ້ວນັ້ນຄືພຣະເຢຊູຄຣິດ 12 ຖ້າຜູ້ໃດເອົາຄຳ, ເອົາເງິນ, ເອົາເພັດພອຍ, ເອົາໄມ້, ເອົາຫຍ້າແຫ້ງ, ເອົາເຟືອງກໍດີ, ມາກໍ່ຂຶ້ນເທິງຮາກນັ້ນ ການຂອງທຸກຄົນກໍຈະໄດ້ປາກົດແຈ້ງ 13 ດ້ວຍວ່າເວລານັ້ນຈະໃຫ້ເຫັນໄດ້ແຈ່ມແຈ້ງ ເພາະຈະເຫັນແຈ່ມແຈ້ງໄດ້ດ້ວຍໄຟ ໄຟນັ້ນຈະທົດລອງເບິ່ງວ່າການຂອງທຸກຄົນນັ້ນເປັນຢ່າງໃດ 14 ຖ້າການງານຂອງຜູ້ໃດທີ່ກໍ່ຂຶ້ນທົນຢູ່ໄດ້ ຜູ້ນັ້ນກໍຈະໄດ້ຣັບຮາງວັນ 15 ຖ້າການງານຂອງຜູ້ໃດຖືກເຜົາໄຫມ້ເສັຽ ຜູ້ນັ້ນຈະຂາດຮາງວັນ ແຕ່ຕົນເອງກໍຈະໄດ້ພົ້ນແຕ່ເຫມືອນຜ່ານພົ້ນໄຟ 16 ເຈົ້າທັງຫລາຍບໍ່ຮູ້ຫລືວ່າພວກເຈົ້າເປັນວິຫານຂອງພຣະເຈົ້າ ແລະພຣະວິນຍານຂອງພຣະເຈົ້າຊົງສະຖິດຢູໃນພວກເຈົ້າ 17 ຖ້າຜູ້ໃດທຳລາຍວິຫານຂອງພຣະເຈົ້າ ພຣະເຈົ້າຈະຊົງທຳລາຍຜູ້ນັ້ນ ເພາະວິຫານຂອງພຣະເຈົ້າເປັນທີ່ສັກສິດ ເຈົ້າທັງຫລາຍແຫລະ, ເປັນວິຫານນັ້ນ 18 ຢ່າໃຫ້ຜູ້ໃດຫລອກລໍ້ຕົນເອງ ຖ້າຜູ້ໃດໃນພວກເຈົ້າຄຶດວ່າຕົນເປັນຄົນມີປັນຍາໃນສະໄຫມນີ້ ຈົ່ງໃຫ້ຜູ້ນັ້ນຍອມເປັນຄົນໂງ່ ເພື່ອຈະກາຍເປັນຄົນມີປັນຍາໄດ້ 19 ເພາະວ່າປັນຍາຂອງໂລກນີ້ເປັນຄວາມໂງ່ຕໍ່ພຣະພັກພຣະເຈົ້າ ດ້ວຍມີຄຳຂຽນໄວ້ໃນພຣະຄັມພີວ່າ, “ພຣະອົງຊົງຈັບຄົນທີ່ມີປັນຍາດ້ວຍອຸບາຍຂອງເຂົາເອງ” 20 ແລະມີຄຳຂຽນໄວ້ໃນພຣະຄັມພີອີກວ່າ, “ພຣະເຈົ້າຊົງຊາບວ່າ ຄວາມຄຶດຂອງຄົນທີ່ມີປັນຍານັ້ນເປັນການເປົ່າໆ” 21 ເຫດສັນນັ້ນຢ່າໃຫ້ຜູ້ໃດຍົກມະນຸດຂຶ້ນອວດ ດ້ວຍວ່າສິ່ງສາຣະພັດເປັນຂອງເຈົ້າທັງຫລາຍແລ້ວ 22 ເຖິງແມ່ນວ່າໂປໂລກໍດີ ອາໂປໂລ ແລະເກຟາກໍດີ ໂລກກັບຊີວິດແລະຄວາມຕາຍກໍດີ ຫລືສິ່ງທີ່ມີໃນປັດຈຸບັນແລະອະນາຄົດກໍດີ ສິ່ງສາຣະພັດນັ້ນກໍເປັນຂອງພວກເຈົ້າ 23 ແລະພວກເຈົ້າເປັນຂອງພຣະຄຣິດ ແລະພຣະຄຣິດຊົງເປັນຂອງພຣະເຈົ້າ
ອັຄສາວົກອຂງພຣະຄຣິດ
1 ໃຫ້ທຸກຄົນຖືວ່າພວກເຮົາເປັນຜູ້ຣັບໃຊ້ຂອງພຣະຄຣິດ ທັງເປັນຜູ້ປ້ອງກັນຮັກສາຂໍ້ເລິກລັບຂອງພຣະເຈົ້າ 2 ປະການນຶ່ງ, ຜູ້ປ້ອງກັນຮັກສານັ້ນຈຳເປັນຕ້ອງເປັນຄົນສັດຊື່ 3 ສຳລັບເຮົາ ການທີ່ເຈົ້າທັງຫລາຍຫລືມະນຸດຜູ້ໃດຈະຕັດສີນຕົວເຮົານັ້ນ ເຮົາເຫັນວ່າເປັນເຣື່ອງເລັກນ້ອຍ ເຖິງແມ່ນເຮົາເອງກໍບໍ່ໄດ້ຕັດສີນຕົວເຮົາ 4 ເພາະເຮົາບໍ່ຮູ້ວ່າເຮົາມີຜິດສິ່ງໃດ ເຖິງປານນັ້ນເຮົາກໍບໍ່ພົ້ນຈາກການພິພາກສາ ແຕ່ຜູ້ພິພາກສາຕົວເຮົານັ້ນແມ່ນອົງພຣະຜູ້ເປັນເຈົ້າ 5 ເຫດສັນນັ້ນພວກເຈົ້າຢ່າຕັດສີນສິ່ງໃດກ່ອນເວລາ ຈົນກວ່າອົງພຣະຜູ້ເປັນເຈົ້າຈະສະເດັດມາ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດໃຫ້ແຈ່ມແຈ້ງ ແລະຈະຊົງເຜີຍຄວາມຄາດຫມາຍໃນໃຈມະນຸດດ້ວຍ ເມື່ອນັ້ນແຫລະ, ທຸກຄົນຈະໄດ້ຮັບຄຳຊົມເຊີຍຈາກພຣະເຈົ້າຕາມສົມຄວນ 6 ພີ່ນ້ອງທັງຫລາຍເອີຍ, ທີ່ເຮົາໄດ້ນຳເອົາເຣື່ອງຕົວເຮົາກັບເຣື່ອງອາໂປໂລມາກ່າວໄວ້ ກໍເພື່ອປໂຍດຂອງເຈົ້າທັງຫລາຍ ເພື່ອໃຫ້ພວກເຈົ້າຮຽນເອົາຕາມແບບຢ່າງຂອງພວກເຮົາຄື “ຢ່າອອກນອກຂອບເຂດຂອງພຣະຄັມພີ” ບໍ່ໃຫ້ຜູ້ໃດໃນພວກເຈົ້າມີໃຈຈອງຫອງຍົກຜູ້ນຶ່ງແລະຂົ່ມຜູ້ນຶ່ງ 7 ຜູ້ໃດໄດ້ເຮັດໃຫ້ເຈົ້າຕ່າງກັນກັບຄົນອື່ນ ຫລືມີອັນໃດທີ່ເຈົ້າບໍ່ໄດ້ຮັບມາ ຖ້າເຈົ້າໄດ້ຮັບແລ້ວ ເປັນຫຍັງເຈົ້າຈຶ່ງໂອ້ອວດເຫມືອນກັບເຈົາບໍ່ໄດ້ຮັບເລີຍ 8 ດຽວນີ້ເຈົ້າທັງຫລາຍກໍອີ່ມແລ້ວຫນໍ, ຮັ່ງມີບໍຣິບູນແລ້ວຫນໍ, ໄດ້ຂຶ້ນສເວີຍຣາຊໂດຍຮ່ວມກັບພວກເຮົາຫນໍ ແມ່ນຢູ່ ເຮົາກໍປາຖນາຢາກໃຫ້ເຈົ້າທັງຫລາຍໄດ້ຂຶ້ນສເວີຍຣາຊ ເພື່ອພວກເຮົາຈະໄດ້ຂຶ້ນສເວີຍຣາຊດ້ວຍກັນກັບພວກເຈົ້າ 9 ເພາະເຮົາຄຶດວ່າພຣະເຈົ້າໄດ້ຊົງສະແດງພວກເຮົາ ຜູ້ເປັນອັຄສາວົກໄວ້ໃນທີ່ສຸດປາຍເຫມືອນຄົນທີ່ຖືກໂທດເຖິງຕາຍ ເພາະເຮົາກາຍເປັນເຫມືອນໂຕລະຄອນໃຫ້ຈັກກະວານຄືເທວະດາແລະມະນຸດຊົມ 10 ພວກເຮົາເປັນຄົນໂງ່ເພາະເຫັນແກ່ພຣະຄຣິດ ແຕ່ພວກເຈົ້າເປັນຄົນມີປັນຍາໃນພຣະຄຣິດ ພວກເຮົາອ່ອນກຳລັງ ແຕ່ພວກເຈົ້າມີກຳລັງ ພວກເຈົ້າມີຍົດ ແຕ່ພວກເຮົາເປັນຄົນອັປຍົດ 11 ຈົນເຖິງປັດຈຸບັນນີ້ ພວກເຮົາກໍຍັງອຶດເຂົ້າຢາກນ້ຳ ຂາດເຄື່ອງນຸ່ງຫົ່ມ ຖືກທຸບຕີແລະບໍ່ມີບ່ອນພັກພາອາໄສເປັນຫລັກແຫລ່ງ 12 ພວກເຮົາຍັງອົດສາເຮັດການຫນັກຫນ່ວງລ້ຽງຊີບດ້ວຍມືຂອງເຮົາເອງ ເມື່ອຖືກປ້ອຍດ່າເຮົາກໍອວຍພອນ ເມື່ອຖືກຂົ່ມເຫັງເຮົາກໍອົດທົນເອົາ 13 ເມື່ອຖືກນິນທາປມາດເຮົາກໍຊອກຫາທາງປອງດອງ ເຮົາກາຍເປັນເຫມືອນຂີ້ເຫຍື້ອຂອງໂລກ ເປັນເຫມືອນຂອງເສດຈາກສິ່ງສາຣະພັດທີ່ໂລກເລືອກຖິ້ມຈົນເຖິງບັດນີ້ 14 ເຮົາບໍ່ໃຊ່ໄດ້ຂຽນຂໍ້ຄວາມເຫລົ່ານີ້ເພື່ອໃຫ້ເຈົ້າທັງຫລາຍລະອາຍ ແຕ່ຂຽນເພື່ອເຕືອນສະຕິພວກເຈົ້າໃນຖານະເປັນລູກທີ່ຮັກຂອງເຮົາ 15 ເພາະເຖິງແມ່ນວ່າໃນພຣະຄຣິດພວກເຈົ້າມີຄວາມຄວບຄຸມຈັກຫມື່ອນຄົນກໍຕາມ ແຕ່ພວກເຈົ້າກໍບໍ່ມີພໍ່ຫລາຍຄົນ ເພາະວ່າໃນພຣະເຢຊູຄຣິດແມ່ນເຮົານີ້ແຫລະ, ໄດ້ໃຫ້ກຳເນີດແກ່ພວກເຈົ້າໂດຍຂ່າວປະເສີດ 16 ເຫດສັນນັ້ນເຮົາຈຶ່ງຂໍໃຫ້ເຈົາທັງຫລາຍເຮັດຕາມແບບຢ່າງຂອງເຮົາໄປ 17 ເພາະເຫດນີ້ເຮົາຈຶ່ງໄດ້ໃຊ້ຕີໂມທຽວລູກທີ່ຮັກຂອງເຮົາ ຜູ້ສັດຊື່ໃນອົງພຣະຜູ້ເປັນເຈົ້າ ໃຫ້ມາຫາພວກເຈົ້າ ເພື່ອນຳພວກເຈົ້າໃຫ້ລະນຶກເຖິງຫລັກການປະຕິບັດຂອງເຮົາໃນພຣະຄຣິດ ເຫມືອນທີ່ເຮົາເຄີຍສອນໃນຄຣິສຕະຈັກທົ່ວໆໄປ 18 ແຕ່ມີບາງຄົນໄດ້ອວດຕົວຂຶ້ນ ເຫມືອນກັບວ່າເຮົາຈະບໍ່ມາຫາພວກເຈົ້າ 19 ແຕ່ຖ້າອົງພຣະຜູ້ເປັນເຈົ້າຊົງພໍພຣະທັຍ ເຮົາຈະມາຫາເຈົ້າທັງຫລາຍໃນບໍ່ຊ້ານີ້ ແລະເຮົາຈະໄດ້ຢັ່ງຮູ້ບໍ່ໃຊ່ແຕ່ຖ້ອຍຄຳຂອງຄົນທີ່ອວດຕົວຂຶ້ນ ແຕ່ຈະຢັ່ງຮູ້ຣິດອຳນາດຂອງເຂົານັ້ນ 20 ເພາະວ່າຣາຊອານາຈັກຂອງພຣະເຈົ້າບໍ່ໃຊ່ເຣື່ອງຄຳເວົ້າ ແຕ່ເປັນເຣື່ອງຣິດອຳນາດ 21 ເຈົ້າທັງຫລາຍຈະເອົາຢ່າງໃດ ຈະໃຫ້ເຮົາຖືໄມ້ແສ້ມາຫາພວກເຈົ້າ ຫລືຈະໃຫ້ເຮົາມາດ້ວຍຄວາມຮັກແລະດ້ວຍໃຈອ່ອນສຸພາບ
ຕັດສິນລົງໂທດການຫລິ້ນຊູ້
1 ມີຂ່າວເລົ່າລືກັນວ່າໃນພວກເຈົ້າມີການຜິດຊາຍຍິງ ແລະການຜິດຢ່າງນັ້ນ ເຖິງແມ່ນວ່າໃນພວກຕ່າງຊາດກໍບໍ່ເຄີຍມີ ຄືວ່າມີຊາຍຜູ້ນຶ່ງໄດ້ເອົາແມ່ນ້າຂອງຕົນມາເປັນເມັຽ 2 ແລະເຈົ້າທັງຫລາຍຍັງອວດຕົວຂຶ້ນ ແທນທີ່ຈະເປັນທຸກຮ້ອນໃຈ ພວກເຈົ້າຄວນຈະຕັດຜູ້ທີ່ເຮັດການຜິດ່ຢາງນັ້ນອອກເສັຽຈາກພວກເຈົ້າ 3 ເຖິງແມ່ນວ່າຕົວເຮົາບໍ່ໄດ້ຢູ່ນຳພວກເຈົ້າ ແຕ່ໃຈຂອງເຮົາກໍຢູ່ກັບພວກເຈົ້າ ເຮົາໄດ້ຕັດສີນລົງໂທດຜູ້ທີ່ໄດ້ເຮັດການຜິດຢ່າງນັ້ນ ເຫມືອນກັບເຮົາໄດ້ຢູ່ນຳພວກເຈົ້າໃນພຣະນາມຂອງພຣະເຢຊູອົງພຣະຜູ້ເປັນເຈົ້າ 4 ເມື່ອເຈົ້າທັງຫລາຍປະຊຸມກັນແລະໃຈຂອງເຮົາຮວມຢູ່ດ້ວຍ ພ້ອມທັງຣິດອຳນາດຂອງພຣະເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາ 5 ຈົ່ງມອບຜູ້ນັ້ນໄວ້ໃຫ້ຊາຕາຍທຳລາຍເນື້ອກາຍ ເພື່ອໃຫ້ຈິດວິນຍານຂອງເຂົາໄດ້ພົ້ນໃນວັນຂອງອົງພຣະຜູ້ເປັນເຈົ້າ 6 ການທີ່ເຈົ້າທັງຫລາຍອວດອ້າງນັ້ນບໍ່ດີດອກ ພວກເຈົ້າບໍ່ຮູ້ຫລືວ່າເຊື້ອແປ້ງແຕ່ຫນ້ອຍດຽວກໍແຜ່ໄປທົ່ວທັງກ້ອນ 7 ເຫດສັນນັ້ນຈົ່ງຊຳຮະເຊື້ອແປ້ງເກົ່າອອກເສັຽ ເພື່ອເຈົ້າທັງຫລາຍຈະໄດ້ເປັນກ້ອນໃຫມ່ ເຫມືອນບໍ່ມີເຊື້ອແປ້ງແລ້ວ ດ້ວຍວ່າພຣະຄຣິດຜູ້ຊົງເປັນປັສຄາຂອງເຮົາທັງຫລາຍ ໄດ້ຊົງຖືກຂ້າບູຊາແລ້ວ 8 ດ້ວຍເຫດນັ້ນເຮົາທັງຫລາຍຈົ່ງຖືປັສຄານັ້ນ ບໍ່ໃຊ່ດ້ວຍເຊື້ອເກົ່າຫລືເຊື້ອຂອງຄວາມຊົ່ວຮ້າຍ ແຕ່ດ້ວຍເຂົ້າຈີ່ບໍ່ມີເຊື້ອແປ້ງຄືຄວາມສັດຊື່ແລະຄວາມຈິງ 9 ເຮົາໄດ້ຂຽນຈົດຫມາຍບອກເຈົ້າທັງຫລາຍແລ້ວວ່າ, ຢ່າຄົບຫາກັບຄົນຫລິ້ນຊູ້ 10 ແຕ່ບໍ່ໃຊ່ຫມາຍເຖິງຊາວໂລກທີ່ຫລິ້ນຊູ້, ຫລືຄົນໂລບ, ຄົນຂົ່ມຂູ່, ຄົນຂາບໄຫວ້ພຣະທຽມກໍດີ ເພາະວ່າຖ້າຫ້າມຢ່າງນັ້ນແລ້ວ ເຈົ້າທັງຫລາຍກໍຈະຕ້ອງອອກໄປເສັຽຈາກໂລກນີ້ 11 ແຕ່ເຮົາໄດ້ຂຽນມາບອກພວກເຈົ້າວ່າ ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ ແຕ່ຍັງເປັນຄົນຫລິ້ນຊູ້, ຫລືຄົນໂລບ, ຄົນຂາບໄຫວ້ພຣະທຽມ, ຄົນເວົ້າຫຍາບຊ້າ, ຄົນຂີ້ເຫລົ້າ, ຄົນຂົ່ມຂູ່ກໍດີ ຢ່າຄົບຫາກັບຄົນຢ່າງນັ້ນ ແມ່ນແຕ່ກິນເຂົ້າຮ່ວມກໍຢ່າຊູ່ກິນ 12 ບໍ່ແມ່ນທຸຣະຂອງເຮົາທີ່ຈະໄປຕັດສີນລົງໂທດຄົນພາຍນອກ ແມ່ນທຸຣະຂອງພວກເຈົ້າທີ່ຈະຕັດສີນລົງໂທດຄົນພາຍໃນ ບໍ່ແມ່ນຫລື 13 ສ່ວນຄົນພາຍນອກນັ້ນແມ່ນພຣະເຈົ້າຊົງຕັດສີນລົງໂທດ “ຈົ່ງຂັບໄລ່ຄົນຊົ່ວນັ້ນອອກຈາກພວກເຈົ້າໄປເສັຽ”
ສູ້ຄວາມກັນຕໍ່ຫນ້າຄົນນອກສາສນາ
1 ເມື່ອຜູ້ໃດໃນພວກເຈົ້າເປັນຄວາມກັນ ຈະກ້າໄປສູ້ຄວາມກັນຕໍ່ຫນ້າຄົນນອກສາສນາ ແລະບໍ່ໃຊ່ຕໍ່ຫນ້າໄພ່ພົນຂອງພຣະເຈົ້າຫລື 2 ເຈົ້າທັງຫລາຍບໍ່ຮູ້ຫລືວ່າໄພ່ພົນຂອງພຣະເຈົ້າຈະພິພາກສາໂລກ ຖ້າພວກເຈົ້າຈະພິພາກສາໂລກເຈົ້າຈະບໍ່ສາມາດຕັດສິນເຣື່ອງເລັກນ້ອຍທີ່ສຸດຫລື 3 ເຈົ້າທັງຫລາຍບໍ່ຮູ້ຫລືວ່າພວກເຮົາຈະພິພາກສາພວກເທວະດາ ຫລາຍກວ່ານັ້ນອີກເທົ່າໃດ ເຮົາສົມຄວນຈະຕັດສິນຄວາມເຣື່ອງຂອງຊີວິດນີ້ 4 ເມື່ອພວກເຈົ້າເປັນຄວາມກັນໃນເຣື່ອງຊີວິດນີ້ ເປັນຫຍັງເຈົ້າຈຶ່ງເອົາຄົນທີ່ຄຣິສຕະຈັກບໍ່ນັບຖືມາຕັ້ງໄວ້ໃຫ້ເປັນຜູ້ຕັດສິນ 5 ເຮົາກ່າວດັ່ງນີ້ກໍເພື່ອໃຫ້ພວກເຈົ້າເກີດລະອາຍໃຈ ໃນພວກເຈົ້າບໍ່ມີຈັກຄົນຫລືທີ່ມີປັນຍາພໍສາມາດຈະຕັດສິນຄວາມລະຫວ່າງພວກພີ່ນ້ອງ 6 ແຕ່ພີ່ນ້ອງກັບພີ່ນ້ອງຕ້ອງໄປສູ້ຄວາມກັນຕໍ່ຫນ້າຄົນນອກສາສນາຢ່າງນັ້ນຫລື 7 ທີ່ເຈົ້າທັງຫລາຍມີຄະດີກ່ຽວຂ້ອງກັນແລະກັນນັ້ນ ກໍເປັນການຂາດສິນທັມແທ້ ເປັນຫຍັງເຈົ້າຈຶ່ງບໍ່ທົນເອົາເມື່ອເຂົາເຮັດການຮ້າຍແກ່ຕົນ ເປັນຫຍັງຈຶ່ງບໍ່ຍອມໃຫ້ເຂົາໂກງຕົນກໍດີກວ່າ 8 ແຕ່ເຈົ້າທັງຫລາຍຍັງເຮັດຮ້າຍແລະສໍ້ໂກງກັນໃນລະຫວ່າງພວກພີ່ນ້ອງຂອງຕົນ 9 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຄົນອະທັມຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ ຢ່າເຂົ້າໃຈຜິດວ່າຄົນຫລິ້ນຊູ້ກໍດີ ຫລືຄົນຂາບໄຫວ້ພຣະທຽມ ຄົນຜິດຈາກຜົວເມັຽກັນ ຊາຍຫລິ້ນຄືຍິງ ຊາຍຫລິ້ນກັບຊາຍ 10 ຄົນຂະໂມຍ ຄົນໂລບ ຄົນຂີ້ເຫລົ້າ ຄົນເວົ້າຫຍາບຊ້າ ຄົນຂົ່ມຂູ່ກໍດີ ຈະບໍ່ໄດ້ຮັບສ່ວນໃນຣາຊອານາຈັກຂອງພຣະເຈົ້າ 11 ເມື່ອກ່ອນມີບາງຄົນໃນພວກເຈົ້າເປັນຄົນຢ່າງນັ້ນ ແຕ່ເຈົ້າທັງຫລາຍໄດ້ຮັບການຊົງຊຳຮະແລ້ວ ໄດ້ຖືກຊົງຕັ້ງໄວ້ສຳລັບພຣະເຈົ້າແລ້ວ ໄດ້ຖືກຊົງນັບເປັນຄົນຊອບທັມໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ແລະໂດຍພຣະວິນຍານແຫ່ງພຣະເຈົ້າຂອງພວກເຮົາ
ຖວາຍກຽດແກ່ພຣະເຈົ້າດ້ວຍຮ່າງກາຍຂອງຕົນ
12 “ເຮົາເຣັດສິ່ງສາຣະພັດໄດ້ ບໍ່ມີໃຜຫ້າມ” ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນມີປໂຍດ “ເຮົາເຮັດສິ່ງສາຣະພັດໄດ້ ບໍ່ມີໃຜຫ້າມ” ແຕ່ວ່າຝ່າຍເຮົາຈະບໍ່ຍອມຢູ່ໃຕ້ອຳນາດຂອງສິ່ງໃດ 13 ອາຫານມີໄວ້ສຳລັບທ້ອງແລະທ້ອງກໍສຳລັບອາຫານ ແຕ່ພຣະເຈົ້າຈະຊົງໃຫ້ທັງທ້ອງແລະອາຫານສູນຫາຍໄປ ສ່ວນຮ່າງກາຍນັ້ນບໍ່ໄດ້ມີໄວ້ສຳລັບການຫລິ້ນຊູ້ ແຕ່ມີໄວ້ສຳລັບອົງພຣະຜູ້ເປັນເຈົ້າ ແລະອົງພຣະຜູ້ເປັນເຈົ້າກໍມີໄວ້ສຳລັບຮ່າງກາຍ 14 ພຣະເຈົາໄດ້ຊົງບັນດານໃຫ້ອົງພຣະຜູ້ເປັນເຈົ້າຄືນຂຶ້ນມາ ແລະພຣະອົງຈະຊົງບັນດານໃຫ້ເຮົາທັງຫລາຍຄືນມາໃຫມ່ ດ້ວຍຣິດອຳນາດຂອງພຣະອົງ 15 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຮ່າງກາຍຂອງພວກເຈົ້າເປັນອະວັຍວະຂອງພຣະຄຣິດ ຖ້າເປັນຢ່າງນັ້ນເຮົາຈະເອົາອະວັຍວະຂອງພຣະຄຣິດ ໄປເປັນອະວັຍວະຂອງຍິງແມ່ຈ້າງຫລື ຢ່າໃຫ້ເປັນຢ່າງນັ້ນເລີຍ 16 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຜູ້ທີ່ຕິດພັນກັບຍິງແມ່ຈ້າງກໍເປັນກາຍອັນດຽວກັບຍິງນັ້ນ ເພາະພຣະເຈົ້າໄດ້ຊົງກ່າວໄວ້ວ່າ, “ເຂົາທັງສອງຈະເປັນກາຍອັນດຽວ” 17 ແຕ່ຜູ້ທີ່ຕິດພົນກັບອົງພຣະຜູ້ເປັນເຈົ້າ ກໍເປັນຈິດໃຈອັນດຽວກັບພຣະອົງ 18 ຈົ່ງຫລີກຫນີເສັຽຈາກການຫລິ້ນຊູ້ ຜິດບາບທຸກຢ່າງທີ່ມະນຸດເຮັດນັ້ນເປັນບາບນອກກາຍ ແຕ່ຜູ້ທີ່ຫລິ້ນຊູ້ນັ້ນກໍເຮັດຜິດບາບຕໍ່ຮ່າງກາຍຂອງຕົນເອງ 19 ເຈົ້າທັງຫລາຍບໍ່ຮູ້ຫລືວ່າຮ່າງກາຍຂອງເຈົ້າເປັນວິຫານຂອງພຣະວິນຍານບໍຣິສຸດ ຜູ້ຊຶ່ງຊົງສະຖິດຢູ່ໃນພວກເຈົ້າຊຶ່ງພວກເຈົ້າໄດ້ຮັບຈາກພຣະເຈົ້າ ເຈົ້າບໍ່ແມ່ນເຈົ້າຂອງຕົວເອງ 20 ພຣະເຈົ້າໄດ້ຊົງຊື້ເຈົ້າທັງຫລາຍໄວ້ແລ້ວດ້ວຍຣາຄາສູງ ເຫດສັນນັ້ນຈົ່ງຖວາຍພຣະກຽດຕໍ່ພຣະເຈົ້າດ້ວຍຮ່າງກາຍຂອງຕົນ
ບັນຫາກ່ຽວກັບການສົມຣົດ
1 ເຣື່ອງທີ່ພວກເຈົ້າໄດ້ຂຽນມານັ້ນ ຂໍຕອບວ່າ ການທີ່ຜູ້ຊາຍບໍ່ຖືກຕ້ອງກ່ຽວຂ້ອງກັບແມ່ຍິງກໍດີຢູ່ 2 ແຕ່ເພື່ອປ້ອງກັນການຫລິ້ນຊູ້ ຜູ້ຊາຍທຸກຄົນຄວນມີເມັຽຂອງຕົນແລະແມ່ຍິງທຸກຄົນຄວນມີຜົວຂອງຕົນ 3 ຜົວຕ້ອງຍອມຮ່ວມຢູ່ກັບເມັຽຕາມສົມຄວນ ແລະເມັຽກໍຕ້ອງຍອມຮ່ວມຢູ່ກັບຜົວເຫມືອນກັນ 4 ເມັຽບໍ່ມີອຳນາດເຫນືອຮ່າງກາຍຂອງຕົນ ແຕ່ອຳນາດນັ້ນຢູ່ນຳຜົວ ຢ່າງດຽວກັນ ຜົວບໍ່ມີອຳນາດເຫນືອຮ່າງກາຍຂອງຕົນເອງ ແຕ່ອຳນາດນັ້ນຢູ່ນຳເມັຽ 5 ຢ່າປະຕິເສດການຢູ່ຮ່ວມກັນ ເວັ້ນແຕ່ໄດ້ຕົກລົງກັນເປັນການຊົ່ວຄາວ ເພື່ອອຸທິດຕົນໃນການໄຫວ້ວອນ ແລ້ວຈຶ່ງຄ່ອຍມາຢູ່ຮ່ວມກັນອີກ ເພື່ອບໍ່ໃຫ້ຊາຕານຊັກຈູງໃຫ້ເຮັດຜິດເພາະຕົນອົດບໍ່ໄດ້ 6 ເຮົາກ່າວດັ່ງນີ້ເປັນການອະນຸຍາດ ບໍ່ໃຊ່ເປັນການສັ່ງ 7 ເຮົາປາຖນາໃຫ້ທຸກຄົນເປັນເຫມືອນຕົວເຮົາ ແຕ່ທຸກຄົນກໍໄດ້ຮັບຂອງປະທານຈາກພຣະເຈົ້າອັນເຫມາະສົມກັບຕົວຜູ້ນຶ່ງໄດ້ຮັບຢ່າງນັ້ນ ແລະອີກຜູ້ນຶ່ງໄດ້ຮັບຢ່າງນີ້ 8 ເຮົາຂໍກ່າວແກ່ຄົນທີ່ຍັງເປັນໂສດແລະພວກແມ່ຫມ້າຍວ່າ ຖ້າເຂົາຈະຢູ່ເຫມືອນຢ່າງເຮົາກໍດີແລ້ວ 9 ແຕ່ຖ້າເຂົາອົດໃຈບໍ່ໄດ້ກໍໃຫ້ເຂົາແຕ່ງງານເສັຽ ເພາະການແຕ່ງງານນັ້ນດີກວ່າມີໃຈເຜົາຮ້ອນດ້ວຍກາມຣາຄະ 10 ສ່ວນຄົນທີ່ແຕ່ງງານແລ້ວ ເຮົາຂໍສັ່ງ ບໍ່ໃຊ່ເຮົາສັ່ງເອງ ແຕ່ອົງພຣະຜູ້ເປັນເຈົ້າຊົງບັນຊາວ່າ ຢ່າໃຫ້ເມັຽປະຜົວ 11 ແຕ່ຖ້ານາງຫາກປະຜົວໄປ ຢ່າໃຫ້ນາງເອົາຜົວໃຫມ່ ຫລືບໍ່ດັ່ງນັ້ນກໍໃຫ້ນາງກັບມາຄືນດີກັບຜົວອີກ ແລະຂໍຢ່າໃຫ້ຜົວປະຮ້າງເມັຽ 12 ເຮົາຂໍກ່າວແກ່ຄົນອື່ນໆ ນອກຈາກພວກນີ້ (ອົງພຣະຜູ້ເປັນເຈົ້າບໍໄດ້ຊົງກ່າວ) ວ່າຖ້າພີ່ນ້ອງຄົນໃດມີເມັຽທີ່ບໍ່ເຊື່ອໃນອົງພຣະຄຣິດ ແຕ່ນາງກໍພໍໃຈຈະຢູ່ກັບຜົວນັ້ນ ຜົວບໍ່ຄວນຢ່າຮ້າງນາງ 13 ຖ້າຍິງຄົນໃດມີຜົວທີ່ບໍ່ເຊື່ອໃນອົງພຣະຄຣິດ ແຕ່ຜົວກໍພໍໃຈຈະຢູ່ກັບເມັຽນັ້ນ ເມັຽບໍ່ຄວນຢ່າຮ້າງຜົວນັ້ນ 14 ເພາະວ່າຜົວທີ່ບໍ່ມີຄວາມເຊື່ອກໍໄດ້ຮັບການຊົງຊຳຮະຍ້ອນເມັຽ ແລະເມັຽທີ່ບໍ່ມີຄວາມເຊື່ອກໍໄດ້ຮັບການຊົງຊຳຮະຍ້ອນຜົວນັ້ນ ຖ້າບໍ່ດັ່ງນັ້ນລູກຂອງເຈົ້າທັງຫລາຍກໍບໍ່ບໍຣິສຸດ ແຕ່ບັດນີ້ລູກເຫລົ່ານັ້ນກໍບໍຣິສຸດແລ້ວ 15 ແຕ່ຖ້າຜູ້ທີ່ບໍ່ມີຄວາມເຊື່ອຈະແຍກຕົວອອກໄປກໍຈົ່ງໃຫ້ທ່ານໄປ ເຣື່ອງຢ່າງນີ້ບໍ່ຈຳເປັນທີ່ພີ່ນ້ອງຊາຍຍິງຈະຜູກມັດຈຳໃຈໃຫ້ຢູ່ດ້ວຍກັນ ເພາະວ່າພຣະເຈົ້າໄດ້ຊົງເອີ້ນເຈົ້າທັງຫລາຍໃຫ້ຢູ່ຢ່າງສງົບງ 16 ຝ່າຍເຈົ້າຜູ້ເປັນເມັຽ ເຈົ້າຮູ້ໄດ້ວ່າເຈົ້າຈະຊ່ອຍຜົວໃຫ້ພົ້ນໄດ້ຫລືບໍ່ ຫລືເຈົ້າຜູ້ເປັນຜົວ ເຈົ້າຮູ້ໄດ້ວ່າເຈົ້າຈະຊ່ອຍເມັຽໃຫ້ພົ້ນໄດ້ຫລື
ຈົ່ງດຳເນີນຊີວິດຢູ່ຕາມຖານະທີ່ພຣະເຈົ້າຊົງປະທານ
17 ແຕ່ຂໍໃຫ້ທຸກຄົນດຳເນີນຊີວິດຢູ່ຕາມຖານະທີ່ອົງພຣະຜູ້ເປັນເຈົ້າຊົງປະທານແກ່ຕົນແລະຕາມທີ່ພຣະເຈົ້າໄດ້ຊົງເອີ້ນເອົານັ້ນ ເຮົາຈຶ່ງວາງລະບຽບດັ່ງນັ້ນໄວ້ໃຫ້ຄຣິສຕະຈັກທົ່ວໄປ 18 ຖ້າມີຜູ້ໃດທີ່ຖືກຊົງເອີ້ນເອົາເມື່ອພາຍຫລັງການຮັບພິທີຕັດ ຢ່າໃຫ້ຜູ້ນັ້ນເລີກຈາກຖານະນັ້ນເສັຽ ຫລືຖ້າວ່າມີຜູ້ໃດທີ່ຖືກຊົງເອີ້ນເອົາໂດຍຍັງບໍ່ໄດ້ຮັບພິທີຕັດກໍຢ່າໃຫ້ຜູ້ນັ້ນຮັບ 19 ການທີ່ຮັບຫລືບໍ່ຮັບພິທີຕັດກໍບໍ່ສຳຄັນ ແຕ່ການຖືຮັກສາຂໍ້ບັນຍັດຂອງພຣະເຈົ້ານັ້ນສຳຄັນ 20 ໃຫ້ທຸກຄົນຢູ່ໃນຖານະທີ່ເຂົາຢູ່ເມື່ອພຣະເຈົ້າຊົງເອີ້ນເອົານັ້ນ 21 ເຈົ້າຖືກພຣະເຈົ້າຊົງເອີ້ນເອົາເມື່ອຍັງເປັນຂ້ອຍຂ້າຢູ່ຫລື ຢ່າຮ້ອນໃຈ ຖ້າເຈົ້າຈະສາມາດໄຖ່ຕົວອອກໄດ້ກໍຄວນໄຖ່ດີກວ່າ 22 ເຫດວ່າຖ້າອົງພຣະຜູ້ເປັນເຈົ້າຊົງເອີ້ນຜູ້ໃດເມື່ອຍັງເປັນຂ້ອຍຂ້າຢູ່ ຜູ້ນັ້ນກໍເປັນເສຣີຊົນຂອງອົງພຣະຜູ້ເປັນເຈົ້າ ຢ່າງນັ້ນແຫລະ, ຄົນໃດທີ່ໄດ້ຮັບການຊົງເອີ້ນເມື່ອເປັນເສຣີຊົນ ຄົນນັ້ນກໍເປັນຂ້ອຍຂ້າຂອງພຣະຄຣິດ 23 ພຣະເຈົ້າໄດ້ຊົງຊື້ເຈົ້າທັງຫລາຍດ້ວຍຣາຄາສູງ ຢ່າກັບໄປເປັນຂ້ອຍຂ້າຂອງມະນຸດ 24 ພີ່ນ້ອງທັງຫລາຍເອີຍ, ເຈົ້າທຸກຄົນຢູ່ໃນຖານະໃດເມື່ອພຣະເຈົ້າຊົງເອີ້ນ ກໍໃຫ້ຕັ້ງຢູ່ກັບພຣະເຈົ້າໃນຖານະນັ້ນ
ເຣື່ອງຄົນໂສດແລະພວກແມ່ຫມ້າຍ
25 ເຣື່ອງຄົນໂສດນັ້ນເຮົາບໍ່ໄດ້ຮັບພຣະບັນຊາຈາກອົງພຣະຜູ້ເປັນເຈົ້າ ແຕ່ເຮົາຂໍອອກຄວາມເຫັນໃນຖານະທີ່ເປັນຜູ້ໄດ້ຮັບພຣະຄຸນຈາກອົງພຣະຜູ້ເປັນເຈົ້າ ໃຫ້ເປັນຜູ້ທີ່ໄວ້ໃຈໄດ້ 26 ຍ້ອນຄວາມຍາກລຳບາກທີ່ມີຢູ່ແລ້ວ ເຮົາຈຶ່ງຄຶດເຫັນວ່າ ຄວນໃຫ້ທຸກຄົນຢູ່ຕາມຢ່າງທີ່ຕົນຢູ່ດຽວນີ້ກໍດີຢູ່ 27 ຖ້າເຈົ້າມີເມັຽແລ້ວ ຢ່າຊອກຫາທາງແຍກຈາກກັນ ຖ້າເຈົ້າແຍກຈາກເມັຽແລ້ວ ຢ່າຊອກຫາເມັຽໃຫມ່ 28 ແຕ່ຖ້າເຈົ້າແຕ່ງງານກໍບໍ່ຜິດ ແລະຖ້າຍິງໂສດຈະແຕ່ງງານກໍບໍ່ຜິດ ແຕ່ຄົນທີ່ແຕ່ງງານຢ່າງນັ້ນຄົງຈະມີຄວາມຫຍຸ້ງຍາກລຳບາກໃຈໃນຊີວິດນີ້ ແຕ່ເຮົາປາຖນາທີ່ຈະໃຫ້ເຈົ້າທັງຫລາຍພົ້ນຈາກຄວາມຫຍຸ້ງຍາກນັ້ນ 29 ພີ່ນ້ອງທັງຫລາຍເອີຍ, ເຮົາກ່າວດັ່ງນີ້ກໍເພາະເວລາທີ່ເຫລືອຢູ່ນັ້ນກໍສັ້ນເຂົ້າມາແລ້ວ ຕັ້ງແຕ່ນີ້ໄປໃຫ້ຜູ້ມີເມັຽດຳເນີນຊີວິດເຫມືອນບໍ່ມີເມັຽ 30 ໃຫ້ຜູ້ຮ້ອງໄຫ້ເຫມືອນບໍ່ຮ້ອງໄຫ້ ແລະຜູ້ທີ່ຊົມຊື່ນຍິນດີເຫມືອນບໍ່ຊົມຊື່ນຍິນດີ ແລະຜູ້ທີ່ຊື້ເຫມືອນບໍ່ໄດ້ສິ່ງໃດ 31 ແລະໃຫ້ຜູ້ທີ່ໃຊ້ຂອງໃນໂລກເຫມືອນກັບວ່າບໍ່ໄດ້ໃຊ້ເຕັມສ່ວນ ດ້ວຍວ່າລະບົບຂອງໂລກນີ້ກຳລັງລ່ວງໄປ 32 ເຮົາຢາກໃຫ້ເຈົ້າທັງຫລາຍພົ້ນຈາກຄວາມກະວົນກະວາຍໃຈ ຝ່າຍຜູ້ທີ່ບໍ່ມີເມັຽກໍຮ້ອນໃຈໃນການງານຂອງອົງພຣະຜູ້ເປັນເຈົ້າ ເພື່ອຈະເຮັດໃຫ້ຊອບພຣະທັຍຂອງພຣະອົງ 33 ແຕ່ຜູ້ທີ່ມີເມັຽແລ້ວກໍຮ້ອນໃຈໃນການຂອງໂລກນີ້ ເພື່ອຈະເຮັດໃຫ້ຊອບໃຈຂອງເມັຽ ຈຶ່ງມີຄວາມສົນໃຈເປັນສອງກ້ຳສອງຝ່າຍ 34 ຝ່າຍຍິງທີ່ບໍ່ມີຜົວແລະສາວໂສດກໍຮ້ອນໃຈໃນການງານຂອງອົງພຣະຜູ້ເປັນເຈົ້າ ເພື່ອຈະໄດ້ເປັນຄົນບໍຣິສຸດທັງກາຍແລະຈິດວິນຍານ ແຕ່ຍິງທີ່ມີຜົວກໍຮ້ອນໃຈໃນການຂອງໂລກນີ້ ເພື່ອຈະເຮັດໃຫ້ຊອບໃຈຂອງຜົວ 35 ເຮົາກ່າວດັ່ງນີ້ກໍເພື່ອປໂຍດຂອງເຈົ້າທັງຫລາຍເອງ ບໍ່ໃຊ່ຈະຫ້າງແຮ້ວໃສ່ພວກເຈົ້າ ແຕ່ເພື່ອຄວາມເປັນລະບຽບໃຫ້ພວກເຈົ້າບົວລະບັດອົງພຣະຜູ້ເປັນເຈົ້າ ໂດຍບໍ່ມີໃຈເປັນສອງກ້ຳສອງຝ່າຍ 36 ຖ້າຊາຍໃດມີຄູ່ຫມັ້ນເປັນສາວປອດ ແລະຮູ້ສຶກວ່າຕົນຈະປະຕິບັດຕໍ່ຄູ່ຫມັ້ນຢ່າງສົມຄວນບໍ່ໄດ້ແລ້ວ ຖ້າມີຄວາມຮັກຮ້ອນແຮງຈຶ່ງຕ້ອງເຮັດຢ່າງໃດຢ່າງນຶ່ງ ກໍໃຫ້ເຂົາເຮັດຕາມຄວາມປາຖນາ ຄືໃຫ້ເຂົາແຕ່ງງານເສັຽ ບໍ່ມີຄວາມຜິດອັນໃດ 37 ແຕ່ຖ້າຊາຍຄົນໃດຕັ້ງໃຈຄັກແນ່ ແລະເຫັນວ່າບໍ່ມີຄວາມຈຳເປັນ ແຕ່ອາດບັງຄັບໃຈຕົນເອງໄດ້ ດ້ວຍຕັ້ງໃຈວ່າຈະໃຫ້ຍິງນັ້ນເປັນຄູ່ຫມັ້ນຕໍ່ໄປ ຜູ້ນັ້ນກໍເຮັດດີຢູ່ 38 ເຫດສັນນັ້ນຜູ້ໃດທີ່ແຕ່ງງານກັບຄູ່ຫມັ້ນຂອງຕົນກໍເຣັດດີຢູ່ ແຕ່ຜູ້ທີ່ບໍ່ແຕ່ງງານນັ້ນກໍເຮັດດີກວ່າ 39 ຕາບໃດຜົວຍັງມີຊີວິດຢູ່ ເມັຽຕ້ອງຢູ່ກັບຜົວ ຖ້າຜົວຕາຍນາງກໍເປັນອິສຣະ ຈະແຕ່ງງານກັບຊາຍໃດກໍໄດ້ຕາມໃຈ ແຕ່ຕ້ອງແຕ່ງງານກັບຜູ້່ທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າ 40 ແຕ່ຕາມເຮົາເຫັນວ່າ ຖ້ານາງຢູ່ຜູ້ດຽວກໍຈະເປັນສຸກກວ່າ ແລະເຮົາຄຶດວ່າພຣະວິນຍານຂອງພຣະເຈົ້າຊົງສະຖິດຢູ່ນຳເຮົາດ້ວຍ
ເຣື່ອງອາຫານທີ່ຖວາຍແກ່ພຣະທຽມ
1 ເຣື່ອງຂອງທີ່ເຂົາເອົາບູຊາແກ່ພຣະທຽມນັ້ນ ເຮົາທັງຫລາຍຮູ້ຢູ່ວ່າ, “ພວກເຮົາຕ່າງກໍມີຄວາມຮູ້ທຸກຄົນ” ຄວາມຮູ້ນັ້ນເຣັດໃຫ້ອວດຕົວ ແຕ່ຄວາມຮັກເຮັດໃຫ້ຈະເຣີນຂຶ້ນ 2 ຖ້າຜູ້ໃດຖືວ່າຕົວຮູ້ສິ່ງໃດແລ້ວ ຜູ້ນັ້ນຍັງບໍ່ຮູ້ອັນໃດຕາມທີ່ຄວນຈະຮູ້ 3 ແຕ່ວ່າຖ້າຜູ້ໃດຮັກພຣະເຈົ້າ ພຣະເຈົ້າກໍຊົງຮູ້ຈັກຜູ້ນັ້ນ 4 ເຣື່ອງການກິນອາຫານທີ່ເຂົາເອົາບູຊາແກ່ພຣະທຽມນັ້ນ ເຮົາທັງຫລາຍຮູ້ຢູ່ວ່າ “ພຣະທຽມນັ້ນບໍ່ເປັນຂອງແທ້” ແລະ “ມີພຣະເຈົ້າແທ້ແຕ່ອົງດຽວ” 5 ເຖິງແມ່ນວ່າມີພຣະຫລາຍໃນສວັນ ແລະເທິງແຜ່ນດິນໂລກກໍດີ ທີ່ເຂົາເອີ້ນວ່າພຣະເຈົ້າ (ພຣະກໍມີຫລາຍ ເຈົ້າກໍມີຫລາຍແທ້) 6 ແຕ່ສຳລັບພວກເຮົານັ້ນມີພຣະເຈົ້າອົງດຽວຄືພຣະບິດາ ແລະສິ່ງສາຣະພັດທັງປວງບັງເກີດມາຈາກພຣະອົງ ແລະພວກເຮົາເປັນມາເພື່ອພຣະອົງ ແລະມີອົງພຣະຜູ້ເປັນເຈົ້າອົງດຽວ ຄືພຣະເຢຊູຄຣິດ ແລະສິ່ງສາຣະພັດກໍບັງເກີດຂຶ້ນໂດຍພຣະອົງ ແລະເຮົາກໍເປັນມາໂດຍພຣະອົງ 7 ແຕ່ບໍ່ໃຊ່ທຸກຄົນມີຄວາມຮູ້ຢ່າງນີ້ ເພາະມີບາງຄົນທີ່ເຄີຍນັບຖືພຣະທຽມແຕ່ກ່ອນຈົນເຖິງບັດນີ້ ເມື່ອເຂົາກິນອາຫານນັ້ນກໍຖືວ່າເປັນຂອງບູຊາແກ່ພຣະທຽມນັ້ນແທ້ ແລະໃຈສຳນຶກຜິດແລະຊອບຂອງເຂົາຍັງອ່ອນຢູ່ຈຶ່ງຖືກຊົ່ວມົວຫມອງໄປ 8 ອາຫານບໍ່ແມ່ນສິ່ງທີ່ເຣັດໃຫ້ພວກເຮົາເປັນທີ່ຊອບພຣະທັຍພຣະເຈົ້າ ຖ້າບໍ່ກິນເຮົາບໍ່ໄດ້ຊົ່ວລົງ ຖ້າກິນເຮົາກໍບໍ່ດີຂຶ້ນ 9 ແຕ່ຈົ່ງລະວັງໃຫ້ດີ ຢ່າໃຫ້ການໃຊ້ເສຣີພາບຂອງເຈົ້າທັງຫລາຍ ເປັນເຫດໃຫ້ຄົນທີ່ມີຄວາມເຊື່ອນ້ອຍສະດຸດໃຈ 10 ເພາະວ່າຖ້າຜູ້ໃດຫາກມາເຫັນເຈົ້າຜູ້ມີຄວາມຣູ້ ນັ່ງກິນໃນວິຫານຂອງພຣະທຽມນັ້ນ ໃຈສຳນຶກຜິດແລະຊອບອັນອ່ອນຂອງຜູ້ນັ້ນຈະບໍ່ກ້າຂຶ້ນ ເຮັດໃຫ້ບັງອາດກິນຂອງທີ່ບູຊາແກ່ພຣະທຽມນັ້ນຫລື 11 ດັ່ງນັ້ນຄວາມຮູ້ຂອງເຈົ້າຈະເຮັດໃຫ້ພີ່ນ້ອງທີ່ມີຄວາມເຊື່ອອ່ອນ ຊຶ່ງພຣະຄຣິດໄດ້ຊົງວາຍພຣະຊົນເພື່ອນັ້ນຕ້ອງຈິບຫາຍໄປ 12 ສັນນັ້ນເມື່ອພວກເຈົ້າເຮັດຜິດຕໍ່ພວກພີ່ນ້ອງ ຄືເຮັດຮ້າຍແກ່ໃຈສຳນຶກຜິດແລະຊອບອັນອ່ອນຂອງເຂົານັ້ນ ເຈົ້າກໍໄດ້ເຮັດຜິດຕໍ່ພຣະຄຣິດດ້ວຍ 13 ເຫດສັນນັ້ນຖ້າອາຫານເປັນເຫດທີ່ເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ ເຮົາກໍຈະບໍ່ກິນຊີ້ນຕລອດໄປ ເພາະຢ້ານວ່າຈະເຮັດໃຫ້ພີ່ນ້ອງສະດຸດໃຈ
ສິດຂອງອັຄສາວົກ
1 ເຮົາບໍ່ໄດ້ມີເສຣີພາບຫລື ເຮົາບໍ່ໄດ້ເປັນອັຄສາວົກຫລື ເຮົາບໍ່ໄດ້ເຫັນພຣະເຢຊູອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍຫລື ເຈົ້າທັງຫລາຍບໍ່ເປັນຜົນງານຂອງເຮົາໃນອົງພຣະຜູ້ເປັນເຈົ້າຫລື 2 ຖ້າເຮົາບໍ່ໄດ້ເປັນອັຄສາວົກໃນສາຍຕາຂອງຄົນອື່ນ ເຮົາກໍເປັນອັຄສາວົກໃນສາຍຕາຂອງເຈົ້າທັງຫລາຍແທ້ ເພາະວ່າເຈົ້າທັງຫລາຍຄືກາປະຈຳຕຳແຫນ່ງອັຄສາວົກຂອງເຮົາໃນອົງພຣະຜູ້ເປັນເຈົ້າ 3 ຖ້າຜູ້ໃດສອບສວນເຮົາ ເຮົາກໍຈະແກ້ຕົວວ່າ 4 “ເຮົາບໍ່ມີສິດທີ່ຈະກິນແລະດື່ມຫລື 5 ເຮົາບໍ່ມີສິດຫລືທີ່ຈະພາເມັຽທີ່ເປັນຄຣິສະຕຽນໄປມາດ້ວຍກັນ ເຫມືອນຢ່າງອັຄສາວົກຄົນອື່ນ ແລະເຫມືອນຢ່າງພວກນ້ອງຂອງອົງພຣະຜູ້ເປັນເຈົ້າ ແລະເຫມືອນຢ່າງເກຟານັ້ນ 6 ຈຳເພາະແຕ່ເຮົາກັບບາຣ໌ນາບາເທົ່ານັ້ນຫລື ທີ່ບໍ່ມີສິດເລີກເຮັດການຫາລ້ຽງຊີບນັ້ນ 7 ແມ່ນໃຜທີ່ຮັບໃຊ້ເປັນທະຫານຕ້ອງກິນອາຫານຂອງຕົນເອງ ຜູ້ໃດທີ່ເຣັດສວນອະງຸ່ນແລ້ວບໍ່ໄດ້ກິນຜົນຈາກສວນນັ້ນ ຫລືຜູ້ໃດທີ່ລ້ຽງສັດແລ້ວບໍ່ໄດ້ກິນນ້ຳນົມຈາກຝູງສັດນັ້ນ 8 ເຮົາກ່າວຢ່າງນີ້ຕາມທັມນຽມຂອງມະນຸດຫລື ພຣະບັນຍັດບໍ່ໄດ້ກ່າວຢ່າງນີ້ເຫມືອນກັນຫລື 9 ເພາະມີຄຳຂຽນໄວ້ແລ້ວໃນບັນຍັດຂອງໂມເຊວ່າ, “ຢ່າເອົາກະສອບໃສ່ສົບງົວເມື່ອມັນຍັງຢຽບເຂົ້າຢູ່” ພຣະເຈົ້າຊົງເປັນຫ່ວງພຣະທັຍນຳງົວນັ້ນຫລື 10 ພຣະອົງບໍ່ໄດ້ຊົງກ່າວເພື່ອປໂຍດຂອງເຮົາທັງຫລາຍໂດຍຈຳເພາະດອກຫລື ແທ້ຈິງຂໍ້ຄວາມນັ້ນຂຽນໄວ້ເພື່ອປໂຍດຂອງເຮົາທັງຫລາຍໂດຍຈຳເພາະດອກຫລື ແທ້ຈິງຂໍ້ຄວາມນັ້ນຂຽນໄວ້ເພື່ອປໂຍດຂອງພວກເຮົາ ດ້ວຍວ່າຄົນທີ່ໄຖນາກໍຄວນໄຖດ້ວຍຄວາມຫວັງໃຈ ແລະຄົນທີ່ຟາດເຂົ້າກໍຄວນຟາດດ້ວຍຄວາມຫວັງຈະໄດ້ສ່ວນແບ່ງຂອງເຂົ້ານັ້ນ 11 ຖ້າພວກເຮົາໄດ້ຫວ່ານແນວປູກຝ່າຍວິນຍານໃຫ້ເຈົ້າທັງຫລາຍຈະເປັນການຫລາຍເກີນໄປຫລື ທີ່ພວກເຮົາຈະກ່ຽວຂອງຝ່າຍເນື້ອກາຍຈາກພວກເຈົ້າ 12 ຖ້າຄົນອື່ນມີສິດທີ່ຈະໄດ້ຮັບປໂຍດຈາກພວກເຈົ້າ ພວກເຮົາບໍ່ມີສິດທີ່ຈະໄດ້ຮັບຫລາຍກວ່ານັ້ນອີກຫລື ເຖິງປານນັ້ນພວກເຮົາກໍບໍ່ໄດ້ໃຊ້ສິດນັ້ນ ແຕ່ໄດ້ຍອມອົດທົນເອົາທຸກສິ່ງ ເພາະຢ້ານວ່າເຮົາຈະເປັນຜູ້ກໍ່ເຫດໃດເຫດນຶ່ງຂຶ້ນຂັດຂວາງຂ່າວປະເສີດເຣື່ອງພຣະຄຣິດ 13 ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ຄົນທີ່ປະຕິບັດໃນວິຫານກໍກິນຂອງຖວາຍໃນວິຫານນັ້ນ ແລະຄົນທີ່ປະຕິບັດແທ່ນບູຊາກໍຮັບສ່ວນແບ່ງຂອງເຄື່ອງບູຊານັ້ນ 14 ຢ່າງດຽວກັນ, ອົງພຣະຜູ້ເປັນເຈົ້າໄດ້ຊົງບັນຊາໄວ້ວ່າ “ຄົນທີ່ປະກາດຂ່າວປະເສີດຄວນໄດ້ຮັບການລ້ຽງຊີບດ້ວຍຂ່າວປະເສີດນັ້ນ 15 ແຕ່ເຮົາບໍ່ໄດ້ໃຊ້ສິດເຫລົ່ານີ້ຈັກຢ່າງ ທີ່ເຮົາຂຽນເຣື່ອງນີ້ກໍບໍ່ໃຊ່ເພື່ອຈະໃຫ້ເຂົາເຣັດຢ່າງນັ້ນແກ່ເຮົາ ດ້ວຍວ່າເຮົາຍອມຕາຍເສັຽກໍດີກວ່າທີ່ຈະ,,,, ຢ່າໃຫ້ຜູ້ໃດທຳລາຍເຫດແຫ່ງການອວດອ້າງຂອງເຮົາ 16 ເພາະການທີ່ເຮົາປະກາດຂ່າວປະເສີດນັ້ນ ເຮົາບໍ່ມີເຫດທີ່ຈະອວດອ້າງໄດ້ ເພາະຄວາມຈຳເປັນໄດ້ຕົກໃສ່ເຮົາ ວິບັດຈະເກີດມີແກ່ເຮົາຖ້າເຮົາບໍ່ປະກາດຂ່າວປະເສີດ 17 ເພາະຖ້າເຮົາເຮັດການນັ້ນດ້ວຍໃຈສມັກເຮົາກໍຈະໄດ້ບຳເຫນັດ ແຕ່ຖ້າເຮົາບໍ່ສມັກກໍຍັງເປັນການທີ່ຊົງມອບໄວ້ໃຫ້ເຮົາເຮັດ 18 ແລ້ວບຳເຫນັດຂອງເຮົາຄືອັນໃດ ຄືເມື່ອເຮົາປະກາດຂ່າວປະເສີດນັ້ນເຮົາບໍ່ໄດ້ຄິດຄ່າ ແລະບໍ່ໄດ້ໃຊ້ສິດຂອງເຮົາໃນຂ່າວປະເສີດນັ້ນຢ່າງຄົບຖ້ວນ 19 ເຖິງແມ່ນວ່າເຮົາບໍ່ໄດ້ຢູ່ໃນບັງຄັບຂອງຜູ້ໃດ ເຮົາກໍຍັງຍອມຕົວເປັນຜູ້ຮັບໃຊ້ ຂອງຄົນທັງປວງ ເພື່ອຈະໄດ້ນຳຄົນຈຳນວນຫລວງຫລາຍມາເປັນສິດ 20 ຕໍ່ຄົນຢິວເຮົາໄດ້ເຮັດເຫມືອນຄົນຢິວ ເພື່ອຈະໄດ້ໃຈຄົນຢິວ ຕໍ່ຄົນທີ່ຢູ່ໃຕ້ພຣະບັນຍັດເຮົາກໍເຮັດໄດ້ໃຈຄົນທັງຫລາຍທີ່ຢູ່ໃຕ້ພຣະບັນຍັດ (ເຖິງແມ່ນເຮົາເອງບໍ່ຢູ່ໃຕ້ພຣະບັນຍັດກໍດີ) ເພື່ອຈະໄດ້ໃຈຄົນທັງຫລາຍທີ່ຢູ່ໃຕ້ພຣະບັນຍັດນັ້ນ 21 ຕໍ່ຄົນທີ່ຢູ່ນອກພຣະບັນຍັດເຮົາກໍເຣັດເຫມືອນຄົນທີ່ຢູ່ນອກພຣະບັນຍັດ (ເຖິງແມ່ນເຮົາບໍ່ຢູ່ນອກພຣະບັນຍັດຂອງພຣະເຈົ້າກໍດີ ແຕ່ເຮົາຢູ່ໃຕ້ພຣະບັນຍັດຂອງພຣະຄຣິດ) ເພື່ອຈະໄດ້ໃຈຄົນທັງຫລາຍທີ່ຢູ່ນອກພຣະບັນຍັດນັ້ນ 22 ຕໍ່ຄົນທີ່ອ່ອນແອເຮົາກໍເຮັດເຫມືອນຄົນອ່ອນແອ ເພື່ອຈະໄດ້ໃຈຄົນອ່ອນແອ ເຮົາຍອມເປັນຄົນທຸກຊະນິດເພາະເຫັນແກ່ຄົນທັງປວງ ເພື່ອເຮົາຈະໄດ້ຊ່ອຍບາງຄົນໃຫ້ພົ້ນດ້ວຍທຸກວິທີທາງ 23 ເຮົາເຮັດຕາມສິ່ງເຫລົ່ານີ້ເພາະເຫັນແກ່ຂ່າວປະເສີດເພື່ອເຮົາຈະໄດ້ມີສ່ວນໃນຂ່າວປະເສີດນັ້ນ 24 ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ຄົນເຫລົ່ານັ້ນທີ່ແລ່ນແຂ່ງກັນ ກໍແລ່ນດ້ວຍກັນທຸກຄົນ ແຕ່ຄົນທີ່ໄດ້ຮັບຮາງວັນມີແຕ່ຄົນດຽວ ເຫດສັນນັ້ນຈົ່ງແລ່ນເພື່ອຊີງຮາງວັນໃຫ້ໄດ້ 25 ຝ່າຍນັກກິລາທຸກຄົນກໍເຄັ່ງຄັດໃນລະບຽບທຸກຢ່າງ ເຂົາເຮັດຢ່າງນັ້ນກໍເພື່ອຈະໄດ້ພວງມາລັຍທີ່ຫ່ຽວແຫ້ງໄປ ແຕ່ເຮົາເຮັດເພື່ອຈະໄດ້ພວງມາລັຍອັນບໍ່ຫ່ຽວແຫ້ງໄປ 26 ດ້ວຍເຫດນັ້ນເຮົາຈຶ່ງແລ່ນເສັງໂດຍມີເປົ້າຫມາຍ ເຮົາບໍ່ໄດ້ຕໍ່ສູ້ຢ່າງນັກມວຍທີ່ຊົກລົມ 27 ແຕ່ເຮົາກໍທຸບຕີຮ່າງກາຍຂອງເຮົາໃຫ້ມັນແຂງຢູ່ຄາມື ເພາະຢ້ານວ່າເມື່ອເຮົາໄດ້ປະກາດແກ່ຄົນອື່ນແລ້ວ ເຮົາເອງຈະຖືກຂ້າຊື່ອອກຈາກການແຂ່ງຂັນ
ຕັກເຕືອນບໍ່ໃຫ້ນັບຖືພຣະທຽມ
1 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ເຈົ້າທັງຫລາຍເຂົ້າໃຈວ່າ ພວກບັນພະບຸຣຸດຂອງເຮົາທັງຫລາຍໄດ້ຢູ່ໃຕ້ເມກ ແລະໄດ້ຜ່ານທະເລໄປທຸກຄົນ 2 ແລະໄດ້ຮັບບັບຕິສະມາໃນເມກແລະໃນທະເລຮ່ວມກັບໂມເຊທຸກຄົນ 3 ໄດ້ຮັບປະທານອາຫານທິບຢ່າງດຽວກັນທຸກຄົນ ແລະໄດ້ດື່ມນ້ຳທິບຢ່າງດຽວກັນທຸກຄົນ 4 ດ້ວຍວ່າເຂົາເຄີຍໄດ້ດື່ມນ້ຳໄຫລອອກມາຈາກສີລາສັກສິດທີ່ຕາມເຂົາໄປ ສີລານັ້ນແມ່ນອົງພຣະຄຣິດ 5 ແຕ່ເຖິງປານນັ້ນກໍດີ, ມີຄົນສ່ວນຫລາຍໃນພວກນັ້ນທີ່ພຣະເຈົ້າບໍ່ຊົງພໍພຣະທັຍ ເຮົາຮູ້ໄດ້ກໍເພາະວ່າເຂົາລົ້ມຕາຍໃນປ່າບໍ່ຂາດສາຍ 6 ເຫດການເຫລົ່ານີ້ເປັນຕົວຢ່າງເຕືອນໃຈເຮົາທັງຫລາຍ ບໍ່ໃຫ້ພວກເຮົາມີໃຈໂລບແລະປາຖນາສິ່ງຊົ່ວເຫມືອນເຂົາເຫລົ່ານັ້ນ 7 ຢ່າກາຍເປັນຄົນຂາບໄຫວ້ພຣະທຽມເຫມືອນບາງຄົນໃນພວກເຂົາ ຕາມມີຄຳຂຽນໄວ້ໃນພຣະຄັມພີວ່າ, “ໄພ່ພົນທັງຫລາຍໄດ້ນັ່ງລົງກິນແລະດື່ມ ແລ້ວກໍລຸກຂຶ້ນເຕັ້ນລຳ” 8 ຢ່າໃຫ້ເຮົາທັງຫລາຍຫລິ້ນຜິດຊາຍຍິງ ເຫມືອນບາງຄົນໃນພວກນັ້ນໄດ້ເຮັດ ແລ້ວກໍລົ້ມລົງຕາຍໃນມື້ດຽວສອງຫມື່ນສາມພັນຄົນ 9 ຢ່າໃຫ້ພວກເຮົາທົດລອງອົງພຣະຜູ້ເປັນເຈົ້າ ເຫມືອນຢ່າງທີ່ບາງຄົນໃນພວກນັ້ນໄດ້ທົດລອງ ແລ້ວກໍຈິບຫາຍໄປດ້ວຍພິດງູ 10 ເຈົ້າທັງຫລາຍຢ່າຈົ່ມເຫມືອນບາງຄົນໃນພກວເຂົາໄດ້ຈົ່ມ ແລ້ວກໍໄດ້ຈິບຫາຍດ້ວຍເພັຊຄາດ 11 ເຫດການເຫລົ່ານີ້ໄດ້ບັງເກີດຂຶ້ນແກ່ເຂົາເພື່ອເປັນຕົວຢ່າງແກ່ຜູ້ອື່ນ ແລະໄດ້ບັນທຶກໄວ້ເພື່ອເຕືອນສະຕິເຮົາທັງຫລາຍ ຊຶ່ງກຳລັງປະສົບກັບເວລາສຸດທ້າຍທີ່ຈວນຈະມາເຖິງ 12 ເຫດສັນນັ້ນຜູ້ທີ່ຄຶດວ່າຕົວຕັ້ງຫມັ້ນຢູ່ແລ້ວ ຈົ່ງລະວັງໃຫ້ດີ ຢ້ານວ່າຈະລົ້ມລົງ 13 ບໍ່ມີການທົດລອງອັນໃດເກີດຂຶ້ນກັບເຈົ້າທັງຫລາຍ ນອກຈາກການທົດລອງທີ່ເຄີຍເກີດກັບມະນຸດທົ່ວໄປ ພຣະເຈົ້າຊົງທ່ຽງທັມ ພຣະອົງຈະບໍ່ຊົງຍອມໃຫ້ພວກເຈົ້າຖືກທົດລອງເກີນກວ່າທີ່ເຈົ້າຈະທົນໄດ້ ແລະເມື່ອຊົງທົດລອງເຈົ້ານັ້ນ ພຣະອົງຈະຊົງໂຜດໃຫ້ເຈົ້າມີທາງຫລີກຫນີໄປໄດ້ດ້ວຍ ເພື່ອເຈົ້າທັງຫລາຍຈະສາມາດທົນໄດ້ 14 ເຫດສັນນັ້ນພວກທີ່ຮັກຂອງເຮົາເອີຍ ຈົ່ງຫລີກຫນີຈາກການຂາບໄຫວ້ພຣະທຽມ ເຮົາເວົ້າເຫມືອນດັ່ງເວົ້າກັບຄົນທີ່ມີປັນຍາ 15 ເຈົ້າທັງຫລາຍຈົ່ງພິຈາຣະນາເອົາໃນເຣື່ອງທີ່ເຮົາເວົ້ານັ້ນ 16 ຈອກແຫ່ງພຣະພອນຊຶ່ງເຮົາຂໍພຣະພອນນັ້ນ ເປັນສິ່ງທີ່ເຮັດໃຫ້ພວກເຮົາມີສ່ວນຮ່ວມໃນພຣະໂລຫິດຂອງພຣະຄຣິດ ບໍ່ແມ່ນຫລື ເຂົ້າຈີ່ຊຶ່ງເຮົາຫັກນັ້ນ ເປັນສິ່ງທີ່ເຮັດໃຫ້ພວກເຮົາມີສ່ວນຮ່ວມໃນພຣະກາຍຂອງພຣະຄຣິດ ບໍ່ແມ່ນຫລື 17 ເຖິງແມ່ນວ່າພວກເຮົາມີຫລາຍຄົນ ແຕ່ເນື່ອງຈາກມີເຂົ້າຈີ່ກ້ອນດຽວ ພວກເຮົາຈຶ່ງເປັນຮ່າງກາຍອັນດຽວກັນ ເພາະວ່າທຸກຄົນຮັບປະທານເຂົ້າຈີ່ກ້ອນດຽວກັນ 18 ຈົ່ງພິຈາຣະນາເບິ່ງຕົວຢ່າງພວກອິສຣາເອນ ຄົນທີ່ຮັບປະທານຂອງທີ່ບູຊາແລ້ວນັ້ນ ກໍມີສ່ວນຮ່ວມໃນແທ່ນບູຊານັ້ນ ບໍ່ແມ່ນຫລື 19 ຖ້າເປັນດັ່ງນັ້ນ, ເຮົາຫມາຍຄວາມວ່າຢ່າງໃດ ຈະວ່າເຄື່ອງບູຊາທີ່ຖວາຍພຣະທຽມນັ້ນສັກສິດຫລື ຫລືວ່າພຣະທຽມນັ້ນເປັນສິ່ງສັກສິດຫລື 20 ບໍ່ແມ່ນດອກ ແຕ່ເຮົາຫມາຍຄວາມວ່າເຄື່ອງບູຊາທີ່ພວກຕ່າງຊາດຖວາຍນັ້ນ ເຂົາຖວາຍແກ່ຜີ ຄືແກ່ສິ່ງທີ່ບໍ່ແມ່ນພຣະເຈົ້າ ເຮົາບໍ່ຢາກໃຫ້ເຈົ້າທັງຫລາຍມີສ່ວນຮ່ວມກັບຜີ 21 ເຈົ້າທັງຫລາຍຈະດື່ມແຕ່ຈອກຂອງອົງພຣະຜູ້ເປັນເຈົ້າແດ່ ແລະຂອງຜີແດ່ບໍ່ໄດ້ 22 ເຮົາທັງຫລາຍຈະຍຸແຍ່ໃຫ້ອົງພຣະຜູ້ເປັນເຈົ້າຊົງເຫິງສາຫລື ພວກເຮົາມີຣິດຫລາຍກວ່າພຣະອົງຫລື 23 “ເຮົາເຮັດສິ່ງສາຣະພັດໄດ້ ບໍ່ມີໃຜຫ້າມ” ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນເປັນປໂຍດ “ເຮົາເຮັດສິ່ງສາຣະພັດໄດ້ ບໍ່ມີໃຜຫ້າມ” ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໄດ້ນັ້ນຈະໃຫ້ຈະເຣີນຂຶ້ນ 24 ຢ່າໃຫ້ຜູ້ໃດຫາປໂຍດສ່ວນຕົວ ແຕ່ຈົ່ງເຫັນແກ່ປໂຍດຂອງຄົນອື່ນ 25 ຊີ້ນທຸກຢ່າງທີ່ເຂົາຂາຍຕາມຕລາດນັ້ນກິນໄດ້ໂດຍບໍ່ຕ້ອງຖາມສິ່ງໃດ ເພາະເຫັນແກ່ໃຈສຳນຶກຜິດແລະຊອບ 26 ດ້ວຍວ່າ, “ແຜ່ນດິນໂລກກັບສັພສິ່ງໃນໂລກນັ້ນເປັນຂອງອົງພຣະຜູ້ເປັນເຈົ້າ” 27 ຖ້າຄົນທີ່ບໍ່ມີຄວາມເຊື່ອເຊີນເຈົ້າໄປກິນລ້ຽງແລະເຈົ້າກໍເຕັມໃຈໄປ ສິ່ງໃດທີ່ເຂົາຈັດໃຫ້ກິນກໍກິນໄດ້ ບໍ່ຕ້ອງຖາມສິ່ງໃດເພາະເຫັນແກ່ໃຈສຳນຶກຜິດແລະຊອບ 28 ແຕ່ຖ້າມີຜູ້ໃດບອກເຈົ້າວ່າ, “ຂອງນີ້ເຂົາໄດ້ເອົາບູຊາແລ້ວ” ເຈົ້າຢ່າໄດ້ກິນເພາະເຫັນແກ່ຜູ້ທີ່ບອກນັ້ນ ແລະເພາະເຫັນແກ່ໃນສຳນຶກຜິດແລະຊອບ 29 (ເຮົາບໍ່ໄດ້ຫມາຍເຖິງໃຈສຳນຶກຜິດແລະຊອບຂອງເຈົ້າ ແຕ່ຫມາຍເຖິງໃຈສຳນຶກຜິດແລະຊອບຂອງຄົນທີ່ບອກນັ້ນ) “ເປັນຫຍັງໃນສຳນຶກຜິດແລະຊອບຂອງຄົນອື່ນ ຈະຕ້ອງມາຂັດຂວາງເສຣີພາບຂອງເຮົາ 30 ຖ້າເຮົາຮັບປະທານໂດຍຂອບພຣະຄຸນ ເປັນຫຍັງເຂົາຈຶ່ງຕິຕຽນເຮົາເພາະສິ່ງທີ່ເຮົາໄດ້ຂອບພຣະຄຸນແລ້ວ” 31 ເຫດສັນນັ້ນເມື່ອເຈົ້າທັງຫລາຍຈະກິນ ຈະດື່ມ ຫລືຈະເຮັດສິ່ງໃດກໍດີ ຈົ່ງເຮັດທຸກສິ່ງເພື່ອຖວາຍກຽດແດ່ພຣະເຈົ້າ 32 ຢ່າເປັນຕົ້ນເຫດທີ່ເຮັດໃຫ້ພວກຢິວ ພວກຕ່າງຊາດ ຫລືຄຣິສຕະຈັກຂອງພຣະເຈົ້າສະດຸດໃຈ 33 ເຫມືອນດັ່ງເຮົາເອງເຄີຍເຮັດທຸກຢ່າງໃຫ້ເປັນທີ່ພໍໃຈຄົນທັງປວງ ໂດຍບໍ່ເຫັນແກ່ປໂຍດສ່ວນຕົວ ແຕ່ເຫັນແກ່ປໂຍດຂອງຄົນທັງຫລາຍ ເພື່ອເຂົາຈະໄດ້ພົ້ນ
1 ເຈົ້າທັງຫລາຍຈົ່ງປະຕິບັດຕາມແບບຢ່າງຂອງເຮົາ ເຫມືອນເຮົາປະຕິບັດຕາມແບບຢ່າງຂອງພຣະຄຣິດ
ເຣື່ອງການປົກຫົວໃນທີ່ປະຊຸມ
2 ເຮົາຊົມເຊີຍເຈົ້າທັງຫລາຍເພາະພວກເຈົ້າລະນຶກເຖິງເຮົາໃນທຸກສິ່ງ ແລະຖືຮັກສາຂໍ້ຄວາມທີ່ສືບມານັ້ນ ຊຶ່ງເຮົາໄດ້ມອບໄວ້ແກ່ເຈົ້າທັງຫລາຍແລ້ວ 3 ແຕ່ເຮົາຢາກໃຫ້ເຈົ້າທັງຫລາຍເຂົ້າໃຈວ່າ ພຣະຄຣິດຊົງເປັນປະມຸກຂອງຜູ້ຊາຍທຸກຄົນ ແລະຜູ້ຊາຍເປັນປະມຸກຂອງຜູ້ຍິງ ແລະພຣະປະມຸກຂອງພຣະຄຣິດກໍຄືພຣະເຈົ້າ 4 ຊາຍຄົນໃດທີ່ກຳລັງໄຫວ້ວອນຫລືປະກາດພຣະທັມໂດຍໃຊ້ຜ້າປົກຫົວ ກໍເຮັດເສັຽກຽດແກ່ປະມຸກຂອງຕົນ 5 ແຕ່ຜູ້ຍິງທີ່ກຳລັງໄຫວ້ວອນຫລືປະກາດພຣະທັມໂດຍບໍ່ໃຊ້ຜ້າປົກຫົວ ກໍເຮັດໃຫ້ເສັຽກຽດແກ່ປະມຸກຂອງຕົນ ເພາະເຫມືອນກັບວ່າຕົນໄດ້ແຖຫົວແລ້ວ 6 ຖ້າຜູ້ຍິງບໍ່ໃຊ້ຜ້າປົກຫົວກໍຄວນຈະຕັດຜົມເສັຽ ແຕ່ຖ້າການທີ່ຜູ້ຍິງຈະຕັດຜົມຫລືແຖຫົວນັ້ນເປັນການເສັຽກຽດແກ່ຕົນ ຈົ່ງໃຫ້ນາງເອົາຜ້າປົກຫົວເສັຽ 7 ການທີ່ຜູ້ຊາຍບໍ່ສົມຄວນປົກຫົວນັ້ນ ກໍເພາະຜູ້ຊາຍເປັນແບບລັກສະນະແລະພຣະກຽດຕິຍົດຂອງພຣະເຈົ້າ ແຕ່ສ່ວນຜູ້ຍິງນັ້ນເປັນກຽດຕິຍົດຂອງຜູ້ຊາຍ 8 (ເພາະວ່າບໍ່ໄດ້ຊົງສ້າງຜູ້ຊາຍຈາກຜູ້ຍິງ ແຕ່ໄດ້ຊົງສ້າງຜູ້ຍິງຈາກຜູ້ຊາຍ 9 ແລະບໍ່ໄດ້ຊົງສ້າງຜູ້ຊາຍໄວ້ສຳລັບຜູ້ຍິງ ແຕ່ໄດ້ຊົງສ້າງຜູ້ຍິງໄວ້ສຳລັບຜູ້ຊາຍ) 10 ເພາະເຫດນັ້ນຜູ້ຍິງຈຶ່ງຄວນຈະເອົາເຄື່ອງຫມາຍແຫ່ງອຳນາດນີ້ປົກຫົວໄວ້ ເພາະເຫັນແກ່ເທວະດາ 11 (ເຖິງປານນັ້ນກໍດີ, ໃນອົງພຣະຜູ້ເປັນເຈົ້າຜູ້ຊາຍກໍຕ້ອງເພິ່ງຜູ້ຍິງ ແລະຜູ້ຍິງກໍຕ້ອງເພິ່ງຜູ້ຊາຍ 12 ດ້ວຍວ່າຜູ້ຍິງນັ້ນຊົງສ້າງມາຈາກຜູ້ຊາຍສັນໃດ ຕໍ່ມາຜູ້ຊາຍຈຶ່ງເກີດມາຈາກຜູ້ຍິງສັນນັ້ນ ແຕ່ສິ່ງສາຣະພັດກໍມີມາຈາກພຣະເຈົ້າ) 13 ເຈົ້າທັງຫລາຍຈົ່ງພິຈາຣະນາເອົາເອງວ່າ ເປັນການສົມຄວນຫລືທີ່ຜູ້ຍິງຈະບໍ່ໃຊ້ຜ້າປົກຫົວ ເມື່ອກຳລັງໄຫວ້ວອນຕໍ່ພຣະເຈົ້າ 14 ທຳມະຊາດບໍ່ໄດ້ສອນເຈົ້າທັງຫລາຍຫລືວ່າ ຖ້າຜູ້ຊາຍໄວ້ຜົມຍາວກໍເປັນທີ່ຫນ້າອັບອາຍ 15 ແຕ່ຖ້າຜູ້ຍິງໄວ້ຜົມຍາວກໍເປັນກຽດແກ່ຕົນ ເພາະວ່າຜົມເປັນສິ່ງທີ່ຊົງປະທານໃຫ້ແກ່ນາງແທນຜ້າປົກຫົວ 16 ແຕ່ຖ້າຜູ້ໃດຈະຖຽງໃນຂໍ້ນີ້ ຝ່າຍເຮົາແລະຫມູ່ຄຣິສຕະຈັກຂອງພຣະເຈົ້າ ບໍ່ຮັບເອົາທັມນຽມຖຽງກັນຢ່າງນັ້ນ
ການຖືສິນມະຫາສນິດ
17 ໃນຄຳສັ່ງຕໍ່ໄປນີ້ເຮົາບໍ່ຊົມເຊີຍເຈົ້າທັງຫລາຍດອກ ເພາະວ່າການປະຊຸມກັນຂອງພວກເຈົ້າບໍ່ໄດ້ຈະເຣີນຂຶ້ນ ແຕ່ໄດ້ຜົນຫນ້ອຍລົງ 18 ເປັນຕົ້ນເຮົາໄດ້ຍິນວ່າ ເມື່ອຄຣິສຕະຈັກມາປະຊຸມກັນ ກໍມີການແຕກເປັນພັກເປັນພວກໃນຖ້າມກາງພວກເຈົ້າ ເຣື່ອງນີ້ເຮົາກໍເຊື່ອວ່າຄົງມີຄວາມຈິງຢູ່ແດ່ 19 ເພາະຈຳເປັນຕ້ອງມີການຂັດແຍ້ງກັນຢູ່ແດ່ໃນຖ້າມກາງພວກເຈົ້າ ເພື່ອພວກຝ່າຍຖືກໃນພວກເຈົ້ານັ້ນຈະໄດ້ປາກົດແຈ້ງຂຶ້ນ 20 ເມື່ອເຈົ້າທັງຫລາຍປະຊຸມພ້ອມກັນນັ້ນ ຈຶ່ງບໍ່ແມ່ນການຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າ 21 ດ້ວຍວ່າເມື່ອພວກເຈົ້າຮັບປະທານນັ້ນ ຕ່າງຄົນກໍຟ້າວຮັບກິນອາຫານຂອງຕົນກ່ອນ ບາງຄົນກໍບໍ່ອີ່ມ ບາງຄົນກໍເມົາ 22 ດັ່ງນັ້ນເຈົ້າທັງຫລາຍບໍ່ມີເຮືອນທີ່ຈະກິນແລະດື່ມຫລື ຫລືວ່າພວກເຈົ້າດູຫມິ່ນຄຣິສຕະຈັກຂອງພຣະເຈົ້າ ແລະເຮັດໃຫ້ພວກຄົນທີ່ຂັດສົນໄດ້ຮັບຄວາມອັບອາຍ ຈະໃຫ້ເຮົາເວົ້າຢ່າງໃດແກ່ເຈົ້າທັງຫລາຍ ຈະໃຫ້ເຮົາຊົມເຊີຍພວກເຈົ້າຫລື ໃນການນີ້ເຮົາຈະບໍ່ຊົມເຊີຍພວກເຈົ້າດອກ 23 ດ້ວຍວ່າເຣື່ອງຊຶ່ງເຮົາໄດ້ມອບໄວ້ໃຫ້ແກ່ເຈົ້າທັງຫລາຍນັ້ນ ເຮົາໄດ້ຣັບຈາກອົງພຣະຜູ້ເປັນເຈົ້າ ຄືໃນຄືນທີ່ຢູດາໄດ້ທໍຣະຍົດຕໍ່ພຣະອົງເຈົ້າເຢຊູນັ້ນ ພຣະອົງໄດ້ຊົງຈັບເຂົ້າຈີ່ມາ 24 ແລະເມື່ອຂອບພຣະຄຸນແລ້ວຊົງຫັກເຂົ້າຈີ່ນັ້ນ ໂດຍຊົງກ່າວວ່າ, “ນີ້ແຫລະ, ຄືກາຍຂອງເຮົາຊຶ່ງໃຫ້ສຳລັບພວກເຈົ້າ ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ” 25 ເມື່ອຮັບປະທານເຂົ້າແລງແລ້ວ ພຣະອົງໄດ້ຊົງຈັບເອົາຈອກດ້ວຍອາການຢ່າງດຽວກັນ ໂດຍຊົງກ່າວວ່າ, “ຈອກນີ້ຄືຄຳສັນຍາໃຫມ່ໂດຍເລືອດຂອງເຮົາ ເມື່ອເຈົ້າດື່ມຈາກຈອກນີ້ເວລາໃດ ຈົ່ງດື່ມເປັນທີ່ລະນຶກເຖິງເຮົາ” 26 ເພາະວ່າເມື່ອເຈົ້າທັງຫລາຍກິນເຂົ້າຈີ່ນີ້ ແລະດື່ມຈາກຈອກນີ້ເວລາໃດ ເຈົ້າກໍປະກາດການວາຍພຣະຊົນຂອງອົງພຣະຜູ້ເປັນເຈົ້າ ຈົນກວ່າພຣະອົງຈະສະເດັດມາ 27 ເຫດສັນນັ້ນຖ້າຜູ້ກິນເຂົ້າຈີ່ ຫລືດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ສົມຄວນ ຜູ້ນັ້ນກໍຜິດຕໍ່ພຣະກາຍແລະຕໍ່ພຣະໂລຫິດຂອງອົງພຣະຜູ້ເປັນເຈົ້າ 28 ຂໍໃຫ້ທຸກຄົນພິຈາຣະນາເບິ່ງໃຈຂອງຕົນເອງ ແລ້ວຈຶ່ງກິນເຂົ້າຈີ່ແລະດື່ມນ້ຳຈາກຈອກນີ້ 29 ດ້ວຍວ່າຜູ້ກິນແລະດື່ມໂດຍບໍ່ໄດ້ສັງເກດເຖິງພຣະກາຍ ກໍກິນແລະດື່ມເປັນເຫດໃຫ້ຕົນຖືກພິພາກສາລົງໂທດ 30 ດ້ວຍເຫດນີ້ໃນພວກເຈົ້າມີຫລາຍຄົນຈຶ່ງອ່ອນແຮງ ແລະປ່ວຍຢູ່ ແລະບາງຄົນກໍລ່ວງຫລັບໄປ 31 ຖ້າເຮົາທັງຫລາຍພິຈາຣະນາເບິ່ງໃຈຂອງຕົນ ພວກເຮົາຈະບໍ່ຖືກການຊົງພິພາກສາ 32 ເມື່ອເຮົາທັງຫລາຍຖືກທຳໂທດໂດຍອົງພຣະຜູ້ເປັນເຈົ້ານັ້ນ ພວກເຮົາກໍຖືກພຣະອົງຊົງຕີສອນ ເພື່ອບໍ່ໃຫ້ເຮົາຖືກຊົງພິພາກສາລົງໂທດດ້ວຍກັນກັບໂລກ 33 ດັ່ງນີ້ແຫລະ, ພີ່ນ້ອງທັງຫລາຍເອີຍ, ເມື່ອເຈົ້າທັງຫລາຍມາຮ່ວມປະຊຸມກັນຮັບປະທານອາຫານນັ້ນ ຈົ່ງຄອຍຖ້າຊຶ່ງກັນແລະກັນ 34 ຖ້າມີກໍໃຫ້ຜູ້ນັ້ນກິນທີ່ເຮືອນຂອງຕົນເສັຽ ເພື່ອເວລາມາປະຊຸມກັນເຈົ້າທັງຫລາຍຈະບໍ່ຖືກການຊົງພິພາກສາລົງໂທດ ສ່ວນເຣື່ອງອື່ນໆນັ້ນເມື່ອເຮົາມາ ເຮົາຈະແນະນຳໃຫ້
ຂອງພຣະຣາຊທານຊຶ່ງມາຈາກພຣະວິນຍານ
1 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າເຂົ້າໃຈເຣື່ອງຂອງພຣະຣາຊທານຊຶ່ງມາຈາກພຣະວິນຍານນັ້ນ 2 ເຈົ້າທັງຫລາຍຮູ້ຢູ່ວ່າແຕ່ກ່ອນ ເມື່ອພວກເຈົ້າຍັງເປັນຄົນນອກສາສນານັ້ນ ພວກເຈົ້າໄດ້ຖືກຊັກນຳໃຫ້ຫລົງໄປຫາພຣະທຽມທີ່ປາກບໍ່ເປັນ ຕາມທີ່ມີຜູ້ຊັກນຳໄປນັ້ນ 3 ເຫດສັນນັ້ນເຮົາຈຶ່ງບອກເຈົ້າທັງຫລາຍໃຫ້ຮູ້ວ່າ ບໍ່ມີໃຜທີ່ເວົ້າດ້ວຍພຣະວິນຍານຂອງພຣະເຈົ້າຈະກ່າວວ່າ, “ຂໍໃຫ້ພຣະເຢຊູຖືກດ່າ” ແລະບໍ່ມີໃຜອາດເວົ້າໄດ້ວ່າ, “ພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ” ເວັ້ນໄວ້ແຕ່ຜູ້ທີ່ກ່າວໂດຍພຣະວິນຍານບໍຣິສຸດ 4 ຂອງພຣະຣາຊທານນັ້ນມີຕ່າງໆກັນ ແຕ່ມີພຣະວິນຍານອົງດຽວກັນ 5 ງານຮັບໃຊ້ມີຕ່າງໆກັນ ແຕ່ມີພຣະຜູ້ເປັນເຈົ້າອົງດຽວກັນ 6 ການດຳເນີນງານມີຕ່າງໆກັນ ແຕ່ມີພຣະເຈົ້າອົງດຽວກັນຊົງເປັນຕົ້ນເຫດແຫ່ງການດຳເນີນງານຕ່າງໆນັ້ນໃນທຸກຄົນ 7 ການສະແດງຂອງພຣະວິນຍານນັ້ນມີແກ່ທຸກຄົນເພື່ອປໂຍດຮ່ວມກັນ 8 ພຣະເຈົ້າຊົງໂຜດປະທານໂດຍທາງພຣະວິນຍານ ໃຫ້ຜູ້ນຶ່ງມີຖ້ອຍຄຳປະກອບດ້ວຍສະຕິປັນຍາ ແລະໃຫ້ອີກຜູ້ນຶ່ງມີຖ້ອຍຄຳອັນປະກອບດ້ວຍວິຊາຄວາມຮູ້ ແຕ່ເປັນພຣະວິນຍານອົງດຽວກັນ 9 ແລະໃຫ້ອີກຜູ້ນຶ່ງມີຄວາມເຊື່ອ ແຕ່ເປັນພຣະວິນຍານອົງດຽວກັນ ແລະໃຫ້ອີກຜູ້ນຶ່ງມີອຳນາດໃຫ້ຄົນດີພຍາດ ແຕ່ເປັນພຣະວິນຍານອົງດຽວກັນ 10 ແລະໃຫ້ອີກຜູ້ນຶ່ງເຮັດການອິດທິຣິດຕ່າງໆ ແລະໃຫ້ອີກຜູ້ນຶ່ງປະກາດພຣະທັມ ແລະໃຫ້ອີກຜູ້ນຶ່ງຮູ້ຈັກສັງເກດວິນຍານຕ່າງໆ ແລະໃຫ້ອີກຜູ້ນຶ່ງປາກພາສາແປກໆ ແລະໃຫ້ອີກຜູ້ນຶ່ງແປພາສາແປກໆ 11 ສິ່ງສາຣະພັດເຫລົ່ານີ້ພຣະວິນຍານອົງດຽວກັນຊົງບັນດານ ແລະປະທານແກ່ທຸກຄົນຕາມຊອບພຣະທັຍຂອງພຣະອົງ”
ອະວັຍວະທຸກສ່ວນກໍຮ່ວມເປັນຮ່າງກາຍອັນດຽວ
12 ເຖິງວ່າຮ່າງກາຍເປັນອັນດຽວ ກໍຍັງມີອະວັຍວະຫລາຍສ່ວນ ແລະອະວັຍວະເຫລົ່ານັ້ນ ແມ່ນຈະມີຫລາຍສ່ວນ ກໍຍັງເປັນກາຍອັນດຽວກັນສັນໃດ
ພຣະຄຣິດກໍຊົງເປັນສັນນັ້ນ
13 ເພາະວ່າເຖິງແມ່ນພວກເຮົາຈະເປັນຊາດຢິວ ຫລືຄົນຕ່າງຊາດກໍດີ ເປັນຂ້ອຍຂ້າ ຫລືເປັນອິສຣະກໍດີ ເຮົາທັງຫລາຍໄດ້ຮັບບັບຕິສະມາໂດຍພຣະວິນຍານອົງດຽວ ຈຶ່ງເຂົ້າເປັນກາຍອັນດຽວກັນ ແລະພຣະວິນຍານອົງດຽວກໍຊຶມຊວ່ານຢູ່ 14 ເພາະວ່າຮ່າງກາຍນັ້ນບໍ່ໄດ້ປະກອບດ້ວຍອະວັຍວະອັນດຽວ ແຕ່ໄດ້ປະກອບດ້ວຍອະວັຍວະຫລາຍອັນ 15 ຖ້າຕີນຈະກ່າວວ່າ, “ເພາະຂ້ອຍບໍ່ໄດ້ເປັນມື ຂ້ອຍຈຶ່ງບໍ່ໄດ້ເປັນສ່ວນໃດໃນອະວັຍວະຂອງຮ່າງກາຍນັ້ນ” ແລ້ວຕີນຈະບໍ່ເປັນສ່ວນໃນອະວັຍວະຂອງຮ່າງກາຍ ເພາະເຫດເວົ້າຢ່າງນັ້ນກໍບໍ່ໄດ້ 16 ຖ້າຫູຈະກ່າວວ່າ, “ເພາະຂ້ອຍບໍ່ໄດ້ເປັນຕາ ຂ້ອຍຈຶ່ງບໍ່ໄດ້ເປັນສ່ວນໃດໃນອະວັຍວະຂອງຮ່າງກາຍນັ້ນ” ຫູຈະບໍ່ໄດ້ເປັນສ່ວນໃນອະວັຍວະຂອງຮ່າງກາຍ ເພາະເຫດເວົ້າຢ່າງນັ້ນກໍບໍ່ໄດ້ 17 ຖ້າອະວັຍວະທັງຫມົດໃນຮ່າງກາຍເປັນຕາ ການໄດ້ຍິນຈະຢູ່ໃສ ຖ້າຮ່າງກາຍທັງຫມົດເປັນຫູ ການດົມກິ່ນຈະຢູ່ໃສ 18 ແຕ່ພຣະເຈົ້າໄດ້ຊົງຕັ້ງອະວັຍວະທຸກສ່ວນໄວ້ໃນຮ່າງກາຍຕາມຊອບພຣະທັຍຂອງພຣະອົງ 19 ຖ້າອະວັຍວະທຸກສ່ວນໃນຮ່າງກາຍເປັນອັນດຽວກັນ ຮ່າງກາຍຈະມີຢູ່ໃສ 20 ທີ່ຈິງມີອະວັຍວະຫລາຍອັນແຕ່ຍັງເປັນຮ່າງກາຍອັນດຽວກັນ 21 ຕາຈະເວົ້າແກ່ມືວ່າ, “ຂ້ອຍບໍ່ຕ້ອງການເຈົ້າ” ກໍບໍ່ໄດ້ ຫລືຫົວຈະເວົ້າແກ່ຕີນວ່າ, “ຂ້ອຍບໍ່ຕ້ອງການເຈົ້າ” ກໍບໍ່ໄດ້ 22 ທີ່ຈິງອະວັຍວະສ່ວນທີ່ເຮົາເຫັນວ່າອ່ອນແອ ເຮົາກໍຂາດເສັຽບໍ່ໄດ້ 23 ແລະອະວັຍວະສ່ວນທີ່ເຮົາຖືວ່າມີກຽດນ້ອຍ ເຮົາກໍຍັງເຮັດໃຫ້ມີກຽດຫລາຍຂຶ້ນ ແລະອະວັຍວະທີ່ຫນ້າຊົມຢູ່ແລ້ວ ກໍບໍ່ຈຳເປັນຫນ້າເບິ່ງຫລາຍຂຶ້ນ 24 ແຕ່ສ່ວນອະວັຍວະທີ່ຫນ້າຊົມຢູ່ແລ້ວ ກໍບໍ່ຈຳເປັນຕ້ອງຕົກແຕ່ງອີກ ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ອະວັຍວະທຸກສ່ວນເຂົ້າເປັນອັນດຽວກັນ ຊົງໃຫ້ອະວັຍວະທີ່ຕ່ຳຕ້ຍອໄດ້ຮັບຄວາມນັບຖືຫລາຍຂຶ້ນ 25 ເພື່ອບໍ່ໃຫ້ມີການຍາດແຍ່ງກັນໃນຮ່າງກາຍ ແຕ່ໃຫ້ອະວັຍວະທຸກສ່ວນຄຳນຶງເຖິງກັນແລະກັນ 26 ຖ້າອະວັຍວະນຶ່ງໄດ້ຮັບກຽດ ອະວັຍວະທັງຫມົດກໍຊົມຊື່ນຍິນດີດ້ວຍກັນ 27 ຝ່າຍເຈົ້າທັງຫລາຍເປັນພຣະກາຍຂອງພຣະຄຣິດ ແລະທຸກຄົນເປັນອະວັຍວະສ່ວນນຶ່ງຂອງພຣະກາຍນັ້ນ 28 ແລະພຣະເຈົ້າໄດ້ຊົງຕັ້ງບາງຄົນໄວ້ໃນຄຣິສຕະຈັກ ຄືນຶ່ງ ອັຄສາວົກ ສອງ ຜູ້ປະກາດພຣະທັມ ສາມ ຄຣູບາອາຈານ ແລ້ວຕໍ່ຈາກນັ້ນກໍມີຜູ້ເຮັດການອິດທິຣິດຕ່າງໆ ຜູ້ມີອຳນາດໃຫ້ດີພຍາດ ຜູ້ອຸປຖັມ ຜູ້ປົກຄອງ ແລະຜູ້ປາກພາສາແປກໆ 29 ທຸກຄົນເປັນອັຄສາວົກຫລື ທຸກຄົນປະກາດພຣະທັມຫລື ທຸກຄົນເປັນຄຣູບາອາຈານຫລື ທຸກຄົນເຮັດການອິດທິຣິດໄດ້ຫລື 30 ທຸກຄົນໄດ້ຮັບອຳນາດໃຫ້ດີພຍາດຫລື ທຸກຄົນປາກພາສາແປກໆໄດ້ຫລື ທຸກຄົນແປພາສາແປກໆໄດ້ຫລື 31 ແຕ່ເຈົ້າທັງຫລາຍຈົ່ງຮ້ອນໃຈສແວງຫາຂອງພຣະຣາຊທານອັນສຳຄັນກວ່ານັ້ນ ແລະເຮົາຈະສະແດງທາງອັນດີຫລາຍກວ່ານັ້ນອີກແກ່ພວກເຈົ້າ
ເຣື່ອງຄວາມຮັກ
1 ເຖິງແມ່ນເຮົາເວົ້າພາສາແປກໆໄດ້ ຈະເປັນພາສາມະນຸດຫລືພາສາເທວະດາກໍດີ ແຕ່ບໍ່ມີຄວາມຮັກ ເຮົາກໍເປັນເຫມືອນຄ້ອງຫລືແຊ່ງທີ່ສົ່ງສຽງດັງອຶກກະທຶກ 2 ເຖິງແມ່ນເຮົາປະກາດພຣະທັມໄດ້ ແລະເຂົ້າໃຈໃນຂໍ້ລັບເລິກທັງປວງແລະມີຄວາມຮູ້ທັງສິ້ນ ແລະມີຄວາມເຊື່ອຢ່າງຄົບຖ້ວນພໍຈະບອກໃຫ້ພູເຄື່ອນທີ່ໄປໄດ້ ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ມີຄ່າອັນໃດ 3 ເຖິງແມ່ນເຮົາຈະບໍຣິຈາກສິ່ງຂອງຈົນຫມົດ ຫລືສະລະຕົວເຮົາໃຫ້ເຂົາເຜົາໄຟ ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ໄດ້ປໂຍດຫຍັງຫມົດ 4 ຄວາມຮັກກໍອົດທົນດົນນານ ແລະຊອບໃນການເມດຕາກະຣຸນາ ຄວາມຮັກບໍ່ເຫິງສາ ບໍ່ອວດອ້າງ ບໍ່ຈອງຫອງ 5 ບໍ່ເຮັດການອັນບໍ່ສຸພາບ ບໍ່ຄຶດເຫັນແກ່ປໂຍດສ່ວນຕົວຝ່າຍດຽວ ບໍ່ມີໃຈຮ້າຍງ່າຍ ບໍ່ຊອບຈົດຈຳຄວາມຜິດ 6 ບໍ່ຍິນດີໃນການອະທັມແຕ່ຍິນດີໃນການສັດຈິງ 7 ຄວາມຮັກສູ້ທົນທຸກສິ່ງ ເຊື່ອທຸກສິ່ງ ໄວ້ວາງໃຈໃນທຸກສິ່ງ ແລະພຽນທົນເອົາທຸກສິ່ງ 8 ເຖິງແມ່ນການປະກາດພຣະທັມກໍຈະຖືກຍົກເລີກ ຫລືການເວົ້າພາສາແປກໆກໍຈະເຊົາ ແລະວິຊາຄວາມຮູ້ກໍຈະຖືກຍົກເລີກ ແຕ່ຄວາມຮັກຕັ້ງຢູ່ບໍ່ຂາດຈັກເທື່ອ 9 ເພາະຄວາມຮູ້ຂອງພວກເຮົານັ້ນກໍບໍ່ສົມບູນ ແລະການປະກາດພຣະທັມກໍບໍ່ສົມບູນ 10 ແຕ່ເມື່ອຄວາມສົມບູນມາເຖິງແລ້ວ ຄວາມບົກພ່ອງນັ້ນກໍຈະຖືກຍົກເລີກເສັຽ 11 ເວລາເຮົາຍັງເປັນເດັກນ້ອຍຢູ່ນັ້ນ ເຮົາເຄີຍປາກແລະມີໃຈຢ່າງເດັກນ້ອຍ ເຄີຍຄຶດຫາເຫດຜົນຢ່າງເດັກນ້ອຍ ແຕ່ເມື່ອເຮົາກາຍເປັນຄົນແກ່ແລ້ວ ເຮົາກໍໄດ້ເລີກອາການເດັກນ້ອຍເສັຽ 12 ເພາະວ່າດຽວນີ້ເຮົາທັງຫລາຍເຫັນພໍມົວໆເຫມືອນເບິ່ງໃນແວ່ນ ແຕ່ເວລານັ້ນຈະໄດ້ເຫັນພຣະພັກຢ່າງຄັກ ດຽວນີ້ຄວາມຮູ້ຂອງເຮົາບໍ່ສົມບູນ ແຕ່ເວລານັ້ນເຮົາຈະຮູ້ຢ່າງສົມບູນເຫມືອນພຣະເຈົ້າຊົງຮູ້ຈັກເຮົາແລ້ວ 13 ບັດນີ້ຍັງຕັ້ງຢູ່ສາມສິ່ງ ຄືຄວາມເຊື່ອ ຄວາມຫວັງໃຈ ແລະຄວາມຮັກ ແຕ່ສິ່ງໃຫຍ່ກວ່າແມ່ນຄວາມຮັກ
ເຣື່ອງຂອງພຣະຣາຊທານຊຶ່ງມາຈາກພຣະວິນຍານ (ຕໍ່)
1 ຈົ່ງຕັ້ງຈຸດມຸ້ງຫມາຍຫາຄວາມຣັກ ຈົ່ງຮ້ອນໃຈສແວງຫາຂອງພຣະຣາຊທານຊຶ່ງມາຈາກພຣະວິນຍານ ເປັນຕົ້ນວ່າການປະກາດພຣະທັມ 2 ເພາະວ່າຜູ້ປາກພາກສາແປກໆນັ້ນບໍ່ໄດ້ເວົ້າຕໍ່ພວກມະນຸດ ແຕ່ທູນຕໍ່ພຣະເຈົ້າ ເພາະບໍ່ມີໃຜເຂົ້າໃຈໄດ້ ແຕ່ຜູ້ນັ້ນກຳລັງກ່າວຂໍ້ເລິກລັບໂດຍພຣະວິນຍານ 3 ຝ່າຍຜູ້ທີ່ປະກາດພຣະທັມນັ້ນກໍກ່າວແກ່ຄົນທັງຫລາຍເພື່ອໃຫ້ເຂົາຈະເຣີນຂຶ້ນ ເປັນຄວາມເຕືອນສະຕິແລະເລົ້າໂລມ 4 ຝ່າຍຜູ້ທີ່ປາກພາສາແປກໆນັ້ນກໍໃຫ້ຕົນເອງຈະເຣີນຂຶ້ນຝ່າຍດຽວ ແຕ່ຝ່າຍຜູ້ປະກາດພຣະທັມນັ້ນກໍເຣັດໃຫ້ຄຣິສຕະຈັກຈະເຣີນຂຶ້ນ 5 ເຮົາຢາກໃຫ້ເຈົ້າທັງຫລາຍປາກພາສາແປກໆໄດ້ ແຕ່ຫລາຍກວ່ານັ້ນອີກ ເຮົາຢາກໃຫ້ພວກເຈົ້າປະກາດພຣະທັມໄດ້ ເພາະວ່າຜູ້ປະກາດພຣະທັມນັ້ນກໍໃຫຍ່ກວ່າຜູ້ທີ່ປາກພາສາແປກໆໄດ້ ເວັ້ນໄວ້ແຕ່ຜູ້ນັ້ນແປພາສານັ້ນອອກ ເພື່ອຄຣິສຕະຈັກຈະໄດ້ຮັບຄວາມຈະເຣີນຂຶ້ນ 6 ແຕ່ບັດນີ້ ພີ່ນ້ອງທັງຫລາຍເອີຍ, ຖ້າເຮົາຈະມາຫາເຈົ້າທັງຫລາຍແລະປາກພາສາແປກໆ ພວກເຈົ້າຈະໄດ້ປໂຍດອັນໃດຈາກເຮົາ ເວັ້ນເສັຽແຕ່ເຮົາຈະກ່າວຄວາມທີ່ຊົງສະແດງຈາກພຣະເຈົ້າ ຈະສະແດງວິຊາຄວາມຮູ້ ຈະປະກາດພຣະທັມ ຫລືຈະນຳຄວາມສັ່ງສອນໃຫ້ແກ່ເຈົ້າທັງຫລາຍ 7 ດັ່ງນັ້ນເຄື່ອງດົນຕຣີທີ່ບໍ່ມີຊີວິດ ຄືປີ່ຫລືພິນກໍດີ ຖ້າມັນບໍ່ອອກສຽງຄັກ ໃຜຈະຮູ້ໄດ້ຢ່າງໃດວ່າເຂົາເປົ່າຫລືດີດຈັງຫວະໃດ 8 ຖ້າດ່ຽວແກອອກສຽງບໍ່ຄັກ ໃຜຈະຕຽມຕົວເຂົ້າສູ່ຂ້າເສິກ 9 ຝ່າຍເຈົ້າທັງຫລາຍກໍເປັນຢ່າງນັ້ນ ຖ້າພວກເຈົ້າປາກພາສາແປກໆ ແຕ່ເວົ້າຄວາມທີ່ເຂົ້າໃຈບໍ່ໄດ້ ຜູ້ທີ່ຟັງຈະເຂົ້າໃຈຄວາມເວົ້າຂອງເຈົ້ານັ້ນໄດ້ຢ່າງໃດ ເພາະເຈົ້າກໍຈະເວົ້າລອຍໄປຕາມລົມ 10 ໃນໂລກນີ້ມີຫລາຍພາສາ ແຕ່ບໍ່ມີພາສາໃດທີ່ຂາດຄວາມຫມາຍ 11 ແຕ່ຖ້າເຮົາບໍ່ເຂົ້າໃຈຄວາມຫມາຍຂອງພາສານັ້ນ ເຮົາຈະເປັນຄົນຕ່າງຊາດຕໍ່ຜູ້ທີ່ປາກພາສານັ້ນ ແລະຜູ້ທີ່ປາກພາສານັ້ນກໍຈະເປັນຄົນຕ່າງຊາດຕໍ່ເຮົາເຫມືອນກັນ 12 ເຫດສັນນັ້ນ, ເມື່ອເຈົ້າທັງຫລາຍກຳລັງຮ້ອນໃຈສແວງຫາຂອງພຣະຣາຊທານຊຶ່ງມາຈາກພຣະວິນຍານ ກໍຈົ່ງສແວງຫາໃຫ້ຫລາຍກວ່າເພື່ອຈະໃຫ້ຄຣິສຕະຈັກຈະເຣີນຂຶ້ນ 13 ເພາະສັນນັ້ນຜູ້ປາກພາສາແປກໆໄດ້ນັ້ນຄວນອ້ອນວອນຂໍໃຫ້ຕົນສາມາດແປໄດ້ດ້ວຍ 14 ເພາະຖ້າເຮົາໄຫວ້ວອນເປັນພາສາແປກໆຈິດວິນຍານຂອງເຮົາໄຫວ້ວອນຢູ່ກໍຈິງ ແຕ່ຄວາມຄຶດຂອງເຮົາກໍບໍ່ເຂົ້າຮ່ວມ 15 ຖ້າດັ່ງນັ້ນແລ້ວ, ເຮົາຈະເຮັດຢ່າງໃດ ເຮົາຈະໄຫວ້ວອນດ້ວຍຈິດວິນຍານກໍຈິງ ແຕ່ຈະໄຫວ້ວອນດ້ວຍຄວາມຄຶດເຫມືອນກັນ ເຮົາຈະຮ້ອງເພງດ້ວຍຈິດວິນຍານກໍຈິງ ແຕ່ຈະຮ້ອງເພງດ້ວຍຄວາມຄຶດເຫມືອນກັນ 16 ຖ້າບໍ່ດັ່ງນັ້ນ, ຄັນພວກເຈົ້າກ່າວໂມທະນາພຣະຄຸນດ້ວຍຈິດວິນຍານ ຄົນທຳມະດາທີ່ບໍ່ຮູ້ພາສານັ້ນຈະກ່າວຕອບຄວາມໂມທະນາພຣະຄຸນຂອງພຣະເຈົ້າວ່າ “ອາແມນ” ໄດ້ຢ່າງໃດ ເພາະຄຳທີ່ເຈົ້າກ່າວນັ້ນເຂົາກໍບໍ່ເຂົ້າໃຈ 17 ເຖິງແມ່ນເຈົ້າໂມທະນາພຣະຄຸນຢ່າງໃດກໍຕາມ ແຕ່ຄົນອື່ນນັ້ນຈະບໍ່ໄດ້ຮັບຄວາມຈະເຣີນ 18 ເຮົາໂມທະນາພຣະຄຸນພຣະເຈົ້າວ່າເຮົາປາກພາສາແປກໆໄດ້ຫລາຍກວ່າພວກເຈົ້າ 19 ແຕ່ໃນຄຣິສຕະຈັກເຮົາພໍໃຈທີ່ຈະເວົ້າຫ້າຄຳດ້ວຍຈິດໃຈຂອງເຮົາ ເພື່ອເປັນຄະຕິສອນຄົນອື່ນ ດີກວ່າທີ່ຈະເວົ້າຫມື່ນຄຳເປັນພາສາແປກໆ 20 ພີ່ນ້ອງທັງຫລາຍເອີຍ, ຢ່າໃຫ້ຄວາມຄຶດຂອງເຈົ້າເປັນຢ່າງເດັກນ້ອຍ ຝ່າຍຄວາມຊົ່ວຈົ່ງເປັນເຫມືອນເດັກນ້ອຍອ່ອນ ແຕ່ຝ່າຍຄວາມນຶກຄິດຈົ່ງເປັນຢ່າງຜູ້ແກ່ 21 ໃນພຣະບັນຍັດມີຄຳຂຽນໄວ້ແລ້ວວ່າ, “ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ ເຮົາຈະເວົ້າກັບພົລເມືອງນີ້ດ້ວຍຄົນຕ່າງພາສາ ດ້ວຍຮີມສົບຂອງຄົນຕ່າງດ້ວຍ ເຖິງປານນັ້ນເຂົາກໍຈະບໍ່ຟັງເຮົາ” 22 ເຫດສັນນັ້ນການເວົ້າພາສາແປກໆ ຈຶ່ງບໍ່ເປັນເຄື່ອງຫມາຍສຳຄັນແກ່ຄົນທີ່ເຊື່ອ ແຕ່ເປັນສຳຄັນສຳລັບຄົນທີ່ບໍ່ເຊື່ອ ສ່ວນການປະກາດພຣະທັມບໍ່ເປັນສຳລັບຄົນທີ່ບໍ່ເຊື່ອ ແຕ່ເປັນສຳລັບຄົນທີ່ເຊື່ອແລ້ວ 23 ເຫດສັນນັ້ນຖ້າຄຣິສຕະຈັກມາຮ່ວມປະຊຸມກັນ ແລະຄົນທັງປວງຕ່ງຄົນກໍຕ່າງເວົ້າພາສາແປກໆ ແລະມີຄົນທຳມະດາທີ່ບໍ່ຮູ້ພາສານັ້ນຫລືຄົນທີ່ບໍ່ເຊື່ອເຂົ້າມາ ເຂົາຈະບໍ່ເວົ້າວ່າເຈົ້າທັງຫລາຍເປັນບ້າຫລື 24 ແຕ່ຖ້າທຸກຄົນປະກາດພຣະທັມ ແລ້ວມີຄົນທີ່ບໍ່ເຊື່ອຫລືຄົນທຳມະດາເຂົ້າມາ ທຸກຄົນຈະເປັນເຫດໃຫ້ເຂົາຮູ້ເມືອຕົວ ແລະເປັນເຫດໃຫ້ເຂົາເກີດຄວາມສັງເກດໃນຈິດໃຈຂອງເຂົາ 25 ຄວາມລັບທີ່ເຊື່ອງໄວ້ໃນໃຈຂອງເຂົາຈະປາກົດແຈ້ງ ເຂົາກໍຈະຫມູບລົງນະມັສການຂາບໄຫວ້ພຣະເຈົ້າ ໂດຍຮັບວ່າ, “ພຣະເຈົ້າຊົງສະຖິດຢູ່ຖ້າມກາງພວກທ່ານເປັນແທ້”
ເຮັດສິ່ງສາຣະພັດໃຫ້ຖືກຕາມລະບຽບ
26 ພີ່ນ້ອງທັງຫລາຍເອີຍ, ຈະເປັນຢ່າງໃດ ເມື່ອພວກເຈົ້າມາປະຊຸມກັນ ບາງຄົນກໍມີບົດເພງສັຣເສີນ ບາງຄົນມີບົດຄຳສອນ ບາງຄົນກໍມີບົດຄວາມທີ່ຊົງສະແດງມາຈາກພຣະເຈົ້າ ບາງຄົນກໍປາກພາສາແປກ ບາງຄົນກໍແປພາສາແປກໆ ເຈົ້າຈົ່ງເຮັດທຸກຢ່າງເພື່ອໃຫ້ມີການຈະເຣີນຂຶ້ນ 27 ຖ້າຜູ້ໃດຈະປາກພາສາແປກໆ ຈົ່ງໃຫ້ປາກພຽງສອງຄົນຫລືຢ່າງຫລາຍສາມຄົນ ແລະໃຫ້ປາກເທື່ອລະຄົນ ແລ້ວໃຫ້ມີຜູ້ແປຜູ້ນຶ່ງ 28 ແຕ່ຖ້າບໍ່ມີຜູ້ໃດແປໄດ້ ກໍໃຫ້ຄົນເຫລົ່ານັ້ນມິດຢູ່ໃນທີ່ປະຊຸມ ໃຫ້ເຂົາເວົ້າກັບຕົນເອງແລະທູນຕໍ່ພຣະເຈົ້າ 29 ຝ່າຍຜູ້ປະກາດພຣະທັມນັ້ນໃຫ້ກ່າວແຕ່ສອງຫລືສາມຄົນ ແລະໃຫ້ພວກຄົນອື່ນຮັບພິຈາຣະນາເອົາຂໍ້ຄວາມທີ່ເຂົາກ່າວນັ້ນ 30 ແລະຖ້າມີສິ່ງໃດຊົງສະແດງແກ່ຄົນອື່ນທີ່ນັ່ງຢູ່ດ້ວຍກັນນັ້ນ ກໍໃຫ້ຜູ້ກ່າວກ່ອນນັ້ນມິດຢູ່ 31 ເພາະວ່າພວກເຈົ້າປະກາດພຣະທັມໄດ້ທຸກຄົນ ແຕ່ໃຫ້ປະກາດເປັນລຳດັບກັນເທື່ອລະຄົນ ເພື່ອຄົນທັງປວງຈະໄດ້ຄວາມຮູ້ແລະຈະໄດ້ຮັບຄວາມຫນຸນໃຈ 32 ວິນຍານຂອງຜູ້ປະກາດພຣະທັມນັ້ນຍ່ອມຢູ່ໃຕ້ບັງຄັບຂອງຕົນ 33 ເພາະວ່າພຣະເຈົ້າບໍ່ໃຊ່ເປັນຜູ້ກໍ່ເຫດວຸ້ນວາຍ ແຕ່ຊົງໃຫ້ເກີດຄວາມສງົບ 34 ຕາມລະບຽບທີ່ປະຕິບັດໃນບັນດາຄຣິສຕະຈັກແຫ່ງໄພ່ພົນຂອງພຣະເຈົ້ານັ້ນ ຈົ່ງໃຫ້ພວກຜູ້ຍິງມິດຢູ່ໃນທີ່ປະຊຸມ ເພາະເຂົາບໍ່ໄດ້ຮັບອະນຸຍາດໃຫ້ປາກ ແຕ່ໃຫ້ເຂົາຍອມຢູ່ໃຕ້ບັງຄັບບັນຊາຕາມດັ່ງພຣະບັນຍັດໄດ້ສັ່ງໄວ້ນັ້ນ 35 ຖ້າເຂົາຢາກຮຽນຮູ້ອັນໃດ ຈົ່ງໃຫ້ຖາມຜົວເຂົາເອງຢູ່ເຮືອນ ເພາະວ່າການທີ່ຜູ້ຍິງຈະກ່າວໃນທີ່ປະຊຸມກໍເປັນການຫນ້າອາຍ 36 ພຣະທັມຂອງພຣະເຈົ້າໄດ້ອອກມາຈາກພວກເຈົ້າຫລື ໄດ້ຊົງປະທານມາເຖິງພວກເຈົ້າແຕ່ພວກດຽວຫລື 37 ຖ້າຜູ້ໃດຖືວ່າຕົນເປັນຜູ້ປະກາດພຣະທັມ ຫລືເປັນຜູ້ຮັບຂອງພຣະຣາຊທານຈາກພຣະວິນຍານ ຜູ້ນັ້ນກໍຄວນຍອມຮັບຮູ້ວ່າຂໍ້ຄວາມທີ່ຂຽນມາເຖິງເຈົ້າທັງຫລາຍນັ້ນ ເປັນພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າ 38 ແລະຖ້າຜູ້ໃດບໍ່ຍອມຮັບຮູ້ຂໍ້ຄວາມນີ້ ກໍບໍ່ຕ້ອງຮັບຮູ້ຜູ້ນັ້ນເຫມືອນກັນ 39 ດັ່ງນີ້ແຫລະ, ພີ່ນ້ອງທັງຫລາຍເອີຍ, ຈົ່ງຮ້ອນໃຈສແວງຫາທີ່ຈະປະກາດພຣະທັມ ສ່ວນການປາກພາສາແປກໆນັ້ນກໍຢ່າຊູ່ຫ້າມ 40 ແຕ່ຈົ່ງປະຕິບັດທຸກສິ່ງໃຫ້ຖືກຕ້ອງຕາມລະບຽບວິນັຍ
ການທີ່ພຣະຄຣິດຊົງຄືນພຣະຊົນ
1 ພີ່ນ້ອງທັງຫລາຍເອີຍ, ເຮົາຂໍແຈ້ງໃຫ້ເຈົ້າທັງຫລາຍຄຳນຶງເຖິງຂ່າວປະເສີດທີ່ເຮົາໄດ້ປະກາດແກ່ພວກເຈົ້າແລ້ວ ຊຶ່ງພວກເຈົ້າໄດ້ຍອມຮັບເອົາໄວ້ແລະຕັ້ງຢູ່ໃນຂ່າວປະເສີດນັ້ນ 2 ແລະຊຶ່ງເປັນເຫດທີ່ກຳລັງໃຫ້ເຈົ້າທັງຫລາຍໄດ້ພົ້ນ ຖ້າພວກເຈົ້າຍັງຍຶດຖືຂໍ້ຄວາມທີ່ເຮົາໄດ້ປະກາດເປັນຂ່າວປະເສີດແກ່ພວກເຈົ້ານັ້ນ ເວັ້ນເສັຽແຕ່ພວກເຈົ້າຫາກເຊື່ອຢ່າງບໍ່ຈິງໃຈ 3 ເຣື່ອງທີ່ເຮົາໄດ້ຮັບໄວ້ແລ້ວນັ້ນ ເຮົາໄດ້ມອບໄວ້ແກ່ເຈົ້າທັງຫລາຍເປັນເຣື່ອງສຳຄັນທີ່ສຸດຄືວ່າ ພຣະຄຣິດຊົງວາຍພຣະຊົນແທນຄວາມຜິດບາບຂອງເຮົາທັງຫລາຍຕາມທີ່ຂຽນໄວ້ໃນພຣະຄັມພີ 4 ແລະຊົງຖືກວາງໄວ້ ແລ້ວວັນຖ້ວນສາມໄດ້ຖືກຊົງບັນດານໃຫ້ຄືນຂຶ້ນມາ ຕາມທີ່ຂຽນໄວ້ໃນພຣະຄັມພີນັ້ນ 5 ພຣະອົງຊົງປາກົດແກ່ເກຟາ ແລ້ວແກ່ພວກສິບສອງຄົນນັ້ນ 6 ຕໍ່ມາພຣະອົງໄດ້ຊົງປາກົດແກ່ພວກພີ່ນ້ອງກວ່າຫ້າຮ້ອຍຄົນໃນຄາວດຽວ ຊຶ່ງສ່ວນຫລາຍຍັງເປັນຢູ່ຈົນເຖິງທຸກວັນນີ້ ແຕ່ບາງຄົນກໍລ່ວງຫລັບໄປແລ້ວ 7 ຕໍ່ນັ້ນອີກພຣະອົງໄດ້ຊົງປາກົດແກ່ຢາໂກໂບ ແລ້ວແກ່ອັຄສາວົກທັງຫມົດ 8 ພາຍຫລັງທີ່ສຸດພຣະອົງໄດ້ຊົງປາກົດແກ່ເຮົາ ຜູ້ເປັນເຫມືອນລູກທີ່ເກີດຜິດຍາມ 9 ເພາະວ່າເຮົາເປັນຜູ້ນ້ອຍທີ່ສຸດໃນພວກອັຄສາວົກ ແລະບໍ່ສົມຄວນຈະໄດ້ຊື່ວ່າເປັນອັຄສາວົກ ເພາະວ່າເຮົາໄດ້ກົດຂີ່ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າ 10 ແຕ່ວ່າທີ່ເຮົາເປັນຢູ່ຢ່າງນີ້ກໍເນື່ອງດ້ວຍພຣະຄຸນຂອງພຣະເຈົ້າ ແລະພຣະຄຸນຂອງພຣະອົງທີ່ໄດ້ຊົງປະທານແກ່ເຮົານັ້ນກໍບໍ່ໄດ້ໄຮ້ປໂຍດ ແຕ່ແທນທີ່ຈະເປັນດັ່ງນັ້ນ ເຮົາໄດ້ເຮັດການຫນັກຫນ່ວງລື່ນກວ່າເຂົາທັງຫມົດອີກ ບໍ່ໃຊ່ເຮົາເອງທີ່ເຮັດ ແຕ່ແມ່ນພຣະຄຸນຂອງພຣະເຈົ້າຊຶ່ງສະຖິດຢູ່ນຳເຮົາທີ່ເຮັດ 11 ເຫດສັນນັ້ນເຖິງວ່າແມ່ນເຮົາຫລືເຂົາກໍດີ ເຮົາທັງຫລາຍກໍໄດ້ປະກາດຢ່າງທີ່ກ່າວມານັ້ນ ແລະເຈົ້າທັງຫລາຍກໍໄດ້ເຊື່ອຢ່າງນັ້ນການທີ່ຄົນຕາຍເປັນຄືນມາ 12 ປະການນຶ່ງ, ຖ້າເຮົາປະກາດວ່າພຣະເຈົ້າໄດ້ຊົງບັນດານໃຫ້ພຣະຄຣິດຄືນຂຶ້ນມາແລ້ວ ເປັນແນວໃດບາງຄົນໃນພວກເຈົ້າຈຶ່ງກ່າວວ່າບໍ່ມີການເປັນຄືນມາຈາກຕາຍ 13 ຖ້າບໍ່ມີການເປັນຄືນມາຈາກຕາຍ ພຣະຄຣິດກໍບໍ່ໄດ້ຖືກຊົງບັນດານໃຫ້ຄືນຂຶ້ນມາ 14 ຖ້າພຣະຄຣິດບໍ່ໄດ້ຊົງຄືນພຣະຊົນແລ້ວ ການປະກາດຂອງພວກເຮົາກໍບໍ່ມີປໂຍດ ແລະຄວາມເຊື່ອຂອງພວກເຈົ້າກໍບໍ່ມີປໂຍດເຫມືອນກັນ 15 ແລ້ວກໍຈະປາກົດວ່າພວກເຮົາເປັນພຍານບໍ່ຈິງໃນເຣື່ອງພຣະເຈົ້າ ເພາະພວກເຮົາໄດ້ກ່າວພຍານອ້າງວ່າພຣະເຈົ້າໄດ້ຊົງບັນດານໃຫ້ພຣະຄຣິດເປັນຄືນມາແລ້ວ ແຕ່ຖ້າຄົນຕາຍບໍ່ຖືກຊົງບັນດານໃຫ້ຄືນມາ ພຣະເຈົ້າກໍບໍ່ໄດ້ຊົງບັນດານໃຫ້ພຣະຄຣິດຄືນພຣະຊົນເຫມືອນກັນ 16 ເພາະວ່າຖ້າຄົນຕາຍບໍ່ເປັນຄືນມາ ເຖິງແມ່ນພຣະຄຣິດກໍບໍ່ໄດ້ຖືກຊົງບັນດານໃຫ້ຄືນພຣະຊົນ 17 ແລະຖ້າວ່າພຣະຄຣິດບໍ່ໄດ້ຖືກຊົງບັນດານໃຫ້ຄືນພຣະຊົນແລ້ວ ຄວາມເຊື່ອຂອງເຈົ້າທັງຫລາຍກໍໄຮ້ປໂຍດ ເຈົ້າທັງຫລາຍກໍຍັງຄົງຢູ່ໃນຜິດບາບຂອງຕົນ 18 ຊ້ຳກວ່ານັ້ນ, ພວກຄົນເຊື່ອໃນພຣະຄຣິດທີ່ຕາຍໄປແລ້ວນັ້ນກໍຈິບຫາຍໄປດ້ວຍ 19 ຖ້າແມ່ນເຮົາທັງຫລາຍໄດ້ໄວ້ວາງໃຈໃນພຣະຄຣິດຝ່າຍຊີວິດນີ້ເທົ່ານັ້ນ ພວກເຮົາກໍເປັນຄົນຫນ້າສັງເວດທີ່ສຸດໃນຫມູ່ຄົນທັງປວງ 20 ແຕ່ທີ່ຈິງພຣະຄຣິດໄດ້ຖືກຊົງບັນດານໃຫ້ຄືນພຣະຊົນແລ້ວ ແລະຊົງເປັນຜົນແຮກໃນພວກຄົນທີ່ລ່ວງຫລັບໄປແລ້ວນັ້ນ 21 ເພາະວ່າຄວາມຕາຍໄດ້ມີມາທາງມະນຸດສັນໃດ ການຄືນມາຈາກຕາຍກໍມີມາທາງມະນຸດສັນນັ້ນ 22 ດ້ວຍວ່າຄົນທັງປວງໄດ້ຕາຍເພາະກ່ຽວເນື່ອງກັບອາດາມສັນໃດ ຄົນທັງປວງກໍຈະຖືກຊົງບັນດານໃຫ້ມີຊີວິດເພາະກ່ຽວເນື່ອງກັບພຣະຄຣິດສັນນັ້ນ 23 ແຕ່ຈະເປັນໄປຕາມລຳດັບຂອງແຕ່ລະຄົນ ຄືພຣະຄຣິດຊົງເປັນຜົນແຣກ ຕໍ່ມາກໍແມ່ນຄົນທັງປວງທີ່ເປັນຢູ່ຝ່າຍພຣະຄຣິດໃນເວລາພຣະອົງສະເດັດມາປາກົດ 24 ຕໍ່ຈາກນັ້ນຈະເປັນຄາວສຸດທ້າຍ ຄືເມື່ອພຣະອົງຈະຊົງຍົກເລີກການປົກຄອງ ກັບທັງອານຸພາບແລະອຳນາດທຸກໆຢ່າງເສັຽ ແລ້ວຈະຊົງມອບຣາຊອານາຈັກໄວ້ແກ່ພຣະເຈົ້າຄືພຣະບິດາ 25 ເພາະວ່າຈຳເປັນພຣະອົງຈະຊົງສເວີຍຣາຊຢູ່ກ່ອນ ຈົນກວ່າພຣະເຈົ້າຈະຊົງປາບສັດຕຣູທັງປວງໃຫ້ຢູ່ໃຕ້ພຣະບາດຂອງພຣະອົງ 26 ສັດຕຣູຕົວສຸດທ້າຍທີ່ຈະຖືກຊົງຍົກເລີກເສັຽນັ້ນແມ່ນຄວາມຕາຍ 27 ເຫດວ່າ, “ພຣະເຈົ້າໄດ້ຊົງປາບສິ່ງສາຣະພັດລົງໃຕ້ພຣະບາດຂອງພຣະອົງແລ້ວ” ແຕ່ເມື່ອພຣະຄັມພີກ່າວວ່າ, “ຊົງປາບສິ່ງສາຣະພັດລົງນັ້ນ” ກໍປາກົດຄັກແນ່ວ່າ ເວັ້ນເສັຽແຕ່ພຣະຜູ້ຊົງປາບສິ່ງສາຣະພັດລົງຢູ່ໃຕ້ພຣະອົງ 28 ແລະເມື່ອສິ່ງສາຣະພັດໄດ້ຖືກຊົງປາບລົງຢູ່ໃຕ້ພຣະອົງແລ້ວ ເມື່ອນັ້ນອົງພຣະບຸດຈະຊົງຍອມລົງຢູ່ໃຕ້ພຣະເຈົ້າ ຜູ້ຊົງປາບສິ່ງສາຣະພັດລົງຢູ່ໃຕ້ພຣະອົງນັ້ນ ເພື່ອພຣະເຈົ້າຈະໄດ້ຊົງເປັນເອກເປັນໃຫຍ່ໃນສິ່ງສາຣະພັດທັງປວງ 29 ຖ້າບໍ່ເປັນຢ່າງນັ້ນ ຄົນທັງຫລາຍທີ່ຮັບບັບຕິສະມາເພື່ອຄົນຕາຍນັ້ນຈະຫມາຍຄວາມວ່າຢ່າງໃດ ຖ້າພຣະເຈົ້າບໍ່ຊົງບັນດານໃຫ້ຄົນຕາຍຄືນຂຶ້ນມາແທ້ ດ້ວຍເຫດໃດຈຶ່ງມີຄົນຮັບບັບຕິສະມາເພື່ອຄົນຕາຍ 30 ຝ່າຍພວກເຮົາເຫດສັນໃດເຮົາຈຶ່ງຕ້ອງສ່ຽງພັຍອັນຕະຣາຍຢູ່ທຸກເວລາ 31 ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຢືນຢັນວ່າເຮົາກຳລັງຕາຍຢູ່ທຸກວັນ ທີ່ເຮົາເວົ້າດັ່ງນັ້ນກໍໂດຍອ້າງຄວາມພາກພູມໃຈ ຊຶ່ງເຮົາມີຢູ່ໃນເຈົ້າທັງຫລາຍ ໂດຍພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ 32 ຖ້າເຮົາໄດ້ຕໍ່ສູ້ກັບສັດຮ້າຍທີ່ເມືອງເອເຟໂຊ (ຕາມຄວາມເຫັນຂອງມະນຸດ) ຈະເປັນປໂຍດອັນໃດແກ່ເຮົາ ຖ້າພຣະເຈົ້າບໍ່ຊົງບັນດານໃຫ້ຄົນຕາຍເປັນຄືນມາອີກ “ກໍໃຫ້ເຮົາພາກັນກິນແລະດື່ມເທີນ ເພາະວ່າມື້ອື່ນເຮົາກໍຈະຕາຍ” 33 ຢ່າຊູ່ຫລົງຜິດໄປ “ການຄົບກັບຄົນຊົ່ວຍ່ອມເສັຽນິສັຍ” 34 ເຈົ້າທັງຫລາຍຈົ່ງກັບຄືນມາສູ່ນິສັຍອັນເຫມາະສົມແລະຢ່າເຮັດຜິດອີກ ເພາະວ່າບາງຄົນຍັງບໍ່ຮູ້ເຣື່ອງພຣະເຈົ້າ ທີ່ເຮົາເວົ້າດັ່ງນີ້ກໍເພື່ອພວກເຈົ້າຈະມີຄວາມລະອາຍ
ຮ່າງກາຍທີ່ເປັນຄືນມາ
35 ແຕ່ບາງຄົນຈະຖາມວ່າ, “ຄົນຕາຍຈະຄືນມາໄດ້ຢ່າງໃດ ເມື່ອເຂົາຄືນມາຈະມີຮ່າງກາຍເປັນຢ່າງໃດ” 36 ໂອ ຄົນຜູ້ໄຮ້ຄວາມຄຶດເອີຍ, ເມັດທີ່ເຈົ້າຫວ່ານລົງດິນນັ້ນ ຖ້າມັນບໍ່ຕາຍເສັຽກ່ອນ ຈະງອກຂຶ້ນໃຫມ່ບໍ່ໄດ້ 37 ເມັດທີ່ເຈົ້າຫວ່ານລົງນັ້ນ ຈະແມ່ນເຂົ້າບເລຫລືແນວອື່ນໆກໍດີ ເຈົ້າບໍ່ໄດ້ຫວ່ານສິ່ງທີ່ເປັນຮູບຮ່າງຂອງຕົ້ນທີ່ຈະງອກຂຶ້ນມານັ້ນ ແຕ່ໄດ້ຫວ່ານເມັດເທົ່ານັ້ນ 38 ພຣະເຈົ້າຊົງປະທານຕົ້ນໃຫ້ແກ່ເມັດນັ້ນຕາມທີ່ພຣະອົງຊົງເຫັນຊອບ ແລະຊົງປະທານແກ່ຜັກທຸກຊະນິດໃຫ້ມີກົກມີຕົ້ນຂອງມັນເອງ 39 (ເນື້ອນັ້ນບໍ່ເຫມືອນກັນຫມົດທຸກຢ່າງ ເນື້ອມະນຸດກໍຢ່າງນຶ່ງ ເນື້ອສັດສີ່ຕີນກໍຢ່າງນຶ່ງ ເນື້ອນົກກໍຢ່າງນຶ່ງ ເນື້ອປາກໍຢ່າງນຶ່ງ 40 ຮ່າງກາຍສຳລັບສວັນກໍມີ ແລະຮ່າງກາຍສຳລັບແຜ່ນດິນໂລກກໍມີ ແຕ່ວ່າສະງ່າຣາສີຂອງຮ່າງກາຍສຳລັບສວັນກໍຢ່າງນຶ່ງ ແລະສະງ່າຣາສີຂອງຮ່າງກາຍສຳລັບໂລກກໍຢ່າງນຶ່ງ 41 ສະງ່າຣາສີຂອງດວງອາທິດກໍຢ່າງນຶ່ງ ສະງ່າຣາສີຂອງດວງຈັນກໍຢ່າງນຶ່ງ ສະງ່າຣາສີຂອງດວງດາວກໍຢ່າງນຶ່ງ ແຕ່ທີ່ຈິງສະງ່າຣາສີຂອງດວງດາວນຶ່ງ ກໍຕ່າງກັນກັບສະງ່າຣາສີຂອງດວງດາວດວງອື່ນໆ) 42 ສ່ວນການເປັນຄືນມາຂອງຄົນຕາຍກໍເຫມືອນດັ່ງນັ້ນແຫລະ, ຄືສິ່ງທີ່ຫວ່ານລົງກໍເປື່ອຍເນົ່າໄປ ແຕ່ສິ່ງທີ່ເປັນຄືນມາກໍບໍ່ຮູ້ເປື່ອຍເນົ່າ 43 ເມື່ອຫວ່ານລົງນັ້ນບໍ່ມີຍົດ ເມື່ອຄືນຂຶ້ນມາກໍມີສະງ່າຣາສີ ເມື່ອຫວ່ານລົງກໍອ່ອນກຳລັງ ເມື່ອຄືນຂຶ້ນມາກໍມີຣິດອຳນາດ 44 ເມື່ອຫວ່ານລົງກໍເປັນກາຍທຳມະດາ ເມື່ອຄືນຂຶ້ນມາກໍເປັນກາຍຝ່າຍວິນຍານ ຖ້າມີກາຍທຳມະດາກໍຄົງມີກາຍຝ່າຍວິນຍານດ້ວຍ 45 ມີຄຳຂຽນໄວ້ໃນພຣະຄັມພີວ່າ, “ມະນຸດຄົນເດີມຄືອາດາມນັ້ນໄດ້ບັງເກີດເປັນຜູ້ມີຊີວິດຢູ່” ອາດາມຜູ້ສຸດທ້າຍຄືພຣະວິນຍານຜູ້ປະທານຊີວິດ 46 ແຕ່ກາຍທີ່ເກີດມາກ່ອນນັ້ນ ບໍ່ໃຊ່ເປັນກາຍຝ່າຍວິນຍານ ແຕ່ເປັນກາຍທຳມະດາແລະຕໍ່ມາຈິງເກີດມີກາຍຝ່າຍວິນຍານ 47 ມະນຸດເດີມນັ້ນເກີດມາຈາກດິນຈຶ່ງເປັນຂີ້ຝຸ່ນດິນ ມະນຸດຖ້ວນສອງສະເດັດມາຈາກສວັນ 48 ຜູ້ທີ່ເກີດມາຈາກດິນເປັນຢ່າງໃດ ຄົນທັງຫລາຍທີ່ເກີດມາຈາກດິນກໍເປັນຢ່າງນັ້ນ ແລະຜູ້ທີ່ສະເດັດມາຈາກສວັນເປັນຢ່າງໃດ ຄົນທັງຫລາຍທີ່ເປັນຝ່າຍສວັນກໍເປັນຢ່າງນັ້ນ 49 ເຮົາທັງຫລາຍມີລັກສະນະສົມກັບມະນຸດທີ່ເກີດມາຈາກດິນສັນໃດ ພວກເຮົາກໍຄົງຈະມີລັກສະນະສົມກັບຜູ້ສະເດັດມາຈາກສວັນສັນນັ້ນ 50 ພີ່ນ້ອງທັງຫລາຍເອີຍ, ເຮົາກ່າວດັ່ງນີ້ຫມາຍຄວາມວ່າ ມະນຸດທຳມະດາຈະມີສ່ວນໃນຣາຊອານາຈັກຂອງພຣະເຈົ້າບໍ່ໄດ້ ແລະສິ່ງທີ່ເປື່ອຍເນົ່າຈະມີສ່ວນໃນສິ່ງທີ່ບໍ່ເປື່ອຍເນົ່າກໍບໍ່ໄດ້ 51 ນີ້ແຫລະ, ເຮົາມີຂໍ້ລັບເລິກບອກພວກເຈົ້າວ່າ ເຮົາທັງຫລາຍຈະບໍ່ລ່ວງຫລັບໄປຫມົດທຸກຄົນ ແຕ່ເຮົາທັງຫລາຍຈະຖືກຊົງປ່ຽນແປງໃຫມ່ຫມົດທຸກຄົນ 52 ໃນຊົ່ວຂນະດຽວ ໃນພັບຕາດຽວ ເມື່ອເປົ່າແກຄັ້ງສຸດທ້າຍນັ້ນ ດ້ວຍວ່າຈະມີສຽງແກ ແລະຄົນທີ່ຕາຍແລ້ວຈະຖືກຊົງບັນດານໃຫ້ເປັນຄືນຂຶ້ນມາໂດຍບໍ່ເປື່ອຍເນົ່າ ແລະຝ່າຍພວກເຮົາກໍຈະຖືກຊົງປ່ຽນແປງໃຫມ່ 53 ເພາະວ່າກາຍທີ່ເປື່ອຍເນົ່ານີ້ຕ້ອງສວມກາຍທີ່ບໍ່ຮູ້ຈັກເປື່ອຍເນົ່າ ແລະກາຍທີ່ຕາຍເປັນນີ້ຕ້ອງສວມກາຍທີ່ຕາຍບໍ່ເປັນ 54 ແລະເມື່ອໃດກາຍທີ່ຮູ້ຈັກເປື່ອຍເນົ່ານີ້ຈະໄດ້ສວມກາຍທີ່ບໍ່ຮູ້ຈັກເປື່ອຍເນົ່າ ແລະກາຍທີ່ຕາຍເປັນນີ້ຈະໄດ້ສວມກາຍທີ່ຕາຍບໍ່ເປັນ ເມື່ອນັ້ນແຫລະ, ຄວາມທີ່ຂຽນໄວ້ໃນພຣະຄັມພີນັ້ນຈະສຳເຣັດ ຄືວ່າ, “ຄວາມຕາຍໄດ້ຕົກເຖິງປະຣາຊັຍແລ້ວ” 55 ໂອ ຄວາມຕາຍເຮີຍ, ຊັຍຊະນະຂອງມຶງຢູ່ໃສ ໂອຄວາມຕາຍເຮີຍ, ໄລພິດຂອງມຶງຢູ່ໃສ” 56 ໄລພິດຂອງຄວາມຕາຍຄືຄວາມບາບ ແລະຣິດອຳນາດຂອງຄວາມບາບຄືພຣະບັນຍັດ 57 ແຕ່ວ່າຈົ່ງຂອບພຣະຄຸນພຣະເຈົ້າຜູ້ຊົງປະທານຊັຍຊະນະແກ່ເຮົາທັງຫລາຍ ດ້ວຍພຣະເຢຊູຄຣິດເຈົ້າຂອງພວກເຮົາ 58 ດັ່ງນີ້ແຫລະ, ພີ່ນ້ອງທີ່ຮັກຂອງເຮົາເອີຍ, ເຈົ້າທັງຫລາຍຈົ່ງຕັ້ງຫມັ້ນຢູ່ ຢ່າຫວັ່ນໄຫວ ຈົ່ງປະຕິບັດງານຂອງອົງພຣະຜູ້ເປັນເຈົ້າໃຫ້ບໍຣິບູນທຸກເວລາ ດ້ວຍຮູ້ວ່າໃນອົງພຣະຜູ້ເປັນເຈົ້າ ການຂອງພວກເຈົ້ານັ້ນຈະບໍ່ໄຮ້ປໂຍດ
ການຄິດສະເລັ່ຽຂອງທານຊ່ອຍເຫລືອໄພ່ພົນ
1 ອັນນຶ່ງ, ກ່ຽວກັບເຣື່ອງການຮິບໂຮມຂອງທານສຳລັບໄພ່ພົນຂອງພຣະເຈົ້ານັ້ນ ເຮົາໄດ້ສັ່ງຄຣິສຕະຈັກທັງຫລາຍທີ່ແຂວງຄາລາເຕັຽຢ່າງໃດ ພວກເຈົ້າຈົ່ງເຮັດເຫມືອນຢ່າງນັ້ນດ້ວຍ 2 ຄືທຸກວັນຕົນສັປດາພວກເຈົ້າທຸກຄົນຈົ່ງຄິດສະເລັ່ຽບາງສ່ວນຈາກຣາຍໄດ້ຂອງຕົນໄດ້ ເພື່ອຈະບໍ່ມີການແຜ່ເກັບເອົາເມື່ອເວລາເຮົາມານັ້ນ 3 ເມື່ອເຮົາມາເຖິງແລ້ວພວກເຈົ້າເຫັນຊອບຈະເລືອກຜູ້ໃດ ເຮົາຈະໃຊ້ຜູ້ນັ້ນຖືຈົດຫມາຍແລະຂອງທານຂອງເຈົ້າທັງຫລາຍໄປຍັງກຸງເຢຣູຊາເລັມ 4 ຖ້າເຫັນຄວນໃຫ້ເຮົາໄປເອງ ຄົນເຫລົ່ານັ້ນກໍຈະໄປນຳເຮົາ 5 ເວລາໃດເຮົາຜ່ານແຂວງມາເກໂດເນັຽແລ້ວ ເຮົາຈະມາຫາເຈົ້າທັງຫລາຍ ດ້ວຍວ່າເຮົາຈະມາທາງແຂວງນັ້ນ 6 ແລະເຮົາອາດຈະພັກຢູ່ນຳພວກເຈົ້າເຫິງເຕີບ ບາງທີຈົນຫມົດຣະດູຫນາວກໍເປັນໄດ້ ແລ້ວຈະໄປທາງໃດພວກເຈົ້າຈະຊ່ອຍຈັດສົ່ງເຮົາໄປທາງນັ້ນ 7 ເພາະວ່າເຮົາບໍ່ຢາກຈະພົບພວກເຈົ້າພຽງແຕ່ເມື່ອຜ່ານໄປເທົ່ານັ້ນ ແຕ່ເຮົາຫວັງໃຈວ່າ ຖ້າອົງພຣະຜູ້ເປັນເຈົ້າຊົງໂຜດເຮົາຈະຄ້າງຢູ່ກັບເຈົ້າທັງຫລາຍເຫິງຫນ້ອຍນຶ່ງ 8 ແຕ່ເຮົາຈະພັກຢູ່ໃນເມືອງເອເຟໂຊຈົນເຖິງເທສການເພັນເຕຄອສ 9 ເພາະວ່າທີ່ນີ້ມີປະຕູໄຂໃຫ້ເຮົາຢ່າງກວ້າງຂວາງຫນ້າຈະເກີດຜົນ ທັງຄົນຂັດຂວາງກໍມີຈຳນວນຫລວງຫລາຍດ້ວຍ 10 ຖ້າວ່າຕີໂມທຽວມາຫາພວກເຈົ້າ ພວກເຈົ້າຈົ່ງເອົາໃຈໃສ່ໃຫ້ທ່ານໄດ້ຢູ່ກັບເຈົ້າໂດຍຄວາມສະບາຍໃຈ ເພາະວ່າທ່ານເຮັດການຂອງອົງພຣະຜູ້ເປັນເຈົ້າເຫມືອນກັບເຮົາ 11 ດ້ວຍເຫດນັ້ນຢ່າໃຫ້ຜູ້ໃດດູຫມິ່ນທ່ານ ແຕ່ຈົ່ງນຳສົ່ງທ່ານໄປດ້ວຍຄວາມສຸກ ເພື່ອທ່ານຈະກັບມາເຖິງເຮົາ ເພາະເຮົາຄອງຖ້າທ່ານພ້ອມດ້ວຍພວກ ພີ່ນ້ອງ 12 ສ່ວນອາໂປໂລພີ່ນ້ອງຂອງພວກເຮົານັ້ນ, ເຮົາໄດ້ເຕືອນໃຈທ່ານຫລາຍເທື່ອແລ້ວ ເພື່ອໃຫ້ໄປຫາເຈົ້າທັງຫລາຍພ້ອມດ້ວຍພວກພີ່ນ້ອງ ແຕ່ດຽວນີ້ທ່ານຍັງບໍ່ເຕັມໃຈຈະໄປ ເມື່ອໃດມີໂອກາດທ່ານຈຶ່ງຈະໄປ
ຄຳຕັກເຕືອນສຸດທ້າຍແລະຄຳສະແດງຄວາມນັບຖື
13 ເຈົ້າທັງຫລາຍຈົ່ງລະວັງໃຫ້ດີ ຈົ່ງຍຶດຫມັ້ນໃນຄວາມເຊື່ອ ຈົ່ງສະແດງຕົວເປັນຜູ້ແກ່ແລ້ວ ຈົ່ງເຂັ້ມແຂງຂຶ້ນ 14 ທຸກສິ່ງທີ່ເຈົ້າເຮັດນັ້ນ ຈົ່ງເຮັດດ້ວຍຄວາມຣັກ 15 ເຈົ້າທັງຫລາຍຮູ້ຈັກຄອບຄົວຂອງຊະເຕຟານາວ່າ ເຂົາເປັນຄຣິສະຕຽນພວກແຣກໃນແຂວງອະຂາຢາ ແລະພວກເຂົາໄດ້ຖວາຍຕົວໄວ້ໃນການປະຕິບັດໄພ່ພົນຂອງພຣະເຈົ້າ ພີ່ນ້ອງເອີຍ, ເຮົາເຕືອນສະຕິ 16 ໃຫ້ເຈົ້າທັງຫລາຍຢູ່ໃຕ້ບັງຄັບຄົນຢ່າງນັ້ນ ແລະຄົນທັງປວງທີ່ຮ່ວມໃນງານຫນັກຫນ່ວງນັ້ນ 17 ອັນນຶ່ງ, ທີ່ຊະເຕຟານາແລະຟໍຕູນາໂຕກັບອະຂາອີໂກໄດ້ມາແລ້ວນັ້ນ ເຮົາກໍຍິນດີ ເພາະວ່າສິ່ງທີ່ເຮົາຂາດເຂີນເພາະພວກເຈົ້າບໍ່ຢູ່ນັ້ນ ເຂົາໄດ້ເຮັດໃຫ້ຄົບຖ້ວນແທນແລ້ວ 18 ເພາະເຂົາໄດ້ເຣັດໃຫ້ໃຈຂອງເຮົາກັບໃຈຂອງພວກເຈົ້າເບີກບານ ດ້ວຍເຫດນັ້ນ, ເຈົ້າຈົ່ງຮັບຮູ້ຄຸນຄ່າຂອງຄົນຢ່າງນັ້ນ 19 ຄຣິສຕະຈັກທັງຫລາຍໃນແຂວງອາເຊັຽ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ ອາກີລາແລະປີຊະກີລາພ້ອມກັບຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຂົານັ້ນ ກໍຝາກຄວາມຄຶດເຖິງໃນອົງພຣະຜູ້ເປັນເຈົ້າມາຍັງພວກເຈົ້າຢ່າງເຕັມທີ 20 ພີ່ນ້ອງທຸກຄົນຝາກຄວາມຄຶດເຖິງມາຍັງພວກເຈົ້າ ໃຫ້ເຈົ້າທັງຫລາຍທັກທາຍປາສັຍກັນດ້ວຍທັມນຽມຈູບອັນບໍຣິສຸດ 21 ຄຳສະແດງຄວາມຄຶດເຖິງນີ້ເປັນລາຍມືຂອງເຮົາຄືໂປໂລ 22 ຖ້າຜູ້ໃດບໍ່ຮັກອົງພຣະຜູ້ເປັນເຈົ້າກໍໃຫ້ຜູ້ນັ້ນຖືກປ້ອຍດ່າ ອົງພຣະຜູ້ເປັນເຈົ້າຂອງເຮົາຈະສະເດັດມາ 23 ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າ ຈົ່ງສະຖິດຢູ່ກັບເຈົ້າທັງຫລາຍ 24 ຄວາມຮັກຂອງເຮົາມີຢູ່ຕໍ່ເຈົ້າທັງຫລາຍໃນພຣະເຢຊູຄຣິດ
1 ໂປໂລ ຜູ້ເປັນອັຄສາວົກຂອງພຣະເຢຊູຄຣິດຕາມນ້ຳພຣະທັຍຂອງພຣະເຈົ້າ ແລະຕີໂມທຽວພີ່ນ້ອງຂອງເຮົາເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ເມືອງໂກຣິນໂທ ກັບໄພ່ພົນທັງປວງຂອງພຣະເຈົ້າທີ່ຢູ່ທົ່ວແຂວງອະຂາຢາ 2 ຂໍຂອບພຣະຄຸນແລະສັນຕິສຸກທີ່ມາຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ແລະຈາກພຣະເຢຊູຄຣິດເຈົ້າຈົ່ງມີແກ່ເຈົ້າທັງຫລາຍເທີນໂປໂລໂມທະນາພຣະຄຸນພຣະເຈົ້າ
ໂປໂລໂມທະນາພຣະຄຸນພຣະເຈົ້າ
3 ຈົ່ງສັຣເສີນພຣະເຈົ້າຄືພຣະບິດາຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຄືພຣະບິດາຜູ້ຊົງຄວາມເມດຕາ ແລະພຣະເຈົ້າຜູ້ຊົງເລົ້າໂລມໃຈທຸກຢ່າງ 4 ພຣະອົງຊົງເລົ້າໂລມໃຈເຮົາໃນການທຸກລຳບາກທຸກຢ່າງຂອງເຮົາ ເພື່ອເຮົາຈະສາມາດໄດ້ເລົ້າໂລມໃຈຄົນເຫລົ່ານັ້ນ ທີ່ມີຄວາມທຸກລຳບາກຢ່າງໃດຢ່າງນຶ່ງ ດ້ວຍຄວາມເລົ້າໂລມໃຈທີ່ເຮົາເອງໄດ້ຣັບມາຈາກພຣະເຈົ້າ 5 ເພາະວ່າເຮົາມີສ່ວນທົນທຸກກັບພຣະຄຣິດຫລາຍເຫລືອລົ້ນສັນໃດ ຄວາມເລົ້າໂລມໃຈຂອງເຮົາເນື່ອງຈາກພຣະຄຣິດກໍຫລາຍເຫລືອລົ້ນສັນນັ້ນ 6 ທີ່ເຮົາທົນຄວາມທຸກລຳບາກນັ້ນ ກໍເພື່ອໃຫ້ເຈົ້າທັງຫລາຍໄດ້ຮັບຄວາມເລົ້າໂລມໃຈແລະຄວາມພົ້ນ ແລະທີ່ເຮົາໄດ້ຮັບຄວາມເລົ້າໂລມໃຈທີ່ຈະໃຫ້ເຈົ້າທັງຫລາຍພຽນສູ້ທົນເອົາຄວາມທຸກ ເຫມືອນຢ່າງເຮົາສູ້ທົນຢູ່ນັ້ນ 7 ເຮົາຈຶ່ງມີຄວາມຫວັງແນ່ນອນໃຈໃນເຈົ້າທັງຫລາຍ ເພາະເຮົາຮູ້ວ່າພວກເຈົ້າໄດ້ມີສ່ວນໃນຄວາມທຸກສັນໃດ ເຈົ້າທັງຫລາຍຈະໄດ້ມີສ່ວນໃນຄວາມເລົ້າໂລມໃຈຂອງເຮົາສັນນັ້ນ 8 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ເຈົ້າທັງຫລາຍຮູ້ເຖິງຄວາມທຸກລຳບາກທີ່ເກີດຂຶ້ນແກ່ເຮົາໃນແຂວງອາເຊັຽ ຊຶ່ງເຮັດໃຫ້ເຮົາຫນັກໃຈເຫລືອກຳລັງ ຈົນເຮົາຫມົດຫວັງທີ່ຈະເອົາຊີວິດພົ້ນໄດ້ 9 ທີ່ຈິງ, ເຮົາຄາດວ່າເຮົາໄດ້ຖືກໂທດປະຫານຊີວິດແລ້ວ ແຕ່ທີ່ເປັນດັ່ງນັ້ນ ກໍເພື່ອບໍ່ໃຫ້ເຮົາໄວ້ໃຈໃນຕົນເອງ ແຕ່ໃຫ້ໄວ້ໃຈໃນພຣະເຈົ້າຜູ້ຊົງບັນດານໃຫ້ຄົນທັງປວງຄືນມາຈາກຕາຍ 10 ພຣະອົງນັ້ນໄດ້ຊົງໂຜດໃຫ້ເຮົາພົ້ນຈາກມໍຣະນະພັຍ ແລະຈະຊົງໂຜດເຮົາອີກ ເຮົາໄວ້ໃຈໃນພຣະອົງວ່າຍັງຈະຊົງໂຜດໃຫ້ເຮົາພົ້ນອີກຕໍ່ໄປ 11 ຂໍໃຫ້ເຈົ້າທັງຫລາຍຮ່ວມກັນຊ່ອຍໃນການອ້ອນວອນສຳລັບເຮົາດ້ວຍ ເພື່ອວ່າຄົນຈຳນວນຫລາຍຈະໄດ້ຂອບພຣະຄຸນຍ້ອນເຮົາ ເນື່ອງຈາກພຣະຄຸນທີ່ຊົງປະທານແກ່ເຮົາ ອັນເປັນການຊົງຕອບສນອງຕໍ່ຄຳອ້ອນວອນຂອງຄົນຈຳນວນຫລາຍ
ເຣື່ອງການເລື່ອນແວ່ຢາມຂອງໂປໂລ
12 ນີ້ເປັນສິ່ງເຮົາອວດອ້າງໄດ້ ຄືວ່າໃຈສຳນຶກຜິດແລະຊອບຂອງເຮົາເປັນພຍານວ່າເຮົາໄດ້ສະແດງຕົວຢ່າງແຈ່ມແຈ້ງແກ່ໂລກ ແລະຫລາຍກວ່ານັ້ນກໍຄືສະແດງຕໍ່ຫນ້າເຈົ້າທັງຫລາຍ ດ້ວຍນ້ຳໃຈບໍຣິສຸດແລະດ້ວຍຄວາມຈິງໃຈທີ່ມາຈາກພຣະເຈົ້າ ແລະບໍ່ໃຊ່ຕາມປັນຍາຂອງໂລກ ແຕ່ຕາມພຣະຄຸນຊຶ່ງພຣະເຈົ້າໄດ້ຊົງໂຜດປະທານ 13 ເຫດວ່າເຮົາບໍ່ໄດ້ຂຽນເຣື່ອງອື່ນເຖິງເຈົ້າທັງຫລາຍ ນອກຈາກເຣື່ອງທີ່ພວກເຈົ້າສາມາດອ່ານແລະເຂົ້າໃຈໄດ້ ເຮົາຫວັງໃຈວ່າພວກເຈົ້າຄົງຈະເຂົ້າໃຈຢ່າງຖ້ວນຖີ່ 14 ເຫມືອນດັ່ງພວກເຈົ້າໄດ້ເຂົ້າໃຈບາງສ່ວນແລ້ວວ່າ ໃນວັນຂອງພຣະເຢຊູເຈົ້າຂອງເຮົາທັງຫລາຍ ພວກເຈົ້າຈະມີຄວາມພາກພູມໃຈໃນພວກເຮົາ ຢ່າງດຽວກັບກັບທີ່ເຮົາຈະມີຄວາມພາກພູມໃຈໃນເຈົ້າທັງຫລາຍ 15 ເພາະຮູ້ສຶກແນ່ໃຈໃນເຣື່ອງນີ້ ແຕ່ຫົວທີເຮົາຢາກໄປຫາເຈົ້າທັງຫລາຍ ເພື່ອພວກເຈົ້າຈະໄດ້ປໂຍດສອງເທື່ອ 16 ຄືເຮົາຫມາຍໃຈຈະແວ່ຢາມພວກເຈົ້າລະຫວ່າງທີ່ເດີນທາງໄປຍັງແຂວງມາເກໂດເນັຽ ແລະເມື່ອເຮົາກັບມາຈາກແຂວງມາເກໂດເນັຽ ກໍຈະແວ່ຢ້ຽມຢາມພວກເຈົ້າອີກ ເພື່ອພວກເຈົ້າຈະໄດ້ຈັດສົ່ງໄປເຖິງແຂວງຢູດາຍ 17 ເມື່ອເຮົາຫມາຍໃຈແລ້ວທີ່ຈະເຣັດຢ່າງນັ້ນ ເຮົາໄດ້ປິ້ນແປ່ໄປມາຫລື ຫລືວ່າຄວາມຫມາຍໃຈຂອງເຮົາເປັນມາຢ່າງມະນຸດທຳມະດາ ຈົນເຮົາພ້ອມທີ່ຈະກ່າວວ່າ “ເອີ ໆ” “ບໍ່ ໆ” ດັ່ງນັ້ນຫລື 18 ພຣະເຈົ້າຊົງສັດຊື່ທ່ຽງທັມສັນໃດ ຂໍ້ຄວາມຂອງເຮົາທີ່ກ່າວກັບເຈົ້າທັງຫລາຍນັ້ນຈຶ່ງບໍ່ເປັນຄຳ “ເອີ ໆ” ບໍ່ ໆ” 19 ເພາະວ່າພຣະບຸດຂອງພຣະເຈົ້າຄື ພຣະເຢຊູຄຣິດ ຜູ້ຊຶ່ງເຮົາກັບຊີລາວານ ແລະຕີໂມທຽວໄດ້ປະກາດໃນຖ້າມກາງພວກເຈົ້ານັ້ນ ກໍບໍ່ໃຊ່ເປັນຄຳ “ຈິງ” ແລະ “ບໍ່ຈິງ” ແຕ່ໃນພຣະອົງນັນລ້ວນແລ້ວແຕ່ຄຳຈິງ 20 ບັນດາພຣະສັນຍາຂອງພຣະເຈົ້າກໍຈິງໂດຍພຣະເຢຊູ ເພາະເຫດສັນນີ້ເຮົາຈຶ່ງເວົ້າວ່າ “ອາແມນ” ໂດຍພຣະອົງ ເພື່ອເປັນທີ່ຖວາຍພຣະກຽດແກ່ພຣະເຈົ້າ 21 ຜູ້ຊຶ່ງຊົງຕັ້ງພວກເຮົາກັບເຈົ້າທັງຫລາຍໄວ້ໃນພຣະຄຣິດ ແລະໄດ້ຊົງຫົດສົງຕັ້ງພວກເຮົາໄວ້ນັ້ນກໍຄືພຣະເຈົ້າ 22 ພຣະອົງໄດ້ຊົງປະທັບຕາໃສ່ພວກເຮົາ ແລະຊົງປະທານພຣະວິນຍານໄວ້ໃນໃຈຂອງພວກເຮົາເປັນມັດຈຳດ້ວຍ 23 ຝ່າຍເຮົາຈຶ່ງທູນຂໍພຣະເຈົ້າຊົງເປັນພຍານຝ່າຍຈິດໃຈຂອງເຮົາວ່າ ທີ່ເຮົາຍັງບໍ່ໄດ້ໄປເຖິງເມືອງໂກຣິນໂທນັ້ນກໍເພື່ອຈະງົດໂທດຂອງເຈົ້າທັງຫລາຍໄວ້ກ່ອນ 24 ບໍ່ໃຊ່ວ່າເຮົາເປັນນາຍບັງຄັບຄວາມເຊື່ອຂອງພວກເຈົ້າ ເພາະວ່າພວກເຈົ້າຢືນຫມັ້ນຢູ່ໃນຄວາມເຊື່ອແລ້ວ ແຕ່ວ່າເຮົາເປັນຜູ້ຮ່ວມງານເພື່ອເຈົ້າຈະຮັບຄວາມຊົມຊື່ນຍິນດີ
1 ເຮົາໄດ້ຕັ້ງໃຈດັ່ງນີ້ວ່າຈະບໍ່ມາຫາພວກເຈົ້າອີກເມື່ອມີຄວາມທຸກໂສກຢູ່ 2 ເພາະຖ້າເຮົາເຮັດໃຫ້ພວກເຈົ້າເປັນທຸກໂສກ ແມ່ນໃຜຈະເຣັດໃຫ້ເຮົາມີຄວາມຍິນດີ ກໍຄືຜູ້ທີ່ເຮົາເຮັດໃຫ້ມີຄວາມທຸກໂສກນັ້ນແຫລະ 3 ແລະເຮົາໄດ້ຂຽນຂໍ້ຄວາມນັ້ນ ເພື່ອວ່າເມື່ອເຮົາມາ, ເຮົາຈະບໍ່ໄດ້ຄວາມທຸກໂສກຈາກຄົນເຫລົ່ານັ້ນ ທີ່ຄວນຈະເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີ ເຮົາໄວ້ໃຈໃນພວກເຈົ້າວ່າ ຄວາມຍິນດີຂອງເຮົາກໍເປັນຄວາມຍິນດີຂອງເຈົ້າທັງປວງດ້ວຍ 4 ເນື່ອງດ້ວຍຄວາມທຸກລຳບາກແລະຄວາມທຸກຮ້ອນໃຈຫລາຍ ເຮົາຈຶ່ງໄດ້ຂຽນມາຍັງເຈົ້າທັງຫລາຍນັ້ນດ້ວຍນ້ຳຕາໄຫລ ບໍ່ໃຊ່ເພື່ອຈະໃຫ້ພວກເຈົ້າເປັນທຸກໂສກ ແຕ່ເພື່ອຈະໃຫ້ເຈົ້າທັງຫລາຍຮູ້ຈັກຄວາມຮັກອັນລົ້ນເຫລືອທີ່ເຮົາມີຕໍ່ພວກເຈົ້ານັ້ນ
ການໃຫ້ອະພັຍແກ່ຜູ້ທີ່ເຮັດໃຫ້ເກີດຄວາມທຸກໂສກ
5 ຖ້າຜູ້ໃດເປັນຕົ້ນເຫດເຮັດໃຫ້ເກີດຄວາມທຸກໂສກ ຜູ້ນັ້ນກໍບໍ່ໄດ້ເຮັດໃຫ້ເຮົາເປັນທຸກໂສກແຕ່ຜູ້ດຽວ ແຕ່ໄດ້ເຮັດໃຫ້ບາງຄົນໃນພວກເຈົ້າເປັນທຸກໂສກດ້ວຍ (ທີ່ວ່າບາງຄົນນັ້ນກໍຄືເຮົາບໍ່ຢາກເວົ້າໃສ່ຜູ້ນັ້ນຈົນເກີນໄປ) 6 ທີ່ຄົນສ່ວນຫລາຍໄດ້ລົງໂທດໃສ່ຄົນຢ່າງນັ້ນກໍພໍສົມຄວນແລ້ວ 7 ສັນນັ້ນເຈົ້າທັງຫລາຍຄວນຈະຍົກໂທດໃຫ້ຜູ້ນັ້ນ ແລະໃຫ້ທ່ານໄດ້ຮັບຄວາມບັນເທົາທຸກກໍດີກວ່າ ຢ້ານວ່າຄົນນັ້ນຈະຈົມລົງໃນຄວາມທຸກໂສກອັນເຫລືອລົ້ນ 8 ດັ່ງນັ້ນເຮົາວອນຂໍພວກເຈົ້າໃຫ້ສະແດງຄວາມຮັກຢ່າງຄັກແນ່ຕໍ່ຄົນນັ້ນອີກ 9 ນີ້ຄືເຫດທີ່ເຮົາໄດ້ຂຽນເຖິງເຈົ້າທັງຫລາຍ ເພື່ອຫວັງຈະລອງເບິ່ງພວກເຈົ້າວ່າ ພວກເຈົ້າຈະຍອມເຊື່ອຟັງທຸກສິ່ງທຸກປະການຫລືບໍ່ 10 ຖ້າພວກເຈົ້າຈະຍົກໂທດໃຫ້ຜູ້ໃດ ເຮົາກໍຈະຍົກໂທດໃຫ້ຜູ້ນັ້ນເຫມືອນກັນ ຖ້າເຮົາໄດ້ຍົກໂທດຂອງຜູ້ໃດແລ້ວ ເຮົາໄດ້ຍົກໂທດຂອງຜູ້ນັ້ນເພາະເຫັນແກ່ເຈົ້າທັງຫລາຍຕໍ່ພຣະພັກຂອງພຣະຄຣິດ 11 ເພື່ອບໍ່ໃຫ້ຊາຕານມີຊັຍເຫນືອພວກເຮົາ ເພາະເຮົາຮູ້ແຜນການຂອງມັນແລ້ວ
ຄວາມກະວົນກະວາຍຂອງໂປໂລທີ່ເມືອງໂທອາດ
12 ເມື່ອເຮົາໄປເຖິງເມືອງໂທອາດ ເພື່ອປະກາດຂ່າວປະເສີດເຣື່ອງພຣະຄຣິດນັ້ນ ອົງພຣະຜູ້ເປັນເຈົ້າໄດ້ຊົງໄຂຊ່ອງທາງໃຫ້ແກ່ເຮົາ 13 ເຖິງປານນັ້ນເຮົາກໍບໍ່ມີຄວາມສະບາຍໃຈ ເພາະບໍ່ໄດ້ພົບຕີໂຕນ້ອງຂອງເຮົາທີ່ນັ້ນ ເຮົາຈຶ່ງໄດ້ລາພວກນັ້ນເດີນທາງໄປຍັງແຂວງມາເກໂດເນັຽ 14 ແຕ່ຈົ່ງຂອບພຣະຄຸນພຣະເຈົ້າ ຜູ້ຊົງໂຜດນຳເຮົາທຸກເວລາຕໍ່ໄປຕາມກະບວນ ຝ່າຍຄວາມຊັຍຊະນະໂດຍພຣະຄຣິດ ແລະຊົງໂຜດປະທານກິ່ນຫອມຂອງຄວາມຮູ້ຈັກພຣະອົງໃຫ້ປາກົດດ້ວຍເຮົາໃນທຸກບ່ອນ 15 ດ້ວຍວ່າເຮົາທັງຫລາຍເປັນກິ່ນອັນຫອມຫວານທີ່ພຣະຄຣິດຖວາຍແກ່ພຣະເຈົ້າ ໃນຖ້າມກາງຄົນທັງຫລາຍທີ່ກຳລັງຊົງໂຜດໃຫ້ພົ້ນ ແລະໃນຖ້າມກາງຄົນທັງຫລາຍທີ່ກຳລັງຈິບຫາຍດ້ວຍ 16 ຝ່າຍນຶ່ງເປັນກິ່ນຂອງຄວາມຕາຍຊຶ່ງຈະນຳໄປສູ່ຄວາມຕາຍ ຝ່າຍນຶ່ງອີກເປັນກິ່ນຫອມຂອງຊີວິດຊຶ່ງນຳໄປສູ່ຊີວິດ ໃຜຫນໍຈະພໍສົມກັບສິ່ງທັງຫລາຍນີ້ 17 ດ້ວຍວ່າເຮົາບໍ່ເຫມືອນຫລາຍຄົນ ທີ່ເອົາພຣະທັມຂອງພຣະເຈົ້າມາປອມແປງແລະຂາຍກິນ ແຕ່ເນື່ອງດ້ວຍເຮົາໄດ້ຮັບໃຊ້ມາຈາກພຣະເຈົ້າ ເຮົາຈຶ່ງກ່າວດ້ວຍຄວາມສັດຊື່ຕໍ່ພຣະພັກຂອງພຣະເຈົ້າ ເຫມືອນຢ່າງຜູ້ຮັບໃຊ້ຂອງພຣະຄຣິດ
ຜູ້ຮັບໃຊ້ພຣະສັນຍາໃຫມ່
1 ເຮົາກຳລັງຈະຍ້ອງຍໍຕົວເຮົາເອງຫລື ຫລືວ່າເຮົາຕ້ອງການຫນັງສືແນະນຳຕົວມາໃຫ້ແກ່ພວກເຈົ້າເຫມືອນ່ຢາງບາງຄົນຫລື ເຮົາຕ້ອງການຫນັງສືນຳຕົວຈາກພວກເຈົ້າຫລື 2 ແມ່ນເຈົ້າທັງຫລາຍນັ້ນແຫລະ, ເປັນຫນັງສືຂອງເຮົາທີ່ຈາຣຶກໄວ້ໃນຫົວໃຈຂອງເຮົາໃຫ້ຄົນທັງປວງໄດ້ຮູ້ແລະໄດ້ອ່ານ 3 ເຈົ້າທັງຫລາຍປາກົດອອກເປັນຫນັງສືທີ່ມາຈາກພຣະຄຣິດ ທີ່ເຮົາເປັນຜູ້ສົ່ງໂດຍບໍ່ໄດ້ຊົງຂຽນດ້ວຍນ້ຳມຶກແຕ່ຊົງຂຽນດ້ວຍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ແລະບໍ່ໄດ້ຂຽນໄວ້ທີ່ແຜ່ນຫີນແຕ່ຊົງຂຽນໃສ່ແຜ່ນເນື້ອທີ່ເປັນຫົວໃຈ 4 ເຮົາມີຄວາມໄວ້ໃຈໃນພຣະເຈົ້າໂດຍພຣະຄຣິດຢ່າງນັ້ນ 5 ບໍ່ໃຊ່ເຮົາຈະຄຶດຖືວ່າ ສິ່ງນຶ່ງສິ່ງໃດໄດ້ເກີດຈາກຄວາມສາມາດຂອງເຮົາເອງ ແຕ່ຄວາມສາມາດຂອງເຮົາມາຈາກພຣະເຈົ້າ 6 ຄືຜູ້ຊົງໂຜດປະທານໃຫ້ເຮົາສາມາດທີ່ຈະເປັນຜູ້ຮັບໃຊ້ຝ່າຍພຣະສັນຍາໃຫມ່ ຊຶ່ງບໍ່ໄດ້ປະກອບດ້ວຍຕົວອັກສອນ ແຕ່ປະກອບດ້ວຍພຣະວິນຍານ ດ້ວຍຕົວອັກສອນນັນປະຫານໃຫ້ຕາຍ ແຕ່ສ່ວນພຣະວິນຍານນັ້ນຊົງປະທານໃຫ້ມີຊີວິດ 7 ແຕ່ຖ້າການປະຕິບັດທີ່ນໍາໄປເຖິງຄວາມຕາຍ ຄືການປະຕິບັດຕາມຕົວອັກສອນຊຶ່ງຊົງຈາຣຶກໄວ້ທີ່ແຜ່ນຫີນນັ້ນຍັງມາດ້ວຍຣັສມີ ເຖິງແມ່ນວ່າເປັນຣັສມີທີ່ຈາງຫາຍໄປ ກໍຍັງເຮັດໃຫ້ພວກອິສຣາເອນເບິ່ງຫນ້າຂອງໂມເຊບໍ່ໄດ້ 8 ດັ່ງນັ້ນການທີ່ປະຕິບັດຕາມພຣະວິນຍານ ຈະບໍ່ມີຣັສມີຫລາຍກວ່ານັ້ນອີກຫລື 9 ເພາະວ່າຖ້າການປະຕິບັດຊຶ່ງໃຫ້ມີການພິພາກສາລົງໂທດຍັງມີຣັສມີ ການປະຕິບັດສຳລັບໃຫ້ມີຄວາມຊອບທັມກໍຈະມີຣັສມີລື່ນກວ່ານັ້ນອີກ 10 ຫມາຍຄວາມວ່າ ຣັສມີທີ່ຊົງປະທານໃຫ້ນັ້ນກໍອັບແສງໄປແລ້ວ ເພາະຖືກຣັສມີອັນຮຸ່ງເຮືອງກວ່າໄດ້ສ່ອງແສງຂົ່ມໄວ້ 11 ດ້ວຍວ່າຖ້າສິ່ງທີ່ໄດ້ຈາງໄປຍັງມີຣັສມີພຽງນັ້ນ ສິ່ງທີ່ຕັ້ງຢູ່ຖາວອນຄົງມີຣັສມີຫລາຍກວ່ານັ້ນອີກ 12 ເຫດສັນນັ້ນເມື່ອເຮົາມີຄວາມຫວັງຢ່າງນັ້ນແລ້ວ ເຮົາກໍມີໃຈກ້າຫລາຍຂຶ້ນ ບໍ່ໃຊ່ເຫມືອນດັ່ງໂມເຊທີ່ເອົາຜ້າປົກຫນ້າໄວ້ 13 ເພື່ອບໍ່ໃຫ້ພວກອິສຣາເອນເຫັນອະວະສານຂອງສິ່ງທີ່ກຳລັງຊົງຍົກເລີກເສັຽ 14 ແຕ່ຈິດໃຈຂອງເຂົາປຶກຕັນໄປ ເພາະວ່າຈົນເຖິງທຸກວັນນີ້ ເມື່ອເຂົາອ່ານພຣະສັນຍາເດີມ ຜ້າປົກຫນ້າຢ່າງດຽວນັ້ນຍັງຄົງຢູ່ບໍ່ໄດ້ເປີດອອກ ເພາະຜ້າຜືນນັ້ນຖືກຊົງເປີດອອກກໍໂດຍພຣະຄຣິດເທົ່ານັ້ນ 15 ແຕ່ວ່າຕລອດມາເຖິງທຸກວັນນີ້ ເມື່ອໃດເຂົາອ່ານພຣະທັມໂມເຊກໍມີຜ້າປົກປິດໃຈຂອງເຂົາຢູ່ 16 “ແຕ່ວ່າເມື່ອໃດທ່ານຫລົບເຂົ້າໄປເຝົ້າອົງພຣະຜູ້ເປັນເຈົ້າ ຜ້າປົກນັ້ນຈຶ່ງຍົກອອກເສັຽ” 17 ຄຳວ່າ “ອົງພຣະຜູ້ເປັນເຈົ້າ” ນັ້ນຫມາຍເຖິງພຣະວິນຍານແລະພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຊົງຢູ່ທີ່ໃດ ເສຣີພາບກໍມີຢູ່ທີ່ນັ້ນ 18 ແຕ່ເຮົາທັງຫລາຍບໍ່ມີຜ້າປົກຫນ້າແລ້ວ ຕົວພວກເຮົາຈຶ່ງສະທ້ອນແສງແຫ່ງພຣະສະງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ແລະພຣະສະງ່າຣາສີທີ່ມາຈາກອົງພຣະຜູ້ເປັນເຈົ້າຊຶ່ງເປັນພຣະວິນຍານນັ້ນ ກໍຊົງເຮັດໃຫ້ເຮົາທັງຫລາຍປ່ຽນມີລັກສະນະເຫມືອນພຣະອົງ ໂດຍມີສະງ່າຣາສີເປັນລຳດັບຂຶ້ນໄປ
ຂອງທີ່ມີຄ່າໃນພາຊນະດິນ
1 ເພາະເຫດທີ່ເຮົາໄດ້ຮັບໃຊ້ໃນການບົວລະບັດນີ້ໂດຍໄດ້ຮັບພຣະກະຣຸນາ ເຮົາຈຶ່ງບໍ່ທໍ້ຖອຍ 2 ເຮົາໄດ້ປະຖິ້ມການບັງລັບອັນເປັນທີ່ຫນ້າອັບອາຍນັ້ນ ເຮົາບໍ່ໄດ້ເຮັດກົນອຸບາຍ ແລະບໍ່ໄດ້ປອມແປງພຣະທັມຂອງພຣະເຈົ້າ ແຕ່ວ່າໄດ້ສະແດງຄວາມສັດຈິງໃຫ້ປາກົດແຈ້ງ ເຮົາກໍພຍາຍາມເຮັດໃຫ້ຕົວເປັນທີ່ຊອບແກ່ໃຈສຳນຶກຜິດແລະຊອບຂອງຄົນທັງປວງຕໍ່ພຣະພັກພຣະເຈົ້າ 3 ແຕ່ຖ້າຂ່າວປະເສີດທີ່ເຮົາປະກາດນັນຖືກປົກບັງໄວ້ ກໍປົກບັງຈຳພວກຄົນທັງຫລາຍທີ່ກຳລັງຈິບຫາຍໄປ 4 ສ່ວນຄົນເຫລົ່ານັ້ນທີ່ບໍ່ເຊື່ອ ພຣະຂອງສະໄຫມນີ້ໄດ້ເຮັດໃຫ້ໃຈຂອງເຂົາມືດໄປ ເພື່ອບໍ່ໃຫ້ເຂົາໄດ້ເຫັນແສງສວ່າງຂອງຂ່າວປະເສີດເຣື່ອງພຣະສະງ່າຣາສີຂອງພຣະຄຣິດ ຜູ້ຊົງມີລັກສະນະຢ່າງພຣະເຈົ້າ 5 ເຮົາບໍ່ໄດ້ປະກາດຕົວເຮົາເອງ ແຕ່ໄດ້ປະກາດພຣະຄຣິດຄືພຣະເຢຊູວ່າເປັນອົງພຣະຜູ້ເປັນເຈົ້າ ແລະປະກາດຕົວເຮົາເອງວ່າເປັນຜູ້ຮັບໃຊ້ ຂອງເຈົ້າທັງຫລາຍເພາະເຫັນແກ່ພຣະເຢຊູ 6 ດ້ວຍວ່າພຣະເຈົ້າອົງນັ້ນຜູ້ໄດ້ຊົງກ່າວໄວ້ວ່າ “ຄວາມສວ່າງຈະສ່ອງອອກມາຈາກຄວາມມືດ” ໄດ້ຊົງສ່ອງສວ່າງເຂົ້າໃນໃຈຂອງເຮົາ ເພື່ອເຮົາຈະໄດ້ມີຄວາມສວ່າງແຫ່ງຄວາມຮູ້ເຖິງພຣະສະງ່າຣາສີຂອງພຣະເຈົ້າ ຊຶ່ງປາກົດແຈ້ງໃນພຣະພັກຂອງພຣະຄຣິດ 7 ແຕ່ວ່າຂອງມີຄ່ານີ້ເຮົາມີໃນພາຊນະດິນ ເພື່ອໃຫ້ເຫັນວ່າຣິດເດດອັນເລີດປະເສີດນັ້ນຈະເປັນຂອງພຣະເຈົ້າ ບໍ່ໃຊ່ເປັນຂອງເຮົາເອງ 8 ເຮົາຖືກຄວາມທຸກລຳບາກອ້ອມຂ້າງ ແຕ່ບໍ່ເຖິງອັຕຄັດ ເຮົາຈົນປັນຍາ ແຕ່ຍັງບໍ່ຫມົດຫົນທາງອອກ 9 ເຮົາຖືກສັດຕຣູໄລ່ ແຕ່ກໍບໍ່ເຖິງຕົກໃນເງື້ອມມືເຂົາ ເຮົາຖືກຕີລົ້ມແລ້ວ ແຕ່ວ່າບໍ່ເຖິງຕາຍ 10 ຕົວຂອງເຮົາຍອມຢູ່ໃກ້ກັບຄວາມຕາຍເຫມືອນຢ່າງພຣະເຢຊູຢູ່ສເມີ ເພື່ອຊີວິດຂອງພຣະເຢຊູຈະໄດ້ປາກົດໃນຕົວເຮົາດ້ວຍ 11 ເພາະວ່າເຮົາທີ່ມີຊີວິດຢູ່ນັ້ນ ກໍຕ້ອງຖືກມອບໄວ້ແກ່ຄວາມຕາຍຢູ່ສເມີເພາະເຫັນແກ່ພຣະເຢຊູ ເພື່ອຊີວິດຂອງພຣະອົງຈະໄດ້ປາກົດໃນເນື້ອກາຍອັນຕາຍເປັນຂອງເຮົາເຫມືອນກັນ 12 ດັ່ງນັ້ນຄວາມຕາຍຈິງກຳລັງສະແດງຣິດຢູ່ໃນພວກເຮົາ ແຕ່ຊີວິດກຳລັງສະແດງຣິດຢູ່ໃນພວກເຈົ້າ 13 ເຮົາມີໃຈເຊື່ອຢ່າງດຽວກັນກັບຜູ້ທີ່ຂຽນໄວ້ແລ້ວວ່າ “ຂ້າພະເຈົ້າໄດ້ເຊື່ອ ເພາະສັນນັ້ນຂ້າພະເຈົ້າຈຶ່ງໄດ້ກ່າວໄວ້” ເຮົາກໍເຊື່ອເຫມືອນກັນ ເພາະສັນນັ້ນເຮົາຈຶ່ງກ່າວໄວ້ 14 ເຮົາຮູ້ວ່າພຣະອົງຜູ້ຊົງບັນດານໃຫ້ພຣະເຢຊູເຈົ້າຄືນພຣະຊົນ ກໍຈະຊົງບັນດານໃຫ້ເຮົາຄືນຂຶ້ນມາກັບພຣະເຢຊູເຫມືອນກັນ ແລະຈະຊົງນຳພາເຮົາເຂົ້າມາເຝົ້າພ້ອມກັນກັບເຈົ້າທັງຫລາຍ 15 ເພາະວ່າສິ່ງສາຣະພັດນັ້ນເປັນໄປເພື່ອປໂຍດຂອງເຈົ້າທັງຫລາຍ ເພື່ອວ່າເມື່ອພຣະຄຸນມາເຖິງຄົນເປັນຈຳນວນຫລວງຫລາຍ ກໍຈະມີການຂອບພຣະຄຸນຫລາຍຂຶ້ນເຫມືອນກັນ ຈຶ່ງເປັນການຖວາຍພຣະກຽດແກ່ພຣະເຈົ້າ
ການດໍາເນີນຊີວິດດ້ວຍອາສັຍຄວາມເຊື່ອ
16 ເຫດສັນນັ້ນເຮົາຈຶ່ງບໍ່ທໍ້ຖອຍ ເຖິງແມ່ນວ່າກາຍພາຍນອກຂອງເຮົາກຳລັງຊຸດໂຊມໄປ ແຕ່ໃຈພາຍໃນນັ້ນກໍຍັງຈະເຣີນຂຶ້ນໃຫມ່ທຸກໆວັນ 17 ເຫດວ່າການທຸກລຳບາກອັນເບົາບາງທີ່ມີຢູ່ເປັນຊົ່ວຂນະນຶ່ງນັ້ນກໍກຳລັງຈັດໃຫ້ເຮົາມີສະງ່າຣາສີຢ່າງຖາວອນຫລາຍ ຫາທີ່ປຽບບໍ່ໄດ້ 18 ເພາະວ່າເຮົາບໍ່ໄດ້ເຫັນແກ່ສິ່ງທີ່ຕາເຫັນຢູ່ ແຕ່ເຫັນແກ່ສິ່ງທີ່ຕາບໍ່ເຫັນ ດ້ວຍວ່າສິ່ງທີ່ຕາເຫັນຢູ່ນັ້ນກໍເປັນຂອງຊົ່ວຄາວ ແຕ່ສິ່ງທີ່ຕາບໍ່ເຫັນນັ້ນກໍຖາວອນເປັນນິດ
1 ເພາະເຮົາຮູ້ແລ້ວວ່າ ຖ້າວ່າເຮືອນຂອງເຮົາໃນໂລກນີ້ຄືຮ່າງກາຍນັ້ນໄດ້ຖືກມ້າງລົງເສັຽ ເຮົາກໍຍັງມີບ່ອນຢູ່ອາໄສຊຶ່ງພຣະເຈົ້າຊົງໂຜດປະທານໃຫ້ ເປັນບ່ອນຢູ່ທີ່ບໍ່ໄດ້ສ້າງດ້ວຍມືມະນຸດ ແລະຊົງຕັ້ງຢູ່ຖາວອນເປັນນິດໃນສວັນ 2 ເພາະວ່າທີ່ຈິງ ໃນຮ່າງກາຍນີ້ເຮົາຍັງໂອ່ຍອາລັຍຢູ່ ປາຖນາຫາຢ່າງຮ້ອນຮົນຢາກຫົ່ມເອົາທີ່ຢູ່ຂອງເຮົາອັນມາແຕ່ສວັນ 3 ເພື່ອວ່າເມື່ອເຮົາຫົ່ມແລ້ວ ເຮົາຈະບໍ່ປາກົດເຫມືອນປະເປືອຍ 4 ເພາະວ່າເຮົາຜູ້ອາໄສໃນຮ່າງກາຍນີ້ ຈຶ່ງໂອ່ຍອາລັຍເປັນທຸກໃຈຢ່າງຫນັກຫນ່ວງ ບໍ່ໃຊ່ປາຖນາຢາກຢູ່ຕົວເປົ່າ ແຕ່ປາຖນາຢາກຫົ່ມກາຍໃຫມ່ນັ້ນ ເພື່ອວ່າຮ່າງກາຍທີ່ຕາຍເປັນນີ້ຈະໄດ້ຖືກຖ້ວມລົ້ນດ້ວຍຊີວິດ 5 ແຕ່ແມ່ນພຣະເຈົ້າຊົງເປັນຜູ້ຈັດແຈ່ງເຮົາໄວ້ສຳລັບການປ່ຽນແປງນີ້ ແລະພຣະອົງໄດ້ຊົງໂຜດປະທານພຣະວິນຍານເປັນເຄື່ອງມັດຈຳໄວ້ກັບເຮົາ 6 ດ້ວຍເຫດນັ້ນເຮົາຈຶ່ງມີໃຈກ້າຢູ່ສເມີ ດ້ວຍຮູ້ວ່າຂນະເມື່ອເຮົາຢູ່ໃນເຮືອນ ຄືຮ່າງກາຍນີ້ ເຮົາກໍຢູ່ຫ່າງຈາກເຮືອນ ຊຶ່ງຢູ່ໃນອົງພຣະຜູ້ເປັນເຈົ້າ 7 ດ້ວຍວ່າເຮົາດຳເນີນໄປຕາມຄວາມເຊື່ອ ບໍ່ໃຊ່ຕາມທີ່ຕາເຫັນ 8 ເຮົາມີໃຈກ້າແລະພໍໃຈທີ່ຈະອອກຈາກເຮືອນ ຄືຮ່າງກາຍນີ້ໄປຢູ່ເຮືອນກັບອົງພຣະຜູ້ເປັນເຈົ້າກໍດີກວ່າ 9 ເຫດນັ້ນເຮົາຕັ້ງເປົ້າຫມາຍຂອງເຮົາວ່າ ຖ້າເຮົາຢູ່ໃນເຮືອນ ຄືຮ່າງກາຍນີ້ຫລືບໍ່ຢູ່ກໍດີ ເຮົາກໍຈະພຍາຍາມເຮັດໃຫ້ເປັນທີ່ຊອບພຣະທັຍຂອງພຣະອົງ 10 ດ້ວຍວ່າຈຳເປັນທີ່ເຮົາທຸກຄົນຈະຕ້ອງປາກົດຕົວຕໍ່ຫນ້າບັນລັງພິພາກສາຂອງພຣະຄຣິດ ເພື່ອທຸກຄົນຈະໄດ້ຮັບສົມກັບການທີ່ຕົວໄດ້ເຮັດໃນຮ່າງກາຍນີ້ ແລ້ວແຕ່ຈະດີຫລືຊົ່ວ
ການຄືນດີກັນກັບພຣະເຈົ້າທາງພຣະຄຣິດ
11 ເພາະເຫດທີ່ເຮົາຮູ້ຈັກຄວາມຢຳເກງອົງພຣະຜູ້ເປັນເຈົ້າແລ້ວ ເຮົາຈຶ່ງຊັກຊວນຄົນທັງຫລາຍ ເຮົາເປັນ່ຢ່າງໃດພຣະເຈົ້າກໍຊົງຊາບຢູ່ແລ້ວ ແລະເຮົາຫວັງໃຈວ່າ ໃຈສຳນຶກຜິດແລະຊອບຂອງພວກເຈົ້າຄົງຮູ້ຈັກເຮົາເຫມືອນກັນ 12 ນີ້ບໍ່ແມ່ນເຮົາຍ້ອງຍໍຕົວເຮົາເອງຕໍ່ເຈົ້າທັງຫລາຍອີກ ແຕ່ເຮົາໃຫ້ພວກເຈົ້າມີໂອກາດທີ່ຈະນຳເຮົາອອກອວດໄດ້ ເພື່ອເຈົ້າທັງຫລາຍຈະໄດ້ມີຂໍ້ໂຕ້ຕອບກັບຄົນທັງຫລາຍທີ່ມັກອວດໃນສິ່ງພາຍນອກ ບໍ່ແມ່ນໃນສິ່ງທີ່ຢູ່ໃນໃຈ 13 ເພາະວ່າຖ້າເຮົາໄດ້ເຣັດຢ່າງຄົນເສັຽຈິດເຮົາກໍເຮັດເພາະເຫັນແກ່ພຣະເຈົ້າ ຫລືຖ້າເຮົາເຮັດຢ່າງຄົນປົກກະຕິ ກໍເພາະເຫັນແກ່ເຈົ້າທັງຫລາຍ 14 ດ້ວຍວ່າຄວາມຮັກຂອງພຣະຄຣິດຊົງບັງຄັບເຮົາຢູ່ ເພາະເຮົາໄດ້ຄຶດເຫັນຢ່າງນີ້ວ່າ ມີຜູ້ນຶ່ງໄດ້ຕາຍແທນຄົນທັງປວງ ເຫດດັ່ງນັ້ນຄົນທັງປວງນັ້ນຈຶ່ງໄດ້ເຂົ້າສ່ວນໃນຄວາມຕາຍນັ້ນ 15 ແລະພຣະອົງນັ້ນໄດ້ຊົງວາຍພຣະຊົນແທນຄົນທັງປວງ ເພື່ອຄົນທັງຫລາຍຜູ້ທີ່ມີຊີວິດຢູ່ນັ້ນ ຈະໄດ້ມີຊີວິດເພື່ອປໂຍດແກ່ຕົວເອງອີກຕໍ່ໄປ ແຕ່ຈະມີຊີວິດຢູ່ເພື່ອພຣະອົງຜູ້ຊົງສິ້ນພຣະຊົນ ແລະໄດ້ຊົງຖືກບັນດານໃຫ້ຄືນພຣະຊົນເພາະເຫັນແກ່ເຂົາ 16 ເຫດສັນນັ້ນ ແຕ່ນີ້ຕໍ່ໄປເຮົາຈະບໍ່ສັງເກດຮູ້ຜູ້ໃດຕາມມາຕຖານຂອງມະນຸດ ເຖິງແມ່ນເມື່ອກ່ອນເຮົາໄດ້ສັງເກດຮູ້ພຣະຄຣິດຕາມມາຕຖານຂອງມະນຸດກໍຕາມ ແຕ່ດຽວນີ້ເຮົາກໍບໍ່ສັງເກດຮູ້ພຣະອົງຢ່າງນັ້ນອີກ 17 ເຫດສັນນັ້ນຖ້າຜູ້ໃດຢູ່ໃນພຣະຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກຊົງສ້າງຂຶ້ນໃຫມ່ແລ້ວ ຖານະເກົ່າເຫລົ່ານັ້ນກໍລ່ວງໄປແລ້ວ ເບິ່ງແມ໋, ກາຍເປັນສິ່ງໃຫມ່ທັງນັ້ນ 18 ສິ່ງທັງປວງນີ້ເກີດມາຈາກພຣະເຈົ້າ ຜູ້ຊົງໂຜດໃຫ້ເຮົາຄືນດີກັບພຣະອົງທາງພຣະຄຣິດ ແລະຊົງປະທານໃຫ້ເຮົາມີຫນ້າທີ່ປະຕິບັດໃນການຄືນດີນັ້ນ 19 ຄືພຣະເຈົ້າຜູ້ຊົງສະຖິດຢູ່ໃນອົງພຣະຄຣິດ ໄດ້ຊົງກະທຳໃຫ້ມະນຸດຄືນດີກັນກັບພຣະອົງ ບໍ່ໄດ້ຊົງຖືໂທດໃນການຜິດບາບຂອງເຂົາ ແລະຊົງມອບຂ່າວເຣື່ອງການທີ່ພຣະອົງໃຫ້ຄືນດີກັນນັ້ນໄວ້ກັບເຮົາ 20 ເຫດສັນນັ້ນເຮົາຈຶ່ງເປັນທູດຂອງພຣະຄຣິດ ໂດຍທີ່ພຣະເຈົ້າຊົງຂໍຮ້ອງເຈົ້າທັງຫລາຍທາງເຮົາ ເຮົາຈຶ່ງຂໍຮ້ອງພວກເຈົ້າໃນນາມຂອງພຣະຄຣິດວ່າ “ຈົ່ງຍອມໃຫ້ພຣະເຈົ້າຊົງກະທຳໃຫ້ເຈົ້າຄືນດີກັນກັບພຣະອົງເທີນ” 21 ເພາະວ່າພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງເຮົາ ເພື່ອພວກເຮົາຈະໄດ້ສ່ວນໃນຄວາມຊອບທັມຂອງພຣະເຈົ້າໂດຍທາງພຣະອົງ
1 ໃນເມື່ອເປັນຄົນຮ່ວມງານກັບພຣະອົງ ເຮົາຈຶ່ງອ້ອນວອນຂໍເຈົ້າທັງຫລາຍ ທີ່ພວກເຈົ້າໄດ້ຮັບ ພຣະຄຸນຂອງພຣະເຈົ້າ ຢ່າໃຫ້ເປັນການໄຮ້ປໂຍດ 2 ເພາະພຣະອົງຊົງກ່າວວ່າ, “ໃນຄາວທີ່ກະຣຸນາ ເຮົາໄດ້ຟັງເຈົ້າ ໃນວັນແຫ່ງຄວາມພົ້ນ ເຮົາໄດ້ສົງເຄາະເຈົ້າ” ບັດນີ້ແຫລະ, ຄືຄາວແຫ່ງພຣະກະຣຸນາ ບັດນີ້ແຫລະ, ຄືວັນແຫ່ງຄວາມໂຜດໃຫ້ພົ້ນ 3 ເຮົາບໍ່ໄດ້ໃຫ້ຜູ້ໃດມີເຫດສະດຸດໃຈຈັກຢ່າງ ເພື່ອບໍ່ໃຫ້ການທີ່ເຮົາຮັບໃຊ້ປະຕິບັດນັ້ນເປັນທີ່ເຂົາຈະຕິຕຽນໄດ້ 4 ແຕ່ເຮົາຜູ້ເປັນຄົນຮັບໃຊ້ຂອງພຣະເຈົ້າ ໄດ້ສເນີຕົວໃຫ້ເປັນທີ່ຊອບໃນການທັງປວງ ໂດຍຄວາມພຽນອົດທົນຫລວງຫລາຍໃນຄວາມທຸກລຳບາກ ໃນຄວາມຂັດສົນ ໃນການບີບຄັ້ນ 5 ໃນການຖືກຂ້ຽນ ໃນການຖືກຄຸກ ໃນການວຸ້ນວາຍ ໃນການງານຕ່າງໆ ໃນການອົດຫລັບອົດນອນ ໃນການອົດອາຫານ 6 ໂດຍຄວາມບໍຣິສຸດ ໂດຍຄວາມຮູ້ ໂດຍຄວາມອົດທົນດົນນານ ໂດຍໃຈກະຣຸນາ ໂດຍພຣະວິນຍານບໍຣິສຸດ ໂດຍຄວາມຮັກອັນບໍ່ປອມ 7 ໂດຍຖ້ອຍຄຳອັນສັດຈິງ ໂດຍຣິດອຳນາດຂອງພຣະເຈົ້າ ໃຊ້ເຄື່ອງອາວຸດແຫ່ງຄວາມຊອບທັມດ້ວຍມືຂວາແລະມືຊ້າຍ 8 ທັງເວລາມີຍົດແລະເວລາອັບປຍົດ ທັງເວລາລືກັນວ່າບໍ່ດີແລະເວລລືກັນວ່າດີ ຖືກເຂົາຫາວ່າເປັນຄົນລໍ້ລວງ ແຕ່ຍັງເປັນຄົນສັດຊື່ 9 ຖືກເຂົາຫາວ່າເປັນຄົນບໍ່ມີໃຜຮູ້ຈັກ ແຕ່ຍັງເປັນຄົນທີ່ເຂົາຮູ້ຈັກດີ ເປັນຄົນທີ່ກຳລັງຈະຕາຍ ແຕ່ເບິ່ງແມ໋, ເຮົາຍັງເປັນຢູ່ ເປັນຄົນຖືກລົງໂທດ ແຕ່ຍັງບໍ່ເຖິງຕາຍ 10 ເປັນຄົນທີ່ມີຄວາມທຸກໂສກ ແຕ່ຍັງຊົມຊື່ນຍິນດີຢູ່ສເມີ ເປັນຄົນທຸກຍາກ ແຕ່ຍັງເຮັດໃຫ້ຫລາຍຄົນເກີດຮັ່ງມີ ເປັນຄົນບໍ່ມີສິ່ງໃດ ແຕ່ຍັງມີສິ່ງສາຣະພັດ 11 ຊາວໂກຣິນໂທເອີຍ ເຮົາກ່າວກັບເຈົ້າທັງຫລາຍໂດຍບໍ່ໄດ້ອັດບັງສິ່ງໃດໄວ້ ແລະໄດ້ແບໃຈຂອງເຮົາອອກໃຫ້ເຈົ້າເຫັນ 12 ເຮົາບໍ່ໄດ້ອັດບັງໃຈຂອງເຮົາໄວ້ຕໍ່ພວກເຈົ້າ ແຕ່ແມ່ນພວກເຈົ້າໄດ້ອັດບັງໃຈໄວ້ຕໍ່ເຮົາ 13 ເຮົາເວົ້າກັບພວກເຈົ້າເຫມືອນເວົ້າກັບລູກ ຈົ່ງເຮັດກັບເຮົາເຫມືອນດັ່ງເຮົາເຮັດກັບພວກເຈົ້າ ຄືຈົ່ງແບໃຈຂອງເຈົ້າທັງຫລາຍອອກໃຫ້ກວ້າງເທີນ
ພວກເຮົາຄືວິຫານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່
14 ຢ່າຜູກພັນກັບຄົນທີ່ບໍ່ເຊື່ອໃນຖານະທີ່ບໍ່ສເມີກັນ ເພາະວ່າຄວາມຊອບທັມຈະບໍ່ມີຫຸ້ນສ່ວນອັນໃດກັບຄວາມອະທັມ ແລະຄວາມສວ່າງຈະເຂົ້າສນິດກັບຄວາມມືດໄດ້ຢ່າງໃດ 15 ພຣະຄຣິດກັບເບລີອານຈະລົງລອຍກັນໄດ້ຢ່າງໃດ ຫລືຄົນທີ່ເຊື່ອຈະມີສ່ວນອັນໃດກັບຄົນກັບຄົນທີ່ບໍ່ເຊື່ອ 16 ວິຫານຂອງພຣະເຈົ້າຈະຕົກລົງກັນກັບພຣະທຽມໄດ້ຢ່າງໃດ ດ້ວຍວ່າເຮົາທັງຫລາຍເປັນວິຫານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ດັ່ງທີ່ພຣະເຈົ້າໄດ້ຊົງກ່າວໄວ້ແລ້ວວ່າ, “ເຮົາຈະສະຖິດຢູ່ໃນເຂົາທັງຫລາຍ ແລະຈະທຽວຢູ່ໃນຖ້າມກາງເຂົາ ເຮົາຈະເປັນພຣະເຈົ້າຂອງເຂົາ ແລະເຂົາຈະເປັນໄພ່ພົນຂອງເຮົາ” 17 ດ້ວຍເຫດນັ້ນອົງພຣະຜູ້ເປັນເຈົ້າຈຶ່ງຊົງກ່າວວ່າ, “ຈົ່ງອອກມາຈາກຖ້າມກາງເຂົາເຫລົ່ານັ້ນ ແລະຈົ່ງຢູ່ຕ່າງຫາກ ຢ່າຖືກຕ້ອງສິ່ງທີ່ຖ່ອຍຮ້າຍ ແລ້ວຝ່າຍເຮົາ ຈຶ່ງຈະຮັບເຈົ້າທັງຫລາຍໄວ້ 18 ເຮົາຈະເປັນບິດາຂອງພວກເຈົ້າ ແລະຝ່າຍເຈົ້າຈະເປັນບຸດຊາຍຍິງຂອງເຮົາ” ອົງພຣະຜູ້ເປັນເຈົ້າຜູ້ຊົງຣິດທານຸພາບສູງສຸດໄດ້ຊົງກ່າວໄວ້ດັ່ງນັ້ນ
1 ພວກທີ່ຮັກເອີຍ ເມື່ອພວກເຮົາມີພຣະສັນຍາດັ່ງນັ້ນແລ້ວ ໃຫ້ເຮົາທັງຫລາຍຊຳຮະຕົວຈາກຮອຍເປື້ອນທຸກຢ່າງຂອງເນື້ອກາຍແລະວິນຍານຈິດ ແລະຈົ່ງເຮັດໃຫ້ມີຄວາມບໍຣິສຸດຢ່າງຄົບຖ້ວນໂດຍຄວາມຢຳເກງພຣະເຈົ້າ
ໂປໂລຍິນດີທີ່ຄຣິສຕະຈັກກັບໃຈໃຫມ່
2 ຈົ່ງມີໃຈກວ້າງຕ້ອນຮັບເຮົາເທີນ ເຮົາບໍ່ໄດ້ເຮັດຮ້າຍແກ່ຜູ້ໃດ ບໍ່ໄດ້ທຳລາຍຜູ້ໃດ ຫລືບໍ່ໄດ້ເອົາປຽບຜູ້ໃດຈັກເທື່ອ 3 ເຮົາກ່າວຢ່າງນີ້ກໍບໍ່ແມ່ນເພື່ອຈະໃສ່ໂທດພວກເຈົ້າ ເພາະເຮົາໄດ້ບອກແລ້ວວ່າ ເຈົ້າທັງຫລາຍຢູ່ໃນໃຈຂອງເຮົາ ຄືຈະຕາຍຫລືຈະເປັນກໍຢູ່ດ້ວຍກັນ 4 ເຮົາມີຄວາມໄວ້ໃຈແລະພາກພູມໃຈໃນພວກເຈົ້າຢ່າງຫລວງຫລາຍ ເຮົາໄດ້ຮັບຄວາມຊູໃຈຢ່າງບໍຣິບູນ ແລະໃນຄວາມທຸກລຳບາກຂອງເຮົາທຸກຢ່າງ ເຮົາກໍຍັງມີຄວາມຊົມຊື່ນຍິນດີຢ່າງລົ້ນເຫລືອ 5 ເພາະເຖິງແມ່ນວ່າເຮົາໄດ້ມາເຖິງແຂວງມາເກໂດເນັຽແລ້ວ ຮ່າງກາຍຂອງເຮົາກໍບໍ່ໄດ້ພັກຜ່ອນຈັກຍາມ ແຕ່ເຮົາມີຄວາມທຸກລຳບາກຢູ່ອ້ອມຂ້າງ ພາຍນອກມີການຕໍ່ສູ້ ພາຍໃນກໍມີຄວາມຢ້ານ 6 ແຕ່ເຖິງປານນັ້ນ ພຣະເຈົ້າຜູ້ຊົງໂຜດຫນຸນໃຈຄົນທີ່ທໍ້ຖອຍ ໄດ້ຊົງໂຜດຫນຸນໃຈເຮົາດ້ວຍການທີ່ຕີໂຕໄດ້ມາເຖິງນັ້ນ 7 ແລະບໍ່ໃຊ່ແຕ່ພຽງການມາຂອງຕີໂຕເທົ່ານັ້ນ ແຕ່ດ້ວຍການທີ່ພວກເຈົ້າໄດ້ຊູໃຈຂອງຕີໂຕອີກດ້ວຍ ຕາມທີ່ຕີໂຕໄດ້ມາເລົ່າໃຫ້ຟັງເຖິງຄວາມອາລັຍແລະຄວາມໂສກເສົ້າຂອງເຈົ້າທັງຫລາຍ ກັບທັງໃຈຮ້ອນຮົນຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີທະວີຂຶ້ນ 8 ເພາະເຖິງແມ່ນຈົດຫມາຍຂອງເຮົາສະບັບນັ້ນໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍຕາມ ເພາະເຮົາເຫັນວ່າຈົດຫມາຍສະບັບນັ້ນໄດ້ເຮັດໃຫ້ເຈົ້າທັງຫລາຍທຸກໃຈກໍພຽງແຕ່ຊົ່ວຄາວດຽວເທົ່ານັ້ນ 9 ບັດນີ້ເຮົາມີຄວາມຊົມຊື່ນຍິນດີບໍ່ໃຊ່ເພາະຄວາມທຸກໃຈຂອງເຈົ້າທັງຫລາຍ ແຕ່ເພາະຄວາມທຸກໃຈນັ້ນເປັນເຫດໃຫ້ພວກເຈົ້າກັບໃຈເສັຽໃຫມ່ ເພາະວ່າພວກເຈົ້າໄດ້ຮັບຄວາມທຸກໃຈຢ່າງທີ່ຊອບພຣະທັຍພຣະເຈົ້າ ຈຶ່ງບໍ່ໄດ້ຮັບຜົນຮ້າຍຈາກເຮົາຈັກຢ່າງ 10 ດ້ວຍວ່າຄວາມທຸກໃຈຕາມຢ່າງຊອບພຣະທັຍພຣະເຈົ້ານັ້ນ ຍ່ອມເຮັດໃຫ້ກັບໃຈເສັຽໃຫມ່ ຊຶ່ງນຳໄປສູ່ຄວາມພົ້ນໂດຍບໍ່ຄວນກິນແຫນງ ແຕ່ຄວາມທຸກໃຈຕາມຢ່າງໂລກນັ້ນ ຍ່ອມນຳໄປເຖິງຄວາມຕາຍ 11 ຈົ່ງພິຈາຣະນາເບິ່ງວ່າ ການທີ່ເຈົ້າທັງຫລາຍໄດ້ທຸກໃຈຕາມຢ່າງຊອບພຣະທັຍພຣະເຈົ້ານັ້ນ ໄດ້ເຮັດໃຫ້ພວກເຈົ້າເກີດມີຄວາມຂຍັນຂັນແຂງຫລາຍເທົ່າໃດ ເອົາໃຈໃສ່ທີ່ຈະແກ້ຕົວຫລາຍເທົ່າໃດ ຄວາມເຄືອງໃຈ ຄວາມຕື່ນຕົວ ຄວາມອາລັຍ ຄວາມຮ້ອນຮົນ ແລະການລົງໂທດຕອບແທນຫລາຍເທົ່າໃດ ໃນທຸກສິ່ງເຫລົ່ານີ້ເຈົ້າທັງຫລາຍໄດ້ສະແດງຕົວວ່າເປັນຄົນບໍ່ມີຜິດໃນການນັ້ນແລ້ວ 12 ເຫດສັນນັ້ນເຖິງແມ່ນວ່າເຮົາໄດ້ຂຽນມາເຖິງເຈົ້າທັງຫລາຍ ກໍບໍ່ໃຊ່ຍ້ອນຜູ້ທີ່ໄດ້ເຮັດຜິດຫລືຍ້ອນຜູ້ທີ່ຖືກຜິດນັ້ນ ແຕ່ເພື່ອຄວາມຂຍັນຂັນແຂງທີ່ພວກເຈົາມີຕໍ່ເຮົານັ້ນ ຈະໄດ້ປາກົດແກ່ເຈົ້າທັງຫລາຍຊ້ອງພຣະພັກພຣະເຈົ້າ 13 ໂດຍເຫດນັ້ນແຫລະ ເຮົາຈຶ່ງມີຄວາມຊູໃຈ ນອກຈາກຄວາມຊູໃຈຂອງເຮົານັ້ນ ເຮົາມີຄວາມຊົມຊື່ນຍິນດີ່ຢ່າງເຫລືອລົ້ນ ເພາະຍ້ອນຄວາມຍິນດີຂອງຕີໂຕ ໃນການທີ່ພວກເຈົ້າໄດ້ເຮັດໃຫ້ຈິດໃຈຂອງຕີໂຕສງົບລົງ 14 ທີ່ເຮົາໄດ້ອວດອ້າງເຣື່ອງເຈົ້າທັງຫລາຍແກ່ຕີໂຕ ເຮົາບໍ່ມີຄວາມລະອາຍເລີຍ ທຸກສິ່ງທີ່ເຮົາກ່າວແກ່ພວກເຈົ້າເປັນຄວາມຈິງສັນໃດ ສິ່ງທີ່ເຮົາອວດອ້າງເຣື່ອງພວກເຈົ້າແກ່ຕີໂຕເມື່ອກ່ອນນັ້ນ ກໍປາກົດເປັນຄວາມຈິງເຫມືອນກັນສັນນັ້ນ 15 ແລະເມື່ອຕີໂຕລະນຶກເຖິງການເຊື່ອຟັງຂອງເຈົ້າທັງຫລາຍ ແລະການທີ່ພວກເຈົ້າໄດ້ຕ້ອນຮັບທ່ານດ້ວຍຄວາມຢຳເກງຈົນຕົວສັ່ນ ທ່ານກໍເພີ້ມຄວາມຮັກໃນພວກເຈົ້າຫລາຍຂຶ້ນ 16 ເຮົາຊົມຊື່ນຍິນດີເພາະວ່າເຮົາເຊື່ອຫມັ້ນພວກເຈົ້າໄດ້ທຸກສິ່ງ
ການໃຫ້ທານແບບຄຣິສະຕຽນ
1 ພີ່ນ້ອງທັງຫລາຍເອີຍ, ເຮົາປາຖນາໃຫ້ເຈົ້າທັງຫລາຍຮູ້ຈັກເຖິງພຣະຄຸນຂອງພຣະເຈົ້າ ຊຶ່ງພຣະອົງຊົງໂຜດປະທານແກ່ຄຣິສຕະຈັກທັງຫລາຍໃນແຂວງມາເກໂດເນັຽ 2 ເພາະວ່າເມື່ອຄາວທີ່ເຂົາຖືກທົດລອງຢ່າງຫນັກ ໂດຍໄດ້ຮັບຄວາມທຸກລຳບາກ ຄວາມຍິນດີອັນເຫລືອລົ້ນ ແລະຄວາມຍາກຈົນອັນເຫລືອປະມານຂອງເຂົານັ້ນ ກໍໄດ້ປາກົດລົ້ນອອກມາເປັນໃຈສັດທາອັນກວ້າງຂວາງ 3 ເພາະເຮົາເປັນພຍານໄດ້ວ່າ ເຂົາສັດທາຖວາຍໂດຍສຸດຄວາມສາມາດຂອງເຂົາ ແລະເຫລືອຄວາມສາມາດຂອງເຂົາເສັຽອີກ 4 ແລ້ວຕາມລຳພັງໃຈຂອງເຂົາເອງ ເຂົາກໍຍັງໄດ້ອ້ອນວອນຢ່າງຫລວງຫລາຍ ຂໍເຮົາກະຣຸນາໃຫ້ເຂົາມີສ່ວນໃນການຊ່ອຍເຫລືອພວກໄພ່ພົນຂອງພຣະເຈົ້າ 5 ບໍ່ເຫມືອນດັ່ງເຮົາໄດ້ຄາດຫມາຍໄວ້ ແຕ່ຂໍ້ສຳຄັນທີ່ສຸດແມ່ນເຂົາໄດ້ຖວາຍຕົວເອງແກ່ອົງພຣະຜູ້ເປັນເຈົ້າກ່ອນ ແລ້ວໄດ້ມອບຕົວໃຫ້ເຮົາຕາມນໍ້າພຣະທັຍຂອງພຣະເຈົ້າ 6 ຈົນວ່າເຮົາໄດ້ເຕືອນຕີໂຕໃຫ້ຊ່ອຍພວກເຈົ້າເຮັດການກຸສົນນັ້ນໃຫ້ສຳເຣັດ ຕາມທີ່ຕົນໄດ້ລົງມືເຮັດໄວ້ກ່ອນແລ້ວນັ້ນ 7 ເຫດສັນນັ້ນເມື່ອເຈົ້າທັງຫລາຍມີບໍຣິບູນໃນທຸກສິ່ງ ຄືຄວາມເຊື່ອ ຖ້ອຍຄຳ ວິຊາຄວາມຮູ້ ຄວາມຂຍັນຂັນແຂງ ແລະຄວາມຮັກຕໍ່ເຮົາ ເຈົ້າທັງຫລາຍກໍຈົ່ງປະກອບການກຸສົນນີ້ຢ່າງບໍຣິບູນເຫມືອນກັນ 8 ເຮົາກ່າວດັ່ງນີ້ບໍ່ແມ່ນຄຳບັນຊາ ແຕ່ໄດ້ນຳເຣື່ອງຄວາມຂຍັນຂັນແຂງຂອງຄົນອື່ນມາທຽບທົດລອງກັບຄວາມຮັກຂອງເຈົ້າທັງຫລາຍນັ້ນ ເບິ່ງວ່າເປັນຂອງແທ້ຫລືບໍ 9 ເພາະວ່າເຈົ້າທັງຫລາຍຮູ້ຈັກພຣະຄຸນຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາແລ້ວວ່າ ເຖິງແມ່ນພຣະອົງຊົງຮັ່ງມີ ພຣະອົງກໍຍັງຊົງຍອມກາຍເປັນຄົນຍາກຈົນເພາະເຫັນແກ່ເຈົ້າທັງຫລາຍ ເພື່ອເຈົ້າທັງຫລາຍຈະໄດ້ກາຍເປັນຄົນຮັ່ງມີ ເນື່ອງຈາກຄວາມຍາກຈົນຂອງພຣະອົງ 10 ແລະເຮົາຈະອອກຄວາມເຫັນໃນເຣື່ອງນີ້ວ່າ ເຣື່ອງທີ່ພວກເຈົ້າໄດ້ຕັ້ງຕົ້ນກ່ອນເຂົາເມື່ອປີກາຍນີ້ ແລະບໍ່ແມ່ນພວກເຈົ້າໄດ້ຕັ້ງຕົ້ນຈະເຮັດເທົ່ານັ້ນ ແຕ່ວ່າຍັງເຕັມໃຈໃນການເຮັດນັ້ນດ້ວຍ 11 ບັດນີ້ກໍຄວນແລ້ວທີ່ເຈົ້າທັງຫລາຍຈະເຮັດການນັ້ນໃຫ້ສຳເຣັດເສັຽ ເພື່ອວ່າເມື່ອພວກເຈົ້າມີໃຈພ້ອມຢູ່ແລ້ວ ເຈົ້າກໍສຳເຣັດຕາມຄວາມສາມາດຂອງຕົນ 12 ເພາະວ່າຖ້າມີນ້ຳໃຈພ້ອມຢູ່ແລ້ວ ພຣະເຈົ້າກໍຊົງພໍພຣະທັຍທີ່ຈະຊົງຮັບຕາມທີ່ທຸກຄົນມີຢູ່ ບໍ່ໃຊ່ຕາມທີ່ເຂົາບໍ່ມີ 13 ເຮົາບໍ່ໄດ້ມຸ້ງຫມາຍວ່າຈະໃຫ້ການງານຂອງຄົນອື່ນເບົາລົງ ແລະໃຫ້ການງານຂອງພວກເຈົ້າຫນັກຂຶ້ນ ແຕ່ເພື່ອໃຫ້ເປັນການສເມີກັນ 14 ສັນນັ້ນໃນຍາມທີ່ເຈົ້າທັງຫລາຍມີບໍຣິບູນຢ່າງເວລານີ້ ພວກເຈົ້າກໍຄວນຈະຊ່ອຍຄົນເຫລົ່ານັ້ນທີ່ຂາດເຂີນ ແລະໃນຍາມທີ່ເຂົາມີບໍຣິບູນ ເຂົາກໍຈະຊ່ອຍພວກເຈົ້າເມື່ອຂາດເຂີນເຫມືອນກັນ ເພື່ອຈະໃຫ້ສເມີກັນໄປ 15 ດັ່ງມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ຜູ້ໃດໄດ້ຫລາຍກໍບໍ່ເຫລືອ ແລະຜູ້ທີ່ໄດ້ຫນ້ອຍກໍບໍ່ຂາດເຂີນ” 16 ແຕ່ຈົ່ງຂອບພຣະຄຸນພຣະເຈົ້າ ຜູ້ຊົງບັນດານໃຫ້ຕີໂຕມີໃຈຂຍັນຂັນແຂງເພື່ອເຈົ້າທັງຫລາຍຢ່າງດຽວກັນ 17 ເພາະບໍ່ພຽງແຕ່ທ່ານໄດ້ຮັບຄວາມເຕືອນຂອງເຮົາເທົ່ານັ້ນ ແຕ່ທ່ານຍັງມີໃຈຂຍັນຂັນແຂງພ້ອມຢູ່ແລ້ວ ຈຶ່ງໄດ້ໄປຫາເຈົ້າທັງຫລາຍຕາມລຳພັງໃຈຕົນເອງ 18 ເຮົາໄດ້ໃຊ້ພີ່ນ້ອງຄົນນັ້ນ ຜູ້ມີຊື່ສຽງໃນຄຣິສຕະຈັກທັງຫລາຍເພາະການປະກາດຂ່າວປະເສີດ ໃຫ້ໄປນຳຕີໂຕ 19 ແລະບໍ່ພຽງແຕ່ເທົ່ານັ້ນ ແຕ່ຄຣິສຕະຈັກໄດ້ເລືອກຕັ້ງຜູ້ນັ້ນໃຫ້ເປັນເພື່ອນເດີນທາງດ້ວຍກັນກັບເຮົາໃນການກຸສົນ ຊຶ່ງເຮົາໄດ້ຮັບເປັນທຸຣະ ເພື່ອໃຫ້ເປັນທີ່ຖວາຍພຣະກຽດແກ່ອົງພຣະຜູ້ເປັນເຈົ້າ ແລະເປັນທີ່ສະແດງນ້ຳໃຈອັນພ້ອມແລ້ວຂອງເຮົາ 20 ເຮົາກໍຈັດການຢ່າງນີ້ເພື່ອບໍ່ໃຫ້ຜູ້ນຶ່ງຜູ້ໃດຕິຕຽນເຮົາໄດ້ ໃນເຣື່ອງຂອງບໍຣິຈາກອັນບໍຣິບູນຊຶ່ງເຮົາໄດ້ຮັບແຈກນັ້ນ 21 ດ້ວຍວ່າເຮົາມຸ້ງຫມາຍຢາກເປັນຄົນສັດຊື່ ບໍ່ໃຊ່ແຕ່ຈຳເພາະພຣະພັກອົງພຣະຜູ້ເປັນເຈົ້າເທົ່ານັ້ນ ແຕ່ຕໍ່ຫນ້າຄົນທັງປວງດ້ວຍ 22 ເຮົາໄດ້ໃຊ້ພີ່ນ້ອງຂອງເຮົານັ້ນໄປນຳເຂົາ ຄືຜູ້ທີ່ເຮົາໄດ້ທົດລອງເບິ່ງຫລາຍເທື່ອ ຈຶ່ງເຫັນວ່າເປັນຄົນມີໃຈຂຍັນຂັນແຂງໃນຫລາຍສິ່ງຫລາຍຢ່າງມາແລ້ວ ແລະບັດນີ້ໄດ້ມີຄວາມຂຍັນຂັນແຂງຫລາຍກວ່າເກົ່າ ຍ້ອນວ່າທ່ານມີຄວາມໄວ້ໃຈຫລາຍໃນພວກເຈົ້າ 23 ສ່ວນຕີໂຕນັ້ນເປັນຜູ້ເຂົ້າສ່ວນກັບເຮົາ ແລະເປັນຜູ້ຮ່ວມງານໃນການຮັບໃຊ້ເຈົ້າທັງຫລາຍ ສ່ວນພວກພີ່ນ້ອງຂອງເຮົານັ້ນກໍເປັນທູດຮັບໃຊ້ຂອງຄຣິສຕະຈັກທັງຫລາຍ ແລະເປັນພຣະກຽດຂອງພຣະຄຣິດ 24 ເຫດສັນນັ້ນຈົ່ງສະແດງຫລັກຖານຄວາມຮັກຂອງເຈົ້າທັງຫລາຍ ແລະການທີ່ເຮົາອວດອ້າງກ່ຽວກັບເຣື່ອງພວກເຈົ້ານັ້ນ ຈົ່ງໃຫ້ປາກົດແກ່ເຂົາເຫລົ່ານັ້ນຕໍ່ຫນ້າຄຣິສຕະຈັກທັງຫລາຍ
ການສົງເຄາະພວກໄພ່ພົນຂອງພຣະເຈົ້າ
1 ເຮົາບໍ່ຈຳເປັນຕ້ອງຂຽນເຖິງເຈົ້າທັງຫລາຍ ກ່ຽວເຣື່ອງການສົງເຄາະພວກໄພ່ພົນຂອງພຣະເຈົ້າ 2 ເພາະເຮົາຮູ້ວ່າໃຈຂອງພວກເຈົ້າພ້ອມຢູ່ແລ້ວ ເຮົາຈຶ່ງກ່າວອວດອ້າງເຣື່ອງພວກເຈົ້າຕໍ່ຊາວມາເກໂດເນັຽວ່າ ທີ່ແຂວງອະຂາຢາເຂົາກໍຈັດແຈງໄວ້ພ້ອມແລ້ວຕັ້ງແຕ່ປີກາຍ ແລະໃຈຮ້ອນຮົນຂອງເຈົ້າທັງຫລາຍກໍຊຸກຍູ້ຫລາຍຄົນໃຫ້ເຂົາສົນໃຈ 3 ແຕ່ເຮົາໄດ້ໃຫ້ພວກພີ່ນ້ອງເຫລົ່ານັ້ນໄປ ເພື່ອບໍ່ໃຫ້ການອວດອ້າງຂອງເຮົາກ່ຽວເຣື່ອງພວກເຈົ້າໃນຂໍ້ນັ້ນເປັນການເສັຽປໂຍດແລະເພື່ອໃຫ້ເຈົ້າທັງຫລາຍຈັດແຈໄວ້ພ້ອມເຫມືອນດັ່ງເຮົາບໍ່ໄດ້ກ່າວແລ້ວນັ້ນ 4 ບໍ່ດັ່ງນັ້ນແລ້ວ, ຖ້າຊາວມາເກໂດເນັຽບາງຄົນມາກັບເຮົາ ແລະເຫັນວ່າເຈົ້າທັງຫລາຍບໍ່ໄດ້ຈັດແຈງໄວ້ພ້ອມຕາມທີ່ເຮົາໄດ້ຕາຍໃຈເຊື່ອນັ້ນ ຢ່າວ່າແຕ່ພວກເຈົ້າຈະຖືກລະອາຍຂາຍຫນ້າ ແຕ່ເຮົາເອງກໍຈະຖືກລະອາຍຂາຍຫນ້າເຫມືອນກັນ 5 ເຫດສັນນັ້ນເຮົາຈຶ່ງຄຶດເຫັນວ່າຈຳເປັນຕ້ອງຕັກເຕືອນພີ່ນ້ອງເຫລົ່ານັ້ນ ໃຫ້ໄປຫາເຈົ້າທັງຫລາຍກ່ອນເຮົາ ແລະໃຫ້ຈັດແຈງເຄື່ອງທານຂອງເຈົ້າທັງຫລາຍໄວ້ຕາມທີ່ໄດ້ສັນຍາໄວ້ແລ້ວ ເພື່ອເຄື່ອງທານນັ້ນຈະມີຢູ່ພ້ອມ ເຫມືອນເປັນເຄື່ອງທານທີ່ໃຫ້ດ້ວຍໃຈສັດທາ ບໍ່ໃຊ່ດ້ວຍຂືນໃຈ 6 ດັ່ງນີ້ແຫລະຄົນທີ່ຫວ່ານພຽງເລັກນ້ອຍກໍກ່ຽວເກັບໄດ້ພຽງເລັກນ້ອຍ ແລະຄົນທີ່ຫວ່ານຫລາຍກໍກ່ຽວເກັບໄດ້ຫລາຍ 7 ທຸກຄົນຈົ່ງໃຫ້ຕາມທີ່ຕົນໄດ້ຄຶດຫມາຍໄວ້ໃນໃຈ ບໍ່ໃຊ່ໃຫ້ດ້ວຍຄຶດເສັຽດາຍ ຫລືດ້ວຍຂືນໃຈໃຫ້ ເຫດວ່າພຣະເຈົ້າຊົງຮັກຄົນນັ້ນທີ່ໃຫ້ດ້ວຍຊື່ນໃຈຍິນດີ 8 ແລະພຣະເຈົ້າຊົງຣິດອາດປະທານພຣະຄຸນອັນສົມອຸດົມທຸກຢ່າງແກ່ເຈົ້າທັງຫລາຍ ເພື່ອໃຫ້ພວກເຈົ້າມີທຸກສິ່ງທຸກຢ່າງພຽງພໍສຳລັບຕົວສເມີ ທັງຈະມີສິ່ງຂອງບໍຣິບູນສຳລັບການງານດີທຸກຢ່າງດ້ວຍ 9 ຕາມທີ່ມີຂຽນໄວ້ໃນພຣະຄັມພີວ່າ, “ທ່ານບໍຣິຈາກຢ່າງກວ້າງຂວາງໃຫ້ແກ່ຄົນທຸກຍາກ ຄຸນຄວາມດີຂອງທ່ານກໍຕັ້ງຢູ່ເປັນນິດ” 10 ຝ່າຍພຣະອົງຜູ້ຊົງປະທານແນວປູກໃຫ້ແກ່ຜູ້ຫວ່ານ ກັບທັງອາຫານສຳລັບກິນ ຈະຊົງປະທານແນວປູກໃຫ້ແກ່ເຈົ້າທັງຫລາຍ ທັງຈະຊົງບັນດານໃຫ້ແນວປູກນັ້ນທະວີຂຶ້ນ ຊ້ຳຈະຊົງບັນດານໃຫ້ຜົນແຫ່ງຄຸນຄວາມດີຂອງພວກເຈົ້ານັ້ນຈະເຣີນຂຶ້ນ 11 ໂດຍຊົງໂຜດໃຫ້ເຈົ້າທັງຫລາຍຮັ່ງມີດ້ວຍສິ່ງຂອງ່ຢາງບໍຣິບູນ ເພື່ອໃຫ້ພວກເຈົ້າມີຂອງແຈກຢາຍຢ່າງໃຈກວ້າງຂວາງ ຊຶ່ງເຮົາໄດ້ນຳໄປແຈກຢາຍ ຈຶ່ງເປັນເຫດໃຫ້ເກີດການຂອບພຣະຄຸນຕໍ່ພຣະເຈົ້າ 12 ເພາະວ່າການຮັບໃຊ້ໃນການບົວລະບັດນັ້ນບໍ່ໃຊ່ເປັນການຊ່ອຍພວກໄພ່ພົນຂອງພຣະອົງທີ່ຂາດເຂີນເທົ່ານັ້ນ ແຕ່ຍັງເປັນເຫດໃຫ້ມີການຂອບພຣະຄຸນພຣະເຈົ້າຫລວງຫລາຍອີກດ້ວຍ 13 ແລະເນື່ອງຈາກຜົນແຫ່ງການບົວລະບັດນັ້ນ ເຂົາຈຶ່ງສັຣເສີນພຣະເຈົ້າ ໂດຍເຫດທີ່ເຈົ້າທັງຫລາຍຍອມຟັງແລະຕັ້ງໃຈຢູ່ໃນອຳນາດຂ່າວປະເສີດເຣື່ອງພຣະຄຣິດ ແລະເພາະເຫດພວກເຈົ້າໄດ້ແຈກຈ່າຍແກ່ເຂົາແລະແກ່ຄົນທັງປວງດ້ວຍໃຈກວ້າງຂວາງ 14 ຝ່າຍເຂົາກໍຈະຮັກແພງແລະອ້ອນວອນເພື່ອເຈົ້າທັງຫລາຍ ເພາະເຫດພຣະຄຸນຂອງພຣະເຈົ້າທີ່ສະຖິດຢູ່ໃນພວກເຈົ້າຢ່າງລົ້ນເຫລືອ 15 ຈົ່ງຂອບພຣະຄຸນພຣະເຈົ້າເພາະຂອງພຣະຣາຊທານອັນເຫລືອທີ່ຈະພັນລະນາໃຫ້ສິ້ນສຸດໄດ້
ໂປໂລກ່າວຕໍ່ຕ້ານເຣື່ອງການປະຕິບັດຂອງຄົນ
1 ເຮົາຄືໂປໂລ ຂໍອ້ອນວອນເຈົ້າທັງຫລາຍເປັນສ່ວນຕົວ ໂດຍເຫັນແກ່ຄວາມອ່ອນສຸພາບແລະພຣະທັຍກະຣຸນາຂອງພຣະຄຣິດ ເຮົາ, ຜູ້ຊຶ່ງພວກເຈົ້າວ່າເປັນຄົນສຸພາບຖ່ອມຕົວເມື່ອຢູ່ຕໍ່ຫນ້າ ແຕ່ເມື່ອຢູ່ໄກກໍເປັນຄົນໃຈກ້າ 2 ຄື ເຮົາຂໍຮ້ອງພວກເຈົ້າວ່າ ເມື່ອເຮົາມາຢູ່ນຳພວກເຈົ້າ ຢ່າໃຫ້ເຮົາສະແດງຄວາມກ້າຫານດ້ວຍຄວາມແນ່ໃຈ ເຫມືອນເຮົາຄຶດບັງອາດຈະເຮັດຕໍ່ລາງຄົນທີ່ນຶກເຫັນວ່າ ເຮົາຍັງເຮັດໄປຕາມທຳມະດາມະນຸດ 3 ເພາະເຖິງແມ່ນວ່າເຮົາຢູ່ກິນໃນໂລກກໍຈິງ ເຮົາກໍບໍ່ໄດ້ສູ້ຮົບຕາມທຳມະດາມະນຸດ 4 ເພາະວ່າເຄື່ອງອາວຸດຂອງເຮົາບໍ່ເປັນຝ່າຍໂລກ ແຕ່ມີຣິດອຳນາດຈາກພຣະເຈົ້າ ອາດທຳລາຍຄ້າຍອັນເຂັ້ມແຂງໄດ້ ຄືທຳລາຍຄວາມຄຶດທີ່ມີເຫດຜົນອັນບໍ່ຈິງ 5 ແລະຄວາມດື້ດຶງທຸກປະການທີ່ຕັ້ງຕົວຂຶ້ນຂັດຂວາງຄວາມຮູ້ຈັກພຣະເຈົ້າ ແລະປາຍຄວາມຄຶດທຸກປະການລົງໃຫ້ຢູ່ໃຕ້ບັງຄັບ ຈົນເຖິງນ້ອມຟັງພຣະຄຣິດ 6 ແລະເມື່ອການນ້ອມຟັງຂອງເຈົ້າທັງຫລາຍສຳເຣັດຄົບຖ້ວນແລ້ວ ເຮົາພ້ອມທີ່ຈະລົງໂທດແກ່ການບໍ່ນ້ອມຟັງທຸກປະການ 7 ເຈົ້າທັງຫລາຍຈົ່ງແລເບິ່ງສິ່ງທີ່ປາກົດກັບຕາ ຖ້າຜູ້ໃດຕາຍໃຈເຊື່ອວ່າຕົນເປັນຄົນຂອງພຣະຄຣິດ ກໍໃຫ້ຜູ້ນັ້ນຄຳນຶງວ່າເຫມືອນດັ່ງຕົນເປັນຄົນຂອງພຣະຄຣິດ ເຮົາກໍເປັນຄົນຂອງພຣະຄຣິດເຫມືອນກັນ 8 ເຖິງແມ່ນວ່າເຮົາໄດ້ອວດອ້າງຫລາຍໄປຫນ້ອຍນຶ່ງ ກ່ຽວກັບອຳນາດທີ່ອົງພຣະຜູ້ເປັນເຈົ້າຊົງປະທານໃຫ້ໄວ້ ເພື່ອສ້າງພວກເຈົ້າຂຶ້ນ ບໍ່ໃຊ່ເພື່ອທຳລາຍພວກເຈົ້າກໍຈະບໍ່ລະອາຍ 9 ເຮົາເວົ້າດັ່ງນັ້ນເພື່ອບໍ່ໃຫ້ເຈົ້າທັງຫລາຍຄຶດວ່າ ເຮົາຢາກໃຫ້ພວກເຈົ້າຢ້ານເພາະຈົດຫມາຍຂອງເຮົາ ເພາະມີລາງຄົນເວົ້າວ່າ, 10 “ຈົດຫມາຍຂອງໂປໂລນັ້ນມີນ້ຳຫນັກ ແລະມີອຳນາດກໍຈິງ ແຕ່ວ່າຕົວທ່ານເບິ່ງຄືອ່ອນແຮງ ແລະຖ້ອຍຄຳຂອງທ່ານກໍໃຊ້ການບໍ່ໄດ້” 11 ຈົ່ງໃຫ້ຄົນເຫລົ່ານັ້ນເຂົ້າໃຈດັ່ງນີ້ວ່າ ເມື່ອເຮົາບໍ່ຢູ່ ເຮົາເວົ້າໄວ້ໃນຈົດຫມາຍຂອງເຮົາຢ່າງໃດ ເມື່ອເຮົາມາແລ້ວເຮົາກໍຈະເຮັດຢ່າງນັ້ນ 12 ເພາະວ່າເຮົາບໍ່ກ້ານັບຕົວວ່າສເມີກັນກັບລາງຄົນທີ່ຍົກຕົວເອງ ຫລືປຽບທຽບກັນແລະກັນແລ້ວ ເຂົາກໍເປັນຄົນຂາດສະຕິປັນຍາ 13 ຝ່າຍເຮົາຈະບໍ່ອວດຕົວໃນສິ່ງໃດເກີນຂອບເຂດ ແຕ່ວ່າຈະອວດຕົວໃນຂອບເຂດທີ່ພຣະເຈົ້າໄດ້ຊົງຈັດໄວ້ໃຫ້ເຮົາ ແລະພວກເຈົ້າກໍຢູ່ໃນຂອບເຂດນັ້ນ 14 ການທີ່ເຮົາມາເຖິງເຈົ້າທັງຫລາຍນັ້ນ ບໍ່ໃຊ່ເປັນການລ່ວງເກີນຂອບເຂດອັນຄວນ ເພາະເຮົາເປັນຜູ້ທີ່ນຳຂ່າວປະເສີດເຣື່ອງພຣະຄຣິດມາເຖິງພວກເຈົ້າກ່ອນຫມູ່ 15 ເຮົາບໍ່ໄດ້ອວດຕົວເກີນຂອບເຂດ ບໍ່ໄດ້ເອົາການທີ່ຄົນອື່ນເຮັດມາອວດ ແຕ່ເຮົາຫວັງໃຈວ່າ ເມື່ອຄວາມເຊື່ອຂອງພວກເຈົ້າຈະເຣີນຂຶ້ນແລ້ວ ງານຂອງເຮົາຈະຂຍາຍຂອບເຂດອອກໄປຢ່າງກວ້າງຂວາງຖ້າມກາງພວກເຈົ້າໃນຂອບເຂດຂອງເຮົາ 16 ເພື່ອເຮົາຈະໄດ້ປະກາດເຣື່ອງຂ່າວປະເສີດໃນເຂດທີ່ຢູ່ນອກທ້ອງຖິ່ນຂອງພວກເຈົ້າ ໂດຍບໍ່ໄດ້ອວດເຣື່ອງການງານທີ່ຄົນອື່ນໄດ້ເຮັດໄວ້ແລ້ວນັ້ນ 17 “ຖ້າຜູ້ໃດຈະອວດ ກໍຈົ່ງເອົາອົງພຣະຜູ້ເປັນເຈົ້າມາອວດເທີນ” 18 ເພາະຄົນທີ່ຍົກຍ້ອງຕົວເອງບໍ່ເປັນທີ່ນັບຖືຂອງຜູ້ໃດ ແຕ່ຄົນທີ່ຫນ້ານັບຖືນັ້ນ ຄືຜູ້ທີ່ພຣະອົງເຈົ້າຊົງຍົກຍ້ອງ
ໂປໂລແລະອັຄສາວົກທຽມ
1 ເຮົາປະສົງຢາກໃຫ້ເຈົ້າທັງຫລາຍອົດທົນຟັງຄວາມໂງ່ຂອງເຮົາຈັກຫນ້ອຍ 2 ກະຣຸນາອົດທົນນຳເຮົາແດ່ຖ້ອນ ເພາະວ່າເຮົາຫວງແຫນເຈົ້າທັງຫລາຍຕາມຢ່າງຄວາມຫວງແຫນຂອງພຣະເຈົ້າ ເຫດວ່າເຮົາໄດ້ຫມາຍຫມັ້ນພວກເຈົ້າໄວ້ສຳລັບຜົວຜູ້ດຽວ ເພື່ອຈະຖວາຍແກ່ພຣະຄຣິດເປັນສາວປອດບໍຣິສຸດ 3 ແຕ່ເຫມືອນດັ່ງງູນັ້ນໄດ້ຫລອກລວງນາງເອວາດ້ວຍກົນອຸບາຍຂອງມັນ ເຮົາຄຶດຢ້ານວ່າຈິດໃຈຂອງເຈົ້າທັງຫລາຍກໍຈະຖືກຫລອກລວງດ້ວຍຢ່າງໃດຢ່າງນຶ່ງ ໃຫ້ຫລົງຈາກຄວາມຈົ່ງຮັກພັກດີອັນສັດຊື່ແລະອັນບໍຣິສຸດຕໍ່ພຣະຄຣິດດັ່ງນັ້ນ 4 ເຫດວ່າຖ້າມີຜູ້ໃດມາປະກາດເຣື່ອງພຣະເຢຊູອົງອື່ນ ທີ່ແຕກຕ່າງກັບພຣະອົງທີ່ເຮົາໄດ້ປະກາດແລ້ວນັ້ນ ຫລືຖ້າເຈົ້າທັງຫລາຍຈະຮັບພຣະວິນຍານ ຊຶ່ງຕ່າງກັນກັບທີ່ພວກເຈົ້າໄດ້ຮັບແລ້ວນັ້ນ ຫລືຮັບຂ່າວປະເສີດອັນແຕກຕ່າງກັບທີ່ພວກເຈົ້າໄດ້ຮັບເອົາແລ້ວນັ້ນ ກໍທໍ່ກັບວ່າເຈົ້າທັງຫລາຍໄດ້ຍອມເຊື່ອຟັງຕໍ່ເຂົາງ່າຍເຕັມທີ 5 ເພາະເຮົາຄຶດວ່າເຮົາບໍ່ເປັນຜູ້ຕ່ຳຕ້ອຍກວ່າພວກອັຄສາວົກຊັ້ນຜູ້ໃຫຍ່ເຫລົ່ານັ້ນແມ່ນແຕ່ຫນ້ອຍດຽວ 6 ເຖິງແມ່ນເຮົາບໍ່ເກັ່ງຝ່າຍຄວາມເວົ້າກໍດີ ເຮົາກໍຍັງມີຄວາມຮູ້ ທີ່ຈິງ, ເຮົາໄດ້ສະແດງຂໍ້ນີ້ໃຫ້ປາກົດຢ່າງແຈ່ມແຈ້ງແກ່ເຈົ້າທັງຫລາຍແລ້ວໃນກິຈການທຸກສິ່ງ 7 ເຮົາໄດ້ເຮັດຜິດຫລືໃນການທີ່ເຮົາຖ່ອມໃຈລົງເພື່ອຍົກຊູເຈົ້າທັງຫລາຍຂຶ້ນ ເພາະເຮົາໄດ້ປະກາດເຣື່ອງຂ່າວປະເສີດຂອງພຣະເຈົ້າແກ່ພວກເຈົ້າ ໂດຍບໍ່ໄດ້ຄຶດຄ່າອັນໃດ 8 ເຮົາໄດ້ລູ່ຊິງຄຣິສຕະຈັກຫນ່ວຍອື່ນ ດ້ວຍການຮັບເງິນບໍາຣຸງຈາກພວກເຂົາເພື່ອມາບົວລະບັດພວກເຈົ້າ 9 ແລະເມື່ອເຮົານຳເຈົ້າທັງຫລາຍແລະກຳລັງຂາດເຂີນ ເຮົາກໍບໍ່ໄດ້ໃຫ້ເປັນພາຣະອັນຫນັກແກ່ຜູ້ໃດ ເພາະວ່າພວກພີ່ນ້ອງທີ່ມາຈາກແຂວງມາເກໂດເນັຽ ໄດ້ຊ່ອຍໃຫ້ມີພໍກັບຄວາມຕ້ອງການຂອງເຮົາ ເຮົາໄດ້ລະວັງຕົວບໍ່ໃຫ້ເປັນພາຣະອັນຫນັກແກ່ເຈົ້າທັງຫລາຍໃນສິ່ງໃດ ແລະຈະລະວັງຢ່າງນັ້ນຕໍ່ໄປ 10 ຄວາມຈິງຂອງພຣະຄຣິດມີຢູ່ໃນເຮົາຢ່າງຄັກແນ່ສັນໃດ ຈຶ່ງບໍ່ມີຜູ້ໃດໃນແຂວງອະຂາຢາຫ້າມບໍ່ໃຫ້ອວດອ້າງການນີ້ສັນນັ້ນ 11 ເພາະເຫດໃດ ເພາະເຮົາບໍ່ຮັກເຈົ້າທັງຫລາຍຫລື ພຣະເຈົ້າຊົງຊາບດີດວ່າເຮົາຮັກພວກເຈົ້າ 12 ສິ່ງໃດທີ່ເຮົາເຮັດຢູ່ນັ້ນ ເຮົາກໍຈະເຮັດຕໍ່ໄປ ເພື່ອບໍ່ໃຫ້ຄົນເຫລົ່ານັ້ນມີໂອກາດອວດໄດ້ວ່າ ການງານທີ່ເຂົາເຮັດນັ້ນເປັນການແບບດຽວກັນກັບເຮົາ 13 ເພາະວ່າຄົນຢ່າງນັ້ນເປັນອັຄສາວົກທຽມ ເປັນຄົນງານທີ່ຫລອກລວງ ທີ່ປອມຕົວເປັນອັຄສາວົກຂອງພຣະຄຣິດ 14 ການເຮັດຢ່າງນັ້ນບໍເປັນການປລາດຫຍັງດອກ ເພາະຊາຕານເອງກໍຍັງປອມຕົວເປັນເທວະດາຂອງຄວາມສວ່າງໄດ້ 15 ເຫດສັນນັ້ນຈຶ່ງບໍ່ເປັນການງຶດປລາດອັນໃດ ທີ່ຜູ້ຮັບໃຊ້ຂອງຊາຕານຈະປອມຕົວເປັນຜູ້ຮັບໃຊ້ຂອງຄວາມຊອບທັມ ບັ້ນສຸດທ້າຍຂອງຄົນເຫລົ່ານັ້ນຈະເປັນໄປຕາມກິຈການຂອງເຂົາ
ການທົນທຸກຂອງໂປໂລໃນຖານະອັຄສາວົກ
16 ເຮົາກ່າວຊ້ຳອີກວ່າ ຢ່າໃຫ້ຜູ້ໃດຖືວ່າເຮົາເປັນຄົນໂງ່ ແຕ່ຖ້າມີດັ່ງນັ້ນຈົ່ງອົດຮັບຟັງເຮົາເຫມືອນຟັງຄົນໂງ່ ເພື່ອເຮົາຈະໄດ້ອວດອ້າງຈັກຫນ້ອຍ 17 (ການທີ່ເຮົາກ່າວຢ່າງນັ້ນ ເຮົາບໍ່ໄດ້ກ່າວຕາມຫລັກຂອງອົງພຣະຜູ້ເປັນເຈົ້າ ແຕ່ກ່າວເຫມືອນຄົນໂງ່ທີ່ມີຄວາມໄວ້ໃຈໃນການອວດຂອງຕົນ 18 ເພາະວ່າມີຫລາຍຄົນອວດຕົວຕາມຢ່າງມະນຸດ ເຮົາກໍຈະອວດເຫມືອນກັນ) 19 ເພາະວ່າການທີ່ເຈົ້າທັງຫລາຍຍິນດີອົດຮັບຟັງຄົນໂງ່ນັ້ນ ຄົງຈະເປັນເພາະພວກເຈົ້າເປັນຜູ້ສລາດແລ້ວຕີ້ 20 ເພາະພວກເຈົ້າຍອມທົນເອົາ ເມື່ອມີຜູ້ໃດເອົາເຈົ້າໄປເປັນຂ້ອຍ ເມື່ອມີຜູ້ໃດກິນເຈົ້າ ເມື່ອມີຜູ້ໃດຈັບເອົາຕົວເຈົ້າ ເມື່ອມີຜູ້ໃດຍົກຕົວເປັນໃຫຍ່ ຫລືເມື່ອມີຜູ້ໃດຕົບຫນ້າເຈົ້າ 21 ເຮົາກ່າວດ້ວຍຄວາມລະອາຍວ່າເຮົາເປັນຄົນອ່ອນແອເກີນໄປໃນເຣື່ອງນີ້ ບໍ່ວ່າໃຜຈະກ້າອວດໃນເຣື່ອງໃດ (ເຮົາກ່າວຢ່າງຄົນໂງ່) ເຮົາກໍກ້າອວດໃນເຣື່ອງນັ້ນເຫມືອນກັນ 22 ເຂົາເປັນຊາດເຮັບເຣີຫລື ເຮົາກໍເປັນເຫມືອນກັນ ເຂົາເປັນຊາວອິສຣາເອນຫລື ເຮົາກໍເປັນເຫມືອນກັນ ເຂົາເປັນເຊື້ອສາຍຂອງອັບຣາຮາມຫລື ເຮົາກໍເປັນເຫມືອນກັນ 23 ເຂົາເປັນຜູ້ຣັບໃຊ້ຂອງພຣະຄຣິດຫລື (ເຮົ່າເວົ້າຕາມຢ່າງຄົນເສັຽຈິດ) ເຮົາກໍລື່ນກວ່າເຂົາອີກ ເຮົາໄດ້ເຮັດການຫນັກລື່ນກວ່າເຂົາ ໄດ້ຖືກຄຸກຫລາຍກວ່າເຂົາ ໃນການຖືກຂ້ຽນຕີ ເຮົາກໍຖືກເກີນຂນາດ ໃນການຜະເຊີນພັຍ ເຮົາເກືອບຕາຍຫລາຍເທື່ອແລ້ວ 24 ພວກຢິວໄດ້ຂ້ຽນເຮົາຫ້າເທື່ອ ເທື່ອລະສາມສິບເກົ້າບາດ 25 ເຮົາໄດ້ຖືກຂ້ຽນດ້ວຍແສ້ຫວາຍສາມເທື່ອ ເຂົາໄດ້ຄວ່າງກ້ອນຫີນໃສ່ເຮົາເທື່ອນຶ່ງ ເຮົາໄດ້ຖືກສະເພົາຫລົ້ມເຖິງສາມເທື່ອ ເຮົາໄດ້ຢູ່ໃນທະເລເລິກວັນນຶ່ງກັບຄືນນຶ່ງ 26 ເຮົາໄດ້ເດີນທາງຫລາຍເທື່ອ ເປັນການປະຈົນພັຍອັນຫນ້າຢ້ານໃນແມ່ນ້ຳ ຈາກພວກໂຈນ ຈາກເພື່ອນຮ່ວມຊາດຂອງເຮົາເອງ ຈາກພວກນອກຊາດ ໃນບ້ານເມືອງ ໃນປ່າ ໃນທະເລ ຖ້າມກາງພວກພີ່ນ້ອງທີ່ບໍ່ສັດຊື່ 27 ຜະເຊີນໃນການຫນັກຫນ່ວງແລະຍາກລຳບາກ ໃນການອົດຫລັບອົດນອນຫລາຍຄືນ ໃນການອຶດເຂົ້າຢາກນ້ຳ ໃນການອົດອາຫານຫລາຍເທື່ອ ໃນການຖືກຫນາວແລະເປືອຍຕົວ 28 ແລະນອກຈາກການອື່ນໆທີ່ເຮົາຍັງບໍ່ໄດ້ຍົກມາໃຫ້ຟັງ ກໍຍັງມີພາຣະປະຈຳວັນຂອງເຮົາ ຄືຄວາມຫ່ວງໃຍເຖິງຄຣິສຕະຈັກທັງປວງ 29 ມີໃຜແດ່ທີ່ອ່ອນແຮງ ແລະເຮົາບໍ່ໄດ້ອ່ອນແຣງນຳ ມີໃຜແດ່ທີ່ຖືກສະດຸດ ແລະເຮົາບໍ່ໄດ້ຮ້ອນຮົນໃຈດ້ວຍ 30 ຖ້າເຮົາຈຳເປັນຕ້ອງອວດຕົວກ່ຽວກັບຄວາມອ່ອນແຮງຂອງເຮົາ 31 ພຣະອົງຜູ້ຊົງເປັນພຣະເຈົ້າແລະຊົງເປັນພຣະບິດາຂອງພຣະເຢຊູຄຣິດ ພຣະອົງຊົງເປັນຜູ້ທີ່ຄວນແກ່ການສັຣເສີນເປັນນິດ ພຣະອົງກໍຊົງຊາບວ່າເຮົາບໍ່ໄດ້ເວົ້າຕົວະ 32 ຜູ້ວ່າຣາຊການເມືອງຂອງກະສັດອາເຣຕາໃນນະຄອນດາມັສກັສ ໄດ້ໃຫ້ທະຫານເຝົ້ານະຄອນໄວ້ເພື່ອຈະຈັບຕົວເຮົາ 33 ແຕ່ເຂົາໄດ້ເອົາເຮົາໃສ່ກວຍໃຫຍ່ຢ່ອນລົງທາງປ່ອງຢ້ຽມໃນກຳແພງນະຄອນ ເຮົາຈຶ່ງພົ້ນຈາກເງື້ອມມືຂອງທ່ານ
ນິມິດແລະການຊົງສະແດງທີ່ໂປໂລໄດ້ຮັບຈາກພຣະເຈົ້າ
1 ເຖິງຈະບໍ່ມີປໂຍດອັນໃດກໍຕາມ ເຮົາກໍຈຳເປັນຕ້ອງອວດຕົວ ແຕ່ເຮົາຈະເລົ່າເຖິງນິມິດແລະການສະແດງຊຶ່ງມາຈາກອົງພຣະຜູ້ເປັນເຈົ້າ 2 ແຕ່ສິບສີ່ປີມາແລ້ວເຮົາຮູ້ຈັກຄຣິສະຕຽນຜູ້ນຶ່ງ ຜູ້ນັ້ນໄດ້ຖືກຮັບຂຶ້ນໄປເຖິງສວັນຊັ້ນສາມ (ແຕ່ຈະໄປທັງກາຍຫລືນອກກາຍເຮົາກໍບໍ່ຮູ້ ພຣະເຈົ້າເທົ່ານັ້ນເປັນຜູ້ຊົງຊາບ) 3 ເຮົາຮູ້ຈັກວ່າຄົນນັ້ນໄດ້ຮັບຂຶ້ນໄປເຖິງທີ່ສຸຂະເສີມ (ແຕ່ຈະໄປທັງກາຍຫລືນອກກາຍເຮົາກໍບໍ່ຮູ້ ພຣະເຈົ້າເທົ່ານັ້ນເປັນຜູ້ຊົງຊາບ) 4 ຄົນນັ້ນໄດ້ຍິນສຽງທີ່ຈະກ່າວອອກເປັນຄຳບໍ່ໄດ້ ແລະເປັນສິ່ງທີ່ຫ້າມມະນຸດບໍ່ໃຫ້ເປີດເຜີຍ 5 ສຳລັບຄົນຜູ້ນັ້ນແຫລະ, ເຮົາອວດໄດ້ ແຕ່ສຳລັບເຮົາເອງຈະບໍ່ອວດຕົວ ເວັ້ນແຕ່ຈະອວດໃນຄວາມອ່ອນແຮງຂອງເຮົາ 6 ເພາະເຖິງແມ່ນວ່າເຮົາຢາກອວດຕົວ ເຮົາກໍບໍ່ເປັນຄົນໂງ່ ເພາະເຮົາກ່າວຕາມຄວາມຈິງ ແຕ່ເຮົາອົດກັ້ນໄວ້ ກໍເພາະຢ້ານວ່າຈະມີບາງຄົນຍົກຍ້ອງເຮົາ ເກີນກວ່າທີ່ເຂົາໄດ້ຮູ້ຈາກການເຫັນແລະຟັງເຮົານັ້ນ 7 ແລະເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປເນື່ອງຈາກການຊົງສະແດງອັນຫລວງຫລາຍຊຶ່ງມາຈາກພຣະເຈົ້າ ພຣະເຈົ້າໄດ້ຊົງບັນດານໃຫ້ມີສ້ຽນຫນາມໃນເນື້ອກາຍຂອງເຮົາ ເປັນບໍຣິວານຂອງຊາຕານທີ່ທຸບຕີເຮົາ ເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປ 8 ເຣື່ອງສິ່ງນັ້ນເຮົາໄດ້ອ້ອນວອນທູນຂໍອົງພຣະຜູ້ເປັນເຈົ້າເຖິງສາມເທື່ອ ໃຫ້ມັນພົ້ນໄປຈາກເຮົາ 9 ແຕ່ພຣະອົງຊົງກ່າວແກ່ເຮົາວ່າ, “ການທີ່ເຈົ້າມີຄຸນຈາກເຮົາ ກໍພໍສຳລັບເຈົ້າແລ້ວ ດ້ວຍວ່າຄວາມ ອ່ອນແອມີຢູ່ທີ່ໃດ ເດດຂອງເຮົາກໍມີຣິດຂຶ້ນເຕັມຂນາດຢູ່ທີ່ນັ້ນ” ເຫດສັນນັ້ນເຮົາຈຶ່ງມີຄວາມພາກພູມໃຈໃນບັນດາຄວາມອ່ອນແອຂອງເຮົາດີກວ່າ ເພື່ອຣິດເດດຂອງພຣະຄຣິດຈະບັງຮົ່ມເຮົາໄວ້ 10 ສັນນັ້ນ ເພາະເຫັນແກ່ພຣະຄຣິດເຮົາຈຶ່ງຊື່ນໃຈໃນບັນດາຄວາມອ່ອນແອ ໃນການຖືກຫມິ່ນປມາດ ໃນຄວາມຍາກລຳບາກ ໃນການຖືກຂົ່ມເຫັງ ແລະໃນຄວາມຍາກຈົນ ເພາະວ່າເຮົາອ່ອນແອເມື່ອໃດ ເຮົາກໍຈະແຂງແຮງເມື່ອນັ້ນ
ຄວາມຫ່ວງໄຍຂອງໂປໂລເຖິງຄຣິສຕະຈັກໂກຣິນໂທ
11 ເຮົາກາຍເປັນຄົນໂງ່ແລ້ວ ເຈົ້າທັງຫລາຍໄດ້ບັງຄັບເຮົາໃຫ້ເປັນ ເພາະວ່າສົມຄວນແລ້ວທີ່ພວກເຈົ້າຈະຍ້ອງຍໍເຮົາ ເຖິງແມ່ນວ່າເຮົາບໍ່ເປັນຜູ້ດີວິເສດກໍຈິງ ເຮົາກໍບໍ່ຕ່ຳຕ້ອຍກວ່າອັຄສາວົກຊັ້ນຜູ້ໃຫຍ່ເຫລົ່ານັ້ນໃນປະການນຶ່ງປະການໃດ 12 ແທ້ຈິງ, ລັກສະນະຂອງອັຄສາວົກໄດ້ປາກົດຢ່າງແຈ່ມແຈ້ງໃນຖ້າມກາງພວກເຈົ້າ ໂດຍຄວາມພຽນ ໂດຍການສຳຄັນ ໂດຍການອັດສະຈັນ ແລະໂດຍການອິດທິຣິດ 13 ເພາະວ່າເຈົ້າທັງຫລາຍເສັຽປຽບຕໍ່ຄຣິສຕະຈັກອື່ນໆໃນຂໍ້ໃດແດ່ ເວັ້ນໄວ້ແຕ່ໃນຂໍ້ນີ້ ຄືເຮົາບໍ່ໄດ້ເປັນພາຣະອັນຫນັກແກ່ພວກເຈົ້າ ການຜິດນັ້ນຂໍພຣະເຈົ້າຊົງໃຫ້ອະພັຍໂທດແກ່ເຮົາແດ່ຖ້ອນ 14 ນີ້ແຫລະເປັນເທື່ອທີ່ສາມທີ່ເຮົາຕຽມພ້ອມທີ່ຈະມາຫາເຈົ້າທັງຫລາຍແລະເຮົາຈະບໍ່ເປັນພາຣະອັນຫນັກແກ່ພວກເຈົ້າ ເພາະວ່າເຮົາບໍ່ຕ້ອງການສິ່ງໃດຈາກພວກເຈົ້າ ແຕ່ວ່າຕ້ອງການຕົວພວກເຈົ້າ ເຫດວ່ທີ່ລູກຈະທ້ອນໂຮມຊັບໄວ້ສຳລັບພໍ່ແມ່ກໍບໍ່ສົມຄວນ ແຕ່ວ່າແມ່ນພໍ່ແມ່ເປັນຜູ້ທ້ອນໂຮມຊັບໄວ້ສໍາລັບລູກ 15 ຝ່າຍເຮົາກໍມີຄວາມຍິນດີທີ່ຈະສລະຊັບແລະເຫື່ອແຮງທັງຫມົດເພື່ອເຈົ້າທັງຫລາຍ ເມື່ອເຮົາຮັກພວກເຈົ້າຫລາຍຂຶ້ນເຖິງພຽງນີ້ ພວກເຈົ້າຈະກັບຮັກເຮົາຫນ້ອຍລົງຫລື 16 ບາງທີເຈົ້າທັງຫລາຍຈະຍອມຮັບວ່າເຮົາບໍ່ໄດ້ເປັນພາຣະອັນຫນັກແກ່ພວກເຈົ້າ ແຕ່ພວກເຈົ້າຄົງກ່າວວ່າເຮົາໃຊ້ເລ່ລ່ຽມຜົກຈັບພວກເຈົ້າດ້ວຍກົນອຸບາຍ 17 ເຮົາໄດ້ໂກງເອົາປໂຍດອັນໃດຈາກພວກເຈົ້າແດ່ຫລື ໃນການທີ່ເຮົາໄດ້ໃຊ້ຄົນເຫລົ່ານັ້ນໄປຫາພວກເຈົ້າ 18 ເຮົາໄດ້ວອນຂໍໃຫ້ຕີໂຕໄປແລະໃຊ້ໃຫ້ນ້ອງນັ້ນໄປດ້ວຍ ຕີໂຕໄດ້ໂກງເອົາປໂຍດອັນໃດຈາກພວກເຈົ້າແດ່ ເຮົາທັງສອງບໍ່ໄດ້ດຳເນີນການດ້ວຍນ້ຳໃຈອັນດຽວກັນດອກຫລື ເຮົາບໍ່ໄດ້ທຽວໃນຮ່ອງຮອຍອັນດຽວກັນຫລື 19 ເຈົ້າທັງຫລາຍຄົງຄຶດຢູ່ຕລອດມາວ່າເຮົາກ່າວແກ້ຕົວຕໍ່ພວກເຈົ້າ ທີ່ຈິງ, ເຮົາກ່າວໃນພຣະຄຣິດເຫມືອນເຮົາຢູ່ຕໍ່ພຣະພັກພຣະເຈົ້າ ແລະພີ່ນ້ອງທີ່ຮັກຂອງເຮົາເອີຍ ສິ່ງສາຣະພັດທີ່ເຮົາໄດ້ເຮັດນັ້ນ ເຮົາເຮັດເພື່ອໃຫ້ເຈົ້າທັງຫລາຍຈະເຣີນຂຶ້ນ 20 ເພາະເຮົາຄຶດຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາອາດຈະບໍ່ເຫັນພວກເຈົ້າເຫມືອນຢ່າງທີ່ເຮົາຢາກເຫັນ ແລະພວກເຈົ້າຈະບໍ່ເຫັນເຮົາເຫມືອນຢ່າງທີ່ພວກເຈົ້າຢາກເຫັນຄື ຢ້ານວ່າບໍ່ເຫດໃດກໍເຫດນຶ່ງ ຈະມີການຜິດຖຽງກັນ ການອິດສາກັນ ການຄຽດກັນ ການຄຶດໃຫຍ່ໃຝ່ສູງຕໍ່ກັນ ການນິນທາກັນ ການຊຸບຊິບສໍ່ສຽດກັນ ການຂີ້ອົ່ງຈອງຫອງ ແລະການເກະກະວຸ້ນວາຍກັນ 21 ເຮົາຢ້ານວ່າເມື່ອເຮົາກັບມາເຖິງແລ້ວ ພຣະເຈົ້າຂອງເຮົາຈະຊົງບັນດານໃຫ້ເຮົາຖ່ອມຕົວລົງລະອາຍໃຈຕໍ່ຫນ້າເຈົ້າທັງຫລາຍ ແລະເຮົາຈະທຸກໂສກເພາະເຫດທີ່ຫລາຍຄົນໄດ້ເຮັດຜິດບາບມາແຕ່ກ່ອນແລ້ວ ບໍ່ໄດ້ກັບໃຈຈາກການຊົ່ວຮ້າຍ ການຫລິ້ນຊູ້ ແລະການໂລພະຕັນຫາທີ່ເຂົາໄດ້ເຮັດນັ້ນ
1 ເທື່ອນີ້ເປັນເທື່ອທີ່ສາມທີ່ເຮົາຈະມາຫາພວກເຈົ້າ “ຂໍ້ກ່າວຫາອັນໃດຕ້ອງມີພຍານສອງຫລືສາມປາກ ຈຶ່ງຈະເປັນທີ່ເຊື່ອຖືໄດ້” 2 ເຮົາໄດ້ເຕືອນເຈົ້າທັງຫລາຍທີ່ເຮັດຜິດບາບມາແຕ່ກ່ອນ ແລະບັນດາຄົນອື່ນໆນັ້ນດ້ວຍ ແລະບັດນີ້ເມື່ອເຮົາບໍ່ຢູ່ ເຮົາຂໍຕັກເຕືອນພວກເຈົ້າອີກ ເຫມືອນເມື່ອເຮົາໄດ້ຢູ່ກັບພວກເຈົ້າເທື່ອທີ່ສອງນັ້ນວ່າ ຖ້າເຮົາມາອີກເຮົາຈະບໍ່ຜ່ອນໂທດໃຫ້ຄົນເຫລົ່ານັ້ນ 3 ເພາະວ່າເຈົ້າທັງຫລາຍຕ້ອງການຈະເຫັນຫລັກຖານວ່າ ພຣະຄຣິດຊົງກ່າວທາງເຮົາ ພຣະອົງບໍ່ໄດ້ຊົງອ່ອນແອຕໍ່ພວກເຈົ້າ ແຕ່ຊົງມີຣິດອຳນາດໃນຖ້າມກາງພວກເຈົ້າ 4 ເພາະເຖິງແມ່ນວ່າພຣະອົງຊົງຖືກຄຶງໄວ້ເນື່ອງຈາກຊົງອ່ອນແອກໍຈິງ ພຣະອົງກໍຍັງຊົງພຣະຊົນຢູ່ເພາະຣິດອຳນາດຂອງພຣະເຈົ້າ ເພາະວ່າເຮົາກໍອ່ອນແອດ້ວຍກັນກັບພຣະອົງ ແຕ່ເພື່ອພວກເຈົ້າເຮົາກໍມີຊີວິດເປັນຢູ່ດ້ວຍກັນກັບພຣະອົງ ເພາະຣິດອຳນາດຂອງພຣະເຈົ້າ 5 ຈົ່ງພິຈາຣະນາເບິ່ງຕົວເອງວ່າພວກເຈົ້າຕັ້ງຢູ່ໃນຄວາມເຊື່ອຫລືບໍ່ ຈົ່ງຊັນນະສູດຕົວເອງສາ ເຈົ້າທັງຫລາຍບໍ່ຮູ້ຫລືວ່າພຣະເຢຊູຄຣິດຊົງສະຖິດຢູ່ໃນພວກເຈົ້າ ເວັ້ນເສັຽແຕ່ພວກເຈົ້າຈະຜ່ານການຊັນນະສູດບໍ່ໄດ້ 6 ແຕ່ເຮົາຫວັງໃຈວ່າເຈົ້າທັງຫລາຍຄົງຮູ້ວ່າເຮົາບໍ່ໄດ້ເປັນຜູ້ຜ່ານການຊັນນະສູດບໍ່ໄດ້ 7 ເຮົາອ້ອນວອນຕໍ່ພຣະເຈົ້າເພື່ອບໍ່ໃຫ້ເຈົ້າທັງຫລາຍເຣັດຊົ່ວປະການໃດ ບໍ່ໃຊ່ແຕ່ເພື່ອຈະໃຫ້ປາກົດວ່າເຮົາເປັນຜູ້ທີ່ຜ່ານການຊັນນະສູດໄດ້ ແຕ່ເພື່ອເຈົ້າທັງຫລາຍຈະເປັນຄົນທີ່ເຮັດເຫມາະສົມ ເຖິງແມ່ນເຮົາຈະເປັນເຫມືອນຄົນທີ່ຜ່ານການຊັນນະສູດບໍ່ໄດ້ກໍຕາມ 8 ເພາະວ່າເຮົາຈະເຮັດສິ່ງໃດຂັດກັບຄວາມຈິງບໍ່ໄດ້ ໄດ້ແຕ່ເຮັດເພື່ອຄວາມຈິງເທົ່ານັ້ນ 9 ເພາະວ່າເມື່ອເຮົາອ່ອນແອແລະເຈົ້າທັງຫລາຍເຂັ້ມແຂງນັ້ນ ເຮົາກໍຍິນດີ ເຮົາຈຶ່ງອ້ອນວອນຂໍສິ່ງນີ້ ຄືຂໍໃຫ້ເຈົ້າທັງຫລາຍຈະເຣີນຂຶ້ນຢ່າງດີທີ່ສຸດ 10 ເຮົາຈຶ່ງຂຽນຂໍ້ຄວາມທັງຫລາຍນີ້ເມືອ່ເຮົາບໍ່ຢູ່ນຳ ກໍເພື່ອເວລາເຮົາຢູ່ນຳແລ້ວ ເຮົາຈະບໍ່ໄດ້ກ່າວຄຳເຄັ່ງຄັດໃນການໃຊ້ອຳນາດ ທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງມອບໃຫ້ແກ່ເຮົາ ເພື່ອສ້າງພວກເຈົ້າຂຶ້ນ ບໍ່ໃຊ່ເພື່ອມ້າງເພລົງ 11 ໃນສຸດທ້າຍນີ້ພີ່ນ້ອງທັງຫລາຍເອີຍ ເຮົາຂໍລາພວກເຈົ້າກ່ອນ ຈົ່ງປັບປຸງໃຫ້ຕົວຈະເຣີນຂຶ້ນ ຈົ່ງຟັງຄຳວອນຂໍຂອງເຮົາ ຈົ່ງເປັນນ້ຳນຶ່ງໃຈດຽວກັນ ຈົ່ງຢູ່ຮ່ວມກັນດ້ວຍຄວາມສງົບ ແລະພຣະເຈົ້າຜູ້ຊົງຮັກແລະຊົງປະທານສັນຕິສຸກ ຈະຊົງສະຖິດຢູ່ນຳເຈົ້າທັງຫລາຍ 12 ຈົ່ງທັກທາຍປາສັຍກັນດ້ວຍທັມນຽມຈູບອັນບໍຣິສຸດ 13 ໄພ່ພົນທັງປວງຂອງພຣະເຈົ້າກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ 14 ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຄວາມຮັກຂອງພຣະເຈົ້າ ແລະຄວາມຮ່ວມໃຈແຫ່ງພຣະວິນຍານບໍຣິສຸດ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍທຸກຄົນເທີນ
1 ໂປໂລ ຜູ້ເປັນອັຄສາວົກ (ບໍ່ໃຊ່ມະນຸດແຕ່ງຕັ້ງ ຫລືມະນຸດເປັນຕົວແທນແຕ່ງຕັ້ງ ແຕ່ວ່າພຣະເຢຊູຄຣິດ ແລະພຣະບິດາເຈົ້າຜູ້ຊົງບັນດານໃຫ້ພຣະເຢຊູຄືນພຣະຊົນໄດ້ຊົງແຕ່ງຕັ້ງ) 2 ກັບບັນດາພີ່ນ້ອງທີ່ຢູ່ນຳເຮົາເຖິງ ຄຣິສຕະຈັກທັງຫລາຍທີ່ຢູ່ໃນແຂວງຄາລາເຕັຽ 3 ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະບິດາເຈົ້າຂອງເຮົາທັງຫລາຍແລະພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີນ 4 ພຣະເຢຊູຊົງສລະພຣະກາຍຂອງພຣະອົງແທນຄວາມຜິດບາບຂອງເຮົາທັງຫລາຍ ເພື່ອຈະໂຜດໃຫ້ເຮົາພົ້ນຈາກສະໄຫມປັດຈຸບັນອັນຊົ່ວຮ້າຍນີ້ ຕາມນ້ຳພຣະທັຍພຣະເຈົ້ ຄືພຣະບິດາຂອງເຮົາທັງຫລາຍ 5 ຈົ່ງຖວາຍກຽດຕິຍົດແດ່ພຣະອົງນັ້ນສືບໆ ໄປເປັນນິດ ອາແມນ
ບໍ່ມີຂ່າວປະເສີດອື່ນອີກ
6 ເຮົາຮູ້ສຶກປລາດໃຈທີ່ເຈົ້າທັງຫລາຍພາກັນລະຖິ້ມພຣະອົງຢ່າງຮີບດ່ວນ ພຣະອົງຊົງເອີ້ນພວກເຈົ້າມາດ້ວຍພຣະຄຸນຂອງພຣະຄຣິດ ແຕ່ພວກເຈົ້າຕ່າວຄືນໄປຫາຂ່າວປະເສີດອັນແຕກຕ່າງເສັຽ 7 ທີ່ຈິງ, ຂ່າວປະເສີດອັນອື່ນບໍ່ມີ ແຕ່ວ່າມີບາງຄົນໄດ້ເຮັດໃຫ້ພວກເຈົ້າວຸ້ນວາຍ ແລະປາຖນາທີ່ຈະປ່ຽນແປງຂ່າວປະເສີດເຣື່ອງພຣະຄຣິດ 8 ແຕ່ເຖິງແມ່ນວ່າພວກເຮົາຫລືເທວະດາຈາກສວັນກໍດີ ຈະປະກາດຂ່າວປະເສີດໃຫ້ແກ່ເຈົ້າທັງຫລາຍ ນອກຈາກຂ່າວປະເສີດທີ່ເຮົາໄດ້ປະກາດແກ່ພວກເຈົ້າແລ້ວນັ້ນ ກໍໃຫ້ຜູ້ນັ້ນຖືກປ້ອຍດ່າ 9 ເຫມືອນດັ່ງພວກເຮົາໄດ້ບອກໄວ້ກ່ອນແລ້ວ ບັດນີ້ເຮົາບອກອິກວ່າ ຖ້າຜູ້ໃດປະກາດຂ່າວປະເສີດອື່ນແກ່ເຈົ້າທັງຫລາຍຄືອັນທີ່ຂັດກັບຂ່າວປະເສີດທີ່ພວກເຈົ້າໄດ້ຮັບໄວ້ແລ້ວ ກໍໃຫ້ຜູ້ນັ້ນຖືກປ້ອຍດ່າ 10 ບັດນີ້ ເຮົາກຳລັງຊອກຫາເອົາໃຈມະນຸດຫລື ຫລືວ່າຊອກໃຫ້ເປັນທີ່ຊອບພຣະທັຍພຣະເຈົ້າ ເຮົາພຍາຍາມເພື່ອໃຫ້ຖືກໃຈມະນຸດຫລື ຖ້າເຮົາພຍາຍາມເພື່ອໃຫ້ຖືກໃຈມະນຸດແລ້ວ ເຮົາກໍບໍ່ເປັນຜູ້ຮັບໃຊ້ຂອງພຣະຄຣິດ
ການທີ່ໂປໂລເປັນອັຄສາວົກ
11 ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າ ຂ່າວປະເສີດທີ່ເຮົາໄດ້ປະກາດແກ່ເຈົ້າທັງຫລາຍນັ້ນ ບໍ່ແມ່ນຂອງມະນຸດ 12 ດ້ວຍວ່າເຮົາບໍ່ໄດ້ຮັບຂ່າວປະເສີດນັ້ນຈາກມະນຸດ ຫລືບໍ່ມີມະນຸດຄົນໃດສອນໃຫ້ເຮົາ ແຕ່ເຮົາໄດ້ຮັບຂ່າວປະເສີດນັ້ນໂດຍພຣະເຢຊູຄຣິດຊົງສະແດງແກ່ເຮົາ 13 ເພາະວ່າເຈົ້າທັງຫລາຍໄດ້ຍິນເຖິງຊີວິດເບື້ອງຫລັງຂອງເຮົາ ເມື່ອເຮົາຍັງຢູ່ໃນລັດທິຢິວນັ້ນ ວ່າເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າຢ່າງຮ້າຍແຮງເຫລືອເກີນ ແລະທຳຮ້າຍຕໍ່ຄຣິສຕະຈັກນັ້ນ 14 ແລະເມື່ອເຮົາໄດ້ຢູ່ໃນລັດທິຢິວນັ້ນ ເຮົາໄດ້ກ້າວຫນ້າເກີນກວ່າເພື່ອນຫລາຍຄົນທີ່ມີອາຍຸຣຸ່ນດຽວ ແລະທີ່ເປັນຊາດດຽວກັນກັບເຮົາ ເພາະເຫດທີ່ເຮົາໄດ້ມີໃຈຮ້ອນຮົນຫລາຍກວ່າເຂົາ ໃນເຣື່ອງຂນົບທັມນຽມທີ່ສືບມາແຕ່ບັນພະບຸຣຸດຂອງເຮົາ 15 ແຕ່ພຣະເຈົ້າໄດ້ຊົງໂຜດເລືອກເຮົາໄວ້ຕັ້ງແຕ່ຢູ່ໃນທ້ອງມານດາ ແລະໄດ້ຊົງໂຜດເອີ້ນເຮົາດ້ວຍພຣະຄຸນມາຮັບໃຊ້ພຣະອົງ ແລະເມື່ອພຣະອົງຊົງຊອບພຣະທັຍ 16 ທີ່ຈະໂຜດສະແດງພຣະບຸດຂອງພຣະອົງໃຫ້ປາກົດແກ່ເຮົາ ເພື່ອໃຫ້ເຮົາໄດ້ປະກາດຂ່າວປະເສີດເຣື່ອງພຣະບຸດນັ້ນໃນຖ້າມກາງພວກຕ່າງຊາດ ເຮົາບໍ່ໄດ້ປຶກສາກັນກັບມະນຸດຄົນໃດ 17 ເຮົາບໍ່ໄດ້ຂຶ້ນເມືອຫາພວກທີ່ເປັນອັຄສາວົກກ່ອນເຮົາໃນກຸງເຢຣູຊາເລັມ ແຕ່ເຮົາໄດ້ອອກໄປຍັງປະເທດອາຣະເບັຽທັນທີ ແລ້ວໄດ້ກັບມາຍັງເມືອງດາມັສກັສອິກ 18 ຫລັງຈາກນັ້ນມາໄດ້ສາມປິ ເຮົາໄດ້ຂຶ້ນເມືອຫາເກຟາທີ່ກຸງເຢຣູຊາເລັມ ແລະໄດ້ພັກຢູ່ກັບທ່ານສິບຫ້າມື້ 19 ແຕ່ອັຄສາວົກຄົນອື່ນເຮົາບໍ່ໄດ້ພົບ ເວັ້ນແຕ່ຢາໂກໂບນ້ອງຊາຍຂອງອົງພຣະຜູ້ເປັນເຈົ້າເທົ່ານັ້ນ 20 (ໃນເຣື່ອງທີ່ເຮົາຂຽນມາຍັງເຈົ້າທັງຫລາຍນີ້ ເຮົາກໍສາບານຕໍ່ພຣະພັກພຣະເຈົ້າວ່າ ເຮົາບໍ່ໄດ້ເວົ້າຕົວະ) 21 ຫລັງຈາກນັ້ນ ເຮົາໄດ້ໄປໃນເຂດແດນຊີເຣັຽ ແລະກີລີເກັຽ 22 ສ່ວນສະມາຊິກໃນຄຣິສຕະຈັກທັງຫລາຍທີ່ແຂວງຢູດາຍນັ້ນ ຍັງບໍ່ໄດ້ຮູ້ຈັກຫນ້າຂອງເຮົາ 23 ເຂົາພຽງແຕ່ໄດ້ຍີນວ່າ, “ຜູ້ທີ່ແຕ່ກ່ອນເຄີຍໄດ້ກົດຂີ່ຂົ່ມເຫັງພວກເຮົາ ບັດນີ້ ໄດ້ປະກາດຂ່າວປະເສີດເຣື່ອງຄວາມເຊື່ອ ຊຶ່ງແຕ່ກ່ອນຕົນເຄີຍໄດ້ທຳຮ້າຍແລ້ວນັ້ນ” 24 ເຂົາທັງຫລາຍຈຶ່ງຖວາຍພຣະກຽດແກ່ພຣະເຈົ້າເພາະເນື່ອງດ້ວຍເຮົາ
ອັຄສາວົກອື່ນໆຮັບຮູ້ໂປໂລ
1 ຫລັງຈາກນັ້ນມາສິບສີ່ປີ ເຮົາກັບບາຣະນາບາໄດ້ຂຶ້ນເມືອຍັງກຸງເຢຣູຊາເລັມອີກ ແລະພາຕີໂຕໄປນຳ 2 ເຮົາໄດ້ຂຶ້ນເມືອຕາມທີ່ພຣະເຈົ້າໄດ້ຊົງສະແດງແກ່ເຮົາ ແລະເຮົາໄດ້ເລົ່າຂ່າວປະເສີດ ທີ່ເຮົາເຄີຍປະກາດແກ່ພວກຕ່າງຊາດນັ້ນໃຫ້ເຂົາຟັງ (ແຕ່ຍັງໄດ້ເລົ່າໃຫ້ຄົນສຳຄັນຟັງເປັນສ່ວນຕົວ) ເພາະຢ້ານວ່າເຮົາກຳລັງແລ່ນແຂ່ງກັນ ຫລືວ່າໄດ້ແລ່ນແຂ່ງແລ້ວໂດຍບໍ່ມີປໂຍດ 3 ແຕ່ສ່ວນຕີໂຕຜູ້ຢູ່ກັບເຮົານັ້ນ ເຖິງແມ່ນວ່າເປັນຄົນຕ່າງຊາດກໍຕາມ ເຂົາກໍບໍ່ໄດ້ບັງຄັບໃຫ້ຮັບພິທີຕັດ 4 ແຕ່ມີພີ່ນ້ອງທີ່ແປກປອມໄດ້ລັກລອບເຂົ້າມາ ເພື່ອສອດແນມເບິ່ງເສຣິພາບຂອງພວກເຮົາ ທີ່ມີຢູ່ເພາະພຣະເຢຊູຄຣິດ ພວກເຂົາຫວັງຈະບັງຄັບພວກເຮົາໃຫ້ກັບໄປເປັນຂ້ອຍຂ້າອີກ 5 ແຕ່ພວກເຮົາບໍ່ໄດ້ອ່ອນຍອມຕໍ່ເຂົາແມ່ນແຕ່ນາທີດຽວ ເພື່ອຈະໄດ້ຮັກສາຄວາມສັດຈິງຂອງຂ່າວປະເສີດນັ້ນໄວ້ສຳລັບເຈົ້າທັງຫລາຍ 6 ສ່ວນຄົນເຫລົ່ານັ້ນທີ່ເຂົາຖືວ່າເປັນຄົນສຳຄັນ (ເຂົາຈະເຄີຍເປັນຄົນຢ່າງໃດມາກ່ອນແລ້ວກໍຕາມ ກໍບໍ່ສຳຄັນຢ່າງໃດສຳລັບເຮົາ ພຣະເຈົ້າບໍ່ຊົງເຫັນແກ່ຫນ້າຄົນໃດ) ຄົນເຫລົ່ານັ້ນທີ່ເຂົາຖືວ່າເປັນຄົນສຳຄັນ ກໍບໍ່ໄດ້ເພີ້ມເຕີມສິ່ງໃດແກ່ເຮົາ 7 ແຕ່ກົງກັນຂ້າມ, ເມື່ອເຂົາເຫັນວ່າພຣະເຈົ້າຊົງມອບໃຫ້ເຮົາປະກາດເຣື່ອງຂ່າວປະເສີດແກ່ຄົນທີ່ບໍ່ຖືພິທີຕັດ ເຫມືອນດັ່ງພຣະເຈົ້າໄດ້ຊົງມອບໃຫ້ເປໂຕປະກາດຂ່າວປະເສີດແກ່ຄົນທີ່ຖືພິທີຕັດ 8 (ເພາະວ່າພຣະອົງຜູ້ໄດ້ຊົງບັນດົນໃຈເປໂຕໃຫ້ເປັນຜູ້ໃຊ້ໄປຫາພວກຄົນທີ່ຖືພິທີຕັດ ກໍໄດ້ຊົງບັນດົນໃຈຂອງເຮົາໃຫ້ໄປຫາພວກຕ່າງຊາດເຫມືອນກັນ) 9 ເມື່ອຢາໂກໂບກັບເກຟາ ແລະໂຢຮັນຜູ້ທີ່ເຂົາຖືວ່າເປັນຫລັກ ໄດ້ສັງເກດເຫັນພຣະຄຸນທີ່ໄດ້ຊົງປະທານແກ່ເຮົາ ທ່ານທັງສາມກໍໄດ້ຍື່ນມືຂວາໃຫ້ເຮົາກັບບາຣານາບາຈັບ ເພື່ອສະແດງວ່າເຮົາເປັນເພື່ອນຮ່ວມງານກັນ ເພື່ອໃຫ້ພວກເຮົາໄປຫາພວກຕ່າງຊາດ ແລະທ່ານເຫລົ່ານັ້ນຈະໄປຫາພວກທີ່ຖືພິທີຕັດ 10 ແຕ່ທ່ານເຫລົ່ານັ້ນຂໍພຽງບໍ່ໃຫ້ເຮົາລືມຄິດເຖິງຄົນຍາກຈົນ ຊຶ່ງເປັນສິ່ງທີ່ເຮົາເອົາໃຈໃສ່ທີ່ຈະເຮັດຢູ່ແລ້ວ
ໂປໂລຕໍ່ວ່າເປໂຕທີ່ອັນຕີໂອເຂັຽ
11 ແຕ່ເມື່ອເກຟາມາເຖິງເມືອງອັນຕີໂອເຂັຽແລ້ວ ເຮົາໄດ້ຄັດຄ້ານທ່ານຕໍ່ຫນ້າ ເພາະທ່ານມີການຜິດພາດແທ້ 12 ດ້ວຍວ່າກ່ອນທີ່ຄົນຂອງຢາໂກໂບມາເຖິງນັ້ນ ເກຟາກໍໄດ້ກິນຢູ່ກັບພວກຕ່າງຊາດ ແຕ່ພໍເມື່ອຄົນພວກນັ້ນໄດ້ມາເຖິງແລ້ວ ທ່ານກໍໄດ້ຖອຍຕົວອອກໄປຢູ່ຕ່າງຫາກ ເພາະຢ້ານພວກທີ່ຖືພິທີຕັດ 13 ແລະພວກຢິວຄົນອື່ນໆກໍໄດ້ເຂົ້າສ່ວນໃນການບໍ່ສັດຊື່ຂອງເກຟາ ເຖິງແມ່ນບາຣະນາບາກໍໄດ້ຖືກດຶງໄປຕາມຄວາມບໍ່ຈິງໃຈຂອງຄົນເຫລົ່ານັ້ນ 14 ແຕ່ເມື່ອເຮົາເຫັນວ່າເຂົາບໍ່ໄດ້ດຳເນີນໄປຕາມຄວາມຈິງຂອງຂ່າວປະເສີດນັ້ນ ເຮົາຈຶ່ງເວົ້າໃສ່ ເກຟາຕໍ່ຫນ້າຄົນທັງປວງວ່າ, “ຖ້າທ່ານຜູ້ເປັນຊາດຢິວ ຍອມເຮັດໄປເຫມືອນຄົນຕ່າງຊາດແລະບໍ່ເຮັດຄືຄົນຢິວ ເປັນຫຍັງທ່ານຈຶ່ງບັງຄັບຄົນຕ່າງຊາດໃຫ້ເຮັດຕາມຮີດຄອງຢິວນັ້ນ”
ພວກຢິວກັບພວກຕ່າງຊາດຕ້ອງພົ້ນ ໂດຍທາງຄວາມເຊື່ອຢ່າງດຽວກັນ
15 ຝ່າຍພວກເຮົາມີສັນຊາດເປັນຄົນຢິວ ບໍ່ໃຊ່ຄົນນອກຊາດທີ່ມີບາບ 16 ແຕ່ພວກເຮົາກໍຍັງຮູ້ຢູ່ວ່າ ບໍ່ມີຜູ້ໃດຖືກຊົງຖືວ່າຊອບທັມໂດຍການປະຕິບັດຕາມພຣະບັນຍັດ ແຕ່ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເທົ່ານັ້ນ ເຖິງແມ່ນພວກເຮົາກໍຍັງເຊື່ອໄວ້ໃຈໃນພຣະຄຣິດຄືພຣະເຢຊູ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທັມໂດຍທາງຄວາມເຊື່ອໃນພຣະຄຣິດ ບໍ່ໃຊ່ໂດຍການປະຕິບັດຕາມພຣະບັນຍັດ ເພາະວ່າໂດຍການປະຕິບັດຕາມພຣະບັນຍັດນັ້ນ “ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນຄົນຊອບທັມໄດ້” 17 ແຕ່ຖ້າພວກເຮົາພຍາຍາມເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທັມໂດຍພຣະເຢຊູຄຣິດ ພວກເຮົາເອງກໍຍັງປາກົດເປັນຄົນບາບຢູ່ ສັນນັ້ນພຣະຄຣິດຈະຊົງເປັນຜູ້ສົ່ງເສີມຄວາມບາບຫລືບໍ່ເປັນຢ່າງນັ້ນດອກ 18 ເພາະວ່າຖ້າເຮົາກໍ່ສິ່ງທີ່ເຮົາທຳລາຍລົງແລ້ວນັ້ນຂຶ້ນອີກ ເຮົາກໍສະແດງຕົວເອົງວ່າເປັນຜູ້ລ່ວງລະເມີດ 19 ເຫດວ່າໂດຍທາງພຣະບັນຍັດນັ້ນເຮົາໄດ້ຕາຍຈາກພຣະບັນຍັດແລ້ວ ເພື່ອເຮົາຈະໄດ້ມີຊີວິດຢູ່ສຳລັບພຣະເຈົ້າ ເຮົາໄດ້ຖືກຄຶງໄວ້ກັບພຣະຄຣິດແລ້ວ 20 ເຮົາຈຶ່ງບໍ່ມີຊີວິດຢູ່ ແຕ່ແມ່ນພຣະຄຣິດເປັນຜູ້ຊົງມີຊີວິດຢູ່ໃນເຮົາ ຊີວິດທີ່ເຮົາມີຢູ່ໃນຮ່າງກາຍເວລານີ້ນັ້ນ ເຮົາກໍມີຢູ່ໂດຍທາງຄວາມເຊື່ອໃນພຣະບຸດຂອງພຣະອົງເຈົ້າ ຜູ້ຊົງຮັກເຮົາແລະຊົງສລະພຣະອົງເອງແທນເຮົາ 21 ເຮົາບໍ່ໄດ້ເຮັດໃຫ້ພຣະຄຸນຂອງພຣະເຈົ້າເປັນໂມຄະ ເພາະວ່າຖ້າຄວາມຊອບທັມໄດ້ມາໂດຍທາງພຣະບັນຍັດແລ້ວ ພຣະຄຣິດກໍຊົງສິ້ນພຣະຊົນໂດຍບໍ່ມີປໂຍດ
ພຣະບັນຍັດ ຫລື ຄວາມເຊື່ອ
1 ໂອ ຊາວຄາລາເຕັຽຜູ້ບໍ່ມີຄວາມຄຶດເອີຍ ໃຜໄດ້ສະກົດດວງຈິດຂອງເຈົ້າທັງຫລາຍໃຫ້ຫລົງເຊື່ອໄປ ການທີ່ພຣະເຢຊູຊົງຖືກຄຶງໄວ້ນັ້ນ ກໍໄດ້ສະແດງຕໍ່ຕາຂອງພວກເຈົ້າຢ່າງຄັກແນ່ແລ້ວ 2 ເຮົາຢາກຮູ້ຂໍ້ດຽວຈາກພວກເຈົ້າວ່າ ເຈົ້າທັງຫລາຍໄດ້ຮັບພຣະວິນຍານນັ້ນໂດຍການປະຕິບັດຕາມພຣະບັນຍັດຫລື ຫລືວ່າໄດ້ຮັບໂດຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ 3 ເຈົ້າທັງຫລາຍຍັງໂງ່ເຖິງພຽງນັ້ນຫລື ພວກເຈົ້າໄດ້ຕັ້ງຕົ້ນໂດຍທາງພຣະວິນຍານແລ້ວ ບັດນີ້ ພວກເຈົ້າຈະສຳເຣັດລົງໂດຍທາງທັມມະດາມະນຸດຫລື 4 ການທີ່ເຈົ້າທັງຫລາຍໄດ້ອົດທົນມາຫລາຍແລ້ວນັ້ນເປັນການເສັຽປໂຍດຫລື ຖ້າເປັນເສັຽປໂຍດແທ້ 5 ພຣະອົງຜູ້ຊົງປະທານພຣະວິນຍານແກ່ເຈົ້າທັງຫລາຍ ແລະຊົງສະແດງອີດທິຣິດຖ້າມກາງພວກເຈົ້າ ຊົງກະທຳການເຫລົ່ານັ້ນເພາະດ້ວຍການປະຕິບັດຕາມພຣະບັນຍັດຫລື ຫລືວ່າເພາະດ້ວຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ 6 ເຫມືອນດັ່ງອັບຣາຮາມນັ້ນແຫລະ, “ທ່ານໄດ້ເຊື່ອພຣະເຈົ້າ ແລະຄວາມເຊື່ອນັ້ນພຣະເຈົ້າຊົງນັບວ່າເປັນຄວາມຊອບທັມແກ່ທ່ານ” 7 ສັນນັ້ນເຈົ້າທັງຫລາຍຈົ່ງຮູ້ວ່າ ຄົນທີ່ເຊື່ອນັ້ນແຫລະ, ເປັນລູກຂອງອັບຣາຮາມ 8 ແລະພຣະຄັມພີຮູ້ລ່ວງຫນ້າກ່ອນວ່າ ພຣະເຈົ້າຈະຊົງຖືວ່າຄົນຕ່າງຊາດເປັນຄົນຊອບທັມໂດຍທາງຄວາມເຊື່ອ ຈຶ່ງໄດ້ປະກາດເຣື່ອງຂ່າວປະເສີດລ່ວງຫນ້າແກ່ອັບຣາຮາມວ່າ, “ຊົນຊາດທັງຫລາຍຈະໄດ້ຮັບພຣະພອນເພາະເຈົ້າ” 9 ເຫດສັນນັ້ນ ຄົນທີ່ເຊື່ອຈຶ່ງໄດ້ຮັບພຣະພອນດ້ວຍກັນກັບອັບຣາຮາມຜູ້ເຊື່ອນັ້ນ 10 ເພາະວ່າທຸກຄົນທີ່ອາສັຍການປະຕິບັດຕາມພຣະບັນຍັດກໍຢູ່ໃຕ້ຄວາມປ້ອຍດ່າ ເພາະພຣະຄັມພີຂຽນໄວ້ວ່າ, “ທຸກຄົນທີ່ບໍ່ໄດ້ເຮັດຕາມຂໍ້ຄວາມທີ່ຂຽນໄວ້ໃນຫນັງສືພຣະບັນຍັດທຸກຂໍ້ກໍຖືກປ້ອຍດ່າ” 11 ເປັນທີ່ຮູ້ແຈ້ງແລ້ວວ່າ ບໍ່ມີມະນຸດຄົນໃດທີ່ຊົງຖືວ່າເປັນຄົນຊອບທັມຕໍ່ພຣະພັກພຣະເຈົ້າໂດຍປະຕິບັດຕາມພຣະບັນຍັດ ເພາະວ່າ “ຜູ້ທີ່ຊົງຖືວ່າເປັນຄົນຊອບທັມເພາະດ້ວຍຄວາມເຊື່ອ ຜູ້ນັ້ນແຫລະ, ຈະໄດ້ຊີວິດ” 12 ແຕ່ພຣະບັນຍັດນັ້ນບໍ່ໄດ້ອາສັຍຄວາມເຊື່ອ ເພາະ “ຜູ້ທີ່ໄດ້ປະຕິບັດຕາມພຣະບັນຍັດກໍຈະໄດ້ດຳເນີນຊີວິດຢູ່ໂດຍພຣະບັນຍັດນັ້ນ” 13 ພຣະຄຣິດໄດ້ຊົງໄຖ່ພວກເຮົາໃຫ້ພົ້ນຈາກຄວາມປ້ອຍດ່າຂອງພຣະບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກປ້ອຍດ່າແທນພວກເຮົາ (ເພາະພຣະຄັມພີຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ກໍຖືກປ້ອຍດ່າແລ້ວ” 14 ເພື່ອພຣະພອນທາງອັບຣາຮາມຈະໄດ້ມາເຖິງຄົນຕ່າງຊາດທັງຫລາຍເພາະພຣະເຢຊູຄຣິດ ເພື່ອພວກເຮົາຈະໄດ້ຮັບພຣະວິນຍານຕາມພຣະສັນຍາໂດຍຄວາມເຊື່ອ
ພຣະບັນຍັດ ແລະ ພຣະສັນຍາ
15 ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຍົກຕົວຢ່າງຈັກເຣື່ອງນຶ່ງມາກ່າວ ເຖິງແມ່ນເປັນຄຳສັນຍາຂອງມະນຸດ ເມື່ອໄດ້ຮັບຮອງກັນແລ້ວ ບໍ່ມີຜູ້ໃດຈະລົ້ມເລີກ ຫລືເພີ້ມເຕີມອິກໄດ້ 16 ບັນດາພຣະສັນຍາທີ່ໄດ້ຊົງກ່າວໄວ້ແກ່ອັບຣາຮາມ ແລະແກ່ເຊື້ອສາຍຂອງທ່ານນັ້ນ ບໍ່ໄດ້ຊົງກ່າວວ່າ, “ແລະແກ່ເຊື້ອສາຍທັງຫລາຍ” ເຫມືອນກັບວ່າແກ່ຄົນຫລາຍຄົນ ແຕ່ເຫມືອນກັບວ່າແກ່ຄົນຜູ້ດຽວຄື “ແກ່ເຊື້ອສາຍຂອງທ່ານ” ຊຶ່ງເປັນພຣະຄຣິດ 17 ເຮົາຈຶ່ງເວົ້າຢ່າງນີ້ວ່າ ພຣະບັນຍັດທີ່ມາພາຍຫລັງເຖິງສີ່ຮ້ອຍສາມສິບປີ ຈະທຳລາຍພຣະສັນຍາຊຶ່ງພຣະເຈົ້າໄດ້ຊົງຕັ້ງໄວ້ກ່ອນນັ້ນໃຫ້ເປັນໂມຄະບໍ່ໄດ້ 18 ເພາະວ່າຖ້າໄດ້ຮັບມໍຣະດົກໂດຍທາງພຣະບັນຍັດ ກໍບໍ່ໃຊ່ໄດ້ໂດຍທາງພຣະສັນຍາອີກຕໍ່ໄປ ແຕ່ພຣະເຈົ້າໄດ້ຊົງໂຜດປະທານມໍຣະດົກນັ້ນໃຫ້ແກ່ອັບຣາຮາມໂດຍທາງພຣະສັນຍາ 19 ຖ້າດັ່ງນັ້ນແລ້ວ, ມີພຣະບັນຍັດໄວ້ເພື່ອຫຍັງ ທີ່ເພີ້ມພຣະບັນຍັດໄວ້ ກໍເພື່ອຄວາມຜິດບາບຈະປາກົດເປັນການລ່ວງລະເມີດ ຈົນກວ່າເຊື້ອສາຍທີ່ໄດ້ຮັບພຣະສັນຍານັ້ນຈະມາເຖິງ ພວກເທວະດາໄດ້ຕັ້ງພຣະບັນຍັດນັ້ນໄວ້ໂດຍມືຂອງຄົນກາງ 20 ເມື່ອມີຝ່າຍດຽວກໍບໍ່ຕ້ອງການຄົນກາງ ແລະພຣະເຈົ້າຊົງເປັນຝ່າຍດຽວນັ້ນ
ຈຸດປະສົງຂອງພຣະບັນຍັດ
21 ຖ້າດັ່ງນັ້ນ, ພຣະບັນຍັດຂັດແຍ້ງກັບພຣະສັນຍາຂອງພຣະເຈົ້າຫລື ບໍ່ແມ່ນຢ່າງນັ້ນດອກ ເພາະວ່າຖ້າຊົງປະທານພຣະບັນຍັດອັນອາດໃຫ້ມີຊິວິດຢູ່ໄດ້ ການຊົງຖືວ່າເປັນຄົນຊອບທັມຄົງຈະໄດ້ມີຢູ່ໂດຍພຣະບັນຍັດນັ້ນແທ້ 22 ແຕ່ພຣະຄັມພີໄດ້ຮວບຮວມສິ່ງທັງຫມົດ ໃຫ້ເຂົ້າຢູ່ພາຍໃຕ້ອຳນາດຄວາມຜິດບາບ ເພື່ອວ່າທຸກຄົນທີ່ເຊື່ອຈະໄດ້ຮັບຮອງຂອງປະທານຕາມທີ່ຊົງສັນຍາ ໄວ້ ຊຶ່ງໄດ້ຊົງໂຜດປະທານໂດຍອາສັຍຄວາມເຊື່ອໃນພຣະເຢຊູຄຣິດເປັນຫລັກ 23 ເມື່ອຄວາມເຊື່ອຍັງບໍ່ທັນມານັ້ນ ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງພຣະບັນຍັດ ຖືກຄວບຄຸມໄວ້ຈົນເຖິງຄວາມເຊື່ອຈະໄດ້ມາປາກົດ 24 ເພາະສັນນັ້ນ ພຣະບັນຍັດຈຶ່ງປົກຄອງນຳພາພວກເຮົາໄປຈົນເຖິງພຣະຄຣິດສະເດັດມາ ເພື່ອພວກເຮົາຈະໄດ້ຊົງຖືວ່າເປັນຄົນຊອບທັມໂດຍອາສັຍຄວາມເຊື່ອ 25 ແຕ່ບັດນີ້ຄວາມເຊື່ອໄດ້ມາແລ້ວ ເຮົາທັງຫລາຍຈຶ່ງບໍ່ໄດ້ຢູ່ໃຕ້ບັງຄັບຂອງຜູ້ປົກຄອງນຳພານັ້ນຕໍ່ໄປ 26 ເພາະວ່າເຈົ້າທັງຫລາຍກໍເປັນພຣະບຸດຂອງພຣະເຈົ້າ ຮ່ວມໃນພຣະເຢຊູຄຣິດໂດຍທາງຄວາມເຊື່ອ 27 ດ້ວຍວ່າຝ່າຍພວກເຈົ້າຄົນໃດທີ່ໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ຫົ່ມຊີວິດພຣະຄຣິດ 28 ຈະບໍ່ເປັນຊາດຢິວຫລືຄົນຕ່າງຊາດ ຈະບໍ່ເປັນຂ້ອຍຂ້າຫລືເປັນອິສຣະ ຈະບໍ່ເປັນຊາຍຫລືຍິງ ເພາະວ່າເຈົ້າທັງປວງເປັນອັນນຶ່ງອັນດຽວກັນໃນພຣະຄຣິດຄືພຣະເຢຊູ 29 ແລະຖ້າເຈົ້າທັງຫລາຍເປັນຂອງພຣະຄຣິດແລ້ວ ເຈົ້າກໍເປັນເຊື້ອສາຍຂອງອັບຣາຮາມ ຄືເປັນຜູ້ຮັບມໍຣະດົກຕາມພຣະສັນຍາ
1 ເຮົາກ່າວດັ່ງນີ້ວ່າ ຕາບໃດເຈົ້າຂອງມໍຣະດົກນັ້ນຍັງເປັນເດັກນ້ອຍຢູ່ ກໍບໍ່ຕ່າງກັບຢ່າງໃດກັບຂ້ອຍຂ້າ ເຖິງແມ່ນວ່າຕົນຈະເປັນເຈົ້າຂອງຊັບທັງປວງກໍຕາມ 2 ແຕ່ກໍຍັງຢູ່ໃຕ້ບັງຄັບຜູ້ປົກຄອງ ແລະຜູ້ດູແລຊັບ ຈົນເຖິງເວລາທີ່ບິດາໄດ້ກຳນົດໄວ້ 3 ຝ່າຍພວກເຮົາກໍເຫມືອນກັນ ເມື່ອຍັງເປັນເດັກນ້ອຍຢູ່ ພວກເຮົາກໍເປັນຂ້ອຍຂ້າຢູ່ໃຕ້ອຳນາດສິ່ງສັກສີດທັມມະດາແຫ່ງສາກົນຈັກກະວານ 4 ແຕ່ເມື່ອຄົບກຳນົດແລ້ວ ພຣະເຈົ້າກໍຊົງໃຊ້ພຣະບຸດຂອງພຣະອົງມາ ຊົງປະສູດຈາກຜູ້ຍິງ ແລະຊົງຖືກຳເນິດໃຕ້ພຣະບັນຍັດ 5 ເພື່ອຈະຊົງໄຖ່ເອົາຄົນເຫລົ່ານັ້ນທີ່ຢູ່ໃຕ້ພຣະບັນຍັດ ເພື່ອໃຫ້ພວກເຮົາໄດ້ຖານະເປັນບຸດ 6 ແລະເພາະເຈົ້າທັງຫລາຍເປັນບຸດຂອງພຣະເຈົ້າແລ້ວ ພຣະອົງຈຶ່ງຊົງໃຊ້ພຣະວິນຍານແຫ່ງພຣະບຸດຂອງພຣະອົງ ເຂົ້າມາໃນໃຈຂອງພວກເຮົາແລ້ວຮ້ອງວ່າ “ອັບບາ” ຄື “ພຣະບິດາ” 7 ເຫດສັນນັ້ນ, ເພາະໂດຍພຣະເຈົ້າ ພວກເຈົ້າຈຶ່ງບໍ່ເປັນຂ້ອຍຂ້າຕໍ່ໄປແຕ່ເປັນບຸດ ແລະຖ້າເປັນບຸດແລ້ວ ກໍເປັນເຈົ້າຂອງມໍຣະດົກ
ໂປໂລເປັນຫ່ວງຜູ້ທີ່ເຊື່ອຖື
8 ແຕ່ກ່ອນນີ້, ເມື່ອເຈົ້າທັງຫລາຍຍັງບໍ່ຮູ້ຈັກພຣະເຈົ້າ ພວກເຈົ້າກໍເປັນຂ້ອຍຂ້າຂອງສິ່ງຕ່າງໆຊຶ່ງຕາມທັມມະດາແລ້ວມັນບໍ່ແມ່ນພຣະແທ້ 9 ແຕ່ບັດນີ້ ເຈົ້າທັງຫລາຍຮູ້ຈັກພຣະເຈົ້າແລ້ວ (ຫລືຈະເວົ້າໃຫ້ຖືກກວ່າ ກໍວ່າພຣະເຈົ້າຊົງຮູ້ຈັກເຈົ້າທັງຫລາຍແລ້ວ) ດ້ວຍເຫດໃດ ພວກເຈົ້າຈຶ່ງຈະກັບໄປຫາອຳນາດສິ່ງສັກສິດທັມມະດາອັນອ່ອນແອແລະບໍ່ມີປໂຍດ ພວກເຈົ້າຢາກຕົກເປັນຂ້ອຍຂ້າຂອງມັນອີກຫລື 10 ພວກເຈົ້າຖືວັນ ຖືເດືອນ ຖືຣະດູ ແລະປີ 11 ເຮົາວິຕົກນຳເຈົ້າທັງຫລາຍ ຢ້ານວ່າການຫນັກຫນ່ວງທີ່ເຮົາໄດ້ເຮັດສຳລັບເຈົ້ານັ້ນຈະບໍ່ເປັນ
ປໂຍດ
12 ພີ່ນ້ອງທັງຫລາຍເອີຍ, ເຮົາວອນຂໍໃຫ້ພວກເຈົ້າເກີດເປັນເຫມືອນຢ່າງເຮົາ ເພາະເຮົາກໍເຄີຍເປັນຢ່າງພວກເຈົ້າເຫມືອນກັນ ເຈົ້າທັງຫລາຍບໍ່ໄດ້ເຮັດຜິດສິ່ງໃດຕໍ່ເຮົາ 13 ເຈົ້າທັງຫລາຍຮູ້ຢູ່ວ່າຕອນຫົວທີເຮົາໄດ້ປະກາດເຣື່ອງຂ່າວປະເສີດແກ່ພວກເຈົ້າ ກໍເປັນເພາະການເຈັບປ່ວຍທາງຮ່າງກາຍ 14 ເຖິງແມ່ນວ່າສຸຂະພາບຂອງເຮົາຈະເປັນການທົດລອງໃຈເຈົ້າທັງຫລາຍກໍຕາມ ພວກເຈົ້າກໍບໍ່ໄດ້ຫມິ່ນປມາດຫລືເປີດຫນ່າຍເຮົາ ແຕ່ໄດ້ຕ້ອນຮັບເຮົາເຫມືອນກັບເປັນທູດຂອງພຣະເຈົ້າ ຫລືເຫມືອນກັບອົງພຣະເຢຊູຄຣິດ 15 ເຈົ້າທັງຫລາຍລືມຄວາມຍິນດີຂອງພວກເຈົ້າເສັຽແລ້ວຫລື ເພາະເຮົາເປັນພຍານໃຫ້ເຈົ້າທັງຫລາຍວ່າ ຖ້າເຮັດໄດ້ ພວກເຈົ້າກໍຄົງຈະຄວັດຫນ່ວຍຕາຂອງພວກເຈົ້າອອກໃຫ້ເຮົາ 16 ເພາະເຮົາໄດ້ບອກເຈົ້າທັງຫລາຍຕາມຄວາມສັດຊື່ ເຮົາຈຶ່ງກາຍເປັນສັດຕຣູຂອງພວກເຈົ້າຫລື 17 ຄົນເຫລົ່ານັ້ນເຮັດເອົາອົກເອົາໃຈພວກເຈົ້າ ບໍ່ໃຊ່ດ້ວຍຄວາມຫວັງດີ ແຕ່ທີ່ຈິງ, ເຂົາຢາກຈະກີດກັນພວກເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ເອົາອົກເອົາໃຈເຂົາ 18 ການເອົາອົກເອົາໃຈດ້ວຍຄວາມຫວັງດີກໍເປັນການດີຢູ່ທຸກເວລາ ແລະບໍ່ໃຊ່ແຕ່ເມື່ອເວລາເຮົາຢູ່ນຳພວກເຈົ້າເທົ່ານັ້ນ 19 ລູກນ້ອຍຂອງເຮົາເອີຍ, ເຮົາຕ້ອງເຈັບປວດເພາະພວກເຈົ້າອີກເຫມືອນແມ່ເຈັບປວດເມື່ອເກີດລູກ ຈົນກວ່າພຣະຄຣິດຈະໄດ້ຊົງກໍ່ກຳເນິດຂຶ້ນພາຍໃນພວກເຈົ້າ 20 ເຮົາປາຖນາຢູ່ກັບພວກເຈົ້າດຽວນີ້ ແລະຢາກປ່ຽນສຽງປາກຂອງເຮົາ ເພາະເຮົາຕົກສລັງກັງວົນໃນພວກເຈົ້າ
ຄຳປຽບເຣື່ອງນາງຮາກາແລະນາງຊາຣາ
21 ເຈົ້າທັງຫລາຍທີ່ຢາກຢູ່ໃຕ້ພຣະບັນຍັດ ພວກເຈົ້າບໍ່ໄດ້ຍິນພຣະບັນຍັດນັ້ນຫລື ຈົ່ງບອກເຮົາດູ 22 ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ ອັບຣາຮາມມີລູກຊາຍສອງຄົນ ຄົນນຶ່ງເກີດຈາກຍິງຂ້ອຍຂ້າ ແລະອີກຄົນນຶ່ງເກີດຈາກຍິງບໍ່ເປັນຂ້ອຍຂ້າ 23 ລູກທີ່ເກີດຈາກຍິງຂ້ອຍຂ້ານັ້ນກໍເກີດຕາມທັມມະດາ ແຕ່ສ່ວນລູກທີ່ເກີດຈາກຍິງບໍ່ເປັນຂ້ອຍຂ້ານັ້ນກໍເກີດຕາມພຣະສັນຍາ 24 ຂໍ້ຄວາມນີ້ແມ່ນການປຽບທຽບ ເພາະວ່າຍິງທັງສອງນັ້ນໄດ້ແກ່ຄຳສັນຍາສອງຢ່າງ ຜູ້ນຶ່ງຄືຮາກາ ເກີດລູກທີ່ເປັນຂ້ອຍຂ້າຈຶ່ງໄດ້ຄວາມສັນຍາມາຈາກພູຊີນາອີ 25 ນາງຮາການັ້ນໄດ້ແກ່ພູຊີນາອີໃນປະເເທດອາຣະເບັຽ ກົງກັບກຸງເຢຣູຊາເລັມໃນປັດຈຸບັນ ເພາະກຸງນີ້ກັບພົລເມືອງເປັນຂ້ອຍຂ້າຢູ່ 26 ແຕ່ວ່າເຢຣູຊາເລັມທີ່ຢູ່ເບື້ອງເທິງນັ້ນກໍເປັນອິສຣະ ແລະເປັນມານດາຂອງເຮົາທັງຫລາຍ 27 ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ, “ໂອ ຍິງຫມັນຜູ້ບໍ່ເກີດລູກເອີຍ, ຈົ່ງຊົມຊື່ນຍິນດີເທີນ ຍິງຜູ້ບໍ່ເຈັບທ້ອງເກີດລູກເອີຍ, ຈົ່ງເປັ່ງສຽງໂຮ່ຮ້ອງ ເພາະວ່າລູກຂອງແມ່ຮ້າງກໍຍັງມີຫລາຍກວ່າລູກຂອງຍິງຜູ້ມີຜົວ” 28 ແຕ່ພີ່ນ້ອງທັງຫລາຍເອີຍ, ເຮົາທັງຫລາຍກໍເປັນລູກຂອງພຣະສັນຍາເຫມືອນຢ່າງອີຊາກ 29 ແຕ່ໃນຄາວນັ້ນຜູ້ທີ່ເກີດຕາມທັມມະດາໄດ້ຂົ່ມເຫັງຜູ້ທີ່ເກີດຕາມພຣະວິນຍານສັນໃດ ປັດຈຸບັນນີ້ກໍເຫມືອນກັນສັນນັ້ນ 30 ແຕ່ພຣະຄັມພີວ່າຢ່າງໃດກໍວ່າ, “ຈົ່ງຂັບໄລ່ຍິງຂ້ອຍຂ້າກັບລູກຊາຍຂອງນາງອອກຫນີເສັຽ ເພາະວ່າລູກຂອງຍິງຂ້ອຍຂ້ານັ້ນຈະຮັບມໍຣະດົກຮ່ວມກັບລູກຂອງຍິງທີ່ບໍ່ເປັນຂ້ອຍຂ້ານັ້ນບໍ່ໄດ້” 31 ເຫດສັນນັ້ນ, ພີ່ນ້ອງທັງຫລາຍເອີຍ, ພວກເຮົາບໍ່ເປັນລູກຂອງຍິງຂ້ອຍຂ້າ ແຕ່ເປັນລູກຂອງຍິງທີ່ບໍ່ເປັນຂ້ອຍຂ້າ
ຕັ້ງຫມັ້ນຢູ່ໃນເສຣີພາບ
1 ເພື່ອເສຣີພາບນັ້ນແຫລະ, ພຣະຄຣິດຈຶ່ງໄດ້ຊົງໂຜດໃຫ້ເຮົາທັງຫລາຍເປັນອິສຣະ ເຫດສັນນັ້ນ ຈົ່ງຕັ້ງຫມັ້ນຢູ່ ແລະຢ່າຍອມເຂົ້າທຽມແອກເປັນຂ້ອຍຂ້າອີກ 2 ເບິ່ງແມ ເຮົາ, ຄືໂປໂລ ຂໍບອກເຈົ້າທັງຫລາຍວ່າຖ້າພວກເຈົ້າຮັບພິທີຕັດ ພຣະຄຣິດກໍຈະບໍ່ເປັນປໂຍດອັນໃດແກ່ພວກເຈົ້າ 3 ເຮົາເປັນພຍານແກ່ທຸກຄົນທີ່ຮັບພິທີຕັດນັ້ນອີກວ່າ ເຂົາຖືກຜູກມັດໃຫ້ປະຕິບັດຕາມພຣະບັນຍັດທັງຫມົດ 4 ເຈົ້າທັງຫລາຍທີ່ປາຖນາຈະໄດ້ຊົງຖືວ່າເປັນຄົນຊອບທັມໂດຍພຣະບັນຍັດ ກໍໄດ້ຖືກຕັດຂາດເສັຽຈາກພຣະຄຣິດ ແລະໄດ້ຫລຸດຕົກຈາກພຣະຄຸນແລ້ວ 5 ເພາະວ່າຝ່າຍພວກເຮົາ, ເຮົາຫວັງວ່າພຣະເຈົ້າຈະຊົງບັນດານໃຫ້ເຮົາເປັນຄົນຊອບທັມ ເຮົາຈຶ່ງລໍຄອຍການນັ້ນໂດຍພຣະວິນຍານແລະຄວາມເຊື່ອ 6 ເພາະວ່າໃນພຣະຄຣິດເຢຊູ ການທີ່ຮັບພິທີຕັດຫລືບໍ່ຮັບກໍບໍ່ເກີດປໂຍດອັນໃດ ແຕ່ຄວາມເຊື່ອຊຶ່ງສະແດງອອກເປັນຜົນໂດຍທາງຄວາມຮັກເທົ່ານັ້ນສຳຄັນ 7 ເຈົ້າທັງຫລາຍກຳລັງແລ່ນແຂ່ງດີຢູ່ແລ້ວ ແມ່ນໃຜໄດ້ຂັດຂວາງພວກເຈົ້າບໍ່ໃຫ້ເຊື່ອຟັງຄວາມຈິງ 8 ການຊັກຊວນຢ່າງນັ້ນບໍ່ໄດ້ມາຈາກພຣະອົງຜູ້ຊົງເອີ້ນເຈົ້າທັງຫລາຍ 9 ເຊື້ອແປ້ງເລັກຫນ້ອຍກໍເຮັດໃຫ້ແປ້ງນວດທັງກ້ອນພຸຂື້ນ 10 ເຮົາໄວ້ໃຈໃນອົງພຣະຜູ້ເປັນເຈົ້າວ່າ ເຈົ້າທັງຫລາຍຈະບໍ່ມີຄວາມຄິດຢ່າງອື່ນ ແຕ່ຝ່າຍຜູ້ທີ່ມາກໍ່ກວນພວກເຈົ້ານັ້ນ ຈະເປັນຜູ້ໃດກໍຕາມເຂົາຄົງຈະໄດ້ຮັບໂທດ 11 ພີ່ນ້ອງທັງຫລາຍເອີຍ, ຖ້າເຮົາຍັງປະກາດໃຫ້ຮັບພິທີຕັດ ເປັນດ້ວຍເຫດໃດເຮົາຈຶ່ງຍັງຖືກຂົ່ມເຫັງຢູ່ ຖ້າດັ່ງນັ້ນການສະດຸດໃຈຍ້ອນໄມ້ກາງແຂນກໍຖືກຍົກເລີກເສັຽແລ້ວ 12 ສ່ວນຄົນເຫລົ່ານັ້ນທີ່ກໍ່ກວນຄວາມວຸ້ນວາຍຕໍ່ພວກເຈົ້າ ໃຫ້ເຂົາຕອນຕົວເອງເສັຽ 13 ພວກພີ່ນ້ອງເອີຍ, ທີ່ຊົງເອີ້ນເຈົ້າທັງຫລາຍກໍເພື່ອໃຫ້ມີເສຣິພາບ ແລະຢ່າເອົາເສຣີພາບນັ້ນເປັນຊ່ອງທາງປ່ອຍຕົວໄປຕາມທັມມະດາໂລກ ແຕ່ຈົ່ງຮັບໃຊ້ຊຶ່ງກັນແລະກັນດ້ວຍຄວາມຮັກເທີນ 14 ເພາະວ່າພຣະບັນຍັດທັງສິ້ນກໍຮວບຮວມເຂົ້າໃນຂໍ້ດຽວຄື “ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” 15 ແຕ່ວ່າຖ້າເຈົ້າທັງຫລາຍກັດກັນແລະກິນເນື້ອກັນ ຈົ່ງລະວັງ ຢ້ານວ່າຈະພາກັນຈິບຫາຍໄປ
ຜົນຂອງພຣະວິນຍານແລະການງານຂອງມະນຸດທັມມະດາ
16 ແຕ່ເຮົາຂໍບອກວ່າ ຈົ່ງຍອມໃຫ້ພຣະວິນຍານເປັນຜູ້ຊົງນຳພາ ແລະເຈົ້າທັງຫລາຍຈະບໍ່ໄດ້ເຮັດຕາມຕັນຫາຂອງມະນຸດ 17 ເພາະວ່າມະນຸດທັມມະດາມີຕັນຫາຕໍ່ສູ້ກັບພຣະວິນຍານ ແລະພຣະວິນຍານກໍຕໍ່ສູ້ກັບມະນຸດ ເພາະທັງສອງຝ່າຍເປັນສັດຕຣູກັນ ດັ່ງນັ້ນສິ່ງທີ່ເຈົ້າທັງຫລາຍຢາກເຮັດ ພວກເຈົ້າຈຶ່ງເຮັດບໍ່ໄດ້ 18 ແຕ່ຖ້າພຣະວິນຍານຊົງນຳພາເຈົ້າທັງຫລາຍໄປ ພວກເຈົ້າກໍບໍ່ຢູ່ໃຕ້ພຣະບັນຍັດ 19 ແຕ່ການງານຂອງມະນຸດທັມມະດານັ້ນກໍປາກົດແຈ້ງແລ້ວ ຄືການຫລິ້ນຊູ້ ການບໍ່ສະອາດ ການໂລພະຕັນຫາ 20 ການໄຫວ້ພຣະທຽມ ການເຊື່ອເວດມົນຄາຖາ ການເປັນສັດຕຣູກັນ ການວິວາດຜິດຖຽງກັນ ການເຫິງສາກັນ ການຄຽດແຄ້ນກັນ ການໃຝ່ສູງຕໍ່ກັນ ການແຕກແຍກກັນ ການຖືພັກຖືພວກ 21 ການອິດສາກັນ ການເສບສຸຣາຢາເມົາ ການກິນລ້ຽງຢ່າງຊົ່ວຊ້າ ແລະການອື່ນໆໃນທຳນອງນີ້ອີກ ເຮົາຂໍເຕືອນເຈົ້າທັງຫລາຍເຫມືອນກັບທີ່ເຮົາໄດ້ເຕືອນພວກເຈົ້າລ່ວງຫນ້າແລ້ວວ່າ ຄົນທີ່ເຄີຍເຮັດການຢ່າງນັ້ນຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ 22 ຝ່າຍຜົນຂອງພຣະວິນຍານນັ້ນ ຄືຄວາມຮັກ ຄວາມຍິນດີ ສັນຕິສຸກ ຄວາມອົດກັ້ນໄວ້ນານ ຄວາມປານີ ຄວາມດີ ຄວາມສັດຊື່ 23 ຄວາມສຸພາບອ່ອນຫວານ ການຮູ້ຈັກບັງຄັບຕົນ ກົດຫມາຍທີ່ຫ້າມການຢ່າງນີ້ກໍບໍ່ມີ 24 ຜູ້ທີ່ຢູ່ຝ່າຍພຣະເຢຊູຄຣິດກໍໄດ້ເອົາຄວາມປາຖນາກັບຕັນຫາຂອງມະນຸດທັມມະດານັ້ນຄືງໄວ້ທີ່ໄມ້ກາງແຂນແລ້ວ 25 ຖ້າພວກເຮົາມີຊີວິດຢູ່ໂດຍພຣະວິນຍານກໍຈົ່ງດຳເນີນຊີວິດໄປຕາມພຣະວິນຍານດ້ວຍ 26 ເຮົາຢ່າເປັນຄົນຖືຕົວເປົ່າໆ ຢ່າກຸກກວນໃຈກັນ ແລະຢ່າອີດສາກັນແລະກັນ
ຊ່ອຍຮັບພາຣະອັນຫນັກຂອງກັນແລະກັນ
1 ພວກພີ່ນ້ອງເອີຍ, ຖ້າຄົນໃດຫາກພົບຄົນທີ່ຫລົງຜິດປະການໃດ ເຈົ້າທັງຫລາຍຜູ້ຢູ່ຝ່າຍພຣະວິນຍານ ຈົ່ງຊ່ອຍຄົນຢ່າງນັ້ນດ້ວຍຄວາມອ່ອນສຸພາບໃຫ້ກັບຄືນດີໃຫມ່ໂດຍໃຫ້ທຸກຄົນຄຶດເຖິງຕົນເອງ ຢ້ານວ່າຕົນຈະຖືກຊັກຈູງໃຫ້ຫລົງໄປ 2 ຈົ່ງຊ່ອຍຮັບພາຣະອັນຫນັກຂອງກັນແລະກັນ ຖ້າເຮັດດັ່ງນີ້ພວກເຈົ້າກໍເຮັດຕາມພຣະບັນຍັດຂອງພຣະຄຣິດ 3 ເພາະວ່າຖ້າຜູ້ໃດຖືຕົວວ່າເປັນຜູ້ສຳຄັນໃນເມື່ອຕົນບໍ່ສຳຄັນອັນໃດ ຜູ້ນັ້ນກໍລໍ້ລວງຕົນເອງ 4 ທຸກຄົນຈົ່ງຊັນນະສູດເບິ່ງການງານຂອງຕົນເອງຈຶ່ງຈະມີສິ່ງທີ່ເອົາມາອວດອ້າງໄດ້ໃນຕົວເອງ ໂດຍບໍ່ແມ່ນປຽບກັບຜູ້ອື່ນ 5 ເພາະວ່າທຸກຄົນຕ້ອງຮັບຜິດຊອບຕໍ່ພາຣະຂອງຕົນເອງ 6 ສ່ວນຜູ້ທີ່ຮັບພຣະທັມຄຳສອນແລ້ວ ຈົ່ງແບ່ງສິ່ງທີ່ດີທຸກຢ່າງໃຫ້ແກ່ຜູ້ທີ່ສອນຕົວເທີນ 7 ຢ່າເຂົ້າໃຈຜິດ ພວກເຈົ້າຈະຫລອກລວງພຣະເຈົ້າບໍ່ໄດ້ ເພາະວ່າຜູ້ໃດຫວ່ານສິ່ງໃດລົງກໍຈະເກັບກ່ຽວສິ່ງນັ້ນ 8 ຜູ້ທີ່ຫວ່ານຕາມຕັນຫາຂອງທັມມະດາມະນຸດກໍຈະເກັບກ່ຽວຄວາມເປື່ອຍເນົ່າຈາກຕັນຫາມະນຸດນັ້ນແຕ່ຜູ້ທີ່ຫວ່ານຕາມພຣະວິນຍານກໍຈະເກັບກ່ຽວຊີວິດອັນຕລອດໄປເປັນນິດຈາກພຣະວິນຍານນັ້ນ 9 ຢ່າໃຫ້ພວກເຮົາເມື່ອຍລ້າໃນການເຮັດດີ ເພາະວ່າຖ້າໃຈພວກເຮົາບໍ່ທໍ້ຖອຍ ເຮົາກໍຈະໄດ້ເກັບກ່ຽວຜົນຕາມເວລາສົມຄວນ 10 ເຫດສັນນັ້ນ ຕາມທີ່ມີໂອກາດໃຫ້ພວກເຮົາເຮັດການດີຕໍ່ຄົນທັງປວງ ແລະເປັນຕົ້ນວ່າຕໍ່ຄອບຄົວທີ່ຮ່ວມຢູ່ໃນຄວາມເຊື່ອ
ຄຳເຕືອນໃນຕອນສຸດທ້າຍແລະສະແດງຄວາມນັບຖື
11 ເຈົ້າທັງຫລາຍຈົ່ງສັງເກດເບິ່ງຕົວອັກສອນທີ່ເຮົາໄດ້ຂຽນມາຍັງພວກເຈົ້າດ້ວຍມືຂອງເຮົາເອງວ່າຕົວໃຫຍ່ປານໃດ 12 ຄົນທີ່ປາຖນາຢາກໄດ້ຫນ້າຕາມທັມມະດາມະນຸດ ເຂົາກໍຂົ່ມໃຈພວກເຈົ້າໃຫ້ຮັບພິທີຕັດ ເພື່ອເຂົາຈະບໍ່ໄດ້ຖືກຂົ່ມເຫັງເພາະເຫດໄມ້ກາງແຂນຂອງພຣະຄຣິດເທົ່ານັ້ນ 13 ເຖິງແມ່ນພວກຄົນທີ່ຮັບພິທີຕັດນັ້ນ ເຂົາກໍບໍ່ໄດ້ຖືຮັກສາພຣະບັນຍັດ ແຕ່ເຂົາປາຖນາທີ່ຈະໃຫ້ພວກເຈົ້າຮັບພິທີຕັດ ເພື່ອເຂົາຈະເອົາເຣື່ອງເນື້ອກາຍຂອງພວກເຈົ້າໄປອວດອ້າງ 14 ແຕ່ເຮົາບໍ່ຕ້ອງການອວດ ນອກຈາກເຣື່ອງໄມ້ກາງແຂນຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຊຶ່ງໂດຍໄມ້ກາງແຂນຂອງພຣະອົງນັ້ນ ໂລກຈຶ່ງຖືກຄຶງໄວ້ຈາກເຮົາ ແລະເຮົາກໍຖືກຄຶງໄວ້ຈາກໂລກເຫມືອນກັນ 15 ເພາະວ່າການຮັບພິທີຕັດຫລືບໍ່ຮັບນັ້ນບໍ່ສຳຄັນຢ່າງໃດ ແຕ່ການທີ່ຊົງສ້າງຂຶ້ນໃຫມ່ນັ້ນສຳຄັນ 16 ສັນຕິສຸກ ແລະພຣະກະຣຸນາຄຸນຈົ່ງມີແກ່ທຸກຄົນທີ່ເຮັດໄປຕາມຂໍ້ບັນຍັດນີ້ ຄືແກ່ພວກອິສຣາເອນຂອງພຣະເຈົ້າເທີນ 17 ຕັ້ງແຕ່ນີ້ຕໍ່ໄປ ຂໍຢ່າໃຫ້ຜູ້ໃດມາຮົບກວນເຮົາອີກ ເພາະວ່າເຮົາມີຮອຍຕາປະທັບຂອງພຣະເຢຊູຄຣິດຢູ່ໃນເນື້ອກາຍຂອງເຮົາແລ້ວ 18 ພີ່ນ້ອງທັງຫລາຍເອີຍ, ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດວິນຍານຂອງເຈົ້າທັງຫລາຍເທີນ ອາແມນ
1 ໂປໂລ ຜູ້ເປັນອັຄສາວົກຂອງພຣະເຢຊູຄຣິດ ຕາມນ້ຳພຣະທັຍຂອງພຣະເຈົ້າ ເຖິງພວກໄພ່ພົນຂອງພຣະເຈົ້າ ຜູ້ທີ່ເຫລື້ອມໃສສັດທາໃນພຣະເຢຊູຄຣິດ 2 ຂໍໃຫ້ພຣະຄຸນແລະສັນຕິສຸກຊຶ່ງມາຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ແລະຈາກພຣະອົງເຈົ້າເຢຊູຄຣິດສະຖິດຢູ່ກັບທ່ານທັງຫລາຍ
ພຣະພອນຝ່າຍວິນຍານໃນພຣະຄຣິດ
3 ສາທຸການແດ່ພຣະເຈົ້າ ຄືພຣະບິດາຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງໂຜດປະທານພຣະພອນທຸກປະການຝ່າຍວິນຍານ ໃຫ້ແກ່ເຮົາທັງຫລາຍໃນສວັນສະຖານໂດຍພຣະຄຣິດ 4 ໃນພຣະຄຣິດນັ້ນ ພຣະອົງໄດ້ຊົງເລືອກພວກເຮົາໄວ້ຕັ້ງແຕ່ກ່ອນທີ່ຈະຊົງວາງຮາກສ້າງໂລກ ເພື່ອເຮົາທັງຫລາຍຈະບໍຣິສຸດໂດຍບໍ່ມີຂໍ້ຕິຕຽນໄດ້ຕໍ່ພຣະພັກພຣະອົງ 5 ພຣະອົງໄດ້ຊົງຄາດຫມາຍພວກເຮົາໄວ້ກ່ອນດ້ວຍຄວາມຮັກ ໃຫ້ເປັນບຸດຂອງພຣະອົງໂດຍ
ພຣະເຢຊູຄຣິດຕາມທີ່ຊອບພຣະທັຍພຣະອົງ
6 ເພື່ອຈະໃຫ້ເປັນທີ່ສັຣເສີນພຣະຄຸນອັນຮຸ່ງເຮືອງຂອງພຣະອົງ ຊຶ່ງຊົງໂຜດປະທານແກ່ພວກເຮົາໃນພຣະເຢຊູຄຣິດຜູ້ຊົງເປັນທີ່ຮັກຂອງພຣະເຈົ້າ 7 ໃນພຣະເຢຊູນັ້ນ ພວກເຮົາໄດ້ຮັບການໄຖ່ໃຫ້ພົ້ນດ້ວຍພຣະໂລຫິດຂອງພຣະອົງ ຄືໄດ້ຮັບການອະພັຍການຫລົງຜິດຂອງເຮົາ ໂດຍພຣະກະຣຸນາອັນອຸດົມຂອງພວກເຈົ້າ 8 ຊຶ່ງໄດ້ຊົງປະທານແກ່ພວກເຮົາຢ່າງລົ້ນເຫລືອ ຕາມພຣະສະຕິປັນຍາແລະຄວາມສລາດສລຽວທຸກປະການ 9 ພຣະເຈົ້າໄດ້ຊົງໂຜດໃຫ້ພວກເຮົາຮູ້ຈັກຄວາມລັບເລິກໃນນ້ຳພຣະທັຍຂອງພຣະອົງຕາມພຣະເຈຕະນາຂອງພຣະອົງ ຊຶ່ງພຣະອົງໄດ້ຊົງຕັ້ງພຣະທັຍໄວ້ກ່ອນໃນພຣະຄຣິດ 10 ປະສົງວ່າເມື່ອເວລາກຳນົດຄົບບໍຣິບູນແລ້ວ ພຣະອົງຈະຊົງຮວບຮວມສິ່ງສາຣະພັດທັງທີ່ມີຢູ່ໃນຟ້າສວັນແລະແຜ່ນດິນໂລກ ໄວ້ໃນອົງພຣະຄຣິດຜູ້ຊົງເປັນພຣະປະມຸກ 11 ໃນພຣະຄຣິດນັ້ນ ພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າ ຕາມການຊົງຕັ້ງພຣະທັຍໄວ້ກ່ອນຂອງພຣະອົງ ຜູ້ຊົງກະທຳໃຫ້ສິ່ງສາຣະພັດດຳເນີນໄປໃຫ້ສົມກັບນ້ຳພຣະທັຍຂອງພຣະອົງ 12 ພວກເຮົາຜູ້ເປັນຄົນແຮກທີ່ຫວັງໃຈໃນພຣະຄຣິດ ໄດ້ຮັບກຳນົດແລະຮັບການແຕ່ງຕັ້ງໃຫ້ເປັນທີ່ຖວາຍສັຣເສີນແດ່ພຣະກຽດຕິຍົດຂອງພຣະອົງ 13 ໃນພຣະອົງນັ້ນທ່ານທັງຫລາຍກໍເຫມືອນກັນ ເມື່ອໄດ້ຍິນພຣະທັມອັນສັດຈິງ ຄືຂ່າວປະເສີດເຣື່ອງຄວາມພົ້ນຂອງພວກທ່ານ ແລະໄດ້ວາງໃຈໃນພຣະອົງ ກໍໄດ້ຖືກຊົງປະທັບຕາຫມາຍໄວ້ດ້ວຍພຣະວິນຍານບໍຣິສຸດທີ່ຊົງສັນຍາໄວ້ນັ້ນ 14 ເປັນເຄື່ອງມັດຈຳຂອງການຮັບມໍຣະດົກຂອງພວກເຮົາ ຈົນກວ່າເຮົາຈະໄດ້ຮັບເປັນກັມມະສິດ ເປັນທີ່ຖວາຍສັຣເສີນແດ່ພຣະກຽດຕິຍົດຂອງພຣະອົງ
ຄຳອ້ອນວອນຂໍສະຕິປັນຍາແລະຄວາມຮູ້
15 ເຫດສັນນັ້ນ, ເມື່ອເຮົາໄດ້ຍິນຂ່າວວ່າທ່ານທັງຫລາຍໄດ້ວາງໃຈໃນພຣະເຢຊູເຈົ້າ ແລະພວກທ່ານຮັກພວກໄພ່ພົນຂອງພຣະເຈົ້າ 16 ເຮົາຈຶ່ງຂອບພຣະຄຸນ ເພາະທ່ານທັງຫລາຍຢູ່ສເມີບໍ່ຂາດ ແລະລະນຶກເຖິງພວກທ່ານເມື່ອເຮົາອ້ອນວອນ 17 ເຮົາອ້ອນວອນວ່າຂໍພຣະເຈົ້າຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຄືພຣະບິດາຜູ້ຊົງພຣະສະງ່າຣາສີ ຊົງໂຜດປະທານໃຫ້ທ່ານທັງຫລາຍມີຈິດໃຈປະກອບດ້ວຍສະຕິປັນຍາແລະຄວາມຮູ້ແຈ້ງເຫັນຈິງເຖິງເຣື່ອງພຣະອົງ 18 ແລະຂໍຊົງໂຜດໃຫ້ຕາພາຍໃນຂອງທ່ານທັງຫລາຍສວ່າງຂຶ້ນ ເພື່ອພວກທ່ານຈະໄດ້ຮູ້ວ່າໃນການທີ່ພຣະອົງຊົງເອີ້ນພວກທ່ານນັ້ນ ພຣະອົງໄດ້ຊົງປະທານຄວາມຫວັງອັນໃດແກ່ພວກທ່ານ ແລະຮູ້ວ່າມໍຣະດົກຂອງພຣະອົງສຳລັບພວກໄພ່ພົນຂອງພຣະອົງນັ້ນມີສະງ່າຣາສີອັນອຸດົມສົມບູນພຽງໃດ 19 ແລະຮູ້ວ່າຣິດອຳນາດອັນໃຫຍ່ເຫລືອປະມານຂອງພຣະອົງມີຫລາຍພຽງໃດສຳລັບພວກເຮົາ ທີ່ເຊື່ອ ຕາມອຳນາດຂອງພຣະກຳລັງແລະຣິດທານຸພາບອັນໃຫຍ່ຫລວງຂອງພຣະອົງ 20 ຊຶ່ງພຣະອົງໄດ້ຊົງກະທຳໃນອົງພຣະຄຣິດ ເມື່ອຊົງບັນດານໃຫ້ພຣະອົງຄືນພຣະຊົນ ແລະຊົງໃຫ້ປະທັບເບື້ອງຂວາພຣະຫັດຂອງພຣະເຈົ້າໃນສວັນສະຖານ 21 ສູງກວ່າບັນດາຜູ້ປົກຄອງ ຜູ້ມີອຳນາດ ຜູ້ມີຣິດເດດ ຜູ້ມີອານຸພາບ ແລະເຫນືອກວ່ານາມຊື່ທັງປວງທີ່ເຂົາເອີ່ຍຂຶ້ນ ບໍ່ໃຊ່ໃນສະໄຫມນີ້ເທົ່ານັ້ນ ແຕ່ວ່າໃນສະໄຫມທີ່ຈະມາເຖິງດ້ວຍ 22 ພຣະເຈົ້າໄດ້ຊົງປາບສິ່ງສາຣະພັດທັງປວງລົງໃຕ້ພຣະບາດຂອງພຣະຄຣິດ ແລະໄດ້ຊົງຕັ້ງພຣະອົງໄວ້ໃຫ້ເປັນພຣະປະມຸກເຫນືອສິ່ງສາຣະພັດແກ່ຄຣິສຕະຈັກ 23 ຊຶ່ງເປັນພຣະກາຍຂອງພຣະອົງ ຄືຊຶ່ງເຕັມບໍຣິບູນດ້ວຍພຣະອົງ ຜູ້ຊົງເຕັມໃນທຸກຫົນທຸກແຫ່ງທົ່ວສັພສິ່ງ
ຈາກຄວາມຕາຍໄປສູ່ຊີວິດ
1 ພຣະເຈົ້າໄດ້ຊົງບັນດານໃຫ້ທ່ານທັງຫລາຍຄືນມີຊີວິດເຫມືອນກັນ ເຖິງແມ່ນວ່າທ່ານທັງຫລາຍຕາຍແລ້ວໂດຍການຫລົງຜິດແລະເຮັດບາບ 2 ເມື່ອກ່ອນພວກທ່ານເຄີຍດຳເນີນຢູ່ໃນການບາບນັ້ນຕາມວິທີຂອງໂລກ ຕາມເຈົ້ານາຍແຫ່ງຍ່ານອາກາດ ຄືວິນຍານທີ່ຄອບຄອງຢູ່ໃນຄົນທັງຫລາຍທີ່ບໍ່ເຊື່ອຟັງ 3 ເມື່ອກ່ອນ, ເຮົາທັງປວງເຄີຍດຳເນີນຊີວິດຕາມຕັນຫາຂອງຝ່າຍມະນຸດທັມມະດາເຫມືອນຄົນເຫລົ່ານັ້ນ ຄືດຳເນີນໄປຕາມຄວາມປາຖນາຂອງຮ່າງກາຍແລະຂອງຈິດໃຈ ຕາມສັນດານພວກເຮົາເປັນຄົນຄວນຖືກພຣະພິໂຣດເຫມືອນດັ່ງຄົນອື່ນ 4 ແຕ່ພຣະເຈົ້າຜູ້ຊົງປະກອບດ້ວຍພຣະກະຣຸນາອັນອຸດົມ ເພາະເຫດຄວາມຮັກອັນໃຫຍ່ຫລວງທີ່ພຣະອົງຊົງຮັກພວກເຮົານັ້ນ 5 ເຖິງແມ່ນວ່າເມື່ອພວກເຮົາຕາຍໄປແລ້ວໃນການຫລົງຜິດ ພຣະອົງຍັງໄດ້ຊົງບັນດານໃຫ້ເຮົາມີຊີວິດຢູ່ກັບພຣະຄຣິດ (ທີ່ທ່ານທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນກໍພົ້ນດ້ວຍພຣະຄຸນ) 6 ແລະໄດ້ຊົງບັນດານໃຫ້ເຮົາເປັນຄືນມາດ້ວຍກັນກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສວັນສະຖານດ້ວຍກັນກັບພຣະເຢຊູຄຣິດ 7 ເພື່ອໃນຄາວຕໍ່ໄປພຣະອົງຈະໄດ້ຊົງສະແດງພຣະຄຸນອັນອຸດົມເຫລືອລົ້ນຂອງພຣະອົງ ໃນການຊຶ່ງພຣະອົງໄດ້ຊົງເມດຕາເຮົາທັງຫລາຍໃນພຣະເຢຊູຄຣິດ 8 ດ້ວຍວ່າຊຶ່ງທ່ານທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນ ກໍຍ້ອນພຣະຄຸນດ້ວຍທາງຄວາມເຊື່ອ ສິ່ງເຫລົ່ານີ້ບໍ່ໃຊ່ພວກທ່ານເຮັດເອົາເອງ ແຕ່ພຣະເຈົ້າຊົງປະທານໃຫ້ 9 ຄວາມພົ້ນນັ້ນບໍ່ໃຊ່ມີມາຍ້ອນການປະຕິບັດ ເພື່ອບໍ່ໃຫ້ຄົນນຶ່ງຄົນໃດອວດໄດ້ 10 ເພາະວ່າເຮົາທັງຫລາຍເປັນສີພຣະຫັດຂອງພຣະອົງ ທີ່ຊົງສ້າງຂຶ້ນໃນພຣະເຢຊູຄຣິດ ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງຫນ້າໄວ້ກ່ອນ ເພື່ອໃຫ້ເຮົາທັງຫລາຍປະຕິບັດຕາມ
ເຮັດໃຫ້ສອງຝ່າຍເປັນອັນນຶ່ງອັນດຽວກັນໃນພຣະຄຣິດ
11 ເຫດສັນນັ້ນ, ຈົ່ງລະນຶກວ່າເມື່ອກ່ອນທ່ານທັງຫລາຍເປັນຄົນຕ່າງຊາດຕາມເນື້ອກາຍ ແລະພວກທີ່ເຂົາເອີ້ນວ່າຝ່າຍພິທີຕັດ ຄືພວກທີ່ຮັບພິທີຕັດດ້ວຍມືມະນຸດນັ້ນເຄີຍເອີ້ນທ່ານທັງຫລາຍວ່າ ຝ່າຍບໍ່ຮັບພິທີຕັດ 12 ຈົ່ງລະນຶກວ່າ ເມື່ອນັ້ນທ່ານທັງຫລາຍເປັນຄົນຢູ່ນອກພຣະຄຣິດ ຂາດຈາກການເປັນພົລເມືອງອິສຣາເອນ ບໍ່ມີສ່ວນໃນບັນດາຄໍາຫມັ້ນສັນຍາທີ່ຊົງສັນຍາໄວ້ນັ້ນ ຢູ່ໃນໂລກໂດຍບໍ່ມີຄວາມຫວັງ ແລະບໍ່ມີພຣະເຈົ້າ 13 ແຕ່ບັດນີ້ທ່ານທັງຫລາຍຢູ່ໃນພຣະເຢຊູຄຣິດ ຊຶ່ງເມື່ອກ່ອນນັ້ນເຄີຍຢູ່ຫ່າງໄກ ແຕ່ໄດ້ຫຍັບເຂົ້າມາໃກ້ໂດຍພຣະໂລຫິດຂອງພຣະອົງ 14 ເພາະວ່າພຣະຄຣິດນັ້ນຊົງເປັນສັນຕິສຸກຂອງເຮົາທັງຫລາຍຄືເປັນຜູ້ຊົງກະທຳໃຫ້ທັງສອງຝ່າຍເຂົ້າເປັນພວກດຽວກັນ ພຣະອົງໄດ້ຊົງຮຶ້ກຳແພງທີ່ຂັ້ນລະຫວ່າງການເປັນສັດຕຣູກັນຖິ້ມເສັຽດ້ວຍພຣະກາຍຂອງພຣະອົງ 15 ພຣະອົງໄດ້ຊົງຍົກເລີກກົດຂອງພຣະບັນຍັດທີ່ໃຫ້ຖືສິນຕ່າງໆ ເພື່ອຈະກະທຳໃຫ້ທັງສອງຝ່າຍເປັນຄົນໃຫມ່ຄົນດຽວໃນພຣະອົງ ຢ່າງນັ້ນແຫລະ, ຈຶ່ງຊົງບັນດານໃຫ້ເກີດສັນຕິສຸກ 16 ແລະເພື່ອຈະຊົງກະທຳໃຫ້ທັງສອງພວກຄືນດີກັນກັບພຣະເຈົ້າ ເປັນກາຍອັນດຽວກັນໂດຍໄດ້ກາງແຂນ ຊຶ່ງເປັນສິ່ງທີ່ເຮັດໃຫ້ການເປັນສັດຕຣູກັນນັ້ນສູນສິ້ນໄປ 17 ພຣະອົງໄດ້ສະເດັດມາປະກາດຂ່າວປະເສີດເຣື່ອງສັນຕິສຸກແກ່ທ່ານທັງຫລາຍທີ່ຢູ່ຫ່າງໄປຈາກພຣະເຈົ້າ ແລະປະກາດສັນຕິສຸກແກ່ພວກຄົນທີ່ຢູ່ໃກ້ພຣະອົງ 18 ເພາະໂດຍພຣະອົງນີ້ແຫລະ, ເຮົາທັງສອງພວກຈຶ່ງມີໂອກາດເຂົ້າເຝົ້າພຣະບິດາໂດຍພຣະວິນຍານອົງດຽວກັນ 19 ເຫດສັນນັ້ນ, ທ່ານທັງຫລາຍຈຶ່ງບໍ່ເປັນຄົນຕ່າງດ້າວທ້າວຕ່າງເມືອງອີກຕໍ່ໄປ ແຕ່ວ່າເປັນພົລເມືອງອັນດຽວກັນກັບພວກໄພ່ພົນ ແລະເປັນຄົວເຮືອນຂອງພຣະເຈົ້າ 20 ພວກທ່ານໄດ້ຖືກສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັຄສາວົກແລະພວກຜູ້ປະກາດພຣະທັມໄດ້ວາງລົງແລ້ວ ອົງພຣະເຢຊູຄຣິດເອງຊົງເປັນຫີນເສົາເອກ 21 ໃນພຣະອົງນັ້ນທຸກສ່ວນຂອງໂຄງຮ່າງກໍຕິດຕໍ່ເຊື່ອມສນິດກັນໂດຍດີ ແລະຈະເຣິນຂຶ້ນເປັນພຣະວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ 22 ໃນພຣະອົງນັ້ນທ່ານທັງຫລາຍກຳລັງຖືກກໍ່ຂຶ້ນ ໃຫ້ເປັນທີ່ສະຖິດຂອງພຣະເຈົ້າໂດຍພຣະວິນຍານເຫມືອນກັນ
ຕຳແຫນ່ງຮັບໃຊ້ຂອງໂປໂລທີ່ມີຕໍ່ຄົນຕ່າງຊາດ
1 ເພາະເຫດນີ້ຂ້າພະເຈົ້າ, ໂປໂລ ຜູ້ທີ່ຖືກຈຳຈອງເພາະເຫັນແກ່ພຣະເຢຊູຄຣິດ ເພື່ອທ່ານທັງຫລາຍທີ່ເປັນຄົນຕ່າງຊາດ 2 ຂ້າພະເຈົ້າເຊື່ອວ່າທ່ານທັງຫລາຍໄດ້ຍິນເຖິງພຣະຄຸນຂອງພຣະເຈົ້າ ທີ່ຊົງໂຜດປະທານແກ່ຂ້າພະເຈົ້າແລ້ວວ່າໃຫ້ຮັບໃຊ້ປະຕິບັດຕາມຕຳແຫນ່ງນີ້ເພື່ອທ່ານທັງຫລາຍ 3 ຄືວ່າພຣະອົງໄດ້ຊົງສະແດງໃຫ້ຂ້າພະເຈົ້າຮູ້ຂໍ້ເລິກລັບຂອງອົງພຣະຄຣິດ ຕາມທີ່ຂ້າພະເຈົ້າໄດ້ຂຽນໄວ້ແລ້ວຢ່າງຫຍໍ້ໆ 4 ເມື່ອທ່ານທັງຫລາຍອ່ານຄຳເຫລົ່ານັ້ນແລ້ວ ທ່ານກໍຈະຮູ້ເຖິງຄວາມເຂົ້າໃຈຂອງຂ້າພະເຈົ້າໃນເຣື່ອງຄວາມລັບເລີກຂອງອົງພຣະຄຣິດ 5 ຊຶ່ງໃນສະໄຫມກ່ອນພຣະອົງບໍ່ໄດ້ຊົງໂຜດສະແດງແກ່ມະນຸດ ເຫມືອນຢ່າງບັດນີ້ໄດ້ຊົງໂຜດສະແດງແກ່ພວກອັຄສາວົກທີ່ບໍຣິສຸດ ແລະພວກຜູ້ປະກາດພຣະທັມໂດຍພຣະວິນຍານ 6 ວ່າຄົນຕ່າງຊາດນັ້ນໄດ້ເປັນຜູ້ຮັບມໍຣະດົກຮ່ວມກັນ ແລະເປັນອະວັຍວະຂອງກາຍອັນດຽວກັນ ກັບມີສ່ວນໄດ້ຮັບພຣະສັນຍາໃນພຣະເຢຊູຄຣິດໂດຍທາງຂ່າວປະເສີດ 7 ຂ້າພະເຈົ້າໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຮັບໃຊ້ຂ່າວປະເສີດ ຕາມພຣະຄຸນຊຶ່ງເປັນຂອງພຣະຣາຊທານຈາກພຣະເຈົ້າ ຊຶ່ງຊົງໂຜດປະທານແກ່ຂ້າພະເຈົ້າໂດຍຣິດອຳນາດຂອງພຣະອົງຊົງກະທຳ 8 ເຖິງແມ່ນຂ້າພະເຈົ້າເປັນຜູ້ນ້ອຍກວ່າຜູ້ນ້ອຍທີ່ສຸດໃນພວກໄພ່ພົນທັງຫມົດຂອງພຣະເຈົ້າ ກໍຊົງໂຜດປະທານພຣະຄຸນນີ້ແກ່ຂ້າພະເຈົ້າ ຄືໃຫ້ຂ້າພະເຈົ້າປະກາດຂ່າວປະເສີດແກ່ຄົນຕ່າງຊາດ ເຖິງເຣື່ອງຄວາມບໍຣິບູນອັນຫາທີ່ປຽບບໍ່ໄດ້ຂອງອົງພຣະຄຣິດ 9 ແລະເຮັດໃຫ້ຄົນທັງປວງເຫັນແຈ້ງໃນແຜນການແຫ່ງຂໍ້ລັບເລິກ ທີ່ຊົງອັດບັງໄວ້ກັບພຣະເຈົ້າຜູ້ຊົງນີຣະມິດສ້າງສັພສິ່ງທັງປວງ ຄືຊົງອັດບັງໄວ້ຕັ້ງແຕ່ແຮກສ້າງໂລກ 10 ເພື່ອວ່າໃນປັດຈຸບັນນີ້ຜູ້ປົກຄອງແລະຜູ້ມີອຳນາດໃນສວັນສະຖານ ຈະໄດ້ຮູ້ຍັງພຣະສະຕິປັນຍາອັນສັບຊ້ອນຂອງພຣະເຈົ້າໂດຍທາງຄຣິສຕະຈັກ 11 ອັນນີ້ກໍເປັນໄປຕາມພຣະປະສົງອັນຖາວອນຂອງພຣະເຈົ້າ ທີ່ພຣະອົງໄດ້ຊົງກະທຳໃຫ້ສຳເຣັດດ້ວຍພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ 12 ໃນພຣະອົງນັ້ນພວກເຮົາຈຶ່ງມີໃຈກ້າ ແລະມີໂອກາດທີ່ຈະເຂົ້າເຝົ້າພຣະເຈົ້າໄດ້ ດ້ວຍຄວາມໄວ້ໃຈເພາະຄວາມເຊື່ອໃນພຣະອົງ 13 ເຫດສັນນັ້ນ, ຂ້າພະເຈົ້າຈຶ່ງຂໍຮ້ອງທ່ານທັງຫລາຍວ່າ ຢ່າທໍ້ໃຈຍ້ອນຄວາມຍາກລຳບາກຂອງຂ້າພະເຈົ້າຊຶ່ງມີເພາະເຫັນແກ່ພວກທ່ານ ອັນເປັນກຽດຕິຍົດຂອງພວກທ່ານເອງ
ໃຫ້ຮູ້ຈັກຄວາມຮັກຂອງພຣະຄຣິດ
14 ເພາະເຫດນີ້, ຂ້າພະເຈົ້າຈຶ່ງຄຸເຂົ່າລົງຕໍ່ພຣະພັກພຣະບິດາ 15 (ຄຳວ່າ ບິດາ ຂອງທຸກຄອບຄົວໃນສວັນແລະທີ່ແຜ່ນດີນໂລກ ກໍໄດ້ຊື່ມາຈາກຄຳວ່າພຣະບິດາ) 16 ຂໍໃຫ້ພຣະອົງຊົງໂຜດປະທານກຳລັງອັນເຂັ້ມແຂງຝ່າຍຈິດໃຈແກ່ທ່ານທັງຫລາຍຕາມຄວາມອຸດົມສົມບູນແຫ່ງພຣະສະງ່າຣາສີຂອງພຣະອົງ ໂດຍເດດພຣະວິນຍານຂອງພຣະອົງ 17 ເພື່ອພຣະຄຣິດຈະຊົງຕັ້ງຢູ່ໃນໃຈຂອງທ່ານທັງຫລາຍທາງຄວາມເຊື່ອ ເພື່ອວ່າ, ເມື່ອພວກທ່ານໄດ້ວາງຮາກລົງຫມັ້ນຄົງໃນຄວາມຮັກແລ້ວ 18 ພວກທ່ານກໍຈະມີຄວາມສາມາດເຂົ້າໃຈ ພ້ອມກັບໄພ່ພົນທັງປວງຂອງພຣະອົງ ເຖິງຄວາມກວ້າງ ຄວາມຍາວ ຄວາມສູງ ແລະຄວາມເລິກ 19 ທັງຈະຮູ້ຈັກຄວາມຮັກຂອງອົງພຣະຄຣິດຊຶ່ງເກີນຄວາມຮູ້ ເພື່ອທ່ານທັງຫລາຍຈະໄດ້ຮັບຄວາມເຕັມບໍຣິບູນຂອງພຣະເຈົ້າທຸກປະການ 20 ຂໍໃຫ້ພຣະກຽດຈົ່ງມີແກ່ພຣະອົງ ຜູ້ຊົງຣີດສາມາດກະທຳນອກເຫນືອສາຣະພັດ ຫລືຊົງສາມາດກະທຳເຫນືອກວ່າທີ່ພວກເຮົາຈະຂໍ ຫລືຄຶດໄດ້ ຕາມຣິດອຳນາດທີ່ກຳລັງດຳເນີນຢູ່ພາຍໃນຕົວເຮົາທັງຫລາຍ 21 ຈົ່ງຖວາຍພຣະກຽດແກ່ພຣະອົງໃນຄຣິສຕະຈັກແລະໃນພຣະເຢຊູຄຣິດ ທຸກຊົ່ວອາຍຸຄົນຕລອດໄປເປັນນິດ ອາແມນ
ຄວາມເປັນອັນນຶ່ງອັນດຽວກັນທີ່ພຣະວິນຍານຊົງປະທານ
1 ເຫດສັນນັ້ນຂ້າພະເຈົ້າ, ຜູ້ຖືກຈຳຈອງເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ ຈຶ່ງວອນຂໍທ່ານທັງຫລາຍໃຫ້ດຳເນີນຊີວິດສົມກັບທີ່ພວກທ່ານໄດ້ຖືກຊົງເອີ້ນເອົາແລ້ວນັ້ນ 2 ຄືຈົ່ງມີໃຈຖ່ອມລົງທຸກຢ່າງແລະໃຈອ່ອນສຸພາບ ດ້ວຍຄວາມພຽນອົດທົນ ແລະຜ່ອນຫນັກຜ່ອນເບົາເຊິ່ງກັນແລະກັນດ້ວຍຄວາມຮັກ 3 ຈົ່ງພຽນພຍາຍາມເອົາສັນຕິສຸກຜູກມັດ ເພື່ອຮັກສາຄວາມເປັນນ້ຳນຶ່ງໃຈດຽວກັນ ຊຶ່ງພຣະວິນຍານຊົງປະທານໃຫ້ນັ້ນ 4 ມີກາຍດຽວແລະມີພຣະວິນຍານອົງດຽວ ເຫມືອນມີຄວາມຫວັງໃຈອັນດຽວທີ່ເນື່ອງໃນການທີ່ຊົງເອີ້ນເອົາພວກທ່ານແລ້ວນັ້ນ 5 ມີອົງພຣະຜູ້ເປັນເຈົ້າອົງດຽວ ມີຄວາມເຊື່ອດຽວ ມີບັບຕິສະມາດຽວ 6 ມີພຣະເຈົ້າອົງດຽວ ຄືພຣະບິດາຂອງຄົນທັງປວງ ຜູ້ຊົງສະຖິດຢູ່ເທິງຄົນທັງປວງ ແລະທົ່ວຄົນທັງປວງ ແລະໃນຄົນທັງປວງ 7 ແຕ່ວ່າພຣະຄຸນນັ້ນຊົງໂຜດປະທານແກ່ເຮົາທຸກໆຄົນ ຕາມຂອງພຣະຣາຊທານທີ່ພຣະຄຣິດໄດ້ຊົງກຳນົດໄວ້ 8 ເຫດສັນນັ້ນ, ຈຶ່ງມີພຣະທັມກ່າວວ່າ, “ເມື່ອໄດ້ສະເດັດຂຶ້ນເມືອສູ່ສະຖານທີ່ສູງ ພຣະອົງກໍຊົງນຳພາພວກຊະເລີຍໄປ ແລະຊົງປະທານຂອງພຣະຣາຊທານໃຫ້ແກ່ມະນຸດ” 9 (ທີ່ກ່າວວ່າ, “ພຣະອົງໄດ້ສະເດັດຂຶ້ນເມືອ” ນັ້ນ ຈະຫມາຍຄວາມຢ່າງອື່ນບໍ່ໄດ້ ນອກຈາກວ່າພຣະອົງໄດ້ສະເດັດລົງໄປສູ່ເບື້ອງຕ່ຳຂອງແຜ່ນດິນໂລກແລ້ວດ້ວຍ 10 ພຣະອົງຜູ້ສະເດັດລົງໄປນັ້ນ ກໍຄືພຣະອົງຜູ້ທີ່ໄດ້ສະເດັດຂຶ້ນເມືອສູ່ທີ່ສູງເຫນືອຟ້າສວັນທັງປວງນັ້ນເອງ ເພື່ອຈະໄດ້ສະຖິດຢູ່ໃນທົ່ວພິພົບ) 11 ຂອງພຣະຣາຊທານຂອງພຣະອົງກໍຄືໃຫ້ລາງຄົນເປັນອັຄສາວົກ ລາງຄົນເປັນຜູ້ປະກາດພຣະທັມ ລາງຄົນເປັນຜູ້ປະກາດຂ່າວປະເສີດ ລາງຄົນເປັນສິດຍາພິບານແລະອາຈານ 12 ເພື່ອຈັດຕຽມໄພ່ພົນທັງຫລາຍຂອງພຣະອົງໃຫ້ເປັນຜູ້ຮັບໃຊ້ທີ່ເຫມາະສົມ ເພື່ອເສີມສ້າງພຣະກາຍຂອງພຣະຄຣິດໃຫ້ຈະເຣີນຂຶ້ນ 13 ຈົນກວ່າເຮົາທຸກຄົນຈະບັນລຸເຖິງຄວາມເປັນນ້ຳນຶ່ງໃຈດຽວກັນໃນຄວາມເຊື່ອ ແລະໃນຄວາມຮູ້ເຖິງເຣື່ອງພຣະບຸດຂອງພຣະເຈົ້າ ຈົນກວ່າເຮົາຈະເປັນຄົນໃຫຍ່ເຕັມສ່ວນ ຄືເຕັມເຖິງຂະຫນາດຄວາມສົມບູນຂອງພຣະຄຣິດ 14 ເພື່ອພວກເຮົາຈະບໍ່ໄດ້ເປັນເດັກນ້ອຍອີກຕໍ່ໄປ ຖືກພັດໄປພັດມາ ແລະຫັນເຫໄປມາດ້ວຍລົມປາກຂອງຄຳສັ່ງສອນທຸກຢ່າງ ແລະດ້ວຍເລ່ກົນຂອງມະນຸດທີ່ຫລອກລວງໃຫ້ຫລົງຕາມອຸບາຍອັນສລາດຂອງເຂົາ 15 ແຕ່ໃຫ້ພວກເຮົາຍຶດເອົາຄວາມຈິງດ້ວຍໃຈຮັກ ເພື່ອຈະຈະເຣີນຂຶ້ນທຸກຢ່າງຈົນເຖິງພຣະອົງຜູ້ເປັນສີສະ ຄືພຣະຄຣິດ 16 ເນື່ອງຈາກພຣະອົງນັ້ນ ຮ່າງກາຍທັງສິ້ນທີ່ຕິດຕໍ່ສນິດແລະຜູກພັນກັນໂດຍທຸກໆຂໍ້ຕໍ່ທີ່ຊົງປະທານ ຈຶ່ງໄດ້ຈະເຣີນໃຫຍ່ຂຶ້ນດ້ວຍຄວາມຮັກ ເມື່ອອະວັຍວະທຸກສ່ວນເຮັດຫນ້າທີ່ຕາມຄວາມເຫມາະສົມແລ້ວ
ຊີວິດໃຫມ່ໃນພຣະຄຣິດ
17 ເຫດສັນນັ້ນ, ຂ້າພະເຈົ້າຈຶ່ງຂໍຢືນຢັນ ແລະເປັນພຍານໃນພຣະນາມຂອງອົງພຣະຜູ້ເປັນເຈົ້າວ່າ ຕັ້ງແຕ່ນີ້ຕໍ່ໄປທ່ານທັງຫລາຍຢ່າດຳເນີນຊີວິດຕາມຢ່າງຄົນຕ່າງຊາດທີ່ເຂົາດຳເນີນກັນນັ້ນ ຄືດ້ວຍໃຈໂງ່ອັນຫາປໂຍດບໍ່ໄດ້ 18 ໂດຍທີ່ຄວາມຄຶດຂອງເຂົາມືດມົນໄປ ແລະເຂົາຢູ່ຫ່າງຈາກຊີວິດຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມບໍ່ຮູ້ເທົ່າເຖິງການທີ່ມີຢູ່ໃນຕົວເຂົາ ອັນເນື່ອງຈາກໃຈແຂງກະດ້າງຂອງເຂົາ 19 ເຂົາບໍ່ມີຄວາມຮູ້ສຶກຢ້ານກົວຕໍ່ບາບ ຈຶ່ງໄດ້ປ່ອຍຕົວໄປໃນທາງໂລພະຕັນຫາ ເພື່ອເຮັດການຊົ່ວຮ້າຍທຸກຢ່າງໂດຍສຸດຄວາມປາຖນາ 20 ແຕ່ວ່າທ່ານທັງຫລາຍບໍ່ໄດ້ຮຽນຮູ້ຈັກພຣະຄຣິດຢ່າງນັ້ນ 21 ຖ້າແມ່ນວ່າພວກທ່ານໄດ້ຍິນເຣື່ອງພຣະອົງ ແລະໄດ້ຮັບຄຳສັ່ງສອນເຣື່ອງພຣະອົງຕາມຄວາມຈິງຊຶ່ງມີຢູ່ໃນພຣະເຢຊູແລ້ວ 22 ພວກທ່ານຈົ່ງຖອດຖິ້ມສະພາບມະນຸດເກົ່າຂອງຕົນຊຶ່ງຄູ່ກັບວິຖີຊີວິດເດີມນັ້ນເສັຽ ທີ່ກຳລັງເສື່ອມເສັຽໄປສູ່ຄວາມຕາຍຕາມຕັນຫາອັນເປັນທີ່ຫລອກລວງນັ້ນ 23 ແລະຈົ່ງໃຫ້ວິນຍານຈິດຂອງທ່ານຖືກຊົງຕັ້ງຂຶ້ນໃຫມ່ 24 ແລະໃຫ້ທ່ານທັງຫລາຍສວມສະພາບມະນຸດໃຫມ່ ຊຶ່ງຊົງສ້າງຂຶ້ນໃຫມ່ຕາມແບບລັກສະນະຂອງພຣະເຈົ້າໃນຄວາມຊອບທັມ ແລະຄວາມບໍຣິສຸດທີ່ແທ້ຈິງ 25 ເຫດສັນນັ້ນ, ທ່ານທັງຫລາຍຈົ່ງເລີກກ່າວຄວາມຕົວະເສັຽ “ທຸກຄົນຈົ່ງກາວຄວາມຈິງຕໍ່ເພື່ອນບ້ານຂອງຕົນ” ເພາະວ່າເຮົາທັງຫລາຍເປັນອະວັຍວະຂອງກັນແລະກັນ 26 ຈະຮ້າຍກໍຮ້າຍໄດ້ ແຕ່ຢ່າໃຫ້ຄວາມຮ້າຍເປັນເຫດໃຫ້ເກີດການຜິດບາບ ຢ່າຮ້າຍຢູ່ຈົນຕາເວັນຕົກ 27 ແລະຢ່າປ່ອຍໂອກາດໃຫ້ມານ 28 ຝ່າຍຄົນຂີ້ລັກ ຢ່າໄດ້ລັກຕໍ່ໄປ ແຕ່ໃຫ້ໃຊ້ມືອອກເຫື່ອແຮງຫາລ້ຽງຊີບໂດຍທາງຊອບດີກວ່າ ເພື່ອຈະມີສ່ວນເຫລືອພໍແຈກໃຫ້ແກ່ຄົນຍາກຈົນ 29 ຢ່າໃຫ້ຄຳຫຍາບຊ້າອອກຈາກປາກຂອງພວກທ່ານຈັກເທື່ອ ແຕ່ໃຫ້ໃຊ້ຄຳດີຊຶ່ງເປັນປໂຍດໃຫ້ຈະເຣີນຂຶ້ນ ແລະໃຫ້ເຫມາະສົມກັບຄວາມຕ້ອງການ ເພື່ອຈະໄດ້ເປັນຄຸນປໂຍດແກ່ຄົນທັງຫລາຍທີ່ໄດ້ຍິນໄດ້ຟັງ 30 ແລະຢ່າເຮັດໃຫ້ພຣະວິນຍານບໍຣິສຸດຂອງພຣະເຈົ້າເສັຽພຣະທັຍ ເພາະໂດຍພຣະວິນຍານນັ້ນທ່ານທັງຫລາຍໄດ້ຖືກຊົງປະທັບຕາຫມາຍໄວ້ ເພື່ອວັນທີ່ຈະຊົງໄຖ່ໃຫ້ພົ້ນ 31 ສ່ວນໃຈຂົມຂື່ນ ໃຈໂມໂຫໂທໂສ ໃຈຄຽດຮ້າຍ ການອຶກກະທຶກຜິດຖຽງກັນ ການກ່າວສຽດສີກັນ ແລະການຄຶດປອງຮ້າຍທຸກຢ່າງ ຈົ່ງຖິ້ມໃຫ້ຫ່າງໄປຈາກທ່ານທັງຫລາຍເສັຽ 32 ຈົ່ງມີໃຈເມດຕາຕໍ່ກັນ ມີໃຈເອັນດູກັນ ແລະອະພັຍໂທດໃຫ້ກັນ ເຫມືອນດັ່ງພຣະເຈົ້າໄດ້ຊົງໂຜດອະພັຍໂທດໃຫ້ແກ່ພວກທ່ານໃນອົງພຣະຄຣິດນັ້ນ
ດຳເນີນຊີວິດຢ່າງຄົນທີ່ຢູ່ຝ່າຍຄວາມສວ່າງ
1 ເພາະສັນນັ້ນທ່ານທັງຫລາຍ ຈົ່ງເປັນຜູ້ດຳເນີນຊີວິດຕາມແບບຢ່າງພຣະເຈົ້າເຫມືອນເປັນບຸດທີ່ຊົງຮັກ 2 ແລະຈົ່ງດຳເນີນຊີວິດນັ້ນໃນຄວາມຮັກ ເຫມືອນດັ່ງພຣະຄຣິດໄດ້ຊົງຮັກທ່ານທັງຫລາຍ ແລະຊົງສລະພຣະອົງເອງເພື່ອພວກເຮົາ ໃຫ້ເປັນເຄື່ອງບູຊາແລະເຄື່ອງຖວາຍທີ່ມີກິ່ນຫອມຫວານແກ່ພຣະເຈົ້າ 3 ແຕ່ການເອີ່ຍເຖິງການຫລິ້ນຊູ້ ການຊົ່ວຮ້າຍທຸກຢ່າງ ຫລືຄວາມໂລພະຕັນຫາກໍດີ ຢ່າໃຫ້ມີຂຶ້ນໃນຖ້າມກາງທ່ານທັງຫລາຍ ເພື່ອຈະໄດ້ເຫມາະສົມກັບພວກທ່ານເປັນໄພ່ພົນຂອງພຣະເຈົ້າ 4 ທັງຢ່າກ່າວຄຳຫຍາບຊ້າ ຢ່າເວົ້າຢ່າງບໍ່ມີແກ່ນສານ ຫລືເວົ້າຕລົກຫລິ້ນ ຊຶ່ງເປັນການບໍ່ສົມຄວນ ແຕ່ໃຫ້ມີການຂອບພຣະຄຸນດີກວ່າ 5 ເພາະວ່າເຣື່ອງນີ້ທ່ານທັງຫລາຍຄົງຮຼ້ແນ່ວ່າ ຄົນຫລິ້ນຊູ້ ຄົນຊົ່ວຮ້າຍ ຄົນໂລພະຕັນຫາ (ທີ່ເປັນເຫມືອນຄົນທີ່ໄຫວ້ພຣະທຽມ) ກໍດີ ຈະມີສ່ວນໃນຣາຊອານາຈັກຂອງພຣະຄຣິດແລະຂອງພຣະເຈົ້າບໍ່ໄດ້ 6 ຢ່າໃຫ້ຜູ້ໃດລໍ້ລວງພວກທ່ານດ້ວຍຄຳເວົ້າອັນໄຮ້ປໂຍດ ເພາະການເຮັດເຫລົ່ານີ້ແຫລະ, ພຣະພິໂຣດຂອງພຣະເຈົ້າຈຶ່ງຕົກໃສ່ຄົນທັງຫລາຍທີ່ບໍ່ຍອມເຊື່ອຟັງ 7 ເຫດສັນນັ້ນ, ທ່ານທັງຫລາຍຢາຄົບຫາສະມາຄົມກັບຄົນເຫລົ່ານັ້ນຈັກເທື່ອ 8 ເພາະວ່າເມື່ອກ່ອນ, ທ່ານທັງຫລາຍຢູ່ຝ່າຍຄວາມມືດ ແຕ່ບັດນີ້ກໍຢູ່ຝ່າຍຄວາມສວ່າງໃນອົງພຣະຜູ້ເປັນເຈົ້າ ຈົ່ງດຳເນີນຊີວິດເຫມືອນຢູ່ຝ່າຍຄວາມສວ່າງແລ້ວ 9 (ດ້ວຍວ່າຜົນຂອງຄວາມສວ່າງນັ້ນ ຄືຄວາມດີ ແລະຄວາມຊອບທັມກັບຄວາມຈິງທຸກຢ່າງ) 10 ທ່ານທັງຫາຍຈົ່ງພຍາຍາມຮຽນຮູ້ຈັກວ່າ ເຮັດອັນໃດຈຶ່ງຈະເປັນທີ່ຊອບພຣະທັຍອົງພຣະຜູ້ເປັນເຈົ້າ 11 ແລະຢ່າເຂົ້າສ່ວນກັບກິຈການຂອງຄວາມມືດທີ່ບໍ່ມີປໂຍດ ແຕ່ຈົ່ງເປີດເຜີຍກິຈການນັ້ນໃຫ້ປາກົດດີກວ່າ 12 ເພາະວ່າແມ່ນແຕ່ຈະເວົ້າເຖິງການເຫລົ່ານັ້ນທີ່ເຂົາເຮັດໃນທີ່ລັບລີ້ ກໍຍັງເປັນການຫນ້າອາຍ 13 ແຕ່ເມື່ອສິ່ງສາຣະພັດຖືກເປີດເຜີຍອອກໂດຍຄວາມສວ່າງ ສິ່ງນັ້ນກໍປາກົດແຈ້ງ ເພາະວ່າທຸກສິ່ງທີ່ປາກົດແຈ້ງກໍຄືຄວາມສວ່າງ 14 ເຫດສັນນັ້ນຈຶ່ງມີຄຳກ່າວວ່າ, “ຄົນທີ່ນອນຫລັບເອີຍ, ຈົ່ງຕື່ນຂຶ້ນ ຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະພຣະຄຣິດຈະຊົງສ່ອງສວ່າງໃສ່ເຈົ້າ” 15 ເຫດສັນນັ້ນ, ທ່ານທັງຫລາຍຈົ່ງລະວັງໃນການດຳເນີນຊີວິດໃຫ້ດີ ຢ່າໃຫ້ເຫມືອນຄົນໄຮ້ປັນຍາ ແຕ່ໃຫ້ເຫມືອນຄົນມີປັນຍາ 16 ຈົ່ງສວຍໂອກາດ ເພາະວ່າທຸກວັນນີ້ ເປັນຄາວຊົ່ວຮ້າຍ 17 ເຫດສັນນັ້ນ, ຢ່າເປັນຄົນໂງ່ ແຕ່ຈົ່ງເຂົ້າໃຈນ້ຳພຣະທັຍຂອງອົງພຣະຜູ້ເປັນເຈົ້າວ່າເປັນຢ່າງໃດ 18 ແລະຢ່າເມົາເຫລົ້າແວງ ຊຶ່ງພາໃຫ້ເສັຽຄົນ ແຕ່ຈົ່ງເຕັມໄປດ້ວຍພຣະວິນຍານກໍດີກວ່າ 19 ຈົ່ງສົນທະນາກັນດ້ວຍເພງສັຣເສີນ ເພງນະມັສການ ແລະເພງຍ້ອງຍໍສໍຣະເສີນຝ່າຍພຣະວິນຍານ ຄືຮ້ອງເພງແລະສັຣເສີນຈາກໃຈຂອງທ່ານທັງຫລາຍຖວາຍແດ່ອົງພຣະຜູ້ເປັນເຈົ້າ 20 ຈົ່ງຂອບພຣະຄຸນພຣະເຈົ້າ ຄືພຣະບິດາສຳລັບສິ່ງສາຣະພັດສເມີ ໃນພຣະນາມຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ
ບັນດາສາມີແລະພັຣຍາ
21 ເນື່ອງດ້ວຍເຈົ້າມີຄວາມຢຳເກງພຣະຄຣິດ ຈົ່ງຍອມຟັງເຊິ່ງກັນແລະກັນ 22 ຝ່າຍພັຣຍາ ຈົ່ງຍອມຢູ່ໃຕ້ບັງຄັບສາມີຂອງຕົນ ຫມືອນຍອມຟັງອົງພຣະຜູ້ເປັນເຈົ້າ 23 ເພາະວ່າສາມີເປັນສີສະຂອງພັຣຍາ ເຫມືອນພຣະຄຣິດຊົງເປັນປະມຸກຂອງຄຣິສຕະຈັກ ຊຶ່ງເປັນພຣະກາຍຂອງພຣະອົງ ແລະພຣະອົງຊົງເປັນຜູ້ໂຜດໃຫ້ຄຣິສຕະຈັກນັ້ນພົ້ນ 24 ຄຣິສຕະຈັກຍອມຢູ່ໃຕ້ບັງຄັບຂອງພຣະຄຣິດສັນໃດ ພັຣຍາກໍຄວນຍອມຢູ່ໃຕ້ບັງຄັບສາມີຂອງຕົນທຸກປະການສັນນັ້ນ 25 ຝ່າຍສາມີ ຈົ່ງຮັກພັຣຍາຂອງຕົນ ເຫມືອນດັ່ງພຣະຄຣິດໄດ້ຊົງຮັກຄຣິສຕະຈັກ ແລະຊົງສລະພຣະອົງເອງເພື່ອຄຣິສຕະຈັກ 26 ເພື່ອຊົງຕັ້ງຄຣິສຕະຈັກນັ້ນໄວ້ສຳລັບພຣະເຈົ້າໂດຍການຊົງຊໍາຮະດ້ວຍນ້ຳກັບດ້ວຍຖ້ອຍຄຳ 27 ເພື່ອພຣະອົງນັ້ນຈະໄດ້ຮັບຄຣິສຕະຈັກສຳລັບພຣະອົງເອງ ຄືຄຣິສຕະຈັກທີ່ມີສະງ່າຣາສີ ບໍ່ມີຈຸດດ່າງພ້ອຍຫລືຮອຍຫນັງຫ່ຽວ ແລະສິ່ງອື່ນໆໃນທຳນອງນັ້ນ ເພື່ອຄຣິສຕະຈັກຈະບໍຣິສຸດບໍ່ມີຕຳຫນີ 28 ຢ່າງນັ້ນແຫລະ, ສາມີຈຶ່ງຄວນຮັກພັຣຍາຂອງຕົນເຫມືອນກັບຮັກກາຍຂອງຕົນເອງ ຜູ້ທີ່ຮັກພັຣຍາຂອງຕົນກໍຮັກຕົນເອງ 29 ເພາະວ່າບໍ່ມີຜູ້ໃດກຽດຊັງເນື້ອກາຍຂອງຕົນເອງຈັກເທື່ອ ມີແຕ່ບໍາຣຸງຖະນອມລ້ຽງໄວ້ ເຫມືອນດັ່ງພຣະຄຣິດຊົງກະທຳແກ່ຄຣິສຕະຈັກ 30 ເພາະວ່າເຮົາທັງຫລາຍເປັນອະວັຍວະແຫ່ງພຣະກາຍຂອງພຣະອົງ 31 “ເພາະເຫດນີ້ຜູ້ຊາຍຈຶ່ງຈະລະບິດາມານດາຂອງຕົນໄປຜູກພັນກັບພັຣຍາ ແລະເຂົາທັງສອງຈະເປັນກາຍອັນດຽວກັນ” 32 ຄວາມຈິງທີ່ຝັງຢູ້ໃນຂໍ້ນີ້ກໍເລິກເຊິ່ງ ແຕ່ສ່ວນຂ້າພະເຈົ້າ ເຂົ້າໃຈວ່າຫມາຍເຖິງພຣະຄຣິດ ແລະຄຣິສຕະຈັກ 33 ເຖິງຢ່າງໃດກໍດີ, ພວກທ່ານທຸກຄົນຈົ່ງຮັກພັຣຍາຂອງຕົນເຫມືອນຮັກຕົນເອງ ແລະພັຣຍາກໍຈົ່ງຢຳເກງສາມີຂອງຕົນ
ລະບຽບລະຫວ່າງບຸດແລະບິດາມານດາ
1 ຝ່າຍບຸດທັງຫລາຍ, ຈົ່ງນົບນ້ອມເຊື່ອຟັງບິດາມານດາຂອງຕົນ ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ ເພາະເຮັດແນວນັ້ນເປນັການຖືກຕ້ອງ 2 “ຈົ່ງນັບຖືບິດາມານດາຂອງຕົນ” ນີ້ເປັນພຣະບັນຍັດຂໍ້ຕົ້ນທີ່ມີພຣະສັນຍາໄວ້ດ້ວຍ 3 ຄື “ເພື່ອເຈົ້າຈະຢູ່ເຢັນເປັນສຸກ ແລະມີອາຍຸຫມັ້ນຍືນທີ່ແຜ່ນດິນນີ້” 4 ຝ່າຍພວກທ່ານທີ່ເປັນບິດາ ຢ່າຮົບກວນບຸດຂອງຕົນໃຫ້ຂັດເຄືອງໃຈ ແຕ່ຈົ່ງອົບຮົມເຂົາດ້ວຍການຕີສອນ ແລະການເຕືອນສະຕິ ຕາມຫລັກຄຳສອນຂອງອົງພຣະຜູ້ເປັນເຈົ້າ
ລະບຽບລະຫວ່າງຂ້ອຍຂ້າແລະນາຍ
5 ຝ່າຍພວກຂ້ອຍຂ້າ, ຈົ່ງເຊື່ອຟັງຄວາມນາຍຝ່າຍໂລກດ້ວຍຄວາມຢຳເກງຈົນຕົວສັ່ນ ດ້ວຍນ້ຳໃສໃຈຈິງເຫມືອນດັ່ງຟັງພຣະຄຣິດ 6 ບໍ່ເຫມືອນຢ່າງຄົນທີ່ເຮັດແຕ່ຕໍ່ຫນ້າ ຢ່າງຄົນທີ່ເຮັດໃຫ້ຊອບໃຈມະນຸດ ແຕ່ຈົ່ງເຮັດເຫມືອນຢ່າງຂ້ອຍຂ້າຂອງພຣະຄຣິດ ຄືເຮັດຕາມຊອບພຣະທັຍພຣະເຈົ້າດ້ວຍຄວາມເຕັມໃຈ 7 ຈົ່ງຮັບໃຊ້ນາຍດ້ວຍໃຈຊື່ນບານ ເຫມືອນກັບຮັບໃຊ້ອົງພຣະຜູ້ເປັນເຈົ້າ ບໍ່ໃຊ່ເຫມືອນຮັບໃຊ້ມະນຸດ 8 ເພາະວ່າພວກທ່ານຮູ້ຢູ່ແລ້ວວ່າຜູ້ໃດເຮັດການດີປະການໃດ ຜູ້ນັ້ນກໍຈະໄດ້ຮັບບຳເຫນັດຢ່າງນັ້ນຈາກອົງພຣະຜູ້ເປັນເຈົ້າ ບໍ່ວ່າເຂົາຈະເປັນຂ້ອຍຂ້າ ຫລືເປັນອິສຣະກໍດີ 9 ຝ່າຍນາຍກໍຈົ່ງເຮັດຕໍ່ຂ້ອຍຂ້າຂອງຕົນໃນທຳນອງດຽວກັນ ຄືຢ່າຂູ່ເຂັນເຂົາ ເພາະພວກທ່ານກໍຮູ້ແລ້ວວ່າ ພຣະອົງຜູ້ຊົງເປັນນາຍຂອງເຂົາແລະຂອງທ່ານທັງຫລາຍນັ້ນຢູ່ໃນສວັນ ແລະພຣະອົງບໍ່ຊົງເລືອກຫນ້າຜູ້ໃດຈັກເທື່ອ
ຍຸທພັນທັງຊຸດຊຶ່ງມາຈາກພຣະເຈົ້າ
10 ສຸດທ້າຍນີ້, ຂໍພວກທ່ານຈົ່ງມີກຳລັງເພີ້ມຂຶ້ນໃນອົງພຣະຜູ້ເປັນເຈົ້າ ແລະໃນຣິດເດດອັນແກ່ກ້າຂອງພຣະອົງ 11 ຈົ່ງສວມຍຸທພັນຄົບຊຸດຊຶ່ງມາຈາກພຣະເຈົ້າ ເພື່ອທ່ານທັງຫລາຍຈະສາມາດຢືນຕໍ່ສູ້ກັບກົນອຸບາຍຂອງພຍາມານໄດ້ 12 ເພາະວ່າເຮົາທັງຫລາຍບໍ່ໄດ້ຕໍ່ສູ້ກັບມະນຸດທັມມະດາ ແຕ່ຕໍ່ສູ້ກັບຜູ້ປົກຄອງ ຜູ້ມີອຳນາດ ເຈົ້າໂລກທີ່ຢູ່ໃນໂມຫະຄວາມມືດແຫ່ງໂລກນີ້ ແລະຕໍ່ສູ້ກັບກຳລັງວິນຍານຝ່າຍຄວາມຊົ່ວຮ້າຍໃນອາກາດສະຖານ 13 ເຫດສັນນັ້ນ, ຈົ່ງຮັບເອົາຍຸທພັນຄົບຊຸດຊຶ່ງມາຈາກພຣະເຈົ້າ ເພື່ອທ່ານທັງຫລາຍຈະສາມາດຕໍ່ຕ້ານໃນວັນຊົ່ວຮ້າຍນັ້ນ ແລະເມື່ອເຮັດແລ້ວຈະຢູ່ຢ່າງຫມັ້ນຄົງໄດ້ 14 ເຫດສັນນັ້ນ, ທ່ານທັງຫລາຍຈົ່ງຢືນຫມັ້ນ ເອົາຄວາມຈິງຄາດແອວໄວ້ເອົາຄວາມຊອບທັມເປັນເຄື່ອງປ້ອງການເອິກໄວ້ 15 ແລະເອົາຄວາມພັ່ງພ້ອມຝ່າຍຂ່າວປະເສີດເຣື່ອງສັນຕິສຸກມາສຸບໃສ່ຕີນ 16 ແລະພ້ອມກັບສິ່ງທັງຫມົດນີ້, ຈົ່ງຍົກເອົາຄວາມເຊື່ອເປັນເຂນ ດ້ວຍເຂນນັ້ນທ່ານທັງຫລາຍຈະສາມາດດັບລູກສອນໄຟທັງຫມົດຂອງຜູ້ຮ້າຍນັ້ນໃຫ້ມອດເສັຽ 17 ຈົ່ງເອົາຄວາມພົ້ນເປັນເຄື່ອງຄຽນປ້ອງຫົວໄວ້ ແລະຈົ່ງຖືພຣະແສງຂອງພຣະວິນຍານ ຄືພຣະທັມຂອງພຣະເຈົ້າ 18 ຈົ່ງອ້ອນວອນແລະໄຫວ້ວອນທຸກຢ່າງ ຈົ່ງອ້ອນວອນໂດຍພຣະວິນຍານທຸກເວລາ ແລະຈົ່ງເຝົ້າລະວັງໃນການນັ້ນດ້ວຍຄວາມພຽນທຸກຢ່າງ ຈົ່ງອ້ອນວອນເພື່ອໄພ່ພົນທັງປວງຂອງພຣະເຈົ້າ 19 ແລະອ້ອນວອນເພື່ອຂ້າພະເຈົ້າດ້ວຍ ເພື່ອຈະຊົງໂຜດໃຫ້ຂ້າພະເຈົ້າເກີດໃຈກ້າຫານ ອອກປາກສະແດງຂໍ້ລັບເລິກເຣື່ອງຂ່າວປະເສີດ 20 (ຍ້ອນຂ່າວປະເສີດນີ້ແຫລະ, ຂ້າພະເຈົ້າຈຶ່ງເປັນຣາຊທູດຜູ້ຕິດໂສ້ຢູ່) ເພື່ອຂ້າພະເຈົ້າຈະເລົ່າຂ່າວປະເສີດນັ້ນດ້ວຍໃຈກ້າຫານ ຕາມທີ່ຂ້າພະເຈົ້າຄວນຈະກ່າວ
ຄຳສະແດງຄວາມຄຶດເຖິງໃນຕອນທ້າຍ
21 ບັດນີ້, ເພື່ອໃຫ້ທ່ານທັງຫລາຍຮູ້ເຫດການທັງປວງຂອງຂ້າພະເຈົ້າ ວ່າຂ້າພະເຈົ້າເປັນຢູ່ຢ່າງໃດ ຕີຂີໂກ, ຜູ້ເປັນນ້ອງທີ່ຮັກແລະເປັນຜູ້ປະຕິບັດທີ່ສັດຊື່ໃນອົງພຣະຜູ້ເປັນເຈົ້າ ຈະໄດ້ບອກໃຫ້ທ່ານທັງຫລາຍຊາບເຖິງເຫດການທັງປວງຂອງຂ້າພະເຈົ້າ 22 ຂ້າພະເຈົ້າໄດ້ໃຫ້ຜູ້ນີ້ໄປຫາພວກທ່ານ ກໍເພາະການນີ້ແຫລະ, ຄືເພື່ອໃຫ້ພວກທ່ານໄດ້ຊາບເຖິງຄວາມເປັນຢູ່ຂອງຂ້າພະເຈົ້າ ແລະເພື່ອໃຫ້ເຂົ່າຫນຸນນ້ຳໃຈຂອງພວກທ່ານ 23 ຂໍໃຫ້ພວກພີ່ນ້ອງໄດ້ຮັບສັນຕິສຸກ ແລະຄວາມຮັກດ້ວຍຄວາມເຊື່ອ ມາຈາກພຣະບິດາເຈົ້າ ແລະຈາກພຣະເຢຊູຄຣິດເຈົ້າ 24 ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ນຳບັນດາຄົນທັງປວງທີ່ຮັກພຣະເຢຊູຄຣິດເຈົ້າຂອງພວກເຮົາຢ່າງບໍ່ຮູ້ເສື່ອມສູນ
1 ໂປໂລ ແລະຕີໂມທຽວ ຜູ້ຮັບໃຊ້ຂອງພຣະເຢຊູຄຣິດ ເຖິງ ພວກໄພ່ພົນຂອງພຣະເຈົ້າໃນພຣະເຢຊູຄຣິດ ທີ່ຢູ່ໃນເມືອງຟີລີບປອຍ ທັງບັນດາຜູ້ດູແລ ແລະຜູ້ບົວຣະບັດ 2 ຂໍໃຫ້ພຣະຄຸນແລະສັນຕິສຸກຈາກພຣະບິດາເຈົ້າຂອງພວກເຮົາ ແລະຈາກພຣະເຢຊູຄຣິດເຈົ້າ ຈົ່ງມີແກ່ເຈົ້າທັງຫລາຍເທີນ
ຄຳອ້ອນວອນຂອງໂປໂລເພື່ອຄຣິສຕະຈັກທີ່ເມືອງຟິລິບປອຍ
3 ເຮົາລະນຶກເຖິງເຈົ້າທັງຫລາຍເມື່ອໃດ ກໍໄດ້ຂອບພຣະຄຸນພຣະເຈົ້າຂອງເຮົາທຸກເທື່ອ 4 ແລະທຸກເວລາທີ່ເຮົາອ້ອນວອນຂໍເພື່ອພວກເຈົ້າ ເຮົາກໍທູນຂໍດ້ວຍໃຈຍິນດີ 5 ເພາະເຫດທີ່ເຈົ້າທັງຫລາຍໄດ້ມີສ່ວນໃນງານຂ່າວປະເສີດດ້ວຍກັນ ຕັ້ງແຕ່ວັນຕົ້ນນັ້ນແລະຕໍ່ມາຈົນເຖິງບັດນີ້ 6 ເຮົາແນ່ໃຈວ່າພຣະອົງຜູ້ຊົງຕັ້ງຕົ້ນການດີໄວ້ໃນພວກເຈົ້າແລ້ວ ຄົງຈະຊົງກະທຳໃຫ້ສໍາເຣັດຈົນເຖິງວັນແຫ່ງພຣະເຢຊູຄຣິດ 7 ການທີ່ເຮົາຄຶດເຖິງເຈົ້າທັງຫລາຍດັ່ງນັ້ນກໍສົມຄວນຢູ່ແລ້ວ ເພາະວ່າເຮົາມີໃຈຮັກພວກເຈົ້າທຸກຄົນ ເຈົ້າທັງຫລາຍໄດ້ຮັບສ່ວນຮ່ວມໃນພຣະຄຸນດ້ວຍກັນກັບເຮົາ ໃນການທີ່ເຮົາຖືກຈຳຈອງ ແລະໃນການກ່າວປ້ອງກັນໃຫ້ຂ່າວປະເສີດນັ້ນຕັ້ງຫມັ້ນຄົງຢູ່ 8 ເພາະວ່າພຣະເຈົ້າຊົງເປັນພຍານຝ່າຍເຮົາວ່າ ເຮົາເປັນຫ່ວງເຈົ້າທັງຫລາຍພຽງໃດຕາມພຣະທັຍເມດຕາຂອງພຣະເຢຊູຄຣິດ 9 ແລະເຮົາອ້ອນວອນຂໍໃຫ້ຄວາມຮັກຂອງເຈົ້າທັງຫລາຍຈະເຣີນຫລາຍຂຶ້ນສເມີ ພ້ອມກັບຄວາມຮູ້ແລະຄວາມສັງເກດທຸກຢ່າງ 10 ເພື່ອເຈົ້າທັງຫລາຍຈະສັງເກດໄດ້ວ່າ ສິ່ງໃດປະເສີດທີ່ສຸດ ແລະເພື່ອພວກເຈົ້າຈະໄດ້ເປັນຄົນບໍຣິສຸດ ແລະບໍ່ມີທີ່ຕິໄດ້ໃນວັນແຫ່ງພຣະຄຣິດ 11 ຈະໄດ້ເປັນຜູ້ບໍຣິສຸດດ້ວຍຜົນຂອງຄວາມຊອບທັມ ຊຶ່ງເກີດຂຶ້ນດ້ວຍພຣະເຢຊູຄຣິດ ເພື່ອຖວາຍພຣະກຽດແລະຄວາມສັຣເສີນແກ່ພຣະເຈົ້າ
ຊີວິດຂອງເຮົາກໍຊອບຢູ່ໃນພຣະຄຣິດ
12 ພີ່ນ້ອງທັງຫລາຍເອີຍ, ເຮົາປາຖນາໃຫ້ເຈົ້າທັງຫລາຍຮູ້ວ່າ ເຫດການທີ່ເກີດຂຶ້ນແກ່ເຮົານັ້ນກໍກັບເປັນເຫດໃຫ້ຂ່າວປະເສີດແຜ່ກວ້າງອອກໄປ 13 ຈົນປາກົດທົ່ວໄປໃນຫມູ່ຜູ້ຄຸມ ແລະຄົນອື່ນໆວ່າການຈຳຈອງທີ່ເຮົາຖືກນັ້ນກໍເພື່ອພຣະຄຣິດ 14 ພວກພີ່ນ້ອງສ່ວນຫລາຍໄດ້ເກີດມີຄວາມໄວ້ວາງໃຈໃນອົງພຣະຜູ້ເປັນເຈົ້າ ເພາະການຈຳຈອງຂອງເຮົານັ້ນ ແລະພວກເຂົາມີໃຈກ້າຂຶ້ນຢ່າງລົ້ນເຫລືອທີ່ຈະກ່າວພຣະທັມຂອງພຣະເຈົ້າໂດຍບໍ່ມີຄວາມຢ້ານ 15 ຄວາມຈິງ ມີລາງຄົນປະກາດເຣື່ອງພຣະຄຣິດດ້ວຍໃຈອິດສາແລະຜິດຖຽງກັນ ແຕ່ກໍມີຄົນອື່ນທີ່ປະກາດດ້ວຍໃຈຫວັງດີ 16 ພວກນີ້ແຫລະ, ປະກາດດ້ວຍໃຈຮັກໂດຍຮູ້ແລ້ວວ່າ ຊົງຕັ້ງເຮົາໄວ້ໃຫ້ກ່າວປ້ອງກັນຂ່າວປະເສີດນັ້ນໄວ້ 17 ແຕ່ພວກອື່ນປະກາດຂ່າວພຣະຄຣິດດ້ວຍການແຂ່ງດີກັນ ບໍ່ໃຊ່ດ້ວຍໃຈສຸຈຣິດ ແຕ່ຈົງໃຈຈະເພີ້ມຄວາມທຸກລຳບາກໃຫ້ເຮົາເມື່ອເຮົາຖືກຈຳຈອງ 18 ຖ້າຢ່າງນັ້ນແລ້ວຈະເປັນປະການໃດ ເຖິງແມ່ນວ່າເຂົາຈະປະກາດພຣະຄຣິດດ້ວຍປະການໃດກໍຕາມ ຈະເປັນດ້ວຍການແກ້ງເຮັດຫລືໃຈຈິງກໍດີ ແຕ່ເຂົາກໍຍັງປະກາດເຣື່ອງພຣະຄຣິດ ໃນການນີ້ເຮົາກໍມີຄວາມຍິນດີ ແລະຄົງຈະມີຄວາມຍິນດີຕໍ່ໄປ 19 ເພາະເຮົາຮູ້ວ່າໂດຍການອ້ອນວອນຂອງເຈົ້າທັງຫລາຍ ແລະໂດຍການຊ່ອຍເຫລືອຈາກພຣະວິນຍານຂອງພຣະເຢຊູຄຣິດ ການນີ້ຈະເປັນເຫດໃຫ້ເຮົາເຖິງການປົດປ່ອຍ 20 ເພາະເປັນຄວາມມຸ້ງມາດປາຖນາແລະຄວາມຫວັງຂອງເຮົາວ່າ ເຮົາຈະບໍ່ມີຄວາມລະອາຍໃນສິ່ງໃດເລີຍ ແຕ່ເມື່ອກ່ອນທຸກເທື່ອທີ່ມີໃຈກ້າສເມີສັນໃດ ບັດນີ້ກໍຂໍໃຫ້ເປັນຢ່າງດຽວກັນສັນນັ້ນ ພຣະຄຣິດຈະຊົງຮັບພຣະກຽດຕິຍົດໃນຮ່າງກາຍຂອງເຮົາສເມີ ເຖິງແມ່ນເຮົາຈະມີຊີວິດຢູ່ ຫລືຕາຍກໍຕາມ 21 ເພາະວ່າຖ້າເຮົາມີຊີວິດພຣະຄຣິດເປັນຊີວີດນັ້ນ ຖ້າເຮົາຕາຍກໍເປັນປໂຍດແກ່ເຮົາ 22 ຖ້າເຮົາຍັງມີຊີວິດຢູ່ໃນຮ່າງກາຍນີ້ ເຮົາກໍຈະເຮັດການງານໃຫ້ເກີດຜົນ ແຕ່ເຮົາບອກບໍ່ໄດ້ວ່າຈະເລືອກເອົາອັນໃດດີ 23 ເຮົາລັງເລໃຈຢູ່ໃນລະຫວ່າງສອງຝ່າຍນີ້ ຄືວ່າເຮົາມີຄວາມປາຖນາທີ່ຈະຈາກໄປ ເພື່ອຢູ່ກັບພຣະຄຣິດຊຶ່ງປະເສີດຫລາຍກວ່າ 24 ແຕ່ການທີ່ເຮົາຍັງມີຊີວິດຢູ່ໃນຮ່າງກາຍນີ້ ກໍເປັນສິ່ງຈຳເປັນສຳລັບພວກເຈົ້າຫລາຍກວ່ານັ້ນອີກ 25 ເມື່ອເຮົາແນ່ໃຈຢ່າງນີ້ແລ້ວເຮົາກໍຊາບວ່າ ເຮົາຈະຍັງຢູ່ກັບເຈົ້າທັງຫລາຍ ເພື່ອໃຫ້ພວກເຈົ້າຈະເຣີນຂຶ້ນແລະຊົມຊື່ນຍິນດີໃນຄວາມເຊື່ອ 26 ເພື່ອຄວາມພາກພູມໃຈຂອງເຈົ້າທັງຫລາຍ ເພາະດ້ວຍເຮົານັ້ນ ຈະທະວີຫລາຍຂຶ້ນໃນພຣະເຢຊູຄຣິດ ເພາະເຫດທີ່ເຮົາຈະມາຫາພວກເຈົ້າອີກ 27 ຂໍແຕ່ພຽງໃຫ້ເຈົ້າທັງຫລາຍດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເຣື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງຫມັ້ນຄົງຢູ່ເປັນນ້ຳນຶ່ງໃຈດຽວກັນ ຕໍ່ສູ້ເຫມືອນຢ່າງເປັນຄົນດຽວເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ 28 ແລະພວກເຈົ້າບໍ່ຢ້ານກົວຜູ້ທີ່ຂັດຂວາງແຕ່ປະການໃດຈັກເທື່ອ ເມື່ອເປັນດັ່ງນີ້ກໍຈະເປັນຫລັກຖານໃຫ້ເຂົາຮູ້ຄັກວ່າ ເຂົາຈະເຖິງຄວາມຈິບຫາຍ ແຕ່ຝ່າຍເຈົ້າທັງຫລາຍກໍຄົງຈະເຖິງຄວາມພົ້ນ ແລະການນັ້ນກໍເປັນມາຈາກພຣະເຈົ້າ 29 ເພາະພຣະເຈົ້າໄດ້ຊົງໂຜດແກ່ເຈົ້າທັງຫລາຍເພາະເຫັນແກ່ພຣະຄຣິດ ບໍ່ໃຊ່ໃຫ້ພວກເຈົ້າເຊື່ອແຕ່ໃນພຣະອົງເທົ່ານັ້ນ ແຕ່ໃຫ້ພວກເຈົ້າທົນຄວາມທຸກເພາະເຫັນແກ່ພຣະອົງດ້ວຍ 30 ຄືໃຫ້ເຈົ້າທັງຫລາຍຕໍ່ສູ້ຢ່າງດຽວກັບທີ່ພວກເຈົ້າໄດ້ເຫັນເຮົາຕໍ່ສູ້ແລ້ວນັ້ນ ແລະຊຶ່ງພວກເຈົ້າໄດ້ຍິນວ່າເຮົາກຳລັງຕໍ່ສູ້ຢູ່ໃນຂນະນີ້
ການທີ່ພຣະຄຣິດຊົງຖ່ອມພຣະອົງລົງແລະຊົງຖືກຍົກຂຶ້ນ
1 ເຫດສັນນັ້ນຖ້າຊີວິດໃນພຣະຄຣິດອຳນວຍການຊູກຳລັງໃຈ ຖ້າມີຄວາມເລົ້າໂລມປະການໃດໃນຄວາມຮັກ ຖ້າມີສ່ວນຮ່ວມໃຈກັບພຣະວິນຍານປະການໃດ ຖ້າມີຄວາມເມດຕາເອັນດູປະການໃດ 2 ກໍຂໍໃຫ້ເຈົ້າທັງຫລາຍເຮັດໃຫ້ຄວາມຍິນດີຂອງເຮົາຄົບເຕັມ ດ້ວຍການທີ່ມີຄວາມຄຶດຢ່າງດຽວກັນ ມີຄວາມຮັກຢ່າງດຽວກັນ ມີໃຈຮ່ວມສາມັກຄີເປັນນ້ຳນຶ່ງໃຈດຽວກັນ 3 ຢ່າເຮັດສິ່ງໃດໃນທາງຊີງດີຫລືຖືດີກັນ ແຕ່ຈົ່ງຖ່ອມໃຈລົງຖືວ່າຄົນອື່ນດີກວ່າຕົນ 4 ຢ່າໃຫ້ຜູ້ໃດເຫັນແກ່ປໂຍດຂອງຕົນຝ່າຍດຽວ ແຕ່ຈົ່ງເຫັນແກ່ປໂຍດຂອງຄົນອື່ນດ້ວຍ 5 ເຈົ້າທັງຫລາຍຈົ່ງມີນ້ຳໃຈຕໍ່ກັນເຫມືອນຢ່າງທີ່ມີໃນພຣະເຢຊູຄຣິດ 6 ພຣະອົງຊົງສະພາບຂອງພຣະເຈົ້າ ແຕ່ບໍ່ໄດ້ຊົງຖືວ່າການເທົ່າທຽມກັບພຣະເຈົ້ານັ້ນ ເປັນສິ່ງທີ່ຕ້ອງຍຶດຫວງໄວ້ 7 ແຕ່ໄດ້ກັບຊົງຍອມສລະ ແລະຊົງຮັບສະພາບຂ້ອຍຂ້າ ຊົງຖືກຳເນີດເປັນມະນຸດ 8 ແລະເມື່ອຊົງປາກົດພຣະອົງໃນສະພາບມະນຸດແລ້ວ ພຣະອົງກໍຊົງຖ່ອມພຣະອົງລົງ ຍອມເຊື່ອຟັງຈົນເຖິງຄວາມມໍຣະນາ ຄືເຖິງຄວາມມໍຣະນາທີ່ໄມ້ກາງແຂນ 9 ເຫດສັນນັ້ນພຣະເຈົ້າຈຶ່ງໄດ້ຊົງຍົກພຣະອົງຂຶ້ນເຖິງທີ່ສູງສຸດ ແລະໄດ້ຊົງປະທານພຣະນາມນັ້ນ ຊຶ່ງຢູ່ເຫນືອນາມທັງປວງໃຫ້ແກ່ພຣະອົງ 10 ເພື່ອເພາະພຣະນາມນັ້ນທຸກຫົວເຂົ່າໃນສວັນ ເທິງແຜ່ນດິນໂລກ ແລະໃຕ້ພື້ນດິນກໍດີ ຈະໄດ້ຄຸເຂົ່າລົງຂາບພຣະເຢຊູ 11 ເພື່ອທຸກລີ້ນຈະຍອມຮັບວ່າ “ພຣະເຢຊູຄຣິດຊົງເປັນອົງພຣະຜູ້ເປັນເຈົ້າ” ອັນເປັນການຖວາຍພຣະກຽດແກ່ພຣະບິດາເຈົ້າ
ສ່ອງແຈ້ງເຫມືອນດວງສວ່າງຕ່າງໆໃນໂລກ
12 ເຫດສັນນີ້ພວກທີ່ຮັກຂອງເຮົາເອີຍ, ເຫມືອນດັ່ງເຈົ້າທັງຫລາຍເຄີຍເຊື່ອຟັງທຸກເວລາສັນໃດ ພວກເຈົ້າຈົ່ງອົດສາພຍາຍາມດ້ວຍຄວາມຢຳເກງແລະຕົວສັ່ນ ເພື່ອໃຫ້ໄດ້ຄວາມພົ້ນສັນນັ້ນ ບໍ່ໃຊ່ຈຳເພາະເມື່ອເຮົາຢູ່ນຳພວກເຈົ້າເທົ່ານັ້ນ ແຕ່ຈົ່ງເຮັດຫລາຍກວ່ານັ້ນອິກໃນເມື່ອເຮົາບໍ່ຢູ່ນຳ 13 ເພາະວ່າແມ່ນພຣະເຈົ້າເປັນຜູ້ຊົງກະທຳການຢູ່ພາຍໃນເຈົ້າທັງຫລາຍ ໃຫ້ມີໃຈປາຖນາແລະໃຫ້ເຮັດໄປເພື່ອຊອບພຣະທັຍຂອງພຣະອົງ 14 ຈົ່ງເຮັດທຸກສິ່ງໂດຍບໍ່ມີການຈົ່ມແລະຖົກຖຽງກັນ 15 ເພື່ອເຈົ້າທັງຫລາຍຈະບໍ່ຖືກຕິຕຽນແລະບໍ່ມີຄວາມຜິດ ເປັນບຸດຂອງພຣະເຈົ້າທີ່ບໍ່ມີຕຳຫນີໃນຖ້າມກາງເຊື້ອຊາດອັນຄົດໂກງແລະຊົ່ວຊ້າ ເຈົ້າທັງຫລາຍຈົ່ງປາກົດໃນຖ້າມກາງເຂົາເຫມືອນດັ່ງດວງສວ່າງຕ່າງໆທີ່ສ່ອງແຈ້ງໃນໂລກ 16 ຄືສະແດງພຣະທັມອັນປະກອບດ້ວຍຊີວິດ ເພື່ອເຮົາຈະມີບ່ອນອວດໄດ້ໃນວັນຂອງພຣະຄຣິດວ່າ ເຮົາບໍ່ໄດ້ແລ່ນແລະບໍ່ໄດ້ເຮັດການຫນັກຫນ່ວງເປັນການເສັຽປໂຍດ 17 ເຖິງແມ່ນວ່າເຮົາຕ້ອງຖືກຖອກລົງໃຫ້ຄົບເຄື່ອງບູຊາ ຊຶ່ງເຈົ້າທັງຫລາຍໄດ້ຖວາຍດ້ວຍຄວາມເຊື່ອນັ້ນ ເຮົາກໍຍິນດີແລະຊື່ນຊົມຍິນດີຮ່ວມກັບເຈົ້າທັງປວງ 18 ຊຶ່ງເຈົ້າທັງຫລາຍກໍຄວນຈະຍິນດີດ້ວຍກັນກັບເຮົາ ແລະຊື່ນຊົມດ້ວຍຢ່າງດຽວກັນ
ຕີໂມທຽວ ແລະເອປາໂຟດີໂຕ
19 ເຮົາຫວັງໃຈໃນພຣະເຢຊູເຈົ້າວ່າ ໃນບໍ່ຊ້ານີ້ເຮົາຈະໃຫ້ຕີໂມທຽວໄປຫາພວກເຈົ້າ ເພື່ອເຮົາຈະໄດ້ຮັບຄວາມຊູໃຈເມື່ອໄດ້ຮັບຂ່າວຂອງເຈົ້າທັງຫລາຍ 20 ເຮົາບໍ່ມີຜູ້ໃດທີ່ມີນ້ຳໃຈເຫມືອນຕີໂມທຽວ ຜູ້ເປັນຄົນເອົາໃຈໃສ່ໃນຄວາມສຸກທຸກຂອງພວກເຈົ້າໂດຍແທ້ 21 ເພາະວ່າຄົນອື່ນໆຍ່ອມສແວງຫາຜົນປໂຍດສ່ວນຕົວ ບໍ່ສແວງຫາປໂຍດຂອງພຣະເຢຊູຄຣິດ 22 ແຕ່ເຈົ້າທັງຫລາຍກໍຮູ້ເຖິງຄຸນຄ່າຂອງຕີໂມທຽວດີແລ້ວວ່າ ທ່ານໄດ້ຮັບໃຊ້ຮ່ວມກັບເຮົາໃນການປະຕິບັດຂ່າວປະເສີດເຫມືອນລູກຮັບໃຊ້ພໍ່ 23 ເຫດສັນນັ້ນເມື່ອພໍຈະເຫັນໄດ້ວ່າ ມີອັນໃດຈະເກີດຂຶ້ນກັບເຮົາ ເຮົາຫວັງໃຈວ່າເມື່ອນັ້ນຈະໃຊ້ທ່ານໄປໂລດ 24 ແລະເຮົາໄວ້ວາງໃຈໃນອົງພຣະຜູ້ເປັນເຈົ້າວ່າ ໃນບໍ່ຊ້ານີ້ເຮົາເອງຈະມາຫາພວກເຈົ້າເຫມືອນກັນ 25 ເຮົາຄຶດເຫັນວ່າ ຈຳເປັນຕ້ອງໃຫ້ເອປາໂຟດີໂຕ ນ້ອງຊາຍຂອງເຮົາກັບຄືນໄປຫາເຈົ້າທັງຫລາຍ ທ່ານຜູ້ນີ້ເປັນເພື່ອນຣ່ວມງານແລະເພື່ອນທະຫານດ້ວຍກັນກັບເຮົາ ແລະເປັນຜູ້ຮັບໃຊ້ທີພວກເຈົ້າໃຫ້ມາບົວຣະບັດເຮົາໃນຍາມຂັດສົນ 26 ດ້ວຍວ່າທ່ານເປັນຫ່ວງຄຶດເຖິງພວກເຈົ້າຫລາຍ ແລະເນື່ອງຈາກພວກເຈົ້າໄດ້ຍິນຂ່າວວ່າ ທ່ານບໍ່ສະບາຍນັ້ນ ທ່ານກໍທຸກໃຈ 27 ຄວາມຈິງ ທ່ານກໍບໍ່ສະບາຍແລະເກືອບຕາຍໄປແທ້ ແຕ່ພຣະເຈົ້າຊົງພຣະກະຣຸນາໂຜດເອົາທ່ານໄວ້ ແລະບໍ່ແມ່ນຊົງໂຜດແຕ່ເພີ່ນຄົນດຽວ ແຕ່ຊົງໂຜດເຮົາດ້ວຍ ເພື່ອບໍ່ໃຫ້ເຮົາມີຄວາມທຸກຊ້ອນທຸກ 28 ເຫດສັນນັ້ນເຮົາຈຶ່ງຟ້າວໃຊ້ທ່ານໄປ ເພື່ອໃຫ້ເຈົ້າທັງຫລາຍມີຄວາມຍິນດີເມືອໄດ້ເຫັນທ່ານອີກ ແລະຄວາມທຸກຂອງເຮົາກໍຈະໄດ້ເບົາບາງລົງ 29 ເຫດສັນນັ້ນຈົ່ງຕ້ອນຮັບທ່ານໄວ້ໃນອົງພຣະຜູ້ເປັນເຈົ້າດ້ວຍເຕັມໃຈຍິນດີ ແລະຈົ່ງນັບຖືທຸກຄົນທີ່ເປັນຄົນຢ່າງດຽວກັບທ່ານ 30 ເພາະທ່ານເກືອບຈະສີ້ນຊີວິດເສັຽເນື່ອງຈາກການປະຕິບັດງານຂອງພຣະຄຣິດ ຄືທ່ານໄດ້ສ່ຽງຊີວິດຂອງຕົນ ເພື່ອການປະຕິບັດທີ່ບົກພ່ອງຂອງພວກເຈົ້າຕໍ່ເຮົານັ້ນຈະໄດ້ເຕັມບໍຣິບູນ
ຄວາມຊອບທັມອັນແທ້ຈິງ
1 ສຸດທ້າຍນີ້ ຂໍໃຫ້ພວກພີ່ນ້ອງຂອງເຮົາຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າເທີນ ການທີ່ເຮົາຂຽນຊ້ຳຂໍ້ຄວາມເຫລົ່ານີ້ເຖິງເຈົ້າທັງຫລາຍ ກໍບໍ່ເປັນການລຳບາກແກ່ເຮົາດອກ ແຕ່ເປັນການປອດພັຍແກ່ພວກເຈົ້າ 2 ຈົ່ງລະວັງພວກຫມາ ຈົ່ງລະວັງພວກຄົນທີ່ເຮັດການຊົ່ວ ຈົ່ງລະວັງພວກຖືການປາດເນື້ອເຖືອຫນັງ 3 ເພາະວ່າເຮົາທັງຫລາຍເປັນພວກທີ່ຖືພິທີຕັດແທ້ ເປັນຜູ້ນະມັສການພຣະເຈົ້າດ້ວຍຈິດວິນຍານ ແລະເອົາພຣະເຢຊູຄຣິດມາອວດ ແລະບໍ່ໄດ້ໄວ້ໃຈໃນຝ່າຍມະນຸດ 4 ເຖິງແມ່ນວ່າເຮົາມີເຫດທີ່ຈະໄວ້ໃຈໃນຝ່າຍມະນຸດກໍຕາມ ຖ້າຄົນອື່ນນຶກວ່າຕົນມີເຫດທີ່ຈະໄວ້ໃຈໃນຝ່າຍມະນຸດນັ້ນ ເຮົາກໍມີຫລາຍກວ່າເຂົາອີກ 5 ຄືເມື່ອເຮົາເກີດມາໄດ້ແປດວັນເຮົາກໍໄດ້ຮັບພິທີຕັດ ເຮົາເປັນຊາດອິສຣາເອນ ແຕ່ຕະກູນເບັນຢາມີນ ເປັນຄົນເຮັບເຣີ ເກີດຈາກຊາວເຮັບເຣີ ໃນດ້ານພຣະບັນຍັດເຮົາກໍຢູ່ໃນຄນະຟາຣິຊາຍ 6 ໃນດ້ານໃຈຮ້ອນຮົນເຮົາກໍໄດ້ຂົ່ມເຫັງຄຣິສຕະຈັກ ໃນດ້ານຄວາມຊອບທັມຊຶ່ງມີຢູ່ໂດຍພຣະບັນຍັດ ເຮົາກໍບໍ່ມີທີ່ຕິຕຽນໄດ້ 7 ແຕ່ວ່າສິ່ງໃດທີ່ເປັນຄຸນປໂຍດແກ່ເຮົາ ເຮົາຖືສິ່ງນັ້ນວ່າເປັນອັນໄຮ້ປໂຍດແກ່ເຮົາແລ້ວ ເພາະເຫັນແກ່ພຣະຄຣິດ 8 ທີ່ຈິງ, ຮົາຖືວ່າສິ່ງສາຣະພັດເປັນຂອງໄຮ້ປໂຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກ ຄືການຮູ້ເຖິງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ ເພາະເຫດພຣະອົງນັ້ນ, ເຮົາຈຶ່ງໄດ້ຍອມສລະສິ່ງສາຣະພັດ ແລະຖືວ່າສິ່ງເຫລົ່ານັ້ນເປັນເຫມືອນຂີ້ເຫຍື້ອ ເພື່ອຈະໄດ້ອົງພຣະຄຣິດມາເປັນປໂຍດແກ່ເຮົາ 9 ແລະຈະໄດ້ປາກົດຢູ່ໃນພຣະອົງໂດຍບໍ່ມີຄວາມຊອບທັມໃນເຮົາເອງ ຊຶ່ງໄດ້ມາໂດຍພຣະບັນຍັດ ແຕ່ມີມາໂດຍຄວາມເຊື່ອໃນພຣະຄຣິດ ເປັນຄວາມຊອບທັມທີ່ມາຈາກພຣະເຈົ້າ ຊຶ່ງອາສັຍຄວາມເຊື່ອ 10 ເຮົາຕ້ອງການຈະໄດ້ຮູ້ຈັກພຣະອົງ ແລະຮູ້ຈັກຣິດອຳນາດອັນປາກົດໃນການທີ່ພຣະອົງຊົງຄືນພຣະຊົນ ແລະຮ່ວມທຸກກັບພຣະອົງ ຄືຍອມຮັບຄວາມຕາຍເຫມືອນຢ່າງພຣະອົງ 11 ເພື່ອຖ້າເປັນໄປໄດ້ ເຮົາກໍຈະໄດ້ເປັນຂຶ້ນມາຈາກຕາຍດ້ວຍ
ບາກບັ່ນມຸ້ງຫນ້າໄປສູ່ຫລັກຊັຍ
12 ບໍ່ໃຊ່ວ່າເຮົາໄດ້ຮັບແລ້ວ ຫລືວ່າເຖິງທີ່ສຳເຣັດແລ້ວ ແຕ່ເຮົາກຳລັງບາກບັ່ນມຸ້ງຫນ້າໄປ ເພື່ອຈະໄດ້ຮັບເອົາເປັນຂອງຕົນເຫມືອນດັ່ງພຣະເຢຊູຄຣິດໄດ້ຊົງຮັບເຮົາໄວ້ເປັນຂອງພຣະອົງແລ້ວ 13 ພີ່ນ້ອງທັງຫລາຍເອີຍ, ເຮົາບໍ່ຖືວ່າເຮົາໄດ້ຮັບແລ້ວ ແຕ່ເຮົາເຮັດຢ່າງນຶ່ງ ຄືລືມສິ່ງເຫລົ່ານັ້ນທີ່ຜ່ານພົ້ນໄປແລ້ວເສັຽ ແລະໂນ້ມຕົວອອກໄປຫາສິ່ງທັງຫລາຍທີ່ຢູ່ເບື້ອງຫນ້າ 14 ເຮົາກຳລັງບາກບັ່ນມຸ້ງຫນ້າໄປສູ່ຫລັກຊັຍເພື່ອຈະໄດ້ຮັບຮາງວັນ ຄືຊີວິດຊຶ່ງພຣະເຈົ້າໄດ້ຊົງເອີ້ນເອົາໃນພຣະເຢຊູຄຣິດ ໃຫ້ໄປຮັບຢູ່ເບື້ອງເທິງ 15 ເຮົາທັງປວງຊຶ່ງເປັນຜູ້ໃຫຍ່ຖ້ວນແລ້ວ ຄວນຄຶດຢ່າງນັ້ນ ແລະຖ້າເຈົ້າທັງຫລາຍຄຶດຢ່າງອື່ນພຣະເຈົ້າກໍຈະຊົງສະແດງສິ່ງນັ້ນແກ່ພວກເຈົ້າດ້ວຍ 16 ແຕ່ພວກເຮົາເຖິງຍ່ານໃດແລ້ວ ກໍໃຫ້ພວກເຮົາດຳເນີນຊື່ໄປຕາມນັ້ນ 17 ພີ່ນ້ອງທັງຫລາຍເອີຍ, ຈົ່ງພາກັນເຮັດຕາມແບບຢ່າງຂອງເຮົາ ແລະຄອຍເບິ່ງຄົນເຫລົ່ານັ້ນທີ່ເຮັດຕາມແບບດຽວກັນ ເຫມືອນດັ່ງເຈົ້າທັງຫລາຍໄດ້ເອົາພວກເຮົາເປັນຕົວຢ່າງແລ້ວ 18 ເພາະວ່າມີຫລາຍຄົນທີ່ດໍາເນີນຊີວິດເປັນສັດຕຣູຕໍ່ໄມ້ກາງແຂນຂອງພຣະຄຣິດ ຊຶ່ງເຮົາໄດ້ບອກເຣື່ອງນີ້ແກ່ພວກເຈົ້າຫລາຍເທື່ອແລ້ວ ແລະບັດນີ້ຍັງບອກເຈົ້າອີກດ້ວຍນ້ຳຕາໄຫລ 19 ປາຍທາງຂອງຄົນເຫລົ່ານັ້ນຄືຄວາມຈິບຫາຍ ພຣະຂອງເຂົາກໍຄືທ້ອງເຂົາເອງ ເຂົາຍົກເອົາການທີ່ຫນ້າອັບອາຍຂຶ້ນມາໂອ້ອວດ ເຂົາສົນໃຈໃນວັດຖຸຝ່າຍໂລກ 20 ແຕ່ບ້ານເມືອງຂອງເຮົາທັງຫລາຍນັ້ນຢູ່ໃນສວັນ ພວກເຮົາລໍຄອຍພຣະຜູ້ໂຜດໃຫ້ພົ້ນ ຊຶ່ງຈະສະເດັດມາຈາກສວັນ ຄືພຣະເຢຊູຄຣິດເຈົ້າ 21 ພຣະອົງຈະຊົງປ່ຽນແປງຮ່າງກາຍອັນຕ່ຳຕ້ອຍຂອງພວກເຮົາ ໃຫ້ເປັນເຫມືອນພຣະກາຍອັນຊົງສະງ່າຣາສີຂອງພຣະອົງ ດ້ວຍຣິດທານຸພາບຊຶ່ງເຮັດໃຫ້ພຣະອົງຊົງປາບສາຣະພັດລົງໃຕ້ບັງຄັບຂອງພຣະອົງ
ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າ
1 ເຫດສັນນັ້ນພວກພີ່ນ້ອງທີ່ຮັກຂອງເຮົາ ຜູ້ເປັນທີ່ປາຖນາ ເປັນທີ່ຍິນດີ ແລະເປັນພວງມາລັຍຂອງເຮົາ ພວກທີ່ຮັກຂອງເຮົາເອີຍ, ຈົ່ງຕັ້ງຫມັ້ນຢູ່ໃນອົງພຣະຜູ້ເປັນເຈົ້າ 2 ເຮົາຂໍເຕືອນນາງຢູໂອເດັຽ ແລະຂໍເຕືອນນາງຊິນຕີເຂ ໃຫ້ມີໃຈປອງດອງກັນໃນອົງພຣະຜູ້ເປັນເຈົ້າ 3 ເຮົາຂໍຮ້ອງເຈົ້າຜູ້ເປັນເພື່ອນຮ່ວມງານຝ່າຍຂ່າວປະເສີດກັບເຮົາ ແລະກະເລເມພ້ອມກັບຄົນອື່ນທີ່ເປັນເພື່ອນຮ່ວມງານຂອງເຮົາ ຊຶ່ງຊື່ຂອງເຂົາທັງຫລາຍນັ້ນມີຢູ່ໃນທະບຽນແຫ່ງຊີວິດແລ້ວ 4 ຈົ່ງຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າທຸກເວລາ ເຮົາຂໍຢ້ຳອີກວ່າ ຈົ່ງຊົມຊື່ນຍິນດີເທີນ 5 ຈົ່ງໃຫ້ໃຈອ່ອນສຸພາບຂອງເຈົ້າທັງຫລາຍປາກົດແກ່ຄົນທັງປວງ ອົງພຣະຜູ້ເປັນເຈົ້າຊົງຢູ່ໃກ້ແລ້ວ 6 ຢ່າທຸກຮ້ອນໃຈດ້ວຍສິ່ງໃດເລີຍ ແຕ່ຈົ່ງທູນເຣື່ອງຄວາມປາຖນາຂອງພວກເຈົ້າທຸກຢ່າງຕໍ່ພຣະເຈົ້າ ດ້ວຍການໄຫວ້ວອນ ແລະການອ້ອນວອນຂໍ ພ້ອມກັບການຂອບພຣະຄຸນ 7 ແລ້ວສັນຕິສຸກອັນມາແຕ່ພຣະເຈົ້າຊຶ່ງເກີນຄວາມເຂົ້າໃຈ ຈະເຝົ້າຮັກສາຈິດໃຈແລະຄວາມຄຶດຂອງເຈົ້າທັງຫລາຍໄວ້ໃນພຣະເຢຊູຄຣິດ 8 ພີ່ນ້ອງທັງຫລາຍເອີຍ, ໃນທີ່ສຸດນີ້, ສິ່ງທີ່ສັດຈີງ ສິ່ງໃດທີ່ຫນ້ານັບຖື ສິ່ງໃດທີ່ຍຸດຕິທັມ ສິ່ງໃດທີ່ບໍຣິສຸດ ສິ່ງທີ່ຫນ້າຮັກ ສິ່ງໃດທີ່ຫນ້າຍີນດີ ສິ່ງທີ່ລ້ຳເລີດ ແລະຖ້າມີສິ່ງໃດທີ່ຄວນແກ່ການສັຣເສີນ ຈົ່ງພິຈາຣະນາເຖິງສິ່ງເຫລົ່ານັ້ນ 9 ຈົ່ງເຮັດທຸກສິ່ງທີ່ພວກເຈົ້າໄດ້ຮຽນຮູ້ ໄດ້ຮັບໄວ້ ໄດ້ຍິນ ແລະໄດ້ເຫັນໃນເຮົາແລ້ວ ແລະພຣະເຈົ້າຜູ້ໂຜດປະທານສັນຕິສຸກຈະຊົງສະຖິດຢູ່ນຳເຈົ້າທັງຫລາຍ
ຕອບເຣື່ອງຂອງຝາກຈາກຊາວຟີລິບປອຍ
10 ເຮົາມີໃຈຊົມຊື່ນຍິນດີຫລວງຫລາຍໃນອົງພຣະຜູ້ເປັນເຈົ້າ ເພາະວ່າໃນທີ່ສຸດນີ້ ພວກເຈົ້າໄດ້ຫວນລະນຶກເຖິງເຮົາອີກ ຄວາມຈິງ, ເຈົ້າທັງຫລາຍກໍເຄີຍຄຶດເຖິງເຮົາຢູ່ ແຕ່ຍັງບໍ່ມີໂອກາດທີ່ຈະສະແດງ 11 ເຮົາບໍ່ໄດ້ຈົ່ມເຖິງເຣື່ອງການຂັດສົນ ເພາະເຮົາຈະມີຖານະຢ່າງໃດກໍຕາມ ເຮົາກໍຮຽນຮູ້ແລ້ວທີ່ຈະພໍໃຈຢູ່ຢ່າງນັ້ນ 12 ເຮົາຮູ້ຈັກທີ່ຈະປະສົບກັບການຕົກຕ່ຳ ແລະຮູ້ຈັກທີ່ຈະປະສົບກັບຄວາມອຸດົມສົມບູນ ບໍ່ວ່າໃນກໍຣະນີໃດໆເຮົາໄດ້ຮຽນຮູ້ເຖິງແງ່ຄວາມລັບທີ່ຈະປະສົບກັບຄວາມອີ່ມທ້ອງແລະຄວາມອຶດຢາກ ຄວາມສົມບູນພູນສຸກແລະຄວາມຂັດສົນ 13 ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງຜູ້ຊົງຊູກຳລັງເຮົາ 14 ເຖິງປານນັ້ນກໍເປັນຄວາມກະຣຸນາຂອງເຈົ້າທັງຫລາຍທີ່ໄດ້ຮ່ວມທຸກກັບເຮົາ 15 ແຕ່ພວກເຈົ້າ ຊາວຟີລິບປອຍ, ກໍຊາບແລ້ວວ່າ ໃນຂັ້ນຕົ້ນຂອງການປະກາດຂ່າວປະເສີດນັ້ນ ແມ່ນຕອນເມື່ອເຮົາໄດ້ຈາກແຂວງມາເກໂດເນັຽໄປ ບໍ່ມີຄຣິສຕະຈັກໃດໄດ້ມີສ່ວນຮ່ວມກັບເຮົາໃນຣາຍໄດ້ຣາຍຈ່າຍ ນອກຈາກພວກເຈົ້າພວກດຽວເທົ່ານັ້ນ 16 ເມື່ອເຮົາຢູ່ໃນເມືອງເທຊະໂລນິກ ພວກເຈົ້າໄດ້ຝາກຂອງມາຊ່ອຍເຮົາກວ່າເທື່ອນຶ່ງ 17 ບໍ່ໃຊ່ວ່າເຮົາປາຖນາຈະໄດ້ຮັບຂອງທ່ານຈາກເຈົ້າທັງຫລາຍ ແຕ່ເຮົາປາຖນາຢາກໃຫ້ພວກເຈົ້າໄດ້ຜົນກຳໄລເພີ້ມຂຶ້ນໃນບັນຊີຂອງພວກເຈົ້າ 18 ເຮົາໄດ້ຮັບຄົບຈຳນວນ ແລະມີບໍຣິບູນຢູ່ແລ້ວ ເຮົາກໍອີ່ມເຕັມຢູ່ເພາະໄດ້ຮັບຂອງຈາກເອປາໂຟດີໂຕ ຊຶ່ງເຈົ້າທັງຫລາຍສົ່ງໄປໃຫ້ເປັນຂອງທານທີ່ມີກິ່ນຫອມຫວານ ເປັນເຄື່ອງບູຊາທີ່ຊົງໂຜດຮັບແລະເປັນທີ່ຊອບພຣະທັຍພຣະເຈົ້າ 19 ແລະພຣະເຈົ້າຂອງເຮົາຈະຊົງໂຜດປະທານສາຣະພັດທີ່ພວກເຈົ້າຂາດຢູ່ນັ້ນ ຈາກຊັບອັນຮຸ່ງເຮືອງຂອງພຣະອົງໃນພຣະເຢຊູຄຣິດ 20 ຂໍໃຫ້ພຣະກຽດຕິຍົດຈົ່ງມີແກ່ພຣະເຈົ້າ ຄືພຣະບິດາຂອງເຮົາທັງຫລາຍສືບໆໄປເປັນນິດ ອາແມນ
ສະແດງຄວາມຄຶດເຖິງໃນຕອນທ້າຍ
21 ເຮົາຂໍຝາກຄວາມຄຶດເຖິງມາຍັງພວກໄພ່ພົນຂອງພຣະເຈົ້າທຸກຄົນໃນພຣະເຢຊູຄຣິດ ພີ່ນ້ອງທັງຫລາຍທີ່ຢູ່ກັບເຮົາ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍດ້ວຍ 22 ໄພ່ພົນທັງປວງຂອງພຣະເຈົ້າ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ ເປັນຕົ້ນວ່າພວກທີ່ຢູ່ໃນພຣະຣາຊວັງຂອງກາຍຊາ 23 ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງເຈົ້າທັງຫລາຍເທີນ
1 ໂປໂລ ອັຄສາວົກຂອງພຣະເຢຊູຄຣິດຕາມນ້ຳພຣະທັຍຂອງພຣະເຈົ້າ ກັບຕີໂມທຽວນ້ອງຊາຍຂອງເຮົາ ເຖິງ ພວກໄພ່ພົນຂອງພຣະເຈົ້າ ແລະພວກພີ່ນ້ອງທີ່ເຫລື້ອມໃສສັດທາໃນພຣະຄຣິດທີ່ເມືອງໂກໂລຊາຍ 2 ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີນ
ຄຳອ້ອນວອນຂອງໂປໂລເພື່ອຄຣິສະຕຽນຊາວໂກໂລຊາຍ
3 ເມື່ອພວກເຮົາອ້ອນວອນເພື່ອເຈົ້າທັງຫລາຍ ເຮົາກໍຂອບພຣະຄຸນພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍຢູ່ສເມີ 4 ເພາະພວກເຮົາໄດ້ຍີນເຖິງຄວາມເຊື່ອຂອງເຈົ້າທັງຫລາຍໃນພຣະເຢຊູຄຣິດ ແລະເຣື່ອງຄວາມຮັກຊຶ່ງພວກເຈົ້າມີຕໍ່ໄພ່ພົນທັງປວງຂອງພຣະເຈົ້າ 5 ໂດຍເຫດຊຶ່ງມີຄວາມຫວັງທີຊົງຮັກສາໄວ້ສຳລັບເຈົ້າທັງຫລາຍໃນສວັນ ຊຶ່ງເມື່ອກ່ອນພວກເຈົ້າເຄີຍໄດ້ຍິນມາແລ້ວໃນຄຳອັນສັດຈິງ ຄືຂ່າວປະເສີດນັ້ນ 6 ຊຶ່ງແຜ່ຜາຍມາເຖິງເຈົ້າທັງຫລາຍຕາມທີ່ກຳລັງເກີດຜົນ ແລະທະວີຂຶ້ນທົ່ວໂລກ ຢ່າງດຽວກັບກຳລັງເປັນຢູ່ໃນຖ້າມກາງເຈົ້າທັງຫລາຍດ້ວຍ ຕັ້ງແຕ່ວັນທີ່ພວກເຈົ້າໄດ້ຍິນ ແລະໄດ້ເຂົ້າໃຈໃນພຣະຄຸນຂອງພຣະເຈົ້າຕາມຄວາມຈິງ 7 ດັ່ງທີ່ເຈົ້າທັງຫລາຍໄດ້ຮຽນຮູ້ຈາກເອປາຟາ ຜູ້ເປັນເພື່ອນຮ່ວມງານທີ່ຮັກຂອງພວກເຮົາ ທ່ານເປັນຜູ້ປະຕິບັດອົງພຣະຄຣິດແທນເຮົາດ້ວຍໃຈສັດຊື່ 8 ທ່ານໄດ້ເລົ່າໃຫ້ພວກເຮົາຟັງເຖິງຄວາມຮັກ ຊຶ່ງພຣະວິນຍານຊົງປະທານແກ່ເຈົ້າທັງຫລາຍດ້ວຍ 9 ເພາະເຫດນີ້, ນັບຕັ້ງແຕ່ວັນທີ່ເຮົາໄດ້ຍິນ ເຮົາກໍບໍ່ໄດ້ຢຸດໃນການອ້ອນວອນເພື່ອເຈົ້າທັງຫລາຍ ທູນຂໍເພື່ອໃຫ້ພວກເຈົ້າປະກອບເຕັມໄປດ້ວຍຄວາມຮູ້ເຖິງນ້ຳພຣະທັຍຂອງພຣະອົງ ໃນສັພປັນຍາແລະຄວາມເຂົ້າໃຈຊຶ່ງມາຈາກພຣະວິນຍານ 10 ເພື່ອເຈົ້າທັງຫລາຍຈະໄດ້ດຳເນີນຊີວິດຢ່າງທີ່ຄວນຕໍ່ອົງພຣະຜູ້ເປັນເຈົ້າ ແລະທີ່ຊອບພຣະທັຍພຣະອົງຢ່າງແທ້ຈີງ ໃຫ້ເກີດຜົນໃນການດີທຸກຢ່າງ ແລະຈະເຣີນຂຶ້ນໃນຄວາມຮູ້ເຖິງພຣະເຈົ້າ 11 ຂໍໃຫ້ເຈົ້າທັງຫລາຍມີກຳລັງແຂງແຮງຂຶ້ນທຸກຢ່າງ ໂດຍຣິດອຳນາດອັນຮຸ່ງເຮືອງຂອງພຣະອົງ ເພື່ອຈະສາມາດອົດທົນທຸກສິ່ງ ແລະມີຄວາມຫມັ້ນພຽນດ້ວຍຄວາມຍິນດີ 12 ຈົ່ງຂອບພຣະຄຸນພຣະບິດາ ຜູໍ້ຊົງບັນດານໃຫ້ເຈົ້າທັງຫລາຍສົມກັບທີ່ຈະເຂົ້າສ່ວນໄດ້ຮັບມໍຣະດົກດ້ວຍກັນກັບພວກໄພ່ພົນໃນຄວາມສວ່າງ 13 ພຣະອົງໄດ້ຊົງໂຜດດຶງເຮົາທັງຫລາຍໃຫ້ພົ້ນຈາກອໍານາດຂອງຄວາມມືດ ແລະໄດ້ຊົງໂຍກຍ້າຍພວກເຮົາໄປຕັ້ງໄວ້ໃນຣາຊອານາຈັກແຫ່ງພຣະບຸດທີ່ຮັກຂອງພຣະອົງ 14 ໃນພຣະບຸດນັ້ນເຮົາທັງຫລາຍຈຶ່ງໄດ້ຮັບການໄຖ່ໃຫ້ພົ້ນ ຄືຊົງໂຜດຍົກຜິດບາບທັງຫລາຍຂອງພວກເຮົາ
ຄວາມສົມບູນຂອງພຣະຄຣິດ
15 ພຣະອົງຊົງເປັນແບບລັກສະນະຂອງພຣະເຈົ້າ ຜູ້ຊຶ່ງຕາເຫັນບໍ່ໄດ້ ຊົງເປັນບຸດແຮກເຫນືອສາຣະພັດທີ່ຊົງນີຣະມິດສ້າງຂຶ້ນນັ້ນ 16 ເພາະວ່າໃນພຣະອົງ ພຣະເຈົ້າໄດ້ຊົງສ້າງສັພສິ່ງຂຶ້ນ ທັງໃນທ້ອງຟ້າແລະເທິງແຜ່ນດິນໂລກ ສິ່ງທີ່ຕາເຫັນໄດ້ ແລະທີ່ເຫັນບໍ່ໄດ້ ຈະເປັນພຣະທີ່ນັ່ງຫລືເປັນອານຸພາບ ເປັນຜູ້ປົກຄອງຫລືຜູ້ມີອຳນາດ ສິ່ງທັງປວງເຫລົ່ານີ້ແມ່ນພຣະເຈົ້າໄດ້ສ້າງໂດຍທາງພຣະອົງແລະສຳລັບພຣະອົງ 17 ພຣະອົງຊົງເປັນຢູ່ກ່ອນສິ່ງສາຣະພັດ ແລະສິ່ງສາຣະພັດນັ້ນເປັນລະບຽບຢູ່ໂດຍພຣະອົງ 18 ພຣະອົງຊົງເປັນສີສະຂອງກາຍ ຄືຄຣິສຕະຈັກ ພຣະອົງຊົງເປັນປະຖົມ ເປັນຜູ້ແຮກທີ່ຖືກຊົງບັນດານໃຫ້ຄືນມາຈາກຕາຍ ເພື່ອພຣະອົງຈະຊົງເປັນເອກໃນສັພສິ່ງທັງປວງ 19 ເພາະວ່າພຣະບິດາຊົງພໍພຣະທັຍ ທີ່ຈະໃຫ້ສະພາບຂອງພຣະເຈົ້າສະຖິດຢູ່ໃນພຣະບຸດຢ່າງເຕັມບໍຣິບູນ 20 ແລະໂດຍພຣະບຸດນັ້ນຈະໄດ້ຊົງໃຫ້ສິ່ງສາຣະພັດກັບຄືນດີກັບພຣະເຈົ້າ ບໍ່ວ່າສິ່ງນັ້ນຈະຢູ່ໃນແຜ່ນດິນໂລກ ຫລືໃນສວັນ ພຣະອົງໄດ້ຊົງບັນດານໃຫ້ເກີດສັນຕິພາບດ້ວຍພຣະໂລຫິດ ຊຶ່ງໄຫລທີ່ໄມ້ກາງແຂນຂອງພຣະອົງ 21 ແລະເຈົ້າທັງຫລາຍ ຊຶ່ງເມື່ອກ່ອນນັ້ນບໍ່ແມ່ນພົລເມືອງຂອງພຣະເຈົ້າ ແຕ່ເປັນສັດຕຣູທາງດ້ານຈິດໃຈດ້ວຍການຊົ່ວຮ້າຍຕ່າງໆ 22 ບັດນີ້ ພຣະອົງຊົງໂຜດໃຫ້ກັບຄືນດີກັບພຣະອົງ ໂດຍການສີ້ນພຣະຊົນແຫ່ງພຣະກາຍ ຄືເນື້ອຫນັງຂອງພຣະອົງ ເພື່ອຈະໄດ້ຊົງຖວາຍພວກເຈົ້າຕໍ່ພຣະພັກພຣະເຈົ້າ ໃຫ້ເປັນຄົນບໍຣິສຸດທີ່ບໍ່ມີຕຳຫນີຕິຕຽນໄດ້ 23 ແຕ່ເຈົ້າທັງຫລາຍຕ້ອງຕັ້ງຫມັ້ນຢູ່ໃນຄວາມເຊື່ອ ຊຶ່ງໄດ້ວາງຮາກລົງຢ່າງແຫນ້ນຫນາຖາວອນແລ້ວ ແລະຢ່າໄດ້ຫນີຈາກຄວາມໄວ້ໃຈໃນຂ່າວປະເສີດທີ່ພວກເຈົ້າໄດ້ຍິນແລ້ວ ແລະໄດ້ປະກາດແລ້ວແກ່ມະນຸດທຸກຄົນທີ່ຢູ່ທົ່ວໃຕ້ຟ້າ ຊຶ່ງເຮົາ ໂປໂລ ເປັນຜູ້ຮັບໃຊ້ໃນການປະກາດຂ່າວປະເສີດນັ້ນ
ການຮັບໃຊ້ຂອງໂປໂລທີ່ມີຕໍ່ຄຣິສຕະຈັກ
24 ບັດນີ້ ເຮົາມີຄວາມຍິນດີໃນການທີ່ໄດ້ຮັບຄວາມທຸກເພື່ອເຈົ້າທັງຫລາຍ ສ່ວນການຊົງທົນທຸກຂອງພຣະຄຣິດທີ່ຍັງຂາດຢູ່ນັ້ນ ເຮົາກໍຮັບທົນຈົນສຳເຣັດໃນເນື້ອກາຍຂອງເຮົາ ເພາະເຫັນແກ່ພຣະກາຍຂອງພຣະອົງ ຄືຄຣິສຕະຈັກ 25 ເຮົາໄດ້ມາເປັນຜູ້ຮັບໃຊ້ຄຣິສຕະຈັກນັ້ນ ຕາມທີ່ພຣະເຈົ້າໄດ້ຊົງໂຜດມອບພາຣະໃຫ້ເຮົາເພື່ອເຈົ້າທັງຫລາຍ ເພື່ອຈະໄດ້ກ່າວຂ່າວພຣະທັມຂອງພຣະເຈົ້າຢ່າງຄົບຖ້ວນ 26 ຄືຂໍ້ຄວາມອັນລັບເລິກທີ່ໄດ້ຊົງບັງໄວ້ແຕ່ຫລາຍເຊັ່ນແລະຫລາຍຊົ່ວອາຍຸນັ້ນ ມາບັດນີ້ໄດ້ຊົງໂຜດໃຫ້ປາກົດແຈ້ງແກ່ໄພ່ພົນຂອງພຣະອົງແລ້ວ 27 ພຣະເຈົ້າຊົງມີພຣະປະສົງທີ່ຈະສະແດງໃຫ້ໄພ່ພົນເຫລົ່ານັ້ນຮູ້ວ່າ ໃນຖ້າມກາງຄົນຕ່າງຊາດອັນໃດເປັນຄວາມສົມບູນອັນປະກອບດ້ວຍສະງ່າຣາສີແຫ່ງຂໍ້ລັບເລິກ ຄືທີ່ພຣະຄຣິດຊົງສະຖິດຢູ່ໃນເຈົ້າທັງຫລາຍ ຊຶ່ງເປັນເຫດໃຫ້ຫວັງວ່າຈະໄດ້ເຖິງສະງ່າຣາສີນັ້ນ 28 ພຣະອົງນັ້ນແຫລະ, ທີ່ພວກເຮົາປະກາດຢູ່ ໂດຍເຕືອນສະຕິແລະສັ່ງສອນທຸກຄົນດ້ວຍປັນຍາທຸກຢ່າງ ເພື່ອຈະໄດ້ຖວາຍທຸກຄົນຕໍ່ພຣະພັກພຣະເຈົ້າເຫມືອນເປັນຄົນໃຫຍ່ຖ້ວນແລ້ວໃນພຣະຄຣິດ 29 ເພື່ອການນີ້ແຫລະ, ເຮົາຈຶ່ງທົນການຫນັກຫນ່ວງດ້ວຍອົດສາສູ້ ຕາມພຣະກຳລັງຂອງພຣະອົງຜູ້ຊົງໂຜດກະທຳດ້ວຍຣິດອຳນາດໃນຕົວເຮົາຢູ່
1 ເພາະເຮົາຢາກໃຫ້ເຈົ້າທັງຫລາຍຮູ້ວ່າ ເຮົາມີການອົດສາສູ້ຫລາຍພຽງໃດເພື່ອເຈົ້າທັງຫລາຍ ເພື່ອຊາວເມືອງລາວດີເກອາ ແລະເພື່ອຄົນທັງປວງທີ່ຍັງບໍ່ໄດ້ເຫັນໃນຫນ້າຂອງເຮົາ 2 ເພື່ອເຂົາທັງຫລາຍຈະໄດ້ຮັບຄວາມຊູໃຈ ແລະເຂົ້າຕິດສນິດກັນໃນຄວາມຮັກ ຈົນເຖິງຄວາມຮູ້ຄັກແນ່ອັນອຸດົມສົມບູນຊຶ່ງມາດ້ວຍຄວາມເຂົ້າໃຈ ຈຶ່ງຈະໄດ້ສັງເກດຮູ້ຂໍ້ລັບເລິກຂອງພຣະເຈົ້າຄືພຣະຄຣິດ 3 ຊຶ່ງຊັບສົມບັດແຫ່ງສະຕິປັນຍາ ແລະຄວາມຮູ້ທັງຫມົດຊົງບັງຊ່ອນໄວ້ໃນພຣະອົງ 4 ເຮົາກ່າວຢ່າງນີ້ ກໍເພື່ອບໍ່ໃຫ້ຜູ້ໃດຊັກຊວນເຈົ້າທັງຫລາຍດ້ວຍຄຳລໍ້ລວງຫນ້າຟັງ 5 ເພາະເຖິງແມ່ນຕົວຂອງເຮົາບໍ່ຢູ່ນຳເຈົ້າທັງຫລາຍ ແຕ່ຈິດໃຈຂອງເຮົາກໍຢູ່ນຳພວກເຈົ້າ ແລະມີຄວາມຊົມຊື່ນຍິນດີທີ່ໄດ້ເຫັນພວກເຈົ້າພາກັນຢູ່ຢ່າງຮຽບຮ້ອຍ ແລະເຫັນຄວາມເຊື່ອຫມັ້ນຄົງຂອງເຈົ້າທັງຫລາຍໃນພຣະຄຣິດ
ຄວາມສົມບູນຂອງຊີວິດໃນພຣະຄຣິດ
6 ເຫດສັນນັ້ນ ເມື່ອທ່ານທັງຫລາຍໄດ້ຮັບພຣະເຢຊູຄຣິດເປັນອົງພຣະຜູ້ເປັນເຈົ້າແລ້ວສັນໃດ ຈົ່ງດຳເນີນຊີວິດຢູ່ໃນພຣະອົງສັນນັ້ນ 7 ຈົ່ງຢັ່ງຮາກແລະກໍ່ຮ່າງສ້າງຂຶ້ນໃນພຣະອົງ ແລະຕັ້ງຫມັ້ນຄົງຢູ່ໃນຄວາມເຊື່ອ ຕາມທີ່ເຈົ້າທັງຫລາຍໄດ້ຮັບຄຳສັ່ງສອນມາແລ້ວ ຈົ່ງໃຫ້ຈິດໃຈເຕັມລົ້ນດ້ວຍການຂອບພຣະຄຸນ 8 ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ນຶ່ງຜູ້ໃດນຳເຈົ້າທັງຫລາຍຕົກໄປເປັນເຫຍື່ອສະຕິປັນຍາຂອງໂລກ ຊຶ່ງເປັນຄຳຫລອກລວງ ແລະໄຮ້ສາຣະຕາມຕຳນານຂອງມະນຸດທີ່ສືບຕໍ່ກັນມາ ຕາມອຳນາດສິ່ງສັກສິດແຫ່ງສາກົນຈັກກະວານແລະບໍ່ໃຊ່ຕາມອົງພຣະຄຣິດ 9 ເພາະວ່າໃນພຣະອົງນັ້ນສະພາບຂອງພຣະເຈົ້າສະຖິດຢູ່ໃນພຣະກາຍຢ່າງເຕັມບໍຣິບູນ ແລະເຈົ້າທັງຫລາຍໄດ້ມີຊີວິດຄົບບໍຣິບູນໃນພຣະອົງ 10 ຜູ້ຊົງເປັນປະມຸກຂອງການປົກຄອງແລະອຳນາດທຸກປະການ 11 ໃນພຣະອົງນັ້ນເຈົ້າທັງຫລາຍໄດ້ຮັບພິທີຕັດທີ່ບໍ່ແມ່ນມືມະນຸດໄດ້ເຮັດ ໂດຍທີ່ເຈົ້າທັງຫລາຍໄດ້ຮັບພິທີຕັດຂອງພຣະຄຣິດ ຊຶ່ງເປັນການຊົງໂຜດໃຫ້ພົ້ນຈາກກິເລດຕັນຫາຂອງເນື້ອກາຍນີ້ 12 ແລະໄດ້ຖືກຝັງໄວ້ກັບພຣະອົງໃນພິທີບັບຕິສະມາແລ້ວ ແລະໃນພິທີນັ້ນພວກເຈົ້າໄດ້ຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະອົງ ໂດຍຄວາມເຊື່ອໃນການອິດທິຣິດຂອງພຣະເຈົ້າຜູ້ຊົງບັນດານໃຫ້ພຣະອົງຄືນພຣະຊົນ 13 ແລະຝ່າຍເຈົ້າທັງຫລາຍທີ່ຕາຍໄປແລ້ວດ້ວຍການຫລົງຜິດຂອງພວກເຈົ້າ ແລະດ້ວຍເຫດທີ່ເນື້ອກາຍຂອງພວກເຈົ້າບໍ່ໄດ້ຮັບພິທີຕັດ ພຣະອົງໄດ້ຊົງບັນດານໃຫ້ພວກເຈົ້າມີຊີວິດຮ່ວມກັນກັບພຣະອົງ ແລະຊົງໂຜດຍົກໂທດການຫລົງຜິດທັງຫລາຍຂອງພວກເຮົາ 14 ພຣະອົງໄດ້ຊົງລຶບລ້າງຂໍ້ກົດທີ່ຜູກມັດເຮົາດ້ວຍບັນຍັດຕ່າງໆຊຶ່ງຂັດຂວາງພວກເຮົານັ້ນ ແລະໄດ້ຊົງຍົກເລີກເສັຽໂດຍຕອກຕິດໄວ້ທີ່ໄມ້ກາງແຂນ 15 ໂດຍໄມ້ກາງແຂນນັ້ນ ພຣະອົງໄດ້ຊົງປົດຜູ້ປົກຄອງແລະອຳນາດທັງຫລາຍເສັຽ ແລະໄດ້ຊົງປະຈານເຂົາຢ່າງເປີດເຜີຍໂດຍນຳເຂົາເປັນຊະເລີຍໃນຂະບວນແຫ່ງຊັຍຊະນະຂອງພຣະອົງ 16 ເຫດສັນນັ້ນ ຢ່າໃຫ້ຜູ້ໃດກ່າວໂທດເຈົ້າທັງຫລາຍໃນເຣື່ອງການກິນການດື່ມ ໃນເຣື່ອງເທສການ ເຣື່ອງວັນຕົ້ນເດືອນ ຫລືວັນສະບາໂຕ 17 ສິ່ງເຫລົ່ານີ້ເປັນພຽງແຕ່ເງົາຂອງເຫດການທີ່ຈະມາພາຍຫລັງ ແຕ່ຕົວຈິງນັ້ນກໍຄືອົງພຣະຄຣິດ 18 ຢ່າໃຫ້ຜູ້ໃດໄດ້ສໍ້ໂກງເອົາຮາງວັນຂອງເຈົ້າທັງຫລາຍ ດ້ວຍໃຊ້ກິຣິຍາທຳທ່າເປັນຜູ້ຖ່ອມຕົວລົງ ໄຫວ້ເທວະດາແລະໄຝ່ຝັນຢູ່ໃນນີມິດທີ່ເຂົາເຫັນ ແລະອວດອ້າງຕົວຂຶ້ນເປົ່າໆດ້ວຍຄວາມຄຶດຢ່າງທຳມະດາມະນຸດ 19 ແລະບໍ່ຍຶດຫມັ້ນໃນພຣະອົງຜູ້ຊົງເປັນສີສະ ສີສະນັ້ນເປັນເຫດໃຫ້ກາຍທັງຫມົດໄດ້ຮັບການບຳຣຸງລ້ຽງ ແລະຕິດຕໍ່ກັນດ້ວຍຂໍ່ແລະເອັນຕ່າງໆຈຶ່ງໄດ້ຈະເຣີນຂຶ້ນຕາມທີ່ພຣະເຈົ້າໄດ້ຊົງໂຜດໃຫ້ຈະເຣີນຂຶ້ນນັ້ນ
ການຕາຍແລະການຄືນມາດ້ວຍກັນພຣະຄຣິດ
20 ຖ້າເຈົ້າທັງຫລາຍໄດ້ຕາຍກັບພຣະຄຣິດ ພົ້ນຈາກອຳນາດສິ່ງສັກສິດແຫ່ງສາກົນຈັກກະວານແລ້ວ ເຫດສັນໃດພວກເຈົ້າຈຶ່ງມີຊີວິດຢູ່ເຫມືອນກັບວ່າພວກເຈົ້າຍັງຢູ່ຝ່າຍໂລກ ຍອມຢູ່ໃຕ້ບັນຍັດຕ່າງໆ 21 ເປັນຕົ້ນວ່າ “ຢ່າຈັບ” “ຢ່າຊິມ” “ຢ່າແຕະຕ້ອງ” 22 (ຄືກ່າວເຖິງສິ່ງທີ່ຕ້ອງສູນເສັຽໄປເມື່ອໃຊ້ມັນ) ຊຶ່ງເປັນຫລັກທັມແລະຄຳສອນຂອງມະນຸດ 23 ຈິງຢູ່, ສິ່ງເຫລົ່ານີ້ເບິ່ງທ່າທີເຫມືອນມີປັນຍາ ຄືການເຕັມໃຈນະມັສການ ການຖ່ອມຕົວລົງ ການທໍຣະມານກາຍ ແຕ່ບໍ່ມີປໂຍດອັນໃດໃນການຕໍ່ສູ້ກັບຄວາມປາຖນາຂອງຝ່າຍເນື້ອກາຍ
1 ຖ້າເຈົ້າທັງຫລາຍຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະຄຣິດແລ້ວ ກໍຈົ່ງສແວງຫາສິ່ງຊຶ່ງຢູ່ເບື້ອງເທິງ ຄືບ່ອນທີ່ພຣະຄຣິດຊົງສະຖິດຢູ່ ຊົງປະທັບກ້ຳຂວາຂອງພຣະເຈົ້າ 2 ຈົ່ງເອົາໃຈໃສ່ສິ່ງທີ່ຢູ່ເບື້ອງເທິງ ບໍ່ໃຊ່ສິ່ງຊຶ່ງຢູ່ທີ່ແຜ່ນດິນໂລກ 3 ເພາະວ່າເຈົ້າທັງຫລາຍໄດ້ຕາຍແລ້ວ ແລະຊີວິດຂອງພວກເຈົ້າກໍຊົງບັງໄວ້ດ້ວຍກັນກັບພຣະຄຣິດໃນພຣະເຈົ້າ 4 ເມື່ອໃດພຣະຄຣິດ ຜູ້ຊົງເປັນຊີວິດທີ່ແທ້ຈິງຂອງເຮົາທັງຫລາຍຊົງປາກົດ ເມື່ອນັ້ນເຈົ້າທັງຫລາຍກໍຈະປາກົດພ້ອມກັນກັບພຣະອົງໃນສະງ່າຣາສີເຫມືອນກັນ
ຊີວິດເກົ່າແລະຊີວິດໃຫມ່
5 ເຫດສັນນັ້ນຈົ່ງປະຫານນິສັຍສ່ວນທີ່ອ່ຽງໄປຝ່າຍໂລກຂອງເຈົ້າທັງຫລາຍນັ້ນເສັຽ ຄືການຫລິ້ນຊູ້ ການຊົ່ວຮ້າຍ ຣາຄະຕັນຫາ ຄວາມປາຖນາຊົ່ວ ແລະຄວາມໂລບ ຊຶ່ງເປັນການໄຫວ້ພຣະທຽມ 6 ເພາະສິ່ງເຫລົ່ານີ້ ພຣະພິໂຣດຂອງພຣະເຈົ້າຈຶ່ງຈະລົງມາເທິງຄົນທັງປວງທີ່ບໍ່ຍອມເຊື່ອຟັງ 7 ແຕ່ກ່ອນ, ເຈົ້າທັງຫລາຍເຄີຍດຳເນີນຊີວິດໃນສິ່ງເຫລົ່ານັ້ນເຫມືອນກັນ ຄືເມື່ອຊີວິດຂອງພວກເຈົ້າຍັງຢູ່ໃນສິ່ງເຫລົ່ານີ້ 8 ແຕ່ບັດນີ້ເຈົ້າທັງຫລາຍຈົ່ງເລີກຖີ້ມສິ່ງສາຣະພັດເຫລົ່ານີ້ເສັຽ ຄືຄວາມຄຽດ ຄວາມໂມໂຫ ການຄຶດປອງຮ້າຍ ການກ່າວສຽດສີ ແລະຄຳຫນ້າອາຍ ຢ່າໃຫ້ອອກຈາກປາກຂອງພວກເຈົ້າ 9 ຢ່າກ່າວຄວາມຕົວະຕໍ່ກັນເພາະວ່າເຈົ້າທັງຫລາຍໄດ້ຖອດຖິ້ມສະພາບມະນຸດເກົ່າກັບການຂອງມະນຸດນັ້ນແລ້ວ 10 ແລະໄດ້ສວມສະພາບມະນຸດໃຫມ່ທີ່ກຳລັງຊົງສ້າງຂຶ້ນໃຫມ່ຢູ່ສເມີ ໃຫ້ເຖິງຄວາມຮູ້ຈັກພຣະເຈົ້າຢ່າງຄົບຖ້ວນຕາມພຣະລັກສະນະຂອງພຣະອົງຜູ້ຊົງສ້າງຂຶ້ນນັ້ນ 11 ໃນການນີ້ຈະວ່າເປັນຄົນຕ່າງຊາດຫລືຄົນຢູດາຍ ເປັນຄົນຮັບພິທີຕັດຫລືບໍ່ຮັບພິທີຕັດ ເປັນຕ່າງປະເທດຫລືຄົນປ່າເຖື່ອນ ເປັນຂ້ອຍຂ້າຫລືເປັນອິສຣະບໍ່ໄດ້ ແຕ່ວ່າພຣະຄຣິດຊົງເປັນສາຣະພັດ ແລະຊົງສະຖິດຢູ່ໃນສາຣະພັດ 12 ເຫດສັນນັ້ນໃນຖານະທີ່ເປັນພວກຊຶ່ງພຣະເຈົ້າຊົງຮັກ ແລະຊົງເລືອກໄວ້ໃຫ້ເປັນໄພ່ພົນຂອງພຣະອົງ ຈົ່ງສວມໃນເມດຕາ ໃຈປານີ ໃຈຖ່ອມລົງ ໃຈອ່ອນສຸພາບ ໃຈອົດທົນດົນນານ 13 ຈົ່ງຜ່ອນຫນັກຜ່ອນເບົາເຊິ່ງກັນແລະກັນ ແລະຖ້າແມ່ນຜູ້ໃດມີເຣື່ອງຕໍ່ກັນ ກໍຈົ່ງຍົກໂທດໃຫ້ກັນແລະກັນ ອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດຍົກໂທດໃຫ້ເຈົ້າທັງຫລາຍສັນໃດ ພວກເຈົ້າກໍຈົ່ງຍົກໂທດໃຫ້ກັນແລະກັນສັນນັ້ນ 14 ແລ້ວນອກຈາກສິ່ງທັງປວງນີ້ ຈົ່ງເອົາຄວາມຮັກທີ່ເປັນສາຍຜູກມັດທຸກສິ່ງໄວ້ໃຫ້ເຖິງຄວາມຄົບຖ້ວນ 15 ແລະຈົ່ງໃຫ້ສັນຕິສຸກທີ່ມາຈາກພຣະຄຣິດຄຸ້ມຄອງຈິດໃຈຂອງເຈົ້າທັງຫລາຍ ພຣະເຈົ້າໄດ້ຊົງເອີ້ນເຈົ້າທັງຫລາຍໄວ້ໃຫ້ເປັນກາຍອັນດຽວ ກໍເພື່ອສັນຕິສຸກນັ້ນ ແລະພວກເຈົ້າຈົ່ງມີໃຈກະຕັນຍູ 16 ຈົ່ງໃຫ້ພຣະທັມຂອງພຣະຄຣິດສະຖິດຢູ່ໃນໃຈຂອງພວກເຈົ້າຢ່າງບໍຣິບູນ ຈົ່ງສັ່ງສອນແລະເຕືອນສະຕິກັນແລະກັນດ້ວຍປັນຍາທຸກຢ່າງ ຈົ່ງຮ້ອງເພງດ້ວຍເພງສັຣເສີນ ເພງນະມັສການ ແລະເພງຍ້ອງຍໍສໍຣະເສີນຝ່າຍພຣະວິນຍານ ຄືຈົ່ງຮ້ອງເພງຖວາຍແດ່ພຣະເຈົ້າດ້ວຍໃຈໂມທະນາພຣະຄຸນ 17 ແລະເມື່ອເຈົ້າທັງຫລາຍຈະເຮັດສິ່ງດ້ວຍວາຈາຫລືດ້ວຍການກະທຳກໍຕາມ ຈົ່ງເຮັດທຸກສິ່ງໃນພຣະນາມຂອງພຣະເຢຊູເຈົ້າ ແລະຂອບພຣະຄຸນພຣະບິດາເຈົ້າໂດຍພຣະອົງນັ້ນ
ຫນ້າທີ່ທາງສັງຄົມແລະຊີວິດໃຫມ່
18 ຝ່າຍເມັຽ ຈົ່ງຍອມຟັງຜົວຂອງຕົນຊຶ່ງເປັນການສົມຄວນໃນອົງພຣະຜູ້ເປັນເຈົ້າ 19 ຝ່າຍຜົວກໍຈົ່ງຮັກແພງເມັຽຂອງຕົນ ແລະຢ່າມີໃຈເຜັດຮ້ອນຕໍ່ນາງ 20 ຝ່າຍລູກທັງຫລາຍ, ຈົ່ງຟັງຄວາມພໍ່ແມ່ຂອງຕົນໃນທຸກສິ່ງ ເພາະເຮັດຢ່າງນັ້ນເປັນທີ່ຊອບພຣະທັຍຂອງອົງພຣະຜູ້ເປັນເຈົ້າ 21 ຝ່າຍພໍ່, ຢ່າຍົວະລູກຂອງຕົນໃຫ້ຂັດເຄືອງໃຈ ຢ້ານວ່າເຂົາຈະທໍ້ຖອຍໃຈ 22 ຝ່າຍພວກຂ້ອຍຂ້າ, ຈົ່ງຟັງຄວາມຜູ້ທີ່ເປັນນາຍຝ່າຍມະນຸດໃນທຸກສິ່ງ ບໍ່ໃຊ່ເຮັດຖແລງຫນ້າເຫມືອນຢ່າງຄົນຜູ້ມັກເຮັດແຕ່ໃຫ້ຊອບໃຈມະນຸດເທົ່ານັ້ນ 23 ແຕ່ຈົ່ງເຮັດດ້ວຍນ້ຳໃສໃຈຈິງ ດ້ວຍຄວາມຢຳເກງອົງພຣະຜູ້ເປັນເຈົ້າ ສິ່ງນຶ່ງສິ່ງໃດທີ່ເຈົ້າເຮັດນັ້ນ ຈົ່ງເຮັດດ້ວຍເຕັມໃຈເຫມືອນເຮັດຖວາຍແກ່ອົງພຣະຜູ້ເປັນເຈົ້າ ບໍ່ໃຊ່ເຫມືອນເຮັດແກ່ມະນຸດ 24 ດ້ວຍຮູ້ແລ້ວວ່າ ອົງພຣະຜູ້ເປັນເຈົ້າຈະຊົງໃຫ້ເຈົ້າທັງຫລາຍໄດ້ຮັບມໍຣະດົກເປັນຄ່າບຳເຫນັດ ເພາະວ່າຜູ້ທີ່ເຈົ້າທັງຫລາຍຮັບໃຊ້ນັ້ນກໍແມ່ນພຣະຄຣິດເຈົ້າ 25 ສ່ວນຜູ້ທີ່ເຮັດການຊົ່ວກໍຈະໄດ້ຮັບຜົນຕາມການຊົ່ວທີ່ຕົນໄດ້ເຮັດນັ້ນ ແລະບໍ່ມີການຊົງເຫັນແກ່ຫນ້າຜູ້ໃດເລີຍ
1 ຝ່າຍນາຍກໍຈົ່ງເຣັດແກ່ພວກຂ້ອຍຂ້າຂອງຕົນຕາມຄວາມຍຸດຕິທັມ ແລະສມ່ຳສເມີກັນ ດ້ວຍຮູ້ແລ້ວວ່າ ເຈົ້າທັງຫລາຍກໍມີນາຍອົງນຶ່ງໃນສວັນເຫມືອນກັນ
ຄຳເຕືອນສະຕິ
2 ຈົ່ງຫມັ່ນພຽນໃສ່ໃຈໃນການອ້ອນວອນ ຈົ່ງເຝົ້າລະວັງຢູ່ໃນການນັ້ນດ້ວຍຂອບພຣະຄຸນ 3 ແລະອ້ອນວອນເພື່ອພວກເຮົາດ້ວຍ ເພື່ອພຣະເຈົ້າຈະໄດ້ຊົງໂຜດໄຂປະຕູໄວ້ສຳລັບພຣະທັມນັ້ນ ໃຫ້ພວກເຮົາກ່າວຂໍ້ລັບເລິກເຣື່ອງພຣະຄຣິດ (ທີ່ເຮົາຖືກຈຳຈອງຢູ່ກໍເພາະເຫດນີ້) 4 ເພື່ອເຮົາຈະໄດ້ກ່າວຊີ້ແຈງຂໍ້ລັບເລິກນັ້ນຕາມທີ່ເຮົາຄວນຈະກ່າວ 5 ຈົ່ງປະຕິບັດຕໍ່ຄົນພາຍນອກດ້ວຍໃຊ້ສະຕິປັນຍາ ໂດຍສວຍໂອກາດ 6 ຈົ່ງໃຫ້ວາຈາຂອງເຈົ້າທັງຫລາຍປະກອບດ້ວຍເມດຕາຄຸນຢູ່ສເມີ ປະສົມດ້ວຍເກືອ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ວິທີຕອບທີ່ຖືກໃຈແກ່ທຸກຄົນ
ຄຳສະແດງຄວາມຄຶດເຖິງໃນຕອນທ້າຍ
7 ຕີຂີໂກ, ຜູ້ເປັນນ້ອງທີ່ຮັກ ແລະເປັນຜູ້ປະຕິບັດທີ່ສັດຊື່ ແລະເປັນເພື່ອນຮັບໃຊ້ຮ່ວມກັນກັບພວກເຮົາໃນອົງພຣະຜູ້ເປັນເຈົ້າ ຈະບອກໃຫ້ເຈົ້າທັງຫລາຍຮູ້ເຖິງເຫດການທັງປວງຂອງພວກເຮົາ 8 ເຮົາໄດ້ໃຊ້ຜູ້ນີ້ໄປຫາພວກເຈົ້າກໍເພາະເຫດນີ້ ຄືເພື່ອເຈົ້າທັງຫລາຍຈະໄດ້ຮູ້ເຖິງການເປັນຢູ່ຂອງພວກເຮົາ ແລະເພື່ອທ່ານຈະໄດ້ຫນຸນນ້ຳໃຈຂອງພວກເຈົ້າ 9 ໃຫ້ໂອເນຊີໂມ ຜູ້ເປັນນ້ອງທີ່ຮັກແລະສັດຊື່ ຊຶ່ງເປັນຄົນນຶ່ງໃນພວກເຈົ້າໄປດ້ວຍ ເຂົາທັງສອງນັ້ນຈະເລົ່າໃຫ້ເຈົ້າທັງຫລາຍຮູ້ເຖິງເຫດການທັງປວງຢູ່ທີ່ນີ້ 10 ອາຣິດຕາໂຂ, ຜູ້ຖືກຄຸມຂັງຮ່ວມກັບເຮົາ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ ແລະມາຣະໂກນ້ອງຂອງບາຣະນາບາກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍເຫມືອນກັນ (ເຣື່ອງມາຣະໂກນັ້ນເຈົ້າທັງຫລາຍໄດ້ຮັບຄຳສັ່ງແລ້ວວ່າ ຖ້າທ່ານໄປຫາພວກເຈົ້າຈົ່ງຕ້ອນຮັບທ່ານ) 11 ແລະເຢຊູ, ຜູ້ທີ່ເຂົາເອີ້ນກັນວ່າຢູຊະຕູ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍເຫມືອນກັນ ໃນບັນດາເພື່ອນຮ່ວມງານຂອງເຮົາເພື່ອຣາຊອານາຈັກຂອງພຣະເຈົ້າ ມີແຕ່ຄົນເຫລົ່ານີ້ເທົ່ານັ້ນທີ່ມາຈາກຝ່າຍພິທີຕັດ ແລະເຂົາເປັນຜູ້ຫນຸນນ້ຳໃຈຂອງເຮົາ 12 ເອປາຟາ, ຊຶ່ງເປັນຄົນນຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດ ກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍເຫມືອນກັນ ທ່ານໄດ້ອົດສາສູ້ໃນການອ້ອນວອນສຳລັບເຈົ້າທັງຫລາຍຢູ່ສເມີ ຫວັງຈະໃຫ້ພວກເຈົ້າຕັ້ງຫມັ້ນຢູ່ເປັນຜູ້ໃຫຍ່ຖ້ວນ ແລະຮັບຄວາມແນ່ໃຈອັນແຫນ້ນຫນາໃນທຸກສິ່ງຕາມນ້ຳພຣະທັຍຂອງພຣະເຈົ້າ 13 ເຮົາເປັນພຍານຝ່າຍທ່ານວ່າ ທ່ານໄດ້ເຮັດການຫນັກຫນ່ວງເພື່ອພວກເຈົ້າ ແລະເພື່ອຄົນທີ່ຢູ່ເມືອງລາວດີເກອາ, ທັງເປັນຄົນທີ່ຢູ່ເມືອງເຮັຽຣາໂປລີ, 14 ລູກາ, ຫມໍຢາທີ່ຮັກ ກັບເດມານັ້ນກໍຝາກຄວາມຄຶດເຖິງມາຍັງເຈົ້າທັງຫລາຍ 15 ເຮົາຝາກຄວາມຄຶດເຖິງມາຍັງພວກພີ່ນ້ອງທີ່ຢູ່ເມືອງລາວດີເກອາ ກັບນາງນິມຟາ ທັງຄຣິສຕະຈັກທີ່ຢູ່ໃນເຮືອນຂອງນາງເຫມືອນກັນ 16 ແລະເມື່ອເຈົ້າທັງຫລາຍໄດ້ອ່ານຈົດຫມາຍສະບັບນີ້ແລ້ວ ຈົ່ງສົ່ງໄປໃຫ້ອ່ານໃນຄຣິສຕະຈັກທີ່ຢູ່ເມືອງລາວດີເກອາດ້ວຍ ແລ້ວຈົດຫມາຍທີ່ມາຈາກເມືອງລາວດີເກອານັ້ນ ພວກເຈົ້າຈົ່ງອ່ານເຫມືອນກັນ 17 ແລະຈົ່ງບອກອາຂີໂປວ່າ, “ສ່ວນການບົວລະບັດທີ່ເຈົ້າໄດ້ຮັບໃນອົງພຣະຜູ້ເປັນເຈົ້ານັ້ນ ຈົ່ງລະວັງເຮັດໃຫ້ສຳເຣັດ” 18 ຄຳສະແດງຄວາມຄຶດເຖິງນີ້ເປັນລາຍມືຂອງເຮົາ, ໂປໂລ ຂໍພວກເຈົ້າຈົ່ງລະນຶກເຖິງໂສ້ຂອງເຮົາຖ້ອນ ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີນ
1 ໂປໂລ ກັບຊີລາວານ ແລະຕີໂມທຽວ ເຖິງ ຄຣິສຕະຈັກຂອງຊາວເທຊະໂລນິກໃນພຣະບິດາເຈົ້າແລະໃນພຣະອົງເຈົ້າເຢຊູຄຣິດ ຂໍໃຫ້ພຣະຄຸນແລະສັນຕິສຸກຈົ່ງມີຢູ່ກັບພີ່ນ້ອງທັງຫລາຍເທີນ
ຄວາມເຊື່ອແລະແບບຢ່າງຂອງຊາວເທຊະໂລນິກ
2 ພວກເຮົາຂອບພຣະຄຸນພຣະເຈົ້າເພາະເຈົ້າທັງປວງຢູ່ສເມີ ແລະໃນຄວາມອ້ອນວອນຂອງພວກເຮົາກໍເອີ່ຍເຖິງພວກເຈົ້າຢູ່ 3 ໂດຍບໍ່ໄດ້ຢຸດຢັ້ງໃນການລະນຶກເຖິງກິຈການຂອງເຈົ້າທັງຫລາຍ ອັນເກີດມາຈາກຄວາມເຊື່ອ ກັບທັງການງານອັນຫນັກຫນ່ວງທີ່ພວກເຈົ້າຍອມເຮັດຍ້ອນຄວາມຮັກ ແລະຄວາມຫມັ່ນພຽນອັນມີມາຈາກຄວາມໄວ້ວາງໃຈໃນພຣະເຢຊູຄຣິດເຈົ້າຂອງພວກເຮົາ 4 ພີ່ນ້ອງທັງຫລາຍຜູ້ເປັນທີ່ຮັກຂອງພຣະເຈົ້າເອີຍ, ພວກເຮົາຮູ້ເຖິງການຊົງເລືອກເຈົ້າທັງຫລາຍໄວ້ແລ້ວນັ້ນ 5 ເພາະວ່າຂ່າວປະເສີດຂອງເຮົາບໍ່ໄດ້ມາເຖິງພວກເຈົ້າພໍເປັນແຕ່ຖ້ອຍຄຳເທົ່ານັ້ນ ແຕ່ວ່າໄດ້ມາດ້ວຍຣິດອຳນາດກັບທັງພຣະວິນຍານບໍຣິສຸດ ແລະຄວາມໄວ້ວາງໃຈອັນຄົບຖ້ວນຕາມດັ່ງເຈົ້າທັງຫລາຍຮູ້ວ່າ ພວກເຮົາກາຍເປັນຄົນຢ່າງໃດໃນຖ້າມກາງພວກເຈົ້າເພາະເຫັນແກ່ເຈົ້າທັງຫລາຍ 6 ແລະຝ່າຍພວກເຈົ້າ, ກໍໄດ້ກາຍເປັນຜູ້ຊອບເອົາຕາມແບບຢ່າງຂອງເຮົາ ພ້ອມທັງຂອງພຣະຜູ້ເປັນເຈົ້າດ້ວຍ ເຖິງແມ່ນວ່າເຈົ້າທັງຫລາຍໄດ້ຖືກຄວາມຍາກລຳບາກອັນຫລວງຫລາຍກໍຕາມ ພວກເຈົ້າກໍໄດ້ຮັບພຣະທັມນັ້ນດ້ວຍຄວາມຊົມຊື່ນຍິນດີທີ່ມາຈາກພຣະວິນຍານບໍຣິສຸດ 7 ຈົນເຈົ້າທັງຫລາຍໄດ້ກາຍເປັນແບບຢ່າງແກ່ຄົນທັງປວງທີ່ເຊື່ອແລ້ວ ໃນແຂວງມາເກໂດເນັຽ ແລະແຂວງອະຂາຢາ 8 ເພາະວ່າພຣະທັມຂອງພຣະອົງເຈົ້າໄດ້ອອກຈາກພວກເຈົ້າຊ່າລືກ້ອງໄປ ບໍ່ໃຊ່ແຕ່ໃນແຂວງມາເກໂດເນັຽແລະແຂວງອະຂາຢາເທົ່ານັ້ນ ແຕ່ຂ່າວແຫ່ງຄວາມເຊື່ອພຣະເຈົ້າຂອງພວກເຈົ້ານັ້ນໄດ້ຊ່າລືອອກໄປທົ່ວທຸກແຫ່ງຫົນ ຈົນພວກເຮົາບໍ່ຈຳເປັນຈະຕ້ອງເວົ້າອັນໃດອີກ 9 ດ້ວຍວ່າຄົນເຫລົ່ານັ້ນເອງກໍໄດ້ລາຍງານເຖິງເຣື່ອງພວກເຮົາວ່າ ເຮົາໄດ້ເຂົ້າມາຫາເຈົ້າດ້ວຍຢ່າງໃດ ແລະພວກເຈົ້າໄດ້ອວ່າຍຫນີຈາກພຣະທຽມມາຫາພຣະເຈົ້າດ້ວຍຢ່າງໃດ ເພື່ອຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່ແລະຜູ້ທ່ຽງທັມ 10 ແລະຄອຍຖ້າພຣະບຸດຂອງພຣະອົງຈາກສວັນ ຊຶ່ງພຣະອົງໄດ້ຊົງບັນດານໃຫ້ພຣະບຸດນັ້ນຄືນຂຶ້ນມາຈາກຕາຍ ຄືພຣະເຢຊຜູ້ໄດ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນຈາກພຣະພິໂຣດທີ່ຈະມີມານັ້ນ
ກິຈການງານຂອງໂປໂລໃນເມືອງເທຊະໂລນິກ
1 ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າເອງກໍຮູ້ວ່າ ການທີ່ພວກເຮົາໄດ້ມາຫາພຣະເຈົ້ານັ້ນບໍ່ເປັນການເສັຽປໂຍດ 2 ແຕ່ເຖິງແມ່ນວ່າເຮົາໄດ້ທົນການຍາກລຳບາກມາກ່ອນ ແລະໄດ້ຮັບການປະຈານຂາຍຫນ້າທີ່ເມືອງຟີລິບປອຍ ຕາມດັ່ງເຈົ້າທັງຫລາຍຮູ້ຢູ່ແລ້ວນັ້ນ ພວກເຮົາກໍຍັງມີໃຈກ້າໃນພຣະເຈົ້າຂອງເຮົາທັງຫລາຍ ເພື່ອປະກາດຂ່າວປະເສີດເຣື່ອງພຣະເຈົ້າແກ່ພວກເຈົ້າ ດ້ວຍມີການຕໍ່ສູ້ຢ່າງຫລວງຫລາຍ 3 ເພາະວ່າຄຳເຕືອນສະຕິຂອງພວກເຮົາບໍ່ໃຊ່ເນື່ອງມາຈາກຄວາມຫລົງຜິດ ຫລືການຊົ່ວຮ້າຍ ຫລືກົນອຸບາຍ 4 ແຕ່ຕາມດັ່ງພຣະເຈົ້າໄດ້ຊົງລອງເບິ່ງໃຈຂອງເຮົາ ຈຶ່ງຊົງເຫັນຊອບທີ່ຈະມອບຂ່າວປະເສີດໄວ້ກັບເຮົາ ດັ່ງນີ້ພວກເຮົາຈີ່ງກ່າວຢູ່ ບໍ່ໃຊ່ເພື່ອໃຫ້ຊອບໃຈມະນຸດແຕ່ເພື່ອໃຫ້ຊອບພຣະທັຍພຣະເຈົ້າ ຜູ້ຊົງຊັນນະສູດເບິ່ງໃຈຂອງເຮົາທັງຫລາຍ 5 ເພາະວ່າພວກເຮົາບໍ່ໄດ້ໃຊ້ຖ້ອຍຄຳຖແລງຍ້ອງຍໍຈັກເທື່ອ ຕາມດັ່ງທີ່ເຈົ້າທັງຫລາຍຮູ້ແລ້ວ ຫລືບໍ່ໄດ້ໃຊ້ກົນອຸບາຍປົກບັງໂລພະຕັນຫາໄວ້ ພຣະເຈົ້າຊົງເປັນພຍານຝ່າຍພວກເຮົາ 6 ເຖິງແມ່ນວ່າເຮົາເປັນອັຄສາວົກຂອງພຣະຄຣິດແລະມີສິດຮຽກຮ້ອງໄດ້ ເຮົາກໍບໍ່ໄດ້ສແວງຫາກຽດຕິຍົດຈາກມະນຸດ ບໍ່ວ່າຈະມາຈາກພວກເຈົ້າຫລືຈາກຄົນອື່ນ 7 ແຕ່ວ່າພວກເຮົາໄດ້ຢູ່ໃນຖ້າມກາງພວກເຈົ້າດ້ວຍໃຈສຸພາບອ່ອນໂຍນ ເຫມືອນດັ່ງແມ່ທີ່ລ້ຽງລູກອ່ອນນ້ອຍຂອງຕົນ 8 ເມື່ອພວກເຮົາມີໃຈຮັກແພງເຈົ້າທັງຫລາຍດັ່ງນີ້ແລ້ວ ເຮົາກໍມີໃຈພ້ອມທີ່ຈະເຜື່ອແຜ່ ບໍ່ໃຊ່ແຕ່ພຽງຂ່າວປະເສີດຂອງພຣະເຈົ້າເທົ່ານັ້ນ ແຕ່ມີໃຈພ້ອມທີ່ຈະສລະຊີວິດຈິດໃຈຂອງເຮົາໃຫ້ແກ່ເຈົ້າດ້ວຍ ເພາະວ່າພວກເຈົ້າເກີດເປັນທີ່ຮັກແພງຂອງພວກເຮົາ 9 ພີ່ນ້ອງເອີຍ, ເຈົ້າທັງຫລາຍຄົງຈຳໄດ້ເຖິງການອັນຫນັກຫນ່ວງແລະຄວາມລຳບາກຂອງພວກເຮົາ ເມື່ອເວລາພວກເຮົາໄດ້ປະກາດຂ່າວປະເສີດຂອງພຣະເຈົ້າແກ່ເຈົ້າທັງຫລາຍ ເຮົາໄດ້ເຮັດການທັງກາງເວັນແລະກາງຄືນ ເພື່ອຈະບໍ່ໃຫ້ຜູ້ໃດໃນພວກເຈົ້າໄດ້ຮັບພາຣະອັນຫນັກຍ້ອນພວກເຮົາ 10 ຝ່າຍເຈົ້າທັງຫລາຍກໍເປັນພຍານແລະພຣະເຈົ້າຊົງເປັນພຍານເຫມືອນກັນວ່າ ເຮົາໄດ້ປະຕິບັດຕົນຢ່າງບໍຣິສຸດ ທ່ຽງທັມ ແລະບໍ່ມີຂໍ້ຕິຕຽນໄດ້ຢ່າງໃດໃນຖ້າມກາງເຈົ້າທັງຫລາຍທີ່ເຊື່ອແລ້ວ 11 ຕາມດັ່ງເຈົ້າທັງຫລາຍຊາບແລ້ວວ່າ ເຮົາໄດ້ເຮັດນຳພວກເຈົ້າທຸກຄົນເຫມືອນພໍ່ກັບລູກຂອງຕົນ 12 ຄືໄດ້ເຕືອນສະຕິຫນຸນໃຈພວກເຈົ້າ ແລະສັ່ງເນັ້ນພວກເຈົ້າເພື່ອໃຫ້ດຳເນີນຊີວິດຕາມຢ່າງສົມຄວນຕໍ່ພຣະເຈົ້າ ຜູ້ຊົງເອີ້ນເອົາເຈົ້າທັງຫລາຍໃຫ້ເຂົ້າມາໃນຣາຊອານາຈັກ ແລະໃນສະງ່າຣາສີຂອງພຣະອົງເອງ 13 ເພາະເຫດນີ້ແຫລະ, ພວກເຮົາຈຶ່ງຂອບພຣະຄຸນພຣະເຈົ້າໂດຍບໍ່ຢຸດບໍ່ຢັ້ງ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະທັມຂອງພຣະເຈົ້າທີ່ໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຕ້ອນຮັບເອົາເຫມືອນເປັນຂໍ້ຄວາມຂອງມະນຸດ ແຕ່ໄດ້ຮັບເອົາຕາມຄວາມເປັນຈີງເຫມືອນເປັນພຣະທັມຂອງພຣະເຈົ້າທີ່ດຳເນີນງານຢູ່ພາຍໃນເຈົ້າທັງຫລາຍທີ່ເຊື່ອ 14 ພີ່ນ້ອງເອີຍ, ເຈົ້າທັງຫລາຍໄດ້ກາຍເປັນຜູ້ປະຕິບັດຕາມແບບຢ່າງຄຣິສຕະຈັກທັງຫລາຍໃນແຂວງຢູດາ ຊຶ່ງເປັນຂອງພຣະເຈົ້າໃນພຣະເຢຊູຄຣິດ ເພາະວ່າເຈົ້າທັງຫລາຍໄດ້ທົນຮັບເອົາຄວາມລຳບາກຈາກເພື່ອນຮ່ວມຊາດຂອງຕົນ ເຫມືອນຄຣິສຕະຈັກນັ້ນໄດ້ທົນຮັບເອົາຄວາມລຳບາກຈາກພວກຢູດາດ້ວຍ 15 ແມ່ນພວກຢູດານັ້ນແຫລະ, ທີ່ໄດ້ປະຫານຊີວິດພຣະເຢຊູຄຣິດ ກັບທັງພວກຜູ້ປະກາດພຣະທັມ ແລະໄດ້ຂັບໄລ່ພວກເຮົາໃຫ້ຫນີໄປ ເຂົາຂັດພຣະທັຍພຣະເຈົ້າທັງຕໍ່ສູ້ຄົນທັງປວງ 16 ໂດຍທີ່ເຂົາໄດ້ຫ້າມປາມພວກເຮົາບໍ່ໃຫ້ກ່າວແກ່ຄົນຕ່າງຊາດ ເພື່ອຄົນເຫລົ່ານັ້ນຈະພົ້ນໄດ້ ເພື່ອການຜິດບາບທີ່ເຂົາເຮັດມານັ້ນຈະຄົບຖ້ວນ ແຕ່ໃນທ້າຍສຸດພຣະພິໂຣດໄດ້ຕົກໃສ່ເຂົາແລ້ວ”
ຈຸດປະສົງຂອງໂປໂລຢາກໄປຢາມຄຣິສຕະຈັກອີກ
17 ພີ່ນ້ອງທັງຫລາຍເອີຍ, ແຕ່ເມື່ອພວກເຮົາໄດ້ຖືກພັດພາກຈາກພວກເຈົ້າໄປຈັກຫວ່າງນຶ່ງ ກໍພາກໄປແຕ່ຮ່າງກາຍເທົ່ານັ້ນບໍ່ແມ່ນຈິດໃຈ ເຮົາຈຶ່ງເປັນພຍານດ້ວຍຄວາມປາຖນາຢ່າງຮ້ອນຮົນ ຊອກຫາໂອກາດເພື່ອເຫັນຫນ້າພວກເຈົ້າ 18 ດ້ວຍເຫດນັ້ນພວກເຮົາມີໃຈປະສົງຢາກມາຫາພວກເຈົ້າ (ເຮົາ, ໂປໂລ ຫມາຍໃຈຈະມາເທື່ອນຶ່ງສອງເທື່ອແລ້ວ) ແຕ່ວ່າຊາຕານໄດ້ມາຂັດຂວາງພວກເຮົາໄວ້) 19 ດ້ວຍວ່າແມ່ນສິ່ງໃດຈະເປັນທີຫວັງໃຈຂອງເຮົາ ຫລືທີ່ຊົມຊື່ນຍິນດີ ຫລືພວງມາລັຍອັນໃຫ້ມີຄວາມອວດອ້າງຊ້ອງພຣະພັກພຣະເຢຊູເຈົ້າຂອງເຮົາທັງຫລາຍ ເມື່ອພຣະອົງຈະສະເດັດມາປາກົດ ບໍ່ແມ່ນພວກເຈົ້າດອກຫລື 20 ເຫດວ່າເຈົ້າທັງຫລາຍນັ້ນແຫລະ, ເປັນກຽດຕິຍົດແລະຄວາມຊົມຊື່ນຍິນດີຂອງເຮົາທັງຫລາຍ
1 ເຫດສັນນັ້ນ, ຄັນເຮົາອົດຢູ່ຕໍ່ໄປອີກບໍ່ໄດ້ ຈຶ່ງເຫັນດີໃຫ້ເຂົາປະເຮົາຜູ້ດຽວຢູ່ກຸງອາເທນ 2 ແລະໄດ້ໃຊ້ຕີໂມທຽວພີ່ນ້ອງຂອງເຮົາ ທີ່ເປັນຜູ້ຮັບໃຊ້ຂອງພຣະເຈົ້າຝ່າຍຂ່າວປະເສີດເຣື່ອງພຣະຄຣິດໃຫ້ໄປຫາເຈົ້າທັງຫລາຍ ເພື່ອຈະຕັ້ງພວກເຈົ້າໄວ້ໃຫ້ຫມັ້ນຄົງ ທັງຈະຊູໃຈໃນເຣື່ອງຄວາມເຊື່ອຂອງເຈົ້າ 3 ເພື່ອບໍ່ໃຫ້ມີໃຜຈັກຄົນວຸ້ນວາຍໄປດ້ວຍເຫດການລຳບາກທັງຫລາຍນີ້ ເຈົ້າທັງຫລາຍກໍຊາບແລ້ວວ່າ ເຮົາທັງຫລາຍຖືກຊົງກຳນົດໄວ້ແລ້ວສຳລັບການນັ້ນ 4 ດ້ວຍວ່າ, ເມື່ອໄດ້ຢູ່ນຳເຈົ້າທັງຫລາຍ ພວກເຮົາໄດ້ບອກເຈົ້າລ່ວງຫນ້າໄວ້ແລ້ວວ່າ ເຮົາຄົງຈະຖືກການຍາກລຳບາກຕາມດັ່ງໄດ້ເກີດມີມາແລ້ວ ຕາມທີ່ເຈົ້າທັງຫລາຍຮູ້ແລ້ວນັ້ນ 5 ດ້ວຍເຫດນັ້ນ, ຄັນເຮົາອົດຢູ່ຕໍ່ໄປອີກບໍ່ໄດ້ ຈຶ່ງໄດ້ໃຊ້ຄົນໄປເພື່ອຈະໄດ້ຮູ້ເຖິງຄວາມເຊື່ອຂອງພວກເຈົ້າ ຢ້ານວ່າຜູ້ທົດລອງນັ້ນຈະໄດ້ທົດລອງເຈົ້າທັງຫລາຍດ້ວຍຢ່າງນຶ່ງຢ່າງໃດ ແລ້ວການຫນັກຫນ່ວງຂອງເຮົາກໍຈະກາຍເປັນການເສັຽປໂຍດ 6 ແຕ່ບັດນີ້ຕີໂມທຽວໄດ້ກັບມາຈາກເຈົ້າທັງຫລາຍ ຫາກໍມາຮອດພວກເຮົາແລະໄດ້ນຳຂ່າວດີມາບອກພວກເຮົາດ້ວຍເຣື່ອງຄວາມເຊື່ອແລະຄວາມຮັກຂອງພວກເຈົ້າ ກັບທັງບອກວ່າເຈົ້າທັງຫລາຍມີຄວາມຄຶດເຖິງພວກເຮົາຢ່າງດີຢູ່ສເມີ ແລະປາຖນາຢ່າງຫລວງຫລາຍຢາກເຫັນພວກເຮົາເຫມືອນດັ່ງພວກເຮົາໄດ້ປາຖນາຢາກເຫັນພວກເຈົ້ານັ້ນ 7 ດ້ວຍເຫດນີ້ແຫລະ ພີ່ນ້ອງທັງຫລາຍເອີຍ, ຄວາມເຊື່ອຂອງພວກເຈົ້ານັ້ນໄດ້ເຣັດໃຫ້ເຮົາບັນເທົາຈາກຄວາມທຸກຍາກ ແລະຄວາມລຳບາກຂອງພວກເຮົາທຸກປະການ 8 ເພາະວ່າເມື່ອເຈົ້າທັງຫລາຍຕັ້ງຫມັ້ນຄົງຢູ່ໃນອົງພຣະຜູ້ເປັນເຈົ້າ ຊີວິດຂອງເຮົາກໍສົດຊື່ນ 9 ເຮົາຈະຂອບພຣະຄຸນພຣະເຈົ້າ ເພາະເຈົ້າທັງຫລາຍຢ່າງໃດອີກ ຈຶ່ງຈະເຫມາະສົມສຳລັບຄວາມຊົມຊື່ນຍິນດີທັງຫມົດທີ່ເຮົາມີຢູ່ຍ້ອນພວກເຈົ້າຊ້ອງພຣະພັກພຣະເຈົ້າຂອງເຮົາທັງຫລາຍ 10 ຍາມເມື່ອພວກເຮົາໄດ້ອ້ອນວອນທັງກາງເວັນແລະກາງຄືນຢ່າງຫລວງຫລາຍ ເພື່ອຈະໄດ້ເຫັນຫນ້າເຈົ້າທັງຫລາຍອີກ ທັງຈະໄດ້ເພີ້ມເຕີມຄວາມເຊື່ອຂອງພວກເຈົ້າ ສ່ວນທີ່ຍັງບົກພ່ອງຢູ່ນັ້ນໃຫ້ຄົບບໍຣິບູນ 11 ອັນນຶ່ງ, ຂໍພຣະເຈົ້າຄືພຣະບິດາແລະພຣະເຢຊູເຈົ້າຂອງເຮົາທັງຫລາຍ ຈົ່ງຊົງນຳທາງເຮົາໄປຫາພວກເຈົ້າ 12 ແລະເຮົາກໍທູນຂໍພຣະເຈົ້າຊົງໂຜດໃຫ້ພວກເຈົ້າຈະເຣີນຂຶ້ນ ແລະລົ້ນເຫລືອໄປດ້ວຍຄວາມຮັກກັນແລະກັນ ທັງຮັກຄົນທັງປວງເຫມືອນດັ່ງພວກເຮົາໄດ້ຮັກເຈົ້າທັງຫລາຍນັ້ນແຫລະ 13 ເພື່ອພຣະອົງຈະໄດ້ຊົງຊູໃຈຂອງເຈົ້າທັງຫລາຍໄວ້ໃຫ້ຫມັ້ນຄົງຢູ່ໃນຄວາມບໍຣິສຸດ ໂດຍບໍ່ມີຂໍ້ຕິຕຽນໄດ້ຕໍ່ພຣະພັກພຣະເຈົ້າຄືພຣະບິດາຂອງເຮົາທັງຫລາຍ ໃນເມື່ອພຣະເຢຊູເຈົ້າຂອງພວກເຮົາຈະສະເດັດມາປາກົດ ກັບພວກໄພ່ພົນທັງປວງຂອງພຣະອົງ
ຊີວິດທີ່ພໍພຣະທັຍພຣະເຈົ້າ
1 ພີ່ນ້ອງທັງຫລາຍເອີຍ, ທ້າຍສຸດນີ້ພວກເຮົາວອນຂໍ ແລະເຕືອນສະຕິເຈົ້າທັງຫລາຍ ໃນພຣະນາມຂອງພຣະເຢຊູເຈົ້າວ່າ ພວກເຈົ້າໄດ້ຮຽນຈາກເຮົາແລ້ວວ່າຈຳເປັນຕ້ອງດຳເນີນຊີວິດຢ່າງໃດ ຈຶ່ງຈະເປັນທີ່ຊອບພຣະທັຍພຣະເຈົ້າເຫມືອນດັ່ງພວກເຈົ້າກຳລັງປະຕິບັດຢູ່ແລ້ວ ກໍຈົ່ງປະຕິບັດດັ່ງນັ້ນໃຫ້ຫລາຍກວ່າເກົ່າ 2 ດ້ວຍວ່າເຈົ້າທັງຫລາຍຮູ້ຈັກຂໍ້ຄວາມທັງຫລາຍທີ່ພວກເຮົາໄດ້ສັ່ງໄວ້ແກ່ພວກເຈົ້າໃນພຣະນາມຂອງພຣະເຢຊູເຈົ້າແລ້ວ 3 ອັນນີ້ແຫລະ, ເປັນນ້ຳພຣະທັຍຂອງພຣະເຈົ້າ ຄືໃຫ້ເຈົ້າທັງຫລາຍເປັນຄົນບໍຣິສຸດ ໃຫ້ພວກເຈົ້າລະເວັ້ນຈາກການຜິດຊາຍຍິງ 4 ໃຫ້ເຈົ້າທຸກຄົນຮູ້ຈັກມີພັຣຍາໃນທາງບໍຣິສຸດ ແລະໃນທາງນັບຖື 5 ບໍ່ໃຊ່ດ້ວຍຣາຄະຕັນຫາຕາມດັ່ງພວກນອກຊາດທີ່ບໍ່ຮູ້ຈັກພຣະເຈົ້າ 6 ຢ່າໃຫ້ຜູ້ໃດລ່ວງເກີນແລະເຮັດຜິດຕໍ່ພີ່ນ້ອງຂອງຕົນໃນເຣື່ອງນີ້ ເພາະວ່າອົງພຣະຜູ້ເປັນເຈົ້າເປັນຜູ້ຊົງແກ້ແຄ້ນຄົນທີ່ເຮັດຜີດແນວນັ້ນ ຕາມດັ່ງພວກເຮົາໄດ້ບອກພວກເຈົ້າຢ່າງຫນັກແຫນ້ນໄວ້ກ່ອນແລ້ວ 7 ເພາະວ່າພຣະເຈົ້າບໍ່ໄດ້ຊົງເອີ້ນພວກເຮົາໃຫ້ເປັນຄົນຊົ່ວຮ້າຍ ແຕ່ວ່າເພື່ອໃຫ້ເປັນຄົນບໍຣິສຸດ 8 ສັນນັ້ນຜູ້ທີ່ຝ່າຝືນນັ້ນກໍບໍ່ຝ່າຝືນຕໍ່ມະນຸດ ແຕ່ຝ່າຝືນຕໍ່ພຣະເຈົ້າ ຜູ້ຊົງໂຜດປະທານພຣະວິນຍານບໍຣິສຸດຂອງພຣະອົງໃຫ້ແກ່ເຈົ້າທັງຫລາຍ 9 ສ່ວນເຣື່ອງການຮັກພີ່ນ້ອງທັງຫລາຍນັ້ນ, ເຮົາບໍ່ຈຳເປັນຈະຂຽນຝາກມາໃຫ້ພວກເຈົ້າ ເພາະເຈົ້າເອງກໍໄດ້ຮັບການຊົງສັ່ງສອນຈາກພຣະເຈົ້າແລ້ວວ່າ ໃຫ້ຮັກກັນແລະກັນ 10 ທີ່ຈິງ, ເຈົ້າທັງຫລາຍກຳລັງເຮັດດັ່ງນັ້ນແກ່ພວກພີ່ນ້ອງທັງປວງຕລອດທົ່ວແຂວງມາເກໂດເນັຽແລ້ວ ແຕ່ພີ່ນ້ອງເອີຍ, ພວກເຮົາເຕືອນສະຕິເຈົ້າທັງຫລາຍໃຫ້ເຮັດດັ່ງນັ້ນຫລາຍກວ່າເກົ່າ 11 ແລະຈົ່ງຕັ້ງເປົ້າຫມາຍວ່າຈະຢູ່ຢ່າງສງົບ ເຮັດການກ່ຽວກັບກິດທຸຣະສ່ວນຂອງຕົນ ທັງເຮັດວຽກດ້ວຍມືຂອງຕົນເອງ ຕາມດັ່ງພວກເຮົາໄດ້ສັ່ງເຈົ້າທັງຫລາຍໄວ້ແລ້ວ 12 ເພື່ອການດຳເນີນຊີວິດຂອງພວກເຈົ້າຈະເປັນທີ່ນັບຖືແກ່ຄົນພາຍນອກ ແລ້ວພວກເຈົ້າຈະບໍ່ຕ້ອງອາໄສຄົນອື່ນ
ຖານະຂອງຄົນຕາຍແລະຄົນເປັນໃນວັນທີ່ພຣະເຢຊູຈະສະເດັດກັບມາ
13 ພີ່ນ້ອງທັງຫລາຍເອີຍ, ພວກເຮົາຢາກໃຫ້ເຈົ້າທັງຫລາຍຮູ້ຄວາມຈີງເຣື່ອງຄົນທີ່ຫລັບໄປນັ້ນ ເພື່ອພວກເຈົ້າຈະບໍ່ໂສກເສົ້າເຫມືອນດັ່ງຄົນອື່ນທີ່ບໍ່ມີຄວາມຫວັງ 14 ເພາະໃນເມື່ອເຮົາເຊື່ອວ່າພຣະເຢຊູຊົງສີ້ນພຣະຊົນແລະຊົງຄືນພຣະຊົນແລ້ວ ໂດຍພຣະເຢຊູນັ້ນແຫລະ, ພຣະເຈົ້າຈະຊົງນຳບັນດາຄົນທີ່ຫລັບໄປແລ້ວນັ້ນໃຫ້ມາກັບພຣະອົງ 15 ໃນຂໍ້ນີ້ເຮົາບອກເຈົ້າທັງຫລາຍຕາມພຣະທັມຂອງອົງພຣະຜູ້ເປັນເຈົ້າວ່າ ພວກເຮົາຜູ້ຍັງເປັນຢູ່ແລະຄອຍຖ້າການສະເດັດມາຂອງພຣະຜູ້ເປັນເຈົ້າ ເຮົາຈະລ່ວງຫນ້າໄປກ່ອນພວກຄົນທີ່ຫລັບໄປແລ້ວນັ້ນກໍບໍ່ໄດ້ແທ້ 16 ດ້ວຍວ່າຈະມີຄຳສັ່ງອັນດັງ ຈະມີສຽງຂອງອັຄເທວະດາ ແລະສຽງແກຂອງພຣະເຈົ້າ ແລ້ວອົງພຣະຜູ້ເປັນເຈົ້າຈະສະເດັດລົງມາຈາກສວັນ ພວກຄົນທີ່ເຊື່ອໃນພຣະຄຣິດທີ່ຕາຍໄປແລ້ວກໍຈະຄືນຂຶ້ນມາກ່ອນ 17 ຫລັງຈາກນັ້ນເຮົາທັງຫລາຍຜູ້ມີຊີວິດຍັງເປັນຢູ່ກໍຈະຖືກຮັບຂຶ້ນໄປໃນເມກພ້ອມກັນກັບຄົນພວກນັ້ນ ແລະຈະພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ຢ່າງນັ້ນແຫລະ, ພວກເຮົາກໍຈະຢູ່ນຳພຣະຜູ້ເປັນເຈົ້າເປັນນິດ 18 ເຫດສັນນັ້ນຈົ່ງເລົ້າໂລມອອຍໃຈກັນແລະກັນ ດ້ວຍຂໍ້ຄວາມທັງຫລາຍນີ້ເທີນ
ຈົ່ງຈັດຕຽມພ້ອມພຽງກັນເມື່ອພຣະເຢຊູສະເດັດກັບມາ
1 ພີ່ນ້ອງທັງຫລາຍເອີຍ, ເຣື່ອງເວລາແລະວັນທີ່ຊົງກຳນົດໄວ້ນັ້ນ ບໍ່ຈຳເປັນຕ້ອງຂຽນບອກໃຫ້ພວກເຈົ້າຮູ້ 2 ເພາະວ່າເຈົ້າເອງຮູ້ດີແລ້ວວ່າ ວັນຂອງພຣະຜູ້ເປັນເຈົ້າຈະມາເຫມືອນຂະໂມຍມາໃນເວລາກາງຄືນ 3 ເມື່ອໃດເຂົາຫາກເວົ້າວ່າ, “ສງົບສຸກແລະປອດພັຍຢູ່ແລ້ວ” ເມື່ອນັ້ນແຫລະ, ຄວາມວິນາດຈິບຫາຍກໍຈະມາເຖິງເຂົາໃນທັນທີ ເຫມືອນດັ່ງຄວາມເຈັບປວດມາເຖິງຍິງທີ່ມີທ້ອງ ແລະເຂົາຈະຫນີບໍ່ພົ້ນເປັນແນ່ 4 ແຕ່ວ່າພີ່ນ້ອງເອີຍ, ພວກເຈົ້າກໍບໍ່ໄດ້ຢູ່ໃນຄວາມມືດແລ້ວ ເຫມືອນວັນນັ້ນຈະມາໂດດໃສ່ເຈົ້າເຫມືອນດັ່ງຂະໂມຍມາ 5 ເຫດວ່າເຈົ້າທັງປວງເປັນຝ່າຍກາງເວັນ ພວກເຮົາບໍ່ເປັນຝ່າຍກາງຄືນຫລືຝ່າຍຄວາມມືດ 6 ສັນນັ້ນແຫລະ, ຢ່າໃຫ້ເຮົາທັງຫລາຍຫລັບຢູ່ເຫມືອນດັ່ງຄົນອື່ນ ແຕ່ໃຫ້ເຮົາເຝົ້າລະວັງ ແລະຢ່າເມົາມົວ 7 ເພາະວ່າຄົນທີ່ນອນຫລັບກໍຫລັບໃນກາງຄືນແລະຄົນເມົາເຫລົ້າກໍເມົາໃນກາງຄືນ 8 ແຕ່ສ່ວນພວກເຮົາຜູ້ເປັນຝ່າຍກາງເວັນຢ່າໃຫ້ເຮົາເມົາມົວຢູ່ ຈົ່ງສຸບເອົາຄວາມເຊື່ອແລະຄວາມຮັກເປັນເຄື່ອງປ້ອງກັນຫນ້າເອີກໄວ້ ແລະເອົາຄວາມໄວ້ໃຈວ່າຈະໄດ້ພົ້ນເປັນເຄື່ອງຄຽນປ້ອງຫົວໄວ້ 9 ເຫດວ່າພຣະເຈົ້າບໍ່ໄດ້ຊົງຕັ້ງແຕ່ງເຮົາທັງຫລາຍໄວ້ສຳລັບພຣະພິໂຣດ ແຕ່ວ່າເພື່ອຈະໄດ້ຮັບຄວາມພົ້ນດ້ວຍທາງພຣະເຢຊູຄຣິດເຈົ້າຂອງພວກເຮົາ 10 ຜູ້ໄດ້ຊົງສລະພຣະຊົນເພື່ອພວກເຮົາທັງຫລາຍ ເພື່ອວ່າເຖິງແມ່ນວ່າເຮົາຈະຕື່ນຫລືຫລັບຢູ່ກໍດີ ເຮົາທັງຫລາຍຈະໄດ້ມີຊີວິດດ້ວຍກັນກັບພຣະອົງ 11 ດ້ວຍເຫດນີ້ຈົ່ງເລົ້າໂລມອອຍໃຈກັນແລະກັນ ແລະຈົ່ງຊ່ອຍກັນໃຫ້ມີຄວາມຈະເຣີນຂື້ນຕາມດັ່ງເຈົ້າທັງຫລາຍເຮັດຢູ່ນັ້ນ
ຄວາມເຕືອນສະຕິເທື່ອສຸດທ້າຍ
12 ພີ່ນ້ອງທັງຫລາຍເອີຍ, ພວກເຮົາວອນຂໍໃຫ້ເຈົ້າທັງຫລາຍຮັບຮູ້ຄົນທີ່ເຮັດການຫນັກຫນ່ວງຢູ່ຖ້າມກາງພວກເຈົ້າ ຄືຜູ້ຄຸ້ມຄອງແລະເຕືອນສະຕິພວກເຈົ້າໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ 13 ຈົ່ງນັບຖືແລະຮັກເຂົາຢ່າງຫລາຍທີ່ສຸດ ເພາະເນື່ອງດ້ວຍການງານຂອງເຂົານັ້ນ ຈົ່ງຢູ່ຮ່ວມກັນດ້ວຍຄວາມສງົບສຸກ 14 ພີ່ນ້ອງທັງຫລາຍເອີຍ, ພວກເຮົາວອນຂໍພວກເຈົ້າໃຫ້ເຕືອນສະຕິຄົນທີ່ບໍ່ຢູ່ໃນລະບຽບ ຈົ່ງຊູໃຈຜູ້ທີ່ນ້ອຍໃຈ ຈົ່ງຊ່ອຍເຫລືອຜູ້ທີ່ອ່ອນກຳລັງ ຈົ່ງອົດທົນຕໍ່ຄົນທັງປວງ 15 ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດເຮັດຊົ່ວຕອບແທນການຊົ່ວ ແຕ່ວ່າຈົ່ງສແວງຫາທາງເຮັດດີຕໍ່ກັນແລະກັນຢູ່ສເມີ ແລະຕໍ່ຄົນທັງປວງດ້ວຍ 16 ຈົ່ງຊົມຊື່ນຍິນດີຢູ່ສເມີ ຈົ່ງອ້ອນວອນຢູ່ບໍ່ຂາດ 17 ຈົ່ງຂອບພຣະຄຸນໃນທຸກສິ່ງ 18 ເພາະວ່ານີ້ແຫລະ, ເປັນນ້ຳພຣະທັຍຂອງພຣະເຈົ້າ ຊຶ່ງປາກົດໃນພຣະເຢຊູຄຣິດສຳລັບເຈົ້າທັງຫລາຍ 19 ຢ່າຫັກຫ້າມພຣະວິນຍານ 20 ຢ່າປມາດຄຳທຳນວາຍ 21 ແຕ່ຈົ່ງທົດລອງເບິ່ງທຸກສິ່ງ ສິ່ງໃດດີຈົ່ງຍຶດຖືໄວ້ໃຫ້ຫມັ້ນ 22 ຈົ່ງເວັ້ນຈາກຄວາມຊົ່ວທຸກຊະນິດ 23 ຂໍໃຫ້ພຣະເຈົ້າຜູ້ຊົງໂຜດປະທານສັນຕິສຸກນັ້ນ ຈົ່ງຊົງບັນດານໃຫ້ເຈົ້າທັງຫລາຍເປັນຄົນບໍຣິສຸດຮຽບຮ້ອຍ ແລະຊົງຮັກສາວິນຍານ ຈິດໃຈ ແລະກາຍຂອງພວກເຈົ້າໄວ້ບໍ່ໃຫ້ມີຂໍ້ຕິຕຽນໄດ້ ໃນເມື່ອອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ ຄືພຣະເຢຊູຄຣິດຈະສະເດັດມາປາກົດ 24 ພຣະອົງຜູ້ຊົງເອີ້ນເອົາເຈົ້າທັງຫລາຍນັ້ນກໍທ່ຽງທັມ ພຣະອົງນັ້ນແຫລະ, ຈະຊົງດຳເນີນງານ 25 ພວກພີ່ນ້ອງເອີຍ, ຈົ່ງອ້ອນວອນສຳລັບພວກເຮົາເທີນ 26 ຂໍຄຳນັບພີ່ນ້ອງທັງປວງດ້ວຍທັມນຽມຈູບອັນບໍຣິສຸດ 27 ເຮົາບັນຊາສັ່ງເຈົ້າທັງຫລາຍໃນພຣະນາມຂອງອົງພຣະຜູ້ເປັນເຈົ້າວ່າ ໃຫ້ພວກເຈົ້າອ່ານຈົດຫມາຍສະບັບນີ້ໃຫ້ພີ່ນ້ອງທັງປວງຟັງ 28 ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາສະຖິດຢູ່ກັບເຈົ້າທັງຫລາຍເທີນ
1 ໂປໂລ ກັບຊີລາວານ ແລະຕີໂມທຽວ ເຖິງ ຄຣິສຕະຈັກຂອງຊາວເທຊະໂລນິກໃນພຣະບິດາເຈົ້າຂອງເຮົາທັງຫລາຍ ແລະໃນພຣະເຢຊູຄຣິດເຈົ້າ 2 ຂໍໃຫ້ພຣະຄຸນ ແລະສັນຕິສຸກ ຊຶ່ງມາຈາກພຣະບິດາເຈົ້າ ແລະຈາກພຣະເຢຊູຄຣິດເຈົ້າ ຈົ່ງມີແກ່ເຈົ້າທັງຫລາຍ 3 ພີ່ນ້ອງທັງຫລາຍເອີຍ ພວກເຮົາຈຳເປັນຕ້ອງຂອບພຣະຄຸນພຣະເຈົ້າເພາະເຈົ້າທັງຫລາຍຢູ່ສເມີ ແລະເປັນການສົມຄວນຢູ່ ດ້ວຍວ່າຄວາມເຊື່ອຂອງພວກເຈົ້າກໍຈະເຣີນຫລາຍຂຶ້ນ ແລະຄວາມຮັກທີ່ມີຕໍ່ກັນຂອງເຈົ້າທຸກຄົນກໍທະວີຂຶ້ນຢ່າງຫລວງຫລາຍດ້ວຍ 4 ຈົນວ່າພວກເຮົາໄດ້ຍົກເອົາເຈົ້າທັງຫລາຍຂຶ້ນມາ ອວດໃນຖ້າມກາງຫມູ່ຄຣິສຕະຈັກຂອງພຣະເຈົ້າ ເພາະເຫດຄວາມພາກພຽນຂອງພວກເຈົ້າ ແລະຍ້ອນຄວາມເຊື່ອໃນເວລາພວກເຈົ້າຖືກຂົ່ມເຫັງນາໆປະການ ແລະອົດທົນຄວາມທຸກລຳບາກຢູ່ນັ້ນ
ການພິພາກສາເມື່ອພຣະຄຣິດສະເດັດກັບມາ
5 ເຣື່ອງນີ້ສະແດງໃຫ້ເຫັນຄັກເຖິງການຊົງພິພາກສາອັນຍຸດຕິທັມຂອງພຣະເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ຊົງຖືວ່າ ເປັນຜູ້ສົມຄວນກັບພຣະຣາຊອານາຈັກຂອງພຣະເຈົ້າ ເພາະເຫັນແກ່ຣາຊອານາຈັກນັ້ນແຫລະ ພວກເຈົ້າຈຶ່ງອົດທົນຄວາມທຸກລຳບາກຢູ່ 6 ເພາະວ່າພຣະເຈົ້າຊົງເຫັນວ່າເປັນການຍຸດຕິທັມແລ້ວ ທີ່ຈະຊົງເອົາຄວາມຍາກລຳບາກໄປຕອບແທນຄົນເຫລົ່ານັ້ນ ທີ່ກໍ່ຄວາມຍາກລຳບາກໃຫ້ແກ່ພວກເຈົ້າ 7 ແລະທີ່ຈະຊົງໂຜດໃຫ້ເຈົ້າທັງຫລາຍຜູ້ຖືກຄວາມຍາກລຳບາກນັ້ນໄດ້ຮັບຄວາມບັນເທົາດ້ວຍກັນກັບພວກເຮົາ ເມື່ອເວລາພຣະເຢຊູເຈົ້າຈະຊົງປາກົດຈາກຟ້າສວັນ ໃນແປວໄຟອັນຮ້ອນກ້າພ້ອມດ້ວຍຫມູ່ເທວະດາຕົນມີຣິດຂອງພຣະອົງ 8 ເພື່ອຈະລົງໂທດຕອບແທນຄົນທັງປວງທີ່ບໍ່ຣູ້ຈັກພຣະເຈົ້າ ແລະແກ່ຄົນທີ່ບໍ່ຍອມເຊື່ອຟັງຂ່າວປະເສີດເຣື່ອງພຣະເຢຊູເຈົ້າຂອງເຮົາທັງຫລາຍ 9 ຄົນພວກນັ້ນຈະໄດ້ຖືກໂທດ ຄືຄວາມວິນາດຈິບຫາຍເປັນນິດ ແລະແຍກຫ່າງຈາກພຣະພັກຂອງພຣະຜູ້ເປັນເຈົ້າ ແລະຈາກຣິດທານຸພາບອັນຮຸ່ງເຮືອງຂອງພຣະອົງ 10 ໃນວັນນັ້ນ ຄືເມື່ອພຣະອົງຈະສະເດັດມາເພື່ອຊົງຮັບພຣະກຽດຕິຍົດ ເພາະພວກໄພ່ພົນທັງປວງຂອງພຣະອົງ ແລະເພື່ອໃຫ້ເປັນທີ່ນິຍົມຊົມຊື່ນແກ່ຄົນທັງປວງທີ່ໄດ້ເຊື່ອ (ເພາະເຈົ້າທັງຫລາຍໄດ້ເຊື່ອຄຳພຍານຂອງພວກເຮົາແລ້ວ) 11 ເພາະເຫດສັນນັ້ນແຫລະ, ພວກເຮົາຈຶ່ງອ້ອນວອນສຳລັບເຈົ້າທັງຫລາຍຢູ່ສເມີ ຂໍໃຫ້ພຣະເຈົ້າຂອງເຮົາທັງຫລາຍຊົງໂຜດຖືວ່າ ພວກເຈົ້າເປັນຜູ້ເຫມາະສົມແກ່ການທີ່ພຣະອົງຊົງເອີ້ນເອົານັ້ນ ແລະຂໍຊົງບັນດານດ້ວຍຣິດອຳນາດຂອງພຣະອົງໃຫ້ຄວາມຕັ້ງໃຈດີທຸກປະການ ກັບການງານຂອງຄວາມເຊື່ອທຸກຢ່າງໃຫ້ສຳເຣັດ 12 ເພື່ອພຣະນາມຂອງພຣະເຢຊູເຈົ້າຂອງເຮົາທັງຫລາຍ ຈະໄດ້ກຽດຕິຍົດເພາະພວກເຈົ້າ ແລະເພື່ອພວກເຈົ້າຈະໄດ້ກຽດຕິຍົດເພາະພຣະອົງ ຕາມພຣະຄຸນແຫ່ງພຣະເຈົ້າຂອງເຮົາທັງຫລາຍ ແລະແຫ່ງພຣະເຢຊູຄຣິດເຈົ້າ
ຜູ້ຊົ່ວອະທັມ
1 ພວກພີ່ນ້ອງເອີຍ, ເຣື່ອງການທີ່ພຣະເຢຊູຄຣິດເຈົ້າຂອງເຮົາທງຫລາຍຈະສະເດັດມາ ແລະການທີ່ພຣະອົງຈະຊົງຮວບຮວມພວກເຮົາໄປເປັນຂອງພຣະອົງນັ້ນ ເຮົາວອນຂໍພວກເຈົ້າວ່າ, 2 “ຢ່າໃຫ້ໃຈຂອງເຈົ້າທັງຫລາຍປັ່ນປ່ວນໂດຍງ່າຍ ຫລືສະທ້ານຕົກໃຈ ບໍ່ວ່າຈະມາດ້ວຍທາງວິນຍານ ຫລືມາທາງຄໍາເວົ້າ ຫລືທາງຈົດຫມາຍທີ່ອ້າງວ່າມາຈາກເຮົາ ໂດຍອ້າງວ່າວັນຂອງອົງພຣະຜູ້ເປັນເຈົ້າມາເຖິງແລ້ວ 3 ຢ່າໃຫ້ໃຜຫລອກລວງເຈົ້າທັງຫລາຍດ້ວຍທາງນຶ່ງທາງໃດ ເພາະວ່າວັນນັ້ນຈະບໍ່ທັນມາເຖິງ ຈົນກວ່າຈະມີການທໍຣະຍົດເກີດຂຶ້ນເສັຽກ່ອນ ແລະຜູ້ຊົ່ວຮ້າຍນັ້ນຈະອອກມາປາກົດຄືຜູ້ຖືກຊົງຫມາຍໄວ້ສຳລັບຄວາມວິນາດຈິບຫາຍ 4 ຄືຜູ້ຄັດຄ້ານ ແລະຍົກຕົວຂຶ້ນຕໍ່ສູ້ທຸກໆສິ່ງທີ່ມີຊື່ວ່າເປັນພຣະ ຫລືທີ່ເຂົາໄຫວ້ນະມັສການນັ້ນມັນຈຶ່ງຈະໄດ້ນັ່ງລົງໃນພຣະວິຫານຂອງພຣະເຈົ້າ ສະແດງຕົວເປັນເຫມືອນພຣະເຈົ້າ 5 ເຈົ້າທັງຫລາຍບໍ່ຈື່ຫລືວ່າ ເມື່ອເຮົາຍັງຢູ່ນຳພວກເຈົ້າ ເຮົາກໍເຄີຍບອກສິ່ງທັງຫລາຍນີ້ໃຫ້ເຈົ້າຊາບຢູ່ແລ້ວ 6 ແລະເຈົ້າທັງຫລາຍກໍຮູ້ຈັກສິ່ງທີ່ກຳລັງຫນ່ວງມັນໄວ້ໃນເວລານີ້ ຈົນກວ່າມັນຈະອອກມາປາກົດໄດ້ຕາມເວລາກຳນົດຂອງມັນ 7 ເພາະວ່າການຊົ່ວຮ້າຍອັນເລິກລັບກໍກຳລັງເຮັດລັບໆຢູ່ ແຕ່ຜູ້ທີ່ຫນ່ວງມັນຢູ່ດຽວນີ້ນັ້ນຈະຍັງຫນ່ວງຢູ່ ຈົນກວ່າຈະໄດ້ອອກໄປແລ້ວ 8 ຂນະນັ້ນແຫລະ ຜູ້ຊົ່ວຮ້າຍນັ້ນຈະປາກົດຕົວ ແລະພຣະເຢຊູເຈົ້າຈະຊົງປະຫານມັນເສັຽດ້ວຍລົມພຣະໂອດຂອງພຣະອົງ ແລະຈະຊົງລ້າງຜານມັນໃຫ້ສູນຫາຍໄປດ້ວຍຄວາມຮຸ່ງເຮືອງທີ່ຈະສ່ອງປາກົດໃນເວລາພຣະອົງສະເດັດມານັ້ນ 9 ຜູ້ຊົ່ວຮ້າຍນັ້ນຈະມາດ້ວຍການດົນບັນດານຂອງຊາຕານ ພ້ອມດ້ວຍຣິດອຳນາດທຸກຢ່າງ ແລະດ້ວຍຫມາຍສຳຄັນກັບການອັດສະຈັນທີ່ຫລອກລວງ 10 ແລະກົນອຸບາຍອັນຊົ່ວຮ້າຍທຸກຢ່າງສຳລັບຄົນພວກນັ້ນທີ່ກຳລັງຈິບຫາຍໄປ ເພາະເຂົາບໍ່ໄດ້ຍອມຮັກຄວາມຈິງທີ່ຈະໃຫ້ເຂົາພົ້ນໄດ້ 11 ດ້ວຍເຫດນີ້ແຫລະ ພຣະເຈົ້າຈຶ່ງຊົງໃຫ້ອິດທິພົນອັນຫລອກລໍ້ນັ້ນເຮັດການຢູ່ພາຍໃນ ເພື່ອໃຫ້ເຂົາເຊື່ອຟັງຄວາມບໍ່ຈິງ 12 ເພື່ອພວກຄົນທີ່ບໍ່ເຊື່ອຄວາມຈິງ ແຕ່ຍິນດີໃນການຊົ່ວຮ້າຍ ຈະໄດ້ຖືກພິພາກສາລົງໂທດຫມົດທຸກຄົນ
ຖືກຊົງເລືອກໄວ້ສຳລັບຄວາມພົ້ນ
13 ພວກພີ່ນ້ອງຜູ້ເປັນທີ່ຮັກຂອງພຣະອົງເຈົ້າເອີຍ, ເຮົາຈຳເປັນຕ້ອງຂອບພຣະຄຸນພຣະເຈົ້າເພາະເຈົ້າທັງຫລາຍຢູ່ສເມີ ເພາະວ່າພຣະເຈົ້າໄດ້ຊົງເລືອກພວກເຈົ້າໄວ້ຕັ້ງແຕ່ຕົ້ນເດີມ ເພື່ອຊົງໂຜດໃຫ້ພົ້ນໂດຍພຣະວິນຍານຊົງຊຳຮະເຈົ້າໃຫ້ບໍຣິສຸດ ແລະໂດຍເຈົ້າໄດ້ເຊື່ອຄວາມຈີງ 14 ພຣະອົງໄດ້ຊົງເອີ້ນເອົາພວກເຈົ້າໃຫ້ມາເຖິງຄວາມພົ້ນນັ້ນໂດຍທາງຂ່າວປະເສີດຂອງເຮົາ ເພື່ອຈະໄດ້ຮັບຍົດຖາບັນດາສັກຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ 15 ເຫດສັນນັ້ນແຫລະ ພີ່ນ້ອງເອີຍ, ຈົ່ງຕັ້ງຫມັ້ນຄົງຢູ່ ແລະຍຶດຖືເອົາຄຳສອນທີ່ສືບມາ ຊຶ່ງພວກເຮົາໄດ້ສອນພວກເຈົ້ານັ້ນບໍ່ວ່າຈະເປັນທາງວາຈາຫລືທາງຈົດຫມາຍຂອງພວກເຮົາກໍດີ 16 ຂໍໃຫ້ອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ແລະພຣະບິດາເຈົ້າຂອງພວກເຮົາ ຜູ້ຊົງຮັກເຮົາທັງຫລາຍ ແລະຊົງໂຜດປະທານໃຫ້ພວກເຮົາມີຄວາມຊູໃຈເປັນນິດ ແລະຄວາມຫວັງໃຈອັນດີໂດຍພຣະຄຸນນັ້ນ 17 ຊົງຊູໃຈ ແລະຕັ້ງເຈົ້າໄວ້ໃຫ້ຫມັ້ນຄົງໃນການງານ ແລະໃນວາຈາອັນທຸກຢ່າງ
ຈົ່ງອ້ອນວອນສຳລັບພວກເຮົາ
1 ພີ່ນ້ອງທັງຫລາຍເອີຍ, ທ້າຍສຸດນີ້ ຈົ່ງອ້ອນວອນສຳລັບພວກເຮົາ ເພື່ອພຣະທັມຂອງພຣະຜູ້ເປັນເຈົ້າຈະໄດ້ແຜ່ໄປ ແລະຈະໄດ້ຮັບຄວາມຍ້ອງຍໍສໍຣະເສີນເຫມືອນດັ່ງທີ່ໄດ້ເປັນໄປໃນຖ້າມກາງພວກເຈົ້າແລ້ວ 2 ແລະເພື່ອພວກເຮົາຈະໄດ້ຖືກຊົງໂຜດໃຫ້ພົ້ນຈາກຄົນພານຊົ່ວຮ້າຍ ເພາະວ່າຄົນທີ່ເຊື່ອນັ້ນບໍ່ແມ່ນທຸກຄົນ 3 ແຕ່ວ່າອົງພຣະຜູ້ເປັນເຈົ້າຊົງທ່ຽງທັມ ພຣະອົງຈະຊົງຕັ້ງພວກເຈົ້າໃຫ້ຫມັ້ນຄົງ ທັງຈະຊົງຄຸ້ມຄອງປ້ອງກັນເຈົ້າໄວ້ຈາກອັນຊົ່ວຮ້າຍນັ້ນ 4 ພວກເຮົາມີຄວາມໄວ້ວາງໃຈໃນເຈົ້າທັງຫລາຍເນື່ອງຈາກພຣະຜູ້ເປັນເຈົ້າວ່າ ພວກເຈົ້າກຳລັງເຮັດ ແລະຈະເຮັດຕໍ່ໄປຕາມທີ່ເຮົາໄດ້ສັ່ງພວກເຈົ້າແລ້ວ 5 ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງນຳໃຈເຈົ້າທັງຫລາຍໄປເຖິງຄວາມຮັກຂອງພຣະເຈົ້າ ແລະເຖິງຄວາມພາກພຽນຂອງພຣະຄຣິດ
ຄວາມຈຳເປັນຕ້ອງເຮັດການ
6 ພີ່ນ້ອງທັງຫລາຍເອີຍ, ພວກເຮົາສັ່ງເຈົ້າທັງຫລາຍໃນພຣະນາມຂອງພຣະເຢຊູຄຣິດເຈົ້າວ່າ ຈົ່ງຜີກອອກຈາກພີ່ນ້ອງທຸກຄົນທີ່ດຳເນີນຊີວິດນອກລະບຽບ ແລະບໍ່ເຮັດຕາມຄຳສອນທີ່ສືບມາ ຊຶ່ງພວກເຮົາໄດ້ສອນພວກເຈົ້າແລ້ວນັ້ນ 7 ເຫດວ່າຕົວເຈົ້າທັງຫລາຍເອງກໍຮູ້ຢູ່ແລ້ວວ່າ ຈຳເປັນຕ້ອງເອົາຕາມແບບຢ່າງຂອງເຮົາ ເມື່ອເຮົາຢູ່ໃນຖ້າມກາງພວກເຈົ້າເຮົາບໍ່ໄດ້ຢູ່ນອກລະບຽບ 8 ເຮົາບໍ່ໄດ້ແກ່ມອາຫານການກິນກັບໃຜ ແຕ່ເຮົາໄດ້ອອກເຫື່ອແຮງເຮັດການຫນັກຫນ່ວງທັງກາງເວັນ ແລະກາງຄືນ ເພື່ອບໍ່ໃຫ້ເປັນພາຣະອັນຫນັກແກ່ຜູ້ນຶ່ງຜູ້ໃດໃນພວກເຈົ້າ 9 ການເປັນດັ່ງນີ້ບໍ່ແມ່ນ ເພາະເຮົາບໍ່ມີສິດ ແຕ່ວ່າເພື່ອເຮົາຈະເປັນແບບຢ່າງໃຫ້ແກ່ເຈົ້າທັງຫລາຍ ເພື່ອພວກເຈົ້າຈະເອົາຕາມແບບຂອງເຮົາ 10 ເພາະເມື່ອເວລາເຮົາຍັງຢູ່ນຳພວກເຈົ້າ ເຮົາໄດ້ສັ່ງເຈົ້າແລ້ວວ່າດ “ຖ້າຜູ້ໃດບໍ່ມີນ້ຳໃຈຢາກເຮັດການກໍຢ່າໃຫ້ຜູ້ນັ້ນກິນ” 11 ດ້ວຍວ່າພວກເຮົາໄດ້ຍິນຂ່າວວ່າ ມີບາງຄົນໃນພວກເຈົ້າຢູ່ນອກລະບຽບບໍ່ເຮັດການຫຍັງ ແຕ່ທ່ຽວຫາຫຍຸ້ງກ່ຽວກັບກິດທຸຣະຂອງຄົນອື່ນ 12 ໃນພຣະນາມພຣະເຢຊູຄຣິດເຈົ້າ ພວກເຮົາສັ່ງ ແລະເຕືອນສະຕິຄົນທັງຫລາຍທີ່ເຮັດຢ່າງນັ້ນວ່າ ໃຫ້ເຂົາເຮັດການດ້ວຍໃຈສງົບ ແລະກິນອາຫານຂອງຕົນເອງ 13 ແຕ່ພີ່ນ້ອງເອີຍ ເຈົ້າທັງຫລາຍຢ່າອ່ອນກຳລັງໃຈທີ່ຈະເຮັດການດີ 14 ຖ້າຜູ້ນຶ່ງຜູ້ໃດບໍ່ຟັງຂໍ້ຄວາມຂອງພວກເຮົາໃນຈົດຫມາຍສະບັບນີ້ ຈົ່ງຫມາຍຜູ້ນັ້ນໄວ້ ຢ່າຄົບຫາສະມາຄົມກັບຜູ້ນັ້ນເພື່ອເຂົາຈະໄດ້ລະອາຍ 15 ແລະຢ່າຖືຜູ້ນັ້ນວ່າເປັນສັດຕູ ແຕ່ເຕືອນສະຕິເຫມືອນດັ່ງພີ່ນ້ອງ
ຄຳອວຍພອນ
16 ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງປະທານສັນຕິສຸກ ຊົງໂຜດປະທານສັນຕິສຸກໃຫ້ແກ່ເຈົ້າທັງຫລາຍທຸກເວລາແລະທຸກຢ່າງ ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງສະຖິດຢູ່ນຳເຈົ້າທັງປວງເທີນ 17 ຄວາມຄຳນັບນີ້ເປັນລາຍມືຂອງເຮົາ ເຮົາຈະລົງຊື່ໄວ້ວ່າ ໂປໂລ ເປັນເຄື່ອງຫມາຍໃນຈົດຫມາຍທຸກສະບັບ ເຮົາເຄີຍຂຽນດັ່ງນີ້ແຫລະ 18 ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາສະຖິດຢູ່ນຳເຈົ້າທັງຫລາຍເທີນ
1 ຈາກ ໂປໂລ ຜູ້ເປັນອັຄສາວົກຂອງພຣະເຢຊູຄຣິດ ຕາມພຣະບັນຊາຂອງພຣະເຈົ້າ ຜູ້ຊົງເປັນພຣະຜູ້ໂຜດໃຫ້ພົ້ນຂອງເຮົາທັງຫລາຍ ແລະພຣະເຢຊູຄຣິດ ຜູ້ຊົງເປັນຄວາມຫວັງຂອງພວກເຮົາ 2 ເຖິງ ຕີໂມທຽວ ຜູ້ເປັນລູກແທ້ຂອງເຮົາໃນຄວາມເຊື່ອ ຂໍໃຫ້ພຣະຄຸນ ແລະພຣະກະຣຸນາແລະສັນຕິສຸກ ຊຶ່ງມາຈາກພຣະບິດາເຈົ້າ ແລະຈາກພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຈົ່ງມີຢູ່ກັບເຈົ້າເທີນ
ຕັກເຕືອນເຣື່ອງຄຳສອນບໍ່ຈິງ
3 ເມື່ອເຮົາກຳລັງໄປແຂວງມາເກໂດເນັຽນັ້ນ ເຮົາໄດ້ຂໍຮ້ອງເຈົ້າໃຫ້ຄອຍຢູ່ໃນເມືອງເອເຟໂຊ ເພື່ອຈະໄດ້ສັ່ງຫ້າມລາງຄົນບໍ່ໃຫ້ເຂົາສອນຄຳໂອວາດຢ່າງອື່ນ 4 ທັງບໍ່ໃຫ້ເຂົາໃສ່ໃຈໃນເຣື່ອງນິຍາຍຕ່າງໆ ແລະເຣື່ອງເຊື້ອສາຍອັນບໍ່ຮູ້ສ້ຽງສຸດ ຊຶ່ງເປັນເຫດໃຫ້ເກີດບັນຫາ ແທນທີ່ຈະໃຫ້ເປັນໄປຕາມແຜນການຂອງພຣະເຈົ້າ ອັນກ່ຽວກັບຄວາມເຊື່ອ 5 ແຕ່ຈຸດປະສົງຂອງຄວາມສັ່ງຫ້າມນັ້ນ ກໍຄືໃຫ້ມີຄວາມຮັກທີ່ເກີດມາຈາກໃຈອັນບໍຣິສຸດ ແລະຈາກໃຈສຳນຶກວ່າຕົນຊອບ ແລະຈາກຄວາມເຊື່ອອັນຈິງໃຈ 6 ບາງຄົນກໍໄດ້ຜິດຈຸດປະສົງ ຫລິກໄປຈາກສິ່ງເຫລົ່ານີ້ຫລົງໄປຫາຄວາມເວົ້າທີ່ໄຮ້ປໂຍດ 7 ແມ່ນວ່າເຂົາບໍ່ເຂົ້າໃຈສິ່ງທີ່ເຂົາກ່າວ ແລະສິ່ງທີ່ເຂົາຢືນຢັນ ເຂົາກໍຍັງປາຖນາຈະເປັນຄຣູສອນພຣະບັນຍັດ 8 ເຮົາທັງຫລາຍຮູ້ແລ້ວວ່າພຣະບັນຍັດນັ້ນດີຢູ່ ຖ້າຜູ້ໃດໃຊ້ໃຫ້ຖືກຕ້ອງ 9 ໂດຍຮູ້ວ່າກົດຫມາຍບໍ່ໄດ້ຕັ້ງໄວ້ສຳລັບຄົນສັດຊື່ສຸຈຣິດ ແຕ່ໄດ້ຕັ້ງໄວ້ສຳລັບຄົນຕໍ່ໄປນີ້ຄື ຄົນບໍ່ຟັງກົດຫມາຍ ຄົນບໍ່ຍອມຢູ່ໃຕ້ລະບຽບ ຄົນບໍ່ນັບຖືພຣະເຈົ້າ ຄົນຜິດບາບ ຄົນອະທັມ ຄົນຢູ່ນອກສາສນາ ຄົນຂ້າພໍ່ຕີແມ່ ຄົນຂ້າຄົນ 10 ຄົນຫລິ້ນຊູ້ ຊາຍຫລິ້ນກັບຊາຍ ຜູ້ຮ້າຍລັກຄົນ ຄົນຂີ້ຕົວະ ຄົນສາບານໂດຍຄຳບໍ່ຈິງ ແລະສິ່ງອື່ນໆທີ່ຂັດກັບຫລັກໂອວາດຄຳສອນ 11 ຕາມທີ່ມີຢູ່ໃນຂ່າວປະເສີດ ຊຶ່ງກ່າວເຖິງພຣະຣັສມີຂອງພຣະເຈົ້າຜູ້ຊົງສເວີຍສຸກ ຄືຂ່າວປະເສີດທີ່ໄດ້ຊົງມອບໄວ້ກັບເຮົາແລ້ວ
ຄຳໂມທະນາພຣະຄຸນຂອງໂປໂລໃນເຣື່ອງພຣະກະຣຸນາ
12 ເຮົາໂມທະນາພຣະຄຸນພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງຊູກຳລັງເຮົາ ດ້ວຍວ່າພຣະອົງຊົງພຣະກະຣຸນາຖືວ່າເຮົາເປັນຄົນສັດຊື່ ຈຶ່ງຊົງຕັ້ງເຮົາໄວ້ໃຫ້ປະຕິບັດພຣະຣາຊກິຈຂອງພຣະອົງ 13 ເຖິງແມ່ນວ່າເມື່ອກ່ອນນັ້ນເຮົາໄດ້ເປັນຄົນຫຍາບຊ້າ ຂົ່ມເຫັງ ແລະຫມິ່ນປມາດພຣະອົງ ແຕ່ເຮົາຍັງໄດ້ຮັບພຣະກະຣຸນາ ເພາະວ່າເຮົາໄດ້ເຮັດຢ່າງນັ້ນດ້ວຍຄວາມບໍ່ຮູ້ ແລະດ້ວຍຄວາມບໍ່ເຊື່ອ 14 ແລະອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍໄດ້ຊົງໂຜດປະທານພຣະຄຸນໃຫ້ເຮົາຫລາຍເຫລືອລົ້ນ ພ້ອມດ້ວຍຄວາມເຊື່ອ ແລະຄວາມຮັກຊຶ່ງມີຢູ່ໃນພຣະເຢຊູຄຣິດ 15 ຄຳນີ້ເປັນຄຳສັດຈິງ ແລະສົມຄວນທີ່ຄົນທັງປວງຈະຮັບໄວ້ ຄືວ່າພຣະເຢຊູຄຣິດໄດ້ສະເດັດເຂົ້າມາໃນໂລກເພື່ອຈະຊົງໂຜດເອົາຄົນບາບໃຫ້ພົ້ນ ແລະໃນຈຳພວກຄົນບາບນັ້ນແມ່ນເຮົານີ້ແຫລະເປັນຜູ້ຕົ້ນ 16 ແຕ່ວ່າເພາະເຫດນີ້ເຮົາຈຶ່ງໄດ້ຮັບພຣະກະຣຸນາ ຄືວ່າເພື່ອພຣະເຢຊູຄຣິດຈະໄດ້ຊົງສະແດງຄວາມອົດກັ້ນພຣະທັຍທຸກຢ່າງ ໃຫ້ເຫັນໃນຕົວເຮົາຊຶ່ງເປັນຜູ້ຕົ້ນນັ້ນ ຄືໃຫ້ເປັນແບບຢ່າງແກ່ພວກຄົນທີ່ຈະເຊື່ອໃນພຣະອົງ ແລ້ວຮັບຊີວິດອັນຕລອດໄປເປັນນິດ 17 ພຣະກຽດແລະພຣະຣັສມີຈົ່ງມີແກ່ພຣະມະຫາກະສັດ ຜູ້ຊົງພຣະຈະເຣີນຢູ່ເປັນນິດ ຜູ້ຊົງເປັນອົງອະມະຕະ ຊຶ່ງບໍ່ໄດ້ປາກົດພຣະອົງ ຜູ້ຊົງເປັນພຣະເຈົ້າແຕ່ອົງດຽວສືບໆໄປເປັນນິດ ອາແມນ 18 ຕີໂມທຽວ ລູກຂອງເຮົາເອີຍ ຂໍ້ຄວາມດັ່ງນີ້ເຮົາໄດ້ຝາກໄວ້ກັບເຈົ້າ ຕາມຄວາມທຳນວາຍທີ່ກ່າວເຖິງເຈົ້າເມື່ອກ່ອນນັ້ນ ເພື່ອຂໍ້ຄວາມທັງຫລາຍນັ້ນຈະເປັນກຳລັງໃຈໃຫ້ເຈົ້າເຂົ້າໃນການເສິກອັນດີ 19 ຈົ່ງຍຶດຖືຄວາມເຊື່ອໄວ້ ແລະມີໃຈສຳນຶກວ່າຕົນຊອບ ຊຶ່ງສິ່ງເຫລົ່ານີ້ລາງຄົນໄດ້ປັດຖິ້ມເສັຽ ຄວາມເຊື່ອຂອງເຂົາຈຶ່ງຫລົ້ມຈົມລົງເຫມືອນເຮືອແຕກ 20 ໃນຄົນເຫລົ່ານັ້ນມີ ອີເມນາໂຢ ແລະອາເລກຊັນໂດທີ່ເຮົາໄດ້ມອບໄວ້ກັບຊາຕານແລ້ວ ເພື່ອເຂົາຈະໄດ້ຮຽນຮູ້ແລະບໍ່ກ່າວຄຳຫຍາບຊ້າຕໍ່ພຣະເຈົ້າ
ຄໍາແນະນຳກ່ຽວກັບລະບຽບ ແລະການໄຫວ້ວອນ
1 ເຫດສັນນັ້ນກ່ອນສິ່ງອື່ນໃດ ເຮົາຂໍຮ້ອງເຈົ້າທັງຫລາຍໃຫ້ອ້ອນວອນ ໄຫວ້ວອນ ທູນຂໍ ແລະຂອບພຣະຄຸນເພື່ອຄົນທັງປວງ 2 ເພື່ອກະສັດທັງຫລາຍ ແລະເພື່ອຄົນທັງປວງທີ່ມີຕຳແຫນ່ງສູງ ເພື່ອເຮົາທັງຫລາຍຈະໄດ້ດຳເນີນຊີວິດຢ່າງງຽບໆ ແລະສງົບສຸກ ໃນທາງທັມແລະສະງ່າຜ່າເຜີຍທຸກຢ່າງ 3 ການເຮັດແນວນັ້ນເປັນການດີ ແລະເປັນທີ່ຊອບພຣະທັຍພຣະເຈົ້າ ຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ 4 ຜູ້ຊົງມີພຣະປະສົງໃຫ້ຄົນທັງປວງພົ້ນ ແລະໃຫ້ສັງເກດຮູ້ຄວາມຈິງ 5 ດ້ວຍເຫດວ່າມີພຣະເຈົ້າອົງດຽວ ແລະມີຜູ້ກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດ ຄືພຣະເຢຊູຄຣິດຜູ້ຊົງສະພາບເປັນມະນຸດ 6 ຜູ້ໄດ້ຊົງສລະພຣະອົງເອງເປັນຄ່າໄຖ່ສຳລັບຄົນທັງປວງ ຊຶ່ງການນີ້ເປັນພຍານໃນເວລາອັນເຫມາະສົມ 7 ແລະສຳລັບການນີ້ເຮົາຈຶ່ງໄດ້ຖືກຊົງຕັ້ງໄວ້ໃຫ້ເປັນຜູ້ປະກາດແລະເປັນອັຄສາວົກ (ເຮົາກ່າວຄວາມຈິງ ບໍ່ໄດ້ກ່າວຄຳຕົວະ) ແລະເປັນຄຣູສອນຄວາມເຊື່ອ ແລະຄວາມຈິງແກ່ຄົນຕ່າງຊາດ 8 ເຫດສັນນັ້ນເຮົາປະສົງຢາກໃຫ້ຜູ້ຊາຍທັງຫລາຍໄຫວ້ວອນໃນທຸກແຫ່ງ ດ້ວຍຍໍມືບໍຣິສຸດ ໂດຍບໍ່ມີຄວາມຄຽດ ແລະການຜິດຖຽງກັນ 9 ຝ່າຍພວກຜູ້ຍິງກໍເຫມືອນກັນ ໃຫ້ແຕ່ງຕົວຢ່າງສຸພາບຮຽບຮ້ອຍ ແລະສງ່ຽມຄ່ຽມຄົມ ບໍ່ແມ່ນດ້ວຍເກົ້າຜົມເກີນແບບ ຫລືປະດັບກາຍດ້ວຍເຄື່ອງຄຳ ແລະໄຂ່ມຸກ ຫລືເຄື່ອງນຸ່ງອັນມີຄ່າແພງ 10 ແຕ່ໃຫ້ປະດັບກາຍດ້ວຍເຮັດການດີ ໃຫ້ສົມກັບຜູ້ຍິງທີ່ປະກາດຕົນວ່າເປັນຜູ້ນັບຖືພຣະເຈົ້າ 11 ໃຫ້ຜູ້ຍິງຮຽນຮູ້ຢ່າງງຽບໆ ແລະດ້ວຍໃຈອ່ອນນ້ອມ 12 ເຮົາບໍ່ອະນຸຍາດໃຫ້ຜູ້ຍິງສັ່ງສອນ ຫລືໃຊ້ອຳນາດເຫນືອຜູ້ຊາຍ ແຕ່ໃຫ້ເຂົາມິດງຽບຢູ່ 13 ດ້ວຍວ່າພຣະເຈົ້າໄດ້ຊົງປັ້ນອາດາມຂຶ້ນກ່ອນ ແລ້ວຈຶ່ງຊົງສ້າງເອວາ ແລະອາດາມບໍ່ໄດ້ຖືກຫລອກລວງ ແຕ່ຜູ້ຍິງໄດ້ຖືກຫລອກລວງຈຶ່ງຕົກໃນການລ່ວງລະເມີດ 14 ແຕ່ເຖິງປານນັ້ນກໍດີ ຜູ້ຍິງຍັງຈະຮັບການຊົງໂຜດໃຫ້ພົ້ນໄດ້ດ້ວຍການເກີດລູກ ຖ້າເຂົາຕັ້ງຫມັ້ນຄົງຢູ່ໃນຄວາມເຊື່ອ ໃນຄວາມຮັກ ແລະໃນຄວາມບໍຣິສຸດ ພ້ອມດ້ວຍຄວາມສງ່ຽມຄ່ຽມຄົມ
ຄຸນສົມບັດຂອງຜູ້ດູແລຄຣິສຕະຈັກ
1 ຄຳນີ້ເປັນຄຳຈິງ ຄືວ່າຖ້າຜູ້ໃດປາຖນາຫນ້າທີ່ເປັນຜູ້ດູແລຄຣິສຕະຈັກ ຜູ້ນັ້ນປາຖນາການງານອັນດີ 2 ຜູ້ດູແລນັ້ນຕ້ອງເປັນຄົນທີ່ບໍ່ມີໃຜຕິໄດ້ ເປັນຜົວຂອງຍິງຄົນດຽວ ເປັນຄົນຮູ້ຈັກບັງຄັບຕົນເອງ ມີສະຕິອັນດີຮອບຄອບ ມີກິຣີຍາຮຽບຮ້ອຍ ມີໃຈສັດທາເຫລື້ອມໃສໃນການຮັບແຂກ ເຫມາະສົມທີ່ຈະເປັນຄຣູ 3 ບໍ່ເປັນຄົນເມົາເຫລົ້າ ບໍ່ເປັນຄົນຫຍາບຊ້າສາໂຫດ ແຕ່ເປັນຄົນມີໃຈສຸພາບ ບໍ່ເປັນຄົນມັກຜິດຖຽງກັນ ບໍ່ເປັນຄົນເຫັນແກ່ເງິນ 4 ຕ້ອງເປັນຄົນຄອບຄອງບ້ານເຮືອນຂອງຕົນໄດ້ດີ ທີ່ໃຫ້ລູກທັງຫລາຍຂອງຕົນຍອມຟັງດ້ວຍຄວາມອ່ອນນ້ອມທຸກຢ່າງ 5 (ເພາະວ່າຖ້າຊາຍຜູ້ໃດບໍ່ຮູ້ຈັກຄອບຄອງບ້ານເຮືອນຂອງຕົນ ຜູ້ນັ້ນຈະດູແລຄຣິສຕະຈັກຂອງພຣະເຈົ້າໄດ້ຢ່າງໃດ) 6 ຢ່າຕັ້ງຜູ້ທີ່ເຊື່ອໃຫມ່ໆໃຫ້ເປັນຜູ້ດູແລ ຢ້ານວ່າຈະອວດຕົວຂຶ້ນດ້ວຍຄວາມຈອງຫອງ ແລ້ວຈະຖືກໂທດເຫມືອນຢ່າງພຍາມານ 7 ອີກປະການນຶ່ງ ຜູ້ດູແລນັ້ນຕ້ອງເປັນຜູ້ທີ່ຄົນພາຍນອກນັບຖື ຢ້ານວ່າຈະຖືກການຕິຕຽນນິນທາ ແລະຖືກບ້ວງບາດຂອງມານ 8 ຝ່າຍພວກຜູ້ບົວລະບັດນັ້ນກໍເຫມືອນກັນ ຄືຕ້ອງເປັນຄົນເອົາການເອົາງານ ບໍ່ເປັນຄົນສອງລີ້ນ ບໍ່ເປັນຄົນດື່ມເຫລົ້າແວງເກີນສ່ວນ ບໍ່ເປັນຄົນໂລບເຫັນແກ່ໄດ້ 9 ແຕ່ຕ້ອງເປັນຄົນຍຶດຫມັ້ນໃນຂໍ້ລັບເລິກແຫ່ງຄວາມເຊື່ອດ້ວຍໃຈສຳນຶກວ່າຕົນຊອບ 10 ຈົ່ງລອງເບິ່ງຄົນເຫລົ່ານີ້ເສັຽກ່ອນ ແລະເມື່ອເຫັນວ່າບໍ່ມີຂໍ້ຕິຕຽນໄດ້ ຈຶ່ງຕັ້ງເຂົາໄວ້ໃນຕໍາແຫນ່ງຜູ້ບົວລະບັດ 11 ຝ່າຍຜູ້ຍິງກໍເຫມືອນກັນ ຕ້ອງເປັນຄົນເອົາການເອົາງານ ບໍ່ເປັນຄົນໃສ່ຮ້າຍປ້າຍສີ ແຕ່ຕ້ອງເປັນຄົນຣູ້ຈັກບັງຄັບຕົນ ແລະເປັນຄົນສັດຊື່ໃນສິ່ງທັງປວງ 12 ຝ່າຍຜູ້ບົວລະບັດນັ້ນ ຕ້ອງເປັນຜົວຂອງຍິງຄົນດຽວ ເປັນຄົນຮູ້ຈັກຄອບຄອງລູກ ແລະບ້ານເຮືອນຂອງຕົນໄດ້ດີ 13 ເພາະວ່າຜູ້ທີ່ດຳເນີນຫນ້າທີ່ບົວລະບັດໄດ້ດີນັ້ນກໍໄດ້ຮັບກຽດ ແລະມີໃຈກ້າອາດກ່າວເຖິງຄວາມເຊື່ອທີ່ມີໃນພຣະເຢຊູຄຣິດ
ຂໍ້ລັບເລິກແຫ່ງພຣະສາສນາຂອງເຮົາ
14 ເຮົາຫວັງໃຈວ່າໃນມໍ່ໆນີ້ ເຮົາຈະໄດ້ມາຫາເຈົ້າທັງຫລາຍ ເຮົາຈຶ່ງຂຽນຂໍ້ຄວາມນີ້ມາເຖິງພວກເຈົ້າ ກໍເພື່ອວ່າ, 15 ຖ້າເຮົາຫາກຍັງຊ້າຢູ່ ພວກເຈົ້າກໍຈະໄດ້ຮູ້ວ່າຄວນຈະບົວລະບັດຢ່າງໃດໃນຄອບຄົວຂອງພຣະເຈົ້າ ຄືຄຣີສຕະຈັກຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ທີ່ເປັນເສົາ ແລະຮາກແຫ່ງຄວາມຈິງ 16 ເຮົາຕ້ອງຍອມຮັບວ່າ ຂໍ້ລັບເລິກແຫ່ງສາສນາຂອງເຮົານີ້ກໍໃຫຍ່ຫລາຍ ຄືວ່າ ພຣະອົງຊົງປາກົດມີສະພາບເປັນມະນຸດ ພຣະວິນຍານໄດ້ຊົງປະກາດວ່າຊົງເປັນຜູ້ຊອບທັມ ຝູງເທວະດາກໍໄດ້ເຫັນ ມີຜູ້ປະກາດພຣະອົງແກ່ພວກຕ່າງຊາດ ມີຊາວໂລກໄດ້ເຊື່ອຖືພຣະອົງ ພຣະອົງຊົງຖືກຮັບຂຶ້ນເມື່ອສູ່ພຣະຣັສມີ
ເຣື່ອງຄຣູສອນບໍ່ຈິງ
1 ພຣະວິນຍານຊົງກ່າວໄວ້ໂດຍແຈ່ມແຈ້ງວ່າ ໃນຄາວພາຍຫນ້າຈະມີລາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງພວກຜີຮ້າຍ 2 ຊຶ່ງມາຈາກການຫນ້າຊື່ໃຈຄົດຂອງຄົນທີ່ກ່າວຕົວະ ຄືຄົນທີ່ໃຈສຳນຶກຜິດແລະຊອບຂອງເຂົາຖືກຫມາຍໄວ້ເຫມືອນກັບຮອຍເຫລັກແດງ 3 ເຂົາຫ້າມບໍ່ໃຫ້ເອົາກັນເປັນຜົວເມັຽ ຫ້າມບໍຣິໂພກອາຫານບາງຊະນິດຊຶ່ງພຣະເຈົ້າໄດ້ຊົງສ້າງໄວ້ ໃຫ້ຜູ້ທີ່ເຊື່ອແລະຮູ້ຈັກຄວາມຈິງນັ້ນໄດ້ຮັບບໍຣິໂພກດ້ວຍຂອບພຣະຄຸນ 4 ດ້ວຍວ່າສິ່ງສາຣະພັດຊຶ່ງພຣະເຈົ້າໄດ້ຊົງສ້າງໄວ້ນັ້ນກໍເປັນຂອງດີ ບໍ່ມີສິ່ງໃດທີ່ຄວນປະຖິ້ມຈັກສິ່ງ ແຕ່ຄວນຮັບເອົາທຸກສິ່ງດ້ວຍຂອບພຣະຄຸນ 5 ເພາະວ່າສິ່ງເຫລົ່ານັ້ນກໍຊົງຊຳຮະໄວ້ແລ້ວ ໂດຍພຣະທັມຂອງພຣະເຈົ້າແລະຄຳວອນຂໍ
ຜູ້ບົວລະບັດທີ່ດີຂອງພຣະເຢຊູຄຣິດ
6 ຖ້າເຈົ້າຈະໃຫ້ຄຳແນະນຳເຫລົ່ານີ້ແກ່ພວກພີ່ນ້ອງ ເຈົ້າກໍຈະເປັນຜູ້ບົວລະບັດທີ່ດີຂອງພຣະເຢຊູຄຣິດ ບຳຣຸງຕົນດ້ວຍຂໍ້ຄວາມເຣື່ອງຄວາມເຊື່ອ ແລະດ້ວຍຫລັກຄຳສອນອັນດີທີ່ເຈົ້າໄດ້ຂັບຕາມນັ້ນ 7 ຈົ່ງເວັ້ນຫນີຈາກນີຍາຍປະໂລມໂລກ ທີ່ພວກຜູ້ຍິງເຖົ້າເຄີຍເລົ່າໃຫ້ຟັງນັ້ນ ແຕ່ຈົ່ງຝຶກຕົນໃນການນັບຖືພຣະເຈົ້າຢ່າງຖືກຕ້ອງ ເພາະການຝຶກຫັດທາງກາຍນັ້ນມີປໂຍດບາງຢ່າງ 8 ແຕ່ການນັບຖືພຣະເຈົ້າຢ່າງຖືກຕ້ອງມີປໂຍດທຸກຢ່າງ ເພາະໄດ້ຮັບພຣະສັນຍາໄວ້ສຳລັບຊີວິດໃນປັດຈຸບັນແລະໃນອານາຄົດດ້ວຍ 9 ຂໍ້ຄວາມນີ້ກໍສັດຈິງ ແລະສົມຄວນທຸກຄົນຈະໄດ້ຮັບເຊື່ອເອົາໄວ້ 10 ເຫດທີ່ເຮົາເຮັດການຫນັກຫນ່ວງ ແລະອົດສາສູ້ ກໍເພາະວ່າເຮົາໄດ້ໄວ້ວາງໃຈໃນພຣະເຈົ້າຜູ້ຊົງພຣະຊົນຢູ່ ຜູ້ຊົງໂຜດໃຫ້ພົ້ນຂອງຄົນທັງປວງ ເປັນຕົ້ນຂອງພວກຄົນທີ່ເຊື່ອໃນພຣະອົງ 11 ຈົ່ງສັ່ງສອນຂໍ້ຄວາມເຫລົ່ານີ້ 12 ຢ່າໃຫ້ຜູ້ໃດຫມິ່ນປມາດຄວາມຫນຸ່ມຂອງເຈົ້າ ແຕ່ຈົ່ງເປັນແບບຢ່າງແກ່ຄົນທັງປວງທີ່ເຊື່ອ ທັງໃນທາງກິຣິຍາແລະວາຈາ ໃນຄວາມຮັກ ໃນຄວາມເຊື່ອ ແລະໃນຄວາມບໍຣິສຸດ 13 ຈົ່ງຕັ້ງໃຈໃນການອ່ານຫນັງສື ໃນການເຕືອນສະຕິ ແລະໃນການສັ່ງສອນ ຈົນກວ່າເຮົາຈະມາ 14 ຢ່າເບິດເສີຍຕໍ່ຄຸນທັມທີ່ມີຢູ່ໃນຕົວເຈົ້າ ທີ່ໄດ້ຊົງປະທານແກ່ເຈົ້າດ້ວຍຄຳທຳນວາຍເມື່ອຄນະເຖົ້າແກ່ໄດ້ວາງມືໃສ່ເຈົ້າ 15 ຈົ່ງຫມັ່ນຮ່ຳເພິງຂໍ້ຄວາມເຫລົ່ານີ້ດ້ວຍສຸດໃຈ ເພື່ອຄວາມຈະເຣີນຂອງເຈົ້າຈະໄດ້ປາກົດແກ່ຄົນທັງປວງ 16 ຈົ່ງລະວັງຕົວ ແລະການສັ່ງສອນຂອງເຈົ້າໃຫ້ດີ ຈົ່ງຕັ້ງຫມັ້ນຢູ່ໃນຂໍ້ຄວາມເຫລົ່ານີ້ ເພາະເມື່ອເຮັດຢ່າງນັ້ນເຈົ້າຈະຊ່ອຍຕົນເອງ ກັບທັງຊ່ອຍຄົນທັງຫລາຍທີ່ຟັງເຈົ້ານັ້ນໃຫ້ພົ້ນ
ຫນ້າທີ່ຕ້ອງເຮັດຕໍ່ຜູ້ອື່ນ
1 ຢ່າໃສ່ຄຳຫຍາບໃນການຕັກເຕືອນຊາຍຜູ້ອາວຸໂສ ແຕ່ຈົ່ງຂໍຮ້ອງເຫມືອນທ່ານເປັນພໍ່ ຈົ່ງຖືວ່າພວກຊາຍຫນຸ່ມນັ້ນເປັນເຫມືອນອ້າຍນ້ອງ 2 ແລະພວກຍິງຜູ້ມີອາວຸໂສເປັນເຫມືອນແມ່ ສ່ວນພວກຜູ້ຍິງຫນຸ່ມໃຫ້ເປັນເຫມືອນເອື້ອຍນ້ອງ ໂດຍມີໃຈບໍຣິສຸດຕໍ່ເຂົາ 3 ຈົ່ງຮັບຮູ້ພວກແມ່ຫມ້າຍທີ່ເປັນແມ່ຫມ້າຍແທ້ຈິງ 4 ຖ້າແມ່ຫມ້າຍຄົນໃດມີລູກຫລືຫລານ ກໍໃຫ້ລູກຫລານນັ້ນຮຽນວີທີປະຕິບັດທາງສາສນາ ໂດຍບົວລະບັດຕໍ່ຄອບຄົວຂອງຕົນກ່ອນ ແລະໃຫ້ຕອບແທນຄຸນພໍ່ແມ່ ເພາະວ່າການເຮັດຢ່າງນັ້ນເປັນທີ່ຊອບຕໍ່ພຣະພັກພຣະເຈົ້າ 5 ຝ່າຍຜູ້ຍິງທີ່ເປັນແມ່ຫມ້າຍແທ້ ແລະຖືກປະຢູ່ແຕ່ຜູ້ດຽວນັ້ນ ກໍຍອມມອບຄວາມຫວັງໄວ້ກັບພຣະເຈົ້າ ແລະຕັ້ງຫມັ້ນຄົງຢູ່ໃນການວອນຂໍ ແລະໃນການໄຫວ້ວອນທັງກາງເວັນແລະກາງຄືນ 6 ສ່ວນຜູ້ຍິງທີ່ປ່ອຍຕົວໄປຕາມຄວາມສນຸກນັ້ນ ກໍຕາຍແລ້ວທັງເປັນ 7 ຈົ່ງສັ່ງເນັ້ນຂໍ້ນີ້ເພື່ອເຂົາຈະບໍ່ຖືກຕິຕຽນ 8 ຖ້າແມ່ນຜູ້ໃດບໍ່ບຳຣຸງລ້ຽງດູຍາດພີ່ນ້ອງຂອງຕົນ ເປັນຕົ້ນວ່າຄົນໃນຄອບຄົວຂອງຕົນ ຜູ້ນັ້ນກໍໄດ້ປະຕິເສດພຣະສາສນາເສັຽແລ້ວ ແລະແຮ່ງຊົ່ວກວ່າຄົນທີ່ບໍ່ເຊື່ອເສັຽອີກ 9 ຢ່າໄດ້ລົງຊື່ແມ່ຫມ້າຍຄົນໃດໃນທະບຽນ ເວັ້ນໄວ້ແຕ່ຜູ້ທີ່ມີອາຍຸຫົກສິບປີ ແລະເປັນເມັຽຂອງຊາຍຄົນດຽວ 10 ແລະຈະຕ້ອງເປັນຜູ້ທີ່ມີຊື່ວ່າໄດ້ເຮັດການດີ ຄືໄດ້ບຳຣຸງລ້ຽງລູກ ພໍໃຈຮັບແຂກ ໄດ້ລ້າງຕີນພວກໄພ່ພົນຂອງພຣະເຈົ້າ ໄດ້ສົງເຄາະຄົນທີ່ມີຄວາມທຸກລຳບາກ ແລະຫມັ່ນຕິດຕາມການດີທຸກຢ່າງ 11 ແຕ່ແມ່ຫມ້າຍທີ່ຍັງຫນຸ່ມກວ່ານັ້ນຢ່າຍອມຮັບ ເພາະວ່າເມື່ອເຂົາຫລົງຫ່າງຈາກພຣະຄຣິດໄປແລ້ວເຂົາກໍຢາກເອົາຜົວໃຫມ່ 12 ເຂົາຈະຕ້ອງຖືກຕຳຫນິ ເພາະເຂົາໄດ້ລະເມີດຄຳປະຕິຍານເດີມຂອງເຂົາ 13 ນອກຈາກນັ້ນເຂົາກໍຈະຮຽນເປັນຄົນມັກຢູ່ລ້າ ທ່ຽວໄປເຮືອນຫລັງນັ້ນຫລັງນີ້ ບໍ່ໃຊ່ເປັນແຕ່ຄົນມັກຢູ່ລ້າເທົ່ານັ້ນ ແຕ່ຍັງເປັນຄົນມັກເວົ້າຄວາມບໍ່ມີແກ່ນສານ ທັງເປັນຄົນເຂົ້າຫຍຸ້ງກ່ຽວກັບທຸຣະກິດຂອງຜູ້ອື່ນ ແລະມັກເວົ້າແຕ່ສິ່ງທີ່ບໍ່ສົມຄວນ 14 ເຫດສັນນັ້ນເຮົາຈຶ່ງປາຖນາໃຫ້ພວກແມ່ຫມ້າຍທີ່ຍັງຫນຸ່ມນັ້ນເອົາຜົວ ມີລູກ ແລະດູແລບ້ານເຮືອນ ເພື່ອບໍ່ໃຫ້ສັດຕຣູມີຊ່ອງທາງນິນທາໄດ້ 15 ເພາະວ່າມີລາງຄົນໄດ້ຫລົງຕາມຊາຕານໄປແລ້ວ 16 ຖ້າຍິງຜູ້ມີຄວາມເຊື່ອຄົນໃດມີພີ່ນ້ອງເປັນແມ່ຫມ້າຍ ກໍໃຫ້ທ່ານຊ່ອຍລ້ຽງດູ ຢ່າໃຫ້ເປັນພາຣະຂອງຄຣິສຕະຈັກ ເພື່ອຄຣິສຕະຈັກຈະໄດ້ສົງເຄາະພວກທີ່ເປັນແມ່ຫມ້າຍອັນແທ້ຈິງ 17 ຈົ່ງຖືວ່າພວກເຖົ້າແກ່ທີ່ປົກຄອງດີນັ້ນ ສົມຄວນໄດ້ຮັບກຽດສອງທໍ່ ເປັນຕົ້ນວ່າ ພວກເຖົ້າແກ່ທີ່ເທສນາ ແລະສັ່ງສອນດ້ວຍການຫນັກຫນ່ວງ 18 ເພາະພຣະຄຳພີກ່າວວ່າ, “ຢ່າເອົາສອບໃສ່ສົບງົວທີ່ກຳລັງຢຽບເຂົ້າ” ແລະ “ຄົນງານກໍຄວນຈະໄດ້ຮັບຄ່າຈ້າງຂອງຕົນ” 19 ຢ່າຍອມຮັບຄຳກ່າວຫາໃສ່ເຖົ້າແກ່ຄົນໃດ ເວັ້ນເສັຽແຕ່ມີພຍານສອງຫລືສາມປາກ 20 ສຳລັບຜູ້ທີ່ຍັງເຮັດຜິດນັ້ນ ຈົ່ງຕິຕຽນເຂົາຊ້ອງຫນ້າຄົນທັງປວງ ເພື່ອຜູ້ອື່ນຈະມີຄວາມຢ້ານ
ເຫມືອນກັນ
21 ເຮົາສັ່ງເຈົ້າຕໍ່ພຣະພັກພຣະເຈົ້າ ແລະພຣະເຢຊູຄຣິດ ແລະຝູງເທວະດາທີ່ຊົງເລືອກໄວ້ແລ້ວນັ້ນ ໃຫ້ເຈົ້າຮັກສາລະບຽບເຫລົ່ານີ້ໄວ້ໂດຍບໍ່ເຫັນແກ່ຫນ້າຜູ້ໃດ ແລະບໍ່ເຮັດການໃດໆດ້ວຍໃຈລຳອຽງ 22 ຢ່າຟ້າວວາງມືລົງໃສ່ຜູ້ໃດ ຢ່າເຂົ້າມີສ່ວນຮ່ວມການຜິດບາບກັບຄົນອື່ນ ຈົ່ງຮັກສາຕົວໄວ້ໃຫ້ບໍຣິສຸດ 23 ຕໍ່ໄປຢ່າດື່ມແຕ່ນ້ຳສິ່ງດຽວ ແຕ່ຄວນໃຊ້ເຫລົ້າແວງແດ່ເລັກນ້ອຍ ເພາະເຫັນແກ່ກະເພາະອາຫານ ແລະຄວາມອ່ອນແຮງທີ່ເຈົ້າມີຢູ່ເລື້ອຍນັ້ນ 24 ການຜິດບາບຂອງລາງຄົນກໍປາກົດຢ່າງເປີດເຜີຍ ນຳເຂົາໄປສູ່ການພິພາກສາ ແຕ່ການຜິດບາບຂອງລາງຄົນກໍປາກົດຕາມພາຍຫລັງ 25 ສ່ວນການດີກໍປາກົດເປິດເຜີຍຢ່າງດຽວກັນ ແລະເຖິງແມ່ນວ່າບໍ່ປາກົດຄັກກໍປົກບັງໄວ້ບໍ່ໄດ້
1 ສ່ວນຄົນທັງຫລາຍທີ່ເຂົ້າຢູ່ໃຕ້ແອກແຫ່ງຄວາມເປັນຂ້ອຍຂ້ານັ້ນ ໃຫ້ຖືວ່ານາຍຂອງຕົນເປັນຜູ້ສົມຄວນຮັບກຽດທຸກຢ່າງ ເພື່ອວ່າພຣະນາມຂອງພຣະເຈົ້າ ແລະຄຳໂອວາດຈະບໍ່ຖືກປມາດ 2 ຝ່າຍພວກຂ້ອຍຂ້າທີ່ມີນາຍເປັນຜູ້ທີ່ເຊື່ອແລ້ວກໍຢ່າຄຶດປມາດນາຍນັ້ນ ເພາະເຫດວ່າເປັນພີ່ນ້ອງກັນ ແຕ່ວ່າຫລາຍກວ່ານັ້ນເຂົາຕ້ອງຮັບໃຊ້ນາຍໃຫ້ດີຂຶ້ນ ເພາະເຫດວ່ານາຍຜູ້ຮັບປໂຍດຈາກການງານຂອງຕົນນັ້ນ ກໍເປັນຜູ້ມີຄວາມເຊື່ອ ແລະເປັນທີ່ຮັກ
ອັນຕະຣາຍຂອງຄຳສອນປອມ ແລະການຮັກແພງເງິນ
3 ຈົ່ງສັ່ງສອນ ແລະເຕືອນສະຕິຂໍ້ຄວາມເຫລົ່ານີ້ ຖ້າຜູ້ໃດສອນຜິດໄປຈາກນີ້ ແລະບໍ່ຍອມເຫັນຕາມພຣະທັມອັນມີຫລັກຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ແລະຄຳໂອວາດທີ່ສົມກັບການນັບຖືພຣະເຈົ້າຢ່າງຖືກຕ້ອງ 4 ຜູ້ນັ້ນກໍເປັນຄົນຈອງຫອງ ບໍ່ຮູ້ຈັກສິ່ງໃດ ແຕ່ມົວເມົາໃນການຖົກຖຽງກັນ ແລະທະເລາະວິວາດກັນເຖິງເຣື່ອງຄຳ ຊຶ່ງເປັນເຫດໃຫ້ເກີດການເຫິງສາກັນ ການຜິດຖຽງກັນ ການຫມິ່ນປມາດກັນ ການບໍ່ໄວ້ວາງໃຈຄຶດຮ້າຍຕໍ່ກັນ 5 ແລະການກະທົບກະເທືອນບໍ່ຂາດລະຫວ່າງຄົນໃຈທຸຈຣິດ ແລະຂາດຄວາມຈິງ ທີ່ຄຶດວ່າການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນເປັນທາງທີ່ຈະໄດ້ກຳໄຣ 6 ຈິງຢູ່ ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນ ໄດ້ກຳໄຣອັນມະຫາສານແກ່ຜູ້ທີ່ມີຄວາມພໍໃຈກັບສິ່ງຂອງທີ່ຕົນມີຢູ່ 7 ເພາະວ່າພວກເຮົາບໍ່ໄດ້ເອົາສິ່ງໃດເຂົ້າມາໃນໂລກສັນໃດ ເຮົາກໍຈະເອົາສິ່ງໃດອອກໄປຈາກໂລກບໍ່ໄດ້ສັນນັ້ນ 8 ແຕ່ຖ້າພວກເຮົາມີອາຫານການກິນກັບເຄື່ອງນຸ່ງຫົ່ມກໍໃຫ້ເຮົາພໍໃຈກັບສິ່ງເຫລົ່ານັ້ນ 9 ສ່ວນຄົນເຫລົ່ານັ້ນທີ່ຢາກລ້ຳຣວຍກໍຕົກໃນການທົດລອງ ໃນບ້ວງແຮ້ວ ແລະໃນຕັນຫາອັນໂງ່ຫລາຍຢ່າງ ຊຶ່ງເປັນໄພແກ່ຕົວທີ່ເຮັດໃຫ້ມະນຸດຈົມລົງໃນຄວາມວິນາດຈິບຫາຍເສື່ອມສູນໄປ 10 ເພາະວ່າການຮັກເງິນຄຳເປັນເຄົ້າມູນຂອງຄວາມຊົ່ວທຸກຢ່າງ ແລະເພາະເຫດຄວາມໂລບນີ້ແຫລະ ຈຶ່ງຊັກຈູງຜູ້ລາງຄົນໃຫ້ຫລົງໄປຈາກຄວາມເຊື່ອ ແລະແທງຕົວເອງຈົນຊອດດ້ວຍຄວາມເຈັບແສບຫລາຍປະການ
ການຕໍ່ສູ້ຢ່າງເຕັມກຳລັງກ່ຽວກັບຄວາມເຊື່ອ
11 ແຕ່ເຈົ້າຜູ້ເປັນຄົນຂອງພຣະເຈົ້າ ຈົ່ງຫລີກຫນີຈາກສິ່ງເຫລົ່ານີ້ ແລະຈົ່ງຕິດຕາມຄວາມຊອບທັມ ຄວາມນັບຖືພຣະເຈົ້າຢ່າງຖືກຕ້ອງ ຄວາມສັດຊື່ ຄວາມຮັກ ຄວາມຫມັ່ນພຽນ ແລະຄວາມອ່ອນສຸພາບ 12 ຈົ່ງອົດສາແຂ່ງຂັນສູ້ຕາມແນວທາງຂອງຄວາມເຊື່ອ ຈົ່ງຍຶດເອົາຊີວິດອັນຕລອດໄປເປັນນິດໄວ້ ຊຶ່ງພຣະເຈົ້າໄດ້ຊົງເອີ້ນໃຫ້ເຈົ້າຮັບນັ້ນ ໃນເມື່ອເຈົ້າໄດ້ຮັບເຊື່ອ ແລະປະຕິຍານຕົນຢ່າງດີຕໍ່ຫນ້າພຍານຫລາຍຄົນ 13 ເຮົາສັ່ງເຈົ້າຕໍ່ພຣະພັກພຣະເຈົ້າ ຜູ້ຊົງບັນດານໃຫ້ສິ່ງທັງປວງມີຊີວິດ ແລະຕໍ່ພຣະພັກພຣະເຢຊູຄຣິດ ຜູ້ໄດ້ຊົງເປັນພຍານເຖິງຄຳປະຕິຍານອັນດີຕໍ່ຫນ້າປົນທຽວປີລາດ 14 ໃຫ້ເຈົ້າຮັກສາຄຳສັ່ງນີ້ໄວ້ ຢ່າໃຫ້ດ່າງພ້ອຍ ຢ່າໃຫ້ມີທີ່ຕິໄດ້ ຈົນເຖິງເວລາທີ່ພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍຈະສະເດັດສ່ອງສວ່າງມາປາກົດ 15 ຊຶ່ງພຣະເຈົ້າຜູ້ສເວີຍສຸກ ແລະຊົງຣິດສູງສຸດແຕ່ພຣະອົງດຽວ ຊົງເປັນພຣະມະຫາກະສັດເຫນືອກະສັດທັງປວງ ແລະຊົງເປັນເຈົ້າເຫນືອເຈົ້າທັງປວງ ຈະຊົງສະແດງໃຫ້ປາກົດຕາມເວລາກຳນົດ 16 ພຣະອົງຜູ້ດຽວຊົງເປັນອະມະຕະ ແລະຊົງສະຖິດຢູ່ໃນຄວາມສວ່າງ ຊຶ່ງບໍ່ມີຄົນໃດຈະເຂົ້າໄປເຖິງ ເປັນອົງທີ່ມະນຸດບໍ່ໄດ້ເຫັນຈັກເທື່ອ ແລະບໍ່ສາມາດຈະເຫັນໄດ້ ພຣະກຽດ ແລະຣິດທານຸພາບອັນຖາວອນ ຈົ່ງມີແກ່ພຣະອົງນັ້ນ ອາແມນ
ຄຳເຕືອນສະຕິຕອນສຸດທ້າຍ
17 ເຈົ້າຈົ່ງສັ່ງຄົນທີ່ຮັ່ງມີຝ່າຍໂລກ ຢ່າໃຫ້ເຂົາເປັນຄົນມີໃຈອວດອົ່ງຖືໂຕ ຫລືວາງໃຈໃນຊັບສິນອັນບໍ່ຫມັ່ນທ່ຽງ ແຕ່ໃຫ້ໄວ້ໃຈໃນພຣະເຈົ້າ ຜູ້ຊົງປະທານສິ່ງສາຣະພັດໃຫ້ແກ່ເຮົາທັງຫລາຍຢ່າງບໍຣິບູນ ເພື່ອຈະໃຫ້ພວກເຮົາໃຊ້ດ້ວຍຄວາມປິຕິຍິນດີ 18 ຈົ່ງສັ່ງເຂົາໃຫ້ເຮັດແຕ່ຄຸນງາມຄວາມດີ ໃຫ້ເຂົາຮັ່ງມີໃນການປະຕິບັດອັນດີງາມ ໃຫ້ເຂົາມີໃຈສັດທາເອື້ອເຟື້ອເຜື່ອແຜ່ ແລະບໍ່ເຫັນແກ່ຕົວ 19 ຢ່າງນີ້ຈຶ່ງຈະໄດ້ທ້ອນໂຮມຊັບສົມບັດໄວ້ສຳລັບຕົນ ເພື່ອເປັນຮາກຖານອັນດີສຳລັບຄາວພາຍຫນ້າ ເພື່ອເຂົາຈະໄດ້ຍຶດເອົາຊີວິດອັນທ່ຽງແທ້ 20 ຕີໂມທຽວເອີຍ ສິ່ງທີ່ເຮົາຝາກໄວ້ກັບເຈົ້າແລ້ວນັ້ນຈົ່ງຮັກສາໄວ້ ຈົ່ງເວັ້ນເສັຽຈາກການເວົ້າອັນບໍ່ເປັນປໂຍດ ແລະຂັດຕໍ່ສາສນາ ແລະຈາກຂໍ້ໂຕ້ຖຽງຂອງສິ່ງທີ່ເຂົາເອີ້ນຜິດວ່າເປັນວິຊາຄວາມຮູ້ 21 ຊຶ່ງລາງຄົນໄດ້ຍອມວ່າຮັບເອົາແລ້ວ ຈຶ່ງໄດ້ຫລົງໄປຈາກຄວາມເຊື່ອ ຂໍພຣະຄຸນ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີນ
1 ໂປໂລ ອັຄສາວົກຂອງພຣະເຢຊູຄຣິດດ້ວຍທາງນ້ຳພຣະທັຍຂອງພຣະເຈົ້າ ຕາມພຣະສັນຍາທີ່ຈະຊົງປະທານຊີວິດຊຶ່ງມີຢູ່ໃນພຣະເຢຊູຄຣິດ 2 ເຖິງ ຕີໂມທຽວ ທີ່ຮັກຂອງເຮົາ ຂໍພຣະຄຸນ ພຣະເມດຕາ ແລະສັນຕິສຸກ ຊຶ່ງມາຈາກພຣະບິດາເຈົ້າຂອງພຣະເຢຊູຄຣິດ ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ ຈົ່ງມີຢູ່ກັບເຈົ້າເທີນ
ການຂອບພຣະຄຸນ ແລະຫນຸນນ້ຳໃຈ
3 ເມື່ອເຮົາລະນຶກເຖິງເຈົ້າສເມີໃນການອ້ອນວອນທູນຂໍ ທັງກາງເວັນແລະກາງຄືນນັ້ນ ເຮົາໄດ້ຂອບພຣະຄຸນພຣະເຈົ້າ ຜູ້ຊຶ່ງເຮົາໄດ້ບົວລະບັດຢູ່ດ້ວຍໃຈສຳນຶກຜິດແລະຊອບອັນບໍຣິສຸດ ເຫມືອນຢ່າງປູ່ຍ່າຕາຍາຍຂອງເຮົາ 4 ຂນະເມື່ອລະນຶກເຖິງນ້ຳຕາຂອງເຈົ້າ ເຮົາກໍປາຖນາທີ່ຈະໄດ້ພົບເຈົ້າເພື່ອເຮົາຈະໄດ້ມີຄວາມຍິນດີຢ່າງເຕັມໃຈ 5 ເຮົາລະນຶກເຖິງຄວາມເຊື່ອອັນຈິງໃຈຂອງເຈົ້າ ອັນເປັນຄວາມເຊື່ອຊຶ່ງເມື່ອກ່ອນໄດ້ມີຢູ່ໃນນາງໂລອິສແມ່ເຖົ້າຂອງເຈົ້າ ແລະໃນນາງອູນິເກແມ່ຂອງເຈົ້າ ບັດນີ້ເຮົາເຊື່ອແນ່ວ່າມີຢູ່ໃນເຈົ້າເຫມືອນກັນ 6 ເຫດສັນນັ້ນເຮົາຂໍເຕືອນສະຕິເຈົ້າໃຫ້ເປົ່າຄຸນທັມຂອງພຣະເຈົ້າ ທີ່ມີຢູ່ໃນເຈົ້າດ້ວຍການວາງມືຂອງເຮົານັ້ນໃຫ້ລຸກຮຸ່ງເຮືອງຂຶ້ນໃຫມ່ 7 ເພາະວ່າພຣະເຈົ້າບໍ່ໄດ້ຊົງປະທານໃຈອັນຢ້ານກົວໃຫ້ແກ່ເຮົາ ແຕ່ໄດ້ຊົງປະທານໃຈອັນປະກອບດ້ວຍຣິດອຳນາດ ຄວາມຮັກ ແລະການບັງຄັບຕົນໃຫ້ແກ່ເຮົາ 8 ເຫດສັນນັ້ນ ຢ່າລະອາຍທີ່ຈະເປັນພຍານຝ່າຍອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ ຫລືຝ່າຍຕົວເຮົາທີ່ຖືກຈຳຈອງຢູ່ເພາະເຫັນແກ່ພຣະອົງ ແຕ່ຈົ່ງມີສ່ວນໃນການລຳບາກເພື່ອເຫັນແກ່ຂ່າວປະເສີດ ໂດຍອາໄສຣິດອໍານາດແຫ່ງພຣະເຈົ້າ 9 ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ແລະຊົງເອີ້ນເອົາເຮົາທັງຫລາຍໃຫ້ເປັນໄພ່ພົນຂອງພຣະອົງ ບໍ່ໃຊ່ເພາະເຫັນແກ່ການດີທີ່ເຮົາໄດ້ເຮັດນັ້ນ ແຕ່ເພາະເຫັນແກ່ພຣະປະສົງຂອງພຣະອົງເອງ ແລະພຣະຄຸນຊຶ່ງຊົງປະທານແກ່ພວກເຮົາໃນພຣະເຢຊູຄຣິດຕັ້ງແຕ່ດຶກດຳບັນມານັ້ນ 10 ແລະບັດນີ້ໄດ້ຊົງສະແດງໃຫ້ແຈ່ມແຈ້ງ ໂດຍການທີ່ພຣະເຢຊູຄຣິດ ພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ ສະເດັດສ່ອງສວ່າງມາປາກົດ ຜູ້ໄດ້ຊົງກຳຈັດຄວາມຕາຍໃຫ້ສູນສິ້ນໄປ ແລະໄດ້ຊົງນຳຊີວິດແລະສະພາບອະມະຕະໃຫ້ປາກົດແຈ້ງໂດຍຂ່າວປະເສີດ 11 ສຳລັບຂ່າວປະເສີດນັ້ນເຮົາໄດ້ຮັບຊົງແຕ່ງຕັ້ງໃຫ້ເປັນຜູ້ປະກາດ ເປັນອັຄສາວົກ ແລະເປັນຄຣູສອນ 12 ເພາະເຫດນີ້ແຫລະ ເຮົາຈຶ່ງອົດທົນເອົາສິ່ງທັງຫລາຍນີ້ ເຖິງປານນັ້ນເຮົາກໍບໍ່ມີຄວາມລະອາຍ ເພາະວ່າເຮົາຮູ້ຈັກພຣະອົງຜູ້ທີ່ເຮົາໄດ້ເຊື່ອແລະໄວ້ວາງໃຈນັ້ນ ແລະເຮົາເຊື່ອຫມັ້ນວ່າພຣະອົງຊົງສາມາດຮັກສາ ຊຶ່ງເຮົາໄດ້ມອບໄວ້ກັບພຣະອົງຈົນເຖິງວັນນັ້ນ 13 ຈົ່ງເຮັດຕາມແບບຢ່າງແຫ່ງຄຳສອນອັນມີຫລັກ ທີ່ເຈົ້າໄດ້ຍິນຈາກເຮົາດ້ວຍຄວາມເຊື່ອແລະຄວາມຮັກທີ່ມີຢູ່ໃນພຣະເຢຊູຄຣິດ 14 ຈົ່ງຮັກສາສິ່ງອັນດີທີ່ໄດ້ຊົງມອບໄວ້ກັບເຈົ້າໂດຍພຣະວິນຍານບໍຣີສຸດ ຊຶ່ງຊົງສະຖິດພາຍໃນເຮົາທັງຫລາຍ 15 ເຈົ້າກໍຮູ້ແລ້ວວ່າ ຄົນທັງປວງທີ່ຢູ່ແຂວງອາເຊັຽນັ້ນກໍຫລົບຫນ້າຫນີຈາກເຮົາຫມົດ ໃນພວກນັ້ນມີ ຟຸເຄໂລ ແລະເຮຣະໂມເຄນຮ່ວມດ້ວຍ 16 ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງໂຜດເມດຕາແກ່ຄອບຄົວໂອເນຊີໂຟໂຣ ເພາະຫລາຍເທື່ອໆທ່ານໄດ້ເຣັດໃຫ້ເຮົາຊື່ນໃຈ ແລະທ່ານໄດ້ເອົາໃຈໃສ່ຊອກຫາເຮົາຈົນພົບ 17 (ຂໍອົງພຣະຜູ້ເປັນເຈົ້າຊົງໂຜດໃຫ້ທ່ານໄດ້ຮັບພຣະເມດຕາຈາກພຣະອົງໃນວັນນັ້ນ) ແລະທ່ານໄດ້ບົວລະບັດເຮົາທີ່ເມືອງເອເຟໂຊຫລາຍປານໃດ ເຈົ້າກໍຮູ້ດີຢູ່ແລ້ວ
ທະຫານທີ່ດີຂອງພຣະເຢຊູຄຣິດ
1 ເຫດສັນນັ້ນ ລູກຂອງເຮົາເອີຍ ຈົ່ງເຂັ້ມແຂງຂຶ້ນດ້ວຍພຣະຄຸນຊຶ່ງມີຢູ່ໃນພຣະຄຣິດ ຄືພຣະເຢຊູ 2 ຈົ່ງມອບຄຳສອນທີ່ເຈົ້າໄດ້ຍິນຈາກເຮົາຕໍ່ຫນ້າພຍານຫລາຍຄົນ ໄວ້ກັບຄົນຊື່ສັດທີ່ສາມາດສອນຄົນອື່ນໄດ້ດ້ວຍ 3 ຈົ່ງມີສ່ວນຮ່ວມທຸກດ້ວຍກັນເຫມືອນເປັນທະຫານທີ່ດີຂອງພຣະເຢຊູຄຣິດ 4 ບໍ່ມີທະຫານຄົນໃດເມື່ອເຂົ້າປະຈຳການແລ້ວຈະຫຍຸ້ງກ່ຽວຢູ່ກັບການງານຝ່າຍພົລເຮືອນ ດ້ວຍວ່າເຂົາຕ້ອງເຮັດໃຫ້ຜູ້ທີ່ເກນຕົນໄດ້ຮັບຄວາມພໍໃຈ 5 ນັກກິລາຈະບໍ່ໄດ້ສວມພວງມາລັຍ ຖ້າເຂົາບໍ່ແຂ່ງຂັນຕາມກົດລະບຽບ 6 ຊາວນາຜູ້ເຮັດການຫນັກຫນ່ວງກໍຄວນເປັນຜູ້ຕົ້ນທີ່ໄດ້ຮັບຜົນ 7 ຈົ່ງຄຶດຕຶກຕອງຂໍ້ຄວາມທີ່ເຮົາເວົ້ານັ້ນໃຫ້ຖີ່ຖ້ວນ ເພາະອົງພຣະຜູ້ເປັນເຈົ້າຈະຊົງປະທານໃຫ້ເຈົ້າເຂົ້າໃຈໃນທຸກສິ່ງ 8 ຈົ່ງລະນຶກເຖິງພຣະເຢຊູຄຣິດ ຜູ້ໄດ້ຖືກຊົງບັນດານໃຫ້ຄືນພຣະຊົນ ແລະຊົງສືບເຊື້ອສາຍຈາກດາວິດ ຕາມຂ່າວປະເສິດທີ່ເຮົາໄດ້ປະກາດນັ້ນ 9 ເພາະເຫດຂ່າວປະເສີດນັ້ນ ເຮົາຈຶ່ງທົນທຸກ ແລະຖືກຜູກມັດຢູ່ເຫມືອນດັ່ງຜູ້ຮ້າຍ ແຕ່ພຣະທັມຂອງພຣະເຈົ້ານັ້ນບໍ່ມີຜູ້ໃດຜູກມັດໄວ້ໄດ້ 10 ດ້ວຍເຫດນັ້ນເຮົາຈຶ່ງຍອມທົນເອົາທຸກຢ່າງ ເພາະເຫັນແກ່ພວກທີ່ຊົງເລືອກໄວ້ນັ້ນ ເພື່ອເຂົາຈະໄດ້ຮັບຄວາມພົ້ນ ຊຶ່ງມີຢູ່ໃນພຣະເຢຊູຄຣິດ ພ້ອມທັງສະງ່າຣາສີອັນຕລອດໄປເປັນນິດ 11 ຂໍ້ນີ້ເປັນຄຳສັດຈິງຄື “ຖ້າພວກເຮົາໄດ້ຕາຍດ້ວຍກັນກັບພຣະອົງ ເຮົາກໍຈະມີຊີວິດດ້ວຍກັນກັບພຣະອົງເຫມືອນກັນ 12 ຖ້າພວກເຮົາພຽນອົດທົນເອົາ ເຮົາກໍຈະໄດ້ສເວີຍຣາຊຮ່ວມກັບພຣະອົງເຫມືອນກັນ ຖ້າພວກເຮົາປະຕິເສດພຣະອົງ ພຣະອົງກໍຈະຊົງປະຕິເສດເຮົາເຫມືອນກັນ 13 ຖ້າພວກເຮົາບໍ່ສັດຊື່ ພຣະອົງກໍຍັງຊົງສັດຊື່ຫມັ້ນຄົງຢູ່ ເພາະວ່າພຣະອົງຈະບໍ່ຊົງສາມາດປະຕິເສດພຣະອົງເອງໄດ້”
ຄົນງານທີ່ພຣະເຈົ້າຊົງພໍພຣະທັຍ
14 ຈົ່ງຕັກເຕືອນເຂົາທັງຫລາຍເຖິງຂໍ້ຄວາມເຫລົ່ານີ້ ແລະຈົ່ງສັ່ງເຂົາຕໍ່ພຣະພັກພຣະເຈົ້າ ບໍ່ໃຫ້ເຂົາຜິດຖຽງກັນດ້ວຍຂໍ້ຄວາມຕ່າງໆຊຶ່ງຫາປໂຍດບໍ່ໄດ້ ແຕ່ກັບເປັນເຫດໃຫ້ຄົນທີ່ຟັງຫລົງຈິບຫາຍໄປ 15 ຈົ່ງອົດສາພຍາຍາມສະແດງຕົນເຫມືອນເປັນຄົນທີ່ພິສູດແລ້ວຕໍ່ພຣະພັກພຣະເຈົ້າ ເປັນຄົນງານທີ່ບໍ່ຕ້ອງອາຍ ແລະໃຊ້ພຣະທັມແຫ່ງຄວາມຈິງຢ່າງຖືກຕ້ອງ 16 ຈົ່ງຫລີກເສັຽຈາກຖ້ອຍຄຳອັນບໍ່ເປັນປໂຍດແລະນອກສາສນາ ເພາະຄຳຢ່າງນັ້ນຈະນໍາຄົນໄປສູ່ຄວາມອະທັມທະວີຫລາຍຂຶ້ນ ແລະຖ້ອຍຄຳຂອງເຂົາຈະເຫມືອນດັ່ງບາດແຜອັນເປື່ອຍເນົ່າທີ່ກິນລາມໄປ 17 ໃນຈຳພວກນັ້ນມີອີເມນາໂຢກັບຟີເລໂຕເປັນຕົ້ນ 18 ຄົນທັງສອງນັ້ນໄດ້ຫລົງໄປຈາກຄວາມຈິງ ໂດຍກ່າວວ່າການຄືນຈາກຄວາມຕາຍນັ້ນໄດ້ຜ່ານພົ້ນໄປແລ້ວ ເຂົາກຳລັງເຮັດໃຫ້ຄວາມເຊື່ອຂອງຜູ້ລາງຄົນລົ້ມລະລາຍໄປ 19 ແຕ່ຮາກຖານອັນແຫນ້ນຊຶ່ງພຣະເຈົ້າຊົງວາງໄວ້ນັ້ນ ກໍຕັ້ງຫມັ້ນຄົງຢູ່ໂດຍມີກາປະທັບໄວ້ວ່າ, “ອົງພຣະຜູ້ເປັນເຈົ້າຊົງຮູ້ຈັກຄົນເຫລົ່ານັ້ນທີ່ເປັນຂອງພຣະອົງ” ແລະ “ໃຫ້ທຸກຄົນຊຶ່ງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ປິ່ນຫນ້າເສັຽຈາກຄວາມຊົ່ວ” 20 ໃນເຮືອນໃຫຍ່ຫລັງໃດບໍ່ແມ່ນມີແຕ່ພາຊນະເງິນ ແລະຄຳເທົ່ານັ້ນ ແຕ່ມີພາຊນະໄມ້ ແລະດິນດ້ວຍ ບາງຢ່າງກໍໃຊ້ເພື່ອເປັນກຽດ ແລະບາງຢ່າງກໍໃຊ້ການທັມມະດາ 21 ເຫດສັນນັ້ນຖ້າຜູ້ໃດຊໍາຮະຕົວໃຫ້ພົ້ນຈາກສິ່ງຊົ່ວເຫລົ່ານັ້ນ ກໍຈະເປັນເຫມືອນພາຊນະອັນມີກຽດຕັ້ງໄວ້ຕ່າງຫາກ ຊຶ່ງເປັນປໂຍດແກ່ເຈົ້າຂອງເຮືອນທີ່ຈັດໄວ້ພ້ອມແລ້ວສຳລັບການດີທຸກຢ່າງ 22 ດັ່ງນັ້ນເຈົ້າຈົ່ງຫລີກຫນີຈາກຣາຄະຕັນຫາຂອງຄົນຫນຸ່ມ ຈົ່ງຕິດຕາມຄວາມຊອບທັມ ຄວາມເຊື່ອ ຄວາມຮັກ ແລະສັນຕິສຸກ ຮ່ວມກັບຄົນທັງປວງທີ່ອອກພຣະນາມອົງພຣະຜູ້ເປັນເຈົ້າດ້ວຍໃຈບໍຣິສຸດ 23 ການຖົກຖຽງກັນແບບໂງ່ໆທີ່ບໍ່ເປັນແກ່ນສານນັ້ນ ຈົ່ງຫລີກເສັຽ ດ້ວຍຮູ້ແລ້ວວ່າ ການເຫລົ່ານັ້ນພາໃຫ້ເກີດການວິວາດຜິດຖຽງກັນ 24 ຝ່າຍຜູ້ຣັບໃຊ້ຂອງອົງພຣະຜູ້ເປັນເຈົ້າບໍ່ຕ້ອງວິວາດຜິດຖຽງກັນແຕ່ຕ້ອງມີໃຈເມດຕາຕໍ່ຄົນທັງປວງ ເປັນຄຣູທີ່ເຫມາະສົມ ແລະມີໃຈພາກພຽນອົດທົນ 25 ຊີ້ແຈງໃຫ້ຄົນທີ່ຂັດຂວາງຕໍ່ສູ້ນັ້ນດ້ວຍໃຈອ່ອນສຸພາບ ວ່າພຣະເຈົ້າອາດຊົງໂຜດໃຫ້ເຂົາຖິ້ມໃຈເກົ່າເອົາໃຈໃຫມ່ ແລະມາເຖິງການສັງເກດຮູ້ຄວາມຈິງ 26 ແລະໃຫ້ເຂົາຮູ້ສຶກຕື່ນຕົວຈຶ່ງຫລຸດພົ້ນຈາກບ້ວງແຮ້ວຂອງມານ ຜູ້ຊຶ່ງຈັບເຂົາໄວ້ໃຫ້ເຮັດຕາມຄວາມປະສົງຂອງມັນ
ລັກສະນະຈິດໃຈຂອງມະນຸດໃນຄາວສຸດທ້າຍ
1 ແຕ່ຈົ່ງຮູ້ຈັກຂໍ້ຄວາມເຫລົ່ານີ້ວ່າ ໃນຄາວທີ່ສຸດນັ້ນຈະເກີດຄວາມລຳບາກຢ່າງຮ້າຍແຮງ 2 ເພາະວ່າຄົນທັງຫລາຍຈະເຫັນແກ່ຕົວ ເປັນແກ່ເງິນຄຳ ອວດຕົວ ຈອງຫອງ ຊອບດ່າວ່າ ບໍ່ເຊື່ອຟັງຄວາມພໍ່ແມ່ ເນຣະຄຸນ ເປັນຄົນບໍ່ມີສິນທັມ 3 ເປັນຄົນຂາດມະນຸສທັມ ບໍ່ຍອມຜ່ອນຜັນຜູ້ໃດ ໃສ່ຮ້າຍປ້າຍສີກັນ ບໍ່ຮູ້ຈັກບັງຄັບຕົນ ມີໃຈໂຫດຮ້າຍ ເປັນຄົນບໍ່ຮັກການດີ 4 ເປັນຄົນທໍຣະຍົດ ດື້ດ້ານ ອວດສະຫາວ ແລະເປັນຄົນຮັກຄວາມສນຸກຫລາຍກວ່າຮັກພຣະເຈົ້າ 5 ເຂົາກໍເຮັດເຫມືອນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ ແຕ່ວ່າຣິດອຳນາດຂອງການນັບຖືນັ້ນ ເຂົາກໍປະຕິເສດເສັຽ ເຈົ້າຈົ່ງຫລີກຫນີເສັຽຈາກຄົນຢ່າງນັ້ນ 6 ເພາະໃນບັນດາຄົນເຫລົ່ານັ້ນ ມີຄົນທີ່ມັກລ່ວງເຂົ້າໄປຕາມບ້ານເຮືອນ ກ້ຽວກ່ອມເອົາໃຈຜູ້ຍິງທີ່ເບົາປັນຍາຫນາດ້ວຍຄວາມຜິດບາບ ແລະຫລົງໄຫລໄປດ້ວຍຕັນຫາຕ່າງໆເອົາໄປເປັນຊະເລີຍ 7 ຍິງພວກນີ້ກໍຍອມຮ່ຳຮຽນຢູ່ສເມີແຕ່ບໍ່ອາດຈະເຖິງການສັງເກດຮູ້ຄວາມຈິງໄດ້ຈັກເທື່ອ 8 ຢານເນສ ແລະຢຳເບຣສຂັດຂວາງຕໍ່ສູ້ກັບໂມເຊສັນໃດ ຄົນເຫລົ່ານີ້ກໍຂັດຂວາງຕໍ່ສູ້ກັບຄວາມຈິງສັນນັ້ນເຫມືອນກັນ ເຂົາເປັນຄົນມີໃຈຊົ່ວຮ້າຍ ແລະໃນດ້ານຄວາມເຊື່ອນັ້ນເຂົາໃຊ້ບໍ່ໄດ້ 9 ແຕ່ເຂົາຈະກ້າວຫນ້າຕໍ່ໄປອີກບໍ່ໄດ້ ເພາະວ່າຄວາມໂງ່ຂອງເຂົານັ້ນຈະປາກົດແຈ້ງແກ່ຄົນທັງປວງເຫມືອນດັ່ງຄວາມໂງ່ຂອງຊາຍສອງຄົນນັ້ນ
ສິ່ງສຸດທ້າຍທີ່ໂປໂລສັ່ງໄວ້ກັບຕີໂມທຽວ
10 ບັດນີ້ເຈົ້າກໍໄດ້ຕິດຕາມເຮົາໃນດ້ານຄຳສອນ ກິຣິຍາ ຄວາມມຸ້ງຫມາຍ ຄວາມເຊື່ອ ຄວາມພຽນ ຄວາມຮັກ ຄວາມຫນັກແຫນ້ນຫມັ້ນຄົງ 11 ແລະການຖືກຂົ່ມເຫັງກັບການທົນທຸກລຳບາກຕ່າງໆຂອງເຮົາ ຄືສີ່ງທີ່ໄດ້ເກີດແກ່ເຮົາໃນເມືອງເມືອງອັນຕິໂອເຂັຽ ເມືອງອີໂກນີອົນ ແລະລີຊະທາ ການຂົ່ມເຫັງຕ່າງໆທີ່ພວກເຮົາໄດ້ທົນເອົານັ້ນ ອົງພຣະຜູ້ເປັເຈົ້າໄດ້ຊົງໂຜດດຶງເຮົາອອກຈາກສິ່ງເຫລົ່ານັ້ນທັງຫມົດ 12 ແທ້ຈິງ ບັນດາຄົນທີ່ປາຖນາຈະດຳເນີນຊີວິດຄຣິສະຕຽນເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ ກໍຈະຖືກກົດຂີ່ຂົ່ມເຫັງ 13 ແຕ່ຄົນຊົ່ວຮ້າຍແລະຄົນປອມຕົວຈະກຳເລີບທະວີຂຶ້ນໄປ ລໍ້ລວງຄົນອື່ນໃຫ້ຫລົງ ແລະຕົວເຂົາເອງກໍຈະຖືກລໍ້ລວງເຫມືອນກັນ 14 ແຕ່ຝ່າຍເຈົ້າ ຈົ່ງດຳເນີນຕໍ່ໄປໃນສິ່ງທີ່ເຈົ້າໄດ້ຮຽນຮູ້ແລ້ວ ແລະໄດ້ເຊື່ອຢ່າງຫມັ້ນຄົງ ເຈົ້າກໍຮູ້ແລ້ວວ່າເຈົ້າໄດ້ຮຽນມາຈາກຜູ້ໃດ 15 ແລະຮູ້ແລ້ວວ່າ ຕັ້ງແຕ່ນ້ອຍມາແລ້ວເຈົ້າກໍຮູ້ພຣະທັມຄັມພີອັນສັກສິດ ຊຶ່ງສາມາດໃຫ້ເຈົາມີປັນຍາທີ່ນຳເຈົ້າໄປເຖິງຄວາມພົ້ນໄດ້ ດ້ວຍທາງຄວາມເຊື່ອໃນພຣະຄຣິດ ຄືພຣະເຢຊູ 16 ພຣະຄັມພີທຸກຕອນໄດ້ຮັບການຊົງບັນດົນໃຈຈາກພຣະເຈົ້າ ແລະເປັນປໂຍດໃນການສອນ ການກ່າວຕັກເຕືອນວ່າກ່າວ ການປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະການອົບຮົມໃນທາງຊອບທັມ 17 ເພື່ອຄົນຂອງພຣະເຈົ້າຈະບັນລຸຜົນສຳເຣັດ ແລະຈັດຕຽມໄວ້ພ້ອມສຳລັບການດີທຸກຢ່າງ
1 ເຮົາສັ່ງເຈົ້າຕໍ່ພຣະພັກພຣະເຈົ້າ ແລະຕໍ່ພຣະພັກພຣະເຢຊູຄຣິດ ຜູ້ຊົງພິພາກສາທັງຄົນເປັນ ແລະຄົນຕາຍ ໂດຍອ້າງເຖິງການທີ່ພຣະອົງຈະຊົງສ່ອງສວ່າງມາປາກົດ ແລະອ້າງເຖິງຣາຊອານາຈັກຂອງພຣະອົງວ່າ, 2 ຈົ່ງປະກາດພຣະທັມ ຈົ່ງເອົາໃຈໃສ່ເຮັດການທັງໃນເວລາທີ່ມີໂອກາດແລະບໍ່ມີໂອກາດ ຈົ່ງຊັກຊວນດ້ວຍເຫດຜົນ ຈົ່ງເຕືອນສະຕິ ແລະຕັກເຕືອນ ດ້ວຍຄວາມພຽນອົດທົນທຸກຢ່າງໃນການສອນ 3 ເພາະຈະມີເວລານຶ່ງທີ່ເຂົາຈະບໍ່ທົນຮັບເອົາຄຳສອນອັນມີຫລັກ ແຕ່ຕາມຄວາມປາຖນາຂອງເຂົານັ້ນ ເຂົາຈະຮວບຮວມຄຣູໄວ້ສຳລັບເຂົາເອງ ເພື່ອບັນເທົາຫູຄັນຂອງເຂົາ 4 ເຂົາຈະອວ່າຍຫູຫນີຈາກຄວາມທ່ຽງທັມ ຕ່າວໄປຟັງນິຍາຍຕ່າງໆ 5 ແຕ່ຝ່າຍເຈົ້າ ຈົ່ງລະວັງຕົວໃຫ້ດີໃນການທັງປວງ ຈົ່ງອົດທົນຕໍ່ການຍາກລຳບາກ ຈົ່ງເຮັດຫນ້າທີ່ຂອງຜູ້ປະກາດຂ່າວປະເສີດ ແລະຈົ່ງປະຕິບັດຫນ້າທີ່ການຂອງເຈົ້ານັ້ນໃຫ້ສຳເຣັດ 6 ເພາະວ່າຝ່າຍຕົວເຮົາ ກຳລັງຈະຕົກເປັນເຄື່ອງບູຊາຢູ່ແລ້ວ ແລະເຖິງເວລາແລ້ວທີ່ເຮົາຈະຈາກໄປ 7 ເຮົາໄດ້ອົດສາສູ້ໃນການແຂ່ງຂັນ ເຮົາໄດ້ແລ່ນແຂ່ງຂັນຈົນເຖິງທີ່ສຸດ ເຮົາໄດ້ຮັກສາຄວາມເຊື່ອໄວ້ແລ້ວ 8 ແຕ່ນີ້ຕໍ່ໄປພວງມາລັຍຄືຮາງວັນແຫ່ງຄວາມຊອບທັມ ຊົງຈັດໄວ້ຖ້າເຮົາແລ້ວ ຊຶ່ງອົງພຣະຜູ້ເປັນເຈົ້າຜູ້ພິພາກສາອັນຍຸດຕິທັມ ຈະຊົງປະທານແກ່ເຮົາໃນວັນນັ້ນ ແລະບໍ່ແມ່ນແກ່ເຮົາຜູ້ດຽວ ແຕ່ຈະຊົງປະທານແກ່ຄົນທັງປວງທີ່ມີໃຈຍິນດີໃນການຊົງສ່ອງສວ່າງມາປາກົດຂອງພຣະອົງ
ຄຳແນະນຳເຣື່ອງສ່ວນຕົວ
9 ຈົ່ງຮີບຮ້ອນໃຈມາຫາເຮົາໄວໆ 10 ເພາະວ່າເດມາໄດ້ຫລົງຮັກໂລກປັດຈຸບັນນີ້ເສັຽແລ້ວ ແລະໄດ້ປະຖິ້ມເຮົາໄປຍັງເມືອງເທຊະໂລນິກ ເກເຊັນໄດ້ໄປຍັງແຂວງຄາລາເຕັຽ ແລະຕີໂຕໄດ້ໄປຍັງເມືອງດານມາເຕັຽ 11 ລູກາຜູ້ດຽວເທົ່ານັ້ນ ທີ່ຍັງຢູ່ນຳເຮົາ ຈົ່ງຊອກຫາມາຣະໂກເອົາມາພ້ອມເຈົ້າ ເພາະທ່ານເປັນປໂຍດແກ່ເຮົາຫລາຍສຳລັບການຮັບໃຊ້ 12 ເຮົາໄດ້ໃຊ້ຕີຂີໂກໄປຍັງເມືອງເອເຟໂຊແລ້ວ 13 ເມື່ອເຈົ້າມາ ຈົ່ງເອົາເສື້ອຄຸມທີ່ເຮົາໄດ້ປະໄວ້ກັບກາຣະໂປທີ່ເມືອງໂທອາດນັ້ນມານຳດ້ວຍ ພ້ອມກັບຫນັງສືທັງຫລາຍ ເປັນຕົ້ນວ່າຫນັງສືທີ່ຂຽນໃສ່ແຜ່ນຫນັງນັ້ນ 14 ອາເລກຊັນໂດຊ່າງທອງແດງນັ້ນ ໄດ້ທຳຮ້າຍຕໍ່ເຮົາຫລາຍຢ່າງ ອົງພຣະຜູ້ເປັນເຈົ້າຈະຊົງຕອບແທນໃຫ້ສົມກັບການທີ່ເຂົາເຮັດນັ້ນ 15 ເຈົ້າຈົ່ງລະວັງຕົວເຂົາໃຫ້ດີດ້ວຍ ເພາະເຂົາໄດ້ຂັດຂວາງຕໍ່ສູ້ຖ້ອຍຄຳຂອງເຮົາຢ່າງແຂງແຮງ 16 ເມື່ອເຮົາໄດ້ເວົ້າແກ່ຄະດີເທື່ອທຳອິດນັ້ນບໍ່ມີໃຜເຂົ້າຂ້າງເຮົາຈັກຄົນ ທຸກຄົນໄດ້ປະຖິ້ມເຮົາຫມົດ (ຂໍຢ່າຊົງຖືເປັນໂທດແກ່ເຂົາ) 17 ແຕ່ອົງພຣະຜູ້ເປັນເຈົ້າໄດ້ຊົງເຂົ້າຂ້າງເຮົາ ແລະຊົງຊູກຳລັງຂອງເຮົາຂື້ນ ໃຫ້ເຮົາປະກາດພຣະທັມຢ່າງຄົບຖ້ວນ ເພື່ອໃຫ້ພວກຕ່າງຊາດທັງຫມົດໄດ້ຍິນ ແລະອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ເຮົາຫລຸດພົ້ນຈາກປາກສິງໂຕນັ້ນ 18 ອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ເຮົາພົ້ນຈາກການຊົ່ວຮ້າຍທຸກຢ່າງ ແລະຊົງໂຜດເຮົາລອດພົ້ນເຂົ້າສູ່ຣາຊອານາຈັກ ຄືແຜ່ນດິນສວັນຂອງພຣະອົງ ພຣະຣັສມີຈົ່ງມີແກ່ພຣະອົງສືບໆໄປເປັນນິດ ອາແມນ
ຄຳສະແດງຄວາມຄຶດເຖິງໃນຕອນທ້າຍ
19 ຂໍຝາກຄວາມຄຶດເຖິງມາຍັງປີຊະກາ ກັບອາກີລາ ແລະຄົນໃນຄົວເຮືອນຂອງໂອເນຊີໂຟ 20 ເອຣາຊະໂຕໄດ້ຄ້າງຢູ່ທີ່ເມືອງໂກຣິນໂທ ແຕ່ສ່ວນໂທຟີໂມ ເຮົາກໍປະໄວ້ທີ່ເມືອງມີເລໂຕເພາະທ່ານຍັງປ່ວຍຢູ່ 21 ຈົ່ງອົດສາຮ້ອນໃຈມາຫາເຮົາກ່ອນຣະດູຫນາວ ຢູບູໂລ ປູເດ ລີໂນ ກລາວເດັຽ ແລະພີ່ນ້ອງທັງປວງ ຝາກຄວາມຄຶດເຖິງມາຍັງເຈົ້າເຫມືອນກັນ 22 ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບວິນຍານຈິດຂອງເຈົ້າເທີນ ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບເຈົ້າທັງຫລາຍເທີນ
1 ຈາກ ໂປໂລ ຜູ້ຮັບໃຊ້ ຂອງພຣະເຈົ້າ ແລະອັຄສາວົກຂອງພຣະເຢຊູຄຣິດ ເພື່ອສົ່ງເສີມຄວາມເຊື່ອຂອງຜູ້ທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນ ແລະໃຫ້ສັງເກດຮູ້ຄວາມສັດຈິງຕາມການນັບຖືພຣະເຈົ້າຢ່າງຖືກຕ້ອງ 2 ດ້ວຍຫວັງວ່າຈະໄດ້ຊີວິດອັນຕລອດໄປເປັນນິດ ຊຶ່ງພຣະເຈົ້າຜູ້ບໍ່ຊົງກ່າວຄຳຕົວະໄດ້ ຊົງສັນຍາໄວ້ຕັ້ງແຕ່ດຶກດຳບັນ 3 ແລະໃນເວລາທີ່ພຣະອົງໄດ້ຊົງກຳນົດໄວ້ ກໍໄດ້ຊົງສະແດງພຣະທັມຂອງພຣະອົງໃຫ້ປາກົດດ້ວຍການປະກາດ ຊຶ່ງເຮົາໄດ້ຮັບມອບໄວ້ຕາມພຣະບັນຊາຂອງພຣະເຈົ້າ ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ 4 ເຖິງ ຕີໂຕ, ຜູ້ເປັນລູກແທ້ຂອງເຮົາໃນຄວາມເຊື່ອອັນດຽວກັນ ຂໍພຣະຄຸນ ແລະສັນຕິສຸກຊຶ່ງມາຈາກພຣະບິດາເຈົ້າ ແລະຈາກພຣະເຢຊູຄຣິດ ພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ ຈົ່ງມີຢູ່ນຳເຈົ້າເທີນ
ງານຂອງຕີໂຕທີ່ເກາະກະເຣເຕ
5 ເພາະເຫດນີ້ແຫລະ, ເຮົາໄດ້ປະເຈົ້າໄວ້ທີ່ເກາະກະເຣເຕ ກໍຄືເພື່ອເຈົ້າຈະໄດ້ຈັດແຈງພາຣະກິດທີ່ບົກພ່ອງນັ້ນໃຫ້ຮຽບຮ້ອຍ ແລະໃຫ້ແຕ່ງຕັ້ງພວກເຖົ້າແກ່ໄວ້ໃນທຸກເມືອງ ຕາມທີ່ເຮົາໄດ້ສັ່ງເຈົ້າໄວ້ແລ້ວນັ້ນ 6 ຄືຕັ້ງຜູ້ທີ່ບໍ່ມີຂໍ້ຕຳຫນິ ເປັນຜົວຂອງຍິງຂອງຄົນດຽວ ມີລູກທີ່ມີຄວາມເຊື່ອ ແລະລູກນັ້ນບໍ່ຖືກກ່າວຫາວ່າເປັນນັກເລງຫລືເປັນຄົນດື້ດ້ານ 7 ເພາະວ່າຜູ້ດູແລນັ້ນໃນຖານະທີ່ເປັນຜູ້ຮັບມອບຫມາຍຈາກພຣະເຈົ້າ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ຕຳຫນິ ບໍ່ເປັນຄົນຈອງຫອງ ບໍ່ເປັນຄົນເລືອດຮ້ອນ ບໍ່ເປັນຄົນເມົາເຫລົ້າ ບໍ່ເປັນຄົນອັນທະພານ ບໍ່ເປັນຄົນໂລບເອົາກຳໄຣໃນທາງບໍ່ສັດຊື່ 8 ແຕ່ໃຫ້ເປັນຄົນມີສັດທາເຫລື້ອມໃສຕ້ອນຮັບແຂກ ເປັນຜູ້ຮັກຄວາມດີ ເປັນຄົນມີສະຕິອັນດີຮອບຄອບ ເປັນຄົນຍຸດຕິທັມ ເປັນຄົນບໍຣິສຸດ ເປັນຄົນຮູ້ຈັກບັງຄັບຕົນ 9 ເປັນຄົນຍຶດຫມັ້ນໃນຫລັກອັນທ່ຽງທັມທີ່ຖືກຕ້ອງຕາມໂອວາດຄວາມສອນ ເພື່ອຈະສາມາດເຕືອນສະຕິດ້ວຍຄຳສອນອັນມີຫລັກ ແລະຊີ້ແຈງແກ່ຄົນທີ່ຄັດຄ້ານຄຳສອນນັ້ນ 10 ເພາະວ່າມີຫລາຍຄົນທີ່ດື້ດ້ານ ກ່າວຄຳທີ່ບໍ່ມີແກ່ນສານ ແລະຫລອກລວງຄົນອື່ນໃຫ້ຫລົງ ເປັນຕົ້ນວ່າ ພວກຢູ່ຝ່າຍພິທີຕັດ 11 ຈໍາເປັນຕ້ອງອັດປາກເຂົາເສັຽ ເຂົາເປັນຄົນລົ້ມບ້ານຂວ້ຳຄົວເຮືອນໃຫ້ເສັຽໄປ ໂດຍສອນອັນບໍ່ຄວນຈະສອນເພື່ອເອົາກຳໄຣໃນທາງທຸຈຣິດ 12 ໃນພວກເຂົາເອງມີຜູ້ນຶ່ງເປັນຜູ້ທຳນວາຍໄດ້ກ່າວວ່າ, “ຊາວກະເຣເຕເປັນຄົນກ່າວຕົວະຢູ່ສເມີ ເປັນຄົນໂຫດຮ້າຍຢ່າງສັດ ເປັນຄົນຂີ້ຄ້ານ ກິນເກີນສ່ວນ” 13 ຄຳທີ່ເພິ່ນອ້າງນີ້ເປັນຄວາມຈິງ ດ້ວຍເຫດນີ້ເຈົ້າຈົ່ງຕໍ່ວ່າເຂົາຢ່າງແຂງແຮງ ເພື່ອເຂົາຈະໄດ້ມີຄວາມເຊື່ອອັນມີຫລັກ 14 ເພື່ອບໍ່ໃຫ້ເຂົາເຊື່ອຟັງນິຍາຍຂອງພວກຢິວ ແລະບົດບັນຍັດຂອງມະນຸດທີ່ອວ່າຍຫນ້າອອກຈາກຄວາມຈິງ 15 ສຳລັບຄົນສະອາດນັ້ນ ທຸກສິ່ງກໍສະອາດເສາະໃສ ແຕ່ວ່າສຳລັບຄົນຊົ່ວຮ້າຍ ແລະຄົນທີ່ບໍ່ເຊື່ອນັ້ນ ບໍ່ມີສິ່ງໃດສະອາດຈັກຢ່າງ ແຕ່ຈິດໃຈ ແລະໃຈສຳນຶກຜິດແລະຊອບຂອງເຂົາກໍຖືກຊົ່ວຮ້າຍໄປແລ້ວ 16 ເຂົາປະກາດຕົວວ່າຮູ້ຈັກພຣະເຈົ້າ ແຕ່ວ່າໃນການເຮັດຂອງເຂົາ ເຂົາກໍປະຕິເສດພຣະອົງ ເຂົາເປັນຄົນຫນ້າກຽດຫນ້າຊັງ ບໍ່ຍອມເຊື່ອຟັງໃຜ ແລະສຳລັບການດີອັນໃດກໍໃຊ້ບໍ່ໄດ້ຈັກຢ່າງ
ໂອວາດຄວາມສອນທີ່ມີຫລັກ
1 ແຕ່ຝ່າຍເຈົ້າ ຈົ່ງສັ່ງສອນໃນເຫມາະສົມກັບໂອວາດຄຳສອນອັນມີຫລັກ 2 ຄື ຈົ່ງເຕືອນພວກຊາຍທີ່ມີອາຍຸສູງໃຫ້ຮູ້ຈັກບັງຄັບຕົນ ໃຫ້ເປັນຄົນສະງ່າຜ່າເຜີຍ ເປັນຄົນມີສະຕິອັນດີຮອບຄອບ ເປັນຄົນມີຄວາມເຊື່ອ ມີຄວາມຮັກ ແລະມີຄວາມອົດທົນຕາມສົມຄວນ 3 ຝ່າຍພວກຜູ້ຍິງທີ່ມີອາຍຸສູງນັ້ນກໍເຫມືອນກັນ ຈົ່ງໃຫ້ເຂົາມີກິຣິຍາສົມກັບເປັນຄົນຂອງພຣະເຈົ້າ ຢ່າໃຫ້ເປັນຄົນໃຊ້ຄຳນິນທາປມາດ ຫລືເປັນຄົນຕິດເຫລົ້າແວງຫລາຍ ແຕ່ໃຫ້ເປັນຜູ້ສອນຄຸນງາມຄວາມດີ 4 ເພື່ອເປັນການແອບສອນພວກຜູ້ຍິງທີ່ຍັງຫນຸ່ມໃຫ້ຮັກຜົວ ແລະລູກຂອງຕົນ 5 ໃຫ້ເປັນຄົນມີສະຕິອັນດີຮອບຄອບ ເປັນຄົນບໍຣິສຸດ ເປັນຄົນເອົາໃຈໃສ່ໃນວຽກບ້ານການເຮືອນ ເປັນຄົນມີໃຈເມດຕາ ແລະເປັນຄົນນ້ອຍເຊື່ອຟັງຜົວຂອງຕົນ ເພື່ອພຣະທັຍຂອງພຣະເຈົ້າຈະບໍ່ຖືກປມາດ 6 ຝ່າຍພວກຊາຍຫນຸ່ມກໍເຫມືອນກັນ ຈົ່ງຕັກເຕືອນເຂົາໃຫ້ມີສະຕິອັນດີຮອບຄອບ 7 ຄື ເຈົ້າເອງຈົ່ງສະແດງຕົນເປັນແບບຢ່າງໃນການດີທຸກສິ່ງ ໃນການສອນ ຈົ່ງສະແດງຄວາມສຸຈຣິດໃຈແລະມີໃຈສູງສົ່ງ 8 ແລະໃຊ້ຄວາມເວົ້າອັນມີຫລັກຊຶ່ງບໍ່ມີຜູ້ໃດຈະຕິໄດ້ ເພື່ອຝ່າຍຜູ້ຂັດຂວາງຈະໄດ້ຮັບຄວາມລະອາຍ ໂດຍບໍ່ມີຄຳຊົ່ວອັນໃດຈະວ່າກ່າວພວກເຮົາໄດ້ 9 ຈົ່ງຕັກເຕືອນຂ້ອຍຂ້າໃຫ້ເຂົານ້ອມຟັງນາຍຂອງຕົນ ໃຫ້ເຂົາເຮັດຖືກໃຈນາຍໃນທຸກສິ່ງ ແລະຢ່າໃຫ້ເປັນຄົນຖຽງຄວາມ 10 ຢ່າໃຫ້ເປັນຄົນລັກໂລບເຊື່ອງບັງສິ່ງໃດ ແຕ່ໃຫ້ສັດຊື່ສຸດຈະຣິດໃນທຸກສິ່ງ ເພື່ອວ່າໃນການທັງປວງນັ້ນ ເຂົາຈະໄດ້ເທີດທູນພຣະກຽດຄຳສອນເຣື່ອງພຣະເຈົ້າຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ 11 ເພາະວ່າພຣະຄຸນຂອງພຣະເຈົ້າໄດ້ສ່ອງມາປາກົດແລ້ວ ເພື່ອນຳຄວາມພົ້ນໃຫ້ຄົນທັງປວງ 12 ແລະສອນເຮົາທັງຫລາຍໃຫ້ລະຖິ້ມຄວາມຊົ່ວອະທັມ ແລະກິເລດຕັນຫາຝ່າຍໂລກ ແລະໃຫ້ດຳເນີນຊີວິດຢູ່ໃນສະໄຫມນີ້ຢ່າງມີສະຕິອັນດີຮອບຄອບດ້ວຍຄວາມຍຸດຕິທັມ ແລະນັບຖືພຣະເຈົ້າຢ່າງຖືກຕ້ອງ 13 ໃຫ້ຄອງຖ້າຄວາມສຸກທີ່ສົມກັບຄວາມຫວັງຂອງເຮົາ ຄື ການສ່ອງມາປາກົດອັນຮຸ່ງເຮືອງຂອງພຣະເຈົ້າອົງໃຫຍ່ ຄືພຣະເຢຊູຄຣິດ ຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ 14 ຜູ້ຊົງສລະພຣະອົງເອງແທນເຮົາທັງຫລາຍ ເພື່ອຊົງໄຖ່ພວກເຮົາໃຫ້ພົ້ນຈາກການຊົ່ວອະທັມທັງຫມົດ ແລະຊົງຊຳຮະພວກເຮົາໃຫ້ສະອາດ ເພື່ອໃຫ້ເປັນພົລເມືອງຈຳພວກນຶ່ງຂອງພຣະອົງ ຄື ເປັນຄົນມີໃຈຮ້ອນຮົນສຳລັບເຮັດການດີ 15 ຂໍ້ຄວາມຂ້າງເທິງນີ້ ເຈົ່ງຈົ່ງໃຊ້ວ່າກ່າວ ຕັກເຕືອນ ແລະບອກສອນເຂົາຢ່າງຫນັກແຫນ້ນ ຢ່າໃຫ້ຜູ້ໃດຫມິ່ນປມາດເຈົ້າໄດ້
ໃຫ້ໃຈພ້ອມສຳລັບການດີທຸກຢ່າງ
1 ຈົ່ງເຕືອນສະຕິເຂົາໃຫ້ຢູ່ໃຕ້ບັງຄັບຜູ້ປົກຄອງ ແລະຜູ້ມີອຳນາດ ຄືໃຫ້ນ້ອມຟັງ ແລະມີໃຈພ້ອມທີ່ຈະເຮັດການດີທຸກຢ່າງ 2 ຢ່າໃຫ້ເຂົາຫມິ່ນປມາດໃຜຈັກຄົນ ຢ່າໃຫ້ເປັນຄົນມັກຜິດຖຽງກັນ ແຕ່ໃຫ້ເປັນຄົນເອົາອົກເອົາໃຈສະແດງຄວາມອ່ອນສຸພາບແກ່ຄົນທັງປວງ 3 ເພາະວ່າເມື່ອກ່ອນນັ້ນພວກເຮົາເອງກໍເປັນຄົນໂງ່ ບໍ່ຍອມເຊື່ອຟັງ ຖືກເຂົາຫລອກລວງໃຫ້ຫລົງ ເປັນຂ້ອຍຂ້າຂອງກິເລດຕັນຫາ ແລະການສນຸກສນານຫລາຍປະການ ເຄີຍໃຊ້ເວລາໃນການຄຶດຮ້າຍ ແລະໃນຄວາມເຫິງສາ ເປັນຄົນຫນ້າຊັງ ແລະກຽດຊັງກັນ 4 ແຕ່ເມື່ອພຣະເມດຕາຂອງພຣະເຈົ້າ ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ແລະຄວາມຮັກຂອງພຣະອົງເພື່ອມະນຸດທັງຫລາຍໄດ້ສ່ອງມາປາກົດແລ້ວ 5 ພຣະອົງໄດ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ບໍ່ແມ່ນຍ້ອນກິຈການອັນຊອບທັມທີ່ພວກເຮົາເອງໄດ້ເຮັດ ແຕ່ພຣະອົງໄດ້ຊົງພຣະກະຣຸນາຊຳຮະໃຫ້ພວກເຮົາມີໃຈບັງເກີດໃຫມ່ ແລະຊົງສ້າງພວກເຮົາຂຶ້ນໃຫມ່ໂດຍພຣະວິນຍານບໍຣິສຸດ 6 ພຣະວິນຍານອົງນັ້ນ ພຣະເຈົ້າໄດ້ຊົງຖອກໃສ່ເຮົາທັງຫລາຍຢ່າງບໍຣິບູນ ໂດຍພຣະເຢຊູຄຣິດພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ 7 ເພື່ອວ່າ ເມື່ອຊົງປະການໄວ້ວ່າພວກເຮົາເປັນຄົນຊອບທັມດ້ວຍພຣະຄຸນຂອງພຣະອົງນັ້ນ ແລ້ວພວກເຮົາກໍຈະໄດ້ຮັບມໍຣະດົກ ຄືຊີວິດອັນຕລອດໄປເປັນນິດຕາມຄວາມຫວັງ 8 ຄຳນີ້ເປັນຄຳສັດຈິງ ເຮົາປາຖນາໃຫ້ເຈົ້າເນັ້ນເຖິງເຣື່ອງເຫລົ່ານີ້ ເພື່ອຄົນທັງຫລາຍທີ່ເຊື່ອໃນ ພຣະເຈົ້າແລ້ວ ຈະເອົາໃຈໃສ່ເຮັດການດີ ການເຫລົ່ານີ້ດີ ແລະມີປໂຍດແກ່ຄົນທັງປວງ 9 ແຕ່ເຈົ້າຈົ່ງເວັ້ນເສັຽຈາກການໂຈດຖຽງກັນຢ່າງໂງ່ ຈາກເຣື່ອງສຳລັບວົງຕະກູນ ຈາກການຜິດຖຽງກັນ ແລະຈາກການວິວາດຕໍ່ສູ້ກັນດ້ວຍເຣື່ອງພຣະບັນຍັດ ເພາະເປັນການບໍ່ມີປໂຍດທັງເປັນເຣື່ອງເປົ່າໆ 10 ຄົນໃດທີ່ຍຸແຫຍ່ໃຫ້ແຕກເປັນນິກາຍຕ່າງກັນ ເມື່ອໄດ້ເຕືອນສະຕິຜູ້ນັ້ນເທື່ອນຶ່ງຫລືສອງເທື່ອແລ້ວ ຢ່າກ່ຽວຂ້ອງກັບເພິ່ນອີກ 11 ເພາະຮູ້ແລ້ວວ່າ ຄົນຢ່າງນັ້ນເປັນຄົນພິກປີ້ນຫລົງໄປເຮັດຜິດເຮັດບາບ ຈຶ່ງປັບໂທດໃສ່ຕົນເອງ
ຄຳແນະນໍາສ່ວນຕົວ
12 ເມື່ອເຮົາໃຊ້ອາເຕມາ ຫລືຕີຂີໂກມາຫາເຈົ້າ ເຈົ້າຈົ່ງພຍາຍາມຮີບໄປຫາເຮົາທີ່ເມືອງນິໂກໂປລີ ເພາະເຮົາຕັ້ງໃຈຈະອາໄສຢູ່ທີ່ນັ້ນຈົນຫມົດຣະດູຫນາວ 13 ຈົ່ງອົດສາພຍາຍາມຊ່ອຍສົ່ງເຊນັສຜູ້ເປັນທະນາຍຄວາມກັບອາໂປໂລອອກເດີນທາງໄປ ຢ່າໃຫ້ເຂົາຂັດສົນສິ່ງໃດ 14 ແຕ່ພວກເຮົານັ້ນຕ້ອງໃຫ້ເຂົາຮຽນຮູ້ທີ່ຈະເຮັດການດີເຫມືອນກັນ ເພື່ອຈະເປັນປໂຍດເມື່ອເຖິງຄາວຈຳເປັນ ແລະເພື່ອເຂົາຈະບໍ່ເປັນຄົນທີ່ໄຮ້ຜົນ 15 ບັນດາຜູ້ທີ່ຢູ່ກັບເຮົາກໍຝາກຄວາມຄຶດເຖິງມາຍັງເຈົ້າ ເຈົ້າຈົ່ງສົ່ງຄວາມຄຶດເຖິງຂອງພວກເຮົາໄປຍັງຄົນທັງປວງທີ່ຮັກເຮົາໃນຄວາມເຊື່ອອັນດຽວກັນ ຂໍພຣະຄຸນຈົ່ງສະຖິດຢູ່ກັບເຈົ້າທັງຫລາຍເທີນ
1 ໂປໂລ ຜູ້ຖືກຈຳຈອງຢູ່ເພາະພຣະເຢຊູຄຣິດ ແລະຕີໂມທຽວນ້ອງຂອງເຮົາ 2 ເຖິງ ຟີເລໂມນ ເພື່ອນຮ່ວມງານທີ່ຮັກຂອງເຮົາ ກັບຄຣິສຕະຈັກທີ່ຢູ່ໃນເຮືອນຂອງເຈົ້າ ແລະອັບເຟັຽນ້ອງສາວ ແລະກັບອາຂີໂປ ຜູ້ເປັນເພື່ອນທະຫານດ້ວຍກັນກັບເຮົາ 3 ຂໍພຣະຄຸນ ແລະສັນຕິສຸກ ຈາກພຣະບິດາເຈົ້າຂອງເຮົາທັງຫລາຍ ແລະຈາກພຣະເຢຊູຄຣິດເຈົ້າ ຈົ່ງມີຢູ່ກັບເຈົ້າທັງຫລາຍເທີນ
ຄວາມຮັກ ແລະຄວາມເຊື່ອຂອງຟີເລໂມນ
4 ຟີເລໂມນເອີຍ ເຮົາຂອບພຣະຄຸນພຣະຜູ້ເປັນເຈົ້າຂອງເຮົາຢູ່ສເມີ ໄດ້ລະນຶກເຖິງເຈົ້າເມື່ອເຮົາອ້ອນວອນ 5 ເພາະເຮົາໄດ້ຮັບຂ່າວເຣື່ອງຄວາມຮັກ ແລະຄວາມເຊື່ອຂອງເຈົ້າ ທີ່ເຈົ້າມີຕໍ່ພຣະເຢຊູເຈົ້າ ແລະຕໍ່ບັນດາໄພ່ພົນທັງປວງຂອງພຣະເຈົ້າ 6 ເຮົາໄດ້ອ້ອນວອນຂໍໃຫ້ການເຂົ້າສ່ວນໃນຄວາມເຊື່ອຂອງເຈົ້ານັ້ນ ຈົ່ງໄດ້ເກີດຜົນ ຄືເພີ້ມພູນຄວາມສັງເກດຮູ້ໃນການດີທຸກຢ່າງທີ່ພວກເຮົາມີໃນພຣະຄຣິດ 7 ນ້ອງເອີຍ, ເຮົາມີຄວາມຍິນດີຫລາຍ ແລະໄດ້ຮັບຊູໃຈເພາະຄວາມຮັກຂອງເຈົ້າ ຈິດໃຈຂອງໄພ່ພົນຂອງພຣະເຈົ້າໄດ້ຊຸ່ມເຢັນຂຶ້ນເພາະເຈົ້າ
ໂປໂລຂໍຮ້ອງເຣື່ອງໂອເນຊີໂມ
8 ເຫດສັນນັ້ນ ເຖິງແມ່ນວ່າຍ້ອນເຮົາເປັນພີ່ນ້ອງກັນໃນພຣະຄຣິດ ເຮົາມີໃຈກ້າພໍທີ່ຈະສັ່ງເຈົ້າໃຫ້ເຮັດສິ່ງທີ່ຄວນເຮັດ 9 ແຕ່ເພາະເຫັນແກ່ຄວາມຮັກ ເຮົາຈຶ່ງຂໍຮ້ອງເຈົ້າກໍດີກວ່າ ເຮົາ ຄືໂປໂລ ຜູ້ເປັນຣາຊທູດຂອງພຣະເຢຊູຄຣິດ ແລະບັດນີ້ໄດ້ຖືກຈຳຈອງຢູ່ເພາະເຫັນແກ່ພຣະອົງດ້ວຍ 10 ເຮົາຂໍຮ້ອງເຈົ້າດ້ວຍເຣື່ອງໂອເນຊີໂມ ລູກຂອງເຮົາ ທີ່ເຮົາໄດ້ເກີດເປັນພໍ່ຂອງເຂົາຝ່າຍຄວາມເຊື່ອ ເມື່ອເຮົາຖືກຈຳຈອງຢູ່ 11 ເມື່ອກ່ອນ ເຂົາບໍ່ເປັນປໂຍດແກ່ເຈົ້າ ແຕ່ບັດນີ້ກໍເປັນປໂຍດແກ່ເຈົ້າ ແລະແກ່ເຮົາເຫມືອນກັນ 12 ບັດນີ້ເຮົາໄດ້ໃຊ້ເຂົາຄືນມາຫາເຈົ້າ ໂອເນຊີໂມຜູ້ນີ້ທໍ່ກັບຫມາກຫົວໃຈຂອງເຮົາ 13 ເຮົາຢາກໃຫ້ເຂົາຢູ່ກັບເຮົາ ເພື່ອເຂົາຈະໄດ້ບົວລະບັດເຮົາແທນເຈົ້າ ໃນລະຫວ່າງເຮົາຖືກຈຳຈອງຢູ່ເພາະຂ່າວປະເສິດນັ້ນ 14 ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດກ່ອນໄດ້ຮັບຄວາມເຫັນຈາກເຈົ້າ ເພື່ອຄຸນຄວາມດີທີ່ເຈົ້າເຮັດນັ້ນຈະບໍ່ເປັນການຂົ່ມໃຈ ແຕ່ໃຫ້ເປັນຕາມຄວາມປະສົງຂອງເຈົ້າດ້ວຍ 15 ເພາະວ່າບາງທີ່ອາດຈະເປັນເພາະເຫດນີ້ ທີ່ໃຫ້ເຂົາໄດ້ພາກຈາກໄປຈັກຄາວນຶ່ງ ເພື່ອເຈົ້າຈະໄດ້ຮັບເຂົາກັບຄືນມາຢູ່ອິກຕໍ່ໄປ 16 ບໍ່ແມ່ນເຂົາຈະເປັນຂ້ອຍຂ້າຕໍ່ໄປ ແຕ່ດີກວ່າຂ້ອຍຂ້າອີກ ຄືເປັນອ້າຍນ້ອງທີ່ຮັກ ເຂົາເປັນທີ່ຮັກຂອງເຮົາ ແຕ່ຄົງຈະເປັນທີ່ຮັກຂອງເຈົ້າຫລາຍກວ່ານັ້ນອີກ ທັງໃນຖານະເປັນເພື່ອນມະນຸດ ແລະເປັນເພື່ອນຄຣິສະຕຽນດ້ວຍກັນ 17 ເຫດສັນນັ້ນຖ້າເຈົ້າຖືວ່າເຮົາເປັນເພື່ອນຮ່ວມງານຂອງເຈົ້າ ກໍຈົ່ງຮັບເຂົາໄວ້ເຫມືອນຮັບຕົວເຮົາເອງ 18 ແລະຖ້າເຂົາໄດ້ເຮັດຜິດພາດຕໍ່ເຈົ້າປະການໃດ ຫລືໄດ້ເປັນຫນີ້ເຈົ້າກໍໃຫ້ເຈົ້າຄິດເອົານຳເຮົາ 19 ຝ່າຍເຮົາໄດ້ລົງມືຂຽນໄວ້ວ່າ, “ເຮົາ ໂປໂລ ຈະໃຊ້ແທນໃຫ້” ແຕ່ສ່ວນເຈົ້າເປັນຫນີ້ເຮົານັ້ນ ຄືຊີວິດຂອງເຈົ້າເອງ ເຮົາຈະບໍ່ອ້າງເຖິງ 20 ດັ່ງນີ້ແຫລະ, ນ້ອງເອີຍ ຂໍໃຫ້ເຮົາໄດ້ຮັບປໂຍດຈາກເຈົ້າເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ ໃຫ້ໃຈຂອງເຮົາຊຸ່ມເຢັນຂຶ້ນໃນຖານະເປັນຄຣິສະຕຽນຮ່ວມກັນ 21 ເຮົາມີຄວາມຫມັ້ນໃຈວ່າເຈົ້າຈະເຊື່ອຟັງເຮົາ ຈຶ່ງໄດ້ຂຽນຈົດຫມາຍມາເຖິງເຈົ້າ ເພາະຮູ້ວ່າເຈົ້າຈະເຮັດລື່ນກວ່າທີ່ເຮົາເວົ້ານັ້ນອີກ 22 ແຕ່ຢ່າງໃດກໍດີ ເຈົ້າຈົ່ງຈັດແຈ່ງທີ່ພັກໄວ້ຖ້າເຮົາ ເພາະເຮົາຫວັງໃຈວ່າພຣະເຈົ້າຈະຊົງໂຜດໃຫ້ເຮົາມາຫາເຈົ້າອີກ ຕາມຄວາມອ້ອນວອນຂອງພວກເຈົ້າ
ຄຳສະແດງຄວາມຄຶດເຖິງໃນຕອນທ້າຍ
23 ເອປາຟາ ຜູ້ຖືກຈຳຈອງດ້ວຍກັນກັບເຮົາ ເພາະເຫັນແກ່ພຣະເຢຊູຄຣິດ ກໍຝາກຄວາມຄິດເຖິງມາຍັງເຈົ້າ 24 ມາຣະໂກ ອາຣິດຕາໂຂ ເດມາ ແລະລູກາ ເພື່ອນຮ່ວມງານຂອງເຮົາ ກໍຝາກຄວາມຄິດເຖິງມາຍັງເຈົ້າດ້ວຍ 25 ຂໍພຣະຄຸນຂອງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງເຈົ້າທັງຫລາຍເທີນ
ພຣະເຈົ້າຊົງກ່າວທາງພຣະບຸດຂອງພຣະອົງ
1 ໃນສະໄຫມພຣະເຈົ້າໄດ້ຊົງກ່າວຫລາຍເທື່ອດ້ວຍວິທີຕ່າງໆ ແກ່ບັນພະບຸຣຸດຂອງເຮົາທັງຫລາຍທາງພວກຜູ້ປະກາດພຣະທັມ 2 ແຕ່ໃນຄາວສຸດທ້າຍນີ້ ພຣະອົງໄດ້ຊົງກ່າວແກ່ເຮົາທັງຫລາຍທາງພຣະບຸດ ຜູ້ຊຶ່ງພຣະອົງໄດ້ຊົງຕັ້ງໃຫ້ເປັນຜູ້ຮັບສັພສິ່ງທັງປວງເປັນມໍຣະດົກ ແລະດ້ວຍພຣະບຸດນັ້ນພຣະອົງໄດ້ຊົງສ້າງໂລກທັງຫລາຍ 3 ພຣະບຸດນັ້ນເປັນແສງສະທ້ອນພຣະສະງ່າຣາສີຂອງພຣະເຈົ້າ ແລະມີສະພາບເປັນແບບພິມດຽວກັນກັບພຣະອົງ ແລະຊົງຄ້ຳຊູພິພົບໂລກໄວ້ດ້ວຍ ພຣະວັຈນະອັນຊົງຣິດຂອງພຣະອົງ ເມື່ອພຣະອົງຊົງຊຳຮະຄວາມຜິດບາບແລ້ວ ກໍຊົງປະທັບຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບໃນບ່ອນສູງ
ພຣະບຸດຊົງເປັນຜູ້ປະເສີດເລີດລໍ້າກວ່າເທວະດາ
4 ອັນນຶ່ງ, ພຣະເຈົ້າໄດ້ຊົງປະທານນາມຍົດອັນປະເສີດເລີດລ້ຳກວ່າເທວະດາໃຫ້ພຣະອົງຢ່າງໃດ ພຣະອົງກໍຊົງເກີດເປັນຜູ້ປະເສີດເລີດລ້ຳກວ່າເທວະດາຢ່າງນັ້ນ 5 ເພາະວ່າມີຕົນໃດແດ່ໃນບັນດາເທວະດາທີ່ພຣະເຈົ້າໄດ້ຊົງກ່າວວ່າ, “ທ່ານເປັນບຸດຂອງເຮົາ ວັນນີ້ເຮົາໄດ້ໃຫ້ກຳເນີດແດ່ທ່ານ” ຫລືຊົງກ່າວອີກວ່າ, “ເຮົາຈະເປັນບິດາຂອງທ່ານ ແລະທ່ານຈະເປັນບຸດຂອງເຮົາ” 6 ແລະອີກເທື່ອນຶ່ງ, ເມື່ອພຣະອົງຊົງນຳພຣະບຸດອົງກົກເຂົ້າມາໃນໂລກ ກໍຊົງກ່າວວ່າ, “ໃຫ້ບັນດາເທວະດາຂອງພຣະເຈົ້າຂາບໄຫວ້ທ່ານ” 7 ສ່ວນເທວະດາເຫລົ່ານັ້ນພຣະອົງຊົງກ່າວວ່າ, “ພຣະອົງຊົງບັນດານໃຫ້ເທວະດາຂອງພຣະອົງເປັນເຫມືອນລົມ ແລະຊົງບັນດານໃຫ້ພວກຜູ້ຮັບໃຊ້ຂອງພຣະອົງເປັນເຫມືອນແປວໄຟ” 8 ແຕ່ສ່ວນພຣະບຸດນັ້ນພຣະອົງຊົງກ່າວວ່າ, “ຂ້າແດ່ພຣະຜູ້ເປັນເຈົ້າ ຣາຊບັນລັງຂອງພຣະອົງກໍຕັ້ງຢູ່ເປັນນິດຕລອດໄປ ພຣະຄະທາແຫ່ງຣາຊອານາຈັກຂອງພຣະອົງ ກໍເປັນພຣະຄະທາອັນທ່ຽງທັມ 9 ພຣະອົງຊົງຮັກຄວາມຊອບທັມ ແລະຊົງກຽດຊັງຄວາມອະທັມ ເພາະສັນນັ້ນພຣະເຈົ້າ ຄືພຣະເຈົ້າຂອງພຣະອົງໄດ້ຊົງຫົດສົງພຣະອົງໄວ້ ດ້ວຍນ້ຳມັນແຫ່ງຄວາມຍິນດີ ຫລາຍກວ່າພຣະສະຫາຍທັງປວງຂອງພຣະອົງ 10 ແລະ, “ຂ້າແດ່ພຣະຜູ້ເປັນເຈົ້າ ເມື່ອຕົ້ນເດີມພຣະອົງຊົງວາງຮາກແຜ່ນດິນໂລກໄວ້ ແລະຟ້າສວັນເປັນກິຈການແຫ່ງພຣະຫັດຂອງພຣະອົງ 11 ສິ່ງເຫລົ່ານີ້ຈະດັບສູນໄປ ແຕ່ພຣະອົງຊົງດຳຣົງຢູ່ ສິ່ງເຫລົ່ານີ້ຈະເກົ່າແກ່ໄປຫມົດເຫມືອນດັ່ງເຄື່ອງນຸ່ງຫົ່ມ 12 ພຣະອົງຈະຊົງມ້ວນສິ່ງເຫລົ່ານີ້ໄວ້ເຫມືອນດັ່ງມ້ວນເສື້ອຄຸມ (ຄືມ້ວນເສື້ອໃຫຍ່) ແລະສິ່ງເຫລົ່ານີ້ຈະປ່ຽນແປງໄປ ແຕ່ຝ່າຍພຣະອົງຍັງຊົງເປັນຢ່າງເດີມ ແລະປີເດືອນຂອງພຣະອົງຈະບໍ່ສິ້ນສຸດ” 13 ນອກຈາກນັ້ນພຣະອົງຊົງເຄີຍກ່າວແກ່ເທວະດາຕົນໃດວ່າ, “ຈົ່ງນັ່ງເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ” 14 ຝູງເທວະດາທັງປວງນັ້ນ ແມ່ນວິນຍານຮັບໃຊ້ທີ່ພຣະເຈົ້າຊົງໃຊ້ມາບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມລອດພົ້ນເປັນມໍຣະດົກ ບໍ່ແມ່ນຫລື
ຄວາມລອດພົ້ນອັນໃຫຍ່ຫລວງ
1 ເຫດສັນນັ້ນພວກເຮົາຄວນເອົາໃຈໃສ່ ໃນຂໍ້ຄວາມທີ່ພວກເຮົາໄດ້ຍິນໄດ້ຟັງນັ້ນໃຫ້ຫລາຍຂຶ້ນອີກ ຢ້ານວ່າພວກເຮົາຈະລ່ວງກາຍໄປຈາກຂໍ້ຄວາມເຫລົ່ານັ້ນ 2 ດ້ວຍວ່າເມື່ອຖ້ອຍຄຳຊຶ່ງເທວະດາໄດ້ກ່າວນັ້ນປາກົດເປັນຈິງ ແລະການລ່ວງລະເມີດກັບການບໍ່ເຊື່ອຟັງທຸກຢ່າງໄດ້ຮັບຜົນຕອບສນອງຕາມຄວາມຍຸດຕິທັມແລ້ວ 3 ດັ່ງນັ້ນ, ຖ້າພວກເຮົາລະເລີຍຕໍ່ຄວາມລອດພົ້ນອັນໃຫຍ່ຫລວງນີ້ ພວກເຮົາຈະຫນີພົ້ນໄປໄດ້ຢ່າງໃດ ຄວາມພົ້ນນັ້ນອົງພຣະຜູ້ເປັນເຈົ້າໄດ້ຊົງປະກາດໃນເວລາຫົວທີ ແລະບັນດາຜູ້ທີ່ໄດ້ຍິນກໍຢືນຢັນແກ່ພວກເຮົາວ່າເປັນຄວາມຈິງ 4 ທັງນີ້ພຣະເຈົ້າກໍຊົງເປັນພຍານຮ່ວມກັນກັບເຂົາ ໂດຍຊົງສະແດງຫມາຍສຳຄັນ ການອັດສະຈັນ ການອິດທິຣິດຕ່າງໆ ແລະໂດຍຂອງປະທານຈາກພຣະວິນຍານບໍຣິສຸດ ຊຶ່ງຊົງປະທານຕາມນ້ຳພຣະທັຍຂອງພຣະອົງ
ຜູ້ນຳໄປສູ່ຄວາມພົ້ນ
5 ເພາະວ່າໂລກຫນ້າທີ່ເຮົາກ່າວເຖິງນັ້ນ ພຣະອົງບໍ່ໄດ້ຊົງມອບໃຫ້ຢູ່ໃຕ້ບັງຄັບຝູງເທວະດາ, 6 ແຕ່ໃນບ່ອນນຶ່ງມີຄຳກ່າວເປັນພຍານວ່າ, “ມະນຸດເປັນຜູ້ໃດທີ່ເຈົ້າຈະຊົງລະນຶກເຖິງ ຫລືມະນຸດເປັນຜູ້ໃດທີ່ຈະຊົງຫ່ວງໃຍ 7 ພຣະອົງເຈົ້າຊົງບັນດານໃຫ້ມະນຸດນັ້ນຕ່ຳກວ່າເທວະດາພຽງລະຍະນຶ່ງ ແລະຊົງເອົາສະງ່າຣາສີກັບຍົດສັກເປັນພວງມາລັຍມາສວມໃຫ້ 8 ພຣະອົງເຈົ້າຊົງມອບສິ່ງທັງປວງໃຫ້ຢູ່ພາຍໃຕ້ຕີນຂອງທ່ານ” ໃນການທີ່ພຣະອົງມອບສິ່ງທັງປວງໃຫ້ຢູ່ໃຕ້ອຳນາດຂອງທ່ານນັ້ນ ບໍ່ມີສິ່ງໃດທີ່ຊົງປະໄວ້ນອກເຫນືອຈາກອຳນາດຂອງທ່ານ ແຕ່ບັດນີ້ພວກເຮົາຍັງບໍ່ເຫັນວ່າສິ່ງທັງປວງຢູ່ໃຕ້ອຳນາດຂອງທ່ານ 9 ແຕ່ພວກເຮົາກໍເຫັນພຣະເຢຊູ ຜູ້ຊຶ່ງພຣະອົງຊົງບັນດານໃຫ້ຕ່ຳກວ່າເທວະດາພຽງລະຍະນຶ່ງນັ້ນ ໄດ້ຊົງຮັບພຣະສະງ່າຣາສີແລະພຣະກຽດເປັນພວງມາລັຍ ເພາະທີ່ພຣະອົງຊົງສິ້ນພຣະຊົນດ້ວຍຄວາມທໍຣະມານ ທັງນີ້, ໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈຶ່ງໄດ້ຊົງຊີມຣົດຄວາມຕາຍແທນມະນຸດທຸກຄົນ 10 ດ້ວຍວ່າ ໃນການທີ່ພຣະເຈົ້າຈະຊົງພາບຸດຫລວງຫລາຍໄປສູ່ສະງ່າຣາສີນັ້ນ ກໍເປັນການເຫມາະສົມຢູ່ແລ້ວທີ່ພຣະເຈົ້າຜູ້ຊຶ່ງທຸກສິ່ງດຳຣົງຢູ່ໂດຍພຣະອົງແລະເພື່ອພຣະອົງຈະຊົງໃຫ້ຜູ້ນຳທາງຄວາມລອດພົ້ນໃຫ້ເຂົາເຫລົ່ານັ້ນ ໃຫ້ເຖິງທີ່ສຳເຣັດໂດຍການທົນທຸກທໍຣະມານ 11 ເພາະວ່າທັງຜູ້ທີ່ຊຳຮະໃຫ້ບໍຣິສຸດແລະຄົນເຫລົ່ານັ້ນທີຖືກຊຳຮະໃຫ້ບໍຣິສຸດກໍມາຈາກບ່ອນດຽວກັນ ເພາະສັນນັ້ນພຣະອົງຈຶ່ງບໍ່ຊົງລະອາຍໃນການທີ່ຈະຊົງເອີ້ນເຂົາເຫລົ່ານັ້ນວ່າເປັນ “ອ້າຍນ້ອງ” 12 ດັ່ງທີ່ພຣະອົງຊົງກ່າວວ່າ, “ເຮົາຈະປະກາດພຣະນາມຂອງພຣະອົງແກ່ອ້າຍນ້ອງຂອງເຮົາ ເຮົາຈະຮ້ອງເພງສັຣເສີນພຣະອົງໃນຖ້າມກາງຊຸມນຸມຊົນ” 13 ແລະຊົງກ່າວອີກວ່າ, “ຝ່າຍເຮົາ, ເຮົາກໍວາງໃຈໃນພຣະອົງ” ທັງຊົງກ່າວອີກວ່າ, “ນີ້ແຫລະ, ຕົວເຮົາກັບບຸດທັງຫລາຍທີ່ພຣະເຈົ້າໄດ້ຊົງປະທານແກ່ເຮົານັ້ນ” 14 ເຫດສັນນັ້ນ, ເພາະພວກລູກໄດ້ຮ່ວມຊາດມະນຸດອັນດຽວກັນ ຝ່າຍພຣະອົງຈຶ່ງໄດ້ຊົງຮ່ວມຊາດມະນຸດເຫມືອນກັນ ເພື່ອໂດຍທາງຄວາມຕາຍນັ້ນ ພຣະອົງຈະໄດ້ຊົງທຳລາຍຜູ້ທີ່ມີອຳນາດແຫ່ງຄວາມຕາຍ ຄືພຍາມານ 15 ແລະຈະໄດ້ຊົງປ່ອຍຄົນທັງປວງທີ່ເປັນຂ້ອຍຂ້າຍ້ອນຢ້ານຄວາມຕາຍຕລອດຊີວິດນັ້ນ ໃຫ້ລອດພົ້ນ 16 ຈິງແທ້, ພຣະອົງບໍ່ໄດ້ຊົງເປັນຫ່ວງພວກເທວະດາ ແຕ່ຊົງເປັນຫ່ວງເຊື້ອສາຍຂອງອັບຣາຮາມ 17 ເຫດສັນນັ້ນພຣະອົງຈຶ່ງຊົງຕ້ອງການເປັນເຫມືອນອ້າຍນ້ອງຂອງຕົນທຸກຢ່າງ ເພື່ອວ່າພຣະອົງຈະໄດ້ຊົງເປັນມະຫາປະໂຣຫິດຜູ້ປະກອບດ້ວຍເມດຕາແລະຄວາມສັດຊື່ໃນການງານທຸກຢ່າງທີ່ກ່ຽວກັບພຣະເຈົ້າ ເພື່ອໃຊ້ແທນຄວາມຜິດບາບຂອງພົລເມືອງ 18 ເພາະເຫດທີ່ພຣະອົງເອງໄດ້ຊົງທົນທຸກທໍຣະມານແລະຖືກທົດລອງ ພຣະອົງຈຶ່ງຊົງສາມາດຊ່ອຍຜູ້ທີ່ກຳລັງຖືກທົດລອງນັ້ນໄດ້
ພຣະເຢຊູຊົງເປັນໃຫຍ່ກວ່າໂມເຊ
1 ເພາະສັນນັ້ນ, ພີ່ນ້ອງຜູ້ບໍຣິສຸດແລະຜູ້ເຂົ້າສ່ວນໃນການທີ່ພຣະເຈົ້າຊົງເອີ້ນມາດ້ວຍກັນກັບເຮົາເອີຍ ຈົ່ງຄຶດເຖິງອັຄສາວົກແລະມະຫາປະໂຣຫິດຂອງພຣະສາສນາທີ່ເຮົາຮັບເຊື່ອນັ້ນ ຄືພຣະເຢຊູ 2 ພຣະອົງຊົງສັດຊື່ຕໍ່ພຣະເຈົ້າຜູ້ຊົງແຕ່ງຕັ້ງພຣະອົງໄວ້ ເຫມືອນຢ່າງໂມເຊໄດ້ສັດຊື່ຖ້າມກາງຍາດວົງທັງຫມົດ ອັນເປັນຄົວເຮືອນຂອງພຣະເຈົ້າ 3 ເພາະສົມຄວນຢູ່ແລ້ວທີ່ພຣະອົງນີ້ມີພຣະກຽດຫລາຍກວ່າໂມເຊ ເຫມືອນດັ່ງກົກເຄົ້າຍາດວົງມີກຽດຫລາຍຍາດວົງ 4 ດ້ວຍວ່າທຸກຍາດວົງກໍມີກົກເຄົ້າ ແຕ່ຜູ້ຊົງເປັນກົກເຄົ້າຂອງສັພສິ່ງທັງປວງນັ້ນແມ່ນພຣະເຈົ້າ 5 ໃນຍາດວົງທັງຫມົດອັນເປັນຄົວເຮືອນຂອງພຣະເຈົ້ານັ້ນ ໂມເຊໄດ້ສັດຊື່ໃນຖານະເປັນຜູ້ຮັບໃຊ້ ເພື່ອເປັນພຍານໃນເຣື່ອງຕ່າງໆຊຶ່ງພຣະເຈົ້າຈະຊົງກ່າວຕໍ່ໄປ 6 ແຕ່ຝ່າຍພຣະຄຣິດກໍຊົງສັດຊື່ໃນຖານະເປັນພຣະບຸດຢູ່ເຫນືອຍາດວົງ ອັນເປັນຄົວເຮືອນຂອງພຣະເຈົ້າ ແລະເຮົາທັງຫລາຍກໍເປັນຄົວເຮືອນນັ້ນແຫລະ, ຖ້າຫາກເຮົາຍຶດຖືເອົາຄວາມກ້າຫານແລະຄວາມພູມໃຈໃນຄວາມຫວັງນັ້ນໄວ້ (ໃຫ້ຫມັ້ນຄົງຈະເຖິງທີ່ສຸດ)
ສະບາໂຕທີພັກເຊົາສຳລັບພົລເມືອງຂອງພຣະເຈົ້າ
7 ເຫດສັນນັ້ນຕາມທີ່ພຣະວິນຍານໄດ້ຊົງກ່າວໄວ້ວ່າ, “ວັນນີ້, ຖ້າທ່ານທັງຫລາຍໄດ້ຍິນພຣະສຸຣະສຽງຂອງພຣະອົງ 8 ຢ່າໃຫ້ໃຈຂອງພວກທ່ານແຂງກະດ້າງໄປເຫມືອນຢ່າງໃນຄາວຄັດຄ້ານ ຄືເວລາມີການທົດລອງໃນປ່າ 9 ທີ່ນັ້ນບັນພະບຸຣຸດຂອງພວກທ່ານໄດ້ທົດລອງເຮົາໂດຍໄດ້ເອົາເຮົາເຂົ້າພິສູດ ເຖິງແມ່ນວ່າເຂົາໄດ້ເຫັນການກະທຳຂອງເຮົາຕລອດສີ່ສິບປີ 10 ເພາະເຫດນັ້ນເຮົາຈຶ່ງເຄືອງໃຈກັບຄົນສະໄຫມນັ້ນ ແລະເວົ້າວ່າ “ໃຈຂອງເຂົາມັກຫລົງຜິດຢູ່ສເມີ ເຂົາບໍ່ຮູ້ຈັກຫົນທາງຂອງເຮົາ” 11 ຕາມທີ່ເຮົາໄດ້ສາບານດ້ວຍຄວາມເຄືອງໃຈວ່າ, “ເຂົາຈະບໍ່ເຂົ້າຮ່ວມບ່ອນພັກເຊົາຂອງເຮົາຈັກເທື່ອ” 12 ພີ່ນ້ອງທັງຫລາຍ, ຈົ່ງລະວັງໃຫ້ດີ ເພາະຢ້ານວ່າຈະມີຜູ້ໃດຜູ້ນຶ່ງໃນພວກທ່ານມີໃຈຊົ່ວແລະບໍ່ເຊື່ອ ຄືໃຈປະຖິ້ມພຣະເຈົ້າຜູ້ຊົງພຣະຊົນຢູ່ 13 ແຕ່ຈົ່ງເຕືອນສະຕິກັນແລະກັນທຸກວັນຕລອດເວລາທີ່ຍັງເອີ້ນໄດ້ວ່າ “ວັນນີ້” ເພື່ອວ່າຈະບໍ່ມີຜູ້ໃດໃນພວກທ່ານມີໃຈແຂງກະດ້າງໄປ ເພາະກົນອຸບາຍແຫ່ງຄວາມບາບ 14 ເພາະວ່າພວກເຮົາໄດ້ເກີດເປັນຜູ້ມີສ່ວນຮ່ວມກັບ ພຣະຄຣິດ ຖ້າເຮົາຍຶດຖືເອົາຄວາມໄວ້ວາງໃຈທີ່ເຮົາມີຢູ່ໃນຕອນຕົ້ນນັ້ນໄວ້ໃຫ້ຫມັ້ນຄົງຈະເຖິງທີ່ສຸດ 15 ເມື່ອມີຄຳກ່າວໄວ້ວ່າ, “(ວັນນີ້) ຖ້າທ່ານທັງຫລາຍໄດ້ຍິນພຣະສຸຣະສຽງຂອງພຣະອົງ ຢ່າໃຫ້ໃຈຂອງພວກທ່ານແຂງກະດ້າງໄປ ເຫມືອນຢ່າງໃນຄາວການຄັດຄ້ານນັ້ນ” 16 ແມ່ນໃຜຫນໍ ທີ່ໄດ້ຍິນແລ້ວແຕ່ຍັງໄດ້ຄັດຄ້ານ ບໍ່ແມ່ນຄົນທັງປວງທີ່ໂມເຊໄດ້ນຳອອກມາຈາກປະເທດເອຢິບນັ້ນຫລື 17 ແລະແມ່ນໃຜຫນໍ ທີ່ພຣະອົງໄດ້ຊົງເຄືອງພຣະທັຍຕລອດສີ່ສິບປີ ກໍແມ່ນຄົນເຫລົ່ານັ້ນທີ່ໄດ້ເຮັດບາບ ແລະຊາກສົບຂອງເຂົາໄດ້ຕົກຢູ່ໃນປ່າ ບໍ່ແມ່ນຫລື 18 ແລະແກ່ໃຜຫນໍ ທີ່ພຣະອົງໄດ້ຊົງສາບານຕົວວ່າ ເຂົາຈະບໍ່ໄດ້ເຂົ້າຮ່ວມບ່ອນພັກເຊົາຂອງພຣະອົງຈັກເທື່ອ ກໍແມ່ນຄົນທີ່ບໍ່ເຊື່ອຟັງເຫລົ່ານັ້ນ ບໍ່ແມ່ນຫລື 19 ດັ່ງນັ້ນພວກເຮົາຈຶ່ງເຫັນວ່າ ເພາະຄວາມບໍ່ເຊື່ອຟັງ ເຂົາຈຶ່ງເຂົ້າໄປບໍ່ໄດ້
1 ເຫດສັນນັ້ນ, ເມື່ອພຣະສັນຍາຍັງມີຢູ່ວ່າ ຈະໃຫ້ພວກເຮົາເຂົ້າຮ່ວມບ່ອນພັກເຊົາຂອງພຣະອົງ ກໍໃຫ້ເຮົາທັງຫລາຍຢຳເກງ ເພາະຢ້ານຈະມີຜູ້ນຶ່ງຜູ້ໃດໃນພວກທ່ານໄປບໍ່ເຖິງ 2 ເພາະວ່າພວກເຮົາໄດ້ຍິນຂ່າວປະເສີດຢ່າງດຽວກັນກັບເຂົາ ແຕ່ວ່າເຂົາບໍ່ໄດ້ຮັບປໂຍດຈາກຂ່າວປະເສີດນັ້ນ ເພາະເຂົາບໍ່ໄດ້ຣັບດ້ວຍຄວາມເຊື່ອ 3 ສຳລັບເຮົາທັງຫລາຍຜູ້ມີຄວາມເຊື່ອແລ້ວ ຈະໄດ້ເຂົ້າຮ່ວມບ່ອນພັກເຊົາຕາມເຣື່ອງທີ່ພຣະອົງຊົງກ່າວໄວ້ແລ້ວວ່າ, “ເຮົາຈຶ່ງສາບານດ້ວຍຄວາມເຄືອງໃຈວ່າ ເຂົາຈະບໍ່ໄດ້ເຂົ້າຮ່ວມບ່ອນພັກເຊົາຂອງເຮົາຈັກເທື່ອ” 4 ເຖິງແມ່ນວ່າງານຂອງພຣະອົງຈະສຳເຣັດແລ້ວຕັ້ງແຕ່ສ້າງໂລກ ແລະມີບ່ອນນຶ່ງທີ່ໄດ້ກ່າວເຖິງວັນຖ້ວນເຈັດດັ່ງນີ້ວ່າ, “ໃນວັນຖ້ວນເຈັດພຣະເຈົ້າໄດ້ຊົງຢຸດພັກການງານທັງສິ້ນຂອງພຣະອົງ” 5 ແລະໃນບ່ອນນັ້ນມີຄຳວ່າ, “ເຂົາຈະບໍ່ໄດ້ເຂົ້າຣ່ວມບ່ອນພັກເຊົາຂອງເຮົາຈັກເທື່ອ” 6 ທີ່ຈິງ, ຍັງມີລາງຄົນທີ່ຈະເຂົ້າຮ່ວມບ່ອນນັ້ນ ແຕ່ຄົນເຫລົ່ານັ້ນທີ່ໄດ້ຍິນຂ່າວປະເສີດຄາວກ່ອນບໍ່ໄດ້ເຂົ້າເພາະເຂົາບໍ່ເຊື່ອຟັງ 7 ດັ່ງນັ້ນ ພຣະອົງໄດ້ຊົງກຳນົດໄວ້ອີກວັນນຶ່ງຄື “ວັນນີ້” ຕາມທີ່ພຣະອົງໄດ້ຊົງກ່າວໄວ້ທາງດາວິດໃນເວລາຕໍ່ມາເຫິງນານເຫມືອນໄດ້ອ້າງມາແລ້ວວ່າ, “ວັນນີ້, ຖ້າທ່ານທັງຫລາຍໄດ້ຍິນພຣະສຸຣະສຽງຂອງພຣະອົງ ຢ່າໃຫ້ໃຈຂອງພວກທ່ານແຂງກະດ້າງໄປ” 8 ເພາະວ່າຖ້າໂຢຊວຍໄດ້ພາເຂົາເຂົ້າໄປສູ່ບ່ອນພັກນັ້ນແລ້ວ ພຣະເຈົ້າກໍຄົງບໍ່ໄດ້ຊົງກ່າວໃນພາຍຫລັງເຖິງວັນອື່ນອີກ 9 ເຫດສັນນີ້ ຍັງມີວັນພັກເຊົາ ຄືວັນສະບາໂຕ ສໍາລັບພົລເມືອງຂອງພຣະເຈົ້າ 10 ເພາະວ່າຜູ້ໃດທີ່ເຂົ້າຮ່ວມບ່ອນພັກເຊົາຂອງພຣະເຈົ້າແລ້ວ ກໍໄດ້ພັກການງານຂອງຕົນເຫມືອນພຣະເຈົ້າໄດ້ຊົງພັກພຣະຣາຊກິຈຂອງພຣະອົງ 11 ເຫດສັນນັ້ນ ເຮົາທັງຫລາຍຈົ່ງອົດສາພຍາຍາມ ໃຫ້ໄດ້ເຂົ້າສູ່ບ່ອນພັກເຊົານັ້ນ ເພື່ອຈະບໍ່ໃຫ້ຜູ້ນຶ່ງຜູ້ໃດຫລົງໄປເຫມືອນຄົນບໍ່ເຊື່ອຟັງເຫລົ່ານັ້ນ 12 ເພາະວ່າພຣະທັມຂອງພຣະເຈົ້າປະກອບດ້ວຍຊີວິດແລະຣິດເດດ ຄົມກວ່າດາບສອງຄົມທຸກດວງແທງຊອດເຖິງຈິດໃຈແລະວິນຍານຕລອດທັງຄໍ່ກະດູກແລະໄຂໃນກະດູກຕິດຕໍ່ກັນ ຈຶ່ງສັງເກດຮູ້ຄວາມຄຶດແລະຄວາມມຸ້ງຫມາຍໃນໃຈໄດ້ 13 ໃນທຸກສິ່ງທີ່ສ້າງຂຶ້ນນັ້ນ ບໍ່ມີສິ່ງໃດບັງລັບໄວ້ຈາກພຣະພັກຂອງພຣະອົງ ແຕ່ທຸກສິ່ງໄດ້ປາກົດແຈ້ງຕໍ່ພຣະເນດຂອງພຣະອົງ ຜູ້ທີ່ເຮົາຈະຕ້ອງໃຫ້ການນັ້ນ
ພຣະເຢຊູ ຄືພຣະມະຫາປະໂຣຫິດຜູ້ໃຫຍ່
14 ເຫດສັນນັ້ນ ຄັນພວກເຮົາມີມະຫາປະໂຣຫິດຜູ້ໃຫຍ່ທີ່ຜ່ານຟ້າສວັນໄປແລ້ວ ຄືພຣະເຢຊູພຣະບຸດຂອງພຣະເຈົ້າ ຂໍໃຫ້ພວກເຮົາຍຶດຖືຄວາມເຊື່ອທີ່ເຮົາໄດ້ປະກາດແລ້ວນັ້ນໃຫ້ຫມັ້ນຄົງ 15 ເພາະວ່າພວກເຮົາບໍ່ໄດ້ມີມະຫາປະໂຣຫິດທີ່ບໍ່ສາມາດຈະເຫັນໃຈໃນຄວາມອ່ອນແອຂອງພວກເຮົາ ເຖິງປານນັ້ນພຣະອົງກໍຍັງບໍ່ມີບາບ 16 ເຫດສັນນັ້ນ ໃຫ້ເຮົາທັງຫລາຍມີໃຈກ້າເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ ເພື່ອພວກເຮົາຈະໄດ້ຮັບພຣະເມດຕາ ແລະພົບພຣະຄຸນທີ່ຈະຊ່ອຍເຮົາໃນເວລາທີ່ຕ້ອງການ
1 ຝ່າຍມະຫາປະໂຣຫິດທຸກຕົນກໍຖືກເລືອກໄວ້ຈາກມະນຸດ ແລະແຕ່ງຕັ້ງໃຫ້ກະທຳບັນດາກິຈການທີ່ກ່ຽວກັບພຣະເຈົ້າແທນມະນຸດ ຄືນຳຂອງປະທານແລະເຄື່ອງບູຊາມາຖວາຍເພື່ອລຶບລ້າງການຜິດບາບ 2 ທ່ານສະແດງໃຈອົດທົນດົນນານຕໍ່ຄົນໂງ່ແລະຄົນຫລົງຜິດໄດ້ ເພາະທ່ານເອງກໍມີຄວາມອ່ອນແອລ້ອມຢູ່ເຫມືອນກັນ 3 ເພາະເຫດນີ້ທ່ານຈຶ່ງຕ້ອງຖວາຍເຄື່ອງບູຊາເພື່ອ ລຶບລ້າງການຜິດບາບ ທັງເພື່ອຕົວເອງແລະເພື່ອພົລເມືອງເຫມືອນກັນ 4 ບໍ່ຫ່ອນມີຜູ້ໃດຕັ້ງຕົນເອງຢູ່ໃນຕຳແຫນ່ງນີ້ ມີແຕ່ພຣະເຈົ້າຊົງເອີ້ນເອົາເຫມືອນຢ່າງຊົງເອີ້ນອາໂຣນນັ້ນ 5 ໃນທຳນອງດຽວກັນ ພຣະຄຣິດກໍບໍ່ໄດ້ຊົງຍົກຍໍພຣະອົງເອງຂຶ້ນເປັນມະຫາປະໂຣຫິດ ແຕ່ຊົງຮັບພຣະກຽດນີ້ຈາກພຣະເຈົ້າ ຜູ້ຊົງກ່າວກັບພຣະອົງວ່າ, “ທ່ານນັ້ນແຫລະ, ເປັນບຸດຂອງເຮົາ ຝາຍເຮົາ, ເຮົາໃຫ້ກຳເນີດທ່ານໃນວັນນີ້” 6 ເຫມືອນດັ່ງພຣະອົງຊົງກ່າວໄວ້ໃນບ່ອນອື່ນວ່າ, “ທ່ານເປັນປະໂຣຫິດຕລອດໄປ ໃນລຳດັບດຽວກັບເມນຄີເຊເດັກ” 7 ຝ່າຍພຣະບຸດນັ້ນ, ຂນະເມື່ອຊົງເປັນມະນຸດຢູ່ ພຣະອົງໄດ້ຊົງຖວາຍຄຳອ້ອນວອນ ແລະໄຫວ້ວອນດ້ວຍການຮ້ອງໄຫ້ຢ່າງຫນັກ ແລະມີນ້ຳພຣະເນດໄຫລ ທູນຕໍ່ພຣະເຈົ້າຜູ້ຊົງສາມາດໂຜດໃຫ້ພຣະອົງພົ້ນຈາກຕາຍໄດ້ ແລະຊົງສະດັບຮັບຟັງເນື່ອງດ້ວຍຄວາມຢຳເກງຂອງພຣະອົງ 8 ເຖິງແມ່ນວ່າພຣະອົງຊົງເປັນມະບຸດ ກໍຍັງຊົງຮຽນຮູ້ທີ່ຈະນ້ອມຍອມເຊື່ອຟັງ ໂດຍຄວາມທຸກລຳບາກທີ່ພຣະອົງໄດ້ຊົງທົນນັ້ນ 9 ເມື່ອພຣະເຈົ້າໄດ້ຊົງບັນດານໃຫ້ພຣະບຸດເຖິງທີ່ສຳເຣັດແລ້ວ ພຣະບຸດນັ້ນຈຶ່ງໄດ້ເກີດເປັນຕົ້ນກຳເນີດແຫ່ງຄວາມລອດພົ້ນອັນຕລອດໄປເປັນນິດ ແກ່ຄົນທັງປວງທີ່ເຊື່ອຟັງພຣະອົງ 10 ໂດຍພຣະເຈົ້າໄດ້ຊົງຕັ້ງພຣະອົງໃຫ້ເປັນມະຫາປະໂຣຫິດໃນລຳດັບດຽວກັບເມນຄີເຊເດັກ
ການຕັກເຕືອນບໍ່ໃຫ້ຖິ້ມພຣະສາສນາ
11 ກ່ຽວກັບມະຫາປະໂຣຫິດນັ້ນມີເຣື່ອງເວົ້າຫລາຍ ແລະຍາກທີ່ຈະອະທິບາຍໃຫ້ເຂົ້າໃຈໄດ້ ເພາະວ່າທ່ານທັງຫລາຍກາຍເປັນຄົນຫູຫນັກເສັຽແລ້ວ 12 ເຖິງແມ່ນວ່າ ຂນະນີ້ທ່ານທັງຫລາຍຄວນຈະເປັນຄຣູໄດ້ແຕ່ດົນແລ້ວກໍດີ ພວກທ່ານກໍຍັງຕ້ອງການໃຫ້ຄົນອື່ນສອນຫລັກທັມເບື້ອງຕົ້ນແຫ່ງພຣະທັມຂອງພຣະເຈົ້າ ແກ່ພວກທ່ານອີກ ທ່ານທັງຫລາຍກັບກາຍເປັນຄົນຕ້ອງການນ້ຳນົມ ບໍ່ແມ່ນອາຫານແຂງ 13 ດ້ວຍວ່າທຸກຄົນທີ່ຍັງກິນນ້ຳນົມຢູ່ນັ້ນ ຍັງບໍ່ຊຳນານໃນເຣື່ອງສີນທັມ ເພາະເຂົາຍັງເປັນເດັກນ້ອຍຢູ່ 14 ອາຫານແຂງເປັນອາຫານສຳລັບຜູ້ແກ່ແລ້ວ ຄືສຳລັບຜູ້ທີ່ໄດ້ຮັບການຝຶກຫັດອົບຣົມໃຫ້ສາມາດສັງເກດວ່າ ສິ່ງໃດດີແລະສິ່ງໃດຊົ່ວ
1 ເຫດສັນນັ້ນ ໃຫ້ພວກເຮົາປະຫລັກທັມເບື້ອງຕົ້ນຂອງພຣະຄຣິດໄວ້ ແລະກ້າວຫນ້າໄປສູ່ຄວາມເປັນຜູ້ແກ່ແລ້ວ ຢ່າເອົາສິ່ງເຫລົ່ານີ້ມາວາງເປັນຮາກຖານຊ້ຳອີກ ຄືການກັບໃຈໃຫມ່ຈາກກິຈການທີ່ນຳໄປສູ່ຄວາມຕາຍ ຄວາມເຊື່ອໃນພຣະເຈົ້າ 2 ແລະຄຳສອນວ່າດ້ວຍພິທີຊຳຮະລ້າງ ພິທີວາງມື ແລະການເປັນຄືນມາຈາກຕາຍ ກັບການພິພາກສາລົງໂທດເປັນນິດ 3 ສິ່ງນີ້ແຫລະ, ພວກເຮົາຈະກະທຳ ຖ້າພຣະເຈົ້າຊົງໂຜດອະນຸຍາດ 4 ເພາະວ່າຄົນເຫລົ່ານັ້ນທີ່ໄດ້ຮັບຄວາມສວ່າງມາເທື່ອນຶ່ງແລ້ວ ແລະຊີມຣົດຂອງປະທານຈາກສວັນ ໄດ້ກາຍເປັນຜູ້ເຂົ້າສ່ວນໃນພຣະວິນຍານບໍຣິສຸດ 5 ແລະໄດ້ຊີມຣົດອັນດີແຫ່ງຖ້ອຍຄຳຂອງພຣະເຈົ້າ ກັບຣິດເດດແຫ່ງຄາວທີ່ຈະມາເຖິງນັ້ນ 6 ຖ້າເຂົາເຫລົ່ານັ້ນໄດ້ຕົກເສັຽໄປແລ້ວ ກໍເຫລືອວິສັຍທີ່ຈະນຳເຂົາມາສູ່ການກັບໃຈອີກໄດ້ ເພາະເຂົາເອງຄຶງພຣະບຸດຂອງພຣະເຈົ້າເສັຽ ແລະເຮັດໃຫ້
ພຣະອົງຊົງໄດ້ຮັບການປະຈານຂາຍຫນ້າ
7 ດ້ວຍວ່າພື້ນດິນຕອນໃດດູດຮັບເອົານ້ຳຝົນທີ່ຕົກໃສ່ຢູ່ເລື້ອຍ ແລະເກີດພືດຜົນງອກຂຶ້ນໃຫ້ປໂຍດແກ່ຄົນປູກຝັງນັ້ນ ກໍຮັບພຣະພອນຈາກພຣະເຈົ້າ 8 ແຕ່ພື້ນດິນທີ່ເກີດສ້ຽນຫນາມກໍນັບວ່າບໍ່ມີຄ່າ ແລະເກືອບຈະຖືກຊົງປ້ອຍດ່າ ແລ້ວໃນທີ່ສຸດກໍຈະຖືກເຜົາໄຟເສັຽ 9 ແຕ່ພວກທີ່ຮັກເອີຍ, ເຖິງແມ່ນວ່າເຮົາເວົ້າດັ່ງນັ້ນ ເຮົາກໍຍັງເຊື່ອແນ່ວ່າທ່າທີຂອງພວກທ່ານນັ້ນມີສິ່ງດີກວ່າທີ່ໄດ້ກ່າວມານັ້ນກໍຄືສິ່ງທີ່ກ່ຽວກັບຄວາມພົ້ນ 10 ເພາະວ່າພຣະເຈົ້າບໍ່ໄດ້ຊົງອະຍຸດຕິທັມ ຊຶ່ງຈະຊົງລືມການງານທີ່ພວກທ່ານໄດ້ເຮັດ ແລະຄວາມຮັກທີ່ທ່ານໄດ້ສະແດງຕໍ່ພຣະນາມຂອງພຣະອົງ ຄືການຮັບໃຊ້ໄພ່ພົນຂອງພຣະອົງເຫມືອນດັ່ງພວກທ່ານຍັງຮັບໃຊ້ຢູ່ 11 ດ້ວຍວ່າເຮົາປາຖນາໃຫ້ທ່ານທຸກຄົນສະແດງໃຈຮ້ອນຮົນຢ່າງດຽວກັນຈົນເຖິງທີ່ສຸດ ເພື່ອໃຫ້ຄວາມຫວັງຂອງພວກທ່ານປະສົບຄວາມສຳເຣັດ 12 ເພື່ອຈະບໍ່ໃຫ້ພວກທ່ານກາຍເປັນຄົນເພີກເສີຍ ແຕ່ໃຫ້ຕາມແບບຢ່າງຂອງຄົນເຫລົ່ານັ້ນທີ່ອາໄສຄວາມເຊື່ອແລະຄວາມພຽນ ຈຶ່ງໄດ້ຮັບມໍຣະດົກຕາມພຣະສັນຍາ 13 ເມື່ອພຣະເຈົ້າໄດ້ຊົງສັນຍາໄວ້ກັບອັບຣາຮາມນັ້ນ ໂດຍເຫດທີ່ບໍ່ມີໃຜເປັນໃຫຍ່ກວ່າພຣະອົງ ທີ່ພຣະອົງຈະຊົງສາບານດ້ວຍອອກຊື່ຜູ້ນັ້ນໄດ້ ພຣະອົງຈຶ່ງໄດ້ຊົງສ່າບານດ້ວຍພຣະນາມຂອງພຣະອົງເອງ 14 ວ່າ, “ຈິງແທ້, ເຮົາຈະອວຍພອນໃຫ້ເຈົ້າ ແລະຈະໃຫ້ເຊື້ອສາຍຂອງເຈົ້າທະວີຫລາຍຂຶ້ນ” 15 ຢ່າງນັ້ນແຫລະ, ເມື່ອອັບຣາຮາມໄດ້ທົນຄອຍດ້ວຍຄວາມພຽນແລ້ວ ທ່ານຈຶ່ງໄດ້ຮັບຕາມພຣະສັນຍານັ້ນ 16 ດ້ວຍວ່າຝ່າຍມະນຸດເຄີຍສາບານດ້ວຍອອກຊື່ຜູ້ໃຫຍ່ກວ່າຕົນ ແລເມື່ອເກີດການຖົກຖຽງກັນຂຶ້ນ ຄຳສາບານນັ້ນກໍເປັນຄໍາຢືນຢັນອັນເດັດຂາດ 17 ສັນນັ້ນ ເມື່ອພຣະເຈົ້າຊົງມີພຣະປະສົງຈະຊົງໃຫ້ຜູ້ທີ່ຈະໄດ້ຮັບມໍຣະດົກຕາມ ພຣະສັນຍານັ້ນຮູ້ຈັກຄັກແນ່ຕື່ມຂຶ້ນວ່າພຣະປະສົງຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ ພຣະອົງຈຶ່ງຊົງຢືນຢັນພຣະສັນຍານັ້ນ ດ້ວຍຄຳສາບານ 18 ເພື່ອວ່າໂດຍສອງປະການທີ່ປ່ຽນແປງບໍ່ໄດ້ (ໃນສິ່ງນັ້ນພຣະເຈົ້າບໍ່ຊົງສາມາດກ່າວມຸສາໄດ້) ເຮົາ, ຜູ້ທີ່ໄດ້ຫນີພັຍ, ຈຶ່ງຈະໄດ້ຮັບຄວາມຊູໃຈອັນແຮງກ້າໃນການທີ່ຈະຍຶດຖືຄວາມຫວັງຊຶ່ງມີຢູ່ຕໍ່ຫນ້າເຮົານັ້ນ 19 ຄວາມຫວັງທີ່ພວກເຮົາຍຶດຖືນັ້ນເປັນສມໍທີ່ແທ້ຈິງແລະຫມັ້ນຄົງຂອງຈິດໃຈ ຄວາມຫວັງນັ້ນນຳໄປສູ່ບ່ອນສັກສິດທີ່ສຸດຢູ່ເບື້ອງຫລັງຜ້າກັ້ງ 20 ທີ່ພຣະເຢຊູຜູ້ຊົງນຳຫນ້າໄດ້ສະເດັດເຂົ້າໄປກ່ອນແທນພວກເຮົາແລ້ວ ເພາະພຣະອົງໄດ້ຊົງກາຍເປັນມະຫາປະໂຣຫິດຕລອດໄປໃນລຳດັບດຽວກັບເມນຄີເຊເດັກ
ເຣື່ອງເມນຄີເຊເດັກ
1 ສ່ວນເມນຄີເຊເດັກຜູ້ນີ້ຄືກະສັດເມືອງຊາເລມ ເປັນປະໂຣຫິດຂອງພຣະເຈົ້າຜູ້ສູງສຸດໄດ້ພົບອັບຣາຮາມ ຂນະທີ່ອັບຣາຮາມກຳລັງກັບມາຈາກການຮົບກັບກະສັດທັງຫລາຍດ້ວຍຊັຍຊະນະ ແລະໄດ້ຊົງອວຍພອນແກ່ທ່ານ 2 ອັບຣາຮາມໄດ້ແບ່ງສິ່ງຂອງທັງຫມົດ ເປັນສິບສ່ວນ ເອົາສ່ວນນຶ່ງຖວາຍແກ່ເມນຄີເຊເດັກ ເມນຄີເຊເດັກແປຢ່າງນຶ່ງວ່າກະສັດແຫ່ງຄວາມຊອບທັມ ຕາມຄວາມຫມາຍແຫ່ງພຣະນາມຂອງທ່ານ ແລະອີກເປັນກະສັດແຫ່ງສັນຕິສຸກ ຕາມຄວາມຫມາຍຂອງຊື່ເມືອງຊາເລມ 3 ບິດາມານດາຫລືເຊື້ອວົງຂອງທ່ານບໍ່ມີກ່າວໄວ້ ວັນຕົ້ນແລະວັນປາຍແຫ່ງຊີວິດຂອງທ່ານກໍບໍ່ມີເຫມືອນກັນ ແຕ່ເປັນເຫມືອນພຣະບຸດຂອງພຣະເຈົ້າ ຈຶ່ງດຳຣົງຢູ່ເປັນປະໂຣຫິດສືບໆໄປ 4 ຈົ່ງຄຶດເບິ່ງແມ໋,ວ່າທ່ານຜູ້ນີ້ໃຫຍ່ພໍພຽງໃດ ທີ່ອັບຣາຮາມເປັນຕົ້ນຕະກູນນັ້ນຍັງໄດ້ແບ່ງຊັບຊະເລີຍອັນດີທີ່ສຸດ ເອົານຶ່ງສ່ວນສິບມາຖວາຍແກ່ທ່ານ 5 ແລະບັນດາເຊື້ອສາຍຂອງເລວີ ຜູ້ຊຶ່ງໄດ້ຮັບຕຳແຫນ່ງປະໂຣຫິດນັ້ນ ເຖິງແມ່ນວ່າຄົນເຫລົ່ານັ້ນສືບເຊື້ອສາຍມາຈາກອັບຣາຮາມ ກໍຍັງມີພຣະບັນຍັດສັ່ງໃຫ້ຮັບນຶ່ງສ່ວນສິບຈາກພົລເມືອງ ຄືຈາກພວກພີ່ນ້ອງຂອງຕົນ 6 ແຕ່ເມນຄີເຊເດັກຜູ້ນີ້ບໍ່ແມ່ນເຊື້ອສາຍຂອງເຂົາ ກໍຍັງໄດ້ຮັບນຶ່ງສ່ວນສິບຈາກອັບຣາຮາມ ແລະໄດ້ອວຍພອນໃຫ້ອັບຣາຮາມຜູ້ໄດ້ຮັບພຣະສັນຍາຈາກພຣະເຈົ້າ 7 ສິ່ງທີ່ຖຽງບໍ່ໄດ້ກໍຄືຜູ້ນ້ອຍຮັບພອນຈາກຜູ້ໃຫຍ່ 8 ອີກປະການນຶ່ງ, ໃນກໍຣະນີປະໂຣຫິດຕະກູນເລວີນັ້ນ ມະນຸດທີ່ຕ້ອງຕາຍກໍເປັນຜູ້ຮັບນຶ່ງສ່ວນສິບ ແຕ່ໃນກໍຣະນີເມນຄີເຊເດັກຜູ້ຣັບນຶ່ງສ່ວນສິບນັ້ນ ມີຫລັກຖານໃນພຣະຄັມພີວ່າທ່ານຍັງມີຊີວິດຢູ່ 9 ຖ້າຈະເວົ້າອີກຢ່າງນຶ່ງກໍວ່າເລວີຜູ້ຮັບນຶ່ງສ່ວນສິບນັ້ນ ກໍຍັງໄດ້ຖວາຍນຶ່ງສ່ວນສິບແກ່ເມນຄີເຊເດັກທາງອັບຣາຮາມ 10 ເພາະວ່າໃນຂນະທີ່ເມນຄີເຊເດັກໄດ້ພົບອັບຣາຮາມ ເລວີຍັງຢູ່ໃນສາຍເລືອດຂອງບັນພະບຸຣຸດ ຄືອັບຣາຮາມ 11 ດັ່ງນັ້ນ, ຖ້າພວກປະໂຣຫິດໄດ້ນຳຜົນທີ່ສຳເຣັດແລ້ວ (ດ້ວຍວ່າພົລເມືອງໄດ້ຮັບພຣະບັນຍັດດ້ວຍວິທີນີ້) ເປັນສັນໃດຈຶ່ງຕ້ອງມີປະໂຣຫິດອື່ນອີກ ຕາມລຳດັບດຽວກັບເມນຄີເຊເດັກ ແທນພວກປະໂຣຫິດໃນລຳດັບດຽວກັບອາໂຣນ 12 ເພາະເມື່ອຕຳແຫນ່ງປະໂຣຫິດປ່ຽນແປງໄປແລ້ວ ພຣະບັນຍັດກໍຈຳເປັນຕ້ອງປ່ຽນແປງໄປເຫມືອນກັນ 13 ເພາະວ່າທ່ານທີ່ເຮົາກ່າວເຖິງນັ້ນກໍມາຈາກຕະກູນອື່ນ ຄືຕະກູນທີ່ຍັງບໍ່ມີຜູ້ໃດເຄີຍປະຕິບັດທີ່ແທ່ນບູຊາຈັກເທື່ອ 14 ເພາະປາກົດແຈ້ງແລ້ວວ່າ ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍໄດ້ຊົງສືບເຊື້ອສາຍມາຈາກຕະກູນຢູດາ ແຕ່ເມື່ອໂມເຊໄດ້ກ່າວເຖິງປະໂຣຫິດກໍບໍ່ໄດ້ກ່າວເຖິງຕະກູນນີ້ 15 ເຣື່ອງນີ້ກໍປາກົດແຈ້ງຂຶ້ນອີກ ຖ້າມີປະໂຣຫິດອີກຕົນນຶ່ງຕາມແບບຢ່າງເມນຄີເຊເດັກ 16 ຜູ້ຊຶ່ງເປັນປະໂຣຫິດທີ່ບໍ່ໄດ້ຮັບການແຕ່ງຕັ້ງຕາມກົດບັນຍັດຂອງມະນຸດ ແຕ່ໂດຍຣິດເດດແຫ່ງຊີວິດອັນບໍ່ຮູ້ເສື່ອມສູນ 17 ເພາະມີພຍານກ່າວເຖິງທ່ານວ່າ, “ທ່ານເປັນປະໂຣຫິດຕລອດໄປເປັນນິດ ໃນລຳດັບດຽວກັບເມນຄີເຊເດັກ” 18 ດ້ວຍວ່າກົດບັນຍັດທີ່ມີມາກ່ອນນັ້ນໄດ້ຊົງຍົກເລີກເສັຽແລ້ວ ເພາະຂາດຣິດແລະໄຮ້ປໂຍດ 19 (ເພາະວ່າພຣະບັນຍັດນັ້ນບໍ່ໄດ້ທຳໃຫ້ສິ່ງໃດເຖິງທີ່ສຳເຣັດ) ແຕ່ມີຄວາມຫວັງອັນດີກວ່າໄດ້ເພີ້ມເຕີມເຂົ້າມາ ໂດຍຄວາມຫວັງນັ້ນພວກເຮົາຈຶ່ງຈະເຂົ້າໄປໃກ້ພຣະເຈົ້າໄດ້ 20 ການນີ້ໄດ້ບັງເກີດມີມາໂດຍການຊົງສາບານໄວ້ ສ່ວນຄົນອື່ນນັ້ນໄດ້ຖືກແຕ່ງຕັ້ງຂຶ້ນເປັນປະໂຣຫິດໂດຍບໍ່ມີຄວາມສາບານ 21 ແຕ່ທ່ານຜູ້ນີ້ຖືກຊົງແຕ່ງຕັ້ງຂຶ້ນໂດຍໄດ້ຮັບຄວາມສາບານວ່າ, “ອົງພຣະຜູ້ເປັນເຈົ້າໄດ້ຊົງສາບານໄວ້ແລ້ວ ແລະຈະບໍ່ຊົງປ່ຽນພຣະທັຍວ່າ ທ່ານເປັນປະໂຣຫິດຕລອດໄປ” 22 ດັ່ງນັ້ນ ພຣະເຢຊູຈຶ່ງຊົງກາຍເປັນຜູ້ຮັບປະກັນຄຳສັນຍາອັນດີກວ່າ 23 ພວກປະໂຣຫິດຕະກູນເລວີນັ້ນສືບຕຳແຫນ່ງຕໍ່ກັນມາຫລາຍຄົນ ເພາະຄວາມຕາຍຂັດຂວາງເຂົາບໍ່ໃຫ້ປະຕິບັດງານຕລອດໄປ 24 ແຕ່ພຣະເຢຊູນີ້ຊົງດຳຣົງຕຳແຫນ່ງປະໂຣຫິດທີ່ບໍ່ສືບຕໍ່ກັນ ເພາະພຣະອົງຊົງດຳຣົງຢູ່ເປັນນິດ 25 ດ້ວຍເຫດນີ້ ພຣະອົງຈຶ່ງຊົງສາມາດເປັນນິດ ທີ່ຈະໂຜດເອົາຄົນທັງປວງທີ່ໄດ້ເຂົ້າມາຫາພຣະເຈົ້າໂດຍທາງພຣະອົງນັ້ນ ໃຫ້ໄດ້ຮັບຄວາມລອດພົ້ນ ເພາະວ່າພຣະອົງຊົງພຣະຊົນຢູ່ເປັນນິດ ເພື່ອຊ່ອຍທູນຂໍພຣະກະຣຸນາໃຫ້ຄົນເຫລົ່ານັ້ນ 26 ມະຫາປະໂຣຫິດຢ່າງນີ້ແຫລະ, ທີ່ເຫມາະສົມສຳລັບພວກເຮົາ ຄືເປັນຜູ້ບໍຣິສຸດປາສຈາກຜິດ ຫລືສິ່ງຊົ່ວມົວຫມອງ ແຍກຈາກຄົນບາບທັງປວງ ຊົງປະທັບຢູ່ເຫນືອມະຫາສວັນ 27 ພຣະອົງບໍ່ຕ້ອງຊົງນຳເຄື່ອງບູຊາມາທຸກໆວັນເຫມືອນດັ່ງປະໂຣຫິດຕົນໃຫຍ່ອື່ນໆ ຜູ້ຊຶ່ງຕອນແຣກຖວາຍສຳລັບການຜິດບາບຂອງຕົນເອງ ແລ້ວຈຶ່ງຖວາຍສຳລັບຄວາມຜິດບາບຂອງພົລເມືອງ ສ່ວນພຣະເຢຊູໄດ້ຊົງຖວາຍເຄື່ອງບູຊາພຽງເທື່ອດຽວເປັນການສິ້ນສຸດ ຄືເມື່ອພຣະອົງໄດ້ຊົງນຳພຣະອົງເອງມາຖວາຍ 28 ຝ່າຍພຣະບັນຍັດກໍຮັບມະນຸດທີ່ອ່ອນກຳລັງແຕ່ງຕັ້ງໃຫ້ເປັນມະຫາປະໂຣຫິດ ແຕ່ຄຳສາບານທີ່ຊົງກ່າວໄວ້ພາຍຫລັງພຣະບັນຍັດນັ້ນ ໄດ້ຊົງແຕ່ງຕັ້ງພຣະບຸດຂຶ້ນ ຜູ້ຊຶ່ງເຖິງຄວາມສຳເຣັດເປັນນິດ
ມະຫາປະໂຣຫິດແຫ່ງພຣະສັນຍາໃຫມ່
1 ເຣື່ອງທີ່ເຮົາກຳລັງເວົ້າຢູ່ນີ້ມີຂໍ້ສຳຄັນ ຄືພວກເຮົາມີມະຫາປະໂຣຫິດຢ່າງນີ້ ຄືມະຫາປະໂຣຫິດຜູ້ປະທັບຢູ່ເບື້ອງຂວາພຣະທີ່ນັ່ງຂອງຜູ້ຊົງເດຊານຸພາບໃນມະຫາສວັນ 2 ເປັນຜູ້ບົວລະບັດໃນສະຖານທີ່ສັກສິດ ຄືໃນສຳນັກຜ້າອັນແທ້ຈິງ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ຊົງຕັ້ງໄວ້ ບໍ່ແມ່ນມະນຸດຕັ້ງ 3 ເພາະວ່າມະຫາປະໂຣຫິດທຸກຕົນໄດ້ຕັ້ງຂຶ້ນເພື່ອໃຫ້ຖວາຍຂອງທານແລະເຄື່ອງບູຊາ ດ້ວຍເຫດນີ້ ຈຶ່ງຈຳເປັນທີ່ມະຫາປະໂຣຫິດຜູ້ນີ້ຈະຕ້ອງມີສິ່ງນຶ່ງສິ່ງໃດຖວາຍເຫມືອນກັນ 4 ຖ້າພຣະອົງຊົງຢູ່ໃນໂລກນີ້ ພຣະອົງກໍຈະບໍ່ຊົງເປັນປະໂຣຫິດ ເພາະວ່າມີປະໂຣຫິດທີ່ຖວາຍຂອງທານຕາມພຣະບັນຍັດຢູ່ແລ້ວ 5 ປະການນຶ່ງ, ປະໂຣຫິດເຫລົ່ານັ້ນບົວລະບັດເປັນແຕ່ແບບແລະເງົາແຫ່ງສິ່ງສັກສິດໃນສວັນເຫມືອນໂມເຊ, ເມື່ອທ່ານຈະຕັ້ງສຳນັກຜ້ານັ້ນ ພຣະເຈົ້າໄດ້ຊົງເຕືອນສະຕິທ່ານວ່າ, “ດັ່ງນີ້, ເຈົ້າຕ້ອງເຮັດທຸກສິ່ງຕາມແບບຢ່າງທີ່ເຮົາໄດ້ສະແດງແກ່ເຈົ້າເທິງພູນັ້ນ” 6 ແຕ່ພຣະເຢຊູໄດ້ຊົງຮັບພາຣະກິດຊຶ່ງປະເສີດກວ່າຂອງປະໂຣຫິດເຫລົ່ານັ້ນ ເຫມືອນດັ່ງພຣະສັນຍາຊຶ່ງພຣະອົງຊົງເປັນຜູ້ກາງນັ້ນກໍປະເສີດກວ່າພຣະສັນຍາເດີມ ເພາະວ່າໄດ້ຊົງຕັ້ງຂຶ້ນໂດຍພຣະສັນຍາທັງຫລາຍອັນປະເສີດກວ່າເກົ່າ 7 ດ້ວຍວ່າຖ້າພຣະສັນຍາເດີມນັ້ນບໍ່ມີຂໍ້ຕິແລ້ວ ກໍບໍ່ຈຳເປັນຊອກພຣະສັນຍາທີ່ສອງມາແທນ 8 ເພາະວ່າພຣະອົງຊົງກ່າວຕິເຂົາວ່າ, “ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ “ເບິ່ງແມ໋, ພາຍຫນ້າຈະມີຄາວນຶ່ງທີ່ເຮົາຈະທຳຄຳສັນຍາໃຫມ່ກັບຍາດວົງອິສຣາເອນແລະຍາດວົງຢູດາ 9 ຈະບໍ່ເຫມືອນຄຳສັນຍາຊຶ່ງເຮົາໄດ້ສັນຍາໄວ້ກັບບັນພະບຸຣຸດຂອງເຂົາ ໃນເມື່ອເຮົາໄດ້ຈັບມືຂອງເຂົາພາອອກມາຈາກປະເທດເອຢິບ” ເພາະອົງພຣະຜູ້ເປັນເຈົ້າຊົງກ່າວວ່າ “ເຂົາເຫລົ່ານັ້ນບໍ່ໄດ້ຕັ້ງຢູ່ໃນຄຳສັນຍາຂອງເຮົາ ຝ່າຍເຮົາຈຶ່ງເພີດເສີຍຕໍ່ເຂົາ” 10 ອົງພຣະຜູ້ເປັນເຈົ້າຊົງກ່າວອີກວ່າ, “ນີ້ແມ່ນຄຳສັນຍາ ທີ່ເຮົາຈະສັນຍາໄວ້ກັບຍາດວົງອິສຣາເອນ ພາຍຫລັງສະໄຫມນັ້ນ ຄືເຮົາຈະບັນຈຸຂໍ້ບັນຍັດຂອງເຮົາໄວ້ໃນໃຈຂອງເຂົາ ເຮົາຈະຈາຣຶກຂໍ້ບັນຍັດນັ້ນໄວ້ໃນຫົວໃຈຂອງເຂົາ ເຮົາຈະເປັນພຣະເຈົ້າຂອງເຂົາ ແລະຝ່າຍເຂົາຈະເປັນພົລເມືອງຂອງເຮົາ 11 ເຂົາຈະບໍ່ສອນເພື່ອນບ້ານແລະພີ່ນ້ອງຂອງຕົນແຕ່ລະຄົນວ່າ, “ຈົ່ງຮູ້ຈັກອົງພຣະຜູ້ເປັນເຈົ້າ” ເພາະເຂົາທຸກຄົນຈະຮູ້ຈັກເຮົາ ຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ 12 ເພາະເຮົາຈະກະຣຸນາຕໍ່ການອະທັມຂອງເຂົາ ແລະການຜິດບາບຂອງເຂົາ ເຮົາຈະບໍ່ຈົດຈຳຕໍ່ໄປ” 13 ເມື່ອພຣະອົງຊົງກ່າວວ່າ, “ຄຳສັນຍາໃຫມ່” ກໍເປັນທີ່ເຮັດໃຫ້ຄຳສັນຍາເດີມນັ້ນພົ້ນສະໄຫມໄປແລ້ວ ສິ່ງທີ່ພົ້ນສະໄຫມແລະເກົ່າໄປແລ້ວນັ້ນກໍຈວນຈະເສື່ອມສູນໄປ
ສະຖານອັນສັກສິດທີ່ແຜ່ນດິນໂລກ ແລະທີ່ຟ້າສວັນ
1 ເຖິງແມ່ນຄຳສັນຍາເດີມນັ້ນກໍມີກົດໃນການນະມັສການ ແລະມີສະຖານອັນສັກສິດທີ່ແຜ່ນດິນໂລກ 2 ດ້ວຍວ່າມີສຳນັກຜ້າທີ່ຈັດຕັ້ງຂຶ້ນແລ້ວ ຄືຫ້ອງຊັ້ນນອກຊຶ່ງມີເຄື່ອງຣອງຕີນໂຄມ ມີໂຕະ ແລະມີເຂົ້າຈີ່ທີ່ຕັ້ງຖວາຍໄວ້ ຫ້ອງທຳອີດນີ້ເອີ້ນວ່າສະຖານທີ່ສັກສິດ 3 ພາຍໃນຜ້າກັ້ງຊັ້ນທີ່ສອງມີຫ້ອງຊຶ່ງເອີ້ນວ່າສະຖານທີ່ສັກສິດທີ່ສຸດ 4 ໃນຫ້ອງນັນມີແທ່ນຄຳສຳລັບເຜົາເຄື່ອງຫອມ ມີຫີບຫຸ້ມຫໍ່ດ້ວຍທອງຄຳທຸກດ້ານສຳລັບໃສ່ຄຳສັນຍາ ຢູ່ໃນຫີບນັ້ນມີຂັນຄຳໃສ່ມານາໄວ້ ມີໄມ້ເທົ້າຂອງອາໂຣນທີ່ປົ່ງຍອດ ແລະມີແຜ່ນຫີນຈາຣຶກຄຳສັນຍາແລ້ວ 5 ຢູ່ເທິງຫີບນັ້ນມີຮູບເຊຣູບິມປະກອບດ້ວຍສະງ່າຣາສີອັນຮຸ່ງເຮືອງຂອງພຣະເຈົ້າ ປົກຄຸມພຣະທີ່ນັ່ງອັນຊົງພຣະກະຣຸນານັ້ນ ສິ່ງເຫລົ່ານີ້ເຮົາຈະພັນລະນາໃຫ້ລະອຽດໃນທີ່ນີ້ບໍ່ໄດ້ 6 ເມື່ອຈັດຕັ້ງສິ່ງເຫລົ່ານີ້ໄວ້ຢ່າງນັ້ນແລ້ວ ພວກປະໂຣຫິດກໍເຂົ້າໄປປະກອບພິທີທຸກເວລາໃນຫ້ອງຊັ້ນນອກນັ້ນ 7 ແຕ່ໃນຫ້ອງທີ່ສອງນັ້ນມີປະຫາປະໂຣຫິດຜູ້ດຽວເທົ່ານັ້ນ ເຂົ້າໄປໄດ້ປີລະເທື່ອ ແຕ່ຕ້ອງນຳເລືອດເຂົ້າໄປຖວາຍເພື່ອຕົນເອງ ແລະເພື່ອຄວາມຜິດໂດຍບໍ່ເຈຕະນາຂອງພົລເມືອງ 8 ຢ່າງນັ້ນພຣະວິນຍານບໍຣິສຸດ ຈຶ່ງຊົງສະແດງວ່າ ທາງທີ່ຈະເຂົ້າໄປໃນສະຖານທີ່ສັກສິດທີ່ສຸດນັ້ນ ຍັງບໍ່ໄດ້ປາກົດໃຫ້ເຫັນໃນເມື່ອຫ້ອງຕົ້ນນັ້ນຍັງຕັ້ງຢູ່ 9 ຫ້ອງຊັ້ນນອກນັ້ນເປັນເຄື່ອງຫມາຍເຖິງສະໄຫມປັດຈຸບັນ ຄືຫມາຍຄວາມວ່າການຖວາຍຂອງທານແລະເຄື່ອງບູຊາຕາມແບບນີ້ ຈະຊຳຮະໃຈສຳນຶກຜິດແລະຊອບຂອງຜູ້ຖວາຍນັ້ນບໍ່ໄດ້ 10 ເພາະເປັນເຣື່ອງຂອງກິນ ຂອງດື່ມແລະພິທີຊຳຮະລ້າງຕ່າງໆເທົ່ານັ້ນ ເປັນພິທີສຳລັບການປະຕິບັດທາງກາຍ ທີ່ໄດ້ຊົງບັນຍັດໄວ້ຈົນກວ່າຈະໄດ້ຊົງປ່ຽນໃຫມ່ 11 ສ່ວນພຣະຄຣິດ ໄດ້ສະເດັດມາເປັນມະຫາປະໂຣຫິດສຳລັບສິ່ງປະເສີດຊຶ່ງມາເຖິງແລ້ວ ພຣະອົງກໍໄດ້ສະເດັດເຂົ້າໄປໃນສຳນັກອັນໃຫຍ່ແລະປະເສີດ ກວ່າແຕ່ກ່ອນ (ທີ່ບໍ່ໄດ້ສ້າງຂຶ້ນດ້ວຍມືມະນຸດ ຄືບໍ່ແມ່ນສິ່ງຂອງທີ່ສ້າງຂຶ້ນໃນໂລກນີ້) 12 ພຣະອົງໄດ້ສະເດັດເຂົ້າໄປໃນສະຖານທີ່ສັກສິດທີ່ສຸດພຽງເທື່ອດຽວເປັນການສິ້ນສຸດ ແລະພຣະອົງບໍ່ໄດ້ຊົງນຳເລືອດແບ້ຫລືເລືອດລູກງົວເຂົ້າໄປ ແຕ່ຊົງນຳພຣະໂລຫິດຂອງພຣະອົງເອງເຂົ້າໄປ ແລະຊົງສຳເຣັດການໄຖ່ບາບອັນຕລອດໄປ 13 ເພາະວ່າຖ້າເລືອດແບ້ຫລືເລືອດງົວເຖິກ ແລະຂີ້ເຖົ່າໄຟຂອງລູກງົວໂຕແມ່ທີ່ໂຮຍລົງເທິງຄົນຊົ່ວມົວຫມອງຍົງອາດຊຳຮະຮ່າງກາຍໃຫ້ສະອາດໄດ້ 14 ຫລາຍກວ່ານັ້ນຈັກພຽງໃດ ພຣະໂລຫິດຂອງພຣະຄຣີດ ຜູ້ໄດ້ຊົງຖວາຍພຣະອົງເອງແດ່ພຣະເຈົ້າໂດຍພຣະວິນຍານຜູ້ຊົງຕັ້ງຢູ່ເປັນນິດ ເປັນເຄື່ອງບູຊາປາສຈາກຕຳຫນິ ກໍຈະຊົງຊຳຮະໃຈສຳນຶກຜິດແລະຊອບຂອງເຮົາທັງຫລາຍ ໃຫ້ພົ້ນຈາກກິຈການທີ່ນຳໄປສູ່ຄວາມຕາຍ ເພື່ອຫັນໄປຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່ 15 ເພາະເຫດນັ້ນພຣະອົງຈຶ່ງຊົງເປັນຜູ້ກາງແຫ່ງຄຳສັນຍາໃຫມ່ ເພື່ອໃຫ້ຄົນທັງຫລາຍທີ່ພຣະອົງຊົງເອີ້ນມາ ໄດ້ຮັບມໍຣະດົກຕລອດໄປຕາມທີ່ຊົງສັນຍາໄວ້ ເພາະຄວາມຕາຍນັ້ນໄຖ່ເຂົາໃຫ້ພົ້ນຈາກຜິດບາບທີ່ເກີດໃຕ້ຄຳສັນຍາເດີມ 16 ເພາະວ່າໃນກໍຣະນີທີ່ກ່ຽວກັບຫນັງສືພິນັຍກັມ ກໍຈະຕ້ອງພິສູດວ່າຜູ້ເຮັດຫນັງສືນັ້ນຕາຍແລ້ວ ຄົນນັ້ນຕ້ອງຕາຍເສັຽກ່ອນ ຫນັງສືພິນັຍກັມຈຶ່ງຈະໃຊ້ໄດ້ 17 ເພາະຖ້າຜູ້ທີ່ເຮັດຫນັງສືນັ້ນຍັງມີຊີວິດຢູ່ ຫນັງສືພິນັຍກັມນັ້ນກໍໃຊ້ບໍ່ໄດ້ 18 ເພາະເຫດນັ້ນ, ເຖິງແມ່ນຄຳສັນຍາເດີມກໍບໍ່ໄດ້ຊົງຕັ້ງຂຶ້ນໂດຍປາສຈາກເລືອດ 19 ເພາະວ່າເມື່ອໂມເຊໄດ້ປະກາດຄຳສັ່ງທຸກຂໍ້ຕາມພຣະບັນຍັດແກ່ບັນດາພົລເມືອງແລ້ວ ທ່ານກໍເອົາເລືອດລູກງົວ (ແລະເລືອດແບ້) ກັບນ້ຳ ແລ້ວເອົາຂົນແກະສີແດງແລະຕົ້ນກູສິບ ມາຈຸ່ມຊິດໃສ່ຫນັງສືມ້ວນນັ້ນກັບທັງພົລເມືອງທັງປວງ 20 ໂດຍກ່າວວ່າ, “ນີ້ແຫລະ, ຄືເລືອດທີ່ກ່ຽວກັບພຣະສັນຍາຊຶ່ງພຣະເຈົ້າຊົງບັນຍັດໄວ້ແກ່ເຈົ້າທັງຫລາຍ” 21 ໃນທຳນອງດຽວກັນນັ້ນ ທ່ານກໍໄດ້ເອົາເລືອດຊິດໃສ່ສຳນັກຜ້າກັບເຄື່ອງໃຊ້ໃນພິທີນະມັສການທຸກຊະນິດເຫມືອນກັນ 22 ແລ້ວຕາມພຣະບັນຍັດນັ້ນ ເກືອບທຸກສິ່ງຕ້ອງຊຳຮະດ້ວຍເລືອດ ແລະຖ້າບໍ່ມີເລືອດໄຫລອອກແລ້ວການໃຫ້ອະພັຍກໍບໍ່ມີ
ພຣະເຢຊູຊົງລົບລ້າງບາບໂດຍການຖວາຍຕົນເອງ
23 ເຫດສັນນີ້ ສິ່ງຂອງໃນໂລກນີ້ ທີ່ມີແບບຕົວຢ່າງໃນສວັນ ຈຳເປັນຕ້ອງຊຳຮະໂດຍໃຊ້ເຄື່ອງບູຊາອັນປະເສີດກວ່າອີກ 24 ເພາະວ່າພຣະຄຣິດບໍ່ໄດ້ສະເດັດເຂົ້າໄປໃນສະຖານທີ່ສັກສິດ ຊຶ່ງສ້າງຂຶ້ນດ້ວຍມືມະນຸດຕາມແບບຢ່າງໃນສວັນ ແຕ່ດຽວນີ້ພຣະອົງໄດ້ສະເດັດເຂົ້າໄປໃນມະຫາສວັນ ເພື່ອເຂົ້າເຝົ້າພຣະເຈົ້າແທນເຮົາທັງຫລາຍ 25 ພຣະອົງບໍ່ຕ້ອງຊົງຖວາຍພຣະອົງເອງເລື້ອຍໆ ບໍ່ເຫມືອນມະຫາປະໂຣຫິດທີ່ເຂົ້າໃນສະຖານທີ່ສັກສິດທຸກປີ ແລະນຳເລືອດຊຶ່ງບໍ່ແມ່ນເລືອດຂອງຕົນເອງເຂົ້າໄປຖວາຍ 26 ເພາະຖ້າເປັນຢ່າງນັ້ນ, ພຣະອົງຄົງຈະຕ້ອງຊົງທົນທຸກທໍຣະມານເປັນຫລາຍເທື່ອ ນັບຕັ້ງແຕ່ສ້າງໂລກມາ ແຕ່ໃນຄາວທີ່ສຸດນີ້ພຣະອົງໄດ້ຊົງປາກົດເພື່ອຖວາຍພຣະອົງເອງເປັນເຄື່ອງບູຊາພຽງເທື່ອດຽວ ເພື່ອລົບລ້າງບາບເປັນການສິ້ນສຸດ 27 ມະນຸດຖືກຊົງກຳນົດໄວ້ແລ້ວວ່າຈະຕ້ອງຕາຍເທື່ອດຽວ ແລະຫລັງຈາກນັ້ນຈະມີການຊົງພິພາກສາສັນໃດ 28 ພຣະຄຣິດກໍສັນນັ້ນ ຄືພຣະອົງຊົງຖວາຍພຣະອົງເອງເປັນເຄື່ອງບູຊາເທື່ອດຽວ ເພື່ອແບກບາບຂອງຄົນຈຳນວນຫລາຍໄວ້ ພຣະອົງຈະຊົງປາກົດເປັນເທື່ອທີ່ສອງ ໂດຍບໍ່ກ່ຽວກັບບາບ ແຕ່ເພື່ອໂຜດບັນດາຜູ້ທີ່ລໍຄອຍພຣະອົງດ້ວຍໃຈຮ້ອນຮົນ ໃຫ້ໄດ້ຮັບຄວາມພົ້ນ
1 ດ້ວຍວ່າພຣະບັນຍັດເປັນພຽງແຕ່ເງົາຂອງສິ່ງປະເສີດທີ່ຈະມາພາຍຫນ້ານັ້ນ ແລະບໍ່ແມ່ນຕົວຈິງຂອງສິ່ງເຫລົ່ານັ້ນ ເຄື່ອງບູຊາທີ່ເຂົາຖວາຍທຸກປີ ສເມີມາຕາມພຣະບັນຍັດ ກໍບໍ່ອາດຈະເຮັດໃຫ້ຜູ້ທີ່ເຂົ້າເຝົ້ານັ້ນເຖິງທີ່ສຳເຣັດໄດ້ຈັກເທື່ອ 2 ເພາະຖ້າຢ່າງນັ້ນໄດ້ ເຂົາຄົງໄດ້ຢຸດການຖວາຍເຄື່ອງບູຊາແລ້ວ ບໍ່ແມ່ນຫລື ຖ້າຜູ້ໃດນະມັສການນັ້ນໄດ້ຮັບການຊຳຮະລ້າງເທື່ອດຽວເປັນການສິ້ນສຸດແລ້ວ ຄົນເຫລົ່ານັ້ນຄົງຈະບໍ່ຮູ້ສຶກວ່າມີບາບອີກຕໍ່ໄປ 3 ແຕ່ການຖວາຍເຄືອງບູຊານັ້ນເປັນການເຕືອນໃຫ້ລະນຶກເຖິງບາບທຸກປີ 4 ເຫດວ່າເລືອດງົວເຖິກແລະເລືອດແບ້ບໍ່ສາມາດຊຳຮະບາບໃຫ້ຫມົດສິ້ນໄປໄດ້ຈັກເທື່ອ 5 ດັ່ງນັ້ນ, ເມື່ອພຣະຄຣິດສະເດັດເຂົ້າມາໃນໂລກ ພຣະອົງຊົງທູນວ່າ, “ເຄື່ອງບູຊາແລະຂອງທານ ພຣະອົງເຈົ້າບໍ່ຊົງປະສົງ ແຕ່ພຣະອົງໄດ້ຈັດຕຽມຮ່າງກາຍສຳລັບຂ້າພຣະອົງ 6 ເຄື່ອງເຜົາບູຊາ ແລະເຄື່ອງບູຊາລົບລ້າງບາບນັ້ນ ພຣະອົງເຈົ້າບໍ່ຊົງພໍພຣະທັຍ 7 ເມື່ອນັ້ນຂ້າພຣະອົງຈຶ່ງທູນວ່າ, “ຂ້າແດ່ພຣະເຈົ້າ ຂ້າພຣະອົງໄດ້ມາເພື່ອຈະເຮັດຕາມນ້ຳພຣະທັຍຂອງພຣະອົງ ຕາມທີ່ມີເຣື່ອງຂອງຂ້າພຣະອົງຂຽນໄວ້ໃນຫນັງສືມ້ວນນັ້ນ” 8 ເມື່ອພຣະອົງຊົງກ່າວແລ້ວວ່າ, “ເຄື່ອງບູຊາແລະຂອງທານ” ກັບ “ເຄື່ອງເຜົາບູຊາແລະເຄື່ອງບູຊາລົບລ້າງບາບ ທີ່ເຂົາໄດ້ບູຊາຕາມພຣະບັນຍັດນັ້ນ ພຣະອົງເຈົ້າບໍ່ຊົງປະສົງແລະບໍ່ຊົງພໍພຣະທັຍ” 9 ຕໍ່ນັ້ນມາພຣະອົງຊົງກ່າວວ່າ, “ຂ້າແດ່ພຣະເຈົ້າ, ຂ້າພຣະອົງໄດ້ມາເພື່ອຈະເຮັດຕາມນໍ້າພຣະທັຍຂອງພຣະອົງ” ພຣະອົງຊົງເລີກລະບົບເດີມນັ້ນເສັຽ ເພື່ອຈະຊົງຕັ້ງລະບົບທີ່ສອງໄວ້ 10 ແລະໂດຍນ້ຳພຣະທັຍນັ້ນແຫລະ, ທີ່ເຮົາທັງຫລາຍໄດ້ຮັບການຊົງຊຳຮະໃຫ້ບໍຣິສຸດ ດ້ວຍການຖວາຍພຣະກາຍຂອງພຣະເຢຊູຄຣິດເທື່ອດຽວເທົ່ານັ້ນ ເປັນການສິ້ນສຸດ 11 ຝ່າຍປະໂຣຫິດທຸກຕົນກໍຢືນບົວລະບັດຢູ່ທຸກວັນ ໂດຍການນຳເຄື່ອງບູຊາຢ່າງດຽວກັນມາຖວາຍເລື້ອຍໆ ເຄື່ອງບູຊານ້ຳນບໍ່ສາມາດຊຳຮະລ້າງບາບໄດ້ຈັກເທື່ອ 12 ແຕ່ເມື່ອປະໂຣຫິດຕົນນີ້ໄດ້ຖວາຍເຄື່ອງບູຊາອັນດຽວ ເປັນເຄື່ອງບູຊາລົບລ້າງບາບໄດ້ຕລອດໄປ “ພຣະອົງກໍສະເດັດປະທັບເບື້ອງຂວາຂອງພຣະເຈົ້າ” 13 ເພື່ອຊົງຄອຍຢູ່ “ຈົນບັນດາສັດຕຣູຂອງພຣະອົງຖືກປາບລົງໃຕ້ພຣະບາດຂອງພຣະອົງ” 14 ເພາະວ່າດ້ວຍເຄື່ອງບູຊາອັນດຽວ ພຣະອົງໄດ້ຊົງໂຜດຄົນທັງຫລາຍທີ່ຊົງຊຳຮະເປັນບໍຣິສຸດນັ້ນໃຫ້ເຖິງທີ່ສຳເຣັດເປັນນິດ 15 ແລະພຣະວິນຍານບໍຣິສຸດຊົງເປັນພຍານໃຫແກ່ພວກເຮົາເຫມືອນກັນ ເພາະວ່າພຣະອົງໄດ້ຊົງກ່າວໄວ້ແລ້ວວ່າ, 16 “ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ “ນີ້ແມ່ນຄຳສັນຍາທີ່ເຮົາຈະສັນຍາໄວ້ກັບເຂົາພາຍຫລັງສະໄຫມນັ້ນ ຄືເຮົາຈະບັນຈຸຂໍ້ບັນຍັດຂອງເຮົາໄວ້ໃນຈິດໃຈຂອງເຂົາ ເຮົາຈະຈາຣຶກຂໍ້ບັນຍັດນັ້ນໄວ້ໃນຫົວໃຈຂອງເຂົາ” 17 (ແລະຊົງກ່າວຕໍ່ໄປວ່າ) “ແລະການຜິດບາບກັບການອະທັມຂອງເຂົາ ເຮົາຈະບໍ່ຈົດຈຳຕໍ່ໄປອີກຈັກເທື່ອ” 18 ເພາະວ່າເມື່ອມີການໃຫ້ອະພັຍແລ້ວ ກໍບໍ່ມີເຄື່ອງບູຊາລົບລ້າງຕໍ່ໄປ
ໃຫ້ພວກເຮົາເຂົ້າມາໃດ້ຍືດໝັ້ນໃນຄວາມຫວັງ
19 ດັ່ງນັ້ນພີ່ນ້ອງທັງຫລາຍເອີຍ, ເຮົາທັງຫລາຍມີໃຈກ້າຈະເຂົ້າໄປໃນສະຖານສັກສິດທີ່ສຸດດ້ວຍຄວາມຕາຍຂອງພຣະເຢຊູ 20 ຕາມທາງໃຫມ່ຊຶ່ງມີຊີວິດ ທີ່ພຣະອົງໄດ້ຊົງໄຂອອກໃຫ້ພວກເຮົາ ຜ່ານເຂົາໄປທາງຜ້າກັ້ງນັ້ນ ຄືທາງພຣະກາຍຂອງພຣະອົງ 21 ອີກປະການນຶ່ງ, ພວກເຮົາມີປະໂຣຫິດຕົນໃຫຍ່ເຫມືອນຄົວເຮືອນຂອງພຣະເຈົ້າແລ້ວ 22 ໂດຍເຫດນີ້, ຈົ່ງໃຫ້ພວກເຮົາເຂົ້າໄປໃກ້ດ້ວຍຈິງໃຈ ດ້ວຍຄວາມເຊື່ອອັນເຕັມບໍຣິບູນ ມີໃຈທີ່ໄດ້ຮັບການຊົງຊຳຮະຈາກການຮູ້ສຶກຕົວວ່າມີບາບ ແລະມີຮ່າງກາຍທີ່ຊຳຮະລ້າງດ້ວຍນ້ຳບໍຣິສຸດ 23 ຈົ່ງຍຶດຫມັ້ນໃນຄວາມຫວັງທີ່ພວກເຮົາປະກາດຕົວວ່າໄດ້ຮັບໄວ້ແລ້ວນັ້ນ ຢ່າໃຫ້ເຄື່ອນໄຫວ ເພາະວ່າພຣະອົງຜູ້ຊົງປະທານພຣະສັນຍານັ້ນກໍຊົງສັດຊື່ 24 ຈົ່ງຄ່ອຍພິຈາຣະນາເບິ່ງເຊິ່ງກັນແລະກັນ ເພື່ອປຸກໃຈເຊິ່ງກັນແລະກັນໃຫ້ມີຄວາມຮັກແລະເຣັດການດີງາມ 25 ຢ່າປະການປະຊຸມກັນເຫມືອນຢ່າງລາງຄົນເຄີຍປະນັ້ນ ແຕ່ຈົ່ງຫນຸນໃຈກັນຫລາຍກວ່າເກົ່າອີກ ເພາະທ່ານກໍຮູ້ກໍເຫັນຢູ່ວ່າວັນນັ້ນໃກ້ເຂົ້າມາແລ້ວ 26 ດ້ວຍວ່າຖ້າພວກເຮົາໄດ້ຮັບຄວາມຮູ້ເຣື່ອງຄວາມຈິງແລ້ວ ແຕ່ຍັງເຈຕະນາເຮັດບາບຢູ່ ເຄື່ອງບູຊາລົບລ້າງບາບກໍຈະບໍ່ມີເຫລືອຢູ່ຕໍ່ໄປ 27 ເຫລືອແຕ່ຄວາມຢ້ານອັນພິລຶກໃນການລໍຖ້າການພິພາກສາລົງໂທດ ແລະໄຟອັນຮ້າຍແຮງທີ່ຈະເຜົາຜານບັນດາຄົນທີ່ຕໍ່ສູ້ພຣະເຈົ້າ 28 ຄົນທີ່ລະເມີດບັນຍັດຂອງໂມເຊນັ້ນ ຖ້າມີພຍານສອງຫລືສາມປາກ ກໍຈະຕ້ອງຕາຍໂດຍບໍ່ມີຄວາມເມດຕາ 29 ທ່ານທັງຫລາຍ ຈົ່ງຄຶດເບິ່ງວ່າ ຄົນທີ່ຢຽບຢ່ຳພຣະບຸດຂອງພຣະເຈົ້າ ແລະຖືພຣະໂລຫິດອັນກ່ຽວກັບພຣະສັນຍາ ຊຶ່ງຊຳຮະຕົວໃຫ້ບໍຣີສຸດວ່າເປັນສິ່ງຊົ່ວຊ້າ ກັບທັງປມາດພຣະວິນຍານຜູ້ຊົງພຣະຄຸນນັ້ນ ຄວນຈະຖືກລົງໂທດຫລາຍກວ່າຄົນເຫລົ່ານັ້ນຈັກເທົ່າໃດ 30 ເພາະພວກເຮົາໄດ້ຮູ້ຈັກພຣະອົງຜູ້ຊົງກ່າວວ່າ “ການແກ້ແຄ້ນເປັນທຸຣະຂອງເຮົາ ຝ່າຍເຮົາຈະຕອບແທນ” ແລະໄດ້ຊົງກ່າວອີກວ່າ “ອົງພຣະຜູ້ເປັນເຈົ້າຈະຊົງພິພາກສາພົລເມືອງຂອງພຣະອົງ” 31 ການຕົກຢູ່ໃນເງື້ອມພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ນັ້ນ ກໍເປັນທີ່ຫນ້າຫວາດກົວ 32 ແຕ່ທ່ານທັງຫລາຍຈົ່ງລະນຶກເຖິງຄາວກ່ອນນັ້ນ ຫລັງຈາກທີ່ທ່ານໄດ້ຮັບຄວາມສວ່າງແລ້ວ ພວກທ່ານໄດ້ສູ້ທົນຕໍ່ຄວາມຍາກລຳບາກອັນໃຫຍ່ຫລວງ 33 ລາງເທື່ອພວກທ່ານກໍຖືກການປະຈານອັບອາຍຂາຍຫນ້າ ແລະຖືກຂົ່ມເຫັງໃຫ້ປະຊາຊົນຊົມ ລາງເທື່ອພວກທ່ານກໍເຂົ້າຮ່ວມທຸກຄົນກັບຄົນທີ່ຖືກການຢ່າງດຽວກັນນັ້ນ 34 ເພາະວ່າທ່ານທັງຫລາຍມີໃຈເມດຕາຕໍ່ຄົນເຫລົ່ານັ້ນທີ່ຖືກຜູກມັດ ແລະເມື່ອມີຄົນປຸ້ນເອົາຊັບສິ່ງຂອງໆພວກທ່ານໄປ ພວກທ່ານກໍຂຍອມໃຫ້ເຂົາດ້ວຍໃຈຍິນດີ ເພາະພວກທ່ານຮູ້ແລ້ວວ່າ ພວກທ່ານເອງມີຊັບສົມບັດດີກວ່າແລະຖາວອນກວ່ານັ້ນອີກ 35 ເຫດສັນນັ້ນຢ່າໄດ້ປະຖິ້ມຄວາມໄວ້ວາງໃຈຂອງພວກທ່ານ ທີ່ຈະມີຮາງວັນອັນໃຫຍ່ນັ້ນ 36 ທ່ານທັງຫລາຍຈຳເປັນຕອ້ງມີຄວາມອົດທົນ ເພື່ອວ່າ, ເມື່ອໄດ້ເຮັດຕາມນ້ຳພຣະທັຍຂອງພຣະເຈົ້າແລ້ວ ກໍຈະໄດ້ຮັບຕາມທີ່ຊົງສັນຍາໄວ້ 37 “ອີກບໍ່ເຫີງ, ບໍ່ເຫີງເທົ່າໃດ ພຣະອົງຜູ້ຈະສະເດັດມາກໍຈະສະເດັດມາ ແລະຈະບໍ່ຊົງຊັກຊ້າ 38 ແຕ່ຄົນຊອບທັມຂອງເຮົາຈະມີຊີວິດຢູ່ດ້ວຍຄວາມເຊື່ອ ຖ້າເຂົາຫາກຫລົບຖອຍຫລັງ ເຮົາຈະບໍ່ພໍໃຈໃນຄົນນັ້ນ” 39 ສ່ວນພວກເຮົາ, ບໍ່ຢູ່ຝ່າຍຄົນທີ່ຫລົບຖອຍຫລັງຈົນເຖິງຄວາມຈິບຫາຍເສັຽ ແຕ່ຢູ່ຝ່າຍຄົນທີ່ມີຄວາມເຊື່ອ ຈຶ່ງຮັກສາຊີວິດແລະຈິດໃຈຂອງຕົນໄວ້ໄດ້
ເຣື່ອງຄວາມເຊື່ອ
1 ອັນນຶ່ງ, ຄວາມເຊື່ອ ຄືຄວາມແນ່ນອນໃຈໃນສິ່ງທີ່ເຮົາຫວັງໄວ້ ເປັນຄວາມຕາຍໃຈເຖິງສິ່ງທີ່ຍັງບໍ່ເຫັນກັບຕາ 2 ເພາະດ້ວຍຄວາມເຊື່ອນີ້ເອງ ພວກເຖົ້າເກົ່າບູຮານໄດ້ຮັບຄຳພຍານອັນດີ 3 ໂດຍຄວາມເຊື່ອນີ້ເຮົາທັງຫລາຍຈຶ່ງເຂົ້າໃຈວ່າໂລກຈັກກະວານນີ້ໄດ້ຖືກສ້າງຂຶ້ນດ້ວຍພຣະທັມຂອງພຣະເຈົ້າ ດັ່ງນັ້ນສິ່ງທີ່ຕາເຫັນຢູ່ກໍບໍ່ໄດ້ເກີດຈາກສິ່ງທີ່ປາກົດໃຫ້ເຫັນ 4 ເພາະອາເບນມີຄວາມເຊື່ອນີ້ ຈຶ່ງໄດ້ນຳເອົາເຄື່ອງບູຊາອັນຖືກຕ້ອງກວ່າເຄື່ອງບູຊາຂອງກາອິນມາຖວາຍແດ່ພຣະເຈົ້າ ຊຶ່ງເຮັດໃຫ້ທ່ານໄດ້ຮັບຄຳ ພຍານວ່າເປັນຄົນຊອບທັມ ພຣະເຈົ້າຫໍໄດ້ຊົງເປັນພຍານແກ່ຂອງທານຂອງທ່ານ ເຖິງແມ່ນວ່າອາເບນຕາຍແລ້ວກໍຈິງ ແຕ່ເພາະມີຄວາມເຊື່ອທ່ານຈຶ່ງຍັງເວົ້າຢູ່ 5 ເພາະເອໂນກມີຄວາມເຊື່ອນີ້ພຣະເຈົ້າຈຶ່ງຊົງຮັບທ່ານຂຶ້ນໄປ ເພື່ອບໍ່ໃຫ້ທ່ານພົບກັບຄວາມຕາຍ ແລະບໍ່ມີຜູ້ໃດພົບເຫັນທ່ານ ເພາະພຣະເຈົ້າຊົງຮັບເອົາທ່ານໄປແລ້ວ ອັນນຶ່ງ, ກ່ອນທີ່ຊົງຮັບເອົາທ່ານຂຶ້ນໄປນັ້ນ ມີຜູ້ເປັນພຍານວ່າທ່ານເປັນທີ່ພໍພຣະທັຍພຣະເຈົ້າ 6 ແຕ່ຖ້າບໍ່ມີຄວາມເຊື່ອແລ້ວຈະເປັນທີ່ພໍພຣະທັຍພຣະເຈົ້າບໍ່ໄດ້ ເພາະວ່າຜູ້ທີ່ມາເຝົ້າພຣະເຈົ້າໄດ້ນັ້ນຕ້ອງເຊື່ອວ່າພຣະອົງຊົງພຣະຊົນຢູ່ ແລະພຣະອົງຊົງເປັນຜູ້ປະທານຮາງວັນໃຫ້ແກ່ທຸກຄົນທີ່ສແວງຫາພຣະອົງ 7 ເພາະໂນອາມີຄວາມເຊື່ອນີ້ ພຣະເຈົ້າຈົ່ງຊົງຕັກເຕືອນໃຫ້ຮູ້ເຖິງເຫດການທີ່ຍັງບໍ່ປາກົດ ທ່ານຈຶ່ງຢຳເກງແລະຕໍ່ນາວາ ເພື່ອໃຫ້ຄອບຄົວຂອງຕົນພົ້ນຈາກຄວາມຕາຍ ແລະດ້ວຍເຫດນີ້, ທ່ານຈຶ່ງຕັດສີນລົງໂທດໃສ່ມະນຸສໂລກແລະໄດ້ກາຍເປັນຜູ້ຮັບມໍຣະດົກ ຄືຄວາມຊອບທັມຊຶ່ງເກີດມາຈາກຄວາມເຊື່ອ 8 ເພາະອັບຣາຮາມມີຄວາມເຊື່ອນີ້ ເມື່ອພຣະເຈົ້າຊົງເອີ້ນໃຫ້ທ່ານອອກເດີນທາງໄປຍັງບ່ອນທີ່ທ່ານຈະໄດ້ຮັບເປັນມໍຣະດົກ ທ່ານໄດ້ເຊື່ອຟັງແລະໄດ້ເດີນທາງອອກໄປໂດຍບໍ່ຮູ້ເລີຍວ່າຕົນຈະໄປໃສ 9 ເພາະທ່ານມີຄວາມເຊື່ອນີ້ ຈຶ່ງໄດ້ອາໄສຢູ່ໃນແຜ່ນດິນທີ່ຊົງສັນຍາໄວ້ນັນເຫມືອນເປັນຄົນຕ່າງດ້າວ ຄືອາໄສຢູ່ໃນຜ້າເຕັນດ້ວຍກັນກັບອີຊາກ ແລະຢາໂຄບ ຜູ້ຊຶ່ງໄດ້ຮ່ວມຮັບພຣະສັນຍາເປັນມໍຣະດົກອັນດຽວກັນ 10 ທ່ານໄດ້ລໍຄອຍນະຄອນທີ່ຕັ້ງຢູ່ເທິງຮາກຖານ ຊຶ່ງພຣະເຈົ້າຊົງເປັນນາຍຊ່າງແລະຊົງເປັນຜູ້ສ້າງຂຶ້ນ 11 ເພາະທ່ານມີຄວາມເຊື່ອນີ້ ທ່ານຈຶ່ງມີກຳລັງໃຫ້ບັງເກີດເຊື້ອສາຍ ເມື່ອອາຍຸແກ່ເກີນແລ້ວແລະນາງຊາຣາກໍເປັນຫມັນ ແຕ່ອັບຣາຮາມກໍຖືວ່າພຣະອົງຜູ້ຊົງສັນຍານັ້ນເປັນຜູ້ສັດຊື່ 12 ເຫດສັນນັ້ນ ຈາກຊາຍຄົນດຽວຊຶ່ງເກືອບຈະກ່າວໄດ້ວ່າເຫມືອນຄົນທີ່ຕາຍແລ້ວນັ້ນ ກໍມີຜູ້ສືບເຊື້ອສາຍເກີດມາຢ່າງຫລວງຫລາຍເຫມືອນດວງດາວໃນທ້ອງຟ້າ ແລະເຫມືອນເມັດຊາຍທີ່ນັບບໍ່ຖ້ວນຢູ່ແຄມທະເລ 13 ສ່ວນຄົນເຫລົ່ານັ້ນ, ໄດ້ຕາຍໄປໃນຂນະທີ່ມີຄວາມເຊື່ອ ໂດຍບໍ່ໄດ້ຮັບສິ່ງທີ່ຊົງສັນຍາໄວ້ ແຕ່ເຂົາກໍໄດ້ເຫັນແລະຕ້ອນຮັບໄວ້ຕັ້ງແຕ່ໄກ ແລະຍອມຕົວວ່າເຂົາເປັນພຽງແຂກເມືອງທີ່ທ່ອງທ່ຽວໄປມາໃນໂລກ 14 ເພາະຄົນທີ່ເວົ້າຢ່າງນີ້ກໍສະແດງໃຫ້ເຫັນຄັກແລ້ວວ່າ ເຂົາກຳລັງສແວງຫາບ້ານເມືອງຂອງຕົນ 15 ຈິງແທ້, ຖ້າເຂົາໄດ້ຄຶດເຖິງບ້ານເມືອງທີ່ເຂົາຈາກມາແລ້ວນັ້ນ ເຂົາກໍຄົງຈະມີໂອກາດກັບຄືນໄດ້ 16 ແຕ່ບັດນີ້ເຂົາປາຖນາທີ່ຈະຢູ່ໃນເມືອງອັນປະເສີດກວ່ານັ້ນ ຄືເມືອງສວັນ ເຫດສັນນັ້ນ, ພຣະເຈົ້າຈຶ່ງບໍ່ຊົງລະອາຍ ເມື່ອເຂົາເອີ້ນພຣະອົງວ່າເປັນພຣະເຈົ້າຂອງເຂົາ ເພາະວ່າພຣະອົງໄດ້ຊົງຈັດແຈງນະຄອນນຶ່ງໄວ້ສຳລັບເຂົາແລ້ວ 17 ເພາະອັບຣາຮາມມີຄວາມເຊື່ອນີ້ ເມື່ອທ່ານຖືກລອງໃຈຈຶ່ງໄດ້ຖວາຍອີຊາກເປັນເຄື່ອງບູຊາ ເຖິງແມ່ນທ່ານເປັນຜູ້ໄດ້ຮັບພຣະສັນຍາ ກໍພ້ອມແລ້ວທີ່ຈະຖວາຍລະຄົນດຽວຂອງທ່ານ 18 ຄືລູກທີ່ມີພຣະສັນຍາກ່າວເຖິງວ່າ, “ເຊື້ອສາຍຂອງເຈົ້າຈະສືບຕໍ່ໄປທາງອີຊາກ” 19 ແຕ່ອັບຣາຮາມຄຶດວ່າພຣະເຈົ້າຊົງຣິດສາມາດໃຫ້ມີການຄືນມາຈາກຕາຍໄດ້ ແລະທ່ານກໍໄດ້ຮັບລູກນັ້ນປຽບເຫມືອນເປັນຄືນມາແທ້ 20 ເພາະອີຊາກມີຄວາມເຊື່ອນີ້ ຈຶ່ງໄດ້ອວຍພອນຢາໂຄບແລະເອຊາວສຳລັບເຫດການທີ່ຈະເກີດຂຶ້ນໃນພາຍຫນ້າ 21 ເພາະຢາໂຄບມີຄວາມເຊື່ອນີ້ ເມື່ອໃກ້ຈະຕາຍຈຶ່ງໄດ້ອວຍພອນແກ່ລູກຊາຍຂອງໂຢເຊັບທຸກຄົນ ແລະຫມູບນະມັສການພຣະເຈົ້າເຫນືອຫົວໄມ້ເທົ້າຂອງຕົນ 22 ເພາະໂຢເຊັບມີຄວາມເຊື່ອນີ້ ເມື່ອກຳລັງຈະຫມົດຊີວິດຈຶ່ງໄດ້ກ່າວເຖິງເຣື່ອງອິສຣາເອນຈະອອກໄປນັ້ນ ແລະໄດ້ສັ່ງໄວ້ເຖິງເຣື່ອງກະດູກຂອງຕົນ 23 ເພາະພໍ່ແມ່ຂອງໂມເຊມີຄວາມເຊື່ອນີ້ ເມື່ອໂມເຊເກີດຈຶ່ງໄດ້ເຊື່ອງໄວ້ລະຫວ່າງສາມເດືອນ ເພາະເຫັນວ່າໂມເຊມີຮູບງາມ ແລະພໍ່ແມ່ບໍ່ໄດ້ຢ້ານຂໍ້ດຳຣັດຂອງກະສັດ 24 ເພາະໂມເຊມີຄວາມເຊື່ອນີ້ ເມື່ອໃຫຍ່ມາແລ້ວທ່ານບໍ່ຍອມໃຫ້ຜູ້ໃດເອີ້ນຕົນເປັນບຸດທິດາຂອງຟາຣາໂອ 25 ທ່ານເລືອກເອົາການຢູ່ຮ່ວມທຸກລຳບາກກັບພົລເມືອງຂອງພຣະເຈົ້າແທນຄວາມເພີດເພີນຊົ່ວຄາວໃນຄວາມບາບ 26 ທ່ານຖືວ່າການອົດທົນຕໍ່ຄວາມອັບອາຍເພື່ອພຣະຄຣິດປະເສີດກວ່າສົມບັດຂອງປະເທດເອຢິບເພາະທ່ານເລັງເຫັນຮາງວັນທີ່ຈະໄດ້ຣັບນັ້ນ 27 ເພາະມີຄວາມເຊື່ອນີ້ ທ່ານຈຶ່ງອອກຈາກປະເທດເອຢິບເສັຽ ໂດຍບໍ່ຢ້ານຄວາມຮ້າຍຂາດຂອງກະສັດນັ້ນ ເພາະທ່ານຫມັ້ນໃຈເຫມືອນກັບວ່າໄດ້ເຫັນພຣະອົງຜູ້ບໍ່ຊົງປາກົດແກ່ຕາ 28 ເພາະມີຄວາມເຊື່ອນີ້ ທ່ານຈຶ່ງໄດ້ຖືເທສການປັສຄາ ແລະພິທີຊິດເລືອດ ເພື່ອບໍ່ໃຫ້ເພັຊຄາດຜູ້ປະຫານຊີວິດລູກກົກມາຖືກພວກອິສຣາເອນໄດ້ 29 ເພາະພວກອິສຣາເອນມີຄວາມເຊື່ອນີ້ ເຂົາຈຶ່ງຍ່າງຂ້າມທະເລແດງ ເຫມືອນກັບຍ່າງເທິງດິນແຫ້ງ ແຕ່ເມື່ອຊາວເອຢິບໄດ້ທົດລອງຂ້າມເບິ່ງ ເຂົາກໍຈົມນ້ຳຕາຍຫມົດ 30 ເພາະມີຄວາມເຊື່ອນີ້ ເມື່ອພວກອິສຣາເອນໄດ້ວຽນລ້ອມເມືອງເຢຣີໂກເຖິງເຈັດວັນແລ້ວ ກຳແພງເມືອງນັ້ນຈຶ່ງເພພັງລົງ 31 ເພາະມີຄວາມເຊື່ອນີ້ ຣາຮາບຍິງໂສເພນີຈຶ່ງບໍ່ຈິບຫາຍໄປພ້ອມກັບຄົນເຫລົ່ານັ້ນທີ່ບໍ່ເຊື່ອຟັງ ເພາະນາງໄດ້ຕ້ອນຮັບພວກສອດແນມເປັນຢ່າງດີ 32 ແລະເຮົາຈະເວົ້າສິ່ງໃດຕໍ່ໄປອີກແດ່ ເພາະບໍ່ມີເວລາພໍທີ່ຈະກ່າວເຖິງກີເດໂອນ ບາຣາກ ແຊມຊັນ ເຢັຟທາ ດາວິດ ແລະຊາມູເອນ ແລະຜູ້ປະກາດພຣະທັມທັງຫລາຍ 33 ເພາະຄົນເຫລົ່ານີ້ມີຄວາມເຊື່ອ ເຂົາຈຶ່ງໄດ້ມີຊັຍເຫນືອແຜ່ນດິນຕ່າງໆ ໄດ້ຈັດຕັ້ງລະບົບຄວາມຍຸດຕິທັມ ໄດ້ຮັບຜົນຕາມພຣະສັນຍາ ໄດ້ອັດປາກສິງ 34 ໄດ້ມອດໄຟອັນຮ້ອນກ້າ ໄດ້ພົ້ນຈາກຄົມດາບ ຄວາມອ່ອນແອຂອງເຂົາກໍກັບກາຍເປັນຄວາມແຂງແຮງ ມີກຳລັງຄວາມສາມາດໃນເສິກສົງຄາມ ໄດ້ຕີກອງທັບຕ່າງປະເທດໃຫ້ແຕກຫນີໄປ 35 ພວກຜູ້ຍິງກໍໄດ້ຣັບຄົນທີ່ຕາຍແລ້ວຂອງເຂົາ ໂດຍທາງເປັນຄືນມາອີກ ລາງຄົນກໍໄດ້ຖືກທໍຣະມານ ແຕ່ກໍບໍ່ຍອມຮັບການປົດປ່ອຍ ເພື່ອເຂົາຈະໄດ້ຣັບການຄືນມາອັນປະເສີດກວ່າ 36 ລາງຄົນຖືກທົດລອງໃຈດ້ວຍມີຜູ້ເຍາະເຍີ້ຍແລະຂ້ຽນຕີ ອີກລາງຄົນຖືກລ່າມໂສ້ແລະຖືກຂັງຄຸກເຫມືອນກັນ 37 ລາງຄົນໄດ້ຖືກເຂົາຄວ່າງຫີນໃສ່ ໄດ້ຖືກເລື່ອຍເປັນທ່ອນ ໄດ້ຖືກຂ້າດ້ວຍຄົມດາບເສັຽ ໄດ້ນຸ່ງຫົ່ມຫນັງແກະຫນັງແບ້ທຽວໄປມາ ອຶດເຂົ້າຫິວນ້ຳ ທົນທຸກເວທະນາ ແລະທົນການກົດຂີ່ຂົ່ມເຫັງ 38 (ແຜ່ນດິນໂລກກໍບໍ່ສົມກັບຄົນເຫລົ່ານັ້ນ) ເຂົາໄດ້ທຽວໄປມາໃນປ່າແລະຕາມພູ ຊ່ອນຕົວໃນຖ້ຳແລະໃນຂຸມ 39 ຄົນທັງປວງນີ້, ເຖິງແມ່ນເຂົາໄດ້ຮັບຄຳພຍານອັນດີຍ້ອນຄວາມເຊື່ອຂອງເຂົາ ແຕ່ເຂົາກໍຍັງບໍ່ໄດ້ຮັບສິ່ງທີ່ຊົງສັນຍາໄວ້ແລ້ວນັ້ນ 40 ເພາະວ່າພຣະເຈົ້າຊົງຈັດແຈງສິ່ງທີ່ປະເສີດກວ່ານັ້ນສຳລັບພວກເຮົາ ເພື່ອວ່ານອກຈາກພວກເຮົາເຂົາຈະບໍ່ເຖິງທີ່ສຳເຣັດໄດ້
ເຫດທີ່ອົງພຣະຜູ້ເປັນເຈົ້າຊົງຕີສອນ
1 ເຫດສັນນັ້ນ ເມື່ອເຮົາທັງຫລາຍມີຝູງພຍານຫລວງຫລາຍຢູ່ຮອບຂ້າງຢ່າງນີ້ແລ້ວ ພວກເຮົາຈົ່ງຊັດຖິ້ມທຸກຢ່າງທີ່ຖ່ວງຢູ່ ແລະຜິດບາບທີ່ຕິດແຫນ້ນໂດຍງ່າຍ ສ່ວນການແລ່ນແຂ່ງທີ່ກຳນົດໄວ້ຕໍ່ຫນ້າພວກເຮົານັ້ນ ຈົ່ງພາກັນແລ່ນດ້ວຍຄວາມພຽນພຍາຍາມ 2 ຈົ່ງປັກຕາເບິ່ງພຣະເຢຊູ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເຣັດ ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ຫນ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ 3 ຈົ່ງພິຈາຣະນາຄຶດເຖິງພຣະອົງ ຜູ້ຊົງອົດທົນການຂັດຂວາງຂອງຄົນບາບທີ່ຕໍ່ສູ້ພຣະອົງ ເພື່ອທ່ານທັງຫລາຍຈະບໍ່ຫມົດກຳລັງໃຈ 4 ໃນການຕໍ່ສູ້ກັບບາບນັ້ນ ທ່ານທັງຫລາຍບໍ່ໄດ້ຕໍ່ສູ້ເຖິງຂະຫນາດເລືອດຕົກ 5 ແລະພວກທ່ານໄດ້ລືມຄຳເຕືອນທີ່ພຣະອົງໄດ້ຊົງເຕືອນໃນຖານະທີ່ເປັນລູກວ່າ, “ລູກຂອງເຮົາເອີຍ, ຢ່າປມາດຕໍ່ການຕີສອນຂອງອົງພຣະຜູ້ເປັນເຈົ້າ ແລະຢ່ານ້ອຍໃຈເມື່ອພຣະອົງຊົງຕິຕຽນ 6 ເພາະວ່າອົງພຣະຜູ້ເປັນເຈົ້າຊົງຕີສອນຜູ້ທີ່ພຣະອົງຊົງຮັກ ແລະເມື່ອພຣະອົງຊົງຮັບຜູ້ໃດເປັນລູກພຣະອົງກໍຊົງຂ້ຽນສອນຜູ້ນັ້ນ“ 7 ທ່ານທັງຫລາຍຈົ່ງຣັບແລະທົນເອົາເທາະ ເພາະເປັນການຕີສອນ ພຣະເຈົ້າຊົງປະຕິບັດຕໍ່ພວກທ່ານໃນຖານະທີ່ພວກທ່ານເປັນລູກຂອງພຣະອົງ ດ້ວຍວ່າມີລູກຄົນໃດແດ່ທີ່ພໍ່ບໍ່ໄດ້ຕີສອນເຂົາ 8 ແຕ່ຖ້າທ່ານທັງຫລາຍບໍ່ໄດ້ຖືກຕີສອນ ຊຶ່ງລູກທຸກຄົນຕ້ອງຖືກນັ້ນ ພວກທ່ານກໍເປັນລູກທາງ ບໍ່ເປັນລູກແທ້ 9 ອີກປະການນຶ່ງ, ເຮົາທັງຫລາຍມີພໍ່ເປັນມະນຸດທີ່ໄດ້ຕີສອນພວກເຮົາ ແລະພວກເຮົາກໍນັບຖືພໍ່ນັ້ນ ຫລາຍກວ່ານັ້ນອີກ ພວກເຮົາຄວນຢູ່ໃຕ້ບັງຄັບຂອງພຣະບິດາແຫ່ງບັນດາວິນຍານຈິດ ແລະມີຊີວິດຈະເຣີນ ບໍ່ແມ່ນຫລື 10 ຝ່າຍພໍ່ເຫລົ່ານັ້ນໄດ້ຕີສອນພວກເຮົາໃນຊົ່ວເງລາເລັກນ້ອຍ ຕາມຄວາມເຫັນດີຂອງເຂົາເທົ່ານັ້ນ ແຕ່ພຣະອົງຊົງຕີສອນພວກເຮົາເພື່ອປໂຍດຂອງພວກເຮົາ ເພື່ອໃຫ້ພວກເຮົາໄດ້ເຂົ້າສ່ວນໃນສະພາບຄວາມບໍຣິສຸດຂອງພຣະອົງ 11 ໃນຂນະທີ່ມີການຕີສອນນັ້ນບໍ່ເປັນຫນ້າຊື່ນໃຈເລີຍ ມີແຕ່ເຣື່ອງເສົ້າໃຈ ແຕ່ຕໍ່ມາພາຍຫລັງຈະກໍ່ໃຫ້ເກີດຜົນ ຄືຄວາມສຸກສຳຣານແລະຄວາມຊອບທັມແກ່ບັນດາຄົນທີ່ຖືກແອບສອນແລ້ວນັ້ນ 12 ເພາະເຫດນັ້ນ, “ຈົ່ງຍົກມືທີ່ລ່ອຍອ່ອນແລະຫົວເຂົ່າທີ່ອ່ອນກຳລັງ ຈົ່ງໃຫ້ມີກຳລັງຂຶ້ນ” 13 “ຈົ່ງແປງທາງໃຫ້ຊື່ສຳລັບຕີນ” ຂອງພວກທ່ານ ເພື່ອຂາທີ່ພິການນັ້ນແທນທີ່ຈະພິກໂບກກໍຈະດີເປັນປົກກະຕິ 14 ຈົ່ງອົດສາພຍາຍາມທີ່ຈະຢູ່ຢ່າງສງົບສຸກກັບຄົນທັງຫລາຍ ແລະອົດສາພຍາຍາມທີ່ຈະໄດ້ໃຈບໍຣິສຸດ ຊຶ່ງຖ້າໃຈບໍ່ບໍຣິສຸດກໍຈະບໍ່ມີຜູ້ໃດໄດ້ເຫັນອົງພຣະຜູ້ເປັນເຈົ້າ 15 ຈົ່ງຄ່ອຍຮັກສາໃຫ້ດີ ຢ້ານວ່າຈະມີຜູ້ໃດຂາດຈາກພຣະຄຸນຂອງພຣະເຈົ້າ ຢ້ານວ່າຈະມີຮາກຂົມຂື່ນງອກຂຶ້ນມາເຮັດໃຫ້ມີຄວາມຫຍຸ້ງຍາກ ຊຶ່ງຈະເປັນເຫດໃຫ້ຫລາຍຄົນຊົ່ວມົວຫມອງໄປ 16 ຢ້ານວ່າມີຄົນຂາດສີນທັມຫລືຄົນປມາດຕໍ່ສິ່ງສັກສິດເຫມືອນເອຊາວ ຜູ້ໄດ້ເອົາສິດຂອງບຸດກົກນັ້ນແລກກັບອາຫານຄາບດຽວ 17 ເພາະທ່ານທັງຫລາຍກໍຮູ້ຢູ່ແລ້ວວ່າ ຕໍ່ມາພາຍຫລັງ ເມື່ອເອຊາວຢາກໄດ້ຮັບພອນນັ້ນເປັນມໍຣະດົກ ທ່ານກໍໄດ້ຮັບແຕ່ຄຳປະຕິເສດ ເຖິງແມ່ນວ່າທ່ານໄດ້ສແວງຫາຈົນນ້ຳຕາໄຫລກໍບໍ່ມີທາງແກ້ໄຂເລີຍ 18 ທ່ານທັງຫລາຍບໍ່ໄດ້ມາເຖິງສິ່ງທີ່ຈັບໄດ້ ເຖິງໄຟທີ່ໄຫມ້ຢູ່ ເຖິງທີ່ມືດດຳແລະມືດມົວ ແລະເຖິງທີ່ລົມພະຍຸ 19 ເຖິງສຽງແກ ແລະເຖິງພຣະສຸຣະສຽງ ຊຶ່ງຄົນທັງຫລາຍເມື່ອໄດ້ຍິນ ແລ້ວໄດ້ອ້ອນວອນຂໍບໍ່ໃຫ້ຊົງກ່າວຈັກຄຳຕໍ່ເຂົາອີກ 20 ເພາະວ່າຂໍ້ຄວາມທີ່ຊົງບັນຍັດໄວ້ນັ້ນເຂົາທົນບໍ່ໄດ້ ຄືວ່າ, “ແມ່ນແຕ່ສັດເດັຽຣະສານໂຕນຶ່ງໂຕໃດ ຖ້າຖືກຕ້ອງພູນັ້ນກໍຈະຕ້ອງຖືກຄວ່າງດ້ວຍກ້ອນຫີນໃຫ້ຕາຍ” 21 ສິ່ງທີ່ປາກົດນັ້ນກໍເປັນຫນ້າຢ້ານຫລາຍປານນັ້ນ ຈົນໂມເຊໄດ້ກ່າວວ່າ, “ຂ້າພະເຈົ້າຢ້ານເຕັມທີ ຈົນຕົວສັ່ນ” 22 ແຕ່ທ່ານທັງຫລາຍໄດ້ມາເຖິງພູຊີໂອນ ມາເຖິງນະຄອນຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ຄືນະຄອນເຢຣູຊາເລັມຊັ້ນຟ້າ ມາເຖິງຝູງເທວະດານັບເປັນຈຳນວນຫມື່ນໆທີ່ຊຸມນຸມກັນເປັນງານມ່ວນຊື່ນ 23 ມາເຖິງທີ່ຊຸມນຸມຂອງບຸດກົກຜູ້ມີຊື່ຈາຣຶກໄວ້ແລ້ວໃນສວັນ ມາເຖິງພຣະເຈົ້າຜູ້ຊົງພິພາກສາຄົນທັງປວງ ແລະມາເຖິງວິນຍານຈິດຂອງຄົນຊອບທັມຜູ້ເຖິງທີ່ສຳເຣັດແລ້ວ 24 ມາເຖິງພຣະເຢຊູຜູ້ຊົງເປັນຜູ້ກາງຝ່າຍຄຳສັນຍາມໃຫມ່ ແລະມາເຖິງພຣະໂລຫິດຊຶ່ງຊິດໃສ່ແລ້ວ ທີ່ມີສຽງອັນດີກວ່າເລືອດຂອງອາເບນອີກ 25 ຈົ່ງລະວັງໃຫ້ດີ ຢ່າປະຕິເສດບໍ່ຍອມຟັງພຣະອົງຜູ້ຊົງກ່າວຢູ່ນັ້ນ ເພາະຖ້າຄົນທັງຫລາຍທີ່ປະຕິເສດບໍ່ຍອມຟັງຄຳເຕືອນຂອງພຣະອົງໃນໂລກ ບໍ່ພົ້ນໂທດທີ່ເຂົາປະຕິເສດນັ້ນ ພວກເຮົາຜູ້ອວ່າຍຫນ້າຈາກພຣະອົງຜູ້ຊົງຕັກເຕືອນຈາກສວັນ ກໍຈະບໍ່ພົ້ນໂທດຫລາຍກວ່າເຂົາເຫລົ່ານັ້ນເສັຽອີກ 26 ແມ່ນພຣະສຸຣະສຽງຂອງພຣະອົງນີ້ທີ່ໄດ້ບັນດານໃຫ້ແຜ່ນດິນຫວັ່ນໄຫວໃນຄາວນັ້ນ ແຕ່ບັດນີ້ພຣະອົງຊົງກ່າວສັນຍາໄວ້ວ່າ, “ຍັງອີກເທື່ອນຶ່ງເຮົາຈະເຮັດໃຫ້ສນັ່ນຫວັ່ນໄຫວ ບໍ່ແມ່ນແຕ່ແຜ່ນດິນໂລກເທົ່ານັ້ນ ແຕ່ທັງທ້ອງຟ້າເຫມືອນກັນ” 27 ຂໍ້ຄວາມທີ່ວ່າ “ຍັງອີກເທື່ອນຶ່ງ” ນັ້ນສະແດງວ່າ ສິ່ງທີ່ຫວັ່ນໄຫວນັ້ນຈະຖືກຍົກຍ້າຍໄປເສັຽ ເຫມືອນກັບສິ່ງທີ່ຊົງສ້າງໃຫ້ມີຂຶ້ນ ເພື່ອໃຫ້ສິ່ງທີ່ບໍ່ຫວັ່ນໄຫວຍັງຄົງເຫລືອຢູ່ 28 ເຫດສັນນັ້ນ ເນື່ອງດ້ວຍພວກເຮົາຮັບແຜ່ນດິນທີ່ຫວັ່ນໄຫວບໍ່ໄດ້ແລ້ວ ກໍໃຫ້ພວກເຮົາຂອບພຣະຄຸນພຣະເຈົ້າ ເພື່ອພວກເຮົາຈະໄດ້ບົວລະບັດພຣະເຈົ້າຕາມຊອບພຣະທັຍຂອງພຣະອົງ ດ້ວຍຄວາມເຄົາຣົບຢຳເກງ 29 ເພາະພຣະເຈົ້າຂອງເຮົາທັງຫລາຍຊົງເປັນໄຟທີ່ເຜົາຜານ
ການປະຕິບັດທີ່ຊອບພຣະທັຍ
1 ຈົ່ງໃຫ້ຄວາມຮັກຢ່າງພີ່ນ້ອງມີຢູ່ຕໍ່ກັນສເມີໄປ 2 ຢ່າລືມການຕ້ອນຮັບແຂກ ເພາະວ່າດ້ວຍການເຮັດດັ່ງນັ້ນ ບາງຄົນກໍໄດ້ຕ້ອນຮັບເທວະດາໂດຍຕົນບໍ່ທັນຮູ້ 3 ຈົ່ງລະນຶກເຖິງຄົນທັງຫລາຍທີ່ຖືກລ່າມໂສ້ ເຫມືອນກັບວ່າພວກທ່ານໄດ້ເຂົ້າຮ່ວມໃນການນັ້ນເຫມືອນກັນຈົ່ງລະນຶກເຖິງຄົນທັງຫລາຍທີ່ຖືກຂົ່ມເຫັງ ເພາະວ່າພວກທ່ານກໍມີຮ່າງກາຍເຫມືອນກັນ 4 ຈົ່ງໃຫ້ການສົມຣົດເປັນທີ່ນັບຖືແກ່ຄົນທັງປວງ ແລະໃຫ້ຕຽງສົມຣົດເວັ້ນຈາກການຊົ່ວຮ້າຍ ເພາະຄົນຜິດຊາຍແລະຄົນຫລິ້ນຊູ້ນັ້ນ ພຣະເຈົ້າຈະຊົງພິພາກສາລົງໂທດເຂົາ 5 ຈົ່ງໃຫ້ການດຳເນີນຊີວິດຂອງທ່ານ ເວັ້ນຈາກການຮັກເງິນຮັກຄຳ ຈົ່ງພໍໃຈໃນສິ່ງທີ່ຕົນມີຢູ່ ເພາະພຣະເຈົ້າເອງຊົງກ່າວໄວ້ວ່າ, “ເຮົາຈະບໍ່ປະເຈົ້າ ຫລືຖິ້ມເຈົ້າເສັຽຈັກເທື່ອ” 6 ເພາະເຫດນັ້ນ ເຮົາທັງຫລາຍອາດກ່າວດ້ວຍໃຈກ້າໄດ້ວ່າ, “ອົງພຣະຜູ້ເປັນເຈົ້ານີ້ແຫລະ, ຊົງເປັນພຣະຜູ້ຊ່ອຍຂອງຂ້າພະເຈົ້າ ຂ້າພະເຈົ້າຈະບໍ່ຢ້ານ ມະນຸດຄົນໃດຫນໍຈະເຮັດອັນໃດແກ່ຂ້າພະເຈົ້າໄດ້” 7 ຈົ່ງລະນຶກເຖິງພວກຜູ້ນຳຂອງທ່ານທັງຫລາຍ ຄືຜູ້ທີ່ໄດ້ປະກາດພຣະທັມແກ່ພວກທ່ານ ຈົ່ງພິຈາຣະນາເບິ່ງຜົນສຸດທ້າຍແຫ່ງຊີວິດຂອງເຂົາ ແລະຈົ່ງປະຕິບັດຕາມແບບຢ່າງຄວາມເຊື່ອຂອງເຂົາ 8 ພຣະເຢຊູຄຣິດຊົງເປັນຢູ່ສເມີກັບທັງໃນເວລາວານນີ້ ໃນເວລາວັນນີ້ ແລະສືບໆໄປເປັນນິດ 9 ຢ່າຍອມໃຫ້ຄວາມສອນອັນແຕກຕ່າງນັ້ນພາຕົວຫລົງໄປ ເພາະເປັນການດີຢູ່ແລ້ວທີ່ຈະໃຫ້ກຳລັງໃຈເຂັ້ມແຂງຂຶ້ນດ້ວຍພຣະຄຸນ ບໍ່ແມ່ນດ້ວຍອາຫານການກິນ ຊຶ່ງບໍ່ເປັນປໂຍດແກ່ຄົນທີ່ປະຕິບັດຕາມ 10 ພວກເຮົາມີແທ່ນບູຊາແທ່ນນຶ່ງ ຊຶ່ງຄົນຜູ້ປະຕິບັດໃນສຳນັກຜ້ານັ້ນບໍ່ມີສິດທີ່ຈະຮັບປະທານຂອງຈາກແທ່ນນັ້ນໄດ້ 11 ດ້ວຍວ່າຊາກສັດເຫລົ່ານັ້ນ ທີ່ມະຫາປະໂຣຫິດໄດ້ເອົາເລືອດມັນເຂົ້າໄປໃນສະຖານທີ່ສັກສິດ ເພື່ອເປັນເຄື່ອງບູຊາລົບລ້າງບາບ ເຂົາເຄີຍເອົາໄປເຜົາເສັຽນອກຄ້າຍ 12 ດ້ວຍເຫດນັ້ນພຣະເຢຊູກໍເຫມືອນກັນໄດ້ຊົງທົນທຸກທໍຣະມານນອກປະຕູເມືອງ ເພື່ອຊຳຮະພົລເມືອງໃຫ້ບໍຣິສຸດດ້ວຍພຣະໂລຫິດຂອງພຣະອົງເອງ 13 ເຫດສັນນັ້ນ ໃຫ້ເຮົາທັງຫລາຍອອກໄປຫາພຣະອົງນອກຄ້າຍນັ້ນ ແລະຍອມທົນເອົາຄຳຫມິ່ນປມາດ ຊຶ່ງພຣະອົງຊົງທົນເອົານັ້ນ 14 ເພາະວ່າທີ່ນີ້ພວກເຮົາບໍ່ມີນະຄອນອັນຖາວອນ ແຕ່ພວກເຮົາສແວງຫານະຄອນທີ່ຈະມີມາໃນພາຍຫນ້ານັ້ນ 15 ເຫດສັນນັ້ນ ໃຫ້ເຮົາທັງຫລາຍຖວາຍຄຳສັຣເສີນ ເປັນເຄື່ອງບູຊາແດ່ພຣະເຈົ້າໂດຍຕລອດໄປທາງພຣະອົງນັ້ນ ຄືຜົນແຫ່ງຮີມສົບປາກທີ່ຍອມຮັບຮູ້ພຣະນາມຂອງພຣະອົງ 16 ແຕ່ທີ່ຈະທຳຄຸນຄວາມດີແລະມີໃຈເຜື່ອແຜ່ຊຶ່ງກັນແລະກັນນັ້ນ ຢ່າໄດ້ລືມເສັຽ ເພາະເຄື່ອງບູຊາຢ່າງນີ້ແຫລະ, ເປັນທີ່ພໍພຣະທັຍພຣະເຈົ້າ 17 ທ່ານທັງຫລາຍຈົ່ງຍອມຟັງແລະຍອມຢູ່ໃນໂອວາດຜູ້ນຳຂອງພວກທ່ານ ເພາະເຂົາເຫລົ່ານັ້ນດູແລຈິດວິນຍານຂອງພວກທ່ານຢູ່ ເຫມືອນນຶ່ງຜູ້ທີ່ຈະຕ້ອງສເນີຣາຍງານ ເພື່ອເຂົາຈະໄດ້ເຮັດງານນີ້ດ້ວຍຄວາມຊື່ນໃຈ ບໍ່ແມ່ນດ້ວຍຄວາມເສົ້າໃຈ ຊຶ່ງຈະບໍ່ເປັນປໂຍດແກ່ທ່ານທັງຫລາຍ 18 ຈົ່ງອ້ອນວອນເພື່ອພວກເຮົາຢູ່ ເພາະເຮົາເຊື່ອແນ່ວ່າພວກເຮົາມີໃຈສຳນຶກຜິດແລະຊອບອັນດີຢູ່ແລ້ວ ແລະປາຖນາທີ່ຈະດຳເນີນຊີວິດຕາມຢ່າງດີໃນທຸກສິ່ງ 19 ຂ້າພະເຈົ້າຂໍເລັ່ງຮັດພວກທ່ານຫລາຍຂຶ້ນ ໃຫ້ອ້ອນວອນ່ຢາງນັ້ນ ເພື່ອຈະຊົງໂຜດໃຫ້ຂ້າພະເຈົ້າກັບຄືນໄປຢູ່ກັບພວກທ່ານໂດຍໄວ
ຄຳອວຍພອນແລະຄຳຄຳນັບອັນສຸດທ້າຍ
20 ຂໍພຣະເຈົ້າຜູ້ຊົງໂຜດສັນຕິສຸກ ຜູ້ໄດ້ຊົງນຳພຣະເຢຊູເຈົ້າຂອງເຮົາທັງຫລາຍໃຫ້ຄືນມາຈາກຕາຍ ຄືຜູ້ຊົງເປັນຜູ້ລ້ຽງແກະອົງໃຫຍ່ ດ້ວຍພຣະໂລຫິດທີ່ກ່ຽວກັບຄຳສັນຍາອັນຕັ້ງຢູ່ເປັນນິດນັ້ນ 21 ຈົ່ງຊົງກະທຳໃຫ້ທ່ານທັງຫລາຍເປັນຄົນຄົບຖ້ວນໃນການດີທຸກຢ່າງ ເພື່ອຈະໄດ້ປະຕິບັດຕາມພຣະທັຍພຣະອົງ ແລະຊົງທຳງານພາຍໃນທ່ານທັງຫລາຍຕາມທີ່ຊອບໃນສາຍພຣະເນດຂອງພຣະອົງ ໂດຍທາງພຣະເຢຊູຄຣິດ ສະງ່າຣາສີມີແດ່ພຣະ
ຄຣິດສືບໆໄປເປັນນິດ ອາແມນ
22 ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າອ້ອນວອນທ່ານທັງຫລາຍໃຫ້ພຽນຟັງຄຳເຕືອນສະຕິນີ້ ເພາະຂ້າພະເຈົ້າໄດ້ຂຽນມາຫາພວກທ່ານບໍ່ຫລາຍຄຳ 23 ຈົ່ງຮູ້ວ່າຕີໂມທຽວນ້ອງຂອງເຮົາທັງຫລາຍຖືກປ່ອຍແລ້ວ ຖ້າທ່ານມາຮອດໄວ ຂ້າພະເຈົ້າຈະມາຢ້ຽມຢາມພວກທ່ານພ້ອມກັບທ່ານ 24 ຂ້າພະເຈົ້າຂໍຝາກຄວາມຄຶດເຖິງມາຍັງບັນດາຜູ້ນຳຂອງພວກທ່ານ ແລະໄພ່ພົນທັງປວງຂອງພຣະເຈົ້າ ພວກພີ່ນ້ອງທີ່ມາຈາກອີຕາເລັຽກໍຝາກຄວາມຄຶດເຖິງມາຍັງພວກທ່ານ 25 ຂໍພຣະຄຸນ ຈົ່ງສະຖິດຢູ່ກັບທ່ານທັງຫລາຍເທີນ
1 ຈາກ ຢາໂກໂບຜູ້ເປັນຂ້ອຍໃຊ້ຂອງພຣະເຈົ້າ ແລະຂອງພຣະເຢຊູຄຣິດເຈົ້າ ເຖິງ ຄົນສິບສອງຕະກູນທີ່ກະຈັດກະຈາຍຢູ່ນັ້ນ
ຄວາມເຊື່ອແລະຄວາມຖ່ອມໃຈ
2 ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າເອີຍ, ເມື່ອພວກທ່ານປະສົບການທົດລອງຕ່າງໆ ຈົ່ງຖືວ່າເປັນເຣື່ອງຫນ້າຍິນດີທີ່ສຸດ 3 ເພາະທ່ານທັງຫລາຍຮູ້ຢູ່ວ່າການລອງເບິ່ງຄວາມເຊື່ອຂອງພວກທ່ານນັ້ນ ໃຫ້ເກີດຄວາມຫມັ້ນໃຈ 4 ແລະຈົ່ງໃຫ້ຄວາມຫມັ້ນໃຈນັ້ນດຳເນີນງານຈົນສຳເຣັດ ເພື່ອທ່ານທັງຫລາຍຈະໄດ້ເປັນຄົນສຳເຣັດ ແລະຄົບຖ້ວນໂດຍບໍ່ຂາດເຂີນສິ່ງໃດ 5 ແຕ່ຖ້າຄົນໃດໃນພວກທ່ານຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະຣຸນາແລະບໍ່ຊົງກ່າວຕິ ແລະຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ 6 ແຕ່ໃຫ້ຜູ້ນັ້ນທູນຂໍດ້ວຍຄວາມເຊື່ອ ຢ່າໃຫ້ມີໃຈສົງສັຍ ເພາະຜູ້ທີ່ສົງສັຍນັ້ນເປັນເຫມືອນຟອງນ້ຳທີ່ຖືກລົມພັດຊັດໄປມາ 7 ຢ່າໃຫ້ຜູ້ນັ້ນຄຶດວ່າຕົນຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ 8 ເປັນຄົນສອງໃຈ ບໍ່ແນ່ນອນໃນບັນດາທາງຂອງຕົນ 9 ໃຫ້ພີ່ນ້ອງທີ່ຕ່ຳຕ້ອຍຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງຍົກຍໍຕົວຂຶ້ນ 10 ແຕ່ໃຫ້ຄົນຮັ່ງມີ ຈົ່ງອວດອ້າງໃນການທີ່ພຣະເຈົ້າຊົງໃຫ້ຕົກຕ່ຳລົງ ເພາະວ່າຕົນຈະຕ້ອງລ່ວງລັບໄປເຫມືອນດັ່ງດອກຫຍ້າ 11 ເພາະເມື່ອຕາເວັນຂຶ້ນ ຄວາມຮ້ອນອັນແຮງກ້າກໍເຮັດໃຫ້ຫຍ້າຫ່ຽວແຫ້ງໄປ ແລ້ວດອກຫຍ້າກໍຕົກຫລົ່ນລົງ ສີສັນວັນນະຄວາມງາມຂອງມັນກໍສູນສິ້ນໄປ ດັ່ງນີ້ແຫລະ, ຄົນຮັ່ງມີຈະເສື່ອມສູນໄປໃນຂນະທີ່ດຳເນີນງານຂອງຕົນເຫມືອນກັນ
ການທົດລອງໃຈແລະການລໍ້ລວງ
12 ຄົນທີ່ອົດທົນຕໍ່ການທົດລອງໃຈກໍເປັນສຸກ ເພາະເມື່ອປາກົດວ່າຜູ້ນັ້ນທົນໄດ້ແລ້ວ ກໍໄດ້ຮັບພວງມາລັຍແຫ່ງຊີວິດ ຊຶ່ງພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ 13 ເມື່ອຜູ້ໃດຖືກລໍ້ລວງໃຫ້ຫລົງ ຢ່າໃຫ້ຜູ້ນັ້ນເວົ້າວ່າ, “ພຣະເຈົ້າຊົງລໍ້ລວງຂ້າພະເຈົ້າໃຫ້ຫລົງ” ເພາະວ່າຄວາມຊົ່ວຈະມາລໍ້ລວງພຣະເຈົ້າໃຫ້ຫລົງບໍ່ໄດ້ ແລະພຣະອົງເອງກໍບໍ່ຊົງລໍ້ລວງຜູ້ໃດໃຫ້ຫລົງຈັກເທື່ອ 14 ແຕ່ວ່າທຸກຄົນກໍຖືກລໍ້ລວງໃຫ້ຫລົງ ເມື່ອກິເລດຂອງຕົນເອງຊັກຈ່ອງແລະຍົວະເຍົ້າໃຫ້ເຮັດຕາມ 15 ເມື່ອກິເລດຕັ້ງຮາກແລ້ວກໍໃຫ້ເກິດຄວາມຜິດບາບ ແລະເມື່ອຄວາມຜິດບາບຄົບຖ້ວນແລ້ວກໍໃຫ້ເກີດຄວາມຕາຍ 16 ພີ່ນ້ອງທີ່ຮັກຂອງເຮົາເອີຍ, ຢ່າໄດ້ຫລົງຜິດໄປ 17 ການປະທານອັນດິທຸກຢ່າງ ແລະຂອງປະທານອັນດີເລີດທຸກຢ່າງຍ່ອມມາແຕ່ທັງເທິງ ແລະລົງມາຈາກພຣະບິດາແຫ່ງບັນດາດວງສວ່າງ ໃນພຣະບິດານັ້ນບໍ່ມີການປ່ຽນແປງ ແລະບໍ່ມີເງົາເນື່ອງຈາກການຊົງຫມຸນວຽນ 18 ໂດຍນ້ຳພຣະທັຍຂອງພຣະອົງເອງນັ້ນ ພຣະອົງຈຶ່ງຊົງບັນດານໃຫ້ພວກເຮົາບັງເກິດດ້ວຍພຣະທັມອັນສັດຈິງ ເພື່ອພວກເຮົາຈະເປັນຢ່າງຜົນແຣກແຫ່ງສິ່ງທັງຫລາຍທີ່ພຣະອົງຊົງສ້າງ
ການຟັງແລະການຂັບຕາມນ້ຳພຣະທັມ
19 ພີ່ນ້ອງທີ່ຮັກຂອງເຮົາເອີຍ, ພວກເຈົ້າກໍຮູ້ຂໍ້ນີ້ແລ້ວ ແຕ່ຈົ່ງວ່ອງໄວໃນການຟັງ ຈົ່ງຊ້າໃນການເວົ້າ ຈົ່ງຊ້າໃນການຮ້າຍ 20 ເພາະຄວາມຮ້າຍຂອງມະນຸດບໍ່ໄດ້ເຮັດໃຫ້ຄວາມຍຸດຕິທັມຂອງພຣະເຈົ້າເກີດມາ 21 ເຫດສັນນັ້ນ ຈົ່ງເລີກຈາກຄວາມຊົ່ວມົວຫມອງທຸກຢ່າງ ແລະຄວາມຊົ່ວຮ້າຍອັນເຫລືອຫລາຍ ຈົ່ງນ້ອມໃຈຮັບເອົາພຣະທັມທີ່ປູກຝັງໄວ້ແລ້ວນັ້ນ ຊຶ່ງສາມາດຊ່ອຍຈິດວິນຍານຂອງພວກທ່ານໃຫ້ພົ້ນໄດ້ 22 ແຕ່ທ່ານທັງຫລາຍຈົ່ງກາຍເປັນຜູ້ຂັບຕາມພຣະທັມ ບໍ່ແມ່ນເປັນແຕ່ພຽງຜູ້ໄດ້ຍິນເທົ່ານັ້ນ ຊຶ່ງເປັນການລໍ້ລວງຕົນເອງ 23 ເພາະວ່າຖ້າຜູ້ໃດໄດ້ຍິນພຣະທັມ ແລະບໍ່ຂັບຕາມ ຜູ້ນັ້ນກໍເປັນເຫມືອນຄົນທີ່ເບິ່ງຫນ້າຂອງຕົນໃນແວ່ນ 24 ເພາະເມື່ອແຍງເບິ່ງຕົວເອງແລ້ວກໍອອກໄປ ແລ້ວກໍລືມໃນທັນທີນັ້ນໂລດວ່າຕົວເອງເປັນຢ່າງໃດ 25 ແຕ່ຜູ້ທີ່ພິຈາຣະນາເບິ່ງໃນພຣະບັນຍັດອັນດີທີ່ສຸດ ຊຶ່ງເປັນພຣະບັນຍັດທີ່ໃຫ້ມີເສຣີພາບ ແລະຕັ້ງຢູ່ໃນພຣະທັມບັນຍັດນັ້ນ ຜູ້ນັ້ນບໍ່ເປັນຜູ້ທີ່ໄດ້ຍິນແລ້ວຫລົງລືມໄປ ແຕ່ເປັນຜູ້ຂັບຕາມ ຜູ້ນັ້ນແຫລະ, ຈະໄດ້ຮັບຄວາມສຸກໃນກິຈການຂອງຕົນ 26 ຖ້າຜູ້ໃດຄຶດວ່າຕົນເປັນຄົນມີທັມມະ ແລະບໍ່ໄດ້ຫ້າມລີ້ນຂອງຕົນ ແຕ່ລໍ້ລວງຕົວເອງ ທັມມະຂອງຄົນນັ້ນກໍບໍ່ມີປໂຍດ 27 ທັມມະທີ່ບໍຣິສຸດແລະບໍ່ມີການຊົ່ວມົວຫມອງຕໍ່ພຣະພັກພຣະເຈົ້າ ຜູ້ຊົງເປັນພຣະບິດາ ກໍມີດັ່ງນີ້ ຄືການຢ້ຽມຢາມລູກກຳພ້າ ແລະຍິງຫມ້າຍທີ່ມີຄວາມທຸກຮ້ອນ ແລະການຮັກສາຕົວໃຫ້ພົ້ນຈາກການດ່າງພ້ອຍຂອງໂລກ
ຕັກເຕືອນບໍ່ໃຫ້ເລືອກຫນ້າຄົນ
1 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ໃນການທີ່ພວກເຈົ້າຖືພຣະສາສນາຝ່າຍພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ຊົງສະງ່າຣາສິນັ້ນ ຢ່າມີການເລືອກຫນ້າຄົນ 2 ສົມມຸດວ່າມີຄົນນຶ່ງຖືແຫວນຄຳແລະແຕ່ງຕົວງົດງາມ ເຂົ້າມາໃນທີ່ປະຊຸມຂອງພວກເຈົ້າ ແລະມີຄົນຈົນຜູ້ນຶ່ງນຸ່ງເຄື່ອງເປື້ອນເປິເຂົ້າມາເຫມືອນກັນ 3 ຖ້າພວກເຈົ້າຈະສົນໃຈໃນຄົນທີ່ແຕ່ງຕົວງົດງາມນັ້ນ ແລະກ່າວທັກທາຍປາສັຍຮັບຕ້ອນຜູ້ນັ້ນວ່າ, “ເຊີນນັ່ງບ່ອນເຫມາະສົມນີ້ເທີນ” ແລະໃນຂນະດຽວນັ້ນເຈົ້າຈະກ່າວແກ່ຄົນຈົນນັ້ນວ່າ, “ໃຫ້ເຈົ້າຢືນຢູ່ຫັ້ນ” ຫລື “ໃຫ້ເຈົ້ານັ່ງທີ່ຕັ່ງຮອງຕີນເຮົານີ້” 4 ຖ້າເຮັດດັ່ງນັ້ນພວກເຈົ້າເປັນຜູ້ແບ່ງຊັ້ນວັນນະ ແລະກາຍເປັນຜູ້ຕັດສິນດ້ວຍຄວາມຄຶດອັນຊົ່ວ ບໍ່ແມ່ນຫລື 5 ພວກພີ່ນ້ອງທີ່ຮັກຂອງເຮົາເອີຍ, ພຣະເຈົ້າໄດ້ຊົງເລືອກຄົນຍາກຈົນໃນໂລກໃຫ້ເປັນຄົນຮັ່ງມີຝ່າຍຄວາມເຊື່ອ ແລະໃຫ້ເປັນຜູ້ຮັບແຜ່ນດິນ ຊຶ່ງພຣະອົງຊົງສັນຍາໄວ້ວ່າຈະປະທານໃຫ້ແກ່ຄົນທັງຫລາຍທີ່ຮັກພຣະອົງນັ້ນມາເປັນມໍຣະດົກ ບໍ່ແມ່ນຫລື 6 ແຕ່ພວກເຈົ້າໄດ້ປມາດຄົນຈົນ ບໍ່ແມ່ນຄົນຮັ່ງມີນັ້ນຫລື ທີ່ກົດຂີ່ຂົ່ມເຫັງພວກເຈົ້າ ບໍ່ແມ່ນເຂົາເຫລົ່ານັ້ນຫລື ທີ່ລາກດຶງພວກເຈົ້າຂຶ້ນສານ 7 ບໍ່ແມ່ນເຂົາເຫລົ່ານັ້ນຫລື ທີ່ຫມິ່ນປມາດພຣະນາມອັນປະເສິດທີ່ໃຊ້ເອີ້ນພວກເຈົ້າ 8 ຖ້າພວກເຈົ້າທັງຫລາຍຂັບຕາມພຣະຣາຊບັນຍັດໂດຍຄົບຖ້ວນຕາມພຣະຄັມພີຂໍ້ທີ່ວ່າ, “ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ” ພວກເຈົ້າກໍເຮັດດີຢູ່ 9 ແຕ່ຖ້າເຈົ້າທັງຫລາຍເລືອກຫນ້າຄົນ ພວກເຈົ້າກໍເຮັດຜິດ ແລະພຣະບັນຍັດຕັດສິນພວກເຈົ້າວ່າເປັນຄົນລ່ວງລະເມີດ 10 ເພາະວ່າຖ້າບຸກຄົນໃດຖືຮັກສາພຣະບັນຍັດໄດ້ທັງຫມົດ ແຕ່ຜິດຢູ່ຂໍ້ດຽວ ຜູ້ນັ້ນກໍກາຍເປັນຜູ້ຜິດພຣະບັນຍັດທັງຫມົດ 11 ເພາະວ່າພຣະອົງຜູ້ໄດ້ຊົງກ່າວວ່າ, “ຢ່າຫລິ້ນຊູ້ສູ່ຜົວເມັຽທ່ານ” ກໍໄດ້ຊົງກ່າວອີກວ່າ, “ຢ່າຂ້າຄົນ” ດັ່ງນັ້ນຖ້າພວກເຈົ້າບໍ່ໄດ້ຫລິ້ນຊູ້ແຕ່ໄດ້ຂ້າຄົນ ເຈົ້າກໍກາຍເປັນຜູ້ລ່ວງລະເມິດພຣະບັນຍັດ 12 ເຈົ້າທັງຫລາຍຈົ່ງເວົ້າແລະເຮັດ ເຫມືອນຢ່າງຄົນທີ່ຈວນຈະໄດ້ຮັບການພິພາກສາດ້ວຍກົດທີ່ໃຫ້ມີເສຣີພາບ 13 ເພາະວ່າໃນການພິພາກສາ ພຣະເຈົ້າຈະບໍ່ຊົງສະແດງຄວາມເມດຕາຕໍ່ຜູ້ທີ່ບໍ່ໄດ້ສະແດງຄວາມເມດຕາ ສ່ວນຄວາມເມດຕາຍ່ອມມີໄຊຊະນະເຫນືອການພິພາກສາ
ຄວາມເຊື່ອທີ່ບໍ່ມີການປະຕິບັດຕາມກໍໄຮ້ຜົນ
14 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຖ້າຜູ້ໃດຈະເວົ້າວ່າຕົນມີຄວາມເຊື່ອແຕ່ບໍ່ມີການປະຕິບັດ ຈະໄດ້ປໂຍດອັນໃດ ຄວາມເຊື່ອນັ້ນອາດຈະໃຫ້ຕົນພົ້ນໄດ້ຫລື 15 ຖ້າພີ່ນ້ອງຊາຍຍິງຄົນໃດບໍ່ມີເຄື່ອງນຸ່ງຫົ່ມ ແລະຂາດເຂີນອາຫານປະຈຳວັນ 16 ແລະມີຄົນໃດໃນພວກເຈົ້າເວົ້າແກ່ເຂົາວ່າ, “ຈົ່ງໄປເປັນສຸກເທີນ, ຂໍໃຫ້ອົບອຸ່ນແລະກິນອີ່ມ” ແຕ່ບໍ່ໄດ້ໃຫ້ສິ່ງຂອງທີ່ເຂົາຕ້ອງການສຳລັບຕົວນັ້ນ ຈະເປັນປໂຍດອັນໃດ 17 ດັ່ງນັ້ນແຫລະ, ຄວາມເຊື່ອກໍຢ່າງດຽວກັນ ຖ້າບໍ່ມີການປະຕິບັດກໍຕາຍແລ້ວ 18 ແຕ່ບາງຄົນຈະກ່າວວ່າ, “ຝ່າຍເຈົ້າ, ເຈົ້າມີຄວາມເຊື່ອ ແຕ່ຝ່າຍຂ້ອຍມີການປະຕິບັດ” ຈົ່ງສະແດງໃຫ້ເຮົາເຫັນຄວາມເຊື່ອຂອງເຈົ້າຊຶ່ງບໍ່ມີການປະຕິບັດ ແລະຝ່າຍເຮົາຈະສະແດງໃຫ້ເຈົ້າເຫັນຄວາມເຊື່ອຂອງເຮົາດ້ວຍການປະຕິບັດຂອງເຮົານັ້ນ 19 ຝ່າຍພວກເຈົ້າກໍເຊື່ອຕີ້ວ່າມີພຣະເຈົ້າແຕ່ອົງດຽວນັ້ນກໍດີຢູ່ແລ້ວ ສ່ວນຜີຮ້າຍກໍເຊື່ອເຫມືອນກັນແລະຢ້ານຈົນຕົວສັ່ນ 20 ໂອ ຄົນໂງ່ເອີຍ, ເຈົ້າຢາກຮຽນຮູ້ຫລືວ່າ ຄວາມເຊື່ອທີ່ບໍ່ມີການປະຕິບັດນັ້ນກໍໄຮ້ຜົນ 21 ເມື່ອອັບຣາຮາມບັນພະບຸຣຸດຂອງພວກເຮົາ ໄດ້ນຳເອົາອີຊາກບຸດຂອງຕົນມາຖວາຍເທິງແທ່ນບູຊາ ກໍໄດ້ຊົງຖືວ່າຊອບທັມເພາະການປະຕິບັດ ບໍ່ແມ່ນຫລື 22 ພວກເຈົ້າກໍເຫັນແລ້ວວ່າ ຄວາມເຊື່ອຂອງອັບຣາຮາມກໍຮ່ວມກັນກັບການປະຕິບັດຂອງຕົນ ແລະດ້ວຍການປະຕິບັດນັ້ນແຫລະ, ຄວາມເຊື່ອຈຶ່ງໄດ້ເຖິງທີ່ສຳເຣັດ 23 ແລະພຣະຄັມພີກໍສຳເຣັດທີ່ກ່າວວ່າ, “ອັບຣາຮາມໄດ້ເຊື່ອພຣະເຈົ້າ ແລະພຣະອົງຊົງຖືວ່າຄວາມເຊື່ອນັ້ນເປັນຄວາມຊອບທັມແກ່ທ່ານ” ແລະພຣະເຈົ້າຊົງເອີ້ນທ່ານວ່າ, “ສະຫາຍຂອງເຮົາ” 24 ເຈົ້າທັງຫລາຍກໍເຫັນແລ້ວວ່າຜູ້ໃດຈະໄດ້ຊົງຖືວ່າຊອບທັມ ກໍເນື່ອງດ້ວຍການປະຕິບັດແລະບໍ່ແມ່ນດ້ວຍຄວາມເຊື່ອພຽງຢ່າງດຽວ 25 ໃນທຳນອງດຽວກັນນາງຣາຮາບຍິງໂສເພນີໄດ້ຮັບຕ້ອນຜູ້ສົ່ງຂ່າວ ແລ້ວໃຫ້ເຂົາກັບເມືອເສັຽທາງອື່ນ ກໍໄດ້ຊົງຖືວ່າຊອບທັມເນື່ອງດ້ວຍການປະຕິບັດ ບໍ່ແມ່ນຫລື 26 ເຫດວ່າຮ່າງກາຍທີ່ບໍ່ມີຈິດວິນຍານ ກໍຕາຍແລ້ວສັນໃດ ຄວາມເຊື່ອທີ່ປາສຈາກການປະຕິບັດກໍຕາຍແລ້ວສັນນັ້ນເຫມືອນກັນ
ເຣື່ອງລີ້ນ
1 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຢ່າໄດ້ພາກັນເປັນອາຈານຈຳນວນຫລວງຫລາຍ ເພາະພວກເຈົ້າກໍຮູ້ແລ້ວວ່າເຮົາທັງຫລາຍທີ່ເປັນຜູ້ສອນນັ້ນ ຈະໄດ້ຮັບການຊົງພິພາກສາຫນັກຫນ່ວງກວ່າຜູ້ອື່ນ 2 ເພາະວ່າພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍ ຖ້າຜູ້ໃດບໍ່ໄດ້ເຮັດຜິດທາງວາຈາ ຜູ້ນັ້ນແຫລະ, ເປັນຄົນສຳເຣັດແລ້ວ ແລະສາມາດບັງຄັບທັງຕົວໄວ້ໄດ້ເຫມືອນກັນ 3 ຖ້າພວກເຮົາເອົາບັງຫຽນໃສ່ປາກມ້າເພື່ອໃຫ້ມັນຟັງຄວາມ ພວກເຮົາກໍສາມາດບັງຄັບທັງຕົວມັນໃຫ້ຫັນໄປມາ 4 ເບິ່ງແມ໋, ເຮືອກໍເຫມືອນກັນ ເຖິງແມ່ນວ່າເປັນເຮືອໃຫຍ່ແລະຖືກລົມແຮງພັດແລ່ນໄປ ເຮືອນັ້ນກໍຍັງຫັນໄປມາດ້ວຍໄມ້ໂທມທ້າຍອັນນ້ອຍໆຕາມໃຈປະສົງຂອງນາຍທ້າຍ 5 ລີ້ນກໍເຫມືອນກັນນັ້ນແຫລະ, ເປັນອະວັຍວະນ້ອຍໆແລະເວົ້າອວດອ້າງເຣື່ອງໃຫຍ່ໆ ເບິ່ງແມ໋, ໄຟຫນ້ອຍດຽວສາມາດຈຸດເຜົາປ່າກວ້າງເທົ່າໃດຫນໍ 6 ລີ້ນນັ້ນກໍເປັນໄຟ ລີ້ນຄືໂຣກອັນຊົ່ວຮ້າຍທີ່ຕັ້ງຢູ່ລະຫວ່າງບັນດາອະວັຍວະຂອງພວກເຮົາ ເປັນເຫດໃຫ້ທັງຕົວຊົ່ວມົວຫມອງໄປ ເປັນເຊື້ອໄຟທີ່ເຜົາໄຫມ້ວົງກະແສແຫ່ງຊີວິດ ແລະມັນເອງກໍຕິດໄຟມາຈາກນະຮົກ 7 ເພາະວ່າສັດເດັຽຣະສານທຸກຊະນິດ ຄືສັດປ່າແລະນົກ ທັງສັດເລືອຄານແລະສັດໃນທະເລ ເອົາມາຝຶກແອບໄດ້ ແລະມະນຸດກໍໄດ້ບັງຄັບໃຫ້ຟັງຄວາມແລ້ວ 8 ແຕ່ລີ້ນນັ້ນບໍ່ມີມະນຸດຄົນໃດສາມາດຝຶກແອບໄດ້ ມັນເປັນສິ່ງຊົ່ວເຫລືອຄວາມບັງຄັບ ແລະເຕັມໄປດ້ວຍພິດຮ້າຍທີ່ເຮັດໃຫ້ຕາຍ 9 ພວກເຮົາໃຊ້ລີ້ນນັ້ນສັຣເສີນອົງພຣະຜູ້ເປັນເຈົ້າ ຄືພຣະບິດາຂອງເຮົາທັງຫລາຍ ດ້ວຍລີ້ນນັ້ນແຫລະ, ພວກເຮົາຍັງປ້ອຍດ່າມະນຸດທີ່ພຣະເຈົ້າຊົງສ້າງໄວ້ຕາມຮູບເງົາຂອງພຣະອົງ 10 ຄຳສັຣເສິນແລະຄຳປ້ອຍດ່າກໍອອກມາຈາກປາກອັນດຽວກັນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ບໍ່ຄວນໃຫ້ການແນວນັ້ນເກີດມີມາ 11 ບໍ່ນ້ຳພຸຈະໃຫ້ນ້ຳຫວານແລະນ້ຳຂົມພຸ່ງອອກມາຈາກຮູດຽວກັນຫລື 12 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຕົ້ນເດື່ອເທດຈະເກິດຜົນເປັນຫມາກກອກໄດ້ຫລື ຫລືເຄືອອະງຸ່ນຈະເກີດຜົນເປັນຫມາກເດື່ອເທດໄດ້ຫລື ດັ່ງນັ້ນແຫລະ, ນ້ຳເຄັມຈະເປັນນ້ຳຈືດບໍ່ໄດ້
ປັນຍາທີ່ມາຈາກເບື້ອງເທິງ
13 ໃນພວກເຈົ້າຜູ້ໃດມີສະຕິປັນຍາແລະຄວາມເຂົ້າໃຈ ກໍໃຫ້ຜູ້ນັ້ນສະແດງການປະຕິບັດຂອງຕົນໂດຍກິຣິຍາອັນດີ ມີໃຈອ່ອນສຸພາບປະກອບດ້ວຍປັນຍາ 14 ແຕ່ຖ້າພວກເຈົ້າມີໃຈເຫິງສາອັນຂົມຂື່ນແລະມັກໃຫຍ່ໄຝ່ສູງ ກໍຢ່າໂອ້ອວດ ແລະຢ່າທໍຣະຍົດຕໍ່ຄວາມຈິງ 15 ປັນຍາຢ່າງນີ້ບໍ່ໄດ້ລົງມາຈາກເບື້ອງເທິງ ແຕ່ເປັນປັນຍາຢ່າງໂລກ ເປັນຢ່າງທັມມະດາມະນຸດແລະເຫມືອນຢ່າງຜີຮ້າຍ 16 ເພາະວ່າທີ່ໃດມີຄວາມເຫິງສາແລະຄວາມມັກໃຫຍ່ໄຝ່ສູງ ທີ່ນັ້ນກໍວຸ້ນວາຍແລະມີການເຮັດຊົ່ວຮ້າຍທຸກຢ່າງ 17 ແຕ່ສະຕິປັນຍາທີ່ມາແຕ່ເບື້ອງເທິງນັ້ນ ກ່ອນອື່ນກໍເປັນບໍຣິສຸດແລ້ວຈຶ່ງປະກອບດ້ວຍຄວາມສງົບສຸກ ສຸພາບ ແລະຍອມຟັງງ່າຍ ເຕັມໄປດ້ວຍຄວາມເມດຕາແລະໃຫ້ຜົນດີ ບໍ່ເລືອກຫນ້າຄົນແລະບໍ່ຫນ້າຊື່ໃຈຄົດ 18 ຜູ້ສ້າງສັນຕິສຸກຫວ່ານຢ່າງສັນຕິ ຈຶ່ງໄດ້ເກັບກ່ຽວຄວາມຊອບທັມ
ການເປັນມິດກັບໂລກ
1 ອັນໃດເປັນສາເຫດການຜິດຖຽງກັນ ແລະອັນໃດເປັນສາເຫດຂອງການທະເລາະວິວາດກັນໃນພວກເຈົ້າ ບໍ່ແມ່ນກິເລດຕັນຫາຂອງພວກເຈົ້າຫລື ທີ່ເຮັດໃຫ້ພວກເຈົ້າຕໍ່ສູ້ກັນ 2 ເຈົ້າທັງຫລາຍຢາກໄດ້ແຕ່ບໍ່ໄດ້ ພວກເຈົ້າຂ້າກັນ ພວກເຈົ້າເຫິງສາກັນ ແຕ່ບໍ່ສາມາດຈະໄດ້ ພວກເຈົ້າຜິດຖຽງແລະທະເລາະວິວາດກັນ ພວກເຈົ້າບໍ່ມີເພາະບໍ່ໄດ້ຂໍ 3 ເຈົ້າທັງຫລາຍຂໍແລະບໍ່ໄດ້ຮັບເພາະຂໍຜິດ ເພື່ອຈະເອົາໄປໃຊ້ຕາມກິເລດຕັນຫາຂອງຕົນ 4 ໂອ ຄົນທີ່ຫລິ້ນຊູ້ເຮີຍ, ພວກເຈົ້າບໍ່ຮູ້ຫລືວ່າການເປັນມິດກັບໂລກກໍຄືການເປັນສັດຕຣູຕໍ່ພຣະເຈົ້າ ເຫດສັນນັ້ນຜູ້ໃດທີ່ຢາກເປັນມິດກັບໂລກ ຜູ້ນັ້ນກໍເປັນສັດຕຣູຕໍ່ພຣະເຈົ້າ 5 ຫລືເຈົ້າທັງຫລາຍຄຶດວ່າເປັນການເປົ່າໆຫລືທີ່ພຣະຄັມພີກ່າວວ່າ, “ວິນຍານທີ່ພຣະອົງໄດ້ຊົງບັນດານໃຫ້ຢູ່ໃນເຮົາທັງຫລາຍກໍປາຖນາຢ່າງແຮງກ້າ” 6 ແຕ່ພຣະອົງໄດ້ຊົງປະທານພຣະຄຸນເພີ້ມຂຶ້ນອີກ ເຫດສັນນັ້ນພຣະຄັມພີຈຶ່ງກ່າວວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນແກ່ຄົນທີ່ຖ່ອມໃຈລົງ” 7 ເຫດສັນນັ້ນເຈົ້າທັງຫລາຍຈົ່ງນ້ອມໃຈຍອມຟັງພຣະເຈົ້າ ຈົ່ງຕໍ່ສູ້ກັບມານແລະມັນຈະຫນີຈາກພວກເຈົ້າໄປ 8 ເຈົ້າທັງຫລາຍຈົ່ງເຂົ້າໃກ້ພຣະເຈົ້າ ແລະພຣະອົງຈະສະເດັດມາໃກ້ພວກເຈົ້າ ຄົນບາບທັງຫລາຍເອີຍ, ຈົ່ງຊຳຮະມືໃຫ້ສະອາດ ແລະຄົນສອງໃຈຈົ່ງຊຳຮະໃຈຂອງຕົນໃຫ້ບໍຣິສຸດ 9 ຈົ່ງເປັນທຸກໂສກເສົ້າ ຈົ່ງຮ້ອງໄຫ້ແລະຮ່ຳໄຮ ໃຫ້ການຫົວຂອງຕົນກັບກາຍເປັນການໂສກເສົ້າ ແລະໃຫ້ຄວາມຍິນດີກັບກາຍເປັນຄວາມເສົ້າຫມອງ 10 ເຈົ້າທັງຫລາຍຈົ່ງຖ່ອມໃຈລົງຕໍ່ພຣະພັກອົງພຣະຜູ້ເປັນເຈົ້າ ແລະພຣະອົງຈະຊົງຍົກຊູພວກເຈົ້າຂຶ້ນ
ຢ່າກ່າວໂທດໃສ່ພີ່ນ້ອງ
11 ພີ່ນ້ອງທັງຫລາຍເອີຍ, ຢ່າເວົ້ານິນທາເຊິ່ງກັນແລະກັນ ຜູ້ທີ່ເວົ້ານິນທາພີ່ນ້ອງຫລືກ່າວໂທດໃສ່ພີ່ນ້ອງຂອງຕົນ ຜູ້ນັ້ນກໍເວົ້ານິນທາຕໍ່ພຣະບັນຍັດແລະກ່າວໂທດຕໍ່ພຣະບັນຍັດນັ້ນ ແຕ່ຖ້າເຈົ້າກ່າວໂທດຕໍ່ພຣະບັນຍັດ ເຈົ້າກໍບໍ່ເປັນຜູ້ທີ່ຖືຮັກສາພຣະບັນຍັດ ແຕ່ເປັນຜູ້ຕັດສິນພຣະບັນຍັດ 12 ມີຜູ້ຊົງແຕ່ງຕັ້ງພຣະບັນຍັດ ແລະຜູ້ຊົງພິພາກສາພຽງແຕ່ອົງດຽວເທົ່ານັ້ນແຫລະ, ຄືພຣະອົງຜູ້ຊົງສາມາດໂຜດໃຫ້ພົ້ນ ແລະຊົງສາມາດບັນດານໃຫ້ຈິບຫາຍໄປໄດ້ ແຕ່ຝ່າຍເຈົ້າ, ເປັນຜູ້ໃດທີ່ຈະກ່າວໂທດໃສ່ເພື່ອນບ້ານຂອງຕົນ
ການອວດອ້າງ
13 ດັ່ງນີ້ແຫລະ, ເຈົ້າທັງຫລາຍທີ່ເຄີຍເວົ້າວ່າ, “ມື້ນີ້ຫລືມື້ອື່ນພວກເຮົາຈະເຂົ້າໄປໃນເມືອງນັ້ນເມືອງນີ້, ຈະພັກຢູ່ທີ່ນັ້ນປີນື່ງ, ແລະຈະຄ້າຂາຍເອົາກຳໄຣ” 14 ແຕ່ພວກເຈົ້າບໍ່ຮູ້ເຣື່ອງຂອງມື້ອື່ນ ວ່າຊີວິດຂອງພວກເຈົ້າຈະເປັນຢ່າງໃດ ກໍເປັນເຫມືອນນ້ຳຫມອກທີ່ປາກົດຢູ່ຊົ່ວຄາວ ແລ້ວກໍຫາຍໄປ 15 ແທນທີ່ຈະເວົ້າຢ່າງນັ້ນ ພວກເຈົ້າຄວນເວົ້າວ່າ, “ຖ້າພຣະເຈົ້າຊົງເຫັນຊອບ ພວກເຮົາຈະມີຊີວິດຢູ່ແລະຈະເຮັດສິ່ງນີ້ຫລືສິ່ງນັ້ນ” 16 ແຕ່ວ່າດຽວນີ້ເຈົ້າທັງຫລາຍໂອ້ອວດດ້ວຍຄວາມຖືຕົວ ການໂອ້ອວດຢ່າງນີ້ກໍລ້ວນເປັນແຕ່ຄວາມຊົ່ວ 17 ເຫດສັນນີ້ຜູ້ໃດຮູ້ວ່າອັນໃດເປັນການດີ ແລະບໍ່ເຮັດ ຜູ້ນັ້ນຈຶ່ງມີບາບ
ຄຳເຕືອນຄົນຮັ່ງມີ
1 ນີ້ແຫລະ, ເຈົ້າທັງຫລາຍຜູ້ຮັ່ງມີເອີຍ ຈົ່ງຮ້ອງໄຫ້ແລະໂອຍຄາງ ຍ້ອນຄວາມທຸກລຳບາກທີ່ຈະມາຖືກພວກເຈົ້າ 2 ຄວາມສົມບູນຂອງພວກເຈົ້າກໍເສື່ອມສູນໄປແລ້ວ ຄືເສື້ອຜ້າຂອງພວກເຈົ້າແມງກໍກັດກິນແລ້ວ 3 ເງິນຄຳຂອງພວກເຈົ້າກໍເກີດຂີ້ຫມ້ຽງ ແລະຂີ້ຫມ້ຽງນັ້ນຈະເປັນພຍານຫລັກຖານຕໍ່ສູ້ພວກເຈົ້າ ຈະເຜົາຜານເລືອດເນື້ອຂອງພວກເຈົ້າເຫມືອນໄຟ ພວກເຈົ້າໄດ້ທ້ອນໂຮມຊັບສົມບັດໄວ້ສຳລັບວັນສຸດທ້າຍ 4 ເບິ່ງແມ, ຄ່າຈ້າງຂອງຄົນທີ່ໄດ້ກ່ຽວເຂົ້າໃນນາຂອງພວກເຈົ້າຊຶ່ງພວກເຈົ້າໄດ້ສໍ້ໂກງໄວ້ນັ້ນກໍຮ້ອງຟ້ອງຂຶ້ນ ແລະສຽງຮ້ອງທຸກຂອງຄົນທີ່ກ່ຽວເຂົ້ານັ້ນໄດ້ຊົງຊາບແລ້ວ ເຖິງພຣະກັນຂອງອົງພຣະຜູ້ເປັນເຈົ້າ ຜູ້ຊົງເປັນຈອມພົນ 5 ພວກເຈົ້າໄດ້ລ້ຽງຊີວິດຢູ່ໃນໂລກຢ່າງຟູມເຟືອຍແລະສນຸກສນານ ພວກເຈົ້າໄດ້ບຳຣຸງຈິດໃຈເຫມືອນລໍຖ້າວັນປະຫານ 6 ພວກເຈົ້າໄດ້ຕັດສິນລົງໂທດແລະໄດ້ຂ້າຄົນຊອບທັມເສັຽ ເຂົາກໍບໍ່ໄດ້ຕໍ່ສູ້ພວກເຈົ້າ
ຄວາມອົດທົນແລະການອ້ອນວອນ
7 ເຫດສັນນັ້ນພີ່ນ້ອງທັງຫລາຍເອີຍ, ຈົ່ງມີໃຈອົດທົນຈົນກວ່າອົງພຣະຜູ້ເປັນເຈົ້າຈະສະເດັດມາ ຈົ່ງເບິ່ງ, ຊາວປູກຝັງທີ່ລໍຄອຍຜົນອັນມີຄ່າ ທີ່ຈະໄດ້ຮັບຈາກແຜ່ນດິນ ເຂົາພຽນຄອຍຈົນກວ່າມີຝົນຕົ້ນຣະດູແລະຝົນປາຍຣະດູ 8 ພວກເຈົ້າກໍຈົ່ງອົດທົນຢ່າງນັ້ນເຫມືອນກັນ ຈົ່ງຕັ້ງອົກຕັ້ງໃຈໃຫ້ດີ ເພາະໃກ້ຈະເຖິງເວລາທີ່ອົງພຣະຜູ້ເປັນເຈົ້າຈະສະເດັດມາແລ້ວ 9 ພີ່ນ້ອງທັງຫລາຍເອີຍ, ຢ່າຈົ່ມຕໍ່ກັນແລະກັນເພື່ອພວກເຈົ້າຈະບໍ່ຖືກພິພາກສາ ນີ້ແຫລະ, ພຣະອົງຜູ້ຊົງພິພາກສາຊົງປະທັບຢືນຢູ່ທີ່ປະຕູແລ້ວ 10 ພີ່ນ້ອງທັງຫລາຍເອີຍ, ຈົ່ງເອົາແບບຢ່າງໃນການທົນທຸກແລະຄວາມພາກພຽນຂອງພວກຜູ້ປະກາດພຣະທັມ ຜູ້ໄດ້ກ່າວຄວາມໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ 11 ເບິ່ງແມ໋, ພວກເຮົາຖືວ່າຄົນເຫລົ່ານັ້ນທີ່ມີຄວາມຫມັ້ນໃຈກໍເປັນສຸກ ເຈົ້າທັງຫລາຍໄດ້ຍິນເຣື່ອງຄວາມຫມັ້ນໃຈຂອງທ່ານໂຢບ ແລະໄດ້ເຫັນແລ້ວວ່າໃນທີ່ສຸດປາຍນັ້ນ ອົງພຣະຜູ້ເປັນເຈົ້າກໍຊົງເຕັມໄປດ້ວຍພຣະເມດຕາກະຣຸນາ 12 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ທີ່ສຳຄັນກວ່າສິ່ງອື່ນໆທັງຫມົດກໍຄື ຢ່າສະບົດສາບານດ້ວຍອ້າງເຖິງຟ້າ ຫລືດີນ ຫລືສີ່ງອື່ນໆ ແຕ່ສີ່ງໃດແມ່ນກໍໃຫ້ວ່າແມ່ນ ສິ່ງທີ່ບໍ່ແມ່ນກໍໃຫ້ວ່າບໍ່ແມ່ນ ເພື່ອພວກເຈົ້າຈະບໍ່ຕົກໃນການຊົງລົງໂທດ 13 ມີຜູ້ໃດໃນພວກເຈົ້າທົນທຸກຫລື ຈົ່ງໃຫ້ຜູ້ນັ້ນອ້ອນວອນ ມີຜູ້ໃດຊົມຊື່ນຍິນດີຫລື ໃຫ້ຜູ້ນັ້ນຮ້ອງເພງສັຣເສີນ 14 ມີຜູ້ໃດເຈັບໄຂ້ໄດ້ປ່ວຍຫລື ຈົ່ງໃຫ້ຜູ້ນັ້ນເຊີນບັນດາເຖົ້າແກ່ໃນຄຣິສຕະຈັກມາອ້ອນວອນສຳລັບຕົນ ແລະເອົານ້ຳມັນທາຜູ້ນັ້ນໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ 15 ຄຳອ້ອນວອນທີ່ປະກອບດ້ວຍຄວາມເຊື່ອຈະເຮັດໃຫ້ຜູ້ປ່ວຍນັ້ນລອດພົ້ນ ແລະອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ຜູ້ນັ້ນລຸກຂຶ້ນດີເປັນປົກກະຕິ ແລະຖ້າຜູ້ນັ້ນໄດ້ທຳຜິດເຣັດບາບ ພຣະອົງກໍຈະຊົງໂຜດອະພັຍໃຫ້ 16 ເຫດສັນນັ້ນເຈົ້າທັງຫລາຍຈົ່ງສາຣະພາບຜິດຂອງຕົນຕໍ່ກັນແລະກັນ ຈົ່ງອ້ອນວອນເພື່ອກັນແລະກັນ ເພື່ອເຈົ້າທັງຫລາຍຈະໄດ້ດີພຍາດ ຄຳອ້ອນວອນຂອງຜູ້ຊອບທັມມີຣິດສັກສິດເຮັດໃຫ້ເກີດຜົນ 17 ເອລີຢາກໍເປັນມະນຸດທີ່ມີສະພາບເຫມືອນກັບເຮົາທັງຫລາຍ ທ່ານໄດ້ອ້ອນວອນດ້ວຍໃຈຮ້ອນຮົນທູນຂໍບໍ່ໃຫ້ຝົນຕົກ ແລະຝົນກໍບໍ່ຕົກມາຍັງແຜ່ນດິນເຖິງສາມປີກັບຫົກເດືອນ 18 ແລ້ວທ່ານກໍໄດ້ອ້ອນວອນທູນຂໍອີກ ຟ້າກໍປະທານຝົນໃຫ້ ແລະແຜ່ນດິນກໍໄດ້ເກີດຜົນຕ່າງໆ 19 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຖ້າຄົນໃດໃນພວກເຈົ້າຫລົງຜິດໄປຈາກຄວາມຈິງ ຖ້າຜູ້ໃດເຮັດໃຫ້ຄົນນັ້ນຕ່າວຄືນມາອີກ 20 ຈົ່ງຮູ້ວ່າຜູ້ທີ່ເຮັດໃຫ້ຄົນບາບຄົນນຶ່ງຕ່າວຄືນມາຈາກທາງຜິດຂອງຕົນນັ້ນ ກໍໄດ້ຊ່ອຍຈິດວິນຍານຂອງຄົນນັ້ນໃຫ້ພົ້ນຈາກຄວາມຕາຍ ແລະທັງໃຫ້ຄວາມຜິດບາບຈຳນວນຫລວງຫລາຍໄດ້ຮັບຄວາມອະພັຍ
1 ເປໂຕ ອັຄສາວົກຂອງພຣະເຢຊູຄຣິດ ຮຽນ ພວກທີ່ຖືກຊົງເລືອກໄວ້ ແລະທີ່ກະຈັດກະຈາຍໄປເປັນຜູ້ພັກເຊົາໃນແຂວງປົນໂຕ ແຂວງຄາລາເຕັຽ ແຂວງກັປປາໂດເກັຽ ແຂວງອາເຊັຽ ແລະແຂວງບິທີເນັຽ 2 ຄືຜູ້ທີ່ພຣະເຈົ້າພຣະບິດາໄດ້ຊົງເລືອກໄວ້ແລ້ວ ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງຫນ້າໄວ້ກ່ອນ ເພື່ອພຣະວິນຍານຈະຊົງຊຳຮະໃຫ້ບໍຣິສຸດ ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດ ແລະຈະໃຫ້ຮັບການຊິດດ້ວຍພຣະໂລຫິດຂອງພຣະອົງ ຂໍພຣະຄຸນແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ທ່ານທັງຫລາຍເທີນ
ຄວາມຫວັງອັນມີຊີວິດຢູ່
3 ສາທຸການແດ່ພຣະເຈົ້າພຣະບິດາແຫ່ງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງພຣະມະຫາກະຣຸນາແກ່ພວກເຮົາ, ຊົງໂຜດໃຫ້ພວກເຮົາບັງເກີດໃຫມ່ ເຂົ້າສູ່ຄວາມຫວັງໃຈອັນມີຊີວິດຢູ່ ໂດຍການຄືນພຣະຊົນຂອງພຣະເຢຊູຄຣິດ 4 ເພື່ອໃຫ້ໄດ້ຮັບມໍຣະດົກຊຶ່ງບໍ່ຮູ້ເປື່ອຍເນົ່າ, ບໍ່ຖືກຊົ່ວມົວຫມອງ, ແລະຫ່ຽວແຫ້ງໄປບໍ່ໄດ້ ຊຶ່ງໄດ້ຮັກສາໄວ້ໃນມະຫາສວັນເພື່ອທ່ານທັງຫລາຍ 5 ຊຶ່ງເປັນຜູ້ທີ່ຣິດເດດຂອງພຣະເຈົ້າຊົງເຝົ້າຮັກສາໄວ້ດ້ວຍຄວາມເຊື່ອ ຈົນໄດ້ເຖິງຄວາມພົ້ນຊຶ່ງພ້ອມແລ້ວທີ່ຈະປາກົດໃນເວລາສຸດທ້າຍ 6 ໃນສິ່ງນີ້ແຫລະ, ຈົ່ງຊົມຊື່ນຍິນດີຫລາຍ ເຖິງແມ່ນວ່າດຽວນີ້ຈຳເປັນທີ່ພວກທ່ານຈະຕ້ອງທົນຄວາມທຸກໂສກ ດ້ວຍການຖືກທົດລອງຕ່າງໆໃນຊົ່ວເວລານຶ່ງ 7 ເຖິງແມ່ນວ່າຄຳກໍຍັງຖືກລອງເບິ່ງດ້ວຍໄຟ ແຕ່ຄວາມເຊື່ອທີ່ຖືກລອງກໍປະເສີດກວ່າຄຳທີ່ຍ່ອມຮູ້ສູນຫາຍໄປ ດັ່ງນັ້ນ ການທົດລອງຕ່າງໆກໍເກີດຂຶ້ນເພື່ອໃຫ້ຄວາມເຊື່ອທີ່ລອງແລ້ວນັ້ນ ປາກົດວ່າຄວນຮັບຄວາມສັຣເສີນ, ສະງ່າຣາສິ, ແລະກຽດຕິຍົດ ໃນເວລາທີ່ພຣະເຢຊູຄຣິດຈະສະເດັດມາປາກົດ 8 ພຣະອົງຜູ້ທີ່ທ່ານຍັງບໍ່ໄດ້ເຫັນ ແຕ່ພວກທ່ານກໍຍັງຮັກພຣະອົງຢູ່ ເຖິງແມ່ນວ່າຂນະທີ່ພວກທ່ານບໍ່ເຫັນພຣະອົງ ແຕ່ຍັງເຊື່ອແລະຊື່ນຊົມຍິນດີດ້ວຍຄວາມຍິນດີອັນຮຸ່ງເຮືອງຊຶ່ງເຫລືອທີ່ຈະອະທິບາຍໄດ້ 9 ແລ້ວທ່ານທັງຫລາຍຈຶ່ງໄດ້ຮັບຕາມຈຸດປະສົງແຫ່ງຄວາມເຊື່ອຂອງພວກທ່ານ ຄືວິນຍານຈິດຂອງພວກທ່ານຈະໄດ້ລອດພົ້ນ 10 ບັນດາຜູ້ປະກາດພຣະທັມຜູ້ໄດ້ທຳນວາຍເຖິງພຣະຄຸນ ຊຶ່ງຈະບັງເກີດແກ່ທ່ານທັງຫລາຍກໍຄົ້ນຄວ້າ ແລະສືບຖາມຫາຢ່າງຖ້ວນຖີ່ກ່ຽວກັບເຣື່ອງຄວາມພົ້ນນີ້ 11 ເຂົາໄດ້ສືບຄົ້ນຫາວ່າ ພຣະວິນຍານຂອງພຣະຄຣິດຜູ້ຊົງສະຖິດຢູ່ໃນເຂົາ ໄດ້ຊົງບົ່ງໄວ້ເຖິງຄາວໃດ ແລະເວລາຢ່າງໃດ ເມື່ອພຣະອົງຊົງທຳນວາຍໄວ້ເຖິງຄວາມທຸກທໍຣະມານຂອງພຣະຄຣິດ ແລະເຖິງສະງ່າຣາສີທີ່ຈະມາພາຍຫລັງຄວາມທຸກທໍຣະມານນັ້ນ 12 ກໍຊົງສະແດງໃຫ້ພວກຜູ້ປະກາດພຣະທັມນັ້ນຊາບວ່າ ທີ່ເຂົາເຫລົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ ບໍ່ແມ່ນສຳລັບເຂົາເອງແຕ່ສຳລັບທ່ານທັງຫລາຍ ບັດນີ້ ຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດແກ່ທ່ານທັງຫລາຍ ໄດ້ກ່າວສິ່ງເຫລົ່ານັ້ນແກ່ພວກທ່ານແລ້ວ ໂດຍພຣະວິນຍານບໍຣິສຸດຜູ້ຊົງຮັບໃຊ້ມາຈາກສວັນ ເຫດການເຫລົ່ານີ້ເປັນສິ່ງຊຶ່ງພວກເທວະດາປາຖນາຈະພິຈາຣະນາເບິ່ງ
ຊົງບັນຊາໃຫ້ດຳເນີນຊີວິດຢ່າງບໍຣິສຸດ
13 ເຫດສັນນັ້ນ ຈົ່ງຕຽມຕົວຕຽມໃຈຂອງພວກທ່ານໃຫ້ດີ ຈົ່ງມີສະຕິລະວັງຕົວ ແລະຈົ່ງຕັ້ງຄວາມຫວັງໃຫ້ເຕັມບໍຣິບູນໃນພຣະຄຸນ ຄືພຣະຄຸນຊຶ່ງຈະຊົງໂຜດປະທານແດ່ພວກທ່ານ ເມື່ອພຣະເຢຊູຈະສະເດັດມາປາກົດ 14 ໂດຍທີ່ພວກທ່ານເປັນລູກທີ່ຟັງຄວາມ ຢ່າໄດ້ດຳເນີນຊີວິດຕາມກິເລດຕັນຫາແບບເກົ່າ ຢ່າງເມື່ອພວກທ່ານຍັງໂງ່ຢູ່ 15 ແຕ່ເພາະພຣະອົງຜູ້ຊົງເອີ້ນທ່ານທັງຫລາຍນັ້ນບໍຣິສຸດ ຝ່າຍພວກທ່ານຈົ່ງກາຍເປັນຜູ້ບໍຣິສຸດໃນກິຣິຍາວາຈາທຸກປະການເຫມືອນກັນ 16 ເພາະມີຄຳຂຽນໄວ້ແລ້ວວ່າ, “ເຈົ້າທັງຫລາຍຈົ່ງເປັນບໍຣິສຸດ ເພາະຝ່າຍເຮົາບໍຣິສຸດ” 17 ແລະຖ້າພວກທ່ານອ້ອນວອນທູນຂໍຕໍ່ພຣະອົງ ຜູ້ຊົງພິພາກສາທຸກຄົນຕາມກິຈການຂອງເຂົາໂດຍບໍ່ເລືອກຫນ້າຜູ້ໃດ ເຖິງແມ່ນວ່າພວກທ່ານເອີ້ນພຣະອົງວ່າ “ພຣະບິດາ” ກໍຕາມ ຈົ່ງປະຕິບັດໄປດ້ວຍຄວາມຢຳເກງຕລອດເວລາທີ່ພວກທ່ານອາໄສຢູ່ໃນໂລກນີ້ 18 ທ່ານທັງຫລາຍຮູ້ແລ້ວວ່າ ພຣະອົງຊົງໄຖ່ພວກທ່ານອອກຈາກການດຳເນີນຊີວິດອັນບໍ່ມີປໂຍດ ຊຶ່ງພວກທ່ານໄດ້ຮັບຕໍ່ຈາກບັນພະບຸຣຸດຂອງພວກທ່ານ ບໍ່ແມ່ນໄຖ່ໄວ້ດ້ວຍສິ່ງຂອງທີ່ເສື່ອມສູນໄປ ຄືເງິນແລະຄຳ 19 ແຕ່ຊົງໄຖ່ດ້ວຍພຣະໂລຫີດອັນຊົງມີຄ່າຂອງພຣະຄຣິດ ເຫມືອນດັ່ງເລືອດລູກແກະທີ່ບໍ່ມີຕຳຫນິຫລືຮອຍດ່າງ 20 ພຣະເຈົ້າໄດ້ຊົງກຳນົດພຣະຄຣິດນັ້ນໄວ້ກ່ອນຊົງສ້າງໂລກ ແຕ່ໄດ້ຊົງໃຫ້ພຣະອົງປາກົດໃນເວລາສຸດທ້າຍນີ້ເພື່ອທ່ານທັງຫລາຍ 21 ເພາະດ້ວຍພຣະຄຣິດນັ້ນ ພວກທ່ານຈຶ່ງວາງໃຈເຊື່ອໃນພຣະເຈົ້າ, ຜູ້ຊົງບັນດານໃຫ້ພຣະຄຣິດເປັນຄືນມາຈາກຕາຍ, ແລະຊົງປະທານສະງ່າຣາສີໃຫ້ແກ່ພຣະອົງ ຈົນກວ່າຄວາມເຊື່ອແລະຄວາມຫວັງໃຈຂອງພວກທ່ານຈຶ່ງຕັ້ງຢູ່ໃນພຣະເຈົ້າ 22 ທີ່ທ່ານທັງຫລາຍໄດ້ຊຳຮະຈິດໃຈຂອງຕົນໃຫ້ບໍຣິສຸດດ້ວຍຄວາມເຊື່ອຟັງຄວາມຈິງ ຈົນມີຄວາມຮັກພວກພີ່ນ້ອງຢ່າງຈິງໃຈ, ພວກທ່ານຈົ່ງຮັກເຊິ່ງກັນແລະກັນດ້ວຍເຕັມໃຈ 23 ດ້ວຍວ່າທ່ານທັງຫລາຍໄດ້ເກີດໃຫມ່ແລ້ວ ບໍ່ແມ່ນເກີດຈາກແນວປູກທີ່ອາດເປື່ອຍເນົ່າ ແຕ່ເກີດຈາກແນວປູກທີ່ບໍ່ອາດເປື່ອຍເນົ່າ ຄືເກີດຈາກພຣະທັມຂອງພຣະເຈົ້າອັນຊົງຊີວິດແລະຕັ້ງຫມັ້ນຄົງ 24 ເພາະວ່າ, “ບັນດາມະນຸດທັງຫມົດເປັນເຫມືອນຕົ້ນຫຍ້າ ແລະບັນດາສະງ່າຣາສີຂອງເຂົາກໍເປັນເຫມືອນດອກຫຍ້າ ຕົ້ນຫຍ້າກໍຫ່ຽວແຫ້ງໄປ ແລະດອກມັນກໍລ່ວງຫລົ່ນໄປ 25 ແຕ່ພຣະທັມຂອງອົງພຣະຜູ້ເປັນເຈົ້າຕັ້ງຫມັ້ນຄົງຢູ່ເປັນນິດ” ພຣະທັມນັ້ນຄືຂ່າວປະເສີດທີ່ໄດ້ປະກາດໃຫ້ພວກທ່ານຊາບແລ້ວ
ສີລາທີ່ຊົງຊີວິດ ແລະຊົນຊາດບໍຣິສຸດ
1 ເຫດສັນນັ້ນ ທ່ານທັງຫລາຍຈົ່ງລະຖິ້ມຄວາມຄຶດຮ້າຍທັງປວງ ກົນອຸບາຍທຸກຢ່າງ ການຫນ້າຊື່ໃຈຄົດ ຄວາມອິດສາ ແລະຄຳເວົ້ານິນທາທັງຫມົດ 2 ເຫມືອນເດັກນ້ອຍໆທີ່ເກີດໃຫມ່ ຈົ່ງຮ້ອນໃຈປາຖນານ້ຳນົມອັນບໍຣິສຸດຝ່າຍວິນຍານ ເພື່ອດ້ວຍນ້ຳນົມນັ້ນຈະເຮັດໃຫ້ພວກທ່ານຈະເຣີນຂຶ້ນເຖິງຄວາມພົ້ນ 3 ເພາະພວກທ່ານໄດ້ຊິມຣົດຮູ້ແລ້ວວ່າ ອົງພຣະຜູ້ເປັນເຈົ້າຊົງປະກອບດ້ວຍພຣະກະຣຸນາຄຸນ 4 ຈົ່ງມາຫາພຣະອົງຜູ້ຊົງເປັນພຣະສີລາທີ່ຊົງຊີວິດ ຊຶ່ງຝ່າຍມະນຸດໄດ້ປະຖິ້ມເສັຽ ແຕ່ຝ່າຍພຣະເຈົ້າຊົງເລືອກໄວ້ ແລະຊົງຖືວ່າມີຄ່າ 5 ທ່ານທັງຫລາຍກໍເປັນເຫມືອນຫີນທີ່ມີຊີວິດຢູ່ ພວກທ່ານຈົ່ງຍອມໃຫ້ພຣະເຈົ້າຊົງກໍ່ຂຶ້ນເປັນພຣະວິຫານຝ່າຍວິນຍານ, ເປັນປະໂຣຫິດບໍຣິສຸດເພື່ອຖວາຍເຄື່ອງບູຊາຝ່າຍວິນຍານ ຊຶ່ງຊອບພຣະທັຍຂອງພຣະເຈົ້າໂດຍທາງພຣະເຢຊູຄຣິດ 6 ເພາະມີຄຳຂຽນໄວ້ໃນພຣະຄັມພີແລ້ວວ່າ, “ເບິ່ງແມ໋, ເຮົາວາງຫີນກ້ອນນຶ່ງລົງໃນເມືອງຊີໂອນ ເປັນຫີນເສົກເອກທີ່ເລືອກໄວ້ແລ້ວ ແລະເປັນຫີນທີ່ມີຄ່າອັນປະເສີດ ຜູ້ທີ່ວາງໃຈໃນຫີນນັ້ນກໍຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ” 7 ຄ່າປະເສີດນັ້ນມີສຳລັບທ່ານທັງຫລາຍທີ່ວາງໃຈເຊື່ອ ແຕ່ສຳລັບຄົນທັງຫລາຍທີ່ບໍ່ເຊື່ອນັ້ນ, “ຫີນທີ່ຊ່າງກໍ່ຖິ້ມເສັຽແລ້ວ ຫີນນັ້ນແຫລະ, ໄດ້ກັບກາຍເປັນຫີນເສົກເອກ” 8 ແລະ, “ເປັນຫິນທີ່ເຮັດໃຫ້ຕຳສະດຸດ ແລະເປັນຫີນທີ່ເຮັດໃຫ້ສະດຸດລົ້ມ” ທີ່ເຂົາສະດຸດນັ້ນກໍເພາະເຂົາບໍ່ໄດ້ເຊື່ອຟັງພຣະທັມ ເຂົາກໍຖືກຊົງກຳນົດໄວ້ສຳລັບການນີ້ແຫລະ, 9 ແຕ່ຝ່າຍທ່ານທັງຫລາຍເປັນຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ ເປັນປະໂຣຫິດຫລວງ ເປັນປະຊາຊາດບໍຣິສຸດ ເປັນພົລເມືອງຂອງພຣະເຈົ້າເອງ ເພື່ອທ່ານທັງຫລາຍຈະໄດ້ປະກາດພຣະບາຣະມີຂອງພຣະອົງ ຜູ້ໄດ້ຊົງເອີ້ນພວກທ່ານໃຫ້ອອກມາຈາກຄວາມມືດ ເຂົ້າໄປສູ່ຄວາມສວ່າງອັນມະຫັສຈັນຂອງພຣະອົງ 10 ຄືເມື່ອກ່ອນນັ້ນທ່ານທັງຫລາຍບໍ່ມີຊາດ ແຕ່ບັດນີ້ເປັນພົລເມືອງຂອງພຣະເຈົ້າ ເມື່ອກ່ອນພວກທ່ານບໍ່ໄດ້ຮັບພຣະກະຣຸນາ ແຕ່ບັດນີ້ພວກທ່ານໄດ້ຮັບພຣະກະຣຸນາແລ້ວ
ດຳເນີນຊີວິດເຫມືອນເປັນຂ້ອຍຂ້າຂອງ ພຣະເຈົ້າ
11 ທ່ານທີ່ຮັກທັງຫລາຍເອີຍ, ຂ້າພະເຈົ້າຂໍເຕືອນສະຕິພວກທ່ານ ເຫມືອນເປັນຄົນຕ່າງຊາດທີ່ທ່ອງທ່ຽວໃນໂລກນີ້ ໃຫ້ງົດເວັ້ນຈາກຕັນຫາແນວມະນຸດ ຊຶ່ງທຳເສິກຕໍ່ສູ້ຈິດວິນຍານ 12 ຈົ່ງດຳເນີນຊີວິດອັນດີຖ້າມກາງຄົນຕ່າງຊາດ ເພື່ອໃນກໍຣະນີທີ່ເຂົາຕິຕຽນນິນທາພວກທ່ານວ່າເປັນຄົນເຮັດຊົ່ວນັ້ນ ເຂົາກໍຈະສັຣເສີນພຣະເຈົ້າໃນວັນທີພຣະອົງສະເດັດມາ ເພາະເຂົາໄດ້ແລເຫັນການດີທີ່ພວກທ່ານປະຕິບັດນັ້ນ 13 ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ ທ່ານທັງຫລາຍຈົ່ງຍອມຢູ່ໃຕ້ຂໍ້ບັງຄັບທີ່ມະນຸດຕັ້ງໄວ້ທຸກຢ່າງ ບໍ່ວ່າຜູ້ນັ້ນຈະເປັນມະຫາກະສັດຜູ້ສູງສຸດ 14 ຫລືຈະເປັນຜູ້ປົກຄອງທີ່ໄດ້ຮັບສັ່ງຈາກພຣະມະຫາກະສັດນັ້ນ ໃຫ້ລົງໂທດຜູ້ທີ່ເຣັດຊົ່ວແລະຍົກຍ້ອງຜູ້ທີ່ເຮັດດີ 15 ເພາະນ້ຳພຣະທັຍຂອງພຣະເຈົ້າເປັນດັ່ງນີ້ແຫລະ, ຄືດ້ວຍເຮັດການດີ ດັ່ງນັ້ນ ພວກທ່ານຈະໄດ້ລະງັບຄວາມໂງ່ຂອງຄົນທີ່ບໍ່ມີສະຕິໃຫ້ມິດເສັຽ 16 ຈົ່ງດຳເນີນຊີວິດຢ່າງຄົນມີເສຣິພາບ ແຕ່ຢ່າໃຊ້ເສຣິພາບນັ້ນເປັນຂໍ້ອ້າງເພື່ອເຮັດຄວາມຊົ່ວ ແຕ່ຈົ່ງດຳເນີນຊີວິດເຫມືອນເປັນຂ້ອຍຂ້າຂອງພຣະເຈົ້າ 17 ຈົ່ງໃຫ້ກຽດແກ່ທຸກຄົນ ຈົ່ງຮັກບັນດາພີ່ນ້ອງ ຈົ່ງຢຳເກງພຣະເຈົ້າ ແລະຈົ່ງຖວາຍກຽດແດ່ມະຫາກະສັດ
ພຣະເຢຊູຊົງທົນທຸກທໍຣະມານເປັນຕົວຢ່າງ
18 ທ່ານທັງຫລາຍທີ່ເປັນຜູ້ຮັບໃຊ້ເອີຍ, ຈົ່ງຍອມຟັງນາຍຂອງຕົນດ້ວຍຄວາມເຄົາຣົບທຸກຢ່າງ ບໍ່ແມ່ນແຕ່ນາຍທີ່ເປັນຄົນໃຈດີສຸພາບເທົ່ານັ້ນ ແຕ່ທັງນາຍທີ່ໂຫດຮ້າຍເຫມືອນກັນ 19 ຖ້າຜູ້ໃດຍອມຮັບຄວາມທຸກທໍຣະມານອັນບໍ່ເປັນທັມເພາະເຫັນແກ່ພຣະເຈົ້າ ນັ້ນແຫລະ, ເປັນການຊອບ 20 ເພາະຖ້າພວກທ່ານເຮັດການຊົ່ວ ແລະອົດທົນເອົາການຂ້ຽນຕີເພາະເຮັດຊົ່ວ ຈະເປັນການດີການຊອບຢ່າງດຽວ ແຕ່ຖ້າພວກທ່ານເຮັດການດີແລະອົດທົນເອົາຄວາມທຸກທໍຣະມານເພາະການດີນັ້ນ ດັ່ງນັ້ນແຫລະ, ເປັນການຊອບຕໍ່ພຣະພັກພຣະເຈົ້າ 21 ເພາະວ່າພຣະເຈົ້າໄດ້ຊົງເອີ້ນພວກທ່ານໄວ້ສຳລັບການນີ້ແຫລະ, ເພາະພຣະຄຣິດກໍໄດ້ຊົງທົນທຸກທໍຣະມານແທນທ່ານທັງຫລາຍເຫມືອນກັນ ໂດຍໃຫ້ເປັນແບບຢ່າງແກ່ພວກທ່ານ ເພື່ອພວກທ່ານຈະໄດ້ຕິດຕາມຮອຍພຣະບາດຂອງພຣະອົງ 22 “ພຣະອົງບໍ່ໄດ້ຊົງເຣັດບາບຈັກປະການ ແລະຄຳອຸບາຍໃນພຣະໂອດຂອງພຣະອົງກໍຊອກບໍ່ພົບ” 23 ເມື່ອເຂົາກ່າວຄຳຫຍາບຊ້າຕໍ່ພຣະອົງ ພຣະອົງກໍບໍ່ໄດ້ຊົງກ່າວຄຳຫຍາບຊ້າຕອບ ເມື່ອພຣະອົງຊົງທົນທຸກທໍຣະມານ ພຣະອົງກໍບໍ່ໄດ້ຊົງຂູ່ເຂັນ ແຕ່ຊົງມອບເຣື່ອງຂອງພຣະອົງໄວ້ກັບພຣະເຈົ້າ ຜູ້ຊົງພິພາກສາຢ່າງຍຸດຕິທັມ 24 ໃນພຣະກາຍຂອງພຣະອົງເອງ ພຣະອົງໄດ້ຊົງຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ ເພື່ອພວກເຮົາຈະໄດ້ຕາຍເສັຽ ຝ່າຍການບາບ ແລະມີຊີວິດຝ່າຍຄວາມຊອບທັມ ດ້ວຍບາດແຜຂອງພຣະອົງ ທ່ານທັງຫລາຍກໍດີປົກກະຕິແລ້ວ 25 ເພາະວ່າທ່ານທັງຫລາຍເປັນເຫມືອນແກະທີ່ຫລົງທາງໄປ ແຕ່ບັດນີ້ໄດ້ຕ່າວຄືນມາຫາພຣະຜູ້ລ້ຽງ ແລະຜູ້ດູແລຈິດວິນຍານຂອງທ່ານທັງຫລາຍແລ້ວ
ການປະຕິບັດລະບຽບລະຫວ່າງພັຣຍາສາມີ
1 ຝ່າຍທ່ານທັງຫລາຍຜູ້ເປັນພັຣຍາກໍເຫມືອນກັນ ຈົ່ງຍອມຟັງສາມີຂອງຕົນ ເພື່ອວ່າຖ້າສາມີຜູ້ໃດບໍ່ເຊື່ອຟັງພຣະທັມຂອງພຣະເຈົ້າ ການປະຕິບັດຂອງພັຣຍາກໍອາດຈະຈູງໃຈສາມີໄດ້ໂດຍບໍ່ຕ້ອງເວົ້າຈັກຄຳ 2 ຄືເມື່ອສາມີຈະໄດ້ແລະເຫັນການປະຕິບັດອັນບໍຣິສຸດ ແລະອ່ອນນ້ອມຂອງພວກທ່ານຜູ້ເປັນພັຣຍາ 3 ການປະຕິບັດຕົກແຕ່ງກາຍນັ້ນ ຢ່າໃຫ້ເປັນການປະຕິບັດຕົກແຕ່ງພາຍນອກ ຄືການຖັກຜົມ, ໃສ່ເຄື່ອງຄຳ, ແລະເຄື່ອງນຸ່ງ 4 ແຕ່ໃຫ້ເປັນການປະດັບທີ່ຊ່ອນໄວ້ໃນຈິດໃຈ ແຕ່ງດ້ວຍເຄື່ອງປະດັບທີ່ບໍ່ຮູ້ເສື່ອມສູນ ຄືດ້ວຍຈິດໃຈອ່ອນສຸພາບ ແລະສງົບຊຶ່ງເປັນສິ່ງທີ່ມີຄ່າສູງໃນສາຍພຣະເນດຂອງພຣະເຈົ້າ 5 ເຫດວ່າບັນດາແມ່ຍິງຜູ້ມີສິນທັມໃນເຊັ່ນບູຮານຜູ້ຊຶ່ງມີຄວາມຫວັງໃນພຣະເຈົ້າ ໄດ້ຕົກແຕ່ງກາຍຢ່າງນັ້ນ ໂດຍໄດ້ຍອມຟັງສາມີຂອງຕົນ 6 ເຫມືອນຢ່າງນາງຊາຣາໄດ້ຍອມຟັງອັບຣາຮາມແລະເອີ້ນທ່ານວ່າ “ນາຍ” ຖ້າພວກທ່ານເຮັດດີ ບໍ່ຕົກໃຈກົວຕໍ່ສິ່ງໃດ ພວກທ່ານກໍກາຍເປັນລູກຫລານຂອງນາງແລ້ວ 7 ທ່ານທັງຫລາຍທີ່ເປັນສາມີກໍເຫມືອນກັນ ຈົ່ງຢູ່ກິນກັບພັຣຍາດ້ວຍເຂົ້າໃຈວ່າ ນາງເປັນເພດອ່ອນແອກວ່າ ຈົ່ງນັບຖືພັຣຍາເຫມືອນເປັນຜູ້ຮ່ວມກັນຮັບພຣະຄຸນແຫ່ງຊີວິດເປັນມໍຣະດົກ ເພື່ອບໍ່ໃຫ້ສິ່ງນຶ່ງສິ່ງໃດຂັດຂວາງຄວາມອ້ອນວອນຂອງພວກທ່ານ
ຍອມທົນທຸກຍ້ອນເຮັດການດີ
8 ໃນທີ່ສຸດ ພວກທ່ານທຸກຄົນຈົ່ງເປັນນ້ຳນຶ່ງໃຈດຽວກັນ ຈົ່ງເຫັນອົກເຫັນໃຈກັນ ຈົ່ງຮັກກັນເຫມືອນພີ່ນ້ອງຮ່ວມທ້ອງ ຈົ່ງມີຈິດໃຈເອັນດູແລະຖ່ອມລົງ 9 ຢ່າຮ້າຍຕອບແທນການຮ້າຍ ຢ່າດ່າຕອບແທນການດ່າ ແຕ່ກົງກັນຂ້າມ ຈົ່ງອວຍພອນແກ່ເຂົາ ດ້ວຍວ່າພຣະອົງຊົງເອີ້ນພວກທ່ານໃຫ້ເຮັດການຢ່າງນີ້ແຫລະ, ເພື່ອພວກທ່ານຈະໄດ້ຮັບພຣະພອນມາເປັນມໍຣະດົກ 10 ເພາະວ່າ, “ຜູ້ທີ່ຢາກຮັບຊີວິດອັນດີ ແລະປາຖນາທີ່ຈະເຫັນວັນສນຸກ ກໍໃຫ້ຜູ້ນັ້ນຫ້າມລີ້ນຂອງຕົນ ບໍ່ໃຫ້ເວົ້າຄວາມຊົ່ວ ແລະຫ້າມປາກບໍ່ໃຫ້ກ່າວຄຳອຸບາຍລໍ້ລວງ 11 ຈົ່ງໃຫ້ຜູ້ນັ້ນເວັ້ນຫນີຈາກການຊົ່ວ ແລະເຮັດການດີ ຈົ່ງໃຫ້ຜູ້ນັ້ນສແວງຫາສັນຕິສຸກແລະພຍາຍາມຕິດຕາມໄປ” 12 “ພຣະເນດຂອງອົງພຣະຜູ້ເປັນເຈົ້າຊົງເຝົ້າເບິ່ງຄົນຊອບທັມ ແລະພຣະອົງກໍຊົງຮັບຟັງຄຳອ້ອນວອນຂອງເຂົາ ແຕ່ພຣະພັກຂອງພຣະອົງຊົງຕໍ່ສູ້ບັນດາຄົນທີ່ເຮັດການຊົ່ວ” 13 ຖ້າທ່ານທັງຫລາຍກາຍເປັນຄົນຫມັ້ນໃຈເຮັດການດີ ໃຜຫນໍຈະເຮັດຮ້າຍແກ່ທ່ານ 14 ແຕ່ເຖິງແມ່ນວ່າທ່ານທັງຫລາຍທົນທຸກເພາະໄດ້ເຮັດການຊອບທັມ ພວກທ່ານກໍເປັນສຸກ ແຕ່ຢ່າຊູ່ຢ້ານການທີ່ເຂົາເຮັດໃຫ້ພວກທ່ານສະດຸ້ງຕົກໃຈນັ້ນ ແລະຢ່າວິຕົກກັງວົນ 15 ແຕ່ໃນໃຈຂອງທ່ານທັງຫລາຍ, ຈົ່ງເຄົາຣົບນັບຖືພຣະຄຣິດວ່າເປັນອົງພຣະຜູ້ເປັນເຈົ້າ ຈົ່ງມີໃຈພ້ອມຢູ່ສເມີ ເພື່ອພວກທ່ານຈະສາມາດຕອບແກ້ຕົວໄດ້ຕໍ່ທຸກຄົນທີ່ຖາມພວກທ່ານວ່າ ທ່ານມີເຫດຜົນປະການໃດຈຶ່ງມີຄວາມຫວັງຢ່າງນີ້ 16 ແຕ່ຈົ່ງຕອບດ້ວຍໃຈສຸພາບແລະຢຳເກງ ແລະໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສເພື່ອວ່າ, ເມື່ອພວກທ່ານຖືກປມາດນິນທາ ຄົນທີ່ກ່າວຫຍາບຊ້າຕໍ່ທັມນຽມຄຣິສະຕຽນອັນດີຂອງພວກທ່ານນັ້ນ ກໍຈະໄດ້ຮັບຄວາມອັບອາຍ 17 ເພາະວ່າຖ້ານ້ຳພຣະທັຍຂອງພຣະເຈົ້າຊົງເຫັນດີໃຫ້ພວກທ່ານທົນທຸກຍ້ອນການເຮັດດີ ກໍດີກວ່າຕ້ອງທົນທຸກຍ້ອນເຮັດການຊົ່ວ 18 ດ້ວຍວ່າພຣະຄຣິດກໍເຫມືອນກັນ, ໄດ້ສິ້ນພຣະຊົນເທື່ອດຽວເປັນການສິ້ນສຸດ ເພື່ອແທນຄວາມຜິດບາບ ຄືພຣະອົງຜູ້ຊອບທັມແທນຜູ້ບໍ່ຊອບທັມ ເພື່ອຈະນຳເຮົາທັງຫລາຍໄປເຖິງພຣະເຈົ້າ ຝ່າຍກາຍພຣະອົງຊົງຖືກປະຫານເສັຽ ແຕ່ຝ່າຍວິນຍານພຣະອົງຖືກຊົງບັນດານໃຫ້ຄືນພຣະຊົນ 19 ແລະໂດຍທາງວິນຍານນັ້ນພຣະອົງໄດ້ສະເດັດໄປປະກາດແກ່ບັນດາວິນຍານ ທີ່ຖືກຄຸກຢູ່ 20 ຊຶ່ງເມື່ອກ່ອນນັ້ນບໍ່ໄດ້ຍອມເຊື່ອຟັງພຣະເຈົ້າ ຄືເມື່ອພຣະເຈົ້າຊົງສະແດງຄວາມອົດທົນດົນນານໃນສະໄຫມຂອງໂນອາ ຂນະທີ່ທ່ານກຳລັງສ້າງນາວາຢູ່ ໃນນາວານັ້ນມີຄົນຈຳນວນຫນ້ອຍ ຄືແປດຄົນທີ່ໄດ້ຜ່ານພົ້ນນ້ຳຖ້ວມນັ້ນ 21 ນ້ຳນັ້ນຫມາຍເຖິງພິທີບັບຕິສະມາທີ່ໃຫ້ພວກທ່ານລອດພົ້ນດຽວນີ້ ບັບຕິສະມານີ້ບໍ່ແມ່ນການຊຳຮະສິ່ງເປື້ອນເປິທາງຮ່າງກາຍ ແຕ່ເປັນການຮຽນຂໍຕໍ່ພຣະເຈົ້າດ້ວຍໃຈສຳນຶກຜິດແລະຊອບອັນເສາະໃສ ບັບຕິສະມານີ້ໃຫ້ເຖິງທີ່ພົ້ນ ເພາະດ້ວຍການທີ່ພຣະເຢຊູຄຣິດຊົງເປັນຄືນມາຈາກຕາຍ 22 ຜູ້ໄດ້ສະເດັດເຂົ້າໃນມະຫາສວັນ ແລະຊົງສະຖິດຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ ໂດຍມີຝູງເທວະດາແລະບັນດາຜູ້ມີອຳນາດແລະຣິດເດດ ຖືກມອບໄວ້ໃຫ້ຜູ້ໃຕ້ອຳນາດຂອງພຣະອົງແລ້ວ
ຜູ້ຮັບມອບຫມາຍຫນ້າທີ່ດີແຫ່ງພຣະຄຸນ
1 ສັນນັ້ນໂດຍເຫດທີ່ພຣະຄຣິດໄດ້ຊົງທົນທຸກທໍຣະມານທາງພຣະກາຍແລ້ວ ທ່ານທັງຫລາຍກໍຈົ່ງມີຄວາມຄຶດຢ່າງດຽວກັນນັ້ນເປັນເຄື່ອງອາວຸດເຫມືອນກັນ ເພາະວ່າຜູ້ທີ່ທົນທຸກທໍຣະມານທາງກາຍກໍໄດ້ຢຸດເສັຽຈາກການຜິດບາບ 2 ເພື່ອຈະບໍ່ດຳເນີນຊີວິດທີ່ຍັງເຫລືອຢູ່ໃນໂລກຕາມຄວາມປາຖນາຂອງມະນຸດ ແຕ່ດຳເນີນໄປຕາມນ້ຳພຣະທັຍຂອງພຣະເຈົ້າ 3 ດ້ວຍວ່າຄາວທີ່ລ່ວງພົ້ນໄປແລ້ວນັ້ນ ທີ່ໄດ້ເຮັດຕາມໃຈຊອບຂອງຄົນຕ່າງຊາດກໍພຽງພໍແລ້ວ ຄືຄາວເມື່ອໄດ້ເຮັດຕາມຣາຄະຕັນຫາ, ຕາມໃຈປາຖນາອັນຊົ່ວ ດື່ມເຫລົ້າເມົາສຸຣາ ລ້ຽງກັນຢ່າງເຖິງໃຈ ຮ່ວມກັນກິນເຫລົ້າເກີນສ່ວນ ແລະຂາບໄຫວ້ພຣະທຽມຊຶ່ງຜິດທັມ 4 ໃນເຣື່ອງນີ້ເຂົາກໍປລາດໃຈທີ່ພວກທ່ານບໍ່ຍອມແລ່ນໄປເຂົ້າສ່ວນກັບເຂົາ ໃນການຊົ່ວຮ້າຍອັນເຫລືອລົ້ນເຫມືອນຢ່າງເຂົາ ແລະເຂົາກໍກ່າວຄຳນິນທາໃສ່ພວກທ່ານ 5 ຄົນເຫລົ່ານັ້ນຈະຕ້ອງໃຫ້ການແກ່ພຣະອົງ ຜູ້ພ້ອມແລ້ວທີ່ຈະຊົງພິພາກສາທັງຄົນເປັນແລະຄົນຕາຍ 6 ດ້ວຍເຫດນີ້ແຫລະ, ຂ່າວປະເສີດໄດ້ຊົງປະກາດແກ່ພວກຄົນທີ່ຕາຍໄປແລ້ວເຫມືອນກັນ ເພື່ອເຂົາຈະໄດ້ຖືກຊົງພິພາກສາໃນເນື້ອກາຍເຫມືອນຢ່າງມະນຸດທົ່ວໆໄປ ແລ້ວຈະໄດ້ມີຊີວິດທາງຈິດວິນຍານຢ່າງດຽວກັບພຣະເຈົ້າ 7 ອະວະສານຂອງສິ່ງທັງປວງໃກ້ຈະມາເຖິງແລ້ວ ເຫດສັນນັ້ນທ່ານທັງຫລາຍຈົ່ງມີສະຕິອັນດີ ແລະຄອຍລະວັງຕົວສຳລັບການອ້ອນວອນ 8 ທີ່ສຳຄັນກວ່າສິ່ງອື່ນໆທັງຫມົດກໍຄືຈົ່ງຮັກເຊິ່ງກັນແລະກັນດ້ວຍເຕັມໃຈ ເພາະຄວາມຮັກປົກບັງຄວາມຜິດບາບໄວ້ຢ່າງຫລວງຫລາຍ 9 ທ່ານທັງຫລາຍຈົ່ງຕ້ອນຮັບເຊິ່ງກັນແລະກັນໂດຍບໍ່ຈົ່ມ 10 ຕາມທີ່ທຸກຄົນໄດ້ຮັບສິ່ງທີ່ຊົງປະທານໃຫ້ແລ້ວ ກໍໃຫ້ໃຊ້ຂອງປະທານນັ້ນເພື່ອປໂຍດແກ່ກັນແລະກັນ ເຫມືອນຜູ້ຮັບມອບຫມາຍຜູ້ດີທີ່ຮັບໃຊ້ພຣະຄຸນນາໆປະການຂອງພຣະເຈົ້າ 11 ຖ້າຜູ້ໃດກ່າວ ກໍໃຫ້ເຫມືອນຜູ້ກ່າວພຣະທັມຂອງພຣະເຈົ້າ ຖ້າຜູ້ໃດເປັນຜູ້ບໍຣິຫານການຮັບໃຊ້ ກໍໃຫ້ບໍຣິຫານຮັບໃຊ້ເຫມືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ກຽດໃນການທັງປວງໂດຍທາງພຣະເຢຊູຄຣິດ ສະງ່າຣາສີແລະຣິດທານຸພາບຊົງມີແກ່ພຣະອົງສືບໆໄປເປັນນິດ ອາແມນ
ການຍອມທົນທຸກຢ່າງຄຣິສະຕຽນ
12 ພວກທີ່ຮັກເອີຍ, ຢ່າປລາດໃຈທີ່ພວກທ່ານໄດ້ຮັບຄວາມທຸກຮ້ອນຢ່າງແສນສາຫັດເປັນການລອງໃຈ ເຫມືອນກັບວ່າເປັນເຫດອັນແປກປລາດເກີດຂື້ນກັບພວກທ່ານ 13 ແຕ່ທ່ານທັງຫລາຍຈົ່ງຊົມຊື່ນຍິນດີທີ່ໄດ້ມີສ່ວນໃນຄວາມທຸກທໍຣະມານຂອງພຣະຄຣິດ ເພື່ອວ່າ ເມື່ອສະງ່າຣາສີຂອງພຣະອົງປາກົດຂຶ້ນ ພວກທ່ານກໍຈະໄດ້ຊົມຊື່ນຍິນດີຢ່າງຫລວງຫລາຍເຫມືອນກັນ 14 ຖ້າທ່ານທັງຫລາຍຖືກຫມິ່ນປມາດເພາະພຣະນາມຂອງພຣະຄຣິດ ພວກທ່ານກໍເປັນສຸກ ເພາະວ່າພຣະວິນຍານຜູ້ຊົງສະງ່າຣາສີ ຄືພຣະວິນຍານຂອງພຣະເຈົ້າຊົງສະຖິດຢູ່ກັບພວກທ່ານ 15 ແຕ່ວ່າຢ່າໃຫ້ຜູ້ໃດໃນພວກທ່ານໄດ້ຮັບຄວາມທຸກເພາະເປັນຜູ້ຂ້າຄົນ, ເປັນຂະໂມຍ, ເປັນຜູ້ທຳຮ້າຍ, ຫລືເປັນຜູ້ທຽວຫຍຸ້ງກ່ຽວກັບກິດທຸຣະຂອງຄົນອື່ນ 16 ແຕ່ຖ້າຜູ້ໃດໄດ້ຮັບທຸກເພາະມີຊື່ວ່າເປັນຄຣິສະຕຽນ ກໍຢ່າໃຫ້ຜູ້ນັ້ນມີຄວາມລະອາຍ ແຕ່ໃຫ້ຖວາຍພຣະກຽດແດ່ພຣະເຈົ້າເພາະຊື່ນັ້ນ 17 ດ້ວຍວ່າເຖິງເວລາແລ້ວທີ່ການຊົງພິພາກສາຈະຕ້ອງເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ ແລະຖ້າການພິພາກສານັ້ນເລີ້ມຕົ້ນທີ່ພວກເຮົາກ່ອນ ປາຍທາງຂອງຄົນເຫລົ່ານັ້ນທີ່ບໍ່ເຊື່ອຟັງຂ່າວປະເສີດເຣື່ອງພຣະເຈົ້າຈະເປັນຢ່າງໃດ 18 ຖ້າຄົນຊອບທັມຈະລອດພົ້ນໄດ້ດ້ວຍຍາກ ຄົນປມາດພຣະເຈົ້າແລະຄົນຜິດບາບຈະໄປຢູ່ໃສ 19 ເຫດສັນນັ້ນໃຫ້ຄົນທັງຫລາຍທີ່ທົນທຸກທໍຣະມານຕາມນ້ຳພຣະທັຍຂອງພຣະເຈົ້າ ຈົ່ງຝາກຈິດວິນຍານຂອງຕົນໄວ້ກັບພຣະອົງ ດ້ວຍການປະຕິບັດອັນດີ ຄືໃຫ້ຝາກໄວ້ກັບພຣະອົງຜູ້ຊົງສ້າງ ຜູ້ທ່ຽງທັມ
ຈົ່ງລ້ຽງຝູງແກະຂອງພຣະເຈົ້າ
1 ເຫດສັນນັ້ນ ຂ້າພະເຈົ້າໃນຖານະທີ່ເປັນເຖົ້າແກ່ຜູ້ນຶ່ງ, ເປັນພຍານເຖິງຄວາມທຸກທໍຣະມານຂອງພຣະຄຣິດ, ແລະມີສ່ວນທີ່ຈະຮັບສະງ່າຣາສີຊຶ່ງຈະປາກົດມາພາຍຫລັງ ຈຶ່ງເຕືອນສະຕິບັນດາເຖົ້າແກ່ໃນຖ້າມກາງທ່ານທັງຫລາຍ 2 ຈົ່ງລ້ຽງຝູງແກະຂອງພຣະເຈົ້າທີ່ຝາກໄວ້ກັບພວກທ່ານ ຈົ່ງດູແລເຂົາບໍ່ແມ່ນດ້ວຍໃຈຂົມຂື່ນ ແຕ່ດ້ວຍເຕັມໃຈຕາມນ້ຳພຣະທັຍຂອງພຣະເຈົ້າ ບໍ່ແມ່ນດ້ວຍເຫັນແກ່ຊັບສິ່ງຂອງທີ່ໄດ້ມາໃນທາງທຸດຈະຣິດ ແຕ່ດ້ວຍໃຈເຫລື້ອມໃສ 3 ບໍ່ແມ່ນເຫມືອນເປັນເຈົ້ານາຍເຫນືອພວກທີ່ຊົງຝາກໄວ້ກັບພວກທ່ານ ແຕ່ໃຫ້ເປັນແບບຢ່າງແກ່ຝູງແກະນັ້ນ 4 ແລະເມື່ອພຣະຜູ້ລ້ຽງຜູ້ຍິ່ງໃຫຍ່ຈະສະເດັດມາປາກົດ ທ່ານທັງຫລາຍຈະໄດ້ຮັບສະງ່າຣາສີເປັນພວງມາລັຍທີບໍ່ຮູ້ຫ່ຽວແຫ້ງໄປ 5 ເຫມືອນດັ່ງນັ້ນແຫລະ, ພວກທ່ານຜູ້ມີອາຍຸອ່ອນກວ່າ ຈົ່ງນ້ອມຟັງພວກເຖົ້າແກ່ ພວກທ່ານທຸກຄົນຈົ່ງເອົາຄວາມຖ່ອມໃຈເປັນເຄື່ອງຄາດແອວໄວ້ ໃນການປະຕິບັດເຊິ່ງກັນແລະກັນ ດ້ວຍວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນແກ່ຄົນທີ່ຖ່ອມໃຈລົງ” 6 ເຫດສັນນັ້ນທ່ານທັງຫລາຍ ຈົ່ງຖ່ອມໃຈລົງໃຕ້ ພຣະຫັດອັນຊົງຣິດຂອງພຣະເຈົ້າ ເພື່ອວ່າພຣະອົງຈະຊົງຍົກພວກທ່ານຂຶ້ນເມື່ອເຖິງເວລາອັນຄວນ 7 ຈົ່ງປະຄວາມກະວົນກະວາຍຂອງພວກທ່ານໄວ້ກັບພຣະອົງ ເພາະວ່າພຣະອົງຊົງຫ່ວງໄຍພວກທ່ານຢູ່ 8 ທ່ານທັງຫລາຍຈົ່ງຄອຍລະວັງຕົວແລະເຝົ້າຢູ່ ດ້ວຍວ່າສັດຕຣູຂອງພວກທ່ານຄືມານ ທຽວວົນວຽນໄປມາເຫມືອນໂຕສິງທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້ 9 ຈົ່ງຕໍ່ສູ້ກັບສັດຕຣູນັ້ນດ້ວຍໃຈຫມັ້ນຄົງໃນຄວາມເຊື່ອ ໂດຍຮູ້ແລ້ວວ່າ ພີ່ນ້ອງຂອງພວກທ່ານທົ່ວໂລກກໍປະສົບກັບຄວາມທຸກລຳບາກຢ່າງດຽວກັນນີ້ 10 ແລະເມື່ອທ່ານທັງຫລາຍໄດ້ທົນທຸກຢູ່ຊົ່ວຂນະນຶ່ງແລ້ວ ພຣະເຈົ້າຜູ້ຊົງພຣະຄຸນທັງຫມົດ, ຜູ້ໄດ້ຊົງເອີ້ນພວກທ່ານໃຫ້ເຂົ້າໃນສະງ່າຣາສີອັນຕລອດໄປໃນພຣະຄຣິດ ພຣະອົງເອງຈະຊົງໂຜດແປງໃຈພວກທ່ານໃຫ້ຕັ້ງຂຶ້ນໃຫມ່ ແລະຕັ້ງຫມັ້ນຄົງຢູ່ໃຫ້ມີກຳລັງຂຶ້ນ ແລະຊົງບັນດານໃຫ້ມີຮາກອັນແຫນ້ນຫນາ 11 ຣິດທານຸພາບຈົ່ງມີແຕ່ພຣະອົງຕລອດໄປເປັນນິດ ອາແມນ
ຄຳສະແດງຄວາມຄຳນັບຕອນທ້າຍ
12 ຂ້າພະເຈົ້າໄດ້ຂຽນຢ່າງຫຍໍ້ໆມາຍັງທ່ານທັງຫລາຍ ໂດຍຜ່ານທາງຊີລາວານ ຊຶ່ງຂ້າພະເຈົ້າຖືວ່າເປັນພີ່ນ້ອງຜູ້ສັດຊື່ຄົນນຶ່ງ ເພື່ອເຕືອນສະຕິແລະເປັນພຍານແກ່ພວກທ່ານ ວ່າພຣະຄຸນນັ້ນເປັນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ ຈົ່ງຕັ້ງຫມັ້ນຄົງຢູ່ໃນພຣະຄຸນນັ້ນ 13 ນາງ ທີ່ຢູ່ເມືອງບາບິໂລນ ຊຶ່ງຊົງເລືອກໄວ້ຢ່າງດຽວກັບພວກທ່ານ ແລະມາຣະໂກລູກຂອງເຮົາ ກໍຝາກຄວາມຄຶດເຖິງມາເຫມືອນກັນ 14 ຈົ່ງທັກທາຍກັນດ້ວຍການຈູບອັນສະແດງຄວາມຮັກ ຂໍສັນຕິສຸກຈົ່ງມີແກ່ທ່ານທັງຫລາຍທີ່ຢູ່ໃນພຣະຄຣິດເທີນ
1 ຊີໂມນ ເປໂຕ ຂ້ອຍໃຊ້ ແລະອັຄສາວົກຂອງພຣະເຢຊູຄຣິດ ຮຽນ ທ່ານທັງຫລາຍທີ່ໄດ້ຮັບຄວາມເຊື່ອອັນປະເສີດເທົ່າທຽມກັນກັບເຮົາດ້ວຍຄວາມຊອບທັມແຫ່ງພຣະເຈົ້າຂອງພວກເຮົາ ຄືພຣະເຢຊູຄຣິດພຣະຜູ້ໂຜດໃຫ້ພົ້ນຂອງພວກເຮົາທັງຫລາຍ 2 ຂໍໃຫ້ພຣະຄຸນແລະສັນຕິສຸກ ຈົ່ງເພີ້ມທະວີຄູນແກ່ທ່ານທັງຫລາຍ ໂດຍການຮູ້ຈັກໃນພຣະເຈົ້າ ແລະໃນພຣະເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາ
ການຊົງເອີ້ນແລະການຊົງເລືອກທ່ານ
3 ດ້ວຍເຫັນແລ້ວວ່າຣິດເດດຂອງພຣະອົງໄດ້ຊົງປະທານສິ່ງສາຣະພັດແກ່ພວກເຮົາ ທີ່ຈະໄດ້ມີຊີວິດແລະຄວາມເຫລື້ອມໃສໃນພຣະເຈົ້າ ໂດຍຮູ້ຈັກພຣະອົງຜູ້ທີ່ຊົງເອີ້ນພວກເຈົ້າດ້ວຍສະງ່າຣາສີ ແລະຄວາມລ້ຳເລີດຂອງພຣະອົງເອງ 4 ດ້ວຍສິ່ງເຫລົ່ານີ້ພວກທ່ານຈຶ່ງຈະຫນີພົ້ນໄດ້ຈາກການເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ ແລະຈະໄດ້ຮັບສ່ວນໃນສະພາບຂອງພຣະອົງ 5 ເພາະເຫດນີ້ແຫລະ, ທ່ານທັງຫລາຍຈົ່ງອົດສາພຍາຍາມຈົນສຸດກຳລັງ ເພື່ອຈະເອົາຄຸນຄວາມດີເພີ້ມຄວາມເຊື່ອ, ແລະເອົາຄວາມຮູ້ເພີ້ມຄຸນຄວາມດີ 6 ເອົາຄວາມຮູ້ຈັກບັງຄັບຕົນເພີ້ມຄວາມຮູ້, ເອົາຄວາມຫມັ້ນໃຈເພີ້ມຄວາມບັງຄັບຕົນ, ເອົາຄວາມເຫລື້ອມໃສໃນພຣະເຈົ້າເພີ້ມຄວາມຫມັ້ນໃຈ 7 ເອົາຄວາມຮັກພີ່ນ້ອງເພີ້ມຄວາມເຫລື້ອມໃສໃນພຣະເຈົ້າ, ແລະເອົາຄວາມຮັກຄົນທົ່ວໄປເພີ້ມຄວາມຮັກພີ່ນ້ອງ 8 ດ້ວຍວ່າສິ່ງເຫລົ່ານີ້ມີຢູ່ໃນພວກທ່ານຢ່າງບໍຣິບູນແລ້ວ ກໍຈະເຮັດໃຫ້ພວກທ່ານເປັນຄົນດຸຫມັ່ນ ແລະເກີດຜົນໃນການຮູ້ຈັກພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ 9 ເພາະວ່າຜູ້ໃດທີ່ຂາດສິ່ງເຫລົ່ານີ້ກໍເປັນຄົນຕາບອດຕາສັ້ນ ແລະລືມໄປວ່າຕົນໄດ້ຮັບການຊຳຮະລ້າງຈາກຜິດບາບອັນເກົ່າກ່ອນຂອງຕົນເສັຽແລ້ວ 10 ເພາະເຫດນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງອົດສາພຍາຍາມຫລາຍກວ່າເກົ່າ ເຮັດຕົນໃຫ້ເປັນໄປຕາມທີ່ພຣະເຈົ້າຊົງເອີ້ນແລະຊົງເລືອກໄວ້ນັ້ນ ເພາະວ່າຖ້າເຮັດຢ່າງນັ້ນແຫລະ, ພວກທ່ານກໍຈະບໍ່ສະດຸດລົ້ມລົງຈັກເທື່ອ 11 ດ້ວຍທາງນີ້ແຫລະ, ພຣະເຈົ້າຈະຊົງປະທານສິດສົມບູນແກ່ທ່ານທັງຫລາຍ ໃຫ້ເຂົ້າໄປໃນຣາຊແຜ່ນດິນອັນຕລອດໄປເປັນນິດຂອງພຣະເຢຊູຄຣິດເຈົ້າ ພຣະຜູ້ຊົງໂຜດໃຫ້ພົ້ນຂອງພວກເຮົາ 12 ເຫດສັນນັ້ນ ເຖິງແມ່ນວ່າທ່ານທັງຫລາຍຮູ້ຈັກແລະຕັ້ງຫມັ້ນຄົງຢູ່ໃນຄວາມຈິງທີ່ມີຢູ່ແລ້ວກໍດີ ຂ້າພະເຈົ້າກໍພ້ອມຢູ່ສເມີທີ່ຈະເຕືອນສະຕິພວກທ່ານໃຫ້ລະນຶກເຖິງສິ່ງເຫລົ່ານີ້ 13 ຕາບໃດທີ່ຂ້າພະເຈົ້າຍັງອາໄສຢູ່ໃນຮ່າງກາຍນີ້ ຂ້າພະເຈົ້າເຫັນສົມຄວນທີຈະປຸກເຕືອນພວກທ່ານໃຫ້ລະນຶກເຖິງຂໍ້ຄວາມເຫລົ່ານີ້ 14 ເພາະຂ້າພະເຈົ້າຮູ້ຢູ່ວ່າອີກບໍ່ເຫິງ ຂ້າພະເຈົ້າກໍຈະປະຖິ້ມຮ່າງກາຍນີ້ເສັຽ ເຫມືອນດັ່ງທີ່ພຣະເຢຊູຄຣິດເຈົ້າຂອງພວກເຮົາໄດ້ຊົງສະແດງແກ່ຂ້າພະເຈົ້າແລ້ວ 15 ແລະຂ້າພະເຈົ້າຈະພຍາຍາມຫາທາງໃຫ້ທ່ານທັງຫລາຍລະນຶກເຖິງສິ່ງເຫລົ່ານີ້ໄດ້ທຸກເວລາ ເມື່ອຂ້າພະເຈົ້າຈາກໂລກນີ້ໄປແລ້ວ
ພຍານທີ່ຮູ້ເຫັນເດຊານຸພາບຂອງພຣະຄຣິດ
16 ເພາະເມື່ອເຮົາໄດ້ປະກາດໃຫ້ທ່ານທັງຫລາຍຊາບເຖິງຣິດເດດແລະການສະເດັດມາຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາ ເຮົາບໍ່ໄດ້ກ່າວຕາມນິຍາຍທີ່ເຂົາແຕ່ງຂຶ້ນດ້ວຍຄວາມສລາດ ແຕ່ເຮົາເປັນພຍານຜູ້ຮູ້ເຫັນເດຊານຸພາບຂອງພຣະອົງ 17 ເພາະວ່າພຣະອົງໄດ້ຊົງຮັບກຽດແລະສະງ່າຣາສີຈາກພຣະບິດາ ຄາວເມື່ອພຣະສຸຣະສຽງຈາກຣັສມີອັນຮຸ່ງເຮືອງຊົງກ່າວແກ່ພຣະອົງວ່າ, “ທ່ານຜູ້ນີ້ແຫລະ, ເປັນບຸດທີ່ຮັກຂອງເຮົາ ເຮົາຊອບໃຈຫລາຍໃນທ່ານ” 18 ຝ່າຍພວກເຮົາກໍໄດ້ຍິນພຣະສຸຣະສຽງນີ້ຈາກສວັນ ເມື່ອພວກເຮົາໄດ້ຢູ່ກັບພຣະອົງທີ່ພູອັນສັກສິດນັ້ນ 19 ສັນນັ້ນພວກເຮົາຍຶດຖືຄຳທຳນວາຍຢ່າງແນ່ນອນກວ່າເກົ່າ ຈະເປັນການດີຖ້າທ່ານທັງຫລາຍຈະຖືຕາມຄຳທຳນວາຍນັ້ນ ເພາະຄຳນັ້ນເປັນເຫມືອນແສງໂຄມທີ່ສ່ອງສວ່າງໃນບ່ອນມືດຈົນເຖິງວັນຮຸ່ງເຊົ້າແລະດາວເພັກຈະສ່ອງຂຶ້ນໃນໃຈຂອງພວກທ່ານ 20 ກ່ອນອື່ນທ່ານທັງຫລາຍຈະຕ້ອງເຂົ້າໃຈຂໍ້ນີ້ ຄືຜູ້ນຶ່ງຜູ້ໃດຈະຕີຄວາມຫມາຍຂອງຄຳທຳນວາຍໃນພຣະຄັມພີເອົາເອງບໍ່ໄດ້ 21 ເພາະວ່າຄຳທຳນວາຍນັ້ນບໍ່ໄດ້ມາຈາກນ້ຳໃຈຂອງມະນຸດຈັກເທື່ອ ແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າ ຕາມທີ່ພຣະວິນຍານບໍຣິສຸດຊົງດົນໃຈ
ຜູ້ປະກາດພຣະທັມແລະຄຣູສອນປອມ
1 ແຕ່ວ່າໄດ້ມີຜູ້ປະກາດພຣະທັມປອມເກີດຂຶ້ນໃນຖ້າມກາງພົລເມືອງນັ້ນເຫມືອນກັບຈະມີຜູ້ສອນປອມເກີດຂຶ້ນໃນຖ້າມກາງພວກທ່ານ ເຂົາຈະນຳເອົາລັດທິອັນໃຫ້ເຖິງຄວາມຈິບຫາຍລອບເຂົ້າມາສ້ຽມສອນ ຈົນເຖິງກັບປະຕິເສດອົງພຣະຜູ້ເປັນເຈົ້າຜູ້ຊົງໄຖ່ເຂົາໄວ້ ຊຶ່ງຈະນໍາຄວາມຈິບຫາຍມາເຖິງຕົວເຂົາໂດຍໄວ 2 ຈະມີຫລາຍຄົນຕິດຕາມການຊົ່ວອັນຕ່ຳຊ້າຂອງເຂົາ ແລະເພາະເນື່ອງຈາກຄົນເຫລົ່ານັ້ນເປັນເຫດທາງຂອງຄວາມຈິງຈະຖືກປມາດ 3 ແລະດ້ວຍໃຈໂລບເຂົາຈະໄດ້ກຳໄຣຈາກພວກທ່ານດ້ວຍກ່າວຄຳຕົວະ ການລົງໂທດຄົນເຫລົ່ານັ້ນທີ່ໄດ້ຖືກພິພາກສາດົນນານມາແລ້ວກໍບໍ່ເສີຍຊ້າຢູ່ ຄວາມຈິບຫາຍທີ່ຈະເກີດກັບເຂົານັ້ນກໍບໍ່ໄດ້ລືມເຂົາ 4 ເພາະວ່າພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຝູງເທວະດາທີ່ໄດ້ເຮັດບາບນັ້ນ ແຕ່ໄດ້ຊົງຊຸກເຂົາລົງໄປສູ່ພື້ນທໍຣະນີ ຂັງເຂົາໄວ້ໃນຂຸມມືດ ຄຸມໄວ້ຈົນກວ່າວັນພິພາກສາ 5 ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນມະນຸສໂລກຄາວບູຮານ ແຕ່ໄດ້ຮັກສາໂນອາຜູ້ປະກາດຄວາມຊອບທັມກັບຄົນອື່ນອີກເຈັດຄົນ ເມື່ອຄາວທີ່ພຣະອົງໄດ້ຊົງບັນດານໃຫ້ນ້ຳຖ້ວມໂລກຂອງຄົນທີ່ບໍ່ນັບຖືພຣະເຈົ້າ 6 ພຣະເຈົ້າໄດ້ຊົງເຜົາເມືອງໂຊໂດມ ແລະເມືອງໂກໂມຣາໃຫ້ກາຍເປັນເຖົ່າ ຊຶ່ງເປັນການລົງໂທດໃຫ້ຈິບຫາຍເພື່ອເປັນຕົວຢ່າງແກ່ຄົນທັງຫລາຍທີ່ບໍ່ນັບຖືພຣະເຈົ້າໃນເວລາຕໍ່ໄປ 7 ແລະໄດ້ຊົງໂຜດເອົາໂລດຜູ້ຊອບທັມນັ້ນໃຫ້ພົ້ນ ຄືຜູ້ທີ່ມີຄວາມທຸກໃຈຫລາຍຍ້ອນກິຣິຍາທີ່ຂາດສິນທັມຂອງຄົນຊົ່ວເຫລົ່ານັ້ນ 8 (ເພາະເມື່ອຄົນຊອບທັມຜູ້ນີ້ຢູ່ໃນຫມູ່ຄົນຊົ່ວນັ້ນ ການອະທັມຂອງເຂົາທີ່ທ່ານໄດ້ເຫັນແລະໄດ້ຍິນ ກໍເຮັດໃຫ້ຈິດໃຈທີ່ຊອບທັມຂອງຕົນເປັນທຸກລຳບາກທຸກໆວັນ) 9 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າຊົງຊາບວິທີຈະໂຜດເອົາຄົນທີ່ນັບຖືພຣະເຈົ້າໃຫ້ພົ້ນຈາກການທົດລອງ ແລະຊົງຊາບວິທີຄຸມຮັກສາຄົນອະທັມໄວ້ ເພື່ອລົງໂທດເມື່ອວັນພິພາກສາ 10 ເປັນຕົ້ນຈະຊົງລົງໂທດແກ່ຄົນເຫລົ່ານັ້ນທີ່ປ່ອຍຕົວໄປຕາມກິເລດຕັນຫາ ແລະຫມິ່ນປມາດຕໍ່ອຳນາດທັງຫມົດ ຄຣູສອນປອມເຫລົ່ານີ້ມີໃຈກ້າກັ່ນແລະເຮັດຕາມອຳເພີໃຈ ເຂົາບໍ່ສະທ້ານຕົກໃຈເມື່ອກ່າວປະນາມຕໍ່ຜູ້ມີຍົດສັກ 11 ເຖິງແມ່ນວ່າພວກເທວະດາທີ່ມີຣິດກໍາລັງຫລາຍກວ່າກໍຍັງບໍ່ນໍາຄວາມຟ້ອງມາກ່າວປະນາມຄົນເຫລົ່ານັ້ນຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ 12 ແຕ່ຄົນເຫລົ່ານັ້ນເປັນເຫມືອນສັດເດັຽຣະສານທີ່ບໍ່ມີຄວາມຄຶດ ແລະເກີດມາຕາມທຳມະຊາດເພື່ອຖືກຈັບແລະຖືກຂ້າ ເຂົາກ່າວປະນາມສິ່ງທີ່ເຂົາບໍ່ເຂົ້າໃຈ ເຂົາຈະຕ້ອງຈິບຫາຍໄປຢ່າງດຽວກັນກັບສັດເຫລົ່ານັ້ນ 13 ເຂົາຈະໄດ້ການອະທັມເປັນຮາງວັນແຫ່ງການອະທັມຂອງຕົນ ເຂົາຖືເອົາການຫລິ້ນມ່ວນເຮຮາໃນເວລາກາງເວັນເປັນຂອງສນຸກ ເຂົາດ່າງພ້ອຍແລະເປື້ອນເປິ ແລະໃຊ້າການຫລິ້ນເຮຮາຫລອກລວງເມື່ອກຳລັງກິນລ້ຽງຮ່ວມກັບທ່ານທັງຫລາຍ 14 ຕາຂອງເຂົາກໍມັກເບິ່ງແຕ່ຍິງທີ່ລ່ວງປະເວນີ ບໍ່ຢຸດບໍ່ຢັ້ງໃນການເຮັດບາບ ເຂົາກ້ຽວກ່ອມຄົນທີ່ມີໃຈບໍ່ທ່ຽງຫມັ້ນ ເຂົາມີໃຈເກັ່ງໃນການໂລບ ເປັນຄົນທີ່ຖືກຊົງປ້ອຍດ່າແລ້ວ 15 ເຂົາໄດ້ປະຖິ້ມທາງຊື່ຈຶ່ງຫລົງທາງໄປ ເຂົາຕິດຕາມທາງຂອງບາລາອາມລູກໂບໂຊຣ໌ ຜູ້ຊຶ່ງຊອບຮາງວັນທີ່ມາຈາກການອະທັມ 16 ແຕ່ບາລາອາມນັ້ນໄດ້ຖືກຕີເພາະການລະເມີດຂອງຕົນ ລໍຕົວປາກບໍ່ເປັນກໍຍັງໄດ້ປາກພາສາມະນຸດ ແລະໄດ້ຫ້າມຄວາມບ້າຂອງບາລາອາມຜູ້ທຳນວາຍນັ້ນໃຫ້ເຊົາ 17 ຄົນເຫລົ່ານີ້ເປັນບໍ່ທີ່ຂາດນ້ຳ ເປັນຫມອກທີ່ຖືກພະຍຸພັດໄປ ພຣະອົງຊົງຈັດຂຸມແຫ່ງຄວາມມືດອັດເລິກລັບໄວ້ສຳລັບຄົນເຫລົ່ານັ້ນ 18 ເພາະວ່າເຂົາມັກກ່າວຄຳອວດອ້າງອັນເປົ່າໆແລະໃຊ້ຄວາມປາຖນາຊົ່ວທາງກາຍຫລອກລວງຄົນທັງຫລາຍທີ່ກຳລັງຫນີພົ້ນຈາກຜູ້ທີ່ດຳເນີນຊີວິດໃນການຫລົງຜິດ 19 ເຂົາສັນຍາວ່າຈະໃຫ້ຄົນເຫລົ່ານັ້ນມີອິສລະພາບ ແຕ່ຝ່າຍເຂົາເອງກໍຍັງເປັນຂ້ອຍຂ້າຂອງຄວາມເສື່ອມໂຊມ ເພາະວ່າມະນຸດຖືກພ່າຍແພ້ແກ່ສິ່ງໃດແລ້ວ ເຂົາຈະເປັນຂ້ອຍຂ້າຂອງສິ່ງນັ້ນ 20 ເພາະວ່າຖ້າຫລົງຈາກທີ່ເຂົາພົ້ນແລ້ວຈາກກິເລດຕັນຫາຂອງໂລກນີ້ແລ້ວ ດ້ວຍການທີ່ເຂົາຮູ້ຈັກພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າແລະຜູ້ໂຜດໃຫ້ພົ້ນ ເຂົາກັບພົວພັນແລະຖືກພ່າຍແພ້ແກ່ການຊົ່ວຮ້າຍນັ້ນອີກ ສະພາບບັ້ນປາຍຂອງເຂົາກໍກັບເປັນຊົ່ວຮ້າຍກວ່າບັ້ນຕົ້ນ 21 ເພາະຖ້າເຂົາບໍ່ໄດ້ຮູ້ຈັກທາງຊອບທັມນັ້ນ ກໍຍັງຈະດີກວ່າທີ່ໄດ້ຮູ້ແລ້ວ ແຕ່ຍັງກັບຫັນຫລັງໃສ່ຂໍ້ບັນຍັດອັນສັກສິດທີ່ຊົງໂຜດມອບໃຫ້ແກ່ເຂົານັ້ນ 22 ຊຶ່ງເກີດແກ່ເຂົານັ້ນກໍເຫມືອນດັ່ງສຸພາສິດອັນຖືກຕ້ອງທີ່ວ່າ, “ຫມາໄດ້ຫລົບໄປກິນສິ່ງມັນຮາກອອກ” ແລະ “ຫມູທີ່ລ້າງແລ້ວກໍກັບລົງໄປນອນລຸຍໃນບວກອີກ”
ຄຳສັນຍາເຣື່ອງການສະເດັດມາຂອງອົງພຣະຜູ້ເປັນເຈົ້າ
1 ພວກທີ່ຮັກເອີຍ, ນີ້ແຫລະ ເປັນຈົດຫມາຍສະບັບທີ່ສອງທີ່ຂ້າພະເຈົ້າໄດ້ຂຽນມາເຖິງທ່ານທັງຫລາຍ ໃນຈົດຫມາຍທັງສອງສະບັບນີ້ ຂ້າພະເຈົ້າໄດ້ປຸກເຕືອນຈິດໃຈອັນຊື່ສັດຂອງພວກທ່ານໃຫ້ລະນຶກເຖິງ 2 ເພື່ອທ່ານທັງຫລາຍຈະໄດ້ຈື່ຈຳຖ້ອຍຄຳທັງຫລາຍທີ່ພວກຜູ້ທຳນວາຍບໍຣິສຸດໄດ້ກ່າວໄວ້ເມື່ອກ່ອນ ແລະຂໍ້ບັນຍັດຂອງອົງພຣະຜູ້ເປັນເຈົ້າ ຄືພຣະຜູ້ໂຜດໃຫ້ພົ້ນ ໂດຍບັນດາອັຄສາວົກຂອງທ່ານທັງຫລາຍ 3 ກ່ອນອື່ນ, ຈົ່ງຣູ້ຂໍ້ນີ້ ຄືໃນຄາວສຸດທ້າຍຈະມີຄົນເຍາະເຍີ້ຍມາເວົ້າສຽດສີຕາມໃຈປາຖນາຂອງຕົນ 4 ເຂົາຈະຖາມວ່າ, “ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ໃສ ເພາະວ່າຕັ້ງແຕ່ບັນພະບຸຣຸດລັບລ່ວງໄປແລ້ວ ສິ່ງທັງປວງກໍເປັນຢູ່ເຫມືອນເປັນຢູ່ຕັ້ງແຕ່ເລີ້ມຕົ້ນຊົງສ້າງໂລກ” 5 ເພາະວ່າເຂົາແກ້ງລືມຂໍ້ນີ້ເສັຽ ຄືດ້ວຍພຣະທັມຂອງພຣະເຈົ້າຟ້າສວັນຈຶ່ງໄດ້ມີຢູ່ຕັ້ງແຕ່ບູຮານ ແລະແຜ່ນດິນໂລກຈຶ່ງໄດ້ເກີດຂຶ້ນຈາກນ້ຳແລະດ້ວຍທາງນ້ຳ 6 ດ້ວຍນ້ຳນັ້ນແຫລະ, ມະນຸສໂລກທີ່ມີຢູ່ໃນຂນະນັ້ນໄດ້ຈິບຫາຍໄປດ້ວຍນ້ຳຖ້ວມ 7 ໂດຍພຣະທັມອັນດຽວກັນນັ້ນແຫລະ, ຟ້າແລະດິນທີ່ມີຢູ່ໃນປັດຈຸບັນນີ້ ກໍຊົງຮັກສາໄວ້ສຳລັບໃຫ້ໄຟເຜົາຜານເສັຽ ຄືຊົງຮັກສາໄວ້ຈົນກວ່າຈະເຖິງວັນທີ່ບັນດາມະນຸດຊຶ່ງບໍ່ນັບຖືພຣະເຈົ້າຈະຖືກຊົງພິພາກສາແລະຈິບຫາຍໄປ 8 ແຕ່ພວກທີ່ຮັກເອີຍ, ຢ່າລືມຂໍ້ນີ້ວ່າ ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າວັນດຽວກໍເຫມືອນກັບພັນປີ ແລະພັນປີກໍເຫມືອນກັບວັນດຽວ 9 ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າໃນເຣື່ອງພຣະສັນຍາຂອງພຣະອົງ ເຫມືອນດັ່ງບາງຄົນ ຄຶດວ່າຊ້າ ແຕ່ພຣະອົງຊົງອົດກັ້ນພຣະທັຍໄວ້ດົນນານເພາະເຫັນແກ່ທ່ານທັງຫລາຍ ພຣະອົງບໍ່ຊົງປະສົງທີ່ຈະໃຫ້ຜູ້ນຶ່ງຜູ້ໃດຈິບຫາຍເສັຽ ແຕ່ຊົງປາຖນາທີ່ຈະໃຫ້ຄົນທັງປວງມາເຖິງການຖິ້ມໃຈເກົ່າເອົາໃຈໃຫມ່ 10 ວັນຂອງອົງພຣະຜູ້ເປັນເຈົ້າຈະມາເຖິງເຫມືອນດັ່ງຂະໂມຍມາ ໃນວັນນັ້ນທ້ອງຟ້າຈະລ່ວງເສັຽໄປດ້ວຍສຽງດັງກ້ອງສນັ່ນ ໂລກ ທາດຈະສລາຍໄປດ້ວຍໄຟ ແລະແຜ່ນດິນໂລກກັບສາຣະພັດທຸກສິ່ງຈະໄຫມ້ເສັຽຫມົດ 11 ເມື່ອຮູ້ແລ້ວວ່າສິ່ງທັງປວງຈະສລາຍໄປຢ່າງນີ້ ທ່ານທັງຫລາຍຄວນຈະເປັນຄົນຢ່າງໃດ ໃນການດໍາເນີນຊີວິດອັນບໍຣິສຸດແລະການນັບຖືພຣະເຈົ້າ 12 ຈົ່ງຄອຍຖ້າແລະເຮ່ງຮີບໃຫ້ວັນຂອງພຣະເຈົ້າມາເຖິງ ຊຶ່ງໃນວັນນັ້ນທ້ອງຟ້າຈະຖືກໄຟເຜົາສລາຍໄປ ແລະໂລກທາດຈະຖືກໄຟຜານສລາຍໄປ 13 ແຕ່ວ່າຕາມພຣະສັນຍາຂອງພຣະອົງ ເຮົາທັງຫລາຍຄອຍຖ້າຟ້າອາກາດໃຫມ່ແລະແຜ່ນດິນໂລກໃຫມ່ ຊຶ່ງຄວາມຊອບທັມຈະຕັ້ງຢູ່ທີ່ນັ້ນ 14 ເຫດສັນນັ້ນພວກທີ່ຮັກເອີຍ, ເມື່ອທ່ານທັງຫລາຍກຳລັງຄອຍຖ້າສິ່ງເຫລົ່ານີ້ຢູ່ ຈົ່ງອົດສາພຍາຍາມໃຫ້ພຣະອົງຊົງພົບພວກທ່ານຢູ່ໃນຄວາມສງົບ ໂດຍບໍ່ມີຈຸດດ່າງພ້ອຍແລະຂໍ້ຕຳຫນິ 15 ຈົ່ງຖືວ່າການທີ່ອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍຊົງອົດກັ້ນພຣະທັຍໄວ້ດົນນານນັ້ນ ກໍເພື່ອໂຜດພວກເຮົາໃຫ້ລອດພົ້ນເຫມືອນດັ່ງໂປໂລນ້ອງທີ່ຮັກຂອງເຮົາ ໄດ້ຂຽນຈົດຫມາຍເຖິງທ່ານທັງຫລາຍຕາມສະຕິປັນຍາທີ່ໄດ້ຊົງປະທານແກ່ທ່ານນັ້ນ 16 ໃນຈົດຫມາຍທຸກສະບັບຂອງທ່ານກໍກ່າວເຖິງເຫດການເຫລົ່ານີ້ໄວ້ແລ້ວ ໃນຈົດຫມາຍເຫລົ່ານັ້ນມີບາງຂໍ້ທີ່ເຂົ້າໃຈຍາກ ຊຶ່ງຄົນທັງຫລາຍທີ່ຮູ້ເທົ່າບໍ່ເຖິງການແລະທີ່ມີໃຈບໍ່ຫມັ້ນຄົງແນ່ນອນໄດ້ບິດເບືອນຂໍ້ຄວາມເສັຽເຫມືອນຢ່າງທີ່ເຂົາໄດ້ບິດເບືອນຂໍ້ອື່ນໆໃນພຣະຄັມພີອັນເປັນເຫດໃຫ້ຕົນເອງຈິບຫາຍ 17 ເພາະເຫດນັ້ນພວກທີ່ຮັກເອີຍ, ເມື່ອພວກທ່ານຮູ້ເຣື່ອງນີ້ກ່ອນແລ້ວກໍຈົ່ງລະວັງໃຫ້ດີ ເພາະຢ້ານວ່າພວກທ່ານຈະຫລົງໄປເຮັດຜິດ ຕາມການຜິດຂອງຄົນຂາດສິນທັມເຫລົ່ານັ້ນ ແລະທ່ານທັງຫລາຍຈະຕົກເສັຽຈາກຄວາມຫນັກແຫນ້ນຫມັ້ນຄົງຂອງຕົນ 18 ແຕ່ຂໍໃຫ້ທ່ານທັງຫລາຍຈະເຣີນຂຶ້ນໃນພຣະຄຸນແລະໃນຄວາມຮູ້ ຊຶ່ງມາຈາກພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງເຮົາທັງຫລາຍ ພຣະກຽດຈົ່ງມີແດ່ພຣະອົງນັ້ນທັງໃນປັດຈຸບັນແລະຕລອດໄປເປັນນິດ (ອາແມນ)
ພຣະທັມອັນຊົງຊີວິດ
1 ຊຶ່ງມີຢູ່ແຕ່ປະຖົມມະການ, ຊຶ່ງເຮົາໄດ້ຍິນ, ຊຶ່ງເຮົາໄດ້ເຫັນກັບຕາ, ຊຶ່ງເຮົາໄດ້ພິຈາຣະນາເບິ່ງ ແລະມືຂອງເຮົາໄດ້ຈັບຕ້ອງນັ້ນ ກ່ຽວກັບພຣະທັມອັນຊົງຊີວິດ 2 (ຊີວິດນັ້ນໄດ້ປາກົດມາ ເຮົາໄດ້ເຫັນແລະເປັນພຍານ ຈຶ່ງໄດ້ປະກາດຊີວິດອັນຕລອດໄປເປັນນິດນັ້ນແກ່ທ່ານທັງຫລາຍ ຄືຊີວິດທີ່ດຳຣົງຢູ່ກັບພຣະບິດາ ແລະໄດ້ປາກົດແກ່ເຮົາທັງຫລາຍ) 3 ຊຶ່ງເຮົາໄດ້ເຫັນແລະໄດ້ຍິນນັ້ນ ເຮົາກໍໄດ້ປະກາດແກ່ທ່ານທັງຫລາຍເຫມືອນກັນ ເພື່ອທ່ານທັງຫລາຍຈະໄດ້ເຂົ້າຮ່ວມສາມັກຄີທັມກັບພວກເຮົາ ພວກເຮົາກໍຮ່ວມສາມັກຄີກັບພຣະບິດາ ແລະກັບພຣະບຸດຂອງພຣະອົງຄືພຣະເຢຊູຄຣິດ 4 ຂໍ້ຄວາມເຫລົ່ານີ້ແຫລະ, ເຮົາຂຽນມາເພື່ອຄວາມຊົມຊື່ນຍິນດີຂອງເຮົາຈະໄດ້ເຕັມບໍຣິບູນ
ພຣະເຈົ້າຊົງເປັນຄວາມສວ່າງ
5 ນີ້ແຫລະ, ເປັນຂ່າວສານທີ່ເຮົາໄດ້ຍິນຈາກພຣະອົງແລະໄດ້ປະກາດແກ່ທ່ານທັງຫລາຍວ່າ ພຣະເຈົ້າຊົງເປັນຄວາມສວ່າງ ໃນພຣະອົງບໍ່ມີຄວາມມືດເລີຍ 6 ຖ້າເຮົາຈະວ່າເຮົາຮ່ວມສາມັກຄີທັມກັບພຣະອົງ ແລະຍັງດຳເນີນຊີວິດຢູ່ໃນຄວາມມືດ ເຮົາກໍເວົ້າຕົວະແລະບໍ່ປະຕິບັດຕາມຄວາມຈິງ 7 ແຕ່ຖ້າເຮົາທັງຫລາຍດຳເນີນຊີວິດຢູ່ໃນຄວາມສວ່າງເຫມືອນຢ່າງພຣະອົງຊົງສະຖິດຢູ່ໃນຄວາມສວ່າງ ພວກເຮົາກໍຮ່ວມສາມັກຄີທັມເຊິ່ງກັນແລະກັນ ແລະພຣະໂລຫິດຂອງພຣະເຢຊູພຣະບຸດຂອງພຣະອົງ ກໍຊຳຮະລ້າງເຮົາທັງຫລາຍຈາກຜິດບາບຫມົດສິ້ນ 8 ຖ້າເຮົາທັງຫລາຍເວົ້າວ່າພວກເຮົາບໍ່ມີບາບ ພວກເຮົາກໍຫລອກລວງຕົນເອງ ແລະຄວາມຈິງບໍ່ໄດ້ຢູ່ໃນພວກເຮົາ 9 ຖ້າເຮົາທັງຫລາຍສາຣະພາບຜິດບາບຂອງພວກເຮົາ ພຣະອົງຊົງສັດຊື່ແລະທ່ຽງທັມ ຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳຮະລ້າງເຮົາທັງຫລາຍຈາກການອະທັມຫມົດສິ້ນ 10 ຖ້າເຮົາທັງຫລາຍເວົ້າວ່າພວກເຮົາບໍ່ໄດ້ເຮັດບາບ ກໍທໍ່ກັບວ່າພວກເຮົາໄດ້ເຮັດໃຫ້ພຣະອົງເປັນຜູ້ຕົວະ ແລະພຣະທັມຂອງພຣະອົງກໍບໍ່ຢູ່ໃນພວກເຮົາແລ້ວ
ພຣະເຢຊູຊົງເປັນທະນາຍຄວາມເພື່ອເຮົາ
1 ລູກນ້ອຍທັງຫລາຍຂອງເຮົາເອີຍ, ເຮົາຂຽນຂໍ້ຄວາມເຫລົ່ານີ້ມາເຖິງພວກເຈົ້າ ເພື່ອພວກເຈົ້າຈະບໍ່ໄດ້ເຮັດຜິດ ແຕ່ຖ້າຄົນໃດເຮັດຜິດ ພວກເຮົາກໍມີທະນາຍຄວາມ ຄືພຣະເຢຊູຄຣິດຜູ້ຊົງທ່ຽງທັມທີ່ສະຖິດຢູ່ກັບພຣະບິດາ 2 ແມ່ນດ້ວຍພຣະອົງນີ້ແຫລະ, ທີ່ພຣະເຈົ້າຊົງຍົກຜິດບາບຂອງພວກເຮົາເສັຽ ແລະບໍ່ແມ່ນແຕ່ຜິດບາບຂອງພວກເຮົາພວກດຽວ ແຕ່ທັງຜິດບາບຂອງມະນຸດທັງປວງໃນໂລກເຫມືອນກັນ 3 ໃນຂໍ້ນີ້ແຫລະ, ເຮົາທັງຫລາຍຄົງສັງເກດໄດ້ວ່າພວກເຮົາຮູ້ຈັກກັບພຣະອົງ ຄືວ່າຖ້າພວກເຮົາຖືຮັກສາບັນດາຂໍ້ບັນຍັດຂອງພຣະອົງ 4 ຄົນໃດທີ່ເວົ້າວ່າ, “ຂ້າພະເຈົ້າຮູ້ຈັກກັບພຣະອົງ” ແຕ່ບໍ່ຖືຮັກສາບັນດາຂໍ້ບັນຍັດຂອງພຣະອົງ ຜູ້ນັ້ນເປັນຄົນເວົ້າຕົວະ ແລະຄວາມຈິງບໍ່ໄດ້ຢູ່ໃນຄົນນັ້ນແລ້ວ 5 ແຕ່ຜູ້ໃດທີ່ຖືຮັກສາພຣະທັມຂອງພຣະອົງ ຜູ້ນັ້ນແຫລະ, ເປັນຜູ້ຮັກສາພຣະເຈົ້າຢ່າງຄົບຖ້ວນ ດ້ວຍອາການຢ່າງນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວ່າພວກເຮົາຢູ່ໃນພຣະອົງ 6 ຜູ້ໃດເວົ້າວ່າຕົນຢູ່ໃນພຣະອົງ ຜູ້ນັ້ນກໍຄວນດຳເນີນຊີວິດຕາມທາງທີ່ພຣະຄຣິດຊົງດຳເນີນນັ້ນເຫມືອນກັນ
ພຣະບັນຍັດໃຫມ່
7 ພວກທີ່ຮັກເອີຍ, ເຮົາບໍ່ໄດ້ຂຽນຂໍ້ບັນຍັດໃຫມ່ມາເຖິງເຈົ້າທັງຫລາຍ ແຕ່ເປັນຂໍ້ບັນຍັດເກົ່າຊຶ່ງເຈົ້າທັງຫລາຍມີຢູ່ຕັ້ງແຕ່ເດີມແລ້ວ ຂໍ້ບັນຍັດເກົ່ານັ້ນ ຄືພຣະທັມທີ່ພວກເຈົ້າໄດ້ຍິນມາແລ້ວ 8 ເຖິງຢ່າງນັ້ນກໍກ່າວໄດ້ວ່າ ເຮົາຂຽນຂໍ້ບັນຍັດໃຫມ່ມາເຖິງເຈົ້າທັງຫລາຍ ທີ່ວ່າໃຫມ່ທັງຝ່າຍພຣະອົງແລະຝ່າຍເຈົ້າທັງຫລາຍນັ້ນ ກໍເພາະຄວາມມືດນັ້ນກຳລັງຜ່ານພົ້ນໄປ ແລະຄວາມສວ່າງແທ້ກໍສ່ອງຢູ່ແລ້ວ 9 ຜູ້ໃດທີ່ເວົ້າວ່າຕົນຢູ່ໃນຄວາມສວ່າງ ແຕ່ຍັງກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍຍັງຢູ່ໃນຄວາມມືດຈົນເຖິງດຽວນີ້ 10 ຜູ້ທີ່ຮັກພີ່ນ້ອງຂອງຕົນກໍຕັ້ງຢູ່ໃນຄວາມສວ່າງ ແລະເຫດທີ່ຈະໃຫ້ສະດຸດໃຈກໍບໍ່ມີໃນຄົນນັ້ນ 11 ແຕ່ຜູ້ທີ່ກຽດຊັງພີ່ນ້ອງຂອງຕົນກໍຢູ່ໃນຄວາມມືດ ແລະທ່ຽວໄປໃນຄວາມມືດ ແລ້ວບໍ່ຮູ້ວ່າຕົນກຳລັງໄປໃສ ເພາະຄວາມມືດໄດ້ເຮັດໃຫ້ຕາຂອງຕົນບອດເສັຽແລ້ວ 12 ລູກນ້ອຍທັງຫລາຍເອີຍ, ເຮົາຂຽນຈົດຫມາຍເຖິງເຈົ້າທັງຫລາຍ ເພາະວ່າໄດ້ຊົງໃຫ້ອະພັຍບາບຂອງພວກເຈົ້າແລ້ວ ເພາະເຫັນແກ່ພຣະນາມຂອງພຣະອົງ 13 ພໍ່ທັງຫລາຍເອີຍ, ເຮົາຂຽນຈົດຫມາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກກັບພຣະອົງ ຜູ້ຊົງດຳຣົງຢູ່ຕັ້ງແຕ່ປະຖົມມະການ ຄົນຫນຸ່ມທັງຫລາຍເອີຍ, ເຮົາຂຽນຈົດຫມາຍເຖິງພວກເຈົ້າ ເພາະພວກເຈົ້າໄດ້ຊະນະມານຮ້າຍນັ້ນແລ້ວ 14 ລູກທັງຫລາຍເອີຍ, ເຮົາຂຽນຈົດຫມາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກກັບພຣະບິດາແລ້ວ ພໍ່ທັງຫລາຍເອີຍ, ເຮົາຂຽນຈົດຫມາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກກັບພຣະອົງຜູ້ຊົງດຳຣົງຢູ່ຕັ້ງແຕ່ປະຖົມມະການແລ້ວ ຄົນຫນຸ່ມທັງຫລາຍເອີຍ, ເຮົາຂຽນຈົດຫມາຍມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຊະນະມານຮ້າຍແລ້ວ 15 ຢ່າຮັກໂລກຫລືສິ່ງຂອງທີ່ຢູ່ໃນໂລກ ຖ້າຜູ້ໃດຮັກໂລກ ຄວາມຮັກຕໍ່ພຣະບິດາບໍ່ຢູ່ໃນຜູ້ນັ້ນ 16 ເພາະສາຣະພັດທີ່ມີຢູ່ໃນໂລກ ຄືຕັນຫາຂອງເນື້ອກາຍ, ຕັນຫາຂອງຕາ, ແລະຄວາມອວດອ້າງເປົ່າໆໃນຊີວິດນີ້ ບໍ່ໄດ້ເກີດມາຈາກພຣະບິດາ ແຕ່ເກີດມາຈາກໂລກ 17 ສ່ວນໂລກກັບຕັນຫາຂອງໂລກກຳລັງເສື່ອມສູນໄປ ແຕ່ຜູ້ເຮັດຕາມພຣະທັຍຂອງພຣະເຈົ້າຈະຕັ້ງຢູ່ເປັນນິດ
ສັດຕຣູຂອງພຣະຄຣິດ
18 ລູກທັງຫລາຍເອີຍ, ບັດນີ້ເປັນເວລາສຸດທ້າຍແລ້ວ ແລະຕາມທີ່ເຈົ້າທັງຫລາຍໄດ້ຍິນໄດ້ຟັງມາແລ້ວວ່າ ຜູ້ຕໍ່ສູ້ພຣະຄຣິດຈະມາ ບັດນີ້ຜູ້ຕໍ່ສູ້ພຣະຄຣິດກໍເກີດມີມາຫລາຍແລ້ວ ສັນນັ້ນພວກເຮົາຈຶ່ງຮູ້ວ່າເປັນເວລາສຸດທ້າຍ 19 ເຂົາເຫລົ່ານັ້ນໄດ້ອອກໄປຈາກພວກເຮົາ ແຕ່ເຂົາບໍ່ແມ່ນຝ່າຍພວກເຮົາ ເພາະວ່າຖ້າເຂົາແມ່ນຝ່າຍພວກເຮົາ ເຂົາກໍຈະໄດ້ຕັ້ງຢູ່ກັບພວກເຮົາຕໍ່ໄປ (ແຕ່ເຂົາໄດ້ອອກໄປແລ້ວ) ເພື່ອປາກົດແຈ້ງວ່າເຂົາເຫລົ່ານັ້ນບໍ່ແມ່ນຝ່າຍພວກເຮົາຈັກຄົນ 20 ແຕ່ຝ່າຍເຈົ້າທັງຫລາຍໄດ້ຮັບການຊົງຫົດສົງຈາກພຣະອົງຜູ້ບໍຣິສຸດແລ້ວ ພວກເຈົ້າທຸກຄົນກໍມີຄວາມຮູ້ 21 ເຮົາໄດ້ຂຽນຈົດຫມາຍມາເຖິງເຈົ້າທັງຫລາຍ ບໍ່ແມ່ນເພາະພວກເຈົ້າບໍ່ຮູ້ຄວາມຈິງ ແຕ່ເພາະເຈົ້າທັງຫລາຍຮູ້ແລ້ວ ແລະເພາະວ່າຄຳຕົວະຂໍ້ໃດບໍ່ໄດ້ມາຈາກຄວາມຈິງ 22 ແມ່ນໃຜເປັນຜູ້ເວົ້າຕົວະ ຄັນບໍ່ແມ່ນຜູ້ນັ້ນທີ່ປະຕິເສດວ່າພຣະເຢຊູບໍ່ແມ່ນພຣະຄຣິດ ຜູ້ທີ່ປະຕິເສດພຣະບິດາກັບພຣະບຸດ ຜູ້ນັ້ນແຫລະ, ເປັນຜູ້ຕໍ່ສູ້ພຣະຄຣິດ 23 ຜູ້ໃດທີ່ປະຕິເສດພຣະບຸດ ຜູ້ນັ້ນກໍບໍ່ມີພຣະບິດາ ຜູ້ໃດທີ່ຮັບຮູ້ພຣະບຸດ ຜູ້ນັ້ນກໍມີພຣະບິດາເຫມືອນກັນ 24 ຝ່າຍເຈົ້າທັງຫລາຍ, ຈົ່ງໃຫ້ຂໍ້ຄວາມທີ່ພວກເຈົ້າໄດ້ຍິນຕັ້ງແຕ່ຕົ້ນມານັ້ນຕັ້ງຢູ່ກັບພວກເຈົ້າ ຖ້າຂໍ້ຄວາມທີ່ພວກເຈົ້າໄດ້ຍິນແຕ່ຕັ້ນມານັ້ນຫາກຕັ້ງຢູ່ກັບພວກເຈົ້າ ພວກເຈົ້າກໍຕັ້ງຫມັ້ນຄົງຢູ່ໃນພຣະບຸດແລະໃນພຣະບິດາເຫມືອນກັນ 25 ນີ້ແຫລະ, ເປັນພຣະສັນຍາທີ່ພຣະອົງໄດ້ຊົງສັນຍາໄວ້ແກ່ເຮົາທັງຫລາຍຄືຊີວິດອັນຕລອດໄປເປັນນິດ 26 ຂໍ້ຄວາມເຫລົ່ານີ້ເຮົາໄດ້ຂຽນມາເຖິງເຈົ້າທັງຫລາຍ ກ່ຽວເຖິງເຣື່ອງຄົນເຫລົ່ານັ້ນທີ່ຢາກໃຫ້ພວກເຈົ້າຫລົງໄປ 27 ແຕ່ຝ່າຍເຈົ້າທັງຫລາຍ, ການຊົງຫົດສົງທີ່ພວກເຈົ້າໄດ້ຮັບຈາກພຣະອົງນັ້ນ ກໍຍັງຕັ້ງຢູ່ກັບພວກເຈົ້າ ແລະພວກເຈົ້າບໍ່ຕ້ອງການໃຫ້ຜູ້ໃດອີກສອນ ເພາະການຊົງຫົດສົງຂອງພຣະອົງກຳລັງສັ່ງສອນພວກເຈົ້າເຖິງທຸກສິ່ງ ແລະເປັນຄວາມຈິງບໍ່ແມ່ນການຕົວະ ການຊົງຫົດສົງໄດ້ສອນເຈົ້າທັງຫລາຍຢ່າງໃດ ພວກເຈົ້າຈົ່ງຕັ້ງຫມັ້ນຄົງຢູ່ໃນພຣະອົງຢ່າງນັ້ນ 28 ແລະບັດນີ້ ລູກນ້ອຍທັງຫລາຍເອີຍ, ຈົ່ງຕັ້ງຫມັ້ນຄົງຢູ່ໃນພຣະອົງ ເພື່ອວ່າ, ເມື່ອພຣະອົງຊົງປາກົດ ເຮົາທັງຫລາຍຈະໄດ້ມີໃຈກ້າ ແລະບໍ່ຫລົບຫນ້າຈາກພຣະອົງດ້ວຍຄວາມລະອາຍ ເມື່ອພຣະອົງສະເດັດມາ 29 ຖ້າເຈົ້າທັງຫລາຍຮູ້ວ່າພຣະອົງຊົງທ່ຽງທັມ ພວກເຈົ້າກໍຮູ້ໄດ້ວ່າ ທຸກຄົນທີ່ປະຕິບັດຕາມຄວາມທ່ຽງທັມນັ້ນກໍບັງເກີດມາຈາກພຣະອົງເຫມືອນກັນ
ບັນດາບຸດຂອງພຣະເຈົ້າ
1 ເບິ່ງແມ໋, ພຣະບິດາຊົງໂຜດປະທານຄວາມຮັກແກ່ເຮົາທັງຫລາຍເປັນຢ່າງໃດທີ່ພຣະເຈົ້າຊົງເອີ້ນພວກເຮົາວ່າບຸດຂອງພຣະອົງ ແລະພວກເຮົາກໍເປັນຢ່າງນັ້ນແລ້ວ ເຫດທີ່ໂລກບໍ່ຮູ້ຈັກເຮົາທັງຫລາຍ ກໍເພາະເຂົາບໍ່ຮູ້ຈັກພຣະອົງນັ້ນແຫລະ 2 ພວກທີ່ຮັກເອີຍ, ບັດນີ້ ເຮົາທັງຫລາຍເປັນບຸດຂອງພຣະເຈົ້າແລ້ວ ແລະຍັງບໍ່ໄດ້ຊົງສະແດງໃຫ້ຮູ້ຄັກວ່າຕໍ່ໄປພວກເຮົາຈະເປັນຢ່າງໃດ ແຕ່ພວກເຮົາຮູ້ວ່າ ເມື່ອພຣະອົງນັ້ນຈະສະເດັດມາປາກົດນັ້ນເຮົາທັງຫລາຍຈະເປັນເຫມືອນພຣະອົງ ເພາະວ່າພວກເຮົາຈະເຫັນພຣະອົງຢ່າງທີ່ພຣະອົງຊົງເປັນຢູ່ນັ້ນ 3 ທຸກຄົນທີ່ມີຄວາມຫວັງໃນພຣະອົງດັ່ງກ່າວມານີ້ ກໍຊຳຮະລ້າງຕົນໃຫ້ບໍຣິສຸດເຫມືອນພຣະຄຣິດຊົງບໍຣິສຸດ 4 ທຸກຄົນທີ່ເຮັດບາບກໍເຮັດຜິດຕໍ່ພຣະບັນຍັດເຫມືອນກັນ ບາບເປັນສິ່ງທີ່ຜິດຕໍ່ພຣະບັນຍັດ 5 ເຈົ້າທັງຫລາຍຮູ້ແລ້ວວ່າພຣະຄຣິດໄດ້ຊົງປາກົດເພື່ອຍົກເອົາຜິດບາບໄປເສັຽ ແລະພຣະອົງນັ້ນບໍ່ຊົງມີບາບເລີຍ 6 ຜູ້ໃດຕັ້ງຫມັ້ນຢູ່ໃນພຣະອົງ ຜູ້ນັ້ນກໍບໍ່ເຮັດບາບຕາມເຄີຍ ຜູ້ໃດທີ່ຍັງເຮັດບາບຕາມເຄີຍ ຜູ້ນັ້ນຍັງບໍ່ເຫັນພຣະອົງ ແລະຍັງບໍ່ຮູ້ຈັກພຣະອົງ 7 ລູກນ້ອຍທັງຫລາຍເອີຍ, ຢ່າໃຫ້ຜູ້ໃດຊັກຈູງພວກເຈົ້າໃຫ້ຫລົງ ຜູ້ທີ່ເຮັດຕາມຄວາມທ່ຽງທັມກໍເປັນຜູ້ທ່ຽງທັມ ເຫມືອນພຣະຄຣິດຊົງທ່ຽງທັມ 8 ຜູ້ທີ່ເຮັດບາບຕາມເຄີຍກໍມາຈາກມານ ເພາະວ່າມານໄດ້ເຮັດບາບຕັ້ງແຕ່ຕົ້ນເດີມມາ ພຣະບຸດຂອງພຣະເຈົ້າໄດ້ສະເດັດມາປາກົດກໍເພາະເຫດນີ້ແຫລະ ຄືເພື່ອຊົງທຳລາຍກິຈການຂອງມານເສັຽ 9 ຜູ້ໃດເກີດຈາກພຣະເຈົ້າກໍບໍ່ເຮັດບາບຕາມ ເພາະສະພາບຂອງພຣະອົງຊົງດຳຣົງຢູ່ໃນຜູ້ນັ້ນ ແລະຜູ້ນັ້ນບໍ່ອາດເຮັດບາບຕາມເຄີຍ ເພາະຕົນໄດ້ບັງເກີດມາຈາກພຣະເຈົ້າ 10 ດັ່ງນີ້ແຫລະ, ຈຶ່ງເຫັນໄດ້ວ່າຜູ້ໃດເປັນບຸດຂອງ ພຣະເຈົ້າ ແລະຜູ້ໃດເປັນລູກຂອງມານ ຄືວ່າຜູ້ໃດທີ່ບໍ່ໄດ້ເຮັດຕາມຄວາມທ່ຽງທັມ ຫລືບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍບໍ່ໄດ້ມາຈາກພຣະເຈົ້າ
ຈົ່ງຮັກກັນແລະກັນ
11 ດ້ວຍວ່ານີ້ແຫລະ, ເປັນຂໍ້ຄວາມທີ່ເຈົ້າທັງຫລາຍໄດ້ຍິນໄດ້ຟັງຕັ້ງແຕ່ເດີມແລ້ວ ຄືໃຫ້ພວກເຮົາຮັກເຊິ່ງກັນແລະກັນ 12 ຢ່າໃຫ້ເປັນເຫມືອນກາອິນຜູ້ມາຈາກມານ ແລະໄດ້ຂ້ານ້ອງຂອງຕົນເສັຽ ດ້ວຍເຫດໃດເຂົາຈຶ່ງຂ້ານ້ອງກໍເພາະການເຮັດຂອງຕົນຊົ່ວ ແລະການເຮັດຂອງນ້ອງນັ້ນຊອບທັມ 13 ພີ່ນ້ອງທັງຫລາຍເອີຍ, ຖ້າໂລກນີ້ກຽດຊັງພວກເຈົ້າຢ່າປລາດໃຈ 14 ຝ່າຍເຮົາທັງຫລາຍຮູ້ແລ້ວວ່າ ພວກເຮົາໄດ້ຍ້າຍອອກຈາກຄວາມຕາຍເຂົ້າສູ່ຊີວິດແລ້ວ ກໍເພາະພວກເຮົາຮັກພີ່ນ້ອງ ຜູ້ໃດທີ່ບໍ່ຮັກ ຜູ້ນັ້ນກໍຍັງຢູ່ໃນຄວາມຕາຍ 15 ຜູ້ໃດທີ່ກຽດຊັງພີ່ນ້ອງຂອງຕົນກໍເປັນຜູ້ຂ້າຄົນ ແລະເຈົ້າທັງຫລາຍຮູ້ແລ້ວວ່າ ຜູ້ຂ້າຄົນບໍ່ມີຊີວິດອັນຕລອດໄປເປັນນິດຕັ້ງຢູ່ໃນຕົນຈັກຄົນ 16 ດັ່ງນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ຈັກຄວາມຮັກ ໂດຍທີ່ພຣະຄຣິດໄດ້ຊົງຍອມສລະພຣະຊົນຂອງພຣະອົງເພື່ອເຮົາທັງຫລາຍ ຝ່າຍພວກເຮົາຄວນຈະສລະຊີວິດຂອງພວກເຮົາເພື່ອພີ່ນ້ອງເຫມືອນກັນ 17 ແຕ່ຖ້າຜູ້ໃດມີຊັບສົມບັດໃນໂລກນີ້ ແລະເຫັນພີ່ນ້ອງຂອງຕົນຂັດສົນ ແລະຍັງບໍ່ຍອມມີໃຈເມດຕາຊ່ອຍເຫລືອຜູ້ນັ້ນ ຄວາມຮັກຕໍ່ພຣະເຈົ້າຈະດຳຣົງຢູ່ໃນຕົນໄດ້ຢ່າງໃດ 18 ລູກນ້ອຍທັງຫລາຍເອີຍ, ຢ່າໃຫ້ເຮົາຮັກດ້ວຍຄວາມເວົ້າ ແລະດ້ວຍປາກເທົ່ານັ້ນ ແຕ່ຈົ່ງສະແດງຄວາມຮັກອັນແທ້ຈິງດ້ວຍການກະທຳ
ຄວາມແນ່ໃຈໃນພຣະເຈົ້າ
19 ດ້ວຍເຫດນີ້ແຫລະ, ເຮົາທັງຫລາຍກໍຮູ້ແລ້ວພວກເຮົາຢູ່ຝ່າຍຄວາມຈິງ ພວກເຮົາຈຶ່ງມີຄວາມແນ່ໃຈຕໍ່ພຣະພັກພຣະອົງ 20 ເພາະວ່າຖ້າໃຈຂອງພວກເຮົາກ່າວໂທດໃສ່ຕົວເຮົາເມື່ອໃດ ພຣະເຈົ້າຊົງເປັນໃຫຍ່ກວ່າໃຈຂອງພວກເຮົາ ແລະພຣະອົງຊົງຊາບທຸກສິ່ງ 21 ພວກທີ່ຮັກເອີຍ, ຖ້າໃຈຂອງເຮົາບໍ່ກ່າວໂທດໃສ່ຕົວເຮົາ ເຮົາກໍມີຄວາມແນ່ໃຈຕໍ່ພຣະພັກພຣະເຈົ້າ 22 ແລະພວກເຮົາຂໍສິ່ງໃດ ເຮົາກໍໄດ້ສິ່ງນັ້ນຈາກພຣະອົງ ເພາະວ່າພວກເຮົາຖືຮັກສາຂໍ້ບັນຍັດຂອງພຣະອົງ ແລະປະຕິບັດຕາມຊອບພຣະທັຍພຣະອົງ 23 ນີ້ແຫລະ, ເປັນຂໍ້ບັນຍັດຂອງພຣະເຈົ້າ ຄືວ່າໃຫ້ເຮົາທັງຫລາຍວາງໃຈເຊື່ອໃນພຣະນາມຂອງພຣະເຢຊູຄຣິດ ພຣະບຸດຂອງພຣະອົງ ແລະໃຫ້ພວກເຮົາຮັກເຊິ່ງກັນແລະກັນ ຕາມທີ່ພຣະຄຣິດໄດ້ຊົງບັນຍັດໄວ້ແກ່ພວກເຮົາ 24 ຜູ້ໃດທີ່ຖືຮັກສາບັນດາຂໍ້ບັນຍັດຂອງພຣະອົງ ກໍຕັ້ງຢູ່ໃນພຣະອົງ ແລະພຣະອົງຊົງສະຖິດຢູ່ໃນຜູ້ນັ້ນ ດ້ວຍເຫດນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວ່າ ພຣະອົງຊົງສະຖິດຢູ່ໃນພວກເຮົາ ຄືດ້ວຍພຣະວິນຍານທີ່ພຣະອົງຊົງໂຜດປະທານແກ່ພວກເຮົາແລ້ວ
ພຣະວິນຍານຂອງພຣະເຈົ້າ ແລະວິນຍານຂອງຜູ້ຕໍ່ສູ້ພຣະຄຣິດ
1 ພວກທີ່ຮັກເອີຍ, ຢ່າເຊື່ອວິນຍານທຸກໆດວງ ແຕ່ຈົ່ງພິສູດວິນຍານທັງຫລາຍນັ້ນວ່າມາຈາກພຣະເຈົ້າຫລືບໍ່ ເພາະວ່າມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ 2 ດ້ວຍຂໍ້ນີ້ແຫລະ, ເຈົ້າທັງຫລາຍກໍຈະຮູ້ຈັກພຣະວິນຍານຂອງພຣະເຈົ້າ ຄືວິນຍານທັງປວງທີ່ຍອມຮັບຮູ້ວ່າພຣະເຢຊູຄຣິດໄດ້ສະເດັດລົງມາຮັບຊາດເປັນມະນຸດ ວິນຍານນັ້ນກໍມາຈາກພຣະເຈົ້າ 3 ແລະວິນຍານທັງປວງທີ່ບໍ່ຍອມຮັບຮູ້ພຣະເຢຊູ ວິນຍານນັ້ນກໍບໍ່ໄດ້ມາຈາກພຣະເຈົ້າ ວິນຍານນັ້ນແຫລະ, ເປັນວິນຍານຂອງຜູ້ຕໍ່ສູ້ພຣະຄຣິດ ຊຶ່ງເຈົ້າທັງຫລາຍໄດ້ຍິນວ່າຈະມາ ແລະບັດນີ້ກໍຢູ່ໃນໂລກແລ້ວ 4 ລູກນ້ອຍທັງຫລາຍເອີຍ, ສ່ວນເຈົ້າທັງຫລາຍກໍເປັນຝ່າຍພຣະເຈົ້າ ແລະໄດ້ຊະນະເຂົາເຫລົ່ານັ້ນແລ້ວ ເພາະວ່າພຣະອົງຜູ້ຊົງສະຖິດຢູ່ໃນພວກເຈົ້າ ຊົງເປັນໃຫຍ່ກວ່າຜູ້ນັ້ນທີ່ຢູ່ໃນໂລກ 5 ສ່ວນເຂົາເຫລົ່ານັ້ນກໍເປັນຝ່າຍໂລກ ເຫດສັນນັ້ນເຂົາຈຶ່ງເວົ້າຕາມໂລກ ແລະໂລກກໍເຊື່ອຟັງເຂົາ 6 ສ່ວນເຮົາທັງຫລາຍເປັນຝ່າຍພຣະເຈົ້າ ຜູ້ທີ່ຮູ້ຈັກພຣະເຈົ້າກໍເຊື່ອຟັງພວກເຮົາ ຜູ້ທີ່ບໍ່ຢູ່ຝ່າຍພຣະເຈົ້າກໍບໍ່ເຊື່ອຟັງພວກເຮົາ ດັ່ງນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວິນຍານຂອງຄວາມຈິງແລະວິນຍານຂອງຄວາມຜິດ
ພຣະເຈົ້າຊົງເປັນຄວາມຮັກ
7 ພວກທີ່ຮັກເອີຍ, ຈົ່ງໃຫ້ເຮົາທັງຫລາຍຮັກເຊິ່ງກັນແລະກັນ ເພາະວ່າຄວາມຮັກມາຈາກພຣະເຈົ້າ ທຸກຄົນທີ່ຮັກກໍບັງເກີດມາຈາກພຣະເຈົ້າ ແລະຮູ້ຈັກພຣະເຈົ້າ 8 ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ ເພາະວ່າພຣະເຈົ້າຊົງເປັນຄວາມຮັກ 9 ດ້ວຍຂໍ້ນີ້ແຫລະ, ຄວາມຮັກຂອງພຣະເຈົ້າສຳລັບເຮົາທັງຫລາຍໄດ້ປາກົດແຈ້ງ ຄືພຣະເຈົ້າໄດ້ຊົງໃຊ້ພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກ ເພື່ອເຮົາທັງຫລາຍຈະໄດ້ມີຊີວິດດ້ວຍພຣະບຸດນັ້ນ 10 ຄວາມຮັກທີ່ເຮົາກ່າວເຖິງນີ້ແຫລະ, ບໍ່ແມ່ນເຮົາທັງຫລາຍໄດ້ຮັກພຣະເຈົ້າ ແຕ່ພຣະເຈົ້າໄດ້ຊົງຮັກພວກເຮົາ ແລະຊົງໃຊ້ພຣະບຸດຂອງພຣະອົງມາເພື່ອເປັນທາງຊົງຍົກຜິດບາບຂອງພວກເຮົາ 11 ພວກທີ່ຮັກເອີຍ, ຖ້າພຣະເຈົ້າໄດ້ຊົງຮັກເຮົາທັງຫລາຍຢ່າງນັ້ນ ພວກເຮົາຄວນຈະຮັກເຊິ່ງກັນແລະກັນ 12 ຝ່າຍພຣະເຈົ້າບໍ່ມີໃຜໄດ້ເຫັນຈັກເທື່ອ ຖ້າເຮົາທັງຫລາຍຮັກເຊິ່ງກັນແລະກັນ ພຣະເຈົ້າກໍຊົງສະຖິດຢູ່ໃນເຮົາທັງຫລາຍ ແລະຄວາມຮັກຂອງພຣະອົງກໍສົມບູນໃນພວກເຮົາ 13 ດັ່ງນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວ່າພວກເຮົາຢູ່ໃນພຣະອົງ ແລະພຣະອົງຊົງສະຖິດຢູ່ໃນພວກເຮົາ ເພາະພຣະອົງໄດ້ຊົງໂຜດປະທານພຣະວິນຍານຂອງພຣະອົງແກ່ພວກເຮົາ 14 ຝ່າຍເຮົາທັງຫລາຍໄດ້ເຫັນແລະເປັນພຍານວ່າ ພຣະບິດາໄດ້ຊົງໃຊ້ພຣະບຸດມາເປັນຜູ້ໂຜດມະນຸສໂລກໃຫ້ລອດພົ້ນ 15 ຜູ້ໃດຍອມຮັບວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າ ພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ ແລະຜູ້ນັ້ນກໍຕັ້ງຢູ່ໃນພຣະເຈົ້າ 16 ຝ່າຍເຮົາທັງຫລາຍໄດ້ຮູ້ຈັກແລະໄດ້ເຊື່ອໃນຄວາມຮັກທີ່ພຣະເຈົ້າໄດ້ຊົງມີຕໍ່ພວກເຮົາ ພຣະເຈົ້າຊົງເປັນຄວາມຮັກ ຜູ້ໃດທີ່ຕັ້ງຢູ່ໃນຄວາມຮັກກໍຢູ່ໃນພຣະເຈົ້າ ແລະພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ 17 ໃນຂໍ້ນີ້ແຫລະ, ຄວາມຣັກເປັນທີ່ສຳເຣັດໃນເຮົາທັງຫລາຍ ເພື່ອວ່າພວກເຮົາຈະໄດ້ມີຄວາມແນ່ໃຈໃນວັນພິພາກສາ ເພາະພຣະຄຣິດຊົງເປັນຢ່າງໃດ ເຮົາທັງຫລາຍໃນໂລກກໍເປັນຢ່າງນັ້ນ 18 ໃນຄວາມຮັກນັ້ນບໍ່ມີຄວາມຢ້ານ ແຕ່ຄວາມຮັກທີ່ສຳເຣັດນັ້ນກໍຂັບໄລ່ຄວາມຢ້ານອອກເສັຽ ເພາະຄວາມຢ້ານກ່ຽວກັບການລົງໂທດ ແລະຜູ້ທີ່ຢ້ານກໍຍັງບໍ່ສຳເຣັດໃນຄວາມຮັກ 19 ຝ່າຍເຮົາທັງຫລາຍໄດ້ຮັກເພາະພຣະອົງໄດ້ຊົງຮັກພວກເຮົາກ່ອນ 20 ຖ້າຜູ້ໃດເວົ້າວ່າ, “ຂ້າພະເຈົ້າຮັກພຣະເຈົ້າ” ແລະຍັງກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍເປັນຄົນເວົ້າຕົວະ ເພາະຜູ້ທີ່ບໍ່ຮັກພີ່ນ້ອງຂອງຕົນທີ່ຕາເຫັນແລ້ວ ກໍບໍ່ສາມາດຈະຮັກພຣະເຈົ້າທີ່ຕາບໍ່ເຫັນນັ້ນ 21 ຂໍ້ບັນຍັດນີ້ເຮົາທັງຫລາຍກໍໄດ້ມາຈາກພຣະອົງ ຄືວ່າໃຫ້ຜູ້ທີ່ຮັກພຣະເຈົ້ານັ້ນ ຈົ່ງຮັກພີ່ນ້ອງຂອງຕົນເຫມືອນກັນ
ຄວາມເຊື່ອໄຊຊະນະເຫນືອໂລກ
1 ຜູ້ໃດທີ່ເຊື່ອວ່າພຣະເຢຊູຊົງເປັນພຣະຄຣິດ ຜູ້ນັ້ນກໍເກີດຈາກພຣະເຈົ້າ ທຸກຄົນທີ່ຮັກພຣະເຈົ້າຜູ້ຊົງໃຫ້ກຳເນີດ ຜູ້ນັ້ນກໍຮັກລູກຂອງພຣະອົງເຫມືອນກັນ 2 ໂດຍຂໍ້ນີ້ແຫລະ, ເຮົາທັງຫລາຍຈຶ່ງຮູ້ວ່າພວກເຮົາຮັກລູກທັງຫລາຍຂອງພຣະເຈົ້າ ຄືເມື່ອພວກເຮົາຮັກພຣະເຈົ້າ ແລະຖືຮັກສາບັນດາຂໍ້ບັນຍັດຂອງພຣະອົງ 3 ເພາະນີ້ແຫລະ, ເປັນຄວາມຮັກຕໍ່ພຣະເຈົ້າ ຄືໃຫ້ເຮົາທັງຫລາຍຖືຮັກສາບັນດາຂໍ້ບັນຍັດຂອງພຣະອົງ ແລະຂໍ້ບັນຍັດຂອງພຣະອົງນັ້ນກໍບໍ່ຍາກນັກ 4 ເພາະທຸກຄົນທີ່ເກີດຈາກພຣະເຈົ້າກໍມີໄຊຕໍ່ໂລກ ແລະຄວາມເຊື່ອຂອງພວກເຮົານີ້ແຫລະເປັນໄຊຊະນະທີ່ຊະນະໂລກ 5 ໃຜຫນໍທີ່ໄຊຊະນະຕໍ່ໂລກ ຖ້າບໍ່ແມ່ນຜູ້ທີ່ເຊື່ອວ່າພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າ
ພຍານກ່ຽວກັບພຣະບຸດ
6 ນີ້ແຫລະ, ຄືຜູ້ທີ່ໄດ້ມາໂດຍນ້ຳແລະພຣະໂລຫິດ ຄືພຣະເຢຊູຄຣິດ ບໍ່ແມ່ນດ້ວຍນ້ຳສິ່ງດຽວ ແຕ່ດ້ວຍນ້ຳແລະພຣະໂລຫິດ ແລະພຣະວິນຍານຊົງເປັນພຍານ ເພາະພຣະວິນຍານຊົງເປັນຄວາມຈິງ 7 ມີພຍານຢູ່ສາມປະການ, 8 ຄືພຣະວິນຍານ, ນ້ຳ ແລະພຣະໂລຫິດ ແລະພຍານທັງສາມນີ້ສອດຄ້ອງກັນ 9 ຖ້າເຮົາທັງຫລາຍຮັບພຍານຫລັກຖານຂອງມະນຸດ ພຍານຫລັກຖານຂອງພຣະເຈົ້າກໍໃຫຍ່ກວ່າ ເພາະວ່ານີ້ແຫລະ, ພຍານຫລັກຖານຂອງພຣະເຈົ້າ ຄືພຣະອົງໄດ້ຊົງເປັນພຍານອ້າງເຖິງພຣະບຸດຂອງພຣະອົງ 10 ຜູ້ທີ່ເຊື່ອໃນພຣະບຸດຂອງພຣະເຈົ້າກໍມີພຍານຢູ່ໃນຕົວເອງ ຜູ້ທີ່ບໍ່ເຊື່ອພຣະເຈົ້າກໍໄດ້ເຮັດໃຫ້ພຣະອົງເປັນຜູ້ຕົວະ ເພາະຕົນບໍ່ໄດ້ເຊື່ອຄຳພຍານທີ່ພຣະເຈົ້າໄດ້ຊົງເປັນພຍານ ອ້າງເຖິງພຣະບຸດຂອງພຣະອົງ 11 ນີ້ແຫລະ, ເປັນພຍານຫລັກຖານນັ້ນ ຄືວ່າພຣະເຈົ້າໄດ້ຊົງໂຜດປະທານຊີວິດອັນຕລອດໄປເປັນນິດໃຫ້ເຮົາທັງຫລາຍ ແລະຊີວິດນີ້ມີຢູ່ໃນພຣະບຸດຂອງພຣະອົງ 12 ຜູ້ທີ່ມີພຣະບຸດກໍມີຊີວິດ ຜູ້ທີ່ບໍ່ມີພຣະບຸດຂອງພຣະເຈົ້າກໍບໍ່ມີຊີວິດ
ຄວາມຮູ້ເຣື່ອງຊີວິດອັນຕລອດໄປເປັນນິດ
13 ຂໍ້ຄວາມເຫລົ່ານີ້ ເຮົາຂຽນມາເຖິງເຈົ້າທັງຫລາຍທີ່ເຊື່ອໃນພຣະນາມພຣະບຸດຂອງພຣະເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ວ່າພວກເຈົ້າມີຊີວິດອັນຕລອດໄປເປັນນິດ 14 ນີ້ແຫລະ, ເປັນຄວາມແນ່ໃຈທີ່ເຮົາທັງຫລາຍມີຢູ່ຕໍ່ພຣະອົງ ຄືຖ້າພວກເຮົາທູນຂໍສິ່ງໃດທີ່ເປັນຕາມພຣະທັຍຂອງພຣະອົງ ພຣະອົງກໍຊົງໂຜດຟັງພວກເຮົາ 15 ແລະຖ້າເຮົາທັງຫລາຍຮູ້ວ່າພຣະອົງຊົງໂຜດຟັງແລ້ວ ເມື່ອພວກເຮົາທູນຂໍສິ່ງໃດ ພວກເຮົາຈຶ່ງຮູ້ວ່າພວກເຮົາໄດ້ຮັບສິ່ງທີ່ພວກເຮົາຂໍຈາກພຣະອົງນັ້ນ 16 ຖ້າຜູ້ໃດເຫັນພີ່ນ້ອງຂອງຕົນເຮັດຜິດບາບທີ່ບໍ່ນໍາໄປສູ່ຄວາມຕາຍ ຜູ້ນັ້ນຈົ່ງທູນຂໍ ແລະພຣະອົງຈະຊົງໂຜດປະທານຊີວິດແກ່ຜູ້ທີ່ໄດ້ເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ ຜິດບາບທີ່ນຳໄປສູ່ຄວາມຕາຍກໍມີຢູ່ ເຮົາບໍ່ໄດ້ເວົ້າວ່າໃຫ້ອ້ອນວອນໃນເຣື່ອງຜິດບາບຢ່າງນັ້ນ 17 ການອະທັມທຸກຢ່າງກໍເປັນຜິດບາບ ແຕ່ການບາບທີ່ບໍ່ນຳໄປສູ່ຄວາມຕາຍກໍມີຢູ່ 18 ເຮົາທັງຫລາຍຮູ້ແລ້ວວ່າຄົນທີ່ເກີດຈາກພຣະເຈົ້າກໍບໍ່ເຮັດໃຫ້ບາບຕາມເຄີຍ ແຕ່ພຣະອົງຜູ້ຊົງບັງເກີດແຕ່ພຣະເຈົ້າ ກໍຊົງຮັກສາຄົນນັ້ນແລະມານຮ້າຍບໍ່ຈັບຕ້ອງຄົນນັ້ນ 19 ເຮົາທັງຫລາຍຮູ້ແລ້ວວ່າພວກເຮົາເກີດຈາກພຣະເຈົ້າ ມະນຸສໂລກທັງຫມົດຈົມຢູ່ໃຕ້ອຳນາດຂອງມານຮ້າຍ 20 ເຮົາທັງຫລາຍຮູ້ວ່າພຣະບຸດຂອງພຣະເຈົ້າສະເດັດມາ ແລະໄດ້ຊົງໂຜດປະທານສະຕິປັນຍາໃຫ້ແກ່ພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກພຣະຜູ້ຊົງທ່ຽງແທ້ ແລະເຮົາທັງຫລາຍຢູ່ໃນພຣະຜູ້ຊົງທ່ຽງແທ້ນັ້ນ ຄືໃນພຣະເຢຊູຄຣິດພຣະບຸດຂອງພຣະອົງນັ້ນ ນີ້ແຫລະ, ເປັນພຣະເຈົ້າອົງທ່ຽງແທ້ແລະເປັນຊີວິດອັນຕລອດໄປເປັນນິດ 21 ລູກນ້ອຍທັງຫລາຍເອີຍ, ຈົ່ງລະວັງຮັກສາຕົນຈາກບັນດາພຣະທຽມ
1 ຈາກ ຂ້າພະເຈົ້າຜູ້ເຖົ້າແກ່ ຮຽນ ທ່ານຍິງທີ່ຊົງເລືອກໄວ້ກັບບັນດາລູກຂອງທ່ານ ຊຶ່ງຂ້າພະເຈົ້າຮັກເນື່ອງດ້ວຍຄວາມຈິງ ບໍ່ແມ່ນແຕ່ຂ້າພະເຈົ້າຜູ້ດຽວ ແຕ່ຄົນທັງປວງທີ່ຮູ້ຈັກຄວາມຈິງກໍຮັກເຫມືອນກັນ 2 ຍ້ອນຄວາມຈິງທີ່ຕັ້ງຢູ່ໃນເຮົາທັງຫລາຍ ແລະຊຶ່ງຈະດຳຣົງຢູ່ກັບພວກເຮົາສືບໆໄປເປັນນິດ 3 ພຣະຄຸນ, ພຣະເມດຕາ, ແລະສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະຈາກພຣະເຢຊູຄຣິດພຣະບຸດຂອງພຣະບິດານັ້ນ ຈະສະຖິດຢູ່ກັບພວກເຮົາທັງຫລາຍໃນຄວາມຈິງແລະໃນຄວາມຮັກ
ຕັ້ງຢູ່ໃນຫລັກຄໍາສອນຂອງພຣະຄຣິດ
4 ຂ້າພະເຈົ້າໄດ້ມີຄວາມຍິນດີຫລວງຫລາຍ ເພາະໄດ້ພົບລູກຂອງທ່ານລາງຄົນດຳເນີນຊີວິດຕາມຄວາມຈິງ ຕາມທີ່ເຮົາທັງຫລາຍໄດ້ຮັບຂໍ້ບັນຍັດຈາກພຣະບິດາ 5 ທ່ານຍິງເອີຍ, ຂ້າພະເຈົ້າຂໍເຊີນທ່ານໃຫ້ເຮົາທັງຫລາຍຮັກເຊິ່ງກັນແລະກັນ ບໍ່ແມ່ນເຫມືອນກັບວ່າເຮົາໄດ້ຂຽນຂໍ້ບັນຍັດໃຫມ່ມາຍັງທ່ານ ແຕ່ເປັນຂໍ້ບັນຍັດທີ່ທ່ານທັງຫລາຍໄດ້ມີມາແລ້ວຕັ້ງແຕ່ເດີມ 6 ນີ້ແຫລະ, ເປັນຄວາມຮັກ ຄືໃຫ້ເຮົາທັງຫລາຍປະຕິບັດຕາມບັນດາຂໍ້ບັນຍັດຂອງພຣະອົງ ນີ້ແຫລະ, ເປັນຂໍ້ບັນຍັດທີ່ທ່ານທັງຫລາຍໄດ້ຍິນໄດ້ຟັງຕັ້ງແຕ່ຕົ້ນເດີມນັ້ນ ເພື່ອພວກທ່ານຈະໄດ້ປະຕິບັດຕາມ 7 ເພາະວ່າມີຜູ້ຫລອກລວງເປັນຈຳນວນຫລາຍໄດ້ອອກໄປໃນໂລກ ຄົນເຫລົ່ານີ້ບໍ່ຍອມຮັບວ່າພຣະເຢຊູຄຣິດໄດ້ສະເດັດລົງມາຮັບຊາດເປັນມະນຸດ ຄົນນັ້ນແຫລະ, ເປັນຜູ້ຫລອກລວງແລະເປັນຜູ້ຕໍ່ສູ້ພຣະຄຣິດ 8 ທ່ານທັງຫລາຍຈົ່ງລະວັງຕົວໃຫ້ດີ ເພື່ອພວກທ່ານຈະບໍ່ເສັຽຜົນປໂຍດໃນການເຮັດຂອງຕົນ ແຕ່ເພື່ອພວກທ່ານຈະໄດ້ຮັບບຳເຫນັດເຕັມສ່ວນ 9 ຜູ້ໃດລ່ວງເກີນແລະບໍ່ດຳຣົງຢູ່ໃນພຣະໂອວາດຂອງພຣະຄຣິດຜູ້ນັ້ນກໍບໍ່ມີພຣະເຈົ້າ ຜູ້ໃດດຳຣົງຢູ່ໃນພຣະໂອວາດນີ້ ຜູ້ນັ້ນແຫລະ, ທັງມີພຣະບິດາແລະມີພຣະບຸດ 10 ຖ້າຜູ້ໃດມາຫາພວກທ່ານແລະບໍ່ນັບຖືພຣະໂອວາດນີ້ມານຳ ຢ່າຮັບຜູ້ນັ້ນໄວ້ໃນເຮືອນ ແລະຢ່າສະແດງຄວາມຄຳນັບຕໍ່ຜູ້ນັ້ນ 11 ເພາະວ່າຜູ້ທີ່ສະແດງຄວາມຄຳນັບຕໍ່ເຂົາ ກໍເຂົ້າສ່ວນໃນການຊົ່ວຂອງເຂົາ
ຄຳສະແດງຄວາມນັບຖືຕອນທ້າຍ
12 ຂ້າພະເຈົ້າຍັງມີຂໍ້ຄວາມອີກຫລາຍຂໍ້ທີ່ຈະຂຽນເຖິງທ່ານທັງຫລາຍ ແຕ່ກໍບໍ່ຢາກໃຊ້ເຈັ້ຽແລະນ້ຳຫມຶກຂຽນ ແຕ່ຂ້າພະເຈົ້າຫວັງວ່າຈະມາຫາພວກທ່ານແລະສົນທະນາກັນປາກຕໍ່ປາກ ເພື່ອຄວາມຍິນດີຂອງພວກເຮົາຈະໄດ້ຄົບເຕັມ 13 ບັນດາລູກນ້ອງສາວຂອງທ່ານທີ່ຊົງເລືອກໄວ້ນັ້ນ ກໍຝາກຄວາມຄຶດເຖິງມາຍັງທ່ານ
1 ຈາກ ຂ້າພະເຈົ້າຜູ້ເຖົ້າແກ່ ຮຽນ ທ່ານ ຄາໂຢທີ່ຮັກ ຜູ້ຊຶ່ງຂ້າພະເຈົ້າຮັກເນື່ອງດ້ວຍຄວາມຈິງ 2 ທ່ານທີ່ຮັກເອີຍ, ຂ້າພະເຈົ້າອ້ອນວອນຂໍໃຫ້ທ່ານຈະເຣີນດີຂຶ້ນໃນທຸກສິ່ງ ແລະມີສຸຂພາບແຂງແຮງເຫມືອນຢ່າງຈິດວິນຍານຂອງທ່ານຈະເຣີນດີຢູ່ນັ້ນ 3 ເພາະວ່າຂ້າພະເຈົ້າມີຄວາມຍິນດີຫລາຍ ເມື່ອພວກພີ່ນ້ອງລາງຄົນໄດ້ມາ ແລະເປັນພຍານເຖິງຄວາມສັດຈິງຂອງທ່ານ ເຫມືອນຢ່າງທ່ານໄດ້ປະຕິບັດຕາມຄວາມສັດຈິງນັ້ນ 4 ບໍ່ມີອັນໃດທີ່ເຮັດໃຫ້ຂ້າພະເຈົ້າຍິນດີຫລາຍກວ່ານີ້ ຄືທີ່ໄດ້ຍິນວ່າລູກທັງຫລາຍຂອງຂ້າພະເຈົ້າປະຕິບັດຕາມຄວາມສັດຈິງ
ຊົມເຊີຍຄາໂຢໃນການຕ້ອນຮັບແຂກ
5 ທ່ານທີ່ຮັກເອີຍ ເມື່ອທ່ານສລະເຫື່ອແຮງໃຫ້ພວກພີ່ນ້ອງ ເປັນຕົ້ນວ່າໃຫ້ແກ່ແຂກທີ່ມາເຮືອນ ກໍເປັນທີ່ສະແດງເຖິງຄວາມຈົ່ງຮັກພັກດີຂອງທ່ານ 6 ເຂົາເຫລົ່ານັ້ນໄດ້ເປັນພຍານຕໍ່ຄຣິສຕະຈັກໃນເຣື່ອງຄວາມຮັກຂອງທ່ານ ຖ້າທ່ານຈະຊ່ອຍສົ່ງເຂົາເຫລົ່ານັ້ນໃຫ້ສົມກັບການປະຕິບັດພຣະເຈົ້າ ທ່ານກໍເຮັດດີ 7 ເພາະເຂົາເຫລົ່ານັ້ນໄດ້ອອກໄປເພາະເຫັນແກ່ພຣະນາມຂອງພຣະອົງ ແລະບໍ່ໄດ້ຮັບສິ່ງໃດຈາກຄົນນອກ 8 ສັນນັ້ນ ຝ່າຍເຮົາທັງຫລາຍຈຳເປັນຕ້ອງສນັບສນຸນອຸ້ມຊູຄົນຢ່າງນັ້ນ ເພື່ອພວກເຮົາຈະກາຍເປັນຜູ້ຮ່ວມງານກັນໃນຄວາມຈິງ
ການຂັດຂວາງຂອງດີໂອເທເຟ
9 ຂ້າພະເຈົ້າໄດ້ຂຽນບາງສິ່ງບາງຢ່າງເຖິງຄຣິສຕະຈັກ ແຕ່ດີໂອເທເຟ ຜູ້ມັກຕັ້ງຕົວເປັນໃຫຍ່ເຫມືອນຫມູ່ ກໍບໍ່ຍອມຮັບເຮົາ 10 ສັນນັ້ນ ຖ້າຂ້າພະເຈົ້າມາ ຂ້າພະເຈົ້າຈະເຜີຍການທີ່ເຂົາເຮັດ ຄືທີ່ເຂົາໄດ້ກ່າວໃສ່ຮ້າຍຕໍ່ຂ້າພະເຈົ້າດ້ວຍຄວາມບໍ່ມີແກ່ນສານ ແລະເທົ່ານັ້ນຍັງບໍ່ສົມໃຈ ຊ້ຳບໍ່ຫນຳເຂົາຍັງປະຕິເສດ ບໍ່ຍອມຮັບຕ້ອນພີ່ນ້ອງເຫລົ່ານັ້ນ ແລ້ວຍັງກີດກັນຄົນທັງຫລາຍທີ່ຢາກຮັບຕ້ອນເຂົາ ກັບທັງຕັດເຂົາອອກເສັຽຈາກຄຣິສຕະຈັກ
ຄໍາພຍານອັນດີກ່ຽວເຣື່ອງເດເມທີໂອ
11 ທ່ານທີ່ຮັກເອີຍ ຢ່າເອົາການຊົ່ວຮ້າຍເປັນແບບຢ່າງ ແຕ່ຈົ່ງເອົາການດີງາມ ຜູ້ທີ່ເຮັດການດີ ກໍເປັນຂອງພຣະເຈົ້າ ຜູ້ທີ່ເຮັດການຊົ່ວກໍບໍ່ໄດ້ເຫັນພຣະເຈົ້າ 12 ສ່ວນເດເມທີໂອນັ້ນ ທຸກຄົນກໍເປັນພຍານວ່າທ່ານເປັນຄົນດີ ແລະຄວາມຈິງເອງກໍເປັນພຍານ ຝ່າຍຂ້າພະເຈົ້າກໍເປັນພຍານເຫມືອນກັນ ແລະທ່ານຮູ້ແລ້ວວ່າຄຳພຍານຂອງຂ້າພະເຈົ້າກໍຈິງ
ຄຳສະແດງຄວາມນັບຖືຕອນທ້າຍ
13 ຂ້າພະເຈົ້າມີຂໍ້ຄວາມຫລາຍຂໍ້ທີ່ຂຽນມາເຖິງທ່ານ ແຕ່ບໍ່ຢາກຂຽນດ້ວຍປາກກາ ແລະນ້ຳຫມຶກ 14 ຂ້າພະເຈົ້າຫວັງວ່າຈະໄດ້ເຫັນທ່ານໃນໄວໆນີ້ ແລະຈະໄດ້ເວົ້າກັບປາກຕໍ່ປາກ 15 ຂໍສັນຕິສຸກຈົ່ງມີແກ່ທ່ານ ບັນດາສະຫາຍທາງນີ້ກໍຝາກຄວາມຄິດເຖິງມາຍັງທ່ານ ຂໍທ່ານໄດ້ຝາກຄວາມຄິດເຖິງນີ້ແກ່ບັນດາສະຫາຍທາງພຸ້ນດ້ວຍອອກຊື່ຂອງທຸກຄົນ
1 ຈາກ ຢູດາ ຜູ້ເປັນຂ້ອຍຂ້າຂອງພຣະເຢຊູຄຣິດ ແລະເປັນນ້ອງຊາຍຂອງຢາໂກໂບ ຮຽນ ຄົນທັງຫລາຍທີ່ຊົງເອີ້ນໄວ້ແລ້ວ ຜູ້ຊຶ່ງເປັນທີ່ຮັກໃນພຣະເຈົ້າພຣະບິດາ, ແລະຜູ້ຊຶ່ງຊົງຮັກສາໄວ້ເພື່ອພຣະເຢຊູຄຣິດ 2 ຂໍພຣະເມດຕາ, ສັນຕິສຸກ, ແລະຄວາມຮັກຈົ່ງເພີ້ມທະວີຄູນແກ່ທ່ານທັງຫລາຍເທີນ
ການພິພາກສາລົງໂທດຄຣູສອນປອມ
3 ພວກທີ່ຮັກເອີຍ, ຂ້າພະເຈົ້າພຍາຍາມຈະຂຽນມາເຖິງທ່ານທັງຫລາຍ ກ່ຽວເຣື່ອງຄວາມລອດພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ແຕ່ຂ້າພະເຈົ້າເຫັນວ່າຈະເປັນຈະຕ້ອງຂຽນເຕືອນສະຕິພວກທ່ານ ໃຫ້ຕໍ່ສູ້ເພື່ອຫລັກຄຳສອນທີ່ໄດ້ຊົງມອບໄວ້ກັບໄພ່ພົນຂອງພຣະເຈົ້າເທື່ອດຽວເປັນການສິ້ນສຸດ 4 ເພາະວ່າມີລາງຄົນໄດ້ແອບແຝງເຂົ້າມາ ຊຶ່ງພຣະຄັມພີໄດ້ບົ່ງໄວ້ແຕ່ດົນນານແລ້ວວ່າ ເຂົາຈະຖືກພິພາກສາລົງໂທດຢ່າງນີ້ ເຂົາເຫລົ່ານັ້ນເປັນຄົນບໍ່ນັບຖືພຣະເຈົ້າ, ທີ່ຖືເອົາພຣະຄຸນແຫ່ງພຣະເຈົ້າຂອງເຮົາທັງຫລາຍເປັນເຫດໃຫ້ເຮົາຕາມກິເລດຕັນຫາ, ແລະປະຕິເສດພຣະເຢຊູຄຣິດຜູ້ຊົງເປັນເຈົ້ານາຍແລະອົງພຣະຜູ້ເປັນເຈົ້າຂອງພວກເຮົາແຕ່ອົງດຽວ 5 ເຖິງແມ່ນວ່າທ່ານທັງຫລາຍຮູ້ຈັກຄວາມເຫລົ່ານີ້ຕລອດແລ້ວກໍຕາມ ຂ້າພະເຈົ້າກໍປະສົງຢາກໃຫ້ພວກທ່ານລະນຶກເຖິງວ່າ ອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໄພ່ພົນຊາດນຶ່ງພົ້ນຈາກແຜ່ນດິນເອຢິບແລ້ວ ພາຍຫລັງຕໍ່ມາໄດ້ຊົງທຳລາຍຄົນເຫລົ່ານັ້ນທີ່ບໍ່ເຊື່ອພຣະອົງເສັຽ 6 ແລະບັນດາເທວະດາທີ່ບໍ່ພໍໃຈຮັກສາອຳນາດອະທິປະໄຕທີ່ຊົງປະທານແກ່ຕົນ ແຕ່ໄດ້ປະຖິ້ມຖານອັນເຫມາະສົມຂອງຕົນເສັຽ ພຣະອົງໄດ້ຊົງເອົາໂສ້ອັນຕລອດໄປລ່າມເຂົາໄວ້ແລະຂັງໄວ້ໃຕ້ທີ່ມືດ ຈົນກວ່າຈະເຖິງເວລາພິພາກສາໃນວັນສຳຄັນອັນໃຫຍ່ນັ້ນ 7 ຢ່າງດຽວກັນກັບເມືອງໂຊໂດມແລະເມືອງໂກໂມຣາທັງເມືອງທີ່ຢູ່ອ້ອມຮອບນັ້ນ ທີ່ໄດ້ມອບຕົວໄວ້ແກ່ຣາຄະຕັນຫາຕິດຕາມການຜິດຊາຍຍິງອັນຜິດທັມມະດາ ກໍປາກົດເປັນຕົວຢ່າງໂດຍທົນທຸກທໍຣະມານໃນໄຟອັນຕລອດໄປເປັນນິດ 8 ເຖິງປານນັ້ນເຂົາເຫລົ່ານັ້ນກໍຍັງມົວຝັນ ເຮັດໃຫ້ເນື້ອກາຍຂອງຕົນຊົ່ວມົວຫມອງ, ຫມິ່ນປມາດຕໍ່ອຳນາດຂອງຜູ້ໃຫຍ່, ແລະເວົ້າຫຍາບຊ້າຕໍ່ຜູ້ມີຍົດສັກ 9 ແຕ່ເຖິງແມ່ນ ມີຄາເອນ ຜູ້ເປັນອັຄເສນາບໍດີຝ່າຍເທວະດາ ຄັ້ງເມື່ອຖຽງກັນກັບມານ ຄືຕໍ່ວ່າເຣື່ອງສົບຂອງໂມເຊນັ້ນ ທ່ານກໍຍັງບັງອາດກ່າວໂທດດ້ວຍຄຳຫຍາບຊ້າຕໍ່ມານ ແຕ່ໄດ້ກ່າວວ່າ, “ຂໍໃຫ້ອົງພຣະຜູ້ເປັນເຈົ້າຊົງຕິເຈົ້າເທີນ” 10 ແຕ່ຝ່າຍຄົນເຫລົ່ານີ້, ເຂົາເວົ້າຫຍາບຊ້າຕໍ່ທຸກສິ່ງທີ່ເຂົາບໍ່ຮູ້ ແລະທຸກສິ່ງທີ່ເຂົາຮູ້ສຶກຕາມວິສັຍເຫມືອນສັດເດັຽຣະສານທີ່ບໍ່ມີຄວາມຄຶດ ເຂົາຈະຕ້ອງເສື່ອມສູນໄປດ້ວຍສິ່ງນັ້ນ 11 ວິບັດຈົ່ງມີແກ່ເຂົາ ເພາະເຂົາໄດ້ຕິດຕາມທາງຂອງກາອິນໄປ ເຂົາໄດ້ປ່ອຍຕົວໄປຕາມທາງຜິດຂອງບາລາອາມເພາະເຫັນແກ່ສິນຈ້າງ ແລະໄດ້ຈິບຫາຍໄປດ້ວຍການກະບົດຕາມຢ່າງໂກຣາ 12 ຄົນເຫລົ່ານີ້ເປັນດ່າງພ້ອຍໃນການກິນລ້ຽງຜູກພັນຄວາມຮັກຂອງທ່ານທັງຫລາຍ ເພາະເຂົາຮ່ວມລ້ຽງກັນຢາງເຖິງໃຈໂດຍບໍ່ມີຄວາມລະອາຍ ເຂົາເປັນຜູ້ລ້ຽງແກະທີ່ລ້ຽງແຕ່ຕົວເອງ, ເປັນເຫມືອນເມກບໍ່ມີນ້ຳທີ່ຖືກໄຫລໄປຕາມລົມ, ເປັນເຫມືອນຕົ້ນໄມ້ບໍ່ມີຜົນໃນທ້າຍຣະດູ ທີ່ຕາຍໄປສອງເທື່ອແລ້ວ ແລະທີ່ກົ່ນແລ້ວ 13 ເຂົາເປັນເຫມືອນຟອງນ້ຳອັນຮ້າຍແຮງໃນມະຫາສມຸດ ທີ່ພົ່ນຄວາມຂີ້ດຽດຂອງຕົນອອກດັ່ງປູມປວກ, ເປັນດາວທີ່ຫລົງທາງໄປນອກວົງໂຄຈອນ ມີຄວາມມືດອັນຫນາແຫນ້ນໄດ້ຊົງຈັດໄວ້ຖ້າເຂົາຕລອດໄປເປັນນິດ 14 ດ້ວຍວ່າເອໂນກ ຜູ້ທີ່ເຈັດນັບຈາກອາດາມມາ ໄດ້ທຳນວາຍເຖິງຄົນເຫລົ່ານີ້ເຫມືອນກັນວ່າ, “ເບິ່ງແມ໋, ອົງພຣະຜູ້ເປັນເຈົ້າໄດ້ສະເດັດມາພ້ອມກັບໄພ່ພົນຂອງພຣະອົງນັບເປັນຫມື່ນໆ 15 ເພື່ອຊົງພິພາກສາລົງໂທດຄົນທັງປວງ ແລະຊົງບັນດານໃຫ້ຝູງຄົນທີ່ບໍ່ຢຳເກງພຣະເຈົ້າຮູ້ສຶກຕົວ ເຖິງບັນດາການອະທັມທີ່ເຂົາໄດ້ເຮັດໃນການບໍ່ຢຳເກງພຣະເຈົ້ານັ້ນ ແລະຮູ້ສຶກຕົວເຖິງຄຳຫຍາບຊ້າທີ່ຄົນບາບເຫລົ່ານັ້ນຜູ້ບໍ່ຢຳເກງພຣະເຈົ້າໄດ້ກ່າວໃສ່ຮ້າຍຕໍ່ພຣະອົງ 16 ຄົນເຫລົ່ານີ້ເປັນຄົນມັກຈົ່ມມັກວ່າ, ເປັນຄົນເຮັດຕາມຄວາມປາຖນາອັນຊົ່ວຂອງຕົນ ປາກຂອງເຂົາກໍອວດອ້າງດ້ວຍຄຳໃຫຍ່ເກີນສ່ວນ ແລະຍ້ອງຍໍຜູ້ອື່ນເພື່ອຫວັງປໂຍດຂອງຕົນ
ຄຳເຕືອນແລະຄຳຊັກຊວນ
17 ແຕ່ຝ່າຍທ່ານທັງຫລາຍເອີຍ, ຈົ່ງລະນຶກເຖິງຂໍ້ຄວາມທີ່ພວກອັຄສາວົກຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍໄດ້ກ່າວໄວ້ກ່ອນ 18 ຄືເຂົາເຄີຍບອກພວກທ່ານວ່າ, “ໃນສະໄຫມສຸດທ້າຍຈະມີຄົນເຍາະເຍີ້ຍບັງເກີດຂຶ້ນ ທີ່ຈະເຮັດຕາມຄວາມປາຖນາຂອງຕົນເອງຢ່າງບໍ່ຢຳເກງພຣະເຈົ້າ 19 ແມ່ນຄົນເຫລົ່ານີ້ແຫລະ, ທີ່ເຮັດໃຫ້ແຕກແຍກຈາກກັນ ເປັນຄົນມີນິສັຍຕາມທຳມະດາໂລກ ແລະບໍ່ມີພຣະວິນຍານ 20 ແຕ່ຝ່າຍທ່ານທີ່ຮັກທັງຫລາຍເອີຍ, ຈົ່ງສ້າງຕົວເອງຂຶ້ນເທິງຄວາມເຊື່ອອັນສັກສິດທີ່ສຸດຂອງພວກທ່ານ ແລະຈົ່ງອ້ອນວອນໃນພຣະວິນຍານບໍຣິສຸດ 21 ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພຣະເຈົ້າ ລໍຄອຍພຣະກະຣຸນາຂອງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຈົນກວ່າຈະໄດ້ຊີວິດອັນຕລອດໄປເປັນນິດ 22 ຈົ່ງສະແດງຄວາມເມດຕາຕໍ່ລາງຄົນທີ່ຍັງສົງສັຍ 23 ຈົ່ງຍາດບາງຄົນໃຫ້ພົ້ນດ້ວຍດຶງເຂົາອອກຈາກໄຟ ຈົ່ງເມດຕາອີກບາງຄົນດ້ວຍຄວາມຈຽມຕົວ ແລະຈົ່ງຫນ່າຍຊັງຍັງເສື້ອຜ້າທີ່ເປື້ອນເປິດ້ວຍຣາຄະຕັນຫາ
ຄຳຖວາຍພຣະກຽດ
24 ອັນນຶ່ງ, ຈົ່ງມີພຣະກຽດ, ພຣະເດຊານຸພາບ, ພຣະອານຸພາບ, ແລະສັກດານຸພາບແດ່ພຣະອົງ ຜູ້ຊົງສາມາດປ້ອງກັນຮັກສາທ່ານທັງຫລາຍບໍ່ໃຫ້ສະດຸດລົ້ມລົງ ແລະຊົງສາມາດຕັ້ງທ່ານທັງຫລາຍ ໃຫ້ຫມັ້ນຢູ່ຕໍ່ພຣະພັກອັນຮຸ່ງເຮືອງຂອງພຣະອົງໃຫ້ປາສຈາກຕຳຫນິແລະມີຄວາມຍິນດີອັນເຫລືອລົ້ນ 25 ຄືແດ່ພຣະອົງຜູ້ຊົງເປັນພຣະເຈົ້າອົງດຽວ ພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາທັງຫລາຍ ດ້ວຍພຣະເຢຊູຄຣິດ ພຣະຜູ້ເປັນເຈົ້າຂອງພວກເຮົາ ທັງໃນອະດີດ, ປັດຈຸບັນ, ແລະໃນອະນາຄົດຕລອດໄປເປັນນິດ ອາແມນ
ຄຳນຳ
1 ການຊົງສະແດງຂອງພຣະເຢຊູຄຣິດ ຊຶ່ງພຣະເຈົ້າໄດ້ຊົງປະທານແກ່ພຣະອົງ ເພື່ອຊົງຊີ້ແຈງໃຫ້ບັນດາຂ້ອຍໃຊ້ຂອງພຣະອົງຮູ້ເຖິງເຫດການທັງຫລາຍ ທີ່ຕ້ອງບັງເກີດຂຶ້ນໃນບໍ່ຊ້ານີ້ ພຣະຄຣິດໄດ້ຊົງໃຊ້ເທວະດາຂອງພຣະອົງໄປສະແດງຫມາຍສຳຄັນແກ່ໂຢຮັນ ຂ້ອຍໃຊ້ຂອງພຣະອົງ 2 ໂຢຣັນເປັນພຍານຝ່າຍພຣະທັມຂອງພຣະເຈົ້າ ແລະຝ່າຍຄຳພຍານຂອງພຣະເຢຊູຄຣິດ ທ່ານເປັນພຍານໃນເຫດການທັງສິ້ນຊຶ່ງທ່ານໄດ້ເຫັນນັ້ນ 3 ບັນດາຜູ້ອ່ານແລະຜູ້ຟັງຄຳທຳນວາຍເຫລົ່ານີ້ແລະບັນດາຜູ້ທີ່ຖືຮັກສາຂໍ້ຄວາມທີ່ຂຽນໄວ້ນີ້ກໍເປັນສຸກ ເພາະວ່າເວລານັ້ນໃກ້ເຂົ້າມາແລ້ວ
ຄຳສະແດງຄວາມນັບຖືເຖິງຄຣິສຕະຈັກທັງເຈັດ
4 ຈາກ ໂຢຮັນ ຮຽນ ຄຣິສຕະຈັກທັງເຈັດຢູ່ໃນແຂວງອາເຊັຽ ຂໍໃຫ້ທ່ານທັງຫລາຍຈົ່ງໄດ້ຮັບພຣະຄຸນ ແລະສັນຕິສຸກຈາກພຣະອົງ ຜູ້ຊົງດຳຣົງຢູ່ໃນປັດຈຸບັນ ຜູ້ຊົງດຳຣົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະຈາກວິນຍານທັງເຈັດທີ່ເຝົ້າຢູ່ຫນ້າຣາຊບັນລັງຂອງພຣະອົງ 5 ແລະຈາກພຣະເຢຊູຄຣິດຜູ້ຊົງເປັນພຍານທີ່ສັດຊື່ ແລະຊົງເປັນຜູ້ແຣກທີ່ໄດ້ຄືນມາຈາກຄວາມຕາຍ ກັບທັງຊົງຄອບຄອງກະສັດທັງຫລາຍໃນໂລກ ພຣະອົງຊົງຮັກເຮົາທັງຫລາຍ ແລະໄດ້ຊົງປົດປ່ອຍພວກເຮົາພວກເຮົາຈາກການຜິດບາບດ້ວຍພຣະໂລຫິດຂອງພຣະອົງ 6 ພຣະອົງຊົງຕັ້ງເຮົາທັງຫລາຍໄວ້ໃຫ້ເປັນອານາຈັກ ແລະເປັນປະໂຣຫິດຂອງພຣະອົງ ພຣະກຽດແລະພຣະອານຸພາບຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ 7 ເບິ່ງແມ໋, ພຣະອົງຈະສະເດັດມາມີເມກເປັນຂະບວນແຫ່ ຕາທຸກຫນ່ວຍຈະເຫັນພຣະອົງ ແລະຄົນເຫລົ່ານັ້ນທີ່ແທງພຣະອົງຈະເຫັນເຫມືອນກັນ ມະນຸດຊາດທົ່ວໂລກຈະຮ້ອງໄຫ້ຮໍ່າໄຮເພາະພຣະອົງ ຈະເປັນໄປຢ່າງນັ້ນ ອາແມນ 8 ອົງພຣະຜູ້ເປັນເຈົ້າ ຜູ້ຊົງດຳຣົງຢູ່ໃນປັດຈຸບັນ ຜູ້ຊົງດຳຣົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະຜູ້ຊົງຣິດທານຸພາບສູງສຸດ ຊົງກ່າວວ່າ, “ຝ່າຍເຮົາຄື ອາລະຟາ ໂອເມຄາ”
ນິມິດເຫັນບຸດມະນຸດ
9 ຂ້າພະເຈົ້າ ຄືໂຢຮັນ ພີ່ນ້ອງຂອງທ່ານທັງຫລາຍ ຜູ້ເປັນເພື່ອນຮ່ວມການຍາກລຳບາກ ຮ່ວມຣາຊອານາຈັກ ແລະຮ່ວມຄວາມພຽນອົດທົນຊຶ່ງເປັນປະສົບການໃນພຣະເຢຊູ ຂ້າພະເຈົ້າໄດ້ມາຢູ່ທີ່ເກາະປັດໂມ ເນື່ອງດ້ວຍພຣະທັມຂອງພຣະເຈົ້າແລະເນື່ອງດ້ວຍການເປັນພຍານຝ່າຍພຣະເຢຊູ 10 ໃນວັນຂອງອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າປະກອບໄປດ້ວຍພຣະວິນຍານ ແລ້ວໄດ້ຍິນພຣະ ສຸຣະສຽງດັງມາເບື້ອງຫລັງຂ້າພະເຈົ້າເຫມືອນດັ່ງສຽງແກ 11 ຊົງກ່າວວ່າ, “ອັນທີ່ທ່ານໄດ້ເຫັນນັ້ນຈົ່ງຂຽນໄວ້ໃນຫນັງສືມ້ວນ ແລ້ວຝາກໄປໃຫ້ຄຣິສຕະຈັກທັງເຈັດ ຄືຄຣິສຕະຈັກທີ່ເມືອງເອເຟໂຊ ເມືອງຊະມີນາ ເມືອງເປຄາໂມທົວເຕຣາ ເມືອງຊາເດ ເມືອງຟີລາເດັນເຟັຽ ແລະທີ່ເມືອງລາວດີເກອາ” 12 ຂ້າພະເຈົ້າຈຶ່ງຫລຽວຫລັງເບິ່ງທາງພຣະສຸຣະສຽງທີ່ຊົງກ່າວແກ່ຂ້າພະເຈົ້ານັ້ນ ຄັນແລ້ວຂ້າພະເຈົ້າກໍເຫັນເຄື່ອງຮອງຕີນໂຄມທອງຄຳເຈັດອັນ 13 ໃນຖ້າມກາງເຄື່ອງຮອງຕີນໂຄມເຫລົ່ານັ້ນມີຜູ້ນຶ່ງເຫມືອນບຸດມະນຸດ ຊົງສວມເຄື່ອງສລອງກວມພຣະບາດ ແລະຊົງຮັດສາຍປະຄົດທອງຄຳທີ່ພຣະອຸຣະຂອງພຣະອົງ 14 ພຣະສຽນແລະພຣະເກສາຂອງພຣະອົງຂາວເຫມືອນຂົນແກະສີຂາວ ແລະເຫມືອນດັ່ງຫິມະ ພຣະເນດຂອງພຣະອົງເຫມືອນດັ່ງແປວໄຟ 15 ພຣະບາດຂອງພຣະອົງເຫມືອນດັ່ງທອງເຫລືອງກ້ຽງ ເຫມືອນກັບວ່າໄດ້ຫລອມໃຫ້ບໍຣິສຸດແລ້ວ ພຣະສຸຣະສຽງຂອງພຣະອົງເຫມືອນສຽງນ້ຳມາກ 16 ພຣະຫັດກ້ຳຂວາຂອງພຣະອົງຊົງຖືດາວເຈັດດວງ ມີພຣະແສງສອງຄົມອອກມາຈາກພຣະໂອດ ແລະພຣະພັກຂອງພຣະອົງເຫມືອນດັ່ງດວງອາທິດທີ່ສ່ອງແສງກ້າ 17 ເມື່ອຂ້າພະເຈົ້າໄດ້ເຫັນພຣະອົງ ຂ້າພະເຈົ້າໄດ້ກົ້ມລົງແທບພຣະບາດຂອງພຣະອົງ ເຫມືອນດັ່ງຄົນທີ່ຕາຍແລ້ວ ແຕ່ພຣະອົງຊົງຢຽດພຣະຫັດກ້ຳຂວາບາຍຂ້າພະເຈົ້າ ແລ້ວຊົງກ່າວວ່າ, “ຢ່າຊູ່ຢ້ານ, ຝ່າຍເຮົາເປັນຜູ້ຕົ້ນ ແລະເປັນເປັນຜູ້ປາຍ ແລະມີເປັນຜູ້ມີຊີວິດຢູ່ 18 ເຮົາໄດ້ຕາຍແລ້ວ ແຕ່ເບິ່ງແມ໋, ເຮົາກໍມີຊີວິດຢູ່ຕລອດໄປເປັນນິດ ແລະເຮົາຖືຂໍກະແຈແຫ່ງຄວາມຕາຍແລະແຫ່ງແດນມໍຣະນາ 19 ສັນນີ້ຈົ່ງຂຽນເຫດການທັງຫລາຍທີ່ເຈົ້າໄດ້ເຫັນ ຄືເຫດການທັງຫລາຍທີ່ໄດ້ເຫັນ ຄືເຫດການທີ່ເປັນຢູ່ດຽວນີ້ກັບທັງເຫດການທີ່ຈະເກີດຂຶ້ນໃນພາຍຫນ້າເຫມືອນກັນ 20 ສ່ວນຄວາມເລິກລັບຂອງດາວທັງເຈັດນັ້ນ ກໍຄືດາວເຈັດດວງນັ້ນໄດ້ແກ່ທູດຂອງພຣະເຈົ້າໃນຄຣິສຕະຈັກທັງເຈັດ ແລະເຄື່ອງຮອງຕີນໂຄມທັງເຈັດນັ້ນໄດ້ແກ່ຄຣິສຕະຈັກທັງເຈັດ
ຂຽນໄປເຖິງຄຣິສຕະຈັກເມືອງເອເຟໂຊ
1 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງເອເຟໂຊວ່າ, “ພຣະອົງຜູ້ຊົງຖືດາວທັງເຈັດໄວ້ໃນພຣະຫັດເບື້ອງຂວາ ແລະສະເດັດໄປມາໃນຖ້າມກາງເຄື່ອງຮອງຕີນໂຄມທອງຄຳທັງເຈັດນັ້ນ ຊົງກ່າວດັ່ງນີ້ວ່າ, 2 “ເຮົາຮູ້ຈັກການກະທຳຂອງເຈົ້າ ຮູ້ຈັກຄວາມເມື່ອຍຍາກ ແລະຄວາມພຽນອົດທົນຂອງເຈົ້າ ແລະຮູ້ຈັກເຈົ້າບໍ່ສາມາດທົນຕໍ່ຄົນຊົ່ວ ເຈົ້າໄດ້ລອງໃຈຄົນເຫລົ່ານັ້ນທີ່ອວດວ່າເປັນອັຄສາວົກ ແຕ່ເຂົາບໍ່ເປັນ ແລະເຈົ້າເຫັນວ່າເຂົາເປັນຄົນປອມ 3 ເຮົາຮູ້ວ່າເຈົ້າຍັງມີຄວາມອົດທົນ ແລະໄດ້ອົດເອົາເພາະເຫັນແກ່ນາມຂອງເຮົາ ແລະບໍ່ໄດ້ເມື່ອຍລ້າໄປ 4 ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າ ຄືເຈົ້າໄດ້ປະຖິ້ມຄວາມຮັກເດີມຂອງເຈົ້າເສັຽ 5 ເຫດສັນນັ້ນຈົ່ງລະນຶກວ່າເຈົ້າໄດ້ຕົກຈາກສະພາບໃດ ແລ້ວຈົ່ງກັບໃຈເສັຽໃຫມ່ ແລະທຳຕາມຢ່າງເດີມ ຖ້າບໍ່ດັ່ງນັ້ນເຮົາຈະມາຫາເຈົ້າ ແລະຈະຍົກເຄື່ອງຮອງຕີນໂຄມຂອງເຈົ້າອອກຈາກບ່ອນມັນ ເວັ້ນໄວ້ແຕ່ເຈົ້າຈະກັບໃຈເສັຽໃຫມ່ 6 ດີແຕ່ເຈົ້າຍັງມີສິ່ງນີ້ ຄືເຈົ້າກຽດຊັງກິຈການຂອງພວກນີໂກລາຍເຕ ຊຶ່ງເຮົາເອງກໍກຽດຊັງເຫມືອນກັນ 7 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ ຜູ້ໃດມີຊັຍຊະນະ ເຮົາຈະໃຫ້ຜູ້ນັ້ນກິນຜົນຈາກຕົ້ນໄມ້ສຳລັບຊີວິດຊຶ່ງຢູ່ໃນເທພອຸທຍານຂອງພຣະເຈົ້າ”
ຂຽນໄປເຖິງຄຣິສຕະຈັກເມືອງຊະມີນາ
8 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງຊະມີນາວ່າ, “ພຣອົງຜູ້ຊົງເປັນຜູ້ຕົ້ນແລະຜູ້ປາຍ ຜູ້ຊົງສິ້ນພຣະຊົນແລ້ວແລະກັບຄືນມາອີກ ໄດ້ຊົງກ່າວດັ່ງນີ້ວ່າ, 9 ເຮົາຮູ້ວ່າພວກເຈົ້າມີຄວາມທຸກລຳບາກແລະຍາກຈົນ (ແຕ່ວ່າເຈົ້າກໍຮັ່ງມີ) ແລະຮູ້ຄວາມຫມິ່ນປມາດຂອງຄົນເຫລົ່ານັ້ນທີ່ເວົ້າວ່າເຂົາເປັນພວກຢິວ ແລະເຂົາບໍ່ເປັນ ແຕ່ພວກເຂົາເປັນພັກພວກຂອງຊາຕານ 10 ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ເຈົ້າຈວນຈະໄດ້ຮັບນັ້ນ ເບິ່ງແມ໋, ພຍາມານຈວນຈະຈັບພວກເຈົ້າບາງຄົນຖິ້ມໃສ່ຄຸກເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸຈຣິດຈົນເຖິງວັນຕາຍ ແລ້ວເຮົາຈະເອົາພວງມາລັຍແຫ່ງຊີວິດໃຫ້ແກ່ເຈົ້າ 11 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ ຜູ້ທີ່ມີຊັຍຊະນະຈະບໍ່ຖືກອັນຕະຣາຍຈາກຄວາມຕາຍຄັ້ງທີ່ສອງ”
ຂຽນໄປເຖິງຄຣິສຕະຈັກເມືອງເປຄາໂມ
12 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງເປຄາໂມວ່າ, “ພຣະອົງຜູ້ຊົງພຣະແສງສອງຄົມນັ້ນ ຊົງກ່າວດັ່ງນີ້ວ່າ, 13 “ເຮົາຮູ້ຈັກທີ່ຢູ່ຂອງເຈົ້າ ຮູ້ວ່າທີ່ນັ້ນເປັນບັນລັງຂອງຊາຕານ ເຈົ້າຍັງຍຶດຖືນາມຂອງເຮົາໄວ້ຫມັ້ນ ແລະບໍ່ໄດ້ປະຕິເສດຄວາມເຊື່ອໃນເຮົາ ແມ່ນວ່າໃນເວລາທີ່ ອັນຕີປາ ຜູ້ເປັນພຍານທີ່ສັດຊື່ຂອງເຮົາ ໄດ້ຖືກຂ້າເສັຽໃນຖ້າມກາງພວກເຈົ້າໃນບ່ອນທີ່ຊາຕານຢູ່ກໍຕາມ 14 ແຕ່ເຮົາມີຂໍ້ທີ່ຈະຕໍ່ວ່າເຈົ້າບາງຂໍ້ ທີ່ນັ້ນມີບາງຄົນໃນພວກເຈົ້າທີ່ຖືຕາມຄຳສອນຂອງບາລາອາມ ຜູ້ໄດ້ສອນໃຫ້ກະສັດບາລາກກໍ່ເຫດການຕໍ່ຫນ້າພວກອິສຣາເອນ ເພື່ອໃຫ້ເຂົາຫລົງຜິດ ຄືໃຫ້ເຂົາກິນຂອງທີ່ໄດ້ບູຊາແກ່ພຣະທຽມແລ້ວ ແລະໃຫ້ເຂົາລ່ວງຜິດຊາຍຍິງ 15 ຢ່າງດຽວກັນໃນພວກເຈົ້າມີບາງຄົນທີ່ໄດ້ຖືຕາມຄຳສອນແຫ່ງພວກນິໂກລາຍເຕ 16 ເຫດສັນນັ້ນ ຈົ່ງກັບໃຈໃຫມ່ ຖ້າບໍ່ດັ່ງນັ້ນເຮົາຈະຮີບມາຫາເຈົ້າ ແລະຈະສູ້ຮົບກັບເຂົາເຫລົ່ານັ້ນດ້ວຍດາບຈາກປາກຂອງເຮົາ 17 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ ເຮົາຈະໃຫ້ມານາທີ່ເຊື່ອງໄວ້ແກ່ຜູ້ທີ່ມີຊັຍຊະນະ ແລະຈະໃຫ້ຫີນຂາວແກ່ຜູ້ນັ້ນ ໃນຫີນນັ້ນມີຊື່ໃຫມ່ຈາຣຶກໄວ້ ຊຶ່ງບໍ່ມີຜູ້ໃດຮູ້ນອກຈາກຜູທີ່ຮັບເທົ່ານັ້ນ”
ຂຽນໄປເຖິງຄຣິສຕະຈັກທີ່ເມືອງທົວເຕຣາ
18 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງທົວເຕຣາວ່າ, “ພຣະບຸດຂອງພຣະເຈົ້າ ຜູ້ຊົງມີພຣະເນດເຫມືອນດັ່ງແປວໄຟ ແລະມີພຣະບາດເຫມືອນດັ່ງທອງເຫລືອງກ້ຽງ ຊົງກ່າວດັ່ງນີ້ວ່າ, 19 “ເຮົາຮູ້ຈັກການກະທຳຂອງເຈົ້າ ຮູ້ຄວາມຮັກ ຄວາມເຊື່ອ ການປະຕິບັດ ແລະຄວາມພຽນອົດທົນຂອງເຈົ້າ ຮູ້ວ່າການເບື້ອງປາຍຂອງເຈົ້າມີຫລາຍກວ່າການເບື້ອງຕົ້ນ 20 ແຕ່ເຮົາມີຂໍ້ທີ່ຈະຕໍ່ວ່າເຈົ້າ ຄືເຈົ້າຍອມທົນຟັງຜູ້ຍິງຊື່ເຢເຊເບນ ທີ່ອ້າງຕົວເປັນຜູ້ປະກາດພຣະທັມ ຍິງນັ້ນສອນແລະລໍ້ລວງພວກຂ້ອຍໃຊ້ຂອງເຮົາໃຫ້ລ່ວງຜິດຊາຍຍິງ ແລະໃຫ້ກິນຂອງທີ່ບູຊາແກ່ພຣະທຽມແລ້ວ 21 ເຮົາໄດ້ໃຫ້ຍິງນັ້ນມີໂອກາດທີ່ຈະກັບໃຈໃຫມ່ ແຕ່ນາງບໍ່ຢາກກັບໃຈຈາກການຜິດຊາຍຍິງຂອງຕົນ 22 ດັ່ງນີ້ເຮົາຈະຖິ້ມຍິງນັ້ນໄວ້ເທິງບ່ອນນອນ ແລະຄົນທັງຫລາຍທີ່ລ່ວງຜິດຊາຍຍິງກັບຍິງນັ້ນ ເຮົາຈະຖິ້ມໄວ້ໃນຄວາມທຸກລຳບາກອັນຫນັກ ເວັ້ນໄວ້ແຕ່ຄົນເຫລົ່ານັ້ນຈະກັບໃຈເສັຽໃຫມ່ຈາກບັນດາການກະທຳຂອງຍິງນັ້ນ 23 ຝ່າຍລູກຂອງຍິງນັ້ນ ເຮົາຈະປະຫານເຂົາໃຫ້ຕາຍເສັຽ ແລະຄຣິສຕະຈັກທັງປວງຈະໄດ້ຮູ້ວ່າເຮົານີ້ເປັນຜູ້ຊັນນະສູດເບິ່ງຈິດໃຈ ເຮົາຈະໃຫ້ຮາງວັນແກ່ເຈົ້າທັງຫລາຍທຸກຄົນຕາມການກະທຳຂອງຕົນ 24 ແຕ່ພວກເຈົ້າທີ່ຍັງເຫລືອຢູ່ທີ່ເມືອງທົວເຕຣາ ຄືຜູ້ທີ່ບໍ່ໄດ້ຖືຄຳສອນນີ້ ແລະບໍ່ຮູ້ຈັກສິ່ງທີ່ເຂົາເອີ້ນວ່າຄວາມເລິກລັບຂອງຊາຕານນັ້ນ ເຮົາຂໍບອກວ່າເຮົາບໍ່ເອົາພາຣະອື່ນໃດວາງໃສ່ພວກເຈົ້າ 25 ແຕ່ສິ່ງທີ່ເຈົ້າທັງຫລາຍມີຢູ່ແລ້ວນັ້ນ ຈົ່ງຍຶດຖືໄວ້ໃຫ້ຫມັ້ນຈົນກວ່າເຮົາຈະມາ 26 ຜູ້ທີ່ມີຊັຍຊະນະແລະຖືກຮັກສາກິຈການຂອງເຮົາໄວ້ຈົນເຖິງທີ່ສຸດ ເຮົາຈະໃຫ້ຜູ້ນັ້ນມີອຳນາດປົກຄອງບັນດາປະຊາຊາດ 27 ແລະຜູ້ນັ້ນຈະບັງຄັບບັນຊາເຂົາດ້ວຍຄ້ອນເຫລັກ ເຫມືອນດັ່ງຊ່າງຫມໍ້ທຳລາຍຫມໍ້ດິນໃຫ້ແຕກຫມຸ່ນເສັຽ ຕາມທີ່ເຮົານີ້ໄດ້ຮັບອຳນາດຈາກພຣະບິດາຂອງເຮົາເຫມືອນກັນ 28 ແລະເຮົາຈະປະທານດາວເພັກໃຫ້ແກ່ຜູ້ນັ້ນ 29 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ”
ຂຽນໄປເຖິງຄຣິສຕະຈັກເມືອງຊາເດ
1 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກເມືອງຊາເດວ່າ, ພຣະອົງຜູ້ຊົງມີພຣະວິນຍານທັງເຈັດຂອງພຣະເຈົ້າ ແລະຊົງມີດາວທັງເຈັດດວງນັ້ນ ຊົງກ່າວດັ່ງນີ້ວ່າ, “ເຮົາຮູ້ຈັກການກະທຳຂອງເຈົ້າ ເຈົ້າຜູ້ຊື່ວ່າມີຊີວິດຢູ່ແຕ່ວ່າເຈົ້າຕາຍເສັຽແລ້ວ 2 ເຈົ້າຈຶ່ງຕື່ນຂຶ້ນ ແລະເຊີດຊູສ່ວນທີ່ເຫລືອ ຊຶ່ງຈວນຈະຕາຍແລ້ວນັ້ນໃຫ້ແຂງແຮງຂຶ້ນ ເພາະວ່າເຮົາບໍ່ພົບການກະທຳຂອງເຈົ້າສຳເຣັດດີ ຕໍ່ພຣະພັກພຣະເຈົ້າຂອງເຮົາ 3 ເຫດສັນນັ້ນເຈົ້າຈົ່ງຈຳໄວ້ວ່າເຈົ້າໄດ້ຮັບແລະໄດ້ຍິນຢ່າງໃດ ຈົ່ງຖືກຮັກສາແລະກັບໃຈເສັຽໃຫມ່ ຖ້າເຈົ້າບໍ່ຕື່ນຂຶ້ນ ເຮົາຈະມາຫາເຈົ້າເຫມືອນດັ່ງຂະໂມຍ ແລະເຈົ້າຈະບໍ່ຮູ້ວ່າຍາມໃດເຮົາຈະມາຫາເຈົ້າ 4 ແຕ່ວ່າໃນເມືອງຊາເດ ເຈົ້າກໍຍັງມີຄົນຈຳນວນຫນ້ອຍທີ່ບໍ່ໄດ້ເຮັດເສື້ອຜ້າຂອງຕົນເປື້ອນເປິ ຄົນເຫລົ່ານັ້ນຈະນຸ່ງເຄື່ອງຂາວຍ່າງໄປກັບເຮົາ ເພາະເຂົາເປັນຄົນສົມຄວນຢູ່ແລ້ວ 5 ຜູ້ທີ່ມີຊັຍຊະນະ ຜູ້ນັ້ນຈະຫົ່ມເຄື່ອງຂາວແລະເຮົາຈະບໍ່ລຶບຊື່ຂອງຜູ້ນັ້ນອອກເສັຽຈາກທະບຽນແຫ່ງຊີວິດຈັກເທື່ອ ແຕ່ເຮົາຈະຮັບຮອງຊື່ຜູ້ນັ້ນຕໍ່ ພຣະພັກພຣະບິດາຂອງເຮົາ ແລະຕໍ່ຫນ້າຝູງເທວະດາຂອງພຣະອົງ 6 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ”
ຂຽນໄປເຖິງຄຣິສຕະຈັກເມືອງຟີລາເດັນເຟັຽ
7 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງຟີລາເດັນເຟັຽວ່າ “ພຣະອົງບໍຣິສຸດ ຜູ້ສັດຈິງ ຜູ້ຊົງຖືຂໍກະແຈຂອງດາວິດ ຜູ້ຊົງໄຂແລ້ວຈະບໍ່ມີຜູ້ໃດອັດ ຜູ້ຊົງອັດແລ້ວຈະບໍ່ມີຜູ້ໃດໄຂ ຊົງກ່າວດັ່ງນີ້ວ່າ, 8 “ເຮົາຮູ້ຈັກການກະທຳຂອງເຈົ້າ ເບິ່ງແມ໋, ເຮົາໄດ້ໃຫ້ມີປະຕູໄຂຢູ່ຕໍ່ຫນ້າເຈົ້າ ຊຶ່ງບໍ່ມີຜູ້ໃດອັດໄດ້ ເຮົາຮູ້ວ່າເຈົ້າມີກຳລັງພຽງເລັກນ້ອຍ ແຕ່ກໍຍັງໄດ້ຖືຮັກສາຄຳຂອງເຮົາ ແລະບໍ່ໄດ້ປະຕິເສດນາມຂອງເຮົາ 9 ເບິ່ງແມ໋, ເຮົາຈະໃຫ້ພັກພວກຂອງຊາຕານທີ່ຕົວະວ່າເຂົາເອງເປັນຊາດຢິວ ແຕ່ບໍ່ໄດ້ເປັນນັ້ນ ມາຂາບລົງແທບຕີນຂອງເຈົ້າ ແລະຈະໃຫ້ເຂົາຮູ້ວ່າຝ່າຍເຮົາໄດ້ຣັກເຈົ້າ 10 ເພາະວ່າເຈົ້າໄດ້ຖືຮັກສາຕາມຄຳຂອງເຮົາ ຊຶ່ງໃຫ້ມີຄວາມພຽນອົດທົນ ຝ່າຍເຮົາຈະປ້ອງກັນເຈົ້າເຫມືອນກັນ ໃຫ້ພົ້ນຈາກການທົດລອງທີ່ຈວນຈະມີມາທົ່ວໂລກ ເພື່ອຈະລອງໃຈຄົນທັງປວງທີ່ຢູ່ເຫນືອຫນ້າແຜ່ນດິນ 11 ເຮົາຈະມາໃນໄວໆນີ້ ຈົ່ງຍຶດຫມັ້ນຢູ່ໃນສິ່ງທີ່ເຈົ້າມີນັ້ນ ເພື່ອບໍ່ໃຫ້ຜູ້ໃດຍາດຊິງເອົາພວງມາລັຍຂອງເຈົ້າໄປໄດ້ 12 ຜູ້ທີ່ມີຊັຍຊະນະ ເຮົາຈະໃຫ້ຜູ້ນັ້ນເປັນເສົາໃນພຣະວິຫານພຣະເຈົ້າຂອງເຮົາ ແລະຜູ້ນັ້ນແຫລະ ບໍ່ອອກໄປນອກພຣະວິຫານຈັກເທື່ອ ເຮົາຈະຈາຣຶກພຣະນາມແຫ່ງພຣະເຈົ້າຂອງເຮົາໃສ່ຕົວຜູ້ນັ້ນ ກັບທັງຊື່ມະຫານະຄອນແຫ່ງພຣະເຈົ້າຂອງເຮົາ ຄືກຸງເຢຣູຊາເລັມໃຫມ່ ຈຶ່ງລົງມາແຕ່ສວັນຈາກພຣະເຈົ້າຂອງເຮົາ ແລະເຮົາຈະຈາຣຶກນາມໃຫມ່ຂອງເຮົາໃສ່ຜູ້ນັ້ນເຫມືອນກັນ 13 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ”
ຂຽນໄປເຖິງຄຣິສຕະຈັກເມືອງລາວດີເກອາ
14 “ຈົ່ງຂຽນໄປຍັງທູດຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງລາວດີເກອາວ່າ, “ພຣະອົງຜູ້ຊົງເປັນອາແມນນັ້ນ ຊົງເປັນພຍານທີ່ສັດຊື່ແລະທ່ຽງທັມ ຊົງເປັນປະຖົມເຫດແຫ່ງສິ່ງສາຣະພັດຊຶ່ງພຣະເຈົ້າໄດ້ຊົງສ້າງ ໄດ້ຊົງກ່າວດັ່ງນີ້ວ່າ, 15 “ເຮົາຮູ້ຈັກການກະທຳຂອງເຈົ້າ ເຈົ້າບໍ່ເຢັນບໍ່ຮ້ອນ ເຮົາຢາກໃຫ້ເຈົ້າເຢັນຫລືຮ້ອນ 16 ເພາະເຈົ້າພຽງແຕ່ອຸ່ນໆບໍ່ເຢັນບໍ່ຮ້ອນ ດັ່ງນັ້ນເຮົາຈະຄາຍເຈົ້າອອກຈາກປາກຂອງເຮົາ 17 ເພາະເຈົ້າເວົ້າວ່າ, “ຂ້ອຍຮັ່ງມີແລ້ວ ໄດ້ຊັບສິ່ງຂອງທະວີຂຶ້ນ ຂ້ອຍບໍ່ຕ້ອງການສິ່ງໃດ” ເຈົ້າບໍ່ຮູ້ວ່າເຈົ້າເປັນຄົນທຸກໄຮ້ເຂັນໃຈ ເປັນຄົນຫນ້າສົງສານ ເປັນຄົນຂັດສົນ ເປັນຄົນຕາບອດ ແລະເປືອຍກາຍຢູ່ 18 ເຫດນັ້ນເຮົາເຕືອນສະຕິເຈົ້າໃຫ້ຊື້ຄຳທີ່ຫລອມໃຫ້ບໍຣິສຸດແລ້ວຈາກເຮົາ ເພື່ອເຈົ້າຈະໄດ້ເປັນຄົນຮັ່ງມີ ແລະໃຫ້ເຈົ້າຊື້ເສື້ອຜ້າຂາວນຸ່ງຫົ່ມຕົວ ເພື່ອປົກບັງຄວາມລະອາຍຂອງການເປືອຍກາຍຂອງເຈົ້າບໍ່ໃຫ້ປາກົດ ແລະຊື້ຢາໃສ່ຕາຂອງເຈົ້າເພື່ອເຈົ້າຈະໄດ້ເຫັນຮຸ່ງ 19 ຝ່າຍເຮົາ ເຮົາຮັກຜູ້ໃດເຮົາກໍຕິຕຽນຂ້ຽນສອນຜູ້ນັ້ນ ເຫດສັນນັ້ນ ຈຶ່ງມີໃຈຮ້ອນຮົນແລະຕັ້ງໃຈເສັຽໃຫມ່ 20 ເບິ່ງແມ໋, ເຮົາຢືນເຄາະຢູ່ທີ່ປະຕູ ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະໄຂປະຕູ ເຮົາຈະເຂົ້າໄປຫາຜູ້ນັ້ນ ເຮົາຈະຮັບປະທານອາຫານຮ່ວມກັບຜູ້ນັ້ນ ແລະຜູ້ນັ້ນຈະຮັບປະທານອາຫານຮ່ວມກັບເຮົາ 21 ຜູ້ທີ່ຊັຍຊະນະ ເຮົາຈະໃຫ້ຜູ້ນັ້ນນັ່ງກັບເຮົາເທິງບັນລັງຂອງເຮົາ ເຫມືອນກັບທີ່ເຮົາມີຊັຍຊະນະແລ້ວ ແລະໄດ້ນັ່ງກັບພຣະບິດາຂອງເຮົາເທິງຣາຊບັນລັງຂອງພຣະອົງ 22 ຜູ້ໃດມີຫູ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົບກ່າວແກ່ຄຣິສຕະຈັກທັງຫລາຍ”
ການນະມັສການໃນສວັນ
1 ພາຍຫລັງເຫດການທັງຫລາຍນີ້ ຂ້າພະເຈົ້າໄດ້ເບິ່ງ ແລະດັ່ງນີ້ ມີປະຕູໄຂຢູ່ໃນສວັນ ແລະພຣະສຸຣະສຽງທຳອິດທີ່ຂ້າພະເຈົ້າໄດ້ຍິນ ຊົງກ່າວກັບຂ້າພະເຈົ້າເຫມືອນດັ່ງສຽງແກວ່າ, “ຈົ່ງຂຶ້ນມາທີ່ນີ້ ແລະເຮົາຈະສະແດງໃຫ້ເຈົ້າເຫັນເຫດການທີ່ຕ້ອງເກີດຂຶ້ນໃນພາຍຫນ້າ” 2 ໃນທັນໃດນັ້ນ ຂ້າພະເຈົ້າໄດ້ປະກອບໄປດ້ວຍພຣະວິນຍານ ແລະເບິ່ງແມ໋, ມີຣາຊບັນລັງຕັ້ງຢູ່ໃນສວັນ ມີທ່ານອົງນຶ່ງປະທັບເທິງບັນລັງນັ້ນ 3 ທ່ານຜູ້ປະທັບເທິງບັນລັງນັ້ນມີລັກສະນະເຫມືອນແກ້ວມະນີໂຊດ ແລະແກ້ວພິລາ ມີຮຸ້ງກິນນ້ຳລ້ອມຮອບຣາຊບັນລັງນັ້ນຄ້າຍຄືແສງແກ້ວມໍຣະກົດ 4 ລ້ອມຮອບຣາຊບັນລັງນັ້ນມີບັນລັງອີກຊາວສີ່ອັນ ແລະມີຜູ້ອາວຸໂສຊາວສີ່ທ່ານນັ່ງເທິງບັນລັງເຫລົ່ານັ້ນ ທຸກທ່ານນຸ່ງເຄື່ອງຂາວແລະມີພວງມາລັຍຄຳສວມຫົວ 5 ມີຟ້າແມບຮ້ອງແລະສຽງຕ່າງໆດັງອອກມາຈາກຣາຊບັນລັງນັ້ນ ແລະມີໂຄມໄຟເຈັດຫນ່ວຍໄຕ້ໄວ້ຕໍ່ຫນ້າຣາຊບັນລັງນັ້ນ ໂຄມໄຟເຫລົ່ານັ້ນຄືວິນຍານທັງເຈັດຂອງພຣະເຈົ້າ 6 ຢູ່ຕໍ່ຫນ້າຣາຊບັນລັງເປັນເຫມືອນທະເລແກ້ວມະນີ ຢູ່ອ້ອມຮອບຣາຊບັນລັງທຸກດ້ານມີສັຕໂລກສີ່ໂຕ ຊຶ່ງມີຕາເຕັມທັງຂ້າງຫນ້າແລະຂ້າງຫລັງ 7 ສັດໂຕທີ່ນຶ່ງເຫມືອນສິງ ໂຕທີ່ສອງເຫມືອນງົວນ້ອຍ ໂຕທີ່ສາມມີຫນ້າເຫມືອນມະນຸດ ແລະໂຕທີ່ສີ່ເຫມືອນນົກອິນຊີກຳລັງບິນ 8 ສັດທັງສີ່ໂຕ ທຸກໂຕມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ ສັດເຫລົ່ານັ້ນຮ້ອງຕລອດເວັນ ຕລອດຄືນ ບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳຣົງຢູ່ໃນອະດີດ ຜູ້ຊົງດຳຣົງຢູ່ໃນປັດຈຸບັນ ແລະຜູ້ຈະສະເດັດມາ” 9 ຄັນສັດເຫລົ່ານັ້ນຖວາຍຄຳສັຣເສີນ ຖວາຍພຣະກຽດ ແລະໂມທະນາພຣະຄຸນແດ່ພຣະອົງ ຜູ້ປະທັບເທິງຣາຊບັນລັງ ຜູ້ຊົງມີພຣະຊົນດຳຣົງຢູ່ຕລອດໄປເປັນນິດເມື່ອໃດ 10 ເມື່ອນັ້ນບັນດາຜູ້ອາວຸໂສຊາວສີ່ທ່ານກໍຂາບລົງຖວາຍບັງຄົມພຣະອົງຜູ້ປະທັບເທິງຣາຊບັນລັງນັ້ນ ນະມັສການພຣະອົງ ຜູ້ຊົງພຣະຊົນຢູ່ຕລອດໄປເປັນນິດ ແລ້ວຖອດພວງມາລັຍອອກວາງລົງຕໍ່ຫນ້າຣາຊບັນລັງຮ້ອງວ່າ, 11 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າຂອງຂ້າພຣະອົງທັງຫລາຍ ພຣະອົງຊົງສົມຄວນທີ່ຈະໄດ້ຣັບຄຳສັຣເສີນ ພຣະກຽດ ແລະຣິດເດດ ເພາະວ່າພຣະອົງໄດ້ຊົງສ້າງສັພສິ່ງທັງປວງ ແລະສັພສິ່ງທັງປວງນັ້ນກໍຊົງສ້າງຂຶ້ນແລ້ວ ແລະດຳຣົງຢູ່ຕາມຊອບພຣະທັຍພຣະອົງ”
ຫນັງສືມ້ວນແລະພຣະເມສານ້ອຍ
1 ໃນພຣະຫັດເບື້ອງຂວາຂອງພຣະອົງ ຜູ້ຊົງປະທັບເທິງພຣະຣາຊບັນລັງນັ້ນ ຂ້າພະເຈົ້າໄດ້ເຫັນຫນັງສືມ້ວນນຶ່ງຂຽນໄວ້ທັງຂ້າງໃນແລະຂ້າງນອກ ຕີຕາປະທັບໄວ້ເຈັດດວງ 2 ແລະຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີຣິດຕົນນຶ່ງປະກາດດ້ວຍສຽງອັນດັງວ່າ, “ຜູ້ໃດຫນໍເປັນຜູ້ສົມຄວນຈະແກະຕາປະທັບແລະມາຍມ້ວນຫນັງສືມ້ວນນີ້ອອກ” 3 ບໍ່ມີຜູ້ໃດໃນສວັນ ເທິງແຜ່ນດິນໂລກ ຫລືໃຕ້ແຜ່ນດິນກໍດີ ທີ່ສາມາດມາຍຫນັງສືມ້ວນນັ້ນອອກ ຫລືເບິ່ງຫນັງສືນັ້ນໄດ້ 4 ຂ້າພະເຈົ້າໄດ້ຮ້ອງໄຫ້ຮ່ຳໄຮຫລາຍ ເພາະບໍ່ມີຜູ້ໃດສົມຄວນຈະມາຍຫນັງສືນັ້ນອອກຫລືເບິ່ງໄດ້ 5 ແລ້ວມີຜູ້ນຶ່ງໃນພວກອາວຸໂສນັ້ນ ບອກຂ້າພະເຈົ້າວ່າ, “ຢ່າຮ້ອງໄຫ້ ເບິ່ງແມ໋, ສິງແຫ່ງຕະກູນຢູດາ ຫນໍ່ເຊື້ອຂອງດາວິດໄດ້ຊັຍຊະນະແລ້ວ ຈຶ່ງສາມາດແກະຕາທັງເຈັດແລະມາຍຫນັງສືນັ້ນອອກໄດ້” 6 ໃນລະຫວ່າງພຣະຣາຊບັນລັງກັບສັດທັງສີ່ ແລະໃນຖ້າມກາງພວກອາວຸໂສເຫລົ່ານັ້ນ ຂ້າພະເຈົ້າໄດ້ເຫັນພຣະເມສານ້ອຍປະທັບຢືນຢູ່ເຫມືອນຖືກຂ້າແລ້ວ ພຣະເມສານ້ອຍນັ້ນມີເຂົາເຈັດອັນ ມີຕາເຈັດຫນ່ວຍຊຶ່ງເປັນວິນຍານທັງເຈັດຂອງພຣະເຈົ້າ ທີ່ຊົງໃຊ້ອອກໄປທົ່ວແຜ່ນດິນໂລກ 7 ແລະພຣະເມສານ້ອຍນັ້ນໄດ້ເຂົ້າມາຮັບຫນັງສືມ້ວນນັ້ນຈາກພຣະຫັດເບື້ອງຂວາຂອງພຣະອົງ ຜູ້ຊົງປະທັບເທິງຣາຊບັນລັງນັ້ນ 8 ເມື່ອພຣະອົງຊົງຮັບຫນັງສືນັ້ນແລ້ວ ສັດທັງສີ່ກັບພວກອາວຸໂສຊາວສີ່ທ່ານນັ້ນ ກໍຂາບລົງຖວາຍບັງຄົມພຣະເມສານ້ອຍ ທຸກທ່ານຖືພີນແລະຂັນຄຳເຕັມດ້ວຍເຄື່ອງຫອມ ຊຶ່ງເປັນຄຳໄຫວ້ວອນຂອງໄພ່ພົນທັງປວງຂອງພຣະເຈົ້າ 9 ເຂົາໄດ້ຮ້ອງເພງໃຫມ່ວ່າ, “ພຣະອົງຊົງເປັນຜູ້ສົມຄວນຈະຊົງຮັບມ້ວນຫນັງສື ແລະແກະຕາມ້ວນ ຫນັງສືອອກເພາະວ່າພຣະອົງຊົງຖືກຂ້າແລ້ວ ແລະດ້ວຍພຣະໂລຫິດຂອງພຣະອົງນັ້ນ ພຣະອົງໄດ້ຊົງໄຖ່ມະນຸດທຸກເຜົ່າທຸກພາສາທຸກຊາດແລະທຸກປະເທດສຳລັບພຣະເຈົ້າ 10 ພຣະອົງໄດ້ຊົງບັນດານໃຫ້ເຂົາເປັນຣາຊອານາຈັກ ແລະເປັນປະໂຣຫິດທີ່ປະຕິບັດພຣະເຈົ້າຂອງພວກເຮົາ ແລະເຂົາເຫລົ່ານັ້ນຈະໄດ້ປົກຄອງແຜ່ນດິນໂລກ” 11 ແລ້ວຂ້າພະເຈົ້າໄດ້ຫລຽວເບິ່ງ ແລະໄດ້ຍິນສຽງເທວະດາ ເປັນຈຳນວນຫລວງຫລາຍນັບເປັນໂກດໆ ແສນໆ ຊຶ່ງຢູ່ອ້ອມຮອບພຣະຣາຊບັນລັງ ຣອບສັດ ແລະຮອບຜູ້ອາວຸໂສທັງຫລາຍນັ້ນ 12 ຮ້ອງສຽງດັງວ່າ, “ພຣະເມສານ້ອຍຜູ້ຖືກຂ້າແລ້ວນັ້ນ ເປັນຜູ້ທີ່ສົມຄວນໄດ້ຮັບຣິດເດດ ຊັບສົມບັດ ສະຕິປັນຍາ ອານຸພາບ ກຽດຕິຍົດ ສະງ່າຣາສີ ແລະຄຳສັຣເສີນ” 13 ແລະຂ້າພະເຈົ້າໄດ້ຍິນສຽງສິ່ງທີ່ມີຊີວິດທັງຫມົດ ທັງໃນສວັນ ເທິງແຜ່ນດິນໂລກ ໃຕ້ແຜ່ນດິນ ແລະໃນມະຫາສະຫມຸດ ຄືສິ່ງທັງປວງຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ, “ຂໍໃຫ້ຄຳສັຣເສີນ ກຽດຕິຍົດ ສະງ່າຣາສີ ແລະຣິດທານຸພາບ ຈົ່ງມີແດ່ພຣະອົງ ຜູ້ຊົງປະທັບເທິງພຣະຣາຊບັນລັງ ແລະແດ່ພຣະເມສານ້ອຍຕລອດໄປເປັນນິດ” 14 ສັດທັງສີ່ນັ້ນກໍຮ້ອງວ່າ, “ອາແມນ” ແລະຜູ້ອາວຸໂສເຫລົ່ານັ້ນກໍຂາບລົງນະມັສການ
ຕາປະທັບທັງເຈັດ
1 ເມື່ອພຣະເມສານ້ອຍຊົງແກະຕາດວງນຶ່ງໃນເຈັດດວງນັ້ນອອກແລ້ວ ຂ້າພະເຈົ້າໄດ້ເບິ່ງແລະໄດ້ຍິນສັດໂຕນຶ່ງໃນສີ່ໂຕນັ້ນຮ້ອງສຽງດັງເຫມືອນສຽງຟ້າຮ້ອງວ່າ, “ມາເທາະ” 2 ຂ້າພະເຈົ້າໄດ້ເບິ່ງແລະດັ່ງນີ້, ມີມ້າສີຂາວໂຕນຶ່ງອອກມາ ຜູ້ທີ່ຂີ່ມ້ານັ້ນຖືທະນູ ແລະໄດ້ຮັບພຣະຣາຊທານພວງມາລັຍ ແລ້ວກໍຂີ່ມ້າອອກໄປຢ່າງມີຊັຍເພື່ອຈະຊັຍຊະນະ 3 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ສອງນັ້ນແລ້ວ ຂ້າພະເຈົ້າໄດ້ຍິນສຽງສັດໂຕທີ່ສອງຮ້ອງວ່າ, “ມາເທາະ” 4 ແລະມີມ້າສີແດງເຂັ້ມໂຕນຶ່ງອອກມາອີກ ຜູ້ທີ່ຂີ່ມ້າໂຕນີ້ໄດ້ຮັບພຣະຣາຊອະນຸຍາດໃຫ້ນຳສັນຕິສຸກໄປຈາກໂລກ ເພື່ອໃຫ້ຄົນທັງປວງຮົບຮາຂ້າຟັນກັນ ແລະທັງໄດ້ພຣະຣາຊທານດາບໃຫຍ່ດວງນຶ່ງໃຫ້ແກ່ຜູ້ນັ້ນ 5 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ສາມນັ້ນແລ້ວ ຂ້າພະເຈົ້າໄດ້ຍິນສຽງສັດໂຕທີ່ສາມຮ້ອງວ່າ, “ມາເທາະ” ຂ້າພະເຈົ້າໄດ້ເບິ່ງ ແລະດັ່ງນີ້, ມີມ້າສີດຳໂຕນຶ່ງອອກມາ ຜູ້ທີ່ຂີ່ມ້ານັ້ນຖືຄັນຊັ່ງ 6 ຂ້າພະເຈົ້າໄດ້ຍິນເຫມືອນກັບສຽງທີ່ດັງອອກມາຈາກຖ້າມກາງສັດທັງສີ່ນັ້ນວ່າ, “ເຂົ້າບເລຣາຄາລິດນຶ່ງຕໍ່ນຶ່ງເດນາຣິອົນ ເຂົ້າເດືອຍສາມລິດຕໍ່ນຶ່ງເດນາຣິອົນ ແຕ່ຢ່າເຮັດອັນຕະຣາຍຕໍ່ນ້ຳມັນແລະເຫລົ້າແວງ” 7 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ສີ່ຮ້ອງວ່າ, “ມາເທາະ” 8 ຂ້າພະເຈົ້າໄດ້ເຫັນ ແລະດັ່ງນີ້, ມີມ້າສີຂຽວອ່ອນໂຕນຶ່ງອອກມານັ້ນແລ້ວ ຜູ້ທີ່ຂີ່ມ້ານັ້ນມີຊື່ວ່າ ມັດຈຸຣາຊ ແລະແດນມໍຣະນາກໍຕິດຕາມມານຳ ເຂົາທັງສອງໄດ້ຮັບພຣະຣາຊທານອຳນາດລ້າງຜານແຜ່ນດິນໂລກໄດ້ນຶ່ງສ່ວນສີ່ດ້ວຍຄົມດາບ ດ້ວຍຄວາມອຶດຢາກ ດ້ວຍຄວາມຕາຍ ແລະດ້ວຍສັດຮ້າຍຕ່າງໆໃນແຜ່ນດິນໂລກ 9 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ຫ້ານັ້ນແລ້ວ ຂ້າພະເຈົ້າໄດ້ເຫັນດວງວິນຍານຢູ່ໃຕ້ແທ່ນບູຊາ ເປັນວິນຍານຂອງຄົນທັງຫລາຍທີ່ຖືກຂ້າເພາະພຣະທັມຂອງພຣະເຈົ້າ ແລະເພາະຄຳພຍານທີ່ເຂົາຍຶດຖືນັ້ນ 10 ເຂົາເຫລົ່ານັ້ນໄດ້ຮ້ອງດັງຂຶ້ນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ບໍຣິສຸດແລະທ່ຽງແທ້ ຍັງດົນປານໃດຫນໍ ພຣະອົງຈຶ່ງຈະຊົງພິພາກສາຕອບສນອງຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກທີ່ໄດ້ຂ້າພວກຂ້າພຣະອົງນັ້ນ” 11 ແລ້ວເຂົາທຸກຄົນໄດ້ຮັບພຣະຣາຊທານເສື້ອສີຂາວແລະຊົງສັ່ງໃຫ້ເຂົາລໍໄປຈັກຫນ້ອຍ ຈົນກວ່າຈຳນວນເພື່ອນຂ້ອຍໃຊ້ແລະພີ່ນ້ອງຂອງເຂົາຈະຄົບຖ້ວນແລ້ວ ຄືພວກທີ່ຈວນຈະຖືກຂ້າເຫມືອນກັບເຂົານັ້ນ 12 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ຫົກນັ້ນແລ້ວ ຂ້າພະເຈົ້າໄດ້ເບິ່ງແລະດັ່ງນີ້, ເກີດແຜ່ນດິນຫວັ່ນໄຫວອັນໃຫຍ່ ດວງອາທິດກໍເກີດມືດດຳເຫມືອນດັ່ງຜ້າຂົນສັດຫຍາບ ດວງຈັນວັນເພັງກໍກັບເກີດເປັນສີເລືອດ 13 ດວງດາວທັງຫລາຍໃນທ້ອງຟ້າກໍຕົກລົງເທິງແຜ່ນດິນເຫມືອນກັບຕົ້ນເດື່ອເທດທີ່ຖືກລົມກ້າພັດຈົນຫມາກທີ່ຍັງບໍ່ທັນສຸກຫລົ່ນລົງຫມົດ 14 ທ້ອງຟ້າກໍຫົດເຂົ້າເສັຽເຫມືອນດັ່ງຫນັງສືທີ່ເຂົາມ້ວນ ພູທຸກຫນ່ວຍແລະເກາະທຸກເກາະກໍເຄື່ອນໄປຈາກບ່ອນເດີມ 15 ແລ້ວກະສັດທັງຫລາຍໃນແຜ່ນດິນໂລກ ພວກເຈົ້ານາຍ ພວກນາຍພັນນາຍພົນ ພວກເສດຖີ ພວກຜູ້ມີອຳນາດ ແລະທຸກຄົນທັງທີ່ເປັນຂ້ອຍຂ້າແລະມີເສຣີກໍພາກັນໄປລີ້ຊ່ອນຢູ່ໃນຖ້ຳແລະໃນຫວ່າງຫີນຕາມພູ 16 ເຂົາຮ້ອງບອກພູແລະໂງ່ນຫີນວ່າ, “ຂໍໃຫ້ເນີ້ງມາບັງພວກເຮົາໄວ້ ໃຫ້ພົ້ນຈາກພຣະພັກຂອງພຣະອົງ ຜູ້ຊົງປະທັບເທິງພຣະຣາຊບັນລັງແລະຈາກພຣະພິໂຣດຂອງພຣະເມສານ້ອຍນັ້ນ 17 ເພາະວ່າວັນສຳຄັນແຫ່ງພຣະພິໂຣດຂອງພຣະອົງໄດ້ມາເຖິງແລ້ວ ແລະຜູ້ໃດຫນໍ ຈະອາດທົນຢູ່ໄດ້”
ແສນສີ່ຫມື່ນສີ່ພັນຄົນຮັບການປະທັບຕາ
1 ຫລັງຈາກນັ້ນຂ້າພະເຈົ້າໄດ້ເຫັນເທວະດາສີ່ຕົນ ຢືນຢູ່ໃນທິດທັງສີ່ຂອງແຜ່ນດິນໂລກ ຫ້າມລົມໃນແຜ່ນດິນທັງສີ່ທິດໄວ້ບໍ່ໃຫ້ພັດມາໃສ່ບົກ ໃສ່ທະເລ ຫລືຕົ້ນໄມ້ໃດໆ 2 ແລ້ວຂ້າພະເຈົ້າໄດ້ເຫັນເທວະດາອີກຕົນນຶ່ງ ປາກົດຂຶ້ນມາຈາກທິດຕາເວັນອອກ ຖືຕາປະທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ເທວະດາຕົນນັ້ນປະກາດສຽງດັງແກ່ເທວະດາທັງສີ່ ຜູ້ຊຶ່ງໄດ້ຮັບພຣະຣາຊທານອຳນາດໃຫ້ເຮັດອັນຕະຣາຍແກ່ແຜ່ນດິນແລະທະເລນັ້ນ 3 ວ່າ, “ຢ່າເຮັດອັນຕະຣາຍແກ່ແຜ່ນດິນ ແກ່ທະເລ ຫລືຕົ້ນໄມ້ ຈົນກວ່າເຮົາຈະໄດ້ປະທັບຕາໄວ້ທີ່ຫນ້າຜາກບັນດາຂ້ອຍຂ້າຂອງພຣະເຈົ້າຂອງເຮົາເສັຽກ່ອນ” 4 ແລະຂ້າພະເຈົ້າໄດ້ຍິນຈຳນວນຂອງຜູ້ທີ່ໄດ້ຮັບປະທັບຕາແລ້ວ ຄືຜູ້ທີ່ມາຈາກທຸກຕະກູນໃນພວກອິສຣາເອນ ມີແສນສີ່ຫມື່ນສີພັນຄົນ 5 ຈາກຕະກູນຢູດາ ມີຫມື່ນສອງພັນຄົນ ຈາກຕະກູນຣູເບນ ຫມື່ນສອງພັນຄົນ ຈາກຕະກູນກາດ ຫມື່ນສອງພັນຄົນ 6 ຈາກຕະກູນອາເຊີ ຫມື່ນສອງພັນຄົນ ຈາກຕະກູນເນັຟທາລີ ຫມື່ນສອງພັນຄົນ ຈາກຕະກູນມານັສເຊ ຫມື່ນສອງພັນຄົນ 7 ຈາກຕະກູນຊີເມໂອນ ຫມື່ນສອງພັນຄົນ ຈາກຕະກູນເລວີ ຫມື່ນສອງພັນຄົນ ຈາກຕະກູນອິສຊາຄາ ຫມື່ນສອງພັນຄົນ 8 ຈາກຕະກູນເຊບູລູນ ຫມື່ອສອງພັນຄົນ ຈາກຕະກູນໂຢເຊັບ ຫມື່ອສອງພັນຄົນ ຈາກຕະກູນເບັນຢາມີນ ຫມື່ອສອງພັນຄົນ
ມວນຊົນຈາກທຸກປະຊາຊາດ
9 ຫລັງຈາກນັ້ນຂ້າພະເຈົ້າເບິ່ງ ແລະດັ່ງນີ້, ມີຝູງຄົນຫລວງຫລາຍເຫລືອຄະນານັບ ມາຈາກທຸກປະເທດ ທຸກຕະກູນ ທຸກຊາດ ແລະທຸກພາສາ ຄົນເຫລົ່ານັ້ນນຸ່ງເຄື່ອງສີຂາວ ຖືກ້ານຕານ ຢືນຢູ່ຕໍ່ຫນ້າພຣະຣາຊບັນລັງແລະຕໍ່ພຣະພັກພຣະເມສານ້ອຍນັ້ນ 10 ຮ້ອງສຽງດັງວ່າ, “ຄວາມລອດພົ້ນຂຶ້ນຢູ່ກັບພຣະເຈົ້າຂອງພວກເຮົາ ຜູ້ຊົງປະທັບເທິງພຣະຣາຊບັນລັງ ແລະຂຶ້ນຢູ່ກັບພຣະເມສານ້ອຍ” 11 ແລະເທວະດາທັງປວງທີ່ຢືນອ້ອມພຣະຣາຊບັນລັງ ອ້ອມອາວຸໂສ ແລະອ້ອມສັດທັງສີ່ນັ້ນ ກົ້ມລົງຕໍ່ຫນ້າພຣະຣາຊບັນລັງ ນະມັສການພຣະເຈົ້າ 12 ໂດຍກ່າວວ່າ, “ອາແມນ ຄວາມສັຣເສີນ ສະງ່າຣາສີ ສະຕິປັນຍາ ຄຳໂມທະນາ ພຣະກຽດຕິຍົດ ອຳນາດ ແລະຣິດເດດ ຈົ່ງມີແດ່ພຣະເຈົ້າຂອງພວກຂ້າພຣະອົງຕລອດໄປເປັນນິດ ອາແມນ” 13 ແລ້ວຜູ້ນຶ່ງໃນພວກອາວຸໂສນັ້ນຖາມຂ້າພະເຈົ້າວ່າ, “ຄົນທີ່ນຸ່ງເຄື່ອງສີຂາວເຫລົ່ານັ້ນແມ່ນໃຜ ແລະມາແຕ່ໃສ” 14 ຂ້າພະເຈົ້າໄດ້ຕອບຜູ້ນັ້ນວ່າ, “ທ່ານເອີຍ, ທ່ານກໍຊາບຢູ່ແລ້ວ” ຜູ້ນັ້ນຈຶ່ງບອກຂ້າພະເຈົ້າວ່າ, “ຄົນເຫລົ່ານີ້ແຫລະ, ທີ່ມາຈາກຄວາມທຸກຂະເວທນາອັນໃຫຍ່ ເຂົາໄດ້ຊຳຮະລ້າງເສື້ອຜ້າຂອງເຂົາໃຫ້ຂາວສະອາດດ້ວຍພຣະໂລຫິດຂອງພຣະເມສານ້ອຍນັ້ນ 15 ເພາະເຫດນັ້ນເຂົາຈຶ່ງໄດ້ຢູ່ຕໍ່ຫນ້າພຣະຣາຊບັນລັງຂອງພຣະເຈົ້າ ແລະປະຕິບັດພຣະອົງໃນພຣະວິຫານຂອງພຣະອົງທັງກາງເວັນແລະກາງຄືນ ແລະພຣະອົງຜູ້ຊົງປະທັບເທິງພຣະຣາຊບັນລັງນັ້ນ ຈະຊົງສະຖິດຢູ່ນຳແລະປົກປ້ອງຄຸ້ມຄອງເຂົາ 16 ຕໍ່ໄປເຂົາຈະບໍ່ອຶດເຂົ້າຢາກນ້ຳອີກຈັກເທື່ອ ແສງແດດແລະຄວາມຮ້ອນຢ່າງນຶ່ງຢ່າງໃດຈະບໍ່ສ່ອງຖືກເຂົາ 17 ເພາະວ່າພຣະເມສານ້ອຍ ທີ່ປະທັບຢູ່ຖ້າມກາງພຣະຣາຊບັນລັງນັ້ນ ຈະຊົງເປັນຜູ້ດູແລເຂົາແລະຈະຊົງນຳເຂົາໄປເຖິງນ້ຳພຸອັນປະກອບດ້ວຍຊີວິດ ແລະພຣະເຈົ້າຈະຊົງເຊັດນ້ຳຕາທຸກຢົດຈາກຕາຂອງເຂົາ”
ຕາປະທັບດວງທີ່ເຈັດ
1 ເມື່ອພຣະເມສານ້ອຍຊົງແກະຕາປະທັບດວງທີ່ເຈັດ ຄວາມສງັດງຽບກໍເກີດຂຶ້ນໃນສວັນປະມານເຄິ່ງຊົ່ວໂມງ 2 ແລ້ວຂ້າພະເຈົ້າກໍເຫັນເທວະດາເຈັດຕົນທີ່ຢືນຢູ່ຕໍ່ພຣະພັກພຣະເຈົ້ານັ້ນ ໄດ້ຮັບພຣະຣາຊທານແກ່ເຈັດອັນ 3 ມີເທວະດາອີກຕົນນຶ່ງຖືຫມໍ້ຄຳຫນ່ວຍນຶ່ງອອກມາຢືນຢູ່ຕໍ່ຫນ້າແທ່ນ ໄດ້ຣັບພຣະຣາຊທານເຄື່ອງຫອມຈໍານວນຫລາຍ ເພື່ອຈະຖວາຍຮ່ວມກັບຄຳໄຫວ້ວອນຂອງໄພ່ພົນທັງປວງຂອງພຣະເຈົ້າ ເທິງແທ່ນຄຳທີ່ຢູ່ຕໍ່ຫນ້າພຣະຣາຊບັນລັງນັ້ນ 4 ແລະຄວັນເຄື່ອງຫອມນັ້ນກໍລອຍຂຶ້ນໄປ ພ້ອມກັບຄຳໄຫວ້ວອນຂອງພວກໄພ່ພົນຂອງພຣະເຈົ້າ ຈາກມືເທວະດາຊຶ່ງຢືນຢູ່ຕໍ່ພຣະພັກພຣະເຈົ້າ 5 ແລ້ວເທວະດາຕົນນັ້ນໄດ້ຖືຫມໍ້ໄປເອົາໄຟຈາກແທ່ນໃສ່ໃຫ້ເຕັມ ໂຍນຫມໍ້ນັ້ນລົງເທິງແຜ່ນດິນໂລກ ກໍເກີດມີສຽງຟ້າຮ້ອງ ສຽງຕ່າງໆ ມີຟ້າແມບແລະແຜ່ນດິນຫວັ່ນໄຫວ
ແກທັງເຈັດ
6 ແລະເທວະດາຕົນທີ່ຖືແກທັງເຈັດນັ້ນ ຕ່າງກໍຕຽມພ້ອມທີ່ຈະເປົ່າ 7 ເມື່ອເທວະດາຕົນແຣກເປົ່າແກຂຶ້ນ ຫມາກເຫັບແລະໄຟປົນເລືອດຖືກຖິ້ມລົງມາຍັງແຜ່ນດິນ ແຜ່ນດິນໂລກຖືກໄຫມ້ເສັຽນຶ່ງສ່ວນສາມ ຕົ້ນໄມ້ກໍຖືກໄມ້ເສັຽນຶ່ງສ່ວນສາມ ແລະຫຍ້າຂຽວສົດຖືກໄຫມ້ເສັຽທັງຫມົດ 8 ເມື່ອເທວະດາຕົນທີ່ສອງເປົ່າແກຂຶ້ນ ກໍມີສິ່ງນຶ່ງເຫມືອນພູຫນ່ວຍໃຫຍ່ທີ່ໄຟກຳລັງໄຫມ້ຢູ່ ຖືກຖິ້ມລົງໃນທະເລ ແລະທະເລນັ້ນໄດ້ກາຍເປັນເລືອດເສັຽນຶ່ງສ່ວນສາມ 9 ສາຣະພັດໃນທະເລທີ່ມີຊີວິດຢູ່ກໍຕາຍເສັຽນຶ່ງສ່ວນສາມ ແລະບັນດາເຮືອສະເພົາກໍຖືກທຳລາຍເສັຽນຶ່ງສ່ວນສາມ 10 ເມື່ອເທວະດາຕົນທີ່ສາມເປົ່າແກຂຶ້ນ ກໍມີດາວໃຫຍ່ດວງນຶ່ງລຸກເປັນໄຟເຫມືອນກະບອງຕົກຈາກທ້ອງຟ້າ ດາວນັ້ນຕົກໃສ່ແມ່ນ້ຳນຶ່ງສ່ວນສາມ ແລະຕົກໃສ່ນ້ຳພຸທັງຫລາຍ 11 ດາວດວງນີ້ມີຊື່ວ່າ ອັບຊິນໂຕ ຣົດຂອງນ້ຳຈຶ່ງກາຍເປັນຣົດຂົມນຶ່ງສ່ວນສາມ ແລະຄົນຈຳນວນຫລວງຫລາຍໄດ້ຕາຍເພາະນ້ຳນັ້ນມີຣົດຂົມ 12 ເມື່ອເທວະດາຕົນທີ່ສີ່ເປົ່າແກຂຶ້ນ ດວງອາທິດກໍຖືກທຳລາຍເສັຽນຶ່ງສ່ວນສາມ ດວງຈັນແລະດວງດາວທັງຫລາຍກໍເຫມືອນກັນ ຈຶ່ງມືດໄປເຖິງນຶ່ງສ່ວນສາມ ກາງເວັນບໍ່ສວ່າງນຶ່ງສ່ວນສາມ ແລະກາງຄືນກໍເຫມືອນກັນ 13 ແລ້ວຂ້າພະເຈົ້າກໍເບິ່ງ ແລະໄດ້ຍິນນົກອິນຊີໂຕນຶ່ງທີ່ບິນຢູ່ໃນທ້ອງຟ້າ ຮ້ອງດັງຂຶ້ນວ່າ, “ວິບັດ ວິບັດ ວິບັດຈະມີແກ່ຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກ ເພາະສຽງແກທີ່ເຫລືອ ຊຶ່ງເທວະດາສາມຕົນຈວນຈະເປົ່ານັ້ນ”
1 ເມື່ອເທວະດາຕົນທີ່ຫ້າເປົ່າແກຂຶ້ນ ຂ້າພະເຈົ້າກໍເຫັນດາວດວງນຶ່ງຕົກຈາກຟ້າລົງມາຍັງແຜ່ນດິນໂລກ ໄດ້ຮັບພຣະຣາຊທານຂໍກະແຈສຳລັບປ່ອງເຫວເລິກ 2 ເມື່ອດາວດວງນັ້ນໄຂປ່ອງເຫວອອກ ກໍມີຄວັນພຸ່ງຂຶ້ນມາຈາກເຫວນັ້ນເຫມືອນຄວັນທີ່ເຕົາໃຫຍ່ ດວງອາທິດແລະອາກາດກໍມືດໄປເພາະເຫດຄວັນທີ່ຂຶ້ນມາຈາກເຫວນັ້ນ 3 ມີຝູງຕັກແຕນບິນອອກຈາກຄວັນນັ້ນມາຍັງແຜ່ນດິນໂລກ ພຣະເຈົ້າຊົງພຣະຣາຊທານອຳນາດແກ່ຕັກແຕນນັ້ນ ເຫມືອນກັບອຳນາດແມງງອດທີ່ແຜ່ນດິນໂລກ 4 ພຣະເຈົ້າຊົງຫ້າມມັນບໍ່ໃຫ້ທຳຮ້າຍຫຍ້າເທິງແຜ່ນດິນໂລກ ສິ່ງຂຽວສົດຫລືຕົ້ນໄມ້ໃດໆ ແຕ່ໃຫ້ທຳຮ້າຍຄົນເຫລົ່ານັ້ນທີ່ບໍ່ມີປະທັບຕາຂອງພຣະເຈົ້າທີ່ຫນ້າຜາກຂອງເຂົາເທົ່ານັ້ນ 5 ພຣະອົງບໍ່ຊົງອະນຸຍາດໃຫ້ມັນຂ້າຄົນເຫລົ່ານັ້ນ ແຕ່ໃຫ້ທໍຣະມານເຂົາໃນລະຫວ່າງຫ້າເດືອນ ການທໍຣະມານນັ້ນເຫມືອນກັບແມງງອດຕອດ 6 ໃນລະຫວ່າງນັ້ນຄົນທັງຫລາຍຈະສແວງຫາຄວາມຕາຍ ແຕ່ຈະບໍ່ພົບຈັກເທື່ອ ເຂົາປາຖນາຈະຕາຍ ແຕ່ຄວາມຕາຍຈະປົບຫນີໄປຈາກເຂົາ 7 ລັກສະນະອາການຕັກແຕນເຫລົ່ານັ້ນເຫມືອນມ້າທີ່ຫ້າງໄວ້ແລ້ວສຳລັບການເສິກ ເທິງຫົວມັນມີສິ່ງນຶ່ງເຫມືອນພວງມາລັຍຄຳ ຫນ້າຂອງມັນເຫມືອນຫນ້າມະນຸດ 8 ຜົມມັນເຫມືອນຜົມຜູ້ຍິງ ແລະແຂ້ວມັນເຫມືອນແຂ້ວສິງ 9 ມັນມີສິ່ງນຶ່ງເຫມືອນເຄື່ອງເຫລັກປ້ອງກັນຫນ້າເອິກ ສຽງປີກຂອງມັນເຫມືອນສຽງຣົດທຽມມ້າຈຳນວນຫລາຍແລ່ນເຂົ້າຮົບເສິກ 10 ມັນມີຫາງເຫມືອນຫາງແມງງອດ ມີໄລຕອດໃນຫາງນັ້ນ ມັນມີອຳນາດທີ່ຈະທຳຮ້າຍມະນຸດ
ຕລອດຫ້າເດືອນ
11 ມັນມີກະສັດອົງນຶ່ງຄຸ້ມຄອງ ກະສັດນັ້ນຄືບໍຣິວານຂອງເຫວເລິກນັ້ນ ບໍຣິວານນັ້ນຕາມພາສາເຣັບເຣີເອີ້ນວ່າ ອາໂປລີໂອນ 12 ວິບັດອັນຕົ້ນຜ່ານໄປແລ້ວ ເບິ່ງແມ໋, ຍັງຈະມີວິບັດສອງປະການທີ່ຈະເກີດຂຶ້ນໃນພາຍຫນ້າ 13 ເມື່ອເທວະດາຕົນທີ່ຫົກເປົ່າແກຂຶ້ນ ຂ້າພະເຈົ້າໄດ້ຍິນສຽງອອກມາຈາກຮູບເຂົາທີ່ແຈທັງສີ່ຂອງແທ່ນຄຳ ຊຶ່ງຢູ່ຕໍ່ພຣະພັກພຣະເຈົ້ານັ້ນ 14 ສັ່ງແກ່ເທວະດາຕົນທີ່ຫົກທີ່ຖືແກນັ້ນວ່າ, “ຈົ່ງແກ້ປ່ອຍເທວະດາທັງສີ່ ຊຶ່ງຖືກມັດໄວ້ທີ່ແມ່ນ້ຳເອີຟຣາດນັ້ນເສັຽ” 15 ເທວະດາເຫລົ່ານັ້ນຖືກປ່ອຍໄປແລ້ວ ຄືເທວະດາທັງສີ່ທີ່ພຣະເຈົ້າຊົງຈັດໄວ້ແລ້ວສຳລັບຊົ່ວໂມງ ວັນ ເດືອນ ແລະປີນັ້ນ ເພື່ອໄປຂ້າມະນຸດນຶ່ງສ່ວນສາມເສັຽ 16 ມີພົນທະຫານມ້າສອງຮ້ອຍລ້ານຄົນ ຕາມຈຳນວນທີ່ຂ້າພະເຈົ້າໄດ້ຍິນ 17 ໃນນິມິດທີ່ຂ້າພະເຈົ້າໄດ້ເຫັນນັ້ນກໍເປັນດັ່ງນີ້ ມີຝູງມ້າ ແລະຜູ້ທີ່ຂີ່ມ້ານັ້ນມີເຄື່ອງປ້ອງກັນເອິກເປັນສີໄຟ ສີນ້ຳເງິນ ແລະມີມາດ ຫົວມ້າເຫລົ່ານັ້ນເຫມືອນຫົວສິງ ມີໄຟແລະຄວັນກັບມາດພຸ່ງອອກມາຈາກປາກມັນ 18 ມະນຸດຖືກຂ້າເສັຽນຶ່ງສ່ວນສາມດ້ວຍພັຍອັນຕະຣາຍສາມຢ່າງນີ້ຄື ໄຟ ຄວັນ ແລະມາດ ທີ່ພຸ່ງອອກມາຈາກປາກມ້ານັ້ນ 19 ເພາະຣິດຂອງມ້ານັ້ນມີຢູ່ໃນປາກ ແລະໃນຫາງຂອງມັນຄືກັບງູ ແລະມີຫົວ ສິ່ງເຫລົ່ານີ້ເຂົາໃຊ້ທຳຮ້າຍມະນຸດໄດ້ 20 ສ່ວນມະນຸດທັງຫລາຍທີ່ຍັງເຫລືອຢູ່ ຊຶ່ງບໍ່ໄດ້ຖືກຂ້າດ້ວຍໄພອັນຕະຣາຍເຫລົ່ານັ້ນ ກໍບໍ່ໄດ້ກັບໃຈເສັຽໃຫມ່ຈາກກິຈການທີ່ຕົນໄດ້ເຮັດ ບໍ່ໄດ້ເລີກບູຊາຜີ ບູຊາພຣະທຽມທີ່ເຮັດດ້ວຍຄຳ ເງິນ ທອງເຫລືອງ ດ້ວຍຫີນແລະໄມ້ ຊຶ່ງບໍ່ສາມາດຈະເຫັນ ຈະໄດ້ຍິນ ຫລືຈະຍ່າງໄປໄດ້ 21 ເຂົາບໍ່ໄດ້ກັບໃຈເສັຽໃຫມ່ ເລີກຈາກການຂ້າຟັນກັນ ການເຊື່ອເວດມົນຄາຖາ ການຜິດຊາຍຍິງ ແລະການລັກຂອງຕົນ
ເທວະດາແລະຫນັງສືມ້ວນນ້ອຍ
1 ຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີຣິດອີກຕົນນຶ່ງລົງມາຈາກສວັນ ມີເມກປົກຄຸມຕົວໄວ້ແລະມີຮຸ້ງກິນນ້ຳຢູ່ເທິງຫົວ ຫນ້າຂອງທ່ານເຫມືອນດວງອາທິດແລະຂາກໍເຫມືອນເຕົາໄຟ 2 ທ່ານຖືຫນັງສືມ້ວນນ້ອຍນຶ່ງມ້ວນທີ່ພືຢູ່ໃນມື ຕີນເບື້ອງຂວາຢຽບນ້ຳທະເລແລະຕີນເບື້ອງຊ້າຍຢຽບບົກ 3 ທ່ານຮ້ອງດັງເຫມືອນດັ່ງສິງຮ້ອງ ເມື່ອທ່ານຮ້ອງ ສຽງຟ້າຮ້ອງທັງເຈັດກໍດັງຂຶ້ນ 4 ເມື່ອສຽງຟ້າຮ້ອງທັງເຈັດດັງຂຶ້ນແລ້ວ ຂ້າພະເຈົ້າກໍລົງມືຈະຂຽນ ແຕ່ຂ້າພະເຈົ້າໄດ້ຍິນພຣະສຸຣະສຽງຈາກສວັນຊົງກ່າວວ່າ, “ສິ່ງທີ່ຟ້າຮ້ອງທັງເຈັດໄດ້ຮ້ອງແລ້ວນັ້ນ ຈົ່ງປະທັບຕາອັດໄວ້ ຢ່າໄດ້ຂຽນ” 5 ຝ່າຍເທວະດາຕົນທີ່ຂ້າພະເຈົ້າໄດ້ເຫັນຢືນເທິງທະເລແລະເທິງບົກນັ້ນໄດ້ຍໍມືຂວາຂຶ້ນໃສ່ຟ້າ 6 ແລະສາບານໂດຍອ້າງອອກພຣະນາມຂອງພຣະອົງຜູ້ຊົງຢູ່ເປັນນິດ ຜູ້ຊົງສ້າງຟ້າສວັນແລະສັພສິ່ງທີ່ຢູ່ໃນສວັນນັ້ນ ຊົງສ້າງແຜ່ນດິນໂລກແລະສັພສິ່ງທີ່ມີຢູ່ໃນແຜ່ນດິນໂລກນັ້ນ ແລະຊົງສ້າງທະເລກັບສັພສິ່ງທິ່ມີຢູ່ໃນທະເລນັ້ນ ວ່າຈະບໍ່ມີການຊ້ານານອີກຕໍ່ໄປແລ້ວ 7 ແຕ່ໃນເວລາເທວະດາຕົນທີ່ເຈັດອອກສຽງ ຄືເວລາເປົ່າແກນັ້ນ ຄວາມເລິກລັບຂອງພຣະເຈົ້າ ທີ່ພຣະອົງໄດ້ຊົງປະກາດເປັນຂ່າວປະເສີດແກ່ພວກຂ້ອຍໃຊ້ຂອງພຣະອົງຄືພວກຜູ້ທຳນວາຍນັ້ນກໍຈະສຳເຣັດ 8 ແລ້ວພຣະສຸຣະສຽງທີ່ຂ້າພະເຈົ້າໄດ້ຍິນຈາກສວັນນັ້ນຊົງກ່າວກັບຂ້າພະເຈົ້າອີກວ່າ, “ຈົ່ງໄປຮັບເອົາຫນັງສືມ້ວນນັ້ນ ທີ່ພືຢູ່ໃນມືຂອງເທວະດາຕົນທີ່ຢືນຢູ່ເທິງທະເລແລະເທິງບົກນັ້ນ” 9 ຂ້າພະເຈົ້າຈຶ່ງໄປຫາເທວະດາຕົນນັ້ນ ແລະຂໍເອົາຫນັງສືມ້ວນນ້ອຍນັ້ນ ທ່ານໄດ້ຕອບຂ້າພະເຈົ້າວ່າ, “ເອົາໄປກິນເສັຽ ມັນຈະເຮັດໃຫ້ທ້ອງເຈົ້າຂົມ ແຕ່ໃນປາກຂອງເຈົ້າຈະຫວານເຫມືອນນ້ຳເຜິ້ງ” 10 ຂ້າພະເຈົ້າໄດ້ຮັບເອົາຫນັງສືມ້ວນນ້ອຍຈາກມືເທວະດາແລ້ວກໍກິນເສັຽ ໃນປາກຂ້າພະເຈົ້າມັນກໍຫວານເຫມືອນນ້ຳເຜິ້ງ ແຕ່ເມື່ອກິນແລ້ວທ້ອງຂອງຂ້າພະເຈົ້າກໍຂົມ 11 ແລ້ວຂ້າພະເຈົ້າໄດ້ຮັບສັ່ງວ່າ, “ເຈົ້າຕ້ອງທຳນວາຍອີກເຖິງເຣື່ອງຊົນຊາດທັງຫລາຍ ບັນດາປະຊາຊາດ ພາສາ ແລະກະສັດທັງຫລາຍ”
ພຍານທັງສອງ
1 ມີຜູ້ນຶ່ງໄດ້ເອົາໄມ້ແທກອັນນຶ່ງເຫມືອນໄມ້ຄ້ອນເທົ້າໃຫ້ຂ້າພະເຈົ້າ ແລ້ວສັ່ງວ່າ, “ຈົ່ງລຸກຂຶ້ນໄປແທກພຣະວິຫານຂອງພຣະເຈົ້າກັບແທ່ນບູຊາ ແລະນັບຈຳນວນຄົນທັງຫລາຍທີ່ນະມັສການຢູ່ທີ່ນັ້ນ 2 ແຕ່ບໍຣິເວນຂ້າງນອກພຣະວິຫານນັ້ນຈົ່ງເວັ້ນເສັຽ ຢ່າໄດ້ແທກ ເພາະວ່າບ່ອນນັ້ນໄດ້ຊົງມອບໃຫ້ຄົນຕ່າງຊາດແລ້ວ ເຂົາຈະຢຽບຢ່ຳນະຄອນສັກສິດໃນລະຫວ່າງສີ່ສິບສອງເດືອນ 3 ເຮົາຈະອະນຸຍາດໃຫ້ພຍານທັງສອງຂອງເຮົາ ແລະເຂົາຈະນຸ່ງຫົ່ມຜ້າຫຍາບ ແລະປະກາດພຣະທັມໄປຕລອດພັນສອງຮ້ອຍຫົກສິບວັນ” 4 ພຍານທັງສອງນັ້ນຄືຕົ້ນຫມາກກອກເທດສອງຕົ້ນ ແລະເຄື່ອງຮອງຕີນໂຄມສອງອັນທີ່ຕັ້ງຢູ່ພຣະພັກພຣະຜູ້ເປັນເຈົ້າຂອງແຜ່ນດິນໂລກ 5 ຖ້າຜູ້ໃດຢາກທຳຮ້າຍພຍານທັງສອງນັ້ນ ໄຟກໍຈະພຸ່ງອອກຈາກປາກຂອງເຂົາເຜົາຜານສັດຕຣູນັ້ນເສັຽ ແມ່ນແລ້ວ, ຖ້າຜູ້ໃດຢາກທໍາຮ້າຍເຂົາ ຜູ້ນັ້ນກໍຕ້ອງຕາຍຢ່າງນັ້ນ 6 ຝ່າຍພຍານທັງສອງນັ້ນມີສິດອຳນາດອັດທ້ອງຟ້າໄວ້ ເພື່ອບໍ່ໃຫ້ຝົນຕົກໃນລະຫວ່າງວັນເຫລົ່ານັ້ນ ທີ່ເຂົາກຳລັງປະກາດພຣະທັມ ແລະມີສິດອຳນາດໃຫ້ນ້ຳກາຍເປັນເລືອດໄດ້ ທັງມີສິດອຳນາດບັນດານໃຫ້ໄພອັນຕະຣາຍທຸກຢ່າງທໍຣະມານແຜ່ນດິນໂລກໄດ້ທຸກເວລາຕາມຄວາມປາຖນາ 7 ເມື່ອການພຍານຂອງເຂົາສິ້ນສຸດແລ້ວ ສັດຮ້າຍທີ່ຂຶ້ນມາຈາກເຫວເລິກນັ້ນ ກໍຈະສູ້ຮົບກັບເຂົາຈະຊະນະເຂົາ ແລະຈະຂ້າເຂົາເສັຽ 8 ແລະສົບຂອງເຂົາຈະຢູ່ທີ່ຖນົນໃນມະຫານະຄອນນັ້ນ ຊຶ່ງຕາມຄວາມປຽບທຽບເອີ້ນວ່າເມືອງໂຊໂດມແລະເອຢິບ ອັນເປັນເມືອງທີ່ອົງພຣະຜູ້ເປັນເຈົ້າຂອງເຂົາຊົງຖືກຄຶງໄວ້ທີ່ໄມ້ກາງແຂນ 9 ຄົນຫລາຍຊາດ ຫລາຍຕະກູນ ຫລາຍພາສາ ແລະຫລາຍປະເທດ ຈະເປັນສົບຂອງເຂົາຕລອດສາມວັນເຄິ່ງ ແລະຈະບໍ່ຍອມໃຫ້ເອົາສົບເຫລົ່ານັ້ນບັນຈຸໄວ້ໃນອຸບໂມງ 10 ແລະບັນດາຊາວໂລກຈະຊົມຊື່ນຍິນດີເພາະເຂົາ ຈະສນຸກມ່ວນຊື່ນ ຈະໃຫ້ຂອງຂວັນຊຶ່ງກັນແລະກັນ ເພາະຜູ້ປະກາດພຣະທັມທັງສອງນີ້ໄດ້ທໍຣະມານຊາວໂລກທັງຫລາຍ 11 ເມື່ອສາມວັນເຄິ່ງຜ່ານພົ້ນໄປແລ້ວ ລົມຊີວິດຊຶ່ງມາຈາກພຣະເຈົ້າໄດ້ເຂົ້າໃນສົບຂອງເຂົາ ເຂົາກໍລຸກຢືນຂຶ້ນ ແລະຄົນທັງຫລາຍທີ່ໄດ້ເຫັນເຂົາກໍມີຄວາມຢ້ານກົວຢ່າງໃຫຍ່ຫລວງ 12 ຄົນເຫລົ່ານັ້ນໄດ້ຍິນພຣະສຸຣະສຽງດັງມາຈາກສວັນ ຊົງກ່າວແກ່ເຂົາວ່າ, “ຈົ່ງຂຶ້ນມາທີ່ນີ້” ແລະພວກສັດຕຣູກໍໄດ້ເຫັນເຂົາຂຶ້ນເມືອໃນເມກເຂົ້າສູ່ສວັນ 13 ໃນເວລາໂມງນັ້ນບັງເກີດແຜ່ນດິນໄຫວຢ່າງໃຫຍ່ ແລະນຶ່ງສ່ວນສິບຂອງນະຄອນນັ້ນກໍເພພັງລົງ ຈຳນວນຄົນຕາຍເພາະແຜ່ນດິນໄຫວນັ້ນມີເຈັດພັນຄົນ ແລະຄົນທີ່ຍັງເຫລືອຢູ່ກໍເກີດມີຄວາມຢ້ານຢ່າງໃຫຍ່ຫລວງ ຈຶ່ງພາກັນຖວາຍພຣະກຽດແດ່ພຣະເຈົ້າແຫ່ງສວັນ 14 ວິບັດຖ້ວນສອງກໍຜ່ານໄປແລ້ວ ເບິ່ງແມ໋, ວິບັດຖ້ວນສາມກໍຈະມາເຖິງໃນໄວໆນີ້ແຫລະ
ແກ ທີ່ ເຈັດ
15 ເມື່ອເທວະດາຕົນທີ່ເຈັດໄດ້ເປົ່າແກຂຶ້ນແລ້ວ ມີຫລາຍສຽງໃນສວັນກ່າວດັງຂຶ້ນວ່າ, “ຣາຊອານາຈັກແຫ່ງພິພົບນີ້ ໄດ້ກາຍເປັນກຳມະສິດແຫ່ງອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ ແລະເປັນຂອງພຣະຄຣິດຂອງພຣະອົງ ພຣະອົງຈະຊົງສເວີຍຣາດຕລອດໄປເປັນນິດ” 16 ສ່ວນອະວຸໂສຊາວສີ່ທ່ານນັ້ນ ຊຶ່ງນັ່ງຢູ່ທີ່ບັນລັງຂອງຕົນຕໍ່ພຣະພັກພຣະເຈົ້າ ກໍຫມູບລົງນະມັສການພຣະເຈົ້າ ກາບທູນວ່າ, 17 “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳຣົງຢູ່ໃນປັດຈຸບັນນີ້ ແລະໄດ້ຊົງດຳຣົງຢູ່ໃນຄາວກ່ອນ ພວກຂ້າພຣະອົງໂມທະນາພຣະເດດພຣະຄຸນຂອງພຣະອົງ ເພາະພຣະອົງໄດ້ຊົງໃຊ້ຣິດທານຸພາບອັນໃຫຍ່ຫລວງຂອງພຣະອົງ ຈຶ່ງໄດ້ຊົງຕັ້ງຕົ້ນສເວີຍຣາດແຜ່ນດິນໂລກ 18 ຝ່າຍນາໆຊາດກໍມີຄວາມເຄືອງແຄ້ນ ແຕ່ພຣະພິໂຣດຂອງພຣະອົງກໍມາເຖິງແລ້ວ ເຖິງເວລາທີ່ຈະຊົງປະທານຮາງວັນ ແກ່ພວກຂ້ອຍໃຊ້ຂອງພຣະອົງ ຄືພວກຜູ້ປະກາດພຣະທັມແລະພວກໄພ່ພົນຂອງພຣະອົງ ແລະແກ່ທຸກຄົນທີ່ຢຳເກງພຣະນາມຂອງພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່ ແລະເຖິງເວລາແລ້ວທີ່ພຣະອົງຈະຊົງທຳລາຍພວກຄົນທີ່ທຳລາຍແຜ່ນດິນໂລກ” 19 ແລ້ວພຣະວິຫານຂອງພຣະເຈົ້າໃນມະຫາສວັນກໍໄຂອອກ ໃນພຣະວິຫານນັ້ນກໍເຫັນມີຫີບພຣະສັນຍາຂອງພຣະອົງ ແລ້ວກໍບັງເກີດມີຟ້າແມບ ສຽງຕ່າງໆກັບຟ້າຮ້ອງ ແຜ່ນດິນໄຫວ ທັງຫມາກເຫັບຢ່າງຫລວງຫລາຍ
ຜູ້ຍິງແລະພຍານາກ
1 ມີຫມາຍສຳຄັນອັນໃຫຍ່ປາກົດໃນສວັນ ຄືຜູ້ຍິງຄົນນຶ່ງມີດວງອາທິດຄຸມຕົວເຫມືອນອາພອນ ມີດວງຈັນຢູ່ໃຕ້ຕີນ ມີດາວສິບສອງດວງຢູ່ເທິງຫົວເຫມືອນພວງມາລັຍ 2 ຍິງນັ້ນມີທ້ອງແລະຮ້ອງຄາງເຈັບປວດຢູ່ ກຳລັງຈະເກີດລູກ 3 ມີຫມາຍສຳຄັນອີກຢ່າງນຶ່ງປາກົດໃນສວັນດັ່ງນີ້ ມີພຍານາກໃຫຍ່ສີແດງໂຕນຶ່ງ ມີເຈັດຫົວ ສິບເຂົາ ຢູ່ເທິງຫົວນັ້ນມີມົງກຸດເຈັດອັນ 4 ຫາງພຍານາກໄດ້ຟາດດວງດາວໃນທ້ອງຟ້ານຶ່ງສ່ວນສາມລົງໃສ່ແຜ່ນດິນໂລກ ແລະພຍານາກໂຕນັ້ນຢືນຢູ່ຕໍ່ຫນ້າຜູ້ທີ່ຈວນຈະເກີດລູກ ເພື່ອຈະກິນລູກນັ້ນເມື່ອເກີດແລ້ວ 5 ຜູ້ຍິງນັ້ນໄດ້ເກີດລູກຊາຍ ຜູ້ຊຶ່ງຈະປົກຄອງປະຊາຊາດທັງປວງດ້ວຍຄ້ອນເຫລັກ ແລະລູກນັ້ນໄດ້ຖືກຊົງຍົກຂຶ້ນເມືອເຖິງພຣະເຈົ້າ ແລະເຖິງພຣະຣາຊບັນລັງຂອງພຣະອົງ 6 ຝ່າຍຍິງນັ້ນໄດ້ຫນີເຂົ້າໄປອາໄສຢູ່ໃນປ່າ ທີ່ນາງມີບ່ອນຢູ່ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມໄວ້ໃຫ້ເພື່ອນາງຈະໄດ້ຮັບການລ້ຽງດູຢູ່ທີ່ນັ້ນລະຫວ່າງພັນສອງຮ້ອຍຫົກສິບວັນ 7 ຂນະນັ້ນໄດ້ເກີດສົງຄາມຂຶ້ນໃນຟ້າສວັນ ມີຄາເອນກັບເທພບໍຣິວານຂອງຕົນໄດ້ສູ້ຮົບກັບພຍານາກ ພຍານາກກັບບໍຣິວານຂອງມັນກໍຕໍ່ສູ້ 8 ແຕ່ຝ່າຍພຍານາກບໍ່ອາດຊັຍຊະນະໄດ້ ແລະພວກພຍານາກຈຶ່ງບໍ່ມີບ່ອນຢູ່ໃນສວັນຕໍ່ໄປອີກ 9 ພຍານາກໃຫຍ່ຊຶ່ງເປັນງູແຕ່ເດິກດຳບັນທີ່ເຂົາເອີ້ນວ່າ ເດັຽໂບໂລ ແລະ ຊາຕານ ຜູ້ຫລອກລວງມະນຸດທັງໂລກ ກໍຖືກຊັດຖິ້ມລົງເສັຽ ພຍານາກກັບບໍຣິວານຂອງມັນກໍຖືກຖິ້ມລົງເທິງແຜ່ນດິນໂລກ 10 ແລະຂ້າພະເຈົ້າໄດ້ຍິນສຽງດັງຂຶ້ນໃນສວັນວ່າ, “ບັດນີ້ຄວາມລອດພົ້ນ ຣິດເດດ ແລະຣາຊອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍກັບທັງອຳນາດພຣະຄຣິດຂອງພຣະອົງໄດ້ມາເຖິງແລ້ວ ເພາະວ່າຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາຕໍ່ ພຣະພັກພຣະເຈົ້າຂອງເຮົາທັງກາງເວັນແລະກາງຄືນ ກໍໄດ້ຖືກຖິ້ມລົງເສັຽແລ້ວ 11 ເຂົາເຫລົ່ານັ້ນໄດ້ຊະນະພຍານາກດ້ວຍພຣະໂລຫິດຂອງພຣະເມສານ້ອຍ ແລະເພາະຄໍາພຍານຂອງເຂົາເອງ ເພາະເຖິງແມ່ນວ່າເຂົາຈະຕາຍກໍບໍ່ເສັຽດາຍຊີວິດຂອງຕົນ 12 ເພາະເຫດນັ້ນແຫລະ, ສວັນກັບບັນດາຜູ້ທີ່ຢູ່ໃນສວັນ ຈຶ່ງຊົມຊື່ນຍິນດີ ແຕ່ວິບັດຈະມີແກ່ແຜ່ນດິນໂລກແລະນ້ຳທະເລ ເພາະວ່າມານໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນອັນໃຫຍ່ ເພາະມັນຮູ້ວ່າເວລາຂອງມັນມີນ້ອຍ” 13 ເມື່ອພຍານາກນັ້ນເຫັນວ່າຕົນຖືກຖິ້ມລົງເທິງແຜ່ນດິນໂລກແລ້ວ ມັນກໍໄລ່ຕິດຕາມຍິງທີ່ເກີດລູກຜູ້ຊາຍນັ້ນ 14 ແຕ່ພຣະເຈົ້າໄດ້ຊົງປະທານປີກນົກອິນຊີໃຫຍ່ສອງປີກໃຫ້ແກ່ຍິງນັ້ນ ເພື່ອໃຫ້ນາງບິນຫນີຈາກຫນ້າງູນັ້ນເຂົ້າໄປໃນປ່າ ເຖິງບ່ອນທີ່ນາງຈະໄດ້ຮັບການລ້ຽງດູໃນຊົ່ວເວລານຶ່ງ ສອງເວລາ ກັບເຄິ່ງເວລາ 15 ງູນັ້ນໄດ້ພົ່ນນ້ຳອອກຈາກປາກເຫມືອນແມ່ນ້ຳໄຫລຕາມຍິງນັ້ນເພື່ອຈະໃຫ້ພັດຍິງນັ້ນໄປ 16 ແຕ່ແຜ່ນດິນໄດ້ຊ່ອຍຍິງນັ້ນໄວ້ ໂດຍໄດ້ຍະຊ່ອງຮັບກືນເອົານ້ຳທີ່ພຍານາກໄດ້ພົ່ນອອກມານັ້ນ 17 ຝ່າຍພຍານາກກໍຄຽດແຄ້ນຍິງນັ້ນ ຈຶ່ງອອກໄປສູ້ຮົບກັບເຊື້ອສາຍຂອງຍິງນັ້ນທີ່ເຫລືອຢູ່ ຄືພວກທີ່ຖືຮັກສາຂໍ້ບັນຍັດຂອງພຣະເຈົ້າ ແລະທີ່ຍຶດຖືຄຳພຍານຝ່າຍພຣະເຢຊູ ມັນໄດ້ຢືນຢູ່ທີ່ຫາດຊາຍທະເລ
ສັດຮ້າຍສອງໂຕ
1 ແລະຂ້າພະເຈົ້າໄດ້ເຫັນສັດຣ້າຍໂຕນຶ່ງຂຶ້ນມາຈາກທະເລ ມີສິບເຂົາເຈັດຫົວທີ່ເຂົາທັງສິບມີມົງກຸດສິບອັນ ແລະທີ່ຫົວທັງເຈັດນັ້ນມີຊື່ເປັນຄຳຫມິ່ນປມາດ 2 ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນ ໂຕເຫມືອນເສືອດາວ ຕີນເຫມືອນຕີນຫມີ ແລະປາກເຫມືອນປາກສິງ ພຍານາກໄດ້ໃຫ້ຣິດເດດແລະບັນລັງກັບອຳນາດອັນໃຫຍ່ຫລວງຂອງຕົນແກ່ສັດຮ້າຍນັ້ນ 3 ຫົວຂອງສັດຮ້າຍນັ້ນຫົວນຶ່ງປະກົດເໝືອນກັບວ່າຖືກຟັນເຖິງຕາຍແລ້ວ ແຕ່ບາດແຜອັນໜ້າຈະຕາຍນັ້ນໄດ້ຖືກປົວໃຫ້ດີແລ້ວ ຄົນທັງໂລກໄດ້ຕິດຕາມສັດຮ້າຍນັ້ນໄປດ້ວຍຄວາມອັສຈັນໃຈ 4 ເຂົາບູຊາພຍານາກເພາະມັນໄດ້ໃຫ້ອຳນາດແກ່ສັດຮ້າຍນັ້ນ ແລະເຂົາໄດ້ບູຊາສັດຮ້າຍນັ້ນໂດຍກ່າວວ່າ, “ໃຜຈະປຽບປານກັບສັດນີ້ໄດ້ ແລະໃຜຈະສາມາດສູ້ຮົບກັບສັດນີ້ໄດ້” 5 ພຣະເຈົ້າຊົງອະນຸຍາດໃຫ້ສັດນັ້ນມີປາກເວົ້າຄຳຈອງຫອງແລະໝິ່ນປມາດ ແລະຊົງຍອມໃຫ້ມັນມີອຳນາດເຮັດຢ່າງນັ້ນຕລອດສີ່ສິບສອງເດືອນ 6 ມັນຕັ້ງຕົ້ນກ່າວຄຳໝິ່ນປມາດພຣະເຈົ້າ, ຕໍ່ພຣະນາມຂອງພຣະອົງ, ຕໍ່ສະຖານທີ່ສະຖິດຂອງພຣະອົງ, ແລະຕໍ່ຜູ້ທີ່ຢູ່ໃນສວັນ 7 ແລະໄດ້ຊົງຍອມໃຫ້ມັນສູ້ຮົບກັບບັນດາໄພ່ພົນຂອງພຣະເຈົ້າແລະຊະນະເຂົາ ຍັງຊົງປະທານໃຫ້ມັນມີອຳນາດເໜືອຊົນທຸກກະກຸນ, ທຸກຊາດ, ທຸກພາສາ, ແລະທຸກປະເທດ 8 ບັນດາຄົນທັງປວງທີ່ຢູ່ໃນໂລກຈະບູຊາສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ຊົງສ້າງໂລກຄືທະບຽນຂອງພຣະເມສານ້ອຍທີ່ຊົງຖືກຂ້າເສັຽນັ້ນ 9 ຖ້າຜູ້ໃດມີຫູ ຈົ່ງຟັງເອົາເທີນ 10 “ຜູ້ໃດທີ່ກຳນົດໄວ້ໃຫ້ໄປເປັນຊະເລີຍ ຜູ້ນັ້ນກໍຈະຕ້ອງໄປເປັນຊະເລີຍ ຜູ້ໃດທີ່ກຳນົດໄວ້ໃຫ້ຕາຍດ້ວຍດາບ ຜູ້ນັ້ນກໍຈະຕ້ອງຖືກຂ້າດ້ວຍດາບ” ນີ້ແຫລະ, ຄືຄວາມອົດທົນແລະຄວາມເຊື່ອທີ່ພວກໄພ່ພົນຂອງພຣະເຈົ້າຈະຕ້ອງມີ 11 ແລ້ວຂ້າພະເຈົ້າເຫັນສັດຮ້າຍໂຕນຶ່ງຂຶ້ນມາຈາກພື້ນດິນ ມີສອງເຂົາເຫມືອນແກະນ້ອຍແລະກ່າວຄຳເຫມືອນພຍານາກ 12 ມັນໃຊ້ອຳນາດສັດຮ້າຍໂຕເດີມນັ້ນຢ່າງຄົບຖ້ວນ ແລະຕໍ່ຫນ້າມັນ ມັນເຮັດໃຫ້ໂລກແລະຄົນທີ່ຢູ່ໃນໂລກບູຊາສັດຮ້າຍໂຕເດີມນັ້ນ ຊຶ່ງບາດແຜອັນເປັນຫນ້າຈະຕາຍນັ້ນໄດ້ຖືກປົວໃຫ້ດີແລ້ວ 13 ສັດຮ້າຍນີ້ສະແດງຫມາຍສຳຄັນອັນໃຫຍ່ ຈົນເຮັດໃຫ້ໄຟຕົກຈາກຟ້າລົງສູ່ແຜ່ນດິນໂລກຕໍ່ຕາມະນຸດ 14 ມັນຫລອກລວງຄົນທັງຫລາຍທີ່ຢູ່ໃນໂລກດ້ວຍຫມາຍສຳຄັນ ທີ່ຊົງຍອມໃຫ້ມັນເຣັດຕໍ່ຫນ້າສັດຮ້າຍໂຕເດີມນັ້ນ ແລະມັນສັ່ງໃຫ້ເຂົາສ້າງຮູບສັດຮ້າຍທີ່ຖືກຟັນດ້ວຍດາບແຕ່ຍັງບໍ່ຕາຍນັ້ນ 15 ຊົງຍອມໃຫ້ມັນມີອຳນາດທີ່ຈະໃຫ້ລົມຫັນໃຈແກ່ຮູບສັດນັ້ນ ເພື່ອຮູບສັດນັ້ນຈະປາກໄດ້ ແລະໃຫ້ມີອຳນາດເຣັດໃຫ້ບັນດາຄົນທີ່ບໍ່ຍອມບູຊາຮູບສັດຮ້າຍນັ້ນເຖິງແກ່ຄວາມຕາຍ 16 ມັນຍັງເຮັດໃຫ້ຄົນທັງປວງທັງນ້ອຍແລະໃຫຍ່ ທັງຮັ່ງມີແລະຍາກຈົນ ທັງເສຣີແລະຂ້ອຍຂ້າ ໄດ້ຮັບເຄື່ອງຫມາຍໄວ້ທີ່ມືຂວາຫລືທີ່ຫນ້າຜາກຂອງເຂົາ 17 ເພື່ອບໍ່ໃຫ້ຜູ້ໃດຊື້ຫລືຂາຍໄດ້ ເວັ້ນໄວ້ແຕ່ຜູ້ທີ່ມີເຄື່ອງຫມາຍນັ້ນ ຊຶ່ງເປັນຊື່ຂອງສັດຮ້າຍຫລືເລກທີ່ຫມາຍເຖິງຊື່ມັນນັ້ນ 18 ໃນເຣື່ອງນີ້ຕ້ອງໃຊ້ສະຕິປັນຍາຄວາມຮູ້ ຖ້າຜູ້ໃດມີຄວາມເຂົ້າໃຈກໍໃຫ້ຄິດເລກຂອງສັດນັ້ນ ເພາະເປັນເລກຂອງບຸກຄົນຜູ້ນຶ່ງ ເລກຂອງມັນຄືຫົກຮ້ອຍຫົກສິບຫົກ
ເພງຂອງຄົນແສນສີ່ຫມື່ນສີ່ພັນ
1 ຂ້າພະເຈົ້າໄດ້ເຫັນແລະດັ່ງນີ້ ພຣະເມສານ້ອຍຊົງຢືນຢູ່ທີ່ພູຊີໂອນ ແລະຜູ້ທີ່ຢູ່ກັບພຣະອົງມີຈຳນວນແສນສີ່ຫມື່ນສີ່ພັນຄົນ ຊຶ່ງເປັນຜູ້ທີ່ມີພຣະນາມຂອງພຣະອົງແລະພຣະນາມພຣະບິດາຂອງພຣະອົງຂຽນໄວ້ທີ່ຫນ້າຜາກຂອງເຂົາ 2 ຂ້າພະເຈົ້າໄດ້ຍິນສຽງດັງຈາກສວັນເຫມືອນສຽງນ້ຳອັນຫລວງຫລາຍ ແລະເຫມືອນສຽງຟ້າຮ້ອງດັງສນັ່ນ ສຽງທີ່ຂ້າພະເຈົ້າໄດ້ຍິນນັ້ນກໍເຫມືອນສຽງນັກດີດພິນກຳລັງດີດພິນຢູ່ 3 ຄົນເຫລົ່ານັ້ນຮ້ອງເພງບົດໃຫມ່ຕໍ່ຫນ້າພຣະຣາຊບັນລັງ ຕໍ່ຫນ້າສັດທັງສີ່ ແລະຕໍ່ຫນ້າພວກຜູ້ອະວຸໂສ ບໍ່ມີຜູ້ໃດສາມາດຮຽນຮູ້ເພງບົດນັ້ນໄດ້ ເວັ້ນແຕ່ຄົນແສນສີ່ຫມື່ນສີ່ພັນນັ້ນທີ່ໄດ້ຊົງໄຖ່ໄວ້ແລ້ວຈາກແຜ່ນດິນໂລກ 4 ຄົນເຫລົ່ນນີ້ແຫລະ, ເປັນຜູ້ທີ່ບໍ່ມີຄວາມຊົ່ວມົວຫມອງກັບຜູ້ຍິງ ເພາະເຂົາເປັນພວກພົມມະຈາຣີ ພຣະເມສານ້ອຍສະເດັດໄປທາງໃດແມ່ນຄົນເຫລົ່ານີ້ທີ່ຕາມສະເດັດ ຄົນເຫລົ່ານີ້ແຫລະ, ທີ່ຊົງໄຖ່ໄວ້ຈາກມວນມະນຸດ ເພື່ອເປັນຜົນແຣກຖວາຍແດ່ພຣະເຈົ້າ ແລະແດ່ພຣະເມສານ້ອຍ 5 ຈະຫາຄວາມຕົວະໃນປາກຂອງເຂົາບໍ່ພົບ ເຂົາບໍ່ມີຈຸດດ່າງພ້ອຍແລ້ວ
ເທວະດາທັງສາມ
6 ແລ້ວຂ້າພະເຈົ້າໄດ້ເຫັນເທວະດາອີກຕົນນຶ່ງບິນໄປໃນທ້ອງຟ້າ ມີຂ່າວປະເສີດອັນຕລອດໄປເປັນນິດເພື່ອນຳໄປປະກາດແກ່ຊາວໂລກທັງປວງ ທຸກປະເທດ ທຸກຕະກູນ ທຸກພາສາ ແລະທຸກຊາດ 7 ເທວະດາຕົນນັ້ນໄດ້ຮ້ອງສຽງດັງຂຶ້ນວ່າ, “ຈົ່ງຢຳເກງພຣະເຈົ້າແລະຖວາຍພຣະກຽດແດ່ພຣະອົງ ເພາະເຖິງເວລາທີ່ພຣະອົງຈະຊົງພິພາກສາແລ້ວ ແລະຈົ່ງນະມັສການພຣະອົງຜູ້ຊົງສ້າງຟ້າສວັນ ແຜ່ນດິນໂລກ ນ້ຳທະເລ ກັບນ້ຳພຸທັງຫລາຍ” 8 ແລະເທວະດາອີກຕົນນຶ່ງເປັນຕົນທີ່ສອງໄດ້ຕາມໄປຮ້ອງຂຶ້ນວ່າ, “ບາບິໂລນມະຫານະຄອນນັ້ນຫລົ້ມຈົມແລ້ວ ຫລົ້ມຈົມເສັຽແລ້ວ ຄືນະຄອນທີ່ເຮັດໃຫ້ປະຊາຊາດທັງປວງດື່ມເຫລົ້າແວງປຸກຢ່າງເຫລືອເກີນຂອງຕົນ ຕາມຄວາມປາຖນາທາງກາມ” 9 ມີເທວະດາອີກຕົນນຶ່ງເປັນຕົນທີ່ສາມ ຕາມໄປຮ້ອງສຽງດັງຂຶ້ນວ່າ, “ຖ້າຜູ້ໃດບູຊາສັດຮ້າຍແລະຮູບຂອງມັນ ແລະຮັບເຄື່ອງຫມາຍນັ້ນໄວ້ທີ່ຫນ້າຜາກຫລືທີ່ມື 10 ຜູ້ນັ້ນແຫລະ, ຈະຕ້ອງດື່ມເຫລົ້າແວງແຫ່ງພຣະພິໂຣດຂອງພຣະເຈົ້າ ທີ່ຊົງຖອກລົງໃນຈອກແຫ່ງພຣະພິໂຣດນັ້ນໂດຍບໍ່ປົນກັບສິ່ງໃດ ຜູ້ນັ້ນຈະຕ້ອງຖືກທໍຣະມານໃນໄຟກັບມາດຕໍ່ຫນ້າຝູງເທວະດາບໍຣິສຸດ ແລະຕໍ່ພຣະພັກພຣະເມສານ້ອຍ 11 ຄວັນແຫ່ງການທໍຣະມານຂອງເຂົາກໍພຸ່ງຂຶ້ນຕລອດໄປເປັນນິດ ຄົນທັງຫລາຍທີ່ບູຊາສັດຮ້າຍແລະຮູບຂອງມັນ ກັບຜູ້ທີ່ຮັບເຄື່ອງຫມາຍຊື່ຂອງມັນນັ້ນ ຈະບໍ່ມີເວລາພັກຜ່ອນທັງກາງເວັນແລະກາງຄືນ 12 ໃນເຣື່ອງນີ້ພວກໄພ່ພົນຂອງພຣະເຈົ້າ ຄືຜູ້ທີ່ຖືຮັກສາຂໍ້ບັນຍັດຂອງພຣະເຈົ້າ ແລະຄວາມເຊື່ອຝ່າຍພຣະເຢຊູ ກໍຕ້ອງໃຊ້ຄວາມພຽນອົດທົນ 13 ແລະຂ້າພະເຈົ້າໄດ້ຍິນພຣະສຸຣະສຽງຈາກສວັນຊົງສັ່ງວ່າ, “ຈົ່ງຂຽນໄວ້ວ່າ ຄົນທັງຫລາຍທີ່ຕາຍໃນອົງພຣະຜູ້ເປັນເຈົ້າຕັ້ງແຕ່ນີ້ໄປກໍເປັນສຸກ” ແລະພຣະວິນຍານຊົງຢືນຢັນວ່າ, “ຈິງຢູ່ແລ້ວ ເພື່ອເຂົາຈະໄດ້ພັກຜ່ອນຈາກການເມື່ອຍຍາກຂອງຕົນ ເພາະວ່າການງານທີ່ເຂົາໄດ້ເຣັດນັ້ນກໍຕິດຕາມເຂົາໄປ”
ການກ່ຽວເກັບຜົນຂອງແຜ່ນດິນໂລກ
14 ຂ້າພະເຈົ້າໄດ້ເບິ່ງ ແລະດັ່ງນີ້ ມີເມກຂາວ ແລະມີຜູ້ນຶ່ງປະທັບເທິງເມກນັ້ນເຫມືອນກັບບຸດມະນຸດ ພຣະສຽນສວມພວງມາລັຍຄຳ ແລະພຣະຫັດຊົງຖືກ່ຽວດວງຄົມ 15 ມີເທວະດາອີກຕົນນຶ່ງອອກມາຈາກພຣະວິຫານ ຮ້ອງສຽງດັງຂຶ້ນທູນພຣະອົງຜູ້ປະທັບເທິງເມກນັ້ນວ່າ, “ຈົ່ງໃຊ້ກ່ຽວຂອງພຣະອົງກ່ຽວໄປເທີນ ເພາະເຖິງເວລາກ່ຽວແລ້ວ ດ້ວຍວ່າຜົນທີ່ຈະຕ້ອງເກັບກ່ຽວໃນແຜ່ນດິນໂລກກໍສຸກແລ້ວ” 16 ພຣະອົງຜູ້ຊົງປະທັບເທິງເມກນັ້ນໄດ້ຊົງໃຊ້ກ່ຽວນັ້ນເທິງແຜ່ນດິນໂລກ ແຜ່ນດິນໂລກຈຶ່ງໄດ້ຖືກກ່ຽວແລ້ວ 17 ມີເທວະດາອີກຕົນນຶ່ງອອກມາຈາກພຣະວິຫານໃນສວັນ ຖືກ່ຽວດວງຄົມເຫມືອນກັນ 18 ແລະມີເທວະດາອີກຕົນນຶ່ງຜູ້ມີອຳນາດເຫມືອນໄຟ ໄດ້ອອກມາຈາກແທ່ນບູຊາຮ້ອງບອກຜູ້ຖືກ່ຽວດວງຄົມດ້ວຍສຽງດັງວ່າ, “ຈົ່ງໃຊ້ກ່ຽວດວງຄົມຂອງທ່ານກ່ຽວພົ້ວຫມາກອະງຸ່ນແຫ່ງແຜ່ນດິນໂລກ ເພາະຫມາກອະງຸ່ນນັ້ນສຸກແລ້ວ” 19 ເທວະດາຕົນນັ້ນຈຶ່ງໃຊ້ກ່ຽວຂອງຕົນໄປເທິງແຜ່ນດິນໂລກ ເກັບກ່ຽວຜົນເຄືອອະງຸ່ນຂອງແຜ່ນດິນໂລກ ແລ້ວກໍຖິ້ມລົງໃນອ່າງໃຫຍ່ຢຽບຫມາກອະງຸ່ນແຫ່ງພຣະພິໂຣດຂອງພຣະເຈົ້າ 20 ອ່າງທີ່ເຂົາຢຽບນັ້ນຕັ້ງຢູ່ນອກເມືອງ ເລືອດຈຶ່ງໄຫລອອກຈາກອ່າງນັ້ນສູງເຖິງບັງຫຽນມ້າ ໄຫລນອງໄປປະມານແສນຫົກຫມື່ນວາ
ເທວະດາແລະໄພອັນຕະຣາຍປະການສຸດທ້າຍ
1 ຂ້າພະເຈົ້າໄດ້ເຫັນຫມາຍສຳຄັນອັນໃຫຍ່ຫລວງແລະຫນ້າອັດສະຈັນໃນສວັນອີກປະການນຶ່ງ ຄືມີເທວະດາເຈັດຕົນຖືໄພອັນຕະຣາຍເຈັດຢ່າງ ເປັນໄພອັນຕະຣາຍຄັ້ງສຸດທ້າຍ ເພາະວ່າພຣະພິໂຣດຂອງພຣະເຈົ້າກໍຄົບຖ້ວນລົງດ້ວຍໄພອັນຕະຣາຍເຫລົ່ານັ້ນ 2 ຂ້າພະເຈົ້າໄດ້ເຫັນເປັນເຫມືອນທະເລແກ້ວປົນໄຟ ແລະໄດ້ເຫັນບັນດາຄົນທີ່ຊະນະສັດຮ້າຍແລະຮູບຂອງມັນ ກັບເລກຫມາຍຊື່ຂອງມັນ ຢືນຢູ່ແຄມທະເລແກ້ວນັ້ນ ເຂົາຖືພິນທີ່ພຣະເຈົ້າຊົງປະທານ 3 ເຂົາຮ້ອງເພງຂອງໂມເຊຂ້ອຍໃຊ້ຂອງພຣະເຈົ້າແລະເພງຂອງພຣະເມສານ້ອຍນັ້ນວ່າ, “ຂ້າແດ່ພຣະເຈົ້າຜູ້ຊົງຣິດທານຸພາບອັນສູງສຸດ ພຣະຣາຊກິຈຂອງພຣະອົງກໍໃຫຍ່ຫລວງແລະຫນ້າອັດສະຈັນ ຂ້າແດ່ອົງພຣະມະຫາກະສັດແຫ່ງປະຊາຊາດທັງປວງ ວິຖີທາງຂອງພຣະອົງກໍຍຸດຕິທັມແລະທ່ຽງຈິງ 4 ຂ້າແດ່ອົງພຣະຜູ້ເປັນເຈົ້າ ໃຜຫນໍຈະບໍ່ຢຳເກງພຣະອົງ ແລະຈະບໍ່ຖວາຍພຣະກຽດແດ່ພຣະນາມຂອງພຣະອົງ ເພາະວ່າພຣະອົງຜູ້ດຽວຊົງເປັນຜູ້ບໍຣິສຸດ ປະຊາຊາດທັງປວງຈະມານະມັສການຕໍ່ພຣະພັກພຣະອົງ ເພາະກິຈການອັນຍຸດຕິທັມຂອງພຣະອົງກໍປາກົດຕໍ່ພຣະພັກພຣະອົງກໍປາກົດແຈ້ງແລ້ວ” 5 ຫລັງຈາກນີ້ຂ້າພະເຈົ້າໄດ້ເຫັນພຣະວິຫານໃນສວັນ ຄືສຳນັກຜ້າແຫ່ງຄຳພຍານໄຂອອກ 6 ເທວະດາເຈັດຕົນທີ່ຖືໄພອັນຕະຣາຍທັງເຈັດໄດ້ອອກມາຈາກພຣະວິຫານນັ້ນ ນຸ່ງຫົ່ມຜ້າປ່ານເນື້ອລະອຽດເສາະໃສ ແລະມີສາຍຮັດຄຳຮັດທີ່ຫນ້າເອິກ 7 ສັດໂຕນຶ່ງໃນສີ່ໂຕນັ້ນ ໄດ້ເອົາຂັນຄຳເຈັດຫນ່ວຍທີ່ເຕັມດ້ວຍພຣະພິໂຣດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ສືບໆໄປເປັນນິດ ຍື່ນໃຫ້ແກ່ເທວະດາທັງເຈັດຕົນນັ້ນ 8 ແລ້ວພຣະວິຫານກໍເຕັມໄປດ້ວຍຄວັນທີ່ມາຈາກພຣະຣັສມີຂອງພຣະເຈົ້າ ແລະຈາກຣິດທານຸພາບຂອງພຣະອົງ ບໍ່ມີຜູ້ໃດສາມາດເຂົ້າໄປໃນພຣະວິຫານນັ້ນໄດ້ ຈົນກວ່າໄພອັນຕະຣາຍທັງເຈັດຂອງເທວະດາເຈັດຕົນນັ້ນຈະໄດ້ສິ້ນສຸດລົງ
ຂັນແຫ່ງພຣະພິໂຣດ
1 ແລ້ວຂ້າພະເຈົ້າໄດ້ຍິນສຽງດັງອອກມາຈາກພຣະວິຫານ ສັ່ງເທວະດາເຈັດຕົນນັ້ນວ່າ, “ຈົ່ງໄປເສັຽ ເອົາຂັນທັງເຈັດຫນ່ວຍ 2 ເທວະດາຕົນແຣກຈຶ່ງອອກໄປເອົາຂັນຂອງຕົນຖອກລົງເທິງແຜ່ນດິນໂລກ ແລະຄົນທັງຫລາຍທີ່ມີເຄື່ອງຫມາຍຂອງສັດຮ້າຍ ແລະບູຊາຮູບຂອງມັນ ຈຶ່ງເກີດເປັນຝີຮ້າຍແຮງແລະເຈັບປວດ 3 ເທວະດາຕົນທີ່ສອງໄດ້ຖອກຂັນຂອງຕົນລົງໃສ່ທະເລ ແລ້ວນ້ຳທະເລກໍກາຍເປັນເລືອດເຫມືອນເລືອດຂອງຄົນຕາຍ ແລະບັນດາສິ່ງທີ່ມີຊີວິດຢູ່ນັ້ນກໍຕາຍຫມົດ 4 ເທວະດາຕົນທີ່ສາມໄດ້ຖອກຂັນຂອງຕົນລົງໃສ່ແມ່ນ້ຳແລະນ້ຳພຸທັງຫລາຍ ນ້ຳເຫລົ່ານັ້ນກໍກາຍເປັນເລືອດ 5 ແລ້ວຂ້າພະເຈົ້າໄດ້ຍິນເທວະດາແຫ່ງນ້ຳນັ້ນຮ້ອງວ່າ, “ຂ້າແດ່ອົງພຣະຜູ້ບໍຣິສຸດ ຜູ້ຊົງດຳຣົງ ຢູ່ບັດນີ້ ແລະຜູ້ຊົງດຳຣົງຢູ່ໃນຄາວກ່ອນ ພຣະອົງຊົງເປັນຜູ້ຍຸດຕິທັມ ເພາະພຣະອົງຊົງພິພາກສາເຫດການເຫລົ່ານີ້ 6 ເພາະຄົນເຫລົ່ານັ້ນໄດ້ເຮັດໃຫ້ເລືອດໄພ່ພົນຂອງພຣະເຈົ້າ ແລະຂອງພວກຜູ້ປະກາດພຣະທັມໄຫລອອກ ແລະພຣະອົງໄດ້ຊົງປະທານເລືອດໃຫ້ເຂົາດື່ມ ກໍສົມຄວນກັບການກະທຳຂອງເຂົາແລ້ວ” 7 ແລະຂ້າພະເຈົ້າໄດ້ຍິນແທ່ນບູຊາຮ້ອງວ່າ, “ຈິງຢູ່ແລ້ວ ອົງພຣະຜູ້ເປັນເຈົ້າຜູ້ຊົງມີຣິດທານຸພາບສູງສຸດ ການພິພາກສາຂອງພຣະອົງກໍທ່ຽງຈິງແລະຍຸດຕິທັມ” 8 ເທວະດາຕົນທີ່ສີ່ໄດ້ຖອກຂັນຂອງຕົນລົງໃສ່ດວງອາທິດ ດວງອາທິດຈຶ່ງໄດ້ຮັບພຣະຣາຊທານອຳນາດລວກມະນຸດດ້ວຍໄຟ 9 ມະນຸດທັງຫລາຍຈຶ່ງຖືກລວກດ້ວຍຄວາມຮ້ອນຮົນອັນແຮງກ້າ ແລະເຂົາໄດ້ປ້ອຍດ່າພຣະນາມຂອງພຣະເຈົ້າ ຜູ້ຊົງມີອຳນາດເຫນືອໄພອັນຕະຣາຍເຫລົ່ານັ້ນ ແລະເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ຖວາຍພຣະກຽດແດ່ພຣະອົງ 10 ເທວະດາຕົນທີ່ຫ້າໄດ້ຖອກຂັນຂອງຕົນລົງໃສ່ບັນລັງຂອງສັດຮ້າຍ ແລະອານາຈັກຂອງມັນກໍມືດໄປ ຄົນເຫລົ່ານັ້ນໄດ້ຂົບຄ້ຽວລີ້ນຂອງຕົນດ້ວຍຄວາມເຈັບປວດ 11 ເຂົາໄດ້ປ້ອຍດ່າພຣະເຈົ້າແຫ່ງສວັນ ເພາະຄວາມເຈັບປວດແລະເພາະຝີທີ່ເກີດຕາມຕົວ ແຕ່ເຂົາບໍ່ໄດ້ກັບໃຈເສັຽໃຫມ່ຈາກກິຈການຂອງຕົນ 12 ເທວະດາຕົນທີ່ຫົກໄດ້ຖອກຂັນຂອງຕົນລົງໃສ່ແມ່ນ້ຳໃຫຍ່ ຄືແມ່ນ້ຳເອີຟຣາດ ນ້ຳໃນແມ່ນ້ຳນັ້ນຈຶ່ງແຫ້ງໄປ ເພື່ອຈັດແຈງທາງໄວ້ສຳລັບກະສັດທັງຫລາຍທີ່ມາຈາກທິດຕາເວັນອອກ 13 ແລ້ວຂ້າພະເຈົ້າໄດ້ເຫັນຜີຖ່ອຍຮ້າຍສາມໂຕເຫມືອນກັບອອກມາຈາກປາກພຍານາກ ຈາກປາກສັດຮ້າຍ ແລະຈາກປາກຜູ້ປະກາດພຣະທັມປອມ 14 ດ້ວຍວ່າຜີເຫລົ່ານັ້ນເປັນຜີຮ້າຍທີ່ເຮັດຫມາຍສຳຄັນ ມັນອອກໄປຫາກະສັດທັງຫລາຍທົ່ວພິພົບ ເພື່ອໃຫ້ກະສັດເຫລົ່ານັ້ນມາຮ່ວມກັນສຳລັບການສົງຄາມ ໃນວັນອັນໃຫຍ່ຫລວງຂອງພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ 15 (“ເບິ່ງແມ໋, ເຮົາຈະມາເຫມືອນຂະໂມຍ ຄວາມສຸກຈະມີແກ່ຜູ້ທີ່ເຝົ້າລະວັງ ແລະແກ່ຜູ້ທີ່ຮັກສາເສື້ອຜ້າຂອງຕົນບໍ່ໃຫ້ຕົວເປືອຍກາຍ ຢ້ານວ່າຄົນທັງຫລາຍຈະເຫັນຄວາມລະອາຍຂອງຕົນ”) 16 ແລະຜີທັງສາມໂຕນັ້ນໄດ້ໃຫ້ກະສັດທັງຫລາຍມາຊຸມນຸມກັນໃນບ່ອນນຶ່ງ ຕາມພາສາເຮັບເຣີເອີ້ນວ່າ ອາມາເຄໂດນ 17 ເທວະດາຕົນທີ່ເຈັດໄດ້ຫຖືກຂັນຂອງຕົນລົງໃສ່ອາກາດ ແລະມີພຣະສຸຣະສຽງດັ່ງອອກມາຈາກພຣະຣາຊບັນລັງໃນພຣະວິຫານນັ້ນວ່າ, “ສຳເຣັດແລ້ວ” 18 ແລະເກີດມີຟ້າແມບ ມີສຽງດັງຕ່າງໆ ມີຟ້າຮ້ອງ ແລະເກີດແຜ່ນດິນໄຫວອັນໃຫຍ່ ຊຶ່ງຕັ້ງແຕ່ມີມະນຸດເກີດມາໃນໂລກ ບໍ່ເຄີຍມີແຜ່ນດິນໄຫວອັນໃຫຍ່ແລະຮ້າຍປານນີ້ຈັກເທື່ອ 19 ມະຫານະຄອນນັ້ນກໍແຍກອອກເປັນສາມສ່ວນ ແລະຫົວເມືອງທັງປວງຂອງນາໆປະເທດກໍຫລົ້ມຈົມ ພຣະເຈົ້າບໍ່ໄດ້ຊົງລືມມະຫານະຄອນບາບິໂລນ ແຕ່ໄດ້ຊົງໃຫ້ນະຄອນນັ້ນດື່ມຈອກເຫລົ້າແວງແຫ່ງພຣະພິໂຣດຂອງພຣະອົງ 20 ເກາະທຸກເກາະກໍເຄື່ອນຫນີໄປແລະຈະຊອກຫາພູທັງຫລາຍກໍບໍ່ພົບ 21 ມີຫມາກເຫັບໃຫຍ່ ກ້ອນລະຫ້າສິບກິໂລກຣາມ ຕົກລົງມາຈາກຟ້າຖືກຄົນທັງປວງ ເຂົາຈຶ່ງປ້ອຍດ່າພຣະເຈົ້າເພາະໄພອັນຕະຣາຍທີ່ເກີດຈາກຫມາກເຫັບນັ້ນ ດ້ວຍວ່າໄພອັນຕະຣາຍນັ້ນຮ້າຍແຣງເຫລືອເກີນ
ການພິພາກສາລົງໂທດຍິງໂສເພນີຄົນສຳຄັນ
1 ເທວະດາຕົນນຶ່ງໃນເຈັດຕົນທີ່ຖືຂັນທັງເຈັດຫນ່ວຍນັ້ນ ໄດ້ມາຫາຂ້າພະເຈົ້າແລະເວົ້າວ່າ, “ເຊີນມານີ້ເທີນ ເຮົາຈະໃຫ້ທ່ານເຫັນການຊົງພິພາກສາລົງໂທດຍິງໂສເພນີຄົນສຳຄັນ ທີ່ນັ່ງຢູ່ເທິງແມ່ນ້ຳອັນຫລວງຫລາຍ 2 ຄືຍິງນັ້ນທີ່ບັນດາກະສັດທົ່ວໂລກໄດ້ຫລີ້ນຜິດຊາຍຍິງກັບມັນ ແລະຊາວໂລກທັງຫລາຍໄດ້ມົວເມົາດ້ວຍເຫລົ້າແວງແຫ່ງການຜິດຊາຍຍິງຂອງມັນນັ້ນ” 3 ເທວະດາຕົນນັ້ນໄດ້ຍົກຂ້າພະເຈົ້າເຂົ້າໄປໃນປ່າໂດຍພຣະວິນຍານ ແລະຂ້າພະເຈົ້າໄດ້ເຫັນຜູ້ຍິງຄົນນຶ່ງ ນັ່ງຢູ່ເທິງຫລັງສັດຮ້າຍສີແດງເຂັ້ມໂຕນຶ່ງ ຊຶ່ງມີຊື່ຫລາຍຊື່ເປັນຄຳຫມິ່ນປມາດເຕັມໄປທັງໂຕມັນມີເຈັດຫົວແລະສິບເຂົາ 4 ຍິງນັ້ນນຸ່ງເຄື່ອງສີມ່ວງອ່ອນແລະສີແດງເຂັ້ມ ປະດັບປະດາດ້ວຍເຄື່ອງຄຳ ດ້ວຍເພັດພອຍຕ່າງໆແລະໄຂ່ມຸກ ມືຂອງຍິງນັ້ນຖືຈອກຄຳທີ່ເຕັມດ້ວຍຂອງຫນ້າກຽດຫນ້າຊັງ ແລະຂອງຂີ້ດຽດແຫ່ງການຜິດຊາຍຍິງຂອງຕົນ 5 ທີ່ຫນ້າຜາກມີຊື່ຂຽນໄວ້ເປັນຄວາມເລິກລັບວ່າ, “ບາບິໂລນມະຫານະຄອນ ແມ່ຂອງຍິງໂສເພນີທັງຫລາຍ ແລະແມ່ຂອງສິ່ງທັງປວງທີ່ຫນ້າກຽດຫນ້າຊັງໃນແຜ່ນດິນໂລກ” 6 ແລະຂ້າພະເຈົ້າໄດ້ເຫັນວ່າຍິງນັ້ນເມົາດ້ວຍເລືອດໄພ່ພົນຂອງພຣະເຈົ້າແລະດ້ວຍເລືອດຂອງບັນດາຜູ້ທີ່ຍອມສລະຊີວິດເພາະເປັນພຍານຝ່າຍພຣະເຢຊູເມື່ອຂ້າພະເຈົ້າເຫັນຍິງນັ້ນແລ້ວກໍອັດສະຈັນໃຈຫລາຍ 7 ເທວະດາຕົນນັ້ນຈຶ່ງຖາມຂ້າພະເຈົ້າວ່າ, “ເປັນຫຍັງທ່ານຈຶ່ງອັດສະຈັນ ເຮົາຈະບອກໃຫ້ທ່ານຮູ້ຄວາມຫມາຍຂໍ້ເລິກລັບຂອງຍິງນັ້ນ ແລະຂອງສັດຮ້າຍທີ່ມີເຈັດຫົວແລະສິບເຂົາ ຊຶ່ງເປັນພາຫະນະຂອງຍິງນັ້ນ 8 ສັດຮ້າຍທີ່ທ່ານໄດ້ເຫັນນັ້ນໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນຈວນຈະຂຶ້ນມາຈາກເຫວເລິກເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດຕັ້ງແຕ່ເລີ້ມຕົ້ນຊົງສ້າງໂລກນັ້ນ ກໍຈະປລາດໃຈເມື່ອເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະຈວນຈະປາກົດມາອີກ 9 ໃນເຣື່ອງນີ້ແຫລະ, ຕ້ອງໃຊ້ຈິດໃຈທີ່ມີສະຕິປັນຍາ ຫົວທັງເຈັດນັ້ນໄດ້ແກ່ພູນ້ອຍເຈັດຫນ່ວຍທີ່ຍິງນັ້ນນັ່ງຢູ່ ຄືໄດ້ແກ່ກະສັດເຈັດອົງ 10 ຊຶ່ງຫ້າອົງໄດ້ຊົງລ່ວງໄປແລ້ວ ອົງນຶ່ງກຳລັງຊົງເປັນຢູ່ ແລະອີກອົງນຶ່ງຍັງບໍ່ໄດ້ສະເດັດມາ ເມື່ອສະເດັດມາແລ້ວຈະຕ້ອງດຳຣົງຢູ່ຊົ່ວຂນະນຶ່ງ 11 ສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ນັ້ນ ກໍເປັນອົງຖ້ວນແປດ ແຕ່ຍັງເປັນອົງນຶ່ງໃນເຈັດອົງນັ້ນ ແລະຈະໄປສູ່ຄວາມຈິບຫາຍ 12 ເຂົາທັງສິບທີ່ທ່ານໄດ້ເຫັນນັ້ນ ໄດ້ແກ່ກະສັດສິບອົງທີ່ຍັງບໍ່ໄດ້ສເວີຍຣາຊສົມບັດ ແຕ່ຈະໄດ້ຮັບອຳນາດເຫມືອນກະສັດດ້ວຍກັນກັບສັດຮ້າຍນັ້ນນຶ່ງຊົ່ວໂມງ 13 ກະສັດເຫລົ່ານັ້ນມີນ້ຳພຣະທັຍຢ່າງດຽວກັນ ແລະຊົງມອບຣິດແລະອຳນາດຂອງຕົນໃຫ້ແກ່ສັດຮ້າຍນັ້ນ 14 ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີຊັຍຊະນະ ເພາະວ່າພຣະອົງເປັນຈອມເຈົ້ານາຍທັງຫລາຍແລະເປັນຈອມເຈົ້າກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາ ແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີຊັຍດ້ວຍກັນກັບພຣະອົງ 15 ເທວະດາຕົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ແມ່ນ້ຳທັງຫລາຍທີ່ທ່ານໄດ້ເຫັນຍິງໂສເພນີນັ່ງຢູ່ນັ້ນ ໄດ້ແກ່ຊົນຊາດ ມວນຊົນ ປະຊາຊາດ ແລະພາສາຕ່າງໆ 16 ເຂົາທັງສິບກັບສັດຮ້າຍທີ່ທ່ານໄດ້ເຫັນນັ້ນຈະພາກັນກຽດຊັງຍິງໂສເພນີ ຈະເຮັດໃຫ້ມັນຂາດມິດສະຫາຍແລະເປືອຍກາຍ ຈະກັດກິນຊີ້ນແລະຈະເອົາໄຟເຜົາມັນເສັຽ 17 ເພາະວ່າພຣະເຈົ້າໄດ້ຊົງດົນໃຈເຂົາໃຫ້ເຮັດຕາມພຣະປະສົງຂອງພຣະອົງ ໂດຍການຊົງເຣັດໃຫ້ເຂົາມີຄວາມຄຶດຢ່າງດຽວກັນ ຈຶ່ງໄດ້ມອບອານາຈັກຂອງຕົນໃຫ້ແກ່ສັດຮ້າຍນັ້ນ ຈົນເຖິງຈະສຳເຣັດຕາມພຣະທັມຂອງພຣະເຈົ້າ 18 ສ່ວນຜູ້ຍິງທີ່ທ່ານໄດ້ເຫັນນັ້ນໄດ້ແກ່ມະຫານະຄອນ ທີ່ມີອຳນາດເຫມືອນກະສັດທັງຫລາຍທົ່ວແຜ່ນດິນໂລກ”
ນະຄອນບາບິໂລນ
1 ຫລັງຈາກນີ້ຂ້າພະເຈົ້າໄດ້ເຫັນເທວະດາອີກຕົນນຶ່ງກຳລັງລົງມາຈາກສວັນ ມີອຳນາດອັນໃຫຍ່ຫລວງ ແລະແຜ່ນດິນໂລກໄດ້ສວ່າງຂຶ້ນດ້ວຍຣັສມີຂອງຕົນນັ້ນ 2 ເທວະດານັ້ນໄດ້ຮ້ອງປະກາດສຽງແຮງກ້າຂຶ້ນວ່າ, “ບາບິໂລນມະຫານະຄອນຫລົ້ມຈົມແລ້ວ ຫລົ້ມຈົມເສັຽແລ້ວ ມັນກາຍເປັນບ່ອນອາໄສຂອງຜີຮ້າຍ ເປັນບ່ອນລີ້ຊ່ອນຂອງຜີຖ່ອຍຮ້າຍທຸກຢ່າງ ແລະເປັນຄອນນົກບໍ່ສະອາດແລະຫນ້າກຽດທຸກຊະນິດ 3 ເພາະວ່າປະຊາຊາດທັງປວງໄດ້ດື່ມເຫລົ້າແວງປຸກຢ່າງເຫລືອເກີນແຫ່ງການຜິດຊາຍຍິງຂອງນະຄອນນັ້ນ ບັນດາກະສັດແຫ່ງແຜ່ນດິນໂລກໄດ້ລ່ວງຜິດຊາຍຍິງກັບນະຄອນນັ້ນ ແລະພໍ່ຄ້າທັງຫລາຍແຫ່ງແຜ່ນດິນໂລກໄດ້ລ້ຳລວຍດ້ວຍຊັບອັນຟຸ່ມເຟືອຍຂອງນະຄອນນັ້ນ” 4 ແລ້ວຂ້າພະເຈົ້າໄດ້ຍິນພຣະສຸຣະສຽງອີກ ປະກາດອອກມາຈາກສວັນວ່າ, “ໄພ່ພົນຂອງເຮົາເອີຍ, ຈົ່ງອອກມາຈາກນະຄອນນັ້ນເສັຽ ເພື່ອເຈົ້າທັງຫລາຍຈະບໍ່ໄດ້ເຂົ້າສ່ວນໃນການຜິດບາບຂອງມັນ ເພື່ອເຈົ້າຈະບໍ່ຖືກໄພອັນຕະຣາຍທີ່ຈະເກີດແກ່ມັນນັ້ນ 5 ເພາະວ່າບາບຂອງນະຄອນນັ້ນກອງສູງຂຶ້ນພຽງຟ້າແລ້ວ ແລະພຣະເຈົ້າໄດ້ຊົງຈົດຈຳການທຸຈຣິດຂອງມັນໄວ້ 6 ນະຄອນນັ້ນໄດ້ໃຫ້ຜົນຢ່າງໃດກໍຈົ່ງໃຫ້ຜົນແກ່ມັນຢ່າງນັ້ນ ແລະຈົ່ງຕອບແທນແກ່ການກະທຳຂອງມັນເປັນສອງທໍ່ ໃນຈອກທີ່ມັນໄດ້ປະສົມໄວ້ກໍຈົ່ງປະສົມລົງໃນຈອກນັ້ນສອງທໍ່ 7 ນະຄອນນັ້ນໄດ້ອວດຈອງຫອງແລະປ່ອຍຕົວໄປ ຕາມຄວາມສນຸກສນານເທົ່າໃດກໍຈົ່ງໃຫ້ມັນໄດ້ຣັບການທໍຣະມານແລະຄວາມໂສກເສົ້າຫລາຍເທົ່ານັ້ນ ເພາະມັນຄຶດໃນໃຈວ່າ “ເຮົາຢູ່ໃນຕຳແຫນ່ງຣາຊີນີ ບໍ່ແມ່ນແມ່ຫມ້າຍ ເຮົາຈະບໍ່ປະສົບຄວາມໂສກເສົ້າຈັກເທື່ອ” 8 ເຫດສັນນັ້ນໄພອັນຕະຣາຍຕ່າງໆຂອງນະຄອນນັ້ນຈະເກີດຂຶ້ນໃນວັນດຽວກັນ ຄືຄວາມຕາຍ ຄວາມໂສກເສົ້າ ຄວາມອຶດຢາກ ແລະໄຟຈະເຜົາມັນໃຫ້ຈິບຫາຍເສັຽ ເພາະວ່າອົງພຣະຜູ້ເປັນເຈົ້າ ຄືພຣະເຈົ້າຜູ້ຊົງພິພາກສານະຄອນນັ້ນຊົງປະກອບດ້ວຍພຣະກຳລັງ” 9 ບັນດາກະສັດແຫ່ງແຜ່ນດິນໂລກທີ່ໄດ້ລ່ວງຜິດຊາຍຍິງກັບນະຄອນນັ້ນ ແລະໄດ້ປ່ອຍຕົວໄປຕາມຄວາມສນຸກສນານຮ່ວມກັນນັ້ນ ເມື່ອໄດ້ເຫັນຄວັນໄຟທີ່ໄຫມ້ມັນກໍຈະຕີອົກຮ້ອງໄຫ້ 10 ກະສັດເຫລົ່ານັ້ນຈະຢືນຢູ່ຫ່າງໄກ ເພາະຢ້ານພັຍແຫ່ງການທີ່ທໍຣະມານຂອງນະຄອນນັ້ນ ແລະຈະກ່າວວ່າ, “ວິບັດ ວິບັດແລ້ວ ບາບິໂລນ ມະຫານະຄອນທີ່ແຂງແຮງເອີຍ, ເຈົ້າໄດ້ຖືກການພິພາກສາລົງໂທດເສັຽ ພາຍໃນຊົ່ວໂມງດຽວເທົ່ານັ້ນ” 11 ບັນດາພໍ່ຄ້າແຫ່ງແຜ່ນດິນໂລກຈະຮ້ອງໄຫ້ແລະໂສກເສົ້າເພາະນະຄອນນັ້ນ ດ້ວຍວ່າບໍ່ມີໃຜຈະຊື້ສິນຄ້າທີ່ເຂົາບັນທຸກມານັ້ນ 12 ສິນຄ້າເຫລົ່ານັ້ນຄືຄໍາ ເງິນ ເພັດພອຍຕ່າງໆ ໄຂ່ມຸກ ຜ້າປ່ານເນື້ອລະອຽດ ຜ້າສີມ່ວງອ່ອນ ຜ້າໄຫມ ຜ້າສີແດງເຂັ້ມ ໄມ້ຫອມທຸກຊະນິດ ເຄື່ອງໃຊ້ທຸກຊະນິດທີ່ເຮັດດ້ວຍງາ ດ້ວຍໄມ້ອັນມີຄ່າ ດ້ວຍທອງເຫລືອງ ດ້ວຍເຫລັກ ແລະດ້ວຍຫີນລາຍ 13 ແຄ ເຄື່ອງຫອມ ກຳຍານ ນ້ຳມັນຫອມ ເຄື່ອງຫອມເຜົາບູຊາ ເຫລົ້າແວງ ນ້ຳມັນ ເຂົ້າແປ້ງລະອຽດ ເຂົ້າບເລ ງົວ ແກະ ມ້າ ຣົດ ຂ້ອຍຂ້າ ແລະຊີວິດຈິດໃຈມະນຸດ 14 “ຜົນຊຶ່ງຈິດໃຈຂອງເຈົ້າປາຖນາຢາກໄດ້ນັ້ນ ກໍລ່ວງພົ້ນໄປຈາກເຈົ້າແລ້ວ ສິ່ງສາຣະພັດອັນປານີດວິເສດແລະງົດງາມເຫລື້ອມໃສ ກໍສູນເສັຽໄປຈາກເຈົ້າແລ້ວ ເຈົ້າຈະບໍ່ໄດ້ພົບສິ່ງເຫລົ່ານີ້ອີກຈັກເທື່ອ” 15 ບັນດາພໍ່ຄ້າທີ່ຂາຍສິ່ງຂອງເຫລົ່ານີ້ ຈົນເປັນຄົນຮັ່ງມີເພາະນະຄອນນັ້ນ ຈະຢືນຢູ່ຫ່າງໄກ ເພາະຢ້ານພັຍແຫ່ງການທໍຣະມານຂອງມັນ ເຂົາຈະຮ້ອງໄຫ້ແລະໂສກເສົ້າດ້ວຍສຽງດັງ 16 ວ່າ, “ວິບັດ ວິບັດແລ້ວ ມະຫານະຄອນນັ້ນ ທີ່ເຄີຍນຸ່ງຫົ່ມຜ້າປ່ານເນື້ອລະອຽດ ຜ້າສີມ່ວງອ່ອນ ຜ້າສີແດງເຂັ້ມ ທີ່ເຄີຍປະດັບຕົວດ້ວຍຄຳ ດ້ວຍເພັດພອຍຕ່າງໆແລະໄຂ່ມຸກນັ້ນ 17 ພຽງແຕ່ໃນຊົ່ວໂມງດຽວ ຊັບສົມບັດເຫລົ່ານັ້ນໄດ້ຖືກຊົງທຳລາຍເສັຽໄປຫມົດ” ນາຍສະເພົາທຸກຄົນ ແລະຄົນໂດຍສານ ບັນດາລູກເຮືອແລະຄົນທັງປວງທີ່ມີອາຊີບທາງທະເລກໍຢືນຫ່າງໄກ 18 ເມື່ອຄົນເຫລົ່ານັ້ນໄດ້ເຫັນຄວັນໄຟທີ່ໄຫມ້ນະຄອນນັ້ນກໍຮ້ອງວ່າ, “ນະຄອນໃດຫນໍ ຈະເປັນເຫມືອນມະຫານະຄອນນີ້” 19 ເຂົາໄດ້ເອົາຂີ້ຝຸ່ນດິນໃສ່ຫົວຂອງຕົນ ພ້ອມຮ້ອງໄຫ້ແລະໂສກເສົ້າເອີຍຂຶ້ນວ່າ, “ວິບັດ ວິບັດແລ້ວ ມະຫານະຄອນນີ້ ຊຶ່ງໄດ້ເຮັດໃຫ້ຄົນທັງປວງທີ່ມີສະເພົາເດີນທະເລ ເປັນຄົນຮັ່ງມີດ້ວຍຊັບສົມບັດຂອງມັນ ພາຍໃນຊົ່ວໂມງດຽວກໍຖືກຊົງທຳລາຍເສັຽໄປຫມົດ” 20 “ໂອ ຟ້າສວັນແລະບັນດາໄພ່ພົນຂອງພຣະເຈົ້າ ໂອ ອັຄສາວົກແລະຜູ້ປະກາດພຣະທັມທັງຫລາຍເອີຍ, ຈົ່ງຊົມຊື່ນຍິນດີເພາະນະຄອນນັ້ນ ດ້ວຍວ່າພຣະເຈົ້າໄດ້ຊົງພິພາກສາລົງໂທດນະຄອນນັ້ນ ເພື່ອເປັນການແກ້ແຄ້ນໃຫ້ທ່ານທັງຫລາຍແລ້ວ” 21 ແລ້ວມີເທວະດາຜູ້ມີຣິດຕົນນຶ່ງ ໄດ້ຍົກຫີນກ້ອນນຶ່ງເຫມືອນຫີນໂມ້ໃຫຍ່ ຖິ້ມລົງໃນທະເລກ່າວວ່າ, “ບາບິໂລນມະຫານະຄອນນັ້ນຈະຖືກຖິ້ມລົງໂດຍຮຸນແຮງຢ່າງນີ້ແຫລະ ແລ້ວຈະບໍ່ມີໃຜເຫັນມັນຕໍ່ໄປອີກຈັກເທື່ອ 22 ສຽງນັກດີດພິນ ນັກເສບ ນັກເປົ່າຂຸ່ຍ ແລະເປົ່າແກ ຈະບໍ່ໄດ້ຍິນໃນເຈົ້າຕໍ່ໄປອີກ ຈະບໍ່ພົບຄົນທີ່ມີວິຊາຊ່າງຢ່າງໃດຈັກຄົນໃນເຈົ້າຕໍ່ໄປອີກ ແລະສຽງໂມ້ແປ້ງຈະບໍ່ໄດ້ຍິນໃນເຈົ້າຕໍ່ໄປອີກຈັກເທື່ອ 23 ຈະບໍ່ມີແສງໂຄມສ່ອງສວ່າງໃນເຈົ້າຕໍ່ໄປອີກ ຈະບໍ່ມີໃຜໄດ້ຍິນສຽງເຈົ້າບ່າວເຈົ້າສາວໃນເຈົ້າຕໍ່ໄປຈັກເທື່ອ ເພາະວ່າບັນດາພໍ່ຄ້າຂອງເຈົ້າໄດ້ເປັນເຈົ້ານາຍແຫ່ງແຜ່ນດິນໂລກ ແລະບັນດາປະຊາຊາດໄດ້ຖືກຫລອກລວງດ້ວຍເວດມົນຄາຖາຂອງເຈົ້າ 24 ໃນນະຄອນນັ້ນເຂົາໄດ້ພົບເລືອດຂອງຜູ້ປະກາດພຣະທັມ ແລະຂອງພວກໄພ່ພົນຂອງພຣະເຈົ້າ ກັບເລືອດຂອງບັນດາຄົນທີ່ຖືກຂ້າເທິງແຜ່ນດິນໂລກນັ້ນ”
1 ຫລັງຈາກນັ້ນຂ້າພະເຈົ້າໄດ້ຍິນເຫມືອນສຽງດັງຂອງຝູງຄົນຈຳນວນຫລາຍໄວສວັນ ກຳລັງຮ້ອງວ່າ, “ອາເລລູຢາ ຄວາມພົ້ນ ສະງ່າຣາສີ ແລະຣິດເດດ ກໍເປັນຂອງພຣະເຈົ້າຂອງເຮົາທັງຫລາຍ 2 ເພາະວ່າການພິພາກສາຂອງພຣະອົງທ່ຽງຈິງແລະຍຸດຕິທັມ ພຣະອົງໄດ້ຊົງພິພາກສາລົງໂທດຍິງໂສເພນີຄົນສຳຄັນນັ້ນ ທີ່ໄດ້ເຮັດໃຫ້ແຜ່ນດິນໂລກຊົ່ວຮ້າຍໄປດ້ວຍການລ່ວງຜິດຊາຍຍິງຂອງຕົນ ເພື່ອເປັນການແກ້ແຄ້ນຍິງນັ້ນຍ້ອນເລືອດບັນດາຂ້ອຍໃຊ້ຂອງພຣະອົງ” 3 ຄົນເຫລົ່ານັ້ນຮ້ອງຂຶ້ນເປັນເທື່ອທີ່ສອງວ່າ, “ອາເລລູຢາ ຄວັນໄຟທີ່ໄຫມ້ນະຄອນນັ້ນກໍພຸ່ງຂຶ້ນຕລອດໄປເປັນນິດ” 4 ແລະພວກຜູ້ອະວຸໂສທັງຊາວສີ່ທ່ານກັບສັດທັງສີ່ນັ້ນ ກໍໄດ້ຂາບລົງນະມັສການພຣະເຈົ້າ ຜູ້ຊົງປະທັບເທິງພຣະຣາຊບັນລັງນັ້ນ ແລະຮ້ອງຂຶ້ນວ່າ, “ອາແມນ ອາເລລູຢາ” 5 ແລະມີສຽງດັງອອກມາຈາກພຣະຣາຊບັນລັງວ່າ, “ເຈົ້າທັງຫລາຍ ຜູ້ເປັນຂ້ອຍຂ້າຂອງພຣະອົງ ທີ່ຢຳເກງພຣະອົງ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຈົ່ງຖວາຍສັຣເສີນແດ່ພຣະເຈົ້າຂອງເຮົາທັງຫລາຍ”
ງານລ້ຽງມຸງຄຸນສົມຣົດຂອງພຣະເມສານ້ອຍ
6 ແລ້ວຂ້າພະເຈົ້າໄດ້ຍິນເຫມືອນສຽງຄົນຈຳນວນຫລວງຫລາຍ ເຫມືອນສຽງນ້ຳຫລາຍ ແລະເຫມືອນສຽງຟ້າຮ້ອງສຽງແຮງກ້າວ່າ, “ອາເລລູຢາ ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ຜູ້ຊົງຣິດທານຸພາບອັນສູງສຸດ ໄດ້ຊົງຂຶ້ນສເວີຍຣາຊແລ້ວ 7 ໃຫ້ເຮົາທັງຫລາຍຊົມຊື່ນຍິນດີແລະປິຕິຍິນດີ ພາກັນຖວາຍພຣະກຽດແດ່ພຣະອົງ ເພາະເຖິງເວລາມຸງຄຸນສົມຣົດຂອງພຣະເມສານ້ອຍແລ້ວ ແລະເຈົ້າສາວຂອງພຣະອົງໄດ້ຕຽມພ້ອມແລ້ວ 8 ແລະຊົງໂຜດໃຫ້ເຈົ້າສາວນັ້ນ ນຸ່ງຫົ່ມຜ້າປ່ານເນື້ອລະອຽດເສາະໃສແລະບໍຣິສຸດ” (ເພາະຜ້າປ່ານເນື້ອດີນັ້ນ ໄດ້ແກ່ການປະຕິບັດອັນຊອບທັມແຫ່ງພວກໄພ່ພົນຂອງພຣະເຈົ້າ) 9 ເທວະດາຕົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ຈົ່ງຂຽນໄວ້ວ່າ ຄວາມສຸກມີແກ່ຄົນທັງຫລາຍທີ່ໄດ້ຮັບເຊີນມາໃນງານລ້ຽງມຸງຄຸນສົມຣົດຂອງພຣະເມສານ້ອຍນັ້ນ” ແລະທ່ານໄດ້ບອກຂ້າພະເຈົ້າວ່າ, “ຖ້ອຍຄຳເຫລົ່ານີ້ເປັນພຣະທັມທ່ຽງແທ້ຂອງພຣະເຈົ້າ” 10 ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງແທບຕີນເທວະດານັ້ນເພື່ອຈະຂາບໄຫວ້ທ່ານ ແຕ່ທ່ານໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຂ້ອຍໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານທີ່ຍຶດຖືຄຳພຍານຝ່າຍພຣະເຢຊູ ຈົ່ງນະມັສການພຣະເຈົ້າ” ເພາະວ່າເນື້ອຄວາມຂອງການປະກາດພຣະທັມກໍເປັນຄຳພຍານຝ່າຍ ພຣະເຢຊູ
ຜູ້ປະທັບເທິງຫລັງມ້າຂາວ
11 ແລ້ວຂ້າພະເຈົ້າໄດ້ເຫັນສວັນໄຂອອກ ແລະດັ່ງນີ້ ມີມ້າຂາວໂຕນຶ່ງ ພຣະອົງຜູ້ປະທັບເທິງຫລັງມ້ານັ້ນຊົງພຣະນາມວ່າ “ສັດຊື່” ແລະ “ທ່ຽງແທ້” ພຣະອົງຊົງພິພາກສາແລະທຳເສິກດ້ວຍຄວາມຍຸດຕິທັມ 12 ພຣະເນດຂອງພຣະອົງເຫມືອນແປວໄຟ ເທິງພຣະສຽນຂອງພຣະອົງມີມົງກຸດຫລາຍອັນ ພຣະອົງຊົງມີພຣະນາມຈາຣຶກໄວ້ ຊຶ່ງບໍ່ມີຜູ້ໃດຮູ້ຈັກເວັ້ນໄວ້ແຕ່ພຣະອົງເອງ 13 ເສື້ອຄຸມທີ່ພຣະອົງຊົງພືນັ້ນກໍຈຸ່ມແລ້ວໃນເລືອດ ແລະພຣະນາມຂອງພຣະອົງເອີ້ນວ່າ “ພຣະທັມຂອງພຣະເຈົ້າ” 14 ຝູງກອງທັບໃນສວັນນຸ່ງຫົ່ມຜ້າປ່ານເນື້ອລະອຽດຂາວບໍຣິສຸດ ຂີ່ມ້າຂາວແຫ່ຕາມສະເດັດໄປ 15 ມີພຣະແສງດວງຄົມອອກມາຈາກພຣະໂອດຂອງພຣະອົງ ເພື່ອພຣະອົງຈະຊົງຟັນບັນດາປະຊາຊາດດ້ວຍພຣະແສງນັ້ນ ພຣະອົງນີ້ແຫລະ, ຈະຊົງຄຸ້ມຄອງເຂົາດ້ວຍຄ້ອນເຫລັກ ພຣະອົງຈະຊົງຢຽບຂຸມຢຽບຫມາກອະງຸ່ນແຫ່ງພຣະພິໂຣດອັນແຮງກ້າຂອງພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ 16 ພຣະອົງຊົງມີພຣະນາມຈາຣຶກໄວ້ທີ່ເຄື່ອງທົງ ແລະທີ່ພຣະອຸຣະຂອງພຣະອົງວ່າ, “ຈອມເຈົ້າກະສັດ” ແລະ “ຈອມເຈົ້ານາຍ” 17 ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນນຶ່ງຢືນຢູ່ໃນດວງອາທິດ ທ່ານປະກາດດ້ວຍສຽງດັງແກ່ນົກທັງປວງທີ່ບິນໄປມາໃນທ້ອງຟ້າວ່າ, “ຈົ່ງມາໂຮມກັນສຳລັບການກິນລ້ຽງອັນໃຫຍ່ຂອງພຣະເຈົ້າ 18 ເພື່ອຈະໄດ້ກິນຊີ້ນກະສັດ ຊີ້ນນາຍທະຫານ ຊີ້ນຊາຍສະກັນ ຊີ້ນມ້າແລະຊີໜຄົນຂີ່ມ້ານັ້ນ ແລະຊີ້ນປະຊາຊົນ ທັງເສຣີແລະຂ້ອຍຂ້ ທັງຜູ້ນ້ອຍແລະຜູ້ໃຫຍ່” 19 ແລະຂ້າພະເຈົ້າໄດ້ເຫັນສັດຮ້າຍແລະກະສັດທັງຫລາຍຂອງແຜ່ນດິນໂລກ ພ້ອມທັງກອງທັບຂອງກະສັດເຫລົ່ານັ້ນມາໂຮມກັນ ເພື່ອຮົບເສິກຕໍ່ສູ້ພຣະອົງຜູ້ປະທັບເທິງຫລັງມ້ານັ້ນ ແລະຕໍ່ສູ້ກອງທັບຂອງພຣະອົງ 20 ສັດຮ້າຍນັ້ນໄດ້ຖືກຈັບພ້ອມດ້ວຍຄົນທີ່ປອມຕົວເປັນຜູ້ປະກາດພຣະທັມ ທີ່ໄດ້ເຮັດຫມາຍສຳຄັນຕໍ່ຫນ້າສັດຮ້າຍນັ້ນ ແລະໃຊ້ຫມາຍສຳຄັນນັ້ນຫລອກລວງຄົນທັງຫລາຍທີ່ຮັບເຄື່ອງຫມາຍຂອງສັດຮ້າຍແລະບູຊາຮູບຂອງມັນ ເຂົາທັງສອງໄດ້ຖືກຖິ້ມລົງທັງເປັນໃນບຶງໄຟທີ່ໄຫມ້ຢູ່ດ້ວຍມາດ 21 ສ່ວນຄົນທີ່ຍັງເຫລືອຢູ່ນັ້ນ ໄດ້ຖືກຂ້າດ້ວຍພຣະແສງທີ່ອອກມາຈາກພຣະໂອດຂອງພຣະອົງ ຜູ້ຊົງປະທັບເທິງຫລັງມ້ານັ້ນ ແລະນົກທັງປວງກໍກິນຊີ້ນຂອງຄົນເຫລົ່ານັ້ນຈົນອີ່ມ
ລະຫວ່າງພັນປີ
1 ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນນຶ່ງລົງມາຈາກສວັນ ທ່ານຖືຂໍກະແຈຂອງເຫວເລິກ ແລະຖືໂສ້ເສັ້ນໃຫຍ່ 2 ທ່ານໄດ້ຈັບພຍານາກຊຶ່ງເປັນງູແຕ່ດຶກດຳບັນ ຄືພຍານາກແລະຊາຕານ ແລະໄດ້ຜູກມັດມັນໄວ້ລະຫວ່າງພັນປີ 3 ແລ້ວຖິ້ມມັນລົງໃນເຫວເລິກ ແລະລັ່ນກະແຈທັງຕີຕາປະທັບໃສ່ ເພື່ອບໍ່ໃຫ້ມັນຫລອກລວງບັນດາປະຊາຊາດອີກຕໍ່ໄປ ຈົນກ່ວາພັນປີນັ້ນລ່ວງໄປແລ້ວ ພາຍຫລັງນັ້ນຈຳເປັນຕ້ອງປ່ອຍມັນອອກໄປຊົ່ວຄາວ 4 ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພຍານຝ່າຍພຣະເຢຊູ ແລະເພາະພຣະທັມຂອງພຣະເຈົ້າຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງຫມາຍຂອງມັນຕິດໄວ້ທີ່ຫນ້າຜາກຫລືມືຂອງຕົນ ຄົນເຫລົ່ານັ້ນກັບຄືນມີຊີວິດໃຫມ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ 5 (ນອກຈາກຄົນເຫລົ່ານີ້ຄົນອື່ນໆທີ່ຕາຍແລ້ວບໍ່ໄດ້ກັບຄືນມີຊີວິດອີກ ຈົນກວ່າພັນປີນັ້ນລ່ວງໄປແລ້ວ) ນີ້ແຫລະ, ຄືການຄືນມາຈາກຕາຍຄັ້ງແຣກ 6 ຜູ້ໃດທີ່ມີສ່ວນໃນການຄືນມາຈາກຕາຍຄັ້ງແຣກ ຜູ້ນັ້ນແຫລະ, ກໍເປັນສຸກແລະບໍຣິສຸດ ຄວາມຕາຍຄັ້ງທີ່ສອງຈະບໍ່ມີອຳນາດເຫມືອນຄົນເຫລົ່ານັ້ນ ແຕ່ເຂົາຈະໄດ້ເປັນປະໂຣຫິດຂອງພຣະເຈົ້າແລະຂອງພຣະຄຣິດ ທັງຈະຄຸ້ມຄອງຮ່ວມກັບພຣະອົງໃນລະຫວ່າງພັນປີ 7 ເມື່ອພັນປີນັ້ນລ່ວງໄປແລ້ວ ຊາຕານຈະຖືກປ່ອຍອອກຈາກຄຸກບ່ອນຂັງມັນໄວ້ 8 ມັນຈະອອກໄປຫລອກລວງບັນດາປະຊາຊາດ ທີ່ຢູ່ໃນທິດທັງສີ່ຂອງແຜ່ນດິນໂລກ ຄື ໂຄກ ແລະມາໂຄກ ໃຫ້ມາໂຮມກັນເພື່ອການຮົບເສິກ ຈຳນວນຄົນຫລົ່ານັ້ນຫລາຍເຫມືອນເມັດຊາຍທີ່ທະເລ 9 ເຂົາໄດ້ຍົກທັບອອກໄປທົ່ວຫນ້າແຜ່ນດິນ ແລ້ວອ້ອມຄ້າຍພວກໄພ່ພົນຂອງພຣະເຈົ້າກັບນະຄອນທີ່ພຣະອົງຊົງຮັກນັ້ນ ແຕ່ໄຟໄດ້ຕົກລົງມາຈາກສວັນລ້າງຜານຄົນເຫລົ່ານັ້ນເສັຽ 10 ສ່ວນພຍາມານທີ່ຫລອກລວງຄົນເຫລົ່ານັ້ນ ກໍຖືກຖິ້ມລົງໃນບຶງໄຟປົນກັບມາດ ຄືບ່ອນທີ່ສັດຮ້າຍແລະຄົນທີ່ປອມຕົວເປັນຜູ້ປະກາດພຣະທັມຢູ່ໃນນັ້ນ ເຂົາຈະຕ້ອງທົນທຸກທໍຣະມານທັງກາງເວັນແລະກາງຄືນຕລອດໄປເປັນນິດ
ພຣະຣາຊບັນລັງອັນໃຫຍ່ສີຂາວແລະການຊົງພິພາກສາ
11 ແລ້ວຂ້າພະເຈົ້າໄດ້ເຫັນພຣະຣາຊບັນລັງໃຫຍ່ສີຂາວ ແລະເຫັນພຣະອົງຜູ້ຊົງປະທັບເທິງບັນລັງນັ້ນ ເມື່ອພຣະອົງຊົງປາກົດແຜ່ນດິນໂລກແລະທ້ອງຟ້າກໍຜ່າຍຫນີ ແລະບ່ອນຢູ່ສຳລັບແຜ່ນດິນໂລກແລະທ້ອງຟ້ານັ້ນກໍບໍ່ເຫັນອີກ 12 ຂ້າພະເຈົ້າໄດ້ເຫັນບັນດາຜູ້ທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຢືນຢູ່ຕໍ່ຫນ້າພຣະຣາຊບັນລັງນັ້ນ ແລະຫນັງສືຕ່າງໆກໍໄຂອອກ ມີຫນັງສືອີກເຫລັ້ມນຶ່ງກໍໄຂອອກ ຄືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວກໍຖືກຊົງພິພາກສາ ຕາມການປະຕິບັດຂອງເຂົາທີ່ຂຽນໄວ້ໃນຫນັງສືເຫລົ່ານັ້ນ 13 ທະເລສົ່ງຄົນທັງຫລາຍທີ່ຕາຍໃນທະເລຄືນ ຄວາມຕາຍແລະແດນມໍຣະນາກໍສົ່ງຄົນທັງຫລາຍທີ່ຢູ່ໃນແດນນັ້ນຄືນ ເຂົາທັງປວງກໍຖືກຊົງພິພາກສາຕາມການປະຕິບັດຂອງຕົນທຸກຄົນ 14 ຄວາມຕາຍແລະແດນມໍຣະນາກໍຖືກຖິ້ມລົງໃນບຶງໄຟ ບຶງໄຟນີ້ແຫລະ, ເປັນຄວາມຕາຍຄັ້ງທີ່ສອງ 15 ຖ້າຜູ້ໃດບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຜູ້ນັ້ນກໍຖືກຖິ້ມລົງໃນບຶງໄຟ
ທ້ອງຟ້າແລະແຜ່ນດິນໂລກໃຫມ່
1 ແລ້ວຂ້າພະເຈົ້າໄດ້ເຫັນທ້ອງຟ້າໃຫມ່ແລະແຜ່ນດິນໂລກໃຫມ່ ເພາະວ່າທ້ອງຟ້າເດີມແລະແຜ່ນດິນເດີມນັ້ນໄດ້ລ່ວງໄປແລ້ວ ແລະທະເລກໍບໍ່ມີເຫມືອນກັນ 2 ຂ້າພະເຈົ້າໄດ້ເຫັນນະຄອນສັກສິດ ຄືກຸງເຢຣູຊາເລັມໃຫມ່ ກຳລັງລົງມາຈາກສວັນແລະຈາກພຣະເຈົ້າ ນະຄອນນີ້ໄດ້ຈັດຕຽມໄວ້ແລ້ວເຫມືອນຢ່າງເຈົ້າສາວແຕ່ງຕົວໄວ້ສຳລັບເຈົ້າບ່າວ 3 ຂ້າພະເຈົ້າໄດ້ຍິນສຽງດັງມາຈາກພຣະຣາຊບັນລັງວ່າ, “ເບິ່ງແມ໋, ທີ່ສະຖິດຂອງພຣະເຈົ້າກໍຢູ່ກັບມະນຸດແລ້ວ ພຣະອົງຈະຊົງສະຖິດຢູ່ກັບເຂົາ ເຂົາພວກນັ້ນແຫລະ, ຈະເປັນໄພ່ພົນຂອງພຣະອົງ ແລະພຣະເຈົ້າເອງຈະປະທັບຢູ່ກັບເຂົາ 4 ພຣະເຈົ້າຈະຊົງເຊັດນ້ຳຕາທຸກໆຢົດຈາກຕາຂອງເຂົາ ຄວາມຕາຍຈະບໍ່ມີອີກຕໍ່ໄປ ຄວາມໂສກເສົ້າ ການຮ້ອງໄຫ້ ແລະຄວາມເຈັບປວດຈະບໍ່ມີອີກຕໍ່ໄປ ເພາະວ່າສິ່ງທີ່ມີຢູ່ຄາວກ່ອນນັ້ນກໍລ່ວງໄປແລ້ວ 5 ພຣະອົງຜູ້ຊົງປະທັບເທິງພຣະຣາຊບັນລັງໄດ້ຊົງກ່າວວ່າ, “ເບິ່ງແມ໋, ເຮົາສ້າງສິ່ງທັງປວງຂຶ້ນໃຫມ່” ແລະພຣະອົງຊົງກ່າວອີກວ່າ, “ຈົ່ງຂຽນໄວ້ ເພາະວ່າຖ້ອຍຄຳເຫລົ່ານີ້ແຫລະ, ສັດຊື່ແລະທ່ຽງແທ້” 6 ພຣະອົງຊົງກ່າວກັບຂ້າພະເຈົ້າວ່າ, “ສຳເຣັດແລ້ວ ເຮົານີ້ຄືອັນຟາແລະໂອເມຄາ ເປັນເບື້ອງຕົ້ນແລະເປັນເບື້ອງປາຍ ຜູ້ໃດຫິວນ້ຳ ຝ່າຍເຮົາຈະໃຫ້ຜູ້ນັ້ນດື່ມຈາກນ້ຳພຸແຫ່ງຊີວິດໂດຍບໍ່ຕ້ອງເສັຽຄ່າ 7 ຜູ້ໃດມີຊັຍຊະນະ ຜູ້ນັ້ນຈະໄດ້ຮັບສິ່ງເຫລົ່ານີ້ເປັນມໍຣະດົກ ເຮົາຈະເປັນພຣະເຈົ້າຂອງເຂົາ ເຂົານັ້ນແຫລະ, ຈະເປັນບຸດຂອງເຮົາ 8 ແຕ່ສ່ວນຄົນຂີ້ໂຍ່ຍ ຄົນບໍ່ເຊື່ອ ຄົນທີ່ເຮັດການຫນ້າກຽດຫນ້າຊັງ ຄົນຄາຕກັມ ຄົນລ່ວງຜິດຊາຍຍິງ ຄົນໃຊ້ເວດມົນຄາຖາ ຄົນໄຫວ້ພຣະທຽມ ແລະຄົນຂີ້ຕົວະທຸກຄົນນັ້ນ ມໍຣະດົກຂອງເຂົາຈະຢູ່ໃນບຶງທີ່ໄຫມ້ຢູ່ດ້ວຍໄຟປົນກັບມາດ ຊຶ່ງເປັນຄວາມຕາຍຄັ້ງທີ່ສອງ”
ກຸງເຢຣູຊາເລັມໃໝ່
9 ເທວາດາຕົນນຶ່ງໃນບັນດາເຈັດຕົນທີ່ຖືຂັນເຈັດຫນ່ວຍ ອັນເຕັມໄປດ້ວຍໄພອັນຕະຣາຍສຸດທ້າຍທັງເຈັດປະການນັ້ນ ໄດ້ມາເວົ້າກັບຂ້າພະເຈົ້າວ່າ, “ເຊີນມານີ້ ເຮົາຈະໃຫ້ທ່ານເຫັນເຈົ້າສາວທີ່ເປັນມະເຫສີຂອງພຣະເມສານ້ອຍນັ້ນ” 10 ທ່ານໄດ້ຍົກຂ້າພະເຈົ້າດ້ວຍພຣະວິນຍານໄປເທິງພູສູງຫນ່ວຍໃຫຍ່ ແລະໄດ້ຊີ້ໃຫ້ຂ້າພະເຈົ້າເຫັນນະຄອນສັກສິດຄືກຸງເຢຣູຊາເລັມ ຊຶ່ງກຳລັງລັງມາຈາກສວັນແລະຈາກພຣະເຈົ້າ 11 ນະຄອນນັ້ນປະກອບດ້ວຍຣັສມີຂອງພຣະເຈົ້າ ມີແສງຮຸ່ງເຮືອງເຫມືອນແກ້ວມະນີອັນມີຄ່າແພງເຫມືອນກັບແກ້ວມະນີໂຊດອັນເສາະໃສ 12 ນະຄອນນັ້ນມີກຳແພງໃຫຍ່ສູງ ມີປະຕູສິບສອງປ່ອງ ທີ່ປະຕູນັ້ນມີເທວະດາສິບສອງຕົນ ແລະທີ່ປະຕູນັ້ນໄດ້ຈາຣຶກຊື່ຕະກູນຂອງພວກອິສຣາເອນສິບສອງຕະກູນໄວ້ 13 ທິດຕາເວັນອອກມີສາມປະຕູ ທິດເຫນືອມີສາມປະຕູ ທິດໃຕ້ມີສາມປະຕູ ແລະທິດຕາເວັນຕົກມີສາມປະຕູ 14 ກຳແພງນະຄອນນັ້ນມີຫີນສິບສອງກ້ອນເປັນຖານ ແລະທີ່ຫີນນັ້ນໄດ້ຈາຣຶກຊື່ອັຄສາວົກສິບສອງຄົນຂອງພຣະເມສານ້ອຍ 15 ເທວະດາຕົນທີ່ເວົ້າກັບຂ້າພະເຈົ້ານັ້ນຖືໄມ້ແທກຄຳ ເພື່ອຈະແທກພຣະນະຄອນ ແທກປະຕູ ກັບກຳແພງ ຂອງນະຄອນນັ້ນ 16 ຮູບຂອງນະຄອນນັ້ນເປັນສີ່ຫລ່ຽມມົນທົນ ກວ້າງຍາວທໍ່ກັນ ທ່ານເອົາໄມ້ແທກນະຄອນນັ້ນໄດ້ສອງແສນວາ ກວ້າງຍາວແລະສູງທໍ່ກັນ 17 ທ່ານແທກກຳແພງນະຄອນນັ້ນ ໄດ້ຮ້ອຍສີ່ສິບສີ່ສອກຕາມໄມ້ແທກວາທີ່ເທວະດານັ້ນໃຊ້ ຊຶ່ງເປັນເຫມືອນໄມ້ແທກວາທີ່ມະນຸດເຄີຍໃຊ້ 18 ກຳແພງນະຄອນນັ້ນກໍດ້ວຍແກ້ວມະນີໂຊດ ແລະນະຄອນນັ້ນສ້າງດ້ວຍຄຳບໍຣິສຸດສຸກໃສເຫມືອນແກ້ວ 19 ບັນດາຖານຂອງກຳແພງນະຄອນນັ້ນປະດັບດ້ວຍເພັດພອຍທຸກຊະນິດ ຖານທີ່ນຶ່ງເປັນແກ້ວມະນີໂຊດ ທີ່ສອງໄພທູນ ທີ່ສາມໂມຣາ ທີ່ສີ່ມໍຣະກົດ 20 ທີ່ຫ້າບຸດ ທີ່ຫົກພິລາ ທີ່ເຈັດບຸສບາຄຳນ້ຳແກ່ ທີ່ແປດເພທາຍ ທີ່ເກົ້າບຸສບາຄຳນ້ຳອ່ອນ ທີ່ສິບຢົກ ທີ່ສິບເອັດນິນ ແລະທີ່ສິບສອງເປັນແກ້ວເພທາຍສີມ່ວງ 21 ປະຕູທັງສິບສອງນັ້ນເຮັດດ້ວຍໄຂ່ມຸກສິບສອງຫນ່ວຍ ປະຕູລະຫນ່ວຍ ແລະຖນົນໃນນະຄອນນັ້ນເປັນຄຳບໍຣິສຸດສອ່ງໃສເຫມືອນແກ້ວ 22 ຂ້າພະເຈົ້າບໍ່ໄດ້ເຫັນມີພຣະວິຫານໃນນະຄອນນັ້ນ ເພາະອົງພຣະຜູ້ເປັນເຈົ້າ ຄືພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ ແລະພຣະເມສານ້ອຍຊົງເປັນພຣະວິຫານໃນນະຄອນນັ້ນ 23 ນະຄອນນັ້ນບໍ່ຕ້ອງການແສງສວ່າງຂອງດວງອາທິດແລະດວງຈັນ ເພາະພຣະຣັສມີຂອງພຣະເຈົ້າຊົງເປັນແສງສວ່າງ ແລະພຣະເມສານ້ອຍຊົງເປັນໂຄມໄຟຂອງນະຄອນນັ້ນ 24 ບັນດາປະຊາຊາດຈະທຽວໄປມາໃນຖ້າມກາງແສງສວ່າງຂອງນະຄອນນັ້ນ ແລະບັນດາກະສັດໃນແຜ່ນດິນໂລກຈະນຳເອົາສະງ່າຣາສີຂອງຕົນເຂົ້າໄປໃນນະຄອນນັ້ນ 25 ປະຕູທັງຫລາຍໃນນະຄອນນັ້ນຈະບໍ່ອັດໃນເວລາກາງເວັນ (ເພາະໃນນະຄອນນັ້ນບໍ່ມີກາງຄືນ) 26 ເຂົາຈະນຳເອົາສະງ່າຣາສີແລະກຽດຕິຍົດຂອງນາໆປະເທດມາສູ່ນະຄອນນັ້ນ 27 ສິ່ງນຶ່ງສິ່ງໃດທີ່ຖືກຊົ່ວມົວຫມອງ ຫລືຜູ້ໃດທີ່ເຮັດການຫນ້າກຽດຫນ້າຊັງຫລືເວົ້າຕົວະ ຈະເຂົ້າໄປໃນນະຄອນນັ້ນບໍ່ໄດ້ເປັນເດັດຂາດ ມີແຕ່ຄົນທັງຫລາຍທີ່ມີຊື່ຈົດໄວ້ໃນທະບຽນຂອງພຣະເມສານ້ອຍເທົ່ານັ້ນຈຶ່ງຈະເຂົ້າໄດ້
1 ແລ້ວເທວະດາຕົນນັ້ນໄດ້ຊີ້ໃຫ້ຂ້າພະເຈົ້າເຫັນແມ່ນ້ຳທີ່ມີຊີວິດໃສເຫມືອນແກ້ວໄຫລອອກມາຈາກພຣະຣາຊບັນລັງຂອງພຣະເຈົ້າ ແລະຂອງພຣະເມສານ້ອຍ 2 ນ້ຳນັ້ນໄຫລຜ່ານຖນົນຂອງນະຄອນນັ້ນ ຢູ່ຮິມແມ່ນ້ຳທັງສອງຟາກມີຕົ້ນໄມ້ແຫ່ງຊີວິດຊຶ່ງເກີດຜົນສິບສອງຊະນິດ ເກີດຜົນທຸກເດືອນ ແລະໃບຕົ້ນນັ້ນສຳລັບປົວບັນດາປະຊາຊາດໃຫ້ດີ 3 ຈະບໍ່ມີສິ່ງໃດຖືກຊົງປ້ອຍດ່າອີກຕໍ່ໄປ ແຕ່ພຣະຣາຊບັນລັງຂອງພຣະເຈົ້າແລະຂອງພຣະເມສານ້ອຍຈະຕັ້ງຢູ່ທີ່ນັ້ນ ແລະບັນດາຂ້ອຍໃຊ້ຂອງພຣະອົງຈະບົວລະບັດພຣະອົງ 4 ເຂົາຈະເຫັນພຣະພັກຂອງພຣະອົງ ແລະພຣະນາມຂອງພຣະອົງຈະຊົງປະທັບຕາໃສ່ຫນ້າຜາກຂອງເຂົາ 5 ກາງຄືນຈະບໍ່ມີອີກຕໍ່ໄປ ເຂົາບໍ່ຕ້ອງການແສງໂຄມໄຟຫລືແສງອາທິດ ເພາະວ່າອົງພຣະຜູ້ເປັນເຈົ້າຈະຊົງສ່ອງສວ່າງໃສ່ເຂົາ ແລະເຂົາຈະໄດ້ຄຸ້ມຄອງຢູ່ຕລອດໄປເປັນນິດ
ພຣະເຢຊູຈະສະເດັດມາໂດຍໄວ
6 ເທວະດາຕົນນັ້ນໄດ້ບອກຂ້າພະເຈົ້າວ່າ, “ຖ້ອຍຄຳເຫລົ່ານີ້ແຫລະ, ສັດຊື່ແລະທ່ຽງແທ້ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງດວງວິນຍານຂອງບັນດາຜູ້ປະກາດພຣະທັມ ໄດ້ຊົງໃຫ້ເທວະດາຂອງພຣະອົງສະແດງແກ່ບັນດາຂ້ອຍໃຊ້ຂອງພຣະອົງ ເພື່ອໃຫ້ຮູ້ເຫດການທັງປວງທີ່ຈຳເປັນຕ້ອງເກີດຂຶ້ນໃນໄວໆນັ້ນ” 7 “ເບິ່ງແມ໋, ເຮົາຈະມາໃນໄວໆນີ້ ຜູ້ໃດທີ່ຖືຮັກສາຄຳທຳນວາຍໃນຫນັງສືມ້ວນນີ້ ຜູ້ນັ້ນແຫລະ, ເປັນສຸກ” 8 ຝ່າຍຂ້າພະເຈົ້າ ຄືໂຢຮັນ ເປັນຜູ້ໄດ້ຍິນແລະໄດ້ເຫັນເຫດການເຫລົ່ານີ້ ເມື່ອຂ້າພະເຈົ້າໄດ້ຍິນແລະໄດ້ເຫັນແລ້ວ ກໍນ້ອມຕົວລົງຈະນະມັສການແທບຕີນຂອງເທວະດາຕົນທີ່ໄດ້ສະແດງເຫດການເຫລົ່ານີ້ແກ່ຂ້າພະເຈົ້າ 9 ເທວະດາຕົນນັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຂ້ອຍໃຊ້ຢ່າງດຽວກັນກັບທ່ານ ແລະກັບພວກພີ່ນ້ອງຂອງທ່ານຊຶ່ງເປັນຜູ້ປະກາດພຣະທັມ ແລະກັບພວກທີ່ຖືຮັກສາຖ້ອຍຄຳທັງຫລາຍໃນຫນັງສືມ້ວນນີ້ ໃຫ້ທ່ານນະມັສການພຣະເຈົ້າສາ” 10 ແລ້ວທ່ານໄດ້ບອກຂ້າພະເຈົ້າວ່າ, “ຢ່າປະທັບຕາອັດຄຳທຳນວາຍໃນຫນັງສືມ້ວນນີ້ ເພາະວ່າເວລານັ້ນໃກ້ຈະເຖິງແລ້ວ 11 ຝ່າຍຄົນອະທັມກໍໃຫ້ເຣັດການອະທັມຕໍ່ໄປ ຜູ້ທີ່ເປັນຄົນຊົ່ວຊ້າກໍໃຫ້ເຂົາຊົ່ວຊ້າຕໍ່ໄປ ຝ່າຍຄົນຊອບທັມກໍໃຫ້ເຮົາການຊອບທັມຕໍ່ໄປ ແລະຜູ້ທີ່ເປັນຄົນບໍຣິສຸດກໍໃຫ້ເຂົາເປັນບໍຣິສຸດຕໍ່ໄປ” 12 “ເບິ່ງແມ໋, ເຮົາຈະມາໃນໄວໆນີ້ ເຮົາຈະເອົາບຳເຫນັດຂອງເຮົາມານຳ ເພື່ອຕອບແທນການປະຕິບັດຂອງທຸກຄົນ 13 ຝ່າຍເຮົາ ຄື ອັນຟາ ແລະໂອເມຄາ ເປັນຜູ້ກົກແລະເປັນຜູ້ສຸດທ້າຍ ເປັນເບື້ອງຕົ້ນແລະເປັນເບຶ້ອງປາຍ” 14 ຄົນທັງຫລາຍທີ່ຊຳຮະລ້າງເສື້ອຜ້າຂອງຕົນນັ້ນແຫລະ, ເປັນສຸກ ເພື່ອວ່າເຂົາຈະມີສິດເຂົ້າໄປເຖິງຕົ້ນໄມ້ທີ່ໃຫ້ມີຊີວິດ ແລະເພື່ອເຂົາຈະໄດ້ເຂົ້າໄປໃນນະຄອນນັ້ນທາງປະຕູ 15 ສ່ວນຝູງຫມາກັບຄົນທີ່ໃຊ້ເວດມົນຄາຖາ ຄົນລ່ວງຜິດຊາຍຍິງ ຄົນຄາຕກັມ ຄົນໄຫວ້ພຣະທຽມ ກັບທຸກໆຄົນທີ່ຮັກຄວາມບໍ່ຈິງ ແລະເຮັດຕາມພວກເຫລົ່ານີ້ແຫລະ, ຈະຢູ່ພາຍນອກ 16 “ຝ່າຍເຮົາ ຄື ເຢຊູ ເຮົາໄດ້ໃຊ້ເທວະດາຂອງເຮົາໄປເປັນພຍານ ເພື່ອສະແດງເຫດການເຫລົ່ານີ້ແກ່ທ່ານສຳລັບຄຣິສຕະຈັກທັງຫລາຍ ເຮົານີ້ເປັນຮາກເຄົ້າແລະຫນໍ່ເຊື້ອຂອງດາວິດ ເປັນດາວເພັດໃສຮຸ່ງເຮືອງ” 17 ຝ່າຍພຣະວິນຍານແລະເຈົ້າສາວຊົງກ່າວວ່າ, “ເຊີນມາ” ໃຫ້ຜູ້ໄດ້ຍິນນັ້ນທູນວ່າ, “ເຊີນມາ” ໃຫ້ຜູ້ຫິວນ້ຳເຂົ້າມາ ຜູ້ໃດມີໃຈປາຖນາກໍໃຫ້ຜູ້ນັ້ນມາຮັບນ້ຳສຳລັບຊີວິດໂດຍບໍ່ຕ້ອງເສັຽຄ່າ 18 ຝ່າຍຂ້າພະເຈົ້າ, ເປັນພຍານແກ່ທຸກຄົນທີ່ໄດ້ຍິນຄຳທຳນວາຍທັງຫລາຍໃນຫນັງສືມ້ວນນີ້ວ່າ ຖ້າຜູ້ໃດຈະເພີ້ມເຕີມຂໍ້ຄວາມໃດໃສ່ຫນັງສືນີ້ ພຣະເຈົ້າຈະຊົງເອົາໄພອັນຕະຣາຍທີ່ຂຽນໄວ້ໃນຫນັງສືມ້ວນນີ້ ເພີ້ມເຕີມແກ່ຜູ້ນັ້ນ 19 ແລະຖ້າຜູ້ໃດຕັດຂໍ້ຄວາມໃດອອກຈາກຫນັງສືທຳນວາຍນີ້ ພຣະເຈົ້າກໍຈະຊົງຕັດສ່ວນແບ່ງຂອງຜູ້ນັ້ນທີ່ມີຢູ່ໃນຕົ້ນໄມ້ຊຶ່ງໃຫ້ມີຊີວິດ ແລະສ່ວນແບ່ງໃນນະຄອນສັກສິດ ທີ່ຂຽນໄວ້ໃນຫນັງສືມ້ວນນີ້ອອກເສັຽ 20 ພຣະອົງຜູ້ຊົງເປັນພຍານໃນເຫດການເຫລົ່ານີ້ຊົງກ່າວວ່າ, “ແນ່ນອນ ເຮົາຈະມາໃນໄວໆນີ້” “ອາແມນ ພຣະເຢຊູເຈົ້າ ເຊີນສະເດັດມາເທີນ” 21 ຂໍໃຫ້ພຣະຄຸນແຫ່ງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ນຳຄົນທັງປວງເທີນ